lo_bible/41-MAT.usfm

1979 lines
382 KiB
Plaintext
Raw Permalink Blame History

This file contains ambiguous Unicode characters

This file contains Unicode characters that might be confused with other characters. If you think that this is intentional, you can safely ignore this warning. Use the Escape button to reveal them.

\id MAT
\ide UTF-8
\h ຂ່າວ​ປະ​ເສີດ​ເລື່ອງ​ພ​ຣະ​ເຢ​ຊູ​ເຈົ້າ​ຕາມ ມັດ​ທາຍ
\toc1 ຂ່າວ​ປະ​ເສີດ​ເລື່ອງ​ພ​ຣະ​ເຢ​ຊູ​ເຈົ້າ​ຕາມ ມັດ​ທາຍ
\toc2 ຂ່າວ​ປະ​ເສີດ​ເລື່ອງ​ພ​ຣະ​ເຢ​ຊູ​ເຈົ້າ​ຕາມ ມັດ​ທາຍ
\toc3 mat
\mt ຂ່າວ​ປະ​ເສີດ​ເລື່ອງ​ພ​ຣະ​ເຢ​ຊູ​ເຈົ້າ​ຕາມ ມັດ​ທາຍ
\s5
\c 1
\p
\v 1 ຕໍ່ໄປນີ້ ແມ່ນລາຍຊື່ບັນພະບູລຸດຂອງພຣະເຢຊູຄຣິດເຈົ້າ (ກ) ເຊື້ອສາຍຄົນໜຶ່ງຂອງ ດາວິດ ຜູ້ທີ່ສືບເຊື້ອສາຍມາຈາກ ອັບຣາຮາມ.
\v 2-6 (ກ) ແຕ່ອັບຣາຮາມ ເຖິງກະສັດ ດາວິດ ມີບັນພະບູລຸດ ດັ່ງ ລາຍຊື່ຕໍ່ລົງໄປນີ້: ອັບຣາຮາມ, ອີຊາກ, ຢາໂຄບ, ຢູດາ ແລະ ອ້າຍນ້ອງ ຂອງຕົນ, ຕໍ່ມາແມ່ນ ເປເຣັດ ແລະ ເຊຣາ (ແມ່ຂອງພວກເຂົາຊື່ວ່າ ຕາມາ), ເຮຊະໂຣນ, ຣາມ, ອາມມີນາດາບ, ນາໂຊນ, ຊັນໂມນ, ໂບອາດ (ແມ່ຂອງລາວ ຊື່ວ່າ ຣາຮາບ), ໂອເບັດ (ແມ່ຂອງລາວ ຊື່ວ່າ ຣຸດ), ເຢຊີ ແລະ ກະສັດດາວິດ.
\s5
\v 7-11 ແຕ່ ດາວິດ ເຖິງສະໄໝ ທີ່ປະຊາຊົນອິດສະຣາເອນ ຖືກຈັບໄປເປັນຊະເລີຍ ໃນນະຄອນ ບາບີໂລນ ມີ ບັນພະບູລຸດ ດັ່ງລາຍຊື່ຕໍ່ລົງໄປນີ້: ດາວິດ, ໂຊໂລໂມນ (ແມ່ ຂອງລາວເຄີຍເປັນ ເມຍ ຂອງ ອູຣີຢາ), ເຣໂຫໂບອາມ, ອາບີຢາ, ອາຊາ, ເຢໂຮຊາຟັດ, ເຢໂຮຣາມ, ອຸດຊີຢາ, ໂຢທາມ, ອາຮາດ, ເຮເສກີຢາ, ມານາເຊ, ອາໂມນ, ໂຢສີຢາ ແລະ ເຢໂຮຍອາກິນ ກັບພວກອ້າຍນັອງຂອງຕົນ.
\s5
\v 12-15 ແຕ່ສະໄໝ ຫລັງຈາກການຖືກຈັບໄປເປັນຊະເລີຍຢູ່ ໃນ ນະຄອນ ບາບີໂລນ ຈົນເຖິງເວລາ ພຣະເຢຊູເຈົ້າເກີດ ມີບັນພະບູລຸດ ດັ່ງລາຍຊື່ຕໍ່ລົງໄປນີ້: ເຢໂຮຍອາກິນ, ເຊອານຕີເອນ, ເຊຣຸບບາເບນ, ອາບີອຸດ, ເອລີອາກິມ, ອາເຊີ, ຊາດົກ, ອາກີມ, ເອລີອຸດ, ເອເລອາຊາ, ມັດທານ,
\v 16 ຢາໂຄບ ແລະ ໂຢເຊັບ ຜູ້ທີ່ແຕ່ງງານ ກັບມາຣີ ແມ່ຂອງ ພຣະເຢຊູເຈົ້າ ຜູ້ທີ່ມີ ຊື່ວ່າ, “ພຣະຄຣິດ. ”
\v 17 ດັ່ງນັ້ນ ແຕ່ ອບັ ຣາຮາມ ລົງມາເຖິງ ດາວິດ ຈຶ່ງເປັນເວລາ ສິບສີ່ຊົ່ວຄົນ ແລະ ນັບແຕ່ ດາວິດ ເຖິງຄາວຖືກຈັບໄປເປັນຊະເລີຍຢູ່ ໃນນະຄອນ ບາບີໂລນ ເປັນ ເວລາ ສິບສີ່ຊົ່ວຄົນ ແລະ ແຕ່ຄາວຖືກຈັບໄປເປັນຊະເລີຍຢູ່ໃນ ນະຄອນ ບາບີໂລນ ເຖິງເວລາ ພຣະຄຣິດເກີດ ເປັນເວລາ ສິບສ່ີ່ຊົ່ວຄົນ.
\s5
\v 18 ເລື່ອງລາວການເກີດຂອງພຣະເຢຊູຄຣິດເຈັ້າເປັນດັ່ງນີ້: ມາຣີ ແມ່ຂອງພຣະອົງ ເປັນຄູ່ໝັ້ນຂອງໂຢເຊັບ, ກ່ອນທີ່ທັງສອງໄດ້ຢູ່ກິນ ຮ່ວມກັນນາງໄດ້ຕັ້ງທ້ອງແລ້ວ ດ້ວຍຣິດເດດຂອງ ພຣະວິນຍານ ບໍຣິສຸດເຈົ້າ
\v 19 ຝ່າຍ ໂຢເຊັບ ຄູ່ໝັ້ນ ຂອງ ມາຣີ ເປັນ ຄົນ ດີ ມີ ສິນທໍາ ລາວບໍ່ຢາກໃຫ້ນາງຕ້ອງ ອັບອາຍຂາຍໜ້າຕໍ່​ໜ້າມະຫາຊົນໃນເລື່ອງນີ້. ດັ່ງນັ້ນລາວຈຶ່ງຕັດສິນໃຈວ່າ ຈະຖອນໝັ້ນເສັຍຢ່າງລັບໆ.
\s5
\v 20 ແຕ່ໃນຂະນະທີ່ ໂຢເຊັບ ຄິດເຖິງເລື່ອງນີ້ຢູ່ ກໍມີເທວະດາຂອງອົງພຣະຜູ້ເປັນເຈົ້າຕົນໜຶ່ງໄດ້ປາກົດຕໍໍ່ລາວໃນຄວາມຝັນ ແລະ ກ່າວວ່າ, “ໂຢເຊັບລູກດາວິດ ເອີຍ ຢ່າສູ່ຢ້ານທີ່ຈ ະຮັບເອົາ ມາຣີ ມາເປັນເມຍຂອງເຈົ້າ ການທີ່ ມາຣີ ຕັ້ງທ້ອງນັ້ນກໍມີໂດຍ ຣິດເດດຂອງພຣະວິນຍານບໍຣິສຸດເຈົ້າ.
\v 21 ນາງຈະເກີດລູກຊາຍຜູ້ໜຶ່ງ ແລະເຈົ້າຈົ່ງໃສ່ຊື່ໃຫ້ເດັກນີ້ວ່າ ເຢຊູ ເພາະເພິ່ນຈ ະໂຜດຊ່ວຍປະຊາຊົນຂອງ ຕົນໃຫ້ລອດພົ້ນຈາກບາບກຳຂອງພວກເຂົາ.”
\s5
\v 22 ເລື່ອງທັງໝົດທີ່ໄດ້ເກີດຂຶ້ນ ນີ້ ກໍ ເພື່ອໃຫ້ ສໍາເລັດຕາມ ທີ່ອົງ ພຣະຜູ້ເປັນເຈັ້າໄດ້ຊົງກ່າວໄວ້ທາງຜູ້ທຳນວາຍວ່າ,
\v 23 “ຍິງ ພົມມະຈາຣີ ຜູ້ໜຶ່ງຈະຖືພາ ແລະ ຈະເກີດລູກຊາຍຄົນໜຶ່ງ ເຂົາຈະ ເອີ້ນຊື່ ລູກນັ້ນວ່າ, ເອມານູເອນ. ” (ໝາຍຄວາມວ່າ, “ພຣະເຈົ້າ ສະຖິດ ຢູ່ກັບເຮົາທັງຫລາຍ. ”)
\s5
\v 24 ສະນັ້ນເມື່ອໂຢເຊັບຕື່ນຂຶ້ນ ລາວຈຶ່ງປະຕິບັດຕາມ ທີ່ເທວະດາ ຂອງອົງພຣະຜູ້ເປັນເຈົ້າ ໄດ້ສັ່ງ ຄືຮັບ ເອົາ ມາຣີ ເປັນ ເມຍ ຂອງ ຕົນ.
\v 25 ແຕ່ ໂຢເຊັບບໍ່ໄດ້ ສົມສູ່ກັບນາງຈົນກວ່າ ນາງໄດ້ເກີດລູກຊາຍ ແລ້ວ ໂຢເຊັບຈຶ່ງໃສ່ຊື່ເດັກທີ່ເກີດມານັ້ນວ່າ, ເຢຊູ.
\s5
\c 2
\p
\v 1 ພຣະເຢຊູເຈົ້າໄດ້ເກີດທີ່ເມືອງເບັດເລເຮັມ (ຂ) ແຂວງຢູດາຍ ໃນສະໄໝທີ່ເຮໂຣດເປັນກະສັດ. ເບິ່ງແມ! ມີພວກໂຫຣາຈານໄດ້ມາຈາກທິດຕາເວັນອອກ ໄປຍັງນະຄອນ ເຢຣູຊາເລັມ.
\v 2 ແລະຖາມວ່າ, “ເດັກທີ່ຫາກໍເກີດມາເປັນກະສັດຂອງຊາວຢິວ ນັ້ນຢູ່ໃສ? ພວກເຮົາໄດ້ເຫັນດາວຂອງເພິ່ນ ປາກົດຂຶ້ນທາງທິດ ຕາເວັນອອກ ແລະພວກເຮົາໄດ້ມາ ເພື່ອຂາບໄຫວ້ນະມັດສະການເພິ່ນ. ”
\v 3 ເມື່ອກະສັດ ເຮໂຣດ ໄດ້ຍິນເຊັ່ນນັ້ນແລ້ວ, ກໍກັງວົນໃຈຫລາຍ ແລະຊາວນະຄອນເຢຣູຊາເລັມທຸກຄົນກໍເໝືອນກັນດ້ວຍ.
\s5
\v 4 ເພິ່ນໄດ້ເອີ້ນພວກຫົວໜ້າປະໂຣຫິດ ແລະ ພວກທໍາມະຈານທັງໝົດມາເຕົ້າໂຮມກັນ ແລ້ວເພິ່ນກໍຖາມພວກເຂົາວ່າ, “ພຣະຄຣິດ ນັ້ນຈະບັງເກີດຢູ່ທີ່ໃດ? ”
\v 5 ພວກເຂົາຕອບວ່າ, “ຢູ່ໃນເມືອງເບັດເລເຮັມ ແຂວງຢູດາຍ ເພາະຜູ້ທຳນວາຍໄດ້ຂຽນໄວ້ ດັ່ງນີ້ວ່າ,
\v 6 ‘ເບັດເລເຮັມ ໃນດິນແດນ ຢູດາຍ ເອີຍ, ເຈົ້າກໍບໍ່ແມ່ນຜູ້ເລັກນ້ອຍ ທີ່ສຸດ ໃນບັນດາເມືອງໃຫຍ່ໆຂອງ ຢູດາຍ ເພາະຜູ້ນໍາຄົນໜຶ່ງຈະມາ ຈາກເຈົ້າ ຜູ້ທີ່ຈະມາປົກຄອງປະຊາຊົນຂອງເຮົາ ຄື ຊາວອິດສະຣາເອນ.
\s5
\v 7 ດັ່ງນັ້ນ ເຮໂຣດ ຈຶ່ງເອີ້ນພວກໂຫຣາຈານ ເຂົ້າມາທາງລັບ ແລະ ສືບຖາມເອົາຄວາມນໍາພວກເຂົາ ເຖິງເວລາອັນແນ່ນອນທີ່ດາວນັ້ນ ໄດ້ປາກົດຂຶ້ນ.
\v 8 ແລ້ວເພິ່ນກໍໃຊ້ພວກໂຫຣາຈານ ໄປທີ່ເມືອງ ເບັດເລເຮັມ ແລະ ສັ່ງພວກເຂົາວ່າ, “ຈົ່ງໄປຊອກຫາກຸມມານ ນັ້ນຢ່າງ ຄັກແນ່ ເມື່ອພວກເຈົ້າພົບແລ້ວ ຈົ່ງບອກໃຫ້ເຮົາຮູ້, ເພື່ອເຮົາຈະໄປ ຂາບໄຫວ້ນະມັດສະການເພິ່ນເໝືອນກັນ.”
\s5
\v 9 ເມື່ອືພວກໂຫຣາຈານ ໄດ້ຍິນຄໍາສັ່ງດັ່ງນີ້ ກໍພາກັນອອກໄປ. ເບິ່ງແມ! ດາວທີ່ພວກເຂົາໄດ້ເຫັນເມື່ອປາກົດຂຶ້ນນັ້ນ ກໍໄດ້ນຳໜ້າພວກເຂົາໄປ ຈົນມາຢຸດຢູ່ຊື່ສະຖານທີ່ກຸມມານຢູ່ນັ້ນ.
\v 10 ເມື່ອພວກໂຫຣາຈານ ໄດ້ເຫັນດາວນັ້ນແລ້ວ ກໍມີຄວາມຊົມຊື່ນຍິນດີອັນໃຫຍ່,
\s5
\v 11 ເມື່ອພວກເຂົາເຂົ້າໄປໃນເຮືອນແລ້ວ ກໍໄດ້ເຫັນກຸມມານ ແລະ ມາຣີ ແມ່ຂອງເພິ່ນ, ແລ້ວພວກເຂົາຈ່ຶ່ງກົ້ມລົງຂາບໄຫວ້ນະມັດສະການກຸມມານນັ້ນ ແລ້ວກໍໄຂຫີບ ເອົາຊັບຂອງພວກເຂົາອອກມາຖວາຍແກ່ກຸມມານ ມີດັ່ງນີ້: ຄໍາ, ກຳຍານ ແລະ ຢາງໄມ້ຫອມ.
\v 12 ຕໍ່ມາ ພຣະເຈົ້າໄດ້ເຕືອນພວກເຂົາທາງຄວາມຝັນ ບໍ່ໃຫ້ກັບຄືນໄປຫາ ເຮໂຣດ. ສະນັ້ນພວກເຂົາຈຶ່ງກັບຄືນເມືອບ້ານເມືອງຂອງຕົນເອງ ຕາມທາງອື່ນ.
\s5
\v 13 ເມື່ອໂຫຣາຈານຈາກໄປແລ້ວ ມີເທວະດາຂອງອົງພຣະຜູ້ເປັນ ເຈົ້າຕົນໜຶ່ງໄດ້ປາກົດໃຫ້ ໂຢເຊັບ ເຫັນທາງຄວາມຝັນ ແລ້ວກ່າວວ່າ, “ຈົ່ງລຸກຂຶ້ນ ໃຫ້ພາກຸມມານ ກັບແມ່ຂອງເດັກໜີໄປຍັງປະເທດ ເອຢິບ ຈົ່ງຢູ່ໃນທີ່ນັ້ນ ຈົນກວ່າເຮົາບອກເຈົ້າໃຫ້ກັບຄືນມາ ເພາະເຮໂຣດ ກຳລັງຊອກຫາ ກຸມມານ ເພື່ອຈະຂ້າເພິ່ນເສຍ. ”
\v 14 ໂຢເຊັບ ຈຶ່ງລຸກຂຶ້ນພາກຸມມານ ກັບແມ່ຂອງເພິ່ນໜີໄປຍັງປະເທດເອຢິບ ໃນຕອນກາງຄືນ
\v 15 ແລະໄດ້ອາໄສຢູ່ໃນທີ່ນັ້ນຈົນ ເຮໂຣດຕາຍ ເຫດການທີ່ໄດ້ເກີດຂຶ້ນນີ້ ກໍເພື່ອໃຫ້ສຳເລັດຕາມທີ່ອົງພຣະຜູ້ເປັນ ເຈົ້າໄດ້ກ່າວໄວ້ທາງ ຜູ້ທຳນວາຍວ່າ, “ເຮົາໄດ້ເອີ້ນ ເອົາລູກຂອງເຮົາໃຫ້ອອກມາຈາກປະເທດ ເອຢິບ.”
\s5
\v 16 ເມື່ອເຮໂຣດ ໄດ້ຮູ້ວ່າພວກໂຫຣາຈານຫລອກລວງຕົນ ເພິ່ນກໍ ໃຈຮ້າຍຫລາຍ. ສະນັ້ນເພິ່ນຈຶ່ງໃຊ້ຄົນໄປຂ້າເດັກນ້ອຍຜູ້ຊາຍທຸກຄົນ ໃນເມືອງ ເບັດເລເຮັມ ແລະໃນເຂດໃກ້ຄຽງ ຕັ້ງແຕ່ອາຍຸສອງປີ ລົງມາ ຕາມເວລາທີ່ເພິ່ນໄດ້ພົບກັບພວກໂຫຣາຈານນັ້ນ.
\s5
\v 17 ເຫດການທີ່ໄດ້ເກີດຂຶ້ນນີ້ ເພື່ອໃຫ້ສຳເລັດຕາມທີ່ຜູ້ທຳນວາຍ ເຢເຣມີຢາ ໄດ້ກ່າວໄວ້ວ່າ,
\v 18 “ໄດ້ຍິນສຽງດັງຂຶ້ນຢູ່ໃນບ້ານ ຣາມາ ເປັນສຽງຮ້ອງໄຫ້ ແລະ ໂອ່ຍຄວນຄາງ. ນາງຣາເຊັນ ກໍາລັງຮ້ອງໄຫ້ນໍາລູກໆຂອງຕົນ ນາງບໍ່ຟັງຄໍາປອບໃຈ ເພາະລູກເຂົາຕາຍແລ້ວ.”
\s5
\v 19 ຫລັງຈາກ ເຮໂຣດ ໄດ້ຕາຍໄປແລ້ວ ເທວະດາຂອງອົງພຣະຜູ້ເປັນເຈົ້າຕົນໜຶ່ງກໍໄດ້ປາກົດແກ່ ໂຢເຊັບ ທາງຄວາມຝັນໃນປະເທດ ເອຢິບ.
\v 20 ເທວະດາຕົນນີ້ໄດ້ກ່າວວ່າ, “ຈົ່ງລຸກຂຶ້ນພາກຸມມານ ແລະແມ່ຂອງເພິ່ນກັບຄືນໄປດິນແດນ ອິດສະຣາເອນ ເພາະຜູ້ທີ່ຕ້ອງການຂ້າກຸມມານ ນັ້ນຕາຍແລ້ວ. ”
\v 21 ດັ່ງນັ້ນ ໂຢເຊັບ ຈຶ່ງລຸກຂຶ້ນແລ້ວພາກຸມມານ ພ້ອມແມ່ຂອງເພິ່ນກັບຄືນສູ່ດິນແດນອິດສະຣາເອນ.
\s5
\v 22 ແຕ່ເມື່ອໄດ້ຍິນວ່າ ອາກເຄ ລາວໄດ້ຂຶ້ນປົກຄອງເປັນກະສັດແຫ່ງ ຢູດາຍ ແທນເຮໂຣດ ຜູ້ເປັນບິດາ, ໂຢເຊັບ ກໍຢ້ານບໍ່ ກ້າໄປຢູ່ທີ່ນັ້ນ. ຫລັງຈາກໄດ້ຮັບຄໍາເຕືອນທາງຄວາມຝັນ ໂຢເຊັບ ຈຶ່ງໄປຍັງແຂວງ ຄາລີເລ
\v 23 ແລະ ໄປອາໄສຢູ່ເມືອງໜຶ່ງຊື່ວ່າ ນາຊາເຣັດ ເຫດການທີ່ໄດ້ເກີດຂຶ້ນນີ້ ກໍເພື່ອໃຫ້ສຳເລັດຕາມທີ່ຜູ້ທຳນວາຍ ໄດ້ກ່າວໄວ້ວ່າ, “ທ່ານຈະຖືກເອີ້ນວ່າ ໄທນາຊາເຣັດ.”
\s5
\c 3
\p
\v 1 ໃນເວລານັ້ນ ໂຢຮັນ ບັບຕິສະໂຕ ໄດ້ຕັ້ງຕົ້ນເທດສະໜາ ປ່າວປະກາດໃນຖິ່ນແຫ້ງແລ້ງກັນດານແຂວງ ຢູດາຍ ວ່າ,
\v 2 “ຈົ່ງຖິ້ມໃຈເກົ່າ ເອົາໃຈໃໝ່ ເຊົາເຮັດບາບສາ ເພາະວ່າອານາຈັກ ສະຫວັນມາໃກ້ແລ້ວ”
\v 3 ແມ່ນ ໂຢຮັນ ຄົນນີ້ແຫລະ ທີ່ຜູ້ທຳນວາຍ ເອຊາຢາ ໄດ້ກ່າວເຖິງວ່າ, “ແມ່ນສຽງຂອງຄົນໜຶ່ງທີ່ຮ້ອງໃນຖິ່ນແຫ້ງແລ້ງກັນດານ ວ່າ, ‘ຈົ່ງຈັດຕຽມຫົນທາງ ສໍາລັບອົງພຣະ ຜູ້ເປັນເຈົ້າ ຈົ່ງເຮັດຫົນທາງຂອງພຣະອົງໃຫ້ຊື່ໄປ.
\s5
\v 4 ເຄື່ອງນຸ່ງຂອງ ໂຢຮັນ ແມ່ນເຮັດດ້ວຍຂົນອູດ ແລະ ເພິ່ນໃຊ້ສ້າຍໜັງຮັດແອວ ສ່ວນອາຫານຂອງເພິ່ນແມ່ນຕັກແຕນ ແລະ ນ້ຳເຜິ້ງປ່າ
\v 5 ປະຊາຊົນຈາກນະຄອນ ເຢຣູຊາເລັມ ຈາກ ທົ່ວທັງແຂວງ ຢູດາຍ ແລະ ຄົນທັງປວງທີ່ຢູ່ແຄມແມ່ນ້ຳ ຈໍແດນ ກໍອອກມາຫາ ໂຢຮັນ.
\v 6 ພວກເຂົາໄດ້ສາລະພາບບາບກຳຂອງຕົນ ແລະ ໂຢຮັນ ກໍໃຫ້ພວກເຂົາຮັບບັບຕິສະມາ ໃນແມ່ນ້ຳ ຈໍແດນ.
\s5
\v 7 ພໍ ໂຢຮັນ ເຫັນພວກຟາຣີຊາຍ ແລະ ພວກຊາດູກາຍ ຢ່າງຫລວງຫລາຍມາຫາຕົນ ເພື່ອຮັບບັບຕິສະມາ ເພິ່ນຈຶ່ງເວົ້າຕໍ່ພວກເຂົາວ່າ, “ພວກຊາດງູຮ້າຍເອີຍ ຜູ້ໃດໄດ້ບອກພວກເຈົ້າໃຫ້ປົບໜີຈາກການຕັດສິນຂອງພຣະເຈົ້າທີ່ໃກ້ຈະມາເຖິງນັ້ນ?
\v 8 ເຫດສະນັ້ນ ຈົ່ງປະຕິບັດໃຫ້ໄດ້ຜົນສົມກັບວ່າພວກເຈົ້າໄດ້ຖິ້ມໃຈເກົ່າເອົາໃຈໃໝ່
\v 9 ແລະ ຢ່າຄິດໃນໃຈວ່າພວກເຮົາມີ ອັບຣາຮາມ ເປັນພໍ່ເຄົ້າຂອງພວກເຮົາ. ຂ້າພະເຈົ້າບອກພວກເຈົ້າວ່າ, ພຣະເຈົ້າຊົງຣິດສາມາດບັນດານໃຫ້ກ້ອນຫິນເຫລົ່ານີ້ ເປັນ ລູກຫລານຂອງ ອັບຣາຮາມ ກໍໄດ້
\s5
\v 10 ບັດນີ້ ຂວານກໍມີຢູ່ແລ້ວ ທີ່ວາງໄວ້ພ້ອມຈະຕັດຕົ້ນໄມ້ ໃຫ້ ຄຸງເຫງົ້າ. ສະນັ້ນໄມ້ທຸກຕົ້ນທີ່ບໍ່ເກີດຜົນດີຈະຖືກຕັດ ແລະ ຖືກໂຍນຖິ້ມໃສ່ໄຟເສຍ.
\v 11 ຂ້າພະເຈົ້າໃຫ້ພວກເຈົ້າຮັບບັບຕິສະມາ ດ້ວຍນໍ້າໝາຍເຖິງການຖິ້ມໃຈເກົ່າ ເອົາໃຈໃໝ່ ກໍແມ່ນ, ແຕ່ຜູ້ທີ່ຈະມາພາຍຫລັງຂ້າພະເຈົ້າ ກໍມີຣີດກວ່າຂ້າພະເຈົ້າ ອີກ ຊຶ່ງຂ້າພະເຈົ້າບໍ່ສົມຄວນຈະຈັບແມ່ນແຕ່ເກີບເພິ່ນ, ເພິ່ນຈະ ໃຫ້ພວກເຈົ້າຮັບ ບັບຕິສະມາ ດ້ວຍພຣະວິນຍານບໍຣິສຸດເຈົ້າ ແລະດ້ວຍໄຟ
\v 12 ມືຂອງເພິ່ນຖືກະດົ້ງຝັດເຂົ້າ ເພິ່ນຈະເຮັດລານເຂົ້າໃຫ້ກ້ຽງດີ ແລະ ຮວບຮວມເອົາເຂົ້າເມັດດີຂອງເພິ່ນໄວ້ໃນເລົ້າຂອງຕົນ ສ່ວນເມັດລີບນັ້ນ ເພິ່ນຈະເອົາໄຟເຜົາໃຫ້ໄໝ້ຢູ່ຕະຫລອດໄປ.”
\s5
\v 13 ໃນເວລານັ້ນ ພຣະເຢຊູເຈົ້າໄດ້ຈາກແຂວງ ຄາລີເລ ມາຫາ ໂຢຮັນ ທີ່ແມ່ນ້ຳຈໍແດນເພື່ອຮັບບັບຕິສະມາຈາກເພິ່ນ.
\v 14 ແຕ່ໂຢຮັນໄດ້ຄ້ດຄ້ານພຣະເຢຊູເຈົ້າ ແລະເວົ້າກັບພຣະອົງວ່າ, “ຂ້າ້ ນ້ອຍຄວນຈະຮັບ ບັບຕິສະມາຈາກທ່ານ ແລ້ວທ່ານຊ້ຳພັດມາຫາ ຂ້ານ້ອຍ ບໍ? ”
\v 15 ແຕ່ພຣະເຢຊູເຈົ້າ ຊົງຕອບລາວວ່າ, “ບັດນີ້ ຈົ່ງຍອມໃຫ້ເປັນໄປຢ່າງນີ້ສາ ເພາະສົມຄວນທີ່ເຮົາຈະເຮັດຢ່າງນີ້ໃຫ້ສຳເລັດຕາມຄວາມຊອບທຳທຸກຢ່າງທີ່ພຣະເຈົ້າປະສົງ. ” ດັ່ງນັ້ນ ໂຢຮັນ ຈຶ່ງຍອມ.
\s5
\v 16 ເມື່ອພຣະເຢຊູເຈົ້າຮັບບັບຕິສະມາ ແລ້ວພຣະອົງກໍຂຶ້ນ ຈາກນ້ຳ ໃນທັນໃດນັ້ນທ້ອງຟ້າກໍໄຂອອກ ແລະ ພຣະອົງໄດ້ເຫັນ ພຣະວິນຍານຂອງພຣະເຈົ້າ ເໝືອນດັ່ງນົກເຂົາລົງມາຢູ່ເທິງພຣະອົງ.
\v 17 ແລ້ວກໍມີສຽງໜຶ່ງດັງມາຈາກທ້ອງຟ້າວ່າ, “ທ່ານຜູ້ນີ້ເປັນບຸດທີ່ຮັກຂອງເຮົາເອງ ເຮົາພໍໃຈນຳເພິ່ນຫລາຍ.”
\s5
\c 4
\p
\v 1 ຕໍ່ມາພຣະວິນຍານໄດ້ນໍາພຣະເຢຊູເຈົ້າ ເຂົ້າໄປໃນຖິ່ນແຫ້ງແລ້ງ ກັນດານ ເພື່ອໃຫ້ມານຮ້າຍທົດລອງ.
\v 2 ຫລັງຈາກອົດອາຫານໄດ້ສີ່ສິບວັນ ສີ່ສິບຄືນ ແລ້ວພຣະເຢຊູເຈົ້າກໍຢາກອາຫານ.
\v 3 ແລ້ວຜູ້ລໍ້ລວງກໍມາຫາພຣະອົງ ແລະເວົ້າວ່າ, “ຖ້າທ່ານເປັນພຣະບຸດຂອງພຣະເຈົ້າ ຈ່ົ່ງສັ່ງກ້ອນຫິນເຫລົ່ານີ້ໃຫ້ເປັນອາຫານແມ. ”
\v 4 ຝ່າຍພຣະອົງກໍຊົງຕອບວ່າ, “ມີຄຳຂຽນໄວ້ໃນພຣະຄໍາພີວ່າ ‘ມະນຸດຈະບໍ່ລ້ຽງຊີວິດດ້ວຍອາຫານສິ່ງດຽວ, ແຕ່ລ້ຽງດ້ວຍພຣະຄໍາທຸກຂໍ້ທີ່ອອກມາຈາກພຣະໂອດຂອງພຣະເຈົ້າ’.”
\s5
\v 5 ແລ້ວມານຮ້າຍໄດ້ນຳພຣະເຢຊູເຈົ້າໄປ​ຍັງ​ນະ​ຄອນ​ສັກ​ສິດ ແລະ​ໃຫ້ພຣະອົງ​ຢືນ​ຢູ່​ເທິງຍອດ​ພ​ຣະ​ວິ​ຫານ
\v 6 ແລ້ວ​ເວົ້າຕໍ່ພຣະອົງວ່າ, “ຖ້າທ່ານເປັນພຣະບຸດຂອງພຣະເຈົ້າ ຈົ່ງໂດດລົງເບິ່ງດູ ເພາະມີຄຳຂຽນໄວ້ໃນພຣະຄໍາພີວ່າ, ‘ພຣະເຈົ້າຈະສັ່ງຝູງເທວະດາເຖິງເລື່ອງທ່ານ ຝູງເທວະດາຈະໃຊ້ມືຂອງເພິ່ນອູ້ມທ່ານໄວ້ ແມ່ນແຕ່ຕີນຂອງທ່ານຈະບໍ່ໄດ້ຖືກກ້ອນຫິນ.
\s5
\v 7 ພຣະເຢຊູເຈົ້າຊົງຕອບວ່າ, “ມີຄຳຂຽນໄວ້ໃນພຣະຄໍາພີອີກ ວ່າ, ‘ຢ່າທົດລອງອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງເຈົ້າ.
\v 8 ອີກເທືື່ອ ໜຶ່ງ ມານຮ້າຍກໍພາພຣະເຢຊູເຈົ້າຂຶ້ນໄປເທິງຍອດພູທີ່ສູງສຸດ ແຫ່ ງໜຶ່ງ ແລະສໍາແດງບັນດາອານາຈັກແຫ່ງໂລກນີ້ກັບຄວາມຍິ່ງໃຫຍ່ທັງໝົດໃຫ້ພຣະອົງເຫັນ.
\v 9 ແລ້ວມັນເວົ້າວ່າ, “ຖ້າທ່ານກົ້ມຂາບນະມັດສະການເຮົາ, ເຮົາຈະມອບສິ່ງທັງໝົດນີ້ໃຫ້ທ່ານ.”
\s5
\v 10 ແຕ່ພຣະເຢຊູເຈົ້າຕອບມັນວ່າ, “ຈົ່ງໜີໄປ ອ້າຍຊາຕານ ເພາະມີຄຳຂຽນໄວ້ໃນພຣະຄໍາພີວ່າ, ‘ຈົ່ງຂາບໄຫວ້ນະມັດສະການອົງພຣະຜູ້ເປັນເຈົ້າຂອງເຈົ້າ ແລະປະຕິບັດແຕ່ພຣະອົງຜູ້ດຽວ.
\v 11 ແລ້ວ ມານຮ້າຍກໍໄດ້ໜີໄປຈາກພຣະເຢຊູເຈົ້າ ແລະ ມີຝູງ ເທວະດາມາບົວລະບັດຮັບໃຊ້ພຣະອົງ.
\s5
\v 12 ເມື່ອພຣະເຢຊູເຈົ້າໄດ້ຍິນຂ່າວວ່າ ໂຢຮັນຖືກຈັບຂັງຄຸກແລ້ວ, ພຣະອົງກໍໄດ້ໄປແຂວງ ຄາລີເລ.
\v 13 ພຣະອົງຍ້າຍຈາກເມືອງນາຊາເຣັດ ໄປຢູ່ກາເປນາອູມເມືອງໜຶ່ງທີ່ແຄມທະເລສາບ ໃນຂົງເຂດ ເຊບູໂລນ ແລະ ເນັບທາລີ.
\s5
\v 14 ເຫດການໄດ້ເກີດຂຶ້ນເຊັ່ນນີ້ ກໍເພື່ອໃຫ້ສຳເລັດຕາມ ທີ່ຜູ້ທຳວາຍ ເອຊາຢາ ໄດ້ກ່າວໄວ້ວ່າ,
\v 15 “ດິນແດນ ເຊບູໂລນ ແລະ ດິນແດນ ເນັບທາລີ ຕາມທາງໄປສູ່ທະເລ ທາງຟາກໜຶ່ງອີກຂອງແມ່ນໍ້າ ຈໍແດນ ທີ່ແຂວງ ຄາລີເລ ແຫ່ງບັນດາປະຊາຊາດ
\v 16 ປະຊາຊົນຜູ້ ທີ່ໃຊ້ຊີວິດຢູ່ໃນຄວາມມືດໜາ ໄດ້ເຫັນແສງແຈ້ງອັນຍິ່ງໃຫຍ່. ສໍາລັບ ພວກທີ່ຢູ່ໃນເງົາແຫ່ງຄວາມຕາຍ ແສງແຈ້ງໃສໄດ້ສ່ອງໃສ່ເຂົາເຈົ້າ.”
\s5
\v 17 ຕັ້ງແຕ່ເວລານັ້ນມາ ພຣະເຢຊູເຈົ້າກໍເລີ້ມຕົ້ນປ່າວປະກາດ ວ່າ, “ຈົ່ງຖິ້ມໃຈເກົ່າ ເອົາໃຈໃໝ່ ເພາະວ່າຣາຊອານາຈັກສະຫວັນມາໃກ້ແລ້ວ.”
\s5
\v 18 ຂະນະທີ່ພຣະເຢຊູເຈົ້າກຳລງັຍ່າງ ໄປ ຕາມ ແຄມ ທະເລສາບ ຄາລີເລ ນັ້ນ ພຣະອົງກໍ ເຫນັ ສອງ ອາ້ຍ ນອ້ງ ທີ່ ເປນັ ຄນົ ຫາ ປາ ຜູໜຶ່ງ ຊື່ ວ່າ ຊີໂມນ (ຍງັ ມີ ຊີ່ ອີກວ່ າ ເປໂຕ) ແລະ ນອ້ ງ ຂອງ ເພິ່ນຊື່ ວ່າ ອນັເດອາ, ພວກເພິ່ນ ກໍາລັງ ຖິ້ມ ມອງ ຫາ ປາ ລົງ ໃນ ທະເລສາບ.
\v 19 ພຣະເຢຊູເຈົ້າກ່ າວ ແກ່ ພວກເພິ່ນ ວ່ າ, “ຈົ່ງ ຕາມ ເຮົາມາ ແລະ ເຮົາຈະ ສອນ ພວກເຈົ້າໃຫ້ ເປນັ ຜູ້ ຫາ ຄນົ. ”
\v 20 ໃນ ທນັ ໃດນັ້ນ ພວກເພິ່ນກໍ ປ ະ ມອງ ໄວ້ ແລະ ຕິດຕາມ ໄປ ກັບ ພຣະອົງ.
\s5
\v 21 ພຣະເຢຊູເຈົ້າໄດ້ ຍ່າງຕໍ່ໄປ ແລະ ເຫັນ ສອງ ອາ້ຍ ນອ້ງ ຄື ຢາໂກໂບ ກັບ ໂຢຮັນ ລູກຊາຍ ຂອງ ເຊເບດາຍ ກາໍ ລງັ ຝູງ ມອງຊ່ວຍ ພໍ່ ຂອງຕນົ ຢູ່ ໃນ ເຮືອ. ພຣະເຢຊູເຈົ້າ ຈຶ່ງ ເອີ້ນເອົາພວກເພິ່ນ,
\v 22 ທນັ ໃດນນັ້ ທ່ ານ ທງັ ສອງ ກໍ ປ ະ ເຮືອ ກັບ ຄອບ ລາ ພໍ່ຂອງ ພວກເພິ່ນ ແລະ ຕາມ ພຣະອົງ ໄປ.
\s5
\v 23 ພຣະເຢຊູເຈົ້າໄດ້ ເດີນ ທາງ ໄປ ທົ່ວ ແຂວງ ຄາລີເລ, ສັ່ງ ສອນ ຄນົ ຕາມທຳມະສາລາ ແລະ ປະກາດຂ່າວປະເສີດ ເ ລື່ອງຣາຊອານາຈັກສ ະຫວັນ ຕະຫລອດທງັ ຊົງໂຜດ ຮັກສາ ຄົນ ທີ່ ມີ ພະຍາດໂຣຄາ ແລະ ເຈັບໄຂ້ ໄດ້ປ່ວຍ ທຸກ ຊະນິດ ໃຫ້ ຫາຍ ດີ.
\v 24 ຊື່ສຽງ ຂອງ ພຣະອົງໄດ້ ຊ່າລື ໄປ ທົ່ວ ທງັ ປະເທດ ຊີເຣຍ ແລະ ເຂົາຈຶ່ງໄດ້ນຳຄົນທີ່ ເຈບັໄຂ້ໄດ້ປ່ວຍ ຕ່ າງໆ ກັບຄົນ ຈິດໃຈ ບໍ່ປົກກະຕິ, ຄົນ ຜີມານຮ້າຍ ເຂົ້າສິງ, ຄນົ ບາ້ໝູ ແລະ ຄົນ ເປັນ ເປ້ຍ ມາ ຫາ ພຣະອົງ ພຣະອົງ ກໍ ຊົງ ໂຜດ ຮັກສາ ພວກເຂົາໃຫ້ ຫາຍ ດີ ທຸກຄນົ.
\v 25 ປະຊາຊົນ ຢ່າງ ໜາແໜ້ນ ຈາກ ແຂວງ ຄາລີເລ ກບັ ເດກາໂປລີ (ຄ) ຈາກ ນະຄອນ ເຢຣູຊາເລັມ, ແຂວງ ຢູດາຍ ແລະ ດິນແດນ ທາງ ຟາກເບື້ອງ ນນັ້ ຂອງ ແມ່ ນາໍ້ ຈໍແດນ ຕ່ າງ ກໍໄໍດ້ ຕິດຕາມ ພຣະອົງ ໄປ.
\s5
\c 5
\p
\v 1 ເມື່ອພຣະເຢຊູເຈົ້າເຫັນ ປະຊາຊົນ ຢ່ າງ ຫລວງຫລາຍ ເຊັ່ນນີ້, ພຣະອງົ ຈຶ່ງຂຶ້ນໄປ ຍງັ ໂນນ ພູ ແຫ່ ງ ໜຶ່ງ ແລະ ນັ່ງ ລົງ ທີ່ນັ້ນ ແລ້ວ ພວກ ສາວົກ ຂອງ ພຣະອົງ ກໍ ມາ ເຕົ້າໂຮມ ກັນ ອ້ອມ ພຣະອົງ.
\v 2 ພຣະອົງ ໄດ້ ຊົງ ຕັ້ງຕົ້ນ ສັ່ງ ສອນ ພວກເຂົາວ່ າ,
\v 3 “ຜູ້ໃດ ຍາກຈົນ ຝ່າຍ ຈິດວິນຍານ ກໍ ເປັນ ສຸກ, ເພາະວ່າ ແຜ່ນດິນ ສະຫວັນ ເປັນ ຂອງ ຜູ້ນັ້ນ
\v 4 ຜູ້ໃດ ໂສກເສົ້າ ກໍ ເປັນ ສຸກ, ເພາະວ່າ ຜູ້ນັ້ນ ຈະ ໄດ້ ຮັບ ການ ຊົງ ເລົ້າໂລມ
\s5
\v 5 ຜູ້ໃດ ມີ ໃຈ ອ່ອນຫວານ ກໍ ເປັນ ສຸກ, ເພາະວ່າ ຜູ້ນັ້ນ ຈະ ໄດ້ ຮັບ ແຜ່ນດິນ ໂລກ ເປັນ ມໍຣະດົກ.
\v 6 ຜູ້ໃດ ອຶດຫິວ ຄວາມ ຊອບທໍາ ກໍ ເປັນ ສຸກ, ເພາະວ່າ ພຣະເຈົ້າ ຈະ ຊົງ ໃຫ້ ອີ່ມ ບໍລິບູນ
\v 7 ຜູ້ໃດ ມີ ໃຈ ກະຣຸນາ ກໍ ເປັນ ສຸກ, ເພາະວ່າ ຜູ້ນັ້ນ ຈະ ໄດ້ ຮັບ ພຣະ ກະຣຸນາ ຕອບ
\v 8 ຜູ້ໃດ ມີ ໃຈ ບໍຣິສຸດ ກໍ ເປັນ ສຸກ, ເພາະວ່າ ຜູ້ນັ້ນ ຈະ ໄດ້ ເຫັນ ພຣະເຈົ້າ
\s5
\v 9 ຜູ້ໃດ ສ້າງ ຄວາມ ສະຫງບົ ສຸກ ກໍ ເປັນ ສຸກ, ເພາະວ່າ ພຣະເຈົ້າ ຈະ ຊົງ ເອີ້ນ ຜູ້ ນັ້ນ ວ່າ ເປັນ ບຸດ
\v 10 ຜູ້ໃດ ຖືກ ຂົ່ມເຫັງ ເພາະ ເຫັນ ແກ່ ຄວາມ ຊອບທໍາ ກໍ ເປັນ ສຸກ, ເພາະວ່າ ແຜ່ນດິນ ສະຫວັນ ເປັນ ຂອງ ຜູ້ ນັ້ນ.
\s5
\v 11 “ເມື່ອຄົນກ່ າວ ນິນ ທາ ແລະ ຂົ່ມເຫງັ ເຈົ້າທງັ ຫລາຍ ແລະ ເວົ້າຄວາມຊົ່ວອັນບໍ່ຈິງ ທຸກຢ່າງ ຕໍ່ສູ້ ເຈົ້າທງັ ຫລາຍ ເພາະ ເຫັນ ແກ່ ເຮົາພວກເຈົ້າກໍເປັນ ສຸກ.
\v 12 ຈົ່ງເປັນ ສຸກ ແລະ ຈົ່ງ ຊົມ ຊື່ນຍິນ ດີເຖີດ ເພາະພວກເຈົ້າ ມີບຳເໜດັ ອນັ ຍິ່ງໃຫຍ່ ໃນສະຫວັນແລ້ວ ບັນດາ ຜູ້ທຳ ນວາຍ ໃນ ສະໄໝ ກ່ອນ ກໍຖືກຂົ່ມ ເຫັງ ຢ່າງ ດຽວກັນ ນີ້ ແຫລະ.”
\s5
\v 13 “ເຈົ້າທງັຫລາຍ ເປັນ ເກືອສໍາລບັ ມວນ ມະນຸດ ໂລກ, ແຕ່ຖ້າ ເກືອ ໝົດ ຣົດ ເຄັມ ແລ້ວ ຈະ ເຮັດ ໃຫ້ ເຄັມ ຄືນ ໄດ້ ອີກ ຢ່ າງ ໃດ? ມນັ ບໍ່ມີ ຄ່າ ເສຍ ແລ້ວ. ດັ່ງນນັ້ ຈຶ່ງ ມີ ແຕ່ ໂຍນ ຖິ້ມ ໃຫ້ ຄົນຢຽບຢ່ຳ ເທົ່ານັ້ນ. ”
\v 14 “ພວກເຈົ້າ ເປັນ ແສງ ສະຫວ່າງ ສໍາລັບ ໂລກນີ້. ເມືອງ ຊຶ່ງຕງັ້ ຢູ່ ເທິງ ໂນນພູ ກໍເປັນ ທີ່ບັງໄວ້ ບໍ່ ໄດ້.
\s5
\v 15 ບໍ່ຫ່ອນ ມີ ຜູ້ໃດ ເມື່ອໄຕ້ ໂຄມໄຟ ແລ້ວຈະ ເອົາ ເຂົ້າໄວ້ ໃນ ກະບຸງ, ແຕ່ ເຄີຍ ຕັ້ງ ໄວ້ ເທິງ ທີ່ສູງ ເພື່ອໃຫ້ ສ່ອງ ແຈ້ງ ໃສ່ ທຸກໆ ຄົນ ທີ່ ຢູ່ ໃນເຮືອນ ນັ້ນ.
\v 16 ໃນທໍານອງ ດຽວກັນນີ້ ຫລະ ຈົ່ງໃຫ້ແສງສະຫວ່າງ ທີ່ຢູ່ ໃນພວກເຈົ້ານັ້ນ ສ່ອງ ແຈ້ງ ຕໍ່ໜ້າ ຄົນທັງ ຫລາຍ ເພື່ອວ່າ ພວກເຂົາຈະ ໄດ້ ເຫັນ ຄຸນງາມ ຄວາມດີ ທີ່ພວກເຈົ້າເຮັດ ແລະ ພວກເຂົາຈະ ສັນລະເສີນ ພຣະບິດາເຈົ້າຂອງ ພວກເຈົ້າ ທີ່ ສະ ຖິດຢູ່ໃນສະຫວັນ.”
\s5
\v 17 “ຢ່າຄິດວ່າ ເຮົາມາເພື່ອລຶບລ້າງ ກົດບັນຍັດ ຫລື ຜູ້ທຳນວາຍເຮົາບໍໄດ້ມາລຶບລ້າງ ແຕ່ມາເຮັດໃຫ້ສໍາເລັດຄົບຖ້ວນ.
\v 18 ເຮົາບອກພວກເຈົ້າ ຕາມຄວາມຈິງວ່າ, ຕາບໃດທີ່ຟ້າ ແລະດິນ ຍັງຕັ້ງຢູ່ ແມ່ນແຕ່ເມັດ ຫລື ຂໍ້ປີກຍ່ອຍ ອັນເລັກນ້ອຍທີ່ສຸດຂອງກົດບັນຍັດ ຈະບໍ່ຖືກລືບລ້າງໄປ ຈົນກວ່າທຸກສິ່ງຈະເກີດຂຶ້ນຄົບຖ້ວນ.
\s5
\v 19 ດັ່ງນັ້ນ ຜູ້ໃດປະຕິເສດກົດບັນຍັດ ຂໍ້ເລັກນ້ອຍທີ່ສຸດ ແລະ ທັງ ສັ່ງສອນຄົນອື່ນໃຫ້ປະຕິເສດ, ຜູ້ນັ້ນຈະເປັນຜູ້ນ້ອຍໃນອານາຈັກ ສະຫວັນ, ແຕ່ຜູ້ໃດທີ່ປະຕິບັດ ຕາມກົດບັນຍັດ ແລະສັ່ງສອນຄົນອື່ນໃຫ້ປະຕິບັດຕາມ ຜູ້ນັ້ນຈະເປັນຜູ້ໃຫຍ່ ໃນອານາຈັກສະຫວັນ.
\v 20 ເຮົາຈຶ່ງບອກພວກເຈົ້າວ່າ, ຖ້າການປະຕິບັດຂໍ້ຄໍາສັ່ງຂອງພຣະເຈົ້າຂອງພວກເຈົ້າ ບໍ່ລື່ນກວ່າການປະຕິບັດຂອງພວກທຳມະຈານ ແລະພ ວກຟາຣີຊາຍແລ້ວ ພວກເຈົ້າຈະເຂົ້າໄປໃນອານາຈັກຂອງພຣະເຈົ້າບໍໍ່ໄດ້.”
\s5
\v 21 “ເຈົ້າທງັຫລາຍ ເຄີຍໄດ້ຍິນຄໍາທີ່ກ່າວໄວ້ ແກ່ຄົນບູຮານວ່າ, ‘ຢ່າຂ້າຄົນ ຖ້າຜູ້ໃດທີ່ຂ້າຄົນ ຈະຕ້ອງຖືກນຳຂຶ້ນສານ ເພື່ອຕັດສິນລົງໂທດ.
\v 22 ແຕ່ເຮົາບອກເຈົ້າທັງຫລາຍວ່າ, ຜູ້ໃດທີ່ໂກດຮ້າຍເຄືອງໃຈ (ງ) ຕໍ່ອ້າຍເອື້ອຍນ້ອງຂອງຕົນ ຈະຖືກນຳຂຶ້ນສານ ເພື່ອຕັດ ສິນລົງໂທດ ຜູ້ໃດທີ່ເອີ້ນອ້າຍເອື້ອຍນ້ອງຂອງຕົນວ່າ, ‘ຄົນໂງ່ຈ້າ’ ຈະ ຖືກນໍາຂຶ້ນສານສູງ ເພື່ອຕັດສິນລົງໂທດ ແລະ ຜູ້ໃດທີ່ເອີ້ນອ້າຍເອື້ອຍນ້ອງຂອງຕົນວ່າ, ‘ຄົນບ້າ’ ຜູ້ນັ້ນຈະຕົກບຶງໄຟນະຣົກ.
\s5
\v 23 ດັ່ງນັ້ນ ເມື່ອເຈົ້າເອົາເຄື່ອງບູຊາ ມາຖວາຍທີ່ເທິງແທ່ນບູຊາ ແລະ ທີ່ນັ້ນເຈົ້າຄິດໄດ້ວ່າ ອ້າຍເອື້ອຍນ້ອງຂອງເຈົ້າ ມີຂໍ້ຂຸ້ນເຄືອງໃຈ ກັບເຈົ້າ ເພາະເລື່ອງໃດ ເລື່ອງໜຶ່ງ,
\v 24 ຈົ່ງວາງເຄື່ອງຖວາຍຂອງເຈົ້າໄວ້ຕໍ່ໜ້າແທ່ນບູຊາ ແລ້ວກັບໄປຄືນດີ ກັບອ້າຍເອື້ອຍນ້ອງຂອງຕົນສາກ່ອນ ຈຶ່ງກັບຄືນມາຖວາຍເຄື່ອງບູຊາຂອງເຈົ້າ.”
\s5
\v 25 “ຈົ່ງຮີບປອງດອງ ກັບຄູ່ໂຈດຂອງຕົນໃນຂະນະທີ່ຍັງຢູ່ກາງທາງ ນໍາກັນ ຢ້ານວ່າ ໂຈດນັ້ນຈະມອບເຈົ້າໄວ້ກັບຕຸລາການ ແລະ ຕຸລາການຈະມອບເຈົ້າໄວ້ກັບເຈົ້າໜ້າທີ່ ແລ້ວເຈົ້າຈະໄດ້ຖືກຂັງໄວ້ ໃນຄຸກ.
\v 26 ເຮົາບອກເຈົ້າ ຕາມຄວາມຈິງວ່າ, ເຈົ້າຈະອອກຈາກຄຸກບໍ່ ໄດ້ ຈົນກວ່າເຈົ້າໄດ້ຈ່າຍໜີ້ຄົບທຸກອັດ.”
\s5
\v 27 “ເຈົ້າທັງຫລາຍ ເຄີຍໄດ້ຍິນຄໍາ ທີ່ກ່າວໄວ້ວ່າ, ‘ຢ່າຫລິ້ນຊູ້ສູ່ຜົວເມຍທ່ານ.
\v 28 ແຕ່ຝ່າຍເຮົາ ເຮົາບອກພວກເຈົ້າວ່າ, ຜູ້ໃດແນມເບິ່ງແມ່ຍິງດ້ວຍໃຈຄິດຢາກລ່ວງເກີນຍິງນັ້ນ ຜູ້ນັ້ນໄດ້ຫລິ້ນຊູ້ ໃນໃຈກັບຍິງນັ້ນແລ້ວ.
\s5
\v 29 ຖ້າຕາເບື້ອງຂວາຂອງເຈົ້າເປັນຕົ້ນເຫດ ພາໃຫ້ເຈົ້າເຮັດບາບ ຈົ່ງຄວັດອອກ ແລະ ໂຍນມັນຖິ້ມໃຫ້ໄກຈາກເຈົ້າເສຍ ທີ່ເສຍອະໄວຍະວະສ່ວນໜຶ່ງໃນຮ່າງກາຍ ກໍດີກວ່າທັງໝົດຕົນຕົວ ຕ້ອງຖືກໂຍນຖິ້ມລົງໃນໝໍ້ນະຣົກ.
\v 30 ຖ້າມືເບື້ອງຂວາຂອງເຈົ້າເປັນຕົ້ນ ເຫດພາໃຫ້ເຈົ້າເຮັດບາບ ຈົ່ງຕັດອອກ ແລະ ໂຍນມັນຖິ້ມໃຫ້ໄກຈາກ ເຈົ້າເສຍ ເສຍອະໄວຍະວະສ່ວນໜຶ່ງໃນຮ່າງກາຍ ກໍດີກວ່າທັງໝົດຕົນຕົວ ຕ້ອງຕົກໃນໝໍ້ນະຣົກ.”
\s5
\v 31 “ຍັງມີຄຳກ່າວໄວ້ວ່າ, ‘ຖ້າຜູ້ໃດ ທີ່ປະຮ້າງເມຍຂອງຕົນ ໃຫ້ລາວເຮັດໜັງສືຢ່າຮ້າງໃຫ້ນາງ.
\v 32 ແຕ່ເຮົາບອກເຈົ້າທັງຫລາຍວ່າ, ຖ້າຜູ້ໃດປະຮ້າງເມຍຂອງຕົນ ດ້ວຍເຫດຜົນອື່ນໃດ ນອກຈາກການຫລິ້ນຊູ້ກັບຊາຍອື່ນ. ກໍເທົ່າກັບວ່າ ຜູ້ນັ້ນເຮັດໃຫ້ນາງຫລິ້ນຊູ້ ເມື່ອນາງແຕ່ງງານໃໝ່ ແລະ ຜູ້ທີ່ແຕ່ງງານກັບນາງນັ້ນ ກໍມີຄວາມຜິດໃນຖານຫລິ້ນຊູ້ ເໝືອນກັນ.”
\s5
\v 33 “ອັນໜື່ງອີກ ເຈົ້າທັງຫລາຍໄດ້ຍິນຄໍາທີ່ກ່າວ ແກ່ຄົນໃນສະໄໝບູຮານວ່າ, ‘ຢ່າເຮັດຜິດຕໍ່ຄໍາສາບານ, ແຕ່ຈົ່ງປະຕິບັດຕາມ ທີ່ຕົນໄດ້ສ າບານໄວ້ກັບອົງພຣະຜູ້ເປັນເຈົ້າ.
\v 34 ແຕ່ບັດນີ້ ເຮົາບອກເຈົ້າທັງຫລາຍວ່າ, ຢ່າສາບານເລີຍ, ຢ່າສາບານໂດຍອ້າງ ເຖິງສະຫວັນ ເພາະສະຫວັນແມ່ນບັນລັງຂອງພຣະເຈົ້າ
\v 35 ຫລື ໂດຍອ້າງເຖິງແຜ່ນດິນໂລກ ເພາະແຜ່ນດິນໂລກແມ່ນບ່ອນຮອງຕີນຂອງພຣະອົງ ຫລື ໂດຍອ້າງເຖິງນະຄອນ ເຢຣູຊາເລັມ ເພາະນະຄອນ ເຢຣູຊາເລັມ ແມ່ນນະຄອນຂອງກະສັດຜູ້ຍິ່ງໃຫຍ່.
\s5
\v 36 ຢ່າສາບານ ໂດຍອ້າງໃສ່ແມ່ນແຕ່ຫົວຂອງເຈົ້າເອງ ເພາະເຈົ້າເອງຈະເຮັດໃຫ້ຜົມຂາວ ຫລື ດຳ ແມ່ນແຕ່ເສັ້ນດຽວ ກໍບໍ່ໄດ້
\v 37 ແຕ່ຈົ່ງໃຫ້ຖ້ອຍຄໍາຂອງເຈົ້າ ເປັນດັ່ງນີ້, ‘ແມ່ນ’ ກໍວ່າ ‘ແມ່ນ’ ຫລື ‘ບໍ່ ແມ່ນ’ ກໍວ່າ ‘ບໍໍ່ແມ່ນ’ ສ່ວນຄໍາເວົ້າທີ່ເກີນກວ່ານີ້ ແມ່ນມາຈາກມານຊົ່ວຮ້າຍ.”
\s5
\v 38 “ເຈົ້າທັງຫລາຍ ກໍໄດ້ຍິນຄໍາທີ່ກ່າວໄວ້ວ່າ, ‘ຕາແທນຕາ ແຂ້ວແທນແຂ້ວ’
\v 39 ແຕ່ເຮົາບອກພວກເຈົ້າວ່າ, “ຢ່າແກ້ແຄ້ນຜູ້ທີ່ເຮັດຜິດຕໍ່ພວກເຈົ້າ ຖ້າຜູ້ໃດຕົບແກ້ມເບື້ອງຂວາຂອງເຈົ້າ ຈົ່ງປິ່ນໃຫ້ ເຂົາຕົບແກ້ມເບື້ອງຊ້າຍດ້ວຍ.
\s5
\v 40 ຖ້າມີຜູ້ໃດ ຟ້ອງ ເອົາເສື້ອຊັ້ນໃນຂອງເຈົ້າ ຈົ່ງໃຫ້ ເຂົາເອົາ ເສື້ອຊັ້ນນອກດ້ວຍ.
\v 41 ຖ້າຜູ້ໃດ ຈະເກນເຈົ້າໃຫ້ ແບກໄປໜຶ່ງຫລັກ ຈົ່ງແບກໄປເຖິງສອງຫລັກ.
\v 42 ເມື່ອຜູ້ໃດ ຂໍສິ່ງໃດ ນຳເຈົ້າ ຈົ່ງໃຫ້ເຂົາ ຢ່າປິ່ນຫລັງໃສ່ ຜູ້ທີ່ຂໍຢືມນຳເຈົ້າ ຈົ່ງໃຫ້ເຂົາຢືມ.”
\s5
\v 43 “ເຈົ້າທັງຫລາຍ ໄດ້ຍິນຄໍາທີ່ກ່າວໄວ້ວ່າ, ‘ຈົ່ງຮັກເພື່ອນບ້ານ ແລະ ຊັງສັດຕູ.
\v 44 ແຕ່ເຮົາບອກເຈົ້າທັງຫລາຍ ວ່າ, ຈົ່ງຮັກສັດຕູຂອງເຈົ້າ ແລະ ພາວັນນາອະທິຖານ ເພື່ອຜູ້ທີ່ຂົ່ມເຫັງເຈົ້າ,
\v 45 ເພື່ອວ່າ ເຈົ້າທັງຫລາຍຈະກາຍເປັນບຸດ ແຫ່ງ ພຣະບິດາເຈົ້າ ຜູ້ຊົງ ສະຖິດໃນສະຫວັນ ເພາະພຣະອົງບັນດານໃຫ້ແສງຕາເວັນຂອງພຣະອົງສ່ອງໃສ່ທັງຄົນຊົ່ວ ແລະ ຄົນດີເໝືອນກັນ ແລະ ໃຫ້ຝົນຕົກໃສ່ທັງຄົນທີ່ຊອບທຳ ແລະ ບໍ່ຊອບທຳ.
\s5
\v 46 ຖ້າເຈົ້າທັງຫລາຍ ຮັກຄົນທີ່ຮັກພວກເຈົ້າ ແຕ່ເທົ່ານັ້ນ ພວກເຈົ້າຈະໄດ້ຮ້ບບຳເໜັດຫຍງັ ຈາກພຣະເຈົ້າ? ແມ່ນແຕ່ ຄົນເກັບພາສີກໍຍັງເຮັດຢ່າງນັ້ນ ບໍ່ແມ່ນບໍ?
\v 47 ຖ້າເຈົ້າຄໍານັບ ພີ່ນ້ອງຂອງຕົນ ເທົ່ານັ້ນ ພວກເຈົ້າໄດ້ເຮັດຫຍັງດີລື່ນຄົນອື່ນແດ່? ແມ່ນແຕ່ ຄົນບໍ່ເຊື່ອພຣະເຈົ້າ ກໍເຮັດເຊັ່ນນັ້ນເໝືອນກັນ.
\v 48 ດ້ວຍເຫດນັ້ນ ເຈົ້າທງັຫລາຍ ຕ້ອງເປັນຄົນດີທີ່ສຸດ ເໝືອນຢ່າງພຣະບິດາຂອງເຈົ້າ ຜູ້ສະຖິດຢູ່ ໃນສະຫວັນເປັນຜູ້ດີທີ່ສຸດ. ” ຜູ້ທີ່ຮູ້ເຫັນສິ່ງທີ່ເຈົ້າເຮັດໃນທີ່ລັບລີ້ ກໍຈະໃຫັບຳເໜັດແກ່ເຈົ້າ.
\s5
\c 6
\p
\v 1 “ຈົ່ງລະວັງໃຫ້ດີ ຢ່າຖືສິນກິນທານຕໍ່ໜ້າປະຊາຊົນ ເພື່ອເປັນການອວດຄົນ ເພາະຖ້າເຮັດຢ່າງນັ້ນ ພວກເຈົ້າຈະບໍ່ໄດ້ ບຳເໜັດຫຍັງ ຈາກພຣະບິດາຂອງພວກເຈົ້າຜູ້ສະຖິດຢູ່ໃນສະຫວັນ.
\v 2 “ດັ່ງນັ້ນ ເມື່ອເຈົ້າໃຫ້ທານ ຢ່າສູ່ເປົ່າແກໄປກ່ອນໜ້າເຈົ້າເໝືອນດັ່ງຄົນໜ້າຊື່ໃຈຄົດມັກເຮັດກັນໃນທຳມະສາລາ ແລະ ຕາມຖະໜົນຫົນທາງ ເພື່ອໃຫ້ຄົນຊົມເຊີຍ ເຮົາບອກເຈົ້າຕາມຄວາມຈິງວ່າ ພວກເຂົາໄດ້ຮັບບຳເໜັດແລ້ວ.
\s5
\v 3 ຝ່າຍພວກເຈົ້າ, ເມື່ອໃຫ້ທານ ຢ່າໃຫ້ມືຊ້າຍຮູ້ການທີ່ມືຂວາກຳລັງເຮັດນັ້ນ.
\v 4 ເພື່ອການໃຫ້ທານຂອງພວກເຈົ້າຈະເປັນທາງລັບ ຝ່າຍພຣະບິດາຂອງເຈົ້າຜູ້ທີ່ຮູ້ເຫັນສິ່ງທີ່ເຈົ້າເຮັດໃນທີ່ລັບລີ້ ກໍຈະໃຫ້ບຳເໜັດແກ່ເຈົ້າ.
\s5
\v 5 “ເມື່ອເຈົ້າທັງຫລາຍ ພາວັນນາ ອະທິຖານ ຢ່າເຮັດເໝືອນຄົນໜ້າຊື່ໃຈຄົດ ພວກເຂົາມັກຢືນ ພາວັນນາ ອະທິຖານ ໃນທຳມະສາລາ ແລະ ຕາມແຈຖະໜົນຫົນທາງ ເພື່ອໃຫັຄົນເຫັນພວກເຂົາ, ເຮົາບອກ ພວກເຈົ້າຕາມຄວາມຈິງວ່າ ພວກເຂົາໄດ້ຮັບບຳເໜັດແລ້ວ.
\v 6 ແຕ່ສໍາລັບເຈົ້າ ເມື່ອພາວນັນາ ອະທິຖານ ຈົ່ງເຂົ້າໄປໃນຫ້ອງຂອງເຈົ້າອັດປະຕູໄວ້ ແລ້ວຈຶ່ງ ພາວັນນາ ອະທິຖານ ຫາພຣະບິດາ ຂອງ ເຈົ້າ ຜູ້ຢູ່ໃນທີ່ລັບລີ້ ແລະ ພຣະບິດາ ຂອງ ເຈົ້າ ຜູ້ເຫັນໃນທີ່ລັບລີ້ ຈະໃຫ້ບຳເໜັດແກ່ເຈົ້າ. ”
\v 7 “ແຕ່ ເມື່ອືເຈົົ້າ ພາວນັນາ ອະທິຖານ ຢ່າເວົ້າ ຊ້ຳ ຄໍາ ເກົ່າເໝືອນ ຄົນບໍ່ນັບຖືພຣະເຈົ້າ ເພາະພວກເຂົາຄິດວ່າ ພຣະເຈົ້າຈະ ໄດ້ຍິນ ຖ້າເວົ້າຊໍ້າຫລາຍເທື່ອ.
