lo_bible/39-MAL.usfm

119 lines
32 KiB
Plaintext
Raw Permalink Blame History

This file contains ambiguous Unicode characters

This file contains Unicode characters that might be confused with other characters. If you think that this is intentional, you can safely ignore this warning. Use the Escape button to reveal them.

\id MAL
\ide UTF-8
\h ພ​ຣະ​ທຳ ມາ​ລາ​ກີ
\toc1 ພ​ຣະ​ທຳ ມາ​ລາ​ກີ
\toc2 ພ​ຣະ​ທຳ ມາ​ລາ​ກີ
\toc3 mal
\mt ພ​ຣະ​ທຳ ມາ​ລາ​ກີ
\s5
\c 1
\p
\v 1 ຕໍ່ໄປນີ້ ແມ່ນຖ້ອຍຄໍາທີ່ອົງພຣະຜູ້ເປັນເຈົ້າໄດ້ມອບໃຫ້ ມາລາກີ ບອກປະຊາຊົນ ອິດສະຣາເອນ. ອົງພຣະຜູ້ເປັນເຈົ້າຮັກຊາດອິດສະຣາເອນ
\v 2 ອົງພຣະຜູ້ເປັນເຈົ້າ ກ່າວແກ່ປະຊາຊົນຂອງພຣະອົງ ວ່າ, “ເຮົາຮັກພວກເຈົ້າຕະຫລອດມາ. ” ແຕ່ພວກເຂົາຕອບ ວ່າ, “ພຣະອົງໄດ້ສໍາແດງຄວາມຮັກຂອງພຣະອົງຕໍ່ພວກຂ້ານ້ອຍຢ່າງໃດ? ” ອົງພຣະຜູ້ເປັນເຈົ້າຕອບ ວ່າ, “ເອຊາວ ແລະ ຢາໂຄບ ເປັນອ້າຍນ້ອງກັນ ແຕ່ເຮົາຮັກຢາໂຄບ ແລະ ເຊື້ອສາຍຂອງລາວ
\v 3 ແລະເຮົາຊັງເອຊາວ ແລະ ເຊື້ອສາຍຂອງລາວ. ເຮົາໄດ້ເຮັດໃຫ້ເຂດພູດອຍຂອງເອຊາວ ຖືກທາໍລາຍລ້າງຜານ ແລະ ປະໃຫ້ເປັນຖິ່ນອາໄສຂອງສັດປ່າ.”
\s5
\v 4 ຖ້າເຊື້ອສາຍຂອງເອຊາວ ຊາວເອໂດມ ເວົ້າວ່າ, “ຕົວເມືອງຕ່າງ ໆ ຂອງພວກເຮົາໄດ້ຖືກທາໍລາຍ ແຕ່ພວກເຮົາຈະສ້າງເມືອງເຫລົ່ານັ້ນຂຶ້ນໃໝ່. ” ແລ້ວອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດຍິ່ງໃຫຍ່ ກໍຈະຕອບຄືນວ່າ, “ປ່ອຍໃຫ້ພວກເຂົາສ້າງຂຶ້ນໃໝ່ ແລະ ເຮົາຈະ ທໍາລາຍລົງອີກ. ປະຊາຊົນຈະເອີ້ນມັນວ່າ, ‘ເມືອງເຄາະຮ້າຍ’ ແລະ ‘ຊົນຊາດທີ່ອົງພຣະຜູ້ເປັນເຈົ້າໂກດຮ້າຍຕະຫລອດໄປ.
\v 5 ປະຊາຊົນອິດສະຣາເອນ ກາໍລັງຈະໄດ້ເຫັນສິ່ງນີ້ ດ້ວຍຕາຂອງຕົນເອງ ແລະ ພວກເຂົາຈະເວົ້າວ່າ, “ອົງພຣະຜູ້ເປັນເຈົ້າຍິ່ງໃຫຍ່ ແມ່ນແຕ່ນອກເຂດດິນແດນຂອງຊາດອິດສະຣາເອນ.”
\s5
\v 6 ອົງພຣະຜູ້ເປັນເຈົ້າຊົງຣິດອໍານາດຍິ່ງໃຫຍ່ ກ່າວຕໍ່ພວກປະໂຣຫິດ ວ່າ, “ລູກຍ່ອມໃຫ້ກຽດພໍ່ແມ່ຂອງຕົນ ແລະ ຄົນຮັບໃຊ້ຍ່ອມ ນັບຖືນາຍຂອງຕົນ. ເຮົາເປັນພໍ່ຂອງພວກເຈົ້າ ເປັນຫຍັງພວກເຈົ້າຈຶ່ງບໍ່ໃຫ້ກຽດເຮົາ? ເຮົາເປັນເຈົ້ານາຍຂອງພວກເຈົ້າ ເປັນຫຍັງພວກເຈົ້າຈຶ່ງບໍ່ນັບຖືເຮົາ? ພວກເຈົ້າດູຖູກເຮົາ ແລະ ຍິ່ງໄປກວ່ານີ້ອີກ ພວກເຈົ້າຍັງຖາມວ່າ, ‘ພວກ ຂ້ານ້ອຍໝິ່ນປະໝາດພຣະນາມຂອງພຣະອົງ ຢ່າງໃດ?
