lo_bible/44-JHN.usfm

1649 lines
314 KiB
Plaintext
Raw Permalink Blame History

This file contains ambiguous Unicode characters

This file contains Unicode characters that might be confused with other characters. If you think that this is intentional, you can safely ignore this warning. Use the Escape button to reveal them.

\id JHN
\ide UTF-8
\h ຂ່າວ​ປະ​ເສີດ​ເລື່ອງ​ພ​ຣະ​ເຢ​ຊູ​ເຈົ້າ ຕາມ ໂຢ​ຮັນ
\toc1 ຂ່າວ​ປະ​ເສີດ​ເລື່ອງ​ພ​ຣະ​ເຢ​ຊູ​ເຈົ້າ ຕາມ ໂຢ​ຮັນ
\toc2 ຂ່າວ​ປະ​ເສີດ​ເລື່ອງ​ພ​ຣະ​ເຢ​ຊູ​ເຈົ້າ ຕາມ ໂຢ​ຮັນ
\toc3 jhn
\mt ຂ່າວ​ປະ​ເສີດ​ເລື່ອງ​ພ​ຣະ​ເຢ​ຊູ​ເຈົ້າ ຕາມ ໂຢ​ຮັນ
\s5
\c 1
\p
\v 1 ເມື່ອ ຕົ້ນ ເດີມ ນັ້ນ ພຣະທໍາ ຊົງ ເປັນ ຢູ່ ແລ້ວ ພຣະທໍາ ນັ້ນ ຊົງ ສະຖິດ ຢູ່ ກັບ ພຣະເຈົ້າ ແລະ ພຣະທໍາ ນັ້ນ ແຫລະ ຊົງ ເປັນ ພຣະເຈົ້າ.
\v 2 ແຕ່ ຕົ້ນ ເດີມ ນັ້ນ ພຣະທໍາ ຊົງ ສະຖິດ ຢູ່ ກັບ ພຣະເຈົ້າ.
\v 3 ພຣະເຈົ້າ ໄດ້ ຊົງ ສ້າງ ທຸກສິ່ງ ຂຶ້ນ ໂດຍ ທາງ ພຣະທໍາ ໃນ ບັນດາ ສິ່ງ ທີ່ ເປັນ ມາ ນັ້ນ ບໍ່ ມີ ສິ່ງ ໜຶ່ງ ສິ່ງ ໃດ ທີ່ ເປັນ ມາ ໂດຍ ນອກຈາກ ພຣະທໍາ.
\s5
\v 4 ພຣະທໍາ ນັ້ນ ຊົງ ມີ ຊີວິດ ຢູ່ ໃນ ພຣະອົງ ເອງ (ກ) ແລະ ຊີວິດ ນັ້ນ ເປັນ ຄວາມ ສະຫວ່າງ ຂອງ ມະນຸດ.
\v 5 ຄວາມ ສະຫວ່າງ ສ່ອງ ເຂົ້າ ມາ ໃນ ຄວາມມືດ ແລະ ຄວາມມືດ ນັ້ນ ກໍ ເອົາ ຊະນະ ຄວາມ ສະຫວ່າງ ບໍ່ ໄດ້ ຈັກ ເທື່ອ.
\s5
\v 6 ພຣະເຈົ້າ ໄດ້ ໃຊ້ ຜູ້ໜຶ່ງ ມາ ຊື່ ວ່າ, “ໂຢຮັນ”
\v 7 ເພິ່ນ ໄດ້ ມາ ເພື່ອ ເປັນ ພະຍານ ເຖິງ ຄວາມ ສະຫວ່າງ ເພື່ອ ວ່າ ຄົນ ທັງ ປວງ ຈະ ໄດ້ ເຊື່ອ ຍ້ອນ ຖ້ອຍຄໍາ ທີ່ ເພິ່ນ ກ່າວ ນັ້ນ.
\v 8 ເພິ່ນ ເອງ ບໍ່ ແມ່ນ ຄວາມ ສະຫວ່າງ ເພິ່ນ ໄດ້ ມາ ເພື່ອ ເປັນ ພະຍານ ເລື່ອງ ຄວາມ ສະຫວ່າງ.
\s5
\v 9 ນີ້ ແມ່ນ ຄວາມ ສະຫວ່າງ ອັນ ແທ້ຈິງ ຄື ຄວາມ ສະຫວ່າງ ທີ່ ເຂົ້າ ມາ ໃນ ໂລກ ແລະ ສ່ອງ ແກ່ ຄົນ ທັງ ປວງ.
\s5
\v 10 ພຣະອົງ ໄດ້ ສະຖິດ ຢູ່ ໃນ ໂລກ, ຊຶ່ງ ພຣະເຈົ້າ ໄດ້ ສ້າງ ຂຶ້ນ ໂດຍ ທາງ ພຣະອົງ ແຕ່ ໂລກ ບໍ່ ໄດ້ ຮູ້ຈັກ ພຣະອົງ.
\v 11 ພຣະອົງ ໄດ້ ມາ ຍັງ ບ້ານ ເມືອງ ທີ່ ເປັນ ຂອງ ພຣະອົງ ເອງ ແຕ່ ຄົນ ໃນ ບ້ານ ເມືອງ ຂອງ ພຣະອົງ ບໍ່ ໄດ້ ຕ້ອນຮັບ ພຣະອົງ.
\s5
\v 12 ແຕ່ ສ່ວນ ບັນ ດາ ຜູ້ ທີ່ ຕ້ອນຮັບ ພຣະອົງ ຄື ຜູ້ ທີ່ ເຊື່ອ ໃນ ພຣະນາມ ຂອງ ພຣະອົງ ພຣະອົງ ກໍ ຊົງ ປະທານ ສິດ ໃຫ້ ກາຍເປັນ ບຸດ ຂອງ ພຣະເຈົ້າ.
\v 13 ຊຶ່ງ ບໍ່ ໄດ້ ເກີດ ຈາກ ເລືອດເນື້ອ ຫລື ກາມ ຫລື ຄວາມ ຕ້ອງການ ຂອງ ມະນຸດ ແຕ່ ເກີດ ຈາກ ພຣະເຈົ້າ.
\s5
\v 14 ພຣະທໍາ ໄດ້ ຊົງ ບັງ ເກີດ ເປັນ ມະນຸດ ແລະ ອາໄສ ຢູ່ ທ່າມກາງ ເຮົາ ທັງ ຫລາຍ ບໍຣິບູນ ດ້ວຍ ພຣະຄຸນ ແລະ ຄວາມຈິງ ເຮົາ ທັງ ຫລາຍ ໄດ້ ເຫັນ ສະຫງ່າຣາສີ ຂອງ ພຣະອົງ ຄື ສະຫງ່າຣາສີ ທີ່ ພຣະອົງ ໄດ້ ຮັບ ໃນ ຖານະ ທີ່ ເປັນ ພຣະບຸດ ອົງ ດຽວ ຂອງ ພຣະບິດາເຈົ້າ.
\v 15 ໂຢຮັນ ໄດ້ ເປັນ ພະຍານ ເຖິງ ເລື່ອງ ຂອງ ພຣະອົງ ເພິ່ນ ໄດ້ ຮ້ອງ ປະກາດ ວ່າ, “ຜູ້ນີ້ ແຫລະ ຄື ຜູ້ ທີ່ ເຮົາ ໄດ້ ກ່າວ ເຖິງ ວ່າ ຜູ້ ທີ່ມາ ພາຍ ຫລັງ ເຮົາ ກໍ ຍິ່ງ ໃຫຍ່ ກວ່າ ເຮົາ ເພາະ ພຣະອົງ ເປັນ ຢູ່ ກ່ອນ ເຮົາ ແລ້ວ.”
\s5
\v 16 ພວກເຮົາ ທຸກຄົນ ໄດ້ ຮັບ ຄວາມ ຄົບ ບໍຣິບູນ ຈາກ ພຣະອົງ ເປັນ ພຣະຄຸນ ຊ້ອນ ພຣະຄຸນ.
\v 17 ພຣະເຈົ້າ ໄດ້ ໃຫ້ ກົດ ບັນ ຍັດ ໂດຍ ທາງ ໂມເຊ ສ່ວນ ພຣະຄຸນ ແລະ ຄວາມຈິງ ນັ້ນ ໄດ້ ມາ ໂດຍ ທາງ ພຣະເຢຊູ ຄຣິດ ເຈົ້າ.
\v 18 ບໍ່ ມີ ຜູ້ໃດ ໄດ້ ເຫັນ ພຣະເຈົ້າ ຈັກ ເທື່ອ, ແຕ່ ພຣະບຸດ ອົງ ດຽວ ທີ່ເປັນ ພຣະເຈົ້າ ຊຶ່ງ ຢູ່ ໃນ ຊວງ ເອິກ ຂອງ ພຣະບິດາເຈົ້າ ພຣະອົງ ນັ້ນ ແຫລະ ໄດ້ ເຮັດ ໃຫ້ ພວກເຮົາ ຮູ້ຈັກ ພຣະເຈົ້າ.
\s5
\v 19 ນີ້ ແມ່ນ ຄໍາ ພະຍານ ຂອງ ໂຢຮັນ ໃນ ເວລາ ພວກ ເຈົ້າໜ້າທີ່ ຢິວ ໄດ້ ໃຊ້ ພວກ ປະໂຣຫິດ ແລະ ພວກ ເລວີ ບາງຄົນ ຈາກ ນະຄອນ ເຢຣູຊາເລັມ ມາ ຖາມ ເພິ່ນ ວ່າ, “ທ່ານ ແມ່ນ ຜູ້ໃດ? ”
\v 20 ໂຢຮັນ ກໍ ບໍ່ ໄດ້ ປະຕິເສດ ຄື ຍອມ ຮັບ ວ່າ, “ເຮົາ ບໍ່ ແມ່ນ ພຣະຄຣິດ. ”
\v 21 ພວກເຂົາ ຈຶ່ງ ຖາມ ອີກ ວ່າ, “ຖ້າ ດັ່ງ ນັ້ນ ທ່ານ ແມ່ນ ຜູ້ໃດ? ທ່ານ ແມ່ນ ເອລີຢາ ບໍ? ” ໂຢຮັນ ຕອບ ວ່າ, “ເຮົາ ບໍ່ແມ່ນ ເອລີຢາ. ” ພວກເຂົາ ຖາມ ວ່າ, “ທ່ານ ເປັນ ຜູ້ທໍານວາຍ ບໍ”? (ຂ) ໂຢຮັນ ຕອບ ວ່າ, “ບໍ່ ແມ່ນ.”
\s5
\v 22 ພວກເຂົາ ຈຶ່ງ ຖາມ ຕື່ມ ອີກ ວ່າ, “ຖ້າ ດັ່ງ ນັ້ນ ບອກ ພວກເຮົາ ແດ່ ວ່າ ທ່ານ ແມ່ນ ຜູ້ໃດ ແທ້? ເພື່ອ ພວກເຮົາ ຈະ ໄດ້ ນຳ ເອົາ ຄໍາຕອບ ໄປ ບອກ ຄົນ ທີ່ ໄດ້ ໃຊ້ ພວກເຮົາ ມາ, ທ່ານ ວ່າ ທ່ານ ເອງ ເປັນ ຜູ້ໃດ? ”
\v 23 ໂຢຮັນ ຈຶ່ງ ຕອບ ວ່າ, “ຝ່າຍ ເຮົາ ເປັນ ສຽງ ຂອງ ຜູ້ ທີ່ ຮ້ອງ ປະກາດ ໃນ ຖິ່ນ ແຫ້ງ ແລ້ງ ກັນ ດານ ວ່າ, ຈົ່ງ ເຮັດ ຫົນ ທາງ ຂອງ ອົງ ພຣະ ຜູ້ ເປັນ ເຈົ້າ ໃຫ້ ຊື່ ໄປ ຕາມ ທີ່ ເອຊາຢາ ຜູ້ທຳນວາຍ ໄດ້ ກ່າວ ໄວ້.”
\s5
\v 24 ພວກ ທີ່ ຖືກ ໃຊ້ ມາ ນັ້ນ ແມ່ນ ຄົນ ໃນ ພວກ ຟາຣີຊາຍ
\v 25 ພວກເຂົາ ຖາມ ໂຢຮັນ ວ່າ, “ຖ້າ ທ່ານ ບໍ່ ແມ່ນ ພຣະຄຣິດ, ບໍ່ ແມ່ນ ເອລີຢາ ແລະ ບໍ່ ແມ່ນ ຜູ້ທໍານວາຍ ແລ້ວ, ເປັນ ຫຍັງ ທ່ານ ຈຶ່ງ ໃຫ້ ຮັບ ບັບຕິສະມາ?”
\s5
\v 26 ໂຢຮັນ ຕອບ ພວກເຂົາ ວ່າ, “ເຮົາ ໃຫ້ ຮັບບັບຕິສະມາ ດ້ວຍ ນ້ຳ ແຕ່ ມີ ຜູ້ໜຶ່ງ ຢືນ ຢູ່ ທ່າມກາງ ພວກທ່ານ ທີ່ ພວກທ່ານ ບໍ່ ຮູ້ຈັກ.
\v 27 ຜູ້ນັ້ນ ແຫລະ ມາ ພາຍ ຫລັງ ເຮົາ ເຮົາ ບໍ່ ສົມ ຄວນ ຈະ ແກ້ ແມ່ນແຕ່ ສາຍ ຮັດ ເກີບ ຂອງ ເພິ່ນ. ”
\v 28 ເຫດການ ເຫລົ່າ ນີ້ ໄດ້ ເກີດ ຂຶ້ນ ທີ່ ບ້ານ ເບັດທານີ ຟາກ ແມ່ນໍ້າ ຈໍແດນ ທາງທິດຕາເວັນ ອອກ ບ່ອນ ທີ່ ໂຢຮັນ ກໍາລັງ ໃຫ້ ຮັບ ບັບຕິສະມາ ຢູ່.
\s5
\v 29 ວັນ ຕໍ່ມາ ໂຢຮັນ ໄດ້ ເຫັນ ພຣະເຢຊູເຈົ້າ ກໍາ ລັງ ຍ່າງ ມາ ຫາ ຕົນ ຈຶ່ງ ກ່າວ ຂຶ້ນ ວ່າ, “ເບິ່ງ ແມ! ລູກແກະ ຂອງ ພຣະເຈົ້າ ຜູ້ ຊົງ ຮັບ ເອົາ ບາບກໍາ ຂອງ ມະນຸດ ສະໂລກ ໄປ ເສຍ
\v 30 ຜູ້ ນີ້ ແຫລະ ທີ່ ເຮົາ ໄດ້ ບອກ ວ່າ, ‘ຜູ້ ທີ່ ມາ ພາຍ ຫລັງ ເຮົາ ກໍ ຍິ່ງ ໃຫຍ່ ກວ່າ ເຮົາ ເພາະ ທ່ານ ເປັນ ຢູ່ ກ່ອນ ເຮົາ.
\v 31 ເຮົາ ເອງ ກໍ ບໍ່ ຮູ້ຈັກ ພຣະອົງ ແຕ່ ເພື່ອ ໃຫ້ ທ່ານ ເປັນ ທີ່ ຮູ້ ຈັກ ແກ່ ປະຊາຊົນ ອິດສະຣາເອນ ເຮົາ ຈຶ່ງ ໄດ້ ມາ ໃຫ້ ຮັບ ບັບຕິສະມາ ໃນ ນ້ຳ.”
\s5
\v 32 ຝ່າຍ ໂຢຮັນ ໄດ້ ໃຫ້ ຄຳພະຍານ ນີ້ ວ່າ, “ເຮົາ ໄດ້ ເຫັນ ພຣະວິນ ຍານ ເໝືອນ ດັ່ງ ນົກ ເຂົາ ລົງ ມາ ຈາກ ທ້ອງຟ້າ ແລະ ສະຖິດຢູ່ ເທິງ ທ່ານ.
\v 33 ເຮົາ ເອງ ຍັງ ບໍ່ ຮູ້ຈັກ ແຕ່ ຜູ້ ທີ່ ໄດ້ ໃຊ້ ເຮົາ ມາ ໃຫ້ ຮັບ ບັບຕິສະມາ ໃນ ນໍ້າ ໄດ້ ກ່າວ ແກ່ ເຮົາ ວ່າ, ‘ເຈົ້າ ຈະ ເຫັນ ພຣະວິນຍານ ລົງ ມາ ຢູ່ ເທິງ ຄົນ ໃດ ຄົນ ນັ້ນ ແຫລະ ເປັນ ຜູ້ ໃຫ້ ຮັບ ບັບຕິສະມາ ດ້ວຍ ພຣະວິນຍານ ບໍຣິສຸດເຈົ້າ’
\v 34 ແລະ ເຮົາ ກໍໄດ້ ເຫັນ ແລ້ວ ຈຶ່ງ ຂໍ ເປັນ ພະຍານ ວ່າ ທ່ານ ຜູ້ ນີ້ ແຫລະ ເປັນ ພຣະບຸດ ຂອງ ພຣະເຈົ້າ.”
\s5
\v 35 ວັນ ຕໍ່ມາ ອີກ ໂຢຮັນ ໄດ້ ຢືນ ຢູ່ ກັບ ພວກ ລູກສິດ ສອງ ຄົນ ຂອງຕົນ
\v 36 ເມື່ອ ເພິ່ນ ໄດ້ ເຫັນ ພຣະເຢຊູເຈົ້າ ກໍາ ລັງ ຍ່າງ ຜ່ານ ໄປ ຈຶ່ງ ກ່າວ ວ່າ, “ຫັ້ນ ເດ ລູກແກະ ຂອງ ພຣະເຈົ້າ.”
\s5
\v 37 ເມື່ອ ສິດ ທັງສອງ ໄດ້ຍິນ ໂຢຮັນ ເວົ້າ ດັ່ງນັ້ນ ຈຶ່ງ ໄດ້ ຍ່າງ ຕາມ ພຣະເຢຊູເຈົ້າ ໄປ.
\v 38 ພຣະເຢຊູເຈົ້າ ຫລຽວ ຄືນ ຫລັງ ເຫັນ ສອງ ຄົນ ຕິດ ຕາມ ມາ ພຣະອົງ ຈຶ່ງ ຖາມ ພວກເພິ່ນ ວ່າ, “ພວກເຈົ້າ ຊອກ ຫາ ຫຍັງ? ” ພວກເພິ່ນ ຕອບ ວ່າ, “ຣັບບີ (ຄໍາ ນີ້ ແປ ວ່າ, ‘ອາຈານ’) ທ່ານ ພັກ ຢູ່ ທີ່ ໃດ? ”
\v 39 ພຣະອົງ ຈຶ່ງ ຕອບ ພວກເພິ່ນ ວ່າ, “ເຊີນມາ ແລະ ເບິ່ງເອົາ. ” ພວກເພິ່ນ ກໍ ໄປ ກັບ ພຣະອົງ ແລະ ເຫັນ ບ່ອນ ທີ່ ພຣະອົງ ພັກ ໃນ ວັນ ນັ້ນ ພວກເພິ່ນ ກໍໄດ້ ພັກ ຢູ່ ກັບ ພຣະອົງ (ເພາະ ໃນ ຂະນະ ນັ້ນ ເປັນ ເວລາ ສີ່ ໂມງ ແລງ ແລ້ວ).
\s5
\v 40 ອັນເດອາ ນ້ອງຊາຍ ຂອງ ຊີໂມນ ເປໂຕ ເປັນ ຜູ້ໜຶ່ງ ໃນ ສອງ ຄົນ ນີ້ ທີ່ ໄດ້ຍິນ ໂຢຮັນ ເວົ້າ ແລະ ຍ່າງ ຕິດຕາມ ພຣະເຢຊູເຈົ້າ ໄປ.
\v 41 ອັນເດອາ ໄດ້ ໄປ ຫາ ຊີໂມນ ອ້າຍ ຂອງຕົນ ກ່ອນ ຈຶ່ງ ບອກ ລາວ ວ່າ, “ເຮົາ ໄດ້ ພົບ ພຣະເມຊີອາ ແລ້ວ. ” (ແປ ວ່າ, “ພຣະຄຣິດ”)
\v 42 ແລ້ວ ລາວ ກໍ ພາ ຊີໂມນ ໄປ ຫາ ພຣະເຢຊູເຈົ້າ. ເມື່ອ ພຣະເຢຊູເຈົ້າ ເບິ່ງລາວ ແລ້ວ ຈຶ່ງ ກ່າວ ວ່າ, “ເຈົ້າ ຊື່ ຊີໂມນ ລູກ ຂອງ ໂຢຮັນ ແຕ່ ເຈົ້າ ຈະ ໄດ້ ຊື່ ໃໝ່ ວ່າ ເກຟາ. ” (ທີ່ ແປ ວ່າ ‘ເປໂຕ’ ແລະ ໝາຍຄວາມວ່າ, ‘ຫິນ’).
\s5
\v 43 ວັນ ຕໍ່ ມາ ອີກ ພຣະເຢຊູເຈົ້າ ໄດ້ ຕັດ ສິນ ໃຈ ໄປ ແຂວງ ຄາລີເລ ພຣະອົງ ໄດ້ ພົບ ຟີລິບ ແລະ ກ່າວ ແກ່ ລາວ ວ່າ, “ຈົ່ງ ຕາມ ເຮົາ ມາ. ”
\v 44 ຟີລິບ ເປັນ ຄົນ ມາ ຈາກ ເບັດຊາອີດາ ເປັນ ເມືອງ ທີ່ ອັນເດອາ ແລະ ເປໂຕ ຢູ່).
\v 45 ຟີລິບ ໄດ້ ໄປ ຫາ ນະທານາເອັນ ແລະ ບອກ ລາວ ວ່າ, “ຂ້ອຍ ໄດ້ ພົບ ຜູ້ ທີ່ ໂມເຊ ໄດ້ ຂຽນ ເລື່ອງ ຂອງ ເພິ່ນ ໃນ ໜັງ ສື ກົດ ບັນ ຍັດ ແລ້ວ ແລະ ທັງ ພວກ ຜູ້ທຳນວາຍ ກໍໄດ້ ຂຽນ ໄວ້ ເໝືອນກັນ ເພິ່ນ ແມ່ນ ເຢຊູ ລູກ ຂອງ ໂຢເຊັບ ໄທ ນາຊາເຣັດ.”
\s5
\v 46 ນະທານາເອັນ ຖາມ ຟີລິບ ວ່າ, “ມີ ສິ່ງ ດີ ອັນ ໃດ ມາ ຈາກ ນາຊາເຣັດ ບໍ? ” ຟີລິບ ຕອບ ວ່າ, “ໃຫ້ ມາ ເບິ່ງ ເອົາ. ”
\v 47 ເມື່ອ ພຣະເຢຊູເຈົ້າ ຫລຽວ ເຫັນ ນະທານາເອັນ ກໍາ ລັງ ມາ ຫາ ພຣະອົງ ຈຶ່ງ ເວົ້າ ຕໍ່ ລາວ ວ່າ, “ຜູ້ ນີ້ ແຫລະ ເປັນ ຄົນ ອິດສະຣາເອນ ແທ້ ໃນ ຕົວ ລາວ ບໍ່ ມີ ກົນອຸບາຍ ເລີຍ. ”
\v 48 ນະທານາເອັນ ຈຶ່ງ ຖາມ ພຣະອົງ ວ່າ, “ທ່ານ ຮູ້ຈັກ ຂ້ານ້ອຍ ໄດ້ ຢ່າງ ໃດ? ” ພຣະເຢຊູເຈົ້າ ຕອບ ວ່າ, “ເຮົາ ໄດ້ ເຫັນ ເຈົ້າ ແລ້ວ ຕອນ ທີ່ ເຈົ້າ ຢູ່ ກ້ອງ ຕົ້ນ ເດື່ອ ກ່ອນ ທີ່ ຟີ ລິບ ເອີ້ນ ເຈົ້າ.”
\s5
\v 49 ນະທານາເອັນ ຕອບ ພຣະອົງ ວ່າ, “ພຣະອາຈານ ເຈົ້າ ເອີຍ, ທ່ານ ເປັນ ພຣະບຸດ ຂອງ ພຣະເຈົ້າ ທ່ານ ເປັນ ກະສັດ ຂອງ ຊາດ ອິດສະຣາເອນ. ”
\v 50 ພຣະເຢຊູເຈົ້າ ໄດ້ ຕອບ ລາວ ວ່າ, “ເຈົ້າ ໄດ້ ເຊື່ອ ເພາະ ເຮົາ ບອກ ເຈົ້າ ວ່າ ເຮົາ ໄດ້ ເຫັນ ເຈົ້າ ຢູ່ ກ້ອງ ຕົ້ນ ເດື່ອ ນັ້ນ ບໍ? ເຈົ້າ ຍັງ ຈະ ໄດ້ ເຫັນ ເຫດການ ອັນ ຍິ່ງ ໃຫຍ່ ກວ່າ ນີ້ ອີກ. ”
\v 51 ພຣະເຢຊູເຈົ້າ ກ່າວ ຕື່ມ ວ່າ, “ເຮົາ ບອກ ພວກເຈົ້າ ຕາມ ຄວາມຈິງ ວ່າ ພວກເຈົ້າ ຈະ ເຫັນ ທ້ອງຟ້າ ໄຂ ອອກ ແລະ ຝູງ ເທວະດາ ຂອງ ພຣະເຈົ້າ ກໍ ຂຶ້ນ ໆ ລົງ ໆ ເທິງ ບຸດ ມະນຸດ.”
\s5
\c 2
\p
\v 1 ສາມ ວັນ ຕໍ່ມາ ໄດ້ ມີງານ ສົມຣົດ ທີ່ ບ້ານ ການາ ໃນ ແຂວງ ຄາລີເລ ແລະ ແມ່ ຂອງ ພຣະເຢຊູເຈົ້າ ກໍ ຢູ່ທີ່ ນັ້ນ
\v 2 ຝ່າຍ ພຣະເຢຊູເຈົ້າ ກັບ ພວກ ສາວົກ ຂອງ ພຣະອົງ ກໍ ຖືກ ເຊີນ ໄປ ຮ່ວມ ໃນ ງານ ນັ້ນ ເໝືອນກັນ.
\s5
\v 3 ເມື່ອ ເຫລົ້າ ອະງຸ່ນ ໝົດ ແລ້ວ, ແມ່ ຂອງ ພຣະເຢຊູເຈົ້າ ຈຶ່ງ ເວົ້າ ກັບ ພຣະອົງ ວ່າ, “ພວກເຂົາ ໝົດ ເຫລົ້າ ອະງຸ່ນ ແລ້ວ. ”
\v 4 ພຣະເຢຊູເຈົ້າ ຕອບ ວ່າ, “ນາງ ເອີຍ ປະ ໃຫ້ ເປັນ ທຸລະ ຂອງເຮົາ ເສຍ ເພາະ ເວລາ ຂອງເຮົາ ຍັງ ບໍ່ ທັນ ມາ ເຖິງ. ”
\v 5 ແມ່ ຂອງ ພຣະອົງ ຈຶ່ງ ບອກ ຕໍ່ ຄົນ ຮັບ ໃຊ້ ວ່າ, “ເພິ່ນ ບອກ ພວກເຈົ້າ ໃຫ້ ເຮັດ ອັນ ໃດ ຈົ່ງ ເຮັດ ຕາມ ເດີ.”
\s5
\v 6 ໃນ ບ່ອນ ນັ້ນ ມີ ອ່າງ ຕັ້ງ ໄວ້ ຢູ່ ຫົກ ໜ່ວຍ ຄື ອ່າງ ທີ່ ຊາວ ຢິວ ໃຊ້ ໃນ ພິທີ ຊໍາລະ ລ້າງ ຕາມ ທໍາ ນຽມ ອ່າງ ແຕ່ ລະ ໜ່ວຍ ໃສ່ ນ້ຳ ໄດ້ ປະມານ ຮ້ອຍ ລິດ.
\v 7 ພຣະເຢຊູເຈົ້າ ບອກ ພວກ ຄົນ ຮັບ ໃຊ້ ນັ້ນ ວ່າ, “ຈົ່ງ ຕັກ ນໍ້າ ໃສ່ ອ່າງ ນັ້ນ ໃຫ້ ເຕັມ. ” ພວກເຂົາ ກໍ ຕັກ ນໍ້າ ໃສ່ ອ່າງ ນັ້ນ ເຕັມ ພຽງ ປາກ
\v 8 ແລ້ວ ພຣະອົງ ກໍໄດ້ ບອກ ພວກເຂົາ ວ່າ, “ບັດນີ້ ຈົ່ງ ຕັກ ເອົາ ໄປ ໃຫ້ ເຈົ້າ ພະນັກງານ ຜູ້ ທີ່ ກໍາກັບ ງານກິນ ລ້ຽງ. ” ພວກເຂົາ ກໍ ຕັກ ໄປ ໃຫ້
\s5
\v 9 ເມື່ອ ເຈົ້າ ພະນັກງານ ຊີມ ນໍ້າ ທີ່ ກາຍເປັນ ເຫລົ້າ ອະງຸ່ນ ແລ້ວ ລາວ ກໍ ບໍ່ ຮູ້ ວ່າ ມາ ແຕ່ ໃສ (ແຕ່ ພວກ ຄົນ ຮັບ ໃຊ້ ທີ່ ຕັກ ນ້ຳ ກໍ ຮູ້) ສະນັ້ນ ລາວ ຈຶ່ງ ເອີ້ນ ເຈົ້າ ບ່າວ ມາ
\v 10 ແລະ ກ່າວ ວ່າ, “ທຸກຄົນ ເຄີຍ ເອົາ ເຫລົ້າ ອະງຸ່ນ ອັນ ດີ ມາ ໃຫ້ ດື່ມ ກ່ອນ ແລະ ເມື່ອ ພວກເຂົາ ດື່ມ ຫລາຍ ແລ້ວ ຈຶ່ງ ເອົາ ອັນ ບໍ່ ດີ ອອກ ມາ, ແຕ່ ເຈົ້າ ພັດ ກັກ ເອົາ ເຫລົ້າ ອະງຸ່ນ ອັນ ດີ ໄວ້ ຈົນ ເຖິງ ດຽວ ນີ້ ນໍ. ”
\s5
\v 11 ພຣະເຢຊູເຈົ້າ ໄດ້ ເຮັດ ການ ອັດສະຈັນ ເທື່ອ ທໍາ ອິດ ທີ່ ບ້ານ ການາ ແຂວງ ຄາລີເລ, ໃນທີ່ ນັ້ນ ພຣະອົງ ໄດ້ ເປີດ ເຜີຍ ສະຫງ່າຣາສີ ຂອງ ພຣະອົງ ໃຫ້ ປາກົດ ແລະ ພວກ ສາວົກ ກໍໄດ້ ເຊື່ອ ໃນ ພຣະອົງ.
\s5
\v 12 ພາຍ ຫລັງ ເຫດການ ນີ້ ແລ້ວ ພຣະເຢຊູເຈົ້າ ໄດ້ ລົງ ໄປ ຍັງ ເມືອງ ກາເປນາອູມ ພັອມ ທັງ ແມ່, ພວກນ້ອງຊາຍ ແລະ ພວກ ສາວົກ ຂອງ ພຣະອົງ ພວກເພິ່ນ ໄດ້ ຢູ່ ທີ່ ນັ້ນ ບໍ່ ຫລາຍ ວັນ.
\s5
\v 13 ພໍ ເທດສະການ ປັດສະຄາ ຂອງ ພວກຢິວ ໃກ້ ຈະ ມາ ເຖິງ ພຣະເຢຊູເຈົ້າ ໄດ້ ຂຶ້ນ ໄປ ຍັງ ນະຄອນ ເຢຣູຊາເລັມ.
\v 14 ໃນ ພຣະວິຫານ ພຣະອົງ ໄດ້ ພົບ ຄົນ ຂາຍ ງົວ, ຂາຍ ແກະ, ຂາຍ ນົກເຂົາ ແລະ ພວກ ຮັບ ແລກ ປ່ຽນ ເງິນຕາ ກໍ ນັ່ງ ຢູ່ ທີ່ ນັ້ນ ດ້ວຍ.
\s5
\v 15 ພຣະອົງ ຈຶ່ງ ເອົາ ເຊືອກ ເຮັດ ເປັນ ແສ້ ໄລ່ ຄົນ ເຫລົ່ານັ້ນ ພ້ອມ ກັບ ແກະ ແລະ ງົວ ທັງ ໝົດ ໃຫ້ ອອກ ໄປ ຈາກ ພຣະວິຫານ ແລ້ວ ພຣະອົງ ກໍ ຂວໍ້າ ໂຕະ ຂອງ ຄົນ ຮັບ ແລກ ປ່ຽນ ເງິນ ຕາ ແລະ ຖອກ ເງິນອັດ ຖິ້ມ,
\v 16 ພຣະອົງ ສັ່ງ ພວກ ທີ່ ຂາຍ ນົກ ເຂົາ ວ່າ, “ຈົ່ງ ເອົາ ສິ່ງ ເຫລົ່າ ນີ້ ອອກ ໄປ ຢ່າ ເຮັດ ໃຫ້ ວິຫານ ແຫ່ງ ພຣະບິດາເຈົ້າ ຂອງເຮົາ ເປັນ ບ່ອນ ຄ້າ ຂາຍ.”
\s5
\v 17 ພວກ ສາວົກ ຂອງ ພຣະອົງ ຈຶ່ງ ລະນຶກ ເຖິງ ຖ້ອຍຄໍາ ທີ່ ໄດ້ ຂຽນ ໄວ້ ວ່າ, “ຄວາມ ຮ້ອນໃຈ ສໍາລັບ ວິຫານ ຂອງ ພຣະອົງ ກໍ ເປັນ ດັ່ງ ໄຟ ທີ່ ໄໝ້ ຢູ່ ພາຍ ໃນ ຂ້ານ້ອຍ. ”
\v 18 ພວກ ຜູ້ນຳ ຢິວ ໄດ້ ຖາມ ພຣະອົງ ວ່າ, “ເຈົ້າ ຈະ ສະແດງ ການ ອັດສະຈັນ ອັນ ໃດ ໃຫ້ ພວກເຮົາ ເຫັນ ວ່າ ເຈົ້າ ມີ ສິດ ເຮັດ ການ ນີ້? ”
\v 19 ພຣະເຢຊູເຈົ້າ ຕອບ ພວກເຂົາ ວ່າ, “ຖ້າ ມ້າງ ພຣະວິຫານ ນີ້ ລົງ ເສຍ ແລະ ເຮົາ ຈະ ສ້າງ ຂຶ້ນ ໃໝ່ ໃນ ສາມ ວັນ.”
\s5
\v 20 ພວກ ຜູ້ນໍາ ຢິວ ຈຶ່ງ ເວົ້າ ວ່າ, “ເຂົາ ໄດ້ ສ້າງ ພຣະວິຫານ ນີ້ ຂຶ້ນ ໃຊ້ ເວລາ ເຖິງ ສີ່ ສິບ ຫົກ ປີ ຈຶ່ງ ສໍາເລັດ ສ່ວນ ເຈົ້າ ຈະ ສ້າງ ຂຶ້ນ ໃໝ່ ໃນ ສາມ ວັນ ຊັ້ນ ບໍ? ”
\v 21 ພຣະວິຫານ ທີ່ ພຣະເຢຊູເຈົ້າ ກ່າວ ເຖິງ ນັ້ນ ແມ່ນ ຮ່າງກາຍ ຂອງ ພຣະອົງ ເອງ.
\v 22 ດັ່ງ ນັ້ນ ຫລັງ ຈາກ ທີ່ ພຣະເຢຊູເຈົ້າ ເປັນ ຄືນ ມາ ຈາກ ຕາຍ ແລ້ວ ພວກ ສາວົກ ຈຶ່ງ ລະນຶກ ເຖິງ ຄໍາ ເວົ້າ ທີ່ ພຣະອົງ ເຄີຍ ໄດ້ ກ່າວ ແລະ ພວກເພິ່ນ ກໍໄດ້ ເຊື່ອ ພຣະຄໍາພີ ກັບ ທັງ ຖ້ອຍຄໍາ ທີ່ ພຣະເຢຊູເຈົ້າ ໄດ້ ກ່າວ ນັ້ນ.
\s5
\v 23 ຂະນະທີ່ ພຣະເຢຊູເຈົ້າ ຍັງ ຢູ່ ໃນ ນະຄອນ ເຢຣູຊາເລັມ ຍາມ ເທດສະການ ສະຫລອງ ປັດສະຄາ ນັ້ນ ໄດ້ ມີ ຫລາຍ ຄົນ ຮັບ ເຊື່ອ ໃນ ພຣະນາມ ຂອງ ພຣະອົງ ເພາະ ພວກເຂົາ ເຫັນ ການ ອັດສະຈັນ ທີ່ ພຣະອົງ ໄດ້ ກະທໍາ.
\v 24 ແຕ່ ພຣະເຢຊູເຈົ້າ ບໍ່ ໄດ້ ໄວ້ວາງໃຈ ໃນ ຄົນ ເຫລົ່າ ນັ້ນ ເພາະ ພຣະອົງ ຮູ້ຈັກ ມະນຸດ ທຸກຄົນ.
\v 25 ພຣະອົງ ບໍ່ຕ້ອງການ ໃຫ້ ຜູ້ ໃດ ບອກ ພຣະອົງ ເຖິງ ເລື່ອງ ຂອງ ມະນຸດ ເພາະ ພຣະອົງ ເອງ ຮູ້ ດີ ວ່າ ມີ ຫຍັງ ແດ່ ຢູ່ ໃນ ໃຈ ຂອງ ມະນຸດ.
\s5
\c 3
\p
\v 1 ມີ ເຈົ້າ ນາຍ ຂອງ ພວກ ຢິວ ຄົນ ໜຶ່ງ ຊື່ວ່າ, ‘ນີໂກເດມ’ ທີ່ ສັງ ກັດ ຢູ່ ໃນ ຄະນະ ຟາຣີຊາຍ.
\v 2 ຊາຍ ຄົນ ນີ້ ໄດ້ ມາ ຫາ ພຣະເຢຊູເຈົ້າ ໃນ ຕອນ ກາງຄືນ ແລະ ເວົ້າ ຕໍ່ ພຣະອົງ ວ່າ, “ພຣະອາຈານ ເອີຍ, ພວກ ຂ້ານ້ອຍ ຮູ້ ດີ ວ່າ ທ່ານ ເປັນ ຄູສອນ ມາ ຈາກ ພຣະເຈົ້າ ເພາະ ບໍ່ ມີ ຜູ້ໃດ ທີ່ເຮັດ ການ ອັດສະຈັນ ທີ່ ທ່ານ ເຮັດ ນີ້ ໄດ້ ຖ້າ ພຣະເຈົ້າ ບໍ່ ສະຖິດ ຢູ່ ນໍາ ຜູ້ນັ້ນ.”
\s5
\v 3 ພຣະເຢຊູເຈົ້າ ຕອບ ວ່າ, “ເຮົາ ບອກ ເຈົ້າ ຕາມ ຄວາມຈິງ ວ່າ, ຖ້າ ຜູ້ໃດ ບໍ່ ໄດ້ ບັງ ເກີດ ໃໝ່ (ຄ) ຜູ້ນັ້ນ ຈະ ເຫັນ ອານາຈັກ ຂອງ ພຣະເຈົ້າ ບໍ່ ໄດ້. ”
\v 4 ນີໂກເດມ ຖາມ ວ່າ, “ຄົນເຖົ້າ ແລ້ວ ຈະ ເກີດ ໃໝ່ ໄດ້ ຢ່າງ ໃດ? ຈະ ເຂົ້າ ໃນ ທ້ອງ ແມ່ ຂອງຕົນ ເທື່ອ ທີ ສອງ ແລ້ວ ເກີດ ມາ ໄດ້ ບໍ? ”
\s5
\v 5 ພຣະເຢຊູເຈົ້າ ຕອບ ຄືນ ວ່າ, “ເຮົາ ບອກ ພວກເຈົ້າ ຕາມ ຄວາມຈິງ ວ່າ ຖ້າ ຜູ້ໃດ ບໍ່ ບັງ ເກີດ ຈາກ ນໍ້າ ແລະ ຈາກ ພຣະວິນຍານ ຜູ້ ນັ້ນ ຈະ ເຂົ້າ ໄປ ໃນ ອານາຈັກ ຂອງ ພຣະເຈົ້າ ບໍ່ ໄດ້
\v 6 ຜູ້ ທີ່ ເກີດ ຈາກ ເນື້ອ ໜັງ ກໍ ເປັນ ເນື້ອ ໜັງ ແລະ ຜູ້ ທີ່ ເກີດ ຈາກ ພຣະວິນຍານ ກໍ ເປັນ ວິນຍານ.
\s5
\v 7 ຢ່າ ສູ່ ປະຫລາດ ໃຈ ທີ່ ເຮົາ ບອກ ເຈົ້າ ວ່າ ເຈົ້າ ທັງ ຫລາຍ ຈໍາ ເປັນ ຕ້ອງ ເກີດ ມາ ໃໝ່.
\v 8 ລົມ ຢາກ ພັດ ໄປ ທິດ ໃດ ກໍ ພັດ ໄປ ທິດ ນັ້ນ, ເຈົ້າ ໄດ້ຍິນ ສຽງ ຂອງ ມັນ ແຕ່ ເຈົ້າ ບໍ່ ຮູ້ ວ່າ ມັນ ພັດ ມາ ຈາກ ໃສ ແລະ ພັດ ໄປ ທາງ ໃດ ທຸກຄົນ ທີ່ ເກີດ ມາ ຈາກ ພຣະວິນຍານ ກໍ ເປັນ ດັ່ງນັ້ນແຫລະ.”
\s5
\v 9 ນີໂກເດມ ຖາມ ພຣະເຢຊູເຈົ້າ ວ່າ, “ເຫດການ ນີ້ ເປັນ ໄປ ໄດ້ ຢ່າງ ໃດ? ”
\v 10 ພຣະເຢຊູເຈົ້າ ຕອບ ວ່າ, “ເຈົ້າ ເປັນ ອາຈານ ຂອງ ຊາດ ອິດສະຣາເອນ ແລະ ເຈົ້າ ຍັງ ບໍ່ ຮູ້ ຈັກ ສິ່ງ ເຫລົ່າ ນີ້ ບໍ?
\v 11 ເຮົາ ບອກ ເຈົ້າ ຕາມ ຄວາມຈິງ ວ່າ, ພວກເຮົາ ເວົ້າ ໃນ ສິ່ງ ທີ່ ພວກເຮົາ ຮູ້ ແລະ ເປັນ ພະຍານ ເຖິງ ສິ່ງ ທີ່ ພວກເຮົາ ໄດ້ ເຫັນ ແຕ່ ພວກເຈົ້າ ບໍ່ ຮັບ ເອົາ ຄໍາ ພະຍານ ຂອງ ພວກເຮົາ.
\s5
\v 12 ຖ້າ ເຈົ້າ ບໍ່ ເຊື່ອ ເມື່ອ ເຮົາ ບອກ ເຖິງ ສິ່ງ ທີ່ ເປັນ ຝ່າຍ ໂລກ. ດັ່ງນັ້ນ ເຈົ້າຈະ ເຊື່ອ ໄດ້ ຢ່າງ ໃດ ຖ້າເຮົາ ບອກ ເຖິງ ສິ່ງ ທີ່ ເປັນ ຝ່າຍ ສະຫວັນ?
\v 13 ບໍ່ ມີ ຜູ້ໃດ ເຄີຍ ຂຶ້ນ ໄປ ສະຫວັນ ນອກຈາກ ບຸດ ມະນຸດ ຜູ້ ທີ່ ໄດ້ ລົງ ມາ ຈາກ ສະຫວັນ.
\s5
\v 14 ໂມເຊ ໄດ້ ຍົກ ງູ ຂຶ້ນ ໃນ ຖິ່ນ ແຫ້ງແລ້ງ ກັນ ດານ ຢ່າງ ໃດ ບຸດ ມະນຸດ ກໍ ຕ້ອງ ໄດ້ ຮັບ ການ ຍົກ ຂຶ້ນ ຢ່າງ ນັ້ນ,
\v 15 ເພື່ອ ວ່າ ທຸກຄົນ ທີ່ ວາງໃຈເຊື່ອ ໃນ ພຣະອົງ ຈະ ມີ ຊີວິດ ນິຣັນດອນ.
\s5
\v 16 ເພາະວ່າ ພຣະເຈົ້າ ຊົງ ຮັກ ໂລກ ຫລາຍ ທີ່ ສຸດ ຈົນ ໄດ້ ປະທານ ພຣະບຸດ ອົງ ດຽວ ຂອງ ພຣະອົງ ເພື່ອ ທຸກຄົນ ທີ່ ວາງໃຈເຊື່ອ ໃນ ພຣະບຸດ ນັ້ນ ຈະ ບໍ່ ຈິບ ຫາຍ ແຕ່ ມີ ຊີວິດ ອັນ ຕະຫລອດ ໄປ ເປັນ ນິດ.
\v 17 ດ້ວຍວ່າ, ພຣະເຈົ້າ ໄດ້ ໃຊ້ ພຣະບຸດ ເຂົ້າ ມາ ໃນ ໂລກ ບໍ່ ແມ່ນ ເພື່ອ ຕັດ ສິນ ລົງ ໂທດ ມະນຸດ ສະໂລກ ແຕ່ ເພື່ອ ມະນຸດ ສະໂລກ ຈະ ໄດ້ ພົ້ນ ດ້ວຍ ພຣະບຸດ ນັ້ນ.
\v 18 ຜູ້ ທີ່ ວາງໃຈເຊື່ອ ໃນ ພຣະບຸດ ກໍ ບໍ່ ຖືກ ຕັດ ສິນ ລົງ ໂທດ, ແຕ່ ຜູ້ ທີ່ ບໍ່ ວາງໃຈເຊື່ອ ກໍ ຖືກ ຕັດ ສິນ ລົງ ໂທດ ແລ້ວ ເພາະ ລາວ ບໍ່ ໄດ້ ວາງໃຈເຊື່ອ ໃນ ພຣະບຸດ ອົງ ດຽວ ຂອງ ພຣະເຈົ້າ.
\s5
\v 19 ການ ຕັດ ສິນ ລົງ ໂທດ ເປັນ ດັ່ງ ນີ້: ຄື ວ່າ ຄວາມ ສະຫວ່າງ ໄດ້ ເຂົ້າ ມາ ໃນ ໂລກ ແຕ່ ມະນຸດ ໄດ້ ຮັກ ຄວາມມືດ ຫລາຍກວ່າ ຮັກ ຄວາມ ສະຫວ່າງ ເພາະ ການ ກະທໍາ ຂອງ ພວກເຂົາ ຊົ່ວ.
\v 20 ດ້ວຍວ່າ, ທຸກຄົນທີ່ເຮັດ ຊົ່ວ ກໍ ກຽດຊັງ ຄວາມ ສະຫວ່າງ ແລະ ຈະ ບໍ່ ມາ ຫາ ຄວາມ ສະຫວ່າງ ເພາະ ຢ້ານ ວ່າ ການ ກະທໍາ ຂອງຕົນ ນັ້ນ ຈະ ຖືກ ເປີດ ເຜີຍ.
\v 21 ແຕ່ ທຸກຄົນ ທີ່ ເຮັດ ຕາມ ຄວາມຈິງ ກໍ ມາ ຫາ ຄວາມ ສະຫວ່າງ ເພື່ອ ໃຫ້ ເຫັນ ວ່າ ການ ກະທໍາ ຂອງຕົນ ໄດ້ ເຮັດ ຕາມ ພຣະເຈົ້າ.”
\s5
\v 22 ຫລັງຈາກ ນັ້ນ ພຣະເຢຊູເຈົ້າ ກັບ ພວກ ສາວົກ ຂອງ ພຣະອົງ ກໍ ໄດ້ ໄປ ແຂວງ ຢູດາຍ ໃນທີ່ນັ້ນ ພຣະອົງ ໄດ້ ພັກ ຢູ່ ກັບ ພວກເຂົາ ແລະ ໃຫ້ ຮັບ ບັບຕິສະມາ.
\v 23 ສ່ວນ ໂຢຮັນ ກໍ ໃຫ້ ຜູ້ ຄົນ ຮັບ ບັບຕິສະມາ ເໝືອນກັນ ທີ່ ບ້ານ ໄອນົນ ໃກ້ກັບ ບ້ານ ຊາລິມ ເພາະ ຢູ່ ໃນທີ່ ນັ້ນ ມີ ນ້ຳ ຫລາຍ, ປະຊາຊົນ ໄດ້ ໄປ ຫາ ໂຢຮັນ ເພື່ອ ຮັບ ບັບຕິສະມາ.
\v 24 (ດ້ວຍວ່າ, ໃນ ເວລາ ນັ້ນ ໂຢຮັນ ຍັງ ບໍ່ ທັນ ເຂົ້າ ຄຸກ ເທື່ອ).
\s5
\v 25 ສິດ ຂອງ ໂຢຮັນ ບາງຄົນ ໄດ້ ຖົກ ຖຽງ ກັບ ຄົນ ຢິວ ຜູ້ໜຶ່ງ (ງ) ກ່ຽວກັບ ການ ຊໍາລະ ລ້າງ ຕາມ ປະເພນີ
\v 26 ສິດ ເຫລົ່າ ນັ້ນ ຈຶ່ງ ໄປ ບອກ ໂຢຮັນ ວ່າ, “ພຣະອາຈານ ເອີຍ ທ່ານ ຈື່ ຄົນ ທີ່ ເຄີຍ ຢູ່ ກັບ ທ່ານ ທາງດ້ານ ຕາເວັນອອກ ຂອງ ແມ່ ນ້ຳ ຈໍແດນ ຄື ຜູ້ ທີ່ ທ່ານ ເວົ້າ ເຖິງ ນັ້ນ ຫລື ບໍ? ດຽວ ນີ້ ເພິ່ນ ກຳລັງ ໃຫ້ ຮັບ ບັບຕິສະມາ ແລະ ທຸກຄົນ ກໍ ກໍາລັງ ໄປ ຫາ ເພິ່ນ.”
\s5
\v 27 ໂຢຮັນ ຕອບ ພວກເຂົາ ວ່າ, “ມະນຸດ ຈະ ຮັບ ສິ່ງ ໃດ ບໍ່ ໄດ້ ນອກຈາກ ທີ່ ຊົງ ໂຜດ ປະທານ ຈາກ ສະຫວັນ ຈະ ໃຫ້ ສິ່ງ ນັ້ນ ແກ່ ເພິ່ນ.
\v 28 ພວກເຈົ້າ ເປັນ ພະຍານ ໄດ້ ໃນ ຄໍາ ເວົ້າ ຂອງເຮົາ ທີ່ ວ່າ, ‘ເຮົາ ບໍ່ ແມ່ນ ພຣະຄຣິດ ແຕ່ ເປັນ ຜູ້ ທີ່ ຖືກ ໃຊ້ ມາ ກ່ອນ ໜ້າ ພຣະອົງ
\s5
\v 29 ເຈົ້າສາວ ຍ່ອມ ເປັນ ຂອງ ເຈົ້າ ບ່າວ, ແຕ່ ພໍ ໄດ້ຍິນ ສຽງ ເຈົ້າ ບ່າວ ເພື່ອນ ຂອງ ເຈົ້າ ບ່າວ ທີ່ ຢືນ ຟັງ ຢູ່ ກໍ ດີໃຈ ຢ່າງ ເຕັມປ່ຽມ ຢ່າງ ນັ້ນ ແຫລະ ຄວາມ ຍິນ ດີ ຂອງເຮົາ ກໍ ຄົບ ຖ້ວນ ແລ້ວ.
\v 30 ພຣະອົງ ນັ້ນ ຕ້ອງ ໃຫຍ່ ຂຶ້ນ ແຕ່ ເຮົາ ຈະ ຕ້ອງ ນ້ອຍ ລົງ.”
\s5
\v 31 ພຣະອົງ ຜູ້ ທີ່ ມາຈ າກເບື້ອງເທິງ ກໍ ເໜືອ ກວ່າ ທຸກສິ່ງ, ສ່ວນຜູ້ທີ່ມາຈາກແຜ່ນດິນ ຍ່ອມເປັນ ຝ່າຍ ໂລກ ແລະເວົ້າ ເຖິງ ເລື່ອງໂລກ ແຕ່ ຜູ້ທີ່ມາຈາກສະຫວັນ ກໍ ຢູ່ເໜືອ ທຸກສິ່ງ.
\v 32 ພຣະອົງ ບອກເຖິງ ສິ່ງ ທີ່ ພຣະອົງ ໄດ້ ເຫັນ ແລະໄດ້ຍິນ ແຕ່ ບໍ່ ມີ ຜູ້ ໃດຮັບ ເອົາ ຄໍາພະຍານ ຂອງ ພຣະອົງ.
\v 33 ແຕ່ ຜູ້ ທີ່ຮັບ ເອົາ ຄໍາພະຍານຂອງ ພຣະອົງ ກໍ ຢືນຢັນ ວ່າ ພຣະເຈົ້າ ນັ້ນ ເປັນ ຈິງ.
\s5
\v 34 ພຣະອົງ ຜູ້ ທີ່ ພຣະເຈົ້າ ໄດ້ ໃຊ້ ມານັ້ນ ກ່າວພຣະທໍາ ຂອງພຣະເຈົ້າ ເພາະພຣະເຈົ້າ ໄດ້ ປະທານພຣະວິນຍານໃຫ້ ເພິ່ນ ຢ່າງບໍ່ ຈໍາກັດ.
\v 35 ພຣະບິດາຮັກ ພຣະບຸດ ແລະມອບທຸກສິ່ງ ໄວ້ ໃນກໍາມື ຂອງພຣະບຸດ.
\v 36 ຜູ້ ທີ່ ວາງໃຈເຊື່ອ ໃນ ພຣະບຸດ ກໍໄດ້ຊີວິດ ນີ ຣັນ ດອນ ຜູ້ ທີ່ ບໍ່ ເຊື່ອ ໃນພຣະບຸດ ກໍ ຈະບໍ່ ເຫັນ ຊີວິດ ແຕ່ ການລົງ ໂທດຂອງພຣະເຈົ້າ ຈະ ປົກ ຄຸມຢູ່ເທິງ ຜູ້ ນັ້ນ.
\s5
\c 4
\p
\v 1 ເມື່ອ ພຣະເຢຊູເຈົ້າ ໄດ້ ຮູ້ ວ່າ ພວກ ຟາຣີຊາຍ ໄດ້ຍິນ ຂ່າວ ວ່າ ພຣະອົງ ມີ ສາວົກ ແລະ ໄດ້ ໃຫ້ ຜູ້ ຄົນ ຮັບບັບຕິສະມາ ຫລາຍກວ່າ ໂຢຮັນ
\v 2 (ຄວາມຈິງ ແລ້ວ ພຣະເຢຊູເຈົ້າ ບໍ່ ໄດ້ ໃຫ້ ຜູ້ໃດ ຮັບບັບຕິສະມາ ແຕ່ ແມ່ນ ພວກ ສາວົກ ຂອງ ພຣະອົງ ທີ່ ເປັນ ຜູ້ ໃຫ້).
