lo_bible/47-1CO.usfm

833 lines
169 KiB
Plaintext
Raw Permalink Blame History

This file contains ambiguous Unicode characters

This file contains Unicode characters that might be confused with other characters. If you think that this is intentional, you can safely ignore this warning. Use the Escape button to reveal them.

\id 1CO
\ide UTF-8
\h ໂກ​ຣິນ​ໂທ​ ສະ​ບັບ​ທີ​ 1
\toc1 ໂກ​ຣິນ​ໂທ​ ສະ​ບັບ​ທີ​ 1
\toc2 ໂກ​ຣິນ​ໂທ​ ສະ​ບັບ​ທີ​ 1
\toc3 1co
\mt ໂກ​ຣິນ​ໂທ​ ສະ​ບັບ​ທີ​ 1
\s5
\c 1
\p
\v 1 ຈາກ ໂປໂລ ຜູ້ທີ່ພຣະເຈົ້າໄດ້ເອີ້ນເອົາຕາມນ້ຳພຣະໄທໃຫ້ເປັນ ອັກຄະສາວົກຂອງພຣະເຢຊູຄຣິດເຈົ້າ ແລະຈາກ ໂຊຊະເຖນ ນັອງຊາຍ ຂອງພວກເຮົາ
\v 2 ເຖິງຄຣິສຕະຈັກຂອງພຣະເຈົ້າທີ່ຢູ່ເມືອງ ໂກຣິນໂທ ຜູ້ເປັນໄພ່ພົນຜູ້ບໍຣິສຸດຂອງພຣະເຈົ້າ ທຸກຄົນຜູ້ທີ່ຖືກເອີ້ນໃຫ້ເປັນໄພ່ພົນດ້ວຍກັນໃນພຣະເຢຊູຄຣິດເຈົ້າ ກັບຄົນທັງຫລາຍໃນທຸກແຫ່ງຫົນທີ່ຮ້ອງອອກພຣະນາມອົງພຣະເຢຊູຄຣິດເຈົ້າຂອງພວກເຮົາ ຄື ອົງພຣະຜູ້ເປັນເຈົ້າຂອງພວກເຂົາ ແລະຂອງພວກເຮົາດ້ວຍ.
\v 3 ຂໍໃຫ້ພຣະເຈົ້າພຣະບິດາເຈົ້າຂອງພວກເຮົາກັບອົງພຣະເຢຊູຄຣິດເຈົ້າໂຜດໃຫ້ພຣະຄຸນ ແລະ ສັນຕິສຸກແກ່ພວກເຈົ້າດ້ວຍເທີ້ນ.
\s5
\v 4 ເຮົາໂມທະນາຂອບພຣະຄຸນພຣະເຈົ້າຢູ່ສະເໝີສໍາລັບພຣະຄຸນທີ່ພຣະອົງໄດ້ມອບໃຫ້ພວກເຈົ້າໂດຍທາງພຣະເຢຊູຄຣິດເຈົ້າ.
\v 5 ດ້ວຍວ່າ, ໃນພຣະອົງນັ້ນພວກເຈົ້າຈຶ່ງກາຍເປັນຜູ້ຄົບບໍຣິບູນໃນທຸກສິ່ງທັງວາຈາ ແລະ ຄວາມຮູ້ທຸກຢ່າງ
\v 6 ດ້ວຍຄໍາພະຍານເລື່ອງພຣະຄຣິດໄດ້ເປັນທີ່ຍອມຮັບຢ່າງໝັ້ນຄົງໃນທ່າມກາງພວກເຈົ້າແລ້ວ
\s5
\v 7 ຈົນພວກເຈົ້າບໍ່ໄດ້ຂາດເຂີນຂອງພຣະຣາຊທານຈັກຢ່າງ ຂະນະທີ່ ພວກເຈົ້າຄອງຄອຍຖ້າດ້ວຍຄວາມຫວັງໃນການສະເດັດມາປາກົດ ຂອງອົງພຣະເຢຊູຄຣິດເຈົ້າຂອງພວກເຮົາ.
\v 8 ແມ່ນພຣະອົງນັ້ນແຫລະທີ່ຈະໂຜດຊ່ວຍພວກເຈົ້າໃຫ້ຕັ້ງໝັ້ນຄົງຈົນເຖິງທີ່ສຸດ ເພື່ອວ່າໃນວັນຂອງອົງພຣະເຢຊູຄຣິດເຈົ້າຂອງພວກເຮົານັ້ນ ພວກເຈົ້າຈະບໍ່ຖືກຕໍາໜິ.
\v 9 ພຣະເຈົ້າສັດຊື່ພຣະອົງໄດ້ຊົງເອີ້ນພວກເຈົ້າໃຫ້ສຳພັນສະໜິດກັບພຣະບຸດຂອງພຣະອົງ ຄື ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າຂອງພວກເຮົາ.
\s5
\v 10 ພີ່ນ້ອງທັງຫລາຍເອີຍ, ໂດຍສິດອໍານາດຂອງພຣະນາມອົງພຣະເຢຊູຄຣິດເຈົ້າຂອງພວກເຮົາ ເຮົາຂໍຮ້ອງພວກເຈົ້າທຸກຄົນໃຫ້ຖືກ ຕ້ອງປອງດອງກັນ ຢ່າຖືພັກຖືພວກ ຈົ່ງຮ່ວມເຂົ້າກັນເປັນນ້ຳໜຶ່ງໃຈດຽວ ແລະມີຈຸດປະສົງຢ່າງດຽວກັນ.
\v 11 ພີ່ນ້ອງທັງຫລາຍເອີຍ, ເພາະມີບາງຄົນຈາກກຸ່ມຂອງນາງຂະໂລເອ ໄດ້ເລົ່າໃຫ້ເຮົາຟັງວ່າ, ໄດ້ເກີດມີການຜິດຂ້ອງຕ້ອງຖຽງກັນໃນທ່າມກາງພວກເຈົ້າ.
\s5
\v 12 ເຮົາໝາຍຄວາມວ່າຢ່າງນີ້: ແຕ່ລະຄົນໃນພວກເຈົ້າເວົ້າບໍ່ຖືກຕ້ອງປອງດອງກັນ ຜູ້ໜຶ່ງເວົ້າວ່າ, “ຂ້ອຍຕິດຕາມ ໂປໂລ” ຜູ້ໜຶ່ງອີກເວົ້າວ່າ, “ຂ້ອຍຕິດຕາມ ອາໂປໂລ” ຜູ້ໜຶ່ງອີກເວົ້າວ່າ, “ຂ້ອຍຕິດຕາມ ເປໂຕ” ແລະຜູ້ອື່ນອີກເວົ້າວ່າ, “ຂ້ອຍຕິດຕາມ ພຣະຄຣິດ. ”
\v 13 ພຣະຄຣິດແບ່ງເປັນຫລາຍອົງແລ້ວບໍ? (ກ) ໂປໂລ ຖືກຄຶງທີ່ ໄມ້ກາງແຂນເພື່ອພວກເຈົ້າຊັ້ນບໍ? ພວກເຈົ້າຮັບບັບຕິສະມາໃນນາມຂອງ ໂປໂລ ຊັ້ນບໍ?
\s5
\v 14 ເຮົາໂມທະນາຂອບພຣະຄຸນພຣະເຈົ້າ ທີ່ເຮົາບໍ່ໄດ້ໃຫ້ຜູ້ໃດໃນພວກເຈົ້າຮັບບັບຕິສະມາ ນອກຈາກທ່ານ ກີສະໂປ ແລະທ່ານ ໄຄໂຢ.
\v 15 ດັ່ງນັ້ນ ຈຶ່ງບໍ່ມີຜູ້ໃດເວົ້າໄດ້ວ່າ ພວກເຈົ້າໄດ້ຮ້ບບັບຕິສະມາໃນນາມຂອງເຮົາ.
\v 16 (ແມ່ນແທ້ ເຮົາໄດ້ໃຫ້ ສະເຕຟານາ ແລະຄອບຄົວຂອງລາວ ຮັບບັບຕິສະມາດ້ວຍ, ແຕ່ນອກຈາກຄົນເຫລົ່ານັ້ນແລ້ວ ເຮົາກໍບໍ່ຮູ້ວ່າເຮົາໄດ້ໃຫ້ຜູ້ໃດອີກແດ່ຮັບບັບຕິສະມາ).
\s5
\v 17 ພຣະຄຣິດບໍ່ໄດ້ໃຊ້ເຮົາໄປເພື່ອໃຫ້ເຮັດພິທິຮັບບັບຕິສະມາ, ແຕ່ ພຣະອົງໃຊ້ເຮົາໄປເພື່ອໃຫ້ປະກາດຂ່າວປະເສີດ ແລະບໍ່ແມ່ນໃຊ້ຄຳເວົ້າແຫ່ງສະຕິປັນຍາມະນຸດ ເພື່ອວ່າໄມ້ກາງແຂນພຣະຄຣິດນັ້ນຈະບໍ່ເສຍປະໂຫຍດ.
\s5
\v 18 ເລື່ອງຄວາມຕາຍຂອງພຣະຄຣິດທີ່ໄມ້ກາງແຂນນັ້ນັເປັນເລື່ອງໂງ່ສໍາລັບພວກທີ່ກຳລັງຈິບຫາຍໄປ, ແຕ່ສໍາລັບພວກເຮົາທີ່ກໍາລັງຮັບຄວາມພົ້ນນັ້ນ ຖືວ່າເປັນຣິດອໍານາດຂອງພຣະເຈົ້າ.
\v 19 ເພາະມີຄຳຂຽນໄວ້ໃນພຣະຄໍາພີວ່າ, “ເຮົາຈະທໍາລາຍປັນຍາຂອງຄົນມີປັນຍາ ເຮົາ ຈະໃຫ້ຄວາມສະຫລາດຂອງຄົນສະຫລາດສູນເສຍໄປ.”
\s5
\v 20 ຄົນມີປັນຍາຢູ່ໃສ? ຫລື ຄົນສະຫລາດຢູ່ໃສ? ຫລື ນັກໂຕ້ຕອບບັນຫາຂອງໂລກນີ້ຢູ່ໃສ? ພຣະເຈົ້າກະທຳໃຫ້ເຫັນວ່າປັນຍາຂອງຝ່າຍໂລກນີ້ເປັນຄວາມໂງ່
\v 21 ເພາະຕາມພຣະສະຕິປັນຍາຂອງພຣະເຈົ້າເຫັນວ່າ ມະນຸດບໍ່ສາມາດຮູ້ຈັກພຣະອົງໄດ້ ດ້ວຍປັນຍາຂອງເຂົາເອງ ແຕ່ພຣະອົງພໍໃຈໃຊ້ຂ່າວເລື່ອງທີ່ເຂົາຖືວ່າໂງ່ ຊຶ່ງພວກເຮົາປະກາດຢູ່ນັ້ນເພື່ອຊ່ວຍຜູ້ທີ່ເຊື່ອໃຫ້ພົ້ນ.
\s5
\v 22 ຝ່າຍພວກຢິວກໍຕ້ອງການເຫັນໝາຍສໍາຄັນ ແລະພວກຕ່າງຊາດກໍຊອກສະແຫວງຫາປັນຍາ.
\v 23 ແຕ່ສໍາລັບພວກເຮົາແລ້ວ ພວກເຮົາປະກາດເລື່ອງພຣະຄຣິດຜູ້ຖືກຄຶງໄວ້ທີ່ໄມ້ກາງແຂນນັ້ນ ອນັເປັນເລື່ອງທີ່ພວກຢິວຊຸນສະດຸດ ແລະເປັນເລື່ອງທີ່ພວກຕ່າງຊາດຖືວ່າໂງ່,
\s5
\v 24 ແຕ່ສໍາລັບພວກທີ່ພຣະເຈົ້າເອີ້ນໄວ້ແລ້ວນັ້ນ ບໍ່ວ່າຄົນຢິວ ຫລື ຄົນຕ່າງຊາດກໍຕາມ ເຂົາຖືວ່າພຣະຄຣິດເປັນຣິດອໍານາດ ແລະເປັນສະຕິປັນຍາຂອງພຣະເຈົ້າ.
\v 25 ເພາະສິ່ງທີ່ເບິ່ງຄືວ່າເປັນຄວາມໂງ່ຂອງພຣະເຈົ້າກໍຍັງສະຫລາດກວ່າປັນຍາຂອງມະນຸດ ແລະສິ່ງທີ່ເບິ່ງຄື ວ່າເປັນຄວາມອ່ອນແຮງຂອງພຣະເຈົ້າກໍຍັງແຂງແຮງກວ່າກໍາລັງຂອງມະນຸດ.
\s5
\v 26 ພີ່ນ້ອງທັງຫລາຍເອີຍ, ຈົ່ງພິຈາລະນາເບິ່ງວ່າພວກເຈົ້າທີ່ພຣະເຈັ້າໄດ້ຊົງໂຜດເອີ້ນມານັ້ນເປັນຄົນຢ່າງໃດ? ຄື ຄົນທີ່ມະນຸດຖືວ່າສະຫລາດກໍມີໜ້ອຍຄົນ, ຄົນທີ່ມີອຳນາດກໍມີໜ້ອຍຄົນ ຄົນທີ່ມີຖານະສູງກໍມີໜ້ອຍຄົນ.
\v 27 ແຕ່ພຣະເຈົ້າໄດ້ຊົງເລືອກເອົາສິ່ງທີ່ມະນຸດຖື ວ່າໂງ່ ເພື່ອໃຫ້ຄົນສະຫລາດຖືກອັບອາຍ ແລະ ພຣະອົງໄດ້ຊົງເລືອກເອົາສິ່ງທີ່ມະນຸດຖືວ່າ ອ່ອນກຳລັງເພື່ອໃຫ້ຄົນທີ່ມີກຳລັງຖືກອັບອາຍ.
\s5
\v 28 ພຣະອົງໄດ້ເລືອກເອົາສິ່ງທີ່ມະນຸດຖືວ່າ ຕ່ຳຕ້ອຍ ແລະ ໜ້າດູໝິ່ນ ແລະ ບໍ່ສຳຄັນຫຍັງເພື່ອທຳລາຍສິ່ງທີ່ໂລກເຫັນວ່າສໍາຄັນ.
\v 29 ເພື່ອວ່າບໍ່ໃຫ້ມະ​ນຸດ​ຄົນ​ໃດ​ອວດ​ຕົວ​ໄດ້​ຊ້ອງ​ໜ້າ​ພ​ຣະ​ເຈົ້າ.
\s5
\v 30 ໂດຍພຣະອົງນັ້ນ, ເຈົ້າທັງຫລາຍຈຶ່ງຢູ່ໃນພຣະເຢຊູຄຣິດເຈົ້າ, ຜູ້ ຊົງເປັນປັນຍາຈາກພຣະເຈົ້າ ແລະ ຊົງເປັນຜູ້ເຮັດໃຫ້ເຮົາຊອບທຳ ແລະ ຊົງຊໍາລະເຮົາໃຫ້ເປັນໄພ່ພົນຜູ້ບໍຣິສຸດຂອງພຣະເຈົ້າ ແລະຊົງໄຖ່ເຮົາໃຫ້ພົ້ນ.
\v 31 ເພື່ອໃຫ້ເປັນໄປຕາມທີ່ມີຄຳຂຽນໄວ້ໃນພຣະຄໍາພີວ່າ, “ຜູ້ຢາກອວດອ້າງນັ້ນ ຈົ່ງເອົາອົງພຣະຜູ້ເປັນເຈົ້າມາອວດອ້າງ.”
\s5
\c 2
\p
\v 1 ພີ່ນ້ອງທັງຫລາຍເອີຍ, ເມື່ອເຮົາໄດ້ມາຫາພວກເຈົ້າເພື່ຶອປະກາດ ຄວາມຈິງອັນເລິກລັບຂອງພຣະເຈົ້າ (ຂ) ເຮົາບໍ່ໄດ້ໃຊ້ຖ້ອຍຄໍາຍາກ ຫລື ຄວາມຮູ້ອັນໜ້າຟັງ.
\v 2 ດ້ວຍວ່າ, ຂະນະທີ່ເຮົາໄດ້ຢູ່ນໍາພວກເຈົ້ານັ້ນ ເຮົາຕັ້ງໃຈໄວ້ແລ້ວວ່າຈະບໍ່ສັ່ງສອນເລື່ອງໃດເລີຍ ເວັ້ນໄວ້ແຕ່ເລື່ອງພຣະເຢຊູຄຣິດເຈົ້າ ແລະໂດຍສະເພາະຄວາມຕາຍຂອງພຣະອົງທີ່ໄມ້ກາງແຂນ
\s5
\v 3 ເພາະສະນັ້ນ ເມື່ອເຮັາໄດ້ມາຫາພວກເຈົ້າ ເຮົາກໍອ່ອນກຳລັງແລະ ຢ້ານກົວຈົນຕົວສັ່ນ
\v 4 ຄໍາສັ່ງສອນ ແລະ ຄໍາເທດສະໜາຂອງເຮົາກໍ່ບໍ່ແມ່ນຄໍາສະຫລາດສະຫລຽວອັນກ້ຽວກ່ອມໃຈດ້ວຍປັນຍາຂອງມະນຸດ, ແຕ່ແມ່ນຄໍາຊຶ່ງໄດ້ສຳແດງພຣະວິນຍານ ແລະ ຣິດອໍານາດຂອງພຣະເຈົ້າ.
\v 5 ເພື່ອຄວາມເຊື່ອຂອງພວກເຈົ້າຈະບໍ່ໄດ້ຂຶ້ນຢູ່ກັບປັນຍາຂອງມະນຸດ, ແຕ່ອາໄສຣິດອໍານາດຂອງພຣະເຈົ້າ.
\s5
\v 6 ເຖິງປານນັ້ນກໍດີ, ເຮົາເຄີຍປະກາດຖ້ອຍຄໍາແຫ່ງປັນຍາໃຫ້ແກ່ຄົນທີ່ໃຫຍ່ແລ້ວຝ່າຍຄວາມເຊື່ອກໍຈງິ, ແຕ່ບໍ່ແມ່ນປັນຍາທີ່ເປັນຂອງໂລກນີ້ ຫລື ປັນຍາຂອງອໍານາດທີ່ປົກຄອງໂລກນີ້ ຊຶ່ງກຳລັງເສື່ອມສູນໄປ.
\v 7 ປັນຍາທີ່ເຮົາປະກາດນັ້ນແມ່ນຄວາມເລິກລັບແຫ່ງປັນຍາຂອງພຣະເຈົ້າທີ່ຖືກເຊື່ອງໄວ້ຈາກມະນຸດກ່ອນສ້າງໂລກ ຊຶ່ງພຣະເຈົ້າຊົງກຳນົດໄວ້ແລ້ວ ເພື່ອເປັນສະຫງ່າຣາສີແກ່ພວກເຮົາ.
\s5
\v 8 ບໍ່ມີຜູ້ປົກຄອງຄົນໃດໃນໂລກນີ້ໄດ້ຮູ້ຈ້ກປັນຍານີ້, ຖ້າເຂົາຮູ້ຈັກເຂົາຄົງບໍ່ເອົາອົງພຣະຜູ້ເປັນເຈົ້າ ຜູ້ຊົງສະຫງ່າຣາສີຄືງໄວ້ທ່ີ່ໄມ້ກາງແຂນ.
\v 9 ເໝືອນດັ່ງທີ່ມີຄຳຂຽນໄວ້ໃນພຣະຄໍາພີວ່າ, “ສິ່ງທີ່ຕາບໍ່ເຫັນ ຫູບໍ່ໄດ້ຍິນ ແລະ ສິ່ງທີ່ມະນຸດຄິດບໍ່ອອກ ແມ່ນສິ່ງນັ້ນແຫຼະ ທີ່ພຣະເຈົ້າໄດ້ຊົງຈັດຕຽມໄວ້ ໃຫ້ແກ່ຄົນທັງຫລາຍທີ່ຮັກພຣະອົງ.”
\s5
\v 10 ແຕ່ວ່າ (ຄ) ພຣະເຈົ້າໄດ້ເປີດເຜີຍຄວາມເລິກລັບຂອງພຣະອົງແກ່ພວກເຮົາໂດຍທາງພຣະວິນຍານ. ແທ້ຈິງແລ້ວ, ພຣະວິນຍານຢັ່ງຮູ້ທຸກສິ່ງເຖິງແມ່ນເປັນຄວາມເລິກລັບຂອງພຣະເຈົ້າ.
\v 11 ດ້ວຍວ່າ, ຜູ້ໃດໜໍອາດຮູ້ຄວາມຄິດຂອງມະນຸດໄດ້ເວັ້ນໄວ້ແຕ່ຈິດວິນຍານ ທີ່ຢູ່ພາຍໃນມະນຸດຜູ້ນັ້ນ, ໃນທຳນອງດຽວກັນ ບໍ່ມີຜູ້ໃດຮູ້ພຣະໄທ ພຣະເຈົ້າແຕ່ແມ່ນພຣະວິນຍານຂອງພຣະເຈົ້າເທົ່ານັ້ນທີ່ຮູ້ທຸກສິ່ງກ່ຽວກັບພຣະເຈົ້າ.
\s5
\v 12 ພວກເຮົາບໍ່ໄດ້ຮັບວິນຍານຂອງໂລກນີ້, ແຕ່ພວກເຮົາໄດ້ຮັບພຣະວິນຍານທີ່ມາ​ຈາກ​ພ​ຣະ​ເຈົ້າ ເພື່ອວ່າພວກເຮົາຈະຮູ້ທຸກສິ່ງທີ່ ພຣະເຈົ້າໄດ້ຊົງໂຜດປະທານໃຫ້ແກ່ພວກເຮົານັ້ນ.
\v 13 ດ້ວຍເຫດນັ້ນ ພວກເຮົາຈຶ່ງບໍ່ກ່າວດ້ວຍຖ້ອຍຄໍາຊຶ່ງປັນຍາຂອງມະນຸດໄດ້ສ້ອນໄວ້, ແຕ່ດ້ວຍຖ້ອຍຄໍາຊຶ່ງພຣະວິນຍານໄດ້ຊົງສັ່ງສອນ ຄື ພວກເຮົາໄດ້ ອະທິບາຍຄວາມຈິງຝ່າຍຈິດວິນຍານໃຫ້ແກ່ຄົນທີ່ມີພຣະວິນຍານຟັງ. (ງ)
\s5
\v 14 ແຕ່ມະນຸດທີ່ມີຈິດໃຈທຳມະດາຈະຮັບສິ່ງເຫລົ່ານັ້ນຊຶ່ງເປັນຂອງ ພຣະວິນຍານຂອງພຣະເຈົ້າກໍບໍ່ໄດ້, ເພາະພວກເຂົາເຫັນວ່າສິ່ງເຫລົ່ານີ້ ເປັນເລື່ອງໂງ່ສໍາລັບຕົນ ແລະ ບໍ່ສາມາດເຂົ້າໃຈເພາະວ່າທີ່ຈະເຂົ້າໃຈສິ່ງເຫລົ່ານັ້ນໄດ້ກໍຕ້ອງອາໄສພຣະວິນຍານ.
\v 15 ຝ່າຍຄົນທີ່ມີພຣະວິນຍານຂອງພຣະເຈົ້າກໍສາມາດສັງເກດຮູ້ສິ່ງສາລະພັດໄດ້, ແຕ່ ບໍ່ມີຜູ້ໃດສາມາດສັງເກດຮູ້ໃຈຜູ້ນັ້ນໄດ້.
\v 16 ດັ່ງທີ່ມີຄຳຂຽນໄວ້ໃນພຣະຄໍາພີວ່າ, “ຜູ້ໃດໜໍຮູ້ຄວາມຄິດຂອງອົງພຣະຜູ້ເປັນເຈົ້າໄດ້ ຈຶ່ງ ສາມາດໃຫ້ຄໍາແນະນໍາແກ່ພຣະອົງໄດ້? ” ແຕ່ພວກເຮົາມີຄວາມຄິດ ຂອງພຣະຄຣິດ.
\s5
\c 3
\p
\v 1 ພີ່ນ້ອງທັງຫລາຍເອີຍ, ຕາມຄວາມເປັນຈິງແລ້ວ ຝ່າຍເຮົາຈະເວົ້າກັບພວກເຈົ້າເໝືອນເວົ້າກັບຄົນທີ່ຢູ່ຝ່າຍພຣະວິນຍານ ກໍບໍ່ໄດ້, ເຮົາຈຳເປັນຕ້ອງເວົ້າກັບພວກເຈົ້າເໝືອນເວົ້າກັບຄົນທີ່ຢູ່ຝ່າຍມະນຸດ ທຳມະດາ ເໝືອນດັ່ງພວກເຈົ້າເປັນເດັກນ້ອຍຝ່າຍຄວາມເຊື່ອໃນພຣະຄຣິດ.
\v 2 ເຮົາໄດ້ລ້ຽງພວກເຈົ້າດ້ວຍນ້ຳນົມ ບໍ່ແມ່ນດ້ວຍອາຫານແຂງ ເພາະວ່າເມື່ອກ່ອນນັ້ນ ພວກເຈົ້າຍັງບໍ່ສາມາດຮັບໄດ້ເທື່ອ, ຈົນມາບັດນີ້ພວກເຈົ້າກໍຍັງບໍ່ທັນສາມາດຮັບໄດ້ອີກ,
\s5
\v 3 ເພາະວ່າພວກເຈົ້າຍັງຢູ່ຝ່າຍມະນຸດທໍາມະດາ, ພວກເຈົ້າຍັງອິດສາກັນ ແລະ ຜິດຂ້ອງຕ້ອງຖຽງກັນຢູ່ ພວກເຈົ້າຢູ່ຝ່າຍມະນຸດທໍາມະດາ ແລະ ບໍ່ດຳເນີນຊີວິດຕາມມະນຸດທຳມະດາ ບໍ?
\v 4 ເພາະເມື່ອຜູ້ໜຶ່ງໃນພວກເຈົ້າເວົ້າວ່າ, “ຂ້າພະເຈົ້າຢູ່ຝ່າຍ ໂປໂລ” ຜູ້ໜຶ່ງອີກເວົ້າວ່າ, “ຂ້າພະເຈົ້າຢູ່ຝ່າຍ ອາໂປໂລ” ພວກເຈົ້າບໍ່ໄດ້ເປັນພຽງແຕ່ມະນຸດທໍາມະດາ ບໍ?
\v 5 ຖ້າດັ່ງນັ້ນ ອາໂປໂລ ແມ່ນຜູ້ໃດ? ແລະໂປໂລ ແມ່ນຜູ້ໃດ? ກໍເປັນພຽງແຕ່ຜູ້ຮັບໃຊ້ຂອງພຣະເຈົ້າ ທີ່ໄດ້ນຳພວກເຈົ້າໃຫ້ເຊື່ອເທົ່ານັ້ນ, ພວກເຮົາແຕ່ລະຄົນຮັບໃຊ້ຕາມທີ່ອົງພຣະຜູ້ເປັນເຈົ້າໄດ້ມອບໝາຍໃຫ້.
\s5
\v 6 ເຮົາເປັນຜູ້ປູກ, ອາໂປໂລ ເປັນຜູ້ຫົດນໍ້າ, ແຕ່ແມ່ນພຣະເຈົ້າທີ່ເປັນຜູ້ເຮັດໃຫ້ໃຫຍ່ຂື້ນ.
\v 7 ຜູ້ປູກກັບຜູ້ຫົດນໍ້າກໍບໍ່ສໍຳຄັນຢ່າງໃດ, ແມ່ນພຣະເຈົ້າເທົ່ານັ້ນທີ່ເປັນຜູ້ສຳຄັນ ເພາະພຣະອົງເປັນຜູ້ເຮັດໃຫ້ໃຫຍ່ຂຶ້ນ.
\s5
\v 8 ຜູ້ປູກກັບຜູ້ຫົດນ້ຳກໍບໍ່ແຕກຕ່າງກັນຫຍັງເລີຍ, ແຕ່ລະຄົນຈະ ໄດ້ຮັບລາງວັນຕາມການງານ ທີ່ຕົນໄດ້ເຮັດນັ້ນ.
\v 9 ດ້ວຍວ່າ, ພວກເຮົາເປັນຜູ້ຮ່ວມກັນທຳງານຂອງພຣະເຈົ້າ ແລະ ພວກເຈົ້າເປັນໄຮ່ນາຂອງພຣະເຈົ້າ. ພວກເຈົ້າກໍເປັນຕຶກຂອງພຣະເຈົ້າເໝືອນກັນ.
