lo_bible/45-ACT.usfm

1871 lines
427 KiB
Plaintext
Raw Permalink Blame History

This file contains ambiguous Unicode characters

This file contains Unicode characters that might be confused with other characters. If you think that this is intentional, you can safely ignore this warning. Use the Escape button to reveal them.

\id ACT
\ide UTF-8
\h ກິດ​ຈະ​ການ​ຕ່າງໆຂອງ​ພວກ​ອັກ​ຄະ​ສາ​ວົກ
\toc1 ກິດ​ຈະ​ການ​ຕ່າງໆຂອງ​ພວກ​ອັກ​ຄະ​ສາ​ວົກ
\toc2 ກິດ​ຈະ​ການ​ຕ່າງໆຂອງ​ພວກ​ອັກ​ຄະ​ສາ​ວົກ
\toc3 act
\mt ກິດ​ຈະ​ການ​ຕ່າງໆຂອງ​ພວກ​ອັກ​ຄະ​ສາ​ວົກ
\s5
\c 1
\p
\v 1 ທ່ານ ເທໂອຟີໂລ ທີ່ ນັບ ຖື: ໃນໜັງສື ເຫຼັ້ມ ທໍາອິດ ຂ້າພະເຈົ້າ ໄດ້ ຂຽນ ເຖິງ ກິດຈະການ ທັງ ໝົດ ຊຶ່ງ ພຣະເຢຊູເຈົ້າ ໄດ້ ກະທາໍ ແລະ ໄດ້ ສັ່ງ ສອນ ປະຊາຊົນ ຕັ້ງ ແຕ່ ເວລາ ທີ່ ພຣະອົງ ເລີ່ມ ຕົ້ນ ພາລະກິດ ຂອງ ພຣະອົງ
\v 2 ຈົນ ເຖິງ ວັນ ທີ່ ພຣະອົງ ຖືກ ຮັບ ຂຶ້ນ ສູ່ ສະຫວັນ ກ່ອນ ພຣະອົງ ຖືກ ຮັບ ຂຶ້ນ ດ້ວຍ ຣິດ ເດດ ຂອງ ພຣະວິນ ຍານ ບໍຣິສຸດເຈົ້າ ນັ້ນ ພຣະອົງ ໄດ້ ໃຫ້ ຄໍາແນະນາໍ ແກ່ ບັນ ດາ ຜູ້ ທີ່ ພຣະອົງ ໄດ້ ເລືອກ ໄວ້ ຄື ພວກ ອັກ ຄະສາວົກ ຂອງ ພຣະອົງ.
\v 3 ຫລັງ ຈາກ ຄວາມ ຕາຍ ຂອງ ພຣະອົງ ແລ້ວ ພຣະອົງ ໄດ້ ປາກົດ ແກ່ ພວກເພິ່ນ ຫລາຍ ເທື່ອ ເປັນ ເວລາ ສີ່ ສິບ ວັນ ໂດຍ ພິສູດ ໃຫ້ ເຫັນ ວ່າ ພຣະອົງ ໄດ້ ເປັນ ຄືນ ມາ ຈາກ ຕາຍ ແລະ ມີ ຊີວິດ ຢູ່ ພວກເພິ່ນ ໄດ້ ເຫັນ ພຣະອົງ ແລະ ພຣະອົງ ກໍໄດ້ ສົນທະນາ ກັບ ພວກເພິ່ນ ເຖິງ ຣາຊອານາຈັກ ຂອງ ພຣະເຈົ້າ.
\s5
\v 4 ໃນ ເວລາ ທີ່ ພວກເພິ່ນ ມາ ເຕົ້າໂຮມ ກັນ (ກ) ພຣະອົງ ໄດ້ ສັ່ງ ພວກເພິ່ນ ດັ່ງນີ້: “ຢ່າ ອອກ ໄປ ຈາກ ນະຄອນ ເຢຣູຊາເລັມ, ແຕ່ ໃຫ້ ຄອຍ ຮັບ ຂອງ ປະທານ ໃຫ້ ທີ່ ພຣະບິດາເຈົ້າ ຂອງເຮົາ ໄດ້ ສັນ ຍາ ໄວ້ ຕາມ ທີ່ ເຮົາ ໄດ້ ບອກ ພວກເຈົ້າ ໄວ້ ແລ້ວ.
\v 5 ໂຢຮັນ ໄດ້ ໃຫ້ ພວກເຈົ້າ ຮັບບັບຕິສະມາ ດ້ວຍ ນາໍ້, ແຕ່ ໃນ ບໍ່ ເທົ່າໃດ ວັນ ຕໍ່ໄປນີ້ ພວກເຈົ້າ ຈະໄດ້ ຮັບບັບຕິສະມາ ດ້ວຍ ພຣະວິນຍານ ບໍຣິສຸດເຈົ້າ.”
\s5
\v 6 ເມື່ອ ພວກ ອັກຄະສາວົກ ມາ ເຕົ້າໂຮມ ກັນ ເພື່ອ ພົບ ພຣະເຢຊູເຈົ້າ ພວກເພິ່ນ ຈຶ່ງ ຖາມ ພຣະອົງ ວ່າ, “ຂ້າແດ່ ພຣະອົງເຈົ້າ ພຣະອົງ ຈະ ໃຫ້ ຊົນຊາດ ອິດສະຣາເອນ ໄດ້ ຮັບ ອໍານາດ ຄືນ ໃນ ເວລາ ນີ້ ບໍ? ”
\v 7 ພຣະເຢຊູເຈົ້າ ຊົງ ຕອບ ພວກເພິ່ນ ວ່າ, “ບໍ່ ແມ່ນ ໜ້າ ທີ່ ຂອງ ພວກເຈົ້າ ທີ່ ຈະ ຮູ້ ເວລາ ຫລື ຍາມ ກາໍນົດ ຊຶ່ງ ພຣະບິດາເຈົ້າ ໄດ້ ຊົງ ຕັ້ງ ໄວ້ ດ້ວຍ ສິດ ຂອງ ພຣະອົງ
\v 8 ແຕ່ ເຈົ້າທັງຫລາຍ ຈະ ໄດ້ ຮັບ ພຣະຣາຊທານ ຣິດເດດ ເມື່ອ ພຣະວິນຍານ ບໍຣິສຸດເຈົ້າ ຈະ ສະເດັດ ມາ ເຖິງ ພວກເຈົ້າ ແລະ ພວກເຈົ້າ ຈະ ເປັນ ພະຍານ ໃຫ້ ແກ່ ເຮົາ ໃນ ນະຄອນ ເຢຣູຊາເລັມ ຕະຫລອດ ທົ່ວ ແຂວງ ຢູດາຍ ກັບ ແຂວງ ຊາມາເຣຍ ແລະ ຈົນເຖິງ ທີ່ ສຸດ ປາຍ ແຜ່ນດິນ ໂລກ.”
\s5
\v 9 ຫລັງ ຈາກ ກ່າວ ເຊັ່ນ ນີ້ ແລ້ວ ພຣະເຢຊູເຈົ້າ ກໍ ຖືກ ຮັບ ຂຶ້ນ ສູ່ ສະຫວັນ ຕໍ່ ໜ້າ ຂອງ ພວກເພິ່ນ ຈົນເມກ ມາ ບັງ ລັບ ພຣະອົງ ໄວ້ ຈາກ ສາຍຕາ ຂອງ ພວກເພິ່ນ.
\v 10 ເມື່ອ ພວກເພິ່ນ ຍັງ ແນມ ເບິ່ງ ທ້ອງຟ້ າໃນ ຂະນະທີ່ ພຣະອົງ ຂຶ້ນ ໄປ ນັ້ນ ໃນທັນໃດ ກໍ ມີ ສອງ ຄົນ ນຸ່ງ ເຄື່ອງ ຂາວ ເປັນ ປະກາຍ ຢືນ ຢູ່ໃກ້ໆ ພວກເພິ່ນ
\v 11 ແລະ ກ່າວ ວ່າ, “ຊາວ ຄາລີເລ ເອີຍ, ເປັນຫຍັງ ພວກເຈົ້າ ຈຶ່ງ ຢືນ ເບິ່ງ ທ້ອງຟ້າ? ພຣະເຢຊູເຈົ້າ ອົງ ນີ້ ທີ່ ຖືກ ຮັບ ໄປ ຈາກ ພວກເຈົ້າ ຂຶ້ນ ສູ່ ສະຫວັນ ແລ້ວ ພຣະອົງ ຈະ ມາ ປາກົດ ຢ່າງ ທີ່ ພວກເຈົ້າ ໄດ້ ເຫັນ ພຣະອົງ ຂຶ້ນ ສູ່ ສະຫວັນ ນັ້ນ ແຫລະ.”
\s5
\v 12 ແລ້ວພວກ ອັກ ຄະສາວົກ ກໍໄດ້ ຈາກ ພູເຂົາ ໝາກກອກເທດ ກັບ ມາຍັງ ນະຄອນເຢຣູຊາເລັມ ຊຶ່ງ ໄກປະມານໜຶ່ງ ກິໂລແມັດ ຈາກທີ່ ນັ້ນ.
\v 13 ເມື່ອ ເຂົ້າ ໄປ ໃນນະຄອນແລ້ວ ພວກເພິ່ນ ກໍ ຂຶ້ນ ໄປທີ່ຫ້ອງຊັ້ນເທິງ ບ່ອນທີ່ພວກເພິ່ນ ເຄີຍ ພັກເຊົາ ໃນພວກເພິ່ນ ມີ ເປໂຕ, ໂຢຮັນ, ຢາໂກໂບ ແລະ ອັນເດອາ, ຟີລິບ ກັບ ໂທມາ, ບາຣະໂທໂລມາຍ ກັບ ມັດທາຍ, ຢາໂກໂບລູກຊາຍຂອງ ອາລະຟາຍ, ຊີໂມນຜູ້ຮັກຊາດ ແລະ ຢູດາ ລູກຊາຍ ຂອງ ຢາໂກໂບ.
\v 14 ຄົນເຫລົ່າ ນີ້ ທັງໝົດ ໄດ້ ຮ່ວມໃຈກັນ ພາວັນ ນາອະທິຖານປະຈາໍ ສະໝ່ຳ ສະເໝີ ໂດຍມີ ພວກ ແມ່ຍິງ ມາຣີ ແມ່ ຂອງ ພຣະເຢຊູເຈົ້າ ແລະ ພວກ ນ້ອງຊາຍຂອງພຣະອົງ ກໍ ຮ່ວມຢູ່ດ້ວຍ.
\s5
\v 15 ໃນວັນ ຕໍ່ມາ ກໍ ມີ ການນະມັດສະການຂອງບັນດາ ຄົນ ທີ່ ເຊື່ອ ໂດຍ ມີ ຜູ້ ມາ ລວມ ທັງ ໝົດ ປະມານ ຮ້ອຍຊາວຄົນ ຝ່າຍເປໂຕຈຶ່ງ ຢືນ ຂຶ້ນ ແລະກ່າວແກ່ ຄົນເຫລົ່າ ນີ້ ວ່າ,
\v 16 “ພີ່ ນ້ອງທັງ ຫລາຍເອີຍ, ຂໍ້ຄວາມໃນ ພຣະຄໍາພີ ທີ່ ພຣະວິນຍານ ບໍຣິສຸດເຈົ້າ ກ່າວໄວ້ ລ່ວງໜ້າ ໂດຍ ຜ່ານ ທາງ ກະສັດ ດາວິດ ຕ້ອງ ສໍາເລັດ ເປັນ ຈິງ, ຂໍ້ຄວາມນັ້ນ ເວົ້າ ເຖິງ ຢູດາ ຜູ້ ທີ່ ນາໍ ພາຄົນ ທັງຫລາຍໄປ ຈັບກຸມ ພຣະເຢຊູເຈົ້າ.
\s5
\v 17 ຢູດາເປັນ ຄົນໜຶ່ງ ໃນພວກເຮົາ ລາວໄດ້ ຮັບ ສ່ວນໃນງານນີ້ເໝືອນກັນ. ” (
\v 18 ດ້ວຍ ເງິນ ທີ່ ຢູດາ ໄດ້ ມາ ຈາກ ການ ກະທາໍ ຊົ່ວ ຂອງຕົນ ໄປ ຊື້ ດິນ ຕອນ ໜຶ່ງ; ລາວ ລົ້ມ ຟາດ ລົງ ທີ່ ດິນ ຕອນ ນີ້ ຈົນ ເລົາ ຄີງ ແຕກ ແລະ ໄສ້ ໂລ່ ອອກ ມາ ທັງ ໝົດ.
\v 19 ຊາວ ນະຄອນ ເຢຣູຊາເລັມ ທຸກຄົນ ຕ່າງ ກໍ ໄດ້ ຮູ້ ເຖິງ ເຫດການ ນີ້. ສະນັ້ນແຫລະ ພວກເຂົາ ຈຶ່ງ ເອີ້ນ ດິນ ຕອນ ນີ້ ຕາມ ພາສາ ຂອງ ພວກ ຕົນ ວ່າ ອະເກັນດາມາ ຊຶ່ງ ໝາຍຄວາມວ່າ ນາເລືອດ)
\s5
\v 20 “ເພາະ ມີ ຄໍາ ຂຽນ ໄວ້ ໃນ ພຣະທາໍ ເພງ ສັນລະເສີນ ວ່າ, ‘ຂໍ ໃຫ້ ທີ່ ຢູ່ ຂອງ ມັນ ຮົກຮ້າງ ຫວ່າງ ເປົ່າ ໄປ ຢ່າ ໃຫ້ ມີ ຜູ້ໃດ ເຂົ້າ ໄປ ອາ ໄສ ຢູ່ ໃນທີ່ນັ້ນ. ແລະ ຍັງ ມີ ຂໍ້ ຄວາມ ຂຽນ ໄວ້ ອີກ ວ່າ, ‘ສ່ວນ ໜ້າທີ່ ຂອງ ມັນ ໃຫ້ ຄົນອື່ນ ຮັບ ແທນ ຊຶ່ງ ມັນ ເຄີຍ ໄດ້ ຮັບໃຊ້ ມາ ນັ້ນ.
\s5
\v 21 ດ້ວຍເຫດນັ້ນ ໃນບັນດາຜູ້ ທີ່ ເປັນ ພວກດຽວກັບ ເຮົາ ຕະຫລອດເວລາທີ່ ພຣະເຢຊູເຈົ້າ ສະເດັດ ໄປມາກັບ ພວກເຮົາ,
\v 22 ຄື ຕັ້ງ ແຕ່ ບັບຕິສະມາຂອງໂຢຮັນ ຈົນ ເຖິງ ວັນ ທີ່ ພຣະເຈົ້າ ຊົງ ຮັບ ພຣະອົງ ຂຶ້ນ ເມືອ ຈາກພວກເຮົາ ຄົນ ໜຶ່ງ ໃນ ພວກ ນີ້ ຈະ ຕ້ອງ ກາຍເປັນ ພະຍານ ກັບ ພວກເຮົາ ວ່າ, ພຣະອົງ ຊົງ ຄືນ ພຣະຊົນ ແລ້ວ. ”
\v 23 ດັ່ງ ນັ້ນ ພວກເພິ່ນ ຈຶ່ງ ສະເໜີ ຊາຍ ສອງ ຄົນ ຄື ໂຢເຊັບ ແລະ ມັດເທຍ, ສ່ວນ ໂຢເຊັບ ນັ້ນ ມີ ຊື່ ອີກ ວ່າ ບາຣະຊັບບາ ແລະ ມີ ນາມສະກຸນ ວ່າ ຢູສະໂຕ.
\s5
\v 24 ແລ້ວ ພວກເພິ່ນ ກໍ ພາກັນ ພາວັນ ນາ ອະທິຖານ ວ່າ, “ຂ້າ ແດ່ ພຣະອົງເຈົ້າ ພຣະອົງ ຢັ່ງ ຮູ້ ຄວາມ ນຶກ ຄິດ ຈິດ ໃຈ ຂອງ ທຸກຄົນ. ສະນັ້ນ ໂຜດ ຊີ້ ບອກ ວ່າ ໃນ ສອງ ຄົນ ນີ້ ພຣະອົງ ໄດ້ ເລືອກ ເອົາ ຜູ້ໃດ
\v 25 ເພື່ອ ໃຫ້ ຮັບໃຊ້ ເປັນ ອັກ ຄະສາວົກ ແທນ ໜ້າ ທີ່ ຂອງ ຢູດາ ຜູ້ ທີ່ ຈາກ ໄປ ສູ່ ບ່ອນ ທີ່ ລາວ ສົມ ຄວນ ຕ້ອງ ໄປ. ”
\v 26 ແລ້ວ ພວກເພິ່ນ ກໍ ໃຊ້ ສະຫລາກ ເພື່ອ ເລືອກ ເອົາ ຜູ້ໜຶ່ງ ໃນ ສອງ ຄົນ ນີ້ ແລະ ຜູ້ ທີ່ ຖືກ ເລືອກ ໄດ້ ແມ່ນ ມັດເທຍ. ດັ່ງນັ້ນ ມັດເທຍ ຈຶ່ງ ຖືກ ນັບ ເຂົ້າ ເປັນ ຄົນໜຶ່ງ ໃນ ພວກ ອັກຄະສາວົກ ສິບເອັດ ຄົນ ນັ້ນ.
\s5
\c 2
\p
\v 1 ເມື່ອ ເຖິງ ວັນເພັນເຕຄໍສະເຕ (ຂ) ບັນດາພີ່ນ້ອງຜູ້ ທີ່ ເຊື່ອ ທັງໝົດ ໃນທີ່ ນັ້ນ ກໍ ມາ ເຕົ້າໂຮມ ກັນ ຢູ່ ບ່ອນ ດຽວ.
\v 2 ໃນທັນ ໃດນັ້ນ ກໍ ເກີດ ມີ ສຽງໜຶ່ງ ດັງມາ ຈາກຟ້າ ເໝືອນສຽງລົມ ພະຍຸແຮງກ້າ ດັງ ກ້ອງສະໜັ່ນ ທົ່ວ ເຮືອນທີ່ພວກເພິ່ນ ນັ່ງ ຢູ່ນັ້ນ.
\v 3 ມີ ລີ້ນ ເປັນ ຮູບ ເໝືອນແປວໄຟໄດ້ ປາກົດ ໃຫ້ ພວກເພິ່ນ ເຫັນ ແລະລິ້ນ ນັ້ນ ໄດ້ ແຕກກະຈາຍອອກໄປຢູ່ເທິງ ພວກເພິ່ນ ທຸກຄົນ ຜູ້ ລະລິ້ນ.
\v 4 ທຸກຄົນ ໃນທີ່ ນັ້ນ ຈຶ່ງ ເຕັມ ໄປດ້ວຍ ພຣະວິນຍານບໍຣິສຸດເຈົ້າ ແລະເລີ່ມ ປາກພາສາຕ່າງໆ ຕາມທີ່ ພຣະວິນຍານຊົງໂຜດໃຫ້ ພວກເພິ່ນ ເວົ້າ.
\s5
\v 5 ຂະນະ ນັ້ນ ນະຄອນ ເຢຣູຊາເລັມ ມີ ຊາວ ຢິວ ຈາກ ທຸກໆ ປະເທດ ໃນ ໂລກ ມາ ພັກ ອາໄສ ຢູ່ ແລະ ຊາວ ຢິວ ເຫລົ່າ ນີ້ ເປັນ ຄົນ ຢໍາເກງ ພຣະເຈົ້າ.
\v 6 ເມື່ອ ພວກເຂົາ ໄດ້ຍິນ ສຽງ ນີ້ ແລ້ວ ກໍ ມີ ປະຊາຊົນ ມາ ເຕົ້າໂຮມ ກັນ ຢ່າງ ໜາແໜ້ນ ພວກເຂົາ ທັງ ໝົດ ຕ່າງ ກໍ ຕື່ນ ເຕັ້ນ ປະຫລາດ ໃຈ ເພາະ ໄດ້ຍິນ ບັນ ດາ ຄົນ ເຫລົ່າ ນັ້ນ ເວົ້າ ພາສາ ທ້ອງຖິ່ນ ຂອງຕົນ.
\v 7 ດ້ວຍ ຄວາມ ງຶດ ປະຫລາດ ໃຈ ພວກເຂົາ ຈຶ່ງ ເວົ້າ ກັນ ວ່າ, “ຄົນ ທີ່ ເວົ້າ ກັນ ຢູ່ ນີ້ ເປັນ ຊາວ ຄາລີເລ ທັງ ໝົດ ບໍ່ ແມ່ນ ບໍ?
\s5
\v 8 ແຕ່ ເຫດ ໃດ ພວກເຮົາ ທຸກຄົນ ຈຶ່ງ ໄດ້ຍິນ ພວກເຂົາ ເວົ້າ ເປັນ ພາສາ ບ້ານເກີດ ເມືອງນອນ ຂອງ ພວກເຮົາ?
\v 9 ຄື ພາສາ ປາເທຍ, ເມເດຍ ແລະ ເອລາມ ມາ ຈາກ ເມໂຊໂປຕາເມຍ, ຢູດາ, ກາປາໂດເກຍ ມາ ຈາກ ປົນໂຕ ແລະ ເອເຊຍ,
\v 10 ມາ ຈາກ ຟີເຄຍ ແລະ ປໍາຟີເລຍ, ມາ ຈາກ ເອຢິບ ແລະ ຂົງ ເຂດ ຕ່າງໆ ໃນ ລີເບຍ ຊຶ່ງ ໃກ້ ກັບ ເມືອງ ກີເຣເນ ກັບ ພວກ ທີ່ ມາ ຈາກ ນະຄອນ ໂຣມ ທີ່ ເປັນ ແຂກ ທີ່ ມາ ຢ້ຽມຢາມ
\v 11 ທັງ ເປັນ ຄົນ ຢິວ ແລະ ຄົນ ຕ່າງຊາດ ທີ່ ນັບ ຖື ລັດ ທິ ຢິວ ແລະ ບາງຄົນ ໃນ ພວກເຮົາ ມາ ຈາກ ກະເຣເຕ ແລະ ປະຊາຊົນ ຊາວ ອາຣັບ, ແຕ່ ພວກເຮົາ ຕ່າງ ກໍ ໄດ້ ຍິນ ພວກເຂົາ ເວົ້າ ພາສາ ຂອງ ພວກເຮົາ ເອງ ເຖິງ ພາລະກິດ ອັນ ຍິ່ງໃຫຍ່ ທີ່ ພຣະເຈົ້າ ໄດ້ ກະທາໍ.”
\s5
\v 12 ເມື່ອ ຕ່າງ ຄົນ ຕ່າງ ກໍ ງຶດ ປະຫລາດ ໃຈ ແລະ ສັບ ສົນ ຢູ່ ນັ້ນ ພວກເຂົາ ຈຶ່ງ ສືບ ຕໍ່ ຖາມ ກັນ ແລະກັນ ວ່າ, “ເຫດການ ເຊັ່ນ ນີ້ ໝາຍຄວາມວ່າ ຢ່າງ ໃດ ໜໍ? ”
\v 13 ແຕ່ ຄົນອື່ນໆ ໄດ້ ເຢາະເຢີ້ຍ ໂດຍ ເວົ້າ ວ່າ, “ຄົນ ເຫລົ່າ ນີ້ ເມົາ ເຫລົ້າ.”
\s5
\v 14 ແລ້ວ ເປໂຕ ພ້ອມກັບ ພວກອັກຄະສາວົກ ສິບເອັດ ຄົນ ນັ້ນ ກໍໄດ້ ຢືນ ຂຶ້ນ ແລະເພິ່ນ ເລີ່ມ ກ່າວດ້ວຍສຽງດັງ ແກ່ ປະຊາຊົນ ວ່າ, “ຊາວຢິວ ທັງຫລາຍພ້ອມກັບ ທຸກໆ ຄົນ ທີ່ມາພັກ ອາໄສຢູ່ໃນນະຄອນເຢຣູຊາເລັມ ເອີຍ ຈົ່ງ ເຂົ້າໃຈ ເລື່ອງ ນີ້ ແລະ ໂຜດ ຟັງ ຂ້າພະເຈົ້າ ກ່າວ ໃຫ້ ດີ.
\v 15 ຄົນ ເຫລົ່າ ນີ້ ບໍ່ ໄດ້ ເມົາ ເຫລົ້າ ດັ່ງ ທີ່ ພວກທ່ານຄິດ ເພາະ ຍັງ ເປັນ ເວລາ ເກົ້າ ໂມງ ເຊົ້າ. (ຄ)
\s5
\v 16 ແຕ່ ເຫດການ ທີ່ ພວກທ່ານໄດ້ ເຫັນ ແລະໄດ້ຍິນ ນີ້ ແມ່ນເປັນ ໄປຕາມທີ່ ຜູ້ທໍາ ນວາຍໂຢເອນໄດ້ ກ່າວໄວ່ ວ່າ,
\v 17 ‘ພຣະເຈົ້າ ຊົງ ກ່າວ ວ່າ, ໃນ ຄາວ ສຸດທ້າຍ ນັ້ນ ເຮົາ ຈະ ຖອກ ເທ ພຣະວິນຍານ ຂອງເຮົາ ລົງ ໃສ່ ມະນຸດ ທັງປວງ. ລູກຊາຍ ແລະ ລູກ ຍິງ ຂອງ ພວກເຈົ້າ ຈະ ທໍານວາຍ ຊາຍ ໜຸມ່ ຂອງ ພວກເຈົ້າ ຈະ ເຫັນ ນິມິດ ແລະ ພວກ ຊາຍເຖົ້າ ຂອງ ພວກເຈົ້າ ຈະ ຝັນ ເຫັນ.
\s5
\v 18 ຝ່າຍ ເຮົາ ໃນ ຄາວ ນັ້ນ ເຮົາ ຈະ ປະທານ ພຣະວິນຍານ ຂອງເຮົາ ໃຫ້ ແກ່ ຜູ້ຮັບໃຊ້ ຊາຍ ຍິງ ຂອງເຮົາ ແລະ ພວກເຂົາ ຈະ ທໍານວາຍ.
\v 19 ເຮົາ ຈະ ບັນດານ ໃຫ້ ມີ ການ ອັດສະຈັນ ໃນ ທ້ອງຟ້າ ເບື້ອງເທິງ ແລະ ໝາຍສໍາຄັນ ໃນ ໂລກ ເບື້ອງ ລຸ່ມ ຈະ ມີ ເລືອດ ມີ ໄຟ ແລະ ມີ ອາຍຄວັນ,
\s5
\v 20 ກ່ອນ ວັນ ສໍາຄັນ ແລະ ວັນ ຮຸ່ງເຮືອງ ຂອງ ອົງພຣະ ຜູ້ ເປັນເຈົ້າ ຈະ ມາ ເຖິງ ດວງ ຕາເວັນ ຈະ ເກີດ ມືດມົວ ໄປ ດວງ ຈັນ ຈະ ກາຍເປັນ ເລືອດ.
\v 21 ແລ້ວ ກໍ ຈະ ເປັນ ດັ່ງນີ້ ຄື ບຸກຄົນ ໃດ ທີ່ ຮ້ອງ ອອກ ພຣະນາມ ຂອງ ອົງພຣະ ຜູ້ ເປັນເຈົ້າ ກໍ ຈະ ລອດພົ້ນ.
\s5
\v 22 “ຊາວ ອິດ ສະຣາເອນ ທັງ ຫລາຍ ເອີຍ, ຈົ່ງ ຟັງ ຖ້ອຍຄໍາ ເຫລົ່ານີ້ ພຣະເຢຊູເຈົ້າ ໄທ ນາຊາເຣັດ ເປັນ ຜູ້ ທີ່ ພຣະເຈົ້າ ໄດ້ ຊົງ ສໍາແດງ ໃຫ້ ພວກທ່ານ ຮູ້ ເຫັນ ຢ່າງ ຈະແຈ້ງ ແລ້ວ ດ້ວຍ ການ ອັດ ສະຈັນ, ດ້ວຍ ການ ອິດ ທິຣິດ ແລະ ດ້ວຍ ໝາຍສໍາຄັນ ຕ່າງໆ ຊຶ່ງ ພຣະເຈາົ້ ໄດ້ ກະທາໍ ດ້ວຍ ພຣະອົງ, ພວກທ່ານ ກໍ ຮູ້ ເລື່ອງ ນີ້ ຢູ່ ແລ້ວ. ດ້ວຍວ່າ, ເຫດການ ໄດ້ ເກີດ ຂຶ້ນ ຢູ່ ໃນ ທ່າມກາງ ພວກທ່ານ.
\v 23 ໂດຍ ສອດຄ່ອງ ກັບ ແຜນການ ຂອງ ພຣະເຈົ້າ ທີ່ ພຣະອົງ ໄດ້ ກໍາ ນົດ ຄາດໝາຍ ໄວ້ ລ່ວງໜ້າ ກ່ອນ ແລ້ວ ວ່າ ພຣະເຢຊູເຈົ້າ ຈາໍ ຕ້ອງ ຖືກ ມອບ ໃຫ້ ພວກທ່ານ ແລະ ພວກທ່ານ ໄດ້ ມອບໃຫ້ ບັນ ດາ ຄົນ ນອກ ສາສະໜາ ຄຶງ ພຣະອົງໄວ້ ທີ່ ໄມ້ກາງແຂນ ແລະ ປະຫານ ຊີວິດ ເສຍ.
\v 24 ແຕ່ ພຣະເຈົ້າ ໄດ້ ບັນດານ ໃຫ້ ພຣະອົງ ເປັນ ຄືນ ມາ ຈາກ ຕາຍ ໂດຍ ປົດປ່ອຍ ພຣະອົງ ອອກ ຈາກ ຄວາມ ເຈັບປວດ ຂອງ ອໍານາດ ແຫ່ງ ຄວາມ ຕາຍ ເພາະ ຄວາມ ຕາຍ ບໍ່ ສາມາດ ກັກ ຈ່ອງ ພຣະອົງ ໄວ້ ໄດ້.
\s5
\v 25 ເພາະວ່າ ກະສັດ ດາວິດ ໄດ້ ກ່າວ ເຖິງ ພຣະອົງ ວ່າ, ‘ຂ້ານ້ອຍ ໄດ້ ເຫັນ ອົງພຣະ ຜູ້ ເປັນເຈົ້າ ຕໍ່ໜ້າ ຂ້ານ້ອຍ ຕະຫລອດ ເວລາ, ເພາະ ພຣະອົງ ຢູ່ ເບື້ອງ ຂວາ ຂອງ ຂ້ານ້ອຍ ຂ້ານ້ອຍ ຈະ ບໍ່ ສະທ້ານ ຫວັ່ນໄຫວ.
\v 26 ດ້ວຍເຫດນີ້ ຂ້ານ້ອຍ ຈຶ່ງ ເຕັມ ໄປ ດ້ວຍ ຄວາມ ປິຕິ ຍິນດີ ເມື່ອ ຂ້ານ້ອຍ ເວົ້າຈາ ແລະ ລິ້ນ ຂອງ ຂ້ານ້ອຍ ຈຶ່ງ ຮ້ອງ ດ້ວຍ ຄວາມ ຊົມຊື່ນ ຍິນດີ. ສໍາລັບ ຂ້ານ້ອຍ ແລ້ວ ເນື້ອກາຍ ຂອງ ຂ້ານ້ອຍ ກໍ ຈະ ພັກຜ່ອນ ດ້ວຍ ຄວາມຫວັງ ດ້ວຍ ຄວາມ ໝັ້ນໃຈ ໃນ ພັນທະສັນຍາ ຂອງ ພຣະເຈົ້າ
\s5
\v 27 ເພາະ ພຣະອົງ ຈະ ບໍ່ ປະຖິ້ມ ຂ້ານ້ອຍ ໄວ້ ໃນ ແດນ ມໍຣະນາ ບ່ອນ ທີ່ ຄົນ ຕາຍ ຢູ່ ນັ້ນ, ທັງ ຈະ ບໍ່ ໃຫ້ ຜູ້ຮັບໃຊ້ ຂອງ ພຣະອົງ ຜູ້ ທີ່ ບໍຣິສຸດ ເປື່ອຍເນົ່າ ໃນ ຂຸມຝັງສົບ.
\v 28 ພຣະອົງ ຊົງ ໂຜດ ໃຫ້ ຂ້ານ້ອຍ ໄດ້ ຮູ້ ເຫນັ ທາງ ນໍາ ໄປ ສູ່ ຊີວິດ ແລະ ພຣະອົງ ຈະ ຊົງ ໃຫ້ ຂ້ານ້ອຍ ຊົມຊື່ນ ຍິນດີ ຢ່າງ ເຕັມ ບໍຣິບູນ ຢູ່ ຊ້ອງໜ້າ ພຣະອົງ.
\s5
\v 29 ພີ ່ນ້ອງ ທັງຫລາຍ ເອີຍ, ຂ້າພະເຈົ້າ ມີ ສິດ ທີ່ ຈະ ກ່າວ ຢ່າງ ເຊື່ອ ໝັ້ນ ຕໍ່ ພວກທ່ານ ເຖິງ ກະສັດ ດາວິດ ບັນ ພະບຸລຸດ ຂອງ ພວກເຮົາ ເພິ່ນ ໄດ້ ຕາຍໄປ ແລະ ຖືກ ຝັງ ໄວ້ ໃນ ອຸບມຸງ ຂອງ ເພິ່ນ ເອງ ຊຶ່ງ ຢູ່ທ່າມກາງ ພວກເຮົາ ຈົນເຖິງ ທຸກ ວັນນີ້.
\v 30 ເພາະ ເພິ່ນ ເປັນ ຜູ້ທໍານວາຍ ແລະ ໄດ້ ຮູ້ ພຣະສັນ ຍາ ຂອງ ພຣະເຈົ້າ ທີ່ ມີ ໄວ້ ກັບ ເພິ່ນ ເອງ ຄື: ພຣະເຈົ້າ ໄດ້ ສັນຍາ ໄວ້ ວ່າ ພຣະອົງ ຈະ ໃຫ້ ຜູ້ ໜຶ່ງ ໃນ ເຊື້ອສາຍ ຂອງ ເພິ່ນ ຂຶ້ນ ເປັນ ກະສັດ ເທິງ ພຣະ ທີ່ ນັ່ງ ຂອງ ເພິ່ນ.
\v 31 ກະສັດ ດາວິດ ຮູ້ ເຫດການ ທີ່ ພຣະເຈົ້າ ຈະໃຫ້ ເກີດ ຂຶ້ນ ໃນ ອະນາຄົດ. ດັ່ງ ນັ້ນ ແຫລະ, ເພິ່ນ ຈຶ່ງ ກ່າວ ເຖິງ ຄວາມ ເປັນ ຄືນ ມາ ຈາກ ຕາຍ ຂອງ ພຣະຄຣິດ ວ່າ, ‘ເພິ່ນ ບໍ່ໄດ້ ຖືກ ປະຖິ້ມ ໄວ້ ໃນ ແດນ ມໍຣະນາ ເນື້ອຕົວ ຂອງ ເພິ່ນ ກໍ ບໍ່ ເປື່ອຍເນົ່າ.
\s5
\v 32 ພຣະເຈົ້າ ໄດ້ ບັນດານ ໃຫ້ ພຣະເຢຊູເຈົ້າ ຜູ້ ນີ້ ແຫລະ ເປັນ ຄືນ ມາ ຈາກ ຕາຍ ແລະ ພວກ ຂ້າພະເຈົ້າ ທຸກຄົນ ຕ່າງ ກໍ ເປັນ ພະຍານ ໃນ ເລື່ອງ ຄວາມຈິງ ນີ້.
\v 33 ພຣະເຈົ້າ ໄດ້ ຍົກ ພຣະເຢຊູເຈົ້າ ຂຶ້ນ ສູ່ ເບື້ອງ ຂວາ ພຣະຫັດ ຂອງ ພຣະອົງ ແລະ ເພິ່ນ ໄດ້ ຮັບ ພຣະວິນ ຍານ ບໍຣິສຸດເຈົ້າ ຈາກ ພຣະບິດາເຈົ້າ ຕາມ ພຣະສັນ ຍາ ໄວ້, ພຣະເຢຊູເຈົ້າ ໄດ້ ຊົງ ຖອກ ພຣະວິນຍານ ນັ້ນ ລົງ ມາ ຊຶ່ງ ພວກເຈົ້າ ໄດ້ ເຫັນ ແລະ ໄດ້ຍິນ ແລ້ວ ນັ້ນ.
\s5
\v 34 ດ້ວຍ ເຫດ ວ່າ ດາວິດ ບໍ່ ໄດ້ ຂຶ້ນ ໄປ ຍັງ ສະຫວັນ ແຕ່ ເພິ່ນ ໄດ້ ກ່າວ ວ່າ, ‘ອົງພຣະ ຜູ້ ເປັນເຈົ້າ ຊົງ ກ່າວ ແກ່ ພຣະອົງເຈົ້າ ຂອງ ຂ້ານ້ອຍ ວ່າ, ຈົ່ງ ນັ່ງ ທີ່ ເບື້ອງ ຂວາ ມື ຂອງເຮົາ
\v 35 ຈົນກວ່າ ເຮົາ ໄດ້ ປາບ ເຫລົ່າ ສັດຕູ ຂອງ ເຈົ້າ ໃຫ້ ຢູ່ ໃຕ້ ພື້ນ ຕີນ ຂອງ ເຈົ້າ.
\v 36 ເຫດສະນັ້ນ ປະຊາຊົນ ອິດ ສະຣາເອນ ທຸກຄົນ ເອີຍ ພວກທ່ານ ຈາໍ ເປັນ ຕ້ອງ ຮູ້ ຢ່າງ ຄັກ ແນ່ ວ່າ ພຣະເຢຊູເຈົ້າ ອົງ ນີ້ ຜູ້ ທີ່ ພວກທ່ານ ໄດ້ ຕອກ ຄຶງ ໄວ້ ທີ່ ໄມ້ກາງແຂນ ນັ້ນ ແຫລະ ແມ່ນ ຜູ້ ທີ່ ຖືກ ຕັ້ງ ໄວ້ ໃຫ້ ເປັນ ທັງ ພຣະອົງ ເຈົ້າ ແລະ ເປັນ ພຣະຄຣິດ.”
\s5
\v 37 ເມື່ອ ປະຊາຊົນ ໄດ້ຍິນ ເຊັ່ນນີ້ ແລ້ວ ຕ່າງ ກໍ ເຈັບຊໍ້າ ກິນ ແໜງ ໃຈ ຫລາຍ ທີ່ ສຸດ ແລະ ເວົ້າ ແກ່ ເປໂຕ ກັບ ອັກ ຄະສາວົກ ຄົນ ອື່ນ ໆ ວ່າ, “ພີ່ ນ້ອງ ເອີຍ ພວກເຮົາ ຈະ ຕ້ອງ ເຮັດ ຢ່າງ ໃດ? ”
\v 38 ເປໂຕ ກ່າວ ແກ່ ພວກເຂົາ ວ່າ, “ແຕ່ລະຄົນ ໃນ ພວກທ່ານ ຕ້ອງ ຖິ້ມໃຈເກົ່າ ເອົາ ໃຈໃໝ່ ແລະ ຮັບ ບັບຕິສະມາ ໃນ ນາມ ຂອງ ພຣະເຢຊູ ຄຣິດເຈົ້າ ເພື່ອ ວ່າ ບາບກາໍ ຂອງ ພວກທ່ານ ຈະ ໄດ້ ຮັບ ການອະໄພ ແລະ ພວກທ່ານ ກໍ ຈະ ໄດ້ ຮັບ ຂອງ ປະທານ ຈາກ ພຣະເຈົ້າ ຄື ພຣະວິນ ຍານ ບໍຣິສຸດເຈົ້າ.
\v 39 ດ້ວຍວ່າ, ຄໍາສັນຍາ ຂອງ ພຣະເຈົ້າ ແມ່ນ ໄດ້ ມີ ໄວ້ ກັບ ພວກທ່ານ ທັງ ລູກ ຂອງ ພວກທ່ານ ແລະ ກັບ ຄົນ ທັງ ປວງ ທີ່ ຢູ່ ຫ່າງໄກ ຄື ແກ່ ທຸກຄົນ ທີ່ ອົງພຣະ ຜູ້ ເປັນເຈົ້າ ພຣະເຈົ້າ ຂອງ ພວກເຮົາ ໄດ້ ເອີ້ນ ໃຫ້ ມາ ຫາ ພຣະອົງ ນັ້ນ.”
\s5
\v 40 ແລ້ວ ເ ປໂຕ ກໍ ສັ່ງ ແລະຕັກເຕືອນໜູນ ໃຈພວກເຂົາ ຕື່ມ ອີກ ຫລາຍປະການ ເພິ່ນ ກ່າວວ່າ, “ຈົ່ງ ເອົາ ຕົວ ລອດພົ້ນ ຈາກເຊື້ອ ຊາດອັນຄົດໂກງນີ້ ເສຍ. ”
\v 41 ຫລາຍຄົນ ໃນພວກເຂົາ ໄດ້ ເຊື່ອ ຖ້ອຍຄໍາຂອງເປໂຕ ແລະໄດ້ ຮັບບັບຕິສະມາ ແລະໃນວັນນັ້ນ ມີ ຄົນ ເພີ່ມ ເຂົ້າ ມາຕື່ມ ເປັນ ລູກສິດ ປະມານ ສາມພັນ ຄົນ.
\v 42 ພວກເຂົາ ໄດ້ ຕັ້ງໝັ້ນ ຢູ່ໃນ ຄໍາ ສອນ ຂອງ ພວກ ອັກຄະສາວົກ ເຂົ້າ ຮ່ວມໃນກຸ່ມສາມັກຄີທໍາ ໃນການຫັກ ເຂົ້າ ຈີ່ (ງ) ແລະ ຮ່ວມໃຈກັນ ໃນການພາວັນນາອະທິຖານ.
\s5
\v 43 ທຸກຄົນ ເກີດ ມີ ຄວາມ ຢ້ານຢໍາ ນັບຖື ສ່ວນພວກ ອັກ ຄະສາວົກ ກໍໄດ້ ເຮັດການ ອັດ ສະຈັນ ແລະ ໝາຍສໍາຄັນ ຫລາຍ ປະການ.
\v 44 ຄົນ ທີ່ເຊື່ອ ທັງ ໝົດ ກໍ ສືບ ຕໍ່ ຢູ່ ຮ່ວມ ກັນ ແລະ ໄດ້ ນໍາ ເອົາ ຊັບ ສິ່ງ ຂອງ ທີ່ ຕົນ ມີ ຢູ່ ນັ້ນ ມາ ເປັນ ຂອງ ສ່ວນ ລວມ.
\v 45 ພວກເຂົາ ໄດ້ ຂາຍ ທີ່ ດິນ ກັບ ຊັບ ສິ່ງ ຂອງ ແລະ ແຈກ ຢາຍ ໃຫ້ ແກ່ ຄົນ ທັງ ປວງ ຕາມ ຄວາມ ຈາໍ ເປັນ ຂອງ ທຸກໆ ຄົນ.
\s5
\v 46 ແຕ່ ລະວັນ ພວກເຂົາ ໄດ້ ໝັ່ນ ເຕົ້າໂຮມ ກັນ ນະມັດສະການ ໃນ ບໍລິເວນ ພຣະວິຫານ ແລະ ຫັກ ເຂົ້າ ຈີ່ ຮ່ວມ ຮັບປະທານ ອາຫານ ນາໍ ກັນ ຕາມ ບ້ານ ເຮືອນ ຂອງ ພວກ ຕົນ ດ້ວຍ ຄວາມ ຊົມ ຊື່ນ ຍິນ ດີ ແລະ ດ້ວຍ ໃຈ ສັດ ຊື່
\v 47 ທັງ ສັນລະເສີນ ພຣະເຈົ້າ ແລະ ຄົນ ທັງ ປວງ ຕ່າງ ກໍ ພໍ ໃຈ ນາໍ ບັນ ດາ ຄົນ ທີ່ ເຊື່ອ ນັ້ນ ຝ່າຍ ອົງ ພຣະຜູ້ ເປັນ ເຈົ້າ ໄດ້ ຊົງໂຜດ ໃຫ້ ມີຄົນ ທີ່ເຊື່ອເພີ່ມ ຈາໍນວນ ຂຶ້ນ ທຸກໆ ວັນ.
\s5
\c 3
\p
\v 1 ວັນ ໜຶ່ງ ເປໂຕ ກັບ ໂຢຮັນ ໄດ້ ໄປ ຍັງ ພຣະວິຫານ ໃນ ຕອນ ບ່າຍ ສາມ ໂມງ ເພາະ ເປັນ ເວລາ ພາວັນນາ ອະທິຖານ.
\v 2 ທາງ ເຂົ້າ ພຣະວິຫານ ມີ ຊື່ ວ່າ ປະຕູ ງາມ ມີ ຊາຍ ຜູ້ໜຶ່ງ ເປັນ ຄົນ ເປ້ຍ ມາ ແຕ່ ເກີດ, ແຕ່ ລະ ວັນ ລາວ ໄດ້ ຖືກ ຫາມ ມາ ວາງ ໄວ້ ທີ່ ນັ້ນ ເພື່ອ ຂໍທານ ນາໍ ຄົນ ທີ່ເຂົ້າ ໄປ ໃນ ພຣະວິຫານ.
\v 3 ເມື່ອ ລາວ ເຫັນ ເປໂຕ ກັບ ໂຢຮັນ ກາໍ ລັງ ເຂົ້າ ມາ ລາວ ຈຶ່ງ ຂໍທານ ນາໍ ສອງ ຄົນ ນີ້.
\s5
\v 4 ເປໂຕ ແລະ ໂຢຮັນ ໄດ້ ຈ້ອງ ຕາ ເບິ່ງ ລາວ ແລະ ເປໂຕ ກໍ ກ່າວ ວ່າ, “ຈົ່ງ ເບິ່ງ ພວກເຮົາ. ”
\v 5 ດັ່ງ ນັ້ນ ລາວ ຈຶ່ງ ເບິ່ງ ເປໂຕ ແລະ ໂຢຮັນ ໂດຍ ນຶກ ວ່າ ຕົນ ຈະ ໄດ້ ຮັບ ສິ່ງ ໃດ ສິ່ງ ໜຶ່ງ ຈາກ ຄົນ ທັງ ສອງ.
\v 6 ຝ່າຍ ເປໂຕ ກໍ ກ່າວ ແກ່ ລາວ ວ່າ, “ເງິນ ແລະ ຄໍາ ເຮາົ ບໍ່ ມີ ແຕ່ ສິ່ງ ທີ່ ເຮົາ ມີ ຢູ່ ນັ້ນ ເຮົາ ຈະ ໃຫ້ ແກ່ ເຈົ້າ ຄື ໃນ ພຣະນາມ ແຫ່ງ ພຣະເຢຊູ ຄຣິດເຈົ້າ ໄທ ນາຊາເຣັດ ຈົ່ງ ຍ່າງ ໄປ.”
\s5
\v 7 ແລ້ວ ເປໂຕ ກໍ ຈັບ ມື ຂວາ ຂອງ ຊາຍ ຄົນ ນັ້ນ ດຶງ ຂຶ້ນ ໃນ ທັນ ໃດນັ້ນ ຕີນ ແລະ ຂໍ່ ຕີນ ຂອງ ລາວ ກ ໍ ມີ ແຮງ ມາ,
\v 8 ລາວ ໂດດ ຢືນ ຂຶ້ນ ແລະ ເລີ່ມ ຕົ້ນ ຍ່າງ ໄປມາ ແລ້ວ ລາວ ກໍ ເຂົ້າ ໄປ ໃນ ພຣະວິຫານ ພ້ອມ ກັບທ່ານ ທັງ ສອງ ທັງ ຍ່າງ ທັງ ເຕັ້ນ ແລະ ທັງ ສັນ ລະເສີນ ພຣະເຈົ້າ.
\s5
\v 9 ປະຊາຊົນ ທັງ ຫລາຍ ຊຶ່ງ ຢູ່ ໃນທີ່ ນັ້ນ ໄດ້ ເຫັນ ລາວ ຍ່າງ ໄປມາ ແລະ ສັນລະເສີນ ພຣະເຈົ້າ
\v 10 ຈຶ່ງ ຈື່ໄດ້ ວ່າ ລາວ ເປັນ ຄົນ ເປ້ຍ ທີ່ເຄີຍ ນັ່ງ ຂໍທານ ທີ່ ປະຕູ ງາມ ທຸກຄົນ ຕ່າງ ກໍ ງຶດ ປະຫລາດ ອັດ ສະຈັນ ໃຈ ໃນ ເຫດການ ທີ່ ເກີດ ຂຶ້ນ ກັບ ຄົນ ນີ້.
\s5
\v 11 ຂະນະທີ່ ຊາຍ ຄົນ ນີ້ ຍັງ ເກາະ ແຂນ ເປໂຕ ແລະ ໂຢຮັນ ຢູ່ ທີ່ ລະບຽງ ໂຊໂລໂມນ ປະຊາຊົນ ທັງ ຫລາຍ ຕ່າງ ກໍ ງຶດ ປະຫລາດ ອັດ ສະຈັນ ໃຈ ແລະ ພາກັນ ແລ່ນ ມາ ຫາ ພວກເພິ່ນ.
\v 12 ເມື່ອ ເປໂຕ ເຫັນ ດັ່ງນັ້ນ ຈຶ່ງ ກ່າວ ແກ່ ປະຊາຊົນ ວ່າ, “ຊາວ ອິດສະຣາເອນ ເອີຍ ເປັນຫຍັງ ພວກທ່ານ ຈຶ່ງ ຈ້ອງຕາ ເບິ່ງ ພວກເຮົາ ຢ່າງ ປະຫລາດ ໃຈ ໃນ ເລື່ອງ ນີ້? ພວກທ່ານ ຄິດວ່າ ຊາຍ ຄົນ ນີ້ຍ່າງ ໄດ້ ດ້ວຍ ຣິດອໍານາດ ຂອງ ພວກເຮົາ ຫລື ເພາະວ່າ ພວກເຮົາ ເປັນ ຄົນ ນັບຖື ພຣະເຈົ້າ ຢ່າງ ຖືກ ຕ້ອງ ຊັ້ນ ບໍ?
\s5
\v 13 ພຣະເຈົ້າ ອົງ ທີ່ ອັບຣາຮາມ, ອີຊາກ ແລະ ຢາໂຄບ ຄື ອົງ ທີ່ ບັນ ພະບຸລຸດ ຂອງ ພວກເຮົາ ນະມັດ ສະການ ໄດ້ ໃຫ້ ພຣະເຢຊູເຈົ້າ ພຣະ ຜູ້ຮັບໃຊ້ ຂອງ ພຣະອົງ ໄດ້ ຮັບ ສະຫງ່າຣາສີ ຜູ້ ທີ່ພວກທ່ານ ໄດ້ ມອບໃຫ້ ແກ່ ບັນດາ ເຈົ້າ ໜ້າທີ່ ແລະ ປະຕິເສດ ພຣະອົງ ຕໍ່ໜ້າ ປີລາດ ເຖິງ ແມ່ນ ວ່າ ປີລາດ ຕັ້ງໃຈ ໄວ້ ແລ້ວ ທີ່ ຈະ ປ່ອຍ ພຣະອົງ ກໍຕາມ.
\v 14 ແຕ່ ພວກທ່ານ ຍັງ ໄດ້ ປະຕິເສດ ພຣະອົງ ຜູ້ ບໍຣິສຸດ ແລະ ຊອບທາໍ, ແຕ່ ຂໍຮ້ອງ ປີລາດ ໃຫ້ ເຮັດ ຕາມ ໃຈ ພວກທ່ານ ໂດຍ ໃຫ້ ເພິ່ນ ປ່ອຍ ຜູ້ ຂ້າ ຄົນ ໃຫ້ ແກ່ ທ່ານ ທັງ ຫລາຍ.
\s5
\v 15 ທ່ານ ທັງ ຫລາຍ ຈຶ່ງ ໄດ້ ຂ້າ ຜູ້ ທີ່ ເຮັດ ໃຫ້ ມີ ຊີວິດ ອັນ ແທ້ຈິງ ແຕ່ ພຣະເຈົ້າ ໄດ້ ຊົງ ບັນ ດານ ໃຫ້ ພຣະອົງ ເປັນ ຄືນ ມາ ຈາກ ຕາຍ ຝ່າຍ ພວກເຮົາ ກໍ ເປັນ ພະຍານ ໃນ ເລື່ອງ ນີ້ ໄດ້.
\v 16 ດ້ວຍ ຄວາມເຊື່ອ ໃນ ພຣະນາມ ຂອງ ພຣະອົງ ພຣະນາມ ນັ້ນ ຈຶ່ງ ເຮັດ ໃຫ້ ຄົນ ນີ້ ມີ ແຮງ ຂຶ້ນ ມາ ເຫດການ ທີ່ ພວກເຈົ້າ ເຫັນ ແລະ ຮູ້ຈັກ ນັ້ນ ເກີດ ຂຶ້ນ ໄດ້ ກໍເພາະ ດ້ວຍ ຄວາມເຊື່ອ ໃນ ນາມ ພຣະເຢຊູເຈົ້າ ທີ່ ເຮັດ ໃຫ້ ຊາຍ ຄົນ ນີ້ ຫາຍ ດີເປັນ ປົກ ກະຕິ ຕໍ່ ໜ້າ ພວກທ່ານ ທຸກຄົນ ດັ່ງ ທີ່ ພວກທ່ານ ໄດ້ ເຫັນ ຢູ່ ນີ້.
\s5
\v 17 ມາບັດ ນີ້ ພີ່ ນ້ອງ ທັງ ຫລາຍ ເອີຍ ຂ້າພະເຈົ້າ ຮູ້ ວ່າ ສິ່ງ ທີ່ ພວກທ່ານ ກັບ ບັນດາ ຜູ້ນໍາ ຂອງ ພວກທ່ານ ໄດ້ ເຮັດ ຕໍ່ ພຣະເຢຊູເຈົ້າ ນັ້ນ ກໍ ເຮັດ ໄປ ດ້ວຍ ຄວາມ ບໍ່ ຮູ້ ບໍ່ເຂົ້າໃຈ.
\v 18 ແຕ່ ເຫດ ເຫລົ່ານັ້ນ ທີ່ ພຣະເຈົ້າ ໄດ້ ຊົງປະກາດ ໄວ້ ລ່ວງໜ້າ ໂດຍ ປາກ ຂອງ ພວກ ຜູ້ທໍາ ນວາຍ ທັງ ໝົດ ວ່າ, ພຣະຄຣິດ ຂອງ ພຣະເຈົ້າ ຕ້ອງ ທົນ ທຸກ ທໍລະມານ ພຣະອົງ ຈຶ່ງ ຊົງ ໃຫ້ ສໍາເລັດ ດັ່ງ ນີ້.
\s5
\v 19 ດັ່ງ ນັ້ນ ຈົ່ງ ຖິ້ມໃຈເກົ່າ ເອົາ ໃຈໃໝ່ ໂດຍ ຫັນ ຄືນ ມາ ຫາ ພຣະເຈົ້າ ເພື່ອ ພຣະອົງ ຈະ ອະໄພ ບາບກໍາ ໃຫ້ ພວກທ່ານ,
\v 20 ເພື່ອ ເວລາ ແຫ່ງ ຄວາມ ພັກ ຜ່ອນ ຢ່ອນໃຈ ຈະໄດ້ ມາ ຈາກ ພຣະພັກ ຂອງ ອົງ ພຣະ ຜູ້ ເປັນ ເຈົ້າ ເພື່ອ ພຣະອົງ ຈະ ໄດ້ ຊົງ ໃຊ້ ພຣະຄຣິດ ຊຶ່ງ ຊົງ ກໍານົດ ໄວ້ ແລ້ວ ນັ້ນ ໃຫ້ ມາ ເພື່ອ ທ່ານ ທັງຫລາຍ ຄື ພຣະເຢຊູເຈົ້າ.
\s5
\v 21 ໃນ ເວລາ ນີ້ ພຣະອົງ ຈາໍ ຕ້ອງ ຢູ່ ໃນ ຟ້າ ສະຫວັນ ຈົນ ກວ່າ ເຖິງ ເວລາ ທີ່ ທຸກສິ່ງ ຈະ ຖືກ ຕັ້ງ ຂຶ້ນ ໃໝ່ ຕາມ ທີ່ ພຣະອົງ ໄດ້ ກ່າວ ໄວ້ ໂດຍ ທາງ ບັນ ດາ ຜູ້ທໍາ ນວາຍ ບໍຣິສຸດ ຂອງ ພຣະອົງ ຕັ້ງ ແຕ່ ດົນ ນານ ມາ ແລ້ວ.
\v 22 ສ່ວນ ໂມເຊ ໄດ້ ກ່າວ ໄວ້ ວ່າ, ‘ອົງພຣະ ຜູ້ ເປັນເຈົ້າ ພຣະເຈົ້າ ຂອງ ພວກທ່ານ ຈະ ຊົງ ໃຫ້ ຜູ້ທໍາ ນວາຍ ເໝືອນ ຢ່າງ ເຮົາ (ຈ) ເກີດ ຂຶ້ນ ຈາກ ປະຊາຊົນ ຂອງ ພວກທ່ານ ທ່ານທັງຫລາຍ ຕ້ອງ ເຊື່ອ ຟັງ ທຸກ ຖ້ອຍຄໍາ ທີ່ ເພິ່ນ ກ່າວ ແກ່ ພວກທ່ານ.
\v 23 ແລ້ວ ກໍ ຈະ ເປັນ ດັ່ງ ນີ້ ຄື ຖ້າ ຜູ້ ທີ່ ບໍ່ ເຊື່ອ ຟັງ ຜູ້ທໍາ ນວາຍ ຜູ້ນັ້ນ ກໍ ຈະ ຖືກ ຕັດ ຂາດ ອອກ ຈາກ ປະຊາຊົນ ຂອງ ພຣະເຈົ້າ ແລະ ຈະ ຖືກ ທໍາລາຍ.
\s5
\v 24 ຝ່າຍ ບັນ ດາ ຜູ້ທໍາ ນວາຍ ທຸກຄົນ ທີ່ ໄດ້ ຮັບ ຖ້ອຍຄໍາ ຈາກ ພຣະເຈົ້າ ຕັ້ງ ແຕ່ ຊາມູເອນ ເປັນ ລໍາດັບ ມາ ກໍໄດ້ ທາໍ ນວາຍ ເຖິງ ເຫດການ ຂອງ ວັນ ເຫລົ່າ ນີ້ເໝືອນກັນ.
\v 25 ທ່ານ ທັງຫລາຍ ເປັນ ລູກຫລານ ຜູ້ທໍານວາຍ ແລະ ຂອງ ພັນທະສັນ ຍາ ທີ່ ພຣະເຈົ້າ ໄດ້ ຊົງ ສັນ ຍາ ໄວ້ ແກ່ ບັນ ພະບຸລຸດ ຂອງ ພວກທ່ານ ຄືໄດ້ ກ່າວ ກັບ ອັບຣາຮາມ ວ່າ, ‘ຄອບຄົວ ທັງ ໝົດ ທົ່ວ ແຜ່ນດິນ ໂລກ ຈະ ໄດ້ ຮັບ ພຣະພອນ ເພາະ ເຊື້ອສາຍ ຂອງ ເຈົ້າ.
\v 26 ເມື່ອ ພຣະເຈົ້າ ໄດ້ ຊົງ ບັນດານ ໃຫ້ ອົງ ຜູ້ຮັບ ໃຊ້ ຂອງ ພຣະອົງ ເປັນ ຄືນ ມາ ແລ້ວ ກໍ ຊົງ ໃຊ້ ພຣະອົງ ມາ ຍັງ ທ່ານ ທັງຫລາຍ ກ່ອນ ເພື່ອ ອວຍ ພຣະພອນ ແກ່ ພວກທ່ານ ໂດຍ ໃຫ້ ທຸກຄົນ ກັບ ຈາກ ການ ຊົ່ວ ຮ້າຍ ຂອງຕົນ.”
\s5
\c 4
\p
\v 1 ຂະນະທີ່ ເປໂຕ ກັບ ໂຢຮັນ ຍັງກ່າວແກ່ ປະຊາຊົນ ຢູ່ນັ້ນ ພວກປະໂຣຫິດ ພວກເຈົ້າ ໜ້າ ທີ່ ເຝົ້າ ຍາມ ພຣະວິຫານ ແລະພວກຊາດູກາຍ ກໍ ມາຫາທ່ານທັງສອງ.
\v 2 ພວກເຂົາ ຂັດເຄືອງ ໃຈ ໃນ ການ ທີ່ ທ່ານ ທັງສອງ ໄດ້ ສັ່ງ ສອນ ແລະປະກາດແກ່ ພົນລະເມືອງ ເຖິງ ເລື່ອງການ ເປັນ ຄືນ ມາ ຈາກ ຕາຍ ໂດຍ ອ້າງ ວ່າ ພຣະເຢຊູເຈົ້າ ຄືນ ພຣະຊົນ ແລ້ວ.
\v 3 ດັ່ງ ນັ້ນ ພວກເຂົາ ຈຶ່ງ ຈັບ ທ່ານ ທັງ ສອງໄປຄຸມຂັງ ໄວ້ ໃນຄຸກ ຈົນ ເຖິງ ວັນໜ້າ ເພາະຄາໍ່ ແລ້ວ.
\v 4 ມີ ຫລາຍຄົນໄດ້ ເຊື່ອ ເມື່ອ ໄດ້ຍິນ ຄຳສັ່ງ ສອນ ນັ້ນ ແລະມີ ພວກຜູ້ຊາຍເພີ່ມ ຂຶ້ນ ປະມານຫ້າພັນ ຄົນ.
\s5
\v 5 ຕົກ ວັນ ໜ້າ ມາ ບັນດາ ຜູ້ນໍາ ກັບ ພວກ ເຖົ້າແກ່ ແລະ ພວກ ທາໍ ມະຈານ ໄດ້ ປະຊຸມ ກັນ ທີ່ ນະຄອນ ເຢຣູຊາເລັມ.
\v 6 ທັງ ໄດ້ພົບ ກັບ ອັນນາ ຜູ້ ທີ່ ເຄີຍ ເປັນ ມະຫາ ປະໂຣຫິດ ແລະ ກັບ ກາຢະຟາ, ໂຢຮັນ, ອາເລັກ ຊັນເດີ ແລະ ຄົນ ອື່ນ ອີກ ທີ່ ເປັນ ສະມາຊິກ ໃນ ຄອບຄົວ ຂອງ ມະຫາ ປະໂຣຫິດ.
\v 7 ເມື່ອ ພວກເຂົາ ໄດ້ ໃຫ້ ທ່ານ ທັງ ສອງ ຢືນ ຢູ່ ທ່າມກາງ ພວກ ຕົນ ແລ້ວ ຈຶ່ງ ໂຈດ ຖາມ ວ່າ, “ແມ່ນ ໂດຍ ຣິດອໍານາດ ແລະ ນາມ ຂອງ ຜູ້ໃດ ທີ່ ພວກເຈົ້າ ທາໍ ການ ນີ້?”
\s5
\v 8 ເປໂຕ ຜູ້ ທີ່ ເຕັມລົ້ນ ດ້ວຍ ພຣະວິນຍານ ບໍຣິສຸດເຈົ້າ ຕອບ ວ່າ, “ບັນ ດາ ທ່ານ ຜູ້ນໍາ ປະຊາຊົນ ກັບ ບັນ ດາ ເຖົ້າ ແກ່ ທີ່ ນັບ ຖື:
\v 9 ວັນ ນີ້ ຖ້າທ່ານ ທັງ ຫລາຍ ໂຈດ ຖາມ ຂ້າ ນ້ອຍ ທັງ ສອງ ເຖິງ ຄຸນງາມ ຄວາມດີ ທີ່ ມີ ແກ່ ຄົນ ເປ້ຍ ວ່າ ລາວ ໄດ້ ດີ ປົກ ກະຕິ ດ້ວຍ ຢ່າງ ໃດ,
\v 10 ກໍ ຂໍ ໃຫ້ ພວກທ່ານ ທຸກຄົນ ຄື ປະຊາຊົນ ອິດ ສະຣາເອນ ທັງ ໝົດ ຮູ້ ວ່າ: ທີ່ ຊາຍ ຄົນ ນີ້ ຖືກ ຊົງ ໂຜດ ໃຫ້ ຫາຍ ດີ ເປັນ ປົກ ກະຕິ ນັ້ນ ກໍ ໂດຍ ຣິດ ເດດ ແຫ່ງ ນາມຊື່ ຂອງ ພຣະເຢຊູ ຄຣິດ ເຈົ້າ ໄທ ນາຊາເຣັດ ຜູ້ ທີ່ ທ່ານ ທັງ ຫລາຍ ໄດ້ ຄຶງ ໄວ້ ທີ່ ໄມ້ກາງແຂນ ແລະ ຜູ້ ທີ່ ພຣະເຈົ້າ ໄດ້ ຊົງ ບັນດານ ໃຫ້ ເປັນ ຄືນ ມາ ຈາກ ຕາຍ.
\s5
\v 11 ພຣະເຢຊູເຈົ້າ ອົງ ນີ້ ແຫລະ ແມ່ນ ຜູ້ ທີ່ ມີ ຄໍາ ຂຽນ ໄວ້ ໃນ ພຣະຄໍາພີ ວ່າ, ‘ຫິນ ທີ່ ພວກທ່ານ ຜູ້ ເປັນ ຊ່າງ ກໍ່ ໄດ້ ປະຖິ້ມ ບໍ່ ຍອມ ໃຊ້ ຖື ວ່າ ບໍ່ມີ ຄຸນຄ່າ ຫຍັງ ກໍ ໄດ້ ກາຍເປັນ ຫິນ ເສົາ ເອກ.
\v 12 ໃນ ຜູ້ ອື່ນ ຄວາມ ລອດພົ້ນ ບໍ່ ມີ ດ້ວຍວ່າ, ບໍ່ ມີ ນາມຊື່ ອື່ນ ໃດ ທົ່ວ ໃຕ້ ຟ້າ ທີ່ ຊົງ ປະທານ ແກ່ ມະນຸດ ເພື່ອ ໃຫ້ ເຮົາ ທັງຫລາຍ ຕ້ອງ ໄດ້ ພົ້ນ.”
\s5
\v 13 ບັນ ດາ ສະມາຊິກ ຂອງ ສະພາ ສູງສຸດ ຕ່າງ ກໍ ງຶດ ປະຫລາດ ໃຈ ເມື່ອ ເຫັນ ເປໂຕ ກັບ ໂຢຮັນ ມີ ຄວາມ ກ້າ ຫານ ເຊັ່ນ ນີ້ ແລະ ຮູ້ ວ່າ ທ່ານ ທັງ ສອງ ເປັນ ຄົນ ສາມັນ ທາໍມະດາ ແລະ ຂາດ ການ ສຶກ ສາ ພວກເຂົາ ຮູ້ ວ່າ ທ່ານ ທັງ ສອງ ເຄີຍ ເປັນ ຜູ້ ໃກ້ຊິດ ກັບ ພຣະເຢຊູເຈາົ້.
\v 14 ແຕ່ ພວກເຂົາ ບໍ່ ອາດ ປະຕິເສດ ໄດ້ ເພາະ ໄດ້ ເຫັນ ຊາຍ ທີ່ ຖືກ ຊົງ ໂຜດ ໃຫ້ ຫາຍ ດີ ນັ້ນ ຢືນ ຢູ່ ກັບ ເປໂຕ ແລະ ໂຢຮັນ.
\s5
\v 15 ດັ່ງ ນັ້ນ ພວກເຂົາ ຈຶ່ງ ສັ່ງ ໃຫ້ ທ່ານ ທັງ ສອງ ອອກ ໄປ ຈາກ ຫ້ອງ ປະຊຸມ ຂອງ ສະພາ ສູງສຸດ ແລະ ໃນ ຂະນະ ນັ້ນ ພວກເຂົາ ໄດ້ສືບ ຕໍ່ປຶກສາ ກັນ
\v 16 ວ່າ, “ພວກເຮົາ ຈະ ຕ້ອງ ເຮັດ ຢ່າງ ໃດ ກັບ ຄົນ ທັງ ສອງ ນີ້? ເພາະ ທຸກຄົນ ໃນ ນະຄອນ ເຢຣູຊາເລັມ ຕ່າງ ກໍ ຮູ້ ວ່າ ແມ່ນ ພວກເຂົາ ທີ່ ໄດ້ ເຮັດ ການ ອັດສະຈັນ ອັນ ຍິ່ງ ໃຫຍ່ ນີ້ ແລະ ພວກເຮົາ ກໍ ປະຕິເສດ ການ ນີ້ ບໍ່ ໄດ້.
\v 17 ແຕ່ ເພື່ອ ບໍ່ ໃຫ້ ເລື່ອງ ນີ້ ແຜ່ ອອກ ໄປ ຕື່ມ ອີກ ໃນ ທ່າມກາງ ຄົນ ທັງ ຫລາຍ ຈົ່ງ ສັ່ງ ຫ້າມ ແລະ ຂູ່ ຄົນ ເຫລົ່າ ນີ້ ບໍ່ ໃຫ້ ກ່າວ ອອກ ນາມຊື່ ຂອງ ພຣະເຢຊູເຈົ້າ ເປັນ ເດັດ ຂາດ. ”
\v 18 ດັ່ງ ນັ້ນ ພວກເຂົາ ຈຶ່ງ ເອີ້ນ ເປໂຕ ແລະ ໂຢຮັນ ກັບຄືນ ເຂົ້າ ມາ ແລະ ສັ່ງ ຢ່າງ ເດັດ ຂາດ ບໍ່ ໃຫ້ ກ່າວ ຫລື ສັ່ງ ສອນ ສິ່ງ ໃດ ໃນ ນາມ ຂອງ ພຣະເຢຊູເຈົ້າ.
\s5
\v 19 ແຕ່ ເປໂຕ ກັບ ໂຢຮັນ ຕອບ ພວກເຂົາ ວ່າ, “ພວກທ່ານ ຈົ່ງ ພິຈາລະນາ ເອົາ ເອງ ວ່າ ທີ່ ຈະ ຟັງ ຄວາມ ຂອງ ພວກທ່ານ ຫລື ຈະ ຟັງ ຄວາມ ຂອງ ພຣະເຈົ້າ ອັນ ໃດ ເປັນ ສິ່ງ ທີ່ ຖືກ ຕ້ອງ ຕໍ່ ສາຍຕາ ຂອງ ພຣະເຈົ້າ.
\v 20 ດ້ວຍວ່າ, ເປັນ ໄປ ບໍ່ ໄດ້ ທີ່ ຈະ ໃຫ້ ພວກ ຂ້າ ພະເຈົ້າ ປິດ ບັງ ບໍ່ ໃຫ້ ເວົ້າ ສິ່ງ ທີ່ ໄດ້ ເຫັນ ແລະ ໄດ້ຍິນ.”
\s5
\v 21 ເມື່ອ ຂູ່ເຂັນ ທ່ານ ທັງ ສອງ ຢ່າງ ແຂງແຮງ ຕື່ມ ອີກ ແລ້ວ ກໍ ປ່ອຍ ໄປ ເພາະ ເຫັນ ວ່າ ບໍ່ ມີ ເລື່ອງ ອັນ ໃດ ທີ່ ຈະ ໃສ່ ໂທດ ພວກເພິ່ນ ໄດ້ ເພາະ ປະຊາຊົນ ທັງໝົດ ພາກັນ ສັນລະເສີນ ພຣະເຈົ້າ ຍ້ອນ ເຫດການ ທີ່ ໄດ້ ເກີດຂຶ້ນ ນັ້ນ.
\v 22 ຊາຍ ຜູ້ ທີ່ ຖືກ ຮັກ ສາ ໃຫ້ ຫາຍ ດີ ຍ້ອນ ການ ອັດ ສະຈັນ ນີ້ ມີ ອາຍຸ ເກີນ ກວ່າ ສີ່ ສິບ ປີ ແລ້ວ.
\s5
\v 23 ຫລັງ ຈາກ ເປໂຕ ແລະ ໂຢຮັນ ໄດ້ ຮັບ ການ ປ່ອຍຕົວ ແລ້ວ ທ່ານ ທັງ ສອງ ກໍ ກັບ ຄືນ ໄປ ຫາ ເພື່ອນຝູງ ຂອງ ພວກເພິ່ນ ແລະ ເລົ່າ ເລື່ອງ ທັງ ໝົດ ທີ່ພວກ ຫົວ ໜ້າ ປະໂຣຫິດ ແລະ ພວກ ເຖົ້າ ແກ່ ໄດ້ ເວົ້າ ແກ່ ພວກເພິ່ນ ນັ້ນ.
\v 24 ເມື່ອ ໄດ້ຍິນ ດັ່ງນັ້ນ, ແລ້ວ ເຂົາ ທຸກຄົນ ກໍ ຮ່ວມ ໃຈ ກັນ ຍົກ ສຽງ ພາວັນ ນາ ອະທິຖານ ຕໍ່ ພຣະເຈົ້າ ວ່າ, “ຂ້າແດ່ ພຣະອົງ ເຈົ້າ ອົງ ຄຸ້ມ ຄອງ ຈັກ ກະວານ ອົງ ທີ່ ໄດ້ ສ້າງ ຟ້າ ສະຫວັນ ແລະ ແຜ່ນດິນ ໂລກ ກັບ ນາໍ້ ທະເລ ແລະ ທຸກໆ ສິ່ງ ທີ່ ມີ ຢູ່ ໃນ ບ່ອນ ເຫລົ່ານັ້ນ
\v 25 ໂດຍ ທາງ ອົງ ພຣະວິນ ຍານ ບໍຣິສຸດເຈົ້າ ພຣະອົງ ໄດ້ ກ່າວ ຜ່ານ ດາວິດ ບັນພະບຸລຸດ ຂອງ ພວກ ຂ້ານ້ອຍ ແລະ ຜູ້ຮັບໃຊ້ ຂອງ ພຣະອົງ ວ່າ, ‘ດ້ວຍເຫດໃດ ຄົນຕ່າງຊາດ ຈຶ່ງ ໂກດຮ້າຍ ຢ່າງ ຮຸນແຮງ, ດ້ວຍເຫດໃດ ຄົນ ທັງຫລາຍ ຈຶ່ງ ກໍ່ ອຸບາຍ ອັນ ໄຮ້ ປະໂຫຍດ?
\s5
\v 26 ບັນດາ ກະສັດ ແຫ່ງ ໂລກນີ້ ກໍ ຕຽມພ້ອມ ກັບ ພວກ ຜູ້ ປົກຄອງ ເພື່ອ ຕໍ່ສູ້ ອົງພຣະ ຜູ້ ເປັນເຈົ້າ ແລະ ຕໍ່ສູ້ ພຣະຄຣິດ ຂອງ ພຣະອົງ.
\s5
\v 27 ຈງິ ແທ້ ດ້ວຍວ່າ, ເຮໂຣດ ກັບ ປົນ ທຽວປີລາດ ໄດ້ ມາ ໃນ ເມືອງ ນີ້ ປະຊຸມ ກັນ ກັບ ຄົນ ຕ່າງຊາດ ແລະ ປະຊາຊົນ ອິດສະຣາເອນ ເພື່ອຕໍ່ສູ້ ພຣະເຢຊູເຈົ້າ ພຣະຜູ້ຮັບໃຊ້ ອົງ ບໍຣິສຸດ ຂອງ ພຣະອົງ ຜູ້ ທີ່ ພຣະອົງ ໄດ້ ຫົດ ສົງ ໄວ້ ແລ້ວ.
