lo_bible/38-ZEC.usfm

432 lines
98 KiB
Plaintext
Raw Permalink Blame History

This file contains ambiguous Unicode characters

This file contains Unicode characters that might be confused with other characters. If you think that this is intentional, you can safely ignore this warning. Use the Escape button to reveal them.

\id ZEC
\ide UTF-8
\h ພ​ຣະ​ທຳ ເຊ​ກາ​ຣີ​ຢາ
\toc1 ພ​ຣະ​ທຳ ເຊ​ກາ​ຣີ​ຢາ
\toc2 ພ​ຣະ​ທຳ ເຊ​ກາ​ຣີ​ຢາ
\toc3 zec
\mt ພ​ຣະ​ທຳ ເຊ​ກາ​ຣີ​ຢາ
\s5
\c 1
\p
\v 1 ໃນເດືອນແປດ ຂອງຣາຊການປີທີສອງ ຂອງເຈົ້າດາຣິອຸດ ຈັກກະພັດແຫ່ງເປີເຊຍ ອົງພຣະຜູ້ເປັນເຈົ້າໄດ້ມອບຖ້ອຍຄໍາ ດັ່ງຕໍ່ໄປນີ້ໃຫ້ຜູ້ທາໍນວາຍ ເຊກາຣີຢາ ລູກຊາຍຂອງ ເບເຣກີຢາ ແລະ ຫລານຊາຍຂອງອິດໂດ ວ່າ,
\v 2 “ອົງພຣະຜູ້ເປັນເຈົ້າໂກດຮ້າຍປູ່ຍ່າຕາຍາຍຂອງພວກເຈົ້າເຫລືອຫລາຍ.
\v 3 ແລະ ບອກພວກເຂົາວ່າ, ‘ຈົ່ງກັບຄືນມາຫາ ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດຍິ່ງໃຫຍ່ ແລະ ເຮົາຈະກັບຄືນໄປຫາພວກເຈົ້າ. ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດຍິ່ງໃຫຍ່ ກ່າວດັ່ງນີ້ແຫລະ.
\s5
\v 4 ‘ຢ່າສູ່ເປັນດັ່ງປູ່ຍ່າຕາຍາຍຂອງພວກເຈົ້າ ນານມາແລ້ວບັນດາຜູ້ທາໍນວາຍໄດ້ບອກວ່າ ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດຍິ່ງໃຫຍ່ ບອກພວກເຈົ້າບໍ່ໃຫ້ດໍາເນີນຊີວິດໃນທາງຊົ່ວຊ້າ ແລະ ໃນທາງບາບຕໍ່ໄປ. ແຕ່ ພວກເຂົາບໍ່ໄດ້ເຊື່ອຟັງ ຫລື ເຮັດຕາມສິ່ງທີ່ເຮົາໄດ້ບອກ. ອົງພຣະຜູ້ເປັນເຈົ້າ ກ່າວດັ່ງນີ້ແຫລະ
\v 5 ປູ່ຍ່າຕາຍາຍຂອງພວກເຈົ້າ ແລະ ຜູ້ທາໍນວາຍເຫລົ່ານັ້ນ ບໍ່ໄດ້ມີຊີວິດຢູ່ຕໍ່ ໄປແລ້ວ.
\v 6 ແຕ່ໂດຍຜ່ານທາງພວກຜູ້ທາໍ ນວາຍ ຄື ຄົນຮັບໃຊ້ຂອງເຮົາ ເຮົາໄດ້ມອບຖ້ອຍຄໍາ ແລະ ຄໍາຕັກເຕືອນຕ່າງ ໆ ໃຫ້ປູ່ຍ່າຕາຍາຍຂອງພວກເຈົ້າ; ແຕ່ພວກເຂົາບໍ່ໄດ້ເອົາໃຈໃສ່ ຈຶ່ງໄດ້ຮັບໂທດກາໍ ແລ້ວພວກເຂົາກໍໄດ້ກັບໃຈໃໝ່ ແລະ ກ່າວວ່າ, ‘ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດຍິ່ງໃຫຍ່ໄດ້ລົງໂທດພວກເຮົາ ສົມກັບທີ່ພວກເຮົາສົມຄວນໄດ້ຮັບຕາມທີ່ພຣະອົງໄດ້ຕັດສິນໃຈ ເຮັດເຊັ່ນນັ້ນ.
\s5
\v 7 ໃນປີທີສອງ ທີ່ເຈົ້າດາຣິອຸດ ເປັນຈັກກະພັດ ອັນກົງກັບວັນທີຊາວສີ່ ເດືອນສິບເອັດ (ເດືອນ ເຊບັດ) ອົງພຣະຜູ້ເປັນເຈົ້າໄດ້ ມອບຖ້ອຍຄໍາໃຫ້ຂ້າພະເຈົ້າ ໃນນິມິດຕອນກາງຄືນ.
\v 8 ຂ້າພະເຈົ້າໄດ້ເຫັນຜູ້ໜຶ່ງຂີ່ມ້າສີແດງໂຕໜຶ່ງ. ຜູ້ນັ້ນໄດ້ຢຸດຢູ່ທ່າມກາງຕົ້ນໄມ້ ຫອມ [ກ] ໃນຮ່ອມພູແຫ່ງໜຶ່ງ ແລະ ທາງ ເບື້ອງຫລັງຂອງຜູ້ນັ້ນ ມີມ້າໂຕອື່ນອີກ ເປັນມ້າສີແດງ, ສີດ່າງ ແລະ ສີຂາວ.
\v 9 ຂ້າພະເຈົ້າໄດ້ຖາມວ່າ, “ທ່ານເອີຍ ມ້າເຫລົ່ານັ້ນໝາຍເຖິງຫຍັງ? ” ເທວະດາທີ່ກ່າວກັບຂ້າພະເຈົ້າໄດ້ຕອບຂ້າພະເຈົ້າວ່າ, “ເຮົາຈະສະແດງໃຫ້ເຈົ້າເຫັນວ່າ ໝາຍເຖິງຫຍັງ?”
\s5
\v 10 ດັ່ງນັ້ນ ຊາຍທີ່ຢືນຢູ່ທ່າມກາງຕົ້ນໄມ້ຫອມ ຈຶ່ງຕອບວ່າ, “ອົງພຣະຜູ້ເປັນເຈົ້າໄດ້ໃຊ້ພວກມັນໄປກວດກາເບິ່ງແຜ່ນດິນໂລກ. ”
\v 11 ພວກເຂົາໄດ້ມາລາຍງານ ຕໍ່ເທວະດາຂອງອົງພຣະຜູ້ເປັນເຈົ້າວ່າ, “ພວກເຮົາໄດ້ໄປ ທົ່ວໂລກ ແລະ ໄດ້ພົບວ່າໂລກທັງໝົດມີແຕ່ ຄວາມສິ້ນຫວັງ ແລະ ຄວາມງຽບເຫງົາ.”