\v 7 ກໍຢ່າງນີ້ແຫລະ ໂດຍນາໍເອົາອາຫານທີ່ເປັນມົນທິນມາຍັງແທ່ນບູຊາຂອງເຮົາ. ແລ້ວພວກເຈົ້າກໍຖາມວ່າ, ‘ພວກຂ້ານ້ອຍໄດ້ຂາດການນັບຖືພຣະອົງຢ່າງໃດແດ່? ເຮົາຈະບອກໃຫ້ພວກເຈົ້າຮູ້ກໍໄດ້ ຄື ໂດຍສະແດງການຫຍໍ້ຫຍັນຕໍ່ແທ່ນບູຊາຂອງເຮົາ.
\s5
\v 8 ເມື່ອພວກເຈົ້ານາໍສັດຕາບອດ ຫລື ສັດເຈັບໂຊ ຫລື ສັດຂາພິການມາຖວາຍແກ່ເຮົາ ພວກເຈົ້າຄິດວ່າ ເປັນການຖືກຕ້ອງແລ້ວບໍ? ຈົ່ງລອງນາໍສັດເຊັ່ນນັ້ນ ໄປໃຫ້ຜູ້ປົກຄອງຂອງ ພວກເຈົ້າເບິ່ງດູ ເພິ່ນຈະພໍໃຈນາໍພວກເຈົ້າບໍ? ຫລື ພວກເຈົ້າຈະໄດ້ຮັບຄວາມດີຄວາມຊອບ ຫຍັງແດ່ຈາກເພິ່ນ? ” ອົງພຣະຜູ້ເປັນເຈົ້າ ຊົງຣິດອໍານາດຍິ່ງໃຫຍ່ ກ່າວດັ່ງນັ້ນແຫລະ.
\v 9 ບັດນີ້ ບັນດາປະໂຣຫິດເອີຍ ລອງພາວັນນາ ອະທິຖານຂໍຕໍ່ພຣະເຈົ້າໃຫ້ກະລຸນາພວກເຮົາເບິ່ງດູ. ພຣະອົງຈະບໍ່ຕອບຄໍາພາວັນນາ ອະທິຖານຂອງພວກເຈົ້າດອກ ແລະ ຄົງຈະເປັນເພາະຄວາມຜິດຂອງພວກເຈົ້າ.
\s5
\v 10 ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດ ຍິ່ງໃຫຍ່ ກ່າວວ່າ, “ເຮົາຢາກໃຫ້ມີຜູ້ໜຶ່ງໃນ ພວກເຈົ້າອັດປະຕູພຣະວິຫານໄວ້ເພື່ອປ້ອງກັນບໍ່ໃຫ້ພວກເຈົ້າ ເຂົ້າໄປໄຕ້ໄຟຢ່າງບໍ່ມີປະໂຫຍດ ທີ່ເທິງແທ່ນບູຊາຂອງເຮົາ. ເຮົາບ່ໍ່ພໍໃຈນາໍພວກເຈົ້າ ເຮົາຈະບໍ່ຮັບເຄື່ອງບູຊາຂອງພວກເຈົ້າ ທີ່ນາໍມາຖວາຍແກ່ເຮົາ.
\v 11 ປະຊາຊົນທົ່ວໂລກ ຈາກທິດຕາເວັນອອກ ເຖີງທິດຕາເວັນຕົກ ຍ້ອງຍໍໃຫ້ກຽດເຮົາ. ໃນທຸກແຫ່ງມີຄົນເຜົາເຄື່ອງຫອມຖວາຍ ແກ່ເຮົາ ແລະ ຖວາຍເຄື່ອງບູຊາທີ່ເຮົາຍອມຮັບເອົາໄດ້. ທຸກຄົນຍ້ອງຍໍໃຫ້ກຽດເຮົາ
\v 12 ແຕ່ພວກເຈົ້ານັ້ນໝິ່ນປະໝາດເຮົາ ເມື່ອພວກເຈົ້າເວົ້າວ່າ, ‘ແທ່ນບູຊາຂອງເຮົາ ໜ້າລັງກຽດ’ ແລະ ເວລາທີ່ພວກເຈົ້າຖວາຍ ອາຫານເປັນມົນທິນ ທີ່ເທິງແທ່ນນັ້ນ.