\v 3 ພຣະເຢຊູເຈົ້າ ໄດ້ ສະເດັດ ອອກ ຈາກ ແຂວງ ຢູດາຍ ແລະ ກັບຄືນ ໄປ ຍັງ ແຂວງ ຄາລີເລ.
\s5
\v 4 ພຣະອົງ ຈໍາເປັນ ຕ້ອງ ຜ່ານ ແຂວງ ຊາມາເຣຍ ໄປ.
\v 5 ພຣະອົງ ມາ ເຖິງ ເມືອງ ໜຶ່ງ ຢູ່ ໃນ ແຂວງ ຊາມາເຣຍ ທີ່ ຊື່ ວ່າ ຊີຂາ ບໍ່ ໄກ ຈາກ ດິນ ຕອນ ຊຶ່ງ ຢາໂຄບ ໄດ້ ມອບ ໃຫ້ ໂຢເຊັບ ລູກຊາຍ ຂອງຕົນ.
\s5
\v 6 ນ້ຳ ສ້າງ ຂອງຢາໂຄບ ກໍ ຢູ່ ໃນທີ່ ນັ້ນ. ເມື່ອ ປະມານ ທ່ຽງວັນ ພຣະເຢຊູເຈົ້າ ມີ ຄວາມ ອິດ ເມື່ອຍ ຍ້ອນ ການ ເດີນ ທາງ ພຣະອົງ ຈຶ່ງ ນັ່ງ ລົງ ທີ່ ແຄມ ນ້ຳ ສ້າງ ນັ້ນ.
\v 7 ມີ ຍິງ ຊາວ ຊາມາເຣຍ ຄົນ ໜຶ່ງ ໄດ້ ມາ ຕັກ ນໍ້າ ໃນ ສ້າງ ພຣະເຢຊູເຈົ້າ ຈຶ່ງ ກ່າວ ກັບ ນາງ ວ່າ, “ເຮົາ ຂໍ ດື່ມ ນ້ຳ ແດ່.
\v 8 (ໃນ ຂະນະ ນັ້ນ ພວກ ສາວົກ ຂອງ ພຣະອົງ ໄດ້ ເຂົ້າ ໄປ ຊື້ ອາຫານ ໃນ ເມືອງ).
\s5
\v 9 ຍິງ ຊາວຊາມາເຣຍ ຕອບພຣະອົງ ວ່າ, “ດ້ວຍເຫດໃດ ທ່ານ ຜູ້ ເປັນ ຄົນ ຢິວ ຈຶ່ງ ຂໍ ດື່ມ ນໍ້າ ຈາກ ຂ້ານ້ອຍ ທີ່ ເປັນ ຄົນ ຊາມາເຣຍ? ” (ຊາວ ຢິວ ແລະ ຊາວ ຊາມາເຣຍ ບໍ່ ມີ ສ່ວນ ກ່ຽວ ຂ້ອງ ກັນ). (ຈ)
\v 10 ພຣະເຢຊູເຈົ້າ ຊົງ ຕອບ ນາງ ວ່າ, “ຖ້າ ເຈົ້າ ຮູ້ຈັກ ສິ່ງ ທີ່ ພຣະເຈົ້າ ໃຫ້ ແລະ ຮູ້ ຈັກ ຜູ້ ທີ່ ກໍາລັງ ຂໍ ດື່ມ ນໍ້າ ຈາກ ເຈົ້າ ແລ້ວ ເຈົ້າ ກໍ ຄົງ ຈະ ຂໍ ຈາກ ເພິ່ນ ແລະ ເພິ່ນ ຈະ ເອົາ ນ້ຳ ທີ່ ປະກອບ ດ້ວຍ ຊີວິດ ໃຫ້ແກ່ ເຈົ້າ.”
\s5
\v 11 ນາງ ກ່າວ ຕໍ່ ພຣະອົງ ວ່າ, “ທ່ານເອີຍ ທ່ານ ບໍ່ ມີ ຫຍັງ ທີ່ຈະ ຕັກ ນໍ້າ ແລະ ສ້າງ ນີ້ ກໍ ເລິກ ທ່ານ ຈະ ເອົາ ນໍ້າ ທີ່ ປະກອບ ດ້ວຍ ຊີວິດ ນັ້ນ ມາ ແຕ່ ໃສ?
\v 12 ຢາໂຄບ ບັນພະບຸລຸດ ຂອງ ພວກ ຂ້ານ້ອຍ ຜູ້ ທີ່ ໄດ້ ຂຸດ ນ້ຳ ສ້າງ ນີ້ ໄວ້ ໃຫ້ ພວກ ຂ້ານ້ອຍ ນັ້ນ ກໍ ດື່ມ ນໍ້າ ຈາກ ສ້າງ ນີ້ ພ້ອມ ທັງ ພວກ ລູກຊາຍ ແລະ ຝູງສັດ ຂອງ ເພິ່ນ ທ່ານ ເປັນ ຜູ້ ຍິ່ງໃຫຍ່ ກວ່າ ຢາໂຄບ ຊັ້ນບໍ?”
\s5
\v 13 ພຣະເຢຊູເຈົ້າ ຈຶ່ງ ຕອບ ນາງ ວ່າ, “ທຸກຄົນ ທີ່ ດື່ມ ນ້ຳ ນີ້ ຍັງ ຈະ ຫິວ ອີກ
\v 14 ແຕ່ ຜູ້ ໃດ ທີ່ ດື່ມ ນໍ້າ ຊຶ່ງ ເຮົາ ຈະ ໃຫ້ ນັ້ນ ຈະ ບໍ່ ຢາກ ອີກ ຈັກ ເທື່ອ. ນ້ຳ ທີ່ ເຮົາ ຈະ ໃຫ້ ນັ້ນ ຈະ ກາຍເປັນ ນໍ້າພຸ ໃນ ຕົວ ຂອງ ຜູ້ ນັ້ນ ແລະ ຈະ ພຸ່ງ ຂຶ້ນ ເຖິງ ຊີວິດ ນີຣັນດອນ.”
\s5
\v 15 ນາງ ໄດ້ ກ່າວ ຕໍ່ ພຣະອົງ ວ່າ, “ທ່ານເອີຍ ຂໍ ເອົາ ນໍ້າ ນັ້ນ ໃຫ້ ຂ້ານ້ອຍ ດື່ມ ແດ່ ທ້ອນ ເພື່ອ ຂ້ານ້ອຍ ຈະ ບໍ່ ຢາກ ແລະ ຈະ ບໍ່ ໄດ້ ມາ ຕັກ ນໍ້າ ທີ່ ນີ້ ອີກ. ”
\v 16 ພຣະເຢຊູເຈົ້າ ບອກ ນາງ ວ່າ, “ຈົ່ງ ໄປ ເອີ້ນ ຜົວ ຂອງ ເຈົ້າ ມາ ທີ່ ນີ້. ”
\s5
\v 17 ນາງ ໄດ້ ຕອບ ວ່າ, “ຂ້ານ້ອຍ ບໍ່ ມີ ຜົວ. ” ພຣະເຢຊູເຈົ້າ ຊົງ ຕອບ ນາງ ຄືນ ວ່າ, “ເຈົ້າ ເວົ້າຖືກ ແລ້ວ ວ່າ ເຈົ້າ ບໍ່ ມີ ຜົວ.
\v 18 ເຈົ້າ ເຄີຍ ມີ ຜົວ ມາ ແລ້ວ ຫ້າ ຄົນ ແລະ ຜູ້ ທີ່ ເຈົ້າ ມີ ຢູ່ ດຽວ ນີ້ ກໍ ບໍ່ ແມ່ນ ຜົວ ຂອງ ເຈົ້າ ສິ່ງ ທີ່ ເຈົ້າ ເວົ້າ ນັ້ນ ກໍ ເປັນ ຄວາມຈິງ ແທ້. ”
\s5
\v 19 ນາງ ກ່າວ ຕໍ່ ພຣະອົງ ວ່າ, “ທ່ານເອີຍ ຂ້ານ້ອຍ ເຫັນ ຄັກ ແລ້ວ ວ່າ ທ່ານ ເປັນ ຜູ້ທໍານວາຍ.
\v 20 ບັນພະບຸລຸດ ຂອງ ພວກ ຂ້ານ້ອຍ ໄດ້ ນະມັດສະການ ພຣະເຈົ້າ ເທິງ ພູ ໜ່ວຍ ນີ້, ແຕ່ ພວກທ່ານ ວ່າ ສະຖານທີ່ ຄວນ ນະມັດສະການ ກໍ ຄື ນະຄອນ ເຢຣູຊາເລັມ.”
\s5
\v 21 ພຣະເຢຊູເຈົ້າ ບອກ ນາງ ວ່າ, “ຈົ່ງ ເຊື່ອ ໃນ ເຮົາ ເທາະ ຄົງ ມີ ວັນ ໜຶ່ງ ພວກເຈົ້າ ຈະ ບໍ່ ໄດ້ ນະມັດສະການ ພຣະບິດາເຈົ້າ ຢູ່ ເທິງ ພູ ນີ້ ຫລື ທີ່ ນະຄອນ ເຢຣູຊາເລັມ.
\v 22 ຊຶ່ງ ພວກເຈົ້າ ນະມັດສະການ ນັ້ນ ພວກເຈົ້າ ບໍ່ ຮູ້ຈັກ ແຕ່ ພວກເຮົາ ຮູ້ ດີວ່າ ພວກເຮົາ ນະມັດສະການຜູ້ໃດ ເພາະ ຄວາມ ພົ້ນ ນັ້ນ ມາ ທາງ ຊາວ ຢິວ.
\s5
\v 23 ແຕ່ ເວລາ ນັ້ນ ໃກ້ ເຂົ້າ ມາ ແລະ ບັດນີ້ ກໍ ມາ ເຖິງ ແລ້ວ ຄື ເມື່ອຜູ້ ທີ່ນະມັດສະການ ຢ່າງ ຖືກ ຕ້ອງ ຈະ ນະມັດສະການ ພຣະບິດາເຈົ້າ ດ້ວຍ ຈິດວິນຍານ ແລະ ຄວາມຈິງ ເພາະ ພຣະບິດາເຈົ້າ ຊອກ ຫາ ຄົນ ຢ່າງ ນັ້ນ ແຫລະ ນະມັດສະການ ພຣະອົງ.
\v 24 ພຣະເຈົ້າ ຊົງ ເປັນ ພຣະວິນຍານ ແລະ ຜູ້ ທີ່ ນະມັດສະການ ພຣະອົງ ຕ້ອງ ນະມັດສະການ ດ້ວຍ ຈິດວິນຍານ ແລະ ຄວາມຈິງ.”
\s5
\v 25 ຍິງ ຜູ້ ນີ້ ໄດ້ ເວົ້າ ກັບ ພຣະເຢຊູເຈົ້າ ວ່າ, “ຂ້ານ້ອຍ ຮູ້ ວ່າ ພຣະ ເມຊີອາ (ທີ່ ເອີ້ນ ວ່າ ພຣະຄຣິດ) ຈະ ມາ ຖ້າ ພຣະອົງ ມາ ແລ້ວ ພຣະອົງ ຈະ ບອກ ທຸກສິ່ງ ແກ່ ພວກ ຂ້ານ້ອຍ. ”
\v 26 ພຣະເຢຊູເຈົ້າ ໄດ້ ບອກ ນາງ ວ່າ, “ເຮົາ ຜູ້ ທີ່ ກຳລັງ ເວົ້າ ກັບ ເຈົ້າ ຢູ່ນີ້ ແຫລະ ຄື ຜູ້ນັ້ນ.”
\s5
\v 27 ໃນ ຂະນະ ນັ້ນ ພວກ ສາວົກ ຂອງ ພຣະອົງ ກໍ ມາ ເຖິງ ພວກເພິ່ນ ປະຫລາດ ໃຈ ທີ່ ເຫັນ ພຣະເຢຊູເຈົ້າ ກໍາລັງ ເວົ້າ ກັບ ແມ່ຍິງ, ແຕ່ ບໍ່ ມີ ຜູ້ໃດ ຖາມ ວ່າ, “ທ່ານ ຕ້ອງການ ຫຍັງ? ຫລື ຖາມ ພຣະເຢຊູເຈົ້າ ວ່າ ເປັນ ຫຍັງ ພຣະອົງ ຈຶ່ງ ເວົ້າ ກັບ ນາງ?”
\s5
\v 28 ຍິງ ຄົນ ນັ້ນ ໄດ້ ປະ ໄຫນ້ຳ ຂອງຕົນ, ກັບ ຄືນ ເຂົ້າ ໄປ ໃນ ເມືອງ ແລະ ບອກ ຄົນ ທັງຫລາຍ ວ່າ,
\v 29 “ຈົ່ງ ມາ ເບິ່ງ ຊາຍ ຜູ້ໜຶ່ ງ ທີ່ ບອກ ຂ້ອຍ ເຖິງ ທຸກໆ ສິ່ງ ທີ່ ຂ້ອຍ ໄດ້ ເຮັດ ມາ ແລ້ວ ຜູ້ ນີ້ ບໍ່ ແມ່ນ ພຣະຄຣິດ ບໍ? ”
\v 30 ຄົນ ທັງ ຫລາຍ ຈຶ່ງ ພາກັນ ອອກ ຈາກ ເມືອງ ມາ ຫາ ພຣະອົງ.
\s5
\v 31 ໃນ ຂະນະ ນັ້ນ ພວກ ສາວົກ ບອກ ພຣະອົງ ວ່າ, “ພຣະອາຈານ ຂໍ ເຊີນ ຮັບປະທານ ອາຫານ ສາເຖີດ. ”
\v 32 ແຕ່ ພຣະອົງ ຕອບ ພວກເພິ່ນ ວ່າ, “ເຮົາ ມີ ອາຫານ ກິນ ທີ່ ພວກເຈົ້າ ບໍ່ ຮູ້. ”
\v 33 ພວກ ສາວົກ ຈຶ່ງ ເລີ່ມ ຖາມ ກັນ ວ່າ, “ມີ ຄົນ ເອົາ ອາຫານ ມາ ໃຫ້ ເພິ່ນ ກິນ ບໍ?”
\s5
\v 34 ພຣະເຢຊູເຈົ້າ ໄດ້ ເວົ້າ ກັບ ພວກເພິ່ນ ວ່າ, “ອາຫານ ຂອງເຮົາ ແມ່ນ ການ ປະຕິບັດ ຕາມ ຄວາມປະສົງ ຂອງ ພຣະອົງ ຜູ້ ທີ່ ໄດ້ ໃຊ້ ເຮົາ ມາ ແລະ ເຮັດ ໃຫ້ ວຽກງານ ຂອງ ພຣະອົງ ສໍາເລັດ.
\v 35 ເຈົ້າ ທັງ ຫລາຍ ເວົ້າ ວ່າ, ‘ອີກ ສີ່ ເດືອນ ກໍ ຈະ ເຖິງ ລະດູ ກ່ຽວ ເຂົ້າ ບໍ່ ແມ່ນ ບໍ? ນີ້ ແຫລະ ເຮົາ ບອກ ພວກເຈົ້າ ວ່າ, ຈົ່ງ ເງີຍ ໜ້າ ເບິ່ງ ທົ່ງ ນາ ເພາະ ເຂົ້າ ກໍ ເຫລືອງ ພໍ ກ່ຽວ ແລ້ວ
\v 36 ຜູ້ ທີ່ ກ່ຽວເຂົ້າ ກໍ ກຳ ລັງ ຮັບ ຄ່າຈ້າງ ແລະ ຮວບຮວມ ເອົາ ຜົນ ລະປູກ ໄວ້ ສຳລັບ ຊີວິດ ນິຣັນດອນ ເພື່ອ ທັງ ຜູ້ ຫວ່ານ ແລະ ຜູ້ ເກັບກ່ຽວ ຈະ ຊົມ ຊື່ນ ຍິນ ດີ ນຳກັນ.
\s5
\v 37 ເພາະ ເຫດ ນີ້ ແຫລະ ຄໍາ ທີ່ ວ່າ, ‘ຄົນ ໜຶ່ງ ຫວ່ານ ແລະ ຄົນ ໜຶ່ງ ເກັບ ກ່ຽວ ນັ້ນ ກໍ ເປັນ ຄວາມຈິງ.
\v 38 ເຮົາ ໄດ້ ໃຊ້ ເຈົ້າ ທັງຫລາຍ ໄປ ເກັບກ່ຽວ ອັນ ທີ່ ເຈົ້າ ບໍ່ ໄດ້ ລົງ ແຮງ ເຮັດ ຄົນ ອື່ນ ໄດ້ ລົງ ແຮງ ເຮັດ ໄວ້ ແລະ ພວກເຈົ້າ ເປັນ ຜູ້ ທີ່ ໄດ້ ຮັບ ຜົນ ປະໂຫຍດ ຈາກ ການງານ ຂອງ ພວກເຂົາ.”
\s5
\v 39 ຊາວ ຊາມາເຣຍ ເປັນ ຈໍານວນ ຫລວງຫລາຍ ໃນ ເມືອງ ນີ້ ໄດ້ ເຊື່ອ ໃນ ພຣະອົງ ເພາະ ຖ້ອຍຄໍາ ທີ່ ຍິງ ນັ້ນ ໄດ້ ເປັນ ພະຍານ ວ່າ, “ເພິ່ນ ໄດ້ ບອກ ຂ້ອຍ ກ່ຽວກັບ ທຸກໆ ສິ່ງ ທີ່ ຂ້ອຍ ໄດ້ ເຮັດ ມາ. ”
\v 40 ດັ່ງນັ້ນ ເມື່ອ ຊາວ ຊາມາເຣຍ ມາ ຫາ ພຣະອົງ ພວກເຂົາ ຈຶ່ງ ຂໍຮ້ອງ ໃຫ້ ພຣະອົງ ຢູ່ ກັບ ພວກເຂົາ ແລະ ພຣະອົງ ກໍ ຢູ່ ທີ່ນັ້ນ ສອງ ວັນ.
\s5
\v 41 ມີ ຄົນ ອື່ນ ອີກ ຈໍາ ນວນ ຫລວງຫລາຍ ທີ່ ໄດ້ ຮັບ ເຊື່ອ ເພາະ ໄດ້ຍິນ ຖ້ອຍຄໍາ ຂອງ ພຣະອົງ
\v 42 ແລະ ພວກເຂົາ ໄດ້ ເວົ້າ ກັບ ແມ່ ຍິງ ຄົນ ນັ້ນ ວ່າ, “ບັດນີ້ ພວກເຮົາ ໄດ້ ເຊື່ອ ບໍ່ ແມ່ນ ຍ້ອນ ຄໍາ ເວົ້າ ຂອງ ເຈົ້າ ແຕ່ ຍ້ອນ ພວກເຮົາ ໄດ້ຍິນ ເພິ່ນ ເອງ ເວົ້າ ແລະ ພວກເຮົາ ກໍ ຮູ້ ວ່າ ແມ່ນ ທ່ານ ຜູ້ ນີ້ ແທ້ ທີ່ ເປັນ ພຣະ ຜູ້ໂຜດຊ່ວຍ ມະນຸດ ສະໂລກ ໃຫ້ ພົ້ນ.”
\s5
\v 43 ຫລັງ ຈາກ ສອງ ວັນ ຜ່ານ ໄປ ແລ້ວ ພຣະເຢຊູເຈົ້າ ໄດ້ ສະເດັດ ອອກ ໄປ ຍັງ ແຂວງ ຄາລີເລ.
\v 44 (ເພາະ ພຣະເຢຊູເຈົ້າ ເອງ ໄດ້ ເປັນ ພະຍານ ວ່າ, ຜູ້ທໍານວາຍ ບໍ່ ໄດ້ ຮັບກຽດ ແລະ ຄວາມນັບຖື ໃນ ບ້ານ ເມືອງ ຂອງຕົນ).
\v 45 ເມື່ອ ພຣະອົງ ໄປ ຮອດ ແຂວງ ຄາລີເລ ແລ້ວ ຊາວ ຄາລີເລ ກໍ ຕ້ອນຮັບ ພຣະອົງ ເພາະ ພວກເຂົາ ກໍໄດ້ ໄປ ໃນ ເທດສະການ ປັດສະຄາ ທີ່ ນະຄອນ ເຢຣູຊາເລັມ ແລະ ເຫັນ ທຸກສິ່ງ ທີ່ ພຣະອົງ ໄດ້ ກະທໍາ ໃນ ພິທີ ສະຫລອງ ນັ້ນ ເໝືອນກັນ.
\s5
\v 46 ແລ້ວ ພຣະອົງ ກໍໄດ້ ສະເດັດ ກັບ ຄືນ ໄປ ຍັງ ບ້ານ ການາ ແຂວງຄາລີເລ ອີກ ບ່ອນທີ່ ພຣະອົງ ໄດ້ ເຮັດ ໃຫ້ ນ້ຳ ກາຍເປັນ ເຫລົ້າ ອະງຸ່ນ ມີ ລູກຊາຍຂອງຂ້າຣາຊການຄົນໜຶ່ງ ທີ່ ເມືອງກາເປນາອູມ ກຳລັງ ປ່ວຍຢູ່.
\v 47 ເມື່ອ ຂ້າຣາຊການຄົນ ນີ້ ໄດ້ຍິນ ຂ່າວວ່າ ພຣະເຢຊູເຈົ້າ ໄດ້ ສະເດັດ ອອກ ຈາກ ແຂວງ ຢູດາຍ ແລະ ມາ ຮອດ ແຂວງ ຄາລີເລແລ້ວ ເພິ່ນ ຈຶ່ງ ໄປຂໍ ຮ້ອງພຣະອົງ ໃຫ້ ມາຮັກ ສາ ລູກຊາຍຂອງຕົນ ທີ່ ໃກ້ ຈະຕາຍ.
\s5
\v 48 ພຣະເຢຊູເຈົ້າ ເວົ້າ ຕໍ່ ເພິ່ນ ວ່າ, “ຖ້າ ເຈົ້າ ທັງ ຫລາຍບໍ່ເຫັນ ການອັດສະຈັນ ແລະໝາຍສໍາຄັນ ພວກເຈົ້າ ກໍ ຈະບໍ່ ເຊື່ອ. ”
\v 49 ຂ້າຣາຊການ ຜູ້ນັ້ນ ຕອບ ວ່າ, “ພຣະອົງເຈົ້າຂ້າ ຂໍເຊີນ ທ່ານ ລົງ ໄປ ກ່ອນ ທີ່ ລູກ ຂ້ານ້ອຍ ຈະ ຕາຍ. ”
\v 50 ພຣະເຢຊູເຈົ້າ ຈຶ່ງ ກ່າວ ແກ່ ລາວ ວ່າ, “ຈົ່ງ ກັບ ຄືນ ເມືອ ສາ, ລູກ ຂອງ ເຈົ້າ ຍັງ ມີ ຊີວິດ ຢູ່. ”ຊາຍ ຄົນ ນັ້ນ ໄດ້ ເຊື່ອ ໃນ ຖ້ອຍຄໍາ ຂອງ ພຣະເຢຊູເຈົ້າ ແລະ ລາ ກັບ ຄືນ ເມືອ.
\s5
\v 51 ໃນ ຂະນະທີ່ ລາວ ກໍາລັງ ກັບ ຄືນ ເມືອ ນັ້ນ ພວກ ຄົນ ຮັບ ໃຊ້ໄດ້ ອອກ ມາ ຕ້ອນຮັບ ແລະ ບອກ ຂ່າວ ໃຫ້ ຮູ້ ວ່າ ລູກຊາຍ ຂອງ ລາວ ຍັງ ມີ ຊີວິດ ຢູ່.
\v 52 ລາວ ຈຶ່ງ ຖາມ ພວກເຂົາ ເຖິງ ເວລາ ທີ່ ລູກຊາຍ ເລີ່ມ ມີ ອາການ ດີ ຂຶ້ນ ມາ, ພວກເຂົາ ຕອບ ວ່າ, “ລາວ ດີ ໄຂ້ ມື້ ວານ ນີ້ ໃນ ເວລາ ບ່າຍ ໜຶ່ງ ໂມງ.”
\s5
\v 53 ແລ້ວ ຜູ້ ເປັນ ພໍ່ ກໍ ຈື່ ວ່າ ມັນ ກົງ ກັບ ເວລາ ທີ່ ພຣະເຢຊູເຈົ້າ ໄດ້ ກ່າວ ແກ່ ຕົນ ວ່າ, ລູກ ຂອງ ເຈົ້າ ຍັງ ມີ ຊີວິດ ຢູ່. ດັ່ງ ນັ້ນ ລາວ ກັບ ທຸກຄົນ ໃນ ຄອບຄົວ ຂອງ ລາວ ຈຶ່ງ ໄດ້ ເຊື່ອ.
\v 54 ນີ້ ເປັນ ການ ອັດສະຈັນ ຄັ້ງ ທີ ສອງ ທີ່ ພຣະເຢຊູເຈົ້າ ໄດ້ ກະທໍາ ຫລັງ ຈາກ ທີ່ ພຣະອົງ ໄດ້ ຈາກ ແຂວງ ຢູດາຍ ໄປ ຍັງ ແຂວງ ຄາລີເລ.
\s5
\c 5
\p
\v 1 ຫລັງ ຈາກ ນັ້ນ ກໍ ເຖິງ ເທດສະການ ຂອງ ຊາດ ຢິວ ແລະ ພຣະເຢຊູເຈົ້າ ກໍໄດ້ ຂຶ້ນ ເມືອ ນະຄອນ ເຢຣູຊາເລັມ.
\v 2 ໃນ ນະຄອນ ເຢຣູຊາເລັມ ໃກ້ ແຄມ ປະຕູ ແກະ ມີ ສະນ້ຳ ໜ່ວຍ ໜຶ່ງ (ສ) ຕາມ ພາສາ ເຮັບເຣີ ເອີ້ນ ສະ ນັ້ນວ່າ, ເບັດຊະທາ (ຊ) ທີ່ ມີ ສາລາ ຫ້າ ຫລັງ ອ້ອມ ຢູ່.
\v 3 ຕາມ ສາລາ ເຫລົ່ານັ້ນ ມີ ຄົນ ປ່ວຍ ນອນ ຄອຍ ຖ້າ ຢູ່ຢ່າງ ຫລວງຫລາຍ ເຊັ່ນ: ຄົນ ຕາບອດ, ຄົນ ຂາເສັ້ງ ແລະ ຄົນ ເປັນ ອົງຄະ ລີບ.
\v 4 ພວກເຂົາ ລໍຖ້າ ນ້ຳ ເຟືອນ. ດ້ວຍວ່າ, ມີ ເທວະດາ ຕົນ ໜຶ່ງ ຂອງ ອົງ ພຣະ ຜູ້ເປັນເຈົ້າ ລົງ ມາ ກວນ ນໍ້າ ໃນ ສະ ນັ້ນເປັນ ຍາມ ແລະ ເມື່ອ ນໍ້າ ເຟືອນ ຜູ້ໃດ ລົງ ໄປ ໃນ ນ້ຳ ກ່ອນ ຜູ້ນັ້ນ ກໍ ຫາຍ ດີ ຈາກ ພະຍາດ ທີ່ ຕົນ ເປັນ ຢູ່.
\s5
\v 5 ໃນທີ່ນັ້ນ ມີ ຊາຍ ຄົນ ໜຶ່ງ ປ່ວຍ ໄດ້ ສາມສິບ ແປດ ປີ ມາ ແລ້ວ,
\v 6 ເມື່ອ ພຣະເຢຊູເຈົ້າ ເຫັນ ລາວ ນອນ ຢູ່ ໃນ ບ່ອນ ນັ້ນ ພຣະອົງ ກໍ ຮູ້ ວ່າ ລາວ ປ່ວຍ ເປັນ ເວລາ ດົນ ນານ ແລ້ວ. ດັ່ງ ນັ້ນ ພຣະອົງ ຈຶ່ງ ຖາມ ວ່າ, “ເຈົ້າ ຢາກ ຫາຍ ດີ ບໍ?”
\s5
\v 7 ຄົນ ປ່ວຍ ນັ້ນ ຈຶ່ງ ຕອບ ວ່າ, “ທ່ານເອີຍ ບໍ່ ມີ ຜູ້ໃດ ເອົາ ຂ້ານ້ອຍ ລົງ ໄປ ໃນ ສະນໍ້າ ຕອນ ທີ່ ນໍ້າ ເຟືອນ ແລະ ເມື່ອ ຂ້ານ້ອຍ ກໍາ ລັງ ຈະ ລົງ ໄປ ຄົນ ອື່ນ ກໍ ລົງ ໄປ ກ່ອນ ຂ້ານ້ອຍ ແລ້ວ. ”
\v 8 ພຣະເຢຊູເຈົ້າ ບອກ ລາວ ວ່າ, “ຈົ່ງ ລຸກ ຂຶ້ນ ແລະ ຍົກ ເອົາ ບ່ອນນອນ ຂອງ ເຈົ້າ ແລະ ຍ່າງ ໄປ.”
\s5
\v 9 ໃນ ທັນໃດ ຊາຍ ຄົນ ນັ້ນ ກໍ ຫາຍ ດີ ພະຍາດ ລາວ ຈຶ່ງ ຍົກ ເອົາ ບ່ອນ ນອນ ຂອງຕົນ ແລ້ວ ຍ່າງ ໄປ. ວັນ ນັ້ນ ເປັນ ວັນ ຊະບາໂຕ
\s5
\v 10 ດັ່ງນັ້ນ ເຈົ້າໜ້າທີ່ ຢິວ ຈຶ່ງ ເວົ້າ ກັບ ຊາຍ ທີ່ ດີ ພະຍາດ ນັ້ນ ວ່າ, “ວັນ ນີ້ ເປັນ ວັນ ຊະບາໂຕ ການ ທີ່ ເຈົ້າ ຍົກ ເອົາ ບ່ອນ ນອນ ຂອງ ເຈົ້າ ອອກ ໄປ ນັ້ນ ເປັນ ການ ຜິດ ກົດ ບັນ ຍັດ. ”
\v 11 ຊາຍ ນັ້ນ ຈຶ່ງ ຕອບ ວ່າ, “ຄົນ ທີ່ ເຮັດ ໃຫ້ ຂ້ານ້ອຍ ດີ ພະຍາດ ໄດ້ ບອກ ຂ້າ ນ້ອຍ ວ່າ, ‘ຈົ່ງ ຍົກ ເອົາ ບ່ອນນອນ ຂອງ ເຈົ້າ ແລ້ວ ຍ່າງ ໄປ.
\s5
\v 12 ພວກເຂົາ ຈຶ່ງ ຖາມ ຊາຍ ຄົນ ນັ້ນ ວ່າ, “ແມ່ນ ຜູ້ໃດ ທີ່ ບອກ ເຈົ້າ ວ່າ, ‘ຈົ່ງ ຍົກ ເອົາ ບ່ອນ ນອນ ຂອງ ເຈົ້າ ແລ້ວ ຍ່າງ ໄປ?
\v 13 ແຕ່ ຊາຍ ທີ່ ດີ ພະຍາດ ບໍ່ ຮູ້ ວ່າ ແມ່ນ ຜູ້ໃດ. ດ້ວຍວ່າ, ພຣະເຢຊູເຈົ້າ ໄດ້ ໜີ ໄປ ແລ້ວ ເພາະວ່າ ບ່ອນ ນັ້ນ ມີ ຄົນ ຫລາຍ.
\s5
\v 14 ພາຍຫລັງມາ ພຣະເຢຊູເຈົ້າ ໄດ້ ພົບ ຊາຍ ຄົນ ນັ້ນ ໃນ ພຣະວິຫານ ແລ້ວ ພຣະອົງ ຈຶ່ງ ບອກ ລາວ ວ່າ, “ເຈົ້າ ດີ ພະຍາດ ແລ້ວ ຢ່າ ສູ່ ເຮັດ ບາບ ອີກ ຕໍ່ ໄປ ຢ້ານ ວ່າ ຈະ ມີ ເຫດຮ້າຍ ຫລາຍກວ່າ ນັ້ນ ເກີດ ຂຶ້ນ ກັບ ເຈົ້າ. ”
\v 15 ແລ້ວ ຊາຍ ຄົນ ນັ້ນ ກໍ ໄປ ບອກ ພວກ ຢິວ ວ່າ ແມ່ນ ພຣະເຢຊູເຈົ້າ ທີ່ ເຮັດ ໃຫ້ ຕົນ ດີ ພະຍາດ.
\s5
\v 16 ເຫດສະນັ້ນພວກ ຢິວ ຈຶ່ງ ໄດ້ ຂົ່ມເຫັງ ພຣະເຢຊູເຈົ້າ ເພາະ ພຣະອົງ ໄດ້ ຊົງ ກະທໍາ ໃນ ວັນ ຊະບາໂຕ.
\v 17 ແຕ່ ພຣະເຢຊູເຈົ້າ ໄດ້ ກ່າວ ຕໍ່ ພວກເຂົາ ວ່າ, “ພຣະບິດາເຈົ້າ ຂອງເຮົາ ຍັງ ກະທໍາກິດຈະການ ຈົນ ເຖິງ ດຽວ ນີ້ ແລະ ເຮົາ ກໍ ເຮັດ ການ ນັ້ນ ເໝືອນກັນ. ”
\v 18 ຍ້ອນ ຖ້ອຍຄໍາ ນັ້ນ ຈຶ່ງ ເຮັດ ໃຫ້ ພວກ ຢິວ ຊອກ ຫາ ໂອກາດ ທີ່ ຈະ ຂ້າ ພຣະອົງ ເສຍ ບໍ່ ແມ່ນແຕ່ ພຣະອົງ ລະເມີດ ກົດ ຂອງ ວັນ ຊະບາໂຕ ເທົ່ານັ້ນ ແຕ່ ຍັງ ໄດ້ ເອີ້ນ ພຣະເຈົ້າ ວ່າ ເປັນ ພຣະບິດາເຈົ້າ ຂອງຕົນ ຊຶ່ງ ເປັນ ການ ເຮັດ ໃຫ້ ພຣະອົງ ເອງ ສະເໝີ ກັນ ກັບ ພຣະເຈົ້າ.
\s5
\v 19 ພຣະເຢຊູເຈົ້າ ໄດ້ ຕອບ ແລະ ກ່າວ ກັບ ພວກເຂົາວ່າ, “ເຮົາບອກ ພວກເຈົ້າ ຕາມ ຄວາມຈິງ ວ່າ ພຣະບຸດ ຈະ ເຮັດ ສິ່ງ ໜຶ່ງ ສິ່ງ ໃດ ໂດຍ ຕົນ ເອງບໍ່ໄດ້ ນອກຈາກ ໄດ້ ເຫັນ ພຣະບິດາເຈົ້າ ເຮັດ ສິ່ງ ທີ່ ່ ພຣະບິດາເຈົ້າ ເຮັດ ພຣະບຸດ ກໍ ເຮັດ ເໝືອນກັນ
\v 20 ດ້ວຍວ່າ, ພຣະບິດາ ຮັກ ພຣະບຸດ ແລະ ສໍາແດງ ໃຫ້ ພຣະບຸດ ເຫັນ ທຸກສິ່ງ ​ທີ່ພຣະອົງ ເອງ ກະທໍາ ຢູ່ ພຣະອົງ ຈະ ສໍາແດງ ໃຫ້ ພຣະບຸດ ເຮັດ ສິ່ງ ຍິ່ງໃຫຍ່ ກວ່າ ນັ້ນ ອີກ ຊຶ່ງ ພວກເຈົ້າ ຈະ ອັດສະຈັນໃຈ ໃນ ສິ່ງ ເຫຼົ່ານັ້ນ.
\s5
\v 21 ພຣະ​ບິດາເຈົ້າ ບັນດານ ໃຫ້ ຄົນ ທີ່ ຕາຍ ແລ້ວ ເປັນ ຄືນ ມາ ສູ່ ຊີວິດ ສັນໃດ ຖ້າ ພຣະບຸດ ຢາກ ໃຫ້ ຊີວິດ ແກ່ ຜູ້ໃດ ກໍຈະເຮັດສັນ ນັ້ນ ເໝືອນກັນ.
\v 22 ເພາະວ່າ ພຣະບິດາເຈົ້າ ເອງ ບໍ່ ຕັດ ສິນ ຜູ້ໃດ ຜູ້ໜຶ່ງ, ແຕ່ ພຣະອົງ ໄດ້ ມອບ ການ ພິພາກສາ ທັງ ໝົດ ໃຫ້ ແກ່ ພຣະບຸດ
\v 23 ເພື່ອ ຄົນ ທັງ ປວງ ຈະ ຖວາຍ ກຽດ ແກ່ ພຣະບຸດ ເໝືອນ ດັ່ງ ທີ່ ພວກເຂົາ ໄດ້ ຖວາຍ ກຽດ ແກ່ ພຣະບິດາເຈົ້າ ຜູ້ ທີ່ ບໍ່ ຖວາຍ ກຽດ ແກ່ ພຣະບຸດ ຜູ້ນັ້ນ ກໍ ບໍ່ ຖວາຍ ກຽດ ແກ່ ພຣະບິດາເຈົ້າ ຜູ້ ທີ່ ໄດ້ ໃຊ້ ພຣະບຸດ ມາ.
\s5
\v 24 ເຮົາ ບອກ ເຈົ້າ ທັງ ຫລາຍ ຕາມ ຄວາມຈິງ ວ່າ, ຜູ້ ທີ່ ຟັງ ຄໍາ ເວົ້າ ຂອງເຮົາ ແລະ ວາງໃຈເຊື່ອ ໃນ ພຣະອົງ ຜູ້ ທີ່ ໃຊ້ ເຮົາ ມາ ຜູ້ນັ້ນ ກໍ ມີ ຊີວິດ ນິຣັນດອນ ແລະ ຈະ ບໍ່ເຂົ້າ ໃນ ການ ພິພາກສາ ແຕ່ ໄດ້ ຜ່ານ ພົ້ນ ຈາກ ຄວາມ ຕາຍ ເຂົ້າ ສູ່ ຊີວິດ ແລ້ວ.
\s5
\v 25 ເຮົາ ບອກ ພວກເຈົ້າ ຕາມ ຄວາມຈິງ ວ່າ, ເວລາ ນັ້ນ ໃກ້ ເຂົ້າ ມາ ແລະ ກໍ ມາ ເຖິງ ແລ້ວ ຄື ເມື່ອ ຜູ້ ຕາຍ ແລ້ວ ຈະ ໄດ້ຍິນ ສຽງ ພຣະບຸດ ຂອງ ພຣະເຈົ້າ ແລະ ບັນດາ ຜູ້ ທີ່ ໄດ້ຍິນ ກໍ ຈະ ມີ ຊີວິດ.
\s5
\v 26 ພຣະບິດາເຈົ້າ ມີ ຊີວິດ ໃນ ພຣະອົງ ເອງ ສັນ ໃດ ພຣະອົງ ກໍໄດ້ ໃຫ້ ພຣະບຸດ ມີ ຊີວິດ ໃນ ພຣະອົງ ເອງ ສັນນັ້ນ.
\v 27 ຝ່າຍ ພຣະບິດາເຈົ້າ ໃຫ້ ພຣະບຸດ ມີ ສິດອໍານາດ ພິພາກສາ ກໍ ເພາະ ພຣະອົງ ເປັນ ບຸດມະນຸດ.
\s5
\v 28 ຢ່າ ປະຫລາດ ໃຈ ໃນ ເລື່ອງ ນີ້ ເລີຍ ເພາະ ຈະ ເຖິງ ເວລາ ທີ່ ບັນດາ ຄົນ ທີ່ ຢູ່ ໃນ ຂຸມຝັງ ສົບ ຈະ ໄດ້ຍິນ ສຽງ ຂອງ ພຣະອົງ
\v 29 ແລະ ຈະ ໄດ້ ອອກ ມາ ບັນດາ ຜູ້ ທີ່ ເຮັດ ການ ດີ ກໍ ຄືນ ມາ ສູ່ ຊີວິດ, ແຕ່ ບັນດາ ຜູ້ ທີ່ ເຮັດ ການ ຊົ່ວ ກໍ ຄືນ ມາ ສູ່ ການ ພິພາກສາ.”
\s5
\v 30 “ເຮົາ ເຮັດ ສິ່ງ ໜຶ່ງ ສິ່ງ ໃດ ຕາມ ລໍາພັງ ໃຈ ຂອງເຮົາ ເອງ ບໍ່ ໄດ້ ເຮົາ ຕັດສິນ ຕາມ ທີ່ ພຣະເຈົ້າ ບອກເຮົາ ເທົ່າ ນັ້ນ ແລະ ການ ຕັດ ສິນ ຂອງເຮົາ ກໍ ຍຸດຕິທໍາ ເພາະ ເຮົາ ບໍ່ ໄດ້ ພະຍາຍາມ ເຮັດ ຕາມ ໃຈ ຂອງເຮົາ ເອງ ແຕ່ ເຮັດ ຕາມ ໃຈ ຂອງ ພຣະອົງ ຜູ້ ທີ່ ໄດ້ ໃຊ້ ເຮົາ ມາ. ”
\v 31 “ຖ້າເຮົາເປັນ ພະຍານ ໃຫ້ ຕົວ ເຮົາ ເອງ ຄໍາ ພະຍານ ຂອງເຮົາ ກໍ ບໍ່ ເປັນ ຄວາມຈິງ.
\v 32 ມີ ຜູ້ໜຶ່ງ ອີກ ທີ່ ເປັນ ພະຍານ ໃຫ້ ແກ່ ເຮົາ ແລະ ເຮົາ ກໍ ຮູ້ ວ່າ ຄໍາ ພະຍານ ຂອງ ຜູ້ນັ້ນ ກ່ຽວກບັ ເຮົາ ກໍ ເປັນ ຄວາມຈິງ.
\s5
\v 33 ເຈົ້າ ທັງ ຫລາຍ ໄດ້ ໃຊ້ ຄົນ ໄປ ຫາ ໂຢຮັນ ແລະ ໂຢຮັນ ໄດ້ ເປັນ ພະຍານ ໃນ ເລື່ອງ ຂອງ ຄວາມຈິງ.
\v 34 ແຕ່ ຝ່າຍ ເຮົາ, ເຮົາ ບໍ່ ໄດ້ຮັບ ຄໍາ ພະຍານ ຈາກ ມະນຸດ ເຮົາ ເວົ້າ ສິ່ງ ເຫລົ່າ ນີ້ ກໍ ເພື່ອ ວ່າ ພວກເຈົ້າ ຈະໄດ້ລອດພົ້ນ.
\v 35 ໂຢຮັນ ເປັນ ດັ່ງໂຄມໄຟ ທີ່ ໃຕ້ ສ່ອງ ແສງ ສະຫວ່າງ ຢູ່ ເຈົ້າທັງຫລາຍ ໄດ້ ຊື່ນ ຊົມ ຍິນ ດີ ກັບ ແສງ ສະຫວ່າງ ຂອງ ລາວ ນັ້ນ ພຽງ ຊົ່ວ ຄາວ.
\s5
\v 36 ແຕ່ ເຮົາ ມີ ຄໍາ ພະຍານ ທີ່ ສໍາຄັນ ກວ່າ ຄໍາພະຍານ ຂອງ ໂຢຮັນ ອີກ ຄື: ວຽກງານ ທີ່ ພຣະບິດາເຈົ້າ ໄດ້ ມອບ ແກ່ ເຮົາ ເພື່ອ ເຮັດ ໃຫ້ ສໍາເລັດ ແມ່ນ ງານ ທີ່ ເຮົາ ເຮັດ ຢູ່ ດຽວ ນີ້ ແຫລະ ທີ່ ເປັນ ພະຍານ ໃຫ້ ແກ່ ເຮົາ ວ່າ ພຣະບິດາເຈົ້າ ໄດ້ ໃຊ້ ເຮົາມາ.
\v 37 ຝ່າຍ ພຣະບິດາເຈົ້າ ຜູ້ ທີ່ ໃຊ້ ເຮົາ ມາ ກໍ ເປັນ ພະຍານ ໃຫ້ ເຮົາ ເຈົ້າ ທັງ ຫລາຍ ບໍ່ ເຄີຍ ໄດ້ຍິນ ສຽງ ຂອງ ພຣະອົງ ແລະ ບໍ່ ເຄີຍ ເຫັນ ຮູບຮ່າງ ຂອງ ພຣະອົງ ຈັກ ເທື່ອ.
\v 38 ເຈົ້າທັງຫລາຍ ບໍ່ ມີຖ້ອຍຄໍາ ຂອງ ພຣະອົງ ໄວ້ ໃນ ໃຈ. ດ້ວຍວ່າ, ເຈົ້າ ທັງຫລາຍ ບໍ່ເຊື່ອ ໃນ ຜູ້ ທີ່ ພຣະອົງ ໄດ້ ໃຊ້ ມາ ນັ້ນ
\s5
\v 39 ເຈົ້າ ທັງ ຫລາຍ ຄົ້ນ ຫາ ໃນ ພຣະຄໍາພີ ເພາະ ຄິດ ວ່າ ຈະ ພົບ ຊີວິດນິຣັນດອນ ແມ່ນ ພຣະຄໍາພີ ນີ້ ແຫລະ ທີ່ ເປັນ ພະຍານ ໃຫ້ ເຮົາ,
\v 40 ແຕ່ ເຖິງ ປານນັ້ນ ເຈົ້າທັງຫລາຍ ກໍ ຍັງ ບໍ່ ຢາກ ມາ ຫາ ເຮົາ ເພື່ອ ຈະ ໄດ້ ຊີວິດ.”
\s5
\v 41 “ເຮົາບໍ່ຕ້ອງການ ຮັບ ເອົາ ກຽດຕິຍົດ ຄໍາຊົມເຊີຍ ຈາກ ມະນຸດ.
\v 42 ແຕ່ ເຮົາ ຮູ້ ວ່າ ເຈົ້າທັງຫລາຍ ບໍໍໍ່ມີ ຄວາມຮັກ ຂອງ ພຣະເຈົ້າ ໃນ ໃຈ ເລີຍ.
\s5
\v 43 ເຮົາ ໄດ້ ມາ ໃນ ພຣະນາມ ພຣະບິດາເຈົ້າ ຂອງເຮົາ ແລະ ເຈົ້າ ທັງຫລາຍ ກໍ ບໍ່ຕ້ອນຮັບເຮົາ, ແຕ່ ເມື່ອ ຄົນອື່ນ ມາ ໃນ ນາມຊື່ຂອງ ຕົນເອງ ພວກເຈົ້າ ກໍຕ້ອນຮັບ ຜູ້ນັ້ນ
\v 44 ແລ້ວ ເຈົ້າ ທັງ ຫລາຍ ຈະ ເຊື່ອ ໄດ້ ຢ່າງ ໃດ? ເຈົ້າທັງຫລາຍ ມັກ ຮັບ ເອົາ ກຽດຕິຍົດ ຈາກ ມະນຸດ ດ້ວຍ ກັນ, ແຕ່ ບໍ່ຊອກຫາ ກຽດຕິຍົດ ຈາກ ຜູ້ ທີ່ ເປັນ ພຣະເຈົ້າ ແຕ່ອົງດຽວ,
\s5
\v 45 ຢ່າ ຄິດ ວ່າ ເຮົາ ຟ້ອງ ເຈົ້າ ທັງ ຫລາຍ ຕໍ່ ພຣະບິດາເຈົ້າ ມີ ຜູ້ ຟ້ອງ ພວກເຈົ້າ ແລ້ວ ຄື ໂມເຊ ຜູ້ ຊຶ່ງ ພວກເຈົ້າ ມອບ ຄວາມຫວັງ ນໍານັ້ນ.
\v 46 ຖ້າເຈົ້າທັງຫລາຍ ເຊື່ອ ໃນ ໂມເຊ ຢ່າງ ແທ້ຈິງ ພວກເຈົ້າ ກໍ ຄົງ ຈະ ເຊື່ອ ໃນ ເຮົາ ແລ້ວ ເໝືອນກັນ ເພາະ ໂມເຊ ໄດ້ ຂຽນ ໄວ້ ກ່ຽວກັບ ເລື່ອງ ເຮົາ.
\v 47 ໃນ ເມື່ອ ເຈົ້າ ທັງຫລາຍ ບໍ່ ເຊື່ອ ເລື່ອງ ທີ່ ໂມເຊ ຂຽນ ແລ້ວ ພວກເຈົ້າ ຈະ ເຊື່ອ ຄໍາ ເວົ້າ ຂອງເຮົາ ໄດ້ ຢ່າງ ໃດ?”
\s5
\c 6
\p
\v 1 ຫລັງຈາກນັ້ນ ພຣະເຢຊູເຈົ້າ ໄດ້ ສະເດັດ ຂ້າມ ທະເລສາບ ຄາລີເລ (ມີ ຊື່ອີກ ວ່າ ທະເລ ຕີເບເຣຍ).
\v 2 ປະຊາຊົນ ຫລວງຫລາຍ ໄດ້ ຕິດຕາມ ພຣະອົງ ໄປ ເພາະ ພວກເຂົາ ເຫັນ ການ ອັດສະຈັນ ທີ່ ພຣະອົງ ໄດ້ ຊົງ ໂຜດ ຄົນ ເຈັບ ໄຂ້ ໄດ້ປ່ວຍ.
\v 3 ພຣະເຢຊູເຈົ້າ ໄດ້ ສະເດັດ ຂຶ້ນ ໄປ ເທິງ ພູເຂົາ ແລະ ນັ່ງ ລົງ ກັບ ພວກ ສາວົກ ຂອງ ພຣະອົງ
\s5
\v 4 ຂະນະ ນັ້ນ ເທດສະການ ປັດສະຄາ ຂອງ ຊາວ ຢິວ ໃກ້ ຈະ ມາ ເຖິງ ແລ້ວ.
\v 5 ພຣະເຢຊູເຈົ້າ ຫລຽວ ໄປ ເຫັນ ປະຊາຊົນ ໝູ່ໃຫຍ່ ກໍາລັງ ມາ ຫາ ພຣະອົງ ພຣະອົງ ເວົ້າ ຕໍ່ ຟີລິບ ວ່າ, “ພວກເຮົາ ຈະ ຊື້ ອາຫານ ຢູ່ໃສ ໃຫ້ ຄົນ ເຫລົ່າ ນີ້ ກິນ? ”
\v 6 (ພຣະເຢຊູເຈົ້າ ເວົ້າ ເຊັ່ນ ນັ້ນ ກໍ ເພື່ອ ຢາກ ຈະ ລອງໃຈ ຟີລິບ ເພາະ ພຣະອົງ ຮູ້ ແລ້ວວ່າ ຈະ ເຮັດ ຢ່າງ ໃດ).
\s5
\v 7 ຟີລິບ ຕອບ ພຣະອົງ ວ່າ, “ແມ່ນແຕ່ ເງິນ ສອງຮ້ອຍ ຫລຽນ (ຍ) ຊື້ ອາຫານ ໃຫ້ ຄົນ ເຫລົ່າ ນີ້ ກິນ ຜູ້ ລະ ໜ້ອຍ ກໍ ຍັງ ບໍ່ ພໍ. ”
\v 8 ສາວົກ ຄົນ ໜຶ່ງ ຊື່ ວ່າ ອັນເດອາ ຜູ້ ທີ່ ເປັນ ນ້ອງຊາຍ ຂອງ ຊີໂມນ ເປໂຕ ເວົ້າ ວ່າ,
\v 9 “ຢູ່ ທີ່ນີ້ ມີ ເດັກນ້ອຍ ຄົນ ໜຶ່ງ ທີ່ມີ ເຂົ້າຈີ່ ຫ້າ ກ້ອນ ເຮັດ ດ້ວຍ ແປ້ງເຂົ້າ ຝ້າງ ແລະ ປາ ສອງ ໂຕ, ແຕ່ ຈະ ບໍ່ ພໍ ສໍາລັບ ຄົນເຫລົ່າ ນີ້ ທັງໝົດ ດອກ.”
\s5
\v 10 ພຣະເຢຊູເຈົ້າ ສັ່ງ ວ່າ, “ຈົ່ງ ບອກ ໃຫ້ ປະຊາຊົນ ນັ່ງ ລົງ. ” (ໃນ ບ່ອນ ນີ້ ມີ ຫຍ້າ ຫລາຍ) ສະນັ້ນ ປະຊາຊົນ ທັງໝົດ ຈຶ່ງ ນັ່ງ ລົງ ນັບ ແຕ່ ຜູ້ຊາຍ ມີ ຢູ່ ປະມານ ຫ້າພັນ ຄົນ.
\v 11 ພຣະເຢຊູເຈົ້າ ຊົງ ຈັບ ເອົາ ເຂົ້າຈີ່ ຂຶ້ນມາ ເມື່ອ ໂມທະນາ ຂອບພຣະຄຸນ ພຣະເຈົ້າ ແລ້ວ ຈຶ່ງ ໃຫ້ ສາວົກ ແຈກຢາຍ ແກ່ ຄົນ ທີ່ ນັ່ງ ໃນທີ່ ນັ້ນ ສ່ວນ ປາ ພຣະອົງ ໄດ້ ເຮັດ ຢ່າງ ດຽວກັນ ໄດ້ ແຈກ ຕາມ ທີ່ ພວກເຂົາ ຕ້ອງການ.
\v 12 ເມື່ອ ທຸກຄົນ ກິນ ອີ່ມ ແລ້ວ ພຣະອົງໄດ້ ບອກ ພວກ ສາວົກ ຂອງ ພຣະອົງ ວ່າ, “ຈົ່ງ ເກັບ ເອົາ ຈໍານວນ ທີ່ ເຫລືອ ນັ້ນ ຢ່າ ໃຫ້ ມີອັນ ໃດ ເສຍ ໄປ.”
\s5
\v 13 ພວກເຂົາ ໄດ້ ເກັບ ເອົາ ຈໍານວນ ເຂົ້າ ຈີ່ ເຮັດ ຈາກ ແປ້ງ ເຂົ້າ ຝ້າງ ທີ່ ເຫລືອ ຈາກ ປະຊາຊົນ ໄດ້ ກິນ ແລ້ວ ນັ້ນ ທັງ ໝົດ ໄດ້ ສິບ ສອງ ກະບຸງ.
\v 14 ເມື່ອ ຄົນ ທັງຫລາຍ ໄດ້ ເຫັນ ການ ອັດສະຈັນ ທີ່ ພຣະອົງ ເຮັດ ພວກເຂົາ ຈຶ່ງ ເວົ້າ ວ່າ, “ແນ່ນອນ ຜູ້ ນີ້ຕ້ອງ ແມ່ນ ຜູ້ທຳນວາຍ (ດ) ທີ່ ຕ້ອງ ກໍານົດ ວ່າ ຈະ ມາ ໃນ ໂລກນີ້. ”
\v 15 ເມື່ອ ພຣະເຢຊູເຈົ້າ ຮູ້ວ່າ, ພວກເຂົາ ກໍາລັງ ຈະ ມາ ຈັບ ເອົາ ພຣະອົງ ໄປ ແຕ່ງຕັ້ງ ໃຫ້ ເປັນ ກະສັດຂອງພວກເຂົາ. ດັ່ງນັ້ນ ພຣະອົງ ຈຶ່ງ ສະເດັດ ຂຶ້ນ ໄປ ເທິງ ພູເຂົາ ອີກ ໂດຍ ລໍາພັງ ແຕ່ ຜູ້ ດຽວ.