\s5
\v 12 ແລ້ວເທວະດາຂອງອົງພຣະຜູ້ເປັນເຈົ້າ ກໍກ່າວວ່າ, “ອົງພຣະຜູ້ເປັນເຈົ້າອົງຊົງຣິດອໍານາດຍິ່ງໃຫຍ່ເອີຍ ພຣະອົງໄດ້ໂກດຮ້າຍ ນະຄອນເຢຣູຊາເລັມ ແລະ ເມືອງຂອງຢູດາຍ ເຖິງເຈັດສິບປີ ແລ້ວ. ຈະຍັງອີກດົນນານປານໃດ ກ່ອນທີ່ພຣະອົງຈະໂຜດເມດຕາພວກເຂົາ? ”
\v 13 ອົງພຣະຜູ້ເປັນເຈົ້າໄດ້ຕອບເທວະດາ ຕົນທີ່ໄດ້ກ່າວກັບຂ້າພະເຈົ້າ ດ້ວຍຖ້ອຍຄໍາເລົ້າໂລມໃຈ
\s5
\v 14 ແລະ ເທວະດາຕົນທີ່ໄດ້ກ່າວກັບຂ້າພະເຈົ້າ ກໍໄດ້ບອກຂ້າພະເຈົ້າວ່າ, “ຈົ່ງປະກາດວ່າ ອົງພຣະຜູ້ເປັນເຈົ້າອົງຊົງຣິດອໍານາດຍິ່ງໃຫຍ່ ໄດ້ກ່າວວ່າ, ‘ເຮົາມີຄວາມຮັກ ແລະ ຄວາມຫ່ວງໃຍອັນເລິກເຊິ່ງຕໍ່ນະຄອນ ເຢຣູຊາເລັມ ນະຄອນສັກສິດຂອງເຮົາ
\v 15 ແລະ ເຮົາກໍໂກດຮ້າຍຢ່າງເຫລືອຫລາຍຕໍ່ຊົນຊາດຕ່າງ ໆ ທີ່ມ່ວນຊື່ນຢູ່ກັບຄວາມມິດງຽບ ແລະຄວາມສະຫງົບສຸກ. ດ້ວຍວ່າ, ໃນເມື່ອເຮົາຖອນເອົາຄວາມໂກດຮ້າຍຂອງເຮົາ ທີ່ມີຕໍ່ ປະຊາຊົນຂອງເຮົາຄືນນັ້ນ ຊົນຊາດເຫລົ່ານັ້ນກໍໄດ້ເຮັດໃຫ້ປະຊາຊົນຂອງເຮົາ ທົນທຸກຍິ່ງຂຶ້ນ.
\s5
\v 16 ສະນັ້ນແຫລະ ອົງພຣະຜູ້ເປັນເຈົ້າຈຶ່ງກ່າວວ່າ, ‘ເຮົາຈະກັບມາຍັງນະຄອນເຢຣູຊາເລັມ ອີກເພື່ອສໍາແດງຄວາມເມດຕາ ຕໍ່ນະຄອນນີ້. ພຣະວິຫານຂອງເຮົາຈະຖືກສ້າງຂຶ້ນໃໝ່ ແລະ ນະຄອນກໍຈະຖືກສ້າງຂຶ້ນໃໝ່ດ້ວຍ. ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດຍິ່ງໃຫຍ່ ໄດ້ກ່າວດັ່ງນັ້ນແຫລະ.
\v 17 ຈົ່ງປະກາດອີກວ່າ: ອົງພຣະຜູ້ເປັນເຈົ້າອົງຊົງຣິດອໍານາດຍິ່ງໃຫຍ່ ກ່າວວ່າ, ‘ເມືອງທັງຫລາຍຂອງເຮົາຈະ ຈະເລີນຮຸ່ງເຮືອງຂຶ້ນໃໝ່ ແລະ ອົງພຣະຜູ້ເປັນເຈົ້າຈະປອບໃຈ ແລະ ຈະເລືອກເອົານະຄອນເຢຣູຊາເລັມ ອີກເທື່ອໜຶ່ງ. ’”
\s5
\v 18 ໃນນິມິດຢ່າງອື່ນອີກ ຂ້າພະເຈົ້າໄດ້ເຫັນເຂົາສີ່ເຂົາ.
\v 19 ຂ້າພະເຈົ້າຈຶ່ງຖາມ ເທວະດາຕົນທີ່ກາໍລັງກ່າວແກ່ຂ້າພະເຈົ້າ ຢູ່ນັ້ນວ່າ, “ເຂົາເຫລົ່ານັ້ນໝາຍເຖິງຫຍັງ? ” ເພິ່ນຕອບວ່າ, “ເຂົາເຫລົ່ານັ້ນ ໝາຍເຖິງບັນດາອໍານາດແຫ່ງໂລກນີ້ ທີ່ໄດ້ເຮັດໃຫ້ປະຊາຊົນຢູດາ, ອິດສະຣາເອນ ແລະ ເຢຣູຊາເລັມ ກະຈັດກະຈາຍໄປ.”
\s5
\v 20 ແລ້ວອົງພຣະຜູ້ເປັນເຈົ້າ ກໍສໍາແດງໃຫ້ ຂ້າພະເຈົ້າ ເຫັນຊ່າງຕີເຫລັກ ສີ່ຄົນ.
\v 21 ຂ້າພະເຈົ້າຈຶ່ງຖາມວ່າ, “ຄົນເຫລົ່ານັ້ນມາເຮັດຫຍັງ? ” ເພິ່ນຕອບວ່າ, “ອັນນີ້ແມ່ນ ເຂົາທີ່ເຮັດໃຫ້ ຢູດາ ພັດພາກຈາກກັນຈົນບໍ່ມີຜູ້ໃດ ເງີຍໜ້າໄດ້ ແຕ່ພວກຊ່າງນີ້ມາເພື່ອເຮັດໃຫ້ຊົນຊາດຕ່າງ ໆ ສະທ້ານຢ້ານກົວ ແລະ ໂຄ່ນລົ້ມຊົນຊາດທັງຫລາຍ ທີ່ຢຽບຢໍ່າທາໍລາຍດິນແດນ ຢູດາຍ ໃຫ້ໝຸ່ນ ແລະ ເຮັດໃຫ້ພົນລະເມືອງກະຈັດກະຈາຍໄປ.”
\s5
\c 2
\p
\v 1 ໃນນິມິດຢ່າງອື່ນອີກ ຂ້າພະເຈົ້າໄດ້ເຫັນຊາຍຄົນໜຶ່ງຖືເຊືອກແທກໃນມື.
\v 2 ຂ້າພະເຈົ້າຖາມ ວ່າ, “ທ່ານກໍາລັງຈະໄປໃສ? ” ຊາຍຄົນນັ້ນຕອບ ວ່າ, “ໄປແທກນະຄອນ ເຢຣູຊາເລັມ ວ່າຍາວແລະກວ້າງເທົ່າໃດ.”
\s5
\v 3 ແລ້ວຂ້າພະເຈົ້າກໍໄດ້ເຫັນເທວະດາ ຕົນທີ່ໄດ້ກ່າວແກ່ຂ້າພະເຈົ້ານັ້ນ ກ້າວຍ່າງອອກໄປ ແລະ ມີເທວະດາຕົນອື່ນອີກ ເຂົ້າມາພົບເທວະດາຕົນນີ້.