\s5
\v 13 ພວກເຈົ້າເວົ້າວ່າ, ‘ຊ່າງອິດເມື່ອຍຕໍ່ການຖວາຍນີ້ແທ້ນໍ’ ແລະ ພວກເຈົ້າກໍງຶກດັງ ຂຶ້ນປະໝາດເຮົາ. ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດຍິ່ງໃຫຍ່ ກ່າວດັ່ງນັ້ນແຫລະ. ແລະ ເມື່ອຖວາຍບູຊາ ພວກເຈົ້ານາໍສັດທີ່ລັກມາ ຫລື ສັດທີ່ຂາພິການ ຫລື ສັດທີ່ເຈັບໂຊ ມາຖວາຍ. ພວກເຈົ້າຄິດວ່າເຮົາຈະຮັບເອົາສິ່ງນັ້ນຫລື? ອົງພຣະຜູ້ເປັນເຈົ້າກ່າວດັ່ງນັ້ນແຫລະ.
\v 14 ຂໍໃຫ້ຄໍາສາບແຊ່ງຕົກຖືກຄົນຂີ້ໂກງ ຜູ້ຖວາຍສັດທີ່ໜ້າຂີ້ດຽດແກ່ເຮົາ ເມື່ອຢູ່ໃນຝູງມີສັດໂຕດີ ທີ່ຕົນໄດ້ສັນຍາວ່າຈະຖວາຍໃຫ້ແກ່ພຣະເຈົ້າຢາເວ ດ້ວຍວ່າ, ເຮົາເປັນກະສັດຜູ້ຍິ່ງໃຫຍ່ ແລະ ນາມຊື່ຂອງເຮົາ ເປັນທີ່ຢໍາເກງຂອງທຸກ ໆ ຊົນຊາດ. ” ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດຍິ່ງໃຫຍ່ ກ່າວດັ່ງນັ້ນແຫລະ.
\s5
\c 2
\p
\v 1 ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດຍິ່ງໃຫຍ່ ກ່າວຕໍ່ບັນດາປະໂຣຫິດ ວ່າ, “ຄໍາສັ່ງນີ້ແມ່ນສໍາລັບພວກເຈົ້າ:
\v 2 ພວກເຈົ້າຕ້ອງຍ້ອງຍໍໃຫ້ກຽດເຮົາ ໃນສິ່ງທີ່ພວກເຈົ້າກະທາໍ. ຖ້າພວກເຈົ້າບໍ່ຍອມຟັງ ໃນສິ່ງທີ່ເຮົາກ່າວ ເຮົາຈະນາໍຄໍາສາບແຊ່ງມາສູ່ພວກເຈົ້າ. ເຮົາຈະນໍາຄໍາສາບແຊ່ງມາສູ່ສິ່ງຕ່າງ ໆ ທີ່ພວກເຈົ້າໄດ້ຮັບໃນຖານະເປັນປະໂຣຫິດ. ຕາມ ຄວາມເປັນຈິງ ເຮົາໄດ້ນໍາຄໍາສາບແຊ່ງນັ້ນ ມາແລ້ວ ເພາະວ່າພວກເຈົ້າບໍ່ໄດ້ຢຶດຖືຂໍ້ຄໍາສັ່ງຂອງເຮົາ ຢ່າງແທ້ຈິງ.
\s5
\v 3 ເຮົາຈະລົງໂທດລູກຂອງພວກເຈົ້າ ແລະ ເອົາໜ້າພວກເຈົ້າຖູໃສ່ຂີ້ສັດ ທີ່ພວກເຈົ້ານາໍມາຖວາຍບູຊານັ້ນ ແລ້ວພວກເຈົ້າກໍຈະຖືກໂຍນອອກໄປ ພ້ອມກັບຂີ້ສັດນັ້ນ.
\v 4 ແລ້ວພວກເຈົ້າກໍຈະຮູ້ວ່າ ເຮົາໄດ້ໃຫ້ຄໍາສັ່ງນີ້ແກ່ພວກເຈົ້າ ເພື່ອວ່າພັນທະສັນຍາຂອງເຮົາຊຶ່ງໄດ້ເຮັດໄວ້ກັບພວກປະໂຣຫິດ ຜູ້ທີ່ເປັນເຊື້ອສາຍຂອງເລວີ ນັ້ນຈະດໍາລົງຄົງຢູ່ຕໍ່ໄປ. ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດຍິ່ງໃຫຍ່ ກ່າວດັ່ງນັ້ນແຫລະ.
\s5
\v 5 ໃນພັນທະສັນຍາຂອງເຮົານັ້ນ ເຮົາໄດ້ສັນຍາວ່າ ຈະໃຫ້ຊີວິດ ແລະສັນຕິສຸກແກ່ພວກເຂົາ; ອັນນີ້ ຄືສິ່ງທີ່ເຮົາໄດ້ມອບໃຫ້ພວກເຂົາ ເພື່ອວ່າພວກເຂົາຈະໄດ້ເຄົາຣົບນັບຖືເຮົາ. ໃນຄາວນັ້ນ ພວກເຂົາໄດ້ເຄົາຣົບນັບຖື ແລະຢໍາເກງເຮົາ.