\v 28 ເພື່ອ ໃຫ້ ສິ່ງ ສາລະພັດ ຕາມ ທີ່ ພຣະຫັດ ແລະ ພຣະໄທ ຂອງ ພຣະອົງ ຊົງ ກາໍ ນົດ ຕັ້ງ ແຕ່ ກ່ອນ ມາ ແລ້ວ ນັ້ນ ເກີດ ຂຶ້ນ.
\s5
\v 29 ຂ້າ ແດ່ ພຣະອົງ ເຈົ້າ ບັດ ນີ້ ຂໍ ໂຜດ ຫລຽວ ເບິ່ງ ການ ຂົ່ມ ຂູ່ ຂອງ ພວກເຂົາ ແລະ ຂໍໂຜດ ໃຫ້ ພວກ ຂ້ານ້ອຍ ທີ່ ເປັນ ຜູ້ຮັບໃຊ້ ຂອງ ພຣະອົງ ກ່າວ ພຣະທາໍ ຂອງ ພຣະອົງ ດ້ວຍ ໃຈ ກ້າຫານ ຂຶ້ນ ແດ່ ທ້ອນ.
\v 30 ຂໍໂຜດ ຢຽດ ພຣະຫັດ ຂອງ ພຣະອົງ ອອກ ເພື່ອ ເຮັດ ໃຫ້ ດີ ພະຍາດ ແລະ ຂໍໂຜດ ໃຫ້ ໝາຍສໍາຄັນ ແລະ ການ ອັດ ສະຈັນ ເກີດຂຶ້ນ ໂດຍ ພຣະນາມ ຂອງ ພຣະເຢຊູເຈົ້າ ພຣະ ຜູ້ຮັບໃຊ້ ອົງ ບໍຣິສຸດ ຂອງ ພຣະອົງ. ”
\v 31 ເມື່ອ ພາວັນ ນາ ອະທິຖານ ຈົບ ແລ້ວ ບ່ອນ ທີ່ ພວກເຂົາ ປະຊຸມ ກັນ ນັ້ນ ກໍ ສະທ້ານ ຫວັ່ນ ໄຫວ ທຸກຄົນ ຕ່າງ ກໍ ເຕັມ ໄປ ດ້ວຍ ພຣະວິນຍານ ບໍຣິສຸດເຈົ້າ ແລະ ຈຶ່ງ ປະກາດ ພຣະທາໍ ຂອງ ພຣະເຈົ້າ ດ້ວຍ ໃຈ ກ້າຫານ.
\s5
\v 32 ຄົນ ທັງ ຫລາຍ ທີ່ ເຊື່ອ ນັ້ນ ກໍ ເປັນ ນາໍ້ ໜຶ່ງ ໃຈ ດຽວກັນ ແລະ ບໍ່ ມີ ຜູ້ໃດ ຈັກ ຄົນ ອ້າງ ວ່າ ສິ່ງ ຂອງ ທີ່ ຕົນ ມີ ຢູ່ ນັ້ນ ເປັນ ຂອງ ສ່ວນ ຕົວ, ແຕ່ ຖື ວ່າ ສິ່ງ ຂອງ ທັງ ໝົດ ເປັນ ຂອງ ກາງ.
\v 33 ຝ່າຍ ພວກ ອັກຄະສາວົກ ໄດ້ ເຕັມ ໄປ ດ້ວຍ ຣິດ ເດດ ອັນ ຍິ່ງ ໃຫຍ່ ແລະ ໄດ້ ເປັນ ພະຍານ ເຖິງ ຄວາມ ເປັນ ຄືນ ມາ ຈາກ ຕາຍ ຂອງ ພຣະເຢຊູເຈົ້າ ແລະ ພຣະເຈົ້າ ກໍໄດ້ ຖອກ ເທ ພຣະຄຸນ ອັນ ໃຫຍ່ ຂອງ ພຣະອົງ ລົງ ເທິງ ພວກເຂົາ ທຸກຄົນ.
\s5
\v 34 ໃນ ກຸ່ມ ຄົນ ທີ່ ເຊື່ອ ບໍ່ ມີ ຈັກ ຄົນ ຂັດ ສົນ ບຸກຄົນ ໃດ ມ ີດິນ ນາ ຫລື ມີ ເຮືອນ ຫລາຍ ຫລັງ ກໍໄດ້ ຂາຍ ແລະ ນາໍ ເອົາ ເງິນ ທີ່ ໄດ້ ຈາກ ການ ຂາຍ ນັ້ນ
\v 35 ມາ ມອບ ໃຫ້ ພວກ ອັກ ຄະສາວົກ ແລະ ເພິ່ນ ກໍ ແຈກຢາຍ ເງິນ ນັ້ນ ໃຫ້ ແຕ່ ລະຄົນ ຕາມ ຄວາມ ຈາໍ ເປັນ ຂອງ ໃຜ ລາວ.
\s5
\v 36 ໄດ້ ມີ ຊາຍ ເລວີ ຜູ້ໜຶ່ງ ເປັນ ຄົນ ພື້ນ ເມືອງ ໃນ ເກາະ ໄຊປຣັດ ຊື່ວ່າ ໂຢເຊັບ ພວກ ອັກ ຄະສາວົກ ເອີ້ນ ລາວ ວ່າ ບາຣະນາບາ (ຊຶ່ງ ໝາຍຄວາມວ່າ ຜູ້ ມີ ໃຈ ອຸດໜູນ)
\v 37 ລາວ ໄດ້ ຂາຍ ນາ ຂອງຕົນ ທົ່ງ ໜຶ່ງ ແລະ ນາໍ ເອົາ ເງິນ ມາ ມອບ ໃຫ້ ແກ່ ພວກ ອັກ ຄະສາວົກ.
\s5
\c 5
\p
\v 1 ແຕ່ ມີ ຊາຍ ຄົນ ໜຶ່ງ ຊື່ ວ່າ, ອານາເນຍ ພ້ອມ ກັບ ເມຍ ຂອງ ລາວ ຊື່ ວ່າ, ຊະຟີຣາ ໄດ້ ຂາຍ ທີ່ ດິນ ຊຶ່ງ ເປັນ ຂອງ ພວກເຂົາ.
\v 2 ອານາເນຍ ໄດ້ ເອົາ ເງິນ ສ່ວນ ໜຶ່ງ ໃນ ຈໍານວນ ນັ້ນ ມ້ຽນ ໄວ້ ສໍາລັບ ຕົນ, ຝ່າຍ ເມຍ ຂອງ ລາວ ກໍ ຮູ້ ນໍາ ກັນ ອີກ ສ່ວນ ໜຶ່ງ ນັ້ນ ລາວ ໄດ້ ນໍາ ມາ ມອບ ໃຫ້ ພວກ ອັກ ຄະສາວົກ.
\s5
\v 3 ດັ່ງນັ້ນ ເປໂຕ ຈຶ່ງ ຖາມ ລາວ ວ່າ, “ອານາເນຍ ເອີຍ ດ້ວຍເຫດໃດ ໃຈ ຂອງ ເຈົ້າ ຈຶ່ງ ເຕັມ ໄປ ດ້ວຍ ມານຊາຕານ, ເຈົ້າ ຈຶ່ງ ຕົວະ ຕໍ່ ພຣະວິນຍານ ບໍຣິສຸດເຈົ້າ ໂດຍ ເອົາ ເງິນ ສ່ວນ ໜຶ່ງ ຊຶ່ງ ເປັນ ຄ່າ ຂາຍ ທີ່ ດິນ ນັ້ນ ມ້ຽນ ໄວ້?
\v 4 ກ່ອນ ທີ່ ເຈົ້າ ບໍ່ ທັນ ໄດ້ ຂາຍ ດິນ ນັ້ນ ກໍ ເປັນ ຂອງ ເຈົ້າ ບໍ່ ແມ່ນ ບໍ? ແລະ ຫລັງ ຈາກ ທີ່ເຈົ້າ ຂາຍ ແລ້ວ ເງິນ ນັ້ນ ກໍ ຍັງ ເປັນ ສິດ ຂອງ ເຈົ້າ ບໍ່ ແມ່ນ ບໍ? ດັ່ງ ນັ້ນ ເປັນ ຫຍັງ ເຈົ້າ ຈຶ່ງ ໄດ້ ຕັດ ສິນ ໃຈ ເຮັດ ເຊັ່ນ ນີ້? ເຈົ້າ ບໍ່ ໄດ້ ຕົວະ ຕໍ່ ມະນຸດ ແຕ່ ຕົວະ ຕໍ່ ພຣະເຈົ້າ. ”
\v 5 ເມື່ອ ອານາເນຍ ໄດ້ຍິນ ຖ້ອຍຄໍາ ເຫລົ່ານີ້ ລາວ ກໍ ລົ້ມ ລົງ ສິ້ນໃຈ ຕາຍ ຝ່າຍ ຄົນ ທັງ ປວງ ທີ່ ່ໄດ້ຍິນ ເຖິງ ເຫດການ ນັ້ນ ຕ່າງ ກໍ ຕົກໃຈ ຢ້ານກົວ ຢ່າງໃຫຍ່.
\v 6 ພວກ ຊາຍ ໜຸ່ມ ໄດ້ ເຂົ້າ ມາ ຫໍ່ ສົບ ລາວ ໄວ້ ແລ້ວ ຫາມ ອອກ ໄປ ຂ້າງ ນອກ ເພື່ອ ນາໍ ເອົາ ໄປ ຝັງ.
\s5
\v 7 ປະມານ ສາມ ຊົ່ວ ໂມງ ຕໍ່ມາ ເມຍ ຂອງ ອານາເນຍ ກໍ ເຂົ້າ ມາ ໂດຍ ບໍ່ ຮູ້ ເລື່ອງ ທີ່ ໄດ້ ເກີດຂຶ້ນ.
\v 8 ເປໂຕ ຖາມ ນາງ ວ່າ, “ຈົ່ງ ບອກ ເຮົາ ມາ ເບິ່ງດູ ເຈົ້າ ທັງ ສອງ ຂາຍ ທີ່ ດິນ ໄດ້ ເງິນ ຈາໍ ນວນ ເທົ່າ ນັ້ນ ແທ້ ບໍ? ” ນາງ ຕອບ ວ່າ, “ແມ່ນແລ້ວ ໄດ້ ເທົ່ານັ້ນ ແຫລະ.”
\s5
\v 9 ດັ່ງ ນັ້ນ ເປໂຕ ຈຶ່ງ ກ່າວ ຕໍ່ ນາງ ວ່າ, “ເປັນ ຫຍັງ ເຈົ້າ ກັບ ຜົວ ຂອງ ເຈົ້າ ຈຶ່ງ ພ້ອມໃຈ ກັນ ທົດ ລອງ ພຣະວິນຍານ ຂອງ ອົງພຣະ ຜູ້ ້ ເປັນເຈົ້າ? ບັດ ນີ້ ພວກ ຜູ້ຊາຍ ທີ່ ໄດ້ ໄປ ຝັງສົບ ຜົວ ຂອງ ເຈົ້າ ກໍ ມາ ເຖິງ ປະຕູ ແລ້ວ ແລະ ພວກເຂົາ ກໍ ຈະ ຫາມ ສົບ ເຈົ້າ ອອກ ໄປ ເໝືອນກັນ. ”
\v 10 ໃນ ທັນໃດນັ້ນ ນາງ ກໍ ລົ້ມ ລົງ ທີ່ ຕີນ ຂອງ ເປໂຕ ແລະ ສິ້ນໃຈ ຕາຍ ເມື່ອ ພວກ ຊາຍ ໜຸ່ມ ເຂົ້າ ມາ ກໍ ເຫັນ ວ່າ ນາງ ຕາຍ ແລ້ວ. ດັ່ງ ນັ້ນ ພວກເຂົາ ຈຶ່ງ ຫາມ ສົບ ຂອງ ນາງ ອອກ ໄປ ແລະ ຝັງ ໄວ້ ທີ່ ຂ້າງ ສົບ ຜົວ ຂອງ ນາງ.
\v 11 ຄຣິສຕະຈັກ ທັງ ໝົດ ແລະ ທຸກຄົນ ທີ່ ໄດ້ຍິນ ເຫດການ ນີ້ ຕ່າງ ກໍ ຕົກໃຈ ຢ້ານກົວ ຢ່າງ ໃຫຍ່.
\s5
\v 12 ພວກ ອັກ ຄະສາວົກ ໄດ້ ເຮັດ ການ ອັດ ສະຈັນ ແລະ ສຶ່ງ ທີ່ ໜ້າ ງຶດ ງໍ້ ຫລາຍ ຢ່າງ ໃນ ທ່າມກາງ ປະຊາຊົນ, ຄົນ ທີ່ ເຊື່ອ ທຸກຄົນ ກໍ ຢູ່ ຮ່ວມ ກັນ ທີ່ ລະບຽງ ຂອງ ໂຊໂລໂມນ.
\v 13 ສ່ວນ ຄົນ ອື່ນ ໆ ນັ້ນ ບໍ່ ມີ ຜູ້ໃດ ກ້າ ເຂົ້າ ມາ ຕິດ ພັນ ຢູ່ນາໍ ແລະ ແມ່ນແຕ່ ປະຊາຊົນ ທົ່ວ ໄປ ຕ່າງ ກໍ ຍ້ອງຍໍ ສັນລະເສີນ ພວກເພິ່ນ ຢູ່.
\s5
\v 14 ແຕ່ ມີ ຊາຍ ແລະ ຍິງ ທີ່ ເຊື່ອ ໃນ ອົງ ພຣະ ຜູ້ ເປັນ ເຈົ້າ ເພີ່ມ ຈາໍ ນວນ ເຂົ້າ ມາ ຕື່ມ ອີກ ຫລາຍກວ່າ ເກົ່າ.
\v 15 ຈົນ ວ່າ ເຂົາ ໄດ້ ເອົາ ຄົນ ເຈັບ ປ່ວຍ ໃສ່ ບ່ອນ ນອນ ນ້ອຍ ໃຫຍ່ ຫາມ ອອກ ໄປ ວາງ ໄວ້ ຕາມ ຫົນ ທາງ ເພື່ອ ວ່າ ເມື່ອ ເປໂຕ ຍ່າງ ຜ່ານ ໄປ ນັ້ນ ຢ່າງໜ້ອຍ ເງົາ ຂອງທ່ານ ຈະ ຖືກ ບາງຄົນ.
\v 16 ປະຊາຊົນ ໄດ້ ຫລັ່ງ ໄຫລ ກັນ ອອກ ມາ ຈາກ ເມືອງ ຕ່າງໆ ທີ່ ຢູ່ ອ້ອມແອ້ມ ນະຄອນ ເຢຣູຊາເລັມ ພ້ອມ ທັງ ນໍາ ຄົນ ເຈັບໄຂ້ ໄດ້ປ່ວຍ ແລະ ຄົນ ທີ່ ຜີຊົ່ວຮ້າຍ ເຂົ້າ ສິງ ມາ ຫາ ແລະ ທຸກຄົນ ຕ່າງ ກໍໄດ້ ຮັບ ການ ຊົງ ໂຜດ ໃຫ້ ຫາຍ ດີ.
\s5
\v 17 ແລ້ວ ມະຫາ ປະໂຣຫິດ ກັບ ພັກ ພວກ ທັງ ໝົດ ຂອງຕົນ ຄື ພວກ ຊາດູກາຍ ກໍ ເກີດ ອິດສາ ພວກ ອັກຄະສາວົກ ຢ່າງ ສຸດຂີດ.
\v 18 ພວກເຂົາ ໄດ້ ຈັບ ພວກ ອັກ ຄະສາວົກ ແລະ ໄປ ຂັງ ໄວ້ ໃນ ຄຸກ.
\s5
\v 19 ແຕ່ ໃນ ຄືນ ນັ້ນ ມີ ເທວະດາ ຕົນ ໜຶ່ງ ຂອງ ອົງ ພຣະ ຜູ້ ເປັນ ເຈົ້າ ໄດ້ໄຂ ປະຕູ ຄຸກ ແລະ ນໍາ ພວກ ອັກຄະສາວົກ ອອກ ມາ ເທວະດາ ຕົນ ນັ້ນ ກ່າວ ແກ່ ພວກ ອັກຄະສາວົກ ວ່າ,
\v 20 “ຈົ່ງ ໄປ ຢືນ ຢູ່ໃນ ບໍລິເວນ ພຣະວິຫານ ແລ້ວ ປະກາດ ບັນດາ ຖ້ອຍຄໍາ ທັງ ໝົດ ເຖິງ ເລື່ອງ ຊີວິດໃໝ່ ນີ້ ສູ່ ປະຊາຊົນ ຟັງ. ”
\v 21 ເມື່ອ ອັກ ຄະສາວົກ ໄດ້ຍິນ ດັ່ງນັ້ນ ແລ້ວ ພໍ ຮຸ່ງ ເຊົ້າ ກໍ ເຂົ້າ ໄປ ໃນ ພຣະວິຫານ ແລະ ຕັ້ງຕົ້ນ ສັ່ງ ສອນ. ມະຫາປະໂຣຫິດ ກັບ ພັກ ພວກ ຂອງຕົນ ໄດ້ ເອີ້ນ ເຖົ້າ ແກ່ ຊາວ ຢິວ ທຸກຄົນ ມາ ສໍາລັບ ປະຊຸມ ສະພາ ສູງສຸດ ຄົບ ຄະນະ, ແລ້ວ ພວກເຂົາ ກໍ ສັ່ງ ເຈົ້າ ໜ້າ ທີ່ ໃຫ້ ໄປ ຍັງ ຄຸກ ເພື່ອ ນາໍ ເອົາ ພວກ ອັກ ຄະສາວົກ ອອກ ມາ ປາກົດ ຕົວ ຕໍ່ໜ້າ ພວກເຂົາ.
\s5
\v 22 ແຕ່ ເມື່ອ ເຈົ້າ ໜ້າທີ່ໄປ ຮອດ ແລ້ວ ພວກເຂົາ ກໍ ບໍໍ່ ພົບ ພວກ ອັກ ຄະສາວົກ ໃນ ຄຸກ ເລີຍ. ດັ່ງ ນັ້ນ ພວກເຂົາ ຈຶ່ງ ກັບ ຄືນ ມາ ຍັງ ທີ່ປະຊຸມ ແລະ ລາຍງານ ວ່າ,
\v 23 “ເມື່ອ ພວກ ຂ້ານ້ອຍ ໄດ້ ໄປ ທີ່ ີ ຄຸກ ກໍ ເຫັນ ປະຕູ ຄຸກ ອັດ ໄວ້ ຢ່າງ ແໜ້ນ ໜາ ແລະ ຄົນ ເຝົ້າ ຍາມ ທຸກຄົນ ກໍ ຢືນ ຍາມ ທີ່ ປະຕູ ນັ້ນ, ແຕ່ ເມື່ອ ພວກ ຂ້ານ້ອຍ ໄຂ ເຂົ້າ ໄປ ຂ້າງ ໃນ ແລ້ວ ກໍ ບໍ່ ເຫັນ ຜູ້ໃດ ຈັກ ຄົນ.”
\s5
\v 24 ເມື່ອ ພວກ ຫົວ ໜ້າ ປະໂຣຫິດ ກັບ ເຈົ້າ ໜ້າ ທີ່ ຮັກ ສາ ພຣະວິຫານ ໄດ້ຍິນ ດັ່ງ ນັ້ນ ພວກເຂົາ ກໍ ປະຫລາດ ໃຈ ເຖິງ ເຫດການ ທີ່ ່ ໄດ້ ເກີດຂຶ້ນ ກັບ ພວກ ອັກຄະສາວົກ.
\v 25 ແລ້ວ ກໍ ມີ ຊາຍ ຄົນ ໜຶ່ງ ເຂົ້າ ມາ ແຈ້ງ ແກ່ ພວກເຂົາ ວ່າ, “ເບິ່ງ ແມ! ຄົນ ທີ່ ທ່ານ ທັງ ຫລາຍ ໄດ້ ຂັງ ໄວ້ ໃນ ຄຸກ ນັ້ນ ໃນ ເວລາ ນີ້ ກໍາ ລັງ ຢືນ ສັ່ງ ສອນ ປະຊາຊົນ ຢູ່ໃນ ບໍລິເວນ ພຣະວິຫານ.”
\s5
\v 26 ດັ່ງ ນັ້ນ ພວກ ເຈົ້າ ໜ້າ ທີ່ ຮັກ ສາ ພຣະວິຫານ ຈຶ່ງ ອອກ ໄປ ກັບ ຄົນ ຂອງຕົນ ແລະ ນໍາ ພວກ ອັກຄະສາວົກ ກັບ ມາ ໂດຍ ດີ ເພາະ ຢ້ານ ປະຊາຊົນ ແກວ່ງ ຫິນ ໃສ່.
\v 27 ເມື່ອ ພວກເຂົາ ໄດ້ ນໍາ ພວກ ອັກຄະສາວົກ ເຂົ້າ ມາ ແລ້ວ ຈຶ່ງ ໃຫ້ ຢືນ ຢູ່ ຕໍ່ໜ້າ ສະພາ ສູງສຸດ ແລ້ວ ມະຫາ ປະໂຣຫິດ ກໍ ໂຈດ ຖາມ ພວກ ອັກ ຄະສາວົກ ວ່າ,
\v 28 “ພວກເຮົາ ສັ່ງ ຫ້າມ ພວກເຈົ້າ ຢ່າງ ເຄັ່ງ ຄັດ ແລ້ວ ບໍ່ ໃຫ້ ສັ່ງ ສອນ ໃນ ນາມ ຂອງ ຊາຍ ຄົນ ນີ້, ແຕ່ ພວກເຈົ້າ ໄດ້ ເຮັດ ໃຫ້ ຄໍາສັ່ງສອນ ຂອງ ພວກເຈົ້າ ແຜ່ ອອກ ໄປ ທົ່ວ ນະຄອນ ເຢຣູຊາເລັມ ແລະ ປາຖະໜາ ໃຫ້ ຄວາມຜິດ ກ່ຽວກັບ ຄວາມ ຕາຍ ຂອງ ຜູ້ ນັ້ນ ຕົກ ໃສ່ ພວກເຮົາ.”
\s5
\v 29 ແຕ່ ເປໂຕ ກັບ ອັກ ຄະສາວົກ ຄົນ ອື່ນ ໆ ຕອບ ວ່າ, “ພວກ ຂ້ານ້ອຍ ຈາໍ ຕ້ອງ ເຊື່ອ ຟັງ ພຣະເຈົ້າ ຫລາຍກວ່າ ມະນຸດ.
\v 30 ພຣະເຈົ້າ ແຫ່ງ ບັນພະບຸລຸດ ຂອງ ພວກ ຂ້ານ້ອຍ ໄດ້ ບັນດານ ໃຫ້ ພຣະເຢຊູເຈົ້າ ເປັນ ຄືນ ມາ ຈາກ ຕາຍ ຫລັງ ຈາກ ທີ່ ພວກທ່ານ ໄດ້ ຂ້າ ພຣະອົງ ໂດຍ ຄຶງ ພຣະອົງ ໄວ້ ທີ່ໄມ້ກາງແຂນ.
\v 31 ພຣະເຈົ້າ ໄດ້ ຍົກ ພຣະເຢຊູເຈົ້າ ຂຶ້ນ ສູ່ກາໍ້ ຂວາ ພຣະຫັດ ຂອງ ພຣະອົງ ໃຫ້ ເປັນ ພຣະຜູ້ນໍາ ແລະ ພຣະຜູ້ໂຜດຊ່ວຍ ໃຫ້ ພົ້ນ ເພື່ອ ຈະ ໃຫ້ ປະຊາຊົນ ອິດສະຣາເອນ ມີ ໂອກາດ ກັບ ໃຈ ໃໝ່ ແລະ ຮັບ ເອົາ ການອະໄພ ບາບກໍາ ຂອງ ພວກເຂົາ.
\v 32 ເຮົາ ທັງຫລາຍ ຈຶ່ງ ເປັນ ພະຍານ ເຖິງ ເລື່ອງ ເຫລົ່າ ນີ້ ແລະ ພຣະວິນຍານ ບໍຣິສຸດເຈົ້າ ຊຶ່ງ ພຣະເຈົ້າ ໄດ້ ຊົງ ປະທານ ໃຫ້ ທຸກຄົນ ທີ່ ເຊື່ອ ຟັງ ພຣະອົງ ນັ້ນ ກໍ ຊົງ ເປັນ ພະຍານ ເໝືອນກັນ.”
\s5
\v 33 ເມື່ອ ສະມາຊິກ ສະພາ ສູງສຸດ ໄດ້ຍິນ ດັ່ງ ນັ້ນ ກໍ ເຈັບ ແຄ້ນ ຢ່າງ ສຸດຂີດ ຈົນ ຄິດ ຢາກ ຂ້າພວກ ອັກຄະສາວົກ ເສຍ.
\v 34 ແຕ່ ມີ ສະມາຊິກ ຄົນ ໜຶ່ງ ໃນ ສະພາ ສູງສຸດ ຊີ່ ວ່າ ຄາມາລີເອັນ (ສ) ແລະ ເປັນ ຄົນ ຟາຣີຊາຍ ເພິ່ນ ເປັນ ອາຈານ ແລະ ເປັນ ທີ່ ນັບ ຖື ຢ່າງ ສູງ ຂອງ ປະຊາຊົນ ທົ່ວ ໄປ ເພິ່ນ ໄດ້ ຢືນ ຂຶ້ນ ໃນ ທີ່ ປະຊຸມ ແລະ ສັ່ງ ໃຫ້ ເຈົ້າ ໜ້າ ທີ່ ນໍາ ພວກ ອັກ ຄະສາວົກ ອອກ ໄປ ຂ້າງ ນອກ ຊົ່ວ ໄລຍະ ໜຶ່ງ
\s5
\v 35 ແລ້ວ ເພິ່ນ ກໍ ກ່າວ ແກ່ ສະພາ ສູງສຸດ ວ່າ, “ຊາວ ອິດ ສະຣາເອນ ເອີຍ, ຈົ່ງ ລະວັງ ເລື່ອງ ທີ່ ພວກທ່ານ ຈະ ເຮັດ ຕໍ່ ຄົນ ເຫລົ່າ ນີ້.
\v 36 ເມື່ອ ບໍ່ ດົນ ມາ ນີ້ ໄດ້ ມີ ຊາຍ ຄົນ ໜຶ່ງ ຊື່ ວ່າ ທູດາ ທີ່ ອ້າງ ຕົວ ເອງ ວ່າ ເປັນ ຜູ້ ສໍາຄັນ ແລະ ມີ ຄົນ ປະມານ ສີ່ ຮ້ອຍ ຄົນ ຮ່ວມ ຕິດ ຕາມ ລາວ ໄປ, ແຕ່ ທູດາ ຖືກ ຂ້າ ເສຍ ຜູ້ ທີ່ ຕິດ ຕາມ ລາວ ທັງ ໝົດ ກໍ ແຕກ ກະຈັດ ກະຈາຍ ແລະ ຂະບວນ ການ ຂອງ ລາວ ກໍ ດັບສູນ ໄປ.
\v 37 ຫລັງ ຈາກ ຜູ້ ນີ້ ກໍ ແມ່ນ ຢູດາ ຊາວ ຄາລີເລ ທີ່ ປາກົດ ຕົວ ຂຶ້ນ ໃນ ຄາວ ຈົດ ບັນ ຊີ ສໍາມະໂນຄົວ, ຢູດາ ໄດ້ ຊັກ ນາໍ ປະຊາຊົນ ໃຫ້ ຕິດ ຕາມ ລາວ ແຕ່ ລາວ ກໍ ຖືກ ຂ້າ ເໝືອນກັນ ແລະ ຜູ້ ທີ່ ຕິດ ຕາມ ລາວ ທັງ ໝົດ ກໍ ແຕກ ກະຈັດ ກະຈາຍ ໄປ.
\s5
\v 38 ໃນ ກໍລະນີ ນີ້ ຂ້າພະເຈົ້າ ຂໍ ບອກ ເຈົ້າ ທັງ ຫລາຍ ວ່າ ຢ່າ ດໍາເນີນ ການ ໃດໆ ຕໍ່ ຄົນ ເຫລົ່າ ນີ້ ເລີຍ, ຈົ່ງ ປ່ອຍ ພວກເຂົາ ໄປ ສາ ຖ້າ ແຜນການ ຫລື ກິດຈະການ ຂອງ ພວກເຂົາ ມາ ຈາກ ມະນຸດ ມັນ ກໍ ຈະ ເສື່ອມສູນ ໄປ ເອງ,
\v 39 ແຕ່ ຖ້າ ສິ່ງ ນັ້ນ ມາ ຈາກ ພຣະເຈົ້າ ພວກເຈົ້າ ກໍ ຈະ ທາໍ ລາຍ ພວກເຂົາ ບໍ່ ໄດ້ ພວກເຈົ້າ ຈະ ກັບ ກາຍ ມາ ເປັນ ຜູ້ ຕໍ່ ສູ້ ພຣະເຈົ້າ. ” ແລ້ວ ພວກເຂົາ ກໍ ຍອມ ຟັງ ຄວາມ ຂອງ ຄາມາລິເອັນ.
\s5
\v 40 ພວກເຂົາ ຈຶ່ງ ເອີ້ນ ພວກ ອັກ ຄະສາວົກ ເຂົ້າ ມາ ເມື່ອ ຂ້ຽນ ແລ້ວ ກໍ ສັ່ງ ຫ້າມ ບໍ່ໃຫ້ ເວົ້າ ອອກ ນາມຊື່ ພຣະເຢຊູເຈົ້າ ອີກ ຈັກ ເທື່ອ ແລ້ວ ກໍ ປ່ອຍ ຕົວໄປ.
\v 41 ພວກ ອັກຄະສາວົກ ອອກ ໄປ ຈາກ ສະພາ ສູງສຸດ ດ້ວຍ ຄວາມ ຊົມ ຊື່ນ ຍິນ ດີ ເພາະ ພວກເພິ່ນ ຖື ວ່າ ຕົນ ເປັນ ຜູ້ ສົມ ຄວນ ທີ່ ຕ້ອງ ຖືກ ໝິ່ນ ປະໝາດ ເພາະ ເຫັນ ແກ່ ພຣະນາມ ຂອງ ພຣະເຢຊູເຈົ້າ.
\v 42 ແລະ ທຸກໆ ວັນ ໃນ ບໍລິເວນ ພຣະວິຫານ ແລະ ທີ່ ເຮືອນ ຂອງ ປະຊາຊົນ ພວກ ອັກ ຄະສາວົກ ໄດ້ ສືບ ຕໍ່ສັ່ງ ສອນ ແລະ ປະກາດ ຂ່າວປະເສີດ ບໍ່ ໄດ້ ຂາດ ວ່າ ພຣະເຢຊູເຈົ້າ ເປັນ ພຣະຄຣິດ.
\s5
\c 6
\p
\v 1 ໃນ ຄາວ ນັ້ນ ເມື່ອ ຈໍານວນ ພວກ ສິດ ກໍາ ລັງ ເພີ່ມ ທະວີ ຫລາຍ ຂຶ້ນ ຊາວ ຢິວ ປາກ ພາສາ ກຣີກ ຈົ່ມ ຕໍ່ ຊາວ ຢິວ ຄົນ ພື້ນ ເມືອງ ປາກ ພາສາ ເຮັບເຣີ ວ່າ ໃນ ແຕ່ ລະ ວັນ ພວກ ແມ່ໝ້າຍ ຊາວ ກຣິກ ບໍ່ ໄດ້ ຮັບ ການ ເອົາໃຈໃສ່ ໃນ ການ ແຈກຈ່າຍ ອາຫານ.
\s5
\v 2 ດັ່ງ ນັ້ນ ພວກ ອັກ ຄະສາວົກ ສິບ ສອງ ຄົນ ຈຶ່ງ ເອົາ ບັນດາ ສິດ ຜູ້ ທີ່ ເຊື່ອ ທັງ ໝົດ ມາ ປະຊຸມ ກັນ ແລະ ກ່າວ ວ່າ, “ເປັນ ການ ບໍ່ ສົມ ຄວນ ເລີຍ ທີ່ ຈະ ໃຫ້ ພວກເຮົາ ປະຖິ້ມ ການ ສັ່ງ ສອນ ພຣະທາໍ ຂອງ ພຣະເຈົ້າ ແລະ ມາ ຮັບ ໃຊ້ ການກິນ ການ ດື່ມ.
\v 3 ດ້ວຍເຫດນັ້ນ ພີ່ ນ້ອງ ທັງ ຫລາຍ ເອີຍ, ຈົ່ງ ເລືອກ ເອົາ ເຈັດ ຄົນ ໃນ ທ່າມກາງ ພວກເຈົ້າ ທີ່ ມີ ຊື່ ສຽງ ດີ ທີ່ເຕັມ ດ້ວຍ ພຣະວິນຍານ ບໍຣິສຸດເຈົ້າ ແລະ ສະຕິປັນຍາ ພວກເຮົາ ຈະ ຕັ້ງ ໃຫ້ ພວກເຂົາ ຮັບ ຜິດ ຊອບ ດູແລ ໃນ ການ ງານ ນີ້.
\v 4 ສ່ວນ ພວກເຮົາ ກໍ ຈະ ອຸທິດ ເວລາ ທັງ ໝົດ ໃສ່ ໃນ ການ ພາວັນ ນາ ອະທິຖານ ແລະ ການ ສັ່ງ ສອນ ພຣະທໍາ.”
\s5
\v 5 ຄົນ ທີ່ ເຊື່ອ ທັງ ໝົດ ພໍໃຈ ເຫັນ ດີ ນໍາ ການ ສະເໜີ ຂອງ ພວກ ອັກ ຄະສາວົກ. ດັ່ງ ນັ້ນ ພວກເຂົາ ຈຶ່ງ ເລືອກ ເອົາ ຊະເຕຟາໂນ ຜູ້ ທີ່ ່ ເຕັມ ໄປ ດ້ວຍ ຄວາມເຊື່ອ ແລະ ພຣະວິນຍານ ບໍຣິສຸດ ແລະ ຟີລິບ, ໂປໂຄໂລ, ນີກາໂນ, ຕີໂມນ, ປາເມນາ ແລະ ນີໂກລາໂອ ຊາວເມືອງ ອັນຕິໂອເຂຍ ທີ່ ເຂົ້າ ສາສະໜາ ຢິວ.
\v 6 ພວກເຂົາ ໄດ້ ນໍາ ຄົນ ທັງ ເຈັດ ນີ້ ມາ ສະເໜີ ຕໍ່ ພວກ ອັກ ຄະສາວົກ ແລະ ພວກເພິ່ນ ຈຶ່ງ ພາວັນ ນາ ອະທິຖານ ວາງ ມື ໃສ່ ພວກເຂົາ.
\s5
\v 7 ດັ່ງນັ້ນ ພຣະທໍາ ຂອງ ພຣະເຈົ້າ ຈຶ່ງ ໄດ້ ຈະເລີນ ຂຶ້ນ ສືບ ຕໍ່ ແຜ່ ຂະຫຍາຍ ອອກ ໄປ ຈາໍ ນວນ ພວກ ສິດ ໃນ ນະຄອນ ເຢຣູຊາເລັມ ເພີ່ມ ທະວີ ຫລາຍ ຂຶ້ນ ແລະ ໄດ້ ມີ ປະໂຣຫິດ ຫລາຍ ຄົນ ກໍໄດ້ ຍອມ ເຊື່ອ ຟັງ ຕໍ່ ຄວາມເຊື່ອ ນັ້ນ.
\s5
\v 8 ຊະເຕຟາໂນ ຜູ້ ທີ່ ບໍຣິບູນ ດ້ວຍ ພຣະຄຸນ ແລະ ຣິດເດດ ໄດ້ ເຮັດ ການ ອັດ ສະຈັນ ອັນ ໃຫຍ່ ແລະ ໝາຍສໍາຄັນ ອັນ ຍິ່ງ ໃຫຍ່ ໃນ ທ່າມກາງ ປະຊາຊົນ.
\v 9 ແຕ່ ເພິ່ນ ຖືກ ຕໍ່ຕ້ານ ຂັດ ຂວາງ ຈາກ ສະມາຊິກ ບາງຄົນ ທີ່ ມາຈາກ ທໍາມະສາລາ ຊຶ່ງ ເອີ້ນ ວ່າ, “ໂຮງທໍາ ຊາວ ຢິວ ອົບພະຍົບ” ມີ ທັງ ຊາວ ກີເຣເນ ແລະ ຊາວ ອາເລັກຊັນເດຍ, ກັບ ບາງຄົນ ຈາກ ແຂວງ ກີລີເກຍ ແລະ ເອເຊຍ ແລະ ໄດ້ ພາກັນ ລຸກ ຂຶ້ນ ໂຕ້ຖຽງ ກັບ ຊະເຕຟາໂນ.
\s5
\v 10 ຄົນ ເຫລົ່ານັ້ນ ຕໍ່ສູ້ ກັບ ຄໍາ ທີ່ ທ່ານ ກ່າວ ດ້ວຍ ສະຕິປັນຍາ ແລະ ດ້ວຍ ພຣະວິນຍານ ບໍ່ໄດ້.
\v 11 ດັ່ງ ນັ້ນ ພວກເຂົາ ຈຶ່ງ ຍຸແຫຍ່ ຊາຍ ບາງຄົນ ມາ ກ່າວຫາ ວ່າ, “ພວກເຮົາ ໄດ້ຍິນ ລາວ ເວົ້າ ຕໍ່ສູ້ ໂມເຊ ແລະ ຕໍ່ສູ້ ພຣະເຈົ້າ.”
\s5
\v 12 ດ້ວຍເຫດນີ້ ພວກເຂົາ ຈຶ່ງ ຍຸຍົງ ປະຊາຊົນ ພວກ ເຖົ້າ ແກ່ ແລະ ພວກ ທາໍ ມະຈານ ມາ ຫຸ້ມ ຈັບ ຊະເຕຟາໂນ ແລະ ນໍາ ຕົວ ຂຶ້ນ ໄປ ຍັງ ສະພາ ສູງສຸດ.
\v 13 ແລ້ວ ພວກເຂົາ ກໍ ນາໍ ພະຍານ ບໍ່ ຈິງ ມາ ກ່າວ ວ່າ, "ຊາຍ ຄົນ ນີ້ ເວົ້າ ຕໍ່ສູ້ ພຣະວິຫານ ອັນ ສັກ ສິດ ແລະ ກົດບັນຍັດ ຢ່າງ ບໍ່ ຢຸດຢັ້ງ.
\v 14 ພວກເຮົາ ໄດ້ຍິນ ຄົນ ນີ້ ເວົ້າ ວ່າ ເຢຊູ ໄທນາຊາເຣັດ ຈະ ທາໍ ລາຍ ພຣະວິຫານ ຫລັງ ນີ້ ແລະ ຈະ ປ່ຽນແປງ ທາໍ ນຽມ ທີ່ ໂມເຊ ໄດ້ ໃຫ້ ໄວ້ ແກ່ ພວກເຮົາ. ”
\v 15 ແລະ ບັນດາ ຄົນ ທີ່ ນັ່ງ ຢູ່ ໃນ ສະພາ ສູງສຸດ ນັ້ນ ໄດ້ ແນມ ໄປ ເບິ່ງ ຊະເຕຟາໂນ ແລະ ເຫັນ ວ່າ ໜ້າ ຂອງ ເພິ່ນ ຜ່ອງ ໃສ ເປັນ ເໝືອນ ໜ້າຂອງ ເທວະດາ.
\s5
\c 7
\p
\v 1 ແລ້ວ ມະຫາ ປະໂຣຫິດ ກໍ ຖາມ ຊະເຕຟາໂນ ວ່າ, “ເລື່ອງ ນີ້ ເປັນ ຄວາມຈິງ ແທ້ ບໍ? ”
\v 2 ຝ່າຍ ຊະເຕຟາໂນ ໄດ້ ຕອບ ວ່າ, “ພີ່ ນ້ອງ ແລະ ພວກ ຍາພໍ່ ທັງ ຫລາຍ ເອີຍ, ຂໍໂຜດ ຟັງ ຂ້ານ້ອຍ ກ່າວ ເທີ້ນ ພຣະເຈົ້າ ແຫ່ງ ສະຫງ່າຣາສີ ໄດ້ ປາກົດ ແກ່ ອັບ ຣາຮາມ ບັນ ພະບຸລຸດ ຂອງ ພວກເຮົາ ເມື່ອ ເພິ່ນ ຍັງ ຢູ່ ທີ່ ເມໂຊໂປຕາເມຍ ກ່ອນ ເພິ່ນ ໄດ້ ໄປ ອາໄສ ຢູ່ ໃນ ເມືອງ ຮາຣານ
\v 3 ໂດຍ ກ່າວ ແກ່ ເພິ່ນ ວ່າ, ‘ເຈົ້າ ຈົ່ງ ອອກ ຈາກ ບ້ານເກີດ ເມືອງນອນ ແລະ ຍາດຕິພີ່ນ້ອງ ຂອງ ເຈົ້າ ແລ້ວ ໄປ ຍັງ ດິນ ແດນ ທີ່ ເຮົາ ຈະ ສະແດງ ໃຫ້ ເຈົ້າ ໄດ້ ເຫັນ.
\s5
\v 4 ດັ່ງ ນັ້ນ ອັບ ຣາຮາມ ຈຶ່ງ ອອກ ຈາກ ດິນ ແດນ ຂອງ ຊາວ ເຄນເດຍ ແລະ ໄດ້ ໄປ ອາໄສ ຢູ່ ໃນ ເມືອງ ຮາຣານ ຫລັງ ຈາກ ທີ່ ພໍ່ ຂອງ ອັບ ຣາຮາມ ຕາຍ ແລ້ວ ພຣະເຈົ້າ ກໍ ໄດ້ ໃຫ້ ເພິ່ນ ຍົກຍ້າຍ ອອກ ຈາກ ທີ່ ນັ້ນ ມາ ຍັງ ເມືອງ ນີ້ ຄື ບ່ອນ ທີ່ ພວກເຈົ້າ ອາໄສ ຢູ່ ໃນ ທຸກ ວັນ ນີ້.
\v 5 ພຣະເຈົ້າ ບໍ່ ໄດ້ ໃຫ້ ອັບ ຣາຮາມ ຮັບ ສ່ວນ ໃດໆ ຂອງ ດິນ ແດນ ນີ້ ເປັນ ກາໍມະສິດ ຂອງຕົນ ແມ່ນແຕ່ ທໍ່ ຮອຍຕີນ ແຕ່ ໃນ ຂະນະທີ່ ເພິ່ນ ຍັງ ບໍ່ ມີ ລູກ ພຣະເຈົ້າ ໄດ້ ສັນ ຍາ ວ່າ ພຣະອົງ ຈະ ມອບ ດິນ ແດນ ໃຫ້ ເພິ່ນ ເປັນ ກໍາມະສິດ ແລະ ໃຫ້ ແກ່ ເຊື້ອສາຍ ພາຍ ຫລັງ ເພິ່ນ ດ້ວຍ.
\s5
\v 6 ພຣະເຈົ້າ ໄດ້ ຊົງ ກ່າວ ໄວ້ ດັ່ງ ນີ້ ວ່າ, ‘ເຊື້ອ ສາຍ ຂອງ ເຈົ້າ ຈະ ໄປ ອາໄສ ເປັນ ແຂກ ຢູ່ ໃນ ຕ່າງ ປະເທດ ແລະ ຊາວ ປະເທດ ນັ້ນ ຈະ ເອົາ ພວກເຂົາ ເປັນ ທາດ ແລະ ພວກເຂົາ ຈະ ຖືກ ກົດ ຂີ່ ຂົມ ເຫັງ ຢ່າງ ຮ້າຍແຮງ ເປັນ ເວລາ ສີ່ ຮ້ອຍ ປີ.
\v 7 ແລ້ວ ພຣະອົງ ຊົງ ກ່າວ ອີກ ວ່າ, ‘ຝ່າຍ ເຮົາ ຈະ ພິພາກສາ ລົງ ໂທດ ປະເທດ ທີ່ ພວກເຂົາ ຮັບ ໃຊ້ ເປັນ ຂ້ອຍຂ້າ ຢູ່ນັ້ນ ຫລັງຈາກ ນັ້ນ ແລ້ວ ພວກເຂົາ ຈະ ອອກ ມາ ບົວ ລະບັດ ຂາບໄຫ້ວ ເຮົາ ໃນ ທີ່ ນີ້.
\v 8 ແລ້ວ ພຣະເຈົ້າ ກໍ ໃຫ້ ອັບຣາຮາມ ເຮັດ ພິທີຕັດ ເພື່ອ ເປັນ ເຄື່ອງໝາຍ ແຫ່ງ ພັນທະສັນຍາ. ດັ່ງ ນັ້ນ ອັບຣາຮາມ ຜູ້ ເປັນ ພໍ່ ຈຶ່ງ ເຮັດ ພິທີຕັດ ໃຫ້ ອີຊາກ ໃນ ວັນ ທີ ແປດ ຫລັງ ຈາກ ທີ່ ລາວ ໄດ້ ເກີດ ມາ ອີຊາກ ໄດ້ ເຮັດ ພິທີ ຕັດ ໃຫ້ ຢາໂຄບ ແລະ ຢາໂຄບ ໄດ້ ເຮັດ ພິທີ ຕັດ ໃຫ້ ລູກຊາຍ ສິບ ສອງ ຄົນ ຂອງຕົນ ຄື ບັນພະບຸລຸດ ແຫ່ງ ເຊື້ອ ຊາດ ຂອງ ພວກເຮົາ.
\s5
\v 9 ຍ້ອນ ບັນພະບຸລຸດ ເຫລົ່າ ນັ້ນ ໄດ້ ອິດ ສາ ໂຢເຊັບ ນ້ອງຊາຍ ຂອງ ພວກ ຕົນ ພວກເຂົາ ຈຶ່ງ ຂາຍ ເພິ່ນ ໄປ ເປັນ ທາດ ທີ່ ປະເທດ ເອຢິບ, ແຕ່ ພຣະເຈົ້າ ໄດ້ ສະຖິດ ຢູ່ ກັບ ໂຢເຊັບ
\v 10 ແລະ ຊ່ວຍ ເພິ່ນ ໃຫ້ ຜ່ານ ພົ້ນ ຄວາມ ຍາກ ລໍາບາກ ທັງ ສິ້ນ, ພຣະເຈົ້າ ກໍ ໂຜດ ໃຫ້ ເພິ່ນ ເປັນ ທີ່ ພໍໃຈ ແລະ ມີ ສະຕິປັນຍາ ເມື່ອ ໂຢເຊັບ ໄດ້ ປາກົດຕົວ ຕໍ່ໜ້າ ກະສັດ ຟາໂຣ ແຫ່ງ ເອຢິບ ແລະ ກະສັດ ໄດ້ ແຕ່ງຕັ້ງ ໂຢເຊັບ ໃຫ້ ເປັນ ຜູ້ ປົກ ຄອງ ເອຢິບ ຕະຫລອດ ທັງ ວັງ ຂອງ ເພິ່ນ ດ້ວຍ.
\s5
\v 11 ຕໍ່ມາ ໄດ້ ເກີດ ມີ ການ ອຶດ ຢາກ ທົ່ວ ເອຢິບ ແລະ ການາອານ ຊຶ່ງ ເປັນ ເຫດ ໃຫ້ ມີ ຄວາມ ທົນ ທຸກ ລໍາບາກ ຢ່າງ ໃຫຍ່ຫລວງ ບັນ ພະບຸລຸດ ຂອງ ພວກເຮົາ ບໍ່ ສາມາດ ຫາ ອາຫານ ມາ ລ້ຽງ ຊີບ ໄດ້.
\v 12 ແລະ ເມື່ອ ຢາໂຄບ ໄດ້ຍິນ ຂ່າວ ວ່າ ມີ ເຂົ້າ ຢູ່ ໃນ ປະເທດ ເອຢິບ ເພິ່ນ ຈຶ່ງ ໃຊ້ ລູກຊາຍ ຂອງ ເພິ່ນ ຄື ບັນ ພະບຸລຸດ ຂອງ ພວກເຮົາ ໄປ ທີ່ ນັ້ນ ເປັນ ເທື່ອ ທໍາອິດ.
\v 13 ໃນ ເທື່ອ ທີ ສອງ ໂຢເຊັບ ໄດ້ ສະແດງ ຕົວ ໃຫ້ ພວກ ອ້າຍ ນ້ອງ ຮູ້ຈັກ ແລະ ໄດ້ ແຈ້ງ ໃຫ້ ກະສັດ ຟາໂຣ ຮັບ ຮູ້ ເຖິງ ຍາດຕິພີ່ນ້ອງ ຂອງ ເພິ່ນ ເໝືອນກັນ.
\s5
\v 14 ດັ່ງນັ້ນ ໂຢເຊັບ ຈຶ່ງ ໃຊ້ ຄົນ ນາໍ ຂ່າວ ໄປ ຍັງ ຢາໂຄບ ພໍ່ ຂອງຕົນ ໂດຍ ບອກ ໃຫ້ ເພິ່ນ ກັບ ທຸກຄົນ ໃນ ຄອບຄົວ ມາ ຍັງ ປະເທດ ເອຢິບ ລວມ ທັງ ໝົດ ມີ ເຈັດ ສິບ ຫ້າ ຄົນ.
\v 15 ແລ້ວ ຢາໂຄບ ກໍ ມາ ຍັງ ປະເທດ ເອຢິບ ແລະ ເພິ່ນ ກັບ ພວກ ລູກຊາຍ ຂອງ ເພິ່ນ ກໍໄດ້ ຕາຍ ຢູ່ ທີ່ ນັ້ນ.
\v 16 ແລະ ພວກເຂົາ ໄດ້ ນໍາ ເອົາ ສົບ ຂອງ ພວກເພິ່ນ ກັບ ຄືນ ມາ ຍັງ ຊີເຄມ ແລະ ໄດ້ ວາງ ໄວ້ ໃນ ອຸບມຸງ ທີ່ ອັບ ຣາຮາມ ໄດ້ ຊື້ຈາກ ຕະກຸນ ຮາໂມ ດ້ວຍ ເງິນ ຈາໍ ນວນ ໜຶ່ງ ໃນ ເມືອງ ຊີເຄມ.
\s5
\v 17 ອັນ ໜຶ່ງ ເມື່ອ ກາໍ ນົດ ແຫ່ງ ພຣະສັນຍາ ຊຶ່ງ ພຣະເຈົ້າ ໄດ້ ຊົງ ກ່າວ ໄວ້ ກັບ ອັບ ຣາຮາມ ໃກ້ ຈະ ເຖິງ ແລ້ວ ຊົນ ຊາດ ອິດ ສະຣາເອນ ໃນ ປະເທດ ເອຢິບ ໄດ້ ເພີ່ມ ທະວີ ຫລາຍ ຂຶ້ນ.
\v 18 ຈົນເຖິງ ກະສັດ ອີກ ອົງ ໜຶ່ງ ຊຶ່ງ ບໍ່ຮູ້ຈັກ ໂຢເຊັບ ໄດ້ ຂຶ້ນ ປົກ ຄອງ ປະເທດ ເອຢິບ.
\v 19 ກະສັດ ຜູ້ ນີ້ ໄດ້ ໃຊ້ ກົນ ອຸບາຍ ຫລອກລວງ ບັນພະບຸລຸດ ຂອງ ພວກເຮົາ ເຮັດ ໂຫດຮ້າຍ ຕໍ່ ພວກເພິ່ນ ໂດຍ ບັງ ຄັບ ໃຫ້ ເອົາ ລູກນ້ອຍ ອ່ອນ ຂອງ ພວກເພິ່ນ ອອກ ໄປ ຖິ້ມ ເສຍ ເພື່ອ ບໍ່ ໃຫ້ ມີ ຊີວິດ ເຫລືອຢູ່ໄດ້.
\s5
\v 20 ໃນ ຄາວ ນັ້ນ ໂມເຊ ໄດ້ ເກີດ ມາ ເປັນ ລູກນ້ອຍ ທີ່ ມີ ຮູບຮ່າງ ງົດງາມ ຫລາຍ ໂມເຊ ໄດ້ ຮັບ ການ ລ້ຽງດູ ທີ່ ເຮືອນ ເປັນ ເວລາ ສາມ ເດືອນ
\v 21 ແລະ ເມື່ອ ເຂົາ ເອົາ ໂມເຊ ອອກ ໄປ ຈາກເຮືອນ ລູກສາວຂອງກະສັດ ຟາໂຣ ກໍ ຮັບ ເອົາ ໄປ ລ້ຽງ ໄວ້ ເປັນ ລູກຊາຍ ຂອງຕົນ.
\s5
\v 22 ໂມເຊ ໄດ້ ຮັບ ການ ສິດ ສອນ ຮຽນຮູ້ ໃນ ວິຊາການ ທຸກຢ່າງ ຂອງ ຊາວ ເອຢິບ ແລະ ກາຍເປັນ ຜູ້ ມີ ຄວາມ ສາມາດ ໃນ ຄໍາ ເວົ້າ ຈາ ແລະ ການ ກະທາໍ.
\v 23 ເມື່ອ ໂມເຊ ມີອາຍຸໄດ້ ສີ່ ສິບ ປີ ເພິ່ນ ກໍ ໄດ້ ຕັດ ສິນ ໃຈ ໄປ ຊອກ ເບິ່ງ ຄວາມ ເປັນ ຢູ່ຂອງ ຊາວ ອິດ ສະຣາເອນ ພີ່ ນ້ອງຮ່ວມຊາດຂອງຕົນ.
\v 24 ເພິ່ນ ໄດ້ ເຫັນ ຄົນ ໜຶ່ງ ໃນ ພວກອິດ ສະຣາເອນຖືກ ຄົນ ເອຢິບ ຂົ່ມ ເຫັງ. ສະນັ້ນ ເພິ່ນ ຈຶ່ງ ເຂົ້າ ໄປຊ່ວຍຄົນ ອິດສະຣາເອນ ແລະຂ້າຄົນ ເອຢິບ ຜູ້ ນັ້ນ ເສຍ ເພື່ອ ເປັນ ການແກ້ແຄ້ນ. (
\v 25 ເພິ່ນ ຄິດ ວ່າ ປະຊາຊົນ ຂອງຕົນ ຄົງ ເຂົ້າໃຈ ທີ່ ພຣະເຈົ້າ ກໍາລັງ ໃຊ້ ຕົນ ມາປົດປ່ອຍພວກເຂົາ ໃຫ້ ເປັນ ອິດສະຫລະ ແຕ່ ພວກເຂົາ ບໍ່ ເຂົ້າໃຈ.)
\s5
\v 26 ໃນວັນ ຕໍ່ ມາ ເພິ່ນ ໄດ້ ເຫັນ ຄົນ ອິດສະຣາເອນ ສອງ ຄົນ ກາໍ ລັງ ຕີກັນ ແລະ ເພິ່ນ ກໍ ພະຍາຍາມໃຫ້ ພວກເຂົາ ຄືນ ດີ ກັນ ເພິ່ນ ກ່າວວ່າ, ‘ຊາຍ ເອີຍ ພວກເຈົ້າ ເປັນ ພີ່ ນ້ອງກັນ ເປັນ ຫຍັງ ຈຶ່ງ ຕີ ກັນ ເຊັ່ນນີ້?
\v 27 ແຕ່ ຜູ້ ທີ່ກາໍລັງ ເຮັດ ຮ້າຍຕໍ່ເພື່ອນຂອງຕົນ ນັ້ນ ຊຸກໂມເຊ ອອກ ແລະຖາມວ່າ, ‘ຜູ້ໃດຕັ້ງ ເຈົ້າ ໃຫ້ ເປັນ ຜູ້ ປົກ ຄອງ ແລະຕັດ ສິນ ພວກເຮົາ?
\v 28 ບໍ່ ແມ່ນ ເຈົ້າ ຢາກຂ້າເຮົາ ຄື ເຈົ້າ ໄດ້ ຂ້າຄົນ ເອຢິບ ມື້ ວານນີ້ ບໍ?
\s5
\v 29 ເມື່ອ ໂມເຊໄດ້ຍິນດັ່ງ ນີ້ ແລ້ວ ເພິ່ນ ຈຶ່ງ ປົບ ໜີໄປອາໄສ ຢູ່ໃນດິນແດນ ມີດີອານ ໃນທີ່ ນັ້ນ ເພິ່ນ ມີ ລູກຊາຍສອງ ຄົນ.
\v 30 ຫລັງ ຈາກ ສີ່ ສິບ ປີ ໄດ້ ຜ່ານ ໄປ ມີ ເທວະດາ ຕົນ ໜຶ່ງ ໄດ້ ປາກົດ ແກ່ ໂມເຊ ໃນ ແປວໄຟ ທີ່ ພຸ່ມໜາມ ໃນ ຖິ່ນ ແຫ້ງ ແລ້ງ ກັນ ດານ ຊີນາຍ.
\s5
\v 31 ໂມເຊ ງຶດປະຫລາດ ໃຈ ໃນ ສິ່ງ ທີ່ ຕົນ ໄດ້ ເຫັນ ຈຶ່ງ ຫຍັບ ເຂົ້າ ໄປ ໃກ້ ພຸ່ມໄມ້ ນັ້ນ ເພື່ອ ເບິ່ງ ຄັກ ໆ ແລະ ເພິ່ນ ໄດ້ຍິນ ສຽງ ຂອງ ອົງ ພຣະ ຜູ້ ເປັນ ເຈົ້າ ກ່າວ ວ່າ,
\v 32 ‘ເຮົາ ແມ່ນ ພຣະເຈົ້າ ຂອງ ບັນ ພະບຸລຸດ ຂອງ ເຈົ້າ ຄື ພຣະເຈົ້າ ອົງ ທີ່ ອັບ ຣາຮາມ, ອີຊາກ ແລະ ຢາໂຄບ. ໂມເຊ ຢ້ານ ຫລາຍ ຈົນ ສັ່ນ ເຊັນ ແລະ ບໍ່ ກ້າຫລຽວ ເບິ່ງ.
\s5
\v 33 ອົງ ພຣະ ຜູ້ ເປັນເຈົ້າ ກ່າວ ແກ່ ໂມເຊ ວ່າ, ‘ຈົ່ງ ຖອດ ເກີບ ເຈົ້າ ອອກ ເພາະ ບ່ອນ ທີ່ ເຈົ້າ ກາໍ ລັງ ຢືນ ຢູ່ນີ້ ເປັນ ບ່ອນ ສັກ ສິດ.
\v 34 ເຮົາ ໄດ້ ເຫັນ ຄວາມ ທົນ ທຸກ ລໍາບາກ ອັນ ຮ້າຍແຮງ ທີ່ ປະຊາຊົນ ຂອງເຮົາ ໄດ້ ຮັບ ໃນ ປະເທດ ເອຢິບ ເຮົາ ໄດ້ຍິນ ສຽງ ໂອ່ຍຄາງ ຂອງ ພວກເຂົາ ແລ້ວ ເຮົາ ຈຶ່ງ ລົງ ມາ ເພື່ອ ປົດ ປ່ອຍ ພວກເຂົາ ໃຫ້ ເປັນ ອິດ ສະຫລະ. ບັດ ນີ້ ມາແມ ເຮົາ ຈະ ໃຊ້ ເຈົ້າ ໄປ ຍັງ ປະເທດ ເອຢິບ.
\s5
\v 35 ໂມເຊ ຜູ້ ນີ້ ແຫລະ ທີ່ ປະຊາຊົນ ອິດສະຣາເອນ ປະຕິເສດ ໂດຍ ຖາມ ວ່າ, ‘ຜູ້ໃດ ຕັ້ງເຈົ້າ ໃຫ້ ເປັນ ຜູ້ ປົກ ຄອງ ແລະ ຕັດ ສິນ ພວກເຮົາ? ເພິ່ນ ແມ່ນ ຜູ້ ທີ່ ພຣະເຈົ້າ ໄດ້ ໃຊ້ ໄປ ປົກ ຄອງ ປະຊາຊົນ ແລະ ປົດປ່ອຍ ພວກເຂົາ ໃຫ້ ເປັນ ອິດ ສະຫລະ ໂດຍ ມີ ເທວະດາ ຕົນ ທີ່ໄດ້ ປາກົດ ແກ່ ເພິ່ນ ທີ່ ພຸ່ມໄມ້ ມີ ແປວໄຟ ລຸກ ນັ້ນ ເປັນ ຜູ້ ຊ່ວຍເຫລືອ.
\v 36 ເພິ່ນ ໄດ້ ນໍາ ພາ ປະຊາຊົນ ອອກ ມາ ຈາກ ປະເທດ ເອຢິບ ໂດຍ ເຮັດ ການ ອັດສະຈັນ ແລະ ໝາຍສໍາຄັນ ທີ່ ໜ້າ ງຶດ ປະຫລາດ ໃຈ ຫລາຍ ປະການ ໃນ ປະເທດ ເອຢິບ ແລະ ທີ່ ທະເລແດງ ແລະ ໃນ ຖິ່ນ ແຫງ້ ແລ້ງ ກັນ ດານ ເປັນ ເວລາ ສີ່ ສິບ ປີ.
\v 37 ແມ່ນ ໂມເຊ ຜູ້ ນີ້ ແຫລະ ທີ່ ໄດ້ ກ່າວແກ່ ປະຊາຊົນ ອິດ ສະຣາເອນ ວ່າ, ‘ພຣະເຈົ້າ ຈະ ໃຊ້ ຜ້ ູທໍາ ນວາຍ ຄົນ ໜຶ່ງ ໃຫ້ ເກີດ ມາ ເພື່ອ ພວກເຈົ້າ ດັ່ງ ທີ່ ພຣະອົງ ໄດ້ ໃຊ້ ຂ້າພະເຈົ້າ ເພິ່ນ ຈະ ເປັນ ຄົນ ໜຶ່ງ ໃນ ປະຊາຊົນ ຂອງ ພວກເຈົ້າ ເອງ.
\s5
\v 38 ໂມເຊ ຜູ້ ນີ້ ແຫລະ ທີ່ ຮ່ວມ ຊຸມນຸມ ກັບ ປະຊາຊົນ ອິດ ສະຣາເອນ ຢູ່ ໃນ ຖີ່ນ ແຫ້ງ ແລ້ງ ກັນ ດານ ເພິ່ນ ໄດ້ ຢູ່ ໃນທີ່ນັ້ນ ກັບ ບັນ ພະບຸລຸດ ຂອງ ພວກເຮົາ ແລະ ກັບ ເທວະດາ ຕົນ ທີ່ ໄດ້ ກ່າວ ແກ່ ເພິ່ນ ທີ່ ເທິງ ພູ ຊີນາຍ ບ່ອນ ທີ່ເພິ່ນ ໄດ້ ຮັບ ພຣະທາໍ ອັນ ມີ ຊີວິດ ຖາວອນ ມາ ໃຫ້ ພວກເຮົາ.
\v 39 ແຕ່ ບັນ ພະບຸລຸດ ຂອງ ພວກເຮົາ ໄດ້ ປະຕິເສດ ທີ່ ຈະ ເຊື່ອ ຟັງ ເພິ່ນ ພວກເຂົາ ໄດ້ ຊຸກ ເພິ່ນ ອອກ ໜີ ແລະ ຫວັງ ວ່າ ພວກ ຕົນ ຄົງ ຈະ ກັບ ຄືນ ສູ່ ປະເທດ ເອຢິບ ໄດ້.
\v 40 ດັ່ງນັ້ນ ພວກເຂົາ ຈຶ່ງ ເວົ້າ ກັບ ອາໂຣນ ວ່າ, ‘ຈົ່ງ ສ້າງ ພຣະ ໃຫ້ ພວກເຮົາ ຊຶ່ງ ຈະ ນາໍ ພາ ພວກເຮົາ ໄປ ສ່ວນ ໂມເຊ ຜູ້ ທີ່ ໄດ້ ນໍາ ພາ ພວກເຮົາ ອອກ ມາ ຈາກ ປະເທດ ເອຢິບ ນັ້ນ ພວກເຮົາ ບໍ່ຮູ້ວ່າ ມີ ຫຍັງ ເກີດ ຂຶ້ນ ກັບ ເພິ່ນ ແລ້ວ.
\s5
\v 41 ໃນ ເວລາ ນັ້ນ ແຫລະ ທີ່ ພວກເຂົາ ໄດ້ ສ້າງ ຮູບເຄົາ ຣົບ ເປັນ ຮູບ ງົວ ນ້ອຍ ໂຕໜຶ່ງ ຂຶ້ນ ແລ້ວ ກໍ ເອົາ ເຄື່ອງ ບູຊາ ມາ ຖວາຍ ແກ່ ຮູບ ນັ້ນ ແລະ ຈັດ ງານ ເພື່ອ ເປັນ ກຽດ ແກ່ ຮູບເຄົາຣົບ ທີ່ ພວກເຂົາ ໄດ້ ສ້າງ ຂຶ້ນ ດ້ວຍ ມືຂອງ ຕົນ ເອງ ນັ້ນ.
\v 42 ສະນັ້ນ ພຣະເຈົ້າ ຈຶ່ງ ໄດ້ ຫັນ ໜ້າ ໜີ ຈາກ ພວກເຂົາ ແລະ ປະ ໃຫ້ ພວກເຂົາ ຂາບໄຫ້ວ ບັນ ດາ ດວງດາວ ໃນ ທ້ອງຟ້າ ຕາມ ທີ່ ມີ ຂຽນ ໄວ້ ໃນ ພຣະຄໍາພີ ຂອງ ບັນ ດາ ຜູ້ທໍາ ນວາຍ ວ່າ, ‘ໂອ ປະຊາຊົນ ອິດສະຣາເອນ ເອີຍ ສັດ ທີ່ ໄດ້ ຂ້າ ຖວາຍ ແລະ ເຄື່ອງ ບູຊາ ນັ້ນ ພວກເຈົ້າ ບໍ່ໄດ້ ເອົາ ມາ ຖວາຍ ແກ່ ເຮົາ ໃນ ຖິ່ນ ແຫ້ງແລ້ງ ກັນດານ ລະຫວ່າງ ສີ່ສິບ ປີ ດອກຕີ້.
\s5
\v 43 ສໍານັກ ຜ້າ ທີ່ ພວກເຈົ້າ ຫາມ ນັ້ນ ແມ່ນ ຂອງ ພະ ໂມລົກ ແລະ ຮູບ ພະ ເຣຟານ ກໍ ເປັນ ພະ ແຫ່ງ ດວງດາວ ຂອງ ພວກເຈົ້າ ລ້ວນແຕ່ ເປັນ ຮູບເຄົາຣົບ ທີ່ ພວກເຈົ້າ ໄດ້ ສ້າງ ຂຶ້ນ ເພື່ອ ຂາບໄຫວ້ ບູຊາ ສະນັ້ນ ເຮົາ ຈຶ່ງ ຈະ ເນລະເທດ ພວກເຈົ້າ ໄປ ໃຫ້ ກາຍ ນະຄອນ ບາບີໂລນ ພຸ້ນ.
\s5
\v 44 ເມື່ອ ຢູ່ ໃນ ຖິ່ນ ແຫ້ງແລ້ງ ກັນດານ ນັ້ນ ບັນພະບຸລຸດ ຂອງ ພວກເຮົາ ໄດ້ ມີ ຜ້າ ເຕັນ ແຫ່ງ ຄໍາ ພະຍານ ບ່ອນ ທີ່ ພຣະເຈົ້າ ສະຖິດ ຢູ່ ນາໍ ພວກເຂົາ ພວກເຂົາ ໄດ້ ເຮັດ ຫໍເຕັນ ຕາມ ທີ່ ພຣະເຈົ້າ ໄດ້ ບອກ ໂມເຊ ໃຫ້ ເຮັດ ຕາມ ແບບ ແຜນ ທີ່ ພຣະເຈົ້າ ໄດ້ ສໍາແດງ ໃຫ້ ໂມເຊ ຮູ້.
\v 45 ຕໍ່ມາ ບັນ ພະບຸລຸດ ຂອງ ພວກເຮົາ ຜູ້ ທີ່ໄດ້ ຮັບ ຫໍເຕັນ ຈາກ ປູ່ຍ່າຕາຍາຍ ຂອງ ພວກ ຕົນ ກໍ ຫາມ ຫໍເຕັນ ໄປ ນາໍ ເມື່ອ ພວກເຂົາ ໄປ ກັບ ໂຢຊວຍ. ເມື່ອ ຢຶດ ຄອງ ເອົາ ດິນ ແດນ ຈາກ ຊົນ ຊາດ ຕ່າງໆ ຊຶ່ງ ພຣະເຈົ້າ ໄດ້ຂັບໄລ່ ອອກ ໃນ ຂະນະທີ່ ພວກເຂົາ ບຸກໜ້າ ເຂົ້າ ໄປ ຫໍເຕັນ ນີ້ ກໍ ມີ ສືບ ມາ ຈົນ ເຖິງ ສະໄໝ ຂອງ ກະສັດ ດາວິດ.
\v 46 ເພິ່ນ ເປັນ ທີ່ ພໍ ພຣະໄທ ພຣະເຈົ້າ. ສະນັ້ນ ເພິ່ນ ຈຶ່ງ ຂໍຮ້ອງ ພຣະອົງ ໄດ້ ອະນຸຍາດ ໃຫ້ ເພິ່ນ ຫາ ບ່ອນ ຢູ່ ໃຫ້ ພຣະເຈົ້າ ຂອງ ຢາໂຄບ. (ຍ)
\s5
\v 47 ແຕ່ ວ່າ ແມ່ນ ກະສັດ ໂຊໂລໂມນ ທີ່ ເປັນ ຜູ້ ສ້າງ ພຣະວິຫານ ສໍາລັບ ພຣະອົງ.
\v 48 ເຖິງປານນັ້ນ ພຣະເຈົ້າ ອົງ ສູງສຸດ ກໍ ບໍ່ ໄດ້ ສະຖິດ ຢູ່ໃນ ບ່ອນ ທີ່ ມີ ມະນຸດ ສ້າງ ຕາມ ທີ່ ຜູ້ທໍາ ນວາຍ ໄດ້ ກ່າວ ໄວ້ ວ່າ,
\v 49 ອົງພຣະ ຜູ້ ເປັນເຈົ້າ ກ່າວ ວ່າ ‘ສະຫວັນ ຊັ້ນຟ້າ ເປັນ ພະ ທີ່ ນັ່ງ ຂອງເຮົາ ແຜ່ນດິນ ໂລກ ກໍ ເປັນ ທີ່ ຮອງ ຕີນ ຂອງເຮົາ. ພວກເຈົ້າ ຈະ ສ້າງ ບ່ອນ ຢູ່ ຊະນິດ ໃດ ສໍາລັບ ເຮົາ? ສະຖານທີ່ ໃດ ໜໍ ທີ່ ພໍ ຈະ ເປັນ ຊ ແລະ ບ່ອນ ໃຫ້ ເຮົາ ອາ ໄສ ຢູ່?
\v 50 ສັບພະທຸກສິ່ງ ທັງໝົດ ເຫລົ່ານີ້ ມື ຂອງເຮົາ ໄດ້ ສ້າງ ໄວ້ ທັງ ສິ້ນ ບໍ່ແມ່ນ ບໍ?
\s5
\v 51 ພວກເຈົ້າ ຊ່າງ ດື້ດ້ານ ແທ້ ນໍ ໃຈ ຂອງ ພວກເຈົ້າ ຊ່າງ ຄື ກັບ ໃຈ ຄົນ ທີ່ ບໍ່ ນັບ ຖື ພຣະເຈົ້າ ຫູ ຂອງ ພວກເຈົ້າ ຊ່າງ ໜັກ ຕໍ່ ພຣະຄໍາ ແທ້ໆ ບັນພະບຸລຸດ ຂອງ ພວກເຈົ້າ ເປັນ ຢ່າງ ໃດ ພວກເຈົ້າ ກໍ ເປັນ ຢ່າງ ນັ້ນ ຄື ເຈົ້າ ທັງ ຫລາຍ ຂັດຂວາງ ພຣະວິນຍານ ບໍຣິສຸດເຈົ້າ ຢູ່ ສະເໝີ.
\v 52 ມີ ຜູ້ທໍາ ນວາຍ ຄົນ ໃດ ແດ່ ທີ່ ບັນ ພະບຸລຸດ ຂອງ ພວກເຈົ້າ ບໍ່ ໄດ້ ຂົ່ມ ເຫັງ? ພວກເຂົາ ໄດ້ ຂ້າ ບັນ ດາ ຄົນ ທີ່ ນໍາ ຖ້ອຍຄໍາ ຂອງ ພຣະເຈົ້າ ມາ ໃຫ້ ຄື ຄົນ ທີ່ ໄດ້ ປະກາດ ລ່ວງໜ້າ ວ່າ ພຣະ ຜູ້ຮັບ ໃຊ້ ອົງ ຊອບທາໍ ຈະ ມາ, ບັດ ນີ້ ເຈົ້າ ທັງ ຫລາຍ ໄດ້ ເປັນ ຜູ້ ມອບ ພຣະອົງ ໄວ້ ແລະ ສັງຫານ ພຣະອົງ ເສຍ.
\v 53 ເຈົ້າ ທັງ ຫລາຍ ເປັນ ຜູ້ ທີ່ ໄດ້ ຮັບ ກົດບັນຍັດ ຂອງ ພຣະເຈົ້າ ຈາກ ເທວະດາ, ແຕ່ ພວກເຈົ້າ ບໍ່ ໄດ້ ເຊື່ອ ຟັງ ຕາມ ກົດ ບັນ ຍັດ ນັ້ນ ເລີຍ.”
\s5
\v 54 ເມື່ອ ສະມາຊິກ ສະພາ ສູງສຸດ ໄດ້ຍິນ ຊະເຕຟາໂນ ກ່າວ ຖ້ອຍຄໍາ ເຫລົ່າ ນີ້ ພວກເຂົາ ກໍ ໂມໂຫ ເຕັມ ທີ ແລະ ຂົບ ແຂ້ວ້ ຄ້ຽວຟັນ ໃສ່ ຊະເຕຟາໂນ ດ້ວຍ ຄວາມ ເຈັບ ແຄ້ນ ແໜ້ນ ໃຈ.
\v 55 ແຕ່ ຊະເຕຟາໂນ ຜູ້ ທີ່ ເຕັມ ໄປ ດ້ວຍ ພຣະວິນຍານ ບໍຣິສຸດເຈົ້າ ກໍ ເງີ ຍ ໜ້າ ແນມ ຂຶ້ນ ສູ່ ຟ້າ ສະຫວັນ ແລະ ເຫັນ ສະຫງ່າຣາສີ ຂອງ ພຣະເຈົ້າ ແລະ ເຫັນ ພຣະເຢຊູເຈົ້າ ກໍາລັງ ຢືນ ຢູ່ ທີ່ ກໍ້າ ຂວາ ຂອງ ພຣະເຈົ້າ.
\v 56 ຊະເຕຟາໂນ ກ່າວ ວ່າ, “ເບິ່ງ ແມ! ຂ້າພະເຈົ້າ ເຫັນ ທ້ອງຟ້າ ໄຂ ອອກ ແລະ ເຫັນ ບຸດ ມະນຸດ ກາໍ ລັງ ຢືນ ຢູ່ ທີ່ ກໍ້າ ຂວາ ມື ຂອງ ພຣະເຈົ້າ.”