\s5
\v 10 ໂດຍພຣະຄຸນທີ່ພຣະເຈົ້າໄດ້ຊົງໂຜດປະທານໃຫ້ແກ່ເຮົານັ້ນ, ເຮົາໄດ້ວາງຮາກລົງເໝືອນນາຍຊ່າງຜູ້ຊໍານານ ແລະ ຄົນອື່ນກໍມາກໍ່ຂຶ້ນເທິງຮາກຖານນັ້ນ, ແຕ່ທຸກຄົນຈົ່ງລະວັງໃຫ້ດີວ່າຈະກໍ່ຂຶ້ນຢ່າງໃດ.
\v 11 ດ້ວຍວ່າ, ຜູ້ໃດຈະວາງຮາກອື່ນອີກບໍ່ໄດ້ ນອກຈາກຮາກທີ່ວາງໄວ້ແລ້ວນັ້ນ ຄື ພຣະເຢຊູຄຣິດເຈົ້າ
\s5
\v 12 ຖ້າຜູ້ໃດຈະເອົາຄໍາ ຫລື ເງິນ ຫລື ເພັດພອຍ ຫລື ໄມ້ ຫລື ຫຍ້າແຫ້ງ ຫລື ເຟືອງ ກໍດີ ມາກໍ່ຂຶ້ນເທິງຮາກຖານນັ້ນ.
\v 13 ການງານ ຂອງແຕ່ລະຄົນກໍຈະປາກົດໃຫ້ເຫັນແຈ່ມແຈ້ງໃນວັນນັ້ນ. ດ້ວຍວ່າ, ໃນວັນນັ້ນໄຟຈະເປີດເຜີຍການງານຂອງທຸກຄົນ ໄຟນັ້ນຈະທົດລອງເບ່ິ່ງວ່າການງານຂອງທຸກຄົນເປັນຢ່າງໃດ.
\s5
\v 14 ຖ້າການງານຂອງຜູ້ໃດກໍ່ຂຶ້ນເທິງຮາກຖານນັ້ນທົນຢູ່ໄດ້ ຜູ້ນັ້ນກໍຈະໄດ້ຮັບບຳເໜັດ.
\v 15 ແຕ່ຖ້າການງານຂອງຜູ້ໃດຖືກເຜົາໄໝ້ເສຍ ຜູ້ນັ້ນກໍຈະຂາດບຳເໜັດ, ແຕ່ຕົນເອງກໍຈະໄດ້ພົ້ນ ແຕ່ເໝືອນຜ່ານພົ້ນໄຟ.
\s5
\v 16 ພວກເຈົ້າບໍ່ຮູ້ ບໍວ່າ, ພວກເຈົ້າເປັນວິຫານຂອງພຣະເຈົ້າ ແລະ ພຣະວິນຍານຂອງພຣະເຈົ້າກໍສະຖິດຢູ່ໃນພວກເຈົ້າ.
\v 17 ຖ້າຜູ້ໃດ ທຳລາຍວິຫານຂອງພຣະເຈົ້າ ພຣະອົງກໍຈະທໍາລາຍຜູ້ນັ້ນ. ດ້ວຍວ່າ, ວິຫານຂອງພຣະເຈົ້າ ເປັນທີ່ບໍຣິສຸດ ສັກສິດ ແລະ ພວກເຈົ້ານັ້ນແຫລະ ເປັນວິຫານຂອງພຣະອົງ.
\s5
\v 18 ຢ່າມົວແຕ່ຫລອກລວງຕົນເອງຢູ່ເລີຍ, ຖ້າຜູ້ໃດໃນທ່າມກາງຂອງພວກເຈົ້າ ຄິດວ່າຕົນມີປັນຍາໃນສະໄໝນີ້ ຈົ່ງໃຫ້ຜູ້ນັ້ນຍອມເປັນ ຄົນໂງ່ ເພື່ອຈະໄດ້ ເປັນຜູ້ມີປັນຍາຢ່າງແທ້ຈິງ.
\v 19 ດ້ວຍວ່າ, ປັນຍາຂອງໂລກນີ້ ກໍເປັນຄວາມໂງ່ ຕໍ່ສາຍຕາຂອງພຣະເຈົ້າ ດັ່ງທີ່ມີຄຳຂຽນໄວ້ໃນພຣະຄໍາພີວ່າ, “ພຣະເຈົ້າຈັບຄົນມີປັນຍາ ດ້ວຍອຸບາຍຂອງເຂົາເອງ. ”
\v 20 ແລະ ຍັງມີຄຳຂຽນໄວ້ໃນພຣະຄໍາພີອີກວ່າ, “ອົງພຣະຜູ້ເປັນເຈົ້າຮູ້ຄວາມຄິດຂອງຄົນມີປັນຍາ ນັ້ນວ່າເປັນຂອງໄຮ້ປະໂຫຍດ.”
\s5
\v 21 ດັ່ງນັ້ນແຫລະ, ຢ່າໃຫ້ຜູ້ໃດຍົກມະນຸດຂຶ້ນມາອວດ. ດ້ວຍວ່າ, ສິ່ງສາລະພັດກໍເປັນຂອງພວກເຈົ້າແລ້ວ,
\v 22 ເຖິງວ່າ ໂປໂລ ຫລື ອາໂປໂລ ຫລື ເປໂຕ ຫລື ໂລກ ຫລື ຊີວິດ ຫລື ຄວາມຕາຍ ຫລື ປະຈຸບັນ ຫລື ອະນາຄົດ ກໍດີ ສິ່ງສາລະພັດເຫລົ່ານັ້ນກໍເປັນຂອງພວກເຈົ້າ,
\v 23 ແລະ ພວກເຈົ້າເປັນຂອງພຣະຄຣິດ ແລະ ພຣະຄຣິດຊົງເປັນຂອງພຣະເຈົ້າ.
\s5
\c 4
\p
\v 1 ໃຫ້ທຸກຄົນຖື ວ່າ ພວກເຮົາເປັນຜູ້ຮັບ ໃຊ້ ຂອງພຣະຄຣິດທງັເປັນ ຜູ້ ປ້ອງກັນ ຮັກສາ ຄວາມຈິງອັນ ເລິກລັບ ຂອງ ພຣະເຈົ້າ.
\v 2 ຜູ້ ຮ້ບ ຜິດ ຊອບ ປ້ອງກັນ ຮັກສາ ຕ້ອງ ເປັນ ຄົນ ສັດ ຊື່
\s5
\v 3 ສໍາລັບ ເຮົາແລ້ວ ການ ທີ່ພວກເຈົ້າ ຫລື ມະນຸດ ຄົນ ໃດ ຈະ ຕັດ ສິນ ເຮົານັ້ນ ຖືວ່າ ເປັນ ເລື່ອງ ເລັກ ນ້ອຍ, ເຖິງ ແມ່ນວ່າ ເຮົາເອງ ກໍ ບໍ່ໄດ້ ຕັດສິນ ຕົວ ເຮົາ
\v 4 ເພາະ ເຮົາບໍ່ຮູ້ ວ່າ ເຮົາເຮັດ ຜິດ ອັນໃດ ເຖິງ ປານ ນັ້ນ ກໍ ບໍ່ ພົ້ນຈາກ ການພິພາກສາ ຕັດສິນ ຜູ້ ທີ່ ຈ ະ ພິພາກສາ ຕົວ ເຮົານັ້ນ ແມ່ນ ອົງພຣະຜູ້ເປັນເຈົ້າ.
\s5
\v 5 ເພາະ ສະນັ້ນ ພວກເຈົ້າຈຶ່ງ ບໍ່ ຄວນ ຕັດ ສິນ ຄົນ ໃດ ຄົນ ໜຶ່ງ ກ່ອນ ເຖິງ ເວລາ ທີ່ໄດ້ ກຳນົດ ໄວ້ ຈົນ ກວ່າ ອົງພຣະຜູ້ເປັນເຈົ້າ ສະເດັດ ມາ ປາກົດ ພຣະອົງຈະ ຊົງ ເປີດ ເຜີຍ ຄວາມ ລັບ ທີ່ເຊື່ອງ ໄວ້ ໃນ ຄວາມມືດນັ້ນ ໃຫ້ ແຈ່ມແຈ້ງ ແລະ ພຣະອົງ ຈະ ເປີດເຜີຍ ຄວາມ ນຶກຄິດ ອັນ ເລິກລັບ ໃນ ໃຈມະນຸດ, ເມື່ອນັ້ນ ແຫລະ ແຕ່ ລະຄົນ ຈະ ໄດ້ ຮັບ ການ ຍ້ອງຍໍ ຈາກ ພຣະເຈົ້າ ຕາມ ທີ່ຕົນສົມ ຄວນ ໄດ້ ຮັບ.
\s5
\v 6 ພີ່ນ້ອງ ທັງ ຫລາຍ ເອີຍ, ທີ່ເຮົາໄດ້ ນຳ ເອົາເລື່ອງ ອາໂປໂລ ແລະ ເຮົາເອງ ມາ ກ່າວ ເປັນ ຕົວ ຢ່າງ ກໍ ເພື່ອຜົນປະໂຫຍດ ຂອງ ພວກເຈົ້າ ທີ່ຈະ ຮຽນຮູ້ ເອົາ ຕາມ ແບບຢ່າງ ຂອງ ພວກເຮົາ ຄື ຢ່າ ອອກ ນອກ ຂອບເຂດ ພຣະຄໍາພີ, ຢ່າ ໃຫ້ ຜູ້ໃດ ຜູ້ໜຶ່ງ ໃນ ພວກເຈົ້າມີ ໃຈ ຈອງຫອງ ໂດຍ ຍົກ ຜູ້ໜຶ່ງ ຂຶ້ນ ແລະ ຂົ່ມຜູ້ໜຶ່ງ ລົງ.
\v 7 ຜູ້ໃດ ເຮັດ ໃຫ້ ເຈົ້າຕ່າງ ຈາກ ຄົນອື່ນ ໆ ຫລື ມີ ສິ່ງ ໃດ ທີ່ ເຈົ້າບໍ່ໄດ້ ຮັບ, ຖ້າເຈົ້າໄດ້ ຮັບແລ້ວເປັນຫຍງັ ເຈົ້າຈຶ່ງ ອວດ ເໝືອນ ກັບ ວ່າ ເຈົ້າ ບໍ່ ໄດ້ ຮັບເລີຍ?
\s5
\v 8 ພວກເຈົ້າມີ ທຸກສິ່ງ ທີ່ ພວກເຈັ້າຕ້ອງການ ແລ້ວໜໍ ພວກເຈົ້າ ຮັ່ງມີ ບໍຣິບູນ ແລ້ວ ໜໍ ພວກເຈົ້າ ຂຶ້ນ ເປັນ ກະສັດ ແລ້ວ, ທັງ ໆ ທີ່ ພວກເຮົາຍງັ ບໍ່ ໄດ້ ເປັນ ເຮົາກໍ ຢາກ ໃຫ້ພວກເຈົ້າເປັນ ກະສັດ ແທ້ໆ ເພື່ອວ່າ ພວກເຮົາຈະ ໄດ້ ເປັນ ກະສັດ ຮ່ວມ ກັນ ກັບ ພວກເຈົ້າ
\v 9 ເພາະເຮົາຄິດ ເຫນັ ວ່າ, ພຣະເຈົ້າໄດ້ ວາງ ພວກເຮົາຜູ້ ເປັນອັກຄະສາວົກ ໃຫ້ ຢູ່ຫລ້າສຸດ, ໃຫ້ ເປນັ ດັ່ງຄົນທີ່ຖືກລົງ ໂທດ ເຖິງ ຕາຍ ຕໍ່ໜ້າສາທາລະນະຊນົ ແລະ ເປັນ ຕົວ ລະຄອນ ໃຫ້ ຈັກກະວານ, ໃຫ້ ຝູງ ເທວະດາ ແລະ ໃຫ້ ມະນຸດ ເບິ່ງ.
\s5
\v 10 ພວກເຮົາເປັນຄົນ ໂງ່ ເພາະ ເຫັນ ແກ່ ພຣະຄຣິດ, ແຕ່ ພວກເຈົ້າເປັນ ຄົນ ມີ ປັນຍາ ໃນ ພຣະຄຣິດ ພວກເຮົາເປັນ ຜູ້ອ່ອນແຮງ, ແຕ່ ພວກເຈົ້າ ເປັນ ຜູ້ ແຂງແຮງ ພວກເຈົ້າ ມີກຽດ, ແຕ່ ເຮົາບໍ່ມີ ກຽດ.
\v 11 ຈົນເຖິງ ປະຈຸບັນ ນີ້ ພວກເຮົາ ກໍ ຍັງ ອຶດ ເຂົ້າ, ຢາກ ນໍ້າ, ຂາດ ເຄື່ອງນຸ່ງຫົ່ມ, ຖືກ ຕົບຕີ ແລະ ບໍ່ມີ ບ່ອນ ພັກພາ ອາໄສ ເປັນຫລັກແຫລ່ງ,
\s5
\v 12 ພວກເຮົາ ຍັງ ອົດສາ ຫາ ລ້ຽງຊີບ ຕົນ ເອງ ໂດຍ ເຮັດວຽກ ຢ່າງ ໜັກ ໜ່ວງ. ເມື່ອຖືກປ້ອຍດ່າ ພວກເຮົາ ກໍ ອວຍພອນ ເມື່ອ ຖືກຂົ່ມເຫງັ ພວກເຮົາກໍ ອົດ ທົນ ເອົາ,
\v 13 ເມື່ອຖືກ ນິນ ທາ ປະໝາດ ພວກເຮົາ ກໍ ຊອກ ຫາ ທາງ ປອງດອງ ພວກເຮົາ ເປັນ ເໝືອນ ຂີ້ເຫຍື້ອ ຂອງ ໂລກ ພວກເຮົາ ເປັນ ເໝືອນ ຂອງ ເສດເຫລືອ ຈາກ ສິ່ງສາລະພັດ ທີ່ໂລກ ເລືອກ ຖິ້ມຈົນ ເຖິງບັດນີ້.
\s5
\v 14 ເຮົາບໍ່ໄດ້ ຂຽນຂໍ້ຄວາມເຫລົ່ານີ້ ເຖິງ ພວກເຈົ້າ ເພື່ອໃຫ້ ພວກເຈົ້າອັບອາຍ, ແຕ່ ເພື່ອເຕືອນ ສະຕິ ພວກເຈົ້າ ໃນ ຖານະ ເປັນ ລູກ ທີ່ຮັກຂອງເຮົາ.
\v 15 ເຖິງ ແມ່ນ ວ່າ ຊີວິດໃນ ພຣະຄຣິດ ພວກເຈົ້າ ມີ​ຜູ້ ຄວບຄຸມ ດູແລ ເປັນ ສິບພັນ ຄົນ ກໍຕາມ, ແຕ່ ພວກເຈົ້າ ກໍມີ ພໍ່ຄົນ ດຽວ ເທົ່ານັ້ນ ເພາະຊີວິດໃນ ພຣະເຢຊູຄຣິດເຈົ້ານັ້ນ, ເຮົາໄດ້ ໃຫ້ ກຳເນີດ ພວກເຈົ້າໂດຍ ຂ່າວປະເສີດ.
\v 16 ດັ່ງນັ້ນ ເຮົາຈຶ່ງຂໍຮ້ອງ ພວກເຈົ້າໃຫ້ ປະຕິບັດ ຕາມ ແບບ ຢ່າງ ຂອງເຮົາ.
\s5
\v 17 ເພາະດ້ວຍເຫດນີ້ ແຫລະ ເຮົາ ຈຶ່ງໄດ້ ໃຊ້ ຕິໂມທຽວ ລູກ ທີ່ຮັກ ຂອງເຮົາ ຜູ້ເປັນຄົນ ສັດ ຊື່ໃນ ອົງ ພຣະ ຜູ້ ເປັນ ເຈົ້າ ໃຫ້ມາ ຫາ ພວກເຈົ້າ. ລາວ ຈະ ຊ່ວຍ ເຕືອນ ພວກເຈົ້າເຖິງ ຫລັກ ການ ດໍາເນີນ ຊີວິດ ໃນພຣະເຢຊູຄຣິດເຈົ້າ ຕາມ ທີ່ເຮົາ ເຄີຍສັ່ງສອນ ໃນ ຄຣິສຕະຈັກ ຕ່າງໆ.
\v 18 ມີ ບາງຄົນ ໃນພວກເຈົ້າອວດຕົວຂຶ້ນ ເໝືອນກັບວ່າ ເຮົາ ຈະ ບໍ່ ມາຫາ ພວກເຈົ້າ.
\s5
\v 19 ແຕ່ ຖ້າອົງພຣະຜູ້ເປັນເຈົ້າ ຊົງພໍພຣະໄທ ເຮົາຈະ ມາຫາ ພວກເຈົ້າ ໃນ ບໍ່ ຊ້ານີ້ ແລະ ເຮົາຈະ ໄດ້ ຢັ່ງ ຮູ້ ບໍ່ແມ່ນ ຄໍາເວົ້າຂອງ ຄົນ ອວດຕົວຂຶ້ນເທົ່ານັ້ນ, ແຕ່ທງັ ຣິດອໍານາດ ຂອງ ເຂົາດວ້ຍ.
\v 20 ເພາະວ່າ ອານາຈັກ ຂອງ ພຣະເຈົ້າ ບໍ່ແມ່ນ ເລື່ອງຄໍາເວົ້າ, ແຕ່ ແມ່ນເລື່ອງຣິດອໍານາດ.
\v 21 ພວກເຈົ້າ ຕ້ອງການ ອັນໃດ? ຈະ ຕ້ອງ ໃຫ້ ເຮົາຖື ໄມ້ແສ້ ມາຫາ ພວກເຈົ້າ ຫລື ຈະ ໃຫ້ເຮົາ ມາ ດ້ວຍ ຄວາມຮັກ ແລະ ດ້ວຍໃຈອ່ອນສຸພາບ?
\s5
\c 5
\p
\v 1 ບດັນີ້ມີ ຂ່າວ ເລົ່າລື ກັນ ທົ່ວ ໄປ ວ່ າ ໃນ ທ່າມກາງ ພວກເຈົ້າ ນັ້ນ, ມີ ການ ຜິດຊາຍຍິງ ອັນໜັກໜ່ວງຫລາຍ ແມ່ນແຕ່ ໃນ ພວກຕ່າງຊາດ ກໍ ບໍ່ເຄີຍ ມີເລີຍ ຄື ມີ ຊາຍ ຄົນ ໜຶ່ງ ໄດ້ ເອົາແມ່ ນ້າຂອງຕົນ ມາ ເປັນ ເມຍ
\v 2 ແຕ່ ເຖິງ ປານ ນັ້ນ ພວກເຈົ້າ ກໍ ຍັງ ອວດຕົວຂຶ້ນ ແທນ ທີ່ຈະ ເປັນ ທຸກ ຮ້ອນ ໃຈ ແລະ ຄົນຢ່າງນັ້ນ ຄວນ ຖືກ ຂັບໄລ່ ອອກ ຈາກ ພວກເຈົ້າ ໄປ ເສຍ.
\s5
\v 3 ເຖິງ ແມ່ນ ວ່າ ເຮົາ ບໍ່ໄດ້ ຢູ່ ກັບ ພວກເຈົ້າທາງ ກາຍ, ແຕ່ ທາງ ໃຈ ຂອງເຮົາກໍຢູ່ ກັບ ພວກເຈົ້າ ເຮົາໄດ້ ຕັດ ສິນ ລົງ ໂທດ ຜູ້ ທີ່ ປະພຶດ ຜິດຢ່າງ ນັ້ນ ເໝືອນ ດັ່ງ ເຮົາຢູ່ ທ່າມກາງ ພວກເຈົ້າ.
\v 4 ເມື່ອ ພວກເຈົ້າ ມາ ປະຊຸມ ກັນ ໃນ ພຣະນາມ ອົງ ພຣະເຢຊູເຈົ້າ ແລະ ໃຈ ຂອງເຮົາ ກໍ ຮ່ວມ ຢູ່ ດ້ວຍ ພ້ອມ ທັງ ຣິດອໍານາດ ຂອງ ອົງ ພຣະເຢຊູເຈົ້າຂອງ ພວກເຮົາ.
\v 5 ພວກເຈົ້າ ຈົ່ງ ມອບ ຊາຍ ຄົນ ນີ້ ໄວ້ ໃຫ້ ມານຊາຕານ ທໍາລາຍ ເນື້ອກາຍ ເພື່ອໃຫ້ ຈິດ ວິນ ຍານ ຂອງ ລາວ ໄດ້ ພົ້ນໃນ ວັນ ຂອງ ອົງ ພຣະ ຜູ້ ເປັນເຈົ້າ.
\s5
\v 6 ການ ທີ່ພວກເຈົ້າອວດອ້າງ ນັ້ນ ບໍ່ເປັນ ການດີເລີຍ ພວກເຈົ້າ ກໍ ຮູ້ ວ່າ ເຊື້ອແປ້ງແຕ່ ໜ້ອຍ ດຽວ ກໍ ເຮັດ ໃຫ້ ແປ້ງ ນວດ ຟູ ຂຶ້ນ ທັງກ້ອນໄດ້
\v 7 ດ້ວຍເຫດນັ້ນ ຈົ່ງຊໍາລະ ບາບກຳອັນ ເປັນ ເຊື້ອ ເກົ່າ ອອກ ໄປ ເສຍ ແລ້ວ ພວກເຈົ້າ ກໍຈະ ເປັນ ເໝືຶອນ ແປ້ງ ນວດ ກ້ອນ ໃໝ່ ໂດຍ ບໍ່ ມີ ເຊື້ອແປ້ງ ແລ້ວ. ດວ້ຍວ່າ, ພຣະຄຣິດຜູູ້ຊົງ ເປັນ ລູກແກະ ປັດສະຄາ ຂອງ ພວກເຮົາ ນັ້ນ ໄດ້ ຖືກຂ້າ ບູຊາ ແລ້ວ
\v 8 ດ້ວຍເຫດນັ້ນ ເຮົາ ທັງຫລາຍ ຈຶ່ງ ຖື ປັດສະຄາ ນັ້ນ, ບໍ່ ແມ່ນ ດ້ວຍ ເຊື້ອ ເກົ່າ ຫລື ເຊື້ອຂອງ ຄວາມ ຊົ່ວຮ້າຍ, ແຕ່ ດ້ວນ ເຂົ້າຈີ່ ບໍ່ ມີ ເຊື້ອແປ້ງ ຄື ຄວາມ ສັດຊື່ ແລະ ຄວາມຈິງ.
\s5
\v 9 ເ​ຮົາໄດ້ ຂຽນ ຈົດ ໝາຍ ບອກ ເຈົ້າທັງຫລາຍ ແລ້ວວ່າ, ຢ່າ ຄົບ ຫາ ກັບ ຄົນ ຫລິ້ນຊູ້,
\v 10 ແຕ່ ເຮົາ ບໍ່ໄດ້ ຫ້າມ ຄົບ ຫາ ກັບ ທຸກຄົນ ໃນ ໂລກ ທີ່ ຫລິ້ນຊູ້ ຫລື ຄົນ ໂລບ, ຄົນ ຂົ່ມຂູ່ ຫລື ຄົນ ຂາບໄຫວ້ ຮູບເຄົາຣົບ. ເພາະວ່າ ຖ້າ ຫ້າມ ຢ່າງ ນັ້ນ ແລ້ວ ພວກເຈົ້າ ຈະ ຕ້ອງ ໄດ້ອອກ ໄປ ເສຍ ຈາກ ໂລກນີ້.
\s5
\v 11 ແຕ່ ເຮົາ ໄດ້ ຂຽນ ມາ ບອກ ພວກເຈົ້າວ່າ ຖ້າ ຜູ້ໃດ ໄດ້ ຊື່ ວ່າ ເປັນພີ່ນ້ອງແລ້ວ, ແຕ່ ຍັງເປັນ ຄົນ ຫລິ້ນຊູ້ ຄົນ ໂລບ ຄົນ ຂາບໄຫວ້ ຮູບເຄົາຣົບ ຄົນເວົ້າ ຫຍາບ ຊ້າ ຄົນຂີ້ເຫລົ້າ ຄົນ ຂົ່ມຂູ່ ກໍດີ ຢ່າ ຄົບຫາ ກັບ ຄົນ ຢ່າງ ນັ້ນ, ແມ່ນແຕ່ ກິນ ເຂົ້າຮ່ວມພາ ກໍ ຢ່າ ຊູ່ ກິນ.
\v 12 ບໍ່ ແມ່ນ ໜ້າທີ່ຂອງເຮົາທີ່ຈະ ຕັດ ສິນ ລົງ ໂທດ ຄົນ ພາຍນອກ, ແຕ່ ແມ່ນ ໜ້າທີ່ ຂອງ ພວກເຈົ້າ ທີ່ ຕັດສິນ ລົງ ໂທດ ຄົນ ພາຍໃນ ບໍ່ແມ່ນ ບໍ?
\v 13 ສ່ວນ ຄົນ ພາຍນອກ ນນັ້ ແມ່ນ ພຣະເຈົ້າ ຈະ ຊົງ ຕັດ ສິນ ລົງ ໂທດ ດັ່ງ ທີ່ ມີ ຄຳຂຽນ ໄວ້ ໃນ ພຣະຄໍາພີວ່າ, “ຈົ່ງ ກຳຈດັ ຄົນຊົ່ວຊ້ານີ້ ໃຫ້ ອອກ ໄປ ຈາກ ພວກເຈົ້າເສຍ.”
\s5
\c 6
\p
\v 1 ຖ້າຜູ້ໃດໃນພວກເຈົ້າເປັນຄວາມກັນ ຈະກ້າໄປ ສູ້ ຄວາມກັນ ຕໍໍ່ ໜ້າຄົນ ທີ່ບໍ່ ເຊື່ອພຣະເຈົ້າ ແລະ ບໍ່ແມ່ນຕໍ່ໜັາໄພ່ພົນຂອງພຣະເຈົ້າບໍ?
\v 2 ພວກເຈົ້າ ບໍ່ຮູ້ ບໍວ່າ ໄພ່ພົນ ຂອງພຣະເຈົ້າ ຈະຕັດ ສິນ ໂລກ? ຖ້າພວກເຈົ້າ ຈະຕັດສິນ ໂລກ ພວກເຈົ້າ ຈະບໍ່ສາມາດຕັດສິນ ເລື່ອງເລັກນ້ອຍເຊັ່ນນີ້ ບໍ?
\v 3 ພວກເຈົ້າບໍ່ຮູ້ ບໍວ່າ ພວກເຮົາ ຈະຕັດສິນ ບັນດາເທວະດາ? ຫລາຍກວ່າ ນັ້ນ ອີກ ເທົ່າໃດ ເຮົາສົມ ຄວນທີ່ຈະຕັດ ສິນ ເລື່ອງໃນຊີວິດນີ້.
\s5
\v 4 ເມື່ອພວກເຈົ້າ ເປັນຄວາມກັນ ໃນເລື່ອງຊີວິດນີ້, ເປັນຫຍັງ ພວກເຈົ້າ ຈຶ່ງ ເອົາຄົນ ທີ່ຄຣິສຕະຈັກ ບໍ່ນັບຖື ມາຕັ້ງ ໄວ້ ໃຫ້ ເປັນ ຜູ້ ຕັດສິນ?
\v 5 ເຮົາກ່າວດັ່ງນີ້ ກໍ ເພ່ື່ອໃຫ້ ພວກເຈົ້າເກີດຄວາມລະອາຍໃຈ ໃນພວກເຈົ້າບໍ່ມີ ຈັກຄົນໜຶ່ງບໍ ທີ່ມີປັນຍາພໍທີ່ຈະສາມາດຕັດສິນ ຄວາມ ລະຫວ່າງພີ່ນ້ອງ?
\v 6 ແຕ່ ພີ່ນ້ອງກັບພີ່ນ້ອງດ້ວຍກັນ ຕ້ອງໄປສູ້ຄວາມກັນໃຫ້ ຄົນທີ່ບໍ່ເຊື່ອຕັດສິນ ຊັ້ນບໍ?
\s5
\v 7 ທີ່ເຈົ້າທງັຫລາຍ ມີຄະດີ ກ່ຽວຂ້ອງ ກັນ ແລະກັນ ນັ້ນ ກໍເປັນ ການຂາດສິນທຳແທ້. ເປັນຫຍັງ ພວກເຈົ້າຈຶ່ງບໍ່ທົນເອົາ ເມື່ອພວກເຂົາເຮັດ ຮ້າຍ ແກ່ຕົນ ເປັນຫຍັງ ຈຶ່ງບໍ່ຍອມ ໃຫ້ພວກເຂົາໂກງ ຕົນ ເອງກໍດີກວ່າ?
\v 8 ແຕ່ ພວກເຈົ້າຍັງ ເຮັດ ຮ້າຍ ຕໍ່ກັນ ແລະກັນ ແລະ ສໍ້ໂກງກັນ ໃນ ລະຫວ່າງ ພວກ ພີ່ນ້ອງ ຂອງຕົນ.
