lo_bible/43-LUK.usfm

2187 lines
427 KiB
Plaintext
Raw Permalink Blame History

This file contains invisible Unicode characters

This file contains invisible Unicode characters that are indistinguishable to humans but may be processed differently by a computer. If you think that this is intentional, you can safely ignore this warning. Use the Escape button to reveal them.

This file contains Unicode characters that might be confused with other characters. If you think that this is intentional, you can safely ignore this warning. Use the Escape button to reveal them.

\id LUK
\ide UTF-8
\h ຂ່າວ​ປະ​ເສີດ​ເລື່ອງ​ພ​ຣະ​ເຢ​ຊູ​ເຈົ້າ​ຕາມ​ລູ​ກາ
\toc1 ຂ່າວ​ປະ​ເສີດ​ເລື່ອງ​ພ​ຣະ​ເຢ​ຊູ​ເຈົ້າ​ຕາມ​ລູ​ກາ
\toc2 ຂ່າວ​ປະ​ເສີດ​ເລື່ອງ​ພ​ຣະ​ເຢ​ຊູ​ເຈົ້າ​ຕາມ​ລູ​ກາ
\toc3 luk
\mt ຂ່າວ​ປະ​ເສີດ​ເລື່ອງ​ພ​ຣະ​ເຢ​ຊູ​ເຈົ້າ​ຕາມ​ລູ​ກາ
\s5
\c 1
\p
\v 1 ທ່ານ ເທໂອຟີໂລ ທີ່ ນັບຖື: ມີ ຫລາຍ ຄົນໄດ້ລົງ ມື ຮຽບ ຮຽງ ເລື່ອງ ເຫດການ ຕ່າງໆ ຊຶ່ງ ສໍາເລັດ ແລ້ວ ໃນ ທ່າມກາງ ພວກເຮົາ.
\v 2 ຕາມ ທີ່ ພວກເຂົາ ຜູ້ ໄດ້ເຫັນ ດ້ວຍ ຕາ ຕົນເອງ ຕັ້ງແຕ່ ຕົ້ນ ແລະ ເປັນ ຜູ້ ປະກາດ ຖ້ອຍຄໍາ ນັ້ນ ຈຶ່ງ ໄດ້ສົ່ງສືບ ຕໍ່ມາ ໃຫ້ ພວກເຮົາ ຮູ້.
\v 3 ດັ່ງນັ້ນແຫລະ ທ່ານ ເທໂອຟີໂລ ທີ່ ນັບຖື ຫລັງຈາກ ທີ່ ຂ້າພະເຈົ້າ ໄດ້ ສຶກສາ ຢ່າງ ຖີ່ຖ້ວນ ຮອບຄອບ ເຖິງ ສິ່ງ ເຫລົ່ານີ້ ທັງໝົດ ແລ້ວ ຕັ້ງແຕ່ ຕົ້ນ ຂ້າພະເຈົ້າ ຈຶ່ງເຫັນ ດີ ຮຽບຮຽງ ເລື່ອງລາວ ຕາມ ລາໍດັບ ເພື່ອ ປະໂຫຍດ ແກ່ ທ່ານ.
\v 4 ຂ້າພະເຈົ້າ ເຮັດ ເຊັ່ນ ນີ້ ກໍ ເພື່ອ ທ່ານ ຈະ ຮູ້ ຄວາມຈິງ ຢ່າງ ຄັກແນ່ ເຖິງ ເລື່ອງລາວ ທີ່ ເປັນ ແກ່ນສານ ທີ່ ທ່ານ ໄດ້ ຮັບ ຮູ້ກ່ອນ ນັ້ນ.
\s5
\v 5 ໃນ ຄາວ ທີ່ ເຮໂຣດ ໄດ້ ເປັນ ກະສັດ ແຫ່ງ ຢູດາຍ [ກ] ກໍໄດ້ ມີປ​ະໂຣຫິດ ຜູ້ໜຶ່ງ ຢູ່ ໃນ ໝວດ ຂອງ ປະໂຣຫິດ ອາບີຢາ ຊື່ ວ່າ ຊາຂາຣີຢາ. ເມຍ ຂອງ ເພິ່ນກໍ ສືບ ເຊື້ອສາຍ ມາ ຈາກ ປະໂຣຫິດ ອາໂຣນ ເໝືອນກັນ ຊື່ ວ່າ ເອລີຊາເບັດ.
\v 6 ສອງ ຜົວ ເມຍ ນີ້ ດາໍເນີນຊີວິດ ຢ່າງ ຖືກຕ້ອງ ຕໍ່ ສາຍ ພຣະເນດ ຂອງ ພຣະເຈົ້າ ໂດຍ ເຊື່ອຟັງ ກົດບັນຍັດ ຂອງ ອົງພຣະ ຜູ້ ເປັນເຈົ້າ ແລະ ຂໍ້ຄໍາສັ່ງ ຂອງ ພຣະອົງ ຢ່າງບໍ່ມີທີ່ຕິ.
\v 7 ແຕ່ ພວກເພິ່ນ ບໍ່ມີລູກ ເພາະ ນາງ ເອລີຊາເບັດ ເປັນ ໝັນ ແລະ ທັງສອງ ກໍ ເຖົ້າແກ່ ແລ້ວ.
\s5
\v 8 ວັນ ໜຶ່ງ ຊາຂາຣີຢາກາໍລັງປະຕິບັດ ໜ້າທີ່ ຂອງຕົນ ຢູ່ ໃນ ພຣະວິຫານ ເພາະ ຖືກ ຜຽນ ໃນ ໝວດ ຂອງຕົນ.
\v 9 ຕາມ ທາໍນຽມ ຂອງ ພວກ ປະໂຣຫິດ ແລ້ວ ເພິ່ນ ໄດ້ ຮັບ ເລືອກ ໂດຍ ການ ໃຊ້ ສະຫລາກ ໃຫ້ ເພິ່ນ ເຂົ້າ ໄປ ໃນ ພຣະວິຫານ ຂອງ ອົງພຣະ ຜູ້ ເປັນເຈົ້າ ເພື່ອ ເຜົາ ເຄື່ອງຫອມ ຖວາຍ ທີ່ ແທ່ນບູຊາ.
\v 10 ສ່ວນ ປະຊາຊົນ ຢູ່ ຂ້າງ ນອກ ກໍ ພາກັນ ພາວັນນາ ອະທິຖານ ໃນ ເວລາ ທີ່ ເຜົາ ເຄື່ອງຫອມ ຢູ່ ນັ້ນ.
\s5
\v 11 ມີ ເທວະດາ ຕົນ ໜຶ່ງ ຂອງ ອົງພຣະ ຜູ້ ເປັນເຈົ້າ ໄດ້ ມາ ປາກົດ ແກ່ ເພິ່ນ ໂດຍ ຢືນ ຢູ່ ເບື້ອງ ຂວາ ຂອງ ແທ່ນບູຊາ.
\v 12 ເມື່ອ ຊາຂາຣີຢາ ໄດ້ ເຫນັ ເທວະດາ ຕົນນັ້ນ ແລ້ວ ເພິ່ນ ກໍ ສະທ້ານ ຕົກໃຈ ແລະມີ ຄວາມ ຢ້ານ.
\v 13 ແຕ່ ເທວະດາ ຕົນ ນັ້ນ ກ່າວ ແກ່ ເພິ່ນ ວ່າ, “ຊາຂາຣີຢາ ເອີຍ ຢ່າ ຢ້ານ ເລີຍ ພຣະເຈົ້າ ໄດ້ຍິນ ຄໍາພາວັນນາ ອະທິຖານ ຂອງ ເຈົ້າ ແລ້ວ ແລະ ເອລີ​ຊາ​ເບັດ ເມຍ ຂອງ ເຈົ້າ ຈະເກີດ ລູກຊາຍຄົນ ໜຶ່ງ ໃຫ້ ເຈົ້າ ເຈົ້າ ຈົ່ງ ໃສ່ ຊື່ ໃຫ້ ລາວ ວ່າ ໂຢຮັນ.
\s5
\v 14 ເຈົ້າ ຈະ ມີ ຄວາມ ຊົມຊື່ນຍິນດີ ຢ່າງລົ້ນເຫລືອ ແລະ ຫລາຍ ຄົນ ຈະຍິນດີ ເມື່ອ ເພິ່ນ ເກີດ ມາ.
\v 15 ເພິ່ນ ຈະ ເປັນ ຜູ້ຍິ່ງໃຫຍ່ ໃນ ສາຍ ພຣະເນດ ຂອງອົງພຣະ ຜູ້ ເປັນເຈົ້າ ເພິ່ນ ຈະ ບໍ່ ດື່ມ ເຫລົ້າ ອະງຸ່ນ ຫລື ເຫຼົ້າ ປຸກ ແຕ່ ຢ່າງ ໃດ ແລະ ຈະ ເຕັມ ໄປ ດ້ວຍ ພຣະວິນຍານບໍຣິສຸດເຈົ້າ ຕັ້ງແຕ່ ຈາກ ທ້ອງ ແມ່ ມາ
\s5
\v 16 ເພິ່ນ ຈະ ນາໍ ຊາວ ອິດສະຣາເອນ ຢ່າງ ຫລວງຫລາຍ ກັບຄືນ ມາ ຫາ ອົງພຣະ ຜູ້ ເປັນເຈົ້າ ອົງ ເປັນ ພຣະເຈົ້າ ຂອງ ພວກເຂົາ.
\v 17 ເພິ່ນ ຈະ ອອກ ໜ້າ ກ່ອນ ອົງພຣະ ຜູ້ ເປັນເຈົ້າ ຢ່າງ ເຂັ້ມແຂງ ແລະ ອົງ ອາດ ເໝືອນ ດັ່ງ ຜູ້ທາໍນວາຍ ເອລີຢາ ເພິ່ນ ຈະ ນາໍ ພໍ່ ກັບ ລູກ ໃຫ້ ຄືນ ດີກັນ ເພິ່ນ ຈະ ນາໍ ຄົນ ດື້ດ້ານ ກັບ ໃຫ້ ມີ ປັນຍາ ຢ່າງ ຄົນ ສິນທາໍ ເພິ່ນ ຈະ ຕຽມ ປະຊາຊົນ ໄວ້ ພ້ອມ ສາໍລັບອົງພຣະຜູ້ ເປັນເຈົ້າ.”
\s5
\v 18 ຊາຂາຣີຢາ ເວົ້າ ກັບ ເທວະດາ ນັ້ນ ວ່າ, “ຂ້ານ້ອຍ ຈະ ຮູ້ ເຫດການ ນີ້ໄດ້ ຢ່າງ ໃດ? ເພາະ ຂ້ານ້ອຍ ກໍ ເຖົ້າແກ່ ແລ້ວແລະ ເມຍ ຂອງ ຂ້ານ້ອຍ ກໍ ເໝືອນກັນ. ”
\v 19 ຝ່າຍເທວະດານັ້ນຕອບວ່າ, “ເຮົາແມ່ນຄັບຣີເອນ. ຊຶ່ງ ຢືນ ຢູ່ ຊ້ອງໜ້າ ພຣະເຈົ້າ, ພຣະອົງ ຊົງ ໃຊ້ ເຮົາ ມາ ເວົ້າ ກັບ ເຈົ້າ ແລະ ນາໍ ເອົາ ຂ່າວ ດີນີ້ ມາ ບອກ ເຈົ້າ.
\v 20 ແຕ່ ບັດນີ້ ເຈົ້າ ບໍ່ ເຊື່ອ ຖ້ອຍຄໍາ ຂອງເຮົາ ຊຶ່ງ ຈະ ເປັນ ຈິງ ຕາມ ເວລາ ທີ່ ກາໍນົດ ໄວ້ ຍ້ອນ ເຈົ້າ ບໍ່ ເຊື່ອ ເຈົ້າ ຈະ ເປັນ ຄົນ ໃບ້ບໍ່ ສາມາດ ປາກ ໄດ້ຈົນເຖິງ ວັນ ທີ່ ເຫດການ ເຫລົ່ານັ້ນ ເກີດຂຶ້ນ.”
\s5
\v 21 ຝ່າຍ ປະຊາຊົນ ກໍລໍໍ ຖ້າ ຊາຂາຣີຢາ ດ້ວຍ ຄວາມ ປະຫລາດ ໃຈ ທີ່ ເພິ່ນ ຢູ່ ໃນ ພຣະວິຫານ ຕັ້ງ ດົນນານ.
\v 22 ເມື່ອ ເພິ່ນ ອອກ ມາ ເພິ່ນ ກໍ ເວົ້າ ກັບ ພວກເຂົາ ບໍ່ໄດ້ ພວກເຂົາ ຈຶ່ງ ສັງເກດ ຮູ້ວ່າ ເພິ່ນ ໄດ້ ເຫັນນິມິດຢູ່ ໃນ ພຣະວິຫານ ເພິ່ນ ໄດ້ ໃຊ້ ມື ເຮັດ ພາສາ ໃບ້ ກັບພວກເຂົາ ແລະ ຍັງ ບໍ່ ສາມາດ ປາກ ໄດ້.
\v 23 ເມື່ອ ໝົດ ກາໍນົດ ຮັບໃຊ້ ໃນ ພຣະວິຫານ ແລ້ວ ຊາຂາຣີຢາ ກໍກັບ ບ້ານ.
\s5
\v 24 ພາຍລຸນມາ ນາງ ເອລີຊາເບັດ ເມຍ ຂອງ ເພິ່ນ ກໍຖືພາ ແລະ ນາງ ບໍ່ໄດ້ ອອກ ຈາກ ເຮືອນ ໄປ ໃສ ເລີຍ ເປັນ ເວລາ ຫ້າ ເດືອນ.
\v 25 ນາງ ເວົ້າ ຂຶ້ນ ວ່າ, “ອົງພຣະ ຜູ້ ເປັນເຈົ້າ ໄດ້ ຊ່ວຍເຫລືອຂ້ານອ້ຍ ​ບັດນີ້ ພຣະອົງ ໄດ້ ຍົກ ຄວາມ ນິນທາ ຂອງ ຂ້ານ້ອຍ ທີ່ ມີ ​ຢູ່ ທ່າມກາງ ຄົນ ທັງຫລາຍ ອອກ ເສຍ.”
\s5
\v 26 ໃນ ເດືອນ ທີຫົກ ທີ່ ນາງເອລີຊາເບດຖືພາ ຢູ່ ນັ້ນ ພຣະເຈົ້າ​​ກໍໄດ້ ໃຊ້ ເທວະດາຄັບຣີເອນ ມາ ຍັງ ແຂວງ ຄາລີເລ ໃນ ເມືອງ ໜຶ່ງ ທີ່ ຊື່ ວ່າ ນາຊາເຣັດ.
\v 27 ມາບອກຍິງສາວພົມມະຈາຣີຄົນ ໜຶ່ງ ຜູ້ທີ່ ເປັນ ຄູ່ໝັ້ນກັບ ຊາຍ ຄົນ ໜຶ່ງ ຊື່ ວ່າ ໂຢເຊັບຜູ້ທີ່ ເປັນ ເຊື້ອສາຍ ມາ ຈາກ ກະສັດ ດາວິດ ສ່ວນ ຍິງ ສາວ ນັ້ນ ຊື່ ວ່າ ມາຣີ.
\v 28 ເທວະດາ ຕົນ ນັ້ນ ໄດ້ ມາ ຫາ ນາງ ແລະ ກ່າວ ວ່າ, “ສັນຕິສຸກຈົ່ງ ມີ ແກ່ ເຈົ້າ ເຖີດ ອົງພຣະ ຜູ້ ເປັນເຈົ້າ ຊົງ ສະຖິດ ຢູ່ ກັບ ເຈົ້າ ແລະ ອວຍພອນ ເຈົ້າ ຢ່າງ ຫລວງຫລາຍ. ”
\v 29 ຝ່າຍ ມາຣີກໍ ຕົກໃຈ ຫລາຍ ໃນ ຖ້ອຍຄໍາ ເຫລົ່ານີ້ ນາງ ຈຶ່ງ ຄິດ ພິຈາລະນາ ວ່າ ຄໍາ ທັກທາຍ ຂອງ ເພິ່ນ ນັ້ນ ໝາຍຄວາມວ່າ ຢ່າງ ໃດ.
\s5
\v 30 ແລ້ວ ເທວະດາ ກໍໄດ້ ກ່າວ ແກ່ ນາງ ວ່າ, “ມາຣີ ເອີຍ ຢ່າ ຢ້ານ ເລີຍ ພຣະເຈົ້າ ຊົງ ໂຜດ ເມດຕາ ກະຣຸນາ ເຈົ້າ ແລ້ວ.
\v 31 ເຈົ້າ ຈະ ຕັ້ງທ້ອງ ແລະ ເກີດ ລູກຊາຍ ຜູ້ໜຶ່ງ ແລະ ເຈົ້າ ຈົ່ງ ໃສ່ ຊື່ ໃຫ້ ກຸມມານ ນັ້ນ ວ່າ ເຢຊູ.
\v 32 ກຸມມານ ນັ້ນ ຈະ ເປັນ ໃຫຍ່ ແລະ ຈະ ເປັນ ທີ່ ເອີ້ນ ວ່າ ບຸດ ຂອງ ພຣະເຈົ້າ ອົງ ສູງສຸດ ອົງພຣະ ຜູ້ ເປັນເຈົ້າ ອົງ ເປັນ ພຣະເຈົ້າ ຈະ ໃຫ້ ເພິ່ນ ນັ່ງ ບັນລັງ ຂອງ ກະສັດ ດາວິດ ຜູ້ ເປັນ ບັນພະບຸລຸດ ຂອງ ເພິ່ນ
\v 33 ແລະ ເພິ່ນ ຈະ ປົກຄອງ ເຊື້ອສາຍ ຂອງ ຢາໂຄບ ຕະຫລອດໄປ ແລະ ອານາຈັກ ຂອງ ເພິ່ນ ຈະ ບໍ່ ສິ້ນສຸດ ເປັນ ຈັກເທື່ອ.”
\s5
\v 34 ຝ່າຍມາຣີຈຶ່ງ ເວົ້າ ກັບ ເທວະດາ ວ່າ, “ຂ້ານ້ອຍ ຍັງ ບໍ່ ທັນ ໄດ້ຮ່ວມ ເພດ ສໍາພັນ ກັບ ຜູ້ຊາຍ ຈັກເທື່ອ ເຫດການ ນີ້ ຈະ ເປັນ ໄປ ໄດ້ຢ່າງ ໃດ? ”
\v 35 ເທວະດາໄດ້ ຕອບວ່າ, “ພຣະວິນຍານບໍຣິສຸດເຈົ້າ ຈະສະເດັດມາຢູ່ ເທິງເຈົ້າ ແລະຣິດເດດຂອງພຣະເຈົ້າອົງສູງສຸດຈະປົກຄຸມເຈົ້າໄວ້. ດ້ວຍເຫດນີ້ ແຫລະ, ເດັກຜູ້ ບໍຣິສຸດຈະເປັນທີ່ ເອີ້ນວ່າພຣະບຸດຂອງພຣະເຈົ້າ.
\s5
\v 36 ເອລີຊາເບັດ ພີ່ນ້ອງຂອງເຈົ້າ ນາງກາໍລັງຈະໄດ້ ລູກຊາຍ​ຜູ້ ໜຶ່ງເຖິງວ່ານາງເຖົ້າແກ່ແລ້ວກໍຕາມ ຄົນເວົ້າກັນວ່ານາງເປັນໝັນ ແຕ່ບັດນີ້ ນາງຖືພາໄດ້ຫົກເດືອນ ແລ້ວ.
\v 37 ດ້ວຍວ່າ, ບໍ່​ມີສິ່ງໃດທີ່ ພຣະເຈົ້າເຮັດບໍ່ໄດ້. ”
\v 38 ມາຣີເວົ້າ ຂຶ້ນ ວ່າ, “ຂ້ານອ້ຍ ເປັນ ທາດ ຍິງ ຂອງ ອົງພຣະ ຜູ້ ເປັນເຈົ້າ ຂໍ ໃຫ້ ເຫດການ ນີ້ ເກີດ ກັບ ຂ້ານ້ອຍ ຕາມ ທີ່ ທ່ານ ໄດ້ກ່າວ ນັ້ນ ເທີ້ນ. ” ແລ້ວ ເທວະດາ ຕົນ ນັ້ນ ກໍ ຈາກ ນາງ ໄປ.
\s5
\v 39 ຈາກ ນັ້ນ ບໍ່ ດົນ ມາຣີ ກໍອອກ ເດີນທາງ ຢ່າງ ຮີບ ດ່ວນ ໄປ ຍັງ ເມືອງ ໜຶ່ງ ທີ່ ເນີນ ພູເຂົາ ຂອງ ແຂວງ ຢູດາຍ.
\v 40 ນາງ ໄດ້ ເຂົ້າ ໄປ ໃນ ເຮືອນ ຂອງ ຊາຂາຣີຢາ ແລະ ທັກທາຍ ນາງເອລີຊາເບັດ.
\v 41 ເມື່ອ ນາງເອລີຊາເບັດ ໄດ້ຍິນ ຄໍາທັກທາຍ ຂອງ ນາງ ມາຣີ ລູກ ໃນ ທ້ອງ ກໍ ເໜັງຕີງ ນາງ ເອລີຊາເບັດ ເຕັມ ໄປ ດ້ວຍ ພຣະວິນຍານບໍຣິສຸດເຈົ້າ
\s5
\v 42 ຈຶ່ງ ເວົ້າ ຂຶ້ນ ດ້ວຍ ສຽງດັງ ວ່າ, “ເຈົ້າ ເປັນ ຍິງ ທີ່ ໄດ້ ຮັບ ພຣະພອນ ຫລາຍ ທີ່ສຸດ ກວ່າ ຍິງທຸກຄົນ ຕະຫລອດ ທັງ ລູກ ທີ່ ຈະ ເກີດ ມາ ນັ້ນ ດວ້ຍ
\v 43 ເປັນຫຍັງ ເຫດການ ອັນ ຍິ່ງໃຫຍ່ ນີ້ ຈຶ່ງ ເກີດຂື້ນ ກັບ ຂ້ານ້ອຍ ນໍ ຄື ແມ່ ຂອງ ພຣະອົງເຈົ້າ ຂອງ ຂ້ານ້ອຍ ມາ ຢ້ຽມຢາມ ຂ້ານ້ອຍ?
\v 44 ດ້ວຍ​ວ່າ​ ພໍຂ້ານ້ອຍໄດ້ຍິນສຽງ ຂອງ ນາງ ຖາມ ສະບາຍ ດີລູກ ຢູ່ ໃນ ທ້ອງ ຂອງ ຂ້ານ້ອຍໄດ້ດີ້ນດ້ວຍຄວາມ ຍິນດີ.
\v 45 ຄວາມສຸກ ມີ ແກ່ ນາງ ທີ່ ໄດ້ ເຊື່ອ ວ່າ ຈະ ສໍາເລັດ ຕາມ ພຣະທາໍ ທີ່ ນາງ ໄດ້ ຮັບ ຈາກອົງພຣະຜູ້ ເປັນເຈົ້າ.”
\s5
\v 46 ດັ່ງນັ້ນມາ​ຣີ ຈຶ່ງຮ້ອງເພງ ສັນລະເສີນ ວ່າ, “ຈິດໃຈ ຂອງ ຂ້ານ້ອຍ ເອີຍ ຈົ່ງ ສັນລະເສີນ ອົງພຣະ ຜູ້ ເປັນເຈົ້າ
\v 47 ແລະ ຈິດ ວິນຍານ ຂອງ ຂ້ານ້ອຍ ໄດ້ ຊົມຊື່ນ ຍິນດີ ໃນ ພຣະເຈົ້າ ຜູ້ ຊົງ ໂຜດ ໃຫ້ ຂ້ານ້ອຍ ໄດ້ ພົ້ນ
\s5
\v 48 ເພາະ ພຣະອົງ ໄດ້ ແນມ ເບິ່ງ ຂ້ອຍໃຊ້ ຍິງ ຂອງ ພຣະອົງ ຜູ້ ຕໍ່າຕ້ອຍ ຕັ້ງແຕ່ ນີ້ ໄປ ຄົນ ທຸກສະໄໝ ຈະ ເອີ້ນ ຂ້ານ້ອຍ ວ່າ ທໍ່ ແຫ່ງ ພຣະພອນ
\v 49 ເພາະວ່າ ພຣະເຈົ້າ ອົງ ຊົງຣິດເດດ ຍິ່ງໃຫຍ່ ໄດ້ ກະທາໍ ການ ອັນ ໃຫຍ່ ແກ່ ຂ້ານ້ອຍ ພຣະນາມ ຂອງ ພຣະອົງ ບໍຣິສຸດ,
\s5
\v 50 ພຣະ ກະຣຸນາ ຂອງ ພຣະອົງ ກໍ ມີ ແກ່ ບັນດາ ຜູ້ ທີ່ ຢໍາເກງ ພຣະອົງ ທັງ ຊົ່ວ ອາຍຸ ນີ້ ແລະ ຊົ່ວ ອາຍຸ ໜ້າ ສືບໆ ໄປ.
\v 51 ເມື່ອ ພຣະຫັດ ອັນ ຊົງ ຣິດ ຂອງ ພຣະອົງ ຢຽດ ອອກ ຄົນ ຈອງຫອງ ແລະ ແຜນການ ຂອງ ພວກເຂົາ ກໍ ແຕກຊະ.
\s5
\v 52 ພຣະອົງ ຊົງ ປົດ ຜູ້ປົກຄອງ ຜູ້ ມີ ອໍານາດ ລົງ ຈາກ ບ່ອນ ນັ່ງ ແລະ ໄດ້ ຊົງ ຍົກ ຜູ້ ຕໍ່າຕ້ອຍ ຂຶ້ນ.
\v 53 ພຣະອົງ ໃຫ້ ຄົນ ອຶດຢາກ ເຕັມ ໄປ ດ້ວຍ ຂອງ ດີ ແລະ ໃຫ້ ຄົນ ຮັ່ງມີ ໜີໄປ ມື ເປົ່າ.
\s5
\v 54 ພຣະອົງ ຊົງ ຊ່ວຍ ອິດສະຣາເອນ ຜູ້ຮັບໃຊ້ ຂອງ ພຣະອົງ ຄື ພຣະອົງ ຊົງ ຈື່ຈາໍ ພຣະ ເມດຕາ ຂອງ ພຣະອົງ.
\v 55 ທີ່ ມີ ຕໍ່ ອັບຣາຮາມ ແລະ ຕໍ່ ເຊື້ອສາຍ ຂອງ ເພິ່ນ ເປັນນິດ ຕາມ ທີ່ ພຣະອົງ ໄດ້ ຊົງ ບອກ ໄວ້ ກັບ ບັນພະບຸລຸດ ຂອງ ພວກເຮົາ”
\s5
\v 56 ແລ້ວ ມາຣີ ໄດ້ ພັກ ຢູ່ ນາໍເອລີຊາເບັດ ປະມານ ສາມ ເດືອນ ແລ້ວ ນາງ ກໍກັບຄືນ ເມືອ ຍັງ ເຮືອນ ຂອງຕົນ.
\v 57 ບັດນີ້ ກໍ ເຖິງ ເວລາ ແລ້ວ ທີ່ ນາງ ເອລີຊາເບັດ ຈະ ໄດ້ ລູກ ແລະນາງ ກໍເກີດ ລູກຊາຍ ຄົນ ໜຶ່ງ.
\v 58 ເມື່ອ ເພື່ອນບ້ານ ໃກ້ຄຽງ ກັບຍາດຕິພີ່ນ້ອງ ຂອງ ນາງ ໄດ້ຍິນ ວ່າອົງພຣະ ຜູ້ ເປັນເຈົ້າ ໄດ້ໃຫ້ ຄວາມ ເມດຕາປານີ ແກ່ ນາງ ຢ່າງ ຫລວງຫລາຍ ພວກເຂົາ ຕ່າງ ກໍຊົມຊື່ນ ຍິນດີ ນາໍ ນາງ.
\s5
\v 59 ເມື່ອ ເດັກນອ້ຍ ຄົບ ແປດ ວັນ ແລ້ວ ພວກເພິ່ນ ກໍ ເຮັດພິທີຕັດໃຫ້ ແລະຕັ້ງໃຫ້ວ່າ, ຊາຂາຣີຢາ ຕາມ ຊື່ ຂອງ ພໍ່.
\v 60 ແຕ່ ແມ່ ເວົ້າ ວ່າ, “ບໍ່ແມ່ນ ລາວ ຈະ ຕ້ອງ ​ມີ ຊື່ ວ່າ ໂຢຮັນ. ”
\v 61 ພວກເຂົາ ຈຶ່ງ ເວົ້າ ແກ່ ນາງ ວ່າ, “ແຕ່ ເຈົ້າ ບໍ່ມີ ຍາດຕິພີ່ນ້ອງ ຈັກ ຄົນ ທີ່ ໃສ່ ຊື່ ນັ້ນ.”
\s5
\v 62 ແລ້ວ ພວກເຂົາ ກໍ ໃຊ້ ພາສາ ໃບ້ ຖາມ ພໍ່ ຂອງ ເດັກ ວ່າ ເພິ່ນ ຕ້ອງການ ໃສ່ ຊື່ ຫຍັງ ໃຫ້ ລູກຊາຍ.
\v 63 ຂໍ ໃຫ້ ເຂົາ ເອົາ ກະດານ ມາ ແລ້ວ ເພິ່ນ ຂຽນ ວ່າ, “ຊື່ ຂອງ ລາວ ແມ່ນ ໂຢຮັນ. ” ແລ້ວ ທຸກຄົນ ຕ່າງ ກໍ ປະຫລາດ ໃຈ
\s5
\v 64 ເວລາ ດຽວກັນ ນັ້ນ ຊາຂາຣີຢາ ກໍ ປາກ ໄດ້ ອີກ ເພິ່ນ ຈຶ່ງ ອອກ ປາກສັນລະເສີນ ພຣະເຈົ້າ.
\v 65 ພວກ ເພື່ອນບ້ານ ໃກ້ຄຽງ ຕ່າງ ກໍ ເກີດ ຄວາມ ຢ້ານ ແລະ ຂ່າວ ກ່ຽວກັບ ເຫດການ ເຫລົ່ານີ້ ກໍ ຊ່າລື ໄປ ທົ່ວ ເຂດ ເນີນພູ ຂອງ ແຂວງ ຢູດາຍ.
\v 66 ເມື່ອ ທຸກຄົນ ໄດ້ຍິນ ຂ່າວ ເຫລົ່ານັ້ນ ຕ່າງ ກໍພິຈາລະນາ ໃນ ໃຈ ແລະ ຖາມ ກັນ ວ່າ, “ເດັກ ນີ້ ຈະ ເປັນ ຢ່າງ ໃດ ນໍ? ເພາະ ເປັນ ການ ຈະແຈ້ງ ແລ້ວ ວ່າ ຣິດເດດ ຂອງ ອົງພຣະ ຜູ້ ເປັນເຈົ້າ ຊົງ ສະຖິດ ຢູ່ ນາໍ ເດັກ ຄົນ ນີ້.”
\s5
\v 67 ຝ່າຍ ຊາຂາຣີຢາ ພໍ່ ຂອງ ໂຢຮັນກໍ ເຕັມ ໄປ ດ້ວຍ ພຣະວິນຍານບໍຣິສຸດເຈົ້າ ຈຶ່ງ ໄດ້ ທາໍນວາຍ ວ່າ,
\v 68 “ຈົ່ງ ສັນລະເສີນ ອົງພຣະ ຜູ້ ເປັນເຈົ້າ ຜູ້ ຊົງ ເປັນ ພຣະເຈົ້າ ຂອງ ອິດສະຣາເອນ ດ້ວຍວ່າ, ພຣະອົງ ໄດ້ ຊົງ ຢ້ຽມຢາມ ແລະ ໄດ້ ຊົງ ໄຖ່ ເອົາ ພົນລະເມືອງ ຂອງ ພຣະອົງ
\s5
\v 69 ແລະ ໄດ້ ໃຫ້ ຜູ້ ຊົງ ຣິດ ຜູ້ໜຶ່ງ ເກີດຂຶ້ນ ໃນ ເຊື້ອວົງ ຂອງ ດາວິດ ຜູ້ຮັບໃຊ້ ຂອງ ພຣະອົງ ເພື່ອ ເປັນ ຜູ້ ຊົງ ໂຜດ ໃຫ້ພົ້ນ ຂອງ ພວກເຮົາ,
\v 70 ຕາມ ທີ່ ພຣະອົງ ໄດ້ຊົງ ກ່າວ ໄວ້ ຕັ້ງແຕ່ ສະໄໝ ບູຮານ ໂດຍ ປາກ ຜູ້ທາໍນວາຍ ບໍຣິສຸດ ຂອງ ພຣະອົງ.
\v 71 ຄື ຊົງ ໂຜດ ໃຫ້ພົ້ນ ຈາກ ສັດຕູ ທງັຫລາຍ ຂອງ ພວກເຮົາ ແລະ ພົ້ນ ຈາກ ມື ຄົນທັງປວງ ທີ່ ກຽດຊັງ ເຮົາ
\s5
\v 72 ດັ່ງນັ້ນ ຈຶ່ງ ຊົງ ສໍາແດງ ພຣະ ກະຣຸນາ ຊຶ່ງ ຊົງ ສັນຍາ ແກ່ ບັນພະບຸລຸດ ຂອງ ພວກເຮົາ ແລະ ຊົງ ລະນຶກເຖິງ ພັນທະສັນຍາ ອັນ ບໍຣິສຸດ ຂອງ ພຣະອົງ
\v 73 ຄື ຄໍາ ສາບານ ຊຶ່ງ ພຣະອົງ ໄດ້ ຊົງ ສາບານ ໄວ້ ກັບ ອັບຣາຮາມ ບັນພະບຸລຸດ ຂອງເຮົາ ວ່າ,
\v 74 ເມື່ອ ເຮົາ ໄດ້ ພົ້ນ ຈາກ ມື ສັດຕູ ທງັຫລາຍ ຂອງເຮົາ ແລ້ວ ຈະ ຊົງ ໂຜດ ໃຫ້ ເຮົາ ໄດ້ ບົວລະບັດ ພຣະອົງ ໂດຍ ປາສະຈາກ ຄວາມ ຢ້ານ,
\v 75 ດ້ວຍ ໃຈ ສັດຊື່ ແລະ ດ້ວຍ ຄວາມ ຊອບທາໍ ຕໍ່ ພຣະພັກ ພຣະອົງ ຕະຫລອດ ຊີວິດຂອງ ພວກເຮົາ.
\s5
\v 76 ຝ່າຍ ເຈົ້າ ລູກ ນ້ອຍ ເອີຍ, ເຂົາ ຈະ ເອີ້ນ ເຈົ້າ ວ່າ, ຜູ້ທາໍນວາຍ ຂອງ ຜູ້ ສູງສຸດ. ເພາະວ່າ ເຈົ້າ ຈະ ໄປ ກ່ອນ ໜ້າ ອົງ ພຣະ ຜູ້ ເປັນ ເຈົ້າ ແລະ ຈັດແຈ່ງ ບັນດາ ທາງ ຂອງ ພຣະອົງ
\v 77 ເພື່ອ ຈະ ໃຫ້ ພົນລະເມືອງ ຂອງ ພຣະອົງ ຮູ້ເຖິງຄວາມ ພົ້ນ ໂດຍ ການ ຊົງ ໂຜດ ຍົກ ບາບກໍາ ຂອງ ພວກເຂົາ
\s5
\v 78 ດ້ວຍ ໃຈ ເມດຕາ ກະຣຸນາ ແຫ່ງ ພຣະເຈົ້າ ຂອງ ພວກເຮົາ ແສງ ສະຫວ່າງ ໃນ ຍາມ ຮຸ່ງ ເຊົ້າ ຈາກ ທີ່ ສູງ ໄດ້ ມາ ຢ້ຽມຢາມ ພວກເຮົາ,
\v 79 ເພື່ອ ຈະ ສ່ອງ ສະຫວ່າງ ແກ່ ຄົນ ທງັຫລາຍ ທີ່ ຢູ່ ໃນ ບ່ອນ ມືດ ແລະ ຢູ່ ໃນ ເງົາ ຂອງ ຄວາມ ຕາຍ ເພື່ອ ຈະ ນໍາພາ ຕີນ ຂອງເຮົາ ໄປ ໃນ ທາງ ສະຫງົບສຸກ.”
\s5
\v 80 ຝ່າຍ ລູກນ້ອຍ ນັ້ນ ​ກໍໃຫຍ່ ຂຶ້ນ ແລະ ຈິດວິນຍານ ກໍມີ ກາໍລັງທະວີຂຶ້ນ ເພິ່ນ ໄດ້ ອາໄສ ຢູ່ ໃນ ຖິ່ນ ແຫ້ງແລ້ງກັນດານ ຈົນເຖິງ ວັນ ທີ່ ຈະໄດ້ມາປາກົດແກ່ ພວກ ອິດສະຣາເອນ.
\s5
\c 2
\p
\v 1 ໃນ ເວລາ ນັ້ນ ຈັກກະພັດ ໂອຄຸໂຕ ໄດ້ ອອກ ຄໍາສັ່ງ ໃຫ້ ພົນລະເມືອງໃນ ທົ່ວ ຈັກກະພົບ ໂຣມ ໄປ ຈົດ ທະບຽນ ສໍາມະໂນຄົວ.
\v 2 ເມື່ອ ດໍາເນີນ ການ ຈົດ ທະບຽນ ຄັ້ງ ທາໍອິດ ນີ້ ແມ່ນ ກີເຣນີໂອ ເປັນ ຜູ້ ປົກຄອງ ປະເທດ ຊີເຣຍ.
\v 3 ດັ່ງນັ້ນ ປະຊາຊົນ ທຸກຄົນ ຈຶ່ງ ໄປ ຈົດ ທະບຽນ ສໍາມະໂນຄົວຕາມບ້ານເກີດເມືອງນອນ ຂອງ ໃຜ ລາວ.
\s5
\v 4 ຝ່າຍ ໂຢເຊັບ ກໍ ອອກ ເດີນທາງ ຈາກ ເມືອງ ນາຊາເຣັດ ໃນ ແຂວງ ຄາລີເລ ເພື່ອ ໄປ ຍັງ ເມືອງ ເບັດເລເຮັມ ແຂວງ ຢູດາຍ ເມືອງ ຂອງ ກະສັດ ດາວິດ, ເພາະວ່າ ເພິ່ນ ເປັນ ເຊື້ອສາຍ ຂອງ ກະສັດ ດາວິດ.
\v 5 ເພິ່ນ ໄດ້ ໄປ ຈົດ ທະບຽນ ກັບ ນາງ ມາຣີ ຄູ່ ໝັ້ນ ຂອງ ເພິ່ນ ສ່ວນ ນາງມາຣີນັ້ນ ກາໍລັງ ຖືພາ ຢູ່.
\s5
\v 6 ແລະ ຂະນະທີ່ ພວກເພິ່ນຢູ່ໃນ​ເ​ມືອງ ເບັດເລເຮັມນັ້ນ ກໍພໍດີ ຄົບ ກາໍນົດ ທີ່ ນາງ ມາຣີ ຈະ ເກີດ ລູກ.
\v 7 ນາງ ໄດ້ ເກີດ ລູກຊາຍກົກ, ເອົາ ຜ້າ ອ້ອມ ພັນ ແລະ ວາງ ໄວ້ ໃນ ຮາງຫຍ້າ ເພາະວ່າ ໃນ ໂຮງແຮມ ນັ້ນ ບໍ່ມີ ຫ້ອງ ຫວ່າງ ສໍາລັບ ພວກເພິ່ນ ເລີຍ.
\s5
\v 8 ໃນ ຂົງເຂດ ນີ້ ໄດ້ ມີຄົນລ້ຽງແກະ ທີ່ ຢູ່ ຕາມ ທົ່ງ ນອນ ເຝົ້າ ຝູງແກະ ຂອງ ພວກເຂົາ ໃນ ເວລາ ກາງຄືນ.
\v 9 ມີ ເທວະດາ ຕົນ ໜຶ່ງ ຂອງ ອົງພຣະ ຜູ້ ເປັນເຈົ້າ ໄດ້ ມາ ປາກົດ ແກ່ ພວກເຂົາ ແລະ ພຣະ ຣັດສະໝີ ຂອງ ອົງພຣະ ຜູ້ ເປັນເຈົ້າ ​ກໍສ່ອງ ແຈ້ງ ອ້ອມຮອບພວກເຂົາ. ດັ່ງນັ້ນ ພວກເຂົາ ຈຶ່ງ ຕົກໃຈ ຢ້ານ ຫລາຍ.
\s5
\v 10 ແຕ່ ເທວະດາ ຕົນ ນັ້ນ ໄດ້ກ່າວ ແກ່ ພວກເຂົາ ວ່າ, “ຢ່າ ຢ້ານ ເລີຍ ເຮົາ ນາໍ ຂ່າວ ດີ ມາ ບອກ ໃຫ້ ພວກເຈົ້າ ຮູ້ ເປັນ ຂ່າວ ທີ່ ນາໍ ຄວາມ ຊົມຊື່ນ ຍິນດີ ອັນ ໃຫຍ່ ມາ ສູ່ ປະຊາຊົນ ທັງໝົດ.
\v 11 ເພາະວ່າ ໃນວັນນີ້ ອົງ ພຣະ ຜູ້ ໂຜດ ຊ່ວຍ ໃຫ້ພົ້ນ ອົງໜຶ່ງ ຄື ພຣະຄຣິດ ໄດ້ ມາ ບັງ ເກີດ ຢູ່ ໃນ ເມືອງ ຂອງ ດາວິດ ສໍາລັບ ເຈົ້າ ທັງຫລາຍ
\v 12 ນີ້ ແຫລະ ຈະ ເປັນ ໝາຍສໍາຄັນ ແກ່ ພວກເຈົ້າ ຄື ພວກເຈົ້າ ຈະ ໄດ້ ພົບ ພຣະ ກຸມມານ ອົງໜຶ່ງ ພັນຜ້າ ອ້ອມ ນອນ ຢູ່ ໃນ ຮາງຫຍ້າ.”
\s5
\v 13 ໃນ ທັນໃດນັ້ນ ກໍມີ ກອງທັບ ເທວະດາແຫ່ງ ສະຫວັນ ໝູ່ໃຫຍ່ມາປາ​​ກົດ ກັບເທວະດາ ຕົນ ນັ້ນ ຮ່ວມ ກັນ ຮ້ອງ ສັນລະເສີນ ພຣະເຈົ້າ ວ່າ,
\v 14 “ພຣະ ຣັດສະໝີ ຈົ່ງ ມີ ແກ່ ພຣະເຈົ້າ ໃນ ສະຫວັນ ທີ່ ສູງສຸດ ແລະ ທີ່ ແຜ່ນດິນ ໂລກ ຈົ່ງ ມີ ສັນຕິສຸກ ແກ່ ມະນຸດ ທັງປວງ ຜູ້ ທີ່ ພຣະອົງ ຊົງ ພໍພຣະໄທ ນັ້ນ.”
\s5
\v 15 ເມື່ອ ຝູງ ເທວະດາ ເຫລົ່ານັ້ນ ຈາກ ພວກເຂົາ ຂຶ້ນ ສູ່ ສະຫວັນ ແລ້ວ ພວກຜູ້ ລ້ຽງ ແກະ ໄດ້ເວົ້າ ກັນ ວ່າ, “ໃຫ້ ພວກເຮົາ ພາກັນ ໄປ ຍັງ ເມືອງ ເບັດເລເຮັມ ເທາະ ໄປ ເບິ່ງ ເຫດການ ທີ່ ໄດ້ ເກີດຂຶ້ນ ຕາມ ທີ່ ອົງພຣະ ຜູ້ ເປັນເຈົ້າ ໄດ້ ບອກ ໃຫ້ ພວກເຮົາ ຮູ້ນັ້ນ. ”
\v 16 ພວກເຂົາຈຶ່ງ ຮີບ ໄປ ແລະ ພົບ ມາຣີ ກັບ ໂຢເຊັບ ແລະເຫັນ ພຣະ ກຸມມານ ນອນ ຢູ່ ໃນ ຮາງຫຍ້າ.
\s5
\v 17 ເມື່ອ ພວກ ຜູ້ ລ້ຽງ ແກະ ພົບ ພຣະ ກຸມມານ ແລ້ວ ພວກເຂົາ ກໍ ເລົ່າ ເລື່ອງ ຕາມ ທີ່ ພວກເຂົາ ໄດ້ຍິນ ເຖິງພຣະ ກຸມມານ ນັ້ນ.
\v 18 ທຸກຄົນ ທີ່ ໄດ້ ຟັງ ພວກ ຜູ້ ລ້ຽງ ແກະ ເລົ່າ ຕ່າງ ກໍປະຫລາດ ໃຈ ຕໍ່ ສິ່ງ ທີ່ ພວກ ຜູ້ ລ້ຽງ ແກະ ໄດ້ ເລົ່າ ນັ້ນ.
\v 19 ຝ່າຍ ມາຣີ ກໍຈົດຈາໍ ເລື່ອງ ເຫລົ່ານີ້ ທັງໝົດ ໄວ້ ແລະ ຄິດຮາໍ່ເພີງ ຢູ່ ໃນ ໃຈ.
\v 20 ແລ້ວ ພວກ ຜູ້ ລ້ຽງແກະ​ກໍ ກັບຄືນ ໄປ ຮ້ອງເພງ ສັນລະເສີນພຣະເຈົ້າ ໃນ ທຸກສິ່ງ ທີ່ ຕົນ ໄດ້ຍິນ ແລະ ໄດ້ເຫັນ ເພາະ ເຫດການ ໄດ້ ເປັນ ໄປ ຕາມ ທີ່ ເທວະດາ ບອກ ໄວ້ນັ້ນ ທຸກປະການ.
\s5
\v 21 ອາທິດໜຶ່ງ ຕໍ່ມາ ເມື່ອ ເຖິງ ກາໍນົດ ຕ້ອງ ຮັບພິທີຕັດ ພວກເພິ່ນ ຈຶ່ງ ໃສ່ ຊື່ ກຸມມານ ນັ້ນ ວ່າ ເຢຊູ ຕາມ ທີ່ ເທວະດາ ໄດ້ ບອກ ໄວ້ ກ່ອນ ທີ່ ນາງ ມາ​ຣີບໍ່ທັນໄດ້ ຕັ້ງ ທ້ອງ ເທື່ອນັ້ນ.
\s5
\v 22 ແລ້ວ ເວລາ ກາໍນົດ ກໍ ມາ ເຖິງ ສໍາລັບ ໂຢເຊັບ ແລະ ມາຣີ ທີ່ ຈະ ເຮັດພິທີ ຊໍາລະ ຕົວໃຫ້ ສະອາດ ຕາມ ທີ່ ກົດບັນຍັດ ຂອງ ໂມເຊ ໄດ້ກ່າວ ໄວ້. ພວກເພິ່ນ ຈຶ່ງ ໄດ້ ນາໍ ເອົາ ພຣະ ກຸມມານ ໄປ ຍັງ ນະຄອນ ເຢຣູຊາເລັມ ເພື່ອ ຖວາຍ ແກ່ ອົງພຣະ ຜູ້ ເປັນເຈົ້າ,
\v 23 ຕາມ ທີ່ມີ ຂຽນ ໄວ້ ໃນ ກົດບັນຍັດ ຂອງ ອົງພຣະຜູ້ ເປັນເຈົ້າ ວ່າ, “ລູກຊາຍກົກ ທຸກຄົນ ຈະ ຕ້ອງ ນາໍ ມາ ຖວາຍ ແກ່ ອົງພຣະ ຜູ້ ເປັນເຈົ້າ. ”
\v 24 ໂຢເຊັບ ກັບ ມາຣີ ຍັງໄດ້ ຖວາຍ ເຄື່ອງ ບູຊາ ຕາມ ທີ່ ກົດບັນຍັດ ຂອງ ອົງພຣະ ຜູ້ ເປັນເຈົ້າ ໄດ້ກ່າວໄວ້ ເຊັ່ນກັນ ຄືນົກເຂົາ ຄູ່ ໜຶ່ງ ຫລື ນົກ ກາງແກ ໜຸ່ມ ສອງ ໂຕ.
\s5
\v 25 ຂະ​ນະ​ນັ້ນ ຢູ່​ໃນ​ນະ​ຄອນ​ເຢ​ຣ​ູ​ຊາ​ເລັມ ໄດ້​ມີ​ຊາຍ​ຄົນ​​ໜຶ່ງ​ຊື່​ວ່າ ຊີ​ເມ​ໂອນ ເພິ່ນ​ເປັນ​ຄົນ​ສິນ​ທັມ ຢ​ຳ​ເກງ​ພ​ຣະ​ເຈົ້າ ແລະ​ໄດ້​ຄອຍ​ຖ້າ​ຜູ້​ທີ່​ມາ​ໂຜດ​ຊ່ວຍ​ຊາດ​ອິດ​ສະ​ຣະ​ເອນ​ໃຫ້​ພົ້ນ, ພ​ຣະ​ວິນ​ຍານບໍ​ຣິ​ສຸ​ເຈົ້າ ຊົງ​ສະ​ຖິດ​ຢູ່​ກັບ​ເພິ່ນ
\v 26 ພ​ຣະ​ວິນ​ຍານ​ບໍ​ຣິ​ສຸດ​ເຈົ້າ​ໄດ້​ສຳ​ແດງ​ໃຫ້​ເພິ່ນ​ຮູ້​ວ່າ ເພິ່ນ​ຈະ​ບໍ່​ຕາຍ​ກ່ອນ​ໄດ້​ເຫັນ​ພ​ຣະ​ຄ​ຣິດ ຜູ້​ມາ​ຈາກ​​ອົງພ​ຣະ​ຜູ້​ເປັນ​ເຈົ້າ.
\s5
\v 27 ພຣະວິນຍານບໍຣິສຸດເຈົ້າ ໄດ້ ນາໍພາ ຊີເມໂອນ ເຂົ້າ ໄປ ໃນ ພຣະວິຫານ, ເມື່ອ ພໍ່ ແມ່ ໄດ້ ນາໍ ເອົາ ພຣະ ກຸມມານ ເຢຊູ ເຂົ້າ ໄປ ໃນ ພຣະວິຫານ ເພື່ອປະຕິບັດ ຕາມ ກົດບັນຍັດ ໄດ້ກ່າວໄວ້ ກ່ຽວກັບ ພຣະ ກຸມມານ ນັ້ນ
\v 28 ຊີເມໂອນ ກໍໄດ້ ອູ້ມ ເອົາ ພຣະ ກຸມມານ ໄວ້ ໃນ ອອ້ມ ແຂນ ຂອງຕົນ ແລະສັນລະເສີນ ພຣະເຈົ້າ ວ່າ,
\v 29 “ຂ້າແດ່ ພຣະອົງເຈົ້າ ບັດນີ້ ພຣະອົງ ໄດ້ ໃຫ້ ຂ້ອຍໃຊ້ ຂອງ ພຣະອົງ ໄປ ເປັນສຸກ ຕາມ ພຣະທາໍ ຂອງ ພຣະອົງ
\s5
\v 30 ເພາະວ່າ ຕາ ຂອງ ຂ້ານ້ອຍ ໄດ້ ເຫັນຄວາມ ພົ້ນ ທີ່ ມາ ຈາກ ພຣະອົງ ແລ້ວ
\v 31 ຊຶ່ງ ພຣະອົງ ໄດ້ ຊົງ ຈັດຕຽມ ໄວ້ ຕໍ່ໜ້າ ປະຊາຊົນ ທັງໝົດ
\v 32 ຄື ແສງ ສະຫວ່າງ ສ່ອງ ແຈ້ງ ເປີດເຜີຍ ພຣະ ປະສົງ ແກ່ ບັນດາ ປະຊາຊາດ ແລະ ນໍາ ເອົາ ສະຫງ່າຣາສີ ມາ ສູ່ ອິດສະຣາເອນ ພົນລະເມືອງ ຂອງ ພຣະເຈົ້າ.”
\s5
\v 33 ຝ່າຍ ພໍ່ ແມ່ ຂອງພຣະ ກຸມມານ​ກໍ ປະຫລາດ ໃຈ ໃນ ສິ່ງ ທີ່ ຊີເມໂອນ ໄດ້ ກ່າວ ເຖິງ ພຣະ ກຸມມານ ນັ້ນ.
\v 34 ຊີເມໂອນ ໄດ້ອວຍພອນ ພວກເພິ່ນ ແລະ ກ່າວ ກັບ ມາຣີ ແມ່ ຂອງ ພຣະ ກຸມມານ ນັ້ນ ວ່າ, “ພຣະເຈົ້າ ໄດ້ ເລືອກ ເດັກ ຄົນ ນີ້ ໄວ້ ເພື່ອ ເປັນ ເຫດ ໃຫ້ ຫລາຍ ຄົນ ໃນ ຊາດ ອິດສະຣາເອນ ລົ້ມ ລົງ ແລະ ລຸກ ຂຶ້ນ ໃໝ່ ເປັນ ໝາຍສໍາຄັນ ທີ່ ຫລາຍ ຄົນ ຈະ ເວົ້າ ຕໍ່ຕ້ານ
\v 35 ເພາະ ຄວາມ ຄິດ ໃນ ໃຈ ຂອງ ຄົນ ທັງຫລາຍ ຈະໄດ້ປາກົດແຈ້ງ ສ່ວນ ເຈົ້າ ຈະ ເຈັບປວດ ເໝືອນ ດັ່ງ ຖືກ ດາບ ແທງ ຊອດ ຈິດໃຈ.”
\s5
\v 36 ຍັງ ມີໝໍ ທາໍນວາຍ ຍິງ ຄົນ ໜຶ່ງ ຊື່ ອານາ ເປັນ ລູກ ຂອງ ຟານູເອັນ ໃນ ຕະກຸນ ອາເຊ ນາງ ເປັນ ຄົນ ແກ່ ຊະຣາ ຫລາຍແລ້ວ​​ມີ ຜົວ ຕັ້ງແຕ່ ເປັນ ສາວ ໜຸ່ມ ແລະ ຢູ່ ນາໍ ຜົວ ໄດ້ ເຈັດ ປີ,
\v 37 ແລ້ວ ກໍ ເປັນ ໝ້າຍ ຢູ່ ລະຫວ່າງ ແປດສິບສີ່ ປີ ນາງ ບໍ່ ໜີ ຈາກບໍລິເວນ ພຣະວິຫານ ຈັກເທື່ອ, ແຕ່ ໄດ້ຢູ່ປະຕິບັດ ພຣະເຈົ້າ, ຮັກສາ ສິນ ດ້ວຍ ການ ອົດ ອາຫານ ແລະ ພາ​ວັນນາ ອະ​ທິຖານ ທັງ ກາງເວັນ ແລະ ກາງຄືນ.
\v 38 ໃນເວ​ລາ​ນັ້ນນາງ ​ກໍໄດ້ ເຂົ້າ ມາ ໂມທະນາ ຂອບພຣະຄຸນ ພຣະເຈົ້າ ແລະ ເວົ້າ ເຖິງ ພຣະ ກຸມມານ ໃຫ້ ແກ່ທຸກ​​ຄົນໃນ ນະຄອນ ເຢຣູຊາເລັມຟັງ ຊຶ່ງ ພວກເຂົາ ກາໍລັງ ຄອຍ ຖ້າ ການ ໄຖ່ ໃຫ້ພົ້ນ ນັ້ນ.
\s5
\v 39 ເມື່ອ ໂຢເຊັບ ແລະ ມາຣີ ເຮັດ ທຸກສິ່ງ ສໍາເລັດ ຕາມ ກົດບັນຍັດ ຂອງ ອົງພຣະ ຜູ້ ເປັນເຈົ້າ ແລ້ວ ພວກເພິ່ນ ກໍກັບ ມາ ຍັງ ບ້ານ ເມືອງ ຂອງຕົນ ທີ່ ນາຊາເຣັດ ໃນ ແຂວງ ຄາລີເລ.
\v 40 ຝ່າຍ ພຣະ ກຸມມານ ນັ້ນ ກໍ ໃຫຍ່ ຂຶ້ນ ແລະ ແຂງແຮງ ດີ ເຕັມ ໄປ ດ້ວຍສະຕິປັນຍາ ແລະ ພຣະຄຸນ ຂອງ ພຣະເຈົ້າກໍ ຊົງ ສະຖິດ ຢູ່ ນາໍ ພຣະອົງ.
\s5
\v 41 ທຸກ ປີ ໃດ ພໍ່ ແມ່ ຂອງ ພຣະ ກຸມມານ ເຢຊູ ເຄີຍ ຂຶ້ນ ໄປ ຍັງ ນະຄອນ ເຢຣູຊາເລັມ ເພື່ອ ສະຫລອງ ເທດສະການ ປັດສະຄາ.
\v 42 ເມື່ອ ພຣະ ກຸມມານ ເຢຊູ ອາຍຸ ໄດ້ ສິບສອງ ປີ ພວກເພິ່ນກໍໄດ້ ຂຶ້ນ ໄປ ສະຫລອງ ເທດສະການ ນີ້ ຕາມ ທາໍນຽມ ທີ່ເຄີຍປະຕິບັດ ມາ.
\v 43 ເມື່ອ ເທດສະການ ສິ້ນສຸດລົງແລ້ວ ພໍ່ແ​ມ່ ກໍກັບຄືນ ເມືອ ເຮືອນ ສ່ວນ ພຣະ ກຸມມານ ເຢຊູ ນັ້ນ ຍັງ ຄ້າງ ຢູ່ ໃນ ນະຄອນ ເຢຣູຊາເລັມ ຝ່າຍ ພໍ່ ແ​ມ່ ​ກໍ ບໍໍ່ ຮູ້ຈັກ.
\v 44 ເພິ່ນ ທັງສອງ ຄິດ ວ່າ ພຣະ ກຸມມານ ເຢຊູ ນັ້ນ ຢູ່ ນາໍ ກຸ່ມ ຄົນ ທີ່ ເດີນທາງ ກັບ ດ້ວຍ ກັນ. ດັ່ງນັ້ນ ພວກເພິ່ນ ຈຶ່ງ ເດີນທາງ ຕໍ່ໄປ ໄດ້ ໜຶ່ງ ​ວັນ ແລ້ວ ເລີ່ມຕົ້ນ ຊອກ ຫາ ໃນ ທ່າມກາງ ຍາດພີ່ນ້ອງ ແລະ ໝູ່ ເພື່ອນ.
\s5
\v 45 ເມື່ອ ບໍ່ພົບ ພວກເພິ່ນ ຈຶ່ງ ກັບຄືນ ໄປ ຊອກ ຫາ ຢູ່ ນະຄອນ ເຢຣູຊາເລັມ.
\v 46 ເມື່ອ ຊອກ ຫາ ໄດ້ ສາມ ວັນ ແລ້​ວພວກເພິ່​ນ​ກໍພົບ ພຣະກຸມມານ ນັ່ງຢູ່ໃນພຣະວິຫານທ່າມກາງ ກຸ່ມ ອາຈານ ຊາວ ຢິວ ກາໍລັງ ຟັງ ແລະ ຊັກຖາມ ພວກ ອາຈານ ເຫລົ່ານັ້ນ ຢູ່.
\v 47 ທຸກຄົນ ທີ່ ໄດ້ຍິນ ພຣະອົງກ່າວ ຕ່າງ ກໍ ປະຫລາດ ໃຈ ໃນສະຕິປັນຍາ ແລະ ຄໍາຕອບ ຂອງ ພຣະ ກຸມມານ ນັ້ນ.
\s5
\v 48 ຝ່າຍ ພໍ່ ແມ່ ກໍ ປະຫລາດ ໃຈ ເມື່ອ ໄດ້ ເຫັນ ແລະ ແມ່ ຈຶ່ງ ຖາມ ວ່າ, “ລູກເ​ອີຍ​, ເປັນຫຍັງ ເຈົ້າ ຈຶ່ງ ເຮັດ ເຊັ່ນນີ້ ກັບ ພວກເຮົາ? ພໍ່ ກັບ ແມ່ ເລາະ ຊອກ ຫາ ເຈົ້າ ດ້ວຍ ຄວາມ ກັງວົນ ໃຈ ທີ່ສຸດ. ”
\v 49 ພຣະ ກຸມມານ ຕອບ ວ່າ, “ເປັນຫຍັງ ຕ້ອງ ຊອກ ຫາ ເຮົາ? ພວກເຈົ້າ ບໍ່ ຮູ້ ບໍ່ວ່າເຮົາ ຕ້ອງ ຢູ່ ໃນ ທີ່ ສະຖິດ ແຫ່ງ ພຣະບິດາ ຂອງເຮົາ? ”
\v 50 ແຕ່ ພວກເພິ່ນ ບໍ່ ເຂົ້າໃຈ ຄໍາຕອບ ຂອງ ພຣະ ກຸມມານ ນັ້ນ.
\s5
\v 51 ແລ້ວ ພຣະ ກຸມມານ ເຢຊູ ຈຶ່ງ ຄືນ ເມືອ ກັບ ພໍ່ ແມ່ ຍັງ ເມືອງ ນາຊາເຣັດ ແລະ ອ່ອນນ້ອມ ຍອມ ຟັງ ພວກເພິ່ນ ຝ່າຍ ແມ່ ກໍ ເກັບ ກາໍ ເລື່ອງ ທັງໝົດ ນີ້ ໄວ້ ໃນ ໃຈ.
\v 52 ພຣະເຢຊູເຈົ້າ ໄດ້ ຈະເລີນ ເຕີບໃຫຍ່ ຂຶ້ນ ໃນ ດ້ານສະຕິປັນຍາ ແລະ ໃນ ດ້ານ ຮ່າງກາຍ ເປັນ ທີ່ ພໍພຣະໄທ ຕໍ່ ພຣະເຈົ້າ ແລະ ຕໍ່ ມະນຸດ ດ້ວຍ.
\s5
\c 3
\p
\v 1 ໃນ ຣາຊການ ປີ ທີສິບຫ້າ ຂອງຈັກກະພັດ ຕີເບຣິໂອ, ປົນອິໂອ ປີລາດໄດ້ ເປັນ ຜູ້ ປົກຄອງ ແຂວງ ຢູດາຍ, ເຮໂຣດ ໄດ້ ເປັນ ຜູ້ ປົກຄອງ ແຂວງຄາລີເລ ແລະ ຟີລິບ ນອ້ງຊາຍ ຂອງ ເຮໂຣດ ໄດ້ ເປັນຜູ້ ປົກຄອງ ເຂດແດນອີຕູຣາຍ ແລະ ທາໂຄນິດ, ລີຊາເນຍ ໄດ້ ເປັນ ຜູ້ ປົກຄອງ ແຂວງອາບີເລັນ
\v 2 ແລະ ອັນນາ ກັບ ກາຢະຟາ ໄດ້ ເປັນ ມະຫາ ປະໂຣຫິດ ໃນ ຄາວ ນັ້ນ ໂຢຮັນ ລູກຊາຍ ຂອງ ຊາຂາຣີຢາ ໄດ້ ຮັບ ຖ້ອຍຄໍາ ຂອງ ພຣະເຈົ້າ ໃນ ຖິ່ນ ແຫງ້ແລ້ງກັນດານ.
\s5
\v 3 ດັ່ງນັ້ນ ໂຢຮັນ ຈຶ່ງ ໄດ້ ອອກ ໄປ ທົ່ວ ຂົງເຂດ ແມ່ນໍ້າ ຈໍແດນ ເທດສະໜາ ປ່າວ ປະກາດ ວ່າ, “ຈົ່ງ ຖິ້ມໃຈເກົ່າ ເອົາໃຈໃໝ່ ເຊົາ ເຮັດ ບາບ ແລະ ຮັບ ບັບຕິສະມາ ແລ້ວ ພຣະເຈົ້າ ກໍ ຈະ ອະໄພ ບາບກາໍ ຂອງ ເຈົ້າ.”
\s5
\v 4 ດັ່ງ ທີ່ ມີຄໍາ ຂຽນ ໄວ້ ໃນ ໜັງສື ຂອງ ຜູ້ທາໍນວາຍ ເອຊາຢາ ວ່າ, “ແມ່ນ ສຽງ ຂອງ ຄົນ ໜຶ່ງ ທີ່ ຮ້ອງ ປະກາດ ໃນ ຖິ່ນ ແຫ້ງແລ້ງ ກັນດານ ວ່າ ‘ຈົ່ງ ຈັດຕຽມຫົນທາງ ສໍາລັບ ອົງພຣະ ຜູ້ ເປັນເຈົ້າ, ຈົ່ງ ເຮັດ ຫົນທາງ ຂອງ ພຣະອົງ ໃຫ້ຊື່ ໄປ
\s5
\v 5 ຈົ່ງ ຖົມຮ່ອມພູ ທຸກ ບ່ອນ ໃຫ້ ເຕັມ ພູ ແລະ ໂນນ ພູ ທຸກ ໜ່ວຍ ຈົ່ງ ເຮັດ ໃຫ້ຕໍ່າລົງ. ສ່ວນ ຫົນທາງ ທີ່ ຄົດລ້ຽວ ນັ້ນ ຈົ່ງ ເຮັດ ໃຫ້ຊື່ ທາງ ທີ່ ມີ ຕໍ ແຂງ ຈົ່ງ ເຮັດໃຫ້ ກ້ຽງ ດີ.
\v 6 ມະນຸດ ທັງປວງ ຈະ ໄດ້ ເຫັນ ການ ທີ່ ພຣະເຈົ້າ ຊົງ ໂຜດ ໃຫ້ພົ້ນ.
\s5
\v 7 ປະຊາຊົນ ຫລວງຫລາຍ ໄດ້ ອອກ ມາ ຫາ ໂຢຮັນ ເພື່ອ ຮັບ ບັບຕິສະມາ ເພິ່ນ ເວົ້າ ຕໍ່ ພວກເຂົາ ວ່າ, “ພວກ ຊາດ ງູ ຮ້າຍ ເອີຍ ຜູ້ ໃດໄດ້ ບອກ ພວກເຈົ້າໃຫ້ ປົບໜີຈາກ ການ ຕັດສິນ ຂອງ ພຣະເຈົ້າ ທີ່ ໃກ້ ຈະ ມາ ເຖິງ ນັ້ນ
\s5
\v 8 ເຫດສະນັ້ນ ຈົ່ງ ປະພຶດ ຕົນ ໃຫ້ ສົມ ກັບ ວ່າ ພວກເຈົ້າ ໄດ້ຖີ້ມໃຈເກົ່າ ເອົາ ໃຈໃໝ່ ຢ່າ ຕັ້ງນຶກໃນໃຈ ແລະ ເວົ້າ ໃນ ທ່າມກາງ ພວກເຈົ້າ ວ່າ, ‘ເຮົາ ມີອັບຣາຮາມ ເປັນ ບັນພະບຸລຸດ ຂອງ ພວກເຮົາ. ເຮົາ ບອກ ພວກເຈົ້າ ວ່າ, ພຣະເຈົ້າ ຊົງ ຣິດ ສາມາດ ເອົາ ກ້ອນ ຫິນເຫລົ່ານີ້ ແລະ ບັນດານ ໃຫ້ ເປັນ ລູກຫລານ ຂອງ ອັບຣາຮາມ ໄດ້
\s5
\v 9 ບັດນີ້ ຂວານ ກໍ ພ້ອມ ແລ້ວ ທີ່ ຈະ ຕັດ ຕົ້ນໄມ້ ໃຫ້ ຄຸງເຫງົ້າ ຕົ້ນໄມ້ ທຸກກົກ ທີ່ ບໍ່ ເກີດຜົນ ດີ ກໍ ຈະ ຖືກ ຕັດ ແລະ ຖືກ ໂຍນ ຖິ້ມ ໃສ່ ໄຟ ເສຍ.”
\s5
\v 10 ປະຊາຊົນ ຖາມ ໂຢຮັນ ວ່າ, “ຖ້າດັ່ງນັ້ນ ພວກເຮົາ ຄວນ ຈະ ເຮັດ ຢ່າງ ໃດ? ”
\v 11 ໂຢຮັນ ຕອບ ພວກເຂົາ ວ່າ, “ຜູ້ໃດ ທີ່ ມີ ເສື້ອ ສອງ ໂຕ ຈົ່ງ ແບ່ງປັນ ໂຕໜຶ່ງ ໃຫ້ ຜູ້ ທີ່ ບໍ່ ມີ ແລະ ຜູ້ໃດ ທີ່ ມີ ອາຫານ ຈົ່ງ ປັນ ແກ່ ຜູ້ທີ່ ບໍ່ ມີ ​ເ​ໝືອນ ກັນ.”
\s5
\v 12 ມີ ຄົນ ເກັບພາສີ ມາຫາໂຢຮັນ ເພື່ອ ຮັບບັບຕິສະມາ ແລະ ຖາມ ວ່າ, “ອາຈານ ເອີຍ ພວກເຮົາ ຄວນ ຈະ ເຮັດ ຢ່າງ ໃດ ແດ່? ”
\v 13 ເພິ່ນ ຈຶ່ງ ຕອບ ພວກເຂົາ ວ່າ, “ຢ່າ ໄດ້ ເກັບ ພາສີ ເກີນ ອັດຕາ”.
\s5
\v 14 ພວກ ທະຫານ ກໍຖາມ ເພິ່ນ​ ​ເໝືອນກັນວ່າ, “ພວກ ຂ້ານ້ອຍເດ ຈະເຮັດ ຢ່າງ ໃດ? ” ເພິ່ນ ຈຶ່ງ ຕອບ ພວກເຂົາ ວ່າ, “ຢ່າ ຂົ່ມເຫັງ ຫລື ຢ່າ ຫາ ຄວາມ ບໍ່ ຈິງ ໃສ່ ໃຜ ເພື່ອ ເອົາ ເງິນ, ແຕ່ ຈົ່ງ ພໍໃຈ ໃນ ຄ່າຈ້າງ ຂອງຕົນ.”
\s5
\v 15 ເມື່ອ ປະຊາຊົນ ມີ ຄວາມຫວັງ ຖ້າ ພຣະຄຣິດ ຢູ່ ພວກເຂົາ ກໍຄິດ ວ່າ ໂຢຮັນ ອາດ ເປັນ ພຣະຄຣິດ ກໍໄດ້.
\v 16 ໂຢຮັນ ຈຶ່ງ ກ່າວ ແກ່ພວກ​ ເຂົາທຸກຄົນວ່າ, “ຝ່າຍ ເຮົາ ເຮົາ ໃຫ້ ພວກເຈົ້າ ຮັບ ບັບຕິສະມາ ດ້ວຍ ນໍ້າ, ແຕ່ ມີ ຜູ້ໜຶ່ງ ກາໍລັງຈະ ມາ ແລະ ທ່ານ ຜູ້ ນີ້ ມີຣິດເດດ ອໍານາດ ຍິ່ງໃຫຍ່ ກວ່າ ເຮົາ ຫລາຍ ຊຶ່ງ ເຮົາ ບໍ່ ສົມຄວນ ແມ່ນແຕ່ ຈະ ແກ້ ສາຍ ຮັດ ເກີບ ໃຫ້ ເພິ່ນ, ເພິ່ນ ຈະ ໃຫ້ ພວກເຈົ້າ ຮັບ ບັບຕິສະມາ ດ້ວຍ ພຣະວິນຍານບໍຣິສຸດ ແລະ ດ້ວຍ ໄຟ.
\s5
\v 17 ມື ຂອງ ເພິ່ນ ຖື ກະດົ້ງ ເພື່ອ ຕຽມ ຝັດ ເຂົ້າ ເພິ່ນ ຈະເຮັດ ລານເຂົ້າ ຂອງຕົນ ໃຫ້ ກ້ຽງ ດີ ແລະ ຮວບຮວມ ເອົາເຂົ້າ ເມັດ ດີ ຂອງ ເພິ່ນ ໄວ້ ໃນ ເລົ້າ ຂອງຕົນ ສ່ວນ ເຂົ້າ ເມັດ ລີບ ນັ້ນ ເພິ່ນ ຈະ ເອົາ ເຜົາ ໄຟ ທີ່ ໄໝ້ຢູ່ ເປັນ ນິດ.”
\s5
\v 18 ດ້ວຍເຫດນີ້, ໂຢຮັນ ໄດ້ເທດສະໜາ ປ່າວ ປະກາດ ຂ່າວປະເສີດ ແກ່ປະຊາຊົນ ດ້ວຍ ຫລາຍ ວິ ທີ ແລະ ເຕືອນ ສະຕິ ຫລາຍ ຂໍ້.
\v 19 ເມື່ອ ໂຢຮັນ ໄດ້ກ່າວ​ ຕິ ຕຽນ ເຮໂຣດ ຜູ້ປົກຄອງ ເມືອງ ເພາະ ເພິ່ນ ໄດ້ ແຕ່ງງານ ກັບ ນາງ ເຮໂຣເດຍ ເມຍນ້ອງຊາຍ ຂອງຕົນ ແລະ ເພິ່ນ ຍັງ ໄດ້ ເຮັດ ການ ຊົ່ວຮ້າຍ ຫລາຍ ຢ່າງ ດ້ວຍ.
\v 20 ແລ້ວ ເຮໂຣດ ກໍ ເຮັດ ການ ຊົ່ວຮ້າຍ ໜັກ ຂຶ້ນ ຕື່ມ ອີກ ໂດຍ ຈັບ ໂຢຮັນ ຂັງ ໄວ້ ໃນ ຄຸກ.