\v 6 ພວກເຂົາໄດ້ສອນສິ່ງທີ່ຖືກຕ້ອງ ແລະບໍ່ໄດ້ສອນສິ່ງທີ່ຜິດ. ພວກເຂົາໄດ້ດໍາເນີນຊີວິດທີ່ຮວມເຂົ້າກັບເຮົາ ຢ່າສະໜິດ; ພວກເຂົາບໍ່ໄດ້ເຮັດໃນສິ່ງທີ່ຖືກຕ້ອງເທົ່ານັ້ນ, ແຕ່ພວກເຂົາຍັງໄດ້ຊ່ວຍຄົນອື່ນ ໆ ຕັ້ງຫລວງຫລາຍໃຫ້ເຊົາເຮັດຊົ່ວ.
\v 7 ແມ່ນ ໜ້າທີ່ຂອງປະໂຣຫິດ ທີ່ຈະສັ່ງສອນຄົນອື່ນໃຫ້ຮູ້ຈັກພຣະເຈົ້າ. ປະຊາຊົນຄວນໄປຫາພວກເຂົາເພື່ອຮຽນຮູ້ຄວາມປະສົງຂອງເຮົາ ເພາະພວກເຂົາເປັນຜູ້ແຈ້ງຂ່າວຂອງອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດຍິ່ງໃຫຍ່.
\s5
\v 8 ແຕ່ມາບັດນີ້ ບັນດາປະໂຣຫິດ ເອີຍ ພວກເຈົ້າໄດ້ຫັນໜ້າໜີຈາກທາງອັນຊອບທາໍ. ຄໍາສັ່ງສອນຂອງພວກເຈົ້າໄດ້ພາໃຫ້ຫລາຍ ຄົນເຮັດຜິດ. ພວກເຈົ້າໄດ້ລະເມີດພັນທະສັນຍາ ທີ່ເຮົາໄດ້ເຮັດໄວ້ກັບພວກເຈົ້າ. ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດຍິ່ງໃຫຍ່ ກ່າວດັ່ງນັ້ນແຫລະ.
\v 9 ສະນັ້ນ ເຮົາຈຶ່ງຈະເຮັດໃຫ້ປະຊາຊົນອິດສະຣາເອນ ໝິ່ນປະໝາດພວກເຈົ້າຄືນ ຍ້ອນພວກເຈົ້າບໍ່ໄດ້ປະຕິບັດຕາມຄວາມປະສົງຂອງເຮົາ ແລະ ເມື່ອພວກເຈົ້າສັ່ງສອນປະຊາຊົນຂອງເຮົາ ພວກເຈົ້າກໍບໍ່ໄດ້ປະຕິບັດຕໍ່ທຸກຄົນໃຫ້ ສະເໝີພາບກັນ.”
\s5
\v 10 ພວກເຮົາທຸກຄົນມີພຣະບິດາອົງດຽວກັນ ບໍ່ແມ່ນບໍ? ບໍ່ແມ່ນພຣະເຈົ້າອົງດຽວກັນບໍ ທີ່ສ້າງພວກເຮົາທຸກຄົນ? ດ້ວຍເຫດໃດ ພວກເຮົາຈຶ່ງລະເມີດຄໍາສັນຍາ ທີ່ພວກເຮົາມີຕໍ່ກັນແລະກັນ; ດ້ວຍເຫດໃດ ພວກເຮົາຈຶ່ງໝິ່ນປະໝາດ ພັນທະສັນຍາທີ່ພຣະເຈົ້າໄດ້ເຮັດກັບປູ່ຍ່າຕາຍາຍຂອງພວກເຮົາ?
\v 11 ປະຊາຊົນຢູດາ ໄດ້ລະເມີດພັນທະສັນຍາທີ່ມີຕໍ່ພຣະເຈົ້າ ແລະ ໄດ້ເຮັດສິ່ງອັນໜ້າກຽດຊັງໃນນະຄອນເຢຣູຊາເລັມ ແລະ ໃນທົ່ວປະເທດ. ພວກເຂົາໄດ້ເຮັດໃຫ້ພຣະວິຫານທີ່ອົງພຣະຜູ້ເປັນເຈົ້າຮັກນັ້ນ ເປັນມົນທິນ. ພວກຜູ້ຊາຍໄດ້ແຕ່ງງານກັບພວກ ແມ່ຍິງ ທີ່ນັບຖືພະຂອງຊາວຕ່າງຊາດ.
