lo_bible/42-MRK.usfm

1257 lines
240 KiB
Plaintext
Raw Permalink Blame History

This file contains ambiguous Unicode characters

This file contains Unicode characters that might be confused with other characters. If you think that this is intentional, you can safely ignore this warning. Use the Escape button to reveal them.

\id MRK
\ide UTF-8
\h ຂ່າວ​ປະ​ເສີດ​ ຕາມ ມາ​ຣະ​ໂກ
\toc1 ຂ່າວ​ປະ​ເສີດ​ ຕາມ ມາ​ຣະ​ໂກ
\toc2 ຂ່າວ​ປະ​ເສີດ​ ຕາມ ມາ​ຣະ​ໂກ
\toc3 mrk
\mt ຂ່າວ​ປະ​ເສີດ​ ຕາມ ມາ​ຣະ​ໂກ
\s5
\c 1
\p
\v 1 ນີ້ແມ່ນຂ່າວປະເສີດເລື່ອງພຣະເຢຊູຄຣິດເຈົ້າ ພຣະບຸດຂອງພຣະເຈົ້າ (ກ)
\v 2 ເລີ່ມຕົ້ນຕາມທີ່ພຣະເຈົ້າໄດ້ກ່າວໃຫ້ຜູ້ທຳນວາຍເອຊາຢາ ໄດ້ຂຽນໄວ້ດັ່ງນີ້: "ເຮົາຈະໃຊ້ຜູ້ນຳຂ່າວຂອງເຮົາໄປກ່ອນໜ້າທ່ານ. ເພື່ອໄຂຫົນທາງໄວ້ສຳລັບທ່ານ."
\v 3 “ແມ່ນສຽງຂອງຄົນໜຶ່ງທີ່ຮ້ອງປະກາດໃນຖິ່ນແຫ້ງແລ້ງ ກັນດານວ່າ, ‘ຈົ່ງຈັດຕຽມຫົນທາງ ສໍາລັບອົງພຣະຜູ້ເປັນເຈົ້າ, ຄື ເຮັດທາງ ໃຫ້ຊື່ສໍາລັບພຣະອົງຈະເດີນໄປ.
\s5
\v 4 ສະນັ້ນໂຢຮັນ ບັບຕິສະໂຕ ຈຶ່ງໄດ້ປາກົດຕົວໃນຖິ່ນແຫ້ງແລ້ງກັນດານ ໂດຍໃຫ້ຮັບບັບຕິສະມາ ແລະ ປະກາດ. (ຂ) “ຈົ່ງຖິ້ມໃຈເກົ່າ ເອົາໃຈໃໝ່ ແລະ ຮັບບັບຕິສະມາ ແລ້ວພຣະເຈົ້າ​ກໍຈະອະໄພການບາບໃຫ້ທ່ານ. ”
\v 5 ປະຊາຊົນຢ່າງຫລວງຫລາຍ ຈາກ ແຂວງ ຢູດາຍ ແລະ ຈາກ ນະຄອນ ເຢຣູຊາເລັມ ໄດ້ອອກໄປຫາ ໂຢຮັນ, ພວກເຂົາໄດ້ສາລະພາບການບາບ ຂອງ ພວກຕົນແລະ ໂຢຮັນ ກໍໃຫ້ພວກເຂົາຮັບບັບຕິສະມາ ໃນແມ່ນ້ຳຈໍແດນ.
\v 6 ໂຢຮັນ ນຸ່ງເຄື່ອງທີ່ເຮັດດັວຍຂົນອູດ ໃສ່ສາຍໜັງຮັດແອວ ແລະ ກິນ​ຕັກແຕນ ກັບນ້ຳເຜິ້ງປ່າເປັນອາຫານ.
\s5
\v 7 ເພິ່ນໄດ້ປະກາດແກ່ປະຊາຊົນວ່າ, “​ຜູ້ທີ່ຈະມາພາຍຫລັງເຮົາ ກໍ​ຍິ່ງໃຫຍ່ ກວ່າເຮົາ ຊຶ່ງເຮົາບໍ່ສົມຄວນ​ທີ່ຈະກົ້ມລົງແກ້ ແມ່ນແຕ່ສາຍຮັດເກີບຂອງເພິ່ນ.
\v 8 ຝ່າຍເຮົາໃຫ້ເຈົ້​າທັງຫລາຍ ຮັບບັບຕິສະມາ ໃນນ້ຳ ແຕ່ເ​ພິ່ນຜູ້ນັ້ນ ຈະໃຫ້ເຈົ້າທັງຫລາຍ ຮັບບັບຕິສະມາ ດັວຍພຣະວິນຍານບໍຣິສຸດເຈົ້າ.”
\s5
\v 9 ຕໍ່ຈາກນັ້ນມາບໍ່ດົນ ພຣະເຢຊູເຈົ້າໄດ້ຈາກໝູ່ບ້ານ ນາຊາເຣັດ ໃນ ແຂວງ ຄາລີເລ ແລະ ຮັບບັບຕິສະມາ ຈາກ ໂຢຮັນ ໃນແມ່ນ້ຳຈໍແດນ.
\v 10 ໃນເວລາທີ່ພຣະເຢຊູເຈົ້າ ຂຶ້ນຈາກນໍ້ານັ້ນ ພຣະອົງເງີຍໜ້າສູ່ທ້ອງຟ້າຈຶ່ງ ເຫັນຟ້າເປີດອອກ ແລະ ມີພຣະວິນຍານເໝືອນ ນົກເຂົາລົງມາຢູ່ເທິງພຣະອົງ.
\v 11 ແລະໄດ້ມີສຽງໜຶ່ງດັງອອກມາຈາກທ້ອງຟ້າວ່າ, “ທ່ານ ເປັນບຸດທີ່ຮັກຂອງເຮົາ, ເຮົາພໍໃຈໃນທ່ານຫລາຍ.”
\s5
\v 12 ໃນທັນໃດນັ້ນພຣະວິນຍານ ໄດ້ພາພຣະອົງເຂົ້າໄປໃນຖິ່ນແຫ້ງແລ້ງ ກັນດານ,
\v 13 ບ່ອນທີ່ພຣະອົງຖືກມານຊາຕານ ທົດລອງ ເປັນເວລາສີ່ສິບວັນ ພຣະອົງຢູ່ທ່າມກາງເຫລົ່າສັດຮ້າຍ, ແຕ່​ມີພວກເທວະດາໄດ້ມາບົວລະບັດພຣະອົງ.
\s5
\v 14 ຫລັງຈາກ ໂຢຮັນ ຖືກຈັບໃສ່ຄຸກແລ້ວ ພຣະເຢຊູເຈົ້າໄດ້ໄປປະກາດຂ່າວປະເສີດຂອງພຣະເຈົ້າທີ່ແຂວງຄາລີເລ.
\v 15 ພຣະອົງກ່າວວ່າ, “ເວລາທີ່ໄດ້ກຳນົດໄວ້ມາເຖິງແລ້ວ ແລະຣາຊອານາຈັກຂອງພຣະເຈົ້າກໍມາໃກ້ແລ້ວ ຈົ່ງຖິ້ມໃຈເກົ່າເອົາໃຈໃໝ່ ແລະເຊື່ອໃນຂ່າວປະເສີດ.”
\s5
\v 16 ໃນຂະນະທີ່ພຣະເຢຊູເຈົ້າກຳລັງຍ່າງໄປຕາມແຄມທະເລສາບຄາລີເລນັ້ນ ພຣະອົງໄດ້ເຫັນຊີໂມນ ແລະ ອັນເດອາ ນ້ອງຊາຍຂອງຊີໂມນ ກຳລັງໃ​ຊ້ ມອງຫາປາຢູ່.
\v 17 ພຣະເຢຊູເຈົ້າຊົງກ່າວແກ່ພວກເພິ່ນວ່າ, “ຈົ່ງຕາມເຮົາມາ ແລະເຮົາຈະບັນດານພວກເຈົ້າ ໃຫ້ເປັນຜູ້ຫາຄົນ ແທນຫາປາ. ”
\v 18 ໃນທັນໃດນັ້ນ ຊາຍທັງສອງກໍປະມອງຂອງຕົນ ແລະ ຕິດຕາມພຣະອົງໄປ.
\s5
\v 19 ເມື່ອພຣະອົງເດີນທາງໄປອີກໜ້ອຍໜຶ່ງ ພຣະອົງກໍເຫັນ ຢາໂກໂບ ແລະ ໂຢຮັນ ນ້ອງຊາຍຂອງຕົນ ພວກເພິ່ນເປັນລູກຊາຍຂອງເຊເບດາຍ ສອງຄົນນີ້ ກຳລັງແປງມອງຂອງຕົນຢູ່ໃນເຮືອ.
\v 20 ພໍ ພຣະເຢຊູເຈົ້າ ເຫັນ​ຈຶ່ງເອີ້ນເອົາພວກເພິ່ນ ຊາຍທັງສອງຈຶ່ງປະພໍ່ຂອງຕົນ ຄື ເຊເບດາຍ ກັບລູກຈ້າງໄວ້ໃນເຮືອ ແລະໄປ​ກັບພຣະ​ອົງ.
\s5
\v 21 ພຣະເຢຊູເຈົ້າກັບບັນດາສາວົກຂອງພຣະອົງໄດ້ ມາຍັງເມືອງ ກາເປນາອູມ ແລະເຖິງວັນຊະບາໂຕ ພຣະອົງໄດ້ເຂົ້າໄປໃນທໍາມະສາລາ ແລະ ໄດ້ຕັ້ງຕົ້ນສັ່ງສອນ.
\v 22 ປະຊາຊົນທີ່ໄດ້ຍິນ ຕ່າງກໍປະຫລາດໃຈໃນຄໍາສອນ ຂອງພຣະອົງ ພຣະອົງໄດ້​ສັ່ງສອນດ້ວຍສິດອໍານາດ ບໍ່ເໝືອນພວກທຳມະຈານ.
\s5
\v 23 ໃນຂະນະນັ້ນມີຊາຍຄົນໜຶ່ງທີ່ມີຜີຊົ່ວຮ້າຍສິງຢູ່ ໄດ້ມາຍັງທຳມະສາລາ ແລະ ຮ້ອງຂຶ້ນວ່າ,
\v 24 “ເຢຊູ ໄທນາຊາເຣັດເອີຍ ທ່ານມາຫຍຸ້ງກ່ຽວນຳ ພວກເຮົາເຮັດຫຍັງ? ທ່ານມາທີ່ນີ້ເພື່ອທຳລາຍພວກເຮົາບໍ? ພວກເຮົາຮູ້ແລ້ວວ່າ ທ່ານເປັນຜູ້ໃດ ກໍເປັນຜູ້ບໍຣິສຸດຂອງພຣະເຈົ້າ. ”
\v 25 ພຣະເຢຊູເຈົ້າສັ່ງຜີຊົ່ວຮ້າຍນັ້ນວ່າ, “ມິດແມ ແລະອອກຈາກຊາຍຄົນນີ້ສາ. ”
\v 26 ຜີຊົ່ວຮ້າຍໄດ້ເຮັດໃຫ້ລາວຊັກດິ້ນຢ່າງແຮງຮ້ອງສຽງດັງ ແລະມັນກໍອອກໄປຈາກລາວ.
\s5
\v 27 ປະຊາຊົນທຸກຄົນຕ່າງກໍງຶດປະຫລາດໃຈ ແລະ ເວົ້າກັນວ່າ, “ນີ້ແມ່ນ ຫຍັງກັນ? ຄໍາສັ່ງສອນໃໝ່ ມີສິດອໍານາດແທ້ ເພາະທ່ານຜູ້ນີ້ສັ່ງຜີຊົ່ວຮ້າຍ ແລະ ມັນກໍຍອມຟັງຄວາມເພິ່ນ. ”
\v 28 ດັ່ງນັ້ນຊື່ສຽງຂອງພຣະເຢຊູເຈົ້າຈຶ່ງ ຊ່າລືໄປທົ່ວທຸກທີ່ທຸກບ່ອນໃນແຂວງຄາລີເລ.
\s5
\v 29 ໃນຂະນະນັ້ນ ພຣະເຢຊູເຈົ້າກໍອອກຈາກທຳມະສາລາ ພ້ອມກັບ ຢາໂກໂບ ແລະ ໂຢຮັນ ໄປຍັງເຮືອນຂອງ ຊີໂມນ ແລະ ອັນເດອາ.
\v 30 ແມ່ເມຍຂອງຊີໂມນ ນອນຢູ່ ເພາະວ່ານາງເປັນໄຂ້ ພໍພຣະເຢຊູເຈົ້າມາຮອດ ເຂົາ ຈຶ່ງບອກເລື່ອງຂອງນາງໃຫ້ພຣະອົງຮູ້.
\v 31 ພຣະອົງຈຶ່ງໄປຫາ ແລະຈັບມືນາງໃຫ້ລຸກຂຶ້ນ ໃນທັນໃດນັ້ນໄຂ້ກໍຫາຍ ແລະນາງກໍຄອຍບົວລະບັດຮັບໃຊ້ພຣະອົງແລະພວກສາວົກ.
\s5
\v 32 ເມື່ອຍາມແລງພໍຕາເວັນຕົກດິນ ປະຊາຊົນກໍພາທຸກຄົນທີ່ເຈັບປ່ວຍ ແລະ ມີຜີມານຮ້າຍສິງມາຫາພຣະເຢຊູເຈົ້າ.
\v 33 ປະຊາຊົນໃນເມືອງທັງ ໝົດໄດ້ມາອັ່ງອໍກັນຢູ່ປະຕູເຮືອນ.
\v 34 ພຣະເຢຊູເຈົ້າໄດ້ຊົງໂຜດຫລາຍ ຄົນທີ່ເຈັບໄຂ້ ໄດ້ປ່ວຍ ດ້ວຍພະຍາດທຸກຊະນິດໃຫ້ຫາຍດີ ແລະຂັບໄລ່ຜີມານຮ້າຍຫລາຍໂຕອອກໄປ ພຣະອົງບໍ່ອະນຸຍາດໃຫ້ຜີມານຮ້າຍທັງຫລາຍເວົ້າຫຍັງຈັກຄໍາ ເພາະພວກມັນຮູ້ວ່າພຣະອົງເປັນຜູ້ໃດ.
\s5
\v 35 ເຊົ້າວັນໃໝ່ ເວລາຍັງມືດຢູ່ ພຣະເຢຊູເຈົ້າໄດ້ລຸກຂຶ້ນ ແລະໄປຍັງທີ່ສະຫງັດ ແລ້ວພາວັນນາອະທິຖານຢູ່ທີ່ນັ້ນ.
\v 36 ແຕ່ຊີໂມນ ກັບເພື່ອນທີ່ ຢູ່ນຳກັນໄດ້ອອກໄປຊອກຫາພຣະອົງ,
\v 37 ເມື່ອພົບແລ້ວ ພວກເພິ່ນກໍເວົ້າວ່າ, “ທຸກຄົນກຳລັງຊອກຫາທ່ານຢູ່.”
\s5
\v 38 ພຣະເຢຊູເຈົ້າຕອບພວກເພິ່ນວ່າ, “ໃຫ້ພວກເຮົາໄປຍັງບ່ອນ​ອື່ນທີ່ເມືອງໃກ້ຄຽງ, ເພື່ອເຮົາຈະປະກາດຂ່າວປະເສີດໃຫ້ປະຊາຊົນ ໃນທີ່ເຫລົ່ານັ້ນ ດ້ວຍ, ເຮົາໄດ້ມາກໍເພື່ອຈະກະທຳການນີ້ແຫລະ. ”
\v 39 ດັ່ງນັ້ນ ພຣະອົງຈຶ່ງ ໄດ້ໄປທົ່ວແຂວງຄາລີເລ ໄດ້ສັ່ງສອນໃນທຳມະສາລາ ແລະ ຂັບໄລ່ພວກຜີມານຮ້າຍທັງຫລາຍໃຫ້ອອກໄປ.
\s5
\v 40 ມີຊາຍຄົນໜຶ່ງທີ່ເປັນພະຍາດຂີ້ທູດ ມາຫາພຣະເຢຊູເຈົ້າເພື່ອຂໍໃຫ້ພຣະອົງຊ່ວຍ, ລາວຄຸເຂົ່າລົງຕໍ່ໜ້າພຣະອົງ ແລ້ວເວົ້າວ່າ, “ຖ້າທ່ານພໍໃຈ ກໍ ຈະເຮັດໃຫ້ຂ້ານ້ອຍສະອາດດີໄດ້. ” (ຄ)
\v 41 ພຣະເຢຊູເຈົ້າມີໃຈສົງສານຄົນ ນັ້ນ (ງ) ຈຶ່ງເດ່ມືອອກໄປແຕະຕ້ອງລາວ ໂດຍກ່າວວ່າ, “ເຮົາພໍໃຈແລ້ວ ຈົ່ງດີສະອາດສາ. ”
\v 42 ໃນທັນໃດນັ້ນ ພະຍາດຂີ້ທູດກໍຫາຍໄປຈາກຊາຍຄົນນີ້ ແລະ ລາວຈຶ່ງດີສະອາດ.
\s5
\v 43 ແລ້ວພຣະເຢຊູເຈົ້າກໍເຕືອນລາວຢ່າງເຂັ້ມງວດ ແລະບອກລາວໃຫ້ ໜີໄປໃນທັນທີທັນໃດ
\v 44 ໂດຍສັ່ງໃຫ້ລາວວ່າ, “ຢ່າບອກເລື່ອງນີ້ສູ່ຜູ້ໃດ ຟັງເປັນອັນຂາດ ແຕ່ຈົ່ງໄປຫາປະໂຣຫິດ ເພື່ອໃຫ້ເພິ່ນກວດເບິ່ງເຈົ້າວ່າດີສະອາດແລ້ວ ຕໍ່ຈາກນັ້ນໃຫ້ເຈົ້າຖວາຍເຄື່ອງບູຊາຕາມທີ່ໂມເຊ ໄດ້ສັ່ງໄວ້ ເພື່ອເປັນຫລັກຖານຢັ້ງຢືນວ່າ ເຈົ້າດີສະອາດແລ້ວ.”
\s5
\v 45 ແຕ່ຊາຍຄົນນີ້ພໍຈາກໄປແລ້ວ ລາວກໍປະກາດຂ່າວນີ້ໃຫ້ຊ່າລືໄປທົ່ວທຸກບ່ອນ. ຍ້ອນຂ່າວນີ້ ພຣະເຢຊູເຈົ້າຈຶ່ງບໍ່ອາດເຂົ້າໃນເມືອງໄດ້ຢ່າງເປີດເຜີຍອີກຕໍ່ໄປ, ແຕ່ພຣະອົງໄດ້ໄປອາໄສຢູ່ນອກເມືອງໃນບ່ອນປ່ຽວ ເຖິງປານ ນັ້ນກໍຍັງມີຄົນຈາກທຸກທີ່ທຸກບ່ອນມາຫາພຣະອົງ.
\s5
\c 2
\p
\v 1 ໃນວັນຕໍ່ມາ ພຣະເຢຊູເຈົ້າສະເດັດກັບຄືນມາໃນເມືອງ ກາເປນາອູມ ອີກ ແລະຄົນທັງຫລາຍຕ່າງກໍໄດ້ຍິນວ່າພຣະອົງພັກຢູ່ທີ່ເຮືອນ. (ຈ)
\v 2 ດັ່ງ ນັ້ນປະຊາຊົນຢ່າງຫລວງຫລາຍ ຈຶ່ງມາເຕົ້າໂຮມກັນອັ່ງອໍຢູ່ເຕັມເຮືອນຈົນບໍ່ມີບ່ອນຫວ່າງ ແມ່ນແຕ່ທີ່ປະຕູທາງເຂົ້າພຣະອົງກໍາລັງສອນພຣະທໍາສູ່ພວກເຂົາຟັງ
\s5
\v 3 ມີຄົນຈຳພວກ​ໜຶ່ງສີ່ຄົນຫາມຄົນເປ້ຍມາຫາພຣະເຢຊູເຈົ້າ.
\v 4 ແຕ່ ພວກເຂົາເຂົ້າໄປຫາພຣະອົງບໍ່ໄດ້ ເພາະປະຊາຊົນໜາແໜ້ນຫລາຍ. ສະນັ້ນ ພວກເຂົາຈຶ່ງຮື້ຫລັງຄາຊື່ບ່ອນທີ່ພຣະອົງກຳລັງສັ່ງສອນຢູ່ນັ້ນອອກ ຄັນຮື້ເປັນປ່ອງແລ້ວ ພວກເຂົາກໍຢ່ອນຄົນເປ້ຍຢູ່ ເທິງບ່ອນນອນຂອງລາວລົງ ມາ.
\s5
\v 5 ເມື່ອພຣະເຢຊູເຈົ້າເຫັນຄວາມເຊື່ອຂອງຄົນເຫລົ່ານີ້ ພຣະອົງກໍຊົງກ່າວ ແກ່ຄົນເປ້ຍວ່າ, “ລູກເອີຍຄວາມຜິດບາບຂອງເຈົ້າໄດ້ຮ້ບການອະໄພແລ້ວ. ”
\v 6 ແຕ່​ມີທຳມະຈານບາງຄົນທີ່ນັ່ງໃນທີ່ນັ້ນຄິດໃນໃຈວ່າ,
\v 7 “ເປັນຫຍັງ ຄົນນີ້ຈຶ່ງບັງອາດເວົ້າໝິ່ນປະໝາດພຣະເຈົ້າເຊັ່ນນີ້ ມີແຕ່ພຣະເຈົ້າເທົ່ານັ້ນ ທີ່ອະໄພບາບກຳໄ​ດ້.”
\s5
\v 8 ພຣະເຢຊູເຈົ້າຮູ້ຄວາມຄິດໃນໃຈຂອງພວກເຂົາທັນທີ. ສະນັ້ນ ພຣະອົງ ຈຶ່ງກ່າວຕໍ່ພວກເຂົາວ່າ, “ເປັນຫຍັງພວກເຈົ້າຈຶ່ງຄິດເຊັ່ນນັ້ນ?
\v 9 ອັນໃດງ່າຍກວ່າກັນ ທີ່ຈະກ່າວແກ່ຄົນເປ້ຍວ່າ, ‘ຄວາມຜິດບາບທັງຫລາຍຂອງເຈົ້າໄດ້ຮ້ບການອະໄພແລ້ວ’ ຫລືກ່າວວ່າ, ‘ຈົ່ງລຸກຂຶ້ນເອົາບ່ອນນອນຂອງເຈົ້າ ແລະຍ່າງເມືອ?
\s5
\v 10 ແຕ່ເຮົາຢາກໃຫ້ພວກເຈົ້າເຫັນວ່າ ບຸດມະນຸດມີສິດອໍານາດເທິງແຜ່ນດິນໂລກ ອະໄພຜິດບາບຂອງມະນຸດໄດ້. ” ສະນັ້ນ ພຣະອົງຈຶ່ງກ່າວແກ່ຄົນເປ້ຍວ່າ,
\v 11 “ເຮົາສັ່ງເຈົ້າ ໃຫ້ລຸກຂຶ້ນຍົກເອົາບ່ອນນອນ ແລະ ເມືອເຮືອນສາ. ”
\v 12 ໃນຂະນະທີ່ທຸກຄົນກຳລັງຄອຍເບິ່ງຢູ່ນັ້ນ ຄົນເປ້ຍກໍລຸກຂຶ້ນຍົກເອົາບ່ອນນອນຂອງຕົນ ແລະອອກຈາກເຮືອນໄປໃນທັນທີ ປະຊາຊົນທຸກຄົນຕ່າງກໍງຶດປະຫລາດໃຈ ແລະສັນລະເສິນພຣະເຈົ້າ ແລະເວົ້າວ່າ, “ພວກເຮົາບໍ່ເຄີຍເຫັນເຫດການເຊັ່ນ​ນີ້ຈັກເທື່ອ.”
\s5
\v 13 ພຣະເຢຊູເຈົ້າໄດ້ກັບໄປອີກທີ່ແຄມຝັ່ງທະເລສາບຄາລີເລ ປະຊາຊົນໝູ່ໃຫຍ່ໄດ້ມາຫາພຣະອົງ ແລະພຣະອົງໄດ້ສັ່ງສອນພວກເຂົາ.
\v 14 ຕໍ່ມາເມື່ອກຳ​ລັງຍ່າງຜ່ານໄປນັ້ນ ພຣະອົງກໍເຫັນ ເລວີ ກຳລັງນັ່ງຢູ່ທີ່ດ່ານພາສີ, ເລວີເປັນລູກຊາຍຂອງອາລະຟາຍ ພຣະເຢຊູເຈົ້າກ່າວແກ່ລາວວ່າ, “​ຈົ່ງຕິດຕາມເຮົາມາ. ” ແລ້ວເພິ່ນກໍລຸກຂື້ນແລະຕາມພຣະອົງໄປ.
\s5
\v 15 ຕໍ່ມາ ພຣະເຢຊູເຈົ້າ ໄດ້ໄປ ຮ່ວມ ຮັບ ປະທານ ອາຫານ ຄ່ຳ ທີ່ເຮືອນ ຂອງ ເລວີ (ສ) ມີຄົນເກັບ ພາສີ ແລະ ຄົນ ນອກ ສິນທໍາ ຫລາຍ ຄົນ ໄດ້ ຕິດຕາມ ພຣະເຢຊູເຈົ້າ ໄປ ແລະ ມີ ບາງຄົນ ໃນ ພວກ ນີ້ ໄ​ດ້ ຮ່ວມ ກິນ ເຂົ້າ ແລງ ກັບ ພຣະອົງ ແລະ ພວກ ສາວົກ ຂອງ ພຣະອົງ.
\v 16 ແຕ່ ທຳມະຈານ ບາງຄົນ ທີ່ ເປັນຝ່າຍ ຟາຣີຊາຍ ໄດ້ ເຫັນ ພຣະເຢຊູເຈົ້າ ກຳລັງ ກິນ ເຂົ້າກັບຄົນນອກ ສິນທຳ ແລະ ຄົນ ເກັບພາສີ. ດັ່ງນັ້ນ ພວກເຂົາ ຈຶ່ງຖາມ ພວກສາວົກຂອງພຣະອົງ ວ່າ, “ເປັນຫຍັງ ເພິ່ນ ຈຶ່ງກິນເຂົ້າກັບ ຄົນເກັບພາສີ ແລະ ຄົນນອກສິນທໍາ?”
\s5
\v 17 ເມ່ື່ອພຣະເຢຊູເຈົ້າໄດ້ຍິນ ພວກເຂົາເວົ້າແລ້ວ ຈ່ຶ່ງຕອບພວກເຂົາ ວ່າ, “ຄົນທີ່ມີສຸຂະພາບ ດີ ບໍ່ຕ້ອງການໝໍ, ແຕ່ຄົນເຈັບ ຕ້ອງການ ໝໍເຮົາບໍ່ໄດ້ ມາເພື່ອເອີ້ນ ເອົາຄົນຊອບທຳ, ແຕ່ມາເອີ້ນເອົາຄົນທີ່ມີບາບກຳທັງຫລາຍ.”
\s5
\v 18 ພວກ ທີ່ຕິດຕາມ ໂຢຮັນ ບັບຕິສະໂຕ ແລະ ພວກຟາຣີຊາຍ ກຳລັງ ຖືສິນອົດອາຫານ ແລ້ວມີບາງຄົນມາຖາມ ພຣະເຢຊູເຈົ້າວ່າ, “ເປັນຫຍັງພວກ ຕິດຕາມໂຢຮັນ ບັບຕິສະໂຕ ແລະ ພວກຕິດຕາມ ພວກຟາຣີຊາຍ ຈຶ່ງ ຖືສິນ ອົດອາຫານ ສ່ວນສາວົກຂອງທ່ານ ບໍ່ຖື? ”
\v 19 ພຣະເຢຊູເຈົ້າຕອບວ່າ, “ເພື່ອນຂອງເຈົ້າບ່າວ ບໍ່ຕ້ອງ ຖືສິນອົດອາຫານໃນຂະນະທີ່ເຈົ້າບ່າວ ຍັງຢູ່​ນຳພວກເຂົາ.
\s5
\v 20 ແຕ່ ເວລານັ້ນ ຈະມາເຖິງ ຄືເມື່ອເຈົ້າບ່າວ ຈະຕ້ອງພາກຈາກພວກເຂົາໄປ ເມື່ອນັ້ນແຫລະ ທີ່ພວກເຂົາຈະຖືສິນອົດອາຫານ. ”
\v 21 “ບໍ່ມີຜູ້ໃດ ທີ່ໃຊ້ຜ້າໃໝ່ ຕາບເສື້ອເກົ່າ ຖ້າເຮັດຢ່າງນັ້ນ ຜ້າໃໝ່ ຈະຫົດ ແລະ ເຮັດໃຫ້ ເສື້ອເກົ່າຂາດເປັນຮູໃຫຍ່ ຕື່ມອີກ.
\s5
\v 22 ບໍ່ມີຜູ້ໃດ ທີ່ຖອກເຫລົ້າອະງຸຸ່ນ (ຊ) ໃໝ່ໃສ່ຖົງໜັງເກົ່າ ຖ້າເຮັດຢ່າງ ນັ້ນ ເຫລົ້າອະງຸ່ນ ຈະເຮັດໃຫ້ຖົງໜັງນັ້ນຂາດ ແລະ ເຫລົ້າອະງຸ່ນກັບທັງຖົງ ກໍ ຈະເສຍໄປ, ແຕ່ເຫລົ້າອະງຸ່ນໃໝ່ ຕ້ອງໃສ່ໄວ້ໃນ​ຖົງໜັງໃໝ່.”
\s5
\v 23 ໃນວັນຊະບາໂຕ ວັນໜຶ່ງ ພຣະເຢຊູເຈົ້າ ແລະ ສາວົກໄດ້ຍ່າງຜ່ານ ທົ່ງນາ ເມື່ອຍ່າງໄປຕາມທາງນັ້ນ ພວກສາວົກໄດ້ເດັດເອົາຮວງເຂົ້າ.
\v 24 ດັ່ງນັ້ນ ພວກຟາຣີຊາຍ ຈຶ່ງເວົ້າຕໍ່ພຣະອົງ ວ່າ, “ເປັນຫຍັງພວກສາວົກຂອງທ່ານ ຈ່ຶ່ງເຮັດໃນສິ່ງ​ທີ່ກົດບັນຍັດ ຂອງພວກເຮົາບໍ່ອະນຸຍາດໃຫ້ເຮັດໃນວັນຊະບາໂຕ.”
\s5
\v 25 ພຣະອົງຊົງຕອບພວກເຂົາ ວ່າ, “ພວກເຈົ້າບໍ່ເຄີຍອ່ານບໍ ສິ່ງທີ່ ດາ​ວິດ ແລະ ພວກຂອງຕົນ ໄດ້ເຮັດ ເມື່ອລາວຫິວເຂົ້າ ແລະ ຂັດສົນ.
\v 26 ໃນ ສະໄໝນັ້ນ ແມ່ນ ອາບີອາທາ ເປັນມະຫາປະໂຣຫິດ ດາວິດ ໄດ້ເຂົ້າໄປ ໃນທີ່ສະ ຖິດຂອງພຣະເຈົ້າ ແລະ ກິນເຂົ້າຈີ່ທີ່ໄດ້ຖວາຍແກ່ ພຣະເຈົ້າ ຊຶ່ງຕາມກົດບັນຍັດ ແລ້ວມີແຕ່ປະໂຣຫິດ ເທົ່ານັ້ນ ທີ່ມີສິດກິນເຂົ້າຈີ່ນີ້ໄດ້; ນອກນັ້ນຍັງປັນໃຫ້ຄົນຂອງຕົນກິນນຳດ້ວຍ.”
\s5
\v 27 ແລ້ວພຣະເຢຊູເຈົ້າ ກໍ​ກ່າວ ແກ່ພວກເຂົາວ່າ, “ວັນຊະບາໂຕ ຖືກຕັ້ງ ໄວ້ເພື່ອປະໂຫຍດ ອັນນຳຄວາມສຸກ ມາສູ່ມະນຸດ ບໍ່ແມ່ນສ້າງມະນຸດໄວ້ເພື່ອ ວັນຊະບາໂຕ.
\v 28 ສະນັ້ນແຫລະ ບຸດມະນຸດ ຈຶ່ງເປັນອົງພຣະຜູ້ເປັນເຈົ້າ ເໜືອວັນຊະບາໂຕ.”
\s5
\c 3
\p
\v 1 ຕໍ່ມາ ພຣະເຢຊູເຈົ້າໄດ້ ເຂົ້າໄປໃນ ທຳມະສາລາ ອີກເ​ທື່ອໜຶ່ງ ໃນ ທີ່ນີ້ມີຊາຍຜູ້ໜຶ່ງມືລີບ.
\v 2 ຄົນໃນທີ່ນັ້ນ ຕ່າງ ກໍຊອມເບິງວ່າ ພຣະເຢຊູເຈົ້າຈະ ຊົງໂຜດຮັກສາຄົນນີ້ ໃນວັນຊະບາໂຕ ຫລື ບໍ່ ເພາະພວກເຂົາຢາກຫາຂໍ້ຟ້ອງ ພຣະອົງວ່າເຮັດຜິດ.
\s5
\v 3 ພຣະເຢຊູເຈົ້າ ກ່າວ ແກ່ຊາຍມືລີບວ່າ, “ຈົ່ງລຸກຂຶ້ນ ມາຢືນຢູ່ ທາງໜ້າພີ້. ”
\v 4 ແລ້ວພຣະອົງ ກໍ ຊົງຖາມວ່າ, “ໃນວັນຊະບາໂຕ ເຮົາຄວນຈະເຮັດຢ່າງໃດ? ຈະເຮັດການດີ ຫລື ຈະເຮັດການຮ້າຍ? ຈະ ຊ່ວຍຊີວິດຄົນໄວ້ ຫລື ທໍາລາຍຊີວິດຄົນຖິ້ມ? ” ແຕ່ພວກເຂົາໄ​ດ້ມິດຢູ່.
\s5
\v 5 ພຣະອົງ ຫລຽວເບິ່ງອ້ອມຮອບພວກເຂົາ ດ້ວຍຄວາມເຄືອງໃຈ ພຣະອົງ ເປັນທຸກໃຈຫລາຍ ເພາະພວກເຂົາມີໃຈແຂງກະດ້າງ. ສະນັ້ນ ພຣະອົງ ຈຶ່ງກ່າວແກ່ຊາຍຄົນນັ້ນ ວ່າ, “ຈົ່ງຢຽດມືຂອງເຈົ້າອອກ. ” ລາວ ຈຶ່ງຢຽດມືອອກ ແລະ ມືຂອງລາວ ກໍດີເປັນປົກກະຕິ.
\v 6 ຝ່າຍພວກຟາຣີຊາຍ ຈຶ່ງໄດ້ຈາກໄປ ແລະ ໄດ້ເລີ້ມວາງແຜນ ກັບ ພວກເຮໂຣດ ເ​ພື່ອຊອກຫາຊ່ອງທາງຂ້າພຣະອົງ.
\s5
\v 7 ພຣະເຢຊູເຈົ້າ ໄດ້ນຳພາພວກສາວົກຂອງພຣະອົງ ອອກໄປສູ່ຝັ່ງທະເລສາບ ຄາລີເລ ແລະ ມີປະຊາຊົນ ໝູ່ໃຫຍ່ມາຈາກແຂວງ ຄາລີເລ, ໄດ້ຕິດຕາມພຣະອົງໄປ ທັງຈາກແຂວງ ຢູດາຍ.
\v 8 ຈາກ ນະຄອນ ເຢຣູຊາເລັມ, ຈາກ ເຂດແດນ ອີດູມາຍ, ຈາກ ເຂດແດນ ຟາກ ຕາເວັນອອກຂອງແມ່ນ້ຳຈໍແດນ ແລະ ຂົງເຂດອ້ອມແອ້ມເມືອງຕີເຣ ແລະ ຊີໂດນ ປະຊາຊົນ​ໝູ່ໃຫຍ່ນີ້ໄດ້ມາຫາພຣະເຢຊູເຈົ້າ ເພາະພວກເຂົາໄດ້ຍິນເຖິງສິ່ງທີ່ພຣະອົງໄດ້ກະທຳ.
\s5
\v 9 ສະນັ້ນ ພຣະ​ອົງ ​ຈຶ່ງບອກພວກສາວົກ ໃຫ້ຕຽມເຮືອນ້ອຍ ລໍາໜຶ່ງໄວ້ ເພຶ່ອປະຊາຊົນຈະບໍ່ໄດ້ບຽດສຽດພຣະອົງ.
\v 10 ພຣະອົງໄດ້ຊົງໂຜດຫລາຍຄົນໃຫ້ຫາຍດີພະຍາດໂຣຄາ, ບັນດາຄົນເຈັບດ້ວຍພະຍາດຕ່າງໆ ຈຶ່ງບຽດກັນເຂົ້າມາຫາພຣະອົງ ເພື່ອຈະຈັບບາຍພຣະອົງ.
\s5
\v 11 ພວກຜີຊົ່ວຮ້າຍ ສິງຢູ່ ໃນຫລາຍຄົນ ໄດ້ເຫັນພຣະອົງ ພວກມັນກໍຂາບລົງທີ່ຕີນຂອງພຣະເຢຊູເຈົ້າ ແລະ ຮ້ອງຂຶ້ນວ່າ, “ທ່ານເປັນພຣະບຸດ ຂອງພຣະເຈົ້າ. ”
\v 12 ແຕ່ ພຣະເຢຊູເຈົ້າສັ່ງຫ້າມຢ່າງເດັດຂາດ ບໍ່ໃຫ້ພວກມັນປະກາດພຣະນາມຂອງພຣະອົງ.
\s5
\v 13 ພຣະເຢຊູເຈົ້າໄດ້ ຂຶ້ນໄປເທິງພູເຂົາແຫ່ງໜ່ຶ່ງ ແລະ ເອີ້ນເອົາຜູ້ທີ່ພຣະອົງຕ້ອງການ ມາຫາພຣະອົງ ພວກເຂົາໄດ້ມາຫາພຣະອົງ
\v 14 ແລ້ວ ພຣະອົງ​ກໍເລືອກເອົາ ສິບສອງ ຄົນ ແລະ ເອີ້ນພວກເ​ພິ່ນວ່າ, “ອັກຄະສາວົກ” ພຣະເຢຊູເຈົ້າກ່າວ ແກ່ພວກອັກຄະສາວົກ ນີ້ວ່າ, “ເຮົາໄດ້ເລືອກເອົາພວກເຈົ້າ ໄວ້ໃຫ້ຢູ່ກັບເຮົາ ແລະ ເຮົາຈະໃຊ້ພວກເຈົ້າອອກໄປປະກາດ,
\v 15 ແລະ ພວກເຈົ້າ ຈະມີສິດອໍານາດ​ຂັບໄລ່ຜີມານຮ້າຍອອກໄດ້. ”
\v 16 ພວກ ອັກຄະສາວົກ ສິບສອງ ຄົນທີ່ພຣະເຢຊູເຈົ້າ ໄດ້ເລືອກ ມີດັ່ງນີ້: ຊີໂມນ (ພຣະເຢຊູເຈົ້າ ໄດ້ຕັ້ງຊື່ໃໝ່ ໃຫ້ວ່າ ເປໂຕ),
\s5
\v 17 ຢາໂກໂບ ແລະ ໂຢຮັນ ນ້ອງຊາຍຂອງຕົນ ລູກຊາຍຂອງເຊເບດາຍ (ພຣະເຢຊູເຈົ້າຕັ້ງຊ່ື່ໃໝ່ໃຫ້ວ່າ ໂບອະເນເຄ ຊ່ຶ່ງມີຄວາມໝາຍ ວ່າ ‘ລູກຟ້າຮ້ອງ’ ຫລື ຄົນໃຈຮຸນແຮງ),
\v 18 ອັນເດອາ, ຟີລິບ, ບາຣະໂທໂລມາຍ, ມັດທາຍ, ໂທມາ, ຢາໂກໂບ ລູກຊາຍ ຂອງ ອາລະຟາຍ, ທາດາຍ, ຊີໂມນ ຜູ້ຮ້ກຊາດ,
\v 19 ແລະ ຢູດາ ອິດສະກາຣີອົດ ຜູ້ທີ່ ທໍລະຍົດຕໍ່ພຣະອົງ.