\s5
\v 8 ດັ່ງນັ້ນ ຢ່າເຮັດເໝືອນພວກເຂົາ ເພາະພຣະບິດາຂອງພວກເຈົ້າ ຮູ້ສິ່ງທີ່ເຈົ້າຕ້ອງການ ກ່ອນພວກເຈົ້າ ພາວນັ ນາ ອະທິຖານຂໍ.
\v 9 ດ້ວຍເຫດນັ້ນ ພວກເຈົາຄວນ ພາວັນນາ ອະທິຖານ ດັ່ງນີ້: ‘ຂ້າແດ່ ພຣະບິດາເຈົ້າຂອງພວກຂ້ານ້ອຍທັງຫລາຍ ຜູ້ຊົງສະຖິດຢູ່ ໃນ ສະຫວັນ ຂໍ ໃຫ້ ພຣະນາມ ຂອງ ພຣະອົງ ເປັນ ທີ່ ເຄົາຣົບ ບູຊາ
\v 10 ຂໍ ໃຫ້ ພຣະ ຣາຊອານາຈັກ ຂອງ ພຣະອົງ ມາ ຕັ້ງ ຢູ່ ຂໍ ໃຫ້ ເປັນ ໄປ ຕາມ ນໍ້າພຣະໄທ ຂອງ ພຣະອົງ ໃນ ສະຫວັນ ເປັນ ຢ່າງ ໃດ ກໍ ໃຫ້ ເປັນ ໄປ ຢ່າງ ນັ້ນ ທີ່ ແຜ່ນດິນ ໂລກ.
\s5
\v 11 ຂໍ ຊົງ ໂຜດ ປະທານ ອາຫານ ປະຈໍາ ວັນ ໃຫ້ ແກ່ ຂ້ານ້ອຍ ທັງຫລາຍ ໃນ ກາລະ ວັນ ນີ້ (ຈ)
\v 12 ຂໍ ຊົງ ໂຜດ ຍົກໂທດ ໃຫ້ ຂ້ານ້ອຍ ເໝືອນ ຂ້ານ້ອຍ ຍົກໂທດ ໃຫ້ ແກ່ ຜູ້ ທີ່ ເຮັດ ຜິດ ຕໍ່ ຂ້ານ້ອຍ ນັ້ນ
\v 13 ແລະ ຂໍ ຢ່າ ພາ ຂ້ານ້ອຍ ເຂົ້າ ໄປ ໃນ ການ ທົດລອງ ແຕ່ ຂໍ ຊົງ ໂຜດ ໃຫ້ ພົ້ນ ຈາກ ມານຊົ່ວຮ້າຍ [ເຫດ ວ່າ ຣາຊອານາຈັກ ຣິດອໍານາດ ແລະ ພຣະຣັດສະໝີ ກໍ ເປັນ ຂອງ ພຣະອົງ ສືບໆ ໄປ ເປັນນິດ ອາແມນ’] (ສ)
\s5
\v 14 “ຖ້າເຈົ້າຍົກໂທດ ຄວາມຜິດຂອງຄົນອື່ນທີ່ໄດ້ເຮັດຕໍ່ເຈົ້າ ພຣະບິດາ ຂອງ ເຈົ້າ ຜູ້ສະຖິດໃນ ສະຫວັນກໍຈະ ຍົກ ຄວາມຜິດ ຂອງ ເຈົ້າ ເໝືອນກັນ.
\v 15 ແຕ່ ຖ້າເຈົ້າບໍ່ຍົກໂທດ ໃຫ້ ຄົນ ອື່ນ, ພຣະບິດາ ຂອງ ເຈົ້າ ທັງຫລາຍ ກໍ ຈະ ບໍ່ ຍົກ ຄວາມຜິດ ຂອງ ເຈົ້າ ເໝືອນກັນ.”
\s5
\v 16 “ເມື່ອເຈົ້າທັງຫລາຍ ຖືສິນອົດອາຫານ ຢ່າ ເຮັດສີໜ້າເສົ້າໝອງ ເໝືອນ ດັ່ງຄົນໜ້າຊື່ໃຈຄົດ. ດ້ວຍວ່າ, ເຂົາເຮັດສີໜ້າເສົ້າໝອງ ເພື່ອໃຫ້ຄົນທັງຫລາຍ ເຫັນວ່າ ພວກ ຕົນ ຖືສິນ ອົດອາຫານ. ເຮົາ ບອກ ເຈົ້າ ທງັ ຫລາຍ ຕາມ ຄວາມຈິງ ວ່າ ພວກເຂົາ ໄດ້ ຮັບ ບຳ ເໜັດແລ້ວ.
\v 17 ເມື່ອເຈົົ້າຖືສິນອົດອາຫານ ນັັ້ນ ຈົ່ງລ້າງໜ້າແລະ ຫວີຜົມ,
\v 18 ເພື່ອບໍ່ໃຫ້ ຄົນອື່ນຮູ້ໄດ້ວ່າ ເຈົ້າກາໍ ລງັ ຖືສິນອົດອາຫານ ມີ ແຕ່ ພຣະບິດາ ຂອງ ເຈົ້າຜູ້ ທີ່ຢູ່ ໃນ ທີ່ ລັບລີ້ ຮູ້ຈັກ ຝ່າຍພຣະບິດາຂອງເຈົ້າຜູ້ທີ່ ເຫັນ ໃນ ທີ່ ລັບລີ້ ກໍ ຈະ ໃຫ້ ບໍາເໜັດ ແກ່ ເຈົ້າ.”
\s5
\v 19 “ຢ່າ ທ້ອນໂຮມ ຊັບ ສົມ ບັດ ໄວ້ ສຳລັບ ຕົນເອງ ໃນ ແຜ່ນດິນ ໂລກ ນີ້ ຊຶ່ງ ເປັນ ບ່ອນ ມອດ ແລະ ຂີ້ໝ້ຽງ ກັດ ກິນ ໄດ້ ແລະ ໂຈນ ເຈາະ ລັກ ເອົາໄດ້.
\v 20 ແຕ່ ຈົ່ງ ທ້ອນໂຮມ ຊັບ ສົມບັດ ສໍາລັບ ຕົນ ໄວ້ ໃນ ສະຫວັນ ບ່ອນ ທີ່ ມອດ ແລະ ຂີ້ໝ້ຽງ ກັດ ກິນ ບໍ່ ໄດ້ ແລະ ໂຈນ ເຈາະ ລັກ ເອົາ ບໍ່ ໄດ້
\v 21 ເພາະ ຊັບສົມບັດ ຂອງ ເຈົ້າຢູ່ ທີ່ ໃດ ໃຈ ຂອງ ເຈົ້າ ກໍ ຢູ່ ທີ່ ນັ້ນ.”
\s5
\v 22 “ຕາ ເປັນ ໂຄມໄຟ ຂອງ ຮ່າງກາຍ ຖ້າ ຕາ ຂອງ ເຈົ້າ ແຈ້ງ ເປັນ ປົກ ກະຕິ ຮ່າງກາຍ ທຸກ ສ່ວນ ກໍ ແຈ້ງ ດີ,
\v 23 ແຕ່ ຖ້າ ຕາ ຂອງ ເຈົ້າ ບໍ່ ດີ ຮ່າງກາຍ ທຸກ ສ່ວນ ກໍ ຈະ ຢູ່ ໃນ ຄວາມມືດ. ດັ່ງນັ້ນ ຖ້າ ຄວາມ ສະຫວ່າງ ໃນ ຕົວ ຂອງ ເຈົ້າ ມືດ ໄປ ຄວາມມືດ ນັ້ນ ກໍ ຈະ ໜາ ເທົ່າ ໃດ ໜໍ. ”
\v 24 “ບໍ່ ຫ່ອນ ມີ ຜູ້ ໃດ ເປັນ ຂ້າ ສອງ ເຈົ້າ ບ່າວ ສອງ ນາຍ ໄດ້ ຄື: ເຂົາຈະ ຊງັ ນາຍ ຜູ້ ນີ້ ແລະ ໄປ ຮກັ ນາຍ ຜູ້ ນັ້ນ ເຂົາຈະ ສັດ ຊື່ ຕໍ່ ນາຍ ຜູ້ ນີ້ ແລະ ໝິ່ນ ປະໝາດ ນາຍ ຜູ້ ນນັ້ ພວກເຈົ້າ ຮັບ ໃຊ້ ພຣະເຈົ້າ ແລະ ເງິນ ຄໍາ ພ້ອມ ກັນ ກໍ ບໍ່ ໄດ້. ”
\s5
\v 25 “ດັ່ງນັ້ນ ເຮົາ ຈື່ງ ບອກ ພວກເຈົ້າ ບໍ່ ໃຫ້ ກະວົນ ກະວາຍ ເຖິງ ເລື່ອງ ອາຫານ ສໍາລັບ ຊີວິດ ຕົນ ວ່າ, ຈະ ກິນ ຫຍັງ ຈະ ດື່ມ ຫຍັງ ຫລື ເຖິງ ເລື່ອງ ເຄື່ອງນຸ່ງຫົ່ມ ສໍາລັບ ຮ່າງກາຍ ຊີວິດ ສໍາຄັນ ກວ່າ ອາຫານ ແລະ ຮ່າງກາຍ ກໍ ສໍາຄັນ ກວ່າ ເຄື່ອງນຸ່ງຫົ່ມ ບໍ່ແມ່ນບໍ?
\v 26 ຈົ່ງ ເບິ່ງ ຝູງ ນົກ ໃນ ທ້ອງຟ້າ ມັນບໍ່ ໄດ້ ຫວ່ານ ບໍ່ໄດ້ ເກັບ ກ່ຽວ ແລະ ບໍ່ໄດ້ ທ້ອນໂຮມ ໄວ້ ໃນ ເລົ້າ ແຕ່ ພຣະບິດາ ຂອງ ພວກເຈົ້າ ຜູ້ ສະຖິດ ຢູ່ ໃນ ສະຫວັນ ກໍ ຍັງ ລຽ້ງ ນົກ ນັ້ນ ພວກເຈົ້າ ມີຄ່າ ຫລາຍກວ່າ ຝູງ ນົກ ນັ້ນ ບໍ່ແມ່ນ ບໍ?
\s5
\v 27 ມີ ຜູ້ ໃດ ແດ່ ໃນ ພວກເຈົ້າ ທີ່ກະວົນ ກະວາຍ ແລ້ວ ຕໍ່ ອາຍຸ ໃຫ້ ມີຊີວິດ ຍືນຍາວ ໄດ້ອີກ ຈັກ ໜ້ອຍໜຶ່ງ? ” (ຊ)
\v 28 “ເປັນ ດ້ວຍເຫດໃດ ຈື່ງ ກະວົນ ກະວາຍ ເຖິງ ເລື່ອງ ເຄື່ອງນຸ່ງຫົ່ມ? ຈົ່ງ ເບິ່ງ ດອກໄມ້ ປ່າ ນັ້ນ ແມ ມັນ ໃຫຍ່ ຂຶ້ນ ມາ ໄດ່ ຢ່າງ ໃດ ມັນ ບໍ່ ໄດ້ ເຮັດ ວຽກ ບໍໍ່ ໄດ້ ຕ່ຳ ຜັາ ເຮັດ ເຄື່ອງ ນຸ່ງ ສໍາລັບ ມັນ ເອງ.
\v 29 ແຕ່ ເຮົາ ບອກ ພວກເຈົ້າ ວ່າ ແມ່ນແຕ່ ກະສດັ ໂຊໂລໂມນ ຜູ້ ທີ່ ຮັ່ງ ມີ ດ້ວຍ ຊັບ ສົມ ບັດ ທີ່ ຕົນ ມີ ຢູ່ ທງັ ໝົົດ ກໍ ຍັງ ບໍ່ ມີ ເຄື່ອງນຸ່ງ ງາມ ເທົ່າ ກັບ ດອກໄມ້ ເຫລົ່ານີ້ ດອກ ໜຶ່ງ.
\s5
\v 30 ແມ່ນ ພຣະເຈົ້າທີ່ເປັນ ຜູ້ ຕົບ ແຕ່ງ ດອກໄມ້ ປ່າ ຢູ່ ຕາມ ທົ່ງ ຫຍ້າ ຊຶ່ງ ເປັນ ຢູ່ ໃນ ມື້ນີ້ ແລະ ມື້ອື່ນ ກໍ ຈະ ຖືກ ຕັດ ຖິ້ມ ເຜົາ ໄຟ ເສຍ ພຣະເຈົ້າ ຈະ ບໍ່ ຕົບ ແຕ່ງ ພວກເຈົ້າ ຫລາຍກວ່າ ດອກໄມ້ ນັ້ນ ບໍ? ໂອ ຜູ້ ມີ ຄວາມເຊື່ອນ້ອຍ ເອີຍ. ”
\v 31 “ດັ່ງ ນັ້ນ ຢ່າ ກະວົນ ກະວາຍ ເລີຍ ວ່າ, ‘ຈະ ກິນ ຫຍງັ? ຈະ ດື່ມ ຫຍັງ? ແລະ ຈະ ນຸ່ງຫົ່ມ ຫຍັງ?
\s5
\v 32 ສິ່ງ ທງັ ໝົດ ເຫລົ່ານີ້ ແຫລະ ທີ່ ຄົນ ບໍ່ ນັບ ຖື ພຣະເຈົ້າ ຊອກ ຫາ ພຣະບິດາ ຂອງ ພວກເຈົ້າ ຜູ້ ສະຖິດ ຢູ່ ໃນ ສະຫວັນ ຮູ້ ວ່າ ພວກເຈົ້າຕ້ອງການ ສິ່ງ ເຫລົ່ານີ້ ແລ້ວ.
\v 33 ແຕ່ ກ່ອນ ອື່ນ ໝົດ ເຈົ້າ ທງັ ຫລາຍ ຈົ່ງ ສະແຫວງ ຫາ ຣາຊອານາຈັກ ຂອງ ພຣະເຈົ້າ ແລະ ຄວາມ ຊອບທໍາ ຂອງ ພຣະອົງ ແລ້ວ ພຣະອົງ ຈະ ຊົງ ເພີ່ມ ເຕີມ ສິ່ງ ທງັ ປວງ ເຫລົ່າ ນີ້ ໃຫ້ ແກ່ ພວກເຈົ້າ.
\v 34 ເຫດສະນນັ້ ຢ່າ ກະວົນ ກະວາຍ ເຖິງ ມື້ອື່ນ ເພາະ ມື້ອື່ນ ຈະ ມີ ເລື່ອງ ກະວົນ ກະວາຍ ໃນໂຕ ມັນ ເອງ ຄວາມທຸກ ໃນ ວັນ ໃດ ກໍ ພໍ ແລ້ວ ສໍາລັບ ວັນນັ້ນ.”
\s5
\c 7
\p
\v 1 “ຢ່າ ຕັດ ສິນ ຄົນ ອື່ນ ເພື່ອ ວ່າ ພຣະເຈົ້າ ຈະ ບໍ່ ຕັດ ສິນ ເຈົ້າ.
\v 2 ດ້ວຍວ່າ, ເຈົ້າ ຈະ ຕັດ ສິນ ຄົນ ອື່ນ ຢ່າງ ໃດ ພຣະເຈົ້າ ກໍ ຈະ ຕັດ ສິນ ເຈົ້າ ຢ່າງ ນັ້ນ ແລະ ເຈົ້າ ຈະ ຕວງ ໃຫ້ ເຂົາ ດ້ວຍ ເຄື່ອງ ຜອງ ອັນ ໃດ ພຣະເຈົ້າ ກໍ ຈະ ຕວງ ໃຫ້ ເຈົ້າ ດ້ວຍ ເຄື່ອງ ຜອງ ອັນ ນັ້ນ.
\s5
\v 3 ເປັນຫຍັງ ເຈົ້າ ຈຶ່ງ ຫລຽວ ເຫັນ ຂີ້ເຫຍື້ອ ຢູ່ ໃນ ຕາ ຂອງ ພີ່ ນ້ອງ ຂອງ ເຈົ້າ ແຕ່ ໄມ້ ທັງ ທ່ອນ ຢູ່ ໃນ ຕາ ຂອງ ເຈົ້າ ເອງ ແລ້ວ ເຈົ້າ ບໍ່ ເຫັນ?
\v 4 ດ້ວຍເຫດໃດ ເຈົ້າ ຈຶ່ງ ເວົ້າ ຕໍ່ ພີ່ ນ້ອງ ຂອງ ເຈົ້າ ວ່າ, ‘ຂໍ ອະນຸຍາດ ໃຫ້ ຂ້ອຍ ເອົາ ຂີ້ເຫຍື້ອ ອອກ ຈາກ ຕາ ຂອງ ເຈົ້າ ແດ່ ໃນ ເມື່ອ ໄມ້ ທັງ ທ່ອນ ຍັງ ຢູ່ ໃນ ຕາ ຂອງ ເຈົ້າ?
\v 5 ໂອ ຄົນ ໜ້າ ຊື່ ໃຈຄົດ ເອີຍ ຈົ່ງ ເອົາ ໄມ້ ທັງ ທ່ອນ ອອກ ຈາກ ຕາ ຂອງ ເຈົ້າ ເອງ ສາ ກ່ອນ ແລ້ວ ເຈົ້າ ກໍ ຈະ ສາມາດ ເຫັນ ໄດ້ ແຈ້ງ ເພື່ອ ເອົາ ຂີ້ເຫຍື້ອ ອອກ ຈາກ ຕາ ພີ່ ນ້ອງ ຂອງ ເຈົ້າ.”
\s5
\v 6 “ຢ່າ ເອົາ ສິ່ງ ທີ່ ບໍຣິສຸດ ໂຍນ ໃຫ້ ໝາ ຢ້ານ ວ່າ ມັນ ຈະ ຫັນ ຄືນ ມາ ສວບ ກັດ ເຈົ້າ ຢ່າ ໂຍນ ໄຂ່ ມຸກ ໃສ່ ຕໍ່ໜ້າໝູ ຢ້ານ ວ່າ ມັນ ຈະ ຢຽບ ຢ່ຳ ຖິ້ມ ເທົ່າ ນັ້ນ.”
\s5
\v 7 “ຈົ່ງ ໝັ່ນ ຂໍ ແລ້ວ ເຈົ້າ ຈະໄດ້ ຮັບ, ຈົ່ງ ໝັ່ນ ຊອກຫາ ແລ້ວ ເຈົ້າ ກໍຈະໄດ້ ພົບ ຈົ່ງໝັ່ນ ເຄາະ ແລ້ວ ຈະມີ ຜູ້ ໄຂໃຫ້ ເຈົ້າ.
\v 8 ດ້ວຍວ່າ, ທຸກຄົນ ທີ່ ຂໍ ກໍ ຈະໄດ້ຮັບ, ທຸກຄົນ ທີ່ ຊອກຫາ ກໍຈະໄດ້ ພົບ ແລະທຸກຄົນ ທີ່ ເ ຄາະກໍ ຈະມີ ຜູ້ ໄຂ ໃຫ້.
\v 9 ມີ ຜູ້ ໃດແດ່ ໃນພວກເຈົ້າ ເມື່ອ ລູກຂໍ ເຂົ້າ ປັ້ນ ໜຶ່ງ ຈະເອົາ ກ້ອນຫິນ ໃຫ້ ແກ່ ລູກຂອງຕົນ?
\v 10 ຫລື ຖ້າ ລູກຂໍ ປາ ລາວກໍ ຈະ ບໍ່ ເອົາ ງູ ໃຫ້ ຕີ້
\s5
\v 11 ດ້ວຍເຫດນັ້ນ ພວກເຈົ້າ ທີ່ ເປັນ ຄົນ ຊົ່ວ ກໍ ຍັງ ຮູ້ ຈັກ ເອົາ ຂອງດີ ໃຫ້ ແກ່ ລູກຂອງຕົນ ຫລາຍກວ່າ ນັ້ນ ອີກຈັກ ເທົ່າໃ ດ ພຣະບິດາ ຂອງພວກເຈົ້າ ຜູ້ ຊົງ ສະຖິດ ຢູ່ ໃນສະຫວັນ ກໍ ຈະເອົາ ຂອງດີ ໃຫ້ ແກ່ ຜູ້ ທີ່ຂໍ ຈາກພຣະອົງ. ”
\v 12 “ເຈົ້າ ຢາກ ໃຫ້ ຄົນອື່ນ ເຮັດ ຕໍ່ ເຈົ້າ ຢ່າງ ໃດ ກໍ ຈົ່ງ ເຮັດ ຕໍ່ ເພິ່ນ ຢ່າງ ນັ້ນັ ເໝືອນກັນ ອັນນິີ້ແມ່ນ ກົດບັນຍັດ ແລະ ຄໍາສັ່ງ ສອນ ຂອງ ພວກ ຜູ້ທຳ ນວາຍ.”
\s5
\v 13 “ຈົ່ງເຂົ້າ ໄປທາງປະຕູຄັບ ແຄບ ເພາະປະຕູເຂົ້າ ໄປ ນະຣົກ ກໍ ກວ້າງ ແລະທາງທີ່ ນຳໄປສູ່ ທີ່ ນັ້ນ ກໍ ງ່າຍ ແລະ ຄົນ ທີ່ ເດີນ ໄປຕາມທາງນັ້ນ ກໍມີ ຫລວງຫລາຍ.
\v 14 ແຕ່ ປະຕູທີ່ນຳໄປສູ່ ຊີວິດ ກໍ ຄັບ ແຄບ ແລະທາງທີ່ນຳ ໄປສູ່ ທີ່ນັ້ນ ກໍ ຍາກ ແລະຄົນ ທີ່ ພົບ ທາງນັ້ນ ກໍ ມີໜ້ອຍ.”
\s5
\v 15 “ຈົ່ງລະວັງ ຜູ້ ປະກາດ ພຣະຄໍາ ປອມ ເຂົ້າ ມາ ຫາ ພວກເຈົ້າ ເບິ່ງ ພາຍນອກເຂົາອ່ອນໂຍນຄື ໂຕແກະ, ແຕ່ ພາຍໃນແລ້ວ ເຂົາ ໂຫດຮ້າຍຄື ໝາໄນ.
\v 16 ພວກເຈົ້າ ຈະ ຮູ້ຈັກ ຄົນເຫລົ່ານີ້ ດ້ວຍການກະທຳ ຂອງເຂົາ ມີຜູ້ ໃດ ເກັບ ໝາກອະງຸ່ນ ຈາກເຄືອ ມີ ໜາມ? ມີ ຜູ້ ໃດເກັບ ໝາກ ເດື່ອ ເທດຈາກຕົ້ນ ມີ ໜາມ?
\v 17 ດັ່ງນັ້ນ ຕົ້ນໄມ້ ດີຍ່ອມ ເກີດ ໝາກ ດີ, ແຕ່ ຕົ້ນໄມ້ ບໍ່ດີ ຍ່ອມເກີດ ໝາກບໍ່ດີ
\s5
\v 18 ຕົ້ນໄມ້ ດີ ເກີດຜົນ ບໍ່ ດີ ກໍ ບໍ່ຫ່ອນເປັນ ແລະ ຕົ້ນໄມ້ ບໍ່ ດີ ເກີດ ຜົນດີ ກໍບໍ່ຫ່ອນໄດ້.
\v 19 ຕົ້ນໄມ້ ທຸກຕົ້ນ ທີ່ ເກີດຜົນ ບໍ່ ດີ ຍ່ອມ ຖືກ ຕັດ ລົງ ແລະ ຖືກ ໂຍນ ຖິ້ມ ໃສ່ ໄຟ ເສຍ.
\v 20 ດ້ວຍເຫດນັ້ນ ພວກເຈົ້າ ຈະຮູ້ ຈັກ ຜູ້ປະກາດພຣະຄໍາ ປອມດ້ວຍການກະທຳ ຂອງພວກເຂົາ.”
\s5
\v 21 “ບໍ່ແມ່ນ ວ່າ ທຸກຄົນ ທີ່ ເອີ້ນເຮົາວ່າ, ‘ພຣະອົງ ເຈົ້າ ພຣະອົງ ເຈົ້າ ແລ້ວ ຈະເຂົ້າ ໄປ ໃນ ອານາຈັກ ຂອງ ພຣະເຈົ້າ ໄດ້ ເຂົ້າໄດ້ ແຕ່ ຜູ້ ທີ່ ປະຕິບັດ ຕາມ ນາໍ້ ພຣະໄທ ຂອງ ພຣະບິດາ ຂອງເຮົາ ຜູ້ ຊົງ ສະຖິດ ຢູ່ ໃນ ສະຫວັນ.
\v 22 ເມື່ອ ວັນ ພິພາກສາ ມາ ເຖິງ ຫລາຍ ຄົນ ຈະ ເວົ້າ ກັບ ເຮົາ ວ່າ, ‘ພຣະອົງເຈົ້າ, ພຣະອົງເຈົ້າ ພວກຂ້ານ້ອຍ ໄດ້ ປະກາດ ຖ້ອຍຄໍາ ຂອງ ພຣະເຈົ້າ ໃນ ນາມ ຂອງ ພຣະອົງ ພວກຂ້າ ນ້ອຍ ໄດ້ ຂັບ ໄລ່ ຜີມານຮ້າຍ ອອກ ແລະ ໄດ້ ເຮັດ ການ ອັດສະຈັນ ຫລາຍ ປະການ ໃນ ນາມ ຂອງ ພຣະອົງ ບໍ່ ແມ່ນ ບໍ
\v 23 ເມ່ື່ອ ນັ້ນ ເຮົາ ກໍ ຈະ ປະກາດ ຕໍ່ ພວກເຂົາ ວ່າ, ‘ເຮົາ ບໍ່ ເຄີຍ ຮູ້ຈັກ ພວກເຈົ້າ ຈົ່ງ ຖອຍ ໜີໄປ ຈາກ ເຮົາ ເສຍ ພວກເຈົ້າ ຄົນ ທີ່ ເຮັດ ການ ຊົ່ວ ຮ້າຍ ເອີຍ.
\s5
\v 24 “ດ້ວຍເຫດນັ້ນ ຜູ້ໃດ ທີ່ ໄດ້ຍິນ ຖ້ອຍຄໍາ ເຫລົ່ານີ້ ຂອງເຮົາ ແລ້ວ ແລະ ປະຕິບັດຕາມ ຄົນ ເຫລົ່ານັ້ນ ກໍ ເປັນ ເໝືອນ ຄົນ ສະຫລາດ ທີ່ປຸກເຮືອນ ຂອງຕົນ ຢູ່ ເທິງ ດານ ຫິນ.
\v 25 ຝົນ ທ່ັ່ງ ເທ ລົງ ມາ ນາໍ້ ກໍ ນອງ ຖ້ວມ ລົ້ນ ຫ້ວຍ ຮ່ອງ ແລະ ລົມ ກໍ ພັດ ປະ ທະ ເຮືອນ ຢ່າງ ແຮງ, ແຕ່ ເຮືອນ ນັ້ນ ກໍ ບໍ່ ເຈື່ອນ ເພພັງ ລົງ ເພາະ ມັນ ຖືກ ສ້າງ ຂຶ້ນ ຢູ່ ເທິງດານຫິນ.”
\s5
\v 26 “ແຕ່ ຜູ້ໃດ ທີ່ໄດ້ຍິນ ຖ້ອຍຄໍາ ເຫລົ່ານີ້ ຂອງເຮົາ ແລ້ວ ແລະ ບໍ່ ປະຕິບັດ ຕາມ ຄົນ ນັ້ນ ກໍ ເປັນ ດັ່ງ ຄົນ ໂງ່ ທີ່ ປຸກ ເຮືອນ ຂອງຕົນ ຢູ່ ເທິງຫາດຊາຍ.
\v 27 ຝົນ ທັ່ງ ເທ ລົງ ມາ ນາໍ້ ນອງ ຖ້ວມ ລົ້ນ ຫ້ວຍ ຮ່ອງ ແລະ ລົມ ກໍ ພັດ ປະ ທະ ເຮືອນ ຢ່າງ ແຮງ ແລະ ເຮືອນ ນັ້ນ ກໍໄດ້ ເຈື່ອນ ເພພັງ ລົງ ແລະ ການ ເພພັງ ຂອງ ມັນ ກໍ ເປັນ ການ ໃຫຍ່ ຫລວງ.”
\s5
\v 28 ເມື່ອພຣະເຢຊູເຈົ້າ ໄດ້ ຊົງ ກ່າວ ຄໍາ ເຫລົ່ານີ້ ຈົບ ແລ້ວ ປະຊາຊົນ ກໍ ປະຫລາດ ໃຈ ຫລາຍ ໃນ ຄໍາສັ່ງ ສອນ ຂອງ ພຣະອົງ.
\v 29 ພຣະອົງ ບໍ່ ໄດ້ ເປັນເໝືອນ ດັ່ງ ພວກ ທຳມະຈານ, ແຕ່ ພຣະອົງ ໄດ້ ສັ່ງ ສອນ ດ້ວຍ ຣິດອໍານາດ.
\s5
\c 8
\p
\v 1 ເມື່ອ ພຣະເຢຊູເຈົ້າ ສະເດັດ ລົງ ມາຈາກ ພູ ແລ້ວ ປະຊາຊົນ ຢ່າງ ຫລວງຫລາຍ ກໍ ຕິດຕາມ ພຣະອົງ ໄປ.
\v 2 ຊາຍ ຄົນ ໜຶ່ງ ທີ່ ເປັນ ພະຍາດ ຂີ້ທູດ ໄດ້ ມາ ຫາ ພຣະອົງ ໂດຍ ກົ້ມ ຂາບລົງ ແລະ ເວົ້າ ວ່າ, “ພຣະອົງເຈົ້າ ເອີຍ ຖ້າ ພຣະອົງ ພໍໃຈ ຊົງ ໂຜດ ຂ້າ ນ້ອຍ ພຣະອົງ ກໍ ໂຜດ ໃຫ້ ຂ້ານ້ອຍ ດີ ສະອາດ ໄດ້. ” (ຍ)
\v 3 ພຣະເຢຊູເຈົ້າ ໄດ້ ເດ່ ມື ອອກ ໄປ ແຕະຕ້ອງ ຄົນ ນັ້ນ ແລະ ກ່າວ ວ່າ, “ເຮົາ ພໍໃຈ ໃຫ້ ເຈົ້າ ດີ ຈົ່ງ ດີ ສະອາດ ສາ” ໃນ ທນັ ໃດນັ້ນ ຊາຍ ຜູ້ ນັ້ນ ກໍດີ ພະຍາດ.
\s5
\v 4 ແລ້ວ ພຣະເຢຊູເຈົ້າ ກໍ ຊົງ ກ່າວ ແກ່ ລາວ ວ່າ, “ຈົ່ງ ຟັງ ໃຫ້ ດີ ຢ່າ ເວົ້າ ເລື່ອງ ນີ້ ສູ່ ຜູ້ໃດ ຟັງ ແຕ່ ຈົ່ງ ໄປ ຫາ ປະໂຣຫິດ ເພື່ອ ໃຫ້ ເພິ່ນ ກວດເບິ່ງ ເຈົ້າ ແລ້ວ ເພື່ອ ເປັນ ຫລັກ ຖານ ໃຫ້ ທຸກຄົນ ເຫັນ ວ່າ ເຈົ້າ ດີ ສະອາດ ຈົ່ງ ຖວາຍ ເຄື່ອງ ບູຊາ ຕາມ ທີ່ ໂມເຊ ໄດ້ ສັ່ງໄວ້. ”
\s5
\v 5 ເມື່ອ ພຣະເຢຊູເຈົ້າ ກໍາລັງ ສະເດັດ ເຂົ້າ ໄປ ໃນ ເມືອງ ກາເປນາອູມ ກໍ ມີ ນາຍ ທະຫານ ຜູ້ ໜຶ່ງ ເຂົ້າ ມາ ຫາ ພຣະອົງ ເພື່ອ ຂໍຮ້ອງ ໃຫ້ ຊ່ວຍເຫລືອ.
\v 6 ໂດຍ ກ່າວ ວ່າ, “ພຣະອົງ ເຈົ້າ ເອີຍ ຂ້ອຍໃຊ້ ຂອງ ຂ້ານ້ອຍ ນອນ ປ່ວຍ ຢູ່ ທີ່ ເຮືອນ ເຂົາ ເປັນ ເປ້ຍ ແລະ ທົນທຸກຢ່າງ ເວດທະນາ ຫລາຍ. ”
\v 7 ພຣະເຢຊູເຈົ້າ ຊົງ ກ່າວ ວ່າ, “ເຮົາ ຈະໄປ ຮັກ ສາ ລາວ ໃຫ້ ຫາຍ ດີ. ”
\s5
\v 8 ແຕ່ ນາຍ ທະຫານ ຜູ້ ນັ້ນ ຕອບ ວ່າ, “ບໍ່ ໄດ້ ດອກ ພຣະອົງເຈົ້າ ເອີຍ, ຂ້ານ້ອຍ ບໍ່ ສົມ ຄວນ ທີ່ ຈະ ໃຫ້ ພຣະອົງ ເຂົ້າ ໄປ ໃນ ເຮືອນ ຂອງ ຂ້າ ນ້ອຍ ຂໍ ພຽງແຕ່ ກ່າວ ຖ້ອຍຄໍາ ດຽວ ເທົ່ານັ້ນ ຂ້ອຍໃຊ້ ຂອງ ຂ້ານ້ອຍ ກໍຈະ ດີ ພະຍາດ.
\v 9 ຂ້ານ້ອຍ ເອງ ຢູ່ ໃຕ້ ບັງ ຄັບ ບັນ ຊາ ຂອງ ຜູ້ ເປັນ ນາຍ ແລະ ຂ້ານ້ອຍ ກໍ ມີ ທະຫານ ຢູ່ ໃຕ້ ບັງ ຄັບ ບັນ ຊາ ຂອງ ຂ້ານ້ອຍດ້ວຍ ຂ້ານ້ອຍ ສັ່ງວ່າ, ‘ໄປ’ ເຂົາກໍໄໍປ, ຂ້າ ນ້ອຍ ສັ່ງ ວ່າ ‘ມາ’ ເຂົາກໍມາ ແລະ ຂ້ານ້ອຍ ສັ່ງຄົນໃຊ້ ວ່າ ‘ເຮັດ ອັນ ນີ້’ ເຂົາ ກໍເຮັດ. ”
\v 10 ເມື່ອ ພຣະເຢຊູເຈົ້າ ໄດ້ຍິນ ດັ່ງ ນີ້ ພຣະອົງ ກໍ ແປກໃຈ ແລະ ເວົ້າ ກັບປະຊາຊົນ ທີ່ຕິດ ຕາມພຣະອົງ ມານັ້ນ ວ່າ, “ເຮົາບອກພວກເຈົ້າ ຕາມຄວາມຈິງ ວ່າ ຢູ່ ໃນພວກ ອິດສະຣາເອນ ເຮົາຍັງ ບໍ່ໄດ້ ພົບຜູ້ໃດທີ່ມີຄວາມເຊື່ອໃຫຍ່ ເຊັ່ນນີ້.
\s5
\v 11 ເຮົາ ບອກພວກເຈົ້າ ຕາມຄວາມຈິງ ວ່າ ຫລາຍ ຄົນ ຈະ ມາ ຈາກ ທິດ ຕາເວັນອອກ ກັບ ທິດ ຕາເວັນຕົກ ແລະນັ່ງ ຮ່ວມໂຕະກັບ ອັບຣາຮາມ, ອີຊາກ ແລະ ຢາໂຄບ ທີ່ງານກິນ ລ້ຽງໃນອານາຈັກ ສະຫວັນ.
\v 12 ສ່ວນພວກທີ່ ຄວນຈະໄ ດ້ ຢູ່ ໃນອານາຈັກ ນັ້ນ ຈະຖືກ ໂຍນ ຖິ້ມ ອອກ ຂ້າງ ນອກ ຢູ່ ໃນ ຄວາມມືດ. ໃນທີ່ ນັ້ນ ພວກເຂົາ ຈະຮ້ອງໄຫ້ ແລະຂົບ ແຂ້ວ ຄ້ຽວຟັນ ”
\v 13 ແລ້ວ ພຣະເຢຊູເຈົ້າ ກໍ ເວົ້າ ກັບ ນາຍທະຫານວ່າ, “ເມືອເຮືອນສາ ເຈົ້າ ເຊື່ອ ຢ່າງໃດກໍຈະເປັນ ຢ່າງນັ້ນ ສຳລັບ ເຈົ້າ. ” ຝ່າຍ ຂ້ອຍໃຊ້ ຂອງ ນາຍ ທະຫານ ກໍດີ ເປັນ ປົກກະຕິ ໃນ ເວລາ ນັ້ນ ເອງ.
\s5
\v 14 ພຣະເຢຊູເຈົ້າ ໄປ ເຮືອນ ຂອງ ເປໂຕ ພຣະອົງ ໄດ້ ເຫັນ ແມ່ ເຖົ້າ ຂອງ ເປໂຕ ນອນ ຢູ່ ເພາະ ເປັນ ໄຂ້.
\v 15 ພຣະອົງ ຈັບ ມື ຂອງ ນາງ ແລະ ໄຂ້ ກໍ ຫາຍ ແລ້ວ ນາງ ກໍ ລຸກ ຂຶ້ນ ບົວລະບັດ ຮັບໃຊ້ ພຣະອງົ.
\s5
\v 16 ເມື່ອເຖິງ ຍາມ ຄ່ຳ, ປະຊາຊົນ ກໍ ພາ ບັນ ດາ ຄົນ ທີ່ ມີ ຜີ ມານຮ້າຍ ສິງ ຢູ່ ມາ ຫາພຣະເຢຊູເຈົ້າ ພຣະເຢຊູເຈົ້າ ໄດ້ ຂັບ ໄລ່ ຜີມານຮ້າຍ ເຫລົ່ານັ້ນ ອອກ ດ້ວຍ ຄໍາສັ່ງ ຂອງ ພຣະອົງ ແລະ ຊົງ ໂຜດ ຜູ້ ເຈັບ ໄຂ້ ໄດ້ປ່ວຍ ທຸກຄົນ ໃຫ້ ຫາຍ ດີ.
\v 17 ພຣະອົງເຮັດ ເຊັ່ນນີ້ ກໍ ເພື່ອ ໃຫ້ ສຳເລັດ ຕາມ ທີ່ຜູ້ ທຳ ນວາຍ ເອຊາຢາ ໄດ້ ກ່າວ ໄວ້ ວ່​າ, “ພຣະອົງ ໄດ້ ຮັບ ເອົາ ຄວາມ ເຈັບໄຂ້ ແລະ ຮັບ ແບກ ພະຍາດ ໂຣຄາ ຂອງ ພວກເຮົາ ໄປ.”
\s5
\v 18 ເມື່ອ ພຣະເຢຊູເຈົ້າ ສັງ ເກດ ເຫັນ ປະຊາຊົນ ອ້ອມ ພຣະອົງ ຢູ່ ພຣະອົງ ຈຶ່ງສັ່ງ ໃຫ້ ຂ້າມ ໄປ ຍັງ ທະເລສາບ ຟາກ ພຸ້ນ.
\v 19 ມີ ທຳ ມະຈານ ຜູ້ໜຶ່ງ ມາ ຫາ ພຣະເຢຊູເຈົ້າ ແລະ ເວົ້າ ວ່າ, “ອາຈານ ເຈົ້າ ເອີຍ, ທ່ານ ໄປ ທີ່ ໃດ ຂ້ານ້ອຍ ກໍ ຈະ ໄປ ທີ່ ນັ້ນ ກັບ ທ່ານ. ”
\v 20 ພຣະເຢຊູເຈົ້າ ຊົງ ຕອບ ເຂົາ ວ່າ, “ໝາ ຈິກ ຈອກ ຍັງ ມີ ໂຜ້ງ ນອນ ແລະ ນົກ ກໍ ຍັງ ມີ ຮັງ ຢູ່ ສ່ວນ ບຸດ ມະນຸດ ແລ້ວ ບໍ່ ມີ ບ່ອນ ຈະ ວາງ ຫົວ ນອນ.”
\s5
\v 21 ມີ ຊາຍ ຄົນ ອື່ນ ອີກ ທີ່ ເປັນ ສາວົກ ຜູ້ໜຶ່ງ ຂອງ ພຣະເຢຊູເຈົ້າ ເວົ້າ ວ່າ, “ພຣະອົງເຈົ້າ ເອີຍ, ໃຫ້ ຂ້ານ້ອຍ ກັບ ເມືອ ເຮືອນ ຝັງ ສົບ ພໍ່ ຂອງ ຂ້ານ້ອຍ ກ່ອນ. ”
\v 22 ພຣະເຢຊູເຈົ້າ ຊົງ ຕອບ ວ່າ, “ຈົ່ງ ຕາມ ເຮົາ ມາ ແລະ ປ່ອຍ ໃຫ້ ຄົນ ຕາຍ ຝັງ ກັນ ເອງ ເທາະ.”
\s5
\v 23 ພຣະເຢຊູເຈົ້າ ໄດ້ ລົງ ເຮືອ ລໍາ ໜຶ່ງ ແລະ ພວກ ສາວົກ ກໍ ໄປ ກັບ ພຣະອົງ.
\v 24 ໃນ ທັນໃດນັ້ນ ກໍ ເກີດ ລົມພະຍຸ ໃຫຍ່ ພັດ ທະເລສາບ ຢ່າງ ແຮງ ຈົນ ເຮືອ ເກືອບ ຫລົ້ມ ເພາະ ນ້ຳ ຊັດ ເຂົ້າ ເຮືອ ສ່ວນ ພຣະເຢຊູເຈົ້າ ນັ້ນ ຊົງ ນອນ ຫລັບ ຢູ່.
\v 25 ພວກສາວົກ ຈຶ່ງ ໄປ ປຸກ ພຣະອົງ ພວກເພິ່ນ ເວົ້າວ່າ, “ພຣະອົງ ເຈົ້າເອີຍ ຊ່ວຍ ພວກ ຂ້ານ້ອຍ ແດ່ ທ້ອນ ພວກ ຂ້ານ້ອຍ ກຳລັງ ຈະ ຕາຍ ຢູ່ ແລ້ວ ”
\s5
\v 26 ພຣະເຢຊູເຈົ້າ ຊົງ ຕອບ ວ່າ, “ເປັນຫຍັງ ພວກເຈົ້າ ຈຶ່ງຢ້ານ? ໂອ ຄົນ ທີ່ ມີ ຄວາມເຊື່ອ ນ້ອຍ ເອີຍ ” ແລ້ວພຣະອົງ ກໍ ລຸກ ຢືນ ຂຶ້ນ ສັ່ງ ລົມ ແລະ ຟອງນ້ຳ ໃຫ້ ຢຸດ ລົມແລະຟອງນ້ຳ ຈຶ່ງ ງຽບ ສະຫງົບ ລົງ.
\v 27 ຄົນເຫລົ່ານັ້ນ ຕ່າງ ກໍ ງຶດ ປະຫລາດ ໃຈ ແລະ ເວົ້າ ວ່າ, “ທ່ານ ຜູ້ ນີ້ ເປັນ ຜູ້ໃດ? ແມ່ນແຕ່ ລົມ ແລະ ຟອງ ນໍ້າ ທະເລ ກໍ ຍອມ ຟັງ ຄວາມ ເພິ່ນ!”
\s5
\v 28 ເມື່ອ ພຣະເຢຊູເຈົ້າ ຂ້າມ ຟາກ ມາ ຮອດ ເຂດແດນ ຄາດາຣາ (ດ) ກໍ ມີ ຊາຍ ສອງ ຄົນ ອອກ ຈາກ ປ່າຊ້າ ມາ ພົບ ພຣະອົງ, ສອງ ຄົນ ນີ້ ມີ ຜີ ມານຮ້າຍ ສິງ ແລະ ໂຫດຮ້າຍ ຫລາຍ ຈົນ ບໍ່ ມີ ຜູ້ໃດ ກ້າ ຜ່ານ ໄປມາ ຕາມ ທາງ ນັ້ນ.
\v 29 ໃນ ທັນ ໃດນັ້ນ ມັນ ກໍ ແຜດ ສຽງ ວ່າ, “ໂອ ບຸດ ພຣະເຈົ້າເອີຍ ທ່ານ ຕ້ອງການ ຫຍັງ ຈາກ ພວກ ຂ້ານ້ອຍ? ທ່ານ ຈະ ມາ ລົງ ໂທດ ພວກຂ້ານ້ອຍ ກ່ອນ ເຖິງເວລາ ຊັ້ນບໍ?”
\s5
\v 30 ບໍ່ ໄກ ຈາກ ທີ່ ນັ້ນ ພໍ ເທົ່າ ໃດ ມີ ຝູງ ໝູ ກຳ ລັງ ຫາ ກິນ ຢູ່.
\v 31 ດັ່ງນັ້ນ ຜີມານຮ້າຍ ຈຶ່ງ ຂໍຮ້ອງ ນໍາ ພຣະເຢຊູເຈົ້າ ວ່າ, “ຖ້າ ທ່ານ ຂັບ ໄລ່ ພວກຂ້ານ້ອຍ ອອກ ໄປ ຂໍ ໃຫ້ ພວກຂ້ານ້ອຍ ໄປ ຢູ່ ໃນ ຝູງ ໝູ ນັ້ນ ທ້ອນ. ”
\v 32 ພຣະອົງ ໄດ້ ບອກ ພວກມັນ ວ່າ, “ໄປ ໄດ້” ດັ່ງ ນັ້ນ ພວກມັນ ຈຶ່ງ ອອກ ໄປ ແລະ ໄດ້ ເຂົ້າໄປ ສິງ ໃນ ຝູງ ໝູ ໃນ ທັນໃດນັ້ນ ໝູ ທັງ ຝູງ ກໍ ຟ້າວ ແລ່ນ ລົງ ຕາລິ່ງ ຊັນ ແລະ ໂຕນ ທະເລສາບ ຈົມ ນ້ຳຕາຍ ໝົດ.
\s5
\v 33 ພວກ ຄົນ ລ້ຽງ ໝູ ໄດ້ ປົບໜີ ແລະ ແລ່ນ ເຂົ້າ ໄປ ໃນ ເມືອງ ພວກເຂົາ ໄດ້ ເລົ່າເຫດການ ທັງ ໝົດ ກັບ ເລື່ອງ ທີ່ ໄດ້ ເກີດ ຂຶ້ນ ແກ່ ຊາຍ ຜີມານຮ້າຍ ສິງ ນັ້ນ.
\v 34 ດັ່ງ ນັ້ນ ຊາວ ເມືອງ ທຸກຄົນ ຈຶ່ງ ອອກ ມາ ພົບ ພຣະເຢຊູເຈົ້າ ເມື່ອ ພວກເຂົາ ໄດ້ ເຫັນ ພຣະອົງ ແລ້ວ ພວກເຂົາ ໄດ້ ຂໍ ຮ້ອງ ພຣະອົງ ໃຫ້ ອອກ ໄປ ຈາກ ເຂດແດນ ຂອງ ພວກເຂົາ.
\s5
\c 9
\p
\v 1 ແລ້ວພຣະເຢຊູເຈົ້າ ກໍ ໄດ້ ລົງ ເຮືອ ຂ້າມ ທະເລສາບ ກັບ ຄືນ ໄປ ຍັງ ເມືອງ ຂອງ ພຣະອົງ (ຕ)
\v 2 ບ່ອນ ນັ້ນ ພວກເຂົາ ໄດ້ ຫ້າມ ຄົນ ເປ້ຍ ຜູ້ໜື່ງ ນອນ ຢູ່ ເທິງ ບ່ອນ ນອນ ມາຫາ ພຣະອົງ, ເມື່ອ ພຣະເຢຊູເຈົ້າໄດ້ ເຫັນ ຄວາມເຊື່ອ ຂອງ ຄົນ ເຫລົ່ານັ້ນ ພຣະອົງ ຈຶ່ງ ກ່າວ ແກ່ ຄົນ ເປ້ຍ ນັ້ນ ວ່າ, “ລູກເອີຍ, ຈົ່ງ ຊື່ນ ໃຈ ເຖີດ ບາບກຳ ຂອງ ເຈົ້າ ໄດ້ ຮັບ ການອະໄພ ແລ້ວ.”
\s5
\v 3 ແລ້ວທຳມະຈານ ບາງຄົນ ກໍ ຄິດ ໃນໃຈ ແລ້ວ ເວົ້າ ກັນ ວ່າ, “ຄົນ ນີ້ ເວົ້າ ໝິ່ນປະໝາດ ພຣະເຈົ້າ ”
\v 4 ພຣະເຢຊູເຈົ້າໄດ້ ຮູ້ ຄວາມ ຄິດ ຂອງ ພວກເຂົາ ພຣະອົງ ຈຶ່ງ ໄດ້ ກ່າວ ວ່າ, “ເປັນ ຫຍັງ ພວກເຈົ້າ ຈຶ່ງຄິດ ບໍ່ດີ ເຊັ່ິນນີ້?
\v 5 ອັນ ໃດ ງ່າຍ ກວ່າ ກັນ ທີ່ ຈະ ເວົ້າ ວ່າ, ‘ບາບກາໍ ຂອງ ເຈົ້າ ໄດ້ ຮັບ ການອະໄພ ແລ້ວ ຫລື ຈະ ເວົ້າວ່າ ‘ຈົ່ງລຸກ ຂຶ້ນ ແລະ ຍ່າງ ໄປ?
\v 6 ແຕ່ ເຮົາ ຢາກ ຈະ ໃຫ້ ພວກເຈົ້າ ຮູ້ ວ່າ ບຸດ ມະນຸດ ມີ ສິດ ອໍານາດ ເທິງ ແຜ່ນດິນ ໂລກ ນີ້ ທີ່ຈະ ອະໄພ ບາບກາໍ ໃຫ້ ມະນຸດ ໄດ້. ” ດັ່ງ ນັ້ນ ພຣະອົງ ຈື່ງເວົ້າກັບ ຄົນ ເປ້ຍ ນັ້ນ ວ່າ, “ຈົ່ງ ລຸກ ຂຶ້ນ ຍົກ ເອົາ ບ່ອນ ນອນ ຂອງ ເຈົ້າ ແລະ ເມືອ ເຮືອນ ສາ”
\s5
\v 7 ຄົນເປ້ຍ ໄດ້ ລຸກ ຂຶ້ນ ແລະ ເມືອເຮືອນ ຂອງຕົນ.
\v 8 ເມື່ອ ປະຊາຊົນໄດ້ ເຫັນ ເຫດການ ນີ້ ພວກເຂົາຈຶ່ງຢ້ານ ແລະ ພາກັນ ສັນລະເສີນ ພຣະເຈົ້າ ທີ່ ໃຫ້ ສິດອໍານາດ ຢ່າງ ນີ້ ແກ່ ມະນຸດ.
\v 9 ເມື່ອພຣະເຢຊູເຈົ້າ ຈາກ ທີ່ ນັ້ນ ແລະ ຍ່າງ ຜ່ານ ໄປ ເຫັນ ຊາຍ ຄົນ ໜຶ່ງ ຊື່ວ່າ ມັດທາຍ ກຳລງັ ນັ່ງ ຢູ່ ທີ່ ດ່ານ ພາສີ ພຣະອົງ ກ່າວ ແກ່ ລາວ ວ່າ, “ຈົ່ງຕາມ ເຮົາ ມາ. ” ຝ່າຍ ມັດທາຍ ກໍ ລຸກ ຂຶ້ນ ແລະ ຕິດຕາມ ພຣະອົງ ໄປ.
\s5
\v 10 ຂະນະທີ່ພຣະເຢຊູເຈົ້າຮ່ວມ ຮັບປະທານ ອາຫານ ຄ່ຳທີ່ເຮືອນ ຂອງ ມັດທາຍ (ຖ) ມີ ຄົນເກັບພາສີ ກັບ ຄົນ ນອກສິນທຳ ຫລາຍ ຄົນ ໄດ້ມາ ຮ່ວມ ຮັບປະທານ ນຳພຣະເຢຊູເຈົ້າ ແລະ ພວກສາວົກ ຂອງພຣະອົງ.
\v 11 ເມື່ອພວກຟາຣີຊາຍ ໄດ້ ເຫັນ ເຊັ່ນນີ້ ຈຶ່ງຖາມ ພວກສາວົກ ຂອງ ພຣະເຢຊູເຈົ້າວ່າ, “ເປັນຫຍັງ ອາຈານຂອງພວກເຈົ້າ ຈຶ່ງຮ່ວມ ພາເຂົ້າ ກັບ ຄົນ ເກັບ ພາສີ ແລະ ຄົນບາບທັງຫລາຍ?”
\s5
\v 12 ພຣະເຢຊູເຈົ້າ ໄດ້ຍິນຄໍາຖາມ ຂອງພວກເຂົາ ຈຶ່ງຕອບ ວ່າ, “ຄົນທີ່ມີສຸຂະພາບດີ ບໍ່ຕ້ອງການໝໍ ມີແຕ່ຄົນ ເຈັບປ່ວຍ ເທົ່ານັ້ນ ທີ່ ຕ້ອງການໝໍ.
\v 13 ຈົ່ງໄປຄົ້ນເບິ່ງເລື່ອງນີ້ໝາຍເຖິງຫຍງັ ຕາມ ທີ່ ພຣະຄໍາພີ ມີ ກ່າວ ວ່າ, ‘ເຮົາປະສົງ ຄວາມເມດຕາ ແຕ່ບໍ່ແມ່ນ ເຄື່ອງ ບູຊາ. ເຮົາບໍ່ໄດ້ ມາ ເພື່ອເອີ້ນເອົາ ຄົນ ສິນທຳ, ແຕ່ມາ ເອີ້ນ ເອົາ ຄົນບາບ ທງັຫລາຍ.”
\s5
\v 14 ຕໍ່ມາ ມີ ພວກສິດຂອງ ໂຢຮັນບັບຕິສະໂຕ ໄດ້ ມາ ຫາ ພຣະເຢຊູເຈົ້າ ແລະ ຖາມ ວ່າ, “ດ້ວຍເຫດໃດ ພວກຂ້ານ້ອຍ ກັບ ພວກຟາຣີຊາຍ ຈຶ່ງ ຖືສິນອົດອາຫານ ຢູ່ ເລື້ອຍ ສ່ວນພວກສາວົກ ຂອງທ່ານ ພັດບໍ່ຖື? ”
\v 15 ພຣະເຢຊູເຈົ້າ ໄດ້ ຕອບ ວ່າ, “ເພື່ອນ ຂອງເຈົ້າບ່າວ ຕ້ອງ ໂສກເສົ້າ ໃນ ເມື່ອເຈົ້າບ່າວ ຍັງຢູ່ ກັບ ພວກເຂົາ ຊັ້ນບໍ? ຄົງ ເປັນໄປບໍ່ໄດ້ ແຕ່ວັນນັ້ນ ຈະມາ ເຖິງ ຄື ເມື່ອເຈົ້າບ່າວ ຈະ ຕ້ອງພາກຈາກພວກເຂົາໄປ ເມື່ອນັ້ນ ແຫລະ ພວກເຂົາ ຈຶ່ງຈະຖືສິນອົດອາຫານ.”
\s5
\v 16 “ບໍ່ມີຜູ້ໃດດອກ ທີ່ ຫຍິບ ຕາບ ເສື້ອຄຸມເກົ່າ ດ້ວຍ ຜ້າໃໝ່, ດ້ວຍວ່າ ຜ້າໃໝ່ ຈະ ຫົດ ແລະ ເຮັດ ໃຫ້ ເສື້ອຄຸມ ເກົ່າ ຂາດ ເປັນ ຮູ ໃຫຍ່ ຕື່ມ ອີກ.
\s5
\v 17 ບໍ່ ມີ ຜູ້ ໃດ ດອກ ທີ່ ຖອກ ເຫລົ້າ ອະງຸ່ນ ທີ່ ໃໝ່ ໃສ່ ຖົງ ໜັງ ເກົ່າ. ດ້ວຍວ່າ, ຖົງ ໜັງ ນັ້ນ ຈະ ແຕກ ເຫລົ້າອະງຸ່ນ ຈະ ໄຫລ ອອກ ແລະ ທັງ ຖົງ ໜັງ ກໍ ຈະ ເສຍ ໄປ, ແຕ່ ຕ້ອງ ໃຊ້ ຖົງ ໜັງໃໝ່ ໃສ່ ເຫລົ້າ ອະງ່ນຸ ໃໝ່ ແລະ ທັງ ສອງ ຢ່າງ ກໍ ຈະ ຢູ່ ໃນ ສະພາບ ດີ.”
\s5
\v 18 ໃນ ຂະນະທີ່ ພຣະເຢຊູເຈົ້າ ກໍາລັງ ກ່າວ ຖ້ອຍຄໍາ ເຫລົ່ານີ້ ຢູ່ ນັ້ນ, ກໍ ມີ ເຈົ້າ ນາຍ ຢິວ ຄົນ ໜຶ່ງ ມາ ຂາບລົງ ຕໍ່ ໜ້າ ພຣະອົງ ແລະ ເວົ້າ ວ່າ, “ລູກສາວ ຂອງ ຂ້ານ້ອຍ ຫາ ກໍ ສິ້ນໃຈຕາຍ, ແຕ່ ຂໍໂຜດ ໄປ ວາງ ມື ໃສ່ ນາງ ດ້ວຍ ເຖີດ ແລ້ວນາງ ກໍ ຈະ ຄືນ ມີ ຊີ ວິດ ອີກ. ”
\v 19 ດັ່ງນັ້ນ ພຣະເຢຊູເຈົ້າ ຈຶ່ງ ລຸກຂຶ້ນ ໄປກັບ ເຈົ້ານາຍ ຄົນ ນັ້ນ ແລະພວກສາວົກ ກໍ ຕິດຕາມພຣະອົງໄປດ້ວຍ.
\s5
\v 20 ພໍດີ ໃນ ຂະນະນັ້ນ ມີ ຍິງ ຄົນ ໜຶ່ງ ທີ່ເປັນ ພະຍາດ ເລືອດຕົກ ໄດ້ ສິບສອງ ປີ ແລ້ວ ນາງ ຫຍັບ ເຂົ້າ ມາ ເບື້ອງ ຫລັງ ພຣະເຢຊູເຈົ້າ ແລະ ບາຍ ເສື້ອ ຄຸມ ຂອງ ພຣະອົງ.
\v 21 ນາງ ຄິດ ໃນ ໃຈ ວ່າ, “ຖ້າ ເຮົາພຽງແຕ່ ບາຍ ເສື້ອ ຄຸມ ຂອງ ເພິ່ນ ເທົ່ານັ້ນ ເຮົາ ກໍ ຈະ ດີ ພະຍາດ ໄດ້. ”
\v 22 ພຣະເຢຊູເຈົ້າ ຫັນຫລັງ ກັບມາ ແລະ ເຫັນນາງ ຈຶ່ງກ່າວ ວ່າ, “ລູກ ຍິງ ເອີຍ ຈົ່ງ ຊື່ນໃຈ ເທີ້ນ ຄວາມເຊື່ອ ຂອງ ເຈົ້າ ໄດ້ ເຮັດ ໃຫ້ ເຈົ້າ ດີ ແລ້ວ ” ໃນ ເວລາ ດຽວກັນ ນັ້ນ ເອງ ນາງ ກໍດີ ພະຍາດ.
\s5
\v 23 ແລ້ວ ພຣະເຢຊູເຈົ້າ ກໍ ເຂົ້າ ໄປ ທີ່ເຮືອນ ຂອງ ເຈົ້ານາຍ ຄົນ ນັ້ນ ແລະ ໄດ້ ເຫັນ ຄົນ ເປົ່າຂຸ່ຍ (ນ) ກັບ ຄົນທີ່ມາ ງັນເຮືອນດີ ວຸ້ນ ວາຍ ອຶກກະທຶກ ຢູ່
\v 24 ພຣະອົງ ຊົງ ກ່າວ ວ່າ, “ໃຫ້ ທຸກຄົນ ອອກ ໄປ ເດັກຍິງ ຜູ້ນີ້ ບໍ່ໄດ້ ຕາຍ ດອກ ນາງ ພຽງແຕ່ ນອນ ຫລັບ ຢູ່ ເທົ່າ ນັ້ນ ” ແລ້ວ ທຸກຄົນ ກໍ ພາກັນ ຫົວ ຂວັນ ພຣະອົງ.
\s5
\v 25 ເມື່ອ ປະຊາຊົນ ເຫຼົ່ານັ້ນ ອອກ ໄປ ໝົດ ແລ້ວ ພຣະອົງ ໄດ້ ເຂົ້າ ໄປ ຈັບ ມື ຂອງ ນາງ ແລະ ນາງ ກໍ ລຸກ ຂຶ້ນ.
\v 26 ແລ້ວເລື່ອງ ກ່ຽວກັບ ເຫດການ ທີ່ ໄດ້ ເກີດ ຂຶ້ນນີ້ ກໍຊ່າລື ໄປ ທົ່ວ ທັງ ຂົງ ເຂດ ນັ້ນ.
\s5
\v 27 ເມື່ອ ພຣະເຢຊູເຈົ້າ ຈາກ ບ່ອນ ນັ້ນ ແລະ ຜ່ານ ໄປ ກໍ ມີ ຊາຍ ຕາບອດ ສອງ ຄົນ ຕິດ ຕາມ ພຣະອົງ ໄປ ແລະ ຮ້ອງ ຂຶ້ນ ວ່າ, “ບຸດ ດາວິດ ເອີຍ ໂຜດ ເມດຕາ ພວກຂ້ານ້ອຍ ແດ່ ທ້ອນ. ”
\v 28 ເມື່ອ ພຣະອົງ ໄດ້ ເຂົ້າໄປ ໃນ ເຮືອນ ແລ້ວ, ຊາຍຕາບອດ ສອງ ຄົນ ນັ້ນ ກໍ ເຂົ້າ ມາ ຫາ ພຣະອົງ ພຣະອົງ ຖາມ ພວກເຂົາ ວ່າ, “ພວກເຈົ້າ ເຊື່ອວ່າ ເຮົາ ຊົງ ໂຜດ ຮັກ ສາ ພວກເຈົ້າ ໃຫ້ ຫາຍ ດີ ໄດ້ ບໍ? ” ພວກເຂົາ ຕອບ ວ່າ, “ເຊື່ອ ທ່ານເອີຍ”.
\s5
\v 29 ແລ້ວ ພຣະອົງ ກໍໄດ້ ບາຍ ຕາ ຂອງ ພວກເຂົາ ແລະ ກ່າວ ວ່າ, “ໃຫ້ ເປັນ ໄປ ຕາມ ຄວາມເຊື່ອ ຂອງ ພວກເຈົ້າ ເຖີດ. ”
\v 30 ແລ້ວ ຕາ ຂອງ ພວກເຂົາ ກໍ ກັບ ເຫັນຮຸ່ງ ພຣະເຢຊູເຈົ້າ ສັ່ງ ຫ້າມ ພວກເຂົາ ຢ່າງ ເຂັ້ມງວດ ໜັກ ແໜ້ນ ວ່າ, “ຢ່າ ບອກ ເລື່ອງ ນີ້ ໃຫ້ ຜູ້ໃດ ຮູ້ ເປັນ ເດັດຂາດ. ”
\v 31 ແຕ່ ເມື່ອ ພວກເຂົາ ຈາກ ໄປ ແລ້ວ ພວກເຂົາ ກໍ ປະກາດ ຂ່າວ ກ່ຽວກັບ ພຣະອົງ ໃຫ້ ຊ່າລື ໄປ ທົ່ວ ທັງ ຂົງ ເຂດ ນັ້ນ.
\s5
\v 32 ເມື່ອ ພວກເຂົາ ກຳ ລັງ ອອກໄປນັ້ນ ກໍ ມີບາງຄົນ ນຳຊາຍ ປາກກືກ ຜູ້ໜື່ງ ທີ່ມີຜີມານຮ້າຍ ສິງ ຢູ່ ມາຫາ ພຣະເຢຊູເຈົ້າ.
\v 33 ແຕ່ ພໍ ພຣະອົງ ຂັບໄລ່ ຜີ ມານຮ້າຍນັ້ນ ອອກໄ ປແລ້ວ ຄົນ ປາກກືກ ຜູ້ ນັ້ນ ກໍເວົ້າ ໄດ້ ຄົນທັງຫລາຍ ງຶດ ປະຫລາດ ໃຈ ແລະ ພາກັນ ເວົ້າ ວ່າ, “ບໍ່ ເຄີຍ ເຫັນ ເຫດການຢ່າງນີ້ ຈັກ ເທື່ອ ໃນຊາດອິດສະຣາເອນ. ”
\v 34 ແຕ່ ພວກ ຟາຣີຊາຍ ເວົ້າ ວ່າ, “ແມ່ນ ນາຍ ຜີມານຮ້າຍ ທີ່ ໃຫ້ ຣິດ ອໍານາດ ແກ່ ລາວ ຂັບ ໄລ່ ຜີມານຮ້າຍ ອອກ.”
\s5
\v 35 ພຣະເຢຊູເຈົ້າ ໄດ້ໄປ ທຸກ ເມືອງ ທຸກ ບ້ານ ແລະ ພຣະອົງ ໄດ້ສັ່ງ ສອນ ຢູ່ໃນທຳມະສາລາ ຂອງ ພວກເຂົາ ແລະ ປະກາດ ຂ່າວປະເສີດ ເລື່ອງ ອານາຈັກ ສະຫວັນ ຕະຫລອດ ທັງ ຊົງ ໂຜດ ຮັກ ສາ ຄົນ ໃຫ້ ຫາຍ ດີ ຈາກ ການ ເຈັບ ໄຂ້ ໄດ້ປ່ວຍ ແລະ ພະຍາດໂຣຄາ ນາໆ ຊະນິດ.