\s5
\v 57 ໃນ ຂະນະນັ້ນ ບັນ ດາ ສະມາຊິກ ສະພາ ສູງສຸດ ໄດ້ ຮ້ອງ ຂຶ້ນ ພ້ອມ ທັງ ເອົາ ມື ອັດ ຫູ ຕົນ ໄວ້ ແລ້ວ ຕ່າງ ກໍ ຫລູບ ໃສ່ ຊະເຕຟາໂນ ທັນທີ.
\v 58 ພວກເຂົາ ຊຸກ ຊະເຕຟາໂນ ອອກ ໄປ ນອກ ເມືອງ ແລະ ແກວ່ງ ກ້ອນຫິນ ໃສ່ ຄົນ ທັງ ຫລາຍ ທີ່ ເປັນ ພະຍານ ໄດ້ ແກ້ ເສື້ອ ຊັ້ນນອກ ຂອງຕົນ ອອກ ໄວ້ ໃກ້ ຕີນ ຊາຍໜຸ່ມ ຄົນ ໜຶ່ງ ທີ່ ຊື່ ວ່າ ໂຊໂລ.
\s5
\v 59 ພວກເຂົາ ພາກັນ ສືບ ຕໍ່ແກວ່ງ ກ້ອນຫິນ ໃສ່ ຊະເຕຟາໂນ ຂະນະທີ່ ເພິ່ນ ກາໍ ລັງ ພາວັນ ນາ ອະທິຖານ ວ່າ, “ຂ້າ ແດ່ ພຣະອົງ ເຈົ້າ ເຢຊູ ຂໍໂຜດ ຮັບ ເອົາ ຈິດວິນ ຍານ ຂອງ ຂ້ານ້ອຍ ດ້ວຍ ເຖີດ. ”
\v 60 ຊະເຕຟາໂນ ຄຸເຂົ່າ ລົງ ແລະ ຮ້ອງ ຂຶ້ນ ດ້ວຍ ສຽງດັງ ວ່າ, “ຂ້າ ແດ່ ພຣະອົງ ເຈົ້າ ຂໍ ຊົງ ໂຜດ ຍົກ ບາບ ຍົກ ກໍາ ນີ້ ໃຫ້ ພວກເຂົາ ດ້ວຍ ເທີ້ນ. ” ເມື່ອ ກ່າວ ຄໍາ ນີ້ ແລ້ວ ເພິ່ນ ກໍ ສິ້ນໃຈ ຕາຍ
\s5
\c 8
\p
\v 1 ໂຊໂລ ກໍ ເຫັນ ພ້ອມ ກັບ ການ ຂ້າ ຊະເຕຟາໂນ. ໃນ ວັນ ນັ້ນ ເອງ ໄດ້ ເກີດ ມີ ການ ຂົ່ມ ເຫັງ ຢ່າງ ໜັກ ຕໍ່ ຄຣິສຕະຈັກ ໃນ ນະຄອນ ເຢຣູຊາເລັມ ພວກ ລູກສິດ ທັງໝົດ ເວັ້ນ ໄວ້ ແຕ່ ພວກ ອັກ ຄະສາວົກ ຕ່າງ ກໍໄດ້ ກະຈັດ ກະຈາຍ ໄປ ທົ່ວ ແຂວງ ຢູດາຍ ແລະ ແຂວງ ຊາມາເຣຍ.
\v 2 ຜູ້ ທີ່ ຢໍາເກງ ພຣະເຈົ້າ ບາງຄົນ ໄດ້ ນໍາ ເອົາ ສົບ ຂອງ ຊະເຕຟາໂນ ໄປ ຝັງ ໄວ້ ແລະ ມີ ການ ຮ້ອງໄຫ້ ໄວ້ ທຸກຢ່າງ ໃຫຍ່ ໃຫ້ ລາວ.
\v 3 ສ່ວນ ໂຊໂລ ນັ້ນ ໄດ້ ພະຍາຍາມ ທາໍ ລາຍ ຄຣິສຕະຈັກ ຢ່າງ ຮຸນແຮງ ໂດຍ ເຂົ້າ ໄປ ຕາມ ບ້ານ ເຮືອນ ລາກ ເອົາ ບາງຄົນ ທີ່ເຊື່ອ ທັງ ຊາຍ ທັງ ຍິງ ອອກ ມາ ແລະ ນາໍ ໄປ ຂັງ ໄວ້ ໃນ ຄຸກ.
\s5
\v 4 ພວກ ຄົນ ທີ່ ເຊື່ອ ທີ່ ໄດ້ ແຕກ ກະຈັດ ກະຈາຍ ໄປ ນັ້ນ ຕ່າງ ກໍໄດ້ ປະກາດ ຂ່າວປະເສີດ ຕາມ ບ່ອນ ຕ່າງໆ.
\v 5 ຝ່າຍ ຟີລິບ ໄດ້ ໄປ ຍັງ ເມືອງ ໃຫຍ່ (ດ) ໃນ ແຂວງ ຊາມາເຣຍ ແລະ ປະກາດ ເລື່ອງ ພຣະຄຣິດ ໃນທີ່ນັ້ນ.
\s5
\v 6 ປະຊາຊົນ ໄດ້ ຕັ້ງໃຈ ຟັງ ຖ້ອຍຄໍາ ຂອງ ຟີລິບ ເມື່ອ ພວກເຂົາ ໄດ້ຍິນ ເພິ່ນ ປະກາດ ແລະ ໄດ້ ເຫັນການ ອັດ ສະຈັນ ທີ່ເພິ່ນ ໄດ້ ເຮັດ.
\v 7 ຜີຊົ່ວ ຮ້າຍ ທີ່ ສິງ ຢູ່ໃນ ຫລາຍ ຄົນ ກໍ ຮ້ອງ ຂຶ້ນ ດ້ວຍ ສຽງດັງ ແລະ ອອກ ມາ ຈາກ ຄົນ ເຫລົ່ານັ້ນ ແລະ ຄົນ ທີ່ເປັນ ເປ້ຍ ແລະ ຂາ ເສັ້ງ ຫລາຍ ຄົນ ກໍໄດ້ ດີເປັນ ປົກກະຕິ.
\v 8 ດັ່ງ ນັ້ນ ຄວາມ ຊົມ ຊື່ນ ຍິນ ດີ ອັນ ໃຫຍ່ ຈຶ່ງ ເກີດ ຂຶ້ນ ໃນ ເມືອງ ນີ້,
\s5
\v 9 ຍັງ ມີ ຊາຍ ຄົນ ໜຶ່ງ ຢູ່ ໃນ ເມືອງ ນີ້ ຊື່ ວ່າ ຊີໂມນ ລາວ ເປັນ ໝໍ ເວດມົນ ຄາຖາ ທີ່ ເຄີຍ ເຮັດ ໃຫ້ ຊາວ ຊາມາເຣຍ ງຶດ ງໍ້ ອັດ ສະຈັນ ໃຈ ແລະ ອວດອ້າງ ຕົວ ວ່າ ເປັນ ຄົນ ສໍາຄັນ ຜູ້ໜຶ່ງ.
\v 10 ດັ່ງ ນັ້ນ ຄົນ ທັງ ຫລາຍ ໃນ ເມືອງ ບໍ່ ວ່າ ຜູ້ໃຫຍ່ ຫລື ຜູ້ນ້ອຍ ຈຶ່ງ ໃຫ້ ຄວາມ ສົນ ໃຈ ຟັງ ລາວ ແລະ ເວົ້າ ວ່າ, “ຊາຍ ຜູ້ ນີ້ ມີ ຣິດ ຂອງ ພຣະເຈົ້າ ທີ່ ຄົນ ເອີ້ນ ວ່າ, ‘ມະຫິດທິຣິດ.
\v 11 ດ້ວຍ ເວດມົນ ຄາຖາ ທີ່ ລາວ ໄດ້ ເຮັດ ໃຫ້ ຄົນ ງຶດ ງໍ້ ອັດ ສະຈັນ ໃຈ ແຕ່ ດົນ ນານ ແລ້ວ ນັ້ນ ຈຶ່ງ ດຶງ ດູດ ຄົນ ທັງ ຫລາຍ ໃຫ້ ສົນ ໃຈ ໃນ ຕົວ ລາວ.
\s5
\v 12 ເມື່ອ ພວກເຂົາ ໄດ້ ຮັບ ເຊື່ອ ໃນ ຖ້ອຍຄໍາ ຂອງ ຟີລິບ ທ່ີ່ໄດ້ ປະກາດ ກ່ຽວກັບ ຂ່າວປະເສີດ ເລື່ອງ ຣາຊອານາຈັກ ຂອງ ພຣະເຈົ້າ ແລະ ພຣະນາມ ຂອງ ພຣະເຢຊູ ຄຣິດເຈົ້າ ພວກເຂົາ ກໍໄດ້ ຮັບ ບັບຕິສະມາ ທັງ ຊາຍ ແລະ ຍິງ.
\v 13 ຝ່າຍ ຊີໂມນ ເອງ ກໍ ເຊື່ອ ເໝືອນກັນ ແລະ ຫລັງ ຈາກ ຮັບ ບັບ ຕິສະມາ ແລ້ວ ກໍ ຕິດ ພັນ ຢູ່ ກັບ ຟີລິບ, ລາວ ປະຫລາດ ໃຈ ຫລາຍ ທີ່ ເຫັນ ຟີລິບ ເຮັດ ການ ອັດສະຈັນ ແລະ ໝາຍສໍາຄັນ ອັນ ຍິ່ງໃຫຍ່ ທີ່ ໄດ້ ເກີດຂຶ້ນ ນັ້ນ.
\s5
\v 14 ເມື່ອ ພວກ ອັກ ຄະສາວົກ ທີ່ ຢູ່ ໃນ ນະຄອນ ເຢຣູຊາເລັມ ໄດ້ຍິນ ຂ່າວ ວ່າ ປະຊາຊົນ ແຂວງ ຊາມາເຣຍ ໄດ້ ຮັບ ເອົາ ພຣະທໍາ ຂອງ ພຣະເຈົ້າ ແລ້ວ ຈຶ່ງ ໄດ້ ໃຊ້ ເປໂຕ ກັບ ໂຢຮັນ ໄປ ຫາ ພວກເຂົາ.
\v 15 ທ່ານ ທັງ ສອງ ກໍໄດ້ ໄປ ພາວັນ ນາ ອະທິຖານ ສໍາລັບ ຄົນ ທີ່ເຊື່ອ ເພື່ອ ໃຫ້ ພວກເຂົາ ໄດ້ ຮັບ ພຣະວິນຍານ ບໍຣິສຸດເຈົ້າ.
\v 16 ດ້ວຍວ່າ, ພຣະວິນຍານ ບໍຣິສຸດເຈົ້າ ບໍ່ ທັນ ໄດ້ ລົງ ມາ ເທິງ ຜູ້ໃດ ຈັກ ຄົນ ໃນ ພວກເຂົາ ແລະ ພວກເຂົາ ໄດ້ ຮັບ ບັບ ຕິສະມາ ໃນ ພຣະນາມ ຂອງ ພຣະອົງ ເຈົ້າ ເຢຊູ ເທົ່າ ນັ້ນ.
\v 17 ແລ້ວ ເປໂຕ ກັບ ໂຢຮັນ ກໍ ວາງ ມື ໃສ່ ພວກເຂົາ ແລະ ພວກເຂົາ ຕ່າງ ກໍໄດ້ ຮັບ ພຣະວິນຍານ ບໍຣິສຸດເຈົ້າ.
\s5
\v 18 ຝ່າຍ ຊີໂມນ, ເມື່ອ ໄດ້ ເຫັນ ວ່າ ພຣະວິນ ຍານ ເປັນ ທີ່ ຊົງປະທານ ດ້ວຍ ການ ວາງ ມື ຂອງ ພວກ ອັກ ຄະສາວົກ ກໍໄດ້ ນໍາ ເງິນ ມາ ຈະ ໃຫ້ ທ່ານ ທັງ ສອງ.
\v 19 ໂດຍ ເວົ້າ ວ່າ, “ຂໍ ໃຫ້ ຂ້າ ນ້ອຍ ມີ ຣິດອໍານາດ ຢ່າງ ນີ້ ເໝືອນກັນ ເພື່ອ ວ່າ ເມື່ອ ຂ້ານ້ອຍ ຫາກ ວາງ ມື ໃສ່ ຜູ້ໃດ ຜູ້ ນັ້ນ ກໍ ຈະ ໄດ້ ຮັບ ພຣະວິນຍານ ບໍຣິສຸດເຈົ້າ.”
\s5
\v 20 ແຕ່ ເປໂຕ ຕອບ ລາວ ວ່າ, “ຈົ່ງ ໃຫ້ ເງິນ ຂອງ ເຈົ້າ ຈິບ ຫາຍ ໄປ ກັບ ເຈົ້າ ສາ ເພາະ ເຈົ້າ ຄິດ ວ່າ ຈະ ຊື້ ຂອງ ປະທານ ຈາກ ພຣະເຈົ້າ ດ້ວຍ ເງິນ
\v 21 ເຈົ້າ ບໍ່ ມີ ສ່ວນ ໃນ ພາລະກິດ ຂອງ ພວກເຮົາ ເພາະ ຈິດ ໃຈ ຂອງ ເຈົ້າ ບໍ່ ສັດ ຊື່ ຕໍ່ ໜ້າພຣະເຈົ້າ.
\v 22 ສະນັ້ນ ຈົ່ງກັບ ໃຈ ໃໝ່ ຈາກ ການ ອັນ ຊົ່ວ ຊ້າ ຂອງ ເຈົ້າ ນີ້ ສາ ແລ້ວ ພາວັນ ນາ ອະທິຖານ ຂໍ ຕໍ່ພຣະອົງເຈົ້າ ເພື່ອ ພຣະອົງ ຈະ ອະໄພ ໃຫ້ ເຈົ້າ ທີ່ ເຈົ້າ ຄິດ ເຊັ່ນ ນັ້ນ.
\v 23 ເພາະເຮົາ ເຫັນ ວ່າ ໃຈ ຂອງ ເຈົ້າ ເຕັມ ໄປ ດ້ວຍ ຄວາມ ອິດ ສາ ອັນ ຂົມ ຂື່ນ ແລະ ເປັນ ຜູ້ ຖືກ ຜູກມັດ ໄວ້ ໂດຍ ໂສ້ ແຫ່ງ ບາບກາໍ.”
\s5
\v 24 ຝ່າຍ ຊີໂມນ ໄດ້ ຕອບ ວ່າ, “ຂໍ ທ່ານ ທັງ ສອງ ພາວັນ ນາ ອະທິຖານ ພຣະອົງ ເຈົ້າ ສໍາລັບ ຂ້ານ້ອຍ ດ້ວຍ ເພື່ອ ວ່າ ເຫດການ ຕ່າງໆ ທີ່ ທ່ານ ໄດ້ ກ່າວ ມາ ນັ້ນ ຈະ ບໍ່ ເກີດ ຂຶ້ນ ກັບ ຂ້ານ້ອຍ ຈັກ ປະການ.”
\s5
\v 25 ສ່ວນ ທ່ານ ທັງ ສອງ ເມື່ອ ໄດ້ ເປັນ ພະຍານ ແລະ ປະກາດ ພຣະທາໍ ແຫ່ງ ອົງ ພຣະຜູ້ ເປັນ ເຈົ້າ ແລ້ວ ກໍ ກັບ ມາ ຍັງ ນະຄອນ ເຢຣູຊາເລັມ ແລະ ໄດ້ ປະກາດ ຂ່າວປະເສີດ ຕາມ ທາງ ໃນ ບ້ານ ຊາວ ຊາມາເຣຍ ຫລາຍ ແຫ່ງ.
\s5
\v 26 ແລ້ວ ເທວະດາ ຕົນ ໜຶ່ງ ຂອງ ອົງ ພຣະ ຜູ້ ເປັນ ເຈົ້າ ໄດ້ ສັ່ງ ຟີລິບ ວ່າ, “ຈົ່ງ ລຸກ ຂຶ້ນ ຕຽມຕົວ ໃຫ້ ພ້ອມ ແລະ ໄປ ທາງ ທິດ ໃຕ້ (ຕ) ຕາມ ທາງ ແຕ່ ນະຄອນ ເຢຣູຊາເລັມ ລົງ ໄປ ສູ່ ກາຊາ. ” (ຫົນ ທາງ ນີ້ ຄົນ ບໍ່ ທຽວ ກັນ ແລ້ວ.) (ຖ)
\v 27 ດັ່ງ ນັ້ນ ທ່ານ ຈຶ່ງ ລຸກ ຂຶ້ນ ເດີນ ທາງ ໄປ ແລະ ເບິ່ງ ແມ! ມີ ໄທ ເອທິໂອເປຍ ຄົນ ໜຶ່ງ ເປັນ ເທືອຍ ເປັນ ຂ້າຣາຊການ ຊັ້ນ ສູງ ຂອງ ກັນເດກາ ຄື ຣາຊີນີ ຂອງ ຊາວ ເອທິໂອເປຍ ເປັນ ນາຍ ຄັງ ຊັບ ທັງໝົດ ຂອງ ຣາຊີນີ ເພິ່ນ ໄດ້ ມາ ທີ່ ນະຄອນ ເຢຣູຊາເລັມ ເພື່ອ ນະມັດສະການ.
\v 28 ຂະນະທີ່ ນັ່ງ ລົດ ມ້າ ກາໍລັງ ກັບ ເມືອ ເພິ່ນ ໄດ້ ອ່ານ ໜັງ ສື ຂອງ ເອຊາຢາ ຜູ້ທໍາ ນວາຍ ຢູ່.
\s5
\v 29 ພຣະວິນຍານ ບໍຣິສຸດເຈົ້າ ຊົງ ສັ່ງ ແກ່ ຟີລິບ ວ່າ, “ຈົ່ງ ຫຍັບ ເຂົ້າ ໃກ້ ຕິດ ລົດ ມ້າ ຄັນ ນີ້ ໄປ. ”
\v 30 ຟີລິບ ຈຶ່ງ ແລ່ນ ຫຍັບ ເຂົ້າ ໄປ ໃກ້ ແລະ ໄດ້ຍິນ ເພິ່ນ ກາໍ ລັງ ອ່ານ ໜັງ ສື ຂອງ ຜູ້ທາໍ ນວາຍ ເອຊາຢາ ຢູ່ ຟີລິບ ຈຶ່ງ ຖາມ ເພິ່ນ ວ່າ, “ທີ່ ທ່ານ ອ່ານ ຢູ່ ນັ້ນ ທ່ານ ເຂົ້າໃຈ ບໍ? ”
\v 31 ຂ້າຣາຊການ ຜູ້ ນີ້ ຕອບ ວ່າ, “ຂ້ອຍ ຈະ ເຂົ້າໃຈ ໄດ້ ຢ່າງ ໃດ? ຖ້າ ບໍ່ ມີ ຜູ້ໃດ ອະທິບາຍ ສູ່ ຂ້ອຍ ຟັງ? ” ແລ້ວ ເພິ່ນ ກໍ ເຊີນ ຟີລິບ ຂຶ້ນ ນັ່ງ ລົດ ມ້າ ໄປ ກັບ ເພິ່ນ.
\s5
\v 32 ພຣະຄໍາພີ ຕອນ ທີ່ ເພິ່ນ ອ່ານ ຢູ່ ນັ້ນ ຄື ຂໍ້ ເຫລົ່ານີ້: “ເຂົາ ໄດ້ ນໍາ ເພິ່ນ ໄປ ເໝືອນ ນໍາ ເອົາ ແກະ ໄປ ຂ້າ ແລະ ເໝືອນ ແກະນ້ອຍ ໂຕ ທີ່ ມິດ ຢູ່ ຕໍ່ໜ້າ ຜູ້ ຕັດ ຂົນ ຂອງ ມັນ ທ່ານ ບໍ່ໄດ້ ອອກ ປາກ ກ່າວ ຫຍັງ ຈັກ ຄໍາ.
\v 33 ໃນ ຄາວ ທ່ານ ຕົກ ຕໍ່າຕ້ອຍ ທ່ານ ບໍ່ໄດ້ ຮັບ ຄວາມ ຍຸດຕິທໍາ. ບໍ່ມີ ຜູ້ໃດ ຈະ ເລົ່າ ເຖິງ ເຊື້ອສາຍ ຂອງທ່ານ ໄດ້ ເພາະວ່າ ຊີວິດ ຂອງທ່ານ ໄດ້ ຖືກ ຕັດ ເສຍ ແລ້ວ.”
\s5
\v 34 ຂ້າຣາຊການ ຜູ້ ນັ້ນ ຫັນ ມາ ທາງ ຟີລິບ ແລະ ຖາມ ວ່າ, “ບອກ ຂ້ອຍ ມາ ເບິ່ງ ດູ ທີ່ ຜູ້ທາໍນວາຍ ກ່າວ ເຊັ່ນ ນີ້ ແມ່ນ ກ່າວ ເຖິງ ຜູ້ໃດ? ໝາຍເຖິງ ເພິ່ນ ເອງ ຫືລ ກ່າວ ເຖິງ ຜູ້ ອື່ນ? ”
\v 35 ແລ້ວ ຟີລິບ ກໍ ອອກ ປາກ ກ່າວ ໂດຍ ເລີ່ມ ແຕ່ ພຣະຄໍາພີ ຕອນ ນີ້ ໄປ ແລະ ກໍ ບອກ ເພິ່ນ ເຖິງ ຂ່າວປະເສີດ ເລື່ອງ ພຣະເຢຊູເຈົ້າ.
\s5
\v 36 ເມື່ອ ພວກເພິ່ນ ໄດ້ ເດີນ ທາງ ມາ ເຖິງ ບ່ອນ ມີ ນໍ້າ ບ່ອນ ໜຶ່ງ ຂ້າຣາຊການ ຜູ້ ນີ້ ກໍ ກ່າວ ວ່າ, “ທີ່ ນີ້ ມີນໍ້າ ມີສິ່ງໃດບໍ ທີ່ ຂັດຂວາງ ຂ້ອຍ ບໍ່ ໃຫ້ ຮັບບັບຕິສະມາ? ” [
\v 37 ຟີລິບ ຈຶ່ງ ຕອບ ວ່າ, “ຖ້າ ທ່ານ ເຕັມ ໃຈ ເຊື່ອ ກໍ ຮັບໄດ້. ” ເພິ່ນ ຕອບ ວ່າ, “ຂ້ອຍ ເຊື່ອ ວ່າ ພຣະເຢຊູ ຄຣິດ ເຈົ້າ ເປັນ ພຣະບຸດ ຂອງ ພຣະເຈົ້າ. ”] (ທ)
\v 38 ແລ້ວ ຂ້າຣາຊການ ກໍ ສັ່ງ ໃຫ້ ຢຸດ ລົດ ມ້າ ເພິ່ນ ກັບ ຟີລິບ ຈຶ່ງ ລົງ ໄປ ໃນ ນໍ້າ ແລະ ຟີລິບ ກໍ ໃຫ້ ເພິ່ນ ຮັບ ບັບຕິສະມາ.
\s5
\v 39 ເມື່ອ ທັງ ສອງ ຂຶ້ນ ມາ ຈາກ ນາໍ້ ແລ້ວ ພຣະວິນຍານ ຂອງ ອົງ ພຣະ ຜູ້ ເປັນ ເຈົ້າ ກໍ ຮັບ ເອົາ ຟີລິບ ໄປ ສ່ວນ ຂ້າຣາຊການ ຄົນ ນັ້ນ ກໍ ບໍ່ ເຫັນ ຟີລິບ ຕໍ່ໄປ ອີກ ເພິ່ນ ຈຶ່ງ ເດີນ ທາງ ເມືອ ດ້ວຍ ຄວາມ ຊົມ ຊື່ນ ຍິນດີ ຢ່າງ ເຕັມ ລົ້ນ.
\v 40 ແຕ່ ມີ ຄົນ ໄດ້ ເຫັນ ຟີລິບ ຢູ່ ໃນ ເມືອງ ອາໂຊໂຕ ແລະ ຂະນະທີ່ ເພິ່ນ ຜ່ານ ເມືອງ ທັງ ຫລາຍ ໄປ ນັ້ນ ເພິ່ນ ໄດ້ ປະກາດ ຂ່າວປະເສີດ ຈົນ ມາ ເຖິງ ເມືອງ ກາຍຊາເຣຍ.
\s5
\c 9
\p
\v 1 ຝ່ າຍ ໂຊໂລ ສືບ ຕໍ່ ຂູ່ເຂັນ ວ່າ ຈະ ຂ້າ ພວກສິດ ຂອງ ອົງ ພຣະຜູ້ເປັນເຈົ້າ ເສຍ ຈຶ່ງ ໄປ ຫາ ມະຫາ ປະໂຣຫິດ,
\v 2 ແລະ ຂໍ ໜັງ ສື ແນະນາໍ ຕົວ ໄປ ຍັງ ທາໍມະສາລາ ໃນ ເມືອງ ດາມັສກັດ ເພື່ອ ວ່າ ຖ້າ ພົບ ຜູ້ໃດ ບໍ່ ວ່າ ຍິງ ຫລື ຊາຍ ກໍຕາມ ທີ່ ເຊື່ອ ໃນ ອົງ ພຣະ ຜູ້ ເປັນ ເຈົ້າ ລາວ ກໍ ຈະ ຈັບ ພວກເຂົາ ມັດ ໄວ້ ແລ້ວ ນາໍ ມາ ຍັງ ນະຄອນ ເຢຣູຊາເລັມ.
\s5
\v 3 ພໍ ເມື່ອ ໂຊໂລ ເດີນ ທາງ ໃກ້ ຈະ ຮອດ ເມືອງ ດາມັສກັດ ໃນ ທັນ ໃດນັ້ນ ກໍ ມີ ແສງ ສະຫວ່າງ ຈາກ ທ້ອງຟ້າແມບ ມາບ ລົງ ມາ ອ້ອມ ລາວ.
\v 4 ລາວ ລົ້ມ ລົງ ພື້ນ ດິນ ແລະ ໄດ້ຍິນ ສຽງ ໜຶ່ງ ກ່າວ ແກ່ ຕົນ ວ່າ, “ໂຊໂລ ໂຊໂລ ເອີຍ ເປັນ ຫຍັງ ເຈົ້າ ຈຶ່ງ ຂົ່ມ ເຫັງເຮົາ?”
\s5
\v 5 ໂຊໂລ ໄດ້ ທູນ ຖາມ ວ່າ, “ພຣະອົງ ເຈົ້າ ເອີຍ ພຣະອົງ ແມ່ນ ຜູ້ໃດ? ” ພຣະອົງ ຕອບ ວ່າ, “ເຮົາ ນີ້ ແມ່ນ ເຢຊູ ຜູ້ ເຈົ້າຂົ່ມເຫັງ ນັ້ນ ແຫລະ
\v 6 ເຈົ້າ ຈົ່ງ ລຸກ ຂຶ້ນ ເຂົ້າ ໄປ ໃນ ເມືອງ ແລ້ວ ຈະ ມີ ຜູ້ ບອກ ເຈົ້າ ວ່າ ຕ້ອງ ເຮັດ ຢ່າງ ໃດ. ”
\v 7 ສ່ວນ ຄົນ ທີ່ ເດີນ ທາງ ໄປ ກັບ ໂຊໂລ ນັ້ນ ຕ່າງ ກໍ ຢືນ ນິ້ງ ຢູ່ ແລະ ປາກ ບໍ່ ອອກ ພວກເຂົາ ໄດ້ຍິນ ສຽງ ແຕ່ ບໍ່ ເຫັນ ຜູ້ໃດ.
\s5
\v 8 ໂຊໂລ ຈຶ່ງ ລຸກ ຂຶ້ນ ຈາກ ພຶ້ນ ດິນ ແລະ ມືນ ຕາ ແລ້ວ ແຕ່ ເບິ່ງ ບໍ່ ເຫັນ ສິ່ງໃດ. ດັ່ງ ນັ້ນ ພວກເຂົາ ຈຶ່ງ ຈູງ ລາວ ເຂົ້າ ໄປ ໃນ ເມືອງ ດາມັສກັດ.
\v 9 ເປັນ ເວລາ ສາມ ວັນ ທີ່ໂຊໂລ ບໍ່ສາມາດ ເຫັນຮຸ່ງ ໄດ້ ແລະ ທັງ ບໍ່ ໄດ້ ກິນ ແລະ ບໍ່ ໄດ້ ດື່ມ ຫຍັງ.
\s5
\v 10 ຢູ່ ໃນ ເມືອງ ດາມັສກັດ ນີ້ ຍັງ ມີ ຜູ້ ທີ່ ເຊື່ອ ຄົນ ໜຶ່ງ ຊື່ ວ່າ ອານາເນຍ ອົງພຣະຜູ້ເປັນເຈົ້າ ກ່າວ ແກ່ ລາວ ທາງ ນິມິດ ວ່າ, “ອານາເນຍ ເອີຍ. ” ລາວ ຕອບ ວ່າ, “ຂ້າແດ່ ພຣະອົງເຈົ້າ ຂ້ານ້ອຍ ຢູ່ທີ່ ນີ້. ”
\v 11 ອົງ ພຣະຜູ້ ເປັນ ເຈົ້າ ກ່າວແກ່ ລາວວ່າ, “ຈົ່ງ ລຸກຂຶ້ນ ແລະໄປຍັງ ຖະໜົນ ທີ່ ເອີ້ນ ວ່າ ສາຍຊື່ ແລ້ວຈົ່ງ ຖາມຫາ ຊາຍຄົນ ໜຶ່ງ ທີ່ ເຮືອນຂອງຢູດາ ຊື່ວ່າ ໂຊໂລ, ຊາວເມືອງ ຕາໂຊ ລາວກາໍລັງ ພາວັນນາອະທິຖານຢູ່
\v 12 ແລະ ລາວ ໄດ້ ເຫັນ ໃນນິມິດ ນັ້ນ ວ່າ ມີ ຊາຍຄົນໜຶ່ງ ຊື່ວ່າ ອານາເນຍ ໄດ້ ເຂົ້າມາວາງມື ໃສ່ ເພື່ອ ໃຫ້ ລາວຈະໄດ້ ເຫັນ ຮຸ່ງອີກ.”
\s5
\v 13 ເມື່ອ ອານາເນຍ ໄດ້ຍິນ ເຊັ່ນນັ້ນ ກໍ ຕອບ ວ່າ, “ຂ້າແດ່ ພຣະອົງ ເຈົ້າ ຫລາຍຄົນ ໄດ້ ບອກຂ້ານ້ອຍເຖິງ ເລື່ອງຊາຍຄົນນີ້ ຕະຫລອດທັງ ຄວາມຮ້າຍກາດ ທີ່ ລາວໄດ້ ເຮັດ ຕໍ່ໄພ່ ພົນ ບໍຣິສຸດຂອງພຣະອົງ ໃນນະຄອນ ເຢຣູຊາເລັມ.
\v 14 ລາວມາທີ່ນີ້ ກໍ ເພາະຖື ອໍານາດ ຈາກ ຫົວໜ້າ ປະໂຣຫິດ ເພື່ອ ຈັບ ກຸມ ທຸກຄົນ ທີ່ນະມັດ ສະການພຣະອົງ. ”
\v 15 ແຕ່ ອົງພຣະຜູ້ເປັນເຈົ້າ ໄດ້ ກ່າວ ແກ່ ອານາເນຍ ວ່າ, “ເຈົ້າ ຈົ່ງ ໄປ ເທາະ ເພາະ ເຮົາ ໄດ້ ເລືອກ ເອົາ ຊາຍ ຄົນ ນີ້ ໃຫ້ ຮັບໃຊ້ ເຮົາ ເພື່ອ ລາວ ຈະ ນາໍ ເອົາ ນາມຊື່ ຂອງເຮົາ ໄປ ຍັງ ຄົນຕ່າງຊາດ, ບັນດາ ກະສັດ ແລະ ປະຊາຊົນ ອິດສະຣາເອນ.
\v 16 ເພາະວ່າ ຝ່າຍ ເຮົາ ຈະ ສໍາແດງ ໃຫ້ ລາວ ເຫັນ ວ່າ ລາວ ຕ້ອງ ທົນ ທຸກ ລໍາບາກ ຫລາຍ ເທົ່າ ໃດ ເພາະ ນາມຊື່ຂອງເຮົາ.”
\s5
\v 17 ແລ້ວ ອານາເນຍ ກໍ ໄປ ແລະ ເຂົ້າ ໃນ ເຮືອນ ນັ້ນ ວາງ ມື ໃສ່ ໂຊໂລ ແລ້ວ ກ່າວ ວ່າ, “ອ້າຍ ໂຊໂລ ເອີຍ, ອົງ ພຣະ ຜູ້ເປັນ ເຈົ້າ ຄື ພຣະເຢຊູເຈົ້າ ຜູ້ໄດ້ ຊົງ ປາກົດ ແກ່ ເຈົ້າ ຕາມ ທາງ ທີ່ ເຈົ້າ ກາໍ ລັງ ມາ ນັ້ນ ໄດ້ ຊົງ ໃຊ້ ເຮົາ ມາ ເພື່ອ ເຈົ້າ ຈະ ໄດ້ ເຫັນ ຮຸ່ງ ອີກ ແລະ ເພື່ອ ເຈົ້າ ຈະ ໄດ້ ເຕັມ ໄປ ດ້ວຍ ພຣະວິນຍານ ບໍຣຸສຸດເຈົ້າ. ”
\v 18 ໃນ ທັນໃດນັ້ນ ກໍ ມີ ສິ່ງ ໜຶ່ງ ຄື ເກັດປາ ຕົກ ຈາກ ຕາ ຂອງ ໂຊໂລ ແລະ ເພິ່ນ ກໍ ເຫັນຮຸ່ງ ອີກ ໂຊໂລ ຈຶ່ງ ລຸກ ຂຶ້ນ ຮັບ ບັບຕິສະມາ,
\v 19 ເມື່ອ ກິນ ເຂົ້າ ແລ້ວ ເພິ່ນ ກໍ ມີ ແຮງ ຂຶ້ນ. ໂຊໂລ ໄດ້ ພັກ ຢູ່ ນາໍ ພວກຄົນ ທີ່ ເຊື່ອ ໃນເມືອງດາມັສກັດ ເປັນ ເວລາ ຫລາຍ ວັນ.
\s5
\v 20 ແລ້ວ ເພິ່ນ ກໍໄດ້ ໄປ ທີ່ ທາໍມະສາລາ ແລະ ເລີ່ມ ຕົ້ນ ເທດສະໜາ ປະກາດ ວ່າ ພຣະເຢຊູເຈົ້າ ເປັນ ພຣະບຸດ ຂອງ ພຣະເຈົ້າ.
\v 21 ເມື່ອ ຄົນ ທັງຫລາຍ ໄດ້ຍິນ ໂຊໂລ ກ່າວ ທຸກຄົນ ຕ່າງ ກໍ ງຶດ ປະຫລາດ ໃຈ ແລະ ຖາມ ວ່າ, “ບໍ່ ແມ່ນ ຄົນ ນີ້ ບໍ ທີ່ ຂ້າ ຄົນ ຜູ້ ທີ່ ຮ້ອງ ອອກ ນາມຊື່ ພຣະເຢຊູເຈົ້າ ທີ່ ນະຄອນ ເຢຣູຊາເລັມ? ລາວ ມາ ທີ່ ນີ້ ມີ ເປົ້າໝາຍ ເພື່ອ ຈັບ ກຸມ ຄົນ ເຫລົ່າ ນັ້ນ ແລະ ນາໍ ກັບ ຄືນ ໄປ ຫາ ບັນດາ ຫົວໜ້າ ປະໂຣຫິດ ບໍ່ ແມ່ນ ບໍ? ”
\v 22 ແຕ່ ການ ເທດສະໜາ ປະກາດ ຂອງ ໂຊໂລ ມີ ຣິດອໍານາດ ຫລາຍ ຂຶ້ນ ແລະ ການ ທີ່ ເພິ່ນ ພິສູດ ໃຫ້ ເຫັນ ຢ່າງ ໜັກ ແໜ້ນ ວ່າ ພຣະເຢຊູເຈົ້າ ເປັນ ພຣະຄຣິດ ນັ້ນ ໄດ້ ສ້າງ ຄວາມ ອັດອັ້ນ ຕັນ ໃຈ ໃຫ້ ແກ່ ຊາວ ຢິວ ໃນ ເມືອງ ດາມັສກັດ.
\s5
\v 23 ແລ້ວ ຕໍ່ມາ ອີກຫລາຍ ວັນ ພວກຢິວ ກໍ ມາ ປຶກສາ ກັນ ເພື່ອ ວາງແຜນ ຂ້າ ໂຊໂລ
\v 24 ແຕ່ ມີ ຄົນ ມາ ບອກ ເພິ່ນ ເຖິງ ແຜນການ ປອງຮ້າຍ ຂອງ ພວກເຂົາ ຄົນ ເຫລົ່າ ນີ້ ເຝົ້າ ຍາມ ປະຕູ ເມືອງ ທັງ ເວັນ ທັງ ຄືນ ເພື່ອ ໝາຍ ຈະ ຂ້າ ໂຊໂລ.
\v 25 ໃນ ເວລາ ກາງຄືນ ລູກສິດ ຂອງ ໂຊໂລ ໄດ້ ຢ່ອນ ເພິ່ນ ລົງ ໃນ ກວຍ ໃຫຍ່ ຕາມ ປ່ອງ ຂອງ ກາໍ ແພງ ເມືອງ.
\s5
\v 26 ເມື່ອ ໂຊໂລ ມາ ຮອດ ນະຄອນ ເຢຣູຊາເລັມ ແລ້ວ ເພິ່ນ ກໍ ພະຍາຍາມ ຈະ ເຂົ້າ ຮ່ວມ ກັບ ພວກສິດ, ແຕ່ ພວກເຫລົ່າ ນີ້ ຍັງ ຢ້ານ ໂຊໂລ ຢູ່ ແລະ ບໍ່ ເຊື່ອ ວ່າ ເພິ່ນ ກັບໃຈ ມາ ເປັນ ສິດ ຄົນ ໜຶ່ງ ແລ້ວ.
\v 27 ຕໍ່ ມາ ບາຣະນາບາ ກໍ ຊ່ວຍ ໂຊໂລ ໃຫ້ ໄດ້ ເຂົ້າ ຮ່ວມ ນາໍ ພວກ ອັກຄະສາວົກ ເພິ່ນ ໄດ້ ອະທິບາຍ ສູ່ ພວກ ອັກຄະສາວົກ ຟັງ ວ່າ ໂຊໂລ ໄດ້ ເຫັນ ອົງ ພຣະ ຜູ້ ເປັນ ເຈົ້າ ໃນ ກາງ ທາງ ຢ່າງ ໃດ ແລະ ພຣະອົງ ໄດ້ ກ່າວ ແກ່ ໂຊໂລ ຢ່າງ ໃດ ໂຊໂລ ໄດ້ ເທດສະໜາ ປະກາດ ອອກ ພຣະນາມ ພຣະເຢຊູເຈົ້າ ດ້ວຍ ໃຈ ກ້າ ຫານ ຢູ່ ໃນ ເມືອງ ດາມັສກັດ ຢ່າງ ໃດ ດ້ວຍ.
\s5
\v 28 ດັ່ງ ນັ້ນ ໂຊໂລ ຈຶ່ງ ຢູ່ກັບ ພວກ ອັກຄະສາວົກ ແລະ ທຽວ ໄປໆ ມາໆ ທົ່ວ ນະຄອນ ເຢຣູຊາເລັມ ເທດສະໜາ ປະກາດ ອອກ ພຣະນາມ ຂອງ ອົງພຣະ ຜູ້ ເປັນ ເຈົ້າ ດ້ວຍ ໃຈ ກ້າຫານ.
\v 29 ແລະ ທ່ານ ຍັງ ໄດ້ ສົນທະນາ ໂຕ້ ຕອບ ກັບ ຊາວ ຢິວ ທີ່ ປາກ ພາສາ ກຣີກ ແຕ່ ຄົນ ເຫລົ່າ ນີ້ ພະຍາຍາມ ຈະ ຂ້າ ເພິ່ນ.
\v 30 ເມື່ອ ພວກ ພີ່ ນ້ອງ ທີ່ ເຊື່ອ ຮູ້ ເຖິງ ເລື່ອງ ນີ້ ຈຶ່ງ ພາ ໂຊໂລ ໄປ ຍັງ ເມືອງ ກາຍຊາເຣຍ ແລະ ສົ່ງ ເພິ່ນ ຕໍ່ໄປ ຍັງ ເມືອງ ຕາໂຊ.
\s5
\v 31 ໃນ ຂະນະ ນັ້ນ ຄຣິສຕະຈັກ ທົ່ວ ແຂວງ ຢູດາຍ, ແຂວງ ຄາລີເລ ແລະ ຊາມາເຣຍ ຈຶ່ງ ມີ ຄວາມ ສະຫງົບສຸກ ແລະ ຈະເລີນ ຂຶ້ນ ພ້ອມ ກັນ ນັ້ນ ກໍ ດໍາເນີນ ໄປ ໃນ ຄວາມ ຢໍາເກງ ອົງ ພຣະ ຜູ້ ເປັນ ເຈົ້າ ແລະ ຄຣິສຕະຈັກ ກໍ ເຕີບ ໂຕ ຂຶ້ນ ສ່ວນ ຈາໍ ນວນ ຄຣິສ ຕະຈັກ ກໍ ເພີ່ມ ທະວີ ຫລາຍ ຂຶ້ນ ໂດຍ ໄດ້ ຮັບ ການ ຊົງ ນາໍ ຈາກ ອົງ ພຣະວິນຍານ ບໍຣິສຸດເຈົ້າ.
\v 32 ຝ່າຍ ເປໂຕ ນັ້ນ, ເມື່ອ ທຽວ ໄປ ທຸກ ທີ່ ທຸກ ບ່ອນ ແລ້ວ ເພິ່ນ ກໍໄດ້ ໄປ ຢ້ຽມຢາມ ໄພ່ ພົນ ບໍຣິສຸດຂອງ ພຣະເຈົ້າ ທີ່ ຢູ່ໃນ ເມືອງ ລິດດາ.
\s5
\v 33 ໃນ ທີ່ ນີ້ ເປໂຕ ໄດ້ ພົບ ຊາຍ ຄົນ ໜຶ່ງ ຊື່ ວ່າ ໄອເນ ຜູ້ ທີ່ ນອນ ຢູ່ ກັບບ່ອນ ໄດ້ ແປດ ປີ ແລ້ວ ເພາະ ເປັນ ເປ້ຍ.
\v 34 ເປໂຕ ກ່າວ ແກ່ ລາວ ວ່າ, “ໄອເນ ເອີຍ ພຣະເຢຊູ ຄຣິດ ເຈົ້າ ໄດ້ ຊົງ ເຮັດ ໃຫ້ ເຈົ້າ ຫາຍ ດີ ແລ້ວ ຈົ່ງ ລຸກ ຂຶ້ນ ແລະ ມ້ຽນ ບ່ອນ ນອນ ຂອງ ເຈົ້າ ສາ. ” ແລະ ໃນ ທັນ ໃດນັ້ນ ໄອເນ ກໍ ລຸກ ຂຶ້ນ ຢືນ.
\v 35 ເມື່ອ ປະຊາຊົນ ທັງ ໝົດ ທີ່ ຢູ່ ໃນ ເມືອງ ລິດດາ ແລະ ຊາໂຣນ ໄດ້ ເຫັນ ດັ່ງນັ້ນ, ພວກເຂົາ ຈຶ່ງ ກັບ ໃຈ ມາ ຫາ ອົງ ພຣະ ຜູ້ ເປັນ ເຈົ້າ.
\s5
\v 36 ແລ້ວ ໃນ ເມືອງ ຢົບປາ ກໍ ມີ ລູກສິດ ຜູ້ໜຶ່ງ ຊື່ ວ່າ ຕາບີທາ (ນາງ ມີ ຊື່ເປັນ ພາສາ ກຣີກ ວ່າ ໂດຣະກາ ໝາຍຄວາມວ່າ ກວາງ ແມ່). ນາງ ເຮັດ ແຕ່ ຄຸນງາມ ຄວາມດີ ແລະ ເຄີຍ ໃຫ້ ທານ ຄົນ ຍາກຈົນ ຕະຫລອດ ມາ.
\v 37 ໃນ ເວລາ ນັ້ນ ນາງ ໄດ້ ລົ້ມ ປ່ວຍ ແລະ ຕາຍໄປ ເມື່ອ ພວກເຂົາ ອາບນາໍ້ ສົບ ໃຫ້ ນາງ ແລ້ວ ກໍ ນໍາ ເອົາ ສົບ ຂຶ້ນ ໄປ ວາງ ໄວ້ ທີ ່ ຫ້ອງ ຊັ້ນ ເທິງ.
\s5
\v 38 ເມືອງ ຢົບປາ ຢູ່ ໃກ້ ເມືອງ ລິດດາ ແລະ ເມື່ອ ຄົນ ທີ່ ເຊື່ອ ໄດ້ຍິນ ວ່າ ເປໂຕ ຢູ່ ທີ່ ເມືອງ ລິດດາ ພວກເຂົາ ຈຶ່ງ ໃຊ້ ສອງ ຄົນ ນໍາ ຄໍາ ຮ້ອງ ຂໍ ໄປ ຫາ ເພິ່ນ ວ່າ, “ຂໍ ຄວາມ ກະຣຸນາ ຟ້າວ ມາ ຫາ ພວກເຮົາ ດ້ວຍ ຢ່າ ໄດ້ ຊັກ ຊ້າ. ”
\v 39 ດັ່ງ ນັ້ນ ເປໂຕ ຈຶ່ງ ລຸກ ຂຶ້ນ ໄປ ກັບ ພວກເຂົາ ເມື່ອ ມາ ເຖິງ ແລ້ວ ພວກເຂົາ ກໍ ນໍາ ເພິ່ນ ຂຶ້ນ ໄປ ຍັງ ຫ້ອງ ຊັ້ນ ເທິງ ຊຶ່ງ ມີ ແມ່ໝ້າຍ ທັງ ໝົດ ໄດ້ ມາ ອ້ອມ ເພິ່ນ ໄວ້ ທັງ ຮ້ອງໄຫ້ ແລະ ຊີ້ ໃຫ້ ເຫັນ ເສື້ອຜ້າ ແລະ ເສື້ອ ຊັ້ນນອກ ຕ່າງໆ ທີ່ ໂດຣະກາ ເປັນ ຜູ້ ເຮັດ ເມື່ອ ນາງ ຍັງ ມີ ຊີວິດ ຢູ່ ກັບ ພວກ ຕົນ.
\s5
\v 40 ເປໂຕ ບອກ ໃຫ້ ທຸກຄົນ ອອກ ໄປ ຂ້າງ ນອກ ສ່ວນ ເພິ່ນ ນັ້ນ ຄຸເຂົ່າ ລົງ ພາວັນນາ ອະທິຖານ ຂໍ ແລ້ວ ກໍ ຫັນ ໜ້າ ໄປ ທາງ ສົບ ແລະ ກ່າວ ວ່າ, “ຕາບີທາ ຈົ່ງ ລຸກ ຂຶ້ນ. ” ນາງ ກໍ ມືນ ຕາ ແລະ ເມື່ອ ເຫັນ ເປໂຕ ນາງ ຈຶ່ງ ລຸກ ຂຶ້ນ ນັ່ງ.
\v 41 ຝ່າຍ ເປໂຕ ກໍ ຍື່ນ ມື ຊ່ວຍ ຊູ ນາງ ໃຫ້ ລຸກ ຂຶ້ນ, ແລ້ວ ເພິ່ນ ກໍ ເອີ້ນ ພີ່ນ້ອງ ຜູ້ ທີ່ ເຊື່ອ ທຸກຄົນ ເຂົ້າ ມາ ລວມທັງ ບັນດາ ແມ່ໝ້າຍ ແລະ ເພິ່ນ ໄດ້ ມອບ ນາງ ທີ່ ເປັນ ຄືນ ມາ ຈາກ ຕາຍ ນັ້ນ ໃຫ້ ແກ່ ພວກເຂົາ.
\v 42 ຂ່າວ ກ່ຽວກັບ ເລື່ອງ ນີ້ ໄດ້ ແຜ່ ອອກ ໄປ ທົ່ວ ເມືອງ ຢົບປາ ແລະ ມີ ຫລາຍ ຄົນ ໄດ້ ເຊື່ອ ໃນ ອົງ ພຣະ ຜູ້ ເປັນ ເຈົ້າ.
\v 43 ຈາກ ນັ້ນ ເປໂຕ ໄດ້ ອາໄສ ຢູ່ ໃນ ເມືອງ ຢົບປາ ເປັນ ເວລາ ຫລາຍ ວັນ ຢູ່ ກັບ ຊາຍ ຄົນ ໜຶ່ງ ຊື່ວ່າ ຊີໂມນ ເປັນ ຊ່າງ ຟອກໜັງ.
\s5
\c 10
\p
\v 1 ຢູ່ ທີ່ ເມືອງ ກາຍຊາເຣຍ ຍັງ ມີ ຊາຍ ຄົນ ໜຶ່ງ ຊື່ວ່າ, “ໂກເນລີໂອ” ເພິ່ນ ເປັນ ນາຍຮ້ອຍ ຢູ່ ໃນ ກອງ ທະຫານ ທີ່ ຊື່ວ່າ, “ກອງ ອີຕາລີ. ”
\v 2 ໂກເນລີໂອ ເປັນ ຜູ້ ຖືສາສະໜາ ຢ່າງ ຖືກ ຕ້ອງ ແລະ ທຸກຄົນ ໃນ ຄອບຄົວ ຂອງ ເພິ່ນ ຕ່າງ ກໍ ຢໍາເກງ ພຣະເຈົ້າ ເພິ່ນ ເຄີຍ ໃຫ້ ທານ ຢ່າງ ຫລວງຫລາຍ ເພື່ອ ຊ່ວຍເຫລືອ ຜູ້ ຍາກຈົນ ແລະ ພາວັນນາ ອະທິຖານ ຫາ ພຣະເຈົ້າ ຢ່າງ ສະໝໍ່າ ສະເໝີ ບໍ່ ໄດ້ ຂາດ.
\s5
\v 3 ຢູ່ ມາ ວັນ ໜຶ່ງ ປະມານ ບ່າຍ ສາມ ໂມງ ເພິ່ນ ໄດ້ ເຫັນ ນິມິດ ໃນ ນິມິດ ນັ້ນ ເພິ່ນ ເຫັນ ເທວະດາ ຂອງ ພຣະເຈົ້າ ຕົນ ໜຶ່ງ ຢ່າງ ຄັກ ແນ່ ເຂົ້າ ມາ ແລະ ກ່າວ ແກ່ ເພິ່ນ ວ່າ, “ໂກເນລີໂອ ເອີຍ”
\v 4 ເມື່ອ ເພິ່ນ ເພັ່ງ ຕາ ເບິ່ງ ເທວະດາ ຕົນ ນັ້ນ ດ້ວຍ ຄວາມ ສະດຸ້ງ ຕົກ ໃຈ ຈຶ່ງ ຖາມ ວ່າ, “ແມ່ນ ເລື່ອງ ຫຍັງ ນໍ ພຣະອົງ ເຈົ້າ ເອີຍ? ” ເທວະດາ ຕອບ ວ່າ, “ພຣະເຈົ້າ ພໍໃຈ ນາໍ ຄໍາ ພາວັນ ນາ ອະທິຖານ ແລະ ການ ໃຫ້ ທານ ຂອງ ເຈົ້າ ທີ່ ໄດ້ ຂຶ້ນ ໄປ ເຖິງ ພຣະອົງ ຈຶ່ງ ເປັນ ເຫດ ໃຫ້ ພຣະອົງ ລະນຶກ ເຖິງ ເຈົ້າ.
\v 5 ບັດ ນີ້ ຈົ່ງ ໃຊ້ ບາງຄົນ ໄປ ຍັງ ເມືອງ ຢົບປາ ເພື່ອ ເຊີນ ເອົາ ຊາຍ ຜູ້ໜຶ່ງ ຊື່ວ່າ ຊີໂມນ ຜູ້ ມີ ຊື່ ໜຶ່ງ ອີກ ວ່າ ເປໂຕ.
\v 6 ລາວ ເປັນ ແຂກ ອາໄສ ຢູ່ ນາໍ ຊ່າງ ຟອກໜັງ ຄົນ ໜຶ່ງ ຊື່ ວ່າ, ຊີໂມນ ຜູ້ ທີ່ ມີ ເຮືອນ ຢູ່ ແຄມ ທະເລ.”
\s5
\v 7 ແລ້ວ ເທວະດາ ຕົນ ນັ້ນ ກໍ ຈາກ ໄປ. ດັ່ງ ນັ້ນ ໂກເນລີໂອ ໄດ້ ເອີ້ນ ຄົນ ຮັບ ໃຊ້ ປະຈາໍ ເຮືອນ ຂອງຕົນ ສອງ ຄົນ ເຂົ້າ ມາ ພ້ອມ ກັບ ທະຫານ ຄົນ ໜຶ່ງ ທີ່ ຖື ສາສະໜາ ຢ່າງ ເຄັ່ງ ຄັດ ແລະ ເປັນ ຄົນ ໜຶ່ງ ໃນ ພວກ ທະຫານ ທີ່ ຄອຍ ຮັບ ໃຊ້ ຕົນ.
\v 8 ເມື່ອ ໄດ້ ເລົ່າ ເຫດການ ທີ່ ເກີດ ຂຶ້ນ ທັງ ໝົດ ສູ່ ພວກເຂົາ ຟັງ ແລ້ວ ເພິ່ນ ກໍ ໃຊ້ ພວກເຂົາ ໄປ ຍັງ ເມືອງ ຢົບປາ.
\s5
\v 9 ຕອນ ທ່ຽງ ວັນ ໃນ ວັນ ຕໍ່ມາ ເມື່ອ ພວກເຂົາ ເດີນ ທາງ ມາ ແລະ ໃກ້ ຈະ ຮອດ ເມືອງ ຢົບປາ ນັ້ນ ເປໂຕ ໄດ້ ຂຶ້ນ ໄປ ເທິງ ຫລັງ ຄາ ພຽງ ເພື່ອ ພາວັນນາ ອະທິຖານ.
\v 10 ເພິ່ນ ຮູ້ ສຶກ ຫິວ ແລະ ຢາກ ກິນ ເຂົ້າ ໃນ ຂະນະທີ່ ພວກເຂົາ ຕຽມ ອາຫານ ຢູ່ ນັ້ນ ເພິ່ນ ກໍໄດ້ ເຫັນ ນິມິດ.
\v 11 ເປໂຕ ເຫັນ ທ້ອງຟ້າ ໄຂ ອອກ ແລະ ມີ ສິ່ງ ໜຶ່ງ ກາໍ ລັງ ລົງ ມາ ເບິ່ງ ຄື ກັບ ຜ້າ ຜືນ ໃຫຍ່ ມີ ເຊືອກ ຜູກ ທັງ ສີ່ ແຈ ຖືກ ຢ່ອນ ລົງ ມາ ເທິງ ໜ້າດິນ.
\v 12 ໃນ ຜ້າ ຜືນ ນັ້ນ ມີ ສັດ ທຸກ ຊະນິດ ຄື ສັດ ສີ່ ຕີນ ສັດ ເລືອ ຄານ ແລະ ນົກ ທັງ ຫລາຍ.
\s5
\v 13 ແລ້ວ ກໍ ມີ ສຽງ ໜຶ່ງ ກ່າວ ແກ່ ເພິ່ນ ວ່າ, “ເປໂຕ ເອີຍ ຈົ່ງ ລຸກ ຂຶ້ນ ແລ້ວ ຂ້າກິນ ເສຍ. ”
\v 14 ແຕ່ ເປໂຕ ຕອບ ວ່າ, “ພຣະອົງ ເຈົ້າ ເອີຍ ເປັນ ໄປ ບໍ່ ໄດ້ ເດັດ ຂາດ ເພາະ ຕາມ ທາໍ ນຽມ ແລ້ວ ຂ້ານ້ອຍ ບໍ່ ເຄີຍ ກິນ ສິ່ງ ໃດ ທີ່ ບໍ່ໄດ້ ຖືກ ຊໍາລະ ໃຫ້ ສະອາດ ແລະ ສິ່ງ ທີ່ ເປັນ ມົນ ທິນ. ”
\v 15 ສຽງ ນັ້ນ ກ່າວ ແກ່ ເພິ່ນ ເປັນ ຄັ້ງ ທີ ສອງ ອີກ ວ່າ, “ສິ່ງ ທີ່ ພຣະເຈົ້າ ປະກາດ ວ່າ ຖືກ ຊໍາລະ ແລ້ວ ຢ່າ ຖື ວ່າ ເປັນ ສິ່ງ ທີ່ ຕ້ອງ ຫ້າມ ເລີຍ. ”
\v 16 ເຫດການ ເຊັ່ນ ນີ້ ໄດ້ ເກີດ ຂຶ້ນ ເຖິງ ສາມ ເທື່ອ ແລ້ວ ສິ່ງ ນັ້ນ ກໍ ຖືກ ຮັບ ຂຶ້ນ ໄປ ໃນ ທ້ອງຟ້າ ຄືນ ທັນ ທີ,
\s5
\v 17 ຂະນະທີ່ ເປໂຕ ຍັງ ຄິດ ບໍ່ ອອກ ວ່າ ນິມິດ ທີ່ ຕົນ ໄດ້ ເຫັນ ນັ້ນ ມີ ຄວາມໝາຍ ຢ່າງ ໃດ ແລະ ເບິ່ງ ແມ! ຄົນ ທີ່ ໂກເນລີໂອ ໄດ້ ໃຊ້ ມາ ນັ້ນ ເມື່ອ ໄດ້ ສອບ ຖາມ ຫາ ເຮືອນ ຂອງ ຊີໂມນ ແລະ ໄດ້ ຮູ້ ວ່າ ຢູ່ ທີ່ ໃດ ແລ້ວ ພວກເຂົາ ກໍໄດ້ ມາ ຢືນ ຢູ່ ທີ່ ໜ້າ ປະຕູ ເຮືອນ.
\v 18 ພວກເຂົາ ຮ້ອງ ຖາມ ຂຶ້ນ ວ່າ, “ທ່ານ ຊີໂມນ ຜູ້ ມີ ຊື່ ໜຶ່ງ ອີກ ວ່າ ເປໂຕ ພັກ ຢູ່ ທີ່ ນີ້ ຫລື ບໍ່? ”
\s5
\v 19 ຂະນະທີ່ ເປໂຕ ກໍາລັງ ຄິດ ຊອກຫາ ທີ່ ຈະ ເຂົ້າໃຈ ຄວາມໝາຍ ຂອງ ນິມິດ ນັ້ນ ຢູ່ ພຣະວິນຍານ ບໍຣິສຸດເຈົ້າ ກໍ ກ່າວ ແກ່ ເພິ່ນ ວ່າ, “ເບິ່ງແມ! ມີ ຊາຍ ສາມ ຄົນ (ນ) ມາ ຖາມ ຫາ ເຈົ້າ.
\v 20 ບັດ ນີ້ ຈົ່ງ ລຸກ ຂຶ້ນ ແລ້ວ ລົງ ໄປ ຂ້າງ ລຸ່ມ ແລະ ຢ່າ ລັງ ເລ ໃຈ ທີ່ ຈະ ໄປ ກັບ ພວກເຂົາ ເພາະ ແມ່ນ ເຮົາ ເອງ ທີ່ ໄດ້ ໃຊ້ ພວກເຂົາ ມາ. ”
\v 21 ດັ່ງ ນັ້ນ ເປໂຕ ຈຶ່ງ ລົງ ໄປ ພົບ ແລະ ບອກ ກັບ ພວກເຂົາ ວ່າ, “ເຮົາ ນີ້ ແຫລະ ແມ່ນ ຜູ້ ທີ່ ພວກເຈົ້າ ກາໍ ລັງ ຊອກ ຫາ, ດ້ວຍເຫດໃດ ພວກເຈົ້າ ຈຶ່ງ ມາ ທີ່ ນີ້?”
\s5
\v 22 ພວກເຂົາ ຈຶ່ງ ຕອບ ວ່າ, “ນາຍຮ້ອຍ ໂກເນລີໂອ ເປັນ ຄົນ ສັດຊື່ ແລະ ຢໍາເກງ ພຣະເຈົ້າ ທັງ ເປັນ ຜູ້ ມີ ຊື່ສຽງ ດີ ໃນ ທ່າມກາງ ບັນ ດາ ຊາວ ຢິວ ເພິ່ນ ຜູ້ນັ້ນ ໄດ້ ຮັບ ຄໍາສັ່ງ ຈາກ ເທວະດາ ບໍຣິສຸດ ຕົນ ໜຶ່ງ ໃຫ້ ມາ ເຊີນ ທ່ານ ໄປ ຍັງ ເຮືອນ ຂອງຕົນ ເພື່ອ ຈະ ໄດ້ ຟັງ ຖ້ອຍຄໍາ ຈາກ ທ່ານ. ”
\v 23 ເປໂຕ ຈຶ່ງ ເຊີນ ພວກເຂົາ ເຂົ້າ ມາ ພັກ ນາໍ ຕົນ. ໃນ ວັນ ຕໍ່ມາ ເປໂຕ ກໍໄດ້ ລຸກ ຂຶ້ນ ແລະ ໄປ ກັບ ພວກເຂົາ ແລະ ຍັງ ມີ ພີ່ ນ້ອງ ທີ່ ເຊື່ອ ບາງຄົນ ໃນ ເມືອງ ຢົບປາ ກໍ ໄປ ນາໍ ເພິ່ນ ດ້ວຍ.
\s5
\v 24 ວັນ ຕໍ່ມາ ເປໂຕ ໄດ້ ມາ ເຖິງ ເມືອງ ກາຍຊາເຣຍ ສ່ວນ ໂກເນລີໂອ ນັ້ນ ກາໍ ລັງ ຄອຍ ຖ້າ ຕ້ອນຮັບ ເປໂຕ ໂດຍ ໄດ້ ເຊີນ ເອົາ ຍາດຕິພີ່ນ້ອງ ແລະ ໝູ່ ເພື່ອນ ສະໜິດ ມາ ເຕົ້າໂຮມ ກັນ ຢູ່.
\s5
\v 25 ເມື່ອ ເປໂຕ ກ້າວ ເຂົ້າໄປ ໂກເນລີໂອ ກໍ ອອກ ມາ ຕ້ອນຮັບ ໂດຍ ຂາບລົງ ທີ່ ຕີນ ຂອງ ເປໂຕ.
\v 26 ແຕ່ ເປໂຕ ດຶງ ໂກເນລີໂອ ໃຫ້ ລຸກ ຂຶ້ນ ແລະ ເວົ້າ ວ່າ, “ຈົ່ງ ຢືນ ຂຶ້ນ ເຮົາ ເອງ ກໍ ເປັນ ພຽງແຕ່ ມະນຸດ ເໝືອນກັນ.”
\s5
\v 27 ເປໂຕ ສົນ ທະນາ ກັບ ໂກເນລີໂອ ໃນ ຂະນະທີ່ ຍ່າງ ເຂົ້າ ໄປ ໃນ ເຮືອນ ແລະ ໃນທີ່ ນັ້ນ ເພິ່ນ ໄດ້ ພົບ ຫລາຍ ຄົນ ທີ່ ເຕົ້າໂຮມ ກັນ ຢູ່.
\v 28 ເປໂຕ ໄດ້ ກ່າວ ກັບ ຄົນ ເຫລົ່າ ນັ້ນ ວ່າ, “ທ່ານ ທັງ ຫລາຍ ຮູ້ ດີວ່າ ການ ທີ່ ຄົນ ຢິວ ຈະ ມາ ຢ້ຽມຢາມ ຫລື ເຂົ້າ ຮ່ວມ ຄົບຫາ ສະມາຄົມ ກັບ ຄົນ ຕ່າງຊາດ ກໍ ເປັນ ການ ຕ້ອງ ຫ້າມ, ແຕ່ ພຣະເຈົ້າ ໄດ້ ໂຜດ ສໍາແດງ ໃຫ້ ຂ້າພະເຈົ້າ ເຫັນ ວ່າ ບໍ່ ຕ້ອງ ຖື ຄົນ ໃດ ຄົນ ໜຶ່ງ ວ່າ ເປັນ ຄົນ ຕ້ອງ ຫ້າມ ຫລື ເປັນ ມົນ ທິນ.
\v 29 ສະນັ້ນ ເມື່ອ ພວກເຈົ້າ ໃຊ້ ຄົນ ໄປ ເຊີນ ຂ້າພະເຈົ້າ, ຂ້າພະເຈົ້າ ກໍ ມາ ໂດຍ ບໍ່ຂັດຂ້ອງ. ດ້ວຍເຫດນີ້ ຂ້າພະເຈົ້າ ຈຶ່ງ ຂໍ ຖາມ ວ່າ ດ້ວຍເຫດໃດ ພວກທ່ານ ຈຶ່ງໄດ້ ໃຊ້ ຄົນ ໄປ ຫາ ຂ້າພະເຈົ້າ?”
\s5
\v 30 ໂກເນລີໂອ ຕອບ ວ່າ, “ໄດ້ ສີ່ ວັນ ມາ ແລ້ວ ທີ່ ຂ້ານ້ອຍ ກາໍ ລັງ ພາວັນ ນາ ອະທິຖານ (ບ) ຢູ່ ທີ່ ເຮືອນ ຂອງ ຂ້ານ້ອຍ ປະມານ ເວລາ ນີ້ ແຫລະ ຄືເວລາ ບ່າຍ ສາມ ໂມງ ໃນ ທັນໃດນັ້ນ ມີ ຊາຍ ຄົນ ໜຶ່ງ ນຸ່ງ ເຄື່ອງ ເຫຼື້ອມໃສ ມາ ຢືນ ຢູ່ ຕໍ່ໜ້າຂ້ານ້ອຍ
\v 31 ແລະ ກ່າວ ວ່າ, ‘ໂກເນລີໂອ ເອີຍ, ພຣະເຈົ້າ ໄດ້ຍິນ ຄໍາ ພາວັນ ນາ ອະທິຖານ ຂອງ ເຈົ້າ ແລ້ວ ແລະ ພຣະເຈົ້າ ໄດ້ ລະນຶກ ເຖິງ ການ ໃຫ້ ທານ ທີ່ ເຈົ້າ ໄດ້ ເຮັດ.
\v 32 ດ້ວຍເຫດນັ້ນ ເຈົ້າ ຈົ່ງ ໃຊ້ ບາງຄົນ ໄປ ຍັງ ເມືອງ ຢົບປາ ໄປ ເຊີນ ເອົາ ຊາຍ ຄົນ ໜຶ່ງ ຊື່ ວ່າ, ຊີໂມນ ແລະ ມີ ຊື່ ໜຶ່ງ ອີກ ວ່າ ເປໂຕ ເພິ່ນ ເປັນ ແຂກ ທີ່ ອາໄສ ຢູ່ ນາໍ ຊ່າງ ຟອກໜັງ ຊື່ວ່າ, ຊີໂມນ ຜູ້ ທີ່ ມີ ເຮືອນ ຢູ່ ແຄມ ທະເລ.
\v 33 ດັ່ງ ນັ້ນ ຂ້ານ້ອຍ ຈຶ່ງ ໃຊ້ ຄົນ ໄປ ຫາ ທ່ານ ໂດຍ ທັນ ທີ ແລະ ທ່ານ ກໍດີ ແທ້ໆ ທີ່ ໄດ້ ກະຣຸນາ ມາ, ບັດ ນີ້ ພວກ ຂ້ານ້ອຍ ທັງ ໝົດ ກໍ ພ້ອມ ກັນ ຢູ່ ຊ້ອງໜ້າ ພຣະເຈົ້າ ທີ່ ນີ້ ແລ້ວ ເພື່ອ ຈະ ຟັງ ທຸກ ຖ້ອຍຄໍາ ທີ່ ອົງ ພຣະຜູ້ ເປັນ ເຈົ້າ ໄດ້ ສັ່ງ ໄວ້ ກັບ ທ່ານ.”
\s5
\v 34 ແລ້ວ ເປໂຕ ກໍ ເລີ່ມ ຕົ້ນ ກ່າວ ວ່າ, “ບັດ ນີ້ ຂ້າພະເຈົ້າ ຮູ້ ເຫັນ ຄັກ ແນ່ ແລ້ວ ວ່າ, ພຣະເຈົ້າ ເຮັດ ກັບ ທຸກຄົນ ໂດຍ ບໍ່ ເລືອກ ໜ້າ ຜູ້ໃດ.
\v 35 ທຸກຄົນ ບໍ່ ວ່າ ຊາດ ໃດ ກໍຕາມ ທີ່ ຢໍາເກງ ພຣະເຈົ້າ ແລະ ປະຕິບັດ ໃນ ສິ່ງ ທີ່ ຖືກ ຕ້ອງ ຊອບທາໍ ກໍ ເປັນ ທີ່ ພໍ ໃຈ ພຣະອົງ.
\s5
\v 36 ເຈົ້າ ທັງ ຫລາຍ ກໍ ຮູ້ ຖ້ອຍຄໍາ ທີ່ ພຣະອົງ ໄດ້ ສ້່ງມາ ຍັງ ປະຊາຊົນ ອິດ ສະຣາເອນ ໃຫ້ ປະກາດ ຂ່າວປະເສີດ ເລື່ອງ ສັນຕິສຸກ ທາງ ພຣະເຢຊູ ຄຣິດເຈົ້າ ພຣະອົງ ເປັນ ອົງ ພຣະ ຜູ້ ເປັນ ເຈົ້າ ຂອງ ມະນຸດ ທຸກຄົນ.
\v 37 ພວກເຈົ້າ ກໍ ຮູ້ ເຖິງ ເຫດການ ອັນ ຍິ່ງ ໃຫຍ່ ທີ່ ໄດ້ ເກີດ ຂຶ້ນ ທົ່ວ ທັງ ດິນແດນ ຂອງ ຢູດາຍ ຄື ເຫດການ ທີ່ ໄດ້ ເລີ່ມ ຕົ້ນ ໃນ ແຂວງ ຄາລີເລ. ເມື່ອ ຫລັງ ຈາກ ທີ່ ໂຢຮັນ ໄດ້ ປະກາດ ໃຫ້ ທຸກຄົນ ຮັບ ບັບ ຕິສະມາ ຂອງຕົນ.
\v 38 ພວກເຈົ້າ ກໍ ຮູ້ ເຖິງ ເລື່ອງ ພຣະເຢຊູເຈົ້າ ໄທ ນາຊາເຣັດ ຜູ້ ທີ່ ພຣະເຈົ້າ ໄດ້ ຫົດສົງ ດ້ວຍ ພຣະວິນຍານ ບໍຣິສຸດເຈົ້າ ແລະ ດ້ວຍ ຣິດເດດ, ພຣະອົງ ໄດ້ ໄປ ທຸກຫົນ ທຸກແຫ່ງ ເຮັດ ຄຸນງາມ ຄວາມດີ ແລະ ຊົງ ໂຜດ ຮັກ ສາ ທຸກຄົນ ທີ່ຖືກ ອໍານາດ ຂອງ ມານຮ້າຍ ບຽດບຽນ ເພາະວ່າ ພຣະເຈົ້າ ຊົງ ສະຖິດ ຢ່ ູ ກັບ ພຣະອົງ.
\s5
\v 39 ພວກ ຂ້າພະເຈົ້າ ເປັນ ພະຍານ ເຖິງ ທຸກໆ ສິ່ງ ທີ່ ພຣະອົງ ໄດ້ ກະທໍາ ໃນ ດິນແດນ ຂອງ ຊາວ ຢິວ ແລະ ໃນ ນະຄອນ ເຢຣູຊາເລັມ, ແລ້ວພວກເຂົາ ກໍໄດ້ ປະຫານ ພຣະອົງ ເສຍ ໂດຍ ຕອກ ຄຶງ ໄວ້ ທີ່ໄມ້ກາງແຂນ.
\v 40 ພຣະອົງ ນັ້ນ ແຫລະ, ພຣະເຈົ້າ ໄດ້ ຊົງ ບັນດານ ໃຫ້ ເປັນ ຄືນ ມາ ໃນ ວັນ ຖ້ວນ ສາມ ແລະ ຊົງ ບັນ ດານ ໃຫ້ ພຣະອົງ ປາກົດແຈ້ງ.
\v 41 ບໍ່ ໄດ້ ຊົງ ໃຫ້ ປາກົດ ແກ່ ພົນ ລະເມືອງ ທົ່ວ ໄປ, ແຕ່ ຊົງ ປາກົດ ແກ່ ພວກ ພະຍານ ຊຶ່ງ ພຣະເຈົ້າ ຊົງ ກາໍ ນົດ ໄວ້ ລ່ວງໜ້າ ຄື ຊົງ ປາກົດ ແກ່ ພວກ ຂ້າ ພະເຈົ້າ ຜູ້ ໄດ້ ກິນ ແລະ ໄດ້ ດື່ມ ດ້ວຍກັນ ກັບ ພຣະອົງ ພາຍ ຫລັງ ທີ່ ພຣະອົງ ໄດ້ ຊົງ ຄືນ ພຣະຊົນ.
\s5
\v 42 ພຣະອົງ ໄດ້ ສ້່ງ ໃຫ້ ພວກ ຂ້າ ພະເຈົ້າ ປະກາດ ແກ່ ຄົນ ທັງ ຫລາຍ ແລະ ໃຫ້ເປັນ ພະຍານ ວ່າ ແມ່ນ ພຣະອົງ ນີ້ ແຫລະ ທີ່ ພຣະເຈົ້າ ໄດ້ ຊົງ ຕັ້ງ ໄວ້ ໃຫ້ ເປັນ ຜູ້ ພິພາກສາ ທັງ ຄົນ ເປັນ ແລະ ຄົນຕາຍ.
\v 43 ຜູ້ທາໍ ນວາຍ ທຸກຄົນ ກໍໄດ້ ກ່າວ ເຖິງ ພຣະອົງ ໂດຍ ປະກາດ ວ່າ ທຸກຄົນ ທີ່ ເຊື່ອ ໃນ ພຣະອົງ ຈະ ໄດ້ ຮັບ ການອະໄພ ບາບກາໍ ໂດຍ ນາມຊື່ ຂອງ ພຣະອົງ.”
\s5
\v 44 ຂະນະທີ່ ເປໂຕ ຍັງ ກ່າວ ຢູ່ ນັ້ນ ພຣະວິນຍານ ບໍຣິສຸດເຈົ້າ ກໍ ລົງ ມາ ເທິງ ທຸກຄົນ ທີ່ ກາໍ ລັງ ຟັງ ຖ້ອຍຄໍາ ນັ້ນ.
\v 45 ສ່ວນ ຜູ້ ທີ່ ເຊື່ອ ຄື ຄົນ ຢິວ ທີ່ ມາ ຈາກ ເມືອງ ຢົບປາ ກັບ ເປໂຕ ນັ້ນ ຕ່າງ ກໍ ງຶດ ປະຫລາດ ໃຈ ທີ່ ພຣະເຈົ້າ ໄດ້ ໂຜດ ປະທານ ພຣະວິນ ຍານ ບໍຣິສຸດເຈົ້າ ໃຫ້ ແກ່ ຄົນ ຕ່າງຊາດ ເໝືອນກັນ.