\s5
\v 16 ເມື່ອ ຄ່ຳມາ ພວກ ສາວົກ ຂອງ ພຣະອົງ ໄດ ລົງ ໄປ ຍັງ ທະເລສາບ
\v 17 ແລະ ຂີ່ ເຮືອ ຂ້າມ ຟາກ ສູ່ ເມືອງ ກາເປນາອູມ.
\v 18 ເມື່ອ ມືດ ແລ້ວ ພຣະເຢຊູເຈົ້າ ກໍ ຍັງ ບໍ່ ທັນ ໄປ ຫາ ພວກເພິ່ນ ເທື່ອ ໃນ ເວລາ ນັ້ນ ລົມ ພັດ ມາ ຢ່າງ ແຮງ ຈົນ ເຮັດ ໃຫ້ ນໍ້າ ທະເລ ປັ່ນປ່ວນ.
\s5
\v 19 ພວກ ສາວົກ ພາຍ ເຮືອ ໄປ ປະມານ ຫ້າ ຫລື ຫົກ ກິໂລແມັດ ພວກເພິ່ນ ກໍ ເຫັນ ພຣະເຢຊູເຈົ້າ ຍ່າງ ເທິງ ໜ້ານໍ້າ ມາ ຫາ ເຮືອ ຂອງ ພວກຕົນ ແລະ ພວກເພິ່ນ ມີ ຄວາມ ສະທ້ານ ຢ້ານກົວ ທີ່ ສຸດ.
\v 20 ແລ້ວພຣະເຢຊູເຈົ້າ ກໍ ກ່າວ ກັບ ພວກເພິ່ນວ່າ, “ຢ່າ ສູ່ ຢ້ານ ແມ່ນ ເຮົາ ເອງ. ”
\v 21 ສະນັ້ນ ພວກເພິ່ນ ຈຶ່ງ ເຊີນ ພຣະອົງ ຂຶ້ນ ໄປ ໃນ ເຮືອ ແລ້ວ ທັນໃດນັ້ນ ເຮືອ ກໍ ເຖິງ ຝັ່ງ ບ່ອນ ທີ່ ພວກເພິ່ນ ມຸ່ງໜ້າໄປ ນັ້ນ.
\s5
\v 22 ມື້ ຕໍ່ມາ ປະຊາຊົນ ທີ່ ຍັງ ຢູ່ ຟາກ ທະເລສາບ ເບື້ອງ ນັ້ນ ເຫັນ ວ່າ ວັນກ່ອນ ມີ ເຮືອ ຢູ່ໃນ ບ່ອນນັ້ນ ພຽງແຕ່ ລໍາ ດຽວ ພວກເຂົາ ຮູ້ວ່າ ພຣະເຢຊູເຈົ້າ ບໍ່ ໄດ້ ຂີ່ ເຮືອ ລໍາ ນັ້ນ ມີ ແຕ່ ພວກ ສາວົກ ຂີ່ ຂ້າມ ໄປ ເທົ່ານັ້ນ.
\v 23 ແຕ່ ມີ ເຮືອ ລໍາ ອື່ນ ຊຶ່ງ ມາ ຈາກ ຕີເບເຣຍ ມາ ຈອດ ຢູ່ ໃກ້ ກັບ ບ່ອນ ທີ່ ພວກເຂົາ ກິນ ເຂົ້າ ຈີ່ ຫລັງ ຈາກ ທີ່ ອົງ ພຣະຜູ້ເປັນເຈົ້າ ໄດ້ ໂມທະນາ ຂອບພຣະຄຸນ ແລ້ວ ນັ້ນ.
\s5
\v 24 ເມື່ອ ປະຊາຊົນ ເຫັນ ວ່າ ພຣະເຢຊູເຈົ້າ ບໍ່ ຢູ່ໃນທີ່ ນັ້ນ ແລະ ພວກ ສາວົກ ຂອງ ພຣະອົງ ກໍ ບໍ່ຢູ່ທີ່ນັ້ນ ເໝືອນກັນ ພວກເຂົາ ຈຶ່ງ ຂີ່ເຮືອ ໄປ ທີ່ ເມືອງ ກາເປນາອູມ ເພື່ອ ຊອກ ຫາ ພຣະເຢຊູເຈົ້າ.
\v 25 ເມື່ອ ປະຊາຊົນ ພົບ ພຣະເຢຊູເຈົ້າ ຢູ່ ທາງ ຟາກ ທະເລສາບ ເບື້ອງ ນັ້ນ ແລ້ວ້ພວກເຂົາ ຈຶ່ງ ຖາມ ພຣະອົງ ວ່າ, “ພຣະອາຈານ ທ່ານ ມາ ຮອດ ພີ້ ຕັ້ງແຕ່ ເວລາ ໃດ?”
\s5
\v 26 ພຣະເຢຊູເຈົ້າ ຊົງ ຕອບ ພວກເຂົາ ວ່າ, “ເຮົາ ບອກ ພວກເຈົ້າ ຕາມ ຄວາມຈິງ ວ່າ ພວກເຈົ້າ ຊອກ ຫາ ເຮົາ ບໍ່ ແມ່ນ ຍ້ອນ ໄດ້ ເຫັນ ການ ອັດສະຈັນ ແຕ່ ຍ້ອນ ໄດ້ ກິນ ເຂົ້າ ຈີ່ ອີ່ມ.
\v 27 ຢ່າ ພະຍາຍາມ ຫາ ອາຫານ ທີ່ ເສຍ ໄປ ແຕ່ ຈົ່ງ ຫາ ອາຫານ ທີ່ ຕັ້ງ ໝັ້ນ ຢູ່ ຄື ອາຫານ ສໍາລັບ ຊີວິດ ນິຣັນດອນ ອາຫານ ນີ້ ແມ່ນ ບຸດມະນຸດ ທີ່ຈະ ໃຫ້ ແກ່ ພວກເຈົ້າ ເພາະ ແມ່ນ ພຣະອົງ ນີ້ ແຫລະ ທີ່ ພຣະເຈົ້າ ຄື ພຣະບິດາເຈົ້າ ໄດ້ ປະທັບຕາ ໝາຍ ໄວ້ ແລ້ວ.”
\s5
\v 28 ພວກເຂົາ ຖາມ ພຣະອົງ ວ່າ, “ພວກ ຂ້ານ້ອຍ ຈະ ຕ້ອງ ເຮັດ ແນວ ໃດ ຈຶ່ງ ຈະ ເຮັດ ການງານ ຂອງ ພຣະເຈົ້າ ໄດ້? ”
\v 29 ພຣະເຢຊູເຈົ້າ ຊົງ ຕອບ ພວກເຂົາ ວ່າ, “ອັນນີ້ ແມ່ນ ງານ ຂອງ ພຣະເຈົ້າ ຄື ໃຫ້ ເຈົ້າທັງຫລາຍ ໄດ້ ເຊື່ອ ໃນຜູ້ທີ່ພຣະເຈົ້າໃຊ້ມາ.”
\s5
\v 30 ພວກເຂົາ ຈຶ່ງ ຖາມ ພຣະອົງ ວ່າ, “ຖ້າດັ່ງນັ້ນ ມີການ ອັດສະຈັນ ອັນໃດ ທີ່ ທ່ານ ຈະ ເຮັດ ເພື່ອ ພວກ ຂ້ານ້ອຍ ຈະ ໄດ້ ເຫັນ ແລະ ຈະ ໄດ້ ເຊື່ອໃນທ່ານ? ທ່ານ ຈະເຮັດຫຍັງ ແດ່?
\v 31 ປູ່ຍ່າຕາຍາຍ ຂອງ ພວກ ຂ້ານ້ອຍໄດ້ ກິນ ມານາ ໃນ ຖິ່ນ ແຫ້ງແລ້ງ ກັນ ດານ ດັ່ງ ມີ ຄໍາ ຂຽນ ໄວ້ ໃນ ພຣະຄໍາພີ ວ່າ, ‘ພຣະເຈົ້າ ໄດ້ ໃຫ້ ອາຫານ ຈາກ ສະຫວັນ ແກ່ ພວກເພິ່ນ ກິນ.
\s5
\v 32 ພຣະເຢຊູເຈົ້າ ຊົງ ຕອບ ພວກເຂົາ ວ່າ, “ເຮົາບອກ ພວກເຈົ້າ ຕາມ ຄວາມຈິງ ວ່າ ອາຫານ ທີ່ ມາ ຈາກ ສະຫວັນ ນັ້ນ ບໍ່ ແມ່ນ ໂມເຊ ເອົາ ໃຫ້ ພວກເຈົ້າ (ຕ) ແມ່ນ ພຣະບິດາເຈົ້າ ຂອງເຮົາ ທີ່ ເອົາ ອາຫານ ອັນແທ້ ຈາກ ສະຫວັນ ໃຫ້ ແກ່ ພວກເຈົ້າ.
\v 33 ດ້ວຍວ່າ, ອາຫານ ທີ່ ພຣະເຈົ້າ ໃຫ້ ນັ້ນ ຄື ທ່ານ ຜູູ້ ທີ່ ລົງມາ ຈາກ ສະຫວັນ ແລະ ປະທານ ຊີວິດ ໃຫ້ ແກ່ ໂລກ. ”
\v 34 ພວກເຂົາ ຈຶ່ງ ເວົ້າ ກັບ ພຣະອົງ ວ່າ, “ພຣະອົງເຈົ້າ ເອີຍ ຈົ່ງ ໂຜດ ໃຫ້ ອາຫານ ນັ້ນ ແກ່ ພວກ ຂ້ານ້ອຍ ຢູ່ ເລື້ອຍໆ ແດ່ ທ້ອນ.”
\s5
\v 35 ພຣະເຢຊູເຈົ້າ ຊົງ ຕອບ ພວກເຂົາ ວ່າ, “ເຮົາ ເປັນ ອາຫານ ທິບ ແຫ່ງ ຊີວິດ ຜູ້ ທີ່ ມາ ຫາ ເຮົາ ຈະ ບໍ່ ຢາກ ເຂົ້າ ຈັກ ເທື່ອ ແລະ ຜູ້ ທີ່ ເຊື່ອ ໃນ ເຮົາ ກໍ ຈະ ບໍ່ ຫິວ ນໍ້າ ຈັກ ເທື່ອ.
\v 36 ເຮົາ ບອກ ພວກເຈົ້າ ແລ້ວວ່າ, ພວກເຈົ້າ ໄດ້ ເຫັນ ເຮົາ ແລ້ວແຕ່ ພວກເຈົ້າ ກໍ ຍັງ ບໍ່ ເຊື່ອ.
\v 37 ສິ່ງ ສາລະພັດ ທີ່ ພຣະບິດາເຈົ້າ ມອບ ໃຫ້ ແກ່ ເຮົາ ກໍ ຈະ ມາ ຫາ ເຮົາ ແລະ ຜູ້ ທີ່ມາຫາເຮົາ ເຮົາຈະບໍ່ຖິ້ມ ອອກ ໄປ ນອກ ຈັກ ເທື່ອ
\s5
\v 38 ເພາະ ເຮົາ ໄດ້ ລົງ ມາ ຈາກ ສະຫວັນ ບໍ່ ແມ່ນ ເພື່ອ ເຮັດ ຕາມ ໃຈ ຂອງ ຕົນ ເອງ ແຕ່ ເພື່ອ ເຮັດ ຕາມ ຄວາມປະສົງ ຂອງ ພຣະອົງ ຜູ້ ທີ່ ໄດ້ ໃຊ້ ເຮົາ ມາ.
\v 39 ອັນນີ້ແຫລະ ແມ່ນ ຄວາມປະສົງ ຂອງ ພຣະອົງ ຜູ້ ທີ່ ໄດ້ ຊົງ ໃຊ້ ເຮົາ ມາ ຄື ຄົນທັງຫລາຍ ທີ່ ພຣະອົງໄດ້ ມອບ ໃຫ້ ແກ່ ເຮົານັ້ນ ເຮົາຈະບໍ່ໃຫ້ ເສຍ ຈັກ ຄົນ ແຕ່ ເພື່ອ ໃຫ້ ເຂົາ ທຸກຄົນ ເປັນ ຄືນ ມາ ສູ່ ຊີວິດ ໃນ ວັນສຸດທ້າຍ.
\v 40 ດ້ວຍວ່າ, ນີ້ ແຫລະ ແມ່ນ ຄວາມປະສົງ ພຣະບິດາເຈົ້າ ຂອງເຮົາ ຄື ໃຫ້ ທຸກຄົນ ທີ່ ເຫັນ ພຣະບຸດ ແລະ ເຊື່ອ ໃນ ພຣະອົງ ນັ້ນ ມີ ຊີວິດ ນິຣັນດອນ ແລະ ເຮົາ ຈະ ໃຫ້ ຜູ້ ນັ້ນ ເປັນ ຄືນ ມາ ສູ່ ຊີວິດ ໃນ ວັນສຸດທ້າຍ.”
\s5
\v 41 ດັ່ງ ນັ້ນ ພວກ ຢິວ ຈຶ່ງ ພາກັນ ຈົ່ມ ໃຫ້ ພຣະອົງ ຍ້ອນ ພຣະອົງ ໄດ້ ກ່າວ ວ່າ ເຮົາ ເປັນ ອາຫານ ທີ່ ລົງ ມາ ຈາກ ສະຫວັນ
\v 42 ພວກເຂົາ ໄດ້ ເວົ້າ ວ່າ, “ຜູ້ ນີ້ ເປັນ ລູກຊາຍ ຂອງ ໂຢເຊັບ ບໍ່ ແມ່ນ ບໍ? ພວກເຮົາ ຮູ້ຈັກ ພໍ່ ແມ່ ຂອງ ລາວ ດີ ດ້ວຍເຫດໃດ ຄົນ ນິ້ ຈຶ່ງ ເວົ້າ ວ່າ, ‘ເຮົາລົງມາ ຈາກ ສະຫວັນ?
\s5
\v 43 ພຣະເຢຊູເຈົ້າ ຊົງ ຕອບ ພວກເຂົາ ວ່າ, “ພວກເຈົ້າ ຢ່າ ພາກັນ ຈົ່ມ ເທາະ
\v 44 ບໍ່ ມີ ຜູ້ ໃດ ມາ ຫາ ເຮົາ ໄດ້ ນອກຈາກ ພຣະບິດາເຈົ້າ ຜູ້ ທີ່ ໄດ້ ໃຊ້ ເຮົາ ມາ ຊັກ ນໍາ ຜູ້ນັ້ນ ມາ ຫາ ເຮົາ ແລະ ເຮົາ ຈະ ໃຫ້ ລາວ ເປັນ ຄືນ ມາ ສູ່ ຊີວິດ ໃນ ວັນສຸດທ້າຍ.
\v 45 ໃນ ໜັງ ສື ທໍານວາຍ ມື ຄໍາ ຂຽນ ໄວ້ ວ່າ, ‘ມະນຸດ ທຸກຄົນ ຈະ ໄດ້ ຮັບ ຄໍາສັ່ງ ສອນ ຈາກ ພຣະເຈົ້າ ທຸກຄົນ ທີ່ ໄດ້ຍິນ ສຽງ ພຣະບິດາ ຂອງເຮົາ ແລະ ໄດ້ ຮຽນຮູ້ ຈາກ ພຣະອົງ ກໍ ມາ ຫາ ເຮົາ.
\s5
\v 46 ບໍ່ ມີ ຜູ້ໃດ ໄດ້ ເຫັນ ພຣະບິດາເຈົ້າ ນອກຈາກ ຜູ້ ທີ່ ມາ ຈາກ ພຣະເຈົ້າ ແມ່ນ ພຣະອົງ ນັ້ນ ແຫລະ ທີ່ ໄດ້ ເຫັນ ພຣະບິດາເຈົ້າ.
\v 47 ເຮົາ ບອກ ເຈົ້າ ທັງ ຫລາຍ ຕາມ ຄວາມຈິງ ວ່າ, ຜູ້ ທີ່ເຊື່ອ ໃນ ເຮົາ ກໍ ມີ ຊີວິດ ນິຣັນດອນ.
\s5
\v 48 ເຮົາ ເປັນ ອາຫານ ແຫ່ງ ຊີວິດ
\v 49 ປູ່ຍ່າຕາຍາຍ ຂອງ ພວກເຈົ້າ ໄດ້ ກິນ ມານາ ໃນ ຖິ່ນ ແຫ້ງແລ້ງ ກັນດານ ແລະ ພວກເຂົາ ໄດ້ ຕາຍໄປ.
\s5
\v 50 ນີ້ ແຫລະ ເປັນອາຫານ ທີ່ ລົງ ມາ ຈາກ ສະຫວັນ ເພື່ອ ຜູ້ ທີ່ ກິນ ແລ້ວ ຈະ ບໍ່ ຕາຍ.
\v 51 ເຮົາ ເປັນ ອາຫານ ແຫ່ງ ຊີວິດ ທີ່ ໄດ້ ລົງ ມາ ຈາກ ສະຫວັນ ຖ້າ ຜູ້ ໃດ ກິນ ອາຫານ ນີ້ ແລ້ວ ຜູ້ ນັ້ນ ຈະ ມີ ຊີວິດ ນິຣັນດອນ ແຕ່ ອາຫານ ທີ່ ເຮົາ ຈະ ໃຫ້ ນັ້ນ ແມ່ນ ເນື້ອກາຍ ຂອງເຮົາ ເອງ ຊຶ່ງ ເຮົາ ໃຫ້ ເພື່ອ ວ່າ ໂລກ ຈະ ໄດ້ ມີຊີວິດ ຢູ່.”
\s5
\v 52 ຄໍາ ເວົ້າ ຂອງ ພຣະເຢຊູເຈົ້າ ເຮັດ ໃຫ້ ຊາວ ຢິວ ເກີດ ຜິດ ຖຽງ ກັນ ພວກເຂົາ ໄດ້ ຖາມ ກັນ ວ່າ, “ຄົນ ນີ້ ຈະ ເອົາ ເນື້ອກາຍ ຂອງຕົນ ໃຫ້ ພວກເຮົາ ກິນ ໄດ້ ຢ່າງ ໃດ? ”
\v 53 ພຣະເຢຊູເຈົ້າ ໄດ້ ກ່າວ ຕໍ່ ພວກເຂົາວ່າ, “ເຮົາ ບອກ ພວກເຈົ້າ ຕາມ ຄວາມຈິງ ວ່າ ຖ້າ ພວກເຈົ້າ ບໍ່​ກິນເນື້ອກາຍ ແລະ ບໍ່ ດື່ມເລືອດ ຂອງ ບຸດມະນຸດ ແລ້ວ ເຈົ້າ ກໍ ຈະ ບໍ່ ມີຊີວິດ ໃນ ພວກເຈົ້າ ເອງ.
\s5
\v 54 ຜູ້ ທີ່ ກິນ ເນື້ອ ກາຍ ຂອງເຮົາ ແລະ ດື່ມ ເລືອດ ຂອງເຮົາ ກໍ ມີ ຊີວິດ ນິຣັນດອນ ແລະ ເຮົາ ຈະ ໃຫ້ ຜູ້ ນັ້ນ ເປັນ ຄືນ ມາ ສູ່ ຊີວິດ ໃນ ວັນສຸດທ້າຍ.
\v 55 ດ້ວຍວ່າ, ເນື້ອ ກາຍ ຂອງເຮົາ ເປັນ ອາຫານ ອັນ ແທ້ ແລະ ເລືອດ ຂອງເຮົາ ກໍ ເປັນ ເຄື່ອງ ດື່ມ ອັນ ແທ້.
\v 56 ຜູ້ ທີ່ ກິນ ເນື້ອ ກາຍ ຂອງເຮົາ ແລະ ດື່ມ ເລືອດ ຂອງເຮົາ ກໍ ມີ ຊີວິດ ຢູ່ ໃນ ເຮົາ ແລະ ເຮົາ ກໍ ມີ ຊີວິດ ຢູ່ ໃນ ຜູ້ນັ້ນ.
\s5
\v 57 ພຣະບິດາເຈົ້າ ຜູ້ ຊົງ ຊີວິດ ຢູ່ ໄດ້ ໃຊ້ ເຮົາ ມາ ແລະ ເຮົາ ມີ ຊີວິດ ຢູ່ ເພາະ ພຣະບິດາເຈົ້າ ສັນ ໃດ ຜູ້ ທີ່ ກິນ ເຮົາ ກໍ ມີ ຊີວິດ ຢູ່ ເພາະ ເຮົາ ສັນ ນັ້ນ ເໝືອນກັນ.
\v 58 ນີ້ແຫລະ ເປັນ ອາຫານ ທີ່ ໄດ້ ລັງ ມາ ຈາກ ສະຫວັນ ບໍ່ ເໝືອນ ກັບ ອາຫານ ທີ່ ປູ່ຍ່າຕາຍາຍ ຂອງ ເຈົ້າ ທັງ ຫລາຍ ໄດ້ ກິນ ແລ້ວ ໄດ້ ຕາຍໄປ ແຕ່ ຜູ້ ທີ່ກິນ ອາຫານ ນີ້ ຈະ ມີ ຊີວິດ ນິຣັນດອນ. ”
\v 59 ພຣະເຢຊູເຈົ້າ ໄດ້ ກ່າວ ຂໍ້ຄວາມ ທັງ ຫລາຍ ເຫລົ່າ ນີ້ ໃນ ທໍາມະສາລາ ຂະນະທີ່ ພຣະອົງ ໄດ້ ສັ່ງສອນ ຢູ່ ໃນ ເມືອງ ກາເປນາອູມ.
\s5
\v 60 ເມື່ອ ສາວົກ ຂອງ ພຣະອົງ ຫລາຍ ຄົນ ໄດ້ຍິນ ເລື່ອງ ນີ້ ຈຶ່ງ ເວົ້າ ກັນ ວ່າ, “ຄໍາ ເວົ້າ ນີ້ ຮຸນແຮງ ໂພດ ຜູ້ໃດ ຈະ ເຂົ້າໃຈ ໄດ້. ”
\v 61 ແຕ່ ພຣະເຢຊູເຈົ້າ ຊົງ ຮູ້ ໂດຍ ພຣະອົງ ເອງ ວ່າ, ພວກ ສາວົກ ຂອງ ພຣະອົງ ໄດ້ ຈົ່ມ ໃນ ເລື່ອງ ນີ້ ພຣະອົງ ຈຶ່ງ ກ່າວ ຕໍ່ ພວກເພິ່ນ ວ່າ, “ເລື່ອງ ນີ້ ໄດ້ ເຮັດ ໃຫ້ ພວກເຈົ້າ ຫຍຸ້ງໃຈ ຊັ້ນ ບໍ?
\s5
\v 62 ຖ້າ ເຈົ້າ ທັງ ຫລາຍ ເຫັນ ບຸດ ມະນຸດ ຂຶ້ນ ເມືອ ຍັງ ບ່ອນ ທີ່ ພຣະອົງ ເຄີຍ ຢູ່ ແຕ່ ກ່ອນ ນັ້ນ ພວກເຈົ້າ ຈະ ວ່າ ຢ່າງ ໃດ?
\v 63 ແມ່ນ ພຣະວິນຍານ ທີ່ ເຮັດ ໃຫ້ ມີ ຊີວິດ, ສ່ວນ ເນື້ອກາຍ ຂອງ ມະນຸດ ນັ້ນ ກໍ ບໍ່ ໃຫ້ ປະໂຫຍດ ຫຍັງ ໝົດ ຖ້ອຍຄໍາ ທີ່ ເຮົາ ກ່າວ ແກ່ ເຈົ້າ ທັງ ຫລາຍ ນັ້ນ ເປັນ ວິນຍານ ແລະ ເປັນ ຊີວິດ.
\s5
\v 64 ແຕ່ ມີ ບາງຄົນ ໃນ ພວກເຈົ້າ ຍັງ ບໍ່ ເຊື່ອ, ” (ພຣະເຢຊູເຈົ້າ ຊົງ ຮູ້ ແຕ່ ຕົ້ນ ມາ ແລ້ວ ວ່າ ແມ່ນ ຜູ້ໃດ ທີ່ ບໍ່ ເຊື່ອ ແລະ ແມ່ນ ຜູ້ໃດ ທີ່ ຈະ ທໍລະຍົດ ຕໍ່ ພຣະອົງ).
\v 65 ແລະ ພຣະອົງ ໄດ້ ກ່າວ ວ່າ, “ດ້ວຍເຫດນີ້ ແຫລະ ເຮົາ ຈຶ່ງ ໄດ້ ບອກ ແກ່ ເຈົ້າ ທັງ ຫລາຍ ວ່າ ບໍ່ ມີ ຜູ້ໃດ ມາ ຫາ ເຮົາ ໄດ້ ນອກຈາກ ພຣະບິດາເຈົ້າ ຊົງ ໂຜດ ໃຫ້ ຜູ້ ນັ້ນ ມາ.”
\s5
\v 66 ດ້ວຍເຫດນີ້ ພວກ ທີ່ ຕິດ ຕາມ ພຣະອົງ ຫລາຍ ຄົນ ຈຶ່ງ ທໍ້ຖອຍ ແລະ ບໍ່ ໄປ ກັບ ພຣະອົງ ອີກ.
\v 67 ດັ່ງ ນັ້ນ ພຣະເຢຊູເຈົ້າ ຈຶ່ງ ຖາມ ພວກ ສາວົກ ສິບ ສອງ ຄົນ ວ່າ, “ພວກເຈົ້າ ເດ ກໍ ຢາກ ໜີໄປ ຄື ກັນ ບໍ? ”
\v 68 ຝ່າຍ ຊີໂມນ ເປໂຕ ໄດ້ ຕອບ ພຣະອົງ ວ່າ, “ພຣະອົງເຈົ້າ ເອີຍ ພວກ ຂ້ານ້ອຍ ຈະ ໜີໄປ ຫາ ຜູ້ໃດ? ພຣະອົງ ເປັນ ຜູ້ ມີ ຖ້ອຍຄໍາ ແຫ່ງ ຊີວິ​ດ ນິຣັນດອນ.
\v 69 ບັດ ນີ້ ຂ້ານ້ອຍ ເຊື່ອ ແລະ ຮູ້ ແລ້ວ ວ່າ, ພຣະອົງ ເປັນ ຜູ້ ບໍຣິສຸດ ທີ່ ມາ ຈາກ ພຣະເຈົ້າ.”
\s5
\v 70 ພຣະເຢຊູເຈົ້າ ຊົງ ຕອບ ພວກເພິ່ນ ຄືນ ວ່າ, “ເຮົາ ນີ້ ແຫລະ ໄດ້ ເລືອກ ເອົາ ພວກເຈົ້າ ສິບ ສອງ ຄົນ ໄວ້ ບໍ່ ແມ່ນ ບໍ? ແລະ ຄົນ ໜຶ່ງ ໃນ ພວກເຈົ້າ ກໍ ເປັນ ມານຮ້າຍ. ”
\v 71 ພຣະອົງ ໝາຍ ເຖິງ ຢູດາ ລູກຊາຍ ຂອງ ຊີໂມນ ອິດສະກາຣີອົດ ເພາະ ລາວ ເປັນ ຜູ້ ທີ່ ຈະ ທໍລະຍົດ ຕໍ່ ພຣະອົງ ເຖິງ ແມ່ນ ລາວ ເປັນ ສາວົກ ຄົນ ໜຶ່ງ ໃນ ຈໍາ ນວນ ສິບສອງ ຄົນ ກໍຕາມ.
\s5
\c 7
\p
\v 1 ຫລັງຈາກນັ້ນ ພຣະເຢຊູເຈົ້າ ໄດ້ ສະເດັດ ທຽວ ໄປມາ ຕາມ ແຂວງ ຄາລີເລ ພຣະອົງ ບໍ່ ຢາກ ທຽວ ໄປ ໃນ ແຂວງ ຢູດາຍ ເພາະ ພວກ ເຈົ້າ ໜ້າ ທີ່ ຢິວ ໃນທີ່ ນັ້ນ ຢາກຂ້າ ພຣະອົງ.
\v 2 ເທດສະການ ປຸກຕູບຢູ່ ຂອງ ຊາວ ຢິວ ກໍ ໃກ້ ເຂົ້າ ມາ ແລ້ວ
\s5
\v 3 ພວກ ນ້ອງຊາຍ ຂອງ ພຣະອົງ ຈຶ່ງ ບອກ ພຣະອົງ ວ່າ, “ຈົ່ງ ອອກ ໄປ ຈາກ ບ່ອນ ນີ້ ແລະ ໄປ ຍັງ ແຂວງ ຢູດາຍ ເພື່ອ ວ່າ ພວກ ທີ່ ຕິດ ຕາມ ເຈົ້າ ຈະ ໄດ້ ເຫັນ ສິ່ງ ທີ່ ເຈົ້າ ເຮັດ ຢູ່ ນັ້ນ.
\v 4 ເພາະ ບໍ່ ມີ ຜູ້ໃດ ປິດ ບັງ ສິ່ງ ທີ່ຕົນ ກໍາ ລັງ ເຮັດ ຢູ່ ຖ້າ ຜູ້ນັ້ນ ຕ້ອງການ ໃຫ້ ຄົນ ຮູ້ ໃນ ເມື່ອ ເຈົ້າເຮັດ ການ ເຫລົ່າ ນີ້ ຢູ່ ຈົ່ງສະແດງ ໃຫ້ ໂລກ ຮູ້ ເຈົ້າ ສາ”
\s5
\v 5 (ແມ່ນແຕ່ ພວກ ນ້ອງຊາຍ ຂອງ ພຣະອົງ ກໍ ບໍ່ ເຊື່ອ ວາງໃຈ ໃນ ພຣະອົງ).
\v 6 ພຣະເຢຊູເຈົ້າ ຊົງ ບອກ ພວກເຂົາ ວ່າ, “ເວລາ ກໍາ ນົດ ສໍາລັບ ເຮົາ ຍັງ ບໍ່ ມາ ເຖິງ ເທື່ອ ແຕ່ ເວລາ ຂອງ ພວກເຈົ້າ ແລ້ວ ແມ່ນ ມີ ຢູ່ ສະເໝີ
\v 7 ໂລກ ບໍ່ ສາມາດ ກຽດຊັງ ພວກເຈົ້າ ແຕ່ ວ່າ ມັນ ກຽດຊັງ ເຮົາ ເພາະ ເຮົາ ເປັນ ພະຍານ ວ່າ ກິດຈະການ ຂອງ ໂລກ ນັ້ນ ຊົ່ວ ຮ້າຍ.
\s5
\v 8 ໃຫ້ ພວກເຈົ້າ ພາກັນ ໄປ ເທດສະການ ສາ ເຮົາ ຍັງ ບໍ່ ໄປ (ຖ) ໃນ ເທດສະການ ນັ້ນ ເທື່ອ ເພາະ ເວລາ ເໝາະ ສໍາລັບ ເຮົາ ຍັງ ບໍ່ ມາ ເຖິງ. ”
\v 9 ເມື່ອ ເວົ້າ ດັ່ງ ນີ້ ແລ້ວ ພຣະອົງ ກໍ ຢູ່ ໃນ ແຂວງ ຄາລີເລ ຕໍ່ ໄປ.
\s5
\v 10 ຫລັງ ຈາກ ທີ່ ພວກ ນ້ອງຊາຍ ຂອງ ພຣະເຢຊູເຈົ້າ ໄດ້ ໄປ ໃນ ເທດສະການ ນັ້ນ ແລ້ວ ພຣະອົງ ກໍ ໄປ ເໝືອນກັນ ພຣະອົງ ໄປ ຢ່າງລັບ ໂດຍ ບໍ່ ເປີດ ເຜີຍ.
\v 11 ສ່ວນ ພວກ ເຈົ້າ ໜ້າ ທີ່ ຢິວ ກໍ ຊອກ ຫາ ພຣະອົງ ໃນ ເທດສະການ ນັ້ນ ພວກເຂົາ ຖາມ ວ່າ, “ຄົນ ນັ້ນ ຢູ່ ໃສ?”
\s5
\v 12 ປະຊາຊົນ ໄດ້ ຊິ່ມ ກັນ ເຖິງ ເລື່ອງ ຂອງ ພຣະອົງ ບາງຄົນ ເວົ້າ ວ່າ, “ລາວ ເປັນ ຄົນ ດີ. ” ແຕ່ ຄົນ ອື່ນ ພັດ ເວົ້າ ວ່າ, “ບໍ່ ແມ່ນ ດອກ ລາວ ຫລອກ ປະຊາຊົນ ໃຫ້ ຫລົງ ຜິດ ໄປ ຊື່ ໆ. ”
\v 13 ແຕ່ ບໍ່ ມີ ຜູ້ ໃດ ກ້າ ເວົ້າ ເຖິງ ເລື່ອງ ຂອງ ພຣະອົງ ຢ່າງ ເປີດ ເຜີຍ ເພາະ ຢ້ານ ເຈົ້າ ໜ້າ ທີ່ ຢິວ.
\s5
\v 14 ພໍ ເທດສະການ ດໍາເນີນ ໄປ ໄດ້ ເຄິ່ງ ໜຶ່ງ ແລ້ວ ພຣະເຢຊູເຈົ້າ ກໍໄດ້ ເຂົ້າ ໄປ ໃນ ພຣະວິຫານ ແລະ ໄດ້ ສັ່ງສອນ ຢູ່ ທີ່ນັ້ນ.
\v 15 ພວກ ເຈົ້າ ໜ້າ ທີ່ ຢິວ ປະຫລາດ ໃຈ ຢ່າງ ໃຫຍ່ ຈຶ່ງ ເວົ້າ ກັນ ວ່າ, “ເຫດໃດ ຄົນ ນີ້ ຈຶ່ງ ຮູ້ ກົດບັນຍັດ ຫລາຍ ແທ້ ທັງ ໆ ທີ່ ລາວ ບໍ່ ເຄີຍ ໄດ້ ຮໍ່າຮຽນ ຈັກ ເທື່ອ? ”
\v 16 ພຣະເຢຊູເຈົ້າ ຊົງ ຕອບພວກເຂົາ ວ່າ, “ສິ່ງ ທີ່ ເຮົາ ສັ່ງ ສອນບໍ່ ແມ່ນຂອງເຮົາ ແຕ່ ແມ່ນຄໍາສັ່ງສອນຈາກ ພຣະເຈົ້າ ຜູ້ ທີ່ ໄດ້ ໃຊ້ ເຮົາ ມາ.
\s5
\v 17 ຜູ້ໃດທີ່ ເຕັມ ໃຈປະຕິບັດ ຕາມຄວາມປະສົງ ຂອງພຣະເຈົ້າ ຜູ້ນັ້ນ ກໍ ຈະຮູ້ ວ່າສິ່ງທີ່ ເຮົາ ສັ່ງ ສອນ ນັ້ນ ມາຈາກພຣະເຈົ້າ ຫລື ເຮົາ ກ່າວ ຕາມໃຈ ຂອງເຮົາ ເອງ.
\v 18 ຜູ້ໃດ ທີ່ ເວົ້າ ຕາມໃຈຊອບຂອງ ຕົນ ເອງ ຜູ້ນັ້ນ ກໍ ສະແຫວງຫາກຽດສໍາລັບ ຕົນເອງ ແຕ່ ທ່ານ ຜູ້ ທີ່ ສະແຫວງຫາກຽດຂອງພຣະອົງ ຜູ້ ທີ່ ໄດ້ ໃຊ້ ຕົນ ມາ ຜູ້ນັ້ນ ແຫລະ ເປັນ ຄົນ ຈິງ ແ ລະ ບໍ່ມີ ອະທໍາ ໃນ ຕົວ.
\s5
\v 19 ໂມເຊ ໄດ້ ໃຫ້ ກົດ ບັນຍັດ ແກ່ ພວກເຈົ້າ ບໍ່ແມ່ນ ບໍ? ແລະ ມີ ຜູ້ ໃດ ໃນ ພວກເຈົ້າ ທີ່ ປະຕິບັດ ຕາມ ກົດບັນຍັດ ນັ້ນ ເປັນ ຫຍັງ ພວກເຈົ້າ ຈຶ່ງ ຊອກຫາທີ່ ຈະ ຂ້າ ເຮົາ? ”
\v 20 ປະຊາຊົນ ຕອບວ່າ, “ເຈົ້າ ມີ ຜີ ມານຮ້າຍສິງຢູ່ ແມ່ນຜູ້ໃດຊອກຫາຈະຂ້າ ເຈົ້າ?”
\s5
\v 21 ພຣະເຢຊູເຈົ້າ ຊົງ ຕອບວ່າ, “ເຮົາ ໄດ້ ເຮັດ ການອັດສະຈັນ ພຽງຢ່າງດຽວ ພວກເຈົ້າ ທຸກຄົນ ກໍ ປະຫລາດໃຈແລ້ວ.
\v 22 ໂມເຊໄດ້ ສັ່ງ ພວກເຈົ້າ ໃຫ້ ເຮັດ ພິທີຕັດ ແກ່ ພວກລູກຊາຍຂອງ ພວກເຈົ້າ (ຄໍາສັ່ງ ນັ້ນ ບໍ່ ແມ່ນຂອງໂມເຊ, ແຕ່ ແມ່ນ ປູ່ຍ່າຕາຍາຍຂອງພ ວກເຈົ້າ ເປັນ ຜູ້ ເລີ່ມ ເຮັດ) ແລະ ພວກເຈົ້າ ໄດ້ ເຮັດ ພິທີຕັດ ໃຫ້ ເດັກຊາຍໃນວັນຊະບາໂຕ.
\s5
\v 23 ຖ້າເດັກຊາຍຄົນໜຶ່ງ ຮັບ ພິທີຕັດ ໃນວັນ ຊະບາໂຕ ເພື່ອ ວ່າ ບໍ່ ໃຫ້ ເປັນ ການລ່ວງລະເມີດ ກົດບັນຍັດ ຂອງ ໂມເຊ ແລ້ວ ເປັນ ຫຍັງ ພວກເຈົ້າ ຈຶ່ງ ໂກດຮ້າຍໃຫ້ ເຮົາ ເມື່ອ ເຮົາ ຊົງ ໂຜດຄົນ ໃຫ້ ຫາຍພະຍາດໃນວັນຊະບາໂຕ?
\v 24 ຢ່າຕັດສິນ ຕາມທີ່ ເຫັນ ພາຍນອກ ແຕ່ ຈົ່ງ ຕັດສິນ ຕາມ ທາງ ຍຸດຕິທໍາ.”
\s5
\v 25 ຊາວ ນະຄອນ ເຢຣູຊາເລັມ ບາງຄົນ ໄດ້ ເວົ້າ ວ່າ, “ບໍ່ ແມ່ນ ຊາຍ ຜູ້ ນີ້ ບໍ ທີ່ ພວກ ເຈົ້າ ໜ້າ ທີ່ ກໍາ ລັງຊອກ ຫາ ເພື່ອຈະ ຂ້າ?
\v 26 ເບິ່ງ ແມ! ລາວ ກໍາ ລັງ ເວົ້າ ຢ່າງ ເປີດ ເຜີຍ ແຕ່ ພວກເຂົາ ບໍ່ ກ້າເວົ້າ ຫຍັງ ເພື່ອ ຕໍ່ ສູ້ ລາວ. ເປັນ ໄປ ໄດ້ ບໍ ທີ່ ພວກເຂົາ ຮູ້ຈັກ ຄັກ ວ່າ ລາວ ເປັນ ພຣະຄຣິດ?
\v 27 ເມື່ອ ພຣະຄຣິດ ມາ ປາກົດ ບໍ່ ມີ ຜູ້ໃດ ຮູ້ ບ່ອນ ທີ່ ພຣະອົງ ມາ ແຕ່ ພວກເຮົາ ທຸກຄົນ ຮູ້ ວ່າ ຊາຍ ຄົນ ນີ້ ມາ ແຕ່ ໃສ.”
\s5
\v 28 ໃນ ຂະນະທີ່ ພຣະເຢຊູເຈົ້າ ຊົງ ສັ່ງ ສອນ ຢູ່ ໃນ ພຣະວິຫານ ນັ້ນ ພຣະອົງ ກ່າວ ດ້ວຍ ສຽງດັງ ວ່າ, “ສ່ວນ ເຮົາ ເຈົ້າ ທັງ ຫລາຍ ກໍ ຮູ້ ຈັກ ທັງ ຮູ້ ວ່າ ເຮົາ ມາ ຈາກ ໃສ ເຮົາ ບໍ່ ໄດ້ ມາ ດ້ວຍ ລໍາພັງ ໃຈ ຂອງເຮົາ ເອງ ແຕ່ ພຣະອົງ ຜູ້ ທີ່ໄດ້ ໃຊ້ ເຮົາ ມາ ນັ້ນ ກໍ ສັດຈິງ, ພວກເຈົ້າ ບໍ່ ຮູ້ ຈັກ ພຣະອົງ
\v 29 ແຕ່ ເຮົາ ຮູ້ຈັກ ພຣະອົງ ເພາະ ເຮົາ ມາ ຈາກ ພຣະອົງ ແລະ ແມ່ນ ພຣະອົງ ນີ້ ແຫລະ ໄດ້ ໃຊ້ ເຮົາ ມາ.”
\s5
\v 30 ແລ້ວ ພວກເຂົາ ກໍ ຊອກ ຫາ ທາງ ຈັບ ພຣະອົງ, ແຕ່ ບໍ່ ມີ ຜູ້ໃດ ຍື່ນ ມື ໄປ ແຕະຕ້ອງ ພຣະອົງ ໄດ້ ເພາະ ບໍ່ ເຖິງ ກໍາ ນົດ ເວລາ ຂອງ ພຣະອົງ ເທື່ອ.
\v 31 ແຕ່ ມີ ຫລາຍ ຄົນ ໃນ ປະຊາຊົນ ນັ້ນ ໄດ້ ຮັບ ເຊື່ອ ໃນ ພຣະອົງ ແລະ ເວົ້າວ່າ, “ເມື່ອ ພຣະຄຣິດ ສະເດັດ ມາ ນັ້ນ ເພິ່ນ ຈະ ເຮັດ ໝາຍສໍາຄັນ ການ ອັດສະຈັນ ຫລາຍກວ່າ ຜູ້ ນີ້ ເຮັດ ບໍ? ”
\v 32 ເມື່ອ ພວກ ຟາຣີຊາຍ ໄດ້ຍິນ ປະຊາຊົນ ຊິ່ມ ກັນ ເຖິງ ເລື່ອງ ພຣະເຢຊູເຈົ້າ ພວກເຂົາ ແລະ ພວກຫົວໜ້າ ປະໂຣຫິດ ກໍ ໃຊ້ ທະຫານ ໄປ ຈັບ ພຣະອົງ.
\s5
\v 33 ພຣະເຢຊູເຈົ້າ ກ່າວ ວ່າ, “ເຮົາ ຈະ ຢູ່ ກັບ ພວກເຈົ້າ ຕໍ່ ໄປ ອີກ ໜ້ອຍໜຶ່ງ ແລ້ວ ເຮົາ ກໍ ຈະ ກັບ ໄປ ຫາ ພຣະອົງ ຜູ້ ທີ່ ໄດ້ ໃຊ້ ເຮົາ ມາ.
\v 34 ພວກເຈົ້າ ຈະ ຊອກ ຫາ ເຮົາ ແຕ່ ຈະ ບໍ່ ພົບ ເຮົາ ເພາະ ບ່ອນ ທີ່ ເຮົາ ຈະ ໄປ ນັ້ນ ພວກເຈົ້າ ໄປ ບໍ່ ໄດ້. ”
\s5
\v 35 ພວກ ເຈົ້າ ໜ້າ ທີ່ ຢິວ ຈຶ່ງ ເວົ້າ ກັນ ວ່າ, “ຊາຍ ຄົນ ນີ້ ກໍາ ລັງ ຈະ ໄປ ໃສ ທີ່ ພວກເຮົາ ຈະ ຊອກ ຫາ ລາວ ບໍ່ ພົບ ລາວ ຈະ ໄປ ຍັງ ເມືອງ ຕ່າງໆ ຂອງ ຊາວ ກຣີກ ບ່ອນ ທີ່ ມີ ປະຊາຊົນ ຂອງ ພວກເຮົາ ຢູ່ ແລະ ສັ່ງ ສອນ ຊາວ ກຣີກ ຢູ່ ບ່ອນ ນັ້ນ ບໍ?
\v 36 ລາວ ບອກ ວ່າ, ‘ພວກເຮົາ ຈະ ຊອກ ຫາ ລາວ ແຕ່ ຈະ ບໍ່ ພົບ ລາວ ບ່ອນ ທີ່ ລາວ ໄປ ນັ້ນ ພວກເຮົາ ໄປ ບໍ່ໄດ້, ສິ່ງ ທີ່ ລາວ ເວົ້າ ນັ້ນ ໝາຍຄວາມວ່າ ຢ່າງ ໃດ?”
\s5
\v 37 ໃນ ວັນສຸດທ້າຍ ຊຶ່ງ ເປັນ ວັນສໍາຄັນ ຂອງ ເທດສະການ ພຣະເຢຊູເຈົ້າ ໄດ້ ຢືນ ຂຶ້ນ ແລະ ຮ້ອງ ດັງ ໆ ວ່າ, “ຖ້າ ຜູ້ໃດ ຫິວ ນ້ຳ ໃຫ້ ມາ ຫາ ເຮົາ ແລະ ດື່ມ. ”
\v 38 ມີ ຄໍາ ຂຽນ ໄວ້ ໃນ ພຣະຄໍາພີ ວ່າ, “ຜູ້ໃດ ທີ່ ເຊື່ອ ວາງໃຈ ໃນ ເຮົາ ແມ່ ນໍ້າ ແຫ່ງ ຊີວິດ ຈະ ໄຫລ ອອກ ຈາກ ພາຍ ໃນ ຜູ້ນັ້ນ. ” (ທ)
\s5
\v 39 ສິ່ງ ທີ່ ພຣະເຢຊູເຈົ້າ ໄດ້ ກ່າວ ນັ້ນ ໝາຍ ເຖິງ ພຣະວິນຍານ ຊຶ່ງ ຜູ້ ທີ່ ເຊື່ອ ໃນ ພຣະອົງ ຈະ ໄດ້ ຮັບ ໃນ ເວລາ ນັ້ນ ພຣະວິນຍານ ບໍຣິສຸດເຈົ້າ ຍັງ ບໍ່ ໄດ້ ປະທານ ໃຫ້ ເທື່ອ ເພາະ ພຣະເຢຊູເຈົ້າ ຍັງ ບໍ່ ທັນ ໄດ້ ຮັບ ສະຫງ່າຣາສີ
\s5
\v 40 ເມື່ອ ປະຊາຊົນ ບາງຄົນ ໄດ້ຍິນ ພຣະເຢຊູເຈົ້າ ກ່າວ ດັ່ງ ນັ້ນ, ຈຶ່ງ ເວົ້າ ວ່າ, “ຈິງ ແທ້ ແລ້ວ ຊາຍ ຄົນ ນີ້ ເປັນ ຜູ້ທຳນວາຍ” (ນ)
\v 41 ຄົນອື່ນ ເວົ້າ ວ່າ, “ເພິ່ນ ເປັນ ພຣະຄຣິດ. ” ແຕ່ ຄົນ ອື່ນ ເວົ້າ ອີກ ວ່າ, “ພຣະຄຣິດ ຄົງ ບໍ່ ມາ ຈາກ ຄາລີເລ. ”
\v 42 ພຣະຄໍາພີ ກ່າວ ໄວ້ ວ່າ, “ພຣະຄຣິດ ມາຈາກ ເຊື້ອ ວົງ ຂອງ ກະສັດ ດາວິດ ແລະ ຈະ ເກີດ ຢູ່ ໃນ ເບັດເລເຮັມ ບ້ານເກີດ ເມືອງນອນ ຂອງ ດາວິດ.”
\s5
\v 43 ເຫດສະນັ້ນ ປະຊາຊົນ ຈຶ່ງມີຄວາມເຫັນ ແຕກແຍກ ກັນ ໃນ ເລື່ອງ ພຣະເຢຊູເຈົ້າ.
\v 44 ບາງຄົນ ໃນ ພວກເຂົາ ຄິດ ຢາກ ຈັບ ພຣະອົງ ແຕ່ ບໍ່ ມີ ຜູ້ໃດ ຍື່ນ ມື ໄປ ແຕະຕ້ອງ ພຣະອົງ.
\s5
\v 45 ເມື່ອ ພວກ ທະຫານ ກັບ ຄືນ ມາ ແລ້ວ ພວກ ຫົວ ໜ້າ ປະໂຣຫິດ ແລະ ພວກ ຟາຣີຊາຍ ໄດ້ ຖາມ ພວກເຂົາ ວ່າ, “ເປັນ ຫຍັງ ພວກເຈົ້າ ຈຶ່ງ ບໍ່ ຈັບ ມັນ ມາ? ”
\v 46 ພວກ ທະຫານ ຕອບ ວ່າ, “ບໍ່ ເຄີຍ ເຫັນ ຜູ້ໃດ ທີ່ ເວົ້າ ເໝືອນ ດັ່ງ ຊາຍ ຄົນ ນີ້ ຈັກ ເທື່ອ.”
\s5
\v 47 ພວກ ຟາຣີຊາຍ ຖາມ ພວກເຂົາ ວ່າ, “ພວກເຈົ້າ ກໍໄດ້ ຖືກ ລາວ ຊັກ ຈູງ ໃຫ້ ຫລົງ ຜິດ ຊັ້ນ ບໍ?
\v 48 ມີ ຜູ້ໃດ ໃນ ພວກ ເຈົ້າ ໜ້າທີ່ ຫລື ພວກ ຟາຣີຊາຍ ເຊື່ອ ໃນ ລາວ ບໍ?
\v 49 ປະຊາຊົນ ກຸ່ມ ນີ້ ບໍ່ ຮູ້ ກົດບັນຍດັ ຂອງ ໂມເຊ. ດັ່ງ ນັ້ນ ພວກເຂົາ ຈຶ່ງ ຢູ່ ໃຕ້ ການ ສາບແຊ່ງ.”
\s5
\v 50 ຍັງ ມີ ຄົນ ໜຶ່ງໃນ ພວກ ຟາຣີຊາຍ ຊື່ ວ່າ, ນີໂກເດມ ຜູ້ ທີ່ ເຄີຍ ໄປ ພົບ ພຣະຢຊູເຈົ້າ ມາ ແລ້ວ ໄດ້ ເວົ້າ ຕໍ່ ພວກເຂົາ ວ່າ,
\v 51 “ຕາມ ກົດບັນຍັດ ຂອງ ພວກເຮົາ ແລ້ວ ພວກເຮົາ ຈະ ລົງ ໂທດ ຄົນ ໃດ ຄົນ ໜຶ່ງ ບໍ່ໄດ້ ຈົນກວ່າ ໄດ້ ຟັງ ຄໍາ ໃຫ້ ການ ຂອງ ລາວ ກ່ອນ ແລະ ຮູ້ ວ່າ ລາວ ໄດ້ ເຮັດ ຜິດ ຢ່າງ ໃດ ແດ່. ”
\v 52 ແລ້ວ ພວກເຂົາ ກໍ ເວົ້າ ຕໍ່ ນີ ໂກເດມ ວ່າ, “ເຈົ້າ ກໍ ມາ ຈາກ ຄາລີເລ ເໝືອນກັນ ບໍ? ໃຫ້ ຄົ້ນ ເບິ່ງ ໃນ ພຣະຄໍາພີ ແລ້ວ ເຈົ້າ ຈະ ຮູ້ ວ່າ ບໍ່ ເຄີຍ ມີ ຜູ້ ທຳ​ນວາຍ ທີ່ ມາ (ບ) ຈາກ ຄາລີເລ.”
\s5
\v 53 ແລ້ວ ທຸກຄົນ ຕ່າງ ກໍ ກັບ ຄືນ ເມືອ ເຮືອນ ຂອງ ໃຜ ລາວ.
\s5
\c 8
\p
\v 1 ສ່ວນ ພຣະເຢຊູເຈົ້າ ໄດ້ ສະເດັດ ໄປ ຍັງ ພູເຂົາ ໝາກກອກເທດ.
\v 2 ພໍ ຮຸ່ງ ເຊົ້າ ມາ ພຣະອົງ ກໍ ເຂົ້າ ໄປ ໃນ ພຣະວິຫານ ອີກ ປະຊາຊົນ ທັງໝົດ ໄດ້ ເຕົ້າໂຮມ ອ້ອມ ພຣະອົງ ແລະ ພຣະອົງ ກໍ ນັ່ງ ລົງ ຕັ້ງຕົ້ນ ສັ່ງສອນ.
\v 3 ພວກ ທໍາມະຈານ ແລະ ພວກ ຟາຣີຊາຍ ໄດ້ ພາ ຍິງ ຄົນ ໜຶ່ງ ມາ ຫາ ພຣະອົງ ຍິງ ຄົນ ນີ້ ຖືກ ຈັບ ໃນ ຖານ ຫລິ້ນຊູ້ ພວກເຂົາ ໃຫ້ ຍິງ ຄົນ ນີ້ ຢືນ ຢູ່ ຕໍ່ ໜ້າ ປະຊາຊົນ ທັງ ໝົດ.
\s5
\v 4 ພວກເຂົາ ກ່າວ ຕໍ່ ພຣະເຢຊູເຈົ້າ ວ່າ, “ອາຈານ ເອີຍ ຍິງ ຄົນ ນີ້ ຖືກ ຈັບ ໃນ ເວລາ ກໍາລັງ ຫລິ້ນຊູ້
\v 5 ຕາມ ກົດບັນຍັດ ຂອງ ພວກເຮົາ ແລ້ວ ໂມເຊ ໄດ້ ສັ່ງ ວ່າ, ‘ຍິງ ເຊັ່ນ ນີ້ ຕ້ອງ ຖືກ ແກວ່ງ ກ້ອນຫິນ ໃສ່ ໃຫ້ ຕາຍ, ສ່ວນ ທ່ານ ເດ ຈະ ວ່າ ຢ່າງ ໃດ? ”
\v 6 ພວກເຂົາ ເວົ້າ ຢ່າງ ນີ້ ເພື່ອ ຫາ ເຫດ ຟ້ອງ ພຣະເຢຊູເຈົ້າ, ແຕ່ ພຣະອົງ ກົ້ມ ລົງ ໃຊ້ ນິ້ວ ມື ຂຽນ ລົງ ທີ່ ພື້ນດິນ.
\s5
\v 7 ເມື່ອ ພວກເຂົາ ຂຸ້ນຂ້ຽວ ຖາມ ຢູ່ ນັ້ນ ພຣະອົງ ຈຶ່ງ ເງີຍ ໜ້າ ຂຶ້ນ ແລະ ກ່າວ ຕໍ່ ພວກເຂົາ ວ່າ, “ມີ ຄົນ ໃດ ແດ່ ໃນ ພວກເຈົ້າ ທີ່ ບໍ່ ໄດ້ ເຮັດ ບາບ ໃຫ້ ຜູ້ນັ້ນ ເປັນ ຜູ້ ທໍາອິດ ແກວ່ງ ກ້ອນຫິນ ໃສ່ ຍິງ ຄົນ ນີ້. ”
\v 8 ແລ້ວພຣະອົງ ກໍ ກົ້ມ ລົງ ໃຊ້ ນິ້ວ ມື ຂຽນ ລົງ ທີ່ ພື້ນ ດິນ ຕໍ່ໄປ.