\s5
\v 21 ເມື່ອ ປະຊາຊົນ ທັງປວງ ໄດ້ ຮັບ ບັບຕິສະມາ ແລ້ວ ພຣະເຢຊູເຈົ້າ ກໍຮັບ ບັບຕິສະມາເໝືອນກັນ ຂະນະທີ່ ພຣະອົງ ກາໍລັງ ພາວັນນາ ອະທິຖານ ຢູ່ ນັ້ນ ທ້ອງຟ້າ ກໍ ໄຂ ອອກ ແກ່ ພຣະອົງ
\v 22 ແລະ ພຣະວິນຍານ ບໍຣິສຸດເຈົ້າ ໃນ ຮູບຮ່າງ ເໝືອນ ນົກເຂົາ ກໍລົງ ມາ ຢູ່ ເທິງ ພຣະອົງ ແລ້ວກໍ ມີ ສຽງ ໜຶ່ງ ດັງ ມາ ຈາກ ຟ້າ ສະຫວັນ ວ່າ, “ທ່ານເອີຍ ທ່ານ ເປັນ ບຸດ ທີ່ ຮັກ ຂອງເຮົາ ເຮົາ ພໍໃຈ ນາໍ ທ່ານ ຫລາຍ.”
\s5
\v 23 ເມື່ອ ພຣະເຢຊູເຈົ້າ ເລີ່ມ ປະຕິ ບັດ ພາລະກິດ ພຣະອົງ ມີ ອາຍຸ ໄດ້ ປະມານ ສາມສິບ ປີ ຄົນ ທັງຫລາຍ ຄິດ ວ່າ ພຣະເຢຊູເຈົ້າ ເປັນ ລູກຊາຍ ຂອງ ໂຢເຊັບ, ໂຢເຊັບ ເປັນ ລູກຊາຍ ຂອງ ເຮລີ,
\v 24 ເຮລີ ເປັນ ລູກຊາຍ ຂອງ ມັດທາດ, ມັດທາດ ເປັນ ລູກຊາຍ ຂອງ ເລວີ, ເລວີ ເປັນ ລູກຊາຍ ຂອງ ເມລະຂີ, ເມລະຂີ ເປັນ ລູກຊາຍ ຂອງ ຢັນນາ, ຢັນນາ ເປັນ ລູກຊາຍ ຂອງ ໂຢເຊັບ,
\s5
\v 25 ໂຢເຊັບ ເປັນ ລູກຊາຍ ຂອງ ມັດຕາເທຍ, ມັດຕາເທຍ ເປັນ ລູກຊາຍ ຂອງ ອາໂມ, ອາໂມ ເປັນ ລູກຊາຍ ຂອງ ນາຮູມ, ນາຮູມ ເປັນ ລູກຊາຍ ຂອງ ເອຊະລີ, ເອຊະລີ ເປັນ ລູກຊາຍ ຂອງ ນາຄາຍ,
\v 26 ນາຄາຍ ເປັນ ລູກຊາຍ ຂອງ ມາອາດ, ມາອາດ ເປັນ ລູກຊາຍ ຂອງ ມັດຕາເທຍ, ມັດຕາເທຍ ເປັນ ລູກຊາຍ ຂອງ ເຊເມອີນ, ເຊເມອີນ ເປັນ ລູກຊາຍ ຂອງ ໂຢເຊັກ, ໂຢເຊັກ ເປັນ ລູກຊາຍ ຂອງ ໂຢດາ,
\s5
\v 27 ໂຢດາ ເປັນ ລູກຊາຍ ຂອງ ໂຢຮານັນ, ໂຢຮານັນ ເປັນ ລູກຊາຍ ຂອງ ເຣສາ, ເຣສາ ເປັນ ລູກຊາຍ ຂອງ ເຊຣຸບບາເບນ, ເຊຣຸບບາເບນ ເປັນ ລູກຊາຍ ຂອງ ເຊອານຕີເອນ, ເຊອານຕີເອນ ເປັນ ລູກຊາຍ ຂອງ ເນຣີ,
\v 28 ເນຣີ ເປັນ ລູກຊາຍ ຂອງ ເມລະຂີ, ເມລະຂີ ເປັນ ລູກຊາຍ ຂອງ ອັດດີ, ອັດດີ ເປັນ ລູກຊາຍ ຂອງ ໂກຊາມ, ໂກຊາມ ເປັນ ລູກຊາຍ ຂອງ ເອັນມາດາມ, ເອັນມາດາມ ເປັນ ລູກຊາຍ ຂອງ ເອຣະ,
\v 29 ເອຣະ ເປັນ ລູກຊາຍ ຂອງ ໂຢຊວຍ, ໂຢຊວຍ ເປັນ ລູກຊາຍ ເອລີເອເສ, ເອລີເອເສ ເປັນ ລູກຊາຍ ຂອງ ໂຢຣີມ, ໂຢຣີມ ເປັນ ລູກຊາຍ ຂອງ ມັດທາດ, ມັດທາດ ເປັນ ລູກຊາຍ ຂອງ ເລວີ,
\s5
\v 30 ເລວີ ເປັນ ລູກຊາຍ ຂອງ ຊີເມໂອນ, ຊີເມໂອນ ເປັນ ລູກຊາຍ ຂອງ ຢູດາ, ຢູດາ ເປັນ ລູກຊາຍ ຂອງ ໂຢເຊັບ, ໂຢເຊັບ ເປັນ ລູກຊາຍ ຂອງ ໂຢນາມ, ໂຢນາມ ເປັນ ລູກຊາຍ ຂອງ ເອລີອາກິມ,
\v 31 ເອລີອາກິມ ເປັນ ລູກຊາຍ ຂອງ ເມເລອາ, ເມເລອາ ເປັນ ລູກຊາຍ ຂອງ ເມັນນາ, ເມັນນາ ເປັນ ລູກຊາຍ ຂອງ ມັດຕາທາ, ມັດຕາທາ ເປັນ ລູກຊາຍ ຂອງ ນາທານ, ນາທານ ເປັນ ລູກຊາຍ ຂອງ ດາວິດ,
\v 32 ດາວິດ ເປັນ ລູກຊາຍ ຂອງ ເຢຊີ, ເຢຊີ ເປັນ ລູກຊາຍ ຂອງ ໂອເບັດ, ໂອເບັດ ເປັນ ລູກຊາຍ ຂອງ ໂບອາດ, ໂບອາດ ເປັນ ລູກຊາຍ ຂອງຊັນໂມນ, ຊັນໂມນ ເປັນ ລູກຊາຍ ຂອງ ນາໂຊນ,
\s5
\v 33 ນາໂຊນ ເປັນລູກຊາຍຂອງ ອາມມີນາດາບ, ອາມມີນາດາບ ເປັນ ລູກຊາຍ ຂອງ ອັດມີນ, ອັດມີນ ເປັນ ລູກຊາຍ ຂອງ ອານີ, ອານີ ເປັນ ລູກຊາຍ ຂອງ ເຮຊະໂຣນ, ເຮຊະໂຣນ ເປັນ ລູກຊາຍ ຂອງ ເປເຣັດ, ເປເຣັດ ເປັນ ລູກຊາຍ ຂອງ ຢູດາ,
\v 34 ຢູດາ ເປັນ ລູກຊາຍ ຂອງ ຢາໂຄບ, ຢາໂຄບ ເປັນ ລູກຊາຍຂອງອີຊາກ, ອີຊາກ ເປັນ ລູກຊາຍ ຂອງ ອັບຣາຮາມ, ອັບຣາຮາມ ເປັນ ລູກຊາຍ ຂອງ ເຕຣາ, ເຕຣາ ເປັນ ລູກຊາຍ ຂອງ ນາໂຮ,
\v 35 ນາໂຮ ເປັນ ລູກຊາຍ ຂອງ ເສຣຸກ, ເສຣຸກ ເປັນ ລູກຊາຍ ຂອງ ເຣອູ, ເຣອູ ເປັນ ລູກຊາຍ ຂອງເປເລັກ, ເປເລັກ ເປັນ ລູກຊາຍ ຂອງ ເອເບ, ເອເບ ເປັນ ລູກຊາຍ ຂອງ ເສລາ,
\s5
\v 36 ເສລາ ເປັນ ລູກຊາຍ ຂອງ ກາຍນານ, ກາຍນານ ເປັນ ລູກຊາຍ ຂອງ ອາກຟາສາດ, ອາກຟາສາດ ເປັນ ລູກຊາຍ ຂອງ ເຊມ, ເຊມ ເປັນ ລູກຊາຍ ຂອງ ໂນອາ, ໂນອາ ເປັນ ລູກຊາຍ ຂອງ ລາເມັກ,
\v 37 ລາເມັກ ເປັນ ລູກຊາຍ ຂອງ ເມທູເສລາ, ເມທູເສລາ ເປັນ ລູກຊາຍ ຂອງ ເອນົກ, ເອນົກ ເປັນ ລູກຊາຍ ຂອງ ຢາເຣັດ, ຢາເຣັດ ເປັນ ລູກຊາຍ ຂອງ ມະຫາລາເລນ, ມະຫາລາເລນ ເປັນ ລູກຊາຍ ຂອງ ເກນານ,
\v 38 ເກນານ ເປັນ ລູກຊາຍ ຂອງ ເອໂນດ, ເອໂນດ ເປັນ ລູກຊາຍ ຂອງ ເຊດ, ເຊດ ເປັນ ລູກຊາຍ ຂອງ ອາດາມ, ອາດາມ ເປັນ ບຸດ ຂອງ ພຣະເຈົ້າ.
\s5
\c 4
\p
\v 1 ພຣະເຢຊູເຈົ້າ ໄດ້ ກັບ ມາ ຈາກ ແມ່ນໍ້າ ຈໍແດນ ໂດຍ ເຕັມ ໄປ ດ້ວຍ ພຣະວິນຍານ ບໍຣິສຸດເຈົ້າ ແລະ ພຣະວິນຍານ ບໍຣິສຸດເຈົ້າໄດ້ ນາໍ ພຣະອົງ ເຂົ້າ ໄປ ໃນ ຖິ່ນ ແຫ້ງແລ້ງ ກັນດານ.
\v 2 ໃນທີ່ນັ້ນ ພຣະອົງ ໄດ້ ຖືກ ມານຮ້າຍ ທົດລອງ ເປັນ ເວລາ ສີ່ສິບ ວັນ ໃນ ວັນເຫລົ່ານັ້ນ ພຣະອົ​ງບໍ່ໄດ້ ກິນຫຍັງ ເລີຍ ເມື່ອ ວັນ ເຫລົ່ານັ້ນ ຜ່ານ ພົ້ນ ໄປ ແລ້ວ ພຣະອົງ ກໍ ຢາກ ອາຫານ.
\s5
\v 3 ມານຮ້າຍ ໄດ້ ເວົ້າ ຕໍ່ ພຣະອົງ ວ່າ, “ຖ້າ ທ່ານ ເປັນ ພຣະບຸດ ຂອງ ພຣະເຈົ້າ ຈົ່ງ ສັ່ງ ກ້ອນຫິນ ນີ້ ໃຫ້ ກາຍເປັນ ອາຫານ ເບິ່ງດູ. ”
\v 4 ແຕ່ ພຣະເຢຊູເຈົ້າ ຕອບ ມັນ ວ່າ, “ມີຄໍາ ຂຽນ ໄວ້ ໃນ ພຣະຄໍາ​ພີວ່າ, ‘ມະນຸດ ຈະ ບໍ່ ລ້ຽງ ຊີວິດ ພຽງແຕ່ ອາຫານ ຢ່າງ ດຽວ.
\s5
\v 5 ແລ້ວ ມານຮ້າຍ ກໍ ໄດ້ ນາໍ ພຣະອົງ ຂຶ້ນ ໄປ ແລະ ສະແດງ ໃຫ້ ເຫັນ ໃນ ພິບ ຕາ ດຽວ ເຖິງ ອານາຈັກ ທັງໝົດ ແຫ່ງ ໂລກນີ້.
\v 6 ມານຮ້າຍ ໄດ້ ບອກ ພຣະອົງ ວ່າ, “ເຮົາ ຈະ ໃຫ້ ອໍານາດ ທັງ ໝົດ ນີ້ ກັບ ສະຫງ່າຣາສີ ແຫ່ງ ແຜ່ນດິນ ທັງໝົດ ແກ່ ທ່ານ. ເພາະ ສິ່ງ ທັງໝົດ ເຫລົ່ານັ້ນ ຖືກ ມອບ ໃຫ້ ແກ່ ເຮົາ ແລ້ວ ແລະ ເຮົາ ຢາກ ມອບ ໃຫ້ ແກ່ ຜູ້ໃດ ​ກໍ ໄດ້ ຕາມ ທີ່ ເຮົາ ຕ້ອງການ.
\v 7 ດັ່ງນັ້ນ ສິ່ງ ທັງໝົດ ເຫລົ່ານີ້ ຈະ ເປັນ ຂອງທ່ານ ຖ້າ ທ່ານ ນະມັດສະການ ເຮົາ.”
\s5
\v 8 ພຣະເຢຊູເຈົ້າ ຕອບມັນວ່າ, “ມີຄໍາ ຂຽນ ໄວ້ ໃນ ພຣະຄໍາພີວ່າ, ‘ຈົ່ງ ນະມັດສະການ ອົງພຣະ ຜູ້ ເປັນເຈົ້າ ອົງ ເປັນ ພຣະເຈົ້າ ຂອງ ເຈົ້າ ແລະບົວລະບັດ ຮັບໃຊ້ ແຕ່ ພຣະອົງ ເທົ່ານັ້ນ.
\s5
\v 9 ແລ້ວ ມານຮ້າຍ ກໍໄດ້ ນາໍ ພຣະອົງ ໄປ ຍັງ ນະຄອນ ເຢຣູຊາເລັມໃຫ້ພຣະອົງ ຢືນ ຢູ່ ເທິງ ຍອດ ຂອງ ພຣະວິຫານ ແລະ ເວົ້າ ຕໍ່ ພຣະອົງ ວ່າ, “ຖ້າ ທ່ານ ເປັນ ພຣະບຸດ ຂອງ ພຣະເຈົ້າ ຈົ່ງ ໂຕນ ລົງ ຈາກ ທີ່ ນີ້ ເບິ່ງດູ.
\v 10 ເພາະ ມີ ຄໍາຂຽນ ໄວ້ ໃນ ພຣະຄໍາພີວ່າ, ‘ພຣະເຈົ້າ ຈະ ສັ່ງ ໃຫ້ ຝູງ ເທວະດາ ຂອງ ພຣະອົງມາພິ ທັກ ຮັກສາ ທ່ານ ໄວ້.
\v 11 ແລະ ຍັງ ມີຄໍາ ຂຽນ ໄວ້ ອີກ ວ່າ, ‘ຝູງ ເທວະດາ ຈະໃຊ້ມື ຂອງຕົນ ຫອບ ອູ້ມ ທ່ານ ໄວ້ ເພື່ອ ບໍ່ໃຫ້ ຕີນ ຂອງ ທ່ານຕໍາ ກ້ອນ ຫິນ.
\s5
\v 12 ແຕ່ ພຣະເຢຊູເຈົ້າ ຕອບ ວ່າ, “ມີຄໍາ ຂຽນ ໄວ້ ໃນ ພຣະຄໍາພີວ່າ, ‘ຢ່າ ທົດລອງ ອົງພຣະ ຜູ້ ເປັນເຈົ້າ ພຣະເຈົ້າ ຂອງ ເຈົ້າ.
\v 13 ເມື່ອມານຮ້າຍທົດລອງພຣະເຢຊູເຈົ້າທຸກປະການ ແລ້ວ ມັນ ກໍ ໜີ ຈາກ ພຣະອົງ ໄປ ຈົນເຖິງ ເວລາ ທີ່ ມັນມີ ໂອກາດ ອີກ.
\s5
\v 14 ແລ້ວ ພຣະເຢຊູເຈົ້າ ກໍໄດ້ ກັບຄືນ ມາ ແຂວງ ຄາລີເລ ດ້ວຍຣິດອໍານາດ ຂອງ ພຣະວິນຍານ ບໍຣິສຸດເຈົ້າ ຂ່າວ ເລື່ອງ ຂອງ ພຣະອົງ ໄດ້ ຊ່າລື ໄປທົ່ວຂົງເຂດ ນັ້ນ.
\v 15 ພຣະອົງ ໄດ້ສັ່ງສອນ ໃນ ທໍາ ມະສາລາ ຂອງ ພວກເຂົາ ແລະ ໄດ ຮັບ ຄໍາ ສັນລະເສີນ ຈາກ ທຸກຄົນ.
\s5
\v 16 ແລ້ວ ພຣະເຢຊູເຈົ້າ ກໍໄດ້ ໄປຍັງນາຊາເຣັດ ຊຶ່ງ ເປັນ ເມືອງ ທີ່ ພຣະອົງໄດ້ ຈະເລີນ ເຕີບໃຫຍ່ ຂຶ້ນ ນັ້ນ ແລະ ໃນ ວັນ ຊະບາໂຕ ພຣະອົງ ໄດ້ ໄປ ຍັງ ທາໍມະສາລາ ຕາມ ປົກກະຕິ ພຣະອົງ ໄດ້ ​ຍືນ ຂຶ້ນ ເພື່ອ ຈະ ອ່ານ ພຣະຄໍາພີ.
\v 17 ແລະ ເຂົາ ກໍໄດ້ ຍື່ນ ໜັງສື ມ້ວນ ຂອງ ຜູ້ທາໍນວາຍ ເອຊາຢາ ໃຫ້ ພຣະອົງ ອ່ານ ເມື່ອ ພຣະອົງ ພືໜັງສື ມ້ວນ ອອກ ກໍພົບ ຂໍ້ຄວາມ ທີ່ ຂຽນ ໄວ້ວ່າ,
\s5
\v 18 “ພຣະ​ວິນຍານ ຂອງ ອົງພຣະ ຜູ້ ເປັນເຈົ້າ​ ຊົງ ສະຖິດ ຢູ່ ເທິງ ຂ້ານ້ອຍ ເພາະ ພຣະອົງ ໄດ້ ຫົດສົງ ແຕ່ງຕັ້ງ ຂ້ານ້ອຍ ໄວ້ ໃຫ້ ປະກາດ ຂ່າວປະເສີດ ແກ່ ຄົນ ຍາກຈົນ. ພຣະອົງ ໃຊ້ຂ້ານ້ອຍ ໄປ ປະກາດ ອິດສະຫລະ ພາບ ແກ່ ຄົນ ທັງຫລາຍ ທີ່ ຖືກ ຈາໍຈ່ອງ ແລະ ຄົນ ຕາບອດ ຈະ ເຫັນ ຮຸ່ງ ອີກ ປົດປ່ອຍ ຜູ້ຖືກ ກົດຂີ່ ໃຫ້ ເປັນ ອິດສະຫລະ
\v 19 ແລະ ໃຫ້ ປະກາດ ປີ ທີ່ ອົງພຣະ ຜູ້ ເປັນເຈົ້າ ຈະ ເມດຕາ ນັ້ນ.”
\s5
\v 20 ແລ້ວ ພຣະເຢຊູເຈົ້າ ກໍໄດ້ ກໍ້ໜັງສື ມ້ວນ ຍື່ນຄືນ ໃຫ້ ແກ່ ຜູ້ທີ່ ​ມີ ໜ້າທີ່ ເກັບ ຮັກ ສາ ໄວ້ ແລະ ນັ່ງ ລົງ ທຸກຄົນ ໃນ ທາໍມະສາລາ ຕ່າງ ກໍ ຈ້ອງຕາ ເບິ່ງ ພຣະອົງ
\v 21 ແລະ ພຣະອົງ ກ່າວ ແກ່ ພວກເຂົາ ວ່າ, “ພຣະທໍາ ຕອນ ນີ້ ໄດ້ ສໍາເລັດເປັນ ຈິງ ໃນວັນນີ້ ຕາມ ທີ່ ພວກເຈົ້າ ໄດ້ຍິນ ນັ້ນ ແຫລະ. ”
\v 22 ທຸກຄົນກໍ ກ່າວ ຊົມເຊີຍ ພຣະອົງ ແລະ ປະທັບ ໃຈ ໃນ ຖ້ອຍຄໍາ ອັນ ອ່ອນຫວານ ຊຶ່ງ ອອກ ມາ ຈາກ ປາກ ຂອງ ພຣະອົງ ພວກເຂົາ ຈຶ່ງ ເວົ້າ ວ່າ, “ລາວ ບໍ່ແມ່ນ ລູກຊາຍ ຂອງ ໂຢເຊັບ ບໍ?”
\s5
\v 23 ພຣະອົງ ຊົງ ກ່າວ ແກ່ ພວກເຂົາ ວ່າ, “ພວກເຈົ້າ ຄົງ ຈະ ກ່າວ ຄໍາ ສຸພາສິດ ຂໍ້ ນີ້ ຕໍ່ ເຮົາ ເປັນ ແນ່ ຄື ວ່າ, ‘ທ່ານໝໍເອີຍ, ຈົ່ງ ປົວ ຕົວ ເອງ ໃຫ້ ດີ’ ຄື ‘ບັນດາການ ຊຶ່ງ ພວກເຮົາ ໄດ້ຍິນ ວ່າ ທ່ານ ໄດ້ ກະທໍາ ໃນ ເມືອງ ກາເປນາອູມ ຈົ່ງເຮັດ ໃນ ເມືອງ ຂອງຕົນ ທີ່ ນີ້ ເໝືອນກັນ.
\v 24 ແລ້ວ ພຣະອົງ ​ກໍ ກ່າວ ​ອີກ ວ່າ, “ເ​ຮົາ ບອກ ພວກເຈົ້າ ຕາມ ຄວາມຈິງວ່າບໍ່​ມີ ຜູ້ ທາໍ ນວາຍ ຄົນ ໃດ ດອກ ທີ່ ໄດ້ ຮັບ ຄວາມ ເຄົາ ຣົບ ນັບຖື ໃນ ບ້ານ ເມືອງ ຂອງຕົນ.”
\s5
\v 25 “ເຮົາ ບອກ ພວກເຈົ້າ ຕາມ ຄວາມຈິງ ວ່າ, ໃນ ສະໄໝ ຂອງ ເອລີຢາ ເມື່ອ ຝົນ ບໍ່ ຕົກ ສາມ ປີ ເຄິ່ງ ຊຶ່ງ ເປັນ ເຫດໃຫ້ ເກີດ ການ ອຶດຢາກ ຢ່າງ ຮ້າຍແຮງ ທົ່ວ ດິນແດນ ນັ້ນ ໄດ້ ມີ ແມ່ໝ້າຍ ຫລາຍ ຄົນໃນ ຊາດ ອິດສະຣາເອນ.
\v 26 ແຕ່ ເອລີຢາ ບໍ່ໄດ້ ຖືກ ໃຊ້ ໄປ ຫາ ໃຜຈັກ ຄົນ ໃນ ພວກ ແມ່ໝ້າຍ ເຫລົ່ານີ້ ນອກຈາກ ແມ່ໝ້າຍ ຜູ້ ໜຶ່ງ ຢູ່ ທີ່ ເມືອງ ຊາເຣັບຕາ ແຂວງ ຊີໂດນ ແຕ່ ເທົ່ານັ້ນ.
\v 27 ໃນ ສະໄໝ ຂອງ ຜູ້ທາໍນວາຍ ເອລີຊາ ໄດ້ ມີ ຄົນ ຂີ້ທູດ ຕັ້ງ ຫລາຍ ຄົນ ໃນ ຊາດ ອິດສະຣາເອນ, ແຕ່ ບໍ່​ມີ ຜູ້ໃດ ໃນ ພວກ ເຂົາ ໄດ້ ຮັບ ການ ຊໍາລະ ໃຫ້ ສະອາດດີ ນອກຈາກ ນາອາມານ ຊາວ ຊີເຣຍ ແຕ່ ເທົ່ານັ້ນ.”
\s5
\v 28 ເມື່ອ ປະຊາຊົນ ໃນ ທາໍມະສາລາ ໄດ້ຍິນ ເຊັ່ນ ນີ້ ພວກ ເຂົາ ກໍ ຄຽດຮ້າຍ ທີ່ສຸດ.
\v 29 ພວກເຂົາ ໄດ້ ລຸກ ຂຶ້ນ ຊຸກ ພຣະເຢຊູເຈົ້າ ອອກ ໄປ ຈາກເມືອງ ແລະ ນາໍ ພຣະອົງ ໄປ ຍັງ ແງ່ ຜາຊັນ ທີ່ ເມືອງ ຂອງ ພວກເຂົາ ຕັ້ງ ຢູ່ ນັ້ນ ເພື່ອ ໝາຍ ຈະ ຊຸກ ພຣະອົງ ລົງ.
\v 30 ແຕ່ ພຣະອົງ ຍ່າງ ຜ່ານ ທ່າມກາງ ປະຊາຊົນ ໜີໄປ ໄດ້.
\s5
\v 31 ແລ້ວ ພຣະເຢຊູຄຣິດເຈົ້າ ​ກໍ ໄດ້ ໄປ ຍັງ ເມືອງ ກາເປນາອູມ ໃນ ແຂວງ ຄາລີເລ ແລະ ຢູ່ ໃນ ເມືອງ ນີ້ ພຣະອົງ ໄດ້ ສັ່ງສອນ ປະຊາ ຊົນ ໃນ ວັນ ຊະບາໂຕ.
\v 32 ພວກເຂົາ ທຸກຄົນ ຕ່າງ ກໍ ປະຫລາດ ໃຈ ໃນ ຄໍາ ສອນ ຂອງ ພຣະອົງ ເພາະ ພຣະອົງ ສອນ ດ້ວຍ ຣິດອໍານາດ.
\s5
\v 33 ໃນ ທາໍມະສາລາ ນັ້ນ ໄດ້ ມີ ຊາຍ ທີ່ ຜີມານຮ້າຍ ເຂົ້າ ສິງ ຢູ່ ຄົນໜຶ່ງ ມັນ ຮ້ອງ ຂຶ້ນ ດ້ວຍ ສຽງດັງ ວ່າ,
\v 34 “ເຢຊູ ໄທ ນາຊາເຣັດ ເອີຍ, ທ່ານ ມາ ຫຍຸ້ງກ່ຽວ ກັບ ພວກເຮົາ ເຮັດ ຫຍັງ? ທ່ານ ມາ ທາໍລາຍ ພວກເຮົາ ຊັ້ນບໍ? ພວກເຮົາ ຮູ້ ແລ້ວ ວ່າ ທ່ານ ແມ່ນ ຜູ້ໃດ ກໍ ແມ່ນ ຜູ້ ບໍຣິສຸດ ຂອງ ພຣະເຈົ້າ.”
\s5
\v 35 ພຣະເຢຊູເຈົ້າສັ່ງຫ້າມ ມັນວ່າ, “ມິດແມ ອອກ ຈາກຄົນນີ້ ສາ” ຜີມານຮ້າຍໄດ້ ເຮັດໃຫ້ ຊາຍຄົນນີ້ ລົ້ມ ລົງ ຕໍ່ໜ້າພວກເຂົາ ແລະອອກໄປຈາກລາວ ໂດຍບໍ່ໄ​ດ້ ທາໍຮ້າຍແຕ່ຢ່າງໃດ.
\v 36 ປະຊາຊົນ ທຸກຄົນ ຕ່າງ ກໍ ງຶດ ປະຫລາດ ໃຈ ແລະ ເວົ້າ ກັນ ວ່າ, “ຄໍາ ເວົ້າ ນີ້ ເປັນ ຢ່າງ ໃດ ໜໍ ເພາະວ່າ ເພິ່ນ ໄດ້ ສັ່ງ ​ຜີຊົ່ວ ຮ້າຍ ເຫລົ່ານີ້ ດ້ວຍອໍານາດ ແລະ ຣິດເດດ ແລ້ວ ພວກ ມັນ ກໍ ອອກ ໜີໄປ. ”
\v 37 ແລ້ວ ຊື່ສຽງ ຂອງ ພຣະເຢຊູເຈົ້າ ​ກໍ ຊ່າລື ໄປ ທົ່ວ ທຸກ ບ່ອນ ໃນຂົງເຂດ ນັ້ນ.
\s5
\v 38 ແລ້ວ ພຣະເຢຊູເຈົ້າ ກໍ ຈາກ ທາໍມະສາລາ ແລະ ເຂົ້າ ໄປ ເຮືອນ ຂອງ ຊີໂມນ ແມ່ ເມຍ ຂອງ ຊີໂມນ ບໍ່ ສະບາຍ ເພາະ ໄຂ້ ຂຶ້ນ ສູງ ແລະ ພວກເຂົາ ກໍໄດ້ ອ້ອນວອນ ພຣະເຢຊູເຈົ້າ ໃຫ້ ຊົງ ໂຜດຮັກສາ ນາງ.
\v 39 ພຣະອົງ ມາ ຢືນ ຢູ່ ຂ້າງ ນາງ ແລະ ສັ່ງ ໄຂ້ ນັ້ນ ໃຫ້ ໜີໄປ, ໄຂ້ ກໍ ຫາຍ ໜີໄປ ຈາກ ນາງ ແລະ ທັນໃດນັ້ນ ນາງກໍ ລຸກ ຂຶ້ນ ບົວລະບັດ ຮັບໃຊ້ ພຣະອົງ ກັບ ພວກ ສາວົກ.
\s5
\v 40 ພໍ ຕາເວັນ ຕົກ ດິນ ຜູ້ ທີ່ ​ມີ ໝູ່ເພື່ອນ ບໍ່ ສະບາຍ ຍ້ອນ ພະຍາດ ໂຣຄາ ຕ່າງໆ ​ກໍໄດ້ ນາໍ ຄົນ ເຫລົ່ານັ້ນ ມາ ຫາ ພຣະເຢຊູເຈົ້າ ພຣະອົງ ວາງ ມື ໃສ່ ເທິງ ພວກເຂົາ ທຸກຄົນ ແລະ ຊົງ ໂຜດ ໃຫ້ ພວກເຂົາ ຫາຍ ດີ.
\v 41 ບັນດາ ຜີມານຮ້າຍ ກໍ ອອກ ໄປ ຈາກ ຫລາຍ ຄົນ ໂດຍ ຮ້ອງ ແຜດ ສຽງ ວ່າ, “ທ່ານ ເປັນ ພຣະບຸດ ຂອງ ພຣະເຈົ້າ. ” ແຕ່ ພຣະເຢຊູເຈົ້າ ຫ້າມ ເດັດຂາດ ບໍ່ ໃຫ້ ພວກ ມັນ ເວົ້າ ອີກ ຕໍ່ໄປ ເພາະ ພວກ ມັນ ຮູ້ ດີ ວ່າ ພຣະ ອົງ ເປັນ ພຣະຄຣິດ.
\s5
\v 42 ​ພໍ ຮຸ່ງ ເຊົ້າ ມາ ພຣະເຢຊູເຈົ້າ ກໍ ຈາກ ເມືອງ ໄປ ຖິ່ນແຫ້ງແລ້ງ ກັນດານ ບ່ອນ ທີ່ ງຽບ ສະຫງັດ ຝ່າຍ ປະຊາຊົນຕ່າງ ກໍ ຊອກ ຫາ ພຣະອົງ ແລະ ເມື່ອ ພົບ ພຣະອົງ ແລ້ວ ພວກເຂົາ ​ກໍ ໜ່ວງໜ່ຽວ ພຣະອົງ ໄວ້ ບໍ່ ໃຫ້ ຈາກ ພວກເຂົາ ໄປ.
\v 43 ແຕ່ ພຣະອົງ ກ່າວ ແກ່ ພວກເຂົາ ວ່າ, “ເຮົາ ຕ້ອງ ປະກາດ ຂ່າວປະເສີດ ເລື່ອງ ອານາຈັກຂອງ ພຣະເຈົ້າ ໃນ ເມືອງ ອື່ນ ເໝືອນກັນ ທີ່ ພຣະເຈົ້າ ຊົງ ໃຊ້ ເຮົາ ມາ ກໍ ເພາະ ພາລະກິດ ນີ້ ແຫລະ. ”
\v 44 ແລ້ວ ພຣະອົງ ໄດ້ ເທດສະໜາ ປ່າວ ປະກາດ ຕາມ ທາໍມະສາລາ ຕ່າງໆ ໃນ ແຂວງ ຢູດາຍ.
\s5
\c 5
\p
\v 1 ວັນ ໜຶ່ງ ຂະນະທີ່ ພຣະເຢຊູເຈົ້າ ຢືນ ຢູ່ ທີ່ ແຄມ ທະເລສາບ ເຄັນເນຊາເຣັດ [ຂ] ປະຊາຊົນ ກໍ ບຸບຽດ ກັນ ເຂົ້າ ມາ ຫາ ພຣະອົງ ເພື່ອ ຟັງ ພຣະທາໍ ຂອງ ພຣະເຈົ້າ.
\v 2 ພຣະອົງ ຫລຽວ ເຫັນເຮືອ ສອງ ລໍາ ຈອດ ໄວ້ຢູ່ ແຄມ ຝັ່ງ ຄົນ ຫາປາ ໄດ້ ອອກ ໄປ ຈາກ ເຮືອ ນັ້ນ ແລ້ວ ພວກເຂົາ ກາໍລັງ ລ້າງ ມອງ ຢູ່.
\v 3 ພຣະເຢຊູເຈົ້າ ຈຶ່ງ ເຂົ້າ ໄປ ໃນ ເຮືອ ລໍາ ໜຶ່ງ ຊຶ່ງ ເປັນ ຂອງ ຊີໂມນ ແລະ ບອກໃຫ້ ເພິ່ນ ຖອຍ ເຮືອ ອອກ ຫ່າງ ຈາກ ຝັ່ງ ໜ້ອຍ ໜຶ່ງ ແລ້ວ ພຣະອົງ ​ກໍ ນັ່ງ ​ລົງ ໃນ ​ເຮືອ ແລະ ສັ່ງສອນ ປະຊາຊົນ.
\s5
\v 4 ເມື່ອ ພຣະອົງ ສັ່ງສອນ ຈົບ ແລ້ວ ຈຶ່ງ ກ່າວ ແກ່ ຊີໂມນ ວ່າ, “ຈົ່ງ ຖອຍ ເຮືອ ອອກ ໄປ ສູ່ ບ່ອນ ນໍ້າ ເລິກ ແລະ ຢ່ອນ ມອງ ຂອງ ພວກເຈົ້າ ລົງ ຈັບ ປາ. ”
\v 5 ຊີໂມນ ຕອບ ວ່າ, “ພຣະອາຈານ ເອີຍ ພວກ ຂ້ານອ້ຍ ໄດ້ ຫາ ຕະຫລອດ ຄືນຈົນ ອິດເມື່ອຍ ແລະ ບໍ່ໄດ້ ຫຍັງ ເລີຍ, ແຕ່ ເພື່ອເຫັນແກ່ ທ່ານ ບອກ ຂ້ານ້ອຍ ກໍ ຈະ ຢ່ອນ ມອງ ລົງ ຕາມ ຄໍາ ຂອງ ນາຍ. ”
\v 6 ດັ່ງນັ້ນ ພວກເພິ່ນ ຈຶ່ງ ໄດ້ ຢ່ອນ ມອງ ລົງ ແລະ ຖືກ ປາ ຈາໍນວນ ຫລວງຫລາຍ ຈົນ ມອງ ຂອງ ພວກເພິ່ນ ກາໍລັງ ຈະ ຂາດ.
\v 7 ພວກເພິ່ນ ກວັກ ມື ເອົາ ໝູ່ ທີ່ ຢູ່ ເຮືອ ລໍາ ອື່ນ ໃຫ້ ມາ ຊ່ວຍ ພວກເຂົາ ຈຶ່ງ ມາ ຊ່ວຍ ແລະ ໄດ້ ປາ ເຕັມ ເຮືອ ທັງສອງ ລໍາ ຈົນ ເຮືອ ແຊມ ເກືອບ ຫລົ້ມ.
\s5
\v 8 ເມື່ອ ຊີ ໂມນ ເປໂຕ ເຫັນ ເຫດການ ທີ່ ເກີດ ຂຶ້ນ ແລ້ວ ເພິ່ນ ກໍ ຂາບລົງ ທີ່ ຕີນ ຂອງ ພຣະເຢຊູເຈົ້າ ແລະ ກ່າວ ວ່າ, “ພຣະອົງເຈົ້າ ເອີຍ, ຂໍ ໄປ ໃຫ້ ຫ່າງ ຈາກ ຂ້ານ້ອຍ ທ້ອນ ເພາະ ຂ້ານ້ອຍ ເປັນ ຄົນ ບາບ. ”
\v 9 ເປໂຕ ກັບ ໝູ່ເພື່ອນ ຄົນອື່ນໆ ຂອງ ເພິ່ນ ທີ່ ຢູ່ ນາໍ ກັນ ໄດ້ ງຶດ ປະຫລາດ ໃຈ ທີ່ ພວກເພິ່ນ ຈັບ ປາ ໄດ້ ຢ່າງ ຫລວງຫລາຍ ເຊັ່ນ ນີ້.
\v 10 ຢາໂກໂບ ແລະ ໂຢຮັນ ລູກຊາຍ ຂອງ ເຊເບດາຍ ຜູ້ ຮ່ວມ ງານ ຂອງ ຊີໂມນ ກໍ ປະຫລາດ ໃຈ ເໝືອນກັນ ແລ້ວ ພຣະເຢຊູເຈົ້າ ​ກໍ ກ່າວ ແກ່ ຊີໂມນ ວ່າ, “ຢ່າ ສູ່ ຢ້ານ ຕັ້ງແຕ່ ນີ້ ໄປ ເຈົ້າ ຈະ ເປັນ ຜູ້ ຫາ ຄົນ. ”
\v 11 ເມື່ອ ພວກເພິ່ນ ນາໍ ເຮືອ ມາ ເຖິງ ແຄມ ຝັ່ງ ແລ້ວ ພວກເພິ່ນ ກໍໄດ້ ສະຫລະ ທຸກສິ່ງ ແລະ ຕິດຕາມ ພຣະເຢຊູເຈົ້າ ໄປ.
\s5
\v 12 ເມື່ອ ພຣະເຢຊູເຈົ້າ ຢູ່ ໃນ ເມືອງ ໜຶ່ງ ກໍ ມີ ຊາຍ ຄົນ ໜຶ່ງ ເປັນ ພະຍາດ ຂີ້ທູດ ເຕັມ ຕົວ ເມື່ອ ເຫັນ ພຣະເຢຊູເຈົ້າ ລາວ ຈຶ່ງ ກົ້ມ ຂາບລົງ ຕໍ່ໜ້າ ພຣະອົງ ແລະ ອ້ອນວອນ ຂໍ ວ່າ, “ພຣະອົງເຈົ້າເອີຍ ຖ້າ ທ່ານ ພໍໃຈ ກໍ ສາມາດ ເຮັດ ໃຫ້ ຂ້ານ້ອຍ ດີ ສະອາດ ໄດ້” [ຄ]
\v 13 ພຣະເຢຊູເຈົ້າ ເດ່ ມື ອອກ ແຕະຕ້ອງ ລາວ ແລະ ກ່າວ ວ່າ, “ເຮົາ ພໍໃຈ ແລ້ວ ຈົ່ງ ​ດີ ສະອາດ ສາ” ໃນ ທັນໃດນັ້ນ ພະຍາດ ຂີ້ທູດ ກໍ ຫາຍ ໄປ ຈາກ ຊາຍ ຄົນ ນັ້ນ.
\s5
\v 14 ແລ້ວ ພຣະເຢຊູເຈົ້າ ​ກໍ ສັ່ງ ລາວ ວ່າ, “ຢ່າ ເວົ້າ ເລື່ອງ ນີ້ ສູ່ ຜູ້ໃດ ຟັງ ແຕ່ ຈົ່ງ ໄປ ສະແດງ ຕົວ ຕໍ່ ປະໂຣຫິດ ໃຫ້ ​ເພິ່ນ ກວດເບິ່ງ ເຈົ້າ ແລະ ຈົ່ງ ຖວາຍ ເຄື່ອງ ບູຊາ ຕາມ ທີ່ ໂມເຊ ໄດ້ ສັ່ງ ໄວ້ ເພື່ອ ພິສູດ ໃຫ້ ທຸກຄົນ ເຫັນ ວ່າ ເຈົ້າ ດີ ສະອາດ ແລ້ວ.”
\s5
\v 15 ແຕ່ ຊື່ສຽງ ຂອງ ພຣະເຢຊູເຈົ້າ ກໍໄດ້ ຊ່າ ລື ໄປ ອີກ ທົ່ວ ທຸກ ແຫ່ງ ແລະ ປະຊາຊົນ ກໍ ມາ ເຕົ້າໂຮມ ກັນ ເພື່ອ ຟັງ ພຣະອົງ ແລະ ຮັບ ການ ຊົງ ໂຜດ ຮັກສາ ພະຍາດ ໂຣຄາ ຕ່າງໆ ຂອງ ພວກ ຕົນ ໃຫ້ ຫາຍ ດີ.
\v 16 ແຕ່ ພຣະອົງ ໄດ້ ໜີໄປ ສະຖານທີ່ ປ່ຽວ ແລະ ພາວັນນາ ອະທິຖານ.
\s5
\v 17 ວັນ ໜຶ່ງ ພຣະເຢຊູເຈົ້າ ກາໍລັງ ສັ່ງສອນ ຢູ່ ພວກ ຟາຣີຊາຍ ແລະ ພວກ ທາໍມະຈານ ບາງຄົນ ກໍ ນັ່ງ ຢູ່ ໃນທີ່ນັ້ນ ດ້ວຍ ພວກເຂົາ ມາ ແຕ່ ທຸກ ບ້ານ ຈາກ ແຂວງ ຄາລີເລ, ຈາກ ແຂວງ ຢູດາຍ ແລະ ຈາກ ນະຄອນ ເຢຣູຊາເລັມ. ຣິດເດດ ອໍານາດ ຂອງ ອົງພຣະ ຜູ້ ເປັນເຈົ້າ ກໍ ສະຖິດ ຢູ່ ກັບ ພຣະອົງ ເພື່ອ ໂຜດ ຄົນ ເຈັບໄຂ້ ໄດ້ ປ່ວຍ ໃຫ້ ດີ ພະຍາດ.
\s5
\v 18 ແລ້ວ ກໍ ມີ ບາງຄົນ ຫາມ ຄົນເປ້ຍ ຜູ້ໜຶ່ງ ນອນ ຢູ່ ເທິງ ບ່ອນ ນອນ ມາ ແລະ ຊອກ ຫາ ທາງ ນາໍ ລາວ ເຂົ້າໄປໃນ ເຮືອນ ເພື່ອ ວາງ ລາວ ຕໍ່ໜ້າ ພຣະເຢຊູເຈົ້າ.
\v 19 ເມື່ອ ຫາ ທາງ ເຂົ້າ ບໍ່ໄດ້ ເພາະ ມີ ຄົນ ຫລາຍ ພວກເຂົາ ຈຶ່ງ ຂຶ້ນ ໄປ ທີ່ ເທິງຫລັງຄາ ເຮືອນ [ງ] ແລະ ຢ່ອນ ຄົນເປ້ຍກັບ ທັງ ບ່ອນ ນອນ ລົງ ຕາມ ປ່ອງ ດິນ ຂໍ ຕໍ່ໜ້າ ພຣະເຢຊູເຈົ້າ ທ່າມກາງ ປະຊາຊົນ.
\s5
\v 20 ເມື່ອ ພຣະເຢຊູເຈົ້າ ໄດ້ ເຫັນ ຄວາມເຊື່ອ ຂອງ ພວກເຂົາ ພຣະອົງ ຈຶ່ງ ກ່າວ ແກ່ ຄົນເປ້ຍ ນັ້ນ ວ່າ, “ຊາຍ ເອີຍ ບາບກາໍ ທັງຫລາຍ ຂອງ ເຈົ້າ ໄດ້ ຮັບ ການອະໄພ ແລ້ວ. ”
\v 21 ພວກ ທາໍມະຈານ ກັບ ພວກ ຟາຣີຊາຍ ຈຶ່ງ ເລີ່ມ ຄິດ ວ່າ, “ຄົນ ນີ້ ແມ່ນ ຜູ້ ໃດ ທີ່ ກາໍລັງ ເວົ້າ ໝິ່ນປະໝາດ ພຣະເຈົ້າ? ມີ ແຕ່ ພຣະເຈົ້າ ເທົ່ານັ້ນ ທີ່ ອະໄພ ບາບກາໍ ໄດ້.”
\s5
\v 22 ພຣະເຢຊູເຈົ້າ ຮູ້ ຄວາມ ຄິດ ຂອງ ພວກເຂົາ ຈຶ່ງ ກ່າວ ຕໍ່ ພວກເຂົາ ວ່າ, “ເປັນ ຫຍັງ ພວກເຈົ້າ ຈຶ່ງ ຄິດ ເຊັ່ນນັ້ນ
\v 23 ອັນໃດ ງ່າຍ ກວ່າ ທີ່ ຈະ ເວົ້າ ວ່າ, ‘ບາບກາໍ ຂອງ ເຈົ້າ ໄດ້ ຮັບ ການອະໄພ ແລ້ວ’ ຫື​ລ ຈະ ເວົ້າ ວ່າ, ‘ຈົ່ງ ລຸກ ຂຶ້ນ ແລະ ຍ່າງ ໄປ’
\v 24 ແຕ່ ເຮົາ ຢາກ ໃຫ້ ພວກເຈົ້າ ເຫັນ ວ່າ ບຸດມະນຸດ ມີ ສິດອໍານາດ ເທິງ ແຜ່ນດິນ ໂລກ ໃຫ້ ອະໄພ ບາບກາໍ ຂອງ ມະນຸດ ໄດ້. ” ດັ່ງນັ້ນ ພຣະອົງ ຈຶ່ງ ກ່າວ ແກ່ ຄົນເປ້ຍ ວ່າ, “ເຮົາ ສັ່ງ ເຈົ້າ ໃຫ້ ລຸກ ຂຶ້ນ ຍົກ ເອົາ ບ່ອນ ນອນ ຂອງ ເຈົ້າ ແລະເມືອ ເຮືອນ ສາ.”
\s5
\v 25 ໃນ ທັນໃດນັ້ນ ຄົນເປ້ຍ ກໍ ລຸກ ຂຶ້ນ ຕໍ່ໜ້າ ພວກເຂົາ ທຸກຄົນ ຍົກ ເອົາ ບ່ອນ ນອນ ຂອງຕົນ ແລະ ກັບ ເມືອ ເຮືອນ ພ້ອມ ທັງ ສັນລະເສີນ ພຣະເຈົ້າ.
\v 26 ພວກເຂົາ ທຸກຄົນ ຕ່າງ ກໍ ງຶດ ປະຫລາດ ໃຈ ຫລາຍ ທີ່ສຸດ ແລະ ກ່າວ ສັນລະເສີນ ພຣະເຈົ້າ. ດ້ວຍ ຄວາມ ຢ້ານ ຢ່າງ ເຕັມທີ່ ຢູ່ ນັ້ນ ພວກເຂົາ ກໍ ເວົ້າ ວ່າ, “ວັນ ນີ້ ພວກເຮົາ ໄດ້ ເຫັນ ສິ່ງ ທີ່ ເຫລືອເຊື່ອ.”
\s5
\v 27 ຫລັງຈາກ ເຫດການ ນີ້ ແລ້ວ, ພຣະເຢຊູເຈົ້າ ກໍ ອອກໄປ ແລະ ເຫັນຄົນເກັບພາ​ສີ ຜູ້ໜຶ່ງ ຊື່ ວ່າ ເລວີ, ນັ່ງ ຢູ່ ທີ່ ດ່ານ ພາສີ ພຣະເຢຊູເຈົ້າ ກ່າວ ແກ່ ລາວ ວ່າ, “ຈົ່ງ ຕາມ ເຮົາ ມາ. ”
\v 28 ຝ່າຍເລວີ ກໍ ສະຫລະ ໝົດ ທຸກສິ່ງ ລຸກ ຂຶ້ນ ແລະ ຕາມ ພຣະອົງ ໄປ.
\s5
\v 29 ແລ້ວ ເລວີ ກໍໄດ້ ຈັດ ງານກິນລ້ຽງ ອັນ ໃຫຍ່ ຂຶ້ນ ໃນ ເຮືອນ ຂອງຕົນ ເພື່ອ ເປັນ ກຽດ ແກ່ ພຣະເຢຊູເຈົ້າ ແລະ ມີ ຄົນເກັບພາສີ ກັບ ຄົນອື່ນ ອີກ ຈາໍນວນ ຫລວງຫລາຍ ມາ ຮ່ວມ ນາໍ ດວ້ຍ.
\v 30 ພວກ ຟາຣີຊາຍ ກັບ ພວກ ທາໍມະຈານ ຜູ້ ທີ່ ເປັນ ຝ່າຍ ຂອງ ພວກເຂົາ ໄດ້ ຈົ່ມ ຕຳ ​ໜິ ຕໍ່ ພວກ ສາວົກ ຂອງ ພຣະເຢຊູເຈົ້າ, ພວກເຂົາ ຖາມ ວ່າ, “ເປັນຫຍັງ ພວກເຈົ້າ ຈຶ່ງ ກິນ ແລະ ດື່ມ ກັບ ຄົນ ເກັບພາສີ ແລະ ຄົນ ນອກສິນທາໍ? ”
\v 31 ພຣະເຢຊູເຈົ້າ ຕອບ ພວກເຂົາ ວ່າ, “ຄົນ ທີ່ ມີ ສຸຂະພາບດີ ບໍ່ ຕອ້ງການ ໝໍ ມີ ແຕ່ ຄົນເຈັບ ປ່ວຍ ເທົ່ານັ້ນ ທີ່ ຕ້ອງການ ໝໍ.
\v 32 ເຮົາ ບໍ່ໄດ້ ມາ ເພື່ອ ເອີ້ນ ເອົາ ຄົນ ສິນທາໍ, ແຕ່ ມາ ເອີ້ນ ເອົາ ຄົນ ນອກສິນທາໍ ໃຫ້ ຖິ້ມໃຈເກົ່າ ເອົາໃຈໃໝ່.”
\s5
\v 33 ແລ້ວ ບາງຄົນ ກໍ ເວົ້າ ຕໍ່ ພຣະເຢຊູເຈົ້າ ວ່າ, “ພວກ ສິດ ຂອງ ໂຢຮັນ ຖື ສິນ ອົດອາຫານ ຢູ່ ເລື້ອຍ ແລະ ເຮັດພິທີ ພາວັນນາ ອະທິຖານ ແລະ ສິດ ຂອງ ພວກ ຟາຣີຊາຍ ກໍ ເຮັດ ເໝືອນກັນ ສ່ວນ ສາວົກ ຂອງທ່ານ ແລ້ວ ພັດ ກິນ ແລະ ດື່ມ. ”
\v 34 ພຣະເຢຊູເຈົ້າ ຕອບ ວ່າ, “ເຈົ້າ ຄິດ ວ່າ ຈະ ໃຫ້ ບັນດາ ເພື່ອນ ຂອງ ເຈົ້າບ່າວ ຕ້ອງ ອົດ ອາຫານ ຢູ່ ບໍ? ໃນ ເມື່ອ ເຈົ້າບ່າວ ຍັງ ຢູ່ ກັບ ພວກເຂົາ?
\v 35 ແຕ່ ຈະ ມີ ວັນ ໜຶ່ງ ມາ ເຖິງ ເມື່ອ ເຈົ້າບ່າວ ຈະ ຕ້ອງ ພາກ ຈາກ ພວກເຂົາ ໄປ ເມື່ອນັ້ນ ແຫລະ ພວກເຂົາ ຈະຖືສິນ ອົດອາຫານ.”
\s5
\v 36 ແລ້ວພຣະອົງຍັງໄດ້ ກ່າວຄໍາອຸປະມານີ້ ສູ່ພວກເຂົາ ຟັງວ່າ, “ບໍ່ ມີ ຜູ້ໃດດອກ ທີ່ ຈີກເສື້ອຜ້າໃໝ່ ເພື່ອໃຊ້ຕາບເສື້ອຜ້າເກົ່າ ຖ້າເຮັດດັ່ງນັ້ນ ກໍຈະເຮັດໃຫ້ ເສື້ອຜ້າໃໝ່ຂາດເສຍໄປແລະຜ້າຕ່ອນໃ​ໝ່ ກໍ ຈະບໍ່ ສົມກັບເສື້ອ ເກົ່າ.
\s5
\v 37 ບໍ່ມີ ຜູ້ໃດດອກ ທີ່ ເອົານໍ້າອະງຸ່ນ [ຈ] ໃໝ່ໃສ່ຖົງ ໜັງ ເກົ່າ, ເພາະນໍ້າອະງຸ່ນໃໝ່ຈະເຮັດໃຫ້ ຖົງໜັງຂາດ, ນໍ້າອະງຸ່ນຈະ ໄຫລ ອອກແລະຖົງໜັງກໍ ຈະເສຍໄປ ເໝືອນກັນ.
\v 38 ແຕ່ນໍ້າອະງຸ່ນໃໝ່ ຕ້ອງໃສ່ໄວ້ ໃນຖົງ ໜັງໃໝ່
\v 39 ແລະ ບໍ່ ​ມີ ຜູ້ໃດດອກ ທີ່ຢາກຈະ ໄດ້ ນໍ້າ ອະງຸ່ນໃໝ່ ຫລັງຈາກດື່ມນໍ້າອະງຸ່ນເກົ່າແລ້ວ ເພິ່ນ ຍ່ອມເວົ້າວ່າ, ‘ອັນເກົ່ານັ້ນແຫລະ ດີກວ່າ.
\s5
\c 6
\p
\v 1 ວັນ ໜຶ່ງ ໃນ ວັນ ຊະບາໂຕ ພຣະເຢຊູເຈົ້າ ກາໍລັງ ຍ່າງ ຜ່ານ ທົ່ງນາ ພວກ ສາວົກ ຂອງ ພຣະອົງ ໄດ້ ເດັດ ເອົາ ຮວງເຂົ້າ ແລະ ເກັດ ກິນ.
\v 2 ພວກຟາຣີຊາຍ ບາງຄົນ ຈຶ່ງ ເວົ້າ ວ່າ, “ເປັນຫຍັງ ພວກເຈົ້າ ຈຶ່ງ ເຮັດ ໃນສິ່ງທີ່ ກົດບັນຍັດ ຂອງ ພວກເຮົາ ບໍ່ ອະນຸຍາດໃຫ້ ເຮັດ ໃນ ວັນ ຊະບາໂຕ?”
\s5
\v 3 ພຣະເຢຊູເຈົ້າ ຕອບ ພວກເຂົາ ວ່າ, “ພວກເຈົ້າ ບໍ່ໄດ້ ອ່ານ​ບໍ ກ່ຽວກັບ ສິ່ງ ທີ່ ດາວິດ ໄດ້ເຮັດ ເມື່ອ ລາວ ແລະ ຄົນ ຂອງຕົນ ຫິວ ເຂົ້າ?
\v 4 ຄື ລາວ ໄດ້ ເຂົ້າ ໄປ ໃນ ທີ່ ສະ ຖິດ ຂອງ ພຣະເຈົ້າ ເອົາ ເຂົ້າຈີ່ ທີ່ ໄດ້ ຖວາຍ ແກ່ ພຣະເຈົ້າ ມາ ກິນ ແລະ ຍັງ ແບ່ງປັນ ໃຫ້ ພັກພວກ ຂອງຕົນ ກິນ ດວ້ຍ, ຊຶ່ງ ກົດບັນຍັດ ຫ້າມ ບໍ່ ໃຫ້ ຜູ້ໃດ ກິນ ເຂົ້າຈີ່ ນີ້ ນອກຈາກ ປະໂຣຫິດ ເທົ່ານັ້ນ. ”
\v 5 ແລ້ວ ພຣະເຢຊູເຈົ້າ ​ກໍໄດ້ ບອກ ພວກເຂົາ ວ່າ, “ບຸດ ມະນຸດ ເປັນ ອົງ ພຣະ ຜູ້ ເປັນເຈົ້າ ຂອງ ວັນ ຊະບາໂຕ.”
\s5
\v 6 ໃນ ວັນ ຊະບາໂຕ ອີກ ວັນ ໜຶ່ງ ພຣະເຢຊູເຈົ້າ ໄດ້ ເຂົ້າ ໄປ ໃນ ທາໍມະສາລາ ແລະ ສັ່ງສອນ ໃນທີ່ນັ້ນ ມີ ຊາຍ ຄົນ ໜຶ່ງ ທີ່ ມື ເບື້ອງ ຂວາ ລີບ.
\v 7 ພວກ ທາໍມະຈານ ກັບ ພວກ ຟາຣີຊາຍ ບາງຄົນ ຢາກ ຫາ ຂໍ້ ຟ້ອງ ພຣະເຢຊູເຈົ້າ ວ່າ ເຮັດ ຜິດ ພວກເຂົາ ຈຶ່ງ ຊອມ ເບິ່ງ ວ່າ ພຣະອົງ ຈະ ໂຜດ ຮັກສາ ຄົນ ໃຫ້ ດີ ພະຍາດ ໃນ ວັນ ຊະບາໂຕ ຫລື ບໍ່.
\v 8 ແຕ່ ພຣະເຢຊູເຈົ້າ ຮູ້ ຈັກ ຄວາມ ຄິດ ຂອງ ພວກເຂົາ ຈຶ່ງ ກ່າວ ແກ່ ຊາຍມື ລີບ ນັ້ນ ວ່າ, “ຈົ່ງ ຢືນ ຂຶ້ນ ແລະ ມາ ທາງ ໜ້າ ພີ້. ” ຊາຍ ຄົນ ນັ້ນ ຈຶ່ງ ລຸກ ຂຶ້ນ ແລະ ໄປ ຢືນ ໃນທີ່ນັ້ນ.
\s5
\v 9 ແລ້ວ ພຣະເຢຊູເຈົ້າ ກໍ ກ່າວ ແກ່ ພວກ ເຂົາ ວ່າ, “ເຮົາ ຂໍ ຖາມ ພວກເຈົ້າ ວ່າ, ‘ກົດ ວັນ ຊະບາໂຕ ຂອງ ພວກເຮົາ ອະນຸຍາດ ໃຫ້ ພວກເຮົາ ເຮັດ ດີ ຫລື ເຮັດ ຊົ່ວ? ໃຫ້ ຊ່ວຍຊີວິດ ໄວ້ ຫລື ໃຫ້ ທາໍລາຍ ຊີວິດ ຖິ້ມ?
\v 10 ພຣະອົງ ຫລຽວ ເບິ່ງ ໜ້າ ພວກເຂົາ ທຸກຄົນ ແລ້ວ ກ່າວ ສ ແກ່ ຊາຍມື ລີບ ວ່າ, “ຈົ່ງ ຢຽດ ມື ເຈົ້າ ອອກ” ຊາຍມື ລີບ ຢຽດ ມື ຂອງຕົນ ອອກ ແລະມື ຂອງ ລາວ ກໍ ດີ ເປັນ ປົກກະຕິ.
\v 11 ຝ່າຍ ຄົນ ເຫລົ່ານັ້ນ ກໍ ເຕັມ ໄປ ດ້ວຍຄວາມ ຄຽດແຄ້ນ ແລະ ໄດ້ ປຶກສາ ກັນວ່າ ຈະ ເຮັດ ຢ່າງ ໃດ ກັບ ພຣະເຢຊູເຈົ້າ.
\s5
\v 12 ໃນ ເວລາ ນັ້ນ, ພຣະເຢຊູເຈົ້າ ໄດ້ ຂຶ້ນ ໄປ ເທິງພູ ໜ່ວຍ ໜຶ່ງ ເພື່ອ ພາວັນນາ ອະທິຖານ ແລະ ໃຊ້ ເວລາ ພາວັນນາ ອະທິຖານ ຕໍ່ ພຣະເຈົ້າ ຢູ່ ທີ່ ນັ້ນ ຕະຫລອດ ຄືນ.
\v 13 ຄັນ ຮຸ່ງ ເຊົ້າ ແລ້ວ, ພຣະອົງ ໄດ້ ເອີ້ນ ບັນດາ ສາວົກ ມາ ຫາ ພຣະອົງ ແລະໃນ ພວກເຂົາພຣະອົງເລືອກເອົາ ສິບສອງ ຄົນ ແລ້ວ ພຣະອົງ ຊົງ ຕັ້ງ ຊື່ ໃຫ້ ວ່າ ອັກຄະສາວົກ.
\s5
\v 14 ຄື ຊີໂມນ (ທີ່ ພຣະອົງ ຕັ້ງ ຊື່ ໃຫ້ ວ່າ, “ເປໂຕ”) ແລະ ອັນເດອາ ນ້ອງຊາຍຂອງຕົນ, ຢາໂກໂບ ແລະ ໂຢຮັນ, ຟີລິບ ແລະ ບາຣະໂທໂລມາຍ,
\v 15 ມັດທາຍ ແລະ ໂທມາ, ຢາໂກໂບ ລູກຊາຍ ຂອງ ອາລະຟາຍ, ຊີໂມນ ( ຜູ້ ທີ່ ເອີ້ນ ກັນ ວ່າ, “ເຊໂລເຕ”)
\v 16 ຢູດາ ລູກຊາຍ ຂອງ ຢາໂກໂບ ແລະ ຢູດາ ອິດສະກາຣີອົດຜູ້ ທີ່ທໍ ລະຍົດ ຕໍ່ ພຣະເຢຊູເຈົ້າ.
\s5
\v 17 ເມື່ອ ພຣະເຢຊູເຈົ້າ ກັບພວກສາວົກ ຂອງ ພຣະອົງ ລົງ ມາ ແຕ່ ພູ ແລ້ວ ກໍຢຸດ ຢືນ ຢູ່ ທີ່ ຮາບພຽງ ແຫ່ງ ໜຶ່ງ ໃນ ບ່ອນ ນັ້ນ ມີລູກສິດ ຂອງ ພຣະອົງ ຕັ້ງຫລາຍ ຄົນ ພ້ອມ ດ້ວຍ ປະຊາຊົນ ຈາໍນວນ ຫລວງຫລາຍ ທີ່ ມາ ຈາກ ທົ່ວ ທັງ ແຂວງ ຢູດາຍ ຈາກ ນະຄອນ ເຢຣູຊາເລັມ ແລະ ຈາກ ຝັ່ງ ທະເລ ຂອງເມືອງຕີເຣ ກັບເມືອງ ຊີໂດນ,
\v 18 ພວກເຂົາ ມາ ເພື່ອ ຟັງ ພຣະອົງ ແລະ ເພື່ອ ໃຫ້ ພຣະອົງ ຊົງ ໂຜດ ຮັກສາ ໃຫ້ ດີ ພະຍາດ ໂຣຄາ ຂອງ ພວກເຂົາ ແລະ ບັນດາ ຜູ້ທີ່ ຖືກ​ຜີຊົ່ວຮ້າຍ ລົບກວນ ກໍຊົງ ໂຜດ ໃຫ້ ດີເໝືອນກັນ
\v 19 ປະຊາຊົນ ທຸກຄົນ ຕ່າງ ກໍ ພະຍາຍາມ ແຕະຕ້ອງ ພຣະອົງ ເພາະ ຣິດອໍານາດ ອອກ ຈາກ ພຣະອົງ ແລະ ຊົງ ໂຜດ ຮັກສາ ພະຍາດ ໂຣຄາ ຂອງ ພວກເຂົາ ທຸກຄົນ ໃຫ້ ຫາຍ ດີ.
\s5
\v 20 ເມື່ອ ພຣະເຢຊູເຈົ້າ ແນມ ເບິ່ງ ພວກ ສາວົກ ຂອງ ພຣະອົງ ແລ້ວ ກໍ ກ່າວ ວ່າ, “ພວກເຈົ້າ ທີ່ ຍາກ ຈົນ ກໍ ເປັນ ສຸກ, ເພາະ ອານາຈັກ ຂອງ ພຣະເຈົ້າ ເປັນ ຂອງ ພວກເຈົ້າ
\v 21 ພວກເຈົ້າ ທີ່ ອຶດຢາກ ດຽວ ນີ້ ກໍ ເປັນ ສຸກ, ເພາະວ່າ ພຣະເຈົ້າ ຈະ ຊົງ ໂຜດ ໃຫ້ ພວກເຈົ້າ ອີ່ມ ເຕັມ ພວກເຈົ້າ ທີ່ ຮ້ອງໄຫ້ ດຽວ ນີ້ ກໍ ເປັນ ສຸກ, ເພາະວ່າ ພວກເຈົ້າ ຈະໄດ້ ຫົວ”
\s5
\v 22 “ເມື່ອໃດ ຄົນທັງຫລາຍ ກຽດຊັງ ພວກເຈົ້າ ຂັບໄລ່ ພວກເຈົ້າ ໃຫ້ ໜີໄປຕິຕຽນ ນິນທາ ແລະ ປະຕິເສດ ຊື່ ຂອງ ພວກເຈົ້າ ວ່າ ຊົ່ວ ເພາະ ພວກເຈົ້າ ເຫັນ ແກ່ ບຸດ ມະນຸດ ເມື່ອນັ້ນ ແຫລະ ພວກເຈົ້າ ຈະ ເປັນ ສຸກ.
\v 23 ໃນວັນ ນັ້ນ ພວກເຈົ້າ ຈົ່ງ ຊົມຊື່ນ ຍິນດີ ແລະ ຈົ່ງ ຕື່ນ ເຕັ້ນ ດ້ວຍຄວາມ ຍິນດີ ເພາະ ເບິ່ງແມ! ບາໍເໜັດ ຂອງ ພວກເຈົ້າມີ ບໍຣິບູນ ຢູ່ ໃນ ສະຫວັນ ເພາະວ່າ ບັນພະບຸລຸດ ຂອງ ພວກເຂົາໄດ້ ເຮັດ ຢ່າງ ນັ້ນ ແກ່ ຜູ້ ປະກາດ ພຣະທາໍ ເໝືອນກັນ.”
\s5
\v 24 “ແຕ່ ວິບັດ ມີ ແກ່ ພວກເຈົ້າ ຜູ້ ເປັນ ຄົນ ຮັ່ງມີ, ເພາະ ພວກເຈົ້າ ມີ ຊີ ວິດ ຢູ່ ຢ່າງ ສຸກ ສະບາຍ
\v 25 ວິບັດ ມີ ແກ່ ພວກເຈົ້າ ທີ່ ອີ່ມ ເຕັມ ດຽວ ນີ້ ເພາະວ່າ ພວກເຈົ້າ ຈະ ອຶດຢາກ ວິບັດ ມີ ແກ່ ພວກເຈົ້າ ທີ່ ກໍາລັງ ຫົວຢູ່ ດຽວ ນີ້ ເພາະ ພວກເຈົ້າ ຈະ ທຸກໂສກ ແລະ ຮ້ອງ ໄຫ້ ”
\s5
\v 26 “ວິບັດ ມີ ແກ່ ພວກເຈົ້າ ເມື່ອມີ ຄົນ ຍ້ອງ​ຍໍ ວ່າ ພວກເຈົ້າດີ ເພາະບັນພະບຸລຸດ ຂອງ ພວກເຂົາ ກໍໄດ້ ເວົ້າ ຢ່າງ ດຽວກັນ ນີ້ ແຫລະ ແກ່ ພວກ ຜູ້ ປະກາດ ພຣະທາໍ ປອມ.”
\s5
\v 27 “ແຕ່ ເຮົາ ບອກ ເລື່ອງ ນີ້ ແກ່ ພວກເຈົ້າ ທີ່ ໄດ້ ຟັງ ເຮົາ ວ່າ, ຈົ່ງ ຮັກ ສັດຕູ ຂອງ ພວກເຈົ້າ ຈົ່ງ ເຮັດ ດີ ແກ່ຜູ້ ທີ່ ກຽດ ຊັງ ພວກເຈົ້າ,
\v 28 ຈົ່ງ ອວຍພອນ ຄົນ ທີ່ ປ້ອຍດ່າ ພວກເຈົ້າ ແລະ ຈົ່ງ ພາວັນນາ ອະທີຖານ ເພື່ອ ຄົນ ທີ່ ຂົ່ມເຫັງ ພວກເຈົ້າ.
\s5
\v 29 ຖ້າ ຜູ້ໃດ ຕົບ ແກ້ມ ເຈົ້າ ເບື້ອງ ໜຶ່ງ ຈົ່ງ ປິ່ນ ໃຫ້ ລາວ ຕົບ ອີກ ເບື້ອງໜຶ່ງ ຖ້າຜູ້ໃດ ຍາດ ເອົາ ເສື້ອ ຊັ້ນນອກ ຂອງ ເຈົ້າໄປ ຖ້າ ເຂົາ ຈະ ເອົາ ເສື້ອ ຊັ້ນ ໃນ ​ກໍ ຢ່າ ຫວງ ຫ້າມ.
\v 30 ຈົ່ງ ໃຫ້ ແກ່ ທຸກຄົນ ທີ່ ຂໍ ຈາກ ເຈົ້າ ແລະ ຖ້າ ຜູ້ໃດ ເອົາ ສິ່ງ ຂອງ ເຈົ້າ ໄປ ຢ່າ ສູ່ ທວງ ຖາມ ເອົາ ຄືນ.
\s5
\v 31 ເຈົ້າ ຢາກ ໃຫ້ ຄົນອື່ນ ເຮັດ ຢ່າງ ໃດ ແກ່ ເຈົ້າ ຈົ່ງ ເຮັດ ຢ່າງ ນັ້ນ ແກ່ ເຂົາ ເໝືອນກັນ. ”
\v 32 “ຖ້າ ພວກເຈົ້າ ຮັກຄົນ ທີ່ ຮັກ ພວກເຈົ້າ ແຕ່ ເທົ່ານັ້ນ ຈະ ເປັນ ຄຸນ ຫຍັງ ແກ່ ພວກເຈົ້າ? ແມ່ນແຕ່ ບັນດາຄົນ ບາບ ກໍຍັງ ຮັກ ຜູ້ ທີ່ ຮັກ ພວກເຂົາເໝືອນ​​ກັນ.
\v 33 ແລະ ຖ້າ ພວກເຈົ້າ ເຮັດ ດີ ຕໍ່ ຄົນ ທີ່ ເຮັດ ດີ ຕໍ່ ພວກເຈົ້າ ແຕ່ ເທົ່ານັ້ນ ຈະ ເປັນ ຄຸນ ຫຍັງ ແກ່ ພວກເຈົ້າ? ແມ່ນແຕ່ ຄົນ ບາບ ທັງຫລາຍ ກໍ ຍັງ ເຮັດ ຢ່າງ ນັ້ນ ເໝືອນກັນ
\v 34 ແລະ ຖ້າ ພວກເຈົ້າ ໃຫ້ ຄົນ ຢືມ ໂດຍ ຫວັງ ຈະ ໄດ້ ຄືນ ຈາກ ເຂົາ ແຕ່ ເທົ່ານັ້ນ ຈະ ເປັນ ຄຸນ ຫຍັງ ແກ່ ພວກເຈົ້າ? ແມ່ນແຕ່ ຄົນ ບາບກໍ ຍັງ ໃຫ້ ຄົນ ບາບ ຢືມ ໂດຍ ຫວັງ ຈະ ໄດ້ ຮັບຄືນ ເທົ່າ ກັນ.
\s5
\v 35 ຈົ່ງ ຮັກ ສັດຕູ ຂອງ ພວກເຈົ້າ ຈົ່ງ ເຮັດ ​ດີ ຕໍ່ ພວກເ​ຂົາ, ຈົ່ງ ໃຫ້ ພວກເຂົາ ຢືມ ໂດຍ ບໍ່ ຫວັງ ຈະ ໄດ້ ຮັບຄືນ ແລ້ວພວກເຈົ້າ ກໍ ຈະ ໄດ້ ບໍາເໜັດ ອັນ ຍິ່ງໃຫຍ່ ແລະ ພວກເຈົ້າ ກໍ ຈະ ເປັນ ລູກ ຂອງ ພຣະເຈົ້າ ອົງ ສູງສຸດ ເພາະວ່າ ພຣະອົງ ຍັງ ຊົງ ໂຜດ ແກ່ ຄົນ ເນ ລະ ຄຸນ ແລະ ຄົນຊົ່ວ.
\v 36 ເຈົ້າ ທັງຫລາຍ ຈົ່ງ ມີ ຄວາມ ເມດຕາປານີ ເໝືອນ ຢ່າງ ພຣະບິດາເຈົ້າ ຂອງ ພວກເຈົ້າ ຜູ້ ຊົງ ມີ ຄວາມ ເມດຕາປານີ.”
\s5
\v 37 “ຢ່າ ຕັດສິນ ຄົນອື່ນ ແລະ ພຣະເຈົ້າ ຈະ ບໍ່ ຕັດສິນ ພວກເຈົ້າ ຢ່າ ກ່າວໂທດ ຄົນອື່ນ ເພື່ອ ພຣະເຈົ້າ ຈະ ບໍ່ ກ່າວໂທດ ພວກເຈົ້າ ຈົ່ງ ຍົກໂທດ ໃຫ້ ຄົນອື່ນ ເພື່ອ ພຣະເຈົ້າ ຈະຍົກໂທດ ໃຫ້ ພວກເຈົ້າ.
\s5
\v 38 ຈົ່ງ ໃຫ້ ເຂົາ ແລະ ພຣະເຈົ້າ ຈະ ຊົງ ໃຫ້ ເຈົ້າ ແລະ ໃນ ຕັກ ຂອງ ເຈົ້າ ຈະ ໄດ້ ຮັບ ຕວງ ດ້ວຍເຄື່ອງ ຜອງ ຍັດ ສັ່ນ ລົງ ແໜ້ນ ເຕັມລົ້ນ ເພາະວ່າ ພວກເຈົ້າ ຈະ ຕວງ ໃຫ້ ເຂົາ ດ້ວຍເຄື່ອງ ຜອງ ອັນ ໃດ ພຣະເຈົ້າ ຈະ ຊົງ ຕວງ ໃຫ້ ພວກເຈົ້າ ດ້ວຍເຄື່ອງ ຜອງ ອັນ ນັ້ນ.”