\v 36 ເມື່ອ ພຣະອົງ ເຫັນ ປະຊາຊົນ ຢ່າງ ຫລວງຫລາຍ ພຣະອົງ ກໍ ມີ ໃຈ ສົງ ສານ ຄົນ ເຫລົ່ານັ້ນ ເພາະພວກເຂົາ ກັງ ວົນ ເປັນ ທຸກໃຈ ແລະ ຂາດ ທີ່ ເພິ່ງເໝືອນ ຝູງແກະ ທີ່ບໍ່ມີ ຜູ້ລ້ຽງ.
\s5
\v 37 ສະນັ້ນ ພຣະອົງ ຈຶ່ງ ກ່າວ ແກ່ ພວກ ສາວົກ ຂອງ ພຣະອົງ ວ່າ, “ເຂົ້າ ທີ່ພໍເກັບກ່ຽວ ກໍຫລາຍ ແທ້ ແຕ່ ຄົນ ງານ ຍັງ ມີ ໜ້ອຍ ຢູ່.
\v 38 ເຫດສະນັ້ນ ພວກເຈົ້າ ຈົ່ງ ພາວັນນາ ອະທິຖານ ຂໍນຳ ເຈົ້າ ຂອງ ການ ເກັບກ່ຽວ ໃຫ້ ສົ່ງ ຄົນງານ ມາ ຫລາຍ ຂຶ້ນ ເພື່ອ ການ ເກັບກ່ຽວ ຂອງຕົນ ສາ.”
\s5
\c 10
\p
\v 1 ເມື່ອ ພຣະເຢຊູເຈົ້າ ເອີ້ນ ສາວົກ ສິບສອງຄົນ ຂອງພຣະອງົ ມາພ້ອມກັນ ແລ້ວ, ພຣະອົງ ໃຫ້ ສິດອຳນາດແກ່ ພວກເພິ່ນ ເພື່ອ ຂັບ ໄລ່ ຜີ ຊົ່ວ ຮ້າຍອອກ ແລະເພື່ອໃຫ້ ພະຍາດໂຣຄາທັງການເຈັບໄຂ້ ໄດ້ປ່ວຍ ທຸກຢ່າງດີໄດ້.
\s5
\v 2 ພວກອັກຄະສາວົກ ສິບສອງຄົນນັ້ນ ຜູ້ທຳອິດ ຊື່ ຊີໂມນ (ຜູ້ ທີ່ເອີ້ນ ວ່າ ເປໂຕ) ແລະ ອັນເດອາ ນ້ອງຊາຍຂອງຕົນ, ຢາໂກໂບ ແລະ ໂຢຮັນ ນ້ອງຊາຍ ຂອງຕົນ ເປັນ ລູກຊາຍ ຂອງ ເຊເບດາຍ;
\v 3 ຟີລິບ ແລະ ບາຣະໂທໂລມາຍ, ໂທມາ ແລະ ມັດທາຍ ຄົນເກັບພາສີ, ຢາໂກໂບ ລູກຊາຍ ຂອງ ອາລະຟາຍ ແລະ ທາດາຍ,
\v 4 ຊີໂມນຜູ້ ຮັກ ຊາດ ແລະ ຢູດາ ອິດສະກາຣີອົດ ຜູ້ທີ່ ທໍລະຍົດ ຕໍ່ ພຣະເຢຊູເຈົ້ານັ້ນ.
\s5
\v 5 ພຣະເຢຊູເຈົ້າ ໄດ້ ໃຊ້ ສິບສອງ ຄົນ ນີ້ ອອກ ໄປ ໂດຍ ໃຫ້ ຄຳສັ່ງດັ່ງນີ້: “ຢ່າ ໄປ ໃນ ທາງ ຂອງ ພວກ ຕ່າງຊາດ ຫລື ຢ່າ ເຂົ້າ ໄປ ໃນ ເມືອງ ຂອງ ຊາວ ຊາມາເຣຍ.
\v 6 ແຕ່ ຈົ່ງ ໄປ ຫາ ຝູງແກະ ທີ່ ເສຍ ແຫ່ ງ ປະຊາຊົນ ຂອງ ຊາດ ອິດສະຣາເອນ.
\v 7 ເວລາ ເດີນທາງ ໄປ ນັ້ນ ຈົ່ງ ປະກາດ ວ່າ, ‘ອານາຈັກ ສະຫວັນ ມາໃກ້ ແລ້ວ’
\s5
\v 8 ຈົ່ງເຮັດ ໃຫ້ ຄົນ ເຈັບ ໄຂ້ ໄດ້ປ່ວຍ ຫາຍ ດີ ຈົ່ງ ເຮັດ ໃຫ້ ຄົນ ຕາຍ ຄືນ ມີ ຊີວິດ, ຈົ່ງ ເຮັດ ໃຫ້ ຜູ້ ທີ່ ເປັນ ພະຍາດ ຂີ້ທູດ ຫາຍ ດີ ແລະ ຂບັ ໄລ່ ຜີມານຮ້າຍ ອອກ, ພວກເຈົ້າ ໄດ້ ຮັບ ລ້າ ໆ ໂດຍ ບໍ່ ຄິດ ຄ່າ ຢ່າງ ໃດ ຈົ່ງ ໃຫ້ ລ້າ ໆ ໂດຍ ບໍ່ ຄິດ ຄ່າ ຢ່າງ ນັ້ນ.
\v 9 ຢ່າ ຖືຄຳ ຫລື ເງິນ ຫລື ທອງແດງ ໃສ່ ຖົງ ໄປ ນຳ;
\v 10 ຢ່າ ເອົາ ຖົງ ໄປ ໃສ່ ເຄື່ອງ ຂອງ ຕາມ ທາງ ຫລື ເຄື່ອງນຸ່ງຫົ່ມ ໄປ ຫລື ເກີບ ຫລື ໄມ້ ເທົ້າ ໄປ ນໍາ, ເພາະ ຄົນ ງານ ກໍ ສົມຄວນ ໄດ້ ຮັບ ອາຫານ ກິນ.”
\s5
\v 11 “ເມື່ອ ພວກເຈົ້າ ໄປໃນເມືອງໃດ ຫລື ບ້ານໃດ ຈົ່ງ ເຂົ້າໄປຫາຜູ້ ທີ່ ສົມຄວນຈະຕ້ອນຮັບ ພວກເຈົ້າ ແລະ ໃຫ້ອາໄສຢູ່ ກັບ ເຂົາ ຈົນ ກວ່າຈາກໄ ປ.
\v 12 ເມື່ອພວກເຈົ້າ ເຂົ້າ ໄປ ໃນ ເຮືອນ ຫລັງ ໃດ ຈົ່ງ ຄໍານັບ ໄທ ເຮືອນ ນັ້ນ.
\v 13 ຖ້າໄທເຮືອນນັ້ນ ສົ​ມຄວນຮັບ ພຣະພອນ ກໍ ຂໍ ໃຫ້ ສັນຕິສຸກຂອງເຈົ້າຢູ່ ນຳ ເຮືອນນັ້ນ, ແຕ່ຖ້າໄທເຮືອນນັ້ນ ບໍ່ສົມຄວນຮັບ ພຣະພອນ ກໍໃຫ້ ສັນຕິສຸກນັ້ນ ກັບຄືນ ມາສູ່ພວກເຈົ້າ.
\s5
\v 14 ຖ້າບ້ານໃດ ຫລື ເມືອງໃດ ບໍ່ຕ້ອນຮັບ ພວກເຈົ້າ ຫລື ບໍ່ຟັງ ພວກເຈົ້າ ຈົ່ງ ອອກໄປຈາກບ່ອນ ນັ້ນ ແລະ ສັ່ນ ຂີ້ຝຸ່ນທີ່ຕິດຕີນ ຂອງພວກເຈົ້າອອກ ດ້ວຍ. (ບ)
\v 15 ເຮົາບອກພວກເຈົ້າ ຕາມຄວາມຈິງ ວ່າ ໃນ ວັນ ພິພາກສາ ໂທດ ຊາວ ເມືອງ ໂຊໂດມ ແລະ ໂກໂມຣາ ຈະທົນ ງ່າຍກວ່າໂທດຂອງປະຊາຊົນ ໃນເມືອງນັ້ນ.”
\s5
\v 16 “ເບິ່ງ ແມ! ເຮົາ ໃຊ້ພວກເຈົ້າ ອອກ ໄປ ເໝືອນ ແກະ ຢູ່ ໃນ ທ່າມກາງ ຝູງ ໝາໄນ. ສະນນັ້ ຈົ່ງ ສະຫລາດ ເໝືອນງູ ແລະ ອ່ອນສຸພາບ ເໝືອນ ນົກ ເຂົາ.
\v 17 ຈົ່ງ ລະວັງ ໃຫ້ດີ. ດ້ວຍວ່າ, ຈະ ມີ ຄົນ ຈັບ ພວກເຈົ້າ ຂື້ນສານ ແລະ ເຂົາ ຈະ ຂ້ຽນ ຕີ ພວກເຈົ້າ ໃນ ທໍາມະສາລາ ຂອງ ພວກເຂົາ.
\v 18 ພວກເຈົ້າ ຈະ ຖືກ ລາກ ດຶງ ນຳ ຕົວ ຂຶ້ນ ໄປ ຢູ່ ຕໍ່ໜ້າ ບັນດາ ຜູ້ ມີອຳນາດ ແລະ ບັນດາ ກະສັດ ເພາະ ເຫັນ ແກ່ ເຮົາ ເພື່ອຈະ ບອກ ຂ່າວປະເສີດ ແກ່ ພວກເຂົາ ແລະ ແກ່ ຄົນ ທີ່ບໍ່ ເຊື່ອ ເໝືອນກັນ.
\s5
\v 19 ເມື່ອ ພວກເຂົາ ຈັບ ກຸມ ພວກເຈົ້າ ຂຶ້ນ ໄປ ນັ້ນ ຢ່າ ຄິດ ກະວົນ ກະວາຍ ເລີຍ ວ່າ ພວກເຈົ້າ ຈະ ເວົ້າ ຫຍັງ ແດ່ ຫລື ຈະ ເວົ້າ ແນວ ໃດ, ເມື່ອ ເຖິງ ເວລາ ນັ້ນ ພວກເຈົ້າ ຈະ ໄດ້ ຮັບ ຖ້ອຍຄໍາ ທີ່ ພວກເຈົ້າ ຈະ ເວົ້າ.
\v 20 ເພາະຖ້ອຍຄໍາ ທີ່ ພວກເຈົ້າ ຈະ ເວົ້ານັ້ນ ຈະ ບໍ່ ມາ ຈາກ ພວກເຈົ້າເອງ, ແຕ່ ແມ່ນ ພຣະວິນຍານ ຈາກ ພຣະບິດາ ຂອງ ພວກເຈົ້າ ທີ່ຈະ ເປັນ ຜູ້ກ່າວ ໃນ ພວກເຈົ້າ.”
\s5
\v 21 “ອ້າຍ ເອື້ອຍ ນ້ອງ ຈະ ມອບ ກັນ ແລະກັນ ໃຫ້ ເຖິງ ແກ່ ຄວາມຕາຍ ແລະ ພໍ່ ກໍ ຈະ ເຮັດ ຢ່າງ ດຽວກັນ ຕໍ່ ລູກ, ລູກ ຈະ ຫັນ ມາ ຕໍ່ສູ້ ພໍ່ແມ່ຂອງຕົນ ໃຫ້ ເຖິງ ແກ່ ຄວາມ ຕາຍ.
\v 22 ຄົນ ທງັ ປວງ ຈະ ກຽດຊັງ ພວກເຈົ້າ ເພາະ ເຫັນ ແກ່ ນາມຊື່ຂອງເຮົາ, ແຕ່ ຜູ້ໃດ ທີ່ທົນ ໄດ້ ຈົນ ເຖິງ ທີ່ ສຸ​ດ ຜູ້ນັ້ນ ຈະ ໄດ້ ລອດພົ້ນ.
\v 23 ເມື່ອ ພວກເຂົາ ຂົ່ມເຫັງ ພວກເຈົ້າໃນ ເມືອງ ໜຶ່ງ ຈົ່ງໜີໄປ ຍັງ ເມືອງ ອື່ນ, ເຮົາບອກ ພວກເຈົ້າຕາມຄວາມຈິງ ວ່າ ພວກເຈົ້າ ຈະ ບໍ່ທນັ ໄປ ໃນ ທົ່ວ ທຸກ ເມືອງ ຂອງ ຊາດ ອິດສະຣາເອນ ກ່ອນ ທີ່ບຸດມະນຸດ ມາ.”
\s5
\v 24 “ສິດບໍ່ຫ່ອນ ໃຫຍ່ ກວ່າ ຄູ ຂອງຕົນ ແລະ ຂ້ອຍໃຊ້ ບໍ່ຫ່ອນ ໃຫຍ່ ກວ່າ ນາຍ ຂອງຕົນ.
\v 25 ໃຫ້ ສິດ ສະເໝີ ກັບ ຄູ ແລະ ຂ້ອຍໃຊ້ ສະເໝີ ກັບນາຍຂອງຕົນ ກໍ ພໍແລ້ວ ຖ້າ ຄົນ ເອີ້ນ ຫົວ ໜ້າ ຄອບຄົວ ວ່າ, ເບເອນເຊບູນ (ປ) ສະມາຊິກ ໃນ ຄອບຄົວ ກໍ ຈະ ຖືກ ປະນາມ ຍິ່ງ ກວ່າ ນັ້ນ ຫລາຍ ເທົ່າໃດ ໜໍ.”
\s5
\v 26 “ດັ່ງ ນັ້ນ ຢ່າ ສູ່ ຢ້ານມະນຸດ ສິ່ງໃດທີ່ຖືກປິດບັງ ໄວ້ ຈະ ຖືກ ເປີດ ເຜີຍ ສິ່ງໃດ ທີ່ ເປັນ ຄວາມລັບ ຈະ ຖືກ ໄຂ ອອກ ໃຫ້ຮູ້.
\v 27 ສິ່ງ ທີ່ເຮົາ ກ່າວ ແກ່ ພວກເຈົ້າ ໃນທີ່ມືດ ພວກເຈົ້າ ຈົ່ງກ່າວ ໃນທີ່ ແຈ້ງ ແລະ ສິ່ງໃດ ທີ່ ພວກເຈົ້າໄດ້ຍິນ ສຽງ ຊື່ມ ເປັນ ທາງ ສ່ວນຕົວ ພວກເຈົ້າ ຈົ່ງ ປະກາດ ເທິງ ຫລັງ ຄາ ເຮືອນ.
\s5
\v 28 ຢ່າສູ່ຢ້ານ ຜູ້ທີ່ຂ້າ ໄດ້ແຕ່ ຮ່າງກາຍ, ແຕ່ ຂ້າຈິດວິນຍານ ບໍ່ໄດ້, ແຕ່ ຈົ່ງຢ້ານ ພຣະເຈົ້າ ຜູ້ທີ່ທຳລາຍ ໄດ້ (ຜ) ທັງຮ່າງກາຍ ແລະ ຈິດວິນຍານ ໃນ ໄຟນະຣົກ.
\v 29 ນົກຈອກ ສອງ ໂຕ ເຂົາ ຂາຍ ລາຄາ ອັດໜຶ່ງ ບໍ່ ແມ່ນ ບໍ? ແມ່ນແຕ່ ນົກຈອກ ໂຕ ດຽວ ຈະ ຕົກ ລົງ ດິນ ກໍ ບໍ່ໄດ້ ຖ້າພຣະບິດາເຈົ້າ ຂອງ ພວກເຈົ້າ ບໍ່ເຫັນພ້ອມ.
\v 30 ສໍາລັບ ພວກເຈົ້າ ແມ່ນແຕ່ ຜົມ ເທິງ ຫົວ ຂອງ ເຈົ້າ ກໍ ຖືກ ນັບ ໄວ້ ໝົດ ທຸກ ເສັ້ນແລ້ວ.
\v 31 ດັ່ງນັ້ນ ຢ່າ ສູ່ຢ້ານ ພວກເຈົ້າ ກໍປະເສີດ ຫລາຍກວ່າ ນົກ ຈອກ ຫລາຍ ໂຕ.”
\s5
\v 32 “ທຸກ​ຄົນ​ທີ່​ຮັບ​ເຮົາ​ຕໍ່​ໜ້າ​ມະ​ນຸດ ເຮົາ​ກໍ​ຈະ​ຮັບ​ຜູ້ນັ້ນ​ຕໍ່​ໜ້າ​ພ​ຣະ​ພັກ​ພ​ຣະ​ບິ​ດາ​ເຈົ້າ​ຂອງ​ເຮົາ​ໃນ​ສະ​ຫວັນ​ເໝືອນ​ກັນ.
\v 33 ແຕ່​ຖ້າ​ຜູ້​ໃດ​ປະ​ຕິ​ເສດ​ເຮົາ​ຕໍ່​ໜ້າ​ມະ​ນຸດ ເຮົາ​ກໍ​ຈະ​ປະ​ຕິ​ເສດ​ຜູ້ນັ້ນ​ຕໍ່​ພ​ຣະ​ພັກ​ພ​ຣະ​ບິ​ດາ​ຂອງ​ເຮົາ​ໃນ​ສະ​ຫວັນ​ເໝືອນ​ກັນ.”
\s5
\v 34 “ຢ່າ ຄິດ ວ່າ ເຮົາ ນຳ ຄວາມ ສະຫງົບ ສຸກ ມາສູ່ ໂລກ, ເຮົາ ບໍ່ ໄດ້ ມາ ເພື່ອ ນຳ ຄວາມ ສະຫງົບ ສຸກ ມາ ໃຫ້ ແຕ່ ໃຫ້ມີດາບ.
\v 35 ເຮົາ ໄດ້ ມາ ເພື່ອ ເຮັດ ໃຫ້ ລູກຊາຍ ບໍ່ ຖືກກັນ ກັບ ພໍ່, ລູກສາວ ບໍ່ຖືກ ກັນ ກັບ ແມ່, ລູກໃພ້ ບໍ່ຖືກ ກັບ ແມ່ຍ່າ,
\v 36 ແລະ ສະມາຊິກ ໃນ ຄອບຄົວ ຂອງຕົນ ກໍ ຈະ ເປັນ ສັດ ຕູ ຜູ້ຮ້າຍ ຕໍ່ ກັນ.”
\s5
\v 37 “ຜູ້ ທີ່ ຮັກ ພໍ່ ແມ່ ຂອງຕົນ ຫລາຍກວ່າ ເຮົາ ກໍ ບໍ່ ສົມ ຄວນ ເປັນ ສາວົກ ຂອງເຮົາ, ຜູ້ທີ່ຮັກ ລູກຊາຍ ຫລື ລູກສາວ ຂອງຕົນ ຫລາຍກວ່າ ເຮົາ ກໍ ບໍ່ສົມ ຄວນ ເປັນ ສາວົກ ຂອງເຮົາ.
\v 38 ຜູ້ທີ່ ບີ ຮັບ ເອົາ ໄມ້ກາງແຂນ ຂອງຕົນ ແລະ ຕິດ ຕາມ ເຮົາໄປ ກໍ ບໍ່ ສົມ ຄວນ ເປັນ ສາວົກ ຂອງເຮົາ.
\v 39 ຜູ້ທີ່ຮັກສາ ຊີວິດ ຂອງຕົນ ໄວ້ ກໍ ຈະ ເສຍ ຊີວິດ, ແຕ່ ຜູ້ທີ່ເສຍ ຊີວິດ ຂອງຕົນ ເພື່ອ ເຫັນ ແກ່ ເຮົາ ກໍຈະ ໄດ້ ຊີວິດ.”
\s5
\v 40 “ຜູ້ ທີ່ ຕ້ອນຮັບ ພວກເຈົ້າ ກໍ ຕ້ອນຮັບ ເຮົາ ແລະ ຜູ້ ທີ່ ຕ້ອນຮັບເຮົາ ກໍຕ້ອນຮັບພຣະອົງ ຜູ້ທີ່ໄດ້ໃຊ້ ເຮົາມາ.
\v 41 ຜູ້ທີ່ຕ້ອນຮັບ ຜູ້ ປະກາດພຣະທຳ ເພາະເປັນ ຜູ້ປະກາດພຣະທຳ ກໍຈະ ໄດ້ ບຳ ເໜັດ ເໝືອນ ຜູ້ປະກາດ ພຣະທຳ ແລະ ຜູ້ ທີ່ຕ້ອນຮັບ ຄົນ ຊອບທຳ ເພາະ ເປັນ ຄົນ ຊອບທຳ ກໍ ຈະ ໄດ້ ຮັບ ບຳ ເໜັດ ເໝືອນ ຄົນ ຊອບທໍາ.
\s5
\v 42 ເຮົາບອກ ພວກເຈົ້າ ຕາມ ຄວາມຈິງວ່າ, ຖ້າ ຜູ້ໃດ ຈະ ເອົາ ນ້ຳ ເຢັນ ພຽງ ຈອກ ດຽວ ໃຫ້ ຜູ້ ຕ່ຳຕ້ອຍ ທີ່ສຸດ ໃນຈຳພວກ ນີ້ ດື່ມ ເພາະ ເປັນ ສິດ ຂອງເຮົາ ຜູ້ນັ້ນ ກໍ ຈະ ໄດ້ ຮັບ ບຳ ເໜັດ ຢ່າງ ແນ່ນອນ.”
\s5
\c 11
\p
\v 1 ເມື່ອ ພຣະເຢຊູເຈົ້າ ສັ່ງສອນ ພວກ ສາວົກ ສິບສອງ ຄົນ ຂອງ ພຣະອົງ ແລ້ວ, ພຣະອົງ ກໍໄດ້ ສະເດັດ ຈາກ ທີ່ນັ້ນໄປສັ່ງສອນ ແລະ ເທດສະໜາ ປ່າວປະກາດ ຕາມ ເມືອງ ຕ່າງໆ ຂອງ ພວກເຂົາ.
\v 2 ໂຢຮັນບັບຕິສະໂຕ ຜູ້ທີ່ຖືກຄຸກ ຢູ່ ໄດ້ຍິນ ຄົນ ເວົ້າ ເຖິງ ກິດຈະການ ທີ່ ພຣະຄຣິດ ໄດ້ ເຮັດ ເພິ່ນ ຈຶ່ງ ໃຊ້ ລູກສິດ ບາງຄົນ ຂອງຕົນ ໄປ.
\v 3 ຖາມພຣະເຢຊູເຈົ້າວ່າ, “ຈົ່ງບອກ ພວກຂ້ານ້ອຍ ແດ່ ວ່າ, ທ່ານ ແມ່ນ ຜູ້ທີ່ຈະ ມາ ນນັ້ ບໍ່? ຫລື ພວກຂ້ານ້ອຍ ຈະ ຕ້ອງ ລໍຄອຍ ຖ້າ ຜູ້ ອື່ນ ອີກ ບໍ? ”
\s5
\v 4 ພຣະເຢຊູເຈົ້າ ຊົງຕອບ ວ່າ, “ຈົ່ງກັບ ໄປ ບອກ ໂຢຮັນ ຕາມ ທີ່ ພວກເຈົ້າ ໄດ້ຍິນ ແລະ ໄດ້ ເຫັນ
\v 5 ຄື: ຄົນຕາບອດ ເຫັນຮຸ່ງ ໄດ້, ຄົນ ຂາຫ້ານ ຍ່າງ ໄດ້, ຜູ້ ທີ່ ເປັນ ພະຍາດ ຂີ້ທດູ ກໍດີສະອາດ, (ຝ) ຄົນ ຫູໜວກ ກໍໄດ້ ຍິນ, ຄົນ ຕາຍ ແລ້ວ ກໍ ເປັນ ຄົນ ມາ ແລະ ຂ່າວປະເສີດ ກໍມີການປະກາດ ແກ່ ຄົນ ຍາກຈົນ.
\v 6 ຜູ້ໃດ ທີ່ບໍ່ ສົງ ໄສ ເຮົາ ກໍ ເປັນ ສຸກ.”
\s5
\v 7 ເມື່ອ ລູກສິດ ຂອງ ໂຢຮັນ ພວກນັ້ນ ກຳ ລັງ ຈາກ ໄປ ພຣະເຢຊູເຈົ້າ ກໍ ເລີ່ມກ່າວ ເຖິງ ເລື່ອງ ໂຢຮັນ ແກ່ ປະຊາຊົນ ວ່າ, “ເຈົ້າ ທງັ ຫລາຍ ໄດ້ ອອກ ໄປ ຖິ່ນແຫ້ງ ແລ້ງ ກັນ ດານ ນັ້ນ ເພື່ອ ເບິ່ງ ຫຍັງ? ເພື່ອເບິ່ງຕົ້ນອໍ້ ໄຫວ ໄປມາ ຕາມ ກະແສ ລົມ ພັດ ບໍ?
\v 8 ພວກເຈົ້າໄດ້ ອອກ ໄປ ເບິ່ງ ຫຍັງ? ເບິ່ງ ຄົນ ທີ່ນຸ່ງ ເຄື່ອງ ຢ່າງ ລະອຽດ ອ່ອນ ຈົບ ງາມ ບໍ? ຜູ້ ທີ່ ນຸ​່ງ ເຄື່ອງ ຢ່າງ ລະອຽດ ອ່ອນ ຈົບ ງາມ ເຊັ່ນນັ້ນ ກໍ ຢູ່ ໃນ ວັງ ຂອງ ກະສັດ
\s5
\v 9 ແຕ່ ພວກເຈົ້າອອກ ໄປ ເບ່ິ່ງ ຫຍັງ? ເບິ່ງ ຜູ້ທຳນວາຍ ບໍ? ແມ່ນ ແລ້ວ ເຮົາ ບອກພວກເຈົ້າ ວ່າ ທ່ານ ຜູ້ນັ້ນ ກໍ ຍິ່ງ ໃຫຍ່ ກວ່າ ຜູ້ທຳນວາຍ ອີກ.
\v 10 ດ້ວຍວ່າ, ໂຢຮັນ ຜູ້ ນີ້ ແຫລະ ທີ່ ພຣະຄໍາພີ ກ່າວ ເຖິງວ່າ, ‘ເບິ່ງ ແມ! ເຮົາໃຊ້ ຜູ້ ຮັບໃຊ້ ຂອງເຮົາ ໄປ ກ່ອນ ໜ້າ ເຈົ້າ ເພື່ອ ຈັດ ແຈງ ທາງ ໄວ້ ສຳລັບ ເຈົ້າ.
\s5
\v 11 ເຮົາບອກ ພວກເຈົ້າຕາມຄວາມຈິງ ວ່າ, ໃນ ບັນດາ ຜູ້ ທີ່ ເກີດ ຈາກ ແມ່ ຍິງ ບໍ່ ມີ ຜູ້ ໃດ ໃຫຍ່ ກວ່າ ໂຢຮັນ ບັບຕິສະໂຕ, ແຕ່ ຜູ້ນ້ອຍ ທີ່ສຸດ ໃນຣາຊອານາຈັກ ສະຫວັນ ກໍ ໃຫຍ່ ກວ່າ ໂຢຮັນ.
\v 12 ຕັ້ງແຕ່ຄາວ ໂຢຮັນ ບັບຕິສະໂຕ ຈົນ ເຖິງ ປະຈຸບັນນີ້ ອານາຈັກ ສະຫວັນ ກໍຖືກຍາດຊິງເອົາຢ່າງຮຸນແຮງ (ພ) ແລະ ພວກທີ່ມີໃຈ ຮຸນແຮງ ກໍ ເປັນຜູ້ຍາດຊິງເອົາໄດ້.
\s5
\v 13 ພວກ ຜູ້ທຳນວາຍ ທຸກຄົນ ແລະ ກົດບັນ ຍັດ ໄດ້ ທຳ ນວາຍ ມາ ຈົນ ເຖິງ ຄາວ ຂອງ ໂຢຮັນ ນີ້,
\v 14 ແລະ ຖ້າພວກເຈົ້າຍອມ ຮັບເອົາ ຖ້ອຍຄໍານີ້ ກໍແມ່ນ ໂຢຮັນ ຜູ້ນີ້ແຫລະ ທີ່ ເປັນ ເອລີຢາ ຜູ້ທີ່ ທຳນວາຍ ໄວ້ລ່ວງໜ້າວ່າ ຈະມາ.
\v 15 ຜູ້ໃດ ມີຫູຟັງ ຈົ່ງຟັງເອົາ.”
\s5
\v 16 “ເຮົາຈະປຽບ ຄົນ ສະໄໝ ນີ້ ໃສ່ ກັບ ຜູ້ໃດ? ກໍ ຄ້າຍ ຄື ກັບ ເດັກນ້ອຍ ທີ່ກຳລັງ ນັ່ງຢູ່ ໃນຕະຫລາດ ຮ້ອງໃສ່ ກັນແລະກັນ ວ່າ,
\v 17 ‘ພວກຂ້ອຍ ເປົ່າ ປີ່ ໃຫ້ ຟ້ອນ ພວກເຈົ້າ ພັດ ບໍ່ ຟ້ອນລໍາ ພວກຂ້ອຍ ຮ້ອງໄຫ້ ໄວ້ ອາ ໄລ ແຕ່ ພວກເຈົ້າ ບໍ່ ຮ້ອງໄຫ້’
\s5
\v 18 ເມື່ອເວລາ ໂຢຮັນ ໄດ້ມາ ເພິ່ນບໍ່ກິນ ແລະ ບໍ່ດື່ມ ເຂົາເວົ້າວ່າ, ‘ຜີມານຮ້າຍສິງລາວຢູ່
\v 19 ຝ່າຍ ບຸດ ມະນຸດ ໄດ້ມາ ທັງກິນ ແລະ ດື່ມ ແລະ ເຂົາ ກໍເວົ້າວ່າ, ‘ເບິ່ງ ຄົນ ນີ້ ແມ ລາວ ເປັນ ຄົນ ກິນ ເກີນ ສ່ວນ ແລະ ມັກເມົາ ທັງ ເປັນ ເພື່ອນ ກັບ ຄົນ ເກັບ ພາສີ ແລະ ຄົນ ບາບ ທັງຫລາຍ’ ແຕ່ ສະຕິປັນຍາ ຂອງ ພຣະເຈົ້າກໍຖືກເປີດເຜີຍ ເປັນຈິງ ໂດຍຜົນຂອງພຣະປັນຍານັ້ນ.”
\s5
\v 20 ດັ່ງນັ້ນ ພຣະອົງ ຈຶ່ງ ເລີ່ມ ປະນາມ ເມືອງ ຕ່າງໆ ທີ່ ພຣະອົງ ເຮັດການອັດສະຈັນ ເປັນສ່ວນຫລາຍນັ້ນ ເພາະເຂົາ ບໍ່ໄດ້ຖິ້ມໃຈເກົ່າ ເອົາໃຈໃໝ່.
\v 21 ວ່າ, “ວິບັດ ແກ່ເຈົ້າ ເມືອງໂຂຣາຊິນ ເອີຍ ວິບັດ ແກ່ເຈົ້າ ເມືອງ ເບັດຊາອີດາ ກໍເໝືອນກັນ ການອັດສະຈັນ ທີ່ໄດ້ຖືກ ກະທາໍ ໃນ ທ່າມກາງ ພວກເຈົ້າ ຖ້າໄດ້ ຖືກ ກະທາໍ ທີ່ເມືອງ ຕີເຣ ແລະ ເມືອງ ຊີໂດນ ແລ້ວປະຊາຊົນ ໃນ ເມືອງ ທັງສອງ ນີ້ ກໍ ຄົງ ຈະ ຖິ້ມໃຈເກົ່າ ເອົາໃຈໃໝ່ ນຸ່ງ ເຄື່ອງ ທີ່ເຮັດ ດ້ວຍ ຜ້າ ກະສອບເຂົ້າ ແລະ ເອົາ ຂີ້ເຖົ່າ ໂຮຍ ໃສ່ ຫົວ ແຕ່ ດົນນານ ແລ້ວ
\v 22 ເຮົາ ບອກ ພວກເຈົ້າ ຕາມ ຄວາມຈງິ ວ່າ, ໃນ ວັນ ພິພາກສາ ຂອງ ພຣະເຈົ້າ ໂທດຂອງ ຊາວ ເມືອງ ຕີເຣ ແລະ ຊີໂດນ ຈະໄດ້ຮ້ບ ກໍເບົາ ກວ່າ ໂທດ ທີ່ພວກເຈົ້າຈະໄດ້ຮັບ.
\s5
\v 23 ສ່ວນເຈົ້າ ເມືອງ ກາເປນາອູມ ເອີຍ ເຈົ້າ ຈະຖືກຍົກຂື້ນ ໃຫ້ພຽງຟ້າສະຫວັນ ພຸ້ນບໍ? ເຈົ້າຈະຖືກ ຖິ້ມລົງ ສູ່ ບຶງໄຟ ນະຣົກ ຖ້າ ການ ອັດສະຈັນ ທີ່ໄດ້ ຖືກ ກະທາໍ ໃນ ທ່າມກາງ ພວກເຈົ້າ ໄດ້ ຖືກ ກະທາໍ ໃນ ເມືອງ ໂຊໂດມ ແລ້ວ ເມືອງ ນັ້ນ ກໍ ຄົງ ຍັງ ຕັງ ຢູ່ ຈົນ ເຖິງ ທຸກ ວັນ ນີ້.
\v 24 ສະນັ້ນ ເຮົາ ຈຶ່ງບອກ ພວກເຈົ້າວ່າ ໃນວັນ ພິພາກສາ ຂອງ ພຣະເຈົ້າໂທດຂອງ ເມືອງ ໂຊໂດມ ກໍຈະ ເບົາ ກວ່າ ໂທດ ຂອງ ເຈົ້າ.”
\s5
\v 25 ໃນ ເວລາ ນັ້ນ ພຣະເຢຊູເຈົ້າ ໄດ້ ກາບທູນ ວ່າ, “ຂ້າແດ່ ພຣະບິດາເຈົ້າ ຜູ້ເປັນເຈົ້າ ຂອງ ສະຫວັນ ແລະ ແຜ່ນດິນໂລກ ຂ້ານ້ອຍ ຂໍ ສັນລະເສີນ ພຣະອົງ ທີ່ ພຣະອົງ ໄດ້ ປິດ ບັງ ສິ່ງເຫລົ່ານີ້ ໄວ້ ຈາກ ຜູ້ ສະຫລາດ ແລະ ຜູ້ມີສະຕິປັນຍາ, ແຕ່ ຊົງເປີດ ເຜີຍ ແກ່ ຜູ້ ທີ່ ບໍ່ ໄດ້ຮຽນຮູ້.
\v 26 ແມ່ນ ແລ້ວ ພຣະບິດາເຈົ້າເອີຍ ພຣະອົງ ໄດ້ ກະຣຸນາ ຕາມ ຄວາມ ພໍໃຈ ຢ່າງນັ້ນ ຕໍ່ໜ້າພຣະອົງ”.
\v 27 “ພຣະບິດາ ຂອງເຮົາໄດ້ມອບ ສິ່ງສາລະພັດໃຫ້ ແກ່ເຮົາ ແລະ ບໍ່ມີຜູ້ໃດຮູ້ ພຣະບິດາເຈົ້າ ນອກຈາກ ພຣະບຸດ ແລະ ຜູ້ທີ່ພຣະບຸດ ຢາກ ຈະເປີດ ເຜີຍໃຫ້ຮູ້. ”
\s5
\v 28 “ບັນດາ ຜູ້ທີ່ເຮັດ ການ ໜັກໜ່ວງ ແລະ ແບກ ພາລະໜັກ ຈົ່ງ ມາຫາເຮົາ ແລະ ເຮົາຈະ ໃຫ້ພວກເຈົ້າໄດ້ ຮັບຄວາມເຊົາເມື່ອຍ.
\v 29 ຈົ່ງເອົາແອກຂອງເຮົາແບກ ໄວ້ ແລ້ວຮຽນຮູ້ ຈາກເຮົາ ເພາະວ່າ ເຮົາເປັນ ຜູ້ໃຈອ່ອນສຸພາບ ແລະ ຖ່ອມລົງ ແລ້ວ ຈິດໃຈ ຂອງ ພວກເຈົ້າ ຈະ ໄດ້ ພົບຄວາມເຊົາເມື່ອຍ.
\v 30 ດ້ວຍວ່າ ແອກຂອງເຮົາ ກໍ ພໍເໝາະ ແລະ ພາລະ ຂອງເຮົາ ກໍ ເບົາ.”
\s5
\c 12
\p
\v 1 ໃນ ເວລາ ນັ້ນ ພຣະເຢຊູເຈົ້າ ໄດ້ ສະເດັດຜ່ານ ທົ່ງນາ ໄປ ໃນ ວັນ ຊະບາໂຕ, ສ່ວນ ພວກ ສາວົກ ຂອງ ພຣະອົງ ກໍ ຫິວເຂົ້າ ຈຶ່ງ ໄດ້ ຕັ້ງຕົ້ນເດັດເອົາຮວງເຂົ້າ ມາເກັດກິນ.
\v 2 ເມື່ອພວກຟາຣີຊາຍ ເຫັນ ຢ່າງນັ້ນ ຈຶ່ງທູນຕໍ່ ພຣະເຢຊູເຈົ້າວ່າ, “ເບິ່ງແມ! ພວກສາວົກ ຂອງທ່ານ ເຮັດຜິດ ຕໍ່ກົດຂອງ ວັນຊະບາໂຕ.”
\s5
\v 3 ພຣະເຢຊູເຈົ້າ ຊົງ ຕອບ ວ່າ, “ພວກເຈົ້າ ຍັງບໍ່ໄດ້ ອ່ານ ຈັກເທື່ອ ບໍ ສິ່ງທີ່ ດາວິດ ໄດ້ ເຮັດ ເມື່ອ ເພິ່ນແລະ ຄົນຂອງເພິ່ນ ອຶດ ຫິວ ນັ້ນ?
\v 4 ເພິ່ນໄດ້ ເຂົາໄປໃນ ພຣະວິຫານ ຂອງ ພຣະເຈົ້າ ແລະ ໄດ້ ກິນ ເຂົ້າຈີ່ທີ່ໄດ້ຖວາຍ ແກ່ ພຣະເຈົ້າ ຊຶ່ງເພິ່ນ ແລະ ຄົນຂອງເພິ່ນບໍ່ມີ ສິດ ທີ່ຈະ ກິນເຂົ້າຈີ່ນັ້ນ ເພາະ ແມ່ນ ປະໂຣຫິດ ເທົ່ານັ້ນທີ່ມີສິດກິນເຂົ້າຈີ່ ນັ້ນ ໄດ້.
\s5
\v 5 ພວກເຈົ້າບໍ່ໄດ້ ອ່ານ ໃນ ກົດບັນຍັດ ບໍ ທີ່ວ່າ, ທຸກວັນຊະບາໂຕ ພວກປະໂຣຫິດ ໃນພຣະວິຫານ ໄດ້ ເຮັດ ຜິດຕໍ່ວັນຊະບາໂຕ ແຕ່ບໍ່ມີ ຄວາມຜິດ?
\v 6 ເຮົາບອກພວກເຈົ້າວ່າ ຢູ່ທີ່ນີ້ ມີສິ່ງໜຶ່ງ ຍິ່ງ ໃຫຍ່ ກວ່າ ພຣະວິຫານ ອີກ.
\s5
\v 7 ຖ້າພວກເຈົ້າເຂົ້າໃຈ ຄວາມໝາຍ ຖ້ອຍຄໍາ ໃນ ພຣະຄໍາພີ ທີ່ວ່າ, ‘ເຮົາປະສົງຄວາມ ເມດຕາ ແຕ່ ບໍ່ແມ່ນ ເຄື່ອງບູຊາ’ ພວກເຈົ້າກໍ ຄົງ ບໍ່ກ່າວໂທດ ໃສ່ຄົນ ທີ່ບໍ່ມີ ຄວາມຜິດ.
\v 8 ດ້ວຍວ່າ, ບຸດມະນຸດ ເປັນ ອົງພຣະຜູ້ ເປັນເຈົ້າຂອງວັນຊະບາໂຕ.”
\s5
\v 9 ພຣະເຢຊູເຈົ້າ ໄດ້ ໜີ ຈາກ ທີ່ນັ້ນ, ແລ້ວ ເຂົ້າ ໄປ ຍັງ ທຳ ມະສາລາ ແຫ່ງ ໜຶ່ງ ຂອງ ພວກເຂົາ.
\v 10 ໃນທີ່ນັ້ນ ມີ ຄົນ ມື ລີບເບື້ອງ ໜຶ່ງ ຄົນ ໃນທີ່ນັ້ນ ຢາກ ຫາ ຂໍ້ ຟ້ອງ ພຣະເຢຊູເຈົ້າ. ດັ່ງນັ້ນ ພວກເຂົາ ຈຶ່ງຖາມວ່າ, “ເປັນການ ຜິດ ຫລື ຖືກ ທີ່ຈະຮັກສາຄົນ ໃນ ວັນຊະບາໂຕ?”
\s5
\v 11 ພຣະເຢຊູເຈົ້າຊົງ ຕອບວ່າ, “ຖ້າ ຄົນ ໜຶ່ງ ໃນ ພວກເຈົ້າ ມີແກະ ໂຕດຽວ ແລະ ຕົກຂຸມ ໃນວນັ ຊະບາໂຕ ເຂົາຈະບໍ່ດຶງ ເອົາ ແກະ ໂຕ ນັ້ນຂຶ້ນ ບໍ?
\v 12 ມະນຸດ ຜູ້ໜຶ່ງ ກໍ ມີຄ່າ ຫລາຍກວ່າ ແກະ ເທົ່າ ໃດ ໜໍ ສະນັ້ນ ຈຶ່ງອະນຸຍາດ ໃຫ້ ເຮັດການດີໃນວັນ ຊະບາໂຕ.”
\s5
\v 13 ແລ້ວ ພຣະອົງ ກໍ ເວົ້າ ກັບ ຊາຍ ມື ລີບ ວ່າ, “ຈົ່ງ ຢຽດ ມືຂອງ ເຈົ້າອອກ. ” ລາວ ກໍ ຢຽດ ອອກ ແລ້ວມືນັ້ນກໍດີ ເປັນປົກກະຕິ ເໝືອນ ກັບ ມື ອີກເບື້ອງໜຶ່ງ.
\v 14 ແລ້ວ ພວກຟາຣີຊາຍ ກໍ ພາກັນ ອອກ ໄປ ປຶກສາ ກັນ ແລະ ວາງແຜນ ເພື່ອຈະຂ້າພຣະເຢຊູເຈົ້າ.
\s5
\v 15 ເມື່ອ ພຣະເຢຊູເຈົ້າ ຮູ້ຈັກ ກົນອຸບາຍ ນີ້, ພຣະອົງ ກໍ ສະເດັດ ອອກຈາກ ທີ່ນັ້ນ ມີ ປະຊາຊົນ ຢ່າງ ຫລວງຫລາຍ ໄດ້ ຕິດຕາມ ພຣະອົງໄປ ພຣະອົງໄດ້ຊົງໂຜດ ຮັກສາ ທຸກຄົນ ໃຫ້ ດີພະຍາດ,
\v 16 ແຕ່ ພຣະອົງໄດ້ ສັ່ງຫ້າມ ພວກເຂົາຢ່າງ ເດັດຂາດ ບໍ່ໃຫ້ ບອກ ເລື່ອງ ກ່ຽວກັບ ພຣະອົງ ສູ່ ຜູ້ໃດຟັງ.
\v 17 ພຣະອົງເຮັດດັ່ງ ນີ້ ກໍເພື່ອຈະ ໃຫ້ສຳເລັດ ຕາມ ຖ້ອຍຄໍາ ຂອງ ຜູ້ທຳນວາຍ ເອຊາຢາ ໄດ້ ກ່າວ ໄວ້ວ່າ,
\s5
\v 18 “ນີ້ແມ່ນ ຜູ້ຮັບໃຊ້ ທີ່ ເຮົາ ໄດ້ ເລືອກ ໄວ້ ຜູ້ ເປັນ ທີ່ ຮັກ ແລະ ພໍໃຈ ຂອງເຮົາ. ເຮົາ ຈະ ເອົາ ພຣະວິນຍານ ຂອງເຮົາ ໃສ່ ໄວ້ ເທິງ ເພິ່ນ ເພື່ອ ຈະ ປະກາດ ຄວາມ ຍຸດຕິທໍາ ແກ່ ບັນດາ ປະຊາຊາດ.
\s5
\v 19 ເພິ່ນ ຈະ ບໍ່ ໂຕ້ຖຽງ ຫລື ໃຊ້ ສຽງດັງ ບໍ່ມີ ຜູ້ໃດ ຈະ ໄດ້ຍິນ ສຽງ ເພິ່ນ ຕາມ ຫົນທາງ.
\v 20-21 ໄມ້ ອໍ້ ທີ່ ບວບ ແລ້ວ ເພິ່ນ ຈະ ບໍ່ ຫັກ ໄສ້ ຕະກຽງ ເປັນ ຄວັນ ກໍາລັງ ຈະ ມອດ ເພິ່ນ ຈະ ບໍ່ ມອດ. ຈົນກວ່າ ເພິ່ນ ນໍາ ຄວາມ ຍຸດຕິທໍາ ໃຫ້ ມີ ໄຊຊະນະ ແລະ ບັນດາ ປະຊາຊາດ ຈະ ມອບ ຄວາມຫວັງ ໄວ້ ໃນ ນາມ ຂອງ ເພິ່ນ.”
\s5
\v 22 ຕໍ່ມາ ໄດ້ ມີ ບາງຄົນ ນຳຊາຍຜູ້ໜຶ່ງ ທີ່ຕາບອດ ແລະ ປາກກືກ ຍ້ອນ ຜີມານຮ້າຍ ເຂົ້າ ສິງຢູ່ ມາຫາ ພຣະເຢຊູເຈົ້າ ແລະ ພຣະອົງ ໄດ້ ຊົງໂຜດ ຮັກສາ ຊາຍຄົນນັ້ນ ໃຫ້ ສາມາດ ເວົ້າ ແລະ ເຫັນຮຸ່ງ ໄດ້.
\v 23 ປະຊາຊົນ ທັງຫລາຍ ກໍ ງຶດປະຫລາດໃຈ ຈຶ່ງຖາມ ກັນວ່າ, “ຄົນນີ້ ອາດເປັນບຸດຂອງ ດາວິດ ໄດ້ບໍ? ”
\s5
\v 24 ພວກຟາຣີຊາຍ ໄດ້ຍິນ ເຊ່ັ່ນນີ້ ແລ້ວພວກເຂົາ ກໍເວົ້າວ່າ, “ຜູ້ ນີ້ ຂັບໄລ່ ຜີມານຮ້າຍອອກ ໂດຍ ໃຊ້ ອຳນາດ ຂອງ ເບເອນເຊບູນ ຜູ້ເປັນນາຍ ຜີມານຮ້າຍ ທັງຫລາຍ. ”
\v 25 ພຣະເຢຊູເຈົ້າ ຊົງຮູ້ຄວາມ ຄິດ ຂອງ ພວກເຂົາ ຈຶ່ງກ່າວ ແກ່ ພວກເຂົາວ່າ, “ອານາຈັກໃດ ທີ່ແຕກແຍກ ຕໍ່ສູ້ ຊຶ່ງກັນ ແລະກັນ ກໍຈະ ພິນາດ ຈິບຫາຍ, ເມືອງໃດ ຫລື ຄອບຄົວ ໃດ ທີ່ແຕກແຍກກັນ ຈະຕັ້ງໝັ້ນຄົງ ຢູ່ບໍ່ໄໍດ້.
\s5
\v 26 ຖ້າມານຊາຕານ ຂັບໄລ່ ມານຊາຕານອອກເອງ ມັນກໍແຕກແຍກ ກັນຢູ່ໃນຕົວຂອງມັນເອງ ແລ້ວອານາຈັກ ຂອງ ມັນ ຈະ ຕັ້ງໝັ້ນ ໄດ້ ຢ່າງໃດ?
\v 27 ແລະ ຖ້າເຮົາ ຂັບ ໄລ່ ຜີມານຮ້າຍ ອອກ ດ້ວຍ ອໍານາດ ຂອງ ເບເອນເຊບູນ ພວກ ລູກຫລານ ຂອງ ເຈົ້າ ທງັ ຫລາຍ ເຄີຍຂັບ ໄລ່ ມັນ ອອກ ດ້ວຍ ອໍານາດ ຂອງ ຜູ້ໃດ? ດ້ວຍເຫດນີ້ ແຫລະ ເຂົາ ຈະ ເປັນ ຜູ້ຕັດສິນ ພວກເຈົ້າ,
\s5
\v 28 ແຕ່ ເຮົາຂັບ ໄລ່ ຜີມານຮ້າ້ຍ ອອກ ດ້ວຍ ພຣະວິນຍານ ຂອງ ພຣະເຈົ້າ. ດັ່ງນັ້ນ ຣາຊອານາຈັກ ຂອງ ພຣະເຈົ້າ ກໍມາ ເຖິງ ພວກເຈົ້າ ແລ້ວ. ”
\v 29 “ບໍໍ່ມີຜູ້ໃດ ຈະເຂົ້າໄປ ປຸ້ນ ເອົາ ຊັບ ຢູ່ ໃນ ເຮືອນ ຂອງ ຄົນແຂງແຮງໄດ້, ເວັ້ນແຕ່ ໄດ້ ມັດ ຄົນ ແຂງແຮງ ນັນໄວ້ ກ່ອນ, ແລ້ວຈຶ່ງ ປຸ້ນ ເອົາ ຊັບ ຢູ່ ໃນ ເຮືອນ ຂອງ ເພິ່ນໄດ້.
\v 30 ຜູ້ໃດ ບໍ່ຢູ່ ຝ່າຍເຮົາ ກໍ ຕໍ່ ສູ້ເຮົາ ແລະ ຜູ້ໃດ ບໍ່ຮ່ວມ ເຂົ້າກັນ ກັບ ເຮົາ ກໍ ເປັນ ຜູ້ ເຮັດ ໃຫ້ ແຕກ ກະຈາຍ ໄປ.
\s5
\v 31 ເພາະເຫດນີ້ ແຫລະ, ເຮົາ ຈຶ່ງ ບອກ ພວກເຈົ້າວ່າ ມະນຸດ ຈະ ໄດ້ ຮັບການ ຍົກ ຜິດ ບາບ ທຸກປະການ ແລະ ຮັບ ການອະໄພ ໃນ ຄໍາ ໝິ່ນ ປະໝາດ ທຸກຢ່າງ, (ຟ) ແຕ່ຄໍາເວົ້າທີ່ໝິ່ນປະໝາດ ຕໍ່ສູ້ພ ຣະວິນຍານ ບໍຣິສຸດເຈົ້າ ຈະ ບໍ່ໄດ້ ຮັບການອະໄພ.
\v 32 ຜູ້ໃດ ທີ່ເວົ້າ ຕໍ່ ສູ້ ບຸດມະນຸດ ກໍຈະອະໄພ ໃຫ້ ແກ່ ຜູ້ນັ້ນໄດ້, ແຕ່ຜູ້ໃດ ທີ່ເວົ້າຕໍ່ສູ້ ພຣະວິນຍານ ບໍຣິສຸດເຈົ້າ ຈະ ບໍ່ໄດ້ ຮັບ ການອະໄພ ເລີຍ ທັງໃນໂລກນີ້ ແລະ ໃນໂລກໜ້າ ດ້ວຍ.”
\s5
\v 33 “ຕ້ອງ ມີຕົ້ນໄມ້ດີ ໝາກມັນ ຈຶ່ງຈະດີ ຖ້າຕົ້ນໄມ້ ບໍ່ດີ ໝາກ ມັນ ກໍບໍ່ດີ ເພາະວ່າ ຈະໄດ້ຮູ້ຈັກ ຕົ້ນໄມ້ ດ້ວຍໝາກຂອງມັນ.
\v 34 ພວກຊາດ ງູຮ້າຍ ເອີຍ, ພວກເຈົ້າ ຈະເວົ້າຄວາມດີໄດ້ ແນວໃດ ເມື່ອ ພວກເຈົ້າ ເປັນຄົນຊົ່ວ? ດ້ວຍວ່າ, ໃຈເຕັມລົ້ນ ດ້ວຍ ສິ່ງໃດ ປາກ ກໍເວົ້າ ສິ່ງນັ້ນອອກມາ.
\v 35 ຄົນດີ ກໍເອົາ ສິ່ງດີ ອອກ ມາ ຈາກ ຄັງ ແຫ່ງ ຄວາມດີ ຂອງຕົນ, ຄົນຊົ່ວກໍ ເອົາສິ່ງ ຊົ່ວ ອອກ ມາ ຈາກ ຄັງ ແຫ່ງ ຄວາມຊົ່ວຂອງຕົນ.”
\s5
\v 36 “ເຮົາບອກພວກເຈົ້າວ່າ, ຖ້ອຍຄໍາເປົ່າ ໆ ທຸກຄຳທີ່ມະນຸດ ເວົ້າ ຈະຕ້ອງ ໃຫ້ການ ເພາະຄໍານັ້ນ ໃນວັນພິພາກສາ.
\v 37 ດ້ວຍເຫດທີ່ ເຈົ້າ ຈະພົ້ນໂທດໄດ້ ຫລື ຈະ ຕ້ອງຖືກໂທດນັ້ນ ກໍ ເພາະດ້ວຍຖ້ອຍຄໍາຂອງຕົນ.”
\s5
\v 38 ແລ້ວທຳມະຈານ ແລະ ພວກຟາຣີຊາຍ ບາງຄົນກໍເວົ້າ ວ່າ, “ອາຈານ ເຈົ້າເອີຍ, ພວກເຮົາຢາກເຫັນທ່ານເຮັດການອັດສະຈັນ. ”
\v 39 ພຣະອົງຕອບພວກເຂົາ ວ່າ, “ຄົນສະໄໝ ຊົ່ວ ແລະ ຄິດທໍລະຍົດ ຕໍ່ ພຣະເຈົ້າ ສະແຫວງຫາໝາຍສໍາຄັນ ແລະ ຈະບໍ່ຊົງໂຜດໝາຍສໍາຄັນ ໃຫ້ ແກ່ ພວກເຂົາ ເວັ້ນ ໄວ້ ແຕ່ ໝາຍສໍາຄັນ ເລື່ອງ ໂຢນາ ຜູ້ທຳນວາຍ.
\v 40 ໂຢນາ ຢູ່ ໃນທ້ອງ ປາ ໃຫຍ່ ສາມ ວັນ ສາມ ຄືນ ຢ່າງ ໃດ ບຸດມະນຸດ ກໍ ຈະ ຢູ່ ໃນ ພື້ນ ຂອງ ແຜ່ນດິນໂລກ ສາມ ວັນ ສາມ ຄືນ ຢ່າງ ນັ້ນ.
\s5
\v 41 ໃນ ວັນ ແຫ່ງ ການພິພາກສາ ຊາວເມືອງນີເນເວ ຈະຢືນຂຶ້ນ ກ່າວໂທດ ພວກເຈົ້າ ເພາະພວກເຂົາ ໄດ້ຖິ້ມໃຈເກົ່າ ເອົາໃຈໃໝ່ ເມື່ອ ໄດ້ຍິນ ຄໍາປະກາດຂອງ ໂຢນາ ແລະ ທີ່ນີ້ ຍັງມີ ຜູ້ໜຶ່ງ ທີ່ຍິ່ງ ໃຫຍ່ ກວ່າ ໂຢນາ
\s5
\v 42 ໃນ ວັນ ແຫ່ງ ການ ພິພາກສາ ຣາຊີນີ ຝ່າຍທິດໃຕ້ ຈະຢືນກ່າວໂທດ ພວກເຈົ້າ ເພາະນາງ ໄດ້ ເດີນທາງ ມາ ແຕ່ ທີ່ສຸດແຜ່ນດິນ ໂລກ ເພື່ອຟັງ ຄໍາສັ່ງສອນ ອັນເຕັມໄປດ້ວຍ ສະຕິປັນຍາ ຂອງ ກະສັດ ໂຊໂລໂມນ ແລະ ທີ່ນີ້ ມີ ຜູ້ໜຶ່ງ ທີ່ຍີ່ງໃຫຍ່ ກວ່າ ກະສັດ ໂຊໂລໂມນ.”
\s5
\v 43 “ເມື່ອ ຜີຊົ່ວຮ້າຍອອກຈາກ ຄົນໜຶ່ງ ແລ້ວ ມັນ ກໍທຽວໄປມາ ໃນຖິ່ນ ແຫ້ງແລ້ງ ກັນດານ ຊອກຫາ ບ່ອນ ພັກເຊົາ ແຕ່ ມັນຫາ ບໍ່ໄດ້
\v 44 ມັນ ເວົ້າ ວ່າ, ‘ເຮົາ ຈະ ກັບຄືນ ເມືອ ເຮືອນ ບ່ອນ ທີ່ເຮົາ ໄດ້ ໜີມາ. ດັ່ງນັ້ນ ມັນ ຈຶ່ງກັບ ຄືນໄປ ແລະ ພົບ ເຮືອນ ເປົ່າຫວ່າງຢູ່ ທັງ ສະອາດ ແລະ ຕົບແຕ່ງ ໄວ້ ຢ່າງດີ.
\v 45 ແລ້ວມັນ ກໍ ອອກ ໄປ ນຳ ເອົາຜີຊົ່ວຮ້າຍ ເຈັດ ໂຕ ທີ່ໂຫດຫ້ຽມ ຮ້າຍກາດ ຍິ່ງກວ່າ ມັນ ອີກ ມາ ອາໄສ ຢູ່ທີ່ເຮືອນ ນັ້ນ, ໃນທີ່ສຸດ ບັ້ນປາຍຂອງ ຄົນນັ້ນ ກໍຈະຢູ່ ໃນ ສະພາບ ທີ່ຊົ່ວລົງ ກວ່າ ຕອນຕົ້ນອີກ ນີ້ແຫລະ ຄື ສິ່ງທີ່ຈະເກີດຂຶ້ນ ກັບ ຄົນຊົ່ວໃນຍຸກນີ້.”
\s5
\v 46 ຂະນະທີ່ພຣະເຢຊູເຈົ້າ ກໍາລັງ ກ່າວ ກັບ ປະຊາຊົນ ຢູ່ນັ້ນ ມານດາ ແລະ ບັນດາ ນ້ອງຊາຍ ຂອງພຣະອົງ ໄດ້ມາຖ້າຢູ່ຂ້າງນອກ ເພື່ອຢາກເວົ້າກັບພຣະອົງ.
\v 47 ດັ່ງນັ້ນ ຈຶ່ງມີຄົນໜຶ່ງທູນ ພຣະອົງ ວ່າ, “ທ່ານເອີຍ ມານດາ ແລະ ບັນດາ ນ້ອງຊາຍ ຂອງທ່ານ ຢືນຖ້າຢູ່ ຂ້າງນອກ ຢາກເວົ້າກັບທ່ານ. ” (ມ)
\s5
\v 48 ພຣະເຢຊູເຈົ້າ ກ່າວ ແກ່ ຄົນນັ້ນວ່າ, “ຜູ້ໃດ ເປັນ ມານດາ ແລະ ຜູ້ໃດ ເປັນນ້ອງຊາຍ ຂອງເຮົາ? ”
\v 49 ແລ້ວ ພຣະອົງກໍຊີ້ໄປ ທີ່ພວກ ສາວົກຂອງພຣະອົງ ແລ້ວກ່າວ ວ່າ, “ນີ້ ແຫລະ ຄື ມານດາ ແລະ ນ້ອງຊາຍຂອງເຮົາ
\v 50 ຜູ້ໃດ ທີ່ປະຕິບັດ ຕາມ ນ້ຳພຣະໄທ ພຣະບິດາ ຂອງເຮົາ ຜູ້ຊົງສະຖິດຢູ່ໃນສະຫວັນ ຜູ້ນັ້ນ ແຫລະ ເປັນ ນ້ອງຊາຍ, ນ້ອງສາວ ແລະ ມານດາ ຂອງເຮົາ.”
\s5
\c 13
\p
\v 1 ໃນວັນນັ້ນ ພຣະເຢຊູເຈົ້າ ໄດ້ສະເດັດອອກ ຈາກເຮືອນ (ຢ) ໄປ ປະທັບ ຢູ່ແຄມ ຝັ່ງທະເລສາບ.
\v 2 ປະຊາຊົນ ຢ່າງຫລວງຫລາຍ ໄດ້ ມາ ເຕົ້າໂຮມກັນ ອ້ອມພຣະອົງ ຈົນພຣະອົງຕ້ອງຂຶ້ນຂີ່ເຮືອ ແລະ ປ່ອຍໃຫ້ປະຊາຊົນ ຢືນຢູ່ ທີ່ ແຄມ ຝັ່ງ.
\s5
\v 3 ພຣະອົງ ກ່າວຫລາຍເລື່ອງ ເປັນ ຄໍາອຸປະມາ ເພື່ອສອນ ປະຊາຊົນ ໂດຍ ກ່າວ ວ່າ, “ມີ ຊາຍຄົນ ໜຶ່ງອອກໄປຫວ່ານເມັດ ພືດ.
\v 4 ຂະນະທີ່ ເຂົາ ກໍາລັງ ຫວ່ານ ເມັດ ພືດ ຢູ່ ນັ້ນ ບາງ ເມັດ ກໍ ຕົກ ຕາມ ທາງ ແລ້ວ ຝູງ ນົກ ກໍ ມາ ສັບ ກິນ ເມັດ ນັ້ນ ເສຍ.
\v 5 ບາງ ເມັດ ກໍ ຕົກ ໃສ່ ບ່ອນ ມີ ຫິນ ຫລາຍ ດິນ ໜ້ອຍ, ເມັດເຫລົ່ານີ້ ຈຶ່ງ ງອກ ຂຶ້ນ ໄດ້ ໄວ ເພາະ ພື້ນ ດິນ ບໍ່ ເລິກ.
\v 6 ແຕ່ ເມື່ອຕາເວັນ ຂຶ້ນມາ ພືດນັ້ນ ກໍ ແຫ້ມ ຈຶ່ງຫ່ຽວແຫ້ງໄປ ເພາະຮາກ ບໍ່ເລິກ.
\s5
\v 7 ບາງ ເມັດ ກໍ ຕົກ ໃສ່ ກາງ ຟຸ່ມ ໜາມ, ໜາມເຫລົ່ານີ້ ກໍ ໃຫຍ່ ຂຶ້ນ ຫຸ້ມຮັດພືດນັ້ນ ໃຫ້ເສຍໄປ.
\v 8 ແຕ່ ບາງ ເມັດ ຕົກ ໃສ່ ດິນ ດີ ພືດຈຶ່ງເກີດຜົນ: ເມັດໜຶ່ງ ໄດ້ ຮ້ອຍຕໍ່, ເມັດໜຶ່ງ ໄດ້ຫົກສິບຕໍ່ ແລະ ເມັດໜຶ່ງໄດ້ ສາມສິບຕໍ່.
\v 9 ຜູ້ໃດ ມີ ຫູຟັງ ຈົ່ງຟັງເອົາ.”
\s5
\v 10 ພວກ ສາວົກ ຈຶ່ງ ມາ ຫາ ພຣະເຢຊູເຈົ້າ ແລະ ຖາມ ວ່າ, “ເປັນຫຍັງ ທ່ານ ຈຶ່ງ ໃຊ້ ຄຳອຸປະມາ ເມື່ອ ທ່ານ ກ່າວ ກັບ ປະຊາຊົນ? ”
\v 11 ພຣະເຢຊູເຈົ້າຕອບ ວ່າ, “ສໍາລັບພວກເຈົ້າ ນັ້ນ ພຣະເຈົ້າ ຊົງ ໂຜດ ໃຫ້ ພວກເຈົ້າ ຮູ້ ໄດ້ ຄວາມ ລັບເລິກ ແຫ່ງ ຣາຊອານາຈັກສະຫວັນ, ແຕ່ ຄົນເຫລົ່ານັ້ນ ບໍ່ໄດ້ ຊົງໂຜດ ໃຫ້ຮູ້.
\v 12 ດ້ວຍວ່າ, ຜູ້ທີ່ມີຢູ່ແລ້ວ ກໍຈະ ໄດ້ ເພີ່ມຕື່ມ ອີກ ເພື່ອ ວ່າ ເຂົາຈະມີ ຢ່າງ ເຕັມ ບໍລິບູນ, ແຕ່ ຜູ້ ທີ່ບໍ່ ມີ ນັ້ນ ເຖິງແມ່ນ ສິ່ງ ທີ່ ຕົນມີຢູ່ ພຽງ ເລັກນ້ອຍ ກໍ ຈະ ຖືກ ເອົາ ໄປ ເສຍ ຈາກ ຜູ້ ນັ້ນ.
\s5
\v 13 ດ້ວຍເຫດນີ້ ແຫລະ, ທີ່ເຮົາໃຊ້ ຄຳອຸປະມາ ກ່າວ ກັບ ພວກເຂົາ ເພື່ອວ່າ ພວກເຂົາ ເບິ່ງແຕ່ ກໍບໍ່ໄດ້ ເຫັນ ແລະ ພວກເຂົາ ຟັງ ແຕ່ ກໍ ບໍ່ໄດ້ຍິນ ຫລື ເຂົ້າໃຈ.
\v 14 ດັ່ງນັ້ນ ຈຶ່ງ ເປັນ ຈິງ ຕາມ ທີ່ຜູ້ທຳນວາຍ ເອຊາຢາ ໄດ້ ກ່າວ ໄວ້ ວ່າ, ‘ປະຊາຊົນ ນີ້ ຈະ ຟັງ ເມື່ອ ຟັງ ແລ້ວ ແຕ່ ກໍ ບໍ່ ເຂົ້າໃຈ ຈັກເທື່ອ, ພວກເຂົາ ຈະ ເບິ່ງ ເມື່ອ ເບິ່ງ ແລ້ວ ແຕ່ ກໍ ບໍ່ ເຫັນຈັກເທື່ອ.