\s5
\v 9 ເມື່ອ ໄດ້ຍິນ ດັ່ງ ນັ້ນ ແລ້ວ ພວກເຂົາ ຈຶ່ງ ໜີ ອອກ ໄປ ເທື່ອ ລະ ຄົນ ຈົນ ໝົດ ເລີ່ມ ແຕ່ ຄົນ ແກ່ ໄປ ຈົນ ເຖິງ ຜູ້ ສຸດທ້າຍ ຍັງ ເຫລືອ ແຕ່ ພຣະເຢຊູເຈົ້າ ແລະ ແມ່ ຍິງ ທີ່ ຢືນ ຢູ່ ທີ່ ນັ້ນ.
\v 10 ເມື່ອ ພຣະອົງ ເງີຍ ໜ້າ ຂຶ້ນ ຈຶ່ງ ຖາມ ນາງ ວ່າ, “ພວກ ນັ້ນ ໄປ ໃສ ກັນ ໝົດ ບໍ່ ມີ ຜູ້ໃດ ລົງໂທດ ເຈົ້າ ບໍ? ”
\v 11 ນາງ ຕອບ ວ່າ, “ພຣະອົງ ເຈົ້າ ເອີຍ ບໍ່ ມີ ຜູ້ໃດ ແລ້ວ. ” ພຣະເຢຊູເຈົ້າ ເວົ້າວ່າ, “ດີ ແລ້ວ ເຮົາ ກໍ ບໍ່ ລົງ ໂທດ ເຈົ້າ ເໝືອນກັນ ຈົ່ງ ໄປ ສາ ຕໍ່ ໄປ ຢ່າ ເຮັດ ບາບ ອີກ. ”] (ປ)
\s5
\v 12 ພຣະເຢຊູເຈົ້າ ໄດ້ ກ່າວ ຕໍ່ ພວກ ຟາຣີຊາຍ ອີກ ວ່າ, “ເຮົາ ນີ້ ແຫລະ ເປັນ ຄວາມ ສະຫວ່າງ ຂອງ ໂລກ ຜູ້ ທີ່ ຕາມ ເຮົາ ມາ ຈະ ມີ ຄວາມ ສະຫວ່າງ ແຫ່ງ ຊີວິດ ແລະ ຈະ ບໍ່ ເດີນ ຢູ່ ໃນ ຄວາມມືດ ຈັກ ເທື່ອ. ”
\v 13 ແລ້ວ ພວກ ຟາຣີຊາຍ ກໍ ກ່າວ ຕໍ່ ພຣະອົງ ວ່າ, “ເຈົ້າ ເປັນ ພະຍານ ໃຫ້ ຕົນເອງ ສິ່ງ ທີ່ ເຈົ້າ ເວົ້າ ນັ້ນ ພິສູດ ຫຍັງ ບໍ່ ໄດ້. ”
\s5
\v 14 ພຣະເຢຊູເຈົ້າ ຕອບ ພວກເຂົາ ວ່າ, “ເຖິງ ແມ່ນ ເຮົາ ເປັນ ພະຍານ ໃຫ້ ຕົນ ເອງ ຄໍາ ພະຍານ ຂອງເຮົາ ກໍ ເປັນ ຄວາມຈິງ ເພາະ ເຮົາ ຮູ້ ວ່າ ເຮົາ ມາ ແຕ່ ໃສ ແລະ ຈະ ໄປ ໃສ ສ່ວນ ພວກເຈົ້າ ບໍ່ ຮູ້ ວ່າ ເຮົາ ໄດ້ ມາ ແຕ່ ໃສ ແລະ ຈະ ໄປ ໃສ.
\v 15 ພວກເຈົ້າ ຕັດສິນ ຕາມ ທາງ ຂອງ ມະນຸດ, ເຮົາ ບໍ່ ຕັດສິນ ຜູ້ໃດ.
\v 16 ແຕ່ ເຖິງ ແມ່ນ ເຮົາ ຕັດສິນ ການ ຕັດສິນ ຂອງເຮົາ ກໍ ຖືກ ຕ້ອງ ເພາະ ບໍ່ ແມ່ນ ເຮົາ ຜູ້ ດຽວ ທີ່ ຕັດສິນ ແຕ່ ເຮົາ ຕັດສິນ ຮ່ວມ ກັບ ພຣະບິດາເຈົ້າ ຜູ້ ທີ່ໄດ້ ໃຊ້ ເຮົາມາ.
\s5
\v 17 ໃນ ກົດບັນຍັດ ຂອງ ພວກເຈົ້າ ມີ ຄໍາ ຂຽນ ໄວ້ ວ່າ ເມື່ອ ພະຍານ ສອງ ປາກ ໃຫ້ ການ ກົງ ກັນ ສິ່ງ ທີ່ ເຂົາ ເວົ້າ ນັ້ນ ກໍ ເປັນ ຄວາມຈິງ.
\v 18 ຝ່າຍ ເຮົາ ເປັນ ພະຍານ ໃຫ້ ຕົນເອງ ແລະ ພຣະບິດາເຈົ້າ ຜູ້ ທີ່ ໄດ້ ໃຊ້ເຮົາມາ ກໍ ເປັນ ພະຍານ ໃຫ້ ເຮົາ ເໝືອນກັນ.”
\s5
\v 19 ພວກເຂົາ ຖາມ ພຣະອົງ ວ່າ, “ພຣະບິດາເຈົ້າ ຂອງທ່ານ ຢູ່ ໃສ? ” ພຣະເຢຊູເຈົ້າ ຊົງ ຕອບ ວ່າ, “ພວກເຈົ້າ ບໍ່ ຮູ້ຈັກເຮົາ ແລະ ພຣະບິດາເຈົ້າ ຂອງເຮົາ ຖ້າ ພວກເຈົ້າ ຮູ້ຈັກ ເຮົາ ພວກເຈົ້າ ກໍ ຄົງ ຮູ້ ຈັກ ພຣະບິດາເຈົ້າ ຂອງເຮົາ ເໝືອນກັນ. ”
\v 20 ພຣະເຢຊູເຈົ້າ ຊົງ ກ່າວ ຄໍາ ເຫລົ່າ ນີ້ ໃນ ຂະນະທີ່ ພຣະອົງ ສັ່ງ ສອນ ໃນ ພຣະວິຫານ ຢູ່ ຫ້ອງ ບ່ອນທີ່ວາງ ຫີບຖວາຍຊັບ, ແຕ່ ບໍ່ມີ ຜູ້ໃດ ຈັບ ພຣະອົງ ເພາະ ບໍ່ ເຖິງ ກໍານົດ ເວລາ ຂອງ ພຣະອົງເທື່ອ.
\s5
\v 21 ພຣະເຢຊູເຈົ້າຊົງກ່າວ ຕໍ່ ພວກເຂົາ ວ່າ, “ເຮົາ ຈະ ຈາກ ໄປ ເຈົ້າ ທັງຫລາຍ ຈະ ຊອກ ຫາ ເຮົາ, ແຕ່ ພວກເຈົ້າ ຈະ ຕາຍ ໃນ ບາບກໍາ ຂອງ ພວກເຈົ້າ ພວກເຈົ້າ ໄປ ບ່ອນ ທີ່ ເຮົາ ຈະ ໄປ ນັ້ນ ບໍ່ ໄດ້. ”
\v 22 ດັ່ງ ນັ້ນ ພວກ ເຈົ້າ ໜ້າ ທີ່ ຢິວ ຈຶ່ງ ເວົ້າ ວ່າ, “ລາວ ບອກ ວ່າ ພວກເຮົາ ຈະ ໄປ ບ່ອນ ທີ່ ລາວ ຈະ ໄປ ນັ້ນ ບໍ່ ໄດ້ ຄໍາ ເວົ້າ ນີ້ ໝາຍຄວາມວ່າ ລາວ ຈະ ຂ້າຕົວຕາຍ ຊັ້ນ ບໍ? ”
\s5
\v 23 ພຣະເຢຊູເຈົ້າ ຊົງ ຕອບ ວ່າ, “ພວກເຈົ້າ ເປັນ ຝ່າຍ ເບື້ອງ ລຸ່ມ ຄື ໂລກນີ້ ແຕ່ ເຮົາ ມາ ຈາກ ເບື້ອງ ເທິງ, ພວກເຈົ້າ ເປັນ ຝ່າຍ ໂລກນີ້ ແຕ່ ເຮົາ ບໍ່ ເປັນ ຝ່າຍ ໂລກນີ້
\v 24 ດ້ວຍເຫດນີ້ ເຮົາ ຈຶ່ງ ບອກ ເຈົ້າ ທັງ ຫລາຍ ວ່າ, ພວກເຈົ້າ ຈະ ຕາຍ ໃນ ບາບກໍາ ຂອງ ພວກເຈົ້າ ເພາະວ່າ ຖ້າ ພວກເຈົ້າ ບໍ່ ໄດ້ ເຊື່ອ ວ່າ ‘ເຮົາ ເປັນ ຜູ້ ທ້ີ່ ເຮົາ ເປັນ ພວກເຈົ້າ ຈະ ຕາຍ ໃນ ບາບກໍາ ຂອງຕົນ.”
\s5
\v 25 ພວກເຂົາ ຖາມ ພຣະອົງ ວ່າ, “ທ່ານ ແມ່ນ ຜູ້ໃດ? ” ພຣະເຢຊູເຈົ້າ ຊົງ ຕອບ ພວກເຂົາ ວ່າ, “ເຮົາ ເປັນ ຜູ້ ທີ່ ເຮົາ ໄດ້ ບອກ ພວກເຈົ້າ ແລ້ວ ຕັ້ງແຕ່ ຕົ້ນ ນັ້ນ ແຫລະ. (ຜ)
\v 26 ເຮົາ ມີ ຫລາຍ ຂໍ້ ທີ່ ຈະ ເວົ້າ ກ່ຽວກັບ ພວກເຈົ້າ ແລະ ຕັດສິນ ພວກເຈົ້າ, ແຕ່ ຜູ້ ທີ່ ໄດ້ ໃຊ້ ເຮົາ ມາ ນັ້ນ ກໍ ສັດຈິງ ເຮົາ ບອກ ໃຫ້ ໂລກ ຮູ້ ສິ່ງ ທີ່ ເຮົາ ໄດ້ຍິນ ຈາກ ພຣະອົງ ເທົ່າ ນັ້ນ. ”
\v 27 ພວກເຂົາ ບໍ່ໄດ້ ເຂົ້າໃຈ ວ່າ ພຣະເຢຊູເຈົ້າ ກໍາລັງ ກ່າວ ແກ່ ພວກເຂົາ ເຖິງ ພຣະບິດາເຈົ້າ.
\s5
\v 28 ດັ່ງນັ້ນ ພຣະເຢຊູເຈົ້າ ຈຶ່ງ ໄດ້ ກ່າວ ຕໍ່ ພວກເຂົາ ວ່າ, “ເມື່ອ ໃດ ເຈົ້າ ທັງຫລາຍ ຍົກ ບຸດ ມະນຸດ ຂຶ້ນ ແລ້ວ ເມື່ອ ນັ້ນ ແຫລະ ພວກເຈົ້າ ຈຶ່ງ ຈະ ຮູ້ ວ່າ, ‘ເຮົາ ເປັນ ຜູ້ ທີ່ ເຮົາ ເປັນ ແລ້ວ ພວກເຈົ້າ ກໍ ຈະ ຮູ້ ວ່າ ເຮົາ ບໍ່ ໄດ້ ເຮັດ ສິ່ງ ໃດ ຕາມ ໃຈ ຂອງເຮົາ ເອງ, ແຕ່ ເຮົາ ກ່າວ ຕາມ ທີ່ ພຣະບິດາເຈົ້າ ໄດ້ ສອນ ໃຫ້ ເຮົາ ກ່າວ ເທົ່ານັ້ນ.
\v 29 ພຣະອົງ ຜູ້ ທີ່ ໄດ້ ໃຊ້ ເຮົາ ມາ ກໍ ສະຖິດ ຢູ່ ກັບ ເຮົາ, ພຣະອົງ ບໍ່ ເຄີຍ ປະ ປ່ອຍ ເຮົາ ໃຫ້ ຢູ່ ຜູ້ ດຽວ ເພາະ ເຮົາ ເຮັດ ຕາມ ຄວາມປະສົງ ຂອງ ພຣະອົງ ຢູ່ ສະເໝີ. ”
\v 30 ມີ ຫລາຍ ຄົນ ທີ່ ໄດ້ຍິນ ພຣະເຢຊູເຈົ້າ ກ່າວ ຄໍາ ເຫລົ່ານີ້ ກໍ ເຊື່ອ ໃນ ພຣະອົງ.
\s5
\v 31 ດັ່ງ ນັ້ນ ພຣະເຢຊູເຈົ້າ ຈຶ່ງ ກ່າວ ຕໍ່ ພວກ ຢິວ ທີ່ ເຊື່ອ ໃນ ພຣະອົງ ວ່າ, “ຖ້າ ພວກເຈົ້າ ຕັ້ງ ໝັ້ນ ຢູ່ ໃນ ຖ້ອຍຄໍາ ຂອງເຮົາ ພວກເຈົ້າ ກໍ ເປັນ ສາວົກ ແທ້ ຂອງເຮົາ,
\v 32 ແລ້ວ ພວກເຈົ້າ ຈະ ຮູ້ຈັກ ຄວາມຈິງ ແລະ ຄວາມຈິງ ນັ້ນ ຈະ ເຮັດ ໃຫ້ ພວກເຈົ້າ ເປັນ ອິດສະຫລະ. ”
\v 33 ພວກເຂົາ ຕອບ ພຣະອົງ ວ່າ, “ພວກເຮົາ ເປັນ ເຊື້ອສາຍ ຂອງ ອັບຣາຮາມ ແລະ ບໍ່ ໄດ້ ເປັນທາດ ຂອງ ຜູ້ໃດຈັກເທື່ອ ເປັນຫຍັງ ທ່ານ ຈຶ່ງ ເວົ້າ ວ່າ, ‘ພວກເຈົ້າ ຈະ ເປັນ ອິດສະຫລະ?
\s5
\v 34 ພຣະເຢຊູເຈົ້າ ຊົງ ກ່າວ ແກ່ ພວກເຂົາວ່າ, “ເຮົາ ບອກ ເຈົ້າທັງ ຫລາຍ ຕາມ ຄວາມຈິງ ວ່າ ທຸກຄົນ ທີ່ ເຮັດ ການບາບ ກໍ ເປັນ ທາດ ຂອງ ບາບກໍາ ນັ້ນ.
\v 35 ຂ້ອຍໃຊ້ ບໍ່ຫ່ອນ ຢູ່ ໃນ ເຮືອນ ຕະຫລອດໄປ ແຕ່ ລູກຊາຍ ກໍ ຢູ່ ໃນ ເຮືອນ ຕະຫລອດໄປ.
\v 36 ເຫດສະນັ້ນ ຖ້າ ບຸດມະນຸດ ຈະ ເຮັດ ໃຫ້ ພວກເຈົ້າ ເປັນ ອິດສະຫລະ ພວກເຈົ້າ ກໍ ຈະ ເປັນ ອິດສະຫລະ ຢ່າງ ແທ້ຈິງ.
\s5
\v 37 ເຮົາ ຮູ້ ຢູ່ ວ່າ ພວກເຈົ້າ ເປັນ ເຊື້ອສາຍ ຂອງ ອັບຣາຮາມ, ແຕ່ ພວກເຈົ້າ ຊອກ ຫາ ທາງ ຈະ ຂ້າ ເຮົາ ເພາະ ຄໍາສັ່ງສອນ ຂອງເຮົາ ບໍ່ ເຂົ້າ ສູ່ໃຈ ຂອງ ພວກເຈົ້າ.
\v 38 ເຮົາ ເວົ້າ ໃນ ສິ່ງ ທີ່ ພຣະບິດາເຈົ້າ ຊົງສໍາແດງ ໃຫ້ ເຮົາ ເຫັນ, ແຕ່ ຝ່າຍ ພວກເຈົ້າ ປະຕິບັດ ຕາມ ສິ່ງ ທີ່ ພວກເຈົ້າ ໄດ້ຍິນ ຈາກ ພໍ່ ຂອງ ພວກເຈົ້າ.”
\s5
\v 39 ພວກເຂົາ ຕອບ ພຣະອົງ ວ່າ, “ພໍ່ ຂອງ ພວກເຮົາ ແມ່ນ ອັບຣາຮາມ. ” ພຣະເຢຊູເຈົ້າ ຊົງ ຕອບ ຄືນ ວ່າ, “ຖ້າ ເຈົ້າທັງຫລາຍ ເປັນ ລູກຫລານ ຂອງ ອັບຣາຮາມ ເຈົ້າ ກໍ ຈະ ເຮັດ (ຝ) ໃນ ສິ່ງ ທີ່ ອັບຣາຮາມ ໄດ້ ເຮັດ.
\v 40 ເຮົາ ພຽງແຕ່ ບອກ ພວກເຈົ້າ ເຖິງ ຄວາມຈິງ ທີ່ ເຮົາ ໄດ້ຍິນ ຈາກ ພຣະເຈົ້າ, ພວກເຈົ້າ ກໍ ຫາ ທາງ ທີ່ ຈະ ຂ້າເຮົາ, ການ ຢ່າງນີ້ ອັບຣາຮາມ ບໍ່ ໄດ້ ເຮັດ.
\v 41 ພວກເຈົ້າ ເຮັດ ໃນ ສິ່ງ ທີ່ ພໍ່ ຂອງ ພວກເຈົ້າ ໄດ້ ເຮັດ. ” ພວກເຂົາ ຕອບ ວ່າ, “ເຮົາ ມີ ພຣະບິດາ ພຽງ ອົງດຽວ ຄື ພຣະເຈົ້າ ແລະ ພວກເຮົາ ເປັນ ລູກ ແທ້ໆ ຂອງ ພຣະອົງ.”
\s5
\v 42 ພຣະເຢຊູເຈົ້າ ຊົງ ກ່າວ ຕໍ່ ພວກເຂົາ ວ່າ, “ຖ້າ ພຣະເຈົ້າ ເປັນ ພຣະບິດາ ຂອງ ພວກເຈົ້າ ແທ້ ແລ້ວ ພວກເຈົ້າ ກໍ ຈະ ໄດ້ ຮັກ ເຮົາ ເພາະ ເຮົາ ມາ ຈາກ ພຣະເຈົ້າ ແລະ ເຮົາ ຢູ່ ທີ່ ນີ້. ເຮົາບໍ່ໄດ້ ມາ ຕາມ ລໍາພັງໃຈ ຂອງເຮົາເອງ ແຕ່ ພຣະອົງ ຊົງ ໃຊ້ ເຮົາມາ.
\v 43 ດ້ວຍເຫດໃດ ພວກເຈົ້າ ຈຶ່ງ ບໍ່ ເຂົ້າໃຈ ໃນ ຖ້ອຍຄໍາ ຂອງເຮົາ ເພາະ ພວກເຈົ້າ ທົນ ຟັງ ຖ້ອຍຄໍາ ຂອງເຮົາ ບໍ່ ໄດ້
\v 44 ເຈົ້າ ທັງ ຫລາຍ ມາ ຈາກ ພໍ່ ຂອງ ພວກເຈົ້າ ຄື ມານຮ້າຍ, ພວກເຈົ້າ ຢາກ ປະຕິບັດ ຕາມ ຄວາມ ປາຖະໜາ ຂອງ ພໍ່ເຈົ້າ ຄື ຕັ້ງແຕ່ ຕົ້ນເດີມ ມາ ມັນ ເປັນ ຜູ້ຂ້າຄົນ ແລະ ບໍ່ ເຄີຍ ຢູ່ ຝ່າຍ ຄວາມຈິງ ເພາະ ໃນ ຕົວຂອງ ມັນ ບໍ່ ມີ ຄວາມຈິງ ເມື່ອ ມັນ ເວົ້າ ຕົວະ ມັນ ເວົ້າ ຕາມ ສັນດານ ຂອງ ມັນ ເພາະ ມັນ ເປັນ ຜູ້ຕົວະ ແລະ ເປັນ ພໍ່ຂອງ ການ ຕົວະ ທັງ ສິ້ນ.
\s5
\v 45 ແຕ່ ເຈົ້າທັງຫລາຍ ບໍ່ ໄດ້ ເຊື່ອ ເຮົາ ເພາະ ຝ່າຍ ເຮົາ ກ່າວ ຄວາມຈິງ.
\v 46 ມີ ຜູ້ໃດ ແດ່ ໃນ ພວກເຈົ້າ ທີ່ ພິສູດ ໄດ້ ວ່າ ເຮົາ ມີ ຄວາມຜິດ? ຖ້າເຮົາ ເວົ້າ ຄວາມຈິງ ເປັນ ຫຍັງ ພວກເຈົ້າ ຈຶ່ງ ບໍ່ ເຊື່ອ ເຮົາ?
\v 47 ຜູ້ ທີ່ມາ ຈາກ ພຣະເຈົ້າ ຍ່ອມ ຟັງ ຖ້ອຍຄໍາ ຂອງ ພຣະເຈົ້າ, ແຕ່ ເຈົ້າທັງຫລາຍ ບໍ່ ໄດ້ ມາ ຈາກ ພຣະເຈົ້າ ດັ່ງ ນັ້ນ ແຫລະ ພວກເຈົ້າ ຈຶ່ງ ບໍ່ ຟັງ.”
\s5
\v 48 ພວກ ຢິວ ຕອບ ພຣະອົງ ວ່າ, “ພວກເຮົາ ເວົ້າ ຖືກຕ້ອງ ແລ້ວ ທີ່ ວ່າ ເຈົ້າ ເປັນ ຊາວ ຊາມາເຣຍ ແລະ ມີ ຜີ ມານຮ້າຍ ສິງ ຢູ່. ”
\v 49 ພຣະເຢຊູເຈົ້າ ຕອບ ວ່າ, “ເຮົາ ບໍ່ ມີ ຜີ ມານຮ້າຍ ສິງດອກ ເພາະ ເຮົາ ຖວາຍ ກຽດ ແກ່ ພຣະບິດາເຈົ້າ ຂອງເຮົາ, ແຕ່ ພວກເຈົ້າ ເວົ້າ ໝິ່ນ ປະໝາດ ເຮົາ.
\s5
\v 50 ເຮົາ ບໍ່ ໄດ້ ຊອກ ຫາ ກຽດ ໃສ່ ຕົນ ເອງ, ແຕ່ ມີ ຜູ້ໜຶ່ງ ທີ່ ຫາ ໃຫ້ ແລະ ທັງເປັນ ຜູ້ຕັດສິນ.
\v 51 ເຮົາ ບອກ ພວກເຈົ້າ ຕາມ ຄວາມຈິງ ວ່າ, ຜູ້ ທີ່ ປະຕິບັດ ຕາມ ຄໍາສັ່ງສອນ ຂອງເຮົາ ນັ້ນ ຈະ ບໍ່ ພົບ ຄວາມ ຕາຍ ຈັກ ເທື່ອ.”
\s5
\v 52 ພວກ ຢິວ ເວົ້າ ຕໍ່ ພຣະອົງ ວ່າ, “ດຽວ ນີ້ ພວກເຮົາ ຮູ້ ຄັກ ແລ້ວວ່າ ຜີມານຮ້າຍ ສິງ ເຈົ້າ ຢູ່ ອັບຣາຮາມ ຕາຍໄປ ແລ້ວ ແລະ ພວກ ຜູ້ທຳນວາຍ ກໍ ຕາຍໄປ ແລ້ວ ເໝືອນກັນ ແຕ່ ເຈົ້າ ຊໍ້າ ພັດ ເວົ້າ ວ່າ, ‘ຜູ້ ທີ່ ປະຕິບັດ ຕາມ ຄໍາສັ່ງສອນ ຂອງ ເຈົ້າ ຈະ ບໍ່ ພົບ ຄວາມ ຕາຍ ຈັກ ເທື່ອ.
\v 53 ອັບຣາຮາມ ພໍ່ ຂອງ ພວກເຮົາ ຕາຍໄປ ແລ້ວ ເຈົ້າບໍ່ແມ່ນ ອ້າງ ຕົວ ຍິ່ງ ໃຫຍ່ ກວ່າ ອັບຣາຮາມ ບໍ? ພວກ ຜູ້ທຳນວາຍ ກໍ ຕາຍໄປ ແລ້ວເໝືອນກັນ, ເຈົ້າຄິດ ວ່າ ເຈົ້າເປັນຜູ້ໃດ?”
\s5
\v 54 ພຣະເຢຊູເຈົ້າ ຊົງ ຕອບ ວ່າ, “ຖ້າເຮົາ ໃຫ້ກຽດ ແກ່ ຕົນເອງ ກຽດ ນັ້ນ ກໍ ບໍ່ ມີ ຄວາມ ໝາຍ ຫຍັງ ຜູ້ ທີ່ ໃຫ້ກຽດ ແກ່ ເຮົາ ແມ່ນ ພຣະບິດາເຈົ້າ ຂອງເຮົາ ຄື ຜູ້ ທີ່ ພວກເຈົ້າ ບອກ ວ່າ, ພຣະອົງ ເປັນ ພຣະເຈົ້າ ຂອງ ພວກເຈົ້າ ນັ້ນແຫລະ
\v 55 ພວກເຈົ້າ ຍັງ ບໍ ເຄີຍ ຮູ້ຈັກ ພຣະອົງ ແຕ່ ເຮົາ ຮູ້ຈັກ ພຣະອົງ ຖ້າ ເຮົາ ເວົ້າ ວ່າ ເຮົາ ບໍ່ ຮູ້ຈັກ ພຣະອົງ ເຮົາ ກໍ ເປັນ ຄົນ ຂີ້ຕົວະ ເໝືອນກັນ ກັບ ພວກເຈົ້າ, ແຕ່ ເຮົາ ຮູ້ຈັກ ພຣະອົງ ແລະ ເຊື່ອ ຟັງ ຖ້ອຍຄໍາ ຂອງ ພຣະອົງ.
\v 56 ອັບຣາຮາມ ພໍ່ຂອງ ພວກເຈົ້າ ມີ ຄວາມ ຊົມ ຊື່ນ ຍິນ ດີ ທີ່ ໄດ້ ເຫັນ ການ ມາ ສໍາແດງ ຂອງເຮົາ, ເພິ່ນ ໄດ້ ເຫັນ ແລະ ມີ ຄວາມ ເບີກບານ ໃຈ.”
\s5
\v 57 ພວກເຂົາ ເວົ້າ ຕໍ່ ພຣະອົງ ວ່າ, “ອາຍຸ ຂອງເຈົ້າ ຍັງ ບໍ່ ທັນ ຮອດ ຫ້າສິບ ປີ ເຈົ້າໄດ້ເຫັນ ອັບຣາຮາມ ແລ້ວຊັ້ນບໍ? ” (ພ)
\v 58 ພຣະເຢຊູເຈົ້າ ຊົງ ຕອບ ວ່າ, “ເຮົາ ບອກ ພວກເຈົ້າ ຕາມ ຄວາມຈິງ ວ່າ ກ່ອນ ອັບຣາຮາມ ເກີດ ເຮົານີ້ ກໍ ເປັນ ຢູ່ ແລ້ວ. ”
\v 59 ດັ່ງ ນັ້ນ ພວກເຂົາ ຈຶ່ງ ຈັບ ເອົາ ກ້ອນຫິນ ແກວ່ງ ໃສ່ ພຣະອົງ, ແຕ່ ພຣະເຢຊູເຈົ້າ ຫລີກ ໜີ ແລະ ສະເດັດ ອອກ ໄປ ຈາກ ພຣະວິຫານ.
\s5
\c 9
\p
\v 1 ເມື່ອ ພຣະເຢຊູເຈົ້າ ກໍາ ລັງ ຍ່າງ ອອກ ໄປ ນັ້ນ ພຣະອົງ ເຫັນ ຊາຍ ຄົນ ໜຶ່ງ ຕາບອດ ມາ ແຕ່ ເກີດ.
\v 2 ພວກ ສາວົກ ຖາມ ພຣະອົງ ວ່າ, “ພຣະອາຈານ ເອີຍ ບາບກໍາ ຂອງ ຜູ້ໃດ ຈຶ່ງ ເປັນ ເຫດ ໃຫ້ ຊາຍ ຄົນ ນີ້ ເກີດ ມາ ຕາບອດ? ບາບກໍາ ຂອງ ລາວ ເອງ ຫລື ຂອງ ພໍ່ ແມ່ ລາວ?”
\s5
\v 3 ພຣະເຢຊູເຈົ້າ ຊົງ ຕອບ ວ່າ, “ບໍ່ ແມ່ນ ຍ້ອນ ການບາບ ຂອງ ລາວ ຫລ ບາບກໍາ ຂອງ ພ່ ແມ່ລາວ ລາວຕາບອດ ເພື່ອ ໃຫ້ ພາລະກິດ ຂອງ ພຣະເຈົ້າ ສໍາແດງ ໃນ ຕົວ ລາວ.
\v 4 ເມື່ອ ຍັງ ເວັນ ຢູ່ ເຮົາທັງຫລາຍ ຕ້ອງ ເຮັດ ພາລະກິດ ຂອງ ພຣະອົງ ຜູ້ ທີ່ ໄດ້ ໃຊ້ ເຮົາ ມາ ເວລາ ກາງຄືນ ກໍ ໃກ້ ຈະ ມາ ເຖິງ ແລ້ວ ຄື ເວລາ ທີ່ ບໍ່ມີ ຜູ້ໃດ ເຮັດ ການ ໄດ້.
\v 5 ຕາບໃດ ທີ່ ເຮົາ ຍັງ ຢູ່ ໃນ ໂລກນີ້ ເຮົາ ກໍ ເປັນ ຄວາມ ສະຫວ່າງ ຂອງ ໂລກ.”
\s5
\v 6 ຫລັງ ຈາກທີ່ ພຣະເຢຊູເຈົ້າ ກ່າວດັ່ງ ນີ້ ແລ້ວ ພຣະອົງ ກໍ ຖົ່ມ ນໍ້າລາຍ ລົງ ໃສ່ ດິນ ໃຫ້ ເປັນ ຂີ້ຕົມ ພຣະອົງ ເອົາ ຂີ້ຕົມ ນັ້ນ ທາ ໃສ່ ຕາ ຂອງ ຄົນ ຕາບອດ
\v 7 ທັງ ບອກ ລາວ ວ່າ, “ໃຫ້ ເຈົ້າ ໄປ ລ້າງ ທີ່ ່ ສະນໍ້າ ຊີໂລອາມ” (ຊື່ ນີ້ ແປວ່າ ໃຊ້ ໄປ). ດັ່ງ ນັ້ນ ຊາຍ ຄົນ ນີ້ ຈຶ່ງ ໄປ ລ້າງ ແລະ ກັບ ຄືນ ມາ ກໍ ເຫັນ ຮຸ່ງ.
\s5
\v 8 ພວກ ຄົນ ໃກ້ຄຽງ ແລະ ຄົນ ທີ່ ເຄີຍ ເຫັນ ລາວ ຂໍທານ ມາ ແຕ່ ກ່ອນ ໄດ້ ຖາມ ກັນ ວ່າ, “ຄົນ ນີ້ ບໍ່ແມ່ນ ຄົນ ທີ່ ເຄີຍ ນັ່ງ ຂໍທານ ນັ້ນ ບໍ? ”
\v 9 ບາງຄົນ ເວົ້າ ວ່າ, “ແມ່ນ ລາວ ຫັ້ນ ແຫລະ” ແຕ່ ຄົນ ອື່ນ ຊໍ້າພັດ ເວົ້າ ວ່າ, “ບໍ່ແມ່ນ ຄົນ ຄື ຄົນ. ” ດັ່ງ ນັ້ນ ລາວ ຈຶ່ງ ເວົ້າວ່າ, “ຂ້ອຍ ນີ້ ແຫລະ ເປັນ ຊາຍ ຄົນ ນັ້ນ.”
\s5
\v 10 ພວກເຂົາ ຈຶ່ງ ຖາມ ລາວ ວ່າ, “ເຫດ ໃດ ຕາ ຂອງ ເຈົ້າ ຈຶ່ງ ເຫັນ ຮຸ່ງ ໄດ້? ”
\v 11 ລາວ ຕອບ ວ່າ, “ມີ ຊາຍ ຄົນ ໜຶ່ງ ຊື່ ວ່າ ເຢຊູ ໄດ້ ເຮັດ ຂີ້ຕົມ ທາ ໃສ່ ຕາ ຂອງຂ້ອຍ, ແລ້ວເພິ່ນ ບອກ ຂ້ອຍ ໃຫ້ ໄປ ລ້າງ ທີ່ ສະນໍ້າ ຊີໂລອາມ. ດັ່ງ ນັ້ນ ຂ້ອຍ ຈຶ່ງ ໄປ ລ້າງ ແລ້ວຂ້ອຍ ກໍ ເລີຍ ເຫັນ ຮຸ່ງ ໄດ້. ”
\v 12 ພວກເຂົາ ຖາມ ວ່າ, “ລາວ ຢູ່ໃສ? ” ລາວ ຕອບ ພວກເຂົາ ວ່າ, “ຂ້ອຍ ບໍ່ ຮູ້.”
\s5
\v 13 ແລ້ວ ພວກເຂົາ ກໍ ພາ ຊາຍ ທີ່ ເຄີຍ ເປັນ ຄົນ ຕາບອດ ນັ້ນ ມາ ຫາ ພວກ ຟາຣີຊາຍ.
\v 14 ວັນ ທີ່ ພຣະເຢຊູເຈົ້າ ເຮັດ ຂີ້ຕົມ ຮັກ ສາ ຊາຍ ຕາບອດ ຜູ້ນັ້ນ ເປັນ ວັນຊະບາໂຕ.
\v 15 ສະນັ້ນ ພວກ ຟາຣີຊາຍ ຈຶ່ງ ຖາມ ຊາຍ ຄົນ ນັ້ນ ອີກ ວ່າ, ລາວ ເຫັນ ຮຸ່ງ ໄດ້ ຢ່າງ ໃດ ລາວ ຕອບ ພວກເຂົາ ວ່າ, “ເພິ່ນ ໄດ້ ເອົາ ຂີ້ຕົມ ທາ ຕາ ຂອງ ຂ້ານ້ອຍ ເມື່ອຂ້ານ້ອຍ ໄປ ລ້າງ ແລ້ວ ກໍ ເລີຍ ເຫັນ ຮຸ່ງ.”
\s5
\v 16 ພວກ ຟາຣີຊາຍ ບາງຄົນ ຈຶ່ງ ເວົ້າ ວ່າ, “ຜູ້ ທີ່ ເຮັດ ການ ເຊັ່ນ ນີ້ ບໍ່ ໄດ້ ມາ ຈາກ ພຣະເຈົ້າ ເພາະ ລາວ ບໍ່ ໄດ້ ຖື ຮັກສາ ກົດ ຂອງ ວັນຊະບາໂຕ. ” ແຕ່ ຄົນ ອື່ນ ເວົ້າ ວ່າ, “ຄົນ ບາບຈະເຮັດ ການອັດສະຈັນ ແນວ ນີ້ ໄດ້ ຢ່າງ ໃດ? ” ແລ້ວ ພວກເຂົາ ກໍ ເກີດ ມີ ການ ແຕກແຍກ ກັນ.
\v 17 ສະນັ້ນ ພວກ ຟາຣີຊາຍ ຈຶ່ງ ຖາມ ຄົນ ນັ້ນ ອີກ ວ່າ, “ເຈົ້າ ເດ ເຈົ້າ ວ່າ ຊາຍ ທີ່ ໄດ້ ເຮັດ ໃຫ້ ຕາ ເຈົ້າ ເຫັນ ຮຸ່ງ ນັ້ນ ເປັນ ຜູ້ໃດ? ” ລາວ ຕອບ ວ່າ, “ເພິ່ນ ເປັນ ຜູ້ທຳນວາຍ. ”
\v 18 ພວກ ເຈົ້າ ໜ້າ ທີ່ ຢິວ ບໍ່ ເຊື່ອ ວ່າ ຊາຍ ຜູ້ ນີ້ ຕາບອດ ແລະ ເຫັນຮຸ່ງ ໄດ້. ສະນັ້ນ ພວກເຂົາ ຈຶ່ງ ໄດ້ ເອີ້ນ ເອົາ ພໍ່ ແມ່ ຂອງ ລາວ ມາ
\s5
\v 19 ແລ້ວ ຖາມ ວ່າ, “ຄົນ ນີ້ ເປັນ ລູກຊາຍ ຂອງ ພວກເຈົ້າ ບໍ? ພວກເຈົ້າ ເວົ້າ ວ່າ ລາວ ຕາບອດ ມາ ແຕ່ ເກີດ ບັດນີ້ ເປັນ ຫຍັງ ລາວ ຈຶ່ງ ເຫັນ ຮຸ່ງ ໄດ້? ”
\v 20 ຜູ້ ເປັນ ພໍ່ແມ່ ຕອບ ວ່າ, “ພວກ ຂ້າ ນ້ອຍ ຮູ້ ວ່າ ລູກຊາຍ ຂອງ ພວກ ຂ້ານ້ອຍ ຕາບອດ ມາ ແຕ່ ເກີດ.
\v 21 ບັດນີ້ ພວກຂ້ານ້ອຍ ບໍ່ ຮູ້ວ່າ ລາວ ເຫັນ ຮຸ່ງ ໄດ້ ຢ່າງ ໃດ ແລະ ບໍ່ ຮູ້ ວ່າ ແມ່ນ ຜູ້ໃດ ປິ່ນ ປົວ ຕາ ຂອງ ລາວ ໃຫ້ ຫາຍດີ ໃຫ້ພວກທ່ານ ຖາມ ລາວ ເອງ ເພາະ ລາວ ພົ້ນກະສຽນ ອາຍຸ ແລ້ວ ແລະ ຄົງ ເວົ້າ ເລື່ອງຂອງ ຕົນ ເອງ ໄດ້. ”
\s5
\v 22 ການ ທີ່ ພໍ່ ແມ່ ລາວ ເວົ້າ ຢ່າງ ນີ້ ກໍ ຍ້ອນ ຢ້ານ ພວກ ເຈົ້າ ໜ້າ ທີ່ ຢິວ ເພາະ ພວກເຂົາ ໄດ້ ຕົກ ລົງ ກັນ ໄວ້ ແລ້ວ ວ່າ, ຜູ້ໃດ ທີ່ ຮັບ ວ່າ ພຣະເຢຊູເຈົ້າ ເປັນ ພຣະຄຣິດ ຜູ້ນັ້ນ ຈະ ຕ້ອງ ຖືກ ໄລ່ ອອກ ຈາກ ທໍາມະສາລາ.
\v 23 ດັ່ງ ນັ້ນ ພໍ່ ແມ່ ຂອງ ລາວ ຈຶ່ງ ເວົ້າ ວ່າ, “ລາວ ພົ້ນ ກະ ສຽນ ອາຍຸ ແລ້ວ ຈົ່ງ ຖາມ ລາວ ເອງ ສາ.”
\s5
\v 24 ພວກເຂົາ ເອີ້ນ ຊາຍ ຕາບອດ ມາ ເປັນ ເທື່ອ ທີ ສອງ ແລະ ເວົ້າ ຕໍ່ ລາວ ວ່າ, “ຈົ່ງ ສັນຍາ ຊ້ອງໜັາ ພຣະເຈົ້າ ວ່າ ເຈົ້າ ຈະ ເວົ້າ ຄວາມຈິງ ພວກເຮົາ ຮູ້ ວ່າ ຊາຍ ຄົນ ນັ້ນ ເປັນ ຄົນ ບາບ. ”
\v 25 ລາວ ຕອບ ພວກເຂົາວ່າ, “ເພິ່ນ ເປັນ ຄົນ ບາບ ຫລື ບໍ່ ນັ້ນ ຂ້ານ້ອຍ ບໍ່ ຮູ້ ຂ້ານ້ອຍ ຮູ້ ພຽງແຕ່ ວ່າ ເມື່ອ ກ່ອນ ນັ້ນ ຂ້ານ້ອຍ ຕາບອດ ແລະ ດຽວ ນີ້ ໄດ້ ເຫັນ ຮຸ່ງ ແລ້ວ.”
\s5
\v 26 ພວກເຂົາ ຖາມ ລາວ ຕື່ມ ວ່າ, “ເພິ່ນ ໄດ້ ເຮັດ ຢ່າງ ໃດ ຕໍ່ ເຈົ້າ ແລະ ເຮັດ ໃຫ້ ຕາ ຂອງ ເຈົ້າ ເຫັນ ຮຸ່ງ ໄດ້ ຢ່າງ ໃດ? ”
\v 27 ລາວ ຕອບ ພວກເຂົາ ວ່າ, “ຂ້ານ້ອຍ ໄດ້ ບອກ ພວກທ່ານ ແລ້ວ ແຕ່ ພວກທ່ານ ບໍ່ ຟັງ ເປັນ ຫຍັງ ຈຶ່ງ ຢາກ ຟັງ ອີກ? ບໍ່ແມ່ນ ພວກທ່ານ ຢາກ ເປັນ ສາວົກ ຂອງ ເພິ່ນ ເໝືອນກັນ ບໍ? ”
\v 28 ພວກເຂົາ ເວົ້າ ໝິ່ນ ປະໝາດ ລາວ ວ່າ, “ມຶງ ຫັ້ນ ແຫລະ ເປັນ ສາວົກ ຂອງ ຄົນ ນັ້ນ, ແຕ່ ສໍາລັບ ພວກເຮົາແລ້ວ ເປັນ ສາວົກ ຂອງ ໂມເຊ.
\v 29 ພວກເຮົາ ຮູ້ ວ່າ ພຣະເຈົ້າ ໄດ້ ກ່າວ ແກ່ ໂມເຊ ແຕ່ ສໍາລັບ ຄົນ ນັ້ນ ແລ້ວ ພວກເຮົາ ບໍ່ ຮູ້ ວ່າ ລາວ ມາ ຈາກ ໃສ.”
\s5
\v 30 ຊາຍ ຄົນ ນັ້ນ ຕອບ ພວກເຂົາວ່າ, “ເປັນ ໜ້າ ແປກ ປະຫລາດ ແທ້ ໆ ພວກທ່ານ ບໍ່ ຮູ້ ວ່າ ເພິ່ນ ມາ ຈາກ ໃສ, ແຕ່ ເພິ່ນ ໄດ້ ຮັກ ສາ ຕາ ຂອງ ຂ້ານ້ອຍ ໃຫ້ ຫາຍ ດີ
\v 31 ພວກເຮົາ ຮູ້ ຢູ່ ວ່າ ພຣະເຈົ້າ ບໍ່ ຊົງ ຟັງ ຄົນ ບາບ ແຕ່ ຖ້າ ຜູ້ໃດ ຢໍາເກງ ພຣະເຈົ້າ ແລະ ເຮັດ ໄປ ຕາມ ນ້ຳ ພຣະໄທ ຂອງ ພຣະອົງ ພຣະອົງກໍຊົງຟັງ ຜູ້ນັ້ນ.
\s5
\v 32 ຕັ້ງ ແຕ່ ໂລກນີ້ ມີ ມາ ບໍ່ ເຄີຍ ໄດ້ຍິນ ວ່າ ມີ ຜູ້ໃດ ຮັກສາ ຄົນ ຕາບອດ ຕັ້ງ ແຕ່ ເກີດ ໄດ້ ຈັກເທື່ອ.
\v 33 ຖ້າຊາຍ ຄົນ ນີ້ ບໍ່ ມາ ຈາກ ພຣະເຈົ້າ ແລ້ວ ເພິ່ນ ເຮັດ ສິ່ງ ໃດ ບໍ່ ໄດ້ ດອກ. ”
\v 34 ພວກເຂົາ ຕອບ ຄົນ ນັ້ນ ວ່າ, “ມຶງ ເກີດ ແລະ ໃຫຍ່ ມາ ໃນ ບາບກໍາ ທັງ ນັ້ນ ແລ້ວ ມຶງ ຈະ ມາ ສັ່ງ ສອນ ພວກເຮົາ ຊັ້ນ ບໍ? ” ແລ້ວ ພວກເຂົາ ກໍ ໄລ່ ຊາຍ ຄົນ ນັ້ນ ອອກ ຈາກ ທໍາມະສາລາ.
\s5
\v 35 ພຣະເຢຊູເຈົ້າ ໄດ້ຍິນ ວ່າ ພວກເຂົາ ໄດ້ ໄລ່ ລາວ ອອກ ໜີໄປ ແລ້ວ ແລະ ເມື່ອ ພຣະອົງ ໄດ້ ພົບ ລາວ ຈຶ່ງ ຖາມ ວ່າ, “ເຈົ້າ ເຊື່ອ ໃນ ບຸດມະນຸດ ບໍ?
\v 36 ຊາຍ ຄົນ ນັ້ນ ຕອບ ພຣະອົງ ວ່າ, “ພຣະອົງ ເຈົ້າ ເອີຍ ບຸດມະນຸດ ນັ້ນ ແມ່ນ ຜູ້ໃດ? ເພື່ອ ຂ້ານ້ອຍ ຈະ ໄດ້ ເຊື່ອ ໃນ ເພິ່ນ. ”
\v 37 ພຣະເຢຊູເຈົ້າ ຊົງ ກ່າວ ແກ່ ລາວ ວ່າ, “ເຈົ້າ ໄດ້ ເຫັນ ເພິ່ນ ແລ້ວ ແລະ ດຽວ ນີ້ ເພິ່ນ ກໍາລັງ ເວົ້າ ກັບ ເຈົ້າ ຢູ່. ”
\v 38 ລາວ ຕອບ ວ່າ, “ຂ້ານ້ອຍ ວາງໃຈເຊື່ອ ແລ້ວ ພຣະອົງ ເຈົ້າເອີຍ. ” ຊາຍ ຜູ້ນັ້ນ ຈຶ່ງ ຄຸເຂົ່າ ລົງ ຂາບໄຫວ້ ພຣະເຢຊູເຈົ້າ.
\s5
\v 39 ພຣະເຢຊູເຈົ້າ ຊົງ ກ່າວ ວ່າ, “ເຮົາ ໄດ້ ມາ ໃນ ໂລກນີ້ ເພື່ອ ການ ຕັດ ສິນ ເພື່ອ ວ່າ ຄົນ ຕາບອດ ຈະ ເຫັນ ຮຸ່ງ ແລະ ເພື່ອ ວ່າ ຜູ້ ທີ່ ເຫັນ ຮຸ່ງ ຈະ ກາຍເປັນ ຄົນ ຕາບອດ. ”
\v 40 ພວກ ຟາຣີຊາຍ ບາງຄົນ ຢູ່ ໃກ້ ພຣະອົງ ໃນທີ່ນັ້ນ ໄດ້ຍິນ ພຣະອົງ ກ່າວ ດັ່ງ ນີ້ ຈຶ່ງ ຖາມ ວ່າ, “ທ່ານ ຄົງ ບໍ່ໝາຍຄວາມວ່າ ພວກເຮົາ ຕາບອດ ເໝືອນກັນ ຕີ້? ”
\v 41 ພຣະເຢຊູເຈົ້າ ຊົງ ຕອບ ວ່າ, “ຖ້າພວກເຈົ້າ ເປັນ ຄົນ ຕາບອດ ພວກເຈົ້າ ຈະ ບໍ່ ມີ ບາບກໍາ, ແຕ່ ບັດນີ້ ພວກເຈົ້າ ເວົ້າ ວ່າ, ‘ເຮົາ ເຫັນ ຢູ່. ເຫດສະນັ້ນ ຄວາມ ຜິດ ບາບ ຂອງ ພວກເຈົ້າ ຈຶ່ງ ຍັງ ມີ ຢູ່.”
\s5
\c 10
\p
\v 1 ເຮົາ ບອກ ພວກເຈົ້າ ຕາມ ຄວາມຈິງ ວ່າ, ຄົນ ທີ່ ບໍ່ ເຂົ້າ ຄອກ ແກະ ທາງ ປະຕູ ແຕ່ ປີນ ເຂົ້າ ທາງ ອື່ນ ກໍ ເປັນ ຂະໂມຍ ແລະ ໂຈນ.
\v 2 ແຕ່ ຜູ້ ທີ່ເຂົ້າ ທາງ ປະຕູ ກໍ ເປັນ ຄົນ ລ້ຽງແກະ.
\s5
\v 3 ຄົນ ເຝົ້າ ປະຕູ ກໍ ໄຂ ປະຕູ ໃຫ້ ແກ່ ຜູ້ນັ້ນ ແລະ ຝູງແກະ ກໍ ຟັງ ສຽງ ຂອງ ເພິ່ນ ເພິ່ນ ເອີ້ນ ແກະ ຂອງຕົນ ຕາມ ຊື່ ແລະ ພາ ອອກ ໄປ.
\v 4 ເມື່ອ ນໍາ ຝູງແກະ ຂອງຕົນ ເພິ່ນ ກໍ ນໍາ ໜ້າ ຝູງແກະ ໄປ ແລະ ຝູງແກະ ກໍຕາມ ເພິ່ນ ໄປ ເພາະ ຮູ້ຈັກ ສຽງ ຂອງ ເພິ່ນ.
\s5
\v 5 ຝູງແກະ ຈະ ບໍ່ ຕາມ ຄົນ ແປກໜ້າ ແຕ່ ຈະ ແລ່ນ ໜີ ໄປ ຈາກ ຄົນ ນັ້ນ ເພາະ ບໍ່ ຮູ້ຈັກ ສຽງ ຂອງ ຄົນ ແປກ ໜ້າ ນັ້ນ. ”
\v 6 ພຣະເຢຊູເຈົ້າ ໄດ້ ກ່າວ ຄໍາອຸປະມາ ນີ້ ແກ່ ພວກເຂົາ ແຕ່ ພວກເຂົາ ບໍ່ ເຂົ້າໃຈ ວ່າ ພຣະອົງ ໝາຍ ເຖິງ ຫຍັງ.
\s5
\v 7 ດັ່ງນັ້ນ ພຣະເຢຊູເຈົ້າ ຈຶ່ງ ກ່າວ ອີກ ວ່າ, “ເຮົາ ບອກ ເຈົ້າທັງ ຫລາຍ ຕາມ ຄວາມຈິງ ວ່າ ເຮົາ ນີ້ ແຫລະ ເປັນ ປະຕູ ຂອງ ແກະ ທັງ ຫລາຍ
\v 8 ບັນດາ ຜູ້ ທີ່ ມາ ກ່ອນ ເຮົາ ນັ້ນ ເປັນ ຂະໂມຍ ແລະ ໂຈນ ແຕ່ ຝູງແກະ ບໍ່ ໄດ້ ຟັງ ພວກເຂົາ.
\s5
\v 9 ເຮົາ ນີ້ ແຫລະ ເປັນ ປະຕູ ຜູ້ໃດ ກໍຕາມ ທີ່ ເຂົ້າ ມາ ທາງ ເຮົາ ກໍ ຈະ ໄດ້ ພົ້ນ ແລ້ວ ຈະ ເຂົ້າ ມາ ແລະ ອອກ ໄປ ທັງ ຈະ ພົບ ອາຫານ ດ້ວຍ.
\v 10 ຂະໂມຍ ມາ ກໍ ພຽງແຕ່ ຈະ ລັກ ຈະ ຂ້າ ແລະ ທໍາລາຍ ເທົ່າ ນັ້ນ ຝ່າຍ ເຮົາ ໄດ້ ມາ ເພື່ອ ເຂົາ ຈະ ໄດ້ ຊີວິດ ແລະ ຈະ ໄດ້ ຊີວິດ ຢ່າງ ຄົບ ບໍລິບູນ.
\s5
\v 11 ເຮົາ ນີ້ ແຫລະ ເປັນ ຜູ້ລ້ຽງແກະທີ່ດີ ຜູ້ລ້ຽງທີ່ດີ ຍ່ອມສະຫລະຊີ ວິດ ຂອງຕົນ ເພື່ອ ຝູງແກະ.
\v 12 ຜູ້ ຮັບຈ້າງ ຄື ຜູ້ ທີ່ ບໍ່ ແມ່ນຄົນ ລ້ຽງແກະ ແລະທັງ ບໍ່ ເປັນ ເຈົ້າ ຂອງແກະ ເມື່ອ ເຫັນ ໝາໄນມາ ລາວກໍ ປະຖິ້ມ ຝູງແກະ ແລະແລ່ນປົບ ໜີໄປ ໝາໄນຈຶ່ງ ກັດ ແລະຍາດ ເອົາ ຝູງແກະເຮັດ ໃຫ້ ເຂົາ ແຕກຊະກັນ ໄປ.
\v 13 ຄົນຮັບ ຈ້າງແລ່ນປົບ ໜີ ເພາະວ່າລາວເປັນ ພຽງແຕ່ ຄົນຮັບຈ້າງ ແລະລາວບໍ່ຫ່ວງໃຍນໍາ ຝູງແກະ.
\s5
\v 14 ເຮົາ ນີ້ ແຫລະ ເປັນ ຜູ້ລ້ຽງທີ່ດີ ເຮົາ ຮູ້ຈັກ ແກະຂອງເຮົາ ແລະ ແກະຂອງເຮົາ ກໍ ຮູ້ຈັກເຮົາ.
\v 15 ເໝືອນດັ່ງ ພຣະບິດາເຈົ້າ ຮູ້ຈັກ ເຮົາ ແລະເຮົາ ກໍ ຮູ້ຈັກ ພຣະບິດາເຈົ້າ ເຮົາ ເຕັມ ໃຈ ສະຫລະຊີວິດ ເພື່ອ ຝູງແກະຂອງເຮົາ.
\v 16 ມີ ຝູງແກະອື່ນ ທີ່ ເປັນ ຝູງແກະຂອງເຮົາ ແຕ່ ບໍ່ ຢູ່ໃນຄອກນີ້ ເຮົາ ຈະ ຕ້ອງພາແກະເຫລົ່າ ນັ້ນ ມາເໝືອນກັນ ພວກເຂົາ ຈະຟັງສຽງ ຂອງເຮົາ ເຮົາຈະ ເຕົ້າໂຮມ ພວກເຂົາ ເຂົ້າ ເປັນ ຝູງ ດຽວທີ່ມີຜູ້ ລ້ຽງແຕ່ ຜູ້ດຽວ.
\s5
\v 17 ດ້ວຍເຫດນີ້ ພຣະບິດາເຈົ້າ ຈຶ່ງ ຮັກ ເຮົາ ເພາະ ເຮົາ ສະຫລະ ຊີວິດ ຂອງເຮົາ ເພື່ອ ຈະ ຮັບ ຊີວິດ ນັ້ນ ຄືນ ມາ.