\v 12 ຂໍໃຫ້ອົງພຣະຜູ້ເປັນເຈົ້າທາໍລາຍລ້າງຜານຜູ້ທີ່ກະທາໍເຊັ່ນນັ້ນໃຫ້ໝົດໄປ ຈາກຊຸມຊົນອິດສະຣາເອນ ແລະ ຢ່າສູ່ອະນຸຍາດໃຫ້ພວກເຂົາເຂົ້າຮ່ວມ ໃນການຖວາຍບູຊາທີ່ຊົນຊາດ ຂອງພວກເຮົານາໍມາຖວາຍແກ່ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດຍິ່ງໃຫຍ່. [ກ]
\s5
\v 13 ມີອີກສິ່ງໜຶ່ງ ທີ່ພວກເຈົ້າຍັງເຮັດຢູ່. ພວກເຈົ້າຮ້ອງໄຫ້ ແລະ ຄວນຄາງໃສ່ແທ່ນບູຊາຂອງອົງພຣະຜູ້ເປັນເຈົ້າ ຍ້ອນພຣະອົງບໍ່ຮັບເຄື່ອງຖວາຍບູຊາ ຊຶ່ງພວກເຈົ້ານາໍມານັ້ນ ອີກຕໍ່ໄປ.
\s5
\v 14 ພວກເຈົ້າຖາມວ່າ, “ເປັນຫຍັງ ພຣະອົງຈຶ່ງບໍ່ຍອມຮັບເອົາ ກໍເພາະອົງພຣະຜູ້ເປັນເຈົ້າຮູ້ວ່າ ພວກເຈົ້າໄດ້ລະເມີດຄໍາສັນຍາທີ່ໄດ້ເຮັດໄວ້ກັບເມຍຂອງຕົນ ສະໄໝແຕ່ງງານກັນ ແຕ່ຍັງໜຸ່ມຢູ່ນັ້ນ. ນາງເປັນຄູ່ຄອງຂອງເຈົ້າ ແລະ ເຈົ້າໄດ້ລະເມີດຄໍາສັນຍາທີ່ມີໄວ້ກັບນາງ ເຖິງແມ່ນວ່າເຈົ້າໄດ້ສັນຍາຢູ່ຊ້ອງໜ້າພຣະເຈົ້າ ວ່າຈະສັດຊື່ຕໍ່ນາງກໍດີ.
\v 15 ພຣະເຈົ້າບໍ່ໄດ້ເຮັດໃຫ້ເຈົ້າມີເນື້ອກາຍ ແລະ ມີຈິດໃຈເປັນອັນໜຶ່ງອັນດຽວກັນກັບນາງບໍ? [ຂ] ຄວາມປະສົງຂອງພຣະອົງກ່ຽວກັບເລື່ອງນີ້ ແມ່ນຫຍັງ? ກໍເພື່ອຢາກໃຫ້ພວກເຈົ້ານັ້ນ ມີລູກທີ່ເປັນປະຊາຊົນຂອງພຣະເຈົ້າ ຢ່າງແທ້ຈິງ. ສະນັ້ນແຫລະ ຈົ່ງໃຫ້ແນ່ໃຈວ່າ ຜູ້ໃດ ຜູ້ໜຶ່ງໃນພວກເຈົ້າ ບໍ່ໄດ້ລະເມີດຄໍາສັນຍາທີ່ມີຕໍ່ເມຍຂອງຕົນ.
\v 16 ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງຊາດອິດສະຣາເອນ ກ່າວວ່າ, “ເຮົາກຽດຊັງການຢ່າຮ້າງ. ເຮົາກຽດຊັງເມື່ອຜູ້ໃດຜູ້ໜຶ່ງໃນພວກເຈົ້າເຮັດຮຸນແຮງເຊັ່ນນັ້ນ ຕໍ່ເມຍຂອງຕົນ. ດັ່ງນັ້ນ ຈົ່ງແນ່ໃຈວ່າ ພວກເຈົ້າບໍ່ໄດ້ລະເມີດຄໍາສັນຍາທີ່ວ່າ ຈະສັດຊື່ຕໍ່ ເມຍຂອງຕົນ.”
\s5
\v 17 ພວກເຈົ້າໄດ້ເຮັດໃຫ້ອົງພຣະຜູ້ເປັນເຈົ້າ ເບື່ອໜ່າຍຄໍາເວົ້າຂອງພວກເຈົ້າ. ແຕ່ພວກເຈົ້າຊໍ້າຖາມວ່າ, “ພວກເຮົາໄດ້ເຮັດໃຫ້ ພຣະອົງເບື່ອໜ່າຍຢ່າງໃດ? ” ກໍໂດຍເວົ້າວ່າ, “ອົງພຣະຜູ້ເປັນເຈົ້າ ຖືວ່າທຸກຄົນທີ່ເຮັດຊົ່ວ ລ້ວນແຕ່ເປັນຄົນດີທັງນັ້ນ ພຣະອົງກໍເຫັນດີນໍາພວກເຂົາ. ” ຫລື ໂດຍຖາມວ່າ, “ພຣະເຈົ້າ ອົງຊົງຕັດສິນນັ້ນຢູ່ໃສ?”