\s5
\v 15 ດ້ວຍວ່າ, ໃຈ ຂອງ ພວກເຂົາ ປຶກຕັນ ຫູ ກໍ ໜັກ ຕາ ກໍ ຫລັບ ເສຍ. ບໍ່ ດັ່ງນັ້ນ ພວກເຂົາ ຈະ ສັງເກດ ເຫັນ ດ້ວຍ ຕາ ຈະ ໄດ້ຍິນ ດ້ວຍ ຫູ ແລະ ຈະ ຮູ້ ດ້ວຍ ໃຈ ແລະ ຈະ ຄືນ ມາ ຫາ ເຮົາ ແລ້ວ ເຮົາ ຈະ ຊົງ ໂຜດ ພວກເຂົາ ໃຫ້ ຫາຍ ດີ.
\s5
\v 16 ແຕ່ ຕາ ຂອງ ພວກເຈົ້າ ກໍ ເປັນ ສຸກ ເພາະພວກເຈົ້າໄດ້ ເຫັນ ແລະຫູຂອງພວກເຈົ້າ ກໍເປັນສຸກ ເພາະໄດ້ຍິນ.
\v 17 ເຮົາບອກພວກເຈົ້າຕາມຄວາມຈິງ ວ່າ, ຜູ້ທຳນວາຍ ແລະຜູ້ມີສິນທຳ ຫລາຍຄົນ ປາຖະໜາຢາກເຫັນ ສິ່ງ ທີ່ ພວກເຈົ້າ ເຫັນຢູ່ນີ້ ແຕ່ ບໍ່ໄດ້ ເຫັນ ແລະ ເຂົາປາຖະໜາ ຢາກໄດ້ຍິນ ຖ້ອຍຄໍາທີ່ພວກເຈົ້າ ໄດ້ຍິນ ແຕ່ ບໍ່ໄດ້ຍິນ.”
\s5
\v 18 “ເຫດສະນນັ້ ພວກເຈົ້າ ຈົ່ງຟັງ ຄໍາອຸປະມາ ເລື່ອງ ຜູ້ຫວ່ານ ພືດນັ້ນ.
\v 19 ຜູ້ໃດ ທີ່ໄດ້ຍິນ ພຣະທຳ ເລື່ອງ ຣາຊອານາຈັກ ສະຫວັນ ແຕ່ ບໍ່ເຂົ້າໃຈ ກໍ ຄ້າຍ ຄື ກັບ ເມັດ ພືດ ທີ່ ຕົກຕາມທາງ, ມານຊົ່ວຮ້າຍ ມາຍາດ ເອົາພຣະທຳ ທີ່ຖືກຫວ່ານ ເຂົ້າໃນຈິດໃຈ ຂອງ ຄົນນນັ້ ໄປ ເສຍ.
\s5
\v 20 ບາງເມັດ ທີ່ຕົກໃສ່ ບ່ອນ ມີຫິນຫລາຍ ດິນ ໜ້ອຍ ຄື ຄົນ ທີ່ໄດ້ຍິນ ພຣະທຳ ແລະ ຮັບ ເອົາໄວ້ ທັນທີ ດ້ວຍ ຄວາມ ຊົມຊື່ນ ຍິນດີ.
\v 21 ແຕ່ບໍ່ໃຫ້ ພຣະທໍານັ້ນ ໄດ້ຝັງຮາກ ເລິກ ລົງ ໃນ ຈິດ ໃຈ ຂອງ ພວກຕົນ ກໍ ທົນ ຢູ່ ບໍ່ໄດ້ດົນ, ເມື່ອເກີດຄວາມຍາກ ລໍາບາກ ຫລື ຖືກ ການ ຂົ່ມເຫັງ ເພາະ ພຣະທຳນັ້ນ ຕົນຈຶ່ງເຊົາ ເຊື່ອພຣະທຳນັ້ນ ທັນທີ.
\s5
\v 22 ບາງເມັດ ທີ່ຕົກ ໃສ່ ກາງ ຟຸ່ມ ໜາມ ຄື ຄົນ ທີ່ໄດ້ຍິນ ພຣະທຳ ແຕ່ ຍງັ ກັງ ວົນ ເຖິງ ຊີວິດ ຢູ່ ໃນ ໂລກນີ້ ແລະ ຄວາມຢາກຮັ່ງ ຢາກ ມີ ຫຸ້ມຮັດ ພຣະທໍາ ນັ້ນ ເສຍ ຈຶ່ງບໍ່ເກີດຜົນ.
\v 23 ສ່ວນ ເມັດ ທີ່ ຕົກ ໃສ່ ດິນ ດີ ຄື ຄົນ ທີ່ ໄດ້ຍິນ ພຣະທໍາ ແລະ ເຂົ້າໃຈ ພຣະທໍາ ນັ້ນ, ຜູ້ນັ້ນ ຈຶ່ງ ເກີດ ຜົນ ໄດ້ ຮ້ອຍ ຕໍ່, ຫົກ ສິບຕໍ່ ແລະ ສາມສິບ ຕໍ່.”
\s5
\v 24 ພຣະເຢຊູເຈົ້າ ໄດ້ ກ່າວ ຄໍາອຸປະມາ ເລື່ອງ ໜຶ່ງສູ່ພວກເຂົາ ຟັງ ວ່າ, “ຣາຊອານາຈັກ ສະຫວັນ ກໍ ປຽບ ເໝືອນ ຄົນ ຜູ້ໜຶ່ງ ທີ່ ຫວ່ານ ພືດ ໃນນາ ຂອງຕົນ.
\v 25 ໃນຂະນະທີ່ ທຸກຄົນ ນອນຫລັບ ຢູ່ ນັັ້ນ ສັດຕູ ຂອງ ຜູ້ນັ້ນ ກໍ ມາ ຫວ່ານ ເຂົ້າ ນົກ ໃສ່ ທ່າມກາງ ເຂົ້າດີ ແລ້ວ ກໍໜີໄປ.
\v 26 ເມື່ອເຂົ້າດີ ງອກ ໃຫຍ່ ຂຶ້ນ ເປັນ ຮວງເຂົ້າ ແລ້ວ ເຂົ້າ ນົກ ກໍ ໃຫຍ່ ຂຶ້ນ ດ້ວຍ ກັນ.
\s5
\v 27 ພວກ ຜູ້ຮັບໃຊ້ ຂອງ ຊາຍ ຄົນນັ້ນ ຈຶ່ງມາ ຫາ ແລະ ເວົ້າວ່າ, ‘ນາຍ ເອີຍ ທ່ານ ໄດ້ ຫວ່ານ ເຂົ້າ ດີ ໃນ ນາ ຂອງທ່ານ ບໍ່ແມ່ນ ບໍ? ແລ້ວເຂົ້ານົກນັ້ນ ມາ ແຕ່ ໃສ?
\v 28 ຝ່າຍ ນາຍ ໄດ້ ຕອບ ວ່າ ‘ນີ້ ແມ່ນ ສັດ ຕູ ເປັນ ຜູ້ ເຮັດ ພວກຜູ້ຮັບໃຊ້ ຈຶ່ງ ຖາມ ນາຍ ວ່າ, ‘ທ່ານ ຕ້ອງການ ໃຫ້ ພວກ ຂ້ານ້ອຍ ຫລົກ ເຂົ້ານົກ ຖິ້ມ ບໍ?
\s5
\v 29 ນາຍ ຕອບວ່າ, ‘ບໍ່ເພາະ ຂະນະທີ່ ຫລົກ ເຂົ້າ ນົກ ຖິ້ມ ນັ້ນ ພວກເຈົ້າ ອາດ ຫລົກ ເຂົ້າ ດີ ກໍເປັນໄດ້.
\v 30 ປະ ໃຫ້ ມັນ ໃຫຍ່ ຂຶ້ນ ນຳ ກັນ ຈົນ ກວ່າ ເຖິງ ລະດູ ເກັບ ກ່ຽວ ແລ້ວ ເຮົາ ກໍ ຈະ ສັ່ງ ໃຫ້ ພວກ ຄົນງານ ເກັບກ່ຽວ ເຂົ້າ ນົກ ກ່ອນ ໂຮມ ເປັນ ມັດ ແລະ ເຜົາ ໄຟຖິ້ມເສຍ, ສ່ວນເຂົ້າ ດີ ນັ້ນ ໃຫ້ ໂຮມ ໄວ້ ໃສ່ ເລົ້າຂອງເຮົາ.
\s5
\v 31 ພຣະເຢຊູເຈົ້າໄດ້ ກ່າວ ຄໍາອຸປະມາ ເລື່ອງ ໜຶ່ງແກ່ ພວກເຂົາ ຟັງ ອີກ ວ່າ, “ຣາຊອານາຈັກ ສະຫວັນ ກໍ ປຽບ ເໝືອນ ແກ່ນ ຜັກ ກາດ ເມັດ ໜຶ່ງ ຊຶ່ງຊາຍ ຄົນ ໜຶ່ງ ນຳ ເອົາ ໄປ ຫວ່ານ ໃນ ສວນ ຂອງຕົນ.
\v 32 ເມັດ ນັ້ນ ນ້ອຍ ກວ່າ ເມັດ ທັງຫລາຍ ແຕ່ ເມື່ອ ງອກ ຂຶ້ນ ແລ້ວ ກໍໃຫຍ່ ກວ່າ ຜັກ ຊະນິດ ອື່ນ ໆ, ມັນ ໃຫຍ່ ຂຶ້ນ ກາຍເປັນ ກົກ ຈົນ ວ່າ ຝູງ ນົກ ມາ ຈັບ ແລະ ເຮັດ ຮັງ ໃສ່ ງ່າ ຂອງ ມັນ ໄດ້. ”
\s5
\v 33 ພຣະເຢຊູເຈົ້າ ຍັງ ໄດ້ ກ່າວ ຄໍາອຸປະມາ ເລື່ອງ ໜຶ່ງ ແກ່ ພວກເຂົາ ວ່າ, “ຣາຊອານາຈັກ ສະຫວັນ ກໍ ປຽບ ເໝືອນ ເຊື້ອແປ້ງ ທີ່ຍິງ ຜູ້ໜຶ່ງ ໄດ້ ນຳເອົາໄປ ປົນໃສ່ ແປ້ງ ສາມ ຜອງ ໃຫຍ່ ຈົນ ແປ້ງ ນັ້ນ ຟູ ຂຶ້ນ ທັງໝົດ.”
\s5
\v 34 ພຣະເຢຊູເຈົ້າ ກ່າວ ທຸກສິ່ງ ເຫລົ່ານີ້ ແກ່ ປະຊາຊົນ ໂດຍ ໄດ້ ໃຊ້ ຄຳອຸປະມາ ທັງໝົດ, ນອກຈາກ ຄໍາອຸປະມາ ພຣະອົງ ບໍ່ໄດ້ ກ່າວ ສິ່ງ ໃດ ເລີຍ ແກ່ ພວກເຂົາ.
\v 35 ພຣະອົງ ກະທຳ ເຊັ່ນນີ້ ເພື່ອໃຫ້ ສຳເລັດ ຕາມ ທີ່ຜູ້ທຳນວາຍ ໄດ້ ກ່າວ ໄວ້ ວ່າ, “ເຮົາ ຈະ ໃຊ້ ຄໍາອຸປະມາ ເພື່ອ ກ່າວ ກັບ ພວກເຂົາ ທັງ ບອກ ຂໍ້ຄວາມ ທີ່ ປົກບັງ ໄວ້ ຕັ້ງແຕ່ ຕົ້ນເດີມ ສ້າງ ໂລກ.”
\s5
\v 36 ເມື່ອ ພຣະເຢຊູເຈົ້າ ໃຫ້ ປະຊາຊົນ ເລີກ ກັບ ໄປ ແລ້ວ, ພຣະອົງ ກໍ ເຂົ້າໄປ ໃນ ເຮືອນ ແລ້ວ ພວກ ສາວົກ ຂອງ ພຣະອົງ ກໍ ເຂົ້າມາ ແລະ ກ່າວ ວ່າ, “ຂໍ ທ່ານ ຊ່ວຍ ອະທິບາຍ ຄໍາອຸປະມາ ເລື່ອງ ເຂົ້ານົກ ແກ່ ພວກ ຂ້ານອ້ຍ ແດ່. ”
\v 37 ພຣະເຢຊູເຈົ້າ ຈຶ່ງ ອະທິບາຍ ວ່າ, “ຜູ້ ທີ່ຫວ່ານ ເຂົ້າດີ ນັ້ນ ແມ່ນ ບຸດມະນຸດ,
\v 38 ສ່ວນນານັ້ນແມ່ນ ໂລກນີ້, ເຂົ້າ ດີ ແມ່ນ ປະຊາຊົນ ແຫ່ງ ຣາຊອານາຈັກ ຂອງ ພຣະເຈົ້າ, ສ່ວນ ເຂົ້ານົກ ແມ່ນ ປະຊາຊົນ ຂອງມານຊົ່ວຮ້າຍ,
\v 39 ແລະ ສັດຕູ ຜູ້ທີ່ ຫວ່ານ ເຂົ້ານົກ ແມ່ນ ມານຮ້າຍ ລະດູ ເກັບ ກ່ຽວ ແມ່ນ ຄາວ ສຸດ ໂລກ ແລະ ຜູ້ ເກັບ ກ່ຽວ ແມ່ນ ຝູງ ເທວະດາ.
\s5
\v 40 ເຂົ້ານົກ ຖືກ ກວາດ ເອົາ ໄປ ເຜົາ ໃສ່ ໄຟ ຢ່າງ ໃດ ຄາວ ສຸດ ໂລກ ກໍ ຈະ ເປັນຢ່າງ ນັ້ນ.
\v 41 ບຸດ ມະນຸດ ຈະ ໃຊ້ ຝູງ ເທວະດາ ຂອງຕົນ ອອກ ໄປ ຮວບຮວມ ເອົາ ອອກ ມາ ຈາກ ອານາຈັກ ຂອງ ພຣະອົງ ຄື ພວກ ທີ່ກໍ່ເຫດ ທັງ ໝົດ ໃຫ້ ມະນຸດ ເຮັດ ບາບ ແລະ ບັນ ດາ ຜູ້ ທີ່ ເຮດັ ຊົ່ວ ທັງ ໝົດ
\v 42 ແລ້ວ ຈະ ໂຍນ ພວກເຂົາ ຖິ້ມ ໃສ່ ໃນ ເຕົາ ໄຟ ອັນ ຮ້ອນກ້າ ບ່ອນ ທີ່ມີການ ຮ້ອງໄຫ້ ຄວນຄາງ ແລະ ຂົບ ແຂ້ວຄຽ້ວຟັນ.
\v 43 ແລ້ວ ພວກທີ່ຊອບທຳ ກໍ ຈະ ຮຸ່ງເຮືອງ ດັ່ງ ດວງຕາເວັນ ໃນຣາຊອານາຈັກ ແຫ່ງ ພຣະບິດາ ຂອງ ພວກເຂົາ, ຜູ້ໃດ ມີຫູ ຟັງ ຈົ່ງຟັງເອົາ.”
\s5
\v 44 “ຣາຊອານາຈັກ ສະຫວັນ ປຽບເໝືອນ ຊັບທີ່ ເຊື່ອງ ໄວ້ ໃນ ທົ່ງ ນາ, ຊາຍຄົນໜື່ງ ພົບແລ້ວ ຈຶ່ງເຊື່ອງໄວ້ ອີກ, ລາວ ດີໃຈ ທີ່ສຸດ ຈຶ່ງ ໄປ ຂາຍ ທຸກສິ່ງ ທີ່ຕົນມີຢູ່ ແລ້ວໄປ ຊື້ ເອົານາ ທົ່ງນັ້ນ. ”
\v 45 “ເຊັ່ນ ດຽວ ກັນ ຣາຊອານາຈັກ ສະຫວັນ ປຽບ ເໝືອນ ພໍ່ຄ້າ ຜູ້ໜຶ່ງ ທີ່ຊອກ ຫາ ໄຂ່ ມຸກ ຢ່າງ ງາມ.
\v 46 ເມື່ອ ລາວ ພົບ ໄຂ່ ມຸກ ເມັດ ໜຶ່ງ ທີ່ ມີ ຄ່າ ແພງ ຫລາຍ ທີ່ ສຸດ ກໍ ໄປ ຂາຍ ທຸກສິ່ງ ທີ່ ຕົນ ມີ ຢູ່ ແລ້ວໄປ ຊື້ ໄຂ່ ມຸກ ນັ້ນ.”
\s5
\v 47 “ເຊັ່ນດຽວ ກັນ ຣາຊອານາຈັກ ສະຫວັນ ປຽບ ເໝືອນ ກັບ ມອງ ທີ່ ຖິ້ມ ລົງ ໃນ ທະເລ ຈັບ ປາ ທຸກ ຊະນິດ.
\v 48 ເມື່ອ ເຕັມ ມອງ ແລ້ວ ກໍ ດຶງ ມອງ ນັ້ນ ຂຶ້ນ ເທິງ ຝັ່ງ ແລະ ນັ່ງ ລົງ ເລືອກ ເອົາ ໂຕ ດີ ໃສ່ ຄຸ ໄວ້ ສ່ວນ ໂຕ ບໍ່ ດີ ນັ້ນ ໂຍນ ຖິ້ມໄປ.
\s5
\v 49 ໃນ ຄາວ ສຸດທ້າຍ ໂລກ ກໍ ຈະ ເປັນ ຢ່າງ ນັ້ນ ແຫລະ ຝູງ ເທວະດາ ກໍ ຈະ ອອກ ໄປ ແຍກ ເອົາ ຄົນ ຊົ່ວ ອອກ ຈາກ ຄົນ ຊອບທຳ,
\v 50 ແລະ ຈະ ໂຍນ ພວກເຂົາ ຖິ້ມ ໃສ່ ໃນ ເຕົາ ໄຟ ອັນ ຮ້ອນກ້າ ບ່ອນ ທີ່ ມີ ການ ຮ້ອງໄຫ້ ຄວນຄາງ ແລະ ຂົບ ແຂ້ວຄຽ້ວຟັນ.”
\s5
\v 51 ພຣະເຢຊູເຈົ້າຖາມ ພວກເຂົາ ວ່າ, “ພວກເພິ່ນ ເຂົ້າໃຈ ເລື່ອງ ທັງໝົດ ນີ້ ແລ້ວ ບໍ? ” ພວກເພິ່ນ ຕອບ ພຣະອົງ ວ່າ, “ເຂົ້າໃຈ ແລ້ວ. ”
\v 52 ດັ່ງນັ້ນ ພຣະອົງ ຈຶ່ງ ກ່າວ ແກ່ ພວກເພິ່ນວ່າ, “ດ້ວຍເຫດນັ້ນ ທຳມະຈານ ທຸກຄົນ ທີ່ໄດ້ຮຽນຮູ້ ເຖິງ ຣາຊອານາຈັກ ສະຫວັນ ກໍ ເໝືອນ ເຈົ້າຂອງ ເຮືອນ ຜູ້ໜຶ່ງ ທີ່ ເອົາ ຂອງ ໃໝ່ ແລະ ຂອງ ເກົ່າ ອອກ ມາ ຈາກ ສາງ ຂອງຕົນ. ”
\v 53 ເມື່ອ ພຣະເຢຊູເຈົ້າ ກ່າວ ຄໍາອຸປະມາ ເຫລົ່ານີ້ ຈົບແລ້ວ ກໍສະເດັດ ຈາກ ບ່ອນ ນັ້ນ ໄປ
\s5
\v 54 ເມື່ອ ກັບ ໄປ ເຖິງ ເມືອງ ຂອງຕົນ ແລ້ວ ພຣະອົງ ໄດ້ ສັ່ງ ສອນ ຄົນ ທັງຫລາຍ ໃນ ທໍາມະສາລາ ຂອງ ພວກເຂົາ ຈົນ ພວກເຂົາ ງຶດ ປະຫລາດ ໃຈ ແລະ ຖາມ ກັນ ວ່າ, “ຄົນນີ້ ໄດ້ ສະຕິປັນຍາ ແລະ ເຮັດ ການ ອັດສະຈັນ ນີ້ ມາ ຈາກ ໃສ?
\v 55 ລາວ ບໍ່ແມ່ນ ລູກຊາຍ ຂອງ ຊ່າງ ໄມ້ ນັ້ນບໍ? ມາຣີ ເປັນ ແມ່ ຂອງ ລາວ ບໍ່ແມ່ນ ບໍ? ຢາໂກໂບ, ໂຢເຊັບ, ຊີໂມນ ແລະ ຢູດາ ເປັນ ນ້ອງຊາຍ ຂອງ ລາວ ບໍ່ແມ່ນ ບໍ?
\v 56 ແລະ ນ້ອງສາວ ທຸກຄົນ ຂອງ ລາວ ກໍຢູ່ ໃນ ເມືອງ ນີ້ ບໍ່ ແມ່ນ ບໍ? ລາວ ໄດ້ ສິ່ງ ທັງ ໝົດ ນີ້ ມາ ແຕ່ ໃສ?”
\s5
\v 57 ດັ່ງ ນັ້ນ ແຫລະ ພວກເຂົາ ຈຶ່ງບໍ່ຍອມ ຮັບ ພຣະອົງ. ພຣະເຢຊູເຈົ້າ ຊົງ ກ່າວ ແກ່ ພວກເຂົາ ວ່າ, “ຜູ້ ປະກາດພຣະທຳ ຈະ ບໍ່ ຂາດ ຄວາມນັບ ຖື ໃນ ທຸກ ບ່ອນ ເວັ້ນ ໄວ້ ແຕ່ ໃນບ້ານ ເມືອງ ຂອງຕົນ ແລະ ຈາກ ຄອບຄົວ ຂອງຕົນ. ”
\v 58 ຍ້ອນ ພວກເຂົາ ບໍ່ ມີ ຄວາມເຊື່ອ, ພຣະອົງ ຈຶ່ງບໍ່ໄດ້ ເຮັດ ການ ອັດສະຈັນ ຫລາຍ ຢູ່ ໃນ ເມືອງ ນີ້.
\s5
\c 14
\p
\v 1 ໃນ ເວລາ ນັ້ນ ເຮໂຣດ ຜູ້ ປົກ ຄອງ ແຂວງ ຄາລີເລ ໄດ້ຍິນ ຄົນ ເວົ້າ ເຖິງ ເລື່ອງ ພຣະເຢຊູເຈົ້າ.
\v 2 ເພິ່ນ ຈ່ຶ່ງ ເວົ້າ ຕໍ່ ພວກ ຄົນ ໃຊ້ ຂອງຕົນ ວ່າ, “ຊາຍ ຜູ້ ນີ້ ແຫລະ ແມ່ນ ໂຢຮັນ ບັບ ຕິສະໂຕ ລາວ ເປັນ ຄືນ ມາ ມີ ຊີວິດ ແລ້ວ ດັ່ງນັ້ນແຫລະ, ຈ່ຶ່ງເປັນ ເຫດ ໃຫ້ ມີຣິດ ອໍານາດ ເຮັດ ການ ອັດສະຈັນ ໄດ້ ຫລາຍ ປະການ.”
\s5
\v 3 ດວ້ຍວ່າ, ເຮໂຣດ ໄດ້ ສັ່ງ ຈັບ ໂຢຮັນ ລ່າມໂສ້ ແລະ ນຳ ໄປ ຂັງ ຄຸກ ໄວ້ ເພາະ ເຫັນ ແກ່ ນາງ ເຮໂຣເດຍ ເມຍ ຂອງ ຟີລິບ ຜູ້ ທີ່ ເປັນ ນ້ອງຊາຍ ຂອງຕົນ.
\v 4 ເພາະ ໂຢຮັນ ບັບ ຕິສະໂຕ ໄດ້ ບອກ ເຮໂຣດ ຢູ່ ສະເໝີ ວ່າ, “ບໍ່ ເປັນ ການ ຖືກ ຕ້ອງ ທີ່ ທ່ານ ເອົາ ນາງ ເຮໂຣເດຍ ເປັນ ເມຍ”
\v 5 ເຮໂຣດ ຢາກ ຈະ ຂ້າ ໂຢຮັນ ເສຍ, ແຕ່ ເພິ່ນຢ້ານ ປະຊາຊົນ ເພາະ ເຂົາ ຖື ໂຢຮັນ ວ່າ ເປັນ ຜູ້ທຳນວາຍ.
\s5
\v 6 ໃນ ວັນ ສະຫລອງ ວັນ ເກີດ ຂອງ ເຮໂຣດ ລູກສາວ ຂອງນາງເຮໂຣເດຍ ໄດ້ຟ້ອນລຳຕໍ່ໜ້າບັນດາແຂກທີ່ຖືກ ເຊີນມາ ເຮໂຣດ ພໍໃຈ ຫລາຍ
\v 7 ຈົນເພິ່ນ ສັນຍາໂດຍ ສາບານ ກັບນາງ ວ່າ, “ເຮົາ ຈະໃຫ້ ທຸກສິ່ງທີ່ ເຈົ້າຂໍ.”
\s5
\v 8 ນາງ ຈຶ່ງເຮັດ ຕາມ ຄໍາແນະນຳ ຂອງ ແມ່ ນາງ ກ່າວ ວ່າ, “ຈົ່ງ ເອົາຫົວ ໂຢຮັນ ບັບ ຕິສະໂຕ ໃສ່ ຖາດ ມາ ໃຫ້ ຂ້ານ້ອຍ ໃນ ທີ່ນີ້. ”
\v 9 ຝ່າຍ ກະສັດ ກໍ ເປັນ ທຸກໃຈ ຢ່າງ ໜັກ ແຕ່ ເພາະ ຄໍາສັນຍາ ທີ່ໄດ້ໃຫ້ ໄວ້ ຊ້ອງໜ້າ ແຂກ ທັງ ໝົດ ຂອງຕົນ ເພິ່ນ ຈຶ່ງ ສັ່ງ ໃຫ້ ເຮັດ ຕາມ ທທີ່ ນາງ ໄດ້ ຂໍ.
\s5
\v 10 ຄື ເພິ່ນສັ່ງ ໃຫ້ ຄົນ ໄປ ຕັດ ເອົາ ຫົວ ໂຢຮັນ ຢູ່ ໃນຄຸກ.
\v 11 ແລ້ວ ເຂົາ ກໍ ນຳ ຫົວ ໂຢຮັນ ໃສ່ ຖາດ ມາ ມອບ ໃຫ້ ຍ້ິງ ສາວ ແລະ ນາງ ກໍມອບ ຕໍ່ ໃຫ້ ແມ່ ຂອງຕົນ.
\v 12 ພວກລູກສິດ ຂອງ ໂຢຮັນ ໄດ້ ມາ ຮັບ ເອົາ ສົບ ໄປ ຝັງ, ແລ້ວ ພວກເຂົາ ກໍ ໄປ ບອກ ໃຫ້ ພຣະເຢຊູເຈົ້າຮູ້.
\s5
\v 13 ເມື່ອ ພຣະເຢຊູເຈົ້າ ໄດ້ຍິນ ຂ່າວ ກ່ຽວກັບ ໂຢຮັນ ພຣະອົງ ກໍ ສະເດັດ ລົງ ເຮືອ ຈາກ ທີ່ ນັ້ນ ໄປ ຍັງ ບ່ອນ ມິດງຽບ ຢູ່ ຕ່າງຫາກ, ເມື່ອ ປະຊາຊົນ ຮູ້ ເລື່ອງ ນີ້ ຈຶ່ງ ອອກ ຈາກ ເມືອງ ຕ່າງໆ ຍ່າງ ຕິດຕາມ ພຣະອົງ ໄປ.
\v 14 ເມື່ອ ພຣະເຢຊູເຈົ້າ ສະເດັດ ອອກ ຈາກ ເຮືອ ມາ ກໍ ເຫັນ ປະຊາຊົນ ຝູງ ໃຫຍ່ ພຣະອົງ ຈຶ່ງ ສົງ ສານ ປະຊາຊົນ ເຫລົ່ານັ້ນ ແລະ ພຣະອົງ ໄດ້ ຊົງ ໂຜດ ຮັກ ສາ ຄົນ ທີ່ ເຈັບ ໄຂ້ ໄດ້ປ່ວຍ ທັງ ຫລາຍ ໃຫ້ ຫາຍດີ.
\s5
\v 15 ເມື່ອ ເຖິງ ຕອນແລງ ພວກ ສາວົກ ກໍ ມາ ຫາ ພຣະອົງ ແລະ ເວົ້າວ່າ, “ບ່ອນ ນີ້ ກໍເປນ ປ່າ ບ່ອນ ເປົ່າປ່ຽວ ແລະ ຄ່ຳ ຫລາຍ ແລ້ວ. ສະນັ້ນ ໃຫ້ ທ່ານ ບອກ ປະຊາຊົນ ໃຫ້ ເລີກ ເມືອ ສາ ເພື່ອ ໃຫ້ ພວກເຂົາ ໄປ ຕາມ ໝູ່ ບ້ານ ຕ່າງໆ ຫາ ຊື້ ອາຫານ ສໍາລັບ ພວກເຂົາເອງ.”
\s5
\v 16 ພຣະເຢຊູເຈົ້າ ຕອບ ວ່າ, “ພວກເຂົາ ບໍ່ ຈຳເປັນ ຕ້ອງ ເລີກ ເມືອ ດອກ ໃຫ້ ພວກເຈົ້າ ເອົາ ອາຫານ ໃຫ້ ພວກເຂົາ ກິນສາ. ”
\v 17 ພວກເພິ່ນ ຕອບ ວ່າ, “ພວກ ຂ້ານ້ອຍ ມີ ພຽງແຕ່ ເຂົ້າ ຈີ່ ຫ້າ ກ້ອນ ກັບ ປາ ສອງ ໂຕ. ”
\v 18 ພຣະເຢຊູເຈົ້າ ຕອບ ວ່າ, “ຈົ່ງ ເອົາ ອັນ ນັ້ນ ມາ ໃຫ້ ເຮົາ.”
\s5
\v 19 ແລ້ວພຣະອົງ ກໍໄດ້ ສັ່ງ ປະຊາຊົນ ໃຫ້ ນັ່ງ ລົງ ເທິງ ຫຍ້າ, ເມື່ອ ພຣະອົງ ຮັບ ເອົາ ເຂົ້າຈີ່ຫ້າ ກ້ອນ ກັບ ປາ ສອງ ໂຕ ນັ້ນ ແລ້ວ, ກໍ ເງີຍ ໜ້າ ຂຶ້ນສູ່ ທ້ອງຟ້າ ແລະ ໂມທະນາ ຂອບພຣະຄຸນ, ພຣະອົງ ຫັກ ເຂົ້າ ຈີ່ແລ້ວ ຍື່ນ ໃຫ້ ພວກ ສາວົກ, ແລ້ວພວກ ສາວົກ ກໍ ຢາຍ ໃຫ້ປະຊາຊົນ.
\v 20 ພວກເຂົາ ໄດ້ ກິນອີ່ມ ທຸກຄົນ ແລ້ວ ພວກ ສາວົກ ກໍ ເກັບ ຕ່ອນ ທີ່ເຫລືອ ນັ້ນ ໄດ້ ອີກ ສິບ ສອງ ກະບຸງ.
\v 21 ຈໍານວນ ຄົນ ທີ່ໄດ້ ກິນ ນັ້ນ ມີ ປະມານ ຫ້າພັນ ຄົນ ໂດຍ ບໍ່ ນັບ ແມ່ ຍິງ ແລະ ເດັກນ້ອຍ.
\s5
\v 22 ຫລັງຈາກ ນັ້ນ ພຣະເຢຊູເຈົ້າ ກໍ ຈັດ ໃຫ້ ພວກ ສາວົກ ລົງ ຂີ່ ເຮືອ ຂ້າມຟາກໄປກ່ອນ ຂະນະດຽວກັນ ພຣະອົງ ກໍ ບອກປະຊາຊົນ ໃຫ້ ເລີກ ເມືອ.
\v 23 ຫລັງຈາກ ປະຊາຊົນ ເລີກເມືອ ໝົດ ແລ້ວ ພຣະອົງ ກໍຂຶ້ນ ໄປເທິງພູ ແຕ່ ຜູ້ດຽວ ເພື່ອ ພາວັນນາອະທິຖານ. ເມື່ອ ຄ່ຳມ າ ພຣະອົງ ກໍ ຍັງ ຢູ່ທີ່ນັ້ນ ແຕ່ ຜູ້ດຽວ,
\v 24 ສ່ວນເຮືອ ທີ່ ພວກສາວົກ ຂີ່ ໄປນັ້ນ ກໍ ອອກຫ່າງໄກຈາກຝັ່ງ ແລະຖືກ ຟອງ ນ້ຳທະເລສາບ ຕີພັດໄປມາ ເພາະເຮືອ ຕ້ານທວນລົມ.
\s5
\v 25 ລະຫວ່າງ ສາມ ໂມງ ຂ້ອນ ແຈ້ ງ ຫາ ຫົກ ໂມງ ເຊົ້າ, ພຣະເຢຊູເຈົ້າ ຊົງ ຍ່າງ ເທິງ ໜ້າ ນໍ້າ ມາ ຫາ ພວກ ສາວົກ.
\v 26 ເມື່ອ ພວກເພິ່ນ ເຫັນ ພຣະອົງ ຍ່າງ ເທິງ ໜ້າ ນໍ້າ ຕ່າງ ກໍ ສະທ້ານ ຢ້ານກົວ ທີ່ສຸດ ໂດຍ ຮ້ອງ ຂຶ້ນ ວ່າ, “ຜີ! ” ພວກເພິ່ນ ຮ້ອງ ຂຶ້ນ ດ້ວຍ ຄວາມ ຢ້ານ.
\v 27 ແຕ່ ພຣະເຢຊູເຈົ້າ ກ່າວ ໂດຍ ທັນທີ “ຈົ່ງດີໃຈ ເຖີດ ແມ່ນ ເຮົາເອງ ຢ່າສູ່ຢ້ານ.”
\s5
\v 28 ແລ້ວເປໂຕ ກໍ ເວົ້າຂື້ນ ວ່າ, “ພຣະອົງ ເຈົ້າ ເອີຍ, ຖ້າ ແມ່ນ ທ່ານ ແທ້ ໂຜດ ສັ່ງ ໃຫ້ ຂ້ານ້ອຍ ຍ່າງ ເທິງ ໜ້ານໍ້າ ໄປ ຫາ ທ່ານ ແດ່ ທ້ອນ. ”
\v 29 ພຣະເຢຊູເຈົ້າ ຕອບ ວ່າ, “ມາແມ. ” ດັ່ງນັ້ນ ເປໂຕ ຈຶ່ງ ອອກ ຈາກ ເຮືອ ຍ່າງ ເທິງ ໜ້າ ນໍ້າ ໄປ ຫາ ພຣະເຢຊູເຈົ້າ.
\v 30 ແຕ່ ເມື່ອ ເປໂຕ ເຫັນ ລົມ ພັດ ມາ ແຮງ ກໍ ຢ້ານ ແລະ ກໍາລັງ ຈະ ຈົມ ລົງ ລາວ ຈຶ່ງ ຮ້ອງ ຂຶ້ນ ວ່າ, “ພຣະອົງ ເຈົ້າ ເອີຍ ຊ່ວຍ ຂ້ານ້ອຍ ແດ່ ທ້ອນ.”
\s5
\v 31 ໃນ ທັນໃດນັ້ນ ພຣະເຢຊູເຈົ້າ ກໍ ເດ່ ມື ອອກ ໄປ ຈັບ ລາວ ໄວ້ ແລ້ວກ່າວ ວ່າ, “ໂອ ຜູ້ ມີ ຄວາມເຊື່ອ ໜ້ອຍ ເອີຍ ເປັນ ຫຍັງ ຈຶ່ງ ສົງ ໄສ? ”
\v 32 ເມື່ອ ທັງ ສອງ ໄດ້ ຂຶ້ນ ໄປ ໃນ ເຮືອ ແລ້ວ ລົມ ກໍ ເຊົາ ພັດ.
\v 33 ແລ້ວ ພວກ ສາວົກ ທີ່ ຢູ່ ໃນ ເຮືອ ນັ້ນ ກໍ ກົ້ມ ລົງ ຂາບ ພຣະເຢຊູເຈົ້າ ແລ້ວ ເວົ້າ ວ່າ, “ພຣະອົງ ເປັນ ພຣະບຸດ ຂອງ ພຣະເຈົ້າ ແທ້ຈິງ.”
\s5
\v 34 ເມື່ອໄດ້ ຂ້າມ ທະເລສາບ ມາ ເຖິງ ຂົງ ເຂດ ເຄັນ ເນຊາເຣັດ ແລ້ວ. (ຣ)
\v 35 ປະຊາຊົນ ໃນ ເມືອງ ນີ້ ຈື່ ພຣະອົງ ໄດ້ ແລ້ວກໍ ໃຊ້ ຄົນໄປ ບອກ ຂ່າວ ການ ມາ ຂອງ ພຣະອົງ ໄປ ທົ່ວ ທຸກ ຂົງ ເຂດ ນັ້ນ. ດັ່ງ ນັ້ນ ພວກເຂົາ ຈຶ່ງ ນຳ ຜູ້ທີ່ເຈັບປ່ວຍ ທຸກຄົນ ມາຫາ ພຣະອົງ.
\v 36 ພວກເຂົາ ຂໍຮ້ອງ ນຳ ພຣະອົງ ພຽງແຕ່ ໃຫ້ ຄົນເຈັບ ປ່ວຍ ໄດ້ບາຍ ແຄມ ເຄື່ອງ ນຸ່ງ ຂອງ ພຣະອົງ ແລະ ຜູ້ ທີ່ໄດ້ ບາຍ ກໍດີເປັນ ປົກ ກະຕິ ທຸກຄົນ.
\s5
\c 15
\p
\v 1 ຕໍ່ມາ ພວກ ຟາຣີຊາຍ ແລະ ພວກ ທຳມະຈານ ບາງຄົນ ໄດ້ ອອກ ມາ ຈາກ ນະຄອນ ເຢຣູຊາເລັມ, ເພື່ອ ພົບ ພຣະເຢຊູເຈົ້າ ແລະ ຖາມ ພຣະອົງ ວ່າ,
\v 2 “ເປັນຫຍັງ ພວກ ສາວົກ ຂອງທ່ານ ຈຶ່ງ ບໍ່ ປະຕິບັດ ຕາມ ຄໍາສັ່ງ ສອນ ທີ່ ສືບທອດ ມາ ຈາກ ບັນພະບຸລຸດ ບູຮານ? ດ້ວຍວ່າ, ພວກເຂົາ ບໍ່ໄດ້ ລ້າງ ມື ຕາມ ທຳນຽມ ກ່ອນ ຮັບ ປະທານອາຫານ. ”
\v 3 ພຣະເຢຊູເຈົ້າ ຈຶ່ງ ຕອບ ພວກເຂົາ ວ່າ, “ເປັນ ຫຍັງ ພວກເຈົ້າ ຈຶ່ງ ບໍ່ ປະຕິບັດ ຕາມ ຂໍ້ຄໍາສັ່ງ ຂອງ ພຣະເຈົ້າ ດ້ວຍ ເຫັນ ແກ່ ທຳນຽມ ທີ່ ສືບ ທອດ ຕໍ່ກັນ ມາ?
\s5
\v 4 ເພາະ ພຣະເຈົ້າກ່າວ ວ່າ, ‘ຈົ່ງ ນັບ ຖື ພໍ່ ແມ່ ຂອງຕົນ’ ແລະ ຜູ້ ໃດ ທີ່ໝິ່ນປະໝາດ ພໍ່ ແມ່ ຂອງຕົນ, ຜູ້ ນັ້ນ ຕ້ອງ ຖືກ ໂທດ ເຖິງ ຕາຍ.
\v 5 ແຕ່ ພວກເຈົ້າ ກັບ ສັ່ງສອນ ວ່າ, ຖ້າ ຄົນ ໜຶ່ງ ມີ ສິ່ງ ຂອງ ທີ່ ຕົນ ອາດ ຊ່ວຍເຫລືອ ພໍ່ແມ່ ຂອງຕົນ ໄດ້ ແລ້ວ ອ້າງ ສິ່ງ ນັ້ນ ວ່າ, ‘ເປັນ ຂອງ ຖວາຍ ແກ່ ພຣະເຈົ້າ’
\v 6 ຜູ້ນັ້ນ ຈິ່ງ ບໍ່ຕ້ອງ ນັບ ຖື ພໍ່ຂອງຕົນ. (ລ) ການ ທີ່ພວກເຈົ້າ ເຮັດ ເຊັ່ນ ນັ້ນ ກໍ ເປັນ ການ ທຳ ລາຍ ຄຸນຄ່າ ແຫ່ງ ພຣະທຳ ຂອງ ພຣະເຈົ້າ, ເພື່ອ ເຫັນ ແກ່ ທຳ ນຽມ ທີ່ພວກເຈົ້າ ສັ່ງ ສອນ ຖ່າຍທອດ ສືບ ຕໍ່ ກັນ ມາ.
\s5
\v 7 ພວກຄົນ ໜ້າ ຊື່ໃຈຄົດ ເອີຍ ເອຊາຢາ ໄດ້ ທຳ ນວາຍ ໄວ້ ເຖິງ ພວກເຈົ້າ ກໍ ຖືກ ຕ້ອງ ຄັກ ແນ່ ແລ້ວ ທີ່ ວ່າ,
\v 8 ‘ຄົນ ເຫລົ່ານີ້ ໃຫ້ກຽດ ເຮົາ ແຕ່ ປາກ ສ່ວນ ຈິດໃຈ ຫ່າງ ໄກ ຈາກ ເຮົາ.
\v 9 ການ ທີ່ ພວກເຂົາ ນະມັດສະການ ເຮົາ ນັ້ນ ເປັນ ການ ໄຮ້ ປະໂຫຍດ ເພາະ ພວກເຂົາ ເອົາ ຄໍາສັ່ງສອນ ຕາມ ທໍານຽມ ຂອງ ມະນຸດ ມາ ຕູ່ ຫາ ວ່າ ເປັນ ຄໍາສັ່ງສອນ ຂອງເຮົາ.
\s5
\v 10 ຕໍ່ມາ ພຣະເຢຊູເຈົ້າ ໄດ້ ເອີ້ນ ປະຊາຊົນ ໃຫ້ ມາ ຫາ ພຣະອົງ ແລະ ກ່າວແກ່ ພວກເຂົາ ວ່າ, “ຈົ່ງ ຟັງ ແລະ ເຂົ້າໃຈ ເອົາ ສາ
\v 11 ບໍ່ ແມ່ນ ສິ່ງທີ່ມະນຸດ ກິນ ເຂົ້າໄປ ໃນ ປາກ ເຮັດ ໃຫ້ ມະນຸດ ຊົ່ວ ມົວ ໝອງ, ແຕ່ ແມ່ນ ສິ່ງ ທີ່ອອກ ມາ ຈາກ ປາກ ນັ້ນ ແຫລະ ທີ່ເຮັດ ໃຫ້ ມະນຸດ ຊົ່ວມົວ ໝອງ.”
\s5
\v 12 ແລ້ວ ພວກ ສາວົກ ກໍ ມາ ຫາ ພຣະອົງ ແລະ ເວົ້າ ວ່າ, “ທ່ ານ ຮູ້ບໍວ່າ ຄໍາ ທີ່ ທ່ານ ກ່າວ ນັ້ນ ຕໍາ ໃຈ ພວກ ຟາຣີຊາຍ? ”
\v 13 ພຣະເຢຊູເຈົ້າ ຕອບ ວ່າ, “ຕົ້ນໄມ້ ທຸກ ຕົ້ນ ທີ່ ພຣະບິດາ ຂອງເຮົາ ຜູ້ ສະຖດິ ຢູ່ ໃນ ສະຫວັນ ບໍ່ ໄດ້ ປູກ ໄວ້ ກໍຈະ ຖືກຫລັກ ຖິ້ມ.
\v 14 ຢ່າ ສົນ ນໍາ ພວກເຂົາ ເທາະ! ພວກເຂົາ ເປັນ ຄົນ ຕາບອດ ນຳ ຄົນ ຕາບອດ ແລະ ເມື່ອ ຄົນ ຕາບອດ ຈູງ ຄົນ ຕາບອດ ໄປ ເຂົາ ທັງ ສອງ ກໍ ຕົກ ລົງ ໃນ ຂຸມ.”
\s5
\v 15 ເປໂຕ ເວົ້າຂຶ້ນ ວ່າ, “ໂຜດ ອະທິບາຍ ຄໍາອຸປະມາ ນີ້ ສູ່ ພວກ ຂ້ານ້ອຍ ຟັງ ແດ່. ”
\v 16 ພຣະເຢຊູເຈົ້າ ກ່າວແກ່ ພວກເພິ່ນ ວ່າ, “ພວກເຈົ້າ ກໍຍັງ ບໍ່ ເຂົ້າໃຈເໝືອນກັນ ກັບ ພວກເຂົາ ບໍ
\v 17 ພວກເຈົ້າບໍ່ ເຂົ້າໃຈ ບໍ ວ່າ ທຸກສິ່ງ ທີ່ ມະນຸດ ກິນ ເຂົ້າ ໄປ ກໍ ລົງ ໃນ ທ້ອງ ແລ້ວ ກໍ ຖ່າຍອອກມາ.
\s5
\v 18 ແຕ່ ສິ່ງທີ່ອອກມາຈາກປາກ ກໍອອກມາຈາກໃຈ ສິ່ງນີ້ ແຫລະ ທີ່ ເຮັດ ໃຫ້ ມະນຸດຊົ່ວ ມົວ ໝອງ.
\v 19 ເພາະຄວາມຄິດ ຊົ່ວ ຊຶ່ງ ນຳ ໄປສູ່ການຂ້າ ຄົນ, ການຫລິ້ນຊູ້ ສູ່ຜົວ ເມຍ ແລະການຜິດ ສິນ ທຳ ທາງ ເພດ, ການລັກ, ການກ່າວຄຳພະຍານບໍ່ຈິງ ແລະການ ກ່າວຮ້າຍປ້າຍສີ ຜູ້ອື່ນ ແມ່ນສິ່ງ ທີ່ອອກມາຈາກໃຈ ມະນຸດ.
\v 20 ສິ່ງ ເຫລົ່າ ນີ້ ແຫລະ ທີ່ເຮັດ ໃຫ້ ມະນຸດຊົ່ວ ມົວໝອງ, ແຕ່ ການຮັບ ປະທານອາຫານໂດຍບໍ່ໄດ້ ລ້າງ ມື ກ່ອນ ນັ້ນ ບໍ່ ໄດ້ ເຮັດ ໃ ຫ້ ມະນຸດຊົ່ວ ມົວ ໝອງ.”
\s5
\v 21 ຕໍ່ມາ ພຣະເຢຊູເຈົ້າ ໄດ້ ຈາກ ທີ່ນັ້ນ ໄປ ຍັງ ເຂດແດນ ເມືອງ ຕີເຣ ແລະ ຊີໂດນ.
\v 22 ມີ ຍິງ ຊາວ ການາອານ ຜູ້ໜຶ່ງ (ວ) ຢູ່ ໃນ ຂົງ ເຂດ ນີ້ ໄດ້ ມາ ຫາ ພຣະອົງ ຮ້ອງ ຂຶ້ນ ວ່າ, “ພຣະອົງເຈົ້າ ຜູ້ເປັນ ບຸດດາວິດ ເອີຍ ຂໍໂຜດ ເມດຕາ ຂ້ານ້ອຍ ແດ່ ທ້ອນ ຜີມານຮ້າ້ຍ ສິງ ລູກສາວ ຂອງ ຂ້ານ້ອຍ ແລະ ມີ ຄວາມ ທຸກ ທໍລະມານ ຫລາຍ ຍ້ອນ ມັນ ບັງຄັບ. ”
\v 23 ແຕ່ ພຣະອົງ ບໍ່ໄດ້ ກ່າວ ຈັກ ຄໍາ ແກ່ ນາງ, ພວກ ສາວົກ ມາ ຫາ ພຣະອົງ ແລະ ຂໍຮ້ອງ ວ່າ, “ບອກ ນາງ ໜີ ສາ (ຫ) ເພາະ ນາງ ຮ້ອງ ຕາມ ພວກເຮົາມາ.”
\s5
\v 24 ແລ້ວພຣະອົງ ກໍ ຕອບ ວ່າ, “ເຮົາຖືກ ໃຊ້ ມາ ຫາ ຝູງແກະ ທີ່ ເສຍ ໄປ ໃນ ຊາດ ອິດສະຣາເອນ ເທົ່ານັ້ນ. ” (ອ)
\v 25 ຝ່າຍ ຍິງ ຜູ້ນີ້ ກໍມາ ຂາບລົງ ທີ່ຕີນ ຂອງ ພຣະອົງ ແລ້ວ ເວົ້າ ວ່າ, “ພຣະອົງເຈົ້າ ເອີຍ ໂຜດ ຊ່ວຍ ຂ້ານ້ອຍ ແດ່ ທ້ອນ. ”
\v 26 ພຣະອົງຕອບ ວ່າ, “ ບໍ່ເປັນ ການສົມຄວນ ທີ່ຈະ ເອົາອາຫານ ຂອງ ລູກ ໂຍນ ໃຫ້ ໝາ.”
\s5
\v 27 ຍິງ ຜູ້ ນັ້ນ ຕອບ ວ່າ, “ຈິງ ຢູ່ ພຣະອົງເຈົ້າ ເອີຍ ແມ່ນແຕ່ ໝາ ກໍ ຍັງ ໄດ້ ກິນ ເສດ ອາຫານ ທີ່ ຕົກ ຈາກ ໂຕະ ນາຍ ຂອງ ມັນ. ”
\v 28 ແລ້ວພຣະເຢຊູເຈົ້າ ກໍ ຕອບ ນາງ ວ່າ, “ເຈົ້າ ເປັນ ຍິງ ທີ່ມີ ຄວາມເຊື່ອຍິ່ງ ໃຫຍ່ ຫລາຍ ຈົ່ງ ໃຫ້ ເປັນ ໄປ ຕາມ ທີ່ ເຈົ້າ ຕ້ອງການ ເທີ້ນ. ” ໃນ ເວລາ ດຽວກັນ ນັ້ນ ລູກສາວ ຂອງ ນາງ ກໍ ຫາຍ ດີ ແລ້ວ.
\s5
\v 29 ພຣະເຢຊູເຈົ້າ ໄດ້ ຈາກ ທີ່ ນັ້ນ ລຽບ ໄປ ຕາມ ແຄມ ທະເລສາບ ຄາລີເລ, ພຣະອົງ ໄດ້ ຂຶ້ນ ໄປ ໂນນ ພູ ແລະ ນັ່ງ ລົງ ທີ່ນັ້ນ.
\v 30 ປະຊາຊົນ ຢ່າງ ຫລວງຫລາຍ ໄດ້ ມາ ຫາ ພຣະອົງ ພວກເຂົາ ພາ ຄົນ ຂາຫ້ານ, ຄົນຕາບອດ, ຄົນແຂນຂາ ພິການ, ຄົນ ປາກກືກ ແລະ ຄົນ ເຈັບປ່ວຍ ຊະນິດຕ່າງໆ ຢ່າງ ຫລວງຫລາຍ ມາ ວາງ ໄວ້ ທີ່ ຕີນ ຂອງ ພຣະອົງ ແລະ ພຣະອົງ ກໍ ຊົງ ໂຜດ ຮັກສາ ທຸກຄົນ ໃຫ້ ຫາຍ ດີ.
\v 31 ຝ່າຍ ປະຊາຊົນ ຕ່າງ ກໍ ງຶດ ປະຫລາດ ໃຈ ເມື່ອ ພວກເຂົາ ເຫັນ ຄົນ ປາກກືກ ເວົ້າໄດ້, ຄົນ ແຂນ ຂາ ພິການ ດີ ເປັນ ປົກກະຕິ, ຄົນ ຂາຫ້ານ ຍ່າງ ໄດ້ ແລະ ຄົນ ຕາບອດ ເຫັນຮຸ່ງ ໄດ້, ແລ້ວພວກເຂົາ ຕ່າງ ກໍ ສັນລະເສີນ ພຣະເຈົ້າແຫ່ງ ຊາດ ອິດສະຣາເອນ.
\s5
\v 32 ພຣະເຢຊູເຈົ້າ ໄດ້ ເອີ້ນ ເອົາ ພວກ ສາວົກ ຂອງພຣະອົງ ມາ ແລະ ກ່າວ ວ່າ, “ເຮົາ ສົງ ສານ ຄົນ ເຫລົ່າ ນີ້ ເພາະ ພວກເຂົາ ຢູ່ ກັບ ເຮົາ ໄດ້ ສາມ ວັນ ແລ້ວ ແລະ ບັດ ນີ້ ບໍ່ມີຫຍັງກິນ, ເຮົາ ບໍ່ຢາກບອກ ພວກເຂົາ ໃຫ້ ເລີກ ເມືອ ໂດຍ ທີ່ຍັງຫິວຢູ່ ເພາະ ພວກເຂົາອາດ ອິດ ອ່ອນ ເມື່ອຍແຮງ ຕາມ ທາງ ກັບ ເມືອກໍໄດ້. ”
\v 33 ພວກ ສາວົກ ຈຶ່ງ ຖາມ ພຣະອົງ ວ່າ, “ໃນ ຖິ່ນ ແຫ້ງແລ້ງ ກັນດານ ເຊັ່ນນີ້ ພວກຂ້າ ນ້ອຍ ຈະຫາອາຫານ ມາ ແຕ່ ໃສ ພໍໃຫ້ ປະຊາຊົນ ເຫລົ່ານີ້ ກິນ ອີ່ມ? ”
\v 34 ພຣະເຢຊູເຈົ້າ ຖາມ ພວກເພິ່ນ ວ່າ, “ພວກເຈົ້າ ມີ ເຂົ້າ ຈີ່ຈັກ ກ້ອນ? ” ພວກເພິ່ນຕອບ ວ່າ, “ມີ ເຈັດກ້ອນ ແລະ ປານ້ອຍ ສອງ ສາມ ໂຕ. ”
\v 35 ດັ່ງນັ້ນ ພຣະອົງ ຈຶ່ງ ສ່ັ່ງ ປະຊາຊົນ ໃຫ້ ນັ່ງ ລົງ ກັບ ພື້ນ ດິນ.
\s5
\v 36 ແລ້ວພຣະອົງ ກໍ ຮັບ ເອົາ ເຂົ້າ ຈີ່ ເຈັດ ກ້ອນ ກັບ ປາ, ເມື່ອ ໂມທະນາ ຂອບພຣະຄຸນ ພຣະເຈົ້າ ແລ້ວ ກໍ ຫັກ ຍື່ນ ໃຫ້ ພວກສາວົກ ແລະ ພວກສາວົກ ກໍ ຢາຍ ໃຫ້ ແກ່ ປະຊາຊົນ.
\v 37 ທຸກຄົນຕ່າງ ກໍ ກິນອີ່ມ ສ່ວນອາຫານ ທີ່ເຫລືອ ພວກເພິ່ນ ເກັບ ໄດ້ເຈັດກະບຸງ ເຕັມ.
\v 38 ຈາໍ ນວນ ປະຊາຊົນ ທີ່ໄດ້ ຮັບ ກິນ ນັ້ນ ມີ ຜູ້ຊາຍ ສີ່ ພັນ ຄົນ ໂດຍ ບໍ່ໄດ້ນັບ ແມ່ ຍິງ ແລະ ເດັກນ້ອຍ.
\v 39 ແລ້ວ​ພ​ຣະ​ເຢ​ຊູ​ເຈົ້າ ກໍ​ບອກ​ປະ​ຊາ​ຊົນ​ໃຫ້​ເລີກ​ເມືອ, ສ່ວນ​ພ​ຣະ​ອົງ​ນັ້ນ​ສະ​ເດັດ​ຂຶ້ນ​ເຮືອ ແລະ​ຂີ່​ໄປ​ຍັງ​ຂົງ​ເຂດ ມາ​ຄາ​ດານ.
\s5
\c 16
\p
\v 1 ພວກ ຟາຣີຊາຍ ແລະ ພວກ ຊາດູກາຍ ໄດ້ ມາ ທົດລອງ ພຣະເຢຊູເຈົ້າ, ພວກເຂົາ ຂໍ ໃຫ້ ພຣະອົງ ເຮັດ ການ ອັດສະຈັນ ຢ່າງ ໜຶ່ງ ຈາກ ສະຫວັນ ໃຫ້ ພວກເຂົາ ເຫັນ.
\v 2 ພຣະອົງ ຊົງ ຕອບ ພວກເຂົາ ວ່າ, “ເມື່ອຄ່ຳມາ ພວກເຈົ້າ ເຄີຍ ເວົ້າວ່າ, ‘ອາກາດຈະດີ ເພາະ ທ້ອງຟ້າມີ ສີ ແດງ.
\s5
\v 3 ແລະ ຕອນເຊົ້າ ພວກເຈົ້າ ກໍເຄີຍ ເວົ້າ ວ່າ, ‘ວັນ ນີ້ ຝົນ ຈະ ຕົກ ເພາະ ທ້ອງຟ້າມີ ສີ ແດງເຂັ້ມ ແລະ ມືດຄື້ມ. ພວກເຈົ້າສັງເກດ ອາກາດ ລ່ວງໜ້າ ໄດ້ ໂດຍ ເບິ່ງທ້ອງຟ້າ, ແຕ່ ພວກເຈົ້າ ສັງເກດ ໝາຍສໍາຄັນ ເຖິງຍຸກ ສະໄໝ ນີ້ ບໍ່ໄດ້. (ຮ)
\v 4 ຄົນ ໃນ ຍຸກ ນີ້ ຊົ່ວ ຊ້າ ແລະ ກະບົດ ຕໍ່ ພຣະເຈົ້າ ຈະບໍ່ຊົງ ໂຜດ ເຮັດການ ອັດສະຈັນ ໃຫ້ ພວກເຂົາ ນອກຈາກການອັດສະຈັນ ຢ່າງດຽວ ຄື ເລື່ອງ ໂຢນາ. ” ແລ້ວ ພຣະອົງ ຈຶ່ງ ສະເດັດ ໜີ ຈາກ ພວກເຂົາໄປ.
\s5
\v 5 ເມື່ອ ພວກສາວົກຂ້າມ ມາຮອດ ຝັ່ງ ອີກ ດ້ານ ໜຶ່ງ ແລ້ວ ພວກເຂົາ ກໍ ລືມ ເອົາ ເຂົ້າ ຈີ່ມານຳ.
\v 6 ພຣະເຢຊູເຈົ້າ ໄດ້ບອກ ເຕືອນ ພວກເພິ່ນວ່າ, “ຈົ່ງລະວັງ ສັງ ເກດ ໃຫ້ ດີ ຕໍ່ ເຊື້ອ ແປ້ງ ຂອງ ພວກ ຟາຣີຊາຍ ແລະ ພວກ ຊາດູກາຍ. ”
\v 7 ແລ້ວ ພວກ ສາວົກ ກໍ ເວົ້າກັນ ໃນ ພວກເພິ່ນ ວ່າ, “ຄົງຈະ ແມ່ນ ຍ້ອນ ພວກເຮົາ ບໍ່ ໄດ້ ເອົາ ເຂົ້າຈີ່ມາ ນຳ. ”
\v 8 ແຕ່ ພຣະເຢຊູເຈົ້າ ຮູ້ ເລື່ອງ ທີ່ ພວກເພິ່ນ ເວົ້າ ກັນຢູ່, ຈຶ່ງກ່າວ ຕໍ່ພວກເພິ່ນວ່າ, “ໂອ ຜູ້ ມີຄວາມເຊື່ອໜ້ອຍ ເອີຍ, ເປັນຫຍັງ ພວກເຈົ້າ ຈຶ່ງ ເວົ້າກັນ ເຖິງເລື່ອງ ບໍ່ມີ ເຂົ້າຈີ່?
\s5
\v 9 ພວກເຈົ້າ ຍັງ ບໍ່ ເຂົ້າໃຈ ແລະ ຈື່ບໍ່ໄດ້ ບໍ? ເລື່ອງ ເຂົ້າ ຈີ່ ຫ້າກ້ອນ ສໍາລັບ ຫ້າ ພັນ ຄົນ ນັ້ນ ພວກເຈົ້າ ເກັບໄດ້ ຈັກ ກະບຸງ?
\v 10 ກບັ ເລື່ອງ ເຂົ້າຈີ່ເຈັດກ້ອນ ສໍາລັບ ສີ່ ພັນ ຄົນ ພວກເຈົ້າ ເກັບ ໄດ້ ຈັກ ກະບຸງ?
\s5
\v 11 ເປັນຫຍັງ ພວກເຈົ້າ ຈຶ່ງ ບໍ່ເຂົ້າໃຈ ວ່າ ເຮົາ ບໍ່ໄດ້ ເວົ້າເຖິງ ເລື່ອງ ເຂົ້າຈີ່? ແຕ່ ໃຫ້ພວກເຈົ້າ ຈົ່ງ ລະວັງ ເຊື້ອແປ້ງ ຂອງ ພວກ ຟາຣີຊາຍ ແລະ ພວກ ຊາດູກາຍ. ”
\v 12 ແລ້ວ ພວກ ສາວົກ ກໍ ເຂົ້າໃຈ ວ່າ ພຣະອົງບໍ່ໄດ້ ເຕືອນ ພວກເພິ່ນ ໃຫ້ ລະວັງ ເລື່ອງ ເຊື້ອ ແປ້ງ, ແຕ່ ໃຫ້ ລະວັງ ຄໍາສັ່ງ ສອນ ຂອງ ພວກ ຟາຣີຊາຍ ແລະ ພວກ ຊາດູກາຍ.
\s5
\v 13 ເມື່ອ ພຣະເຢຊູເຈົ້າ ສະເດັດ ເຂົ້າ ໄປ ໃນ ຂົງເຂດ ກາຍຊາເຣຍ ແຫ່ງ ຟີລິບປອຍ ພຣະອົງ ຖາມ ພວກ ສາວົກ ຂອງ ພຣະອົງ ວ່າ, “ຄົນ ທັງຫລາຍ ເວົ້າ ກັນ ວ່າ ບຸດ ມະນຸດ ເປັນ ຜູ້ໃດ? ”
\v 14 ພວກເພິ່ນຕອບ ວ່າ, “ບາງຄົນ ເວົ້າ ວ່າ ທ່ານ ເປັນ ໂຢຮັນ ບັບຕິສະໂຕ ຄົນອື່ນ ເວົ້າ ວ່າ ທ່ານ ເປັນ ເອລີຢາ, ສ່ວນ ຄົນອື່ນ ອີກ ເວົ້າວ່າ ທ່ານ ເປັນ ເຢເຣມີຢາ ຫລື ເປັນ ຜູ້ທຳນວາຍ ຄົນ ໜຶ່ງ ໃນ ບັນ ດາ ຜູ້ທຳນວາຍ. ”
\v 15 ພຣະອົງ ຖາມ ພວກເພິ່ນ ວ່າ, “ແລ້ວ ພວກເຈົ້າເດ ວ່າ ເຮົາ ເປັນຜູ້ໃດ? ”
\v 16 ຊີໂມນ ເປໂຕ ຕອບ ວ່າ, “ພຣະອົງ ເປັນ ພຣະຄຣິດ ພຣະບຸດ ຂອງ ພຣະເຈົ້າ ອົງ ຊົງ ຊີວິດ ຢູ່.”
\s5
\v 17 ພຣະເຢຊູເຈົ້າກ່າວ ກັບ ເປໂຕ ວ່າ, “ຊີໂມນ ບາຣະ ໂຢນາ ເອີຍ ເຈົ້າ ກໍ ເປັນ ສຸກ ເພາະວ່າ ບໍ່ ແມ່ນ ມະນຸດ ທີ່ ເປີດເຜີຍ ຄວາມຈິງ ນີ້ ໃຫ້ ເຈົ້າ ຮູ້ ແຕ່ ແມ່ນ ພຣະບິດາເຈົ້າ ຂອງເຮົາ ຜູ້ ຊົງ ສະຖິດ ຢູ່ ໃນ ສະຫວັນ.
\v 18 ຝ່າຍ ເຮົາ ຈຶ່ງ ບອກ ວ່າ ເຈົ້າ ຄື ເປໂຕ (ກ) ເທິງ ຫິນ ກ້ອນ ນີ້ ເຮົາ ຈະ ສ້າງ ຄຣິສຕະຈັກ ຂອງເຮົາ ຂຶ້ນ (ຂ) ແລະ ປະຕູ ແຫ່ງ ແດນ ມໍຣະນາ ຈະ ເອົາ ຊະນະ ຄຣິສຕະຈັກ ນີ້ ບໍ່ ໄດ້.
\s5
\v 19 ເຮົາ ຈະ ມອບ ຂໍ ກະແຈ ແຫ່ງ ຣາຊອານາຈັກ ສະຫວັນໃຫ້ເຈົ້າ ສິ່ງໃດ ທີ່ພວກເຈົ້າ ຜູກ ມັດ ໄວ້ ເທິງ ແຜ່ນດິນ ໂລກ ນີ້ ສິ່ງ ນັ້ນ ຈະ ຖືກ ຜູກ ມັດ ໄວ້ ໃນ ສະຫວັນ ແລະ ສິ່ງໃດ ທີ່ພວກເຈົ້າ ຈະ ແກ້ ເທິງ ແຜ່ນດິນ ໂລກ ນີ້ ສິ່ງ ນນັ້ ຈະ ຖືກແກ້ ໃຫ້ ຫລຸດ ເສຍ ແລ້ວ ໃນສະຫວັນ. ”
\v 20 ແລ້ວພຣະເຢຊູເຈົ້າ ກໍ ສັ່ງ ຫ້າມ ພວກ ສາວົກ ຂອງ ພຣະອົງ ບໍ່ໃໍຫ້ ບອກ ຜູ້ໃດ ວ່າ ພຣະອົງ ເປັນ ພຣະຄຣິດ.