\v 18 ບໍ່ ມີ ຜູ້ໃດ ຍາດ ເອົາ ຊີວິດ ໄປ ຈາກ ເຮົາ, ແຕ່ ເຮົາ ສະຫລະ ຊີວິດ ດ້ວຍ ໃຈ ສະໝັກ ຂອງເຮົາ ເອງ, ເຮົາ ມີ ສິດ ທີ່ ຈະ ສະຫລະ ຊີວິດ ນັ້ນ ແລະ ມີ ສິດ ທີ່ຈະຮັບເອົາຄືນ ຄໍາສັ່ງນີ້ ເຮົາໄດ້ ຮັບຈາກ ພຣະບິດາເຈົ້າຂອງເຮົາ.”
\s5
\v 19 ຍ້ອນ ຂໍ້ຄວາມ ເຫລົ່າ ນີ້ ຊາວ ຢິວ ຈຶ່ງ ເກີດ ມີ ການແຕກແຍກ ກັນ ອີກ.
\v 20 ມີ ຫລາຍ ຄົນ ໃນ ພວກເຂົາ ເວົ້າ ວ່າ, “ຜີມານຮ້າຍ ສິງ ລາວ ຢູ່ ແລະ ລາວ ກໍາ ລັງ ເປັນ ບ້າ ຟັງ ລາວ ເຮັດ ຫຍັງ? ”
\v 21 ແຕ່ ພວກ ອື່ນ ເວົ້າ ວ່າ, “ຄົນມີ ຜີມານຮ້າຍ ສິງ ບໍ່ ເວົ້າ ຢ່າງ ນີ້ ດອກ ຜີມານຮ້າຍ ຈະ ເຮັດ ໃຫ້ ຄົນ ຕາບອດ ເຫັນ ຮຸ່ງ ໄດ້ ຊັ້ນ ບໍ?”
\s5
\v 22 ເວລາ ນັ້ນ ເປັນ ລະດູ ໜາວ ພໍດີ ເປັນ ເທດສະການ ສະຫລອງ ຖວາຍ ພຣະວິຫານ ໃນ ນະຄອນ ເຢຣູຊາເລັມ.
\v 23 ສ່ວນ ພຣະເຢຊູເຈົ້າ ກໍ ຍ່າງ ໄປມາ ໃນ ພຣະວິຫານ ທີ່ ລະບຽງ ໂຊໂລໂມນ.
\v 24 ປະຊາຊົນ ໄດ້ ມາ ອ້ອມ ພຣະອົງ ແລ້ວ ຖາມ ວ່າ, “ຈະ ໃຫ້ ພວກເຮົາ ສົງ ໄສ ໄປ ດົນ ປານໃດ? ຈົ່ງ ບອກ ພວກເຮົາ ໃຫ້ ຮູ້ ຄັກ ສາ ວ່າ ທ່ານ ເປັນ ພຣະຄຣິດ ບໍ?”
\s5
\v 25 ພຣະເຢຊູເຈົ້າ ຕອບ ວ່າ, “ເຮົາ ໄດ້ ບອກ ພວກເຈົ້າ ແລ້ວ ແຕ່ ພວກເຈົ້າ ບໍ່ ເຊື່ອ ພາລະກິດ ທີ່ ເຮົາ ເຮັດ ໃນ ພຣະນາມ ພຣະບິດາເຈົ້າ ຂອງເຮົາ ນັ້ນ ກໍ ເປັນ ພະຍານ ຢືນ ຢັນ ໃຫ້ ເຮົາ,
\v 26 ແຕ່ ພວກເຈົ້າ ບໍ່ ໄດ້ ເຊື່ອ ເພາະ ພວກເຈົ້າ ບໍ່ ແມ່ນ ຝູງແກະ ຂອງເຮົາ.
\s5
\v 27 ແກະ ຂອງເຮົາ ກໍ ຟັງ ສຽງ ຂອງເຮົາ, ເຮົາ ຮູ້ຈັກ ພວກເຂົາ ແລະ ພວກເຂົາ ກໍຕາມ ເຮົາ ໄປ.
\v 28 ເຮົາໃຫ້ ຊີວິດ ນິຣັນດອນ ແກ່ ພວກເຂົາ ແລະ ພວກເຂົາ ກໍ ຈະ ບໍ່ ຈິບຫາຍ ຈັກ ເທື່ອ ບໍ່ ມີ ຜູ້ໃດ ຍາດ ເອົາ ພວກເຂົາ ອອກ ຈາກ ມື ຂອງເຮົາໄດ້.
\s5
\v 29 ສິ່ງ ທີ່ ພຣະບິດາເຈົ້າ ຂອງເຮົາ ໄດ້ ໃຫ້ ແກ່ ເຮົາ ນັ້ນ ກໍ ໃຫຍ່ ກວ່າ ທຸກສິ່ງ. (ຟ) ແລະ ບໍ່ ມີ ຜູ້ໃດ ຍາດ ເອົາ ພວກເຂົາ ຈາກ ກໍາ ມື ພຣະບິດາເຈົ້າ ຂອງເຮົາໄດ້
\v 30 ເຮົາ ກັບ ພຣະບິດາເຈົ້າ ກໍ ເປັນ ອັນ ໜຶ່ງ ອັນດຽວກັນ. ”
\v 31 ປະຊາຊົນ ຈຶ່ງ ຈັບ ກ້ອນຫິນ ຈະແກວ່ງໃສ່ ພຣະອົງ.
\s5
\v 32 ພຣະເຢຊູເຈົ້າ ກ່າວ ຕໍ່ ພວກເຂົາວ່າ, “ເຮົາ ໄດ້ ເຮັດ ໃຫ້ ພວກເຈົ້າ ເຫັນ ການ ດີ ຫລາຍ ຢ່າງ ທີ່ ມາ ຈາກ ພຣະບິດາເຈົ້າ ຂອງເຮົາ ພວກເຈົ້າ ຈະ ແກວ່ງ ກ້ອນຫິນ ໃສ່ ເຮົາ ຍ້ອນ ເລື່ອງ ຫຍັງ? ”
\v 33 ພວກ ຢິວ ຕອບ ຄືນ ວ່າ, “ພວກເຮົາ ຈະ ແກວ່ງ ກ້ອນຫິນ ໃສ່ ເຈົ້າ ບໍ່ ແມ່ນ ຍ້ອນ ການ ດີ ຢ່າງໃດ ຢ່າງໜຶ່ງ ແຕ່ ຍ້ອນ ເຈົ້າ ເວົ້າ ໝິ່ນປະໝາດ ພຣະເຈົ້າ ເຈົ້າ ເປັນ ພຽງ ມະນຸດ ເທົ່ານັ້ນ, ແຕ່ ເຈົ້າ ຕັ້ງ ເຈົ້າ ເອງ ເປັນ ພຣະເຈົ້າ.”
\s5
\v 34 ພຣະເຢຊູເຈົ້າ ຕອບ ພວກເຂົາ ວ່າ, “ມີ ຄໍາ ຂຽນ ໄວ້ ໃນ ກົດ ບັນຍັດ ຂອງ ພວກເຈົ້າ ບໍ່ ແມ່ນ ບໍ ວ່າ, ‘ເຈົ້າ ທັງ ຫລາຍ ເປັນ ພຣະ.
\v 35 ຖ້າ ພຣະອົງ ຊົງ ເອີ້ນ ຜູ້ ຮັບ ພຣະທໍາ ຂອງ ພຣະເຈົ້າ ວ່າ ເປັນ ພຣະ ພຣະຄໍາພີ ນັ້ນ ຈະ ຖືກ ລຶບ ລ້າງ ເສຍ ບໍ່ ໄດ້
\v 36 ພວກເຈົ້າ ເວົ້າ ໃຫ້ ເຮົາ ວ່າ, ເຮົາ ເວົ້າ ໝິ່ນປະໝາດ ພຣະເຈົ້າ ຍ້ອນ ເຮົາ ໄດ້ ເວົ້າ ວ່າ, ເຮົາ ເປັນ ພຣະບຸດ ຂອງ ພຣະເຈົ້າ ຊັ້ນບໍ?
\s5
\v 37 ຖ້າ ເຮົາ ບໍ່ ໄດ້ ເຮັດ ພາລະກິດ ຂອງ ພຣະບິດາເຈົ້າ ຂອງເຮົາພວກເຈົ້າ ຢ່າ ເຊື່ອ ໃນ ເຮົາ.
\v 38 ແຕ່ ຖ້າ ເຮົາ ເຮັດ ພາລະກິດ ນັ້ນ ເຖິງ ພວກເຈົ້າ ບໍ່ ເຊື່ອ ເຮົາ ກໍຕາມ ກໍ ຈົ່ງ ເຊື່ອ ໃນ ພາລະກິດ ນັ້ນ ເພື່ອ ພວກເຈົ້າ ຈະ ໄດ້ ຮູ້ ຈັກ ແລະ ເຊື່ອໝັ້ນ ວ່າ, ພຣະບິດາເຈົ້າ ຢູ່ ໃນ ເຮົາ ແລະ ເຮົາ ຢູ່ ໃນ ພຣະບິດາເຈົ້າ. ”
\v 39 ເຫດສະນັ້ນ ພວກເຂົາໝາຍ ທີ່ ຈະ ຈັບ ພຣະອົງ ອີກ ແຕ່ ພຣະອົງ ໜີ ພົ້ນ ຈາກ ມື ຂອງ ພວກເຂົາໄປໄດ້.
\s5
\v 40 ແລ້ວພຣະອົງ ກໍ ຂ້າມ ແມ່ ນ້ຳຈໍແດນ ໄປ ຍັງ ບ່ອນ ທີ່ ໂຢຮັນ ໃຫ້ ຮັບ ບັບຕິສະມາ ແຕ່ ກ່ອນນັ້ນ ແລະ ພຣະອົງ ກໍ ພັກ ຢູ່່ ທີ່ ນັ້ນ.
\v 41 ມີ ຫລາຍ ຄົນ ໄດ້ ມາ ຫາ ພຣະອົງ ແລະ ເວົ້າວ່າ, “ໂຢຮັນ ບໍ່ ໄດ້ ເຮັດ ການອັດສະຈັນ ຈັກຢ່າງ, ແຕ່ ທຸກສິ່ງ ທີ່ ໂຢຮັນ ເວົ້າ ເຖິງ ທ່ານ ຄົນ ນີ້ ກໍ ເປັນ ຄວາມຈິງ ທັງ ໝົດ. ”
\v 42 ໃນທີ່ ນັ້ນ ໄດ້ ມີ ຫລາຍ ຄົນເຊື່ອ ໃນ ພຣະອົງ.
\s5
\c 11
\p
\v 1 ມີ ຊາຍ ຄົນ ໜຶ່ງ ກໍາລັງ ລົ້ມປ່ວຍ ຊື່ວ່າ, ລາຊະໂຣ ລາວ ຢູ່ ໃນ ບ້ານ ເບັດທານີ ຊຶ່ງ ເປັນ ບ້ານ ຂອງ ສອງ ເອື້ອຍ ນ້ອງ ທີ່ ຊື່ ວ່າ ມາຣີ ແລະ ມາທາ.
\v 2 ມາຣີ ແມ່ນ ຜູ້ທີ່ເອົາ ນໍ້າມັນຫອມ ຖອກ ໃສ່ ຕີນ ຂອງ ອົງພຣະຜູ້ເປັນເຈົ້າ ແລະ ເອົາຜົມ ຂອງຕົນ ເຊັດຕີນຂອງພຣະອົງ ລາຊະໂຣ ຜູ້ ທີ່ ປ່ວຍ ຢູ່ນັ້ນ ເປັນ ນ້ອງຊາຍ ຂອງນາງ.
\s5
\v 3 ທັງ ສອງ ເອື້ອຍ ນ້ອງ ໄດ້ ໃຊ້ ຄົນ ໄປ ບອກ ພຣະເຢຊູເຈົ້າ ວ່າ, “ພຣະອົງ ເຈົ້າ ເອີຍ ເພື່ອນ ທີ່ ພຣະອົງ ຮັກ ນັ້ນ ກໍາລັງ ປ່ວຍ ຢູ່. ”
\v 4 ເມື່ອ ພຣະເຢຊູເຈົ້າ ໄດ້ຍິນ ດັ່ງນັ້ນ ແລ້ວພຣະອົງ ຈຶ່ງ ກ່າວ ວ່າ, “ການ ປ່ວຍ ຂອງ ລາຊະໂຣ ນີ້ ບໍ່ ເຖິງ ແກ່ ຄວາມ ຕາຍ ດອກ ແຕ່ ເກີດ ຂຶ້ນ ເພື່ອ ນໍາ ກຽດຕິຍົດ ແກ່ ພຣະເຈົ້າ ແລະ ເພື່ອ ໃຫ້ ພຣະບຸດ ຂອງ ພຣະອົງ ໄດ້ ຮັບ ກຽດຕິຍົດ ເພາະ ການ ປ່ວຍ ນີ້.”
\s5
\v 5 ພຣະເຢຊູເຈົ້າ ຮັກແພງ ມາທາ ກັບ ນ້ອງສາວ ຂອງ ນາງ ແລະ ລາຊະໂຣ.
\v 6 ຂະນະທີ່ ພຣະອົງ ໄດ້ຍິນ ວ່າ ລາຊະໂຣ ປ່ວຍ ພຣະອົງ ຍັງ ພັກ ຢູ່ ບ່ອນ ເກົ່າ ຕໍ່ອີກ ສອງ ວັນ.
\v 7 ຫລັງຈາກ ນັ້ນ ພຣະອົງ ກໍ ກ່າວ ແກ່ ພວກ ສາວົກ ວ່າ, “ໃຫ້ ພວກເຮົາ ກັບ ຄືນ ສູ່ ແຂວງ ຢູດາຍ ອີກ ເທາະ.”
\s5
\v 8 ພວກ ສາວົກ ໄດ້ ກ່າວ ຕໍ່ ພຣະອົງ ວ່າ, “ພຣະອາຈານ ເອີຍ ເມື່ອ ບໍ່ ດົນ ມາ ນີ້ ປະຊາຊົນ ໃນທີ່ນັ້ນ ໝາຍ ທີ່ ຈະ ແກວ່ງ ກ້ອນຫິນ ໃສ່ ທ່ານ ແລ້ວ ທ່ານ ຍັງ ຈະ ກັບ ຄືນ ໄປ ທີ່ ນັ້ນ ອີກ ບໍ? ”
\v 9 ພຣະເຢຊູເຈົ້າ ຕອບ ວ່າ, “ກາງເວັນ ມີ ຢູ່ ສິບສອງ ຊົ່ວໂມງ ບໍ່ ແມ່ນ ບໍ? ສະນັ້ນ ຜູ້ໃດ ທີ່ ຍ່າງ ໃນ ກາງເວັນ ກໍ ຈະ ບໍ່ ຊູນ ສະດຸດ ເພາະວ່າ ລາວ ເຫັນ ຄວາມ ສະຫວ່າງ ແຫ່ງ ໂລກນີ້.
\s5
\v 10 ແຕ່ ຖ້າລາວ ຍ່າງ ໃນ ກາງຄືນ ລາວ ກໍ ຈະ ຊູນ ສະດຸດ ເພາະ ລາວ ບໍ່ ມີ ຄວາມ ສະຫວ່າງ ໃນ ຕົວ. ”
\v 11 ເມື່ອ ພຣະເຢຊູເຈົ້າ ກ່າວ ດັ່ງນັ້ນ ແລ້ວ ພຣະອົງ ຍັງກ່າວ ຕື່ມ ອີກ ວ່າ, “ລາຊະໂຣ ເພື່ອນ ຂອງເຮົາ ນອນ ຫລັບ ໄປ ແຕ່ ເຮົາ ຈະ ໄປ ປຸກ ລາວ ໃຫ້ ຕື່ນ.”
\s5
\v 12 ພວກ ສາວົກ ຕອບ ວ່າ, “ພຣະອົງ ເຈົ້າ ເອີຍ ຖ້າລາວ ນອນ ຫລັບ ລາວ ຄົງ ຈະ ຫາຍ ດີ ພະຍາດ. ”
\v 13 ພຣະເຢຊູເຈົ້າໝາຍເຖິງ ຄວາມຕາຍຂອງລາຊະໂຣ ແຕ່ ພວກ ສາວົກ ຊໍ້າພັດ ຄິດ ວ່າ, ພຣະອົງ ເວົ້າ ເຖິງ ການ ນອນ ຫລັບ ໃຫ້ ຫາຍ ເມື່ອຍ.
\v 14 ດັ່ງນັ້ນ ພຣະເຢຊູເຈົ້າ ຈຶ່ງ ບອກ ພວກເພິ່ນ ຢ່າງ ຈະແຈ້ງ ວ່າ, “ລາຊະໂຣ ຕາຍແລ້ວ.
\s5
\v 15 ເພື່ອ ເຫັນ ແກ່ ເຈົ້າ ທັງຫລາຍ ເຮົາ ດີໃຈ ທີ່ ເຮົາ ບໍ່ ໄດ້ ຢູ່ ຫັ້ນ ກັບລາວ ເພື່ອ ວ່າ ພວກເຈົ້າ ຈະ ໄດ້ ເຊື່ອ, ໃຫ້ ພວກເຮົາ ໄປ ຫາ ລາວ ເທາະ. ”
\v 16 ໂທມາ ມີ ຊື່ ອີກ ວ່າ, “ຝາແຝດ” ໄດ້ ເວົ້າ ກັບ ເພື່ອນ ສາວົກ ດ້ວຍ ກັນ ວ່າ, “ໃຫ້ ພວກເຮົາ ພາກັນ ໄປ ນໍາ ກັນ ເພື່ອ ວ່າ ຈະ ໄດ້ ຕາຍ ກັບ ພຣະອົງ.”
\s5
\v 17 ເມື່ອ ພຣະເຢຊູເຈົ້າ ມາ ຮອດ ພຣະອົງ ກໍ ຮູ້ ວ່າ ລາຊະໂຣ ຢູ່ໃນ ອຸບມຸງ ຝັງ ສົບ ໄດ້ ສີ່ ວັນ ແລ້ວ.
\v 18 ບ້ານ ເບັດທານີ ນີ້ ຢູ່ ຫ່າງ ຈາກ ນະຄອນ ເຢຣູຊາເລັມ ເກືອບສາມ ກິໂລແມັດ
\v 19 ແລະ ຊາວ ຢູດາຍ ຫລາຍ ຄົນ ໄດ້ ມາ ເພື່ອ ເລົ້າໂລມ ໃຈ ນາງ ມາຣີ ແລະ ນາງ ມາທາ ຍ້ອນ ນ້ອງຊາຍ ຂອງ ພວກເຂົາ ໄດ້ ຕາຍ ແລ້ວ.
\v 20 ເມື່ອ ມາທາ ໄດ້ຍິນວ່າ ພຣະເຢຊູເຈົ້າ ກໍາລັງ ມາ ນາງ ກໍ ອອກ ໄປ ຕ້ອນຮັບພຣະອົງ ສ່ວນ ມາຣີ ນັ້ນ ນັ່ງ ຢູ່ ໃນ ເຮືອນ.
\s5
\v 21 ນາງ ມາທາ ເວົ້າ ຕໍ່ ພຣະເຢຊູເຈົ້າ ວ່າ, “ພຣະອົງເຈົ້າ ເອີຍ ຖ້າທ່ານ ຢູ່ທີ່ນີ້ ນ້ອງຊາຍ ຂອງ ຂ້ານ້ອຍ ຄົງ ບໍ່ ຕາຍ
\v 22 ແຕ່ ເຖິງ ຢ່າງ ໃດ ກໍດີ ບັດນີ້ ຂ້ານ້ອຍ ຮູ້ວ່າ ພຣະເຈົ້າ ຈະ ໂຜດ ໃຫ້ ແກ່ ທ່ານ ໃນ ສິ່ງ ທີ່ ທ່ານ ທູນ ຂໍ ຈາກ ພຣະອົງ. ”
\v 23 ພຣະເຢຊູເຈົ້າ ກ່າວ ຕໍ່ ນາງ ວ່າ, “ນ້ອງຊາຍ ຂອງ ເຈົ້າ ຈະ ເປັນ ຄືນ ມາ ຈາກ ຕາຍ.”
\s5
\v 24 ນາງ ມາທາ ຕອບ ຄືນ ວ່າ, “ຂ້ານ້ອຍ ຮູ້ ແລ້ວ ວ່າ ລາວ ຈະ ເປັນ ຄືນມາອີກ ໃນການຄືນມາຈາກຕາຍເມື່ອວັນສຸດທ້າຍ. ”
\v 25 ພຣະເຢຊູເຈົ້າ ກ່າວ ຕໍ່ ນາງ ວ່າ, “ເຮົາ ນີ້ແຫລະ ເປັນ ເຫດ ໃຫ້ ຄົນ ທັງ ປວງ ເປັນຄືນ ມາ ທັງເປັນ ຊີວິດ, ຜູ້ ທີ່ ວາງໃຈເຊື່ອ ໃນ ເຮົາ ເຖິງ ແມ່ນ ວ່າ ຕາຍໄປ ແລ້ວ ກໍ ຍັງມີ ຊີວິດ ຢູ່.
\v 26 ຜູ້ໃດ ທີ່​ຍັງ ມີ ຊີວິດ ຢູ່ ແລະ ເຊື່ອ ໃນ ເຮົາ ຈະ ບໍ່ ຕາຍ ຈັກເທື່ອ ເຈົ້າ ເຊື່ອ ໃນ ຂໍ້ ນີ້ ຫລື ບໍ? ”
\s5
\v 27 ນາງ ຕອບ ວ່າ, “ເຊື່ອ ຢູ່ ແລ້ວ ພຣະອົງເຈົ້າ ເອີຍ ຂ້ານ້ອຍ ເຊື່ອ ແລ້ວວ່າ ທ່ານ ເປັນ ພຣະຄຣິດ ຄື ພຣະບຸດ ຂອງ ພຣະເຈົ້າ ຜູ້ ທີ່ ຕ້ອງ ເຂົ້າ ມາ ໃນ ໂລກ. ”
\v 28 ຫລັງ ຈາກ ມາທາ ກ່າວ ດັ່ງ ນີ້ ແລ້ວ ນາງ ກໍ ກັບ ຄືນ ເຂົ້າ ໄປ ແລະ ເອີ້ນ ມາຣີ ນ້ອງສາວ ຂອງຕົນ ໄປ ຕ່າງຫາກ ມາທາ ບອກ ວ່າ, “ອາຈານ ມາ ທີ່ ນີ້ ແລ້ວ ແລະ ຕ້ອງການ ພົບ ເຈົ້າ. ”
\v 29 ເມື່ອ ມາຣີ ໄດ້ຍິນ ດັ່ງນັ້ນ, ນາງ ຈຶ່ງ ຟ້າວ ລຸກ ຂຶ້ນ ໄປ ຫາ ພຣະອົງ.
\s5
\v 30 ພຣະເຢຊູເຈົ້າ ບໍ່ ທັນ ໄດ້ ເຂົ້າ ໄປ ໃນ ບ້ານ ເທື່ອ ແຕ່ ຍັງ ຢູ່ ບ່ອນ ທີ່ ມາທາ ໄດ້ ພົບ ພຣະອົງ ນັ້ນ.
\v 31 ເມື່ອ ປະຊາຊົນກໍາລັງ ເລົ້າໂລມໃຈນາງ ມາຣີ ຢູ່ໃນເຮືອນ ເຫັນນາງ ຟ້າວ ລຸກ ອອກ ໄປ ຈຶ່ງ ຕິດ ຕາມ ນາງ ໄປ ພວກເຂົາ ຄິດວ່າ ນາງ ຈະ ອອກ ໄປ ຮ້ອງໄຫ້ ທີ່ ອຸບມຸງ ຝັງສົບ.
\v 32 ພໍ ນາງ ມາຣີ ຮອດ ບ່ອນ ທີ່ ພຣະເຢຊູເຈົ້າຢູ່ ແລະ ເຫັນ ພຣະອົງ ແລ້ວ ນາງ ກໍ ກົ້ມ ກາບ ລົງ ທີ່ ຕີນ ພຣະອົງ ແລະ ເວົ້າ ວ່າ, “ພຣະອົງ ເຈົ້າ ເອີຍ ຖ້າ ທ່ານ ຢູ່ ນີ້ ນ້ອງຊາຍ ຂ້ານ້ອຍ ຄົງ ບໍ່ຕາຍ.”
\s5
\v 33 ພຣະເຢຊູເຈົ້າ ເຫນັ ນາງ ຮ້ອງໄຫ້ ທັງປະຊາຊົນ ທີ່ ມາ ກັບ ນາງ ກໍ ຮ້ອງໄຫ້ ດ້ວຍ ພຣະອົງ ຈຶ່ງ ສະເທືອນ ໃຈ ກັບ ເຫດການ ນັ້ນ ແລະ ຊົງ ໂສກເສົ້າ.
\v 34 ພຣະອົງ ຖາມ ພວກເຂົາ ວ່າ, “ພວກເຈົ້າ ໄດ້ ເອົາ ສົບ ໄປ ວາງ ໄວ້ຢູ່ໃສ? ” ພວກເຂົາ ຕອບ ວ່າ, “ເຊີນ ມາ ເບິ່ງ ພຣະອົງ ເຈົ້າ ເອີຍ. ”
\v 35 ຝ່າຍ ພຣະເຢຊູເຈົ້າ ກໍ ຮ້ອງໄຫ້.
\s5
\v 36 ປະຊາຊົນ ເວົ້າ ກັນ ວ່າ, “ເບິ່ງດູ ເພິ່ນ ຮັກ ລາວ ເທົ່າ ໃດ. ”
\v 37 ແຕ່ ມີ ບາງຄົນ ເວົ້າ ວ່າ, “ຜູ້ ນີ້ ໄດ້ ເປີດ ຕາ ຂອງ ຄົນ ຕາບອດ ນັ້ນ ແລ້ວຈະ ເຮັດ ໃຫ້ ຄົນ ນີ້ ບໍ່ ຕາຍ ບໍ່ ໄດ້ ບໍ?”
\s5
\v 38 ພຣະເຢຊູເຈົ້າ ສະເທືອນ ຈິດໃຈ ໂສກເສົ້າ ໜັກ ອີກ ຈຶ່ງ ໄດ້ ໄປ ເຖິງ ອຸບມຸງ ຝັງສົບ ຊຶ່ງ ເປັນ ຖໍ້າ ທີ່ ມີ ຫິນ ກ້ອນ ໃຫຍ່ ອັດປາກ ຖໍ້າ ໄວ້
\v 39 ພຣະເຢຊູເຈົ້າ ສັ່ງ ໃຫ້ ກຶ່ງ ກ້ອນຫິນອອກ. ນາງ ມາທາ ເອື້ອຍ ຂອງ ຜູ້ ຕາຍ ຕອບ ວ່າ, “ພຣະອົງ ເຈົ້າ ເອີຍ ປານ ນີ້ ສົບ ຄົງ ມີ ກິ່ນ ເໝັນ ແລ້ວ ເພາະ ລາວ ຕາຍ ໄດ້ ສີ່ ວັນ ແລ້ວ. ”
\v 40 ພຣະເຢຊູເຈົ້າ ກ່າວ ຕໍ່ ນາງ ວ່າ, “ເຮົາ ໄດ້ ບອກ ເຈົ້າ ແລ້ວ ວ່າ ຖ້າ ເຈົ້າ ເຊື່ອ ເຈົ້າ ຄົງ ຈະ ໄດ້ ເຫັນ ສະຫງ່າຣາສີ ຂອງ ພຣະເຈົ້າ.”
\s5
\v 41 ດັ່ງ ນັ້ນ ພວກເຂົາ ຈຶ່ງ ກື່ງ ກ້ອນຫິນອອກ ຝ່າຍ ພຣະເຢຊູເຈົ້າ ກໍ ເງີຍ ໜ້າ ຂຶ້ນ ແລະ ພາວັນ ນາ ອະທິຖານ ວ່າ, “ໂອ ພຣະບິດາເຈົ້າ ເອີຍ, ຂ້ານ້ອຍ ໂມທະນາ ຂອບພຣະຄຸນ ທີ່ພຣະອົງ ຟັງ ຂ້ານ້ອຍ.
\v 42 ຂ້ານ້ອຍ ຮູ້ ວ່າ ພຣະບິດາເຈົ້າ ຟັງ ຂ້ານ້ອຍ ຢູ່ ສະເໝີ, ແຕ່ ຂ້ານ້ອຍ ເວົ້າ ຢ່າງ ນີ້ ກໍ ເພື່ອ ເຫັນ ແກ່ ຄົນ ທັງ ຫລາຍ ທີ່ ຢືນ ອ້ອມ ຢູ່ ນີ້ ເພື່ອ ພວກເຂົາ ຈະ ໄດ້ ເຊື່ອ ວ່າ ແມ່ນ ພຣະບິດາເຈົ້າ ທີ່ ເປັນ ຜູ້ໄດ້ ໃຊ້ ຂ້ານ້ອຍ ມາ.”
\s5
\v 43 ເມື່ອ ພຣະອົງ ກ່າວ ດັ່ງນັ້ນ ແລ້ວ ພຣະອົງ ຈຶ່ງ ເປັ່ງ ສຽງ ຮ້ອງ ຂຶ້ນ ວ່າ, “ລາຊະໂຣ ເອີຍ ຈົ່ງ ອອກ ມາ. ”
\v 44 ຜູ້ ຕາຍ ນັ້ນ ກໍ ອອກ ມາ ມີຜ້າພັນຕີນ ພັນມື ທັງ ມີຜ້າປົກໜ້າ ໄວ້ ຢູ່, ພຣະເຢຊູເຈົ້າ ບອກ ພວກເຂົາ ວ່າ, “ແກ້ ຜ້າໃຫ້ ລາວ ແລ້ວປ່ອຍ ລາວ ໄປ.”
\s5
\v 45 ປະຊາຊົນ ຫລວງຫລາຍ ທີ່ ມາ ຢ້ຽມຢາມ ນາງ ມາຣີ ໄດ້ ເຫັນ ເຫດການ ທີ່ ພຣະເຢຊູເຈົ້າ ເຮັດ ນັ້ນ ພວກເຂົາ ກໍ ເຊື່ອ ໃນ ພຣະອົງ.
\v 46 ແຕ່ ບາງຄົນ ໃນ ພວກເຂົາ ໄດ້ ໄປ ຫາ ພວກ ຟາຣີຊາຍ ແລະ ເລົ່າ ເຫດການ ທີ່ ພຣະເຢຊູເຈົ້າ ໄດ້ ເຮັດ ນັ້ນ ໃຫ້ ພວກເຂົາ ຟັງ.
\s5
\v 47 ດັ່ງ ນັ້ນ ພວກ ຫົວ ໜ້າ ປະໂຣຫິດ ແລະ ພວກ ຟາຣີຊາຍ ຈຶ່ງ ເອີ້ນ ສະມາຊິກ ສະພາ ມາ ປະຊຸມ ກັນ ວ່າ, “ພວກເຮົາ ຈະ ເຮັດ ຢ່າງ ໃດ? ເພາະວ່າ ຊາຍ ຄົນ ນີ້ ກໍາ ລັງ ເຮັດ ການ ອັດສະຈັນ ຕັ້ງ ຫລາຍ ຢ່າງ
\v 48 ຖ້າ ພວກເຮົາ ປ່ອຍ ໃຫ້ ລາວ ເຮັດ ຢູ່ ຢ່າງ ນີ້ ແລ້ວ ຄົນ ທັງ ຫລາຍ ກໍ ຈະ ເຊື່ອ ລາວ ແລະ ພວກ ເຈົ້າ ໜ້າ ທີ່ ໂຣມ ກໍ ຈະ ມາ ທໍາລາຍ ພຣະວິຫານ ກັບ ປະເທດ ຊາດ ຂອງ ພວກເຮົາ.”
\s5
\v 49 ແຕ່ ມີ ຜູ້ໜຶ່ງ ໃນ ພວກເຂົາ ຊື່ ວ່າ, “ກາຢະຟາ” ຜູ້ ທີ່ ເປັນ ມະຫາ ປະໂຣຫິດ ປະຈໍາການ ໃນ ປີ ນັ້ນ ໄດ້ ກ່າວ ຕໍ່ ພວກເຂົາ ວ່າ, “ພວກທ່ານ ບໍ່ ຮູ້ຈັກ ຫຍັງ ເລີຍ
\v 50 ບໍ່ ຄິດ ເຫັນບໍວ່າ ມັນຈະ ເປັນ ປະໂຫຍດ ສໍາລັບ ພວກທ່ານ ທີ່ ໃຫ້ ຄົນ ໜຶ່ງ ຕາຍ ເພື່ອ ປະຊາຊົນ ແທນ ທີ່ ຈະ ໃຫ້ ຄົນ ທັງ ຊາດ ຕ້ອງ ພິນາດ ຈິບຫາຍ?
\s5
\v 51 ແທ້ຈິງ ແລ້ວເພິ່ນ ບໍ່ໄດ້ ເວົ້າ ຕາມ ລໍາພັງ ຕົນເອງ, ແຕ່ ເພິ່ນ ເປັນ ມະຫາ ປະໂຣຫິດ ປະຈໍາການ ໃນ ປີ ນັ້ນ ເພິ່ນ ຈຶ່ງ ທໍານວາຍ ວ່າ, “ພຣະເຢຊູເຈົ້າ ຈະ ຕາຍ ເພື່ອ ປະເທດ ຊາດ
\v 52 ແລະ ບໍ່ ແມ່ນ ເພື່ອ ແທນ ປະເທດ ຊາດ ເທົ່າ ນັ້ນ ແຕ່ ເພື່ອ ເຕົ້າໂຮມ ປະຊາຊົນ ທັງຫລາຍ ຂອງ ພຣະເຈົ້າ ທີ່ ໄດ້ ແຕກ ກະຈັດ ກະຈາຍ ກັນ ໄປ ນັ້ນ ໃຫ້ ເຂົ້າ ເປັນ ອັນ ໜຶ່ງ ອັນດຽວ ກັນ. ”
\v 53 ຕັ້ງແຕ່ ວັນ ນັ້ນ ມາ ພວກເຂົາ ກໍໄດ້ ວາງແຜນຂ້າ ພຣະເຢຊູເຈົ້າ.
\s5
\v 54 ດ້ວຍເຫດນີ້ ພຣະເຢຊູເຈົ້າ ຈຶ່ງ ບໍ່ ໄດ້ ໄປ ທາງ ໃດ ຢ່າງ ເປີດ ເຜີຍ ໃນ ແຂວງ ຢູດາຍ, ແຕ່ ພຣະອົງ ໄດ້ ໜີໄປ ບ່ອນ ໜຶ່ງ ໃກ້ ກັບ ຖິ່ນ ແຫ້ງແລ້ງ ກັນດານ ເຖິງ ເມືອງ ໜຶ່ງ ຊື່ ວ່າ, “ເອຟຣາອິມ” ແລະ ຢູ່ທີ່ນັ້ນ ກັບ ພວກ ສາວົກ ຂອງ ພຣະອົງ.
\v 55 ເວລາ ສະຫລອງ ເທດສະການ ປັດສະຄາ ໃກ້ ຈະ ມາ ເຖິງ ແລ້ວ ມີ ຫລາຍ ຄົນ ໄດ້ ຈາກ ບ້ານ ເມືອງ ຂອງຕົນ ຂຶ້ນ ໄປ ສູ່ ນະຄອນ ເຢຣູຊາເລັມ ເພື່ອ ປະກອບ ພິທີ ຊໍາລະ ຕົວ ກ່ອນ ວັນ ເທດສະການ.
\s5
\v 56 ພວກເຂົາ ກໍາ ລັງ ຊອກ ຫາ ພຣະເຢຊູເຈົ້າ ແລະ ເມື່ອ ຢືນ ຢູ່ ໃນ ພຣະວິຫານ ພວກເຂົາ ຈຶ່ງ ຖາມ ກັນ ວ່າ, “ເຈົ້າຄິດ ເຫັນ ຢ່າງ ໃດ? ເພິ່ນ ຄົງ ຈະ ບໍ່ ມາ ໃນ ເທດສະການ ນີ້ ແມ່ນ ຫລື ບໍ່? ”
\v 57 ຝ່າຍ ພວກ ຫົວ ໜ້າ ປະໂຣຫິດ ແລະ ພວກ ຟາຣີຊາຍ ກໍ ອອກ ຄໍາສັ່ງ ໄວ້ວ່າ ຖ້າຜູ້ໃດ ຮູ້ ວ່າ ພຣະເຢຊູເຈົ້າ ຢູ່ ໃສ ໃຫ້ ມາ ລາຍງານ ພວກ ຕົນ ເພື່ອ ຈະ ໄປ ຈັບ ພຣະອົງ.
\s5
\c 12
\p
\v 1 ຫົກ ວັນ ກ່ອນ ເທດສະການ ປັດສະຄາ ພຣະເຢຊູເຈົ້າ ມາ ເຖິງ ບັານ ເບັດທານີ ຊຶ່ງ ເປັນ ບ່ອນ ຢູ່ ຂອງ ລາຊະໂຣ ຜູ້ ທີ່ ພຣະອົງ ໄດ້ ບັນດານ ໃຫ້ ເປັນ ຄືນ ມາ ຈາກ ຕາຍ
\v 2 ພວກເຂົາ ໄດ້ ຈັດ ແຈງ ອາຫານ ລ້ຽງ ເພື່ອ ເປັນ ກຽດ ແກ່ ພຣະອົງ ຢູ່ ທີ່ນັ້ນ ຊຶ່ງ ແມ່ນ ນາງ ມາທາ ເປັນ ຜູ້ຮັບໃຊ້ ທີ່ ໂຕະ ອາຫານ, ລາຊະໂຣ ແມ່ນ ຜູ້ໜຶ່ງ ໃນ ພວກ ທີ່ ນັ່ງ ຮ່ວມ ໂຕະ ຮັບປະທານ ອາຫານ ກັບ ພຣະອົງ.
\v 3 ແລ້ວນາງ ມາຣີ ກໍ ເອົາ ນໍ້າ ມັນຫອມ ເຄິ່ງ ລິດ ຊຶ່ງ ມີ ລາຄາ ແພງ ຖອກ ໃສ່ ຕີນ ພຣະອົງ ແລະ ໃຊ້ ຜົມ ຂອງຕົນ ເຊັດ ຕີນ ພຣະອົງ ຈົນ ທົ່ວ ທັງ ເຮືອນ ຫອມ ກຸ້ມ ດ້ວຍ ກິ່ນ ນໍ້າຫອມ ນັ້ນ.
\s5
\v 4 ແຕ່ ຢູດາ ອິດສະກາຣີອົດ ສາວົກ ຄົນໜຶ່ງ ຂອງ ພຣະອົງ ຄື ຜູ້ ທີ່ ຈະ ທໍລະຍົດ ຕໍ່ ພຣະອົງ ໄດ້ ກ່າວ ວ່າ,
\v 5 “ເປັນ ຫຍັງ ຈຶ່ງ ບໍ່ ຂາຍ ນໍ້າ ມັນຫອມ ນີ້ ໃນ ລາຄາ ສາມຮ້ອຍ ຫລຽນ ເງິນ (ມ) ແລະ ເອົາ ເງິນ ແຈກ ໃຫ້ ຄົນ ຍາກຈົນ? ”
\v 6 ການ ທີ່ ລາວ ເວົ້າ ຢ່າງ ນີ້ ບໍ່ ແມ່ນ ວ່າ ລາວ ຫ່ວງໃຍ ນໍາ ຄົນ ຍາກຈົນ, ແຕ່ ລາວ ເປັນ ຄົນ ຂີ້ລັກ, ລາວ ຖື ຖົງ ເງິນ ແລະ ຍັກຍອກ ເອົາ ເງິນ ຈາກ ຖົງ ນັ້ນ.
\s5
\v 7 ແຕ່ ພຣະເຢຊູເຈົ້າ ກ່າວ ວ່າ, “ຊ່າງ ນາງ ເທາະ ປ່ອຍ ໃຫ້ ນາງ ໄດ້ເຮັດ ຢ່າງ ນີ້ ສໍາລັບ ວັນ ຝັງ ສົບ ຂອງເຮົາ.
\v 8 ພວກເຈົ້າ ຈະ ມີ ຄົນ ຍາກຈົນ ຢູ່ ນໍາ ສະເໝີ, ແຕ່ ພວກເຈົ້າ ບໍ່ ມີ ເຮົາ ສະເໝີ ໄປ.”
\s5
\v 9 ຄົນ ຈໍານວນຫລວງຫລາຍໄດ້ຍິນ ວ່າ ພຣະເຢຊູເຈົ້າ ຢູ່ ໃນທີ່ ນັ້ນ ພວກເຂົາ ໄດ້ ພາກັນ ມາ ບໍ່ ແມ່ນແຕ່ ຢາກ ເຫັນ ພຣະເຢຊູເຈົ້າ ເທົ່າ ນັ້ນ ແຕ່ ຢາກ ເຫັນ ລາຊະໂຣ ຜູ້ ທີ່ພຣະອົງ ໄດ້ ບັນດານ ໃຫ້ ເປັນ ຄືນ ມາ ຈາກ ຕາຍ ນັ້ນ ດ້ວຍ.
\v 10 ດັ່ງ ນັ້ນ ພວກ ຫົວ ໜ້າ ປະໂຣຫິດ ຈຶ່ງ ປຶກສາ ກັນ ວ່າ ຈະ ຂ້າ ລາຊະໂຣ ເໝືອນກັນ
\v 11 ເພາະ ເລື່ອງ ຂອງ ລາຊະໂຣ ນີ້ ເຮັດ ໃຫ້ ຊາວ ຢິວ ຫລາຍ ຄົນ ໄດ້ ໜີ ປະ ພວກເຂົາ ແລະ ມາ ເຊື່ອ ພຣະເຢຊູເຈົ້າ.
\s5
\v 12 ວັນ ຕໍ່ມາ ມີ ປະຊາຊົນ ຈໍານວນຫລວງຫລາຍທີ່ມາ ໃນເທດສະການປັດສະຄາ ໄດ້ຍິນ ວ່າ ພຣະເຢຊູເຈົ້າ ເຂົ້າ ມາ ໃນ ນະຄອນ ເຢຣູຊາເລັມ
\v 13 ດັ່ງນັ້ນ ພວກເຂົາ ຈຶ່ງ ພາກັນ ຖື ກ້ານຕານ ອອກໄປຕ້ອນຮັບ ພຣະອົງ ທັງ ໂຮຮ້ອງຂຶ້ນ ວ່າ, “ໂຮຊັນນາ ຂໍພຣະເຈົ້າ ອວຍພອນທ່ານ ທີ່ ມາ ໃນ ນາມ ຂອງ ອົງພຣະຜູ້ເປັນເຈົ້າ ຄື ກະສັດ ຂອງ ຊາດ ອິດສະຣາເອນ”
\s5
\v 14 ເມື່ອ ພຣະອົງ ພົບ ລໍ ນ້ອຍໂຕໜຶ່ງ ພຣະອົງ ຈຶ່ງ ຂຶ້ນ ຂີ່ ລໍ ນັ້ນ ຕາມ ທີ່ ມີ ຄໍາ ຂຽນ ໄວ້ ໃນ ພຣະຄໍາພີ ວ່າ,
\v 15 “ນະຄອນ ຊີໂອນ ເອີຍ ຢ່າ ສູ່ ຢ້ານ ເບິ່ງດູ ເຈົ້າ ກະສັດ ຂອງ ເຈົ້າ ກໍາລັງ ຂີ່ ລໍ ມາ.”
\s5
\v 16 ໃນ ເວລາ ນັ້ນ ພວກ ສາວົກ ຂອງ ພຣະອົງ ບໍ່ ໄດ້ ເຂົ້າໃຈ ໃນ ເຫດການ ເຫລົ່ານັ້ນ, ແຕ່ ພາຍ ຫລັງ ເມື່ອ ພຣະເຢຊູເຈົ້າ ໄດ້ ຮັບ ສະຫງ່າຣາສີ ແລ້ວ ພວກເພິ່ນ ຈຶ່ງ ລະນຶກ ເຖິງ ຂໍ້ ຄວາມ ທີ່ ມີ ຄໍາ ຂຽນ ໄວ້ ເຖິງ ເລື່ອງ ຂອງ ພຣະອົງ ໃນ ພຣະຄໍາພີ ແລະ ພວກເພິ່ນ ໄດ້ ເຮັດ ດັ່ງ ນີ້ ສໍາລັບ ພຣະອົງ.
\s5
\v 17 ປະຊາຊົນ ທັງຫລາຍ ທີ່ ຢູ່ ກັບ ພຣະເຢຊູເຈົ້າ ຕອນ ທີ່ ພຣະອົງ ໄດ້ ເອີ້ນ ເອົາ ລາຊະໂຣ ອອກ ມາ ຈາກ ອຸບມຸງ ແລະ ບັນດານ ໃຫ້ ລາວ ເປັນ ຄືນ ມາ ຈາກ ຕາຍ ນັ້ນ ກໍ ເປັນ ພະຍານ ເຖິງ ເຫດການ ເຫລົ່າ ນີ້.
\v 18 ດ້ວຍເຫດນັ້ນ ແຫລະ ປະຊາຊົນ ທັງຫລາຍ ຈຶ່ງ ອອກ ໄປ ຫາ ພຣະເຢຊູເຈົ້າ ເພາະ ໄດ້ຍິນ ເຖິງ ການ ອັດສະຈັນ ທີ່ ພຣະອົງ ໄດ້ ເຮັດ.
\v 19 ຝ່າຍ ພວກ ຟາຣີຊາຍ ຈຶ່ງ ເວົ້າ ກັນ ວ່າ, “ທ່ານ ທັງຫລາຍ ບໍ່ ເຫັນ ຫລື ວ່າ ພວກທ່ານ ເຮັດ ອັນໃດ ກໍ ບໍ່ໄດ້ ປະໂຫຍດ ຈັກຢ່າງ ເບິ່ງແມ ໝົດທັງໂລກ ກໍ ຕິດຕາມ ມັນໄປ.”
\s5
\v 20 ພວກ ທີ່ ໄປ ນະມັດສະການ ເນື່ອງ ໃນ ໂອກາດ ເທດສະການ ທີ່ ນະຄອນ ເຢຣູຊາເລັມ ມີ ຊາວ ກຣີກ ບາງຄົນ ຮ່ວມ ຢູ່ດ້ວຍ.
\v 21 ພວກເຂົາ ໄດ້ ໄປ ຫາ ຟີລິບ ຜູ້ ທີ່ ມາ ຈາກ ເບັດຊາອີດາ ໃນ ແຂວງ ຄາລີເລ ແລະ ເວົ້າວ່າ, “ທ່ານເອີຍ ພວກ ຂ້ານ້ອຍ ຢາກ ເຫັນ ພຣະເຢຊູເຈົ້າ. ”
\v 22 ຟີລິບ ຈຶ່ງ ໄປ ບອກ ອັນເດອາ ແລ້ວທັງສອງ ກໍ ໄປ ບອກ ພຣະເຢຊູເຈົ້າ.
\s5
\v 23 ພຣະເຢຊູເຈົ້າ ຕອບ ພວກເຂົາ ວ່າ, “ເວລາ ທີ່ ບຸດມະນຸດ ຕ້ອງ ຮັບກຽດ ອັນຍິ່ງໃຫຍ່ ນັ້ນ ກໍ ມາ ເຖິງ ແລ້ວ.
\v 24 ເຮົາບອກ ເຈົ້າທັງ ຫລາຍຕາມ ຄວາມຈິງ ວ່າ, ຖ້າ ເມັດເຂົ້າ ຕົກ ລົງ ໃນ ດິນ ແລ້ວ້ ບໍ່ ຕາຍໄປ ເສຍ ກໍ ຄົງ ຈະ ມີ ຢູ່ ພຽງແຕ່ ເມັດດຽວ, ແຕ່ ຖ້າຕາຍໄປ ກໍ ຈະ ເກີດຜົນ ຫລາຍ.
\s5
\v 25 ຜູ້ ທີ່ ຮັກ ຊີວິດ ຂອງຕົນ ຈະ ຕ້ອງ ເສຍ ຊີວິດ ແລະ ຜູ້ ທີ່ ຊັງ ຊີວິດ ຂອງຕົນ ໃນ ໂລກນີ້ ຈະ ຮັກສາ ຊີວິດ ນັ້ນ ໄວ້ ໄດ້ ສໍາລັບ ຊີວິດ ນິຣັນດອນ.
\v 26 ຖ້າ ຜູ້ໃດ ບົວລະບັດ ຮັບໃຊ້ ເຮົາ ໃຫ້ ຜູ້ນັ້ນ ຕິດ ຕາມ ເຮົາ ມາ ເຮົາຢູ່ທີ່ໃດ ຜູ້ບົວລະບັດຮັບໃຊ້ ເຮົາ ຈະຢູ່ ທີ່ນັ້ນ ເໝືອນກັນ ຝ່າຍ ພຣະບິດາເຈົ້າ ຂອງເຮົາ ຈະ ໃຫ້ ກຽດຕິຍົດ ແກ່ ທຸກຄົນ ທີ່ ບົວລະບັດ ຮັບໃຊ້ ເຮົາ.”
\s5
\v 27 “ບັດນີ້ ຈິດໃຈ ຂອງເຮົາ ວຸ້ນວາຍ ແລະ ເຮົາ ຈະ ວ່າ ຢ່າງ ໃດ? ເຮົາ ຄວນ ຈະ ເວົ້າ ວ່າ, ‘ໂອ ພຣະບິດາເຈົ້າ ເອີຍ ຂໍ ໃຫ້ ຂ້ານ້ອຍ ລອດພົ້ນ ຈາກ ຍາມ ນີ້ ທ້ອນ ຢ່າງ ນັ້ນ ຫລື? ກໍ ວ່າ ບໍ່ ໄດ້, ທີ່ ເຮົາ ໄດ້ ມາ ໃນ ຍາມ ນີ້ ກໍ ເພື່ອ ການ ນີ້ ແຫລະ.
\v 28 ໂອ ພຣະບິດາເຈົ້າ ເອີຍ ຂໍ ໃຫ້ ພຣະນາມ ຂອງ ພຣະອົງ ໄດ້ ຮັບກຽດ ເທີ້ນ. ” ແລ້ວມີ ສຽງດັງ ມາ ຈາກ ທ້ອງຟ້າ ວ່າ, “ເຮົາໄດ້ ໃຫ້ຮັບກຽດ ແລ້ວ ແລະ ເຮົາ ຈະ ໃຫ້ ໄດ້ ຮັບກຽດ ອີກ. ”
\v 29 ເມື່ອ ປະຊາຊົນ ຢູ່ ທີ່ນັ້ນ ໄດ້ຍິນ ສຽງ ນີ້ ແລ້ວ ມີ ບາງຄົນ ເວົ້າ ວ່າ, “ເປັນ ສຽງ ຟ້າຮ້ອງ. ” ສ່ວນ ຄົນ ອື່ນ ຊໍ້າ ພັດ ເວົ້າ ວ່າ, “ມີ ເທວະດາ ຕົນ ໜຶ່ງ ໄດ້ ເວົ້າ ກັບ ເພິ່ນ.”
\s5
\v 30 ແຕ່ ພຣະເຢຊູເຈົ້າ ຕອບ ວ່າ, “ສຽງ ທີ່ ດັງ ມາ ນັ້ນ ບໍ່ ແມ່ນ ສໍາລັບ ເຮົາ ດອກ ແຕ່ ສໍາລັບ ເຈົ້າທັງຫລາຍ ນັ້ນແຫລະ.
\v 31 ບັດ ນີ້ ເຖິງ ເວລາ ແລ້ວ ທີ່ ໂລກ ຈະ ຕ້ອງ ຖືກ ຕັດ ສິນ ຜູ້ປົກ ຄອງ ໂລກ ຈະ ຖືກ ລຶບ ລ້າງ ເສຍ.
\s5
\v 32 ເມື່ອເຮົາ ຖືກ ຍົກ ຂຶ້ນ ຈາກ ແຜ່ນດິນ ໂລກ ນີ້ ແລ້ວ ເຮົາ ຈະ ຊັກ ນໍາ ຄົນ ທັງຫລາຍ ມາ ຫາ ເຮົາ. ”
\v 33 (ພຣະອົງ ກ່າວ ດັ່ງ ນີ້ ເພື່ອ ສໍາແດງ ວ່າ ພຣະອົງ ຈະ ຕາຍ ຢ່າງ ທົນທຸກ ທໍລະມານ ແບບ ໃດ).
\s5
\v 34 ຄົນ ທັງຫລາຍ ຈຶ່ງ ຕອບ ພຣະອົງວ່າ, “ກົດບັນຍັດ ຂອງ ພວກເຮົາ ບອກ ວ່າ ພຣະຄຣິດ ຈະ ມີ ຊີວິດ ນິຣັນດອນ, ແລ້ວ ເຫດ ໃດ ທ່ານ ຈຶ່ງ ກ່າວ ວ່າ ບຸດມະນຸດ ຈະ ຕ້ອງ ຖືກ ຍົກ ຂຶ້ນ ບຸດມະນຸດ ນັ້ນ ແມ່ນ ຜູ້ໃດ? ”
\v 35 ພຣະເຢຊູເຈົ້າ ຕອບ ວ່າ, “ຄວາມ ສະຫວ່າງ ຈະ ຍັງ ຢູ່ ກັບ ພວກເຈົ້າ ອີກ ໜ້ອຍໜຶ່ງ ເມື່ອ ຍັງ ມີ ຄວາມ ສະຫວ່າງ ຢູ່ກໍ ຈົ່ງ ຍ່າງ ໄປ ເທາະ ເພາະ ຢ້ານ ວ່າ ຄວາມມືດ ຈະ ຕາມ ມາ ທັນ ພວກເຈົ້າ. ດ້ວຍວ່າ, ຜູ້ ທີ່ ຍ່າງ ໃນ ຄວາມມືດ ນັ້ນ ກໍ ບໍ່ຮູ້ ວ່າ ຕົນ ກໍາ ລັງ ໄປ ໃສ.
\v 36 ເມື່ອ ພວກເຈົ້າ ຍັງ ມີ ຄວາມ ສະຫວ່າງ ຈົ່ງ ເຊື່ອ ໃນ ຄວາມ ສະຫວ່າງ ນັ້ນ ເພື່ອ ຈະ ໄດ້ ເປັນ ຄົນ ຝ່າຍ ຄວາມ ສະຫວ່າງ. ” ຫລັງ ຈາກ ທີ່ ພຣະເຢຊູເຈົ້າ ກ່າວ ເຊັ່ນ ນັ້ນ ແລ້ວ ພຣະອົງ ກໍ ອອກ ໜີ ແລະ ຫລົບ ຫລີກ ຈາກ ພວກເຂົາ.