\s5
\v 39 ແລ້ວ ພຣະເຢຊູເຈົ້າກໍ ຍັງໄດ້ ກ່າວ ແກ່ ພວກເຂົາ ເປັນ ຄໍາອຸປະມາ ວ່າ, “ຄົນ ຕາບອດ ຈະ ຈູງ ຄົນ ຕາບອດ ​ກໍ ບໍ່ໄດ້ ຖ້າ ເຂົາເຮັດ ທັງສອງ ກໍ ຈະ ຕົກລົງ ໃນ ຂຸມ.
\v 40 ສິດ ບໍ່ ຫ່ອນ ໃຫຍ່ ກວ່າ ຄູ ຂອງຕົນ, ແຕ່ ສິດ ທຸກຄົນ ເມື່ອ ໄດ້ ຮັບ ການ ຝຶກສອນ ຢ່າງຄົບຖ້ວນ ແລ້ວ ກໍ ຈະ ເປັນ ດັ່ງ ຄູ ຂອງຕົນ.”
\s5
\v 41 “ເປັນ ຫຍັ​ງ ເຈົ້າ ຈຶ່ງ ຫລຽວ ເຫັນ ຂີ້ເຫຍື້ອ ທີ່ ຢູ່ ໃນ ຕາ ພີ່ນ້ອງ ຂອງເຈົ້າ, ແຕ່ ໄມ້ ທັງ ທ່ອນ ຢູ່ ໃນ ຕາ ຂອງຕົນເອງ ແລ້ວ ພັດ ແນມ ບໍ່ເຫັນ?
\v 42 ດ້ວຍເຫດໃດ ເຈົ້າ ຈຶ່ງ ກ້າ ເວົ້າ ຕໍ່ ພີ່ນ້ອງ ຂອງເຈົ້າ ວ່າ, ‘ພີ່ນ້ອງເອີຍ, ກະຣຸນາ ໃຫ້ ຂ້ອຍ ເອົາ ຂີ້ເຫຍື້ອ ອອກ ຈາກ ຕາ ຂອງ ເຈົ້າ ແດ່’ ໃນ ເມື່ອ ໄມ້ ທັງທ່ອນຍັງ ຢູ່ ໃນ ຕາ ຂອງ ເຈົ້າ ພັດ ແນມ ບໍ່ ເຫັນ? ໂອຄົນ ໜ້າຊື່ ໃຈຄົດ ເອີຍ ຈົ່ງ ເອົາ ທ່ອນ ໄມ້ ອອກ ຈາກ ຕາ ຂອງ ເຈົ້າ ເອງ ກ່ອນ ແລ້ວ ເຈົ້າ ກໍ ຈະ ເຫັນ ແຈ້ງ ດີ ເພື່ອ ເຂ່ຍ ຂີ້ເຫຍື້ອ ອອກ ຈາກ ຕາ ພີ່ນ້ອງ ຂອງ ເຈົ້າ.”
\s5
\v 43 “ຕົ້ນໄມ້ ດີ ບໍ່ ຫ່ອນເກີດຜົນ ບໍ່ດີ ແລະ ຕົ້ນ ໄມ້ ບໍ່ດີ ​ກໍ ບໍ່ຫ່ອນ ເກີດຜົນດີ.
\v 44 ຕົ້ນໄມ້ ທຸກ ຕົ້ນ ຍ່ອມ ຮູ້ ໄດ້ ດ້ວຍຜົນ ຂອງມັນ ພວກເຈົ້າ ບໍ່ ຫ່ອນ ເກັບ ໝາກ ເດື່ອເທດ ຈາກ ຕົ້ນ ມີ ໜາມ ແລະ ບໍ່ ຫ່ອນ ເກັບ ໝາກ ອະງຸ່ນ ຈາກ ເຄືອ ໜາມ.
\s5
\v 45 ຄົນ ​ດີ ຍ່ອມ ເ​ອົາ ສິ່ງ ດີ ອອກ ມາ ຈາກ ຄັງ ດີ ແຫ່ງ ໃຈ ຂອງຕົນ ຄົນຊົ່ວ ຍ່ອມ ເອົາ ສິ່ງ ຊົ່ວ ອອກ ມາ ຈາກ ຄັງ ຊົ່ວ ແຫ່ງ ໃຈ ຂອງຕົນ ເພາະວ່າ ໃຈ ເຕັມ ລົ້ນ ດ້ວຍ ສິ່ງໃດ ປາກ ກໍ ເວົ້າ ສິ່ງ ນັ້ນ ອອກ ມາ.”
\s5
\v 46 “ເປັນຫຍັງ ເຈົ້າ ທັງຫລາຍ ຈຶ່ງ ເອີ້ນ ເຮົາ ວ່າ, ‘ພຣະອົງເຈົ້າຂ້າ ພຣະອົງເຈົ້າ ຂ້າ’ ແຕ່ ບໍ່ໄດ້ ປະຕິ ບັດ ຕາມ ສິ່ງ ທີ່ ເຮົາ ບອກ ພວກເຈົ້າ?
\v 47 ທຸກຄົນ ທີ່ ມາ ຫາ ເຮົາ ແລະ ຟັງ ຖ້ອຍຄໍາ ຂອງເຮົາ ແລະ ນາໍ ເອົາ ໄປ ປະຕິບັດ ເຮົາ ຈະແຈ້ງ ໃຫ້ ພວກເຈົ້າ ຮູ້ ວ່າ ຜູ້ ນັ້ນ ປຽບເໝືອນ ຜູ້ໃດ.
\v 48 ກໍ ປຽບ ເໝືອນ ຄົນຜູ້ໜຶ່ງ ທີ່ ກໍ່ສ້າງຕຶກ ຂອງຕົນ ລາວ ຂຸດ ດິນ ລົງ ເລິກ ແລະ ຕັ້ງ ຮາກຖານ ໃສ່ ເທິງ ດານຫິນ ແລະ ເມື່ອ ນໍ້າ ມາຖ້ວມ ແລ້ວ ແປວ ນໍ້າ ກໍໄຫລ ທັ່ງ ໃສ່, ແຕ່ ບໍ່ ອາດ ເຮັດ ໃຫ້ ຕຶກ ນັ້ນ ຫວັ່ນໄຫວ ເພາະວ່າໄດ້ ສ້າງ ດີ ແລ້ວ.
\s5
\v 49 ສ່ວນ ຄົນ ທີ່ ໄດ້ຍິນ ຖ້ອຍຄໍາ ຂອງເຮົາ ແລະ ບໍ່ ປະຕິ ບັດ ຕາມ ລາວ ກໍ ປຽບ ເໝືອນ ຄົນ ຜູ້ ໜຶ່ງ ທີ່ ກໍ່ສ້າງ ຕຶກ ຂອງຕົນ ເທິງ ດິນ ໂດຍ ບໍ່ ກໍ່ ຮາກຖານ ເມື່ອ ແປວ ນໍ້າ ໄຫລ ທັ່ງ ໃສ່ ຕຶກ ນັ້ນ ມັນ ກໍ ເຈື່ອນ ລົງ ທັນທີ ແລະ ຄວາມ ພິນາດ ຈິບຫາຍ ຂອງ ຕຶກ ນັ້ນ ກໍ ໃຫຍ່ຫລວງ.”
\s5
\c 7
\p
\v 1 ເມື່ອ ພຣະເຢຊູເຈົ້າໄດ້ ກ່າວ ສິ່ງ ເຫລົ່ານີ້ ແກ່ ປະຊາຊົນ ຈົບ ລົງ ແລ້ວ ພຣະອົງ ກໍ ໄປ ທີ່ ເມືອງ ກາເປນາອູມ.
\s5
\v 2 ມີ ນາຍ ທະຫານ ໂຣມ ຜູ້ ໜຶ່ງເພິ່ນມີ ຄົນ ຮັບໃຊ້ ຜູ້ໜຶ່ງ ທີ່ ເພິ່ນ ຮັກ ຫລາຍ ລາວ ເຈັບປ່ວຍ ໜັກ ແລະ ໃກ້ ຈະ ຕາຍ.
\v 3 ເມື່ອ ນາຍ ທະຫານຜູ້ ນີ້ ໄດ້ຍິນເຖິງ ເລື່ອງ ພຣະເຢຊູເຈົ້າ ເພິ່ນ ໄດ້ ໃຊ້ ພວກ ເຖົ້າແກ່ ບາງຄົນ ຂອງ ພວກ ຢິວ ໄປ ຂໍຮ້ອງ ເຊີນ ພຣະອົງ ໃຫ້ ມາ ໂຜດ ຮັກສາ ຄົນ ຮັບໃຊ້ ຂອງ ເພິ່ນ.
\v 4 ເມື່ອ ພວກເຂົາ ມາ ເຖິງ ພຣະເຢຊູເຈົ້າ ແລ້ວ ກໍ ວິງວອນ ຂໍ ພຣະອົງ ດ້ວຍ ຄວາມ ຕັ້ງໃຈ ວ່າ, “ນາຍ ທະຫານຜູ້ ນີ້ ສົມ ຄວນ ຈະໄດ້ ຮັບ ຄວາມ ຊ່ວຍເຫລືອ ຈາກ ທ່ານ
\v 5 ເພາະ ເພິ່ນ ຮັກ ປະເທດ ຊາດ ຂອງ ພວກເຮົາ ແລະ ເພິ່ນ ກໍໄດ້ ສ້າງ ທໍາມະສາລາ ໃຫ້ ພວກເຮົາ ດ້ວຍ.”
\s5
\v 6 ດັ່ງນັ້ນ, ພຣະເຢຊູເຈົ້າ ຈຶ່ງ ໄດ້ ໄປ ກັບ ພວກເຂົາ ເມື່ອ ພຣະອົງ ເກືອບ ຈະ ເຖິງ ເຮືອນ ແລ້ວ ນາຍ ທະຫານ ໄດ້ໃຊ້ ພວກ ໝູ່ເພື່ອນ ມາ ເວົ້າ ກັບ ພຣະເຢຊູເຈົ້າ ວ່າ, “ພຣະອົງເຈົ້າ ເອີຍ ຢ່າ ໃຫ້ ເປັນ ການ ລໍາບາກ ແກ່ ທ່ານເອງເລີຍ ເພາະວ່າ ຂ້ານອ້ຍ ເປັນ ຄົນ ບໍ່ ສົມຄວນ ທີ່ ທ່ານ ຈະ ເຂົ້າ ໄປ ໃນ ເຮືອນ ຂອງ ຂ້າ ນອ້ຍ,
\v 7 ເພາະ ເຫດນັ້ນ ແຫລະ, ຂ້າ ນອ້ຍ ຈຶ່ງ ເຫັນ ວ່າ ຕົນເອງ ເປັນ ຜູ້ ບໍ່ສົມຄວນ ທີ່ ຈະ ໄປ ຫາ ທ່ານ ດວ້ຍ ຕົນເອງ ຂໍ ທ່ານ ພຽງແຕ່ ສັ່ງ ຄໍາ ດຽວ ເທົ່ານັ້ນ ແລະ ຄົນ ຮັບໃຊ້ ຂອງ ຂ້ານອ້ຍ ກໍ ຈະ ຫາຍ ດີ.
\v 8 ດວ້ຍວ່າ, ຂ້ານອ້ຍ ເອງ ຢູ່ ໃຕ້ ບັງຄັບ ບັນຊາ ຂອງ ຜູ້ ເປັນ ນາຍ ແລະ ຂ້ານ້ອຍ ກໍ ຍັງ ມີ ທະຫານ ຢູ່ໃຕ້ ບັງຄັບ ບັນຊາ ຂອງ ຂ້ານ້ອຍດ້ວຍ ຂ້ານ້ອຍ ສັ່ງ ຄົນ ນີ້ ວ່າ, ‘ໄປ’ ເຂົາ ກໍ ໄປ ຂ້ານ້ອຍ ສັ່ງ ຄົນ ນັ້ນ ອີກ ວ່າ, ‘ມາ’ ເຂົາ ກໍ ມາ ແລະ ຂ້ານ້ອຍ ສັ່ງ ຄົນ ຮັບໃຊ້ ຂອງ ຂ້ານ້ອຍ ວ່າ, ‘ເຮັດ ອັນ ນີ້’ ເຂົາ ກໍ ເຮັດ.”
\s5
\v 9 ເມື່ອ ພຣະເຢຊູເຈົ້າ ໄດ້ຍິນ ເຊັ່ນນັ້ນ ແລ້ວ ກໍ ປະຫລາດ ໃຈ ດວ້ຍ ນາຍ ທະຫານ ຜູ້ນີ້ ພຣະອົງ ຫລຽວ ຫລັງ ມາ ແລະ ກ່າວ ແກ່ ປະຊາຊົນ ທີ່ ຕິດຕາມ ມາ ນັ້ນ ວ່າ, “ເຮົາ ບອກ ເຈົ້າ ທັງຫລາຍ ວ່າ ເຮົາ ບໍ່ເຄີຍ ພົບ ຄົນ ທີ່ ມີ ຄວາມເຊື່ອ ເຊັ່ນນີ້ ເລີຍ ແມ່ນແຕ່ ໃນ ຊາດ ອິດສະຣາເອນ. ”
\v 10 ແລ້ວ ພວກ ທີ່ ນາຍ ທະຫານ ໃຊ້ ມາ ກໍ ກັບຄືນ ໄປ ທີ່ ເຮືອນ ແລະ ພົບ ວ່າ ຄົນ ຮັບໃຊ້ ຜູ້ນັ້ນ ຫາຍ ດີແລ້ວ.
\s5
\v 11 ຕໍ່ ຈາກ ນັ້ນ [ຊ] ພຣະເຢຊູເຈົ້າໄດ້ໄປ ເມືອງ ໜຶ່ງ ຊື່ ວ່າ ນາອິນ ແລະພວກສາວົກ ກັບ ປະຊາຊົນ ຢ່າງ ຫລວງຫລາຍ ຕິດຕາມ ພຣະອົງ ໄປ.
\v 12 ພໍ ພຣະອົງ ມາ ໃກ້ ປະຕູ ເມືອງ ກໍ ມີ ຄົນ ຫາມ ສົບ ຂອງ ຊາຍໜຸ່ມ ຄົນ ໜຶ່ງ ອອກ ມາ ຄົນ ທີ່ ຕາຍ ນີ້ ເປັນ ລູກຊາຍ ຄົນ ດຽວ ຂອງຍິງ ຄົນ ໜຶ່ງ ທີ່ ເປັນ ໝ້າຍ ມີ ຊາວ ເມືອງ ຫລາຍ ຄົນ ອອກ ມາ ນໍາ ນາງ.
\v 13 ເມື່ອ ອົງພຣະ ຜູ້ ເປັນເຈົ້າ ໄດ້ ເຫັນ ຍິງ ນັ້ນ ພຣະອົງ ກໍມີ ຈິດໃຈ ເມດຕາ ນາງ ຫລາຍ ແລະ ກ່າວ ຕໍ່ ນາງ ວ່າ, “ຢ່າ ຮ້ອງໄຫ້ ເລີຍ. ”
\v 14 ແລ້ວ ພຣະອົງ ກໍໄດ້ ຫຍັບ ເຂົ້າ ໄປ ໃກ້ ບາຍ ຫີບ ສົບ ແລະ ພວກ ທີ່ ຫາມ ຫີບ ສົບ ກໍ ຢຸດ ຢືນ ຢູ່ ພຣະອົງ ກ່າວ ວ່າ, “ຊາຍໜຸ່ມ ເອີຍ, ເຮົາ ສັ່ງ ເຈົ້າ ຈົ່ງ ລຸກ ຂຶ້ນ. ”
\v 15 ແລ້ວ ຄົນ ທີ່ ຕາຍ ນັ້ນ ກໍ ລຸກ ຂຶ້ນ ນັ່ງ ແລະ ໄດ້ ເລີ່ມຕົ້ນ ເວົ້າ. ພຣະເຢຊູເຈົ້າ ຈຶ່ງ ມອບ ຊາຍ ຄົນ ນັ້ນ ໃຫ້ ແມ່ ຂອງ ລາວ.
\s5
\v 16 ທຸກຄົນ ຈຶ່ງ ເກີດ ສະດຸ້ງ ຕົກໃຈ ແລະ ຕ່າງ ກໍ ສັນລະເສີນ ພຣະເຈົ້າ ວ່າ, “ຜູ້ທາໍ ນວາຍ ທີ່ ຍິ່ງໃຫ່ຍ ຄົນ ໜຶ່ງ ໄດ້ ປາກົດ ຕົວ ໃນ ທ່າມກາງ ພວກເຮົາ ແລ້ວ ພຣະເຈົ້າ ມາ ຊ່ວຍ ປະຊາຊົນ ຂອງ ພຣະອົງ ແລ້ວ. ”
\v 17 ຂ່າວ ກ່ຽວກັບ ພຣະເຢຊູເຈົ້າ ໄດ້ ຊ່າລື ໄປ ທົ່ວ ທັງ ແຂວງ ຢູດາຍ ແລະ ທົ່ວ ທັງ ຂົງເຂດ ທີ່ ຢູ່ ອ້ອມແອ້ມ ນັ້ນ ດ້ວຍ.
\s5
\v 18 ບັນດາ ສິດ ຂອງ ໂຢຮັນ ໄດ້ ເລົ່າ ເລື່ອງ ທັງໝົດ ນີ້ ສູ່ ໂຢຮັນ ຟັງ ແລ້ວ ໂຢຮັນ ກໍ ເອີ້ນ ເອົາ ສິດ ສອງ ຄົນ ມາ
\v 19 ແລະ ໃຊ້ ພວກເຂົາ ໄປ ພົບ ອົງພຣະ ຜູ້ ເປັນເຈົ້າ ເພື່ອ ຖາມ ວ່າ, “ທ່ານ ແມ່ນຜູ້ ທີ່ ຈະ ມາ ນັ້ນບໍ ຫລື ພວກຂ້ານ້ອຍ ຈະ ຕ້ອງ ຄອງຄອຍ ຖ້າ ຜູ້ອື່ນ ອີກ? ”
\v 20 ເມື່ອ ພວກເຂົາ ມາ ພົບ ພຣະເຢຊູເຈົ້າ ແລ້ວ ກໍ ຖາມ ພຣະອົງ ວ່າ, “ໂຢຮັນບັບຕິສະໂຕ ໄດ້ ໃຊ້ ພວກ ຂ້ານ້ອຍ ມາ ຖາມ ວ່າ, ‘ທ່ານ ແມ່ນຜູ້ ທີ່ ຈະ ມາ ນັ້ນ ບໍ ໍຫ​ລື ພວກ ຂ້ານ້ອຍ ຈະ ຕ້ອງ ຄອງຄອຍ ຖ້າ ຜູ້ ອື່ນ ອີກ?
\s5
\v 21 ໃນເວລາດຽວກັນນັ້ນ ພຣະເຢຊູເຈົ້າໄດ້ ຊົງໂຜດ ຮັກສາຫລາຍຄົນ ໃຫ້ຫາຍດີ ຈາກການເຈັບໄຂ້ ໄດ້ ປ່ວຍ ຈາກພະຍາດໂຣຄາຕ່າງໆ, ໃຫ້ພົ້ນຈາກ​ຜີ ຊົ່ວ ຮ້າຍ ແລະໂຜດຄົນຕາບອດຫລາຍຄົນ ໃຫ້ ເຫັນຮຸ່ງອີກ.
\v 22 ແລ້ວ ພຣະອົງກໍ ຕອບ​​ຄົນ ທີ່ ໂຢຮັນໃຊ້ ມານັ້ນວ່າ, “ຈົ່ງກັບໄປ ບອກໂຢຮັນ ຕາມທີ່ ພວກເຈົ້າໄດ້ ເຫັນແລະໄດ້ ຍິນ ຄື ວ່າຄົນຕາບອດເຫັນຮຸ່ງໄດ້ ຄົນເປ້ຍຍ່າງໄດ້ ຜູ້ ທີ່ ທົນທຸກດ້ວຍພະຍາດຂີ້ທູດ ກໍດີ ສະອາດ, [ຍ] ຄົນຫູ ໜວກ ກໍ ໄດ້ ຍິນ, ຄົນຕາຍແລ້ວກໍ ເປັນຄືນມາມີ ຊີວິດ ແລະ ຂ່າວປະເສີດ ກໍ ປະກາດແກ່ຄົນຍາກຈົນ.
\v 23 ບຸກຄົນໃດ ທີ່ບໍ່ສະດຸດສົງໄສໃນເຮົາ ຜູ້ ນັ້ນກໍ ເປັນສຸກ.”
\s5
\v 24 ຫລັງຈາກ ຄົນ ທີ່ ໂຢຮັນ ໄດ້ ໃຊ້ມາ ນັ້ນ ໄດ້ ກັບ ໄປ ແລ້ວ ພຣະເຢຊູເຈົ້າ ກໍ ເລີ່ມ ກ່າວ ແກ່ ປະຊາຊົນ ເຖິງ ເລື່ອງ ຂອງ ໂຢຮັນ ວ່າ, “ເມື່ອ ເຈົ້າ ທັງຫລາຍ ໄດ້ ອອກ ໄປ ໃນ ຖິ່ນ ແຫ້ງ ແລ້ງ ກັນດານ ນັ້ນ ເພື່ອ ຢາກ ເບິ່ງ ຫຍັງ? ຢາກ ເບິ່ງ ຕົ້ນອໍ້ ໄຫວ ໂນ້ມ ໄປມາ ຕາມ ກະແສ ລົມ ພັດ ບໍ?
\v 25 ພວກເຈົ້າ ໄດ້ ອອກ ໄປ ເບິ່ງ ຫຍັງ? ເບິ່ງ ຄົນ ທີ່ ນຸ່ງ ເຄື່ອງ ຢ່າງ ລະອຽດ ຈົບງາມ ບໍ? ແທ້ຈິງ ແລ້ວ ຄົນ ທີ່ ນຸ່ງຫົ່ມ ເຄື່ອງ ອັນ ຈົບງາມ ທີ່ສຸດ ແລະໃຊ້ ຊີວິດ ຢ່າງ ສະໜຸກ ສະໜາ​ນ ກໍ ຢູ່ ໃນ ຣາຊວັງ.
\v 26 ແຕ່ ພວກເຈົ້າ ອອກ ໄປ ເບິ່ງ ຫຍັງ? ໄປ ເບິ່ງ ຜູ້ທໍານວາຍ ບໍ? ແມ່ນ ແລ້ວ ເຮົາ ບອກ ພວກເຈົ້າ ວ່າ ເພິ່ນ ຜູ້ນັ້ນ ກໍຍິ່ງໃຫຍ່ ກວ່າ ຜູ້ທໍານວາຍ
\s5
\v 27 ດ້ວຍວ່າ, ໂຢຮັນ ແມ່ນ ຜູ້ທີ່ ພຣະຄໍາພີ ຂຽນ ໄວ້ ເຖິງ ເພິ່ນ ວ່າ, ‘ເຮົາ ຈະ ໃຊ້ຜູ້ຮັບໃຊ້ ຂອງເຮົາ ໄປ ກ່ອນ ໜ້າ ທ່ານ ເພື່ອ ຈັດ ແຈງ ຫົນທາງ ໄວ້ ສໍາລັບ ທ່ານ.
\v 28 ເຮົາບອກເຈົ້າທັງຫລາຍວ່າ, ໂຢຮັນຍິ່ງໃຫຍ່ກວ່າ ມະນຸດຄົນໃດໆ ທີ່ເກີດຈາກແມ່ຍິງ, ແຕ່ ຜູ້ ທີ່ນ້ອຍ ທີ່ສຸດໃນອານາຈັກສະຫວັນ ກໍ ໃຫຍ່ກວ່າໂຢຮັນອີກ.”
\s5
\v 29 (ຝ່າຍ ຄົນ ທັງປວງ ທີ່ ໄດ້ຍິນ ພ້ອມ ທັງ ພວກເກັບພາສີກໍໄດ້ ຍອມ ຮັບ ວ່າ ພຣະເຈົ້າ ຊົງ ຍຸດຕິທໍາ ໂດຍ ທີ່ ພວກເຂົາ ໄດ້ ຮັບ ບັບຕິສະມາ ຂອງ ໂຢຮັນ ແລ້ວ.
\v 30 ແຕ່ ພວກ ຟາຣີຊາຍ ແລະ ພວກ ທໍາມະຈານ ໄດ້ ຂັດຂວາງ ພຣະປະສົງ ຂອງ ພຣະເຈົ້າ ທີ່ ມີສໍາລັບ ພວກເຂົາ ໂດຍ ທີ່ ພວກເຂົາ ບໍ່ໄດ້ ຮັບບັບຕິສະມາ ຈາກ ໂຢຮັນ.)
\s5
\v 31 ພຣະເຢຊູເຈົ້າ ກ່າວ ຕໍ່ໄປ ວ່າ, “ຖ້າດັ່ງນັ້ນ, ເຮົາ ຈະ ປຽບທຽບ ຄົນ ສະໄໝ ນີ້ ໃສ່ ກັບ ອັນ ໃດ? ພວກເຂົາ ປຽບ ເໝືອນ ອັນ ໃດ?
\v 32 ກໍ ປຽບ ເໝືອນ ເດັກນ້ອຍ ທີ່ ກາໍລັງ ຢູ່ ກາງ ຕະຫລາດ ຮ້ອງໃສ່ ກັນແລະກັນ ວ່າ, ‘ພວກເຮົາ ເສບ ເພງ ໃຫ້ ຟ້ອນ ພວກເຈົ້າ ພັດ ບໍ່ ຟ້ອນລໍາ ພວກເຮົາ ຮ້ອງເພງ ໄວ້ອາໄລ ແຕ່ ພວກເຈົ້າ ພັດ ບໍ່ຮ້ອງໄຫ້’
\s5
\v 33 ດ້ວຍວ່າ, ໂຢຮັນ ບັບຕິສະໂຕ ໄດ້ ມາ ບໍ່ກິນ ແລະ ບໍ່ດື່ມ ນໍ້າອະງຸ່ນ ແຕ່ ພວກເຈົ້າ ພັດ ເວົ້າ ວ່າ ‘ເພິ່ນ ມີ ຜີມານຮ້າຍ ສິງ’
\v 34 ສ່ວນ ບຸດ ມະນຸດ ມາ ທັງກິນ ທັງດື່ມ ພວກເຈົ້າ ຊໍ້າ ພັດ ເວົ້າ ວ່າ, ‘ເບິ່ງ ຄົນ ນີ້ ແມ ເພິ່ນ ເປັນ ຄົນ ມັກ ກິນ ເກີນ ສ່ວນ ມັກ ເມົາ ທັງ ເປັນ ເພື່ອນມິດ ກັບ ຄົນ ເກັບພາສີ ແລະ ຄົນ ນອກສິນທໍາ’
\v 35 ແຕ່ ສະຕິ ປັນຍາ ຂອງ ພຣະເຈົ້າກໍ ຊົງ ຖືກ ສໍາແດງ ເປັນ ຄວາມຈິງ ໂດຍ ຜ່ານ ຊີ​ ວິດຂອງ ທຸກຄົນ ທີ່ ຍອມ ຮັບ ເຊື່ອ.”
\s5
\v 36 ມີຄົນ ຟາຣີຊາຍ ຜູ້ໜຶ່ງ ໄດ້ ເຊີນ ພຣະເຢຊູເຈົ້າ ໄປ ຮັບປະທານ ອາຫານ ກັບ ຕົນ, ພຣະອົງ ຈຶ່ງ ເຂົ້າ ໄປ ໃນ ເຮືອນ ຂອງ ລາວ ແລະ ພຣະອົງ ນັ່ງ ຢຽດ ຕົວ ລົງ.
\v 37 ຍັງ ມີຍິງ ຊົ່ວ ຄົນ ໜຶ່ງໃນເມືອງ ນັ້ນ ເມື່ອ ນາງ ໄດ້ຍິນ ວ່າ, ພຣະເຢຊູເຈົ້າ ໄດ້ ມາ ກິນ ເຂົ້າ ຢູ່ ໃນ ເຮືອນ ຂອງ ຄົນຟາຣີຊາຍ ນາງ ຈຶ່ງ ຖື ເຕົ້າ ຫິນຂາວ ທີ່ມີ ນໍ້າຫອມ ລາຄາ ແພງ ເຕັມ ຢູ່
\v 38 ແລະ ມາ ຢືນ ຢູ່ ຂ້າງ ຫລັງ ພຣະເຢຊູເຈົ້າ ໃກ້ ຕີນ ຂອງ ພຣະອົງ. [ດ] ນາງ ຮ້ອງໄຫ້ ນໍ້າຕາ ຫລັ່ງໄຫລ ຈົນ ຕີນ ຂອງ ພຣະອົງ ປຽກຊຸ່ມ ແລ້ວ ນາງ ກໍ ເຊັດ ຕີນ ຂອງ ພຣະອົງ ດວ້ຍ ຜົມ ຂອງຕົນ ທັງ ຈູບ ແລະ ທັງ ຫົດສົງ ຕີນ ຂອງ ພຣະອົງ ດ້ວຍ ນໍ້າຫອມ ນັ້ນ.
\s5
\v 39 ເມື່ອ ຄົນ ຟາຣີຊາຍ ຜູ້ທີ່ ເຊີນ ພຣະອົງ ມາ ເຫັນ ດັ່ງນີ້ ລາວ ກໍຄິດ ໃນ ໃຈ ວ່າ, “ຖ້າ ຜູ້ນີ້ ແມ່ນ ຜູ້ທໍາ ນວາຍ ແທ້ ເພິ່ນ ຄົງ ຮູ້ວ່າ ຍິງ ທີ່ ກາໍລັງ ແຕະຕ້ອງຕົນ ນັ້ນ ເປັນ ຜູ້ໃດ ເພິ່ນ ຄົງ ຮູ້ວ່າ ນາງ ເປັນ ຄົນຊົ່ວ. ”
\v 40 ແລ້ວ ພຣະເຢຊູເຈົ້າ ​ກໍ ກ່າວ ແກ່ ​ຊີໂມນ ວ່າ, ​ຊີໂມນ ເອີຍ ເຮົາ ​ມີ ສິ່ງ ໜຶ່ງ ທີ່ ຈະ ກ່າວ ກັບ ເຈົ້າ. ” ຊີໂມນ ຕອບ ວ່າ, “ເຊີນ ກ່າວ ມາ ເລີຍ ອາຈານ ເອີຍ ”
\s5
\v 41 ພຣະເຢຊູເຈົ້າ ເລີ່ມ ກ່າວ ວ່າ, “ຍັງ ມີ ຊາຍ ສອງ ຄົນ ທີ່ ເປັນ ໜີ້ ເງິນ ຂອງ ເຈົ້າ ໜີ້ ຄົນ ໜຶ່ງ ຄົນ ໜຶ່ງ ເປັນ ໜີ້ ເງິນ ຢູ່ ຫ້າຮ້ອຍ ຫລຽນ ແລະ ຄົນ ໜຶ່ງ ອີກ ເປັນ ໜີ້ ເງິນ ຢູ່ ຫ້າສິບ ຫລຽນ. ຕ
\v 42 ເມື່ອ ບໍ່ ມີ ຜູ້ໃດ ສາມາດ ຈະ ໃຊ້ ໜີ້ ໄດ້ ເພິ່ນ ຈຶ່ງ ຍົກ ໜີ້ ໃຫ້ ພວກເຂົາ ທັງສອງ ໃນ ສອງ ຄົນ ນີ້ ແມ່ນ ຜູ້ໃດ ທີ່ ຈະ ຮັກ ເຈົ້າ ໜີ້ ຫລາຍກວ່າ ກັນ? ”
\v 43 ຊີໂມນ ຕອບ ວ່າ, “ຂ້ານ້ອຍ ຄິດວ່າ ຄົງ ຈະ ແມ່ນ ຜູ້ທີ່ ເພິ່ນ ໄດ້ ຍົກ ໜີ້ ໃຫ້ ຫລາຍກວ່າ ນັ້ນ.”
\s5
\v 44 ເມື່ອ ພຣະອົງ ຫລຽວ ເບິ່ງ ຍິງ ຄົນ ນັ້ນ ແລ້ວ ​ກໍ ກ່າວ ແກ່ ​ຊີໂມນ ວ່າ, “ເຈົ້າ ເຫັນ ຍິງ ຄົນ ນີ້ ບໍ? ເຮົາ ໄດ້ ເຂົ້າ ມາ ໃນ ເຮືອນ ຂອງ ເຈົ້າ ແລະ ເຈົ້າ ບໍ່ໄດ້ໃຫ້ ນໍ້າ ສໍາລັບ ລ້າງ ຕີນ ຂອງເຮົາ ແຕ່ ຍິງ ຜູ້ນີ້ໄດ້ ລ້າງ ຕີນ ຂອງເຮົາ ດ້ວຍ ນໍ້າຕາ ແລະ ເຊັດ ຕີນ ຂອງເຮົາ ດ້ວຍ ຜົມ ຂອງ ນາງ.
\v 45 ເຈົ້າ ບໍ່ໄດ້ ຈູບ ເຮົາ ເພື່ອ ເປັນ ການ ຕ້ອນຮັບ, ແຕ່ ຍິງ ຜູ້ ນີ້ ຕັ້ງແຕ່ ເຮົາ ເຂົ້າ ມາ ນາງ ບໍ່ໄດ້ ເຊົາຈູບ ຕີນ ຂອງເຮົາ ເລີຍ.
\s5
\v 46 ເຈົ້າ ບໍ່ໄດ້ ເອົາ ນໍ້າຫອມ ຫົດ ຫົວ ຂອງເຮົາ ແຕ່ ນາງ ໄດ້ ເອົາ ນໍ້າຫອມ ລາຄາ ແພງ ຫົດ ຕີນ ຂອງເຮົາ.
\v 47 ເພາະ ເຫດ ນີ້ ແຫລະ ເຮົາ ຈຶ່ງ ບອກ ເຈົ້າ ວ່າ, ເພາະ ຍ້ອນ ນາງ ຮັກ ຫລາຍ ຈຶ່ງພິສູດ ໃຫ້ ເຫັນ ວ່າ ການບາບ ທັງຫລາຍ ຂອງ ນາງ ໄດ້ ຮັບ ການອະໄພ ແລ້ວ, ແຕ່ ຜູ້ໃດ ທີ່ ໄດ້ ຮັບ ການ ໃຫ້ ອະໄພ ໜ້ອຍ ຜູ້ນັ້ນ ກໍຮັກ ໜ້ອຍ.”
\s5
\v 48 ແລ້ວ ພຣະເຢຊູເຈົ້າ ​ກໍ ກ່າວແກ່ຍິງ ນັ້ນ ວ່າ, “ການບາບ ທັງຫລາຍ ຂອງ ເຈົ້າ ໄດ້ ຮັບ ການອະໄພ ແລ້ວ. ”
\v 49 ສ່ວນ ຄົນ ທັງຫລາຍ ທີ່ ນັ່ງ ຮັບປະທານ ອາຫານ ຮ່ວມ ກັບ ພຣະອົງ ຕ່າງ ກໍ ເລີ່ມ ຄິດ ໃນ ໃຈ ວ່າ, “ ຜູ້ ນີ້ ແມ່ນ ຜູ້ໃດ ທີ່ ກ້າ ໃຫ້ ອະໄພ ການບາບ? ”
\v 50 ພຣະເຢຊູເຈົ້າ ກ່າວ ແກ່ ຍິງ ນັ້ນ ວ່າ, “ຄວາມເຊື່ອ ຂອງ ເຈົ້າ ໄດ້ ເຮັດ ໃຫ້ ເຈົ້າ ພົ້ນ ແລ້ວ ຈົ່ງ ໄປ ເປັນ ສຸກ ເທີ້ນ.”
\s5
\c 8
\p
\v 1 ຕໍ່ມາ ບໍ່ ດົນ ພຣະເຢຊູເຈົ້າ ໄດ້ ເດີນທາງ ໄປ ຕາມ ເມືອງ ແລະ ຕາມ ບ້ານ ຕ່າງໆ ເພື່ອ ປະກາດ ຂ່າວປະເສີດ ເລື່ອງ ອານາຈັກ ຂອງ ພຣະເຈົ້າ, ສາວົກ ສິບສອງ ຄົນ ກໍ ໄປ ກັບ ພຣະອົງ
\v 2 ພ້ອມດ້ວຍ ພວກ ແມ່ຍິງ ບາງຄົນ ທີ່ ໄດ້ ຖືກຊົງ ໂຜດ ໃຫ້ພົ້ນ ຈາກ ​ຜີຊົ່ວ ຮ້າຍ ແລະໃຫ້ ຫາຍ ດີ ຈາກ ພະຍາດ ຕ່າງໆຄື ມາຣີ (ຜູ້ ທີ່ ຄົນ ເອີ້ນ ກັນ ວ່າ ໄທ ມັກດາລາ) ຜູ້ທີ່ ພຣະເຢຊູເຈົ້າ ໄດ້ ຂັບໄລ່ ຜີ ມານຮ້າຍ ເຈັດ ໂຕ ອອກ,
\v 3 ໂຢຮັນນາ ເມຍ ຂອງ ຈູຊາ ຜູ້ທີ່ ເປັນ ກົມມະວັງ ຂອງ ເຮໂຣດ ແລະ ນາງ ຊູຊັນນາ ກັບ ແມ່ຍິງ ອື່ນໆ ອີກ ຫລາຍ ຄົນ ທີ່ ເຄີຍ ໃຊ້ ຊັບສິນ ຂອງ ຕົນເອງ ເພື່ອ ບົວລະບັດ ພຣະເຢຊູເຈົ້າ ແລະ ພວກ ສາວົກ ຂອງ ພຣະອົງ.
\s5
\v 4 ແລ້ວ ກໍມີ ປະຊາຊົນ ຈາກຫົວເມືອງ ຕ່າງໆ ໄດ້ ສືບ ຕໍ່ ມາ ຫາ ພຣະເຢຊູເຈົ້າ ເມື່ອ ພວກເຂົາ ມາ ເຕົ້າໂຮມ ກັນ ຢ່າງ ຫລວງຫລາຍ ແລ້ວ ພຣະເຢຊູເຈົ້າ ​ກໍ ກ່າວ ຄໍາອຸປະມາ ນີ້ ວ່າ,
\v 5 “​ຍັງ ​ມີ ຊາຍ ຄົນ ໜຶ່ງ ອອກ ໄປ ຫວ່ານ ເມັດ ພືດ ຂະນະທີ່ ລາວ ຫວ່ານ ເມັດ ພືດ ໃນ ນາ ຢູ່ ນັ້ນ ບາງ ເມັດ ກໍຕົກ ຕາມ ທາງ ຄົນ ຍ່າງ ກໍຖືກ ຢຽບຢໍ່າ ແລະ ຝູງ ນົກ ກໍ ມາ ສັບ ກິນ ເມັດ ນັ້ນ ເສຍ.
\v 6 ບາງ ເມັດ ກໍຕົກ ໃສ່ ພື້ນດິນ ທີ່ ​ມີ ຫິນ ແລະ ເມື່ອ ງອກ ຂຶ້ນ ແລ້ວ ກໍ ຫ່ຽວແຫ້ງ ໄປ ເພາະ ດິນ ບໍ່ຊຸ່ມ.
\s5
\v 7 ບາງ ເມັດ ກໍຕົກ ໃສ່ ທ່າມກາງ ພຸ່ມໜາມ ແລ້ວ ພຸ່ມໜາມ ກໍ ໃຫຍ່ ຂຶ້ນ ຫຸ້ມຮັດ ເສຍ.
\v 8 ແລະ ບາງ ເມັດ ກໍຕົກ ໃສ່ ດິນ ດີ ພືດ ຈຶ່ງ ງອກງາມ ຂຶ້ນ ແລະ ເກີດຜົນ ໄດ້ ຮ້ອຍຕໍ່. ” ແລ້ວ ພຣະເຢຊູເຈົ້າ ​ກໍ ຮ້ອງ ຂຶ້ນ ວ່າ, “ຜູ້ ໃດ ມີຫູ ຟັງ ຈົ່ງ ຟັງ ເອົາ.”
\s5
\v 9 ແລ້ວ ພວກ ສາວົກ ຂອງ ພຣະອົງ ກໍ ຖາມ ພຣະເຢຊູເຈົ້າ ເຖິງ ຄໍາອຸປະມາ ນັ້ນ ວ່າ ມີ ຄວາມໝາຍ ຢ່າງ ໃດ.
\v 10 ພຣະອົງ ຊົງ ກ່າວ ວ່າ, “ສໍາລັບ ພວກເຈົ້າ ນັ້ນ ພຣະເຈົ້າ ໄດ້ ໂຜດ ໃຫ້ ພວກເຈົ້າ ຮູ້ ເຖິງ ຄວາມ ລັບເລິກ ແຫ່ງ ອານາຈັກ ຂອງ ພຣະເຈົ້າ, ແຕ່ ສໍາລັບ ຄົນອື່ນ ນັ້ນ ເຮົາ ກ່າວ ເປັນ ຄໍາອຸປະມາ ເພື່ອ ວ່າ ເມື່ອ ພວກເຂົາ ເບິ່ງ ແຕ່ ຈະ ບໍ່ ເຫັນ ແລະ ເມື່ອ ພວກເຂົາ ຟັງ ແຕ່ ຈະ ບໍ່ ເຂົ້າໃຈ.”
\s5
\v 11 “ຄໍາອຸປະມາ ນັ້ນ ມີ ຄວາມໝາຍ ດັ່ງນີ້: ເມັດ ພືດ ນັ້ນ ແມ່ນ ພຣະທໍາ ຂອງ ພຣະເຈົ້າ.
\v 12 ເມັດ ພືດ ທີ່ ຕົກ ໃສ່ ຕາມ ທາງຍ່າງ ນັ້ນ ໄດ້ ແກ່ ພວກ ຄົນ ທີ່ ໄດ້ຍິນ ພຣະທໍາ, ແຕ່ ມານຮ້າຍ ມາ ຍາດ ເອົາ ພຣະທໍາ ໄປ ຈາກ ຈິດໃຈ ຂອງ ພວກເຂົາ ເພື່ອ ບໍ່ ໃຫ້ ພວກເຂົາ ເຊື່ອ ແລະ ພົ້ນ ໄດ້.
\v 13 ເມັດ ທີ່ ຕົກ ໃສ່ ພື້ນ ທີ່ ມີ ຫິນຫລາຍ ດິນໜ້ອຍ ໄດ້ ແກ່ ຄົນ ທີ່ ໄດ້ຍິນ ພຣະທໍາ ແລະ ຮັບ ເອົາ ດ້ວຍ ຄວາມ ຊົມຊື່ນ ຍິນດີ, ແຕ່ ພວກເຂົາ ບໍ່ ໃຫ້ ພຣະທໍາ ນັ້ນ ຝັງ ຮາກ ລົງ ເລິກ ໃນ ຈິດໃຈ ພວກເຂົາ ເຊື່ອ ຢູ່ ແຕ່ ພຽງ ຊົ່ວຄາວ ແລະ ເມື່ອ ພວກເຂົາ ຖືກ ການ ທົດລອງ ກໍ ລົ້ມເລີກ ໄປ ເສຍ.
\s5
\v 14 ເມັດ ທີ່ ຕົກ ໃສ່ ທ່າມກາງ ພຸ່ມໜາມ ໄດ້ ແກ່ ພວກ ທີ່ ໄດ້ຍິນ ພຣະທໍາ, ແຕ່ ພວກເຂົາ ປ່ອຍ ໃຫ້ ຄວາມ ກັງວົນນໍາ ຊັບສົມບັດ ຕະຫລອດ ທັງ ຄວາມ ສະໜຸກ ຂອງ ຊີວິດ ນີ້ ໄດ້ ເຂົ້າ ມາ ຫຸ້ມຮັດ ພວກເຂົາ ໄວ້ ແລະ ຜົນ ຂອງ ພວກເຂົາ ກໍບໍໍ່ ສຸກ ຈັກເທື່ອ.
\v 15 ສ່ວນ ເມັດ ທີ່ ຕົກ ໃສ່ ດິນ ດີ ນັ້ນ ໄດ້ ແກ່ ພວກ ທີ່ ໄດ້ຍິນ ພຣະທໍາ ແລະ ຢຶດຖື ເອົາ ໄວ້ ດ້ວຍໃຈ ສັດຊື່ ແລະ ເຊື່ອຟັງ ຈຶ່ງ ທົນ ໄດ້ ຈົນ ເກີດຜົນ.”
\s5
\v 16 “ບໍ່ ມີ ຜູ້ໃດ ເມື່ອ ໄຕ້ ໂຄມໄຟ ແລ້ວ ຈະ ເອົາ ເຂົ້າ ໄວ້ ໃນ ກະບຸງ ຫ​ລື ວາງ ໄວ້ ຢູ່ໃຕ້ ຕຽງນອນ, ແຕ່ ພວກເຂົາ ຕັ້ງ ມັນໄວ້ ເທິງ ທີ່ ສູງ ເພື່ອ ວ່າ ຄົນ ທີ່ ເຂົ້າ ມາ ຈະ ເຫັນ ແສງ ສະຫວ່າງ.
\v 17 ດ້ວຍວ່າ, ບໍ່ມີ ສິ່ງໃດ ທີ່ ຖືກ ເຊື່ອງ ໄວ້ ຈະ ບໍ່ ຖືກ ນາໍ ອອກ ມາ ເປີດເຜີຍ ແລະ ບໍ່ມີ ສິ່ງໃດ ທີ່ ຖືກ ປົກປິດ ໄວ້ ຈະ ບໍ່ ເປີດເຜີຍ ແລະ ນໍາ ອອກ ໃຫ້ຮູ້. ”
\v 18 “ເຫດສະນັ້ນ ຈົ່ງ ລະວັງ ໃຫ້ ດີ ວ່າ ພວກເຈົ້າ ຟັງ ດ້ວຍ ທ່າ​ທີ ຢ່າງ ໃດ ເພາະ ຜູ້ໃດ ທີ່ ມີ ຢູ່ ແລ້ວ ​ກໍ ຈະ ຊົງ ເພີ່ມ ເຕີມ ໃຫ້ ອີກ, ແຕ່ ຜູ້ໃດ ທີ່ ບໍ່ມີ ແມ່ນແຕ່ ສິ່ງ ທີ່ ຕົນ ຄິດ ວ່າ ​ມີ ຢູ່ ນັ້ນ ​ກໍ ຈະ ​ຖືກ ​ຍົກ ເ​ອົາ ໄປ ເສຍ ຈາກ ລາວ.”
\s5
\v 19 ແລ້ວ ແມ່ ແລະ ນ້ອງຊາຍ ຂອງ ພຣະເຢຊູເຈົ້າ ໄດ້ ມາ ຫາ ພຣະອົງ ແຕ່ ເຂົ້າ ໄປ ເຖິງ ພຣະອົງ ບໍ່ໄດ້ ເພາະ ຄົນ ຫລາຍ.
\v 20 ມີຄົນ ໜຶ່ງ ເວົ້າ ກັບ ພຣະເຢຊູເຈົ້າ ວ່າ, “ແມ່ ແລະ ນ້ອງຊາຍ ຂອງທ່ານ ກໍາລັງ ຢືນ ຢູ່ ຂ້າງ ນອກ ຢາກ ພົບ ທ່ານ. ”
\v 21 ພຣະອົງ ຕອບ ພວກເຂົາ ວ່າ, “ແມ່ ແລະ ນ້ອງ ຂອງເຮົາ ນັ້ນ ແມ່ນ ຜູ້ທີ່ ໄດ້ຍິນ ພຣະທໍາ ຂອງ ພຣະເຈົ້າ ແລະ ປະຕິ ບັດ ຕາມ.”
\s5
\v 22 ຢູ່ມາ ວັນໜຶ່ງ ພຣະເຢຊູເຈົ້າ ໄດ້ຂຶ້ນ ເຮືອ ໄປ ກັບ ພວກ ສາວົກ ຂອງ ພຣະອົງ ແລະ ກ່າວ ກັບ ພວກເພິ່ນ ວ່າ, “ໃຫ້ ພວກເຮົາ ຂ້າມ ທະເລສາບ ໄປ ຟາກ ນັ້ນ ເທາະ. ” ດັ່ງນັ້ນ ພວກເພິ່ນ ຈຶ່ງ ຖອຍ ເຮືອ ອອກ ໄປ.
\v 23 ຂະນະທີ່ ຂ້າມ ໄປ ນັ້ນ ພຣະເຢຊູເຈົ້າ ກໍ ນອນ ຫລັບ ຢູ່ ມີລົມແຮງ ພັດ ລົງ ມາ ສູ່ ກາງ ທະເລສາບ ແລະ ນໍ້າ ກໍ ເລີ່ມ ຊັດ ເຂົ້າ ເຮືອ ໃກ້ ຈະ ເຕັມ ເຮັດ ໃຫ້ ທຸກຄົນ ກໍຕົກ ຢູ່ ໃນ ອັນຕະລາຍ.
\s5
\v 24 ພວກ ສາວົກ ຈຶ່ງ ໄປ ຫາ ພຣະເຢຊູເຈົ້າ ແລ້ວ ປຸກ ພຣະອົງ ໃຫ້ ລຸກ ຂຶ້ນ ໂດຍ ເວົ້າ ວ່າ, “ພຣະອາຈານ ເອີຍ, ພຣະອາຈານ ເອີຍ, ພວກ ຂ້ານ້ອຍ ກາໍລັງ ຈະ ຕາຍ ຢູ່ ແລ້ວ. ” ພຣະເຢຊູເຈົ້າ ລຸກ ຂຶ້ນ ສັ່ງ ຫ້າມ ລົມ ແລະ ຟອງນໍ້າ ລົມ ແລະ ຟອງນໍ້າ ກໍ ມິດ ງຽບ ລົງ ແລະ ມີ ຄວາມ ງຽບ ສະຫງົບ ທັນທີ.
\v 25 ແລ້ວ ພຣະອົງ ກໍ ຖາມ ພວກ ສາວົກ ວ່າ, “ຄວາມເຊື່ອ ຂອງ ພວກເຈົ້າ ໄປ ໃສ ໝົດ? ” ແຕ່ ພວກເພິ່ນ ງຶດ ປະຫລາດ ໃຈ ແລະ ຢ້ານ ຈຶ່ງ ຖາມ ກັນ ວ່າ, “ທ່ານ ຜູ້ນີ້ ເປັນ ຜູ້ໃດ ໜໍ? ທີ່ ສັ່ງ ລົມ ກັບ ຟອງນໍ້າ ແລະ ພວກ ມັນກໍ ຍອມ ຟັງ ຄວາມ ເພິ່ນ.”
\s5
\v 26 ແລ້ວ ພວກເພິ່ນ ກໍໄດ້ ຂີ່ ເຮືອ ມາ ຈອດ ທີ່ ເຂດແດນ ເຄຣາເຊນ [ຖ] ຊຶ່ງ ຢູ່ ກົງກັນຂ້າມ ກັບ ແຂວງ ຄາລີເລ.
\v 27 ເມື່ອ ພຣະເຢຊູເຈົ້າ ກ້າວ ຂຶ້ນ ໄປ ເທິງ ບົກ ກໍມີ ຊາຍ ຄົນ ໜຶ່ງ ຈາກ ເມືອງ ນີ້ ມາ ພົບ ພຣະອົງ ຊາຍ ຄົນ ນີ້ ມີ ຜີມານຮ້າຍ ຫລາຍ ໂຕ ສິງ ຢູ່ ເປັນ ເວລາ ດົນນານ ແລ້ວ ທີ່ ລາວ ບໍ່ໄດ້ ນຸ່ງ ເຄື່ອງ ແລະ ບໍ່ໄດ້ ຢູ່ ໃນ ເຮືອນ ແຕ່ ອາໄສ ຢູ່ ຕາມ ອຸບມຸງ ຝັງສົບ.
\s5
\v 28 ເມື່ອ ຄົນ ນີ້ ເຫັນ ພຣະເຢຊູເຈົ້າ ລາວ ກໍຮ້ອງ ຂຶ້ນ ທັງ ຂາບລົງ ຕໍ່ໜ້າ ພຣະອົງ ແລະ ເວົ້າ ຂຶ້ນ ດ້ວຍ ສຸດສຽງ ວ່າ, “ເຢຊູ ບຸດ ຂອງ ພຣະເຈົ້າ ອົງ ສູງສຸດ ເອີຍ ທ່ານ ຕ້ອງການ ຫຍັງ ຈາກ ພວກເຮົາ? ພວກເຮົາ ຂໍຮ້ອງ ທ່ານ ຢ່າ ທໍລະມານ ພວກເຮົາ ເລີຍ. ”
\v 29 ມັນ ເວົ້າ ດັ່ງນັ້ນ ກໍ ເພາະ ພຣະອົງ ໄດ້ສັ່ງ ​ຜີຊົ່ວຮ້າຍ ໃຫ້ ອອກ ໄປ ຈາກ ຄົນ ນັ້ນ. (ດ້ວຍວ່າ, ມັນ ໄດ້ ກຸມ ເອົາ ຄົນ ນັ້ນ ໄປ ຫລາຍ ເທື່ອ ແລະ ເຄີຍ ມັດ ດ້ວຍ ເຊືອກ ແລະ ຖືກ ລ່າມໂສ້ ຂັງ ໄວ້, ແຕ່ ມັນ ກໍຫັກ ເຄື່ອງ ມັດ ນັ້ນ ເສຍ ແລ້ວ ບັງຄັບ ໃຫ້ ເຂົ້າ ໄປ ໃນ ປ່າ.)
\s5
\v 30 ພຣະເຢຊູເຈົ້າ ຖາມ ມັນ ວ່າ, “ມຶງ ຊື່ ຫຍັງ? ” ມັນ ຕອບ ວ່າ, “ຊື່ ‘ກອງທັບ. ” ເພາະ ມີ ຜີ ມານຮ້າຍ ຫລາຍ ໂຕ ສິງ ຢູ່ ໃນ ຄົນ ນີ້.
\v 31 ຜີມານຮ້າຍ ເຫລົ່ານີ້ ຂໍຮ້ອງ ນາໍ ພຣະເຢຊູເຈົ້າ ບໍ່ ໃຫ້ສົ່ງ ພວກມັນ ລົງ ໄປ ໃນ ເຫວເລິກ. [ທ]
\s5
\v 32 ຢູ່ ໃກ້ນັ້ນ ມີ ຝູງ ໝູ ທີ່ ກາໍລັງ ຊອກ ຫາ ກິນ ຢູ່ ຕາມ ຈ້າຍ ພູ ຜີມານຮ້າຍ ເຫລົ່ານີ້ ຈຶ່ງ ຂໍຮ້ອງ ນໍາ ພຣະເຢຊູເຈົ້າ ອະນຸຍາດ ໃຫ້ ພວກ ມັນ ເຂົ້າ ໄປ ສິງ ຢູ່ ໃນ ຝູງ ໝູ ແລະ ພຣະອົງ ກໍ ອະນຸຍາດ ໃຫ້.
\v 33 ແລ້ວ ຜີມານຮ້າຍ ເຫລົ່ານັ້ນ ​ກໍ ອອກ ຈາກ ຊາຍ ຄົນ ນີ້ ເຂົ້າ ໄປ ສິງ ຢູ່ ໃນ ຝູງ ໝູ, ໝູ ທັງ ຝູງ ​ກໍ ຟ້າວ ແລ່ນ ​ລົງ ຕາລິ່ງຊັນ ແລະ ໂຕນ ໃສ່ ທະເລສາບ ຈົມ ນໍ້າ ຕາຍ ໝົດ.
\s5
\v 34 ສ່ວນພວກລ້ຽງໝູ ເມື່ອໄດ້ເຫັນ ເຫດການເຊັ່ນນີ້ ຕ່າງ ກໍ ແລ່ນໜີ ແລະໄດ້ ເລົ່າເລື່ອງໃຫ້ ຄົນຢູ່ ໃນເມືອງ ແລະຢູ່ນອກເມືອງຟັງ.
\v 35 ແລ້ວຄົນທັງປວງ ກໍ ອອກມາ ເບິ່ງ ເຫດການ ທີ່ ເກີດຂຶ້ນ ນັ້ນ ແລະ ເມື່ອ ມາ ເຖິງ ພຣະເຢຊູເຈົ້າ ພວກເຂົາໄດ້ ເຫັນຄົນທີ່ ຜີ ມານຮ້າຍອອກຈາກຕົວນັ້ນ ນຸ່ງຫົ່ມເສື້ອຜ້າ ມີ ສະຕິ ອາຣົມດີ ນັ່ງ ຢູ່ໃກ້ ພຣະບາດຂອງພຣະເຢຊູເຈົ້າ ພວກເຂົາຈິ່ງ ມີ ໃຈ ຢ້ານ.
\s5
\v 36 ພວກທີ່ ໄດ້ ເຫັນເຫດການນັ້ນ ໄດ້ ເລົ່າໃຫ້ ປະຊາຊົນຟັງ ເຖິງເລື່ອງຄົນທີ່ ​ຜີ ມານຮ້າຍສິງ ຖືກໂຜດ ໃຫ້ ຫາຍດີ ເປັນປົກກະຕິ ໄດ້ ຢ່າງໃດ.
\v 37 ແລ້ວປະຊາຊົນ ທຸກຄົນຈາກເຂດແດນນັ້ນ ​ກໍ ຂໍໍຮ້ອງພຣະເຢຊູເຈົ້າໃຫ້ ໜີໄປຈາກພວກເຂົາ ເພາະພວກເຂົາຕ່າງ​ກໍ ຢ້ານກົວຫລາຍທີ່ສຸດ. ດັ່ງນັ້ນ ພຣະເຢຊູເຈົ້າຈຶ່ງ ລົງເຮືອ ກັບຄືນ ໄປ.
\s5
\v 38 ຊາຍທີ່ ຜີມານຮ້າຍເປັນກອງທັບ ຖືກຂັບໄລ່ ອອກໄປແລ້ວນັ້ນ ຂໍຮ້ອງນໍາ ພຣະເຢຊູເຈົ້າວ່າ, “ໂຜດ ໃຫ້ ຂ້ານ້ອຍໄປກັບທ່ານດ້ວຍເທີ້ນ. ” ແຕ່ ພຣະເຢຊູເຈົ້າ ບອກ ໃຫ້ ລາວ ກັບຄືນ ໄປ ໂດຍ ກ່າວ ວ່າ,
\v 39 “ຈົ່ງ ກັບ ເມືອ ບ້ານ ເຮືອນ ຂອງ ເຈົ້າ ແລະ ບອກ ສິ່ງ ທີ່ ພຣະເຈົ້າ ໄດ້ ກະທໍາ ແກ່ ເຈົ້າ. ” ແລ້ວ ຊາຍ ຄົນ ນັ້ນ ກໍ ໄປ ປະກາດ ທົ່ວ ທັງ ເມືອງ ເຖິງ ສິ່ງ ທັງຫລາຍ ທີ່ ພຣະເຢຊູເຈົ້າ ໄດ້ ກະທໍາ ສໍາລັບ ຕົນ.
\s5
\v 40 ເມື່ອພຣະເຢຊູເຈົ້າກັບມາແຕ່ທະເລສາບຟາກນັ້ນ ແລ້ວ ປະຊາຊົນ ກໍ ມາຕ້ອນຮັບພຣະອົງ ເພາະພວກເຂົາ ລໍຄອຍການກັບມາຂອງພຣະອົງຢູ່.
\v 41 ໃນຂະນະນັ້ນ ມີຊາຍຄົນໜິ່ງຊື່ ຢາອີໂຣ ເປັນຫົວໜ້າໂຮງທໍາມະສາລາ ໃນທ້ອງຖິ່ນນັ້ນ ໄດ້ ມາຂາບລົງທີ່ ຕີນຂອງພຣະເຢຊູເຈົ້າ ແລະທູນອ້ອນວອນຂໍ ພຣະອົງໃຫ້ ໄປທີ່ ເຮືອນຂອງຕົນ,
\v 42 ເພາະ ລູກສາວ ຄົນ ດຽວ ຂອງ ລາວ ອາຍຸ ສິບສອງ ປີ ປ່ວຍໃກ້ ຈະສິ້ນໃຈຕາຍແລ້ວ, ຂະນະທີ່ ພຣະເຢຊູເຈົ້າ ກໍາລັງ ໄປ ນັ້ນ ກໍ ມີ ປະຊາຊົນ ບຽດ ພຣະອົງ ໄປ ຢ່າງ ໜາແໜ້ນ
\s5
\v 43 ໃນ ນັ້ນ ມີຍິງ ຄົນ ໜຶ່ງ ທີ່ ເປັນ ພະຍາດ ເລືອດຕົກ ໄດ້ ສິບສອງ ປີ ແລ້ວ ນາງ ໄດ້ຈ່າຍ ຊັບ ທັງໝົດ ທີ່ ຕົນ ມີ ໃຫ້ ພວກໝໍ [ນ] ແຕ່ ບໍ່ມີ ໝໍ ຄົນໃດ ສາມາດ ຮັກສາ ນາງ ໃຫ້ ຫາຍ ດີ ໄດ້.
\v 44 ນາງ ຈຶ່ງ ຫຍັບ ເຂົ້າ ມາ ທາງ ຫລັງ ພຣະເຢຊູເຈົ້າ ແລະ ບາຍ ແຄມ ເສື້ອຄຸມ ຂອງ ພຣະອົງ ແລະ ພະຍາດ ເລືອດ ຕົກ ນັ້ນ ກໍຢຸດ ທັນທີ.
\s5
\v 45 ພຣະເຢຊູເຈົ້າ ຖາມ ວ່າ, “ແມ່ນ ຜູ້ໃດ ບາຍ ເຮົາ? ” ເມື່ອ ພວກເຂົາ ທຸກຄົນ ຕ່າງ ກໍ ປະຕິເສດ ເປໂຕ ຈຶ່ງ ເວົ້າ ວ່າ, “ພຣະອາຈານ ເອີຍ ກໍ ແມ່ນ ປະຊາຊົນ ທີ່ ແໜ້ນໜາ ກໍາລັງ ບຸບຽດ ທ່ານ ຢູ່. ”
\v 46 ແຕ່ ພຣະເຢຊູເຈົ້າ ກ່າວ ວ່າ, “​ມີ ຜູ້ໜຶ່ງໄດ້ ບາຍ ເຮົາ. ດ້ວຍວ່າ, ເຮົາ ຮູ້ ສຶກ ວ່າ ຣິດເດດ ໄດ້ ຊວ່ານ ອອກ ຈາກ ເຮົາ ໄປ.”
\s5
\v 47 ເມື່ອ ເຫັນ ວ່າ ຈະ ເຊື່ອງ ຕົວ ບໍ່ໄດ້ ແລ້ວ ຍິງ ຄົນ ນັ້ນ ຈຶ່ງ ເຂົ້າມາຫາ ທັງຕົວ ສັ່ນເຊັນ ຂາບລົງ ທີ່ ຕີນ ຂອງ ພຣະເຢຊູເຈົ້າ ຕໍ່ໜ້າ ທຸກຄົນ ໃນທີ່ນັ້ນ ນາງ ບອກ ພຣະອົງ ວ່າ, ດ້ວຍເຫດໃດ ຕົນ ຈຶ່ງ ໄດ້ ບາຍ ພຣະອົງ ແລະ ຕົນ ໄດ້ ຫາຍ ດີ ພະຍາດ ໃນ ທັນທີ ໄດ້ຢ່າງໃດ?
\v 48 ພຣະເຢຊູເຈົ້າ ກ່າວ ແກ່ ນາງ ວ່າ, “ລູກຍິງ ເອີຍ ຄວາມເຊື່ອ ຂອງ ເຈົ້າ ໄດ້ ເຮັດ ໃຫ້ ເຈົ້າ ຫາຍ ດີ ແລ້ວ ຈົ່ງ ໄປ ເປັນ ສຸກ ເທີ້ນ.”
\s5
\v 49 ໃນ ຂະນະທີ່ ພຣະເຢຊູເຈົ້າ ກາໍລັງ ກ່າວ ຢູ່ ນີ້ ກໍ ມີ ຄົນ ໜຶ່ງ ມາ ຈາກ ເຮືອນ ຂອງ ຢາອີໂຣ ຫົວໜ້າ ທໍາມະສາລາ ລາວ ບອກ ວ່າ, “ລູກສາວ ຂອງ ເຈົ້າ ຕາຍ ແລ້ວ ຢ່າ ລົບກວນ ອາຈານ ຕໍ່ໄປ ອີກ ເລີຍ. ”
\v 50 ແຕ່ ພຣະເຢຊູເຈົ້າ ໄດ້ຍິນ ຂ່າວ ນັ້ນ ຈຶ່ງ ກ່າວ ແກ່ ຢາອີໂຣ ວ່າ, “ຢ່າວິຕົກ ເລີຍ, ຈົ່ງ ເຊື່ອ ເທົ່ານັ້ນ ແລ້ວ ນາງ ກໍ ຈະ ຫາຍ ດີ.”
\s5
\v 51 ເມື່ອ ມາ ຮອດ ເຮືອນ ແລ້ວ ພຣະອົງ ບໍ່ ໃຫ້ ຜູ້ໃດ ເຂົ້າ ໄປ ນໍາ ພຣະອົງ ເວັ້ນ ໄວ້ ແຕ່ ເປໂຕ, ໂຢຮັນ, ຢາໂກໂບ ແລະ ພໍ່ ແມ່ ຂອງ ເດັກ ເທົ່ານັ້ນ.
\v 52 ໃນທີ່ນັ້ນ ຄົນ ທັງຫລາຍ ກໍາລັງ ຮ້ອງໄຫ້ ໄວ້ທຸກ ໃຫ້ ເດັກຢູ່ ພຣະເຢຊູເຈົ້າ ກ່າວ ວ່າ, “ຢ່າ ຮ້ອງໄຫ້ ເທາະ ເດັກນ້ອຍ ນັ້ນ ບໍ່ ຕາຍ ດອກ ນາງ ພຽງແຕ່ ນອນ ຫລັບ ເທົ່ານັ້ນ. ”
\v 53 ແລ້ວ ພວກເຂົາ ກໍ ພາກັນ ຫົວຂວັນ ພຣະອົງ ເພາະ ພວກເຂົາ ຕ່າງກໍ ຮູ້ ວ່າ ນາງ ຕາຍ ແລ້ວ.
\s5
\v 54 ແຕ່ ພຣະເຢຊູເຈົ້າ ຈັບ ມື ເດັກ ນັ້ນ ແລະ ຮ້ອງ ຂຶ້ນ ວ່າ, “ລູກ ເອີຍ ຈົ່ງ ລຸກ ຂຶ້ນ ສາ. ”
\v 55 ຊີວິດ ຂອງ ນາງ ຈຶ່ງ ກັບຄືນ ມາ ແລະ ນາງ ກໍລຸກ ຂຶ້ນ ໃນ ທັນທີ ພຣະເຢຊູເຈົ້າ ສັ່ງ ໃຫ້ ເອົາ ອາຫານ ໃຫ້ ນາງ ກິນ.
\v 56 ຝ່າຍ ພໍ່ ແມ່ ຂອງ ເດັກ ກໍ ງຶດ ປະຫລາດ ໃຈ ຫລາຍ ທີ່ສຸດ, ແຕ່ ພຣະເຢຊູເຈົ້າ ສັ່ງ ບໍ່ ໃຫ້ ບອກ ຜູ້ໃດ ເຖິງ ເຫດການ ທີ່ ໄດ້ ເກີດຂຶ້ນ ນັ້ນ.
\s5
\c 9
\p
\v 1 ເມື່ອ ພຣະເຢຊູເຈົ້າ ເອີ້ນ ສາວົກສິບສອງ ຄົນ ມາ ແລ້ວ ພຣະອົງ ກໍ ໃຫ້ ຣິດເດດ ແລະ ສິດ ອໍານາດ ແກ່ ພວກເພິ່ນ ເພື່ອ ຂັບໄລ່ ຜີມານຮ້າຍ ທຸກ ໂຕ ແລະ ເພື່ອ ຮັກສາ ພະຍາດ ໂຣຄາ ຕ່າງໆ.
\v 2 ແລ້ວ ພຣະອົງ ກໍ ໃຊ້ ພວກເພິ່ນ ອອກ ໄປ ປະກາດ ເລື່ອງ ອານາຈັກ ຂອງ ພຣະເຈົ້າ ແລະ ເຮັດ ໃຫ້ ຄົນ ເຈັບໄຂ້ ໄດ້ປ່ວຍ ດີ ພະຍາດ.
\s5
\v 3 ພຣະອົງ ສັ່ງ ແກ່ ພວກເພິ່ນ ວ່າ, “ເມື່ອ ເດີນທາງ ໄປ ນັ້ນ ຢ່າ ເອົາ ຫຍັງ ໄປ ນໍາ ບໍ່ ວ່າ ໄມ້ ເທົ້າ, ຖົງ, ອາຫານ, ເງິນ, ແມ່ນແຕ່ ເຄື່ອງ ນຸ່ງ ກໍ ບໍໍ່ ໃຫ້ ຖື ໄປ ເພື່ອ ປ່ຽນ.
\v 4 ເຮືອນ ໃດ ທີ່ ຕ້ອນຮັບ ພວກເຈົ້າ ຈົ່ງ ຢູ່ ໃນ ເຮືອນ ນັ້ນ ຈົນກວ່າ ພວກເຈົ້າ ຈາກ ໄປ,
\s5
\v 5 ເມືອງ ໃດ ທີ່ ບໍ່ ຕ້ອນຮັບ ພວກເຈົ້າ ຈົ່ງ ໜີ ຈາກ ເມືອງ ນັ້ນ ແລະ ສັ່ນ ຂີ້ຝຸ່ນ ທີ່ ຕິດ ຕີນ ຂອງ ພວກເຈົ້າ ອອກ [ບ] ເພື່ອ ເປັນ ພະຍານ ຕໍ່ສູ້ ພວກເຂົາ ”
\v 6 ແລ້ວ ພວກ ສາວົກ ກໍ ພາກັນ ອອກ ເດີນທາງ ໄປ ຕາມ ທຸກ ບ້ານ ທຸກ ເມືອງ ປະກາດ ຂ່າວປະເສີດ ແລະ ເຮັດ ໃຫ້ ຄົນ ເຈັບໄຂ້ ໄດ້ປ່ວຍ ດີ ພະຍາດ.
\s5
\v 7 ເມື່ອ ເຮໂຣດ ຜູ້ ປົກຄອງ ໄດ້ຍິນ ເຫດການ ທັງໝົດ ທີ່ ເກີດຂຶ້ນ. ດັ່ງນັ້ນ ເພິ່ນ ຈຶ່ງ ວິຕົກ ກັງວົນ ໃຈ ເພາະ ບາງຄົນ ເວົ້າ ວ່າ, “ໂຢຮັນ ບັບຕິສະໂຕ ຄືນ ມາມີ ຊີວິດ ອີກ ແລ້ວ. ”
\v 8 ຝ່າຍ ຄົນອື່ນ ເວົ້າ ວ່າ, “ເອລີຢາ ໄດ້ ມາ ປາກົດ” ແລະ ຄົນອື່ນໆ ອີກ ເວົ້າ ວ່າ, “ແມ່ນ ຜູ້ທໍານວາຍ ຄົນ ໜຶ່ງ ໃນ ບັນດາ ຜູ້ທໍາ ນວາຍ ໃນ ສະໄໝ ບູຮານ ໄດ້ ຄືນ ມາ ມີ ຊີວິດ. ”
\v 9 ແຕ່ ເຮໂຣດ ເອງ ເວົ້າ ວ່າ, “ເຮົາ ຕັດຫົວ ໂຢຮັນ ແລ້ວ, ແຕ່ ຄົນ ທີ່ ເຮົາ ໄດ້ຍິນ ເຖິງ ນີ້ ແມ່ນ ຜູ້ໃດ ໜໍ? ” ແລ້ວ ເຮໂຣດ ກໍ ຫາ ໂອກາດ ທີ່ ຈະ ພົບ ພຣະເຢຊູເຈົ້າ.
\s5
\v 10 ແລ້ວ ພວກອັກຄະສາວົກ ກໍໄດ້ ກັບຄືນ ມາ ເມື່ອ ພວກເພິ່ນ ລາຍງານ ແກ່ ພຣະເຢຊູເຈົ້າ ເຖິງ ສິ່ງ ທີ່ ພວກ ຕົນ ເຮັດ ແລ້ວ ພຣະອົງ ກໍ ພາ ພວກເພິ່ນ ໄປ ຕ່າງຫາກ ທີ່ ເມືອງ ໜຶ່ງ ຊື່ວ່າ ເບັດຊາອີດາ.
\v 11 ເມື່ອ ປະຊາຊົນ ໄດ້ຍິນ ເຖິງ ເລື່ອງ ນີ້ ພວກເຂົາ ກໍ ຕິດຕາມ ພຣະອົງ ໄປ ຝ່າຍ ພຣະອົງ ກໍ ຕ້ອນຮັບ ພວກເຂົາ ແລະ ບອກ ພວກເຂົາ ເຖິງ ຣາຊອານາຈັກ ຂອງ ພຣະເຈົ້າ ທັງ ຊົງ ໂຜດ ຮັກສາ ຜູ້ ທີ່ ຕ້ອງການ ຢາກ ຫາຍ ດີ ຈາກ ການ ເຈັບໄຂ້ ໄດ້ປ່ວຍ.