\s5
\v 21 ຕັ້ງແຕ່ ນັ້ນ ມາ ພຣະເຢຊູເຈົ້າ ກໍ ເລີ່ມ ອະທິບາຍ ໃຫ້ ພວກສາວົກ ຟັງ ໂດຍ ກ່າວ ວ່າ, “ເຮົາ ຈຳ ເປັນ ຕ້ອງໄປ ນະຄອນ ເຢຣູຊາເລັມ ແລະ ຕ້ອງ ຮັບ ຄວາມ ທົນ ທຸກ ທໍລະມານ ຢ່າງ ໜັກ ຈາກ ພວກ ເຖົ້າແກ່ ພວກ ຫົວໜ້າ ປະໂຣຫິດ ແລະ ພວກ ທຳມະຈານ, ເຮົາຈະຖືກ ຂ້າ ແຕ່ ໃນວັນ ຖ້ວນ ສາມ ເຮົາ ຈະ ເປັນ ຄືນມາ ຈາກຕາຍ ສູ່ ຊີວິດ. ”
\v 22 ດັ່ງນັ້ນ ເປໂຕ ຈຶ່ງພາພຣະອົງ ຫລີກໄປ ຕ່າງຫາກ ແລະ ເລີ່ມ ຕໍາໜິ ຫ້າມ ພຣະອົງ ວ່າ, “ພຣະອົງ ເຈົ້າເອີຍ ຂໍ ພຣະເຈົົ້າຢ່າ ໃຫ້ ເປັນ ດ່ັ່ງນນັ້ ເລີຍ ເຫດການ ຢ່າງ ນີ້ຈະ ບໍ່ເກີດຂຶ້ນ ກັບ ພຣະອົງ ຈັກເທື່ອ. ”
\v 23 ພຣະອົງ ຈ່ຶ່ງຫັນກັບ ມາຫາ ເປໂຕ ແລະ ເວົ້າວ່າ, “ອ້າຍ ມານຊາຕານ ຈົ່ງຖອຍໜີໄປ ໃຫ້ ໄກຈາກເຮົາ ເຈົ້າເປັນສິ່ງ ກີດຂວາງ ທາງ ເດີນ ຂອງເຮົາ ເພາະເຈົ້າບໍ່ໄດ້ ຄິດ ຢ່າງພຣະເຈົ້າ ແຕ່ ຄິດຢ່າງມະນຸດ.”
\s5
\v 24 ແລ້ວ ພຣະເຢຊູເຈົ້າ ກໍ ກ່າວ ແກ່ ພວກ ສາວົກ ວ່າ, “ຖ້າ ຜູ້ໃດ ຢາກ ຕາມ ເຮົາມາ ໃຫ້ ຜູ້ນັ້ນ ຕັດ ສິດ ຂອງຕົນ, ຮັບແບກ ໄມ້ກາງແຂນ ຂອງຕົນ ແລ້ວຕິດຕາມ ເຮົາມາ.
\v 25 ເພາະ ຜູ້ໃດ ຢາກ ຮັກສາ ຊີວິດ ຂອງຕົນ ໄວ້ ໃຫ້ ພົ້ນ ຜູ້ນັ້ນ ຈະ ເສຍ ຊີວິດ, ແຕ່ ຜູ້ໃດ ທີ່ຈະ ເສຍ ຊີວີດ ຂອງຕົນ ເພື່ອເຫັນ ແກ່ ເຮົາ ຜູ້ນັ້ນ ຈະ ໄດ້ ພົບ ຊີວິດ ນັ້ນ.
\v 26 ຖ້າຄົນໃດ ຄົນໜຶ່ງ ຈະໄດ້ຊັບ ສົມບັດ ໝົດ ທັງໂລກ ແຕ່ຕ້ອງ ເສຍ ຊີວິດ ອັນແທ້ ຂອງຕົນ ຄົນນັ້ນຈະໄດ້ ປະໂຫຍດ ອັນໃດ? ຫລື ຄົນນັ້ນຈະເອົາສິ່ງໃດ ມາ ແລກ ເອົາ ຊີວິດ ອັນແທ້ຈິງ ຂອງຕົນຄືນໄດ້?
\s5
\v 27 ເພາະບຸດມະນຸດ ຈະມາ ປາກົດ ດ້ວຍ ສະຫງ່າຣາສີ ແຫ່ງ ພຣະບິດາເຈົ້າ ຂອງ ພຣະອົງ ພ້ອມ ດ້ວຍ ຝູງ ເທວະດາ ຂອງ ພຣະອົງ, ເມື່ອ ນັ້ນ ທ່ານ ຈະ ໃຫ້ ບຳເໜັດ ແກ່ ທຸກຄົນ ຕາມ ການ ກະທໍາ ຂອງຕົນ
\v 28 ເຮົາ ບອກ ພວກເຈົ້າ ຕາມ ຄວາມຈິງວ່າ, ໃນພວກເຈົ້າທີ່ຢືນ ຢູ່ໃນທີ່ນີ້ ບາງຄົນ ຈະ ບໍ່ຮູ້ ຣົດ ຄວາມຕາຍ ຈົນ ກວ່າ ຈະ ໄດ້ ເຫັນ ບຸດ ມະນຸດ ມາ ດ້ວຍ ຣາຊອໍານາດ ຂອງພຣະອົງ.”
\s5
\c 17
\p
\v 1 ຫົກ ວັນ ຕໍ່ມາ ພຣະເຢຊູເຈົ້າ ໄດ້ພາ ເປໂຕ, ຢາໂກໂບ ແລະ ໂຢຮັນ ຜູ້ທີ່ເປັນ ນ້ອງຊາຍ ຂອງ ຢາໂກໂບ ຂຶ້ນ ໄປ ເທິງ ພູເຂົາຢູ່ທີ່ນັ້ນ ຕ່າງຫາກ.
\v 2 ພວກສາວົກ ເຫັນ ພຣະກາຍຂອງພຣະອົງປ່ຽນແປງໄປ ຕໍ່ໜ້າ ພວກເພິ່ນ ຄື ໜ້າຂອງພຣະອົງ ສ່ອງແສງດັ່ງຕາເວັນ ແລະເ ຄື່ອງນຸ່ງຂອງພຣະອົງ ກໍ ຂາວຜ່ອງເຫຼື້ອມ ເໝືອນແສງສະຫວ່າງກ້າ..
\s5
\v 3 ແລ້ວສາວົກ ທັງສາມກໍ ເຫັນ ໂມເຊ ແລະ ເອລີຢາ ກໍາລັງ ສົນທະນາ ຢູ່ ກັບ ພຣະອົງ.
\v 4 ດັ່ງນັ້ນ ເປໂຕ ຈຶ່ງ ເວົ້າ ກັບ ພຣະເຢຊູເຈົ້າ ວ່າ, “ພຣະອົງເຈົ້າ ເອີຍ ຊ່າງເປັນ ການດີ ແທ້ ໆ ທີ່ພວກ ຂ້ານ້ອຍຢູ່ ບ່ອນນີ້ ຖ້າພຣະອົງ ຕ້ອງການໂຜດໃຫ້ ພວກຂ້ານ້ອຍປຸກຕູບສາມຫລັງ ຂຶ້ນ ຄື ຫລັງໜຶ່ງ ສຳລັບທ່ານ ຫລັງໜຶ່ງ ສຳາລັບ ໂມເຊ ແລະ ຫລັງໜຶ່ງສຳລັບ ເ ອລີຢາ.”
\s5
\v 5 ຂະນະທີ່ເປໂຕ ເວົ້າຍັງ ບໍ່ສຸດຄໍາ ກໍ ມີ ກ້ອນ ເມກ ອັນ ແຈ່ມໃສ ລອຍ ມາປົກຄຸມ ພວກເພິ່ນໄວ້ ແລະ ມີ ສຽງ ໜຶ່ງ ດັງອອກ ມາຈາກ ກ້ອນເມກ ນັ້ນ ວ່າ, “ທ່ານ ຜູ້ນີ້ ແຫລະ ເປັນ ບຸດ ທີ່ຮັກ ຂອງເຮົາ ຊຶ່ງ ເຮົາພໍໃຈ ຫລາຍ. ຈົ່ງຟັງ ເພິ່ນ. ”
\v 6 ເມື່ອ ພວກສາວົກ ໄດ້ຍິນ ສຽງ ນັ້ນ ກໍ ສະທ້ານ ຢ້ານກົວ ຫລາຍ ຈຶ່ງ ໝູບ ໜ້າ ຢູ່ ກັບ ພື້ນດິນ.
\v 7 ພຣະເຢຊູເຈົ້າ ມາຫາ ແລະ ຈົບບາຍພວກເພິ່ນ ພຣະອົງ ກ່າວ ວ່າ, “ຈົ່ງ ລຸກ ຂຶ້ນ ຢ່າສູ່ຢ້ານ. ”
\v 8 ເມື່ອ ພວກເພິ່ນ ມືນ ຕາ ຂຶ້ນ ແລະ ບໍ່ ເຫັນ ມີ ຜູ້ໃດ ໃນທີ່ນັ້ນ ນອກຈາກ ພຣະເຢຊູເຈົ້າ.
\s5
\v 9 ໃນ ເວລາ ທີ່ກຳລັງ ລົງມາ ແຕ່ ພູເຂົາ ພຣະເຢຊູເຈົ້າ ໄດ້ ສັ່ງຫ້າມ ພວກເພິ່ນວ່າ, “ຢ່າ ສູ່ ບອກນິມິດ ທີ່ພວກເຈົ້າເຫັນນີ້ ໃຫ້ ຜູ້ໃດ ຮູ້ ຈນົ ກວ່າ ບຸດມະນຸດ ຈະ ເປັນ ຄືນ ມາ ຈາກ ຕາຍ. ”
\v 10 ພວກ ສາວົກ ຖາມ ພຣະອົງ ວ່າ, “ເຫດ ໃດ ພວກ ທຳມະຈານ ຈ່ື່ງເວົ້າວ່າ ເອລີຢາ ຈະ ຕ້ອງ ມາ ກ່ອນ?”
\s5
\v 11 ພຣະອົງ ຕອບ ວ່າ, “ຈິງ ແທ້ ເອລີຢາ ຕ້ອງ ມາກ່ອນ ເພື່ອ ຈັດ ແຈງ ທຸກສີ່ງໃຫ້ ພ້ອມ.
\v 12 ແຕ່ ຝ່າຍ ເຮົາ ບອກ ພວກເຈົ້າ ວ່າ ເອລີຢາ ໄດ້ ມາ ແລ້ວ ແລະ ປະຊາຊົນ ບໍ່ຮູ້ຈັກ ເພິ່ນ, ແຕ່ພວກເຂົາໄດ້ ເຮັດ ກັບ ເພິ່ນຕາມ ໃຈ ມັກ, ສ່ວນ ບຸດມະນຸດ ກໍ ຈະ ຕ້ອງ ທົນ ທຸກ ທໍລະມານ ດ້ວຍ ມືຂອງ ພວກເຂົາເໝືອນກັນ. ”
\v 13 ແລ້ວ ພວກ ສາວົກ ກໍ ເຂົ້າໃຈ ວ່າ ພຣະອົງ ກໍາລັງ ກ່າວ ແກ່ ພວກເພິ່ນເຖິງ ໂຢຮັນ ບັບຕິສະໂຕ.
\s5
\v 14 ເມື່ອພວກເພິ່ນ ກັບ ຄືນ ມາ ບ່ອນ ທີ່ ມີ ປະຊາຊົນແລ້ວ, ຊາຍ ຄົນໜຶ່ງ ກໍ ມາ ຫາ ພຣະເຢຊູເຈົ້າ ຄຸເຂົ່າລົງ ຕໍ່ໜ້າພຣະອົງ,
\v 15 ແລະ ເວົ້າວ່າ, “ພຣະອົງເຈົ້າເອີຍ ຂໍໂໍຜດ ເມດຕາ ລູກຊາຍ ຂອງ ຂ້າ ນ້ອຍ ແດ່ ທ້ອນ, ລາວ ເປັນ ບ້າໝູ ແລະ ອາການ ປ່ວງ ບ້າເຊັ່ນ ນີ້ ເຮັດ ໃຫ້ ລາວ ມີ ຄວາມທຸກລໍາບາກ ຫລາຍ ຈົນ ໂດດ ໃສ່ ໄຟ ແລະ ໂຕນ ລົງນ້ຳ ເລື້ອຍໆ,
\v 16 ຂ້ານ້ອຍ ໄດ້ ນຳ ລູກ ມາ ຫາ ພວກ ສາວົກ ຂອງທ່ານ ແລ້ວ, ແຕ່ ພວກເພິ່ນບໍ່ ສາມາດ ເຮັດ ໃຫ້ ຫາຍ ດີ ໄດ້.”
\s5
\v 17 ພຣະເຢຊູເຈົ້າຕອບ ວ່າ, “ໂອ ຄົນສະໄໝ ທີ່ ຂາດ ຄວາມເຊື່ອ ແລະ ຊົ່ວຊ້າ ເອີຍ ເຮົາຈະຕ້ອງ ຢູ່ ກັບ ພວກເຈົ້າອີກ ດົນ ນານ ປານໃດ? ເຮົາຈະ ຕ້ອງ ອົດ ທົນ ກັບ ພວກເຈົ້າ ອີກ ດົນ ປານໃດ? ຈົ່ງ ພາ ເດັກ ມາຫາ ເຮົາ ເບິ່ງດູ. ”
\v 18 ພຣະເຢຊູເຈົ້າ ສັ່ງຜີມານຮ້າຍ ໃຫ້ ອອກ ແລະ ມັນ ກໍ ອອກ ໄປ ຈາກ ເດັກຊາຍ, ໃນ ທັນ ໃດນັ້ນ ເດັກຊາຍ ກໍດີ ເປັນ ປົກກະຕິ.
\s5
\v 19 ແລ້ວ ພວກ ສາວົກ ກໍ ມາ ຫາ ພຣະເຢຊູເຈົ້າ ເປັນ ການ ສ່ວນ ຕົວ ແລະ ຖາມ ພຣະອົງ ວ່າ, “ດ້ວຍເຫດໃດ ພວກຂ້ານ້ອຍ ຈຶ່ງ ຂັບ ໄລ່ ຜີມານຮ້າຍ ອອກ ບໍ່ໄດ້? ”
\v 20 ພຣະອົງ ຕອບ ວ່າ, “ເພາະ ພວກເຈົ້າ ມີ ຄວາມເຊື່ອໜ້ອຍ, ເຮົາບອກ ພວກເຈົ້າ ຕາມ ຄວາມຈິງວ່າ ຖ້າພວກເຈົ້າ ມີ ຄວາມເຊື່ອ ທໍ່ເມັດ ຜັກກາດ ພວກເຈົ້າ ກໍຈະ ສັ່ງພູ ໜ່ວຍ ນີ້ວ່າ, ‘ຈົ່ງເຄື່ອນ ຈາກ ບ່ອນ ນີ້ ໄປ ຢູ່ ບ່ອນ ນັ້ນ, ແລະ ມັນ ກໍ ຈະ ເຄື່ອນໄປ. ບໍ່ມີສິ່ງໃດ ທີ່ພວກເຈົ້າເຮັດ ບໍ່ໄດ້. ”
\v 21 “ແຕ່ ຜີແນວ ນີ້ ບໍ່ ເຄີຍ ຖືກ ຂັບ ອອກ ເວັ້ນ ແຕ່ ດ້ວຍ ການ ພາວັນນາ ອະທິຖານ ແລະ ການ ຖືສິນ ອົດອາຫານ. ”] ຄ
\s5
\v 22 ເມື່ອ ພວກ ສາວົກ ຂອງ ພຣະອົງ ມາ ໂຮມ ກັນ ຢູ່ ແຂວງ ຄາລີເລ, ແລ້ວພຣະເຢຊູເຈົ້າກໍກ່າວ ແກ່ ພວກເພິ່ນວ່າ,
\v 23 “ບຸດ ມະນຸດ ກຳລັງ ຈະ ຖືກ ມອບ ໄວ້ ໃນ ກຳ ມື ຂອງ ຄົນ ທັງ ຫລາຍ ພວກເຂົາ ຈະ ຂ້າ ເພິ່ນ, ແຕ່ ໃນ ວັນ ຖ້ວນ ສາມ ເພິ່ນ ຈະ ເປັນ ຄືນ ມາ ຈາກ ຄວາມ ຕາຍ ສູ່ ຊີວິດ. ” ພວກ ສາວົກ ກໍ ມີ ຄວາມ ໂສກເສົ້າ ຢ່າງ ໜັກ.
\s5
\v 24 ເມື່ອ ພຣະເຢຊູເຈົ້າ ກັບ ພວກ ສາວົກ ມາ ຮອດ ເມືອງ ກາເປນາອູມ ແລ້ວ ກໍ ມີ ຄົນເກັບ ຄ່າ ບຳລຸງ ພຣະວິຫານ ມາຫາ ເປໂຕ ແລ້ວຖາມ ວ່າ, “ອາຈານ ຂອງ ພວກເຈົ້າ ບໍ່ເສຍ ຄ່າ ບຳລຸງ ພຣະວິຫານ ບໍ? ”
\v 25 ເປໂຕ ຕອບ ວ່າ, “ເສຍ. ” ເມື່ອ ເປໂຕ ເຂົ້າ ມາໃນ ເຮືອນ ແລ້ວພຣະເຢຊູເຈົ້າ ຊົງ ກ່າວ ຂຶ້ນ ກ່ອນ ໂດຍຖາມ ລາວ ວ່າ, “ຊີໂມນ ເອີຍ ເຈົ້າຄິດຢ່າງ ໃດ ໃນການເສຍສ່ວຍ ຫລື ເສຍ ພາສີ ໃຫ້ກະສັດ ໃນໂລກນີ້? ເພິ່ນ ເກັບຈາກລູກຂອງຕົນ ຫລື ເກັບຈາກ ຄົນ ອື່ນ.”
\s5
\v 26 ເປໂຕ ຕອບ ວ່າ, “ເກັບ ຈາກ ຄົນ ອື່ນ. ” ພຣະເຢຊູເຈົ້າ ຕອບ ຄືນວ່າ, “ຖ້າ ເປັນ ຢ່າງ ນັ້ນ ຝ່າຍ ລູກ ກໍ ບໍ່ຕ້ອງເສຍ.
\v 27 ແຕ່ ເພື່ອ ບໍ່ຢາກ ເຮັດໃຫ້ ຄົນເຫລົ່ານີ້ ເສຍໃຈ, ເຈົ້າຈົ່ງ ໄປຕຶກເບັດ ທີ່ທະເລສາບ ເມື່ອໄດ້ ປາ ໂຕ ທຳ ອິດ ແລ້ວໃຫ້ ເຈົ້າງະປາກ ມັນອອກ ແລະ ເຈົ້າ ຈະ ພົບເງິນຫລຽນ ໜຶ່ງຢູ່ ໃນ ປາກ ຂອງ ມັນ ຈົ່ງ ເອົາ ເງິນ ນັ້ນ ໄປ ຈ່າຍ ເປັນ ຄ່າ ບຳລຸງ ພຣະວິຫານ ສໍາລັບ ເຮົາ ແລະ ເຈົ້າ.”
\s5
\c 18
\p
\v 1 ໃນ ຂະນະ ນັ້ນ ພວກ ສາວົກ ມາຫາ ພຣະເຢຊູເຈົ້າ ແລະ ຖາມວ່າ, “ຜູ້ໃດ ເປັນໃຫຍ່ ໃນຣາຊອານາຈັກ ສະຫວັນ? ”
\v 2 ພຣະອົງ ເອີ້ນ ເອົາເດັກນ້ອຍ ຄົນ ໜຶ່ງ ມາ ຢືນຢູ່ ທ່າມກາງ ພວກເພິ່ນ
\v 3 ແລະ ກ່າວ ວ່າ, “ເຮົາ ບອກ ພວກເຈົ້າ ຕາມ ຄວາມຈິງ ວ່າ ຖ້າພວກເຈົ້າ ບໍ່ ກັບໃຈ ແລະ ກາຍເປັນ ເໝືອນ ເດັກນ້ອຍ ພວກເຈົ້າ ຈະ ເຂົ້າໄປ ໃນ ຣາຊອານາຈັກ ສະຫວັນ ບໍ່ ໄດ້ ຈັກເທື່ອ.
\s5
\v 4 ຜູ້ເປັນ ໃຫຍ່ ທີ່ສຸ​ດ ໃນຣາຊອານາຈັກ ສະຫວັນ ແມ່ນ ຜູ້ ທີ່ຖ່ອມຕົວລົງ ເໝືອນ ດັ່ງເດັກ ນ້ອຍ ຜູ້ນີ້.
\v 5 ແລະ ຜູ້ໃດ ທີ່ຕ້ອນຮັບ ເດັກ ນ້ອຍ ຜູ້ໜຶ່ງ ຢ່າງ ນີ້ ໄວ້ ໃນ ນາມ ຂອງເຮົາ ຜູ້ນັ້ນ ກໍ ຕ້ອນຮັບ ເຮົາ. ”
\v 6 “ຖ້າ ຜູ້ ໃດ ເປັນ ຕົ້ນເຫດ ພາ ໃຫ້ ເດັກ ນ້ອຍ ຄົນ ໜຶ່ງ ໃນ ບັນ ດາ ເດັກນ້ອຍ ເຫລົ່ານີ້ ທີ່ເຊື່ອ ໃນ ເຮົາ ຕົກ ໃນ ບາບ ແມ່ນ ຈະ ເອົາ ຫິນ ໂມ້ແປ້ງ ກ້ອນ ໃຫຍ່ ຜູກ ຄໍ ຜູ້ນັ້ນ ແລະ ຖິ້ມ ລົງ ໃນ ທະເລ ເລິກ ເສຍ ກໍດີກວ່າ.
\s5
\v 7 ວິບັດ ແກ່ ໂລກນີ້ ເພາະເຫດ ລໍ້ລວງ ມະນຸດ ໃຫ້ ຕົກໃນບາບ ເຫດການນີ້ຈະເກີດຂຶ້ນ ສະເໝີ, ແຕ່ ວິບັດ ແກ່ ຄົນ ນັ້ນ ຜູ້ທີ່ເປັນ ຕົ້ນເຫດ ເຮັດໃຫ້ ຕົກໃນບາບ. ”
\v 8 “ຖ້າ ມື ຫລື ຕີນ ຂອງ ເຈົ້າ ເປັນ ຕົ້ນເຫດ ເຮັດ ໃຫ້ ຕົກ ໃນ ບາບ ຈົ່ງ ຕັດ ຖິ້ມ ເສຍ ມີ ມື ຫລື ຕີນ ເບື້ອງ ດຽວ ເຂົ້າສູ່ ຊີວິດ ກໍດີກວ່າ ມີມື ຫລື ຕີນ ທັງສອງ ເບື້ອງ ແຕ່ ຕ້ອງ ໂຍນ ຖິ້ມໃສ່ ໃນ ບຶງໄຟ ທີ່ໄໝ້ ຢູ່ ເປັນ ນິດ.
\s5
\v 9 ແລະ ຖ້າຕາ ຂອງ ເຈົ້າເປັນ ຕົ້ນເຫດ ພາ ໃຫ້ ຕົກໃນບາບ ຈົ່ງ ຄວັດ ມັນ ອອກ ຖິ້ມ ເສຍ ມີ ຕາ ເບື້ອງ ດຽວ ເຂົ້າສູ່ ຊີວິດ ກໍດີກວ່າ ມີ ຕາ ທັງສອງ ເບື້ອງ, ແຕ່ ຕ້ອງ ໂຍນ ຖິ້ມ ໃສ່ ບຶງ ໄຟ ນະຣົກ.”
\s5
\v 10 “ຈົ່ງ ລະວັງ ໃຫ້ ດີ ຢ່າ ດູໝິ່ນ ເດັກນ້ອຍ ເຫລົ່ານີ້ ແມ່ນແຕ່ ຜູ້ ໜຶ່ງ, ເຮົາບອກ ພວກເຈົ້າ ວ່າ ເທວະດາ ປະຈຳຂອງ ເຂົາໃນສະຫວັນ ເຝົ້າຢູ່ ສະເໝີ ຕໍ່ພຣະພັກ ພຣະບິດາເຈົ້າ ຂອງເຮົາ ຜູ້ຊົງ ສະຖິດຢູ່ ໃນ ສະຫວັນ.
\v 11 ດ້ວຍວ່າ, ບຸດມະນຸດ ໄດ້ມາ ໂຜດ ເອົາ ຜູ້ ທີ່ ຫລົງ ເສຍ ໄປ ແລ້ວ ນັ້ນ ໃຫ້ ພົ້ນ ] ງ
\s5
\v 12 ພວກເຈົ້າຄິດຢ່າງໃດ? ຖ້າຄົນຜູ້ໜຶ່ງ ມີແກະຢູ່ ຮ້ອຍໂຕ ແລະ ໂຕໜຶ່ງ ຫລົງ ເສຍ ໄປ ຈາກຝູງ? ລາວ ຈະບໍ່ປະ ແກະ ເກົ້າສິບເກົ້າ ໂຕ ໄວ້ ຢູ່ຫັ້ນ ແລ້ວໄປ ຊອກ ຫາ ໂຕ ທີ່ຫລົງ ເສຍ ໄປນັ້ນ ບໍ?
\v 13 ເຮົາ ບອກ ພວກເຈົ້າ ຕາມ ຄວາມຈິງ ວ່າ, ຖ້າພົບ ແກະ ໂຕ ທີ່ເສຍແລ້ວ ຜູ້ນັ້ນ ຄົງ ມີ ຄວາມ ຊົມ ຊື່ນຍິນດີ ໃນ ແກະ ໂຕ ນັ້ນ ຫລາຍກວ່າ ແກະ ເກົ້າສິບ ເກົ້າ ໂຕ ທີ່ ບໍ່ ຫລົງ ເສຍ ໄປ.
\v 14 ດັ່ງນັ້ນ ແຫລະ ພຣະບິດາ ຂອງ ພວກເຈົ້າ (ຈ) ຜູ້ສະຖິດຢູ່ ໃນ ສະຫວັນ ກໍບໍ່ປາຖະໜາ ໃຫ້ ເດັກນ້ອຍ ເຫລົ່ານີ້ ຈິບຫາຍ ແມ່ນແຕ່ ຄົນດຽວ.”
\s5
\v 15 “ຖ້າ ພີ່ນ້ອງ ຂອງ ເຈົ້າ ເຮັດ ບາບ ຕໍ່ສູ້ ເຈົ້າ (ສ) ຈົ່ງໄປ ຕັກ ເຕືອນ ລາວ ໃຫ້ ຮູ້ຄວາມຜິດ ດ້ວຍ ຕົນເອງກັບລາວ ເທົ່ານັ້ນ ຖ້າ ລາວ ຍອມຟັງ ເຈົ້າກໍໄດ້ ພີ່ນ້ອງ ຄືນມາ.
\v 16 ແຕ່ຖ້າລາວ ບໍ່ຟັງ ເຈົ້າ ຈົ່ງນຳ ເອົາ ຄົນໜຶ່ງ ຫລື ສອງ ຄົນ ໄປ ກັບ ເຈົ້າ ເພື່ອໃຫ້ເປັນ ພະຍານ ສອງ ຫລື ສາມ ປາກ ເພື່ອວ່າ ທຸກໆ ຖ້ອຍຄໍາ ນັ້ນ ຈະ ລວມ ເປັນ ຫລັກຖານ.
\s5
\v 17 ແຕ່ ຖ້າລາວ ບໍ່ຟັງຄົນເຫລົ່ານີ້ ຈົ່ງໄປ ແຈ້ງເລື່ອງ ທັງໝົດ ຕໍ່ ຄຣິສຕະຈັກ ແລະ ຖ້າລາວ ບໍ່ຟັງຄຣິສຕະຈັກ ກໍໃຫ້ ຖືວ່າ ຄົນນີ້ ເປັນ ເໝືອນ ຄົນບໍ່ເຊື່ອພຣະເຈົ້າ ແລະ ເປັນ ເໝືອນ ຄົນເກັບພາສີ.”
\s5
\v 18 “ດັ່ງນັ້ນ ເຮົາ ຈຶ່ງບອກ ພວກເຈົ້າຕາມ ຄວາມຈິງ ວ່າ, ສິ່ງໃດ ທີ່ ພວກເຈົ້າ ຈະຜູກ ມັດ ໄວ້ ເທິງ ແຜ່ນດິນໂລກ ນີ້ ສິ່ງນັ້ນ ກໍ ຈະ ຖືກ ຜູກ ມັດ ໄວ້ ໃນ ສະຫວັນ ແລະ ສິ່ງໃດ ທີ່ ພວກເຈົ້າ ແກ້ ໃນ ແຜ່ນດິນ ໂລກນີ້ ສິ່ງນັ້ນ ກໍ ຈະ ຖືກແກ້ ໃຫ້ ຫລຸດ ເສຍ ແລ້ວໃນ ສະຫວັນ ເໝືອນກັນ. ”
\v 19 “ເຮົາບອກພວກເຈົ້າ ອີກວ່າ, ເມື່ອໃດສອງຄົນ ໃນ ພວກເຈົ້າ ຮ່ວມໃຈກັນ ຂໍ ສິ່ງໃດສິ່ງ ໜຶ່ງ ເທິງ ແຜ່ນດິນ ໂລກນີ້ ພຣະບິດາຂອງເຮົາ ຜູ້ຊົງ ສະຖິດ ຢູ່ໃນສະຫວັນ ຈະ ເຮັດ ໃຫ້ ເປັນ ໄປຕາມນັ້ນັ.
\v 20 ດ້ວຍວ່າ, ມີ ສອງ ຫລື ສາມ ຄົນ ມາ ຮ່ວມ ປະຊຸມ ກັນ ໃນ ນາມ ຂອງເຮົາ ຢູ່ ບ່ອນ ໃດ ເຮົາ ກໍ ຢູ່ທ່າມກາງພວກເຂົາ ໃນບ່ອນນັ້ນ ແຫລະ.”
\s5
\v 21 ແລ້ວ ເປໂຕ ກໍ ມາ ຫາ ພຣະເຢຊູເຈົ້າ ແລະ ຖາມວ່າ, “ພຣະອົງ ເຈົ້າເອີຍ ຖ້າ ພີ່ນ້ອງ ຂອງ ຂ້ານ້ອຍ ເຮັດ ຜິດ ຕໍ່ ຂ້ານ້ອຍ, ຂ້ານ້ອຍ ຕ້ອງ ຍົກ ໂທດ ໃຫ້ ລາວ ຈັກ ເທື່ອ? ເຖິງ ເຈັດ ເທື່ອ ບໍ? ”
\v 22 ພຣະເຢຊູເຈົ້າ ຊົງ ຕອບ ວ່າ, “ບໍ່ແມ່ນ ເຈັດເທື່ອ ແຕ່ແມ່ນ ເຈັດ ສິບ ເທື່ອຄູນ ເຈັດ (ຊ)
\s5
\v 23 ດ້ວຍເຫດນັ້ນ ແຫລະ, ຣາຊອານາຈັກ ສະຫວັນ ກໍ ປຽບ ເໝືອນ ດັ່ງກະສັດ ອົງ ໜຶ່ງ ຢາກ ຄິດບັນຊີ ກັບ ຜູ້ຮັບໃຊ້ ຂອງຕົນ.
\v 24 ເມື່ອ ເພິ່ນ ເລີ່ມຕົ້ນຄິດບັນຊີ ຢູ່ ກໍ ມີ ຜູ້ຮັບໃຊ້ ຄົນໜຶ່ງ ຖືກ ນຳ ຕົວ ເຂົ້າ ມາ ເພາະ ລາວ ເປັນ ໜີ້ ເພິ່ນ ໝື່ນຕະລັນຕົນ.
\v 25 ເມື່ອລາວ ບໍ່ມີສິ່ງໃດ ເພື່ອໃຊ້ໜີ້ຄືນ ສະນັ້ນ ກະສັດ ຈຶ່ງສັ່ງ ໃຫ້ ຂາຍ ຕົວພ້ອມ ທັງເມຍ ແລະ ລູກ ຕະຫລອດ ທັງທຸກສິ່ງ ທີ່ລາວ ມີ ເພື່ອ ເອົາເງິນມາໃຊ້ໜີ້.
\s5
\v 26 ຄົນ ຮັບໃຊ້ ຜູ້ນັ້ນ ຈຶ່ງ ຂາບລົງ ຕໍ່ໜ້າ ກະສັດ ແລະ ວອນຂໍ ຕໍ່ ເພິ່ນວ່າ, ‘ຂໍໂຜດ ຜ່ອນຜັນ ໃຫ້ ຂ້ານ້ອຍ ກ່ອນ ແລ້ວຂ້ານ້ອຍ ຈະ ໃຊ້ ແທນຄືນ ໃຫ້ ຄົບໝົດ.
\v 27 ກະສັດ ຄິດ ເມດຕາ ສົງສານລາວ. ດັ່ງ ນັ້ນ ເພິ່ນ ຈຶ່ງ ຍົກໜີ້ ໃຫ້ ແລ້ວ ປ່ອຍ ໃຫ້ລາວໄປ.
\s5
\v 28 ຕໍ່ມາ ຊາຍ ຜູ້ ນີ້ ອອກ ໄປ ແລ້ວກໍ ພົບ ເພື່ອນ ຜູ້ຮັບ ໃຊ້ ຄົນ ໜຶ່ງ ທີ່ເປັນໜີ້ຕົນບໍ່ເທົ່າໃດ ສິບຕະລັນຕົນ ລາວ ຈຶ່ງຄວ້າ ຈັບ ຄໍ ຄົນ ນັ້ນ ບີບ ເຂົ້າແໜ້ນ ໆ ແລະ ເວົ້າວ່າ ‘ໃຊ້ໜີ້ກູ ແມ.
\v 29 ເພື່ອນຜູ້ຮັບໃຊ້ ຄົນນັ້ນ ຈຶ່ງ ຂາບລົງ ວອນຂໍ ວ່າ, ‘ຂໍ ຜ່ອນຜັນ ໃຫ້ ເຮົາກ່ອນ ທ້ອນ ແລ້ວເຮົາ ຈະໃຊ້ ເຈົ້າຄືນ.
\s5
\v 30 ແຕ່ ລາວ ບໍ່ຍອມ ໃຫ້ ແລະ ສັ່ງ ຈັບ ລູກ ໜີ້ ຂັງ ຄຸກ ໄວ້ ຈົນກວ່າ ຈະ ໃຊ້ ໜີ້ ນັ້ນ.
\v 31 ເມື່ອ ພວກຜູ້ຮັບໃຊ້ ດ້ວຍ ກັນ ເຫັນ ເຫດການ ທີ່ເກີດຂຶ້ນ ແລ້ວ ກໍ ເປັນທຸກໃຈ ຫລາຍ ຈຶ່ງໄປ ແຈ້ງເລື່ອງລາວ ທັງໝົດ ໃຫ້ ກະສັດ ຮັບຮູ້.
\s5
\v 32 ດັ່ງນັ້ນ ກະສັດ ຈຶ່ງເອີ້ນ ຜູ້ຮັບໃຊ້ ຄົນ ນັ້ນ ມາ ພົບ ແລະ ກ່າວ ຕໍ່ ລາວ ວ່າ, ‘ອ້າຍ ຂີ້ຂ້າ ຊາດຊົ່ວ ເຮົາ ໄດ້ ຍົກ ໜີ້ ທັງ ໝົດ ໃຫ້ ເຈົ້າ ເພາະ ເຈົ້າໄດ້ ວອນ ຂໍ ນຳ ເຮົາ.
\v 33 ເຈົ້າຄວນ ຈະ ສງົ ສານ ເພື່ອນ ຜູ້ຮັບໃຊ້ ດ້ວຍ ກັນ ເໝືອນ ດັ່ງ ທີ່ເຮົາໄດ້ ສົງສານ ເຈົ້າບໍ່ແມ່ນບໍ?
\s5
\v 34 ກະສັດ ໂກດຮ້າຍ ຫລາຍ ແລະ ເພິ່ນ ກໍ ສັ່ງ ໃຫ້ ເອົາ ຜູ້ຮັບໃຊ້ຄົນນັ້ນ ໄປ ຂັງ ໄວ້ ຄຸກ ທໍລະມານ ຈົນ ກວ່າ ລາວ ໃຊ້ ໜີ້ຄືນໝົດ.
\v 35 ສະນັ້ນ ພຣະບິດາ ຂອງເຮົາ ຜູ້ຊົງ ສະຖິດຢູ່ ໃນ ສະຫວັນ ກຊ ຈະ ເຮັດ ຢ່າງ ນັ້ນ ແກ່ ພວກເຈົ້າ ທຸກຄົນ ຖ້າແຕ່ລະຄົນ ໃນພວກເຈົ້າບໍ່ ຍົກໂທດ ໃຫ້ພີ່ນ້ອງ ຂອງຕົນ ດ້ວຍໃຈຈງິ.”
\s5
\c 19
\p
\v 1 ເມື່ອ ພຣະເຢຊູເຈົ້າ ກ່າວ ຄໍາ ເຫລົ່ານີ້ ຈົບ ແລ້ວ, ພຣະອົງ ກໍຈາກ ແຂວງ ຄາລີເລ ໄປຍັງ ຂົງເຂດ ແຂວງ ຢູດາຍ ຊຶ່ງຢູ່ ທາງຟາກ ໜຶ່ງ ອີກ ຂອງ ແມ່ນ້ຳຈໍແດນ.
\v 2 ມີ ປະຊາຊົນ ຢ່າງ ຫລວງຫລາຍ ໄດ້ຕິດຕາມ ພຣະອົງໄປ ແລະ ໃນທີ່ນັ້ນ ພຣະອົງໄດ ຊົງ ໂຜດ ຮັກສາ ພວກເຂົາໃຫ້ດີພະຍາດ.
\s5
\v 3 ພວກ ຟາຣີຊາຍ ມາຫາ ພຣະອົງ ເພື່ອ ທົດ ລອງ ພຣະອົງ ໂດຍ ຖາມ ວ່າ, “ກົດບັນຍັດ ຂອງ ພວກເຮົາ ອະນຸຍາດ ໃຫ້ ຜູ້ຊາຍ ຢ່າຮ້າງ ເມຍ ຂອງຕົນ ດ້ວຍ ສາເຫດ ໃດໜຶ່ງ ກໍໄດ້ບໍ? ”
\v 4 ພຣະອົງ ຕອບ ວ່າ, “ພວກເຈົ້າ ບໍ່ໄດ້ ອ່ານ ພຣະຄໍາພີ ບໍ່ທີ່ວ່າ ຕັ້ງແຕ່ ຕົ້ນ ເດີມ ພຣະ ຜູ້ ສ້າງ ມະນຸດ ໄດ້ ສ້າງ ໃຫ້ ເປັນ ຊາຍ ແລະ ຍິງ?
\s5
\v 5 ແລະ ພຣະເຈົ້າ ຊົງ ກ່າວ ວ່າ, ‘ດ້ວຍເຫດນີ້ ຜູ້ຊາຍ ຈຶ່ງ ອອກ ຈາກ ພໍ່ແມ່ ຂອງຕົນ ແລ້ວໄປ ຜູກ ພັນ ຢູ່ກັບ ເມຍ ຂອງຕົນ ແລະ ເຂົາ ທັງ ສອງ ກໍ ເປັນ ກາຍ ອັນ ດຽວກັນ.
\v 6 ດັ່ງນັ້ນ ພວກເຂົາ ຈຶ່ງ ບໍ່ ເປັນສອງ ອີກ ຕໍ່ໄປ ແຕ່ ເປັນ ກາຍ ອັນ ດຽວກັນ ສະນັນ ສິ່ງ ທີ່ ພຣະເຈົ້າໃຫ້ເຂົ້າຮ່ວມ ກັນ ແລ້ວນັ້ນ ຢ່າ ໃຫ້ ມະນຸດ ເຮັດ ໃຫ້ ພາກ ຈາກກັນ.”
\s5
\v 7 ພວກ ຟາຣີຊາຍ ຖາມ ພຣະອົງ ວ່າ, “ຖ້າ ຢ່າງ ນັ້ນເປັນ ຫຍັງ ໂມເຊ ຈຶ່ງ ມີ ກົດ ໃຫ້ ຜູ້ຊາຍ ເຮັດ ໜງັ ສື ຢ່າຮ້າງ ເມຍ ຂອງຕົນ ແລະ ໃຫ້ ໄລ່ນາງ ໜີ ໄດ້? ”
\v 8 ພຣະເຢຊູເຈົ້າ ຕອບ ພວກເຂົາ ວ່າ, “ໂມເຊ ອະນຸຍາດ ໃຫ້ ພວກເຈົ້າຢ່າ ຮ້າງ ເມຍ ຂອງຕົນໄດ້ ເພາະ ພວກເຈົ້າ ມີ ໃຈ ດື້ດ້ານຫລາຍ, ແຕ່ ໃນ ເວລາ ເນຣະມິດ ສ້າງ ນັ້ນ ບໍ່ເປັນຢ່າງນີ້.
\v 9 ເຮົາ ຂໍ ບອກ ພວກເຈົ້າ ວ່າ, ຊາຍ ໃດ ທີ່ປະ ຮ້າງ ເມຍ ຂອງຕົນ ໂດຍນາງບໍ່ໄດ້ຫລີ້ນຊູ້ ກັບຊາຍ ອື່ນແລ້ວ ໄປແຕ່ງງານ ກັບ ຍິງ ອື່ນ ຜູ້ນັ້ນ ກໍ ຜິດ ໃນ ຖານ ຫລິ້ນຊູ້ ແລະ ຜູ້ ໃດ ເອົາ ແມ່ ຮ້າງ ນັ້ນ ມາ ເປັນ ເມຍ ກໍ ຜິດ ໃນ ຖານ ຫລີ້ນຊູ້ ເໝືອນກັນ.”
\s5
\v 10 ພວກ ສາວົກ ຈຶ່ງເວົ້າ ກັບ ພຣະອົງ ວ່າ, “ຖ້າ ການ ເປັນ ຜົວ ເມຍ ກັນ ເປັນ ເຊັ່ນ ນີ້ ບໍ່ແຕ່ງງານ ກໍ ຄົງ ຈະ ເປັນ ການດີກວ່າ. ”
\v 11 ພຣະເຢຊູເຈົ້າ ຊົງຕອບ ວ່າ, “ບໍ່ ແມ່ນ ທຸກຄົນ ທີ່ຮັບ ຄໍາສັ່ງ ສອນ ນີ້ໄດ້ ຮັບ ໄດ້ ແຕ່ ຜູ້ ທີ່ພຣະເຈົ້າໄດ້ ໂຜດ ໃຫ້ ເທົ່ານັ້ນ.
\v 12 ດ້ວຍວ່າ, ຜູ້ທີ່ເປັນ ກະເທີຍ ແຕ່ ກຳ ເນີດ ກໍມີ ຜູ້ທີ່ມະນຸດ ເຮັດ ໃຫ້ ເປັນ ກະເທີຍກໍມີ ຜູ້ທີ່ປະຕິເສດ ການແຕ່ງງານ (ຍ) ເພາະ ເຫັນແກ່ ຣາຊອານາຈັກ ກໍມີ ຜູ້ໃດ້ ຮັບປະຕິບັດ ໄດ້ ກໍ ໃຫ້ ຮັບເອົາ.”
\s5
\v 13 ເມື່ອນັ້ນ ບາງຄົນ ໄດ້ນຳ ເດັກນ້ອຍ ມາຫາ ພຣະເຢຊູເຈົ້າ ເພື່ອ ໃຫ້ ພຣະອົງ ວາງ ມື ໃສ່ ພວກເຂົາ ແລະ ພາວັນນາອະທິຖານ ເພື່ອ ພວກເຂົາ ແຕ່ ພວກ ສາວົກ ໄດ້ ຫ້າມປາມ ພວກເຂົາໄວ້.
\v 14 ດັ່ງ ນັ້ນ ພຣະເຢຊູເຈົ້າ ຈຶ່ງ ກ່າວ ວ່າ, “ຈົ່ງ ປ່ອຍ ໃຫ້ ເດັກ ນ້ອຍ ມາຫາ ເຮົາ ແລະ ຢ່າ ຫ້າມ ພວກເຂົາ ເພາະ ອານາຈັກ ສະຫວັນ ເປັນ ເໝືອນ ເດັກ ນ້ອຍ ເຫລົ່ານີ້ ແຫລະ. ”
\v 15 ພຣະອົງ ໄດ້ ວາງ ມື ໃສ່ ພວກເຂົາ ແລ້ວກໍ ສະເດັດ ອອກ ໄປ ຈາກ ບ່ອນນັ້ນ.
\s5
\v 16 ຄັ້ງ ໜຶ່ງ ມີ ຊາຍ ຄົນໜຶ່ງ ມາຫາ ພຣະເຢຊູເຈົ້າ ເຂົາຖາມ ພຣະອົງ ວ່າ, “ອາຈານ ເອີຍ, ຂ້ານ້ອຍ ຕ້ອງ ເຮັດ ຄວາມດີຢ່າງໃດແດ່ ຈຶ່ງ ຈະ ໄດ້ຮັບ ຊີວິດນີຣັນດອນ? ”
\v 17 ພຣະເຢຊູເຈົ້າຕອບ ວ່າ, “ເປັນ ຫຍັງເຈົ້າຈ່ຶ່ງຖາມເຮົາເຖິງສິ່ງທີ່ດີ? ຜູ້ທີ່ດີ ນັ້ນ ມີແຕ່ ຜູ້ ດຽວ ຖ້າເຈົ້າຕ້ອງການເຂົ້າ ສູ່ຊີວິດ ຈົ່ງ ຖື ຮັກສາ ຂໍ້ຄໍາສັ່ງ ທັງ ຫລາຍ ໄວ້.”
\s5
\v 18 ລາວ ຖາມ ຄືນ ວ່າ, “ຂໍ້ຄໍາສັ່ງຂໍ້ໃດ? ” ພຣະເຢຊູເຈົ້າຕອບວ່າ, “ຢ່າຂ້າຄົນ, ຢ່າຫລີ້ນຊູ້ ສູ່ຜົວເມຍ, ຢ່າລັກ, ຢ່າເປັນພະຍານບໍ່ຈິງ
\v 19 ຈົ່ງນັບຖື ພໍ່ແມ່ ຂອງຕົນ ແລະຈົ່ງ ຮັກ ເພື່ອນບ້ານເໝືອນຮັກຕົນເອງ.”
\s5
\v 20 ຊາຍໜຸ່ມຕອບ ວ່າ, “ຂ້ານ້ອຍ ໄດ້ ຖືຮັກສາ ຂໍ້ຄໍາສັ່ງທັງໝົດ ເຫລົ່ານີ້ ຢູ່ ແລ້ວ ມີສິ່ງໃດ ອີກແດ່ ທີ່ຂ້ານ້ອຍ ຍັງຂາດ ຢູ່? ”
\v 21 ພຣະເຢຊູເຈົາຕອບລາວ ວ່າ, “ຖ້າເຈົ້າຢາກເປັນ ຜູ້ດີຄົບຖ້ວນ ຈົ່ງໄປ ຂາຍ ທຸກສິ່ງ ທີ່ເຈົ້າມີຢູ່ ແລະ ແຈກທານ ໃຫ້ ແກ່ ຄົນຍາກຈົນ ແລ້ວ ເຈົ້າຈະມີ ຊັບ ສົມ ບັດ ໃນ ສະຫວັນ, ແລ້ວຈົ່ງຕາມ ເຮົາມາ."
\v 22 ເມື່ອຊາຍໜຸ່ມ ໄດ້ຍິນ ເຊັ່ນນີ້ ລາວກໍໜີໄປ ດ້ວຍ ຄວາມທຸກໃຈ ຢ່າງ ໜັກ ເພາະລາວ ເປັນຄົນຮັ່ງມີຫລາຍ.
\s5
\v 23 ແລ້ວພຣະເຢຊູເຈົ້າ ຊົງກ່າວແກ່ ພວກ ສາວົກຂອງ ພຣະອົງວ່າ, “ເຮົາບອກພວກເຈົ້າ ຕາມຄວາມຈິງ ວ່າ ທີ່ ຄົນ ຮັ່ງ ມີ ຈະ ເຂົ້າ ໃນ ອານາຈັກ ສະຫວັນ ກໍ ຍາກ ແທ້.
\v 24 ເຮົາ ຂໍ ບອກ ພວກເຈົ້າ ອີກ ວ່າ, ອູດໂຕໜຶ່ງ ຈະ ລອດ ຮູ ເຂັມ ກໍ ງ່າຍ ກວ່າ ຄົນ ຮັ່ງ ມີ ຜູ້ໜຶ່ງ ຈະ ເຂົ້າໃນ ອານາຈັກ ສະຫວັນ.”
\s5
\v 25 ເມື່ອ ພວກສາວົກ ໄ ດ້ຍິນ ດັ່ງນີ້ ແລ້ວ ກໍ ປະຫລາດ ໃຈຫລາຍຈຶ່ງ ຖາມວ່າ, “ຖ້າຢ່າງນັ້ນ ຜູ້ໃດຈ ະພົ້ນໄດ້? ”
\v 26 ພຣະເຢຊູເຈົ້າ ຫລຽວ ເບິ່ງພວກ ສາວົກ ແລ້ວຕອບ ວ່າ, “ສໍາລັບ ມະນຸດ ແລ້ວ ເປັນ ໄປບໍ່ໄດ້ ແຕ່ສໍາລັບ ພຣະເຈົ້າ ແລ້ວທຸກສິ່ງ ເປັນໄປໄດ້. ”
\v 27 ແລ້ວ ເປໂຕ ເວົ້າ ຂຶ້ນ ວ່າ, “ເບິ່ງແມ! ພວກຂ້ານ້ອຍ ໄດ້ ສະຫລະ ທຸກໆ ສ່ິ່ງ ແລ້ວ ແລະ ຕິດຕາມທ່ານມາ ພວກຂ້ານ້ອຍ ຈະໄດ້ຫຍັງ ແດ່?”
\s5
\v 28 ພຣະເຢຊູເຈົ້າ ຊົງຕອບພວກສາວົກ ວ່າ, “ເຮົາ ບອກພວກເຈົ້າ ຕາມຄວາມຈິງ ວ່າ ເມື່ອບຸດມະນຸດ ນັ່ງ ເທິງ ບັນລັງ ອັນ ຮຸ່ງເຮືອງ ຂອງຕົນ ໃນໂລກໃໝ່ ແລ້ວ ພວກເຈົ້າຜູ້ຕາມ ເຮົາມາ ກໍຈະ ໄດ້ ນັ່ງ ເທິງ ບັນ ລັງ ສິບ ສອງ ບ່ອນ ເພື່ອ ພິພາກສາ ພວກອິດສະຣາເອນ ສິບສອງຕະກຸນ ເໝືອນກັນ.
\s5
\v 29 ແລະ ຜູ້ໃດ ທີ່ໄດ້ ປະບ້ານ ເຮືອນ ຫລື ອ້າຍ ເອື້ອຍ ນ້ອງ ຫລື ພໍ່ ແມ່ ຫລື ລູກ ຫລື ໄຮ່ນາ ເພື່ອເຫັນ ແກ່ ນາມຊື່ຂອງເຮົາ ຜູ້ນັ້ນ ກໍ ຈະ ໄດ້ ຮັບ ຜົນ ຕອບ ແທນ ຮ້ອຍເທົ່າ ແລະ ຈະ ໄດ້ ຮັບ ມໍຣະດົກ ຄື ຊີວິດ ນິຣັນດອນ.
\v 30 ແຕ່ ມີ ຫລາຍ ຄົນ ທີ່ເປັນຜູ້ຕົ້ນ ຈະກັບ ເປັນຜູ້ປາຍ ແລະ ມີ ຫລາຍ ຄົນ ທີ່ເປັນ ຜູ້ ປາຍ ຈະ ກັບ ເປັນ ຜູ້ຕົ້ນ.”
\s5
\c 20
\p
\v 1 “ຣາຊອານາຈັກ ສະຫວັນ ປຽບ ເໝືອນ ພໍ່ ເຮືອນ ຜູ້ໜຶ່ງ ອອກ ໄປ ແຕ່ ເຊົ້າ ໆ ເພື່ອ ຈ້າງ ຄົນ ມາ ເຮັດ ວຽກ ໃນ ສວນອະງຸ່ນ ຂອງຕົນ.
\v 2 ເພິ່ນຕົກົລົງ ຈ່າຍ ຄ່າ ແຮງງານ ໃຫ້ ພວກເຂົາ ຕາມ ອັດ ຕາ ປົກກະຕິ ຄື ວັນລະ ໜຶ່ງ ຫລຽນ ເງິນ ແລະ ໃຊ້ ພວກເຂົາ ໄປ ເຮັດ ວຽກ ໃນ ສວນ ອະງຸ່ນ ຂອງຕົນ.
\s5
\v 3 ໃນ ເວລາ ເກົ້າ ໂມງ ເຊົ້າ ເພິ່ນກໍ ອອກ ໄປ ອີກ ແລະ ເຫັນ ຄົນ ອື່ນຢູ່ ລ້າ ໆ ໃນກາງຕະຫລາດ
\v 4 ເພິ່ນ ຈຶ່ງບອກ ກັບ ຄົນ ເຫລົ່ານີ້ ວ່າ, ‘ໃຫ້ ພວກເຈົ້າ ໄປ ເຮັດ ວຽກ ໃນ ສວນອະງຸ່ນ ຂອງຂ້ອຍ ເໝືອນກັນ ແລະ ຂ້ອຍ ຈະ ຈ່າຍ ຄ່າ ແຮງງານ ໃຫ້ ພວກເຈົ້າ ຢ່າງຍຸດຕິທໍາ.
\s5
\v 5 ດັ່ງນັ້ນ ພວກເຂົາ ຈຶ່ງໄປເຮັດວຽກ, ແລ້ວ ໃນ ເວລາ ທ່ຽງ ແລະ ໃນເວລາ ບ່າຍ ສາມ ໂມງ ເຈົ້າຂອງສວນ ອະງຸ່ນ ກໍ ອອກ ໄປ ອີກ ເຮັດ ເໝືອນ ເທື່ອກ່ອນ.
\v 6 ພໍ ເພິ່ນອອກໄປ ອີກ ເມື່ອເວລາ ປະມານ ຫ້າໂມງ ແລງ ແລະ ເຫັນ ຄົນອື່ນ ຢືນຢູ່ ທີ່ນັ້ນ ເພິ່ນ ຈຶ່ງ ຖາມ ພວກເຂົາ ວ່າ ‘ດ້ວຍເຫດໃດ ພວກເຈົ້າ ຈຶ່ງຢູ່ ທີ່ນີ້ ໝົດມື້ ໂດຍບໍ່ເຮັດຫຍັງ?
\v 7 ພວກເຂົາຕອບ ວ່າ ‘ເພາະ ບໍ່ມີຜູ້ໃດ ຈ້າງ ພວກເຮົາ. ເພິ່ນຈຶ່ງ ບອກ ພວກເຂົາ ວ່າ ‘ໃຫ້ ພວກເຈົ້າໄປ ເຮັດວຽກ ຢູ່ ສວນ ອະງຸ່ນ ຂອງຂ້ອຍ ເໝືອນກັນ.
\s5
\v 8 ເມື່ອ ຮອດ ຕອນແລງ ມາ ເຈົ້າ ຂອງ ສວນ ອະງຸ່ນ ກໍ ບອກຜູ້ ຈັດ ການຂອງຕົນ ວ່າ, ‘ຈົ່ງ ເອີ້ນ ຄົນງານມາ ແລະ ຈ່າຍ ຄ່າ ແຮງງານ ໃຫ້ ພວກເຂົາ ໂດຍ ເລີ່ມຕັ້ງ ແຕ່ ຜູ້ ຮັບຈ້າງຜູ້ ທີ່ມາຫລ້າ ສຸດ ຈົນ ເຖິງ ຄົນ ຮັບ ຈ້າງຜູ້ ມາ ທໍາອິດ.
\v 9 ເມື່ອ ພວກຮັບ ຈ້າງຜູ້ ທີ່ ມາເຮັດ ວຽກໃນເວລາ ຫ້າ ໂມງແລງ ໄດ້ ຮັບ ຄົນ ລະໜຶ່ງ ຫລຽນເງິນ.
\v 10 ສະນັ້ນ ຄົນ ຮັບຈ້າງພວກທຳອິດ ທີ່ມາຮັບ ຄ່າຈ້າງ ຈຶ່ງ ຄິດ ວ່າ ພວກຕົນ ຈະໄດ້ ຮັບ ຫລາຍກວ່ານັ້ນ, ແຕ່ ພວກເຂົາ ໄດ້ ຮັບ ໜຶ່ງ ຫລຽນເງິນ ເໝືອນກັນ.
\s5
\v 11 ເມື່ອ ຮັບ ເງິນ ແລ້ວ ພວກເຂົາ ກໍ ຈົ່ມ ຕໍ່ນາຍຈ້າງວ່າ,
\v 12 ‘ຄົນ ຮັບ ຈ້າງຜູ້ທີ່ມາສຸດທ້າຍເຮັດ ວຽກພຽງແຕ່ ຊົ່ວ ໂມງດຽວເທົ່າ ນັ້ນ, ສ່ວນ ພວກເຮົາ ເຮັດ ວຽກໜັກ ຕາກແດດຮ້ອນຕະຫລອດໝົດ ມື້, ແຕ່ ທ່ານໄດ້ ຈ່າຍໃຫ້ ພວກເຮົາເທົ່າກັບ ພວກເຂົາ.
\s5
\v 13 ເຈົ້າຂອງສວນອະງຸ່ນຕອບຄົນ ໜຶ່ງ ໃນພວກເຂົາ ວ່າ, ‘ສະຫາຍ ເອີຍ ຂ້ອຍ ບໍ່ ໄດ້ສໍ້ໂກງເຈົ້າ, ເຈົ້າຕົກລົງ ເຮັດ ວຽກ ໃຫ້ ຂ້ອຍ ວັນ ລະ ໜຶ່ງ ຫລຽນ ເງິນ ບໍ່ແມ່ນ ບໍ?
\v 14 ສະນັ້ນສິ່ງ ທີ່ ເປັນ ຂອງເຈົ້າ ຈົ່ງ ຮັບ ເອົາ ແລະເມືອສາ ຂ້ອຍພໍໃຈຢາກໃຫ້ ຄົນຮັບ ຈ້າງ ຜູ້ ທີ່ມາສຸດທ້າຍນີ້ ເທົ່າກັບເຈົ້າ.
\s5
\v 15 ຂ້ອຍມີ ສິດ ເຮັດ ໃນສິ່ງ ທີ່ ຂ້ອຍຢາກເຮັດ ກັບ ເງິນ ຂອງຂ້ອຍບໍ່ ແມ່ນບໍ? ເປັນຫຍັງ ຈຶ່ງ ອິດສາ ເມື່ອ ເຫັນ ຂ້ອຍໃຈດີ? ”
\v 16 “ດັ່ງ ນັ້ນ ແຫລະ ຄົນ ທີ່ ເປັນ ຜູ້ປາຍ ຈະ ກັບ ເປັນ ຜູ້​ຕົ້ນ ແລະ ຜູ້ ທີ່ ເປັນ ຜູ້ຕົ້ນ ກໍ ຈະ ກັບ ເປັນ ຜູ້ປາຍ.”
\s5
\v 17 ຂະນະທີ່ ພຣະເຢຊູເຈົ້າ ກໍາລັງ ຂຶ້ນ ໄປ ຍັງ ນະຄອນ ເຢຣູຊາເລັມ ນັ້ນ ພຣະອົງ ພາ ພວກ ສາວົກ ສິບ ສອງ ຄົນ ອອກ ໄປ ຕ່າງຫາກ ແລະ ກ່າວ ແກ່ ພວກເພິ່ນ ເປັນ ການ ສ່ວນຕົວ.
\v 18 ຕາມ ທາງ ນັ້ນ ພຣະອົງ ບອກ ພວກເພິ່ນ ວ່າ, “ຈົ່ງ ຟັງ ເທີ້ນ ພວກເຮົາ ກຳ ລັງ ຂຶ້ນ ໄປ ຍັງ ນະຄອນ ເຢຣູຊາເລັມ ບ່ອນ ທີ່ ບຸດມະນຸດ ຈະ ຖືກ ມອບ ໄວ້ ໃນ ກຳ ມື ຂອງ ພວກ ຫົວ ໜ້າ ປະໂຣຫິດ ແລະ ພວກ ທຳມະຈານ ພວກເຂົາ ຈະ ລົງ ໂທດ ເພິ່ນ ໃຫ້ ເຖິງຕາຍ
\v 19 ແລະ ຈະ ມອບ ເພິ່ນ ໃຫ້ ຄົນ ຕ່າງຊາດ, ຄົນ ເຫລົ່ານີ້ ຈະເຢາະເຢີ້ຍ ເພິ່ນ ຈະ ຂ້ຽນ ຕີ ເພິ່ນ ແລະ ຈະ ຄຶງ ເພິ່ນ ໄວ້ ທີ່ ໄມ້ກາງແຂນ ແຕ່ ໃນ ວັນ ຖ້ວນ ສາມ ເພິ່ນ ຈະເປັນ ຄືນ ມາ ຈາກ ຕາຍ ສູ່ ຊີວິດ.”
\s5
\v 20 ຕໍ່ມາ ເມຍ ຂອງ ເຊເບດາຍ ກໍ ມາ ຫາ ພຣະເຢຊູເຈົ້າ ພ້ອມ ກັບ ລູກ ທັງ ສອງ ຂອງຕົນ, ພວກເພິ່ນ ຂາບລົງ ຕໍ່ໜ້າ ພຣະອົງ ແລະ ຂໍຮ້ອງ ສິ່ງ ໜຶ່ງ ຈາກ ພຣະອົງ.
\v 21 ພຣະອົງ ຖາມ ນາງ ວ່າ, “ເຈົ້າ ຕ້ອງການ ຫຍັງ? ” ນາງ ຕອບ ວ່າ, “ຂໍ ທ່ານ ຮັບ ສັ່ງ ໃຫ້ ລູກຊາຍ ຂອງ ຂ້ານ້ອຍ ສອງ ຄົນນີ້ ນັ່ງ ໃນ ອານາຈັກ ຂອງທ່ານ ຄື ເບື້ອງຂວາ ຜູ້ໜຶ່ງ ແລະ ເບື້ອງຊ້າຍ ອີກຜູ້ໜຶ່ງ.”
\s5
\v 22 ພຣະເຢຊູເຈົ້າ ຕອບ ວ່າ, “ພວກເຈົ້າ ບໍ່ ຮູ້ຈັກ ໃນ ສິ່ງ ທີ່ ພວກເຈົ້າ ກໍາລັງ ຂໍນັ້ນ ພວກເຈົ້າ ຈະ ດື່ມຈາກ ຈອກ ແຫ່ງ ຄວາມ ທົນທຸກ ທີ່ເຮົາ ກຳລັງ ຈະ ຕ້ອງ ດື່ມ ນັ້ນ ໄດ້ ບໍ? ” ທ່ານທັງສອງ ຕອບ ວ່າ, “ດື່ມ ໄດ້. ”
\v 23 ພຣະເຢຊູເຈົ້າ ກ່າວ ແກ່ ພວກເພິ່ນວ່າ, “ພວກເຈົ້າ ຈະດື່ມ ຈາກ ຈອກ ທີ່ເຮົາ ຕ້ອງ ດື່ມ ແທ້ຈິງ, ແຕ່ ຜູ້ໃດ ຈະນັ່ງ ທີ່ ເບື້ອງຂວາ ຫລື ເບື້ອງຊ້າຍ ຂອງເຮົາ ນັ້ນ ບໍ່ແມ່ນ ໜ້າ ທີ່ ຂອງເຮົາ ຈະຈດັ ໃຫ້ ແຕ່ ແມ່ນ ພຣະບິດາ ຂອງເຮົາ ຈັດ ຕຽມ ໄວ້ ແລ້ວ ສໍາລັບ ຜູ້ໃດ ກໍ ເປັນ ຂອງ ຜູ້ນັ້ນ. ”
\v 24 ເມື່ອສາວົກ ອີກສິບ ຄົນ ໄດ້ຍິນ ເຖິງ ເລື່ອງ ນັ້ນ ແລ້ວ ພວກເພິ່ນກໍ ໂໍກດຮ້າຍ ສອງ ອ້າຍ ນ້ອງນີ້.
\s5
\v 25 ດັ່ງນັ້ນ ພຣະເຢຊູເຈົ້າ ຈຶ່ງ ເອີ້ນ ພວກເພິ່ນ ທົງໝົດ ມາ ແລະ ກ່າວ ວ່າ, “ພວກເຈົ້າ ຕ່າງ ກໍຮູ້ ດີວ່າ ຜູ້ ປົກຄອງ ມີ ອຳນາດ ເໜືອປະຊາຊົນ ທ່ີ່ເຂົາປົກຄອງ ຢູ່ ແລະ ຜູ້ ໃຫຍ່ ກໍ ໃຊ້ ສິດ ເດັດ ຂາດ ເໜືອ ພວກເຂົາ.
\v 26 ແຕ່ ໃນ ທ່າມກາງ ພວກເຈົ້າ ບໍ່ເປັນ ດັ່ງ ນັ້ນ, ຖ້າ ຜູ້ໃດ ໃນ ພວກເຈົ້າຢາກ ເປັນ ໃຫຍ່ ຜູ້ນັ້ນ ຕ້ອງ ເປັນ ຜູ້ຮັບໃຊ້ ຂອງ ພວກເຈົ້າ
\v 27 ແລະ ຖ້າຜູ້ໃດ ໃນພວກເຈົ້າຢາກ ເປັນ ເອກ ລາວ ຕ້ອງ ເປັນ ຜູ້ຮັບໃຊ້ ຂອງ ພວກເຈົ້າ
\v 28 ເໝືອນ ຢ່າງ ບຸດມະນຸດ ບໍ່ ໄດ້ ມາ ເພື່ອ ໃຫ້ ຄົນ ອື່ນ ຮັບ ໃຊ້ ຕົນ ແຕ່ ມາ ເພື່ອຮັບ ໃຊ້ ແລະ ຍອມສະຫລະ ຊີວິດ ຂອງຕົນ ເປັນ ຄ່າ ໄຖ່ ຄົນ ຈໍານວນ ຫລວງຫລາຍ.”