\s5
\v 37 ເຖິງ ແມ່ນ ວ່າ ພຣະອົງ ໄດ້ ເຮັດ ການ ອັດສະຈັນ ຫລາຍ ຢ່າງ ຕໍ່ ໜ້າ ພວກເຂົາ ກໍຕາມ ພວກເຂົາ ກໍ ບໍ່ ເຊື່ອ ວາງໃຈ ໃນ ພຣະອົງ
\v 38 ເພື່ອ ວ່າ ຖ້ອຍຄໍາ ທີ່ ຜູ້ທໍານວາຍ ເອຊາຢາ ໄດ້ ກ່າວ ໄວ້ ຈະ ໄດ້ ສໍາເລັດ ວ່າ, “ຂ້າແດ່ ອົງພຣະຜູ້ເປັນເຈົ້າ ຜູ້ໃດ ໄດ້ ວາງໃຈເຊື່ອ ໃນ ຖ້ອຍຄໍາ ທີ່ ຂ້ານ້ອຍ ໄດ້ ປະກາດ? ອົງພຣະ ຜູ້ ເປັນເຈົ້າ ໄດ້ ເປີດເຜີຍ ພຣະຣິດທານຸພາບ ໃຫ້ ຜູ້ໃດ ເຫັນ ແດ່?”
\s5
\v 39 ດັ່ງ ນັ້ນ ແຫລະ ພວກເຂົາ ຈຶ່ງ ບໍ່ ສາມາດ ທີ່ ຈະ ເຊື່ອ ເພາະ ເອຊາຢາ ໄດ້ ກ່າວ ໄວ້ ອີກ ວ່າ,
\v 40 “ພຣະອົງ ໄດ້ ເຮັດ ໃຫ້ ຕາ ພວກເຂົາ ບອດ ໄປ ແລະ ເຮັດ ໃຫ້ ຈິດໃຈ ຂອງ ພວກເຂົາ ແຂງ ກະດ້າງ ຢ້ານ ວ່າ ພວກເຂົາ ຈະ ເຫັນ ດ້ວຍ ຕາ ແລະ ສັງເກດ ຮູ້ ດ້ວຍ ໃຈ ແລ້ວ ຈະ ກັບ ໃຈ ໃໝ່ເຮົາ ຈະ ຮັກສາ ໃຫ້ ພວກເຂົາ ດີ.”
\s5
\v 41 ເອຊາຢາ ກ່າວ ດັ່ງ ນີ້ ກໍ ເພາະ ເພິ່ນ ໄດ້ ເຫັນ ສະຫງ່າຣາສີ ຂອງ ພຣະອົງ ແລະ ໄດ້ ເວົ້າ ເຖິງ ເລື່ອງ ຂອງ ພຣະອົງ.
\v 42 ເຖິງ ປານນັ້ນ ກໍດີ ຍັງ ມີ ເຈົ້າໜ້າ ທີ່ ຫລາຍ ຄົນ ໄດ້ ເຊື່ອ ໃນ ພຣະອົງ, ແຕ່ ບໍ່ໄດ້ ເປີດ ເຜີຍ ເພາະ ຢ້ານ ພວກ ຟາຣີຊາຍ ໄລ່ ອອກ ຈາກ ທໍາມະສາລາ.
\v 43 ດ້ວຍວ່າ, ພວກເຂົາ ມັກ ໃຫ້ ມະນຸດ ພໍໃຈ ຫລາຍກວ່າ ໃຫ້ ພຣະເຈົ້າ ພໍໃຈ.
\s5
\v 44 ພຣະເຢຊູເຈົ້າ ໄດ້ ເປັ່ງ ສຽງ ຮ້ອງ ຂຶ້ນ ວ່າ, “ຜູ້ໃດ ທີ່ເຊື່ອ ເຮົາ ກໍ ບໍ່ ແມ່ນ ເຊື່ອ ໃນ ເຮົາ ເທົ່າ ນັ້ນ, ແຕ່ ເຊື່ອ ໃນ ພຣະອົງ ຜູ້ ທີ່ໄດ້ ໃຊ້ເຮົາ ມາ ເໝືອນກັນ.
\v 45 ຜູ້ໃດ ທີ່ ເຫັນ ເຮົາ ກໍ ເຫັນ ພຣະອົງ ຜູ້ ທີ່ ໃຊ້ ເຮົາ ມາ ເໝືອນກັນ.
\s5
\v 46 ເຮົາ ເປັນ ຄວາມ ສະຫວ່າງ ທີ່ ເຂົ້າ ມາ ໃນ ໂລກນີ້ ເພື່ອ ທຸກຄົນ ທີ່ ເຊື່ອ ໃນ ເຮົາ ຈະ ບໍ່ ຢູ່ ໃນ ຄວາມມືດ.
\v 47 ຖ້າຜູ້ໃດ ໄດ້ຍິນ ຖ້ອຍຄໍາ ຂອງເຮົາ ແລະ ບໍ່ ຖື ຮັກ ສາ ຖ້ອຍຄໍາ ເຫລົ່າ ນັ້ນ ເຮົາ ຈະ ບໍ່ ຕັດ ສິນ ຜູ້ນັ້ນ ເຮົາ ບໍ່ ໄດ້ ມາ ເພື່ອ ຕັດ ສິນ ໂລກ ແຕ່ ມາ ເພື່ອ ຊ່ວຍ ໂລກ ໃຫ້ ພົ້ນ.
\s5
\v 48 ພວກ ທີ່ ປະຕິເສດ ເຮົາ ແລະ ບໍ່ ຮັບ ເອົາ ຖ້ອຍຄໍາ ຂອງເຮົາ ກໍ ມີ ສິ່ງ ຕັດ ສິນ ພວກເຂົາ ແລ້ວ ຖ້ອຍຄໍາ ທີ່ ເຮົາ ໄດ້ ກ່າວ ນັ້ນ ແຫລະ ຈະ ຕັດ ສິນ ພວກ ນັ້ນ ໃນ ວັນສຸດທ້າຍ.
\v 49 ເພາະ ເຮົາ ບໍ່ ໄດ້ ກ່າວ ຕາມ ລໍາພັງ ໃຈ ຂອງ ເຮົາ ເອງ, ແຕ່ ພຣະບິດາເຈົ້າ ຜູ້ ທີ່ ໃຊ້ ເຮົາ ມາ ນັ້ນ ເປັນ ຜູ້ ສັ່ງ ໃນ ສິ່ງ ທີ່ເຮົາ ກ່າວ ແລະ ສັ່ງສອນ.
\v 50 ຝ່າຍ ເຮົາຮູ້ ວ່າ ຄໍາສັ່ງ ຂອງ ພຣະອົງ ເປັນ ຊີວິດ ນິຣັນດອນ ສິ່ງ ທີ່ ເຮົາ ໄດ້ ກ່າວ ນັ້ນ ກໍ ກ່າວ ຕາມ ຄໍາສັ່ງ ຂອງ ພຣະບິດາເຈົ້າ.”
\s5
\c 13
\p
\v 1 ກ່ອນ ເຖິງ ວັນ ເທດສະການ ປັດສະຄາ ພຣະເຢຊູເຈົ້າ ຮູ້ ດີວ່າ ເວລາ ທີ່ ພຣະອົງ ຈະ ຈາກ ໂລກນີ້ ໄປ ຫາ ພຣະບິດາເຈົ້າ ກໍ ມາ ເຖິງ ແລ້ວ ພຣະອົງ ຮັກ ພວກ ຂອງ ພຣະອົງ ຢູ່ ໃນ ໂລກນີ້ ແລະ ພຣະອົງ ຮັກ ພວກເຂົາ ຈົນ ເຖິງ ທີ່ ສຸດ.
\v 2 ເມື່ອ ພຣະເຢຊູເຈົ້າ ກັບ ພວກ ສາວົກ ຂອງ ພຣະອົງ ກໍາລັງ ຮ່ວມ ຮັບປະທານ ອາຫານ ຢູ່ ນັ້ນ ມານຮ້າຍ ໄດ້ ເຂົ້າ ສິງ ຢູ່ ໃນ ໃຈ ຂອງ ຢູດາ ອິດສະກາຣີອົດ ລູກຊາຍ ຂອງ ຊີໂມນ ໃຫ້ ມີຄວາມ ຄິດ ທໍລະຍົດ ຕໍ່ພຣະເຢຊູເຈົ້າ. (ຢ)
\s5
\v 3 ພຣະເຢຊູເຈົ້າ ຮູ້ ວ່າ ພຣະບິດາເຈົ້າ ໄດ້ ມອບ ທຸກສິ່ງ ໃຫ້ ຢູ່ໃຕ້ ອຳນາດ ຂອງ ພຣະອົງ ແລະ ຮູ້ ວ່າ ພຣະອົງ ເອງ ມາ ຈາກ ພຣະເຈົ້າ ແລະ ກໍາລັງ ຈະ ກັບ ເມືອ ຫາ ພຣະເຈົ້າ.
\v 4 ດັ່ງນັ້ນ ພຣະອົງ ຈຶ່ງ ລຸກຂຶ້ນ ຈາກ ພາເຂົ້າ ແລ້ວ ແກ້ ເສື້ອ ຊັ້ນ ນອກ ອອກ ແລະ ໃຊ້ ຜ້າ ມັດແອວ.
\v 5 ແລ້ວ ພຣະອົງ ກໍ ຖອກ ນໍ້າໃສ່ ຊາມ ແລະ ເລີ່ມ ລ້າງ ຕີນ ຂອງ ພວກ ສາວົກ ແລະ ເຊັດ ຕີນ ຂອງ ພວກເພິ່ນ ດ້ວຍ ຜ້າ ມັດ ແອວ ນັ້ນ.
\s5
\v 6 ເມື່ອ ພຣະອົງ ມາ ຮອດ ຊີໂມນ ເປໂຕ ເພິ່ນ ຈຶ່ງ ຖາມ ພຣະອົງ ວ່າ, “ພຣະອົງ ເຈົ້າ ເອີຍ ພຣະອົງ ຈະ ລ້າງ ຕີນ ໃຫ້ ຂ້ານ້ອຍ ຊັ້ນ ບໍ? ”
\v 7 ພຣະເຢຊູເຈົ້າ ຕອບ ເພິ່ນ ວ່າ, “ເຈົ້າ ບໍ່ເຂົ້າໃຈ ໃນ ສິ່ງ ທີ່ ເຮົາ ເຮັດ ຢູ່ ດຽວ ນີ້, ແຕ່ ເຈົ້າ ຈະ ເຂົ້າໃຈ ຕາມ ພາຍຫລັງ. ”
\v 8 ເປໂຕ ຕອບ ວ່າ, “ພຣະອົງ ຈະ ລ້າງ ຕີນ ຂ້ານ້ອຍ ບໍ່ ໄດ້ ຈັກ ເທື່ອ. ” ພຣະເຢຊູເຈົ້າ ຕອບ ວ່າ, “ຖ້າ ເຮົາ ບໍ່ ລ້າງ ຕີນ ເຈົ້າ ເຈົ້າກໍ ບໍ່ ໄດ້ ມີສ່ວນ ໃນ ເຮົາ. ”
\v 9 ຊີໂມນ ເປໂຕ ຕອບ ພຣະອົງ ວ່າ, “ຖ້າເປັນ ດັ່ງ ນັ້ນ ພຣະອົງເຈົ້າ ເອີຍ ບໍ່ ແມ່ນ ແຕ່ ຕີນ ເທົ່ານັ້ນ ລ້າງ ທັງ ມື ແລະ ຫົວ ຂອງ ຂ້ານ້ອຍ ນໍາ ດ້ວຍ.”
\s5
\v 10 ພຣະເຢຊູເຈົ້າ ກ່າວ ຕໍ່ ເພິ່ນ ວ່າ, “ຜູ້ ທີ່ ໄດ້ ອາບນໍ້າ ແລ້ວ ບໍ່ ຈໍາເປັນ ຕ້ອງ ລ້າງ ຕົວ ອີກ ລ້າງ ແຕ່ ຕີນ ເທົ່ານັ້ນ ກໍ ພໍ. (ຣ) ພວກເຈົ້າ ກໍ ເປັນ ຄົນສະອາດ ແລ້ວ, ແຕ່ ບໍ່ ແມ່ນ ໝົດ ທຸກຄົນ. ”
\v 11 ພຣະອົງ ຮູ້ ແລ້ວ ວ່າ ແມ່ນ ຜູ້ໃດ ຈະ ທໍລະຍົດ ຕໍ່ ພຣະອົງ. ສະນັ້ນ ພຣະອົງ ຈຶ່ງ ກ່າວ ວ່າ, “ພວກເຈົ້າ ເປັນ ຄົນສະອາດ ແລ້ວ ແຕ່ ບໍ່ ແມ່ນ ໝົດ ທຸກຄົນ.”
\s5
\v 12 ຫລັງ ຈາກທີ່ ພຣະອົງ ໄດ້ ລ້າງຕີນ ຂອງພວກເພິ່ນ ແລ້ວ ພຣະອົງ ກໍ ເອົາ ເສື້ອ ຊັ້ນ ນອກມານຸ່ງຄືນ ແລະກັບໄປ ທີ່ ພາເຂົ້າ ແລ້ວ ພຣະອົງ ຖາມ ພວກເພິ່ນ ວ່າ, “ພວກເຈົ້າ ເຂົ້າໃຈເຖິງ ສິ່ງ ທີ່ ເຮົາ ຫາກໍ ເຮັດ ຕໍ່ພວກເຈົ້າ ນີ້ ແລ້ວ ບໍ?
\v 13 ພວກເຈົ້າ ເອີ້ນ ເຮົາ ວ່າ ພຣະອາຈານ ແລະ ພຣະອົງເຈົ້າ ພວກເຈົ້າເອີ້ນ ຖືກ ຕ້ອງແລ້ວ ເພາະເຮົາ ເປັນ ຢ່າງນັ້ນ ແທ້
\v 14 ດັ່ງ ນັ້ນ ຖ້າເຮົາ ຜູ້ ເປັນ ພຣະອົງ ເຈົ້າ ແລະ ພຣະອາຈານ ໄດ້ ລ້າງ ຕີນ ໃຫ້ ພວກເຈົ້າ ສັນໃດ ພວກເຈົ້າ ກໍ ຄວນ ລ້າງ ຕີນ ໃຫ້ ກັນແລະກັນ ສັນນັ້ນ.
\v 15 ດ້ວຍວ່າ, ເຮົາ ໄດ້ ວາງແບບຢ່າງໄວ້ໃຫ້ ພວກເຈົ້າ ແລ້ວ ເພື່ອ ໃຫ້ ພວກເຈົ້າ ເຮັດ ເໝືອນ ດັ່ງ ທີ່ ເຮົາ ໄດ້ ເຮັດ ແກ່ ພວກເຈົ້າ ນັ້ນ.
\s5
\v 16 ເຮົາ ບອກ ເຈົ້າທັງຫລາຍ ຕາມ ຄວາມຈິງ ວ່າ, ຄົນໃຊ້ ບໍ່ ຫ່ອນໃຫຍ່ ກວ່າ ນາຍຂອງຕົນ ແລະຜູ້ ທີ່ຖືກ ໃຊ້ ໄປກໍ ບໍ່ຫ່ອນໃຫຍ່ກວ່າຜູ້ ທີ່ ໄດ້ ໃຊ້ ຕົນ ໄປນັ້ນ.
\v 17 ເມື່ອ ເຈົ້າ ທັງ ຫລາຍຮູ້ ຄວາມຈິງ ນີ້ ແລ້ວ ພວກເຈົ້າ ເຮັດ ຕາມ ພວກເຈົ້າ ກໍ ເປັນສຸກ.
\v 18 ເຮົາ ບໍ່ ໄດ້ ກ່າວ ເຖິງ ພວກເຈົ້າ ທຸກຄົນ ເຮົາ ຮູ້ຈັກ ຜູ້ ທີ່ເຮົາ ໄດ້ ເລືອກ ໄວ້ ນັ້ນ, ແຕ່ ຈະ ເປັນ ຈິງ ຕາມ ພຣະຄໍາພີ ໄດ້ ກ່າວ ໄວ້ ວ່າ, ‘ຜູ້ ທີ່ ກິນ ອາຫານ ຂອງເຮົາ ກໍ ຍໍ ສົ້ນ ຕີນ ໃສ່ ເຮົາ.
\s5
\v 19 ເຮົາ ບອກ ພວກເຈົ້າ ໃນ ເລື່ອງ ນີ້ ກ່ອນ ເຫດການ ຈະ ເກີດ ຂຶ້ນ ເພື່ອ ວ່າ ເມື່ອເກີດຂຶ້ນ ແລ້ວ ພວກເຈົ້າ ຈະ ເຊື່ອ ວ່າ, ‘ເຮົາ ເປັນ ຜູ້ ທີ່ ເຮົາ ເປັນ.
\v 20 ເຮົາ ບອກ ພວກເຈົ້າ ຕາມ ຄວາມຈິງ ວ່າ, ຜູ້ໃດ ທີ່ຕ້ອນຮັບ ຜູ້ ທີ່ ເຮົາ ໃຊ້ ໄປ ກໍ ຕ້ອນຮັບ ເຮົາ ເໝືອນກັນ ແລະ ຜູ້ໃດ ທີ່ ຕ້ອນຮັບເຮົາ ກໍ ຕ້ອນຮັບ ພຣະອົງ ຜູ້ ທີ່ ໃຊ້ ເຮົາ ມາ.”
\s5
\v 21 ຫລັງ ຈາກ ທີ່ພຣະເຢຊູເຈົ້າ ກ່າວ ດັ່ງ ນີ້ ແລ້ວ ພຣະອົງ ກໍ ວຸ້ນ ວາຍ ໃນ ໃຈ ແລະ ກ່າວ ຢ່າງ ເປີດເຜີຍ ວ່າ, “ເຮົາ ບອກ ພວກເຈົ້າ ຕາມ ຄວາມຈິງ ວ່າ, ‘ມີ ຜູ້ ໜຶ່ງ ໃນ ພວກເຈົ້າ ຈະ ທໍລະຍົດ ຕໍ່ເຮົາ.
\v 22 ພວກສາວົກ ແນມເບິ່ງ ໜ້າ ກັນແລະກັນ ສົງໄສວ່າ ຄົນ ທີ່ ພຣະອົງ ກ່າວເຖິງ ນັ້ນ ໝາຍເຖິງ ຜູ້ໃດ.
\s5
\v 23 ມີ ຄົນ ໜຶ່ງ ໃນ ພວກ ສາວົກ ທີ່ ພຣະອົງ ຊົງ ຮັກ ນັ່ງ ເນີ້ງ ຕົວ ອີງ ພຣະເຢຊູເຈົ້າ.
\v 24 ຊີໂມນ ເປໂຕ ຍິກໜ້າ ໃສ່ ລາວ ແລ້ວ ເວົ້າ ວ່າ, “ຖາມເພິ່ນ ເບິ່ງດູ ວ່າ ເພິ່ນ ກ່າວເຖິງຜູ້ໃດ? ”
\v 25 ສະນັ້ນ ສາວົກ ຄົນ ທີ່ ນັ່ງ ເນີ້ງ ຕົວ ອີງ ພຣະອົງ ຢູ່ ຈຶ່ງ ຖາມ ພຣະອົງ ວ່າ, “ພຣະອົງ ເຈົ້າ ເອີຍ ແມ່ນ ຜູ້ໃດ?”
\s5
\v 26 ພຣະເຢຊູເຈົ້າ ຕອບເພິ່ນ ວ່າ, “ເຮົາ ຈະເອົາອາຫານ ຄໍາ ນີ້ ຈໍ້າ ແລ້ວ ຍື່ນໃຫ້ ຜູ້ໃດ ກໍ ແມ່ນ ຜູ້ນັ້ນແຫລະ. ” ເມື່ອ ຈໍ້າອາຫານຄໍານັ້ນ ແລ້ວ ກໍ ຍື່ນ ໃຫ້ ຢູດາ ລູກຊາຍຂອງ ຊີໂມນອິດສະກາຣີອົດ.
\v 27 ພໍ ຢູດາ ກິນອາຫານນີ້ ແລ້ວ ມານຊາຕານກໍເຂົ້າສິງ ໃນໃຈລາວ ພຣເຢຊູເຈົ້າ ບອກ ຢູດາ ວ່າ, “ຈົ່ງ ຟ້າວເຮັດສິ່ງທີ່ ເຈົ້າກໍາລັງ ຈະເຮັດນັ້ນສາ.”
\s5
\v 28 ບໍ່ມີ ຜູ້ໃດ ທີ່ ນັ່ງ ຮ່ວມ ໂຕະ ເຂົ້າໃຈ ວ່າ ເປັນຫຍັງ ພຣະອົງ ຈຶ່ງ ກ່າວແກ່ ລາວຢ່າງນັ້ນ.
\v 29 ຍ້ອນຢູດາ ເປັນຜູ້ ຖື ຖົງ ເງິນ ສາວົກ ບາງຄົນ ຈຶ່ງ ຄິດ ວ່າ ພຣະເຢຊູເຈົ້າ ບອກ ໃຫ້ ລາວໄປຊື້ ສິ່ງ ຂອງຈໍາ ເປັນ ສໍາລັບ ເທດສະການ ຫລື ໃຫ້ ລາວເອົາ ເຄື່ອງຂອງໄປໃຫັ ຄົນຍາກຈົນ.
\v 30 ເມື່ອ ຢູດາ ໄດ້ ຮັບອາຫານ ຄໍາ ນັ້ນ ແລ້ວ ລາວ ກໍ ອອກ ໜີ ໄປ ທັນທີ ຂະນະນັ້ນ ເປັນ ເວລາ ກາງຄືນ.
\s5
\v 31 ເມື່ອ ຢູດາ ອອກ ໄປ ແລ້ວ ພຣະເຢຊູເຈົ້າ ກ່າວ ວ່າ, “ບັດ ນີ້ ບຸດມະນຸດ ໄດ້ ຮັບກຽດຕິຍົດ ແລ້ວ ແລະ ພຣະເຈົ້າ ກໍ ຮັບກຽດຕິຍົດ ເພາະ ບຸດມະນຸດ.
\v 32 ຖ້າ ພຣະເຈົ້າ ຊົງ ຮັບກຽດຕິຍົດ ເພາະ ບຸດມະນຸດ ພຣະເຈົ້າ ຈະ ປະທານ ໃຫ້ ບຸດມະນຸດ ມີ ກຽດຕິຍົດ ຮ່ວມ ກັບ ພຣະອົງ ແລະ ຈະ ໃຫ້ ມີກຽດຕິຍົດ ໃນ ບັດນີ້
\v 33 ລູກນ້ອຍ ທັງ ຫລາຍ ຂອງເຮົາ ເອີຍ ເຮົາ ຍັງ ຈະ ຢູ່ ກັບ ພວກເຈົ້າ ອີກ ບໍ່ ດົນ ພວກເຈົ້າ ຈະ ຊອກ ຫາ ເຮົາ ແລະ ເໝືອນ ເຮົາ ໄດ້ ບອກ ພວກ ເຈົ້ານາຍ ຢິວ ວ່າ, ‘ບ່ອນ ທີ່ ເຮົາ ໄປ ນັ້ນ ພວກເຈົ້າ ໄປ ບໍ່ ໄດ້.
\s5
\v 34 ບັດນີ້ ເຮົາ ມອບ ກົດບັນຍັດ ຂໍ້ ໃໝ່ ໃຫ້ ພວກເຈົ້າ ຄື: ຈົ່ງຮັກ ຊຶ່ງກັນແລະກັນ ເຮົາ ຮັກ ພວກເຈົ້າ ຢ່າງ ໃດ ພວກເຈົ້າ ກໍ ຈົ່ງ ຮັກ ຊຶ່ງກັນແລະກັນ ຢ່າງ ນັ້ນ.
\v 35 ຖ້າ ພວກເຈົ້າ ຮັກ ຊຶ່ງ ກັນແລະກັນ ທຸກຄົນ ກໍ ຈະ ຮູ້ ວ່າ ພວກເຈົ້າ ເປັນ ສາວົກ ຂອງເຮົາ.”
\s5
\v 36 ແລ້ວ ຊີໂມນ ເປໂຕ ກໍ ຖາມ ພຣະອົງ ວ່າ, “ພຣະອົງ ເຈົ້າ ເອີຍ ພຣະອົງ ຈະ ໄປ ໃສ? ” ພຣະເຢຊູເຈົ້າ ຕອບ ວ່າ, “ບ່ອນ ທີ່ ເຮົາ ກໍາລັງ ຈະ ໄປ ເວລາ ນີ້ ນັ້ນ ເຈົ້າ ຕາມ ໄປ ບໍ່ ໄດ້ ແຕ່ ພາຍ ຫລັງ ເຈົ້າ ຈຶ່ງ ຈະ ຕາມ ເຮົາ ໄປ. ”
\v 37 ເປໂຕ ຖາມ ພຣະອົງ ວ່າ, “ພຣະອົງ ເຈົ້າ ເອີຍ ເປັນ ຫຍັງ ຂ້ານ້ອຍ ຈຶ່ງ ຕາມ ພຣະອົງ ໄປ ເວລາ ນີ້ ບໍ່ໄດ້? ຂ້ານ້ອຍ ພ້ອມ ແລ້ວ ທີ່ ຈະ ຕາຍ ເພື່ອ ພຣະອົງ. ”
\v 38 ພຣະເຢຊູເຈົ້າ ຕອບ ວ່າ, “ເຈົ້າຈະຕາຍ ເພື່ອ ເຮົາແທ້ ບໍ? ເຮົາ ບອກ ເຈົ້າ ຕາມ ຄວາມຈິງ ວ່າ, ກ່ອນ ໄກ່ ຂັນ ເຈົ້າ ຈະ ປະຕິເສດ ວ່າ ບໍ່ ຮູ້ຈັກ ເຮົາ ເຖິງ ສາມ ເທື່ອ.”
\s5
\c 14
\p
\v 1 ຕໍ່ມາ ພຣະເຢຊູເຈົ້າ ໄດ້ ບອກ ພວກ ສາວົກ ຂອງ ພຣະອົງ ວ່າ, “ຢ່າ ໃຫ້ ໃຈ ຂອງ ເຈົ້າ ທັງຫຼາຍ ວຸ້ນວາຍ ໄປ ຈົ່ງ ວາງໃຈເຊື່ອ ພຣະເຈົ້າ ແລະ ຈົ່ງ ວາງໃຈເຊື່ອ (ລ) ໃນ ເຮົາ ເໝືອນກັນ.
\v 2 ໃນ ຜາສາດ ພຣະບິດາເຈົ້າ ຂອງເຮົາ ມີ ທີ່ ຢູ່ ຫລາຍ ບ່ອນ ຖ້າ ບໍ່ ມີ ເຮົາ ຄົງ ໄດ້ ບອກ ພວກເຈົ້າ ແລ້ວ ເພາະ ເຮົາ ໄປ ຈັດ ແຈງ ບ່ອນ ໄວ້ ສໍາລັບ ເຈົ້າ ທັງຫລາຍ.
\v 3 ເມື່ອ ເຮົາ ໄປ ຈັດ ຕຽມ ບ່ອນ ໄວ້ ສໍາລັບ ພວກເຈົ້າ ແລ້ວ ເຮົາ ຈະ ກັບ ຄືນ ມາ ຮັບ ເອົາ ພວກເຈົ້າ ໄປ ຢ່ ກັບ ເຮົາ ເພື່ອ ວ່າ ເຮົາ ຢູ່ ທີ່ ໃດ ພວກເຈົ້າ ກໍ ຈະ ຢູ່ ທີ່ນັ້ນ ເໝືອນກັນ.
\s5
\v 4 ພວກເຈົ້າ ຮູ້ຈັກ ທາງ ທີ່ ເຮົາ ຈະ ໄປ ນັ້ນ. ”
\v 5 ໂທມາ ເວົ້າ ຕໍ່ ພຣະອົງ ວ່າ, “ພຣະອົງເຈົ້າ ເອີຍ ພວກ ຂ້ານ້ອຍ ບໍ່ ຮູ້ວ່າ ທ່ານ ຈະ ໄປ ໃສ? ພວກ ຂ້ານ້ອຍ ຈະ ຮູ້ຈັກ ທາງ ນັ້ນ ໄດ້ ຢ່າງ ໃດ? ”
\v 6 ພຣະເຢຊູເຈົ້າ ຕອບເພິ່ນ ວ່າ, “ເຮົາ ນີ້ ແຫລະ ເປັນ ທາງນັ້ນ ເປັນ ຄວາມຈິງ ແລະເປັນ ຊີວິດ ບໍ່ ມີ ຜູ້ໃດມາ ເຖິງ ພຣະບິດາເຈົ້າ ໄດ້ ນອກຈາກມາທາງເຮົາ.
\v 7 ບັດນີ້ ເຈົ້າທັງຫລາຍຮູ້ຈັກ ເຮົາ ແລ້ວ ແລະພວກເຈົ້າ ກໍ ຈະ ຮູ້ຈັກ (ວ) ພຣະບິດາເຈົ້າ ຂອງເຮົາ ເໝືອນກັນ ຕັ້ງ ແຕ່ ນີ້ ໄປ ພວກເຈົ້າ ຮູ້ຈັກ ພຣະອົງ ແລະໄດ້ ເຫັນ ພຣະອົງ ແລ້ວ.”
\s5
\v 8 ຟີລິບ ເວົ້າ ຕໍ່ ພຣະອົງ ວ່າ, “ພຣະອົງເຈົ້າ ເອີຍ ໂຜດ ໃຫ້ ພວກ ຂ້ານ້ອຍ ໄດ້ ເຫັນ ພຣະບິດາເຈົ້າ ແດ່ ທ້ອນ ແລ້ວ ພວກ ຂ້ານ້ອຍ ກໍ ພໍໃຈ ແລ້ວ. ”
\v 9 ພຣະເຢຊູເຈົ້າ ຕອບ ວ່າ, “ຟີລິບ ເອີຍ ເຮົາ ໄດ້ ຢູ່ ກັບ ພວກເຈົ້າ ຕັ້ງ ດົນນານ ແລະ ເຈົ້າ ຍັງ ບໍ່ ຮູ້ຈັກ ເຮົາ ບໍ ຜູ້ທີ່ໄດ້ ເຫັນ ເຮົາ ກໍ ໄດ້ ເຫັນ ພຣະບິດາເຈົ້າ ເປັນຫຍັງ ເຈົ້າ ຈຶ່ງ ເວົ້າ ວ່າ, ‘ໂຜດ ໃຫ້ ພວກ ຂ້ານ້ອຍ ໄດ້ ເຫັນ ພຣະບິດາເຈົ້າ ແດ່ ທ້ອນ?
\s5
\v 10 ຟີລິບ ເອີຍ ເຈົ້າ ຍັງ ບໍ່ ເຊື່ອ ຫລື ວ່າ ເຮົາ ຢູ່ໃນ ພຣະບິດາເຈົ້າ ແລະ ພຣະບິດາເຈົ້າ ຢູ່ ໃນ ເຮົາ? ຖ້ອຍຄໍາ ທີ່ ເຮົາ ກ່າວ ແກ່ ພວກເຈົ້າ ນັ້ນ ບໍ່ ໄດ້ ມາ ຈາກ ເຮົາ ເອງ ແຕ່ ພຣະບິດາເຈົ້າ ຜູ້ ທີ່ ສະຖິດ ຢູ່ ໃນ ເຮົາ ກະທໍາ ການ ຂອງ ພຣະອົງ ເອງ.
\v 11 ຈົ່ງ ເຊື່ອ ເຮົາ ວ່າ ເຮົາ ຢູ່ ໃນ ພຣະບິດາເຈົ້າ ແລະ ພຣະບິດາເຈົ້າ ຢູ່ໃນ ເຮົາ ຖ້າພວກເຈົ້າ ບໍ່ ເຊື່ອ ເຮົາ ກໍໃຫ້ ເຊື່ອ ໃນ ພາລະກິດ ທີ່ ເຮົາ ໄດ້ ເຮັດ ນັ້ນ.
\s5
\v 12 ເຮົາ ບອກ ພວກເຈົ້າ ຕາມ ຄວາມຈິງ ວ່າ, ຜູ້ ທີ່ ເຊື່ອ ໃນ ເຮົາ ກໍ ຈະ ເຮັດ ກິດຈະການ ທີ່ ເຮົາ ເຮັດ ຢູ່ ນັ້ນ ເໝືອນກັນ ແລະ ຜູ້ນັ້ນ ຈະ ເຮັດ ການ ໃຫຍ່ ກວ່າ ອີກ ເພາະວ່າ ຝ່າຍ ເຮົາ ໄປ ເຖິງ ພຣະບິດາເຈົ້າ.
\v 13 ສິ່ງ ໃດໆ ທີ່ ພວກເຈົ້າ ຈະ ຂໍ ໃນ ນາມ ຂອງເຮົາ ຝ່າຍ ເຮົາ ກໍ ຈະ ເຮັດ ສິ່ງ ນັ້ນ ເພື່ອ ວ່າ ພຣະບິດາເຈົ້າ ຈະ ໄດ້ ຮັບກຽດຕິຍົດ ແຫ່ງ ສະຫງ່າຣາສີ ໂດຍ ທາງພຣະບຸດ.
\v 14 ຖ້າ ພວກເຈົ້າ ຂໍ ສິ່ງ ໃດ ຈາກ ເຮົາ (ຫ) ໃນນາມຂອງເຮົາ ເຮົາກໍຈະ ເຮັດ ສິ່ງນັ້ນ.”
\s5
\v 15 “ຖ້າ ພວກເຈົ້າ ຮັກ ເຮົາ ພວກເຈົ້າ ກໍ ຈະ ເຊື່ອ ຟັງ ກົດບັນຍັດ ຂອງເຮົາ.
\v 16 ຝ່າຍ ເຮົາ ຈະ ທູນ ຂໍ ພຣະບິດາເຈົ້າ ແລະ ພຣະອົງ ຈະ ຊົງປະທານ ຜູ້ ຊ່ວຍ ອີກອົງ ໜຶ່ງ ແກ່ ພວກເຈົ້າ ເພື່ອ ຈະ ຢູ່ ກັບ ພວກເຈົ້າ ຕະຫລອດໄປ ເປັນນິດ.
\v 17 ຄື ພຣະວິນຍານ ແຫ່ງ ຄວາມຈິງ ຊຶ່ງ ໂລກ ບໍ່ ອາດ ຈະ ຮັບ ພຣະອົງ ໄດ້ ເພາະ ໂລກ ບໍ່ ເຫັນ ແລະ ບໍ່ ຮູ້ ຈັກ ພຣະອົງ, ແຕ່ ພວກເຈົ້າ ຮູ້ຈັກ ພຣະອົງ ເພາະ ພຣະອົງ ສະຖິດ ຢູ່ກັບ ພວກເຈົ້າ ແລະ ຢູ່ ໃນ (ອ) ພວກເຈົ້າ.”
\s5
\v 18 ເຮົາ ຈະ ບໍ່ປະຖິ້ມ ເຈົ້າ ທັງ ຫລາຍ ໄວ້ ໃຫ້ ເປັນ ກໍາພ້າ ເຮົາ ຈະ ມາ ຫາ ພວກເຈົ້າ.
\v 19 ອີກ ໜ້ອຍ ໜຶ່ງ ໂລກ ຈະ ບໍ່ ເຫັນ ເຮົາ ແຕ່ ພວກເຈົ້າ ຈະ ເຫັນ ເຮົາ ເພາະ ເຮົາ ມີ ຊີວິດຢູ່ ພວກເຈົ້າ ກໍ ຈະ ມີ ຊີວິດ ຢູ່ ເໝືອນກັນ.
\v 20 ເມື່ອ ວັນນັ້ນ ມາ ເຖິງ ພວກເຈົ້າ ຈະ ຮູ້ ວ່າ ເຮົາ ຢູ່ໃນ ພຣະບິດາເຈົ້າ ຂອງເຮົາ ພວກເຈົ້າ ຢູ່ໃນ ເຮົາ ແລະ ເຮົາ ກໍ ຢູ່ໃນ ພວກເຈົ້າ.”
\s5
\v 21 ຜູ້ ທີ່ ມີ ກົດບັນຍັດ ຂອງເຮົາ ແລະ ເຊື່ອຟັງ ກົດບັນຍັດ ນັ້ນ ແມ່ນ ຜູ້ນັ້ນ ແຫລະ ທີ່ ຮັກ ເຮົາ ພຣະບິດາເຈົ້າ ຂອງເຮົາ ຈະ ຮັກ ຜູ້ ທີ່ ຮັກ ເຮົາ ແລະ ເຮົາ ຈະ ຮັກ ເຂົາເໝືອນກັນ ທັງ ຈະ ປາກົດ ຕົວ ເຮົາ ໃຫ້ ແກ່ ເຂົາ. ”
\v 22 ຢູດາ ຜູ້ ທີ່ ບໍ່ແມ່ນ ຢູດາ ອິດສະກາຣີອົດ ຖາມ ພຣະອົງ ວ່າ, “ພຣະອົງ ເຈົ້າ ເອີຍ ເປັນ ຫຍັງ ພຣະອົງ ຈຶ່ງ ສໍາແດງ ຕົວ ແກ່ ພວກ ຂ້ານ້ອຍ ແຕ່ ບໍ່ ສໍາແດງ ຕົວ ແກ່ ໂລກ?”
\s5
\v 23 ພຣະເຢຊູເຈົ້າ ຕອບ ເພິ່ນ ວ່າ, “ຖ້າ ຜູ້ໃດ ຮັກ ເຮົາ ກໍ ຈະ ປະຕິບັດ ຕາມ ຖ້ອຍຄໍາ ຂອງເຮົາ ແລະ ພຣະບິດາເຈົ້າ ຂອງເຮົາ ຈະ ຮັກ ຜູ້ນັ້ນ ແລະ ເຮົາ ທັງສອງ ຈະ ມາ ຫາ ຜູ້ນັ້ນ ແລະ ເຮົາ ຈະ ຕັ້ງ ຢູ່ ກັບ ຜູ້ນັ້ນ.
\v 24 ຜູ້ໃດ ທີ່ ບໍ່ ຮັກ ເຮົາ ກໍ ບໍ່ປະຕິບັດ ຕາມ ຖ້ອຍຄໍາ ຂອງເຮົາ ຖ້ອຍຄໍາ ທີ່ ພວກເຈົ້າ ໄດ້ຍິນ ນັ້ນ ບໍ່ ແມ່ນ ຂອງເຮົາ ແຕ່ ມາ ຈາກ ພຣະບິດາເຈົ້າ ຜູ້ ທີ່ ໃຊ້ ເຮົາ ມາ.”
\s5
\v 25 “ເຮົາ ບອກ ຖ້ອຍຄໍາ ເຫລົ່າ ນີ້ ແກ່ ພວກເຈົ້າ ເມື່ອ ເຮົາ ຍັງ ຢູ່ ກັບ ພວກເຈົ້າ.
\v 26 ແຕ່ ພຣະຜູ້ ຊ່ວຍ ຄື ພຣະວິນຍານ ບໍຣິສຸດເຈົ້າ ຜູ້ ທີ່ ພຣະບິດາເຈົ້າ ຈະ ໃຊ ້ ມາ ໃນ ນາມ ຂອງເຮົາ ອົງນັ້ນແຫລະ ຈະ ສັ່ງສອນ ພວກເຈົ້າ ທຸກສິ່ງ ແລະ ຈະ ເຕືອນ ໃຫ້ ພວກເຈົ້າ ລະນຶກ ເຖິງ ທຸກສິ່ງ ຊຶ່ງ ເຮົາ ໄດ້ ບອກ ພວກເຈົ້າ ແລ້ວນັ້ນ. ”
\v 27 “ເຮົາ ມອບ ສັນຕິສຸກ ໄວ້ ກັບ ພວກເຈົ້າ ເປັນ ສັນຕິສຸກ ຂອງເຮົາ ທີ່ເຮົາ ມອບ ໃຫ້ ພວກເຈົ້າ, ສັນຕິສຸກ ທີ່ເຮົາ ໃຫ້ ນັ້ນ ບໍ່ ເໝືອນ ສັນຕິສຸກ ທີ່ ໂລກ ໃຫ້, ຢ່າວຸ້ນວາຍ ເປັນທຸກໃຈ ແລະ ຢ່າສູ່ຢ້ານ.
\s5
\v 28 ພວກເຈົ້າ ໄດ້ຍິນ ເຮົາ ບອກ ພວກເຈົ້າ ແລ້ວວ່າ ເຮົາ ກໍາລັງ ຈະ ຈາກ ໄປ ແຕ່ ເຮົາ ຈະ ກັບ ມາ ຫາ ພວກເຈົ້າ, ຖ້າ ພວກເຈົ້າ ຮັກ ເຮົາ ພວກເຈົ້າ ກໍ ຈະ ຊົມ ຊື່ນ ຍິນ ດີ ທີ່ ເຮົາ ໄປ ຫາ ພຣະບິດາເຈົ້າ ເພາະ ພຣະອົງ ກໍ ຍິ່ງ ໃຫຍ່ ກວ່າ ເຮົາ.
\v 29 ບັດນີ້ ເຮົາ ໄດ້ ບອກ ເລື່ອງ ນີ້ ແກ່ ພວກເຈົ້າ ກ່ອນ ເຫດການ ນັ້ນ ຈະ ເກີດ ຂຶ້ນ ເພື່ອ ວ່າ ເມື່ອ ເຫດການ ນັ້ນ ເກີດຂຶ້ນ ແລ້ວ ພວກເຈົ້າ ຈະ ໄດ້ ເຊື່ອ.
\v 30 ແຕ່ ນີ້ໄປ ເຮົາ ຈະ ບໍ່ ສົນທະນາ ຫລາຍ ຄໍາ ກັບ ພວກເຈົ້າ ເພາະ ຜູ້ປົກຄອງໂລກນີ້ ກໍາລັງ ມາ ຜູ້ ນັ້ນ ບໍ່ ມີ ສິດອໍານາດ ເໜືອ ເຮົາ
\v 31 ແຕ່ ເຮົາ ໄດ້ ເຮັດ ຕາມ ທີ່ ພຣະບິດາເຈົ້າ ໄດ້ ຊົງ ບັນຊາ ເພື່ອ ໂລກ ຈະ ໄດ້ ຮູ້ວ່າ ເຮົາ ຮັກ ພຣະບິດາເຈົ້າ. ຈົ່ງ ລຸກ ຂຶ້ນ ເຮົາທັງຫລາຍ ພາກັນຈາກ ທີ່ ນີ້ ໄປ ເທາະ.”
\s5
\c 15
\p
\v 1 “ເຮົາ ເປັນເຄືອອະງຸ່ນ ອັນແທ້ຈິງ ແລະ ພຣະບິດາເຈົ້າ ຂອງເຮົາ ເປັນ ຜູ້ດູແລ ຮັກສາ.
\v 2 ກິ່ງ ທຸກ ກິ່ງ ໃນ ເຮົາ ທີ່ ບໍ່ເກີດ ຜົນ ພຣະອົງຊົງ ລິ ຖິ້ມ ເສຍ ແລະ ກິ່ງ ທຸກ ກິ່ງ ທີ່ເກີດ ຜົນ ພຣະອົງ ຊົງ ຕອນ ເພື່ອ ໃຫ້ ເກີດຜົນ ຫລາຍ ຂຶ້ນ.
\s5
\v 3 ພວກເຈົ້າ ຖືກ ຕອນ ແລ້ວ (ຮ) ດ້ວຍ ຖ້ອຍຄໍາ ທີ່ ເຮົາ ໄດ້ ກ່າວ ແກ່ ພວກເຈົ້ານັ້ນ.
\v 4 ຈົ່ງ ເຂົ້າ ສະໜິດ ຢູ່ໃນ ເຮົາ ແລະ ເຮົາ ເຂົ້າ ສະໜິດ ຢູ່ ໃນ ພວກເຈົ້າ, ກິ່ງ ຈະ ເກີດ ຜົນ ເອງ ບໍ່ ໄດ້ ນອກຈາກ ຈະ ຕິດ ຢູ່ ກັບ ເຄືອສັນໃດ ພວກເຈົ້າ ຈະ ເກີດຜົນ ເອງ ບໍ່ໄດ້ ນອກຈາກ ພວກເຈົ້າ ຈະ ເຂົ້າ ສະໜິດ ຢູ່ ໃນ ເຮົາສັນນັ້ນ.”
\s5
\v 5 “ເຮົາ ເປັນ ເຄືອ ອະງຸ່ນ ພວກເຈົ້າ ເປັນ ກິ່ງ ຜູ້ໃດ ທີ່ຢູ່ໃນ ເຮົາ ແລະ ເຮົາ ຢູ່ໃນ ຜູ້ນັ້ນ, ຜູ້ນັ້ນແຫລະ ຈະ ເກີດຜົນຫລາຍ. ເພາະ ຖ້າ ແຍກ ຈາກ ເຮົາ ແລ້ວ ພວກເຈົ້າ ບໍ່ ສາມາດ ເຮັດ ສິ່ງໃດໄດ້
\v 6 ຖ້າ ຜູ້ໃດ ບໍ່ ເຂົ້າ ສະໜິດ ຢູ່ໃນ ເຮົາ ຜູ້ນັ້ນ ກໍ ຕ້ອງ ຖືກ ຕັດ ຖິ້ມ ເສຍ ເໝືອນກິ່ງ ແລ້ວກໍຫ່ຽວແຫ້ງໄປ ແລະ ຖືກເກັບ ເອົາ ໄປ ເຜົາ ໄຟ ເສຍ.
\v 7 ຖ້າເຈົ້າທັງຫລາຍ ເຂົ້າສະໜິດ ຢູ່ໃນ ເຮົາ ແລະ ຖ້ອຍຄໍາ ຂອງເຮົາ ຝັງ ຢູ່ໃນ ພວກເຈົ້າ ແລ້ວພວກເຈົ້າປາຖະໜາ ສິ່ງໃດ ຈົ່ງ ຂໍ ແລ້ວສິ່ງ ນັ້ນ ຈະ ເກີດ ມີ ແກ່ ພວກເຈົ້າ.
\s5
\v 8 ໃນ ການ ນີ້ ແຫລະ ພຣະບິດາເຈົ້າ ຂອງເຮົາ ຈະ ໄດ້ ຮັບ ກຽດຕິຍົດ ຄື ເມື່ອ ພວກເຈົ້າ ເກີດຜົນ ຫລາຍ ພວກເຈົ້າ ຈຶ່ງ ເກີດ ເປັນ ສາວົກ ຂອງເຮົາ.
\v 9 ພຣະບິດາເຈົ້າ ຮັກເຮົາ ຢ່າງ ໃດ ເຮົາ ກໍ ຮັກ ພວກເຈົ້າ ຢ່າງ ນັ້ນ, ຈົ່ງ ຕັ້ງ ຢູ່ໃນ ຄວາມຮັກ ຂອງເຮົາ.
\s5
\v 10 ຖ້າ ພວກເຈົ້າ ເຊື່ອຟັງ ຂໍ້ຄໍາສັ່ງ ຂອງເຮົາ ພວກເຈົ້າ ກໍຈະ ຕັ້ງ ຢູ່ໃນ ຄວາມຮັກ ຂອງເຮົາ ເໝືອນ ດັ່ງ ເຮົາ ໄດ້ ເຊື່ອຟັງ ຂໍ້ຄໍາສັ່ງ ຂອງ ພຣະບິດາເຈົ້າ ແລະ ຕັ້ງຢູ່ ໃນ ຄວາມຮັກ ຂອງ ພຣະອົງ. ”
\v 11 “ເຮົາ ໄດ້ ບອກ ຂໍ່ ຄວາມ ເຫລົ່າ ນີ້ ແກ່ ພວກເຈົ້າ ເພື່ອ ຄວາມ ຊົມ ຊື່ນ ຍິນ ດີ ຂອງເຮົາ ຈະ ໄດ້ ຢູ່ໃນ ພວກເຈົ້າ ແລະ ເພື່ອ ວ່າ ຄວາມ ຊົມຊື່ນ ຍິນດີ ຂອງ ພວກເຈົ້າ ຈະ ໄດ້ ຄົບ ເຕັມ ບໍລິບູນ.
\s5
\v 12 ນີ້ແຫລະ ແມ່ນ ຂໍ້ຄໍາສັ່ງ ຂອງເຮົາ: ຄື ຈົ່ງ ຮັກຊຶ່ງ ກັນແລະກັນ ເໝືອນ ດັ່ງ ເຮົາ ຮັກ ພວກເຈົ້າ.
\v 13 ບໍ່ ມີ ຜູ້ໃດ ມີ ຄວາມຮັກ ໃຫຍ່ ກວ່າ ນີ້ ຄື ການ ທີ່ ຜູ້ໜຶ່ງ ໄດ້ ສະຫລະ ຊີວິດ ເພື່ອ ມິດສະຫາຍ ຂອງຕົນ.
\s5
\v 14 ຖ້າ ພວກເຈົ້າ ປະຕິບັດ ຕາມ ຂໍ້ຄໍາສັ່ງ ຂອງເຮົາ ພວກເຈົ້າ ກໍ ເປັນ ມິດສະຫາຍ ຂອງເຮົາ.
\v 15 ເຮົາ ບໍ່ ເອີ້ນ ພວກເຈົ້າ ວ່າ ຄົນ ຮັບໃຊ້ ອີກ ຕໍ່ໄປ ເພາະ ຄົນ ຮັບໃຊ້ ບໍ່ ຮູ້ ວ່າ ນາຍ ຂອງຕົນ ກໍາລັງ ເຮັດ ຫຍັງ, ແຕ່ ເຮົາ ເອີ້ນ ພວກເຈົ້າ ວ່າ, ‘ມິດສະຫາຍ’ ເພາະ ເຮົາ ໄດ້ ບອກ ພວກເຈົ້າໃຫ້ ຮູ້ທຸກສິ່ງ ທີ່ ເຮົາ ໄດ້ຍິນ ຈາກ ພຣະບິດາເຈົ້າ.
\s5
\v 16 ບໍ່ ແມ່ນ ເຈົ້າທັງຫລາຍ ໄດ້ ເລືອກ ເອົາ ເຮົາ, ແຕ່ ຝ່າຍ ເຮົາ ໄດ້ ເລືອກ ເອົາ ພວກເຈົ້າ ແລະ ແຕ່ງຕັ້ງ ເຈົ້າ ທັງຫລາຍ ເພື່ອ ໃຫ້ ໄປ ເກີດຜົນ ແລະ ເພື່ອ ຜົນ ຂອງ ພວກເຈົ້າ ຈະ ຕັ້ງຢູ່ຖາວອນ, ເພື່ອວ່າ ເມື່ອ ເຈົ້າທັງຫລາຍ ຈະ ທູນຂໍ ສິ່ງ ໃດ ຈາກ ພຣະບິດາເຈົ້າ ໃນ ນາມ ຂອງເຮົາ ພຣະອົງ ກໍ ຈະ ຊົງ ປະທານ ສິ່ງ ນັ້ນ ໃຫ້ ແກ່ ພວກເຈົ້າ.
\v 17 ນີ້ແຫລະແມ່ນ ຂໍ້ຄວາມ ທີ່ ເຮົາ ສັ່ງ ພວກເຈົ້າ ຄື: ‘ຈົ່ງ ຮັກ ຊຶ່ງ ກັນ ແລະກັນ.
\s5
\v 18 ຖ້າໂລກ ກຽດຊັງ ເຈົ້າທັງຫລາຍ ຈົ່ງ ຮູ້ ວ່າ ໂລກ ໄດ້ ກຽດຊັງ ເຮົາກ່ອນ ແລ້ວ.
\v 19 ຖ້າ ເຈົ້າ ທັງຫລາຍ ເປັນ ຝ່າຍ ໂລກ ໂລກ ກໍ ຈະ ຮັກແພງ ສິ່ງ ທີ່ເປັນ ຂອງ ມັນ ແຕ່ ເພາະ ເຈົ້າ ທັງຫລາຍ ບໍ່ ເປັນ ຂອງ ຝ່າຍ ໂລກ ແລະ ຝ່າຍ ເຮົາ ໄດ້ ເລືອກ ເອົາ ພວກເຈົ້າ ອອກ ຈາກ ໂລກນີ້ ສະນັ້ນແຫລະ ໂລກ ຈຶ່ງ ກຽດຊັງ ພວກເຈົ້າ
\s5
\v 20 ຈົ່ງ ລະນຶກ ເຖິງ ຂໍ້ຄວາມ ທີ່ ເຮົາ ໄດ້ ບອກ ພວກເຈົ້າ ວ່າ, ‘ຂ້ອຍໃຊ້ ບໍ່ຫ່ອນ ໃຫຍ່ ກວ່າ ນາຍ ຂອງຕົນ. ຖ້າພວກເຂົາ ຂົ່ມເຫັງ ເຮົາ ພວກເຂົາ ຈະ ຂົ່ມ ເຫັງ ເຈົ້າທັງຫລາຍ ເໝືອນກັນ, ຖ້າພວກເຂົາ ເຊື່ອ ຟັງ ຖ້ອຍຄໍາ ຂອງເຮົາ ພວກເຂົາ ກໍ ຈະ ເຊື່ອ ຟັງ ຖ້ອຍຄໍາ ຂອງ ພວກເຈົ້າ ເໝືອນກັນ.
\v 21 ແຕ່ ພວກເຂົາ ຈະ ເຮັດ ສິ່ງ ທັງປວງ ນີ້ ແກ່ ເຈົ້າ ເພາະ ເຫັນ ແກ່ ນາມ ຂອງເຮົາ. ດ້ວຍວ່າ, ພວກເຂົາ ບໍ່ ຮູ້ຈັກ ພຣະອົງ ຜູ້ ທີ່ໃຊ້ ເຮົາມາ.
\v 22 ຖ້າ ເຮົາ ບໍ່ ໄດ້ ມາ ບອກ ພວກເຂົາ ພວກເຂົາ ກໍ ຄົງ ບໍ່ ມີຄວາມ ຜິດ ບາບ, ແຕ່ ບັດນີ້ ພວກເຂົາ ບໍ່ ມີ ຂໍ້ແກ້ ຕົວ ໃນ ເລື່ອງ ບາບກໍາ ຂອງ ພວກເຂົາ.
\s5
\v 23 ຜູ້ ທີ່ກຽດຊັງ ເຮົາ ກໍ ກຽດຊັງ ພຣະບິດາ ຂອງເຮົາ ເໝືອນກັນ.
\v 24 ຖ້າເຮົາ ບໍ່ໄດ້ ເຮັດ ກິດຈະການ ໃນ ທ່າມກາງ ພວກເຂົາ ຊຶ່ງ ບໍ່ມີຜູ້ໃດ ເຄີຍ ໄດ້ ເຮັດ ນັ້ນ ພວກເຂົາ ກໍ ຄົງ ບໍ່ ມີ ບາບກໍາ, ແຕ່ ບັດ ນີ້ ພວກເຂົາ ໄດ້ ເຫັນ ສິ່ງ ທີ່ ເຮົາ ໄດ້ ເຮັດ ແລ້ວ ພວກເຂົາ ຈຶ່ງກຽດຊັງ ທັງ ເຮົາ ແລະ ພຣະບິດາເຈົ້າ ຂອງເຮົາດ້ວຍ.
\v 25 ທັງ ນີ້ ກໍ ເພື່ອ ຈະ ໄດ້ ເປັນ ຈິງ ຕາມ ທີ່ມີ ຄໍາ ຂຽນ ໄວ້ ໃນ ກົດບັນຍັດ ຂອງ ພວກເຂົາວ່າ, ‘ພວກເຂົາ ໄດ້ ກຽດຊັງ ເຮົາ ໂດຍ ບໍ່ ມີ ເຫດ.