\s5
\v 46 ດ້ວຍວ່າ, ພວກເຂົາ ໄດ້ຍິນ ຄົນ ເຫລົ່າ ນີ້ ປາກ ພາສາ ແປກໆ ແລະ ສັນ ລະເສີນ ຄວາມ ຍິ່ງ ໃຫຍ່ ຂອງ ພຣະເຈົ້າ ຝ່າຍ ເປໂຕ ຈຶ່ງ ກ່າວ ຂຶ້ນ ວ່າ,
\v 47 “ຄົນ ເຫລົ່າ ນີ້ ໄດ້ ຮັບ ພຣະວິນຍານ ບໍຣິສຸດເຈົ້າ ຄື ກັນ ກັບ ພວກເຮົາ. ດັ່ງນັ້ນ ຄົງ ບໍ່ ມີ ຜູ້ໃດ ຕີ້ ທີ່ ຈະ ຫ້າມ ພວກເຂົາ ບໍ່ ໃຫ້ ຮັບ ບັບຕິສະມາ ດ້ວຍ ນໍ້າ. ”
\v 48 ດັ່ງ ນັ້ນ ເປໂຕ ຈຶ່ງ ສັ່ງຄົນ ເຫລົ່າ ນັ້ນ ໃຫ້ ຮັບ ບັບຕິສະມາ ໃນ ນາມ ຂອງ ພຣະເຢຊູ ຄຣິດເຈົ້າ ແລ້ວ ພວກເຂົາ ກໍ ຂໍໃຫ້ ເປໂຕ ຢູ່ ກັບ ພວກ ຕົນ ອີກ ສອງ ສາມ ວັນ.
\s5
\c 11
\p
\v 1 ບັດ ນີ້ ພວກ ອັກ ຄະສາວົກ ແລະ ພີ່ ນ້ອງ ທີ່ ເຊື່ອ ທົ່ວ ທັງ ແຂວງ ຢູດາຍ ໄດ້ຍິນ ວ່າ ຄົນຕ່າງຊາດ ໄດ້ ຮັບ ພຣະທໍາ ຂອງ ພຣະເຈົ້າ ເໝືອນກັນ.
\v 2 ເມື່ອ ເປໂຕ ກັບ ເມືອ ນະຄອນ ເຢຣູຊາເລັມ ພວກ ທີ່ ເປັນ ຝ່າຍ ພິທີ ຕັດ ກໍ ຕິ ຕຽນ ເພິ່ນ ໂດຍ ເວົ້າ ວ່າ,
\v 3 “ເປັນ ຫຍັງ ທ່ານ ຈຶ່ງ ເຂົ້າ ໄປ ຫາ ຄົນ ທີ່ ບໍ່ ໄດ້ ຮັບ ພິທີຕັດ ແລະ ຮັບ ປະທານ ອາຫານ ກັບ ພວກເຂົາ ດ້ວຍ.”
\s5
\v 4 ຫລັງ ຈາກ ນັ້ນ ເປໂຕ ຈຶ່ງ ອະທິບາຍ ຢ່າງ ລະອຽດ ຕາມ ລໍາດັບ ເຫດການ ທີ່ໄດ້ ເກີດ ຂຶ້ນ ໃຫ້ ພວກເຂົາ ຟັງວ່າ,
\v 5 “ຂະນະທີ່ ຂ້າພະເຈົ້າ ກາໍ ລັງ ພາວັນ ນາ ອະທິຖານ ຢູ່ ໃນ ເມືອງ ຢົບປາ ຂ້າ ພະເຈົ້າ ໄດ້ ເຫັນ ນິມິດ ຢ່າງ ໜຶ່ງ, ຂ້າພະເຈົ້າ ໄດ້ ເຫັນ ສິ່ງ ໜຶ່ງ ກາໍ ລັງ ລົງ ມາ ເບິ່ງ ຄື ກັບ ຜ້າ ຜືນ ໃຫຍ່ ມີ ເຊືອກ ຜູກ ທັງ ສີ່ ແຈ ຢ່ອນ ລົງ ມາ ໃກ້ ເຖິງ ຂ້າພະເຈົ້າ.
\v 6 ເມື່ອ ຂ້າພະເຈົ້າ ເພັ່ງ ຕາ ເບິ່ງ ກໍ ສັງ ເກດ ເຫັນ ທັງ ສັດ ບ້ານ ແລະ ສັດ ປ່າ ໃນ ນັ້ນ ຄື ສັດ ສີ່ ຕີນ, ສັດ ເລືອ ຄານ ແລະ ນົກ ທີ່ ບິນ ໃນ ອາກາດ.
\s5
\v 7 ແລ້ວ ຂ້າພະເຈົ້າ ກໍ ໄດ້ ຍິນ ສຽງ ໜຶ່ງ ບອກ ຂ້າພະເຈົ້າ ວ່າ, ‘ເປໂຕ ເອີຍ ຈົ່ງ ລຸກ ຂຶ້ນ ແລະ ຂ້າກິນ ເສຍ’
\v 8 ແຕ່ ຂ້າພະເຈົ້າ ໄດ້ ຕອບ ວ່າ, ‘ພຣະອົງ ເຈົ້າ ເອີຍ ເປັນ ໄປ ບໍ່ ໄດ້ ເດັດ ຂາດ ດ້ວຍວ່າ ຂ້ານ້ອຍ ບໍ່ ເຄີຍ ເອົາ ສິ່ງ ທີ່ເປັນ ຂອງ ຕ້ອງ ຫ້າມ ຫລື ເປັນ ມົນ ທິນ ເຂົ້າ ໄປ ໃນ ປາກ ຂອງ ຂ້ານ້ອຍ ຈັກ ເທື່ອື’,
\v 9 ແຕ່ ມີ ສຽງ ຈາກ ທ້ອງຟ້າ ກ່າວ ເປັນ ຄັ້ງ ທີ ສອງ ອີກ ວ່າ, ‘ສິ່ງ ທີ່ ພຣະເຈົ້າ ປະກາດ ວ່າ ຖືກ ຊໍາລະ ແລ້ວ ຢ່າ ຖື ເປັນ ສິ່ງ ທີ່ ຕ້ອງ ຫ້າມ ເລີຍ.
\v 10 ເຫດການ ເຊັ່ນ ນີ້ ໄດ້ ເກີດ ຂຶ້ນ ເຖິງ ສາມ ເທື່ອ ແລ້ວ ສິ່ງ ທັງ ໝົດ ກໍ ຖືກ ຮັບ ຄືນ ຂຶ້ນ ໄປ ໃນ ສະຫວັນ ອີກ.
\s5
\v 11 ໃນ ຂະນະ ນັ້ນ ເອງ ມີ ຊາຍ ສາມ ຄົນ ທີ່ ຖືກ ໃຊ້ ໃຫ້ ມາ ຫາ ຂ້າພະເຈົ້າ ຈາກ ກາຍຊາເຣຍ ກໍ ມາ ຮອດ ເຮືອນ ທີ່ ຂ້າພະເຈົ້າ ອາໄສ ຢູ່ (ປ)
\v 12 ພຣະວິນຍານ ໄດ້ ສັ່ງ ຂ້າພະເຈົ້າ ໃຫ້ ໄປ ກັບ ພວກເຂົາ ໂດຍ ບໍ່ ໃຫ້ ຈາໍ ແນກ ລະຫວ່າງ ຄົນ ຕ່າງຊາດ ແລະ ພວກເຮົາ. ພີ່ນ້ອງ ທັງ ຫົກ ຄົນ ນີ້ ກໍ ໄປ ກັບ ຂ້າພະເຈົ້າ ດ້ວຍ ແລະ ພວກເຮົາ ທັງ ໝົດ ໄດ້ ເຂົ້າ ໄປ ໃນ ເຮືອນ ຂອງ ໂກເນລີໂອ ນັ້ນ.
\v 13 ເພິ່ນ ຜູ້ ນີ້ ໄດ້ ເລົ່າ ເຫດການ ໃຫ້ ພວກ ຂ້າພະເຈົ້າ ຟັງ ເຖິງ ເລື່ອງ ທີ່ ເພິ່ນ ໄດ້ ເຫັນ ເທວະດາ ຕົນ ໜຶ່ງ ຢືນ ຢູ່ໃນ ເຮືອນ ຂອງ ເພິ່ນ ແລະ ສັ່ງ ວ່າ, ‘ຈົ່ງ ໃຊ້ ບາງຄົນ ໄປ ຍັງ ເມືອງ ຢົບປາ ເພື່ອ ເຊີນ ເອົາ ຊາຍ ຜູ້ໜຶ່ງ ຊື່ ວ່າ ຊີໂມນ ຜູ້ ມີ ຊື່ໜຶ່ງ ອີກ ວ່າ ເປໂຕ.
\v 14 ລາວ ຈະ ກ່າວ ຖ້ອຍຄໍາ ໃຫ້ ເຈົ້າ ຟັງ ຊຶ່ງ ເຈົ້າ ກັບ ທຸກຄົນ ໃນ ຄອບຄົວ ຂອງ ເຈົ້າ ຈະ ໄດ້ ລອດພົ້ນ.
\s5
\v 15 ເມື່ອ ຂ້າພະເຈົ້າ ເລີ່ມ ຕົ້ນ ກ່າວ, ພຣະວິນຍານ ບໍຣິສຸດເຈົ້າ ກໍ ລົງ ມາ ເທິງ ພວກເຂົາ ຢ່າງ ດຽວກັນ ກັບ ທີ່ ລົງ ມາ ເທິງ ພວກເຮົາ ໃນ ຕອນ ຕົ້ນ ນັ້ນ.
\v 16 ແລ້ວຂ້າພະເຈົ້າ ກໍ ລະນຶກ ເຖິງ ຖ້ອຍຄໍາ ທີ່ ອົງ ພຣະ ຜູ້ ເປັນ ເຈົ້າ ໄດ້ ກ່າວ ວ່າ, ‘ໂຢຮັນ ໄດ້ ໃຫ້ ຮັບ ບັບຕິສະມາ ດ້ວຍ ນໍ້າ, ແຕ່ ຝ່າຍ ເຈົ້າ ທັງ ຫລາຍ ຈະ ໄດ້ ຮັບ ບັບຕິສະມາ ດ້ວຍ ພຣະວິນຍານ ບໍຣິສຸດເຈົ້າ.
\s5
\v 17 ດ້ວຍເຫດນັ້ນ ຖ້າ ພຣະເຈົ້າ ໃຫ້ ພວກເຂົາ ໄດ້ ຮັບ ຂອງ ພຣະຣາຊທານ ຢ່າງ ດຽວກັນ ກັບ ໃຫ້ ພວກເຮົາ ເມື່ອ ພວກເຮົາ ໄດ້ ຮັບ ເຊື່ອ ໃນ ອົງ ພຣະເຢຊູ ຄຣິດ ເຈົ້າ, ຝ່າຍ ຂ້າພະເຈົ້າເປັນ ຜູ້ໃດ ຈຶ່ງ ຈະ ຂັດ ຂວາງ ພຣະເຈົ້າ ໄດ້. ”
\v 18 ເມື່ ອ ພວກເຂົາ ໄດ້ຍິນ ດັ່ງນັ້ນ ແລ້ວ, ຕ່າງ ກໍ ເຊົາ ຕິຕຽນ ເປໂຕ ແລ້ວ ໄດ້ ພາກັນ ສັນ ລະເສີນ ພຣະເຈົ້າ ໂດຍ ກ່າວ ວ່າ, “ຖ້າ ເປັນ ດັ່ງນີ້ ກໍ ແມ່ນ ພຣະເຈົ້າ ທີ່ ໃຫ້ ຄົນ ຕ່າງຊາດ ມີ ໂອກາດ ກັບ ໃຈ ໃໝ່ ແລະ ຮັບ ຊີວິດ ໃໝ່ ເໝືອນກັນ.”
\s5
\v 19 ຝ່າຍ ພວກ ຄົນ ທີ່ເຊື່ອ ທີ່ໄດ້ ກະຈັດ ກະຈາຍ ໄປ ເພາະ ການ ຂົ່ມ ເຫັງ ເນື່ອງ ຈາກ ຊະເຕຟາໂນ ຖືກ ຂ້າ ນັ້ນ ຕ່າງ ກໍ ໜີ ໄປ ຍັງ ເມືອງ ໂຟນີເຊຍ, ເກາະ ໄຊປຣັດ ແລະ ເມືອງ ອັນຕີໂອເຂຍ ໂດຍ ປະກາດ ພຣະທາໍ ໃຫ້ ແຕ່ ຊາວ ຢິວ ເທົ່າ ນັ້ນ.
\v 20 ແຕ່ ມີ ຄົນ ທີ່ ເຊື່ອ ບາງຄົນ ທີ່ ເປັນ ຊາວ ເກາະ ໄຊປຣັດ ແລະ ຊາວ ກີເຣເນ ໄດ້ ໄປ ຍັງ ເມືອງ ອັນຕີໂອເຂຍ ກ່າວ ແກ່ ຄົນ ອື່ນ ໆ ທີ່ ບໍ່ ແມ່ນ ຢິວ (ຜ) ໂດຍ ໄດ້ ປະກາດ ຂ່າວປະເສີດ ເລື່ອງ ພຣະເຢຊູເຈົ້າ.
\v 21 ຣິດອໍານາດ ຂອງ ອົງ ພຣະ ຜູ້ ເປັນ ເຈົ້າ ໄດ້ ຢູ່ ນາໍ ພວກເຂົາ ແລະ ຄົນ ເປັນ ຈາໍ ນວນ ຫລາຍ ໄດ້ ເຊື່ອ ແລະ ຫັນ ກັບ ມາ ຫາ ອົງພຣະ ຜູ້ ເປັນເຈົ້າ.
\s5
\v 22 ຂ່າວ ກ່ຽວກັບເລື່ອງ ນີ້ ໄດ້ ໄປ ເຖິງ ຄຣິສຕະຈັກ ໃນ ນະຄອນ ເຢຣູຊາເລັມ, ດັ່ງ ນັ້ນ ພວກເຂົາ ຈຶ່ງ ໃຊ້ ບາຣະນາບາ ໄປ ຍັງ ເມືອງ ອັນຕີໂອເຂຍ.
\v 23 ເມື່ອ ເພິ່ນ ໄດ້ ມາ ຮອດ ແລະ ເຫັນ ພຣະຄຸນ ພຣະເຈົ້າ ອວຍພອນ ຄົນ ເຫລົ່າ ນັ້ນ ຢ່າງ ໃດ ເພິ່ນ ກໍ ດີ ໃຈ ແລະ ເຕືອນ ເຂົາ ທຸກຄົນ ໃຫ້ ສັດຊື່ ແລະ ຕັ້ງ ໝັ້ນ ຄົງ ໃນ ອົງ ພຣະ ຜູ້ ເປັນ ເຈົ້າ ດ້ວຍ ສຸດຈິດ ສຸດໃຈ ຂອງ ເຂົາ.
\v 24 ບາຣະນາບາ ເປັນ ຄົນ ດີ ເຕັມ ດ້ວຍ ພຣະວິນຍານ ບໍຣິສຸດເຈົ້າ ແລະ ຄວາມເຊື່ອ. ດັ່ງນັ້ນ ຫລາຍ ຄົນ ຈຶ່ງ ເຂົ້າ ມາ ເຊື່ອ ໃນ ອົງ ພຣະ ຜູ້ ເປັນ ເຈົ້າ.
\s5
\v 25 ແລ້ວ ບາຣະນາບາ ກໍ ໄປ ຍັງ ເມືອງ ຕາໂຊ ເພື່ອ ຊອກ ຫາ ໂຊໂລ.
\v 26 ເມື່ອ ພົບ ແລ້ວ ເພິ່ນ ກໍ ນໍາ ລາວ ໄປ ຍັງ ເມືອງ ອັນຕີໂອເຂຍ ແລະ ຕະຫລອດ ປີ ນັ້ນ ທັງສອງ ໄດ້ ພົບ ປະ ກັບ ພີ່ນ້ອງ ທີ່ ເຊື່ອ ໃນ ຄຣິສຕະຈັກ ແລະ ສັ່ງ ສອນ ຄົນ ເປັນ ຈາໍ ນວນ ຫລາຍ, ໃນ ເມືອງ ອັນຕີໂອເຂຍ ນີ້ ເອງ ພວກ ຄົນ ທີ່ ເຊື່ອ ຖືກ ເອີ້ນ ວ່າ, “ຄຣິສຕຽນ” ເປັນ ເທື່ອ ທາໍອິດ.
\s5
\v 27 ໃນ ເວລາ ນັ້ນ ມີ ຜູ້ທາໍ ນວາຍ ບາງຄົນ ລົງ ໄປ ຈາກ ນະຄອນ ເຢຣູຊາເລັມ ມາ ຍັງ ເມືອງ ອັນຕີໂອເຂຍ.
\v 28 ຄົນ ໜຶ່ງ ໃນ ພວກ ນັ້ນ ຊື່ ວ່າ, ອາຄະໂບ ໂດຍ ຣິດອໍານາດ ຂອງ ພຣະວິນຍານ ບໍຣິສຸດເຈົ້າ ລາວ ໄດ້ ຢືນ ຂຶ້ນ ກ່າວ ວ່າ, ການ ອຶດ ຢາກ ຢ່າງ ໜັກ ໃກ້ ຈະ ເກີດ ຂຶ້ນ ທົ່ວ ແຜ່ນດິນ ໂລກ. (ການ ອຶດ ຢາກ ນີ້ ໄດ້ ເກີດ ຂຶ້ນ ໃນ ສະໄໝ ຂອງ ຈັກ ກະພັດ ກະລາວດີໂອ.) ຝ
\s5
\v 29 ພວກ ສາວົກ ຈຶ່ງ ຕັດ ສິນ ໃຈ ວ່າ ແຕ່ ລະຄົນ ໃນ ພວກເພິ່ນ ຄວນ ບໍລໍຈາກ ຕາມ ຄວາມ ສາມາດ ຂອງຕົນ ເພື່ອ ສົ່ງ ໄປ ຊ່ວຍເຫລືອ ພີ່ນ້ອງ ທີ່ ເຊື່ອ ທີ່ ອາໄສ ຢູ່ ໃນ ແຂວງ ຢູດາຍ.
\v 30 ພວກເພິ່ນ ໄດ້ ເຮັດ ດັ່ງ ນັ້ນ ແລ້ວ, ຈຶ່ງ ຝາກ ໄປ ນາໍ ບາຣະນາບາ ແລະ ໂຊໂລ ໄປ ໃຫ້ ບັນ ດາ ເຖົ້າ ແກ່ ໃນ ຄຣິສຕະຈັກ.
\s5
\c 12
\p
\v 1 ໃນ ເວລາ ນັ້ນ ກະສັດ ເຮໂຣດ (ພ) ໄດ້ ລົງ ມື ທາໍ ຮ້າຍ ບາງຄົນ ຂອງ ຄຣິສຕະຈັກ.
\v 2 ເພິ່ນ ໄດ້ ຂ້າ ຢາໂກໂບ ອ້າຍ ຂອງ ໂຢຮັນ ດ້ວຍ ດາບ.
\s5
\v 3 ເມື່ອ ເຫັນ ວ່າ ການ ກະທາໍ ເຊັ່ນ ນີ້ ເປັນ ທີ່ ພໍ ໃຈ ຂອງ ພວກ ຢິວ, ເພິ່ນ ຈຶ່ງ ຈັບ ເປໂຕ. (ເຫດການ ນີ້ ໄດ້ ເກີດ ຂຶ້ນ ໃນ ລະຫວ່າງ ເທດສະການ ກິນ ເຂົ້າ ຈີ່ ບໍ່ ມີ ເຊື້ອແປ້ງ.)
\v 4 ຫລັງ ຈາກ ຈັບ ເປໂຕ ແລ້ວ ກໍ ຂັງ ເພິ່ນ ໄວ້ ຄຸກ ໂດຍ ມອບ ໃຫ້ ທະຫານ ສີ່ ໝູ່, ໝູ່ ລະ ສີ່ ຄົນ ເປັນ ຜູ້ ຄຸມ ຮັກ ສາ, ໂດຍ ໝາຍໃຈ ໄວ້ ວ່າ ຫລັງ ຈາກ ງານ ສະຫລອງ ປັດສະຄາ ໄດ້ ຜ່ານ ພົ້ນ ໄປ ແລ້ວ ຈະ ນາໍ ເປໂຕ ອອກ ມາ ສອບສວນ ເປີດ ເຜີຍ ຕໍ່ ປະຊາຊົນ
\s5
\v 5 ດັ່ງ ນັ້ນ ເປໂຕ ຈຶ່ງ ຖືກ ຄຸມຂັງໄວ້ ຢູ່ ໃນ ຄຸກ ແຕ່ ພີ່ ນ້ອງ ທີ່ ເຊື່ອ ໃນ ຄຣິສຕະຈັກ ໄດ້ ພາວັນນາ ອະທິຖານ ຕໍ່ ພຣະເຈົ້າ ເພື່ອ ເປໂຕ ດ້ວຍ ໃຈ ຮ້ອນຮົນ. ເປໂຕ ຖືກ ຊ່ວຍ ໃຫ້ ອອກ ຈາກ ຄຸກ
\v 6 ໃນ ກາງຄືນ ກ່ອນ ທີ່ ເຮໂຣດ ຈະ ນາໍ ເປໂຕ ອອກ ມາ ໃຫ້ ປະຊາຊົນ ນັ້ນ ເປໂຕ ກໍ ນອນ ຫລັບ ຢູ່ ລະຫວ່າງ ທະຫານ ຍາມ ສອງ ຄົນ ໂດຍ ມີ ໂສ້ ສອງ ເສັ້ນ ລ່າມ ເປໂຕ ໄວ້ ແລະ ຕໍ່ໜ້າ ປະຕູ ຄຸກ ກໍ ມີ ທະຫານ ຍາມ ເຝົ້າ ຢູ່.
\s5
\v 7 ໃນ ທັນ ໃດນັ້ນ ກໍ ມີ ເທວະດາ ຂອງ ອົງ ພຣະ ຜູ້ ເປັນເຈົ້າ ຕົນ ໜຶ່ງ ໄດ້ ມາ ຢືນ ຢູ່ ທີ່ ນັ້ນ ແລະ ມີ ແສງ ສະຫວ່າງ ສ່ອງ ເຂົ້າ ໄປ ໃນ ຫ້ອງ ຄຸມຂັງ, ເທວະດາ ຕົນ ນັ້ນ ຕົບ ຂ້າງ ຂອງ ເປໂຕ ປຸກ ລາວ ໃຫ້ ລຸກ ຂຶ້ນ ແລະ ເວົ້າ ວ່າ, “ລຸກ ຂຶ້ນ ໄວໆ. ” ແລ້ວ ໂສ້ ທີ່ ລ່າມ ມື ຂອງ ເປໂຕ ກໍ ຫລຸດ ອອກ.
\v 8 ແລ້ວ ເທວະດາ ໄດ້ ບອກ ວ່າ, “ຈົ່ງ ຮັດ ແອວ ແລະ ໃສ່ ເກີບ ສາ. ” ເປໂຕ ໄດ້ ເຮັດ ຕາມ ແລະ ເທວະດາ ກໍ ບອກ ວ່າ, “ຈົ່ງ ນຸ່ງ ເສື້ອ ຊັ້ນນອກ ຂອງ ເຈົ້າ ແລະ ຕາມ ເຮົາ ມາ.”
\s5
\v 9 ເປໂຕ ກໍໄດ້ ຕາມ ອອກ ໄປ ໂດຍ ບໍ່ ຮູ້ວ່າ ການ ທີ່ ເທວະດາ ເຮັດ ນີ້ ເປັນ ຄວາມຈິງ ຫລື ບໍ່, ແຕ່ ເປໂຕ ຄິດ ວ່າ ຕົນ ກາໍ ລັງ ເຫັນ ນິມິດ.
\v 10 ເມື່ອ ເປໂຕ ຜ່ານ ທະຫານ ຍາມ ຊັ້ນ ທີ ໜຶ່ງ ແລະ ຊັ້ນ ທີ ສອງ ແລ້ວ ກໍ ມາ ເຖິງ ປະຕູ ເຫລັກ ທີ່ ເຂົ້າ ໄປ ສູ່ ຕົວ ເມືອງ, ປະຕູ ນີ້ ກໍໄຂ ເອງ ໃຫ້ ພວກເພິ່ນ ຍ່າງ ອອກ ໄປ, ພວກເພິ່ນ ຍ່າງ ລົງ ຕາມ ຖະໜົນ ສາຍ ໜຶ່ງ ແລະ ໃນ ທັນໃດນັ້ນ ເທວະດາ ກໍ ຈາກ ເພິ່ນ ໄປ.
\s5
\v 11 ແລ້ວ ເປໂຕ ກໍ ຮູ້ສຶກ ຕົວ ໂດຍ ຮູ້ ວ່າ ແມ່ນ ຫຍັງ ໄດ້ເກີດຂຶ້ນ ກັບ ຕົນ, ເພິ່ນ ກ່າວ ວ່າ, “ບັດ ນີ້ ເຮົາ ຮູ້ ແນ່ ແລ້ວວ່າ ອົງພຣະ ຜູ້ ເປັນເຈົ້າ ໄດ້ ໃຊ້ ເທວະດາ ຂອງ ພຣະອົງ ມາ ຊ່ວຍ ກອບກູ້ ເອົາ ເຮົາ ໃຫ້ ພົ້ນ ຈາກ ມື ຂອງ ເຮໂຣດ ແລະ ຈາກ ການ ປອງຮ້າຍ ຂອງ ພວກ ຢິວ. ”
\v 12 ເມື່ອ ເປໂຕ ຄິດ ໄດ້ ດັ່ງ ນີ້ ແລ້ວ ເພິ່ນ ກໍ ໄປ ຍັງ ເຮືອນ ຂອງ ມາຣີ ແມ່ ຂອງ ໂຢຮັນ ຜູ້ ມີ ຊື່ ອີກ ວ່າ ມາຣະໂກ, ທີ່ ນັ້ນ ມີ ຫລາຍ ຄົນ ໄດ້ ມາ ຮ່ວມ ຊຸມນຸມ ກັນ ແລະ ພາວັນນາ ອະທິຖານ ຢູ່.
\s5
\v 13 ເມື່ອ ເປໂຕ ເຄາະ ປະຕູ ເຮືອນ ກໍ ມີ ສາວ ໃຊ້ ຄົນ ໜຶ່ງ ຊື່ ວ່າ, ‘ໂຣດາ’ ໄດ້ ໄປ ເບິ່ງ ທີ່ ປະຕູ.
\v 14 ເມື່ອ ນາງ ຈື່ ສຽງ ຂອງ ເປໂຕ ໄດ້ ຈຶ່ງ ດີໃຈ ທີ່ ສຸດ ແລ້ວ ໄດ້ ແລ່ນ ກັບ ຄືນ ມາ ໂດຍ ບໍ່ ໄດ້ ໄຂ ປະຕູ ໃຫ້ ແລະ ບອກ ວ່າ, “ເປໂຕ ກາໍ ລັງ ຢືນຢູ່ ໜ້າປະຕູ ເຮືອນ. ”
\v 15 ພວກເຂົາ ໄດ້ ເວົ້າ ໃຫ້ ນາງ ວ່າ, “ເຈົ້າ ເສຍ ສະຕິ ແລ້ວ ” ແຕ່ ນາງ ຢືນ ຢັນ ວ່າ ແມ່ນ ເປໂຕ ແທ້. ດັ່ງ ນັ້ນ ພວກເຂົາ ຈຶ່ງ ຕອບ ວ່າ, “ຄົງ ແມ່ນ ເທວະດາ ປະຈໍາ ຕົວ ຂອງ ເປໂຕ.”
\s5
\v 16 ແຕ່ ເປໂຕ ຍັງ ເຄາະ ປະຕູ ຢູ່ ແລ້ວ ໃນ ທີ່ ສຸດ ພວກເຂົາ ກ ໍໄຂ ປະຕູ ໃຫ້ ເມື່ອ ພວກເຂົາ ເຫັນ ວ່າ ແມ່ນ ເປໂຕ ພວກເຂົາ ກໍ ມີ ຄວາມ ງດຶ ປະຫລາດ ໃຈ ຫລາຍ.
\v 17 ເປໂຕ ໃຊ້ ມື ເຮັດ ສັນ ຍານ ໃຫ້ ພວກເຂົາ ມິດ ແລະ ໄດ້ ເລົ່າ ໃຫ້ ພວກເຂົາ ຟັງ ເຖິງ ເລື່ອງ ທີ່ ອົງ ພຣະ ຜູ້ ເປັນ ເຈົ້າ ໄດ້ ນາໍ ຕົນ ອອກ ມາ ຈາກ ຄຸກ ຢ່າງ ໃດ ແລ້ວ ເປໂຕ ໄດ້ ສັ່ງ ວ່າ, “ຈົ່ງ ບອກ ເລື່ອງ ນີ້ ໃຫ້ ຢາໂກໂບ (ຟ) ແລະ ພວກ ພີ່ ນ້ອງ ທີ່ ເຊື່ອ ທັງ ຫລາຍ ໃຫ້ ຮູ້ດ້ວຍ” ເມື່ອ ເພິ່ນ ສັ່ງ ແລ້ວ ກໍ ອອກ ໄປ ຍັງ ທີ່ ອື່ນ.
\s5
\v 18 ເມື່ອ ຮຸ່ງ ເຊົ້າ ມາ ກໍ ເກີດ ການ ສັບ ສົນ ວຸ້ນ ວາຍ ຢ່າງ ໃຫຍ່ ໃນ ທ່າມກາງ ພວກ ທະຫານ ຍາມ ພວກເຂົາ ຖາມ ກັນ ວ່າ, “ມີ ຫຍັງ ເກີດ ຂຶ້ນ ກັບ ເປໂຕ? ”
\v 19 ເມື່ອ ເຮໂຣດ ຊອກ ຫາ ເປໂຕ ບໍ່ ພົບ ດັ່ງ ນັ້ນ ເພິ່ນ ຈຶ່ງ ສືບ ຖາມ ທະຫານ ຍາມ ແລະ ສັ່ງ ໃຫ້ ປະຫານ ຊີວິດ ພວກເຂົາ ເສຍ. ຫລັງ ຈາກ ເຫດການ ນີ້ ແລ້ວ ເຮໂຣດ ກໍ ໜີ ຈາກ ແຂວງ ຢູດາຍ ແລະ ໄປ ອາໄສ ຢູ່ ທີ່ ເມືອງ ກາຍຊາເຣຍ.
\s5
\v 20 ໃນ ຂະນະ ນັ້ນ ເຮໂຣດ ໄດ້ ເກີດ ມີ ຄວາມ ໂກດຮ້າຍ ຕໍ່ ຊາວ ຕີເຣ ແລະ ຊາວ ຊີໂດນ ຫລາຍ ທີ່ ສຸດ, ແຕ່ ຊາວ ເມືອງ ເຫລົ່າ ນັ້ນ ໄດ້ ຕົກ ລົງ ກັນ ມາ ພົບ ເພິ່ນ, ໂດຍ ມີ ບີຣາຊະໂຕ ຜູ້ ຮັບ ຜິດ ຊອບ ວັງ ຂອງ ກະສັດ ເປັນ ເພື່ອນ ພວກເຂົາ, ຈຶ່ງ ໄດ້ ໄປ ຂໍ ໃຫ້ ກະສັດ ເຮໂຣດ ສ້າງ ຄວາມ ເປັນ ມິດໄມຕຼີ ກັບ ພວກເຂົາ ເພາະ ເມືອງ ຂອງ ພວກເຂົາ ຕ້ອງ ໄດ້ ອາໄສ ສະບຽງ ອາຫານ ຈາກ ແຜ່ນດິນ ຂອງ ເພິ່ນ.
\v 21 ເມື່ອ ເຖິງ ວັນ ນັດ ເຂົ້າ ພົບ ຝ່າຍ ກະສັດ ເຮໂຣດ ກໍ ນຸ່ງ ເຄື່ອງ ກະສັດ ນັ່ງ ເທິງ ບັນລັງ ແລະ ກ່າວ ຄໍາ ປາໄສ ແກ່ ບັນດາ ຜູ້ ຕາງ ໜ້າ ຊາວ ເມືອງ ເຫລົ່ານັ້ນ.
\s5
\v 22 ພວກເຂົາ ຮ້ອງ ຂຶ້ນ ວ່າ, “ບໍ່ ແມ່ນ ຄົນ ເວົ້າ ແຕ່ ແມ່ນ ພຣະ ຕົນ ໜຶ່ງ ເວົ້າ. ”
\v 23 ໃນ ທັນໃດນັ້ນ ເທວະດາ ຕົນ ໜຶ່ງ ຂອງ ອົງ ພຣະ ຜູ້ ເປັນ ເຈົ້າ ໄດ້ ລົງ ໂທດ ເຮໂຣດ ໃຫ້ ລົ້ມ ລົງ ເພາະ ເພິ່ນ ບໍ່ ໄດ້ ຍົກ ຍໍ ໃຫ້ກຽດ ພຣະເຈົ້າ, ແລ້ວ ເກີດ ມີ ຕົວ ໜອນ ກັດ ກິນ ຮ່າງກາຍ ຂອງ ເພິ່ນ ຈົນ ເສຍ ຊີວິດ.
\s5
\v 24 ສ່ວນ ພຣະທາໍ ຂອງ ພຣະເຈົ້າ ກໍ ແຜ່ ຂະຫຍາຍ ຈະເລີນ ທະວີ ຍິ່ງ ຂຶ້ນ.
\v 25 ຝ່າຍ ບາຣະນາບາ ກັບ ໂຊໂລ ຫລັງ ຈາກ ໄດ້ ເຮັດ ສໍາເລັດ ພາລະກິດ ຂອງ ພວກເພິ່ນ ທີ່ ນະຄອນ ເຢຣູຊາເລັມ ແລ້ວ ກໍໄດ້ ກັບ ຄືນ ເມືອ ໂດຍ ພາ ໂຢຮັນ ຜູ້ ທີ່ ມີ ຊື່ ອີກ ວ່າ ມາຣະໂກ ໄປ ນາໍ.
\s5
\c 13
\p
\v 1 ຄາວນັ້ນ ໃນ ຄຣິສຕະຈັກ ທີ່ ເມືອງ ອັນຕິໂອເຂຍ ມີ ບາງຄົນ ເປັນ ຜູ້ທາໍນວາຍ ແລະ ອາຈານ ຄື ບາຣະນາບາ, ຊີເມໂອນ ຜູ້ ທີ່ ຄົນ ເອີ້ນ ວ່າ ນີເຄັນ, ລູກີໂອ ຊາວ ເມືອງ ກີເຣເນ, ມານາເອນ ຜູ້ ທີ່ ໄດ້ ຮັບ ການ ລ້ຽງດູ ເຕີບ ໃຫຍ່ ຂຶ້ນ ດ້ວຍ ກັນ ກັບ ເຮໂຣດ (ມ) ຜູ້ ປົກ ຄອງ ແລະ ໂຊໂລ.
\v 2 ຂະນະທີ່ພວກ ພີ່ ນ້ອງ ກາໍ ລັງ ນະມັດ ສະການ ອົງ ພຣະ ຜູ້ ເປັນ ເຈົ້າ ແລະ ຖືສິນ ອົດອາຫານ ຢູ່ ນັ້ນ ພຣະວິນຍານ ບໍຣິສຸດເຈົ້າ ໄດ້ ບອກ ກັບ ພວກເພິ່ນ ວ່າ, “ຈົ່ງ ຄັດ ເອົາ ບາຣະນາບາ ກັບ ໂຊໂລ ໄວ້ ໃຫ້ ເຮົາ ສໍາລັບ ພາລະກິດ ທີ່ ເຮົາ ໄດ້ ເອີ້ນ ໃຫ້ ພວກເຂົາ ເຮັດ ນັ້ນ. ”
\v 3 ຫລັງ ຈາກ ພວກ ພີ່ ນ້ອງ ຖືສິນ ອົດ ອາຫານ ແລະ ພາວັນ ນາ ອະທິຖານ ແລ້ວ ກໍໄດ້ ວາງ ມືໃສ່ ບາຣະນາບາ ກັບ ໂຊໂລ ຈຶ່ງ ໃຊ້ ພວກເພິ່ນໄປ.
\s5
\v 4 ດັ່ງ ນັ້ນ ບາຣະນາບາ ກັບ ໂຊໂລ ຈຶ່ງ ຖືກ ໃຊ້ ອອກ ໄປ ປະກາດ ໂດຍ ພຣະວິນຍານ ບໍຣິສຸດເຈົ້າ ພວກເພິ່ນ ໄດ້ ໄປ ເຖິງ ເມືອງ ແຊລູເກຍ ແລະ ຈາກ ທີ່ ນັ້ນ ໄດ້ ລົງ ເຮືອ ເດີນ ທາງ ຕໍ່ໄປ ຈົນ ເຖິງ ເກາະ ໄຊປຣັດ.
\v 5 ເມື່ອ ມາ ຮອດ ເມືອງ ຊາລາມີ ແລ້ວ ທ່ານ ທັງ ສອງ ໄດ້ ປະກາດ ພຣະທາໍ ຂອງ ພຣະເຈົ້າ ໃນ ທາໍ ມະສາລາ ຂອງ ຊາວ ຢິວ ໂດຍ ມີ ໂຢຮັນ ມາຣະໂກ ເປັນ ຜູ້ ຊ່ວຍ ໃນ ວຽກງານ ນີ້.
\s5
\v 6 ເມື່ອ ທ່ານ ທັງ ສອງ ເດີນ ທາງ ໄປ ຕະຫລອດ ທົ່ວ ທັງ ເກາະ ນັ້ນ ກໍ ໄປ ເຖິງ ເມືອງ ປາໂຟ ແລ້ວ ໄດ້ ພົບ ຊາຍ ຄົນ ໜຶ່ງ ທີ່ ເປັນ ໝໍ ເວດມົນ ຄາຖາ ຊື່ວ່າ ບາຣະ-ເຢຊູ ລາວ ແມ່ນ ຄົນ ຢິວ ທີ່ເປັນ ຜູ້ທາໍ ນວາຍ ປອມ.
\v 7 ຄົນ ນີ້ ເປັນ ເພື່ອນ ຢູ ກັບ ເຊຄີໂອໂປໂລ ຜູ້ ປົກ ຄອງ ເກາະ ທີ່ ເປັນ ຄົນ ສະຫລຽວ ສະຫລາດ, ຜູ້ ປົກ ຄອງ ເກາະ ໄດ້ ເຊີນ ບາຣະນາບາ ກັບ ໂຊໂລ ມາ ພົບ ເພາະ ເພິ່ນ ຢາກ ໄດ້ຍິນ ພຣະທໍາ ຂອງ ພຣະເຈົ້າ.
\v 8 ແຕ່ ເອລີມາ (ຕາມ ຊື່ ທີ່ ຄົນ ເອີ້ນ ເປັນ ພາສາ ກຣີກ) ໝໍ ເວດມົນ ຄາຖາ ໄດ້ ຂັດ ຂວາງ ທ່ານ ທັງ ສອງ ໄວ້ ໂດຍ ພະຍາຍາມ ຈະ ແຍກ ຜູ້ ປົກ ຄອງ ໃຫ້ ໜີ ຫ່າງ ຈາກ ຄວາມເຊື່ອ.
\s5
\v 9 ແລ້ວ ໂຊໂລ ຜູ້ ທີ່ ມີ ຊື່ ອີກ ວ່າ ໂປໂລ ທີ່ ເຕັມ ດ້ວຍ ພຣະວິນ ຍານ ບໍຣິສຸດເຈົ້າ ໄດ້ ເພັ່ງ ຕາ ເບິ່ງ ໝໍ ເວດມົນ ຄາຖາ
\v 10 ແລະ ເວົ້າ ວ່າ, “ລູກ ຂອງ ມານຮ້າຍ ເອີຍ ເຈົ້າ ຜູ້ ເປັນ ສັດ ຕູ ຂອງ ບັນ ດາ ຄວາມ ຊອບທາໍ ຜູ້ ເຕັມ ໄປ ດ້ວຍ ກົນ ອຸບາຍ ແລະ ຄວາມ ຊົ່ວ ຮ້າຍ ທຸກຢ່າງ ເຈົ້າ ຈະ ບໍ່ເຊົາ ບິດເບືອນ ຄວາມຈິງ ຂອງ ອົງ ພຣະ ຜູ້ ເປັນ ເຈົ້າ ບໍ?
\s5
\v 11 ບັດ ນີ້ ຈົ່ງ ຟັງ ມືຂອງອົງພຣະ ຜູ້ ເປັນເຈົ້າ ຈະ ລົງ ຢູ່ ເທິງ ເຈົ້າ, ເຈົ້າຈະ ຕາບອດ ແລະ ຈະ ບໍ່ເຫັນ ແສງ ສະຫວ່າງ ຈົນ ເຖິງ ເວລາ ທີ່ ກາໍ ນົດ ໄວ້. ” ໃນ ທັນ ໃດນັ້ນ ຕາ ຂອງ ເອລີມາ ກໍ ມືດ ມົວ ແລະ ງົມ ທາວ ຫາ ຮອບ ຕົວ ເພື່ອ ຊອກຫາ ຄົນ ຈູງ ມື ຂອງຕົນ.
\v 12 ເມື່ອ ຜູ້ ປົກ ຄອງ ໄດ້ ເຫັນ ເຫດການ ທີ່ ເກີດຂຶ້ນ ແລ້ວ ເພິ່ນ ກໍໄດ້ ຮັບເຊື່ອ. ດ້ວຍວ່າ, ເພິ່ນ ງຶດປະຫລາດ ໃຈ ໃນ ຄໍາສັ່ງ ສອນ ເຖິງ ເລື່ອງ ອົງ ພຣະ ຜູ້ ເປັນ ເຈົ້າ.
\s5
\v 13 ຝ່ າຍ ໂປໂລ ກັບ ຜູ້ ຮ່ວມງານ ຂອງ ເພິ່ນ ກໍ ລົງ ເຮືອ ເດີນ ທາງ ຈາກ ເມືອງ ປາໂຟ ໄປ ຍັງ ເມືອງ ເປກາ ໃນ ແຂວງ ປໍາຟີເລຍ, ໃນທີ່ນັ້ນ ໂຢຮັນ ມາຣະໂກ ໄດ້ ໜີ ປະ ພວກເພິ່ນ ແລະ ກັບ ເມືອ ຍັງ ນະຄອນ ເຢຣູຊາເລັມ.
\v 14 ແຕ່ ພວກເພິ່ນ ໄດ້ ເດີນ ທາງ ຕໍ່ໄປ ຈາກ ເມືອງ ເປກາ ແລະ ມາ ຮອດ ເມືອງ ອັນຕິໂອເຂຍ ໃນ ແຂວງ ປີຊີເດຍ, ພວກເພິ່ນ ໄປ ຍັງ ທາໍມະສາລາ ແລະ ນັ່ງ ລົງ ທີ່ ນັ້ນ ໃນ ວັນ ຊະບາໂຕ.
\v 15 ຫລັງຈາກ ການ ອ່ານ ກົດ ບັນ ຍັດ ຂອງ ໂມເຊ ແລະ ໜັງ ສື ຂອງ ບັນດາ ຜູ້ທໍານວາຍ ສິ້ນສຸດ ແລ້ວ ຜູ້ ປົກ ຄອງ ທາໍ ມະສາລາ ກໍ ໃຊ້ ຄົນ ໄປ ບອກ ບາຣະນາບາ ກັບ ໂປໂລ ວ່າ, “ພີ່ ນ້ອງ ເອີຍ, ຖ້າພວກທ່ານ ມີ ຄໍາ ໜູນ ໃຈ ແກ່ ປະຊາຊົນ ເຫລົ່າ ນີ້ ເຊີນກ່າວໄດ້.”
\s5
\v 16 ແລ້ວ ໂປໂລ ກໍ ລຸກ ຂຶ້ນ ໃຊ້ ມື ເປັນ ສັນຍານ ແລະ ກ່າວ ວ່າ, “ຊາວ ອິດສະຣາເອນ ແລະ ທ່ານ ທັງ ຫລາຍ ທີ່ ຢໍາເກງ ພຣະເຈົ້າ ເອີຍ ເຊີນຟັງເທີ້ນ
\v 17 ພຣະເຈົ້າ ແຫ່ງ ປະຊາຊົນ ອິດສະຣາເອນ ໄດ້ ເລືອກ ເອົາ ບັນພະບຸລຸດ ຂອງ ພວກເຮົາ ໄວ້ ແລະ ເຮັດ ໃຫ້ ພວກເພິ່ນ ຈະເລີນ ມີ ກຽດ ຫລາຍ ຂຶ້ນ ຂະນະທີ່ ພວກເພິ່ນ ຢູ່ ປະເທດ ເອຢິບ ໃນ ຖານະ ຄົນ ຕ່າງດ້າວ, ພຣະເຈົ້າ ໄດ້ ນາໍ ພວກເພິ່ນ ອອກ ມາ ຈາກ ປະເທດ ເອຢິບ ດ້ວຍ ຣິດອໍານາດ ອັນ ຍິ່ງ ໃຫຍ່ ຂອງ ພຣະອົງ
\v 18 ແລະ ເປັນ ເວລາ ສີ່ ສິບ ປີ ທີ່ ພຣະອົງ ອົດ ທົນ (ຢ) ຕໍ່ ພວກເພິ່ນ ໃນ ຖິ່ນ ແຫ້ງ ແລ້ງ ກັນ ດານ.
\s5
\v 19 ພຣະອົງ ໄດ້ ທາໍ ລາຍ ເຈັດ ຊົນ ຊາດ ໃນ ດິນ ແດນ ການາອານ ແລະ ຍົກ ແຜ່ນດິນ ຂອງ ຊາດ ເຫລົ່າ ນັ້ນ ໃຫ້ປະຊາຊົນ ຂອງ ພຣະອົງ ໄດ້ ເປັນ ກາໍມະສິດ.
\v 20 ທັງ ໝົດ ນີ້ ໄດ້ ໃຊ້ ເວລາ ປະມານ ສີ່ ຮ້ອຍ ຫ້າ ສິບ ປີ. “ຫລັງຈາກນີ້ (ຣ) ພຣະອົງ ໄດ້ ໃຫ້ ພວກເພິ່ນ ມີ ຜູ້ ປົກ ຄອງ ມາ ປົກ ຄອງ ຈົນ ເຖິງ ສະໄໝ ຂອງ ຜູ້ທາໍ ນວາຍ ຊາມູເອນ.
\s5
\v 21 ເມື່ອ ພວກເພິ່ນ ໄດ້ ຂໍ ໃຫ້ ມີ ກະສັດ ພຣະເຈົ້າ ກໍ ໃຫ້ ພວກເພິ່ນມີ ຄື ໄດ້ ໂຊນ ລູກຊາຍ ຂອງ ກີເຊ ຈາກ ເຜົ່າ ເບັນຢາມິນ ໃຫ້ ເປັນ ກະສັດ ປົກ ຄອງ ພວກເພິ່ນ ສີ່ ສິບປີ.
\v 22 ຫລັງ ຈາກ ປົດ ໂຊນ ລົງ ແລ້ວ ພຣະເຈົ້າ ກໍໄດ້ ຕັ້ງ ດາວິດ ໃຫ້ ຂຶ້ນ ເປັນ ກະສັດ ຂອງ ພວກເພິ່ນ, ພຣະເຈົ້າ ກ່າວ ກ່ຽວກັບ ດາວິດ ດັ່ງ ນີ້ ວ່າ, ‘ເຮົາ ໄດ້ ພົບ ດາວິດ ລູກຊາຍ ຂອງ ເຢຊີ ເປັນ ຄົນ ທີ່ ເຮັດ ຖືກໃຈ ເຮົາ ເປັນ ຜູ້ ທີ່ ຈະ ເຮັດ ຕາມ ຄວາມປະສົງ ຂອງເຮົາ ທຸກຢ່າງ.
\s5
\v 23 ແມ່ນ ພຣະເຢຊູເຈົ້າ ເຊື້ອ ສາຍ ຄົນ ໜຶ່ງ ຂອງ ດາວິດ ນີ້ ແຫລະ ທີ່ ພຣະເຈົ້າ ໄດ້ ຕັ້ງ ໃຫ້ ເປັນ ພຣະຜູ້ໂຜດຊ່ວຍ ໃຫ້ ພົ້ນ ຂອງ ປະຊາຊົນ ອິດສະຣາເອນ ຕາມ ທີ່ ພຣະອົງ ໄດ້ ສັນຍາ ໄວ້.
\v 24 ກ່ອນ ພຣະເຢຊູເຈົ້າ ສະເດັດ ມາ ໂຢຮັນ ໄດ້ ປະກາດ ຕໍ່ ປະຊາຊົນ ອິດສະຣາເອນ ທຸກຄົນ ແລ້ວ ກ່ຽວກັບ ການ ຖິ້ມໃຈເກົ່າ ເອົາ ໃຈໃໝ່ ແລະ ຮັບ ບັບຕິສະມາ.
\v 25 ເມື່ອ ໂຢຮັນ ໃກ້ ຈະ ສໍາເລັດ ພາລະກິດ ຂອງຕົນ ແລ້ວ ເພິ່ນ ກໍ ໄດ້ ກ່າວ ແກ່ ປະຊາຊົນ ວ່າ, ‘ເຈົ້າ ທັງ ຫລາຍ ຄິດ ວ່າ ຂ້າພະເຈົ້າ ແມ່ນ ຜູ້ໃດ? ຂ້າພະເຈົ້າ ບໍ່ ແມ່ນ ພຣະອົງ ຜູ້ ທີ່ ພວກເຈົ້າ ຄອຍ ຖ້າ, ແຕ່ ຈົ່ງ ຟັງ ເທີ້ນ ພາຍຫລັງ ຂ້າພະເຈາົ້ ຈະ ມີ ທ່ານ ຜູ້ໜຶ່ງ ແລະ ຂ້າພະເຈົ້າ ບໍ່ ສົມ ຄວນ ທີ່ ຈະ ປົດ ເກີບ ອອກ ຈາກ ຕີນ ຂອງ ເພິ່ນ.
\s5
\v 26 ພີ່ ນ້ອງທັງຫລາຍຜູ້ ເປັນ ເຊື້ອ ສາຍຂອງອັບຣາຮາມ ແລະ ທ່ານ ທັງ ຫລາຍ ທີ່ ຢໍາເກງ ພຣະເຈົ້າ ເອີຍ, ຂ່າວ ແຫ່ງ ຄວາມ ພົ້ນ ນີ້ ໄດ້ ຖືກ ສົ່ງ ມາ ແມ່ນ ສໍາລັບ ພວກເຮົາ ນີ້ ເອງ.
\v 27 ດ້ວຍວ່າ, ປະຊາຊົນ ໃນ ນະຄອນ ເຢຣູຊາເລັມ ກັບ ພວກ ຜູ້ ປົກ ຄອງ ບໍ່ ໄດ້ຮູ້ຈັກ ພຣະອົງ ແລະ ບໍ່ໄດ້ ເຂົ້າໃຈ ຖ້ອຍຄໍາ ຂອງ ພວກ ຜູ້ທາໍນວາຍ ທີ່ ມີ ຜູ້ອ່ານ ສູ່ ຟັງ ໃນ ທຸກ ວັນ ຊະບາໂຕ, ແຕ່ ພວກເຂົາ ໄດ້ ເຮັດ ໃຫ້ ຖ້ອຍຄໍາ ຂອງ ພວກ ຜູ້ທາໍນວາຍ ສໍາເລັດ ໂດຍ ການ ຕັດສິນ ລົງໂທດ ພຣະອົງ,
\s5
\v 28 ເຖິງ ແມ່ນ ວ່າ ພວກເຂົາ ບໍ່ ໄດ້ ພົບ ຄວາມຜິດ ປະການ ໃດ ໃນ ພຣະອົງ ທີ່ ຕ້ອງ ຖືກ ປະຫານ ກໍຕາມ ພວກເຂົາ ຍັງໄດ້ ຂໍຮ້ອງ ປີລາດ ໃຫ້ ປະຫານ ພຣະອົງ ເສຍ.
\v 29 ເມື່ອ ພວກເຂົາ ໄດ້ ເຮັດ ທຸກສິ່ງ ໃຫ້ ສຳເລັດ ຕາມ ທີ່ ພຣະຄໍາພີ ໄດ້ ຂຽນ ໄວ້ ກ່ຽວກັບ ພຣະອົງ ແລ້ວ ພວກເຂົາ ກໍໄດ້ ເອົາ ພຣະສົບ ລົງ ຈາກ ໄມ້ກາງແຂນ ແລະ ນາໍ ໄປ ວາງ ໄວ້ ໃນ ອຸບມຸງ.
\s5
\v 30 ແຕ່ ພຣະເຈົ້າ ໄດ້ ຊົງ ບັນ ດານ ໃຫ້ ພຣະອົງ ເປັນ ຄືນ ມາ ຈາກ ຕາຍ.
\v 31 ເປັນ ເວລາ ຫລາຍ ວັນ ທີ່ ພຣະເຢຊູເຈົ້າ ໄດ້ ສໍາແດງ ແກ່ ຫລາຍ ຄົນ ໃຫ້ ໄດ້ ເຫັນ ຄື ພວກ ທີ່ ຕາມ ພຣະອົງ ມາ ຈາກ ແຂວງ ຄາລີເລ ເຖິງ ນະຄອນ ເຢຣູຊາເລັມ, ບັດ ນີ້ ຄົນ ເຫລົ່າ ນັ້ນ ແຫລະໄດ້ ເປັນ ພະຍານ ຝ່າຍ ພຣະອົງ ໃຫ້ ແກ່ ປະຊາຊົນ ອິດສະຣາເອນ.
\s5
\v 32 ຝ່າຍ ພວກເຮົາ ໄດ້ ນາໍ ເອົາ ຂ່າວປະເສີດ ນີ້ ແຫລະ ມາ ບອກ ທ່ານ ທັງ ຫລາຍ ວ່າ, ສິ່ງ ທີ່ ພຣະເຈົ້າ ໄດ້ ສັນຍາ ໄວ້ ກັບ ບັນ ພະບຸລຸດ ຂອງ ພວກເຮົາ
\v 33 ພຣະເຈົ້າ ໄດ້ ຊົງ ບັນດານ ໃຫ້ ພຣະສັນ ຍາ ນັ້ນສໍາເລັດແລ້ວ, ສໍາລັບ ພວກເຮົາ ຜູ້ ທີ່ເປັນ ເຊື້ອ ສາຍ ຂອງ ພວກເພິ່ນ ໂດຍ ບັນດານ ໃຫ້ ພຣະເຢຊູເຈົ້າ ເປັນ ຄືນ ມາ ສູ່ ຊີວິດ, ດັ່ງ ທີ່ ມີ ຄໍາ ຂຽນ ໄວ້ ໃນ ພຣະທາໍ ເພງ ສັນລະເສີນ ບົດ ທີ ສອງ ວ່າ, ‘ເຈົ້າ ເປັນ ລູກຊາຍ ຂອງເຮົາ ວັນ ນີ້ ເຮົາ ໄດ້ ໃຫ້ ກໍາເນີດ ເຈົ້າ.
\v 34 ນີ້ ແຫລະ ແມ່ນ ຖ້ອຍຄໍາ ທີ່ ພຣະເຈົ້າ ໄດ້ ກ່າວ ໄວ້ ເຖິງ ຄວາມ ເປັນຄືນ ມາ ຈາກ ຕາຍ ຂອງ ພຣະອົງ ວ່າ, ບໍ່ ໃຫ້ ຫລົບ ສູ່ ຄວາມ ເປື່ອຍເນົ່າ ຈັກເທື່ອ: ‘ເຮົາ ຈະ ໃຫ້ ພຣະພອນ ອັນ ສັກສິດ ບໍຣິສຸດ ແລະ ໝັ້ນຄົງ ແກ່ ເຈົ້າ ທີ່ ເຮົາ ໄດ້ ສັນຍາ ໄວ້ ກັບ ດາວິດ.
\s5
\v 35 ແມ່ ນແທ້ ດັ່ງ ທີ່ ພຣະອົງ ໄດ້ ກ່າວ ໄວ້ ໃນ ບົດ ອື່ນ ເໝືອນກັນ ວ່າ, ‘ເຮົາ ຈະ ບໍ່ ປ່ອຍ ໃຫ້ຜູ້ຮັບໃຊ້ ທີ່ ສັດຊື່ ຂອງເຮົາ ຕ້ອງ ປະສົບ ຄວາມ ເປື່ອຍເນົ່າ.
\v 36 ຝ່າຍດາວິດ, ເມື່ອ ໄດ້ ປະຕິບັດ ໃນຄາວອາຍຸຂອງທ່ານ ຕາມຄວາມປະສົງ ຂອງພຣະເຈົ້າ ແລ້ວເພິ່ນ ໄດ້ ຕາຍໄປ, ເພິ່ນໄດ້ ຖືກ ຝັງໄວ້ ຢູ່ກັບ ບັນພະບຸລຸດຂອງເພິ່ນ ແລະ ປະສົບ ຄວາມເປື່ອຍເນົ່າ.
\v 37 ແຕ່ ພຣະອົງ ຜູ້ທີ່ ພຣະເຈົ້າ ໄດ້ ບັນ ດານໃຫ້ ເປັນ ຄືນ ມາຈາກຕາຍນັ້ນ, ເພິ່ນ ບໍ່ ໄດ້ ພົບ ຄວາມເປື່ອຍເນົ່າ.
\s5
\v 38 ເຫດສະນັ້ນ ພີ່ ນ້ອງທັງຫລາຍ ເອີຍ, ຈົ່ງ ເຂົ້າໃຈວ່າ ໂດຍທາງພຣະອົງ ນັ້ນ ແຫລະ, ຈຶ່ງ ໄດ້ ປະກາດການຍົກ ຄວາມຜິດບາບໃຫ້ ແກ່ ພວກທ່ານ.
\v 39 ແລະໂດຍທາງພຣະອົງ ນັ້ນ ທຸກຄົນ ທີ່ ເຊື່ອ ຈະໄດ້ ຖືກ ຊົງ ຊໍາລະ ທຸກຢ່າງ ຊຶ່ງ ຈະ ຊໍາລະ ບໍ່ ໄດ້ ຕາມ ກົດບັນຍັດ ຂອງ ໂມເຊ.
\s5
\v 40 ດັ່ງ ນັ້ນ ຈົ່ງ ລະວັງ ໃຫ້ ດີ ເພື່ອ ວ່າຖ້ອຍຄໍາທີ່ ພວກຜູ້ທາໍວາຍໄດ້ ກ່າວໄວ້ ນັ້ນ ຈະ ບໍ່ ເກີດ ຂຶ້ນ ກັບພວກທ່ານ (ລ)
\v 41 ‘ຈົ່ງ ເບິ່ງ ເຖີດ ຄົນ ທີ່ ມັກ ປະໝາດ ນິນທາ ຈົ່ງ ປະຫລາດ ໃຈ ແລະ ຈິບຫາຍ ໄປ ສາ ເຖີດ ດ້ວຍວ່າ, ສິ່ງ ທີ່ ເຮົາ ກະທໍາ ຢູ່ ໃນວັນນີ້ ແມ່ນ ສິ່ງ ທີ່ ພວກເຈົ້າ ຈະ ບໍ່ ຍອມ ເຊື່ອຟັງ ເປັນ ແນ່ ເຖິງ ແມ່ນ ວ່າ ມີ ບາງຄົນ ມາ ອະທິບາຍ ໃຫ້ ຟັງ ແລ້ວ ກໍຕາມ.
\s5
\v 42 ເມື່ອ ໂປໂລ ກັບ ບາຣະນາບາ ກາໍ ລັງ ຍ່າງ ອອກ ຈາກ ທາໍ ມະສາລາ ໄປ ນັ້ນ ປະຊາຊົນ ກໍ ເຊີນ ທ່ານ ທັງ ສອງ ໃຫ້ ກັບ ຄືນ ມາ ອີກ ໃນ ວັນ ຊະບາໂຕ ຕໍ່ ໄປ ເພື່ອ ກ່າວ ເຖິງ ຂໍ້ຄວາມ ນີ້ ອີກ.
\v 43 ຫລັງ ຈາກ ທີ່ ປະຊາຊົນ ເລີກ ຈາກ ບ່ອນ ນະມັດສະການ ໄປ ແລ້ວ ກໍ ມີ ຄົນ ຢິວ ກັບ ຜູ້ ທີ່ ເຂົ້າ ຮີດຢິວ ທີ່ ຢໍາເກງ ພຣະເຈົ້າ ຫລາຍ ຄົນ ໄດ້ ຕິດ ຕາມ ໂປໂລ ແລະ ບາຣະນາບາ, ທ່ານ ທັງ ສອງ ຈຶ່ງ ກ່າວ ຕັກ ເຕືອນ ໜູນ ໃຈ ໃຫ້ ພວກເຂົາ ດໍາເນີນ ຊີວິດ ຢູ່ ໃນ ຄວາມເຊື່ອ ໂດຍ ເພິ່ງ ພຣະຄຸນ ຂອງ ພຣະເຈົ້າ.
\s5
\v 44 ເມື່ອ ເຖິງ ວັນຊະບາໂຕຕໍ່ມາ ປະຊາຊົນ ເກືອບໝົດ ທັງ ເມືອງ ໄດ້ ມາ ເຕົ້າໂຮມກັນ ເພື່ອ ຟັງພຣະຄໍາຂອງ ອົງພຣະຜູ້ ເປັນ ເຈົ້າ.
\v 45 ເມື່ອ ພວກຢິວ ເຫັນ ປະຊາຊົນ ຫລວງຫລາຍເຊັ່ນ ນີ້ ພວກເຂົາ ກໍ ເຕັມ ໄປດ້ວຍຄວາມ ອິດສາ. ດັ່ງ ນັ້ນ ພວກເຂົາ ຈຶ່ງ ໂຕ້ຖຽງຄໍາເວົ້າ ຂອງໂປໂລ ແລະໝິ່ນ ປະໝາດເພິ່ນ.
\s5
\v 46 ແຕ່ ໂປໂລ ກັບ ບາຣະນາບາ ມີ ໃຈກ້າ ກ່າວອອກໄປວ່າ, “ຈາໍ ເປັນ ທີ່ ຈະຕ້ອງມາກ່າວ ພຣະຄໍາຂອງພຣະເຈົ້າ ສູ່ທ່ານທັງຫລາຍຟັງ ກ່ອນ, ແຕ່ ໃນເມື່ອ ພວກທ່ານບໍ່ ຍອມຮັບ ເອົາ ພຣະທາໍ ນັ້ນ ແລະຖື ວ່າຕົນບໍ່ສົມຄວນທີ່ ຈະຮັບຊີວິດ ນິຣັນດອນ. ດັ່ງ ນັ້ນ ພວກເຮົາ ກໍ ຈະ ໄປ ຫາ ຄົນຕ່າງຊາດ.
\v 47 ເພາະເລື່ອງນີ້ ແຫລະ ອົງ ພຣະຜູ້ ເປັນເຈົ້າ ຈຶ່ງ ສັ່ງ ພວກເຮົາ ວ່າ, ‘ເຮົາ ໄດ້ ຕັ້ງ ເຈົ້າ ໄວ້ ໃຫ້ ເປັນ ແສງ ສະຫວ່າງ ແກ່ ຄົນຕ່າງຊາດ ເພື່ອ ວ່າ ເຈົ້າ ຈະ ເປັນ ເຫດ ໃຫ້ ໂລກ ທັງໝົດ ໄດ້ ພົ້ນ.
\s5
\v 48 ເມື່ອ ຄົນ ຕ່າງຊາດ ໄດ້ຍິນ ເຊັ່ນ ນີ້ ແລ້ວ ພວກເຂາົ ກໍ ຊົມ ຊື່ນ ຍິນ ດີ ຫລາຍ ແລະ ສັນ ລະເສີນ ຖ້ອຍຄໍາ ຂອງ ອົງ ພຣະ ຜູ້ ເປັນ ເຈົ້າ, ຄົນ ທັງ ຫລາຍ ຜູ້ ທີ່ ຖືກ ເລືອກ ໄວ້ ສໍາລັບ ຊີວິດ ນິຣັນດອນ ກໍໄດ້ ວາງໃຈເຊື່ອ.
\v 49 ພຣະທາໍ ຂອງ ອົງ ພຣະ ຜູ້ ເປັນ ເຈົ້າ ໄດ້ ແຜ່ ໄປ ທົ່ວ ທັງ ຂົງ ເຂດ ນັ້ນ.
\s5
\v 50 ແຕ່ ພວກ ຢິວ ໄດ້ ຍົວະຍົງ ພວກ ແມ່ ຍິງ ທີ່ ມີ ກຽດ ສູງ ໃນ ສັງ ຄົມ ທີ່ ຢໍາເກງ ພຣະເຈົ້າ ແລະ ພວກ ຜູ້ຊາຍ ຄົນ ສໍາຄັນ ໃນ ເມືອງ ນີ້ ໄດ້ ກໍ່ ການ ຂົ່ມ ເຫັງ ໂປໂລ ແລະ ບາຣະນາບາ ແລະ ຂັບ ໄລ່ ທ່ານ ທັງ ສອງ ໃຫ້ ອອກ ໄປ ຈາກ ເຂດແດນ ຂອງ ພວກເຂົາ.
\v 51 ສ່ວນ ໂປໂລ ກັບ ບາຣະນາບາ ກໍ ສັ່ ນ ຂີ້ຝຸ່ນ ທີ່ ຕິດ ຕີນ ຂອງ ພວກ ຕົນ ອອກ (ວ) ເພື່ອ ເປັນ ສັນຍານ ແຫ່ງ ການ ຄັດ ຄ້ານ ຕໍ່ສູ້ ພວກເຂົາ ແລ້ວທ່ານ ທັງສອງ ກໍ ເດີນ ທາງ ໄປ ຍັງ ເມືອງ ອີໂກນີອົມ.
\v 52 ຝ່າຍ ບັນດາ ພວກ ສິດ ໃນ ເມືອງ ອັນຕີໂອເຂຍ ກໍ ເຕັມ ໄປ ດ້ວຍ ຄວາມ ຊົມ ຊື່ນ ຍິນ ດີ ແລະ ດ້ວຍ ພຣະວິນຍານ ບໍຣິສຸດເຈົ້າ.
\s5
\c 14
\p
\v 1 ໃນ ເມືອງ ອີໂກນີອົມ ນີ້ ກໍ ເໝືອນກັນ ໂປໂລ ກັບ ບາຣະນາບາ ໄດ້ ເຂົ້າ ໄປ ກ່າວ ໃນ ທໍາມະສາລາ ຂອງ ພວກ ຢິວ ຈົນ ຊາວ ຢິວ ແລະ ຊາວ ກຣີກ ຈາໍນວນ ຫລວງຫລາຍ ໄດ້ ວາງໃຈເຊື່ອ.
\v 2 ແຕ່ ພວກ ຢິວ ທີ່ ບໍ່ ຍອມ ເຊື່ອ ນັ້ນ ໄດ້ ຍົວະ ຍົງ ຄົນ ຕ່າງຊາດ ໃຫ້ ກຽດຊັງ ພວກ ພີ່ ນ້ອງ ທີ່ ເຊື່ອ.
\s5
\v 3 ດັ່ງນັ້ນ ທ່ານ ທັງ ສອງ ຈຶ່ງ ໄດ້ ອາໄສ ຢູ່ ທີ່ເມືອງ ອີໂກນີອົມ ນີ້ ດົນ ນານ ສົມ ຄວນ, ມີ ໃຈ ກ້າ ກ່າວ ດ້ວຍ ຄວາມ ໄວ້ວາງໃຈ ໃນ ອົງ ພຣະ ຜູ້ ເປັນ ເຈົ້າ ຜູ້ ໄດ້ ເປັນພະຍານ ເຖິງ ເລື່ອງ ພຣະຄຸນ ຂອງ ພຣະອົງ ໂດຍ ໃຫ້ ທ່ານ ທັງ ສອງ ມີ ຣິດອໍານາດ ເຮັດ ການ ອັດສະຈັນ ແລະ ໝາຍສໍາຄັນ ຫລາຍ ຢ່າງ.
\v 4 ປະຊາຊົນ ໃນ ເມືອງ ໄດ້ ແຍກ ກັນ ອອກ ເປັນ ສອງ ພວກ ຄື: ພວກ ໜຶ່ງ ຢູ່ຝ່າຍ ພວກ ຢິວ ແລະ ພວກ ໜຶ່ງ ອີກ ຢູ່ ຝ່າຍ ພວກ ອັກ ຄະສາວົກ.
\s5
\v 5 ແລ້ວ ຄົນ ຕ່າງຊາດ ກັບ ຄົນ ຢິວ ບາງຄົນ ໂດຍ ຮ່ວມ ກັບ ບັນ ດາ ຜູ້ ປົກ ຄອງ ຂອງ ພວກເຂົາ ໄດ້ ພ້ອມໃຈ ກັນ ທີ່ ຈະ ທາລຸນ ໂປໂລ ກັບ ບາຣະນາບາ ດ້ວຍ ການ ແກວ່ງ ກ້ອນຫິນໃສ່.
\v 6 ເມື່ອ ທ່ານ ທັງສອງ ຮູ້ ເຖິງ ເລື່ອງ ນີ້ ຈຶ່ງ ໜີໄປ ຍັງ ເມືອງ ລີສະຕຣາ ແລະ ເດຣະເບ ໃນ ແຂວງ ລີກາໂອເນຍ ແລະ ໃນ ຂົງເຂດ ໃກ້ຄຽງ ນັ້ນ.
\v 7 ໃນ ບ່ອນ ນີ້ ທ່ານ ທັງ ສອງ ໄດ້ ປະກາດ ຂ່າວປະເສີດ.
\s5
\v 8 ໃນ ເມືອງ ລີສະຕຣາ ນີ້ ຍັງ ມີ ຊາຍ ຄົນ ໜຶ່ງ ທີ່ ເປັນ ເປ້ຍ ແຕ່ ເກີດ ແລະ ບໍ່ ເຄີຍ ຍ່າງ ໄປ ໃສ ຈັກ ເທື່ອ.
\v 9 ລາວ ນັ່ງ ຟັງ ຖ້ອຍຄໍາ ທີ່ ໂປໂລ ເວົ້າ ຢູ່, ເມື່ອ ໂປໂລ ເພັ່ງ ຕາ ເບິ່ງ ຄົນ ນີ້ ກໍ ເຫັນ ວ່າ ລາວ ມີ ຄວາມເຊື່ອ ພໍ ຈະ ດີ ພະຍາດ ໄດ້
\v 10 ດັ່ງ ນັ້ນ ໂປໂລ ຈຶ່ງ ສັ່ງ ດ້ວຍ ສຽງດັງ ວ່າ, “ຈົ່ງ ລຸກ ຂຶ້ນ ຢືນ ໃຫ້ ຕົວ ຊື່" ຄົນ ເປ້ຍ ນັ້ນ ຈຶ່ງ ກະໂດດ ຂຶ້ນ ແລ້ວ ຍ່າງ ໄປມາ.
\s5
\v 11 ເມື່ອ ປະຊາຊົນ ໄດ້ ເຫັນ ການ ທີ່ ໂປໂລ ເຮັດ ນັ້ນ ຕ່າງ ກໍ ຮ້ອງ ຂຶ້ນ ເປັນ ພາສາ ລີກາໂອເນຍ ວ່າ, “ພວກ ພະ ແປງກາຍ ເປັນ ມະນຸດ ລົງ ມາ ຫາ ພວກເຮົາ ແລ້ວ. ”
\v 12 ພວກເຂົາ ໃສ່ ຊື່ ໃຫ້ ບາຣະນາບາ ວ່າ ພະ ຊູດ ແລະ ໃສ່ ຊື່ ໃຫ້ ໂປໂລ ວ່າ ພະ ເຮຣະເມ (ຫ) ເພາະ ເພິ່ນ ເປັນ ຫົວ ໜ້າ ໃນ ການ ກ່າວ.
\v 13 ຝ່າຍ ປະໂຣຫິດ ຂອງ ພະ ຊູດ ທີ່ ມີ ວິຫານ ຕັ້ງ ຢູ່ ຕໍ່ໜ້າ ເມືອງ ໄດ້ ຈູງ ງົວ ເຖິກ ແລະ ນາໍ ພວງ ດອກໄມ້ ມາ ​ທີ່ ປະຕູ ເມືອງ ຕິດຕາມ ໂດຍ ປະຊາຊົນ ເພາະ ຕັ້ງໃຈ ວ່າ ຈະ ຖວາຍ ເຄື່ອງ ບູຊາ.
\s5
\v 14 ແຕ່ ເມື່ອ ອັກ ຄະສາວົກ ບາຣະນາບາ ກັບ ໂປໂລ ໄດ້ຍິນ ດັ່ງ ນັ້ນ, ກໍ ຈີກ ເສື້ອ ຜ້າ ຂອງຕົນ ແລ້ວ ຟ້າວ ແລ່ນ ເຂົ້າ ໄປ ທ່າມກາງ ປະຊາຊົນ ນັ້ນ ທັນ ທີ ແລະ ຮ້ອງ ຂຶ້ນ ວ່າ,
\v 15 “ທ່ານ ທັງ ຫລາຍ ເອີຍ ເປັນ ຫຍັງ ຈຶ່ງ ເຮັດ ເຊັ່ນ ນີ້? ພວກເຮົາ ທັງ ສອງ ກໍ ເປັນ ມະນຸດ ຢ່າງ ດຽວກັນ ກັບ ພວກທ່ານ ແລະ ມາ ປະກາດ ຂ່າວປະເສີດ ໃຫ້ ພວກທ່ານ ກັບ ໃຈ ຈາກ ສິ່ງ ອັນ ບໍ່ ມີ ປະໂຫຍດ ເຫລົ່າ ນີ້ ແລະ ຫັນ ມາ ຫາ ພຣະເຈົ້າ ອົງ ຊົງ ຊີວິດ ຢູ່ ຄື ອົງ ທີ່ ໄດ້ ສ້າງ ຟ້າ ສະຫວັນ, ແຜ່ນດິນ ໂລກ, ນໍ້າ ທະເລ ແລະ ສັບ ພະທຸກສິ່ງ ຊຶ່ງ ຢູ່ ໃນທີ່ ນັ້ນ.
\v 16 ໃນ ອະດີດ ທີ່ ຜ່ານ ມາ ພຣະອົງ ປ່ອຍ ໃຫ້ ປະຊາຊົນ ທັງ ໝົດ ປະຕິບັດ ຕາມ ຮີດຄອງ ຂອງຕົນ.
\s5
\v 17 ແຕ່ ເຖິງ ປານນັ້ນ ພຣະອົງ ບໍ່ ໄດ້ ໃຫ້ ຂາດ ພະຍານ ເຖິງ ເລື່ອງ ພຣະອົງ ໂດຍ ກິດຈະການ ອັນດີຂອງ ພຣະອົງ ຄື ໄດ້ ບັນ ດານ ຝົນ ໃຫ້ ຕົກ ຈາກ ທ້ອງຟ້າ ແລະ ໃຫ້ ມີ ຜົນ ລະປູກ ຕາມ ລະດູການ, ຈຶ່ງ ໂຜດ ໃຫ້ ອາຫານ ການກິນ ແກ່ ພວກທ່ານ ແລະ ໃຫ້ ຈິດ ໃຈ ອີ່ມ ເຕັມ ດ້ວຍ ຄວາມສຸກ. ”
\v 18 ເຖິງ ແມ່ນ ວ່າ ໄດ້ ກ່າວ ຄໍາ ເຫລົ່າ ນີ້ ແລ້ວ ກໍຕາມ ອັກຄະສາວົກ ທັງສອງ ຍັງ ຫ້າມ ປະຊາຊົນ ບໍ່ໃຫ້ ຖວາຍ ເຄື່ອງ ບູຊາ ແກ່ ພວກ ຕົນ ໄດ້ ໂດຍ ຍາກ ເຕັມ ທີ ຈົນ ເກືອບ ຫ້າມ ບໍ່ ແພ້.