\s5
\v 29 ເມື່ອ ພຣະເຢຊູເຈົ້າ ກັບ ພວກ ສາວົກ ຂອງ ພຣະອົງ ຈາກ ເມືອງ ເຢຣີໂກ ໄປ ນັ້ນ ປະຊາຊົນ ຢ່າງ ຫລວງຫລາຍ ໄດ້ ຕິດ ຕາມ ພຣະອົງ ໄປ.
\v 30 ມີ ຊາຍ ຕາບອດ ສອງ ຄົນ ທີ່ ນັ່ງ ຢູ່ ແຄມ ທາງ, ເມື່ອ ໄດ້ຍິນ ວ່າ ພຣະເຢຊູເຈົ້ າ ກໍາລັງ ຜ່ານ ມາ ທາງ ນັ້ນ ພວກເຂົາ ຈຶ່ງ ຮ້ອງ ຂຶ້ນ ວ່າ, “ພຣະອົງເຈົ້າ ຜູ້ ເປັນ ບຸດດາວິດ ເອີຍໂຜດ ເມດຕາ ສົງ ສານ ພວກ ຂ້ານ້ອຍ ແດ່ ທ້ອນ. ”
\v 31 ປະຊາຊົນ ໄດ້ ຫ້າມປາມ ໄວ້ ແລະ ບອກ ພວກເຂົາ ໃຫ້ ມິດ ຢູ່ ແຕ່ ພວກເຂົາ ແຮ່ງ ຮ້ອງ ໃຫ້ ດັງ ຂຶ້ນ ວ່າ, “ພຣະອົງເຈົ້າ ຜູ້ ເປັນ ບຸດ ດາວິດ ເອີຍ ໂຜດ ເມດຕາ ສົງ ສານ ຂ້ານ້ອຍ ແດ່ ທ້ອນ.”
\s5
\v 32 ພຣະເຢຊູເຈົ້າ ຈຶ່ງຢຸດ ແລ້ວເອີ້ນ ຊາຍ ຕາບອດ ສອງ ຄົນ ນັ້ນ ມາ ພຣະອົງ ຖາມ ພວກເຂົາ ວ່າ, “ພວກເຈົ້າ ຢາກ ໃຫ້ ເຮົາ ເຮັດ ຫຍັງ ໃຫ້ ພວກເຈົ້າ? ”
\v 33 ພວກເຂົາ ຈຶ່ງ ຕອບ ວ່າ, “ພຣະອົງ ເຈົ້າ ເອີຍ ຂໍໂໍຜດ ໃຫ້ ຕາ ຂອງ ພວກ ຂ້ານ້ອຍ ໄດ້ ເຫັນ ຮຸ່ງ ແດ່ ທ້ອນ. ”
\v 34 ພຣະເຢຊູເຈົ້າ ສົງ ສານ ພວກເຂົາ ຈຶ່ງ ບາຍ ຕາ ຂອງ ພວກເຂົາ ໃນ ທັນ ໃດນັ້ນ ພວກເຂົາ ກໍ ເຫັນ ຮຸ່ງ ແລະ ຕິດຕາມ ພຣະອົງ ໄປ.
\s5
\c 21
\p
\v 1 ເມື່ອ ພຣະເຢຊູເຈົ້າ ກັບ ພວກ ສາວົກ ເຂົ້າ ໄປ ໃກ້ ນະຄອນ ເຢຣູຊາເລັມ ແລ້ວ ກໍ ມາ ຮອດ ບ້ານ ເບັດ ຟາເຄ ທີ່ພູເຂົາ ໝາກກອກເທດ ພຣະເຢຊູເຈົ້າໄດ້ ໃຊ້ ສາວົກ ສອງ ຄົນ ລ່ວງໜ້າ ໄປກ່ອນ
\v 2 ໂດຍ ສັ່ງ ພວກເພິ່ນ ວ່າ, “ຈົ່ງ ເຂົ້າ ໄປ ຍັງ ບ້ານ ຂ້າງ ໜ້ານັ້ນ ແລະ ເມື່ອ ໄປ ຮອດ ພວກເຈົ້າ ກໍ ຈະ ພົບ ລໍ ແມ່ ໂຕໜຶ່ງ ຖືກ ມັດ ຢູ່ ກັບ ລູກ ຂອງ ມັນ ຈົ່ງ ແກ້ ມັນ ອອກ ແລະ ຈູງ ມາ ຫາ ເຮົາ.
\v 3 ຖ້າມີ ຜູ້ໃດ ເວົ້າສິ່ງໃດ ຈົ່ງບອກ ຜູ້ນັ້ນ ວ່າ, ‘ພຣະອົງເຈົ້າ (ດ) ຕ້ອງການ. ແລ້ວ ລາວ ກໍ ຈະ ປ່ອຍ ໃຫ້ ທ້ນທີ.”
\s5
\v 4 ເຫດການ ໄດ້ ເກີດ ຂຶ້ນ ເພື່ອ ໃຫ້ ສຳເລັດ ຕາມ ທີ່ ຜູ້ທຳນວາຍ ກ່າວ ໄວ້ ວ່າ,
\v 5 “ຈົ່ງ ກ່າວ ບອກ ປະຊາຊົນ ນະຄອນ ຊີ ໂອນ ວ່າ, ‘ເບິ່ງແມ! ກະສັດ ຂອງ ເຈົ້າ ກໍາລັງ ສະເດັດ ມາ ຫາ ເຈົ້າ ເພິ່ນ ເປັນ ຜູ້ ໃຈ ອ່ອນ ສຸພາບ ແລະ ນັ່ງ ເທິງ ຫລັງ ລໍ ຄື ນັ່ງ ເທິງ ຫລັງ ລໍ ນ້ອຍ ລູກ ສັດ ໃຊ້ ໂຕໜຶ່ງ.
\s5
\v 6 ສາວົກ ທັງສອງ ຈຶ່ງ ໄປ ເຮັດ ຕາມ ທີ່ ພຣະເຢຊູເຈົ້າ ສັ່ງ.
\v 7 ພວກເພິ່ນ ຈູງ ລໍ ແມ່ ແລະ ລູກ ຂອງ ມັນ ມາ ເອົາ ເສື້ອ ຜ້າ ຂອງ ພວກ ຕົນ ປົກ ຫລັງ ມັນ ແລ້ວ ໃຫ້ ພຣະເຢຊູເຈົ້າ ຂຶ້ນ ຂີ່
\v 8 ແລ້ວ ປະຊາຊົນ ຕ່າງ ກວໍາງ ເສື້ອຜ້າ ຂອງຕົນ ປູ ຕາມ ທາງ ບາງຄົນ ຕັດ ຟົດ ໄມ້ ມາ ປູ ຕາມ ທາງ.
\s5
\v 9 ປະຊາຊົນ ທີ່ ຍ່າງ ໄປ ທາງ ຫລັງ ພຣະອົງ ຮ້ອງ ຂຶ້ນ ວ່າ, “ໂຮຊັນນາ ແດ່ ບຸດ ຂອງ ດາວິດ ຂໍ ພຣະເຈົ້າ ອວຍພອນ ທ່ານ ຜູ້ ທີ່ ສະເດັດ ມາ ໃນ ນາມ ຂອງ ອົງ ພຣະຜູ້ ເປັນ ເຈົ້າ ຈົ່ງ ຊົງ ພຣະຈະເລີນ ໂຮຊັນນາ ໃນ ທີ່ ສູງສຸດ. ”
\v 10 ເມື່ອ ພຣະເຢຊູເຈົ້າ ເຂົ້າ ໄປ ນະຄອນ ເຢຣູຊາເລັມ ແລ້ວ ປະຊາຊົນ ທົ່ວທັງ ນະຄອນ ກໍ ແຕກຕື່ນ ແລະ ຖາມ ກັນ ວ່າ, “ຄົນນີ້ ແມ່ນ ຜູ້ໃດ? ”
\v 11 ປະຊາຊົນ ຕອບ ວ່າ, “ຄົນ ນີ້ ແມ່ນ ພຣະເຢຊູເຈົ້າ ຜູ້ທຳນວາຍ ທີ່ ມາ ຈາກ ເມືອງ ນາຊາເຣັດ ແຂວງຄາລີເລ.”
\s5
\v 12 ແລ້ວ ພຣະເຢຊູເຈົ້າ ກໍ ເຂົ້າໄປ ໃນ ພຣະວິຫານ ແລະ ຂັບໄລ່ ບັນດາ ຄົນ ຊື້ ຂາຍ ໃນທີ່ນັ້ນ ອອກ ໄປ ແລະ ຂວໍ້າ ໂຕະ ຂອງ ຄົນ ແລກປ່ຽນ ເງິນ ກັບ ບ່ອນ ນັ່ງ ຂອງ ຄົນ ຂາຍ ນົກເຂົາ.
\v 13 ແລ້ວ ພຣະອົງ ກໍ ກ່າວ ຕໍ່ ພວກເຂົາ ວ່າ, “ມີ ຄຳ ຂຽນ ໄວ້ ໃນ ພຣະຄໍາພີ ວ່າ, ‘ພຣະວິຫານ ຂອງເຮົາ ຈະ ເປັນ ທີ່ເອີ້ນວ່າ ສະຖານທີ່ແຫ່ງ ການ ໄຫວ້ວອນ, ແຕ່ ພວກເຈົ້າ ໄດ້ ເຮັດ ໃຫ້ ເປັນ ຖໍ້າ ຂອງ ໂຈນ. ”
\v 14 ແລ້ວ ຄົນ ຕາບອດ ແລະ ຄົນ ຂາ ພິການ ກໍ ມາ ຫາ ພຣະເຢຊູເຈົ້າ ໃນ ພຣະວິຫານ ແລະ ພຣະອົງ ກໍ ຊົງ ໂຜດ ພວກເຂົາ ໃຫ້ ຫາຍ ດີ.
\s5
\v 15 ພວກ ຫົວ ໜ້າ ປະໂຣຫິດ ກັບ ພວກ ທຳມະຈານ ຈຶ່ງ ຂັດເຄືອງ ໃຈ ເມື່ອໄດ້ ເຫັນ ສິ່ງ ທີ່ອັດສະຈັນ ຊຶ່ງ ພຣະອົງ ຊົງ ກະທຳ ແລະ ໄດ້ຍິນ ພວກ ເດັກ ນ້ອຍ ຮ້ອງ ໃນ ພຣະວິຫານ ວ່າ, “ໂຮຊັນນາ ແດ່ ບຸດ ດາວິດ. ”
\v 16 ດັ່ງນັ້ນ ພວກເຂົາ ຈຶ່ງ ຖາມ ພຣະອົງ ວ່າ, “ເຈົ້າ ໄດ້ຍິນ ຄໍາ ທີ່ພວກເຂົາ ກຳ ລັງ ຮ້ອງ ນັ້ນ ບໍ? ” ພຣະເຢຊູເຈົ້າ ຕອບພວກເຂົາ ວ່າ, “ໄດ້ຍິນ ແລ້ວ ພວກເຈົ້າ ບໍ່ ເຄີຍ ອ່ານຈັກ ເທື່ອບໍ ໃນຄຳທີ່ວ່າ, ‘ພຣະອົງ ຊົງ ຈັດ ໃຫ້ ຄຳສັນລະເສີນ ອັນແທ້ຈິງ ອອກມາຈາກປາກ ຂອງເດັກນ້ອຍອ່ອນ ແລະຜູ້ທີ່ຍັງ ກິນນ້ຳນົມຢູ່.
\v 17 ແລ້ວ ພຣະເຢຊູເຈົ້າ ກໍ ສະເດັດ ຈາກ ຄົນ ເຫລົ່ານັ້ນ ອອກ ໄປ ຍັງ ບ້ານ ເບັດທານີ ເພຶ່ອພັກນອນ ຢູ່ທີ່ນັ້ນ.
\s5
\v 18 ແຕ່ ເຊົ້າຂອງວັນຕໍ່ມາ ຂະນະທີ່ ພຣະເຢຊູເຈົ້າ ສະເດັດຄືນ ເຂົ້າ ໄປ ໃນ ນະຄອນ ພຣະອົງ ຊົງ ຫິວອາຫານ.
\v 19 ເມື່ອ ພຣະອົງ ເຫັນ ຕົ້ນ ເດື່ອເທດ ກົກ ໜື່ງ ຢູ່ແຄມທາງ ຈຶ່ງ ຍ່າງ ໄປ ທີ່ຕົ້ນໄມ້ ນັ້ນ ແລະ ເຫັນ ວ່າ ບໍ່ມີໝາກ ມີ ແຕ່ ໃບ ເທົ່ານັ້ນ. ດັ່ງນັ້ນ ພຣະອົງ ຈຶ່ງກ່າວຕໍ່ ຕົ້ນເດື່ອເທດ ວ່າ, “ມຶງຢ່າໄດ້ ເກີດໝາກ ອີກ ຕໍ່ໄປ ຈັກເທື່ອ” ໃນ ທັນໃດນັ້ນ ຕົ້ນ ເດື່ອເທດ ກໍ ຫ່ຽວແຫ້ງລົງ.
\s5
\v 20 ເມື່ອ ພວກ ສາວົກ ເຫັນ ເຊັ່ນນີ້ ກໍ ປະຫລາດ ໃຈ ພວກເພິ່ນ ເວົ້າ ວ່າ, “ດ້ວຍເຫດໃດ ໜໍ ຕົ້ນ ເດື່ອເທດ ຈຶ່ງຫ່ຽວແຫ້ງ ຕາຍ ໃນ ທັນທີ? ”
\v 21 ພຣະເຢຊູເຈົ້າ ຕອບ ວ່າ, “ເຮົາ ບອກ ພວກເຈົ້າ ຕາມ ຄວາມຈິງ ວ່າ ຖ້າພວກເຈົ້າ ມີ ຄວາມເຊື່ອ ແລະ ບໍ່ ສົງໄສ ພວກເຈົ້າ ກໍ ເຮັດ ຕໍ່ຕົ້ນ ເດື່ອ ເທດ ນີ້ ໄດ້ ເໝືອນ ດັ່ງ ທີ່ເຮົາ ໄດ້ ເຮັດ ບໍ່ພຽງເທົ່ານັ້ນ ພວກເຈົ້າ ຈະ ສາມາດ ສັ່ງ ແມ່ນແຕ່ ພູເຂົາໜ່ວຍ ນີ້ ວ່າ ‘ຈົ່ງ ເຈື່ອນ ລົງ ໄປ ສູ່ ທະເລ’ ກໍ ຈະ ເປັນ ໄປ ຕາມ ນັ້ນ.
\v 22 ຖ້າພວກເຈົ້າ ມີ ຄວາມເຊື່ອ ພວກເຈົ້າ ກໍ ຈະ ໄດ້ ຮັບ ຕາມ ທີ່ ພາວັນ ນາ ອະທິຖານ ຂໍ ໃນ ສິ່ງ ນັ້ນ.”
\s5
\v 23 ເມື່ອ ພຣະເຢຊູເຈົ້າ ເຂົ້າ ໄປ ໃນ ພຣະວິຫານ, ໃນ ຂະນະທີ່ກຳລງັ ສັ່ງສອນ ຢູ່ນັ້ນ ພວກຫົວໜ້າ ປະໂຣຫິດ ກັບ ພວກເຖົ້າແກ່ ກໍມາ ຫາ ພຣະອົງ ແລະ ຖາມ ວ່າ, “ເຈົ້າມີ ສິດ ຫຍັງ ທີ່ເຮັດ ການ ເຫລົ່າ ນີ້? ຜູ້ໃດ ໃຫ້ ສິດນີ້ ແກ່ ເຈົ້າ? ”
\v 24 ພຣະເຢຊູເຈົ້າ ຕອບ ພວກເຂົາ ວ່າ, “ເຮົາ ຂໍ ຖາມ ພວກເຈົ້າ ພຽງ ຂໍ້ ດຽວ ແລະ ຖ້າພວກເຈົ້າໃຫ້ ຄຳຕອບ ແກ່ ເຮົາ, ເຮົາ ກໍ ຈະ ບອກ ພວກ ພວກເຈົ້າ ວ່າ ດ້ວຍ ສິດ ອັນ ໃດ ທີ່ ເຮົາ ເຮັດ ການ ເຫລົ່ານີ້.
\s5
\v 25 ​ຄື ຜູ້ໃດ ໃຫ້ ສິດ ແກ່ ໂຢຮັນ ເພື່ອ ໃຫ້ ຮັບ ບັບຕິສະມາ ພຣະເຈົ້າໃຫ້ ຫລື ວ່າ ມະນຸດ ໃຫ້? ” ພວກເຂົາ ຈຶ່ງໄດ້ ປຶກສາ ກັນ ວ່າ, “ພວກເຮົາ ຈະວ່າ ຢ່າງ ໃດ? ຖ້າພວກເຮົາ ຕອບ ວ່າ ‘ພຣະເຈົ້າ ໃຫ້' ລາວ ກໍ ຈະ ຖາມ ວ່າ ‘ດ້ວຍເຫດໃດ ພວກເຈົ້າ ຈຶ່ງ ບໍ່ ເຊື່ອໂຢຮັນ?
\v 26 ແຕ່ ຖ້າພວກເຮົາ ຕອບ ວ່າ, ‘ມະນຸດ ໃຫ້’ ພວກເຮົາ ກໍ ຢ້ານ ປະຊາຊົນ ເພາະ ທຸກຄົນ ເຊື່ອ ວ່າ ໂຢຮັນ ເປັນ ຜູ້ທຳນວາຍ. ”
\v 27 ສະນັ້ນ ພວກເຂົາ ຈຶ່ງ ຕອບ ພຣະເຢຊູເຈົ້າ ວ່າ, “ພວກເຮົາ ບໍ່ຮູ້. ” ແລ້ວ ພຣະອົງ ກໍ ຕອບ ພວກເຂົາ ວ່າ, “ຝ່າຍ ເຮົາ ກໍ ຈະ ບໍ່ ບອກ ພວກເຈົ້າ ເໝືອນກັນ ວ່າ ດ້ວຍ ສິດ ຫຍັງ ເຮົາ ຈຶ່ງ ເຮັດ ການ ເຫລົ່ານີ້.”
\s5
\v 28 “ແຕ່ ພວກເຈົ້າ ຄິດຢ່າງໃດ ກ່ຽວກັບ ເລື່ອງ ນີ້? ຊາຍ ຜູ້ໜຶ່ງ ມີ ລູກຊາຍ ສອງ ຄົນ ລາວ ໄປ ຫາ ລູກກົກ ແລະ ສັ່ງ ວ່າ, ‘ລູກ ເອີຍ ວັນ ນີ້ ເຈົ້າ ຈົ່ງ ໄປ ເຮັດ ວຽກ ໃນ ສວນ ອະງຸ່ນ ເດີ.
\v 29 ເຂົາຕອບ ພໍ່ວ່າ ‘ລູກບໍ່ໄປ’, ແຕ່ ຕໍ່ມາ ເຂົາເລີຍປ່ຽນໃຈ ແລ້ວ ກໍ ໄປ.
\v 30 ແລ້ວ ພໍ່ ກໍ ໄປ ຫາ ລູກຊາຍ ຜູ້ທີສອງ ແລະ ສັ່ງຢ່າງດຽວກັນ ລູກຂອງລາວ ຕອບ ວ່າ, ‘ເຈົ້າ ລູກ ຈະ ໄປ’, ແຕ່ ເຂົາບໍ່ໄປ.
\s5
\v 31 ໃນ ລູກ ສອງ ຄົນ ນີ້ ຜູ້ໃດ ເຮັດ ຕາມໃຈ ຂອງ ພໍ່? ” ພວກເຂົາ ຕອບ ວ່າ, “ແມ່ນ ລູກກົກ”. ພຣະເຢຊູເຈົ້າ ຈຶ່ງ ກ່າວ ຕໍ່ ພວກເຂົາ ວ່າ, “ເຮົາ ບອກ ພວກເຈົ້າ ຕາມ ຄວາມຈິງ ວ່າ ຄົນ ເກັບ ພາສີ ແລະ ຍິງ ໂສເພນີ ກຳລັງ ເຂົ້າ ໄປ ໃນ ອານາຈັກ ຂອງ ພຣະເຈົ້າ ກ່ອນ ພວກເຈົ້າ.
\v 32 ເພາະ ໂຢຮັນ ບັບຕິສະໂຕ ໄດ້ ມາ ຊີ້ ບອກ ທາງ ທີ່ ຖືກຕ້ອງ ໃຫ້ ພວກເຈົ້າ ແລະ ພວກເຈົ້າ ບໍ່ ເຊື່ອ ເພິ່ນ, ສ່ວນ ຄົນ ເກັບພາສີ ແລະ ຍິງໂສເພນີ ໄດ້ ເຊື່ອເພິ່ນ, ຝ່າຍ ພວກເຈົ້າ ເຖິງ ແມ່ນ ໄດ້ ເຫັນ ດັ່ງນີ້ ແລ້ວ ກໍຕາມ, ແຕ່ພາຍລຸນມາ ພວກເຈົ້າ ກໍ ບໍ່ ກັບໃຈ ແລະ ເຊື່ອເພິ່ນ.”
\s5
\v 33 “ຈົ່ງຟັງ ຄໍາອຸປະມາ ເລື່ອງ ໜຶ່ງ ອີກ ມີ ຄົນ ໜຶ່ງ ທີ່ເຮັດ ສວນ ອະງຸ່ນ ເພິ່ນ ເຮັດ ຮົ້ວ ລ້ອມ ສວນ ໄວ້ ແລະ ສະກັດ ອ່າງ ເພື່ອ ໃຊ້ ຢຽບ ໝາກ ອະງຸ່ນ ແລະ ທັງ ໄດ້ ສ້າງ ຫໍຄອຍ ເພື່ອ ເຝົ້າ ຍາມ ໄວ້. ເພິ່ນ ໄດ້ ເອົາ ສວນ ອະງຸ່ນ ໃຫ້ ຄົນ ເຊົ່າ ແລ້ວ ເພິ່ນ ກໍ ອອກ ໄປ ຈາກ ທີ່ ນັ້ນ.
\v 34 ພໍ ເຖິງ ລະດູ ເກັບ ກ່ຽວ ມາ ເພິ່ນ ກໍ ໃຊ້ ບັນ ດາ ຜູ້ຮັບັ ໃຊ້ ຂອງຕົນ ໄປ ຫາ ພວກ ເຊົ່າສວນ ເພື່ອຮັບ ເອົາ ສ່ວນ ແບ່ງ ຂອງຕົນ.
\s5
\v 35 ແຕ່ ພວກ ຄົນ ເຊົ່າ ສວນ ນັ້ນ ໄດ້ ຈັບ ພວກ ຜູ້ຮັບ ໃຊ້ ຂອງ ເພິ່ນ, ຂ້ຽນຕີ ຜູ້ໜຶ່ງ, ຂ້າຜູ້ໜຶ່ງ ແລະ ເອົາຫິນ ແກວ່ງ ໃສ່ ຜູ້ໜຶ່ງ.
\v 36 ເຈົ້າ ຂອງ ສວນ ໄດ້ ໃຊ້ ຜູ້ຮັບໃຊ້ ຄົນ ອື່ນ ໆ ໄປ ອິກ ເປັນ ຈຳ ນວນ ຫລວງຫລາຍ ກວ່າ ຄັ້ງ ທຳ ອິດ, ແຕ່ ພວກ ຄົນ ເຊົ່າ ສວນ ກໍ ເຮັດ ຕໍ່ ຄົນ ເຫລົ່າ ນັ້ນ ເຊັ່ນ ດຽວ ກັນ.
\v 37 ໃນ ທີ່ ສຸດ ເພິ່ນ ຈຶ່ງ ໃຊ້ ລູກຊາຍ ຂອງຕົນ ໄປ ຫາ ພວກເຂົາ ໂດຍ ຄິດ ວ່າ ‘ພວກເຂົາ ຄົງ ຈະ ໃຫ້ ຄວາມນັບ ຖື ແກ່ ລູກຊາຍ ຂອງເຮົາ ຢ່າງ ແນ່ນອນ.
\s5
\v 38 ແຕ່ ເມື່ອ ຄົນ ເຊົ່າ ສວນ ເຫລົ່ານັ້ນ ເຫັນ ລູກຊາຍ ຂອງ ເພິ່ນ ພວກເຂົາ ຈຶ່ງ ເວົ້າຕໍ່ ກັນ ແລະກັນ ວ່າ, ‘ຄົນນີ້ ແຫລະ ເປັນ ເຈົ້າຂອງ ມໍຣະດົກ ຈົ່ງຂ້າ ມັນ ເສຍ ແລ້ວ ພວກເຮົາ ກໍຈະ ໄດ້ ມໍຣະດົກ ຂອງ ມັນ
\v 39 ດ່ັ່ງນັ້ນ ພວກເຂົາ ຈຶ່ງ ຈັບ ລູກຊາຍ ຂອງ ເຈົ້າ ຂອງ ສວນ ໂຍນ ຖິ້ມ ອອກ ໄປ ນອກ ສວນ ແລ້ວຂ້າເສຍ.
\s5
\v 40 ເຫດສະນັ້ນ ເມື່ອ ເຈົ້າຂອງ ສວນອະງຸ່ນ ມາ ເພິ່ນ ຈະເຮັດຢ່າງ ໃດ ຕໍ່ ຄົນເຊົ່າສວນ ເຫລົ່ານັ້ນ? ”
\v 41 ພວກເຂົາ ຕອບ ວ່າ, “ເພິ່ນ ຈະຕ້ອງ ລົງ ໂທດ ຄົນຊົ່ວ ເຫລົ່ານັ້ນ ຢ່າງ ຮ້າຍແຮງ ແລະ ຂ້າ ຖິ້ມ ເສຍ, ແລ້ວ ຍົກ ສວນ ອະງຸ່ນ ນັ້ນ ໃຫັ ຄົນ ອື່ນເຊົ່າ ຄື ຜູ້ ຈະ ນຳ ຜົນ ທີ່ ເກັບ ໄດ້ ມາ ໃຫ້ ເພິ່ນ ຖືກ ຕ້ອງ ຕາມ ລະດູການ.”
\s5
\v 42 ແລ້ວ ພຣະເຢຊູເຈົ້າ ກໍ ກ່າວ ແກ່ ພວກເຂົາວ່າ, “ພວກເຈົາ ບໍ່ ເຄີຍອ່ານ ໃນ ພຣະຄໍາພີ ບໍ? ໃນຕອນ ທີ່ກ່າວ ວ່າ, ‘ຫິນ ທີ່ ນາຍ ຊ່າງ ກໍ່ ໄດ້ ໂຍນ ຖິ້ມ ແລ້ວ ເພາະ ຖື ວ່າ ໄຮ້ ຄ່າ ກໍ ກາຍເປັນ ຫິນ ເສົາ ເອກ ສໍາຄັນ ກວ່າ ໝູ່ ໝົດ. ເລື່ອງ ນີ້ ມາ ຈາກ ອົງພຣະ ຜູ້ ເປັນເຈົ້າ ຜູ້ ຊຶ່ງ ເປັນ ການ ປະຫລາດ ແກ່ ຕາ ຂອງ ພວກເຮົາ.
\s5
\v 43 ດັ່ງນັ້ນແຫລະ, ເຮົາ ຈຶ່ງ ບອກ ພວກເຈົ້າ ວ່າ, “ຣາຊອານາຈັກ ຂອງ ພຣະເຈົ້າ ຈະ ຖືກຍົກໜີໄປ ຈາກ ພວກເຈົ້າ ແລະ ມອບ ໃຫ້ ແກ່ ຊົນຊາດ ໜຶ່ງ ຊຶ່ງ ຈະ ໃຫ້ຜົນ ດີ ສົມ ກັບ ຊົນຊາດ ນັ້ນ.
\v 44 ຜູ້ ໃດ ລົ້ມ ທັບ ຫິນ ນີ້ ຜູ້ນັ້ນ ຈະ ຕ້ອງ ແຕກ ຫັກ ໄປ ແຕ່ ຖ້າ ຫິນ ນັ້ນ ຈະ ຕົກ ທັບ ຜູ້ໃດ ຜູ້ນັ້ນ ຈະ ແຫລກ ໝຸ່ນໄປ. ”] ຕ
\s5
\v 45 ເມື່ອ ພວກ ຫົວ ໜ້າ ປະໂຣຫິດ ແລະ ພວກ ຟາຣີຊາຍ ໄດ້ຍິນ ຄໍາອຸປະມາ ນີ້ ກໍ ຮູ້ໄດ້ ວ່າ ພຣະອົງ ເວົ້າ ເຖິງ ພວກເຂົາ,
\v 46 ດັ່ງນັ້ນ ພວກເຂົາ ຈຶ່ງ ພະຍາຍາມ ຈັບ ພຣະອົງ ແຕ່ ພວກເຂົາ ຢ້ານ ປະຊາຊົນ ເພາະ ປະຊາຊົນ ຖື ວ່າ ພຣະເຢຊູເຈົ້າ ເປັນ ຜູ້ທຳນວາຍ.
\s5
\c 22
\p
\v 1 ອີກ ຄັ້ງ ໜຶ່ງ ພຣະເຢຊູເຈົ້າ ໄດ້ ໃຊ້ ຄໍາອຸປະມາ ກ່າວ ກັບ ປະຊາຊົນ ວ່າ,
\v 2 “ຣາຊອານາຈັກ ສະຫວັນ ປຽບ ເໝືອນ ກະສັດ ຜູ້ໜຶ່ງ ຕຽມ ງານກິນ ລ້ຽງ ເນື່ອງ ໃນ ພິທີ ສົມ ຣົດ ລູກຊາຍ ຂອງຕົນ.
\v 3 ເພິ່ນ ໄດ້ ໃຊ້ ບັນດາ ຜູ້ຮັບໃຊ້ ໄປ ເອີ້ນ ພວກ ທີ່ຖືກ ເຊີນ ໃຫ້ ມາ ໃນ ງານ, ແຕ່ ພວກ ທີ່ຖືກ ເຊີນ ນັ້ນ ບໍ່ຢາກມາ.
\s5
\v 4 ດັ່ງ ນັ້ນ ເພິ່ນ ຈຶ່ງ ສົ່ງ ຜູ້ຮັບໃຊ້ ພວກ ອື່ນ ອີກ ອອກ ໄປ ໂດຍ ສັ່ງ ວ່າ, ‘ຈົ່ງບອກ ພວກ ທີ່ຖືກ ເຊີນ ວ່າ ບັດ ນີ້ ງານກິນ ລ້ຽງ ຂອງເຮົາ ກໍ ຈັດຕຽມ ໄວ້ ພ້ອມ ແລ້ວ ງົວ ເຖິກ ແລະ ສັດ ທີ່ ຕຸ້ຍ ພີ ດີ ງາມ ກໍ ມີ ຄົນ ຂ້າ ໄວ້ ແລ້ວ ແລະ ທຸກສິ່ງ ກໍ ຕຽມ ໄວ້ ພ້ອມ ແລ້ວ, ຈົ່ງ ມາ ຮ່ວມ ງານ ສົມ ຣົດ ນີ້ ເຖີດ’,
\s5
\v 5 ແຕ່ ພວກ ທີ່ຖືກເຊີນ ບໍ່ໄດ້ ເອົາໃຈໃສ່ ຕໍ່ ຄໍາ ເຊີນ ນັ້ນ ເລີຍ ແລະ ສົນ ໃຈ ນຳ ແຕ່ ທຸລະກິດ ຂອງຕົນ ຄົນ ໜຶ່ງ ໄປ ໄຮ່ ໄປ ນາ ຂອງຕົນ, ອີກຄົນ ໜຶ່ງ ໄປ ເຮັດ ຄ້າຂາຍ ຂອງຕົນ,
\v 6 ສ່ວນ ຄົນ ອື່ນ ໆ ອີກ ກໍ ຈັບ ພວກ ຮັບ ໃຊ້ ມາ ຂ້ຽນຕີ ແລະ ຂ້າ ເຂົາ ເສຍ.
\v 7 ກະສັດ ໂກດຮ້າຍ ຫລາຍ, ສະນັ້ນ ເພິ່ນ ຈຶ່ງ ສັ່ງ ໃຫ້ ກອງ ທະຫານ ຂອງຕົນ ອອກ ໄປ ຂ້າ ຄາດຕະກອນ ພວກ ນັ້ນ ແລະ ຈູດ ເມືອງ ຂອງ ພວກເຂົາ.
\s5
\v 8 ແລ້ວ ເພິ່ນກໍ ເອີ້ນ ບັນ ດາ ຜູ້ຮັບ ໃຊ້ ຂອງຕົນ ມາ ແລະ ກ່າວ ແກ່ ພວກເຂົາ ວ່າ, ‘ງານກິນ ລ້ຽງ ສົມ ຣົດ ຂອງເຮົາ ກໍ ພ້ອມ ແລ້ວ, ແຕ່ ຄົນ ທີ່ຖືກ ເຊີນ ນັ້ນ ບໍ່ ສົມ ກັບ ງານ ນີ້.
\v 9 ບັດ ນີ້ ຈົ່ງ ອອກ ໄປ ຖະໜົນ ໃຫຍ່ ບ່ອນ ທາງແຍກ ແລະ ເຊີນ ທຸກຄົນ ທີ່ ພວກເຈົ້າ ພົບ ໃຫ້ ມາ ຮ່ວມ ໃນງານນີ້.
\v 10 ສະນັ້ນ ພວກ ຜູ້ຮັບ ໃຊ້ ຈຶ່ງ ອອກ ໄປ ຕາມ ຖະໜົນ ຫົນ ທາງ ແລະ ຮວບຮວມ ເອົາ ຄົນ ທັງ ຫລາຍ ບໍ່ວ່າ ດີ ຫລື ຊົ່ວ ທີ່ ພວກເຂົາ ໄດ້ ພົບ ແລະ ຫ້ອງ ທີ່ ຈັດ ໄວ້ ສຳລັບງານ ສົມຣົດ ນັ້ນ ກໍ ເຕັມ ໄປ ດ້ວຍ ແຂກ ຄົນ.
\s5
\v 11 ດັ່ງນັ້ນ ກະສັດ ຈຶ່ງ ເຂົ້າ ໄປ ເລາະ ລຽບ ເບິ່ງ ບັນດາ ແຂກ ຄົນ ທີ່ມາ ໃນ ງານ ແລະ ເຫັນ ຊາຍ ຜູ້ໜຶ່ງ ທີ່ ບໍ່ໄດ້ ນຸ່ງ ເຄື່ອງ ສໍາລັບ ພິທີ ສົມຣົດ.
\v 12 ກະສັດ ຈຶ່ງ ຖາມ ລາວ ວ່າ, ‘ສະຫາຍ ເອີຍ ເຫດໃດ ເຈົ້າ ຈຶ່ງ ເຂົ້າ ມາ ທີ່ນີ້ ໂດຍ ບໍ່ນຸ່ງ ເຄື່ອງ ສໍາລັບ ພິທີງານ ສົມຣົດ? ແຕ່ ຜູ້ ນັ້ນ ບໍ່ຕອບ ປະການ ໃດເລີຍ.
\s5
\v 13 ແລ້ວ ກະສັດ ກໍ ບອກ ພວກຜູ້ຮັບໃຊ້ ວ່າ, ‘ຈົ່ງມັດ ມື ແລະ ຕີນ ຂອງ ມັນ ໄວ້ ແລະ ໂຍນ ມັນ ຖິ້ມ ອອກ ໄປ ຂ້າງ ນອກ ທີ່ ມືດ ໆ ໃນທີ່ ນັ້ນ ຈະ ມີ ການ ຮ້ອງໄຫ້ ແລະ ຂົບ ແຂ້ວຄ້ຽວຟັນ.
\v 14 “ດ້ວຍວ່າ ມີ ຫລາຍ ຄົນ ຖືກ ເຊີນ ມາ ແຕ່ ມີ ໜ້ອຍ ຄົນ ທີ່ຖືກ ເລືອກ ໄວ້. ”
\s5
\v 15 ເມື່ອນັ້ນ ພວກຟາຣີຊາຍ ໄດ້ໄປ ປະຊຸມ ປຶກສາ ກັນ ວາງແຜນ ເພື່ອ ຈັບ ຜິດ ພຣະເຢຊູເຈົ້າ ໃນ ເລື່ອງໃດ ເລື່ອງໜຶ່ງ.
\v 16 ແລ້ວ ພວກເຂົາ ກໍ ໃຊ້ ພວກ ສິດ ຂອງ ພວກຕົນ ພ້ອມ ກັບ ພັກ ພວກ ຂອງ ເຮໂຣດ ບາງຄົນ ໄປ ເວົ້າກັບ ພຣະອົງ ວ່າ, “ອາຈານ ເອີຍ ພວກເຮົາຮູ້ວ່າ ທ່ານ ເປັນ ຜູ້ ສັດຊື່ ແລະ ທ່ານ ສັ່ງສອນ ຄວາມຈິງໃນ ທາງ ຂອງ ພຣະເຈົ້າ ໂດຍ ບໍ່ໄດ້ ເອົາ ໃຈ ຜູ້ໃດ, ເພາະ ທ່ານ ບໍ່ ເຫັນ ແກ່ໜ້າ ຜູ້ໃດ.
\v 17 ດັ່ງນັ້ນ ຈົ່ງ ບອກ ພວກເຮົາ ແດ່ ວ່າ ທ່ານ ຄິດຢ່າງ ໃດ ກ່ຽວກັບ ເລື່ອງ ນີ້? ເປັນ ການ ສົມ ຄວນ ຫລື ບໍ່ ທີ່ ເສຍ ພາສີ ໃຫ້ ກາຍຊາ?”
\s5
\v 18 ແຕ່ ພຣະເຢຊູເຈົ້າ ຮູ້ ເຈດຕະນາ ຊົ່ວຮ້າຍ ຂອງ ພວກເຂົາ ຈຶ່ງ ກ່າວ ວ່າ, “ຄົນ ໜ້າຊ່ື່ໃຈຄົດ ເອີຍ ເປັນຫຍັງ ພວກເຈົ້າ ຈຶ່ງ ຢາກ ທົດ ລອງ ເຮົາ?
\v 19 ຈົ່ງ ເອົາ ເງິນ ຫລຽນ ທີ່ໃຊ້ ເສຍ ພາສີ ນັ້ນ ມາ ໃຫ້ ເຮົາ ເບິ່ງດູ. ” ພວກເຂົາ ຈຶ່ງນຳ ເອົາ ເງິນ ຫລຽນ ໜຶ່ງ ມາ ໃຫ້ ພຣະອົງ
\s5
\v 20 ແລ້ວ ພຣະອົງ ກໍ ຖາມ ພວກເຂົາວ່າ, “ຮູບ ແລະ ຄໍາຈາລຶກນີ້ ເປັນ ຂອງ ຜູ້ໃດ? ”
\v 21 ພວກເຂົາ ຕອບ ວ່າ, “ເປັນ ຂອງ ກາຍຊາ. ” ດັ່ງນັ້ນ ພຣະເຢຊູເຈົ້າ ຈຶ່ງກ່າວ ແກ່ ພວກເຂົາວ່າ, “ເຫດສະນັ້ນ ສິ່ງທີ່ ເປັນ ຂອງ ກາຍຊາ ຈົ່ງ ຄືນ ໃຫ້ ແກ່ ກາຍຊາ ສິ່ງ ທີ່ເປັນ ຂອງ ພຣະເຈົ້າ ຈົ່ງຄືນຖວາຍ ໃຫ້ ແກ່ ພຣະເຈົ້າ. ”
\v 22 ເມື່ອ ພວກເຂົາ ໄດ້ຍິນ ເຊັ່ນນີ້ ແລ້ວ ກໍ ປະຫລາດ ໃຈ ຫລາຍ ຈຶ່ງ ໜີໄປ ຈາກ ພຣະອົງ.
\s5
\v 23 ໃນ ວັນ ດຽວກັນ ນັ້ນ ພວກ ຊາດູກາຍ ບາງຄົນ ກໍ ມາ ຫາ ພຣະເຢຊູເຈົ້າ ພວກ ນີ້ ຖື ວ່າ ມະນຸດ ຈະ ບໍ່ ເປັນ ຄືນ ມາ ຈາກ ຕາຍ, ພວກເຂົາ ຖາມ ພຣະອົງ ວ່າ,
\v 24 “ອາຈານ ເອີຍ, ໂມເຊ ໄດ້ ກ່າວ ວ່າ, ຖ້າຊາຍ ຄົນ ໜຶ່ງ ຕາຍໄປ ໂດຍ ຍັງ ບໍ່ ມີລູກ ນຳ ເມຍ ຂອງຕົນ ຕ້ອງ ໃຫ້ ນ້ອງຊາຍ ຂອງ ຜູ້ ຕາຍ ນັ້ນ ເອົາ ເອື້ອຍໃພ້ ຂອງຕົນ ເປັນ ເມຍ ເພື່ອ ສືບ ເຊື້ອສາຍ ໃຫ້ ອ້າຍ ຂອງຕົນ ທີ່ ຕາຍໄປ ແລ້ວນນັ້.
\s5
\v 25 ບັດນີ້ ຍັງ ມີ ເຈັດ ອ້າຍ ນ້ອງ ທີ່ ຢູ່ ທ່າມກາງພວກເຮົາ, ອ້າຍ ກົກ ແຕ່ງງານ ແລ້ວແລະ ໄດ້ ຕາຍໄປ ເມື່ອ ຍັງ ບໍ່ມີ ລູກ, ດັ່ງນັ້ນ ລາວ ກໍ ປະ ເມຍ ທີ່ ເປັນ ໝ້າຍ ໄວ້ ໃຫ້ ນ້ອງຊາຍ ຂອງຕົນ.
\v 26 ເຫດການ ເຊັ່ນດຽວ ກັນ ນີ້ ໄດ້ ເກີດຂຶ້ນ ກັບ ນ້ອງຊາຍ ຜູ້ ທີສອງ, ນ້ອງຊາຍ ຜູ້ ທີສາມ ແລະ ຈົນເຖິງ ຜູ້ ທີເຈັດ.
\v 27 ໃນ ທີ່ສຸດ ຍິງ ນັ້ນ ກໍໄດ້ ຕາຍໄປ ເໝືອນກັນ.
\v 28 ດັ່ງນັ້ນ ໃນ ວັນ ທີ່ມະນຸດ ເປັນ ຄືນ ມາ ຈາກ ຕາຍນັ້ນ ຍິງນີ້ ຈະ ເປັນ ເມຍ ຂອງ ຜູ້ໃດ ໃນ ຊາຍ ເຈັດ ຄົນນີ້? ເພາະ ພວກເຂົາທັງ ເຈັດ ໄດ້ ເປັນ ຜົວ ຂອງ ນາງ.”
\s5
\v 29 ພຣະເຢຊູເຈົ້າ ຕອບ ພວກເຂົາ ວ່າ, “ພວກເຈົ້າຫລົງຜິດ ແລ້ວ ເພາະ ພວກເຈົ້າ ບໍ່ ຮູ້ຈັກ ພຣະຄໍາພີ ຫລື ຣິດເດດ ອໍານາດ ຂອງ ພຣະເຈົ້າ.
\v 30 ເພາະ ເມື່ອ ມະນຸດ ເປັນ ຄືນ ມາ ນັ້ນ ຈະ ບໍ່ມີການ ແຕ່ງງານ ຫລື ຍົກ ໃຫ້ ເປັນ ຜົວ ເມຍ ກັນ ອີກ ແຕ່ ພວກເຂົາ ຈະ ເປັນ ເໝືອນ ເທວະດາ ໃນ ສະຫວັນ.
\s5
\v 31 ສໍາລັບ ເລື່ອງ ຄົນ ຕາຍ ເປັນ ຄືນ ມາ ນັ້ນ ພວກເຈົ້າ ບໍ່ ເຄີຍ ອ່ານ ຖ້ອຍຄໍາ ທີ່ ພຣະເຈົ້າ ບອກ ພວກເຈົ້າຈັກເທື່ອ ບໍ? ພຣະອົງ ຊົງ ກ່າວ ວ່າ,
\v 32 ‘ຝ່າຍ ເຮົາ ເປັນ ພຣະເຈົ້າ ຂອງ ອັບຣາຮາມ ເປັນ ພຣະເຈົ້າ ຂອງ ອີຊາກ ແລະ ເປັນ ພຣະເຈົ້າ ຂອງ ຢາໂຄບ. ພຣະອົງ ແມ່ນ ພຣະເຈົ້າ ຂອງ ຄົນ ເປັນ ບໍ່ແມ່ນ ພຣະເຈົ້າ ຂອງ ຄົນຕາຍ. ”
\v 33 ເມື່ອ ປະຊາຊົນ ໄດ້ຍິນ ເລື່ອງ ນີ້ ແລ້ວ ກໍ ປະຫລາດ ໃຈ ໃນ ຄໍາສັ່ງ ສອນ ຂອງ ພຣະອົງ.
\s5
\v 34 ເມື່ອ ພວກ ຟາຣີຊາຍ ໄດ້ຍິນ ຂ່າວ ວ່າ ພຣະເຢຊູເຈົ້າ ຕອບ ພວກຊາດູກາຍ ຈົນ ພວກເຂົາມິດຢູ່ ພວກເຂົາ ກໍ ພາກັນ ມາ ເປັນ ໝູ່
\v 35 ແລະ ຄົນໜຶ່ງ ໃນ ພວກເຂົາ ທີ່ເປັນ ທຳມະຈານ ກໍ ທົດ ລອງ ພຣະອົງ
\v 36 ໂດຍ ຖາມ ວ່າ, “ອາຈານ ເອີຍ ໃນ ກົດບັນຍັດ ແມ່ນ ຂໍ້ ໃດ ທີ່ເປັນ ຂໍ້ ໃຫຍ່ ສໍາຄັນ ທີ່ສຸດ?”
\s5
\v 37 ພຣະເຢຊູເຈົ້າ ຊົງ ຕອບ ວ່າ, ‘ຈົ່ງຮັກ ອົງ ພຣະ ຜູ້ ເປັນ ເຈົ້າ ດ້ວຍ ສຸດໃຈ, ດ້ວຍ ສຸດຈິດ, (ຖ) ແລະ ດ້ວຍ ສຸດ ຄວາມ ຄິດ ຂອງ ເຈົ້າ.
\v 38 ນັ້ນແຫລະ ແມ່ນ ກົດບັນຍັດ ຂໍ້ ໃຫຍ່ ແລະ ຂໍ້ ຕົ້ນ.
\s5
\v 39 ຂໍ້ ທີສອງ ກໍ ເໝືອນກັນ ຄື: ‘ຈົ່ງ ຮັກ ເພື່ອນບ້ານ ເໝືອນ ຮັກ ຕົນເອງ.
\v 40 ກົດ ບັນ ຍັດ ທັງ ໝົດ ແລະ ບັນ ດາ ຖ້ອຍຄໍາ ຂອງ ພວກຜູ້ທໍານວາຍ ກໍ ຂຶ້ນ ກັບ ກົດ ບັນ ຍັດ ສອງ ຂໍ້ ນີ້ ແຫລະ.”
\s5
\v 41 ໃນ ຂະນະທີ່ ພວກ ຟາຣີຊາຍ ຍັງ ເຕົ້າໂຮມ ກັນ ເປັນ ໝູ່ ນັ້ນ ພຣະເຢຊູເຈົ້າຖາມ ພວກເຂົາວ່າ,
\v 42 “ພວກເຈົ້າ ຄິດ ຢ່າງ ໃດ ກ່ຽວກັບ ພຣະຄຣິດ? ເພິ່ນ ເປັນ ເຊື້ອສາຍ ຂອງ ຜູ້ໃດ? ” ພວກເຂົາ ຕອບ ວ່າ, “ເປັນ ເຊື້ອ ສາຍ ຂອງ ດາວິດ.”
\s5
\v 43 ພຣະອົງ ຈຶ່ງ ຖາມ ພວກເຂົາ ວ່າ, “ຖ້າ ຢ່າງ ນັ້ນດ້ວຍເຫດໃດ ພຣະວິນຍານ ບໍຣິສຸດເຈົ້າ ຈຶ່ງດົນ ໃຈ ດາວິດ ໃຫ້ ເອີ້ນ ພຣະຄຣິດ ວ່າ ‘ພຣະອົງ ເຈົ້າ? ດາວິດ ໄດ້ ເວົ້າວ່າ,
\v 44 ‘ອົງພຣະຜູ້ ເປັນເຈົ້າ ໄດ້ ກ່າວ ແກ່ ພຣະອົງເຈົ້າ ຂອງ ຂ້ານ້ອຍ ວ່າ, ຈົ່ງ ນັ່ງ ທີ່ ເບື້ອງ ຂວາ ມື ຂອງເຮົາ ຈົນກວ່າ ເຮົາ ຈະ ປາບ ສັດຕູ ຂອງ ເຈົ້າ ໃຫ້ ຢູ່ ໃຕ້ ຕີນ ຂອງ ເຈົ້າ.
\s5
\v 45 ດັ່ງນັ້ນ ຖ້າ ດາວິດ ເອີ້ນ ພຣະຄຣິດ ວ່າ, ‘ພຣະອົງ ເຈົ້າ’ ແລ້ວ ພຣະຄຣິດ ຈະ ເປັນ ເຊື້ອ ສາຍ ຂອງ ດາວິດ ໄດ້ ຢ່າງ ໃດ? ”
\v 46 ບໍ່ມີ ຜູ້ ໃດ ໃນ ພວກເຂົາ ສາມາດ ຕອບ ພຣະອົງ ໄດ້ ແລະ ນັບ ແຕ່ ວັນ ນັ້ນ ມາ ກໍ ບໍ່ ມີ ຜູ້ ໃດ ກ້າ ຖາມ ພຣະອົງ ອີກ.
\s5
\c 23
\p
\v 1 ແລ້ວ ພຣະເຢຊູເຈົ້າ ກໍ ກ່າວແກ່ ປ ະຊາຊົນ ແລະ ພວກ ສາວົກ ຂອງ ພຣະອົງ ວ່າ,
\v 2 “ພວກທຳມະຈານແລະພວກຟາຣີຊາຍ ມີ ຄວາມຊຳນິຊຳນານ ທາງດ້ານກົດ ບັນຍັດ ຂອງໂມເຊ.
\v 3 ສະນັ້ນ ພວກເຈົ້າ ຈົ່ງເຊື່ອ ຟັງ ແລະເຮັດ ຕາມທຸກສິ່ງ ທີ່ພວກເຂົາ ບອກ, ແຕ່ ຢ່າ ຮຽນ ແບບ ການ ກະທໍາ ຂອງ ພວກເຂົາ ເພາະ ພວກເຂົາບໍ່ໄດ້ ເຮັດ ຕາມ ທີ່ພວກເຂົາ ໄດ້ ສອນ ໄວ້.
\s5
\v 4 ພວກເຂົາ ມັດ ຂອງໜັກ ມາວາງເທິງ ບ່າຂອງປະຊາຊົນ, ສ່ວນພ ກເຂົາ ແລ້ວ ແມ່ນແຕ່ນິ້ວກ້ອຍກໍ ບໍ່ຍອມຈັບຍົກ ໄປ.
\v 5 ພວກເຂົາ ເຮັດ ທຸກໆຢ່າງ ເພື່ອ ໃຫ້ ຄົນ ເຫັນ ພວກເຂົາ, ມີແອບໜັງ ທີ່ ບັນຈຸ ຂໍ້ ພຣະຄໍາພີ ມັດໄວ້ ທີ່ໜ້າຜາກ ແລະທີ່ແຂນຂອງພວກເຂົາ ສ່ວນຍອຍແຄມເສື້ອຄຸມ (ທ) ຂອງພວກເຂົາ ກໍ ເຮັດ ໃຫ້ ຍາວອອກໄປ
\s5
\v 6 ພວກເຂົາມັກ ນັ່ງ ບ່ອນ ອັນ ມີ ກຽດ ໃນງານ ກິນລ້ຽງ ຕ່າງໆ ແລະນັ່ງ ໃນທຳມະສາລາ,
\v 7 ພວກເຂົາ ມັກ ໃຫ້ ຄົນ ຄໍານັບ ໃນກາງຕະຫລາດ ແລະໃຫ້ ຄົນ ເອີ້ນ ຕົນ ວ່າ, ‘ທ່ານ ອາຈານ.
\s5
\v 8 ແຕ່ ພວກເຈົ້າ ຢ່າໃຫ້ ຜູ້ໃດເອົ້ນ ວ່າ, ‘ທ່ານອາຈານ’ ເພາະພວກເຈົ້າ ທັງ ໝົດ ເປັນ ພີ່ນ້ອງກັນ ແລະ ມີ ອາຈານແຕ່ຜູ້ດຽວ.
\v 9 ຢ່າເອີ້ນ ຜູ້ໃດເທິງ ແຜ່ນດິນ ໂລກ ນີ້ ວ່າ, ‘ບິດາ’ ເພາະ ພວກເຈົ້າ ມີ ພຣະບິດາເຈົ້າ ອົງດຽວໃນສະຫວັນ.
\v 10 ຢ່າໃຫ້ ຜູ້ໃດ ເອີ້ນ ພວກເຈົ້າ ວ່າ, ‘ນາຍ’ ເພາະນາຍຜູ້ດຽວຂອງ ພວກເຈົ້າ ຄື ພຣະຄຣິດ.
\s5
\v 11 ຜູ້ ເປັນ ໃຫຍ່ ທີ່ສຸດ ໃນ ພວກເຈົ້າ ນັ້ນ ຕ້ອງເປັນ ຜູ້ຮ້ບໃຊ້ພວກເຈົ້າ.
\v 12 ຜູ້ໃດທີ່ ຍົກ ຕົວ ຂຶ້ນ ຜູ້ນັ້ນ ຈະຖືກ ລົດ ໃຫ້ ນ້ອຍລົງ ແລະຜູ້ໃດທີ່ ຖ່ອມຕົວລົງ ຜູ້ນັ້ນຈະຖືກ ຍົກ ຂຶ້ນ.”
\s5
\v 13 “ວິບັດ ແກ່ເຈົ້າ ພວກທຳມະຈານ ແລະ ພວກ ຟາຣີຊາຍເອີຍ ຄົນໜ້າ ຊື່ໃຈຄົດ ພວກເຈົ້າ ອັດປະຕູ ອານາຈັກ ສະຫວັນ ຕັນມະນຸດ, ທີີ່ຈິງ ແລ້ວ ພວກເຈົ້າເອງ ກໍ ບໍ່ເຂົ້າ ໄປ, ແຕ່ ຍັງ ກັ້ນ ກາງຜູ້ທີ່ຢາກເຂົ້າ ໄປ.
\v 14 ວິບັດ ແກ່ເຈົ້າ ພວກທຳມະຈານ ແລະ ພວກຟາຣີຊາຍເອີຍ ຄົນ ໜ້າຊື່ ໃຈຄົດ ພວກເຈົ້າ ສໍ້ໂກງເອົາ ສິ່ງຂອງ ຂອງບັນດາແມ່ໝ້າຍ ແລະແກ້ງ ອະທິຖານຢ່າງຍຶດຍາວ ໂທດຂອງຄົນ ເຫລົ່ານີ້ ແມ່ນໜັກ ທີ່ສີດ. ”] ນ
\v 15 “ວິບັດ ແກ່ ເຈົ້າພວກທຳມະຈານ ແລະ ພວກຟາຣີຊາຍ ເອີຍ ຄົນ ໜ້າຊື່ໃຈຄົດ ພວກເຈົ້າ ເດີນທາງ ບົກ ແລະ ທາງນາໍ້, ເພື່ອຈະໄດ້ ຄົນ ຜູ້ໜຶ່ງ ມາ ເຂົ້າສາສະໜາ ແລະ ເມື່ອ ໄດ້ ເຂົ້າ ແລ້ວ ເຈົ້າ ກໍ ເຮັດ ໃຫ້ ຄົນ ນັ້ນ ສົມ ກັບ ຕົກ ນະຣົກ ຫລາຍກວ່າ ເຈົ້າເອງ ເຖິງ ສອງ ເທົ່າ.”
\s5
\v 16 “ວິບັດ ແກ່ ເຈົ້າ ພວກ ຜູ້ນຳ ທາງ ຕາບອດ ທີ່ ສອນ ວ່າ, ‘ຖ້າ ຜູ້ໃດ ສາບານ ໂດຍ ອ້າງ ໃສ່ ພຣະວິຫານ ຄໍາສາບານຂອງ ລາວ ກໍ ບໍ່ມີ ຂໍ້ຜູກມັດ, ແຕ່ ຖ້າ ຜູ້ໃດ ສາບານ ໂດຍ ອ້າງ ໃສ່ ຄໍາ ໃນ ພຣະວິຫານ ຜູ້ນັ້ນ ຕ້ອງ ເຮັດ ຕາມ ຄໍາ ທີ່ ຕົນ ໄດ້ ສາບານ ໄວ້.
\v 17 ພວກ ຕາບອດ ທີ່ໂງ່ຈ້າ ເອີຍ ສິ່ງໃດ ທີ່ສຳຄັນ ກວ່າ ກັນຄໍາ ຫລື ພຣະວິຫານ ທີ່ເຮັດ ໃຫ້ ຄຳນັ້ນ ສັກສິດ?
\s5
\v 18 ພວກເຈົ້າຍັງສອນ ວ່າ ‘ຖ້າ ຜູ້ໃດ ສາບານ ໂດຍ ອ້າງ ໃສ່ ແທ່ນບູຊາ ຄໍາ ສາບານ ຂອງ ລາວ ກໍ ບໍ່ມີຂໍ້ຜູກມັດ, ແຕ່ຖ້າ ຜູ້ໃດ ຜູ້ໜຶ່ງ ສາບານ ໂດຍ ອ້າງ ໃສ່ ເຄື່ອງ ຖວາຍ ເທິງ ແທ່ນບູຊາ ລາວ ຈະ ຕ້ອງ ເຮັດ ຕາມ ທີ່ຕົນ ໄດ້ ສາບານ ໄວ້.
\v 19 ພວກ ຄົນ ຕາບອດ ເອີຍ ສີ່ງ ໃດ ທີ່ ສຳຄັນ ກວ່າ ກັນ ເຄື່ອງ ຖະຫວາຍ ຫລື ວ່າ ແທ່ນບູຊາ ທີ່ເຮັດ ໃຫ້ ເຄື່ອງຖວາຍ ນັ້ນ ສັກສິດ?
\s5
\v 20 ເຫດສະນັ້ນ ເມື່ອ ຄົນ ໜຶ່ງ ສາບານ ໃສ່ ແທ່ນບູຊາ ລາວ ກໍ ສາບານ ໂດຍ ອ້າງ ໃສ່ ແທ່ນບູຊາ ກັບ ເຄື່ອງ ຖວາຍ ທັງ ໝົດ ທີ່ຢູ່ ເທິງ ແທ່ນບູຊາ ນັ້ນ ເໝືອນກັນ
\v 21 ແລະ ເມື່ອ ຄົນ ໜຶ່ງ ສາບານ ໂດຍ ອ້າງ ໃສ່ ພຣະວິຫານ ລາວ ກໍສາບານ ໂດຍ ອ້າງ ໃສ່ ພຣະວິຫານ ແລະ ໃສ່ພຣະເຈົ້າ ຜູ້ສະຖິດ ໃນ ສະຫວັນ ເໝືອນກັນ,
\v 22 ແລະ ເມື່ອ ຄົນ ໜຶ່ງ ສາບານ ໂດຍ ອ້າງ ໃສ່ ສະຫວັນ ລາວ ກໍ ສາບານ ໂດຍ ອ້າງ ໃສ່ ບັນ ລັງ ຂອງ ພຣະເຈົ້າ ແລະ ໃສ່ ພຣະອົງ ຜູ້ທ້ີ່ນັ່ງ ເທິງ ບັນ ລັງ ນັ້ນ ເໝືອນກັນ.”
\s5
\v 23 “ວິບັດ ແກ່ ເຈົ້າ ພວກທຳມະຈານ ແລະ ພວກ ຟາຣີຊາຍ ເອີຍ ຄົນ ໜ້າ ຊື່ໃຈຄົດ. ດ້ວຍວ່າ, ພວກເຈົ້າ ແບ່ງ ຜັກຫອມລາບ, ຜັກຊີ ແລະ ຂີ້ໝິ້ນ ເປັນ ສິບສ່ວນ ເອົາສ່ວນໜຶ່ງ ເປັນຂອງຖວາຍ ແຕ່ ສ່ວນ ຂໍ້ສຳຄັນ ຂອງ ກົດບັນຍັດ ຄື ຄວາມຍຸດຕິທໍາ, ຄວາມເມດຕາ, ຄວາມສດັຊື່ ນັ້ນໄດ້ ປະ ເສຍ ແມ່ນ ສິ່ງ ເຫລົ່ານີ້ ແຫລະ ທີ່ພວກເຈົ້າ ຄວນ ປະຕິບັດ ຢູ່ ໂດຍ ບໍ່ຕ້ອງ ປະຖິ້ມ ສິ່ງອື່ນ ນັ້ນ.
\v 24 ພວກ ຜູ້ນຳຕາບອດ ເອີຍ ພວກເຈົ້າ ນັ້ນ ເອົາ ແມງມີ່ອອກ ແຕ່ ກືນກິນ ອູດ ທັງໂຕ.”
\s5
\v 25 “ວິບັດ ແກ່ ເຈົ້າ ພວກທຳມະຈານ ແລະ ພວກ ຟາຣີຊາຍ ເອີຍ ຄົນ ໜ້າ ຊື່ໃຈຄົດ ພວກເຈົ້າ ລ້າງ ຖ້ວຍ ຊາມ ໃຫ້ ສະອາດ ແຕ່ຂ້າງນອກ ສ່ວນຂ້າງໃນ ແລ້ວ ເຕັມ ໄປ ແຕ່ ການ ຂູ່ເຂັນເອົາ ແລະ ການ ເຫັນ ແກ່ ຕົວ.
\v 26 ຄົນ ຟາຣີຊາຍ ຕາບອດ ເອີຍ ຈ່ົ່ງ ລ້າງ ຖ້ວຍ ຊາມ ຂ້າງ ໃນກ່ອນ ເພື່ອ ຂ້າງນອກ ຈະສະອາດ ເໝືອນກັນ.”
\s5
\v 27 “ວິບັດ ແກ່ ເຈົ້າ ພວກ ທໍາມະຈານ ແລະ ພວກ ຟາຣີຊາຍ ເອີຍ ຄົນ ໜ້າຊີ່ໃຈຄົດ ພວກເຈົ້າ ເປັນ ເໝືອນ ອຸບມຸງ ຝັງ ສົບ ທີ່ ທາ ດ້ວຍ ປູນຂາວ ຊຶ່ງ ເບິ່ງ ຂ້າງ ນອກ ງົດ ງາມ, ແຕ່ ຂ້າງ ໃນ ແລ້ວ ພັດ ເຕັມ ໄປ ດ້ວຍ ກະດູກ ຄົນ ຕາຍ ແລະ ສິ່ງສາລະພັດ ຂີ້ດຽດ ສົກ ກະປົກ.
\v 28 ພວກເຈົ້າ ກໍ ເປັນ ຢ່າງ ດຽວກັນ ນັ້ນ ແຫລະ ຄົນ ເບິ່ງ ພວກເຈົ້າ ພາຍນອກ ຄື ເປັນ ຄົນ ຊອບທຳ ແຕ່ ພາຍໃນ ພວກເຈົ້າ ເຕັມ ໄປ ດ້ວຍ ຄວາມ ໜ້າຊື່ໃຈຄົດ ແລະ ການບາບ.”
\s5
\v 29 “ວິບັດ ແກ່ ເຈົ້າ ພວກ ທຳມະຈານ ແລະ ພວກ ຟາຣີຊາຍ ເອີຍ ຄົນ ໜ້າ ຊື່ໃຈຄົດ ພວກເຈົ້າ ສ້າງອຸບມຸງ ຝັງ ສົບ ໃຫ້ ພວກ ຜູ້ທຳນວາຍ ແລະ ຕົບ ແຕ່ງ ທາດ ຂອງ ຄົນ ສິນທຳ ໃຫ້ ງົດງາມ.
\v 30 ແລະ ກ່າວ ອ້າງ ໃສ່ ວ່າ ‘ຖ້າ ພວກເຮົາ ໄດ້ ຢູ່ ໃນສະໄໝ ບັນພະບຸລຸດ ຂອງເຮົາ ນັ້ນ ກໍ ຄົງ ຈະ ບໍ່ມີສ່ວນ ກັບ ພວກເຂົາ ໃນ ການຂ້າພວກ ຜູ້ທຳນວາຍ.
\v 31 ດັ່ງນັ້ນແຫລະ, ພວກເຈົ້າ ຈຶ່ງ ເປັນ ພະຍານ ວ່າ ພວກເຈົ້າ ເປັນ ເຊື້ອສາຍ ຂອງ ຄາດຕະກອນ ທີ່ຂ້າ ພວກຜູ້ທຳນວາຍ ເຫລົ່ານັ້ນ.
\s5
\v 32 ເຫດສະນັ້ນ ຈົ່ງ ເຮັດ ສິ່ງ ທີ່ ບັນພະບຸລຸດ ຂອງ ພວກເຈົ້າ ໄດ້ ເຮັດ ນັັ້ນ ໃຫ້ ສຳເລັດ ຄົບຖ້ວນ ສາ.
\v 33 ພວກ ຊາດ ງູ ແນວ ງູ ຮ້າຍ ເອີຍ ພວກເຈົ້າ ຈະ ໜີ ພົ້ນ ຈາກ ໂທດ ແຫ່ງ ໄຟນະຣກົ ໄດ້ ຢ່າງ ໃດ?