\s5
\v 20 ແລ້ວພຣະເຢຊູເຈົ້າ ໄດ້ກ້ບມາເຮືອນອີກ ໃນທີ່ນັ້ນມີປະຊາຊົນໝູ່ໃຫຍ່ ມາເຕົ້າໂຮມກັນຢູ່ ຢ່າງໜາແໜ້ນ ຈົນພຣະເຢຊູເຈົ້າ ແລະ ພວກສາວົກ ຂອງພຣະອົງບໍ່ມີເວລາກິນເຂົ້າ.
\v 21 ເມື່ອຄົນໃນຄອບຄົວຂອງພຣະອົງໄດ້ຍິນວ່າ ພຣະອົງກຳລັງກະທຳເຊັ່ນນັ້ນ ພວກເຂົາກໍອອກໄປຮັບພຣະອົງ ເພາະ ພວກເຂົາຄິດວ່າ, “ພຣະອົງເສຍຈິດ. ”
\v 22 ພວກທຳມະຈານ ຊຶ່ງ​ລົງມາຈາກ ນະຄອນເຢຣູຊາເລັມ ໄດ້ກ່າວວ່າ, “ຜູ້ນີ້ມີຜີມານຮ້າຍ ເບເອນເຊບູນ ສິງຢູ່. (ຍ) ທີ່ເພິ່ນຂັບໄລ່ ຜີມານຮ້າຍອອກໄດ້ ກໍເພາະໃຊ້ ອໍານາດຂອງນາຍຜີມານຮ້າຍນັ້ນ.”
\s5
\v 23 ສະນັ້ນ ພຣະເຢຊູເຈົ້າ ຈຶ່ງເອີ້ນ ຄົນເຫລົ່ານີ້ມາ ແລ້ວພຣະອົງກໍກ່າວເປັນຄໍາອຸປະມາ ວ່າ, “ມານຊາຕານ ຈະຂັບໄລ່ ຕົວມັນເອງໃຫ້ອອກ ໄປໄດ້ ຢ່າງໃດ?
\v 24 ຖ້າອານາຈັກໃດ ເກີດແຕກແຍກກັນແລ້ວ ອານາຈັກນັ້ນກໍ ຈະຕັ້ງໝັ້ນຢູ່ຕໍ່ໄປບໍ່ໄດ້,
\v 25 ແລະ ຖ້າຄົນໃນຄອບຄົວໃດ ເກີດແຕກແຍກ ກັນ ຄອບຄົວນັ້ນ ກໍຈະຕັ້ງໝັ້ນຢູ່ ບໍ່ໄດ້.
\s5
\v 26 ແລະ ຖ້າມານຊາຕານ ຈະຕໍ່ສູ້ກ້ບຕົວມັນເອງ ແລະ ແຕກແຍກກັນ ມັນກໍຕັ້ງຢູ່ ບໍ່ໄດ້ ມີແຕ່ຈະສູນຫາຍໄປ. ”
\v 27 “ບໍ່ມີຜູ້ ໃດ ບຸກເຂົ້າໄປປຸ້ນເອົາຊັບຢູ່ ໃນເຮືອນຂອງຄົນແຂງແຮງໄດ້ ເວັ້ນໄວ້ແຕ່ໄດ້ມັດ ຄົນແຂງແຮງ ນັ້ນໄວ້ກ່ອນ ແລ້ວຈຶ່ງປຸ້ນເຮືອນໄດ້. ”
\s5
\v 28 “ເຮົາບອກເຈົ້າທັງຫລາຍ ຕາມຄວາມຈິງວ່າ ການບາບທຸກປະການ ຄໍາໝິ່ນປະໝາດທຸກຢ່າງ ທີ່ມະນຸດກ່າວ (ດ) ຈະໄດ້ຮັບການອະໄພ.
\v 29 ແຕ່ຜູ້ໃດ ກໍຕາມທີ່ເວົ້າໝິ່ນປະໝາດ ຕໍ່ສູ້ພຣະວິນຍານບໍຣິສຸດເຈົ້າ ຈະບໍ່ໄດ້ຮັບການອະໄພ ຈັກເທື່ອ, ແຕ່ລາວຈະມີໂທດຕະຫລອດໄປ. ” (
\v 30 ​ພຣະ​ເຢ​ຂູ​ເຈົ້າ​ກ່າວ​ເຊັ່ນ​ນີ້​ກໍ​ເພາະ​ປະ​ຊາ​ຊົນ​ບາງ​ຄົນ​ໄດ້​ເວົ້າ​ວ່າ 'ເພິ່ນ​ມີ​ຜີ​ຊົ່ວ​ຮ້າຍ​ເຂົ້າ​ສິງ​ຢູ່​.')
\s5
\v 31 ແລ້ວແມ່ ແລະ ນ້ອງຊາຍ ຂອງພຣະເຢຊູເຈົ້າ ໄດ້ຢືນຢູ່ຂ້າງນອກ, ໃຊ້ຄົນເຂົ້າໄປເອີ້ນພຣະອົງ.
\v 32 ປະຊາຊົນໝູ່ໃຫຍ່ ໄດ້ນັ່ງອ້ອມພຣະເຢຊູເຈົ້າຢູ່ ແລະ ພວກເຂົາເວົ້າກັບພຣະອົງວ່າ, “ທ່ານເອີຍ, ແມ່ ກັບນ້ອງຊາຍຂອງທ່ານ (ຕ) ຢູ່ຂ້າງນອກ ຕ້ອງການພົບທ່ານ.”
\s5
\v 33 ພຣະອົງຊົງຕອບວ່າ, “ຜູ້ໃດເປັນແມ່ ແລະ ຜູ້ໃດເປັນນ້ອງຊາຍຂອງເຮົາ? ”
\v 34 ແລ້ວພຣະເຢຊູເຈົ້າ ກໍຫລຽວເບິ່ງປະຊາຊົນ ທີ່ນັ່ງອ້ອມພຣະອົງ ຢູ່ນນັ້ ແລະ ໄດ້ກ່າວວ່າ, “ນີ້ຄື ແມ່ ແລະ ນ້ອງຊາຍຂອງເຮົາ.
\v 35 ດ້ວຍວ່າ, ຜູ້ໃດກໍຕາມ ທີ່ຍອມປະຕິບັດຕາມພຣະປະສົງຂອງພຣະເຈົ້າ ຜູ້ນັ້ນແຫລະ ເປັນນ້ອງຊາຍ ແລະ ນ້ອງສາວ ແລະ ແມ່ ຂອງເຮົາ.”
\s5
\c 4
\p
\v 1 ຕໍ່ມາ ພຣະເຢຊູເຈົ້າ ໄດ້ສັ່ງສອນອີກ ທີ່ແຄມທະເລສາບຄາລີເລ ປະຊາຊົນໝູ່ໃຫຍ່ ມາເຕົ້າໂຮມກັນແລ້ວ ມາຫາພຣະອົງ ຈົນພຣະອົງຂຶ້ນໄປນັ່ງຢູ່ ໃນເຮືອ ຫ່າງຈາກຝັ່ງ, ສ່ວນປະຊາຊົນນັ້ນ ຢູ່ເທິງບົກຕາມແຄມຝັ່ງ.
\v 2 ພຣະອົງໃຊ້ຄຳອຸປະມາ ຫລາຍເລື່ອງ ເພື່ອສອນພວກເຂົາ ແລະ ໃນຕອນນີ້ ພຣະອົງໄດ້ສອນ ໂດຍກ່າວວ່າ,
\s5
\v 3 “ຈົ່ງຟັງໃຫ້ດີ ມີຊາຍຄົນໜຶ່ງອອກໄປຫວ່ານເມັດພືດ.
\v 4 ຂະນະທີ່ເຂົາ ຫວ່ານເມັດພືດໃນນາຢູ່ນັ້ນ ບາງເມັດຕົກຕາມຫົນທາງ ແລະ ຝູງນົກໄດ້ມາສັບກິນເມັດນັ້ນເສຍ.
\v 5 ບາງ ເມັດຕົກໃສ່ດິນທີ່ມີຫິນ ຄື ບ່ອນທີ່ມີດິນ ໜ້ອຍຫິນຫລາຍ ເມັດເຫລົ່ານີ້ ຈຶ່ງງອກຂຶ້ນໄດ້ໄວ ເພາະພື້ນດິນບໍ່ເລິກ.
\s5
\v 6 ແລະ ເມື່ອແສງແດດກ້າ ພືດທີ່ຮາກບໍ່ເລິກນັ້ນ ກໍແຫ້ມແດດ ແລະ ຫ່ຽວແຫ້ງໄປ.
\v 7 ບາງເມັດຕົກໃສ່ ກາງພຸ່ມໜາມ ແລ້ວພຸ່ມໜາມ ເຫລົ່າ ນີ້ກໍໃຫຍ່ຂຶ້ນ ແລະຫຸ້ມຮັດພືດເຫ​ລົ່ານັ້ນໄວ້ ຈຶ່ງເກີດຜົນບໍ່ໄດ້.
\s5
\v 8 ແຕ່ ບາງເມັດຕົກໃສ່ດິນດີ, ພືດກໍງອກງາມ ແລະ ຈະເລີນຂຶ້ນ ຈຶ່ງເກີດຜົນ: ສາມສິບຕໍ່, ຫົກສິບຕໍ່ ແລະ ຮ້ອຍຕໍ່. ”
\v 9 ພຣະເຢຊູເຈົ້າຈຶ່ງໄດ້ກ່າວວ່າ, “ຜູ້ໃດ ມີຫູຟັງ ຈົ່ງຟັງເອົາ.”
\s5
\v 10 ເມື່ອ ພຣະເຢຊູເຈົ້າ ຢູ່ຕາມລໍາພັງ ແລ້ວພວກຕິດຕາມພຣະອົງບາງຄົນ ແລະສາວົກ ສິບສອງ ຄົນຈຶ່ງຖາມພຣະອົງກ່ຽວກັບຄໍາອຸປະມາ ດັ່ງກ່າວ.
\v 11 ພຣະເຢຊູເຈົ້າຕອບພວກເພິ່ນວ່າ, “ພຣະເຈົ້າ ໄດ້ເປີດເຜີຍໃຫ້ ພວກເຈົ້າໄດ້ຮູ້ຈ້ກຄວາມເລິກລັບ ແຫ່ງອານາຈັກຂອງພຣະເຈົ້າ ສໍາລັບຄົນຜູ້ທີ່​ຢູ່ ນອກ ພວກເຂົາຟັງຮູ້ທຸກຢ່າງໄດ້ ໂດຍອາໄສຄໍາອຸປະມາ
\v 12 ເພື່ອວ່າ ‘ພວກເຂົາ ເບິ່ງແລ້ວ ເບິ່ງອີກ ກໍ ຈະ ບໍ່ ເຫັນ ຟັງແລ້ວ ຟັງອີກ ແຕ່ກໍຈະບໍ່ ເຂົ້າໃຈ ຖ້າພວກເຂົາຮູ້ ຄົງຫັນກັບຄືນມາຫາ ພຣະເຈົ້າ ແລະ ຮັບການອະໄພ.
\s5
\v 13 ແລ້ວ ພຣະເຢຊູເຈົ້າໄດ້ເວົ້າກັບພວກເພິ່ນວ່າ, “ຖ້າພວກເຈົ້າ ບໍ່ເຂົ້າໃຈ ຄໍາອຸປະມານີ້ແລ້ວ ພວກເຈົ້າຈະເຂົ້າໃຈ ຄໍາອຸປະມາ ເລື່ອງອື່ນໄດ້ຢ່າງໃດ?
\v 14 ຜູ້ຫວ່ານນັ້ນໄດ້ແກ່ ຜູ້ຫວ່ານພຣະທຳຂອງພຣະເຈົ້າ.
\v 15 ເມັດທີ່ຕົກຕາມຖະໜົນຫົນທາງ ຄື ຄົນທີ່ໄດ້ຍິນພຣະທຳນັ້ນແລ້ວ ທັນໃດນັ້ນ ມາຊາຕານ ກໍມາຍາດຊີງເອົາພຣະທຳ ​ທີ່ຫວ່ານໃນໃຈເຂົານັ້ນໄປເສຍ.
\s5
\v 16 ສ່ວນເມັດທີ່ຕົກໃສ່ດິນ ທີ່ມີຫິນ ໄດ້ແກ່ຄົນທີ່ໄດ້ຍິນພຣະທຳ ແລ້ວກໍ ຮັບເອົາໄວ້ທັນທີ ດ້ວຍຄວາມຍິນດີ.
\v 17 ຍ້ອນບໍ່ມີຮາກໃນຕົນເອງ ຈຶ່ງ ທົນຢູ່ບໍ່ໄດ້ດົນ. ດັ່ງນັ້ນ ເມື່ອໄດ້ຮ້ບຄວາມຍາກລໍາບາກ ຫລື ຖືກຂົ່ມເຫັງເພາະ ພຣະທຳນັ້ນ ເຂົາຈຶ່ງທໍ້ຖອຍໃຈທັນທີ.
\s5
\v 18 ເມັດພືດທີ່​ຕົກໃສ່ກາງພຸ່ມໜາມ ໄດ້ແກ່ ຜູ້ທີ່ໄດ້ຍິນພຣະທຳ,
\v 19 ແຕ່ເຂົາມີຄວາມກັງວົນເຖິງຊີວິດນີ້, ການຢາກຮັ່ງ ຢາກມີ, ຕະຫລອດທັງຄວາມຕ້ອງການ ທຸກສິ່ງ ທຸກຢ່າງໄດ້ເຂົ້າມາຫຸ້ມຮັດພຣະທຳໄວ້ ພຣະທຳຈຶ່ງບໍ່ ເກີດຜົນ
\v 20 ສ່ວນເມັດພືດ ທີ່ຕົກໃສ່ດິນດີ ນັ້ນໄດ້ແກ່ຜູ້ທີ່ໄດ້ຍິນພຣະທຳ ແລ້ວຕ້ອນຮັບເອົາໄວ້ ຈຶ່ງເກີດຜົນ ສາມສິບ ຕໍ່, ຫົກສິບ ຕໍ່ ແລະ ຮ້ອຍ ຕໍ່.”
\s5
\v 21 ພຣະເຢຊູເຈົ້າກ່າວຕໍ່ໄປວ່າ, “ມີ ​ຜູ້ໃດ ທີ່ໄຕ້ໂຄມໄຟໄວ້ ແລ້ວເອົາເຂົ້າ ໄວ້ ໃນຖັງ ຫລື ເອົາວາງໄວ້ຢູ່ກ້ອງຕຽງນອນ? ບໍ່ແມ່ນ ເຂົາຕັ້ງໄວ້ເທິງທີ່ສູງ ບໍ?
\v 22 ສິ່ງໃດ ທີ່ຖືກເຊື່ອງໄວ້ ຈະຖືກນຳອອກມາປາກົດໃຫ້ເຫັນ ແລະ ສິ່ງໃດທີ່ເປັນຄວາມລັບ ກໍຈະຖືກນຳມາ ເປີດເຜີຍໃຫ້ຮູ້.
\v 23 ຜູ້ໃດ ມີຫູຟງັ ຈົ່ງຟັງເອົາ.”
\s5
\v 24 ພຣະອົງກ່າວຕໍ່ໄປອີກວ່າ, “ຈົ່ງລະວັງໃນສິ່ງທີ່ພວກເຈົ້າໄດ້ຟັງ ພວກເຈົ້າຈະຕວງໃຫ້ຄົນອື່ນດ້ວຍເຄື່ອງຜອງຢ່າງໃດ, ພຣະເຈົ້າກໍຈະຕວງໃຫ້ກັບພວກເຈົ້າ ດ້ວຍເຄື່ອງຜອງຢ່າງນັ້ນ ທັງຈະຊົງເພີ່ມເຕີມໃຫ້ອີກ.
\v 25 ດ້ວຍວ່າ, ຜູ້ທີ່ມີຢູ່ແລ້ວ ກໍຈະໄດ້ຮ້ບຕື່ມອີກ, ແຕ່ຜູ້ທີ່ບໍ່ມີ ແມ່ນແຕ່ສິ່ງທີ່ມີຢູ່ ພຽງເລັກນ້ອຍ ກໍຈະຖືກເອົາໄປເສຍຈາກລາວ.”
\s5
\v 26 ພຣະເຢຊູເຈົ້າກ່າວຕໍ່ໄປວ່າ, “ອານາຈັກຂອງພຣະເຈົ້າ ກໍເປັນຄືດັ່ງນີ້: ມີຄົນໜຶ່ງຫວ່ານເມັດພືດໃສ່ນາຂອງຕົນ.
\v 27 ເຂົານອນຫລັບໃນເວລາກາງຄືນ ແລະ ຕື່ນຂຶ້ນໃນເວລາກາງເວັນ ພໍ​ດີເມັດພືດນັ້ນກໍງອກ ແລະ ຈະເລີນເຕີບໃຫຍ່ຂຶ້ນ ແລະ ເຂົາບໍ່ສາມາດເຂົ້າໃຈວ່າ ມັນເປັນໄປໄດ້ຢ່າງໃດ.
\v 28 ແມ່ນ ຜືນແຜ່ນດິນເອງ ທີ່ເຮັດໃຫ້ເມັດພືດງອກງາມ ຈົນເກີດຜົນຄື: ທໍາອິດ ເປັນຕົ້ນອ່ອນແຕກອອກ ຕໍ່ມາເປັນຮວງເຂົ້າຂຽວ ແລະ ໃນ​ທີ່ສຸດ ກໍ ມີເມັດຕຶ່ງເຕັມຮວງ.
\v 29 ຄັນເມັດເຂົ້າສຸກແລ້ວ ລາວກໍໃຊ້ຄົນໄປກ່ຽວ ເພາະເວລາເກັບກ່ຽວໄດ້ມາເຖິງແລ້ວ.”
\s5
\v 30 ພຣະເຢຊູເຈົ້າກ່າວວ່າ, “ອານາຈັກຂອງພຣະເຈົ້າຈະປຽບ ຄື ຫຍັງ? ຫລື ຈະໃຊ້ຄຳອຸປະມາ ຢ່າງໃດ ເພື່ອອະທິບາຍ ເຖິງອານາຈັກນີ້?
\v 31 ກໍປຽບເໝືອນແກ່ນຜັກກາດ ເມັດໜຶ່ງ, ເມື່ອຫວ່ານລົງໄປໃນດິນມັນກໍນ້ອຍກວ່າ ເມັດໃດໆ ທັງໝົດໃນໂລກ.
\v 32 ເມື່ອຫວ່ານລົງໄປແລ້ວ ມັນກໍປົ່ງຂຶ້ນ ແລະ ກາຍເປັນຕົ້ນທີ່ໃຫຍ່ກວ່າ ຜັກທັງປວງ ແລະ ແຕກກິ່ງກ້ານໃຫຍ່ອອກ ພໍທີ່ພວກນົກປ່າ ມາເຮັດຮັງຢູ່ໄດ້. ”
\s5
\v 33 ພຣະເຢຊູເຈົ້າໄດ້ກ່າວ ພຣະທຳເປັນຄໍາອຸປະມາຫລາຍເລື່ອງຢ່າງດຽວກັນນີ້ໃຫ້ພວກເຂົາຟັງ ຕາມທີ່ພວກເຂົາສາມາດເຂົ້າໃຈໄດ້.
\v 34 ພຣະອົງບໍ່ໄດ້ກ່າວກັບພວກເຂົາໂດຍໃຊ້ຄໍາອຸປະມາເທົ່ານັ້ນ, ແຕ່ເມື່ອພຣະອົງຢູ່ຕາມລໍາພັງກັບສາວົກແລ້ວ, ພຣະອົງກໍອະທິບາຍທຸກໆ ສິ່ງສູ່ພວກເພິ່ນ ຟັງໂດຍສະເພາະ.
\s5
\v 35 ຕອນຄ່ຳໃນວັນດຽວກັນນັ້ນ ພຣະເຢຊູເຈົ້າໄດ້ກ່າວແກ່ ພວກສາວົກ ຂອງພຣະອົງວ່າ, “ໃຫ້ພວກເຮົາຂ້າມທະເລສາບ ໄປຟາກນັ້ນເທາະ. ”
\v 36 ສະນັ້ນ ພວກເພິ່ນຈຶ່ງລາປະຊາຊົນ ແລ້ວລົງໄປໃນເຮືອທີ່ພຣະເຢຊູເຈົ້ານັ່ງຢູ່ ແລ້ວ ແລະພາກັນຂີ່ໄປ, ນອກນີ້ ຍັງມີເຮືອລໍາອື່ນອີກຫລາຍລໍາໄປນຳດ້ວຍ.
\v 37 ແລ້ວລົມພະຍຸ ກໍເລີ່ມພັດມາແຮງ ແລະ ຟອງນໍ້າຊັດເຂົ້າເຮືອ ຈົນເຮືອເກືອບຈະເຕັມດ້ວຍນ້ຳ.
\s5
\v 38 ສ່ວນພຣະເຢຊູເຈົ້ານັ້ນ ນອນໝູນໝອນຫລັບຢູ່ທ້າຍເຮືອ. ສະນັ້ນພວກສາວົກຈຶ່ງໄປປຸກພຣະອົງວ່າ, “ອາຈານ ເອີຍ, ທ່ານ ບໍ່ເປັນຫ່ວງພວກ ຂ້ານ້ອຍ ບໍ? ພວກຂ້ານ້ອຍກໍາລັງຈະຈົມນໍ້າຕາຍຢູ່ແລ້ວ. ”
\v 39 ພຣະອົງຈຶ່ງ ຕື່ນຂຶ້ນມາ ແລະ ກ່າວແກ່ທະເລ ວ່າ, “ງຽບສະຫງົບແມ”. ແລ້ວລົມກໍເຊົາ ຟອງນ້ຳກໍສະຫງົບງຽບທົ່ວໄປ.
\s5
\v 40 ແລ້ວພຣະເຢຊູເຈົ້າ ກໍກ່າວຕໍ່ ພວກສາວົກຂອງພຣະອົງ ວ່າ, “ເປັນຫຍັງ ພວກເຈົ້າຈຶ່ງຢ້ານ? ພວກເຈົ້າຍັງບໍ່ມີຄວາມເຊື່ອບໍ? ”
\v 41 ແຕ່ ພວກເພິ່ນຕົກໃຈຢ້ານຫລາຍ ທັງເວົ້າຕໍ່ກັນແລະກັນວ່າ, “ທ່ານຜູ້ນີ້ເປັນຜູ້ໃດ ໜໍ? ແມ່ນແຕ່ລົມ ແລະ ຟອງທະເລ ກໍຍອມຟັງຄວາມເພິ່ນ.”
\s5
\c 5
\p
\v 1 ຕໍ່ມາພຣະເຢຊູເຈົ້າ ກັບພວກສາວົກຂອງພຣະອົງໄດ້ມາຮອດຝັ່ງອີກດ້ານໜຶ່ງຂອງທະເລສາບຄາລີເລ ໃກ້ເມືອງເຄຣາຊາ.
\v 2 ພໍພຣະເຢຊູເຈົ້າ ອອກຈາກເຮືອໄປ ກໍ​ມີຊາຍຜູ້ໜຶ່ງມີຜີຊົ່ວຮ້າຍສິງຢູ່ ໄດ້ອອກຈາກປ່າຊ້າມາ ພົບພຣະອົງ.
\s5
\v 3 ຊາຍຜູ້ນີ້ເຄີຍອາໄສຢູ່ຕາມປ່າຊ້າ ບໍ່ມີຜູ້ໃດສາມາດມັດ ຫລື ແມ່ນແຕ່ ລ່າມໂສ້ມັນໄວ້ໄດ້,
\v 4 ເຂົາເຄີຍ​ລ່າມໂສ້ ໃສ່ຕີນ ຜູກມັດໄວ້ຫລາຍເທື່ອແລ້ວ, ແຕ່ມັນກໍຫັກໂສ້ໃຫ້ຂາດ ແລະ ຫັກໃຫ້ໝຸ່ນໄປໄດ້ທຸກເທື່ອ ມັນແຂງແຮງຫລາຍ ຈົນບໍ່ມີຜູ້ໃດປາບມັນໄດ້.
\s5
\v 5 ມັນ ທ່ອງທ່ຽວໄປມາຢູ່ຕາມ ປ່າຊ້າ ແລະຕາມເນີນພູເຂົາ ທັງ ເວັນ ທັງ ຄືນ ໂດຍ ແຜດ ສຽງຮ້ອງ ແລະເອົາ ຫິນ ປາດຕາມເນື້ອ ຕົວ ຂອງຕົນ ເອງ.
\v 6 ເມື່ອ ມັນ ຫລຽວ ເຫັນ ພຣະເຢຊູເຈົ້າ ແຕ່ ໄກໆ ມັນ ໄດ້ ແລ່ນ ມາ ຫາ ແລະ ຂາບລົງ ຕໍ່ ໜ້າພຣະອົງ,
\s5
\v 7 ແລະຮ້ອງດ້ວຍສຽງດັງວ່າ, “ເຢຊູ ບຸດ ພຣະເຈົ້າຜູ້ສູງສຸດເອີຍ, ທ່ານ ມາຫຍຸ້ງກ່ຽວຫຍັງກັບຂ້ານ້ອຍ? ຂ້ານ້ອຍ ຂໍຮ້ອງທ່ານສັນຍາໃນພຣະນາມ ພຣະເຈົ້າວ່າ ຈະບໍ່ທໍລະມານ ຂ້ານ້ອຍ” (
\v 8 ມັນເວົ້າເຊັ່ນນີ້ກໍເພາະພຣະເຢຊູເຈົ້າໄດ້ບອກມັນວ່າ, 'ຜີຊົ່ວຮ້າຍອອກຈາກຄົນນີ້ແມ')
\s5
\v 9 ພຣະເຢຊູເຈົ້າ ໄດ້ຖາມມັນວ່າ, “ມຶງ ຊື່ຫຍັງ? ” ມັນຕອບວ່າ, “ຊື່ ກອງທັບ ເພາະພວກຂ້ານ້ອຍ ມີຢູ່ດ້ວຍກັນຫລາຍໂຕ. ”
\v 10 ມັນຂໍຮ້ອງ ນໍາພຣະເຢຊູເຈົ້າບໍ່ໃຫ້ຂັບໄລ່ພວກມັນອອກໄປຈາກເຂດແດນ (ນ).
\s5
\v 11 ຢູ່ໃກ້ພູນັ້ນມີໝູຝູງໃຫຍ່ທີ່ກໍາລັງຊອກຫາກິນຢູ່ຕາມເນີນ​ພູ
\v 12 ດັ່ງນັ້ນຜີຊົ່ວຮ້າຍທີ່ສິງຢູ່ນັ້ນຈຶ່ງຂໍຮ້ອງນໍາ ພຣະເຢຊູເຈົ້າວ່າ, “ໃຫ້ພວກຂ້ານ້ອຍເຂົ້າໄປສິງຢູ່ໃນຝູງໝູສາ. ”
\v 13 ພຣະອົງອະນຸຍາດໃຫ້ພວກມັນ ແລ້ວຜີຊົ່ວຮ້າຍຈຶ່ງອອກຈາກຊາຍຄົນນັ້ນແລະເຂົ້າໄປໃນຝູງໝູ ​ໝູທັງໝົດປະມານສອງພັນໂຕກໍຟ້າວແລ່ນລົງຕະລິ່ງຊັນແລະໂຕນລົງທະເລສາບ ຈົມນໍ້າຕາຍໝົດ.
\s5
\v 14 ສ່ວນພວກລ້ຽງໝູຕ່າງກໍແລ່ນໜີແລະໄປບອກເລື້ອງທີ່ໄດ້ເກີດຂື້ນ ນັ້ນຕາມໃນເມືອງແລະຕາມນອກເມືອງ. ດັ່ງນັ້ນປະຊາຊົນຈຶ່ງອອກມາເບິ່ງ ເຫດການທີ່ໄດ້ເ​ກີດຂຶ້ນ.
\v 15 ພວກເຂົາມາຫາພຣະເຢຊູເຈົ້າແລະເຫັນ ຊາຍທີ່ຜີມານຮ້າຍເປັນກອງທັບເຄີຍສິງຢູ່ເຫັນລາວນ່ງເຄື່ອງແລະນັ່ງຮຽບຮ້ອຍໂດຍມີສະຕິອາຣົມເປັນປົກກະຕິດີແລະປະຊາຊົນເຫລົ່ານີ້ຕ່າງກໍສະທ້ານ ຢ້ານກົວຫລາຍ.
\s5
\v 16 ແລ້ວພວກທີ່ໄດ້ເຫັນເຫດການກໍເລົ່າເຖິງສີ່ງ​ທີ່ໄດ້ເກີດຂຶ້ນກັບຄົນ ຜີມານຮ້າຍສິງແລະກັບຝູງໝູນັ້ນສູ່ປະຊາຊົນຟັງ.
\v 17 ສະນັ້ນ ພວກເຂົາຈຶ່ງ ຂໍຮ້ອງພຣະເຢຊູເຈົ້າໃຫ້ໜີໄປຈາກເຂດແດນຂອງພວກຕົນ.
\s5
\v 18 ເມື່ອພຣະເຢຊູເຈົ້າກໍາລັງລົງເຮືອ ຊາຍທີ່ຜີມານຮ້າຍເຄີຍສິງນັ້ນ ກໍອ້ອນວອນຂໍຢູ່ກັບພຣະອົງ.
\v 19 ແຕ່ພຣະເຢຊູເຈົ້າບໍ່ໃຫ້ລາວໄປນຳ ໂດຍ ​ກ່າວແກ່ລາວວ່າ, “ຈົ່ງກັບເມືອບ້ານຫາຍາດຕິພີ່ນ້ອງຂອງເຈົ້າ ແລະບອກ ພວກເຂົາເຖິງເຫດການອັນຍິ່ງໃຫຍ່ທີ່ອົງພຣະຜູ້ເປັນເຈົ້າໄດ້ກະທໍາສໍາລັບເຈົ້າແລະພຣະເມດຕາທີ່ມີຕໍ່ເຈົ້າ. ”
\v 20 ສະນັ້ນ ຊາຍຜູ້ນີ້ຈຶ່ງລາພຣະເຢຊູ ເຈົ້າໄປ ແລະຕັ້ງຕົ້ນປະກາດເລື້ອງທີ່ພຣະເຢຊູເຈົ້າໄດ້ເຮັດແກ່ຕົນໃນແຂວງ ເດກາໂປລີ ແລ້ວຄົນທັງຫລາຍທີ່ໄດ້ຍິນເລື້ອງນີ້ ຕ່າງກໍ​ງຶດປະຫລາດໃຈ.
\s5
\v 21 ເມື່ອພຣະເຢຊູເຈົ້າຂີ່ເຮືອຂ້າມທະເລສາບກັບໄປແລ້ວ ທີ່ແຄມທະເລສາບນັ້ນ ປະຊາຊົນໝູ່ໃຫຍ່ໄດ້ມາເຕົ້າໂຮມກັນອ້ອມພຣະອົງ.
\v 22 ມີຊາຍຄົນໜຶ່ງຊື່ວ່າຢາອີໂຣໄດ້ມາຫາພຣະເຢຊູເຈົ້າ ເຂົາເປັນຫົວໜ້າ ທໍາມະສາລາໃນທ້ອງຖິ່ນນັ້ນ ເມື່ອເຂົາເຫັນພຣະເຢຊູເຈົ້າຈຶ່ງກົ້ມຂາບລົງທີ່ຕີນ ຂອງ ພຣະອົງ
\v 23 ແລະຂໍຮ້ອງຄວາມຊ່ວຍເຫລືອນໍາພຣະເຢຊູເຈົ້າວ່າ, “ລູກສາວຂ້ານ້ອຍເຈັບໜັກໃກ້ຈະຕາຍແລ້ວ ຂໍທ່ານກະຣຸນາໄປວາງມືໃສ່ນາງດ້ວຍເຖີດ ເ​ພື່ອລາວຈະຫາຍດີ ແລະ​ມີ​ຊີວິດຢູ່. ”
\v 24 ພຣະເຢຊູເຈົ້າກໍໄປກັບລາວ ​ມີປະຊາຊົນຢ່າງໜາແໜ້ນບຸບຽດພຣະອົງໄປ.
\s5
\v 25 ມີຍິງຄົນໜຶ່ງທີ່ ເປັນພະຍາດເລືອດຕົກໄດ້ສິບສອງປີແລ້ວ,
\v 26 ເຖິງວ່ານາງໄດ້ ໄປໃຫ້ໝໍຫລາຍຄົນປິ່ນປົວແລະເສຍເງິນໄປຢ່າງຫລວງຫລາຍແລ້ວກໍຕາມ, ແຕ່ພະຍາດນີ້ກໍບໍ່ໄດ້ທຸເລົາລົງເລີຍກັບຮຸນແຮງຂື້ນກວ່າເກົ່າອີກ.
\v 27 ເມື່ອນາງໄດ້ຍິນຄົນເວົ້າເຖິງພຣະເຢຊູເຈົ້ານາງຈຶ່ງຍ່າງມາທາງ ຫລັງພຣະອົງປົນກັບປະຊາຊົນ ແລະບາຍເຄື່ອງນຸ່ງຂອງພຣະອົງ.
\s5
\v 28 ໂດຍຄິດໃນໃຈວ່າ, “ຖ້າ ເຮົາໄດ້ບາຍພຽງແຕ່ເຄື່ອງນຸ່ງຂອງເພິ່ນເທົ່ານັ້ນເຮົາກໍຈະດີພະຍາດ. ”
\v 29 ໃນຂະນະທີ່ນາງບາຍເຄື່ອງນຸ່ງຂອງພຣະອົງ ແລະພະຍາດເລືອດຕົກນັ້ນ ກໍຢຸດທັນທີ, ນາງຮູ້ສຶກໃນຕົວວ່າຕົນດີພະຍາດແລ້ວ.
\s5
\v 30 ຝ່າຍພຣະເຢຊູເຈົ້າກໍຮູ້ ໄດ້ໃນທັນທີວ່າຣິດໄດ້ອອກຈາກພຣະອົງ. ດັ່ງນັ້ນ ພຣະອົງຈຶ່ງອວ່າຍໜ້າມາທາງປະຊາຊົນ ແລະຖາມວ່າ, “ຜູ້ໃດບາຍເຄື່ອງນຸ່ງເຮົາ? ”
\v 31 ພວກສາວົກ ຂອງ ພຣະອົງຕອບ ວ່າ, “ທ່ານກໍເຫັນ ແລ້ວວ່າ ປະຊາຊົນບຸບຽດທ່ານສໍ່າໃດ? ເປັນຫຍັງທ່ານຈຶ່ງຖາມວ່າ ຜູ້ໃດ ບາຍທ່ານ? ”
\v 32 ແຕ່ພຣະເຢຊູເຈົ້າໄດ້ຫລຽວໄປອ້ອມໆ ພຣະອົງ ເພື່ອ ຊອກເບິ່ງວ່າຜູ້ໃດ ເປັນຜູ້ ເຮັດ.
\s5
\v 33 ສ່ວນຍິງຜູ້ນັ້ນກໍຢ້ານກົວຈົນຕົວສັ່ນ ເພາະຮູ້ ດີເຖິງສິ່ງທີ່ໄດ້ ເກີດຂື້ນ ກັບຕົນ. ສະນັ້ນ ນາງຈຶ່ງມາຂາບລົງທີ່ຕີນຂອງພຣະເຢຊູເຈົ້າ ແລະເວົ້າຄວາມຈິງທັງໝົດສູ່ ພຣະອົງຟັງ.
\v 34 ພຣະເຢຊູເຈົ້າກ່າວແກ່ນາງວ່າ, “ລູກຍິງເອີຍ ຄວາມເຊື່ອຂອງເຈົ້າ ເຮັດໃຫ້ ເຈົ້າ ດີ ແລ້ວ ຈົ່ງໄປເປັນສຸກ ແລະ ດີພະຍາດສາ.”
\s5
\v 35 ໃນຂະນະທີ່ພຣະເຢຊູເຈົ້າຍັງກ່າວຢູ່ ກໍມີຜູ້ນໍາຂ່າວບາງຄົນແຕ່ເຮືອນ ຢາອິໂຣ ມາບອກວ່າ, “ລູກສາວຂອງເຈົ້າຕາຍແລ້ວ ຍັງລົບກວນ ອາຈານ ເຮັດຫຍັງ?”
\s5
\v 36 ແຕ່ ພຣະເຢຊູເຈົ້າ ບໍ່ສົນໃຈນຳເຖິ່ງສິ່ງ ທີ່ພວກເຂົາ ໄດ້ ເວົ້ານັ້ນ ແລະ ກ່າວແກ່ຢາອິໂຣວ່າ, “ຢ່າ ວິຕົກເລີຍຈົ່ງເຊື່ອ ເທົ່າ ນັ້ນ. ”
\v 37 ພຣະອົງກໍບໍ່ຊົງ ອະນຸຍາດ ໃຫ້ ຜູ້ ໃດໄປນໍາພຣະອົງ ນອກຈາກ ເປໂຕ, ຢາໂກໂບ ແລະ ໂຢຮັນ ນ້ອງຊາຍ ຂອງ ຢາໂກໂບ.
\v 38 ເມື່ອມາຮອດເຮືອນຂອງຫົວໜ້າທໍາມະສາລາ ແລ້ວ ພຣະອົງກໍເຫັນຄົນວຸ້ນວາຍຢູ່ ຄືຮ້ອງໄຫ້ ແລະສົ່ງສຽງຄໍ່າຄວນ.
\s5
\v 39 ພຣະເຢຊູເຈົ້າ ເຂົ້າໄປໃນເຮືອນ ແລະກ່າວແກ່ພວກເຂົາ ວ່າ, “ພວກເຈົ້າ ວຸ້ນວາຍ ແລະ ຮ້ອງໄຫ້ ຄໍ່າຄວນເຮັດຫຍັງ? ເດັກຍິງຜູ້ ນິ້ບໍ່ໄດ້ຕາຍດອກ ນາງພຽງແຕ່ນອນຫລັບເທົ່າ ນັ້ນ. ”
\v 40 ພວກເຂົາພາກັນຫົວຂວັນພຣະອົງ. ສະນັ້ນ ພຣະອົງຈຶ່ງໄລ່ທຸກຄົນໃຫ້ ອອກໄປໝົດ ແລະເອົາແຕ່ພໍ່ແມ່ເດັກນ້ອຍກັບ ສາວົກສາມຄົນເທົ່ານັ້ນ ເຂົ້າໄປໃນຫ້ອງທີ່ເດັກນ້ອຍນອນຢູ່.
\s5
\v 41 ພຣະອົງຈັບມືເດັກນ້ອຍນັ້ນ ແລະກ່າວແກ່ນາງວ່າ, “ຕາລີທາກຸມ” ໝາຍຄວາມວ່າ: ນາງນ້ອຍເອີຍ ຈົ່ງລຸກຂຶ້ນ
\v 42 ເດັກຍິງກໍລຸກຂຶ້ນ ແລະຍ່າງໄປມາ. (ນາງອາຍຸໄດ້ສິບສອງປີແລ້ວ) ພວກເຂົາໄດ້ງຶດປະຫລາດໃຈຫລາຍ.
\v 43 ແຕ່ພຣະເຢຊູເຈົ້າໄດ້ສັ່ງຫ້າມພວກເຂົາ ບໍ່ໃຫ້ບອກເລື້ອງນີ້ແກ່ຜູ້ໃດ ເປັນເດັດຂາດ ແລ້ວພຣະອົງກໍກ່າວວ່າ, “ຈົ່ງເອົາອາຫານມາໃຫ້ນາງກິນ.”
\s5
\c 6
\p
\v 1 ພຣະເຢຊູເຈົ້າໄດ້ຈາກບ່ອນນັ້ນ ແລະກັບຄືນໄປຍັງເມືອງ ຂອງພຣະອົງ ໂດຍມີພວກສາວົກຂອງພຣະອົງຕິດຕາມໄປນໍາ.