\s5
\c 3
\p
\v 1 ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດຍິ່ງໃຫຍ່ ຕອບວ່າ, “ເຮົາຈະໃຊ້ຜູ້ແຈ້ງຂ່າວຂອງເຮົາ ໄປຕຽມທາງໄວ້ສໍາລັບເຮົາ. ແລ້ວອົງພຣະຜູ້ເປັນເຈົ້າ ຜູ້ທີ່ພວກເຈົ້າພວມຊອກຫານັ້ນ ກໍຈະມາຍັງພຣະວິຫານໃນທັນໃດ. ຜູ້ແຈ້ງຂ່າວທີ່ພວກເຈົ້າຢາກເຫັນນັ້ນຈະມາ ແລະປະກາດພັນທະສັນຍາຂອງເຮົາ. ”
\v 2 ແຕ່ຜູ້ໃດແດ່ຈະສາມາດທົນຕໍ່ວັນທີ່ພຣະອົງ ສະເດັດມານັ້ນໄດ້? ຜູ້ໃດແດ່ຈະສາມາດມີຊີວິດລອດຢູ່ໄດ້ ເມື່ອພຣະອົງມາປາກົດ? ພຣະອົງຈະເປັນດັ່ງສະບູ ທີ່ມີກາໍລັງແຮງ ແລະ ເປັນດັ່ງໄຟທີ່ຫລອມໂລຫະ.
\v 3 ພຣະອົງຈະມາຕັດສິນເໝືອນດັ່ງຄົນທີ່ຫລອມເງິນ ແລະ ຊໍາລະມັນໃຫ້ບໍຣິສຸດ. ຊ່າງໂລຫະ ຫລອມເງິນແລະຄໍາ ສັນໃດ ຜູ້ແຈ້ງຂ່າວຂອງ ອົງພຣະຜູ້ເປັນເຈົ້າ ກໍຈະຊໍາລະບັນດາປະໂຣຫິດໃຫ້ບໍຣິສຸດ ສັນນັ້ນ ເພື່ອວ່າພວກເຂົາຈະໄດ້ນາໍເຄື່ອງບູຊາຊະນິດ ທີ່ຖືກຕ້ອງມາຖວາຍ ແກ່ອົງພຣະຜູ້ເປັນເຈົ້າ.
\s5
\v 4 ແລ້ວເຄື່ອງຖວາຍບູຊາ ທີ່ປະຊາຊົນຢູດາ ແລະ ເຢຣູຊາເລັມ ນໍາມາຖວາຍແກ່ອົງພຣະຜູ້ເປັນເຈົ້ານັ້ນ ກໍຈະເປັນທີ່ພໍໃຈພຣະອົງ ດັ່ງເຄື່ອງບູຊາຂອງພວກເຂົາ ທີ່ເຄີຍເປັນມາແຕ່ຄາວກ່ອນ.
\v 5 ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດຍິ່ງໃຫຍ່ ກ່າວວ່າ, “ເຮົາຈະມາ ປາກົດຢູ່ທ່າມກາງພວກເຈົ້າ ເພື່ອຕັດສິນແລະ ເຮົາຈະເປັນພະຍານຕໍ່ສູ້ພວກທີ່ລົງມືຝຶກ ເວດມົນຄາຖາ, ຕໍ່ສູ້ພວກທີ່ຫລິ້ນຊູ້ສູ່ຜົວເມຍ, ຕໍ່ສູ້ພວກທີ່ເປັນພະຍານບໍ່ຈິງ, ຕໍ່ສູ້ພວກທີ່ສໍ້ໂກງ ຄ່າແຮງງານຂອງລູກຈ້າງ, ຕໍ່ສູ້ພວກ ທີ່ເອົາປຽບແມ່ໝ້າຍ, ເດັກກາໍພ້າ ແລະ ຄົນຕ່າງດ້າວ ຄື ຕໍ່ສູ້ທຸກຄົນທີ່ບໍ່ຢໍາເກງເຮົາ.
\s5
\v 6 ເຮົາແມ່ນອົງພຣະຜູ້ເປັນເຈົ້າ ແລະ ເຮົາບໍ່ປ່ຽນແປງ. ສ່ວນພວກເຈົ້າເຊື້ອສາຍຂອງຢາໂຄບ ຍັງບໍ່ສູນສິ້ນໄປໝົດເທື່ອນໍ.
\v 7 ພວກເຈົ້າໄດ້ຫັນໜີຈາກກົດບັນຍັດທັງຫລາຍຂອງເຮົາ ແລະ ບໍ່ໄດ້ປະຕິບັດຕາມກົດບັນຍັດນັ້ນ ເໝືອນດັ່ງປູ່ຍ່າຕາຍາຍຂອງພວກເຈົ້າ. ຈົ່ງກັບຄືນມາຫາເຮົາເຖີດ ແລະ ເຮົາຈະກັບຄືນໄປຫາພວກເຈົ້າ. ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດຍິ່ງໃຫຍ່ ກ່າວດັ່ງນັ້ນແຫລະ. ແຕ່ພວກເຈົ້າຊໍ້າພັດຖາມວ່າ, ‘ພວກຂ້ານ້ອຍຕ້ອງເຮັດຢ່າງໃດ ຈຶ່ງຈະກັບຄືນໄປຫາພຣະອົງໄດ້?