\s5
\v 19 ແຕ່ ມີ ຊາວຢິວ ບາງຄົນ ມາຈາກເມືອງອັນຕີໂອເຂຍ ແລະ ຈາກ ເມືອງ ອີໂກນີອົມ ໄດ້ ຊັກ ຊວນ ປະຊາຊົນ ໃຫ້ ເຂົ້າ ຂ້າງ ພວກເຂົາ ແລ້ວ ຈຶ່ງ ໄດ້ ແກວ່ງ ກ້ອນຫິນ ໃສ່ ໂປໂລ ແລະ ລາກ ເພິ່ນ ອອກ ໄປ ຈາກ ເມືອງ ໂດຍ ຄິດ ວ່າ ເພິ່ນ ຕາຍ ແລ້ວ.
\v 20 ແຕ່ ເມື່ ອ ພວກ ພີ່ ນ້ອງ ທີ່ ເຊື່ອ ໄດ້ ເຕົ້າໂຮມ ກັນ ອ້ອມ ເພິ່ນ ໄວ້ ເພິ່ນ ຈຶ່ງ ລຸກ ຂຶ້ນ ແລະ ກັບ ຄືນ ເຂົ້າ ໄປ ໃນ ເມືອງ, ຕົກ ວັນ ຕໍ່ມາ ເພິ່ນ ກັບ ບາຣະນາບາ ໄດ້ ໄປ ຍັງ ເມືອງ ເດຣະເບ.
\s5
\v 21 ໂປໂລ ກັບ ບາຣະນາບາ ໄດ້ ປະກາດ ຂ່າວປະເສີດ ໃນ ເມືອງ ເດຣະເບ ແລະ ໄດ້ ຫລາຍ ຄົນ ມາ ເປັນ ສິດ, ແລ້ວ ທ່ານ ທັງສອງ ກໍໄດ້ ກັບ ຄືນ ໄປ ເມືອງ ລີສະຕຣາ, ອີໂກນີອົມ ແລະ ອັນຕີໂອເຂຍ.
\v 22 ທ່ານ ທັງ ສອງ ໄດ້ ໜູນໃຈ ລູກສິດ ທັງຫລາຍ ໃຫ້ ເຂັ້ມແຂງ ຂຶ້ນ ແລະ ໜູນໃຈ ພວກເຂົາ ໃຫ້ ຕັ້ງ ໝັ້ນ ຄົງ ຢູ່ ໃນ ຄວາມເຊື່ອ ໂດຍ ກ່າວ ວ່າ, “ເຮົາ ທັງ ຫລາຍ ຕ້ອງ ຜ່ານ ຜ່າ ຄວາມ ທຸກ ລໍາບາກ ຫລາຍ ປະການ ເພື່ອ ຈະ ເຂົ້າ ໄປ ໃນ ແຜ່ນດິນ ຂອງ ພຣະເຈົ້າ.”
\s5
\v 23 ໃນ ແຕ່ລະ ຄຣິສຕະຈັກ ທ່ານ ທັງ ສອງ ໄດ້ ເລືອກ ຕັ້ງ ພວກ ເຖົ້າ ແກ່ ແລະ ຫລັງ ຈາກ ພາວັນ ນາ ອະທິຖານ ກັບ ຖືສິນ ອົດ ອາຫານ ແລ້ວ ຈຶ່ງ ມອບ ຄົນ ເຫລົ່ານັ້ນ ໄວ້ ກັບ ອົງພຣະ ຜູ້ ເປັນເຈົ້າ ທີ່ ພວກເຂົາ ວາງໃຈເຊື່ອ ນັ້ນ.
\v 24 ຫລັງຈາກ ເດີນທາງ ຜ່ານ ເຂດແດນ ຂອງ ແຂວງ ປີຊີເດຍ ແລ້ວ ທ່ານ ທັງ ສອງ ກໍ ມາ ເຖິງ ແຂວງ ປໍາຟີເລຍ.
\v 25 ເມື່ອ ໄດ້ ປະກາດ ພຣະທາໍ ທີ່ ເມືອງ ເປກາ ແລ້ວ ກໍໄດ້ ເດີນ ທາງ ໄປ ຍັງ ເມືອງ ອັດຕາເລຍ
\v 26 ຈາກ ທີ່ ນັ້ນ ທ່ານ ທັງ ສອງ ໄດ້ ລົງ ເຮືອ ກັບ ຄືນ ໄປ ຍັງເມືອງ ອັນຕີໂອເຂຍ ຄືເມືອງ ທີ່ ທ່ານ ທັງ ສອງ ໄດ້ ຮັບ ມອບໝາຍ ໄວ້ ໃນ ພຣະຄຸນ ຂອງ ພຣະເຈົ້າ ເພື່ອ ພາລະກິດ ຊຶ່ງ ບັດ ນີ້ ທ່ານ ທັງ ສອງ ໄດ້ ເຮັດ ສໍາເລັດ ແລ້ວ.
\s5
\v 27 ເມື່ອ ມາ ຮອດ ເມືອງ ອັນຕີໂອເຂຍ ທ່ານ ທັງ ສອງ ໄດ້ ເອີ້ນ ສະມາຊິກ ໃນ ຄຣິສຕະຈັກ ມາ ປະຊຸມ ແລ້ວ ໄດ້ ເລົ່າ ສູ່ ພີ່ ນ້ອງ ຟັງ ເຖິງ ທຸກຢ່າງ ທີ່ ພຣະເຈົ້າ ຊົງ ສະຖິດ ແລະ ໄດ້ ຊົງ ກະທາໍ ສໍາລັບ ຕົນ ແລະ ການ ທີ່ ພຣະເຈົ້າ ເປີດ ປະຕູ ແຫ່ງ ຄວາມເຊື່ອ ໃຫ້ ຄົນ ຕ່າງຊາດ ເຂົ້າ ມາ.
\v 28 ແລ້ວ ທ່ານ ທັງ ສອງ ກໍໄດ້ ອາໄສ ຢູ່ ກັບ ພວກ ພີ່ນ້ອງ ທີ່ ເຊື່ອ ໃນ ເມືອງ ນີ້ ດົນ ພໍສົມຄວນ.
\s5
\c 15
\p
\v 1 ມີ ບາງຄົນ ຈາກ ແຂວງ ຢູດາຍ ເລີ່ມ ສັ່ງ ສອນ ພີ່ ນ້ອງ ວ່າ, “ຖ້າເຈົ້າ ທັງ ຫລາຍ ບໍ່ ຮັບ ພິທີຕັດ ຕາມ ຮີດ ຄອງ ຂອງ ໂມເຊ ພວກເຈົ້າ ຈະ ພົ້ນ ບໍ່ ໄດ້. ”
\v 2 ເມື່ອ ໂປໂລ ກັບ ບາຣະນາບາ ເກີດ ມີ ການ ໂຕ້ຖຽງ ກັບ ພວກເຂົາ ຢ່າງ ຮຸນແຮງ ກ່ຽວກັບ ເລື່ອງ ນີ້ ດັ່ງ ນັ້ນ ຈຶ່ງ ມີ ການ ຕົກ ລົງ ໃຫ້ ໂປໂລ ກັບ ບາຣະນາບາ ແລະ ບາງຄົນ ໃນ ເມືອງ ອັນຕິໂອເຂຍ ໄປ ປຶກ ສາ ກັບ ພວກ ອັກຄະສາວົກ ແລະ ພວກ ເຖົ້າແກ່ ໃນ ນະຄອນ ເຢຣູຊາເລັມ ກ່ຽວກັບ ບັນຫາ ນີ້.
\s5
\v 3 ດັ່ງ ນັ້ນ ຄຣິສຕະຈັກ ໄດ້ ຈັດ ສົ່ງ ທ່ານ ເຫລົ່າ ນີ້ ໄປ, ເມື່ອ ຜ່ານ ແຂວງ ຟອຍນີເຊຍ ແລະ ແຂວງ ຊາມາເຣຍ ໄປ ນັ້ນ ເພິ່ນ ໄດ້ ເລົ່າ ເລື່ອງ ການ ທີ່ ຄົນ ຕ່າງຊາດ ກັບ ໃຈ ໃໝ່ ຫັນ ມາ ຫາ ພຣະເຈົ້າ, ຂ່າວ ນີ້ ໄດ້ ນາໍ ຄວາມ ຊົມ ຊື່ນ ຍິນ ດີ ອັນ ໃຫຍ່ ມາ ສູ່ ພີ່ ນ້ອງ ທັງ ໝົດ.
\v 4 ເມື່ອ ເພິ່ນ ມາ ຮອດ ນະຄອນ ເຢຣູຊາເລັມ ກໍໄດ້ ຖືກ ຮັບ ຕ້ອນ ຈາກ ພີ່ ນ້ອງ ໃນ ຄຣິສຕະຈັກ, ຈາກ ພວກ ອັກ ຄະສາວົກ ແລະ ຈາກ ບັນ ດາ ເຖົ້າ ແກ່ ແລະ ພວກເພິ່ນ ໄດ້ ເລົ່າ ເລື່ອງ ທັງ ໝົດ ທີ່ ພຣະເຈົ້າ ໄດ້ ກະທາໍ ການ ຜ່ານ ພວກເພິ່ນ ສູ່ ຄົນ ເຫລົ່າ ນັ້ນ ຟັງ.
\s5
\v 5 ແຕ່ ມີ ບາງຄົນ ໃນ ຄະນະ ຟາຣີຊາຍ ທີ່ ໄດ້ ເຊື່ອ ແລ້ວ ລຸກ ຂຶ້ນ ເວົ້າ ວ່າ, “ຄົນ ຕ່າງຊາດ ນັ້ນ ຕ້ອງ ໃຫ້ ພວກເຂົາ ຮັບພິທີ ຕັດ ແລະ ສັ່ງ ໃຫ້ ພວກເຂົາ ຖື ຮັກສາ ກົດບັນຍັດ ຂອງ ໂມເຊ. ”
\v 6 ຝ່າຍ ພວກ ອັກ ຄະສາວົກ ກັບ ພວກ ເຖົ້າແກ່ ກໍໄດ້ ປະຊຸມ ກັນ ພິຈາລະນາ ບັນຫາ ນີ້.
\s5
\v 7 ຫລັງ ຈາກ ໂຕ້ຖຽງ ກັນ ເປັນ ເວລາ ຍືດ ຍາວ ແລ້ວ ເປໂຕ ກໍ ລຸກ ຂຶ້ນ ແລະ ກ່າວ ວ່າ, “ພີ່ ນ້ອງ ທັງ ຫລາຍ ເອີຍ ພວກເຈົ້າ ກໍ ຮູ້ ຢູ່ ວ່າ ເມື່ອ ເລີ່ມຕົ້ນ ທີ່ພຣະເຈົ້າ ໄດ້ ເລືອກ ຂ້າພະເຈົ້າ ຈາກ ທ່າມກາງ ພວກເຈົ້າ ໃຫ້ ປະກາດ ຂ່າວປະເສີດ ແກ່ ຄົນ ຕ່າງຊາດ ເພື່ອ ວ່າ ພວກເຂົາ ຈະ ໄດ້ຍິນ ແລະ ຈະ ໄດ້ ເຊື່ອ.
\v 8 ພຣະເຈົ້າ ຜູ້ ທີ່ ຢັ່ງ ຮູ້ ຄວາມ ຄິດ ຈິດ ໃຈ ຂອງ ທຸກຄົນ ໄດ້ ຊົງ ສໍາແດງ ການ ຕ້ອນຮັບ ຄົນ ຕ່າງຊາດ ໂດຍ ຊົງ ປະທານ ພຣະວິນຍານ ບໍຣິສຸດ ໃຫ້ ແກ່ ພວກເຂົາ ເໝືອນ ພຣະອົງ ໄດ້ ໃຫ້ ແກ​່ ພວກເຮົາ.
\v 9 ພຣະອົງ ບໍ່ໄດ້ ປະຕິບັດ ກັບ ພວກເຮົາ ແຕກຕ່າງ ຈາກ ພວກເຂົາ, ພຣະອົງ ອະໄພ ບາບກໍາ ຂອງ ພວກເຂົາ ດ້ວຍ ຄວາມເຊື່ອ.
\s5
\v 10 ເມື່ອ ເປັນ ດັ່ງ ນັ້ນ, ເປັນ ຫຍັງ ພວກເຈົ້າ ຈຶ່ງ ຢາກ ທົດລອງ ພຣະເຈົ້າ, ໂດຍ ວາງ ພາລະ ອັນ ໜັກ ໃສ່ ເທິງ ຫລັງ ຂອງ ພີ່ ນ້ອງ ຊຶ່ງ ທັງ ບັນ ພະບຸລຸດ ຂອງ ພວກເຮົາ ແລະ ພວກເຮົາ ເອງ ກໍ ບໍ່ສາມາດ ແບກ ໄດ້?
\v 11 ແຕ່ ພວກເຮົາ ເຊື່ອ ວ່າ ພວກເຮົາ ພົ້ນ ດ້ວຍ ພຣະຄຸນ ຂອງ ອົງ ພຣະເຢຊູເຈົ້າ ເໝືອນກັນ ກັບ ພວກເຂົາ.”
\s5
\v 12 ດັ່ງ ນັ້ນ ພີ່ ນ້ອງ ທັງ ໝົດ ຈຶ່ງ ມິດງຽບ ແລະ ຟັງ ບາຣະນາບາ ກັບ ໂປໂລ ເລົ່າ ການ ອັດ ສະຈັນ ແລະ ໝາຍສໍາຄັນ ຕ່າງໆ ທີ່ ພຣະເຈົ້າ ໄດ້ ກະທາໍ ຜ່ານ ພວກເພິ່ນ ໃນ ທ່າມກາງ ຄົນ ຕ່າງຊາດ.
\s5
\v 13 ຫລັງຈາກ ເລົ່າ ຈົບ ແລ້ວ ຢາໂກໂບ (ອ) ກໍ ກ່າວ ຂຶ້ນ ວ່າ, “ພີ່ ນ້ອງ ທັງ ຫລາຍ ເອີຍ ຈົ່ງ ຟັງ ຂ້າພະເຈົ້າ ກ່ອນ
\v 14 ຊີໂມນ (ຮ) ໄດ້ ອະທິບາຍ ສູ່ ພວກເຮົາ ຟັງ ແລ້ວວ່າ ພຣະເຈົ້າ ໄດ້ ສໍາແດງ ຄວາມ ເປັນ ຫ່ວງ ຄົນ ຕ່າງຊາດ ເທື່ອ ທາໍ ອິດ ໂດຍ ໄດ້ ເລືອກ ເອົາ ຄົນກຸ່ມ ໜຶ່ງ ຈາກ ທ່າມກາງ ພວກເຂົາ ໃຫ້ ເປັນ ຂອງ ພຣະອົງ.
\s5
\v 15 ຖ້ອຍຄໍາ ຂອງ ພວກ ຜູ້ທາໍນວາຍ ກໍ ສອດຄ່ອງ ກັນ ຢ່າງ ຄົບ ຖ້ວນ ກ່ຽວກັບ ເລື່ອງ ນິ້, ດັ່ງ ທີ່ ມີ ຄໍາ ຂຽນ ໄວ້ ໃນ ພຣະຄໍາ​ພີ ວ່າ,
\v 16 ພາຍ ຫລັງ ເຫດການ ນີ້ ແລ້ວ ເຮົາ ຈະ ກັບ ມາ ແລະ ສ້າງ ອານາຈັກ ຂອງ ດາວິດ ທີ່ ເພພັງ ນັ້ນ ໃຫ້ ຟື້ນ ຂຶ້ນ ໃໝ່. ເຮົາ ຈະ ສ້າງ ບ່ອນ ທີ່ ຮົກຮ້າງ ເພພັງ ຂຶ້ນ ໃໝ່ ແລະ ຈະ ຕັ້ງ ຂຶ້ນ ມາ ອີກ.
\v 17 ເພື່ອ ຄົນອື່ນໆ ຈະ ໄດ້ ສະແຫວງ ຫາ ອົງພຣະ ຜູ້ ເປັນເຈົ້າ ຄື ບັນດາ ຕ່າງຊາດ ທີ່ ເຮົາ ໄດ້ ເອີ້ນ ມາ ເປັນ ພົນລະເມືອງ ຂອງເຮົາ ນັ້ນ.
\v 18 ອົງພຣະ ຜູ້ ເປັນເຈົ້າ ໄດ້ ຊົງ ແຈ້ງ ເຫດການ ເຫລົ່ານີ້ ໃຫ້ ຮູ້ ຕັ້ງແຕ່ ບູຮານນະການ ໄດ້ ຊົງ ກ່າວ ໄວ້ ດັ່ງນີ້ແຫລະ.
\s5
\v 19 ຢາໂກໂບ ກ່າວ ອີກ ວ່າ, “ຕາມ ຄວາມ ເຫັນ ຂອງ ຂ້າພະເຈົ້າ ແລ້ວ ພວກເຮົາ ບໍ່ ຄວນ ລົບ ກວນ ຄົນຕ່າງຊາດ ທີ່ ກໍາລັງ ຕ່າວຄືນ ມາ ຫາ ພຣະເຈົ້າ.
\v 20 ແຕ່ ເຮົາ ຈົ່ງ ສັ່ງ ພວກເຂົາ ເປັນ ລາຍລັກ ອັກ ສອນ ໃຫ້ ເວັ້ນ ເສຍ ຈາກ ສິ່ງ ຊົ່ວ ມົວໝອງ ເນື່ອງ ດ້ວຍ ພະທຽມ, ຈາກ ການ ຫລິ້ນຊູ້, ຈາກ ການ ກິນ ສັດ ຕາຍ ຮັດ ຄໍ ແລະ ຈາກ ການ ກິນ ເລືອດ.
\v 21 ເພາະວ່າ ຕັ້ງ ແຕ່ ດົນ ນານ ມາ ແລ້ວ, ກໍ ມີ ຜູ້ ປະກາດ ກົດ ບັນ ຍັດ ຂອງ ໂມເຊ ໃນ ທຸກ ເມືອງ ແລະ ເພິ່ນ ໄດ້ ອ່ານ ເລື່ອງ ນີ້ ໃນ ທາໍ ມະສາລາ ຕ່າງໆ ໃນ ທຸກ ວັນ ຊະບາໂຕ.”
\s5
\v 22 ແລ້ວ ພວກ ອັກ ຄະສາວົກ ກັບ ບັນດາ ເຖົ້າ ແກ່ ພ້ອມ ກັບ ທັງ ໝົດ ຄຣິສຕະຈັກ, ກໍ ຕັດ ສິນ ໃຈ ເລືອກ ເອົາ ບາງຄົນ ໃນ ພວກເພິ່ນ ໃຫ້ ເດີນ ທາງ ໄປ ຍັງ ເມືອງ ອັນ ຕີໂອເຂຍ ກັບ ໂປໂລ ແລະ ບາຣະນາບາ ພວກເພິ່ນ ໄດ້ ເລືອກ ເອົາ ຊີລາ ກັບ ຢູດາ ຜູ້ ທີ່ມີ ຊື່ ືອີກ ວ່າ ບາຣະຊັບບາ ຊາຍ ສອງ ຄົນ ນີ້ ເປັນ ຜູ້ນາໍ ຄົນ ສໍາຄັນ ໃນ ພວກ ພີ່ ນ້ອງ.
\v 23 ພວກເພິ່ນ ໄດ້ ຂຽນ ຈົດ ໝາຍ ມອບ ໃຫ້ ທ່ານ ທັງ ສອງ ຖື ໄປ ແລະ ໃນ ຈົດ ໝາຍ ນັ້ນ ມີ ເນື້ອ ຄວາມ ວ່າ, “ພວກເຮົາ ອັກຄະສາວົກ ກັບ ເຖົ້າແກ່ ຜູ້ ເປັນ ພີ່ ນ້ອງ ຂອງ ພວກທ່ານ ຂໍ ສົ່ງ ຄວາມ ຄໍານັບ ມາ ເຖິງ ທ່ານ ທັງຫລາຍ ທີ່ເປັນ ພີ່ ນ້ອງ ຕ່າງຊາດ ທຸກຄົນ ທີ່ ຢູ່ ໃນ ເມືອງ ອັນຕີໂອເຂຍ, ໃນ ແຂວງ ຊີເຣຍ ແລະ ໃນ ແຂວງ ກີລີເກຍ.
\s5
\v 24 ພວກເຮົາ ໄດ້ຍິນ ຂ່າວ ວ່າ ມີ ບາງຄົນ ໃນ ພວກເຮົາ ໄດ້ ອອກ ໄປ ລົບ ກວນ ຈິດໃຈ ແລະ ເຮັດ ໃຫ້ ພີ່ ນ້ອງ ເກີດ ຄວາມ ສັບ ສົນ ໄປ ດ້ວຍ ຄໍາ ເວົ້າ ຂອງ ພວກເຂົາ, ພວກເຮົາ ບໍ່ ໄດ້ ອອກ ຄໍາສັ່ງ ໃດໆ ໃຫ້ ພວກເຂົາ ເຮັດ ສິ່ງ ນີ້ ເລີຍ.
\v 25 ສະນັ້ນ ພວກເຮົາ ຈຶ່ງ ໄດ້ ມາ ປະຊຸມ ຕົກ ລົງ ກັນ ແລະ ເຫັນ ພ້ອມພຽງ ກັນ ວ່າ ໃຫ້ ເລືອກ ເອົາ ບາງຄົນ ມາ ຫາ ພວກທ່ານ, ພ້ອມ ກັບ ບາຣະນາບາ ແລະ ໂປໂລ.
\v 26 ຜູ້ ເປັນ ທີ່ ຮັກ ຂອງ ພວກເຮົາ ຊຶ່ງ ສະຫລະ ຊີວິດ ຂອງຕົນ ເພື່ອ ຮັບ ໃຊ້ ພາລະກິດ ຂອງ ອົງ ພຣະເຢຊູ ຄຣິດ ເຈົ້າ ຂອງ ເຮົາ ທັງ ຫລາຍ.
\s5
\v 27 ດ້ວຍເຫດນັ້ນ ພວກເຮົາ ຈຶ່ງ ໄດ້ ໃຊ້ ຢູດາ ກັບ ຊີລາ ມາ ຫາ ພວກທ່ານ ແລະ ທັງສອງ ຄົນ ນີ້ ຈະ ກ່າວ ຂໍ້ຄວາມ ອັນ ດຽວກັນ ກັບ ທີ່ ພວກເຮົາ ຂຽນ ມາ ນີ້.
\v 28 ດ້ວຍວ່າ, ພຣະວິນ ຍານ ບໍຣິສຸດເຈົ້າ ເຫັນ ດີ ເຫັນ ພ້ອມ ກັບ ພວກເຮົາ ແລ້ວ ວ່າ ບໍ່ ໃຫ້ ວາງ ພາລະໜັກ ອັນ ໃດ ເທິງ ພວກທ່ານ ນອກຈາກ ສິ່ງ ທີ່ ຈາໍ ເປັນ ເຫລົ່າ ນີ້
\v 29 ຄື ໃຫ້ ງົດ ເວັ້ນ ເສຍ ຈາກ ກິນ ອາຫານ ທີ່ ຖວາຍບູຊາ ແກ່ ຮູບເຄົາ ຣົບ ແລ້ວ, ໃຫ້ ງົດ ຈາກ ການ ກິນເລືອດ, ໃຫ້ ງົດ ຈາກ ການ ກິນ ສັດ ທີ່ ຕາຍ ເພາະ ຖືກ ຮັດ ຄໍ ແລະ ໃຫ້ ຫລີກເວັ້ນ ຈາກ ການ ຫລິ້ນ ຊູ້, ຖ້າ ພວກທ່ານ ງົດ ຈາກ ສິ່ງ ເຫລົ່າ ນີ້ ໄດ້ ພວກທ່ານ ກໍ ຢູ່ເຢັນ ເປັນ ສຸກ ຈົ່ງ ຈະເລີນ ເທີ້ນ.”
\s5
\v 30 ດັ່ງ ນັ້ນ ບັນ ດາ ຜູ້ ຕາງໜ້າ ຈຶ່ງ ອອກ ເດີນ ທາງ ໄປ ຍັງ ເມືອງ ອັນ ຕີໂອເຂຍ, ເມື່ອ ໄດ້ ເອີ້ນ ພີ່ ນ້ອງ ທັງ ໝົດ ມາ ແລ້ວ ຈຶ່ງ ມອບ ຈົດ ໝາຍ ສະບັບ ນັ້ນ ໃຫ້ ພວກເພິ່ນ.
\v 31 ເມື່ອ ອ່ານ ແລ້ວ ທຸກຄົນ ຕ່າງ ກໍ ເຕັມ ໄປ ດ້ວຍ ຄວາມ ຊົມ ຊື່ນ ຍິນ ດີ ເພາະ ຄໍາ ໜູນ ໃຈ ໃນ ຈົດ ໝາຍ ນັ້ນ.
\v 32 ຢູດາ ກັບ ຊີລາ ກໍ ເປັນ ຜູ້ ປະກາດ ພຣະທາໍ ເໝືອນກັນ ໄດ້ ກ່າວ ຢ່າງ ຍືດ ຍາວ ແກ່ ພວກ ພີ່ ນ້ອງ ເພື່ອ ໜູນ ໃຈ ແລະ ເຕືອນ ສະຕິ ພວກເຂົາ ໃຫ້ ເຂັ້ມແຂງ ຂຶ້ນ ໃນ ຄວາມເຊື່ອ.
\s5
\v 33 ເມື່ອ ພັກ ຢູ່ ເປັນ ເວລາ ພໍສົມ ຄວນ ແລ້ວ, ທ່ານ ທັງ ສອງ ກໍ ຖືກ ສົ່ງ ກັບ ຄືນ ດ້ວຍ ຄວາມສຸກ ເມືອ ຫາ ຜູ້ ທີ່ໃຊ້ ຕົນ ມາ ນັ້ນ [
\v 34 ຝ່າຍ ຊີລາ ກໍ ເຫັນດີ ຍັງ ຈະ ພັກ ຢູ່ ທີ່ ນັ້ນ ອີກ ຕໍ່ໄປ. ] (ກ)
\v 35 ຝ່າຍ ໂປໂລ ກັບ ບາຣະນາບາ ກໍ ຢູ່ ໃນ ເມືອງ ອັນ ຕີໂອເຂຍ ຊົ່ວ ໄລຍະ ໜຶ່ງ, ທ່ານ ທັງສອງ ພ້ອມ ກັບ ຄົນ ອື່ນ ໆ ໄດ້ ຮ່ວມກັນ ສັ່ງ ສອນ ແລະ ປະກາດ ຂ່າວປະເສີດ ຄື ພຣະທາໍ ຂອງ ອົງ ພຣະ ຜູ້ ເປັນ ເຈົ້າ.
\s5
\v 36 ຫລັງຈາກ ນັ້ນ ບໍ່ ດົນ ໂປໂລ ກໍ ເວົ້າ ກັບ ບາຣະນາບາ ວ່າ, “ໃຫ້ ພວກເຮົາ ກັບ ໄປ ຢ້ຽມຢາມ ພີ່ ນ້ອງ ໃນ ເມືອງ ອື່ນ ໆ ທີ່ ພວກເຮົາ ໄດ້ ປະກາດ ພຣະທາໍ ຂອງ ອົງ ພຣະ ຜູ້ ເປັນ ເຈົ້າ ເພື່ອ ຈະ ຮູ້ ວ່າ ພວກເຂົາ ຢູ່ຢ່າງ ໃດ? ”
\v 37 ສ່ວນ ບາຣະນາບາ ຢາກ ເອົາ ໂຢຮັນ ມາຣະໂກ ໄປ ນໍາ
\v 38 ແຕ່ ໂປໂລ ຄິດ ວ່າ ບໍ່ ຄວນ ເອົາ ຜູ້ ກ່ຽວ ໄປ ນາໍ ເພາະ ລາວ ບໍ່ ໄດ້ ຢູ່ຮ່ວມ ງານ ຈົນ ສິ້ນສຸດ ພາລະກິດ, ແຕ່ ໄດ້ ກັບ ຄືນ ໄປ ແລະ ປະ ພວກເພິ່ນ ໄວ້ ທີ່ ແຂວງ ປໍາຟີເລຍ.
\s5
\v 39 ທັງ ສອງ ເກີດ ການ ໂຕ້ຖຽງ ກັນ ຢ່າງ ຮຸນແຮງ ຈົນ ແຍກ ຈາກ ກັນ, ບາຣະນາບາ ຈຶ່ງ ເອົາ ມາຣະໂກ ລົງ ເຮືອ ໄປ ຍັງ ເກາະ ໄຊປຣັດ
\v 40 ແຕ່ ໂປໂລ ໄດ້ ເລືອກ ເອົາ ຊີລາ ເມື່ອ ພວກ ພີ່ ນ້ອງ ໄດ ຝາກ ທ່ານ ທັງ ສອງ ໄວ້ ໃນ ພຣະຄຸນ ຂອງ ອົງ ພຣະ ຜູ້ ເປັນ ເຈົ້າ ແລ້ວ ກໍໄດ້ ອອກ ໄປ.
\v 41 ໂປໂລ ໄດ້ ໄປ ທົ່ວ ແຂວງ ຊີເຣຍ ແລະ ກີລີເກຍ ໜູນໃຈ ພີ່ ນ້ອງ ໃນ ຄຣິສຕະຈັກ ໃຫ້ ເຂັ້ມແຂງ ຂຶ້ນ.
\s5
\c 16
\p
\v 1 ໂປໂລ ໄດ້ ເດີນ ທາງ ມາ ຮອດ ເມືອງ ເດຣະເບ ແລະ ເມືອງ ລີສະຕຣາ, ຢູ່ໃນ ທີ່ ນີ້ ມີ ຄົນ ທີ່ ເຊື່ອ ຜູ້ໜຶ່ງ ຊື່ ວ່າ ຕີໂມທຽວ, ແມ່ ຂອງ ລາວ ເປັນ ຄົນ ທີ່ ເຊື່ອ ເໝືອນກັນ ແລະ ເປັນ ຄົນ ຢິວ ສ່ວນ ພໍ່ ຂອງ ລາວ ນັ້ນ ເປັນ ຄົນ ກຣີກ.
\v 2 ຕີໂມທຽວ ເປັນ ຄົນ ມີ ຊື່ ສຽງ ດີ ໃນ ທ່າມກາງ ພວກ ພີ່ ນ້ອງ ທີ່ ຢູ່ ໃນ ເມືອງ ລີສະຕຣາ ແລະ ເມືອງ ອີໂກນີອົມ.
\v 3 ໂປໂລ ຕ້ອງການ ເອົາ ຕີໂມທຽວ ໄປ ນາໍ. ດັ່ງ ນັ້ນ ເພິ່ນ ຈຶ່ງ ໃຫ້ ລາວ ຮັບ ພິທີຕັດ ເພາະ ເຫັນ ແກ່ ຊາວ ຢິວ ຢູ່ໃນ ເຂດ ນັ້ນ. (ຂ) ເພິ່ນ ກະທາໍ ເຊັ່ນ ນີ້ ເພາະ ຊາວ ຢິວ ທຸກຄົນ ທີ່ ຢູ່ ໃນ ເມືອງ ເຫລົ່າ ນັ້ນ ຮູ້ ວ່າ ພໍ່ ຂອງ ຕີໂມທຽວ ເປັນ ຄົນ ກຣີກ.
\s5
\v 4 ເມື່ອ ຜ່ານ ໄປ ຕາມ ເມືອງ ຕ່າງໆ ເພິ່ນ ກໍໄດ້ ມອບ ຂໍ້ ບັງ ຄັບ ຊຶ່ງ ພວກ ອັກ ຄະສາວົກ ກັບ ບັນດາ ເຖົ້າ ແກ່ ຢູ່ ໃນ ນະຄອນ ເຢຣູຊາເລັມ ໄດ້ ຕົກລົງ ກັນ ນັ້ນ ໃຫ້ ພວກ ຄົນ ທີ່ ເຊື່ອ ຮັບ ຮູ້ ແລະ ໃຫ້ ພວກເຂົາ ປະຕິບັດ ຕາມ.
\v 5 ດັ່ງ ນັ້ນ ຄຣິສຕະຈັກ ທັງ ຫລາຍ ຈຶ່ງ ໝັ້ນ ຄົງ ໃນ ຄວາມເຊື່ອ ແລະ ຄົນ ທີ່ ເຊື່ອ ກໍ ເພີ່ມ ຂຶ້ນ ແຕ່ ລະ ວັນ.
\s5
\v 6 ພຣະວິນຍານ ບໍຣິສຸດເຈົ້າ ບໍ່ອະນຸຍາດ ໃຫ້ ເພິ່ນ ປະກາດ ພຣະທາໍ ໃນ ແຂວງ ເອເຊຍ (ຄ) ພວກເພິ່ນ ຈຶ່ງ ເດີນ ທາງ ໄປ ທົ່ວ ເຂດແດນ ຂອງ ເມືອງ ຟີເຄຍ ແລະ ເມືອງ ຄາລາເຕຍ.
\v 7 ເມື່ອ ພວກເພິ່ນ ເດີນ ທາງ ມາ ຮອດ ເຂດ ຂອງ ເມືອງ ມີເຊຍ ກໍ ພະຍາຍາມ ທີ່ ຈະ ເຂົ້າ ໄປ ໃນ ແຂວງ ບີທີເນຍ, ແຕ່ ພຣະວິນຍານ ຂອງ ພຣະເຢຊູເຈົ້າ ບໍ່ອະນຸຍາດ ໃຫ້ ພວກເພິ່ນ ເຂົ້າ ໄປ.
\v 8 ດັ່ງນັ້ນ ພວກເພິ່ນ ຈຶ່ງ ເດີນ ທາງ ຜ່ານ ໄປ (ງ) ຍັງ ເມືອງ ມີເຊຍ ແລະ ລົງ ໄປ ຍັງ ເມືອງ ໂທອາດ.
\s5
\v 9 ໃນ ຄືນ ນັ້ນ ໂປໂລ ໄດ້ ເຫັນ ນິມິດ ແລະ ໃນ ນິມິດ ນັ້ນ ເພິ່ນ ເຫັນ ຊາຍ ມາເກໂດເນຍ ຄົນ ໜຶ່ງ ຢືນ ຢູ່ ແລະ ຮ້ອງ ຕໍ່ ເພິ່ນ ວ່າ, “ຂໍ ທ່ານ ຂ້າມ ມາ ເມືອງ ມາເກໂດເນຍ ພີ້ ເພື່ອ ຊ່ວຍ ພວກ ຂ້ານ້ອຍ ແດ່ ທ້ອນ. ”
\v 10 ພໍ ໂປໂລ ໄດ້ ເຫັນ ນິມິດ ນີ້ ພວກເຮົາ ກໍ ຕຽມພ້ອມ ທັນ ທີ ເພື່ອ ຈະ ອອກ ໄປ ຍັງ ເມືອງ ມາເກໂດເນຍ ເພາະ ພວກເຮົາ ເຫັນ ຄັກ ແນ່ ວ່າ ພຣະເຈົ້າ ໄດ້ ເອີ້ນ ພວກເຮົາ ໃຫ້ ໄປ ປະກາດ ຂ່າວປະເສີດ ແກ່ ຊາວ ເມືອງ ນັ້ນ.
\s5
\v 11 ພວກເຮົາ ໄດ້ ຈາກເມືອງໂທອາດທາງເຮືອ ແລະໄປ ຍັງ ເກາະຊາໂມຕາເກ ແລະວັນຕໍ່ມາ ກໍ ເຖິງ ເມືອງ ເນອາໂປລີ.
\v 12 ຈາກທີ່ ນັ້ນ ພວກເຮົາ ໄດ້ ເດີນທາງເຂົ້າ ໄປຍັງ ເມືອງຟີລິບປອຍ ຊຶ່ງ ເປັນ ເມືອງເອກໃນແຂວງ ມາເກໂດເນຍ (ຈ) ແລະທັງ ເປັນ ເມືອງຂຶ້ນ ຂອງຊາວ ໂຣມ. (ສ) ພວກເຮົາ ໄດ້ ອາໄສຢູ່ ໃນເມືອງນີ້ ເປັນ ເວລາຫລາຍ ວັນ.
\v 13 ໃນວັນ ຊະບາໂຕ ພວກເຮົາ ໄດ້ ອອກຈາກປະຕູ ເມືອງໄປທີ່ ຝັ່ງ ແມ່ ນາໍ້ ແລະຢູ່ ທີ່ ນັ້ນ ພວກເຮົາ ເຄີຍ ໃຊ້ ເປັນ ບ່ອນສໍາລັບ ພາວັນ ນາອະທິຖານ, ພວກເຮົາ ຈຶ່ງ ນັ່ງ ລົງ ແລະໂອ້ລົມ ກັບ ພວກ ແມ່ ຍິງ ທີ່ ເຕົ້າໂຮມ ກັນ.
\s5
\v 14 ມີ ຍິງ ຄົນ ໜຶ່ງ ໃນພວກແມ່ ຍິງ ເຫລົ່າ ນີ້ ຊື່ ວ່າ ລີເດຍ ນາງມາ ຈາກເມືອງທົວເຕຣາ ແລະເປັນ ແມ່ ຄ້າຂາຍຜ້າ ສີ ມ່ວງ ອ່ອນ ແລະທັງ ເປັນ ຜູ້ ຢໍາເກງພຣະເຈົ້າ ດ້ວຍ, ເມື່ອ ນາງ ຟັງ ພວກເຮົາ ກ່າວ ຢູ່ ອົງພຣະ ຜູ້ ເປັນເຈົ້າ ກໍ ຊົງ ເປີດ ຈິດໃຈ ຂອງນາງໃຫ້ເອົາ ໃຈໃສ່ ຖ້ອຍຄໍາ ທີ່ ໂປໂລກາໍ ລັງ ກ່າວ ນັ້ນ.
\v 15 ເມື່ອ ນາງພ້ອມກັບ ໄທເຮືອນຂອງຕົນ ໄດ້ ຮັບ ບັບຕິສະມາແລ້ວ ກໍໄດ້ ເຊີນ ພວກເຮົາ ວ່າ, “ຖ້າ ພວກທ່ານເຫັນ ວ່າ ຂ້ານ້ອຍເປັນ ຜູ້ ເຊື່ອ ໃນອົງ ພຣະຜູ້ ເປັນ ເຈົ້າ ເຊີນ ເຂົ້າ ມາພັກ ອາໄສໃນເຮືອນຂອງຂ້ານ້ອຍ. ” ແລະນາງໄດ້ ວອນຂໍຈົນ ພວກເຮົາ ຂັດ ບໍ່ໄດ້.
\s5
\v 16 ຢູ່ ມາ ວັນ ໜຶ່ງ ພວກເຮົາ ໄດ້ ໄປ ຍັງ ບ່ອນ ພາວັນ ນາ ອະທິຖານ ແລະ ມີ ຂ້າທາດ ຍິງ ຜູ້ໜຶ່ງ ມາ ພົບ ພວກເຮົາ, ຍິງ ຜູ້ ນີ້ ມີ ຜີ ຮ້າຍ ສິງ ເຮັດ ໃຫ້ ນາງ ດູມໍ ໄດ້, ນາງ ດູມໍ ຫາ ເງິນ ໃຫ້ ນາຍ ຂອງຕົນ ໄດ້ ຢ່າງ ຫລວງຫລາຍ.
\v 17 ຍິງ ນັ້ນ ໄດ້ ຕິດ ຕາມ ໂປໂລ ແລະ ພວກເຮົາ ໄປ ໂດຍ ຮ້ອງ ຂຶ້ນ ວ່າ, “ຄົນ ເຫລົ່າ ນີ້ ເປັນ ຜູ້ຮັບ ໃຊ້ ຂອງ ພຣະເຈົ້າ ອົງ ສູງສຸດ ໄດ້ ມາ ປະກາດ ເລື່ອງ ທາງ ຄວາມ ພົ້ນ ໃຫ້ ແກ່ ພວກເຈົ້າ. ”
\v 18 ນາງ ໄດ້ ເຮັດ ຢູ່ ຢ່າງ ນີ້ ເປັນ ເວລາ ຫລາຍ ວັນ ຈົນ ໂປໂລ ລໍາຄານ ໃຈ ເຕັມ ທີ ຈຶ່ງ ຫັນ ໜ້າ ໄປ ສັ່ງ ຜີຮ້າຍ ນັ້ນ ວ່າ, “ໃນ ນາມ ພຣະເຢຊູ ຄຣິດ ເຈົ້າ ກູ ສັ່ງ ມຶງ ໃຫ້ ອອກ ຈາກ ຍິງ ຜູ້ ນີ້ ເສຍ. ” ມັນ ກໍ ອອກ ຈາກ ນາງ ທັນ ທີ ທັນໃດ.
\s5
\v 19 ເມື່ອ ພວກ ນາຍ ຂອງ ຍິງ ນີ້ ເຫັນ ວ່າ ພວກ ຕົນ ໝົດ ຫວັງ ທີ່ ຈະ ໄດ້ ເງິນ ໂດຍ ວິທີ ນີ້ ແລ້ວ ພວກເຂົາ ກໍ ຈັບ ໂປໂລ ກັບ ຊີລາ ແລະ ລາກ​ພວກ​ເພິ່ນ​ເຂົ້າ​ໄປ​ຫາ​ຜູ້​ປົກ​ຄອງ​ໃນ​ທີ່​ຊຸມ​ນຸມ.
\v 20 ພວກ​ເຂົາ​ນຳ​ທ່ານ​ທັງ​ສອງ​ມາ​ຫາ​ພວກ​ຜູ້​ປົກ​ຄອງ ແລະ​ເວົ້າ​ວ່າ, "ສອງ​ຄົນ​ນີ້ ເປັນ ຢິວ ແລະ ພວກເຂາົ ໄດ້ ກໍ່ ການ ວຸ້ນວາຍ ຂຶ້ນ ໃນ ເມືອງ ຂອງ ພວກເຮົາ.
\v 21 ພວກເຂົາ ປະກາດ ຮີດ ຄອງ ປະເພນີ ທີ່ ຜິດ ຕໍ່ ກົດ ໝາຍ ຂອງ ພວກເຮົາ, ທີ່ ພວກເຮົາ ຊາວ ໂຣມ ຮັບ ເອົາ ຫລື ປະຕິບັດ ຕາມ ບໍ່ ໄດ້. ”
\s5
\v 22 ຝ່າຍ ປະຊາຊົນ ກໍ ຮ່ວມໃຈ ກັນ ໂຈມຕີ ໂປໂລ ແລະ ຊີລາ ດ້ວຍ. ສ່ວນ ພວກ ຜູ້ປົກຄອງ ໄດ້ ຈີກ ເຄື່ອງນຸ່ງ ຂອງທ່ານ ທັງ ສອງ ແລະ ສັ່ງ ໃຫ້ ຂ້ຽນ ພວກເພິ່ນ ດ້ວຍ ໄມ້ແສ້.
\v 23 ຫລັງ ຈາກ ຂ້ຽນ ພວກເພິ່ນ ຫລາຍ ບາດ ແລ້ວ ກໍ ນໍາ ເອົາ ໄປ ຂັງ ຄຸກ ແລະ ສັ່ງ ຄົນ ຮັກ ສາ ຄຸກ ໃຫ້ ເຝົ້າ ເບິ່ງ ພວກເພິ່ນ ໃຫ້ ດີ.
\v 24 ເມື່ອ ໄດ້ ຮັບ ຄໍາສັ່ງ ຢ່າງ ນີ້ ແລ້ວ ເຈົ້າ ໜ້າ ທີ່ ກໍຂັງ ທ່ານ ທັງ ສອງ ໄວ້ ໃນ ຫ້ອງ ຊັ້ນ ໃນ ແລະ ເອົາ ຕີນ ໃສ່ ຂື່ ໄມ້ ໃຫ້ ແໜ້ນ.
\s5
\v 25 ປະມານ ທ່ຽງ ຄືນ ໂປໂລ ແລະ ຊີລາ ກໍ ພາກັນ ພາວັນ ນາອະທິຖານ ຮ້ອງເພງສັນລະເສີນ ພຣະເຈົ້າ, ພວກນັກໂທດຄົນອື່ນ ໆ ກໍ ຟັງ ທ່ານທັງສອງຢູ່.
\v 26 ໃນ ທັນ ໃດນັ້ນ ກໍ ເກີດ ມີ ແຜ່ນດິນ ຫວັ່ນ ໄຫວອັນໃຫຍ່ ຈົນ ເຮັດ ໃຫ້ ຮາກຖານຂອງຄຸກສະທ້ານສະເທືອນ, ປະຕູ ຄຸກທຸກບານໄຂອອກໃນທັນທີ ແລະສາຍໂສ້ ທຸກສາຍ ທີ່ ລ່າມ ນັກ ໂທດ ທຸກຄົນ ກໍ ຫລຸດ ອອກ.
\s5
\v 27 ເມື່ອ ເຈົ້າ ໜ້າ ທີ່ ຕື່ນ ຂຶ້ນ ແລະເຫັນ ວ່າປະຕູຄຸກທຸກບານໄຂຢູ່ ຈຶ່ງ ຄິດ ວ່ານັກໂທດທຸກຄົນ ປົບ ໜີໄປແລ້ວ. ດັ່ງ ນັ້ນ ລາວຈຶ່ງ ຊັກ ດາບຂອງຕົນອອກ ແລະກາໍ ລັງ ຈະຂ້າຕົວເສຍ.
\v 28 ແຕ່ ໂປໂລຮ້ອງຈົນສຸດສຽງວ່າ, “ຢ່າເຮັດ ຮ້າຍ ໃຫ້ ຕົນ ເອງ ພວກເຮົາ ຍັງ ຢູ່ ທີ່ ນີ້ ໝົດ ທຸກຄົນ.”
\s5
\v 29 ເຈົ້າ ໜ້າ ທີ່ ຈຶ່ງ ສັ່ງ ໃຫ້ ຄົນ ເອົາ ໂຄມໄຟ ມາ ເຍືອງ ແລ້ວ ກໍ ຟ້າວ ແລ່ນ ເຂົ້າ ໄປ ຫາ ທັງ ຕົວ ສັ່ນ ເຊັນ ແລະ ຂາບລົງ ທີ່ ຕີນ ຂອງ ໂປໂລ ແລະ ຊີລາ.
\v 30 ແລ້ວ ໄດ້ ພາ ທ່ານ ທັງ ສອງ ອອກ ມາ ແລ້ວຖາມ ວ່າ, “ທ່ານເອີຍ ຂ້ານ້ອຍ ຈະ ຕ້ອງ ເຮັດ ຢ່າງ ໃດ ຈຶ່ງ ຈະ ໄດ້ ລອດພົ້ນ? ”
\v 31 ພວກເພິ່ນ ຕອບ ວ່າ, “ຈົ່ງ ເຊື່ອ ໃນ ພຣະເຢຊູເຈົ້າ ແລ້ວ ເຈົ້າ ກັບ ຄອບຄົວ ຂອງ ເຈົ້າ ກໍ ຈະ ໄດ້ ພົ້ນ.”
\s5
\v 32 ແລ້ວ ທ່ານ ທັງ ສອງ ກໍ ກ່າວ ພຣະທາໍ ຂອງ ອົງ ພຣະ ຜູ້ ເປັນ ເຈົ້າ ສູ່ ລາວ ຟັງ ພ້ອມ ກັບ ທຸກຄົນທີ່​ຢູ່ ໃນ ເຮືອນ ຂອງ ລາວ.
\v 33 ໃນ ຊົ່ວ ໂມງ ດຽວ ຂອງ ກາງຄືນ ນັ້ນ ເອງ ເຈົ້າ ໜ້າ ທີ່ ກໍ ພາ ພວກເພິ່ນ ໄປ ລ້າງ ບາດ ແລະ ລາວ ກັບ ທຸກຄົນ ໃນ ຄອບຄົວ ກໍ ຮັບ ບັບຕິສະມາ ໂດຍ ທັນທີ.
\v 34 ແລ້ວ ເຈົ້າ ໜ້າ ທີ່ ກໍ ໄດ້ ພາ ໂປໂລ ກັບ ຊີລາ ຂຶ້ນ ໄປ ໃນ ເຮືອນ ຂອງຕົນ ແລ້ວ ໃຫ້ ຄົນ ແຕ່ງ ອາຫານ ມາ ໃຫ້ ພວກເພິ່ນ ກິນ, ລາວ ກັບ ຄອບຄົວ ຂອງ ລາວ ຈຶ່ງ ເຕັມ ດ້ວຍ ຄວາມ ຊົມ ຊື່ນ ຍິນ ດີ ເພາະ ບັດ ນີ້ ພວກເຂົາ ໄດ້ ເຊື່ອ ໃນ ພຣະເຈົ້າ ແລ້ວ.
\s5
\v 35 ເມື່ອ ຮຸ່ງ ເຊົ້າ ມາ ພວກ ຜູ້ປົກ ຄອງ ກໍ ໃຊ້ ພວກ ເຈົ້າ ໜ້າ ທີ່ ມາ ພ້ອມກັບ ຄໍາສັ່ງ ວ່າ, “ຈົ່ງ ປ່ອຍ ຄົນ ເຫລົ່າ ນັ້ນ ໄປ ເສຍ. ”
\v 36 ດັ່ງ ນັ້ນ ເຈົ້າ ໜ້າ ທີ່ ຈຶ່ງ ແຈ້ງ ຄໍາສັ່ງ ນັ້ນ ແກ່ ໂປໂລ ວ່າ, “ພວກ ຜູ້ປົກຄອງ ໄດ້ ໃຊ້ ຄົນ ມາ ບອກ ໃຫ້ ປ່ອຍ ທ່ານ ທັງ ສອງ ໄປ. ເຫດສະນັ້ນ ບັດ ນີ້ ເຊີນ ອອກ ໄປ ດ້ວຍ ຄວາມ ສະຫງົບ ສຸກ ເຖີດ.”
\s5
\v 37 ແຕ່ ໂປໂລ ກ່າວ ຕໍ່ ພວກ ເຈົ້າໜ້າທີ່ ວ່າ, “ພວກເຂົາ ໄດ້ ຂ້ຽນ ເຮົາ ຜູ້ ເປັນ ສັນ ຊາດ ໂຣມ (ຊ) ຕໍ່ໜ້າ ມະຫາຊົນ ກ່ອນ ຈະ ຕັດ ສິນ ຄວາມ ແລ້ວ ພວກເຂົາ ກໍ ຈັບ ພວກເຮົາ ຂັງ ໄວ້ ໃນ ຄຸກ, ມາບັດ ນີ້ ພວກເຂົາ ຢາກ ສົ່ງ ພວກເຮົາ ໃຫ້ ໜີ ໄປ ຢ່າງ ປິດ ລັບ ຊັ້ນ ບໍ? ເຮັດ ຢ່າງ ນີ້ ບໍ່ ໄດ້ ພວກ ຜູ້ປົກ ຄອງ ຕ້ອງ ມາ ທີ່ ນີ້ ແລະ ໃຫ້ ພວກເຂົາ ເອງ ພາ ພວກເຮົາ ອອກ ໄປ. ”
\v 38 ພວກ ເຈົ້າໜ້າທີ່ ໄດ້ ນໍາ ຖ້ອຍຄໍາ ເຫລົ່ານີ້ ໄປ ລາຍງານ ຕໍ່ ພວກ ຜູ້ປົກຄອງ, ເມື່ອ ພວກເຂົາ ໄດ້ຍິນວ່າ ໂປໂລ ແລະ ຊີລາ ເປັນ ຄົນ ສັນຊາດ ໂຣມ ຕ່າງ ກໍ ຕົກໃຈ.
\v 39 ດັ່ງ ນັ້ນ ພວກເຂົາ ຈຶ່ງ ພາກັນ ມາ ຂໍ ອະໄພໂທດ ນາໍ ໂປໂລ ແລະ ຊີລາ ແລ້ວ ພາ ທ່ານ ທັງ ສອງ ອອກ ຈາກ ຄຸກ ແລະ ຂໍຮ້ອງ ໃຫ້ ໄປ ຈາກ ເມືອງ ນີ້.
\s5
\v 40 ເມື່ອ ໂປໂລ ແລະ ຊີລາ ອອກ ຈາກ ຄຸກ ແລ້ວ ກໍ ໄປ ທີ່ ເຮືອນ ຂອງ ນາງ ລີເດຍ, ໃນທີ່ ນັ້ນ ພວກເພິ່ນ ໄດ້ ພົບ ພວກ ພີ່ ນ້ອງ ແລະ ເມື່ອ ກ່າວ ຄໍາ ໜູນ ໃຈ ແລ້ວ ກໍ ອໍາລາ ຈາກ ໄປ.
\s5
\c 17
\p
\v 1 ໂປໂລ ແລະ ຊີລາ ໄດ້ ຜ່ານ ເມືອງ ອໍາຟີໂປລີ ແລະ ອາໂປໂລເນຍ ແລະ ເດີນທາງ ມາ ຮອດ ເມືອງ ເທສະໂລນິກ ຊຶ່ງ ໃນ ທີ່ ນີ້ ມີ ທາໍມະສາລາ ຂອງ ຊາວ ຢິວ.
\v 2 ໂປໂລ ເຂົ້າ ໄປ ໃນ ທໍາມະສາລາ ຕາມ ທີ່ ເຄີຍ ປະຕິບັດ ມາ, ໃນທີ່ ນັ້ນ ເພິ່ນ ໄດ້ ຍົກ ເອົາ ຂໍ້ຄວາມ ໃນ ພຣະຄໍາພີ ຂຶ້ນ ໂຕ້ຕອບ ກັບ ປະຊາຊົນ ເປັນ ເວລາ ສາມ ວັນ ຊະບາໂຕ
\s5
\v 3 ໂດຍ ອະທິບາຍ ແລະ ພິສູດ ຈາກ ຂໍ້ ພຣະຄໍາພີ ໃຫ້ ພວກເຂົາ ເຫັນ ວ່າ, ພຣະຄຣິດ ຕ້ອງ ທົນ ທຸກ ທໍລະມານ ແລະ ເປັນ ຄືນມາ ຈາກ ຕາຍ. ໂປໂລ ກ່າວ ວ່າ, “ພຣະເຢຊູເຈົ້າ ຜູ້ ທີ່ ຂ້າ ພະເຈົ້າປະກາດ ແກ່ ເຈົ້າ ທັງ ຫລາຍ ຜູ້ ນີ້ ແຫລະ ເປັນ ພຣະຄຣິດ. ”
\v 4 ບາງຄົນ ໃນ ພວກເຂົາ ໄດ້ ຮັບ ເຊື່ອ ຈຶ່ງ ເຂົ້າ ຮ່ວມ ນາໍ ໂປໂລ ແລະ ຊີລາ ຕະຫລອດ ທັງ ຊາວ ກຣີກ ກຸ່ມ ໃຫຍ່ ທີ່ ນະມັດສະການ ພຣະເຈົ້າ ແລະ ເມຍ ຂອງ ບັນ ດາ ຜູ້ນາໍ ຫລາຍ ຄົນ ດ້ວຍ.
\s5
\v 5 ແຕ່ ພວກ ຢິວ ເກີດອິດ ສາ ຈຶ່ງ ຮ່ວມ ກາໍ ລັງ ກັບ ກຸ່ມ ນັກ ເລງ ບາງຄົນ ຕາມ ຖະໜົນ ຫົນທາງ ໃຫ້ ກໍ່ ການ ວຸ້ນ ວາຍ ຂຶ້ນ ໃນ ທ່າມກາງ ປະຊາຊົນ ພວກເຂົາ ສ້າງ ຄວາມ ປັ່ນ ປ່ວນ ຂຶ້ນ ໃນ ຕົວ ເມືອງ ແລະ ເຂົ້າ ບຸກລຸກ ເຮືອນ ຂອງ ຊາຍ ຄົນ ໜຶ່ງ ຊີ່ ວ່າ ຢາຊົນ ເພື່ອ ຄົ້ນ ຫາ ໂປໂລ ແລະ ຊີລາ ເພື່ອ ຈະ ນາໍ ພວກເພິ່ນ ອອກ ມາ ໃຫ້ ປະຊາຊົນ.
\v 6 ແຕ່ ເມື່ອ ບໍ່ ພົບ ພວກເຂົາ ຈຶ່ງ ລາກ ຢາຊົນ ກັບ ຜູ້ ທີ່ ເຊື່ອ ບາງຄົນ ໄປ ຫາ ຜູ້ປົກຄອງ ແລະ ພາກັນ ຮ້ອງ ຂຶ້ນ ວ່າ, “ຄົນ ເຫລົ່ານີ້ ເປັນ ພວກ ຂວໍ້າໂລກ ມະນຸດ ໄດ້ ມາ ທີ່ ນີ້ ແລ້ວ
\v 7 ແລະ ຢາຊົນ ໄດ້ ຕ້ອນຮັບ ພວກເຂົາ ໄວ້ ໃນ ເຮືອນ ຂອງຕົນ, ພວກເຂົາ ຝ່າຝືນ ກົດ ໝາຍ ຂອງ ຈັກກະພັດ ໂດຍ ເວົ້າ ວ່າ, ມີ ກະສັດ ອົງ ອື່ນ ອີກ ຊື່ວ່າ ເຢຊູ.”
\s5
\v 8 ດ້ວຍ ຂໍ້ຄວາມ ເຫລົ່າ ນີ້ ພວກເຂົາ ໄດ້ ປຸກລະດົມ ປະຊາຊົນ ກັບ ພວກ ຜູ້ປົກຄອງ ໃຫ້ ຮ້ອນໃຈ ຫລາຍ ຂຶ້ນ.
\v 9 ພວກ ເຈົ້າ ໜ້າ ທີ່ ໄດ້ ໃຫ້ ຢາຊົນ ກັບ ຄົນ ອື່ນ ໆ ຈ່າຍ ເງິນ ເປັນ ຄ່າ ປະກັນ ຕົວແລ້ວກໍ ປ່ອຍ ທ່ານ ທັງສອງ ໄປ.
\s5
\v 10 ພໍ ເຖິງ ກາງຄືນ ໃນ ວັນ ດຽວກັນນັ້ນ ຄົນ ທີ່ ເຊື່ອ ກໍ ສົ່ງ ໂປໂລ ແລະ ຊີລາ ໄປ ທີ່ ເມືອງ ເບເຣຍ, ເມື່ອ ມາ ຮອດ ພວກເພິ່ນ ກໍ ເຂົ້າ ໄປ ໃນ ທາໍມະສາລາ ຂອງ ຊາວ ຢິວ.
\v 11 ຄົນ ຢິວ ໃນ ເມືອງ ນີ້ ມີ ຈິດໃຈ ສູງ ສົ່ງ ຫລາຍກວ່າ ຄົນ ຢິວ ໃນ ເມືອງ ເທສະໂລນິກ, ພວກເຂົາ ມີ ໃຈ ເຫຼື້ອມໃສ ຫລາຍ ແລະ ຢາກ ຈະ ຟັງ ຖ້ອຍຄໍາ ທີ່ ໂປໂລ ກ່າວ ແລະ ພວກເຂົາ ສຶກສາ ພຣະຄໍາພີ ທຸກໆ ວັນ ເພື່ອ ຢາກ ຮູ້ ວ່າ ຖ້ອຍຄໍາ ທີ່ ໂປໂລ ກ່າວ ນັ້ນ ເປັນ ຄວາມຈິງ ແທ້ຫລື ບໍ່.
\v 12 ມີ ຫລາຍ ຄົນ ໃນ ພວກເຂົາ ໄດ້ ເຊື່ອ ພ້ອມ ທັງ ພວກ ແມ່ ຍິງ ຊາວ ກຣີກ ທີ່ ມີ ກຽດ ສູງ ໃນ ສັງ ຄົມ ແລະ ພວກ ຜູ້ຊາຍ ຊາວ ກຣີກ ດ້ວຍ.
\s5
\v 13 ແຕ່ ເມື່ອ ພວກ ຢິວ ໃນ ເມືອງ ເທສະໂລນິກ ໄດ້ຍິນ ຂ່າວ ວ່າ ໂປໂລ ປະກາດ ພຣະທາໍ ທີ່ເມືອງ ເບເຣຍ ເໝືອນກັນ ພວກເຂົາ ຈຶ່ງ ມາ ທີ່ ເມືອງ ນີ້ ແລະ ລົງ ມື ປຸກລະດົມ ປະຊາຊົນ ໃຫ້ວຸ້ນວາຍ ຂຶ້ນ.
\v 14 ຝ່າຍ ຄົນ ທີ່ ເຊື່ອ ກໍ ສົ່ງ ໂປໂລ ໄປ ເຖິງ ແຄມ ຝັ່ງ ທະເລ ໃນທັນທີ, ສ່ວນ ຊີລາ ກັບ ຕີໂມທຽວ ນັ້ນ ພວກເພິ່ນ ຍັງ ພັກ ຢູ່ ໃນ ເມືອງ ເບເຣຍ.
\v 15 ຄົນ ທີ່ ນາໍ ສົ່ງ ໂປໂລ ນັ້ນ ກໍ ໄປ ກັບ ພວກເພິ່ນ ຈົນ ເຖິງ ນະຄອນ ອາແຖນ ແລະ ເມື່ອ ໄດ້ ຮັບ ຄໍາສັ່ງ ຈາກ ເພິ່ນ ໃຫ້ ບອກ ຊີລາ ກັບ ຕີໂມທຽວ ໃຫ້ ມາ ຫາ ເພິ່ນ ໄວ ທີ່ ສຸດ ເທົ່າ ທີ່ ຈະ ໄວ ໄດ້ ແລ້ວ ພວກເຂົາ ກໍ ຈາກ ໄປ.
\s5
\v 16 ໃນຂະນະທີ່ ໂປໂລ ລໍຖ້າ ຊີລາ ແລະ ຕີໂມທຽວ ຢູ່ ທີ່ ນະຄອນອາແຖນນັ້ນ ເພິ່ນ ກໍ ຂຸ່ນເຄືອງໃຈໜັກ ເມື່ອ ເຫັນ ວ່ານະຄອນນີ້ເຕັມ ໄປດ້ວຍຮູບເຄົາຣົບ.
\v 17 ດັ່ງ ນັ້ນ ເພິ່ນ ຈຶ່ງ ໂຕ້ຕອບ ພວກ ຢິວ ແລະ ຄົນ ຕ່າງຊາດ ໃນ ທາໍມະສາລາ ທີ່ ນະມັດສະການພຣະເຈົ້າ ແລະທຸກຄົນ ທີ່ ເພິ່ນ ພົບທຸກວັນ ຕາມທີ່ ສາທາລະນະ.
\s5
\v 18 ຄົນ ມີ ປັນຍາ ໃນ ພວກ ເອປີກູຣຽວ ແລະ ໃນ ພວກ ຊະໂຕອິກ ໄດ້ ໂຕ້ຕອບກັບ ໂປໂລ ດ້ວຍ, ບາງຄົນ ເວົ້າວ່າ, “ຄົນ ເກັບ ເລັມ ຄວາມຮູ້ ຜູ້ ນີ້ ຢາກເວົ້າ ອັນໃດ? ” ຄົນ ອື່ນ ເວົ້າ ວ່າ, “ເບິ່ງ ເໝືອນ ເປັນ ຜູ້ ປະກາດ ພຣະທາໍ ພຣະ ຕ່າງດ້າວ. ” ພວກເຂົາ ເວົ້າ ເຊັ່ນ ນີ້ເພາະວ່າ ໂປໂລ ປະກາດ ເຖິງ ພຣະເຢຊູເຈົ້າ ແລະ ການ ເປັນ ຄືນ ມາ ຈາກ ຕາຍ. (ຍ)
\s5
\v 19 ດັ່ງ ນັ້ນ ພວກເຂົາ ຈຶ່ງ ຈັບ ເອົາ ໂປໂລ ໄປ ກັບ ພວກເຂົາ ແລະ ນາໍ ເພິ່ນ ໄປ ຢູ່ ຕໍ່ໜ້າ ສະພາ ອາເລໂອປາໂຂ (ດ) ແລະ ເວົ້າ ວ່າ, “ບອກ ໃຫ້ ພວກເຮົາ ຮູ້ ຄໍາສັ່ງສອນ ໃໝ່ ຊຶ່ງ ເຈົ້າ ເວົ້າ ເຖິງ ນັ້ນ ໄດ້ ບໍ?
\v 20 ບາງ ເລື່ອງ ທີ່ພວກເຮົາ ໄດ້ຍິນ ເຈົ້າ ເວົ້າ ຟັງ ຄື ແປກໆ ແລະ ພວກເຮົາ ຢາກ ຮູ້ ວ່າ ເລື່ອງ ນັ້ນ ໝາຍຄວາມວ່າ ຢ່າງ ໃດ? ”
\v 21 ດ້ວຍວ່າ, ປະຊາຊົນ ຊາວ ອາແຖນ ແລະ ຊາວ ຕ່າງດ້າວ ຊຶ່ງ ອາໄສ ຢູ່ ທີ່ ນັ້ນ ບໍ່ ເຄີຍ ເສຍ ເວລາ ກັບ ສິ່ງ ອື່ນໃດ ນອກຈາກ ຈະ ເວົ້າ ແລະ ຟັງ ສິ່ງ ໃໝ່ ໆ.
\s5
\v 22 ແລ້ວ ໂປໂລ ກໍ ຢືນ ຂຶ້ນ ຕໍ່ໜ້າ ທີ່ ປະຊຸມ ຂອງ ສະພາ ອາເລໂອປາໂຂ ແລະ ກ່າວ ວ່າ, “ຊາວ ນະຄອນ ອາແຖນ ທີ່ ນັບ ຖື ຂ້າພະເຈົ້າ ເຫັນ ວ່າ ທ່ານ ທັງ ຫລາຍ ເປັນ ຜູ້ ປະຕິບັດ ພະ ຕ່າງໆ ຢ່າງ ຄົນ ເຄັ່ງ ຄັດ.
\v 23 ເພາະວ່າ ເມື່ອ ຂ້າພະເຈົ້າ ກາໍ ລັງ ເດີນ ທາງ ຜ່ານ ເມືອງ ຂອງ ພວກທ່ານ ມາ ແລະ ເບິ່ງ ຕາມ ສະຖານທີ່ ຕ່າງໆ ທີ່ ພວກທ່ານ ນະມັດສະການ ຂ້າພະເຈົ້າ ເຫັນ ແທ່ນບູຊາ ແທ່ນ ໜຶ່ງ ຊຶ່ງ ມີ ຄໍາ ຈາລຶກ ວ່າ, ‘ແດ່ ພຣະເຈົ້າ ທີ່ເຮົາ ບໍ່ ຮູ້ຈັກ. ພຣະເຈົ້າ ທີ່ ທ່ານ ທັງຫລາຍ ນະມັດສະການ ແຕ່ ບໍ່ ຮູ້ຈັກ ແມ່ນ ພຣະເຈົ້າ ອົງ ນັ້ນ ແຫລະ ທີ່ ຂ້າພະເຈົ້າ ມາ ປະກາດ ແກ່ ພວກທ່ານ.
\s5
\v 24 ພຣະເຈົ້າ ອົງ ທີ່ ໄດ້ ສ້າງ ໂລກ ກັບ ສິ່ງ ທັງ ປວງ ທີ່ ຢູ່ ໃນ ໂລກ ແມ່ນ ອົງ ພຣະ ຜູ້ ເປັນ ເຈົ້າ ຂອງ ສະຫວັນ ແລະ ແຜ່ນດິນ ໂລກ, ພຣະເຈົ້າ ອົງ ນີ້ ບໍ່ ໄດ້ ຢູ່ ໃນ ວິຫານ ທີ່ ສ້າງ ຂຶ້ນ ມາ ດ້ວຍ ມື ຂອງ ມະນຸດ.
\v 25 ພຣະອົງ ບໍ່ ຈາໍ ເປັນ ໃຫ້ ມະນຸດ ຈັດ ຫາ ສິ່ງ ໃດສິ່ງ ໜຶ່ງ ໃຫ້ ແກ່ ພຣະອົງ ເພາະວ່າ ແມ່ນ ພຣະອົງ ເອງ ທີ່ ເປັນ ຜູ້ ໂຜດ ປະທານ ຊີວິດ, ລົມ ຫາຍໃຈ ແລະ ສັບ ພະທຸກສິ່ງ ແກ່ ມະນຸດ ທຸກ ຊາດ ທຸກ ພາສາ.
\s5
\v 26 ພຣະອົງ ໄດ້ ສ້າງ ມະນຸດ ທຸກ ຊາດ ໃຫ້ ເກີດ ມາ ຈາກ ມະນຸດ ຄົນ ດຽວ (ຕ) ແລະ ໃຫ້ ພວກເຂົາ ຢູ່ ທົ່ວ ພິພົບ ໂລກ ພຣະອົງ ໄດ້ ຊົງ ກາໍ ນົດ ເວລາ ແລະ ກາໍ ນົດ ເຂດ ທີ່ພວກເຂົາ ຢູ່ ນັ້ນ.
\v 27 ເພື່ອ ພວກເຂົາ ຈະໄດ້ ສະແຫວງ ຫາ ພຣະເຈົ້າ ຫວັງ ວ່າ ພວກເຂົາ ຈະ ຊອກຫາ ຈົນ ພົບ ພຣະອົງ, ແຕ່ ທີ່ ຈິງ ພຣະອົງ ບໍ່ ຊົງ ຢູ່ ໄກ ຈາກ ເຮົາ ທຸກຄົນ,
\s5
\v 28 ເພາະວ່າ ‘ໃນ ພຣະອົງ ນັ້ນ ພວກເຮົາ ມີ ຊີວິດ ເຄື່ອນໄຫວ ໄປມາ ແລະ ເປັນ ຢູ່. ດັ່ງ ນັກ ແຕ່ງ ກາບກອນ ໃນ ພວກທ່ານ ບາງຄົນ ໄດ້ ກ່າວ ວ່າ, ‘ພວກເຮົາ ເປັນ ເຊື້ອ ສາຍ ຂອງ ພຣະອົງ ເໝືອນກັນ.
\v 29 ໃນ ເມື່ອ ພວກເຮົາ ເປັນ ເຊື້ອສາຍ ຂອງ ພຣະເຈົ້າ ພວກເຮົາ ກໍ ບໍ່ ຄວນ ຖື ວ່າ ພຣະເຈົ້າ ເປັນ ຄື ຮູບເຄົາຣົບ ທີ່ ເປັນ ຄໍາ, ທີ່ ເປັນ ເງິນ, ຫລື ເປັນ ຫິນ ທີ່ຖືກ ແກະສະຫລັກ ດ້ວຍ ສິນລະປະ ດ້ວຍ ສີມື ຂອງ ນາຍຊ່າງ ຜູ້ ຊໍານານ.
\s5
\v 30 ໃນ ສະໄໝ ທີ່ ມະນຸດ ຍັງ ໂງ່ ບໍ່ ຮູ້ຈັກ ພຣະເຈົ້າ ພຣະອົງ ກໍ ບໍ່ ຊົງ ຖື ໂທດ ແຕ່ ບັດ ນີ້ ພຣະອົງ ສັ່ງ ແກ່ ມະນຸດ ທັງ ປວງ ໃນ ທົ່ວ ທຸກ ບ່ອນ ໃຫ້ ຖິ້ມໃຈເກົ່າ ເອົາ ໃຈໃໝ່.
\v 31 ເພາະວ່າ ພຣະອົງ ໄດ້ ຊົງ ກາໍ ນົດ ວັນ ໜຶ່ງ ໄວ້ ຊຶ່ງ ໃນ ວັນ ນັ້ນ ພຣະອົງ ຈະ ຊົງ ພິພາກສາ ໂລກ ຕາມ ຄວາມ ຍຸດຕິທໍາ ໂດຍ ມະນຸດ ຜູ້ໜຶ່ງ ຊຶ່ງ ພຣະອົງ ໄດ້ ຊົງ ຕັ້ງ ໄວ້ ແລະ ພຣະເຈົ້າ ໄດ້ ຊົງ ໂຜດ ໃຫ້ ຄົນ ທັງ ປວງ ມີ ຄວາມ ແນ່ ໃຈ ໃນ ເລື່ອງ ນີ້ ໂດຍ ຊົງ ບັນດານ ໃຫ້ ມະນຸດ ຜູ້ນັ້ນ ເປັນ ຄືນມາ ຈາກ ຕາຍ.”
\s5
\v 32 ເມື່ອ ພວກເຂົາ ໄດ້ຍິນ ໂປໂລ ກ່າວ ເຖິງ ຄວາມ ເປັນ ຄືນ ມາ ຈາກ ຕາຍ ບາງຄົນ ໃນ ພວກເຂົາ ກໍ ຫົວ ຂວັນ, ແຕ່ ຄົນ ອື່ນ ອີກ ກ່າວ ວ່າ, “ພວກເຮົາ ຢາກ ຟັງ ເຈົ້າ ເວົ້າ ເຖິງ ເລື່ອງ ນີ້ ອີກ. ”
\v 33 ດັ່ງ ນັ້ນ ໂປໂລ ຈຶ່ງ ອອກ ໄປ ຈາກ ທີ່ ປະຊຸມ.
\v 34 ມີ ຜູ້ ຊາຍ ບາງຄົນ ເຂົ້າ ຮ່ວມ ກັບ ໂປໂລ ແລະ ໄດ້ ຮັບ ເຊື່ອ ຄົນ ເຫລົ່ານັ້ນ ມີ ດັ່ງ ນີ້: ດີໂອນຊີໂອ ຜູ້ ເປັນ ສະມາຊິກ ຄົນໜຶ່ງ ຂອງ ສະພາ, ຍິງ ຄົນ ໜຶ່ງ ຊື່ວ່າ ດາມາຣີ ແລະ ຄົນອື່ນ ໆ ອີກດ້ວຍ.
\s5
\c 18
\p
\v 1 ຫລັງ ຈາກນັ້ນ ໂປໂລໄດ້ ອອກຈາກນະຄອນ ອາແຖນ ແລະ ໄປ ຍັງ ເມືອງ ໂກຣິນໂທ. (ຖ)
\v 2 ໃນທີ່ ນີ້ ເພິ່ນ ໄດ້ ພົບ ຄົນຢິວ ຜູ້ໜຶ່ງ ຊື່ ວ່າ ອາກີລາ ຊຶ່ງ ເກີດ ຢູ່ທີ່ແຂວງປົນໂຕ (ທ) ແລະຫາກໍ ມາແຕ່ ອີຕາລີ ກັບ ເມຍຂອງລາວຊື່ ວ່າ ປີຊະກີລາ, ເພາະຈັກ ກະພັດ ກະລາວດີໂອນ ໄດ້ ອອກຄໍາສັ່ງ ໃຫ້ ຊາວຢິວ ທຸກຄົນ ໜີ ອອກຈາກນະຄອນໂຣມ, ໂປໂລຈຶ່ງ ໄປຫາສອງຜົວເມຍ ນີ້ແລະຢູ່ກັບ ພວກເຂົາ
\v 3 ພ້ອມທັງ ຊ່ວຍວຽກພວກເຂົາ ເພາະເພິ່ນ ມີ ອາຊີບ ເປັນຊ່າງເຮັດ ຜ້າເຕັນ ເໝືອນກັນ ກັບ ພວກເຂົາ.