\s5
\v 12 ເມື່ອຕາເວັນ ກໍາລັງຈະຕົກແລ້ວ ພວກສາວົກ ກໍມາ ຫາພຣະອົງ ແລະເວົ້າວ່າ, “ຈົ່ງບອກປະຊາຊົນ ເລີກເມືອ ສາ ເພື່ອໃຫ້ ພວກເຂົາໄປຫາບ້ານໄຮ່ ບ້ານນາແຖບນີ້ ຊອກທີ່ ພັກແລະອາຫານ ເພາະທີ່ ນີ້ ເປັນ ບ່ອນປ່ຽວ. ”
\v 13 ແຕ່ ພຣະເຢຊູເຈົ້າ ກ່າວ ຕໍ່ ພວກເພິ່ນ ວ່າ, “ໃຫ້ ພວກເຈົ້າ ເປັນ ຜູ້ ລ້ຽງ ພວກເຂົາ ສາ. ”
\v 14 (ໃນທີ່ນັ້ນ ​ມີ ຜູ້ຊາຍ ປະມານ ຫ້າພັນ ຄົນ.) ພຣະເຢຊູເຈົ້າ ສັ່ງ ພວກ ສາວົກ ຂອງ ພຣະອົງ ວ່າ, “ຈົ່ງ ຈັດ ປະຊາຊົນ ໃຫ້ ນັ່ງ ລົງ ເປັນໝູ່ ໝູ່ລະ ຫ້າສິບ ຄົນ.”
\s5
\v 15 ພວກ ສາວົກ ກໍ ປະຕິບັດ ຕາມ ແລະ ຈັດ ໃຫ້ ປະຊາຊົນ ທຸກຄົນ ນັ່ງ ລົງ.
\v 16 ແລ້ວ ພຣະອົງ ກໍ ຮັບ ເອົາ ເຂົ້າຈີ່ ຫ້າກ້ອນ ກັບ ປາ ສອງໂຕ ເງີຍ ໜ້າ ຂຶ້ນ ສູ່ ທ້ອງຟ້າ ແລະ ໂມທະນາ ຂອບພຣະຄຸນ ພຣະເຈົ້າ ສໍາລັບ ອາຫານ ພຣະອົງ ໄດ້ ແບ່ງ ອາຫານ ນັ້ນ ແລະ ມອບໃຫ້ ພວກ ສາວົກ ເພື່ອ ນໍາ ໄປ ແຈກ ຢາຍ ໃຫ້ ປະຊາຊົນ.
\v 17 ພວກເຂົາ ໄດ້ ກິນ ອີ່ມ ທຸກຄົນ ແລະ ສ່ວນ ທີ່ ເຫລືອ ນັ້ນ ກໍ ເກັບ ໄດ້ ເຕັມ ສິບສອງ ກະບຸງ.
\s5
\v 18 ຢູ່ມາ ວັນໜຶ່ງ ເມື່ອ ພຣະເຢຊູເຈົ້າ ກໍາລັງ ພາວັນນາ ອະທິຖານ ຢູ່ ຕ່າງຫາກ ມີ ແຕ່ ພວກ ສາວົກ ຂອງ ພຣະອົງ ຢູ່ ທີ່ ນັ້ນ ພຣະອົງ ຖາມ ພວກ ສາວົກ ວ່າ, “ປະຊາຊົນ ເວົ້າ ກັນ ວ່າ ເຮົາ ແມ່ນ ຜູ້ໃດ? ”
\v 19 ພວກເພິ່ນ ຕອບ ວ່າ, “ບາງຄົນ ເວົ້າ ວ່າ ທ່ານ ແມ່ນ ໂຢຮັນ ບັບຕິສະໂຕ ຄົນອື່ນ ເວົ້າ ວ່າ ທ່ານ ແມ່ນ ເອລີຢາ ສ່ວນ ຄົນອື່ນໆ ອີກ ເວົ້າ ວ່າ ທ່ານ ແມ່ນ ຜູ້ທໍາ ນວາຍ ຄົນ ໜຶ່ງ ໃນ ບັນດາ ຜູ້ທໍານວາຍ ແຕ່ ສະໄໝ ບູຮານ ທີ່ ເປັນ ຄືນ ມາ ສູ່ ຊີວິດ.”
\s5
\v 20 ແລ້ວ ພຣະອົງ ຖາມ ພວກເພິ່ນ ວ່າ, “ຝ່າຍ ພວກເຈົ້າ ເດ ວ່າ ເຮົາ ແມ່ນ ຜູ້ໃດ? ” ເປໂຕ ຕອບ ວ່າ, “ທ່ານ ແມ່ນ ພຣະຄຣິດ ຂອງ ພຣະເຈົ້າ. ”
\v 21 ແລ້ວ ພຣະເຢຊູເຈົ້າ ​ກໍ ສັ່ງ ຫ້າມ ພວກເພິ່ນ ຢ່າງ ເດັດຂາດ ບໍ່ ໃຫ້ ບອກ ເລື່ອງ ນີ້ ແກ່ ຜູ້ໃດ
\v 22 ແລະ ກ່າວ ຕື່ມ ວ່າ, “ບຸດ ມະນຸດ ຕ້ອງ ທົນທຸກ ທໍລະມານ ຢ່າງ ໜັກ ຫລາຍປະການ ບັນດາ ເຖົ້າແກ່ ບັນດາ ຫົວໜ້າ ປະໂຣຫິດ ແລະ ພວກ ທໍາມະຈານ ຈະ ບໍ່ຍອມຮັບທ່ານ, ທ່ານຈະຖືກຂ້າ, ແຕ່ ໃນ ວັນ ຖ້ວນສາມ ທ່ານຈະ ຖືກ ຊົງບັນດານ ໃຫ້ ເປັນ ຄືນ ມາ ຈາກ ຕາຍ.”
\s5
\v 23 ແລ້ວ ພຣະອົງ ​ກໍ ກ່າວ ແກ່ ປະຊາ ຊົນ ທັງໝົດ ວ່າ, “ຖ້າ ຜູ້ໃດ ຕ້ອງການ ຕິດຕາມ ເຮົາ ມາ ໃຫ້ ຜູ້ນັ້ນ ຕັດສິດ ຂອງ ຕົນເອງ ຮັບ ແບກ ໄມ້ກາງແຂນ ຂອງຕົນ ທຸກໆ ວັນ ແລະ ຕາມ ເຮົາ ມາ.
\v 24 ເພາະ ຜູ້ໃດ ກໍຕາມ ທີ່ ຢາກ ຮັກສາ ຊີວິດ ຂອງຕົນ ໄວ້ ໃຫ້ ພົ້ນ ຜູ້ນັ້ນ ຈະ ເສຍຊີວິດ, ແຕ່ ຜູ້ໃດ ກໍຕາມ ທີ່ ສະຫລະ ຊີວິດ ຂອງຕົນ ເພາະ ເຫັນ ແກ່ ເຮົາ ຜູ້ນັ້ນ ຈະ ຊ່ວຍ ຊີວິດ ຂອງຕົນ ໃຫ້ພົ້ນ.
\v 25 ເຫດ ວ່າ ຖ້າ ຜູ້ໃດ ຈະ ໄດ້ ສິ່ງ ຂອງ ທັງ ໂລກ, ແຕ່ ຈະ ໃຫ້ ຕົວເອງ ຈິບຫາຍ ຫລື ເສຍໄປ ຜູ້ນັ້ນ ຈະ ໄດ້ ປະໂຫຍດ ອັນ ໃດ?
\s5
\v 26 ສະນັ້ນ ຖ້າ ຜູ້ໃດ ມີ ຄວາມ ລະອາຍ ໃນ ເລື່ອງ ເຮົາ ແລະ ໃນ ເລື່ອງ ຖ້ອຍຄໍາ ຂອງເຮົາ ບຸດ ມະນຸດ ກໍ ຈະ ມີ ຄວາມ ລະອາຍ ໃນ ເລື່ອງ ຂອງ ຜູ້ ນັ້ນ ເມື່ອ ເຮົາ ມາ ປາກົດ ໃນ ສະຫງ່າຣາສີ ຂອງເຮົາ ກັບ ໃນ ສະຫງ່າຣາສີ ຂອງ ພຣະບິດາເຈົ້າ ແລະ ຂອງ ພວກ ເທວະດາ ບໍຣິສຸດ.
\v 27 ເຮົາ ບອກ ເຈົ້າ ທັງຫລາຍ ຕາມ ຄວາມຈິງ ວ່າ ມີ ບາງຄົນ ໃນ ທີ່ ນີ້ ຈະ ບໍ່ ຮູ້ ຣົດ ແຫ່ງ ຄວາມ ຕາຍ ຈົນກວ່າ ພວກເຂົາ ໄດ້ ເຫັນ ອານາຈັກ ຂອງ ພຣະເຈົ້າ.”
\s5
\v 28 ຫລັງຈາກ ທີ່ ພຣະເຢຊູເຈົ້າ ກ່າວ ຖ້ອຍຄໍາ ເຫລົ່ານີ້ ແລ້ວ ປະມານ ໜຶ່ງ ອາທິດ ພຣະອົງ ກໍ ພາ ເປໂຕ, ໂຢຮັນ ແລະ ຢາໂກໂບ ຂຶ້ນ ໄປ ເທິງ ພູ ກັບ ພຣະອົງ ເພື່ອ ພາວັນນາ ອະທິຖານ.
\v 29 ຂະນະທີ່ ພຣະອົງ ກາໍລັງ ພາວັນນາ ອະທິຖານ ຢູ່ ນັ້ນ ໃບ ໜ້າ ຂອງ ພຣະອົງ ກໍ ຊົງ ປ່ຽນ ໄປ ແລະ ເຄື່ອງ ນຸ່ງ ຂອງ ພຣະອົງ ກໍ ຂາວ ເຫຼື້ອມໃສ.
\s5
\v 30 ໃນ ທັນໃດນັ້ນ ກໍ ມີ ສອງ ຄົນກໍາລັງ ສົນທະນາ ຢູ່ ກັບ ພຣະອົງ ສອງ ຄົນ ນັ້ນ ແມ່ນ ໂມເຊ ແລະ ເອລີຢາ
\v 31 ທີ່ ມາ ປາກົດ ດ້ວຍ ສະຫງ່າຣາສີ ຈາກ ສະຫວັນ ທັງສອງ ສົນທະນາ ຢູ່ ກັບ ພຣະເຢຊູເຈົ້າ ກ່າວ ເຖິງ ການ ທີ່ ພຣະອົງ ຈະ ສະເດັດ ຈາກ ໂລກ ໄປ ຊຶ່ງ ເລື່ອງ ນີ້ ຈະ ສໍາເລັດ ໃນ ນະຄອນ ເຢຣູຊາເລັມ.
\s5
\v 32 ຝ່າຍ ເປໂຕ ກັບ ໝູ່ ເພື່ອນ ຂອງຕົນ ຕ່າງ ກໍ ເຫງົາ ນອນ, ແຕ່ ເມື່ອ ພວກເພິ່ນ ໄດ້ ຕື່ນ ຂຶ້ນ ແລ້ວ ຈຶ່ງ ເຫັນ ສະຫງ່າຣາສີ ຂອງ ພຣະເຢຊູເຈົ້າ ກັບ ສອງ ຄົນ ທີ່ ກໍາລັງ ຢືນ ຢູ່ ນໍາ ພຣະອົງ.
\v 33 ເມື່ອ ສອງ ຄົນ ນັ້ນ ກໍາລັງ ຈາກ ພຣະເຢຊູເຈົ້າ ໄປ ເປໂຕ ຈຶ່ງ ເວົ້າ ແກ່ ພຣະອົງ ວ່າ, “ພຣະອາຈານ ເອີຍ, ເປັນ ການ ດີ ແທ້ໆ ທີ່ ພວກ ຂ້ານ້ອຍ ຢູ່ ບ່ອນ ນີ້ ໂຜດ ໃຫ້ ພວກ ຂ້າ ນອ້ຍ ປຸກ ຕູບ ສາມ ຫລັງ ຂຶ້ນ ຄື ຫລັງ ໜຶ່ງ ສໍາລັບ ທ່ານ ຫລັງ ໜຶ່ງ ສໍາລັບ ໂມເຊ ແລະ ຫລັງ ໜຶ່ງ ອີກ ສໍາລັບ ເອລີຢາ. ” (ເປໂຕ ບໍ່ ຮູ້ ສຶກ ຕົວ ວ່າ ຕົນເອງ ກາໍລັງ ເວົ້າ ຫຍັງ.)
\s5
\v 34 ຂະນະທີ່ ເປໂຕ ກາໍລັງ ເວົ້າ ຢູ່ ນັ້ນ ກໍ ມີ ກ້ອນ ເມກ ລອຍ ລົງ ປົກ ຫຸ້ມ ພວກເພິ່ນ ໄວ້ ແລະ ພວກ ສາວົກ ກໍ ຢ້ານ ເມື່ອ ຢູ່ ໃນ ກ້ອນ ເມກ ນັ້ນ.
\v 35 ຂະນະທີ່ ເປໂຕ ກາໍລັງ ເວົ້າ ຢູ່ ນັ້ນ ກໍ ມີ ກ້ອນ ເມກ ລອຍ ລົງ ປົກ ຫຸ້ມ ພວກເພິ່ນ ໄວ້ ແລະ ພວກ ສາວົກ ກໍ ຢ້ານ ເມື່ອ ຢູ່ ໃນ ກ້ອນ ເມກ ນັ້ນ.
\v 36 ເມື່ອ ສຽງ ນັ້ນ ສະຫງົບແລ້ວ ກໍ ມີ ແຕ່ ພຣະເຢຊູເຈົ້າ ອົງ ດຽວ ຢູ່ ທີ່ ນັ້ນ ສ່ວນ ສາວົກ ທັງ ສາມ ກໍ ເກັບ ເລື່ອງ ທັງໝົດ ນີ້ ໄວ້ ໃນ ໃຈ ແລະ ບໍ່ໄດ້ ບອກ ຜູ້ໃດ ໃນ ເວລາ ນັ້ນ ເຖິງ ສິ່ງ ທີ່ ພວກເພິ່ນ ໄດ້ ເຫັນ.
\s5
\v 37 ວັນ ໜ້າ ມາ ຂະນະທີ່ ພຣະເຢຊູເຈົ້າ ກັບ ສາວົກ ທັງ ສາມ ໄດ້ ລົງ ມາ ແຕ່ ເທິງ ພູ ນັ້ນ ກໍ ມີ ປະຊາຊົນ ຢ່າງ ຫລວງຫລາຍ ມາ ພົບ ພຣະອົງ.
\v 38 ຂະນະ ນັ້ນ ມີ ຊາຍ ຄົນ ໜຶ່ງ ໃນ ປະຊາຊົນ ນັ້ນ ຮ້ອງ ຂຶ້ນ ວ່າ, “ອາຈານ ເອີຍ ຂ້ານ້ອຍ ຂໍ ຄວາມ ເມດຕາ ໃຫ້ ເບິ່ງ ລູກຊາຍ ຂອງ ຂ້ານ້ອຍ ແດ່ທ້ອນ. ດ້ວຍວ່າ, ລາວ ແມ່ນ ລູກຊາຍ ຄົນ ດຽວ ຂອງ ຂ້ານ້ອຍ.
\v 39 ​ຜີຮ້າຍທີ່ສິງ ຕົວ ເດັກ ເທື່ອໃດ ເດັກ ​ກໍ ຮ້ອງ ຂຶ້ນ ເທື່ອນັ້ນ ໃນ ​ທັນ​ທີ ໂລດ ເ​ຮັດ ໃຫ້ ເດັກນ້ອຍ ຊັກດິ້ນ ຢ່າງ ແຮງ ຈົນ ນໍ້າລາຍ ຟູມ ປາກ ມັນ ເຮັດ ໃຫ້ ຕົວ ເດັກ ຟົກ ຊໍ້າ ແລະ ບໍ່ ຍອມ ອອກ ໄປ ໂດຍ ງ່າຍ.
\v 40 ຂ້ານ້ອຍ ໄດ້ ຂໍຮ້ອງ ໃຫ້ ພວກ ສາວົກ ຂອງທ່ານ ຂັບໄລ່ ມັນ ອອກ ເສຍ ແຕ່ ພວກເພິ່ນ ເຮັດ ບໍ່ໄດ້.”
\s5
\v 41 ພຣະເຢຊູເຈົ້າ ຕອບ ວ່າ, “ໂອ ຄົນ ໃນ ຍຸກ ສະໄໝ ທີ່ ຂາດ ຄວາມເຊື່ອ ແລະ ຊົ່ວຊ້າ ເອີຍ ເຮົາ ຈະ ຕ້ອງ ຢູ່ ກັບ ພວກເຈົ້າ ອີກ ເຫິງ ປານໃດ? ເຮົາ ຈະ ຕ້ອງ ອົດທົນ ກັບ ພວກເຈົ້າ ອີກ ດົນນານ ປານໃດ? ” ແລ້ວ ພຣະເຢຊູເຈົ້າ ​ກໍ ກ່າວ ແກ່ ຊາຍ ຄົນ ນັ້ນ ວ່າ, “ຈົ່ງ ພາ ລູກຊາຍ ຂອງ ເຈົ້າ ມາ ພີ້ ເບິ່ງດູ. ”
\v 42 ຂະນະທີ່ ເດັກ ກໍາລັງ ມາ ນັ້ນ ຜີມານຮ້າຍ ​ກໍໄດ້ເ​ຮັດ ໃຫ້ ເດັກ ລົ້ມ ລົງ ກັບ ພື້ນດິນ ຊັກດີ້ນ ກິ້ງ ເກືອກ ໄປມາ, ແຕ່ ພຣະເຢຊູເຈົ້າ ໄດ້ໃຫ້ ຄໍາສັ່ງ ຊໍາລະ ​ຜີຊົ່ວຮ້າຍ ນັ້ນ ແລະ ຊົງ ໂຜດ ເດັກນ້ອຍ ໃຫ້ ຫາຍ ດີ ແລ້ວ ມອບ ຄືນ ໃຫ້ ແກ່ ພໍ່ ຂອງ ເດັກ ນັ້ນ.
\s5
\v 43 ປະຊາຊົນ ທັງໝົດຕ່າງ ກໍ ງຶດປະຫລາດໃຈ ຫລາຍ ໃນ ຣິດເດດ ອໍານາດ ອັນຍິ່ງໃຫຍ່ຂອງ ພຣະເຈົ້າ. ຂະນະທີ່ປະຊາຊົນ ຍັງ ປະຫລາດໃຈ ນໍາທຸກສິ່ງ ທີ່ ພຣະເຢຊູເຈົ້າ ໄດ້ ກະທໍານັ້ນ ພຣະອົງ ກໍ ກ່າວແກ່ ພວກ ສາວົກຂອງພຣະອົງວ່າ,
\v 44 “ຈົ່ງຈົດຈໍາ ຖ້ອຍຄໍາທີ່ ເຮົາ ກ່າວແກ່ ພວກເຈົ້ານີ້ ໃຫ້ ດີ ບຸດມະນຸດຈະຖືກ ມອບໄວ້ໃນມື ຂອງຄົນທັງຫລາຍ. ”
\v 45 ແຕ່ພວກສາວົກບໍ່ເຂົ້າໃຈຖ້ອຍຄໍາ ເຫລົ່ານີ້ ເພາະຖ້ອຍຄໍານັ້ນໄດ້ ຖືກປິດບັງໄວ້ ຈາກພວກເພິ່ນ ເພື່ອວ່າພວກເພິ່ນຈະບໍ່ສັງເກດໄດ້ ແລະພວກເພິ່ນ​ກໍ ຢ້ານທີ່ ຈະຖາມພຣະອົງເຖິງເລື່ອງນີ້.
\s5
\v 46 ແລ້ວ ໄດ້ ເກີດ ການ ໂຕ້ຖຽງ ກັນ ໃນ ລະຫວ່າງ ພວກ ສາວົກ ວ່າ ໃນ ທ່າມກາງ ພວກເພິ່ນ ນັ້ນ ຜູ້ໃດ ເປັນ ໃຫຍ່ ກວ່າ ໝູ່.
\v 47 ຝ່າຍ ພຣະເຢຊູເຈົ້າ ຮູ້ ຄວາມ ຄິດ ໃນ ໃຈ ຂອງ ພວກເພິ່ນ. ດັ່ງນັ້ນ ພຣະອົງ ຈຶ່ງ ໃຫ້ ເດັກນ້ອຍ ຄົນ ໜຶ່ງ ມາ ຢືນ ຢູ່ ໃກ້ ພຣະອົງ.
\v 48 ແລ້ວ ພຣະ ​ອົງ ກໍ ກ່າວ ກັບ ພວກ ສາວົກ ວ່າ, “ຜູ້ໃດ ທີ່ ຕ້ອນຮັບ ເດັກນ້ອຍ ຄົນ ນີ້ ໃນ ນາມ ຂອງເຮົາ ຜູ້ ນັ້ນ ກໍ ຕ້ອນຮັບເຮົາ ແລະ ຜູ້ ທີ່ ຕ້ອນຮັບ ເຮົາ ກໍ ຕ້ອນຮັບຜູ້ ທີ່ ໄດ້ ໃຊ້ ເຮົາ ມາ ເໝືອນກັນ ເພາະວ່າ ຜູ້ໃດ ທີ່ ເປັນ ນ້ອຍ ກວ່າ ໝູ່ ໃນພວກເຈົ້າ ຜູ້ ນັ້ນ ແຫລະ ເປັນ ຜູ້ ໃຫຍ່.”
\s5
\v 49 ແລ້ວ ໂຢຮັນ ກໍ ເວົ້າ ຂຶ້ນ ວ່າ, “ພຣະອາຈານ ເອີຍ, ພວກ ຂ້ານ້ອຍ ໄດ້ ເຫັນ ຊາຍ ຄົນ ໜຶ່ງ ຂັບໄລ່ ຜີມານຮ້າຍ ອອກ ໄດ້ ໃນ ນາມ ຂອງທ່ານ ແລະ ພວກ ຂ້ານ້ອຍ ໄດ້ ຫ້າມ ໃຫ້ ລາວ ເຊົາ ເພາະ ລາວ ບໍ່ໄດ້ ຕິດຕາມ ພຣະອົງ ກັບ ພວກ ຂ້ານ້ອຍ. ”
\v 50 ແຕ່ ພຣະເຢຊູເຈົ້າ ຕອບ ໂຢຮັນ ແລະ ສາວົກ ຄົນອື່ນໆ ວ່າ, “ຢ່າ ຫ້າມ ລາວ ເລີຍ ເພາະ ຜູ້ໃດ ທີ່ ບໍ່ ຕໍ່ສູ້ ທ່ານ ກໍ ເປັນ ຝ່າຍ ພວກທ່ານ ແລ້ວ.”
\s5
\v 51 ເມື່ອໃກ້ ເວລາທີ່ ພຣະເຢຊູເຈົ້າ ຈະຖືກ ຮັບຂຶ້ນສູ່ ສະຫວັນແລ້ວ ພຣະອົງ ກໍ ຕັ້ງໃຈຢ່າງຄັກແນ່ທີ່ ຈະໄປຍັງ ນະຄອນເຢຣູຊາເລັມ.
\v 52 ພຣະອົງໄດ້ໃຊ້ ຜູ້ຮັບໃຊ້ໄປ ກ່ອນໜ້າພຣະອົງ ພວກເພິ່ນໄດ້ ເຂົ້າໄປໃນບ້ານໜຶ່ງ ຂອງຊາວຊາມາເຣຍ ເພື່ອຈັດຕຽມທຸກສິ່ງໄວ້ ສໍາລັບ ພຣະອົງ.
\v 53 ແຕ່ປະຊາຊົນໃນບ້ານນັ້ນບໍ່ ຕ້ອນຮັບ ພຣະອົງ ເພາະພຣະອົງຕັ້ງໜ້າຈະໄປຍັງນະຄອນ ເຢຣູຊາເລັມ​.
\s5
\v 54 ເມື່ອສາວົກຂອງພຣະອົງຄືຢາໂກໂບ ແລະໂຢຮັນເຫັນດັ່ງນັ້ນແລ້ວກໍ ເວົ້າວ່າ, “ພຣະອົງເຈົ້າ ເອີຍ, ພຣະອົງຢາກໃຫ້ ພວກຂ້ານ້ອຍສັ່ງໄຟລົງມາຈາກຟ້າສະຫວັນ ເພື່ອເຜົາຜານພວກເຂົາບໍ? ” ປ
\v 55 ແຕ່ ພຣະເຢຊູເຈົ້າ ຫັນໜ້າມາກ່າວ ຕິຕຽນ ພວກເພິ່ນ [ແລະກ່າວວ່າ, “ພວກເຈົ້າບໍ່ຮູ້ວ່າ ພວກເຈົ້າ ມີ ຈິດໃຈ ແນວ ໃດ ດ້ວຍວ່າ, ບຸດມະນຸດ ໄດ້ມາ ບໍ່ແມ່ນ ເພື່ອ ທໍາລາຍ ຊີວິດມະນຸດ, ແຕ່ມາເພື່ອໂຜດ ມະນຸດ ໃຫ້ ພົ້ນ. ”] [ຜ]
\v 56 ແລ້ວ ພຣະເຢຊູເຈົ້າ ກັບພວກສາວົກຂອງ ພຣະອົງ ກໍໄປ ຍັງ ບ້ານ ອື່ນ.
\s5
\v 57 ຂະນະທີ່ ພຣະເຢຊູເຈົ້າ ກັບ ພວກ ສາວົກ ໄປ ຕາມ ທາງ ນັ້ນ ກໍໄດ້ມີ ຊາຍ ຄົນ ໜຶ່ງ ເວົ້າ ກັບ ພຣະອົງວ່າ, “ພຣະອົງ ຈະໄປທີ່ໃດ ຂ້ານ້ອຍ ກໍ ພ້ອມທີ່ຈະໄປທີ່ ນັ້ນ ກັບພຣະອົງ. ”
\v 58 ພຣະເຢຊູເຈົ້າ ຕອບລາວວ່າ, “ໝາຈອກ ຍັງມີ ໝົ້ງ ນອນ ແລະນົກກໍຍັງມີຮັງຢູ່ ສ່ວນ ບຸດ ມະນຸດບໍ່ມີ ບ່ອນ ຈະ ວາງ ຫົວ ລົງ.”
\s5
\v 59 ພຣະອົງກ່າວແກ່ ຊາຍຄົນໜຶ່ງອີກ ວ່າ, “ຈົ່ງຕາມເຮົາມາ. ” ແຕ່ຊາຍຄົນນັ້ນ ຕອບວ່າ, “ພຣະອົງເຈົ້າເອີຍ ຂໍອະນຸຍາດ ໃຫ້ ຂ້ານ້ອຍ ກັບ ເມືອ ຝັງສົບ ພໍ່ ຂອງ ຂ້ານ້ອຍ ກ່ອນ. ”
\v 60 ພຣະເຢຊູເຈົ້າ ຕອບ ຜູ້ນັ້ນວ່າ, “ຈົ່ງປະໃຫ້ ຄົນ ຕາຍ ຝັງ ກັນ ເອງ ເທາະ, ແຕ່ສ່ວນເຈົ້າ ຈົ່ງໄປປະກາດ ອານາຈັກ ຂອງ ພຣະເຈົ້າ.”
\s5
\v 61 ມີຄົນໜຶ່ງອີກ ໄດ້ເວົ້າວ່າ, “ພຣະອົງເຈົ້າ ເອີຍ ຂ້ານ້ອຍ ຈະຕາມທ່ານໄປ, ແຕ່ ຂໍອະນຸຍາດໃຫ້ຂ້ານ້ອຍ ກັບເມືອ ສັ່ງລາ ຄອບຄົວ ຂອງ ຂ້ານ້ອຍ ກ່ອນ. ”
\v 62 ພຣະເຢຊູເຈົ້າ ກ່າວແກ່ລາວວ່າ, “ ຜູ້ໃດທີ່ ເອົາມືຈັບງ້ອນໄຖແລ້ວ ຍັງຫລຽວຄືນຫລັງ ຜູ້ນັ້ນກໍບໍໍ່ສົມ ກັບ ອານາຈັກ ຂອງ ພຣະເຈົ້າ.”
\s5
\c 10
\p
\v 1 ຫລັງຈາກ ເຫດການ ເຫລົ່ານີ້ ແລ້ວ ອົງພຣະຜູ້ ເປັນເຈົ້າ ​ກໍໄດ້ ເ​ລືອກເອົາ ເຈັດສິບສອງ [ຝ] ຄົນ ຕື່ມ ອີກ ແລະໃຊ້ ພວກເພິ່ນ ອອກໄປເປັນໝູ່ ໝູ່ ລະສອງ ຄົນ ເພື່ອ ໄປ ກ່ອນ ໜ້າ ພຣະອົງ ໃນທຸກເມືອງ ແລະ ທຸກ ບ້ານ ທີ່ ພຣະອົງ ກໍາລັງ ຈະ ເຂົ້າ ໄປ ນັ້ນ.
\v 2 ພຣະອົງ ຊົງ ກ່າວ ກັບ ພວກເພິ່ນ ວ່າ, “ ເຂົ້າທີ່ຈະກ່ຽວກໍມີ ຫລາຍ ແທ້ ແຕ່ ຄົນງານ ມີໜ້ອຍຢູ່ ເພາະ ສະນັ້ນ ພວກເຈົ້າ ຈົ່ງ ພາວັນນາອະທິຖານຕໍ່ ຜູ້ ເປັນ ເຈົ້າ ຂອງ ນາ ໃຫ້ ນໍາ ຄົນງານ ມາ ໃນ ການ ເກັບກ່ຽວ ຂອງຕົນ ເສຍ.
\s5
\v 3 ຈົ່ງໄປສາ ເຮົາ ໃຊ້ ພວກເຈົ້າ ໄປ ເໝືອນ ດັ່ງ ລູກແກະ ຢູ່ ໃນ ທ່າມກາງ ຝູງ ໝາໄນ.
\v 4 ຢ່າຖືຖົງ ເງິນ ຫລືຖື ຖົງເຄື່ອງ ຫລື ຖື ເກີບ ໄປ ນໍາ ຢ່າ ຢຸດ ຄໍານັບ ຜູ້ໃດ ຕາມ ທາງ.
\s5
\v 5 ບໍ່ ວ່າ ພວກເຈົ້າ ຈະເຂົ້າໄປໃນເຮືອນ ຫລັງ ໃດ ກໍຕາມ ກ່ອນ ອື່ນ ໃຫ້ກ່າວ ອວຍພອນວ່າ, ‘ສັນຕິສຸກ ຈົ່ງ ມີ ແກ່ ເຮືອນ ຫລັງ ນີ້.
\v 6 ຖ້າ ມີຄົນ ຮັກ ສັນຕິສຸກ ອາໄສ ຢູ່ ໃນ ຄອບຄົວ ນີ້ ສັນຕິສຸກ ກໍຈະ ຢູ່ ກັບ ຜູ້ນັ້ນ, ຖ້າ ບໍ່ມີ ສັນຕິສຸກ ນັ້ນ ຈະ ກັບຄືນ ມາ ຫາ ເຈົ້າ ອີກ.
\v 7 ຈົ່ງ ຢູ່ ໃນ ເຮືອນ ຫລັງ ນັ້ນ ກິນ ແລະ ດື່ມ ຕາມ ທີ່ ເຂົາ ​ມີ ຢູ່. ດ້ວຍວ່າ, ຄົນງານ ກໍ ຄວນ ຈະ ໄດ້ ຮັບ ຄ່າ ແຮງງານ ຂອງຕົນ ຢ່າ ຍ້າຍ ຈາກ ເຮືອນ ນີ້ ເຂົ້າ ໄປ ຢູ່ ເຮືອນ ອື່ນ.
\s5
\v 8 ບໍ່ ວ່າ ພວກເຈົ້າ ຈະເຂົ້າໄປໃນເມືອງ ໃດ ກໍຕາມ ແລະ ໄທເມືອງຍິນດີ ຕ້ອນຮັບ ພວກເຈົ້າ ຈົ່ງ ກິນ ຕາມ ທີ່ ເຂົາ ຈັດ ຫາ ໃຫ້.
\v 9 ຈົ່ງເຮັດໃຫ້ຄົນເຈັບໄຂ້ໄດ້ປ່ວຍ ຢູ່ໃນເມືອງນັ້ນ ດີພະຍາດ ແລະປະກາດ ແກ່ຊາວເມືອງວ່າ, ‘ອານາຈັກຂອງ ພຣະເຈົ້າໄດ້ມາໃກ້ທ່ານ ທັງຫລາຍ ແລ້ວ.
\s5
\v 10 ເມື່ອໃດ ກໍຕາມ ທີ່ ພວກເຈົ້າ ເຂົ້າ ໄປ ໃນ ເມືອງ ໜຶ່ງ ແລະ ໄທ ເມືອງ ນັ້ນ ບໍ່ ຍິນດີ ຕ້ອນຮັບ ພວກເຈົ້າ ຈົ່ງ ອອກ ໄປ ທີ່ ກາງ ຖະໜົນ ຂອງ ເມືອງ ນັ້ນ ແລະ ເວົ້າ ວ່າ,
\v 11 ‘ແມ່ນແຕ່ ຂີ້ຝຸ່ນ ດິນຂອງເມືອງ ນີ້ ທີ່ ຕິດ ຕີນ ຂອງ ພວກເຮົາ ພວກເຮົາກໍ ຈະປັດອອກ ຕໍ່ສູ້ ພວກເຈົ້າ; [ພ] ແຕ່ ຈົ່ງ ຈໍາ ໄວ້ວ່າ ອານາຈັກ ຂອງ ພຣະເຈົ້າ ມາ ໃກ້ ພວກເຈົ້າ ແລ້ວ’
\v 12 ເຮົາ ບອກ ພວກເຈົ້າ ວ່າໃນວັນພິພາກສາໂທດ ຂອງ ເມືອງ ໂຊໂດມ ກໍຈະ ເບົາ ກວ່າ ໂທດ ຂອງ ເມືອງ ນີ້.”
\s5
\v 13 “ວິບັດແກ່ເຈົ້າເມືອງ ໂຂຣາຊິນເອີຍ ເມືອງເບັດຊາອີດາ ກໍເຊັ່ນດຽວ ກັນ ວິບັດ ສໍາລັບ ເຈົ້າ ຖ້າ ການ ອັດສະຈັນ ທີ່ ໄດ້ ຖືກ ກະທໍາ ໃນ ເມືອງ ຂອງ ເຈົ້າ ໄດ້ ຖືກ ກະທໍາ ທີ່ ເມືອງ ຕີເຣ ແລະ ຊີໂດນ ແລ້ວປະຊາຊົນ ໃນ ເມືອງ ເຫລົ່ານີ້ ກໍຄົງ ຈະ ນັ່ງ ລົງ ນຸ່ງ ເຄື່ອງ ທີ່ ເຮັດ ດວ້ຍ ຜ້າກະສອບ ເຂົ້າ ໃຊ້ຂີ້ເທົ່າ ໂຮຍ ຫົວ ແຕ່ດົນນານ ມາ ແລ້ວ ເພື່ອ ສະແດງ ໃຫ້ເຫັນວ່າ ພວກເຂົາ ຖິ້ມໃຈເກົ່າ ເອົາໃຈໃໝ່,
\v 14 ແຕ່ ໃນ ວັນ ພິພາກສາ ໂທດຂອງເມືອງ ຕີເຣ ແລະ ຊີໂດນ ກໍຈະ ເບົາ ກວ່າ ໂທດ ຂອງ ພວກເຈົ້າ.
\v 15 ສ່ວນ ເຈົ້າ ເມືອງ ກາເປນາອູມ ເອີຍ ເຈົ້າ ຢາກ ຈະ ຍົກ ຕົວ ຂຶ້ນ ໃຫ້ ສູງ ພຽງ ຟ້າ ພຸ້ນ ບໍ? ເຈົ້າຈະຖືກ ຖິ້ມ ລົງ ສູ່ ບຶງ ໄຟ ນະຣົກ.”
\s5
\v 16 “ຜູ້ໃດ ທີ່ ຟັງ ພວກເຈົ້າ ກໍໄດ້ ຟັງ ເຮົາ ຜູ້ໃດ ທີ່ ບໍ່ ຍອມ ຮັບ ພວກເຈົ້າ ກໍບໍໍ່ ຍອມ ຮັບ ເຮົາ ແລະ ທັງ ບໍ່ ຍອມ ຮັບ ຜູ້ທີ່ ໄດ້ໃຊ້ ເຮົາ ມາ ດ້ວຍ.”
\s5
\v 17 ຕໍ່ມາພວກເຈັດສິບສອງ [ຟ] ຄົນນັ້ນ ກໍກັບຄືນ ມາ ດ້ວຍຄວາມຊົມຊື່ນຍິນດີທີີ່ສຸດ ພວກເຂົາເວົ້າວ່າ, “ພຣະອົງເຈົ້າເອີຍ ແມ່ນແຕ່ບັນດາ ຜີມານຮ້າຍ ກໍເຊື່ອຟັງ ພວກ ຂ້ານ້ອຍ ເມື່ອ ພວກ ຂ້ານ້ອຍ ສັ່ງ ມັນໃນນາມຂອງທ່ານ. ”
\v 18 ພຣະເຢຊູເຈົ້າກ່າວກັບ ພວກເພິ່ນ ວ່າ, “ເຮົາ ໄດ້ ເຫັນມານຊາຕານ ຕົກລົງຈາກ ຟ້າດັ່ງຟ້າແມບ.
\v 19 ເບິ່ງແມ! ເຮົາໄດ້ ໃຫ້ພວກເຈົ້າມີສິດ ອໍານາດ ຢຽບງູແລະ ແມງງອດ ແລະໃຫ້ມີຣິດອໍານາດເໜືອ ກໍາລັງ ຂອງ ສັດຕູ ແລະ ບໍ່ມີສີິ່ງໃດຈະເຮັດ ອັນຕະລາຍ ແກ່ ພວກເຈົ້າໄດ້.
\v 20 ແຕ່ ຢ່າໄດ້ຍິນ​ດີ ຢູ່ ໃນ ສິ່ງເຫລົ່ານີ້ຄື ເພາະຜີຮ້າຍ ຍອມ ເຊື່ອຟັງ ພວກເຈົ້າ, ແຕ່ຈົ່ງຊົມຊື່ນ ຍິນດີ ເພາະ ຊື່ ຂອງ ພວກເຈົ້າໄດ້ຈົດ ໄວ້ແລ້ວ ໃນ ສະຫວັນ.”
\s5
\v 21 ໃນ ເວລາ ໂມງ ນັ້ນ ພຣະເຢຊູເຈົ້າ ຊົງ ມີຄວາມ ຊື່ນຊົມ ຍີນດີ ດ້ວຍພຣະວິນຍານ ບໍຣິສຸດເຈົ້າ ຈຶ່ງ ຊົງ ກ່າວ ວ່າ, “ຂ້າແດ່ ພຣະບິດາເຈົ້າ ຜູ້ ເປັນ ເຈົ້າ ສະຫວັນ ແລະ ແຜ່ນດິນ ໂລກ ຂ້ານ້ອຍ ສັນລະເສີນ ພຣະອົງ ເພາະ ພຣະອົງໄດ້ ຊົງ ປົກບັງ ສິ່ງ ເຫລົ່ານີ້ ໄວ້ ຈາກ ຜູ້ ມີ ປັນຍາ ແລະ ຜູ້ ສະຫລາດ, ແຕ່ໄດ້ຊົງສໍາແດງ ໃຫ້ແກ່ ພວກ ເດັກນ້ອຍຮູ້ ຂ້າແດ່ ພຣະບິດາເຈົ້າ ພຣະອົງຊົງເຫັນຊອບ ດັ່ງນັ້ນ.”
\s5
\v 22 “ພຣະບິດາເຈົ້າ ຂອງເຮົາ ໄດ້ຊົງ ມອບ ສິ່ງສາລະພັດ ໃຫ້ແກ່ ເຮົາ ບໍ່ມີຜູ້ໃດ ຮູ້ພຣະບຸດ ນອກຈາກ ພຣະບິດາເຈົ້າ ແລະ ບໍ່​ມີ ຜູ້ໃດ ຮູ້ພຣະບິດາເຈົ້າ ນອກຈາກ ພຣະບຸດ ແລະ ຜູ້ ທີ່ ພຣະບຸດ ຢາກ ຈະ ເປີດເຜີຍ ໃຫ້ ຮູ້.”
\s5
\v 23 ແລ້ວ ພຣະເຢຊູເຈົ້າ ກໍ ຫັນໄປທາງ ພວກ ສາວົກ ແລະ ກ່າວ ແກ່ ພວກເພິ່ນ ໂດຍ ສະເພາະວ່າ, “ຕາທັງຫລາຍ ທີ່ໄດ້ ເຫັນ ການ ຊຶ່ງ ພວກເຈົ້າ ໄດ້ ເຫັນນັ້ນ ກໍ ເປັນ ສຸກ
\v 24 ເຮົາ ບອກ ພວກເຈົ້າ ຕາມ ຄວາມຈິງວ່າ, ‘ຜູ້ທໍານວາຍ ແລະ ກະສັດ ຫລາຍ ຄົນ ຢາກ ເຫັນ ສິ່ງ ທີ່ ພວກເຈົ້າ ເຫັນ ແຕ່ ພວກເຂົາ ບໍ່ໄດ້ ເຫັນ ແລະ ຢາກ ໄດ້ຍິນ ສິ່ງ ທີ່ ພວກເຈົ້າ ໄດ້ຍິນ ແຕ່ ພວກເຂົາ ບໍ່ໄດ້ຍິນ.
\s5
\v 25 ຄັ້ງ ໜຶ່ງ ມີທໍາບັນດິດ ຄົນ ໜຶ່ງ ໄດ້ ຢືນ ຂຶ້ນ ເພື່ອ ທົດລອງ ພຣະເຢຊູເຈົ້າ ລາວຖາມວ່າ, “ອາຈານ ເອີຍ, ຂ້ານ້ອຍ ຈະ ຕ້ອງ ເຮັດຢ່າງໃດ ຈຶ່ງ ຈະໄດ້ຮັບຊີວິດ ນິຣັນດອນ? ”
\v 26 ພຣະເຢຊູເຈົ້າ ຕອບ ລາວ ແບບຖາມຄືນວ່າ, “ກົດບັນຍັດ ມີ ຂຽນ ໄວ້ວ່າຢ່າງໃດ? ເມື່ອ ທ່ານ ອ່ານ ແລ້ວ ເຂົ້າໃຈ ຢ່າງໃດ? ”
\v 27 ແລ້ວ ຊາຍ ຜູ້ນັ້ນ ກໍຕອບວ່າ, “ຈົ່ງ ຮັກ ອົງພຣະຜູ້ ເປັນເຈົ້າ ອົງ ເປັນ ພຣະເຈົ້າ ຂອງ ເຈົ້າ ດ້ວຍສຸດໃຈ ດ້ວຍສຸດຈິດ [ມ] ດ້ວຍສຸດກໍາລັງ ແລະດ້ວຍສຸດຄວາມຄິດຂອງເຈົ້າ” ແລະ “ຈົ່ງ ຮັກ ເພື່ອນບ້ານ ເໝືອນ ຮັກຕົນເອງ. ”
\v 28 ພຣະເຢຊູເຈົ້າ ຕອບວ່າ, “ທ່ານຕອບຖືກ ແລ້ວ ຈົ່ງ ປະຕິບັດ ຕາມ ນີ້ ແລະ ທ່ານຈະໄດ້ຊີວິດ.”
\s5
\v 29 ແຕ່ ທໍາບັນດິດ ຄົນ ນັ້ນ ຢາກ ສະແດງ ວ່າ ຕົນ ເປັນ ຄົນ ສິນທໍາ ຈຶ່ງ ຖາມ ພຣະເຢຊູເຈົ້າ ຕື່ມ ວ່າ, “ແມ່ນ ຜູ້ໃດ ເປັນ ເພື່ອນບ້ານ ຂອງຂ້ານ້ອຍ? ”
\v 30 ພຣະເຢຊູເຈົ້າ ໃຫ້ ຄໍາຕອບ ແກ່ ລາວ ດັ່ງນີ້ ວ່າ, “ຍັງ ມີ ຊາຍ ຄົນ ໜຶ່ງ ລົງ ຈາກ ນະຄອນ ເຢຣູຊາເລັມ ໄປ ຍັງ ເມືອງເຢຣີໂກ ແລະຕົກຢູ່ໃນກໍາມືຂອງ ພວກນັກປຸ້ນ, ພວກ ນັກປຸ້ນ ໄດ້ ເອົາ ທຸກສິ່ງ ທີ່ ຊາຍ ຜູ້ ນັ້ນ ມີທັງ ຕົບຕີ ລາວ ແລະປະຖິ້ມໄວ້ ເກືອບ ຕາຍ.
\s5
\v 31 ຍັງ ມີປະໂຣຫິດ ຄົນ ໜຶ່ງ ໄດ້ ລົງ ໄປ ຕາມ ທາງ ນັ້ນ ເມື່ອ ເຫັນ ຄົນ ນີ້ ແລ້ວ ກໍຍ່າງ ເວັ້ນ ກາຍ ໄປ ຟາກ ອື່ນ.
\v 32 ໃນທໍານອງ ດຽວກັນ ມີ ຄົນເລວີຜູ້ໜຶ່ງ ລົງ ໄປ ຕາມທາງນັ້ນ ແລະ ເຫັນລາວກໍຍ່າງເວັ້ນ ຂ້າມ ທາງ ຟາກອື່ນກາຍໄປເໜືອນ ກັນ.
\s5
\v 33 ແຕ່ ມີໄທ ຊາມາເຣຍຄົນໜຶ່ງທີ່ເດີນທາງ ມາ ພໍ້ ຊາຍ ຄົນ ນີ້ ແລະ ເມື່ອ ເຫັນລາວ ແລ້ວ ກໍມີໃຈ ເມດຕາ ສົງສານ.
\v 34 ລາວຈຶ່ງເຂົ້າໄປຊ່ວຍ ເອົາ ນໍ້າມັນ ແລະ ເຫຼົ້າອະງຸ່ນ ຖອກໃສ່ບາດແຜ ແລະ ເອົາ ຜ້າພັນບາດໃຫ້ ແລ້ວ ກໍໂໍຈມຊາຍຄົນ ນັ້ນ ຂຶ້ນ ຂີ່ ເທິງ ຫລັງ ສັດ ຂອງຕົນ ນໍາ ໄປ ຮອດ ໂຮງແຮມ ແລະເອົາໃຈໃສ່ ບົວລະບັດ ລາວ.
\v 35 ວັນ ຕໍ່ມາ ລາວ ໄດ້ ເອົາ ເງິນສອງຫລຽນ ໃຫ້ເຈົ້າຂອງ ໂຮງແຮມ ແລະ ສັ່ງວ່າ, ‘ຈົ່ງ ຊ່ວຍ ເບິ່ງແຍງ ຊາຍ ຄົນ ນີ້ ໃຫ້ດີເນີ ຖ້າ ເຈົ້າ ຈ່າຍ ເກີນ ນີ້ ໄປ ເທົ່າ ໃດ ເມື່ອ ຂ້ອຍ ກັບ ມາ ຂ້ອຍ ຈະ ຈ່າຍ ຄືນ ໃຫ້.
\s5
\v 36 ໃນ ສາມ ຄົນ ນີ້ ແມ່ນ ຜູ້ໃດ ທີ່ເປັນ ເພື່ອນບ້ານ ຂອງ ຄົນ ທີ່ ຖືກ ພວກໂຈນ ປຸ້ນນັ້ນ? ”
\v 37 ທໍາບັນດິດ ຄົນ ນັ້ນ ຕອບ ວ່າ, “ແມ່ນຜູ້ທີ່ມີໃຈເມດຕາ ສົງສານ ຕໍ່ ລາວ. ” ພຣະເຢຊູເຈົ້າ ກ່າວ ແນະນໍາວ່າ, “ທ່ານຈົ່ງ ໄປ ເຮັດຢ່າງນັ້ນເໝືອນກັນ.”
\s5
\v 38 ຂະນະທີ່ ພຣະເຢຊູເຈົ້າ ເດີນທາງ ໄປ ກັບ ພວກ ສາວົກ ຂອງ ພຣະອົງ ພຣະອົງ ກໍມາ ຮອດ ບ້ານ ແຫ່ງ ໜຶ່ງໃນທີ່ນັ້ນ ມີຍິງ ຄົນ ໜຶ່ງ ຊື່ ມາທາ ແລະ ນາງໄດ້ ຕ້ອນຮັບ ພຣະອົງ ເຂົ້າ ໄປ ໃນ ເຮືອນ ຂອງຕົນ.
\v 39 ມາທາ ມີນ້ອງສາວ ຄົນ ໜຶ່ງ ຊື່ ວ່າ ມາຣີ ຜູ້ຊຶ່ງ ມາ ນັ່ງ ຢູ່ ໃກ້ ຕີນ ຂອງ ອົງພຣະ ຜູ້ເປັນເຈົ້າ ແລະ ຟັງ ຖ້ອຍຄໍາ ຂອງ ພຣະອົງ.
\s5
\v 40 ສ່ວນ ມາທາ ນັ້ນ ເມົາ ແຕ່ວຸ້ນວາຍ ຢູ່ ກັບວຽກ ບ້ານ ການ ເຮືອນ ຕັ້ງ ຫລາຍ ຢ່າງ ທີ່ ຕົນ ຕ້ອງ ເຮັດ. ດັ່ງນັ້ນ ນາງ ຈຶ່ງ ມາ ຫາ ພຣະອົງ ແລະເວົ້າ ວ່າ, “ພຣະອົງເຈົ້າ ເອີຍ ທ່ານ ບໍ່ ສົນໃຈ ບໍ ທີ່ ນ້ອງສາວ ຂອງ ຂ້ານ້ອຍ ປະ ໃຫ້ ຂ້ານ້ອຍ ເຮັດ ວຽກ ທັງໝົດນີ້ແຕ່ ຜູ້ ດຽວ? ຈົ່ງ ບອກ ນາງໃຫ້ ມາ ຊ່ວຍ ຂ້ານ້ອຍ ແດ່. ”
\v 41 ແຕ່ ອົງພຣະ ຜູ້ ເປັນເຈົ້າ ຕອບ ວ່າ, “ມາທາ ມາທາເອີຍ ເຈົ້າກັງວົນ ແລະມົວວຸ້ນວາຍ ຢູ່ ກັບ ຫລາຍ ສິ່ງແທ້ ໜໍ
\v 42 ສິ່ງ ຊຶ່ງ ຈໍາເປັນ ນັ້ນ ກໍມີແຕ່ ສິ່ງດຽວ ມາຣີ ໄດ້ ເລືອກ ເອົາ ສິ່ງ ທີ່ ດີນັ້ນ ແລ້ວ ແລະ ຜູ້ໃດ ຈະ ຍາດ ເອົາ ສິ່ງ ນີ້ ໄປຈາກ ນາງບໍ່ໄດ້.”
\s5
\c 11
\p
\v 1 ວັນ ໜຶ່ງ ພຣະເຢຊູເຈົ້າ ກໍາລັງ ພາ ວັນນາ ອະທິຖານ ຢູ່ ໃນ ສະຖານທີ່ ແຫ່ງ ໜຶ່ງ ເມື່ອ ພຣະເຢຊູເຈົ້າ ພາວັນນາອະທິຖານ ຈົບ ແລ້ວ ສາວົກ ຄົນ ໜຶ່ງກໍ ເວົ້າ ກັບ ພຣະອົງວ່າ, “ພຣະອົງເຈົ້າເອີຍ, ຂໍໂຜດ ສອນ ພວກ ຂ້ານ້ອຍ ໃຫ້ ພາວັນນາ ອະທິຖານ ເໝືອນ ດັ່ງ ໂຢຮັນ ໄດ້ ສອນ ພວກ ສິດຂອງເພິ່ນແດ່ທ້ອນ.”
\s5
\v 2 ພຣະເຢຊູເຈົ້າ ກ່າວ ແກ່ ພວກເພິ່ນ ວ່າ, “ເມື່ອ ພວກເຈົ້າ ພາວັນນາ ອະທິຖານ ນັ້ນ ຈົ່ງເວົ້າ ດັ່ງນີ້: ‘ຂ້າແດ່ພຣະບິດາເຈົ້າ ຂໍ ໃຫ້ ພຣະນາມ ຂອງ ພຣະອົງ ເປັນ ທີ່ ເຄົາຣົບ ບູຊາ ຂໍ ໃຫ້​ຣາຊອານາຈັກ ຂອງ ພຣະອົງ ມາ ຕັ້ງ ຢູ່ ເທິງໂລກນີ້ ເຖິດ.
\s5
\v 3 ຂໍໂຜດ ປະທານ ອາຫານ ປະຈໍາ ວັນ ທີ່ ພວກ ຂ້ານ້ອຍ ຕ້ອງການ [ຢ]
\v 4 ຂໍໂຜດ ຍົກ ໂທດບາບກໍາ ໃຫ້ ພວກ ຂ້ານ້ອຍ ດ້ວຍ ເທີ້ນ ດ້ວຍວ່າ, ພວກ ຂ້ານ້ອຍ ຍົກ ຄວາມຜິດ ຄວາມ ບາບ ໃຫ້ ທຸກຄົນ ທີ່ ເຮັດ ຜິດ ຕໍ່ ພວກ ຂ້ານ້ອຍ ນັ້ນ. ແລະ ຂໍ ຢ່າ ນໍາ ພວກ ຂ້ານ້ອຍ ເຂົ້າ ໄປ ໃນ ການ ທົດລອງ.
\s5
\v 5 ພຣະອົງ ຊົງ ກ່າວ ກັບ ພວກເພິ່ນ ວ່າ, “ຜູ້ໃດ ໃນ ພວກເຈົ້າ ມີມິດ ສະຫາຍ ຄົນ ໜຶ່ງ ແລະ ຈະ ໄປ ຫາ ມິດ ສະຫາຍ ນັ້ນ ໃນ ເວລາ ທ່ຽງ ຄືນ ແລະ ເວົ້າ ວ່າ, ‘ສະຫາຍ ເອີຍ, ຂໍ ໃຫ້ ເຮົາ ຢືມ ເຂົ້າຈີ່ຈັກ ສາມ ກ້ອນ ແດ່.
\v 6 ເພາະ ເພື່ອນ ຄົນ ໜຶ່ງ ຂອງເຮົາ ຫາ ກໍເດີນທາງມາແວ່ ແລະ ເຮົາ ບໍ່ມີ ຫຍັງ ຈະ ສູ່ ລາວ ກິນ.
\v 7 ຝ່າຍ ມິດ ສະຫາຍ ທີ່ ຢູ່ ຂ້າງ ໃນ ຈະ ຕອບ ອອກ ມາ ວ່າ, ‘ຢ່າ ລົບກວນ ເຮົາ ເທາະ ປະຕູ ກໍອັດ ແລ້ວ ແລະ ພວກ ລູກ ຂອງເຮົາ ກໍນອນ ຢູ່ ກັບ ​ເ​ຮົາໝົດແລ້ວ ເຮົາລຸກ ຂຶ້ນ ເອົາ ໃຫ້ ເຈົ້າ ບໍ່ໄດ້ ດອກ.
\v 8 ເຮົາ ບອກ ພວກເຈົ້າວ່າ, ເຖິງ ແມ່ນ ຜູ້ນັ້ນ ຈະ ບໍ່ ລຸກ ຂຶ້ນ ເອົາ ເຂົ້າຈີ່ ໃຫ້ ເພາະ ການ ເປັນ ເພື່ອນ ກັນ ກໍຕາມ, ແຕ່ ເພາະ ການ ໝັ່ນ ຂໍ ຂອງ ຜູ້ ເປັນ ເພື່ອນ ນັ້ນ ລາວ ກໍ ຈະ ລຸກ ຂຶ້ນ ເອົາ ໃຫ້ ຕາມ ທີ່ ເພື່ອນ ຕ້ອງການ.”
\s5
\v 9 ຝ່າຍ ເຮົາ ຈຶ່ງ ບອກ ແກ່ ພວກເຈົ້າ ວ່າ, ຈົ່ງ ໝັ່ນ ຂໍ ແລະ ພວກເຈົ້າ ຈະ ໄດ້ ຮັບ ຈົ່ງ ໝັ່ນ ຊອກຫາ ແລະ ພວກເຈົ້າ ຈະ ໄດ້ ພົບ ຈົ່ງ ໝັ່ນ ເຄາະ ແລະ ຈະ ມີ ຜູ້ ໄຂ ປະຕູ ໃຫ້.
\v 10 ດ້ວຍວ່າ, ທຸກຄົນ ທີ່ ໝັ່ນ ຂໍ ກໍໄດ້ ຮັບ ຜູ້ໃດ ທີ່ ໝັ່ນ ຊອກ ຫາ ​ກໍໄດ້ ພົບ ແລະ ຜູ້ໃດ ທີ່ ໝັ່ນ ເຄາະ ກໍຈະ ມີ ຜູ້ ໄຂປະຕູ ໃຫ້.”
\s5
\v 11 “​ມີ ຜູ້ໃດ ໃນ ພວກເຈົ້າ ທີ່ ເປັນ ພໍ່ ຈະ ເ​ອົາ ງູໃຫ້ ເມື່ອ ລູກ ຂອງ ຕົນເອງ ຂໍ ປາ?
\v 12 ຫລືຈະ ເອົາ ແມງງອດ ໃຫ້ ເມື່ອ ລູກ ຂໍ ໄຂ່?
\v 13 ດ້ວຍເຫດນັ້ນ ພວກເຈົ້າ ຜູ້ ເປັນ ຄົນຊົ່ວ ກໍຍັງ ຮູ້ຈັກເອົາ ຂອງ ດີ ໃຫ້ ແກ່ ລູກ ຂອງຕົນ ຫລາຍກວ່າ ນັ້ນ ອີກ ຈັກ ເທົ່າ ໃດ ພຣະບິດາເຈົ້າ ຂອງ ພວກເຈົ້າ ຜູ້ ສະຖິດ ຢູ່ ໃນ ສະຫວັນ ກໍຈະ ປະທານ ພຣະວິນຍານ ບໍຣິສຸດເຈົ້າ ແກ່ ຜູ້ ທີ່ ຂໍ ຈາກ ພຣະອົງ.”
\s5
\v 14 ພຣະເຢຊູເຈົ້າ​ກໍຂັບໄລ່ຜີ ປາກກືກ ໂຕໜຶ່ງ ອອກ ເມື່ອ ຜີ ປາກກືກອອກ ໄປ ແລ້ວ ຊາຍ ຄົນ ນັ້ນ ກໍ ເລີ່ມຕົ້ນ ເວົ້າໄດ້ ຝ່າຍ ປະຊາຊົນ ຕ່າງ ກໍງຶດປະຫລາດໃຈ,
\v 15 ແຕ່ ປະຊາຊົນ ບາງຄົນ ເວົ້າ ວ່າ, “ແມ່ນ ເບເອນເຊບູນ ນາຍ ຂອງ ຜີມານຮ້າຍ ທີ່ ໃຫ້ ອໍານາດ ແກ່ ຄົນ ນີ້ ຂັບໄລ່ ຜີມານຮ້າຍ ອອກ.”
\s5
\v 16 ສ່ວນຄົນອື່ນນັ້ນ ຫວັງຢາກຈັບຜິດ ພຣະເຢຊູເຈົ້າ. ດັ່ງນັ້ນ ພວກເຂົາ ຈຶ່ງ ຂໍ ໃຫ້ ພຣະອົງ ເຮັດ ໝາຍສໍາຄັນ ການ ອັດສະຈັນ ຈາກ ສະຫວັນ.
\v 17 ແຕ່ ພຣະເຢຊູເຈົ້າ ຮູ້ວ່າ ພວກເຂົາ ກໍາລັງຄິດ ຢ່າງ ໃດ. ດັ່ງນັ້ນ ພຣະອົງ ຈຶ່ງ ກ່າວ ຕໍ່ ພວກເຂົາ ວ່າ, “ອານາຈັກ ໃດ ທີ່ ປະຊາຊົນ ແບ່ງ ອອກ ເປັນ ກຸ່ມ ຕໍ່ສູ້ ກັນ ເອງ ກໍຈະ ຕັ້ງຢູ່ຕໍ່ໄປບໍ່ໄດ້ ຄົວເຮືອນໜຶ່ງ ທີ່ ສະມາຊິກ ໃນຄອບຄົວ ຕໍ່ສູ້ ກັນເອງກໍຈະລົ້ມ ລະລາຍ.
\s5
\v 18 ຖ້າ ອານາຈັກ ຂອງມານຊາຕານ ແບ່ງກຸ່ມ ຕໍ່ສູ້ ກັນແລະກັນ ອານາຈັກນັ້ນ ຈະ ຕັ້ງ ຢູ່ໄດ້ ຢ່າງ ໃດ? ພວກເຈົ້າ ກ່າວຫາ ວ່າເຮົາ ຂັບໄລ່ ພວກ ຜີມານຮ້າຍ ອອກ ໄດ້ ເພາະເບເອນເຊບູນ ໃຫ້ ຣິດອໍານາດແກ່ເຮົາ.
\v 19 ຖ້າເຮົາຂັບໄລ່ພວກມັນ ໂດຍເບເອນເຊບູນນັ້ນ. ແມ່ນ ຜູ້ໃດ ໃຫ້ ຣິດອໍານາດ ແກ່ ລູກຫລານ ຂອງ ພວກເຈົ້າ ຂັບໄລ່ ຜີມານຮ້າຍ? ບັນດາ ລູກຫລານ ຂອງ ພວກເຈົ້າ ເອງ ຈະ ເປັນ ຜູ້ ຕັດສິນ ພວກເຈົ້າ
\v 20 ແຕ່ ຖ້າ ເຮົາ ຂັບໄລ່ ພວກ ຜີມານຮ້າຍ ອອກ ໂດຍ ຣິດອໍານາດ ຂອງ ພຣະເຈົ້າ. ດັ່ງນັ້ນ ອານາຈັກ ຂອງ ພຣະເຈົ້າ ກໍມາ ເຖິງ ພວກເຈົ້າ ແລ້ວ.
\s5
\v 21 ເມື່ອ ຄົນ ແຂງແຮງ ຜູ້ໜຶ່ງ ຖືອາວຸດ ຄົບ ຊຸດ ຕຽມພ້ອມເຝົ້າເຮືອນຂອງຕົນຢູ່ ສິ່ງຂອງຂອງລາວທີ່ ມີ ຢູ່ທັງໝົດກໍປອດໄພ.
\v 22 ແຕ່ເມື່ອ ມີຄົນແຂງແຮງກວ່າ ມາໂຈມຕີ ແລະ ຊະນະ ລາວ ໄປ ຄົນ ນັ້ນ ກໍ ຈະ ຍາດ ເອົາ ອາວຸດທັງໝົດທີ່ ເຈົ້າຂອງເຮືອນເພິ່ງພາ ນັ້ນໜີໄປ ແລະ ແບ່ງປັນສິ່ງຂອງທັງໝົດ ທີ່ ເຂົາຍາດເອົາ ໄປນັ້ນ.
\v 23 ຜູ້ໃດ ທີ່ບໍ່ຢູ່ຝ່າຍເຮົາ ກໍຕໍໍ່ສູ້ ເຮົາ ຜູ້ໃດ ທີ່ບໍ່ໂຮມເຂົ້າ ກັບເຮົາ ກໍເປັນຜູ້ ເຮັດ ໃຫ້ແຕກ ຊະຊາຍໄປ.”
\s5
\v 24 “ເມື່ອຜູ້ຊົ່ວຮ້າຍ ອອກມາຈາກຄົນ ໃດ ແລ້ວ ມັນ ກໍທຽວໄປມາໃນຖິ່ນແຫງ້ແລ້ງ ກັນດານ ເພື່ອ ຊອກ ຫາ ບ່ອນ ພັກ ເຊົາເມື່ອຍເມື່ອມັນ ຫາບໍ່ໄດ້.
\v 25 ມັນກໍ ເວົ້າວ່າ, ‘ເຮົາ ຈະ ກັບຄືນ ເມືອເຮືອນຂອງເຮົາ ທີ່ເຮົາໄດ້ ໜີມາ. ດັ່ງນັ້ນມັນຈຶ່ງກັບຄືນໄປ ແລະ ພົບ ເຮືອນ ນັ້ນ ເປົ່າຫວ່າງຢູ່ ທັງ ສະອາດ ແລະ ຕົບແຕ່ງ ໄວ້ ຢ່າງດີ ແລ້ວ ດວ້ຍ.
\v 26 ແລ້ວ ມັນ ກໍອອກໄປ ນໍາ ເອົາ ຜີຊົ່ວຮ້າຍ ເຈັດ ໂຕ ທີ່ ຊົ່ວຮ້າຍ ຍິ່ງ ກວ່າ ມັນ ອີກ ແລ້ວກັບມາເຂົ້າອາໄສ ຢູ່ທີ່ເຮືອນນັ້ນ ໃນທີ່ສຸດ ຄົນນີ້ກໍຈະຢູ່ໃນ ສະພາບ ທີ່ຊົ່ວຮ້າຍ ຫລາຍກວ່າ ຕອນ ຕົ້ນ ອີກ.”
\s5
\v 27 ເມື່ອ ພຣະເຢຊູເຈົ້າ ກ່າວ ຖ້ອຍຄໍາ ເຫລົ່ານັ້ນ ແລ້ວ ກໍມີຍິງ ຄົນ ໜຶ່ງ ໃນ ໝູ່ ປະຊາຊົນ ເວົ້າ ກັບ ພຣະອົງວ່າ, “ຍິງ ທີ່ ໃຫ້ ກໍາເນີດ ທ່ານ ແລະ ລ້ຽງດູ ທ່ານ ຄວນ ມີ ຄວາມສຸກ ຫລາຍທີ່ສຸດ! ”
\v 28 ແຕ່ ພຣະເຢຊູເຈົ້າ ຕອບວ່າ, “ຄົນ ທັງຫລາຍ ທີ່ ໄດ້ ຟັງ ຖອ້ຍຄໍາ ຂອງ ພຣະເຈົ້າ ແລະ ປະຕິບັດ ຕາມ ກໍມີຄວາມສຸກ ຫລາຍກວ່າ ນັ້ນອີກ.”
\s5
\v 29 ເມື່ອ ປະຊາຊົນ ເຕົ້າໂຮມ ກັນ ໜາແໜ້ນ ຂຶ້ນ ພຣະເຢຊູເຈົ້າ ກໍກ່າວ ຕໍ່ ພວກເຂົາວ່າ, “ຄົນ ໃນ ຍຸກ ນີ້ ຕ່າງ ກໍຊົ່ວຮ້າຍ ພວກເຂົາ ຂໍ ໃຫ້ ເຮັດ ການ ອັດສະຈັນ ແຕ່ຈະບໍ່ມີ ການ ອັດສະຈັນໃດໆ ໃຫ້ ພວກເຂົາ ເຫັນເລີຍ ນອກຈາກ ການອັດສະຈັນເລື່ອງຂອງໂຢນາ.
\v 30 ດ້ວຍວ່າ, ໂຢນາເປັນ ການ ອັດສະຈັນແກ່ ຊາວ ເມືອງ ນີເນເວຢ່າງໃດ ບຸດ ມະນຸດກໍ ຈະເປັນການ ອັດສະຈັນ ແກ່ ຄົນ ໃນ ຍຸກ ນີ້ ຢ່າງນັ້ນ.
\s5
\v 31 ໃນ ວັນ ພິພາກສາໂລກ ນາງ ກະສັດ ຈາກ ທິດ ໃຕ້ຈະ ຢືນ ຂຶ້ນ ກ່າວໂທດ ພວກເຈົ້າ ເພາະ ນາງໄດ້ ເດີນທາງມາໄກແສນໄກ ຈາກປະເທດ ຂອງຕົນ ເພື່ອ ຟັງ ຄໍາສັ່ງສອນ ອັນເຕັມ ໄປ ດວ້ຍ ສະຕິປັນຍາ ຂອງ ກະສັດ ໂຊໂລໂມນ ແລະ ເຮົາ ບອກ ພວກເຈົ້າ ຕາມ ຄວາມຈິງວ່າ ຜູ້ທີ່ ຍິ່ງໃຫຍ່ ກວ່າ ໂຊໂລໂມນ ກໍຢູ່ ທີ່ ນີ້.
\s5
\v 32 ໃນ ວັນ ແຫ່ງ ການ ພິພາກສາ ຊາວ ເມືອງ ນີເນເວ ຈະ ຢືນ ຂຶ້ນ ກ່າວໂທດ ພວກເຈົ້າ ເພາະ ພວກເຂົາ ຖິ້ມໃຈເກົ່າ ເອົາໃຈໃໝ່ ເມື່ອ ໄດ້ຍິນ ຄໍາ ປະກາດ ຂອງ ໂຢນາ ແລະ ຜູ້ໜິ່ງ ທີ່ ຍິ່ງໃຫຍ່ ກວ່າ ໂຢນາ​ກໍຢູ່ທີ່ນີ້.”
\s5
\v 33 “ບໍ່ ຫ່ອນ ມີ ຜູ້ໃດ ເມື່ອ ໄຕ້ໂຄມໄຟ ແລ້ວ ຕັ້ງ ໄວ້ ໃນ ບ່ອນ ລັບບັງ ຫລືເອົາ ເຂົ້າ ໄວ້ ໃນ ກະບຸງ, [ຣ] ແຕ່ ເຄີຍ ຕັ້ງ ໄວ້ ເທິງທີ່ສູງ ເພື່ອວ່າ ຄົນທີ່ເຂົ້າມາຈະເຫັນ ແສງ ສະຫວ່າງນັ້ນ.
\v 34 ຕາເປັນ ດວງ ສະຫວ່າງ ສໍາລັບ ຮ່າງກາຍ ເມື່ອຕາຂອງ ເຈົ້າ ແຈ້ງ ເປັນ ປົກກະຕິ ຮ່າງກາຍ ທຸກ ພາກ ສ່ວນ ກໍ ແຈ້ງ ເໝືອນກັນ, ແຕ່ເມື່ອ ຕາຂອງເຈົ້າບໍ່ແຈ້ງ ເປັນປົກກະຕິ ຮ່າງກາຍ ທຸກ ພາກ ສ່ວນ​ກໍຢູ່ໃນຄວາມມືດ.
\v 35 ດ້ວຍເຫດນັ້ນ ຈົ່ງລະວັງໃຫ້ດີຢ້ານວ່າຄວາມ ສະຫວ່າງ ທີ່ມີຢູ່ໃນເຈົ້າ ນັ້ນ ມືດໄປ.
\v 36 ຖ້າຮ່າງກາຍຂອງເຈົ້າ ທຸກ ພາກ ສ່ວນ ເຕັມ ດ້ວຍ ຄວາມ ສະຫວ່າງ ຄືບໍ່​ມີ ສ່ວນ ໃດ ມືດເລີຍ ແສງ ແຈ້ງ ສະຫວ່າງ ນັ້ນ ກໍຈະສະຫວ່າງທົ່ວໄປ ເໝືອນ ດັ່ງ ແສງ ໂຄມໄຟ ສ່ອງ ມາໃສ່ ເຈົ້າ ດ້ວຍ ແສງແຈ້ງ ອັນແຈ່ມໃສ.”
\s5
\v 37 ຂະນະທີ່ ພຣະເຢຊູເຈົ້າຍັງກ່າວ ຢູ່ ກໍມີຄົນ ຟາຣີຊາຍ ຜູ້ໜຶ່ງ ເຊີນ ພຣະອົງໄປ ຮັບປະທານ ອາຫານ ທີ່ເຮືອນ ຂອງຕົນ ພຣະເຢຊູເຈົ້າ ຈຶ່ງໄປ ແລະ ນັ່ງ ລົງ ຮັບປະທານ ອາຫານ.
\v 38 ຄົນ ຟາຣີຊາຍຜູ້ ນີ້ ກໍ ປະຫລາດໃຈ ເມື່ອເຫັນວ່າ ກ່ອນຈະ ກິນ ພຣະອົງ ບໍ່ໄດ້ ຊໍາລະ ລ້າງ ຕາມ ທໍານຽມ.
\s5
\v 39 ດັ່ງນັ້ນ ອົງພຣະ ຜູ້ ເປັນເຈົ້າ ຈຶ່ງ ກ່າວແກ່ລາວວ່າ, “ເຈົ້າ ຄົນຟາຣີຊາຍເອີຍ ເຈົ້າ ເຄີຍ ລ້າງ ຖ້ວຍ ຊາມ ໃຫ້ ສະອາດ ແຕ່ ຂ້າງນອກ ແຕ່ຂ້າງ ໃນ ແລ້ວ ພວກເຈົ້າ ເຕັມ ແຕ່ ການ ໂລບ ເອົາ ແລະ ການ ຊົ່ວຮ້າຍ.
\v 40 ໂອ ຄົນ ໂງ່ ເອີຍ ພຣະເຈົ້າ ຜູ້ໄດ້ ສ້າງ ພາຍ ນອກ ກໍໄດ້ ສ້າງ ພາຍ ໃນ ເໝືອນກັນ ບໍ່ແມ່ນບໍ?
\v 41 ແຕ່ ຈົ່ງ ບໍລິຈາກ ໃຫ້ ແກ່ ຄົນຍາກຈົນ ຕາມ ທີ່ ພວກເຈົ້າ​ມີ ຢູ່ ຂ້າງໃນ ແລະທຸກສິ່ງ ກໍຈະ ສະອາດ ເສາະໃສ ສໍາລັບ ພວກເຈົ້າ.”
\s5
\v 42 “ແຕ່ ວິບັດ ແກ່ ເຈົ້າ ພວກ ຟາຣີຊາຍເອີຍ ພວກເຈົ້າ ຖວາຍ ໜຶ່ງສ່ວນສິບ ໃນ ເຄື່ອງປູກຂອງຝັງຕາມລະດູການ ແກ່ ພຣະເຈົ້າ ຄືຜັກ ກ້ານກໍ່າ ຜັກ ແພວ ແລະ ຜັກ ອື່ນໆ ທຸກ ຊະນິດ, ແຕ່ ພວກເຈົ້າ ລະເລີຍ ຄວາມ ຍຸດຕິທໍາ ແລະຄວາມຮັກ ຂອງ ພຣະເຈົ້າ ແມ່ນ ສິ່ງ ນີ້ແຫລະ ທີ່ ພວກເຈົ້າ ຄວນ ປະຕິບັດ ໂດຍ ບໍ່ ລະເລີຍ ສິ່ງ ອື່ນ ດ້ວຍ.”