\s5
\v 9 ພວກເຈົ້າບໍ່ຮູ້ ບໍວ່າ ຄົນຊົ່ວຊ້າອະທຳ ຈະ ບໍ່ ມີ ສ່ວນ ໃນຣາອານາຈັກຂອງພຣະເຈົ້າ, ຢ່າ ເຂົ້າໃຈ ຜິດ ວ່າ ຄົນ ຜິດ ຊາຍຍິງ ຄົນ ຂາບໄຫວ້ ຮູບເຄົາຣົບ ຄົນຫລິ້ນຊູ້ ສູ່ ຜົວເມຍ ໂສເພນີຊາຍ ແລະ ຍິງ ພວກຮັກຮ່ວມເພດ,
\v 10 ຄົນຂີ້ລັກ ຄົນຂີ້ໂລບ ຄົນຂີ້ເຫລົ້າ ຄົນ ເວົ້າໃສ່ຮ້າຍປ້າຍສີ ຫລື ຄົນສໍ້ໂກງ ກໍດີ ຄົນເຫລົ່ານັ້ນ ຈະບໍ່ມີສ່ວນ ໃນ ຣາຊອານາຈັກ ຂອງ ພຣະເຈົ້າ.
\v 11 ແຕ່ ກ່ອນ ມີບາງຄົນ ໃນ ພວກເຈົ້າ ໄດ້ ເປັນ ຢ່າງ ນັ້ນ, ແຕ່ ພວກເຈົ້າ ໄດ້ ຖືກຊໍາລະ ຈາກບາບກຳແລ້ວ, ພວກເຈົ້າໄດ້ ຖືກ ຊໍາລະ ໃຫ້ ບໍຣິສຸດແລ້ວ, ພວກເຈົ້າໄດ້ ເປັນ ຄົນ ຊອບທຳ ແລ້ວ ໂດຍ ພຣະນາມ ຂອງ ອົງ ພຣະເຢຊູຄຣິດ ເຈົ້າແລະ ໂດຍ ພຣະວິນຍານ ແຫ່ງ ພຣະເຈົ້າຂອງພວກເຮົາ.
\s5
\v 12 “ເຮົາເຮັດ ທຸກສິ່ງໄດ້ ບໍ່ມີຜູ້ໃດຫ້າມ, ” ແຕ່ ບໍ່ແມ່ນ ທຸກສິ່ງທີ່ ເຮົາເຮັດ ນັ້ນ ຈະໃຫ້ປະໂຫຍດ, “ເຮົາເຮດັ ທຸກສິ່ງໄດ້ ບໍ່ ມີ ຜູ້ໃດຫ້າມ” ແຕ່ເຮົາ ຈະ ບໍ່ຍອມ ຢູ່ໃຕ້ ອໍານາດ ສ່ິ່ງໃດໝົດ.
\v 13 ອາຫານ ມີໄວ້ ສຳລັບ ທ້ອງ ແລະ ທ້ອງ ກໍ ມີໄວ້ ສຳລັບ ອາຫານ, ແຕ່ ພຣະເຈົ້າຈະ ໃຫ້ ທັງສອງ ຄື ທ້ອງ ແລະ ອາຫານ ສູນສິ້ນ ໄປ ຮ່າງກາຍ ບໍ່ໄດ້ ມີ ໄວ້ ສໍາລັບ ການ ຫລິ້ນຊູ້, ແຕ່ ມີ ໄວ້ ສຳລັບ ອົງພຣະຜູ້ເປັນ ເຈົ້າ ແລະ ອົງພຣະຜູ້ເປັນເຈົ້າມີ ໄວ້ ສໍາລັບຮ່າງກາຍ.
\s5
\v 14 ພຣະເຈົ້າໄດ້ ບ້ນດານ ໃຫ້ອົງພຣະຜູ້ເປັນເຈົ້າ ເປັນຄືນມາ ຈາກ ຕາຍ ຢ່າງໃດ ພຣະອົງ ກໍຈະ ບັນດານ ໃຫ້ ພວກເຮົາ ເປັນ ຄືນ ມາ ຢ່າງ ນັ້ນ ໂດຍ ຣິດອໍານາດ ຂອງ ພຣະອົງ.
\v 15 ພວກເຈົ້າບໍ່ຮູ້ ບໍວ່າ ຮ່າງກາຍ ຂອງ ພວກເຈົ້ານນັ້ ເປັນອະໄວຍະວະ ຂອງພຣະຄຣິດ. ຖ້າ ເປັນດັ່ງນັ້ນ ເຮົາ ຈະ ເອົາອະໄວຍະວະຂອງພຣະຄຣິດ ໄປ ເຂົ້າສ່ວນ ໃນ ອະໄວຍະວະ ຂອງຍິງແມ່ຈ້າງ ບໍ? ຢ່າໃຫ້ ເປັນຢ່າງນັ້ນເລີຍ.
\s5
\v 16 ພວກເຈົ້າບໍ່ຮູ້ ບໍວ່າ ຄົນທີ່ຜູກພັນ ກັບຍິງແມ່ ຈ້າງ ກໍ ເປັນ ຮ່າງກາຍດຽວ ກັບ ນາງ? ເພາະພຣະເຈົ້າຊົງ ກ່າວ ວ່າ, “ເຂົາ ທັງສອງ ຈະ ເປັນ ກາຍ ອັນດຽວ. ”
\v 17 ແຕ່ ຜູ້ ທີ່ ຕິດພັນ ເຂົ້າ ກັບ ອົງພຣະ ຜູ້ເປັນເຈົ້າ ກໍ ເປັນ ຈິດໜຶ່ງໃຈດຽວ ກັບ ພຣະອົງ.
\s5
\v 18 ຈົ່ງ ຫລີກເວັ້ນ ເສຍ ຈາກ ການ ຫລິ້ນຊູ້ ຜິດ ບາບ ທຸກຢ່າງ ທີ່ ມະນຸດ ເຮັດ ນັ້ນ ເປັນ ບາບ ນອກ ກາຍ, ແຕ່ ຄົນ ທີ່ ຫລິ້ນຊູ້ ນັ້ນ ກໍ ເຮັດ ຜິດ ບາບ ຕໍ່ ຮ່າງກາຍ ຂອງ ຕົນເອງ.
\s5
\v 19 ພວກເຈົ້າ ບໍ່ຮູ້ ບໍວ່າ ຮ່າງກາຍ ຂອງ ພວກເຈົ້າເປັນ ວິຫານ ຂອງ ພຣະວິນຍານບໍຣິສຸດເຈົ້າ ອົງຊົງສະຖິດ ຢູ່ ໃນພວກເຈົ້າຊຶ່ງ ພວກເຈົ້າໄດ້ຮ້ບ ຈາກພຣະເຈົ້າ ເຈົ້າທັງຫລາຍ ບໍ່ໄດ້ ເປັນເຈົ້າຂອງ ຕົວເຈົ້າເອງ.
\v 20 ພຣະເຈົ້າ ໄດ້ຊົງຊື້ພວກເຈົ້າມາດ້ວຍລາຄາສູງ. ສະນັ້ນ ຈົ່ງຖວາຍ ພຣະກຽດ ແກ່ ພຣະເຈົ້າດ້ວຍ ຮ່າງກາຍ ຂອງຕົນ.
\s5
\c 7
\p
\v 1 ເລື່ອງ ທີ່ພວກເຈົ້າ ໄດ້ ຂຽນ ຈົດໝາຍ ມາ ນັ້ນ ຂໍ ຕອບ ວ່າ, ການ ທີ່ຜູ້ຊາຍ ບໍ່ ແຕະຕ້ອງ ກັບ ແມ່ຍິງນັ້ນ ກໍ ເປັນ ການດີ. (ຈ)
\v 2 ແຕ່ ເພື່ອ ປ້ອງກັນ ການ ຫລິ້ນຊູ້ ຊາຍທຸກຄົນ ຄວນ ມີ ເມຍ ຂອງຕົນ ແລະ ຍິງທຸກຄົນກໍຄວນ ມີຜົວຂອງຕົນ.
\s5
\v 3 ຜົວຕ້ອງ ຢູ່ ຮ່ວມ ກັບ ເມຍ ຕາມ ສົມ ຄວນ ແລະ ເມຍ ກໍ ຄວນ ຢູ່ ຮ່ວມ ກັບ ຜົວ ເໝືອນກັນ.
\v 4 ເມຍ ບໍ່ມີອຳນາດ ເໜືອຮ່າງກາຍ ຂອງ ຕົນເອງ ແຕ່ ອໍານາດ ນັ້ນຢູ່ນຳຜົວ ໃນທຳນອງ ດຽວກັນ ຜົວບໍ່ ມີ ອຳນາດ ເໜືອຮ່າງກາຍ ຂອງຕົນ ແຕ່ ອໍານາດ ນັ້ນ ຢູ່ນຳເມຍ.
\s5
\v 5 ຢ່າ ປະຕິເສດ ການ ຢູ່ ຮ່ວມ ກັນ ນອກຈາກ ໄດ້ ຕົກລົງກັນກ່ອນ ເປັນການຊົ່ວຄາວ ເພື່ອອຸທິດ ຕົນ ໃນ ການ ພາວັນນາ ອະທິຖານ ແຕ່ ຫລັງ ຈາກ ນັ້ນ ແລ້ວ ຈົ່ງ ມາ ຢູ່ ຮ່ວມ ກັນອີກ. ເພື່ອ ພວກເຈົ້າ ຈະ ຮັກສາ ຕົວໄວ້ ບໍ່ໃຫ້ ມານຊາຕານ ຊັກຈູງ ໃຫ້ ຫລົງ ເຮັດ ຜິດ ເພາະ ຄວບຄຸມ ຕົນ ເອງ ບໍ່ໄດ້
\v 6 ເຮົາ ບອກ ຢ່າງ ນີ້ ເປັນການ ອະນຸຍາດ ບໍ່ແມ່ນ ເປັນຄໍາສັ່ງ.
\v 7 ເຮົາປາຖະໜາ ໃຫ້ ທຸກຄົນ ເປັນ ເໝືອນ ຕົວເຮົາ ແຕ່ທຸກຄົນ ກໍໄດ້ ຮັບ ຂອງ ປະທານ ຈາກ ພຣະເຈົ້າອັນ ເໝາະສົມ ກັບຕົນ ຜູ້ໜຶ່ງ ໄດ້ ຮັບ ຢ່າງ ນັ້ນ ແລະ ອີກຜູ້ໜຶ່ງ ໄດ້ ຮັບ ຢ່າງນີ້.
\s5
\v 8 ເ​ຮົາຂໍ ກ່າວ ແກ່ ຄົນ ທີ່ຍັງ ເປັນໂສດ ແລະ ບັນດາ ຍິງໝ້າຍ ວ່າ ຖ້າພວກເຂົາຈະ ຢູ່ເໝອືນ ຢ່າງ ເຮົາກໍດີແລ້ວ.
\v 9 ແຕ່ ຖ້າພວກເຂົາຄວບຄຸມ ຕົນ ເອງ ບໍ່ໄດ້ ກໍຈົ່ງ ໃຫ້ ພວກເຂົາແຕ່ງງານເສຍ ເພາະວ່າ ການທີ່ແຕ່ງງານ ນັ້ນ ກໍດີກວ່າ ມີ ຕັນ ຫາ ເຜົາໄໝ້ ຢູ່ ໃນ ໃຈ.
\s5
\v 10 ສໍາລັບ ຄົນ ທີ່ແຕ່ງງານ ແລ້ວນັ້ນ ເຮົາ ຂໍ ສັ່ງ ຊຶ່ງ ບໍ່ ແມ່ນ ເຮົາ ສັ່ງ ເອງ ແຕ່ ແມ່ນ ອົງພຣະຜູ້ເປັນເຈົ້າ ເປັນ ຜູ້ສັ່ງ ຢ່າ ໃຫ້ ເມຍ ປະ ຜົວຂອງຕົນ.
\v 11 ແຕ່ ຖ້ານາງ ປະ ຜົວຂອງຕົນ ໄປ ນາງ ຕ້ອງຢູ່ ເປັນໂສດ ຫລື ບໍ່ດັ່ງນັ້ນ ໃຫ້ ນາງ ຄືນດີ ກັບ ຜົວອີກ ແລະ ຜົວ ກໍ ຢ່າ ປະຮ້າງ ເມຍຂອງຕົນ.
\s5
\v 12 ສໍາລັບ ພວກ ອື່ນ ນັ້ນ ເຮົາ ກ່າວ ດັ່ງ ນີ້ ວ່າ, (ບໍ່ ແມ່ນ ອົງພຣະຜູ້ເປັນເຈົ້າກ່າວ) “ຖ້າພີ່ນ້ອງ ຄົນໃດ ທີ່ມີເມຍ ເປັນ ຄົນ ທີ່ບໍ່ເຊີ່ອ ແລະ ນາງ ພໍໃຈ ທີ່ຈະຢູ່ ກັບ ຜົວນັ້ນ ຕໍ່ ໄປ ຜົວກໍບໍ່ຄວນ ປະຮ້າງ ເມຍ, ”
\v 13 ໃນທໍານອງ ດຽວກັນ “ຖ້າຍິງໃດ ທີ່ມີ ຜົວ ເປັນ ຄົນ ທີ່ ບໍ່ ເຊື່ອ ແລະ ລາວພໍໃຈ ທີ່ ຈະ ຢູ່ກັບ ເມຍນັ້ນຕໍ່ໄປ ເມຍກໍບໍ່ຄວນ ປະຮ້າງ ຜົວນັ້ນ. ”
\v 14 ເພາະວ່າ ຜົວທີ່ບໍ່ເຊື່ອ ກໍໄດ້ ຮັບ ການຊໍາລະ ຍ້ອນ ເມຍ ຂອງຕົນ ແລະ ເມຍທີ່ບໍ່ເຊື່ອ ກໍໄດ້ ຮັບ ການ ຊໍາລະ ຍ້ອນ ຜົວ ຂອງຕົນ ຖ້າບໍ່ດັ່ງນັ້ນ ລູກ ຂອງ ພວກເຂົາ ກໍ ຄົງ ຈະ ເປັນ ດັ່ງ ລູກ ຂອງ ຄົນ ທີ່ບໍ່ ບໍຣິສຸດ ແຕ່ ບັດນີ້ ລູກ ນັ້ນ ບໍຣິສຸດ ແລ້ວ.
\s5
\v 15 ແຕ່ ຖ້າຜູ້ ທີ່ ບໍ່ເຊື່ອ ນັ້ນ ຈະ ແຍກຕົວ ອອກ ໄປ ກໍ ຈົ່ງ ໃຫ້ ຜູ້ ກ່ຽວ ແຍກຕົວ ໄປ ໄດ້ ເລື່ອງ ຢ່າງ ນີ້ ບໍ່ຈຳ ເປັນ ທີ່ ພີ່ນ້ອງ ຊາຍ ຍິງ ຈະ ຜູກມັດຈຳໃຈ ໃຫ້ ຢູ່ນຳກັນ ເພາະວ່າ ພຣະເຈົ້າຊົງ ເອີ້ນ ເອົາ ພວກເຈົ້າ ໃຫ້ ໃຊ້ ຊີວິດ ຢູ່ຢ່າງ ສະຫງົບສຸກ.
\v 16 ຝ່າຍ ເຈົ້າ ຜູ້ ເປັນ ເມຍ ເຈົ້າ ຮູ້ ໄດ້ ຢ່າງ ໃດ ວ່າ ເຈົ້າ ຈະ ຊ່ວຍ ຜົວ ຂອງຕົນ ໃຫ້ ພົ້ນ ໄດ້ ຫລືບໍ່? ຫລື ຝ່າຍ ເຈົ້າຜູ້ ເປັນ ຜົວ ເຈົ້າຮູ້ ໄດ້ ຢ່າງ ໃດ ວ່າ ເຈົ້າ ຈະ ຊ່ວຍ ເມຍ ຂອງຕົນ ໃຫ້ ພົ້ນໄດ້ ຫລື ບໍ່?
\s5
\v 17 ແຕ່ ຂໍ ໃຫ້ ທຸກຄົນ ຈົ່ງ ດໍາເນີນ ຊີວິດ ຕາມ ທີ່ອົງ ພຣະ ຜູ້ ເປັນເຈົ້າ ຊົງ ໂຜດ ປະທານ ໃຫ້ ແກ່ ຕົນ ແລະ ຕາມ ທີ່ ຕົນ ເປັນ ຢູ່ ເມື່ອພຣະເຈົ້າ ຊົງ ເອີ້ນ ເອົານັ້ນ ນີ້ແຫລະ ຄື ລະບຽບ ທີ່ເຮົາ ວາງ ໄວ້ ໃຫ້ ຄຣິສຕະຈັກ ທຸກແຫ່ງ,
\v 18 ຖ້າ ມີ ຜູ້ ໃດ ທີ່ພຣະເຈົ້າ ຊົງ ເອີ້ນ ເອົາ ເມື່ອ ຮັບ ພິທີຕັດ ແລ້ວ ກໍ ຢ່າ ໃຫ້ ຄົນ ນັ້ນ ພະຍາຍາມ ລົ້ມ ເລີກ ຈາກ ຖານະ ນັ້ນ ເສຍ ຖ້າ ຜູ້ ໃດ ຖືກ ຊົງ ເອີ້ນ ເອົາ ໂດຍ ຍັງ ບໍ່ໄດ້ ຮັບ ພິທີຕັດ ກໍຢ່າ ໃຫ້ ຄົນນັ້ນຮັບ.
\v 19 ການ ທີ່ຮັບ ພິທີຕັດ ຫລື ບໍ່ຮັບ ກໍ ບໍ່ເປັນ ສິ່ງສໍາຄັນ ຫຍັງ ສິ່ງສໍາຄັນ ຄື ການ ປະຕິບັດ ຕາມ ຂໍ້ຄໍາສັ່ງ ຂອງ ພຣະເຈົ້າ.
\s5
\v 20 ໃຫ້ ທຸກຄົນ ຢູ່ ຕາມ ຖານະ ທີ່ ຕົນ ເປັນ ຢູ່ ເມື່ອ ພຣະເຈົ້າ ຊົງ ເອີ້ນເອົານັ້ນ.
\v 21 ເຈົ້າຖືກ ພຣະເຈົ້າ ຊົງເອີ້ນ ເອົາ ເມື່ອ ຍັງ ເປັນ ທາດ ຢູ່ບໍ? ຢ່າ ກະວົນ ກະວາຍ, ແຕ່ ຖ້າເຈົ້າ ມີ ໂອກາດ ທີ່ ຈະ ໄຖ່ ຕົນ ໄດ້ ກໍ ຈົ່ງໃຫ້ ໂອກາດ ນັ້ນ. (ສ)
\v 22 ດ້ວຍວ່າ, ຜູ້ທີ່ ພຣະເຈົ້າ ຊົງ ເອີ້ນ ເອົາ ເມື່ອຍັງ ເປັນ ທາດຮັບໃຊ້ ຢູ່ ກໍ ເປັນ ອິດສະຫລະ ໃນ ອົງພຣະຜູ້ເປັນເຈົ້າ ໃນທຳນອງ ດຽວກັນ ຜູ້ທີ່ ພຣະເຈົ້າ ຊົງ ເອີ້ນເອົາ ເມື່ອ ເປັນ ອິດສະຫລະ ກໍເປັນ ທາດຮັບ ໃຊ້ ຂອງ ພຣະຄຣິດ.
\v 23 ພຣະເຈົ້າ ໄດ້ ຊື້ພວກເຈົ້າ ດ້ວຍ ລາຄາ ສູງ. ດັ່ງນັ້ນ ຢ່າ ກັບ ໄປ ເປັນ ທາດຮັບໃຊ້ ຂອງ ມະນຸດ ອີກ.
\v 24 ພີ່ນ້ອງ ທັງຫລາຍ ເອີຍ, ເຈົ້າ ທຸກຄົນ ຢູ່ ໃນ ຖານະ ໃດ ເມື່ອ ພຣະເຈົ້າ ຊົງ ເອີ້ນ ກໍ ໃຫ້ ຕັ້ງຢູ່ ກັບ ພຣະອົງ ໃນ ຖານະ ນັ້ນ.
\s5
\v 25 ເລື່ອງ ຄົນ ໂສດ ນັ້ນ ເຮົາ ບໍ່ໄດ້ ຮັບ ຄໍາສັ່ງ ຈາກ ອົງ ພຣະຜູ້ເປັນເຈົ້າ, ແຕ່ ເຮົາ ຂໍ ໃຫ້ ຄວາມ ຄິດ ເຫັນ ໃນ ຖານະ ທີ່ສົມກັບ ເປັນ ຜູ້ ໄດ້ ຮັບພຣະຄຸນ ຂອງ ອົງພຣະຜູ້ ເປັນເຈົ້າ ໃຫ້ ເປັນ ຜູ້ທີ່ໄວ້ໃຈ ໄດ້.
\v 26 ໂດຍ ພິຈາລະນາ ເຖິງ ຄວາມ ລໍາບາກ ທີ່ມີ ຢູ່ດຽວນີ້ ເຮົາ ຈຶ່ງ ເຫັນ ວ່າ ເປັນ ການ ດີກວ່າ ທີ່ທຸກຄົນ ຈະຢູ່ ຕາມ ຖານະ ທີ່ ຕົນ ເປັນຢູ່.
\s5
\v 27 ຖ້າເຈົ້າມີ ເມຍ ແລ້ວ ຢ່າ ສູ່ ຊອກຫາ ທາງ ແຍກ ຈາກ ນາງ ຖ້າ້ເຈົ້າແຍກ ຈາກ ເມຍແລ້ວ ຢ່າ ສູ່ຊອກຫາ ແຕ່ງງານໃໝ່.
\v 28 ແຕ່ ຖ້າ ເຈົ້າແຕ່ງງານ ເຈົ້າກໍ ບໍ່ໄດ້ ເຮັດ ຜິດ ຖ້າຍິງໂສດ ແຕ່ງງານ ນາງ ກໍ ບໍ່ໄດ້ ເຮັດ ຜິດ, ແຕ່ຄົນ ທີ່ແຕ່ງງານ ກໍ ຈະ ໄດ້ ຮັບ ຄວາມ ຫຍຸ້ງຍາກ ລໍາບາກ ໃຈ ໃນ ຊີວິດ ປະຈຳວັນ ຂອງ ເຂົາ ແລະ ເຮົາປາຖະໜາ ຢາກ ໃຫ້ ພວກເຈົ້າ ພົ້ນຈາກ ຄວາມ ຫຍຸ້ງຍາກ ນັ້ນ.
\s5
\v 29 ພີ່ນ້ອງ ທັງ ຫລາຍ ເອີຍ, ເຮົາກ່າວ ດັ່ງນີ້ ກໍເພາະ ເວລາ ທີ່ເຫລືອຢູ່ ກໍ ສັ້ນເຂົ້າ ມາ ແລ້ວ ຕັ້ງແຕ່ນີ້ ໄປ ໃຫ້ ຜູ້ ແຕ່ງງານ ແລ້ວ ດໍາເນີນ ຊີວິດ ເປັນ ເໝືອນ ຍັງ ບໍ່ໄດ້ແຕ່ງງານ,
\v 30 ໃຫ້ ຜູ້ທີ່ ຮ້ອງໄຫ້ ເປັນ ເໝືອນ ບໍ່ຮ້ອງໄຫ້ ໃຫ້ຜູ້ທີ່ຊົມຊື່ນ ຍິນ ດີ ເປັນ ເໝືອນ ບໍ່ ຊົມຊື່ນ ຍິນດີ ໃຫ້ ຜູ້ທີ່ຊື້ເປັນ ເໝືອນ ບໍ່ໄດ້ ສິ່ງ ໃດ ເລີຍ;
\v 31 ໃຫ້ ຜູ້ ທີ່ໃຊ້ ຊັບ ສິ່ງ ຂອງ ໃນ ໂລກ ເໝືອນ ກັບ ວ່າ ບໍ່ໄດ້ ໃຊ້ ເຕັມ ສ່ວນ. ດ້ວຍວ່າ, ລະບົບ ໂລກນີ້ ກຳລັງ ລ່ວງພົ້ນໄປ.
\s5
\v 32 ເຮົາຢາກ ໃຫ້ ພວກເຈົ້າ ຫລຸດພົ້ນ ຈາກ ຄວາມ ກະວົນ ກະວາຍ ໃຈ ຊາຍທີ່ບໍ່ແຕ່ງງານ ກໍ ຮ້ອນຮົນໃຈ ຢູ່ນຳພາລະກິດ ຂອງ ອົງພຣະ ຜູ້ ເປັນເຈົ້າ ເພື່ອຈະ ເຮັດ ໃຫ້ ພໍພຣະໄທ ອົງພຣະຜູ້ ເປັນເຈົ້າ.
\v 33 ແຕ່ ຊາຍ ທີ່ແຕ່ງງານ ແລ້ວ ກໍຮ້ອນຮົນໃຈ ຢູ່ນຳເລື່ອງ ຂອງ ໂລກນີ້ ເພື່ອຈະ ເຮັດ ໃຫ້ ເມຍ ພໍໃຈ.
\v 34 ຈຶ່ງ ມີ ຄວາມ ສົນ ໃຈ ຢູ່ ນຳ ສອງ ກ້ຳ ສອງຝ່າຍ ຝ່າຍຍິງທີ່ບໍ່ມີຜົວ ແລະ ສາວໂສດ ກໍ ຮ້ອນຮົນ ໃຈ ຢູ່ ນຳ ພາລະກິດ ຂອງ ອົງ ພຣະຜູ້ ເປັນ ເຈົ້າ, ເພື່ຶອ ຈະ ໄດ້ ເປັນ ຜູ້ ບໍຣິສຸດ ທັງຮ່າງກາຍ ແລະ ຈິດວິນຍານ. ສ່ວນ ຍິງທີ່ມີ ຜົວ ແລ້ວ ກໍ ຮ້ອນຮົນໃຈ ຢູ່ນຳເລື່ອງ ຂອງໂລກນີ້ ເພາະ ນາງ ຕ້ອງ ເຮັດ ໃຫ້ ຜົວ ຂອງຕົນພໍໃຈ.
\s5
\v 35 ເຮົາກ່າວ ດັ່ງນີ້ ເພື່ອຜົນປະໂຫຍດ ຂອງ ພວກເຈົ້າເອງ ແລະ ບໍ່ ແມ່ນ ເຮົາວາງ ຂໍ້ຜູກມັດ ໃດໆ ໃຫ້ ແກ່ ພວກເຈົ້າ, ແຕ່ ເຮົາຢາກ ໃຫ້ ພວກເຈົ້າປະພຶດ ໃນສິ່ງທທີ່ຖືກ ຕ້ອງ ແລະ ເໝາະສົມ ໃນ ການ ບົວ ລະບັດຮັບໃຊ້ ອົງພຣະຜູ້ເປັນເຈົ້າ ໂດຍບໍ່ມີໃຈ ເປັນ ສອງກ້ຳ ສອງຝ່າຍ.
\s5
\v 36 ຖ້າ ຊາຍ ໃດ ມີ ຄູ່ໝັ້ນ ເປັນ ສາວປອດ ແລະ ຮູ້ສຶກ ວ່າ ຕົນ ຈະ ປະຕິບັດ ຕໍ່ຄູ່ໝັ້ນ ຢ່າງ ສົມຄວນບໍ່ໄດ້ແລ້ວ ຖ້າມີ ຄວາມຮັກຮ້ອນແຮງ ຈຶ່ງຕ້ອງ ເຮັດ ຢ່າງໃດ ຢ່າງ ໜຶ່ງ ຊັກໃຫ້ ພວກເຂົາ ເຮັດ ຕາມ ຄວາມ ປາຖະໜາ ຄື ໃຫ້ ພວກເຂົາ ແຕ່ງງານເສຍ ບໍ່ມີຄວາມຜິດ ອັນ ໃດ.
\v 37 ແຕ່ ຖ້າ ຊາຍ ຄົນ ໃດ ຕັ້ງໃຈ ຄັກ ແນ່ ແລະ ເຫັນ ວ່າ ບໍ່ມີ ຄວາມ ຈຳເປັນ ແຕ່ ອາດ ບັງຄັບ ໃຈ ຕົນເອງ ໄດ້ ດ້ວຍ ຕັ້ງໃຈ ວ່າ ຈະ ໃຫ້ ຍິງນັ້ນເປັນ ຄູ່ໝັ້ນຂອງຕົນ ກໍ ເຮັດດີຢູ່.