\v 4 ເທວະດາຕົນທາໍອິດ ໄດ້ກ່າວຕໍ່ເທວະດາຕົນອື່ນ ວ່າ, “ຈົ່ງແລ່ນໄປບອກຊາຍໜຸ່ມ ທີ່ຖືເຊືອກແທກນັ້ນວ່າ ຢູ່ໃນນະຄອນເຢຣູຊາເລັມ ຈະມີຄົນກັບສັດຢ່າງ ຫລວງຫລາຍ ຈົນຈະກໍ່ກໍາແພງເມືອງຂຶ້ນບໍ່ໄດ້.
\v 5 ອົງພຣະຜູ້ເປັນເຈົ້າໄດ້ສັນຍາ ວ່າ ພຣະອົງເອງ ຈະເປັນກາໍແພງອ້ອມເພື່ອປົກປ້ອງນະຄອນນີ້ໄວ້ ແລະ ພຣະອົງຈະສະຖິດຢູ່ໃນທີ່ນັ້ນ ດ້ວຍສະຫງ່າຣາສີອັນຮຸ່ງເຮືອງຂອງພຣະອົງ.”
\s5
\v 6-7 ອົງພຣະຜູ້ເປັນເຈົ້າ ກ່າວວ່າ, “ເຮົາໄດ້ກະຈັດກະຈາຍພວກເຈົ້າ ໄປຍັງທຸກທິດທຸກທາງ. ແຕ່ບັດນີ້ ພວກເຈົ້າຜູ້ທີ່ເປັນຊະເລີຍ ໃນຕ່າງຖິ່ນເອີຍ ຈົ່ງປົບໜີຈາກ ບາບີໂລນ ແລະ ກັບຄືນມາຍັງນະຄອນເຢຣູຊາເລັມ ເຖີດ. ອົງພຣະຜູ້ເປັນເຈົ້າກ່າວ ດັ່ງນັ້ນແຫລະ
\s5
\v 8 ຜູ້ໃດຜູ້ໜຶ່ງທີ່ຕົບຕີພວກເຈົ້າ ກໍສໍ່າກັບຕົບຕີແກ້ວຕາຂອງເຮົາ. ” ດັ່ງນັ້ນ ອົງພຣະຜູ້ເປັນເຈົ້າອົງຊົງຣິດອໍານາດຍິ່ງໃຫຍ່ ຈຶ່ງໄດ້ໃຊ້ຂ້າພະເຈົ້າ ພ້ອມນາໍຖ້ອຍຄໍານີ້ ໄປບອກຊົນຊາດຕ່າງ ໆ ທີ່ໄດ້ປຸ້ນສະດົມປະຊາຊົນຂອງ ພຣະອົງ ວ່າ,
\v 9 “ອົງພຣະຜູ້ເປັນເຈົ້າເອງ ຈະຕໍ່ສູ້ພວກເຈົ້າ ແລະ ພວກເຈົ້າຈະຖືກປຸ້ນສະດົມໂດຍປະຊາຊົນ ທີ່ຄັ້ງໜຶ່ງເຄີຍເປັນຂ້ອຍໃຊ້ຂອງພວກເຈົ້າ. ເມື່ອເຫດການນີ້ເກີດຂຶ້ນ ທຸກຄົນຈະຮູ້ວ່າ ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດຍິ່ງໃຫຍ່ ໄດ້ໃຊ້ຂ້າພະເຈົ້າມາ.”
\s5
\v 10 ອົງພຣະຜູ້ເປັນເຈົ້າ ໄດ້ກ່າວວ່າ, “ປະຊາຊົນອິດສະຣາເອນ ເອີຍ ຈົ່ງຮ້ອງເພງ ດ້ວຍຄວາມຊົມຊື່ນຍິນດີເຖີດ ເຮົາກາໍລັງມາ ຢູ່ທ່າມກາງພວກເຈົ້າ. ”
\v 11 ໃນເວລານັ້ນ ຈະມີຫລາຍຊົນຊາດ ມາຫາອົງພຣະຜູ້ເປັນເຈົ້າ ແລະ ກາຍເປັນປະຊາຊົນຂອງພຣະອົງ. ພຣະອົງຈະຢູ່ທ່າມກາງພວກເຈົ້າ ແລະ ພວກເຈົ້າກໍຈະຮູ້ວ່າ ພຣະອົງນັ້ນແຫລະໄດ້ໃຊ້ຂ້າພະເຈົ້າມາຫາພວກເຈົ້າ.
\s5
\v 12 ອີກເທື່ອໜຶ່ງ ຢູດາຍ ຈະເປັນກາໍ ມະສິດແບບພິເສດຂອງອົງພຣະຜູ້ເປັນເຈົ້າ ໃນດິນແດນອັນສັກສິດຂອງພຣະອົງ ແລະ ນະຄອນ ເຢຣູຊາເລັມ ກໍຈະເປັນນະຄອນທີ່ພຣະອົງຮັກຫລາຍທີ່ສຸດ.
\v 13 ທຸກ ໆ ຄົນຈົ່ງມິດງຽບຢູ່ຊ້ອງໜ້າອົງພຣະຜູ້ເປັນເຈົ້າ ເພາະພຣະອົງກາໍລັງມາ ແຕ່ສະຖານທີ່ຢູ່ອັນບໍຣິສຸດຂອງພຣະອົງ.
\s5
\c 3
\p
\v 1 ໃນນິມິດຢ່າງອື່ນອີກ ອົງພຣະຜູ້ເປັນເຈົ້າ ໄດ້ສໍາແດງໃຫ້ຂ້າພະເຈົ້າເຫັນມະຫາປະໂຣຫິດ ໂຢຊວຍ ເພິ່ນກາໍລັງຢືນຢູ່ຕໍ່ໜ້າເທວະດາ ຂອງອົງພຣະຜູ້ເປັນເຈົ້າ. ໃນທີ່ນັ້ນ ຢູ່ຂ້າງຂອງໂຢຊວຍ ກໍມີຊາຕານ [ຂ] ຢືນຢູ່ດ້ວຍ ພ້ອມທີ່ຈະກ່າວຟ້ອງເພິ່ນ.
\v 2 ເທວະດາຂອງອົງພຣະຜູ້ເປັນເຈົ້າຕົນນັ້ນ [ຄ] ໄດ້ກ່າວວ່າ, “ຊາຕານເອີຍ ຂໍໃຫ້ອົງພຣະຜູ້ເປັນເຈົ້າ ລົງໂທດເຈົ້າເຖີດ ຂໍໃຫ້ອົງພຣະຜູ້ເປັນເຈົ້າ ອົງຊົງຮັກນະຄອນ ເຢຣູຊາເລັມ ລົງໂທດເຈົ້າ. ຊາຍຄົນນີ້ເປັນດັ່ງດົ້ນຟືນ ທີ່ມີໄຟລຸກໄໝ້ຢູ່. ”
\v 3 ໂຢຊວຍ ກໍຢືນຢູ່ຕໍ່ໜ້າເທວະດາໃນທີ່ນັ້ນ ໂດຍນຸ່ງເສື້ອຜ້າອັນເປິເປື້ອນ.