\s5
\v 26 “ແຕ່ ເມື່ອ ອົງພຣະຜູ້ ຊ່ວຍ ຜູ້ ທີ່ ເຮົາ ຈະ ໃຊ້ ຈາກ ພຣະບິດາເຈົ້າ ມາ ຫາ ເຈົ້າທັງຫລາຍ ຄື ພຣະວິນຍານ ແຫ່ງ ຄວາມຈິງ ຊຶ່ງ ມາ ຈາກ ພຣະບິດາເຈົ້າ ໄດ້ ສະເດັດ ມາ ແລ້ວ ພຣະອົງ ນັ້ນ ແຫລະ ຈະ ເປັນ ພະຍານ ໃຫ້ ແກ່ ເຮົາ.
\v 27 ຝ່າຍ ພວກເຈົ້າ ກໍ ຈະ ເປັນ ພະຍານ ກ່ຽວກັບເຮົາ ເໝືອນກັນ ເພາະ ພວກເຈົ້າ ໄດ້ ຢູ່ ກັບ ເຮົາ ຕັ້ງແຕ່ ຕົ້ນ ມາ ແລ້ວ.”
\s5
\c 16
\p
\v 1 “ເຮົາ ໄດ້ ບອກ ເຊັ່ນນີ້ ເພື່ອ ວ່າ ພວກເຈົ້າ ຈະ ບໍ່ ໄດ້ ເກີດ ຄວາມ ສະດຸດ ໃຈ.
\v 2 ພວກເຈົ້າ ຈະ ຖືກ ໄລ່ ອອກ ຈາກ ທໍາມະສາລາ ແລະ ເວລາ ໜຶ່ງ ຈະ ມາ ເຖິງ ເມື່ອ ຜູ້ ທີ່ຂ້າ ພວກເຈົ້າ ຈະ ຄິດ ວ່າ ການ ກະທໍາ ຂອງຕົນ ຢ່າງ ນັ້ນ ເປັນ ການ ຖວາຍ ກຽດ ແກ່ ພຣະເຈົ້າ.
\s5
\v 3 ພວກເຂົາ ຈະ ເຮັດ ສິ່ງ ເຫລົ່າ ນີ້ ເພາະ ພວກເຂົາ ບໍ່ ຮູ້ຈັກ ພຣະບິດາເຈົ້າ ຂອງເຮົາ ແລະ ບໍ່ຮູ້ຈັກເຮົາ ດ້ວຍ
\v 4 ແຕ່ ເຮົາ ໄດ້ ບອກ ສິ່ງ ເຫລົ່ານີ້ ແກ່ ພວກເຈົ້າ ເພື່ອວ່າ ເມື່ອ ເວລາ ນັ້ນ ມາ ເຖິງ ພວກເຂົາ ຈະ ເຮັດ ສິ່ງ ເຫລົ່າ ນີ້ ພວກເຈົ້າ ຈະ ສໍານຶກ ໄດ້ ວ່າ ເຮົາ ໄດ້ ບອກ ພວກເຈົ້າ ໄວ້ ແລ້ວ. ” ພາລະກິດ ຂອງ ພຣະວິນຍານ ບໍຣິສຸດເຈົ້າ “ເຮົາ ບໍ່ໄດ້ ບອກ ສິ່ງ ເຫລົ່ານີ້ ແກ່ ພວກເຈົ້າ ຕັ້ງແຕ່ ຕົ້ນ ເພາະວ່າ ເຮົາ ຍັງຢູ່ກັບພວກເຈົ້າ.
\s5
\v 5 ແຕ່ ບັດ ນີ້ ເຮົາ ໃກ້ ຈະ ໄປ ຫາ ພຣະອົງ ຜູ້ ທີ່ໃຊ້ ເຮົາ ມາ ແຕ່ ບໍ່ ມີ ຜູ້ໃດ ໃນ ພວກເຈົ້າ ຖາມ ເຮົາ ວ່າ ເຮົາກໍາລັງ ຈະ ໄປ ໃສ?
\v 6 ແລະ ບັດນີ້ ຈິດໃຈ ຂອງ ພວກເຈົ້າ ກໍ ເຕັມ ໄປ ດ້ວຍ ຄວາມ ທຸກໂສກ ເພາະ ເຮົາ ໄດ້ ບອກ ເລື່ອງ ນີ້ ແກ່ ພວກເຈົ້າ.
\v 7 ເຖິງ ຢ່າງໃດ ກໍຕາມ ເຮົາ ບອກ ພວກເຈົ້າ ຕາມ ຄວາມຈິງ ວ່າ, ການ ທີ່ ເຮົາ ຈາກ ໄປ ນັ້ນ ກໍ ເປັນ ປະໂຫຍດ ແກ່ ພວກເຈົ້າ ເພາະ ຖ້າເຮົາ ບໍ່ ຈາກ ໄປ ອົງ ພຣະຜູ້ຊ່ວຍ ກໍ ຈະ ບໍ່ມາ ຫາ ພວກເຈົ້າ, ແຕ່ ຖ້າເຮົາ ຈາກ ໄປ ແລ້ວ ເຮົາ ຈະ ໃຊ້ ພຣະອົງ ມາຫາ ພວກເຈົ້າ.
\s5
\v 8 ເມື່ອ ພຣະອົງ ສະເດັດ ມາ ແລ້ວ ພຣະອົງ ນັ້ນ ແຫລະ ຈະ ຊົງ ບັນດົນ ໃຫ້ ໂລກ ຮູ້ ແຈ້ງ ໃນ ເລື່ອງ ຄວາມ ຜິດບາບ, ຄວາມຊອບທໍາ ແລະ ການ ພິພາກສາ.
\v 9 ໃນ ເລື່ອງ ຄວາມ ຜິດບາບ ນັ້ນ ຄື ເພາະ ພວກເຂົາ ບໍ່ ວາງໃຈເຊື່ອ ໃນ ເຮົາ,
\v 10 ໃນ ເລື່ອງ ຄວາມ ຊອບທໍາ ນັ້ນ ຄື ເພາະ ເຮົາ ໄປ ຫາ ພຣະບິດາເຈົ້າ ແລະ ພວກເຈົ້າ ຈະ ບໍ່ ເຫັນ ເຮົາອີກ.
\v 11 ສ່ວນ ເລື່ອງ ການ ພິພາກສາ ນັ້ນ ຄື ເພາະ ຜູ້ປົກ ຄອງ ໂລກ ນີ້ ໄດ້ ຖືກ ພິພາກສາ ແລ້ວ.”
\s5
\v 12 “ເຮົາ ຍັງ ມີ ຫລາຍ ເລື່ອງ ທີ່ ຈະ ບອກ ພວກເຈົ້າ ແຕ່ ໃນ ເວລາ ນີ້ ພວກເຈົ້າ ບໍ່ ສາມາດ ຈະ ທົນໄດ້.
\v 13 ແຕ່ ເມື່ອ ພຣະອົງ ນັ້ນ ຄື ພຣະວິນຍານ ແຫ່ງ ຄວາມຈິງ ຈະ ສະເດັດ ລົງ ມາ ແລ້ວ ພຣະອົງ ຈະ ນໍາ ເຈົ້າ ທັງຫລາຍ ໄປ ສູ່ຄວາມຈິງ ທັງໝົດ ເພາະ ພຣະອົງ ຈະ ບໍ່ ກ່າວ ແຕ່ ລໍາພັງ ຂອງ ພຣະອົງ ເອງ ແຕ່ ພຣະອົງ ໄດ້ຍິນ ສິ່ງ ໃດ ກໍ ຈະ ກ່າວ ສິ່ງ ນັ້ນ ແລະ ຈະ ປະກາດ ໃຫ້ ເຈົ້າ ທັງຫລາຍ ຮູ້ເຖິງ ສິ່ງ ເຫລົ່ານັ້ນ ທີ່ຈະ ເກີດຂຶ້ນ.
\v 14 ພຣະອົງ ຈະ ໃຫ້ ເຮົາ ໄດ້ ຮັບສະຫງ່າຣາສີ ເພາະ ພຣະອົງ ຈະ ນໍາ ສິ່ງ ທີ່ ເຮົາ ກ່າວ ນັ້ນ ມາ ປະກາດ ແກ່ ເຈົ້າ ທັງຫລາຍ.
\s5
\v 15 ທຸກສິ່ງ ທີ່ພຣະບິດາເຈົ້າ ມີ ຢູ່ນັ້ນ ກໍ ເປັນ ຂອງເຮົາ. ສະນັ້ນ ເຮົາ ຈຶ່ງ ກ່າວ ວ່າ, ພຣະວິນຍານ ຈະ ນໍາເອົາ ສິ່ງ ຊຶ່ງ ເປັນ ຂອງເຮົາ ນັ້ນ ມາ ປະກາດ ແກ່ ເຈົ້າ ທັງຫລາຍ. ”
\v 16 “ຍັງ ບໍ່ດົນ ເຈົ້າທັງຫລາຍ ຈະ ບໍ່ ເຫັນ ເຮົາ ຕໍ່ ໄປ ແລະ ຕໍ່ມາ ອີກ ບໍ່ ດົນ ພວກເຈົ້າ ກໍ ຈະ ເຫັນ ເຮົາ ເພາະ ເຮົາ ໄປ ຫາ ພຣະບິດາເຈົ້າ.”
\s5
\v 17 ສາວົກ ຂອງພຣະອົງ ບາງຄົນ ຈຶ່ງ ຖາມກັນ ວ່າ, “ການ ທີ່ ພຣະອົງ ໄດ້ ກ່າວ ແກ່ ພວກເຮົາວ່າ, ‘ຍັງ ບໍ່ ດົນ ພວກເຈົ້າ ຈະບໍ່ ເຫັນ ເຮົາ ແລະຕໍ່ມາອີກ ບໍ່ ດົນ ພວກເຈົ້າ ກໍ ຈະເຫັນ ເຮົາ ແລະຍັງ ເວົ້າ ອີກ ວ່າ, ‘ເພາະເຮົາ ໄປຫາ ພຣະບິດາເຈົ້າ. ຂໍ້ ຄວາມເຫລົ່າ ນີ້ ໝາຍຄວາມວ່າຢ່າງ ໃດ?
\v 18 ຄໍາວ່າ, ‘ຍັງ ບໍ່ ດົນ’ ໝາຍຄວາມວ່າຢ່າງໃດ? ພວກເຮົາ ບໍ່ ເຂົ້າໃຈເລີຍ ວ່າເພິ່ນ ກຳ ລັງ ເວົ້າ ຫຍັງ?”
\s5
\v 19 ພຣະເຢຊູເຈົ້າ ຮູ້ຈັກ ວ່າ ພວກເພິ່ນ ຢາກຖາມພຣະອົງ ແລ້ວ ພຣະອົງ ຈຶ່ງ ກ່າວ ແກ່ ພວກເພິ່ນ ວ່າ, “ເຮົາໄດ້ ເວົ້າ ວ່າ ຍັງ ບໍ່ ດົນ ພວກເຈົ້າ ຈະ ບໍ່ ເຫັນ ເຮົາ ແຕ່ ຕໍ່ມາ ອີກ ບໍ່ ດົນ ພວກເຈົ້າ ກໍ ຈະ ເຫັນ ເຮົາ. ພວກເຈົ້າ ຖາມ ກັນ ໃນ ເລື່ອງ ນີ້ ແມ່ນ ບໍ?
\v 20 ເຮົາ ບອກ ພວກເຈົ້າ ຕາມ ຄວາມຈິງ ວ່າ, ພວກເຈົ້າ ຈະ ຮ້ອງໄຫ້ ຮ່ຳໄຮ ແຕ່ ໂລກນີ້ ຈະ ຊົມຊື່ນ ຍິນດີ, ພວກເຈົ້າ ຈະ ໂສກເສົ້າ ຫລາຍ ແຕ່ ຄວາມ ໂສກເສົ້າ ຂອງ ພວກເຈົ້າ ຈະ ກາຍເປັນ ຄວາມ ຊົມ ຊື່ນ ຍິນ ດີ
\v 21 ເມື່ອ ແມ່ ຍິງ ໃກ້ ຈະ ເກີດ ລູກ ນາງ ກໍ ໂສກເສົ້າ ເພາະ ເວລາ ແຫ່ງ ຄວາມ ເຈັບ ປວດ ໄດ້ ມາ ເຖິງ, ແຕ່ ເມື່ອ ລູກ ເກີດ ມາ ແລ້ວ ນາງ ກໍ ບໍ່ ຄິດ ເຖິງ ຄວາມ ເຈັບ ປວດ ນັ້ນ ອີກ ເພາະ ນາງ ຊົມ ຊື່ນ ຍິນດີ ທີ່ ຄົນ ຜູ້ໜຶ່ງ ເກີດ ມາ ສູ່ ໂລກ.
\s5
\v 22 ພວກເຈົ້າ ກໍ ເໝືອນກັນ ນັ້ນ ແຫລະ ໃນ ເວລາ ນີ້ ພວກເຈົ້າ ໂສກເສົ້າ ແຕ່ ເຮົາ ຈະ ເຫັນ ພວກເຈົ້າ ອີກ ແລະ ພວກເຈົ້າ ກໍ ຈະ ຊົມ ຊື່ນ ຍິນ ດີ ຢ່າງ ເຕັມ ລົ້ນ ເປັນ ຄວາມ ຍິນ ດີ ທີ່ ບໍ່ມີຜູ້ໃດ ເອົາ ໄປ ຈາກ ພວກເຈົ້າ ໄດ້
\v 23 ເມື່ອ ເຖິງ ວັນ ນັ້ນ ພວກເຈົ້າ ຈະ ບໍ່ ຖາມ ເຮົາ ເຖິງ ສິ່ງ ໃດ ໝົດ. ເຮົາ ບອກ ພວກເຈົ້າ ຕາມ ຄວາມຈິງ ວ່າ, ຖ້າ ພວກເຈົ້າ ຂໍ ສິ່ງ ໃດ ຈາກ ພຣະບິດາເຈົ້າ ໃນນາມ ຂອງເຮົາ, ພຣະອົງ ກໍຈະ ໂຜດ ສິ່ງ ນັ້ນ ໃຫ້ ແກ່ ພວກເຈົ້າ. (ກ)
\v 24 ຈົນ ເຖິງ ບັດ ນີ້ ພວກເຈົ້າ ບໍ່ ໄດ້ ຂໍ ສິ່ງ ໃດ ໃນ ນາມ ຂອງເຮົາ, ຈົ່ງ ຂໍ ແລ້ວພວກເຈົ້າ ຈະ ໄດ້ ຮັບ ເພື່ອ ຄວາມຍິນດີ ຂອງພວກເຈົ້າ ຈະຄົບ ບໍລິບູນ.”
\s5
\v 25 “ເຮົາ ໄດ້ ກ່າວ ສິ່ງ ເຫລົ່ານີ້ ແກ່ ພວກເຈົ້າ ເປັນ ຄໍາອຸປະມາ, ແຕ່ ເວລາ ໜຶ່ງ ຈະ ມາ ເຖິງ ເຮົາ ຈະ ບໍ່ ໃຊ້ ຄໍາອຸປະມາ ກ່າວ ແກ່ ພວກເຈົ້າ ແຕ່ ຈະ ກ່າວ ແກ່ ພວກເຈົ້າ ຢ່າງ ຈະແຈ້ງເຖິງເລື່ອງ ພຣະບິດາເຈົ້າ.
\s5
\v 26 ເມື່ອ ວັນ ນັ້ນ ມາ ເຖິງ ພວກເຈົ້າ ຈະ ຂໍ ຈາກ ພຣະອົງໃນ ນາມ ຂອງເຮົາ ແລະ ເຮົາ ຈະ ບໍ່ບອກ ພວກເຈົ້າ ວ່າ, ‘ເຮົາ ຈະ ທູນ ຂໍ ພຣະບິດາເຈົ້າ ເພື່ອ ພວກເຈົ້າ.
\v 27 ດ້ວຍວ່າ, ພຣະບິດາເຈົ້າ ເອງ ກໍ ຮັກ ພວກເຈົ້າ ເພາະ ພວກເຈົ້າ ໄດ້ ຮັກ ເຮົາ ແລະ ໄດ້ ເຊື່ອ ວ່າ ເຮົາ ມາ ຈາກ ພຣະເຈົ້າ.
\v 28 ເຮົາ ມາ ຈາກ ພຣະບິດາເຈົ້າ ແລະ ເຂົ້າ ມາ ໃນ ໂລກ ແລະ ບັດນີ້ ເຮົາ ກໍາ ລັງ ຈະ ຈາກ ໂລກ ໄປ ຫາ ພຣະບິດາເຈົ້າ.”
\s5
\v 29 ແລ້ວ ພວກ ສາວົກ ຂອງ ພຣະອົງ ເວົ້າ ວ່າ, “ບັດນີ້ ພຣະອົງ ກ່າວ ຢ່າງ ຈະແຈ້ງ ໂດຍ ບໍ່ ໃຊ້ ຄໍາອຸປະມາ.
\v 30 ດຽວ ນີ້ ພວກ ຂ້າ ນ້ອຍ ຮູ້ ແລ້ວ ວ່າ ພຣະອົງ ຮູ້ຈັກ ທຸກໆ ສິ່ງ ແລະ ບໍ່ຈຳ ເປັນ ໃຫ້ ຜູ້ໃດ ຖາມ ພຣະອົງ ອີກ, ດ້ວຍເຫດນີ້ ພວກ ຂ້ານ້ອຍ ຈຶ່ງ ເຊື່ອ ວ່າ ພຣະອົງ ມາ ຈາກ ພຣະເຈົ້າ. ”
\v 31 ພຣະເຢຊູເຈົ້າ ຕອບ ພວກເພິ່ນ ວ່າ, “ດຽວນີ້ ພວກເຈົ້າ ເຊື່ອ ແລ້ວ ບໍ?
\s5
\v 32 ເວລາ ກໍາລັງ ມາ ແລະ ກໍ ມາ ເຖິງ ທີ່ ນີ້ ແລ້ວ ເມື່ອ ພວກເຈົ້າ ຕ້ອງ ພັດ ພາກ ຈາກ ກັນ ໄປ ບ້ານ ເຮືອນ ຂອງ ໃຜ ລາວ ແລະ ປ່ອຍ ເຮົາ ໄວ້ ແຕ່ ຜູ້ດຽວ, ແຕ່ເຮົາ ບໍ່ໄດ້​ຢູ່ຜູ້ດຽວ ເພາະ ພຣະບິດາເຈົ້າ ສະຖິດຢູ່ກັບເຮົາ.
\v 33 ເຮົາບອກເລື່ອງ ນີ້ ແກ່ ເຈົ້າທັງຫລາຍ ເພື່ອ ພວກເຈົ້າ ຈະ ມີ ຄວາມ ສະຫງົບສຸກ ໃນເຮົາ ໃນໂລກນີ້ ພວກເຈົ້າ ຈະ ມີ ຄວາມ ທຸກ ລໍາບາກ ແຕ່ ຈົ່ງ ຊື່ນ ໃຈ ເທາະ ເພາະ ຝ່າຍ ເຮົາ ໄດ້ ຊະນະ ໂລກ ແລ້ວ.”
\s5
\c 17
\p
\v 1 ເມື່ອ ພຣະເຢຊູເຈົ້າ ກ່າວ ຖ້ອຍຄໍາ ເຫລົ່າ ນີ້ ຈົບລົງ ແລ້ວ ພຣະອົງ ກໍ ເງີຍ ໜ້າ ຂຶ້ນ ສູ່ ທ້ອງຟ້າ ແລ້ວ ກ່າວ ວ່າ, “ພຣະບິດາເຈົ້າ ເອີຍ ເຖິງ ເວລາ ແລ້ວ ຂໍໂໍຜດ ໃຫ້ ພຣະບຸດ ຂອງ ພຣະອົງ ໄດ້ ຮັບ ສະຫງ່າຣາສີ ເຖີດ ເພື່ອ ພຣະບຸດ ຈະ ໄດ້ ຖວາຍ ສະຫງ່າຣາສີ ແກ່ ພຣະອງົ.
\v 2 ດ້ວຍວ່າ, ພຣະອົງ ໃຫ້ ພຣະບຸດ ມີ ສິດ ອໍານາດ ເໜືອ ມະນຸດ ທັງ ປວງ ເພື່ອ ວ່າ ພຣະບຸດ ຈະ ໄດ້ ໃຫ້ ຊີວິດ ນິຣັນດອນ ແກ່ ທຸກຄົນ ທີ່ພຣະອົງ ໄດ້ ມອບ ໃຫ້ ພຣະບຸດ ນັ້ນ.
\s5
\v 3 ນີ້ ແມ່ນ ຊີວິດ ນິ​ຣັນດອນ ຄືໃຫ້ ພວກເຂົາຮູ້ຈັກ ພຣະອົງ ຜູ້ ເປັນ ພຣະເຈົ້າ ທ່ຽງແທ້ ແຕ່ ອົງດຽວ ແລະ ຮູ້ຈັກ ພຣະເຢຊູຄຣິດ ເຈົ້າ ຜູ້ ທີ່ພຣະອົງ ໃຊ້ ມາ.
\v 4 ຂ້ານ້ອຍ ໄດ້ ສໍາແດງ ໃຫ້ ໂລກ ເຫັນ ສະຫງ່າຣາສີ ຂອງ ພຣະອົງ, ຂ້ານ້ອຍ ໄດ້ ເຮັດ ພາລະກິດ ທີ່ ພຣະອົງ ມອບໝາຍ ໃຫ້ ຂ້ານ້ອຍ ເຮັດ ນັ້ນ ສໍາເລັດ ແລ້ວ.
\v 5 ບັດນີ້ ພຣະບິດາເຈົ້າ ເອີຍ ຂໍໂຜດ ໃຫ້ ຂ້ານ້ອຍ ມີ ສະຫງ່າຣາສີ ຢູ່ ຊ້ອງໜ້າ ພຣະອົງ ເຖີດ ຄື ສະຫງ່າຣາສີ ທີ່ ຂ້ານ້ອຍ ໄດ້ ມີກັບ ພຣະອົງ ກ່ອນ ສ້າງ ໂລກ ນັ້ນ.
\s5
\v 6 ຂ້ານ້ອຍ ໄດ້ ເຮັດ ໃຫ້ ພຣະນາມ ຂອງ ພຣະອົງ ເປັນ ທີ່ ຮູ້ຈັກ ແກ່ ພວກ ທີ່ ຖືກ ດຶງ ອອກ ມາ ຈາກ ໂລກ ຄືພວກທີ່ ພຣະອົງ ໄດ້ ມອບ ໃຫ້ ຂ້ານ້ອຍ ຄົນ ເຫລົ່ານັ້ນ ເປັນຂອງ ພຣະອົງ ແລະ ພຣະອົງ ໄດ້ ມອບ ພວກເຂົາ ໃຫ້ ຂ້ານ້ອຍ, ພວກເຂົາ ໄດ້ ປະຕິບັດ ຕາມ ຖ້ອຍຄໍາ ຂອງ ພຣະອົງ
\v 7 ແລະ ບັດນີ້ ພວກເຂົາ ຮູ້ຈັກ ແລ້ວ ວ່າ ທຸກໆ ສິ່ງ ທີ່ ພຣະອົງ ໃຫ້ຂ້ານ້ອຍ ນັ້ນ ກໍ ມາ ຈາກ ພຣະອົງ.
\v 8 ຂ້ານ້ອຍ ໄດ້ມອບ ຖ້ອຍຄໍາ ທີ່ ພຣະອົງ ໄດ້ ປະທານ ແກ່ ຂ້ານ້ອຍ ໃຫ້ ແກ່ ພວກເຂົາ ແລະ ພວກເຂົາ ກໍໄດ້ ຮັບ ຖ້ອຍຄໍາ ນັ້ນ ແລ້ວ ພວກເຂົາ ຮູ້ ຢ່າງ ຄັກ ແນ່ ວ່າ ຂ້ານ້ອຍ ໄດ້ ມາ ຈາກ ພຣະອົງ ແລະ ເຊື່ອ ວ່າ ພຣະອົງ ໄດ້ ໃຊ້ ຂ້ານ້ອຍ ມາ
\s5
\v 9 ຂ້ານ້ອຍ ພາວັນ ນາ ອະທິຖານ ເພື່ອ ພວກເຂົາ ຂ້ານ້ອຍ ບໍ່ ໄດ້ ພາວັນ ນາ ອະທິຖານ ເພື່ອ ໂລກ ແຕ່ ເພື່ອ ຄົນ ເຫລົ່ານັ້ນ ທີ່ ພຣະອົງ ໄດ້ ມອບ ໃຫ້ ແກ່ ຂ້ານ້ອຍ ເພາະ ພວກເຂົາ ເປັນ ຂອງ ພຣະອົງ.
\v 10 ທຸກສິ່ງ ທີ່ ເປັນ ຂອງ ຂ້ານ້ອຍ ກໍ ເປັນ ຂອງ ພຣະອົງ ແລະ ທຸກສິ່ງ ທີ່ ເປັນ ຂອງ ພຣະອົງ ກໍ ເປັນ ຂອງ ຂ້ານ້ອຍ ແລະ ສະຫງ່າຣາສີ ຂອງ ຂ້ານ້ອຍ ກໍ ມີຜ່ານ ທາງ ພວກເຂົາ.
\v 11 ບັດນີ້ ຂ້ານັອຍ ຈະ ບໍ່ ຢູ່ ໃນ ໂລກນີ້ ຕໍ່ ໄປ ອີກ ແລ້ວ ແຕ່ ພວກເຂົາ ຍັງ ຈະ ຢູ່ໃນ ໂລກນີ້ ດຽວ ນີ້ ຂ້ານ້ອຍ ໃກ້ ຈະ ເມືອ ຫາ ພຣະອົງ. ໂອ ພຣະບິດາເຈົ້າ ຜູ້ ບໍຣິສຸດ ເອີຍ ຂໍໂຜດ ພິທັກຮັກສາ ພວກເຂົາ ໄວ້ ໂດຍ ຣິດອໍານາດ ແຫ່ງ ພຣະນາມ ຂອງ ພຣະອົງ ຄື ພຣະນາມ ທີ່ ພຣະອົງ ໄດ້ ໃຫ້ ແກ່ ຂ້ານ້ອຍນັ້ນ (ຂ) ເພື່ອ ວ່າ ພວກເຂົາ ຈະ ໄດ້ ເປັນ ອັນໜຶ່ງ ອັນດຽວກັນ ເໝືອນ ດັ່ງ ພຣະອົງ ກັບ ຂ້ານ້ອຍ ເປັນ ອັນໜຶ່ງ ອັນດຽວກັນ.
\s5
\v 12 ເມື່ອ ຂ້ານ້ອຍ ຍັງ ຢູ່ກັບ ພວກເຂົາ ນັ້ນ ຂ້ານ້ອຍ ກໍໄດ້ ປົກ ປັກ ຮັກສາ ພວກເຂົາ ໄວ້ ໂດຍ ຣິດອໍານາດ ແຫ່ງ ພຣະນາມ ຂອງ ພຣະອົງ ຄື ພຣະນາມ ທີ່ ພຣະອົງ ໄດ້ ໃຫ້ ແກ່ ຂ້ານ້ອຍ ນັ້ນ (ຄ) ຂ້ານ້ອຍ ໄດ້ ປົກປ້ອງ ພວກເຂົາ ໄວ້ ແລະ ບໍ່ ມີ ຜູ້ໃດ ໃນ ພວກເຂົາ ໄດ້ ເສຍ ໄປ ເວັ້ນໄວ້ ແຕ່ ຜູ້ ທີ່ ຖືກໝາຍ ໄວ້ ສໍາລັບ ຄວາມ ຈິບຫາຍ ເພື່ອ ຈະ ໄດ້ ສໍາເລັດ ຕາມ ທີ່ ມີ ຄໍາຂຽນ ໄວ້ ໃນ ພຣະຄໍາພີ.
\v 13 ບັດນີ້ ຂ້ານ້ອຍ ກໍາລັງ ຈະ ເມືອ ຫາ ພຣະອົງ ຂ້ານ້ອຍ ກ່າວ ເຖິງ ສິ່ງເຫລົ່າ ນີ້ ໃນ ໂລກ ເພື່ອ ພວກເຂົາ ຈະ ໄດ້ ຮັບ ຄວາມ ຊົມ ຊື່ນ ຍິນ ດີ ຂອງ ຂ້ານ້ອຍ ຢ່າງ ຄົບ ເຕັມ ບໍລິບູນ.
\v 14 ຝ່າຍ ຂ້ານ້ອຍ ໄດ້ ມອບ ພຣະຄໍາ ຂອງ ພຣະອົງ ໃຫ້ແກ່ ພວກເຂົາແລ້ວ ແລະ ໂລກນີ້ ໄດ້ ກຽດຊັງ ພວກເຂົາ ເພາະ ພວກເຂົາ ບໍ່ ເປັນ ຂອງ ໂລກ ເໝືອນ ດັ່ງ ຂ້ານ້ອຍ ບໍ່ ເປັນ ຂອງ ໂລກ.
\s5
\v 15 ຂ້ານ້ອຍ ບໍ່ ໄດ້ ຂໍພຣະອົງ ໃຫ້ ເອົາ ພວກເຂົາອອກ ໄປ ຈາກ ໂລກນີ້ ແຕ່ ຂ້ານ້ອຍ ຂໍ ພຣະອົງ ໃຫ້ ປົກປັກ ຮັກສາ ພວກເຂົາ ຈາກ ມານຊົ່ວຮ້າຍ.
\v 16 ພວກເຂົາ ບໍ່ ເປັນ ຂອງ ໂລກ ເໝືອນ ດັ່ງ ຂ້ານ້ອຍ ບໍ່ ເປັນ ຂອງ ໂລກ.
\v 17 ພຣະຄໍາ ຂອງ ພຣະອົງ ເປັນ ຄວາມຈິງ ຂໍໂຜດ ຊໍາລະ ໃຫ້ ພວກເຂົາ ບໍຣິສຸດ ດ້ວຍ ຄວາມຈິງ ຂອງ ພຣະອົງ.
\s5
\v 18 ພຣະອົງ ໃຊ້ ຂ້ານ້ອຍ ເຂົ້າ ມາ ໃນ ໂລກ ສັນໃດ ຂ້ານ້ອຍ ກໍໃຊ້ ພວກເຂົາ ໄປ ໃນ ໂລກ ສັນນັ້ນ.
\v 19 ຂ້ານ້ອຍ ຖວາຍ ຕົວ ແກ່ ພຣະອົງ ເພາະ ເຫັນແກ່ ພວກເຂົາ ເພື່ອ ໃຫ້ ພວກເຂົາ ໄດ້ ຮັບການ ຊົງ ຊໍາລະ ແຕ່ງຕັ້ງ ໄວ້ ດ້ວຍ ຄວາມຈິງ ເໝືອນກັນ.
\s5
\v 20 ຂ້ານ້ອຍ ພາວັນນາ ອະທິຖານ ບໍ່ ແມ່ນແຕ່ ສໍາລັບ ພວກເຂົາ ເທົ່ານັ້ນ ແຕ່ ສໍາລັບ ຄົນທັງຫລາຍ ທີ່ ວາງໃຈເຊື່ອ ໃນ ຂ້ານ້ອຍ ເພາະ ຖ້ອຍຄໍາ ຂອງ ພວກເຂົາ.
\v 21 ເພື່ອ ໃຫ້ ພວກເຂົາ ທັງໝົດ ເປັນ ອັນໜຶ່ງ ອັນດຽວກັນ, ໂອ ພຣະບິດາເຈົ້າ ເອີຍ ຂໍໂຜດ ໃຫ້ ພວກເຂົາ ຢູ່ ໃນ ເຮົາທັງສອງ ເໝືອນກັນ ເໝືອນ ດັ່ງ ພຣະອົງ ສະຖິດ ຢູ່ ໃນ ຂ້ານ້ອຍ ແລະ ຂ້ານ້ອຍ ຢູ່ ໃນ ພຣະອົງ, ຂໍ ໃຫ້ ພວກເຂົາ ເປັນ ອັນໜຶ່ ອັນດຽວກັນ ເພື່ອ ໂລກ ຈະ ເຊື່ອ ວ່າ ແມ່ນ ພຣະອົງ ນັ້ນ ແຫລະ ທີ່ ໃຊ້ ຂ້ານ້ອຍ ມາ.
\s5
\v 22 ຂ້ານ້ອຍ ມອບ ກຽດຕິຍົດ ຢ່າງ ດຽວກັນ ກັບ ທີ່ ພຣະອົງ ໃຫ້ ຂ້ານ້ອຍ ນັ້ນ ແກ່ ພວກເຂົາ ເພື່ອ ພວກເຂົາ ຈະ ເປັນ ອັນໜຶ່ງ ອັນດຽວກັນ ເໝືອນ ດັ່ງ ພຣະອົງ ກັບ ຂ້ານ້ອຍ ເປັນ ອັນ ໜຶ່ງ ອັນ ດຽວກັນ.
\v 23 ຂ້ານ້ອຍ ຢູ່ໃນ ພວກເຂົາ ແລະ ພຣະອົງ ສະຖິດ ຢູ່ ໃນ ຂ້ານ້ອຍ ເພື່ອ ພວກເຂົາ ຈະ ເປັນ ອັນໜຶ່ງ ອັນດຽວ ຢ່າງ ຄົບ ບໍລິບູນ ເພື່ອ ໂລກ ຈະ ໄດ້ ຮູ້ຈັກ ວ່າ ແມ່ນ ພຣະອົງ ນັ້ນ ແຫລະ ທີ່ ໃຊ້ ຂ້ານ້ອຍ ມາ ແລະ ທັງ ໄດ້ຮູ້ຈັກ ວ່າ ພຣະອົງ ໄດ້ ຮັກ ພວກເຂົາ ເໝືອນ ດັ່ງ ທີ່ ພຣະອົງ ໄດ້ ຮັກ ຂ້ານ້ອຍ.
\s5
\v 24 ໂອ ພຣະບິດາເຈົ້າ ເອີຍ ພຣະອົງ ໄດ້ ມອບ ພວກເຂົາ ໃຫ້ ແກ່ ຂ້ານ້ອຍ, ຂ້ານ້ອຍ ຢາກ ໃຫ້ ພວກເຂົາ ຢູ່ກັບ ຂ້ານ້ອຍ ໃນ ບ່ອນ ທີ່ ຂ້ານ້ອຍ ຢູ່ນັ້ນ ເໝືອນກັນ ເພື່ອ ພວກເຂົາ ຈະ ໄດ້ ເຫັນ ສະຫງ່າຣາສີ ຂອງ ຂ້ານ້ອຍ ທີ່ ພຣະອົງ ໄດ້ ໃຫ້ ແກ່ ຂ້ານ້ອຍ ນັ້ນ ເພາະ ພຣະອົງ ຮັກຂ້ານ້ອຍ ຕັ້ງ ແຕ່ ກ່ອນ ສ້າງ ໂລກ.
\s5
\v 25 ໂອ ພຣະບິດາເຈົ້າ ຜູ້ ຊົງ ຊອບທໍາ ເອີຍ ໂລກນີ້ ບໍ່ຮູ້ຈັກ ພຣະອົງ ແຕ່ ຂ້ານ້ອຍ ຮູ້ຈັກ ພຣະອົງ ແລະ ຄົນ ເຫລົ່າ ນີ້ ຮູ້ຈັກ ວ່າ ແມ່ນ ພຣະອົງ ນັ້ນ ແຫລະ ທີ່ ໄດ້ ຊົງ ໃຊ້ ຂ້ານ້ອຍ ມາ.
\v 26 ຂ້ານ້ອຍ ໄດ້ ເຮັດ ໃຫ້ ນາມຊື່ຂອງ ພຣະອົງ ເປັນ ທີ່ຮູ້ຈັກ ແກ່ ພວກເຂົາ ແລະ ຂ້ານ້ອຍ ຈະ ເຮັດ ໃຫ້ ພວກເຂົາ ຮູ້ ອີກ ເພື່ອ ຄວາມຮັກ ທີ່ ພຣະອົງ ມີ ຕໍ່ ຂ້ານ້ອຍ ນັ້ນ ຈະ ຢູ່ ໃນ ພວກເຂົາ ແລະ ຂ້ານ້ອຍ ກໍ ຢູ່ ໃນ ພວກເຂົາ ເໝືອນກັນ.”
\s5
\c 18
\p
\v 1 ເມື່ອ ພຣະເຢຊູເຈົ້າ ໄດ້ ກ່າວ ຖ້ອຍຄໍາ ນີ້ ແລ້ວ ພຣະອົງ ກໍໄດ້ ອອກ ໄປ ກັບ ພວກ ສາວົກ ຂອງ ພຣະອົງ ແລະ ຂ້າມ ຫ້ວຍ ກິດໂຣນ ໃນ ບ່ອນ ນັ້ນ ມີ ສວນ ແຫ່ງ ໜຶ່ງ ພຣະອົງ ຈຶ່ງ ເຂົ້າ ໄປ ໃນ ສວນ ນັ້ນ ກັບ ພວກ ສາວົກ.
\v 2 ຝ່າຍ ຢູດາ ຜູ້ ທີ່ ທໍລະຍົດ ຕໍ່ ພຣະອົງ ກໍ ຮູ້ ບ່ອນ ນີ້ ເໝືອນກັນ, ເພາະ ພຣະເຢຊູເຈົ້າ ໄດ້ ປະຊຸມ ກັບ ພວກ ສາວົກ ຂອງ ພຣະອົງ ໃນ ບ່ອນ ນັ້ນ ຫລາຍ ເທື່ອ ແລ້ວ.
\v 3 ດັ່ງນັ້ນ ຢູດາ ຈຶ່ງ ພາ ພວກ ທະຫານ ແລະ ເຈົ້າໜ້າທີ່ ຄື ຄົນ ທີ່ ພວກຫົວໜ້າປະໂຣຫິດ ແລະ ພວກຟາຣີຊາຍ ໃຊ້ ມາ ນັ້ນ ໄປ ນໍາ ພວກເຂົາ ມີ ອາວຸດ ຖື ໂຄມໄຟ ແລະ ກະບອງ ມາ ພ້ອມ.
\s5
\v 4 ພຣະເຢຊູເຈົ້າ ຮູ້ດີ ເຖິງ ທຸກສິ່ງ ທີ່ ກໍາລັງ ເກີດຂຶ້ນ ກັບ ພຣະອົງ ຈຶ່ງ ຍ່າງ ອອກ ໄປ ຖາມ ພວກເຂົາ ວ່າ, “ພວກເຈົ້າ ຊອກ ຫາ ຜູ້ໃດ? ”
\v 5 ພວກເຂົາ ຕອບ ວ່າ, “ເຢຊູ ໄທນາຊາເຣັດ. ” ພຣະເຢຊູເຈົ້າ ຕອບ ວ່າ, “ເຮົາ ນີ້ ແຫລະ ເປັນຜູ້ນັ້ນ. ” ຝ່າຍ ຢູດາ ອິດສະກາຣີອົດ ຜູ້ ທໍລະຍົດ ຕໍ່ ພຣະອົງ ກໍ ຢືນ ຢູ່ ກັບ ຄົນ ເຫລົ່ານັ້ນ ເໝືອນກັນ.
\s5
\v 6 ພໍ ພຣະອົງ ບອກ ວ່າ, “ເຮົານີ້ ແຫລະ ເປັນ ຜູ້ນັ້ນ. ” ພວກເຂົາ ກໍ ຍ່າງ ຖອຍ ຄືນຫລັງ ແລະ ລົ້ມລົງດິນ.
\v 7 ພຣະອົງ ຖາມ ອີກວ່າ, “ພວກເຈົ້າ ຊອກ ຫາ ຜູ້ໃດ? ” ພວກເຂົາ ຕອບ ວ່າ, “ເຢຊູ ໄທ ນາຊາເຣັດ.”
\s5
\v 8 ພຣະເຢຊູເຈົ້າ ຕອບ ວ່າ, “ເຮົາ ໄດ້ ບອກ ພວກເຈົ້າ ແລ້ວວ່າ ‘ເຮົາ ນີ້ ແຫລະ ແມ່ນ ຜູ້ນັ້ນ’ ຖ້າພວກເຈົ້າ ຊອກ ຫາ ເຮົາ ຈົ່ງ ປ່ອຍ ຄົນ ເຫລົ່າ ນີ້ ໃຫ້ ໜີໄປ ສາ. ”
\v 9 ທີ່ ເວົ້າ ດັ່ງ ນີ້ ເພື່ອ ໃຫ້ ສໍາເລັດ ຕາມ ຖ້ອຍຄໍາ ທີ່ ພຣະອົງ ໄດ້ ກ່າວ ໄວ້ ວ່າ, “ພວກ ທີ່ ພຣະອົງ ມອບ ໃຫ້ ຂ້ານ້ອຍ ນັ້ນ ບໍ່ ໄດ້ ເສຍ ໄປ ຈັກຄົນ
\s5
\v 10 ຊີໂມນ ເປໂຕ ມີ ດາບ ດວງ ໜຶ່ງ ລາວ ຈຶ່ງ ຖອດ ດາບ ອອກ ຟັນ ຄົນ ຮັບໃຊ້ ຜູ້ໜຶ່ງ ຂອງ ມະຫາ ປະໂຣຫິດ ຖືກ ຫູ ເບື້ອງ ຂວາ ຂາດ ຄົນຮັບໃຊ້ ຜູ້ນີ້ຊື່ວ່າ, “ມາລະໂຂ. ”
\v 11 ພຣະເຢຊູເຈົ້າ ກ່າວ ຕໍ່ ເປໂຕ ວ່າ, “ຈົ່ງ ເອົາ ດາບ ຄືນ ໃສ່ ຝັກ ໄວ້ ເສຍ ເຈົ້າ ຄິດ ວ່າ ເຮົາ ຈະບໍ່ດື່ມ ຈອກ ແຫ່ງ ຄວາມ ທົນທຸກ ທໍລະມານ ທີ່ ພຣະບິດາເຈົ້າ ໄດ້ ມອບ ໃຫ້ ເຮົາ ນັ້ນ ບໍ?”
\s5
\v 12 ພວກ ທະຫານ ໂຣມ ພ້ອມ ທັງນາຍ ພັນ ແລະ ພວກ ເຈົ້າໜ້າ ທີ່ ຢິວ ໄດ້ ຫຸ້ມຈັບ ພຣະເຢຊູເຈົ້າ ແລ້ວມັດ ພຣະອົງໄວ້
\v 13 ພວກເຂົາ ໄດ້ ນໍາ ພຣະອົງ ໄປ ຫາ ອັນນາ ກ່ອນ, ອັນນາ ເປັນ ພໍ່ເມຍ ຂອງ ກາຢະຟາ ຜູ້ ທີ່ເປັນມະຫາປະໂຣຫິດ ປະຈໍາການ ໃນ ປີ ນັ້ນ.
\v 14 ແມ່ນ ກາຢະຟາ ຜູ້ ນີ້ແຫລະ ທີ່ ແນະນໍາ ພວກ ເຈົ້າໜ້າທີ່ ຢິວ ວ່າ ໃຫ້ ຄົນດຽວ ຕາຍແທນ ປະຊາຊົນ ທັງໝົດ ກໍດີກວ່າ
\s5
\v 15 ຊີໂມນເປໂຕ ກັບສາວົກ ອີກຄົນໜຶ່ງ ໄດ້ ຕິດຕາມ ພຣະເຢຊູເຈົ້າ ໄປ ສາວົກຄົນນັ້ນ ໄດ້ ຮູ້ຈັກ ກັບ ມະຫາປະໂຣຫິດ, ລາວໄດ້ ເຂົ້າ ໄປກັບ ພຣະເຢຊູເຈົ້າ ໃນເດີ່ນບ້ານຂອງມະຫາປະໂຣຫິດ.
\v 16 ແຕ່ ເປໂຕ ໄດ້ ຢືນ ຢູ່ແຄມ ປະຕູ ຂ້າງນອກ, ສາວົກ ຄົນທີ່ຮູ້ຈັກ ກັບມະຫາປະໂຣຫິດ ໄດ້ ອອກມາເວົ້າ ກັບ ຜູ້ຍິງ ທີ່ ເຝົ້າປະຕູ ແລະ ພາເປໂຕ ເຂົ້າໄປຂ້າງໃນ.
\s5
\v 17 ຜູ້ຍິງ ທີ່ ເຝົ້າປະຕູຖາມເປໂຕ ວ່າ, “ເຈົ້າ ແມ່ນສາວົກ ຂອງຊາຍຄົນນັ້ນ ເໝືອນກັນ ບໍ? ”ເປໂຕ ຕອບ ວ່າ, “ບໍ່ ແມ່ນ. ”
\v 18 ພວກ ຄົນ ຮັບໃຊ້ ແລະ ພວກ ເຝົ້າ ຍາມ ໄດ້ ເອົາ ຖ່ານ ມາ ດັງໄຟ ແລະ ພວກເຂົາ ໄດ້ ຢືນ ຝີງໄຟ ຢູ່ ເພາະ ອາກາດ ໜາວ ສ່ວນ ເປໂຕ ກໍ ຢືນ ຝີງ ໄຟ ນໍາ ພວກເຂົາ ເໝືອນກັນ.
\s5
\v 19 ຝ່າຍມະຫາປະໂຣຫິດ ໄດ້ ສອບຖາມພຣະເຢຊູເຈົ້າ ເຖິງ ພວກ ສາວົກ ຂອງ ພຣະອົງ ແລະ ຖາມ ເຖິງ ຄໍາສັ່ງສອນ ຂອງ ພຣະອົງ.
\v 20 ພຣະເຢຊູເຈົ້າ ຕອບ ພວກເຂົາ ວ່າ, “ເຮົາ ໄດ້ ກ່າວ ໃຫ້ ໂລກ ຟັງ ຢ່າງ ເປີດເຜີຍ ເຮົາໄດ້ສັ່ງສອນ ໃນທໍາມະສາລາ ແລະ ໃນພຣະວິຫານ ຢູ່ສະເໝີ ບ່ອນ ທີ່ປະຊາຊົນ ທັງໝົດ ມາ ເຕົ້າໂຮມ ກັນ ເຮົາ ບໍ່ໄດ້ ເວົ້າ ສິ່ງ ໃດ ສິ່ງ ໜຶ່ງ ໃນ ທີ່ລັບລີ້.
\v 21 ທ່ານ ຖາມ ເຮົາເຮັດຫຍັງ? ຈົ່ງ ຖາມ ພວກ ທີ່ ໄດ້ຍິນເຮົາ ໄດ້ ກ່າວ ວ່າ ເຮົາ ໄດ້ ເວົ້າ ຫຍັງແດ່ ກັບ ພວກເຂົາ ພວກເຂົາຮູ້ສິ່ງ ທີ່ ເຮົາ ໄດ້ ກ່າວ ນັ້ນ.”
\s5
\v 22 ເມື່ອ ພຣະເຢຊູເຈົ້າ ກ່າວ ດັ່ງນີ້ ແລ້ວ ທະຫານ ຍາມ ຄົນ ໜຶ່ງ ກໍ ຕົບໜ້າພຣະອົງ ແລະ ເວົ້າ ຂຶ້ນວ່າ, “ເຈົ້າກ້າເວົ້າ ກັບ ມະຫາປະໂຣຫິດ ແບບ ນີ້ ບໍ? ”
\v 23 ພຣະເຢຊູເຈົ້າ ຕອບລາວ ວ່າ, “ຖ້າເຮົາ ໄດ້ ເວົ້າ ຜິດໃຫ້ ບອກທຸກຄົນ ໃນ ທີ່ນີ້ວ່າ ເຮົາເວົ້າຜິດອັນໃດ? ແຕ່ ຖ້າ ເຮົາ ເວົ້າ ຖືກ ເປັນຫຍັງ ເຈົ້າ ຈຶ່ງຕົບໜ້າເຮົາ? ”
\v 24 ດັ່ງນັ້ນ ອັນນາ ຈຶ່ງ ສົ່ງ ພຣະເຢຊູເຈົ້າ ທີ່ ຖືກລ່າມໂສ້ ຢູ່ນັ້ນ ໄປ ຫາ ມະຫາ ປະໂຣຫິດ ກາຢະຟາ.
\s5
\v 25 ໃນຂະນະນັ້ນ ຊີໂມນເປໂຕ ກໍາລັງ ຢືນ ຝີງໄຟຢູ່ ຄົນເຫລົ່ານັ້ນ ຖາມລາວວ່າ, “ເຈົ້າ ແມ່ນສາວົກ ຂອງຊາຍ ຄົນນັ້ນເໝືອນກັນ ບໍ? ” ເປໂຕ ປະຕິເສດວ່າ, “ບໍ່ແມ່ນ. ”
\v 26 ຄົນ ຮັບໃຊ້ ຜູ້ໜຶ່ງ ຂອງ ມະຫາ ປະໂຣຫິດ ທີ່ ເປັນ ພີ່ນ້ອງ ກັບ ຜູ້ ທີ່ຖືກ ເປໂຕ ຟັນຫູ ຂາດ ນັ້ນກໍໄດ້ ຖາມ ວ່າ, “ຂ້ອຍ ເຫັນ ເຈົ້າຢູ່ໃນສວນນັ້ນ ກັບລາວ ບໍ່ແມ່ນບໍ? ”
\v 27 ເປໂຕ ປະຕິເສດ ອີກວ່າ, “ບໍ່ແມ່ນ. ” ແລະ ທັນໃດນັ້ນ ໄກ່ ກໍ ຂັນ.
\s5
\v 28 ຕອນເຊົ້າ ມືດຢູ່ ພວກເຂົາ ໄດ້ ນໍາ ພຣະເຢຊູເຈົ້າ ອອກ ຈາກ ເຮືອນ ຂອງ ກາຢະຟາ ໄປ ຍັງ ສໍານັກ ຂອງ ຜູ້ປົກຄອງ (ສານ ປະໄຣໂຕຣຽນ), ແຕ່ ພວກ ຢິວ ບໍ່ ໄດ້ ເຂົ້າ ໄປ ໃນ ສານ ນັ້ນ ເພາະ ພວກເຂົາ ຢາກ ຮັກສາ ຕົວ ບໍ່ ໃຫ້ ເປັນມົນທິນ ຕາມ ທໍານຽມ ເພື່ອ ຈະ ກິນອາຫານ ໄດ້ ໃນເທດສະການ ປັດສະຄາ
\v 29 ດັ່ງນັ້ນ ປີລາດ ຈຶ່ງ ອອກ ໄປ ຖາມ ພວກເຂົາ ວ່າ, “ພວກທ່ານ ໄດ້ ຟ້ອງ ຊາຍ ຄົນນີ້ ໃນເລື່ອງໃດ?
\v 30 ພວກເຂົາຕອບ ວ່າ, “ຖ້າລາວ ບໍ່ເປັນຜູ້ຮ້າຍ ແລ້ວພວກຂ້ານ້ອຍ ກໍ ຈະ ບໍ່ໄດ້ ນໍາລາວ ມາ ມອບ ໃຫ້ ທ່ານດອກ.”
\s5
\v 31 ປີລາດ ເວົ້າ ຕໍ່ພວກເຂົາວ່າ, “ໃຫ້ ພວກທ່ານ ເອົາຊາຍ ຄົນນີ້ ໄປ ຕັດສິນຕາມ ກົດໝາຍ ຂອງພວກທ່ານ ເອງ ສາ. ” ພວກເຂົາ ຕອບ ວ່າ, “ພວກເຮົາບໍ່ໄດ້ ຮັບອະນຸຍາດ ໃຫ້ ປະຫານ ຊີວິດ ຜູ້ໃດ. ”
\v 32 ການນີ້ ກໍ ເພື່ອ ໃຫ້ ເປັນຈິງຕາມ ຖ້ອຍຄໍາ ທີ່ ພຣະເຢຊູເຈົ້າ ໄດ້ ກ່າວ ໄວ້ ຄື ຖ້ອຍຄໍາ ທີ່ ພຣະອົງ ເຄີຍ ກ່າວ ວ່າ ພຣະອົງ ຈະ ຕາຍ ຢ່າງ ໃດ.
\s5
\v 33 ປີລາດ ໄດ້ ກັບ ເຂົ້າ ໄປ ໃນ ສານ ແລະ ເອີ້ນ ພຣະເຢຊູເຈົ້າ ອອກມາ, ເພິ່ນຖາມ ພຣະອົງວ່າ, “ເຈົ້າເປັນ ກະສັດ ຂອງ ຊາດ ຢິວ ບໍ? ”
\v 34 ພຣະເຢຊູເຈົ້າ ຕອບ ວ່າ, “ຄໍາ ຖາມ ນີ້ ມາ ຈາກ ທ່ານ ເອງ ຫລື ມີຄົນບອກ ທ່ານ ເຖິງ ເລື່ອງ ຂອງເຮົາ? ”
\v 35 ປີລາດ ຕອບ ວ່າ, “ຂ້ອຍ ເປັນ ຄົນຊາດ ຢິວ ຊັ້ນບໍ? ແມ່ນຄົນ ຂອງຊາດເຈົ້າເອງ ແລະ ພວກມະຫາປະໂຣຫິດ ໄດ້ ມອບ ເຈົ້າ ໃຫ້ຂ້ອຍ ເຈົ້າໄດ້ ເຮັດຫຍັງຜິດແດ່?”
\s5
\v 36 ພຣະເຢຊູເຈົ້າ ຕອບ ວ່າ, “ອານາຈັກຂອງເຮົາ ບໍ່ເປັນຂອງໂລກນີ້ ຖ້າອານາຈັກ ຂອງເຮົາ ເປັນ ຂອງ ໂລກນີ້ ແລ້ວ ພວກ ຜູ້ຮັບໃຊ້ ຂອງເຮົາ ຄົງ ຈະ ໄດ້ ຕໍ່ສູ້ເອົາ ເຮົາ ໄວ້ຈາກ ການ ຖືກມອບ ໃຫ້ ພວກ ເຈົ້າ ໜ້າທີ່ຢິວ, ແຕ່ ອານາຈັກຂອງເຮົາ ບໍ່ເປັນຂອງໂລກນີ້. ”
\v 37 ດັ່ງນັ້ນ ປີລາດ ຈຶ່ງຖາມ ພຣະອົງວ່າ, “ຖ້າດັ່ງນັ້ນ ເຈົ້າເປັນກະສັດບໍ? ” ພຣະເຢຊູເຈົ້າ ຕອບ ວ່າ, “ທ່ານ ເອງ ເປັນ ຜູ້ ບອກ ວ່າ ເຮົາ ເປັນ ກະສັດ ເຮົາ ເກີດ ແລະ ເຂົ້າ ມາ ໃນ ໂລກນີ້ ກໍ ເພື່ອ ຈຸດປະສົງ ອັນ ດຽວ ນີ້ ແຫລະ ຄື ເປັນ ພະຍານ ເຖິງ ຄວາມຈິງ, ທຸກຄົນ ທີ່ ຢູ່ ຝ່າຍ ຄວາມຈິງ ກໍ ຍອມ ຟັງສຽງ ຂອງເຮົາ.”