\v 38 ເຫດສະນັ້ນ ຜູ້ໃດ ທີ່ແຕ່ງງານ ກັບ ຄູ່ໝັ້ນຂອງຕົນ ກໍ ເຮັດດີ ຢູ່ ແຕ່ ຜູ້ທີ່ບໍ່ແຕ່ງງານ ນັ້ນ ກໍ ເຮັດດີກວ່າ
\s5
\v 39 ຕາບໃດ ທີ່ຜົວ ຍັງ ມີ ຊີວິດຢູ່ ເມຍຕ້ອງ ຢູ່ ກັບ ຜົວ ແຕ່ ຖ້າ ຜົວ ຕາຍໄປ ແລ້ວ ນາງ ກໍ ເປັນ ອິດສະຫລະ ຈະ ແຕ່ງງານ ກັບ ຊາຍ ຄົນ ໃດ ກໍໄດ້ ຕາມໃຈ ແຕ່ ໃຫ້ ນາງ ແຕ່ງງານ ກັບ ຜູ້ທີ່ເຊື່ອ ໃນອົງພຣະຜູ້ ເປັນເຈົ້າ.
\v 40 ແຕ່ ຕາມ ຄວາມ ເຫັນ ຂອງເຮົາວ່າ, ຖ້າ ນາງ ຢູ່ຜູ້ ດຽວ ກໍ ຈະ ເປັນ ສຸກ ກວ່າ ແລະ ເຮົາ ຄິດ ວ່າ ພຣະວິນຍານ ຂອງ ພຣະເຈົ້າ ຊົງສະຖິດຢູ່ນຳເຮົາດ້ວຍ.
\s5
\c 8
\p
\v 1 ເລື່ອງ ອາຫານ ທີ່ ມາ ຈາກ ການ ຖວາຍບູຊາ ແກ່ ພະທຽມ ນັ້ນ, ເຮົາ ທັງ ຫລາຍ ຮູ້ ຢູ່ ວ່າ, “ພວກເຮົາ ທຸກຄົນ ຕ່າງ ກໍ ມີ ຄວາມ ຮູ້. ” ຄວາມ ຮູ້ ເຮັດ ໃຫ້ ເຮົາ ອວດຕົວ ແຕ່ ຄວາມຮັກ ເຮັດ ໃຫ້ ຈະເລີນ ຂຶ້ນ.
\v 2 ຖ້າຜູ້ໃດ ຖື ວ່າ ຕົນ ຮູ້ ສິ່ງ ໃດ ແລ້ວຜູ້ນັ້ນ ຍັງ ບໍ່ ຮູ້ຕາມ ທີ່ ຕົນ ຄວນ ຈະຮູ້
\v 3 ແຕ່ ຖ້າ ຜູ້ໃດ ຮັກພຣະເຈົ້າ ພຣະເຈົ້າ ກໍ ຊົງ ຮູ້ຈັກຜູ້ນັ້ນ.
\s5
\v 4 ເລື່ອງ ການ ກິນອາຫານ ທີ່ເຂົາ ເອົາ ບູຊາ ແກ່ ພະທຽມ ນັ້ນ, ເຮົາທັງຫລາຍ ຮູ້ ຢູ່ວ່າ, “ພະທຽມ ນັ້ນ ບໍ່ເປັນ ຂອງ ແທ້ ” ແລະ “ມີ ພຣະເຈົ້າ ແທ້ ແຕ່ ອົງດຽວ. ”
\v 5 ເຖິງ ແມ່ນ ວ່າ ມີ ພະ ຫລາຍ ໃນ ສະຫວັນ ແລະ ເທິງແຜ່ນດິນໂລກ ກໍດີ ທີ່ເຂົາ ເອີ້ນວ່າ, “ພຣະເຈົ້າ” (ພະ ກໍມີຫລາຍ ເຈົ້າກໍມີຫລາຍ ແທ້).
\v 6 ແຕ່ ສໍາລັບ ພວກເຮົາ ນັ້ນ ມີ ພຣະເຈົ້າ ອົງດຽວ ຄື ພຣະບິດາເຈົ້າ ແລະ ສິ່ງສາລະພັດ ທັງ ປວງ ເກີດ ມາຈາກ ພຣະອົງ ແລະ ພວກເຮົາ ເປັນ ມາ ເພື່ອພຣະອົງ ແລະ ມີ ອົງພຣະຜູ້ເປັນເຈົ້າອົງດຽວ ຄື ພຣະເຢຊູ ຄຣິດເຈົ້າ ແລະ ສິ່ງ ສາລະພັດ ກໍ ເກີດ ຂຶ້ນ ໂດຍ ພຣະອົງ ແລະ ເຮົາ ກໍ ເປັນມາ ໂດຍ ພຣະອົງ.
\s5
\v 7 ແຕ່ ບໍ່ແມ່ນ ທຸກຄົນ ທີ່ ຮູ້ ຄວາມ ຢ່າງ ນີ້ ມີ ບາງຄົນ ເຄີຍ ນັບ ຖື ຮູບເຄົາ ຣົບ ແຕ່ ໃດໆ ມາ ຈົນ ເຖິງ ບັດນີ້ ເມື່ອກິນ ອາຫານ ຢ່າງ ນັ້ນ ເຂົາ ກໍ ຍັງ ຖື ວ່າ ເປັນ ຂອງ ຖວາຍບູຊາ ແກ່ ພະທຽມ ນັ້ນ ໃຈ ສໍານຶກ ຜິດ ແລະຊອບ ຂອງ ເຂົາ ຍັງ ອ່ອນ ແລະ ເຂົາ ກໍ ຮໍູສຶກເປັນ ມົນທິນ ຍ້ອນ ອາຫານ ນັ້ນ.
\s5
\v 8 ອາຫານ ບ່ ແມ່ນ ສິ່ງ ທີ່ຊ່ວຍ ເຮົາ ໃຫ້ ມີ ຄວາມ ສໍາພັນ ກັບ ພຣະເຈົ້ າ ດີ ຂຶ້ນ ຖ້າເຮົາ ບໍ່ ກິນ ເຮົາ ກໍ ບໍ່ ໄດ້ ຊົ່ວ ລົງ ຖ້າ ເຮົາ ກິນ ເຮົາ ກໍ ບໍ່ໄດ້ ດີ ຂຶ້ນ.
\v 9 ແຕ່ ຈົ່ງ ລະວັງ ໃຫ້ ດີ ຢ່າ ໃຫ້ ການ ໃຊ້ ເສລີພາບ ຂອງ ພວກເຈົ້າ ເປັນເຫດ ໃຫ້ ຄົນ ທີ່ມີ ຄວາມເຊື່ອອ່ອນ ສະດຸດ ໃຈ.
\v 10 ຖ້າ ມີ ຄົນ ໜຶ່ງ ທີ່ ມີ ໃຈ ສໍານຶກ ຜິດແລະຊອບ ຍັງ ອ່ອນ ໃນ ເລື່ອງ ນີ້, ເຫັນ ເຈົ້າ ຜູ້ ທີ່ມີຄວາມຮູ້ ກຳ ລັງ ນັ່ງ ກິນ ຢູ່ ໃນ ວິຫານ ຂອງ ພະທຽມ ເລື່ອງນີ້ ຈະ ບໍ່ເປັນ ການ ຊຸກຍູ້ ລາວ ໃຫ້ ກິນ ອາຫານ ທີ່ ຖວາຍບູຊາ ແກ່ ພະທຽມ ນັ້ນບໍ?
\s5
\v 11 ດັ່ງ ນັ້ນ ຄວາມຮູ້ ຂອງ ເຈົ້າ ຈະ ເຮັດ ໃຫ້ ພີ່ນ້ອງ ຜູ້ ທີ່ມີ ຄວາມເຊື່ອອ່ອນ ຊຶ່ງ ພຣະຄຣິດ ໄດ້ ຊົງ ສິ້ນພຣະຊົນ ເພື່ອນັ້ນ ຕ້ອງ ຈິບຫາຍ ໄປ.
\v 12 ດັ່ງນັ້ນ ເມື່ອເຈົ້າ ເຮັດ ຜິດ ຕໍ່ ພີ່ນ້ອງ ຄື ທຳຮ້າຍ ແກ່ ໃຈ ສໍານຶກຜິດ ແລະຊອບ ອັນ ອ່ອນ ຂອງ ເຂົາເຈົ້າ ກໍ ເຮັດ ຜິດ ຕໍ່ ພຣະຄຣິດດ້ວຍ
\v 13 ເພາະ ສະນັ້ນແຫລະ ຖ້າອາຫານ ເປັນ ເຫດ ເຮັດ ໃຫ້ ພີ່ນ້ອງ ຂອງເຮົາ ສະດຸດ ໃຈ ເຮົາ ກໍ ຈະ ບໍ່ ກິນຊີ້ນຕະຫລອດໄປ ເພື່ອ ວ່າ ຈະ ບໍ່ໄດ້ ເຮັດ ໃຫ້ ພີ່ນ້ອງ ຂອງເຮົາ ສະດຸດໃຈ.
\s5
\c 9
\p
\v 1 ເຮົາບໍ່ມີ ເສລີພາບ ບໍ? ເຮົາ ບໍ່ໄດ້ ເປັນ ອັກຄະສາວົກ ບໍ? ເຮົາ ບໍ່ ໄດ້ ເຫັນ ພຣະເຢຊູເຈົ້າ ອົງພຣະຜູ້ ເປັນເຈົ້າ ຂອງ ພວກເຮົາບໍ? ແລະ ພວກເຈົ້າ ບໍ່ແມ່ນ ຜົນງານ ຂອງເຮົາ ໃນອົງ ພຣະຜູ້ ເປັນ ເຈົ້າບໍ?
\v 2 ຖ້າເຮົາ ບໍ່ໄດ້ ເປັນ ອັກຄະສາວົກ ໃນ ສາຍ ຕາ ຂອງ ຄົນ ອື່ນ ຢ່າງໜ້ອຍ ເຮົາ ກໍ ເປັນ ອັກ ຄະສາວົກ ໃນ ສາຍ ຕາ ຂອງ ເຈົ້າ ທັງ ຫລາຍ ເພາະວ່າ ເຈົ້າທັງ ຫລາຍ ຄື ກາປະຈຳຕໍາແໜ່ງ ອັກຄະສາວົກ ຂອງເຮົາ ໃນ ອົງພຣະຜູ້ເປັນເຈົ້າ.
\s5
\v 3 ຖ້າຜູ້ໃດສອບສວນເຮົາ ເຮົາກໍ ກ່າວປ້ອງກັນຕົວ ດັ່ງນີ້ວ່າ:
\v 4 ເຮົາບໍ່ ມໍີ ສິດ ທີ່ຈະກິນ ແລະດື່ມ ບໍ?
\v 5 ເຮົາບໍ່ມີສິດ ທີ່ຈະພາເມຍທີ່ ເປັນ ຄຣິສຕຽນເດີນທາງໄປມາດ້ວຍກັນ ເໝືອນດັ່ງ ອັກຄະສາວົກ ຄົນອື່ນ ໆ ແລະເໝືອນດັ່ງນ້ອງຊາຍຂອງອົງ ພຣະຜູ້ເປັນເຈົ້າ ແລະເໝືອນດັ່ງ ເປໂຕ ນັ້ນບໍ?
\v 6 ຫລື ວ່າມີ ແຕ່ ບາຣະນາບາ ກັບ ເຮົາ ເທົ່ານັ້ນ ບໍ? ທີ່ຕ້ອງເຮັດວຽກເພື່ອລ້ຽງຊີບ.
\s5
\v 7 ມີ ທະຫານຄົນໃດແດ່ ທີ່ຮັບ ໃຊ້ ໃນກອງທັບ ແລ້ວ ຕ້ອງເສຍຄ່າໃຊ້ຈ່າຍຂອງຕົນເອງ? ມີ ຄົນໃດແດ່ ທີ່ເຮັດ ສວນອະຸງ່ນ ແລ້ວບໍ່ໄດ້ ກິນ ໝາກອະງຸ່ນ ຈາກສວນນັ້ນ? ມີ ຄົນໃດແດ່ ທີ່ລ້ຽງແກະ ແລ້ວບໍ່ໄດ້ ກິນນ້ຳນົມ ຈາກຝູງແກະນັ້ນ?
\v 8 ເຮົາກ່າວ ເຊັ່ນນີ້ ຕາມຄວາມ ເຫັນ ຢ່າງ ມະນຸດ ເທົ່ານນັ້ນ ບໍ? ກົດບັນຍັດ ບໍ່ໄດ້ ກ່າວ ຢ່າງ ນີ້ ເໝືອນກັນ ບໍ?
\s5
\v 9 ພວກເຮົາໄດ້ ອ່ານ ໃນ ກົດບັນຍັດຂອງ ໂມເຊ ວ່າ, “ຢ່າ ເອົາ ກະສອບ ໃສ່ ປາກ ງົວ ເມື່ອມັນຢຽບ ເຂົ້າ. ” ພຣະເຈົ້າຫ່ວງໃຍ ນຳ ງົວ ຊັ້ນ ບໍ?
\v 10 ພຣະອົງ ບໍ່ໄດ້ ຊົງ ກ່າວ ຢ່າງ ຈະແຈ້ງເພື່ອ ປະໂຫຍດ ສໍາລັບ ພວກເຮົາບໍ? ແນ່ນອນ ຂໍ້ ຄວາມ ເຫລົ່າ ນັ້ນໄດ້ ຂຽນ ໄວ້ ເພື່ອ ປະໂຫຍດ ສໍາລັບ ພວກເຮົາ ຄົນ ທີ່ໄຖນາ ກັບ ຄົນ ທີ່ຟາດເຂົ້າ ເຮັດ ວຽກ ຂອງ ເຂົາ ໂດຍ ຫວັງ ວ່າ ເຂົາ ຈະ ໄດ້ ຮັບ ສ່ວນແບ່ງ ແຫ່ງ ຜົນ ລະປູກຂອງຕົນ.
\v 11 ຖ້າ ພວກເຮົາ ໄດ້ ຫວ່ານແນວປູກ ຝ່າຍ ຈິດ ວິນຍານ ໃຫ້ ພວກເຈົ້າແລ້ວ ພວກເຮົາຈະເກັບກ່ຽວ ຝ່າຍ ເນື້ອກາຍ ຈາກ ພວກເຈົ້າເປັນ ການ ໜັກໜາ ເກີນໄປບໍ?
\s5
\v 12 ຖ້າຄົນ ອື່ນ ມີ ສິດທີ່ຈະ ໄດ້ ຮັບປະໂຫຍດ ຈາກ ພວກເຈົ້າ ພວກເຮົາ ກໍມີສິດ ຕັ້ງຫລາຍ ເທົ່າ ບໍ່ແມ່ນ ບໍ? ເຖິງປານນັ້ນ ພວກເຮົາ ກໍບໍ່ໄດ້ ໃຊ້ ສິດນັ້ນ ແຕ່ພວກເຮົາ ກັບຍອມທົນ ຕໍ່ທຸກສິ່ງ ເພື່ອຈະບໍ່ເປັນເຫດ ຂັດຂວາງ ການ ປະກາດ ຂ່າວປະເສີດ.
\v 13 ແນ່ນອນ ພວກເຈົ້າກໍຮູ້ ວ່າ ຜູ້ ທີ່ ເຮັດວຽກໃນພຣະວິຫານ ກໍໄດ້ ອາຫານຈາກພຣະວິຫານ ແລະຜູ້ ທີ່ຖວາຍເຄື່ອງເທິງແທ່ນບູຊາ ກໍໄດ້ ຮັບສ່ວນແບ່ງຂອງເຄື່ອງຖວາຍນັ້ນ.
\v 14 ໃນທຳນອງດຽວກັນ ອົງ ພຣະຜູ້ເປັນເຈົ້າ ໄດ້ ສັ່ງ ວ່າ, ຜູ້ທີ່ປະກາດຂ່າວປະເສີດ ກໍ ຄວນໄດ້ ຮັບ ການລ້ຽງດູ ຈາກການປະກາດຂ່າວປະເສີດນັ້ນ.
\s5
\v 15 ແຕ່ ເຮົາ ບໍ່ໄດ້ ໃຊ້ ສິດ ເຫລົ່ານັ້ນ ຈັກ ຢ່າງ ທີ່ເຮົາຂຽນເຖິງເລື່ອງນີ້ ບໍ່ແມ່ນ ເພື່ອຈະໃຫ້ ເຂົາເຮັດ ຢ່າງນັ້ນແກ່ເຮົາ. ດ້ວຍວ່າ, ເຮົາ ຍອມ ຕາຍ ເສຍ ກໍດີກວ່າ ທີ່​ຈະເຮັດ ຢ່າງນັ້ນ ຢ່າ ໃຫ້ ຜູ້ໃດ ທຳລາຍ ເຫດ ແຫ່ງ ການ ອວດອ້າງ ຂອງເຮົາ.
\v 16 ເພາະການ​ທີ່ເຮົາ ປະກາດ ຂ່າວປະເສີດນັ້​ນ ເຮົາບໍ່ມີເຫດ ທີ່ຈະອວດອ້າງ ໄດ້ ເພາະ ຄວາມ ຈຳເປັນ ໄດ້ ຕົກໃສ່ ເຮົາ ວິບັດ ຈະເກີດ ມີແກ່ເຮົາ ຖ້າເຮົາບໍ່ປະກາດຂ່າວປະເສີດ.
\s5
\v 17 ຖ້າເຮົາ ເຮັດ ການ ນັ້ນ ດ້ວຍໃຈ ສະໝັກ ເຮົາ ກໍຈະ ໄດ້ ບຳ ເໜັດ, ແຕ່ ຖ້າເຮົາ ບໍ່ສະໝັກ ໃຈ ກໍ ຍັງ ເປັນ ການ ທີ່ມອບໄວ້ໃຫ້ ເຮົາເຮັດຢູ່.
\v 18 ແລ້ວ ບໍາເໜັດ ຂອງເຮົານັ້ນ ຄື ອັນ ໃດ? ຄື ເມື່ອ ເຮົາ ປະກາດ ຂ່າວປະເສີດ ນັ້ນ ເຮົາ ບໍ່ໄດ້ຄິດຄ່າ ແລະ ບໍ່ໄດ້ ໃຊ້ ສິດ ຂອງເຮົາ ໃນ ຂ່າວປະເສີດນັ້ນ ຢ່າງ ຄົບຖ້ວນ.
\s5
\v 19 ເຖິງ ແມ່ນ ວ່າ, ເຮົາ ບໍ່ໄດ້ຢູ່ໃຕ້ບັງຄັບ ຂອງ ຜູ້ໃດ ເຮົາ ກໍ ຍັງ ຍອມ ຕົວ ເປັນ ຜູ້ຮັບ ໃຊ້ ຂອງ ຄົນ ທັງ ປວງ ເພື່ອ ຈະ ໄດ້ ນຳ ຄົນ ຈຳ ນວນ ຫລວງຫລາຍ ມາ ເປັນສິດ.
\v 20 ເມື່ອເຮັດ ກັບ ຄົນ ຢິວ ເຮົາ ກໍ ໃຊ້ ຊີວິດ ດັ່ງຄົນ ຢິວ ເພື່ອຈະໄດ້ ໃຈ ຄົນ ຢິວ ເຖິງ ແມ່ນ ເຮົາ ເອງ ບໍ່ຢູ່ ໃຕ້ ກົດ ບັນ ຍັດ ກໍຕາມ ເຮົາ ກໍ ໃຊ້ ຊີວິດ ດັ່ງ ຄົນ ທີ່ຢູ່ໃຕ້ ກົດ ບັນ ຍັດ ເພື່ອ ຈະ ໄດ້ ໃຈ ຄົນ ເຫລົ່ານີ້.
\s5
\v 21 ຕໍ່ຄົນ ທີ່ຢູ່ ນອກ ກົດ ບັນ ຍັດ ເຮົາ ກໍ ເຮັດ ເໝືອນ ຄົນ ທີ່ຢູ່ ນອກ ກົດ ບັນ ຍັດ (ເຖິງ ແມ່ນ ເຮົາ ບໍ່ຢູ່ ນອກ ກົດ ບັນ ຍັດ ຂອງ ພຣະເຈົ້າ ກໍດີ ແຕ່ ເຮົາຢູ່ ໃຕ້ ກົດ ບັນ ຍັດ ຂອງ ພຣະຄຣິດ) ເພື່ອຈະ ໄດ້ ໃຈຄົນທັງ ຫລາຍ ທີ່ຢູ່ນອກ ກົດບັນຍັດ ນັ້ນ.
\v 22 ຕໍ່ຄົນ ທີ່ອ່ອນ ໃນ ຄວາມເຊື່ອ ເຮົາ ກໍເຮັດເໝືອນ ຄົນ ອ່ອນແອ ດັ່ງຜູ້ໜຶ່ງ ໃນ ພວກເຂົາ ເພື່ອຈະ ໄດ້ ໃຈ ຄົນ ອ່ອນແອ ດັ່ງນັ້ນ ເຮົາ ຈຶ່ງ ຍອມ ເປັນ ຄົນ ທຸກ ຊະນິດ ເພື່ອ ຈະ ໄດ້ ຊ່ວຍ ບາງຄົນ ໃຫ້ ພົ້ນ ດ້ວຍ ທຸກ ວິທີທາງ ທີ່ເຮົາ ອາດ ເຮັດໄດ້.
\v 23 ເຮົາ ເຮັດ ສິ່ງ ທັງ ໝົດ ທີ່ໄດ້ ກ່າວ ມາ ນັ້ນ ເພາະ ເຫັນ ແກ່ ຂ່າວປະເສີດ ເພື່ອ ເຮົາ ຈະ ໄດ້ ຮັບສ່ວນ ໃນ ຂ່າວປະເສີດນັ້ນ.
\s5
\v 24 ເຈົ້າທັງຫລາຍບໍ່ຮູ້ ບໍວ່າ, ໃນການແລ່ນແຂ່ງຂັນ ກັນ ນັ້ນ ກໍ ແລ່ນດ້ວຍກັນທຸກຄົນ, ແຕ່ ມີ ຄົນດຽວເທົ່ານັ້ນ ທີ່ໄດ້ ຮັບ ລາງວັນ. ດັ່ງນັ້ນ ຈົ່ງແລ່ນເພື່ອ ຊິງ ເອົາລາງວັນ ໃຫ້ ໄດ້.
\v 25 ຝ່າຍນັກ ກິລາທຸກຄົນ ທີ່ຝຶກຊ້ອມ ຕ່າງກໍ ຢູ່ໃນລະບຽບວິ ໄນຢ່າງເຄັ່ງຄັດ ເພື່ອພວກເຂົາ ຈະໄດ້ມົງກຸດທີ່ຫ່ຽວແຫ້ງໄປ ແຕ່ ພວກເຮົາ ເຮັດການນັ້ນ ເພື່ອ ຈະ ໄດ້ ມົງກຸດ ທີ່ບໍ່ມີວັນ ຫ່ຽວແຫ້ງ.
\v 26 ດ້ວຍເຫດນັ້ນ ເຮົາ ຈຶ່ງ ແລ່ນແຂ່ງຂັນກັນ ໂດຍມີເປົ້າໝາຍ, ເຮົາບໍ່ໄດ້ ຕໍ່ສູ້ ເໝືອນດັ່ງ ນັກ ມວຍທີ່ ຊົກລົມ.
\v 27 ແຕ່ ເຮົາທຸບຕີຮ່າງກາຍຂອງເຮົາ ໃຫ້ ມັນແຂງຢູ່ຄາມື ເພາະຢ້ານວ່າເມື່ອ ເຮົາ ໄດ້ ປະກາດແກ່ ຄົນ ອື່ນ ແລ້ວ ເຮົາ ເອງຈະຖືກຂ້າຊື່ອອກຈາກການແຂ່ງຂັນນັ້ນ.
\s5
\c 10
\p
\v 1 ພີ່ນ້ອງ ທັງ ຫລາຍ ເອີຍ, ເຮົາ ຢາກ ໃຫ້ພວກເຈົ້າ ລະນຶກ ເຖິງ ສິ່ງ ທີ່ໄດ້ ເກີດຂຶ້ນ ກັບ ບັນ ພະບຸລຸດ ຂອງ ພວກເຮົາ ເພິ່ນໄດ້ ຢູ່ ໃຕ້ການ ຄຸ້ມຄອງ ຂອງ ເສົາເມກ ແລະ ຕ່າງ ກໍໄດ້ ຜ່ານ ທະເລແດງ ໄປ ທຸກຄົນ.
\v 2 ພວກເພິ່ນ ໄດ້ ຮັບ ບັບ ຕິສະມາ ໃນ ເມກ ແລະ ໃນ ທະເລ ຮ່ວມ ກັບ ໂມເຊ ທຸກຄົນ.
\v 3 ທຸກຄົນ ຕ່າງ ກໍໄດ້ ກິນ ອາຫານ ທິບ ຢ່າງ ດຽວກັນ
\v 4 ແລະ ໄດ້ ດື່ມ ນ້ຳທິບ ຢ່າງ ດຽວກັນ. ດ້ວຍວ່າ, ພວກເພິ່ນ ໄດ້ ດື່ມນ້ຳທີ່ໄຫລ ອອກ ມາ ຈາກ ສີລາ ສັກສິດ ທີ່ຕາມ ພວກເພິ່ນໄປ ສີລາສັກສິດ ນັ້ນ ກໍ ຄື ພຣະຄຣິດນັ້ນເອງ.
\s5
\v 5 ແຕ່ ເຖິງ ປານ ນັ້ນ ກໍດີ ພຣະເຈົ້າ ກໍ ບໍ່ ຊົງ ພໍພຣະໄທ ກັບ ຄົນ ສ່ວນ ຫລາຍ ໃນ ພວກເພິ່ນ ເຮົາຮູ້ ໄດ້ ກໍ ເພາະ ພວກເພິ່ນ ລົ້ມ ຕາຍ ກະຈັດ ກະຈາຍ ໃນ ຖິ່ນແຫ້ງແລ້ງ ກັນດານ.
\v 6 ເຫດການ ທັງ ໝົດ ເຫລົານີ້ ເປັນ ຕົວ ຢ່າງ ສໍາລັບ ພວກເຮົາ ເພື່ອເຕືອນ ພວກເຮົາ ບໍ່ໃຫ້ ມີໃຈ ປາຖະໜາ ຊົ່ວເໝືອນ ດັ່ງ ຄົນ ພວກ ນັ້ນ.
\s5
\v 7 ຢ່າ ກາຍເປັນ ຄົນ ຂາບໄຫວ້ ຮູບເຄົາຣົບ ເໝືອນ ບາງຄົນ ໃນ ພວກ ນັ້ນໄດ້ຂາບໄຫວ້ ຕາມ ທີ່ ມີ ຄຳ ຂຽນ ໄວ້ ໃນ ພຣະຄໍາພີ ວ່າ, “ປະຊາຊົນ ໄດ້ ນັ່ງ ລົງ ກິນ ແລະ ດື່ມ ແລ້ວ ກໍ ລຸກ ຂຶ້ນ ເຕັ້ນລໍາ. ”
\v 8 ຢ່າ ໃຫ້ ເຮົາທັງຫລາຍ ປະພຶດ ຜິດສິນທຳ ທາງເພດ ດັ່ງ ທີ່ບາງຄົນ ໃນ ພວກ ນັ້ນ ໄດ້ ປະພຶດ ແລະ ພວກເຂົາ ກໍ ລົ້ມຕາຍ ໃນ ມື້ ດຽວ ສອງໝື່ນ ສາມພັນ ຄົນ.
\s5
\v 9 ຢ່າ ໃຫ້ ພວກເຮົາ ທົດລອງ ອົງພຣະຜູ້ເປັນເຈົ້າ (ຍ) ດັ່ງທີ່ບາງຄົນ ໃນ ພວກ ນັ້ນ ໄດ້ ທົດ ລອງ ແລະ ພວກເຂົາ ກໍ ຖືກ ຂ້າ ຕາຍ ດ້ວຍ ງູ ພິດຕອດ.
\v 10 ພວກເຈົ້າ ຢ່າ ຈົ່ມ ດັ່ງ ທີ່ບາງຄົນ ໃນ ພວກ ນັ້ນ ໄດ້ ຈົ່ມ ແລະ ພວກເຂົາ ກໍ ຖືກ ທຳ ລາຍ ດ້ວຍ ເພັດ ຊະຄາດ.
\s5
\v 11 ເຫດການ ທັງໝົດ ເຫລົ່ານີ້ ໄດ້ ເກີດຂຶ້ນ ແກ່ ບນັ ພະບຸລຸດ ຂອງ ພວກເຮົາ ກໍ ເພື່ອ ເປັນ ຕົວ ຢ່າງ ໃຫ້ ແກ່ ຜູ້ ອື່ນ ແລະ ໄດ້ ບັນ ທຶກ ເຫດການ ທັງ ໝົດ ນີ້ ໄວ້ ເພື່ອ ເຕືອນ ສະຕິ ພວກເຮົາ ຊຶ່ງຢູ່ ໃນ ຍຸກ ສຸດທ້າຍ ທີ່ກໍາລັງ ຈະມາເຖິງ.