\s5
\v 8 ເຮົາຂໍຖາມພວກເຈົ້າວ່າ ເປັນການ ຖືກຕ້ອງບໍ ທີ່ມະນຸດສໍ້ໂກງພຣະເຈົ້າ? ແນ່ນອນ ບໍ່ເປັນການຖືກຕ້ອງ, ແຕ່ພວກເຈົ້າຕ່າງກໍສໍ້ໂກງເຮົາ. ພວກເຈົ້າຖາມວ່າ, ‘ສໍ້ໂກງຢ່າງໃດ? ກໍສໍ້ໂກງໃນເລື່ອງໜຶ່ງສ່ວນສິບ ແລະ ເຄື່ອງຖວາຍຕ່າງ ໆ ນັ້ນແຫລະ.
\v 9 ຄໍາສາບແຊ່ງຈະຕົກຖືກພວກເຈົ້າທັງໝົດ ກໍເພາະວ່າຄົນທັງຊາດສໍ້ໂກງເຮົາ.
\s5
\v 10 ຈົ່ງນາໍເງິນເຕັມຈາໍນວນ ໜຶ່ງສ່ວນສິບ ມາຍັງພຣະວິຫານຂອງເຮົາ ເພື່ອວ່າໃນທີ່ນັ້ນຈະມີອາຫານຢ່າງເຕັມບໍຣິບູນ. ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດຍິ່ງໃຫຍ່ກ່າວວ່າ ຈົ່ງລອງເຮັດຢ່າງນັ້ນກັບເຮົາເບິ່ງ ແລະ ພວກເຈົ້າຈະເຫັນວ່າ ເຮົາຈະໄຂປະຕູສະຫວັນ ແລະ ຖອກເທພຣະພອນນາ ໆ ຊະນິດ ຈົນບໍ່ມີຫ້ອງໃສ່ໄວ້ໃນເຮືອນຂອງພວກເຈົ້າ.
\v 11 ເຮົາຈະບໍ່ປ່ອຍໃຫ້ຝູງແມງໄມ້ ມາທາໍລາຍ ຜົນລະປູກຂອງພວກເຈົ້າ ແລະ ຕົ້ນອະງຸ່ນຂອງພວກເຈົ້າ ກໍຈະມີໝາກຫລາຍ.
\v 12 ແລ້ວປະຊາຊົນທຸກຊາດ ກໍຈະເອີ້ນພວກເຈົ້າວ່າ, ‘ຜູ້ມີຄວາມສຸກ’ ເພາະດິນແດນຂອງ ພວກເຈົ້າຈະເປັນທີ່ຢູ່ອາໄສຢ່າງຜາສຸກ. ” ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດຍິ່ງໃຫຍ່ ກ່າວດັ່ງນັ້ນແຫລະ.
\s5
\v 13 ອົງພຣະຜູ້ເປັນເຈົ້າ ກ່າວວ່າ, “ພວກເຈົ້າໄດ້ເວົ້າໃສ່ຮ້າຍເຮົາ ແຕ່ພວກເຈົ້າຊໍ້າຖາມ ວ່າ, ‘ຂ້ານ້ອຍທັງຫລາຍໄດ້ເວົ້າໃສ່ຮ້າຍຫຍັງແດ່ແກ່ພຣະອົງ?
\v 14 ພວກເຈົ້າໄດ້ເວົ້າວ່າ, ‘ຮັບໃຊ້ພຣະເຈົ້ານັ້ນໄຮ້ປະໂຫຍດ. ມີປະໂຫຍດຫຍັງ ທີ່ປະຕິບັດຕາມສິ່ງທີ່ພຣະອົງ ບອກ ຫລື ພະຍາຍາມສະແດງຕໍ່ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດຍິ່ງໃຫຍ່ ວ່າພວກເຮົາເສຍໃຈຕໍ່ສິ່ງທີ່ພວກເຮົາໄດ້ເຮັດມາ?
\v 15 ຕາມທີ່ພວກເຮົາເຫັນແລ້ວ ຄົນຈອງຫອງແມ່ນຄົນພວກໜຶ່ງທີ່ມີຄວາມສຸກ. ຄົນຊົ່ວບໍ່ແມ່ນຮັ່ງມີເທົ່ານັ້ນ ແຕ່ພວກເຂົາຍັງທົດລອງພຣະເຈົ້າ ດ້ວຍການເຮັດຊົ່ວ ແລະ ພວກເຂົາກໍບໍ່ໄດ້ຮັບໂທດຫຍັງເລີຍ.