\v 2 ພໍເຖິງວັນຊະບາໂຕພຣະອົງກໍໄດ້ຕັ້ງຕົ້ນສັ່ງສອນໃນທໍາມະສາລາ ປະຊາຊົນຫລວງຫລາຍຢູ່ໃນທີ່ນັ້ນ ແລະເມື່ອພວກເຂົາໄດ້ຍິນຄໍາສອນຂອງພຣະອົງ ທຸກຄົນຕ່າງກໍງຶດປະຫລາດໃຈ ພວກເຂົາ ຖາມກັນວ່າ, “ຄົນນີ້ເອົາຄໍາສັ່ງສອນທັງໝົດນີ້ມາແຕ່ໃສ? ສະຕິ ປັນຍາທີ່ໄດ້ໃຫ້ແກ່ຄົນນີ້ແມ່ນປັນຍາຢ່າງໃດ? ເພາະການອັດສະຈັນເຫລົ່ານີ້ກໍໄດ້ສໍາເລັດດ້ວຍມືຂອງລາວ.
\v 3 ລາວບໍ່ແມ່ນຊ່າງໄມ້ ລູກຊາຍຂອງມາຣີ ແລະເປັນອ້າຍຂອງ ຢາໂກໂບ, ໂຢເຊັບ, ຢູດາ ແລະຊີໂມນນັ້ນບໍ? ພວກນ້ອງສາວຂອງລາວກໍຢູ່ ໃນເມືອງນີ້ບໍ່ແມ່ນບໍ? ” ສະນັ້ນ ພວກເຂົາຈ່ຶ່ງບໍ່ຍອມຮັບພຣະອົງ,
\s5
\v 4 ແລ້ວພຣະເຢຊູເຈົ້າກໍກ່າວແກ່ພວກເຂົາວ່າ, “ຜູ້ປະກາດ ພຣະທໍາໄດ້ຮັບຄວາມເຄົາຣົບນັບຖືທົ່ວທຸກບ່ອນ ເວັ້ນໄວ້ແຕ່ໃນ ບ້ານເມືອງຂອງຕົນ, ຍາດຕິພີ່ນ້ອງຂອງຕົນ ແລະຄອບຄົວ ຂອງຕົນ. ”
\v 5 ພຣະເຢຊູເຈົ້າບໍ່ໄດ້ເຮັດການອັດສະຈັນໃດໆຢູ່ໃນເມືອງນີ້ ນອກຈາກພຣະອົງໄດ້ວາງມືໃສ່ຄົນເຈັບໄຂ້ ໄດ້ປ່ວຍ ບາງຄົນ ແລະຊົງໂຜດຮັກສາພວກເຂົາໃຫ້ຫາຍດີ.
\v 6 ພຣະອົງ ປະຫລາດໃຈຫລາຍທີ່ເຫັນຊາວເມືອງບໍ່ມີຄວາມເຊື່ອ ແລ້ວພຣະເຢຊູເຈົ້າກໍໄດ້ສັ່ງສອນທົ່ວທຸກບ້ານທີ່ຢູ່ ອ້ອມຮອບເຂດນັ້ນ.
\s5
\v 7 ພຣະອົງໄດ້ເອິ້ນສາວົກສິບສອງຄົນມາ ແລະໃຊ້ພວກເພິ່ນ ອອກໄປເປັນຄູ່ ໆ ໂດຍໃຫ້ພວກເພິ່ນມີສິດອໍານາດເໜືອບັນດາຜີຊົ່ວຮ້າຍ,
\v 8 ແລະ ສັ່ງພວກເພິ່ນວ່າ, “ໃນການອອກໄປນີ້ ພວກເຈົ້າຢ່າເອົາຫຍັງໄປນໍາ ນອກຈາກໄມ້ຄ້ອນເທົ້າເທົ່ານັ້ນ ຢ່າ ເອົາອາຫານ ຖົງ ຫລືເງິນໃສ່ກະເປົາ ສາຍຮັດແອວໄປນໍາ.
\v 9 ຈົ່ງ ໃສ່ເກີບ ແຕ່ຢ່າເອົາເຄື່ອງນຸ່ງເພື່ອປ່ຽນໄປນໍາ.”
\s5
\v 10 ພຣະອົງຍັງສັ່ງອີກວ່າ, “ເຮືອນໃດທີ່ຕ້ອນຮັບພວກເຈົ້າ ຈົ່ງຢູ່ ໃນເຮືອນນັ້ນ ຈົນກວ່າພວກເຈົ້າຈາກບ່ອນນັ້ນໄປ.
\v 11 ຖ້າບ່ອນໃດບໍ່ຕ້ອນຮັບພວກເຈົ້າ ຈົ່ງໄປຈາກບ່ອນນັ້ນແລະສັ່ນຂີ້ຝຸ່ນທີ່ຕີນຂອງພວກເຈົ້າອອກ. ” (ທ)
\s5
\v 12 ສະນັ້ນ ພວກເພິ່ນຈຶ່ງອອກໄປປະກາດໃຫ້ຄົນທັງຫລາຍ ຖິ້ມໃຈເກົາເອົາໃຈໃໝ່.
\v 13 ພວກເພິ່ນໄດ້ຂັບໄລ່ຜີມານຮ້າຍ ອອກຫລາຍໂຕ ແລະໄດ້ເອົານໍ້າມັນຊາໂລມທາພວກເຂົາຫລາຍ ຄົນໃຫ້ຫາຍດີພະຍາດ.
\s5
\v 14 ກະສັດເຮໂຣດ (ນ) ໄດ້ຍິນເຖິງເລື່ອງພຣະເຢຊູເຈົ້າ ເພາະຊື່ສຽງຂອງ ພຣະອົງໄດ້ຊ່າລືໄປທົວທຸກແຫ່ງຫົນບາງຄົນໄດ້ເວົ້າວ່າ, “ໂຢຮັນບັບຕິສະໂຕ ຄືນມີຊີວິດອີກແລ້ວ ດ້ວຍເຫດນີ້ ເພິ່ນຈຶ່ງມີຣິດອໍານາດເຮັດການ ອັດສະຈັນຫລາຍປະການ. ”
\v 15 ສ່ວນຄົນອື່ນເວົ້າວ່າ, “ເພິ່ນແມ່ນເອລີຢາ. ” ແຕ່ຄົນອື່ນອີກເວົ້າວ່າ, “ເພິ່ນເປັນຜູ້ທໍານວາຍເໝືອນກັນກັບຜູ້ໜຶ່ງໃນພວກຜູ້ທໍານວາຍແຕ່ກ່ອນ.”
\s5
\v 16 ເມື່ອກະສັດເຮໂຣດໄດ້ຍິນເຊັ່ນນັ້ນ ເພິ່ນກໍເວົ້າວ່າ, “ລາວແມ່ນໂຢຮັນ ບັບຕີສະໂຕ ຜູ້ເຮົາໄດ້ສັ່ງໃຫ້ຕັດຫົວຜູ້ນັ້ນແຫລະ ໄດ້ຄືນມີຊີວິດອີກ. ”
\v 17 ກະສັດເຮໂຣດເອງເປັນຜູ້ສັ່ງໃຫ້ຈັບໂຢຮັນຜູກມັດ ແລະຂັງລາວໄວ້ໃນຄຸກ, ກະສັດເຮໂຣດໄດ້ເຮັດເຊັ່ນນີ້ ເພາະນາງເຮໂຣເດຍ ຜູ້ທີ່ຕົນໄດ້ແຕ່ງງານນໍາ ນັ້ນ ຊຶ່ງນາງເຄີຍໄດ້ເປັນເມຍຟິລິບນ້ອງຊາຍຂອງຕົນມາກ່ອນ.
\s5
\v 18 ໂຢຮັນບັບຕິສະໂຕ ເຄີຍບອກ ເຮໂຣດວ່າ, “ບໍ່ເປັນການຖືກຕ້ອງທີ່ທ່ານ ຈະເອົານ້ອງໃພ້ຂອງທ່ານມາເປັນເມຍ. ”
\v 19 ດັ່ງນັ້ນ ນາງເຮໂຣເດຍ ຈຶ່ງຄຽດແຄ້ນໃຫ້ ໂຢຮັນ ແລະຕ້ອງການຂ້າລາວ ແຕ່ນາງເຮັດບໍ່ໄດ້ຍ້ອນ ເຮໂຣດ ຢ້ານຢໍາໂຢຮັນ, ເພາະວ່າໂຢຮັນເປັນຄົນດີ ແລະບໍຣິສຸດສັດຊື່ ດັ່ງນັ້ນ ເຮໂຣດ ຈຶ່ງປ້ອງກັນລາວໄວ້.
\v 20 ເມື່ອກະສັດ ເຮໂຣດຟັງໂຢຮັນເວົ້າເທື່ອໃດເພິ່ນກໍຮູ້ສຶກອຶດອັດໃຈເທື່ອນັ້ນ, ແຕ່ເຖິງປານນັ້ນ ເພິ່ນກໍຍອມຟັງໂຢຮັນເວົ້າດ້ວຍຄວາມຍິນດີ.
\s5
\v 21 ໃນທີ່ສຸດ ນາງເຮໂຣເດຍກໍໄດ້ໂອກາດ ໃນວັນສະຫລອງວັນເກີດຂອງ ກະສັດເຮໂຣດ ເມື່ອເພິ່ນໄດ້ຈັດງານລ້ຽງສະຫລອງ ແລະເຊື້ອເຊີນບັນດາ ຂ້າຣາຊການ ຂັ້ນສູງມາຮ່ວມຄື: ຄະນະລັດຖະບານ, ບັນດານາຍທະຫານໃນກອງທັບ, ຕະຫລອດທັງບຸກຄົນສໍາຄັນຕ່າງໆໃນແຂວງຄາລີເລ.
\v 22 ລູກສາວຂອງນາງເຮໂຣເດຍໄດ້ເຂົ້າມາຟ້ອນໃນຫ້ອງຈັດງານ, ນາງເປັນທີ່ພໍໃໍຈເຮໂຣດ ແລະບັນດາແຂກທີ່ໄດ້ເຊີນມາ, ກະສັດຈຶ່ງກ່າວແກ່ຍິງສາວວ່າ, “ເຈົ້າຢາກໄດ້ສິ່ງໃດ ຈົ່ງຂໍມາ? ແລະເຮົາຈະໃຫ້ສິ່ງນັ້ນ.”
\s5
\v 23 ແລ້ວເພິ່ນກໍສາບານປະຕິຍານວ່າ, “ ເຮົາຈະໃຫ້ທຸກສິ່ງທີ່ເຈົ້າຂໍມາແມ່ນແຕ່ເຄິ່ງໜຶ່ງຂອງອານາຈັກຂອງເຮົາ. ”
\v 24 ດັ່ງນັ້ນ ຍິງສາວຈຶ່ງອອກໄປ ຖາມແມ່ຂອງຕົນວ່າ, “ລູກຈະຂໍສິ່ງໃດດີ? ” ແມ່ຈຶ່ງຕອບວ່າ, “ຂໍຫົວຂອງ ໂຢຮັນບັບຕິສະໂຕ”.
\v 25 ຍິງສາວຟ້າວກັບຄືນໄປຫາກະສັດທັນທີ ແລະ ເວົ້າວ່າ, “ຂ້ານ້ອຍຕ້ອງການໃຫ້ທ່ານເອົາຫົວຂອງໂຢຮັນບັບຕິສະໂຕໃສ່ຖາດ ມາໃຫ້ຂ້ານ້ອຍໃນທີ່ນີ້ແລະດຽວນີ້.”
\s5
\v 26 ເລື່ອງນີ້ເຮັດໃຫ້ກະສັດເປັນທຸກໃຈໜັກ ແຕ່ເພິ່ນບໍ່ອາດ ປະຕິເສດນາງໄດ້ ເພາະໄດ້ສັນຍາສາບານໄວ້ກັບນາງແລ້ວ ຕໍ່ໜ້າບັນດາແຂກທັງໝົດຂອງຕົນ.
\v 27 ສະນັ້ນ ເພິ່ນຈຶ່ງສັ່ງທະຫານ ຍາມໃຫ້ອອກໄປ ແລະນໍາເອົາຫົວຂອງໂຢຮັນເຂົ້າມາ, ທະຫານ ຍາມຈຶ່ງໄປຍັງຄຸກແລະຕັດຫົວຂອງໂຢ​ຮັນ.
\v 28 ແລ້ວນໍາຫົວ ໃສ່ຖາດເຂົ້າມາມອບໃຫ້ຍິງສາວ ແລະ ນາງກໍມອບຕໍ່ໃຫ້ແມ່ຂອງຕົນ.
\v 29 ເມື່ອພວກສິດຂອງໂຢຮັນຮູ້ຂ່າວນີ້ ພວກເຂົາກໍມາ ເອົາສົບຂອງເພິ່ນແລ້ວນໍາໄປວາງໄວ້ໃນອຸບມຸງ.
\s5
\v 30 ຝ່າຍພວກອັກຄະສາວົກໄດ້ກັບມາຫາ ພຣະເຢຊູເຈົ້າ ແລ້ວເລົ່າທຸກສິ່ງທີ່ພວກຕົນໄດ້ເຮັດ ແລະໄດ້ສັ່ງສອນສູ່ພຣະອົງຟັງ.
\v 31 ມີປະຊາຊົນຢ່າງຫລວງຫລາຍທຽວໄປມາ ຈົນພຣະເຢຊູເຈົ້າ ແລະ ພວກສາວົກບໍ່ມີເວລາກິນເຂົ້າ. ດັ່ງນັ້ນ ພຣະອົງຈຶ່ງກ່າວແກ່ ພວກສາວົກວ່າ, “ຈົ່ງອອກໄປຍັງບ່ອນມິດງຽບ ເພື່ອໃຫ້ພວກເຈົ້າພັກຜ່ອນຈັກຄາວໜຶ່ງ. ”
\v 32 ສະນັ້ນ ພຣະເຢຊູເຈົ້າກັບພວກສາວົກ ຈຶ່ງຂີ່ເຮືອອອກໄປຍັງບ່ອນມິດງຽບຕ່າງຫາກ.
\s5
\v 33 ແຕ່ມີປະຊາຊົນຫລາຍຄົນໄດ້ເຫັນພຣະເຢຊູເຈົ້າກັບພວກ ສາວົກອອກໄປ ຈຶ່ງຮູູ້ໄດ້ທັນທີ. ສະນັ້ນ ປະຊາຊົນຈາກທຸກເມືອງຈຶ່ງ ເດີນທາງຍ່າງໄປລ່ວງໜ້າກ່ອນພຣະເຢຊູເຈົ້າກັບພວກສາວົກຈະໄປເຖິງນັ້ນ.
\v 34 ພໍພຣະເຢຊູເຈົ້າອອກຈາກເຮືອ ພຣະອົງກໍເຫັນປະຊາຊົນໝູ່ໃຫຍ່ ຈຶ່ງສົງສານຄົນເຫລົ່ານັ້ນ ເພາະພວກເຂົາເປັນເໝືອນຝູງແກະທີ່ບໍ່ມີຜູ້ລ້ຽງ. ສະນັ້ນ ພຣະອົງຈ່ຶ່ງຕັ້ງຕົ້ນສັ່ງ ສອນພວກເຂົາຫລາຍປະການ.
\s5
\v 35 ເມື່ອຄ້າຍຄໍ່າມາແລ້ວ ພວກສາວົກຈຶ່ງມາຫາພຣະເຢຊູເຈົ້າ ແລະເວົ້າວ່າ, “ຄໍ່າແລ້ວເດ ແລະທີ່ນີ້ກໍເປັນປ່າ.
\v 36 ຂໍ ໃຫ້ປະຊາຊົນເລີກເມືອຫາຊື້ອາຫານກິນຕາມບ້ານໄຮ່ບ້ານນາ ແຖບນີ້ສາ.”
\s5
\v 37 ພຣະເຢຊູເຈົ້າຕອບພວກເພິ່ນວ່າ, “ພວກເຈົ້າຈົ່ງເອົາອາຫານໃຫ້ພວກເຂົາກິນສາ. ” ພວກສາວົກຖາມພຣະອົງວ່າ, “ ທ່ານຕ້ອງການໃຫ້ພວກຂ້ານ້ອຍໄປຫາຊື້ອາຫານ ລາຄາເຖິງສອງຮ້ອຍຫລຽນເງິນ(ບ) ໃຫ້ພວກເຂົາກິນບໍ? ”
\v 38 ດັ່ງນັ້ນ ພຣະເຢຊູເຈົ້າ ຈຶ່ງຖາມພວກເພິ່ນວ່າ, “ພວກເຈົ້າມີເຂົ້າຈີ່ຈັກກ້ອນ? ຈົ່ງໄປເບິ່ງດູ? ” ເມື່ອພວກເພິ່ນໄປຊອກເບິ່ງແລ້ວກໍມາບອກ ພຣະເຢຊູເຈົ້າວ່າ, “ມີເຂົ້າຈີ່ຫ້າກ້ອນແລະປາສອງໂຕ.”
\s5
\v 39 ແລ້ວພຣະເຢຊູເຈົ້າກໍບອກບັນດາສາວົກຂອງພຣະອົງ ຈັດປະຊາຊົນ ເຂົ້າກັນໃຫ້ເປັນໝູ່ໆ ແລະໃຫ້ນັ່ງລົງຕາມທົ່ງຫຍ້າຂຽວສົດ.
\v 40 ສະນັ້ນປະຊາຊົນຈຶ່ງນັ່ງລົງເປັນຖັ້ນເປັນແຖວ ຄືແຖວລະຮ້ອຍຄົນ ແລະແຖວລະຫ້າສິບຄົນ.
\v 41 ແລ້ວພຣະເຢຊູເຈົ້າກໍຈັບເອົາເຂົ້າຈີ່ຫ້າກ້ອນແລະປາສອງໂຕ ນັ້ນ ໂດຍເງີຍໜ້າຂື້ນສູ່່ຟ້າສະຫວັນ ແລະໂມທະນາຂອບພຣະຄຸນ ພຣະເຈົ້າແລ້ວຫັກເຂົ້າຈ່ີ່ ແລະຍື່ນໃຫ້ພວກສາວົກນໍາໄປແຈກຢາຍແກ່ປະຊາຊົນ ພຣະອົງຍັງໄດ້ແບ່ງປັນປາສອງໂຕໃຫ້ພວກເຂົາທົ່ວເຖິງກັນອີກດວ້ຍ.
\s5
\v 42 ພວກເຂົາກິນອີ່ມທຸກຄົນ.
\v 43 ແລ້ວພວກສາວົກກໍເກັບເຂົ້າຈີ່ແລະປາທີ່ເຫລືອນັ້ນ ໄດ້ເຕັມສິບສອງກະບຸງ.
\v 44 ໃນຈໍານວນປະຊາຊົນທີ່ ໄດ້ກິນເຂົ້າຈີ່ນັ້ນມີຜູ້ຊາຍຫ້າພັນຄົນ.
\s5
\v 45 ໃນທັນໃດນັ້ນ ພຣະເຢຊູເຈົ້າກໍຈັດໃຫ້ພວກສາວົກຂອງພຣະອົງ ລົງຂີ່ ເຮືອໄປເມືອງເບັດຊາອີດາຊຶ່ງຢູ່ຟາກໜຶ່ງອີກກ່ອນ ສ່ວນພຣະອົງນັ້ນໄດ້ບອກ ປະຊາຊົນໃຫ້ເລີກເມືອ.
\v 46 ເມື່ອລາຈາກພວກເຂົາແລ້ວ ພຣະອົງໄດ້ຂຶ້ນ ໄປເທິງພູເຂົາເພື່ອພາວັນນາອະທິຖານ.
\v 47 ເມື່ອຄໍ່າມາແລ້ວ ເຮືອທີ່ພວກສາວົກຂີ່ໄປນັ້ນ ກໍຢູ່ກາງທະເລສາບ ສ່ວນພຣະອົງຢູ່ເທິງບົກແຕ່ອົງດຽວ.
\s5
\v 48 ພຣະອົງເຫັນວ່າ ພວກສາວົກພາຍເຮືອໄປໄດ້ດວ້ຍຄວາມລໍາບາກຫລາຍ ເພາະເຮືອຕ້ານທວນລົມຢູ່, ເມື່ອເຖິງປະມານຂ້ອນແຈ້ງ ພຣະອົງຈຶ່ງຍ່າງເທິງໜ້ານໍ້າໄປຫາພວກສາວົກ ແລະເໝືອນດັ່ງຈະກາຍພວກເພິ່ນ ໄປ. (ປ)
\v 49 ແຕ່ເມື່ອພວກສາວົກເຫັນພຣະອົງຍ່າງເທິງໜ້ານໍ້າກໍຄິດວ່າ ແມ່ນຜີຈຶ່ງພາກັນຮ້ອງຂຶ້ນ.
\v 50 ເພາະທຸກຄົນຕ່າງກໍຕົກສະທ້ານຢ້ານກົວ ທີ່ສຸດ. ໃນທັນໃດນັ້ນ ພຣະເຢຊູເຈົ້າກ່າວແກ່ພວກເພິ່ນວ່າ, “ຢ່າກະວົນ ກະວາຍໃຈເທາະ ແມ່ນເຮົາເອງ ຢ່າສູ່ຢ້ານ.”
\s5
\v 51 ແລ້ວພຣະອົງກໍຂຶ້ນໄປໃນເຮືອຫາພວກເພິ່ນ ແລະລົມກໍງຽບລົງ ພວກ ສາວົກເຕັມໄປດ້ວຍຄວາມປະຫລາດອັດສະຈັນໃຈເຫລືອເກີນ
\v 52 ເພາະພວກເພິ່ນບໍ່ເຂົ້າໃຈຄວາມໝາຍອັນແທ້ຈິງກ່ຽວກັບການລ້ຽງຫ້າພັນຄົນ, ສະຕິປັນຍາຂອງພວກເພິ່ນຍັງແຂງກະດ້າງແລະປຶກຕັນຢູ່.
\s5
\v 53 ເມື່ອພຣະເຢຊູເຈົ້າ ແລະພວກສາວົກໄດ້ຂ້າມທະເລສາບມາເຖິງ ກໍຈອດ ເຮືອໄວ້ທີ່ທ່າເມືອງເຄັນເນຊາເຣັດ.
\v 54 ພໍລົງເຮືອໄປ ປະຊາຊົນກໍຮູ້ ຈັກວ່າແມ່ນພຣະເຢຊູເຈົ້າ.
\v 55 ສະນັ້ນ ພວກເຂົາຈຶ່ງຮີບຟ້າວໄປທົ່ວຂົງເຂດນັ້ນ ແລະເມື່ອຮູ້ວ່າພຣະອົງຢູ່ບ່ອນໃດ, ພວກເຂົາກໍເອົາຄົນເຈັບປ່ວຍ ໃສ່ບ່ອນນອນຫາມ ມາຫາພຣະອົງ.
\s5
\v 56 ເມື່ອພຣະອົງສະເດັດໄປທີ່ໃດ ໃນເມືອງ ຫລືບ້ານນອກ, ບ້ານນາກໍດີພວກເຂົາກໍເອົາຄົນເຈັບປ່ວຍມາວາງໄວ້ຕາມແຄມທາງບ່ອນຊຸມຊົນ ແລ້ວ ທູນຂໍພຣະອົງຊົງໂຜດໃຫ້ຄົນເຈັບປ່ວຍ ໄດ້ບາຍແຕ່ແຄມເຄື່ອງນຸ່ງຂອງພຣະອົງ ແລະຜູ້ໄດ້ບາຍແລ້ວກໍຖືກຊົງໂຜດໃຫ້ດີພະຍາດທຸກຄົນ.
\s5
\c 7
\p
\v 1 ເມື່ອນັ້ນ ພວກຟາຣີຊາຍ ແລະ ພວກ ທຳມະຈານ ບາງຄົນ ໄດ້ ມາ ແຕ່ ນະຄອນ ເຢຣູຊາເລັມ ແລະ ເຕົ້າໂຮມ ກັນ ອ້ອມ ພຣະເຢຊູເຈົ້າ.
\s5
\v 2 ພວກເຂົາໄດ້ສັງເກດເຫັນວ່າ ພວກສາວົກຂອງພຣະອົງກິນເຂົ້າໂດຍບໍ່ໄດ້ລ້າງມືຕາມພິທີກ່ອນ. (
\v 3 ສ່ວນພວກຟາຣີຊາຍແລະຄົນຢິວທົ່ວໄປນັ້ນປະຕິບັດຕາມຄຳສອນທີ່ສືບທອດມາຈາກປູ່ຍ່າຕາຍາຍວ່າ ຖ້າບໍ່ລ້າງມືຕາມພິທີ ຄືແຕ່ມືເຖິງຂໍ່ມືຂອງພວກເຂົາ ກໍບໍ່ກິນອາຫານ;
\v 4 ແລະເມື່ອພວກເຂົາມາຈາກ ຕະຫລາດ ຖ້າ ບໍ່ ໄດ້ ຊຳລະ ຕົວ ກ່ອນ ພວກເຂົາ ກໍ ບໍ່ ຍອມ ກິນ. (ຜ) ນອກຈາກນີ້ ພວກເຂົາ ຍັງ ຖື ທຳນຽມ ອື່ນ ໆ ອີກ ຫລາຍ ຢ່າງ ເຊັ່ນ ວ່າ: ການ ລ້າງ ຖ້ວຍ ຊາມ, ໝໍ້, ເຄື່ອງໃຊ້ ເປັນ ທອງແດງແລະທອງເຫລືອງແລະຕຽງນອນ.) (ຝ)
\s5
\v 5 ສະນັ້ນ ພວກຟາຣີຊາຍ ແລະພວກທໍາມະຈານຈຶ່ງຖາມພຣະເຢຊູເຈົ້າວ່າ, “ເປັນຫຍັງພວກສາວົກຂອງທ່ານ ຈຶ່ງບໍ່ປະຕິບັດ ຕາມຄໍາສອນ ທີ່ສືບທອດມາຈາກປູ່ຍ່າຕາຍາຍ, ແຕ່ກິນອາຫານ ດ້ວຍມືບໍ່ສະອາດ?”
\s5
\v 6 ພຣະເຢຊູເຈົ້າຕອບພວກເຂົາວ່າ, “ເອຊາຢາໄດ້ທໍານວາຍຄັກແນ່ ເຖິງ ພວກເຈົ້າຜູ້ເປັນຄົນໜ້າຊື່ໃຈຄົດ ຕາມທີ່ເພິ່ນໄດ້ຂຽນໄວ້ວ່າ, ‘ຄົນພວກນີ້ ໃຫ້ກຽດເຮົາແຕ່ປາກ ສ່ວນວ່າຈິດໃຈຫ່າງໄກຈາກເຮົາ.
\v 7 ການທີ່ພວກເຂົາ ນະມັດສະການເຮົານັ້ນ ບໍ່ມີປະໂຫຍດຕໍ່ພວກເຂົາຫຍັງໝົດ ດ້ວຍວ່າ, ພວກເຂົາ ສັ່ງສອນເອົາທໍານຽມຂອງມະນຸດມາຕູ່ຫາວ່າເປັນຄໍາສັ່ງສອນຂອງ ພຣະເຈົ້າ.
\s5
\v 8 “ພວກເຈົ້າປະຂໍ້ບັນຍັດຂອງພຣະເຈົ້າ ແລະປະຕິບັດຕາມຄໍາສອນທີ່ສືບທອດມາຈາກມະນຸດ. ”
\v 9 ແລ້ວພຣະເຢຊູເຈົ້າກໍກ່າວຕໍ່ໄປວ່າ, “ເກີນວ່າ ດີແທ້ນໍ ທິ່ເຈົ້າທັງຫລາຍໄດ້ປະຖິ້ມກົດບັນຍັດຂອງພຣະເຈົ້າ ເພື່ອໄປຢຶດຖືຄໍາສັ່ງສອນຂອງພວກເຈົ້າເອງ.
\v 10 ໂມເຊໄດ້ສັ່ງໄວ້ວ່າ, ‘ຈົ່ງເຄົາຣົບນັບຖືພໍ່ແມ່ຂອງຕົນ ແລະ ‘ຜູ້ໃດກໍຕາມທີ່ປ້ອຍດ່າ ສາບແຊ່ງພໍ່ແມ່ຂອງຕົນຕ້ອງ ຖືກລົງໂທດເຖິງຕາຍ.
\s5
\v 11 ແຕ່ຝ່າຍພວກເຈົ້າກັບເວົ້າວ່າ, ‘ຖ້າຜູ້ໃດຈະເວົ້າກັບບິດາມານດາວ່າ, ສິ່ງໃດຂອງຂ້ອຍທີ່ອາດຊ່ວຍເຫລືອເຈົ້າໄດ້ ສິ່ງນັ້ນເປັນ ໂກຣະບານ’ (ຄືເປັນ ຂອງຖວາຍໄຫວ້ແລ້ວ),
\v 12 ເຈົ້າທັງຫລາຍກໍບໍ່ອະນຸຍາດໃຫ້ຜູ້ນັ້ນຊ່ວຍ ເຫລືອພໍ່ແມ່ຂອງຕົນ.
\v 13 ດ້ວຍວິທີນີ້ແຫລະຄໍາສັ່ງສອນທີ່ສືບທອດຕໍ່ກັນມາ ຈຶ່ງໄດ້ລຶບລ້າງພຣະທໍາຂອງພຣະເຈົ້າ, ນອກນັ້ນຍັງມີອີກຫລາຍຢ່າງທີ່ ພວກເຈົ້າເຮັດຜິດແບບນີ້.”
\s5
\v 14 ແລ້ວພຣະເຢຊູເຈົ້າກໍໄດ້ເອີ້ນປະຊາຊົນມາຫາພຣະອົງອີກເທື່ອໜຶ່ງ ແລະກ່າວແກ່ພວກເຂົາວ່າ, “ເຈົ້າທັງຫລາຍ ຈົ່ງຟັງເຮົາເວົ້າແລະເຂົ້າໃຈເອົາ.
\v 15 ບໍ່ມີສິ່ງິໃດທີ່ຢພາຍນອກ ທີ່ມະນຸດກິນເຂົ້າໄປພາຍໃນແລ້ວ ເຮັດໃຫ້ມະນຸດຊົ່ວມົວໝອງ, ແຕ່ແມ່ນສິ່ງທີ່ອອກມາຈາກໃຈມະນຸດນັ້ນ ແຫລະທີ່ເຮັດໃຫ້ມະນຸດຊົ່ວມົວໝອງ. [
\v 16 ຜູ້ໃດມີຫູຟັງ ຈົ່ງຟັງເອົາ" ]
\s5
\v 17 ເມື່ອພຣະເຢຊູເຈົ້າໄດ້ຈາກປະຊາຊົນໄປ ແລະເຂົ້າໃນເຮືອນແລ້ວ ພວກສາວົກໄດ້ຖາມພຣະອົງເຖິງຄໍາອຸປະມານັ້ນ.
\v 18 ພຣະເຢຊູເຈົ້າຕອບ ພວກເພິ່ນວ່າ, “ພວກເຈົ້າກໍຍັງບໍ່ເຂົ້າໃຈເໝືອນກັນກັບພວກເຂົາບໍ? ພວກເຈົ້າບໍ່ເຂົ້າໃຈບໍວ່າ ທຸກສິ່ງທີ່ມະນຸດກິນເຂົ້າໄປ ບໍ່ອາດເຮັດໃຫ້ມະນຸດຊົ່ວມົວ ໝອງໄດ້,
\v 19 ເພາະສິ່ງນັ້ນບໍ່ໄດ້ເຂົ້າໄປໃນຈິດໃຈ ແຕ່ເຂົ້າໄປໃນທ້ອງແລ້ວ ກໍຖ່າຍອອກມາ. ” (ການເວົ້າເຊັ່ນນີ້ພຣະເຢຊູເຈົ້າໝາຍຄວາມວ່າອາຫານ ທຸກຊະນິດເປັນຂອງກິນໄດ້.)
\s5
\v 20 ແລ້ວພຣະອົງກໍກ່າວຕໍ່ໄປອີກວ່າ, “ແມ່ນສິ່ງທີ່ອອກມາຈາກພາຍໃນ ມະນຸດນັ້ນແຫລະ ທີ່ເຮັດໃຫ້ມະນຸດຊົ່ວມົວໝອງ.
\v 21 ເພາະແມ່ນຄວາມ ຄິດຊົ່ວຮ້າຍຈາກພາຍໃນຄື: ການຜິດຊາຍຍິງ, ການລັກ, ການຂ້າຄົນ,
\v 22 ການຫລິ້ນຊູ້ສູ່ຜົວເມັຍ, ການໂລບມາກໂລພາ, ການຊົ່ວນາໆປະການ ເປັນຕົ້ນ: ການຫລອກລວງ, ການຫຍາບຊ້າ, ການອິດສາບັງບຽດ, ການ ດູໝິ່ນນິນທາ, ການຈອງຫອງພອງຕົວ ແລະການກະທໍາໃນສິ່ງທີ່ໂງ່ຈ້າ,
\v 23 ສິ່ງເຫລົ່ານີ້ ລ້ວນແຕ່ອອກມາຈາກພາຍໃນມະນຸດ ແລະເຮັດໃຫ້ມະນຸດ ຊົ່ວມົວໝອງ.”
\s5
\v 24 ຕໍ່ມາ ພຣະເຢຊູເຈົ້າໄດ້ຈາກທີ່ນັ້ນໄປຍັງຂົງເຂດໜຶ່ງທີ່ຢູ່ໃກ້ກັບເມືອງ ຕີເຣ, ພຣະອົງໄດ້ເຂົ້າໄປໃນເຮືອນຫລັງໜຶ່ງແລະບໍ່ຢາກໃຫ້ຜູ້ໃດຮູ້ວ່າ ພຣະອົງ ຢູ່ໃນທີ່ນັ້ນ, ແຕ່ພຣະອົງກໍບໍ່ອາດຫລົບຫລີກໄດ້.
\v 25 ແລ້ວກໍມີຍິງຄົນໜຶ່ງ ທີ່ລູກສາວຖືກຜີຊົ່ວຮ້າຍສິງໄດ້ຍິນເຖິງເລື້ອງ ພຣະເຢຊູເຈົ້າແລະໃນທັນໃດນັ້ນນາງຈຶ່ງມາຫາພຣະເຢຊູເຈົ້າ ແລະຂາບລົງທີ່ຕີນຂອງພຣະອົງ.
\v 26 ຍິງ ຜູ້ນີ້ເປັນຊາວກຣີກເກີດຢູ່ໃນເຟນີເຊຍ ປະເທດຊີເຣຍ, ນາງອ້ອນວອນຂໍ ພຣະເຢຊູເຈົ້າໃຫ້ຂັບໄລ່ຜີຊົ່ວຮ້າຍອອກຈາກລູກສາວຂອງນາງ.
\s5
\v 27 ແຕ່ພຣະເຢຊູເຈົ້າຕອບວ່ າ, “ໃຫ້ເດັກນ້ອຍທັງຫລາຍຂອງເຮົາກິນອິ່ມ ກ່ອນ, ບໍ່ເປັນການສົມຄວນທີ່ຈະໂຍນອາຫານຂອງລູກໃຫ້ໝາ. ”
\v 28 ນາງ ຕອບວ່າ, “ແມ່ນແລ້ວທ່ານເອີຍ ແມ່ນແຕ່ໝາທີ່ຢູ່ກ້ອງໂຕະກໍຍັງກິນເສດ ອາຫານຂອງເດັກນ້ອຍ.”
\s5
\v 29 ສະນັ້ນ ພຣະເຢຊູເຈົ້າຈຶ່ງກ່າວແກ່ນາງວ່າ, “ເພາະຄໍາເວົ້າດັ່ງກ່າວນີ້ ເຈົ້າຈົ່ງກັບເມືອເຮືອນສາ, ຜີມານຮ້າຍໄດ້ອອກຈາກລູກສາວຂອງເຈົ້າແລ້ວ. ”
\v 30 ນາງຈຶ່ງກັບເມືອເຮືອນ ແລະເຫັນລູກສາວຂອງຕົນນອນຢູ່ເທິງ ຕຽງ, ຜີມານຮ້າຍໄດ້ອອກຈາກນາງແລ້ວ.
\s5
\v 31 ຕໍ່ມາ ພຣະເຢຊູເຈົ້າໄດ້ຈາກຂົງເຂດຕີເຣ ແລະຜ່ານໄປທາງເມືອງຊີໂດນ ສູ່ທະເລສາບຄາລີເລ ໂດຍຜ່ານໄປທາງຂົງເຂດເດກາໂປລີ.
\v 32 ປະຊາຊົນບາງຄົນໄດ້ນໍາຄົນຫູໜວກປາກກືກຜູ້ໜຶ່ງ ມາຫາພຣະເຢຊູເຈົ້າແລະຂໍຮ້ອງພຣະອົງໃຫ້ວາງມືໃສ່ລາວ.
\s5
\v 33 ດັ່ງນັ້ນ ພຣະອົງຈຶ່ງພາຄົນນີ້ອອກໄປຫ່າງຈາກປະຊາຊົນຢູ່ຕ່າງຫາກ, ແລ້ວພຣະອົງກໍໃຊ້ນິ້ວມືແຍ່ຫູຊາຍຄົນນີ້ທັງສອງເບື້ອງ ແລະບ້ວນນໍ້າລາຍ ໃສ່ມືແປະໃສ່ລີ້ນຂອງຄົນນີ້.
\v 34 ແລ້ວພຣະອົງກໍເງິຍໜ້າຂື້ນສູ່ຟ້າສະຫວັນຖອນຫາຍໃຈ ແລະກ່າວແກຄົນນີ້ວ່າ, “ເອຟາທາ” ຊຶ່ງໝາຍຄວາມວ່າ “ຈົ່ງໄຂອອກ. ”
\v 35 ໃນທັນໃດນັ້ນ ຫູ ຂອງ ຊາຍ ຄົນນີ້ກໍ ໄດ້ຍິນແລະ ສິ່ງ ທີ່ຂັດ ລີ້ນ ຂອງ ລາວ ກໍ ຫລຸດ ອອກ ທັງເວົ້າໄດ້ ສະດວກ ດີ.
\s5
\v 36 ແລ້ວ ພຣະເຢຊູເຈົ້າ ກໍສັ່ງປະຊາຊົນບໍ່ ໃຫ້ບອກ ເລື້ອງ ນີ້ແກ່ຜູ້ໃ້ດ, ແຕ່ ຍິ່ງສັ່ງ ຫ້າມ ກໍຍິ່ງ ຊ່າລືກັນ ໄປ ຫລາຍ.
\v 37 ປະຊາຊົນ ຕ່າງ ກໍ ງຶດ ປະຫລາດ ໃຈ ຫລາຍ ຈຶ່ງເວົ້າກັນວ່າ, “ທຸກສິ່ງທີ່ ທ່ານ ໄດ້ ເຮັດ ລ້ວນແຕ່ ເປັນ ການ ດີ ທັງສິ້ນ ແມ່ນແຕ່ ຄົນ ຫູໜວກ ທ່ານ ກໍ ເຮັດ ໃຫ້ ໄດ້ຍິນ ແລະ ຄົນ ປາກກືກ ກໍ ເຮັດ ໃຫ້ ປາກ ໄດ້.”
\s5
\c 8
\p
\v 1 ຫລັງ ຈາກ ນັ້ນ ບໍ່ ດົນ ປະຊາຊົນ ໝູ່ ໃຫຍ່ ກໍ ມາ ເຕົ້າໂຮມ ກັນອີກ ເມື່ອ ປະຊາຊົນ ບໍ່ ມີ ຫຍັງ ກິນ ພຣະເຢຊູເຈົ້າຈຶ່ງ ເອີ້ນ ພວກ ສາວົກ ມາ ແລະ ກ່າວ ວ່າ,
\v 2 “ເຮົາ ສົງ ສານ ຄົນ ເຫລົ່າ ນີ້ ເພາະ ພວກເຂົາ ຢູ່ ນໍາເຮົາ ເຖິງ ສາມ ວັນ ແລ້ວ ແລະ ບໍ່ ມີ ອາຫານ ກິນ.