\v 12 ເຫດສະນັ້ນ ຄົນ ທີ່ ຄິດ ວ່າ ຕົນ ຕັ້ງໝັ້ນ ຄົງ ດີ ແລ້ວ ຈົ່ງລະວັງ ຕົວ ໃຫ້ ດີ ຢ້ານ ວ່າ ຈະ ລົ້ມ ລົງ.
\v 13 ບໍ່ ມີ ການ ທົດ ລອງ ອັນ ໃດ ເກີດ ຂຶ້ນ ກັບ ເຈົ້າ ທັງ ຫລາຍ ນອກຈາກ ການ ທົດລອງ ທີ່ເຄີຍ ເກີດຂຶ້ນ ກັບ ມະນຸດ ທົ່ວ ໄປ ພຣະເຈົ້າ ຊົງ ທ່ຽງທຳ ພຣະອົງ ຈະບໍ່ຊົງຍອມໃຫ້ ພວກເຈົ້າ ຖືກ ທົດ ລອງ ເກີນ ກວ່າ ທີ່ເຈົ້າ ຈະ ທົນ ໄດ້ ແລະ ເມື່ອ ຊົງ ທົດ ລອງ ເຈົ້າ ນັ້ນ ພຣະອົງ ຈະ ຊົງ ໂຜດ ໃຫ້ ເຈົ້າ ມີ ທາງ ຫລີກ ໜີ ໄປ ໄດ້ ດ້ວຍ ເພື່ອ ເຈົ້າທັງຫລາຍ ຈະສາມາດ ທົນໄດ້.
\s5
\v 14 ດ້ວຍເຫດນັ້ນ ພີ່ນ້ອງ ທີ່ ຮັກທັງຫລາຍ ເອີຍ, ຈົ່ງເວັ້ນ ຈາກ ການ ຂາບໄຫວ້ ຮູບເຄົາຣົບ ທັງ ສິ້ນ.
\v 15 ເຮົາ ກ່າວ ແກ່ ພວກເຈົ້າ ເໝືອນ ດັ່ງກ່າວ ກັບ ຄົນ ທີ່ ມີ ປັນຍາ ຈົ່ງ ພິຈາລະນາ ເບິ່ງຖ້ອຍຄໍາ ທີ່ເຮົາ ກ່າວ ນັ້ນເຖີດ.
\v 16 ຈອກ ແຫ່ງ ພຣະພອນ ຊຶ່ງ ເຮົາ ຂໍ ພຣະພອນ ນັ້ນ ເປັນ ສິ່ງ ທີ່ເຮັດ ໃຫ້ ພວກເຮົາ ມີ ສ່ວນ ຮ່ວມ ໃນ ພຣະ ໂລຫິດ ຂອງ ພຣະຄຣິດ ບໍ່ ແມ່ນ ບໍ? ເຂົ້າ ຈີ່ ຊຶ່ງ ເຮົາ ຫັກນັ້ນ ເປັນ ສິ່ງ ທີ່ເຮັດ ໃຫ້ ພວກເຮົາ ມີ ສ່ວນ ຮ່ວມ ໃນ ພຣະກາຍ ຂອງ ພຣະຄຣິດ ບໍ່ ແມ່ນ ບໍ?
\v 17 ເຖິງ ແມ່ນ ວ່າ ພວກເຮົາ ມີ ຫລາຍ ຄົນ ເນື່ອງ ຈາກ ມີ ເຂົ້າຈີ່ ກ້ອນ ດຽວ ພວກເຮົາ ກໍ ເປັນ ຮ່າງກາຍ ດຽວ ເພາະວ່າ ພວກເຮົາ ທຸກຄົນ ກິນເຂົ້າ ຈີ່ ກ້ອນ ດຽວກັນ.
\s5
\v 18 ຈົ່ງ ພິຈາລະນາ ເບິ່ງການ ປະຕິບັດ ຂອງ ຊົນ ຊາດ ອິດສະຣາເອນ ພວກທີ່ກິນ ເຄື່ອງຖວາຍແລ້ວ ນັ້ນ ກໍມີ ສ່ວນໃນແທ່ນບູຊານັ້ນ ບໍ່ແມ່ນບໍ?
\v 19 ຖ້າເປັນເຊັ່ນ ນັ້ນ ເຮົາ ໝາຍຄວາມວ່າຢ່າງໃດ? ເຄື່ອງບູຊາທີ່ຖວາຍແກ່ ຮູບເຄົາ ຣົບ ນັ້ນ ເປັນ ຂອງສັກສິດບໍ ຫລື ຮູບເຄົາຣົບ ນັ້ນ ສັກສິດ?
\s5
\v 20 ບໍ່ແມ່ນດອກ ເຮົາ ໝາຍຄວາມວ່າເຄື່ອງບູຊາ ຊຶ່ງ ຄົນບໍ່ນັບຖື ພຣະເຈົ້າ ຖວາຍນັ້ນ ເຂົາຖວາຍແກ່ ພວກຜີມານຮ້າຍ ບໍ່ແມ່ນຖວາຍແກ່ ພຣະເຈົ້າ ເຮົາບໍ່ຢາກໃຫ້ ພວກເຈົ້າມີ ສ່ວນຮ່ວມກັບ ພວກຜີມານຮ້າຍ ເຫລົ່ານັ້ນ.
\v 21 ພວກເຈົ້າ ດື່ມຈາກຈອກຂອງອົງພຣະຜູ້ເປັນເຈົ້າແດ່ ແລະດື່ມຈາກຈອກຂອງຜີມານຮ້າຍແດ່ ກໍ ບໍ່ຫ່ອນໄດ້ ພວກເຈົ້າ ກິນທີ່ໂຕະຂອງອົງພຣະຜູ້ເປັນເຈົ້າ ແດ່ ແລະກິນ ທີ່ໂຕະຂອງຜີມານຮ້າຍແດ່ ກໍ ບໍ່ໄດ້​ເຊັ່ນກັນ.
\v 22 ພວກເຮົາ ຈະຍຸຍົງໃຫ້ ອົງ ພຣະຜູ້ ເປັນ ເຈົ້າອິດສາຊັ້ນ ບໍ? ພວກເຮົາ ຄິດວ່າພວກເຮົາ ມີ ຣິດເດດ ຫລາຍກວ່າ ພຣະອົງ ບໍ?
\s5
\v 23 “ເຮົາ ເຮັດ ສິ່ງ ສາລະພັດ ໄດ້ ບໍ່ ມີ ຜູ້ໃດຫ້າມ”, ແຕ່ ບໍ່ແມ່ນ ທຸກສິ່ງ ທີ່ ເຮັດ ໄດ້ ນັ້ນ ເປັນ ປະໂຫຍດ “ເຮົາ ເຮັດ ສິ່ງ ສາລະພັດ ໄດ້ບໍ່ ່ມີຜູ້ໃດ ຫ້າມ”, ແຕ່ ບໍ່ແມ່ນ ທຸກສິ່ງ ທີ່ເຮັດ ໄດ້ ນັ້ນ ຈະ ໃຫ້ ຈະເລີນ ຂຶ້ນ.
\v 24 ຢ່າ ໃຫ້ຜູ້ໃດ ໃນ ພວກເຈົ້າຫາ ຜົນ ປະໂຫຍດ ໃສ່ ຕົນ ເອງ, ແຕ່ ຈົ່ງເຫັນ ແກ່ ປະໂຫຍດ ຂອງ ຄົນ ອື່ນດ້ວຍ.
\s5
\v 25 ຊີ້ນ ທຸກຢ່າງ ທີ່ ເຂົາ ຂາຍ ຕາມ ຕະຫລາດ ນັ້ນ ກິນ ໄດ້ ໂດຍ ບໍ່ ຕ້ອງ ຖາມ ສິ່ງ ໃດ ເພາະ ເຫັນ ແກ່ ໃຈ ສໍານຶກ ຜິດແລະຊອບ.
\v 26 ເພາະ ມີ ຄຳ ຂຽນ ໄວ້ ໃນ ພຣະຄໍາພີວ່າ, “ແຜ່ນດິນ ໂລກ ກັບ ສັບພະທຸກສິ່ງ ໃນ ນັ້ນ ກໍ ເປັນ ຂອງ ອົງ ພຣະ ຜູ້ ເປັນ ເຈົ້າ. ”
\v 27 ຖ້າ ຄົນ ທີ່ບໍ່ເຊື່ອ ຜູ້ໜຶ່ງ ເຊີນ ພວກເຈົ້າ ໄປ ຮ່ວມ ຮັບ ປະທານ ອາຫານ ແລະ ພວກເຈົ້າ ກໍ ເຕັມໃຈ ໄປ ຈົ່ງກິນອາຫານ ຊຶ່ງ ເຂົາ ຈັດ ໃຫ້ ມາ ແລະ ວາງ ຕໍ່ໜ້າພວກເຈົ້າ ໂດຍ ບໍ່ຕ້ອງ ຖາມ ສິ່ງ ໃດ ເພາະ ເຫັນ ແກ່ ໃຈ ສໍານຶກ ຜິດ ແລະຊອບ ຂອງ ພວກເຈົ້າ.
\s5
\v 28 ແຕ່ ຖ້າ ມີ ຜູ້ ບອກ ພວກເຈົ້າວ່າ, “ອາຫານ ນີ້ ເຂົາ ໄດ້ ຖວາຍ ແກ່ ຮູບເຄົາຣົບ ແລ້ວ” ກໍ ຢ່າ ສູ່ ກິນ ອາຫານ ນັ້ນ ເພາະ ເຫັນ ແກ່ ຜູ້ ທີ່ບອກ ພວກເຈົ້າ ແລະ ເພາະ ເຫັນ ແກ່ ໃຈ ສໍານຶກ ຜິດແລະຊອບ,
\v 29 (ບໍ່ ແມ່ນ ເພາະ ເຫັນ ແກ່ ໃຈ ສໍານຶກ ຜິດ ແລະຊອບ ຂອງ ພວກເຈົ້າ ເອງ ແຕ່ ແມ່ນ ໃຈ ສໍານຶກ ຜິດແລະຊອບ ຂອງ ຄົນ ທີ່ ບອກ ນັ້ນ). ບາງຄົນຖາມ ວ່າ, ເປັນ ຫຍັງ ເສລີພາບ ຂອງເຮົາ ຕ້ອງ ຖືກ ຂັດຂວາງ ໂດຍ ໃຈ ສໍານຶກ ຜິດແລະຊອບ ຂອງ ຄົນອື່ນ?
\v 30 ຖ້າ ເຮົາ ໂມທະນາ ຂອບພຣະຄຸນ ພຣະເຈົ້າ ສໍາລັບ ອາຫານ ເປັນ ຫຍັງ ຄົນອື່ນ ຈຶ່ງຕ້ອງ ຕິຕຽນ ເຮົາ ກ່ຽວກັບ ອາຫານ ຊຶ່ງເຮົາ ໄດ້ ຂອບພຣະຄຸນ ແລ້ວ?
\s5
\v 31 ເຫດສະນັ້ນ ເມື່ອ ເຈົ້າທັງຫລາຍ ຈະ ກິນ ຈະ ດື່ມ ຫລື ຈະ ເຮັດ ສິ່ງ ໃດ ກໍດີ ຈົ່ງເຮັດ ທຸກສິ່ງ ເພື່ອ ຖວາຍ ພຣະກຽດ ແດ່ ພຣະເຈົ້າ.
\v 32 ຢ່າ ເປັນ ຕົ້ນ ເຫດ ທ່ີ່ເຮັດ ໃຫ້ ພວກ ຢິວ ພວກ ຕ່າງຊາດ ຫລື ຄຣິສຕະຈັກ ຂອງ ພຣະເຈົ້າສະດຸດໃຈ.
\v 33 ເໝືອນ ດັ່ງເຮົາເອງ ເຄີຍ ເຮັດ ທຸກຢ່າງ ໃຫ້ ເປັນ ທີ່ ພໍໃຈ ຄົນ ທັງ ປວງ ໂດຍ ບໍ່ ເຫັນ ແກ່ ປະໂຫຍດ ສ່ວນຕົວ ແຕ່ ເຫັນ ແກ່ ປະໂຫຍດ ຂອງ ຄົນ ທັງຫລາຍ ເພື່ອ ພວກເຂົາ ຈະ ໄດ້ ພົ້ນ.
\s5
\c 11
\p
\v 1 ເຈົ້າທັງຫລາຍ ຈົ່ງປະຕິບັດ ຕາມ ແບບຢ່າງຂອງເຮົາ ເໝືອນ ເຮົາປະຕິບັດ ຕາມ ແບບຢ່າງ ຂອງ ພຣະຄຣິດ. ເລື່ອງ ການ ປົກ ຫົວ ໃນ ບ່ອນ ນະມັດສະການ
\v 2 ເຮົາຊົມ ເຊີຍ ເຈົ້າ ທັງຫລາຍ ເພາະ ພວກເຈົ້າ ລະນຶກເຖິງ ເຮົາ ໃນ ທຸກສິ່ງ ແລະ ຖື ຮັກສາ ຂໍ້ຄວາມ ທີ່ສືບ ມາ ນັ້ນ ຊຶ່ງ ເຮົາ ມອບ ໄວ້ ແກ່ ເຈົ້າ ທັງ ຫລາຍ ແລ້ວ.
\v 3 ແຕ່ ເຮົາ ຢາກ ໃຫ້ ພວກເຈົ້າ ເຂົ້າໃຈ ວ່າ, ພຣະຄຣິດ ຊົງ ເປັນ ປະມຸກ ຂອງ ຜູ້ຊາຍທຸກຄົນ ຜົວເປັນປະມຸກ ເມຍຂອງຕົນ ແລະ ປະມຸກ ຂອງ ພຣະຄຣິດ ຄື ພຣະເຈົ້າ.
\v 4 ດັ່ງນັ້ນ ຊາຍ ຄົນໃດ ທີ່ກຳລັງ ພາວັນ ນາ ອະທິຖານ ຫລື ປະກາດ ພຣະທຳ ໃນ ທີ່ຊຸມຊົນ ໂດຍ ມີ ຜ້າ ປົກ ຫົວ ຂອງຕົນ ກໍ ເຮັດ ໃຫ້ ເສຍ ກຽດ ແກ່ ປະມຸກ ຂອງຕົນ.
\s5
\v 5 ແລະ ຍິງ ຄົນ ໃດ ທີ່ ພາວັນນາ ອະທິຖານ ຫລຶ ປະກາດ ພຣະທຳ ໃນທີ່ຊຸມຊົນ ໂດຍ ບໍ່ມີຜ້າ ປົກ ຫົວ ຂອງຕົນ ກໍ ເຮັດ ໃຫ້ ຜົວຂອງຕົນ ເສຍ ກຽດ ການທີ່ນາງ ກະທຳ ເຊັ່ນ ນັ້ນ ກໍ ບໍ່ຕ່າງ ຫຍັງ ກັບ ແມ່ ຍິງທີ່ແຖຫົວ.
\v 6 ຖ້າ ແມ່ ຍິງ ບໍ່ ປົກ ຫົວ ຂອງຕົນ ນາງ ກໍ ຄວນ ຕັດ ຜົມ ຂອງຕົນ ເສຍ ແຕ່ ຖ້າ ແມ່ ຍິງ ແຖ ຫົວ ຫລື ຕັດ ຜົມ ຂອງ ນາງ ເປັນ ການ ເສຍ ກຽດ ແກ່ ຕົນ ນາງ ກໍ ຄວນ ປົກ ຫົວ ຂອງຕົນ ຈົ່ງ ໃຫ້ ນາງ ເອົາຜ້າ ປົກຫົວເສຍ.
\s5
\v 7 ຜູ້ຊາຍ ບໍ່ຈຳ ເປັນ ຕ້ອງ ປົກ ຫົວ ຂອງຕົນ ເພາະ ຜູ້ຊາຍ ເປັນ ແບບ ລັກສະນະ ແລະ ພຣະ ກຽດຕິຍົດ ຂອງ ພຣະເຈົ້າ ແຕ່ ແມ່ ຍິງ ນັ້ນ ເປັນ ກຽດຕິຍົດ ຂອງ ຜູ້ຊາຍ.
\v 8 ດ້ວຍວ່າ, ພຣະເຈົ້າ ບໍ່ໄດ້ ສ້າງ ຜູ້ຊາຍ ມາ ຈາກ ແມ່ ຍິງ ແຕ່ ພຣະອົງ ໄດ້ ສ້າງ ແມ່ ຍິງ ມາ ຈາກ ຜູ້ຊາຍ.
\s5
\v 9 ແລະ ພຣະອົງ ກໍ ບໍ່ ໄດ້ສ້າງ ຜູ້ຊາຍ ໄວ້ ສຳລັບ ແມ່ ຍິງ ແຕ່ ໄດ້ສ້າງ ແມ່ ຍິງ ໄວ້ ສໍາລັບ ຜູ້ຊາຍ.
\v 10 ສະນັ້ນແຫລະ ເພື່ອ ເຫັນແກ່ ພວກ ເທວະດາ ແມ່ ຍິງ ຈຶ່ງຄວນ ມີ ຜ້າປົກ ຫົວ ຂອງຕົນ ເພື່ອ ສະແດງ ວ່າ ນາງ ຢູ່ໃຕ້ ສິດອໍານາດ ຜົວຂອງຕົນ.
\s5
\v 11 ເຖິງ ຢ່າງ ໃດ ກໍຕາມ ສໍາລັບ ຊີວິດ ຂອງ ພວກເຮົາ ຢູ່ ໃນ ອົງ ພຣະ ຜູ້ ເປັນ ເຈົ້າ ແລ້ວ ແມ່ ຍິງ ຕ້ອງ ເພິ່ງ ຜູ້ຊາຍ ແລະ ຜູ້ຊາຍ ກໍ ຕ້ອງ ເພິ່ງ ແມ່ ຍິງ.
\v 12 ດ້ວຍວ່າ, ແມ່ ຍິງ ນັ້ນ ພຣະເຈົ້າໄດ້ ສ້າງ ມາ ຈາກ ຜູ້ຊາຍ ສັນ ໃດ ຕໍ່ມາ ຜູ້ຊາຍ ກໍ ເກີດມາ ຈາກ ແມ່ ຍິງ ສັນ ນັ້ນ ແຕ່ ທຸກໆ ສິ່ງ ທີ່ ມີ ຢູ່ ກໍມາ ຈາກ ພຣະເຈົ້າ.
\s5
\v 13 ຝ່າຍ ພວກເຈົ້າ ຈົ່ງ ພິຈາລະນາ ເອົາ ເອງ ວ່າ ການ ທີ່ ແມ່ ຍິງ ພາວັນນາ ອະທິຖານ ຕໍ່ ພຣະເຈົ້າ ໃນ ທີ່ ຊຸມຊົນ ໂດຍ ບໍ່ ມີ ຜ້າ ປົກ ຫົວ ນັ້ນ ເປັນ ການ ສົມ ຄວນ ຫລື ບໍ່?
\v 14 ທໍາມະຊາດ ເອງ ກໍ ສອນ ພວກເຮົາ ວ່າ ການ ທີ່ ຜູ້ຊາຍ ໄວ້ ຜົມຍາວ ນັ້ນ ກໍ ເປັນ ທີ່ອັບ ອາຍ,
\v 15 ແຕ່ ການ ທີ່ແມ່ ຍິງ ໄວ້ ຜົມຍາວ ນັ້ນ ກໍ ເປັນ ສິ່ງ ຈົບ ງາມ ແກ່ ຕົນ. ດ້ວຍວ່າ, ພຣະເຈົ້າ ໄດ້ ໃຫ້ ນາງ ມີ ຜົມຍາວ ທີ່ໃຊ້ ເປັນ ຜ້າປົກ ຫົວ ແລ້ວ.
\v 16 ແຕ່ ຖ້າ ຜູ້ໃດ ຢາກ ຖົກ ຖຽງ ກ່ຽວກັບ ເລື່ອງ ນີ້ ກໍ ຂໍ ໃຫ້ ຜູ້ ນັ້ນ ເຂົ້າໃຈ ວ່າ ພວກເຮົາ ແລະ ຄຣິສຕະຈັກ ຂອງ ພຣະເຈົ້າ ບໍ່ ຮັບ ເອົາ ທຳ ນຽມ ຖຽງກັນ ຢ່າງ ນັ້ນ.
\s5
\v 17 ຢ່າງ ໃດ ກໍຕາມ ໃນ ຄໍາແນະນຳ ດັ່ງ ຕໍ່ ໄປນີ້ ເຮົາ ບໍ່ ໄດ້ ຊົມເຊີຍ ພວກເຈົ້າ ດອກ ເພາະ ການ ປະຊຸມ ນະມັດ ສະການ ຂອງ ພວກເຈົ້າ ນັ້ນ ເຮັດ ໃຫ້ ພວກເຈົ້າ ບໍ່ ຈະເລີນ ຂຶ້ນ ແຕ່ ເຮັດ ໃຫ້ ພວກເຈົ້າ ໄດ້ຮັບ ຜົນຮ້າຍ.
\v 18 ເປັນ ຕົ້ນ ເຮົາ ໄດ້ຍິນ ວ່າ ເມື່ອ ຄຣິສຕະຈັກ ມາ ປະຊຸມ ກັນ ກໍ ມີການ ແຕກ ເປັນ ພັກ ເປັນ ພວກ ໃນ ທ່າມກາງ ພວກເຈົ້າ ເລື່ອງ ນີ້ ເຮົາ ກໍ ເຊື່ອ ວ່າ ຄົງ ມີ ຄວາມຈິງຢູ່ ແດ່.
\v 19 ເພາະ ຈຳ ເປັນ ຕ້ອງ ມີ ການ ຂັດ ແຍ້ງກັນ ຢູ່ ແດ່ ໃນ ທ່າມກາງ ພວກເຈົ້າ ເພື່ອ ພວກ ຝ່າຍ ຖືກ ໃນ ພວກເຈົ້າ ນັ້ນ ຈະ ໄດ້ ປາກົດ ແຈ້ງ ຂຶ້ນ.
\s5
\v 20 ເມື່ອ ເຈົ້າ ທັງ ຫລາຍ ປະຊຸມ ພ້ອມ ກັນ ນັ້ນ ຈຶ່ງ ບໍ່ ແມ່ນ ການ ຮ່ວມ ໂຕະ ຂອງ ອົງ ພຣະ ຜູ້ ເປັນ ເຈົ້າ.
\v 21 ດ້ວຍວ່າ, ເມື່ອ ພວກເຈົ້າ ຮັບ ປະທານ ນັ້ນ ຕ່າງ ຄົນ ກໍ ຟ້າວ ຮັບ ກິນອາຫານ ຂອງຕົນ ກ່ອນ ບາງຄົນກໍ ບໍ່ອີ່ມ ບາງຄົນ ກໍ ເມົາ.
\v 22 ພວກເຈົ້າ ບໍ່ ມີເຮືອນ ຂອງ ພວກເຈົ້າ ເອງ ເພື່ອໃຊ້ ເປັນ ບ່ອນ ກິນ ແລະ ດື່ມບໍ? ຫລື ພວກເຈົ້າ ຢາກ ດູໝິ່ນ ຄຣິສຕະຈັກ ຂອງ ພຣະເຈົ້າ ແລະ ດູຖູກ ຄົນ ທີ່ຂັດ ສົນ ຊັໍ້ນບໍ? ກ່ຽວກັບ ເລື່ອງ ນີ້ ຢາກ ໃຫ້ ເຮົາ ເວົ້າ ຕ່ໍ່ພວກເຈົ້າ ຢ່າງ ໃດ? ໃນ ການ ນີ້ ເຮົາ ບໍ່ ຊົມ ເຊີຍ ພວກເຈົ້າດອກ.
\s5
\v 23 ດ້ວຍວ່າ ນີ້ ແຫລະ ແມ່ນ ສິ່ງທີ່ເຮົາໄດ້ ຮັບ ຈາກ ອົງພຣະຜູ້ ເປັນເຈົ້ າ ແລະ ເຮົາ ກໍ ສົ່ງຕໍ່ສິ່ງ ນັ້ນ ໃຫ້ ແກ່ ພວກເຈົ້າ ຄື ໃນຄົືນ ທີ່ ຢູ​ດາດາ ໄດ້ ມອບ ອົງພຣະເຢຊູເຈົ້າໄວ້ ນັ້ນ ພຣະອົງ ໄດ້ ຈັບ ເອົາ ເຂົ້າຈີ່ ມາ.
\v 24 ເມື່ອໂມທະນາ ຂອບພຣະຄຸນ ແລ້ວ ກໍຫັກ ເຂົ້າ ຈີ່ ນັ້ນ ແລະ ກ່າວ ວ່າ, “ນີ້ແຫລະ ແມ່ນກາຍຂອງເຮົາ ຊຶ່ງໃຫ້ສໍາລັບ ພວກເຈົ້າ ຈົ່ງເຮັດຢ່າງນີ້ໃຫ້ເປັນທີ່ລະນຶກເຖິງເຮົາ.”
\s5
\v 25 ເມື່ອ ຮັບປະທານ ເຂົ້າ ແລງ ແລ້ວ ພຣະອົງ ໄດ້ ຊົງ ຈັບ ເອົາ ຈອກ ດ້ວຍ ອາການ ຢ່າງ ດຽວກັນ ໂດຍ ຊົງ ກ່າວ ວ່າ, “ຈອກນີ້ ຄືພັນທະສັນຍາໃໝ່ ໂດຍເລືອດຂອງເຮົາ ເມື່ອເຈົ້າດື່ມຈາກຈອກນີ້ເວລາໃດ ຈົ່ງດື່ມເປັນທີ່ລະນຶກເຖິງເຮົາ. ”
\v 26 ດ້ວຍວ່າ, ທຸກເທື່ອທີ່ພວກເຈົ້າ ກິນເຂົ້າຈີ່ນີ້ ແລະ ດື່ມຈາກຈອກນີ້ເວລາໃດ ພວກເຈົ້າກໍປະກາດ ການວາຍພຣະຊົນ ຂອງ ອົງພຣະຜູ້ເປັນເຈົ້າ ຈົນກວ່າພຣະອົງ ຈະສະເດັດມາ.
\s5
\v 27 ເຫດສະນັ້ນ ຖ້າຜູ້ໃດ ກິນເຂົ້າຈີ່ ຫລື ດື່ມຈາກຈອກຂອງອົງພຣະຜູ້ເປັນເຈົ້າ ຢ່າງບໍ່ສົມຄວນ ຜູ້ນັ້ນກໍຜິດ ຕໍ່ ພຣະກາຍ ແລະ ຕໍ່ ພຣະໂລຫິດ ຂອງ ອົງພຣະຜູ້ເປັນເຈົ້າ.
\v 28 ດັ່ງນັ້ນທຸກຄົນ ຈຶ່ງ ຄວນ ພິຈາລະນາ ເບິ່ງໃຈຂອງ ຕົນເອງກ່ອນ ແລ້ວຈຶ່ງກິນ ເຂົ້າຈີ່ ແລະ ດື່ມຈາກຈອກນີ້.
\v 29 ດ້ວຍວ່າ, ຜູ້ກິນ ແລະ ດື່ມ ໂດຍບໍ່ໄດ້ສັງເກດ ເຖິງພຣະກາຍ ກໍກິນ ແລະ ດື່ມເປັນເຫດ ໃຫ້ ຕົນຖືກ ພິພາກສາ ລົງ ໂທດ.
\v 30 ດ້ວຍເຫດນີ້, ຈຶ່ງມີຫລາຍຄົນ ໃນພວກເຈົ້າ ອ່ອນແຮງ ແລະ ເຈັບປ່ວຍ ແລະ ບາງຄົນກໍໄດ້ ຕາຍໄປ.
\s5
\v 31 ຖ້າພວກເຮົາ ພິຈາລະນາ ເບິ່ງໃຈ ຂອງ ພວກເຮົາ ເອງ ກ່ອນ ແລ້ວພວກເຮົາ ກໍ ຈະ ບໍ່ຖືກພິພາກສາລົງໂທດ.
\v 32 ເມື່ອເຮົາທັງ ຫລາຍ ຖືກທຳ ໂທດ ໂດຍ ອົງ ພຣະ ຜູ້ ເປັນເຈົ້ານັ້ນ ພວກເຮົາ ກໍຖືກ ພຣະອົງຊົງຕີສອນ ເພື່ອບໍ່ໃຫ້ ເຮົາຖືກ ຊົງພິພາກສາ ລົງໂທດ ດ້ວຍ ກັນກັບໂລກ.