\s5
\v 4 ເທວະດາຕົນນັ້ນໄດ້ກ່າວ ຕໍ່ລູກທັງຫລາຍຂອງພຣະເຈົ້າ ຜູ້ທີ່ຄອຍຮັບໃຊ້ທ່ານຢູ່ນັ້ນວ່າ, “ຈົ່ງແກ້ເສື້ອອັນເປິເປື້ອນຂອງຊາຍຄົນນີ້ອອກສາ. ” ແລ້ວເພິ່ນກໍກ່າວແກ່ ໂຢຊວຍ ວ່າ, “ເຮົາໄດ້ຍົກບາບໃຫ້ເຈົ້າແລ້ວ ແລະ ເຮົາຈະເອົາເສື້ອໃໝ່ໃຫ້ເຈົ້ານຸ່ງ. ”
\v 5 ເທວະດາຕົນນັ້ນ ໄດ້ສັ່ງໃຫ້ພວກທີ່ຄອຍຮັບໃຊ້ເພິ່ນນັ້ນ ສຸບ [ງ] ຜ້າພັນຫົວອັນສະອາດ ໃສ່ຫົວຂອງໂຢຊວຍ. ພວກເຂົາກໍໄດ້ປະຕິບັດຕາມ ແລະ ຍັງໄດ້ເອົາເຄື່ອງໃໝ່ນຸ່ງໃຫ້ເພິ່ນ ໃນຂະນະທີ່ເທວະດາຂອງອົງພຣະຜູ້ເປັນເຈົ້າ ຢືນຢູ່ໃນທີ່ນັ້ນ.
\s5
\v 6-7 ແລ້ວເທວະດາຕົນນັ້ນ ກໍບອກໂຢຊວຍ ວ່າ, “ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດຍິ່ງໃຫຍ່ ໄດ້ກ່າວດັ່ງນີ້: ຖ້າເຈົ້າ ເຮັດຕາມກົດບັນຍັດທັງຫລາຍຂອງເຮົາ ແລະ ປະຕິບັດໜ້າທີ່ຕາມທີ່ເຮົາໄດ້ມອບໃຫ້ເຈົ້ານັ້ນ ແລ້ວເຈົ້າກໍຈະໄດ້ສືບຕໍ່ຮັບຜິດຊອບວິຫານຂອງເຮົາ ຕະຫລອດທັງເດີ່ນຂອງພຣະວິຫານ ດ້ວຍ; ແລະເຮົາຈະຟັງຄໍາພາວັນນາ ອະທິຖານຂອງພວກເຈົ້າ ດັ່ງທີ່ເຮົາຟັງຄໍາພາວັນນາ ອະທິຖານຂອງພວກທີ່ຢູ່ຊ້ອງໜ້າເຮົານີ້.
\s5
\v 8 ໂຢຊວຍ ຜູ້ເປັນມະຫາປະໂຣຫິດເອີຍ ບັດນີ້ ຈົ່ງຟັງເຖີດ; ພວກເຈົ້າຜູ້ທີ່ເປັນປະໂຣຫິດ ຮ່ວມກັບເພິ່ນກໍຈົ່ງຟັງດ້ວຍ. ພວກເຈົ້າ ເປັນສິ່ງສະແດງທີ່ດີໃນອະນາຄົດ ເຮົາຈະໃຫ້ຜູ້ຮັບໃຊ້ຂອງເຮົາ ມາປາກົດ ຄືຜູ້ທີ່ມີຊື່ວ່າ ກິ່ງ
\v 9 ເຮົາກາໍລັງວາງຫິນກ້ອນໜຶ່ງທີ່ມີເຈັດຫລ່ຽມຢູ່ຕໍ່ໜ້າ ໂຢຊວຍ. ເຮົາຈະສະຫລັກຕົວໜັງສືໄວ້ເທິງນັ້ນ ແລະ ເຮົາຈະຍົກເອົາບາບຂອງດິນແດນນີ້ໄປໃນມື້ດຽວເທົ່ານັ້ນ. ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດຍິ່ງໃຫຍ່ກ່າວ ດັ່ງນັ້ນແຫລະ.
\s5
\v 10 ເມື່ອມື້ນັ້ນມາເຖິງ ແຕ່ລະຄົນໃນພວກເຈົ້າ ກໍຈະເຊື້ອເຊີນເອົາເພື່ອນບ້ານຂອງຕົນ ມາຮ່ວມຊົມຊື່ນຍິນດີນາໍ ເພາະມີຄວາມສະຫງົບສຸກ ແລະ ຄວາມປອດໄພຢູ່ໃນສວນອະງຸ່ນ ແລະ ຢູ່ໃຕ້ຕົ້ນໝາກເດື່ອເທດທັງຫລາຍ. ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດຍິ່ງໃຫຍ່ ກ່າວດັ່ງນັ້ນແຫລະ.”
\s5
\c 4
\p
\v 1 ເທວະດາຕົນທີ່ມີໜ້າທີ່ກ່າວແກ່ຂ້າພະເຈົ້ານັ້ນ ໄດ້ກັບຄືນມາຫາຂ້າພະເຈົ້າອີກ ແລະ ປຸກຂ້າພະເຈົ້າໃຫ້ຕື່ນຂຶ້ນ ດັ່ງກັບວ່າ ຂ້າພະເຈົ້າໄດ້ນອນຫລັບໄປ.
\v 2 ເພິ່ນຖາມ ຂ້າພະເຈົ້າວ່າ, “ເຈົ້າໄດ້ເຫັນຫຍັງແດ່? ” ຂ້າພະເຈົ້າຈຶ່ງຕອບ ວ່າ, “ເຫັນຕີນຮອງຕະກຽງທີ່ເປັນຄໍາ ເທິງຈອມນັ້ນມີອ່າງໜ່ວຍໜຶ່ງສໍາລັບໃສ່ນໍ້າມັນ. ທີ່ເທິງຕີນຮອງຕະກຽງ ນັ້ນ ມີຕະກຽງເຈັດໜ່ວຍ ແລະ ແຕ່ລະໜ່ວຍ ມີໄສ້ເຈັດອັນ.
\v 3 ທີ່ແຕ່ລະຂ້າງຂອງຕີນ ຮອງຕະກຽງນັ້ນ ມີຕົ້ນໝາກກອກເທດສອງຕົ້ນ ຂ້າງລະຕົ້ນ.”
\s5
\v 4 ແລ້ວຂ້າພະເຈົ້າກໍຖາມເທວະດາ ຕົນທີ່ກ່າວກັບຂ້າພະເຈົ້າ ວ່າ, “ທ່ານເອີຍ ສິ່ງເຫລົ່ານີ້ໝາຍເຖິງຫຍັງ? ”
\v 5 ເທວະດາຕົນທີ່ກ່າວກັບຂ້າພະເຈົ້າ ຖາມຂ້າພະເຈົ້າຄືນວ່າ, “ເຈົ້າບໍ່ຮູ້ຈັກບໍ? ” ຂ້າພະເຈົ້າຕອບວ່າ, “ທ່ານເອີຍ ຂ້ານ້ອຍບໍ່ຮູ້ຈັກ.”