\s5
\v 38 ປີລາດ ຖາມ ວ່າ, “ຄວາມຈິງ ນັ້ນ ແມ່ນ ຫຍັງ? ” ເມື່ອ ປີລາດ ຖາມ ດັ່ງນັ້ນ ແລ້ວເພິ່ນ ກໍ ອອກ ໄປ ຫາ ພວກ ຢິວ ອີກ ແລະ ບອກ ພວກເຂົາ ວ່າ, “ເຮົາ ບໍ່ ພົບ ຄວາມຜິດ ຈັກຢ່າງ ໃນ ຊາຍ ຄົນ ນີ້
\v 39 ຕາມ ທໍານຽມ ຂອງ ພວກທ່ານ ແລ້ວ ເຮົາ ເຄີຍ ປ່ອຍ ນັກໂທດ ຄົນ ໜຶ່ງ ໃຫ້ ພວກທ່ານ ໃນ ເທດສະການ ປັດສະຄາ ພວກທ່ານ ຢາກ ໃຫ້ ເຮົາປ່ອຍ ກະສັດ ຂອງ ຊາດ ຢິວ ແກ່ ພວກທ່ານ ບໍ? ”
\v 40 ຄົນ ທັງຫລາຍ ຈຶ່ງ ຮ້ອງ ຂຶ້ນ ວ່າ, “ຢ່າ ປ່ອຍ ຊາຍ ຄົນ ນີ້ ເລີຍ ໃຫ້ ປ່ອຍ ບາຣາບາ. ” (ບາຣາບາ ເປັນ ໂຈນ.)
\s5
\c 19
\p
\v 1 ແລ້ວ ປີລາດ ກໍ ໄດ້ ສັ່ງທະຫານ ໃຫ້ ນໍາ ພຣະເຢຊູເຈົ້າ ໄປ ຂ້ຽນ.
\v 2 ພວກ ທະຫານ ໄດ້ ເຮັດ ມົງ ກຸດ ດ້ວຍ ເຄືອໜາມ ແລະ ສຸບ ໃສ່ ຫົວ ຂອງ ພຣະອົງ ແລ້ວ ພວກເຂົາ ກໍ ເອົາເສື້ອ ຄຸມ ສີມ່ວງ ອ່ອນ ນຸ່ງ ໃຫ້ ພຣະອົງ
\v 3 ແລະ ໄດ້ ຫຍັບ ເຂົ້າ ມາ ຫາ ພຣະອົງ ທັງ ເວົ້າ ວ່າ, “ຂໍ ໃຫ້ ກະສັດ ຂອງ ຊາດ ຢິວ ຈົ່ງ ໝັ້ນ ຍືນ. ” ແລ້ວພວກເຂົາ ກໍ ຕົບ ໜ້າ ພຣະອົງ.
\s5
\v 4 ປີລາດ ໄດ້ ອອກ ໄປ ອີກ ເທື່ອ ໜຶ່ງ ແລະ ກ່າວ ຕໍ່ ປະຊາຊົນ ວ່າ, “ເຮົາ ຈະ ນໍາ ລາວ ອອກ ມາ ເພື່ອ ໃຫ້ ພວກທ່ານ ຮູ້ ວ່າ ເຮົາ ບໍ່ ພົບ ຄວາມຜິດ ຈັກ ຢ່າງ ໃນ ຄົນ ນີ້. ”
\v 5 ພຣະເຢຊູເຈົ້າ ອອກມາ ໂດຍ ມີ ມົງກຸດ ໜາມ ສວມ ທີ່ ຫົວ ແລະ ນຸ່ງ ເສື້ອ ຄຸມ ສີມ່ວງອ່ອນ, ປີລາດ ກ່າວ ຕໍ່ ພວກເຂົາ ວ່າ, “ເບິ່ງ ຊາຍ ຄົນນີ້ ແມ. ”
\v 6 ເມື່ອ ພວກ ຫົວໜ້າປະໂຣຫິດ ແລະ ພວກເຈົ້າໜ້າທີ່ໄດ້ ເຫັນ ພຣະອົງ ກໍ ພາກັນ ຮ້ອງ ຂຶ້ນ ວ່າ, “ຄຶງ ໄວ້ ທີ່ໄມ້ກາງແຂນ ຄຶງ ໄວ້ ທີ່ ໄມ້ກາງແຂນ. ” ປີລາດ ຈຶ່ງ ກ່າວ ຕໍ່ພວກເຂົາ ວ່າ, “ຖ້າເປັນ ດັ່ງ ນັ້ນ ໃຫ້ ພວກທ່ານ ເອົາ ລາວ ໄປ ຄຶງ ໄວ້ ທີ່ໄມ້ກາງແຂນສາ ຝ່າຍ ເຮົາບໍ່ພົບ ຄວາມຜິດ ຈັກຢ່າງ ໃນຊາຍ ຄົນນີ້. ”
\s5
\v 7 ປະຊາຊົນ ຕອບ ເພິ່ນຄືນ ວ່າ, “ພວກເຮົາ ມີ ກົດໝາຍ ທີ່ ວ່າ ລາວ ຕ້ອງຕາຍ ເພາະ ລາວ ປະກາດ ຕົວເອງ ວ່າ ເປັນພຣະບຸດຂອງ ພຣະເຈົ້າ. ”
\v 8 ເມື່ອ ປີລາດ ໄດ້ຍິນ ດັ່ງນັ້ນ ແລ້ວເພິ່ນ ກໍ ຕົກໃຈ ຫລາຍ ຂຶ້ນ.
\v 9 ເພິ່ນ ຈຶ່ງ ກັບຄືນ ເຂົ້າ ໄປ ໃນ ສານ ແລະ ຖາມ ພຣະເຢຊູເຈົ້າ ວ່າ, “ເຈົ້າ ມາ ແຕ່ ໃສ? ” ແຕ່ ພຣະເຢຊູເຈົ້າ ບໍ່ ໄດ້ ຕອບ ຫຍັງໝົດ.
\s5
\v 10 ປີລາດ ເວົ້າ ຕໍ່ພຣະອົງ ວ່າ, “ເຈົ້າ ບໍ່ ເວົ້າ ກັບເຮົາ ບໍ? ເຈົ້າຮູ້ບໍວ່າ ເຮົາ ມີ ສິດອໍານາດ ທີ່ຈະ ປ່ອຍ ເຈົ້າ ໄດ້ ແລະ ມີ ສິດອໍານາດ ທີ່ ຈະ ຄຶງ ເຈົ້າ ໄວ້ ທີ່ໄມ້ກາງແຂນ. ”
\v 11 ພຣະເຢຊູເຈົ້າ ຕອບ ວ່າ, “ເຈົ້າຈະ ບໍ່ມີສິດອໍານາດ ເໜືອເຮົາຈັກປະການ ນອກຈາກ ອໍານາດ ນັ້ນ ຈະ ປະທານ ແຕ່ ເບື້ອງເທິງ ໃຫ້ ແກ່ເຈົ້າ ເຫດສະນັ້ນ ຜູ້ ທີ່ມອບ ເຮົາ ໄວ້ ກັບເຈົ້າ ກໍ ມີຄວາມ ຜິດບາບ ຫລາຍກວ່າ ເຈົ້າ
\s5
\v 12 ເມື່ອ ປີລາດ ໄດ້ຍິນ ດັ່ງນັ້ນແລ້ວ ເພິ່ນຈຶ່ງຊອກຫາ ວິທີ ທາງ ທີ່ຈະ ປ່ອຍ ພຣະອົງ, ແຕ່ ປະຊາຊົນ ໄດ້ ຮ້ອງ ໃສ່ ເພິ່ນ ວ່າ, “ຖ້າທ່ານ ປ່ອຍ ຄົນນີ້ ໄປ ກໍ ສະແດງ ວ່າ ທ່ານ ບໍ່ ເປັນມິດ ກັບ ຈັກກະພັດ ຜູ້ໃດ ທີ່ ປະກາດ ຕົວເອງ ວ່າ ເປັນ ກະສັດ ລາວ ກໍ ປະກາດ ຕົວ ຕໍ່ ສູ້ ຈັກກະພັດ. ”
\v 13 ພໍ ປີລາດ ໄດ້ຍິນ ດັ່ງນັ້ນ, ເພິ່ນ ກໍ ພາ ພຣະເຢຊູເຈົ້າ ອອກ ມາ ທາງ ນອກ ເພິ່ນ ໄດ້ ນັ່ງ ບັນລັງສານ ຕັດສິນ ບ່ອນ ທີ່ ຄົນ ເອີ້ນ ວ່າ ລານຫິນ. (ພາສາ ເຮັບເຣີ ເອີ້ນ ວ່າ, “ຄັບບາທາ. ”)
\s5
\v 14 ໃນ ວັນນັ້ນ ເປັນວັນ ຈັດຕຽມ ກ່ອນ ເທດສະການ ປັດສະຄາ ເວລາ ປະມານ ທ່ຽງ ປີລາດ ເວົ້າ ຕໍ່ປະຊາຊົນ ວ່າ, “ນີ້ ຄື ກະສັດ ຂອງ ພວກທ່ານ. ”
\v 15 ພວກເຂົາ ຮ້ອງ ຕອບ ຄືນ ວ່າ, “ເອົາ ມັນ ໄປ ເອົາ ມັນ ໄປ ຄຶງ ມັນ ໄວ້ ທີ່ ໄມ້ກາງແຂນ. ” ປີລາດ ຖາມ ວ່າ, “ພວກທ່ານ ຢາກ ໃຫ້ ເຮົາ ຄຶງ ກະສັດ ຂອງ ພວກທ່ານ ທີ່ ໄມ້ກາງແຂນ ບໍ? ” ພວກ ຫົວໜ້າປະໂຣຫິດ ຕອບ ວ່າ, “ພວກເຮົາ ບໍ່ ມີກະສັດ ນອກຈາກ ຈັກກະພັດ (ກາຍຊາ). ”
\v 16 ແລ້ວ ປີລາດ ກໍ ມອບ ພຣະເຢຊູເຈົ້າ ໃຫ້ ພວກເຂົາ ເພື່ອ ນໍາ ໄປ ຄຶງ ໄວ້ ທີ່ ໄມ້ກາງແຂນ.
\s5
\v 17 ດັ່ງນັ້ນ ພວກເຂົາ ຈຶ່ງ ຄຸມ ພຣະເຢຊູເຈົ້າ ອອກ ໄປ ພຣະອົງ ແບກ ໄມ້ກາງແຂນ ຂອງ ພຣະອົງ ອອກ ໄປ ໃນ ບ່ອນ ທີ່ ມີ ຊື່ ວ່າ ກະໂຫລກຫົວ. (ພາສາ ເຮັບເຣີ ເອີ້ນວ່າ ໂຄລະໂຄທາ.)
\v 18 ໃນທີ່ນັ້ນ ພວກເຂົາ ໄດ້ ຄຶງ ພຣະອົງ ໄວ້ ທີ່ໄມ້ກາງແຂນ ກັບຊາຍ ສອງ ຄົນ ຄົນລະຂ້າງ, ພຣະເຢຊູເຈົ້າ ຢູ່ ທາງ ກາງ.
\s5
\v 19 ປີລາດ ໄດ້ ສັ່ງ ໃຫ້ ຂຽນ ປ້າຍຕິດ ໃສ່ ເທິງ ໄມ້ກາງແຂນ ວ່າ, “ເຢຊູ ໄທນາຊາເຣັດ ກະສັດ ຂອງ ຊາດ ຢິວ. ”
\v 20 ມີ ຊາວ ຢິວ ຫລາຍ ຄົນ ໄດ້ ອ່ານ ປ້າຍ ນັ້ນ ເພາະ ບ່ອນ ທີ່ ພຣະເຢຊູເຈົ້າ ຖືກ ຄຶງ ນັ້ນ ຢູ່ ໃກ້ ຕົວເມືອງ, ປ້າຍນີ້ ຂຽນ ເປັນພາສາ ເຮັບເຣີ, ພາສາ ລາຕິນ ແລະ ພາສາ ກຣີກ.
\s5
\v 21 ພວກຫົວໜ້າປະໂຣຫິດ ໄດ້ ບອກ ປີລາດ ວ່າ, “ຢ່າ ຂຽນ ວ່າ ‘ກະສັດ ຂອງ ຊາດ ຢິວ’ ແຕ່ ໃຫ້ ຂຽນ ວ່າ, ‘ຊາຍ ຄົນ ນີ້ ບອກ ວ່າ ລາວ ເປັນກະສັດ ຂອງ ຊາດ ຢິວ.
\v 22 ປີລາດ ຕອບ ພວກເຂົາວ່າ, “ສິ່ງ ທີ່ ເຮົາ ໄດ້ ຂຽນ ແລ້ວ ກໍ ແລ້ວໄປ.”
\s5
\v 23 ເມື່ອ ພວກທະຫານຄຶງພຣະເຢຊູເຈົ້າ ໄວ້ ແລ້ວ ພວກເຂົາ ກໍ ແບ່ງປັນ ເຄື່ອງນຸ່ງ ຂອງ ພຣະອົງ ເປັນ ສີ່ພູດ ແລະ ປັນກັນ ຄົນ ລະ ພູດ, ພວກເຂົາ ຍັງ ເອົາ ເສື້ອ ຊັ້ນໃນ ຂອງ ພຣະອົງ ຊຶ່ງ ເປັນ ຜ້າຕໍ່າ ຕ່ອນ ດຽວ ໂດຍ ບໍ່ ມີບ່ອນ ຕໍ່ ຫຍິບ​ດູກ ທັງຜືນ.
\v 24 ພວກ ທະຫານ ໄດ້ ເວົ້າ ກັນ ວ່າ, “ຢ່າ ຈີກ ຜ້າຕ່ອນນີ້ ໃຫ້ ພວກເຮົາ ຈົກ ສະຫລາກ ເອົາ ວ່າ ແມ່ນ ຜູ້ໃດ ຈະ ໄດ້. ” ການ ນີ້ ໄດ້ ເກີດ ຂຶ້ນ ກໍ ເພ່ື່ອ ໃຫ້ ສໍາເລັດ ຕາມ ທີ່ ມີ ຄໍາ ຂຽນ ໄວ້ ໃນ ພຣະຄໍາພີ ວ່າ, “ພວກເຂົາ ໄດ້ ເອົາ ເສື້ອຜ້າ ຂອງ ຂ້ານ້ອຍ ແບ່ງປັນ ກັນ ພວກເຂົາ ຈົກ ສະຫລາກ ເອົາ ເສື້ອຄຸມ ຂອງ ຂ້ານ້ອຍ. ” ພວກ ທະຫານ ໄດ້ ເຮັດ ສິ່ງ ເຫລົ່າ ນີ້
\s5
\v 25 ຝ່າຍ ແມ່ ຂອງ ພຣະເຢຊູເຈົ້າ ພ້ອມ ທັງ ນ້າສາວ ກັບ ນາງ ມາຣີ ຜູ້ ເປັນເມຍ ຂອງ ກະໂລປາ ແລະ ນາງ ມາຣີ ໄທມັກດາລາ ກໍ ຢືນ ຢູ່ໃກ້ ໄມ້ກາງແຂນ ຂອງ ພຣະອົງ.
\v 26 ເມື່ອ ພຣະເຢຊູເຈົ້າ ຫລຽວ ເຫັນ ຜູ້ ເປັນ ແມ່ ພ້ອມ ທັງສາວົກ ຜູ້ ທີ່ ພຣະອົງ ຮັກ ຢືນ ຢູ່ທີ່ນັ້ນ, ພຣະອົງ ຈຶ່ງເວົ້າ ຕໍ່ ແມ່ຂອງ ພຣະອົງ ວ່າ, “ນາງເອີຍ ນີ້ແຫລະ ຄື ລູກຊາຍ ຂອງ ເຈົ້າ. ”
\v 27 ແລ້ວ ພຣະອົງ ກໍ ກ່າວ ແກ່ ສາວົກ ຄົນ ນັ້ນ ວ່າ, “ນາງ ຄື ແມ່ ຂອງ ເຈົ້າ. ” ນັບຕັ້ງແຕ່ ນັ້ນມາ ສາວົກ ຄົນ ນີ້ ກໍ ຮັບເອົາ ນາງ ມາຣີ ໄປ ຢູ່ ໃນ ເຮືອນ ຂອງຕົນ.
\s5
\v 28 ຫລັງຈາກ ນັ້ນ ພຣະເຢຊູເຈົ້າ ຮູ້ ວ່າ ທຸກສິ່ງ ໄດ້ ສໍາເລັດ ແລ້ວ, ເພື່ອ ໃຫ້ ສໍາເລັດ ຕາມ ທີ່ ມີ ຄໍາ ຂຽນ ໄວ້ ໃນ ພຣະຄໍາພີ ພຣະອົງ ໄດ້ຊົງ ກ່າວ ວ່າ, “ເຮົາ ຫິວນໍ້າ. ”
\v 29 ໃນທີ່ນັ້ນ ມີ ອ່າງ ໜ່ວຍ ໜຶ່ງ ທີ່ມີ ເຫລົ້າ ອະງຸ່ນ ສົ້ມ ເຕັມ ຢູ່ ພວກ ທະຫານ ຈຶ່ງ ເອົາ ຟອງ ນໍ້າ ຈຸ່ມ ໃສ່ ເຫລົ້າ ອະງຸ່ນ ສົ້ມ ແລ້ວ ເອົາ ສຽບ ໃສ່ ປາຍ ໄມ້ ຍື່ນ ໃສ່ປາກ ຂອງ ພຣະອົງ.
\v 30 ເມື່ອ ພຣະເຢຊູເຈົ້າ ໄດ້ ຮັບ ເຫລົ້າ ອະງຸ່ນ ສົ້ມ ນັ້ນ ແລ້ວ ພຣະອົງ ຈຶ່ງ ກ່າວ ວ່າ, “ສໍາເລັດແລ້ວ. ” ແລ້ວພຣະອົງ ກໍ ກົ້ມ ຫົວລົງ ແລະ ຊົງມອບ ຈິດວິນຍານໄວ້.
\s5
\v 31 ແລ້ວ ພວກຢິວ ກໍ ຂໍອະນຸຍາດຈາກປີລາດ ໃຫ້ ຫັກກະດູກຂາຂອງພວກທີ່ຖືກຄຶງໄວ້ ນັ້ນ ແລະໃຫ້ ເອົາສົບລົງ ຈາກໄມ້ກາງແຂນໄປ ເສຍ, ພວກເຂົາ ຂໍຮ້ອງຢ່າງນີ້ ເພາະເປັນວັນ ຈັດຕຽມ ແລະພວກເຂົາ ບໍ່ ຢາກໃຫ້ ສົບເຫລົ່າ ນັ້ນ ຄ້າງ ໄວ້ ທີ່ ໄມ້ກາງແຂນ ໃນ ວັນຊະບາໂຕ. (ເພາະວັນຊະບາໂຕ ທີ່ຈະມາເຖິງ ນັ້ນ ເປັນ ວັນທີ່ສໍາຄັນ)
\v 32 ພວກທະຫານຈຶ່ງ ທຸບຂາຂອງຊາຍຜູ້ທີໜຶ່ງ ແລະທຸບຂາຂອງຊາຍຜູ້ ທີ ສອງ ຄື ພວກທີ່ຖືກຄຶງ ຮ່ວມກັບພຣະອົງ.
\v 33 ພໍ ພວກເຂົາມາຮອດບ່ອນພຣະເຢຊູເຈົ້າ ກໍ ເຫັນວ່າພຣະອົງ ຕາຍແລ້ວ ພວກເຂົາ ຈຶ່ງ ບໍ່ ໄດ້ ທຸບຂາ ຂອງ ພຣະອົງ.
\s5
\v 34 ແຕ່ ທະຫານຄົນ ໜຶ່ງ ໄດ້ ໃຊ້ ຫອກແທງ ຂ້າງຂອງພຣະອົງ ເລືອດແລະນໍ້າໍໄດ້ ໄຫລອອກມາ ທັນທີ.
\v 35 ຜູ້ ທີ່ ເຫັນ ເຫດການໄດ້ ເປັນພະຍານຢືນຢັນ ໃນເລື່ອງນີ້ ແລະຄຳພະຍານຂອງຜູ້ນັ້ນ ເປັນ ຄວາມຈິງ (ແລະພຣະອົງ ຮູ້ວ່າ ລາວເວົ້າຄວາມຈິງ ເພື່ອເຈົ້າ ທັງ ຫລາຍຈະໄດ້ ເຊື່ອ ເໝືອນກັນ.)
\s5
\v 36 ສິ່ງ ເຫລົ່າ ນີ້ ເກີດ ຂຶ້ນ ເພື່ອ ໃຫ້ ສໍາເລັດ ຕາມຂໍ້ ພຣະຄໍາພີ ທີ່ ່ວ່າ, “ກະດູກຂອງເພິ່ນ ຈະບໍ່ ຖືກຫັກ ຈັກເຫຼັ້ມ. ”
\v 37 ແລະ ຍັງ ມີ ຄໍາຂຽນໄວ້ ໃນພຣະທໍາ ຂໍ້ໜຶ່ງ ອີກວ່າ, “ພວກເຂົາ ຈະຫລຽວເບິ່ງ ຜູ້ ທີ່ພວກເຂົາ ໄດ້ ແທງນັ້ນ.”
\s5
\v 38 ຫລັງຈາກ ນັ້ນ ໂຢເຊັບ ໄທບ້ານ ອາຣີມາທາຍ (ໂຢເຊັບ ເປັນ ລູກສິດ ຢ່າງ ລັບໆ ຂອງ ພຣະເຢຊູເຈົ້າ ເພາະ ລາວ ຢ້ານ ພວກ ຢິວ.) ກໍໄດ້ ຂໍເອົາ ສົບຂອງພຣະເຢຊູເຈົ້າ ຈາກ ປີລາດ, ປີລາດ ອະນຸຍາດ ໃຫ້ ໂຢເຊັບ ເອົາ ພຣະສົບ ຂອງ ພຣະອົງ ໄປ ດັ່ງນັ້ນ ໂຢເຊັບ ຈຶ່ງ ເອົາ ພຣະສົບ ຂອງ ພຣະອົງ ລົງ ຈາກ ໄມ້ກາງແຂນ ໄປ.
\v 39 ນີໂກເດມ ຜູ້ ທີ່ ມາ ຫາ ພຣະເຢຊູເຈົ້າ ຄັ້ງ ໜຶ່ງ ໃນ ຕອນ ກາງຄືນ ນັ້ນ ກໍ ໄປ ເໝືອນກັນ ໂດຍ ຖື ເຄື່ອງຫອມ ປະມານ ສາມ ກິໂລກຼາມ ປະສົມ ຢາງ ໄມ້ ຫອມ ກັບ ອາໂລເອ ມາດ້ວຍ.
\s5
\v 40 ທ່ານ ທັງສອງ ໄດ້ ນໍາສົບຂອງ ພຣະເຢຊູເຈົ້າ ລົງມາ ແລ້ວເອົາ ຜ້າປ່ານ ກັບເຄື່ອງຫອມ ພັນສົບນັ້ນ ຕາມ ທໍານຽມ ມ້ຽນສົບ ຂອງ ຊາວຢິວ.
\v 41 ໃນ ບ່ອນ ຄຶງ ພຣະເຢຊູເຈົ້າ ນັ້ນ ມີ ສວນ ແຫ່ງ ໜຶ່ງ ແລະ ຢູ່ ໃນ ບ່ອນ ນັ້ນ ມີ ອຸບມຸງ ໃໝ່ ທີ່ ບໍ່ ເຄີຍ ວາງ ສົບ ຜູ້ໃດ ຈັກ ເທື່ອ.
\v 42 ເນື່ອງ ຈາກ ວ່າ ເປັນ ວັນຈັດຕຽມ ກ່ອນ ວັນ ຊະບາໂຕ ຂອງ ຊາວ ຢິວ ແລະ ອຸບມຸງ ນັ້ນ ກໍ ຢູ່ ໃກ້ ພວກເພິ່ນ ຈຶ່ງ ເອົາ ພຣະສົບຂອງ ພຣະເຢຊູເຈົ້າ ວາງ ໄວ້ ຢູ່ໃນທີ່ນັ້ນ.
\s5
\c 20
\p
\v 1 ໃນ ເຊົ້າ ວັນອາທິດ ຂະນະທີ່ ຍັງ ມືດ ຢູ່ ນາງ ມາຣີ ໄທມັກດາລາ ໄດ້ ມາ ເຖິງ ອຸບມຸງ ແລະ ນາງ ກໍ ເຫັນ ວ່າ ກ້ອນຫິນ ຖືກ ກຶ່ງ ອອກ ຈາກ ປາກ ອຸບມຸງ ແລ້ວ.
\v 2 ນາງ ຈຶ່ງ ໄປ ຫາ ຊີໂມນ ເປໂຕ ແລະ ສາວົກ ຄົນອື່ນ ທີ່ ພຣະເຢຊູເຈົ້າ ຮັກນັ້ນ, ແລ້ວບອກ ວ່າ, “ພວກເຂົາ ໄດ້ ເອົາ ພຣະສົບ ຂອງ ພຣະອົງເຈົ້າ ອອກ ຈາກ ອຸບມຸງ ແລ້ວ ແລະ ພວກເຮົາ ບໍ່ຮູ້ ວ່າ ພວກເຂົາ ເອົາ ໄປ ໄວ້ ໃສ.”
\s5
\v 3 ແລ້ວ ເປໂຕ ກັບ ສາວົກ ຄົນ ອື່ນ ນັ້ນ ກໍ ອອກ ໄປ ຍັງ ອຸບມຸງ.
\v 4 ທ່ານ ທັງສອງ ແລ່ນ ໄປ, ແຕ່ ສາວົກ ຄົນອື່ນ ແລ່ນ ໄວ ກວ່າ ເປໂຕ ມາ ຮອດ ອຸບມຸງ ກ່ອນ.
\v 5 ລາວ ກົ້ມ ລົງ ເຫັນ ຜ້າປ່ານ ກອງ ໄວ້, ແຕ່ ລາວ ບໍ່ ໄດ້ ເຂົ້າ ໄປ ທາງ ໃນ.
\s5
\v 6 ສ່ວນ ຊີໂມນ ເປໂຕ ແລ່ນ ມາ ຕາມ ຫລັງ ຈຶ່ງ ເຂົ້າ ໄປ ໃນ ອຸບມຸງ, ລາວ ເຫັນ ຜ້າປ່ານ ກອງ ໄວ້
\v 7 ແລະຜ້າພັນຫົວຂອງພຣະອົງ ທີ່ ບໍ່ໄດ້ ກອງ ໃສ່ ກັບຜ້າ ອື່ນ ໆ ແຕ່ ພັບໄວ້ ຕ່າງຫາກ
\s5
\v 8 ແລ້ວ ສາວົກຄົນອື່ນ ຜູ້ ທີ່ ມາ ຮອດ ກ່ອນ ນັ້ນ ກໍ ເຂົ້າ ໄປ ທາງ ໃນ ເໝືອນກັນ ລາວ ໄດ້ ເຫັນ ແລະ ໄດ້ ເຊື່ອ.
\v 9 ໃນ ຂະນະ ນັ້ນ ພວກເພິ່ນ ບໍ່ ເຂົ້າໃຈ ໃນ ຂໍ້ ພຣະຄໍາພີ ທີ່ ມີ ຂຽນ ໄວ້ ວ່າ, ພຣະອົງ ຈະ ຕ້ອງ ເປັນ ຄືນ ມາ ຈາກຕາຍ.
\v 10 ແລ້ວ ສາວົກ ທັງສອງ ກໍ ກັບ ຄືນ ເມືອບ້ານ ຂອງຕົນ.
\s5
\v 11 ຝ່າຍ ນາງ ມາຣີ ໄດ້ ຢືນ ຮ້ອງໄຫ້ ຢູ່ ຂ້າງ ນອກ ອຸບມຸງ ໃນ ຂະນະທີ່ ນາງ ກໍາລັງ ຮ້ອງໄຫ້ ຢູ່ນັ້ນ, ນາງ ໄດ້ ກົ້ມຫລຽວ ໄປ ທາງ ອຸບມຸງ
\v 12 ແລະ ໄດ້ ເຫັນ ເທວະດາ ສອງ ຕົນ ໃສ່ ເຄື່ອງ ຂາວ ນັ່ງ ຢູ່ ບ່ອນ ທີ່ ພວກເຂົາ ວາງ ພຣະສົບ ຂອງ ພຣະເຢຊູເຈົ້າ ຕົນໜຶ່ງ ຢູ່ ເບື້ອງຫົວແລະ ຕົນໜຶ່ງຢູ່ເບື້ອງຕີນ.
\v 13 ເທວະດາ ທັງສອງ ໄດ້ ຖາມ ນາງ ມາຣີ ວ່າ, “ນາງ ເອີຍ ເປັນຫຍັງ ເຈົ້າ ຈຶ່ງ ຮ້ອງໄຫ້? ” ນາງ ຕອບ ວ່າ, “ເພາະ ພວກເຂົາ ໄດ້ ເອົາພຣະສົບ ຂອງ ພຣະອົງ ເຈົ້າ ຂອງ ຂ້ານ້ອຍ ໄປ ແລ້ວ ແລະ ຂ້ານ້ອຍ ບໍ່ ຮູ້ວ່າ ພວກເຂົາ ເອົາ ໄປ ໄວ ໃສ?”
\s5
\v 14 ເມື່ອ ເວົ້າ ດັ່ງນັ້ນ ແລ້ວນາງ ໄດ້ ຫລຽວ ຫລັງ ມາ ເຫັນ ພຣະເຢຊູເຈົ້າ ຢືນ ຢູ່ທີ່ນັ້ນ, ແຕ່ ນາງ ບໍ່ ຮູ້ວ່າ ແມ່ນ ພຣະເຢຊູເຈົ້າ.
\v 15 ພຣະເຢຊູເຈົ້າ ຈຶ່ງ ຖາມ ນາງ ວ່າ, “ນາງ ເອີຍ ເປັນຫຍັງ ເຈົ້າ ຈຶ່ງ ຮ້ອງໄຫ້? ເຈົ້າ ຊອກ ຫາ ຜູ້ໃດ? ” ນາງ ຄິດວ່າ ເປັນ ຄົນຮັກສາ ສວນ ນາງ ຈຶ່ງ ຕອບ ວ່າ, “ທ່ານເອີຍ ຖ້າທ່ານ ໄດ້ ເອົາພຣະສົບ ຂອງ ເພິ່ນ ໄປ ບອກ ໃຫ້ ຂ້ານ້ອຍ ຮູ້ ແດ່ ວ່າ ທ່ານ ເອົາ ໄປ ໄວ ໃສ? ແລ້ວຂ້ານ້ອຍ ກໍ ຈະ ໄປ ນໍາ ເອົາພຣະສົບ ຂອງ ພຣະອົງ ອອກ ໄປ.”
\s5
\v 16 ພຣະເຢຊູເຈົ້າ ຈຶ່ງ ກ່າວ ແກ່ ນາງ ວ່າ, “ມາຣີ. ” ນາງ ປິ່ນໜ້າ ມາ ຫາ ພຣະອົງ ແລະ ເວົ້າ ເປັນພາສາ ເຮັບເຣີ ວ່າ, “ຣັບໂບນີ” (ແປ ວ່າ, “ພຣະອາຈານ. ”)
\v 17 ພຣະເຢຊູເຈົ້າ ກ່າວກັບ ນາງ ວ່າ, “ຢ່າ ສູ່ ໜ່ວງໜ່ຽວ ເຮົາ ໄວ້ ເທາະ ເພາະ ເຮົາ ຍັງ ບໍ່ທັນໄດ້ ຂຶ້ນ ໄປຫາ ພຣະບິດາເຈົ້າ, ແຕ່ ໃຫ້ ເຈົ້າ ໄປ ຫາ ພີ່ ນ້ອງ ຂອງເຮົາ ແລະ ບອກ ພວກເຂົາ ວ່າ ເຮົາ ຈະ ຂຶ້ນ ເມືອ ຫາ ພຣະອົງ ຜູ້ ເປັນ ພຣະບິດາເຈົ້າ ຂອງເຮົາ ແລະ ພຣະບິດາເຈົ້າ ຂອງ ພວກເຈົ້າ ຈະເມືອຫາ ພຣະເຈົ້າ ຂອງເຮົາ ແລະ ພຣະເຈົ້າຂອງ ພວກເຈົ້າ. ”
\v 18 ດັ່ງ ນັ້ນ ນາງມາຣີ ໄທມັກດາລາ ຈຶ່ງ ໄປບອກຂ່າວນີ້ ແກ່ ພວກສາວົກ ວ່າ ຕົນ ໄດ້ ເຫັນ ອົງພຣະຜູ້ເປັນເຈົ້າ ແລະບອກພວກເພິ່ນ ຕາມທີ່ ພຣະອົງ ໄດ້ ບອກແກ່ ນາງ.
\s5
\v 19 ໃນຄ່ຳວັນດຽວກັນ ນັ້ນ ຄື ວັນ​ອາທິດ ຊຶ່ງ ເປັນວັນທີ່ ພວກສາວົກ ຮ່ວມກັນ ຢູ່ໃນຫ້ອງ ແລະປິດປະຕູໃສ່ໄລ ໄວ້ ເພາະຢ້ານພວກຢິວ ແລ້ວພຣະເຢຊູເຈົ້າ ກໍ ສະເດັດເຂົ້າ ມາຢືນຢູ່ ທ່າມກາງພວກເພິ່ນ, ພຣະອົງກ່າວວ່າ, “ສັນຕິສຸກ ຈົ່ງ ມີ ແກ່ ເຈົ້າ ທັງຫລາຍ. ”
\v 20 ເມື່ອ ພຣະເຢຊູເຈົ້າ ກ່າວ ດັ່ງນັ້ນແລ່ວ ພຣະອົງ ກໍເດ່ ມື ແລະ ປິ່ນ ຂ້າງຂອງພຣະອົງ ໃຫ້ ພວກເພິ່ນເບິ່ງ, ພວກສາວົກ ຈຶ່ງ ເຕັມ ໄປ ດ້ວຍ ຄວາມ ຊົມຊື່ນ ຍິນດີ ທີ່ ເຫັນ ພຣະອົງເຈົ້າ.
\s5
\v 21 ພຣະເຢຊູເຈົ້າ ກ່າວແກ່ ພວກເພິ່ນ ອີກ ວ່າ, “ສັນຕິສຸກ ຈົ່ງ ຢູ່ ກັບ ເຈົ້າທັງຫລາຍ ພຣະບິດາເຈົ້າ ໄດ້ ໃຊ້ ເຮົາ ມາ ຢ່າງໃດ ເຮົາ ກໍ ໃຊ້ ພວກເຈົ້າ ໄປ ຢ່າງ ນັ້ນ. ”
\v 22 ເມື່ອ ກ່າວຈົບ ແລ້ວ ພຣະອົງ ໄດ້ລະບາຍລົມຫາຍໃຈ ອອກໃສ່ ພວກເພິ່ນ ແລະບອກວ່າ, “ຈົ່ງ ຮັບເອົາ ພຣະວິນຍານບໍຣິສຸດເຈົ້າເຖີດ.
\v 23 ຖ້າເຈົ້າທັງຫລາຍ ຈະຍົກຄວາມຜິດບາບຂອງຜູ້ໃດ ຄວາມຜິດບາບຂອງຜູ້ນັ້ນ ພຣະເຈົ້າໄດ້ ຊົງຍົກົເສຍແລ້ວ ແລະຖ້າພວກເຈົ້າທັງຫລາຍກັກ ຄວາມຜິດບາບໃຫ້ ຢູ່ກັບ ຜູ້ໃດ ພຣະເຈົ້າໄດ້ຊົງກັກ ຄວາມຜິດບາບໃຫ້ ຢູ່ກັບຜູ້ນັ້ນແລ້ວ.”
\s5
\v 24 ໂທມາ ທີ່ເອີ້ນວ່າ ຝາແຝດ ເປັນສາວົກ ຄົນໜຶ່ງ ໃນ ສິບສອງ ຄົນ, ລາວ ບໍ່ໄດ້ ຢູ່ກັບພວກເພິ່ນ ເມື່ອພຣະເຢຊູເຈົ້າ ມາປາກົດນັ້ນ.
\v 25 ສາວົກຄົນອື່ນ ຈຶ່ງບອກ ໂທມາວ່າ, “ພວກເຮົາ ໄດ້ ເຫັນ ພຣະອົງ ເຈົ້າ ແລ້ວ. ” ແຕ່ ໂທມາ ຕອບ ພວກເພິ່ນ ວ່າ, “ຂ້ອຍ ຈະ ບໍ່ ເຊື່ອ ຖ້າ ຂ້ອຍ ບໍ່ ເຫັນ ຮອຍ ຕະປູ ທີ່ ຝາມື ຂອງ ເພິ່ນ ແລະ ເອົາ ນິ້ວ ມື ຂອງຂ້ອຍ ແປະ ໃສ່ ຮອຍ ຕະປູ ນັ້ນ ແລະ ຈັບ ບາຍ ຂ້າງ ຂອງ ເພິ່ນ.”
\s5
\v 26 ຫລັງ ຈາກ ນັ້ນ ແປດ ວັນ ຕໍ່ມາ ພວກ ສາວົກ ຂອງ ພຣະອົງ ໄດ້ ຢູ່ພ້ອມ ພຽງ ກັນ ໃນ ເຮືອນ ນັ້ນ ອີກ ໂທມາ ກໍ ຢູ່ ນໍາພວກເພິ່ນ ດ້ວຍ, ປະຕູ ກໍ ປິດ ແລະ ໃສ່ ໄລ ກອນ ໄວ້ ແຕ່ ພຣະເຢຊູເຈົ້າ ສະເດັດ ເຂົ້າ ມາ ຢືນ ຢູ່ ທ່າມກາງ ພວກເພິ່ນ ແລະ ກ່າວ ວ່າ, “ສັນຕິສຸກ ຈົ່ງ ມີ ແກ່ ເຈົ້າທັງຫລາຍ.
\v 27 ແລ້ວ ພຣະອົງ ກໍ ກ່າວ ຕໍ່ ໂທມາ ວ່າ, “ຈົ່ງ ເອົາ ນິ້ວມື ຂອງ ເຈົ້າ ມາ ນີ້ ແລະ ລູບ ເບິ່ງ ຝາມື ຂອງເຮົາ ແລະ ເອົາ ມື ຂອງ ເຈົ້າ ແປະ ຂ້າງ ຂອງເຮົາດ້ວຍ ຢ່າຂາດຄວາມເຊື່ອ ແຕ່ຈົ່ງເ​ຊື່ອ.”
\s5
\v 28 ໂທມາ ຕອບ ພຣະອົງ ວ່າ, “ພຣະອົງເຈົ້າ ຂອງ ຂ້ານ້ອຍ ແລະ ພຣະເຈົ້າ ຂອງ ຂ້ານ້ອຍ. ”
\v 29 ພຣະເຢຊູເຈົ້າ ກ່າວ ຕໍ່ ໂທມາ ວ່າ, “ເພາະ ເຈົ້າ ໄດ້ເຫັນເຮົາເຈົ້າ ຈຶ່ງ ເຊື່ອ ບໍ? ຜູ້ ທີ່ ບໍ່ ເຫັນ ເຮົາ ແຕ່ ໄດ້ ເຊື່ອ ກໍ ເປັນສຸກ.”
\s5
\v 30 ພຣະເຢຊູເຈົ້າ ເຮັດການ ອັດສະຈັນ ອື່ນ ໆ ອີກ ຫລາຍ ປະການ ຕໍ່ໜ້າພວກສາວົກ ຂອງ ພຣະອົງ ແຕ່ ບໍ່ ໄດ້ ຈົດ ໄວ້ ໃນ ໜັງສື ເຫຼັ້ມ ນີ້
\v 31 ການ ທີ່ ໄດ້ ຈົດເຫດການ ເຫລົ່າ ນີ້ ໄວ້ ເພື່ອ ເຈົ້າທັງຫລາຍ ຈະ ໄດ້ ເຊື່ອ (ງ) ວ່າ ພຣະເຢຊູເຈົ້າ ເປັນ ພຣະຄຣິດ ພຣະບຸດ ຂອງ ພຣະເຈົ້າ ແລະ ໂດຍ ທາງ ຄວາມເຊື່ອ ໃນ ພຣະນາມ ຂອງ ພຣະອົງ ນັ້ນ ພວກເຈົ້າ ຈະ ມີ ຊີວິດ.
\s5
\c 21
\p
\v 1 ຕໍ່ມາ ພຣະເຢຊູເຈົ້າ ໄດ້ ສໍາແດງ ແກ່ ພວກ ສາວົກ ອີກ ຄັ້ງ ໜຶ່ງ ຢູ່ແຄມ ທະເລສາບ ຕີເບເຣຍ, ເຫດການ ເກີດຂຶ້ນ ດັ່ງນີ້
\v 2 ຊີໂມນ ເປໂຕ, ໂທມາ ທີ່ ເອີ້ນວ່າ ຝາແຝດ, ນະທານາເອັນ ໄທບ້ານ ການາ ແຂວງ ຄາລີເລ, ລູກຊາຍ ທັງສອງ ຂອງ ເຊເບດາຍ ແລະ ສາວົກຂອງ ພຣະອົງອີກສອງຄົນ ກໍ ຢູ່ ພ້ອມ ໜ້າກັນ.
\v 3 ຊີໂມນ ເປໂຕ ບອກ ພວກເພິ່ນ ວ່າ, “ຂ້ອຍຈະໄປຫາປາ. ” ພວກເພິ່ນ ຕອບ ວ່າ, “ພວກເຮົາ ກໍ ຈະໄປ ກັບເຈົ້າດ້ວຍ, ” ແລ້ວພວກເພິ່ນ ກໍ ລົງເຮືອ ໄປ ແຕ່ ໃນ ຄືນ ນັ້ນ ພວກເພິ່ນ ບໍ່ໄດ້ ປາ ຈັກໂຕ.
\s5
\v 4 ເມື່ອ ຮຸ່ງ ເຊົ້າ ມາ ພຣະເຢຊູເຈົ້າ ຢືນຢູ່ແຄມຝັ່ງ ແຕ່ ພວກສາວົກ ບໍ່ ຮູ້ ວ່າ ແມ່ນ ພຣະອົງ.
\v 5 ພຣະອົງ ຖາມ ພວກເພິ່ນ ວ່າ, “ລູກ ເອີຍ ພວກເຈົ້າ ມີ ຂອງ ກິນບໍ? ” ພວກເພິ່ນ ຕອບ ພຣະອົງ ວ່າ, “ບໍ່ມີ. ”
\v 6 ພຣະເຢຊູເຈົ້າ ບອກ ພວກເພິ່ນວ່າ, “ຈົ່ງ ຖິ້ມ ມອງ ລົງ ເບື້ອງ ຂວາ ຂອງ ເຮືອ ແລ້ວ ພວກເຈົ້າ ຈະ ໄດ້ ປາ. ” ດັ່ງນັ້ນ ພວກເພິ່ນ ຈຶ່ງ ຖິ້ມມອງລົງ ມອງຖືກປາ ຫລາຍ ຈົນ ດຶງ ມອງ ຂຶ້ນ ບໍ່ ໄດ້.
\s5
\v 7 ສາວົກ ຜູ້ທີ່ພຣະເຢຊູເຈົ້າ ຊົງຮັກ ບອກ ເປໂຕ ວ່າ, “ແມ່ນ ພຣະອົງເຈົ້າ ນັ້ນແຫລະ. ” ເມື່ອ ຊີໂມນ ເປໂຕ ໄດ້ຍິນ ວ່າ ແມ່ນ ພຣະອົງເຈົ້າ ລາວ ຈຶ່ງ ຈັບເອົາເສື້ອ ມາ ນຸ່ງ ເພາະ ຕົນ ເປືອຍຕົວ ຢູ່ ແລ້ວໂຕນ ລົງນໍ້າ.
\v 8 ສ່ວນ ສາວົກ ຄົນອື່ນ ໆ ໄດ້ ເອົາ ເຮືອ ນ້ອຍ ລາກ ດຶງ ເອົາ ມອງ ທີ່ມີ ປາ ເຕັມ ຢູ່ນັ້ນ ເຂົ້າ ຝັ່ງ ເພາະ ພວກເພິ່ນ ຢູ່ ໄກ ຈາກ ຝັ່ງ ພຽງແຕ່ ຮ້ອຍ ແມັດ ເທົ່ານັ້ນ.
\v 9 ເມື່ອ ພວກເພິ່ນ ຂຶ້ນ ມາ ເຖິງ ຝັ່ງ ແລ້ວ ກໍ ເຫັນ ຖ່ານໄຟ ລຸກ ຢູ່ ພ້ອມ ທັງ ມີປາ ແລະ ເຂົ້າ ຈີ່ ຂາງ ໄວ້
\s5
\v 10 ພຣະເຢຊູເຈົ້າ ຈຶ່ງ ກ່າວ ແກ່ ພວກເພິ່ນ ວ່າ, “ຈົ່ງ ເອົາປາ ບາງ ໂຕ ທີ່ ພວກເຈົ້າ ຈັບໄດ້ ມາ. ”
\v 11 ຊີໂມນ ເປໂຕ ຈຶ່ງ ເຂົ້າ ໄປ ໃນ ເຮືອ ດຶງ ມອງ ຂຶ້ນ ຝັ່ງ ມີ ປາ ໂຕ ໃຫຍ່ ເຕັມ ຢູ່ຈໍານວນ ໜຶ່ງ ຮ້ອຍ ຫ້າສິບສາມ ໂຕ, ເຖິງ ວ່າ ມີ ປາ ຫລວງຫລາຍ ປານ ນັ້ນ ມອງ ກໍ ຍັງ ບໍ່ ຂາດ.
\s5
\v 12 ພຣະເຢຊູເຈົ້າ ກ່າວ ແກ່ ພວກເພິ່ນ ວ່າ, “ຈົ່ງ ພາກັນ ມາ ກິນ ເຂົ້າສາ, ” ໃນ ຈໍານວນ ພວກ ສາວົກ ບໍ່ ມີຜູ້ໃດ ກ້າຖາມ ເລີຍ ວ່າ ທ່ານ ແມ່ນ ຜູ້ໃດ? ເພາະ ພວກເພິ່ນ ຮູ້ວ່າ ພຣະອົງ ແມ່ນ ອົງພຣະຜູ້ເປັນເຈົ້າ.
\v 13 ແລ້ວ ພຣະເຢຊູເຈົ້າ ກໍ ເຂົ້າ ມາ ຈັບ ເອົາ ເຂົ້າ ຈີ່ ແລະ ປາ ຢາຍ ໃຫ້ ພວກເພິ່ນ.
\v 14 ນີ້ ເປັນ ເທື່ອ ທີ ສາມ ທີ່ ພຣະເຢຊູເຈົ້າ ປາກົດ ແກ່ ພວກ ສາວົກ ຫລັງ ຈາກ ທີ່ ພຣະອົງ ເປັນ ຄືນ ມາ ຈາກ ຕາຍ.
\s5
\v 15 ຫລັງຈາກ ກິນ ເຂົ້າ ແລ້ວ ພຣະເຢຊູເຈົ້າ ກ່າວ ແກ່ ຊີໂມນ ເປໂຕ ວ່າ, “ຊີໂມນ ລູກ ໂຢຮັນ ເອີຍ ເຈົ້າ ຮັກເຮົາ ຫລາຍກວ່າ ສິ່ງ ເຫລົ່າ ນີ້ ບໍ? ” ເປໂຕ ຕອບ ວ່າ, “ໂດຍ ພຣະອົງເຈົ້າ ເອີຍ ພຣະອົງ ຮູ້ຈັກວ່າ ຂ້ານ້ອຍ ຮັກພຣະອົງ. ” ພຣະອົງ ຈຶ່ງ ສັ່ງເປໂຕ ວ່າ, “ຈົ່ງ ລ້ຽງ ແກະ ໜຸ່ມ ຂອງເຮົາ ເດີ. ”
\v 16 ພຣະອົງ ກ່າວ ແກ່ ເປໂຕ ເປັນ ຄັ້ງ ທີ ສອງ ວ່າ, “ຊີໂມນ ລູກ ໂຢຮັນ ເອີຍ ເຈົ້າ ຮັກ ເຮົາ ບໍ? ” ເປໂຕ ຕອບ ວ່າ, “ໂດຍ ພຣະອົງເຈົ້າ ເອີຍ, ພຣະອົງ ຮູ້ຈັກ ວ່າ ຂ້ານ້ອຍ ຮັກພຣະອົງ. ” ພຣະອົງ ຈຶ່ງ ສັ່ງ ວ່າ, “ຈົ່ງ ລ້ຽງ ຮັກສາ ແກະ ຂອງເຮົາ ເດີ.
\s5
\v 17 ແລ້ວ ພຣະອົງ ກໍ ກ່າວ ແກ່ ເປໂຕ ເປັນ ຄັ້ງ ທີ ສາມ ວ່າ, “ຊີໂມນ ລູກ ໂຢຮັນ ເອີຍ ເຈົ້າ ຮັກ ເຮົາ ບໍ? ” ເປໂຕ ທຸກໃຈ ທີ່ ພຣະເຢຊູເຈົ້າ ໄດ້ ຖາມ ຕົນເຖິງ ສາມ ເທື່ອ ວ່າ, “ເຈົ້າ ຮັກເຮົາ ບໍ? ” ສະນັ້ນ ເປໂຕ ຈຶ່ງ ຕອບ ພຣະອົງ ວ່າ, “ຂ້າແດ່ ພຣະອົງເຈົ້າ ພຣະອົງ ຮູ້ຈັກທຸກໆ ສິ່ງ ພຣະອົງ ຮູ້ຈັກ ວ່າ ຂ້ານ້ອຍ ຮັກ ພຣະອົງ. ” ພຣະເຢຊູເຈົ້າ ສັ່ງ ເປໂຕ ວ່າ, “ຈົ່ງ ລ້ຽງ ແກະ ທັງຫລາຍ ຂອງເຮົາ ເດີ.
\v 18 ເຮົາ ບອກ ເຈົ້າ ຕາມ ຄວາມຈິງ ວ່າ ເມື່ອ ເຈົ້າ ຍັງ ໜຸ່ມ ເຈົ້າ ຄາດ ແອວ ຂອງ ເຈົ້າ ເອງ ແລະ ທຽວ ໄປມາ ທາງ ໃດ ຕາມໃຈ ມັກ, ແຕ່ ເມື່ອ ເຈົ້າ ເຖົ້າແກ່ ແລ້ວ ເຈົ້າຈະຢຽດ ມື ຂອງເຈົ້າອອກ ແລະ ຄົນອື່ນ ຈະ ຄາດ ແອວ ໃຫ້ ແລະ ຈະ ພາ ເຈົ້າ ໄປ ໃນ ບ່ອນ ທີ່ ເຈົ້າ ບໍ່ ຢາກ ໄປ.”
\s5
\v 19 (ພຣະອົງ ກ່າວ ດັ່ງນີ້ ໝາຍ ເຖິງ ວິທີ ທີ່ ເປໂຕ ຈະຕາຍ ແລະ ຈະ ນໍາ ກຽດຕິຍົດ ມາສູ່ພຣະເຈົ້າ.) ເມື່ອ ພຣະອົງກ່າວ ດັ່ງນີ້ ແລ້ວ ພຣະອົງ ຈຶ່ງ ສັ່ງ ເປໂຕ ວ່າ, “ຈົ່ງ ຕາມ ເຮົາ ມາ.”
\s5
\v 20 ເປໂຕ ຫລຽວ ຫລັງ ເຫັນ ສາວົກ ຜູ້ ທີ່ ພຣະອົງ ຊົງ ຮັກ ຕາມ ມາ ຄື ຜູ້ ທີ່ນັ່ງ ເນີ້ງ ຕົວ ອີງ ໃສ່ ພຣະອົງ ໃນ ເວລາ ຮັບປະທານ ອາຫານ ແລະ ເຄີຍ ໄດ້ ຖາມ ພຣະອົງ ວ່າ, “ພຣະອົງເຈົ້າ ເອີຍ, ແມ່ນ ຜູ້ໃດ ທີ່ ຈະ ທໍລະຍົດ ຕໍ່ພຣະອົງ? ”
\v 21 ເມື່ອ ເປໂຕ ເຫັນ ສາວົກ ຄົນ ນັ້ນ ແລ້ວ ຈຶ່ງ ຖາມ ພຣະເຢຊູເຈົ້າ ວ່າ, “ພຣະອົງ ເຈົ້າ ເອີຍ ຜູ້ ນີ້ ເດ ຈະ ເປັນ ຢ່າງ ໃດ?”
\s5
\v 22 ພຣະເຢຊູເຈົ້າ ຕອບ ເພິ່ນ ວ່າ, “ຖ້າເຮົາ ຢາກ ໃຫ້ ລາວ ມີ ຊີວິດ ຢູ່ ຈົນເຮົາ ກັບມາ ຈະ ກ່ຽວຂ້ອງ ອັນໃດ ກັບເຈົ້າ? ສ່ວນ ເຈົ້າ ຈົ່ງ ຕາມ ເຮົາມາ. ”
\v 23 ເຫດສະນັ້ນ ຄໍາ ທີ່ວ່າ ສາວົກ ຄົນ ນັ້ນ ຈະ ບໍ່ ຕາຍ ຈຶ່ງ ຊ່າລື ທົ່ວ ໄປ ໃນ ທ່າມກາງ ພວກ ພີ່ນ້ອງ, ແຕ່ ພຣະເຢຊູເຈົ້າ ບໍ່ ໄດ້ ກ່າວ ວ່າ ສາວົກ ຄົນນີ້ ຈະ ບໍ່ ຕາຍ, ແຕ່ ພຣະອົງ ກ່າວ ວ່າ, “ຖ້າ ເຮົາ ຢາກ ໃຫ້ ລາວ ມີ ຊີວິດ ຢູ່ຈົນ ເຮົາ ກັບ ມາ ຈະ ກ່ຽວຂ້ອງ ອັນໃດ ກັບ ເຈົ້າ.”
\s5
\v 24 ແມ່ນ ສາວົກ ຄົນ ນີ້ ເອງ ທີ່ ໄດ້ ເປັນ ພະຍານ ເຖິງ ສິ່ງ ເຫລົ່າ ນີ້ ທັງເປັນ ຜູ້ ທີ່ ບັນທຶກ ເລື່ອງ ເຫລົ່ານີ້ ໄວ້ດ້ວຍ ແລະ ພວກເຮົາ ກໍ ຮູ້ ວ່າ ຄໍາ ຢືນຢັນ ຂອງ ເພິ່ນ ເປັນ ຄວາມຈິງ.
\v 25 ພຣະເຢຊູເຈົ້າ ຍັງ ໄດ້ ກະທໍາ ສິ່ງ ອື່ນ ໆ ອີກ ຫລາຍຢ່າງ ຖ້າຈະ ຂຽນ ໄວ້ ຕາມ ລໍາດັບ ທຸກປະການ ຂ້າພະເຈົ້າ ຄິດ ວ່າ ທົ່ວ ທັງ ໂລກນີ້ ຈະ ບໍ່ ມີ ບ່ອນ ພໍ ສໍາລັບ ມ້ຽນ ໜັງສື ຕ່າງໆ ທີ່ ຂຽນ ນັ້ນ.