\s5
\v 16 ແລ້ວຄົນຢໍາເກງອົງພຣະຜູ້ເປັນເຈົ້າ ກໍໄດ້ເວົ້າຕໍ່ກັນແລະກັນ; ອົງພຣະຜູ້ເປັນເຈົ້າກໍໄດ້ຍິນ ແລະ ໄດ້ຟັງສິ່ງທີ່ພວກເຂົາໄດ້ເວົ້ານັ້ນ. ຊ້ອງໜ້າຂອງພຣະອົງມີໜັງສືເຫັ້ຼມໜຶ່ງ ຊຶ່ງບັນທຶກຊື່ຄົນທີ່ຢໍາເກງອົງພຣະຜູ້ເປັນເຈົ້າ ແລະ ເຄົາຣົບນັບຖືພຣະນາມຂອງພຣະອົງ.
\s5
\v 17 ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດຍິ່ງໃຫຍ່ ກ່າວວ່າ, “ພວກເຂົາຈະເປັນປະຊາຊົນຂອງເຮົາ. ໃນມື້ທີ່ເຮົາດໍາເນີນການນັ້ນ ພວກເຂົາຈະເປັນກາໍມະສິດຂອງເຮົາແທ້ ໆ. ເຮົາຈະເມດຕາພວກເຂົາ ດັ່ງພໍ່ເມດຕາລູກຜູູ້ທີ່ຮັບໃຊ້ຕົນ.
\v 18 ອີກເທື່ອໜຶ່ງ ປະຊາຊົນຂອງເຮົາຈະເຫັນຄວາມແຕກຕ່າງລະຫວ່າງສິ່ງທີ່ເກີດຂຶ້ນ ຕໍ່ຄົນຊອບທາໍ ແລະ ຄົນອະທາໍ ແລະ ລະຫວ່າງສິ່ງທີ່ເກີດຂຶ້ນຕໍ່ຜູ້ທີ່ຮັບໃຊ້ພຣະເຈົ້າ ແລະ ຕໍ່ຜູ້ທີ່ບໍ່ຮັບໃຊ້ພຣະອົງ.”
\s5
\c 4
\p
\v 1 ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດຍິ່ງໃຫຍ່ ກ່າວວ່າ, “ວັນນັ້ນກາໍລັງມາເຖິງ ຄືມື້ທີ່ຄົນຈອງຫອງ ແລະ ຄົນຊົ່ວທຸກຄົນຈະຖືກໄຟເຜົາດັ່ງເຟືອງ. ໃນມື້ນັ້ນ ພວກເຂົາຈະຖືກໄຟເຜົາ ແລະ ຈະບໍ່ມີຫຍັງເຫລືອຢູ່ເລີຍ.
\v 2 ແຕ່ສໍາລັບພວກທີ່ຢໍາເກງນາມຂອງເຮົາ ເຮົາຈະນໍາຄວາມພົ້ນມາໃຫ້ພວກເຂົາດ້ວຍອານຸພາບອັນຮຸ່ງເຮືອງຂອງເຮົາ ດັ່ງດວງຕາເວັນຂຶ້ນ ແລະ ຈະນາໍເອົາການປິ່ນປົວມາສູ່ພວກເຂົາ ດັ່ງແສງດວງອາທິດ. ພວກເຈົ້າຈະເປັນອິດສະຫລະເສລີ ແລະ ມີຄວາມສຸກ ດັ່ງລູກງົວທີ່ອອກມາຈາກຄອກ.
\v 3 ໃນມື້ທີ່ເຮົາ ດໍາເນີນການນັ້ນ ພວກເຈົ້າຈະຊະນະຄົນຊົ່ວຊ້າອະທໍາ ແລະ ພວກເຂົາຈະເປັນດັ່ງຂີ້ຝຸ່ນຢູ່ໃຕ້ພື້ນຕີນຂອງພວກເຈົ້າ. ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດຍິ່ງໃຫຍ່ ກ່າວດັ່ງນັ້ນແຫລະ.
\s5
\v 4 ຈົ່ງຈົດຈາໍກົດບັນຍັດຕ່າງ ໆ ຂອງໂມເຊ ຄົນຮັບໃຊ້ຂອງເຮົາ ຄື ກົດບັນຍັດທັງຫລາຍ ແລະ ຂໍ້ຄໍາສັ່ງຕ່າງ ໆ ຊຶ່ງເຮົາໄດ້ມອບໃຫ້ລາວທີ່ເທິງພູເຂົາ ຊີນາຍ ເພື່ອໃຫ້ປະຊາຊົນອິດສະຣາເອນ ທຸກຄົນປະຕິບັດຕາມ.
\v 5 ແຕ່ກ່ອນວັນຍິ່ງໃຫຍ່ ແລະ ວັນອັນໜ້າຢ້ານຂອງອົງພຣະຜູ້ເປັນເຈົ້າຈະມາເຖິງ ເຮົາຈະໃຊ້ ເອລີຢາ ຜູ້ທາໍນວາຍຂອງເຮົາມາ.
\v 6 ລາວຈະນາໍພໍ່ກັບລູກມາພົບກັນອີກ; ບໍ່ດັ່ງນັ້ນ ເຮົາຈະມາ ແລະ ທາໍລາຍປະເທດຂອງພວກເຈົ້າ.”