\s5
\v 6 ເທວະດາຕົນນັ້ນ ໄດ້ສັ່ງຂ້າພະເຈົ້າໃຫ້ມອບຖ້ອຍຄໍາຈາກອົງພຣະຜູ້ເປັນເຈົ້າ ແກ່ເຊຣຸບບາເບນ. ຖ້ອຍຄໍານັ້ນມີດັ່ງນີ້: “ເຈົ້າຈະພົບຄວາມສໍາເລັດ ບໍ່ແມ່ນໂດຍກາໍລັງທາງທະຫານ ຫລື ໂດຍກາໍລັງຂອງເຈົ້າເອງ ແຕ່ໂດຍພຣະວິນຍານຂອງເຮົາ. ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດຍິ່ງໃຫຍ່ ກ່າວດັ່ງນັ້ນແຫລະ.
\v 7 ອຸບປະສັກໃຫຍ່ ທໍ່ພູຜາກໍຈະເຫືອດຫາຍໄປຕໍ່ໜ້າເຈົ້າ. ເຈົ້າຈະສ້າງວິຫານຂອງເຮົາຂຶ້ນໃໝ່ ແລະ ເມື່ອເຈົ້າວາງຫິນກ້ອນສຸດທ້າຍລົງໃນບ່ອນນັ້ນແລ້ວ ປະຊາຊົນກໍຈະ ຮ້ອງຂຶ້ນວ່າ, ‘ງາມແທ້ ງາມແທ້! ’”
\s5
\v 8 ຂ້າພະເຈົ້າຍັງໄດ້ຮັບຖ້ອຍຄໍາຢ່າງອື່ນອີກຈາກອົງພຣະຜູ້ເປັນເຈົ້າ.
\v 9 ກ່າວວ່າ, “ເຊຣຸບບາເບນ ໄດ້ວາງຮາກຖານຂອງພຣະວິຫານແລ້ວ ແລະ ລາວຈະສ້າງຕຶກໃຫ້ສໍາເລັດ. ເມື່ອເຫດການນີ້ເກີດຂຶ້ນ ປະຊາຊົນຂອງເຮົາຈະຮູ້ວ່າ ແມ່ນອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດຍິ່ງໃຫຍ່ ທີ່ໄດ້ໃຊ້ເຈົ້າໄປຫາພວກເຂົາ.
\v 10 \f + \ft Note: the ordering of these verses was different in the pdf version of this Bible. Verses 1 - 5; verses 10b - 14; followed by verses 6 - 10a. \f*
[ກ] ພວກເຂົາຜິດຫວັງ ກໍເພາະວ່າວຽກງານບໍ່ກ້າວໜ້າ. ແຕ່ພວກເຂົາຈະເຫັນ ເຊຣຸບບາເບນ ສືບຕໍ່ສ້າງພຣະວິຫານ ແລະ ພວກເຂົາກໍຈະຊົມຊື່ນຍິນດີ. ” [ຂ] ເທວະດາຕົນນັ້ນ ໄດ້ກ່າວແກ່ຂ້າພະເຈົ້າ ວ່າ, “ຕະກຽງທັງເຈັດໜ່ວຍນັ້ນ ແມ່ນຕາທັງເຈັດຂອງອົງພຣະຜູ້ເປັນເຈົ້າ ຊຶ່ງສອດສ່ອງເບິ່ງທົ່ວທັງໂລກນີ້. ” [ຈ]
\v 11 ແລ້ວ​ຂ້າ​ພະ​ເຈົ້າ​ກໍ​ໄດ້​ຖາມ​ເພິ່ນ​ວ່າ, "ຕົ້ນ​ໝາກກອກ​ເທດ​ສອງ​ຕົ້ນ ທີ່​ຢູ່​ແຕ່​ລະ​ຂ້າງນັ້ນ ໝາຍ​ເຖິງ​ຫຍັງ?
\s5
\v 12 ສ່ວນກິ່ງໝາກກອກເທດ ສອງກິ່ງຊຶ່ງຢູ່ ທີ່ຂ້າງຂອງທໍ່ຄໍາ ສໍາລັບຖອກນາໍ້ມັນໝາກກອກເທດນັ້ນ ໝາຍເຖິງຫຍັງ? ”
\v 13 ເພິ່ນຖາມຂ້າພະເຈົ້າຄືນວ່າ, “ເຈົ້າບໍ່ຮູ້ຈັກບໍ? ” ຂ້າພະເຈົ້າຕອບ ວ່າ, “ທ່ານເອີຍ ຂ້ານ້ອຍບໍ່ຮູ້ຈັກ.”
\s5
\v 14 ແລ້ວເພິ່ນກໍໄດ້ກ່າວ ວ່າ, “ສິ່ງເຫລົ່ານັ້ນ ໝາຍເຖິງຊາຍສອງຄົນ ທີ່ພຣະເຈົ້າໄດ້ເລືອກເອົາ ແລະ ຫົດສົງແຕ່ງຕັ້ງໃຫ້ຮັບໃຊ້ພຣະເຈົ້າຢາເວ ແຫ່ງແຜ່ນດິນໂລກທັງໝົດ. ” *
\s5
\c 5
\p
\v 1 ຂ້າພະເຈົ້າໄດ້ຫລຽວເບິ່ງອີກ ແລະ ໃນເທື່ອນີ້ ຂ້າພະເຈົ້າເຫັນໜັງສືມ້ວນ [ສ] ປິວໄປໃນອາກາດ.
\v 2 ເທວະດາຕົນນັ້ນ ໄດ້ຖາມຂ້າພະເຈົ້າວ່າ, “ເຈົ້າໄດ້ເຫັນຫຍັງແດ່? ” ຂ້າພະເຈົ້າຈຶ່ງຕອບວ່າ, “ເຫັນໜັງສືມ້ວນ ກາໍລັງປິວໄປໃນອາກາດ; ໜັງສືນີ້ຍາວເກົ້າແມັດ ແລະ ກວ້າງແມັດເຄິ່ງ.”
\s5
\v 3 ແລ້ວເທວະດາຕົນນັ້ນ ກໍໄດ້ກ່າວແກ່ຂ້າພະເຈົ້າວ່າ, “ໃນໜັງສືມ້ວນນັ້ນ ມີຄໍາສາບແຊ່ງຖືກຂຽນໄວ້ ທີ່ຈະອອກໄປເຖິງທົ່ວທັງດິນແດນ. ທີ່ສົ້ນໜຶ່ງຂອງໜັງສືນັ້ນ ກ່າວວ່າ ຄົນຂີ້ລັກທຸກ ໆ ຄົນຈະຖືກກວາດອອກ ໄປຈາກດິນແດນ ແລະທີ່ສົ້ນໜຶ່ງອີກກ່າວວ່າ ທຸກ ໆ ຄົນທີ່ເວົ້າຕົວະພາຍໃຕ້ຄຳສາບານ ຈະຖືກກວາດລ້າງອອກໄປຈາກດິນແດນ ເຊັ່ນກັນ.