\v 3 ຖ້າເຮົາ ບອກ ພວກເຂົາ ກັບ ເມືອ ບ້ານ ເມືອງ ເມື່ອ ຍັງ ຫິວ ຢູ່, ພວກເຂົາ ກໍ ຄົງ ເມື່ອຍ ອິດ ອ່ອນ ຕາມ ທາງ ເພາະ ບາງຄົນ ມາ ແຕ່ ໄກ. ”
\v 4 ພວກ ສາວົກ ຈຶ່ງ ຕອບ ພຣະອົງ ວ່າ, “ຢູ່ ໃນ ບ່ອນ ປ່ຽວ ເຊັ່ນ ນີ້ ຈະ ຫາ ອາຫານ ມາ ແຕ່ ໃສ ພໍ ໃຫ້ ຄົນ ເຫລົ່າ ນີ້ ກິນ ອີ່ມ ທຸກຄົນ?”
\s5
\v 5 ພຣະເຢຊູເຈົ້າ ຖາມ ພວກເພິ່ນ ວ່າ, “ພວກເຈົ້າ ມີ ເຂົ້າ ຈີ່ ຈັກ ກ້ອນ? ” ພວກເພິ່ນ ຕອບ ວ່າ, “ເຈັດກ້ອນ”.
\v 6 ສະນັ້ນ ພຣະອົງ ຈຶ່ງ ສັ່ງ ປະຊາຊົນ ໃຫ້ ນັ່ງ ລົງ ຕາມ ພື້ນດິນ ແລ້ວ ພຣະອົງ ກໍ ຈັບ ເອົາ ເຂົ້າ ຈີ່ ເຈັດ ກ້ອນ ນັ້ນ ມາ ໂມທະນາ ຂອບພຣະຄຸນ ແລ້ວ ຫັກ ໃຫ້ ພວກ ສາວົກ ນໍາ ໄປ ແຈກ ຢາຍ ແກ່ ປະຊາຊົນ ແລະ ພວກ ສາວົກ ກໍ ປະຕິບັດ ຕາມ.
\s5
\v 7 ພວກເຂົາ ຍັງ ມີ ປາ ນ້ອຍ ຈໍານວນ ໜຶ່ງ. ສະນັ້ນ ພຣະເຢຊູເຈົ້າ ຈຶ່ງ ຂໍ ພຣະພອນ ສໍາລັບ ປານ້ອຍ ເຫລົ່ານັ້ນ ແລະ ສັ່ງ ໃຫ້ ພວກ ສາວົກ ນໍາເອົາໄປ ແຈກ ຢາຍ ໃຫ້ ປະຊາຊົນ ເຊັ່ນກັນ.
\v 8 ທຸກຄົນ ຕ່າງ ກໍ ກິນ ອິ່ມ ພວກ ສາວົກ ໄດ້ ໄປ ເກັບ ເອົາ ຕ່ອນ ທີ່ ເຫລືອ ໄດ້ ເຈັດ ກະບຸງ ເຕັມ.
\v 9 ໃນທີ່ ນັ້ນ ມີ ປະຊາຊົນ ປະມານ ສີ່ ພັນ ຄົນ, ແລ້ວ ພຣະເຢຊູເຈົ້າ ກໍ ສັ່ງ ໃຫ້ພວກ ເຂົາ ເລີກ ເມືອ
\v 10 ໃນ ທັນໃດນັ້ນ ພຣະອົງ ຈຶ່ງ ຂື້ນ ເຮືອ ກັບ ພວກສາວົກ ໄປ ເຖິງ ຂົງເຂດ ດານມານຸທາ.
\s5
\v 11 ພວກ ຟາຣີຊາຍ ໄດ້ມາ ຫາ ພຣະເຢຊູເຈົ້າ ແລະ ຕັ້ງຕົ້ນ ໂຕຖຽງ ກັບ ພຣະອົງ, ພວກເຂົາ ຢາກ ຈັບ ຜິດ ພຣະອົງ. ດັ່ງນັ້ນ ພວກເຂົາ ຈຶ່ງ ຂໍ ໃຫ້ພຣະອົງ ເຮັດ ໝາຍສໍາຄັນ ຈາກ ສະຫວັນ.
\v 12 ພຣະເຢຊູເຈົ້າ ຖອນ ຫາຍໃຈ ໃຫຍ່ ແລະ ຖາມ ວ່າ, “ເປັນຫຍັງ ຄົນ ສະໄໝ ນີ້ ຈຶ່ງ ສະແຫວງ ຫາ ໝາຍສໍາຄັນ? ເຮົາ ບອກ ພວກເຈົ້າ ວ່າ ຈະ ບໍ່ໂຜດ ໝາຍສໍາຄັນ ໃຫ້ຄົນ ສະໄໝ ນີ້ ໄດ້ເຫັນ. ”
\v 13 ພຣະອົງ ຈຶ່ງ ຈາກ ພວກເຂົາ ກັບ ໄປ ລົງ ເຮືອ ແລ້ວ ຂ້າມ ທະເລສາບ ໄປ ຍັງ ຟາກ ອື່ນ ອີກ.
\s5
\v 14 ພວກ ສາວົກ ລືມ ເອົາ ເຂົ້າ ຈີ່ ມາ ນໍາ ແລະ ພວກເພິ່ນ ມີ ເຂົ້າ ຈີ່ແຕ່ ກ້ອນດຽວ ເທົ່າ ນັ້ນ ຢູ່ໃນ ເຮືອ.
\v 15 ພຣະອົງ ໄດ້ ເຕືອນ ພວກ ເພິ່ນວ່າ, “ຈົ່ງ ລະວັງ ເຊື້ອແປ້ງ ຂອງ ພວກ ຟາຣີຊາຍ ແລະ ຂອງ ເຮໂຣດ ໃຫ້ ດີ. ”
\s5
\v 16 ສາວົກ ເວົ້າ ກັນ ໃນ ພວກເພິ່ນ ເອງ ວ່າ, “ທີ່ ເພິ່ນ ເວົ້າ ຢ່າງ ນີ້ ຍ້ອນ ພວກເຮົາ ບໍ່ ມີ ເຂົ້າຈີ່. ”
\v 17 ພຣະເຢຊູເຈົ້າ ຮູ້ ເລື້ອງ ພວກເພິ່ນ ເວົ້າ ເຊັ່ນນັ້ນ ຈຶ່ງ ຖາມ ວ່າ, “ດ້ວຍເຫດໃດ ພວກເຈົ້າ ຈຶ່ງ ເວົ້າ ກັນ ເຖິງ ເລື້ອງ ບໍ່ ມີ ເຂົ້າຈີ່? ພວກເຈົ້າ ຍັງ ບໍ່ ເຂົ້າໃຈ ບໍ? ໃຈ ຂອງ ພວກເຈົ້າ ຍັງ ປຶກ ຕັນ ຢູ່ ຫລື?
\s5
\v 18 ພວກເຈົ້າ ມີ ຕາ ແລ້ວ ເບິ່ງ ບໍ່ ເຫັນ ບໍ? ພວກເຈົ້າ ມີ ຫູ ແລ້ວ ຟັງ ບໍ່ ໄດ້ ຍິນ ບໍ? ພວກເຈົ້າຈື່ ໄດ້ບໍ ວ່າ:
\v 19 ເມື່ອ ເຮົາ ຫັກ ເຂົ້າຈີ່ ຫ້າກ້ອນ ລ້ຽງ ຫ້າພັນ ຄົນ ນັ້ນ ພວກເຈົ້ າ ເກັບ ສ່ວນ ທີ່ ເຫລືອນັ້ນໄດ້ເຕັມ ຈັກ ກະບຸງ? ” ພວກເພິ່ນ ຕອບ ວ່າ, “ສິບ ສອງ ກະບຸງ”.
\s5
\v 20 “ແລະ ເມື່ອ ເຮົາ ຫັກ ເຂົ້າ ຈີ່ ເຈັດ ກ້ອນ ລ້ຽງ ສີ່ ພັນ ຄົນ ນັ້ນ ພວກເຈົ້າ ເກັບ ສ່ວນ ທີ່ ເຫລືອ ໄດ້ ຈັກ ກະບຸງ? ” ພວກເພິ່ນ ຕອບ ວ່າ, “ເຈັດ ກະບຸງ”.
\v 21 ພຣະເຢຊູເຈົ້າ ຖາມ ພວກເພິ່ນ ວ່າ, “ພວກເຈົ້າ ຍັງ ບໍ່ ເຂົ້າໃຈ ຢູ່ ບໍ? ”
\s5
\v 22 ແລ້ວ ພຣະເຢຊູເຈົ້າ ກັບ ພວກ ສາວົກ ກໍ ເຂົ້າ ໄປ ເບັດຊາອີດາ ຊາວ ເມືອງ ນັ້ນ ໄດ້ ພາ ຄົນ ຕາບອດ ຜູ້ໜຶ່ງ ມາ ຫາ ພຣະເຢຊູເຈົ້າ ແລະ ຂໍຮ້ອງ ພຣະອົງ ໃຫ້ ວາງ ມື ໃສ່ ລາວ.
\v 23 ພຣະເຢຊູເຈົ້າ ຈູງ ຄົນ ຕາບອດ ອອກ ໄປ ນອກ, ເມື່ອ ຖົ່ມ ນໍ້າ ລາຍ ໃສ່ ຕາ ຄົນ ນີ້ ແລ້ວ ພຣະອົງ ກໍ ວາງ ມື ໃສ່ ລາວ ແລະ ຖາມ ວ່າ, “ເຈົ້າ ເຫັນ ຫຍັງ ແດ່ ບໍ? ”
\s5
\v 24 ຊາຍ ຄົນ ນີ້ ເງີຍ ໜ້າ ຂຶ້ນ ເບິ່ງ ແລະ ຕອບ ວ່າ, “ຂ້ານ້ອຍ ເຫັນ ຄົນ ແຕ່ ເບິ່ງ ຄື ຕົ້ນໄມ້ ຍ່າງ ໄປມາ ໄດ້. ”
\v 25 ພຣະເຢຊູເຈົ້າ ວາງ ມື ໃສ່ ຕາ ຊາຍ ຄົນ ນີ້ ອີກ ເທື່ອ ນີ້ ລາວ ມືນ ຕາ ເຕັມ ໜ່ວຍ ແລະ ສາຍ ຕາ ຂອງ ລາວ ກໍດີ ເປັນ ປົກ ກະຕິ ຈຶ່ງ ເຫັນ ທຸກຢ່າງໄດ້ ຈະແຈ້ງ ດີ.
\v 26 ແລ້ວ ພຣະເຢຊູເຈົ້າ ກໍ ບອກ ລາວ ກັບ ເມືອ ພ້ອມ ທັງ ສັ່ງ ວ່າ, “ຢ່າ ເຂົ້າ ໄປ ໃນ ເມືອງ ເດີ.”
\s5
\v 27 ຕໍ່ມາ ພຣະເຢຊູເຈົ້າ ກັບ ພວກ ສາວົກ ໄດ້ ໄປ ຍັງ ໝູ່ບ້ານ ໃກ້ ເຂດ ເມືອງ ກາຍຊາ ເຣຍ ຟີລີບປອຍ, ເມື່ອ ເດີນ ທາງ ໄປ ນັ້ນ ພຣະອົງ ໄດ້ ຖາມ ພວກເພິ່ນ ວ່າ, “ຄົນ ທັງ ຫລາຍ ເວົ້າກັນ ວ່າ ເຮົາ ເປັນ ຜູ້ໃດ? ”
\v 28 ພວກ ສາວົກ ຈຶ່ງ ຕອບ ວ່າ, “ບາງຄົນ ເວົ້າ ວ່າ ທ່ານ ແມ່ນ ໂຢຮັນ ບັບຕິສະໂຕ ແຕ່ ຄົນ ອື່ນ ເວົ້າ ວ່າ ທ່ານ ແມ່ນ ເອລີຢາ ສ່ວນ ຄົນ ອື່ນ ອີກ ເວົ້າ ວ່າ ທ່ານ ເປັນ ຜູ້ໜຶ່ງ ໃນ ບັນດາ ຜູ້ທໍານວາຍ.”
\s5
\v 29 ພຣະອົງ ຖາມ ພວກເພິ່ນ ວ່າ, “ແລ້ວ ພວກເຈົ້າເດ ວ່າ ເຮົາເປັນຜູ້ໃດ? ” ເປໂຕ ຕອບ ວ່າ, “ທ່ານ ເປັນ ພຣະຄຣິດ. ”
\v 30 ແລ້ວ ພຣະເຢຊູເຈົ້າ ກໍ ສັ່ງ ຫ້າມ ພວກ ສາວົກ ບໍ່ ໃຫ້ ບອກ ຜູ້ ໃດ ເດັດ ຂາດ ກ່ຽວກັບ ເລື່ອງ ຂອງ ພຣະອົງ.
\s5
\v 31 ແລ້ວ ພຣະເຢຊູເຈົ້າ ກໍ ໄດ້ ຕັ້ງ ຕົ້ນ ສັ່ງ ສອນ ພວກ ສາວົກ ໃນ ສິ່ງ ທີ່ ຈະ ເກີດຂຶ້ນ ກັບ ພຣະອົງ ວ່າ, “ບຸດ ມະນຸດ ຈະ ຕ້ອງ ຖືກ ທົນ ທຸກ ທໍລະມານ ຫລາຍ ປະການ, ພວກ ເຖົ້າ ແກ່ ພວກ ຫົວໜ້າ ປະໂຣຫິດ ແລະ ພວກ ທໍາມະຈານ ຈະ ບໍ່ ຍອມ ຮັບ ເພິ່ນ ແລະ ຈະ ຂ້າ ເພິ່ນ ເສຍ, ແຕ່ ໃນ ວັນ ຖ້ວນ ສາມ ເພິ່ນ ຈະ ຖືກ ບັນ ດານ ໃຫ້ ເປັນ ຄືນ ມາ. ”
\v 32 ພຣະອົງ ໄດ້ ກ່າວ ເລື່ອງ ນີ້ ສູ່ ພວກເພິ່ນ ຟັງ ຢ່າງ ຈະແຈ້ງ. ດັ່ງ ນັ້ນ ເປໂຕ ຈຶ່ງ ພາ ພຣະອົງ ຫລີກ ໄປ ຕ່າງຫາກ ແລະ ເລີ້ມ ຕໍ່ ວ່າ ຕໍ່ ຂານ ພຣະອົງ ບໍ່ ໃຫ້ ເວົ້າ ເລື່ອງ ນີ້.
\s5
\v 33 ແຕ່ ພຣະເຢຊູເຈົ້າ ຫັນ ໜ້າ ມາ ເບິ່ງ ພວກ ສາວົກ ແລະ ຕໍາໜິ ເປໂຕ ວ່າ, “ອ້າຍຊາຕານ ຈົ່ງ ຖອຍ ໜີ ຈາກ ເຮົາ ເສຍ ເພາະ ເຈົ້າ ຄິດ ຢ່າງ ມະນຸດ ບໍ່ ໄດ້ ຄິດ ຢ່າງ ພຣະເຈົ້າ. ”
\v 34 ແລ້ວ ພຣະເຢຊູເຈົ້າ ກໍ ເອີ້ນ ປະຊາຊົນ ກັບ ພວກ ສາວົກ ມາ ແລະ ກ່າວ ວ່າ, “ຖ້າ ຜູ້ໃດ ຜູ້ໜຶ່ງ ຢາກ ຕາມ ເຮົາ ມາ ຜູ້ ນັ້ນ ຕ້ອງ ຕັດ ສິດ ຂອງຕົນ ເສຍ ແລະ ຮັບ ແບກ ໄມ້ກາງແຂນ ຂອງຕົນ ແລະ ຕາມ ເຮົາ ມາ.
\s5
\v 35 ເພາະ ຜູ້ໃດ ທີ່ ຢາກ ຊ່ວຍ ຊີວິດ ຂອງຕົນ ໃຫ້ ພົ້ນ ຜູ້ ນັ້ນ ກໍ ຈະ ເສຍ ຊີວີດ, ແຕ່ ຜູ້ໃດ ທີ່ ສະລະ ຊີວີດ ຂອງຕົນ ເພື່ອ ເຫັນ ແກ່ ເຮົາ ແລະແກ່ຂ່າວປະເສີດ ຜູ້ ນັ້ນ ກໍ ຈະ ຖືກ ຊ່ວຍ ຊີວິດ ໃຫ້ ພົ້ນ ໄດ້.
\v 36 ເພາະ ຖ້າຜູ້ໃດ ຈະ ໄດ້ ສິ່ງ ຂອງ ໝົດ ທັງ ໂລກ ແຕ່ ເສຍ ຊີວິດ ນິຣັນ ດອນ ຂອງຕົນ ຜູ້ ນັ້ນ ຈະ ໄດ້ ປະໂຫຍດ ອັນ ໃດ?
\v 37 ບໍ່ ມີ ສິ່ງ ໃດ ທີ່ ມະນຸດ ນໍາ ມາ ແລກ ເອົາ ຊີວິດ ນິຣັນ ດອນ ຂອງຕົນ ຄືນ ໄດ້
\s5
\v 38 ດັ່ງ ນັ້ນ ແຫລະ, ຖ້າ ຜູ້ໃດ ມີ ຄວາມ ລະອາຍ ໃນ ເລື່ອງ ເຮົາ ແລະ ໃນ ເລື່ອງ ຖ້ອຍຄໍາ ຂອງເຮົາ ໃນ ທ່າມກາງ ຊົນ ຊາດ ນີ້ ແລະ ໃນ ທ່າມກາງ ຄົນ ທີ່ ຫຼິ້ນຊູ້ ແລະ ຄົນ ທີ່ ມີ ບາບກໍາ ບຸດມະນຸດ ກໍ ຈະ ມີ ຄວາມ ລະອາຍ ໃນ ເລື່ອງ ຄົນ ນັ້ນ ເມື່ອ ພຣະອົງ ມາ ປາກົດ ໃນ ສະຫງ່າຣາສີ ແຫ່ງ ພຣະບິດາ ເຈົ້າ ແລະ ພ້ອມ ດ້ວຍ ຝູງ ເທວະດາ ຕົນ ບໍຣິສຸດ.”
\s5
\c 9
\p
\v 1 ພຣະອົງ ຍັງ ກ່າວ ແກ່ ພວກເພິ່ນ ອີກ ວ່າ, “ເຮົາ ບອກ ພວກເຈົ້າ ຕາມ ຄວາມຈິງ ວ່າ, ໃນ ພວກ ຄົນ ທີ່ ຢືນ ຢູ່ ໃນ ທີ່ ນີ້ຈະ ບໍ່ ຮູ້ ຣົດ ຄວາມ ຕາຍ ຈົນ ກວ່າ ຈະ ໄດ້ ເຫັນ ຣາຊອານາຈັກ ຂອງ ພຣະເຈົ້າ ມາ ຕັ້ງ ຢູ່ ດ້ວຍ ຣິດອໍານາດ.
\v 2 ຫົກ ວັນ ຕໍ່ ມາ ພຣະເຢຊູເຈົ້າ ໄດ້ ພາ ເປໂຕ, ຢາໂກໂບ ແລະ ໂຢຮັນ ຂື້ນ ໄປ ເທິງ ພູເຂົາ ສູງ ໜ່ວຍ ໜຶ່ງ ແລະ ຢູ່ ໃນທີ່ ນັ້ນ ສະເພາະ ແຕ່ ສາວົກ ກັບ ພຣະອົງ, ພວກເພິ່ນ ເຫັນ ຮ່າງກາຍ ຂອງ ພຣະເຢຊູເຈົ້າປ່ຽນ ແປງ ໄປ ຕໍ່ ໜ້າພວກເພິ່ນ
\v 3 ແລະ ເຄື່ອງນຸ່ງ ຂອງ ພຣະອົງ ກໍ ເກີດ ຮຸ່ງ ເຮືອງ ຂາວ ເຫຼື້ອມໃສ ຈົນ ບໍ່ ມີ ຜູ້ ໃດ ໃນ ໂລກນີ້ ຊັກ ໃຫ້ ຂາວ ເຊັ່ນ ນັ້ນ ໄດ້.
\s5
\v 4 ແລ້ວ ເອລີຢາ ແລະ ໂມເຊ ກໍ ປາກົດ ແກ່ ສາວົກ ພວກ ນັ້ນ ກໍາລັງ ເວົ້າ ກັນ ຢູ່ ກັບ ພຣະເຢຊູເຈົ້າ.
\v 5 ດັ່ງນັ້ນ ເປໂຕ ຈຶ່ງ ເວົ້າ ກັບ ພຣະເຢຊູເຈົ້າ ວ່າ, “ພຣະອາຈານ ເອີຍ ຊ່າງ ເປັນ ການ ດີ ແທ້ໆ ທີ່ ພວກ ຂ້າ ນ້ອຍ ຢູ່ ບ່ອນນີ້, ໂຜດ ໃຫ້ ພວກ ຂ້າ ນ້ອຍ ປຸກ ຕູບ ສາມ ຫລັງ ຂື້ນ ຫລັງ ໜຶ່ງ ສໍາລັບ ທ່ານ, ຫລັງ ໜຶ່ງ ສໍາລັບ ໂມເຊ ແລະ ຫລັງໜຶ່ງສໍາລັບ ເອລີຢາ. ”
\v 6 ເປໂຕ ກັບ ສາວົກ ຄົນ ອື່ນໆ ຢ້ານ ຈົນ ຕົວ ສັ່ນ ທີ່ ລາວ ເວົ້າ ເຊັ່ນນັ້ນ ເພາະ ບໍ່ ຮູ້ ວ່າ ຈະ ເວົ້າຢ່າງ ໃດ.
\s5
\v 7 ແລ້ວ ກໍ ມີ ກ້ອນ ເມກ ລອຍ ມາ ເປັນ ເງົາ ປົກ ຫຸ້ມ ພວກເພິ່ນ ໄວ້ ແລະ ມີ ສຽງ ໜຶ່ງ ດັງ ອອກ ມາ ຈາກ ກ້ອນ ເມກ ນັ້ນ ວ່າ, “ທ່ານ ຜູ້ ນີ້ ແຫລະ, ເປັນ ບຸດ ທີ່ ຮັກ ຂອງເຮົາ ພວກເຈົ້າ ຈົ່ງ ເຊື່ອ ຟັງ ເພິ່ນ. ”
\v 8 ໃນ ທັນ ໃດນັ້ນ ພໍ ພວກ ສາວົກ ຫລຽວ ເບິ່ງ ລອບໆ ຕົວ ກໍ ບໍ່ ເຫັນ ຜູ້ ໃດ ນອກຈາກ ພຣະເຢຊູເຈົ້າ ເທົ່າ ນັ້ນ ທີ່ ຢູ່ ກັບ ພວກເພິ່ນ.
\s5
\v 9 ຂະນະທີ່ ລົງ ມາ ແຕ່ ພູ ນັ້ນ ພຣະເຢຊູເຈົ້າ ກໍ ສັ່ງ ຫາ້ມ ພວກເພິ່ນ ວ່າ, “ຢ່າ ບອກ ສີ່ງ ທີ່ ພວກເຈົ້າ ໄດ້ ເຫັນ ນີ້ ແກ່ ຜູ້ໃດ ຈົນກວ່າ ບຸດ ມະນຸດ ໄດ້ ເປັນ ຄືນ ມາ ຈາກ ຕາຍ. ”
\v 10 ພວກ ສາວົກ ທັງ ສາມ ໄດ້ ຖື ຮັກສາ ຂໍ້ຄໍາສັ່ງ ນັ້ນ, ແຕ່ ກໍ ປຶກ ສາ ຫາລື ກັນ ໃນ ພວກເພິ່ນ ເອງ ວ່າ, “ການ ເປັນ ຄືນ ມາ ຈາກ ຕາຍ ນັ້ນ ໝາຍຄວາມວ່າ ແນວ ໃດ?”
\s5
\v 11 ພວກເພິ່ນ ຈຶ່ງ ຖາມ ພຣະເຢຊູເຈົ້າ ວ່າ, “ດ້ວຍເຫດໃດ ພວກ ທໍາມະຈານ ຈຶ່ງ ເວົ້າ ວ່າ ເອລີຢາ ຈະ ຕ້ອງ ມາ ກ່ອນ? ”
\v 12 ພຣະອົງ ຕອບ ພວກເພິ່ນ ວ່າ, “ຈິງ ຢູ່ ເອລີຢາ ຕ້ອງ ມາ ກ່ອນ ເພື່ອ ຈັດ ແຈງ ທຸກສິ່ງ ຄືນ ສູ່ ສະພາບ ເດີມ ແລະ ເປັນ ດ້ວຍເຫດໃດ ພຣະທໍາ ພຣະເຈົ້າ ຂຽນ ໄວ້ ວ່າ ບຸດ ມະນຸດ ຈະ ຖືກ ທົນ ທຸກ ທໍລະມານ ຢ່າງ ໜັກ ໜ່ວງ ຫລາຍ ປະການ ແລະ ເພິ່ນ ຈະ ຖືກ ປະຖິ້ມ ແລະ ຖືກ ໝິ່ນ ປະໝາດ?
\v 13 ແຕ່ ເຮົາ ບອກ ພວກເຈົ້າ ວ່າ ເອລີຢາ ໄດ້ ມາ ແລ້ວ ແລະ ຄົນ ທັງ ຫລາຍ ໄດ້ ເຮັດ ກັບ ເພິ່ນ ຕາມ ໃຈ ມັກ ດັ່ງ ທີ່ ມີ ຄໍາ ຂຽນ ໄວ້ ເຖິງ ເພິ່ນ ໃນ ພຣະຄໍາພີ.”
\s5
\v 14 ເມື່ອ ພຣະເຢຊູເຈົ້າ ແລະ ສາວົກ ສາມ ຄົນ ກັບ ມາ ຮອດ ບ່ອນ ທີ່ສາວົກ ຄົນ ອື່ນ ໆ ຢູ່ ນັ້ນ ກໍ ເຫັນ ຄົນ ໝູ່ ໃຫຍ່ ອ້ອມ ພວກເຂົາ ແລະ ມີ ພວກທໍາມະຈານ ກໍາລັງ ໂຕ້ຖຽງ ກັບ ພວກເຂົາ ຢູ່.
\v 15 ເມື່ອ ປະຊາຊົນ ເຫັນ ພຣະເຢຊູເຈົ້າ ພວກເຂົາ ກໍ ປະຫລາດ ໃຈ ຢ່າງ ບໍ່ ຄາດ ຄິດ ມາ ກ່ອນ ແລະ ພາກັນ ຟ້າວ ໄປ ຄໍານັບ ພຣະອົງ.
\v 16 ພຣະເຢຊູເຈົ້າ ຖາມ ພວກ ສາວົກ ຂອງ ພຣະອົງ ວ່າ, “ພວກເຈົ້າ ກໍາລັງ ໂຕ້ຖຽງ ກັນ ເຖິງ ເລື່ອງ ຫຍັງ?”
\s5
\v 17 ຊາຍຜູ້ໜຶ່ງ ໃນໝູ່ປະຊາຊົນ ນັ້ນ ຕອບວ່າ, “ອາຈານ ເອີຍ ຂ້ານ້ອຍ ໄດ້ ນໍາ ລູກຊາຍ ຂອງ ຂ້ານ້ອຍ ມາ ຫາ ທ່ານ ເພາະ ຜີ ປາກກືກ ສິງ ລາວ ຈົນ ລາວ ປາກ ບໍ່ ໄດ້.
\v 18 ເມື່ອ ມັນ ເຂົ້າ ສິງ ລາວ ເທື່ອໃດ ມັນ ກໍ ເຮັດ ໃຫ້ ລາວ ລົ້ມ ຊັກ ດິ້ນ ເທື່ອ ນັ້ນ ແລະ ມີ ນໍ້າ ລາຍ ຟູມ ປາກ ທັງ ຂົບ ແຂ້ວ ແລະ ຕົວ ແຂງ ໄປ ໝົດ ທັງ ຮ່າງກາຍ ຂ້ານ້ອຍ ຂໍ ໃຫ້ ພວກ ສາວົກ ຂອງທ່ານ ຂັບໄລ່ ຜີຮ້າຍ ນັ້ນ ອອກ ແຕ່ ພວກເພິ່ນ ເຮັດ ບໍ່ ໄດ້. ”
\v 19 ພຣະເຢຊູເຈົ້າ ກ່າວ ແກ່ ພວກເຂົາ ວ່າ, “ໂອ ພວກເຈົ້າ ຄົນ ທີ່ ຂາດ ຄວາມເຊື່ອ ເອີຍ ເຮົາ ຈະ ຕ້ອງ ຢູ່ ກັບ ພວກເຈົ້າ ອີກ ເຫິງ ປານໃດ? ຈົ່ງ ພາ ເດັກ ນ້ອຍ ມາ ຫາ ເຮົາ ເບິ່ງ ດູ.”
\s5
\v 20 ພວກເຂົາ ກໍໄດ້ ພາ ເດັກນ້ອຍ ມາ ຫາ ພຣະອົງ. ພໍ ຜີຮ້າຍ ທີ່ ສິງ ຢູ່ ໃນ ຕົວເດັກນ້ອຍ ໄດ້ ເຫັນ ພຣະເຢຊູເຈົ້າ ທັນໃດນັ້ນ ມັນ ກໍ ເຮັດ ໃຫ້ ເດັກ ນ້ອຍ ນັ້ນ ຊັກດິ້ນ ລົ້ມ ລົງ ກັບ ພື້ນ ດິນ, ກິ້ງ ເກືອກ ໄປມາ ນໍ້າລາຍ ຟູມ ປາກ.
\v 21 ພຣະເຢຊູເຈົ້າ ໄດ້ ຖາມ ພໍ່ຂອງ ເດັກນ້ອຍ ວ່າ, “ລູກ ຂອງ ເຈົ້າ ເປັນ ແນວ ນີ້ ມາ ໄດ້ ດົນ ປານໃດ ແລ້ວ? ” ລາວ ຕອບ ວ່າ, “ເປັນ ມາ ຕັ້ງແຕ່ ນ້ອຍ ພຸ້ນ
\v 22 ຫລາຍ ເທື່ອ ແລ້ວ ທີ່ ຜີຊົ່ວຮ້າຍ ພະຍາຍາມ ຂ້າ ລູກ ຂອງ ຂ້ານ້ອຍ ໂດຍ ຊຸກ ລາວ ໃສ່ ໄຟ ແລະ ຊຸກ ລາວ ໃຫ້ ຕົກ ນໍ້າ, ແຕ່ ຖ້າທ່ານ ສາມາດ ຊ່ວຍ ໄດ້ ຂໍ ໂຜດ ສົງສານ ຂ້ານ້ອຍ ແດ່ ທ້ອນ.”
\s5
\v 23 ພຣະເຢຊູເຈົ້າ ກ່າວ ຕອບ ວ່າ, “ຖ້າ ສາມາດ ຊ່ວຍ ໄດ້ ຢາກ ເວົ້າ ຢ່າງ ນັ້ນບໍ? ທຸກສິ່ງ ເປັນ ໄປ ໄດ້ ສໍາລັບ ຜູ້ ທີ່ ເຊື່ອ. ”
\v 24 ໃນ ທັນໃດນັ້ນ ພໍ່ ຂອງ ເດັກນ້ອຍ ນັ້ນ ໄດ້ ຮ້ອງໄຫ້ ທັງ ນໍ້າ ຕາ ໄຫລ ກ່າວ ວ່າ, “ໂຜດ ຊ່ວຍ ຂ້ານ້ອຍ ໃຫ້ ມີ ຄວາມເຊື່ອ ຫລາຍກວ່າ ນີ້ ແດ່ ທ້ອນ. ”
\v 25 ເມື່ອ ພຣະເຢຊູເຈົ້າ ເຫັນ ໝູ່ ປະຊາຊົນ ກໍາ ລັງ ບຸບຽດ ກັນ ເຂົ້າ ມາ ໃກ້ ພຣະອົງ ຈຶ່ງ ສັ່ງ ຜີຊົ່ວ ຮ້າຍ ນັ້ນ ວ່າ, “ບັກຜີ ປາກກືກ ຫູໜວກ ກູ ສັ່ງ ມຶງ ອອກ ຈາກ ເດັກນ້ອຍ ແລະ ຢ່າ ກັບ ເຂົ້າ ມາ ອີກຈັກ ເທື່ອ.”
\s5
\v 26 ຜີຊົ່ວຮ້າຍ ນັ້ນ ຮ້ອງ ແຜດ ສຽງ ຂຶ້ນ ມັນ ເຮັດ ໃຫ້ ເດັກນ້ອຍ ຊັກ ດິ້ນ ຢ່າງ ແຮງ ຈົນ ເຕັມ ກໍາລັງ ແລ້ວ ກໍອອກ ໜີ ໄປ ເດັກນັ້ນ ກາຍເປັນ ເໝືອນ ຄົນ ຕາຍ ຈົນ ຫລາຍ ຄົນ ເວົ້າ ອອກ ມາ ວ່າ, “ມັນຕາຍ ແລ້ວ. ”
\v 27 ແຕ່ ພຣະເຢຊູເຈົ້າ ຈັບມື ເດັກນ້ອຍ ແລະ ດຶງ ໃຫ້ ລຸກ ຂຶ້ນ ແລ້ວເດັກ ນັ້ນ ກໍ ລຸກ ຢືນ ຂຶ້ນ.
\s5
\v 28 ຫລັງຈາກ ທີ່ ພຣະເຢຊູເຈົ້າ ເຂົ້າ ໄປ ໃນ ເຮືອນ ແລ້ວ ພວກ ສາວົກ ຂອງ ພຣະອົງ ກໍ ຖາມ ພຣະອົງ ເປັນ ທາງ ສ່ວນ ຕົວ ວ່າ, “ເຫດສັນໃດ ພວກ ຂ້ານ້ອຍ ຈຶ່ງຂັບໄລ່ ມັນອອກ ບໍ່ ໄດ້? ”
\v 29 ພຣະເຢຊູເຈົ້າ ຕອບ ພວກເພິ່ນ ວ່າ, “ຜີຮ້າຍ ແນວ ນີ້ ຈະ ຂັບໄລ່ ອອກ ດ້ວຍ ວິທີ ອື່ນ ບໍ່ໄດ້ ເວັ້ນໄວ້ ແຕ່ ດ້ວຍ ການ ພາວັນນາ ອະທິຖານ ເທົ່ານັ້ນ.”
\s5
\v 30 ພຣະເຢຊູເຈົ້າ ແລະ ພວກ ສາວົກ ໄດ້ ຈາກ ທີ່ ນັ້ນ ຜ່ານ ແຂວງ ຄາລີເລ ໄປ ພຣະເຢຊູເຈົ້າ ບໍ່ ຢາກ ໃຫ້ ຜູ້ໃດ ຮູ້ ວ່າ ພຣະອົງ ຢູ່ທີ່ໃດ
\v 31 ເພາະ ພຣະອົງ ກໍາ ລັງ ສັ່ງສອນ ພວກສາວົກຢູ່ ພຣະອົງກ່າວ ແກ່ ພວກເພິ່ນ ວ່າ, “ບຸດມະນຸດ ກໍາລັງ ຈະ ຖືກມອບ ໄວ້ ໃນ ກໍາ ມື ຂອງ ຄົນທັງຫລາຍ ແລະ ເຂົາຈະ ຂ້າ ເພິ່ນ, ແຕ່ ຫລັງ ຈາກ ຖືກຂ້າ ແລ້ວ ໄດ້ ສາມ ວັນ ເພິ່ນ ຈະ ຖືກ ບັນດານ ໃຫ້ ເປັນ ຄືນ ມາ ສູ່ ຊີວິດ. ”
\v 32 ພວກ ສາວົກ ບໍ່ ເຂົ້າໃຈ ຄວາມໝາຍ ຂອງ ຖ້ອຍຄໍາ ເຫລົ່ານີ້ ແລະ ພວກເພິ່ນ ກໍ ບໍ່ ກ້າ ຈະ ຖາມ ພຣະອົງ.
\s5
\v 33 ພຣະເຢຊູເຈົ້າ ກັບ ພວກສາວົກ ໄດ້ ມາຮອດເມືອງ ກາເປນາອູມ ເມື່ອ ເຂົ້າ ໄປໃນເຮືອນແລ້ວ ພຣະອົງກໍ ຖາມພວກສາວົກ ຂອງພຣະອົງ ວ່າ, “ເມື່ອ ມາຕາມທາງ ນັ້ນ ພວກເຈົ້າ ໄດ້ ຖົກຖຽງກັນ ເຖິງເລື່ອງຫຍັງ? ”
\v 34 ພວກເພິ່ນ ມິດຢູ່ ເພາະເມື່ອ ມາ ຕາມ ທາງ ນັ້ນ ພວກເພິ່ນ ໄດ້ ຖົກຖຽງກັນ ວ່າ ຜູ້ໃດຈະເປັນ ໃຫຍ່ທີ່ສຸດ ໃນທ່າມກາງພວກເພິ່ນ.
\v 35 ສະນັ້ນ ພຣະເຢຊູເຈົ້າ ຈຶ່ງ ນັ່ງລົງ ແລະເອີ້ນ ພວກສາວົກ ສິບສອງຄົນ ມາ ພຣະອົງ ກ່າວແກ່ ພວກເພິ່ນ ວ່າ, “ຖ້າຜູ້ ໃດທີ່ ຢາກເປັນ ຜູ້ຕົ້ນ ກໍໃຫ້ ຜູ້ ນັ້ນ ເປັນ ຜູ້ ປາຍ ແລະເປັນຜູ້ຮັບໃຊ້ ຄົນທັງປວງ.”
\s5
\v 36 ແລ້ວ ພຣະອົງ ກໍ ເອົາເດັກນ້ອຍຜູ້ໜຶ່ງ ມາ ຢືນ ຢູ່ ຕໍ່ໜ້າ ພວກເພິ່ນ ແລ້ວ ກໍ ອູ້ມ ເອົາ ເດັກນ້ອຍນັ້ນ ແລະກ່າວແກ່ ພວກສາວົກ ວ່າ,
\v 37 “ຖ້າ ຜູ້ໃດກໍຕາມ ທີ່ ຕ້ອນຮັບເດັກນ້ອຍຄົນໜຶ່ງ ຢ່າງນີ້ໄວ້ ໃນນາມຂອງເຮົາ ຜູ້ນັ້ນ ກໍຕ້ອນຮັບເຮົາ ແລະຜູ້ໃດທີ່ຕ້ອນຮັບເຮົາ ຜູ້ນັ້ນ ກໍ ບໍ່ໄດ້ ຕ້ອນຮັບເຮົາ ເທົ່ານັ້ນ ແຕ່ ຍັງ ຕ້ອນຮັບ ພຣະອົງ ຜູ້ ທີ່ ໄດ້ ໃຊ້ ເຮົາ ມາເໝືອນກັນ.”
\s5
\v 38 ໂຢຮັນ ເວົ້າ ກັບ ພຣະເຢຊູເຈົ້າ ວ່າ, “ອາຈານ ເອີຍ ພວກ ຂ້ານ້ອຍ ໄດ້ ເຫັນ ຊາຍ ຄົນ ໜຶ່ງ ຂັບໄລ່ ຜີມານຮ້າຍ ອອກ ໄດ້ ໃນ ນາມ ຂອງທ່ານ ແລະ ພວກ ຂ້ານ້ອຍ ບອກ ໃຫ້ ເຊົາ ເພາະ ເຂົາ ບໍ່ ເປັນ ຝ່າຍ ຂອງ ພວກເຮົາ. ”
\v 39 ພຣະເຢຊູເຈົ້າ ໄດ້ ຕອບ ວ່າ, “ຢ່າ ຫ້າມ ເຂົາ ເທາະ ເພາະວ່າ ບໍ່ ມີ ຜູ້ໃດ ທີ່ກະທໍາ ການອັດສະຈັນ ໃນ ນາມ ຂອງເຮົາ ແລະ ພາຍ ຫລັງ ມາ ຈະ ກັບ ມາ ເວົ້າ ໝິ່ນປະໝາດ ເຮົາ.