\s5
\v 33 ດັ່ງນັ້ນ ແຫລະ ພີ່ນ້ອງທັງຫລາຍ ເອີຍ ເມື່ອເຈົ້າທັງຫລາຍ ມາ ຮ່ວມ ປະຊຸມ ກັນ ຮັບປະທານ ອາຫານ ນັ້ນ ຈົ່ງຄອຍຖ້າຊຶ່ງກັນ ແລະກັນ.
\v 34 ຖ້າມີຜູ້ ໃດ ຫິວ ກໍ ໃຫ້ ຜູ້ ນັ້ນ ກິນທີ່ເຮືອນ ຂອງຕົນ ເສຍ ເພື່ອເວລາ ມາປະຊຸມ ກັນ ເຈົ້າທັງຫລາຍ ຈະ ບໍ່ຖືກການ ຊົງ ພິພາກສາ ລົງໂທດ. ສ່ວນ ເລື່ອງ ອື່ນ ໆ ນັ້ນ ເມື່ອ ເຮົາມາ ເຮົາຈະ ແນະນຳໃຫ້.
\s5
\c 12
\p
\v 1 ພີ່ນ້ອງ ທັງ ຫລາຍ ເອີຍ, ເຮົາ ຢາກ ໃຫ້ພວກເຈົ້າ ເຂົ້າໃຈ ເລື່ອງ ຂອງ ປະທານ ຊຶ່ງມາ ຈາກ ພຣະວິນຍານ ນັ້ນ.
\v 2 ເຈົ້າທັງ ຫລາຍ ກໍ ຮູ້ ຢູ່ວ່າ ແຕ່ ກ່ອນ ເມື່ອພວກເຈົ້າ ຍັງ ເປັນ ຄົນ ທີ່ ບໍ່ເຊື່ອນັ້ນ ພວກເຈົ້າ ໄດ້ ຖືກຊັກນຳ ໃຫ້ ຫລົງໄປຫາ ຮູບເຄົາຣົບ ທີ່ປາກ ບໍ່ເປັນຕາມ ທີ່ມີ ຜູ້ ຊັກນໍາ ໄປນັ້ນ.
\v 3 ເຫດສະນັ້ນ ເຮົາຢາກໃຫ້ ພວກເຈົ້າ ຮູ້ວ່າ ບໍ່ມີຜູ້ ໃດດອກ ທີ່ມີພຣະວິນຍານຂອງ ພຣະເຈົ້າຈະກ່າວວ່າ, “ຂໍ ໃຫ້ ພຣະເຢຊູເຈົ້າຖືກດ່າ” ແລະ ບໍ່ມີຜູ້ໃດດອກ ອາດເວົ້າໄດ້ ວ່າ, “ພຣະເຢຊູເຈົ້າ ຊົງ ເປັນ ອົງ ພຣະ ຜູ້ ເປັນ ເຈົ້າ” ເວັ້ນ ໄວ້ ແຕ່ ຜູ້ ທີ່ ກ່າວ ໂດຍ ພຣະວິນຍານ ບໍຣິສຸດເຈົ້າ.
\s5
\v 4 ຂອງ ປະທານ ຈາກ ພຣະວິນຍານ ນັ້ນ ມີຢູ່ຫລາຍຢ່າງດ້ວຍກັນ, ແຕ່ ແມ່ນ ພຣະວິນຍານອົງດຽວກັນ.
\v 5 ງານຮັບໃຊ້ ມີຫລາຍຢ່າງ ຕ່າງ ກັນ ແຕ່ມີອົງພຣະຜູ້ເປັນເຈົ້າອົງດຽວກັນ.
\v 6 ຄວາມສາມາດ ໃນການດໍາເນີນງານ ມີ ຫລາຍຢ່າງ ຕ່າງ ກັນ, ແຕ່ ແມ່ນ ພຣະເຈົ້າ ອົງດຽວກັນ ທີ່ໃຫ້ ຄວາມສາມາດ ແກ່ ທຸກຄົນສໍາລັບງານທີ່ເຂົາຮັບໃຊ້ ນັ້ນ.
\s5
\v 7 ການ ສໍາແດງ ຂອງ ພຣະວິນຍານມີຢູ່ ໃນແຕ່ລະຄົນ ເພື່ອ ປະໂຫຍດຮ່ວມກັນ.
\v 8 ພຣະເຈົ້າ ຊົງ ປະທານ ໂດຍ ທາງ ພຣະວິນ ຍານ ໃຫ້ ຄົນໜຶ່ງ ມີ ຖ້ອຍຄໍາ ທີ່ ປະກອບ ດ້ວຍ ສະຕິປັນຍາ ແລະ ໂຜດ ໃຫ້ ຄົນ ໜຶ່ງ ອີກ ມີ ຖ່ອຍຄໍາ ທີ່ປະກອບ ດ້ວຍ ວິຊາ ຄວາມຮູ້, ແຕ່ ແມ່ນ ພຣະວິນຍານ ອົງດຽວກັນ.
\s5
\v 9 ແລະ ໃຫ້ ຄົນ ໜຶ່ງ ມີ ຄວາມເຊື່ອ ແຕ່ ແມ່ນ ພຣະວິນຍານ ອົງດຽວກັນ ແລະ ໂຜດໃຫ້ ຄົນໜຶ່ງ ອີກ ມີ ຣິດອໍານາດ ໃຫ້ ຄົນດີພະຍາດ ແຕ່ ແມ່ນ ພຣະວິນຍານ ອົງດຽວ.
\v 10 ແລະ ໃຫ້ ຄົນໜຶ່ງມີຣິດອໍານາດ ເຮັດການອັດສະຈັນ ແລະ ໃຫ້ ຄົນໜຶ່ງມີຂອງປະທານ ໃນ ການ ປະກາດ ພຣະທໍາ ແລະ ໂຜດໃຫ້ ຄົນໜຶ່ງ ອີກ ຮູ້ສັງເກດວິນຍານຕ່າງໆ ແລະ ໃຫ້ ຄົນໜຶ່ງມີ ຄວາມສາມາດ ເວົ້າພາສາແປກໆ ແລະ ໂຜດໃຫ້ ຄົນໜຶ່ງ ອີກ ມີ ຄວາມ ສາມາດ ແປ ພາສາ ແປກໆ.
\v 11 ສິ່ງສາລະພັດ ເຫລົ່ານີ້ ແມ່ນ ພຣະວິນຍານ ອົງດຽວກັນ ຊົງ ບັນດານ ແລະ ປະທານ ແກ່ ທຸກຄົນ ຕາມ ນາໍ້ ພຣະໄທ ຂອງ ພຣະອົງ.
\s5
\v 12 ເຖິງ ວ່າ ຮ່າງກາຍ ເປັນ ອັນ ດຽວ ກໍ ຍັງ ມີ ອະໄວຍະວະ ຫລາຍ ສ່ວນ ແລະ ອະໄວຍະວະ ເຫລົ່ານັ້ນ ແມ່ນ ຈະ ມີ ຫລາຍ ສ່ວນ ກໍ ຍັງ ເປັນກາຍ ດຽວກັນ ສັນໃດ ພຣະຄຣິດ ກໍ ຊົງ ເປັນ ສັນນັ້ນ.
\v 13 ເພາະວ່າ ເຖິງ ແມ່ນ ພວກເຮົາ ຈະ ເປັນ ຊາດ ຢິວ ຫລື ຄົນ ຕ່າງຊາດ ກໍດີ ເປັນ ຂ້ອຍຂ້າ ຫລື ເປັນອິດສະຫລະ ກໍດີ, ເຮົາທັງຫລາຍ ໄດ້ຮັບ ບັບຕິສະມາ ໂດຍ ພຣະວິນຍານ ອົງດຽວ ຈຶ່ງ ເຂົ້າ ເປັນ ກາຍ ອັນ ດຽວກັນ ແລະ ພຣະວິນຍານ ອົງດຽວ ເປັນ ເໝືອນ ນ້ຳທີ່ປະທານ ໃຫ້ ເຮົາທຸກຄົນໄດ້ດື່ມ.
\s5
\v 14 ດ້ວຍວ່າ, ຮ່າງກາຍ ບໍ່ໄດ້ ປະກອບ ດ້ວຍ ອະໄວຍະວະ ອັນ ດຽວ ແຕ່ ໄດ້ ປະກອບ ດ້ວຍ ອະໄວຍະວະ ຫລາຍ ອັນ.
\v 15 ຖ້າ ຕີນ ຈະ ກ່າວ ວ່າ, “ເພາະ ຂ້ອຍ ບໍ່ໄດ້ ເປັນມື ຂ້ອຍ ຈຶ່ງບໍ່ໄດ້ ເປັນ ສ່ວນ ໃດ ໃນ ອະໄວຍະວະ ຂອງ ຮ່າງກາຍ ນັ້ນ. ” ແລ້ວຕີນ ຈະບໍ່ເປັນ ສ່ວນ ໃດ ໃນ ອະໄວຍະວະ ຂອງ ຮ່າງກາຍ ເພາະ ເຫດ ທີ່ເວົ້າ ຢ່າງນນັ້ ກໍ ບໍ່ໄດ້.
\v 16 ຖ້າ ຫູ ຈະ ກ່າວ ວ່າ, “ເພາະ ຂ້ອຍ ບໍ່ ແມ່ນຕາ ຂ້ອຍ ຈຶ່ງ ບໍ່ໄດ້ ເປັນສ່ວນໃດ ໃນ ອະໄວຍະວະ ຂອງ ຮ່າງກາຍນັ້ນ. ” ຫູ ຈະບໍ່ໄດ້ ເປັນສ່ວນ ໃດ ໃນ ອະໄວຍະວະ ຂອງ ຮ່າງກາຍ ເພາະ ເຫດ ເວົ້າຢ່າງນັ້ນ ກໍ ບໍ່ໄດ້
\v 17 ຖ້າອະໄວຍະວະ ທັງໝົດ ໃນ ຮ່າງກາຍເປັນຕາ ການໄດ້ຍິນ ຈະ ຢູ່ໃສ? ຖ້າຮ່າງກາຍ ທັງໝົດ ເປັນຫູ ການດົມກິ່ນຈະຢູ່ໃສ?
\s5
\v 18 ທີ່ຈິງແລ້ວ ພຣະເຈົ້າ ໄດ້ ຕັ້ງ ອະໄວຍະວະ ແຕ່ ລະ ພາກ ສ່ວນ ໄວ້ຢູ່ໃນຮ່າງກາຍ ຕາມ ທີ່ພຣະອົງ ຊົງ ພໍພຣະໄທ.
\v 19 ຖ້າ ອະໄວຍະວະ ທຸກ ສ່ວນ ໃນ ຮ່າງກາຍ ເປັນ ອັນ ດຽວກັນ ຮ່າງກາຍ ຈະ ມີ ຢູ່ໃສ?
\v 20 ທີ່ຈິງ ມີ ອະໄວຍະວະ ຫລາຍ ພາກ ສ່ວນ ແຕ່ ຍັງ ເປັນ ຮ່າງກາຍ ອັນດຽວກັນ.
\s5
\v 21 ຕາຈະເວົ້າ​ແກ່​ມືວ່າ, "ຂ້ອຍບໍ່​ຕ້ອງ​ການ​ເຈົ້າ" ກ​ໍ​ບໍ່​ໄດ້ ຫລື​ຫົວ​ຈະ​ເວົ້າ​ແກ່​ຕີນ​ວ່າ, "ຂ້ອຍບໍ່​ຕ້ອງ​ການ​ເຈົ້າ" ​ກໍ​ບໍ່​ໄດ້.
\v 22 ທີ່​ຈິງ ອະ​ໄວ​ຍະ​ວະ​ສ່ວນ​ທີ່​ເຮົາ​​ເຫັນ​ວ່າ​ອ່ອນ​ແອ ເຮົາ​ກໍ​ຂາດ​ເສຍບໍ່​ໄດ້.
\v 23 ແລະ ອະໄວຍະວະ ສ່ວນ ທີ່ເຮົາຖື ວ່າ ມີ ກຽດນ້ອຍ ເຮົາກໍ ຍັງ ເຮັດໃຫ້ ມີ ກຽດ ຫລາຍ ຂຶ້ນ ແລະ ອະໄວຍະວະ ສ່ວນ ທີ່ ບໍ່ ໜ້າເບິ່ງນັ້ນ ເຮົາກໍ ເຮັດ ໃຫ້ ເປັນ ໜ້າ ເບິ່ງຫລາຍ ຂຶ້ນ.
\v 24 ແລະ ອະໄວຍະວະ ສ່ວນ ທ່ ໜ້າຊົມຢູ່ ແລ້ວ ກໍບໍ່ຈຳເປັນ ຕ້ອງ ຕົບແຕ່ງ ອະໄວຍະວະ ສ່ວນນັ້ນ ອີກ ພຣະເຈົ້າເອງ ເປັນ ຜູ້ຈັດວາງ ຮ່າງກາຍ ເຂົ້າ ກັນ ຢ່າງ ນັ້ນ ຊົງ ໃຫ້ ອະໄວຍະວະ ທີ່ຕ່ຳຕ້ອຍ ໄດ້ ຮັບຄວາມນັບຖື ຫລາຍຂຶ້ນ.
\s5
\v 25 ເພື່ອ ບໍ່ໃຫ້ ມີ ການ ຍາດແຍ່ງ ກັນ ໃນ ຮ່າງກາຍ ແຕ່ ໃຫ້ທຸກ ພາກສ່ວນ ຫ່ວງໃຍ ຊຶ່ງ ກັນ ແລະກັນ.
\v 26 ຖ້າອະໄວຍະວະ ອັນ ໜຶ່ງ ເຈັບ ອະໄວຍະວະ ທັງ ໝົດ ກໍ ເຈັບ ດ້ວຍກັນ ຖ້າອະໄວຍະວະ ອັນໜຶ່ງ ໄດ້ ຮັບກຽດ ອະໄວຍະວະ ທົງໝົດ ກໍ ຊົມຊື່ນ ຍິນດີ ດ້ວຍກັນ.
\v 27 ຝ່າຍ ເຈົ້າ ທັງຫລາຍ ເປັນພຣະກາຍ ຂອງ ພຣະຄຣິດ ແລະ ທຸກຄົນ ເປັນ ອະໄວຍະວະ ສ່ວນ ໜຶ່ງ ຂອງ ພຣະກາຍນັ້ນ.
\s5
\v 28 ແລະ ພຣະເຈົ້າໄດ້ ຊົງ ຕັ້ງບາງຄົນ ໄວ້ ໃນ ຄຣິສຕະຈັກ ຄື: ໜຶ່ງ ແມ່ນ ອັກຄະສາວົກ ສອງແມ່ນ ຜູ້ປະກາດພຣະທຳ ສາມແມ່ ນ ອາຈານ ແລ້ວຕໍ່ຈາກ ນັ້ນ ກໍ ມີ ຜູ້ເຮັດການ ອິດທິຣິດ ຕ່າງໆ ຜູ້ມີອຳນາດ ໃຫ້ ດີພະຍາດ ໂຣຄາ ຜູ້ອຸປະຖໍາ ຜູ້ປົກຄອງ ແລະ ຜູ້ ເວົ້າ ພາສາ ແປກໆ.
\v 29 ບໍ່ແມ່ນ ທຸກຄົນ ທີ່ເປັນອັກ ຄະສາວົກ ຫລື ເປັນ ຜູ້ ປະກາດ ພຣະທຳ ຫລື ເປັນ ຄູ ອາຈານ ບໍ່ແມ່ນ ທຸກຄົນ ທີ່ມີ ຣິດ ອໍານາດເຮັດ ການອັດສະຈັນໄດ້
\s5
\v 30 ຫລືເຮັດ ໃຫ້ ດີ ພະຍາດ ໄດ້ ຫລື ເວົ້າ ພາສາ ແປກໆ ໄດ້ ຫລື ແປ ພາສາ ນັ້ນ ໄດ້.
\v 31 ແຕ່ ເຈົ້າ ທັງ ຫລາຍ ຈົ່ງ ຮ້ອນໃຈ ສະແຫວງ ຫາ ຂອງ ພຣະຣາຊທານ ອັນ ສໍາຄັນ ກວ່າ ນັ້ນ. ແລະ ເຮົາ ຈະສໍາແດງ ທາງ ອັນດີ ຫລາຍກວ່າ ນັ້ນ ອີກ ແກ່ ພວກເຈົ້າ.
\s5
\c 13
\p
\v 1 ເຖິງ ແມ່ນ ເຮົາ ເວົ້າ ພາສາ ແປກໆ ໄດ້ ຈະ ເປັນ ພາສາ ມະນຸດ ຫລື ພາສາ ຂອງ ເທວະດາ ກໍຕາມ, ແຕ່ ບໍ່ມີຄວາມຮັກ ການເວົ້າ ຂອງເຮົາ ກໍ ເປັນ ເໝືອນ ສຽງຄ້ອງ ແລະ ສຽງ ແຊ່ງ ທີ່ ດັງ ອຶກ ກະທຶກ.
\v 2 ເຖິງ ແມ່ນ ເຮົາ ຈະ ປະກາດ ພຣະທໍາ ໄດ້ ແລະ ເຂົ້າໃຈ ໃນ ຂໍ້ ລັບເລິກ ທັງປວງ ແລະ ມີ ຄວາມຮູ້ ທັງ ສິ້ນ ແລະ ມີ ຄວາມເຊື່ອ ຢ່າງ ຄົບ ຖ້ວນ ພໍ ຈະ ບອກ ໃຫ້ ພູເຄື່ອນທີ່ໄປໄດ້, ແຕ່ ບໍ່ມີຄວາມຮັກ ເຮົາກໍບໍ່ ມີຄ່າອັນໃດ.
\v 3 ເຖິງ ແມ່ນ ເຮົາບໍລິຈາກ ສິ່ງຂອງ ທັງໝົດ ທີ່ເຮົາ ມີ ຢູ່ ແລະ ສະຫລະ ແມ່ນແຕ່ ຕົວ ເຮົາ ເອງ ໃຫ້ ເຂົາເຜົາໄຟ (ດ) ແຕ່ ຖ້າ ເຮົາ ບໍ່ມີ ຄວາມຮັກ ການ ກະທໍາ ຢ່າງ ນັ້ນ ກໍ ບໍ່ໄດ້ປະໂຫຍດ ຫຍັງ ໝົດ.
\s5
\v 4 ຄວາມຮັກ ກໍ ອົດທົນ ດົນນານ, ຄວາມຮັກ ຄື ຄວາມ ເມດຕາ ກະຣຸນາ, ຄວາມຮັກ ບໍ່ ເຫິງ ສາ ບໍ່ ອວດອ້າງ ບໍ່ ຈອງຫອງ
\v 5 ບໍ່ເຮັດ ການ ອັນ ບໍ່ ສຸພາບ ບໍ່ຄິດ ເຫັນ ປະໂຫຍດ ສ່ວນຕົວ ແຕ່ ຝ່າຍ ດຽວ ບໍ່ ມີໃຈ ຮ້າຍ ງ່າຍ ບໍ່ ມັກຈົດຈຳ ຄວາມຜິດ
\v 6 ບໍ່ ຍິນດີ ໃນ ການ ອະທໍາ, ແຕ່ ຍິນດີ ໃນ ການ ສັດຈິງ.
\v 7 ຄວາມຮັກ ສູ້ທົນ ທຸກສິ່ງ ເຊື່ອທຸກສິ່ງ ໄວ້ວາງໃຈ ໃນທຸກສິ່ງ ແລະ ພຽນທົນ ເອົາທຸກສິ່ງ.
\s5
\v 8 ເຖິງ ແມ່ນ ການ ປະກາດ ພຣະທໍາ ກໍ ຈະ ຖືກ ຍົກເລີກ ຫລື ການ ເວົ້າ ພາສາ ແປກໆ ກໍ ຈະ ເຊົາ ແລະ ວິຊາ ຄວາມຮູ້ ກໍຈະ ຖືກ ຍົກ ເລີກເສຍ, ແຕ່ ຄວາມຮັກ ຍັງ ຈະຕັ້ງໝັ້ນ ຄົງຢູ່ ຕະຫລອດໄປ.
\v 9 ເພາະວ່າ ຄວາມຮູ້ ຂອງເຮົານັ້ນ ບໍ່ ສົມ ບູນ ແລະ ການ ປະກາດ ພຣະທຳ ກໍ ບໍ່ ສົມບູນ,
\v 10 ແຕ່ ເມື່ອຄວາມ ສົມ ບູນ ມາ ເຖິງ ແລ້ວ ຄວາມ ບົກ ພ່ອງ ນັ້ນ ກໍ ຈະ ຖືກ ຍົກເລີກ ເສຍ.
\s5
\v 11 ເມື່ອ ເຮົາ ຍັງ ເປັນ ເດັກນ້ອຍ ຢູ່ ນັ້ນ ການ ເວົ້າຈາ ຄວາມ ຮູ້ສຶກ ແລະ ຄວາມ ນຶກ ຄິດ ຂອງເຮົາ ກໍ ເປັນ ຢ່າງ ເດັກ ນ້ອຍ, ແຕ່ ເມື່ອ ເຮົາ ກາຍເປັນ ຜູ້ ໃຫຍ່ ແລ້ວ ເຮົາ ກໍ ເລິກ ຄວາມ ປະພຶດ ຢ່າງ ເດັກ ນ້ອຍ ນັ້ນ ເສຍ.
\v 12 ເພາະວ່ າ ດຽວ ນິ້ ເຮົາ ທັງ ຫລາຍ ເຫັນ ພໍ ມົວ ໆ ເໝືອນ ເບິ່ງໃນ ແວ່ນ, ແຕ່ ວ່າ ເວລາ ນັ້ນ ຈະ ໄດ້ ເຫັນ ພຣະພັກ ຢ່າງ ຄັກ. ດຽວ ນີ້ ຄວາມຮູ້ ຂອງເຮົາ ບໍ່ ສົມບູນ, ແຕ່ ເວລາ ນັ້ນ ເຮົາ ຈະ ຮູ້ ຢ່າງ ສົມ ບູນ ເໝືອນ ພຣະເຈົ້າຊົງຮູ້ຈັກເຮົາແລ້ວ.
\v 13 ບັດນີ້ ຍັງຕັ້ງຢູ່ ສາມ ສິ່ງ ຄື: ຄວາມເຊື່ອ ຄວາມຫວັງ ໃຈ ແລະ ຄວາມຮັກ ແຕ່ ສິ່ງ ທີ່ໃຫຍ່ ກວ່າ ແມ່ນ ຄວາມຮັກ.
\s5
\c 14
\p
\v 1 ຈົ່ງ ຕັ້ງ ຈຸດ ມຸ່ງໝາຍ ຫາ ຄວາມຮັກ ຈົ່ງ ຮ້ອນ ໃຈ ສະແຫວງ ຫາ ຂອງ ປະທານ ຝ່າຍ ພຣະວິນຍານ ໂດຍ ສະເພາະ ແມ່ນ ຂອງ ປະທານ ໃນ ການ ປະກາດ ພຣະທໍາ.
\v 2 ເພາະວ່າ ຜູ້ ເວົ້າພາສາ ແປກໆ ກໍ ບໍ່ໄດ້ ເວົ້າຕໍ່ມະນຸດ, ແຕ່ ທູນ ຕໍ່ ກັບ ພຣະເຈົ້າ ແລະ ບໍ່ ມີ ຜູ້ ໃດ ເຂົ້າໃຈ ໄດ້, ແຕ່ ຜູ້ນັ້ນ ກຳລັງ ກ່າວ ຂໍ້ ລັບ ເລິກ ໂດຍ ພຣະວິນຍານ.
\v 3 ແຕ່ ພວກ ທີ່ ປະກາດ ພຣະທຳ ກໍ ເວົ້າ ກັບ ມະນຸດ ເພື່ອ ໃຫ້ ເສີມສ້າງ ພວກເຂົາ ຈະເລີນ ຂຶ້ນ ແລະ ເປັນ ການ ໜູນໃຈ ແລະ ເລົ້າໂລມ ໃຈ ພວກເຂົາ.
\v 4 ພວກ ທີ່ເວົ້າ ພາສາ ແປກໆ ກໍ ເສີມ ສ້າງ ຕົນ ເອງ ເທົ່າ ນັ້ນ ແຕ່ ຝ່າຍ ຜູ້ ທີ່ ປະກາດ ພຣະທຳ ນັ້ນ ກໍ ເຮັດ ໃຫ້ ຄຣິສຕະຈັກ ຈະເລີນຂຶ້ນ.
\s5
\v 5 ເຮົາ ຢາກ ໃຫ້ ທຸກຄົນ ໃນ ພວກເຈົ້າ ເວົ້າ ພາສາ ແປກໆ ໄດ້ ແຕ່ ຫລາຍກວ່າ ນັ້ນ ອີກ ເຮົາ ຢາກ ໃຫ້ ພວກເຈົ້າ ປະກາດ ພຣະທຳ ໄດ້. ດ້ວຍວ່າ, ຄົນທີ່ປະກາດ ກໍ ມີ ຄຸນຄ່າ ຫລາຍກວ່າ ຄົນ ທີ່ເວົ້າ ພາສາ ແປກໆ ເວັ້ນ ໄວ້ ແຕ່ ມີຜູ້ໃດ ຜູ້ໜຶ່ງ ໃນທີ່ນັ້ນ ແປພາສາ ແປກໆ ໄດ້ ເພື່ອ ວ່າ ຄຣິສຕະຈັກ ຈະ ໄດ້ ຮັບ ການ ເສີມສ້າງ ໃຫ້ ຈະເລີນ ຂຶ້ນ.
\v 6 ແຕ່ ບັດນີ້ ພີ່ນ້ອງ ທັງຫລາຍ ເອີຍ, ຖ້າ ເຮົາ ຈະ ມາ ຫາ ເຈົ້າ ທງັ ຫລາຍ ແລະ ປາກ ພາສາ ແປກໆ ພວກເຈົ້າ ຈະ ໄດ້ ປະໂຫຍດ ອັນ ໃດ ຈາກ ເຮົາ ເວັ້ນ ເສຍ ແຕ່ ເຮົາ ຈະ ກ່າວ ຖ້ອຍຄໍາ ທີ່ ຊົງ ສໍາແດງ ຈາກ ພຣະເຈົ້າ ຫລື ຖ້ອຍຄໍາ ແຫ່ງ ວິຊາ ຄວາມຮູ້ ຫລື ຖ້ອຍຄໍາ ແຫ່ງ ຄໍາທຳນວາຍ ຫລື ຖ້ອຍຄໍາ ແຫ່ງ ການ ສັ່ງ ສອນ ໃຫ້ ແກ່ ເຈົ້າ ທັງ ຫລາຍ.
\s5
\v 7 ດັ່ງ ນັ້ນ ເຄື່ອງ ດົນຕຼີ ທີ່ບໍ່ມີຊີວິດ ຄື: ປີ່ ຫລື ພິນ ກໍດີ ຖ້າ ມັນ ບໍ່ ອອກ ສຽງ ຄັກ ຜູ້ໃດ ຈະ ຮູ້ ໄດ້ ຢ່າງ ໃດ ວ່າ ເຂົາ ເປົ່າ ຫລື ດີດຈັງຫວະ ໃດ?
\v 8 ຖ້າຄົນ ເປົ່າ ແກ ຫາກ ເປົ່າ ອອກ ສຽງ ບໍ່ ຄັກ ຜູ້ໃດ ຈະ ຕຽມຕົວ ເຂົ້າ ສູ່ສະໜາມ ລົບ ໄດ້ ຢ່າງ ໃດ?
\v 9 ຝ່າຍ ເຈົ້າ ທັງ ຫລາຍ ກໍ ເປັນ ຢ່າງ ນັ້ນ ຖ້າ ພວກເຈົ້າ ເວົ້າ ພາສາ ແປກໆ, ແຕ່ ເວົ້າ ຄວາມ ທີ່ ບໍ່ ເຂົ້າໃຈ ຜູ້ ຟັງ ຈະ ເຂົ້າໃຈ ເລື່ອງ ທີ່ເຈົ້າ ເວົ້າ ໄດ້ ຢ່າງ ໃດ? ເພາະ ພວກເຈົ້າ ເວົ້າ ໄປ ຕາມລົມ ຕາມແລ້ງ ຊື່ ໆ.
\s5
\v 10 ໃນ ໂລກນີ້ ມີ ຫລາຍ ພາສາ ຕ່າງ ກັນ ແຕ່ ບໍ່ມີ ພາສາ ໃດ ທີ່ ຂາດ ຄວາມໝາຍ.
\v 11 ແຕ່ ຖ້າເຮົາ ບໍ່ຮູ້ ພາສາ ທີ່ຄົນ ກ່າວ ນັ້ນ ຄົນ ທີ່ ກ່າວ ພາສາ ນັ້ນ ກໍ ເປັນ ຄົນ ຕ່າງດ້າວ ສໍາລັບ ເຮົາ ແລະ ເຮົາ ກໍ ເປັນ ຄົນ ຕ່າງດ້າວ ສໍາລັບ ເຂົາ.