\s5
\v 43 “ວິບັດແກ່ເຈົ້າ ພວກຟາຣີຊາຍເອີຍ ພວກເຈົ້າ ມັກ ນັ່ງ ບ່ອນ ມີ ກຽດໃນທໍາມະສາລາ ແລະ ມັກ ໃຫ້ ຄົນ ຄໍານັບ ດ້ວຍ ຄວາມນັບຖື ກາງຕະຫລາດ.
\v 44 ວິບັດແກ່ ພວກເຈົ້າ ພວກເຈົ້າ ເປັນ ດັ່ງ ບ່ອນ ຝັງສົບ ທີ່ ຄົນ ບໍ່ ສັງເກດ ຮູ້ ເຫັນ ເປັນ ບ່ອນ ທີ່ ຄົນທັງຫລາຍ ຢຽບ ໄປມາ ໂດຍ ບໍ່ ຮູ້ວ່າ ມີຫຍັງ.”
\s5
\v 45 ແລ້ວ ກໍມີ ທໍາບັນດິດ ຄົນ ໜຶ່ງ ເວົ້າ ຕໍ່ ພຣະອົງວ່າ, “ອາຈານ ເອີຍ ເມື່ອ ທ່ານ ເວົ້າ ເຊັ່ນນີ້ ທ່ານ ກໍ ເວົ້າ ໝິ່ນປະໝາດ ພວກເຮົາ ເໝືອນກັນ. ”
\v 46 ພຣະເຢຊູເຈົ້າຕອບວ່າ, “ວິບັດຈະມີແກ່ ພວກເຈົ້າ ເໝືອນກັນ ພວກທໍາບັນດິດເອີຍ ພວກເຈົ້າ ວາງ ພາລະ ໜັກ ເທິງ ຫລັງປະຊາຊົນ ສ່ວນ ພວກເຈົ້າ ເອງ ນັ້ນ ບໍ່ ຍອມ ແມ່ນແຕ່ ຈະເດ່​ ມື ນີ້ວດຽວໄປຈັບ.
\s5
\v 47 ວິ​ບັດ​ແກ່​ພວກ​ເຈົ້າ ເພາະ​ພວກ​ເຈົ້າ​ສ້າງ​ອຸບ​ມູງ​ຝັງ​ສົ​ບ​ອັນ​ງົດ​ງາມ​ໃຫ້​ຜູ້​ທຳ​ນວຍ​ທັງ​ຫລາຍ ຄື​ພວກ​ຜູ້​ທຳ​ນວຍ​ເຫລົ່ານັ້ນ​ແຫລະ ທີ່​ບັນ​ພະ​ບູ​ລຸດ​ຂອງ​ພວກ​ເຈົ້າ​ເອງ​ໄດ້​ຂ້າ.
\v 48 ດັ່ງ​ນັ້ນ ພວກ​ເຈົ້າ​ຈຶ່ງ​ເປັນ​ພະ​ຍານ​ວ່າ ພວກ​ເຈົ້າ​ເຫັນ​ພ້ອ້ມ​ກັບ​ສິ່ງ​ທີ່​ບັນ​ພະ​ບູ​ລຸດ​ຂອງ​ພວກ​ເຈົ້າ​ໄດ້​ເຮັດ ພວກ​ເຂົາ​ໄດ້​ຂ້າ​ບັນ​ດາ​ຜູ້​ທຳ​ນວຍ ແລະ​ພວກ​ເຈົ້າ​ກໍ​ເປັນ​ຜູ້​ສ້າງ​ອຸບ​ມູງ​ໃຫ້​ແກ່​ສົບເຫ​ລົ່ານັ້ນ.
\s5
\v 49 ດ້ວຍເຫດນີ້ ແຫລະ ພຣະປັນຍາ ຂອງ ພຣະເຈົ້າ ຈຶ່ງ ກ່າວ ວ່າ, ‘ເຮົາ ຈຶ່ງໃຊ້ ພວກ ຜູ້ທໍານວາຍ ແລະ ພວກ ອັກຄະສາ ວົກ ມາ ຫາ ພວກເຂົາ, ພວກເຂົາ ຈະ ຂ້າ ບາງຄົນ ແລະ ຈະ ຂົ່ມເຫັງບາງຄົນ.
\v 50 ສະນັ້ນ ຄົນ ໃນ ຍຸກ ນີ້ ຈະ ຕ້ອງ ຖືກ ລົງໂທດ ​ຍ້ອນ ເລືອດ ຂອງ ບັນດາ ຜູ້ທໍານວາຍ ທຸກຄົນ ທີ່ ໄຫລ ອອກ ຕັ້ງແຕ່ ຄາວ ວາງ ຮາກ ສ້າງ ໂລກ,
\v 51 ຄື ຕັ້ງແຕ່ ເລືອດ ຂອງ ອາເບັນ ຈົນເຖິງ ເລືອດ ຂອງ ຊາຂາຣີຢາ ຜູ້ທີ່ ຖືກ ຂ້າ ລະຫວ່າງ ແທ່ນບູຊາ ກັບ ພຣະວິຫານ ນັ້ນ ແມ່ນ ແລ້ວ ເຮົາ ບອກ ພວກເຈົ້າ ວ່າ ຄົນ ໃນ ຍຸກ ນີ້ ຈະ ຖືກ ລົງໂທດ ຍ້ອນ ເລືອດ ພວກ ນັ້ນ ທັງໝົດທີ່ຖືກ ຂ້າ.”
\s5
\v 52 “ວິບັດແກ່ເຈົ້າ ພວກທໍາບັນດິດເອີຍ ພວກເຈົ້າ ໄດ້ ເອົາ ກະແຈ ທີ່ ໄຂ ໄປ ສູ່ ຄວາມ ຮູ້ ໄວ້ ພວກເຈົ້າ ເອງ ກໍ ບໍໍ່ ເຂົ້າ ໄປ ແລະ ຄົນ ທີ່ ພະຍາຍາມ ຈະ ເຂົ້າ ໄປ ນັ້ນ ພວກເຈົ້າ ຊໍ້າພັດ ຂັດຂວາງໄວ້.”
\s5
\v 53 ເມື່ອ ພຣະເຢຊູເຈົ້າ ຈາກ ທີ່ ນັ້ນ ໄປ ແລ້ວ ພວກ ທໍາມະຈານ ກັບ ພວກ ຟາຣີຊາຍ ກໍເລີ່ມຕົ້ນ ໂຈມຕີ ຕໍ່ຕ້ານ ພຣະອົງ ຢ່າງ ໜັກ ແລະ ຖາມ ພຣະອົງ ເຖິງ ຫລາຍສິ່ງ ຫລາຍຢ່າງ,
\v 54 ໂດຍ ຫວັງ ຊອກ ຈັບ ຜິດ ພຣະອົງ ໃນ ຖ້ອຍຄໍາ ໃດໜຶ່ງ ທີ່ ພຣະອົງ ກ່າວ ອອກ ມາ.
\s5
\c 12
\p
\v 1 ໃນ ຂະນະ ນັ້ນ ປະຊາຊົນ ໄດ້ ມາ ເຕົ້າໂຮມ ກັນ ເປັນ ໝື່ນໆ ຈົນ ຍ່າງ ບຽດ ກັນ ພຣະເຢຊູເຈົ້າ ຕັ້ງຕົ້ນ ກ່າວ ກັບ ພວກ ສາວົກວ່າ, “ຈົ່ງ ລະວັງ ເຊື້ອແປ້ງ ຂອງ ພວກ ຟາຣີຊາຍ ໃຫ້ ດີ ຄືຄວາມ ໜ້າຊື່ ໃຈຄົດ ຂອງ ພວກເຂົາ.
\s5
\v 2 ສິ່ງໃດ ທີ່ ປິດບັງໄວ້ຈະ ຖືກເປີດເຜີຍ ແລະ ສິ່ງໃດ ກໍຕາມ ທີ່ ເປັນ ຄວາມ ລັບ ຈະ ຖືກ ເປີດເຜີຍ ອອກ ໃຫ້ ຮູ້.
\v 3 ດັ່ງນັ້ນແຫລະ, ສິ່ງໃດ ທີ່ ພວກເຈົ້າ ໄດ້ ເວົ້າ ໃນ ບ່ອນ ມືດ ຈະ ມີຄົນ ໄດ້ຍິນ ທົ່ວ ໄປ ໃນ ບ່ອນ ແຈ້ງ ແລະ ສິ່ງໃດ ທີ່ ພວກເຈົ້າ ໄດ້ຊິ່ມ ໃສ່ ຫູ ຄົນ ຢູ່ ໃນ ຫ້ອງ ທີ່ ປິດ ໄວ້ ຈະ ມີຄົນ ຮ້ອງ ປະກາດ ຢູ່ ເທິງ ຫລັງຄາ ເຮືອນ.”
\s5
\v 4 “ມິດ ສະຫາຍ ເອີຍ ເຮົາ ບອກ ພວກເຈົ້າ ວ່າ ຢ່າ ສູ່ ຢ້ານ ຜູ້ທີ່ ຂ້າ ໄດ້ ພຽງແຕ່ ຮ່າງກາຍ, ແຕ່ ຕໍ່ມາ ຈະ ເຮັດ ສິ່ງໃດ ບໍ່ໄດ້ ອີກ.
\v 5 ເຮົາ ຈະ ເຕືອນ ໃຫ້ ພວກເຈົ້າຮູ້ ວ່າ ຜູ້ໃດ ທີ່ ພວກເຈົ້າ ຄວນ ຢ້ານ ຈົ່ງ ຢ້ານ ພຣະເຈົ້າ ຜູ້ທີ່ ມີສິດ ອໍານາດ ທີ່ ຈະ ຂ້າ ແລະ ຖິ້ມ ລົງ ໃນ ນະຣົກ ໄດ້ ແມ່ນແທ້ ເຮົາ ບອກ ພວກເຈົ້າ ວ່າ ຈົ່ງ ຢ້ານ ພຣະອົງ ນັ້ນ ແຫລະ.”
\s5
\v 6 “ນົກ ຈອກ ຫ້າ ໂຕ ເຂົາ ຂາຍ ພຽງແຕ່ ສອງ ອັດ ບໍ່ແມ່ນ ບໍ? ແລະ ໃນ ຝູງ ນົກ ເຫລົ່ານັ້ນ ພຣະເຈົ້າ ກໍບໍໍ່ໄດ້ ຫລົງ ລືມ ແມ່ນແຕ່ ໂຕດຽວ.
\v 7 ແມ່ນແຕ່ ຜົມ ທຸກ ເສັ້ນ ທີ່ ຫົວ ຂອງ ພວກເຈົ້າ ກໍຖືກ ນັບໄວ້ ໝົດ ແລ້ວ. ດັ່ງນັ້ນ ຢ່າ ສູ່ ຢ້ານ ພວກເຈົ້າ ກໍ ປະເສີດ ກວ່າ ນົກຈອກ ຕັ້ງ ຫລາຍ ໂຕ.”
\s5
\v 8 “ເຮົາບອກພວກເຈົ້າ ຕາມ ຄວາມຈິງ ວ່າ, ທຸກຄົນ ທີ່ ຈະ ຮັບ ເຮົາ ຕໍ່ໜ້າ ມະນຸດ ບຸດ ມະນຸດ ກໍຈະ ຮັບ ຜູ້ນັ້ນ ຕໍ່ໜ້າ ຝູງ ເທວະດາ ຂອງ ພຣະເຈົ້າ ເໝືອນກັນ,
\v 9 ແຕ່ ຜູ້ໃດ ທີ່ ປະຕິເສດ ເຮົາ ຕໍ່ໜ້າ ມະນຸດ ຜູ້ນັ້ນ ກໍຈະ ຖືກ ປະຕິເສດ ຕໍ່ໜ້າ ຝູງ ເທວະດາ ຂອງ ພຣະເຈົ້າ ເໝືອນກັນ. ”
\v 10 “ຜູ້ໃດ ກໍຕາມ ທີ່ ເວົ້າ ຄໍາໜຶ່ງ ຄໍາໃດ ຕໍ່ສູ້ ບຸດ ມະນຸດ ຈະ ໄດ້ ຮັບ ການອະໄພ, ແຕ່ ຜູ້ທີ່ ເວົ້າ ໝິ່ນປະໝາດ ຕໍ່ສູ້ ພຣະວິນຍານ ບໍຣິສຸດເຈົ້າ ຜູ້ນັ້ນ ຈະບໍ່ໄດ້ ຮັບ ການອະໄພ.”
\s5
\v 11 “ເມື່ອ ພວກເຂົາ ນາໍ ພວກເຈົ້າ ໄປ ສອບສວນໃນທໍາມະສາລາ ຫລືຕໍ່ໜ້າບັນດາ ຜູ້ ປົກຄອງ ຫລື ຜູ້ມີສິດອໍານາດ ຢ່າ ສູ່ ຄິດ ກະວົນກະວາຍ ວ່າ ຈະປ້ອງກັນຕົວ ເອງຢ່າງໃດ ຫລື ຈະເວົ້າຢ່າງໃດ.
\v 12 ດ້ວຍວ່າ, ພຣະວິນຍານ ບໍຣິສຸດເຈົ້າ ຈະໂຜດສອນ ພວກເຈົ້າ ໃນ ເວລານັ້ນ ວ່າ ຄວນຈະເວົ້າຢ່າງໃດ.”
\s5
\v 13 ມີຄົນ ໜຶ່ງ ໃນປະຊາຊົນ ໄດ້ເວົ້າ ກັບພຣະເຢຊູເຈົ້າວ່າ, “ອາຈານເອີຍ ໂຜດ ບອກອ້າຍຂອງຂ້ານ້ອຍ ແບ່ງມໍຣະດົກທີ່ ພໍ່ປະໄວ້ໃຫ້ພວກຂ້ານ້ອຍແດ່ທ້ອນ. ”
\v 14 ພຣະເຢຊູເຈົ້າ ຕອບລາວວ່າ, “ ຊາຍ ເອີຍ ຜູ້ໃດໄດ້ຕັ້ງ ເຮົາໃຫ້ເປັນ ຜູ້ຕັດສິນ ຄວາມ ຫລື ເປັນຜູ້ ແບ່ງປັນມໍຣະດົກ ລະຫວ່າງ ພວກເຈົ້າ? ”
\v 15 ແລ້ວ ພຣະອົງ ກໍກ່າວ ແກ່ພວກເຂົາວ່າ, “ຈົ່ງ ລະວັງ ແລະເຝົ້າຮັກສາຕົນໄວ້ໃຫ້ ເວັ້ນ ຈາກ ຄວາມ ໂລບ ທຸກຢ່າງ ເພາະຊີວິດ ແທ້ ຂອງ ມະນຸດ ບໍ່ ຂຶ້ນ ຢູ່ ກັບ ຊັບສິ່ງຂອງ ອັນ ບໍຣິບູນທີ່ຕົນມີ ຢູ່.”
\s5
\v 16 ແລ້ວ ພຣະເຢຊູເຈົ້າ ກໍໃຊ້ ຄໍາອຸປະມາ ຂໍ້ ນີ້ ໃຫ້ ພວກເຂົາຟັງວ່າ, “ເສດຖີຄົນ ໜຶ່ງ ມີທີີ່ດິນ ຊຶ່ງເກີດຜົນລະປູກ ໄດ້ດີ.
\v 17 ເສດຖີຄົນນີ້ ຈຶ່ງຄິດໃນໃຈ ວ່າ, ‘ເຮົາ ຈະ ເຮັດ ແນວ ໃດດີ ເພາະເຮົາ ບໍ່ມີບ່ອນ ພຽງພໍ ເພື່ອຈະເກັບ ຜົນລະປູກ ທັງໝົດນີ້ໄວ້?
\v 18 ແລ້ວເສດຖີກໍເວົ້າ ວ່າ, ‘ເຮົາ ຈະ ເຮັດດັ່ງນີ້ ຄື ເຮົາ ຈະມ້າງ ເລົ້າທັງຫລາຍ ທີ່ເຮົາ ມີຢູ່ແລະສ້າງເລົ້າ ໃໝ່ໃຫ້ໃຫຍ່ ກວ່າ ເກົ່າຂຶ້ນແທນ ແລະ ເອົາ ຜົນລະປູກ ກັບ ສິ່ງຂອງ ທັງໝົດທີ່ ເຮົາ ມີ ເກັບ ໄວ້ຢູ່ ໃນ ບ່ອນ ນັ້ນ.
\v 19 ແລ້ວ ເຮົາ ກໍຈະ ເວົ້າ ກັບ ຕົວ ເອງ ວ່າ, ‘ຈິດໃຈ ເອີຍ ເຮົາ ມີ ເຂົ້າ ຂອງ ດີ ເພື່ອໄວ້ ກິນ ຫລາຍໆ ປີ ຕາມ ຄວາມ ຕ້ອງການ ຈົ່ງ ໃຊ້ ຊີວິດ ຢ່າງ ສຸກ ສະບາຍ ຈົ່ງກິນ ຈົ່ງ ດື່ມ ແລະ ຈົ່ງ ເຮັດ ໃຫ້ ຕົນເອງ ມ່ວນຊື່ນ ເທາະ’
\s5
\v 20 ແຕ່ ພຣະເຈົ້າ ກ່າວ ແກ່ ລາວ ວ່າ, ‘ຄົນ ໂງ່ ເອີຍ ໃນ ຄືນ ນີ້ ແຫລະ ຊີວິດ ຂອງ ເຈົ້າ ຈະ ດັບ ໄປ ຈາກ ເຈົ້າ, ສ່ວນ ສິ່ງຂອງ ທີ່ ເຈົ້າ ໄດ້ ຫາ ມາ ໄວ້ນັ້ນ ຈະ ຕົກ ເປັນ ຂອງ ຜູ້ໃດ?
\v 21 ຄົນ ທີ່ ທ້ອນໂຮມ ຊັບສົມບັດ ໄວ້ ສໍາລັບ ຕົນເອງ ແລະ ບໍ່ ຮັ່ງມີ ຕໍ່ ພຣະເຈົ້າ ກໍ ເປັນ ດັ່ງນີ້ແຫລະ.”
\s5
\v 22 ແລ້ວ ພຣະອົງ ຊົງ ກ່າວ ກັບ ພວກ ສາວົກວ່າ, “ດ້ວຍເຫດນັ້ນ ເຮົາ ບອກ ເຈົ້າ ທັງຫລາຍ ວ່າ ຢ່າ ກະວົນ ກະວາຍ ເຖິງຊີວິດ ຂອງຕົນ ວ່າ ຈະ ກິນ ຫຍັງ ແລະ ເຖິງ ຮ່າງກາຍ ຂອງຕົນ ວ່າ ຈະ ນຸ່ງຫົ່ມ ຫຍັງ.
\v 23 ເພາະວ່າ ຊີວິດ ກໍ ສໍາຄັນ ລື່ນ ກວ່າ ອາຫານ ແລະ ຮ່າງກາຍ ກໍສໍາຄັນ ລື່ນ ກວ່າ ເຄື່ອງນຸ່ງຫົ່ມ.
\s5
\v 24 ຈົ່ງ ພິຈາລະນາ ເບິ່ງ ຝູງ ກາ ພວກ ມັນ ບໍ່ໄດ້ ຫວ່ານ ເມັດ ພືດ ຫລື ເກັບກ່ຽວ ຜົນລະປູກ ພວກ ມັນ ບໍ່ມີ ເລົ້າເຂົ້າ ຫລື ບ່ອນ ເກັບ ເຄື່ອງຂອງ ແຕ່ ພຣະເຈົ້າ ກໍ ຍັງ ຊົງ ລ້ຽງ ພວກມັນ ໄວ້, ພວກເຈົ້າ ຍິ່ງມີ ຄ່າ ລື່ນ ກວ່າ ຝູງ ນົກ ເຫລົ່ານັ້ນ
\v 25 ມີ ຜູ້​ໃດ ແດ່ ໃນ ພວກເຈົ້າ ໂດຍ ຄວາມ ກະວົນ ກະວາຍ ນີ້ ອາດ ຕໍ່ ຊີວິດໃຫ້ ຍືນຍາວ ໄປ ອີກ ໄດ້ ບໍ່? [ລ]
\v 26 ດັ່ງນັ້ນ ຖ້າ ພວກເຈົ້າ ຈັດ ການ ກັບ ສິ່ງ ເລັກນອ້ຍ ເຊັ່ນນີ້ ບໍ່ໄດ້ ເປັນຫຍັງ ຈຶ່ງ ກະວົນ ກະວາຍ ເຖິງ ສິ່ງ ອື່ນ?
\s5
\v 27 ຈົ່ງ ສັງເກດ ເບິ່ງ ດອກໄມ້ປ່າເຫລົ່ານັ້ນ ວ່າ ມັນ ໃຫຍ່ ຂຶ້ນ ມາ ໄດ້ຢ່າງໃດ ມັນ ບໍ່ໄດ້ ເຮັດ ວຽກ ຫລື ຕໍ່າ ຜ້າ ເຮັດ ເຄື່ອງ ນຸ່ງ ສໍາລັບ ມັນເອງ, ແຕ່ ເຮົາ ບອກ ພວກເຈົ້າ ວ່າ ແມ່ນແຕ່ ກະສັດ ໂຊໂລໂມນ ເມື່ອ ບໍຣິບູນ ດ້ວຍ ສະຫງ່າຣາສີ ກໍຍັງບໍ່ມີ ເຄື່ອງ ນຸ່ງ ງາມ ເທົ່າ ກັບ ດອກໄມ້ ເຫລົ່ານີ້ ດອກ ໜຶ່ງ.
\v 28 ຖ້າ ພຣະເຈົ້າ ເປັນ ຜູ້ ຕົບແຕ່ງ ດອກໄມ້ປ່າ ຢູ່ ຕາມ ທົ່ງຫຍ້າ ທີ່ ​ມີ ຢູ່ໃນວັນນີ້ ແລະ ວັນ ໜ້າ ກໍຈະ ຖືກ ຕັດ ເຜົາ ໄຟ ເສຍ. ໂອ ຄົນ ມີ ຄວາມເຊື່ອ ໜ້ອຍ ເອີຍ ພຣະອົງ ຈະ ບໍ່ ຕົບແຕ່ງ ພວກເຈົ້າ ຫລາຍກວ່າ ດອກໄມ້ນັ້ນ ບໍ?”
\s5
\v 29 “ດັ່ງນັ້ນ ຢ່າ ກະວົນ ກະວາຍ ວ່າ ຈະ ກິນ ຫຍັງ ຫລື ຈະ ດື່ມ ຫຍັງ.
\v 30 (ດ້ວຍວ່າ, ຄົນ ທົ່ວ ໄປ ຢູ່ ໃນ ໂລກນີ້ ກະວົນ ກະວາຍ ຢູ່ ສະເໝີ ກັບ ເລື່ອງ ທັງໝົດ ເຫລົ່ານີ້.) ພຣະບິດາເຈົ້າ ຂອງ ພວກເຈົ້າ ຮູ້ວ່າ ພວກເຈົ້າ ຕ້ອງການ ສິ່ງ ເຫລົ່ານີ້.
\s5
\v 31 ແຕ່ ຈົ່ງ ຊອກ ສະແຫວງ ຫາ ອານາຈັກ ຂອງ ພຣະເຈົ້າ ແລະ ພຣະອົງ ຈະ ເພີ່ມ ສິ່ງ ເຫລົ່ານີ້ ໃຫ້ ແກ່ ພວກເຈົ້າ. ”
\v 32 “ແກະ ຝູງ ນ້ອຍ ເອີຍ ຢ່າ ສູ່ ຢ້ານ ເພາະ ພຣະບິດາເຈົ້າ ຂອງ ພວກເຈົ້າ ຊົງ ພໍພຣະໄທ ຈະ ປະທານ ຣາຊອານາຈັກ ໃຫ້ ແກ່ ພວກເຈົ້າ.
\s5
\v 33 ຈົ່ງ ຂາຍ ສິ່ງ ຂອງ ທັງໝົດ ທີ່ ພວກເຈົ້າ ​ມີ ຢູ່ ແລະ ບໍລິຈາກ ເງິນ ນັ້ນ ໃຫ້ ແກ່ ຄົນ ຍາກຈົນ ຈົ່ງ ເຮັດ ຖົງ ເງິນ ອັນ ບໍ່ ຮູ້ ເກົ່າ ໄວ້ ສໍາລັບ ຕົນ ແລະ ສະສົມຊັບສົມບັດ ຂອງ ພວກເຈົ້າ ໄວ້ ໃນ ສະຫວັນ ຊຶ່ງ ໝົດ ບໍ່ ເປັນ ບ່ອນ ທີ່ ຂະໂມຍ ເຂົ້າ ໄປ ບໍ່ໄດ້ ແລະ ບ່ອນ ທີ່ ມອດ ກັດ ກິນ ບໍ່ໄດ້.
\v 34 ເພາະ ຊັບສົມບັດ ຂອງ ພວກເຈົ້າ ຢູ່ ທີ່ ໃດ ໃຈ ຂອງ ພວກເຈົ້າ ກໍ ຢູ່ ທີ່ ນັ້ນ ແຫລະ.”
\s5
\v 35 “ເຈົ້າ ທັງຫລາຍ ຈົ່ງ ຮັດ ແອວ ໄວ້ ແລະ ໄຕ້ ໂຄມ ຂອງ ເຈົ້າ ຢູ່.
\v 36 ດັ່ງ ຄົນ ຮັບໃຊ້ທີ່ ກໍາລັງ ລໍຄອຍ ຖ້າ ຮັບ ນາຍ ຂອງຕົນ ກັບ ມາ ແຕ່ ການ ກິນ ລ້ຽງ ໃນພິ ທີ ແຕ່ງງານ ເມື່ອ ເພິ່ນ ມາ ເອີ້ນ ແລະ ເຄາະ ປະຕູ ເຂົາ ກໍ ຈະ ໄຂ ໃຫ້ ເພິ່ນ ທັນທີ.
\s5
\v 37 ເມື່ອ ພວກຄ​​ົນຮັບໃຊ້ທີ່ນາຍ ຂອງ ຕົນມາ ພົບ ພວກເຂົາ ຕຽມພອ້ມ ຢູ່ ກໍເປັນ ສຸກ ເຮົາບອກ ພວກເຈົ້າ ຕາມ ຄວາມຈິງ ວ່າ, ນາຍຈະໃຊ້ຜ້າຮັດແອວຂອງຕົນ ແລະ ບອກພວກຄົນຮັບໃຊ້ນັ່ງ ລົງ ເພື່ອ ຮັບປະທານອາຫານ ແລ້ວເພິ່ນກໍຈະຮັບໃຊ້ພວກເຂົາ.
\v 38 ຖ້ານາຍມາໃນເວລາ ທ່ຽງຄືນ ຫລືຂ້ອນແຈ້ງແລະພົບພວກເຂົາ ຕຽມພ້ອມຢູ່ ພວກເຂົາກໍຈະເປັນສຸກ
\s5
\v 39 ແຕ່ຈົ່ງເຂົ້າໃຈດັ່ງນີ້ວ່າ, ຖ້າ ເຈົ້າ ຂອງເຮືອນໄດ້ຮູ້ກ່ອນວ່າ ຂະໂມຍຈະມາ ລາວຄົງ ຈະບໍ່ປ່ອຍໃຫ້ຂະໂມຍ ງັດເຂົ້າໄປ ໃນເຮືອນຂອງຕົນໄດ້.
\v 40 ພວກເຈົ້າກໍ ເໝືອນກັນ ຈົ່ງຕຽມຕົວໄວ້ໃຫ້ພ້ອມ ເພາະວ່າ ບຸດ ມະນຸດ ຈະມາໃນໂມງທີ່ ພວກເຈົ້າ ບໍ່ໄດ້ ຄາດ ຄິດ ມາ ກ່ອນ.”
\s5
\v 41 ແລ້ວ ເປໂຕ ກໍຖາມວ່າ, “ພຣະອົງເຈົ້າເອີຍ ທ່ານ ຍົກ ຄໍາອຸປະມາ ນີ້ ຂຶ້ນ ມາ ເພື່ອ ໝາຍເຖິງ ພວກ ຂ້ານ້ອຍ ຫ​ລື ວ່າ ໝາຍ​ເ​ຖິງ ທຸກໆ ຄົນ? ”
\v 42 ອົງພຣະ ຜູ້ ເປັນເຈົ້າ ຕອບວ່າ, “ແມ່ນ ຜູ້ໃດ ທີ່ເປັນຜູ້ ຈັດ ການ ທີ່ ສັດຊື່ ແລະສະຫລາດ? ກໍ ແມ່ນ ຜູ້ ທີ່ ນາຍ ຂອງຕົນ ມອບ ໃຫ້ ຮັບຜິດຊອບ ເບິ່ງແຍງ ຄົນ ຮັບໃຊ້ ຜູ້ ອື່ນ ຂອງ ເພິ່ນ ແລະ ແຈກຈ່າຍ ອາຫານ ໃຫ້ ຄົນ ຮັບໃຊ້ເຫລົ່ານັ້ນ ຕາມເວລາ.
\v 43 ເມື່ອ ນາຍ ມາ ພົບ ຂ້າໃຊ້ຜູ້ ກໍາລັງເຮັດ ຢ່າງນັ້ນຢູ່ ມັນ ກໍເປັນສຸກ.
\v 44 ແນ່ນອນ ທີ່ສຸດເຮົາບອກ ພວກເຈົ້າ ວ່າ ຜູ້ເປັນນາຍ ຈະໃຫ້ ຄົນ ຮັບໃຊ້ ຜູ້ ນັ້ນ ຮັບຜິດຊອບສົມບັດ ທັງໝົດ ຂອງຕົນ.
\s5
\v 45 ແຕ່ ຖ້າ ຄົນ ໃຊ້ ຜູ້ ນັ້ນ ຄິດ ວ່າ ຍັງ ອີກ ດົນ ນາຍ ຂອງຕົນ ຈະ ກັບ ມາ ແລະ ຖ້າ ລາວ ລົງມືຂ້ຽນ ຕີຄົນ ຮັບໃຊ້ ຜູ້ ອື່ນໆ ທັງ ຊາຍ ແລະ ຍິງ ທັງ ກິນ ແລະ ດື່ມຈົນ ມືນ ເມົາ ດວ້ຍ,
\v 46 ແລ້ວ ວັນ ໜຶ່ງນາຍ ຂອງຄົນ ຮັບໃຊ້ ຜູ້ ນັ້ນ ກໍຈະ ກັບ ມາເມື່ອ ລາວບໍ່ຄາດ ຄິດ ແລະໃນ ເວລາທີ່ລາວບໍ່ຮູ້ ຜູ້ເປັນ ນາຍ ຈະ ຕັດລາວເປັນຕ່ອນໆ [ວ] ແລະປ່ອຍໃຫ້ລາວ ຮ່ວມ ຮັບ ເຄາະກໍາ ກັບ ບັນດາ ຄົນບໍ່ເຊື່ອຟັງ.”
\s5
\v 47 “ຂ້ອຍໃຊ້ທີ່ ຮູ້ຈັກໃຈນາຍ, ແຕ່ບໍ່ໄດ້ ຈັດຕຽມຕົວ ໄວ້ ແລະ ບໍ່ໄດ້ ເຮັດ ຕາມ ໃຈ ນາຍ ກໍຈະ ຕ້ອງ ຖືກ ຂ້ຽນ ຫລາຍບາດ.
\v 48 ແຕ່ ຜູ້ທີ່ບໍ່ ຮູ້ຈັກ ແລ້ວ ໄດ້ເຮັດ ສິ່ງ ທີ່ ສົມຄວນ ຖືກ ຂ້ຽນ ກໍຈະຕ້ອງ ຖືກ ຂ້ຽນ ໜ້ອຍ ຜູ້ໃດ ໄດ້ ຮັບຫລາຍ ກໍຈະທວງເອົາ ກັບ ຜູ້ນັ້ນ ຫລາຍ ແລະ ຜູ້ທີ່ ຮັບ ຝາກໄວ້ ຫລາຍ ເພິ່ນ ກໍຈະທວງ ເອົາຈາກ ຜູ້ນັ້ນ ຫລາຍ.”
\s5
\v 49 “ເຮົາໄດ້ເອົາໄຟນີ້ແຫລະມາຄວ່າງ ໃສ່ແຜ່ນດິນໂລກ ແລະຖ້າໄຟນີ້ລຸກແລ້ວ ກໍສົມຄວາມປາຖະໜາ.
\v 50 ເຮົາຈະ ຕ້ອງ ຮັບ ບັບຕິສະມາ ຢ່າງໜຶ່ງທີ່ ທໍລະມານ ແລະເຮົາກໍເປັນທຸກໃຈຫລາຍຈົນກວ່າ ການນີ້ຈະສໍາເລັດ.
\s5
\v 51 ພວກເຈົ້າ ຄິດວ່າເຮົາມາເພື່ອໃຫ້ ເກີດ ຄວາມ ສະຫງົບ ສຸກ ໃນ ໂລກ ບໍ? ເຮົາ ບອກ ພວກເຈົ້າ ວ່າ ບໍ່ແມ່ນ ດອກ, ແຕ່ ຈະ ເຮັດ ໃຫ້ແຕກແຍກ ກັນ.
\v 52 ຕັ້ງແຕ່ ບັດນີ້ໄປຫ້າຄົນໃນຄອບຄົວດຽວ ຈະແຕກແຍກກັນ ຄື ສາມຕໍ່ສູ້ສອງ ແລະສອງຕໍ່ສູ້ສາມ.
\v 53 ພໍ່ຈະຕໍ່ສູ້ລູກຊາຍ ຂອງຕົນ ແລະ ລູກຊາຍຈະຕໍ່ສູ້ພໍ່ ຂອງຕົນ, ແມ່ຈະຕໍ່ສູ້ລູກສາວຂອງຕົນ ແລະລູກສາວຈະຕໍ່ສູ້ແມ່ຂອງຕົນ, ແມ່ຍ່າ ຈະຕໍ່ສູ້ລູກໃພ້ ຂອງຕົນ ແລະລູກໃພ້ຈະຕໍ່ສູ້ແມ່ຍ່າຂອງຕົນ.”
\s5
\v 54 ແລ້ວ ພຣະເຢຊູເຈົ້າ ກໍກ່າວແກ່ປະຊາຊົນ ເໝືອນກັນ ວ່າ, “ເມື່ອ ເຈົ້າ ທັງຫລາຍ ເຫັນເມກ ກໍາລັງ ລອຍຂຶ້ນມາ ທາງ ທິດຕາເວັນຕົກ ພວກເຈົ້າ ກໍເວົ້າ ທັນທີວ່າ ຝົນ ກາໍລັງ ຈະຕົກ ແລະ ກໍເປັນ ດັ່ງນັ້ນ ແທ້.
\v 55 ເມື່ອ ລົມ ພັດ ມາ ທາງ ທິດ ໃຕ້ ພວກເຈົ້າ ກໍເວົ້າ ວ່າ ອາກາດ ຈະ ຮອ້ນ ແລະ ກໍເປັນ ດັ່ງນັ້ນ ແທ້.
\v 56 ​ພວກ ຄົນ ໜ້າຊື່ ໃຈຄົດ ເອີຍ ເຈົ້າ ທັງຫລາຍ ຮູ້​ຈັກ ສັງເກດ ຄວາມ ເປັນ ໄປ ຂອງ ແຜ່ນດິນ ໂລກ ແລະ ທ້ອງຟ້າ ແຕ່ ເຫດ ໃດ ພວກເຈົ້າ ຈຶ່ງ ສັງເກດ ຄວາມ ເປັນ ໄປ ຂອງ ສະໄໝ ນີ້ ບໍ່ໄດ້?”
\s5
\v 57 “ດ້ວຍເຫດໃດ ເຈົ້າ ທັງຫລາຍ ຈຶ່ງ ບໍ່ ຕັດສິນ ເອົາ ເອງ ວ່າ ສິ່ງໃດ ເປັນ ເລື່ອງ ທີ່ ຖືກຕ້ອງ?
\v 58 ເພາະ ເມື່ອ ເຈົ້າ ກັບ ໂຈດ ໄປ ຫາ ຜູ້ປົກຄອງ ຈົ່ງ ພະຍາຍາມ ຫາ ຊ່ອງທາງ ປອງດອງ ກັນ ເມື່ອ ຍັງ ຢູ່ ກາງ ທາງ ຢ້ານ ວ່າ ໂຈດ ຈະ ລາກ ເຈົ້າ ເຂົ້າ ໄປ ຫາ ຕຸລາການ ແລະ ຕຸລາການ ຈະ ມອບ ເຈົ້າ ໃຫ້ ແກ່ ເຈົ້າໜ້າທີ່ ແລ້ວເຈົ້າໜ້າທີ່ ຈະ ຂັງ ເຈົ້າ ໄວ້ໃນ ຄຸກ.
\v 59 ເຮົາບອກເຈົ້າວ່າ, ເຈົ້າຈະອອກຈາກຄຸກບໍ່ໄດ້ຈົນກ່ວາ ເຈົ້າ ຈະ ຈ່າຍ ໃຊ້ໜີ້ ຈົນຄົບ.”
\s5
\c 13
\p
\v 1 ໃນ ຂະນະ ນັ້ນ ມີ ບາງຄົນ ໃນທີ່ນັ້ນ ໄດ້ ເລົ່າ ສູ່ ພຣະເຢຊູເຈົ້າ ຟັງ ເຖິງ ເລື່ອງ ຊາວ ຄາລີເລ ທີ່ ຖືກປີລາດຂ້າ ເອົາເລືອດ ຂອງ ເຂົາ ປົນ ກັບ ເຄື່ອງ ຖວາຍບູຊາ ແກ່ ພຣະເຈົ້າ.
\v 2 ພຣະເຢຊູເຈົ້າ ຕອບ ພວກເຂົາ ວ່າ, “ພວກເຈົ້າ ຄິດ ວ່າ ຊາວ ຄາລີເລ ເຫລົ່ານັ້ນ ເປັນ ຄົນ ບາບ ຫລາຍກວ່າ ຊາວ ຄາລີເລ ພວກ ອື່ນໆ ທັງໝົດ ເພາະ ພວກເຂົາ ໄດ້ ຖືກ ຂ້າ ຢ່າງ ໂຫດຮ້າຍ ເຊັ່ນ ນັ້ນ ບໍ?
\v 3 ບໍ່ແມ່ນ ດອກ ເຮົາ ບອກ ເຈົ້າ ທັງຫລາຍ ວ່າ ຖ້າ ພວກເຈົ້າ ບໍ່ ຖິ້ມໃຈເກົ່າ ເອົາໃຈໃໝ່ ພວກເຈົ້າ ກໍ ຈະ ຈິບຫາຍ ໄປ ເໝືອນກັນ.
\s5
\v 4 ທັງ ພວກ ສິບແປດ ຄົນ ໃນ ຊີໂລອາມ ທີ່ ປ້ອມ ເຈື່ອນ ທັບ ຕາຍ ນັ້ນ ເດ? ພວກເຈົ້າ ກໍຄິດ ວ່າ ພວກເຂົາ ເປັນ ຄົນ ເຮັດ ຜິດ ຫລາຍກວ່າ ປະຊາຊົນ ອື່ນໆ ທັງໝົດ ທີ່ ຢູ່ ໃນ ນະຄອນ ເຢຣູຊາເລັມ ຊັ້ນບໍ?
\v 5 ບໍ່ແມ່ນ ດອກ ເຮົາ ບອກ ພວກເຈົ້າ ວ່າ ຖ້າ ພວກເຈົ້າ ທັງໝົດ ບໍ່ ຖິ້ມໃຈເກົ່າ ເອົາໃຈໃໝ່ ພວກເຈົ້າ ກໍ ຈະ ຈິບຫາຍ ໄປ ເໝືອນກັນ.”
\s5
\v 6 ແລ້ວ ພຣະເຢຊູເຈົ້າ ກໍໄດ້ ກ່າວ ຄໍາອຸປະມາ ນີ້ ສູ່ ພວກເຂົາ ຟັງ ວ່າ, “ຍັງມີ ຊາຍ ຄົນ ໜຶ່ງ ທີ່ ​ມີ ຕົ້ນ ເດື່ອເທດ ຕົ້ນ ໜຶ່ງ ໃນ ສວນ ອະງຸ່ນ ຂອງຕົນ, ລາວ ໄປ ຊອກ ຫາ ໝາກເດື່ອ ໃນ ຕົ້ນ ນັ້ນ ​ກໍ ບໍ່ ​ພົບ ເຫັນ ເລີຍ.
\v 7 ດັ່ງນັ້ນ ລາວ ຈຶ່ງ ເວົ້າ ກັບ ຄົນ ຮັກສາ ສວນ ວ່າ, ‘ເບິ່ງແມ! ເປັນ ເວລາ ສາມ ປີ ແລ້ວ ທີ່ ຂ້ອຍ ມາ ຊອກ ຫາ ໝາກເດື່ອ ໃນ ຕົ້ນ ນີ້ ແລະ ຂ້ອຍ ກໍບໍ່ ພົບ ເຫັນ ເລີຍ ຈົ່ງ ປໍ້າ ມັນ ຖິ້ມ ເສຍ ຈະ ເອົາ ໄວ້ ໃຫ້ ຮົກ ດິນ ລ້າໆ ເຮັດ ຫຍັງ?
\s5
\v 8 ແຕ່ ຄົນ ຮັກສາ ສວນ ນັ້ນ ຕອບ ວ່າ, ‘ທ່ານເອີຍ ຂໍ ປະໄວ້ ປີ ນີ້ ກ່ອນ ຂ້ານ້ອຍ ຈະ ຂຸດ ດິນ ອ້ອມ ແລະ ເອົາ ຝຸ່ນ ໃສ່.
\v 9 ປີ ໜ້າ ຖ້າ ມັນ ເກີດ ໝາກ ກໍຈະ ເປັນ ການ ດີ ຫລາຍ ຖ້າ ບໍ່ ເກີດ ໝາກ ທ່ານ ຈົ່ງ ປໍ້າ ມັນ ຖິ້ມ ເສຍ.
\s5
\v 10 ໃນ ວັນ ຊະບາໂຕ ວັນ ໜຶ່ງ ພຣະເຢຊູເຈົ້າ ກໍາລັງ ສັ່ງສອນ ຢູ່ ໃນ ທໍາມະສາລາ ແຫ່ງ ໜຶ່ງ.
\v 11 ໃນທີ່ນັ້ນ ມີ ຍິງ ຄົນ ໜຶ່ງ ທີ່ ຜີຊົ່ວ​ຮ້າຍ​ເຂົ້າ ສິງ ມັນ ເຮັດ ໃຫ້ ນາງ ເຈັບໂຊ ມາ ສິບແປດ ປີ ແລ້ວ ນາງ ເປັນ ຫລັງ ກົ່ງ ແລະ ຢືນ ຊື່ ບໍ່ໄດ້.
\s5
\v 12 ເມື່ອ ພຣະເຢຊູເຈົ້າ ເຫັນ ຈຶ່ງ ເອີ້ນ ນາງ ມາ ແລະ ກ່າວ ວ່າ, “ນາງ ເອີຍ ເຈົ້າ ພົ້ນ ຈາກ ພະຍາດ ໂຣຄາ ຂອງ ເຈົ້າ ແລ້ວ. ”
\v 13 ພຣະອົງ ວາງ ມື ໃສ່ ນາງ ໃນ ທັນໃດນັ້ນ ນາງ ກໍຢືນ ຊື່ ໄດ້ ແລະ ນາງ ຈຶ່ງ ກ່າວ ສັນລະເສີນ ພຣະເຈົ້າ.
\v 14 ແຕ່ຫົວໜ້າທໍາມະສາລາ ຊໍ້າພັດເຄືອງໃຈ ທີ່ ພຣະເຢຊູເຈົ້າ ຊົງ ໂຜດ ຮັກສາໃຫ້ ດີ ພະຍາດ ໃນ ວັນ ຊະບາໂຕ. ດັ່ງນັ້ນ ເພິ່ນ ຈຶ່ງ ກ່າວ ແກ່ ປະຊາຊົນວ່າ, “ມີຫົກ ວັນ ທີ່ ພວກເຮົາ ຄວນ ເຮັດ ວຽກງານ ຈົ່ງ ມາ ຮັບ ການ ຮັກສາ ໃນ ຫົກ ວັນ ນັ້ນ ແຕ່ ຢ່າ ມາ ໃນ ວັນ ຊະບາໂຕ.”
\s5
\v 15 ແລ້ວ ອົງພຣະ ຜູ້ ເປັນເຈົ້າ ຊົງ ຕອບ ເພິ່ນ ວ່າ, “ພວກເຈົ້າ ຄົນ ໜ້າຊື່ ໃຈຄົດເອີຍ ພວກເຈົ້າ ແຕ່ລະຄົນ ບໍ່ເຄີຍ ແກ້ ງົວ ຫລື ລໍ ຂອງຕົນ ແລະ ຈູງ ອອກ ຈາກ ຄອກ ໄປ ກິນ ນໍ້າ ໃນ ວັນ ຊະບາໂຕ ບໍ?
\v 16 ສ່ວນ ຍິງ ຄົນ ນີ້ ກໍ ເປັນ ລູກຫລານ ຂອງ ອັບຣາຮາມ ທີ່ ມານຊາຕານ ຜູກມັດ ໄວ້ ເປັນ ເວລາ ສິບແປດ ປີ ແລ້ວ ບໍ່ ສົມຄວນບໍ ທີ່ ຕ້ອງ ແກ້ ນາງ ໃຫ້ ຫລຸດ ຈາກ ເຄື່ອງ ຜູກ ມັດ ນີ້ ໃນ ວັນ ຊະບາໂຕ?”
\s5
\v 17 ຄໍາຕອບ ຂອງ ພຣະອົງ ເຮັດ ໃຫ້ ພວກ ທີ່ ຕໍ່ສູ້ ພຣະອົງ ອັບອາຍ ຂາຍໜ້າ ຫລາຍ ສ່ວນ ປະຊາຊົນ ຕ່າງ ກໍຊົມຊື່ນ ຍິນ ດີ ເພາະ ສິ່ງ ອັດສະຈັນ ທັງຫລາຍ ທີ່ ພຣະອົງ ໄດ້ ກະທໍາ.
\s5
\v 18 ແລ້ວ ພຣະເຢຊູເຈົ້າ ກໍ ຖາມ ວ່າ, “ຣາຊອານາຈັກ ຂອງ ພຣະເຈົ້າ ເໝືອນ ກັບ ສິ່ງໃດ? ແລະ ເຮົາ ຈະ ປຽບ ຣາຊອານາຈັກ ນັ້ນ ໃສ່ ກັບ ສິ່ງໃດ?
\v 19 ກໍ ເໝືອນ ກັບ ແກ່ນ ຜັກກາດ ເມັດ ໜຶ່ງ ຊຶ່ງ ຊາຍ ຄົນ ໜຶ່ງ ເອົາ ໄປ ຫວ່ານ ໃນ ສວນ ຂອງຕົນ ພືດ ນັ້ນ ກໍໃຫຍ່ ຂຶ້ນ ກາຍເປັນ ກົກ ແລະ ຝູງ ນົກ ກໍມາ ເຮັດ ຮັງ ໃສ່ ກິ່ງ ກ້ານ ຂອງ ມັນ.”
\s5
\v 20 ແລ້ວ ພຣະເຢຊູເຈົ້າ ​ກໍ ກ່າວ ​ອີກ ວ່າ, "​ເຮົາ ຈະ ປຽບ ຣາຊອານາຈັກ ຂອງ ພຣະເຈົ້າ ເໝືອນ ກັບ ສິ່ງໃດ?
\v 21 ກໍ ເໝືອນ ກັບ ເຊື້ອແປ້ງ ທີ່ ຍິງ ຄົນ ໜຶ່ງ ເອົາ ປົນ ໃສ່ ໃນ ແປ້ງ ສາມ ຜອງ ຈົນ ແປ້ງ ທັງໝົດ ນັ້ນ ຟູ ຂຶ້ນ.”
\s5
\v 22 ຂະນະທີ່ ພຣະເຢຊູເຈົ້າ ເດີນທາງ ໄປ ສູ່ ນະຄອນ ເຢຣູຊາເລັມ ນັ້ນ ພຣະອົງ ໄດ້ຜ່ານ ໄປ ຕາມ ບ້ານ ເມືອງ ຕ່າງໆ ແລະ ສັ່ງສອນ ປະຊາຊົນ.
\v 23 ມີຄົນ ໜຶ່ງ ຖາມ ພຣະອົງ ວ່າ, “ທ່ານເອີຍ ຜູ້ທີ່ ຈະ ພົ້ນ ນັ້ນ ມີພຽງ ໜ້ອຍ ຄົນ ບໍ? ” ພຣະເຢຊູເຈົ້າ ຕອບ ວ່າ,
\v 24 “ ຈົ່ງ ເອົາໃຈໃສ່ ແຂ່ງຂັນ ກັນ ເຂົ້າ ທາງ ປະຕູ ຄັບແຄບ ເພາະ ເຮົາ ບອກ ພວກເຈົ້າ ວ່າ, ມີ ຫລາຍ ຄົນ ທີ່ ຈະ ພະຍາຍາມ ເຂົ້າ ໄປ ແຕ່ ຈະ ບໍ່ ສາມາດ ເຂົ້າ ໄປ ໄດ້.
\s5
\v 25 ເມື່ອ ເຈົ້າ ຂອງ ເຮືອນ ລຸກ ຂຶ້ນ ແລະ ອັດ ປະຕູ ແລ້ວ ເຈົ້າ ທັງຫລາຍ ກໍ ຈະ ຢືນ ຢູ່ ຂ້າງ ນອກ ເລີ່ມ ເອີ້ນ ເພິ່ນ ທັງ ເຄາະ ປະຕູ ແລະ ວິງວອນ ຂໍ ວ່າ, ‘ພຣະອົງເຈົ້າ ເອີຍ ໂຜດ ໄຂ ປະຕູ ໃຫ້ ພວກ ຂ້ານ້ອຍ ແດ່ທ້ອນ’ ແລ້ວ ເພິ່ນ ​ກໍ ຈະ ຕອບ ເຈົ້າ ທັງຫລາຍ ວ່າ, ‘ເຮົາ ບໍ່ ຮູ້ຈັກ ພວກເຈົ້າ ແລະ ບໍ່ ຮູ້ວ່າ ພວກເຈົ້າ ມາ ແຕ່ ໃສ’
\v 26 ແລ້ວ ພວກເຈົ້າ ກໍ ຈະ ຕອບ ວ່າ, ‘ພວກ ຂ້ານ້ອຍ ເຄີຍ ກິນ ແລະ ດື່ມ ກັບ ພຣະອົງ ພຣະອົງ ເຄີຍ ສັ່ງສອນ ໃນ ບ້ານ ເມືອງ ຂອງ ພວກ ຂ້ານ້ອຍ’
\v 27 ຝ່າຍ ເຈົ້າຂອງ ເຮືອນ ຍັງ ຈະ ຕອບ ວ່າ, ‘ເຮົາ ບໍ່ ຮູ້ຈັກ ພວກເຈົ້າ ແລະ ບໍ່ ຮູ້ວ່າ ພວກເຈົ້າ ມາ ແຕ່ ໃສ ຈົ່ງ ຖອຍ ໜີໄປ ຈາກ ເຮົາ ພວກເຈົ້າ ທຸກຄົນ ທີ່ ເຮັດ ການ ອັນ ບໍ່ ຊອບທໍາ ເອີຍ
\s5
\v 28 ຈາກ ນັ້ນ ພວກເຈົ້າ ຈະ ຮ້ອງໄຫ້ ແລະ ຂົບ ແຂ້ວ ຄ້ຽວ ຟັນ ເມື່ອ ພວກເຈົ້າ ເຫັນ ອັບຣາຮາມ, ອີຊາກ ແລະ ຢາໂຄບ ຕະຫລອດ ທັງ ຜູ້ທໍານວາຍ ທຸກຄົນ ໃນ ອານາຈັກ ຂອງ ພຣະເຈົ້າ, ແຕ່ ຝ່າຍ ພວກເຈົ້າ ຈະ ຖືກ ຊັດຖິ້ມ ອອກ ໄປ.
\v 29 ຈະ ມີຄົນ ມາ ຈາກ ທິດ ຕາເວັນອອກ ທິດ ຕາເວັນຕົກ ທິດເໜືອ ແລະ ທິດໃຕ້ ມານັ່ງ ລົງ ຮ່ວມ ໂຕະ ງານກິນລ້ຽງ ໃນ ອານາຈັກ ຂອງ ພຣະເຈົ້າ.
\v 30 ແລະ ເບິ່ງແມ! ພວກ ທີ່ ເປັນ ຜູ້ປາຍ ຈະ ກາຍເປັນ ຜູ້ ຕົ້ນ ແລະ ພວກ ທີ່ ເປັນຜູ້ຕົ້ນ ຈະ ກັບ ເປັນ ຜູ້ປາຍ.”
\s5
\v 31 ໃນ ເວລາ ດຽວກັນ ນັ້ນ ກໍ ມີພວກ ຟາຣີຊາຍ ບາງຄົນ ໄດ້ ມາ ເວົ້າ ຕໍ່ ພຣະອົງ ວ່າ, “ໃຫ້ທ່ານ ອອກ ໜີໄປ ຈາກ ທີ່ ນີ້ເສຍ ເພາະ ກະສັດເຮໂຣດ ຢາກ ປະຫານ ຊີວິດທ່ານ. ”
\v 32 ພຣະອົງ ຊົງ ຕອບ ພວກເຂົາ ວ່າ, “ຈົ່ງ ໄປ ບອກ ໝາຈິກຈອກ ໂຕ ນັ້ນ ວ່າ, ‘ມື້ນີ້ ແລະ ມື້ອື່ນ ເຮົາ ຈະ ຂັບໄລ່ ມານຮ້າຍ ແລະ ເຮັດໃຫ້ ຄົນ ຫາຍ ດີ ພະຍາດ ແລະ ໃນ ວັນທີ ສາມ ເຮົາ ຈະ ສໍາເລັດ ພາລະກິດ ຂອງເຮົາ.
\v 33 ແຕ່ ເຖິງ ຢ່າງ ໃດ ກໍຕາມ ເຮົາ ຈະ ຕ້ອງ ເດີນທາງ ໄປ ໃນ ມື້ນີ້ ມື້ອື່ນ ແລະ ມື້ຮື ເພາະ ບໍ່ ເປັນ ການ ສົມຄວນ ທີ່ ຜູ້ ປະກາດ ພຣະທໍາ ຕ້ອງ ຖືກຂ້າ ນອກ ນະຄອນ ເຢຣູຊາເລັມ.”
\s5
\v 34 “ໂອ ເຢຣູຊາເລັມ ເຢຣູຊາເລັມ ເອີຍ ເຈົ້າ ໄດ້ ຂ້າ ບັນດາ ຜູ້ ປະກາດ ພຣະທໍາ ເຈົ້າ ໄດ້ ແກວ່ງ ກ້ອນຫິນ ໃສ່ ພວກ ທີ່ ຮັບ ໃຊ້ ມາ ຫາ ເຈົ້າ ຫລາຍ ເທື່ອ ແລ້ວ ທີ່ ເຮົາ ປາຖະໜາ ອ້າ ແຂນ ໂອບກອດ ປະຊາຊົນ ທັງໝົດ ຂອງ ເຈົ້າ ໄວ້ ເໝືອນ ແມ່ ໄກ່ ຮວບຮວມ ລູກ ໄວ້ ໃຕ້ ປີກ ຂອງ ມັນ ແຕ່ ພວກເຈົ້າ ຊໍ້າພັດ ບໍ່ ຍິນຍອມ
\v 35 ດັ່ງນັ້ນ ເຮືອນ ຂອງ ພວກເຈົ້າ ຈະ ຖືກ ປະຖິ້ມ ແລະ ຮ້າງເປົ່າ ເຮົາ ບອກ ເຈົ້າ ທັງຫລາຍ ຕາມ ຄວາມຈິງ ວ່າ ພວກເຈົ້າ ຈະ ບໍ່ ເຫັນ ເຮົາ ອີກ ຈົນກວ່າ ພວກເຈົ້າ ຈະ ອອກ ປາກ ເວົ້າ ວ່າ, ‘ຂໍ ໃຫ້ທ່ານ ຜູ້ ສະເດັດ ມາ ໃນ ນາມ ຂອງ ອົງພຣະ ຜູ້ ເປັນເຈົ້າ ຈົ່ງ ຊົງ ພຣະຈະເລີນ.
\s5
\c 14
\p
\v 1 ໃນວັນ ຊະບາໂຕ ວັນໜຶ່ງ ພຣະເຢຊູເຈົ້າໄດ້ໄປຮ່ວມ ພາເຂົ້າທີ່ ເຮືອນ ຂອງ ຜູ້ນໍາ ຄົນ ຟາຣີຊາຍ ຄົນ ໜຶ່ງ ພວກເຂົາ ຕ່າງ ກໍ ເຝົ້າ ເບິ່ງ ພຣະເຢຊູເຈົ້າ ຢ່າງ ໃກ້ຊິດ.
\v 2 ຕໍ່ໜ້າ ພຣະອົງ ມີ ຊາຍ ຄົນ ໜຶ່ງ ທີ່ ເປັນ ພະຍາດ ທ້ອງມານ ມາ ຫາ ພຣະເຢຊູເຈົ້າ.
\v 3 ດັ່ງນັ້ນ ພຣະເຢຊູເຈົ້າ ຈຶ່ງ ຖາມ ພວກ ທໍາບັນດິດ ແລະ ພວກ ຟາຣີຊາຍວ່າ, “ ກົດບັນຍັດ ຂອງ ພວກເຮົາ ອະນຸຍາດ ເຮັດ ໃຫ້ ດີ ໃນວັນ ຊະບາໂຕ ຫ​ລື ບໍ່?”
\s5
\v 4 ພວກເຂົາ ກໍມິດ ຢູ່ ພຣະອົງ ຈຶ່ງ ຊົງ ຮັບ ເອົາ ຄົນ ນັ້ນ ແລະ ຊົງ ໂຜດ ໃຫ້ ດີ ພະຍາດ ແລ້ວ ​ກໍປ່ອຍໄປ.
\v 5 ແລ້ວ ພຣະອົງ ກໍກ່າວ ແກ່ ພວກເຂົາ ວ່າ, “ຖ້າ ຄົນ ໃດ ຄົນ ໜຶ່ງ ໃນ ພວກເຈົ້າ ມີລູກ ຫ​ລື ງົວ ຕົກ ນໍ້າສ້າງ ໃນ ວັນ ຊະບາໂຕ ລາວ ຈະ ບໍ່ ຟ້າວ ດຶງ ຂຶ້ນ ບໍ? ”
\v 6 ແຕ່ ພວກເຂົາ ບໍ່ ສາມາດ ຕອບ ພຣະອົງ ໄດ້ ກ່ຽວກັບເລື່ອງນີ້.
\s5
\v 7 ເມື່ອ ພຣະເຢຊູເຈົ້າ ສັງເກດເຫັນບັນດາ ຜູ້ ທີ່ ຖືກເຊີນ ມາ ເລືອກ ນັ່ງ ໃນ ບ່ອນ ທີ່ມີກຽດ ພຣະອົງ ຈຶ່ງ ກ່າວ ຄໍາອຸປະມາ ໃຫ້ ພວກເຂົາ ຟັງ ວ່າ,
\v 8 “ເມື່ອ ມີ ບາງຄົນ ເຊີນ ເຈົ້າ ໄປ ງານກິນລ້ຽງ ໃນ ພິທີ ແຕ່ງ ງານ ຢ່າ ສູ່ ເລືອກ ນັ່ງ ບ່ອນ ທີ່ມີ ກຽດ ເພາະ ຄົນ ທີ່ ມີ ກຽດ ຫລາຍກວ່າ ເຈົ້າ ອາດ ຈະ ໄດ້ ຖືກ ເຊີນ ມາ.
\v 9 ຖ້າ ເປັນ ດັ່ງນັ້ນ, ເຈົ້າພາບ ຜູ້ທີ່ ເຊີນ ເຈົ້າ ທັງສອງ ກໍຈະ ມາ ເວົ້າ ກັບ ເຈົ້າວ່າ, ‘ຈົ່ງ ໃຫ້ບ່ອນ ທີ່ ເຈົ້າ ນັ່ງ ຢູ່ ແກ່ ຜູ້ນີ້. ແລ້ວ ເຈົ້າ ​ກໍ ຕ້ອງ ຍ້າຍ ໄປ ນັ່ງ ບ່ອນ ຕໍ່າ ທີ່ສຸດ ດ້ວຍ ຄວາມ ອັບອາຍ.
\s5
\v 10 ແຕ່ ເມື່ອ ມີຄົນ ເຊີນ ເຈົ້າ ໄປ ໃນ ງານ ຈົ່ງ ໄປ ນັ່ງ ບ່ອນ ຕໍ່າ ທີ່ສຸດ ເພື່ອ ວ່າ ເມື່ອ ເຈົ້າພາບ ມາ ແລ້ວ ເຂົາ ຈະ ເວົ້າ ກັບ ເຈົ້າ ວ່າ, ‘ສະຫາຍ ເອີຍ ເຊີນ ໄປ ນັ່ງ ບ່ອນ ສູງ ກວ່າ. ແລ້ວ ເຈົ້າ ກໍຈະ ໄດ້ ຮັບ ກຽດ ຕໍ່ໜ້າ ບັນດາ ແຂກ ທຸກຄົນ ທີ່ ໄດ້ ຖືກ ເຊີນ ມາ ນັ້ນ.
\v 11 ເພາະວ່າ, ທຸກຄົນ ທີ່ ຍົກ ຕົວ ຂຶ້ນ ຈະ ຕ້ອງ ຖືກ ຖອຍລົງ ແລະ ຜູ້ທີ່ ຖ່ອມຕົວ ລົງ ຈະ ໄດ້ ຮັບ ການ ຍົກ ຂຶ້ນ.”
\s5
\v 12 ແລ້ວ ພຣະເຢຊູເຈົ້າ ກໍກ່າວ ແກ່ ຜູ້ ທີ່ ເຊີນ ພຣະອົງວ່າ, “ເມື່ອ ເຈົ້າ ຈັດ ງານກິນລ້ຽງ ຂຶ້ນ ບໍ່ ວ່າ ນອ້ຍ ຫລື ໃຫຍ່ ກໍຕາມ ຢ່າ ເຊີນ ສະເພາະ ແຕ່ ບັນດາ ມິດ ສະຫາຍ ຫ​ລື ອ້າຍ ເອື້ອຍ ນ້ອງ ຫ​ລື ຍາດຕິ ພີ່ນ້ອງ ຫ​​ລື ເພື່ອນ ຜູ້ ທີ່ ຮັ່ງມີ ເພາະ ເຂົາ ຈະ ເຊີນ ເຈົ້າ ຄືນ ເປັນ ການ ຕອບແທນ.
\s5
\v 13 ແຕ່ ເມື່ອ ເຈົ້າ ຈັດ ງານກິນລ້ຽງ ຂຶ້ນ ຈົ່ງ ເຊີນ ຄົນ ຍາກຈົນ ຄົນ ພິການ ຄົນ ຂາເສັ້ງ ແລະ ຄົນ ຕາບອດ,
\v 14 ແລ້ວ ເຈົ້າ ກໍ ຈະ ເປັນ ສຸກ ເພາະ ພວກເຂົາ ບໍ່ມີ ຫຍັງ ຈະ ຕອບແທນ ເຈົ້າ, ແຕ່ ພຣະເຈົ້າ ຈະ ຕອບແທນ ເຈົ້າ ເມື່ອ ຄົນ ຊອບທໍາ ເປັນຄືນ ມາ ຈາກຕາຍ.”
\s5
\v 15 ເມື່ອ ຜູ້ ໜຶ່ງ ໃນ ບັນດາ ຄົນ ທີ່ ກໍາລັງ ນັ່ງ ຮ່ວມ ພາເຂົ້າ ກັບ ພຣະເຢຊູເຈົ້າ ໄດ້ຍິນ ເຊັ່ນ ນັ້ນ ລາວ ຈຶ່ງ ເວົ້າ ກັບ ພຣະອົງ ວ່າ, “ຜູ້ທີ່ ຈະ ນັ່ງ ຮ່ວມ ຮັບປະທານ ອາຫານ ທີ່ ງານກິນລ້ຽງ ໃນ ອານາຈັກ ຂອງ ພຣະເຈົ້າ ກໍ ເປັນ ສຸກແທ້ ໜໍ. ”
\v 16 ພຣະເຢຊູເຈົ້າ ຊົງ ຕອບ ຜູ້ ນັ້ນ ວ່າ, “ຍັງ ມີຄົນ ໜຶ່ງ ທີ່ ຈັດ ງານກິນລ້ຽງ ຂຶ້ນ ແລະ ເຊີນ ຫລາຍ ຄົນ ມາ ຮ່ວມ.
\v 17 ເມື່ອ ເຖິງ ເວລາ ກິນ ລ້ຽງ ແລ້ວ ເພິ່ນ ໄດ້ ໃຊ້ ຄົນ ຮັບໃຊ້ ຂອງຕົນ ໄປ ບອກ ພວກ ທີ່ ຖືກ ເຊີນ ນັ້ນ ວ່າ, ‘ເຊີນ ມາ ທຸກໆ ສິ່ງ ກໍຕຽມພ້ອມ ແລ້ວ
\s5
\v 18 ແຕ່ ທຸກຄົນ ລ້ວນແຕ່ ເລີ່ມ ແກ້ຕົວ ຜູ້ ທໍາອິດ ເວົ້າ ກັບ ຄົນ ຮັບໃຊ້ນັ້ນ ວ່າ, ‘ຂ້ອຍ ໄດ້ຊື້ ນາ ທົ່ງ ໜຶ່ງ ໄວ້ ແລະ ຂ້ອຍຈໍາເປັນ ຕ້ອງ ໄປ ເບິ່ງ ນາ ນັ້ນ ຂ້ອຍຕ້ອງ ຂໍ ອະໄພ ນໍາ ຫລາຍໆ.
\v 19 ຄົນອື່ນ ເວົ້າ ວ່າ, ‘ຂ້ອຍ ໄດ້ຊື້ ງົວ ໄວ້ ຫ້າ ຄູ່ ແລະ ຂ້ອຍກໍາລັງ ຈະ ໄປ ລອງ ເບິ່ງ ງົວ ນັ້ນ ຂ້ອຍຂໍ ອະໄພ ນໍາ ຫລາຍໆ.
\v 20 ຄົນອື່ນ ອີກ ເວົ້າ ວ່າ, ‘ຂ້ອຍຫາ ກໍ ແຕ່ງງານ ເພາະ ເຫດນັ້ນ ຂ້ອຍຈຶ່ງ ໄປ ບໍ່ໄດ້.
\s5
\v 21 ດັ່ງນັ້ນ ຄົນ ຮັບໃຊ້ ຈຶ່ງ ກັບ ມາ ເລົ່າ ເລື່ອງລາວ ທັງໝົດ ສູ່ ນາຍ ຂອງຕົນ ຟັງ ແລ້ວ ເຈົ້າຂອງ ເຮືອນ ກໍ ໃຈຮ້າຍ ຫລາຍ ແລະ ກ່າວ ແກ່ ຄົນ ຮັບໃຊ້ວ່າ, ‘ຈົ່ງ ຟ້າວ ອອກ ໄປ ຕາມ ຖະໜົນ ໃຫຍ່ ແລະ ຮ່ອມ ນອ້ຍ ໃນ ເມືອງ ແລະ ພາ ຄົນ ຍາກຈົນ ຄົນ ພິການ ຄົນ ຕາບອດ ແລະ ຄົນ ຂາເສັ້ງ ເຂົ້າ ມາ ທີ່ ນີ້.
\v 22 ຫລັງຈາກ ນັ້ນ ບໍ່ ດົນ ຄົນ ຮັບໃຊ້ ກໍ ມາ ບອກ ວ່າ, ‘ທ່ານເອີຍ, ຂ້ານ້ອຍ ໄດ້ ປະຕິ ບັດ ຕາມ ທີ່ ທ່ານ ສັ່ງ ແລ້ວ ແຕ່ ຍັງ ມີ ບ່ອນ ຫວ່າງ ຢູ່.
\s5
\v 23 ສະນັ້ນ ນາຍ ຈຶ່ງ ບອກ ວ່າ, ‘ຈົ່ງ ອອກ ໄປ ຕາມ ທາງ ໃຫຍ່ ແລະ ນ້ອຍ ທີ່ ນອກ ເມືອງ ເພື່ອ ນໍາ ຕົວ ພວກເຂົາ ໃຫ້ ເຂົ້າ ມາ ເພື່ອ ໃຫ້ ເຕັມ ເຮືອນ ຂອງເຮົາ.
\v 24 ເຮົາ ບອກ ເຈົ້າ ທັງຫລາຍ ວ່າ, ໃນ ບັນດາ ຄົນ ທີ່ ໄດ້ ຖືກ ເຊີນ ນັ້ນ ຈະ ບໍ່ ມີ ຜູ້ໃດ ໄດ້ ຊີມ ອາຫານ ໃນ ງານກີນລ້ຽງ ຂອງເຮົາ ຈັກ ຄົນ.”
\s5
\v 25 ຄັ້ງ ໜຶ່ງ ເມື່ອ ປະຊາຊົນ ຈາໍນວນ ຫລວງຫລາຍ ໄດ້ ໄປ ກັບ ພຣະເຢຊູເຈົ້າ ພຣະອົງ ຈຶ່ງ ຫັນ ມາ ກ່າວ ແກ່ ພວກເຂົາວ່າ,
\v 26 “ຖ້າ ຜູ້ໃດ ມາ ຫາ ເຮົາ ແລະ ບໍ່ ຊັງ ພໍ່ ແມ່, ລູກ ເມຍ, ອ້າຍ ນ້ອງ ຊາຍຍິງ ກັບ ທັງ ຊີວິດ ຂອງ ຕົນເອງ ຜູ້ນັ້ນ ຈະ ເປັນ ສາວົກ ຂອງເຮົາ ບໍ່ໄດ້.
\v 27 ຜູ້ໃດ ບໍ່ໄດ້ ແບກ ໄມ້ກາງແຂນ ຂອງຕົນ ຕາມ ເຮົາ ມາ ຜູ້ນັ້ນ ຈະ ເປັນ ສາວົກ ຂອງເຮົາ ບໍ່ໄດ້.”
\s5
\v 28 “ເພາະວ່າ ໃນ ພວກເຈົ້າ ​ມີ ຜູ້ໃດ ເມື່ອ ຈະ ສ້າງ ຫໍຄອຍ ແຫ່ງ ໜຶ່ງ ລາວ ຈະ ບໍ່ ນັ່ງ ລົງ ຄິດ ໄລ່ ລາຄາ ກ່ອນ ວ່າ ຕົນມີ ພຽງພໍ ສ້າງ ໃຫ້ ສໍາເລັດ ຫ​ລື ບໍ່.
\v 29 ຢ້ານ ວ່າ ຫລັງຈາກ ທີ່ ວາງ ຮາກຖານ ລົງແລ້ວ ບໍ່ ສາມາດ ເຮັດ ໃຫ້ ສໍາເລັດ ໄດ້ ຄົນ ທີ່ ເຫັນ ກໍຈະ ກ່າວ ເຢາະເຢີ້ຍ ໃສ່ ລາວ ວ່າ,
\v 30 ‘ຄົນ ນີ້ ຕັ້ງຕົ້ນ ກໍ່ ໄດ້ແລ້ວ ແຕ່ ສ້າງ ໃຫ້ ສໍາເລັດ ບໍ່ໄດ້ ເລີຍ.
\s5
\v 31 “ຫລື ມີ ກະສັດ ຜູ້ໃດ ເມື່ອ ຈະ ຍົກ ທັບ ອອກ ໄປ ສູ້ຮົບ ໂດຍ ມີພົນ ທະຫານ ໜຶ່ງ ໝື່ນ ເພື່ອ ສູ້ຮົບ ກັບ ກະສັດ ຜູ້ອື່ນ ທີ່ ມາ ໂຈມຕີ ໂດຍ ມີພົນ ທະຫານ ສອງໝື່ນ ເພິ່ນ ຈະ ບໍ່ ນັ່ງ ຄິດ ເບິ່ງ ກ່ອນ ວ່າ ກໍາລັງ ຂອງຕົນ ແຂງແຮງ ພໍ ທີ່ ຈະ ປະເຊີນ ໜ້າ ກັບ ຄູ່ ຕໍ່ສູ້ ໄດ້ ບໍ.
\v 32 ຖ້າ ສູ້ບໍ່ໄດ້ ໃນ ຂະນະ ຢູ່ ຫ່າງ ກັນ ເພິ່ນ ກໍ ຈະ ໃຊ້ ທູດ ໄປ ພົບ ກະສັດ ຜູ້ນັ້ນ ເພື່ອ ຖາມ ເງື່ອນໄຂ ຂອງ ການ ສະຫງົບ ເສິກ.
\v 33 ໃນທໍານອງ ດຽວກັນ ພວກເຈົ້າ ຈະ ເປັນ ສາວົກ ຂອງເຮົາ ບໍ່ໄດ້ ຖ້າ ບໍ່ຍອມ ສະຫລະ ທຸກໆ ສິ່ງ ທີ່ ຕົນ ມີ ຢູ່.”
\s5
\v 34 “ເກືອ ເປັນ ຂອງ ດີ ແຕ່ ຖ້າ ເກືອ ໝົດ ຣົດ ເຄັມ ແລ້ວ ກໍບໍໍ່ມີ ທາງ ທີ່ ຈະ ເຮັດ ໃຫ້ ກັບ ເຄັມ ໄດ້ ອີກ.