\s5
\v 4 ທຸກວັນ ຊະບາໂຕ ໂປໂລໄດ້ ສົນ ທະນາ ໂຕ້ຕອບກັບ ພວກຢິວ ແລະພວກກຣີກ ໃນທາໍມະສາລາ ແລະພະຍາຍາມໃຫ້ ພວກເຂົາ ຮັບ ເຊື່ອ.
\v 5 ເມື່ອ ຊີລາ ແລະ ຕີໂມທຽວ ກັບ ມາ ຈາກ ເມືອງ ມິເກໂດເນຍ ແລ້ວ ໂປໂລ ກໍ ໃຊ້ ເວລາ ທັງ ໝົດ ຂອງ ເພິ່ນ ປະກາດ ພຣະທາໍ ໂດຍ ເປັນ ພະຍານ ແກ່ ພວກ ຢິວ ວ່າ ພຣະເຢຊູເຈົ້າ ແມ່ນ ພຣະຄຣິດ.
\v 6 ແຕ່ ເມື່ອ ພວກ ເຫລົ່າ ນັ້ນ ຂັດ ຂວາງ ແລະ ກ່າວ ຄໍາ ຫຍາບຊ້າ ໂປໂລ ຈຶ່ງ ສັ່ນ ເສື້ອ ຜ້າ ຕໍ່ສູ້ ພວກເຂົາ ແລ້ວ ເວົ້າ ວ່າ, “ຂໍ ໃຫ້ ໂທດ ຂອງ ພວກເຈົ້າ ຕົກ ໃສ່ ຫົວ ຂອງ ພວກເຈົ້າ ເອງ (ບ) ຝ່າຍ ເຮົາ, ເຮົາ ບໍ່ ມີ ໂທດ ຕັ້ງ ແຕ່ ນີ້ ໄປ ເຮົາ ຈະ ໄປ ຫາ ພວກ ຕ່າງຊາດ.”
\s5
\v 7 ດັ່ງ ນັ້ນ ເພິ່ນ ຈຶ່ງ ໜີ ຈາກ ພວກເຂົາ ແລະ ໄປ ອາໄສ ຢູ່ ທີ່ ເຮືອນ ຂອງ ຄົນ ຕ່າງຊາດ ຜູ້ໜຶ່ງ ຊື່ວ່າ ຕີໂຢ-ຢູຊະໂຕ, ຜູ້ ນີ້ ນະມັດ ສະການ ພຣະເຈົ້າ ແລະ ເຮືອນ ຂອງ ລາວ ກໍ ຢູ່ ໃກ້ ທາໍມະສາລາ.
\v 8 ກີສະໂປ ຜູ້ ທີ່ ເປັນ ຫົວ ໜ້າ ທາໍມະສາລາ ກໍໄດ້ ເຊື່ອ ໃນ ອົງ ພຣະ ຜູ້ ເປັນ ເຈົ້າ ກັບ ທຸກຄົນ ໃນ ຄອບຄົວ ຂອງຕົນ, ຊາວ ໂກຣິນ ໂທ ຫລາຍ ຄົນ ຜູ້ ໄດ້ຍິນ ພຣະທາໍ ທີ່ ໂປໂລ ກ່າວ ກໍໄດ້ ເຊື່ອ ແລະ ຮັບບັບຕິສະມາ.
\s5
\v 9 ມີ ຄືນ ໜຶ່ງ ໂປໂລ ໄດ້ ເຫັນ ນິມິດ ແລະ ໃນ ນິມິດ ນັ້ນ ອົງພຣະ ຜູ້ ເປັນເຈົ້າ ໄດ້ ກ່າວ ແກ່ ເພິ່ນ ວ່າ, “ຢ່າ ສູ່ ຢ້ານ ຄົນ ເຫລົ່າ ນີ້ ແຕ່ ຈົ່ງ ກ່າວ ແກ່ ພວກເຂົາ ຕໍ່ໄປ ບໍ່ ຕ້ອງ ຢຸດ
\v 10 ເພາະ ເຮົາ ຢູ່ ກັບ ເຈົ້າ, ບໍ່ ມີ ຜູ້ໃດ ຈະ ເຮັດ ຮ້າຍ ໃຫ້ ເຈົ້າ ໄດ້ ເພາະ ປະຊາຊົນ ຂອງ ພຣະເຈົ້າ ໃນ ເມືອງ ນີ້ ກໍ ມີ ຫລາຍ. ”
\v 11 ດັ່ງ ນັ້ນ ໂປໂລ ຈຶ່ງ ຢູ່ ໃນ ເມືອງ ນີ້ ປີ ໜຶ່ງ ກັບ ຫົກ ເດືອນ ສັ່ງສອນ ພຣະທໍາ ຂອງ ພຣະເຈົ້າ ໃຫ້ ແກ່ ປະຊາຊົນ.
\s5
\v 12 ເມື່ອ ຄາລີໂອ ໄດ້ ຮັບ ແຕ່ງຕັ້ງ ໃຫ້ ເປັນ ຜູ້ ປົກ ຄອງ ແຂວງ ອະຂາຢາ (ປ) ພວກ ຢິວ ກໍ ຮ່ວມ ກັນ ຕໍ່ຕ້ານ ໂປໂລ ແລະ ນາໍ ເພິ່ນ ໄປ ຂຶ້ນ ສານ.
\v 13 ກ່າວຫາ ວ່າ, “ຄົນ ນີ້ ຊັກ ຊວນ ປະຊາຊົນ ໃຫ້ ນະມັດ ສະການ ພຣະເຈົ້າ ໃນ ທາງ ທີ່ ຜິດ ກົດ ໝາຍ.”
\s5
\v 14 ເມື່ອ ໂປໂລ ກາໍ ລັງ ຈະ ອອກ ປາກ ຝ່າຍ ຄາລີໂອ ກໍ ກ່າວແກ່ ພວກຢິວ ວ່າ, “ໂອ ຊາວຢິວ ທັງຫລາຍ ຖ້າເປັນເລື່ອງ ຜິດ ຫລື ການ ຊົ່ວ ຊ້າ ປະການໃດ ປະການໜຶ່ງ ສົມຄວນ ທີ່ ເຮົາ ຈະ ອົດ ຟັງ ພວກເຈົ້າ
\v 15 ແຕ່ ໃນເມື່ອ ເປັນ ການ ໂຕ້ຖຽງກັນ ເຖິງ ເລື່ອງຖ້ອຍຄໍາກັບ ຊື່ ຕ່າງໆ ແລະ ເລື່ອງກົດບັນຍັດ ຂອງເຈົ້າ ທັງຫລາຍແລ້ວ ກໍ ໃຫ້ ເປັນ ທຸລະຂອງພວກເຈົ້າ ເອງ, ເຮົາ ບໍ່ ຢາກເປັນ ຜູ້ ຕັດ ສິນ ໃນ ເລື່ອງຢ່າງນີ້. ”
\s5
\v 16 ແລ້ວ ເພິ່ນ ກໍ ໄລ່ ພວກເຂົາ ໃຫ້ ອອກໄປ ຈາກ ສານ.
\v 17 ຈາກນັ້ນ ພວກເຂົາ ກໍ ຈັບ ໂຊຊະເຖນ ຫົວໜ້າ ທາໍມະສາລາ ແລະຂ້ຽນຕີ ລາວຕໍ່ໜ້າສານ, ແຕ່ ຄາລີໂອ ກໍ ບໍ່ ເຂົ້າ ຫຍຸ້ງ ກ່ຽວນາໍ ເລື່ອງນັ້ນ ຈັກ ຢ່າງ.
\s5
\v 18 ຫລັງ ຈາກ ທີ່ ໂປໂລ ໄດ້ ພັກ ຢູ່ ນາໍ ຄົນ ທີ່ ເຊື່ອ ອີກ ຫລາຍ ວັນ ເພິ່ນ ກໍ ອໍາລາ ພວກເຂົາ ແລ້ວ ລົງ ເຮືອ ເດີນທາງ ໄປ ສູ່ ແຂວງ ຊີເຣຍ ປີຊະກີລາ ແລະ ອາກີລາ ກໍ ເດີນ ທາງ ໄປ ນາໍ ດ້ວຍ ຢູ່ ທີ່ ເມືອງ ເກັນເຂໄອ (ຜ) ກ່ອນ ລົງ ເຮືອ ອອກ ເດີນ ທາງ ໂປໂລ ໄດ້ ແຖ ຫົວ ເພາະ ໄດ້ ບະບົນ ຕົວ ໄວ້. (ຝ)
\v 19 ເມື່ອ ເດີນ ທາງ ມາ ເຖິງ ເມືອງ ເອເຟໂຊ ໂປໂລ ກໍ ປະ ປີຊະກີລາ ແລະ ອາກີລາ ໄວ້ ຢູ່ ໃນ ເມືອງ ນີ້, ສ່ວນ ເພິ່ນ ນັ້ນ ເຂົ້າ ໄປ ໃນ ທາໍ ມະສາລາ ແລະ ສົນ ທະນາ ໂຕ້ຕອບ ກັບ ພວກ ຢິວ.
\s5
\v 20 ເມື່ອ ບາງຄົນ ໄດ້ ຂໍຮ້ອງ ໃຫ້ ເພິ່ນ ຢູ່ ກັບ ພວກເຂົາ ດົນ ກວ່າ ນີ້ ເພິ່ນ ກໍ ບໍ່ ຍິນ ຍອມ.
\v 21 ແຕ່ ເພິ່ນ ຊໍາ້ ພັດ ອໍາລາ ພວກເຂົາ ໄປ ໂດຍ ກ່າວ ວ່າ, “ຖ້າ ແມ່ນ ນໍ້າພຣະໄທ ຂອງ ພຣະເຈົ້າ ເຮົາ ຈະ ກັບ ມາ ຫາ ພວກເຈົ້າ ອີກ. ” ແລ້ວ ໂປໂລ ກໍ ລົງ ເຮືອ ໄປ ຈາກ ເມືອງ ເອເຟໂຊ.
\s5
\v 22 ເມື່ອ ໂປໂລ ມາ ຮອດ ເມືອງ ກາຍຊາເຣຍ ເພິ່ນ ກໍ ຂຶ້ນ ໄປ ຍັງ ນະຄອນ ເຢຣູຊາເລັມ ເພື່ອ ຄໍານັບ ພີ່ ນ້ອງ ໃນ ຄຣິສຕະຈັກ ແລ້ວ ໄດ້ ເດີນ ທາງ ໄປ ທີ່ ເມືອງ ອັນຕີໂອເຂຍ.
\v 23 ຫລັງ ຈາກ ພັກ ຢູ່ ໃນ ເມືອງ ນີ້ ໄລຍະ ໜຶ່ງ ແລ້ວ ເພິ່ນ ກໍ ເດີນ ທາງ ຜ່ານ ແຂວງ ຄາລາເຕຍ ແລະ ຟີເຄຍ ເປັນ ລໍາດັບ ໄປ ເພື່ອ ໜູນ ໃຈ ພວກ ຄົນ ທີ່ ີ ເຊື່ອ ທັງໝົດ ໃຫ້ ເຂັ້ມແຂງ ຂຶ້ນ ໃນ ຄວາມເຊື່ອ.
\s5
\v 24 ມີ ຄົນ ຢິວ ຜູ້ໜຶ່ງ ຊື່ ວ່າ ອາໂປໂລ, ລາວ ເກີດ ໃນ ເມືອງ ອາເລັກ ຊັນ ເດຍ ແລະ ໄດ້ ມາ ທີ່ ເມືອງ ເອເຟໂຊ, ລາວ ເປັນ ຄົນ ມີ ໂວຫານ ດີ ດ້ານ ການ ເວົ້າ ແລະ ມີ ຄວາມ ຊໍານານ ທາງ ພຣະຄໍາພີ ດ້ວຍ.
\v 25 ລາວ ໄດ້ ຮັບ ການ ຝຶກ ຝົນ ໃນ ທາງ ຂອງ ອົງ ພຣະ ຜູ້ ເປັນ ເຈົ້າ ແລະ ກ່າວ ສັ່ງສອນ ເຖິງ ເລື່ອງ ຂອງ ພຣະເຢຊູເຈົ້າ ຢ່າງ ຖືກ ຕ້ອງ ແລະ ໜັກແໜ້ນ. ເຖິງ ປານ ນັ້ນ ເພິ່ນ ເອງ ກໍ ຮູ້ ພຽງແຕ່ ບັບຕິສະມາ ຂອງ ໂຢຮັນ ເທົ່າ ນັ້ນ.
\v 26 ລາວ ກ່າວ ສັ່ງ ສອນ ດ້ວຍ ໃຈ ກ້າ ຫານ ໃນ ທາໍມະສາລາ ເມື່ອ ປີຊະກີລາ ແລະ ອາກີລາ ຟັງ ລາວ ສັ່ງ ສອນ ແລ້ວ ພວກເຂົາ ຈຶ່ງ ຕ້ອນຮັບ ລາວ ໄວ້ ໃນ ເຮືອນ ຂອງຕົນ ແລະ ອະທິບາຍ ທາງ ຂອງ ພຣະເຈົ້າ ໃຫ້ ລາວ ຮູ້ ຢ່າງ ຖືກ ຕ້ອງ ຕື່ມ ຂຶ້ນ.
\s5
\v 27 ເມື່ອ ອາໂປໂລ ຕັດ ສິນ ໃຈ ຈະ ຂ້າມ ໄປ ຍັງ ແຂວງ ອະຂາຢາ ພວກ ພີ່ ນ້ອງ ໄດ້ ໜູນ ໃຈ ລາວ ແລະ ໄດ້ ຂຽນ ຈົດ ໝາຍ ຝາກ ໄປ ເຖິງ ພີ່ ນ້ອງ ທີ່ ເຊື່ອ ໃນ ແຂວງ ອະຂາຢາ ໃຫ້ ຕ້ອນຮັບ ລາວ ໄວ້ ເມື່ອ ລາວ ເດີນ ທາງ ມາ ຮອດ ລາວ ກໍ ຊ່ວຍເຫລືອ ຄົນ ທີ່ ໄດ້ເຊື່ອ ຍ້ອນ ພຣະຄຸນ ຂອງ ພຣະເຈົ້າ ຢ່າງ ຫລວງຫລາຍ.
\v 28 ເພາະ ລາວ ໄດ້ ໂຕ້ຕອບ ກັບ ພວກ ຢິວ ຢ່າງ ແຂງແຮງ ຕໍ່ໜ້າ ຄົນ ທັງຫລາຍ ໂດຍ ອ້າງ ຂໍ້ ພຣະຄໍາພີ ທີ່ ພິສູດ ໃຫ້ເຫັນ ວ່າ ພຣະເຢຊູເຈົ້າ ຊົງເປັນ ພຣະຄຣິດ.
\s5
\c 19
\p
\v 1 ຂະນະທີ່ ອາໂປໂລ ຍັງ ຢູ່ ທີ່ ເມືອງ ໂກຣິນໂທ ນັ້ນ ໂປໂລ ກາໍ ລັງ ຜ່ານ ໄປ ທົ່ວ ເຂດ ພາກ ເໜືອ ໃນ ແຂວງ ນີ້ ແລະ ເດີນ ທາງ ມາ ຮອດ ເມືອງ ເອເຟໂຊ, ໃນ ທີ່ ນີ້ ໂປໂລ ໄດ້ ພົບ ສິດ ບາງຄົນ
\v 2 ເພິ່ນ ຖາມ ພວກເຂົາ ວ່າ, “ເມື່ອ ພວກເຈົ້າ ຮັບ ເຊື່ອ ນັ້ນ ພວກເຈົ້າ ໄດ້ ຮັບ ພຣະວິນຍານ ບໍຣິສຸດເຈົ້າ ຫລື ບໍ່? ” ພວກເຂົາ ຕອບ ວ່າ, “ພວກເຮົາ ບໍ່ ເຄີຍ ໄດ້ຍິນ ຜູ້ໃດ ເວົ້າ ວ່າ ມີ ພຣະວິນຍານ ບໍຣິສຸດເຈົ້າ.”
\s5
\v 3 ແລ້ວ ໂປໂລ ຈຶ່ງ ຖາມ ພວກເຂົາ ວ່າ, “ຖ້າ ຢ່າງ ນັ້ນ ພວກເຈົ້າ ໄດ້ ຮັບບັບຕິສະມາ ແນວໃດ? ” ພວກເຂົາ ຕອບ ວ່າ, “ບັບຕິສະມາ ຂອງ ໂຢຮັນ. ”
\v 4 ໂປໂລ ຈຶ່ງ ບອກ ວ່າ, “ບັບຕິສະມາ ຂອງ ໂຢຮັນ ແມ່ນ ສໍາລັບ ຄົນ ທີ່ ຖິ້ມໃຈເກົ່າ ເອົາ ໃຈໃໝ່ ແລະ ເພິ່ນ ໄດ້ ບອກ ປະຊາຊົນ ອິດສະຣາເອນ ໃຫ້ ເຊື່ອ ໃນ ຜູ້ ທີ່ ມາ ພາຍ ຫລັງ ຕົນ ຄື ເຊື່ອ ໃນ ພຣະເຢຊູເຈົ້າ.”
\s5
\v 5 ເມື່ອ ໄດ້ຍິນ ດັ່ງ ນີ້ ພວກເຂົາ ກໍ ຮັບ ບັບຕິສະມາ ໃນ ນາມ ຂອງ ອົງ ພຣະເຢຊູເຈົ້າ.
\v 6 ໂປໂລ ໄດ້ ວາງ ມື ໃສ່ ພວກເຂົາ ແລະ ພຣະວິນຍານ ບໍຣິສຸດເຈົ້າ ກໍ ລົງ ມາ ເທິງ ພວກເຂົາ ພວກເຂົາ ຈຶ່ງ ຕັ້ງຕົ້ນ ປາກ ພາສາ ແປກໆ ແລະ ທໍານວາຍ.
\v 7 ຊາຍ ເຫລົ່າ ນີ້ ມີ ດ້ວຍກັນ ທັງ ໝົດ ປະມານ ສິບສອງ ຄົນ.
\s5
\v 8 ເປັນ ເວລາ ສາມ ເດືອນ ທີ່ໂປໂລ ໄດ້ ເຂົ້າ ໄປ ໃນ ທາໍ ມະສາລາ ແລະ ກ່າວ ກັບ ປະຊາຊົນ ດ້ວຍ ໃຈ ກ້າຫານ ເພິ່ນ ປະກາດ ເຖິງ ອານາຈັກ ຂອງ ພຣະເຈົ້າ ແລະ ຊັກ ຊວນ ໃຫ້ ພວກເຂົາ ຮັບ ເຊື່ອ.
\v 9 ແຕ່ ມີ ບາງຄົນ ໃຈແຂງ ແລະ ບໍ່ ຍອມ ເຊື່ອ ຊໍາ້ ຍັງ ເວົ້າ ຄໍາ ຫຍາບຊ້າ ຕໍ່ໜ້າ ຄົນ ທັງ ຫລາຍ ເຖິງ ທາງ ຂອງ ອົງ ພຣະ ຜູ້ ເປັນ ເຈົ້າ, ດັ່ງ ນັ້ນ ໂປໂລ ຈຶ່ງ ໜີ ຈາກ ພວກເຂົາ ແລະ ນາໍ ຄົນ ທີ່ ເຊື່ອ ໄປ ກັບ ຕົນ ແລະ ທຸກໆ ວັນ ເພິ່ນ ໄດ້ ໂຕ້ຖຽງ ຢູ່ ໃນ ຫ້ອງ ປະຊຸມ ຂອງທ່ານ ຕີລາໂນ. (ພ)
\v 10 ການ ນີ້ ໄດ້ ດໍາເນີນ ໄປ ເປັນ ເວລາ ສອງ ປີ ຈົນ ວ່າ ປະຊາຊົນ ທັງໝົດ ທີ່ ຢູ່ ໃນ ແຂວງ ເອເຊຍ ໄດ້ຍິນ ພຣະຄໍາ ຂອງ ອົງ ພຣະ ຜູ້ ເປັນ ເຈົ້າ ຕະຫລອດ ທັງ ຄົນ ຢິວ ແລະ ຄົນ ກຣີກ ດ້ວຍ.
\s5
\v 11 ພຣະເຈົ້າ ໄດ້ ເຮັດ ການ ອັດ ສະຈັນ ອັນ ແປກ ປະຫລາດ ຜ່ານ ໂປໂລ.
\v 12 ແມ່ນແຕ່ ຜ້າ ເຊັດ ເຫື່ອ ກັບ ຜ້າ ກັນ ເປື້ອນ ທີ່ ເພິ່ນ ໃຊ້ ຊຶ່ງ ຖືກ ນາໍ ໄປ ວາງ ໃສ່ ຄົນ ເຈັບປ່ວຍ ແລະ ໂຣກໄພ້ໄຂ້ເຈັບ ຕ່າງໆ ຂອງ ພວກເຂົາ ກໍ ຫາຍ ດີ ແລະ ບັນດາ ຜີຊົ່ວ ຮ້າຍ ທີ່ ສິງ ກໍ ອອກ ໄປ ຈາກ ພວກເຂົາ ດ້ວຍ.
\s5
\v 13 ພວກ ຢິວ ບາງຄົນ ທີ່ ທ່ຽວ ໄປມາ ເປັນ ໝໍ ຂັບ ໄລ່ ຜີຊົ່ວ ຮ້າຍ ກໍ ພະຍາຍາມ ໃຊ້ ນາມຊື່ ຂອງ ອົງ ພຣະເຢຊູເຈົ້າ ກະທາໍ ການ ນີ້ ເໝືອນກັນ, ພວກເຂົາ ສັ່ງ ຜີຊົ່ວ ຮ້າຍ ທີ່ ສິງ ວ່າ, “ກູ ສັ່ງ ພວກສູ ໃນ ນາມ ຂອງ ພຣະເຢຊູເຈົ້າ ທີ່ ໂປໂລ ປະກາດ ນັ້ນ. ”
\v 14 ຍັງ ມີ ຢິວ ຜູ້ໜຶ່ງ ຊື່ ຊະເກວາ ເປັນ ມະຫາ ປະໂຣຫິດ ມີ ລູກຊາຍ ເຈັດ ຄົນ ໄດ້ ກະທາໍ ການ ນີ້.
\s5
\v 15 ແຕ່ ຜີຊົ່ວຮ້າຍ ທີ່ ເຂົ້າ ສິງ ໄດ້ ຕອບ ຄົນ ເຫລົ່ານັ້ນ ວ່າ, “ພຣະເຢຊູເຈົ້າ ເຮົາ ກໍ ລຶ້ງເຄີຍ ແລະ ໂປໂລ ເຮົາ ກໍ ຮູ້ຈັກ ເໝືອນກັນ, ແຕ່ ພວກສູ ແມ່ນ ຜູ້ໃດ? ”
\v 16 ຄົນ ທີ່ ຜີ ຊົ່ວ ຮ້າຍ ເຂົ້າ ສິງ ນັ້ນ ໄດ້ ໂດດ ໃສ່ ຄົນ ເຫລົ່າ ນີ້ ຕີຕ່ອຍ ພວກເຂົາ ຈົນ ເປັນບາດ ຕາມ ຕົນ ຕົວ ແລະ ຈີກ ເສື້ອຜ້າ ຂອງ ພວກເຂົາ ຈົນ ພວກເຂົາ ແລ່ນ ປົບ ໜີໄປ ແຕ່ ຕົວ ເປົ່າ.
\v 17 ເລື່ອງ ນີ້ ໄດ້ຊ່າລື​ໄປ​ເຖິງ​ຄົນ​ທັງ​ຫລາຍ​ທີ່​ຢູ່​ໃນ​ເມ​ືອງ​ເອ​ເຟ​ໂຊ ຕະ​ຫລອດ​ທັງ​ຄົນ​ຢິວ ແລະ​ຄົນ​ກ​ຣີກ​ດ້ວຍ. ປະ​ຊາຊົນທຸກຄົນ ຕ່າງ ກໍ ຢ້ານກົວ ຫລາຍ ທີ່ ສຸດ ແລະ ພຣະນາມ ຂອງ ພຣະເຢຊູເຈົ້າ ກໍ ເປັນ ທີ່ ຍ້ອງຍໍ ສັນລະເສີນ ຢ່າງ ສູງສຸດ.
\s5
\v 18 ຄົນ ທີ່ ເຊື່ອ ຫລາຍ ຄົນ ໄດ້ ມາ ສາລະພາບ ບາບກາໍ ແລະ ເວົ້າ ຢ່າງ ເປີດ ເຜີຍ ເຖິງ ການ ທີ່ ຕົນ ໄດ້ ເຄີຍ ກະທາໍ.
\v 19 ຄົນ ທີ່ ເຄີຍ ໃຊ້ ເວດມົນ ຄາຖາ ໄດ້ ເອົາ ຕໍາລາ ຂອງຕົນ ມາ ແລະ ຈູດ ໄຟ ເຜົາ ຖິ້ມ ຕໍ່ໜ້າ ຄົນ ທັງຫລາຍ, ຕໍາລາ ເຫລົ່າ ນີ້ ເມື່ອ ຕີລາຄາ ລວມ ກັນ ແລ້ວ ທັງ ໝົດ ຕົກ ເປັນ ເງິນ ຫ້າໝື່ນ ຫລຽນ. (ຟ)
\v 20 ຍ້ອນ ເຫດ ນັ້ນ ພຣະທໍາ ຂອງ ອົງພຣະ ຜູ້ ເປັນເຈົ້າ ຈຶ່ງ ເກີດ ຜົນ ຈະເລີນ ຂຶ້ນ ມີ ໄຊຊະນະ ຢູ່ດ້ວຍ ຣິດເດດ.
\s5
\v 21 ຫລັງ ຈາກ ເຫດການ ເຫລົ່າ ນີ້ ແລ້ວ ໂປໂລ ກໍ ຕັດສິນໃຈ (ມ) ຜ່ານ ແຂວງ ມາເກໂດເນຍ ແລະ ອະຂາຢາ ແລະ ເດີນ ທາງ ຕໍ່ໄປ ທີ່ ນະຄອນ ເຢຣູຊາເລັມ, ເພິ່ນ ກ່າວ ວ່າ, “ຫລັງ ຈາກ ໄປ ທີ່ ນັ້ນ ແລ້ວ ເຮົາ ຕ້ອງ ໄປ ຍັງ ນະຄອນ ໂຣມ ເໝືອນກັນ. ”
\v 22 ດັ່ງນັ້ນ ໂປໂລ ຈຶ່ງ ໃຊ້ ຜູ້ ຊ່ວຍ ຂອງຕົນ ສອງ ຄົນ ຄື ຕີໂມທຽວ ກັບ ເອຣາຊະໂຕ ໄປ ຍັງ ແຂວງ ມາເກໂດເນຍ, ສ່ວນ ເພິ່ນ ເອງ ຍັງ ພັກ ຢູ່ ຊົ່ວ ໄລຍະ ໜຶ່ງ ທີ່ ແຂວງ ເອເຊຍ.
\s5
\v 23 ໃນ ຄາວ ນັ້ນ ໄດ້ ເກີດ ມີ ການ ວຸ້ນ ວາຍ ອັນ ໃຫຍ່ ຂຶ້ນ ໃນ ເມືອງ ເອເຟໂຊ ເພາະ ທາງ ຂອງ ອົງ ພຣະ ຜູ້ ເປັນ ເຈົ້າ.
\v 24 ມີ ຊ່າງ ເງິນ ຜູ້ໜຶ່ງ ຊື່ ວ່າ ເດເມທີໂອ ລາວໄດ້ ໃຊ້ ເງິນ ແທ່ງ ເຮັດ ຮູບ ວິຫານ ຂອງ ພະ ອາເຕມາ (ຢ) ແລະ ທຸລະກິດ ຂອງ ລາວ ໄດ້ ເຮັດ ໃຫ້ ບັນດາ ຊ່າງ ມີ ລາຍໄດ້ ດີ.
\v 25 ດັ່ງນັ້ນ ລາວ ຈຶ່ງ ເອີ້ນ ບັນດາ ນາຍຊ່າງ ຂອງຕົນ ແລະ ນາຍຊ່າງ ອື່ນ ໆ ທີ່ ເຮັດ ທຸລະກິດ ເໝືອນ ກັບຕົນເອງ ມາ ປະຊຸມ ແລະ ເວົ້າ ກັບ ພວກເຂົາ ວ່າ, “ສະຫາຍ ທັງ ຫລາຍ ເອີຍ ພວກເຈົ້າ ກໍ ຮູ້ ຢູ່ ວ່າ ພວກເຮົາ ໄດ້ ຊັບສິນ ເງິນ ຄໍາ ມາ ກໍ ເພາະ ທຸລະກິດ ນີ້.
\s5
\v 26 ບັດ ນີ້ ພວກເຈົ້າ ກໍ ຮູ້ ເຫັນ ໄດ້ ໂດຍ ຕົນ ເອງ ແລ້ວ ວ່າ ສິ່ງ ທີ່ ີ ໂປໂລ ຊາຍ ຄົນ ນີ້ ກາໍ ລັງ ເຮັດ ນັ້ນ ເປັນ ແນວ ໃດ ລາວ ເວົ້າ ວ່າ, ບັນດາ ຮູບ ພະ ທີ່ ມື ມະນຸດ ສ້າງ ຂຶ້ນ ນັ້ນ ບໍ່ ແມ່ນ ພະ ທີ່ ມີ ຣິດ ອໍານາດ ຈັກ ດີ້ ແລະ ລາວ ກໍ ຊັກ ຊວນ ຫລາຍ ຄົນ ໃຫ້ ເຊື່ອ ເປັນ ຜົນ ສໍາເລັດ ທັງ ໃນ ເມືອງ ເອເຟໂຊ ນີ້ ແລະ ໃກ້ ແຂວງ ເອເຊຍ ທັງ ໝົດ ດ້ວຍ.
\v 27 ເລື່ອງ ນີ້ ເປັນ ອັນຕະລາຍ ແກ່ ທຸລະກິດ ຂອງ ພວກເຮົາ ທີ່ ຈະ ໃຫ້ເກີດ ມີ ຊື່ ສຽງ ບໍ່ ດີ ບໍ່ ພຽງແຕ່ ເທົ່າ ນັ້ນ ປະຊາຊົນ ຍັງ ຈະ ຄິດ ຕໍ່ໄປ ອີກ ວ່າ, ວິຫານ ຂອງ ພະ ອາເຕມາ ເທບທິດາ ຜູ້ ຍິ່ງ ໃຫຍ່ ບໍ່ ມີ ຄວາມ ສໍາຄັນ ຫຍັງ ແລະ ຄວາມ ຍິ່ງ ໃຫຍ່ ຂອງ ພະນາງ ກໍ ຈະ ຖືກ ທາໍ ລາຍ ຊຶ່ງ ພະນາງ ເຄີຍ ເປັນ ທີ່ ນັບ ຖື ຂອງ ບັນ ດາ ຊາວ ເອເຊຍ ແລະ ຂອງ ຊາວ ໂລກ ທັງ ໝົດ.”
\s5
\v 28 ເມື່ອ ປະຊາຊົນ ໄດ້ຍິນ ຖ້ອຍຄໍາ ເຫລົ່າ ນີ້ ຕ່າງ ກໍ ຄຽດແຄ້ນ ແລະ ຮ້ອງ ຂຶ້ນ ວ່າ, “ພະ ອາເຕມາ ຂອງ ຊາວ ເອເຟໂຊ ຍິ່ງ ໃຫຍ່. ”
\v 29 ແລ້ວ ຄວາມ ວຸ້ນວາຍ ກໍໄດ້ ລາມ ໄປ ທົ່ວ ທັງ ເມືອງ ປະຊາຊົນ ເຫລົ່າ ນັ້ນ ໄດ້ ຈັບ ເອົາ ຊາວ ມາເກໂດເນຍ ສອງ ຄົນ ທີ່ ເປັນ ເພື່ອນ ເດີນ ທາງ ຮ່ວມ ກັບ ໂປໂລ ຄື ໄຄໂຢ ແລະ ອາຣິດຕາໂຂ ແລະ ລາກ ພວກເພິ່ນ ເຂົ້າ ໄປ ໃນ ສະໜາມ ລະຄອນ. (ຣ)
\s5
\v 30 ຝ່າຍ ໂປໂລ ເອງ ນັ້ນ ຢາກ ເຂົ້າ ໄປ ຢູ່ ຕໍ່ໜ້າ ປະຊາຊົນ ເພື່ອ ເວົ້າ ກັບ ພວກເຂົາ, ແຕ່ ພວກ ຄົນ ທີ່ ເຊື່ອ ໄດ້ ຫ້າມ ບໍ່ ໃຫ້ ເພິ່ນ ໄປ.
\v 31 ມີ ບາງຄົນ ໃນ ພວກ ເຈົ້າໜ້າ ທີ່ ຊຶ່ງ ເປັນ ເພື່ອນ ຂອງ ໂປໂລ ກໍ ໃຊ້ ຄົນ ໄປ ວອນຂໍ ບໍ່ ໃຫ້ ໂປໂລ ເຂົ້າ ໄປ ກ່າວ ກັບ ປະຊາຊົນ ໃນ ສະໜາມ ລະຄອນ ເຊັ່ນ ກັນ.
\v 32 ໃນ ເວລາ ນັ້ນ ປະຊາຊົນ ທີ່ ່ ເຕົ້າໂຮມ ກັນ ຢູ່ ນັ້ນ ກໍ ເກີດ ສັບ ສົນ ວຸ້ນ ວາຍ ຄື ບາງ ພວກ ກໍ ຮ້ອງ ຂຶ້ນ ແນວ ໜຶ່ງ ແລະ ອີກ ບາງ ພວກ ກໍ ຮ້ອງ ຂຶ້ນ ແນວ ອື່ນ ເພາະ ຄົນ ສ່ວນ ຫລາຍ ບໍ່ ໄດ້ ຮູ້ ວ່າ ພວກເຂົາ ມາ ປະຊຸມ ກັນ ຍ້ອນ ເລື່ອງ ອັນໃດ.
\s5
\v 33 ບາງຄົນ ໃນ ປະຊາຊົນ ໄດ້ ອະທິບາຍ ເລື່ອງລາວ ສູ່ ອາເລັກ ຊັນເດີ ຜູ້ ທີ່ ພວກ ຢິວ ຊຸກ ໃຫ້ ອອກ ໄປ ຂ້າງ ໜ້າ ແລ້ວ ອາເລັກ ຊັນ ເດີ ກໍ ໃຊ້ ມືເປັນ ສັນຍານ ໃຫ້ ປະຊາຊົນ ງຽບ ແລະ ພະຍາຍາມ ທີ່ ຈະ ກ່າວ ແກ້ ແທນ ເປັນ ການ ປ້ອງກັນ.
\v 34 ແຕ່ ເມື່ອ ປະຊາຊົນ ຮູ້ ວ່າ ລາວ ເປັນ ຄົນ ຢິວ ພວກເຂົາ ຕ່າງ ກໍ ຮ້ອງ ຂຶ້ນ ພ້ອມກັນ ເປັນ ສຽງ ດຽວ ຢູ່ ປະມານ ສອງ ຊົ່ວ ໂມງ ວ່າ, “ພະ ອາເຕມາ ຂອງ ຊາວ ເອເຟໂຊ ຍິ່ງ ໃຫຍ່.”
\s5
\v 35 ໃນ ທີ່ ສຸດ ເຈົ້າ ໜ້າ ທີ່ ຂອງ ອໍານາດ ການ ປົກ ຄອງ ເມືອງ ກໍ ລະງັບ ປະຊາຊົນ ໄດ້ ເພິ່ນ ເວົ້າ ວ່າ, “ຊາວ ເມືອງ ເອເຟໂຊ ເອີຍ ຜູ້ໃດ ກໍ ຮູ້ ວ່າ ຊາວ ເມືອງ ເອເຟໂຊ ເປັນ ຜູ້ ຮັກ ສາ ດູແລ ວິຫານ ຂອງ ພະ ອາເຕມາ ແລະ ຫິນ ສັກ ສິດ ທີ່ ຕົກ ມາ ຈາກ ຟ້າ.
\v 36 ບໍ່ ມີຜູ້ໃດ ດອກ ທີ່ ຈະ ປະຕິເສດ ໄດ້ ສະນັ້ນແຫລະ ພວກເຈົ້າ ຄວນ ສະຫງົບ ລົງ ສາ ແລະ ຢ່າ ເຮັດ ສິ່ງ ໃດ ໂດຍ ທີ່ ບໍ່ຢັ່ງ ຄິດ.
\v 37 ພວກເຈົ້າ ໄດ້ ນາໍ ເອົາ ຄົນ ເຫລົ່າ ນີ້ ມາ ໂດຍ ທີ່ ພວກເຂົາ ບໍ່ ໄດ້ ເປັນ ຄົນ ປຸ້ນ ວິຫານ ຫລື ເວົ້າ ໝິ່ນ ປະໝາດ ເທບທິດາ ຂອງ ພວກເຮົາ.
\s5
\v 38 ຖ້າ ເດເມທີໂອ ກັບ ບັນດາ ຄົນ ງານ ຂອງ ລາວ ເປັນ ຄວາມ ກັບ ຜູ້ໃດ ວັນ ກາໍ ນົດ ທີ່ ຈະ ວ່າ ຄວາມ ກໍ ມີ ແລະ ເຈົ້າ ໜ້າ ທີ່ ປົກ ຄອງ ບ້ານ ເມືອງ ກໍ ມີ ໃຫ້ ພວກເຂົາ ນາໍ ຄວາມ ໄປ ຟ້ອງ ກັນ ຢູ່ ທີ່ ນັ້ນ ສາ.
\v 39 ແຕ່ ຖ້າ ພວກເຈົ້າ ມີ ຂໍ້ ກ່າວຫາ ອັນ ໃດ ອີກ ກໍ ຈົ່ງ ໃຫ້ ໄປ ຊໍາລະ ຄວາມ ກັນ ໄດ້ ທີ່ ກອງ ປະຊຸມ ສານ.
\v 40 ນອກຈາກ ນັ້ນ ພວກເຮົາ ອາດ ຈະ ຖືກ ກ່າວຫາ ວ່າ ເປັນ ຜູ້ ກໍ່ ຄວາມ ວຸ້ນ ວາຍ ຍ້ອນ ເຫດການ ທີ່ ໄດ້ ເກີດຂຶ້ນ ໃນວັນ ນີ້ ກໍ ໄດ້ ແລະ ຂໍ ອ້າງ ທີ່ ຈະ ຍົກ ຂຶ້ນ ມາ ເປັນ ເຫດຜົນ ໃນ ການ ເຕົ້າໂຮມ ຢ່າງ ນີ້ ກໍ ບໍ່ ມີ ແລະ ພວກເຮົາ ກໍ ບໍ່ ອາດ ອະທິບາຍ ເລື່ອງ ນີ້ ໃຫ້ ເປັນ ທີ່ ຈະແຈ້ງ ໄດ້ ດ້ວຍ. ”
\v 41 ຫລັງ ຈາກ ກ່າວ ເຊັ່ນ ນີ້ ແລ້ວ ເພ່ິ່ນ ກໍ ສັ່ງ ໃຫ້ ເລີກ ປະຊຸມ.
\s5
\c 20
\p
\v 1 ຫລັງ ຈາກ ຄວາມ ວຸ້ນ ວາຍ ສະຫງົບ ລົງ ແລ້ວ ໂປໂລ ກໍ ເອີ້ນ ພວກ ຄົນ ທີ່ ເຊື່ອ ມາ ເຕົ້າໂຮມ ກັນ ແລະ ກ່າວ ຄໍາ ໜູນໃຈ ແກ່ ພວກເຂົາ ຫລາຍ ປະການ ແລ້ວ ເພິ່ນ ກໍ ອໍາລາ ພວກເຂົາ ແລະ ເດີນທາງ ໄປ ແຂວງ ມາເກໂດເນຍ.
\v 2 ເມື່ອ ຜ່ານ ຂົງ ເຂດ ຕ່າງໆ ໃນ ແຂວງ ນີ້ ໄປ ເພິ່ນ ກໍ ກ່າວ ຄໍາ ໜູນ ໃຈ ຫລາຍ ປະການ ແກ່ ບັນ ດາ ຄົນ ທີ່ ເຊື່ອ ແລ້ວ ເພິ່ນ ກໍ ເດີນ ທາງ ມາ ເຖິງ ປະເທດ ກຣີກ
\v 3 ແລະ ອາໄສ ຢູ່ ທີ່ ນີ້ ເປັນ ເວລາ ສາມ ເດືອນ, ເມື່ອ ໃກ້ ຈະ ລົງ ເຮືອ ໄປ ແຂວງ ຊີເຣຍ ໂປໂລ ກໍ ໄດ້ ຍິນ ຂ່າວ ວ່າ ພວກ ຢິວ ກາໍ ລັງ ວາງແຜນ ທາໍ ຮ້າຍ ຕົນ. ດັ່ງ ນັ້ນ ເພິ່ນ ຈຶ່ງ ຕັດ ສິນ ໃຈ ກັບ ຄືນ ໂດຍ ຜ່ານ ໄປ ທາງ ແຂວງ ມາເກໂດເນຍ.
\s5
\v 4 ຄົນ ທີ່ໄປ ກັບເພິ່ນ ນັ້ນ ມີ ດັ່ງ ນີ້: ໂຊປາເຕ ລູກຊາຍ ຂອງ ປີໂຣ ຊາວ ເມືອງ ເບເຣຍ, ອາຣິດ ຕາໂຂ ແລະ ຊາກຸນໂດ ຊາວ ເມືອງ ເທສະໂລນິກ, ໄຄໂຢ ຊາວ ເມືອງ ເດຣະເບ, ຕີຂີໂກ ແລະ ໂທຟີໂມ ຊາວ ແຂວງ ເອເຊຍ ແລະ ຕີໂມທຽວ.
\v 5 ຄົນ ເຫລົ່າ ນີ້ ໄດ້ ໄປ ລ່ວງໜ້າກ່ອນ ແລະ ຄອຍຖ້າ ພວກເຮົາ ຢູ່ ທີ່ ເມືອງ ໂທອາດ.
\v 6 ເມື່ອ ເທດສະການ ກິນ ເຂົ້າຈີ່ ບໍ່ ມີ ເຊື້ອແປ້ງ ສິ້ນສຸດ ລົງ ແລ້ວ ພວກເຮົາ ກໍ ລົງ ເຮືອ ທີ່ ເມືອງ ຟີລິບປອຍ ແລະ ເດີນ ທາງ ໄປ, ຫລັງ ຈາກ ຫ້າ ວັນ ກໍ ມາ ພົບ ຄົນ ເຫລົ່າ ນັ້ນ ທີ່ ເມືອງ ໂທອາດ ແລະ ພວກເຮົາ ໄດ້ ອາໄສ ຢູ່ ໃນທີ່ນັ້ນ ໜຶ່ງ ອາທິດ.
\s5
\v 7 ໃນ ວັນ ຕົ້ນ ສັບປະດາ (ລ) ພວກເຮົາ ໄດ້ ເຕົ້າໂຮມ ກັນ ເພື່ອ ທາໍ ພິ​ທີ ຫັກ ເຂົ້າ ຈີ່. (ວ) ໂປໂລ ໄດ້ ໂອ້ລົມ ກັບ ພວກ ຄົນ ທີ່ ເຊື່ອ, ເພິ່ນ ສືບ ຕໍ່ກ່າວ ພຣະທາໍ ນັ້ນ ຈົນ ເຖິງ ທ່ຽງຄືນ ເພາະວ່າ ວັນ ຕໍ່ມາ ເພິ່ນ ກໍ ຈະ ຈາກ ພວກເຂົາ ໄປ.
\v 8 ໃນ ຫ້ອງ ຊັ້ນ ເທິງ ເຮືອນ ບ່ອນ ທີ່ ພວກເຮົາ ປະຊຸມ ກັນ ນັ້ນ ມີ ໂຄມໄຟ ຫລາຍ ໜ່ວຍ.
\s5
\v 9 ມີ ຊາຍ ໜຸ່ມ ຄົນ ໜຶ່ງ ນັ່ງ ທີ່ ປ່ອງຢ້ຽມ ຊ່ື່ວ່າ ຢູຕີໂຂ, ເມື່ອ ໂປໂລ ສືບຕໍ່ ກ່າວ ພຣະທໍາ ຢູ່ ນັ້ນ ຢູຕີໂຂ ກໍ ເຫງົາ ນອນ ຈົນ ໃນ ທີ່ ສຸດ ຫລັບ ໄປ ແລະ ຕົກ ລົງ ຈາກ ຊັ້ນ ສາມ, ເມື່ອ ພວກເຂົາ ໂຊມ ລາວ ລຸກ ຂຶ້ນ ກໍ ເຫັນ ວ່າ ລາວ ຕາຍ ແລ້ວ.
\v 10 ໂປໂລ ຈຶ່ງ ລົງ ໄປ ແລະ ກົ້ມ ກອດ ລາວ ໄວ້ ເພິ່ນ ກ່າວ ວ່າ, “ຢ່າ ສູ່ ວິຕົກ ເລີຍ ລາວ ຍັງ ມີ ຊີວິດ ຢູ່.”
\s5
\v 11 ແລ້ວ ເພິ່ນ ກໍ ກັບ ຂຶ້ນ ໄປ ເທິງ ເຮືອນ ຫັກ ແລະ ກິນ ເຂົ້າ ຈີ່ ກັບ ຄົນ ທີ່ ເຊື່ອ, ຫລັງ ຈາກ ໂອ້ລົມ ສົນ ທະນາ ກັບ ພວກເຂົາ ເປັນ ເວລາ ຍືດຍາວ ຈົນເຖິງ ຕາເວັນ ຂຶ້ນ ແລ້ວ ໂປໂລ ກໍ ຈາກ ໄປ.
\v 12 ແລ້ວ ພວກເຂົາ ໄດ້ ນາໍ ເອົາ ຊາຍ ໜຸ່ມ ທີ່ ຍັງ ມີ ຊີວິດ ຢູ່ ກັບ ເມືອ ເຮືອນ ແລະ ມີ ຄວາມ ຊົມ ຊື່ນ ຍິນດີ ຢ່າງ ໃຫຍ່.
\s5
\v 13 ພວກເຮົາ ໄດ້ ອອກ ໄປ ກ່ອນ ເພື່ອ ລົງ ເຮືອ ເດີນ ທາງ ສູ່ ເມືອງ ອາໂຊ ແລະ ໃນ ເມືອງ ນີ້ ໂປໂລ ຈະ ຂີ່ ເຮືອ ໄປ ຕໍ່ ກັບ ພວກເຮົາ, ເພິ່ນ ໄດ້ ບອກ ໃຫ້ ເຮັດ ເຊັ່ນນີ້ ເພາະ ເພິ່ນ ຕັ້ງໃຈ ວ່າ ຈະ ເດີນທາງ ໄປ ທີ່ ນັ້ນ ທາງ ບົກ.
\v 14 ເມື່ອ ເພິ່ນ ພົບ ພວກເຮົາ ທີ່ ເມືອງ ອາໂຊ ແລ້ວ ກໍ ລົງ ເຮືອ ໄປ ຍັງ ເມືອງ ມີເຕເລເນ.
\s5
\v 15 ຈາກ ທີ່ ນັ້ນ ພວກເຮົາ ໄດ້ ລົງ ເຮືອ ແລະ ເດີນ ທາງ ມາ ເຖິງ ບ່ອນ ທີ່ ຊື່ ກັບ ເກາະ ຂີໂອ ວັນຕໍ່ມາ ພວກເຮົາ ກໍ ມາ ຮອດ ທ່າ ເຮືອ ເກາະ ຊາໂມ ແລະ ວັນ ຕໍ່ມາ ອີກ ພວກເຮົາ ກໍ ເດີນ ທາງ ມາ ເຖິງ ເມືອງ ມີເລໂຕ.
\v 16 ໂປໂລ ໄດ້ ຕັດ ສິນ ໃຈ ຂີ່ ເຮືອ ກາຍ ເມືອງ ເອເຟໂຊ ໄປ ເພື່ອ ບໍ່ ຢາກ ເສຍ ເວລາ ຢູ່ ໃນ ແຂວງ ເອເຊຍ, ເພິ່ນ ຢາກ ຟ້າວ ໄປ ເຖິງ ນະຄອນ ເຢຣູຊາເລັມ ໃຫ້ ທັນ ວັນ ເທດສະການ ເພັນເຕຄໍສະເຕ ຖ້າເປັນ ໄປ ໄດ້.
\s5
\v 17 ແລ້ວ ໂປໂລ ກໍ ໃຊ້ ຄົນ ນາໍ ຂ່າວ ຈາກ ເມືອງ ມີເລໂຕ ໄປ ຍັງ ເມືອງ ເອເຟໂຊ ເພື່ອ ຂໍຮ້ອງ ໃຫ້ ພວກ ເຖົ້າ ແກ່ ໃນ ຄຣິສຕະຈັກ ມາ ພົບ.
\v 18 ເມື່ອ ພວກເຂົາ ມາ ແລ້ວ ເພິ່ນ ກໍ ກ່າວ ແກ່ ພວກເຂົາ ວ່າ, “ທ່ານ ທັງ ຫລາຍ ກໍ ຮູ້ ແລ້ວ ວ່າ ຕະຫລອດ ເວລາ ທີ່ ຂ້າພະເຈົ້າ ຢູ່ ກັບ ພວກທ່ານ ຂ້າພະເຈົ້າ ໄດ້ ປະພຶດ ຢ່າງ ໃດ ຕັ້ງແຕ່ ວັນ ທີ່ ຂ້າພະເຈົ້າ ໄດ້ ຍ່າງ ເຂົ້າ ມາ ໃນ ແຂວງ ເອເຊຍ.
\v 19 ຂ້າພະເຈົ້າ ໄດ້ ຮັບ ໃຊ້ ອົງ ພຣະ ຜູ້ ເປັນ ເຈົ້າ ດ້ວຍ ຄວາມ ຖ່ອມຕົວ ທຸກຢ່າງ ດ້ວຍ ນາໍ້ ຕາ ໄຫລ ແລະ ໂດຍ ຜ່ານ ຜ່າ ຄວາມ ຍາກ ລໍາບາກ ນາໆ ປະການ ທີ່ ຂ້າພະເຈົ້າ ໄດ້ ຮັບ ເພາະ ການ ປອງຮ້າຍ ຂອງ ພວກ ຢິວ.
\v 20 ພວກທ່ານ ກໍ ຮູ້ ແລ້ວ ວ່າ ຂ້າພະເຈົ້າ ບໍ່ ໄດ້ ຖ່ວງດຶງ ສິ່ງ ໃດໆ ທີ່ ເປັນ ຄຸນ ປະໂຫຍດ ແກ່ ພວກທ່ານ ຂ້າພະເຈົ້າ ບໍ່ ໄດ້ ທໍ້ ຖອຍ ຈາກ ການ ປະກາດ ຫລື ສັ່ງ ສອນ ພວກທ່ານ ຕາມ ທີ່ ປະຊຸມ ແລະ ຕາມ ບ້ານ ເຮືອນ.
\v 21 ຂ້າພະເຈົ້າ ຮຽກຮ້ອງ ຢ່າງ ໜັກ ແໜ້ນ ເຖິງ ຄົນ ຢິວ ແລະ ຄົນຕ່າງຊາດ ເໝືອນກັນ ໃຫ້ ຖິ້ມໃຈເກົ່າ ເອົາໃຈໃໝ່ ແລະ ກັບຄືນ ມາ ຫາ ພຣະເຈົ້າ ແລະ ເຊື່ອ ໃນ ພຣະເຢຊູເຈົ້າ ຂອງ ພວກເຮົາ.
\s5
\v 22 ມາບັດ ນີ້ ຂ້າພະເຈົ້າ ຈະ ໄປ ຍັງ ນະຄອນ ເຢຣູຊາເລັມ ຕາມ ພຣະວິນຍານ ບໍຣິສຸດເຈົ້າ ຊີ້ນາໍ ແລະ ບໍ່ ຮູ້ ວ່າ ເຫດການ ຢ່າງ ໃດ ຈະ ເກີດຂຶ້ນ ກັບ ຂ້າພະເຈົ້າ ຢູ່ ໃນທີ່ ນັ້ນ.
\v 23 ຂ້າພະເຈົ້າ ຮູ້ ແຕ່ ວ່າ ຢູ່ ໃນ ທຸກ ເມືອງ ພຣະວິນຍານ ບໍຣິສຸດເຈົ້າ ໄດ້ ເຕືອນຂ້າພະເຈົ້າ ວ່າ ຄົນ ຈະ ຈັບ ຂ້າພະເຈົ້າ ໃສ່ ຄຸກ ແລະ ຈະ ສ້າງ ຄວາມ ລໍາບາກ ອັນ ໃຫຍ່ ຫລວງ ໃຫ້ ແກ່ ຂ້າພະເຈົ້າ. (ຫ)
\v 24 ແຕ່ ຂ້າພະເຈົ້າ ຖື ວ່າ ຊີວິດ ຂອງ ຂ້າພະເຈົ້າ ບໍ່ ມີ ຄ່າ ແກ່ ຂ້າພະເຈົ້າ ເອງ ຢ່າງ ໃດ ໝົດ, ເພື່ອ ຂ້າພະເຈົ້າ ຈະ ເຮັດ ໜ້າ ທີ່ ຂອງ ຂ້າພະເຈົ້າ ແລະ ຈະ ໄດ້ ປະຕິບັດ ງານ ທີ່ ໄດ້ ຮັບ ມອບໝາຍ ຈາກ ອົງ ພຣະເຢຊູເຈົ້າ ໃຫ້ ສໍາເລັດ ຄື ຈະ ເປັນ ພະຍານ ຢ່າງ ຄົບ ຖ້ວນ ເຖິງ ເລື່ອງ ຂ່າວປະເສີດ ກ່ຽວກັບ ພຣະຄຸນ ຂອງ ພຣະເຈົ້າ ນັ້ນ.
\s5
\v 25 ຂ້າພະເຈົ້າ ໄດ້ ທຽວ ໄປ ປະກາດ ເຖິງ ອານາຈັກ ຂອງ ພຣະເຈົ້າ ໃນ ທ່າມກາງ ພວກທ່ານ ທຸກຄົນ, ແຕ່ ບັດນີ້ ຂ້າພະເຈົ້າ ຮູ້ ວ່າ ບໍ່ ມີ ຜູ້ໃດ ໃນ ພວກທ່ານ ຈະ ເຫັນ ໜ້າ ຂ້າພະເຈົ້າ ອີກ ຕໍ່ໄປ.
\v 26 ດ້ວຍເຫດນັ້ນ ໃນວັນ ນີ້ ຂ້າພະເຈົ້າ ຈຶ່ງ ກ່າວ ເລື່ອງ ນີ້ ແກ່ ພວກທ່ານ ຢ່າງ ໜັກ ແໜ້ນ ວ່າ ຂ້າພະເຈົ້າ ບໍ່ ມີ ໂທດ ໃນ ຊາຕາກາໍ ຂອງ ພວກທ່ານ ທຸກຄົນ.
\v 27 ດ້ວຍວ່າ, ຂ້າພະເຈົ້າ ບໍ່ ໄດ້ ທໍ້ຖອຍ ໃນ ການ ປະກາດ ພຣະ ປະສົງ ທຸກຢ່າງ ຂອງ ພຣະເຈົ້າ ໃຫ້ ພວກທ່ານ ຮູ້
\s5
\v 28 ທ່ານ ທັງ ຫລາຍ ຈົ່ງ ລະວັງ ຕົວ ເອງ ໃຫ້ ດີ ແລະ ເຝົ້າ ຮັກສາ ຝູງແກະ (ອ) ທີ່ ພຣະວິນຍານ ບໍຣິສຸດເຈົ້າ ໄດ້ ມອບ ໄວ້ ໃຫ້ ພວກທ່ານ ເປັນ ຜູ້ ດູແລ, ຈົ່ງ ບາໍ ລຸງ ລ້ຽງ ຄຣິສຕະຈັກ ຂອງ ພຣະເຈົ້າ (ຮ) ທີ່ ພຣະອົງ ເປັນເຈົ້າຂອງ ໂດຍ ພຣະບຸດ ໄດ້ ຊົງ ໄຖ່ ມາ ດ້ວຍ ພຣະໂລຫິດ ຂອງ ພຣະອົງ ເອງ. (ກ)
\v 29 ຂ້າພະເຈົ້າ ຮູ້ ວ່າ ຫລັງ ຈາກ ຂ້າພະເຈົ້າ ຈາກ ໄປ ແລ້ວ ຈະ ມີ ຝູງ ໝາໄນ ທີ່ ຮ້າຍກາດ ເຂົ້າ ມາ ໃນ ທ່າມກາງ ພວກທ່ານ ແລະ ມັນ ຈະ ບໍ່ ໄວ້ ຊີວິດ ຂອງ ຝູງແກະ ນັ້ນ ເລີຍ.
\v 30 ໃນ ທ່າມກາງ ພວກທ່ານ ເອງ ຈະ ມີ ຄົນ ເວົ້າ ປີ້ນ ຄວາມຈງິ ແລະ ຊັກ ຊວນ ເອົາ ົຄົນທີ່ເຊື່ອ ໃຫ້ ຫລົງ
\s5
\v 31 ດັ່ງນັ້ນ ຈົ່ງ ເຝົ້າ ລະວັງ ແລະ ຈົດ ຈາໍ ໄວ້ ວ່າ ໃນ ລະຫວ່າງ ສາມ ປີ ທັງ ກາງເວັນ ແລະ ກາງຄືນ ຂ້າພະເຈົ້າ ບໍ່ ໄດ້ ຢຸດ ຢ່ອນ ໃນ ການ ເຕືອນ ສະຕິ ພວກທ່ານ ທຸກຄົນ ດ້ວຍ ນໍ້າຕາ ໄຫລ. ”
\v 32 “ມາບັດນີ້ ຂ້າພະເຈົ້າ ຂໍ ຝາກພວກທ່ານໄວ້ ກັບ ພຣະເຈົ້າ ແລະໄວ້ ກັບ ພຣະທາໍ ອັນ ປະກອບດ້ວຍ ພຣະຄຸນ, ພຣະທາໍ ນັ້ນ ມີ ຣິດ ອໍານາດ ທີ່ ຈະ ສ້າງ ພວກທ່ານຂຶ້ນ ໄດ້ ແລະຈະໃຫ້ ພວກທ່ານໄດ້ ຮັບ ມໍຣະດົກ ຊຶ່ງ ພຣະເຈົ້າ ມີ ໄວ້ ສໍາລັບ ຜູ້ ຖືກ ຊໍາລະໃຫ້ບໍຣິສຸດ ຂອງ ພຣະອົງ ທຸກຄົນ.
\s5
\v 33 ຂ້າພະເຈົ້າ ບໍ່ໄດ້ ໂລບ ເອົາ ເງິນ, ເອົາ ຄໍາ ຫລື ເອົາ ເສື້ອ ຜ້າ ຂອງຜູ້ໃດຜູ້ໜຶ່ງ.
\v 34 ພວກທ່ານ ເອງ ກໍ ຮູ້ ຢູ່ ແລ້ວ ວ່າ ຂ້າພະເຈົ້າ ໃຊ້ ມື ທັງ ສອງຂອງຂ້າພະເຈົ້າ ນີ້ ແຫລະເຮັດ ວຽກ ເພື່ອ ຈັດຫາ ທຸກສິ່ງ ທີ່ ເພື່ອນຮ່ວມງານກັບຂ້າພະເຈົ້າ ຕ້ອງການ. (ຂ)
\v 35 ຂ້າພະເຈົ້າໄດ້ ເປັນ ແບບຢ່າງໃຫ້ ພວກທ່ານເຫັນ ໃນ ທຸກສິ່ງ ວ່າ ດ້ວຍການເຮັດ ວຽກອັນ ໜັກ ໜ່ວງແບບນີ້ຈຶ່ງ ຈະຊ່ວຍເຫລືອ ຄົນ ຍາກຈົນໄດ້, ໂດຍໃຫ້ ຄິດ ເຖິງ ຖ້ອຍຄໍາທີ່ ພຣະເຢຊູເຈົ້າ ເອງໄດ້ ກ່າວໄວ້ ວ່າ, ‘ການໃຫ້ ເປັນ ເຫດໃຫ້ ມີຄວາມສຸກ ຫລາຍກວ່າການຮັບ. ” (ຄ)
\s5
\v 36 ເມື່ອ ໂປໂລ ກ່າວ ເຊັ່ນ ນີ້ ຈົບ ລົງ ແລ້ວ ເພິ່ນ ກໍ ຄຸເຂົ່າ ລົງ ພາວັນນາ ອະທິຖານ ຮ່ວມ ກັບ ຄົນ ເຫລົ່າ ນັ້ນ.
\v 37 ທຸກຄົນ ຈຶ່ງ ຮ້ອງໄຫ້ ແລະ ກອດ ສັ່ງ ລາ ເພິ່ນ ດ້ວຍ ຄວາມ ຮັກແພງ.
\v 38 ພວກເຂົາ ໂສກເສົ້າ ຫລາຍ ໂດຍ ສະເພາະ ຍ້ອນ ເພິ່ນ ໄດ້ ກ່າວ ວ່າ ພວກເຂົາ ຈະ ບໍ່ ເຫັນ ໜ້າ ເພິ່ນ ອີກ ເລີຍ ແລ້ວ ພວກເຂົາ ກໍ ພາກັນ ໄປ ສົ່ງ ເພິ່ນ ເຖິງ ເຮືອ.
\s5
\c 21
\p
\v 1 ເມື່ອ ພວກເຮົາ ໄດ້ ກ່າວ ຄໍາ ອໍາລາ ພວກເຂົາ ແລ້ວ ກໍ ຈາກ ໄປ, ຫລັງ ຈາກ ຂີ່ ເຮືອ ສະເພົາ ແລ່ນ ຕົງ ໄປ ເກາະ ໂກດ ແລະ ອີກ ວັນ ໜຶ່ງ ກໍ ມາ ເຖິງ ເກາະ ໂຣໂດ ຈາກ ທີ່ ນັ້ນ ພວກເຮົາ ກໍ ໄປ ເຖິງ ເມືອງ ປາຕາຣາ.
\v 2 ໃນ ເມືອງ ນີ້ ພວກເຮົາ ໄດ້ ພົບ ເຮືອ ລໍາ ໜຶ່ງ ຊຶ່ງ ໃກ້ ຈະ ຂ້າມ ໄປ ແຂວງ ຟອຍນີເຊຍ. ດັ່ງ ນັ້ນ ພວກເຮົາ ຈຶ່ງ ລົງ ເຮືອ ລໍາ ນີ້ ແລະ ເດີນ ທາງ ຕໍ່ໄປ.
\s5
\v 3 ຫ​ລັງ ຈາກ ແນມ ເຫັນ ເກາະ ໄຊປຣັດ ແລ້ວ ພວກເຮົາ ກໍ ເວັ້ນ ເກາະ ນັ້ນ ໄປ ທາງ ຊ້າຍ ແລ້ວ ມຸ່ງໜ້າ ໄປ ແຂວງ ຊີເຣຍ ແລະ ຈອດ ເຮືອ ທີ່ ທ່າ ເມືອງ ຕີເຣ ເພາະ ໃນ ເມືອງ ນີ້ ເຮືອ ຈະ ຕ້ອງ ເອົາ ຂອງ ບັນ ທຸກ ຂຶ້ນທ່າ.
\v 4 ໃນ ເມືອງ ຕີເຣ ນີ້ ພວກເຮົາ ໄດ້ ພົບ ຄົນ ທີ່ ເຊື່ອ ແລະ ໄດ້ ພັກ ຢູ່ ກັບ ພວກເຂົາ ເປັນ ເວລາ ເຈັດ ວັນ, ໂດຍ ການ ຊົງ ນາໍ ພາ ຂອງ ພຣະວິນຍານ ບໍຣິສຸດເຈົ້າ ສິດເຫລົ່າ ນັ້ນ ໄດ້ ບອກ ໂປໂລ ບໍ່ ໃຫ້ ໄປ ຍັງ ນະຄອນ ເຢຣູຊາເລັມ.
\s5
\v 5 ແຕ່ ເມື່ອອາທິດ ໜຶ່ງ ສິ້ນ ສຸດ ລົງ ແລ້ວ ພວກເຮົາ ກໍ ອອກ ເດີນ ທາງ ໄປ ຕໍ່, ຄົນ ທີ່ ເຊື່ອ ທຸກຄົນ ພ້ອມ ທັງ ເມຍ ແລະ ລູກໆ ຂອງ ພວກເຂົາ ກໍໄດ້ ອອກ ເມືອງ ໄປ ສົ່ງ ພວກເຮົາ ທີ່ນອກເມືອງ ແລ້ວ ໃນທີ່ ນັ້ນ ທຸກຄົນ ໄດ້ ຄຸເຂົ່າລົງ ພາວັນ ນາ ອະທິຖານ ຮ່ວມກັນ ທີ່ຫາດຊາຍ.
\v 6 ແລ້ວ ກໍ ກ່າວ ອໍາລາ ຕໍ່ ກັນ ແລະກັນ ພວກເຮົາ ຈຶ່ງ ຂຶ້ນ ເຮືອ ຂະນະທີ່ ພວກເຂົາ ກາໍ ລັງ ກັບ ຄືນ ເມືອ ນັ້ນ.
\s5
\v 7 ພວກເຮົາ ໄດ້ ສືບ ຕໍ່ ເດີນ ທາງ ໂດຍ ລົງ ເຮືອ ຈາກ ເມືອງ ຕີເຣ ໄປ ເຖິງ ເມືອງ ປະໂຕເລມາຍ, ໃນ ເມືອງ ນີ້ ພວກເຮົາ ໄດ້ ໄປ ຄໍານັບ ທັກ ທາຍ ຄົນ ທີ່ ເຊື່ອ ແລະ ພັກ ຢູ່ນາໍ ພວກເຂົາ ໜຶ່ງ ວັນ.
\v 8 ຕົກ ວັນ ໜ້າ ມາ ພວກເຮົາໄດ້ ຈາກ ທີ່ ນັ້ນ ແລະ ໄປ ເຖິງ ເມືອງ ກາຍຊາເຣຍ, ໃນ ເມືອງ ນີ້ ພວກເຮົາ ໄດ້ ພັກ ຢູ່ ທີ່ ເຮືອນ ຂອງ ຟີລິບ ຜູ້ປະກາດ ຂ່າວປະເສີດ ທີ່ ເປັນ ຜູ້ໜຶ່ງ ໃນ ພວກ ເຈັດ ຄົນ ທີ່ ໄດ້ ຖືກ ເລືອກ ໃຫ້ ເປັນ ຜູ້ ຊ່ວຍ ໃນ ນະຄອນ ເຢຣູຊາເລັມ.
\v 9 ຟີລິບ ມີ ລູກສາວ ສີ່ ຄົນ ທີ່ ບໍ່ທັນ ແຕ່ງງານ ເທື່ອ ແລະ ຕ່າງ ກໍ ເປັນຜູ້ປະກາດ ພຣະທາໍ.
\s5
\v 10 ພວກເຮົາ ໄດ້ ພັກ ຢູ່ ທີ່ ນີ້ ເປັນ ເວລາ ຫລາຍ ວັນ ມີ ຜູ້ທາໍນວາຍ ຄົນ ໜຶ່ງ ທີ່ ລົງ ມາ ຈາກ ແຂວງ ຢູດາຍ ຊື່ ວ່າ ອາຄະໂບ.
\v 11 ລາວ ມາ ຫາ ພວກເຮົາ ແລະ ເອົາ ສາຍຮັດ ແອວ ຂອງ ໂປໂລ ມັດ ຕີນ ມັດ ມື ຂອງ ຕົນ ເອງ ແລະ ກ່າວ ວ່າ, “ພຣະວິນຍານ ບໍຣິສຸດເຈົ້າ ກ່າວ ດັ່ງ ນີ້: ເຈົ້າຂອງ ສາຍຮັດ ແອວ ນີ້ ຈະ ຖືກ ມັດ ຢ່າງ ດຽວກັນ ນີ້ ໂດຍ ພວກ ຢິວ ໃນ ນະຄອນ ເຢຣູຊາເລັມ ແລະ ພວກເຂົາ ຈະ ມອບ ເພິ່ນ ໃຫ້ ແກ່ ຄົນຕ່າງຊາດ.”
\s5
\v 12 ເມື່ອ ໄດ້ຍິນ ເຊັ່ນ ນີ້ ແລ້ວ ພວກເຮົາ ກັບຄົນ ອື່ນ ໆ ຢູ່ ໃນທີ່ ນັ້ນ ຕ່າງ ກໍ ວອນຂໍ ໂປໂລ ບໍ່ ໃຫ້ ໄປ ຍັງນະຄອນ ເຢຣູຊາເລັມ.
\v 13 ແຕ່ ໂປໂລ ຕອບ ວ່າ, “ເປັນຫຍັງ ພວກເຈົ້າ ຈຶ່ງ ຮ້ອງໄຫ້ ແລະ ເຮັດ ໃຫ້ ເຮົາ ເສຍ ກາໍ ລັງ ໃຈ ເຊັ່ນ ນີ້? ເຮົາ ຕຽມພ້ອມ ບໍ່ ແມ່ນແຕ່ ໃຫ້ ພວກເຂົາ ມັດ ເຮົາ ໃນ ນະຄອນ ເຢຣູຊາເລັມ ເທົ່າ ນັ້ນ ແຕ່ ພ້ອມ ທີ່ ຈະ ຕາຍ ຢູ່ ໃນທີ່ ນັ້ນ ອີກ ດ້ວຍ ເພື່ອ ເຫັນ ແກ່ ພຣະນາມ ຂອງ ອົງ ພຣະເຢຊູເຈົ້າ. ”
\v 14 ເມື່ອ ພວກເຮົາ ບໍ່ ສາມາດ ຊັກ ຊວນ ໃຫ້ ເພິ່ນ ປ່ຽນ ໃຈ ໄດ້ ພວກເຮົາ ຈຶ່ງ ຢຸດ ວອນຂໍ ເພິ່ນ ແລະ ເວົ້າວ່າ, “ຂໍໃຫ້ ເປັນ ໄປ ຕາມ ນາໍ້ ພຣະໄທ ຂອງ ອົງ ພຣະ ຜູ້ ເປັນ ເຈົ້າ ເທີ້ນ.”
\s5
\v 15 ຫລັງ ຈາກ ພັກ ເຊົາ ຢູ່ ທີ່ ນັ້ນ ພວກເຮົາ ກໍ ຈັດ ແຈງ ເອົາ ສິ່ງ ຂອງ ແລ້ວ ກໍ ຂຶ້ນ ເມືອ ຍັງ ນະຄອນ ເຢຣູຊາເລັມ.
\v 16 ມີ ລູກສິດ ບາງຄົນ ທີ່ ມາ ຈາກ ເມືອງ ກາຍຊາເຣຍ ໄດ້ ເດີນ ທາງ ໄປ ກັບ ພວກເຮົາ ເໝືອນກັນ ພວກເຂົາ ໄດ້ ພາ ພວກເຮົາ ໄປ ຫາ ຜູ້ໜຶ່ງ ຊື່ ມານະໂຊນ ຊາວ ເກາະ ໄຊປຣັດ ເປັນ ລູກສິດ ເກົ່າ ແກ່ ຊຶ່ງ ພວກເຮົາ ຈະ ພັກ ອາໄສ ຢູ່ ກັບ ຜູ້ນັ້ນ.
\s5
\v 17 ເມື່ອ ພວກເຮົາ ມາເຖິງ ນະຄອນເຢຣູຊາເລັມ ພວກ ຄົນ ທີ່ ເຊື່ອ ກໍ ຕ້ອນຮັບ ພວກເຮົາ ດ້ວຍ ຄວາມ ຍິນດີ.
\v 18 ວັນ ຕໍ່ ມາ ໂປໂລ ກັບ ພວກເຮົາ ໄດ້ ໄປຢ້ຽມຢາມ ຢາໂກໂບ ແລະເຖົ້າແກ່ທຸກຄົນ ໃນຄຣິສ ຕະຈັກ ກໍ ມີ ໜ້າ ຢູ່ທີ່ນັ້ນດ້ວຍ.
\v 19 ເມື່ອ ໂປໂລ ທັກທາຍກັບເຂົາ ເຫລົ່າ ນັ້ນ ທຸກຄົນ ແລ້ວ, ເພິ່ນ ຈຶ່ງ ລາຍງານຢ່າງລະອຽດເຖິງ ທຸກສິ່ງ ຊຶ່ງ ພຣະເຈົ້າ ໄດ້ ກະທາໍ ໃນທ່າມກາງຄົນຕ່າງຊາດ ໂດຍ ຜ່ານ ທາງ ພາລະກິດ ຂອງຕົນ.
\s5
\v 20 ຫລັງ ຈາກຮັບຟັງ ແລ້ວ ທ່ານ ເຫລົ່ານີ້ ຕ່າງ ກໍ ສັນລະເສີນ ພຣະເຈົ້າ, ແລ້ວ ພວກເຂົາ ກໍ ກ່າວແກ່ ໂປໂລວ່າ, “ອ້າຍເອີຍ ເຈົ້າ ກໍ ເຫັນ ຊາວຢິວ ຫລາຍໝື່ນ ຄົນ ໄດ້ ວາງໃຈເຊື່ອ ແລະຄົນ ພວກ ນີ້ ກໍ ຮ້ອນຮົນ ໃຈ ໃນ ການ ທີ່ ເຊື່ອ ຖື ກົດ ບັນຍັດ ຢ່າງ ເຄັ່ງ ຄັດ.
\v 21 ພວກເຂົາ ໄດ້ຍິນ ຂ່າວວ່າ ທ່ານສັ່ງ ສອນ ພວກຢິວ ທຸກຄົນ ທີ່ຢູ່ທ່າມກາງຄົນ ຕ່າງຊາດນັ້ນໃຫ້ ປະຖິ້ມ ກົດ ບັນ ຍັດ ຂອງໂມເຊ ໂດຍບອກພວກເຂົາ ບໍ່ໃຫ້ ເຮັດ ພິ ທີ ຕັດ ແກ່ລູກໆ ແລະບໍ່ ໃຫ້ ຢຶດ ຖື ຮີດ ເກົ່າ ຄອງຫລັງຂອງຢິວ ຕໍ່ ໄປ.
\s5
\v 22 ພວກເຂົາ ຄົງ ໄດ້ຍິນ ວ່າ ທ່ານມາທີ່ ນີ້ ແລ້ວ ຢ່າງແນ່ນອນ. ດັ່ງ ນັ້ນ ຄວນຈະເຮັດ ຢ່າງ ໃດ?
\v 23 ເພາະສະນັ້ນ ຈົ່ງ ເຮັດ ຕາມສິ່ງ ທີ່ ເຮົາ ບອກ ທ່ານ, ສິ່ງ ທີ່ ພວກເຮົາ ຢາກໃຫ້ ທ່ານເຮັດ ຄືເຮົາ ມີ ຊາຍສີ່ ຄົນ ທີ່ ໄດ້ ບະບົນ ຕົວ ໄວ້.