\s5
\v 40 ດ້ວຍວ່າ, ຜູ້ໃດ ທີ່ ບໍ່ ຕໍ່ສູ້ ພວກເຮົາ ກໍ ເປັນ ຝ່າຍ ພວກເຮົາ.
\v 41 ເຮົາບອກ ເຈົ້າຕາມ ຄວາມຈິງ ວ່າ ຜູ້ ໃດ ທີ່ ເອົານໍ້າ ຈອກ ໜຶ່ງ ໃຫ້ ພວກເຈົ້າ ດື່ມ ເພາະ ເປັນ ຝ່າຍ ເຮົາ ຜູ້ ນັ້ນ ກໍ ຈະ ບໍ່ ຂາດ ບໍາ ເໜັດ ຂອງຕົນ.”
\s5
\v 42 “ຖ້າຜູ້ໃດ ເປັນ ເຫດ ພາ ໃຫ້ ເດັກນ້ອຍ ຄົນໜຶ່ງ ໃນ ບັນດາ ເດັກນ້ອຍ ເຫລົ່າ ນີ້ ທີ່ ເຊື່ອ ໃນ ເຮົາຕົກໃນບາບ ກໍ ໃຫ້ ເອົາ ຫິນໂມ້ ແປ້ງ ກ້ອນ ໃຫຍ່ ຜູກ ຄໍ ຜູ້ ນັ້ນ ແລະ ຖິ້ມເຂົາ ລົງ ໃນ ທະເລ ເລິກ ເສຍ ກໍ ດີ ກວ່າ.
\v 43 ຖ້າ ມື ຂອງ ເຈົ້າ ເປັນ ຕົ້ນເຫດ ພາ ໃຫ້ ຫລົງ ເຮັດບາບ ກໍ ໃຫ້ ຕັດ ມື ນັ້ນ ອອກ ແລະ ໂຍນ ຖິ້ມ ເສຍ ທີ່ ຈະ ເຂົ້າ ສູ່ ຊີວິດ ດ້ວຍ ມື ເບື້ອງ ດຽວ ກໍ ດີ ກວ່າ ມີ ມືສອງ ເບື້ອງ ແຕ່ ຕ້ອງ ຕົກນະຣົກ ຢູ່ ໃນ ໄຟ ຊຶ່ງ ມອດ ບໍ່ ເປັນຈັກ ເທື່ອ. [
\v 44 ຢູ່ໃນບ່ອນນັ້ນ ໂຕໜອນບໍ່ຮູ້ຕາຍ ແລະໄຟບໍ່ຮູ້ມອດຈັກເທື່ອ"] (ຟ)
\s5
\v 45 ຖ້າ ຕີນ ຂອງ ເຈົ້າ ເປັນ ຕົ້ນ ເຫດ ພາ ໃຫ້ ເຮັດ ບາບ ກໍ ໃຫ້ ຕັດ ຕີນ ນັ້ນ ອອກ ຖິ້ມ ເສຍ ທີ່ ຈະ ເຂົ້າ ສູ່ ຊີວິດ ດ້ວຍ ຕີນ ກຸດ ເບື້ອງ ໜຶ່ງ ກໍ ດີ ກວ່າ ມີ ຕີນ ສອງ ເບື້ອງ ແຕ່ ຕ້ອງ ຖືກ ໂຍນ ຖິ້ມ ລົງ ໃນ ໄຟ ນະຣົກ. [
\v 46 ຢູ່ໃນບ່ອນນັ້ນ ໂຕໜອນບໍ່ຮູ້ຕາຍ ແລະໄຟບໍ່ຮູ້ມອດຈັກເທື່ອ. ] (ມ)
\s5
\v 47 ຖ້າ ຕາ ຂອງ ເຈົ້າ ເປັນຕົ້ນ ເຫດ ພາ ໃຫ້ ເຮັດ ບາບ ກໍ ໃຫ້ ຄວັດ ຕາ ນັ້ນ ອອກ ຖິ້ມ ເສຍ ທີ່ຈະ ເຂົ້າ ໃນ ຣາຊອານາຈັກ ຂອງ ພຣະເຈົ້າ ດ້ວຍ ຕາ ເບື້ອງ ດຽວ ກໍດີ ກວ່າ ມີ ຕາ ສອງ ເບື້ອງ ແຕ່ ຕ້ອງ ຖືກ ຖິ້ມ ລົງ ໃນ ໄຟ ນະຣົກ.
\v 48 ໃນ ບ່ອນ ນັ້ນ ‘ໂຕ ໜອນ ບໍ່ ຮູ້ ຕາຍ ແລະ ໄຟ ບໍ່ ຮູ້ ມອດ ຈັກ ເທື່ອ.
\s5
\v 49 ດ້ວຍວ່າ, ທຸກຄົນ ຈະ ຕ້ອງ ຖືກ ເອືອບ ດ້ວຍ ເກືອ ແລ້ວຊໍາລະ ດ້ວຍ ໄຟ.
\v 50 ເກືອເປັນ ຂອງ ດີ ແຕ່ຖ້າ ເກືອ ໝົດ ຣົດ ເຄັມ ແລ້ວ ຈະ ກັບ ເຮັດ ໃຫ້ ເຄັມ ອີກ ໄດ້ ຢ່າງ ໃດ? ເຈົ້າ ທັງຫລາຍ ຈົ່ງ ມີ ເກືອ ໃນ ຕົວ ແລະ ຈົ່ງ ຖືກຕ້ອງປອງດອງ ກັນເທີ້ນ.”
\s5
\c 10
\p
\v 1 ຕໍ່ມາ ພຣະເຢຊູເຈົ້າ ໄດ້ ຈາກ ທີ່ ນັ້ນ ໄປ ຍັງ ແຂວງ ຢູດາຍ ແລ້ວ ພຣະອົງ ກໍຂ້າມ ແມ່ ນໍ້າ ຈໍແດນ ໄປ ທາງ ຟາກ ເບື້ອງ ນັ້ນ ປະຊາຊົນ ໝູ່ໃຫຍ່ ໄດ້ ມາ ຫາ ພຣະອົງ ອີກ ແລະ ພຣະອົງ ກໍໄດ້ ສັ່ງສອນ ພວກເຂົາ ດັ່ງ ທີ່ພຣະອົງ ເຄີຍ ເຮັດມາ.
\v 2 ພວກ ຟາຣີຊາຍ ໄດ້ ມາ ຫາ ພຣະເຢຊູເຈົ້າ ເພື່ອ ທົດລອງ ພຣະອົງ ພວກເຂົາ ຖາມ ວ່າ, “ຕາມ ກົດບັນຍັດ ຜູ້ຊາຍ ຢ່າຮ້າງ ເມຍ ຂອງຕົນໄດ້ ບໍ? ”
\v 3 ພຣະເຢຊູເຈົ້າ ຕອບ ພວກເຂົາ ໂດຍ ຢ້ອນ ຖາມ ຄືນ ວ່າ, “ໂມເຊ ໄດ້ ໃຫ້ ຂໍ້ຄໍາສັ່ງ ໄວ້ ຢ່າງໃດ? ”
\v 4 ພວກເຂົາ ຕອບ ວ່າ, “ໂມເຊ ໄດ້ ອະນຸຍາດ ໃຫ້ ເຮັດ ໜັງ ສື ຢ່າຮ້າງ ແລ້ວໃຫ້ ປະໄດ້. ”
\s5
\v 5 ພຣະເຢຊູເຈົ້າ ຕອບ ພວກເຂົາ ວ່າ, “ໂມເຊ ໄດ້ ຂຽນ ຂໍ້ຄໍາສັ່ງ ໄວ້ ຢ່າງ ນັ້ນ ເພາະ ໃຈ ຂອງ ພວກເຈົ້າ ແຂງ ກະດ້າງ.
\v 6 ຕັ້ງ ແຕ່ ຕົ້ນ ເດີມ ‘ພຣະເຈົ້າ ໄດ້ ສ້າງ ມະນຸດ ໃຫ້ ເປັນ ຊາຍ ແລະ ຍິງ
\s5
\v 7 ດ້ວຍເຫດນັ້ນ ຜູ້ຊາຍ ຈຶ່ງ ລະ ຈາກ ພໍ່ແມ່ ຂອງຕົນ ແລະ ໄປ ຕິດພັນ ຢູ່ ກັບ ເມຍ ຂອງຕົນ,
\v 8 ແລະ ທັງ ສອງ ກໍ ຈະ ເປັນ ກາຍ ອັນ ດຽວ. ເພາະ ສະນັ້ນ ເຂົາ ຈຶ່ງ ບໍ່ ເປັນ ສອງ ອີກ ຕໍ່ ໄປ ແຕ່ ເປັນ ໜຶ່ງ ດຽວກັນ.
\v 9 ດັ່ງນັ້ນ ສິ່ງ ທີ່ ພຣະເຈົ້າ ໄດ້ ໃຫ້ ເຂົ້າ ຮ່ວມ ກັນ ຢູ່ ແລ້ວ ຢ່າ ໃຫ້ ມະນຸດ ເຮັດ ໃຫ້ ພ້ດ ພາກ ຈາກ ກັນ.”
\s5
\v 10 ເມື່ອ ເຂົ້າ ໄປ ໃນ ເຮືອນ ແລ້ວ ພວກ ສາວົກ ໄດ້ ຖາມ ພຣະເຢຊູເຈົ້າ ເຖິງ ເລື່ອງ ການ ຢ່າຮ້າງ ນີ້ ອີກ.
\v 11 ພຣະອົງ ຕອບ ພວກເພິ່ນ ວ່າ, “ຊາຍໃດ ທີ່ ຢ່າຮ້າງ ເມຍ ຂອງຕົນ ແລ້ວ ໄປ ແຕ່ງງານ ກັບ ຍິງ ອື່ນ ຊາຍ ຜູ້ ນັ້ນ ກໍ ເຮັດ ຜິດ ໃນ ຖານ ຫລິ້ນຊູ້.
\v 12 ໃນທໍານອງ ດຽວກັນ ຍິງ ໃດ ທີ່ ຢ່າຮ້າງ ຜົວ ຂອງຕົນ ແລະ ໄປ ແຕ່ງງານ ກັບ ຊາຍ ອື່ນ ຍິງ ນັ້ນ ກໍ ເຮັດ ຜິດ ໃນ ຖານ ຫລິ້ນຊູ້ ເໝືອນກັນ.”
\s5
\v 13 ພວກເຂົາ ໄດ້ ພາ ພວກ ເດັກ ນ້ອຍ ມາ ຫາ ພຣະເຢຊູເຈົ້າ ເພື່ອ ພຣະອົງຈະ ໄດ້ ວາງ ມື ໃສ່ ພວກເຂົາ, ແຕ່ ພວກ ສາວົກ ໄດ້ ຫ້າມ ໄວ້.
\v 14 ເມື່ອ ພຣະເຢຊູເຈົ້າເຫັນ ດັ່ງ ນັ້ນ, ພຣະອົງ ກໍ ບໍ່ ພໍ ໃຈ ແລະ ກ່າວ ແກ່ ພວກ ສາວົກ ວ່າ, “ຈົ່ງ ປ່ອຍ ເດັກນ້ອຍ ໃຫ້ ເຂົ້າ ມາຫາ ເຮົາ ແລະ ຢ່າ ຫ້າມ ພວກເຂົາ ເພາະ ອານາຈັກ ພຣະເຈົ້າ ເປັນ ຂອງ ຜູ້ ທີ່ ເປັນ ເໝືອນ ເດັກ ນ້ອຍ ເຫລົ່າ ນີ້ ແຫລະ.
\s5
\v 15 ເຮົາ ບອກ ພວກເຈົ້າ ຕາມ ຄວາມຈິງ ວ່າ, ຖ້າ ຜູ້ໃດ ບໍ່ ຮັບ ຣາຊອານາຈັກ ຂອງ ພຣະເຈົ້າ ເໝືອນ ເດັກນ້ອຍ ຈະ ບໍ່ ໄດ້ ເຂົ້າ ໄປ ໃນ ຣາຊອານາຈັກ ນັ້ນ ຈັກ ເທື່ອ. ”
\v 16 ແລ້ວພຣະອົງ ກໍໄດ້ ອູ້ມ ເດັກນ້ອຍ ນັ້ນ ວາງ ມື ໃສ່ ແລະ ອວຍພອນ ໃຫ້ ພວກເຂົາ.
\s5
\v 17 ເມື່ອ ພຣະເຢຊູເຈົ້າ ອອກເດີນທາງຕໍ່ໄປ ກໍ ມີ ຊາຍ ຄົນ ໜຶ່ງ ແລ່ນມາຫາພຣະອົງ ຄຸເຂົ່າ ລົງ ຕໍ່ໜ້າ ພຣະອົງ ແລະຖາມວ່າ, “ພຣະອາຈານຜູ້ປະເສີດ ເອີຍ, ຂ້ານ້ອຍ ຕ້ອງປະຕິບັດ ຢ່າງໃດຈຶ່ງ ຈະໄດ້ ຮັບ ຊີວິດ ນິຣັນດອນ? ”
\v 18 ພຣະເຢຊູເຈົ້າ ຕອບ ລາວ ວ່າ, “ດ້ວຍເຫດໃດ ເຈົ້າ ຈຶ່ງ ເອີ້ນ ເຮົາ ວ່າ ຜູ້ປະເສີດ? ບໍ່ ມີຜູ້ໃດ ປະເສີດດອກ ນອກຈາກ ພຣະເຈົ້າອົງດຽວ ເທົ່ານັ້ນ.
\v 19 ເຈົ້າ ກໍ ຮູ້ຈັກ ກົດບັນຍັດ ທີ່ວ່າ, ‘ຢ່າ ຂ້າຄົນ, ຢ່າ ຫລິ້ນຊູ້ ສູ່ ຜົວເມຍ ຜູູ້ອື່ນ, ຢ່າ ລັກຊັບ, ຢ່າ ເປັນ ພະຍານ ບໍ່ຈິງ, ຢ່າ ສໍ້ໂກງ, ຈົ່ງ ນັບ ຖື ພໍ່ແມ່ ຂອງຕົນ.
\s5
\v 20 ຊາຍ ຄົນ ນັ້ນ ໄດ້ ຕອບ ວ່າ, “ອາຈານ ເອີຍ ກົດບັນຍັດ ທັງໝົດ ເຫລົ່ານີ້ ຂ້ານ້ອຍ ໄດ້ ຖືຮັກສາ ຕັ້ງແຕ່ ເປັນເດັກນ້ອຍ ພຸ້ນມາ. ”
\v 21 ພຣະເຢຊູເຈົ້າ ເພັ່ງຕາ ເບິ່ງ ຊາຍ ຜູ້ ນັ້ນ ດ້ວຍ ຄວາມຮັກ ແລະ ກ່າວ ວ່າ, “ທ່ານ ຍັງຂາດ ຢູ່ສິ່ງ ໜຶ່ງ ຄື: ຈົ່ງ ໄປ ຂາຍ ທຸກສິ່ງ ທີ່ ທ່ານ ມີ ຢູ່ ແລະ ບໍລິຈາກ ເງິນ ນັ້ນ ໃຫ້ ແກ່ ຄົນຍາກຈົນ ແລະ ທ່ານ ຈະ ມີ ຊັບ ສົມ ບັດ ໃນ ສະຫວັນ, ແລ້ວ ຈົ່ງ ຕາມ ເຮົາ ມາ. ”
\v 22 ເມື່ອ ໄດ້ຍິນ ຄໍາ ເວົ້າ ນີ້ ລາວ ກໍ ໜ້າ ເສົ້າ ລົງ ແລະ ອອກ ໄປ ເປັນທຸກໃຈ ຢ່າງ ໜັກ ເພາະ ລາວ ເປັນ ຄົນ ຮັ່ງ ມີ ຫລາຍ.
\s5
\v 23 ພຣະເຢຊູເຈົ້າ ແນມ ເບິ່ງ ອ້ອມຮອບ ແລ້ວ ກ່າວ ແກ່ ພວກສາວົກ ວ່າ, “ທີ່ ຄົນ ຮັ່ງ ມີ ຈະ ເຂົ້າ ໄປ ໃນ ຣາຊອານາຈັກ ຂອງ ພຣະເຈົ້າ ກໍ ຍາກ ແທ້ ໜໍ. ”
\v 24 ພວກສາວົກຕ່າງກໍປະຫລາດໃຈໃນຄຳເວົ້າຂອງພຣະອົງ ແຕ່ພຣະເຢຊູເຈົ້າໄດ້ກ່າວແກ່ພວກເພິ່ນອີກວ່າ, "ລູກທັງຫລາຍເອີຍ, ທີ່ຈະເຂົ້າໄປໃນຣາຊອານາຈັກຂອງພຣະເຈົ້າກໍຍາກແທ້
\v 25 ອູດໂຕໜຶ່ງຈະລອດຮູເຂັມ ກໍງ່າຍກວ່າ ຄົນຮັ່ງມີຜູ້ໜຶ່ງຈະເຂົ້າໄປໃນຣາຊອາຈັກຂອງພຣະເຈົ້າ"
\s5
\v 26 ພວກສາວົກປະຫລາດໃຈຫລາຍຈຶ່ງຖາມກັນວ່າ, "ຖ້າຢ່າງນັ້ນ ຜູ້ໃດຈະລອດພົ້ນໄດ້?"
\v 27 ພຣະເຢຊູເຈົ້າເພັ່ງຕາເບິ່ງພວກເພິ່ນ ແລະກ່າວ ວ່າ, "ຝ່າຍມະນຸດກໍເຫລືອກຳລັງທີ່ຈະເຮັດໄດ້ ແຕ່ບໍ່ເຫລືອກຳລັງຂອງພຣະເຈົ້າ ເພາະຝ່າຍພຣະເຈົ້າຊົງເຮັດໄດ້ທຸກສິ່ງ."
\v 28 ແລ້ວ ເປໂຕ ກໍກ່າວຂຶ້ນວ່າ, "ເບິ່ງດູ ພວກຂ້ານ້ອຍໄດ້ສະຫລະທຸກສິ່ງ ແລະໄດ້ຕິດຕາມພຣະອົງມາ."
\s5
\v 29 ພຣະເຢຊູເຈົ້າຊົງຕອບພວກເພິ່ນວ່າ, "ເຮົາບອກເຈົ້າທັງຫລາຍຕາມຄວາມຈິງວ່າ ຜູ້ໃດໄດ້ສະຫລະບ້ານເຮືອນ ຫລື ອ້າຍເອື້ອຍນ້ອງ ຫລື ພໍ່ແມ່ ຫລື ລູກ ຫລື ໄຮ່ນາຂອງຕົນ ເພາະເຫັນແກ່ເຮົາ ແລະເຫັນແກ່ຂ່າວປະເສີດ.
\v 30 ໃນໂລກນີ້ ຜູ້ນັ້ນຈະໄດ້ຮັບຕອບແທນຮ້ອຍເທົ່າ ຄື: ບ້ານເຮືອນ, ອ້າຍເອື້ອຍນ້ອງ, ພໍ່ແມ່, ລູກ ແລະໄຮ່ນາ ແລະທັງຈະໄດ້ຮັບການຂົ່ມເຫັງດ້ວຍ ແລະໃນໂລກໜ້າເຂົາຈະໄດ້ຊີວິດນິຣັນດອນ.
\v 31 ແຕ່ຫລາຍຄົນທີ່ເປັນຜູ້ຕົ້ນ ຈະກັບເປັນຜູ້ປາຍ ແລະຜູ້ທີ່ເປັນປາຍໃນເວລານີ້ ກໍຈະເປັນຜູ້ຕົ້ນ."
\s5
\v 32 ເມື່ອກຳລັງເດີນທາງຂຶ້ນເມືອຍັງນະຄອນເຢຣູຊາລັມ, ພຣະເຢຊູເຈົ້າໄດ້ຍ່າງນຳໜ້າພວກເຂົາໄປ ພວກສາວົກວຸ້ນວາຍໃຈ ແລະພວກອື່ນທີ່ຍ່າງມາຕາມຫລັງຕ່າງກໍມີຄວາມຢ້ານ ແລ້ວພຣະເຢຊູເຈົ້າກໍພາພວກສາວົກສິບສອງຄົນ ຍ່າງຫລີກອອກໄປທາງຂ້າງອີກເທື່ອໜຶ່ງ ແລະກ່າວເຖິງເຫດການທີ່ຈຳເປັນຕ້ອງເກີດຂຶ້ນກັບພຣະອົງ.
\v 33 ພຣະອົງບອກພວກເພິ່ນວ່າ, "ເບິ່ງແມ! ພວກເຮົາກຳລັງຂຶ້ນໄປຍັງນະຄອນເຢຣູຊາເລັມ ບ່ອນທີ່ບຸດມະນຸດຈະຖືກມອບໄວ້ໃນກຳມືຂອງພວກຫົວໜ້າປະໂຣຫິດແລະພວກທຳມະຈານ ພວກເຫລົ່ານີ້ຈະຕັດສິນລົງໂທດເພິ່ນໃຫ້ເຖິງຕາຍ ແລະຈະມອບເພິ່ນໄວ້ກັບຄົນຕ່າງຊາດ.
\v 34 ຄົນພວກນີ້ຈະເຢາະເຢີ້ຍເພິ່ນ, ຈະຖົ່ມນ້ຳລາຍໃສ່ເພິ່ນ, ຈະຂ້ຽນຕີເພິ່ນ ແລະຈະຂ້າເພິ່ນເສຍ, ແຕ່ໃນວັນຖ້ວນສາມ ເພິ່ນຈະເປັນຄືນມາຈາກຄວາມຕາຍ."
\s5
\v 35 ແລ້ວຢາໂກໂບ ແລະໂຢຮັນລູກຊາຍຂອງເຊເບດາຍ ໄດ້ເຂົ້າມາຫາພຣະເຢຊູເຈົ້າ ແລະເວົ້າວ່າ, "ອາຈານເອີຍ, ພວກຂ້ານ້ອຍທັງສອງ ປາຖະໜາຈະໃຫ້ທ່ານເຮັດຕາມຄຳຂໍຮ້ອງຂອງພວກຂ້ານ້ອຍ."
\v 36 ພຣະເຢຊູເຈົ້າຖາມພວກເພິ່ນວ່າ, "ເຈົ້າທັງສອງຕ້ອງການຫຍັງ?"
\v 37 ພວກເພິ່ນຕອບວ່າ, "ເມື່ອທ່ານຢູ່ໃນສະຫງ່າຣາສີແລ້ວ ຂໍໃຫ້ພວກຂ້ານ້ອຍທັງສອງນັ່ງທີ່ເບື້ອງຂວາຂອງທ່ານຄົນໜຶ່ງ ແລະທີ່ເບື້ອງຊ້າຍຄົນໜຶ່ງ."
\s5
\v 38 ພຣະເຢຊູເຈົ້າຊົງກ່າວແກ່ພວກເພິ່ນວ່າ, "ທີ່ພວກເຈົ້າຂໍຮ້ອງນັ້ນພວກເຈົ້າບໍ່ຮູ້ຈັກ, ຈອກທີ່ເຮົາຈະດື່ມນັ້ນ ພວກເຈົ້າຈະດື່ມໄດບໍ? ແລະບັບຕິສະມາທີ່ເຮົາຮັບນັ້ນ ພວກເຈົ້າຈະຮັບໄດ້ບໍ?"
\v 39 ພວກເພິ່ນຕອບວ່າ, ໄດ້ຢູ່ຂ້ານ້ອຍ. ພຣະເຢຊູເຈົ້າກ່າວແກ່ພວກເພິ່ນວ່າ, "ພວກເຈົ້າຈະດື່ມຈາກຈອກທີ່ເຮົາຕ້ອງດື່ມແທ້ ແລະບັດຕິສະມາທີ່ເຮົາຮັບ ພວກເຈົ້າຕ້ອງຮັບແທ້.
\v 40 ແຕ່ຈະເລືອກວ່າ ຜູ້ໃດຈະນັ່ງທີ່ເບື້ອງຂວາ ຫລືທີ່ເບື້ອງຊ້າຍຂອງເຮົານັ້ນ ບໍ່ແມ່ນໜ້າທີ່ເຮົາຈະຈັດໃຫ້, ແຕ່ພຣະເຈົ້າໄດ້ຈັດໄວ້ສຳລັບຜູ້ໃດ ກໍເປັນຂອງຜູ້ນັ້ນ."
\s5
\v 41 ເມື່ອສາວົກຄົນອື່ນໆອີກສິບຄົນໄດ້ຍິນເຖິງເລື່ອງນີ້ແລ້ວ, ພວກເພິ່ນກໍເຄືອງໃຈໃຫ້ຢາໂກໂບ ແລະໂຢຮັນ.
\v 42 ແຕ່ເມື່ອພຣະເຢຊູເຈົ້າເອີ້ນພວກເພິ່ນມາເຕົ້າໂຮມກັນ ແລ້ວກ່າວວ່າ, "ພວກເຈົ້າຕ່າງກໍຮູ້ວ່າ ຜູ້ທີ່ມະນຸດຖືວ່າ ເປັນຜູ້ປົກຄອງປະຊາຊົນ ກໍມີອຳນາດເໜືອປະຊາຊົນທີ່ເຂົາປົກຄອງ ແລະຜູ້ໃຫຍ່ກໍໃຊ້ສິດອຳນາດເໜືອພວກເຂົາ.
\s5
\v 43 ແຕ່ໃນທ່າມກາງພວກເຈົ້າແລ້ວ ບໍ່ເປັນດັ່ງນັ້ນເລີຍ, ຖ້າຜູ້ໜຶ່ງໃນພວກເຈົ້າຢາກເປັນໃຫຍ່ ເຂົາຕ້ອງເປັນຜູ້ຮັບໃຊ້ເຈົ້າທັງຫລາຍ;
\v 44 ແລະຖ້າຜູ້ໜຶ່ງໃນພວກເຈົ້າຢາກເປັນເອກ ເຂົາກໍຕ້ອງເປັນຂ້ອຍໃຊ້ຂອງທຸກຄົນ.
\v 45 ເພາະບຸດມະນຸດບໍ່ໄດ້ມາ ເພື່ອໃຫ້ຄົນອື່ນຮັບໃຊ້ຕົນ ແຕ່ມາເພື່ອຮັບໃຊ້ເຂົາ ແລະປະທານຊີວິດຂອງຕົນ ເປັນຄ່າໄຖ່ຄົນຈຳນວນຫລວງຫລາຍ."
\s5
\v 46 ພຣະເຢຊູເຈົ້າແລະພວກສາວົກຂອງພຣະອົງເດີນທາງມາເຖິງເມືອງເຢຣິໂກ, ເມື່ອພຣະອົງກຳລັງອອກມາຈາກເມືອງໄປກັບພວກສາວົກ ແລະປະຊາຊົນໝູ່ໃຫຍ່ທີ່ຕິດຕາມຈຳນວນຫລວງຫລາຍ ກໍມີຊາຍຕາບອດຜູ້ໜຶ່ງຊື່ວ່າ ບາຣະຕີມາຍ ເປັນລູກຊາຍຂອງຕີມາຍ ນັ່ງຂໍທານທີ່ແຄມທາງ.
\v 47 ເມື່ອລາວໄດ້ຍິນວ່າ ພຣະເຢຊູເຈົ້າໄທນາຊາເຣັດກຳລັງມາໃກ້ ລາວກໍຮ້ອງຂຶ້ນວ່າ, "ເຢຊູ ບຸດດາວິດເອີຍ, ຂໍຊົງເມດຕາສົງສານຂ້ານ້ອຍແດ່ທ້ອນ."
\v 48 ມີຫລາຍຄົນໄດ້ຫ້າມລາວໃຫ້ມິດຢູ່ ແຕ່ລາວຍິ່ງຮ້ອງໄຫ້ດັງຂຶ້ນຕື່ມວ່າ, "ເຢຊູ ບຸດດາວິດເອີຍ ຂໍໂຜດເມດຕາສົງສານຂ້ານ້ອຍແດ່ທ້ອນ."
\s5
\v 49 ພຣະເຢຊູເຈົ້າຈຶ່ງຢຸດ ແລະສັ່ງວ່າ, "ຈົ່ງໄປເອີ້ນເອົາລາວມາ." ສະນັ້ນພວກເຂົາຈຶ່ງໄປເອີ້ນເອົາຊາຍຕາບອດນັ້ນມາ ແລ້ວເວົ້າວ່າ, "ຈົ່ງຊື່ນໃຈແລະລຸກຂຶ້ນ ເພິ່ນກຳລັງເອີ້ນເອົາເຈົ້າ."
\v 50 ຊາຍຕາບອດຖິ້ມຜາຕູ້ມຂອງຕົນ ແລະຮີບລຸກຂຶ້ນມາຫາພຣະເຢຊູເຈົ້າ.
\s5
\v 51 ພຣະເຢຊູເຈົ້າຖາມລາວວ່າ, "ເຈົ້າຢາກໃຫ້ເຮົາເຮັດຫຍັງແກ່ເຈົ້າ?" ຊາຍຕາບອດຕອບວ່າ, "ພຣະອາຈານເອີຍ ຂໍໂຜດໃຫ້ຂ້ານ້ອຍໄດ້ເຫັນຮຸ່ງແດ່ທ້ອນ."
\v 52 ພຣະເຢຊູເຈົ້າຕອບວ່າ, "ໄປສາ ຄວາມເຊື່ອຂອງເຈົ້າໄດ້ເຮັດໃຫ້ເຈົ້າດີແລ້ວ." ໃນທັນໃດນັ້ນ ລາວກໍເຫັນຮຸ່ງໄດ້ ແລະເດີນຕິດຕາມພຣະເຢຊູເຈົ້າໄປ.
\s5
\c 11
\p
\v 1 ເມື່ອ ພຣະເຢຊູເຈົ້າ ກັບ ພວກ ສາວົກ ເຂົ້າ ໄປ ໃກ້ ນະຄອນ ເຢຣູຊາເລັມ ຄື ໃກ້ ບ້ານ ເບັດຟາເຄ ແລະ ບ້ານ ເບັດທານີ ກໍ ມາ ເຖິງ ພູເຂົາ ໝາກກອກເທດ, ພຣະເຢຊູເຈົ້າ ໄດ້ ໃຊ້ ສາວົກ ສອງ ຄົນ ລ່ວງໜ້າ ໄປ ກ່ອນ ແລະ ສັ່ງ ພວກເພິ່ນ ວ່າ,
\v 2 “ຈົ່ງ ເຂົ້າ ໄປ ໃນ ບ້ານ ທີ່ ຢູ່ ຕໍ່ໜ້າ ພວກເຈົ້ານັ້ນ ພໍ ໄປ ຮອດ ທີ່ນັ້ນ ແລ້ວ ພວກເຈົ້າ ຈະ ພົບ ລໍ ນ້ອຍ ໂຕໜຶ່ງ ທີ່ ເຂົາ ຜູກ ໄວ້ ລໍ ນ້ອຍ ໂຕ ນີ້ ຍັງ ບໍ່ ມີ ຜູ້ໃດ ເຄີຍ ຂີ່ ຈັກ ເທື່ອ. ຈົ່ງ ແກ້ ເຊືອກ ນັ້ນ ອອກ ແລະ ຈູງ ມັນ ມາ ທີ່ ນີ້. ”
\v 3 ຖ້າ ມີ ຜູ້ໃດ ຖາມ ວ່າ, ‘ເປັນ ຫຍັງ ຈຶ່ງ ເຮັດ ແນວ ນີ້? ໃຫ້ ບອກ ວ່າ, ‘ອົງພຣະຜູ້ເປັນເຈົ້າ (ຢ) ຕ້ອງການ ແລະ ບຶດ ໜຶ່ງ ຈະ ສົ່ງ ມັນ ຄືນ ມາ ໃຫ້ ທີ່ ນີ້.
\s5
\v 4 ແລ້ວ ສາວົກ ທັງສອງ ຈຶ່ງ ຈາກ ໄປ ແລະ ກໍ ພົບ ລໍ ນ້ອຍ ໂຕໜຶ່ງ ທີ່ ເຂົາ ຜູກ ໄວ້ ຢູ່ ໃກ້ ປະຕູ ເຮືອນ ທີ່ ແຄມ ຖະໜົນ ຂະນະທີ່ ພວກເພິ່ນ ກໍາລັງ ແກ້ ເຊືອກ ຢູ່ນັ້ນ,
\v 5 ບາງຄົນ ທີ່ ຢືນ ຢູ່ ໃນທີ່ນັ້ນ ກໍ ຖາມ ວ່າ, “ພວກເຈົ້າ ແກ້ ເອົາ ລໍ ນ້ອຍ ໄປ ເຮັດ ຫຍັງ? ”
\v 6 ພວກເພິ່ນ ຈຶ່ງ ຕອບ ຕາມ ທີ່ ພຣະເຢຊູເຈົ້າ ໄດ້ ບອກ ແລ້ວ ຄົນ ເຫລົ່າ ນັ້ນ ກໍ ຍອມ ໃຫ້ ພວກເພິ່ນ ເອົາ ໄປ.
\s5
\v 7 ສາວົກ ໄດ້ ຈູງ ລໍ ນ້ອຍ ນັ້ນ ມາ ຫາ ພຣະເຢຊູເຈົ້າ ແລ້ວ ພວກເພິ່ນ ກໍ ເອົາ ເຄື່ອງນຸ່ງ ຂອງຕົນ ປູຫລັງ ຂອງ ມັນ ແລະ ໃຫ້ ພຣະເຢຊູເຈົ້າ ຂຶ້ນ ຂີ່.
\v 8 ມີ ຫລາຍ ຄົນ ໄດ້ ເອົາ ເສື້ອ ຜ້າ ຂອງຕົນ ປູລົງ ຕາມ ທາງຍ່າງ ແລະ ບາງຄົນ ກໍໄດ້ ຕັດ ເອົາ ຟົດໄມ້ ຕາມ ທົ່ງນາ ມາ ປູ ຕາມ ຫົນທາງ.
\v 9 ຄົນ ທີ່ ຍ່າງ ໄປ ກ່ອນ ກັບ ຄົນ ທີ່ ຕາມ ຫລັງ ພຣະເຢຊູເຈົ້າ ໄປ ຕ່າງ ກໍ ຮ້ອງ ຂຶ້ນ ວ່າ, “ໂຮຊັນນາ ຂໍ ພຣະເຈົ້າ ອວຍພອນ ທ່ານ ທີ່ສະເດັດ ມາ ໃນ ນາມ ຂອງ ອົງພຣະຜູ້ເປັນເຈົ້າ
\v 10 ຂໍ ພຣະເຈົ້າ ອວຍພອນ ອານາຈັກ ທີ່ ກໍາ ລັງ ຈະ ມາ ຄື ອານາຈັກ ຂອງ ດາວິດ ບັນພະບຸລຸດ ຂອງ ພວກເຮົາ ໂຮຊັນນາ ໃນ ສະຫວັນ ສູງສຸດ.”
\s5
\v 11 ພຣະເຢຊູເຈົ້າ ໄດ້ ເຂົ້າ ໄປ ຍັງ ນະຄອນ ເຢຣູຊາເລັມ ແລ້ວເຂົ້າ ໄປ ໃນ ພຣະວິຫານ ແລະ ລຽບ ເບິ່ງ ທົ່ວ ໄປ ເມື່ອ ຄໍ່າ ຫລາຍ ແລ້ວ ພຣະອົງ ຈຶ່ງ ກັບ ໄປ ຍັງ ບ້ານ ເບັດທານີ ກັບ ສາວົກ ສິບສອງ ຄົນ.
\v 12 ໃນ ຕອນເຊົ້າ ວັນ ຕໍ່ມາ ເມື່ອ ພຣະເຢຊູເຈົ້າ ກັບ ພວກ ສາວົກ ອອກ ຈາກ ບ້ານ ເບັດທານີ ໄປ ພຣະອົງ ກໍຫິວເຂົ້າ.
\s5
\v 13 ເມື່ອ ເຫັນ ຕົ້ນ ໝາກ ເດື່ອ ເທດ ຕົ້ນ ໜຶ່ງ ແຕ່ ໄກ ຊຶ່ງ ມີ ໃບ ດົກ ໜາ ດີ ແລະ ພຣະອົງ ກໍ ໄປ ເບິ່ງ ວ່າ ມັນ ມີ ໝາກ ຫລື ບໍ່, ແຕ່ ເມື່ອ ພຣະອົງ ໄປ ເຖິງ ຕົ້ນໄມ້ ແລ້ວ ກໍ ບໍ່ ເຫັນ ໝາກ ມີ ແຕ່ ໃບ ເທົ່າ ນັ້ນ ເພາະ ບໍ່ ແມ່ນ ລະດູ ເກີດ ໝາກ.
\v 14 ດັ່ງ ນັ້ນ ພຣະເຢຊູເຈົ້າ ຈຶ່ງ ກ່າວ ຕໍ່ ຕົ້ນ ໝາກ ເດື່ອ ເທດ ວ່າ, “ຢ່າ ໃຫ້ ຜູ້ໃດ ໄດ້ ກິນ ໝາກ ຂອງ ມຶງ ອີກ ຈັກ ເທື່ອ. ” ຝ່າຍ ສາວົກ ກໍ ໄດ້ ຍິນ ຄໍາ ທີ່ ພຣະອົງ ໄດ້ ກ່າວ ນັ້ນ.
\s5
\v 15 ເມື່ອ ພຣະເຢຊູເຈົ້າ ແລະພວກສາວົກ ຂອງພຣະອົງ ມາ ເຖິງ ນະຄອນ ເຢຣູຊາເລັມ, ແລ້ວ ພຣະເຢຊູເຈົ້າ ໄດ້ ເຂົ້າ ໄປ ໃນ ບໍລິເວນ ພຣະວິຫານ ພຣະອົງ ໄດ້ ຕັ້ງ ຕົ້ນ ຂັບ ໄລ່ ບັນ ດາ ພວກ ຄົນ ຊື້ຂາຍ ໃນ ບໍລິເວນ ພຣະວິຫານ ອອກ ໄປ, ພຣະອົງ ຂວໍ້າໂຕະ ຂອງ ພວກ ຮັບແລກປ່ຽນ ເງິນ ຕາ ແລະ ຂວໍ້າ ບ່ອນ ນັ່ງ ຂອງ ຄົນ ຂາຍ ນົກເຂົາ.
\v 16 ແລະ ພຣະອົງ ບໍ່ອະນຸຍາດ ໃຫ້ ຜູ້ໃດ ຂົນ ສິ່ງ ຂອງ ຜ່ານ ພຣະວິຫານ ໄປ.
\s5
\v 17 ແລ້ວ ພຣະອົງ ກໍໄດ້ ສັ່ງ ສອນ ພວກເຂົາ ວ່າ, “ມີ ຄໍາ ຂຽນ ໄວ້ ໃນ ພຣະຄໍາພີ ວ່າ, ‘ພຣະວິຫານ ຂອງເຮົາ ຈະ ເອີ້ນ ວ່າ ເປັນ ສະຖານທີ່ ພາວັນນາ ອະທິຖານ ສໍາລັບ ຄົນ ທຸກ ຊາດ’, ແຕ່ ພວກເຈົ້າ ເຮັດ ໃຫ້ ເປັນ ຖໍ້າ ຂອງ ໂຈນ. ”
\v 18 ເມື່ອ ພວກ ຫົວໜ້າ ປະໂຣຫິດ ແລະ ພວກ ທໍາມະຈານ ໄດ້ຍິນເຊັ່ນ ນີ້ ພວກເຂົາ ຈຶ່ງ ຊອກ ຫາ ວິທີ ທາງ ຈະ ຂ້າ ພຣະເຢຊູເຈົ້າ ເສຍ, ພວກເຂົາ ຢ້ານ ພຣະອົງ ເພາະປະຊາຊົນ ທັງໝົດ ໄດ້ ປະຫລາດໃຈໃນຄໍາສັ່ງສອນ ຂອງ ພຣະອົງ.