\v 35 ຈະ ໃຊ້ ມັນ ເປັນ ຝຸ່ນ ໃສ່ ດິນ ​ກໍ ບໍໍ່ໄດ້ ຫ​ລື ຈະໃຊ້ ປະສົມ ກັບ ກອງຂີ້ສັດ ເພື່ອ ເຮັດ ຝຸ່ນກໍ ບໍໍ່ໄດ້ ມີ ແຕ່ ເອົາ ໂຍນ ຖິ້ມ ໄປ ເສຍ ເທົ່ານັ້ນ ຜູ້ໃດ ມີຫູ ຟັງ ຈົ່ງ ຟັງ ເອົາ.”
\s5
\c 15
\p
\v 1 ຕໍ່ມາ ພວກ ຄົນ ເກັບພາສີ ແລະ ຄົນ ນອກສິນທໍາ ເຂົ້າ ມາ ໃກ້ ພຣະເຢຊູເຈົ້າ ເພື່ອ ຟັງ ພຣະອົງ ກ່າວ,
\v 2 ພວກ ຟາ ຣີຊາຍ ກັບ ພວກ ທໍາມະຈານ ກໍ ເລີ່ມ ຈົ່ມ ວ່າ, “ຄົນ ນີ້ ຕ້ອນຮັບ ຄົນ ນອກສິນທໍາ ແລະ ຍັງ ຮ່ວມ ກິນ ນໍາ ພວກເຂົາ ດວ້ຍ”
\s5
\v 3 ດັ່ງນັ້ນ ພຣະເຢຊູເຈົ້າ ຈຶ່ງ ກ່າວ ຄໍາອຸປະມາ ນີ້ ສູ່ ພວກເຂົາ ຟັງ ວ່າ,
\v 4 “ ມີ ຄົນ ໃດ ແດ່ ໃນ ພວກເຈົ້າ ມີ ແກະ ຢູ່ ຮ້ອຍໂຕ ແລະ ໂຕໜຶ່ງ ເສຍ ໄປ ຄົນ ນັ້ນ ຈະ ເຮັດ ຢ່າງ ໃດ? ລາວ ຈະ ບໍ່ ປະ ເກົ້າສິບເກົ້າໂຕ ນັ້ນ ໄວ້ ໃນ ທົ່ງຫຍ້າ ແລະ ໄປ ຊອກ ຫາ ໂຕ ທີ່ ເສຍ ນັ້ນ ຈົນ ພົບ ບໍ?
\v 5 ເມື່ອ ພົບ ແລ້ວ ລາວ ກໍດີໃຈ ທີ່ສຸດ ຈຶ່ງ ຍົ​ກ ແກະ ນັ້ນ ໃສ່ ບ່າ ຂອງຕົນ
\s5
\v 6 ແລະ ແບກ ກັບ ມາ ເມື່ອ ຮອດ ເຮືອນ ແລ້ວ ລາວ ກໍ ເອີ້ນ ບັນດາ ມິດສະຫາຍ ແລະ ເພື່ອນບ້ານ ຂອງຕົນ ມາ ແລະ ເວົ້າ ວ່າ, ‘ຂ້ອຍ ດີໃຈ ຫລາຍ ເພາະ ຂ້ອຍໄດ້ ພົບ ແກະ ຂອງຂ້ອຍ ທີ່ ເສຍ ໄປ ຈົ່ງ ຮ່ວມ ກັນ ສະຫລອງ ເທາະ’
\v 7 ໃນທໍານອງ ດຽວກັນ ນັ້ນ ແຫລະ ເຮົາ ບອກ ເຈົ້າ ທັງຫລາຍ ວ່າ, ໃນ ສະຫວັນ ຈະ ມີ ຄວາມ ຊົມຊື່ນ ຍິນດີ ຫລາຍ ທີ່ ຄົນ ບາບ ຜູ້ໜຶ່ງ ຖິ້ມໃຈເກົ່າ ເອົາໃຈໃໝ່ ຫລາຍກວ່າ ຄົນ ສິນທາໍ ເກົ້າສິບເກົ້າ ຄົນ ທີ່ ບໍ່ ຕ້ອງການ ຖິ້ມໃຈເກົ່າ ເອົາໃຈໃໝ່.”
\s5
\v 8 “ແລະ ມີຍິງ ຄົນ ໜຶ່ງ ທີ່ ມີ ເງິນ ຢູ່ ສິບ ຫລຽນ ແລະ ຫລຽນ ໜຶ່ງ ເສຍ ໄປ ນາງ ຈະ ເຮັດ ຢ່າງ ໃດ? ນາງ ຈະ ບໍ່ ໄຕ້ ໂຄມ, ກວາດ ເຮືອນ ແລະ ຄົ້ນ ຫາ ຢ່າງ ຖ້ວນຖີ່ ຈົນກວ່າ ຈະ ພົບ ບໍ?
\v 9 ເມື່ອ ພົບ ແລ້ວ ນາງ ກໍເອີ້ນ ບັນດາ ມິດ ສະຫາຍ ແລະ ເພື່ອນບ້ານ ຂອງຕົນ ມາ ແລະ ເວົ້າ ວ່າ ‘ຂ້ອຍດີໃຈ ຫລາຍ ເພາະ ຂ້ອຍໄດ້ ພົບ ເງິນ ຫລຽນ ຂອງຂ້ອຍ ທີ່ ເສຍ ໄປ ຈົ່ງ ມາ ຮ່ວມ ຊົມຊື່ນ ຍິນດີກັບຂ້ອຍ ເທີ້ນ.
\v 10 ໃນທາໍນອງ ດຽວກັນ ນັ້ນ ແຫລະ ເຮົາ ບອກ ເຈົ້າ ທັງຫລາຍວ່າ, ຝູງ ເທວະດາ ຂອງ ພຣະເຈົ້າ ກໍຊົມຊື່ນ ຍິນດີ ທີ່ ມີຄົນ ບາບ ຜູ້ໜຶ່ງ ຖິ້ມໃຈເກົ່າ ເອົາໃຈໃໝ່.”
\s5
\v 11 ແລ້ວ ພຣະເຢຊູເຈົ້າ ກໍກ່າວ ຕໍ່ໄປ ວ່າ, “ມີ ຊາຍ ຄົນ ໜຶ່ງ ມີລູກຊາຍ ຢູ່ ສອງ ຄົນ.
\v 12 ຜູ້ ນ້ອງ ເວົ້າ ກັບ ພໍ່ ວ່າ, ‘ພໍ່ ເອີຍ ຈົ່ງ ແບ່ງ ຊັບສິນ ສ່ວນ ທີ່ ຈະ ຕົກ ເປັນ ຂອງ ລູກ ນັ້ນ ໃຫ້ ລູກ ສາ. ດັ່ງນັ້ນ ພໍ່ ຈຶ່ງ ໄດ້ ແບ່ງ ຊັບສິນ ໃຫ້ ລູກຊາຍ ທັງສອງ ຂອງຕົນ.
\s5
\v 13 ຕໍ່ມາ ບໍ່ ເທົ່າ ໃດ ວັນ ຜູ້ ເປັນ ນ້ອງ ​ກໍໄດ້ ຮວບຮວມເອົາຊັບສິນ ທີ່ ຕົກ ເປັນ ສ່ວນ ຂອງຕົນ ນັ້ນ ແລະ ອອກ ຈາກ ບ້ານ ໄປ ເພື່ອ ໄປທ່ຽວແດນ ໄກ ແລະ ໄດ້ ຜານ ຊັບ ຂອງຕົນ ຢູ່ ທີ່ ນັ້ນ ໃນ ການ ຢູ່ ກິນ ຢ່າງ ຟຸມເຟືອຍ.
\v 14 ຫລັງຈາກ ລາວ ໄດ້ ໃຊ້ ຈ່າຍ ຊັບ ຈົນ ໝົດ ກ້ຽງ ແລ້ວ ກໍ ເກີດ ການ ອຶດຢາກ ອັນ ຮ້າຍແຮງ ທົ່ວ ປະເທດ ແລ້ວ ລາວ ຕົກ ຢູ່ ໃນ ຄວາມ ຂັດສົນ.
\s5
\v 15 ດັ່ງນັ້ນ ລາວ ຈຶ່ງ ໄປ ຂໍ ຮັບ ຈ້າງ ຢູ່ ນໍາ ຄົນ ໜຶ່ງ ໃນ ເມືອງ ນັ້ນ ແລະ ຄົນ ນັ້ນ ກໍໃຊ້ ລາວ ອອກ ໄປ ລ້ຽງ ໝູ ທີ່ ທົ່ງນາ.
\v 16 ລາວ ຄິດ ຢາກ ກິນ ໝາກ ຖົ່ວ ທີ່ ໝູ ກິນ ໃຫ້ ອີ່ມ ທ້ອງ ແຕ່ ບໍ່ມີ ຜູ້ໃດ ເອົາ ໃຫ້ ລາວ ກິນ.
\s5
\v 17 ໃນ ທີ່ສຸດ ລາວ ກໍສໍານຶກ ຕົວ ໄດ້ ແລະ ເວົ້າ ກັບ ຕົນເອງ ວ່າ, ‘ລູກຈ້າງ ທຸກຄົນ ຂອງ ພໍ່ ເຮົາ ກໍຍັງ ມີ ອາຫານ ກີນ ຢ່າງ ເຫລືອເຟືອ ສ່ວນເຮົາກໍາລັງຕາຍຫິວ ຢູ່ທີ່ນີ້
\v 18 ເຮົາ ຈະ ລຸກ ຂຶ້ນ ເມືອ ຫາ ພໍ່ ຂອງເຮົາ ແລະ ເວົ້າ ວ່າ, ‘ພໍ່ ເອີຍ ລູກ ໄດ້ ເຮັດ ບາບ ຕໍ່ສູ້ພຣະເຈົ້າ ແລະ ຕໍ່ສູ້ພໍ່ ແລ້ວ.
\v 19 ລູກ ບໍ່ ສົມຄວນ ທີ່ ມີ ຊື່ ວ່າ ເປັນ ລູກ ຂອງ ພໍ່ ອີກ ຕໍ່ໄປ, ແຕ່ ຂໍ ໃຫ້ ລູກ ເປັນ ເໝືອນ ລູກຈ້າງ ຄົນໜຶ່ງ ຂອງ ພໍ່.
\s5
\v 20 ດັ່ງນັ້ນ ລາວ ຈຶ່ງ ລຸກ ຂຶ້ນ ຄືນ ເມືອ ຫາ ພໍ່ ຂອງຕົນ. ຂະນະທີ່ ຍັງ ຢູ່ ຫ່າງໄກ ຈາກ ບ້ານ ພໍ ສົມຄວນ ພໍ່ ກໍ ແນມ ເຫັນ ລາວ ແລ້ວ ມີຄວາມ ເມດຕາ ສົງສານ ຈຶ່ງ ແລ່ນ ອອກ ໄປ ກອດ ລູກ ໄວ້ ດ້ວຍ ຄວາມ ຮັກແພງ.
\v 21 ຜູ້ ເປັນ ລູກ ຈຶ່ງ ເວົ້າ ວ່າ, ‘ພໍ່ ເອີຍ ລູກ ໄດ້ ເຮັດ ບາບ ຕໍ່ ພຣະເຈົ້າ ແລະ ຕໍ່ ພໍ່ ແລ້ວ ລູກ ບໍ່ ສົມຄວນ ທີ່ ມີ ຊື່ ວ່າ, ເປັນ ລູກ ຂອງ ພໍ່ ອີກ ຕໍ່ໄປ.
\s5
\v 22 ແຕ່ ຜູ້ ເປັນ ພໍ່ ເອີ້ນ ບັນດາ ຄົນ ຮັບໃຊ້ ຂອງຕົນ ມາ ເພິ່ນ ເວົ້າ ວ່າ, ‘ໄວໆ ຟ້າວ ເອົາ ເຄື່ອງ ຢ່າງດີທີີ່ສຸດ ມາ ໃຫ້ ລູກ ຂອງເຮົາ ນຸ່ງ ຈົ່ງ ເອົາ ແຫວນ ມາ ສວມ ໃສ່ ນິ້ວ ມື ແລະ ສຸບ ເກີບ ໃສ່ ຕີນ ໃຫ້ ລູກ ຂອງເຮົາ.
\v 23 ແລ້ວ ຈົ່ງ ໄປ ເອົາ ງົວ ໜຸ່ມ ໂຕ ຕຸ້ຍພີ ດີ ງາມ ມາ ຂ້າ ແລະ ຈັດ ງານກິນລ້ຽງ ແລະ ຮ່ວມ ກັນ ຊົມຊື່ນ ຍິນດີ.
\v 24 ດ້ວຍວ່າ, ລູກ ເຮົາ ຄົນ ນີ້ ຕາຍ ແລ້ວ ແຕ່ ບັດນີ້ ລາວ ມີຊີວິດ ຢູ່ ລາວ ເສຍ ໄປ ແລ້ວ ແຕ່ ບັດນີ້ ເຮົາ ໄດ້ ພົບ ລາວ ອີກ. ແລະ ພວກເຂົາ ກໍໄດ້ ຕັ້ງຕົ້ນ ຊົມຊື່ນ ຍິນດີ.
\s5
\v 25 ໃນລະຫວ່າງ ນັ້ນ ລູກຊາຍ ຜູ້ກົກ ກໍ ຢູ່ ທີ່ ທົ່ງນາ ເມື່ອ ກັບມາ ໃກ້ຈະຮອດເຮືອນ ແລ້ວ ລາວ ໄດ້ຍິນ ສຽງ ເພງ ແລະ ສຽງ ຄົນ ກາໍລັງ ຟ້ອນລໍາ.
\v 26 ດັ່ງນັ້ນ ລາວ ຈຶ່ງ ໄດ້ ເອີ້ນ ຄົນ ຮັບໃຊ້ ຜູ້ໜຶ່ງ ມາ ແລະ ຖາມ ວ່າ, ‘ມີ ຫຍັງ ເກີດຂຶ້ນ?
\v 27 ຄົນ ຮັບໃຊ້ ຜູ້ ນັ້ນ ຕອບ ວ່າ, ‘ນ້ອງຊາຍ ຂອງ ທ່ານ ກັບ ມາ ແລ້ວ ແລະ ພໍ່ ຂອງ ທ່ານ ໄດ້ ຂ້າ ງົວ ໜຸ່ມ ໂຕ ຕຸ້ຍ​ພີ ດີ​ງາມ ຕອ້ນ​ຮັບ ເພາະ ເພິ່ນ ໄດ້ ລາວ ຄືນ ມາ ດວ້ຍ ຄວາມ ສະຫວັດດີພາບ.
\s5
\v 28 ຝ່າຍ ອ້າຍ ກໍ ໃຈຮ້າຍ ຫລາຍ ຈົນ ບໍ່ ຍອມ ເຂົ້າ ມາ ໃນ ເຮືອນ. ດັ່ງນັ້ນຜູ້ ພໍ່ ຈຶ່ງ ອອກ ໄປ ອອຍໃຈ ໃຫ້ ເຂົ້າ ມາ.
\v 29 ແຕ່ ລາວ ໄດ້ ຕອບ ພໍ່ ວ່າ, ‘ເບິ່ງແມ! ລູກ ໄດ້ ເຮັດ ວຽກ ໃຫ້ພໍ່ ດັ່ງ ທາດ ຕະຫລອດ ມາ ຫລາຍ ປີ ແລະ ລູກ ບໍ່ເຄີຍ ຝ່າຝືນ ຄໍາສັ່ງ ຂອງ ພໍ່ ຈັກເທື່ອ ແຕ່ ພໍ່ ຍັງ ບໍ່ ໃຫ້ ແມ່ນແຕ່ ລູກແກະ ໂຕ ດຽວ ເພື່ອ ຈັດ ງານລ້ຽງ ໃຫ້ ໝູ່ເພື່ອນ ມາ ຮ່ວມ ຊົມຊື່ນ ​ຍິນດີ.
\v 30 ແຕ່ ເມື່ອ ລູກຊາຍ ຂອງ ພໍ່ ຄົນ ນີ້ ຜູ້ທີ່ ໄດ້ ຜານ ຊັບສິນ ຂອງ ພໍ່ ດວ້ຍ ການ ຄົບຫາ ກັບ ພວກ ຍິງໂສເພນີ ກັບ ຄືນ ມາ ແລ້ວ ພໍ່ ກໍຍັງ ຂ້າ ງົວເຖິກ ໂຕດີທີີ່ສຸດ ຈັດ ງານລ້ຽງ ໃຫ້ ມັນ
\s5
\v 31 ພໍ່ ຕອບ ວ່າ, ‘ລູກ ເອີຍ ເຈົ້າ ຢູ່ ກັບ ພໍ່ ທີ່ ນີ້ ສະເໝີ ແລະ ທຸກໆ ສິ່ງ ທີ່ ພໍ່ ມີກໍ ເປັນ ຂອງ ເຈົ້າ.
\v 32 ແຕ່ ພວກເຮົາ ສົມຄວນ ຮ່ວມ ຊົມຊື່ນ ຍິນດີ ເພາະ ນ້ອງຂອງ ເຈົ້າ ຄົນ ນີ້ ຕາຍ ແລ້ວ ແຕ່ ບັດນີ້ມີ ຊີວິດ ຢູ່ ລາວ ເສຍ ໄປ ແລ້ວ ແຕ່ ບັດນີ້ ຍັງ ໄດ້ ພົບ ອີກ.
\s5
\c 16
\p
\v 1 ແລ້ວ ພຣະເຢຊູເຈົ້າ ​ກໍໄດ້ ກ່າວ ແກ່ ພວກ ສາວົກ ວ່າ, “ຍັງ ມີ ເສດຖີ ທີ່ ມີ ພະນັກງານ ຜູ້ ໜຶ່ງ ລາວ ເປັນ ຜູ້ຈັດການ ຊັບສິນ ຂອງ ເພິ່ນ ມີ ຄົນ ມາ ລາຍງານ ເສດຖີ ວ່າ ພະນັກງານ ຄົນ ນັ້ນ ກໍາລັງ ຜານ ຊັບ ຂອງ ເພິ່ນ,
\v 2 ດັ່ງນັ້ນ ເພິ່ນ ຈຶ່ງ ເອີ້ນ ຜູ້ຈັດການ ເຂົ້າ ມາ ຫາ ແລະ ເວົ້າ ວ່າ, ‘ເລື່ອງ ທີ່ ເຮົາ ໄດ້ຍິນ ກ່ຽວກັບ ເຈົ້າ ນັ້ນ ເປັນ ຢ່າງ ໃດ? ຈົ່ງ ລາຍງານ ກ່ຽວ ກັບ ໜ້າທີ່ ຂອງ ເຈົ້າ ສາ ເພາະ ເຈົ້າ ຈະ ເປັນ ພະນັກງານ ຕໍ່ໄປ ອີກ ບໍ່ໄດ້.
\s5
\v 3 ເຈົ້າ ພະນັກງານ ນັ້ນ ຄິດ ໃນ ໃຈ ວ່າ, ‘ນາຍ ກໍາລັງ ຈະ ປົດ ເຮົາ ອອກ ຈາກ ໜ້າທີ່ ແລ້ວ ເຮົາ ຈະ ເຮັດ ຢ່າງ ໃດ ໜໍ? ຈະ ຂຸດ ດິນ ກໍບໍໍ່ມີ ແຮງ ຈະ ຂໍທານ ກໍ ອາຍ ເຂົາ.
\v 4 ບັດນີ້ ເຮົາ ຮູ້ ແລ້ວ ວ່າ ຈະ ເຮັດ ຢ່າງ ໃດ ດີ ເມື່ອ ຖືກ ປົດ ອອກ ຈາກ ໜ້າທີ່ ແລ້ວ ຄວນ ​ມີ ໝູ່ເພື່ອນ ທີ່ ຈະ ຕ້ອນ​ຮັບ ເຮົາໄວ້ໃນ ເຮືອນ ຂອງ ເຂົາເຈົ້າ.
\s5
\v 5 ດັ່ງນັ້ນ ລາວ ຈຶ່ງ ເອີ້ນ ລູກ ໜີ້ ຂອງ ນາຍ ຕົນ ເຂົ້າ ມາ ທຸກຄົນ ລາວຖາມຜູ້ ທີ ໜີຶ່ງ ວ່າ, ‘ເຈົ້າ ເປັນ ໜີ້ ນາຍ ຂອງເຮົາ ເທົ່າ ໃດ?
\v 6 ຜູ້ນັ້ນ ຕອບ ວ່າ, ‘ເປັນ ໜີ້ ນໍ້າມັນ ຮ້ອຍຖັງ. ພະນັກງານ ນັ້ນ ຈຶ່ງ ບອກ ວ່າ, ‘ເອົາ ບັນຊີ ຂອງ ເຈົ້າ ນັ່ງ ລົງ ຈົດ ໃສ່ ຫ້າສິບ ຖັງ ໄວໆ.
\v 7 ແລ້ວ ລາວ ກໍຖາມ ອີກ ຜູ້ ໜຶ່ງ ວ່າ, ‘ເຈົ້າ ເດ ເປັນ ໜີ້ ເທົ່າ ໃດ? ຜູ້ນີ້ ຕອບ ວ່າ, ‘ເປັນ ໜີ້ ເຂົ້າ ເປືອກ ຮ້ອຍ ກວຽນ. ພະນັກງານ ນັ້ນ ຈຶ່ງ ບອກ ວ່າ, ‘ຈົ່ງ ເອົາ ບັນຊີ ຂອງ ເຈົ້າ ມາ ຈົດ ໃສ່ ແປດສິບ ກວຽນ.
\s5
\v 8 ແລ້ວເຈົ້ານາຍກໍ ຍົກຍ້ອງເຈົ້າພະນັກ ງານ ຜູ້ ບໍ່ສັດຊື່ ວ່າ, ‘ລາວໄດ້ເຮັດດ້ວຍ ຄວາມສະຫລາດ. ດ້ວຍວ່າ ຄົນ ຝ່າຍໂລກນີ້ ໃນສະໄໝຂອງເຂົາ ເຂົາໃຊ້ ສະ ຕິປັນຍາ ສະຫລາດກວ່າ ຄົນຝ່າຍຄວາມສະຫວ່າງອີກ.
\v 9 ຝ່າຍ ເຮົາ ຈຶ່ງ ບອກ ພວກເຈົ້າ ວ່າ, ‘ຈົ່ງ ເຮັດ ໃຫ້ ຕົນ ​ມີ ໝູ່ ເພື່ອນ ດ້ວຍ ຊັບສິນ ອັນ ບໍ່ຍຸດຕິທໍາ ເພື່ອ ເວລາ ຊັບນັ້ນ ເສຍ ໄປ ແລ້ວ ເຂົາ ກໍຈະ ຮັບຕ້ອນ ພວກເຈົ້າ ໄວ້ ໃນ ບ່ອນ ອາໄສ ຢູ່ ອັນຖາວອນເປັນນິດ.
\s5
\v 10 ຄົນໃດທີ່ ສັດຊື່ ໃນສິ່ງຂອງເລັກນ້ອຍ ກໍຈະ ສັດຊື່ ໃນ ສິ່ງ ຂອງ ຫລາຍດ້ວຍ ຄົນໃດທີ່ບໍ່ສັດຊື່ ໃນ ສິ່ງ ຂອງເລັກນອ້ຍ ກໍຈະບໍ່ສັດຊື່ ໃນສິ່ງຂອງຫລາຍ ເໝືອນກັນ.
\v 11 ດ້ວຍເຫດນັ້ນ ຖ້າ ພວກເຈົ້າ ບໍ່ ສັດຊື່ ໃນ ຊັບສິນ ອັນບໍ່ຍຸດຕິທໍານີ້ ໃຜ ຈະມອບຊັບສິນ ອັນ ແທ້ ໃຫ້ແກ່ພວກເຈົ້າ?
\v 12 ແລະ ຖ້າ ພວກເຈົ້າ ບໍ່ ສັດຊື່ ໃນ ສິ່ງຂອງ ທີ່ ເປັນຂອງ ຄົນອື່ນ ຜູ້ໃດ ຈະ ມອບ ສິ່ງ ຂອງ ທີ່ ເປັນ ຂອງ ພວກເຈົ້າໃຫ້ ແກ່ ພວກເຈົ້າ?
\s5
\v 13 “ບໍ່ ຫ່ອນ ​ມີ ຜູ້ໃດ ເປັນ ຂ້າ ສອງ ເຈົ້າ ບ່າວ ສອງນາຍໄດ້ ເພາະ ຈະ ຮັກ ນາຍ ຜູ້ ນີ້ ແລະ ຈະ ຊັງ ນາຍ ຜູ້ນັ້ນ ຫ​ລື ຈະ ຕິດພັນ ກັບ ນາຍ ຜູ້ນີ້ ແລະຈະໝິ່ນປະໝາດ ນາຍ ຜູ້ນັ້ນ ພວກເຈົ້າ ຈະ ຮັບໃຊ້ ພຣະເຈົ້າ ແລະ ຮັບໃຊ້ ເງິນຄໍາ ພ້ອມກັນ ບໍ່ໄດ້.”
\s5
\v 14 ຝ່າຍ ພວກ ຟາຣີຊາຍ ທີ່ ມີໃຈຮັກ ຊັບ ເມື່ອໄດ້ຍິນ ຄໍາເຫລົ່ານັ້ນແລ້ວ ກໍກ່າວ ເຢາະເຢີ້ຍ ພຣະອົງ.
\v 15 ແຕ່ ພຣະອົງ ກ່າວ ຕໍ່ ພວກເຂົາ ວ່າ, “ເຈົ້າ ທັງຫລາຍ ອ້າງ ຕົວ ວ່າ ເປັນ ຄົນ ຊອບທໍາ ຕໍ່ໜ້າ ມະນຸດ, ແຕ່ ພຣະເຈົ້າ ຊົງ ຮູ້ຈັກ ຈິດໃຈ ຂອງ ພວກເຈົ້າ. ດ້ວຍວ່າ, ຊຶ່ງ ເປັນ ທີ່ ນັບຖື ໃນ ທ່າມກາງ ມະນຸດ ກໍເປັນທີ່ລັງກຽດ ຕໍ່ ພຣະພັກ ພຣະເຈົ້າ.”
\s5
\v 16 “ມີກົດບັນຍັດ ແລະ ຜູ້ ທໍານວາຍ ຈົນເຖິງ ສະໄໝ ໂຢຮັນ ຕັ້ງແຕ່ ນັ້ນ ມາ ເຂົາ ກໍປະກາດ ຂ່າວປະເສີດ ເລື່ອງ ຣາຊແຜ່ນດິນ ຂອງ ພຣະເຈົ້າ ແລະ ຄົນ ທັງປວງ ກໍຍາດ ກັນ ເຂົ້າໃນ ຣາຊແຜ່ນດິນ ນັ້ນ.
\v 17 ຟ້າ ແລະ ດິນ ຈະ ລ່ວງ ໄປ ​ກໍງ່າຍ ກວ່າ ທີ່ ກົດບັນຍັດ ພຽງແຕ່ ຈຸດ ດຽວ ຈະ ຖືກ ຍົກເລີກ.”
\s5
\v 18 “ບຸກຄົນໃດທີ່ ຢ່າຮ້າງເມຍຂອງຕົນ ແລະໄປແຕ່ງງານ ກັບຍິງອື່ນ​ກໍ ຜິດໃນຖານຫລິ້ນຊູ້ແລະທຸກຄົນ ທີ່ແຕ່ງງານກັບ ຍິງແມ່ຮ້າງ ກໍຜິດໃນຖານຫລິ້ນຊູ້.”
\s5
\v 19 “ຍັງ ມີ ເສດຖີຄົນ ໜຶ່ງ ທີ່ ນຸ່ງຫົ່ມ ເສື້ອຜ້າ ສີມ່ວງ ອ່ອນ ແລະ ຜ້າປ່ານ ເນື້ອລະອຽດ ປິຕິຍິນດີ ດ້ວຍອາຫານ ການກິນ ຢ່າງ ປານີດ ທຸກໆ ວັນ.
\v 20 ແລະ ມີ ຄົນ ຍາກຈົນ ຜູ້ ໜຶ່ງ ຊື່ ລາຊາໂຣ ເປັນ ບາດເຕັມຕົວ ທີ່ ເຂົາ ຫາມ ມາ ຖິ້ມໄວ້ທີ່ ປະຕູ ບ້ານ ເສດຖີ.
\v 21 ລາຊາໂຣ ຢາກ ກິນຂອງ ທີ່ ຕົກ ຈາກ ໂຕະ ຂອງ ເສດຖີ ນັ້ນ ໃຫ້ອີ່ມ ແລະ ຫລາຍກວ່າ ນັ້ນ ໝາ ກໍ ຍັງ ມາ ເລຍ ບາດ ຂອງ ລາວ.
\s5
\v 22 ຢູ່ ມາ ຄົນ ຍາກຈົນ ຜູ້ ນັ້ນ ກໍຕາຍ ແລະ ຝູງເທວະດາ ໄດ້ຮັບເອົາ ລາວ ໄປ ໄວ້ຢູ່ ໃນອ້ອມເອິກ ຂອງ ອັບຣາຮາມ ຝ່າຍ ເສດ​ຖີ ນັ້ນ ກໍ ຕາຍ ເໝືອນກັນ ແລ້ວ ເຂົາ ກໍຝັງໄວ້.
\v 23 ເມື່ອ ຢູ່ ໃນ ແດນ ມໍຣະນາ [ຫ] ກໍ ເປັນ ທຸກ ເວດທະນາ ຫລາຍ ເສດຖີ ນັ້ນ ຈຶ່ງ ເງີຍ ໜ້າ ຂຶ້ນ ເຫັນ ອັບຣາຮາມ ຢູ່ ໄກ ແລະ ເຫັນ ລາຊາໂຣ ຢູ່ ໃນ ເອິກ ຂອງທ່ານ.
\s5
\v 24 ດັ່ງນັ້ນ ລາວ ຈຶ່ງ ຮ້ອງ ຂຶ້ນ ວ່າ, ‘ອັບຣາຮາມ ພໍ່ ເອີຍ ໂຜດ ເອັນດູ ຂ້ານ້ອຍ ແດ່ທ້ອນ ໂຜດ ໃຊ້ ລາຊາໂຣ ເອົາ ປາຍ ນິ້ວ ມື ຈຸ່ມ ນໍ້າ ມາ ແປະ ໃສ່ ລິ້ນ ຂອງ ຂ້ານ້ອຍ ໃຫ້ຊູ່ມເຢັນ ແດ່ທ້ອນ ເພາະ ຂ້ານ້ອຍ ທົນທຸກ ທໍລະມານ ເຫລືອຫລາຍ ຢູ່ ໃນ ແປວ ໄຟ ນີ້.
\s5
\v 25 ແຕ່ ອັບຣາຮາມຕອບວ່າ, ‘ລູກເອີຍ ຈົ່ງ ລະນຶກເຖິງ ຄາວ ເມື່ອ ເຈົ້າ ຍັງ ມີຊີວິດຢູ່ ເຈົ້າ ໄດ້ ຮັບ ແຕ່ ຂອງ ດີສໍາລັບ ຕົນ ສ່ວນ ລາຊາໂຣ ແລ້ວ ໄດ້ ຮັບ ແຕ່ ຂອງ ບໍ່ດີ ຢ່າງດຽວກັນ ນັ້ນ ແຫລະ, ແຕ່ ບັດນີ້ ລາຊາໂຣ ໄດ້ຮັບ ຄວາມສຸກ ສະບາຍ ຢູ່ ທີ່ ນີ້ ສ່ວນ ເຈົ້າ ແລ້ວ ກໍາລັງ ໄດ້ຮັບ ຄວາມ ທົນທຸກ ທໍລະມານ.
\v 26 ນອກຈາກນີ້ ອີກ ລະຫວ່າງ ພວກເຮົາ ກັບ ພວກເຈົ້າ ຍັງມີ ເຫວເລິກ ຕັ້ງ ຂວາງກັ້ນ ຢູ່ ເພື່ອ ວ່າ ບໍ່ ໃຫ້ ຜູ້ໃດ ທີ່ ຢາກ ຂ້າມ ຈາກ ທີ່ ນີ້ ໄປ ຫາ ພວກເຈົ້າ ໄດ້ ທັງ ບໍ່ ໃຫ້ ຜູ້ໃດ ໃນ ພວກເຈົ້າ ຈາກ ທີ່ ນັ້ນ ຂ້າມ ມາ ຫາ ພວກເຮົາ ໄດ້ອີກດ້ວຍ.
\s5
\v 27 ເສດຖີ ເວົ້າ ວ່າ, ‘ອັບຣາຮາມພໍ່ເອີຍ ຖ້າດັ່ງນັ້ນ ຂໍ ທ່ານ ໃຊ້ ລາຊາໂຣໄປທີ່ ເຮືອນ ຂອງ ພໍ່ ຂ້ານ້ອຍ
\v 28 ເພາະ ຢູ່ ໃນທີ່ນັ້ນ ຂ້ານ້ອຍ ຍັງ ມີ ອ້າຍນ້ອງ ຫ້າ ຄົນ ໃຫ້ລາວ ໄປ ຕັກເຕືອນ ພວກເຂົາເພື່ອ ວ່າ ພວກເຂົາ ຈະ ບໍ່ໄດ້ ມາ ໃນ ບ່ອນ ທົນທຸກ ທໍລະມານ ຢ່າງ ນີ້ ເໝືອນກັນ.
\s5
\v 29 ອັບຣາຮາມ ຕອບ ວ່າ, ‘ອ້າຍນ້ອງ ຂອງ ເຈົ້າ ພວກເຂົາ ມີ ຖ້ອຍຄໍາ ຂອງ ໂມເຊ ແລະ ຂອງ ພວກ ຜູ້ ປະກາດພຣະທໍາຢູ່ ແລ້ວ ໃຫ້ ພວກເຂົາຟັງຖ້ອຍຄໍາ ເຫລົ່ານັ້ນສາ’
\v 30 ເສດຖີຕອບວ່າ, ‘ອັບຣາຮາມພໍ່ ເອີຍ ຍັງບໍ່ ພຽງພໍ ດອກ, ແຕ່ຖ້າມີ ຄົນໜຶ່ງ ເປັນຄືນມາຈາກຕາຍໄປຫາພວກເຂົາ ພວກເຂົາ ກໍ ຄົງຈະຖິ້ມໃຈເກົ່າ ເອົາໃຈໃໝ່.
\v 31 ແຕ່ອັບຣາຮາມ ຕອບວ່າ, ‘ຖ້າພວກເຂົາ ບໍ່ເຊື່ອຟັງຖ້ອຍຄໍາຂອງໂມເຊ ແລະຂອງພວກຜູ້ ປະກາດ ພຣະທາໍແລ້ວ ເຖິງຈະມີ ຄົນໜຶ່ງ ຄືນມາ ຈາກຕາຍ ພວກເຂົາ ກໍ ຍັງຈະບໍ່ ຍອມເຊື່ອເໝືອນກັນ.
\s5
\c 17
\p
\v 1 ແລ້ວ ພຣະເຢຊູເຈົ້າ ກໍໄດ້ກ່າວ ແກ່ ພວກ ສາວົກ ຂອງ ພຣະອົງວ່າ, “ແນ່ນອນ ຕ້ອງ ມີເຫດເຮັດໃຫ້ ເກີດ ຜິດບາບ, ແຕ່ ວິບັດ ແກ່ ຜູ້ທີ່ ກໍ່ ເຫດ ໃຫ້ ເກີດ ຜິດບາບ ນັ້ນ
\v 2 ຖ້າ ຈະ ເອົາ ຫິນໂມ້ແປ້ງ ກອ້ນ ໃຫຍ່ໆ ຜູກ ຄໍ ຜູ້ນັ້ນ ຖິ້ມ ລົງ ໃນ ທະເລ ກໍດີກວ່າ ທີ່ ລາວ ຈະ ກໍ່ ເຫດ ໃຫ້ ຄົນ ໜຶ່ງ ໃນ ຜູ້ ຕໍ່າຕ້ອຍ ເຫລົ່ານີ້ ເກີດ ການ ຫລົງ ຜິດ.
\s5
\v 3 ຈົ່ງ ລະວັງ ໃຫ້ ດີ ຖ້າ ພີ່ນ້ອງ ເຮັດ ຜິດບາບ ຈົ່ງ ຕິຕຽນ ລາວ ແລະ ຖ້າ ລາວ ກັບ ຕັ້ງໃຈ ໃໝ່ ຈົ່ງ ຍົກໂທດ ໃຫ້ ລາວ.
\v 4 ຖ້າແມ່ນລາວ ​ເ​ຮັດຜິດ ຕໍ່ເຈົ້າ ວັນລະ ເຈັດເທື່ອ ແລະ ກັບມາຫາເຈົ້າທັງເຈັດ ເທື່ອ ແລ້ວເວົ້າວ່າ, ‘ເຮົາກິນແໜງ ຕັ້ງໃຈ ໃໝ່ ແລ້ວ’ ຈົ່ງຍົກໂທດໃຫ້ລາວ.”
\s5
\v 5 ແລ້ວ ບັນດາ ອັກຄະສາວົກ ກໍ ເວົ້າ ກັບ ອົງພຣະຜູ້ເປັນເຈົ້າວ່າ, “ຂໍໂໍຜດເຮັດ ໃຫ້ພວກຂ້ານ້ອຍ ມີ ຄວາມເຊື່ອ ຫລາຍ ຂຶ້ນແດ່ທ້ອນ. ”
\v 6 ອົງພຣະຜູ້ເປັນເຈົ້າ ຈຶ່ງ ຊົງກ່າວວ່າ, “ຖ້າພວກເຈົ້າມີຄວາມເຊື່ອທໍ່ແກ່ນຜັກກາດ ເມັດໜຶ່ງ ເຈົ້າຈະບອກກົກມອນ ກົກນີ້ໄດ້ວ່າ, ‘ຈົ່ງຖອນຂຶ້ນອອກໄປປັກຢູ່ໃນທະເລ’ ມັນກໍຈະຟັງຄວາມເຈົ້າ.”
\s5
\v 7 “ໃນພວກເຈົ້າ ທີ່ ມີ ຂ້ອຍໃຊ້ໄຖນາ ຫລືລ້ຽງ ແກະ ເມື່ອຂ້ອຍໃຊ້ນັ້ນ ກັບ ມາ ແຕ່ ທົ່ງ ໃຜ ຈະກ່າວແກ່ຂ້ອຍໃຊ້ນັ້ນວ່າ, ‘ຈົ່ງເຂົ້າມານັ່ງໂຕະໂລດ?
\v 8 ແນ່ນອນ ຄົງ ບໍ່ ເປັນ ເຊັ່ນນັ້ນ ແຕ່ ເຈົ້າ ຄົງ ຈະ ເວົ້າ ກັບລາວວ່າ, ‘ຈົ່ງຕຽມເຂົ້າແລງ ໃຫ້ເຮົາ ແລະລໍຖ້າ ຮັບໃຊ້ເຮົາຈົນກວ່າ ເຮົາກິນ ແລະດື່ມແລ້ວ ແລະ ຫລັງຈາກ ນັ້ນ ເຈົ້າ ຈຶ່ງ ກິນແລະດື່ມໄດ້.
\s5
\v 9 ຜູ້ ເປັນ ນາຍ ບໍ່ ຈາໍເປັນ ຕ້ອງຂອບໃຈ ຄົນ ຮັບໃຊ້ ຂອງຕົນ ດອກ ຕີ້ ເພາະ ລາວ ປະຕິບັດ ຕາມ ຄໍາສັ່ງ ບໍ່ແມ່ນ ບໍ?
\v 10 ສໍາລັບ ພວກເຈົ້າ ກໍ ເໝືອນກັນ ເມື່ອ ພວກເຈົ້າ ປະຕິບັດ ທຸກຢ່າງ ຕາມ ທີ່ ໄດ້ ຮັບ ມອບໝາຍ ໃຫ້ ເຮັດ ຈົ່ງ ເວົ້າ ວ່າ, ‘ພວກຂ້ານ້ອຍເປັນຄົນຮັບໃຊ້ ທີ່ບໍ່ມີ ຄວາມສໍາຄັນ ຫຍັງ ເພາະ ພຽງແຕ່ ໄດ້ເຮັດ ຕາມ ໜ້າທີ່ ເທົ່ານັ້ນ.
\s5
\v 11 ຂະນະທີ່ ພຣະເຢຊູເຈົ້າ ກາໍລັງ ຂຶ້ນ ໄປຍັງນະຄອນ ເຢຣູຊາເລັມ ນັ້ນ ພຣະອົງ ຜ່ານ ໄປ ຕາມ ເຂດແດນ ລະຫວ່າງ ແຂວງ ຊາມາເຣຍ ແລະ ແຂວງ ຄາລີເລ.
\v 12 ເມື່ອ ພຣະເຢຊູເຈົ້າ ສະເດັດ ເຂົ້າ ໄປໃນບ້ານແຫ່ງໜຶ່ງ ກໍມີຊາຍຂີ້ທູດ ສິບ ຄົນ ອອກມາພົບພຣະອົງ ພວກເຂົາຢືນຢູ່ ຫ່າງໆ
\v 13 ພວກເຂົາຮ້ອງຂຶ້ນວ່າ, “ພຣະເຢຊູເຈົ້າ ຜູ້ເປັນ ພຣະອາຈານ ເອີຍ ໂຜດເມດຕາ ພວກ ຂ້ານ້ອຍ ແດ່ທ້ອນ.”
\s5
\v 14 ເມື່ອ ພຣະເຢຊູເຈົ້າ ເຫັນ ຊາຍ ເຫລົ່ານັ້ນ ​ກໍກ່າວ ແກ່ ພວກເຂົາວ່າ, “ຈົ່ງ ໄປ ຫາ ປະໂຣຫິດ ໃຫ້ກວດເບິ່ງ ພວກເຈົ້າ ເດີ. ” ຂະນະທີ່ ພວກເຂົາ ໄປ ຕາມ ທາງ ນັ້ນ ພວກເຂົາ ກໍດີ ສະອາດ ທັງໝົດ. [ອ]
\v 15 ເມື່ອ ຄົນ ໜຶ່ງ ໃນ ພວກເຂົາ ເຫັນ ວ່າ ຕົນ ດີ ສະອາດ ແລ້ວ, ລາວ ຈຶ່ງ ກັບຄືນ ມາ ກ່າວ ສັນລະເສີນ ພຣະເຈົ້າ ດ້ວຍສຽງດັງ.
\v 16 ລາວ ກົ້ມ ຂາບລົງ ທີ່ ຕີນ ຂອງ ພຣະເຢຊູເຈົ້າ ແລະ ໂມທະນາ ຂອບພຣະຄຸນ ພຣະອົງ ຊາຍ ຄົນນີ້ ເປັນ ໄທ ຊາມາເຣຍ.
\s5
\v 17 ພຣະເຢຊູເຈົ້າ ກ່າວ ວ່າ, “ມີສິບຄົນ ທີ່ ດີສະອາດ ບໍ່ແມ່ນ ບໍ? ແຕ່ ເກົ້າ ຄົນ ນັ້ນ ຢູ່ໃສ?
\v 18 ມີ ແຕ່ຊາວຕ່າງຊາດ ຄົນນີ້ ຜູ້ດຽວ ເທົ່ານັ້ນ ບໍ ທີ່ ກັບ ມາ ໂມທະນາ ຂອບພຣະຄຸນ ພຣະເຈົ້າ? ”
\v 19 ແລ້ວ ພຣະເຢຊູເຈົ້າ ກໍກ່າວແກ່ລາວວ່າ, “ຈົ່ງ ລຸກ ຂຶ້ນ ແລະ ໄປ ສາ ຄວາມເຊື່ອ ຂອງ ເຈົ້າ ໄດ້ເຮັດ ໃຫ້ເຈົ້າຫາຍ ດີ ແລ້ວ.”
\s5
\v 20 ມີ ພວກ ຟາຣີຊາຍ ບາງຄົນ ໄດ້ ຖາມ ພຣະເຢຊູເຈົ້າວ່າ, “ອານາຈັກຂອງ ພຣະເຈົ້າ ຈະມາ ປາກົດເມື່ອໃດ? ” ພຣະອົງ ຊົງ ຕອບ ພວກເຂົາວ່າ, “ອານາຈັກ ຂອງ ພຣະເຈົ້າ ບໍ່ມາປາກົດ ຢ່າງໃດຢ່າງ ໜຶ່ງ ທີ່ ສັງເກດ ໄດ້.
\v 21 ບໍ່ ມີຜູ້ໃດ ຈະ ເວົ້າ ວ່າ, ‘ເບິ່ງແມ! ຢູ່ ທີ່ ນີ້’ ຫລື ‘ຢູ່ທີ່ນັ້ນ’ ເພາະ ອານາຈັກ ຂອງ ພຣະເຈົ້າ ຢູ່ ໃນ ທ່າມກາງ ພວກເຈົ້າ. ” [ຮ]
\s5
\v 22 ແລ້ວ ພຣະອົງ ​ກໍ ກ່າວ ແກ່ ພວກ ສາ​ວົກ ວ່າ, “ຄົງ ຈະ ມີເວລາ ໜຶ່ງ ເມື່ອ ພວກເຈົ້າ ຢາກ ຈະ ເຫັນ ວັນ ຂອງ ບຸດ ມະນຸດ ຈັກ ວັນ ໜຶ່ງ ແຕ່ ພວກເຈົ້າ ຈະ ບໍ່ ເຫັນ.
\v 23 ຄົນ ຈະ ບອກ ເຈົ້າ ທັງຫລາຍ ວ່າ, ‘ເບິ່ງແມ! ຢູ່ ພຸ້ນເດ’ ຫລື ‘ເບິ່ງແມ! ຢູ່ ພີ້ເດ’ ແຕ່ ຢ່າ ອອກ ໄປຊອກຫາ.
\v 24 ດ້ວຍວ່າ, ວັນ ທີ່ ບຸດມະນຸດ ມາປາກົດ ນັ້ນ ຈະເປັນດັ່ງຟ້າແມບເຫຼື້ອມທີ່ສົ່ງແສງ ຈາກ ຂອບຟ້າ ເບື້ອງ ໜຶ່ງ ສູ່ ຂອບຟ້າ ອີກ ເບື້ອງ ໜຶ່ງ.
\s5
\v 25 ກ່ອນ ນັ້ນ ຈໍາເປັນ ທີ່ ພຣະອົງ ຈະ ຕ້ອງ ທົນທຸກ ທໍລະມານ ຫລາຍ ປະການ ແລະ ຄົນ ສະໄໝ ນີ້ ຈະ ບໍ່ ຍອມ ຮັບ ພຣະອົງ.
\v 26 ໃນ ສະໄໝ ຂອງ ໂນອາ ເຫດການ ເປັນ ມາ ແລ້ວ ຢ່າງ ໃດ ໃນ ສະໄໝ ຂອງ ບຸດ ມະນຸດ ກໍ ຈະ ເປັນ ຢ່າງ ນັ້ນ.
\v 27 ຄົນ ທັງຫລາຍ ໄດ້ ກິນ ໄດ້ດື່ມ ແລະ ຊາຍ ຍິງ ໄດ້ ແຕ່ງງານ ກັນ ຈົນເຖິງ ວັນ ທີ່ ໂນອາ ໄດ້ ເຂົ້າ ໄປ ໃນ ເຮືອ ໃຫຍ່ ນໍ້າ ຈຶ່ງ ໄດ້ ຖ້ວມ ທໍາລາຍ ລ້າງຜານ ທຸກສິ່ງ ໃຫ້ ຈິບຫາຍ ໝົດ.
\s5
\v 28 ໃນ ສະໄໝ ຂອງ ໂລດ ກໍເໝືອນກັນ ຄົນ ທັງຫລາຍ ໄດ້ ກິນ ແລະ ດື່ມ ໄດ້ຊື້ ແລະ ໄດ້ຂາຍ ໄດ້ປູກຝັງ ແລະ ໄດ້ກໍ່ສ້າງ.
\v 29 ແຕ່ ໃນ ວັນ ທີ່ ໂລດ ອອກ ໄປ ຈາກ ເມືອງ ໂຊໂດມ ນັ້ນ ໄຟ ແລະ ມາດໄດ້ ຕົກ ຈາກ ຟ້າ ເຜົາຜານ ທຸກສິ່ງ ໃຫ້ ຈິບຫາຍ ໝົດ.
\s5
\v 30 ໃນວັນ ທີ່ບຸດມະນຸດມາ ປາກົດ ກໍ ຈະເປັນ ດັ່ງນັ້ນແຫລະ. ”
\v 31 “ໃນ ວັນ ນັ້ນ ຜູ້ທີ່ ຢູ່ ເທິງ ຫລັງຄາ ເຮືອນ ຂອງຕົນ ກໍຢ່າ ລົງ ມາ ແລະ ເຂົ້າ ໄປ ໃນ ເຮືອນ ເກັບ ເອົາ ສິ່ງ ຂອງ ອອກ ໄປ ແລະ ຜູ້ທີ່ ຢູ່ ທົ່ງນາກໍຢ່າກັບມາ ເຮືອນ ຂອງຕົນ ເໝືອນກັນ.
\s5
\v 32 ຈົ່ງ ລະນຶກເຖິງ ເມຍ ຂອງ ໂລດ ນັ້ນ ເຖີດ
\v 33 ຜູ້ໃດ ພະຍາຍາມ ຮັກສາຊີ ວິດ ສໍາລັບ ຕົນເອງ ຜູ້ນັ້ນ ຈະ ເສຍ ຊີວິດ ແຕ່ ຜູ້ໃດ ຍອມ ເສຍ ຊີວິດ ຜູ້ນັ້ນ ຮັກສາ ຊີວິດ ໃຫ້ພົ້ນ.
\s5
\v 34 ໃນ ຄືນ ວັນ ນັ້ນ ເຮົາ ບອກ ພວກເຈົ້າ ວ່າ, ຈະມີ ສອງ ຄົນ ທີ່ ນອນ ຢູ່ ເທິງ ຕຽງ ດຽວກັນ ຄົນ ໜຶ່ງ ຈະ ຊົງ ຮັບ ເອົາ ໄປ ແລະ ຄົນໜຶ່ງຈະຊົງປະໄວ້.
\v 35 ຈະ ມີຍິງ ສອງ ຄົນ ກໍາລັງ ໂມ້ ແປ້ງ ຢູ່ ນໍາ ກັນ ຄົນ ໜຶ່ງ ຈະ ຮັບ ເອົາ ໄປ ແລະ ຄົນ ໜຶ່ງ ຈະ ຊົງ ປະ ໄວ້.
\v 36 [ຈະ ມີຊາຍ ສອງ ຄົນ ຢູ່ ທົ່ງນາ ຈະ ຊົງ ຮັບ ຄົນ ໜຶ່ງ ໄປ ຈະ ຊົງ ປະ ຄົນໜຶ່ງໄວ້”] [ຂ]
\v 37 ແລ້ວ ພວກ ສາວົກ ກໍຖາມ ພຣະອົງວ່າ, “ພຣະອົງເຈົ້າ ເອີຍ ເຫດການນັ້ນຈະເກີດຂຶ້ນ ຢູ່ ທີ່ ໃດ? ” ພຣະເຢຊູເຈົ້າ ຊົງ ຕອບ ວ່າ, “ຊາກສົບ ຢູ່ ບ່ອນ ໃດ ຝູງ ແຮ້ງ ກໍຈະ ຈຸ້ມ ກັນ ຢູ່ ບ່ອນ ນັ້ນ.”
\s5
\c 18
\p
\v 1 ແລ້ວ ພຣະເຢຊູເຈົ້າ ໄດ້ກ່າວ ຄໍາອຸປະມາ ເລື່ອງ ໜຶ່ງ ສູ່ ພວກ ສາວົກ ຟັງ ເພື່ອ ສັ່ງສອນ ພວກເພິ່ນ ວ່າ, ຈໍາເປັນ ຕ້ອງ ໝັ່ນ ພາວັນນາ ອະທິຖານ ຢູ່ສະເໝີ ແລະ ບໍ່ ໃຫ້ທໍ້ຖອຍໃຈ.
\v 2 ພຣະອົງ ຊົງ ກ່າວ ວ່າ, “ໃນ ເມືອງ ໜຶ່ງ ຍັງ ມີຕຸລາການ ຜູ້ໜຶ່ງ ທີ່ ບໍ່ ຢໍາເກງ ພຣະເຈົ້າ ແລະ ບໍ່ສົນໃຈ ກັບ ເພື່ອນ ມະນຸດ.
\s5
\v 3 ໃນ ເມືອງ ນັ້ນ ຍັງ ມີ ແມ່ໝ້າຍຜູ້ໜຶ່ງ ໝັ່ນມາຫາ ຕຸລາການ ເພື່ອ ຂໍຮ້ອງສິດທິ ຂອງຕົນ ໂດຍ ກ່າວ ວ່າ, ‘ໂຜດ ໃຫ້ ຄວາມ ຍຸດຕິທໍາ ແກ່ ຂ້ານ້ອຍ ໃຫ້ພົ້ນ ຈາກ ຄູ່ຄວາມ ແດ່ທ້ອນ’
\v 4 ເປັນ ເວລາ ດົນນານ ທີ່ ຕຸລາການ ຜູ້ນີ້ ບໍ່ ຍອມ ດໍາເນີນ ການ ໃດໆ, ແຕ່ ໃນທີ່ສຸດ ເພິ່ນ ກໍຄິດ ວ່າ, ‘ເຖິງ ແມ່ນ ວ່າ ເຮົາ ບໍ່ ຢໍາເກງ ພຣະເຈົ້າ ແລະ ບໍ່ ສົນໃຈ ກັບ ເພື່ອນ ມະນຸດ ກໍຕາມ,
\v 5 ແຕ່ ເພາະ ແມ່ໝ້າຍ ຜູ້ນີ້ ກວນໃຈ ເຮົາ ຕະຫລອດ ມາ ເຮົາ ຈະ ໃຫ້ຄວາມ ຍຸດຕິທໍາ ແກ່ ນາງ ຖ້າບໍ່ ດັ່ງນັ້ນ, ນາງ ກໍຈະ ໝັ່ນ ມາ ຫາ ເລື້ອຍໆ ແລະ ໃນທີ່ສຸດ ເຮົາ ກໍຈະ ລໍາບາກ ໃຈ ຢູ່ ບໍ່ ເຊົາ.
\s5
\v 6 ແລ້ວ ອົງພຣະ ຜູ້ເປັນເຈົ້າ ກ່າວ ວ່າ, “ຈົ່ງ ຟັງ ຄໍາ ຕຸລາການ ຜູ້ບໍ່ຍຸດຕິທໍາ ຄົນນີ້ ເວົ້າ.
\v 7 ຝ່າຍ ຄົນ ທັງຫລາຍ ທີ່ ພຣະເຈົ້າ ໄດ້ ຊົງ ເລືອກ ໄວ້ ຊຶ່ງ ຮ້ອງຫາ ພຣະອົງ ທັງ ກາງເວັນ ແລະ ກາງຄືນ ນັ້ນ ເຖິງ ແມ່ນ ວ່າ ພຣະອົງ ຈະ ຊົງ ຊ້ານານ ໃນ ການ ຂອງ ພວກເຂົາ ກໍຕາມ ພຣະອົງ ຈະ ບໍ່ ຊົງ ໂຜດ ຄວາມ ຍຸດຕິທໍາ ແກ່ ພວກເຂົາ ບໍ?
\v 8 ເຮົາ ບອກ ເຈົ້າ ທັງຫລາຍ ວ່າ, ພຣະອົງ ຈະ ໂຜດ ຄວາມ ຍຸດຕິທໍາ ແກ່ ພວກເຂົາ ໂດຍ ໄວ, ແຕ່ ເຖິງປານນັ້ນ ເມື່ອ ບຸດ ມະນຸດ ສະເດັດ ມາ ພຣະອົງ ຈະ ພົບ ຄົນ ທີ່ ມີ ຄວາມເຊື່ອ ຢ່າງ ນີ້ ໃນ ໂລກ ຢູ່ ບໍ?”
\s5
\v 9 ສໍາລັບ ຄົນ ທີ່ ໝັ້ນໃຈ ໃນ ຕົວ ເອງ ວ່າ ເປັນ ຄົນ ຊອບທໍາ ແລະໝິ່ນປະໝາດຄົນອື່ນນັ້ນ ພຣະເຢຊູເຈົ້າ ໄດ້ກ່າວ ຄໍາອຸປະມາ ນີ້ ສູ່ ພວກເພິ່ນຟັງວ່າ,
\v 10 “ມີ ຊາຍ ສອງ ຄົນ ຂຶ້ນ ໄປ ພຣະວິຫານ ເພື່ອ ພາວັນນາ ອະທິຖານ, ຜູ້ໜຶ່ງ ເປັນ ຄົນ ຟາຣີຊາຍ ສ່ວນ ອີກ ຜູ້ໜຶ່ງ ເປັນ ຄົນ ເກັບພາສີ.
\s5
\v 11 ຄົນ ຟາຣີຊາຍ ຢືນ ນຶກ ໃນ ໃຈ ແລະ ພາວັນນາ ອະທິຖານ [ຄ] ວ່າ, ‘ຂ້າແດ່ ພຣະເຈົ້າ ຂ້ານ້ອຍ ຂອບພຣະຄຸນພຣະອົງ ທີ່ ຂ້ານ້ອຍ ບໍ່ເປັນດັ່ງຄົນອື່ນໆ ທີ່ ເປັນຄົນ ໂລບ, ຄົນ ບໍ່ ສັດຊື່ ຫລືຄົນ ຫລິ້ນ ຊູ້ ສູ່ ຜົວເມຍ ຜູ້ອື່ນ ຂ້ານ້ອຍ ຂອບພຣະຄຸນ ພຣະອົງ ທີ່ ບໍ່ ເປັນ ດັ່ງ ຄົນ ເກັບພາ​ສີ ຜູ້ ນັ້ນ.
\v 12 ໃນ ອາທິດໜຶ່ງຂ້ານ້ອຍຖືສິນ ອົດອາຫານ ສອງ ວັນ ແລະ ຂ້ານ້ອຍໄດ້ ຖວາຍ ໜຶ່ງສ່ວນສິບ ແກ່ ພຣະອົງ ຈາກ ສິ່ງ ຂອງ ທັງໝົດ ທີ່ ຂ້ານ້ອຍ ຫາ ມາ ໄດ້.
\s5
\v 13 ສ່ວນ ຄົນ ເກັບພາສີນັ້ນ ຢືນ ຢູ່ ຫ່າງໄກ ແລະ ບໍ່ ກ້າ ແມ່ນແຕ່ເງີຍໜ້າ ຂຶ້ນ ສູ່ຟ້າ, ແຕ່ ລາວໄດ້ຕີເອິກ ຂອງຕົນ ແລະ ກ່າວວ່າ, ‘ຂ້າແດ່ພຣະເຈົ້າ ຂໍ ຊົງ ໂຜດ ເມດຕາ ຂ້ານ້ອຍ ຜູ້ ເປັນ ຄົນ ບາບ ແດ່ທ້ອນ’
\v 14 ເຮົາ ບອກ ພວກເຈົ້າ ວ່າ ຄົນ ນີ້ ແຫລະ ເມື່ອ ກັບ ລົງ ໄປ ຍັງເຮືອນ ຂອງຕົນກໍຊົງນັບວ່າ ລາວ ຊອບທໍາ ຫລາຍກວ່າ ຄົນອື່ນ ນັ້ນ ເພາະວ່າ ທຸກຄົນ ທີ່ ຍົກ ຕົວ ຂຶ້ນ ຈະ ຖືກ ຖອຍ ລົງ ແຕ່ ຜູ້ໃດ ທີ່ ຖ່ອມຕົວ ລົງ ຈະ ຖືກ ຍົກ ຂຶ້ນ.”
\s5
\v 15 ປະຊາຊົນ ບາງຄົນ ໄດ້ ນໍາ ລູກນ້ອຍ ຂອງ ພວກ ຕົນ ມາ ຫາ ພຣະເຢຊູເຈົ້າ ເພື່ອ ໃຫ້ ພຣະອົງ ວາງມື ໃສ່ ພວກເຂົາ ເມື່ອ ພວກ ສາວົກ ເຫັນ ຈຶ່ງ ໄດ້ ຫ້າມໄວ້,
\v 16 ແຕ່ ພຣະເຢຊູເຈົ້າໄດ້ ເອີ້ນ ເອົາ ເດັກນ້ອຍ ມາ ຫາ ພຣະອົງ ແລະ ກ່າວ ວ່າ, “ຈົ່ງ ປ່ອຍ ໃຫ້ ເດັກນ້ອຍ ເຫລົ່ານັ້ນ ມາ ຫາ ເຮົາ ແລະ ຢ່າ ຫ້າມ ພວກເຂົາ ເພາະ ອານາຈັກ ຂອງ ພຣະເຈົ້າ ກໍເປັນ ຂອງ ຄົນ ທີ່ ເໝືອນ ເດັກນອ້ຍ ນີ້ ແຫລະ.
\v 17 ເຮົາ ບອກ ເຈົ້າ ທັງຫລາຍ ຕາມ ຄວາມຈິງວ່າ, ຜູ້ໃດ ບໍ່ ຮັບ ເອົາ ອານາຈັກຂອງພຣະເຈົ້າ ເໝືອນດັ່ງເດັກນ້ອຍ ຈະ ເຂົ້າ ໄປ ໃນ ຣາຊແຜ່ນດິນ ນັ້ນ ບໍ່ໄດ້ ຢ່າງ ເດັດຂາດ.”
\s5
\v 18 ມີ ເຈົ້ານາຍ ຜູ້ໜຶ່ງ ທູນ ຖາມ ພຣະອົງ ວ່າ, “ພຣະອາຈານ ຜູ້ປະເສີດ ເອີຍ, ຂ້ານ້ອຍ ຈະ ຕ້ອງ ເຮັດ ແນວ ໃດ ຈຶ່ງ ຈະ ໄດ້ຮັບ ຊີວິດ ນິຣັນດອນ ມາ ເປັນ ມໍຣະດົກ. ”
\v 19 ພຣະເຢຊູເຈົ້າ ຊົງຕອບ ວ່າ, “ເປັນຫຍັງ ເຈົ້າ ຈຶ່ງ ເອີ້ນ ເຮົາ ວ່າຜູ້ ປະເສີດ ບໍ່​ມີ ຜູ້ໃດ ປະເສີດ ເວັ້ນແຕ່ ພຣະເຈົ້າ ອົງ ດຽວ ເທົ່ານັ້ນ.
\v 20 ທ່ານ ​ກໍ ຮູ້ຈັກກົດ​ບັນ​ຍັດ ແລ້ວ ວ່າ, ‘ຢ່າ ຫລິ້ນຊູ້ ສູ່ ຜົວເມຍ, ຢ່າ ຂ້າຄົນ, ຢ່າ ລັກຊັບ, ຢ່າ ກ່າວຫາ ຜູ້ອື່ນ ໂດຍ ບໍ່ມີຄວາມຈິງ ຈົ່ງນັບຖື ພໍ່ແມ່ ຂອງຕົນ.
\v 21 ຄົນ ນັ້ນ ຕອບວ່າ, “ຂ້ານ້ອຍ ໄດ້ ຖື ຮັກສາ ຂໍ້ຄໍາສັ່ງ ທັງໝົດ ເຫລົ່ານີ້ ຕັ້ງແຕ່ ເປັນ ເດັກນ້ອຍ ມາ.”
\s5
\v 22 ເມື່ອ ພຣະເຢຊູເຈົ້າ ໄດ້ຍິນ ດັ່ງນັ້ນ ແລ້ວ ພຣະອົງ ກໍ ກ່າວ ແກ່ ລາວ ວ່າ, “ເຈົ້າ ຍັງ ຂາດ ຢູ່ ສິ່ງ ໜຶ່ງ ​ຄື ຈົ່ງ ຂາຍ ທຸກສິ່ງ ທີ່ ເຈົ້າ ມີ ຢູ່ ແລະ ບໍລິຈາກ ເງິນ ນັ້ນ ໃຫ້ ແກ່ ຄົນ ທຸກຈົນ ແລະ ເຈົ້າ ຈະ ມີຊັບສົມບັດ ໃນ ສະຫວັນ ແລ້ວ ຈົ່ງ ຕາມ ເຮົາ ມາ. ”
\v 23 ແຕ່ ເມື່ອ ລາວ ໄດ້ຍິນ ດັ່ງນັ້ນ ກໍ ເປັນທຸກໃຈ ເຕັມທີ ເພາະວ່າ ຕົນ ເປັນ ຄົນ ຮັ່ງມີ ຫລາຍ.
\s5
\v 24 ເມື່ອ ພຣະເຢຊູເຈົ້າ ເຫັນ ລາວ ເປັນທຸກໃຈ ດັ່ງນັ້ນ ຈຶ່ງ ກ່າວວ່າ, “ທີ່ ຄົນ ຮັ່ງມີຈະ ເຂົ້າ ໄປ ໃນ ຣາຊອານາຈັກ ຂອງ ພຣະເຈົ້າ ກໍຍາກ ແທ້ ໜໍ
\v 25 ອູດໂຕໜຶ່ງ ຈະ ລອດ ຮູ ເຂັມກໍງ່າຍ ກວ່າ ທີ່ ຄົນ ຮັ່ງ​ມີ ຜູ້ໜຶ່ງ ຈະ ເຂົ້າ ໄປ ໃນ ອານາຈັກ ຂອງ ພຣະເຈົ້າ.”
\s5
\v 26 ປະຊາຊົນ ທີ່ ໄດ້ຍິນ ພຣະອົງ ກ່າວ ຈຶ່ງ ຖາມ ວ່າ, “ຖ້າດັ່ງນັ້ນ ຜູ້ໃດ ຈະ ພົ້ນ ໄດ້? ”
\v 27 ແຕ່ ພຣະອົງ ຊົງ ຕອບ ວ່າ, “ສິ່ງ ທີ່ ມະນຸດ ເຮັດ ບໍ່ໄດ້ ຝ່າຍ ພຣະເຈົ້າ ຊົງ ເຮັດ ໄດ້.”
\s5
\v 28 ແລ້ວ ເປໂຕ ກໍເວົ້າ ວ່າ, “ເບິ່ງແມ! ພວກ ຂ້ານ້ອຍ ໄດ້ ສະຫລະ ບ້ານ ເຮືອນ ຂອງ ພວກ ຂ້ານອ້ຍ ເພື່ອ ຕິດຕາມ ພຣະອົງມາ. ”
\v 29 ພຣະເຢຊູເຈົ້າ ຊົງ ກ່າວ ແກ່ ພວກເພິ່ນວ່າ, “ເຮົາບອກພວກເຈົ້າ ຕາມ ຄວາມຈິງວ່າ ຖ້າ ຜູ້ໃດ ໄດ້ ສະຫລະ ບ້ານ ເຮືອນ ຫລື ເມຍ ຫ​ລື ອ້າຍ ເອື້ອຍ ນ້ອງ ຫລື ພໍ່ ແມ່ ຫລື ລູກ ເພາະເຫັນ ແກ່ ອານາຈັກ ຂອງ ພຣະເຈົ້າ
\v 30 ແລ້ວ ໃນ ໂລກນີ້ ລາວ ຈະ ໄດ້ຮັບ ຫລາຍ ເທົ່າ ແລະ ໃນ ໂລກ ໜ້າ ຈະ ໄດ້ ຮັບຊີວິດ ນິຣັນດອນ.”
\s5
\v 31 ແລ້ວ ພຣະເຢຊູເຈົ້າ ໄດ້ພາ ສາວົກ ສິບສອງ ຄົນ ຍ່າງ ຫລີກ ອອກ ໄປ ຂ້າງ ທາງ ແລະ ຊົງ ກ່າວ ແກ່ ພວກເພິ່ນ ວ່າ, “ເບິ່ງແມ! ພວກເຮົາ ກໍາລັງ ຂຶ້ນ ໄປ ຍັງ ນະຄອນ ເຢຣູຊາເລັມ ແລະ ສິ່ງສາລະພັດ ຊຶ່ງ ບັນດາ ຜູ້ທໍານວາຍ ໄດ້ຂຽນ ໄວ້ ເຖິງ ບຸດ ມະນຸດ ນັ້ນ ຈະ ສໍາເລັດ.
\v 32 ເພິ່ນ ຈະ ຖືກ ມອບ ໄວ້ ໃນ ກໍາມືຂອງ ຄົນຕ່າງຊາດ ແລະ ພວກເຂົາ ຈະ ເຢາະເຢີ້ຍ ເພິ່ນ ຈະ ດູຖູກ ຫຍໍ້ຫຍັນ ເພິ່ນ ແລະ ຈະ ຖົ່ມ ນໍ້າລາຍ ໃສ່ ເພິ່ນ.
\v 33 ພວກເຂົາ ຈະ ຂ້ຽນຕີ ແລະ ຈະ ຂ້າ ເພິ່ນ ເສຍ ແລ້ວ ໃນ ວັນຖ້ວນ ສາມ ເພິ່ນ ຈະ ເປັນ ຄືນ ມາ ສູ່ ຊີວິດ.”
\s5
\v 34 ແຕ່ ພວກ ສາວົກ ບໍ່ ເຂົ້າໃຈ ຄໍາ ເວົ້າ ເຫລົ່ານີ້ ຈັກຂໍ້ ຍ້ອນຄວາມໝາຍ ຂອງ ຖ້ອຍຄໍາ ເຫລົ່ານັ້ນ ໄດ້ຖືກ ປິດບັງ ໄວ້ຈາກ ພວກເພິ່ນ. ດັ່ງນັ້ນ ພວກເພິ່ນ ຈຶ່ງ ບໍ່ຮູ້ ຄວາມໝາຍ ທີ່ ຊົງ ກ່າວ ນັ້ນ ວ່າ ພຣະເຢຊູເຈົ້າ ກໍາລັງ ກ່າວ ເຖິງ ຫຍັງ.
\s5
\v 35 ຂະນະທີ່ ພຣະເຢຊູເຈົ້າ ມາໃກ້ ເມືອງ ເຢຣີໂກ ກໍມີຊາຍ ຕາບອດ ຄົນໜຶ່ງ ນັ່ງ ຂໍທານ ຢູ່ ແຄມ ທາງ.
\v 36 ເມື່ອ ໄດ້ຍິນ ສຽງ ປະຊາຊົນ ກໍາລັງ ຍ່າງ ກາຍ ໄປ ນັ້ນ ຊາຍ ຕາບອດ ຈຶ່ງ ຖາມ ວ່າ, “ມີ ເລື່ອງ ຫຍັງ ກັນ? ”
\v 37 ພວກເຂົາ ຈຶ່ງ ບອກ ລາວ ວ່າ, “ເຢຊູໄທນາຊາເຣັດ ກໍາລັງ ຍ່າງ ຜ່ານ ໄປ.”
\s5
\v 38 ລາວ ຈຶ່ງ ຮ້ອງຂຶ້ນ ວ່າ, “ເຢຊູ ບຸດ ດາວິດ ເອີຍ ຂໍ ຊົງ ໂຜດສົງສານ ຂ້ານ້ອຍ ແດ່ທ້ອນ. ”
\v 39 ຄົນທີ່ຍ່າງໄປ ຂ້າງ ໜ້າ ຈຶ່ງ ຫ້າມ ໄວ້ ແລະ ບອກ ໃຫ້ ລາວ ມິດ, ແຕ່ ລາວ ແຮ່ງ ຮ້ອງ ໃຫ້ດັງ ຂຶ້ນອີກ ວ່າ, “ບຸດ ດາວິດ ເອີຍ ຂໍ ຊົງ ໂຜດ ສົງສານ ຂ້ານ້ອຍ ແດ່ທ້ອນ.”
\s5
\v 40 ພຣະເຢຊູເຈົ້າ ຈຶ່ງ ຢຸດ ຢູ່ ແລະ ສັ່ງ ໃຫ້ ນໍາ ຊາຍ ຕາບອດ ນັ້ນ ມາ ຫາ ພຣະອົງ ເມື່ອ ລາວ ເຂົ້າ ມາ ໃກ້ ແລ້ວ ພຣະເຢຊູເຈົ້າ ຈຶ່ງ ຊົງ ຖາມ ລາວ ວ່າ,
\v 41 “ເຈົ້າ ຢາກ ໃຫ້ ເຮົາ ເຮັດ ຫຍັງ ໃຫ້ ເຈົ້າ? ” ລາວ ຕອບ ວ່າ, “ທ່ານເອີຍ ຂໍໂຜດ ໃຫ້ ຂ້ານ້ອຍ ເຫັນຮຸ່ງ ແດ່ທ້ອນ.”
\s5
\v 42 ແລ້ວ ພຣະເຢຊູເຈົ້າ ກໍກ່າວ ແກ່ ລາວ ວ່າ, “ຈົ່ງ ເຫັນຮຸ່ງສາ ຄວາມເຊື່ອ ຂອງ ເຈົ້າ ໄດ້ ເຮັດ ໃຫ້ເຈົ້າ ດີແລ້ວ. ”
\v 43 ໃນ ທັນໃດນັ້ນ ລາວ ກໍໄດ້ ເຫັນຮຸ່ງ ແລະ ຕິດຕາມ ພຣະເຢຊູເຈົ້າ ໄປ ທັງ ສັນລະເສີນ ຖວາຍ ກຽດ ແດ່ ພຣະເຈົ້າ ເມື່ອ ປະຊາຊົນ ເຫັນ ເຫດການ ນີ້ ແລ້ວ ທຸກຄົນ ຕ່າງ ກໍ ສັນລະເສີນ ພຣະເຈົ້າ.
\s5
\c 19
\p
\v 1 ຕໍ່ມາ ຫລັງຈາກ ພຣະເຢຊູເຈົ້າ ໄດ້ ເຂົ້າ ໄປ ໃນ ເມືອງ ເຢຣີໂກ ແລະ ຜ່ານ ຕົວເມືອງ ໄປ.