\v 24 ຈົ່ງ ນາໍ ພວກເຂົາ ໄປ ແລະ ໃຫ້ ທ່ານເຂົ້າ ຮ່ວມພິທີ ຊໍາລະຕົວ ກັບ ພວກເຂົາ ແລະ ຈ່າຍຄ່າທາໍນຽມຊໍາລະຕົວ ໃຫ້ ແກ່ ພວກເຂົາ ດ້ວຍ, ແລ້ວ ພວກເຂົາ ຈຶ່ງ ສາມາດແຖຫົວ ຂອງພວກຕົນໄດ້. (ງ) ແລ້ວ ຄົນ ທັງຫລາຍຈະໄດ້ ຮູ້ ວ່າ ເລື່ອງທີ່ ພວກເຂົາ ໄດ້ຍິນ ເຖິງ ທ່ານນັ້ນ ບໍ່ ເປັນ ຄວາມຈິງ ຈັກ ຂໍ້, ແຕ່ ທ່ານເອງເປັນ ຜູ້ ຢຶດຖື ແລະ ປະຕິບັດ ຕາມ ກົດບັນຍັດ ຢູ່.
\s5
\v 25 ສ່ວນ ຄົນຕ່າງຊາດ ທີ່ ຮັບ ເຊື່ອ ແລ້ວ ນັ້ນ ພວກເຮົາ ໄດ້ ສົ່ງ ຈົດ ໝາຍແຈ້ງ ໃຫ້ ພວກເຂົາ ຊາບເຖິງ ສິ່ງ ທີ່ ພວກເຮົາ ໄດ້ ຕົກ ລົງ ກັນ ຄື ໃຫ້ ງົດ ຈາກການກິນ ອາຫານທີ່ ໄດ້ ຖວາຍ ແກ່ ຮູບເຄົາ ຣົບ ແລ້ວ ໃຫ້ ງົດ ຈາກການກິນ ເລືອດໃດໆ ທັງ ສິ້ນ ໃຫ້ ງົດ ຈາກການກິນ ສັດ ທີ່ ຕາຍເພາະຖືກ ຮັດ ຄໍ ແລະ ໃຫ້ ຫລີກເວັ້ນ ຈາກ ການ ຫລິ້ນຊູ້. ”
\v 26 ໂປໂລ ຈຶ່ງ ພາສີ່ ຄົນ ນັ້ນ ໄປ ແລະ ວັນ ຕໍ່ ໍມາ ກໍໄດ້ ຊໍາລະ ຕົວ ດ້ວຍ ກັນ ກັບ ພວກເຂົາ, ແລ້ວເພິ່ນ ກໍ ເຂົ້າ ໄປ ໃນ ບໍລິເວນ ພຣະວິຫານ ແລະ ປະກາດ ວັນ ທີ່ ການ ຊໍາລະ ຕົວ ນັ້ນ ຈະ ສໍາເລັດ ຄື ວັນ ທີ່ ຈະ ນາໍ ເຄື່ອງ ບູຊາ ມາ ຖວາຍ ສໍາລັບ ພວກເຂົາ ແຕ່ລະຄົນ.
\s5
\v 27 ແຕ່ ພໍ ເມື່ອ ເຈັດ ວັນ ນັ້ນ ໃກ້ ຈະ ສິ້ນ ສຸດ ລົງ ພວກ ຢິວ ບາງຄົນ ທີ່ ມາ ຈາກ ແຂວງ ເອເຊຍ ໄດ້ ເຫັນ ໂປໂລ ໃນ ບໍລິເວນ ພຣະວິຫານ, ພວກເຂົາ ຈຶ່ງ ປຸກລະດົມ ປະຊາຊົນ ທັງ ໝົດ ໃຫ້ ຈັບ ໂປໂລ. (
\v 28 ພວກເຂົາ ຮ້ອງ ຂຶ້ນ ວ່າ, “ຊ່ວຍ ແດ່ ຊາວ ອິດສະຣາເອນ ເອີຍ ຄົນ ນີ້ ແຫລະ ໄປ ທຸກທີ່ ທຸກບ່ອນ ໄດ້ ສັ່ງ ສອນ ທຸກຄົນ ໃຫ້ ຕໍ່ສູ້ ປະຊາຊົນ ອິດສະຣາເອນ, ກົດບັນ ຍັດ ຂອງ ໂມເຊ ແລະ ພຣະວິຫານ ນີ້ ແລະ ບັດ ນີ້ ລາວ ຍັງ ບັງ ອາດ ນາໍ ເອົາ ຄົນ ຕ່າງຊາດ ເຂົ້າ ມາ ໃນ ບໍລິເວນ ພຣະວິຫານ ແລະ ເຮັດ ໃຫ້ ບ່ອນ ສັກ ສິດ ນີ້ ເສື່ອມເສຍ. ” (ຈ)
\v 29 ພວກເຂົາ ເວົ້າ ເຊັ່ນ ນີ້ ກໍ ເພາະ ພວກເຂົາ ໄດ້ ເຫັນ ໂທຟີໂມ ຊາວ ເມືອງ ເອເຟໂຊ ຢູ່ ກັບ ໂປໂລ ຢູ່ ໃນ ເມືອງ ແລະ ພວກເຂົາ ຄິດ ວ່າ ໂປໂລ ໄດ້ ນໍາ ເອົາ ຄົນ ນີ້ ເຂົ້າ ໄປ ໃນ ບໍລິເວນ ພຣະວິຫານ ດ້ວຍ.)
\s5
\v 30 ແລ້ວ ຄົນ ທັງ ນະຄອນ ກໍ ເກີດ ອົນລະວົນ ແລະ ທຸກຄົນ ຕ່າງ ກໍ ແລ່ນ ໄປ ທຸກຈອກ ທຸກແຈ ກຸ່ມ ຄົນ ເຫລົ່າ ນີ້ ໄດ້ ຈັບ ໂປໂລ ແລະ ລາກ ເພິ່ນ ອອກ ຈາກ ບໍລິເວນ ພຣະວິຫານ ແລະ ປະຕູ ພຣະວິຫານ ກໍ ອັດ ລົງ ໃນ ທັນ ທີ.
\v 31 ຂະນະທີ່ ພວກເຂົາ ກາໍ ລັງ ພະຍາຍາມ ຈະ ຂ້າໂປໂລ ຢູ່ນັ້ນ ນາຍພັນ ຜູ້ ບັນຊາການ ທະຫານ ໂຣມ ກໍໄດ້ ຮັບ ແຈ້ງ ວ່າ ທົ່ວ ທັງ ນະຄອນ ເຢຣູຊາເລັມ ເກີດ ອົນ ລະວົນ ວຸ້ນ ວາຍ ຂຶ້ນ.
\s5
\v 32 ນາຍພັນ ຈຶ່ງ ນາໍ ເອົາ ນາຍຮ້ອຍ ແລະ ພົນ ທະຫານ ແລ່ນ ອອກ ໄປ ຍັງ ປະຊາຊົນ ທັນ ທີ, ເມື່ອ ປະຊາຊົນ ເຫັນ ນາຍພັນ ກັບ ທະຫານ ພວກເຂົາ ກໍ ຢຸດ ຕົບຕີ ໂປໂລ.
\v 33 ດັ່ງ ນັ້ນ ນາຍພັນ ຈຶ່ງ ຍ່າງ ເຂົ້າ ໄປ ຫາ ໂປໂລ ແລະ ຈັບ ເພິ່ນ ໂດຍ ສັ່ງ ໃຫ້ ທະຫານ ເອົາ ໂສ້ ສອງ ເສັ້ນ ລ່າມ ເພິ່ນ ໄວ້ ແລ້ວ ນາຍພັນ ກໍ ຖາມ ວ່າ, “ເຈົ້າ ແມ່ນ ຜູ້ໃດ? ແລະ ໄດ້ ເຮັດ ຫຍັງ ແດ່?”
\s5
\v 34 ຄົນ ໃນ ປະຊາຊົນ ນັ້ນ ຕ່າງ ກຸ່ມ ຕ່າງ ກໍ ຮ້ອງ ຂຶ້ນ ຄົນ ລະຢ່າງ ລະແນວ, ເມື່ອ ນາຍພັນ ເອົາ ຄວາມ ແນ່ ນອນ ອັນ ໃດ ບໍ່ ໄດ້ ໃນ ທ່າມກາງ ຄວາມ ສັບ ສົນ ວຸ້ນ ວາຍ ເຊັ່ນ ນີ້. ດັ່ງ ນັ້ນ ເພິ່ນ ຈຶ່ງ ສັ່ງ ໃຫ້ ຄຸມ ຕົວ ໂປໂລ ເຂົ້າ ໄປ ໃນ ຄ້າຍ ທະຫານ. (ສ)
\v 35 ຂະນະທີ່ ໂປໂລ ມາ ກັບ ພວກເຂົາ ເຖິງ ຂັ້ນໄດ ພວກ ທະຫານ ຈໍາ ຕ້ອງ ຍົກ ໂປໂລ ຂຶ້ນ ເພາະ ປະຊາຊົນ ສະແດງ ພຶດຕິການ ຮຸນແຮງ ຫລາຍ.
\v 36 ປະຊາຊົນ ເຫລົ່າ ນັ້ນ ຕິດ ຕາມ ໂປໂລ ໄປ ແລະ ຮ້ອງ ຂຶ້ນ ວ່າ, “ຈົ່ງ ເອົາ ມັນ ໄປ ຂ້າ ຖິ້ມ ເສຍ.”
\s5
\v 37 ຂະນະທີ່ ພວກ ທະຫານ ກາໍ ລັງ ຈະ ນາໍ ໂປໂລ ເຂົ້າ ໄປ ໃນ ຄ້າຍ ເພິ່ນ ກໍ ກ່າວ ແກ່ ນາຍພັນ ວ່າ, “ຂ້ານ້ອຍ ຂໍ ເວົ້າ ບາງ ສິ່ງ ກັບ ທ່ານ ແດ່ ໄດ້ ບໍ? ” ນາຍພັນ ຖາມ ວ່າ, “ເຈົ້າ ຮູ້ຈັກ ພາສາ ກຣີກ ບໍ?
\v 38 ຖ້າດັ່ງນັ້ນ ເຈົ້າ ກໍ ບໍ່ແມ່ນ ຄົນ ເອຢິບ ຜູ້ ນັ້ນ ທີ່ ໃນ ມໍ່ ໆ ມາ ນີ້ ໄດ້ ກໍ່ການ ວຸ້ນ ວາຍ ຂຶ້ນ ແລະ ນາໍ ເອົາ ນັກ ກໍ່ ການຮ້າຍ ສີ່ ພັນ ຄົນ ໜີໄປ ຍັງ ຖິ່ນ ແຫ້ງ ແລ້ງ ກັນດານ ແມ່ນ ບໍ?”
\s5
\v 39 ໂປໂລ ຕອບ ວ່າ, “ຂ້ານ້ອຍ ເປັນ ຄົນ ຢິວ ເກີດ ທີ່ ເມືອງ ຕາໂຊ ໃນ ແຂວງ ກີລີເກຍ ແລະ ເປັນ ປະຊາຊົນ ຂອງ ເມືອງ ໜຶ່ງ ທີ່ ສໍາຄັນ, ຂໍ ທ່ານ ອະນຸຍາດ ໃຫ້ ຂ້ານ້ອຍ ກ່າວ ແກ່ ປະຊາຊົນ ແດ່ ທ້ອນ. ”
\v 40 ເມື່ອ ນາຍພັນ ອະນຸຍາດ ແລ້ວ ໂປໂລ ກໍ ຢືນ ຂຶ້ນ ທີ່ຂັ້ນໄດ ແລະ ໃຊ້ ມື ເຮັດ ສັນ ຍານ ໃຫ້ ປະຊາຊົນ ງຽບ ເມື່ອ ພວກເຂົາ ງຽບ ແລ້ວ ໂປໂລ ກໍ ກ່າວ ແກ່ ພວກເຂົາ ເປັນ ພາສາ ເຮັບເຣີ ວ່າ,
\s5
\c 22
\p
\v 1 "ພີ່ ນ້ອງ ແລະ ທ່ານ ຜູ້ ອາວຸໂສ ເອີຍ, ຂໍ ຟັງ ຄໍາ ໃຫ້ ການ ທີ່ ຂ້າ ພະເຈົ້າ ຈະ ກ່າວ ແກ່ ້ ຄະດີ ຕໍ່ ໜ້າ ທ່ານ ທັງ ຫລາຍ ໃນ ບັດ ນີ້ ດ້ວຍ ເຖີດ. ”
\v 2 ເມື່ອ ປະຊາຊົນ ໄດ້ຍິນ ໂປໂລ ກ່າວ ກັບ ພວກເຂົາ ເປັນ ພາສາ ເຮັບເຣີ ພວກເຂົາ ທຸກຄົນ ກໍ ມິດ ງຽບ ລົງ ກວ່າ ເກົ່າ ຈາກ ນັ້ນ ໂປໂລ ຈ່ຶ່ງກ່າວ ຕໍ່ໄປ ວ່າ,
\s5
\v 3 “ຂ້າພະເຈົ້າ ເປັນ ຄົນ ຢິວ ເກີດ ທີ່ເມືອງ ຕາໂຊ ໃນ ແຂວງ ກີລີເກຍ, ແຕ່ ຂ້າພະເຈົ້າ ໄດ້ ໃຫຍ່ ຂຶ້ນ ຢູ່ ທີ່ນະຄອນ ເຢຣູຊາເລັມ ນີ້ ເອງ ແລະ ເຄີຍ ເປັນ ລູກສິດ ຂອງ ອາຈານ ຄາມາລິເອັນ (ຊ) ຜູ້ ທີ່ໄດ້ ສັ່ງສອນ ຂ້າພະເຈົ້າ ໃຫ້ ຮູ້ ກົດ ບັນ ຍັດ ຂອງ ບັນ ພະບຸລຸດ ຂອງ ພວກເຮົາ ຢ່າງ ເຄັ່ງ ຄັດ, ເຄີຍ ຮ້ອນຮົນ ໃນ ການ ອຸທິດ ຕົວ ແກ່ ພຣະເຈົ້າ ເໝືອນ ທ່ານ ທຸກຄົນ ໃນວັນ ນີ້.
\v 4 ຂ້າພະເຈົ້າ ໄດ້ ຂົ່ມ ເຫັງ ຄົນ ທັງ ຫລາຍ ທີ່ ຖືໃນ ທາງນັ້ນ ຈົນ ພວກເຂົາ ເສຍ ຊີວິດ, ຂ້າພະເຈົ້າ ໄດ້ ຈັບ ເອົາ ຊາຍ ຍິງ ແລະ ນາໍ ພວກເຂົາ ໄປ ຂັງ ຄຸກ.
\v 5 ເລື່ອງ ນີ້ ມະຫາ ປະໂຣຫິດ ກັບ ບັນ ດາ ເຖົ້າ ແກ່ ທີ່ເປັນ ສະມາຊິກ ຂອງ ສະພາ ສູງສຸດ ທຸກຄົນ ຄົງ ຢືນຢັນ ໄດ້ ວ່າ ຂ້າພະເຈົ້າ ເວົ້າ ຄວາມຈິງ, ຂ້າພະເຈົ້າ ໄດ້ ຮັບ ໜັງ ສື ຈາກ ພວກເພິ່ນ ແລະ ຖື ໄປ ຍັງ ບັນ ດາ ພີ່ ນ້ອງ ຊາວ ຢິວ ທີ່ ເມືອງ ດາມັສກັດ ເພື່ອ ຈະຈັບ ເອົາ ພວກ ຄົນ ທີ່ ເຊື່ອ ຢູ່ ໃນທີ່ ນັ້ນ ແລະ ນໍາ ພວກເຂົາ ມາ ຍັງ ນະຄອນ ເຢຣູຊາເລັມ ເພື່ອ ລົງ ໂທດ.”
\s5
\v 6 “ຂະນະທີ່ ຂ້າພະເຈົ້າ ກາໍ ລັງ ເດີນ ທາງ ໄປ ນັ້ນ ແລະ ໃກ້ ຈະ ເຖິງ ເມືອງ ດາມັສກັດ ໃນ ເວລາ ປະມານ ທ່ຽງ ວັນ ກໍ ມີ ແສງ ສະຫວ່າງ ກ້າ ຈາກ ທ້ອງຟ້າ ສ່ອງ ລົງ ມາ ອ້ອມຕົວ ຂ້າພະເຈົ້າ.
\v 7 ຂ້າພະເຈົ້າ ລົ້ມ ລົງ ທີ່ ພື້ນ ດິນ ແລະ ໄດ້ຍິນ ສຽງ ໜຶ່ງ ກ່າວ ຕໍ່ ຂ້າພະເຈົ້າ ວ່າ, ‘ໂຊໂລ ໂຊໂລ ເອີຍ ເປັນ ຫຍັງ ເຈົ້າ ຈຶ່ງ ຂົ່ມ ເຫັງ ເຮົາ?
\v 8 ຂ້າພະເຈົ້າ ຖາມ ອອກ ໄປ ວ່າ, ‘ພຣະອົງເຈົ້າ ເອີຍ ພຣະອົງ ແມ່ນ ຜູ້ໃດ? ແລ້ວ ພຣະອົງ ຕອບ ຂ້າພະເຈົ້າ ວ່າ ‘ເຮົາ ແມ່ນ ເຢຊູ ໄທ ນາຊາເຣັດ ຜູ້ ທີ່ ເຈົ້າ ຂົ່ມ ເຫັງ ນັ້ນ ແຫລະ’
\s5
\v 9 ບັນ ດາ ຄົນ ທີ່ ຢູ່ ກັບ ຂ້າພະເຈົ້າ ໄດ້ ເຫັນ ແສງ ສະຫວ່າງ ນັ້ນ ແຕ່ ບໍ່ໄດ້ຍິນ ສຽງ ຂອງ ຜູ້ ທີ່ກໍາລັງ ກ່າວ ກັບ ຂ້າພະເຈົ້າ.
\v 10 ຂ້າພະເຈົ້າ ຖາມ ວ່າ, ‘ພຣະອົງເຈົ້າ ເອີຍ ຂ້ານ້ອຍ ຈະ ຕ້ອງ ເຮັດ ແນວ ໃດ? ອົງ ພຣະ ຜູ້ ເປັນ ເຈົ້າ ຈຶ່ງ ກ່າວ ແກ່ ຂ້າພະເຈົ້າ ວ່າ, ‘ຈົ່ງ ລຸກ ຂຶ້ນ ແລະ ເຂົ້າ ໄປ ໃນ ເມືອງ ດາມັສກັດ ຢູ່ ທີ່ນັ້ນ ຈະ ມີ ຄົນ ບອກ ເຈົ້າ ເຖິງ ສິ່ງ ທັງໝົດ ທີ່ ພຣະເຈົ້າ ໄດ້ ກໍານົດ ໃຫ້ ເຈົ້າ ເຮັດ.
\v 11 ຂ້າພະເຈົ້າ ຕາບອດ ຍ້ອນ ແສງ ສະຫວ່າງ ກ້າ ນັ້ນ. ດັ່ງນັ້ນ ເພື່ອນ ຮ່ວມ ເດີນ ທາງ ກັບ ຂ້າພະເຈົ້າ ຈຶ່ງ ຈູງ ມື ຂ້າພະເຈົ້າ ແລ້ວ ພາ ເຂົ້າ ໄປ ໃນ ເມືອງ ດາມັສກັດ.
\s5
\v 12 ໃນ ເມືອງ ນີ້ ມີ ຊາຍ ຄົນ ໜຶ່ງ ຊື່ວ່າ ອານາເນຍ ເພິ່ນ ເປັນ ຜູ້ ຢໍາເກງ ພຣະເຈົ້າ ແລະ ຢຶດ ຖື ຕາມ ກົດ ບັນ ຍັດ ຂອງ ພວກເຮົາ, ເພິ່ນ ເປັນ ຜູ້ ທີ່ ໄດ້ ຮັບ ຄວາມນັບຖື ຢ່າງ ສູງ ຈາກ ຊາວ ຢິວ ທຸກຄົນ ຢູ່ ໃນ ເມືອງ ນີ້,
\v 13 ເພິ່ນ ໄດ້ ມາ ຢືນ ຢູ່ໃກ້ ຂ້າພະເຈົ້າ ແລະ ກ່າວ ວ່າ, ‘ອ້າຍ ໂຊໂລ ເອີຍ, ຈົ່ງ ເຫັນ ຮຸ່ງ ອີກ ສາ’ ໃນ ທັນ ໃດນັ້ນ ຂ້າພະເຈົ້າ ກໍໄດ້ ເຫັນ ຮຸ່ງ ອີກ ຈຶ່ງແນມ ເຫັນ ເພິ່ນ.
\s5
\v 14 ຈາກ ນັ້ນ ເພິ່ນ ຈຶ່ງ ເວົ້າ ວ່າ, ‘ພຣະເຈົ້າ ແຫ່ງ ບັນພະບຸລຸດ ຂອງ ພວກເຮົາ ໄດ້ ເລືອກ ເອົາ ເຈົ້າ ເພື່ອ ໃຫ້ ຮູ້ ຄວາມປະສົງ ຂອງ ພຣະອົງ ເພື່ອ ໃຫ້ ເຫັນ ພຣະອົງ ຜູ້ ຊອບທາໍ ແລະເພື່ອ ໃຫ້ ເຈົ້າ ໄດ້ຍິນ ພຣະອົງ ກ່າວ ດ້ວຍ ສຽງ ຂອງ ພຣະອົງ ເອງ.
\v 15 ດ້ວຍວ່າ, ເຈົ້າ ຈະ ເປັນ ພະຍານ ໃຫ້ ພຣະອົງ ໃຫ້ ຄົນ ທັງ ປວງ ຮູ້ ເຖິງ ສິ່ງ ທີ່ ເຈົ້າ ໄດ້ ເຫັນ ແລະ ໄດ້ຍິນ.
\v 16 ບັດ ນີ້ ເຈົ້າ ລໍຊ້າ ຢູ່ ເຮັດ ຫຍັງ? ຈົ່ງ ລຸກ ຂຶ້ນ ຮັບ ບັບຕິສະມາ ແລະ ຊໍາລະ ບາບກາໍ ຂອງ ເຈົ້າ ໂດຍ ຮ້ອງ ອອກ ພຣະນາມ ຂອງ ພຣະອົງ ສາ.
\s5
\v 17 “ແລ້ວ ຂ້າ ພະເຈົ້າ ກໍໄດ້ ກັບ ມາ ຍັງ ນະຄອນ ເຢຣູຊາເລັມ ແລະ ຂະນະທີ່ ຂ້າພະເຈົ້າ ກາໍ ລັງ ພາວັນ ນາ ອະທິຖານ ຢູ່ ໃນ ພຣະວິຫານ ນັ້ນ ຂ້າພະເຈົ້າ ກໍ ລືມ ຄີງ ໄປ.
\v 18 ແລະ ໄດ້ ເຫັນ ພຣະເຢຊູເຈົ້າ ກ່າວ ແກ່ ຂ້າພະເຈົ້າ ວ່າ, ‘ຈົ່ງ ຮີບ ໄປ ຈາກ ນະຄອນ ເຢຣູຊາເລັມ ເພາະວ່າ ປະຊາຊົນ ໃນ ທີ່ ນີ້ ຈະ ບໍ່ ຮັບ ເອົາ ຄໍາ ພະຍານ ຂອງ ເຈົ້າ ທີ່ ກ່າວ ເຖິງ ເຮົາ.
\s5
\v 19 ຂ້າພະເຈົ້າ ຕອບ ວ່າ, ‘ພຣະອົງ ເຈົ້າ ເອີຍ ຄົນ ເຫລົ່າ ນັ້ນ ຮູ້ ດີ ວ່າ ຂ້ານ້ອຍ ເຄີຍ ໄປ ທີ່ ທາໍ ມະສາລາ ຈັບ ເອົາ ບັນ ດາ ຄົນ ທີ່ ເຊື່ອ ໃນ ພຣະອົງ ແລະ ຂ້ຽນຕີ ພວກເຂົາ.
\v 20 ເມື່ອ ພວກເຂົາ ຂ້າຊະເຕຟາໂນ ຜູ້ ທີ່ ເປັນ ພະຍານ ໃຫ້ ພຣະອົງ ຂ້ານ້ອຍ ເອງ ກໍ ຢູ່ ໃນທີ່ ນັ້ນ ດ້ວຍ, ຂ້ານ້ອຍ ເຫັນ ພ້ອມ ນາໍ ພວກ ຄາດຕະກອນ ເຫລົ່າ ນັ້ນ ໂດຍ ເປັນ ຜູ້ ຮັກ ສາ ເສື້ອ ຊັ້ນ ນອກ ຂອງ ພວກເຂົາ.
\v 21 ອົງ ພຣະ ຜູ້ ເປັນ ເຈົ້າ ກ່າວ ແກ່ ຂ້າພະເຈົ້າ ວ່າ, ‘ຈົ່ງ ໄປ ເພາະ ເຮົາ ຈະ ໃຊ້ ເຈົ້າ ໄປ ໄກ ຫາ ຄົນຕ່າງຊາດ.
\s5
\v 22 ປະຊາຊົນ ໄດ້ ຟັງ ໂປໂລ ກ່າວ ຈົນ ເຖິງ ເວລາ ທີ່ ເພິ່ນ ເວົ້າ ຄໍາ ນີ້ ແລ້ວ ພວກເຂົາ ກໍ ຮ້ອງ ຂຶ້ນດ້ວຍ ສຽງດັງ ວ່າ, “ຈັດ ການ ກັບ ຄົນ ນີ້ ເສຍ ເອົາ ໄປ ຂ້າຖິ້ມ, ບໍ່ ຄວນ ໃຫ້ ມີ ຊີວິດ ຢູ່. ”
\v 23 ແລ້ວ ພວກເຂົາ ຮ້ອງ ໂວຍວາຍ ທັງ ແກ້ ເສື້ອ ໂຍນ ໄປມາ ແລະ ກໍາ ຂີ້ຝຸ່ນ ຊັດ ຂຶ້ນ ໃນ ອາກາດ.
\v 24 ນາຍພັນ ຈຶ່ງ ສັ່ງ ໃຫ້ ເອົາ ໂປໂລ ເຂົ້າ ໄປ ໃນ ຄ້າຍ ທະຫານ ແລະ ສັ່ງ ໃຫ້ ສອບສວນ ດ້ວຍ ການ ຂ້ຽນຕີ ເພື່ອ ຢາກ ຮູ້ ວ່າ ດ້ວຍເຫດໃດ ປະຊາຊົນ ຈຶ່ງ ຮ້ອງ ຂຶ້ນ ຕໍ່ສູ້ ເພິ່ນ ຢ່າງ ນີ້.
\s5
\v 25 ແຕ່ ເມື່ອ ທະຫານ ມັດ ເພິ່ນ ໄວ້ ດ້ວຍ ເຊືອກ ໜັງ, ໂປໂລ ຈຶ່ງ ເວົ້າ ຕໍ່ ນາຍຮ້ອຍ ທີ່ ຢືນ ຢູ່ ໃນທີ່ ນັ້ນ ວ່າ, “ການ ທີ່ ຈະ ຂ້ຽນຕີ ຄົນ ສັນ ຊາດ ໂຣມ ກ່ອນ ຖືກ ພິພາກສາ ລົງໂທດ ນັ້ນ ເປັນ ການ ຖືກ ຕ້ອງ ຕາມ ກົດໝາຍ ບໍ? ” (ຍ)
\v 26 ເມື່ອ ນາຍຮ້ອຍ ໄດ້ຍິນ ເຊັ່ນ ນີ້ ລາວ ຈຶ່ງ ໄປ ຫາ ນາຍພັນ ແລະ ຖາມ ເພິ່ນ ວ່າ, “ທ່ານ ກາໍ ລັງ ຈະ ເຮັດ ຫຍັງ ລົງ ໄປ? ຊາຍ ຜູ້ ນັ້ນ ເປັນ ຄົນ ສັນຊາດ ໂຣມ.”
\s5
\v 27 ດັ່ງ ນັ້ນ ນາຍພັນ ຈຶ່ງ ໄປ ຫາ ໂປໂລ ແລະ ຖາມ ວ່າ, “ບອກ ມາ ເບິ່ງ ດຸ ວ່າ, ເຈົ້າ ເປັນ ຄົນ ສັນ ຊາດ ໂຣມ ບໍ? ” ໂປໂລ ຕອບ ວ່າ, “ແມ່ນແລ້ວ. ”
\v 28 ນາຍພັນ ເວົ້າ ວ່າ, “ຂ້ອຍ ໄດ້ ຈ່າຍ ເງິນ ຢ່າງ ຫລວງຫລາຍ ເພື່ອ ຈະ ໄດ້ ສັນ ຊາດ ໂຣມ. ” ໂປໂລ ຕອບ ວ່າ, “ແຕ່ ຂ້ານ້ອຍ ເປັນ ຄົນ ສັນຊາດ ໂຣມ ໂດຍ ກໍາເນີດ. ”
\v 29 ແລ້ວ ພວກ ທີ່ ກໍາລັງ ຈະ ສອບຖາມ ໂປໂລ ນັ້ນ ກໍ ຖອຍ ອອກ ຈາກ ເພິ່ນ ທັນ ທີ, ສ່ວນ ນາຍພັນ ເອງ ເມື່ອ ຮູ້ ວ່າ ໂປໂລ ເປັນ ຄົນ ສັນ ຊາດ ໂຣມ ກໍ ຢ້ານ ເພາະ ຕົນ ໄດ້ ສັ່ງ ໃຫ້ ລ່າມໂສ້ ເພິ່ນ.
\s5
\v 30 ຍ້ອນ ນາຍພັນ ຢາກ ຮູ້ ພວກ ຢິວ ກ່າວຫາ ໂປໂລ ດ້ວຍ ເຫດ ອັນ ໃດ ແທ້, ສະນັ້ນ ຕົກ ວັນ ໜ້າ ມາ ເພິ່ນ ຈຶ່ງ ສັ່ງ ໃຫ້ ທະຫານ ແກ້ ໂສ້ ທີ່ ລ່າມ ໂປໂລ ອອກ ແລະ ທັງ ສັ່ງ ໃຫ້ ບັນ ດາ ຫົວ ໜ້າ ປະໂຣຫິດ ກັບ ບັນ ດາ ສະມາຊິກ ຂອງ ສະພາ ສູງສຸດ ມາ ປະຊຸມ ກັນ ແລ້ວ ນາຍພັນ ກໍ ພາ ໂປໂລ ໄປ ແລະ ໃຫ້ ຢືນ ຢູ່ ຕໍ່ໜ້າ ພວກເຂົາ.
\s5
\c 23
\p
\v 1 ຝ່າຍໂປໂລ ຈຶ່ງ ຈ້ອງຕາເບິ່ງ ກອງປະຊຸມນັ້ນ ແລະກ່າວວ່າ, “ພີ່ ນ້ອງທັງຫລາຍເອີຍ, ເຮົາ ນີ້ ໄດ້ ດໍາເນີນ ຊີວິດ ຕໍ່ ພຣະພັກ ຂອງພຣະເຈົ້າ ລ້ວນແຕ່ ຕາມທີ່ ໃຈສໍານຶກ ຜິດ ແລະຊອບທີ່ ດີ ຈົນ ເຖິງ ທຸກວັນ ນີ້. ”
\v 2 ອານາເນຍ ຜູ້ ເປັນ ມະຫາ ປະໂຣຫິດ (ດ) ໄດ້ ສັ່ງ ໃຫ້ບັນດາ ຄົນ ທີ່ ຢືນ ຢູ່ ໃກ້ ຕົບ ປາກ ໂປໂລ.
\v 3 ດັ່ງ ນັ້ນ ໂປໂລ ຈຶ່ງ ກ່າວ ຕໍ່ ມະຫາ ປະໂຣຫິດ ວ່າ, “ພຣະເຈົ້າ ຈະ ຊົງ ຕົບ ເຈົ້າ ຜູ້ ເປັນ ຝາ ທີ່ ທາ ດ້ວຍ ປູນຂາວ (ຕ) ເຈົ້າ ນັ່ງ ພິພາກສາ ເຮົາ ຕາມ ກົດບັນຍັດ ແຕ່ ເຈົ້າ ຝ່າຝືນ ກົດບັນຍັດ ໂດຍ ສັ່ງ ຄົນ ຕົບ ປາກ ເຮົາ.”
\s5
\v 4 ຄົນ ທີ່ ຢູ່ ໃກ້ ກັບ ໂປໂລ ເວົ້າ ຕໍ່ ເພິ່ນ ວ່າ, “ເຈົ້າ ເວົ້າ ໝິ່ນປະໝາດ ມະຫາ ປະໂຣຫິດ ຂອງ ພຣະເຈົ້າ ບໍ? ”
\v 5 ໂປໂລ ຕອບ ວ່າ, “ພີ່ ນ້ອງ ທັງ ຫລາຍ ເອີຍ ຂ້າພະເຈົ້າ ບໍ່ ຮູ້ ວ່າ ເພິ່ນ ເປັນ ມະຫາ ປະໂຣຫິດ ເພາະ ມີ ຄໍາ ຂຽນ ໄວ້ ໃນ ພຣະຄໍາພີ ວ່າ, ‘ຢ່າ ກ່າວ ຄໍາ ຊົ່ວ ຮ້າຍ ຕໍ່ ຜູ້ ປົກ ຄອງ ພົນ ລະເມືອງ ຂອງຕົນ.
\s5
\v 6 ເມື່ອ ໂປໂລ ສັງ ເກດ ເຫັນ ວ່າ ໃນ ກອງ ປະຊຸມ ຂອງ ສະພາ ສູງສຸດ ນີ້ ຄົນ ສ່ວນ ໜຶ່ງ ເປັນ ພວກ ຊາດູກາຍ ແລະ ຄົນ ສ່ວນ ໜຶ່ງ ອີກ ເປັນ ພວກ ຟາຣີຊາຍ. ດັ່ງ ນັ້ນ ເພິ່ນ ຈຶ່ງ ຮ້ອງ ຂຶ້ນ ຕໍ່ໜ້າ ກອງ ປະຊຸມ ວ່າ, “ພີ່ ນ້ອງ ທັງຫລາຍ ເອີຍ, ຂ້າພະເຈົ້າ ເປັນ ຟາຣີຊາຍ ແລະ ເປັນ ລູກ ຂອງ ຄົນ ຟາຣີຊາຍ. ຂ້າພະເຈົ້າ ຖືກ ນາໍ ຕົວ ມາ ພິພາກສາ ຢູ່ ທີ່ ນີ້ ກໍ ເພາະ ຂ້າພະເຈົ້າ ມີ ຄວາມຫວັງ ວ່າ ຄົນ ຕາຍ ຈະ ເປັນ ຄືນ ມາ ສູ່ ຊີວິດ. ”
\v 7 ພໍ ໂປໂລ ກ່າວ ເຖິງ ເລື່ອງ ນີ້ ພວກ ຟາຣີຊາຍ ກັບ ພວກ ຊາດູກາຍ ກໍ ເກີດ ການ ໂຕ້ຖຽງ ກັນ ແລະ ກອງ ປະຊຸມ ກໍ ແຕກກັນ ອອກ ເປັນ ສອງ ຝ່າຍ. (
\v 8 ພວກ ຊາດູກາຍ ເວົ້າ ວ່າ, ຄົນ ຕາຍ ຈະ ບໍ່ ເປັນ ຄືນ ມາ ສູ່ ຊີວິດ ອີກ ທັງ ເທວະດາ ຫລື ວິນຍານ ກໍ ບໍ່ ມີ ດ້ວຍ, ສ່ວນ ພວກ ຟາຣີຊາຍ ນັ້ນ ເຊື່ອ ວ່າ ມີ ທັງ ສາມ ຢ່າງ.)
\s5
\v 9 ແລ້ວ ສຽງ ອຶກກະທຶກ ກັນ ຢ່າງ ໃຫຍ່ ກໍ ເກີດຂຶ້ນ ແລະ ມີ ພວກ ທໍາມະຈານ ບາງຄົນ ໃນ ຄະນະ ຟາຣີຊາຍ ຢືນ ຂຶ້ນ ຄັດ ຄ້ານ ວ່າ, “ພວກເຮົາ ບໍ່ ເຫັນ ຄວາມຜິດ ໃດໆ ໃນ ຄົນ ນີ້. ຖ້າວິນ ຍານ ຫລື ເທວະດາ ຕົນ ໜຶ່ງ ກ່າວ ກັບ ລາວ ຈະ ວ່າ ຢ່າງ ໃດ? ”
\v 10 ການ ໂຕ້ຖຽງ ກັນ ຮຸນແຮງ ຍິ່ງ ຂຶ້ນ ຈົນ ນາຍພັນ ຢ້ານ ວ່າ ໂປໂລ ອາດ ຈະ ຖືກ ເຂົາ ຍາດ ຈັບ ຈີກ ເປັນ ຕ່ອນໆ ກໍໄດ້. ດັ່ງ ນັ້ນ ເພິ່ນ ຈຶ່ງ ໄດ້ ສັ່ງ ທະຫານ ໃຫ້ ລົງ ໄປ ໃນ ທ່າມກາງ ພວກເຂົາ ແລະ ພາ ໂປໂລ ເຂົ້າ ໄປ ໃນ ຄ້າຍ.
\s5
\v 11 ໃນ ຄືນ ນັ້ນ ອົງພຣະ ຜູ້ ເປັນເຈົ້າ ໄດ້ ຢືນ ຢູ່ໃກ້ ໂປໂລ ແລະ ກ່າວ ວ່າ, “ຢ່າ ສູ່ ຢ້ານ ເຈົ້າ ເປັນ ພະຍານ ໃຫ້ ແກ່ ເຮົາ ຢູ່ ທີ່ ນະຄອນ ເຢຣູຊາເລັມ ນີ້ ແລ້ວ ຢ່າງ ໃດ ເຈົ້າ ກໍຈະ ເປັນ ພະຍານ ໃຫ້ ແກ່ ເຮົາ ຢູ່ ໃນ ນະຄອນ ໂຣມ ຢ່າງ ນັ້ນ.”
\s5
\v 12 ພໍ ເວລາ ຮຸ່ງ ເຊົ້າ ແລ້ວ ພວກ ຢິວ ບາງຄົນ ກໍ ເຕົ້າໂຮມ ກັນ ສົມ ຮູ້ ຮ່ວມຄິດ ເພື່ອ ວາງແຜນ ການ ປອງຮ້າຍ ພວກເຂົາ ສາບານ ຕົວ ໄວ້ ວ່າ ພວກເຂົາ ຈະ ບໍ່ ກິນ ຫລື ດື່ມ ຫຍັງ ເລີຍ ຈົນ ກວ່າ ຈະ ໄດ້ ຂ້າໂປໂລ ເສຍ ກ່ອນ.
\v 13 ຄົນ ທີ່ ຮ່ວມ ກັນ ຄີດ ແຜນການ ຊົ່ວ ຮ້າຍ ນີ້ ມີ ຢູ່ ກວ່າ ສີ່ ສິບ ຄົນ.
\s5
\v 14 ແລ້ວ ພວກເຂົາ ກໍ ໄປ ຫາ ບັນດາ ຫົວ ໜ້າ ປະໂຣຫິດ ກັບ ບັນດາ ເຖົ້າແກ່ ແລະ ເວົ້າ ວ່າ, “ພວກເຮົາ ໄດ້ ສາບານ ຕົວ ໄວ້ ຢ່າງ ໜັກ ແໜ້ນ ວ່າ ຈະ ບໍ່ ກິນ ອາຫານ ຈົນ ກວ່າ ພວກເຮົາ ໄດ້ ຂ້າໂປໂລ ເສຍ ກ່ອນ.
\v 15 ບັດ ນີ້ ຈົ່ງ ໃຫ້ ພວກທ່ານ ພ້ອມກັບ ກອງ ປະຊຸມ ຂອງ ສະພາ ສູງສຸດ ໄປ ຂໍ ອະນຸຍາດ ນາຍພັນ ໃຫ້ ນາໍ ໂປໂລ ມາ ໂດຍ ອ້າງ ເຫດຜົນ ກັບ ເພິ່ນ ວ່າ, ພວກທ່ານ ຕ້ອງການ ຮູ້ ເລື່ອງ ຜູ້ ກ່ຽວ ໃຫ້ ຄັກແນ່ ຕື່ມ ອີກ, ສ່ວນ ພວກເຮົາ ນັ້ນ ກໍ ພ້ອມແລ້ວ ທີ່ ຈະ ຂ້າ ລາວ ກ່ອນ ລາວ ມາ ເຖິງ ທີ່ ນີ້. ”
\s5
\v 16 ແຕ່ ລູກຊາຍ ຂອງ ນ້ອງສາວ ໂປໂລ ໄດ້ຍິນ ເຖິງ ເລື່ອງ ການ ປອງຮ້າຍ ນີ້. ດັ່ງ ນັ້ນ ລາວ ຈຶ່ງ ໄປ ທີ່ ຄ້າຍ ທະຫານ ແລະ ບອກ ໂປໂລ.
\v 17 ແລ້ວ ໂປໂລ ກໍ ເອີ້ນ ນາຍຮ້ອຍ ຄົນ ໜຶ່ງ ມາ ແລະ ກ່າວ ແກ່ ລາວ ວ່າ, “ຈົ່ງ ພາ ຊາຍ ໜຸ່ມ ຄົນ ນີ້ ໄປ ຫາ ທ່ານ ນາຍພັນ, ລາວ ມີ ບາງ ສິ່ງ ທີ່ ຈະ ບອກ ເພິ່ນ.”
\s5
\v 18 ນາຍຮ້ອຍ ຜູ້ ນັ້ນ ຈຶ່ງ ພາ ຊາຍ ໜຸ່ມ ໄປ ຫາ ນາຍພັນ ແລະ ເວົ້າ ວ່າ, “ໂປໂລ ຜູ້ ທີ່ ຖືກ ຂັງ ຢູ່ ນັ້ນ ໄດ້ ເອີ້ນ ຂ້ານ້ອຍ ໄປ ຫາ ແລະ ຂໍ ໃຫ້ ພາ ຊາຍ ໜຸ່ມ ຄົນ ນີ້ ມາ ຫາ ທ່ານ ເພາະ ລາວ ມີ ບາງສິ່ງ ທີ່ ຈະແຈ້ງ ໃຫ້ ທ່ານ ຮູ້. ”
\v 19 ນາຍພັນ ຈຶ່ງ ຈູງ ມື ຊາຍ ໜຸ່ມ ນັ້ນ ໄປ ຕ່າງຫາກ ແລະ ຖາມ ລາວ ວ່າ, “ເຈົ້າ ມີ ເລື່ອງ ຫຍັງ ຈະແຈ້ງ ໃຫ້ ຂ້ອຍ ຮູ້?”
\s5
\v 20 ຊາຍ ໜຸ່ມ ຈຶ່ງ ຕອບ ວ່າ, “ພວກ ຢິວ ໄດ້ ຕົກ ລົງ ກັນ ວ່າ ຂໍ ໃຫ້ ທ່ານ ພາ ໂປໂລ ລົງ ໄປ ຍັງ ກອງ ປະຊຸມ ຂອງ ສະພາ ສູງສຸດ ໃນ ມື້ອື່ນ ໂດຍ ອ້າງ ເຫດຜົນ ວ່າ ກອງ ປະຊຸມ ຕ້ອງການ ຮູ້ ເລື່ອງ ຜູ້ກ່ຽວ ໃຫ້ ຄັກ ແນ່ ຕື່ມ ອີກ.
\v 21 ແຕ່ ທ່ານ ຢ່າ ໄດ້ ເຊື່ອ ພວກເຂົາ, ເພາະວ່າ ມີ ຫລາຍກວ່າ ສີ່ ສິບ ຄົນ ໃນ ພວກເຂົາ ທີ່ ກໍາ ລັງ ລໍຄອຍ ປອງຮ້າຍ ໂປໂລ ຢູ່, ພວກເຂົາ ໄດ້ ສາບານ ຕົວ ໄວ້ ວ່າ ພວກເຂົາ ຈະ ບໍ່ ກິນ ຫືລ ດື່ມ ຈົນ ກວ່າ ໄດ້ ຂ້າໂປໂລ ເສຍ ກ່ອນ. ບັດ ນີ້ ພວກເຂົາ ພ້ອມແລ້ວ ທີ່ ຈະ ດໍາເນີນ ການ ນີ້ ແລະ ກາໍ ລັງລໍຖ້າ ການ ຕັດ ສິນ ໃຈ ຈາກ ທ່ານ ຢູ່.”
\s5
\v 22 ແລ້ວ ນາຍພັນ ຈຶ່ງ ເວົ້າ ວ່າ, “ຢ່າ ສູ່ ບອກ ຜູ້ໃດ ວ່າ ເຈົ້າ ໄດ້ ລາຍງານ ເລື່ອງ ນີ້ ສູ່ ຂ້ອຍ ຟັງ. ” ແລ້ວ ເພິ່ນ ກໍ ສົ່ງ ລາວ ໃຫ້ ກັບ ໄປ.
\v 23 ແລ້ວ ນາຍພັນ ກໍ ເອີ້ນ ນາຍຮ້ອຍ ສອງ ຄົນ ຂອງຕົນ ມາ ແລະ ສັ່ງ ວ່າ, “ຈົ່ງ ຈັດ ຕຽມ ເອົາ ທະຫານ ສອງຮ້ອຍ ຄົນ ເພື່ອ ເດີນ ທາງ ໄປ ຍັງ ເມືອງ ກາຍຊາເຣຍ ພ້ອມ ນີ້ ໃຫ້ ເອົາ ທະຫານ ມ້າ ເຈັດ ສິບ ຄົນ ກັບ ທະຫານ ຫອກ ສອງຮ້ອຍ ຄົນ ໄປ ນາໍ ແລະ ໃຫ້ ຕຽມພ້ອມ ອອກ ເດີນ ທາງ ໃນ ເວລາ ເກົ້າ ໂມງ ຂອງ ຄືນ ນີ້.
\v 24 ຈົ່ງ ຈັດ ຫາ ມ້າ ບາງ ໂຕ ໃຫ້ ໂປໂລ ຂີ່ ແລະ ສົ່ງ ລາວ ໄປ ໃຫ້ ປອດໄພ ເຖິງ ຜູ້ ປົກ ຄອງ ເຟລິກ. ” (ຖ)
\s5
\v 25 ແລ້ວ ນາຍພັນ ກໍ ຂຽນ ຈົດໝາຍ ສະບັບ ໜຶ່ງ ໂດຍ ມີ ໃຈ ຄວາມ ດັ່ງ ຕໍ່ ໄປນີ້:
\v 26 “ຂ້າພະເຈົ້າ ກລາວດີໂອລີເຊຍ ກາບຮຽນ ພະນະທ່ານ ເຟລິກ ຜູ້ ປົກຄອງ.
\v 27 ພວກ ຢິວ ໄດ້ ຈັບ ຊາຍ ຄົນ ນີ້ ແລະ ເກືອບ ຈະ ຂ້າລາວ ຖິ້ມ, ເມື່ອ ຂ້າພະເຈົ້າ ຮູ້ ວ່າ ລາວ ເປັນ ຄົນ ສັນຊາດ ໂຣມ. ຂ້າພະເຈົ້າ ຈຶ່ງ ນໍາ ເອົາ ທະຫານ ເຂົ້າ ໄປ ຊ່ວຍ ລາວ ໄວ້.
\s5
\v 28 ຍ້ອນ ວ່າ ຂ້າພະເຈົ້າ ຢາກ ຮູ້ ຄັກ ແນ່ ເຖິງ ເຫດ ທີ່ ພວກ ຢິວ ຟ້ອງ ລາວ ຂ້າພະເຈົ້າ ຈຶ່ງ ພາ ລາວ ໄປ ຢືນ ຢູ່ ຕໍ່ ໜ້າ ສະພາ ສູງສຸດ ຂອງ ພວກເຂົາ.
\v 29 ຂ້າພະເຈົ້າ ໄດ້ ພົບ ວ່າ ບໍ່ ມີ ຂໍ້ຫາ ໃດໆ ທີ່ ລາວ ຄວນ ຈະ ຕາຍ ຫລື ຖືກ ຂັງ ຄຸກ, ຄໍາ ຟ້ອງ ຕໍ່ສູ້ ລາວ ນັ້ນ ພົວ ພັນ ກັບ ບັນ ຫາ ເລື່ອງ ກົດບັນຍັດ ຂອງ ພວກເຂົາ ເອງ.
\v 30 ຕໍ່ມາ ເມື່ອ ຂ້າພະເຈົ້າ ໄດ້ ຮັບ ແຈ້ງ ວ່າ ພວກ ຢິວ ຮ່ວມ ກັນ ຄິດ ແຜນການ ຊົ່ວ ຮ້າຍ ຕໍ່ ຊາຍ ຄົນ ນີ້ ຂ້າພະເຈົ້າ ຈຶ່ງ ສົ່ງ ລາວ ມາ ຫາ ພະນະທ່ານ ທັນ ທີ ຂ້າພະເຈົ້າ ໄດ້ ບອກ ໃຫ້ ໂຈດ ໄປ ວ່າຄວາມ ກັນ ຢູ່ ຕໍ່ໜ້າ ພະນະທ່ານ.”
\s5
\v 31 ພວກ ທະຫານ ໄດ້ ປະຕິບັດ ຕາມ ຄໍາສັ່ງ, ພວກເຂົາ ໄດ້ ເອົາ ໂປໂລ ໄປ ໃນ ຄືນນັ້ນ ເອງ ຈົນ ເຖິງ ເມືອງ ອັນຕີປາຕີ.
\v 32 ວັນ ຕໍ່ມາ ພວກ ທະຫານ ລາບ ກໍ ກັບ ຄືນ ມາ ຍັງ ຄ້າຍ ແລະ ປ່ອຍ ໃຫ້ ພວກ ທະຫານ ມ້າ ກັບ ໂປໂລ ເດີນ ທາງ ໄປ ຕໍ່.
\v 33 ພໍ ມາ ເຖິງ ເມືອງ ກາຍຊາເຣຍ ແລ້ວ ພວກ ທະຫານ ມ້າ ກໍ ມອບ ຈົດ ໝາຍ ໃຫ້ ຜູ້ ປົກ ຄອງ ແລະ ມອບ ໂປໂລ ໃຫ້ ເພິ່ນ ດ້ວຍ.
\s5
\v 34 ເມື່ອ ຜູ້ ປົກຄອງ ອ່ານ ຈົດໝາຍ ແລ້ວ ເພິ່ນ ກໍ ຖາມ ວ່າ ໂປໂລ ມາ ຈາກ ແຂວງ ໃດ, ຫລັງ ຈາກ ທີ່ ຮູ້ ວ່າ ໂປໂລ ມາ ຈາກ ແຂວງ ກີລີເກຍ.
\v 35 ເພິ່ນ ຈຶ່ງ ເວົ້າ ວ່າ, “ເມື່ອ ພວກ ໂຈດ ມາ ເຖິງ ແລ້ວ ເຮົາ ຈະ ຟັງ ຄໍາ ໃຫ້ ການ ຂອງ ເຈົ້າ. ” ແລ້ວ ເພິ່ນ ກໍ ສັ່ງ ໃຫ້ ຄຸມ ຕົວ ໂປໂລ ໄວ້ ໃນ ຜາສາດ ທີ່ ເຮໂຣດ ໄດ້ ສ້າງ. (ທ)
\s5
\c 24
\p
\v 1 ເມື່ອ ຜ່ານ ໄປ ໄດ້ ຫ້າວັນ ແລ້ວ ອານາເນຍ ມະຫາ ປະໂຣຫິດ ກໍໄດ້ ເດີນ ທາງ ໄປ ທີ່ ເມືອງ ກາຍຊາເຣຍ ກັບ ພວກ ເຖົ້າ ແກ່ ບາງຄົນ ແລະ ທະນາຍຄວາມ ຄົນ ໜຶ່ງ ຊື່ ວ່າ ເຕຕູໂລ, ພວກເຂົາ ໄດ້ ມາ ສະເໜີ ຕົວ ເພື່ອ ຍື່ນ ຄະດີ ຟ້ອງ ໂປໂລ ຕໍ່ໜ້າ ຜູ້ ປົກຄອງ ເຟລິກ. (ນ)
\v 2 ເມື່ອ ໂປໂລ ຖືກ ນໍາ ຕົວ ເຂົ້າ ມາ ແລ້ວ ເຕຕູໂລ ກໍ ເລີ່ມ ກ່າວ ຟ້ອງ ວ່າ, “ກາບຮຽນ ພະນະທ່ານ ເຟລິກ ທີ່ ນັບ ຖື ພາຍໃຕ້ ການນໍາພາ ອັນ ສະຫລາດ ສ່ອງໃສ ຂອງທ່ານ, ຂ້ານ້ອຍ ທັງ ຫລາຍ ໄດ້ ມີ ຄວາມ ສະຫງົບ ສຸກ ເປັນ ເວລາ ຍາວນານ ແລະ ການ ປະຕິຮູບ ອັນ ຈໍາເປັນ ຫລາຍ ຢ່າງ ກໍ ມີ ຜົນ ດີ ແກ່ ປະເທດ ຊາດ ຂອງ ພວກ ຂ້ານ້ອຍ.
\v 3 ຂ້ານ້ອຍ ທັງ ຫລາຍ ຍິນ ດີ ຮັບ ເອົາ ການ ປະຕິຮູບ ນີ້ ໃນ ທົ່ວ ທຸກ ບ່ອນ ແລະ ຕະຫລອດ ເວລາ ແລະ ທັງ ຮູ້ສຶກ ຢ່າງ ເລິກ ເຊິ່ງ ວ່າ ໄດ້ ເປັນ ໜີ້ ບຸນຄຸນ ຕໍ່ ທ່ານ ດ້ວຍ.
\s5
\v 4 ແຕ່ ເພື່ອ ບໍ່ ໃຫ້ ທ່ານ ເສຍ ເວລາ ເກີນ ໄປ ຂ້ານ້ອຍ ຈຶ່ງ ຂໍ ຄວາມ ກະຣຸນາ ຈາກ ທ່ານ ໂຜດ ຟັງ ຂ້ານ້ອຍ ກ່າວ ເລື່ອງລາວ ຂອງ ພວກ ຂ້ານ້ອຍ ຢ່າງ ສັ້ນ ໆ.
\v 5 ພວກ ຂ້ານ້ອຍ ເຫັນ ວ່າ ຊາຍ ຄົນ ນີ້ເປັນ ໄພ ອັນ ຕະລາຍ ຢ່າງ ຮ້າຍແຮງ ຕໍ່ ບ້ານ ເມືອງ, ລາວ ຍຸແຍ່ ໃຫ້ ເກີດ ຄວາມ ວຸ້ນ ວາຍ ຂຶ້ນ ໃນ ທ່າມກາງ ພວກ ຢິວ ທົ່ວ ໂລກນີ້ ແລະ ລາວ ກໍ ເປັນ ຜູ້ນາໍ ຂອງ ລັດທິ ນາຊາເຣັດ. (ບ)
\v 6 ອີກ ປະການ ໜຶ່ງ ຜູ້ກ່ຽວ ເຮັດ ໃຫ້ ພຣະວິຫານ ເສື່ອມເສຍ ຄວາມ ສັກ ສິດ ແລະ ພວກ ຂ້ານ້ອຍ ໄດ້ ຈັບ ກຸມ ລາວ ໄວ້, [ພວກ ຂ້ານ້ອຍ ໄດ້ ວາງແຜນ ຕັດ ສິນ ລົງ ໂທດ ລາວ ຕາມ ກົດ ໝາຍ ຂອງ ພວກ ຂ້ານ້ອຍ ເອງ,
\s5
\v 7 ແຕ່ ນາຍພັນ ລີເຊຍ ໄດ້ ມາ ໃຊ້ ກາໍ ລັງ ຍາດ ເອົາ ຕົວ ລາວ ໄປ ຈາກ ພວກ ຂ້ານ້ອຍ ແລ້ວ ທ່ານ ນາຍພັນ ລີເຊຍ ກໍ ສັ່ງ ໃຫ້ ພວກ ໂຈດ ມາ ຟ້ອງ ລາວ ຕໍ່ໜ້າທ່ານ.
\v 8 ຖ້າ ທ່ານ ເອງ ຈະ ສອບຖາມ ລາວ ທ່ານ ກໍ ສາມາດ ຈະ ຮູ້ ໄດ້ ຄັກ ແນ່ ຈາກ ລາວ] (ປ) ໃນ ເລື່ອງທີ່ ພວກ ຂ້ານ້ອຍ ກ່າວ ຟ້ອງ ນີ້. ”
\v 9 ພວກ ຢິວ ຕ່າງ ກໍ ສະໜັບ ສະໜູນ ຄໍາ ກ່າວຫາ ນີ້ ແລະ ຢືນ ຢັນ ວ່າ ເລື່ອງລາວ ທັງ ົໝົດ ນັ້ນ ເປັນ ຄວາມຈິງ.
\s5
\v 10 ແລ້ວ ຜູ້ ປົກ ຄອງ ກໍ ໃຫ້ ສັນ ຍານ ແກ່ ໂປໂລ ເວົ້າ ແລະ ໂປໂລ ຈຶ່ງ ກ່າວ ວ່າ, “ເນື່ອງ ຈາກ ຂ້ານ້ອຍ ຮູ້ ວ່າ ພະນະທ່ານ ເປັນ ຜູ້ ພິພາກສາ ຂອງ ຊົນ ຊາດ ນີ້ ໄດ້ ຫລາຍ ປີ ມາ ແລ້ວ. ດັ່ງ ນັ້ນ ຂ້ານ້ອຍ ຈຶ່ງ ຂໍ ກ່າວ ແກ້ ຄະດີ ຕໍ່ ໜ້າ ທ່ານ ດ້ວຍ ໃຈ ຊື່ນ ຍິນດີ.
\v 11 ທ່ານ ຄົງ ສືບ ຊາບ ຮູ້ ໄດ້ ວ່າ ຕັ້ງ ແຕ່ ຂ້ານ້ອຍ ໄດ້ໄປ ນະມັດ ສະການ ທີ່ນະຄອນ ເຢຣູຊາເລັມ ຍັງບໍ່ໄດ້ ເກີນ ສິບສອງ ວັນ.
\v 12 ເມື່ອ ພວກ ຢິວ ໄດ້ ພົບ ຂ້ານ້ອຍ ນັ້ນ ຂ້ານ້ອຍ ບໍ່ ໄດ້ ໂຕ້ຖຽງ ກັບ ຜູ້ໃດ ໃນ ພຣະວິຫານ ເລີຍ ແລະ ພວກເຂົາ ກໍ ເຫັນ ວ່າ ຂ້ານ້ອຍ ບໍ່ ໄດ້ ຍຸແຍ່ ປະຊາຊົນ ໃຫ້ ລຸກຮື້ຂຶ້ນ ທັງ ໃນ ທາໍມະສາລາ ຫລື ໃນ ບ່ອນ ໃດໆ ດ້ວຍ.
\v 13 ເຫດການ ທັງ ປວງ ທີ່ ພວກເຂົາ ກາໍລັງ ຟ້ອງ ຂ້ານ້ອຍ ດຽວ ນີ້ ພວກເຂົາ ພິສູດ ບໍ່ໄດ້.
\s5
\v 14 ຂ້ານ້ອຍ ຂໍ ຮັບ ຕໍ່ໜ້າ ທ່ານ ຢ່າງ ໜຶ່ງ ຄື ວ່າ, ຂ້ານ້ອຍ ຮັບ ໃຊ້ ພຣະເຈົ້າ ຂອງ ບັນ ພະບຸລຸດ ຂອງ ຂ້ານ້ອຍ ຕາມ ທາງ ນັ້ນ ທີ່ ພວກເຂົາ ຖື ວ່າ ເປັນ ລັດ ທິ ນອກຮີດ, ແຕ່ ຂ້ານ້ອຍ ກໍ ເຊື່ອ ໃນ ທຸກໆ ສິ່ງ ຕາມ ທີ່ ມີ ຄໍາ ຂຽນ ໄວ້ ໃນ ກົດບັນຍັດ ຂອງ ໂມເຊ ແລະ ໜັງ ສື ຂອງ ບັນ ດາ ຜູ້ທາໍນວາຍ ເໝືອນກັນ.
\v 15 ຂ້ານ້ອຍ ມີ ຄວາມຫວັງ ໃນ ພຣະເຈົ້າ ຢ່າງ ດຽວ ກັບ ທີ່ ຄົນ ເຫລົ່າ ນີ້ ມີ ຢູ່ ຄື ຫວັງ ວ່າ ທຸກໆ ຄົນ ທັງຊອບທາໍ ແລະ ບໍ່ ຊອບທາໍ ຈະ ເປັນ ຄືນ ມາ ຈາກ ຕາຍ.
\v 16 ດ້ວຍເຫດນີ້, ຂ້ານ້ອຍ ຈຶ່ງ ອົດ ສາ ປະພຶດ ຕົນ ໃຫ້ ມີ ໃຈ ສໍານຶກ ຜິດ ແລະຊອບ ອັນ ເສາະໃສ ຕໍ່ໜ້າ ພຣະເຈົ້າ ແລະ ຕໍ່ໜ້າ ມະນຸດ ສະເໝີ ມາ.”
\s5
\v 17 “ຫລັງ ຈາກ ທີ່ຂ້ານ້ອຍ ໄດ້ ຈາກ ນະຄອນ ເຢຣູຊາເລັມ ໄປ ເປັນ ເວລາ ຫລາຍ ປີ ແລ້ວ, ຂ້ານ້ອຍ ກໍ ກັບມາ ຍັງ ນະຄອນ ນີ້ ອີກ ເພື່ອ ນາໍ ເອົາ ເງິນ ຊ່ວຍເຫລືອ ມາ ໃຫ້ ປະຊາຊົນ ຂອງ ຂ້ານ້ອຍ ແລະ ເພື່ອ ຖວາຍບູຊາ ແກ່ ພຣະເຈົ້າ ດ້ວຍ.
\v 18 ໃນ ຂະນະທີ່ ຂ້ານ້ອຍ ກາໍ ລັງ ປະຕິບັດ ສິ່ງ ນີ້ ຢູ່ ນັ້ນ ເອງ ທີ່ ພວກເຂົາ ໄດ້ ພົບ ຂ້ານ້ອຍ ໃນ ບໍລິເວນ ພຣະວິຫານ ຂະນະທີ່ ຂ້ານ້ອຍ ໄດ້ ປະກອບ ພິທີຊໍາລະ ຕົວ ແລ້ວ, ບໍ່ ມີ ຜູ້ ສ້າງ ຄວາມ ປັ່ນ ປ່ວນ ໃດໆ ຢູ່ ກັບ ຂ້ານ້ອຍ ແລະ ບໍ່ ມີ ຜູ້ ກໍ່ ການ ວຸ້ນວາຍ ໃດໆ.
\v 19 ແຕ່ ມີພວກ ຢິວ ບາງຄົນ ທີ່ ມາ ຈາກ ແຂວງ ເອເຊຍ ໄດ້ ຢູ່ໃນທີ່ ນັ້ນ ເໝືອນກັນ, ຄວນ ແມ່ນ ພວກເຂົາ ເອງ ທີ່ ຕ້ອງ ມາ ຢູ່ ຕໍ່ໜ້າ ທ່ານ ເພື່ອ ກ່າວຫາ ຂ້ານ້ອຍ ຖ້າພວກເຂົາ ມີ ເລື່ອງ ອັນ ໃດ ຕໍ່ສູ້ ຂ້ານ້ອຍ.
\s5
\v 20 ຫລື ໃຫ້ ຄົນ ເຫລົ່າ ນັ້ນ ຟ້ອງ ຂ້ານ້ອຍ ຢູ່ໃນ ທີ່ ນີ້ ໂລດ ວ່າ ພວກເຂົາ ໄດ້ ເຫັນ ຄວາມຜິດ ຫຍັງ ແດ່ ໃນ ຂ້ານ້ອຍ ໃນ ເວລາ ທີ່ ຂ້ານ້ອຍ ຢືນ ຢູ່ ຕໍ່ໜ້າ ສະພາ ສູງສຸດ ນີ້,
\v 21 ນອກຈາກ ຂໍ້ ດຽວ ທີ່ ຂ້ານ້ອຍ ໄດ້ ຮ້ອງ ຂຶ້ນ ເມື່ອ ຂ້ານ້ອຍ ຢືນ ຢູ່ ຕໍ່ໜ້າ ພວກເຂົາ ວ່າ, ‘ຂ້າພະເຈົ້າ ຖືກ ນາໍ ຕົວ ມາ ພິພາກສາ ຢູ່ຕໍ່ໜ້າທ່ານ ໃນວັນນີ້ ຍ້ອນ ຂ້າພະເຈົ້າ ເຊື່ອ ວ່າ ຄົນ ຕາຍ ຈະ ເປັນ ຄືນ ມາ ສູ່ ຊີວິດ.
\s5
\v 22 ແຕ່ ເຟລິກ ຜູ້ ທີ່ ຮູ້ຈັກ ທາງ ນັ້ນ ດີ ສົມຄວນ ກໍ ເລື່ອນ ການ ພິຈາລະນາ ຄະດີ ຂອງ ພວກເຂົາ, ເພິ່ນ ກ່າວ ວ່າ, “ເມື່ອ ໃດ ນາຍພັນ ລີເຊຍ ມາ ຮອດ ຂ້າພະເຈົ້າ ຈຶ່ງ ຈະ ຕັດສິນ ຄະດີ ຂອງ ພວກເຈົ້າ. ”
\v 23 ຈາກ ນັ້ນ ເພິ່ນ ກໍ ສັ່ງ ໃຫ້ ນາຍຮ້ອຍ ຜູ້ ມີ ໜ້າ ທີ່ ຮັບ ຜິດ ຊອບ ນາໍ ໂປໂລ ໄປ ຄຸມ ຕົວ ໄວ້, ແຕ່ ໃຫ້ ໂປໂລ ມີ ອິດສະຫລະ ບາງ ຢ່າງ ແລະ ອະນຸຍາດ ໃຫ້ ໝູ່ ເພື່ອນ ຈັດ ຫາ ສິ່ງ ຈາໍ ເປັນ ມາ ໃຫ້ ໂປໂລ ໄດ້.
\s5
\v 24 ຫລາຍ ວັນ ຕໍ່ມາ ເຟລິກ ກໍ ມາ ກັບ ດູຊີນລາ (ຜ) ເມຍ ຂອງຕົນ ຜູ້ ເປັນ ຄົນ ຢິວ, ເພິ່ນ ໄດ້ ໃຊ້ ຄົນ ໄປ ນາໍ ເອົາ ໂປໂລ ເພື່ອ ຈະ ຟັງ ໂປໂລ ເວົ້າ ເລື່ອງ ຄວາມເຊື່ອ ໃນ ພຣະເຢຊູ ຄຣິດເຈົ້າ.
\v 25 ຂະນະທີ່ ໂປໂລ ອ້າງ ເຖິງ ຄວາມ ຍຸດຕິທໍາ, ການ ຄວບຄຸມ ຕົນເອງ ແລະ ການ ພິພາກສາ ທີ່ ຈະ ມາ ເຖິງ ໃນ ພາຍໜ້ານັ້ນ, ຝ່າຍ ເຟລິກ ກໍ ສະດຸ້ງ ຕົກ ໃຈ ຢ້ານ ຈຶ່ງ ເວົ້າ ວ່າ, “ບັດ ນີ້ ເຈົ້າ ອອກ ໄປ ໄດ້ ແລ້ວ ເຮົາ ຈະ ເອີ້ນ ເຈົ້າ ມາ ອີກ ເມື່ອ ເຮົາ ມີ ໂອກາດ.”
\s5
\v 26 ໃນ ເວລາ ດຽວກັນ ນັ້ນ ເຟລິກ ຫວັງ ວ່າ ໂປໂລ ຈະ ໃຫ້ເງິນ ເປັນ ສິນ ບົນ ແກ່ ຕົນ. ດັ່ງ ນັ້ນ ເພິ່ນ ຈຶ່ງ ເອີ້ນ ໂປໂລ ມາ ສົນທະນາ ກັບ ຕົນ ຕັ້ງ ຫລາຍ ເທື່ອ.
\v 27 ສອງ ປີ ຕໍ່ ໍມາ ໂປກີໂອ- ເຟຊະໂຕ (ຝ) ໄດ້ ມາ ຮັບ ໜ້າ ທີ່ ເປັນ ຜູ້ ປົກ ຄອງ ແທນ ເຟລິກ, ຝ່າຍ ເຟລິກ ຢາກ ໃຫ້ ພວກ ຢິວ ພໍໃຈ ນາໍ ຕົນ, ຈຶ່ງ ປະ ໂປໂລ ຂັງ ໄວ້ ໃນ ຄຸກ.
\s5
\c 25
\p
\v 1 ສາມ ວັນ ຫລັງ ຈາກ ທີ່ ເຟຊະໂຕ ໄດ້ ມາ ຮອດ ແຂວງ ນັ້ນ ເພິ່ນ ກໍ ຈາກ ເມືອງ ກາຍຊາເຣຍ ໄປ ຍັງ ນະຄອນ ເຢຣູຊາເລັມ.
\v 2 ໃນທີ ່ ນັ້ນ ບັນ ດາ ຫົວ ໜ້າ ປະໂຣຫິດ ກັບ ບັນ ດາ ຜູ້ນາໍ ຂອງ ຊາວ ຢິວ ໄດ້ ສະເໜີ ຄະດີ ຕໍ່ສູ້ ໂປໂລ ແກ່ ທ່ານ ພວກເຂົາ ຂໍຮ້ອງ ນໍາ ເຟຊະໂຕ.
\v 3 ເພື່ອ ຊ່ວຍ ພວກເຂົາ ໃນ ການ ຕໍ່ສູ້ ໂປໂລ ໂດຍ ໃຫ້ ສົ່ງ ເພິ່ນ ມາ ຍັງ ນະຄອນ ເຢຣູຊາເລັມ, ພວກເຂົາ ມີ ແຜນການ ທີ່ ຈະ ລັດ ຂ້າ ໂປໂລ ກາງ ທາງ.
\s5
\v 4 ແຕ່ ເຟຊະໂຕ ຕອບ ວ່າ, “ໂປໂລ ຖືກ ຄຸມ ຂັງ ໄວ້ ຢູ່ ເມືອງ ກາຍຊາເຣຍ ແລະ ເຮົາ ເອງ ກໍ ຈະ ກັບ ຄືນ ໄປ ຍັງ ທີ່ ນັ້ນ ໃນ ໄວໆ ນີ້.
\v 5 ດັ່ງ ນັ້ນ ຈົ່ງ ໃຫ້ ບັນ ດາ ຜູ້ ມີ ອໍານາດ ໃນ ພວກເຈົ້າ ໄປ ຍັງ ເມືອງ ກາຍຊາເຣຍ ກັບ ເຮົາ ແລະ ຟ້ອງ ຜູ້ກ່ຽວ ຖ້າ ລາວ ເຮັດ ຜິດ ຢ່າງໃດ ຢ່າງໜຶ່ງ.”
\s5
\v 6 ເຟຊະໂຕ ພັກ ຢູ່ ນໍາ ພວກເຂົາ ພຽງແຕ່ ແປດ ວັນ ຫາ ສິບ ວັນ ເທົ່ານັ້ນ ແລ້ວ ເພິ່ນ ກໍ ກັບ ຄືນ ເມືອ ທີ່ ເມືອງ ກາຍຊາເຣຍ, ວັນ ຕໍ່ ໍມາ ເພິ່ນ ໄດ້ ນັ່ງ ທີ່ ສານ ແລະ ສັ່ງ ໃຫ້ ທະຫານ ນາໍ ໂປໂລ ເຂົ້າ ມາ.
\v 7 ເມື່ອ ໂປໂລ ເຂົ້າ ມາ ແລ້ວ ພວກ ຢິວ ທີ່ ມາ ແຕ່ ນະຄອນ ເຢຣູຊາເລັມ ກໍ ຢືນ ອ້ອມ ໂປໂລ ແລະ ເລີ່ມ ຟ້ອງ ຄະດີ ໃຫຍ່ ໆ ຫລາຍ ຄະດີ ຊຶ່ງ ພວກເຂົາ ບໍ່ ມີ ຫລັກ ຖານ ຢືນ ຢັນ ໄດ້.
\v 8 ແຕ່ ໂປໂລ ກ່າວ ແກ້ ຄະດີ ວ່າ, “ຂ້ານ້ອຍ ບໍ່ ໄດ້ ເຮັດ ຜິດ ຫຍັງ ຕໍ່ສູ້ ກົດ ໝາຍ ຂອງ ພວກ ຢິວ, ຕໍ່ສູ້ ພຣະວິຫານ ແລະ ຕໍ່ສູ້ ຈັກກະພັດ ໂຣມ.”
\s5
\v 9 ແຕ່ ເຟຊະໂຕ ຢາກ ໃຫ້ ພວກ ຢິວ ພໍໃຈ ນາໍ ຕົນ. ດັ່ງນັ້ນ ເພິ່ນ ຈຶ່ງ ຖາມ ໂປໂລ ວ່າ, “ເຈົ້າ ຢາກ ໄປ ທີ່ ນະຄອນ ເຢຣູຊາເລັມ ເພື່ອ ຊໍາລະ ຄວາມ ເຖິງ ການ ກ່າວຫາ ເຫລົ່າ ນີ້ ຕໍ່ ່ໜ້າ ເຮົາ ຢູ່ ທີ່ ນັ້ນບໍ? ”
\v 10 ໂປໂລ ຕອບ ວ່າ, “ຂ້ານ້ອຍ ກາໍ ລັງ ຢືນ ຢູ່ ຕໍ່ໜ້າສານ ຕັດ ສິນ ຂອງ ຈັກ ກະພັດ ຢູ່ ແລ້ວ ຈົ່ງ ພິພາກສາ ຂ້ານ້ອຍ ຢູ່ ທີ່ ນີ້ ສາ, ຂ້ານ້ອຍ ບໍ່ ໄດ້ ເຮັດ ຜິດ ຫຍັງ ຕໍ່ ພວກ ຢິວ ດັ່ງ ທີ່ ທ່ານ ເອງ ກໍ ຮູ້ ຢູ່ ແລ້ວ.
\s5
\v 11 ຖ້າ ຫາກ ຂ້ານ້ອຍ ໄດ້ ເຮັດ ຜິດ ແລະ ເຮັດ ອັນ ໃດ ທີ່ ຄວນ ຈະ ມີ ໂທດ ເຖິງ ຕາຍ ຂ້ານ້ອຍ ກໍ ຍອມ ຕາຍ ໂດຍ ບໍ່ ຂັດ ຂືນ, ແຕ່ ຖ້າ ເລື່ອງ ທີ່ ພວກເຂົາ ກ່າວ ຟ້ອງ ຂ້ານ້ອຍ ນັ້ນ ບໍ່ ເປັນ ຄວາມຈິງ ແລ້ວ ບໍ່ ມີ ຜູ້ໃດ ທີ່ ມີ ອໍານາດ ມອບ ຂ້ານ້ອຍ ໃຫ້ ພວກເຂົາ ໄດ້, ຂ້ານ້ອຍ ຂໍ ອຸທອນ ໄປ ເຖິງ ຈັກກະພັດ. ” (ພ)
\v 12 ຫລັງ ຈາກ ເຟຊະໂຕ ໄດ້ ປຶກ ສາ ຫາລື ກັບ ທີ່ ປຶກ ສາ ແລ້ວ ກໍ ຕອບ ວ່າ, “ເຈົ້າ ໄດ້ ຂໍອຸທອນ ໄປ ເຖິງ ຈັກ ກະພັດ. ດັ່ງ ນັ້ນ ເຈົ້າ ກໍຈະ ໄປ ຢືນ ຢູ່ ຕໍ່ໜ້າ ຈັກກະພັດ.”