\v 19 ພໍ ຕອນ ຄໍ່າ ມາ ພຣະເຢຊູເຈົ້າ ແລະ ພວກສາວົກ ກໍ ພາກັນ ອອກ ໄປ ຈາກ ເມືອງ.
\s5
\v 20 ວັນ ໃໝ່ ຕໍ່ມາ ໃນ ເວລາ ເຊົ້າ ໆ ພຣະເຢຊູເຈົ້າ ກັບ ພວກ ສາວົກ ຍ່າງ ຜ່ານ ຕົ້ນ ເດື່ອ ເທດ ອີກ ພວກເພິ່ນ ໄດ້ ສັງເກດ ເຫັນ ຕົ້ນ ເດື່ອ ເທດ ນັ້ນ ມັນ ຫ່ຽວແຫ້ງ ແລະ ຕາຍໄປ ຈົນເຖິງ ຮາກ.
\v 21 ເປໂຕ ຈື່ ເຫດການ ທີ່ ພຣະເຢຊູເຈົ້າ ໄດ້ ເວົ້າ ແກ່ ຕົ້ນໄມ້ ນັ້ນ ຈຶ່ງ ເວົ້າ ກັບ ພຣະອົງ ວ່າ, “ພຣະອາຈານ ເອີຍ ເບິ່ງ ແມ! ຕົ້ນ ເດື່ອ ເທດ ທີ່ ທ່ານ ໄດ້ ສາບແຊ່ງ ນັ້ນ ຕາຍ ເສຍ ແລ້ວ.”
\s5
\v 22 ພຣະເຢຊູເຈົ້າ ໄດ້ ກ່າວ ແກ່ ພວກ ສາວົກ ວ່າ, “ຈົ່ງ ມີ ຄວາມເຊື່ອ ໃນ ພຣະເຈົ້າ.
\v 23 ເຮົາບອກ ພວກເຈົ້າ ຕາມ ຄວາມຈິງ ວ່າ, ຜູ້ໃດ ກໍຕາມ ທີ່ສັ່ງ ພູ ໜ່ວຍ ນີ້ ວ່າ, ‘ຈົ່ງ ເຄື່ອນຍ້າຍ ໄປ ຕົກ ລົງ ສູ່ ທະເລ’ ແລະ ບໍ່ ມີ ຄວາມ ສົງ ໄສ ໃນ ໃຈ ແຕ່ ເຊື່ອ ວ່າ ຈະ ເປັນ ໄປ ຕາມ ຄໍາສັ່ງ ນັ້ນ ແລ້ວ ກໍ ເປັນ ໄປ ຕາມ ນັ້ນ.
\s5
\v 24 ດ້ວຍເຫດນັ້ນ ເຮົາບອກ ເຈົ້າ ທັງຫລາຍ ວ່າ, ສິ່ງ ໃດ ທີ່ ພວກເຈົ້າ ພາວັນນາ ອະທິຖານ ຂໍ ນັ້ນ ຈົ່ງ ເຊື່ອ ວ່າ ໄດ້ ຮັບ ແລ້ວ ແລະ ຄົງ ຈະ ເປັນ ແກ່ ເຈົ້າ ທງັ ຫລາຍ.
\v 25 ແລະເມື່ອເຈົ້າຢືນພາວັນນາອະທິຖານຢູ່ ຖ້າເຈົ້າມີເລື່ອງກັບຜູ້ໃດຜູ້ໜຶ່ງ ຈົ່ງຍົກໂທດໃຫ້ເຂົາ ເພື່ອພຣະບິດາເຈົ້າຂອງພວກເຈົ້າ ຜູ້ສະຖິດໃນສະຫວັນ ຈະຍົກຄວາມຜິດບາບຂອງພວກເຈົ້າດ້ວຍ. [
\v 26 ແຕ່ຖ້າເຈົ້າບໍ່ຍົກໂທດນັ້ນ ພຣະບິດາຂອງເຈົ້າຜູ້ຊົງສະຖິດໃນສະຫວັນ ກໍຈະບໍ່ຍົກຄວາມຜິດຂອງເຈົ້າເໝືອນກັນ."]
\s5
\v 27 ອີກ ເທື່ອ ໜຶ່ງ ພຣະເຢຊູເຈົ້າ ແລະ ສາວົກ ຂອງ ພຣະອົງ ໄດ້ ກັບຄືນ ເຂົ້າ ໄປ ໃນ ນະຄອນ ເຢຣູຊາເລັມ, ເມື່ອ ພຣະອົງ ຍ່າງ ເຂົ້າ ໄປ ໃນ ພຣະວິຫານ ພວກ ຫົວໜ້າປະໂຣຫິດ, ພວກທໍາມະຈານ ແລະ ພວກເຖົ້າແກ່ ກໍ ມາ ຫາ ພຣະອົງ.
\v 28 ພວກເຂົາ ໄດ້ ຖາມ ວ່າ, “ເຈົ້າ ມີ ສິດ ອໍານາດ ຫຍັງ ຈຶ່ງ ເຮັດການ ເຫລົ່າ ນີ້? ຜູ້ໃດ ໃຫ້ ສິດ ນີ້ ແກ່ ເຈົ້າ?”
\s5
\v 29 ພຣະເຢຊູເຈົ້າ ຊົງ ຕອບ ພວກເຂົາ ວ່າ, “ເຮົາ ມີ ຄໍາ ຖາມ ຂໍ້ ໜຶ່ງ ຈະ ຖາມ ພວກເຈົ້າ ແລະ ຈົ່ງ ໃຫ້ ຄໍາຕອບ ແກ່ ເຮົາ ແລະ ເຮົາ ຈະ ບອກ ພວກເຈົ້າ ວ່າ, ‘ເຮົາເຮັດການ ເຫລົ່າ ນີ້ ດ້ວຍ ສິດອັນໃດ.
\v 30 ຄື ບອກ ເຮົາ ມາ ເບິ່ງດູ ວ່າ, ‘ຜູ້ໃດ ໃຫ້ ສິດ ແກ່ ໂຢຮັນ ເພື່ອ ໃຫ້ ຮັບ ບັບຕິສະມາ ພຣະເຈົ້າ ໃຫ້ ຫລື ວ່າ ມະນຸດ ໃຫ້?
\s5
\v 31 ພວກເຂົາ ໄດ້ ປຶກສາ ກັນວ່າ, “ພວກເຮົາ ຈະ ວ່າ ຢ່າງ ໃດ? ຖ້າພວກເຮົາ ຕອບ ວ່າ, ‘ພຣະເຈົ້າໃຫ້ ມັນກໍຈະຖາມ ວ່າ, ‘ຖ້າດັ່ງນັ້ນ ເປັນຫຍັງ ພວກເຈົ້າ ຈຶ່ງ ບໍ່ ເຊື່ອ ໂຢຮັນ?
\v 32 ຫລື ວ່າ ພວກເຮົາ ຈະ ຕອບ ວ່າ, ‘ມະນຸດ ໃຫ້... ” (ພວກເຂົາ ກໍ ຢ້ານ ປະຊາຊົນ ເພາະ ທຸກຄົນ ຖື ວ່າ ໂຢຮັນ ເປັນ ຜູ້ທໍານວາຍ.)
\v 33 ສະນັ້ນ ພວກເຂົາ ຈຶ່ງ ຕອບ ພຣະເຢຊູເຈົ້າ ວ່າ, “ພວກເຮົາ ບໍ່ ຮູ້. ” ແລ້ວ ພຣະເຢຊູເຈົ້າ ກໍ ຕອບ ພວກເຂົາ ວ່າ, “ດັ່ງ ນັ້ນ ຂ້ອຍ ກໍ ຈະ ບໍ່ບອກ ພວກເຈົ້າ ຄື ກັນ ວ່າ ຂ້ອຍ ເຮັດ ການ ເຫລົ່າ ນີ້ ດ້ວຍ ສິດ ອັນ ໃດ.”
\s5
\c 12
\p
\v 1 ແລ້ວ ພຣະເຢຊູເຈົ້າ ກໍໄດ້ ເລີ່ມ ຕົ້ນ ກ່າວ ແກ່ ພວກເຂົາ ເປັນ ຄໍາອຸປະມາ ວ່າ, “ມີ ຄົນ ໜຶ່ງ ເຮັດ ສວນອະງຸ່ນ, ເພິ່ນ ເຮັດ ຮົ້ວ ລ້ອມ ສວນ ໄວ້ ແລະ ສະກັດ ອ່າງ ເພື່ອ ໃຊ້ ເປັນ ບ່ອນ ບີບຄັ້ນ ເອົາ ນໍ້າອະງຸ່ນ ແລະ ທັງ ໄດ້ ສ້າງ ຫໍຄອຍ ເພື່ອ ເຝົ້າ ຍາມ ໄວ້ ດ້ວຍ, ຕໍ່ມາ ເພິ່ນ ເອົາ ສວນ ອະງຸ່ນ ໃຫ້ ຄົນ ເຊົ່າ ແລ້ວເພິ່ນ ກໍ ອອກ ໄປ ຍັງ ເມືອງ ອື່ນ.
\v 2 ພໍ ເຖິງ ລະດູ ເກັບ ໝາກອະງຸ່ນ ມາ ຮອດ ເພິ່ນ ກໍ ໃຫ້ ຄົນ ຮັບ ໃຊ້ ຄົນ ໜຶ່ງ ໄປ ຫາ ພວກ ເຊົ່າ ສວນ ເພື່ອ ຮັບ ເອົາ ສ່ວນ ແບ່ງ ຈາກ ຜົນລະປູກ ຂອງຕົນ ນໍາ ພວກເຂົາ.
\v 3 ແລະ ຄົນ ເຊົ່າ ສວນ ໄດ້ ຈັບ ຄົນ ຮັບໃຊ້ ຄົນນັ້ນ ມາ ຂ້ຽນຕີ ແລະ ຂັບໄລ່ ເຂົາຄືນ ເມືອ ມື ເປົ່າ.
\s5
\v 4 ແລ້ວ ເຈົ້າ ຂອງ ສວນ ກໍ ໃຫ້ ຄົນ ຮັບ ໃຊ້ ຄົນ ໜຶ່ງ ໄປ ອີກ ພວກ ຄົນ ເຊົ່າ ສວນ ກໍ ທຸບຕີ ເຂົາ ຈົນ ຫົວ ມີ ບາດແຜ ແລະ ປ້ອຍດ່າ ດູຖູກ ເຂົາ ອີກ ດ້ວຍ.
\v 5 ເຈົ້າ ຂອງ ສວນ ໄດ້ ໃຫ້ ຂ້ອຍໃຊ້ ຄົນໜຶ່ງ ໄປ ອີກ ແລະ ພວກເຂົາ ກໍ ຂ້າ ເຂົາເສຍ, ແລ້ວເຈົ້າຂອງ ສວນ ກໍ ຍັງ ສົ່ງ ຄົນ ຮັບໃຊ້ ມາ ອີກ ຫລາຍໆ ຄົນ ພວກເຂົາ ກໍ ຂ້ຽນຕີ ບາງຄົນ ແລະ ຂ້າບາງຄົນເສຍ.
\s5
\v 6 ໃນທີ່ສຸດ ກໍ ເຫລືອ ແຕ່ ລູກຊາຍ ຜູ້ ເປັນສຸດທີ່ຮັກ ຂອງ ເພິ່ນ, ເພິ່ນ ຈຶ່ງ ໃຊ້ ລູກ ຄົນນັ້ນ ໄປ ເປັນ ຄົນສຸດທ້າຍ ໂດຍ ຄິດວ່າ, ‘ພວກເຂົາ ຄົງ ຈະ ໃຫ້ ຄວາມ ເຄົາຣົບ ນັບຖື ລາວ.
\v 7 ແຕ່ ຄົນເຊົ່າສວນ ເຫລົ່ານັ້ນ ເວົ້າກັນ ວ່າ, ‘ຄົນນີ້ ແຫລະ ເປັນເຈົ້າຂອງ ມໍຣະດົກ, ຈົ່ງ ຂ້າມັນ ເສຍ ແລ້ວ ມໍຣະດົກ ກໍ ຈະ ຕົກເປັນຂອງ ພວກເຮົາ.
\s5
\v 8 ດັ່ງນັ້ນ ພວກເຂົາ ຈຶ່ງ ຈັບ ລູກຊາຍ ຂອງ ເຈົ້າຂອງສວນ ແລະ ຂ້າລາວ ເສຍ, ແລ້ວພວກເຂົາ ກໍ ໂຍນ ສົບ ຂອງ ລາວ ຖິ້ມ ອອກ ໄປ ນອກ ສວນ. ”
\v 9 ພຣະເຢຊູເຈົ້າ ຖາມ ວ່າ, “ເມື່ອ ເປັນ ເຊັ່ນ ນັ້ນ ເຈົ້າຂອງສວນ ຈະເຮັດ ຢ່າງ ໃດ? ເພິ່ນຈະ ມາຂ້າຄົນເຊົ່າສວນ ເຫລົ່ານັ້ນ ເສຍ ແລະ ຈະ ເອົາ ສວນ ອະງຸ່ນ ໃຫ້ ຄົນອື່ນ ເຊົ່າ.
\s5
\v 10 ແນ່ນອນ ພວກເຈົ້າ ຍັງບໍ່ໄດ້ ອ່ານ ພຣະຄໍາພີ ຂໍ້ນີ້ບໍ ວ່າ, ‘ຫິນ ທີ່ ນາຍຊ່າງກໍ່ ໄດ້ ໂຍນ ຖິ້ມແລ້ວ ຫິນນັ້ນ ແຫລະ ກາຍເປັນ ຫິນເສົາເອກ ສໍາຄັນ ກວ່າ ໝູ່ ໝົດ.
\v 11 ເລື່ອງ ນີ້ ມາ ຈາກ ອົງພຣະຜູ້ເປັນເຈົ້າ ແລະ ເປັນ ການ ອັດສະຈັນ ແກ່ ຕາ ຂອງ ພວກເຮົາ.
\v 12 ຝ່າຍ ພວກເຂົາ ຈຶ່ງ ພະຍາຍາມ ຈະ ຈັບ ພຣະອົງ ເພາະ ພວກເຂົາ ຮູ້ ວ່າ ພຣະອົງ ໄດ້ ກ່າວ ຄໍາອຸປະມາ ນີ້ ຕໍ່ສູ້ ພວກຕົນ, ແຕ່ ຍ້ອນ ຢ້ານ ປະຊາຊົນ ພວກເຂົາ ຈຶ່ງ ໜີໄປ ຈາກ ພຣະອົງ.
\s5
\v 13 ແລ້ວ ພວກຟາຣີຊາຍ ກັບ ພວກເຮໂຣດ ກໍ ໃຊ້ບາງຄົນ ອອກ ໄປ ຫາ ພຣະເຢຊູເຈົ້າ ເພື່ອ ຄອຍ ຈັບ ຜິດ ໃນ ຄໍາ ເວົ້າ ຂອງ ພຣະອົງ.
\v 14 ພວກເຂົາ ໄດ້ ມາ ຫາ ພຣະອົງ ແລະ ໄດ້ ເວົ້າວ່າ, “ອາຈານ ເອີຍ ພວກ ຂ້ານ້ອຍ ຮູ້ ວ່າ ທ່ານ ເປັນ ຜູ້ ສັດຊື່ ແລະ ບໍ່ ໄດ້ ເອົາໃຈ ຜູ້ໃດ ເພາະ ທ່ານ ບໍ່ ເຫັນ ແກ່ ໜ້າ ຜູ້ໃດ, ແຕ່ ທ່ານ ສັ່ງສອນ ຄວາມຈິງ ໃນ ທາງ ຂອງ ພຣະເຈົ້າ ປະສົງ ໃຫ້ ມະນຸດ ປະຕິບັດຕາມ ການທີ່ເສຍພາສີອາກອນ ໃຫ້ ແກ່ ກາຍຊາ ນັ້ນ ຖືກ ຕ້ອງ ຕາມ ກົດບັນຍັດ ບໍ? ພວກເຮົາຄວນ ເສຍ ຫລື ບໍ່? ”
\v 15 ພຣະເຢຊູເຈົ້າ ຮູ້ ເຖິງ ອຸບາຍ ຂອງ ພວກເຂົາ ຈຶ່ງ ຕອບ ວ່າ, “ພວກເຈົ້າ ມາ ທົດລອງ ເຮົາເຮັດຫຍັງ? ຈົ່ງ ນໍາ ເງິນ ຫລຽນ ໜຶ່ງ ມາ ໃຫ້ ເຮົາ ເບິ່ງດູ.”
\s5
\v 16 ພວກເຂົາ ກໍ ເອົາ ມາ ໃຫ້ ແລະ ພຣະເຢຊູເຈົ້າ ຈຶ່ງ ຖາມ ວ່າ, “ຮູບ ແລະ ຄໍາ ຈາລຶກ ນີ້ ເປັນ ຂອງ ຜູ້ໃດ? ” ພວກເຂົາ ຕອບ ວ່າ, “ເປັນ ຂອງ ກາຍຊາ. ”
\v 17 ດັ່ງ ນັ້ນ ພຣະເຢຊູເຈົ້າ ຈຶ່ງ ກ່າວ ແກ່ ພວກເຂົາ ວ່າ, “ສິ່ງ ທີ່ ເປັນ ຂອງ ກາຍຊາ ຈົ່ງ ຄືນ ຖວາຍ ແກ່ ກາຍຊາ ແລະ ສິ່ງ ທີ່ ເປັນ ຂອງ ພຣະເຈົ້າ ຈົ່ງ ຄືນ ຖວາຍ ແກ່ ພຣະເຈົ້າ. ” ເມື່ອ ທຸກຄົນ ໄດ້ຍິນ ຄໍາຕອບ ຂອງ ພຣະເຢຊູເຈົ້າ ແລ້ວ ຕ່າງ ກໍ ປະຫລາດ ໃຈ ໃນ ພຣະອົງ.
\s5
\v 18 ແລ້ວ ພວກ ຊາດູກາຍ ບາງຄົນ ກໍ ມາ ຫາ ພຣະເຢຊູເຈົ້າ (ພວກນີ້ ເຄີຍ ເວົ້າ ວ່າ ການ ຄືນມາຈາກຕາຍ ນັ້ນ ບໍ່ ມີ.) ພວກເຂົາຖາມ ພຣະອົງ ວ່າ,
\v 19 “ອາຈານ ເອີຍ ໂມເຊ ໄດ້ ຂຽນ ເປັນ ຄໍາສັ່ງ ສໍາລັບ ພວກເຮົາ ວ່າ, ‘ຖ້າຊາຍ ຄົນໜຶ່ງ ຕາຍໄປ ແຕ່ ເມຍ ຂອງ ຜູ້ ຕາຍ ຍັງຢູ່ໂດຍ ບໍ່ ທັນ ມີ ລູກ ກໍ ໃຫ້ ນ້ອງຊາຍ ຂອງ ຜູ້ນັ້ນ ເອົາ ເອື້ອືຍໃພ້ ຂອງຕົນ ເປັນ ເມຍ ເພື່ອ ສືບ ເຊື້ອສາຍ ໃຫ້ ອ້າຍ ຂອງຕົນ ທີ່ຕາຍໄປ ແລ້ວ ນັ້ນ.
\s5
\v 20 ຍັງ ມີ ເຈັດຊາຍ ອ້າຍນ້ອງ ນໍາກັນ, ອ້າຍ ກົກ ໄດ້ ເອົາ ເມຍ ແລ້ວ ຕາຍໄປ ໂດຍ ບໍ່ ມີ ລູກ.
\v 21 ແລ້ວ ນ້ອງຊາຍ ລາວ ຜູ້ທີ ໜຶ່ງ ກໍໄດ້ ຮັບ ເອົາ ຍິງ ນັ້ນ ມາ ເປັນ ເມຍ ແລະ ລາວ ກໍ ຕາຍໄປ ອີກ ໂດຍ ບໍ່ມີລູກ ນ້ອງຊາຍ ລາວ ຜູ້ທີສອງ ກໍເຮັດເໝືອນ ກັບ ອ້າຍ ຂອງລາວ,
\v 22 ອ້າຍ ນ້ອງ ທັງເຈັດ ໄດ້ ເອົາ ຍິງ ນັ້ນ ມາ ເປັນ ເມຍ ແລະ ພວກເຂົາ ກໍ ຕາຍໄປ ໂດຍ ບໍ່ ມີ ລູກ, ແລ້ວໃນ ທີ່ ສຸດ ຍິງ ນັ້ນ ກໍ ຕາຍໄປ ເໝືອນກັນ.
\v 23 ໃນ ວັນ ທີ່ ຄົນຕາຍ ທຸກຄົນ ເປັນ ຄືນ ມາ ສູ່ ຊີວິດ ນັ້ນ ຍິງນີ້ ຈະ ເປັນ ເມຍ ຂອງ ຜູ້ໃດ? ດ້ວຍວ່າ, ຊາຍ ທັງເຈັດ ຄົນ ໄດ້ ເປັນ ຜົວ ຂອງ ນາງ ແລ້ວ.”
\s5
\v 24 ພຣະເຢຊູເຈົ້າ ຊົງຕອບ ພວກເຂົາ ວ່າ, “ເພາະ ຂໍ້ ນີ້ແຫລະ ພວກເຈົ້າ ເຂົ້າໃຈ ຜິດ ສາ ແລ້ວ ເພາະ ພວກເຈົ້າ ບໍ່ ຮູ້ຈັກ ພຣະຄໍາພີ ຫລື ຣິດອໍານາດ ຂອງ ພຣະເຈົ້າ.
\v 25 ດ້ວຍວ່າ, ເມື່ອ ຄົນ ຕາຍ ຄືນ ສູ່ຊີວິດ ນັ້ນ ຈະ ບໍ່ ມີ ການ ແຕ່ງງານ ຫລື ຍົກ ກັນ ໃຫ້ ເປັນ ຜົວ ເມຍ ອີກ ແຕ່ ພວກເຂົາ ຈະ ເປັນ ດັ່ງ ເທວະດາ ໃນ ສະຫວັນ.
\s5
\v 26 ສໍາລັບ ເລື່ອງ ຄົນ ຕາຍ ເປັນ ຄືນ ມາ ນັ້ນ ພວກເຈົ້າ ບໍ່ ເຄີຍ ອ່ານ ໃນ ພຣະຄໍາພີ ຂອງ ໂມເຊ ຈັກເທື່ອ ບໍ? ໃນ ຕອນ ທີ່ກ່າວ ເຖິງ ເລື່ອງ ພຸ່ມໄມ້ ທີ່ ມີ ໄຟ ລຸກ ໄໝ້ ນັ້ນ, ມີ ຄໍາ ຂຽນ ໄວ້ ໃນ ພຣະຄໍາພີ ວ່າ, ພຣະເຈົ້າ ໄດ້ ກ່າວ ແກ່ ໂມເຊ ດັ່ງ ນີ້: ‘ເຮົາ ເປັນ ພຣະເຈົ້າ ຂອງ ອັບຣາຮາມ, ອີຊາກ ແລະ ຢາໂຄບ.
\v 27 ພຣະອົງ ບໍ່ ແມ່ນ ພຣະເຈົ້າ ຂອງ ຄົນຕາຍ ແຕ່ ແມ່ນ ພຣະເຈົ້າ ຂອງ ຄົນເປັນ, ພວກເຈົ້າ ຫລົງ ຜິດ ໄປ ຢ່າງ ໝົດ ສິ້ນ ແລ້ວ”
\s5
\v 28 ມີ ທໍາມະຈານຄົນໜຶ່ງ ໄດ້ ເຂົ້າ ມາເຖິງ ໃນຂະນະທີ່ ພຣະເຢຊູເຈົ້າ ແລະ ພວກ ຊາດູກາຍ ກໍາລັງ ຖົກຖຽງ ກັນ ຢູ່ ລາວ ໄດ້ຍິນ ພຣະອົງ ຕອບ ພວກເຂົາ ໄດ້ ດີ ສະນັ້ນ ລາວ ຈຶ່ງ ຖາມ ພຣະອົງ ວ່າ, “ກົດບັນຍັດ ຂໍ້ໃດ ສໍາຄັນ ທີ່ສຸດ ກວ່າ ຂໍ້ ບັນຍັດທັງໝົດ? ”
\v 29 ພຣະເຢຊູເຈົ້າ ຕອບ ລາວ ວ່າ, “ກົດບັນຍັດ ຂໍ້ ສໍາຄັນ ທີ່ ສຸດ ຄື ດັ່ງນີ້ ‘ຊາວ ອິດສະຣາເອນ ເອີຍ ຈົ່ງ ຟັງ ເທີ້ນ ອົງພຣະຜູ້ເປັນເຈົ້າ ຂອງ ພວກເຮົາ ແມ່ນ ພຣະເຈົ້າ ແຕ່ ອົງດຽວ. (ລ)
\v 30 ‘ຈົ່ງ ຮັກອົງພຣະຜູ້ເປັນເຈົ້າ ອົງເປັນພຣະເຈົ້າ ຂອງເຈົ້າ ດ້ວຍສຸດໃຈ, ດ້ວຍສຸດຈິດ, (ວ) ດ້ວຍສຸດ ຄວາມຄິດ ແລະ ດ້ວຍສຸດ ກໍາລັງ ຂອງເຈົ້າ.
\v 31 ກົດບັນຍັດ ຂໍ້ ທີ ສອງ ນັ້ນ ຄື: ‘ຈົ່ງ ຮັກ ເພື່ອນບ້ານ ເໝືອນ ຮັກ ຕົນ ເອງ. ບໍ່ ມີ ກົດ ບັນ ຍັດ ຂໍ້ ໃດ ທີ່ ສໍາຄັນ ກວ່າ ສອງ ຂໍ້ ນີ້. ”
\s5
\v 32 ທໍາມະຈານ ຄົນ ນີ້ ຈຶ່ງ ເວົ້າ ຕໍ່ ພຣະເຢຊູເຈົ້າ ວ່າ, “ດີ ແລ້ວ ອາຈານ ເອີຍ ທີ່ທ່ານ ໄດ້ ກ່າວ ນັ້ນ ຖືກ ແລ້ວ ທີ່ ວ່າ, ແມ່ນ ພຣະເຈົ້າ ແຕ່ ອົງດຽວ ແລະ ນອກຈາກ ພຣະອົງ ແລ້ວ ບໍ່ ມີ ພຣະເຈົ້າ ອົງອື່ນ ອີກ.
\v 33 ແລະ ທີ່ຈະຮັກ ພຣະເຈົ້າ ດ້ວຍ ສຸດໃຈ ດ້ວຍ ສຸດຈິດ ດ້ວຍ ສຸດ ຄວາມຄິດ ແລະ ດ້ວຍ ສຸດ ກໍາລັງ ຂອງຕົນ ແລະ ຮັກ ເພື່ອນບ້ານ ເໝືອນ ຮັກ ຕົນ ເອງ ນັ້ນ ກໍ ປະເສີດ ຫລາຍກວ່າ ຂອງ ຖວາຍ ແລະ ເຄື່ອງ ເຜົາ ບູຊາ ທັງປວງ. ”
\v 34 ເມື່ອ ພຣະເຢຊູເຈົ້າ ເຫັນ ວ່າ ລາວ ຕອບ ດ້ວຍ ຄວາມ ສະຫລາດ ພຣະອົງ ຈຶ່ງ ບອກ ລາວ ວ່າ, “ເຈົ້າ ບໍ່ ໄດ້ ໄກ ຈາກ ອານາຈັກຂອງ ພຣະເຈົ້າ. ” ຕັ້ງ ແຕ່ ນັ້ນ ມາ ບໍ່ ມີ ຜູ້ໃດ ກ້າຖາມ ພຣະອົງ ອີກ ຕໍ່ໄປ.
\s5
\v 35 ເມື່ອ ພຣະເຢຊູເຈົ້າ ກໍາລັງ ສັ່ງສອນໃນພຣະວິຫານ ຢູ່ນັ້ນ ພຣະອົງ ໄດ້ ຖາມວ່າ, “ດ້ວຍເຫດໃດ ພວກທຳມະຈານຈຶ່ງ ເວົ້າ ໄດ້ ວ່າ ພຣະຄຣິດເປັນ ເຊື້ອ ວົງ ຂອງ ດາວິດ?
\v 36 ເພາະວ່າດາວິດ ເອງໄດ້ ກ່າວດ້ວຍຣິດເດດ ພຣະວິນຍານບໍຣິສຸດເຈົ້າ ວ່າ, ‘ອົງພຣະຜູ້ເປັນເຈົ້າ ກ່າວ ແກ່ ພຣະອົງເຈົ້າ ຂອງ ຂ້ານ້ອຍ ວ່າ, ຈົ່ງ ນັ່ງ ເບື້ອງ ຂວາ ຂອງເຮົາ ຈົນກວ່າ ເຮົາ ໄດ້ ປາບ ສັດຕູ ທັງຫລາຍ ຂອງ ເຈົ້າ ໃຫ້ ລົງ ຢູ່ ໃຕ້ ຕີນ ຂອງ ເຈົ້າ.
\v 37 ເມື່ອ ກະສັດ ດາວິດ ເອງ ຍັງ ເອີ້ນ ພຣະຄຣິດ ວ່າ, ‘ພຣະອົງເຈົ້າ’ ແລ້ວ ພຣະຄຣິດ ຈະ ເປັນ ເຊື້ອສາຍ ຂອງ ດາວິດ ໄດ້ ຢ່າງ ໃດ? ” ປະຊາຊົນ ຢ່າງ ໜາແໜ້ນ ກໍາລັງ ຟັງ ພຣະເຢຊູເຈົ້າ ສອນ ດ້ວຍ ຄວາມ ຍິນ ດີ.
\s5
\v 38 ໃນ ຄໍາສັ່ງສອນ ຂອງ ພຣະອົງ ໄດ້ ກ່າວ ແກ່ ພວກເຂົາວ່າ, “ຈົ່ງ ລະວັງ ພວກທໍາມະຈານ ໃຫ້ ດີ ພວກເຂົາ ມັກນຸ່ງ ເສື້ອ ລ່າມ ຍ່າງ ໄປມາ ແລະ ມັກ ໃຫ້ ຄົນ ຄໍານັບ ໃນ ທີ່ ຊຸມນຸມຊົນ,
\v 39 ພວກເຂົາ ມັກ ບ່ອນ ນັ່ງ ອັນມີ ກຽດ ໃນ ທໍາມະສາລາ ແລະ ນັ່ງ ບ່ອນ ດີ ໆ ໃນ ງານກິນລ້ຽງ.
\v 40 ພວກເຂົາ ສໍ້ໂກງ ເອົາ ສິ່ງຂອງ ຂອງບັນດາ ແມ່ໝ້າຍ ແລະ ເຮັດທຳທ່າ ພາວັນນາ ອະທິຖານ ໃຫ້ ຍືດຍາວ ຄົນພວກນີ້ ຈະ ຖືກໂທດ ໜັກທີ່ສຸດ.”
\s5
\v 41 ພຣະເຢຊູເຈົ້ານັ່ງຢູ່ໃຫ້ຫີບຖວາຍເງິນໃນພຣະວິຫານນັ້ນ ພຣະອົງກໍສັງເກດເບິ່ງປະຊາຊົນປ່ອນເງິນລົງຢ່າງຫລວງຫລາຍ,
\v 42 ແລ້ວແມ່ໝ້າຍທີ່ຍາກຈົນຄົນໜຶ່ງ ໄດ້ເອົາຫລຽນທອງແດງສອງຫລຽນທີ່ມີຄ່າໜ້ອຍທີ່ສຸດ ມາປ່ອນລົງໃນຫີບເໝືອນກັນ.
\s5
\v 43 ດັ່ງນັ້ນພຣະເຢຊູເຈົ້າຈຶ່ງເອີ້ນພວກສາວົກຂອງພຣະອົງມາ ແລະກ່າວແກ່ພວກເພິ່ນວ່າ, "ເຮົາບອກພວກເຈົ້າຕາມຄວາມຈິງວ່າ, 'ແມ່ໝ້າຍຍາກຈົນຄົນນີ້ ໄດ້ປ່ອນເງິນລົງໃນຫິບຖວາຍ ຫລາຍກວ່າຄົນອື່ນທັງໝົດທີ່ປ່ອນໃສ່ນັ້ນ.
\v 44 ເພາະຄົນອື່ນນັ້ນໄດ້ເອົາເງິນທີ່ເຂົາເຫລືອໃຊ້ມາປ່ອນລົງ. ແຕ່ສ່ວນຍິງຜູ້ນີ້ຍາກຈົນທີ່ສຸດ ກໍຍັງເອົາເງິນທີ່ຕົນມີຢູ່ສຳລັບລ້ຽງຊີວິດຂອງຕົນ ມາປ່ອນລົງຈົນໝົດ ຄືນາງໄດ້ຖວາຍທຸກສິ່ງທີ່ນາງມີສຳລັບລ້ຽງຊີບ.' "
\s5
\c 13
\p
\v 1 ເມື່ອ ພຣະເຢຊູເຈົ້າ ກໍາລັງ ອອກ ຈາກ ພຣະວິຫານ ໄປ ສາວົກ ຄົນ ໜຶ່ງ ກໍ ເວົ້າ ກັບ ພຣະອົງ ວ່າ, “ອາຈານ ເອີຍ ເບິ່ງ ຫັ້ນ ດູ ກ້ອນຫິນ ກັບ ຕົວຕຶກ ເຫລົ່າ ນີ້ ເກີນວ່າ ງາມ ແທ້. ”
\v 2 ພຣະເຢຊູເຈົ້າ ຕອບ ວ່າ, “ເຈົ້າ ເຫັນ ຕຶກ ແໜ້ນໜາ ເຫລົ່ານັ້ນ ບໍ? ກ້ອນຫິນ ຢອງ ທັບກັນ ຢູ່ ນີ້ ຈະ ຖືກ ທຳລາຍ ລົງ ຈົນ ບໍ່ເຫລືອ ຈັກກ້ອນ.”
\s5
\v 3 ຕໍ່ມາ ເມື່ອ ພຣະເຢຊູເຈົ້າ ນັ່ງ ຢູ່ ເທິງ ພູເຂົາ ໝາກກອກເທດ ກົງກັບ ດ້ານ ໜ້າ ຂອງ ພຣະວິຫານ ນັ້ນ ເປໂຕ, ຢາໂກໂບ, ໂຢຮັນ ແລະ ອັນເດອາ ໄດ້ ມາ ຫາ ພຣະອົງ ເປັນ ການ ສ່ວນ ຕົວ.
\v 4 ພວກເພິ່ນ ຖາມ ວ່າ, “ບອກ ພວກ ຂ້ານ້ອຍ ແດ່ ວ່າ ເຫດການ ນີ້ ຈະ ເກີດ ຂຶ້ນ ເມື່ອ ໃດ? ແລະ ສ່ິ່ງ ໃດ ຈະ ເປັນ ໝາຍສໍາຄັນ ວ່າ ເຫດການ ທັງ ໝົດ ເຫລົ່າ ນີ້ ຈະ ສໍາເລັດ.”
\s5
\v 5 ແລ້ວ ພຣະເຢຊູເຈົ້າ ກໍ ບອກ ພວກເພິ່ນ ວ່າ, “ຈົ່ງ ລະວັງ ໃຫ້ ດີ ຢ່າ ໃຫ້ ຜູ້ໃດ ຜູ້ໜຶ່ງ ຫລອກລວງ ພວກເຈົ້າ ໃຫ້ ຫລົງ.
\v 6 ດ້ວຍວ່າ, ຈະ ມີ ຫລາຍ ຄົນ ຈະ ມາ ອ້າງ ນາມ ຂອງເຮົາ ວ່າ, ‘ຂ້ອຍ ນີ້ ແຫລະ ເປັນ ພຣະຄຣິດ’ ແລະ ຈະ ຫລອກລວງ ຫລາຍ ຄົນ ໃຫ້ ຫລົງ ເສຍ ໄປ.
\s5
\v 7 ເມື່ອ ພວກເຈົ້າ ໄດ້ຍິນ ເຖິງ ເລື່ອງ ການ ເສິກ ແລະ ຂ່າວ ເລົ່າ ລື ເລື່ອງ ການ ເຮັດ ເສິກ ສົງ ຄາມ ນັ້ນ ຢ່າ ສະທ້ານ ຢ້ານກົວ ເລີຍ. ດ້ວຍວ່າ, ເຫດການ ເຊັ່ນນີ້ ຈໍາເປັນຕ້ອງ ເກີດ ຂຶ້ນ ແຕ່ ວັນສຸດທ້າຍ ຍັງ ບໍ່ ໄດ້ ມາ ເຖິງ.
\v 8 ດ້ວຍວ່າ, ປະເທດ ຕໍ່ ປະເທດ ອານາຈັກ ຕໍ່ ອານາຈັກ ຈະສູ້ຮົບ ກັນ, ທັງ ຈະ ເກີດ ແຜ່ນດິນໄຫວ ໃນ ບ່ອນ ຕ່າງໆ ແລະ ຈະ ເກີດ ການ ອຶດຢາກ, ເຫດການ ເຫລົ່ານີ້ ຈະ ເປັນ ເໝືອນ ຂັ້ນ ຕົ້ນ ຂອງ ຄວາມ ເຈັບປວດ ໃນ ການ ເກີດ ລູກ.
\s5
\v 9 “ແຕ່ ຈົ່ງ ລະວັງ ຕົວ ໃຫ້ ດີ ພວກເຂົາ ຈະ ຈັບ ພວກເຈົ້າ ຂຶ້ນ ສານ ແລະ ຈະ ຖືກ ຂ້ຽນຕີ ໃນ ທໍາມະສາລາ, ພວກເຂົາ ຈະ ໃຫ້ ພວກເຈົ້າ ຢືນ ຢູ່ ຕໍ່ ໜ້າ ຜູ້ ປົກຄອງ ແລະ ກະສັດ ເພາະ ເຫັນ ແກ່ ເຮົາ ເພື່ອ ຈະ ໄດ້ ເປັນ ພະຍານ ແກ່ ພວກເຂົາ.
\v 10 ຂ່າວປະເສີດ ຈະ ຕ້ອງ ປະກາດ ໄປ ທົ່ວ ປະຊາຊາດ ທັງໝົດກ່ອນ.
\s5
\v 11 ແຕ່ ເມື່ອ ເຂົາ ມອບ ເຈົ້າ ໄວ້ ນັ້ນ ພວກເຈົ້າ ຢ່າ ເປັນ ທຸກ ຮ້ອນໃຈ ກ່ອນ ວ່າ ຈະ ເວົ້າ ຢ່າງ ໃດ, ແຕ່ ຈົ່ງ ເວົ້າ ຕາມ ຖ້ອຍຄໍາ ທີ່ ພຣະເຈົ້າໂຜດ ໃຫ້ ເຈົ້າ ເວົ້າ ເພາະວ່າ ບໍ່ ແມ່ນ ເຈົ້າ ເອງ ເປັນ ຜູ້ ເວົ້າ ແຕ່ ແມ່ນ ພຣະວິນຍານ ບໍຣິສຸດເຈົ້າ ທີ່ ເປັນ ຜູ້ ນໍາພາ ໃຫ້ ເວົ້າ.
\v 12 ອ້າຍ ເອື້ອຍ ນ້ອງ ຕ່າງ ຄົນ ກໍ ຈະ ມອບ ກັນ ແລະກັນ ໄວ້ ພໍ່ກໍຈະມອບ ລູກ ແລະ ລູກ ກໍ ຈະ ລຸກ ຂຶ້ນ ຕໍ່ ສູ້ ພໍ່ ແມ່ ໃຫ້ ເຖິງ ແກ່ ຄວາມ ຕາຍ.
\v 13 ຄົນ ທັງຫລາຍ ຈະ ກຽດຊັງ ພວກເຈົ້າ ເພາະ ເຫັນ ແກ່ ນາມ ຂອງເຮົາ, ແຕ່ ຜູ້ໃດ ອົດທົນ ໄດ້ ຈົນ ເຖິງ ທີ່ ສຸດ ຜູ້ ນັ້ນ ຈະ ໄດ້ ລອດພົ້ນ.”