\v 2 ຢູ່ ທີ່ ນັ້ນ ມີ ຊາຍ ຄົນ ໜຶ່ງ ຊື່ ວ່າ ຊັກຂ່າຍ ລາວ ເປັນ ນາຍ ດ່ານ ພາສີ ແລະ ເປັນ ຄົນ ຮັ່ງມີ.
\s5
\v 3 ຊັກຂ່າຍ ຢາກ ຈະ ເຫັນ ພຣະເຢຊູເຈົ້າ ວ່າ ເປັນ ຄົນ ແນວໃດ ແຕ່ ລາວ ບໍ່ ສາມາດ ເຫັນ ໄດ້ ເພາະ ຕົນ ເປັນ ຄົນ ເຕ້ຍ ແລະ ປະຊາຊົນ ກໍໜາແໜ້ນ.
\v 4 ດັ່ງນັ້ນ ຊັກຂ່າຍ ຈຶ່ງ ແລ່ນ ລັດ ໜ້າ ປະຊາຊົນ ໄປ ແລະ ປີນ ຂຶ້ນ ຕົ້ນ ຊຸກະໂມນ ເພື່ອ ຈະ ເຫັນ ພຣະອົງ ເພາະ ພຣະອົງ ກໍາລັງ ຈະ ສະເດັດ ຜ່ານ ໄປ ທາງ ນັ້ນ.
\s5
\v 5 ເມື່ອ ພຣະເຢຊູເຈົ້າ ມາ ເຖິງ ບ່ອນ ນັ້ນ ພຣະອົງ ກໍແຫງນ ໜ້າ ເບິ່ງ ຊັກຂ່າຍ ແລະ ກ່າວ ແກ່ ລາວ ວ່າ, “ຊັກຂ່າຍ ເອີຍ ຮີບ ລົງ ມາ ເພາະວັນນີ້ ເຮົາ ຕອ້ງ ພັກ ຢູ່ ທີ່ ເຮືອນ ຂອງ ເຈົ້າ. ”
\v 6 ຝ່າຍຊັກ ຂ່າຍກໍຟ້າວລົງມາ ແລະຕ້ອນຮັບພຣະອົງ ດວ້ຍຄວາມຊົມຊື່ນຍິນດີ.
\v 7 ເມື່ອປະຊາຊົນທັງໝົດ ເຫັນດັ່ງນັ້ນ, ແລ້ວຕ່າງກໍເລີ່ມຈົ່ມວ່າ, “ເປັນຫຍັງທ່ານ ຜູ້ນີ້ ຈຶ່ງໄປພັກຢູ່ໃນເຮືອນຂອງຄົນນອກສິນທໍາ.”
\s5
\v 8 ແລ້ວ ຊັກຂ່າຍ ກໍລຸກຂຶ້ນ ເວົ້າກັບອົງພຣະຜູ້ເປັນເຈົ້າວ່າ, “ພຣະອົງເຈົ້າ ພຣະອົງເຈົ້າເອີຍ, ເບິ່ງແມ! ຂ້ານ້ອຍ ຂໍ ມອບ ເຂົ້າຂອງ ທີ່ ມີຢູ່ ໃຫ້ແກ່ຄົນຍາກຈົນ ເຄິ່ງ ໜຶ່ງ ແລະ ຖ້າ ຂ້ານ້ອຍ ໄດ້ສໍ້ໂກງ ຜູ້ໃດ ຂ້ານ້ອຍ ກໍຂໍ ສົ່ງ ຄືນໃຫ້​ລາວສີ່ ເທົ່າ. ”
\v 9 ພຣະເຢຊູເຈົ້າ ຊົງ ກ່າວ ແກ່ ຊັກຂ່າຍ ວ່າ, “ໃນວັນນີ້ ຄວາມ ພົ້ນ ມາ ເຖິງ ເຮືອນ ຫລັງ ນີ້ ແລ້ວ ເພາະ ຄົນ ນີ້ ເປັນລູກຫລານຂອງອັບຣາຮາມເໜືອນກັນ.
\v 10 ດ້ວຍວ່າ, ບຸດມະນຸດ ໄດ້ມາ ເພື່ອ ຊອກ ຫາ ແລະ ໂຜດ ເອົາ ຄົນ ທີ່ ຫລົງ ເສຍ ໄປ ແລ້ວ ນັ້ນ ໃຫ້ ລອດພົ້ນ.”
\s5
\v 11 ເມື່ອ ປະຊາຊົນ ກໍາລັງ ຕັ້ງໃຈ ຟັງ ຢູ່ ນັ້ນ ພຣະອົງ ກໍ ຊົງ ກ່າວ ຄໍາອຸປະມາ ຕື່ມ ອີກ ເລື່ອງ ໜຶ່ງ ສູ່ ພວກເຂົາ ຟັງ ເພາະ ພຣະອົງ ເກືອບ ຈະ ເຖິງ ນະຄອນ ເຢຣູຊາເລັມ ແລ້ວ ແລະ ເພາະ ພວກເຂົາ ກໍຄິດເອົາເອງວ່າອານາຈັກ ຂອງພຣະເຈົ້າ ໃກ້ຈະປາກົດຂຶ້ນໃນໄວໆນີ້.
\v 12 ດັ່ງນັ້ນ ພຣະອົງ ຊົງກ່າວວ່າ, “ຍັງມີ ເຈົ້ານາຍ ຜູ້ໜຶ່ງ ກໍາລັງ ຈະອອກໄປແດນໄກ ເພື່ອໄປຮັບເອົາ ຣາຊແຜ່ນດິນ ອັນ ໜຶ່ງ ແລ້ວ ຈຶ່ງຈະກັບຄືນມາ.
\s5
\v 13 ກ່ອນ ຈາກໄປ ເພິ່ນ ໄດ້ເອີ້ນ ຄົນ ຮັບໃຊ້ ສິບ ຄົນ ຂອງຕົນ ມາຫາ ແລ້ວ ມອບ ເງິນ ຫລຽນ ໃຫ້ພວກເຂົາ ທັງ ສັ່ງ ວ່າ, ‘ຈົ່ງ ເອົາ ເງິນນີ້ ໄປຄ້າຫາກໍາໄລຈົນກວ່າ ເຮົາ ກັບມາ.
\v 14 ແຕ່ ປະຊາຊົນ ໃນ ບ້ານ ເມືອງ ຂອງ ເພິ່ນ ຊັງ ເພິ່ນ ຈຶ່ງ ໃຊ້ຄະນະ ຜູ້ ຕ່າງໜ້າໄປຫາເພິ່ນ ເພື່ອ ບອກວ່າ, ‘ພວກເຮົາ ບໍ່ຕ້ອງການ ຊາຍ ຄົນ ນີ້ ໃຫ້ເປັນ ຜູ້ປົກຄອງ ຂອງ ພວກເຮົາ.
\v 15 ຕໍ່ມາ ເມື່ອ ເພິ່ນໄດ້ຮັບ ອໍານາດ ປົກຄອງ ແຜ່ນດິນ ແລ້ວ ເພິ່ນ ກໍກັບຄືນມາ ເພິ່ນ ໄດ້ສັ່ງ ໃຫ້ ບັນດາ ຄົນ ຮັບໃຊ້ ມາ ຢືນ ຢູ່ ຕໍ່ໜ້າ ເພິ່ນ ເພື່ອ ຈະໄດ້ ຮູ້ ວ່າ ພວກເຂົາ ເຮັດ ການຄ້າ ໄດ້ກໍາໄລ ໜ້ອຍຫລາຍ ເທົ່າໃດ.
\s5
\v 16 ຜູ້ ທີໜຶ່ງ ເຂົ້າ ມາ ລາຍງານ ວ່າ, ‘ພຣະອົງເຈົ້າ ເອີຍ ຂ້ານ້ອຍ ໄດ້ເງິນ ໜຶ່ງ ຫລຽນ ຈາກທ່ານ ໄດ້ກໍາໄລ ເພີ່ມ ສິບ ຫລຽນ.
\v 17 ເພິ່ນ ກ່າວ ວ່າ, ‘ດີຫລາຍ ເຈົ້າ ເປັນ ຄົນ ຮັບໃຊ້ທີ່ດີ ເມື່ອເຈົ້າສັດຊື່ ໃນຂອງເລັກນ້ອຍ ເຮົາ ຈະ ໃຫ້ ເຈົ້າ ປົກຄອງ ສິບ ຫົວເມືອງ.
\s5
\v 18 ຜູ້ ທີສອງ ເຂົ້າ ມາ ລາຍງານ ວ່າ, ‘ພຣະອົງເຈົ້າ ເອີຍ ຂ້ານ້ອຍ ໄດ້ເງິນ ໜຶ່ງ ຫລຽນ ຈາກ ທ່ານ ໄດ້ກໍາໄລ ເພີ່ມ ຫ້າ ຫລຽນ.
\v 19 ເພິ່ນ ກ່າວ ແກ່ ຄົນ ນີ້ ຄື ກັນວ່າ, ‘ເຈົ້າ ຈະ ໄດ້ປົກຄອງ ຫ້າ ຫົວເມືອງ.
\s5
\v 20 ອີກ ຄົນໜຶ່ງ ເຂົ້າ ມາ ລາຍງານ ວ່າ, ‘ພຣະອົງເຈົ້າ ເອີຍ ນີ້ເດ ເງິນ ຫລຽນ ຂອງທ່ານ ຂ້ານ້ອຍ ໄດ້ເອົາ ຜ້າແພ ມົນ ຫໍ່ ມ້ຽນ ໄວ້.
\v 21 ເພາະ ຂ້ານ້ອຍ ຢ້ານວ່າ ທ່ານ ເປັນ ຄົນ ເຂັ້ມງວດ, ທ່ານ ເຄີຍ ເກັບ ເອົາສິ່ງ ທີ່ ບໍ່ໄດ້ຝາກ ໄວ້ ແລະ ເກັບກ່ຽວ ເອົາ ສິ່ງ ທີ່ ທ່ານ ບໍ່ໄດ້ປູກ.
\s5
\v 22 ເພິ່ນ ຕອບ ລາວ ວ່າ, ‘ອ້າຍ ຄົນ ຮັບໃຊ້ທີ່ ຊົ່ວຊ້າເອີຍ ເຮົາ ຈະ ລົງໂທດ ເຈົ້າ ດ້ວຍຄໍາເວົ້າ ຂອງເຈົ້າເອງ ເມື່ອ ເຈົ້າຮູ້ວ່າ, ເຮົາເປັນຄົນເຂັ້ມງວດ ເອົາສິ່ງທີ່ເຮົາ ບໍ່ໄດ້ຝາກໄວ້ ແລະ ເກັບກ່ຽວເອົາສິ່ງ ທີ່ ເຮົາບໍ່ໄດ້ປູກ.
\v 23 ຖ້າດັ່ງນັ້ນ ເປັນຫຍັງ ເຈົ້າຈຶ່ງບໍ່ເອົາ ເງິນ ຂອງເຮົາໄປຝາກ ໄວ້ກັບທະນາຄານ? ແລ້ວ ເມື່ອເຮົາກັບມາ ເຮົາ ກໍຈະໄດ້ເງິນຄືນພ້ອມ ດ້ວຍ ດອກເບ້ຍ.
\s5
\v 24 ແລ້ວ ເພິ່ນກໍ ກ່າວ ແກ່ ຄົນ ທີ່ ຢືນ ຢູ່ ຫັ້ນວ່າ, ‘ຈົ່ງ ເອົາ ເງິນ ໄປ ຈາກ ມັນ ແລະ ມອບ ໃຫ້ຜູ້ ທີ່ ມີສິບຫລຽນນັ້ນ.
\v 25 ແຕ່ ພວກເຂົາ ເວົ້າ ກັບ ເພິ່ນວ່າ, ‘ພຣະອົງເຈົ້າ ເອີຍ ລາວ ມີສິບ ຫລຽນແລ້ວເດ
\s5
\v 26 ເຮົາ ບອກ ເຈົ້າ ທັງຫລາຍວ່າ, ‘ທຸກຄົນ ທີ່ ມີຢູ່ ແລ້ວ ກໍຈະ ໄດ້ຮັບ ຫລາຍ ເພີ່ມ ຂຶ້ນ ອີກ, ແຕ່ ຜູ້ທີ່ ບໍ່ມີຫຍັງ ເລີຍ ນັ້ນ ແມ່ນແຕ່ ສິ່ງ ທີ່ ຕົນ ມີຢູ່ ແລ້ວ ເລັກນ້ອຍ ກໍຈະ ຖືກ ເອົາ ໄປ ເສຍ ຈາກ ລາວ.
\v 27 ຝ່າຍ ພວກ ສັດຕູ ຂອງເຮົາ ທີ່ ບໍ່ ຢາກ ໃຫ້ເຮົາ ປົກຄອງ ພວກເຂົາ ນັ້ນ ຈົ່ງ ພາ ພວກເຂົາ ມາ ທີ່ ນີ້ ແລະ ຂ້າ ພວກເຂົາ ເສຍ ຕໍ່ໜ້າ ເຮົາ
\s5
\v 28 ຫລັງຈາກ ທີ່ ພຣະເຢຊູເຈົ້າ ກ່າວ ຄໍາ ເຫລົ່ານີ້ ຈົບ ແລ້ວ ພຣະອົງ ກໍຍ່າງ ອອກ ໜ້າ ພວກເຂົາ ໄປ ຍັງ ນະຄອນ ເຢຣູຊາເລັມ.
\s5
\v 29 ພໍ ພຣະອົງ ມາ ໃກ້ ບ້ານ ເບັດຟາເຄ ແລະ ບ້ານ ເບັດທາ​ນີ ທີ່ພູເຂົາ ໝາກກອກເທດ ພຣະອົງ ກໍໃຊ້ສາວົກ ສອງ ຄົນ ລ່ວງໜ້າ ໄປກ່ອນ
\v 30 ໂດຍ ຊົງ ສັ່ງວ່າ, “ຈົ່ງເຂົ້າໄປໃນບ້ານຂ້າງ ໜ້າ ພວກເຈົ້າ ນັ້ນ ພໍເຂົ້າ ໄປ ແລ້ວ ພວກເຈົ້າ ຈະ ພົບ ລໍ ນອ້ຍ ໂຕໜຶ່ງ ທີ່ ເຂົາ ມັດ ໄວ້ ລໍ ນ້ອຍ ໂຕນີ້ ຍັງ ບໍ່ມີຜູ້ໃດ ໄດ້ຂີ່ ຈັກເທື່ອ ຈົ່ງ ແກ້ ເອົາ ລໍ ໂຕນັ້ນ ແລະ ຈູງ ມັນ ມາ ບ່ອນ ນີ້.
\v 31 ຖ້າ ມີຜູ້ໃດ ຖາມ ວ່າ, ‘ແກ້ ມັນ ໄປ ເຮັດ ຫຍັງ? ຈົ່ງ ຕອບ ວ່າ, ‘ອົງພຣະ ຜູ້ ເປັນເຈົ້າ [ງ] ຕ້ອງການ.
\s5
\v 32 ສາວົກ ທີ່ ຖືກ ໃຊ້ ໄປ ນັ້ນ ກໍອອກ ໄປ ແລະ ພົບ ທຸກຢ່າງ ຕາມ ທີ່ ພຣະອົງ ໄດ້ ບອກ ພວກເພິ່ນ ແລ້ວ ນັ້ນ.
\v 33 ຂະນະທີ່ ພວກເພິ່ນ ກໍາລັງ ແກ້ ເອົາ ລໍ ນ້ອຍ ຢູ່ ນັ້ນ ເຈົ້າ ຂອງ ລໍ ກໍຖາມວ່າ, “ພວກເຈົ້າ ແກ້ເອົາ ລໍ ນ້ອຍ ໄປ ເຮັດ ຫຍັງ? ”
\v 34 ພວກເພິ່ນ ຕອບ ວ່າ, “ອົງພຣະ ຜູ້ເປັນເຈົ້າ ຕ້ອງການ. ”
\v 35 ແລະ ພວກເພິ່ນ ກໍຈູງ ລໍ ມາ ຫາ ພຣະເຢຊູເຈົ້າ ແລ້ວ ພວກເພິ່ນ ກໍເອົາ ເສື້ອ ຊັ້ນນອກ ຂອງຕົນ ປົກ ຫລັງ ຂອງ ມັນ ແລະ ເຊີນ ໃຫ້ ພຣະອົງ ຂຶ້ນ ຂີ່.
\v 36 ຂະນະທີ່ ພຣະອົງ ຂີ່ ໄປ ນັ້ນ ປະຊາຊົນ ກໍເອົາ ເສື້ອ ຊັ້ນນອກ ຂອງຕົນ ມາ ປູ ຕາມ ທາງຍ່າງ.
\s5
\v 37 ເມື່ອ ພຣະອົງ ມາ ໃກ້ ນະຄອນ ເຢຣູຊາເລັມ ຕາມ ທາງ ທີ່ ຈະ ລົງ ໄປ ຈາກ ພູເຂົາ ໝາກກອກເທດ ປະຊາຊົນ ທີ່ ເປັນ ສາວົກ ຂອງ ພຣະອົງ ກໍເລີ່ມ ຊົມຊື່ນ ຍິນ ດີ ສັນລະເສີນ ພຣະເຈົ້າ ດ້ວຍສຽງດັງ ເພາະ ການ ອັດສະຈັນ ທັງໝົດ ທີ່ ພວກເຂົາ ໄດ້ ເຫັນ ນັ້ນ ໂດຍ ເວົ້າ ວ່າ,
\v 38 “ຂໍ ໃຫ້ ກະສັດ ຜູ້ທີ່ ສະເດັດ ມາ ໃນ ພຣະນາມ ຂອງ ອົງພຣະ ຜູ້ ເປັນເຈົ້າ ຈົ່ງ ຊົງ ພຣະຈະເລີນ ສັນຕິສຸກ ຈົ່ງ ມີໃນສະຫວັນ ແລະ ພຣະ ຣັດສະໝີ ຈົ່ງ ມີໃນ ທີ່ ສູງສຸດ.”
\s5
\v 39 ແລ້ວ ພວກ ຟາຣີຊາຍ ບາງຄົນ ໃນ ປະຊາຊົນ ກໍ ເວົ້າ ຕໍ່ ພຣະອົງ ວ່າ, “ອາຈານ ເອີຍ ຈົ່ງ ສັ່ງ ພວກ ສາວົກ ຂອງທ່ານ ໃຫ້ ມິດງຽບ ແດ່. ”
\v 40 ພຣະອົງ ຊົງ ຕອບ ພວກເຂົາ ວ່າ, “ເຮົາ ບອກ ເຈົ້າ ທັງຫລາຍ ວ່າ ຖ້າ ຄົນ ເຫລົ່ານີ້ ມິດງຽບ ກ້ອນຫິນ ທັງຫລາຍ ກໍ ຈະ ຮ້ອງຂຶ້ນ.”
\s5
\v 41 ເມື່ອ ພຣະເຢຊູເຈົ້າ ສະເດັດ ມາໃກ້ ແລະ ເຫັນ ຕົວເມືອງ ແລ້ວ ພຣະອົງ ກໍ ຮ້ອງໄຫ້ ເພາະ ສົງສານ ຕົວເມືອງ.
\v 42 ໂດຍ ຊົງ ກ່າວ ວ່າ, “ ໃນວັນນີ້ ຖ້າ ເຈົ້າໄດ້ ຮູ້ ເຖິງ ສິ່ງ ທີ່ ເຮັດ ໃຫ້ ເຈົ້າ ມີສັນຕິສຸກ ກໍ ເປັນ ການ ດີ, ແຕ່ ບັດນີ້ ສິ່ງ ເຫລົ່ານັ້ນ ໄດ້ ຖືກ ປິດບັງ ໄວ້ ຈາກ ຕາ ຂອງ ເຈົ້າ ແລ້ວ.
\s5
\v 43 ດ້ວຍວ່າ, ເວລາ ຈະ ມາ ເຖິງ ເມື່ອ ສັດຕູ ຂອງເຈົ້າ ຈະ ຂຸດຄູ ອ້ອມເຈົ້າ ແລະ ຕັນ ເຈົ້າ ໄວ້ ທຸກ ດ້ານ.
\v 44 ພວກເຂົາ ຈະ ທໍາລາຍ ເຈົ້າ ແລະ ລູກ ທັງຫລາຍ ທີ່ ຢູ່ ນໍາ ເຈົ້າ ໃຫ້ ລົງ ພຽງ ດິນ. ພວກເຂົາ ຈະ ບໍ່ ປະ ກ້ອນຫິນ ໃຫ້ ຊ້ອນທັບ ກັນ ໄວ້ ພາຍ ໃນ ເຈົ້າ ເພາະວ່າ ເຈົ້າ ບໍ່ ຮູ້ ເວລາ ທີ່ ພຣະເຈົ້າ ໄດ້ ມາ ຢ້ຽມຢາມ ເຈົ້າ.”
\s5
\v 45 ແລ້ວ ພຣະອົງ ໄດ້ ເຂົ້າ ໄປ ໃນ ພຣະວິຫານ ແລະ ເລີ່ມ ຂັບໄລ່ ບັນດາ ຄົນ ຊື້ ຂາຍ ຢູ່ ທີ່ ນັ້ນ ອອກ ໄປ
\v 46 ໂດຍ ກ່າວ ແກ່ ພວກເຂົາ ວ່າ, “ມີຄໍາ ທີ່ ຂຽນ ໄວ້ ໃນ ພຣະຄໍາພີ ວ່າ, ‘ພຣະວິຫານ ຂອງເຮົາ ຈະ ເປັນ ສະຖານທີ່ ໄຫວ້ວອນ. ແຕ່ ເຈົ້າທັງຫລາຍ ກັບ ເຮັດ ໃຫ້ ເປັນ ຖໍ້າ ຂອງ ໂຈນ.”
\s5
\v 47 ແລ້ວ ພຣະອົງ ​ກໍ ສັ່ງສອນ ທຸກໆ ວັນ ຢູ່ ໃນ ພຣະວິຫານ, ພວກ ຫົວໜ້າ ປະໂຣຫິດ, ພວກ ທໍາມະຈານ ແລະ ບັນດາ ຜູ້ນໍາ ປະຊາຊົນ, ຕ່າງ ກໍ ຊອກ ຫາ ໂອກາດ ທີ່ ຈະ ຂ້າ ພຣະອົງ ເສຍ,
\v 48 ແຕ່ ພວກເຂົາ ບໍ່ ເຫັນ ຊ່ອງທາງ ທີ່ ຈະ ເຮັດ ໄດ້ ເພາະ ປະຊາຊົນ ທັງຫລາຍ ໄດ້ ຕິດພັນ ແລະ ຕັ້ງໃຈ ຟັງ ຄໍາສັ່ງສອນ ຂອງ ພຣະອົງ.
\s5
\c 20
\p
\v 1 ວັນ ໜຶ່ງ ເມື່ອ ພຣະເຢຊູເຈົ້າ ຊົງ ກໍາລັງ ເທດສະໜາ ສັ່ງສອນ ປະຊາຊົນ ຢູ່ ໃນ ພຣະວິຫານ ແລະ ປະກາດ ຂ່າວປະເສີດ ພວກ ຫົວໜ້າ ປະໂຣຫິດ ກັບ ພວກ ທໍາມະຈານ ພ້ອມ ທັງ ພວກ ເຖົ້າແກ່ ໄດ້ ມາ ຫາ ພຣະອົງ.
\v 2 ພວກເຂົາ ຖາມ ພຣະອົງວ່າ, “ບອກ ພວກເຮົາ ມາ ເບິ່ງດູ ເຈົ້າມີສິດ ຫຍັງ ຈຶ່ງ ເຮັດ ການ ນີ້? ຜູ້ໃດ ໃຫ້ສິດນີ້ ແກ່ ເຈົ້າ?”
\s5
\v 3 ພຣະອົງ ຊົງ ຕອບ ພວກເຂົາ ວ່າ, “ຝ່າຍ ເຮົາ ຈະ ຖາມ ພວກເຈົ້າ ຂໍ້ ດຽວ ຈົ່ງ ບອກ ເຮົາ ມາ ເບິ່ງດູ ວ່າ
\v 4 ບັບຕິສະມາ ຂອງ ໂຢຮັນ ນັ້ນ ມາ ຈາກ ສະຫວັນ ຫລື ມາ ຈາກ ມະນຸດ.”
\s5
\v 5 ພວກເຂົາ ຈຶ່ງ ເລີ່ມ ຖົກຖຽງ ກັນ ວ່າ, “ພວກເຮົາ ຈະ ວ່າ ຢ່າງ ໃດ? ຖ້າ ພວກເຮົາ ຕອບວ່າ, ‘ມາ ຈາກ ສະຫວັນ’ ມັນກໍ ຈະຖາມວ່າ, ‘ຖ້າດັ່ງນັ້ນ ເປັນຫຍັງ ພວກເຈົ້າ ຈຶ່ງ ບໍ່ ເຊື່ອຟັງ ໂຢຮັນ?
\v 6 ແຕ່ ຖ້າ ພວກເຮົາຕອບວ່າ, ‘ມາຈາກມະນຸດ’ ປະຊາຊົນ ທັງໝົດ ໃນ ທີ່ ນີ້ ກໍຈະ ແກວ່ງ ກ້ອນຫິນໃສ່ພວກເຮົາ, ເພາະ ພວກເຂົາ ເຊື່ອ ວ່າ ໂຢຮັນ ເປັນ ຜູ້ທໍານວາຍ.”
\s5
\v 7 ສະນັ້ນ ພວກເຂົາ ຈຶ່ງ ຕອບ ວ່າ, “ພວກເຮົາ ບໍ່ຮູ້. ”
\v 8 ແລ້ວ ພຣະອົງກໍ ຊົງ ຕອບ ພວກເຂົາ ວ່າ, “ຝ່າຍ ເຮົາ ກໍຈະ ບໍ່ບອກ ພວກເຈົ້າ ເໝືອນກັນ ວ່າ ເຮົາເຮັດ ການ ເຫລົ່ານີ້ ດ້ວຍສິດ ອັນໃດ.”
\s5
\v 9 ແລ້ວ ພຣະອົງ ກໍຊົງ ກ່າວ ຄໍາອຸປະມາ ນີ້ ສູ່ ປະຊາຊົນ ຟັງ ວ່າ, “ຍັງມີ ຊາຍ ຄົນ ໜຶ່ງ ທີ່ ເຮັດ ສວນ ອະງຸ່ນ ແລະ ເອົາ ສວນ ນັ້ນ ໃຫ້ ຄົນອື່ນ ເຊົ່າ ແລ້ວ ເພິ່ນ ກໍຈາກ ໄປ ເປັນ ເວລາ ດົນນານ.
\v 10 ພໍ ເຖິງ ເວລາ ເກັບ ໝາກ ອະງຸ່ນ ມາ ຮອດ ເຈົ້າຂອງ ສວນ ນັ້ນ ກໍ ໃຫ້ ຄົນ ຮັບໃຊ້ ຜູ້ໜຶ່ງ ໄປ ຫາ ພວກ ເຊົ່າສວນ ເພື່ອ ຮັບເອົາ ສ່ວນ ແບ່ງ ຜົນລະປູກ ຂອງຕົນ ຈາກ ພວກເຂົາ, ແຕ່ ພວກ ຄົນ ເຊົ່າ ສວນ ໄດ້ ທຸບຕີຄົນ ຮັບໃຊ້ ຜູ້ ນັ້ນ ແລະ ຂັບໄລ່ ລາວ ກັບຄືນ ເມືອ ມື ເປົ່າ.
\s5
\v 11 ດັ່ງນັ້ນ ເພິ່ນ ຈຶ່ງ ໃຊ້ ຄົນ ຮັບໃຊ້ຜູ້ ອື່ນ ໄປອີກ, ແຕ່ ພວກຄົນ ເຊົ່າສວນໄດ້ ທຸບຕີລາວ ຄືກັນ ທັງໄດ້ ປ້ອຍດ່າ ລາວ ແລະ ທັງ ຂັບໄລ່ ກັບຄືນ ເມືອມືເປົ່າ.
\v 12 ແລ້ວ ເພິ່ນ ກໍໃຊ້ ຄົນ ຮັບໃຊ້ ຜູ້ທີສາມ ໄປອີກ ພວກ ຄົນ ເຊົ່າ ສວນ ໄດ້ທຸບ​ຕີ ລາວ ຈົນ ບາດເຈັບ ແລະ ໂຍນ ລາວ ຖິ້ມ ອອກນອກສວນ.
\s5
\v 13 ຝ່າຍ ເຈົ້າຂອງ ສວນ ກໍ ກ່າວ ວ່າ, ເຮົາ ຈະ ເຮັດ ແນວ ໃດ? ເຮົາ ຈະ ໃຊ້ລູກຊາຍ ຜູ້ເປັນ ສຸດທີ່ຮັກ ຂອງເຮົາໄປ ບາງທີ ພວກເຂົາ ຈະ ໃຫ້ ຄວາມນັບຖືແກ່ ລູກຊາຍ ຂອງເຮົາ
\v 14 ແຕ່ ເມື່ອ ຄົນ ເຊົ່າ ສວນ ເຫັນ ລູກ ເພິ່ນ ແລ້ວ ພວກເຂົາກໍ ປືກສາ ກັນ ແລະ ເວົ້າ ວ່າ, ຄົນ ນີ້ ແຫລະ ເປັນ ຜູ້ ສືບ ມໍຣະດົກ ຈົ່ງ ຂ້າ ມັນ ເສຍ ແລ້ວ ມໍຣະດົກ ກໍຈະ ຕົກ ເປັນ ຂອງ ພວກເຮົາ
\s5
\v 15 ດັ່ງນັ້ນ ພວກເຂົາ ຈຶ່ງ ໂຍນ ລາວ ຖິ້ມ ອອກ ນອກ ສວນ ແລະ ຂ້າ ລາວ ເສຍ. ເມື່ອ ເປັນ ເຊັ່ນນັ້ນ ເຈົ້າ ຂອງ ສວນ ອະງຸ່ນ ຈະ ເຮັດ ຢ່າງ ໃດ ກັບ ຄົນ ເຊົ່າສວນ ພວກ ນັ້ນ?
\v 16 ເພິ່ນ ຈະ ມາ ແລະ ຂ້າ ຄົນ ເຊົ່າສວນ ເຫລົ່ານັ້ນ ເສຍ ແລະ ຈະ ຍົກ ສວນ ອະງຸ່ນ ໃຫ້ ຄົນອື່ນ ເຊົ່າ. ” ເມື່ອ ຄົນ ເຫລົ່ານັ້ນ ໄດ້ຍິນ ເຊັ່ນນີ້ ແລ້ວ ພວກເຂົາ ກໍ ເວົ້າວ່າ, “ຂໍຢ່າໃຫ້ເກີດ ເປັນ ຢ່າງ ນັ້ນ ເທາະ.”
\s5
\v 17 ພຣະເຢຊູເຈົ້າ ຊົງ ເພັ່ງ ເບິ່ງ ພວກເຂົາ ແລ້ວ ກໍຖາມວ່າ, “ເຫດສະນັ້ນ ພຣະຄໍາ​ພີ ຂໍ້ ນີ້ ໝາຍຄວາມວ່າ ຢ່າງ ໃດ ຊຶ່ງ ວ່າ ‘ຫິນ ທີ່ ນາຍຊ່າງ ກໍ່ສ້າງ ໄດ້ ໂຍນ ຖິ້ມ ແລ້ວ ກໍ ໄດ້ ກາຍເປັນ ຫິນເສົາເອກ ແລ້ວ’
\v 18 ຜູ້ໃດ ທີ່ ລົ້ມ ທັບຫິນນັ້ນ ຜູ້ນັ້ນຈະແຕກຫັກ ເປັນ ປ່ຽງ ໄປ ແລະ ຖ້າ ຫິນນັ້ນ ຕົກທັບ ຜູ້ໃດ ຜູ້ນັ້ນ ກໍຈະ ແຫລກ ໝຸ່ນ ເປັນ ຂີ້ຝຸ່ນ ດິນ ໄປ.”
\s5
\v 19 ຝ່າຍພວກທໍາມະຈານ ແລະ ພວກ ຫົວໜ້າ ປະໂຣຫິດຮູ້ຢູ່ວ່າ, ພຣະອົງຊົງກ່າວຄໍາອຸປະມານີ້ ຕໍ່ສູ້ ພວກເຂົາ ພວກເຂົາຈຶ່ງວາງແຜນຈັບພຣະອົງ ແຕ່ພວກ ເຂົາຢ້ານປະຊາຊົນ.
\v 20 ພວກເຂົາຈຶ່​ງ ຕິດຕາມເບິ່ງພຣະອົງ ແລະໃຊ້ ຄົນສອດແນມໃຫ້ ປອມຕົວເໝືອນເປັນຄົນສັດຊື່ ເພື່ອຫວັງຈະຈັບຜິດໃນຖອ້ຍຄໍາຂອງ ພຣະອົງ ເພື່ອຈະມອບພຣະອົງໄວ້ໃນອໍານາດ ແລະ ອາດຍາສິດຂອງຜູ້ ປົກຄອງ.
\s5
\v 21 ພວກເຂົາຈຶ່ງຖາມ ພຣະອົງວ່າ, “ອາຈານເອີຍ ພວກເຮົາຮູ້ວ່າຖ້ອຍຄໍາທີ່ ທ່ານກ່າວ ແລະສັ່ງສອນນັ້ນຖືກຕ້ອງ ແລະໂດຍບໍ່ ເຫັນແກ່ໜ້າຜູ້ໃດ, ແຕ່ສັ່ງສອນຫົນທາງຂອງພຣະເຈົ້າ ຢ່າງສັດຊື່.
\v 22 ຈົ່ງບອກພວກເຮົາແດ່ວ່າ, ເປັນການຜິດ ກົດບັນຍັດຂອງພວກເຮົາບໍ ທີ່ເສຍພາສີ ໃຫ້ ກາຍຊາ ຜິດ ຫລື ວ່າບໍ່ຜິດ?”
\s5
\v 23 ແຕ່ ພຣະອົງ ຊົງ ຢັ່ງ ຮູ້ ເຖິງ ກົນອຸບາຍ ຂອງ ພວກເຂົາ ຈຶ່ງ ກ່າວ ແກ່ ພວກເຂົາວ່າ,
\v 24 “ຈົ່ງ ເອົາ ເງິນ ຫລຽນ ມາ ໃຫ້ ເບິ່ງດູ ຮູບ ແລະ ຊື່ ທີ່ຈາລຶກ ໄວ້ ໃນ ຫລຽນ ນີ້ ເປັນ ຂອງ ຜູ້ໃດ? ” ພວກເຂົາ ຕອບ ວ່າ, “ເປັນ ຂອງ ກາຍຊາ.”
\s5
\v 25 ແລ້ວ ພຣະອົງ ຊົງ ກ່າວ ກັບ ພວກເຂົາວ່າ, “ເຫດສະນັ້ນ ສິ່ງ ທີ່ ເປັນ ຂອງ ກາຍຊາ ຈົ່ງ ຄືນ ຖວາຍ ແກ່ ກາຍຊາ ແລະ ສິ່ງ ທີ່ ເປັນ ຂອງ ພຣະເຈົ້າ ຈົ່ງ ຄືນ ຖວາຍ ແດ່ ພຣະເຈົ້າ. ”
\v 26 ຕໍ່ໜ້າປະຊາຊົນ ຢູ່ ທີ່ນັ້ນ ພວກເຂົາຈັບຜິດພຣະອົງ ເລື່ອງໃດໆບໍ່ໄດ້ເລີຍ. ດັ່ງນັ້ນ ພວກເຂົາຈຶ່ງງຶດ ປະຫລາດໃຈໃນຄໍາຕອບຂອງພຣະອົງ ຈຶ່ງມິດງຽບຢູ່.
\s5
\v 27 ຍັງ ມີພວກ ຊາດູກາຍ ບາງຄົນ ມາ ຫາ ພຣະອົງ ແມ່ນ ພວກນີ້ ທີ່ ຖື ວ່າ ຄົນ ຈະ ບໍ່ເປັນຄືນມາຈາກຕາຍ ພວກເຂົາ ຖາມພຣະອົງວ່າ,
\v 28 “ອາຈານເອີຍ, ໂມເຊໄດ້ຂຽນ ກົດບັນຍັດ ນີ້ ສໍາລັບ ພວກເຮົາວ່າ, ‘ຖ້າ ອ້າຍ ຂອງ ຊາຍ ຄົນ ໜຶ່ງ ຕາຍ ປະເມຍ ຂອງຕົນ ໂດຍ ບໍ່ມີລູກ ຕ້ອງໃຫ້ນ້ອງຊາຍ ຂອງ ຜູ້ ຕາຍ ນັ້ນ ເອົາ ເອື້ອຍໃພ້ ຂອງຕົນ ເປັນ ເມຍ ເພື່ອ ສືບ ເຊື້ອສາຍ ໃຫ້ ອ້າຍ ຂອງຕົນ ທີ່ ຕາຍໄປ ແລ້ວ ນັ້ນ.
\s5
\v 29 ຄັ້ງ ໜຶ່ງ ຍັງ​ມີ ອ້າຍ ນ້ອງ ເຈັດຄົນ ນໍາກັນ ອ້າຍ ກົກ ແຕ່ງງານ ແລ້ວ ແລະ ຕາຍໄປ ໂດຍ ບໍ່ມີລູກ.
\v 30 ແລະ ຜູ້ ທີ ສອງ ກໍ ເອົາ ນາງ ມາ ເປັນ ເມຍ,
\v 31 ແລະ ຕໍ່ມາ ຜູ້ ທີ ສາມ ກໍເຮັດ ເຊັ່ນດຽວກັນ ເຫດການ ເຊັ່ນດຽວ ກັນ ນີ້ ໄດ້ ເກີດຂຶ້ນ ກັບ ທັງ ເຈັດ ຄົນ ຄື ພວກເຂົາ ຕາຍໄປ ໂດຍ ບໍ່ມີລູກ.
\v 32 ໃນທີ່ສຸດ ຍິງ ນັ້ນ ກໍໄດ້ ຕາຍໄປ ເໝືອນກັນ.
\v 33 ບັດນີ້ ໃນ ວັນ ທີ່ ຄົນ ຕາຍ ເປັນ ຄືນ ມາ ສູ່ ຊີວິດ ນັ້ນ ຍິງ ນີ້ ຈະ ເປັນ ເມຍ ຂອງ ຜູ້ໃດ? ດ້ວຍວ່າ, ຊາຍ ທັງ ເຈັດ ຄົນ ຕ່າງ ກໍໄດ້ ເປັນ ຜົວ ຂອງ ນາງ.”
\s5
\v 34 ພຣະເຢຊູເຈົ້າ ຊົງ ກ່າວ ກັບ ພວກເຂົາ ວ່າ, “ຊາຍ ແລະ ຍິງ ໃນ ໂລກນີ້ມີ ການ ແຕ່ງງານ ກັນ,
\v 35 ແຕ່ ຊາຍ ແລະ ຍິງ ຜູ້ທີ່ ສົມຄວນ ເປັນ ຄືນ ມາ ຈາກ ຕາຍ ແລະ ດໍາລົງ ຊີວິດ ຢູ່ ໃນ ໂລກໜ້າ ຈະບໍ່ມີ ການ ແຕ່ງງານ ກັນ ຫລືຍົກ ໃຫ້ ເປັນ ຜົວ ເມຍ ກັນ.
\v 36 ພວກເຂົາ ຈະ ເປັນ ດັ່ງ ຝູງ ເທວະດາ ທີ່ ຕາຍ ບໍ່ ເປັນ ເພາະ ພວກເຂົາ ເປັນ ລູກ ຂອງ ພຣະເຈົ້າ ເພາະວ່າ ພວກເຂົາ ເປັນ ຄືນ ມາ ຈາກ ຕາຍ ແລ້ວ.
\s5
\v 37 ແຕ່​ວ່າ ຄົນ​ຕາຍ​ຖືກ​ບັນ​ດານ ໃຫ້​ເປັນ​ຄືນ​ມາ​ສູ່​ຊີ​ວິດນັ້ນ ໂມ​ເຊ ໄດ້​ສະ​ແດງ​ໃນ​ເລື່ອງ​ພຸ່ມ​ໄມ້ ເພິ່ນ​ໄດ້​ເອີ້ນ​ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ​ວ່າ, 'ຊົງ​ເປັນ​ພ​ຣະ​ເຈົ້າ​ຂອງ ອັບ​ຣາ​ຮາມ, ອີ​ຊາກ ແລະ ຢາ​ໂຄບ'
\v 38 ພຣະອົງແມ່ນ​ພ​ຣະ​ເຈົ້າ​ຂອງ​ຄົນ​ເປັນ, ບໍ່​ແມ່ນ​ພ​ຣະ​ເຈົ້າ​ຂອງ​ຄົນ​ຕາຍ. ດ້ວຍ​ວ່າ, ສຳ​ລັບ​ພ​ຣະ​ອົງ​ແລ້ວ ທຸກ​ຄົນ​ມີ​ຊີ​ວິດ​ຢູ່."
\s5
\v 39 ແລ້ວ​ທ​ຳ​ມະ​ຈານ​ບາງ​ຄົນ​ກໍ​ເວົ້າ​ຂຶ້ນ​ວ່າ, "ອາ​ຈານ​ເອີຍ ທ່ານ​ເວົ້າ​ໄດ້​ດີ​ຫລາຍ."
\v 40 ເພາະ​ວ່າ ພວກ​ເຂົາ​ບໍ່​ກ້າ​ຖາມ​ອັນ​ໃດ​ກັບ​ພ​ຣະ​ອົງ​ອີກ​ຕໍ່​ໄປ.
\s5
\v 41 ແລ້ວ​ພ​ຣະ​ເຢ​ຊູ​ເຈົ້າ ຊົງ​ຖາມ​ພວກ​ເຂົາ​ວ່າ, "ເປັນ​ໄປ​ໄດ້​ຢ່າງ​ໃດ ທີ່​ຄົນ​ເວົ້າ​ວ່າ ພ​ຣະ​ຄ​ຣິດ​ເປັນ​ບຸດ​ຂອງ​ດາ​ວິດ?
\v 42 ດ້ວຍ​ວ່າ, ກະ​ສັດ​ດາ​ວິດ ໄດ້​ຊົງ​ກ່າວ​ໄວ້ ໃນ​ພ​ຣະ​ທຳ​ເພງ​ສັນ​ລະ​ເສີນ​ວ່າ, 'ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ກັບ ພຣະ​ອົງ​ເຈົ້າ​ຂອງ​ຂ້າ​ນ້ອຍ​ວ່າ, ຈົ່ງ​ນັ່ງ​ເບື້ອງ​ຂວາ​ມື​ຂອງ​ເຮົາ
\v 43 ຈົນ​ກວ່າ​ເຮົາ​ຈະ​ປາບ​ສັດ​ຕູ​ຂອງ​ເຈົ້າ​ທັງ​ຫລາຍ ໃຫ້​ຢູ່​ໃຕ້​ຕີນ​ຂອງ​ເຈົ້າ.'
\v 44 ເມື່ອ​ດາ​ວິດ ເອີ້ນ​ເພິ່ນ​ວ່າ, 'ພ​ຣະ​ອົງ​ເຈົ້າ' ສະ​ນັ້ນ​ພ​ຣະ​ຄ​ຣິດ ເປັນ​ບຸດ​ຂອງ​ດາ​ວິດ​ໄດ້​ຢ່າງ​ໃດ?"
\s5
\v 45 ຂະ​ນະ​ທີ່​ປະ​ຊາ​ຊົນ​ທັງ​ຫລາຍ​ຟັງ​ພ​ຣະ​ເຢ​ຊູ​ເຈົ້າ​ຢູ່ນັ້ນ ພ​ຣະ​ອົງ​ກໍ​ກ່າວ​ແກ່​ພວກ​ສາ​ວົກ ວ່າ,
\v 46 "ຈົ່ງ​ລະ​ວັງ​ພວກ​ທຳ​ມະ​ຈານ​ໃຫ້​ດີ ພວກ​ເຂົາ​ມັກ​ນຸ່ງ​ເສື້ອ​ລ່າມ​ຍ່າງ​ໄປ​ມາ ແລະ​ມັກ​ໃຫ້​ຄົນ​ຄຳ​ນັບ​ດ້ວຍ​ຄວາມ​ນັບ​ຖື​ຕາມ​ຕະ​ຫລາດ ພວກ​ເຂົາ​ເລືອກ​ນັ່ງ​ບ່ອນ​ທີ່​ຄົນ​ເຫັນ​ໃນ​ທຳ​ມະ​ສາ​ລາ ແລະ​ໃນ​ງານ​ກິນ​ລ້ຽງ.
\v 47 ນອກ​ຈາກນີ້ ພວກ​ເຂົາ​ຍັງ​ສໍ້​ໂກງ​ເອົາ​ສິ່ງ​ຂອງ ຂອງ​ພວກ​ແມ່​ໝ້າຍ ແລະ​ເຮັດ​ທຳ​ທ່າ​ພາ​ວັນ​ນ​າອ​ະ​ທິ​ຖານ​ຢ່າງ​ຍືດ​ຍາວ ໂທດ​ຂອງ​ຄົນ​ເຫລົ່າ​ນີ້ ແມ່ນ​ໜັກ​ທີ່​ສຸດ."
\s5
\c 21
\p
\v 1 ເມື່ອ ພຣະອົງ ຊົງ ເງີຍ ໜ້າ ຂຶ້ນ ກໍຊົງ ເຫັນ ບັນດາ ຄົນ ຮັ່ງມີ ກໍາລັງ ປ່ອນ ເງິນ ລົງ ໃນ ຫີບຖວາຍ,
\v 2 ແລະ ພຣະອົງກໍ ເຫັນ ແມ່ໝ້າຍ ທີ່ ຍາກຈົນ ຄົນ ໜຶ່ງ ກາໍລັງ ປ່ອນ ເງິນ ສອງ ອັດ ທອງແດງ ລົງ ໃນ ຫີບ ນັ້ນ ເໝືອນກັນ.
\v 3 ພຣະອົງ ກ່າວ ວ່າ, “ເຮົາ ບອກ ເຈົ້າ ທັງຫລາຍ ຕາມ ຄວາມຈິງ ວ່າ ຍິງໝ້າຍ ທີ່ ຍາກຈົນ ຄົນ ນີ້ ໄດ້ປ່ອນ ເງິນ ລົງ ຫລາຍກ່ວາ ຄົນ ໃດໆ ທັງໝົດ.
\v 4 ເພາະ ຄົນອື່ນ ນັ້ນ ໄດ້ເອົາ ເງິນ ທີ່ ພວກເຂົາ ເຫລືອ ໃຊ້ ມາ ປ່ອນ ລົງ ສ່ວນ ຍິງ ຄົນ ນີ້ ເຖິງ ແມ່ນ ວ່າ ນາງ ຍາກຈົນ ທີ່ສຸດ ກໍຕາມ ກໍຍັງ ເອົາ ເງິນ ທີ່ ຕົນມີ ຢູ່ ສໍາລັບ ລ້ຽງ ຊີວິດ ນັ້ນ ປ່ອນ ລົງ ຈົນ ໝົດ.”
\s5
\v 5 ມີບາງຄົນ ​ກໍ ກ່າວ ຍ້ອງຍໍພຣະວິຫານ ວ່າ ຊ່າງ ງາມ ແທ້ ແລະ ຕົບແຕ່ງ ດ້ວຍ ຫິນ ອັນ ງົດງາມ ກັບ ເຄື່ອງ ຖວາຍ ແກ່ ພຣະເຈົ້າ,
\v 6 ພຣະອົງ ຈຶ່ງ ຊົງ ກ່າວ ວ່າ, “ເມື່ອ ວັນ ເວລາ ຈະ ມາ ເຖິງ ກ້ອນຫິນ ຊຶ່ງ ພວກເຈົ້າ ເຫັນ ຊ້ອນ ທັບ ກັນ ຢູ່ ນີ້ ຈະ ບໍ່ ເຫລືອ ຈັກ ກ້ອນ ດຽວ ທຸກສິ່ງ ຈະ ຖືກ ທໍາລາຍ ລົງ ທັງໝົດ.”
\s5
\v 7 ພວກເຂົາ ໄດ້ຖາມ ພຣະອົງ ວ່າ, “ອາຈານ ເອີຍ, ເຫດການເຫລົ່ານີ້ ຈະເກີດຂຶ້ນ ເມື່ອໃດ? ແລະ ສິ່ງໃດ ຈະ ເປັນ ໝາຍສໍາຄັນ ວ່າ ການ ທັງປວງ ນີ້ ໃກ້ ຈະ ບັງເກີດ ຂຶ້ນ ແລ້ວ. ”
\v 8 ພຣະອົງ ຊົງ ຕອບ ພວກເຂົາ ວ່າ, “ຈົ່ງ ຄອຍ ເຝົ້າ ລະວັງ ໃຫ້ ດີ ຢ່າ ໃຫ້ ຜູ້ໃດ ຫລອກລວງ ພວກເຈົ້າ ໃຫ້ ຫລົງ ໄປ ເພາະ ມີ ຫລາຍ ຄົນ ຈະ ອ້າງ ນາມຊື່ ຂອງເຮົາ ໂດຍ ເວົ້າ ວ່າ, ‘ຂ້ອຍ ນີ້ ແຫລະ ເປັນ ຜູ້ນັ້ນ ແລະ ເວລາ ກໍານົດ ໃກ້ ເຂົ້າ ມາ ແລ້ວ’ ພວກເຈົ້າ ຢ່າ ຕາມ ເຂົາ ໄປ.
\v 9 ເມື່ອ ພວກເຈົ້າ ໄດ້ຍິນ ເລື່ອງ ການ ເສິກ ສົງຄາມ ແລະ ການ ປັ່ນປ່ວນ ວຸ້ນວາຍ ຢ່າ ຕົກໃຈ ເພາະວ່າ ເຫດການ ເຫລົ່ານີ້ ຕ້ອງ ເກີດຂຶ້ນ ກ່ອນ ແຕ່ ທີ່ສຸດ ປາຍ ນັ້ນ ຈະ ບໍ່ ມາ ເຖິງ ທັນທີ.”
\s5
\v 10 ແລ້ວພຣະອົງຊົງກ່າວແກ່ພວກເຂົາວ່າ, “ປະເທດ ຕໍ່ປະເທດ ອານາຈັກຕໍ່ ອານາຈັກຈະສູ້ ຮົບກັນ,
\v 11 ຈະ ເກີດ ແຜ່ນດິນໄຫວອັນໃຫຍ່ ແລະການອຶດຢາກ ພ້ອມ ທັງໂຣກລະບາດຢ່າງຮ້າຍແຮງ ຈະ ເກີດຂຶ້ນໃນທຸກ ແຫ່ງຫົນ ຈະເກີດມີສິ່ງແປກປະຫລາດກັບສິ່ງໜ້າຢ້ານ ທີ່ສຸດ ຈາກທອ້ງຟ້າ.
\s5
\v 12 ແຕ່ກ່ອນເຫດການທັງໝົດ ເຫລົ່ານີ້ ຈະເກີດຂຶ້ນ ພວກເຈົ້າຈະຖືກຈັບ ແລະຖືກ ຂົ່ມເຫັງ, ພວກເຈົ້າຈະຖືກມອບໄວ້ ໃນທໍາມະສາລາ ຖືກຕັດສິນ ແລະຖືກຂັງຄຸກ ພວກເຈົ້າຈະຖືກນໍາຂຶ້ນ ໄປຕໍ່ ໜ້າກະສັດ ແລະຜູ້ ປົກຄອງ ເພາະເຫັນແກ່ນາມຊື່ ຂອງເຮົາ.
\v 13 ເຫດການນັ້ນ ຈະເກີດຂຶ້ນແກ່ເຈົ້າ ເພື່ອ ພວກເຈົ້າຈະເປັນພະຍານ.
\s5
\v 14 ດັ່ງນັ້ນ ພວກເຈົ້າຕ້ອງ ຕຽມໃຈໄວ້ ໃຫ້ ໝັ້ນຄົງ ເພື່ອບໍ່ ໃຫ້ ພວກເຈົ້າກະວົນ ກະວາຍໃຈລ່ວງໜ້າວ່າຈະກ່າວປ້ອງກັນ ຕົວເອງຢ່າງ ໃດ
\v 15 ເພາະເຮົາຈະໃຫ້ ເຈົ້າທັງຫລາຍມີຖ້ອຍຄໍາ ແລະ ສະ ຕິປັນຍາ ຊຶ່ງພວກຜູ້ຂັດຂວາງ​ຕໍ່ສູ້ຈະບໍ່ ສາມາດ ໂຕ້ຕອບ ຫລື ໂຕ້ແຍ້ງພວກເຈົ້າ ໄດ້.
\s5
\v 16 ແມ່ນແຕ່ ພໍ່ແມ່, ອ້າຍເອື້ອຍນ້ອງ, ພີ່ນ້ອງ ແລະມິດສະຫາຍກໍຈະມອບ ພວກເຈົ້າໄວ້ ແລະຈະໃຫ້ ບາງຄົນໃນພວກເຈົ້າຖືກ ໂທດເຖິງຕາຍ.
\v 17 ທຸກຄົນຈະກຽດຊັງພວກເຈົ້າ ເພາະ ເຫັນແກ່ນາມຊື່ ຂອງເຮົາ.
\v 18 ແມ່ນແຕ່ຜົມເສັ້ນດຽວ ກໍຈະບໍ່ເສຍໄປຈາກຫົວຂອງເຈົ້າ.
\v 19 ພວກເຈົ້າຈະຮັກສາ ຊີວິດຈິດໃຈຂອງເຈົ້າ ໄວ້ ດ້ວຍຄວາມອົດທົນພາກພຽນ ຂອງເຈົ້າ.”
\s5
\v 20 “ເມື່ອໃດ ເຈົ້າທັງຫລາຍເຫັນກອງທັບຕ່າງໆ ມາ ຕັ້ງອ້ອມ ນະຄອນ ເຢຣູຊາເລັມ ເມື່ອນັ້ນ ແຫລະ ພວກເຈົ້າ ຈະຮູ້ວ່າ ເມືອງຈະຖືກທໍາລາຍໃນໄວໆ.
\v 21 ເມື່ອນັ້ນ ໃຫ້ຜູ້ ທີ່ຢູ່ໃນແຂວງຢູດາຍ ຕ້ອງປົບໜີໄປ ຍັງພູທັງຫລາຍ, ໃຫ້ຜູ້ທີ່ຢູ່ໃນເມືອງຕ້ອງອອກໄປ ແລະ ຜູ້ທີ່ຢູ່ນອກເມືອງກໍບໍໍ່ໃຫ້ ເຂົ້າໄປໃນເມືອງ.
\v 22 ເພາະວ່າ ວັນເຫລົ່ານັ້ນຈະເປັນ ‘ວັນແຫ່ງ ການລົງໂທດ’ ເພື່ອ ໃຫ້ ສໍາເລັດຕາມທີ່ ມີ ຂຽນໄວ້ ໃນພຣະຄໍາພີທຸກປະການ.
\s5
\v 23 ໃນວັນເຫລົ່ານັ້ນ ຈະທຸກລໍາບາກທີ່ ສຸດສໍາລັບ ແມ່ຍິງຖືພາ ແລະແມ່ມີ ລູກອອນກິນນົມຢູ່ ປະຊາຊົນ ໃນດິນແດນນີ້ ຈະໄດ້ ຮັບຄວາມທຸກໂສກໃຫຍ່ທີ່ສຸດ ແລະການລົງໂທດຂອງພຣະເຈົ້າກໍຈະຕົກຖືກ ປະຊາຊົນ ນີ້.
\v 24 ພວກເຂົາຈະລົ້ມລົງດ້ວຍຄົມດາບ ແລະ ຈະຖືກຈັບກວາດ ໄປເປັນຊະເລີຍໃນທົ່ວທຸກປະເທດ ແລະ ຄົນ ບໍ່ ນັບຖືພຣະເຈົ້າ ກໍຈະ ຢຽບຢໍ່າ ນະຄອນ ເຢຣູຊາເລັມ ຈົນກວ່າ ຈະ ຄົບ ກໍານົດ ເວລາ ຂອງ ພວກເຂົາ.”
\s5
\v 25 “ຈະມີ ໝາຍສໍາຄັນໃນດວງອາທິດ, ດວງຈັນ ແລະດວງດາວທັງປວງ ແລະຈະມີຄວາມທຸກຮ້ອນ ເທິງແຜ່ນດິນໂລກຕາມປະເທດຕ່າງໆ ຊຶ່ງມີຄວາມ ສະຫງົນສົນເທ ເພາະສຽງກ້ອງອັນໃຫຍ່ຫລວງ ຂອງ ທະເລແລະຟອງຄື້ນ.
\v 26 ມະນຸດຈະສະຫລົບ ໄປຍ້ອນ ຄວາມຢ້ານ ແລະຄອຍເບິ່ງເຫດການຕ່າງໆ ທີ່ກໍາລັງ ເກີດຂຶ້ນທົ່ວເທິງແຜ່ນດິນໂລກ. ດ້ວຍວ່າ, ສິ່ງທີ່ມີອໍານາດ ໃນທອ້ງຟ້າ ຈະສັ່ນ ສະທ້ານ ຫວັ່ນໄຫວ.
\s5
\v 27 ເມື່ອນັ້ນ ພວກເຂົາຈະເຫັນບຸດມະນຸດສະເດັດມາ ປາກົດໃນເມກ ດ້ວຍ ຣິດອໍານາດອັນຍິ່ງໃຫຍ່ ແລະ ດ້ວຍສະຫງ່າຣາສີອັນຮຸ່ງເຮືອງ.
\v 28 ເມື່ອເຫດການ ເຫລົ່ານີ້ ເລີ່ມເກີດຂຶ້ນ ພວກເຈົ້າຈົ່ງລຸກຢືນແລະເງີຍ ຫົວຂຶ້ນ ເພາະຄວາມ ພົ້ນຂອງພວກເຈົ້າໃກ້ຈະມາເຖິງ ແລ້ວ.”
\s5
\v 29 ແລ້ວ ພຣະອົງ ກໍຊົງ ກ່າວ ຄໍາອຸປະມານີ້ ແກ່ ພວກເຂົາວ່າ, “ຈົ່ງພິຈາລະນາ ເບິ່ງ ຕົ້ນ ເດື່ອເທດ ແລະຕົ້ນໄມ້ທັງຫລາຍ.
\v 30 ເມື່ອ ເຈົ້າ ທັງຫລາຍ ເຫັນໃບຂອງມັນເລີ່ມປົ່ງ ພວກເຈົ້າ ກໍຮູ້ວ່າໃກ້ຈະເຖິງລະດູຮອ້ນແລ້ວ.
\v 31 ຢ່າງ ດຽວກັນ ນັ້ນ ແຫລະ ເມື່ອ ພວກເຈົ້າ ເຫັນເຫດການເຫລົ່ານີ້ ກໍາລັງ ເກີດຂຶ້ນ ພວກເຈົ້າ ຈົ່ງ ຮູ້ວ່າ ອານາຈັກ ຂອງ ພຣະເຈົ້າ ໃກ້ຈະ ມາ ເຖິງ ແລ້ວ.”
\s5
\v 32 “ເຮົາ ບອກ ເຈົ້າ ທັງຫລາຍ ຕາມ ຄວາມຈິງ ວ່າ ຄົນໃນສະໄໝ ນີ້ຈະບໍ່ລ່ວງລັບໄປກ່ອນ ຈົນກວ່າ ເຫດການ ທັງປວງ ນີ້ ບັງ ເກີດຂຶ້ນ
\v 33 ຟ້າແລະດິນ ຈະ ລ່ວງພົ້ນໄປ, ແຕ່ຖ້ອຍຄໍາ ຂອງເຮົາຈະບໍ່ ລ່ວງພົ້ນໄປຈັກເທື່ອ.”
\s5
\v 34 “ຈົ່ງຄອຍລະວັງຕົວໃຫ້ດີ ຢ່າສູ່ໃຫ້ ຈິດໃຈຂອງເຈົ້າ ທັງຫລາຍ ໜັກໄປໃນ ການກິນລ້ຽງ ແລະດື່ມເຫລົ້າເມົາສຸຣາ ແລະໃນການວິຕົກ ກັງວົນ ເຖິງຊີວິດນີ້ ບໍ່ ດັ່ງນັ້ນແລ້ວ ວັນນັ້ນກໍຈະຫລອນມາຕົກ ຖືກ ພວກເຈົ້າຢ່າງບໍ່ຄາດຄິດ
\v 35 ດ້ວຍວ່າ, ວັນນັ້ນ ຈະມາຖືກມະນຸດ ທັງຫລາຍ ໃນທົ່ວທັງໂລກເໝືອນຄວ່າງແຫໃສ່ປາ.
\s5
\v 36 ດັ່ງນັ້ນ ຈົ່ງເຝົ້າລະວັງ ແລະ ພາວັນນາອະທິຖານ ຢູ່ທຸກເວລາ, ເພື່ອວ່າພວກເຈົ້າຈະມີກໍາລັງ ພົ້ນຈາກເຫດການທຸກຢ່າງ ທີ່ໃກ້ຈະເກີດຂຶ້ນນັ້ນ ແລະຢືນຢູ່ຕໍ່ ໜ້າບຸດມະນຸດໄດ້.”
\s5
\v 37 ກາງເວັນ ພຣະອົງ ຊົງສັ່ງສອນໃນ ພຣະວິຫານທຸກໆວັນ ແລະໃນຕອນກາງຄືນ ພຣະອົງ ກໍສະເດັດອອກໄປຢູ່ທີ່ພູເຂົາ ໝາກກອກເທດ.
\v 38 ພໍຮຸ່ງແຈ້ງ ປະຊາຊົນ ທັງຫລາຍ ກໍໄດ້ມາຍັງ ພຣະວິຫານເພື່ອຟັງພຣະອົງ.
\s5
\c 22
\p
\v 1 ເທດສະການ ເຂົ້າຈີ່ ບໍ່ມີເຊື້ອແປ້ງ ທີ່ ເອີ້ນວ່າ ປັດສະຄາ ກໍມາໃກ້ແລ້ວ.
\v 2 ພວກ ຫົວໜ້າປະໂຣຫິດ ແລະພວກທໍາມະຈານ ຕ່າງກໍຢ້ານປະຊາຊົນ. ດັ່ງນັ້ນພວກເຂົາຈຶ່ງຊອກຊ່ອງທາງເພື່ອຂ້າພຣະເຢຊູເຈົ້າ ຢ່າງປິດລັບ.
\s5
\v 3 ແລ້ວ ມານຊາຕານ ກໍເຂົ້າສິງຢູ່ໃນ ໃຈຂອງຢູດາ ຜູ້ທີ່ ຄົນທັງຫລາຍ ເອີ້ນກັນ ວ່າ ອິດສະກາຣີອົດ ລາວເປັນຜູ້ໜຶ່ງໃນ ພວກ ສາວົກສິບສອງຄົນ.
\v 4 ດັ່ງນັ້ນ ຢູດາຈຶ່ງອອກໄປປຶກສາກັບ ພວກຫົວໜ້າ ປະໂຣຫິດ ແລະພວກນາຍທະຫານ ເຝົ້າ ຍາມ ພຣະວິຫານ ເຖິງວິທີ ທີ່ ຕົນ ຈະ ມອບ ພຣະເຢຊູເຈົ້າ ໃຫ້ພວກເຂົາ ໄດ້ ຢ່າງໃດ.
\s5
\v 5 ຄົນ ເຫລົ່ານັ້ນ ຕ່າງ ກໍດີໃຈ ແລະຕົກລົງ ວ່າ ຈະເອົາເງິນໃຫ້ລາວ.
\v 6 ຝ່າຍ ຢູດາ ກໍຕົກລົງ ຕາມ ນັ້ນ ແລະ ຕັ້ງຕົ້ນ ຊອກຫາໂອກາດ ອັນດີ ທີ່ຈະມອບ ພຣະເຢຊູເຈົ້າໃຫ້ພວກເຂົາ ເມື່ອ ປະຊາຊົນບໍ່ຢູ່ທີ່ນັ້ນ.
\s5
\v 7 ພໍ ເຖິງເທດສະການ ກິນ ເຂົ້າຈີ່ ບໍ່ມີ ເຊື້ອແປ້ງ ເມື່ອ ມີ ການຂ້າແກະສໍາລັບອາຫານປັດສະຄາ.
\v 8 ພຣະເຢຊູເຈົ້າ ຊົງ ໃຊ້ເປໂຕ ກັບໂຢຮັນ ໄປແລະໃຫ້ຄໍາແນະນໍາວ່າ, “ ຈົ່ງໄປຈັດແຈ່ງ ອາຫານ ປັດສະຄາສໍາລັບພວກເຮົາ ໃຫ້ຮຽບຮ້ອຍ. ”
\v 9 ພວກເພິ່ນ ຖາມ ພຣະອົງວ່າ, “ ທ່ານ ຢາກໃຫ້ພວກ ຂ້ານ້ອຍໄປຈັດແຈ່ງຢູ່ທີ່ ໃດ?”
\s5
\v 10 ພຣະເຢຊູເຈົ້າ ຕອບວ່າ, “ເມື່ອ ພວກເຈົ້າ ເຂົ້າໄປໃນເມືອງ ຈະມີຊາຍຄົນ ໜຶ່ງ ແບກ ໝໍ້ ນໍ້າ ມາ ພົບ ພວກເຈົ້າ. ຈົ່ງ ຕາມ ໄປຍັງເຮືອນ ທີ່ລາວເຂົ້າໄປນັ້ນ,
\v 11 ແລະ ເວົ້າກັບ ເຈົ້າຂອງເຮືອນວ່າ, ‘ອາຈານໃຫ້ ຖາມ ທ່ານວ່າ ຫ້ອງ ທີ່ເພິ່ນ ກັບ ພວກສາວົກ ຈະກິນອາຫານ ປັດສະຄາ ຢູ່ໃສ?
\s5
\v 12 ເຈົ້າຂອງເຮືອນ ຈະຊີ້ ໃຫ້ ພວກເຈົ້າ ເຫັນ ຫ້ອງໂຖງ ຊັ້ນ ເທິງ ທີ່ ຕົບແຕ່ງ ໄວ້ ຮຽບຮ້ອຍ ແລ້ວ ບ່ອນ ນັ້ນ ແຫລະ ທີ່ ພວກເຈົ້າ ຈະ ຈັດຕຽມ ທຸກສິ່ງ ໄວ້ ສໍາລັບ ພວກເຮົາ. ”
\v 13 ດັ່ງນັ້ນ ທ່ານ ທັງສອງ ຈຶ່ງ ໄປ ແລະ ພົບ ທຸກສິ່ງ ຕາມ ທີ່ ພຣະອົງ ຊົງ ບອກ ແລ້ວ ນັ້ນ ພວກເພິ່ນ ກໍໄດ້ ຈັດຕຽມ ປັດສະຄາໄວ້.
\s5
\v 14 ເມື່ອ ເຖິງໂມງແລ້ວ ພຣະເຢຊູເຈົ້າ ​ກໍໄດ້ ນັ່ງ ຮ່ວມ ໂຕະ ກັບ ພວກ ອັກຄະສາວົກ.
\v 15 ພຣະອົງ ກ່າວ ແກ່ ພວກເພິ່ນວ່າ, “ເຮົາມີ ຄວາມ ປາຖະໜາ ຢ່າງ ເຕັມໃຈ ທີ່ ຈະ ກິນ ອາຫານ ປັດສະຄາ ນີ້ ກັບພວກເຈົ້າ ກ່ອນ ເຮົາ ຈະ ທົນທຸກ ທໍລະມານ
\v 16 ເພາະເຮົາບອກ ພວກເຈົ້າວ່າ, ເຮົາ ຈະ ບໍ່ ກິນ ອາຫານ ນີ້ ອີກ ຈົນກວ່າ ຄວາມ ໝາຍ ຂອງ ເລື່ອງ ນີ້ ຈະ ເຖິງ ທີ່ ສໍາເລັດ ໃນ ອານາຈັກ ຂອງ ພຣະເຈົ້າ.”
\s5
\v 17 ແລ້ວ ພຣະອົງ ກໍຊົງ ຈັບ ເອົາ ຈອກ ຂຶ້ນມາໂມທະນາ ຂອບພຣະຄຸນ ແລະ ຊົງ ກ່າວວ່າ, “ຈົ່ງຮັບເອົາຈອກນີ້ ແລະຢາຍ ໃຫ້ກັນດື່ມ.
\v 18 ເຮົາບອກ ພວກເຈົ້າວ່າ ຕັ້ງແຕ່ ນີ້ ໄປ ເຮົາ ຈະບໍ່ດື່ມນໍ້າອະງຸ່ນນີ້ ອີກ ຈົນກວ່າ ອານາຈັກຂອງພຣະເຈົ້າຈະມາປາກົດ.”
\s5
\v 19 ແລ້ວ ພຣະອົງ ກໍຊົງ ຈັບເອົາເຂົ້າຈີ່ ຂຶ້ນມາ ໂມທະນາ ຂອບພຣະຄຸນ ໂດຍຊົງ ຫັກ ເຂົ້າຈີ່ ນັ້ນ ແລ້ວ ຈຶ່ງ ຍື່ນໃຫ້ ພວກ ສາວົກ ແລະ ກ່າວວ່າ, “ນີ້ ແຫລະແມ່ນ ກາຍຂອງເຮົາ ຊຶ່ງເປັນ ທີ່ ປະທານ ໃຫ້ ສໍາລັບ ເຈົ້າທັງຫລາຍ ຈົ່ງ ເຮັດຢ່າງນີ້ໃຫ້ເປັນ ທີ່ ລະນຶກເຖິງເຮົາ. ”
\v 20 ເມື່ອ ຮັບປະທານ ອາຫານ ແລ້ວ ພຣະອົງກໍຊົງຈັບເອົາຈອກຂຶ້ນມາ ແລະ ເຮັດ ຢ່າງດຽວກັນ ໂດຍຊົງກ່າວວ່າ, “ຈອກນີ້ເປັນພັນທະສັນຍາ ໃໝ່ ໃນເລືອດຂອງເຮົາທີ່ຖອກ ອອກສໍາລັບ ເຈົ້າທັງຫລາຍ. [ຈ]
\s5
\v 21 ເບິ່ງແມ! ມື ຜູ້ທີ່ທໍລະຍົດຕໍ່ເຮົາກໍ ຢູ່ ກັບເຮົາ ເທິງ ໂຕະນີ້.
\v 22 ບຸດມະນຸດຈະ ສະເດັດໄປ ຕາມທີ່ໄດ້ຊົງ ກໍານົດໄວ້ແລ້ວ ກໍຈິງ ແຕ່ ວິບັດຈະຕົກ ຖືກ ຜູ້ທີ່ທໍລະຍົດ ຕໍ່ ບຸດມະນຸດ. ”
\v 23 ແລ້ວ ພວກສາວົກກໍ ເລີ່ມ ຖາມ ກັນ ເອງ ວ່າ, ແມ່ນ ຜູ້ໃດໃນ ພວກເພິ່ນ ທີ່ ກໍາລັງ ຈະເຮັດຢ່າງນີ້.
\s5
\v 24 ແລ້ວ ກໍມີການ ໂຕ້ຖຽງ ກັນເກີດຂຶ້ນ ໃນທ່າມກາງ ພວກສາວົກວ່າ ໃນ ພວກເພິ່ນ ຜູ້ໃດຈະເປັນໃຫຍ່ກວ່າໝູ່.
\v 25 ພຣະເຢຊູເຈົ້າ ກ່າວ ແກ່ ພວກເພິ່ນວ່າ, “ບັນດາ ກະສັດ ຂອງ ຊາວ ໂລກນີ້ ຍ່ອມມີ ອໍານາດ ເໜືອ ປະຊາຊົນຂອງຕົນ ແລະ ບັນດາ ນັກປົກຄອງ ຕ່າງ ກໍເອີ້ນຕົນວ່າ, ‘ເຈົ້າບຸນເຈົ້າຄຸນ.
\s5
\v 26 ແຕ່ ສໍາລັບ ພວກເຈົ້າ ແລ້ວ ບໍ່ ເປັນ ຢ່າງນັ້ນ, ກົງກັນຂ້າມ ຜູ້ທີ່ເປັນໃຫຍ່ທີ່ສຸດ ຕ້ອງເປັນເໝືອນ ດັ່ງ ຜູ້ນ້ອຍ ທີ່ສຸດ ແລະ ຜູ້ທີ່ເປັນຜູ້ນໍາ ຕ້ອງ ເປັນດັ່ງ ຜູ້ຮັບໃຊ້.
\v 27 ຜູ້ໃດເປັນໃຫຍ່ ກວ່າ ກັນ ຜູ້ທີ່ ນັ່ງ ກິນ ຫລື ຜູ້ທີ່ ຮັບໃຊ້? ແນ່ນອນແລ້ວ ຕ້ອງແມ່ນ ຜູ້ທີ່ນັ່ງກິນເທິງໂຕະ, ແຕ່ ເຮົາ ຢູ່ ທ່າມກາງ ພວກເຈົ້າ ເໝືອນ ດັ່ງ ຄົນ ທີ່ ຮັບໃຊ້ຜູ້ໜຶ່ງ.
\s5
\v 28 ພວກເຈົ້າ​ໄດ້​ຢູ່ ກັບເຮົາ ມາ ຕະຫລອດ ເວລາ ທີ່ ເຮົາ ປະສົບ ກັບ ຄວາມ ຍາກ ລໍາບາກ,
\v 29 ພຣະບິດາເຈົ້າ ໄດ້ຊົງ ຈັດແຈງ ແຜ່ນດິນ ໃຫ້ ເຮົາ ຢ່າງ ໃດ ເຮົາ ກໍຈະຈັດແຈງ ແຜ່ນດິນ ໜຶ່ງ ໃຫ້ພວກເຈົ້າ ເໝືອນກັນ ຢ່າງນັ້ນ.