\v 4 ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອຳນາດຍິ່ງໃຫຍ່ ກ່າວວ່າ ພຣະອົງຈະສົ່ງຄໍາສາບແຊ່ງນີ້ອອກໄປ ແລະ ມັນຈະເຂົ້າໄປໃນ ເຮືອນຂອງຄົນຂີ້ລັກທຸກຄົນ ຕະຫລອດທັງເຮືອນຂອງຜູ້ເວົ້າຕົວະພາຍໃຕ້ຄໍາສາບານທຸກຄົນ. ມັນຈະຢູ່ໃນເຮືອນຂອງພວກເຂົາ ຈົນກວ່າບ້ານເຮືອນຖືກຮົກຮ້າງເພພັງ.”
\s5
\v 5 ເທວະດາຕົນນັ້ນ ໄດ້ປາກົດຕໍ່ຂ້າພະເຈົ້າອີກ ແລະ ກ່າວວ່າ, “ເບິ່ງແມ! ສິ່ງໜຶ່ງອີກກາໍລັງມາ. ”
\v 6 ຂ້າພະເຈົ້າຖາມວ່າ, “ສິ່ງນັ້ນ ແມ່ນຫຍັງ? ” ເທວະດາຕົນນັ້ນຕອບວ່າ, “ແມ່ນກະຕ່າໜ່ວຍໜຶ່ງ ແລະ ມັນໝາຍເຖິງບາບ [ຊ] ຂອງດິນແດນນີ້ທັງໝົດ. ”
\v 7 ກະຕ່າ ນັ້ນມີຝາອັດທີ່ເຮັດດ້ວຍຕະກົ່ວ ເມື່ອຂ້າພະເຈົ້າເບິ່ງລົງໃນທີ່ນັ້ນ ຝາມັນກໍໄຂອອກ ແລະ ມີຍິງຜູ້ໜຶ່ງນັ່ງຢູ່ໃນກະຕ່ານັ້ນ
\s5
\v 8 ເທວະ​ດາ​ຕົນ​ນັ້ນ​ໄດ້​ກ່າວ​ວ່າ, "ຍິງ​ຜູ້ນີ້​ເປັນ​ຕົວ​ແທນ​ຂອງ​ຄວາມ​ຊົ່ວ​ຮ້າຍ."
\v 9 ຂ້າ​ພະ​ເຈົ້າ​ຈຶ່ງ​ເງີຍ​ໜ້າ​ຂຶ້ນ ແລະ​ເຫັນ​ຍິງ​ສອງ​ຄົນ​ບິນ​ມາ​ທາງ​ຂ້າ​ພະ​ເຈົ້າ ດ້ວຍ​ປີກ​ອັນ​ມີ​ກຳ​ລັງ​ຫລາຍ​ເໝືອນ​ດັ່ງ​ນົກ​ຍາງ. ຍິງ​ທັງ​ສອງ​ໄດ້​ຍົກ​ກະ​ຕ່ານັ້ນ​ຂຶ້ນ ແລະ​ບິນ​ໜີ​ໄປ.
\s5
\v 10 ຂ້າພະເຈົ້າຈຶ່ງຖາມເທວະດາຕົນນັ້ນ ວ່າ, “ພວກນາງຈະເອົາກະຕ່ານັ້ນໄປໃສ? ”
\v 11 ເທວະດາຕົນນັ້ນ ຕອບວ່າ, “ໄປ ບາບີໂລນ ບ່ອນທີ່ພວກນາງຈະສ້າງວິຫານ ສໍາລັບກະຕ່ານັ້ນ. ເມື່ອສ້າງວິຫານສໍາເລັດແລ້ວ ກະຕ່ານັ້ນຈະຖືກປະໄວ້ທີ່ນັ້ນ ໃຫ້ຄົນຂາບໄຫວ້.”
\s5
\c 6
\p
\v 1 ຂ້າພະເຈົ້າໄດ້ເຫັນລົດຮົບ ສີ່ຄັນກາໍລັງອອກມາຈາກພູເຂົາສອງໜ່ວຍ ທີ່ເປັນທອງສໍາຣິດ.
\v 2 ລົດຮົບຄັນທີໜຶ່ງ ມີມ້າສີແດງ, ລົດຮົບຄັນທີສອງ ມີມ້າສີດໍາ
\v 3 ລົດຮົບຄັນທີສາມ ມີມ້າສີຂາວ ແລະ ລົດຮົບຄັນທີ່ສີ່ ມີມ້າສີດ່າງ.
\v 4 ແລ້ວຂ້າພະເຈົ້າກໍຖາມ ເທວະດາຕົນນັ້ນວ່າ, “ທ່ານເອີຍ ລົດຮົບເຫລົ່ານີ້ ໝາຍເຖິງຫຍັງ?”
\s5
\v 5 ເທວະດາຕົນນັ້ນ ໄດ້ຕອບວ່າ, “ລົດຮົບເຫລົ່ານີ້ໝາຍເຖິງ ລົມທັງສີ່ທິດ ທີ່ຫາກໍມາແຕ່ ເຂົ້າເຝົ້າພຣະເຈົ້າແຫ່ງແຜ່ນດິນໂລກນີ້ທັງໝົດ. ”
\v 6 ລົດຮົບຄັນທີ່ມີມ້າສີດໍານັ້ນ ກາໍລັງໄປຍັງທິດເໜືອສູ່ ບາບີໂລນ, ມ້າສີຂາວນັ້ນ ກາໍລັງໄປຍັງທິດຕາເວັນຕົກ ແລະ ມ້າສີດ່າງ ກາໍລັງໄປຍັງປະເທດທາງທິດໃຕ້.
\s5
\v 7 ເມື່ອມ້າໂຕສີແດງ ໄດ້ກ້າວອອກໄປ ພວກມັນກໍຮ້ອນໃຈທີ່ຈະກວດກາເບິ່ງແຜ່ນດິນໂລກ. ເທວະດາຕົນນັ້ນ ຈຶ່ງກ່າວວ່າ, “ຈົ່ງໄປກວດກາເບິ່ງແຜ່ນດິນໂລກສາ” ແລະ ມ້າເຫລົ່ານັ້ນ ກໍອອກໄປ.
\v 8 ແລ້ວເທວະດາ ຕົນນັ້ນກໍຮ້ອງບອກຂ້າພະເຈົ້າ ວ່າ, “ມ້າທີ່ໄປທາງທິດເໜືອສູ່ ບາບີໂລນ ນັ້ນໄດ້ເຮັດໃຫ້ຄວາມໂກດຮ້າຍຂອງອົງພຣະຜູ້ເປັນເຈົ້າງຽບລົງ.”
\s5
\v 9 ອົງພຣະຜູ້ເປັນເຈົ້າ ໄດ້ມອບຖ້ອຍຄໍາ ເຫລົ່ານີ້ ໃຫ້ແກ່ຂ້າພະເຈົ້າ.