\s5
\v 34 ເພາະ ເຫດນີ້ ແຫລະ, ເຮົາຈຶ່ງ ໃຊ້ ພວກ ຜູ້ທຳນວາຍ, ພວກ ຜູ້ ມີປັນຍາ ແລະ ທຳມະຈານທັງຫລາຍ ມາຫາ ພວກເຈົ້າ, ເພື່ອ ພວກເຈົ້າ ຈະຂ້າບາງຄົນແດ່, ຄຶງບາງຄົນ ທີ່ ໄມ້ກາງແຂນ ແດ່, ຂ້ຽນຕີ ບາງຄົນ ໃນ ທຳມະສາລາ ຂອງ ພວກເຈົ້າ ແດ່ ແລະ ຂົ່ມເຫັງ ພວກເຂົາ ໄລ່ ຈາກເມືອງ ນີ້ ໄປ ເມືອງ ນັ້ນແດ່.
\v 35 ດັ່ງນັ້ນ ໂທດກຳ ສໍາລບັ ການ ຂ້າທຸກຄົນ ທີ້ບໍ່ ມີ ຄວາມຜິດ ນັ້ນ ຈະ ຕົກ ຖືກ ພວກເຈົ້າ ນັບ ແຕ່ ການ ຂ້າອາເບນັ ຜູ້ ບໍ່ ມີ ຄວາມຜິດ ຈົນ ເຖິງ ການ ຂ້າ ຊາຂາຣີຢາ ລູກຊາຍ ຂອງ ບາຣາຂີຢາ ທີ່ພວກເຈົ້າ ໄດ້ ຂ້າລະຫວ່ າງ ພຣະວິຫານ ແລະ ແທ່ນບູຊາ.
\v 36 ເຮົາ ບອກ ພວກເຈົ້າ ຕາມ ຄວາມຈິງວ່າ, ເຫດການ ເຫລົ່ານີ້ ຈະ ຕົກ ຖືກ ຄົນ ໃນ ສະໄໝນີ້. ”
\s5
\v 37 “ໂອ ເຢຣູຊາເລັມ ເຢຣູຊາເລັມ ເອີຍ ເຈົ້າ ຂ້າ ບັນ ດາ ຜູ້ທຳ ນວາຍ ເອົາ ຫິນ ແກວ່ງ ໃສ່ ພວກ ຜູ້ທໍານວາຍ ທີ່ ໃຊ້ ມາ ຫາ ເຈົ້າ ຫລາຍ ເທື່ອ ແລ້ວ ເຮົາຢາກ ຈະ ຮວບຮວມ ເອົາ ປະຊາຊົນ ທັງ ໝົດ ຂອງ ເຈົ້າໄວ້ ເໝືອນ ດັ່ງ ແມ່ ໄກ່ ຮວບຮວມ ລູກ ຂອງຕົນ ໄວ້ ໃຕ້ ປີກ ແຕ່ ເຈົ້າ ບໍ່ ຍິນ ຍອມ
\v 38 ສະນັ້ນແຫລະ, ພຣະວິຫານ ຂອງ ພຣະເຈົ້າ ຈຶ່ງ ຈະ ຖືກ ປະຖິ້ມ ໃຫ້ ຮ້າງເປົ່າຢ່າງໝົດ​ສິ້ນ
\v 39 ຕັ້ງ ແຕ່ ນີ້ ຕໍ່ ໄປ ເຮົາ ບອກ ພວກເຈົ້າ ວ່າ, ພວກເຈົ້າ ຈະ ບໍ່ເຫັນ ເຮົາ ອີກ ຈົນ ກວ່າ ພວກເຈົ້າ ອອກ ປາກ ເວົ້າ ວ່າ, ‘ຂໍ ພຣະເຈົ້າອວຍພອນ ທ່ານ ຜູ້ທີ່ ສະເດັດ ມາ ໃນ ນາມ ຂອງ ອົງພຣະຜູ້ເປັນເຈົ້າ.
\s5
\c 24
\p
\v 1 ຂະນະທີ່ ພຣະເຢຊູເຈົ້າ ກຳລັງ ສະເດັດ ອອກ ໄປ ຈາກ ພຣະວິຫານ ນັ້ນ ພວກສາວົກ ໄດ້ ມາ ຫາ ພຣະອົງ ເພື່ອ ຊີ້ ຕຶກ ຕ່າງໆ ໃນ ພຣະວິຫານ ໃຫ້ ພຣະອົງ ເບິ່ງ.
\v 2 ພຣະອົງ ກ່າວ ແກ່ ພວກເພິ່ນວ່າ, “ພວກເຈົ້າ ເຫັນ ສິ່ງ ທັງ ໝົດ ເຫລົ່ານີ້ ແລ້ວບໍ່ແມ່ນບໍ? ເຮົາ ບອກ ພວກເຈົ້າຕາມ ຄວາມຈິງວ່າ, ຫິນທຸກໆ ກ້ອນ ທີ່ ຢອງ ທັບ ກັນ ຢູ່ ນີ້ ຈະຖືກ ທຳ ລາຍ ລົງ ຈົນ ບໍ່ເຫລືອ ຈັກ ກ້ອນ.”
\s5
\v 3 ຂະນະທີ່ພຣະເຢຊູເຈົ້າ ນັ່ງຢູ່ ເທິງ ພູເຂົາ ໝາກ ກອກເທດ ນັ້ນ ພວກສາວົກ ກໍ ມາ ຫາ ພຣະອົງ ຕ່າງຫາກ ພວກເພິ່ນ ຖາມວ່າ, “ຈົ່ງ ບອກ ພວກ ຂ້ານ້ອຍ ແດ່ ວ່າ ເຫດການ ທັງໝົດນັ້ນ ຈະ ເກີດ ຂຶ້ນ ເມື່ອໃດ? ແລະ ມີສິ່ງໃດ ເປັນ ໝາຍສໍາຄັນ ເພື່ອ ຊີ້ ໃຫ້ ເຫັນ ວ່າ ແມ່ນ ເວລາ ມາ ປາກົດ ຂອງທ່ານ ແລະ ເວລາ ສິ້ນສຸດ ຂອງ ໂລກ? ”
\v 4 ພຣະເຢຊູເຈົ້າ ຕອບ ພວກເພິ່ນ ວ່າ, “ຈົ່ງ ລະວັງ ໃຫ້ ດີຢ່າ ໃຫ້ ຜູ້ ໃດ ຜູ້ໜຶ່ງ ຫລອກລວງ ພວກເຈົ້າ ໃຫ້ ຫລົງ.
\v 5 ເພາະ ຈະ ມີ ຫລາຍ ຄົນ ມາ ອ້າງ ນາມຊີ່ ຂອງເຮົາ ໂດຍ ເວົ້າ ວ່າ ‘ຂ້ອຍ ນີ້ ແຫລະ ເປັນ ພຣະຄຣິດ, ແລະ ພວກເຂົາ ຈະ ຫລອກລວງ ຫລາຍ ຄົນ ໃຫ້ ເສຍໄປ.
\s5
\v 6 ພວກເຈົ້າ ຈະ ໄດ້ຍິນ ເຖິງ ເລື່ອງ ການ ສູ້ຮົບ ທາງ ໃກ້ ແລະ ຂ່າວ ການ ເຮັດ ເສິກ ສົງຄາມ ທາງໄກ, ແຕ່ ຢ່າ ຕົກ ໃຈ ຢ້ານກົວ ເລີຍ ເຫດການ ເຊັ່ນນີ້ ຈຳເປັນ ຕ້ອງ ເກີດຂຶ້ນ ແຕ່ ບໍ່ໄດ້ ໝາຍຄວາມວ່າ ເວລາ ສິ້ນສຸດ ໄດ້ມາ ເຖິງ ແລ້ວ.
\v 7 ປະເທດ ທັງຫລາຍ ຈະ ລົບລາ ຂ້າ ຟັນ ກັນ, ອານາຈັກ ຕ່າງໆ ຈະ ໂຈມຕີ ກັນ, ການ ອຶດຢາກ ແລະ ແຜ່ນດິນ ໄຫວ ຈະ ເກີດຂຶ້ນ ໃນ ທຸກ ແຫ່ງຫົນ.
\v 8 ເຫດການ ທັງ ປວງ ເຫລົ່ານີ້ ຈະ ເປັນ ເໝືອນ ເບື້ອງ ຕົ້ນ ຂອງ ການ ເຈັບ ທ້ອງ ເກີດລູກ.
\s5
\v 9 ເມື່ອນັ້ນ ພວກເຈົ້າ ຈະຖືກ ຈັບ ໄປ ທໍລະມານ ແລະ ຖືກ ນໍາ ໄປ ປະຫານ ຊີວິດ ຄົນ ທຸກ ຊາດ ຈະ ກຽດຊັງ ພວກເຈົ້າ ເພາະ ເຫັນ ແກ່ ນາມຊື່ຂອງເຮົາ.
\v 10 ໃນ ເວລາ ນັ້ນ ຫລາຍ ຄົນ ຈະ ປະຖິ້ມ ຄວາມເຊື່ອ ຂອງຕົນ, ຈະ ຫັກ ຫລັງ ກັນ ແລະກັນ ຈະ ກຽດຊັງ ຊຶ່ງ ກັນ ແລະກັນ.
\v 11 ແລ້ວ ຜູ້ທຳນວາຍ ປອມ ຫລາຍ ຄົນ ກໍ ຈະ ເກີດ ຂຶ້ນ ເພື່ອຫລອກລວງ ຫລາຍ ຄົນ ໃຫ້ ຫລົງ ເສຍໄປ.
\s5
\v 12 ຄວາມ ຊົ່ວ ຮ້າຍ ຈະ ແຜ່ ກວ້າງ ຢູ່ ທຸກ ແຫ່ງ ຫົນ ຄວາມຮັກ ຂອງ ຄົນ ສ່ວນ ຫລາຍ ເຢັນ ລົງ.
\v 13 ແຕ່ ຜູ້ໃດ ທີ່ ອົດທົນ ໄດ້ ຈົນເຖິງ ທີ່ ສຸດ ຜູ້ນັ້ນຈະ ໄດ້ລອດພົ້ນ.
\v 14 ຂ່າວປະເສີດ ເລື່ອງ ຣາຊອານາຈັກນີ້ ຈະໄດ້ ປະກາດ ໄປ ທົ່ວໂລກ ເພື່ອເປັນ ຄໍາພະຍານ ແກ່ ຄົນ ທຸກ ຊາດ ແລ້ວ ທີ່ ສຸດປາຍ ຈະ ມາເຖິງ.”
\s5
\v 15 “ພວກເຈົ້າ ຈະ ເຫັນ 'ສິ່ງປະຫລາດ ອັນ ໜ້າຢ້ານ’ ທີ່ເຮັດ ໃຫ້ ເກີດວິບັດ ຕັ້ງຢູ່ ໃນ ພຣະວິຫານ ອັນ ສັກ ສິດ ຂອງ ພຣະເຈົ້າ ຕາມ ທີ່ ຜູ້ທຳນວາຍ ດານີເອນ ໄດ້ ກ່າວໄວ້. (ໃຫ້ ຜູ້ ອ່ານ ເຂົ້າໃຈເອງ)
\v 16 ເມື່ອນັ້ນຜູ້ທີ່ຢູ່ໃນ ແຂວງຢູດາຍ ໃຫ້ ປົບໜີໄປ ຍັງ ພູເຂົາທັງຫລາຍ.
\v 17 ຜູ້ທີ່ຢູ່ເທິງ ຫລັງ ຄາ ເຮືອນ ຂອງຕົນ ບໍ່ຕ້ອງ ລົງ ມາ ເກັບ ເອົາ ສິ່ງຂອງອອກໄປ.
\v 18 ສ່ວນ ຜູ້ທີ່ຢູ່ ຕາມ ທົ່ງນາ ນັ້ນ ບໍ່ຕ້ອງ ກັບ ຄືນ ເມືອ ເອົາ ເສື້ອ ຜ້າຂອງຕົນ.
\s5
\v 19 ໃນ ວັນ ເຫລົ່ານັ້ນ ເປັນ ໜ້າ ເວດທະນາ ສົງ ສານ ຜູ້ຍິງ ຖືພາ ແລະ ແມ່ ກັບ ລູກ ອ່ອນ ທີ່ຍັງ ກິນ ນົມ ຢູ່
\v 20 ຈົ່ງ ພາວັນ ນາ ອະທິຖານ ຂໍ ຕໍ່ ພຣະເຈົ້າ ເພື່ອ ການ ທີ່ ພວກເຈົ້າ ຈະ ປົບໜີ ໄປ ນັ້ນ ຈະ ບໍ່ຖືກ ໃນລະດູ ໜາວ ຫລື ໃນ ວັນຊະບາໂຕ
\v 21 ເພາະ ຄວາມ ທຸກ ລໍາບາກ ໃນ ວັນ ເຫລົ່ານັ້ນ ຈະ ໜັກ ໜ່ວງ ຫລາຍ ທີ່ສຸດ ຢ່າງ ບໍ່ ເຄີຍ ມີ ມາ ຕັ້ງ ແຕ່ ຕົ້ນ ເດີມ ໂລກ ຈົນ ເຖິງ ທຸກ ວັນ ນີ້ ຄວາມ ທຸກ ອັນ ຮ້າຍແຮງ ຢ່າງ ນີ້ ຈະ ບໍ່ ເກີດຂຶ້ນ ອີກຈັກ ເທື່ອ.
\v 22 ແຕ່ ຖ້າ ພຣະເຈົ້າ ບໍ່ໄດ້ ເຮັດ ໃຫ້ ວັນ ເຫລົ່ານັ້ນ ສັ້ນ ເຂົ້າ ແລ້ວ ກໍ ຈະ ບໍ່ ມີ ມະນຸດ ຄົນ ໃດ ພົ້ນ ໄດ້, ແຕ່ ເພື່ອ ເຫັນ ແກ່ ປະຊາຊົນ ທີ່ພຣະອົງ ໄດ້ ເລືອກ ໄວ້ ນັ້ນ ພຣະເຈົ້າ ຈະ ເຮັດ ໃຫ້ ວັນ ເຫລົ່ານັ້ນສັ້ນເຂົ້າ.
\s5
\v 23 ໃນ ເວລາ ນັ້ນ ຖ້າ ຜູ້ໃດ ຜູ້ໜຶ່ງ ເວົ້າ ກັບ ພວກເຈົ້າ ວ່າ, ‘ເບິ່ງແມ! ພຣະຄຣິດ ຢູ່ທີ່ນີ້ ຫລື ວ່າ ‘ຢູ່ທີ່ນັ້ນ’ ຢູ່ສູ່ເຊື່ອ.
\v 24 ດ້ວຍວ່າ, ຈະ ມີ ພຣະຄຣິດປອມ ແລະ ຜູ້ທຳນວາຍປອມ ຫລາຍ ຄົນ ຈະເກີດ ຂຶ້ນ ພວກເຂົາ ຈະ ເຮັດ ການອັດສະຈັນ ອັນຍິ່ງ ໃຫຍ່ ແລະ ໝາຍສໍາຄັນ ຫລາຍ ປະການ ເພື່ອຖ້າ ເປັນ ໄປ ໄດ້ ຈະ ຫລອກລວງ ແມ່ນແຕ່ ປະຊາຊົນ ທີ່ພຣະເຈົ້າ ໄດ້ ເລືອກ ໄວ້ ໃຫ້ ຫລົງ ເສຍ ໄປ.
\v 25 ຈົ່ງ ຟັງ ເອົາ ນີ້ແຫລະ ເຮົາ ໄດ້ ບອກ ພວກເຈົ້າ ໃຫ້ ຮູ້ ໄວ້ ກ່ອນ.”
\s5
\v 26 “ສະນັ້ນ ຖ້າ ມີ ຄົນ ບອກ ພວກເຈົ້າ ວ່າ, ‘ເພິ່ນອອກໄປ ທີ່ຖິ່ນ ແຫ້ງແລ້ງກັນດານ ພຸ້ນ. ພວກເຈົ້າ ຢ່າ ໄປທີ່ນັ້ນ ຫລື ຖ້າມີ ຄົນ ບອກ ພວກເຈົ້າ ວ່າ, ‘ເບິ່ງແມ! ເພິ່ນລີ້ ຢູ່ ໃນຫ້ອງ’ ກໍ ຢ່າ ໄດ້ ເຊື່ອ.
\v 27 ດ້ວຍວ່າ, ບຸດ ມະນຸດ ຈະ ມາ ເໝືອນ ດັ່ງ ຟ້າ ແມບເຫຼື້ອມ ສົ່ງຂ້າມ ທົ່ວ ທ້ອງຟ້າ ແຕ່ ທິດ ຕາເວັນ ອອກ ຫາ ທິດ ຕາເວັນ ຕົກ.
\v 28 ຊາກສົບຢູ່ ບ່ອນ ໃດ ຝູງ ແຮ້ງ ກໍ ໂໍຮມ ກັນ ຢູ່ ບ່ອນ ນັ້ນ.”
\s5
\v 29 “ພໍ ໝົດ ຄວາມ ທຸກ ລໍາບາກ ຂອງ ວັນ ເຫລົ່າ ນັ້ນ ແລ້ວ ດວງອາທິດ ຈະ ມືດ ໄປ ດວງຈັນ ຈະບໍ່ສ່ອງແສງ ຕໍ່ໄປ, ດວງດາວ ທັງ ຫລາຍ ຈະ ຕົກ ລົງ ຈາກ ທ້ອງຟ້າ ແລະ ສິ່ງ ທີ່ ມີ ອຳານາດ ໃນ ທ້ອງຟ້າ ກໍ ຈະ ສັ່ນ ສະທ້ານ ຫວັ່ນໄຫວ.
\s5
\v 30 ເມື່ອນັ້ນ ໝາຍສໍາຄັນ ແຫ່ງ ບຸດ ມະນຸດ ກໍ ຈະ ປາກົດ ຂຶ້ນ ໃນ ທ້ອງຟ້າ ແລະ ມະນຸດ ທຸກ ຊາດ ເທິງ ແຜ່ນດິນ ໂລກ ກໍ ຈະ ຕີ ເອິກ ຮ້ອງໄຫ້ ຄ່ຳ ຄວນ ແລະ ເຫັນ ບຸດ ມະນຸດ ກຳ ລັງ ມາ ເທິງ ເມກ ໃນ ທ້ອງຟ້າ ດ້ວຍ ຣິດ ທານຸພາບ ແລະ ສະຫງ່າຣາສີ ອັນ ຍິ່ງໃຫຍ່.
\v 31 ພຣະອົງ ຈະ ໃຊ້ ບັນ ດາ ເທວະດາ ຂອງ ພຣະອົງ ອອກ ໄປ ດ້ວຍ ສຽງ ແກ ດັງ ກ້ອງສະໜັ່ນ ຍັງ ທິດ ທັງ ສີ່ ເພື່ອ ຮວບຮວມ ເອົາ ປະຊາຊົນ ຂອງ ພຣະເຈົ້າ ທີ່ ພຣະອົງ ໄດ້ ເລືອກ ໄວ້ ຕັ້ງ ແຕ່ ສຸດ ຂອບຟ້າ ເບື້ອງນີ້ ຈົນ ເຖິງ ສຸດ ຂອບຟ້າ ເບື້ອງນັ້ນ.”
\s5
\v 32 “ພວກເຈົ້າ ຈົ່ງ ຮຽນ ຮູ້ ຈາກ ຕົ້ນ ເດື່ອ ເທດ ເມື່ອກິ່ງ ແຕກ ໃບ ອ່ອນ ອອກ ພວກເຈົ້າ ກໍ ຮູ້ ວ່າ ລະດູ ຮ້ອນ ໃກ້ ຈະ ມາ ເຖິງ.
\v 33 ຢ່າງ ດຽວກັນ ເມື່ອ ພວກເຈົ້າ ເຫັນ ເຫດການ ນັ້ນ ເກີດຂຶ້ນ ພວກເຈົ້າ ກໍ ຈະ ຮູ້ ໄດ້ ວ່າ ເວລາ ມາ ໃກ້ ແລ້ວ ພ້ອມ ທີ່ ຈະ ເກີດຂຶ້ນ. (ບ)
\s5
\v 34 ເຮົາ ບອກ ພວກເຈົ້າ ຕາມ ຄວາມຈິງ ວ່າ ເຫດການ ທັງ ໝົດ ເຫລົ່ານີ້ ຈະ ເກີດ ຂຶ້ນ ກ່ອນ ຄົນ ສະໄໝ ນີ້ ຕາຍໄປ ໝົດ.
\v 35 ຟ້າ ແລະ ດິນ ກໍ ຈະ ລ່ວງພົ້ນໄປ, ແຕ່ຖ້ອຍຄໍາ ຂອງເຮົາ ຈະ ບໍ່ ລ່ວງພົ້ນ ໄປຈັກ ເທື່ອ.”
\s5
\v 36 “ບໍ່ມີ ຜູ້ໃດ ຮູ້ ວ່າ ວັນ ຫລື ໂມງ ນັັ້ນ ຈະ ມາ ເຖິງເມື່ອໃດ ແມ່ນແຕ່ ບັນດາ ເທວະດາ ແລະ ພຣະບຸດ (ປ) ກໍ ບໍ່ຮູ້ ມີ ແຕ່ ພຣະບິດາ ອົງດຽວ ເທົ່ານັ້ນຮູ້.
\s5
\v 37 ເມື່ອ ບຸດ ມະນຸດ ມາ ນັ້ນ ເຫດການ ຈະ ເປັນ ດັ່ງ ທີ່ໄດ້ ເກີດ ຂຶ້ນ ໃນ ສະໄໝ ຂອງ ໂນອາ.
\v 38 ກ່ອນ ວັນ ນໍ້າ ໄດ້ ຖ້ວມ ໂລກ ນັ້ນ ປະຊາຊົນ ໄດ້ ກິນ ແລະ ໄດ້ ດື່ມ ແລະ ໄດ້ ເອົາ ກັນ ເປັນ ຜົວ ເປັນ ເມຍ ຈົນ ເຖິງ ວັນ ທີ່ ໂນອາ ໄດ້ ເຂົ້າ ໄປ ໃນ ເຮືອ,
\v 39 ແຕ່ ພວກເຂົາ ບໍ່ ໄດ້ ສຳນຶກ ຫຍັງ ເລີຍ ຈົນ ກວ່າ ນ້ຳ ໄຫລ ມາຖ້ວມ ກວາດ ເອົາ ພວກເຂົາ ໃຫ້ ດັບສູນໄປ ເມື່ອບຸດມະນຸດ ມາ ກໍ ຈະ ເປັນ ດັ່ງນັ້ນແຫລະ.
\s5
\v 40 ໃນ ເວລາ ນັ້ນ ຊາຍ ສອງ ຄົນ ຈະ ເຮັດ ວຽກ ຢູ່ ໃນ ທົ່ງນາ, ຄົນ ໜຶ່ງ ຈະຖືກ ຮັບ ເອົາ ໄປ ແລະ ຄົນ ໜຶ່ງ ຈະຖືກ ປະ ໄວ້.
\v 41 ຈະ ມີ ຍິງ ສອງ ຄົນ ກຳ ລັງ ໂມ້ແປ້ງຢູ່ ຄົນໜຶ່ງ ຈະ ຖືກ ຮັບ ເອົາ ໄປ ແລະ ຄົນ ໜຶ່ງ ຈະຖືກປະໄວ້.
\v 42 ດັ່ງນັ້ນ ຈົ່ງ ໃຫ້ ເຝົ້າ ລະວງັ ຢູ່ ເພາະ ພວກເຈົ້າບໍ່ຮູ້ວ່າ ອົງພຣະຜູ້ເປັນເຈົ້າ ຂອງ ພວກເຈົ້າ ຈະມາ ເວລາ ໃດ.
\s5
\v 43 ແຕ່ ຈົ່ງ ເຂົ້າໃຈ ຢ່າງ ນີ້ ວ່າ ຖ້າ ເຈົ້າ ຂອງ ເຮືອນ ໄດ້ ຮູ້ ກ່ອນ ວ່າ ໂຈນ ຈະ ມາ ຍາມ ໃດ ເພິ່ນ ຈະ ເຝົ້າ ລະວັງ ໄວ້ ບໍໍ່ໃຫ້ ໂຈນ ເຈາະ ເຂົ້າ ເຮືອນ ຂອງຕົນໄດ້.
\v 44 ເຫດສະນັ້ນ ພວກເຈົ້າ ກໍ ເໝືອນກັນ ຈົ່ງ ຕຽມພ້ອມ ຢູ່ສະເໝີ ເພາະວ່າ ບຸດ ມະນຸດ ຈະ ມາ ໃນ ໂມງ ທີ່ ພວກເຈົ້າ ບໍ່ ຄາດຄິດ.”
\s5
\v 45 “ເຫດສະນັ້ນ ແມ່ນ ຜູ້ໃດ ທີ່ ເປັນ ຄົນ ຮັບ ໃຊ້ ສັດ ຊື່ ແລະ ສະຫລາດ? ກໍ ແມ່ນ ຜູ້ ທີ່ ນາຍ ຂອງຕົນ ມອບ ໃຫ້ ຮັບ ຜິດ ຊອບ ຄົນ ຮັບ ໃຊ້ ຜູ້ ອື່ນ ໆ ເພື່ອ ແຈກ ອາຫານ ໃຫ້ ພວກເຂົາ ຕາມ ເວລາ.
\v 46 ຄົນ ຮັບ ໃຊ້ ຜູ້ ນີ້ ຈະ ເປັນ ສຸກ ໃຈ ເມື່ອ ຜູ້ ເປັນ ນາຍ ກັບ ມາ ຍັງ ເຮືອນ ຂອງຕົນ ພົບ ລາວ ກຳ ລັງ ເຮັດ ໜ້າ ທີ່ ຂອງຕົນ ຢູ່.
\v 47 ເຮົາ ບອກ ພວກເຈົ້າ ຕາມ ຄວາມຈິງ ວ່າ, ຜູ້ ເປັນ ນາຍ ຈະ ມອບ ໃຫ້ ຄົນ ຮັບ ໃຊ້ ຜູ້ ນີ້ ຮັບ ຜິດ ຊອບ ຊັບ ສິນ ທັງ ໝົດ ຂອງຕົນ.
\s5
\v 48 ແຕ່ ຖ້າ ລາວ ເປັນ ຄົນ ຮັບ ໃຊ້ ບໍ່ ດີ ລາວ ຈະ ຄິດ ວ່າ ຍັງ ອີກ ດົນ ກວ່າ ນາຍ ຂອງຕົນ ຈະ ກັບ ມາ
\v 49 ແລະ ລາວ ກໍ ຈະ ເລີ່ມ ຂ້ຽນຕີ ຄົນ ຮັບ ໃຊ້ ດ້ວຍກັນ ທັງ ກິນ ແລະ ດື່ມ ກັບ ຄົນ ຂີ້ເມົາ ດ້ວຍ.
\v 50 ແລ້ວ ວັນ ໜື່ງ ນາຍ ຂອງ ຄົນ ຮັບ ໃຊ້ ຜູ້ ນັ້ນ ກໍ ຈະ ກັບ ມາ ໂດຍ ທີ່ ລາວ ບໍ່ ຄາດຄິດ ແລະ ໃນ ເວລາ ທີ່ ລາວ ບໍ່ ຮູ້
\v 51 ແລະ ຈະ ຜ່າ ລາວ ໃຫ້ ເປັນ ສອງ ຕ່ອນ ທັງ ຈະ ໃຫ້ ເຂົ້າ ສ່ວນ ກັບ ຄົນ ໜ້າ ຊື່​ ໃຈຄົດ ບ່ອນ ນັ້ນ ຈະ ມີ ການ ຮ້ອງໄຫ້ ແລະ ຂົບແຂ້ວຢູ່.”
\s5
\c 25
\p
\v 1 “ເມື່ອ ນັ້ນ ອານາຈັກ ສະຫວັນ ປຽບ ເໝືອນ ຍິງ ສາວ ປອດ ບໍຣິ ສຸດ ສິບ ຄົນ ທີ່ຖື ໂຄມໄຟ ຂອງຕົນ ອອກ ໄປ ຮັບ ເຈົ້າບ່າວ.
\v 2 ຫ້າ ຄົນ ໃນ ພວກເຂົາ ເປັນ ຄົນ ໂງ່ ແລະ ອີກ ຫ້າ ຄົນ ເປັນ ຄົນ ສະຫລາດ.
\v 3 ຝ່າຍ ພວກ ຄົນ ໂງ່ ນັ້ນ ຖື ໂຄມໄຟ ໄປ ນຳ ແຕ່ ບໍ່ເອົາ ນ້ຳ ມັນ ໄປ ເພື່ອ,
\v 4 ສ່ວນ ພວກ ຄົນ ສະຫລາດ ນັ້ນ ຖື ໂຄມໄຟ ໄປ ນຳ ແລະ ເອົາ ນາໍ້ ມັນ ໃສ່ ແກ້ວ ໄປ ເພື່ອ.
\s5
\v 5 ຂະນະທີ່ ເຈົ້າ ບ່າວ ຍັງ ບໍ່ ມາ ພວກ ຍິງ ສາວ ທັງ ໝົດ ຕ່າງ ກໍ ເຫງົານອນ ແລະ ຫລັບໄປ.
\v 6 ພໍເຖິງ ທ່ຽງຄືນ ກໍ ມີ ສຽງຮ້ອງດັງຂຶ້ນ ວ່າ, ‘ເຈົ້າບ່າວ ມາແລ້ວ ຈົ່ງ ອອກໄປຮັບ ເພິ່ນ ເຖີດ.
\s5
\v 7 ຍິງ ສາວ ທຸກຄົນ ຈົ່ງ ລຸກຂຶ້ນ ແລະຈັດ ຕຽມໂຄມໄຟຂອງຕົນ.
\v 8 ແລ້ວພວກຄົນ ໂງ່ກໍເວົ້າ ກັບ ພວກຄົນ ສະຫລາດ ວ່າ, ‘ຂໍປັນ ນ້ຳມັນ ຂອງພວກເຈົ້າ ໃຫ້ ພວກຂ້ອຍແດ່ ເພາະໂ ຄມໄຟ ຂອງພວກຂ້ອຍໃກ້ ຈະມອດແລ້ວ.
\v 9 ແຕ່ ພວກຄົນ ສະຫລາດຕອບວ່າ, ‘ບໍ່ໄດ້ ດອກ ນາໍ້ ມັນ ມີ ບໍ່ ພຽງພໍ ສໍາລັບ ພວກຂ້ອຍ ແລະພວກເຈົ້າ, ຈົ່ງ ໄປຫາ ຄົນຂາຍ ນາໍ້ ມັນ ແລະຊື້ເອົາ ສຳລັບ ພວກເຈົ້າສາ.
\s5
\v 10 ແລະ ໃນ ຂະນະທີ່ ພວກເຂົາ ອອກໄປຊື້ ນ້ຳມັນ ນັ້ນ ເຈົ້າ ບ່າວກໍ ມາ ຮອດ ແລະ ຜູ້ ທີ່ຕຽມພ້ອມ ຢູ່ແລ້ວ ກໍ ເຂົ້າ ໄປກັບ ເຈົ້າ ບ່າວ ໃນງານກິນ ລ້ຽງສົມຣົດ ແລະປະຕູກໍອັດ.
\v 11 ຫລັງຈາກ ນັ້ນ ພວກ ຍິງ ສາວ ຄົນ ອື່ນ ໆ ກໍ ມາ ຮອດ ແລະ ຮ້ອງ ວ່າ, ‘ພຣະອົງເຈົ້າ ເອີຍ ພຣະອົງເຈົ້າ ເອີຍ ໂຜດ ໄຂ ປະຕູ ໃຫ້ ພວກ ຂ້າ ນ້ອຍ ເຂົ້າ ໄປ ແດ່ ທ້ອນ.
\v 12 ແຕ່ ເພິ່ນ ໄດ້ ຕອບ ວ່າ, ‘ເຮົາ ບອກ ເຈົ້າ ທັງ ຫລາຍ ຕາມ ຄວາມຈິງ ວ່າ, ເຮົາ ບໍ່ ຮູ້ຈັກ ພວກເຈົ້າ.
\v 13 ເຫດສະນັ້ນ ຈົ່ງ ເຝົ້າ ລະວັງ ຢູ່ ເພາະ ພວກເຈົ້າບໍ່ຮູ້ ຈັກ ວັນ ຫລື ໂມງນັ້ນ.”
\s5
\v 14 “ແລະ ອານາຈັກ ສະຫວັນ ຍັງ ປຽບ ເໝືອນ ມີຊາຍ ຜູ້ໜຶ່ງ ທີ່ ກຳລັງ ຈະອອກ ເດີນ ທາງ ໄປ ເພິ່ນ ຈຶ່ງ ເອີ້ນ ພວກ ຄົນ ຮັບ ໃຊ້ ມາ ແລະ ໃຫ້ ພວກເຂົາ ຮັບຜິດຊອບ ຊັບສິນ ຂອງຕົນ.
\v 15 ເພິ່ນ ໄດ້ມອບໝາຍ ໃຫ້ ແຕ່ ລະຄົນ ຕາມ ຄວາມສາມາດ ຂອງໃຜລາວ ຄື ຜູ້ໜຶ່ງ ໄດ້ ຮັບ ເງິນ ຫ້າຕະລັນຕົນ ຜູ້ໜຶ່ງໄດ້ ຮັບ ສອງ ຕະລັນຕົນ ແລະ ຜູ້ໜຶ່ງ ອີກ ໄດ້ ຮັບ ເງິນ ໜຶ່ງ ຕະລັນຕົນ ແລ້ວເພິ່ນ ກໍ ອອກ ເດີນທາງ ໄປ.
\v 16 ຄົນ ຮັບ ໃຊ້ ຜູ້ ທີ່ ໄດ້ ຮັບ ເງິນ ຫ້າ ຕະລັນຕົນ ກໍ ໄປ ລົງ ທຶນ ທັນ ທີ ແລະ ໄດ້ ກຳ ໄລ ເທົ່າຕົວ.
\s5
\v 17 ຄົນຮັບໃຊ້ ຜູ້ ທີ່ ໄດ້ ຮັບ ເງິນ ສອງ ຕະລັນຕົນ ກໍໄດ້ ກຳ ໄລ ເທົ່າຕົວ ເໝືອນກັນ.
\v 18 ສ່ວນ ຄົນ ໃຊ້ຜູ້ທີ່ໄດ້ ຮັບ ເງິນ ໜຶ່ງ ຕະລັນຕົນ ໄດ້ ໄປ ຂຸດ ຂຸມ ແລະ ເຊື່ອງ ເງິນ ຂອງ ນາຍ ໄວ້.
\s5
\v 19 ຢູ່ ດົນນານ ຕໍ່ມາ ນາຍ ຂອງ ຄົນ ຮັບ ໃຊ້ເຫລົ່ານີ້ ກໍ ກັບ ມາ ຄິດ ບັນຊີ ກັບ ພວກເຂົາ.
\v 20 ຄົນ ຮັບ ໃຊ້ ຜູ້ ທີ່ ໄດ້ ຮັບ ເງິນ ຫ້າ ຕະລັນຕົນ ໄດ້ ເຂົ້າ ມາ ພ້ອມ ເງິນ ກຳ ໄລ ຫ້າ ຕະລັນຕົນ ຕື່ມອີກ ລາວ ກ່າວ ວ່າ, ‘ນາຍເອີຍ ທ່ານ ໄດ້ ມອບ ເງິນ ຫ້າ ຕະລັນຕົນ ໃຫ້ ຂ້າ ນ້ອຍ ເບິ່ງ ແມ! ຂ້ານ້ອຍ ໄດ້ ກຳ ໄລ ຫ້າ ຕະລັນຕົນ ຕື່ມອີກ.
\v 21 ນາຍ ຂອງ ລາວ ກ່າວ ວ່າ, ‘ດີ ແລ້ວ ຄົນ ຮັບ ໃຊ້ ທີ່ ດີ ແລະ ສັດຊື່ ເອີຍ ເຈົ້າ ເປັນ ຜູ້ ສັດຊື່ໃນ ຂອງ ເລັກນ້ອຍ ເຮົາ ຈະ ໃຫ້ ເຈົ້າ ຮັບ ຜິດຊອບ ດູແລ ສິ່ງ ຂອງ ຫລາຍ ຢ່າງ, ຈົ່ງ ມາ ຮ່ວມ ຊົມ ຊື່ນ ຍິນ ດີ ກັບ ເຮົາ ເຖີດ.
\s5
\v 22 ແລ້ວ ຄົນ ຮັບ ໃຊ້ ຜູ້ ທີ່ ໄດ້ ຮັບ ເງິນ ສອງ ຕະລັນ ຕົນ ກໍ ເຂົ້າ ມາ ເໝືອນກັນ ແລະ ເວົ້າ ວ່າ, ‘ນາຍເອີຍ ທ່ານ ໄດ້ ມອບ ເງິນ ສອງ ຕະລັນ ຕົນ ໃຫ້ ຂ້ານ້ອຍ ເບິ່ງ ແມ! ຂ້ານ້ອຍ ໄດ້ ສອງ ຕະລັນ ຕົນ ມາ ຕື່ມ.
\v 23 ນາຍ ຂອງ ລາວ ຈຶ່ງ ກ່າວ ວ່າ, ‘ດີ ແລ້ວ ຄົນຮັບໃຊ້ ທີ່ ສັດ ຊື່ເອີຍ ເຈົ້າ ເປັນ ຜູ້ ສັດຊື່ໃນ ຂອງ ອັນ ເລັກ ນ້ອຍ ເຮົາ ຈະໃຫ້ ເຈົ້າ ຮັບ ຜິດ ຊອບ ດູແລ ສິ່ງ ຂອງ ຫລາຍ ຢ່າງ ຈົ່ງ ມາ ຮ່ວມ ຊົມ ຊື່ນ ຍິນ ດີ ກັບ ເຮົາ ເຖີດ.
\s5
\v 24 ຕໍ່ມາ ຄົນ ຮັບ ໃຊ້ ຜູ້ ທີ່ ໄດ້ ຮັບ ເງິນ ໜຶ່ງ ຕະລັນ ຕົນ ກໍ ເຂົ້າ ມາ ແລະ ເວົ້າວ່າ, ‘ນາຍເອີຍ ຂ້ານ້ອຍ ຮູ້ ວ່າ ທ່ານ ເປັນ ຄົນໃຈແຂງ ທ່ານ ເກັບ ກ່ຽວ ຜົນ ໃນ ບ່ອນ ທີ່ ທ່ານ ບໍ່ ໄດ້ ຫວ່ານ ທ່ານ ຮວບຮວມ ເອົາ ຜົນ ລະປູກ ໃນ ບ່ອນ ທີ່ ທ່ານ ບໍ່ໄດ້ ຝັດ.
\v 25 ຂ້ານ້ອຍ ຢ້ານ ຈຶ່ງ ໄດ້ ເອົາ ເງິນ ທີ່ທ່ານ ມອບ ໃຫ້ ໄປ ຝັງ ດິນ ໄວ້. ເບິ່ງແມ! ນີ້ ເດ ສິ່ງ ທີ່ ເປັນ ຂອງທ່ານ ກໍໄດ້ ແລ້ວ.
\s5
\v 26 ນາຍ ຂອງ ລາວ ຕອບ ວ່າ, ‘ອ້າຍ ຄົນ ໃຊ້ ຜູ້ ຊົ່ວ ຊ້າ ແລະ ກຽດຄ້ານ ເອີຍ ເຈົ້າ ຮູ້ ວ່າ ເຮົາ ເກັບ ກ່ຽວ ເອົາ ຜົນ ໃນ ບ່ອນ ທີ່ ເຮົາ ບໍ່ ໄດ້ ຫວ່ານ ແລະ ຮວບຮວມ ເອົາ ຜົນ ລະປູກ ໃນ ບ່ອນ ທີ່ ເຮົາ ບໍ່ ໄດ້ ຝັດ?
\v 27 ດັ່ງ ນັ້ນ ເຈົ້າ ຄວນ ເອົາ ເງິນ ຂອງເຮົາ ໄປ ຝາກ ໄວ້ ກັບ ທະນາຄານ ແລ້ວ ເມື່ອ ເຮົາ ກັບ ມາ ກໍ ຈະ ໄດ້ ເງິນ ນັ້ນ ຄືນ ພ້ອມ ກັບ ດອກເບ້ຍ.
\s5
\v 28 ບັດ ນີ້ ຈົ່ງ ເອົາ ເງິນ ໜື່ງ ຕະລັນ ຕົນ ນຳ ມັນ ມາ ຄືນ ແລະ ມອບ ໃຫ້ ຜູ້ ທີ່ ມີ ສີບ ຕະລັນ ຕົນ.
\v 29 ເພາະ ທຸກຄົນ ທີ່ມີຢູ່ ແລ້ວ ກໍ ຈະ ໄດ້ ຮັບ ເພີ່ມ ເຕີມ ຂຶ້ນ ອີກ ເພື່ອ ວ່າ ລາວ ຈະ ໄດ້ ມີ ຢ່າງ ເຕັມ ບໍລິບູນ, ແຕ່ ຜູ້ ທີ່ ບໍ່ມີນັ້ນ ແມ່ນແຕ່ ສິ່ງ ທີ່ຕົນ ມີ ຢູ່ ແລ້ວ ເລັກນ້ອຍ ກໍ ຈະ ຖືກ ເອົາ ໄປ ເສຍ ຈາກ ລາວ.
\v 30 ເອົາ ອ້າຍ ຄົນ ຮັບ ໃຊ້ ຜູ້ ບໍ່ ມີ ປະໂຫຍດ ຜູ້ ນີ້ ໂຍນ ຖິ້ມ ອອກ ໄປ ຂ້າງ ນອກ ໃນ ຄວາມມືດ ໃນທີ່ ນັ້ນ ຈະ ມີ ການ ຮ້ອງໄຫ້ ແລະ ຂົບ ແຂ້ວຢູ່.”
\s5
\v 31 “ເມື່ອ ບຸດ ມະນຸດ ສະເດັດ ມາ ໃນ ສະຫງ່າຣາສີ ພ້ອມ ດ້ວຍ ຝູງ ເທວະດາ ຂອງ ພຣະອົງ ນັ້ນ ເພິ່ນ ຈະ ນັ່ງ ເທິງ ບັນລັງ ອັນ ຮຸ່ງເຮືອງ ຂອງ ພຣະອົງ
\v 32 ບັນດາ ປະຊາຊົນ ທຸກ ຊົນຊາດ ຈະຖືກ ນໍາ ມາ ໂຮມ ກັນ ຢູ່ ຕໍ່ໜ້າ ພຣະອົງ, ແລ້ວພຣະອົງ ຈະ ແຍກ ພວກເຂົາ ອອກ ຈາກ ກັນ ເໝືອນ ກັບ ຄົນ ລ້ຽງ ສັດ ແຍກ ຝູງແກະ ອອກ ຈາກ ຝູງແບ້.
\v 33 ພຣະອົງ ຈະ ຈັດ ໃຫ້ ຝູງແກະ ຢູ່ ເບື້ອງ ຂວາ ຂອງ ພຣະອົງ, ແຕ່ ຝູງແບ້ ນັ້ນ ຈະ ຈັດ ໃຫ້ ຢູ່ ເບື້ອງຊ້າຍ.
\s5
\v 34 ແລ້ວ ຈອມ ກະສັດ ກໍ ຈະ ກ່າວ ແກ່ ບັນດາ ຜູ້ ທີ່ ຢູ່ ເບື້ອງຂວາ ຂອງ ພຣະອົງ ວ່າ, ‘ມາເຖີດ ພວກເຈົ້າ ຜູ້ ທີ່ ໄດ້ ຮັບ ພຣະພອນ ຈາກ ພຣະບິດາ ຂອງເຮົາ ຈົ່ງ ມາ ຮັບ ເອົາ ຣາຊອານາຈັກ ຊຶ່ງ ໄດ້ ຖືກ ຈັດຕຽມ ໄວ້ ສໍາລັບ ພວກເຈົ້າ ຕັ້ງ ແຕ່ ຕົ້ນ ເດີມ ສ້າງ ໂລກ.
\v 35 ເພາະ ເມື່ອ ເຮົາ ຫິວ ເຂົ້າ ພວກເຈົ້າ ກໍ ເອົາ ໃຫ້ ເຮົາ ກິນ ເມື່ອ ເຮົາ ຫິວ ນ້ຳ ພວກເຈົ້າ ກໍ ເອົາໃຫ້ ເຮົາ ດື່ມ, ເຮົາ ເປັນ ແຂກບ້ານ ພວກເຈົ້າ ໄດ້ ຕ້ອນຮັບເຮົາໄວ້.
\v 36 ເຮົາ ເປືອຍກາຍ ພວກເຈົ້າ ກໍ ເອົາ ເຄື່ອງ ໃຫ້ ເຮົາ ນຸ່ງ ຫົ່ມ ເຮົາ ເຈັບ ປ່ວຍ ພວກເຈົ້າ ກໍໄດ້ ມາ ເບິ່ງ ແຍງເຮົາ, ເຮົາຢູ່ ໃນຄຸກ ພວກເຈົ້າ ກໍໄດ້ ມາ ຢ້ຽມຢາມເຮົາ.
\s5
\v 37 ແລ້ວ ຝ່າຍ ພວກຜູ້ຊອບທຳ ກໍ ຈະຕອບ ພຣະອົງວ່າ, ‘ພຣະອົງເຈົ້າ ເອີຍ ເມື່ອໃດ ພວກຂ້ານ້ອຍ ເຫັນ ພຣະອົງ ຫິວ ເຂົ້າ ແລະ ເອົາ ເຂົ້າໃຫ້ ພຣະອົງ ກິນ ແລະ ເຫັນ ພຣະອົງ ຫິວ ນ້ຳ ແລະ ເອົາ ນ້ຳ ໃຫ້ ພຣະອົງ ດື່ມ?
\v 38 ເມື່ອ ໃດ ພວກ ຂ້ານ້ອຍ ເຫັນ ພຣະອົງ ເປັນ ແຂກບ້ານ ແລະ ຮັບຕ້ອນ ພຣະອົງໄວ້ ຫລື ເຫັນ ພຣະອົງ ເປືອຍກາຍ ແລະ ເອົາ ເຄື່ອງ ໃຫ້ ພຣະອົງ ນຸ່ງຫົ່ມ?
\v 39 ເມື່ອໃດ ພວກ ຂ້ານ້ອຍ ເຫັນ ພຣະອົງ ເຈັບ ປ່ວຍ ຫລື ຢູ່ ໃນ ຄຸກ ແລະ ໄປ ຢ້ຽມຢາມ ພຣະອົງ?
\v 40 ຈອມ ກະສັດ ຈະຕອບວ່າ, ‘ເຮົາ ບອກ ພວກເຈົ້າ ຕາມ ຄວາມຈິງ ວ່າ ເມື່ອ ພວກເຈົ້າ ໄດ້ ເຮັດ ສິ່ງ ເຫລົ່າ ນີ້ ແກ່ ຜູ້ ທີ່ ຕ່ຳຕ້ອຍ ທີ່ສຸດ ຄົນ ໜຶ່ງ ໃນ ພວກ ພີ່ນ້ອງ ເຫລົ່ານີ້ ຂອງເຮົາ, ພວກເຈົ້າ ກໍໄດ້ ເຮັດ ແກ່ ເຮົາ ເໝືອນກັນ.
\s5
\v 41 ເມື່ອ ນັ້ນ ພຣະອົງ ກໍ ຈະ ກ່າວ ຕໍ່ບັນດາ ຜູ້ທີ່ຢູ່ ເບື້ອງຊ້າຍ ວ່າ, ‘ຫຍັບ ອອກ ໄປ ໃຫ້ ຫ່າງ ຈາກ ເຮົາ ພວກສູ ຜູ້ ທີ່ ຖືກ ສາບແຊ່ງ ເອີຍ ລົງ ໄປ ໃນ ບຶງ ໄຟ ທີ່ ໄໝ້ ຢູ່ ຕະຫລອດໄປ ເປັນ ນິດ ຊຶ່ງ ໄດ້ ຖືກ ຈັດ ຕຽມ ໄວ້ ສໍາລັບ ມານຮ້າຍ ແລະ ບໍລິວານ ຂອງ ມັນ
\v 42 ເມື່ອ ເຮົາ ຫິວ ເຂົ້າ ພວກສູ ບໍ່ໄດ້ ເອົາ ໃຫ້ ເຮົາ ກິນ ເມື່ອ ເຮົາ ຫິວ ນ້ຳ ພວກສູ ບໍ່ ໄດ້ ເອົາ ໃຫ້ ເຮົາ ດື່ມ,
\v 43 ເມື່ອ ເຮົາ ເປັນ ແຂກບ້ານ ພວກສູ ບໍ່ໄດ້ ຮັບ ຕ້ອນ ເຮົາໄວ້ ເມື່ອ ເຮົາ ເປືອຍກາຍ ພວກສູ ບໍ່ໄດ້ ເອົາ ເຄື່ອງ ໃຫ້ ເຮົາ ນຸ່ງຫົ່ມ ເມື່ອ ເຮົາ ເຈັບ ປ່ວຍ ແລະ ຢູ່ ໃນ ຄຸກ ພວກສູ ບໍ່ໄດ້ ມາ ຢ້ຽມຢາມເຮົາ.
\s5
\v 44 ແລ້ວ ພວກເຂົາ ກໍ ຈະ ຕອບ ພຣະອົງ ວ່າ, ‘ພຣະອົງ ເຈົ້າ ເອີຍ, ເມື່ອໃດ ພວກ ຂ້ານ້ອຍ ເຫັນ ພຣະອົງ ຫິວເຂົ້າ ຫລື ຫິວນໍ້າ ຫລື ເປັນ ແຂກບ້ານ ຫລື ເປືອຍກາຍ ຫລື ເຈັບປ່ວຍ ຫລື ຢູ່ ໃນຄຸກ ແລະ ພວກ ຂ້ານ້ອຍ ບໍ່ໄດ້ ບົວລະບັດ ພຣະອົງ?
\v 45 ຈອມ ກະສັດ ຈະ ຕອບ ພວກເຂົາ ວ່າ, ‘ເຮົາ ບອກ ພວກສູ ຕາມ ຄວາມຈິງ ວ່າ ເມື່ອ ພວກສູ ບໍ່ ໄດ້ ເຮັດ ສິ່ງເຫລົ່ານັ້ນ ແກ່ ຜູ້ໜຶ່ງ ໃນ ບັນ ດາ ຜູ້ ທີ່ຕ່ຳຕ້ອຍ ທີ່ສຸດ ພວກນີ້ ພວກສູ ກໍບໍ່ ໄດ້ ເຮັດ ແກ່ ເຮົາ ເໝືອນກັນ
\v 46 ແລ້ວ ພວກ ເຫລົ່ານີ້ ຈະ ຖືກ ສົ່ງ ໄປ ສູ່ ການ ລົງ ໂທດ ອັນ ຕະຫລອດໄປ ເປັນ ນິດ, ແຕ່ ພວກ ຊອບທຳ ຈະເຂົ້າ ສູ່ ຊີວິດນິຣັນດອນ.”
\s5
\c 26
\p
\v 1 ເມື່ອ ພຣະເຢຊູເຈົ້າ ກ່າວ ຖ້ອຍຄໍາ ເຫລົ່ານີ້ ຈົບ ແລ້ວ ພຣະອົງ ກໍ ບອກ ພວກ ສາວົກ ຂອງ ພຣະອົງ ວ່າ,
\v 2 “ພວກເຈົ້າຮູ້ຢູ່ ແລ້ວ ຍັງ ອີກ ສອງ ວັນ ຈະ ແມ່ນ ເທດສະການ ປັດສະຄາ ແລະ ບຸດ ມະນຸດ ຈະ ຖືກ ມອບ ໃຫ້ ພວກເຂົາ ຄຶງ ໄວ້ ທີ່ ໄມ້ກາງແຂນ.”
\s5
\v 3 ໃນ ເວລາ ນັ້ນ ພວກ ມະຫາ ປະໂຣຫິດ ແລະ ພວກ ເຖົ້າ ແກ່ ກໍໄດ້ ປະຊຸມ ກັນ ໃນ ເຮືອນ ຂອງ ມະຫາ ປະໂຣຫິດ ກາຢະຟາ
\v 4 ແລະ ວາງແຜນ ກົນ ອຸບາຍ ຈັບ ພຣະເຢຊູເຈົ້າ ເພື່ອ ເອົາ ພຣະອົງ ໄປຂ້າ.
\v 5 ພວກເຂົາ ເວົ້າວ່າ, “ພວກເຮົາ ບໍ່ຕ້ອງເຮັດໃນລະຫວ່າງເທດສະການ ຢ້ານວ່າປະຊາຊົນ ອາດຈ ະວຸ້ນວາຍຂຶ້ນ ກໍ ໄດ້. ”
\s5
\v 6 ໃນ ເວລາ ດຽວກັນ ນັ້ນ ພຣະເຢຊູເຈົ້າ ໄດ້ ໄປ ທີ່ເຮືອນ ຂອງ ຊີໂມນ ຜູ້ທີ່ ເຄີຍ ເປັນ ພະຍາດ ຂີ້ທູດ ໃນ ບ້ານ ເບັດທານີ.
\v 7 ຂະນະທີ່ ພຣະອົງ ນັ່ງ ຮັບ ປະທານ ອາຫານ ຢູ່ ນັ້ນ ກໍ ມີຍິງ ຜູ້ໜຶ່ງ ມາ ຫາ ພຣະອົງ ໂດຍ ຖື ເຕົ້າຫິນຂາວ ອັນ ໜຶ່ງ ຊຶ່ງ ເຕັມ ດ້ວຍ ນາໍ້ ມັນ ຫອມ ລາຄາ ແພງ ຫລາຍ ແລະ ນາງ ໄດ້ ຖອກ ລິນ ນໍ້າ ມັນ ຫອມ ນີ້ ຫົດ ສົງ ຫົວ ຂອງ ພຣະອົງ.
\v 8 ເມື່ອ ພວກ ສາວົກ ເຫັນ ເຫດການ ນີ້ ກໍເຄືອງ ໃຈ ຈຶ່ງ ເວົ້າ ຂຶ້ນວ່າ, “ເປັນ ຫຍັງ ຈຶ່ງ ເຮັດ ໃຫ້ ເສຍ ຂອງ ລ້າ ໆ ຢ່າງ ນີ້
\v 9 ເພາະ ຖ້າ ຂາຍ ນໍ້າມັນ ຫອມ ນີ້ ກໍ ຄົງ ໄດ້ ເງິນ ຫລວງຫລາຍ ແລະ ເອົາ ໄປ ແຈກ ທານ ໃຫ້ ຄົນ ຍາກຈົນ ກໍໄດ້. ”
\s5
\v 10 ພຣະເຢຊູເຈົ້າ ຮູ້ ຄວາມ ຄິດ ຂອງ ພວກເຂົາທີ່ ກຳ ລງັ ເວົ້າ ແລະ ພຣະອົງ ຈຶ່ງ ກ່າວ ວ່າ, “ພວກເຈົ້າ ກວນ ໃຈ ຍິງ ນີ້ ເຮັດ ຫຍັງ? ນາງ ໄດ້ ເຮັດ ສິ່ງ ທີ່ ດີ ງາມ ໃຫ້ ແກ່ ເຮົາ ແລ້ວ
\v 11 ດ້ວຍວ່າ, ຄົນ ຍາກຈົນ ມີ ຢູ່ ກັບ ພວກເຈົ້າ ສະເໝີ ແຕ່ ຝ່າຍ ເຮົາ ບໍ່ ຢູ່ ກັບ ພວກເຈົ້າສະເໝີ ໄປ.
\s5
\v 12 ນາງ ໄດ້ ຖອກ ນາໍ້ ຫອມ ນີ້ ຫົດ ສົງ ຮ່າງກາຍ ຂອງເຮົາ ເພື່ອ ຕຽມ ການ ປົງ ສົບ ຂອງເຮົາ.
\v 13 ເຮົາ ບອກ ພວກເຈົ້າ ຕາມ ຄວາມຈິງ ວ່າ, ທົ່ວ ທຸກ ບ່ອນ ໃນ ໂລກ ທີ່ ມີ ການ ປະກາດ ຂ່າວປະເສີດ ສິ່ງ ທີ່ ຍິງ ຜູ້ ນີ້ ໄດ້ ເຮັດ ຈະ ເປັນ ທີ່ ກ່າວ ກັນ ໄປ ເຖິງ ບ່ອນ ນັ້ນ ເພື່ອ ລະນຶກ ເຖິງ ນາງ.”
\s5
\v 14 ຕໍ່ມາ ຜູ້ໜຶ່ງ ໃນ ພວກ ສາວົກ ສິບ ສອງ ຄົນ ຄື ຜູ້ ທີ່ ຊື່ ວ່າ ຢູດາ ອິດສະກາຣີອົດ ກໍໄດ້ ໄປ ຫາ ບັນ ດາ ຫົວ ໜ້າປະໂຣຫິດ
\v 15 ແລະ ຖາມ ວ່າ, “ຖ້າ ຂ້ານ້ອຍ ມອບ ພຣະເຢຊູເຈົ້າ ໃຫ້ ພວກທ່ານ ພວກທ່ານ ຈະ ໃຫ້ ຂ້ານ້ອຍ ຫລາຍ ເທົ່າໃດ? ” ພວກເຂົາ ຈຶ່ງ ເອົາ ເງິນ ສາມສິບ ຫລຽນ ໃຫ້ ລາວ.
\v 16 ຕັ້ງແຕ່ ນັ້ນ ມາ ຢູດາ ກໍ ລໍ ຫາ ໂອກາດ ທີ່ ຈະ ມອບ ພຣະເຢຊູເຈົ້າ ໃຫ້ ພວກເຂົາ.
\s5
\v 17 ໃນ ວັນທີໜຶ່ງ ຂອງ ເທດສະການ ກິນເຂົ້າ ຈີ່ ບໍ່ ມີ ເຊື້ອ ແປ້ງ, ພວກ ສາວົກ ໄດ້ ມາ ຫາ ພຣະເຢຊູເຈົ້າ ແລະ ຖາມ ພຣະອົງ ວ່າ, “ທ່ານ ຢາກ ໃຫ້ ພວກ ຂ້ານ້ອຍ ຈັດ ແຈ່ງ ອາຫານ ປັດສະຄາ ສໍາລັບ ທ່ານ ຢູ່ ທີ່ໃດ? ”
\v 18 ພຣະອົງ ຊົງ ຕອບ ວ່າ, “ຈົ່ງ ເຂົ້າ ໄປ ຫາ ຄົນ ໜຶ່ງ ຢູ່ໃນ ນະຄອນ ແລະ ບອກ ລາວ ວ່າ, ‘ອາຈານ ບອກ ວ່າ, ເວລາ ຂອງເຮົາ ໃກ້ ເຂົ້າ ມາ ແລ້ວ ເຮົາ ຈະ ສະຫລອງ ປັດ ສະຄາ ທີ່ ບ້ານ ຂອງ ເຈົ້າ ພ້ອມ ກັບ ພວກ ສາວົກ ຂອງເຮົາ.
\v 19 ພວກ ສາວົກ ກໍ ປະຕິບັດ ຕາມ ທີ່ ພຣະເຢຊູເຈົ້າ ໄດ້ ບອກ ແລະ ໄດ້ ຈັດ ແຈ່ງ ອາຫານ ປັດສະຄາ ໄວ້.
\s5
\v 20 ເມື່ອ ເຖິງ ຕອນ ຄ່ຳ ມາ ພຣະເຢຊູເຈົ້າ ແລະ ສາວົກ ສິບສອງ ຄົນ ກໍ ຮ່ວມ ໂຕະ ອາຫານ ນໍາ ກັນ.
\v 21 ເມື່ອ ເວລາ ກໍາລັງ ຮັບປະທານ ອາຫານ ຢູ່ ນັ້ນ ພຣະອົງ ກ່າວ ວ່າ, “ເຮົາ ບອກ ພວກເຈົ້າ ຕາມ ຄວາມຈິງ ວ່າ ຜູ້ ໜຶ່ງ ໃນ ພວກເຈົ້າ ຈະ ທໍລະຍົດ ຕໍ່ ເຮົາ. ”
\v 22 ຝ່າຍ ພວກ ສາວົກ ກໍ ເປັນທຸກໃຈ ຫລາຍ ແລະ ທຸກຄົນ ຕ່າງ ກໍ ເລີ່ມ ຖາມ ພຣະອົງ ເທື່ອລະ ຄົນວ່າ, “ພຣະອົງ ເຈົ້າເອີຍ ຄົງ ຈະ ບໍ່ ແມ່ນ ຂ້ານ້ອຍ ຕີ້?”
\s5
\v 23 ພຣະເຢຊູເຈົ້າ ຕອບວ່າ, “ຜູ້ ທີ່ ຈ້ຳ ໃນຖ້ວຍຮ່ວມ ກັບ ເຮົາ ຜູ້ນັ້ນ ແຫລະ ຈະທໍລະຍົດ ຕໍ່ ເຮົາ.
\v 24 ບຸດ ມະນຸດຈ ະຕາຍໄປຕາມທີ່ ມີ ຂຽນໄວ້ ໃນພຣະຄໍາພີ ເຖິງ ເລື່ອງເພິ່ນ, ແຕ່ ໄພພິບັດ ຈະຕົກຖືກ ຜູ້ ທີ່ທໍລະຍົດ ຕໍ່ ບຸດມະນຸດ ຖ້າຄົນ ຜູ້ ນີ້ ບໍ່ ເກີດ ມາ ກໍ ຈະເປັນ ການດີ ກວ່າ. ”
\v 25 ຝ່າຍ ຢູດາ ຜູ້ ທີ່ ທໍລະຍົດ ຕໍ່ ພຣະອົງ ກໍ ເວົ້າ ຂຶ້ນວ່າ, “ອາຈານ ເອີຍ ທ່ານ ຄົງ ບໍ່ ໝາຍຄວາມວ່າ ແມ່ນ ຂ້ານ້ອຍ ຕີ້? ” ພຣະເຢຊູເຈົ້າ ຕອບ ວ່າ, “ເຈົ້າໄດ້ ເວົ້າເອງ.”
\s5
\v 26 ໃນ ລະຫວ່າງ ອາຫານ ວັນ ນັ້ນ ພຣະເຢຊູເຈົ້າໄດ້ ຈັບ ເອົາ ເຂົ້າຈີ່ ຂຶ້ນ ມາ ແລະ ໂມທະນາ ຂອບພຣະຄຸນ ພຣະອົງ ຫັກ ເຂົ້າຈີ່ນັ້ນ ແລະ ຍື່ນ ໃຫ້ ພວກ ສາວົກ ໂດຍ ກ່າວ ແກ່ ພວກເພິ່ນ ວ່າ, “ຈົ່ງ ຮັບ ກິນ ເຖີດ ນີ້ແຫລະ ແມ່ນ ກາຍ ຂອງເຮົາ.”
\s5
\v 27 ແລ້ວພຣະອົງ ກໍ ຈັບ ເອົາ ຈອກ ຂຶ້ນ ມາ ໂມທະນາ ຂອບພຣະຄຸນ ພຣະເຈົ້າ ແລະ ຍື່ນ ໃຫ້ ພວກ ສາວົກ ໂດຍ ກ່າວ ແກ່ ພວກເພິ່ນ ວ່າ, “ພວກເຈົ້າ ທຸກຄົນ ຈົ່ງດື່ມ,
\v 28 ນີ້ ແຫລະ ແມ່ນ ເລືອດ ຂອງເຮົາ ຊຶ່ງ ເປັນ ເລືອດ ແຫ່ງ ພັນທະສັນຍາ ຂອງ ພຣະເຈົ້າ ທີ່ ຫລັ່ງ ໄຫລ ອອກ ສໍາລັບ ຄົນ ຈຳນວນ ຫລາຍ ເພື່ອ ຄວາມ ຜິດ ບາບ ຈະ ໄດ້ຮັບການອະໄພ.
\v 29 ເຮົາບອກ ພວກເຈົ້າ ວ່າ ເຮົາ ຈະ ບໍ່ດື່ມ ນໍ້າ ອະງຸ່ນ ນີ້ ອີກ ຈັກ ເທື່ອ ຈົນ ກວ່າ ວັນ ນັ້ນ ມາ ເຖິງ ທີ່ ເຮົາ ຈະ ດື່ມ ນ້ຳ ອະງຸ່ນ ໃໝ່ ກັບ ພວກເຈົ້າ ໃນ ອານາຈັກ ແຫ່ງ ພຣະບິດາ ຂອງເຮົາ.”
\s5
\v 30 ເມື່ອ ພວກເພິ່ນ ຮ້ອງເພງສັນລະເສີນ ພຣະເຈົ້າ ບົດ ໜຶ່ງ ແລ້ວ ກໍ ພາກັນ ອອກໄປຍັງ ພູ ເຂົາ ໝາກກອກເທດ.
\v 31 ແລ້ວ ພຣະເຢຊູເຈົ້າ ກໍ ກ່າວ ແກ່ ພວກ ສາວົກວ່າ, “ໃນຄືນ ນີ້ ແຫລະ ພວກເຈົ້າ ທຸກຄົນ ຈະ ແລ່ນ ໜີ ຈາກ ເຮົາ ແລະ ປະຖິ້ມ ເຮົາ ໄປ ເພາະ ມີ ຂຽນ ໄວ້ ໃນ ພຣະຄໍາພີ ວ່າ, ‘ເຮົາຈະ ຂ້າ ຜູ້ ທີ່ລ້ຽງ ແກະ ແລະ ຝູງແກະ ຈະ ແຕກຊະ ກັນ ໄປ.
\v 32 ແຕ່ ຫລັງຈາກ ເຮົາ ເປັນ ຄືນ ມາ ຈາກ ຕາຍ ສູ່ ຊີວິດ ແລ້ວ ເຮົາ ຈະ ໄປ ທີ່ແຂວງ ຄາລີເລ ກ່ອນ ໜ້າ ພວກເຈົ້າ.”