\s5
\v 14 “ແຕ່ ເມື່ອໃດ ເຈົ້າ ທັງຫລາຍ ເຫັນ 'ສິ່ງ ທີ່ ໜ້າກຽດຊັງ’ ຕັ້ງ ຢູ່ ໃນ ບ່ອນ ທີ່ ບໍ່ ຄວນ ຈະ ຕັ້ງ, (ໃຫ້ ຜູ້ອ່ານ ເຂົ້າໃຈ ຄວາມໝາຍ ເອົາ ເອງ) ເມື່ອນັ້ນ ໃຫ້ ຜູ້ ທີ່ຢູ່ໃນ ແຂວງ ຢູດາຍ ຕ້ອງ ປົບ ໜີໄປ ຍັງ ພູ ທັງຫລາຍ.
\v 15 ຜູ້ ທີ່ ຢູ່ເທິງ ຫລັງ ຄາ ເຮືອນ ຢ່າ ໄດ້ ລົງ ມາ ແລະ ເຂົ້າ ໄປ ໃນ ເຮືອນ ເກັບ ເອົາ ສິ່ງ ຂອງ ອອກ ໄປ.
\v 16 ສ່ວນ ຜູ້ ທີ່ ຢູ່ ໃນ ທົ່ງ ນາ ກໍ ຢ່າ ກັບ ຄືນ ມາ ເອົາ ເສື້ອ ຜ້າ ຂອງຕົນ.
\s5
\v 17 ແຕ່ ໃນ ວັນ ເຫລົ່າ ນັ້ນ ເປັນ ໜ້າເວດທະນາ ສົງສານ ຫລາຍ ຕໍ່ ຜູ້ ຍິງ ຖືພາ ແລະ ແມ່ ກັບ ລູກ ອ່ອນ ກິນ ນົມ ຢູ່
\v 18 ຈົ່ງ ພາວັນນາ ອະທິຖານ ເພື່ອ ວ່າ ເຫດການ ເຫລົ່າ ນີ້ ຈະ ບໍ່ ເກີດ ຂຶ້ນ ໃນ ລະດູ ໜາວ.
\v 19 ດ້ວຍວ່າ, ໃນຄາວ ນັ້ນ ຈະ ມີ ຄວາມ ທຸກ ລໍາບາກ ຢ່າງ ໜັກໜ່ວງ ຢ່າງ ບໍ່ ເຄີຍ ມີ ມາ ຕັ້ງ ແຕ່ ຕົ້ນ ເດີມ ເມື່ອ ພຣະເຈົ້າ ໄດ້ ເນຣະມິດ ສ້າງ ໂລກ ຈົນເຖິງ ທຸກ ວັນນີ້ ແລະ ເມືອ ໜ້າ ຈະ ບໍ່ ເກີດຂຶ້ນ ອີກ ຈັກເທື່ອ.
\v 20 ຖ້າ ອົງພຣະຜູ້ເປັນເຈົ້າ ບໍ່ ໄດ້ ເຮັດ ໃຫ້ ວັນ ເຫລົ່າ ນັ້ນ ສັ້ນ ເຂົ້າ ແລ້ວ ກໍ ຈະ ບໍ່ ມີ ມະນຸດ ຄົນ ໃດ ລອດຊີວິດ ຢູ່ ເລີຍ, ແຕ່ ເພາະ ເຫັນ ແກ່ ພວກ ທີ່ ພຣະອົງ ໄດ້ ເລືອກ ໄວ້ ແລ້ວ ນັ້ນ ພຣະອົງ ໄດ້ ເຮັດ ໃຫ້ ວັນ ເຫລົ່າ ນັ້ນ ສັ້ນ ເຂົ້າ.
\s5
\v 21 ໃນເວລານັ້ນ ຖ້າຜູ້ໃດຜູ້ໜຶ່ງ ເວົ້າ ແກ່ ເຈົ້າທັງຫລາຍ ວ່າ, ‘ເບິ່ງ ແມ! ພຣະຄຣິດ ຢູ່ ທີ່ນີ້’ ຫລື ວ່າ ‘ເບິ່ງດູ ເພິ່ນ ຢູ່ ທີ່ນັ້ນ’ ຢ່າໄດ້ ເຊື່ອ.
\v 22 ດ້ວຍວ່າ, ຈະມີ ພຣະຄຣິດ ປອມ ແລະໝໍ ທໍານວາຍຂີ້ໂລບຫລາຍຄົນ ເກີດຂຶ້ນ ພວກເຂົາ ຈະ ເຮັດ ການ ອັດສະຈັນ ແລະ ໝາຍສໍາຄັນ ຫລາຍ ປະການ ຖ້າເ ປັນ ໄປໄດ້ ຈະຫລອກລວງຜູ້ທີ່ ພຣະເຈົ້າ ໄດ້ ເລືອກໄວ້ ໃຫ້ ຫລົງ ເສຍໄ ປ.
\v 23 ແຕ່ ເຈົ້າທັງຫລາຍຈົ່ງລະວັງໃຫ້ດີ, ເຮົາ ໄດ້ ບອກເຈົ້າ ທັງຫລາຍໃຫ້ ຮູ້ ທຸກ ໆ ສິ່ງລ່ວງໜ້າກ່ອນແລ້ວ.”
\s5
\v 24 “ໃນວັນ ເຫຼົ່າ ນັ້ນ ຫລັງ ຈາກ ເວລາ ແຫ່ງ ຄວາມ ທຸກ ລໍາບາກ ຜ່ານ ພົ້ນ ໄປ ແລ້ວ ດວງອາທິດ ຈະ ມືດ ໄປ ດວງຈັນ ຈະ ບໍ່ ສ່ອງແສງ,
\v 25 ດວງດາວ ທັງ ຫລາຍ ຈະ ຕົກ ລົງ ຈາກ ທ້ອງຟ້າ ແລະ ບັນດາ ສິ່ງ ທີ່ ມີ ອໍານາດ ໃນ ທ້ອງຟ້າ ກໍ ຈະ ສັ່ນສະທ້ານ ຫວັ່ນ ໄຫວ.
\v 26 ເມື່ອ ນັ້ນ ເຂົາຈະ ເຫັນ ‘ບຸດມະນຸດ ມາ ປາກົດ ໃນ ເມກ’ ດ້ວຍ ຣິດ ອໍານາດ ອັນ ຍິ່ງ ໃຫຍ່ ແລະ ດ້ວຍ ສະຫງ່າຣາສີ ອັນ ຮຸ່ງເຮືອງ.
\v 27 ເພິ່ນ ຈະ ໃຊ້ ພວກ ເທວະດາ ຂອງ ເພິ່ນ ອອກ ໄປ ເພື່ອ ຮວບຮວມ ເອົາ ຄົນ ທັງຫລາຍ ທີ່ ພຣະອົງ ໄດ້ ເລືອກ ໄວ້ ແລ້ວ ຈາກ ທິດ ທັງສີ່ ຕັ້ງແຕ່ ທີ່ ສຸດ ປາຍ ແຜ່ນດິນ ຈົນ ເຖິງ ທີ່ ສຸດ ຂອບຟ້າ.”
\s5
\v 28 “ເຈົ້າ ທັງຫລາຍ ຈົ່ງ ເອົາ ບົດ ຮຽນ ຄໍາອຸປະມາ ຈາກ ຕົ້ນ ເດື່ອ ເທດ ເມື່ອ ກິ່ງ ມັນແຕກ ໃບ ອ່ອນ ອອກ ເຈົ້າ ກໍ ຮູ້ ວ່າ ລະດູ ຮ້ອນ ໃກ້ ຈະ ມາ ເຖິງ.
\v 29 ໃນທໍານອງ ດຽວກັນ, ເມື່ອ ພວກເຈົ້າ ເຫັນ ເຫດການ ເຫລົ່າ ນັ້ນ ກໍາລັງ ເກີດ ຂຶ້ນ ຈົ່ງ ຮູ້ ວ່າ ພຣະອົງ ມາ ໃກ້ ຈະ ເຖິງ ປະຕູ ແລ້ວ. (ຫ)
\s5
\v 30 ເຮົາ ບອກ ເຈົ້າ ທັງຫລາຍ ຕາມ ຄວາມຈິງ ວ່າ ຄົນ ສະໄໝ ນີ້ ຈະ ບໍ່ ລ່ວງລັບ ໄປ ກ່ອນ ເຫດການ ທັງໝົດ ເຫລົ່າ ນີ້ ຈະ ເກີດ ຂຶ້ນ.
\v 31 ຟ້າ ແລະ ດິນ ຈະ ລ່ວງພົ້ນ ໄປ, ແຕ່ ຖ້ອຍຄໍາ ຂອງເຮົາ ຈະ ບໍ່ ລ່ວງພົ້ນ ໄປ ຈັກ ເທື່ອ. ”
\v 32 “ແຕ່ ເລື່ອງ ວັນກໍານົດ ຫລື ເວລາ ກໍານົດ ນັ້ນບໍ່ມີ ຜູ້ໃດ ຮູ້ ແມ່ນແຕ່ ເທວະດາ ໃນ ສະຫວັນ ແລະ ພຣະບຸດ ກໍບໍ່ຮູ້ ຮູ້ແຕ່ ພຣະບິດາເຈົ້າ ອົງດຽວ ເທົ່ານັ້ນ.
\s5
\v 33 ຈົ່ງ ເຝົ້າ ລະວັງ ຢູ່ ແລະ ພາວັນນາ ອະທິຖານ ຢູ່ ສະເໝີ ເພາະ ເຈົ້າ ທັງຫລາຍ ບໍ່ ຮູ້ ວ່າ ເວລາ ນັ້ນ ຈະ ມາ ເຖິງ ເມື່ອ ໃດ.
\v 34 ປຽບ ເໝືອນ ກັບ ຊາຍ ຄົນ ໜຶ່ງ ທີ່ ອອກ ເດີນທາງ ໄກ ເພິ່ນ ອອກ ຈາກ ເຮືອນ ຂອງ ເພິ່ນ ແລະ ໄດ້ ມອບ ອໍານາດ ປ່ອຍ ໃຫ້ ບ້ນດາ ຄົນ ຮັບໃຊ້ ຮັບຜິດຊອບ ເຮັດ ວຽກ ຂອງ ໃຜ ລາວ ແລະ ສັ່ງ ຄົນ ເຝົ້າຍາມ ເຮືອນ ໄວ້ ໃຫ້ ດີ
\s5
\v 35 ດັ່ງນັ້ນ ຈົ່ງ ເຝົ້າ ລະວັງ ຕຽມພ້ອມ ຢູ່ ເພາະ ເຈົ້າ ທັງຫລາຍ ບໍ່ຮູ້ວ່າ ເຈົ້າ ຂອງ ເຮືອນ ຈະ ກັບ ມາ ຍາມໃດ ຈະ ມາ ຫົວ ຄໍ່າ ຫລື ທ່ຽງຄືນ ຫລື ເວລາ ໄກ່ ຂັນ ຫລື ໃນ ຕອນເຊົ້າ.
\v 36 ຢ້ານ ວ່າ ຈະ ມາ ໃນ ທັນທີ ແລະ ພົບເຈົ້າທັງຫລາຍ ນອນ ຫລັບຢູ່.
\v 37 ຖ້ອຍຄໍາ ທີ່ ເຮົາ ໄດ້ ກ່າວ ແກ່ ພວກເຈົ້າ ນີ້ ເຮົາ ກໍ ກ່າວ ເຕືອນ ແກ່ ທຸກຄົນ ເໝືອນກັນ ວ່າ ຈົ່ງ ເຝົ້າ ລະວັງ ຢູ່.”
\s5
\c 14
\p
\v 1 ຍັງ ອີກ ສອງ ວັນ ກໍ ຈະ ເຖິງ ເທດສະການ ປັດສະຄາ ແລະ ເທດສະການ ເຂົ້າຈີ່ ບໍ່ມີ ເຊື້ອ ແປ້ງ ພວກ ຫົວໜ້າປະໂຣຫິດ ແລະ ພວກ ທໍາມະຈານ ຕ່າງ ກໍ ຄິດຫາ ອຸບາຍ ຈັບ ພຣະເຢຊູເຈົ້າ ເພື່ອ ຈະ ສັງຫານ ພຣະອົງ.
\v 2 ຄື ພວກເຂົາ ເວົ້າ ຕໍ່ ກັນແລະກັນ ວ່າ, “ພວກເຮົາ ບໍ່ຕ້ອງ ເຮັດ ຍາມ ເທດສະການ ບໍ່ດັ່ງນັ້ນ, ປະຊາຊົນ ອາດ ຈະ ລຸກຮື້ຂຶ້ນ ກໍໄດ້.”
\s5
\v 3 ໃນ ເວລາ ດຽວກັນ ນັ້ນ ພຣະເຢຊູເຈົ້າ ໄດ້ ໄປ ທີ່ເຮືອນ ຂອງ ຊີໂມນ, ຊາຍ ທີ່ເປັນ ໂຣກ ຂີ້ທູດ ໃນ ບ້ານ ເບັດທານີ, ຂະນະທີ່ ພຣະເຢຊູເຈົ້າ ຮັບປະທານ ຢູ່ນັ້ນ ກໍ ມີ ຍິງ ຜູ້ໜຶ່ງ ຖື ເຕົ້າຫິນຂາວ ຊຶ່ງ ບັນຈຸ ນ້ຳມັນຫອມ ຊະນິດ ໜຶ່ງ ລາຄາ ແພງ ຫລາຍ ເຂົ້າ ມາ ຫາ ພຣະອົງ ແລ້ວ ຫັກ ຄໍ ເຕົ້າ ນັ້ນ ແລະ ຖອກ ນ້ຳ ມັນຫອມ ຫົດ ສົງ ຫົວພຣະອົງ.
\v 4 ມີ ບາງຄົນ ໃນທີ່ ນັ້ນ ເຄືອງໃຈ ຈຶ່ງ ເວົ້າກັນວ່າ, “ເຫດໃດ ຈຶ່ງ ເຮັດ ໃຫ້ ນ້ຳມັນຫອມ ນີ້ ເສຍ ໄປ ລ້າ ໆ?
\v 5 ຖ້າຂາຍ ກໍ ຄົງ ໄດ້ ກວ່າ ສາມຮ້ອຍ ຫລຽນ ເງິນ (ອ) ເພື່ອ ເອົາ ໄປ ແຈກ ໃຫ້ ຄົນ ຍາກຈົນ” ແລ້ວ ພວກເຂົາ ກໍຕໍາໜິ ຕິ ຕຽນ ຍິງ ຜູ້ ນີ້ຢ່າງໜັກ.
\s5
\v 6 ແຕ່ ພຣະເຢຊູເຈົ້າ ກ່າວ ວ່າ, “ຊ່າງ ນາງ ເທາະ ພວກເຈົ້າ ກວນ ໃຈ ນາງ ເຮັດ ຫຍັງ? ນາງ ໄດ້ ເຮັດ ສິ່ງ ທີ່ ຈົບ ງາມ ແກ່ ເຮົາແລ້ວ.
\v 7 ພວກເຈົ້າ ຈະ ມີ ຄົນ ຍາກຈົນ ຢູ່ກັບພວກເຈົ້າ ສະເໝີ ແລະ ພວກເຈົ້າຊ່ວຍ ພວກເຂົາ ຍາມໃດ ກໍ ໄດ້, ແຕ່ ພວກເຈົ້າ ຈະ ບໍ່ ມີເຮົາສະເໝີໄປ.
\v 8 ນາງ ເຮັດ ເທົ່າ ທີ່ ນາງ ເຮັດ ໄດ້, ນາງ ຖອກ ນໍ້າມັນຫອມ ໃສ່ ຮ່າງກາຍ ຂອງເຮົາ ເພື່ອ ຕຽມ ການ ປົງ ສົບ ຂອງເຮົາ ລ່ວງໜ້າ.
\v 9 ບັດນີ້ ເຮົາບອກ ພວກເຈົ້າຕາມ ຄວາມຈິງ ວ່າ ທຸກ ບ່ອນ ທົ່ວ ໂລກ ທີ່ ມີການ ປະກາດ ຂ່າວປະເສີດ ສິ່ງ ທີ່ ຍິງ ຜູ້ ນີ້ ໄດ້ ເຮັດ ຈະ ເປັນ ທີ່ ເລື່ອງລື ກັນໄປ ເພື່ອ ລະນຶກ ເຖິງ ນາງ.”
\s5
\v 10 ແລ້ວຢູດາ ອິດສະກາຣີອົດ ຄົນໜຶ່ງ ໃນ ພວກ ສາວົກ ສິບສອງ ຄົນ ກໍໄດ້ ໜີໄປ ຫາ ບັນດາ ຫົວໜ້າປະໂຣຫິດ, ເພື່ອ ຈະ ມອບ ພຣະເຢຊູເຈົ້າ ໃຫ້ ພວກເຂົາ.
\v 11 ບັນດາ ຫົວໜ້າປະໂຣຫິດ ດີໃຈ ຫລາຍ ທີ່ ໄດ້ຍິນ ເລື່ອງ ນີ້ ແລະ ສັນຍາ ວ່າ ຈະ ເອົາ ເງິນ ໃຫ້ ລາວ. ດັ່ງ ນັ້ນ ຢູດາ ຈຶ່ງ ຊອກ ຫາ ໂອກາດ ອັນ ດີ ເພື່ອ ຈະ ມອບ ພຣະເຢຊູເຈົ້າ ໃຫ້ ພວກເຂົາ.
\s5
\v 12 ໃນ ວັນ ທີໜຶ່ງ ຂອງ ເທດສະການ ເຂົ້າຈີ່ ບໍ່ ມີ ເຊື້ອ ແປ້ງ ຄື ວັນ ທີ່ ພວກເຂົາ ຂ້າລູກແກະ ເພື່ອ ຈັດແຈ່ງ ອາຫານ ປັດສະຄາ ບັນດາ ສາວົກ ຂອງ ພຣະເຢຊູເຈົ້າ ໄດ້ ຖາມ ພຣະອົງວ່າ, “ທ່ານ ຢາກ ໃຫ້ ພວກ ຂ້ານ້ອຍ ໄປ ຈັດແຈ່ງ ອາຫານ ປັດສະຄາ ສໍາລັບ ທ່ານ ຢູ່ ທີ່ ໃດ? ”
\v 13 ສະນັ້ນ ພຣະອົງ ຈຶ່ງ ໃຊ້ ສາວົກ ສອງ ຄົນ ໃນ ພວກເພິ່ນ ໄປ ໂດຍ ສັ່ງ ວ່າ, “ຈົ່ງ ເຂົ້າ ໄປ ໃນ ເມືອງ ຈະ ມີ ຊາຍ ຄົນ ໜຶ່ງ ແບກ ໄຫ ນໍ້າ ມາ ພົບ ພວກເຈົ້າ, ເຈົ້າ ຈົ່ງ ຕາມ ຜູ້ນັ້ນ ໄປ
\v 14 ລາວ ຈະ ເຂົ້າໄປ ໃນ ເຮືອນ ຫລັງໃດ ຈົ່ງ ເວົ້າ ກັບ ເຈົ້າ ຂອງ ເຮືອນ ນັ້ນ ວ່າ, ‘ອາຈານ ຖາມ ວ່າ ຫ້ອງ ທີ່ ເພິ່ນ ກັບ ພວກ ສາວົກ ຂອງ ເພິ່ນ ຈະ ກິນອາຫານ ປັດສະຄາ ຢູ່ໃສ?
\s5
\v 15 ແລ້ວ ເຈົ້າ ຂອງ ເຮືອນ ກໍ ຈະ ຊີ້ ໃຫ້ ພວກເຈົ້າ ເຫັນ ຫ້ອງ ໂຖງ ໃຫຍ່ ຢູ່ ຊັ້ນ ເທິງ ທີ່ ຕົບ ແຕ່ງ ໄວ້ ຮຽບຮ້ອຍ ແລ້ວ, ທີ່ ນັ້ນ ແຫລະ ພວກເຈົ້າ ຈົ່ງ ຈັດແຈ່ງ ທຸກສິ່ງ ຕຽມ ໄວ້ ສໍາລັບ ພວກເຮົາ. ”
\v 16 ສາວົກ ສອງ ຄົນ ຈຶ່ງ ໄດ້ ອອກ ໄປ ແລະ ໄດ້ ເຂົ້າ ໄປ ໃນ ເມືອງ, ພວກເພິ່ນ ໄດ້ ພົບ ຕາມ ທີ່ ພຣະເຢຊູເຈົ້າ ໄດ້ ບອກ ໄວ້ ທຸກປະການ ແລະ ພວກເພິ່ນ ກໍໄດ້ ຈັດແຈ່ງ ອາຫານ ສໍາລັບ ປັດສະຄາ.
\s5
\v 17 ເມື່ອ ເຖິງ ຕອນ ຄໍ່າ ພຣະເຢຊູເຈົ້າ ກັບ ພວກ ສາວົກ ສິບສອງ ຄົນ ກໍ ເຂົ້າມາ.
\v 18 ເມື່ອ ພວກເພິ່ນ ກໍາລັງຮັບປະທານ ອາຫານ ຢູ່ນັ້ນ ພຣະເຢຊູເຈົ້າ ໄດ້ ກ່າວ ວ່າ, “ເຮົາ ບອກ ພວກເຈົ້າ ຕາມ ຄວາມຈິງ ວ່າ, ຜູ້ໜຶ່ງ ໃນ ພວກເຈົ້າ ຈະ ທໍລະຍົດ ເຮົາ ຄື ຜູ້ໜຶ່ງ ທີ່ ຮ່ວມ ພາເຂົ້າ ຢູ່ ນໍາ ເຮົາ ນີ້ ແຫລະ. ”
\v 19 ພວກ ສາວົກ ຕ່າງ ກໍ ເປັນທຸກໃຈ ຫລາຍ ແລະ ຖາມ ພຣະອົງ ເທື່ອ ລະ ຄົນ ວ່າ, “ທ່ານ ຄົງ ບໍ່ ໝາຍ ເຖິງ ຂ້ານ້ອຍ ແມ່ນ ບໍ?”
\s5
\v 20 ພຣະເຢຊູເຈົ້າ ຊົງຕອບ ວ່າ, “ແມ່ນ ຄົນໜຶ່ງ ໃນ ພວກເຈົ້າ ສິບສອງ ຄົນ ນີ້ ແຫລະ ຄື ຜູ້ ທີ່ຈໍ້າຮ່ວມ ຖ້ວຍ ດຽວກັນ ກັບ ເຮົາ.
\v 21 ດ້ວຍວ່າ, ບຸດມະນຸດ ຈະຈາກ ໄປ ຕາມ ທີ່ ມີ ຂຽນ ໄວ້ ໃນ ພຣະຄໍາພີ ແຕ່ ໄພພິບັດ ຈະ ຕົກ ຖືກ ຜູ້ ທີ່ ທໍລະຍົດ ບຸດມະນຸດ ຖ້າຄົນຜູ້ ນີ້ບໍ່ເກີດມາ ກໍ ເປັນ ການ ດີກວ່າ.”
\s5
\v 22 ໃນ ລະຫວ່າງ ອາຫານ ແລງ ຄາບ ສຸດທ້າຍ ນັ້ນ ພຣະເຢຊູເຈົ້າ ໄດ້ ຈັບ ເອົາເຂົ້າ ຈີ່ ມາ ໂມທະນາ ຂອບພຣະຄຸນ ແລ້ວ ພຣະເຢຊູເຈົ້າ ກໍ ຫັກ ເຂົ້າ ຈີ່ນັ້ນ ແລະ ຍື່ນ ໃຫ້ ແກ່ ພວກ ສາວົກ ແລະ ກ່າວ ວ່າ, “ຈົ່ງ ຮັບເອົາ ເທີ້ນ ນີ້ ແຫລະ ຄື ກາຍ ຂອງເຮົາ. ”
\v 23 ແລ້ວພຣະອົງ ກໍ ຈັບ ເອົາ ຈອກ ມາ ໂມທະນາ ຂອບພຣະຄຸນ ແລະ ຍື່ນ ໃຫ້ ພວກເພິ່ນ ແລະ ພວກເພິ່ນ ກໍ ຮັບ ດື່ມ ທຸກຄົນ.
\v 24 ພຣະເຢຊູເຈົ້າ ກ່າວ ວ່າ, “ນີ້ ແຫລະ ຄື ເລືອດ ຂອງເຮົາ ແມ່ນ ເລືອດ ຂອງ ພັນທະສັນຍາໃໝ່ ທີ່ ຫລັ່ງໄຫລ ອອກ ສໍາລັບຄົນທັງ ຫລາຍ.
\v 25 ເຮົາ ບອກ ພວກເຈົ້າ ຕາມ ຄວາມຈິງ ວ່າ ເຮົາ ຈະ ບໍ່ ດື່ມ ນໍ້າ ອະງຸ່ນ ນີ້ ອີກ ຈັກ ເທື່ອ ຈົນກວ່າ ເຖິງ ວັນນັ້ນ ຄື ເຮົາຈະ ດື່ມ ອັນ ໃໝ່ ໃນ ອານາຈັກຂອງ ພຣະເຈົ້າ.”
\s5
\v 26 ເມື່ອໄດ້ ຮ້ອງເພງ ສັນລະເສີນບົດໜຶ່ງ ແລ້ວພວກເພິ່ນ ກໍພາກັນ ອອກ ໄປ ຍັງ ພູເຂົາ ໝາກກອກເທດ.
\v 27 ພຣະເຢຊູເຈົ້າ ຊົງ ກ່າວ ແກ່ ພວກ ສາວົກ ວ່າ, “ພວກເຈົ້າ ທຸກຄົນ ຈະ ປະຖິ້ມ ເຮົາ ໄປ ເພາະ ມີ ຂຽນ ໄວ້ ໃນ ພຣະຄໍາພີ ວ່າ, ‘ເຮົາ ຈະ ປະຫານ ຜູ້ ລ້ຽງ ແກະ ແລະ ຝູງແກະ ຈະ ແຕກ ຊະ ກັນ ໄປ.
\s5
\v 28 ແຕ່ ເມື່ອ ເຮົາ ເປັນ ຄືນ ມາ ສູ່ ຊີວິດ ແລ້ວ ເຮົາ ຈະ ໄປ ຍັງ ແຂວງ ຄາລີເລ ກ່ອນ ໜ້າ ພວກເຈົ້າ. ”
\v 29 ເປໂຕ ເວົ້າ ວ່າ, “ເຖິງ ແມ່ນ ວ່າ ທຸກຄົນ ຈະ ປະຖິ້ມ ທ່ານ ໄປ ກໍຕາມ ຂ້ານ້ອຍ ຈະ ບໍ່ ປະຖິ້ມ ທ່ານ ໄປ ຈັກເທື່ອ.”
\s5
\v 30 ພຣະເຢຊູເຈົ້າ ຊົງກ່າວ ຕອບ ເປໂຕ ວ່າ, “ເຮົາບອກ ເຈົ້າ ຕາມ ຄວາມຈິງ ວ່າ ໃນ ຄືນ ນີ້ ແຫລະ ກ່ອນ ໄກ່ ຂັນສອງ ເທື່ອ ເຈົ້າ ຈະ ປະຕິເສດ ວ່າ ບໍ່ ຮູ້ຈັກເຮົາ ເຖິງສາມ ເທື່ອ. ”
\v 31 ເປໂຕ ຕອບ ຢ່າງ ໜັກ ແໜ້ນ ຫລາຍ ຍິ່ງ ຂຶ້ນ ວ່າ, “ເຖິງ ແມ່ນ ຂ້ານ້ອຍ ຈະ ຕ້ອງ ຕາຍ ກັບ ທ່ານ ຂ້ານ້ອຍ ຈະ ບໍ່ ປະຕິເສດ ທ່ານ ຈັກເທື່ອ. ” ຝ່າຍ ສາວົກ ທຸກຄົນ ຕ່າ ງ ກໍ ເວົ້າ ຢ່າງ ນັ້ນ ເໝືອນກັນ.
\s5
\v 32 ແລ້ວ ພຣະເຢຊູເຈົ້າ ກໍ ໄປ ກັບ ສາວົກ ຮອດ ບ່ອນ ໜຶ່ງ ທີ່ ຊື່ ວ່າ ເຄັດເຊມາເນ ພຣະອົງກ່າວ ແກ່ ພວກເພິ່ນ ວ່າ, “ຈົ່ງ ນັ່ງ ຢູ່ ທີ່ ນີ້ ໃນ ຂະນະທີ່ ເຮົາ ໄປ ພາວັນນາ ອະທິຖານ. ”
\v 33 ພຣະອົງ ໄດ້ ພາ ເປໂຕ, ຢາໂກໂບ ແລະ ໂຢຮັນ ໄປ ກັບ ພຣະອົງ, ພຣະອົງ ໂສກເສົ້າ ແລະ ເປັນ ທຸກ ໜັກ ໃນ ໃຈ ຫລາຍ
\v 34 ຈຶ່ງ ກ່າວ ແກ່ ພວກເພິ່ນ ວ່າ, “ຈິດ ໃຈ ຂອງເຮົາ ເປັນ ທຸກ ໜັກ ແທບ ຈະ ຕາຍ ຢູ່ ແລ້ວ ຈົ່ງ ເຝົ້າ ຄອຍ ຢູ່ ທີ່ນີ້ເທີ້ນ.”
\s5
\v 35 ພຣະອົງ ຍ່າງເລີຍ ໄປໄກໜ້ອຍໜຶ່ງ ກໍໄດ້ ຄຸເຂົ່າ ລົງ ກັບ ພື້ນ ດິນ ແລັວພາວັນນາອະທິຖານວ່າ, ຖ້າເປັນໄປ ໄດ້ ຂໍໃຫ້ ໂມງເວລາແຫ່ງຄວາມທົນທຸກທໍລະມານນີ້ ຜ່ານ ພົ້ນ ໄປ ຈາກ ພຣະອົງ.
\v 36 ພຣະອົງ ພາວັນນາ ອະທິຖານວ່າ, “ພຣະບິດາເຈົ້າ ເອີຍ ພຣະບິດາຂອງລູກ ພຣະອົງ ເຮັດ ໄດ້ ທຸກສິ່ງ ຂໍໃຫ້ ຈອກແຫ່ງຄວາມທົນທຸກທໍລະມານນີ້ ເລື່ອນພົ້ນ ໄປຈາກລູກທ້ອນ, ແຕ່ ຢ່າງໃດ ກໍດີ ຂໍຢ່າໃຫ້ ເປັນ ໄປຕາມໃຈປາຖະໜາຂອງລູກ, ແຕ່ ໃຫ້ ເປັນ ໄປຕາມພຣະປະສົງ ຂອງພຣະອົງ ເທີ້ນ.”
\s5
\v 37 ແລ້ວພຣະອົງ ກໍ ກັບ ຄືນ ມາ ແລະ ເຫັນ ພວກ ສາວົກ ນອນ ຫລັບ ຢູ່, ພຣະອົງ ກ່າວ ແກ່ ເປໂຕ ວ່າ, “ຊີໂມນ ເອີຍ ເຈົ້າ ຍັງ ນອນ ຫລັບ ຢູ່ ບໍ? ເຈົ້າ ບໍ່ ສາມາດ ເຝົ້າ ຢູ່ ຈັກ ຊົ່ວ ໂມງ ດຽວ ບໍ? ”
\v 38 ແລ້ວ ພຣະອົງ ກໍ ກ່າວ ແກ່ ພວກເພິ່ນ ວ່າ, “ຈົ່ງ ເຝົ້າ ລະວັງ ແລະ ພາວັນນາ ອະທິຖານ ຢູ່ ເພື່ອ ຈະ ບໍ່ ຕົກ ໃນ ການ ທົດ ລອງ ຈິດ ໃຈ ພ້ອມ ຢູ່ ແລ້ວ ກໍ ຈິງ ແຕ່ ຮ່າງກາຍ ກໍ ອ່ອນແຮງ. ”
\v 39 ພຣະອົງ ກັບ ໄປ ພາວັນນາ ອະທິຖານ ອີກ ເທື່ອ ໜຶ່ງ ໂດຍ ກ່າວ ຖ້ອຍຄໍາ ເໝືອນ ຢ່າງ ເທື່ອ ກ່ອນ.
\s5
\v 40 ເມື່ອ ພຣະອົງ ກັບ ຄືນ ມາ ຫາ ພວກ ສາວົກ ກໍ ພົບ ພວກເພິ່ນ ນອນ ຫລັບ ຢູ່, ພວກເພ່ິ່ນ ບໍ່ ອາດ ມືນ ຕາ ຂຶ້ນ ໄດ້ ເລີຍ ແລະ ບໍ່ ຮູ້ ວ່າ ຈະ ເວົ້າ ຢ່າງ ໃດ.
\v 41 ເມື່ອ ພຣະອົງ ກັບ ຄືນ ມາ ເທື່ອ ທີ ສາມ ພຣະອົງ ກໍ ກ່າວ ແກ່ ພວກເພິ່ນ ວ່າ, “ພວກເຈົ້າ ຍັງ ພັກ ຜ່ອນ ຫລັບ ນອນ ຢູ່ ບໍ? ພໍ ສາ ເວລາ ມາ ເຖິງ ແລ້ວ ເບິ່ງ ແມ! ບຸດ ມະນຸດ ກໍາລັງ ຈະ ຖືກ ມອບ ໄວ້ໃນ ກໍາ ມືຂອງ ຄົນ ບາບ ທັງຫລາຍ.
\v 42 ຈົ່ງ ລຸກ ຂຶ້ນ ພາກັນ ໄປ ເທາະ ເບິ່ງ ແມ! ຄົນ ທີ່ ມອບ ເຮົາ ໄວ້ ກໍມາ ທີ່ ນີ້ ແລ້ວ.”
\s5
\v 43 ເມື່ອ ພຣະເຢຊູເຈົ້າ ກ່າວ ຍັງ ບໍ່ ທັນ ຂາດ ຄໍາ ໃນ ທັນ ໃດນັ້ນ ຢູດາ ຜູ້ ເປັນ ສາວົກ ຄົນ ໜຶ່ງ ໃນ ພວກ ສາວົກ ສິບ ສອງ ຄົນ ກໍ ມາ ພ້ອມ ກັບ ປະຊາຊົນ ຈໍານວນ ຫລວງຫລາຍ ທັງ ຖືດາບ ທັງ ຖື ໄມ້ຄ້ອນ, ພວກ ຫົວ ໜ້າ ປະໂຣຫິດ, ພວກ ທໍາມະຈານ ແລະ ພວກ ເຖົ້າ ແກ່ ໄດ້ ໃຊ້ ຄົນ ເຫລົ່າ ນີ້ ມາ.
\v 44 ຜູ້ ທີ່ ທໍລະຍົດ ຕໍ່ ພຣະອົງ ນັ້ນ ໄດ້ ໃຊ້ ສັນຍານ ບອກ ແກ່ ພວກເຂົາ ວ່າ, “ຂ້ອຍ ຈູບ ຄໍານັບ ຜູ້ໃດ ແມ່ນ ຜູ້ ນັ້ນ ແຫລະ ຈົ່ງ ຈັບ ກຸມ ຕົວ ເອົາ ໄປ ຮັກ ສາ ໄວ້ ໃຫ້ ດີ. ”
\v 45 ພໍ ຢູດາ ມາ ຮອດ ເຂົາ ກໍ ຫຍັບ ເຂົ້າ ໄປ ໃກ້ ພຣະເຢຊູເຈົ້າ ທັນ ທີ ແລະ ເວົ້າ ຕໍ່ ພຣະອົງ ວ່າ, “ພຣະອາຈານ ເອີຍ” ແລ້ວ ລາວ ກໍ ຈູບ ພຣະອົງ ຢ່າງ ຮັກແພງ.
\v 46 ດັ່ງ ນັ້ນ ພວກເຂົາ ຈຶ່ງ ຄວ້າ ຈັບ ພຣະອົງ ແລະ ຈັບ ກຸມ ພຣະອົງ ໄວ້.
\s5
\v 47 ແຕ່ ມີ ຄົນ ໜຶ່ງ ໃນ ຈໍານວນ ຄົນ ທີ່ ຢືນ ຢູ່ ໃນທີ່ ນັ້ນ ຊັກດາບ ອອກ ຟັນ ຄົນ ຮັບໃຊ້ ຄົນໜຶ່ງ ຂອງ ມະຫາ ປະໂຣຫິດ ຖືກ ຫູ ຂາດ ເບື້ອງ ໜຶ່ງ.
\v 48 ພຣະເຢຊູເຈົ້າ ກໍ ກ່າວ ແກ່ ພວກເຂົາ ວ່າ, “ພວກເຈົ້າ ຖື ດາບ ຖື ໄມ້ຄ້ອນ ອອກ ມາ ຈັບ ເຮົາ ເໝືອນ ດັ່ງ ຈັບ ໂຈນ ຊັ້ນ ບໍ?
\v 49 ທຸກໆ ວັນ ເຮົາ ຢູ່ ກັບ ພວກເຈົ້າ ແລະ ໄດ້ ສັ່ງສອນ ໃນ ພຣະວິຫານ ແລະ ພວກເຈົ້າ ບໍ່ ໄດ້ ຈັບເຮົາ ແຕ່ ກ່ຽວກັບ ເລື່ອງ ທີ່ ເກີດ ຂຶ້ນ ນີ້ ກໍ ເພື່ອ ໃຫ້ ສໍາເລັດ ຕາມ ທີ່ ມີ ກ່າວ ໄວ້ ໃນ ພຣະຄໍາພີ. ”
\v 50 ແລ້ວພວກ ສາວົກ ທັງໝົດ ກໍ ປະຖິ້ມ ແລະ ແລ່ນ ປົບ ໜີ ຈາກ ພຣະອົງໄປ.
\s5
\v 51 ມີ ຊາຍ ໜຸ່ມ ຄົນ ໜຶ່ງ ນຸ່ງ ຜ້າປ່ານ ແຕ່ ຜືນ ດຽວ ຕາມ ພຣະເຢຊູເຈົ້າ ໄປ ພວກເຂົາ ໄດ້ ຄວ້າຈັບບາຍ ຊາຍໜຸ່ມ ນັ້ນ,
\v 52 ແຕ່ ຊາຍ ນັ້ນ ໄດ້ ປະ ຜ້າປ່ານ ຜືນ ທີ່ ນຸ່ງ ຢູ່ ນັ້ນ ຖິ້ມ ເສຍ ແລະ ແລ່ນ ປົບ ໜີໄປ ຕົວ ເປົ່າ.
\s5
\v 53 ພວກເຂົາ ໄດ້ ພາ ພຣະເຢຊູເຈົ້າ ໄປ ຫາ ມະຫາ ປະໂຣຫິດ ບ່ອນທີ່ພວກຫົວໜ້າ ປະໂຣຫິດ ພວກເຖົ້າແກ່ ແລະພວກທໍາມະຈານທັງໝົດ ໄດ້ ປະຊຸມກັນຢູ່ທີ່ນັ້ນ.
\v 54 ສ່ວນເປໂຕ ໄດ້ ຕິດຕາມພຣະເຢຊູເຈົ້າ ໄປ ໃນໄລຍະຫ່າງໄກພໍສົມຄວນ ແລະເຂົ້າ ໄປໃນເດີ່ນບ້ານ ຂອງມະຫາປະໂຣຫິດ ແລ້ວ ນັ່ງ ຝີງ ໄຟ ຢູ່ກັບພວກຄົນຍາມ.
\s5
\v 55 ພວກຫົວໜ້າ ປະໂຣຫິດ ແລະພວກ ສະມາຊິກ ສະພາໄດ້ ຫາ ຫລັກຖານມາ ຕໍ່ສູ້ ພຣະເຢຊູເຈົ້າ ເພື່ອ ຈະຂ້າ ພຣະອົງເສຍ ແຕ່ຫາຫລັກຖານບໍ່ໄດ້.
\v 56 ດ້ວຍວ່າ, ມີຫລາຍຄົນ ກ່າວຄໍາພະຍານຕົວະຕໍ່ສູ້ພຣະອົງ, ແຕ່ ຄໍາເວົ້າ ຂອງພວກເຂົາ ຂັດແຍ້ງ ກັນເອງ.