\s5
\v 12 ໃນ ເມື່ອ ພວກເຈົ້າ ຮ້ອນໃຈ ຢາກ ໄດ້ ຂອງ ປະທານ ຝ່າຍ ພຣະວິນຍານ ຈົ່ງສະແຫວງ ຫາ ຫລາຍກວ່າເກົ່າ ເພື່ອເສີມສ້າງ ຄຣິສ ຕະຈັກໃຫ້ ຈະເລີນ ຂຶ້ນ
\v 13 ເພາະ ສະນັ້ນ ຄົນ ທີ່ເວົ້າ ພາສາ ແປກໆ ໄດ້ ນັ້ນ ຄວນ ພາວັນນາ ອະທິຖານ ຂໍ ໃຫ້ ຕົນ ເອງ ແປ ພາສາ ທີ່ ຕົນ ເວົ້ານັ້ນດ້ວຍ.
\v 14 ດ້ວຍວ່າ, ຖ້າເຮົາ ພາວັນນາ ອະທິຖານ ເປັນ ພາສາ ແປກໆ ຈິດ ວິນ ຍານ ຂອງເຮົາ ພາວັນນາ ອະທິຖານ ຢູ່ ກໍ ຈິງ ແຕ່ ຄວາມ ຄິດ ຂອງເຮົາ ກໍ ບໍ່ ເຂົ້າ ສ່ວນ ໃນ ຄໍາ ພາວັນນາ ອະທິຖານ ນັ້ນ.
\s5
\v 15 ຖ້າ ເປັນ ດັ່ງນັ້ນ ແລ້ວ ເຮົາ ຄວນ ຈະ ເຮັດ ຢ່າງ ໃດ? ເຮົາ ຈະ ພາວັນ ນາ ອະທິຖານ ດ້ວຍ ຈິດວິນຍານ ກໍຈິງ, ແຕ່ ເຮົາ ກໍ ຈະ ພາວັນ ນາ ອະທິຖານ ດ້ວຍ ຄວາມຄິດ ເໝືອນກັນ ເຮົາ ຈະຮ້ອງເພງ ດ້ວຍ ຈິດວິນຍານ ກໍ ຈິງ, ແຕ່ ເຮົາ ກໍຈະ ຮ້ອງເພງ ດ້ວຍ ຄວາມ ຄິດ ເໝືອນກັນ.
\v 16 ຖ້າເຈົ້າ ກ່າວ ໂມທະນາ ພຣະຄຸນ ພຣະເຈົ້າ ດ້ວຍ ຈິດ ວິນ ຍານ ເທົ່ານັ້ນ, ຄົນ ຂ້າງ ນອກ ທີ່ຮ່ວມ ຢູ່ ໃນທີ່ ນັ້ນ ຈະ ກ່າວ ຄໍາ ວ່າ, “ອາແມນ” (ຕ) ຕໍ່ຄໍາ ໂມທະນາ ພຣະຄຸນ ຂອງ ພວກເຈົ້າ ໄດ້ ຢ່າງ ໃດ? ເພາະ ຄໍາ ທີ່ ພວກເຈົ້າ ກ່າວ ນັ້ນ ພວກເຂົາ ບໍ່ ເຂົ້າໃຈ.
\s5
\v 17 ເຖິງ ແມ່ນ ວ່າ ຄໍາ ໂມທະນາ ພຣະຄຸນ ພຣະເຈົ້າ ຂອງ ພວກເຈົ້າ ຄັກ ດີ ກໍ ຕາມ, ແຕ່ ບໍ່ເກີດ ປະໂຫຍດ ແກ່ ຄົນ ອື່ນ ຈັກ ຢ່າງ.
\v 18 ເຮົາ ໂມທະນາ ຂອບພຣະຄຸນ ພຣະເຈົ້າ ທີ່ເຮົາ ເວົ້າ ພາສາ ແປກໆ ໄດ້ ຫລາຍກວ່າ ພວກເຈົ້າ ທຸກຄົນ.
\v 19 ແຕ່ ໃນ ການ ນະມັດ ສະການ ທີ່ ຄຣິສຕະຈັກ ແລ້ວ ເຮົາ ພໍໃຈ ທີ່ ຈະ ເວົ້າ ຫ້າ ຄໍາ ຊຶ່ງ ຄົນ ເຂົ້າໃຈ ໄດ້ ເພື່ອ ເປັນ ຄະຕິ ສັ່ງ ສອນ ຄົນ ອື່ນ ຫລາຍກວ່າ ເວົ້າ ໝື່ນ ຄໍາ ທີ່ເປັນ ພາສາ ແປກໆ.
\s5
\v 20 ພີ່ ນ້ອງ ທັງ ຫລາຍ ເອີຍ, ຢ່າ ໃຫ້ ຄວາມ ນຶກ ຄິດ ຂອງ ເຈົ້າ ເປັນ ຢ່າງ ເດັກ ນ້ອຍ ຝ່າຍ ຄວາມຊົ່ວຈົ່ງ ເປັນ ເໝືອນ ເດັກ ນ້ອຍ ອ່ອນ, ແຕ່ ຝ່າຍ ຄວາມ ນຶກ ຄິດ ຈົ່ງ ເປັນ ຢ່າງ ຜູ້ ແກ່.
\v 21 ດັ່ງ ທີ່ມີ ຄຳ ຂຽນ ໄວ້ ໃນ ກົດ ບັນ ຍັດ ວ່າ, “ອົງພຣະຜູ້ເປັນເຈົ້າ ຊົງ ກ່າວ ວ່າ, ‘ເຮົາ ຈະ ເວົ້າ ກັບ ພົນລະເມືອງ ນີ້ ດ້ວຍ ຄົນ ຕ່າງ ພາສາ ດ້ວຍ ຮີມສົບ ຂອງ ຄົນ ຕ່າງດ້າວ. ເຖິງ ປານນັ້ນ ພວກເຂົາ ກໍ ຈະ ບໍ່ ຟັງ ເຮົາ.
\s5
\v 22 ດັ່ງ ນັ້ນ ແຫລະ ການ ເວົ້າພາສາ ແປກໆ ຈຶ່ງ ບໍ່ເປັນ ເຄື່ອງໝາຍ ສໍາຄັນ ແກ່ ຄົນ ທີ່ເຊື່ອ, ແຕ່ ສໍາຄັນ ແກ່ ຄົນ ທີ່ ບໍ່ ເຊື່ອ ສ່ວນ ການ ປະກາດ ພຣະທຳ ບໍ່ ສຳຄັນ ສໍາລັບ ຄົນ ທີ່ ບໍ່ ເຊື່ອ, ແຕ່ ສໍາຄັນ ສໍາລັບ ຄົນ ທີ່ເຊື່ອ ແລ້ວ.
\v 23 ສະນັ້ນ ຖ້າຫາກ ວ່າ ຄຣິສ ຕະຈັກ ທັງ ໝົດ ມາ ເຕົ້າໂຮມ ກັນ ແລະ ທຸກຄົນ ຕ່າງ ກໍ ເວົ້າ ພາສາ ແປກໆ ແລະ ຖ້າ ວ່າ ຄົນ ຂ້າງ ນອກ ຫລື ຄົນ ທີ່ ບໍ່ ເຊື່ອ ເຂົ້າ ມາ ໃນທີ່ ່ນັ້ນ ພວກເຂົາ ຈະ ບໍ່ ເວົ້າ ວ່າ ເຈົ້າ ທັງ ຫລາຍ ເປັນ ບ້າ ບໍ?
\s5
\v 24 ແຕ່ ຖ້າ ທຸກຄົນ ປະກາດ ພຣະທຳ ແລ້ວ ມີ ຄົນ ທີ່ບໍ່ ເຊື່ອ ຫລື ຄົນ ທໍາມະດາ ເຂົ້າ ມາ ທຸກຄົນ ຈະ ເປັນ ເຫດ ໃຫ້ ພວກເຂົາ ຮູ້ ເມື່ອ ຕົວ ແລະ ເປັນ ເຫດ ໃຫ້ ພວກເຂົາ ເກີດ ຄວາມ ສັງເກດ ໃນ ຈິດໃຈ ຂອງ ພວກເຂົາ.
\v 25 ຄວາມ ລັບ ທີ່ ເຊື່ອງໄວ້ ໃນ ໃຈ ຂອງ ພວກເຂົາ ຈະ ປາກົດ ແຈ້ງ ພວກເຂົາ ກໍ ຈະ ໝູບ ໜ້າ ລົງ ຂາບໄຫວ້ ນະມັດສະການ ພຣະເຈົ້າ ໂດຍ ຍອມ ຮັບ ວ່າ, “ພຣະເຈົ້າ ຊົງ ສະຖິດ ຢູ່ ທ່າມກາງ ພວກເຈົ້າ ແທ້. ”
\s5
\v 26 ພີ່ ນ້ອງ ທັງ ຫລາຍ ເອີຍ ກ່ຽວກັບ ເລື່ອງ ນີ້ ເຮົາ ຈະ ລົງ ຄວາມ ເຫັນ ວ່າ ຢ່າງ ໃດ? ເມື່ອ ພວກເຈົ້າມາ ເຕົ້າໂຮມ ກັນ ເພື່ອ ນະມັດສະການ, ຄົນ ໜຶ່ງ ໃນ ພວກເຈົ້າ ຮ້ອງເພງ ສັນລະເສີນ, ບາງຄົນ ສັ່ງ ສອນ ບາງຄົນ ກໍ ມີ ບົດ ຄວາມ ທີ່ ຊົງສໍາແດງ ມາ ຈາກ ພຣະເຈົ້າ ມີ ບາງຄົນ ກໍ ເວົ້າ ພາສາ ແປກໆ ແລະ ບາງຄົນ ແປ ພາສາ ແປກໆ, ເຈົ້າ ຈົ່ງ ເຮັດ ສິ່ງ ທັງ ໝົດ ນີ້ ເພື່ອ ເສີມ ສ້າງ ຄຣິສຕະຈັກ ໃຫ້ ຈະເລີນ ຂຶ້ນ.
\v 27 ຖ້າຜູ້ໃດ ຈະ ປາກ ພາສາ ແປກໆ ຈົ່ງ ໃຫ້ ປາກ ພຽງ ສອງ ຄົນ ຫລື ຢ່າງ ຫລາຍ ສາມ ຄົນ ແລະ ໃຫ້ ປາກ ເທື່ອ ລະ ຄົນ ແລ້ວໃຫ້ ມີ ຜູ້ ແປ ຜູ້ໜຶ່ງ.
\v 28 ແຕ່ ຖ້າ ບໍ່ ມີ ຜູ້ ໃດ ແປ ໄດ້ ກໍ ໃຫ້ ຄົນ ເຫລົ່າ ນັ້ນ ມິດຢູ່ ໃນ ຄຣິສຕະຈັກ ໃຫ້ ເຂົາ ເວົ້າ ກັບ ຕົນ ເອງ ແລະ ທູນ ຕໍ່ ພຣະເຈົ້າ.
\s5
\v 29 ຝ່າຍ ພວກ ຜູ້ ປະກາດ ພຣະທຳ ນັ້ນ ໃຫ້ ກ່າວ ແຕ່ ສອງ ຫລື ສາມ ຄົນ ແລະ ໃຫ້ ພວກ ຄົນ ອື່ນຮັບ ພິຈາລະນາ ເອົາ ຂໍ້ຄວາມ ທີ່ ເຂົາ ກ່າວ ນັ້ນ.
\v 30 ແລະ ຖ້າ ມີ ສິ່ງໃດ ຊົງ ສໍາແດງ ແກ່ ຄົນອື່ນ ທີ່ ນັ່ງ ຢູ່ ດ້ວຍ ກັນ ນັ້ນ ກໍ ໃຫ້ ຜູ້ ກ່າວ ກ່ອນ ນັ້ນ ມິດຢູ່.
\s5
\v 31 ທຸກຄົນ ໃນ ພວກເຈົ້າສາມາດ ປະກາດ ພຣະທຳ ໄດ້ ແຕ່ ໃຫ້ ກ່າວ ເທື່ອ ລະ ຄົນ ເພື່ອ ວ່າ ທຸກຄົນ ຈະ ໄດ້ ຮັບ ຄວາມຮູ້ ແລະ ຄວາມ ໜູນ ໃຈ ດ້ວຍ ກັນ.
\v 32 ວິນຍານ ຂອງ ຜູ້ ປະກາດ ພຣະທຳ ນັ້ນ ຍ່ອມ ຢູ່ ໃຕ້ການ ບັງຄັບ ຂອງຕົນ,
\v 33 ເພາະວ່າ ພຣະເຈົ້າ ບໍ່ໄດ້ ເປັນ ຜູ້ ກໍ່ ເຫດ ຄວາມ ວຸ້ນວາຍ, ແຕ່ ຊົງ ໃຫ້ ເກີດຄວາມ ສະຫງົບ ສຸກ.
\s5
\v 34 ຕາມ ລະບຽບ ທີ່ ໄດ້ ປະຕິບັດ ກັນ ໃນ ບັນ ດາ ຄຣິສຕະຈັກ ແຫ່ງ ໄພ່ ພົນ ຂອງ ພຣະເຈົ້ານັ້ນ, ຈົ່ງໃຫ້ ພວກ ແມ່ ຍິງມິດງຽບຢູ່ ໃນ ທີ່ ປະຊຸມ ຄຣິສຕະຈັກ ເພາະ ເຂົາ ບໍ່ໄດ້ ຮັບ ອະນຸຍາດ ໃຫ້ ເວົ້າ, ແຕ່ ເຂົາ ຕ້ອງ ຍອມ ຢູ່ ໃຕ້ ບັງ ຄັບ ບັນ ຊາ ດັ່ງ ກົດ ບັນ ຍັດ ໄດ້ ສັ່ງ ໄວ້ ນັ້ ນ,
\v 35 ຖ້າ ພວກ ນາງ ຕ້ອງການ ຢາກ ຮຽນຮູ້ ສິ່ງ ໃດ ກໍ ໃຫ້ ຖາມ ຜົວ ຢູ່ທີ່ເຮືອນ. ດ້ວຍວ່າ, ການ ທີ່ ແມ່ ຍິງກ່າວ ໃນ ທີ່ ປະຊຸມ ຂອງ ຄຣິສຕະຈັກ ກໍ ເປັນ ການ ອັບອາຍ.
\v 36 ຖ້ອຍຄໍາ ຂອງ ພຣະເຈົ້າ ເກີດ ມາ ຈາກ ພວກເຈົ້າບໍ? ຖ້ອຍຄໍາ ນັ້ນ ໄດ້ ມາ ເຖິງ ພວກເຈົ້າ ພວກ ດຽວ ເທົ່ານັ້ນ ບໍ?
\s5
\v 37 ຖ້າຜູ້ໃດ ອ້າງ ວ່າ ຕົນ ເປັນ ຜູ້ ປະກາດ ພຣະທຳ ຫລື ຕົນ ມີ ຂອງ ປະທານ ຝ່າຍ ພຣະວິນຍານ ກໍ ໃຫ້ ຜູ້ ນັ້ນ ຮັບ ຮູ້ ວ່າ ຂໍ້ ຄວາມ ຊຶ່ງ ເຮົາ ຂຽນ ເຖິງ ພວກເຈົ້າ ນັ້ນ ເປັນ ກົດບັນຍັດ ຂອງ ອົງພຣະຜູ້ເປັນເຈົ້າ.
\v 38 ແຕ່ ຖ້າ ຜູ້ໃດ ບໍ່ຍອມ ຮັບ ຮູ້ຂໍ້ ຄວາມ ນີ້ ກໍ ບໍ່ ຕ້ອງ ຮັບ ຮູ້ ຜູ້ ນັ້ນ ເໝືອນກັນ.
\s5
\v 39 ດັ່ງນັ້ນແຫລະ ພີ່ນ້ອງ ທັງ ຫລາຍ ເອີຍ, ຈົ່ງ ຮ້ອນໃຈ ສະແຫວງ ຫາ ໃນ ການ ປະກາດ ພຣະທຳ ສ່ວນ ການ ເວົ້າພາສາ ແປກໆ ກໍ ຢ່າ ສູ່ຫ້າມ.
\v 40 ຈົ່ງ ເຮັດ ທຸກສິ່ງ ໃຫ້ ຖືກ ຕ້ອງ ແລະ ມີ ລະບຽບ.
\s5
\c 15
\p
\v 1 ບັດ ນີ້ ພີ່ນ້ອງ ທັງ ຫລາຍ ເອີຍ, ເຮົາ ຂໍ ໃຫ້ ພວກເຈົ້າ ຄໍານຶງ ເຖິງຂ່າວປະເສີດ ທີ່ ເຮົາ ໄດ້ ປະກາດ ແກ່ ພວກເຈົ້າ ຊຶ່ງ ພວກເຈົ້າ ໄດ້ ຮັບ ເອົາໄວ້ ແລະ ຕັ້ງ ຢູ່ ໃນ ຂ່າວປະເສີດ ນັ້ນ.
\v 2 ແລະ ຊຶ່ງ ເປັນ ເຫດ ທີ່ ກຳ ລັງ ເຮັດ ໃຫ້ ເຈົ້າ ທັງ ຫລາຍ ໄດ້ ພົ້ນ ຖ້າພວກເຈົ້າ ຍັງ ຢຶດຖື ຂໍ້ຄວາມ ທີ່ ເຮົາ ໄດ້ ປະກາດ ເປັນ ຂ່າວປະເສີດ ໃຫ້ ແກ່ ພວກເຈົ້າ ນັ້ນ, ເວັ້ນ ເສຍ ແຕ່ ພວກເຈົ້າ ຫາກ ເຊື່ອຢ່າງ ບໍ່ ຈິງໃຈ.
\s5
\v 3 ເລື່ອງ ທີ່ ເຮົາ ໄດ້ ຮັບ ໄວ້ ແລ້ວ ນັ້ນ ເຮົາ ໄດ້ ມອບ ໄວ້ ແກ່ ເຈົ້າ ທັງ ຫລາຍ ເປັນ ເລື່ອງ ສໍາຄັນ ທີ່ສຸດ ຄື ວ່າ, ພຣະຄຣິດ ຊົງ ສິ້ນ ພຣະຊົນ ແທນ ຄວາມ ຜິດບາບ ຂອງ ເຮົາ ທັງ ຫລາຍ ຕາມ ທີ່ ມີ ຂຽນ ໄວ້ ໃນ ພຣະຄໍາພີ,
\v 4 ແລະ ພຣະອົງ ໄດ້ ຖືກ ຝັງ ໄວ້ ແລະ ໃນ ວັນ ຖ້ວນ ສາມ ໄດ້ ຖືກ ຊົງ ບັນ ດານ ໃຫ້ ເປັນ ຄືນ ມາ ສູ່ ຊີວິດ ຕາມ ທີ່ ມີຄໍາ ຂຽນ ໄວ້ ໃນ ພຣະຄໍາພີ;
\s5
\v 5 ພຣະອົງ ໄດ້ ປາກົດ ແກ່ ເປໂຕ ແລະ ໄດ້ ປາກົດ ແກ່ ອັກຄະສາວົກ ສິບສອງ ຄົນ ດ້ວຍ.
\v 6 ຕໍ່ມາ ພຣະອົງ ກໍໄດ້ ປາກົດ ແກ່ ພີ່ນ້ອງ ຫລາຍກວ່າ ຫ້າຮ້ອຍ ຄົນ ໃນ ຄັ້ງ ດຽວ ຊຶ່ງ ສ່ວນ ຫລາຍ ຍັງ ມີ ຊີວິດຢູ່, ແຕ່ ບາງຄົນ ໄດ້ ຕາຍໄປ ແລ້ວ.
\v 7 ຕໍ່ມາ ອີກ ພຣະອົງ ໄດ້ ປາກົດ ແກ່ ຢາໂກໂບ ແລະ ຫລັງ ຈາກ ນັ້ນ ກໍໄດ້ ປາກົດ ແກ່ ພວກ ອັກ ຄະສາວົກ ທຸກຄົນ.
\s5
\v 8 ໃນ ທີ່ສຸດ ພຣະອົງ ໄດ້ ປາກົດ ແກ່ ເຮົາ ຜູ້ ເປັນ ເໝືອນ ລູກ ທີ່ເກີດ ຜິດຍາມ. (ຖ)
\v 9 ດ້ວຍວ່າ, ເຮົາເປັນ ຜູ້ ນ້ອຍ ທີ່ສຸດ ໃນ ບັນດາ ອັກຄະສາວົກ ທຸກຄົນ ເຮົາ ຈຶ່ງ ບໍ່ ສົມ ຄວນ ໃຫ້ ຄົນ ເອີ້ນເຮົາ ວ່າ, ອັກ ຄະສາວົກ ເພາະ ເຮົາ ໄດ້ ຂົ່ມເຫັງ ຄຣິສຕະຈັກ ຂອງ ພຣະເຈົ້າ.
\s5
\v 10 ແຕ່ ໂດຍ ພຣະຄຸນ ຂອງ ພຣະເຈົ້າ ເຮົາ ຈຶ່ງ ເປັນ ຢູ່ ຢ່າງ ນີ້ ແລະ ພຣະຄຸນ ທີ່ ພຣະອົງ ໄດ້ ໂຜດ ໃຫ້ ແກ່ ເຮົາ ນັ້ນ ກໍ ບໍ່ໄດ້ ໄຮ້ ປະໂຫຍດ, ກົງ ກັນ ຂ້າມ ເຮົາ ໄດ້ ເຮັດ ການ ຢ່າງ ໜັກ ກວ່າ ບັນ ດາ ອັກຄະສາວົກຄົນອື່ນ ໆ ຕາມ ທີ່ຈິງ ແລ້ວ ບໍ່ແມ່ນ ເຮົາ ເອງ ເຮັດ ແຕ່ ແມ່ນ ພຣະຄຸນ ຂອງ ພຣະເຈົ້າ ທີ່ ສະຖິດຢູ່ ກັບ ເຮົາ ທີ່ເຮັດ.
\v 11 ເຫດສະນັ້ນ ແຫລະ ບໍ່ວ່າ ສິ່ງນັ້ນ ມາ ຈາກ ເຮົາ ຫລື ມາ ຈາກ ພວກເຂົາ ກໍດີ ພວກເຮົາ ທຸກຄົນ ຕ່າງ ກໍ ປະກາດ ຢ່າງ ນັ້ນ ແລະ ພວກເຈົ້າ ກໍ ເຊື່ອ ຢ່າງ ນັ້ນ.
\s5
\v 12 ບັດ ນີ້ ໃນ ເມື່ອ ມີ ການ ປະກາດ ທົ່ວ ໄປ ວ່າ, ພຣະຄຣິດ ຊົງ ເປັນ ຄືນ ມາຈາກຕາຍແລ້ວ, ດ້ວຍເຫດໃດ ບາງຄົນ ໃນ ພວກເຈົ້າ ຈ່ຶ່ງເວົ້າ ວ່າ, ບໍ່ມີການ ເປັນ ຄືນ ມາ ຈາກ ຕາຍ?
\v 13 ຖ້າ ບໍ່ມີການ ເປັນ ຄືນ ມາ ຈາກ ຕາຍ ພຣະຄຣິດ ກໍ ບໍ່ ໄດ້ ຖືກ ຊົງ ບັນ ດານ ໃຫ້ ຄືນ ຂຶ້ນ ມາ
\v 14 ຖ້າພຣະຄຣິດ ບໍ່ ໄດ້ ຊົງ ຄືນ ພຣະຊົນ ແລ້ວ ການ ປະກາດ ຂອງ ພວກເຮົາ ກໍ ບໍ່ ມີ ປະໂຫຍດ ແລະ ຄວາມເຊື່ອ ຂອງ ພວກເຈົ້າ ກໍ ບໍ່ ມີ ປະໂຫຍດ ເໝືອນກັນ.
\s5
\v 15 ນອກຈາກ ນັ້ນ ກໍ ສະແດງ ວ່າ, ພວກເຮົາ ເວົ້າ ຕົວະ ໃນ ເລື່ອງ ພຣະເຈົ້າ ເພາະ ພວກເຮົາ ໄດ້ ກ່າວ ວ່າ, ພຣະເຈົ້າ ໄດ້ ຊົງ ບັນ ດານ ໃຫ້ ພຣະຄຣິດ ເປັນ ຄືນ ມາ ຈາກ ຕາຍ ແຕ່ ຖ້າ ຄົນ ຕາຍ ບໍ່ ຖືກ ບັນ ດານ ໃຫ້ ເປັນ ຄືນ ມາ ແລ້ວ ພຣະເຈົ້າ ກໍ ບໍ່ໄດ້ ບັນ ດານ ໃຫ້ ພຣະຄຣິດ ເປັນ ຄືນ ມາ ເໝືອນກັນ.
\v 16 ດ້ວຍວ່າ, ຖ້າຄົນຕາຍ ບໍ່ ເປັນ ຄືນ ມາ ພຣະຄຣິດ ກໍ ບໍ່ ໄດ້ ເປັນ ຄືນມາ.
\v 17 ແລະ ຖ້າພຣະຄຣິດ ບໍ່ ໄດ້ ເປັນ ຄືນ ມາ ຄວາມເຊື່ອ ຂອງ ພວກເຈົ້າ ກໍ ໄຮ້ ປະໂຫຍດ ແລະ ພວກເຈົ້າ ກໍ ຍັງ ຈົມ ຢູ່ ໃນ ການບາບ ຂອງ ພວກ ຕົນ.
\s5
\v 18 ຊ້ຳ ກວ່າ ນັ້ນ ອີກ ພວກ ຄົນ ທີ່ເຊື່ອ ໃນ ພຣະຄຣິດ ທີ່ ຕາຍໄປ ແລ້ວ ນັ້ນ ກໍຈິບຫາຍ ໄປ ດ້ວຍ.
\v 19 ຖ້າຄວາມຫວັງ ຂອງ ພວກເຮົາ ໃນ ພຣະຄຣິດ ມີ ຄຸນຄ່າ ພຽງແຕ່ ສໍາລັບ ຊີວິດນີ້ ເທົ່ານັ້ນ (ທ) ພວກເຮົາ ກໍ ເປັນ ຄົນ ທີ່ ໜ້າ ສັງ ເວດ ທີ່ ສຸດ ໃນ ບັນ ດາ ຄົນ ທັງ ປວງ.
\s5
\v 20 ແຕ່ ທີ່ ຈິງ ພຣະຄຣິດ ໄດ້ ຊົງ ຖືກ ບັນດານ ໃຫ້ ຄືນ ພຣະຊົນ ແລ້ວ ແລະ ຊົງ ເປັນ ຜົນ ແລກ ໃນ ພວກ ຄົນ ທີ່ ລ່ວງລັບ ໄປ ແລ້ວ ນັ້ນ.
\v 21 ເພາະວ່າ ຄວາມ ຕາຍ ໄດ້ ມີ ມາ ທາງ ມະນຸດ ສັນ ໃດ ການ ຄືນມາ ຈາກຕາຍ ກໍ ມີ ມາ ທາງ ມະນຸດ ສັນນນັ້.
\s5
\v 22 ດ້ວຍວ່າ, ຄົນ ທັງ ປວງ ໄດ້ ຕາຍ ເພາະ ກ່ຽວເນື່ອງ ກັບ ອາດາມ ສັນໃດ ຄົນ ທັງປວງ ກໍ ຈະ ຖືກ ຊົງບັນດານ ໃຫ້ ມີຊີວິດ ເພາະ ກ່ຽວເນື່ອງ ກັບ ພຣະຄຣິດ ສັນນັ້ນ.
\v 23 ແຕ່ ຈະ ເປັນ ໄປ ຕາມ ລໍາດັບ ຂອງ ແຕ່ລະຄົນ ຄື ພຣະຄຣິດ ເປັນ ຜົນແລກ ຕໍ່ໄປ ແມ່ນ ພວກ ທີ່ເປັນ ຂອງ ພຣະຄຣິດໃນ ເວລາ ທີ່ ພຣະອົງ ສະເດັດມາປາກົດ.
\s5
\v 24 ແລ້ວກໍຈະ ເປັນ ຄາວ ສຸດທ້າຍ ຄື ເມື່ອ ພຣະຄຣິດ ຈະ ຊົງ ມີໄຊ ເໜືອວິນຍານ ທຸກ ດວງ ທີ່ ປົກ ຄອງ ໂລກ ເໜືອ ສິດ ອໍານາດ ແລະ ອານຸພາບ ທັງ ສິ້ນ ແລະ ຈະ ມອບ ອານາຈັກ ຖວາຍ ແກ່ ພຣະບິດາເຈົ້າ.