\s5
\v 33 ເປໂຕ ຈຶ່ງ ເວົ້າ ຕໍ່ ພຣະເຢຊູເຈົ້າ ວ່າ, “ຂ້ານ້ອຍ ຈະ ບໍ່ໜີຈາກ ທ່ານ ໄປ ຈັກ ເທື່ອ ເຖິງ ແມ່ນ ວ່າ ທຸກຄົນ ໜີ ຈາກ ທ່ານ ໄປ ກໍຕາມ. ”
\v 34 ພຣະເຢຊູເຈົ້າ ກ່າວ ຕໍ່ ເປໂຕ ວ່າ, “ເຮົາ ບອກ ເຈົ້າ ຕາມ ຄວາມຈິງ ວ່າ ກ່ອນ ໄກ່ ຂັນ ໃນ ຄືນ ນີ້ ເຈົ້າ ຈະ ປະຕິເສດ ວ່າ ບໍ່ ຮູ້ຈັກ ເຮົາ ເຖິງ ສາມ ເທື່ອ. ”
\v 35 ເປໂຕ ກ່າວ ຕໍ່ພຣະອົງ ວ່າ, “ຂ້າ ນ້ອຍ ຈະ ບໍ່ ປະຕິເສດ ທ່ານ ຈັກ ເທື່ອ ເຖິງ ແມ່ນ ຂ້ານ້ອຍ ຈະ ຕ້ອງ ຕາຍ ກັບ ທ່ານ. ” ຝ່າຍ ພວກ ສາວົກ ທຸກຄົນ ກໍ ເວົ້າ ເໝືອນກັນ.
\s5
\v 36 ແລ້ວ ພຣະເຢຊູເຈົ້າ ກັບ ພວກ ສາວົກ ຂອງ ພຣະອົງ ກໍ ໄປ ຍັງ ບ່ອນ ໜຶ່ງ ທີ່ຊື່ວ່າ ເຄັດເຊມາເນ ແລະ ພຣະອົງ ໄດ້ ກ່າວ ແກ່ ພວກເພິ່ນ ວ່າ, “ຈົ່ງນັ່ງຢູ່ ທີ່ນີ້ ຂະນະທີ່ ເຮົາ ໄປ ພາວັນ ນາ ອະທິຖານ ໃນທີ່ ນັ້ນ. ”
\v 37 ພຣະອົງ ໄດ້ ເອົາ ເປໂຕ ກັບ ລູກຊາຍ ສອງ ຄົນ ຂອງ ເຊເບດາຍ ໄປ ນຳ ພຣະອົງ ຮູ້ສຶກ ໂສກເສົ້າ ແລະ ໜັກ ໜ່ວງ ຫລາຍ ໃນຈິດ ໃຈ
\v 38 ຈຶ່ງ ກ່າວ ແກ່ ພວກເພິ່ນ ວ່າ, “ຈິດ ໃຈ ຂອງເຮົາ ເປັນ ທຸກ ໜັກ ແທບ ຈະ ຕາຍ ຢູ່ ແລ້ວ ຈົ່ງ ເຝົ້າ ຄອຍ ຢູ່ ທີ່ນີ້ກັບ ເຮົາເທີ້ນ.”
\s5
\v 39 ພຣະອົງ ຍ່າງ ເລີຍໄປ ໄກ ໜ້ອຍ ໜຶ່ງ ໝູບ ໜ້າ ລົງ ກັບ ພື້ນ ແລະ ພາວັນ ນາ ອະທິຖານ ວ່າ, “ພຣະບິດາ ຂອງ ລູກ ເອີຍ ຖ້າ ເປັນ ໄປ ໄດ້ ຂໍ ໃຫ້ ຈອກ ແຫ່ງ ຄວາມ ທົນທຸກ ທໍລະມານ ນີ້ ເລື່ອນ ພົ້ນ ໄປ ຈາກ ລູກ ທ້ອນ ແຕ່ ເຖິງ ຢ່າງ ໃດ ກໍດີຂໍ ຢ່າ ໃຫ້ ເປັນ ໄປ ຕາມ ໃຈ ປາຖະໜາ ຂອງ ລູກ ແຕ່ ໃຫ້ ເປັນ ໄປ ຕາມ ຄວາມປະສົງ ຂອງ ພຣະອົງ. ”
\v 40 ແລ້ວ ພຣະອົງ ກໍ ກັບ ຄືນ ມາ ຫາ ສາວົກ ແລະ ເຫັນ ພວກເພິ່ນ ນອນ ຫລັບ ຢູ່ ພຣະອົງ ຈຶ່ງ ກ່າວ ຕໍ່ ເປໂຕ ວ່າ, “ເປັນ ຈັ່ງ ໃດ ພວກເຈົ້າ ຈຶ່ງ ບໍ່ສາມາດ ເຝົ້າ ຄອຍ ຢູ່ ກັບ ເຮົາ ໄດ້ ແມ່ນແຕ່ ຊົ່ວ ໂມງ ດຽວ?
\v 41 ຈົ່ງ ເຝົ້າ ລະວັງ ແລະ ພາວນັ ນາ ອະທິຖານ ຢູ່ ເພື່ອ ພວກເຈົ້າ ຈະ ບໍ່ຕົກ ໃນ ການ ທົດ ລອງ ຈິດ ໃຈ ພ້ອມ ຢູ່ ແລ້ວ ກໍ ຈິງ ແຕ່ ຮ່າງກາຍ ກໍ ອ່ອນແຮງ.”
\s5
\v 42 ພຣະອົງ ສະເດັດ ໄປ ອີກ ເທື່ອ ທີ ສອງ ກໍໄດ້ ພາວນັ ນາ ອະທິຖານ ວ່າ, “ພຣະບິດາ ຂອງ ລູກ ເອີຍ ຖ້າ ລູກ ຈຳ ເປັນ ຕ້ອງ ດື່ມ ຈອກ ແຫ່ງ ຄວາມ ທົນ ທຸກ ທໍລະມານ ນີ້ ກໍໃຫ້ ເປັນ ໄປ ຕາມ ຄວາມປະສົງ ຂອງ ພຣະອົງ ເທີ້ນ. ”
\v 43 ພຣະອົງ ໄດ້ ກັບ ມາ ເທື່ອ ໜຶ່ງ ອີກ ແລະ ເຫນັ ພວກ ສາວົກ ນອນ ຫລັບ ຢູ່ ພວກເພິ່ນບໍ່ ສາມາດ ມືນຕາ ຂຶ້ນ ໄດ້.
\v 44 ພຣະອົງ ຈຶ່ງ ປະ ພວກເພິ່ນ ໄວ້ ແລ້ວ ໄປ ອີກ ເພື່ອ ພາວນັ ນາ ອະທິຖານ ເປັນ ເທື່ອ ທີ ສາມ ໂດຍ ກ່ າວ ຖ້ອຍຄໍາ ຢ່າງ ດຽວກັນ.
\s5
\v 45 ແລ້ວ ພຣະອົງ ກໍ ກັບ ມາ ຫາ ພວກ ສາວົກ ແລະ ກ່າວ ວ່າ, “ພວກເຈົ້າ ຍັງ ພັກ ຜ່ອນ ນອນ ຫລັບ ຢູ່ ບໍ? ເບິ່ງ ດູ ເວລາ ມາ ເຖິງ ແລ້ວ ບຸດ ມະນຸດ ກຳ ລັງ ຈະ ຖືກ ມອບ ໄວ້ ໃນ ກຳ ມື ຂອງ ຄົນ ບາບ ທັງ ຫລາຍ.
\v 46 ຈົ່ງ ລຸກ ຂຶ້ນ ພາກັນ ໄປ ເທາະ ເບິ່ງ ແມ! ຄົນ ທີ່ຈະ ມອບ ເຮົາ ໄວ້ ກໍມາ ທີ່ ນີ້ ແລ້ວ.”
\s5
\v 47 ພຣະເຢຊູເຈົ້າ ກ່າວ ຍັງ ບໍ່ທັນ ຂາດຄໍາ ຜູໜຶ່ງ ໃນ ສາວົກ ສິບສອງ ຄົນ ນັ້ນ ຄື ຢູດາ ກໍ ມາ ຮອດ ພ້ອມ ກັບ ຄົນ ຈຳ ນວນ ຫລວງຫລາຍ ທີ່ ຖື ດ າບ ແລະ ໄມ້ຄ້ອນ ມາ ຈາກ ພວກ ຫົວ ໜ້າ ປະໂຣຫິດ ແລະ ພວກ ເຖົ້າແກ່.
\v 48 ຢູດາ ຜູ້ ທີ່ຈະ ມອບ ພຣະອົງ ໄວ້ ນັ້ນ ໄດ້ ໃຊ້ ສັນຍານ ບອກ ພວກເຂົາວ່າ, “ຜູ້ໃດ ທີ່ຂ້ອຍ ຄໍານັບ ແລະ ຈູບ ແມ່ນ ຜູ້ ນັ້ນ ແຫລະ ໃຫ້ ພວກເຈົ້າຈັບ ກຸມ ເອົາໄວ້. ”
\s5
\v 49 ຢູດາ ຍ່າງ ເຂົ້າ ໄປ ຫາ ພຣະເຢຊູເຈົ້າ ແລະ ເວົ້າ ວ່າ, “ສະບາຍ ດີ ທ່ານ ອາຈານ. ” ແລ້ວ ລາວ ກໍ ຈູບ ພຣະອົງ ຢ່າງ ຮັກແພງ.
\v 50 ພຣະເຢຊູເຈົ້າ ຕອບ ວ່າ, “ສະຫາຍ ເອີຍ ຈົ່ງ ເຮັດ ຕາມ ສິ່ງ ທີ່ເຈົ້າ ຕັ້ງໃຈ ໄວ້ ສາ. ” (ຜ) ແລ້ວ ພວກເຂົາ ກໍ ເຂົ້າ ໄປຈັບ ກຸມພຣະເຢຊູເຈົ້າ ໄວ.
\s5
\v 51 ໃນ ຂະນະນັ້ນ ມີ ຄົນ ໜຶ່ງ ໃນ ພວກ ທີ່ ໄປ ກັບ ພຣະເຢຊູເຈົ້າ ຊັກ ດາບຂອງຕົນ ອອກຟັນ ຫູ ຂອງ ຄົນ ຮັບ ໃຊ້ຂອງ ມະຫາ ປະໂຣຫິດ ເບື້ອງ ໜຶ່ງ ຂາດ
\v 52 ພຣະເຢຊູເຈົ້າ ຈຶ່ງ ບອກຜູ້ນັ້ນ ວ່າ, “ຈົ່ງ ເອົາ ດາບຂອງ ເຈົ້າມ້ຽນໃສ່ ຝັກ ໄວ້ ສາ ເພາະວ່າຜູ້ ທີ່ ໃຊ້ ດາບກໍ ຈະຕາຍ ດ້ວຍດາບ.
\v 53 ເຈົ້າບໍ່ຮູ້ ບໍ່ວ່າ ເຮົາ ເອີ້ນ ຫາພຣະບິດາ ຂອງເຮົາ ໃຫ້ ຊ່ວຍເຫລືອ ໄດ້ ແລະໃນທັນ ທີ ພຣະອົງ ຈະໃຊ້ຝູງເທວະດາຫລາຍກວ່າສິບສອງກອງທັບ ມາ ຊ່ວຍ ເຮົາ.
\v 54 ຖ້າ ຢ່າງ ນັ້ນ ພຣະຄໍາພີ ທີ່ກ່າວວ່າ, ຈຳ ເປັນ ຕ້ອງເກີດ ຂຶ້ນ ຢ່າງນັ້ນ ຈະສຳເລັດ ໄດ້ ຢ່າງໃດ?”
\s5
\v 55 ແລ້ວ ພຣະເຢຊູເຈົ້າ ກໍ ກ່າວ ຕໍ່ ປະຊາຊົນ ວ່າ, “ພວກເຈົ້າຖືດາບ ຖື ໄມ້ຄ້ອນ ມາ ຈັບ ເຮົາ ເໝືອນ ດັ່ງ ຈັບ ໂຈນ ຊັ້ນບໍ? ທຸກໆ ວັນ ເຮົາ ໄດ້ ນັ່ງ ສັ່ງ ສອນ ຢູ່ ໃນ ບໍລິເວນ ພຣະວິຫານ ແຕ່ ພວກເຈົ້າ ບໍ່ໄດ້ ຈັບ ເຮົາ.
\v 56 ແຕ່ ເຫດການ ທັງໝົດ ນີ້ ໄດ້ ເກີດ ຂຶ້ນ ກໍ ເພື່ອ ໃຫ້ ສໍາເລັດ ຕາມ ທີ່ພວກ ຜູ້ທຳນວາຍ ໄດ້ ຂຽນ ໄວ້ ໃນ ພຣະຄໍາພີ. ”ເມື່ອນັ້ນ ພວກ ສາວົກ ທຸກຄົນ ໄດ້ ປະຖິ້ມ ພຣະອົງ ແລະ ແລ່ນ ປົບ ໜີໄປ.
\s5
\v 57 ພວກທີ່ ຈັບ ພຣະເຢຊູເຈົ້າ ນັ້ນ ໄດ້ ພາ ພຣະອົງ ໄປ ຍັງ ເຮືອນ ຂອງ ມະຫາ ປະໂຣຫິດ ກາຢະຟາ ບ່ອນ ທີ່ ພວກ ທຳມະຈານ ກັບ ພວກ ເຖົ້າແກ່ ໄດ້ ມາ ປະຊຸມ ກັນ ຢູ່.
\v 58 ສ່ວນ ເປໂຕ ກໍ ຕິດຕາມ ພຣະອົງ ໄປ ໃນ ໄລຍະ ຫ່າງ ໆ ຈົນ ມາ ເຖິງ ເດີ່ນ ບ້ານ ຂອງ ມະຫາປະໂຣຫິດ, ແລ້ວລາວ ກໍ ເຂົ້າໄປ ນັ່ງ ທີ່ເດີ່ນ ບ້ານ ຮ່ວມ ກັບ ພວກ ທະຫານ ຍາມ ເພື່ອ ຊອມ ເບິ່ງ ວ່າ ເລື່ອງນັ້ນ ຈະ ສິ້ນ ສຸດ ລົງ ຢ່າງ ໃດ.
\s5
\v 59 ບັນດາ ຫົວ ໜ້າປະໂຣຫິດ ແລະ ບັນດາ ສະມາຊິກ ສະພາ ຫາ ພະຍານ ຫລັກ ຖານ ບໍ່ ຈິງ ຂຶ້ນ ມາ ຕໍ່ສູ້ ພຣະອົງ ເພື່ອ ໃຫ້ ພຣະອົງ ຖືກ ໂທດ ປະຫານ,
\v 60 ແຕ່ ພວກເຂົາ ຫາ ຫລັກ ຖານ ບໍ່ ໄດ້ ເຖງິ ແມນ ວ່າ ມີ ຫລາຍ ຄົນ ອອກ ມາ ກ່າວຫາ ພຣະອົງ ໂດຍ ບໍ່ ມີ ມູນ ຄວາມຈິງ ກໍຕາມ ໃນ ທີ່ ສຸດ ກໍ ມີ ສອງ ຄົນ ອອກ ມາ
\v 61 ແລະ ກ່າວຫາ ວ່າ, “ຄົນ ນີ້ ແຫລະ ໄດ້ ເວົ້າວ່າ, ‘ເຮົາ ສາມາດ ມ້າງ ພຣະວິຫານ ຂອງ ພຣະເຈົ້າ ລົງ ແລະ ສ້າງ ຂຶ້ນ ໃໝ່ ໄດ້ ພາຍ ໃນ ສາມ ວັນ.
\s5
\v 62 ມະຫາ ປະໂຣຫິດ ຢືນ ຂຶ້ນ ແລະ ເວົ້າ ຕໍ່ພຣະເຢຊູເຈົ້າວ່າ, “ເຈົ້າ ບໍ່ ຕອບ ຫຍັງ ບໍ? ຂໍ້ ກ່າວຫາ ຕໍ່ສູ້ ເຈົ້າ ເຫລົ່ານີ້ ເປັນ ແນວ ໃດ? ”
\v 63 ແຕ່ ພຣະເຢຊູເຈົ້າ ມິດງຽບ ຢູ່ ແລ້ວ ມະຫາ ປະໂຣຫິດ ໄດ້ ເວົ້າ ຕໍ່ ພຣະອົງ ອີກ ວ່າ, “ໃນ ນາມ ຂອງ ພຣະເຈົ້າ ອົງ ຊົງ ຊີວິດ ຢູ່ ໃຫ້ ເຈົ້າ ສາບານ ວ່າ, ‘ເຈົ້າເປັນ ພຣະຄຣິດ ພຣະບຸດ ຂອງ ພຣະເຈົ້າ.
\v 64 ພຣະເຢຊູເຈົ້າ ຊົງ ຕອບ ວ່າ, “ດັ່ງ ທີ່ ເຈົ້າ ເວົ້ານັ້ນ ແລ້ວ, ແຕ່ ຫລາຍກວ່າ ນັ້ນອີກ ເຮົາ ບອກ ພວກເຈົ້າວ່າ ໃນ ເວລາ ຕໍ່ ໄປ ພວກເຈົ້າຈະ ເຫັນ ບຸດ ມະນຸດ ນັ່ງ ຢູ່ ເບຶື້ອງ ຂວາ ຂອງ ຜູ້ ຊົງ ຣິດ ອໍານາດ ຍິ່ງ ໃຫຍ່ ແລະ ກຳ ລັງ ສະເດັດ ມາ ເທິງ ເມກ ໃນ ສະຫວັນ ”
\s5
\v 65 ເມື່ອ ໄດ້ຍິນ ດັ່ງ ນັ້ນ ມະຫາ ປະໂຣຫິດ ກໍ ຈີກ ເສື້ອ ຂອງຕົນ ແລ້ວເວົ້າ ຂຶ້ນ ວ່າ, “ມັນ ໄດ້ ເວົ້າ ໝິ່ນປະໝາດ ພຣະເຈົ້າ ແລ້ວ ພວກເຮົາ ຍັງ ຈະ ຕ້ອງການ ພະຍານ ຫຍັງ ຕື່ມ ອີກ? ນີ້ ແຫລະ ພວກເຈົ້າ ໄດ້ຍິນ ຄໍາ ເວົ້າ ໝິ່ນ ປະໝາດ ພຣະເຈົ້າແລ້ວ
\v 66 ພວກເຈົ້າຄິດ ເຫັນຢ່າງ ໃດ? ” ພວກເຂົາ ຕອບ ວ່າ, “ມັນ ຜິດ ແລະ ສົມ ຄວນ ຕາຍ.”
\s5
\v 67 ແລ້ວພວກ ເຂົາ ກໍຖົ່ມ ນ້ຳລາຍ ໃສ່ ໜ້າ ພຣະເຢຊູເຈົ້າ ແລະ ຕົບ ຕີ ພຣະອົງ ສ່ວນ ພວກ ທີ່ ຕົບ ໜ້າ ພຣະອົງ
\v 68 ກໍ ເວົ້າ ເຢາະເຢີ້ຍວ່າ, “ເຈົ້າພຣະຄຣິດ ທວາຍ ເບິ່ງ ດູ ວ່າ ແມ່ນ ຜູ້ໃດ ຕີ ມຶງ?”
\s5
\v 69 ຝ່າຍ ເປໂຕ ທ່ີ່ນັ່ງ ຢູ່ ຂ້າງ ນອກ ໃນ ເດີ່ນ ບ້ານ ເມື່ອ ສາວ ໃຊ້ ຄົນ ໜຶ່ງ ໄດ້ ຍ່າງ ມາ ຫາ ແລະ ເວົ້າ ວ່າ, “ເຈົ້າເຄີຍ ໄປມາ ກັບ ເຢຊູ ໄທ ຄາລີເລ ເໝືອນກັນ. ”
\v 70 ແຕ່ ເປໂຕ ໄດ້ ຕອບ ປະຕິເສດ ຕໍ່ ໜ້າທຸກຄົນ ວ່າ, “ຂ້ອຍ ບໍ່ ຮູ້ ເລື່ອງ ທີ່ ເຈົ້າ ໄດ້ ເວົ້າ ມານັ້ນ.”
\s5
\v 71 ແລ້ວລາວ ກໍ ຍ່າງ ໄປ ທາງ ປະຕູ ເດີ່ນ ບ້ານ ສາວ ໃຊ້ ຄົນອື່ນ ເຫັນ ລາວ ຈຶ່ງ ເວົ້າ ກັບ ຄົນ ທີ່ ຢືນ ຢູ່ ໃນ ບ່ອນ ນັ້ນວ່າ, “ຄົນ ນີ້ ແຫລະ ເຄີຍ ໄປມາ ກັບ ເຢຊູ ໄທ ນາຊາເຣັດ. ”
\v 72 ເປໂຕ ໄດ້ ປະຕິເສດ ອີກ ໂດຍ ສາບານ ວ່າ, “ຂ້ອຍ ບໍ່ ຮູ້ ຈັກ ຄົນ ນັ້ນ.”
\s5
\v 73 ຫລັງ ຈາກ ນັ້ນ ໜ້ອຍ ໜຶ່ງ ຄົນ ທີ່ ຢືນ ຢູ່ ບ່ອນ ນັ້ນ ກໍ ມາ ຫາ ເປໂຕ ແລະ ເວົ້າ ວ່າ, “ເຈົ້າ ເປັນ ພັກ ພວກ ຂອງ ຄົນ ເຫລົ່າ ນັ້ນ ແທ້. ດ້ວຍວ່າ, ສໍານຽງ ຄໍາເວົ້າ ຂອງ ເຈົ້າ ກໍ ສໍ່ ໃຫ້ ຮູ້ ແລ້ວ. ”
\v 74 ແລ້ວ ເປໂຕ ໄດ້ ຕັ້ງ ຕົ້ນ ສາບແຊ່ງ ຕົນ ເອງ ແລະ ສາບານ ຕໍ່ ພວກເຂົາ ວ່າ, “ຂ້ອຍ ບໍ່ຮູ້ຈັກ ຊາຍ ຄົນ ນັ້ນ. ” ໃນ ທັນ ໃດນັ້ນ ໄກ່ ກໍ ຂັນ
\v 75 ແລະ ເປໂຕ ກໍ ສໍານຶກ ໄດ້ ເຖິງ ຄໍາເວົ້າ ທີ່ ພຣະເຢຊູເຈົ້າ ໄດ້ ກ່າວ ໄວ້ ວ່າ, “ກ່ອນ ໄກ່ ຂັນ ເຈົ້າ ຈະ ປະຕິເສດ ວ່າ ບໍ່ ຮູ້ຈັກ ເຮົາ ເຖິງ ສາມ ເທື່ອ. ” ແລ້ວລາວ ກໍ ອອກ ໄປ ຂ້າງ ນອກ ແລະ ຮ້ອງໄຫ້ ຢ່າງ ຂົມ ຂື່ນ ໃນ ຈິດໃຈ.
\s5
\c 27
\p
\v 1 ວັນ ຕໍ່ມາ ແຕ່ ເຊົ້າ ໆ ພວກ ຫົວ ໜ້າ ປະໂຣຫິດ ກັບ ພວກ ເຖົ້າ ແກ່ ທຸກຄົນ ໄດ້ ວາງແຜນ ຕໍ່ ສູ້ ພຣະເຢຊູເຈົ້າ ເພື່ອ ປະຫານ ຊີວິດ ພຣະອົງ.
\v 2 ພວກເຂົາ ລ່າມໂສ້ ພຣະອົງ ແລະ ນຳ ພຣະອົງ ໄປ ມອບ ໃຫ້ ປີລາດ ຜູ້ ປົກ ຄອງ ຊາວ ໂຣມ.
\s5
\v 3 ເມື່ອ ຢູດາ ຄົນ ທໍລະຍົດ ໄດ້ ຮູ້ ວ່າ ພຣະເຢຊູເຈົ້າ ຕ້ອງ ຖືກ ໂທດ ເຖິງ ຕາຍ ລາວ ກໍ ສຳນຶກ ຜີດກິນ ແໜງໃຈ. ດັ່ງ ນັ້ນ ລາວ ຈຶ່ງ ນຳ ເງິນ ສາມສິບ ຫລຽນ ໄປ ຄືນ ໃຫ້ ພວກ ຫົວ ໜ້າປະໂຣຫິດ ແລະ ພວກ ເຖົ້າແກ່.
\v 4 ແລະ ກ່າວ ວ່າ, “ຂ້ານ້ອຍ ຜິດ ໄປ ແລ້ວ ໂດຍ ມອບ ຄົນ ທີ່ບໍ່ມີຄວາມຜິດ ໃຫ້ ເຖິງແກ່ ຄວາມ ຕາຍ. ” ພວກເຂົາ ຕອບ ວ່າ, “ເລື່ອງ ນັ້ນ ເປັນ ທຸລະ ອັນ ໃດ ກັບ ເຮົາ ແມ່ນ ທຸລະ ຂອງ ເຈົ້າເອງ. ”
\v 5 ຢູດາ ໄດ້ ຖິ້ມ ເງິນ ໄວ້ ໃນ ພຣະວິຫານ ແລະ ອອກ ໜີໄປ ແລ້ວ ລາວ ກໍ ໄປ ຜູກ ຄໍ ຕາຍ.
\s5
\v 6 ພວກ ຫົວ ໜ້າ ປະໂຣຫິດ ຈັບ ເອົາ ເງິນ ຫລຽນ ຂຶ້ນ ມາ ແລະ ເວົ້າ ວ່າ, “ນີ້ ແມ່ນ ເງິນ ເລືອດ ແລະ ເປັນ ການ ຜິດ ກົດ ບັນ ຍັດ ທີ່ ພວກເຮົາ ຈະ ເອົາ ໄປ ໄວ້ ໃນ ຄັງ ຂອງ ວິຫານ. ”
\v 7 ຫລັງ ຈາກ ພວກເຂົາ ໄດ້ ປຶກສາ ກັນ ເປັນ ທີ່ ຕົກ ລົງ ແລ້ວ ກໍ ເອົາ ເງິນ ນີ້ ໄປ ຊື້ ນາ ຂອງ ຊ່າງ ປັ້ນ ໝໍ້ ເພື່ອໃຫ້ ເປັນ ບ່ອນ ຝັງ ສົບ ສໍາລັບ ຄົນ ຕ່າງດ້າວ.
\v 8 ດັ່ງນັ້ນແຫລະ ນາ ທົ່ງນີ້ ຈຶ່ງ ມີ ຊື່ ວ່າ, “ນາເລືອດ” ຈົນ ເຖິງທຸກວັນນີ້.
\s5
\v 9 ເຫດການ ນີ້ ກໍ ສຳເລັດ ຕາມ ທີ່ ຜູ້ທຳນວາຍ ເຢເຣມີຢາ ໄດ ກ່າວ ໄວ້ ວ່າ, “ພວກເຂົາ ໄດ້ ເອົາ ເງິນ ສາມສິບ ຫລຽນ ຊຶ່ງ ເປັນ ລາຄາ ຜູ້ ທີ່ ພວກເຂົາ ຄາດ ລາຄາ ໄວ້ ຄື ປະຊາຊົນ ອິດສະຣາເອນ ໄດ້ ຕີລາຄາ ນັ້ນ
\v 10 ແລະ ພວກເຂົາ ໃຊ້ ເງິນ ນັ້ນ ເພື່ອ ຊື້ ນາ ຂອງ ຊ່າງ ປັ້ນ ໝໍ້ ຕາມ ທີ່ ອົງ ພຣະ ຜູ້ ເປັນ ເຈົ້າ ໄດ້ ສັ່ງ ຂ້າພະເຈົ້າໄວ້. ”
\s5
\v 11 ເມື່ອ ພຣະເຢຊູເຈົ້າ ໄດ້ ມາ ຢືນ ຢູ່ ຕໍ່ໜ້າ ຜູ້ ປົກ ຄອງ ຊາວ ໂຣມ ແລ້ວ ເພິ່ນ ຈຶ່ງ ຖາມ ພຣະອົງ ວ່າ, “ເຈົ້າ ເປັນ ກະສັດ ຂອງ ຊາວ ຢິວ ບໍ? ” ພຣະເຢຊູເຈົ້າ ຕອບ ວ່າ, “ທ່ານ ເວົ້າ ດັ່ງ ນັ້ນ ແລ້ວ. ”
\v 12 ແຕ່ ຂໍ້ ກ່າວໂທດ ຂອງ ພວກ ຫົວ ໜ້າປະໂຣຫິດ ແລະ ພວກ ເຖົ້າ ແກ່ ນັ້ນ ພຣະອົງ ບໍ່ ຕອບ ຫຍັງ ເລີຍ.
\v 13 ດັ່ງນັ້ນ ປີລາດ ຈຶ່ງ ເວົ້າ ຕໍ່ພຣະອົງ ວ່າ, “ເຈົ້າ ບໍ່ໄດ້ຍິນ ເລື່ອງ ທັງ ຫລາຍ ທີ່ພວກເຂົາ ກ່າວຫາ ບໍ? ”
\v 14 ແຕ່ ພຣະເຢຊູເຈົ້າ ບໍ່ ຕອບ ຈັກ ຄໍາ ຈົນ ຜູ້ປົກຄອງ ປະຫລາດ ໃຈຫລາຍ.
\s5
\v 15 ໃນ ເທດສະການ ປັດສະຄາ ທຸກ ໆ ປີ ຜູ້ປົກຄອງຊາວໂຣມ ເຄີຍ ປ່ອຍ ນັກໂທດ ຄົນໜຶ່ງ ໃຫ້ ເປັນອິດສະຫລະ ຕາມ ທີ່ປະຊາຊົນ ຂໍຮ້ອງ.
\v 16 ໃນ ສະໄໝ ນັ້ນ ມີ ນັກໂທດ ຜູ້ໜຶ່ງ ທີ່ຄົນ ຮູັຈັກ ທົ່ວ ໄປ ຊື່ວ່າ ເຢຊູ ບາຣາບາ.
\s5
\v 17 ເມື່ອ ປະຊາຊົນ ມາ ຮ່ວມ ຊຸມນຸມ ກັນ ແລ້ວ ປີລາດ ຈຶ່ງ ຖາມ ວ່າ, “ພວກທ່ານ ຢາກ ໃຫ້ ຂ້າພະເຈົ້າ ປ່ອຍ ຜູ້ໃດ? ເຢຊູ ບາຣາບາ ຫລື ເຢຊູ ຜູ້ ທີ່ ເອີ້ນ ວ່າ ພຣະຄຣິດ? ”
\v 18 ເພາະ ປີລາດ ຮູ້ ດີວ່າ ພວກ ຜູ້ນຳສາສະໜາຢິວ ໄດ້ ມອບ ພຣະເຢຊູເຈົ້າ ໄວ້ ດ້ວຍ ໃຈອິດສາ.
\v 19 ຂະນະທີ່ ປີລາດ ນັ່ງ ຢູ່ບ່ອນ ຕັດ ສິນ ຄວາມ ນັ້ນ ເມຍ ຂອງ ເພິ່ນ ກໍ ໃຊ້ ຄົນ ມາ ບອກ ເພິ່ນ ວ່າ, “ຢ່າ ໄດ້ ພົວພັນ ກັບ ເລື່ອງ ຂອງ ຄົນ ບໍ່ ມີ ຄວາມຜິດ ນັ້ນ ເພາະ ວັນ ນີ້ ນ້ອງ ເປັນ ທຸກ ໜັກ ໃຈ ຍ້ອນ ຄວາມຝັນ ກ່ຽວກັບ ຜູ້ນັ້ນ.”
\s5
\v 20 ພວກ ຫົວ ໜ້າ ປະໂຣຫິດ ກັບ ພວກ ເຖົ້າແກ່ ໄດ້ ຍຸຍົງ ປະຊາຊົນ ຂໍ ໃຫ້ ປ່ອຍ ບາຣາບາ ແລະ ໃຫ້ ປະຫານ ພຣະເຢຊູເຈົ້າ.
\v 21 ແຕ່ ປີລາດ ຖາມ ປະຊາຊົນ ວ່າ, “ໃນ ສອງ ຄົນ ນີ້ ພວກທ່ານ ຢາກ ໃຫ້ ຂ້າພະເຈົ້າ ປ່ອຍ ຜູ້ໃດ ໃຫ້ ພວກທ່ານ? ” ພວກເຂົາ ຕອບ ວ່າ, “ບາຣາບາ”.
\v 22 ແລ້ວ ປີລາດ ຈຶ່ງ ຖາມ ພວກເຂົາ ວ່າ, “ຖ້າຢ່າງນັ້ນ ພວກທ່ານ ຈະ ໃຫ້ ຂ້າພະເຈົ້າ ເຮັດ ຢ່າງ ໃດ ແກ່ ເຢຊູ ຜູ້ທີ່ ເອີ້ນ ວ່າ ພຣະຄຣິດ? ” ພວກເຂົາ ພາກັນ ຕອບ ວ່າ, “ໃຫ້ ຄຶງ ໄວ້ ທີ່ ໄມ້ກາງແຂນ.”
\s5
\v 23 ແຕ່ ປີລາດຖາມວ່າ, “ຄົນ ຜູ້ ນີ້ ໄດ້ ເຮັດ ຜິດ ຫຍັງ? ” ແລ້ວ ພວກເຂົາ ກໍ ຮ້ອງ ດັງ ແຮງ ຂຶ້ນ ຈົນ ສຸດ ສຽງ ວ່າ, “ຄຶງ ໄວ້ ທີ່ ໄມ້ກາງແຂນ. ”
\v 24 ເມື່ອ ປີລາດ ເຫັນ ວ່າ ບໍ່ ມີ ຜົນ ຫຍັງ ມີ ແຕ່ ການ ວຸ້ນວາຍ ກໍາລັງ ເກີດຂຶ້ນ. ສະນັ້ນ ເພິ່ນ ຈຶ່ງ ເອົາ ນໍ້າ ມາ ລ້າງ ມື ຕໍ່ໜ້າປະຊາຊົນ ແລະ ເວົ້າວ່າ, “ຂ້າພະເຈົ້າ ບໍ່ຂໍຮັບ ຜິດ ຊອບ ໃດ ໆ ສໍາລັບ ຄວາມ ຕາຍ ຂອງ ຊາຍ ຄົນນີ້ ແຕ່ ແມ່ນ ພວກທ່ານ ເອງ ທີ່ ຕ້ອງ ຮັບ ຜິດ ຊອບ.”
\s5
\v 25 ປະຊາຊົນ ທັງ ໝົດ ຕອບ ວ່າ, “ໃຫ້ ໂທດ ເລື່ອງ ຄວາມ ຕາຍ ຂອງ ລາວ ຕົກ ຖືກ ພວກເຮົາ ແລະ ລູກຫລານ ຂອງ ພວກເຮົາ. ”
\v 26 ແລ້ວ ປີລາດ ກໍປ່ອຍ ບາຣາບາ ໃຫ້ ພວກເຂົາ ແລະ ເມື່ອ ໃຫ້ພວກເຂົາ ຂ້ຽນ ພຣະເຢຊູເຈົ້າ ແລ້ວເພິ່ນ ໄດ້ ມອບ ພຣະອົງ ໃຫ້ ຄຶງ ໄວ້ ທີ່ໄມ້ກາງແຂນ.
\s5
\v 27 ແລ້ວ ພວກ ທະຫານ ຂອງ ປີລາດ ກໍ ນຳ ພຣະເຢຊູເຈົ້າ ເຂົ້າ ໄປ ໃນ ເດີ່ນ ບ້ານ ຂອງ ຜູ້ ປົກຄອງ ແລະ ໃຫ້ ທະຫານ ທັງ ກອງຮ້ອຍ ມາ ເຕົ້າໂຮມ ກັນ ອ້ອມ ພຣະອົງ.
\v 28 ພວກເຂົາ ດຶງ ເຄື່ອງ ນຸ່ງ ຂອງ ພຣະອົງ ອອກ ແລະ ເອົາ ເສື້ອ ຄຸມ ສີແດງ ສົດ ມາ ນຸ່ງ ໃຫ້ ພຣະອົງ.
\v 29 ພວກເຂົາ ໄດ້ ເອົາເຄືອໜາມ ຖັກ ເປັນ ໂຄ້ງ ແທນ ມົງ ກຸດ ສຸບ ໃສ່ ຫົວ ຂອງ ພຣະອົງ ແລະ ເອົາ ໄມ້ອໍ້ໃສ່ ມື ເບື້ອງ ຂວາ ໃຫ້ ພຣະອົງຖື ແລ້ວພວກເຂົາ ກໍ ຄຸເຂົ່າລົງ ຕໍ່ໜ້າ ພຣະອົງ ແລະ ເວົ້າ ເຢາະເຢີ້ຍ ວ່າ, “ຂໍ ໃຫ້ກະສັດ ຂອງ ຊາດຢິວ ຈົ່ງ ຊົງພຣະຈະເລີນເທີ້ນ.”
\s5
\v 30 ພວກເຂົາ ໄດ້ ຖົ່ມ ນ້ຳລາຍ ໃສ່ ພຣະອົງ ແລະ ດຶງເອົາ ໄມ້ອໍ້ທີ່ ພຣະອົງ ຖື ນັ້ນ ມາ ຕີ ຫົວ ຂອງ ພຣະອົງ.
\v 31 ເມື່ອ ເຢາະເຢີ້ຍ ພຣະອົງ ແລ້ວ ພວກເຂົາ ຈຶ່ງ ໄດ້ ຖອດ ເສື້ອ ຄຸມ ອອກ ແລະ ໄດ້ ເອົາ ເຄື່ອງ ນຸ່ງ ຂອງ ພຣະອົງ ມານຸ່ງ ໃຫ້ ພຣະອົງຄືນ ແລ້ວ ພວກເຂົາ ກໍ ພາ ພຣະອົງ ອອກ ໄປ ເພື່ອ ຄຶງ ໄວ້ ທີ່ ໄມ້ກາງແຂນ.
\s5
\v 32 ຂະນະທີ່ ກໍາລັງ ອອກ ໄປ ນັ້ນ ພວກເຂົາ ໄດ້ ພົບຊາຍ ຊາວກີເຣເນ ຄົນ ໜຶ່ງຊື່ວ່າ ຊີໂມນ, ຈຶ່ງເກນ ລາວ ໃຫ້ ແບກ ໄມ້ກາງແຂນ ຂອງ ພຣະເຢຊູເຈົ້າ.
\v 33 ເມື່ອ ມາ ເຖິງ ບ່ອນ ໜຶ່ງ ທີ່ເອີ້ນ ວ່າ ໂຄລະໂຄທາ ຊຶ່ງ ໝາຍຄວາມວ່າ, “ບ່ອນ ທີ່ມີກະໂຫລກຫົວ. ”
\v 34 ພວກເຂົາ ໄດ້ ເອົາ ເຫລົ້າ ອະງຸ່ນ ສົ້ມ ປະສົມ ກັບ ນ້ຳບີ ໃຫ້ ພຣະອົງ ດື່ມ, ແຕ່ ເມື່ອ ຊີມເບິ່ງ ແລ້ວ ພຣະອົງ ບໍ່ຍອມດື່ມ.
\s5
\v 35 ເມື່ອ ໄດ້ ຄຶງ ພຣະອົງ ທີ່ໄມ້ກາງແຂນ ແລ້ວ ພວກເຂົາ ກໍໄດ້ ແບ່ງປັນ ເຄື່ອງ ນຸ່ງ ຂອງ ພຣະອົງ ໂດຍ ໃຊ້ ສະຫລາກ.
\v 36 ຫລັງຈາກນັ້ນ ກໍ ພາກັນ ນັ່ງ ຢູ່ ທີ່ນັ້ນ ເພື່ອເຝົ້າ​ເບິ່ງ​ພ​ຣະ​ອົງ.
\v 37 ຢູ່​ເທິງ​ຫົວ​ຂອງພຣະ​ອົງ ພວກ​ເຂົາ​ໄດ້​ເອົາ​ປ້າຍ​ຄຳ​ກ່າວ​ໂທດ​ຕອກ​ຕິດ​ໃສ່ ໂດຍ​ມີ​ຂໍ້​ຂຽນ​ວ່າ, "ຜູ້ນີ້​ແມ່ນ​ເຢ​ຊູ ກະ​ສັດ​ຂອງ​ຊາດ​ຢິວ".
\s5
\v 38 ໃນ​ຂະ​ນະ​ດຽວ​ກັນ​ນັ້ນ ກໍ​ໄດ້​ຄຶງ​ໂຈນ​ສອງ​ຄົນ​ໃສ່​ໄມ້​ກາງ​ແຂນ​ໄວ້​ກັບ​ພ​ຣະ​ອົງ ເບື້ອງ​ຂວາ​ຄົນ​ໜຶ່ງ ແລະ​ເບື້ອງ​ຊ້າຍ​ຄົນ​ໜຶ່ງ.
\v 39 ຝ່າຍ​ປະ​ຊາ​ຊົນ​ທີ່​ຜ່ານ​ໄປ​ມານັ້ນ​ສັ່ນ​ຫົວ ແລະ​ກ່າວ​ໝິ່ນ​ປະ​ໝາດ​ໃສ່​ພ​ຣະ​ອົງ​ວ່າ,
\v 40 "ເຮີຍ ເຈົ້າ​ຜູ້​ທີ່​ມ້າງ​ພ​ຣະ​ວິ​ຫານ ແລະ​ສ້າງ​ໃໝ່​ໃນ​ສ​າມ​ວັນ ຖ້າ​ເຈົ້າ​ເປັນ​ລູກ​ຂອງ​ພ​ຣ​ະ​ເຈົ້າແທ້ ຊ່ວຍ​ຕົນ​ເອງ​ແມ. ຈົ່ງ​ລົງ​ມາ​ຈາກ​ໄມ້​ກາງ​ແຂນ​ເບິ່ງ​ດູ."
\s5
\v 41 ໃນ​ທຳ​ນອງ​ດຽວ​ກັນ ພວກ​ຫົວ​ໜ້​າ​ປະ​ໂຣ​ຫິດ​ແລ​ະ​ພວກ​ທຳ​ມ​ະ​ຈານ​ກັບ​ພວກ​ເຖົ້​າ​ແກ່ ກໍ​ໄດ້​ເວົ້າ​ໝິ່ນ​ປະ​ໝາດ​ພ​ຣະ​ອົງ​ວ່າ,
\v 42 "ລາວຊ່ວຍ​ຄົນ​ອື່ນ​ໄດ້ ແຕ່​ລາວ​ຊ່ວຍ​ຕົນ​ເອງບໍ່​ໄດ້ ຖ້າ​ລາວ​ເປັນ​ກະ​ສັດ​ຂອງ​ຊາດ​ອິດ​ສະ​ຣ​າ​ເອນ, ໃຫ້​ລາວ​ລົງ​ຈາກ​ໄມ້​ກາງ​ແຂນ​ດຽວນີ້ ແລ້ວ​ພວກ​ເຮົາ​ຈະ​ເຊື່ອ​ໃນ​ລາວ
\s5
\v 43 ລາວ​ໄດ້​ວາງ​ໃຈ​ໃນ​ພ​ຣະ​ເຈົ້າ ແລະ​ໄດ້​ອ້າງ​ຕົນ​ວ່າ​ເປັນ​ພ​ຣະ​ບຸດ​ຂອງ​ພ​ຣະ​ເຈົ້າ ເບິ່ງ​ດູ​ວ່າ ພ​ຣະ​ເຈົ້າ​ຈະ​ພໍ​ພ​ຣະ​ໄທ​ຊ່ວຍ​ລາວ​ໃຫ້​ພົ້ນ​ດຽວນີ້​ຫລືບໍ່,"
\v 44 ແມ່ນ​ແຕ່​ໂຈນ​ທີ່​ຖືກ​ຄຶງ​ໄວ້​ທີ່​ໄມ້​ກາງ​ແຂນ​ກັບ​ພ​ຣະ​ອົງ​ ກໍ​ເວົ້າ​ໝິ່ນ​ປະ​ໝາດ​ພ​ຣະ​ອົງ​ເໝືອນ​ກັນ.
\s5
\v 45 ​ຕັ້ງ​ແຕ່​ເວ​ລາ​ທ່ຽງ​ວັນ ທົ່ວ​ແຜ່ນ​ດິນ​ກໍ​ເກີດ​ມືດ​ມົວ​ເປັນ​ເວ​ລາ​ສາມ​ຊົ່ວ​ໂມງ.
\v 46 ພໍ​ເຖິງ​ບ່າຍ​ສາມ​ໂມງ ພ​ຣະ​ເຢ​ຊູ​ເຈົ້າ​ໄດ້​ຮ້ອງ​ຂຶ້ນ​ດ້ວຍ​ສຽງ​ດັງ​ວ່າ, "ເອ​ລິ ເອ​ລີ ແລ​ມາ ຊາ​ບັກ​ທານີ?" ຊຶ່ງ​ແປ​ວ່າ, "ພ​ຣະ​ເຈົ້າ​ຂອງ​ຂ້າ​ນ້ອຍ, ພ​ຣ​ະ​ເຈົ້າ​ຂອງ​ຂ້າ​ນ້ອຍ​ເອີຍ, ດ້ວຍ​ເຫດ​ໃດ​ພ​ຣະ​ອົງ​ຈຶ່ງ​ປະ​ຖິ້ມ​ຂ້າ​ນ້ອຍ​ເສຍ?"
\v 47 ມີ​ບາງ​ຄົນ​ທີ່​ຢືນ​ໃນ​ທີ່ນັ້ນ ເມື່ອ​ໄດ້​ຍິນ​ພ​ຣະ​ອົງ​ຈິ່ງ​ເວົ້າ​ວ່າ, "ລາວ​ຮ້ອງ​ຫາ​ເອ​ລີ​ຢາ."
\s5
\v 48 ໃນ​ທັນ​ໃດ​ນັ້ນ ມີ​ຄົນ​ໜຶ່ງ​ໃນ​ພວກ​ເຂົາ ໄດ້​ແລ່ນ​ໄປ​ເອົາ​ຟອງ​ນ້ຳ​ຈຸ່ມ​ໃສ່​ເຫລົ້າ​ອ​ະ​ງຸ່ນ​ສົ້ມ, ສຽບ​ໃສ່​ປາຍ​ໄມ້​ອໍ້ ແລະ​ຍື່ນ​ໃຫ​ພ​ຣະ​ອົງ​ດື່ມ.
\v 49 ແຕ່​ຄົນ​ອື່ນ​ເວົ້າ​ວ່າ, "ຄອຍ​ຖ້າກ​່ອນ ຖ້າ​ເບິ່ງວ່າ ເອ​ລີ​ຢາ​ຈະ​ມາ​ຊ່ວຍ​ລາວ​ໃຫ້​ພົ້ນ​ຫລືບໍ່."
\v 50 ພ​ຣະ​ເຢ​ຊູ​ເຈົ້າ​ໄດ້​ຮ້ອງ​ສຽງ​ດັງ​ອີກ​ເທື່ອ​ໜຶ່ງ ແລ້ວ​ກໍ​ສິ້ນ​ລົມ​ຫາຍ​ໃຈ.
\s5
\v 51 ແລ້ວ​ຜ້າກັ້ງ​ໃນ​ພ​ຣະ​ວິ​ຫານ ກໍ​ໄດ້​ຈີກ​ອອກ​ເປັນ​ສອງ​ຕ່ອນ​ແຕ່​ເທິງ​ຮອດ​ລຸ່ມ ແຜ່ນ​ດິນ​ກໍ​ສະ​ທ້ານ​ຫວັ່ນ​ໄຫວ ແລະ​ໂງ່ນ​ຫິນ​ກໍ​ແຕກ​ອອກ​ເປັນ​ປ່ຽງໆ
\v 52 ອຸບ​ມ​ຸງ​ຝັງ​ສົບ​ທັງ​ຫລາຍ​ໄດ້​ໄຂ​ອອກ ແລ້ວ​ສົບ​ໄພ່​ພົນ​ຂອງ​ພ​ຣະ​ເຈົ້າ​ຫລາຍ​ຄົນ​ທີ່​ຕາຍ​ໄປ​ແລ້ວ ກໍ​ຄືນ​ສູ່​ຊີ​ວິດ
\v 53 ຫລັງ​ຈາກ​ພ​ຣະ​ເຢ​ຊູ​ເຈົ້າ​ເປັນ​ຄືນ​ມາ​ຈາກ​ຕາຍ​ແລ້ວ ເຂົາ​ທັງ​ຫລາຍ​ຈຶ່ງ​ໄດ້​ອອກ​ຈາກ​ອຸບ​ມຸງ ແລະ​ໄດ້​ເຂົ້າ​ໄປ​ໃນ​ນະ​ຄອນ​ສັກ​ສິດ ແລະ​ປາ​ກົດ​ໃຫ້​ຫລາຍ​ຄົນ​ໄດ້​ເຫັນ.
\s5
\v 54 ເມ​ື່ອ​ນາຍ​ທະ​ຫານ​ກັບ​ພວກ​ທະ​ຫານ​ທີ່​ເຝົ້າ​ພ​ຣະ​ເຢ​ຊູ​ເຈົ້າ ໄດ້​ເຫັນ​ແຜ່ນ​ດິນ​ຫວັ່ນ​ໄຫວ ແລະ​ເຫດ​ການ​ທັງ​ໝົດ​ທີ່​ເກີດ​ຂຶ້ນນັ້ນ ພວກ​ເຂົາ​ກໍ​ສະ​ທ້ານ​ຢ້ານ​ກົວ​ຫລາຍ ຈື່ງ​ເວົ້າ​ວ່າ, "ເພິ່ນ​ແມ່ນ​ພ​ຣະ​ບຸດ​ຂອງ​ພ​ຣະ​ເຈົ້າ​ແທ້​ຈິງ."
\v 55 ໃນ​ທີ່ນັ້ນ ມີ​ແມ່​ຍິງ​ຫລາຍ​ຄົນ​ເບິ່ງ​ຢູ່​ຫ່າງ​ໆ ແມ່​ຍິງ​ເຫລົ່າ​ນີ້ໄດ້​ຕິດ​ຕາມ​ພ​ຣະ​ເຢ​ຊ​ູ​ເຈົ້າ ແລະ​ບົວ​ລະ​ບັດ​ພ​ຣະ​ອົງ ມາ​ແຕ່​ແຂວງ​ຄາ​ລີ​ເລ.
\v 56 ໃນ​ພວກ​ແມ່​ຍິງ​ເຫລົ່າ​ນີ້ມີ: ມາ​ຣີ​ໄທ​ມັກ​ດາ​ລາ, ມາ​ຣີ​ຜູ້​ເປັນ​ແມ່​ຂອງ​ຢາ​ໂກ​ໂບແລະໂຢ​ເຊັບ ແລະ ເມຍ​ຂອງ​ເຊ​ເບ​ດາຍ.
\s5
\v 57 ເມື່ອ​ເຖິງ​ຕອນ​ຄ່ຳ ຊາຍ​ຮັ່ງ​ມີ​ຄົນ​ໜຶ່ງ​ຈາກ​ບ້ານ​ອາ​ຣີ​ມາ​ທາຍ ກໍ​ມາ​ເຖິງ ລາວ​ຊື່​ວ່າ​ໂຢ​ເຊັບ ແລະ​ເປັນ​ສາ​ວົກ​ຄົນ​ໜຶ່ງ​ຂອງ​ພ​ຣະ​ເຢ​ຊູ​ເຈົ້າ​ເໝືອນ​ກັນ.
\v 58 ທ່ານ​ຜູ້ນີ້​ໄດ້​ໄປ​ຫາ​ປີ​ລາດ ເພື່ອ​ຂໍ​ເອົາ​ພ​ຣະ​ສົບ​ຂອງ​ພ​ຣະ​ເຢ​ຊູ​ເຈົ້າ, ປີ​ລາດ​ຈຶ່ງ​ໄດ້​ສັ່ງ​ໃຫ້​ເຂົາ​ມອບ​ພ​ຣະ​ສົບ​ຂອງ​ພ​ຣະ​ອົງ​ນັ້ນ​ໃຫ້​ແກ່​ລາວ.
\s5
\v 59 ເມື່ອ​ໂຢ​ເຊັບ​ໄດ້​ຮັບ​ເອົາ​ພ​ຣະ​ສົບ​ລົງ​ແລ້ວ ກໍ​ໃຊ້​ຜ້າ​ປ່ານ​ໃໝ່​ອ່ຽມ​ຫໍ່​ພ​ຣະ​ສົບ​ໄວ້,
\v 60 ແລະ​ນຳ​ໄປ​ວາງ​ໄວ້​ໃນ​ອຸບ​ມຸງ​ຂອງ​ຕົນ ຊຶ່ງ​ຫາກໍ​ເຈ​າະ​ໄວ້​ໃນ​ໂງ່ນ​ຫິນ ແລະ​ເມື່ອ​ກຶ່ງ​ກ້ອ​ນ​ຫິນ​ຂະ​ໜາດ​ໃຫ່​ຍ ອັດ​ປາກ​ອຸບ​ມຸງ​ໄວ້​ແລ້ວ ລາວ​ກໍ​ໜີ​ໄປ.
\v 61 ມາ​ຣີ​ໄທ​ມັກ​ດາ​ລາ ກັບ​ມາ​ຣີ​ຄົນ​ໜຶ່ງ​ອີກ ກໍ​ນັ່ງ​ຢູ່​ທີ່ນັ້ນ​ຕໍ່​ໜ້າ​ອຸບ​ມຸງ.
\s5
\v 62 ວັນ​ຕໍ່​ມາ​ເປັນ​ວັນ​ຊະ​ບາ​ໂຕ ພວກ​ຫົວ​ໜ້າ​ປະ​ໂຣ​ຫິດ ກັບ​ພວກ​ຟາ​ຣີ​ຊາຍ​ໄດ້​ໄປ​ພົບ​ປີ​ລາດ
\v 63 ແລະ​ເວົ້າ​ວ່າ, "ທ່ານ​ເອີຍ ພວກ​ຂ້າ​ພະ​ເຈົ້າ​ຈື່​ໄດ້​ວ່າ ເມື່ອ​ຄົນ​ຫລອກ​ລວງ​ຜູ້ນັ້ນ​ຍັງ​ມີ​ຊີ​ວິດ​ຢູ່ ໄດ້​ເວົ້າ​ວ່າ, 'ຫລັງ​ຈາກ​ສາມ​ວັນ​ແລ້ວ ເຮົາ​ຈະ​ເປັນ​ຄືນ​ມາ​ສູ່​ຊີ​ວິດ"
\v 64 ດ້ວຍ​ເຫດນັ້ນ ຂໍ​ທ່ານ​ຈົ່ງ​ອອກ​ຄຳ​ສັ່ງ​ໃຫ້​ວາງ​ມາດ​ຕະ​ການ ເຝົ້າ​ຍາມ​ອຸບ​ມຸງ​ຢ່າງ​ເຂັ້ມ​ງວດ ຈົນ​ເຖິງວັນ​ທີ​ສາມ ຢ້ານ​ວ່າ​ພວກ​ສາ​ວົກ​ຂອງ​ລາວ​ຈະ​ມາ​ລັກ​ເອົາ​ສົບ​ນັ້ນ​ໄປ ແລະ​ມາ​ບອກ​ປະ​ຊາ​ຊົ​ນ​ວ່າ ລາວ​ເປັນ​ຄືນ​ມາ​ຈາກ​ຕາຍ ການ​ຫລອກ​ລວງ​ຄັ້ງ​ສຸ​ດ​ທ້າຍນີ້ ຈະ​ຮ້າຍ​ແຮງ​ຍິ່ງ​ກວ່າ​ຄັ້ງ​ທຳ​ອິດ."
\s5
\v 65 ປີ​ລາດ​ຈຶ່ງ​ຕອບ​ພວກ​ເຂົາ​ວ່າ, "ພວກ​ທ່ານ​ມີ​ທະ​ຫານ​ຍາມ ຈົ່ງ​ເອົາ​ໄປ​ຍາມ​ອຸບ​ມຸງ​ໃຫ້​ດີ ຕາມ​ຄວາມ​ເຫັນ​ຂອງ​ພວກ​ທ່ານ."
\v 66 ດັ່ງ​ນັ້ນ ຄົນ​ເຫລົ່າ​ນີ້​ຈຶ່ງ​ຈາກ​ໄປ ແລະ​ໄດ້​ຈັດ​ວາງ​ຄົນ​ເຝົ້າ​ຍາມ​ອຸບ​ມຸງ​ໄວ້​ຢ່າງ​ເຂັ້ມ​ແຂງ ພ້ອມ​ທັງ​ຕີ​ຕາ​ປະ​ທັບ​ໃສ່​ກ້ອນ​ຫິນ​ໄວ້​ດ້ວຍ.
\s5
\c 28
\p
\v 1 ຫລັງ ຈາກ ວັນ ຊະບາໂຕ ນັ້ນ ເປັນ ວັນ ອາທິດ ຕັ້ງແຕ່ ເຊົ້າ ໃກ້ ຕາເວັນ ຂຶ້ນ ມາຣີ ໄທ ມັກດາລາ ແລະ ມາຣີ ຄົນໜຶ່ງ ອີກ ໄດ້ ໄປ ເບິ່ງອຸບມຸງ.
\v 2 ໃນ ທັນ ໃດນັ້ນ ກໍ ເກີດ ແຜ່ນດິນ ຫວັ່ນ ໄຫວ ຢ່າງ ຮ້າຍແຮງ ມີ ເທວະດາ ຂອງ ອົງ ພຣະຜູ້ ເປນ ເຈົ້າ ຕົນ ໜຶ່ງ ໄດ້ ລົງ ມາ ຈາກ ສະຫວັນ ກຶ່ງ ກ້ອນຫິນ ອອກ ແລະ ນັ່ງຢູ່ ເທິງ ກ້ອນຫິນ ນັ້ນ.
\s5
\v 3 ເທວະດາ ຕົນ ນີ້ ມີລັກສະນະ ເໝືອນ ແສງ ຟ້າ ແມບ ແລະ ເຄື່ອງ ນຸ່ງ ກໍຂາວ ເໝືອນ ຫິມະ.
\v 4 ຝ່າຍ ພວກທະຫານ ຍາມ ອຸບມຸງ ນັ້ນ ສະທ້ານ ຢ້ານກົວຫລາຍ ແລະ ໄດ້ ກາຍເປັນ ເໝືອນ ຄົນຕາຍ.
\s5
\v 5 ເທວະດາ ຕົນ ນັ້ນ ໄດ້ ກ່າວ ແກ່ ພວກ ແມ່ ຍິງວ່າ, “ຢ່າ ສູ່ ຢ້ານ ເລີຍ ເຮົາ ຮູ້ ແລ້ວ ວ່າ ພວກເຈົ້າ ມາ ຊອກ ຫາ ພຣະເຢຊູເຈົ້າ ຜູ້ ທີ່ ຖືກ ຄຶງ ໄວ້ ທີ່ ໄມ້ກາງແຂນ.
\v 6 ພຣະອົງ ບໍ່ ຢູ່ທີ່ນີ້ ພຣະອົງ ເປັນ ຄືນ ມາ ຈາກ ຕາຍ ແລ້ວ ຕາມ ທີ່ ພຣະອົງ ໄດ້ ກ່າວ ໄວ້ ຈົ່ງ ມາ ເບິ່ງ ບ່ອນ ທີ່ ພວກເຂົາ ວາງ ພຣະອົງໄວ້.
\v 7 ບດັນີ້ ຈົ່ງ ຟ້າວ ໄປ ບອກ ພວກ ສາວົກ ຂອງ ພຣະອົງ ວ່າ, ‘ພຣະອົງ ເປັນ ຄືນ ມາ ຈາກ ຕາຍ ແລ້ວ ແລະ ພຣະອົງ ໄປ ທີ່ ແຂວງ ຄາລີເລ ກ່ອນພວກເຈົ້າ ພວກເຈົ້າຈະເຫັນ ພຣະອົງ ໃນທີ່ ນັ້ນ’ ນີ້ແຫລະ ເຮົາ ໄດ້ ບອກ ພວກເຈົ້າ ແລ້ວ.”
\s5
\v 8 ຍິງ ເຫລົ່າ ນັ້ນ ຈຶ່ງ ຟ້າວ ອອກ ໄປ ຈາກ ອຸບມຸງ ທັງ ຢ້ານ ແລະ ທັງ ຊົມ ຊື່ນ ຍິນ ດີ ທີ່ ສຸດ ແລະ ແລ່ນ ໄປ ບອກ ພວກ ສາວົກ ຂອງ ພຣະອົງ.
\v 9 ໃນ ຂະນະນັ້ນ ພຣະເຢຊູເຈົ້າ ໄດ້ ມາ ພົບ ພວກເຂົາ ແລະ ກ່າວ ວ່າ, “ສັນຕິສຸກ ຈົ່ງ ມີ ແກ່ ພວກເຈົ້າ ເທີ້ນ. ” ຍິງ ເຫລົ່າ ນັ້ນ ຈຶ່ງ ຫຍັບ ມາ ຈັບ ຕີນ ຂອງ ພຣະອົງ ແລະ ໄດ້ ຂາບລົງ ນະມັດສະການ ພຣະອົງ.
\v 10 ພຣະເຢຊູເຈົ້າ ກ່າວ ແກ່ ພວກນາງ ວ່າ, “ຢ່າ ສູ່ຢ້ານ ຈົ່ງ ໄປ ບອກ ພວກ ພີ່ນ້ອງ ຂອງເຮົາ ໃຫ້ ໄປ ຍັງ ແຂວງ ຄາລີເລ ແລະ ໃນທີ່ນັ້ນ ພວກເຂົາ ຈະເຫັນເຮົາ.”
\s5
\v 11 ໃນ ຂະນະທີ່ຍິງ ເຫລົ່ານັ້ນ ກຳລັງໄປ ທະຫານຍາມ ອຸບມຸງ ບາງຄົນ ໄດ້ ເຂົ້າ ໄປ ໃນ ເມືອງ ແລະ ໄດ້ ບອກ ພວກ ຫົວ ໜ້າ ປະໂຣຫິດ ເຖິງເຫດການ ທັງ ປວງ ທີ່ ໄດ້ ເກີດຂຶ້ນນັ້ນ.
\v 12 ພວກ ຫົວໜ້າ ປະໂຣຫິດ ຈຶ່ງ ປະຊຸມ ກັນ ກັບ ພວກ ເຖົ້າ ແກ່ ແລະ ໄດ້ ເອົາ ເງິນ ຈຳ ນວນ ຫລາຍ ໃຫ້ ພວກທະຫານຍາມ
\v 13 ແລະ ສັ່ງວ່າ, “ໃຫ້ພວກເຈົ້າເວົ້າວ່າ, ‘ພວກສາວົກຂອງ ລາວ ໄດ້ມາ ລັກ ເອົາສົບ ໄປ ໃນ ຕອນ ກາງຄືນ ໃນ ຂະນະທີ່ ພວກເຮົານອນຫລັບຢູ່.
\s5
\v 14 ຖ້າທ່ານ ຜູ້ປົກຄອງ ຮູ້ເຖິງ ເລື່ອງ ນີ້ ພວກເຮົາຈະ ຊັກ ຊວນ ເອົາໃຈ ເພິ່ນ ແລະ ຊ່ວຍ ໃຫ້ ພວກເຈົ້າ ພົ້ນ ຈາກ ຄວາມ ທຸກຮ້ອນ ໃຈ. ”
\v 15 ເມື່ອ ພວກທະຫານຍາມ ຮັບ ເອົາ ເງິນ ແລ້ວກໍ ເຮັດ ຕາມ ຄໍາແນະນຳນັ້ນ ເລື່ອງນີ້ ຈຶ່ງ ເປັນ ທີ່ເລົ່າລືກັນ ໃນ ທ່າມກາງ ຊາວ ຢິວ ຈົນ ເຖິງ ທຸກ ວັນນີ້.
\s5
\v 16 ແລ້ວພວກສາວົກ ສິບ ເອັດ ຄົນ ກໍໄດ້ ໄປ ຍັງ ໂນນພູ ໃນ ແຂວງ ຄາລີເລ ບ່ອນ ທີ່ ພຣະເຢຊູເຈົ້າ ໄດ້ ບອກ ໃຫ້ ແກ່ ພວກເພິ່ນ ນັ້ນ.
\v 17 ເມື່ອ ເຫັນ ພຣະອົງ ແລ້ວ ພວກເພິ່ນ ກໍ ຂາບລົງ ນະມັດສະການ ພຣະອົງ ແຕ່ ບາງຄົນ ໃນ ພວກເພິ່ນ ຍັງ ສົງ ໄສ ຢູ່.
\s5
\v 18 ພຣະເຢຊູເຈົ້າ ຈຶ່ງ ໄດ້ ຫຍັບ ເຂົ້າ ມາ ໃກ້ ແລ້ວ ຊົງ ກ່າວ ກັບ ພວກເພິ່ນ ວ່າ, “ອໍານາດ ທັງ ໝົດ ໃນ ສະຫວັນ ແລະ ທີ່ ແຜ່ນດິນ ໂລກ ໄດ້ ມອບ ໃຫ້ ແກ່ ເຮົາ ແລ້ວ.
\v 19 ເຫດສະນັ້ນ ພວກເຈົ້າ ຈົ່ງ ໄປ ຈົ່ງເຮັດ ໃຫ້ ຄົນ ທຸກຊາດ ເປັນ ລູກສິດ ໃຫ້ ເຂົາຮັບ ບັບຕິສະມາ ໃນພຣະນາມ ແຫ່ງ ພຣະບິດາ, ພຣະບຸດ ແລະ ພຣະວິນຍານບໍຣິສຸດເຈົ້າ.
\s5
\v 20 ສັ່ງສອນ ພວກເຂົາ ໃຫ້ ຖືຮັກສາ ທຸກ ໆ ສິ່ງ ທີ່ເຮົາ ໄດ້ ສັ່ງ ພວກເຈົ້າ ໄວ້ແລ້ວນັ້ນ ນີ້ແຫລະ ເຮົາຢູ່ກັບເຈົ້າ ທງັຫລາຍ ທຸກ ໆ ວັນ ຈົນສິ້ນໂລກນີ້.”