\v 10 ພຣະອົງກ່າວວ່າ, “ຈົ່ງຮັບເອົາຂອງຂວັນທີ່ ເຮນດາອີ, ໂຕບີຢາ ແລະ ເຢດາອີຢາ ຖວາຍໃນນາມຂອງພວກທີ່ຖືກຈັບໄປເປັນຊະເລີຍ ໃນຕ່າງຖິ່ນ. ຈົ່ງໄປທີ່ເຮືອນຂອງ ໂຢຊີຢາ ລູກຊາຍຂອງ ເຊຟານີຢາ ໃນມື້ນີ້ໂລດ. ຄົນເຫລົ່ານີ້ໄດ້ກັບຄືນມາຈາກການເປັນຊະເລີຍທີ່ ບາບີໂລນ.
\v 11 ຈົ່ງເອົາເງິນ ແລະ ຄໍາ ທີ່ພວກເຂົາໄດ້ມອບໃຫ້ນັ້ນ ເຮັດມົງກຸດ ແລະ ສຸບມົງກຸດນີ້ໃສ່ຫົວຂອງມະຫາປະໂຣຫິດ ໂຢຊວຍ ລູກຊາຍຂອງ ເຢໂຮຊາດັກ.
\s5
\v 12 ຈົ່ງບອກລາວວ່າ ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດຍິ່ງໃຫຍ່ ໄດ້ກ່າວວ່າ, ‘ຄົນຊື່ວ່າ ກິ່ງ ຈະຈະເລີນຮຸ່ງເຮືອງຂຶ້ນ ໃນບ່ອນທີ່ຕົນຢູ່ອາໄສ ແລະ ລາວຈະສ້າງວິຫານຂອງອົງພຣະຜູ້ເປັນເຈົ້າຂຶ້ນໃໝ່.
\v 13 ລາວຈະເປັນຜູ້ສ້າງພຣະວິຫານນັ້ນ ແລະ ຈະໄດ້ຮັບກຽດສົມກັບເປັນກະສັດ ແລະ ລາວຈະປົກຄອງປະຊາຊົນຂອງຕົນ. ຈະມີປະໂຣຫິດ ຄົນໜຶ່ງຢືນຢູ່ທີ່ຂ້າງບັນລັງຂອງລາວ ແລະ ພວກເຂົາຈະປົກຄອງຮ່ວມກັນຢ່າງສັນຕິສຸກ ແລະ ມີຄວາມເຂົ້າໃຈຊຶ່ງກັນແລະກັນ.
\s5
\v 14 ມົງກຸດນັ້ນຈະເປັນທີ່ລະລຶກໃນວິຫານຂອງອົງພຣະຜູ້ເປັນເຈົ້າ ໃຫ້ແກ່ ເຮນດາອີ, [ຍ] ໂຕບີຢາ, ເຢດາອີຢາ ແລະ ໂຢຊີຢາ. ” [ດ]
\v 15 ຜູ້ທີ່ຢູ່ຫ່າງໄກກໍຈະມາຊ່ວຍສ້າງວິຫານຂອງອົງພຣະຜູ້ເປັນເຈົ້າຂຶ້ນໃໝ່. ແລະ ເມື່ອສ້າງຂຶ້ນໃໝ່ແລ້ວ ພວກເຈົ້າຈະຮູ້ວ່າອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດຍິ່ງໃຫຍ່ໄດ້ໃຊ້ຂ້າພະເຈົ້າມາຫາພວກເຈົ້າ. ເຫດການທັງໝົດ ນີ້ ຈະເກີດຂຶ້ນແທ້ ຖ້າພວກເຈົ້າເຮັດຕາມຂໍ້ຄໍາສັ່ງຂອງອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ຢ່າງຄົບຖ້ວນ.
\s5
\c 7
\p
\v 1 ໃນຣາຊການປີທີສີ່ ທີ່ເຈົ້າດາຣິອຸດ ເປັນຈັກກະພັດ ອັນກົງກັບມີ້ທີສີ່ ເດືອນເກົ້າ (ເດືອນ ກີຊະເລວ) ອົງພຣະຜູ້ເປັນເຈົ້າໄດ້ມອບຖ້ອຍຄໍາໃຫ້ແກ່ຂ້າພະເຈົ້າ.
\v 2 ປະຊາຊົນແຫ່ງເມືອງ ເບັດເອນ ໄດ້ໃຊ້ສາເຣເຊ ແລະ ເຣເກມ ເມເຫລັກ ພ້ອມດ້ວຍຄົນຂອງຕົນມາຍັງວິຫານຂອງອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດຍິ່ງໃຫຍ່ ເພື່ອພາວັນນາ ອະທິຖານຕໍ່ອົງພຣະຜູ້ເປັນເຈົ້າ
\v 3 ແລະເພື່ອຖາມບັນດາປະໂຣຫິດ ຕະຫລອດທັງຜູ້ທໍານວາຍ ວ່າ: “ພວກຂ້ານ້ອຍທັງຫລາຍຈະຕ້ອງສືບຕໍ່ໄວ້ທຸກ ແລະ ຖືສິນອົດອາຫານ ເພາະພຣະວິຫານຖືກທາໍ ລາຍ ໃນເດືອນທີຫ້າ ຕາມທີ່ພວກຂ້ານ້ອຍເຄີຍປະຕິບັດມາ ເປັນເວລາຫລາຍປີນັ້ນບໍ?”
\s5
\v 4 ຕໍ່ໄປນີ້ແມ່ນຖ້ອຍຄໍາຂອງອົງພຣະຜູ້ ເປັນເຈົ້າ ອົງຊົງຣິດອໍານາດຍິ່ງໃຫຍ່ ທີ່ໄດ້ມອບໃຫ້ແກ່ຂ້າພະເຈົ້າ.
\v 5 ພຣະອົງກ່າວວ່າ, “ຈົ່ງບອກປະຊາຊົນໃນດິນແດນນີ້ ແລະ ພວກປະໂຣຫິດ ວ່າ, ‘ເມື່ອພວກເຈົ້າໄວ້ທຸກ ແລະ ຖືສິນອົດອາຫານໃນເດືອນທີຫ້າ ແລະ ໃນເດືອນທີເຈັດ ຕະຫລອດເຈັດສິບປີນັ້ນ ບໍ່ໄດ້ເປັນການໃຫ້ກຽດເຮົາເລີຍ.
\v 6 ເມື່ອພວກເຈົ້າກິນ ແລະ ດື່ມນັ້ນ ກໍເພື່ອໃຫ້ອີ່ມໜາໍ ສໍາລານໃຈຂອງພວກເຈົ້າເທົ່ານັ້ນ.