\v 25 ດ້ວຍວ່າ, ຈໍາເປັນ ທີ່ພຣະຄຣິດ ຕ້ອງ ຂຶ້ນ ປົກຄອງ ໃນ ອານາຈັກ ຂອງ ພຣະອົງ ຈົນ ກວ່າ ພຣະເຈົ້າ ຊົງ ປາບ ສັດ ຕູ ທັງປວງ ໃຫ້ ຢູ່ ໃຕ້ ພື້ນ ຕີນ ຂອງ ພຣະອົງ.
\v 26 ສັດຕູ ໂຕ ສຸດທ້າຍ ທີ່ ພຣະເຈົ້າ ຈະ ດັບສູນ ແມ່ນ ຄວາມຕາຍ.
\s5
\v 27 ເພາະ ມີຄຳ ຂຽນ ໄວ້ ໃນ ພຣະຄໍາພີ ວ່າ, “ພຣະເຈົ້າຊົງ ປາບ ສ່ິ່ງ ສາລະພັດ ລົງ ໃຕ້ ພຣະບາດ ຂອງ ພຣະອົງ ແລ້ວ. ” ເປັນ ທີ່ ຈະແຈ້ງ ຢ່າງ ຄັກ ແນ່ ແລ້ວ ຄໍາ ວ່າ, “ສິ່ງສາລະພັດ” ບໍ່ລວມເອົາ ພຣະເຈົ້າ ເຂົ້າ ນຳ ຄື ອົງທີ່ຊົງ ປາບ ທຸກສິ່ງໃຫ້ ຢູ່ໃຕ້ ພຣະບາດ ຂອງ ພຣະຄຣິດ.
\v 28 ແລະ ເມື່ອ ສິ່ງ ສາລະພັດ ໄດ້ ຖືກ ຊົງ ປາບ ລົງ ຢູ່ ໃຕ້ ພຣະອົງ ແລ້ວ ເມື່ອນັ້ນ ອົງພຣະບຸດ ຈະ ຊົງ ຍອມ ລົງ ຢູ່ ໃຕ້ ພຣະເຈົ້າ ຜູ້ ຊົງ ປາບ ສິ່ງສາລະພັດ ຢູ່ ໃຕ້ ພຣະອົງ ນັ້ນ ເພື່ອ ພຣະເຈົ້າ ຈະ ໄດ້ ຊົງ ເປັນ ເອກ ເປັນ ໃຫຍ່ ໃນ ສິ່ງ ສາລະພັດ ທງັປວງ.
\s5
\v 29 ຖ້າບໍ່ເປັນ ຢ່າງ ນັ້ນ ຄົນ ທັງ ຫລາຍ ທີ່ຮັບ ບັບຕິສະມາເພື່ອຄົນຕາຍນັ້ນ ຈະໝາຍຄວາມວ່າຢ່າງໃດ? ຖ້າ ພຣະເຈົ້າ ບໍ່ ຊົງ ບັນດານ ໃຫ້ ຄົນ ຕາຍ ຄືນ ຂຶ້ນ ມາ ແທ້ ດ້ວຍເຫດໃດຈຶ່ງ ມີ ຄົນຮັບ ບັບຕິສະມາເພື່ອຄົນຕາຍ?
\v 30 ສ່ວນພວກເຮົານັ້ນ, ດ້ວຍເຫດໃດຈຶ່ງສ່ຽງຕໍ່ ໄພອັນຕະລາຍ ຢູ່ ທຸກ ເວລາ?
\s5
\v 31 ພີ່ນ້ອງທັງ ຫລາຍເອີຍ, ເຮົາປະເຊີນ ໜ້າກັບ ຄວາມຕາຍທຸກວັນ ຄວາມພູມໃຈ ທີ່ເຮົາ ມີ ໃນພວກເຈົ້າ ຄື ຊີວິດ ທີ່ມີຢູ່ໃນພຣະຄຣິດເຈົ້າເຢຊູ ອົງພຣະຜູ້ເປັນເຈົ້າ ຂອງພວກເຮົາ.
\v 32 ຖ້າເຮົາໄດ້ ຕໍ່ສູ້ ກັບ ສັດຮ້າຍທີ່ ເມືອງເອເຟໂຊ (ຕາມຄວາມເຫັນຂອງມະນຸດ) ຈະເປັນ ປະໂຫຍດອັນໃດແກ່ ເຮົາ ຖ້າພຣະເຈົ້າບໍ່ຊົງບັນດານໃຫ້ ຄົນຕາຍເປັນຄືນມາອີກ “ກໍໃຫ້ ພວກເຮົາ ພາກັນ ກິນ ແລະ ດື່ມເທີ້ນ ເພາະວ່າ ມື້ອື່ນ ພວກເຮົາ ກໍຈະຕາຍ.”
\s5
\v 33 ຢ່າ ສູ່ໃຫ້ ພວກເຈົ້າ ຫລົງ ຜິດໄປ “ການ ຄົບ ກັບ ຄົນ ຊົ່ວ ຍ່ອມເຮັດໃຫ້ ເສຍ ນິໄສ. ”
\v 34 ຈົ່ງກັບ ຄືນມາ ສູ່ນິໄສ ອັນ ຖືກຕ້ອງ ແລະ ເຊົາເຮັດບາບສາ, ການ ທີ່ເຮົາ ເວົ້າດັ່ງນີ້ ກໍ ເພື່ອ ພວກເຈົ້າ ຈະ ລະອາຍ ໃຈ ເພາະ ມີ ບາງຄົນ ໃນພວກເຈົ້າຍັງບໍ່ຮູ້ພຣະເຈົ້າ.
\s5
\v 35 ບາງຄົນອາດ ຈະຖາມ ວ່າ, “ຄົນທີ່ຕາຍໄປ ຈະ ເປັນ ຄືນ ມາ ໄດ້ ຢ່າງໃດ? ເມື່ອ ເຂົາ ຄືນ ມາ ຈະ ມີຮ່າງກາຍ ຊະນິດໃດ? ”
\v 36 ໂອ ຄົນ ທີ່ ໄຮ້ ຄວາມ ຄິດເອີຍ, ເມື່ອເຈົ້າ ຫວ່ານ ເມັດ ພືດ ລົງ ໃນ ດິນ ນັ້ນ ຖ້າ ມັນ ບໍ່ຕາຍ ເສຍ ກ່ອນ ຈະ ງອກ ຂຶ້ນ ມາ ໃໝ່ ໄດ້ ຢ່າງໃດ.
\s5
\v 37 ສິ່ງ ທີ່ເຈົ້າ ຫວ່ານ ລົງ ໃນ ດິນ ນັ້ນ ເປັນ ພຽງແຕ່ ເມັດ ພືດລ້າ ໆ ອາດ ເປັນ ເມັດ ເຂົ້າ ຫລື ເມັດ ອື່ນ ໆ ກໍໄດ້ ເຈົ້າບໍ່ ໄດ້ ຫວ່ານ ຕົ້ນ ພືດ ທີ່ ຈະ ໃຫຍ່ ຂຶ້ນ ນັ້ນ.
\v 38 ພຣະເຈົ້າ ປະທານ ຮູບຮ່າງ ຂອງ ຕົ້ນ ພືດ ໃຫ້ ເມັດ ພືດ ນັ້ນ ຕາມ ທີ່ພຣະອົງ ຕ້ອງການ ພຣະອົງ ໃຫ້ ເມັດ ພືດ ແຕ່ລະ ຊະນິດ ມີ ຮູບຮ່າງ ຂອງ ຕົ້ນ ພືດ ຕາມ ແບບ ສະເພາະ ຂອງ ມັນ ເອງ.
\v 39 ເນື້ອຂອງສິ່ງທີ່ມີຊີວິດຢູ່ທັງສິ້ນ ກໍບໍ່ແມ່ນ ເນື້ອ ຊະນິດ ດຽວກັນ ເນື້ອຂອງມະນຸດ ກໍ ຢ່າງໜຶ່ງ, ເນື້ອຂອງສັດ ກໍ ຢ່າງ ໜຶ່ງ ເນື້ອຂອງນົກ ກໍ ຢ່າງໜຶ່ງ ແລະ ເນື້ອຂອງ ປາ ກໍ ຢ່າງໜຶ່ງ.
\s5
\v 40 ຮ່າງກາຍ ສໍາລັບ ສະຫວັນ ກໍມີ ແລະ ຮ່າງກາຍ ສໍາລັບແຜ່ນດິນໂລກ ກໍມີ, ແຕ່ວ່າ ສະຫງ່າຣາສີ ຂອງ ຮ່າງກາຍ ສໍາລັບ ສະຫວັນ ກໍ ຢ່າງໜື່ງ ແລະ ສະຫງ່າຣາສີຂອງ ຮ່າງກາຍ ສໍາລັບໂລກ ກໍ ຢ່າງໜຶ່ງ.
\v 41 ສະຫງ່າຣາສີ ຂອງ ດວງອາທິດ ກໍ ຢ່າງໜຶ່ງ ສະຫງ່າຣາສີຂອງດວງຈັນ ກໍ ຢ່າງໜຶ່ງ ສະຫງ່າຣາສີ ຂອງດວງດາວ ກໍ ຢ່າງ ໜຶ່ງ ແລະ ດວງດາວແຕ່ ລະດວງ ກໍຍັງ ມີສະຫງ່າຣາສີ ແຕກຕ່າງ ກັນ.
\s5
\v 42 ເມື່ອ ຄົນຕາຍ ເປັນຄືນມາ ສູ່ຊີວິດ ກໍຈະເປັນ ດັ່ງນັ້ນແຫລະ, ເມື່ອ ຮ່າງກາຍ ໄດ້ ຖືກ ຫວ່ານ ລົງ ກໍ ເປື່ອຍເນົ່າ ໄປ ເມື່ອເປັນຄືນມາ ຮ່າງກາຍ ນັ້ນກໍ ບໍ່ ເປື່ອຍເນົ່າອີກ.
\v 43 ເມື່ອ ຫວ່ານ ລົງນັ້ນ ບໍ່ມີຍົດ ເມື່ອ ຄືນຂຶ້ນມາ ກໍ ມີ ສະຫງ່າຣາສີ ເມື່ອຫວ່ານ ລົງ ກໍອ່ອນກໍາລັງ ເມື່ອຄືນຂຶ້ນມາ ກໍ ມີຣິດອໍານາດ.
\v 44 ເມື່ອຫວ່ານ ລົງກໍ ເປັນກາຍ ທຳມະດາ ເມື່ອຄືນຂຶ້ນມາ ກໍ ເປັນກາຍ ຝ່າຍວິນຍານ, ຖ້າມີກາຍທຳມະດາ ກໍຄົງ ມີກາຍ ຝ່າຍວິນຍານ ດ້ວຍ.
\s5
\v 45 ມີ ຄຳຂຽນ ໄວ້ ໃນ ພຣະຄໍາພີ ວ່າ, “ພຣະເຈົ້າ ໄດ້ ສ້າງມະນຸດ ຜູ້ ທຳອິດ ຄື ອາດາມ ໃຫ້ ເປັນ ຜູ້ທີ່ມີຊີວິດ, ແຕ່ ອາດາມ ຄົນ ສຸດທ້າຍ ເປັນ ພຣະວິນຍານ ຜູ້ ທີ່ປະທານຊີວິດ. ”
\v 46 ແຕ່ ກາຍ ທີ່ເກີດມາ ກ່ອນນັ້ນ ບໍ່ແມ່ນ ເປັນກາຍ ຝ່າຍວິນຍານ, ແຕ່ ເປັນກາຍທຳມະດາ ແລະ ຕໍ່ມາ ຈຶ່ງເກີດ ມີກາຍຝ່າຍວິນຍານ.
\s5
\v 47 ມະນຸດ ຜູ້ ທຳອິດ ເກີດມາຈາກດິນ ຈຶ່ງກາຍເປັນ ຂີ້ຝຸ່ນດິນ, ມະນຸດຖ້ວນສອງ ມາຈາກ ສະຫວັນ.
\v 48 ຜູ້ທີ່ເກີດມາຈາກດິນ ເປັນຢ່າງໃດ ຄົນທັງຫລາຍ ທີ່​ເກີດມາຈາກດິນ ກໍ ເປັນຢ່າງນັ້ນ ແລະ ຜູ້ ທີ່ສະເດັດມາຈາກ ສະຫວັນ ເປັນຢ່າງໃດ ຄົນທັງຫລາຍ ທີ່ເປັນ ຝ່າຍ ສະຫວັນ ກໍເປັນຢ່າງນັ້ນ.
\v 49 ພວກເຮົາ ມີລັກສະນະ ເໝືອນ ກັບມະນຸດ ທີ່ຖືກສ້າງ ມາຈາກດິນ ສັນໃດ ພວກເຮົາ ກໍ ຄົງຈະມີ ລັກ ສະນະ ເໝືອນກັບ ຜູ້ ທີ່ໄດ້ສະເດັດມາຈາກ ສະຫວັນສັນນັ້ນ.
\s5
\v 50 ພີ່ນ້ອງ ທັງຫລາຍ ເອີຍ ສິ່ງທີ່ເຮົາໄດ້ ກ່າວມານັ້ນ ໝາຍຄວາມວ່າ ສິ່ງທີ່ເປັນເນື້ອໜັງ ແລະ ເລືອດຈະ ມີສ່ວນໃນ ອານາຈັກ ຂອງ ພຣະເຈົ້າ ບໍ່ໄດ້ ແລະກາຍ ທີ່ ເປື່ອຍເນົ່າ ຈະ ມີສ່ວນໃນກາຍ ທີ່ບໍ່ເປື່ອຍເນົ່າກໍບໍ່ໄດ້.
\v 51 ນີ້ແຫລະເຮົາ ມີຂໍ້ລັບເລິກ ບອກພວກເຈົ້າວ່າ, ເຮົາທັງຫລາຍ ຈະບໍ່ລ່ວງລັບ ໄປ ໝົດທຸກຄົນ, ແຕ່ ເຮົາທັງຫລາຍ ຈະ ຖືກ ຊົງປ່ຽນແປງໃໝ່ ໝົດທຸກຄົນ,
\s5
\v 52 ໃນຊົ່ວຂະນະດຽວ ໃນຊົ່ວພັບຕາດຽວ ເມື່ອເປົ່າແກ ຄັ້ງສຸດທ້າຍນັ້ນ. ດ້ວຍວ່າ, ຈະມີ ສຽງແກ ແລະ ຄົນ ທີ່ຕາຍແລ້ວ ຈະຖືກຊົງບັນ ດານ ໃຫ້ ເປັນ ຄືນຂຶ້ນ ມາ ໂດຍ ບໍ່ເປື່ອຍເນົ່າ ແລະ ຝ່າຍ ພວກເຮົາ ກໍ ຈະ ຖືກ ຊົງ ປ່ຽນແປງ ໃໝ່.
\v 53 ດ້ວຍວ່າ, ສະພາບ ຊື່ງ ຕ້ອງ ເປື່ອຍເນົ່າຂອງພວກເຮົານີ້ ຕ້ອງ ຖືກ ປ່ຽນແປງ ສູ່ສະພາບ ທີ່ບໍ່ເປື່ອຍເນົ່າຈັກເທື່ອ ສິ່ງທີ່ຕາຍເປັນ ຕ້ອງ ຖືກ ປ່ຽນແປງ ສູ່ ສິ່ງທີ່ຕາຍ ບໍ່ເປັນ.
\s5
\v 54 ດັ່ງ ນັ້ນ ເມື່ອໃດ ສະພາບ ທີ່ເປື່ອຍເນົ່າ ໄດ້ ສວມສະພາບ ທີ່ບໍ່ເປື່ອຍເນົ່າ ແລະ ກາຍ ທີ່ຕາຍເປັນ ໄດ້ ສວມກາຍ ທີ່ ຕາຍ ບໍ່ ເປັນ ເມື່ອນັ້ນ ແຫລະ ຂໍ້ຄວາມ ທີ່ມີ ຄຳຂຽນ ໄວ້ ໃນ ພຣະຄໍາພີ ກໍ ຈະ ສໍາເລັດ ຄື ຄວາມຕາຍ ໄດ້ຖືກທຳລາຍ ສາແລ້ວ ແລະ ຄວາມມີໄຊ ກໍ ຄົບ ຖ້ວນສາແລ້ວ
\v 55 ໂອ ຄວາມຕາຍ ເອີຍ ໄຊຊະນະ ຂອງ ມຶງ ຢູ່ ໃສ? ໂອ ຄວາມ ຕາຍ ເອີຍ ໄລພິດ ຂອງ ມຶງ ຢູ່ ໃສ?
\s5
\v 56 ໄລພິດ ຂອງ ຄວາມ ຕາຍ ຄື ຄວາມ ບາບ ແລະ ຣິດອໍານາດ ຂອງ ຄວາມ ບາບ ແມ່ນ ກົດບັນຍັດ.
\v 57 ແຕ່ ຈົ່ງ ໂມທະນາ ຂອບພຣະຄຸນ ພຣະເຈົ້າ ຜູ້ຊົງປະທານ ໄຊຊະນະໃຫ້ ແກ່ ເຮົາທັງຫລາຍ ໂດຍທາງອົງພຣະເຢຊູ ຄຣິດເຈົ້າ ຂອງພວກເຮົາ.
\s5
\v 58 ດັ່ງນີ້ແຫລະ ພີ່ນ້ອງ ທີ່ຮັກ ຂອງເຮົາເອີຍ, ເຈົ້າທັງຫລາຍ ຈົ່ງ ຕັ້ງໝັ້ນຢູ່ ຢ່າຫວັ່ນໄຫວ ຈົ່ງປະຕິບັດງານ ຂອງອົງພຣະຜູ້ເປັນເຈົ້າ ໃຫ້ ຄົບ ບໍຣິບູນ ທຸກເວລາ ດ້ວຍຮູ້ວ່າ ໃນ ອົງພຣະຜູ້ເປັນເຈົ້າ ການຂອງພວກເຈົ້ານັ້ນ ຈະບໍ່ໄຮ້ ປະໂຫຍດ.
\s5
\c 16
\p
\v 1 ບັດນີ້ ກ່ຽວກັບ ຊັບ ຊຶ່ງມີການແຜ່ ເພື່ອສົງເຄາະ ແກ່ ໄພ່ ພົນ ຂອງພຣະເຈົ້າ ນັ້ນ ພວກເຈົ້າ ຕ້ອງ ປະຕິບັດ ຕາມ ທີ່ ເຮົາ ໄດ້ ສັ່ງ ໃຫ້ ບັນດາຄຣິສຕະຈັກ ໃນ ແຂວງ ຄາລາເຕຍ ປະຕິບັດ.
\v 2 ທຸກໆ ວັນ ຕົ້ນອາທິດໃດ ໃຫ້ ແຕ່ລະຄົນ ໃນພວກເຈົ້າ ຈັດຊັບໄວ້ ຕ່າງຫາກ ຕາມ ຊັດສ່ວນ ທີ່ພວກເຈົ້າຫາມາໄດ້ ແລະ ສະສົມໄວ້ນັ້ນ ເພື່ອວ່າເມື່ອເຮົາມາເຖິງ ຈະບໍ່ຕ້ອງ ມີ ການແຜ່ເກັບເອົາ.
\s5
\v 3 ເມື່ອເຮົາມາເຖິງ ເຮົາຈະມອບຈົດໝາຍແນະນຳຕົວ ໃຫ້ ແກ່ ບັນ ດາ ຜູ້ທີ່ ພວກເຈົ້າເຫັນຊອບ ແລະ ໃຊ້ ພວກເຂົານຳຊັບ ຊຶ່ງພີ່ນ້ອງ ຖວາຍນັ້ນໄປຍັງ ນະຄອນເຢຣູຊາເລັມ.
\v 4 ຖ້າເຫັນສົມຄວນ ໃຫ້ ເຮົາເອງໄປ ຄົນເຫລົ່ານັ້ນກໍຈະໄປກັບເຮົາ.
\s5
\v 5 ເຮົາຈະມາຫາ ພວກເຈົ້າ ເມື່ອເຮົາໄດ້ ຜ່ານແຂວງ ມາເກໂດເນຍ ເພາະວ່າ ເຮົາຈຳເປັນ ຕ້ອງ ໄດ້ຜ່ານ ແຂວງນັ້ນ.
\v 6 ເຮົາອາດຈະ ພັກຢູ່ກັບ ພວກເຈົ້າເຫິງ ເຕີບ ກໍ ເປັນໄດ້ ບາງທີ ຈົນໝົດລະດູ ໜາວ ແລ້ວເຮົາ ຈະໄປ ທາງໃດ ພວກເຈົ້າ ກໍ ຈັດສົ່ງ ເຮົາໄປ ທາງນັ້ນ.
\s5
\v 7 ເຮົາຢາກ ພົບພວກເຈົ້າ ບໍ່ ແມ່ນ ພຽງແຕ່ ເມື່ອ ຜ່ານ ໄປ ເທົ່ານັ້ນ ຖ້າ ອົງພຣະຜູ້ເປັນເຈົ້າ ເຫັນຊອບ ເຮົາຫວັງ ທີ່ຈະ ພັກຢູ່ ກັບ ພວກເຈົ້າ ເປັນເວລາ ເຫິງສົມຄວນ.
\v 8 ແຕ່ ເຮົາຈະ ພັກ ຢູ່ທີ່ເມືອງ ເອເຟໂຊ ຈົນ ເຖິງ ເທດສະການ ເພັນເຕຄໍສະເຕ.
\v 9 ຢູ່ ໃນ ເມືອງ ນີ້ ເຮົາມີ ໂອກາດ ອັນດີທີ່ສຸດ ສໍາລັບດໍາເນີນ ພາລະກິດອັນຍິ່ງໃຫຍ່, ເຖິງແມ່ນວ່າ ມີຜູ້ຕໍ່ຕ້ານ ຈຳນວນຫລວງຫລາຍກໍຕາມ.ູ
\s5
\v 10 ຖ້າ ຕີ ໂມທຽວ ມາ ຫາ ພວກເຈົ້າ ກໍ ໃຫ້ ພວກເຈົ້າ ຕ້ອນຮັບ ລາວ ໄວ້ ນຳພວກເຈົ້າຢ່າງ ເປັນກັນເອງ ເພາະລາວ ກໍ ດຳເນີນ ພາລະກິດ ຂອງອົງພຣະຜູ້ເປັນເຈົ້າ ເໝືອນກັນກັບເຮົາ.
\v 11 ຢ່າ ໃຫ້ຜູ້ໃດ ໝິ່ນປະໝາດລາວ, ແຕ່ໃຫ້ ພວກເຈົ້າ ຊ່ວຍລາວ ເດີນທາງ ໄປ ຕໍ່ຢ່າງ ສັນຕິສຸກ ເພື່ອວ່າ ລາວ ຈະ ກັບມາ ຮອດເຮົາ ເພາະ ເຮົາ ກຳລັງ ລໍຖ້າລາວຢູ່ ພ້ອມ ກັບພວກພີ່ນ້ອງ.
\v 12 ບັດນີ້ ກ່ຽວກັບ ອາໂປໂລ ຜູ້ເປັນພີ່ນ້ອງນັ້ນ ເຮົາໄດ້ຊູໃຈລາວ ຢູ່ສະເໝີ ໃຫ້ມາ ຢ້ຽມຢາມ ພວກເຈົ້າ ກັບ ພີ່ນ້ອງ ຄົນອື່ນໆ, ແຕ່ ລາວ ຍັງ ບໍ່ ໃຫ້ ຄໍາ ໝັ້ນໃຈ ຢ່າງຄັກແນ່ (ນ) ວ່າຈະໄປໃນ ເວລານີ້, ເມື່ອລາວ ມີ ໂອກາດ ແລ້ວຈຶ່ງຈະໄປ.
\s5
\v 13 ຈົ່ງເຝົ້າ ລະວັງ ໃຫ້ ດີ ຈົ່ງຢືນຢັດ ຢູ່ຢ່າງໝັ້ນຄົງ ໃນຄວາມເຊື່ອ ຈົ່ງກ້າຫານ ແລະ ຈົ່ງເຂັ້ມແຂງ.
\v 14 ຈົ່ງເຮັດ ທຸກສິ່ງທຸກຢ່າງ ດ້ວຍ ຄວາມຮັກ.
\s5
\v 15 ພວກເຈົ້າ ກໍຮູ້ ສະເຕຟານາ ກັບ ຄອບຄົວ ຂອງ ລາວ ພວກເຂົາ ເປັນ ຊາວ ຄຣິສຕຽນ ພວກ ທໍາອິດ ຢູ່ ໃນ ແຂວງ ອະຂາຢາ ແລະ ໄດ້ ອຸທິດຕົວ ພວກເຂົາເອງໃນການບົວລະບັດ ຮັບໃຊ້ ໄພ່ ພົນ ຂອງ ພຣະເຈົ້າ,
\v 16 ພີ່ນ້ອງ ທັງຫລາຍ ເອີຍ ເຮົາ ຂໍ ຕັກເຕືອນ ພວກເຈົ້າ ໃຫ້ ຢູ່ໃຕ້ການນຳພາ ຂອງ ຄົນເຫລົ່ານີ້ ແລະ ຂອງທຸກຄົນ ທີ່ ຮ່ວມງານ ແລະ ບົວລະບັດ ຮັບ ໃຊ້ ດ້ວຍ ຄວາມລໍາບາກ ຮ່ວມ ກັບ ພວກເຂົາ.
\s5
\v 17 ເຮົາດີໃຈ ທີ່ ສະເຕຟານາ ຟອກຕູນາໂຕ ແລະ ອະຂາອີໂກ ໄດ້ ມາ ຍັງ ທີ່ນີ້ ພວກເຂົາໄດ້ ເຮັດ ແທນ ໃຫ້ ພວກເຈົ້າ ໃນ ສິ່ງ ທີ່ພວກເຈົ້າຂາດຢູ່.
\v 18 ແລະ ພວກເຂົາໄດ້ ຊູ ໃຈ ເຮົາເໝືອນ ດັ່ງ ທີ່ ພວກເຂົາໄດ້ ຊູໃຈ ພວກເຈົ້ານັ້ນ ພວກເຈົ້າ ຕ້ອງ ຮັບ ຮູ້ ຄຸນຄ່າ ຂອງ ຄົນ ເຫລົ່ານັ້ນ.
\s5
\v 19 ຄຣິສຕະຈັກ ຕ່າງໆ ໃນ ແຂວງ ເອເຊຍ ສົ່ງ ຄວາມ ຄິດ ເຖິງ ຂອງ ພວກເຂົາ ມາ ຍັງ ພວກເຈົ້າ, ອາກີລາ ກັບ ປີຊະກີລາ ພ້ອມ ດ້ວຍ ຄຣິສຕະຈັກ ທີ່ປະຊຸມກັນ ຢູ່ ໃນເຮືອນ ຂອງ ພວກເຂົາ ກໍ ສົ່ງ ຄວາມ ຄິດ ເຖິງ ອັນ ອົບອຸ່ນ ໃນ ອົງພຣະຜູ້ເປັນເຈົ້າ ມາເຖິງ ພວກເຈົ້າດ້ວຍ.
\v 20 ພີ່ນ້ອງ ທຸກຄົນ ໃນ ທີ່ນີ້ກໍຝາກ ຄວາມຄິດ ເຖິງ ມາ ຍັງພວກເຈົ້າ. ຈົ່ງທັກທາຍ ປາໄສ ກັນດ້ວຍ​ທຳນຽມຈູບ ອັນບໍຣິສຸດ.
\s5
\v 21 ເຮົາ ຂຽນ ຂໍ້ຄວາມ ຕໍ່ໄປນີ້ ດ້ວຍ ມື ຂອງເຮົາເອງ ດ້ວຍ ຄວາມ ຄິດເຖິງ ຈາກ ໂປໂລ.
\v 22 ຜູ້ໃດ ກໍຕາມ ທີ່ບໍ່ຮັກ ອົງພຣະຜູ້ເປັນເຈົ້າ ຂໍໃຫ້ ຖືກສາບແຊ່ງ ມາຣານາທາ ມີຄວາມໝາຍວ່າ, ຂໍ ໃຫ້ ອົງພຣະຜູ້ ເປັນເຈົ້າ ຂອງ ພວກເຮົາ ຈົ່ງ ສະເດັດ ມາເທີ້ນ.
\v 23 ຂໍ ໃຫ້ ພຣະຄຸນ ຂອງ ອົງພຣະເຢຊູເຈົ້າ ຈົ່ງສະຖິດຢູ່ ກັບ ພວກເຈົ້າ ເທີ້ນ.
\v 24 ຂໍ ໃຫ້ ຄວາມຮັກຂອງເຮົາ ຈົ່ງດໍາລົງຢູ່ ໃນ ພວກເຈົ້າ ທຸກຄົນ ໃນ ພຣະຄຣິດ ເຈົ້າເຢຊູ.