\v 30 ເພື່ອ ພວກເຈົ້າ ຈະ ກິນ ແລະ ດື່ມ ທີ່ ໂຕະ ຂອງເຮົາໃນອານາຈັກ ຂອງເຮົາ ແລະ ເພື່ອ ພວກເຈົ້າ ຈະໄດ້ນັ່ງເທິງບັນລັງ ເພື່ອ ພິພາກສາ ຕັດສິນ ຊາດອິດສະຣາເອນ ທັງ ສິບສອງເຜົ່ານັ້ນ.”
\s5
\v 31 ແລ້ວ ພຣະເຢຊູເຈົ້າ ກໍຊົງ ກ່າວວ່າ, “ຊີໂມນ ຊີໂມນ ເອີຍ ເບິ່ງແມ! ມານຊາຕານ ໄດ້ຂໍ ອະນຸຍາດ ທົດລອງ ພວກເຈົ້າ ເພື່ອ ຈະ ຝັດຮ່ອນ ພວກເຈົ້າ ເໝືອນຝັດເຂົ້າເປືອກ.
\v 32 ແຕ່ເຮົາ ໄດ້ພາວັນນາ ອະທິຖານ ສໍາລັບ ເຈົ້າ ເພື່ອຄວາມເຊື່ອ ຂອງເຈົ້າ ຈະ ບໍ່ ຂາດ ໄປ ເມື່ອ ເຈົ້າກັບຄືນ ມາ ຫາ ເຮົາ ແລ້ວ ເຈົ້າ ຕ້ອງ ຊູແຮງ ບັນດາ ພີ່ນ້ອງ ຂອງເຈົ້າ ໄວ້.”
\s5
\v 33 ເປໂຕ ຕອບ ວ່າ, “ພຣະອົງເຈົ້າ ເອີຍ ຂ້ານ້ອຍ ພ້ອມແລ້ວ ທີ່ຈະ ໄປ ກັບ ທ່ານ ເຖິງ ຈະ ຕ້ອງ ຖືກ ຄຸກ ຫລື ຕ້ອງ ຕາຍ ​ກໍຕາມ. ”
\v 34 ພຣະເຢຊູເຈົ້າ ຊົງ ກ່າວວ່າ, “ເປໂຕເອີຍ ເຮົາ ບອກ ເຈົ້າ ວ່າ ‘ຄືນນີ້ ແຫລະ ກ່ອນ ໄກ່ ຂັນ ເຈົ້າ ຈະ ປະຕິເສດ ວ່າ ບໍ່ ຮູ້ຈັກ ເຮົາ ເຖິງ ສາມ ເທື່ອ.
\s5
\v 35 ແລ້ວ ພຣະອົງ ຊົງ ຖາມ ພວກສາວົກ ວ່າ, “ເມື່ອ ເຮົາ ໄດ້ ໃຊ້ ເຈົ້າ ທັງຫລາຍ ອອກ ໄປ ນັ້ນ ໂດຍ ບໍ່ມີຖົງເງິນ ບໍ່ມີຖົງເຄື່ອງ ແລະ ບໍ່ມີເກີບ ພວກເຈົ້າ ໄດ້ ຂາດເຂີນ ສິ່ງໃດແດ່? ” ພວກເພິ່ນ ຕອບ ວ່າ, “ບໍ່ໄດ້ ຂາດເຂີນ ສິ່ງໃດ ເລີຍ. ”
\v 36 ພຣະອົງ ຊົງ ກ່າວ ກັບ ພວກເພິ່ນວ່າ, “ແຕ່ ບັດນີ້ ຜູ້ໃດ ທີ່ ມີຖົງ ເງິນ ຫລືຖົງເຄື່ອງ ຕ້ອງໃຫ້ ຖື ໄປ ນໍາ ແລະ ຜູ້ໃດ ທີ່ ບໍ່ ມີດາບ ກໍໃຫ້ຂາຍ ເສື້ອໃຫຍ່ ຂອງຕົນ ເພື່ອ ຊື້ ດາບ ດວງ ໜຶ່ງ ໄວ້.
\s5
\v 37 ດ້ວຍ ເຮົາບອກເຈົ້າທັງຫລາຍ ວ່າ ຄໍາ ທີ່ ຂຽນ ໃນ ພຣະຄໍາພີ ນັ້ນ ຈະ ຕ້ອງ ສໍາເລັດ ໃນ ເຮົາ ຄືຄໍາ ທີ່ ວ່າ, ‘ທ່ານ ຖືກ ນັບ ເຂົ້າ ກັບ ຄົນ ອະທໍາ.
\v 38 ພວກ ສາວົກ ເວົ້າ ວ່າ, “ພຣະອົງເຈົ້າ ເອີຍ ເບິ່ງ ດາບ ສອງ ດວງ ນີ້ ແມ. ” ພຣະອົງ ຊົງ ຕອບ ພວກເພິ່ນ ວ່າ, “ພໍ ແລ້ວ.”
\s5
\v 39 ແລ້ວ ພຣະເຢຊູເຈົ້າ ໄດ້ສະເດັດ ອອກ ໄປ ຍັງ ພູເຂົາ ໝາກກອກເທດ ຕາມເຄີຍ ແລະ ພວກ ສາວົກ ກໍ ຕາມ ໄປ ກັບ ພຣະອົງ ດ້ວຍ.
\v 40 ເມື່ອ ມາ ເຖິງ ທີ່ ນັ້ນ ແລ້ວ ພຣະອົງ ກໍຊົງ ກ່າວ ກັບ ພວກເພິ່ນ ວ່າ, “ຈົ່ງ ພາວັນນາ ອະທິຖານ ຢູ່ ເພື່ອເຈົ້າທັງຫລາຍ ຈະ ບໍ່ ຕົກ ໃນ ການ ທົດລອງ.”
\s5
\v 41 ແລ້ວ ພຣະອົງ ກໍສະເດັດ ຈາກ ພວກເພິ່ນ ໄປ ໄກ ປະມານ ແກ່ວງ ກ້ອນຫິນ ເຖິງ ແລະ ຄຸເຂົ່າ ລົງ ພາວັນນາ ອະທິຖານ.
\v 42 ພຣະອົງ ຊົງ ກ່າວ ວ່າ, “ພຣະບິດາເຈົ້າ ເອີຍ ຖ້າ ເປັນ ຄວາມປະສົງ ຂອງ ພຣະອົງ ແລ້ວ ຂໍ ໃຫ້ ຈອກ ແຫ່ງ ຄວາມ ທົນທຸກ ທໍລະມານ ນີ້ ເລື່ອນ ໄປ ຈາກ ລູກ ທ້ອນ, ແຕ່ ຢ່າງ ໃດ ກໍ ດີ ຂໍ ຢ່າ ໃຫ້ ເປັນ ໄປ ຕາມ ຄວາມ ປາຖະໜາ ຂອງ ລູກ ແຕ່ ຂໍ ໃຫ້ ເປັນ ໄປ ຕາມ ຄວາມປະສົງ ຂອງ ພຣະບິດາເຈົ້າ ເທີ້ນ.”
\s5
\v 43 ແລ້ວ ມີ ເທວະດາ ຕົນ ໜຶ່ງ ຈາກ ສະຫວັນ ມາ ປາກົດ ແກ່ ພຣະອົງ ຊູ ກໍາລັງ ພຣະອົງ ຂຶ້ນ.
\v 44 ເມື່ອ ຊົງ ເກີດ ເປັນທຸກ ວຸ້ນວາຍ ຫລາຍ ຂຶ້ນ ພຣະອົງກໍ ຊົງ ຕັ້ງໃຈ ພາວັນນາ ອະທິຖານ ຫລາຍ ເທື່ອ ຂອງ ພຣະອົງ ເກີດ ເປັນ ເໝືອນ ເລືອດ ໄຫລ ຢາດ ລົງ ດິນ ເປັນເມັດ ໃຫຍ່. [ສ]
\s5
\v 45 ເມື່ອ ລຸກ ຂຶ້ນ ຈາກ ການ ພາວັນນາ ອະທິຖານ ແລ້ວ ພຣະອົງ ກໍກັບ ມາ ຫາ ພວກ ສາວົກ ແລະ ພົບ ພວກເພິ່ນ ກໍາລັງ ນອນ ຫລັບ ອິດອ່ອນ ດ້ວຍ ຄວາມ ທຸກໂສກ.
\v 46 ພຣະອົງ ກ່າວ ແກ່ ພວກເພິ່ນ ວ່າ, “ເປັນຫຍັງ ຈຶ່ງ ຍັງ ນອນ ຫລັບ ຢູ່? ຈົ່ງ ລຸກ ຂຶ້ນ ແລະ ພາວັນນາ ອະທິຖານ ເພຶ່ອ ພວກເຈົ້າ ຈະ ບໍ່ ຕົກ ໃນ ການ ທົດລອງ.”
\s5
\v 47 ເມື່ອ ພຣະອົງ ຍັງ ຊົງ ກ່າວ ບໍ່ ທັນ ຂາດ ຄໍາ ເບິ່ງແມ! ປະຊາຊົນ ຈໍານວນ ຫລາຍ ຊຶ່ງ ນໍາ ໜ້າ ໂດຍ ຢູດາ ທີ່ ເປັນ ສາວົກ ຄົນ ໜຶ່ງ ໃນ ສິບສອງ ຄົນ ນັ້ນ ຢູດາ ໄດ້ ຫຍັບ ເຂົ້າ ມາ ໃກ້ ພຣະເຢຊູເຈົ້າ ເພື່ອ ຈະ ຈູບ ພຣະອົງ.
\v 48 ແຕ່ ພຣະເຢຊູເຈົ້າ ຊົງ ຖາມ ວ່າ, “ຢູດາ ເອີຍ ເຈົ້າ ຈະ ມອບ ບຸດ ມະນຸດ ດ້ວຍການ ຈູບ ຫລື?”
\s5
\v 49 ຄົນ ທັງຫລາຍ ທີ່ ຢູ່ ອ້ອມ ພຣະອົງ ເຫັນ ເຫດການ ທີ່ ກໍາລັງ ເກີດຂຶ້ນ ນັ້ນ ຈຶ່ງ ຖາມ ວ່າ, “ພຣະອົງເຈົ້າ ເອີຍ ຈະ ໃຫ້ ພວກ ຂ້ານ້ອຍ ໃຊ້ ດາບ ຕໍ່ສູ້ ພວກເຂົາ ບໍ? ”
\v 50 ຄົນ ໜຶ່ງ ໃນ ພວກເພິ່ນ ໄດ້ ຟັນ ຄົນ ຮັບໃຊ້ ຄົນ ໜຶ່ງ ຂອງ ຫົວໜ້າ ປະໂຣຫິດ ຖືກ ຫູ ເບື້ອງ ຂວາ ຂາດ.
\v 51 ແຕ່ ພຣະເຢຊູເຈົ້າ ຊົງ ກ່າວ ຫ້າມ ວ່າ, “ເຊົາ ແມ ພໍ ແລ້ວ. ” ພຣະອົງ ບາຍ ຫູ ຄົນ ນັ້ນ ແລະ ເຮັດ ໃຫ້ ຫາຍ ດີ ປົກກະຕິ.
\s5
\v 52 ແລ້ວ ພຣະເຢຊູເຈົ້າ ກໍຊົງ ກ່າວ ຕໍ່ ພວກ ຫົວໜ້າ ປະໂຣຫິດ ກັບ ພວກ ນາຍ ທະຫານ ທີ່ ເຝົ້າ ຍາມ ພຣະວິຫານ ແລະ ພວກ ເຖົ້າແກ່ ທີ່ ມາ ຈັບ ພຣະອົງ ວ່າ, “ເຈົ້າ ທັງຫລາຍ ຖື ດາບ ແລະ ຖື ໄມ້ຄ້ອນ ມາ ຈັບ ເຮົາ ເໝືອນ ດັ່ງ ມາ ຈັບ ໂຈນ ຊັ້ນບໍ?
\v 53 ທຸກໆ ວັນ ເຮົາ ຢູ່ ກັບ ພວກເຈົ້າ ໃນ ພຣະວິຫານ, ພວກເຈົ້າ ບໍ່ໄດ້ ຈັບ ເຮົາ. ແຕ່ ເວລາ ນີ້ ເປັນ ຂອງ ພວກເຈົ້າ ແລະ ເປັນ ເວລາ ຂອງ ອໍານາດ ແຫ່ງ ຄວາມມືດ.”
\s5
\v 54 ແລ້ວ ພວກເຂົາ ກໍຈັບ ພຣະອົງ ແລະ ຄຸມຕົວ ເຂົ້າ ໄປ ໃນ ສໍານັກ ຂອງ ມະຫາ ປະໂຣຫິດ, ຝ່າຍ ເປໂຕ ກໍໄດ້ ຕິດຕາມ ໄປ ໃນ ໄລຍະ ຫ່າງໆ ພໍສົມຄວນ.
\v 55 ເປໂຕໄດ້ເຂົ້າໄປໃນກາງ ເດີ່ນ ສໍານັກ ທີ່ ພວກເຂົາ ນັ່ງ ຝີງ ໄຟ ຢູ່ ເພິ່ນ ກໍ ເຂົ້າ ໄປ ນັ່ງ ຮ່ວມ ວົງ ກັບ ພວກເຂົາ.
\s5
\v 56 ເມື່ອ ຄົນ ໜຶ່ງ ໃນ ພວກ ສາວໃຊ້ ເຫັນ ເປໂຕ ນັ່ງ ຝີງ ໄຟ ຢູ່ ທີ່ ນັ້ນ ນາງ ຈຶ່ງ ຈ້ອງ ຕາ ເບິ່ງ ເພິ່ນ ແລະ ເວົ້າ ວ່າ, “ຊາຍ ຄົນ ນີ້ ແຫລະ ເຄີຍ ຢູ່ ກັບ ທ່ານ ຄົນ ນັ້ນ. ”
\v 57 ແຕ່ ເປໂຕ ປະຕິເສດ ວ່າ, “ນາງເອີຍ ຂ້ອຍ ບໍ່ເຄີຍ ຮູ້ຈັກ ຊາຍ ຄົນ ນັ້ນ. ”
\v 58 ຫລັງຈາກ ນັ້ນ ອີກ ໜ້ອຍໜຶ່ງ ກໍມີ ຊາຍ ຄົນໜຶ່ງ ເຫັນ ເປໂຕ ແລະ ເວົ້າ ວ່າ, “ໂຕ ເປັນ ຄົນ ໜຶ່ງ ໃນ ພວກ ນັ້ນ ເໝືອນກັນ. ” ແຕ່ ເປໂຕ ຕອບ ວ່າ, “ບໍ່ ບໍ່ແມ່ນ ດອກ.”
\s5
\v 59 ຢູ່ ມາ ປະມານ ຊົ່ວໂມງ ໜຶ່ງ ກໍມີຄົນ ໜຶ່ງ ອີກ ເວົ້າ ຢືນຢັນ ຢ່າງ ແຂງແຮງ ວ່າ, “ແມ່ນ ແທ້ໆ ຊາຍ ຄົນ ນີ້ ແຫລະ ເຄີຍ ຢູ່ກັບທ່ານຄົນນັ້ນ ເພາະລາວເປັນຊາວ ຄາລີເລ ເໝືອນກັນ. ”
\v 60 ແຕ່ ເປໂຕ ໄດ້ ຕອບວ່າ, “ຊາຍເອີຍເລື່ອງ ທີ່ ເຈົ້າເວົ້າເຖິງນັ້ນ ຂ້ອຍບໍ່ຮູ້ຈັກ. ” ໃນທັນໃດນັ້ນ ເມື່ອເປໂຕເວົ້າຍັງບໍ່ທັນຂາດຄໍາ ໄກ່ກໍຂັນຂຶ້ນ.
\s5
\v 61 ອົງພຣະ ຜູ້ ເປັນເຈົ້າ ໄດ້ ຊົງ ຫລຽວ ເບິ່ງ ເປໂຕ ແລ້ວ ເປໂຕ ກໍລະນຶກເຖິງ ຖ້ອຍຄໍາ ທີ່ ອົງພຣະ ຜູ້ເປັນເຈົ້າ ໄດ້ ຊົງ ກ່າວ ແກ່ ຕົນ ໄວ້ວ່າ, “ ຄືນ ນີ້ ກ່ອນ ໄກ່ ຂັນ ເຈົ້າ ຈະປະຕິເສດ ວ່າ ບໍ່ຮູ້ຈັກເຮົາເຖິງ ສາມເທື່ອ. ”
\v 62 ແລ້ວເປໂຕ ກໍ ອອກ ໄປ ຂ້າງນອກ ຮ້ອງໄຫ້ຢ່າງຂົມຂື່ນ ເປັນທຸກໜັກໃຈ.
\s5
\v 63 ຝ່າຍ ພວກ ທີ່ ຄຸມ ພຣະເຢຊູເຈົ້າ ນັ້ນ ຕ່າງ ກໍເຢາະເຢີ້ຍ ພຣະອົງ ແລະຕົບ ຕີພຣະອົງ.
\v 64 ພວກເຂົາເອົາ ຜ້າ ມັດ ຕາ ພຣະອົງ ແລະ ຖາມ ພຣະອົງ ວ່າ, “ທວາຍເບິ່ງດູ ວ່າ ແມ່ນ ຜູ້ໃດ ຕີມຶງ? ”
\v 65 ແລ້ວ ພວກເຂົາ ກໍໄດ້ເວົ້າ ໝິ່ນປະໝາດ ພຣະອົງ ໃນຫລາຍໆເລື່ອງ.
\s5
\v 66 ​ເມື່ອ​ຮຸ່ງ​ເຊົ້າ​ມາ ພວກ​ເຖົ້າ​ແກ່ ພວກ​ຫົວ​ໜ້າ​ປະ​​ໂຣ​ຫິດ ແລະພວກ​ທຳ​ມະ​ຈານ ໄດ້​ປະ​ຊຸມ​ກັນ ແລະ​ພວກ​ເຂົາ​ໄດ້​ຄ​ຸມ​ຕົວ​ພ​ຣະ​ອົງ ມາ​ຢູ່​ຕໍ່​ໜ້າ​ສະ​ພາ​ສູງ​ສຸດ.
\v 67 ພວກ​ເຂົາ​ໄດ້​ຖາມ​ວ່າ, "ບອກ​ພວກ​ເຮົາ​ມາ​ເບິ່ງ​ດູ​ວ່າ ເຈົ້າ​ເປັນ​ພ​ຣະ​ຄ​ຣິດ​ບໍ?" ພ​ຣະ​ອົງ​ຕອບ​ວ່າ, "ເຖິງ​ເຮົາ​ຈະ​ບອກ​ເຈົ້າ​ທັງ​ຫລາຍ ພວກ​ເຈົ້າ​ກໍ​ຈະ​ບໍ່​ເຊື່ອ​ເຮົາ​ດອກ.
\v 68 ເຖິງ​ເຮົາ​ຈະ​ຖ​າມ​ພວກ​ເຈົ້າ ພວກ​ເຈົ້າ​ກໍ​ຈະ​ບໍ່​ຕອບ​ເຮົາ.
\s5
\v 69 ແຕ່​ວ່າ ຕັ້ງ​ແຕ່ນີ້​ໄປ ບຸດ​ມະ​ນຸດ​ຈະ​ນັ່ງ​ທີ່​ເບື້ອງ​ຂວາ​ຂອງ​ພ​ຣະ​ເຈົ້າ ອົງ​ຊົງ​ຣິດ​ອຳ​ນາດ​ຍິ່ງ​ໃຫ​ຍ່."
\v 70 ພວກ​ເຂົາ​ທັງ​ໝົດ​ຈຶ່ງ​ຖາມ​ວ່າ, "ຖ້າ​ດັ່ງ​ນັ້ນ ເຈົ້າ​ເປັນ​ພ​ຣະ​ບຸດ​ຂອງ​ພ​ຣະ​ເຈົ້າ​ບໍ?" ພ​ຣະ​ອົງ​ຕອບ​ພວກ​ເຂົາ​ວ່າ, "ເຈົ້າ​ທັງ​ຫລາຍ​ເວົ້າ​ວ່າ ເຮົາ​ເປັນ​ດັ່ງ​ນັ້ນ​ແຫລະ."
\v 71 ແລ້ວ​ພວກ​ເຂົາ​ກໍ​ເວົ້າ​ວ່າ, "ພວກ​ເຮົາ​ບໍ່​ຕ້ອງ​ການ​ພະ​ຍານ​ຫລັກ​ຖານ​ໃດໆ​ອີກ​ແລ້ວ ພວກ​ເຮົາ​ເອງ​ຕ່າງ​ກໍ​ໄດ້​ຍິນ​ຄຳ​ເວົ້າ​ຈາກ​ປາກ​ຂອງ​ມັນ​ເອງ​ແລ້ວ."
\s5
\c 23
\p
\v 1 ແລ້ວ ທີ່ ປະຊຸມ ທັງໝົດ ໄດ້ ລຸກ ຂຶ້ນ ແລະ ຄຸມ ຕົວ ພຣະເຢຊູເຈົ້າ ໄປ ຫາ ປີລາດ.
\v 2 ໃນທີ່ນັ້ນ ພວກເຂົາ ໄດ້ເລີ່ມ ກ່າວ ຟ້ອງ ພຣະອົງວ່າ, “ ພວກເຮົາ ຈັບ ຄົນນີ້ໄດ້ ໃນຂະນະທີ່ ກໍາລັງ ຊັກຊວນ ປະຊາຊົນ ຂອງ ພວກເຮົາ ໃຫ້ກໍ່ ການ ປັ່ນປ່ວນ ໂດຍ ຫ້າມ ບໍ່ໃຫ້ເສຍສ່ວຍ ແກ່ ຈັກກະພັດ ແລະ ອ້າງຕົນວ່າ ເປັນ ພຣະຄຣິດ ຄື ກະສັດ ຜູ້ໜຶ່ງ.”
\s5
\v 3 ດັ່ງນັ້ນ ປີລາດ ຈຶ່ງ ຖາມ ພຣະອົງ ວ່າ, “ ເຈົ້າ ເປັນ ກະສັດ ຂອງ ຊາວ ຢິວ ບໍ? ” ພຣະອົງ ຊົງ ຕອບ ວ່າ, “ທ່ານ ເວົ້າ ເອງ. ”
\v 4 ແລ້ວ ປີລາດ ກໍເວົ້າ ກັບ ພວກ ຫົວໜ້າ ປະໂຣຫິດ ແລະ ປະຊາຊົນວ່າ, “ເຮົາ ບໍ່ ເຫັນ ຄວາມຜິດ ໃນ ຊາຍ ຜູ້ ນີ້ ຈັກ ປະການ. ”
\v 5 ແຕ່ ພວກເຂົາ ເວົ້າ ຢືນຢັນ ຕື່ມ ຢ່າງ ໜັກແໜ້ນວ່າ, “ ຄົນ ນີ້ ໄດ້ ຍຸຍົງ ຄົນ ທັງຫລາຍ ໃຫ້ ລຸກ ຮື້ ຂຶ້ນ ແລະ ສັ່ງສອນ ທົ່ວ ທັງ ແຂວງ ຢູດາຍ ເລີ່ມຕົ້ນ ທີ່ ແຂວງ ຄາລີເລ ແລະ ບັດນີ້ກໍ ມາ ຮອດ ທີ່ ນີ້ ແລ້ວ.”
\s5
\v 6 ເມື່ອ ປີລາດ ໄດ້ຍິນ ພວກເຂົາ ເວົ້າຊື່ ຄາລີເລ ຈຶ່ງ ຖາມວ່າ, “ ຊາຍ ຄົນ ນີ້ ເປັນ ຊາວ ຄາລີເລ ບໍ? ”
\v 7 ພໍໄດ້ຮູ້ ວ່າ ພຣະເຢຊູເຈົ້າ ມາ ຈາກ ຂົງເຂດ ທີ່ ເຮໂຣດ ປົກຄອງ ເພິ່ນ ຈຶ່ງ ສົ່ງ ພຣະອົງ ໄປຫາເຮໂຣດ ຜູ້ທີ່ ໃນ ເວລາ ນັ້ນ ຍັງ ຢູ່ ໃນ ນະຄອນ ເຢຣູຊາເລັມ.
\s5
\v 8 ເຮໂຣດ ດີໃຈທີ່ສຸດ ເມື່ອໄດ້ເຫັນ ພຣະເຢຊູເຈົ້າ ເພາະ ເພິ່ນ ໄດ້ຍິນ ເຖິງ ເລື່ອງ ພຣະອົງ ແລະ ລໍຄອຍ ທີ່ ຢາກ ຈະ ເຫັນ ພຣະອົງ ມາດົນ ແລ້ວ ເພິ່ນ ຫວັງ ທີ່ ຈະ ເຫັນ ພຣະເຢຊູເຈົ້າ ເຮັດ ການ ອັດສະຈັນ ບາງ ປະການ.
\v 9 ດັ່ງນັ້ນ ເຮໂຣດ ຈຶ່ງ ຖາມ ພຣະເຢຊູເຈົ້າ ຫລາຍ ຂໍ້ ແຕ່ ພຣະອົງ ບໍ່ ຕອບຈັກຄໍາ.
\v 10 ພວກ ຫົວໜ້າ ປະໂຣຫິດ ແລະ ພວກ ທໍາມະຈານ ກໍຢູ​່ ທີ່ນັ້ນ ກ່າວ ຟ້ອງ ພຣະອົງ ຢ່າງ ແຂງແຮງ.
\s5
\v 11 ຝ່າຍ ເຮໂຣດ ກັບ ທະຫານ ຂອງຕົນ ຕ່າງ ກໍເຢາະເຢີ້ຍ ແລະ ດູໝິ່ນ ພຣະອົງ ແລ້ວ ພວກເຂົາ ກໍເອົາ ເສື້ອ ໂຕ ທີ່ ງົດງາມ ໃຫ້ພຣະອົງ ນຸ່ງ ແລະ ສົ່ງ ພຣະອົງ ຄືນ ໄປ ຫາ ປີລາດ.
\v 12 ໃນ ວັນ ນັ້ນ ເອງ ເຮໂຣດ ກັບ ປີລາດ ໄດ້ຄືນ ດີກັນ, ແຕ່ ກ່ອນ ທັງສອງ ເປັນ ສັດຕູ ຕໍ່ ກັນ.
\s5
\v 13 ແລ້ວ ປີລາດ ກໍເອີ້ນ ພວກ ຫົວໜ້າ ປະໂຣຫິດ ບັນດາ ຜູ້ນໍາ ແລະ ປະຊາຊົນ ມາ ປະຊຸມ ກັນ
\v 14 ແລະ ເວົ້າ ກັບ ພວກເຂົາ ວ່າ, “ເຈົ້າ ທັງຫລາຍ ໄດ້ ນໍາ ຊາຍ ຄົນ ນີ້ ມາ ແລະ ກ່າວຫາ ວ່າ ລາວ ເປັນ ຜູ້ ຊັກຊວນ ປະຊາຊົນ ໃຫ້ ຫລົງ ຜິດ ບັດນີ້ ເຮົາ ສືບສວນ ລາວ ຊ້ອງໜ້າ ພວກເຈົ້າ ແລ້ວ ແລະ ເຮົາ ບໍ່ ເຫັນ ຄວາມຜິດ ໃນ ຂໍ້ໃດ ຂໍ້ໜຶ່ງ ຕາມ ທີ່ ພວກເຈົ້າ ກ່າວຫາ ລາວ ນັ້ນ ແຕ່ ປະການ ໃດ.
\s5
\v 15 ຕະຫລອດ ທັງ ເຮໂຣດ ດ້ວຍ ກໍບໍ່ ພົບ ຄວາມຜິດ ແຕ່ ປະການ ໃດ ເໝືອນ​ ກັນ ຈຶ່ງ ສົ່ງ ລາວ ກັບ ມາ ຍັງ ພວກເຮົາ ຊາຍ ຄົນ ນີ້ ບໍ່ໄດ້ ເຮັດ ຜິດ ປະການ ໃດ ທີ່ ສົມຄວນ ຕ້ອງ ຕາຍ.
\v 16 ດັ່ງນັ້ນ ເຮົາ ຈຶ່ງ ສັ່ງ ໃຫ້ຂ້ຽນ ລາວ ແລ້ວ ປ່ອຍ ລາວ ໄປ. ”
\v 17 [ ດ້ວຍວ່າ, ໃນ ງານ ເທດສະການ ນັ້ນ ເພິ່ນ ຕ້ອງ ປ່ອຍ ຄົນ ໜຶ່ງ ໃຫ້ ພວກເຂົາ. ] [ຊ]
\s5
\v 18 ປະຊາຊົນ ທັງໝົດ ຮ້ອງ ຂຶ້ນ ພ້ອມ ກັນ ວ່າ, “ເອົາ ມັນ ໄປ ຂ້າ ເສຍ ແລ້ວ ຈົ່ງ ປ່ອຍ ບາຣາບາ ໃຫ້ ພວກເຮົາ. ”
\v 19 (ບາຣາບາ ຜູ້ນີ້ ຖືກ ຄຸກ ເພາະ ການ ຈະລາຈົນ ທີ່ ໄດ້ ເກີດຂຶ້ນ ໃນ ເມືອງ ແລະ ເພາະ ຂ້າ ຄົນ.)
\s5
\v 20 ສ່ວນ ປີລາດ ນັ້ນ ຍັງ ຕ້ອງການ ທີ່ ຈະ ປ່ອຍ ພຣະເຢຊູເຈົ້າ. ດັ່ງນັ້ນ ເພິ່ນ​ຈ​ຶ່ງ ຮຽກຮ້ອງກັບປະຊາຊົນອີກ.
\v 21 ແຕ່ ພວກເຂົາຮ້ອງຕອບຄືນວ່າ, “ຄຶງມັນໄວ້ ທີ່ ໄມ້ກາງແຂນ ຄຶງມັນໄວ້ທີ່ໄມ້ກາງແຂນ. ”
\v 22 ປີລາດ ເວົ້າ ກັບ ປະຊາຊົນ ເປັນ ເທື່ອ ທີສາມ ວ່າ, “ເປັນຫຍັງ ຈຶ່ງ ຄຶງ ຜູ້ນີ້ ໄດ້ເຮັດຜິດຫຍັງ? ເຮົາບໍ່ພົບລາວເຮັດ ຜິດຫຍັງ ທີ່ ສົມຄວນ ຕ້ອງ ຕາຍ ສະນັ້ນ ເມື່ອ ເຮົາ ສັ່ງ ໃຫ້ ຂ້ຽນ ແລ້ວ ກໍຈະ ປ່ອຍ ລາວ ໄປ.”
\s5
\v 23 ແຕ່ ປະຊາຊົນ ພ້ອມ ກັນ ຮ້ອງ ຂຶ້ນ ຈົນ ສຸດ ສຽງ ເພື່ອ ໃຫ້ພຣະອົງ ຖືກຄືງໄວ້ ທີ່ໄມ້ກາງແຂນ ແລະ ໃນທີ່ສຸດ ສຽງ ໂຮຮ້ອງ ຂອງ ພວກເຂົາ ກໍຊະນະ.
\v 24 ດັ່ງນັ້ນ ປີລາດ ຈຶ່ງ ຕັດສິນ ໃຫ້ເປັນ ໄປ ຕາມ ຄໍາ ຂໍຮ້ອງ ຂອງ ພວກເຂົາ.
\v 25 ເພິ່ນ ໄດ້ປ່ອຍ ຄົນ ທີ່ ພວກເຂົາ ຕ້ອງການ ຄືຜູ້ ທີ່ ຖືກ ຂັງ ຄຸກ ຢູ່ ເພາະ ການ ຈະລາຈົນ ແລະ ຂ້າ ຄົນ ແລະ ເພິ່ນ ໄດ້ ມອບ ພຣະເຢຊູເຈົ້າ ໃຫ້ ພວກເຂົາ ເອົາ ໄປ ເຮັດ ຕາມ ຄວາມ ຕ້ອງການ ຂອງ ພວກເຂົາ.
\s5
\v 26 ເມື່ອ ພວກເຂົາ ພາ ພຣະອົງ ອອກ ໄປ ພວກເຂົາ ໄດ້ ຈັບ ຊີໂມນ ໄທ ກີເຣເນ ທີ່ ກໍາລັງ ມາ ຈາກ ບ້ານນອກ ແລ້ວ ເອົາ ໄມ້ກາງແຂນ ວາງ ໃສ່ ໃຫ້ ແບກ ຕາມ ພຣະເຢຊູເຈົ້າ ໄປ.
\s5
\v 27 ປະ​ຊາ​ຊົນ​ຢ່າງ​ໜາ​ແໜ້ນ ໄດ້​ຕາມ​ພ​ຣະ​ເຢ​ຊູ​ເຈົ້າ​ໄປ ໃນ​ທ່າມ​ກາງ​ປະ​ຊາ​ຊົນ​ນັ້ນ ມີ​ແມ່​ຍິງ​ບາງ​ຄົນ ຕີ​ເອິກ​ຮ້ອງ​ໄຫ້​ສຳ​ລັບ​ພ​ຣະ​ອົງ
\v 28 ພ​ຣະ​ເຢ​ຊູ​ເຈົ້າ ຊົງ​ຫັນ​ໜ້າ​ມາ​ທາງ​ພວກ​ນາງ ແລະ​ກ່າ​ວ ວ່າ, "ຍິງ​ຊາວ​ນະ​ຄອນ​ເຢ​ຣູ​ຊາ​ເລັມ​ເອີຍ, ຢ່າ​ສູ່​ຮ້ອງ​ໄຫ້​ສົງ​ສານ​ເຮົາ, ແຕ່​ຈົ່ງ​ຮ້ອງ​ໄຫ້​ສົງ​ສານ​ພວກ​ເຈົ້າ​ເອງ ກັບ​ລູກ​ໆ​ຂອງ​ພວກ​ເຈົ້າ.
\s5
\v 29 ດ້ວຍ​ວ່າ, ວັນ​ທັງ​ຫລາ​ຍຳ​ກ​ລັງ​ຈະ​ມາ​ເຖິງ​ແລ້ວ ຄົນ​ກໍ​ຈະ​ເວົ້າ​ກັນ​ວ່າ, 'ຍິງ​ທີ່​ເປັນ​ໝັນ ຍິງ​ທີ່ບໍ່​ເຄີ​ຍ ອອກ​ລູກ ແລະ​ຍິງ​ທີ່​ບໍ່​ເຄີຍ​ລ້ຽງ​ລູກ ພວກ​ເຈົ້າ​ກໍ​ເປັນ​ສຸກ​ແທ້​ນໍ'
\v 30 ໃນ​ເວ​ລານັ້ນ ປະ​ຊາ​ຊົນ​ກໍ​ຈະ​ເວົ້າ​ກັ​ບ​ພູ​ທັງ​ຫລາຍ​ວ່າ, 'ຈົ່ງ​ເຈື່ອນ​ລົງ​ມ​າ​ທັບ​ພວກ​ເຮົາ​ສາ' ແລະ​ເວົ້າ​ກັບ​ໂນນ​ພູ​ທັງ​ຫລາຍ​ວ່າ, 'ຈົ່ງ​ປົກ​ບັງ​ພວກ​ເຮົາ​ໄວ້​ເທີ້ນ'
\v 31 ດ້ວຍ​ວ່າ, ໃນ​ເມື່ອ​ເຂົາ​ເຮັດ​ເຊັ່ນ​ນີ້​ກັບ​ໄມ້​ທີ່​ຍັງ​ດິບ ເຂົາ​ຈະ​ເຮັດ​ຢ່າງ​ໃດ​ກັ​ບ​ໄມ​້​ທີ່​ແຫ້ງ​ແລ້ວ?"
\s5
\v 32 ມີ​ອີກ​ສອງ​ຄົ​ນ ທີ່​ເປັນ​ຜູ້​ຮ້າຍ​ທີ່​ຖືກ​ພວກ​ທະ​ຫານ​ຄຸມ ເພື່ອ​ນຳ​ໄປ​ປະ​ຫານ​ຮ່ວມ​ກັບ​ພ​ຣະ​ເຢ​ຊູ​ເຈົ້າ.
\s5
\v 33 ເມື​່ອ​ມາ​ຮອດ​ບ່ອນ​ທີ່​ມີ​ຊື່​ວ່າ "ກະ​ໂຫລກ​ຫົວ" ພວກ​ທະ​ຫານ​ກໍ​ຄຶງ​ພ​ຣະ​ອົງ​ໄວ້​ທີ່​ໄມ້​ກາງ​ແຂນ ພ້ອມ​ກັບ​ຜູ້​ຮ້າຍ​ສອງ​ຄົນ ຄື ຜູ້​ໜຶ່ງ​ຢູ່​ເບື້ອງ​ຂວາ ແລະ​ຜູ້​ໜຶ່ງ​ອີກ​ຢູ່​ເບື້ອງ​ຊ້າຍ.
\v 34 ພ​ຣະ​ເຢ​ຊູ​ເຈົ້າ​ພາ​ວັນ​ນາ​ອະ​ທິ​ຖານ​ວ່າ, "ພ​ຣະ​ບິ​ດາ​ເຈົ້າ​ເອີຍ ໂຜດ​ຍົກ​ໂທດ​ໃຫ້​ພວກ​ເຂົາ​ດ້ວຍ​ຖ້ວຍ ເພາະ​ພວກ​ເຂົາ​ບໍ່​ຮູ້​ຈັກ​ວ່າ ພວກ​ເຂົາ​ກຳ​ລັງ​ເຮັດ​ຫ​ຍັງ." [ຍ] ແລ້ວ​ພວກ​ທະ​ຫານ​ກໍ​ແບ່ງ​ປັນ​ເຄື່ອງ​ນຸ່ງ​ຂອງ​ພ​ຣະ​ອົງ ໂດຍ​ໃຊ້​ສະ​ຫລາກ.
\s5
\v 35 ຝ່າຍ​ປະ​ຊາ​ຊົນ​ກໍ​ຢືນ​ເບິ່ງ​ຢູ່​ທີ່ນັ້ນ, ຂະ​ນະ​ທີ່​ບັນ​ດາ​ຜູ້​ນຳ​ຊາວ​ຢິວ​ເຢາະ​ເຢີ້ຍ​ພ​ຣະ​ອົງ​ວ່າ, "ຖ້າ​ລາວເປັນ​ພ​ຣະ​ຄ​ຣິດ ຜູ້​ທີ່​ພ​ຣະ​ເຈົ້າ​ໄດ້​ເລືອກ​ໄວ້​ນັ້ນ ລາວ​ຊ່ວຍ​ຄົນ​ອື່ນ​ໄດ້​ໃຫ້​ຊ່ວຍ​ຕົນ​ເອງ​ເບິ່ງ​ດູ"
\s5
\v 36 ພວກ​ທະ​ຫານ​ກໍ​ໄດ້​ເຢາະ​ເຢີ້ຍ​ພ​ຣະ​ອົງ​ເໝ​ືອນ​ກັນ ພວກ​ເຂົາ​ເຂົ້າ​ມາ​ຫາ​ພ​ຣະ​ອົງ ແລ້ວ​ເອົາ​ເຫລົ້າ​ອະ​ງຸ່ນ​ສົ້ມ​ໃຫ້​ພ​ຣະ​ອົງ​ດື່ມ
\v 37 ແລະ​ ເວົ້າ​ວ່າ, "ຖ້​າ​ໂຕ​ເປັນ​ກະ​ສັດ​ຂອງ​ຊາວ​ຢິວ​ແທ້ ຈົ່ງ​ຊ່ອຍ​ຕົວ​ເອງ​ແມ."
\v 38 ເທິງ​ຫົວ​ຂອງ​ພຣະ​ອົງ ມີ​ປ້າຍ​ໄມ້​ພ້ອມ​ກັບ​ມີ​ຂໍ້​ຄວາມ​ຂຽນ​ວ່າ, "ຜູ້ນີ້​ເປັນ​ກະ​ສັດ​ຂອງ​ຊາດ​ຢິວ."
\s5
\v 39 ຝ່າຍ​ຄົນ​ໜຶ່ງ​ໃນ​ຜູ້​ຮ້າຍ ທີ່​ຖືກ​ຄຶງ​ໄວ້​ໄດ້​ເວົ້າ​ໝິ່ນ​ປະ​ໝາດ​ຕໍ່​ພ​ຣະ​ອົງ​ວ່າ, "ເຈົ້າ​ເປັນ​ພ​ຣະ​ຄ​ຣິດ ບໍ່​ແມ່ນ​ບໍ? ຈົ່ງ​ຊ່ວຍ​ຕົນ​ເອງ​ກັບ​ຊ່ວຍ​ເຮົາ​ໃຫ້​ພົ້ນ​ເສຍ."
\v 40 ແຕ່​ຜູ້​ຮ້າຍ​ຄົນ​ໜຶ່ງ​ອີ​ກ​ຕຳ​ໜິ​ລາວ​ ແລະ​ເວົ້າ​ວ່າ, "ໂຕບໍ່​ຢ້ານ​ພ​ຣະ​ເຈົ້າ​ບໍ? ໂຕ​ກໍ​ຖືກ​ໂທດ​ເໝ​ືອນ​ກັນ​ກັບ​ເພິ່ນ.
\v 41 ແຕ່​ສຳ​ລັບ​ພວກ​ເຮົາ​ກໍ​ສົມ​ກັບ​ໂທດນີ້​ແທ້ ເພາະ​ພວກ​ເຮົາ​ກຳ​ລັງ​ຮັບ​ຜົນ​ກຳ​ທີ່​ພວກ​ເຮ​ົ​າ​ໄດ້​ເຮັດ, ແຕ່ເພິ່ນບໍ່​ໄດ້​ເຮັດ​ຜິດ​ຫ​ຍັງ​ເລີຍ."
\s5
\v 42 ​ແລ້ວ​ລາວ​ກໍ​ເວົ້າ​ກັບ​ພ​ຣະ​ເຢ​ຊູ​ເຈົ້າ​ວ່າ, "ພ​ຣະ​ເຢ​ຊູ​ເຈົ້າ​ເອີຍ ເມ​ື່ອ​ໃດ​ທີ່​ທ່ານ​ມາ​ໃນ​ແຜ່ນ​ດິນ​ຂອງ​ທ່ານ ໂຜດ​ລະ​ນຶກ​ເຖິງ​ຂ້າ​ນ້ອຍ​ດ້ວຍ​ເທີ້ນ."
\v 43 ພ​ຣະ​ເຢ​ຊູ​ເຈົ້າ​ຊົງ​ຕອບ​ລາວ​ວ່າ, "ເຮົາ​ບອກ​ເຈົ້າ​ຕາມ​ຄວາມ​ຈິງວ່າ ວັນ​ນີ້​ເຈົ້າ​ຈະ​ໄດ້​ຢູ່​ກັບ​ເຮົາ​ໃນ​ທີ່​ສຸກ​ກະ​ເສີມ."
\s5
\v 44 ພໍ​ເຖິງ​ເວ​ລາ​ທ່ຽງ ກໍ​ເກີດ​ມືດ​ມົວ​ທົ່ວ​ແຜ່ນ​ດິນ ຈົ່ງ​ເຖິງ​ເວ​ລາ​ບ່າຍ​ສາມ​ໂມງ,
\v 45 ຜ້າກັ້ງ​ທີ່​ກາງ​ໄວ້​ໃນ​ພ​ຣະ​ວິ​ຫານ ກໍ​ຖືກ​ຈີ​ກ ອອກ​ເປັນສອງ​ຕ່ອນ.
\s5
\v 46 ພ​ຣະ​ເຢ​ຊູ​ເຈົ້າ​ຮ້ອງ​ຂຶ້ນ​ດ້ວຍ​ສຽງ​ດັງ​ວ່າ, "ພ​ຣະ​ບິ​ດາ​ເຈົ້າ​ເອີຍ ລູກ​ຂໍ​ມອບ​ຈິດ​ວິນ​ຍານ​ຂອງ​ລູກ​ໄວ້​ໃນ​ກຳ​ມື​ຂອງ​ພ​ຣະ​ອົງ" ແລ້ວ​ພ​ຣະ​ອົງ​ກໍ​ຊົງ​ສິ້ນ​ພ​ຣະ​ຊົນ.
\v 47 ເມື່ອ​ນາຍ​ຮ້ອຍ​ທະ​ຫານ ເຫັນ​ເຫດ​ການ​ທີ່​ເກີດ​ຂຶ້ນ​ແລ້ວ ລາວ​ກໍ​ສັນ​ລະ​ເສີນ​ພ​ຣະ​ເຈົ້າ ໂດຍ​ເວົ້າ​ວ່າ, "ຈິງ​ແທ້​ແລ້ວ ທ່ານ​ຜູ້ນີ້ບໍ່​ມີ​ຄວາມ​ຜິດ."
\s5
\v 48 ເມື​່ອ​ປະ​ຊາ​ຊົນ​ທີ່​ໄດ້​ເຕົ້າ​ໂຮມ​ກັນ​ໃນ​ທີ່ນັ້​ນ ເພື່ອ​ເບິ່ງ​ເລື່ອງ​ແປກ​ປະ​ຫລາດ ທີ່​ເກີດ​ຂຶ້ນ ເມື່ອ​ໄດ້​ເຫັນ​ເຫດ​ການນັ້ນ​ແລ້ວ ຕ່າງ​ກໍ​ກັບ​ເມືອ​ເຮ​ືອນ​ຂອງ​ໃຜ​ລາວ ທັງ​ຕີ​ເອິກ​ດ້ວຍ​ຄວາມ​ທຸກ​ໃຈ.
\v 49 ທຸກ​ຄົນ​ທີ່​ຮູ້​ຈັກ​ພ​ຣະ​ເຢ​ຊູ​ເຈົ້າ​ເປັນ​ການ​ສ່ວນ​ຕົວ ຕະ​ຫລອດ​ທັງ​ພວກ​ແມ່​ຍິງ​ທີ່​ໄດ້​ຕິດ​ຕາມ​ພ​ຣະ​ອົງ​ມາ​ແຕ່​ແຂວງ ຄາ​ລີ​ເລ ຕ່າງ​ກໍ​ຢືນ​ເຝົ້າ​ຖ້າ​ເບິ່ງ​ຢູ່​ຫ່າງ ໆ.
\s5
\v 50 ແລະ​ເບິ່ງ​ແມ! ມີ​ຊາຍ​ຄົນ​ໜຶ່ງ ຊື່ ໂຢ​ເຊັບ ເປັນ​ສະ​ມາ​ຊິກ​ແຫ່ງ​ສານ​ສູງ​ສຸດ ເພິ່ນ​ເປັນ​ຄົນ​ດີ ແລະ​ສັດ​ຊື່.
\v 51 ເພິ່ນ​ຜູ້ນີ້ບໍ່​ໄດ້​ເຫັນ​ດີ​ຕາມ​ມະ​ຕິ ແລະ​ການ​ເຮັດ​ຂອງ​ພວກ​ເຂົາ ເພິ່ນ​ເປັນ​ໄທ​ບ້ານ​ຊອງ​ຊາດ​ຢິວ ທັງ​ເປັນ​ຜູ້​ຄອຍ​ຖ້າ ຣາ​ຊ​ອາ​ນາ​ຈັກ​ຂອງ​ພ​ຣະ​ເຈົ້າ.
\s5
\v 52 ເພິ່ນ​ໄດ້​ເຂົ້າ​ໄປ​ຫາ ປີ​ລາດ ແລະ​ຂໍ​ເອົາ​ພ​ຣະ​ສົບ​ຂອງ​ພ​ຣະ​ເຢ​ຊູ​ເຈົ້າ​.
\v 53 ແລ້ວ​ເພິ່ນ​ກໍ​ເອົາ​ພ​ະ​ສົບ​ນັ້ນ ລົງ​ຈາກ​ໄມ້​ກາງ​ແຂນ ໃຊ້​ຜ້າ​ປ່ານ​ຫໍ່​ແລະ​ນຳ​ໄປ​ວາງ​ໄວ້​ໃນ​ອຸບ​ມຸງ​ແຫ່ງ​ໜຶ່ງ ທີ່​ເຈາະ​ໄວ້​ໃນ​ໂງ່ນ​ຫິນ ແລະ​ອຸບ​ມຸງ​ນີ້​ຍັງ​ບໍ່​ເຄີຍ​ວາງ​ສົບ​ຜູ້​ໃດ​ຈັກ​ເທື່ອ.
\s5
\v 54 ວັນ​ນັ້ນ​ເປັນ​ວັນ​ຈັດ​ຕຽມ (ວັນ​ສຸກ) ແລະ​ເກືອບ​ຈະ​ເຖິງວັນ​ຊະ​ບາ​ໂຕ​ແລ້ວ.
\v 55 ສ່ວນ​ພວກ​ແມ່​ຍິງ​ທີ່​ຕິດ​ຕາມ​ພ​ຣະ​ອົງ​ມາ​ຈາກ​ແຂວງ​ຄາ​ລີ​ເລ ກໍ​ໄປ​ກັບ ໂຢ​ເຊັບ ແລະ​ໄດ້​ເຫັນ​ອ​ຸບ​ມຸງ. ພວກ​ນາງ​ໄດ້​ເຫັນ​ເຂົາ​ວາງ​ພ​ຣະ​ສົບ​ໄວ້​ຢູ່​ໃນ​ທີ່ນັ້ນ​ຢ່າງ​ໃດ.
\v 56 ແລ້ວ​ພວກ​ນາງ​ກໍ​ກັບ​ຄືນ​ເມືອ​ເຮືອນ ແລະ​ຈັກ​ຕຽມ​ເຄື່ອງ​ຫອມ ແລະ​ນ້ຳ​ມັນ​ຫອມ​ສຳ​ລັບ​ສົງ​ພ​ຣະ​ສົບ. ໃນ​ວັນ​ຊະ​ບາ​ໂຕ ພວກ​ນາງ​ຕ້ອງ​ຢຸດ​ພັກ​ຜ່ອນ​ຕາມ​ກົດ​ບັນ​ຍັດ.
\s5
\c 24
\p
\v 1 ແຕ່ ຮຸ່ງເຊົ້າ ຂອງ ວັນ ຕົ້ນ ສັບປະດາ (ວັນອາທິດ) ພວກ ແມ່ຍິງ ເຫລົ່ານັ້ນ ໄດ້ ໄປ ຍັງ ອຸບມຸງ ພ້ອມທັງ ຖື ເຄື່ອງຫອມ ທີ່ ພວກ ຕົນ ຈັດຕຽມ ໄວ້ ແລ້ວ ໄປ ນໍາ.
\v 2 ພວກ ນາງ ເຫັນ ກ້ອນຫິນ ໄດ້ ຖືກ ກຶ່ງ ອອກ ຈາກ ປາກ ອຸບມຸງ ແລ້ວ.
\v 3 ດັ່ງນັ້ນ ພວກ ນາງ ຈຶ່ງ ເຂົ້າ ໄປ, ແຕ່ ບໍ່ ເຫັນ ພຣະສົບ ຂອງ ພຣະເຢຊູເຈົ້າ.
\s5
\v 4 ເວລາ ຍິງ ເຫລົ່ານີ້ ຢືນ ຄິດເຖິງ ເຫດການ ນີ້ ຢູ່ ໃນ ທັນໃດນັ້ນ ກໍ ມີຊາຍ ສອງ ຄົນ ຢືນ ຢູ່ ໃກ້ ພວກ ນາງ ຊາຍ ສອງ ຄົນ ນີ້ ນຸ່ງ ເຄື່ອງ ເປັ່ງ ປະກາຍ ຈົນ ເຫຼື້ອມ ຕາ.
\v 5 ດ້ວຍ ຄວາມ ຢ້ານ ທີ່ສຸດ ພວກ ນາງ ຈຶ່ງ ກົ້ມ ຂາບລົງ ພື້ນດິນ ແລະ ຊາຍ ສອງ ຄົນ ກໍ ກ່າວ ວ່າ, “ເປັນຫຍັງ ພວກເຈົ້າ ຈຶ່ງ ຊອກ ຫາ ຄົນ ເປັນ ຢູ່ ໃນ ໝູ່ ຄົນຕາຍ?
\s5
\v 6 ພຣະອົງ ບໍ່ໄດ້ຢູ່ ທີ່ ນີ້ ພຣະອົງ ເປັນ ຄືນ ມາ ສູ່ ຊີວິດ ແລ້ວ ຈົ່ງ ລະນຶກເຖິງ ຖ້ອຍຄໍາ ທີ່ ພຣະອົງ ກ່າວ ແກ່ ພວກເຈົ້າ ເມື່ອ ພຣະອົງ ຢູ່ ໃນ ແຂວງ ຄາລີເລ ວ່າ,
\v 7 ‘ບຸດ ມະນຸດ ຕ້ອງ ຖືກ ມອບ ໄວ້ໃນ ມື ຂອງ ບັນດາ ຄົນບາບ ແລະ ຖືກ ຄຶງ ໄວ້ ທີ່ ໄມ້ກາງແຂນ ແລ້ວ ໃນ ວັນ ຖວ້ນ ສາມ ກໍຈະ ເປັນ ຄືນ ມາ ສູ່ ຊີວິດ.
\s5
\v 8 ແລ້ວ ແມ່ຍິງ ເຫລົ່ານີ້ ກໍລະນຶກເຖິງ ຖ້ອຍຄໍາ ຂອງ ພຣະອົງ
\v 9 ພວກ ນາງ ຈຶ່ງ ຈາກ ອຸບມຸງ ກັບ ເມືອ ບອກ ເຫດການ ເຫລົ່ານີ້ ທັງໝົດ ແກ່ ພວກ ສາວົກ ສິບເອັດ ຄົນ ແລະ ຄົນອື່ນໆ ທັງໝົດ ດ້ວຍ.
\v 10 ພວກ ແມ່ຍິງ ທີ່ ມາ ບອກ ຂ່າວ ນີ້ ມີ: ມາຣີ ໄທ ມັກດາລາ, ໂຢຮັນນາ, ມາຣີ ແມ່ ຂອງ ຢາໂກໂບ, ພວກ ແມ່ຍິງຄົນອື່ນໆ ທີ່ ຢູ່ ກັບ ພວກ ນາງ ກໍ ເລົ່າ ເຫດການ ຢ່າງ ດຽວກັນ ນີ້ ແກ່ ພວກ ອັກຄະສາວົກ.
\s5
\v 11 ຝ່າຍ ພວກ ອັກຄະສາວົກ ບໍ່ ເຊື່ອ ຄໍາ ເວົ້າ ຂອງ ພວກ ນາງ ເພາະ ຖື ວ່າ ເປັນ ຄໍາ ເວົ້າ ເປົ່າໆ.
\v 12 ແຕ່ ເປໂຕໄດ້ ລຸກ ຂຶ້ນ ແລະ ແລ່ນໄປທີ່ອຸບມຸງ ລາວ ກົ້ມ ລົງ ແລະ ເຫັນ ແຕ່ ຜ້າ ພັນ ພຣະສົບ ເທົ່ານັ້ນ ແລ້ວ ລາວ ກໍກັບຄືນເມືອເຮືອນ ດ້ວຍ ຄວາມ ປະຫລາດໃຈທີ່ສຸດ ຕໍ່ເຫດການທີ່ ໄດ້ ເກີດຂຶ້ນນັ້ນ. [ດ]
\s5
\v 13 ແລ້ວ ໃນ ວັນ ດຽວກັນ ນັ້ນ ເອງກໍ ມີ ສອງ ຄົນ ໃນ ພວກ ສາວົກ ກໍາລັງ ເດີນທາງ ໄປ ທີ່ ເມືອງ ເອມາອູດ ຊຶ່ງ ໄກ ຈາກ ນະຄອນ ເຢຣູຊາເລັມ ປະມານ ສິບເອັດ ກິໂລແມັດ,
\v 14 ແລະ ທັງສອງ ກໍາລັງ ສົນທະນາກັນ ເຖິງ ເຫດການ ທັງໝົດ ທີ່ ໄດ້ ເກີດຂຶ້ນ.
\s5
\v 15 ໃນ ຂະນະທີ່ ພວກເພິ່ນ ສົນທະນາ ແລະ ໂຕ້ຖຽງ ກັນ ໄປ ນັ້ນ ພຣະເຢຊູເຈົ້າ ກໍສະເດັດ ມາ ໃກ້ ແລະ ຮ່ວມ ເດີນທາງ ໄປ ກັບ ພວກເພິ່ນ,
\v 16 ພວກເພິ່ນເຫັນ ພຣະເຢຊູເຈົ້າ, ແຕ່ ມີ ສີ່ງ ປິດບັງ ບໍ່ ໃຫ້ ພວກເພິ່ນ ຈື່ ພຣະອົງໄດ້.
\s5
\v 17 ພຣະເຢຊູເຈົ້າ ຊົງ ຖາມ ພວກເພິ່ນ ວ່າ, “ຂະນະທີ່ ຍ່າງ ມາ ຕາມ ທາງ ພວກເຈົ້າ ໂຕ້ຖຽງ ກັນ ເຖິງ ເລື່ອງ ຫຍັງ? ” ແລ້ວ ພວກເພິ່ນ ກໍເຊົາ ຍ່າງ ແລະ ຢືນ ຢູ່ ຕ່າງ ກໍມີ ສີ ໜ້າ ເສົ້າໂສກ.
\v 18 ແລ້ວ ຄົນ ໜຶ່ງ ຊື່ ກະໂລປາ ໄດ້ທູນ ຖາມ ພຣະອົງ ວ່າ, “ໃນ ບັນດາ ແຂກ ເມືອງ ທີ່ ມາ ອາໄສ ຢູ່ ໃນ ນະຄອນ ເຢຣູຊາເລັມມີ ແຕ່ ທ່ານ ຜູ້ ດຽວ ບໍ ທີ່ ບໍ່ ຮູ້ເຫດການ ຊຶ່ງ ເກີດຂຶ້ນ ທີ່ ນັ້ນ ລະຫວ່າງ ວັນ ເຫລົ່ານີ້.”
\s5
\v 19 ພຣະອົງ ຊົງ ຖາມ ພວກເພິ່ນ ວ່າ, “ເຫດການ ອັນ ໃດ? ” ພວກເພິ່ນ ທູນ ຕອບວ່າ, “ເລື່ອງເຢຊູ ໄທນາຊາເຣັດ ທີ່ ສະແດງ ຕົວ ເປັນຜູ້ທໍານວາຍ ປະກອບ ດ້ວຍ ຣິດເດດ ໃນ ກິດຈະການ ແລະ ໃນ ຖ້ອຍຄໍາ ຕໍ່ໜ້າ ພຣະເຈົ້າ ແລະ ຕໍ່ໜ້າ ປະຊາຊົນ ທັງໝົດ.
\v 20 ຄື ພວກຫົວໜ້າ ປະໂຣຫິດ ແລະ ບັນດາ ຜູ້ ປົກຄອງ ຂອງ ພວກເຮົາ ໄດ້ ມອບ ເພິ່ນ ໃຫ້ ຖືກ ລົງໂທດ ເຖິງ ຕາຍ ແລະ ພວກເຂົາໄດ້ ຄຶງ ເພິ່ນ ໄວ້ທີ່ ໄມ້ກາງແຂນ.
\s5
\v 21 ພວກເຮົາ ເຄີຍ ຫວັງ ວ່າ ແມ່ນ ເພິ່ນ ຜູ້ນີ້ ແຫລະ ທີ່ ຈະ ເປັນ ຜູ້ ປົດປ່ອຍ ຊາດ ອິດສະຣາເອນ ໃຫ້ເປັນ ອິດສະຫລະ ນອກຈາກ ເລື່ອງ ທີ່ ກ່າວ ມາ ນັ້ນ ວັນນີ້ກໍ ເປັນ ວັນ ຖ້ວນ ສາມ ແລ້ວ ຕັ້ງແຕ່ ເຫດການ ໄດ້ ເກີດຂຶ້ນ.
\s5
\v 22 ນອກ ນັ້ນ ມີ ແມ່ຍິງ ບາງຄົນ ໃນ ພວກເຮົາ ສ້າງ ຄວາມ ປະຫລາດ ໃຈ ໃຫ້ ແກ່ ພວກເຮົາ ຄື ພວກ ນາງ ໄດ້ໄປທີ່ອຸບມຸງ ແຕ່ເຊົ້າໆ
\v 23 ແຕ່ ບໍ່ ພົບ ພຣະສົບ ຂອງ ເພິ່ນ ແມ່ຍິງ ເຫລົ່ານັ້ນ ກັບ ມາ ບອກ ວ່າ ພວກ ນາງ ໄດ້ ເຫັນ ເທວະດາ ປາກົດ ແລະ ເທວະດາ ນັ້ນ ໄດ້ ບອກ ວ່າ ເພິ່ນ ເປັນ ຄືນ ມາ ສູ່ ຊີວິດ ແລ້ວ.
\v 24 ບາງຄົນ ໃນ ກຸ່ມ ຂອງ ພວກເຮົາ ໄດ້ໄປທີ່ອຸບມຸງ ແລະ ໄດ້ ພົບ ເຫັນ ທຸກສິ່ງ ຕາມ ທີ່ ພວກ ແມ່ຍິງ ໄດ້ບອກ ນັ້ນ, ແຕ່ ພວກເພິ່ນ ບໍ່ໄດ້ ເຫັນ ພຣະອົງ.”
\s5
\v 25 ແລ້ວ ພຣະເຢຊູເຈົ້າ ​ກໍກ່າວ ແກ່ ພວກເພິ່ນວ່າ, “ໂອ ຄົນໂງ່ເອີຍ ພວກເຈົ້າ ຊ່າງ ມີໃຈ ເສີຍຊ້າ ແທ້ ທີ່ ຈະເຊື່ອຟັງທຸກ ຖ້ອຍຄໍາ ຊຶ່ງ ບັນດາ ຜູ້ທໍານວາຍ ໄດ້ກ່າວ ໄວ້
\v 26 ຈໍາເປັນ ທີ່ ພຣະຄຣິດ ຕ້ອງທົນທຸກ ທໍລະມານ ຕໍ່ ສິ່ງ ເຫລົ່ານີ້ ແລ້ວ ເຂົ້າ ໄປໃນຣັດສະໝີ ຂອງພຣະອົງໃນສະຫວັນ ສະຖານ ບໍ່ແມ່ນບໍ? ”
\v 27 ແລ້ວພຣະອົງ ຈຶ່ງ ຊົງ ອະທິບາຍ ພຣະຄໍາພີທຸກຕອນ ທີ່ ກ່າວ ເຖິງເລື່ອງພຣະອົງ ສູ່ ພວກເພິ່ນຟັງ ຄື ເລີ່ມແຕ່ໂມເຊຕະຫລອດ ເຖິງ ພວກ ຜູ້ທໍານວາຍ.
\s5
\v 28 ພໍມາ ໃກ້ບ້ານ ທີ່ ພວກເພິ່ນ ກໍາລັງ ຈະໄປນັ້ນ ພຣະເຢຊູເຈົ້າເຮັດ ຄື ຈະສະເດັດ ຜ່ານໄປເລີຍ,
\v 29 ແຕ່ ພວກເພິ່ນ ທັງສອງ ໄດ້ຊັກຊວນ ໃຫ້ພຣະອົງຢູ່ ໂດຍເວົ້າວ່າ, “ເຊີນ ພັກ ຄ້າງຄືນ ຢູ່ກັບ ພວກເຮົາສາ ເພາະ ໃກ້ຈະຄໍ່າມືດແລ້ວ. ” ດັ່ງນັ້ນ ພຣະອົງ ຈຶ່ງເຂົ້າໄປພັກຢູ່ກັບພວກເພິ່ນ.
\s5
\v 30 ເມື່ອ ພຣະອົງ ນັ່ງ ລົງຮັບປະທານ ອາຫານ ກັບ ພວກເພິ່ນ ພຣະອົງ ກໍຈັບ ເອົາ ເຂົ້າຈີ່ ກ່າວ ໂມທະນາ ຂອບພຣະຄຸນ ແລະ ຫັກເຂົ້າຈີ່ ນັ້ນຍື່ນໃຫ້ ພວກເພິ່ນ.
\v 31 ແລ້ວ ຕາ ຂອງ ພວກເພິ່ນ ຖືກ ເປີດ ໃຫ້ ສະຫວ່າງຂຶ້ນ ແລະຈື່ ພຣະອົງໄດ້, ແຕ່ ພຣະອົງ ໄດ້ ຫາຍໄປຈາກພວກເພິ່ນ.
\v 32 ພວກເພິ່ນຈຶ່ງເວົ້າກັນວ່າ, “ເມື່ອ ພຣະອົງ ຊົງເວົ້ານໍາ ພວກເຮົາຕາມທາງ ແລະ ໄດ້ ຊົງ ອະທິບາຍ ພຣະຄໍາພີໃຫ້ ພວກເຮົາຟັງ ນັ້ນ ໃຈ ຂອງພວກເຮົາ ​ກໍ ຮ້ອນຮົນ ເໝືອນໄຟ ພາຍໃນພວກເຮົາ ບໍ່ແມ່ນ ຫລື. ”
\s5
\v 33 ໃນ ທັນໃດນັ້ນ ເພິ່ນ ທັງສອງ ກໍລຸກ ຂຶ້ນ ກັບຄືນໄປນະຄອນເຢຣູຊາເລັມ ໃນ ທັນທີ ແລະ ໃນທີ່ນັ້ນ ພວກເພິ່ນ ໄດ້ພົບ ກັບສາວົກສິບເອັດຄົນ ກັບ ຄົນອື່ນໆ ຊຸມນຸມກັນຢູ່
\v 34 ຕ່າງ ກໍເວົ້າວ່າ, “ອົງພຣະ ຜູ້ເປັນຈົ້າ ເປັນ ຄືນມາຢ່າງແທ້ຈິງ ແລະ ໄດ້ປາກົດໃຫ້ ຊີໂມນເຫັນ. ”
\v 35 ແລ້ວ ທັງສອງ ກໍເລົ່າເຫດການ ທີ່ ໄດ້ເກີດຂຶ້ນ ຕາມທາງ ແລະ ການ ທີ່ ພຣະອົງໄດ້ຊົງ ເຮັດໃຫ້ ພວກເພິ່ນ ຮູ້ຈັກພຣະອົງເອງ ໂດຍ ການຊົງຫັກເຂົ້າຈີ່ນັ້ນ.
\s5
\v 36 ເມື່ອ ທັງສອງ ກໍາລັງເລົ່າເຫດການ ທັງຫລາຍ ຢູ່ໃນທັນໃດ ພຣະເຢຊູເຈົ້າ ກໍ ຢືນຢູ່ທ່າມກາງ ພວກເພິ່ນ ແລະ ກ່າວແກ່ ພວກເພິ່ນວ່າ, “ສັນຕິສຸກ ຈົ່ງມີແກ່ເຈົ້າ ທັງຫລາຍ. ” [ຕ]
\v 37 ທຸກຄົນ ຕ່າງ ກໍ ຕົກໃຈຢ້ານຢ່າງໃຫຍ່ ໂດຍ ຄິດ ວ່າ ພວກ ຕົນ ເຫັນຜີ.
\s5
\v 38 ແຕ່ ພຣະອົງ ຖາມ ພວກເພິ່ນວ່າ, “ເປັນຫຍັງ ພວກເຈົ້າ ຈຶ່ງ ແຕກຕື່ນ ຕົກໃຈ? ເປັນຫຍັງ ຄວາມ ສົງໄສເຫລົ່ານີ້ ຈຶ່ງ ເກີດຂຶ້ນ ໃນຈິດໃຈ ຂອງ ພວກເຈົ້າ?
\v 39 ຈົ່ງ ເບິ່ງມື ແລະຕີນ ຂອງເຮົາດູ ນີ້ ແມ່ນ ເຮົາເອງແທ້ຈົ່ງ ຄໍາເບິ່ງຕົວເຮົາ ແລະ ພວກເຈົ້າ ກໍຈະ ຮູ້ ເພາະວ່າ ​ຜີ ບໍ່​ມີ ເນື້ອໜັງ ບໍ່ມີກະດູກ ດັ່ງ ທີ່ ພວກເຈົ້າ ເຫັນ ເຮົາ ມີຢູ່ ນີ້. ”
\v 40 ເມື່ອ ກ່າວ ເຊັ່ນນີ້ ແລ້ວ ພຣະອົງ ກໍຊົງ ສໍາແດງ ໃຫ້ ພວກເພິ່ນ ເຫັນ ມືແລະ ຕີນ ຂອງ ພຣະອົງ. [ຖ]
\s5
\v 41 ເມື່ອ ຍັງ ບໍ່ ວາງໃຈເຊື່ອ ເພາະ ຄວາມ ຊົມຊື່ນ ຍິນດີອັນ ໃຫຍ່ ແລະ ການ ປະຫລາດ ໃຈ ທີ່ ພວກເພິ່ນ ມີ ຢູ່ ນັ້ນ ພຣະອົງ ຈຶ່ງ ຖາມ ພວກເພິ່ນ ວ່າ, “ທີ່ ນີ້ ພວກເຈົ້າ ມີຫຍັງ ກິນ ແດ່? ”
\v 42 ພວກເພິ່ນ ໄດ້ ເອົາ ປາ ປີ້ງ ຕ່ອນ ໜຶ່ງ ໃຫ້ ພຣະອົງ
\v 43 ພຣະອົງ ກໍໄດ້ ຈັບເອົາປາ ນັ້ນ ມາ ກິນ ຢູ່ ຕໍ່ໜ້າ ພວກເພິ່ນ.
\s5
\v 44 ແລ້ວ ພຣະອົງ ກໍໄດ້ກ່າວ ແກ່ ພວກເພິ່ນ ວ່າ, “ນີ້ ແຫລະ ແມ່ນ ສິ່ງ ທີ່ ເຮົາ ໄດ້ ບອກ ພວກເຈົ້າ ແລ້ວ ເມື່ອ ເຮົາ ຍັງ ຢູ່ ກັບ ພວກເຈົ້າ ຄືທຸກສິ່ງ ທີ່ ໄດ້ ມີ ຂຽນ ໄວ້ ເຖິງ ເຮົາ ໃນ ໜັງສື ກົດບັນຍັດ ຂອງ ໂມເຊ, ໃນ ໜັງສືຂອງ ພວກ ຜູ້ທໍານວາຍ ແລະ ໃນ ໜັງສື ເພງ ສັນລະເສີນ ຈໍາເປັນ ຕອ້ງ ສໍາເລັດ ເປັນຈິງ ຕາມ ນັ້ນ.”
\s5
\v 45 ແລ້ວ ພຣະອົງ ກໍໄດ້ ຊົງ ບັນດານ ເປີດ ຈິດໃຈ ຂອງ ພວກເພິ່ນ ໃຫ້ ເຂົ້າໃຈ ພຣະຄໍາພີ,
\v 46 ແລະ ໄດ້ ກ່າວ ແກ່ ພວກເພິ່ນວ່າ, “ນີ້ ແຫລະ ແມ່ນ ສິ່ງ ທີ່ ຂຽນ ໄວ້: ພຣະຄຣິດ ຕ້ອງ ທົນທຸກ ທໍລະມານ ແລະ ຕ້ອງ ເປັນ ຄືນ ມາ ຈາກ ຕາຍ ໃນ ວັນ ຖ້ວນ ສາມ.
\v 47 ຈົ່ງ ປະກາດ ນາມຊື່ ຂອງ ພຣະອົງ ແກ່ ຄົນ ທຸກ ຊົນຊາດ ໂດຍ ເລີ່ມ ຈາກ ນະຄອນ ເຢຣູຊາເລັມ ໄປ ໃຫ້ ເຂົາ ຖິ້ມໃຈເກົ່າ ເອົາໃຈໃໝ່ ແລະ ຮັບ ເອົາ ການອະໄພ ບາບກໍາ.
\s5
\v 48 ພວກເຈົ້າ ກໍເປັນ ພະຍານ ໃນ ເລື່ອງ ເຫລົ່ານີ້.
\v 49 ຝ່າຍ ເຮົາ ຈະ ສົ່ງ ສິ່ງ ທີ່ ພຣະບິດາເຈົ້າ ຂອງເຮົາ ໄດ້ສັນຍາ ໄວ້ ນັ້ນ ມາ ເຖິງ ພວກເຈົ້າ, ແຕ່ ພວກເຈົ້າ ຕ້ອງ ເຝົ້າ ຄອຍ ຢູ່ ໃນ ນະຄອນ ຈົນກວ່າ ຣິດອໍານາດ ຈາກ ເບື້ອງ ເທິງ ລົງ ມາ ເທິງ ພວກເຈົ້າ.”
\s5
\v 50 ແລ້ວ ພຣະເຢຊູເຈົ້າ ກໍພາ ພວກເພິ່ນ ອອກ ຈາກ ນະຄອນ ໄປ ຍັງ ບ້ານ ເບັດທານີ ແລະ ໃນທີ່ນັ້ນ ພຣະອົງ ຍົກມື ຂື້ນ ອວຍພອນ ພວກເພິ່ນ.
\v 51 ຂະນະທີ່ ຊົງ ອວຍພອນ ຢູ່ ນັ້ນ ພຣະອົງ ກໍຈາກ ພວກເພິ່ນ ໄປ ແລະ ຖືກ ຮັບ ຂຶ້ນ ສູ່ ສະຫວັນ. [ທ]
\s5
\v 52 ສ່ວນ ພວກເພິ່ນ ເມື່ອ ໄດ້ ຂາບລົງ ນະມັດສະການ ພຣະອົງ ແລ້ວ ກໍກັບຄືນ ເມືອ ນະຄອນ ເຢຣູຊາເລັມ ດ້ວຍ ຄວາມ ຊົມຊື່ນ ຍິນດີອັນໃຫຍ່.
\v 53 ພວກເພິ່ນ ໄດ້ຢູ່ໃນບ​ໍລ​ິເວນ ພຣະວິຫານ ທຸກ ວັນ ເພື່ອ ສັນລະເສີນ ແລະ ໂມທະນາ ຂອບພຣະຄຸນ ພຣະເຈົ້າ.