\s5
\v 57 ຕໍ່ມາ ມີ ບາງຄົນ ຢືນ ຂຶ້ນກ່າວ ຄໍາພະຍານ ຕົວະ ຕໍ່ສູ້ ພຣະອົງ ວ່າ,
\v 58 “ພວກເຮົາ ໄດ້ຍິນ ລາວ ເວົ້າ ວ່າ, ‘ເຮົາຈະມ້າງ ພຣະວິຫານ ຫລັງນີ້ ທີ່ ສ້າງ ດ້ວຍ ມື ມະນຸດ ແລະ ຫລັງ ຈາກ ສາມ ວັນ ເຮົາ ຈະ ສ້າງ ຫລັງ ໜຶ່ງ ຂຶ້ນ ໃໝ່ ທີ່ບໍ່ ໄດ້ ເຮັດ ດ້ວຍ ມື ມະນຸດ.
\v 59 ເຖິງ ປານນັ້ນ ຄໍາພະຍານ ຂອງ ພວກເຂົາ ກໍ ຍັງ ບໍ່ ຖືກ ຕ້ອງ ກັນ.
\s5
\v 60 ມະຫາປະໂຣຫິດ ຈຶ່ງ ໄດ້ ລຸກ ຢືນ ຂຶ້ນ ໃນ ທ່າມກາງ ທີ່ປະຊຸມ ແລະ ຖາມ ພຣະເຢຊູເຈົ້າ ວ່າ, “ເຈົ້າ ບໍ່ ມີ ຫຍັງ ບໍ ທີ່ຈະ ແກ້ ຄໍາ ກ່າວຫາ ທີ່ ຄົນ ເຫລົ່າ ນີ້ ກ່າວ ຕໍ່ ສູ້ ເຈົ້າ? ”
\v 61 ແຕ່ ພຣະເຢຊູເຈົ້າ ມິດງຽບ ຢູ່ ແລະ ບໍ່ ຕອບ ຫຍັງ ຈັກຄໍາ, ມະຫາປະໂຣຫິດ ຈຶ່ງ ຖາມ ພຣະອົງ ອີກ ວ່າ, “ເຈົ້າ ເປັນ ພຣະຄຣິດ ພຣະບຸດ ຂອງ ພຣະເຈົ້າ ຜູ້ ຊົງກຽດຕິຍົດ ບໍ? ”
\v 62 ພຣະເຢຊູເຈົ້າ ຕອບ ວ່າ, “ເຮົາ ເປັນ ຜູ້ ນັ້ນ ແຫລະ ແລະ ພວກເຈົ້າ ຈະ ໄດ້ ເຫັນ ບຸດມະນຸດ ນັ່ງ ທີ່ ເບື້ອງ ຂວາ ຂອງ ພຣະຜູ້ຊົງຣິດອໍານາດ ຍິ່ງໃຫຍ່ ແລະ ກໍາລັງ ລົງມາ ໃນ ເມກ ແຫ່ງ ຟ້າສະຫວັນ.”
\s5
\v 63 ມະຫາປະໂຣຫິດ ຜູ້ນັ້ນ ໄດ້ ຈີກ ເສື້ອລ່າມ ຂອງຕົນ ແລະ ກ່າວ ສຽງດັງວ່າ, “ພວກເຮົາ ຍັງຈະ ຕ້ອງການ ພະຍານ ອັນໃດ ອີກ
\v 64 ເຈົ້າ ທັງ ຫລາຍ ກໍ ໄດ້ ຍິນ ຄໍາເວົ້າ ໝິ່ນປະໝາດ ພຣະເຈົ້າແລ້ວ ເຈົ້າທັງຫລາຍ ຈະ ຕັດສິນໃຈ ຢ່າງໃດ? ” ທີ່ປະຊຸມ ທັງໝົດ ຈຶ່ງ ລົງມະຕິ ວ່າ, ພຣະເຢຊູເຈົ້າ ຕ້ອງ ຖືກ ໂທດ ປະຫານ ຊີວິດ.
\v 65 ມີ ບາງຄົນ ໃນ ພວກເຂົາ ໄດ້ ຕັ້ງຕົ້ນ ຖົ່ມ ນໍ້າລາຍ ໃສ່ພຣະເຢຊູເຈົ້າ ພວກເຂົາ ເອົາ ຜ້າມັດຕາ ພຣະອົງ ແລະ ທຸບຕີ ພຣະອົງ ພວກເຂົາ ເວົ້າ ຕໍ່ ພຣະເຢຊູເຈົ້າ ວ່າ, “ທວາຍ ເບິ່ງດູ ວ່າ ແມ່ນ ຜູ້ໃດ ຕີ ມຶງ! ”ແລ້ວພວກທະຫານ ຍາມ ກໍ ຮັບ ເອົາ ພຣະອົງ ໄປ ຕົບຕີ ແລະ ເອົາ ໄມ້ແສ້ ຂ້ຽນ ພຣະອົງ.
\s5
\v 66 ຂະນະທີ່ ເປໂຕ ຍັງ ຢູ່ທາງ ລຸ່ມ ທີ່ ເດີ່ນ ບ້ານ ນັ້ນ ມີ ສາວໃຊ້ ຄົນ ໜຶ່ງ ຂອງມະຫາປະໂຣຫິດ ຍ່າງມາ.
\v 67 ເມື່ອ ນາງ ເຫັນ ເປໂຕ ນັ່ງ ຝີງ ໄຟ ຢູ່ ນາງ ກໍ ຈ້ອງ ຕາ ເບິ່ງ ເພິ່ນ ແລະ ທ້ວງ ວ່າ, “ເຈົ້າ ກໍ ເຄີຍ ໄປມາ ກັບ ເຢຊູ ໄທນາຊາເຣັດ ເໝືອນກັນ. ”
\v 68 ແຕ່ ລາວ ໄດ້ ຕອບ ປະຕິເສດ ວ່າ, “ຂ້ອຍ ບໍ່ ຮູ້... ຂ້ອຍ ບໍ່ ເຂົ້າໃຈ ຄໍາ ທີ່ເຈົ້າ ໄດ້ ເວົ້າ ນັ້ນ, ” ແລ້ວ ເປໂຕ ກໍ ຍ່າງ ອອກ ໄປ ທາງ ປະຕູ ບ້ານ ແລະ ໄກ່ ກໍ ຂັນ. (ຮ)
\s5
\v 69 ສ່ວນ ສາວ ໃຊ້ ຜູ້ນັ້ນ ເຫັນ ເປໂຕ ຈຶ່ງ ຕັ້ງ ຕົ້ນ ເວົ້າ ຕໍ່ ຄົນ ທີ່ ຢືນ ຢູ່ ໃນທີ່ນັ້ນ ອີກວ່າ, “ຄົນນີ້ ແຫລະ ເປັນ ຜູ້ໜຶ່ງ ໃນ ພວກເຂົາ. ”
\v 70 ແຕ່ ເປໂຕ ໄດ້ ປະຕິເສດ ອີກ. ຫລັງຈາກ ນັ້ນ ໜ້ອຍໜຶ່ງ ຄົນ ທີ່ ຢືນ ຢູ່ ໃນທີ່ ນັ້ນ ກໍ ເວົ້າ ຕໍ່ ເປໂຕ ວ່າ, “ແມ່ນ ແທ້ ແຫລະ ໂຕ ເປັນ ຜູ້ໜຶ່ງ ໃນ ພວກ ນັ້ນ ເພາະ ໂຕ ເປັນ ຄົນ ຄາລີເລ ເໝືອນກັນ.”
\s5
\v 71 ແລ້ວ ເປໂຕ ກໍ ປ້ອຍດ່າ ແລະ ສາບານ ວ່າ, “ຄົນ ທີ່ພວກມຶງ ເວົ້ານັ້ນ ກໍບໍ່ຮູ້ຈັກ. ”
\v 72 ໃນ ທັນໃດນັ້ນ ໄກ່ ກໍ ຂັນ ເປັນ ເທື່ອ ທີ ສອງ ແລະ ເປໂຕ ຈຶ່ງ ຈື່ ໄດ້ ເຖິງ ຄໍາ ທີ່ ພຣະເຢຊູເຈົ້າ ໄດ້ ກ່າວ ແກ່ ຕົນວ່າ, ‘ກ່ອນ ໄກ່ ຂັນ ສອງ ເທື່ອ ເຈົ້າຈະປະຕິເສດ ວ່າ ບໍ່ຮູ້ຈັກ ເຮົາ ເຖິງ ສາມ ເທື່ອ’. ເມື່ອ ຫວນ ຄິດ ໄດ້ ເປໂຕ ຈຶ່ງ ຮ້ອງໄຫ້ ຂຶ້ນ.
\s5
\c 15
\p
\v 1 ພໍ ຮຸ່ງ ເຊົ້າ ມາ ບັນດາ ຫົວໜ້າປະໂຣຫິດ, ພວກເຖົ້າແກ່, ພວກທໍາມະຈານ ແລະ ບັນດາ ສະມາຊິກສະພາ ໄດ້ ປຶກສາ ຫາລື ກັນ ແລ້ວ ພວກເຂົາ ໄດ້ ມັດ ພຣະເຢຊູເຈົ້າ ແລະ ພາ ໄປ ມອບ ໃຫ້ ປີລາດ.
\v 2 ສ່ວນ ປີລາດ ກໍໄດ້ ຖາມ ພຣະເຢຊູເຈົ້າ ວ່າ, “ເຈົ້າ ເປັນກະສັດ ຂອງ ຊາວ ຢິວ ບໍ? ” ພຣະເຢຊູເຈົ້າ ຊົງ ຕອບ ວ່າ, “ທ່ານ ເວົ້າ ນັ້ນ ຖືກ ແລ້ວ. ”
\v 3 ພວກ ຫົວໜ້າປະໂຣຫິດ ໄດ້ ກ່າວໂທດ ໃສ່ ພຣະເຢຊູເຈົ້າ ຫລາຍ ເລື່ອງ
\s5
\v 4 ດັ່ງນັ້ນ ປີລາດ ຈຶ່ງ ຖາມ ພຣະອົງ ອີກ ວ່າ, “ເຈົ້າ ບໍ່ ຕອບ ຈັກ ຄໍາ ບໍ? ເບິ່ງ ແມ! ພວກເຂົາ ກ່າວ ຟ້ອງ ເຈົ້າ ຕັ້ງ ຫລາຍ ເລື່ອງ. ”
\v 5 ແຕ່ ພຣະເຢຊູເຈົ້າ ບໍ່ ຕອບ ຈັກ ຄໍາ ຈົນ ປີລາດ ປະຫລາດ ໃຈ.
\s5
\v 6 ໃນ ເທດສະການ ປັດສະຄາ ທຸກປີ, ປີລາດ ເຄີຍ ປ່ອຍ ນັກໂທດ ຄົນ ໜຶ່ງ ໃຫ້ ເປັນ ອິດສະຫລະ ຕາມ ທີ່ ປະຊາຊົນ ຂໍຮ້ອງ.
\v 7 ມີ ຊາຍ ຄົນ ໜຶ່ງ ຊື່ ວ່າ ບາຣາບາ ທີ່ຖືກຂັງຄຸກ ຮ່ວມ ກັບ ພວກກະບົດ ທີ່ ໄດ້ ຂ້າຄົນ ເນື່ອງ ຈາກ ການ ກະບົດ ນັ້ນ.
\v 8 ປະຊາຊົນ ໄດ້ ຂຶ້ນ ໄປ ຫາ ປີລາດ ຕັ້ງ ຕົ້ນ ຂໍ ໃຫ້ ເພິ່ນ ເຮັດ ຕາມ ທີ່ ເຄີຍໄດ້ ປະຕິບັດ ມາ
\s5
\v 9 ປີລາດ ຈຶ່ງ ຖາມ ພວກເຂົາ ວ່າ, “ພວກທ່ານ ຢາກ ໃຫ້ ປ່ອຍ ກະສັດ ຂອງ ຊາວ ຢິວ ແກ່ ພວກທ່ານ ບໍ? ”
\v 10 ປີລາດ ຮູ້ ດີວ່າ ການ ທີ່ພວກ ຫົວໜ້າປະໂຣຫິດ ນໍາພຣະເຢຊູເຈົ້າ ມາມອບ ໃຫ້ ແກ່ ຕົນ ນັ້ນ ເພາະ ພວກເຂົາ ມີ ໃຈ ອິດສາ.
\v 11 ແຕ່ ພວກ ຫົວໜ້າປະໂຣຫິດ ໄດ້ ຍຸຍົງ ປະຊາຊົນ ເພື່ອ ຂໍ ໃຫ້ ປີລາດ ປ່ອຍ ບາຣາບາ ແທນ ພຣະເຢຊູເຈົ້າ.
\s5
\v 12 ປີລາດ ຖາມພວກເຂົາ ອີກ ວ່າ, “ຖ້າດັ່ງນັ້ນ ພວກທ່ານ ຢາກ ໃຫ້ ເຮົາ ເຮັດຢ່າງໃດ ກັບ ຜູ້ ທີ່ ພວກທ່ານ ເອີ້ນ ວ່າ, ກະສັດ ຂອງ ຊາດ ຢິວ? ”
\v 13 ພວກເຂົາ ຮ້ອງ ຕອບ ຂຶ້ນ ວ່າ, “ຄຶງ ມັນໄວ້ ທີ່ໄມ້ກາງແຂນ.”
\s5
\v 14 ປີລາດ ຈຶ່ງ ຖາມ ພວກເຂົາ ວ່າ, “ເປັນຫຍັງຈຶ່ງຄຶງ ຜູ້ນີ້ໄດ້ເຮັດຜິດຫຍັງ? ” ແຕ່ ພວກເຂົາ ຊໍ້າພັດ ຮ້ອງ ແຮງ ຍິ່ງຂຶ້ນ ວ່າ, “ຄຶງມັນໄວ້ ທີ່ໄມ້ກາງແຂນ. ”
\v 15 ປີລາດ ຕ້ອງການ ເອົາໃຈ ປະຊາຊົນ ເພິ່ນ ຈຶ່ງ ປ່ອຍ ບາຣາບາ ໃຫ້ ພວກເຂົາ. ເມື່ອ ເພິ່ນ ໄດ້ ສັ່ງ ໃຫ້ ເຂົາ ຂ້ຽນ ພຣະເຢຊູເຈົ້າ ແລ້ວ ກໍ ມອບ ພຣະອົງ ໃຫ້ ຖືກຄຶງ ໄວ້ ທີ່ ໄມ້ກາງແຂນ.
\s5
\v 16 ພວກທະຫານ ໄດ້ ນໍາພຣະເຢຊູເຈົ້າ ເຂົ້າ ໄປໃນ ເດີ່ນ ບ້ານ ຂອງ ຜູ້ ປົກຄອງ ແລ້ວ ກໍ ເອີ້ນ ກອງທັບ ທະຫານ ມາ ເຕົ້າໂຮມ ກັນ ໃນທີ່ນັ້ນ.
\v 17 ພວກເຂົາ ໄດ້ ເອົາເສື້ອ ສີມ່ວງ ມາ ນຸ່ງ ໃຫ້ ພຣະອົງ ເອົາ ເຄືອໜາມ ຖັກ ເປັນ ໂຄ້ງແທນ ມົງກຸດ ມາ ສຸບ ໃສ່ ຫົວຂອງ ພຣະອົງ.
\v 18 ແລ້ວ ພວກເຂົາ ກໍ ຕັ້ງຕົ້ນ ຄໍານັບ ແບບ ເຢາະເຢີ້ຍ ພຣະອົງ ໂດຍ ກ່າວ ວ່າ, “ກະສັດ ແຫ່ງ ຊາດ ຢິວ ເອີຍ ຈົ່ງ ຊົງພຣະຈະເລີນ ເທີ້ນ.”
\s5
\v 19 ພວກເຂົາ ໃຊ້ ໄມ້ອໍ້ ຕີຫົວພຣະອົງ ຖົ່ມ ນໍ້າລາຍ ໃສ່ ໜ້າ ພຣະອົງ ແລະ ຄຸເຂົ່າ ຂາບລົງ ທໍາທ່າ ຄໍານັບ ພຣະອົງ.
\v 20 ເມື່ອ ເຢາະເຢີ້ຍ ພຣະອົງ ສົມໃຈ ແລ້ວ ພວກເຂົາ ຈຶ່ງ ແກ້ ເສື້ອ ຄຸມ ສີມ່ວງ ອອກ ແລະ ເອົາ ເຄື່ອງນຸ່ງ ຂອງ ພຣະອົງ ມາ ນຸ່ງ ໃຫ້ ຄືນ, ແລ້ວນໍາ ພຣະອົງ ອອກ ໄປ ເພື່ອ ຄຶງ ໄວ້ ທີ່ ໄມ້ກາງແຂນ.
\v 21 ເມື່ອ ໄປ ຕາມ ທາງ ນັ້ນ ພວກເຂົາ ໄດ້ ພົບ ຊາຍ ຄົນ ໜຶ່ງ ຊື່ ວ່າ ຊີໂມນ (ຊີໂມນ ໄທກີເຣເນ ເປັນ ພໍ່ ຂອງ ອາເລັກຊັນເດີ ແລະ ຣູໂຟ.) ລາວ ກໍາລັງ ມາ ແຕ່ ບ້ານນອກ ຜ່ານ ໄປ ທາງ ນັ້ນ ແລະ ພວກເຂົາ ໄດ້ ບັງຄັບ ລາວ ໃຫ້ ແບກ ໄມ້ກາງແຂນ ຂອງ ພຣະເຢຊູເຈົ້າ.
\s5
\v 22 ພວກເຂົາ ໄດ້ ພາ ພຣະເຢຊູເຈົ້າ ໄປ ຍັງ ບ່ອນ ໜຶ່ງ ທີ່ ຄົນ ເອີ້ນ ວ່າ, ໂຄລະໂຄທາ ຊຶ່ງ ແປ ວ່າ, ‘ບ່ອນ ກະໂຫລກ ຫົວ.
\v 23 ໃນທີ່ ນັ້ນ ພວກເຂົາ ໄດ້ ເອົາເຫລົ້າ ອະງຸ່ນ ປົນກັບ ເຄື່ອງ ຢາ ຊະນິດ ໜຶ່ງ ໃຫ້ ພຣະເຢຊູເຈົ້າ ດື່ມ, ແຕ່ ພຣະອົງ ບໍ່ ຍອມ ດື່ມ.
\v 24 ເມື່ອ ພວກເຂົາ ໄດ້ ຄຶງ ພຣະອົງ ໃສ່ ໄມ້ກາງແຂນ ໄວ້ ແລ້ວ ພວກເຂົາ ກໍ ເອົາ ເຄື່ອງນຸ່ງ ຂອງ ພຣະອົງ ມາ ຈົກ ສະຫລາກ ແບ່ງປັນກັນ ເພື່ອ ຈະ ຮູ້ ວ່າ ຜູ້ໃດ ຈະ ໄດ້ ຜືນໃດ.
\s5
\v 25 ເມື່ອ ພວກເຂົາ ຄຶງ ພຣະອົງ ທີ່ ໄມ້ກາງແຂນ ນັ້ນ ແມ່ນ ເວລາ ເກົ້າ ໂມງ ເຊົ້າ.
\v 26 ແຜ່ນ ປ້າຍ ທີ່ ເຂົາ ຂຽນ ຂໍ້ ກ່າວຫາ ເພື່ອ ລົງໂທດ ພຣະອົງ ນັ້ນ ມີ ຂໍ້ ຄວາມ ວ່າ, ‘ກະສັດ ຂອງ ຊາດ ຢິວ.
\v 27 ພວກເຂົາ ຍັງ ໄດ້ ຄຶງ ໂຈນ ສອງ ຄົນ ໄວ້ ພ້ອມ ກັບ ພຣະອົງ ເບື້ອງຂວາ ຄົນ ໜຶ່ງ ແລະ ເບື້ອງຊ້າຍ ຄົນໜຶ່ງ. [
\v 28 ຕ້ອງສຳເລັດຕາມພຣະຄຳພີ ທີ່ຂຽນໄວ້ວ່າ, 'ເພິ່ນຖືກນັບເຂົ້າກັບຄາດຕະກອນ.'] (ກ)
\s5
\v 29 ແລ້ວ ປະຊາຊົນ ທີ່ ຜ່ານ ໄປມາ ຕ່າງ ກໍ ເໍວົ້າ ໝິ່ນປະໝາດ ດູຖູກ ພຣະເຢຊູເຈົ້າ ແລະ ສັ່ນຫົວ ໂດຍ ກ່າວ ວ່າ, “ເຮີຍ ເຈົ້າ ຜູ້ ທີ່ ມ້າງ ພຣະວິຫານ ແລະ ສ້າງ ຂຶ້ນ ໃໝ່ ໃນ ສາມ ວັນ
\v 30 ຈົ່ງ ຊ່ວຍ ຕົນ ເອງ ໃຫ້ ພົ້ນ ແມ ຈົ່ງລົງມາ ຈາກ ໄມ້ກາງແຂນ ສາ.”
\s5
\v 31 ໃນທໍານອງ ດຽວກັນ ພວກ ຫົວໜ້າປະໂຣຫິດ ກັບ ພວກ ທໍາມະຈານ ກໍ ໄດ້ ພາກັນ ເຢາະເຢີ້ຍ ພຣະອົງ ໃນ ລະຫວ່າງ ພວກເຂົາເອງ ເໝືອນກັນ ໂດຍ ເວົ້າ ວ່າ, “ມັນຊ່ວຍ ຜູ້ ອື່ນ ໃຫ້ ພົ້ນ ໄດ້ ແຕ່ ຊ່ວຍ ຕົນເອງ ບໍ່ ໄດ້
\v 32 ຂໍ ໃຫ້ ພຣະຄຣິດ ກະສັດຂອງ ຊາດ ອິດສະຣາເອນ ລົງມາ ຈາກ ໄມ້ກາງແຂນ ດຽວນີ້ເທາະ ເພື່ອ ພວກເຮົາ ຈະ ໄດ້ ເຫັນແລະ ໄດ້ ເຊື່ອ. ” ສ່ວນ ສອງ ຄົນນັ້ນ ຜູ້ ທີ່ ຖືກ ຄຶງ ໄວ້ ທີ່ໄມ້ກາງແຂນ ພ້ອມ ກັບ ພຣະເຢຊູເຈົ້າ ກໍ ເວົ້າ ໝິ່ນ ປະໝາດ ພຣະອົງ ເໝືອນກັນ.
\s5
\v 33 ເມື່ອ ເຖິງ ເວລາ ທ່ຽງ ທົ່ວ ແຜ່ນດິນ ກໍ ບັງເກີດ ຄວາມມືດ ຈົນເຖິງ ບ່າຍ ສາມ ໂມງ.
\v 34 ພໍ ເຖິງ ບ່າຍ ສາມ ໂມງ ພຣະເຢຊູເຈົ້າ ກໍ ຮ້ອງ ດ້ວຍ ສຽງ ອັນດັງວ່າ, “ເອໂລອີ ເອໂລອີ ແລມາ ຊາບັກທານີ? ” ຊຶ່ງ ແປ ວ່າ, ‘ພຣະເຈົ້າ ຂອງ ຂ້ານ້ອຍ ພຣະເຈົ້າ ຂອງ ຂ້ານ້ອຍ ເອີຍ, ດ້ວຍເຫດໃດ ພຣະອົງຈຶ່ງ ປະຖິ້ມ ຂ້ານ້ອຍ ເສຍ?
\v 35 ບາງຄົນ ໃນ ປະຊາຊົນ ທີ່ ຢືນ ຢູ່ ໃນທີ່ ນັ້ນ ໄດ້ຍິນ ພຣະອົງ ຈຶ່ງ ເວົ້າ ວ່າ, “ເບິ່ງ ແມ! ມັນຮ້ອງ ຫາ ເອລີຢາ.”
\s5
\v 36 ມີ ຄົນ ໜຶ່ງ ໃນ ພວກເຂົາ ແລ່ນ ໄປ ເອົາ ຟອງ ນໍ້າ ຈຸ່ມ ເຫລົ້າ ອະງຸ່ນ ສົ້ມ ແລະ ສຽບ ໃສ່ ປາຍ ໄມ້ອໍ້ ແລ້ວຍື່ນ ຂຶ້ນ ໃສ່ ຮິມ ສົບ ຂອງ ພຣະເຢຊູເຈົ້າ ແລະ ເວົ້າວ່າ, “ຟ້າວ ກ່ອນ ຖ້າເບິ່ງ ເອລີຢາ ຈະ ມາ ຊ່ວຍ ມັນລົງ ຈາກ ໄມ້ກາງແຂນ ຫລື ບໍ່. ”
\v 37 ເມື່ອ ພຣະເຢຊູເຈົ້າ ຮ້ອງ ສຽງດັງ ແລ້ວ ກໍ ສິ້ນ ລົມຫາຍໃຈ.
\v 38 ໃນ ຂະນະ ນັ້ນ ຜ້າກັ້ງ ໃນ ພຣະວິຫານ ໄດ້ ຈີກ ອອກ ເປັນ ສອງ ຕ່ອນ ຕັ້ງ ແຕ່ ເທິງ ຮອດ ລຸ່ມ.
\s5
\v 39 ນາຍ ທະຫານ ຜູ້ ທີ່ ຢືນ ຢູ່ ຕໍ່ໜ້າ ພຣະເຢຊູເຈົ້າ ໄດ້ ເຫັນ ພຣະອົງ ຕາຍໄປ ຢ່າງໃດ (ຂ) ລາວ ຈຶ່ງ ເວົ້າ ວ່າ, “ຈິງ ແທ້ ແລ້ວ ທ່ານ ຜູ້ ນີ້ ເປັນ ພຣະບຸດ ຂອງ ພຣະເຈົ້າ. ”
\v 40 ໃນທີ່ນັ້ນ ມີ ພວກ ແມ່ ຍິງ ບາງຄົນ ທີ່ ຄອຍ ເບິ່ງ ຢູ່ ຫ່າງ ໆ ໃນ ພວກເຂົາ ນັ້ນ ມີ: ມາຣີ ໄທມັກດາລາ ມາຣີ ແມ່ ຂອງ ຢາໂກໂບ ຜູ້ນ້ອງ ແລະ ຂອງ ໂຢເຊ ກັບ ນາງ ຊາໂລເມ.
\v 41 ຍິງ ເຫລົ່າ ນີ້ ໄດ້ ຕິດຕາມ ແລະ ບົວລະບັດ ພຣະເຢຊູເຈົ້າ ເມື່ອ ພຣະອົງ ຍັງ ຢູ່ ໃນ ແຂວງ ຄາລີເລ ແລະ ກໍ ຍັງ ມີ ຍິງ ຄົນ ອື່ນ ອີກ ຫລາຍ ຄົນ ທີ່ ໄດ້ ຂຶ້ນ ໄປ ນະຄອນ ເຢຣູຊາເລັມ ກັບ ພຣະອົງ ກໍ ຢູ່ ທີ່ນັ້ນ ເໝືອນກັນ.
\s5
\v 42 ເມື່ອ ເຖິງ ເວລາ ຄໍ່າ ແລ້ວ ເນື່ອງ ຈາກ ວ່າ ວັນນັ້ນ ເປັນ ວັນ ຈັດຕຽມ ໝາຍຄວາມວ່າ ເປັນ ວັນກ່ອນ ເຖິງວັນຊະບາໂຕ
\v 43 ໂຢເຊັບ ໄທອາຣີມາທາຍ ເພິ່ນເປັນສະມາຊິກສະພາສູງສຸດ ທີ່ ມີ ກຽດ ຄົນ ໜຶ່ງ ເພິ່ນ ເປັນ ຜູ້ ທີ່ ຄອງຄອຍ ຖ້າການມາປາກົດ ແຫ່ງ ອານາຈັກ ຂອງ ພຣະເຈົ້າ ເພິ່ນ ກ້າ ເຂົ້າ ໄປ ພົບ ປີລາດ ເພື່ອ ຂໍພຣະສົບຂອງພຣະເຢຊູເຈົ້າ.
\v 44 ແຕ່ ປີລາດ ປະຫລາດ ໃຈ ຫລາຍ ທີ່ ໄດ້ຍິນ ວ່າ ພຣະອົງ ໄດ້ ຕາຍ ແລ້ວ. ສະນັ້ນ ເພິ່ນ ຈຶ່ງ ເອີ້ນ ນາຍທະຫານ ເຂົ້າ ມາຫາ ແລະ ຖາມ ວ່າ, ພຣະອົງ ຕາຍ ດົນນານ ປານໃດ ແລ້ວ.
\s5
\v 45 ຫລັງ ຈາກ ໄດ້ ຮັບຄໍາຕອບ ຈາກ ນາຍທະຫານ ແລ້ວ ເພິ່ນ ກໍ ອະນຸຍາດ ໃຫ້ ໂຢເຊັບ ເອົາ ພຣະສົບ ຂອງ ພຣະເຢຊູເຈົ້າ ໄປ.
\v 46 ໂຢເຊັບ ໄດ້ ຊື້ຜ້າປ່ານ ແລ້ວໄດ້ ເອົາພຣະສົບ ລົງ ມາ ຈາກ ໄມ້ກາງແຂນ ໃຊ້ ຜ້າ ປ່ານ ນັ້ນ ຫໍ່ ພຣະສົບ ແລະ ນໍາໄປ ວາງ ໄວ້ ໃນ ອຸບມຸຸງ ຫິນ ທີ່ສະກັດ ແລ້ວ ແລະ ເພິ່ນ ກໍ ກື່ງ ກ້ອນຫິນ ໃຫຍ່ ອັດປາກ ອຸບມຸງ ໄວ້.
\v 47 ສ່ວນ ມາຣີ ໄທມັກ ດາລາ ກັບ ມາຣີ ແມ່ ຂອງ ໂຢເຊ ກໍ ຢູ່ ທີ່ນັ້ນ ໄດ້ ເຫັນ ບ່ອນ ທີ່ ໄວ້ ພຣະສົບ ຂອງ ພຣະເຢຊູເຈົ້າ.
\s5
\c 16
\p
\v 1 ເມື່ອ ວັນຊະບາໂຕ ຜ່ານ ພົ້ນ ໄປ ແລ້ວ ມາຣີ ໄທມັກດາລາ ມາຣີ ແມ່ ຂອງ ຢາໂກໂບ ແລະ ນາງ ຊາໂລເມ ກໍ ຊື້ ເຄື່ອງຫອມ ເພື່ອ ເອົາ ໄປ ຫົດສົງ ພຣະສົບ ຂອງ ພຣະເຢຊູເຈົ້າ.
\v 2 ໃນ ວັນອາທິດ ແຕ່ ເຊົ້າ ພໍ ຕາເວັນ ກໍາລັງ ຂຶ້ນ ພວກ ນາງ ກໍ ໄປ ເຖິງ ອຸບມຸງ ນັ້ນ.
\s5
\v 3 ພວກ ນາງ ຖາມ ກັນ ວ່າ, “ຜູ້ໃດໜໍຈະກື່ງກ້ອນຫິນ ນັ້ນ ອອກ ຈາກ ປາກ ອຸບມຸງ ໃຫ້ ພວກເຮົາ? ”
\v 4 ແຕ່ ພໍ ເມື່ອ ພວກນາງ ແນມ ເບິ່ງ ກໍ ເຫັນວ່າ ຫິນ ກ້ອນ ໃຫຍ່ ນັ້ນ ຖືກ ກຶ່ງ ອອກ ໄປ ໄວ ທາງ ຂ້າງ ແລ້ວ (ເພາະ ເປັນ ຫິນ ກ້ອນ ໃຫຍ່ ຫລາຍ).
\s5
\v 5 ເມື່ອ ພວກນາງ ເຂົ້າ ໄປ ໃນ ອຸບມຸງ ແລ້ວ ກໍໄດ້ ເຫັນ ຊາຍ ໜຸ່ມ ຜູ້ໜຶ່ງ ນຸ່ງ ເສື້ອລ່າມ ສີຂາວ ນັ່ງ ຢູ່ ເບື້ອງຂວາ ພວກນາງ ກໍ ມີ ຄວາມ ສະທ້ານ ຢ້ານກົວ ຕົກໃຈ ຫລາຍ.
\v 6 ຊາຍໜຸ່ມ ກ່າວ ແກ່ ພວກ ນາງ ວ່າ, “ຢ່າ ສູ່ຕົກໃຈ ເລີຍ ພວກນາງ ມາຊອກຫາ ເຢຊູ ໄທນາຊາເຣັດ ຜູ້ ຖືກຄຶງ ໄວ້ ທີ່ ໄມ້ກາງແຂນ ພຣະອົງ ເປັນຄືນມາແລ້ວ ພຣະອົງ ບໍ່ໄດ້ ຢູ່ ທີ່ນີ້ ເພາະ ນີ້ ແຫລະ ບ່ອນ ທີ່ ພວກເຂົາ ວາງ ພຣະສົບ ຂອງ ພຣະອົງ ໄວ້
\v 7 ບັດ ນີ້ ຈົ່ງ ໄປ ບອກ ພວກ ສາວົກ ຂອງ ພຣະອົງ ພ້ອມ ທັງ ເປໂຕ ດ້ວຍ ວ່າ, ‘ພຣະອົງ ຈະ ໄປ ຍັງ ແຂວງ ຄາລີເລ ກ່ອນ ເຈົ້າທັງຫລາຍ. ເຈົ້າທັງຫລາຍ ຈະ ເຫັນ ພຣະອົງ ໃນທີ່ ນັ້ນ ຕາມ ທີ່ ພຣະອົງ ໄດ້ ບອກ ພວກເຈົ້າ ໄວ້ ແລ້ວ.
\s5
\v 8 ສະນັ້ນ ພວກ ນາງ ຈຶ່ງ ຟ້າວ ແລ່ນ ອອກ ໄປ ຈາກ ອຸບມຸງ ທັງວຸ້ນວາຍ ສັບສົນ ຈົນຕົວ ສັ່ນເຊັນ ແລະ ຫວາດກົວ. ພວກນາງ ບໍ່ ໄດ້ ບອກ ເລື່ອງ ນີ້ ສູ່ຜູ້ໃດຟັງ ເພາະຢ້ານ.
[
\s5
\v 9 ເມື່ອຮຸງເຊົ້າຂອງວັນອາທິດ ຫລັງຈາກພຣະເຢຊູເຈົ້າ ເປັນຄືນມາຈາກຕາຍແລ້ວ ພຣະອົງໄດ້ປາກົດແກ່ນາງມາຣີ ໄທມັກດາລາ ເປັນຜູ້ທຳອິດ ຄືຜູ້ທີ່ພຣະອົງໄດ້ຂັບໄລ່ຜີມານຮ້າຍເຈັດໂຕອອກນັ້ນ.
\v 10 ນາງ ຈຶ່ງ ໄປ ບອກ ພວກທີ່ເຄີຍຢູ່ກັບພຣະອົງ ພວກເຂົາ ກໍາ ລັງ ໄວ້ທຸກ ແລະ ຮ້ອງໄຫ້ ຢູ່,
\v 11 ເມື່ອ ພວກເຂົາ ໄດ້ຍິນ ວ່າ ພຣະເຢຊູເຈົ້າ ມີ ຊີວິດ ຢູ່ ແລະ ທັງ ໄດ້ຍິນ ນາງ ເວົ້າວ່າ ຕົນ ໄດ້ ເຫັນ ພຣະອົງ ດ້ວຍ ພວກເຂົາ ກໍ ບໍ່ ໄດ້ເຊື່ອ.
\s5
\v 12 ຫລັງຈາກ ນັ້ນ ແລ້ວ ພຣະເຢຊູເຈົ້າ ກໍໄດ້ ປາກົດ ໃນ ລັກສະນະ ໜຶ່ງ ອີກ ແກ່ ສາວົກ ສອງ ຄົນ ໃນ ຂະນະທີ່ ພວກເພິ່ນ ເດີນ ທາງ ອອກ ໄປ ບ້ານ ນອກ.
\v 13 ທັງສອງ ໄດ້ ກັບ ຄືນ ມາ ບອກ ສາວົກ ຄົນ ອື່ນ ໆ, ແຕ່ ພວກເພິ່ນ ກໍ ຍັງ ບໍ່ ເຊື່ອ.
\s5
\v 14 ພາຍ ຫລັງ ນັ້ນ ພຣະເຢຊູເຈົ້າ ກໍໄດ້ ປາກົດ ແກ່ ສາວົກ ສິບເອັດ ຄົນ ໃນ ຂະນະທີ່ ພວກເພິ່ນ ກໍາລັງ ກິນ ເຂົ້າ ຢູ່ ພຣະອົງ ໄດ້ ຕໍາໜິ ຕິ ຕຽນ ພວກເພິ່ນ ທີ່ ສົງ ໄສ ແລະ ດື້ດ້ານ ທັງ ບໍ່ ເຊື່ອ ພວກ ຄົນ ທີ່ ໄດ້ ເຫັນ ພຣະອົງ ມີຊີວິດ ຢູ່.
\v 15 ແລ້ວພຣະອົງ ກໍໄດ້ ສັ່ງ ພວກເພິ່ນ ວ່າ, “ເຈົ້າທັງຫລາຍ ຈົ່ງ ໄປ ທົ່ວ ໂລກ ປະກາດ ຂ່າວປະເສີດ ແກ່ ມະນຸດສະໂລກ ທັງ ໝົດ.
\v 16 ຜູ້ ທີ່ເຊື່ອ ແລະ ຮັບບັບຕິສະມາ ຈະ ໄດ້ ພົ້ນ ຜູ້ ທີ່ ບໍ່ເຊື່ອ ຈະ ຖືກໂທດ.
\s5
\v 17 ແລະ ໝາຍສໍາຄັນ ເຫລົ່າ ນີ້ ຈະ ຕິດຕາມ ຄົນ ທີ່ ເຊື່ອ ດັ່ງ ນີ້ ຄື: ພວກເຂົາ ຈະ ຂັບ ໄລ່ ຜີມານຮ້າຍ ອອກ ໄດ້ ໃນ ນາມ ຂອງເຮົາ ພວກເຂົາ ຈະ ເວົ້າ ພາສາ ແປກໆ ໄດ້,
\v 18 ພວກເຂົາ ຈະ ຈັບ ງູ ຫລື ດື່ມ ຂອງ ມີ ພິດ ຢ່າງ ໜຶ່ງ ຢ່າງ ໃດ ສິ່ງ ເຫລົ່າ ນີ້ ຈະ ບໍ່ ເປັນອັນຕະລາຍ ແກ່ ພວກເຂົາ ເມື່ອ ພວກເຂົາ ວາງ ມື ໃສ່ ຄົນປ່ວຍ ແລະ ຄົນປ່ວຍ ນັ້ນ ກໍຈະຫາຍດີ.”
\s5
\v 19 ເມື່ອ ອົງພຣະເຢຊູເຈົ້າ ໄດ້ ກ່າວ ແກ່ ພວກເຂົາ ແລ້ວ ພຣະອົງ ກໍ ຖືກ ຮັບ ຂຶ້ນ ສູ່ ຟ້າສະຫວັນ ນັ່ງ ທີ່ ເບື້ອງຂວາ ພຣະຫັດ ຂອງ ພຣະເຈົ້າ.
\v 20 ແລ້ວພວກສາວົກ ເຫລົ່ານັ້ນ ກໍ ອອກ ໄປ ປະກາດ ຂ່າວປະເສີດ ທົ່ວ ທຸກ ທີ່ທຸກບ່ອນ ແລະ ອົງພຣະຜູ້ເປັນເຈົ້າ ໄດ້ ຮ່ວມງານ ກັບພວກເພິ່ນ ແລະ ພຣະອົງໄດ້ ຢັ້ງຢືນ ໃຫ້ ເຫັນວ່າ ການປະກາດ ຂ່າວປະເສີດ ຂອງ ພວກເພິ່ນ ເປັນຄວາມຈິງແທ້ ດ້ວຍ ໝາຍສໍາຄັນ ແລະ ການອັດສະຈັນ ຕ່າງ ໆ ທີ່ ເກີດຂຶ້ນນັ້ນ. ] (ຄ)