\s5
\v 13 ຫລາຍ ອາທິດ ຕໍ່ມາ ກະສັດ ອັກຄຼີປາ (ຟ) ກັບ ນາງ ເບນີເກ ຜູ້ ເປັນ ນ້ອງສາວ ກໍ ມາ ທີ່ ເມືອງ ກາຍຊາເຣຍ ເພື່ອ ທາໍ ການ ຕ້ອນຮັບ ເຟຊະໂຕ.
\v 14 ຫລັງຈາກ ພັກ ຢູ່ ທີ່ ນັ້ນ ເປັນ ເວລາ ຫລາຍ ວັນ ເຟຊະໂຕ ກໍ ເລົ່າ ຄະດີ ຂອງ ໂປໂລ ໃຫ້ ກະສັດ ຟັງ ວ່າ, “ມີ ຊາຍ ຄົນ ໜຶ່ງ ທີ່ ເຟລິກ ໄດ້ ຂັງ ປະ ໄວ້ ໃນ ຄຸກ,
\v 15 ເມື່ອ ຂ້ານ້ອຍ ໄປ ທີ່ ນະຄອນ ເຢຣູຊາເລັມ ພວກ ຫົວ ໜ້າ ປະໂຣຫິດ ກັບ ພວກ ເຖົ້າ ແກ່ ໄດ້ ມາ ສະເໜີ ຄະດີ ຕໍ່ສູ້ ຄົນ ນີ້ ແລະ ຂໍຮ້ອງ ຂ້ານ້ອຍ ໃຫ້ ຕັດ ສິນ ລົງ ໂທດ ລາວ.
\v 16 ແຕ່ ຂ້ານ້ອຍ ຕອບ ພວກເພິ່ນ ວ່າ, ຊາວ ໂຣມ ບໍ່ ມີ ທາໍ ນຽມ ທີ່ ຈະ ມອບ ຕົວ ຈາໍ ເລີຍ ກ່ອນ ທີ່ ໂຈດ ກັບ ຈາໍ ເລີຍ ມາ ຊ້ອງໜ້າ ກັນ ເພື່ອ ໃຫ້ ຈາໍ ເລີຍ ມີ ໂອກາດ ກ່າວ ແກ້ ຄະດີ ຕໍ່ ຂໍ້ ກ່າວຫາ.
\s5
\v 17 ດັ່ງ ນັ້ນ ພວກເພິ່ນ ຈຶ່ງ ໄດ້ ມາ ທີ່ ນີ້ ກັບ ຂ້ານ້ອຍ, ຝ່າຍ ຂ້ານ້ອຍ ກໍ ບໍ່ໄດ້ ຊັກ ຊ້າ ເສຍ ເວລາ ແລະ ໃນ ວັນ ຕໍ່ມາ ຂ້ານ້ອຍ ກໍ ນັ່ງ ທີ່ ສານ ແລະ ສັ່ງ ໃຫ້ ທະຫານ ນາໍ ພາ ຊາຍ ຄົນ ນັ້ນ ເຂົ້າ ມາ.
\v 18 ພວກ ໂຈດ ຈຶ່ງ ຢືນ ຂຶ້ນ ຟ້ອງ ແຕ່ ພວກເພິ່ນ ບໍ່ ໄດ້ ກ່າວຫາ ລາວ ໃນ ການ ກະທາໍ ຊົ່ວ ປະການ ໃດ ຕາມ ທີ່ ຂ້ານ້ອຍ ໄດ້ ຄາດຄິດ ໄວ້.
\v 19 ພຽງແຕ່ ເປັນ ການ ຖົກຖຽງ ກັນ ເຖິງ ບັນຫາ ເລື່ອງ ລັດ ທິ ສາສະໜາ ຂອງ ພວກເພິ່ນ ເອງ ແລະ ເຖິງ ຊາຍ ຄົນ ໜຶ່ງ ທີ່ ຕາຍໄປ ແລ້ວ ຊື່ ວ່າ ເຢຊູ, ແຕ່ ໂປໂລ ກັບ ອ້າງ ວ່າ ເພິ່ນ ຍັງ ມີ ຊີ ວິດ ຢູ່.
\v 20 ຍ້ອນ ຂ້ານ້ອຍ ບໍ່ ແນ່ ໃຈ ວ່າ ຈະ ພິຈາລະນາ ບັນ ຫາ ນີ້ ຢ່າງ ໃດ, ດັ່ງ ນັ້ນ ຂ້ານ້ອຍ ຈຶ່ງ ຖາມ ໂປໂລ ວ່າ, ‘ເຈົ້າ ຢາກ ໄປ ທີ່ ນະຄອນ ເຢຣູຊາເລັມ ເພື່ອ ຊໍາລະ ຄວາມ ທີ່ນັ້ນ ຫືລ ບໍ່?
\s5
\v 21 ແຕ່ ໂປໂລ ໄດ້ ອຸທອນ ຄະດີ ລາວ ຂໍ ໃຫ້ ຄຸມ ຕົວ ລາວ ໄວ້ ເພື່ອ ໃຫ້ ຈັກ ກະພັດ ຕັດ ສິນ ຄະດີ ຂອງ ລາວ, ດັ່ງ ນັ້ນ ຂ້ານ້ອຍ ຈຶ່ງ ສັ່ງ ໃຫ້ ຄຸມ ຕົວ ຜູ້ກ່ຽວ ໄວ້ ຈົນ ກວ່າ ຈະ ໄດ້ ສົ່ງ ໄປ ເຖິງ ຈັກ ກະພັດ. ”
\v 22 ອັກ ຄຼີປາ ຈຶ່ງ ກ່າວ ແກ່ ເຟຊະໂຕ ວ່າ, “ເຮົາ ກໍ ຢາກ ຟັງ ຄົນ ນີ້ ເວົ້າ ດ້ວຍ ຕົນ ເອງ ເໝືອນກັນ. ” ເຟຊະໂຕ ຕອບ ວ່າ, “ມື້ອື່ນ ທ່ານ ຈະ ໄດ້ຍິນ ລາວ ເວົ້າ.”
\s5
\v 23 ດັ່ງນັ້ນ ວັນ ຕໍ່ມາ ອັກ ຄຼີປາ ກັບ ນາງ ເບນີເກ ກໍ ມາ ເຖິງ ພ້ອມ ກັບ ຂະບວນ ແຫ່ ແຫນ ແລະ ເຂົ້າ ໄປ ໃນ ຫໍ ປະຊຸມ ກັບ ບັນດາ ນາຍ ທະຫານ ແລະ ບຸກຄົນ ສໍາຄັນ ໃນ ເມືອງ. ຈາກ ນັ້ນ ເຟຊະໂຕ ໄດ້ ສັ່ງ ທະຫານ ໃຫ້ ນໍາ ໂປໂລ ເຂົ້າ ມາ.
\v 24 ເຟຊະໂຕ ກ່າວ ວ່າ, “ກາບຮຽນ ກະສັດ ອັກ ຄຼີປາ ທີ່ ນັບ ຖື ຕະຫລອດ ທັງ ທຸກຄົນ ທີ່ ມີ ໜ້າ ກັບ ພວກ ຂ້ານ້ອຍ ໃນ ທີ່ ນີ້, ພວກທ່ານ ເຫັນ ຊາຍ ຄົນ ນີ້ ແລ້ວ ຜູ້ ທີ່ ພວກ ຢິວ ທັງ ໝົດ ທັງ ໃນ ທີ່ ນີ້ ແລະ ໃນ ນະຄອນ ເຢຣູຊາເລັມ ໄດ້ ຮ້ອງ ຂໍ ຕໍ່ ຂ້ານ້ອຍ, ພວກເພິ່ນ ຮ້ອງ ຂໍ ວ່າ ລາວ ບໍ່ ຄວນ ມີ ຊີວິດ ຢູ່ ຕໍ່ໄປ.
\s5
\v 25 ສ່ວນ ຂ້ານ້ອຍ ໄດ້ ເຫັນ ວ່າ ຄົນ ນີ້ ບໍ່ ໄດ້ ເຮັດ ຜິດ ອັນ ໃດ ທີ່ ຄວນ ຈະ ຕ້ອງ ຕາຍ, ແຕ່ ເພາະ ຜູ້ກ່ຽວ ເອງ ໄດ້ ອຸທອນ ໄປ ເຖິງ ຈັກກະພັດ, ຂ້ານ້ອຍ ຈຶ່ງ ຕັດ ສິນ ໃຈ ຈະ ສົ່ງ ລາວ ໄປ.
\v 26 ຂ້ານ້ອຍ ບໍ່ ມີ ລາຍ ລະອຽດ ອັນ ໃດ ກ່ຽວກັບ ລາວ ຢ່າງ ຄັກ ແນ່ ພໍ ທີ່ ຈະ ຂຽນ ໄປ ກາບ ຮຽນ ຈັກກະພັດ, ດັ່ງນັ້ນ ຂ້ານ້ອຍ ຈຶ່ງ ນາໍ ລາວ ມາ ທີ່ ນີ້ ຕໍ່ໜ້າ ພວກທ່ານ ແລະ ໂດຍ ສະເພາະ ຕໍ່ໜ້າ ກະສັດ ອັກ ຄຼີປາ ເພື່ອ ວ່າ ຫລັງ ຈາກ ສອບຖາມ ຄະດີ ຂອງ ລາວ ແລ້ວ ຂ້ານ້ອຍ ອາດ ຈະ ມີ ເລື່ອງ ເພື່ອ ຂຽນ ເປັນ ລາຍງານ.
\v 27 ເພາະ ສໍາລັບ ຂ້ານ້ອຍ ແລ້ວເຫັນ ວ່າ ເປັນ ການ ບໍ່ ເໝາະສົມ ທີ່ ຈະ ສົ່ງ ນັກ ໂທດ ຄົນ ໜຶ່ງ ໄປ ໂດຍ ບໍ່ ມີ ຂໍ້ ກ່າວຫາ ຂອງ ຜູ້ກ່ຽວ ໄປ ພ້ອມ.”
\s5
\c 26
\p
\v 1 ແລ້ວ ກະສັດ ອັກ ຄຼີປາ ກໍ ກ່າວ ແກ່ ໂປໂລ ວ່າ, “ບັດນີ້ ເຮົາ ອະນຸຍາດ ໃຫ້ ເຈົ້າ ກ່າວ ແກ້ ຄະດີ ໄດ້. ” ດັ່ງ ນັ້ນ ໂປໂລ ຈຶ່ງ ຢຽດ ມື ອອກ ແລະ ກ່າວ ແກ້ ຄະດີ ວ່າ,
\v 2 “ຂໍ ຮຽນ ກະສັດ ອັກ ຄຼີປາ ຂ້ານ້ອຍ ຖື ວ່າ ວັນ ນີ້ ຂ້ານ້ອຍ ເອງ ມີ ຄວາມສຸກ ທີ່ ສຸດ ທີ່ ໄດ້ ກ່າວ ແກ້ ຄະດີ ຕໍ່ໜ້າ ກະສັດ ໃນ ເລື່ອງ ທັງ ໝົດ ທີ່ ພວກ ຢິວ ກ່າວຫາ ຂ້ານ້ອຍ ນັ້ນ,
\v 3 ໂດຍ ສະເພາະ ຢ່າງ ຍິ່ງ ກະສັດ ເອງ ກໍ ເປັນ ຜູ ້ຮອບຮູ້ ດີ ເຖິງ ທາໍ ນຽມ ທັງ ໝົດ ຂອງ ຊາວ ຢິວ ແລະ ບັນຫາ ຕ່າງໆ ຂອງ ພວກເຂົາ. ດັ່ງ ນັ້ນ ຂ້ານ້ອຍ ຈຶ່ງ ຂໍ ກາບຮຽນ ກະສັດ ໄດ້ອົດທົນ ຟັງ ຂ້ານ້ອຍ ກ່າວ ດ້ວຍ ເຖີດ.”
\s5
\v 4 “ພວກ ຢິວ ທຸກຄົນ ຮູ້ ວ່າ, ຊີວິດ ຂອງ ຂ້ານ້ອຍ ເປັນ ຢ່າງ ໃດ ຕັ້ງ ແຕ່ ຂ້ານ້ອຍ ຍັງ ເປັນ ໜຸ່ມ ນ້ອຍ ພຸ້ນ, ພວກເຂົາ ຮູ້ວ່າ ຂ້ານ້ອຍ ໃຊ້ ຊີວິດ ຢ່າງ ໃດ ຄື ເບື້ອງຕົ້ນ ຢູ່ ທ່າມກາງ ຊົນ ຊາດ ຂອງ ຂ້ານ້ອຍ ເອງ ແລະ ຢູ່ ໃນ ນະຄອນ ເຢຣູຊາເລັມ.
\v 5 ພວກເຂົາ ຮູ້ ຂ້ານ້ອຍ ແຕ່ ໃດໆ ມາ ແລະ ພວກເຂົາ ກໍ ຍອມ ເປັນ ພະຍານ ໄດ້ ວ່າ, ເປັນ ຄວາມຈິງ ໃນ ຕອນ ທາໍ ອິດ ຂ້ານ້ອຍ ດໍາເນີນ ຊີວິດ ໃນ ຖານະ ເປັນ ສະມາຊິກ ຂອງ ຄະນະ ຟາຣີຊາຍ ຄື ພວກ ທີ່ ຖື ສາສະໜາ ຢ່າງ ເຄັ່ງ ຄັດ ທີ່ ສຸດ.
\s5
\v 6 ບັດ ນີ້ ທີ່ ຂ້ານ້ອຍ ຖືກ ນາໍ ມາ ພິພາກສາ ກໍ ເພາະ ຄວາມຫວັງ ທີ່ ຂ້ານ້ອຍ ມີ ໃນ ພຣະສັນຍາ ຊຶ່ງ ພຣະເຈົ້າ ໄດ້ ເຮັດ ໄວ້ ກັບ ບັນພະບຸລຸດ ຂອງ ພວກ ຂ້ານ້ອຍ.
\v 7 ປະຊາຊົນ ຂອງ ພວກ ຂ້ານ້ອຍ ທັງ ສິບສອງ ເຜົ່າ ຫວັງ ໄດ້ ຮັບ ຕາມ ທີ່ພຣະເຈົ້າ ໄດ້ ສັນ ຍາ ໄວ້ ນັ້ນ ຈຶ່ງ ນະມັດສະການ ພຣະເຈົ້າ ດ້ວຍ ໃຈ ຮ້ອນຮົນ ທັງ ເວັນ ທັງ ຄືນ, ກະສັດ ອັກຄີຼປາ ທີ່ນັບຖື ຍ້ອນ ຄວາມຫວັງ ອັນນີ້ແຫລະ ທີ່ ພວກ ຢິວ ກ່າວຫາ ຂ້ານ້ອຍ.
\v 8 ດ້ວຍເຫດໃດ ທ່ານ ທັງ ຫລາຍ ຈຶ່ງ ຖື ວ່າ ການ ທີ່ ພຣະເຈົ້າ ຊົງບັນດານ ໃຫ້ ຄົນຕາຍ ເປັນ ຄືນ ມາ ນັ້ນ ເປັນ ເລື່ອງ ທີ່ ເຫລືອ ເຊື່ອ?”
\s5
\v 9 “ຝ່າຍ ຂ້ານ້ອຍ ເອງ ກໍ ເຄີຍ ຄິດ ຢູ່ ໃນ ໃຈ ວ່າ, ຕ້ອງ ເຮັດ ທຸກ ວິທີ ທາງ ເພື່ອ ຂັດ ຂວາງ ພຣະນາມ ຂອງ ພຣະເຢຊູເຈົ້າ ໄທ ນາຊາເຣັດ.
\v 10 ການ ຂັດຂວາງ ເຊັ່ນ ນັ້ນ ຂ້ານ້ອຍ ໄດ້ ເຮັດ ໃນ ນະຄອນ ເຢຣູຊາເລັມ ເມື່ອ ຂ້ານ້ອຍ ໄດ້ ຮັບ ສິດ ອໍານາດ ພິເສດ ຈາກ ພວກ ມະຫາ ປະໂຣຫິດ ແລະ ໄດ້ ຈັບ ກຸມ ໄພ່ ພົນ ຂອງ ພຣະເຈົ້າ ຫລາຍ ຄົນ ເຂົ້າ ຄຸກ ແລະ ເມື່ອ ພວກເຂົາ ຖືກ ຕັດ ສິນ ລົງ ໂທດ ໃຫ້ ປະຫານ ຊີວິດ ຂ້ານ້ອຍ ກໍ ເຫັນ ພ້ອມ ດ້ວຍ.
\v 11 ຫລາຍ ເທື່ອ ທີ່ ຂ້ານ້ອຍ ໄດ້ ລົງ ໂທດ ພວກເຂົາ ໃນ ທໍາມະສາລາ ຕ່າງໆ ແລະ ພະຍາຍາມ ບັງ ຄັບ ພວກເຂົາ ໃຫ ້ກ່າວ ຄໍາ ທີ່ໝິ່ນ ປະໝາດ ຕໍ່ ພຣະເຈົ້າ, ຂ້ານ້ອຍ ໂກດແຄ້ນພວກເຂົາ ແຮງ ຈົນ ວ່າ ຂ້ານ້ອຍ ໄດ້ ໄປ ຂົ່ມ ເຫັງ ພວກເຂົາ ຕາມ ຫົວ ເມືອງ ຕ່າງໆ ໃນ ຕ່າງ ປະເທດ.”
\s5
\v 12 “ດ້ວຍເຫດນີ້, ຂ້ານ້ອຍ ຈຶ່ງ ໄດ້ ເດີນ ທາງ ໄປ ຍັງ ເມືອງ ດາມັສ ກັດ ໂດຍ ອາໄສ ສິດ ອໍານາດ ແລະ ຄໍາສັ່ງ ຂອງ ມະຫາ ປະໂຣຫິດ.
\v 13 ກະສັດ ອັກ ຄຼີປາ ທີ່ ນັບ ຖື ໃນ ເວລາ ທ່ຽງ ເມື່ອ ກາໍ ລັງ ເດີນ ທາງ ໄປ ນັ້ນ ຂ້ານ້ອຍ ໄດ້ ເຫັນ ແສງ ສະຫວ່າງ ກ້າ ກວ່າ ແສງ ຕາເວັນ ຈາກ ທ້ອງຟ້າ ສ່ອງ ລົງ ມາ ອ້ອມ ຂ້ານ້ອຍ ກັບ ຄົນ ທີ່ ເດີນ ທາງ ໄປ ນາໍ ຂ້ານ້ອຍ.
\v 14 ເມື່ອ ທຸກຄົນ ລົ້ມ ລົງ ທີ່ ພື້ນ ດິນ ແລະ ຂ້ານ້ອຍ ໄດ້ຍິນ ສຽງ ໜຶ່ງ ກ່າວ ເປັນ ພາສາ ເຮັບ ເຣີ ວ່າ, ‘ໂຊໂລ ໂຊໂລ ເອີຍ ເປັນ ຫຍັງ ເຈົ້າ ຈຶ່ງ ຂົ່ມ ເຫັງ ເຮົາ? ເຈົ້າ ເຮັດ ໃຫ້ ເຈັບ ຕົວ ເອງ ລ້າ ໆ ດັ່ງ ສັດ ທີ່ ລູ່ ໃສ່ ໄມ້ແສ້ ຂອງ ຜູ້ ເປັນ ນາຍ.
\s5
\v 15 ຂ້າ ນ້ອຍ ຈຶ່ງ ຖາມ ວ່າ, ‘ພຣະອົງ ເຈົ້າ ເອີຍ ພຣະອົງ ແມ່ນ ຜູ້ໃດ? ອົງ ພຣະ ຜູ້ ເປັນ ເຈົ້າ ຕອບ ວ່າ, ‘ເຮົາ ແມ່ນ ເຢຊູ ຜູ້ ທີ່ ເຈົ້າ ຂົ່ມ ເຫັງ ນັ້ນ ແຫລະ.
\v 16 ແຕ່ ຈົ່ງ ລຸກ ຂຶ້ນ ແລະ ຢືນ ຢູ່, ເຮົາ ໄດ້ ປາກົດ ແກ່ ເຈົ້າ ເພື່ອ ແຕ່ງຕັ້ງ ເຈົ້າ ໃຫ້ ເປັນ ຜູ້ຮັບ ໃຊ້ ຂອງເຮົາ, ເຈົ້າ ຈະ ເປັນ ພະຍານ ຂອງເຮົາ ເພື່ອ ບອກ ຄົນອື່ນ ວ່າ ໃນວັນນີ້ ເຈົ້າ ໄດ້ ເຫັນ ເຮົາ (ມ) ແລະ ບອກ ເຖິງ ສິ່ງ ທີ່ ເຮົາ ຈະ ສໍາແດງ ໃຫ້ ຮູ້ໃນ ອະນາຄົດ.
\v 17 ເຮົາ ຈະ ຊ່ວຍ ກອບກູ້ ເອົາ ເຈົ້າ ຈາກ ປະຊາຊົນ ອິດສະຣາເອນ ແລະ ປະຊາຊົນ ອື່ນໆ ທີ່ ເຮົາ ຈະ ໃຊ້ ເຈົ້າ ໄປ ຫາ.
\v 18 ເຮົາ ໃຊ້ ເຈົ້າ ໄປ ກໍ ເພື່ອ ວ່າ ເຈົ້າ ຈະ ໄຂ ຕາ ຄົນ ເຫລົ່າ ນັ້ນ ແລະ ເພື່ອ ວ່າ ເຈົ້າ ຈະ ນາໍ ເຂົາ ອອກ ຈາກ ຄວາມມືດ ມາ ຫາ ຄວາມ ສະຫວ່າງ ແລະ ຈາກ ອໍານາດ ຂອງ ມານຊາຕານ ມາ ຫາ ພຣະເຈົ້າ ໂດຍ ວາງໃຈເຊື່ອ ໃນ ເຮົາ ບາບກາໍ ຂອງ ພວກເຂົາ ຈະ ໄດ້ ຮັບການອະໄພ ແລະ ຮັບ ສ່ວນ ໃນ ທ່າມກາງ ປະຊາຊົນ ທີ່ ພຣະເຈົ້າ ໄດ້ ເລືອກ ໄວ້.
\s5
\v 19 “ກະສັດ ອັກ ຄຼີປາ ທີ່ ນັບ ຖື ເມື່ອ ເປັນ ເຊັ່ນ ນັ້ນ ຂ້ານ້ອຍ ບໍ່ ໄດ້ ຂັດ ຂືນ ຕໍ່ ນີມິດ ຈາກ ສະຫວັນ ທີ່ ມາ ເຖິງ ຂ້ານ້ອຍ.
\v 20 ກ່ອນ ອື່ນ ຂ້ານ້ອຍ ໄດ້ ປະກາດ ແກ່ ປະຊາຊົນ ຢູ່ ໃນ ເມືອງ ດາມັສ ກັດ ແລະ ຕໍ່ມາ ໃນ ນະຄອນ ເຢຣູຊາເລັມ ແລະ ໃນ ທົ່ວ ເຂດ ແຂວງ ຢູດາຍ ແລະ ແກ່ ຄົນ ຕ່າງຊາດ ດ້ວຍ ໂດຍ ຮຽກຮ້ອງ ພວກເຂົາ ໃຫ້ ຖິ້ມໃຈເກົ່າ ເອົາ ໃຈໃໝ່, ຫັນ ມາ ຫາ ພຣະເຈົ້າ ແລະ ປະພຶດ ຕົນ ສົມ ກັບ ການ ກັບ ໃຈ ໃໝ່.
\v 21 ດ້ວຍ ເຫດຜົນ ດັ່ງ ກ່າວ ມາ ນີ້ ແຫລະ, ທີ່ ພວກ ຢິວ ໄດ້ ຈັບ ກຸມ ຂ້ານ້ອຍ ໃນ ຂະນະທີ່ ຂ້ານ້ອຍ ຢູ່ໃນ ບໍລິເວນ ພຣະວິຫານ ແລະ ພວກເຂົາ ພະຍາຍາມ ທີ່ ຈະ ສັງ ຫານ ຂ້ານ້ອຍ ເສຍ.
\s5
\v 22 ແຕ່ ຂ້ານ້ອຍ ໄດ້ ຮັບ ຄວາມ ຊ່ວຍເຫລືອ ມາ ຈາກ ພຣະເຈົ້າ ເທົ່າ ເຖິງ ທຸກ ວັນ ນີ້. ດັ່ງ ນັ້ນ ຂ້ານ້ອຍ ຈຶ່ງ ຢືນ ຢູ່ ໃນ ທີ່ ນີ້ ເປັນ ພະຍານ ແກ່ ທຸກຄົນ ບໍ່ ວ່າ ຜູ້ໃຫຍ່ ຫລື ຜູ້ນ້ອຍ ກໍດີ, ຂ້ານ້ອຍ ບໍ່ ໄດ້ ເວົ້າ ເລື່ອງ ອື່ນ ໃດ ນອກຈາກ ຢືນ ຢັນ ເລື່ອງ ທີ່ ພວກ ຜູ້ທາໍ ນວາຍ ແລະ ໂມເຊ ໄດ້ ກ່າວ ໄວ້ ເທົ່ານັ້ນ ວ່າ ຈະ ຕ້ອງ ເກີດຂຶ້ນ ຄື:
\v 23 ພຣະຄຣິດ ຕ້ອງ ທົນ ທຸກ ທໍລະມານ ແລະ ເປັນ ຜູ້ ທາໍ ອິດ ທີ່ ເປັນ ຄືນ ມາ ຈາກ ຕາຍ ເພື່ອ ຈະ ປະກາດ ຄວາມ ສະຫວ່າງ ທີ່ ນາໍ ໄປ ສູ່ ຄວາມ ລອດພົ້ນ ແກ່ ຄົນ ຢິວ ແລະ ແກ່ ຄົນຕ່າງຊາດ.”
\s5
\v 24 ຂະນະທີ່ ໂປໂລ ກາໍ ລັງ ກ່າວ ແກ້ ຄະດີ ຢ່າງ ນັ້ນ ເຟຊະໂຕ ກໍ ຮ້ອງ ຂຶ້ນ ວ່າ, “ໂປໂລ ເອີຍ ເຈົ້າ ເປັນ ບ້າ ໄປ ແລ້ວ ການ ຮຽນຮູ້ ຫລາຍ ຂອງ ເຈົ້າ ພາ ໃຫ້ ເຈົ້າ ເປັນ ບ້າ. ”
\v 25 ໂປໂລ ຕອບ ວ່າ, “ພະນະທ່ານ ຂ້ານ້ອຍ ບໍ່ ໄດ້ ເປັນ ບ້າ ຂ້ານ້ອຍ ກາໍ ລັງ ກ່າວ ຄວາມຈິງ ອັນ ສົມ ເຫດ ສົມຜົນ.
\v 26 ກະສັດ ເອງ ກໍ ສືບ ຮູ້ ຂໍ້ ຄວາມຈິງ ເຫລົ່າ ນີ້ ແລ້ວ. ດັ່ງນັ້ນ ຂ້ານ້ອຍ ຈຶ່ງ ກ້າກ່າວ ເລື່ອງ ນີ້ ຕໍ່ໜ້າ ກະສັດ ດ້ວຍ ຄວາມ ໝັ້ນໃຈ, ຂ້ານ້ອຍ ເຊື່ອ ແນ່ ວ່າ ກະສັດ ຮູ້ ເຫດການ ຕ່າງໆ ແຕ່ ລະ ຢ່າງ ໝົດ ແລ້ວ. ດ້ວຍວ່າ, ເຫດການ ເຫລົ່ານີ້ ບໍ່ ໄດ້ ເກີດຂຶ້ນ ໃນ ບ່ອນ ລັບ ລີ້ ທີ່ ຄົນ ບໍ່ ຮູ້.
\s5
\v 27 ກະສັດ ອັກ ຄຼີປາ ທີ່ ນັບ ຖື ພຣະອົງ ເຊື່ອ ບັນ ດາ ຜູ້ທາໍ ນວາຍ ຫລື ບໍ່? ຂ້ານ້ອຍ ຮູ້ ວ່າ ພຣະອົງ ເຊື່ອ. ”
\v 28 ອັກ ຄຼີປາ ກ່າວ ແກ່ ໂປໂລ ວ່າ, “ໃນ ເວລາ ສັ້ນ ໆ ນີ້ ເຈົ້າ ຄິດ ວ່າ ເຈົ້າ ຈະ ເຮັດ ໃຫ້ ເຮົາ ເປັນ ຄຣິສຕຽນ ຊັ້ນ ບໍ? ”
\v 29 ໂປໂລ ຕອບ ວ່າ, “ຊ້ອງ ພຣະພັກ ພຣະເຈົ້າ ຂ້ານ້ອຍ ປາຖະໜາ ບໍ່ ວ່າ ຄໍາ ຊັກ ຊວນ ໜ້ອຍ ຫລື ຫລາຍ ກໍຕາມ ຝ່າຍ ຂ້ານ້ອຍ ຂໍ ພາວັນ ນາ ອະທິຖານ ພຣະເຈົ້າ ບໍ່ແມ່ນ ເພື່ອ ພຣະອົງ ເທົ່ານັ້ນ, ແຕ່ ເພື່ອ ທຸກໆ ຄົນ ທີ່ ຟັງ ຂ້ານ້ອຍ ກ່າວ ຢູ່ ໃນວັນ ນີ້ ເພື່ອ ໃຫ້ ກາຍເປັນ ດັ່ງ ທີ່ ຂ້ານ້ອຍ ເປັນ ເວັ້ນ ແຕ່ ການ ເປັນ ນັກໂທດ.”
\s5
\v 30 ແລ້ວ ກະສັດ ກັບ ຜູ້ ປົກ ຄອງ, ນາງ ເບນີເກ ແລະ ຄົນອື່ນໆ ທຸກຄົນ ກໍ ລຸກ ຂຶ້ນ,
\v 31 ແລະ ເມື່ອ ອອກ ໄປ ແລ້ວ ພວກເຂົາ ຕ່າງ ກໍ ເວົ້າ ແກ່ ກັນ ແລະກັນ ວ່າ, “ຊາຍ ຄົນ ນີ້ບໍ່ໄດ້ ເຮັດ ຫຍັງ ພໍ ທີ່ ລາວ ສົມ ຄວນ ຕ້ອງ ຕາຍ ຫລື ຖືກ ຄຸກ. ”
\v 32 ຝ່າຍ ອັກ ຄຼີປາ ກໍ ກ່າວ ແກ່ ເຟຊະໂຕ ວ່າ, “ຊາຍ ຄົນ ນີ້ ສົມ ຄວນ ໃຫ້ ປ່ອຍຕົວ ໄປ ຖ້າ ລາວ ບໍ່ ອຸທອນ ໄປ ເຖິງ ຈັກກະພັດ.”
\s5
\c 27
\p
\v 1 ເມື່ອ ມີ ການ ຕັດ ສິນ ໃຈ ວ່າ ຈະ ໃຫ້ ພວກເຮົາ ເດີນທາງ ໄປ ທາງ ເຮືອ ໄປ ຍັງ ປະເທດ ອີຕາລີ ພວກເຂົາ ຈຶ່ງ ມອບ ໂປໂລ ກັບ ນັກ ໂທດ ຄົນ ອື່ນ ໆ ໄວ້ ກັບ ນາຍຮ້ອຍ ຄົນ ໜຶ່ງ ຊື່ ວ່າ, ຢູລີໂອ ເປັນ ນາຍ ທະຫານ ໃນ ກອງທັບ ຂອງ ຈັກກະພັດ ໂອຄຸດໂຕ.
\v 2 ພວກເຮົາ ລົງ ເຮືອ ລໍາໜຶ່ງ ທີ່ມາຈາກອາຣະມິດ (ຢ) ຊຶ່ງ ກໍາລັງ ຈະ ອອກ ໄປ ຍັງ ທ່າ ຕ່າງໆ ຕາມ ແຂວງ ເອເຊຍ ແລ້ວ ພວກເຮົາ ກໍ ອອກ ເດີນ ທາງ ໄປ, ອາຣິດຕາໂຂ ຊາວ ເມືອງ ເທສະໂລນິກ ໃນ ແຂວງ ມາເກໂດເນຍ ກໍ ເດີນ ທາງ ໄປ ກັບ ພວກເຮົາ ດ້ວຍ.
\s5
\v 3 ວັນ ຕໍ່ມາ ພວກເຮົາ ໄດ້ ມາ ເຖິງ ເມືອງ ຊີໂດນ, ຢູລີໂອ ໄດ້ ມີ ໃຈ ເມດຕາ ຕໍ່ ໂປໂລ ຈຶ່ງ ອະນຸຍາດ ໃຫ້ ໂປໂລ ໄປ ຫາ ໝູ່ ເພື່ອນ ໄດ້ ເພື່ອ ຮັບ ເອົາ ເຄື່ອງຂອງ ທີ່ ຕົນ ຈາໍ ເປັນ ໃຊ້.
\v 4 ເມື່ອ ເຮືອ ອອກ ຈາກ ທີ່ ນັ້ນ ແລ້ວ ພວກເຮົາ ກໍ ຕ້ອງ ລຽບ ຝັ່ງ ຂອງ ເກາະ ໄຊປຣັດ ໄປ ຊຶ່ງ ເປັນ ບ່ອນ ທີ່ ຫລີກ ທວນ ລົມ ໄດ້ ເພາະ ຖືກ ລົມ ພັດ ຂັດຂວາງ.
\v 5 ເມື່ອ ຜ່ານ ທະເລ ໃກ້ ກັບ ເມືອງ ກີລີເກຍ ແລະ ເມືອງ ປໍາຟີເລຍ ໄປ ແລ້ວ ພວກເຮົາ ກໍ ມາ ເຖິງ ເມືອງ ມີຣາ ໃນ ແຂວງ ລີເກຍ.
\v 6 ໃນທີ່ ນັ້ນ ນາຍຮ້ອຍ ໄດ້ ພົບ ເຮືອ ລໍາ ໜຶ່ງ ທີ່ ມາ ຈາກ ເມືອງ ອາເລັກ ຊັນ ເດຍ ຊຶ່ງ ກາໍ ລັງ ຈະ ໄປ ຍັງ ປະເທດ ອີຕາລີ. ດັ່ງນັ້ນ ນາຍຮ້ອຍ ຈຶ່ງ ໃຫ້ ພວກເຮົາ ລົງ ໄປ ຂຶ້ນ ເຮືອ ລໍາ ນັ້ນ.
\s5
\v 7 ເຮືອ ຊຶ່ງ ພວກເຮົາ ຂີ່ ນັ້ນ ໄປ ຊ້າ ຫລາຍ ແລະ ກໍ ໃຊ້ ເວລາ ຫລາຍ ວັນ ດ້ວຍ ຄວາມ ຍາກ ລໍາບາກ ຈຶ່ງ ມາ ເຖິງ ເມືອງ ກະນີໂດ, ໃນ ເມື່ອ ລົມ ພັດ ຕ້ານ ພວກເຮົາ ແຮງ ຫລາຍ ພວກເຮົາ ຈຶ່ງ ບໍ່ ອາດ ໄປ ຍັງ ທິດ ທາງ ນັ້ນ ໄດ້. ດັ່ງນັ້ນ ພວກເຮົາ ຈຶ່ງ ລຽບ ຝັ່ງ ຂອງ ເກາະ ກະເຣເຕ ໄປ ຊຶ່ງ ເປັນ ບ່ອນ ທີ່ ຫລີກ ລົມ ໄດ້ ໂດຍ ຜ່ານ ແຫລມ ຊັນໂມນ.
\v 8 ເມື່ອ ລຽບ ຝັ່ງ ຂອງ ເກາະ ໄປ ດ້ວຍ ຄວາມ ລໍາບາກ ແລ້ວ ພວກເຮົາ ຈຶ່ງ ມາ ເຖິງ ບ່ອນ ໜຶ່ງ ຊຶ່ງ ຢູ່ ໃກ້ ກັບ ເມືອງ ລາເຊອາ ຊື່ ວ່າ, “ທ່າງາມ.”
\s5
\v 9 ພວກເຮົາ ເສຍ ເວລາ ຫລາຍ ຢູ່ ທີ່ ນັ້ນ ແລະ ເດີນ ທາງ ຕໍ່ໄປ ອາດ ເປັນ ອັນຕະລາຍ ກໍໄດ້ ເພາະ ບັດນີ້ເທດສະການ ວັນ ລຶບລ້າງ ບາບ (ຣ) ກໍ ຜ່ານ ພົ້ນ ໄປ ແລ້ວ. ດັ່ງ ນັ້ນ ໂປໂລ ຈຶ່ງ ແນະນາໍ ພວກເຂົາ ວ່າ,
\v 10 “ທ່ານ ທັງ ຫລາຍ ເອີຍ ເຮົາ ເຫັນ ວ່າ ການ ເດີນ ທາງ ຄາວ ນີ້ ຈະ ເປັນ ອັນຕະລາຍ ເຮືອ ກັບ ເຄື່ອງ ບັນ ທຸກ ຈະ ໄດ້ ຮັບ ຄວາມ ເສຍຫາຍ ໜັກ ນອກ ນີ້ ກໍ ຍັງ ເປັນ ການ ສ່ຽງ ຕໍ່ ຊີວິດ ຂອງ ພວກເຮົາ ເໝືອນກັນ. ”
\v 11 ແຕ່ ນາຍຮ້ອຍ ເຊື່ອ ຄວາມ ນາຍທ້າຍ ແລະ ເຈົ້າ ຂອງ ເຮືອ ຫລາຍກວ່າ ຄໍາແນະນໍາ ຂອງ ໂປໂລ.
\s5
\v 12 ເພາະ ທ່າ ເຮືອ ນັ້ນ ບໍ່ ເໝາະ ສໍາລັບ ຈອດ ພັກ ໃນ ລະດູ ໜາວ, ດັ່ງ ນັ້ນ ຄົນ ເດີນ ເຮືອ ສ່ວນ ຫລາຍ ຈຶ່ງ ຕັດ ສິນ ໃຈ ອອກ ຈາກ ທີ່ ນັ້ນ ແລະ ພະຍາຍາມ ເດີນ ເຮືອ ໃຫ້ ເຖິງ ເມືອງ ຟີນິກ ຖ້າ ເປັນ ໄປ ໄດ້ ເພື່ອ ຈອດ ພັກ ຍາມ ລະດູ ໜາວ ຊຶ່ງ ເປັນ ທ່າ ເຮືອ ຂອງ ກະເຣເຕ ຢູ່ ທາງ ດ້ານ ຕາເວັນ ຕົກ ສ່ຽງ ໃຕ້ ກັບ ຕາເວັນ ຕົກ ສ່ຽງ ເໜືອ. (ລ)
\v 13 ເມື່ອ ລົມ ທິດ ໃຕ້ ເລີ່ມ ພັດ ມາ ຄ່ອຍໆ ພວກເຂົາ ຄິດວ່າ ຄົງ ເຮັດ ຕາມ ແຜນການ ຂອງ ພວກເຂົາ ໄດ້. ດັ່ງ ນັ້ນ ພວກເຂົາ ຈຶ່ງ ຖອນ ສະໝໍ ຂຶ້ນ ແລະ ແລ່ນ ເຮືອ ລຽບ ໃກ້ ຝັ່ງ ຂອງ ກະເຣເຕ.
\s5
\v 14 ແຕ່ ເມື່ອ ພວກເຂົາ ແລ່ນ ເຮືອ ໄປ ບໍ່ ເຫິງ ປານໃດ ລົມ ພະຍຸ ທີ່ ຊື່ ວ່າ, “ລົມ ຕາເວັນ ອອກ ສ່ຽງ ເໜືອ. ” ກໍ ພັດ ຢ່າງ ແຮງ ລົງ ມາ ແຕ່ ເທິງ ພູ ຂອງ ເກາະ.
\v 15 ລົມ ພະຍຸ ພັດ ໃສ່ ເຮືອ ຢ່າງ ໜັກ ແລະ ໃນ ເມື່ອ ແລ່ນ ເຮືອ ບຸ ລົມ ພະຍຸ ບໍ່ ໄດ້ ພວກເຮົາ ຈຶ່ງ ຢຸດ ຄວາມ ພະຍາຍາມ ແລະ ປ່ອຍ ໃຫ້ ເຮືອ ຖືກ ພັດ ໄປ ຕາມ ກະແສ ລົມ.
\v 16 ພວກເຮົາ ມີ ບ່ອນ ຊົ້ນ ລົມພະຍຸ ໜ້ອຍ ໜຶ່ງ ເມື່ອ ຜ່ານ ໄປ ສູ່ ທາງ ໃຕ້ ຂອງ ເກາະ ນ້ອຍ ແຫ່ງ ໜຶ່ງ ຊື່ ວ່າ ກາວດາ, ໃນທີ່ ນັ້ນ ພວກເຮົາ ມັດ ເຮືອ ນ້ອຍ ທີ່ ໃຊ້ ກູ້ ໄພ ໄວ້ ໄດ້ ຍາກ ທີ່ ສຸດ.
\s5
\v 17 ເມື່ອ ຍົກ ເຮືອ ນ້ອຍ ຂຶ້ນ ແລ້ວ ພວກ ລູກ ເຮືອ ກໍ ເອົາ ເຊືອກ ມັດ ກ້ຽວ ເຮືອ ໃຫຍ່ ໄວ້, ເພາະ ພວກເຂົາ ຢ້ານ ວ່າ ເຮືອ ຈະ ໄປ ຄຸງ ຫາດ ຊາຍ ທີ່ ແຄມ ຝັ່ງ ຂອງ ຊີຣະຕີ, ດັ່ງນັ້ນ ພວກເຂົາ ຈຶ່ງ ລົດ ໃບ ເຮືອ ລົງ ແລະ ປ່ອຍ ໃຫ້ ເຮືອ ໄປ ຕາມ ກະແສ ລົມ ພັດ.
\v 18 ລົມ ພະຍຸ ກ້າ ສືບ ຕໍ່ ພັດ ກະໜໍ່າ ຢ່າງ ແຮງ. ດັ່ງ ນັ້ນ ໃນ ວັນ ຕໍ່ມາ ພວກເຂົາ ຈຶ່ງ ເລີ່ມ ໂຍນ ເຄື່ອງ ຂອງ ບັນ ທຸກ ຖິ້ມ ອອກ ຈາກ ເຮືອ,
\s5
\v 19 ແລະ ໃນ ວັນ ທີ ສາມ ພວກເຂົາ ກໍ ໂຍນ ເຄື່ອງໃຊ້ ໃນ ເຮືອ ຖິ້ມ ດ້ວຍ ມື ຂອງ ພວກເຂົາ ເອງ.
\v 20 ເປັນ ເວລາ ຫລາຍ ວັນ ທີ່ພວກເຮົາ ບໍ່ ອາດ ເຫັນ ຕາເວັນ ແລະ ດວງດາວ ໄດ້ ແລະ ລົມ ພະຍຸ ກໍ ພັດ ມາ ຢ່າງ ແຮງ ຢູ່ ຕະຫລອດ, ໃນ ທີ່ ສຸດ ຄວາມຫວັງ ທີ່ ່ພວກເຮົາ ຈະ ລອດຊີວິດ ໄດ້ ກໍ ໝົດ ສິ້ນ ໄປ.
\s5
\v 21 ພວກ ທີ່ ຂີ່ເຮືອ ນັ້ນ ບໍ່ ໄດ້ ກິນ ເຂົ້າ ເປັນ ເວລາ ຫລາຍ ວັນ. ດັ່ງນັ້ນ ໂປໂລ ຈຶ່ງ ຢືນ ຂຶ້ນ ຕໍ່ໜ້າ ພວກເຂົາ ແລະ ກ່າວ ວ່າ, “ທ່ານ ທັງ ຫລາຍ ເອີຍ ພວກທ່ານ ຄວນ ຟັງ ຄວາມ ເຮົາ ແລະ ບໍ່ ຄວນ ອອກ ມາ ຈາກ ເກາະ ກະເຣເຕ, ແລ້ວ ພວກເຮົາ ກໍ ຄົງ ບໍ່ ປະເຊີນ ກັບ ອັນຕະລາຍ ແລະ ການ ສູນເສຍ ເຄື່ອງ ຂອງ ເຫລົ່າ ນີ້.
\v 22 ແຕ່ ບັດ ນີ້ ເຮົາ ຂໍ ເຊີນ ຊວນ ພວກທ່ານ ໃຫ້ ຊື່ນ ໃຈ ເທາະ ເພາະ ໃນ ພວກທ່ານ ຈະ ບໍ່ ມີ ຜູ້ໃດ ເສຍ ຊີວິດ ຈະ ເສຍ ກໍ ມີ ແຕ່ ເຮືອ ເທົ່ານັ້ນ.
\s5
\v 23 ເພາະວ່າ ໃນ ຄືນ ນີ້ ເອງ ເທວະດາ ຂອງ ພຣະເຈົ້າ ຜູ້ ເປັນ ພຣະເຈົ້າ ຂອງເຮົາ ແລະ ອົງ ທີ່ ເຮົາ ບົວລະບັດ ນັ້ນ ໄດ້ ມາ ຢືນ ຢູ່ ໃກ້ ເຮົາ
\v 24 ແລ້ວ ກ່າວ ວ່າ, ‘ໂປໂລ ເອີຍ ຢ່າ ສູ່ ຢ້ານ ເລີຍ ເຈົ້າ ຈະ ຕ້ອງ ໄດ້ ເຂົ້າ ເຝົ້າ ຈັກກະພັດ, ສ່ວນ ຄົນ ທັງ ຫລາຍ ທີ່ ຢູ່ ເທິງ ເຮືອ ນໍາ ເຈົ້າ ນັ້ນ ພຣະເຈົ້າ ຈະ ຊົງ ໂຜດ ໃຫ້ ພົ້ນ ຕາຍ ເພາະ ເຫັນ ແກ່ ເຈົ້າ.
\v 25 ສະນັ້ນ ແຫລະ ທ່ານ ທັງ ຫລາຍ ເອີຍ, ຈົ່ງ ຊື່ນ ໃຈ ເທາະ ເພາະ ເຮົາ ໄດ້ ວາງໃຈເຊື່ອ ໃນ ພຣະເຈົ້າ ເຮົາ ຈຶ່ງ ແນ່ ໃຈ ວ່າ ທຸກສິ່ງ ຈະ ເປັນ ໄປ ຕາມ ທີ່ ພຣະອົງ ໄດ້ ບອກ ເຮົາ ນັ້ນ.
\v 26 ແຕ່ ພວກເຮົາ ຈະ ຕ້ອງ ຄຸງ ເກາະ ແຫ່ງ ໜຶ່ງ.”
\s5
\v 27 ຕົກ ມາ ຮອດ ຄືນ ທີ ສິບ ສີ່ ລົມ ພະຍຸ ກໍ ຍັງ ພັດ ພວກເຮົາ ໄປມາ ຢູ່ ຕະຫລອດ ໃນ ທະເລ ເມດີແຕຣາເນ ປະມານ ທ່ຽງ ຄືນ ພວກ ລູກ ເຮືອ ກໍ ຄິດ ວ່າ ພວກເຂົາ ມາ ໃກ້ ບົກ ແລ້ວ.
\v 28 ພວກເຂົາ ໄດ້ ໂຍນ ສາຍ ແທກ ລົງ ໃນ ນໍ້າ ທະເລ ຈຶ່ງ ຮູ້ ວ່າ ນາໍ້ ເລິກ ສາມສິບ ເຈັດ ແມັດ, ເມື່ອ ໄປ ຕື່ມ ໜ້ອຍ ໜຶ່ງ ກໍ ໂຍນ ສາຍ ແທກ ຢັ່ງ ເບິ່ງ ອີກ ຈຶ່ງ ຮູ້ ວ່າ ນາໍ້ ເລິກ ຊາວແປດ ແມັດ.
\v 29 ພວກເຂົາ ຢ້ານ ວ່າ ເຮືອ ຂອງ ພວກເຂົາ ຈະ ຕໍາ ໂງ່ນຫິນ ທີ່ຝັ່ງ ຈຶ່ງຖິ້ມ ສະໝໍ ທາງ ທ້າຍ ເຮືອ ສີ່ ອັນ ລົງ ແລະ ພາວັນ ນາ ອະທິຖານ ຂໍ ໃຫ້ ແຈ້ງ ໄວໆ.
\s5
\v 30 ແລ້ວ ພວກ ລູກ ເຮືອ ກໍ ຊອກ ຫາ ທາງ ທີ່ ຈະ ອອກ ໜີ ຈາກ ເຮືອ ໄປ ພວກເຂົາ ຢ່ອນ ເຮືອ ນ້ອຍ ທີ່ ໃຊ້ ກູ້ ໄພ ລົງ ນາໍ້ ແລະ ເຮັດ ຕັ້ງ ຕິ ຈະ ຖິ້ມ ສະໝໍ ລົງ ທາງ ຫົວ ເຮືອ.
\v 31 ແຕ່ ໂປໂລ ກ່າວ ແກ່ ນາຍຮ້ອຍ ໂຣມ ກັບ ພວກ ທະຫານ ວ່າ, “ຖ້າ ຄົນ ເຫລົ່າ ນີ້ ບໍ່ ຢູ່ໃນ ເຮືອ ພວກທ່ານ ຈະ ບໍ່ ລອດຊີວິດ. ”
\v 32 ດັ່ງ ນັ້ນ ພວກ ທະຫານ ຈຶ່ງ ຕັດ ເຊືອກ ທີ່ ມັດ ເຮືອ ນ້ອຍ ໄວ້ ນັ້ນ ໃຫ້ ເຮືອ ຕົກ ນາໍ້ ໄຫລ ໄປ.
\s5
\v 33 ເມື່ອ ໃກ້ ຈະ ຮຸ່ງ ເຊົ້າ ໂປໂລ ກໍ ເຊີນຊວນ ພວກເຂົາ ທຸກຄົນ ໃຫ້ ກິນ ເຂົ້າ ແລະ ກ່າວ ວ່າ, “ບັດ ນີ້ ພວກທ່ານ ລໍຖ້າ ໄດ້ ສິບ ສີ່ ວັນ ແລ້ວ ແລະ ບໍ່ ໄດ້ ກິນ ຫຍັງ ຕະຫລອດ ເວລາ ດັ່ງ ກ່າວ ນັ້ນ.
\v 34 ດັ່ງ ນັ້ນ ເຮົາ ຈຶ່ງ ຂໍ ເຊີນ ຊວນ ໃຫ້ ພວກທ່ານ ກິນ ອາຫານ ເພາະ ພວກທ່ານ ຕ້ອງການ ກິນ ອາຫານ ເພື່ອ ໃຫ້ ຢູ່ ລອດ. ດ້ວຍວ່າ, ບໍ່ ມີ ຜູ້ໃດ ຜູ້ໜຶ່ງ ໃນ ພວກທ່ານ ຈະ ສູນເສຍ ແມ່ນແຕ່ ຜົມ ເສັ້ນ ດຽວ ທີ່ ຫົວ ຂອງຕົນ. ”
\v 35 ຫລັງ ຈາກ ກ່າວ ເຊັ່ນ ນີ້ ແລ້ວ ໂປໂລ ກໍ ຈັບ ເອົາ ເຂົ້າ ຈີ່ ຂຶ້ນ ມາ ໂມທະນາ ຂອບພຣະຄຸນ ພຣະເຈົ້າ ຕໍ່ໜ້າ ທຸກຄົນ ແລ້ວ ກໍ ຫັກ ຮັບ ປະທານ.
\s5
\v 36 ພວກເຂົາ ທຸກຄົນ ຕ່າງ ກໍ ຊື່ນໃຈ ຂຶ້ນ ຈຶ່ງ ຮັບ ປະທານ ອາຫານ ດ້ວຍ ກັນ.
\v 37 ພວກເຮົາ ມີ ດ້ວຍກັນ ທັງ ໝົດ ສອງຮ້ອຍ ເຈັດ ສິບ ຫົກ ຄົນ ທີ່ ຢູ່ ໃນ ເຮືອ ນີ້. (ວ)
\v 38 ເມື່ອ ທຸກຄົນ ກິນ ອີ່ມ ແລ້ວ ພວກເຂົາ ກໍ ຂົນ ເຂົ້າ ເປືອກ ຖິ້ມ ລົງ ທະເລ ເພື່ອ ໃຫ້ ເຮືອ ເບົາ ຂຶ້ນ.
\s5
\v 39 ເມື່ອ ແຈ້ງ ມາ ແລ້ວ ພວກ ລູກ ເຮືອ ກໍ ບໍ່ ຮູ້ ວ່າ ແມ່ນ ແຄມ ຝັ່ງ ໃດ ແຕ່ ພວກເຂົາ ຫລຽວ ເຫັນ ອ່າວ ແຫ່ງ ໜຶ່ງ ທີ່ ມີ ຫາດ. ດັ່ງ ນັ້ນ ພວກເຂົາ ຈຶ່ງ ຕົກ ລົງ ກັນ ວ່າ ຖ້າ ເປັນ ໄປ ໄດ້ ຈະ ໃຫ້ ເຮືອ ເຂົ້າ ຄຸງ ຫາດ ນັ້ນ.
\v 40 ພວກເຂົາ ຕັດ ສາຍ ສະໝໍ ຖິ້ມ ລົງ ໃນ ທະເລ, ໃນ ເວລາ ດຽວກັນ ນັ້ນ ພວກເຂົາ ກໍ ແກ້ ເຊືອກ ທີ່ ມັດ ໂທມ ຂັດ ທ້າຍ ເຮືອ ອອກ, ແລ້ວ ພວກເຂົາ ກໍ ເລີ່ມ ຊັກ ໃບ ເຮືອ ທີ່ ຫົວ ເຮືອ ຂຶ້ນ ໃຫ້ ລົມ ພັດ ເພື່ອ ເຮືອ ຈະ ແລ່ນ ຊື່ ເຂົ້າ ໄປ ຫາ ຝັ່ງ.
\v 41 ແຕ່ ເມື່ອ ເຮືອ ມາ ຈຸ ຫາດ ດິນ ຊາຍ ລະຫວ່າງ ສອງ ກະແສ ນໍ້າ ໄຫລ ເຮືອ ຈຶ່ງ ຄາ ຢູ່ ກັບ ທີ່ ຫົວ ເຮືອ ຊົ້ນ ເຂົ້າ ໄປ ໃນ ດິນ ຊາຍ ແລະ ເຄື່ອນ ໄຫວ ບໍ່ ໄດ້ ສ່ວນ ທ້າຍເຮືອ ນັ້ນ ແຕກ ໂດຍ ຖືກ ກະແສ ນໍ້າ ທີ່ ໄຫລ ແຮງ ທັ່ງ ໃສ່.
\s5
\v 42 ພວກ ທະຫານ ວາງແຜນ ກັນ ວ່າ, ຈະ ຂ້າພວກ ນັກ ໂທດ ເພາະ ຢ້ານ ວ່າ ຈະ ມີ ຜູ້ ລອຍ ນາໍ້ ໜີໄປ ໄດ້,
\v 43 ແຕ່ ນາຍຮ້ອຍ ໂຣມ ມີ ໃຈ ຢາກ ໃຫ້ ໂປໂລ ລອດຊີວິດ ຈຶ່ງ ຫ້າມ ພວກເຂົາ ບໍ່ໃຫ້ ປະຕິບັດ ຕາມ ແຜນ ນັ້ນ, ນາຍຮ້ອຍ ຈຶ່ງ ສັ່ງ ໃຫ້ ທຸກຄົນ ທີ່ ລອຍ ນາໍ້ ເປັນ ໂດດ ລົງ ນໍ້າ ກ່ອນ ໝູ່ ແລະ ລອຍ ເຂົ້າ ໄປ ຫາ ຝັ່ງ.
\v 44 ສ່ວນ ຜູ້ ທີ່ ເຫລືອ ນັ້ນ ໃຫ້ ລອຍ ເຟືອ ໄມ້ ແປ້ນ ຫລື ເຟືອ ທ່ອນ ໄມ້ ທີ່ ຫັກ ຈາກ ເຮືອ ຕາມ ໄປ. ດັ່ງນັ້ນ ພວກເຂົາ ທຸກຄົນ ຈຶ່ງ ມາ ເຖິງ ຝັ່ງ ດ້ວຍ ຄວາມ ປອດໄພ.
\s5
\c 28
\p
\v 1 ເມື່ອ ພົ້ນ ໄພ ແລ້ວ ພວກເຮົາ ຈຶ່ງ ຮູ້ ວ່າ ເກາະ ນີ້ ຊື່ ວ່າ ມັນຕາ.
\v 2 ຄົນ ພື້ນ ເມືອງ ໃນ ທີ່ ນີ້ ໄດ້ ສະແດງ ຄວາມ ເປັນ ມິດ ແກ່ ພວກເຮົາ ຢ່າງດີ ທີ່ ສຸດ ຝົນ ກໍໄດ້ ຕົກ ແລະ ອາກາດ ກໍ ໜາວ. ດັ່ງ ນັ້ນ ພວກເຂົາ ຈຶ່ງ ດັງ ໄຟ ຕ້ອນຮັບ ພວກເຮົາ ທັງ ໝົດ.
\s5
\v 3 ໂປໂລ ເກັບ ເອົາ ຫລົວ ມັດ ໜຶ່ງ ມາ ສຸມ ໃສ່ ໄຟ ແຕ່ ເພາະ ຄວາມ ຮ້ອນ ຈຶ່ງ ມີ ງູພິດ ໂຕໜຶ່ງ ອອກ ມາ ຈາກ ຫລົວ ນັ້ນ ຂົບ ມື ໂປໂລ ຫ້ອຍ ຢູ່.
\v 4 ເມື່ອ ຊາວ ພື້ນເມືອງ ຂອງ ເກາະ ນີ້ ເຫັນ ງູ ຫ້ອຍ ຢູ່ທີ່ ມື ຂອງ ໂປໂລ ພວກເຂົາ ຈຶ່ງ ເວົ້າ ກັນ ວ່າ, “ຄົນ ນີ້ ຄົງ ເປັນ ຜູ້ຂ້າ ຄົນ ເພາະ ເວນກາໍ ຍັງ ນໍາ ມາ ສະໜອງ ເອົາ ຊີວິດ ລາວ ຢູ່ ເຖິງ ແມ່ນ ວ່າ ລາວ ພົ້ນ ຈາກ ທະເລ ແລ້ວ ກໍຕາມ.”
\s5
\v 5 ແຕ່ ໂປໂລ ສັ່ນ ງູ ໂຕ ນັ້ນ ໃຫ້ ຕົກ ໃສ່ ໄຟ ແລະ ຕົນ ເອງ ກໍ ບໍ່ ເປັນ ອັນ ຕະລາຍ ແຕ່ ປະການ ໃດ.
\v 6 ພວກເຂົາ ຕ່າງ ກໍ ຄອຍ ເບິ່ງ ວ່າ ໂປໂລ ຈະ ໂຕ ໃຄ່ ບວມ ຂຶ້ນ ຫລື ລົ້ມ ລົງ ຕາຍ ໃນ ທັນ ທີ ຫລື ບໍ່, ແຕ່ ຫລັງ ຈາກ ທີ່ ຄອຍ ເບິ່ງ ດົນ ນານ ແລະ ບໍ່ ເຫັນ ສິ່ງ ໃດ ຜິດ ປົກ ກະຕິ ເກີດ ຂຶ້ນ ກັບ ໂປໂລ ແລ້ວ ພວກເຂົາ ກໍ ປ່ຽນໃຈ ແລະ ເວົ້າ ວ່າ, “ຄົນ ນີ້ ເປັນ ພຣະເຈົ້າ.”
\s5
\v 7 ຢູ່ ໃກ້ ບ່ອນ ນັ້ນ ມີ ທີ່ ດິນ ຊຶ່ງ ເປັນ ຂອງ ປົບລີໂອ ຫົວໜ້າ ຊາວ ພື້ນ ເມືອງ ໃນ ເກາະ ນີ້, ທ່ານ ຜູ້ ນີ້ ໄດ້ ຕ້ອນຮັບ ພວກເຮົາ ເປັນ ຢ່າງດີ ແລະ ໄດ້ ຮັບ ພວກເຮົາ ໄວ້ ເປັນ ແຂກ ຂອງ ເພິ່ນ ເປັນ ເວລາ ສາມ ວັນ.
\v 8 ສ່ວນ ພໍ່ ຂອງ ປົບລີໂອ ນັ້ນ ນອນ ຢູ່ ເພາະ ເປັນ ໄຂ້ ້ ແລະ ເປັນ ທ້ອງ ບິດ, ໂປໂລ ຈຶ່ງ ເຂົ້າ ໄປ ເບິ່ງ ທີ່ ຫ້ອງນອນ ຂອງ ເພິ່ນ ແລະ ໄດ້ ພາວັນ ນາ ອະທິຖານ ແລະ ວາງ ມື ໃສ່ ເພິ່ນ ແລ້ວ ເພິ່ນ ກໍ ຫາຍ ດີ.
\v 9 ເມື່ອ ເຫດການ ເປັນ ໄປ ຢ່າງ ນີ້ ຊາວ ພື້ນ ເມືອງ ທຸກຄົນ ໃນ ເກາະ ນັ້ນ ທີ່ ເຈັບ ໄຂ້ ໄດ້ປ່ວຍ ຕ່າງ ກໍ ມາ ຫາ ໂປໂລ ແລະ ພວກເຂົາ ກໍໄດ້ ຫາຍ ດີ ທຸກຄົນ.
\v 10 ພວກເຂົາ ໄດ້ ໃຫ້ກຽດ ແກ່ ພວກເຮົາ ຫລາຍ ຢ່າງ, ເມື່ອ ພວກເຮົາ ກາໍ ລັງ ຈະ ລົງ ເຮືອ ຈາກ ໄປພວກເຂົາ ກໍ ຈັດ ເອົາ ສິ່ງ ຂອງ ທີ່ ຈາໍ ເປັນ ສໍາລັບ ການ ເດີນ ທາງ ໃຫ້ ພວກເຮົາ.
\s5
\v 11 ຫລັງຈາກ ຢູ່ ໃນທີ່ ນັ້ນ ສາມ ເດືອນ ແລ້ວ ພວກເຮົາ ກໍ ລົງ ເຮືອ ລໍາ ໜຶ່ງ ຊຶ່ງ ມາ ຈາກ ເມືອງ ອາເລັກ ຊັນ ເດຍ ທີ່ ມີ ຊື່ ວ່າ, “ເທບ ພຣະເຈົ້າ ຝາແຝດ” (ຫ) ຊຶ່ງ ໄດ້ ມາ ຄ້າງ ຢູ່ ໃນ ເກາະ ນັ້ນ ຕະຫລອດ ລະດູ ໜາວ.
\v 12 ພວກເຮົາ ໄດ້ ມາ ເຖິງ ເມືອງ ຊີຣະກ ູ ແລະ ແວ່ ພັກ ຢູ່ ໃນທີ່ ນັ້ນ ເປັນ ເວລາ ສາມ ວັນ.
\s5
\v 13 ຈາກ ເມືອງ ນີ້ ພວກເຮົາ ໄດ້ ຂີ່ ເຮືອ ຕໍ່ໄປ ແລະ ມາ ເຖິງ ເມືອງ ເຣຄີໂອມ, ວັນ ຕໍ່ ໍມາ ລົມ ກໍ ເລີ່ມ ພັດ ມາ ແຕ່ ທິດໃຕ້ ແລະ ໃນ ວັນ ທີ ສອງ ພວກເຮົາ ກໍ ມາ ເຖິງ ເມືອງ ໂປຕີໂອລີ.
\v 14 ໃນ ເມືອງ ນີ້ ພວກເຮົາ ໄດ້ ຮັບ ເຊີນ ຈາກ ພວກ ຄົນ ທີ່ ເຊື່ອ ທີ່ ຂໍຮ້ອງ ພວກເຮົາ ໃຫ້ ພັກ ຢູ່ ນາໍ ພວກເຂົາ ເປັນ ເວລາ ເຈັດ ວັນ ແລ້ວ ພວກເຮົາ ກໍ ເດີນທາງ ໄປ ເຖິງ ນະຄອນ ໂຣມ.
\v 15 ພວກ ຄົນ ທີ່ ເຊື່ອ ໃນ ນະຄອນ ໂຣມ ໄດ້ຍິນ ຂ່າວ ກ່ຽວກັບ ພວກເຮົາ ພວກເຂົາ ຈຶ່ງ ອອກ ມາ ຫາ ພວກເຮົາ ທີ່ ຕະຫລາດ ອາປີໂອ ແລະ ທີ່ ສາລາ ສາມ ຫລັງ ເພື່ອ ພົບ ພໍ້ ກັບ ພວກເຮົາ, ພໍ ໂປໂລ ເຫັນ ພວກເຂົາ ເພິ່ນ ກໍ ໂມທະນາ ຂອບພຣະຄຸນ ພຣະເຈົ້າ ແລະ ໄດ້ ຮັບ ຄວາມ ໜູນ ໃຈ ຂຶ້ນ ຢ່າງ ຫລວງຫລາຍ.
\s5
\v 16 ເມື່ອ ພວກເຮົາ ມາ ເຖິງ ນະຄອນ ໂຣມ ແລ້ວ ທາງ ການ ໂຣມ ກໍ ອະນຸຍາດ ໃຫ້ ໂປໂລ ຢູ່ ຕ່າງຫາກ, ໂດຍ ມີ ທະຫານ ຄົນ ໜຶ່ງ ເປັນ ຜູ້ ຍາມ ຮັກ ສາ ເພິ່ນ.
\v 17 ສາມວັນ ຕໍ່ມາ ໂປໂລໄດ້ ເຊື້ອ ເຊີນ ບັນດາຫົວໜ້າ ຂອງພວກຢິວ ໃນນະຄອນໂຣມມາປະຊຸມ ແລະເພິ່ນ ກ່າວແກ່ ພວກເຂົາ ວ່າ, “ຊາວອິດ ສະຣາເອນເພື່ອນຮ່ວມຊາດເອີຍ ເຖິງ ແມ່ນວ່າຂ້າພະເຈົ້າ ບໍ່ ໄດ້ ເຮັດ ສິ່ງ ໃດຜິດ ຕໍ່ ປະຊາຊົນ ຂອງພວກເຮົາ, ຫລື ຝ່າຝືນ ທາໍ ນຽມທີ່ ພວກເຮົາ ໄດ້ ສືບ ທອດ ມາ ຈາກ ບັນພະບຸລຸດ ຂອງ ພວກເຮົາ ກໍ ຕາມ, ແຕ່ ຂ້າ ພະເຈົ້າ ກໍ ຍັງ ຕົກ ເປັນ ນັກ ໂທດ ໃນນະຄອນເຢຣູຊາເລັມ ແລະຖືກ ມອບໃຫ້ ພວກໂຣມ.
\v 18 ຫລັງ ຈາກທີ່ ສອບຖາມຂ້າ ພະເຈົ້າ ແລ້ວ ພວກໂຣມ ຢາກປ່ອຍຂ້າພະເຈົ້າ, ເພາະພວກເຂົາ ບໍ່ ພົບ ຄວາມຜິດ ທີ່ ຂ້າພະເຈົ້າ ສົມຄວນຈະຕ້ອງຕາຍ.
\s5
\v 19 ແຕ່ ເມື່ອ ພວກ ຢິວ ກ່າວຄັດຄ້ານ ເຮົາ ຈາໍ ເປັນ ຕ້ອງຂໍ ອຸທອນເຖິງ ຈັກກະພັດ ແຕ່ ບໍ່ ແມ່ນວ່າເຮົາ ມີ ອັນໃດຈະຟ້ອງຊົນ ຮ່ວມ ຊາດ ຂອງເຮົາ.
\v 20 ດ້ວຍເຫດນີ້ ແຫລະ, ເຮົາ ຈຶ່ງ ເຊີນ ທ່ານທັງ ຫລາຍມາ ເພື່ອ ຈະໄດ້ ເຫັນ ໜ້າ ແລະເວົ້າ ກັບ ພວກທ່ານ ເພາະທີ່ ເຮົາ ຖືກ ລ່າມໂສ້ ນີ້ ກໍ ເນື່ອງດ້ວຍ ຄວາມຫວັງ ຂອງ ຊົນຊາດ ອິດສະຣາເອນ.”
\s5
\v 21 ພວກເຂົາ ຕອບ ໂປໂລ ວ່າ, “ພວກເຮົາ ບໍ່ໄດ້ ຮັບ ຈົດໝາຍ ໃດໆ ຈາກ ແຂວງ ຢູດາຍ ກ່ຽວກັບ ທ່ານ ແລະ ທັງ ບໍ່ ມີ ພີ່ ນ້ອງ ຂອງ ພວກເຮົາ ຜູ້ໃດ ຜູ້ໜຶ່ງ ມາ ລາຍງານ ຫລື ກ່າວ ສິ່ງ ບໍ່ ດີ ກ່ຽວກັບ ທ່ານ.
\v 22 ແຕ່ ພວກເຮົາ ຕ້ອງການ ຢາກ ໄດ້ຍິນ ຄວາມ ຄິດ ເຫັນ ຂອງທ່ານ ເພາະ ພວກເຮົາ ຮູ້ ວ່າ ຝ່າຍ ນິກາຍ ນີ້ ຖືກ ຂັດຂວາງ ຢູ່ ທຸກທີ່ ທຸກບ່ອນ.”
\s5
\v 23 ເມື່ອ ພວກເຂົາ ນັດ ວັນ ພົບ ກັບ ໂປໂລ, ຄົນ ຈາໍ ນວນ ຫລາຍ ກວ່າເກົ່າ ໄດ້ ມາ ຫາ ທີ່ ບ່ອນ ພັກ ຂອງ ເພິ່ນ, ເພິ່ນ ຈຶ່ງ ກ່າວ ອະທິບາຍ ແກ່ ພວກເຂົາ ຕັ້ງ ແຕ່ ເຊົ້າ ຈົນ ຄໍ່າ ເປັນ ພະຍານ ເຖິງ ຣາຊອານາຈັກ ຂອງ ພຣະເຈົ້າ ຢ່າງ ຄົບ ຖ້ວນ ແລະ ຊັກ ຊວນ ໃຫ້ ພວກເຂົາ ຮັບ ເຊື່ອ ໃນ ພຣະເຢຊູເຈົ້າ ໂດຍ ໃຊ້ ຂໍ້ຄວາມ ຈາກ ກົດ ບັນ ຍັດ ຂອງ ໂມເຊ ແລະ ຈາກ ຜູ້ທາໍນວາຍ ເປັນ ຫລັກ.
\v 24 ບາງຄົນ ກໍ ເຊື່ອ ຕາມ ຄໍາ ທີ່ ໂປໂລ ກ່າວ ນັ້ນ ແຕ່ ຄົນ ອື່ນ ນັ້ນ ບໍ່ ເຊື່ອ.
\s5
\v 25 ເມື່ອ ຄວາມເຫັນ ບໍ່ ລົງ ລອຍ ກັນ ພວກເຂົາ ຈຶ່ງ ລາ ຈາກ ກັນ ໄປ ຫລັງ ຈາກ ໂປໂລ ໄດ້ ກ່າວ ຄໍາ ໜຶ່ງ ຕື່ມ ອີກ ວ່າ, “ພຣະວິນຍານ ບໍຣິສຸດເຈົ້າ ໄດ້ ຊົງ ກ່າວ ກັບ ບັນພະບຸລຸດ ຂອງ ເຈົ້າ ທັງ ຫລາຍ ດ້ວຍ ເອຊາຢາ ຜູ້ທາໍນວາຍ ຢ່າງ ຖືກ ຕ້ອງ ດີ ແລ້ວ,
\v 26 ເພາະ ພຣະອົງ ໄດ້ ກ່າວ ວ່າ ‘ຈົ່ງ ໄປ ຫາ ພົນລະເມືອງ ນີ້ ແລະ ກ່າວ ວ່າ, ເຈົ້າ ທັງຫລາຍ ຈະ ໄດ້ຍິນ ແທ້ ແຕ່ ຈະ ບໍ່ ເຂົ້າໃຈ ຈັກເທື່ອ, ຈະ ໄດ້ ເຫັນ ແທ້ ແຕ່ ຈະ ບໍ່ ສັງເກດ ຈັກເທື່ອ.
\s5
\v 27 ດ້ວຍວ່າ, ໃຈ ຂອງ ພົນລະເມືອງ ນີ້ ກໍ ປຶກໜາ ຫູ ກໍ ໜັກ, ຕາ ຂອງ ພວກເຂົາ ກໍ ຫລັບ ເສຍ. ຢ້ານ ວ່າ ພວກເຂົາ ຈະ ສັງເກດ ດ້ວຍ ຕາ ແລະ ຈະ ໄດ້ຍິນ ດ້ວຍ ຫູ ແລະ ຈະ ຮູ້ ດ້ວຍ ໃຈ ແລ້ວ ຈະ ຕ່າວ ກັບ ມາ ແລະ ເຮົາ ຈະ ເຮັດ ໃຫ້ ພວກເຂົາ ດີ.
\s5
\v 28 ດັ່ງ ນັ້ນ ທ່ານ ທັງ ຫລາຍ ຈົ່ງ ຮູ້ ວ່າ ການ ທີ່ ພຣະເຈົ້າ ຊົງ ໂຜດ ໃຫ້ ພົ້ນ ນັ້ນ ກໍ ຖືກ ນາໍ ໄປ ເຖິງ ຄົນຕ່າງຊາດ ແລ້ວ ພວກເຂົາ ນັ້ນ ແຫລະ ຈະ ຮັບ ຟັງ. ” [
\v 29 ເມື່ອ ໂປໂລ ກ່າວ ຄໍາ ເຫລົ່າ ນີ້ ແລ້ວ ພວກ ຢິວ ກໍ ຈາກ ໄປ ແລະ ກໍ ເກີດ ມີ ການ ຖຽງ ກັນ ເອງ ຢູ່ ໃນ ພວກເຂົາ. ] (ອ)
\s5
\v 30 ເປັນ ເວລາ ສອງ ປີ ທີ່ ໂປໂລ ໄດ້ ອາໄສ ຢູ່ ໃນ ເຮືອນ ທີ່ ຕົນ ເຊົ່າ ເອງ ແລະ ໃນທີ່ ນັ້ນ ເພິ່ນ ໄດ້ ຕ້ອນຮັບ ທຸກຄົນ ທີ່ ມາ ຫາ ເພິ່ນ.
\v 31 ເພິ່ນ ໄດ້ ປະກາດ ເລື່ອງ ອານາຈັກ ຂອງ ພຣະເຈົ້າ ແລະ ໄດ້ ສັ່ງ ສອນ ເລື່ອງ ກ່ຽວກັບ ອົງ ພຣະເຢຊູ ຄຣິດ ເຈົ້າ ແກ່ ທຸກຄົນ ດ້ວຍ ຄວາມ ກ້າ ຫານ ແລະ ຢ່າງ ເປີດ ເຜີຍ ໂດຍ ບໍ່ ມີ ຜູ້ໃດ ຂັດຂວາງ.