\v 7 ອັນນີ້ແຫລະ ແມ່ນສິ່ງທີ່ອົງພຣະຜູ້ເປັນເຈົ້າ ໄດ້ກ່າວ ຜ່ານທາງຜູ້ທາໍນວາຍໃນສະໄໝກ່ອນ; ຄື ສະໄໝທີ່ນະຄອນເຢຣູຊາເລັມ ໄດ້ຈະເລີນຮຸ່ງເຮືອງ ແລະ ເຕັມໄປດ້ວຍຝູງຄົນ ແລະ ໃນສະໄໝທີ່ຫລາຍຄົນໄດ້ອາໄສຢູ່ ບໍ່ແມ່ນແຕ່ໃນເມືອງທີ່ອ້ອມແອ້ມເທົ່ານັ້ນ ແຕ່ໃນຂົງເຂດທາງໃຕ້ ແລະ ຕາມຕີນພູທາງ ພາກຕາເວັນຕົກດ້ວຍ.
\s5
\v 8 ອົງພຣະຜູ້ເປັນເຈົ້າໄດ້ມອບຖ້ອຍຄໍານີ້ ໃຫ້ແກ່ ເຊກາຣີຢາ ວ່າ:
\v 9 “ດົນນານມາແລ້ວ ເຮົາໄດ້ມອບຂໍ້ຄໍາສັ່ງເຫລົ່ານີ້ ໃຫ້ແກ່ປະຊາຊົນຂອງເຮົາ ດັ່ງນີ້: ‘ພວກເຈົ້າຕ້ອງໃຫ້ຄວາມຍຸດຕິທາໍເກີດມີຂຶ້ນ ແລະ ຕ້ອງສະແດງ ຄວາມເມດຕາປານີ ຕໍ່ກັນແລະກັນ.
\v 10 ຢ່າຂົ່ມເຫັງແມ່ໝ້າຍ, ລູກກາໍພ້າ, ຄົນຕ່າງດ້າວ ທີ່ອາໄສຢູ່ທ່າມກາງພວກເຈົ້າ ຫລື ຄົນອື່ນ ໆ ທີ່ຢູ່ໃນຄວາມຂັດສົນ. ແລະ ຢ່າວາງແຜນການປະຫັດປະຫານ ຊຶ່ງກັນແລະກັນ.
\s5
\v 11 ແຕ່ປະຊາຊົນຂອງເຮົາ ດື້ດ້ານບໍ່ເຊື່ອຟັງ. ພວກເຂົາຫັນຫລັງໃສ່ເຮົາ ແລະ ປິດຫູຂອງພວກເຂົາໄວ້
\v 12 ແລະ ຈິດໃຈຂອງພວກເຂົາ ກໍແຂງດັ່ງຫິນ. ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດຍິ່ງໃຫຍ່ ຈຶ່ງໂກດຮ້າຍພວກເຂົາ ຍ້ອນພວກເຂົາບໍ່ເຊື່ອຟັງຄໍາສັ່ງສອນຊຶ່ງເຮົາ ໄດ້ສົ່ງຜ່ານທາງບັນດາຜູ້ທາໍນວາຍ ຜູ້ທີ່ດໍາລົງຊີວິດຢູ່ດົນນານມາແລ້ວ.
\s5
\v 13 ຍ້ອນພວກເຂົາບໍ່ເຊື່ອຟັງເມື່ອເຮົາກ່າວ ເຮົາຈຶ່ງບໍ່ຕອບຄໍາພາວັນນາ ອະທິຖານຂອງພວກເຂົາ. ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດຍິ່ງໃຫຍ່ ກ່າວດັ່ງນັ້ນແຫລະ.
\v 14 ແລະ ເຮົາໄດ້ກວາດພວກເຂົາເໝືອນລົມ ພະຍຸພັດໃຫ້ໜີໄປອາໄສຢູ່ໃນຕ່າງປະເທດ. ດັ່ງນັ້ນ ດິນແດນທີ່ອຸດົມຮັ່ງມີນີ້ ຈຶ່ງຖືກປະປ່ອຍໃຫ້ເປົ່າປ່ຽວ ເປັນຕາໜ້າຢ້ານກົວ ແລະ ບໍ່ມີຜູ້ໃດຢູ່ອາໄສ.”
\s5
\c 8
\p
\v 1 ແລ້ວອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດຍິ່ງໃຫຍ່ ກໍໄດ້ມອບຖ້ອຍຄໍານີ້ໃຫ້ແກ່ ເຊກາຣີຢາ ວ່າ:
\v 2 “ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດຍິ່ງໃຫຍ່ ກ່າວວ່າ ເຮົາປາຖະໜາ ຈະຊ່ວຍຊູນະຄອນເຢຣູຊາເລັມ ເພາະຄວາມຮັກອັນເລິກເຊິ່ງທີ່ເຮົາມີຕໍ່ປະຊາຊົນຂອງເຮົາ ຄື ຄວາມຮັກທີ່ເຮັດໃຫ້ເຮົາໂກດຮ້າຍຕໍ່ເຫລົ່າສັດຕູຂອງພວກເຂົາ.
\v 3 ອົງພຣະຜູ້ເປັນເຈົ້າ ກ່າວດັ່ງນີ້ວ່າ ເຮົາຈະກັບຄືນມາຢູ່ໃນນະຄອນ ເຢຣູຊາເລັມ ນະຄອນສັກສິດຂອງເຮົາ. ນະຄອນນີ້ຈະຮູ້ກັນວ່າ ເປັນນະຄອນທີ່ສັດຊື່ ແລະ ເປັນພູເຂົາຂອງອົງພຣະຜູ້ເປັນເຈົ້າ ອົງ ຊົງຣິດອໍານາດຍິ່ງໃຫຍ່ [ຕ] ຊຶ່ງຈະເປັນທີ່ເອີ້ນວ່າ ພູເຂົາສັກສິດ.
\s5
\v 4 ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດຍິ່ງໃຫຍ່ ກ່າວວ່າ ຊາຍເຖົ້າ ຍິງແກ່ ທີ່ຊະຣາຫລາຍຈົນໃຊ້ໄມ້ເທົ້າຍ່າງໄປມາ ພວກເຂົາຈະໄດ້ນັ່ງຢູ່ຕາມເດີ່ນຂອງນະຄອນອີກເທື່ອໜຶ່ງ.
\v 5 ແລະ ຕາມທ້ອງຖະໜົນຫົນທາງກໍຈະມີເດັກນ້ອຍຊາຍຍິງຫລີ້ນຢູ່ເຕັມ.
\s5
\v 6 ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດຍິ່ງໃຫຍ່ ກ່າວວ່າ ເລື່ອງນີ້ເບິ່ງຄື ເປັນໄປບໍ່ໄດ້ ສໍາລັບປະຊາຊົນອິດສະຣາເອນ ທີ່ລອດຊີວິດຢູ່ໃນເວລານີ້ ແຕ່ສໍາລັບເຮົາແລ້ວ ທຸກຢ່າງກໍເປັນໄປໄດ້. ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດຍິ່ງໃຫຍ່ ກ່າວດັ່ງນີ້ແຫລະ
\v 7 ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດຍິ່ງໃຫຍ່ ກ່າວວ່າ ເຮົາຈະຊ່ວຍກູ້ເອົາປະຊາຊົນຂອງເຮົາ ຈາກດິນແດນທີ່ພວກເຂົາໄດ້ຖືກຈັບໄປນັ້ນ
\v 8 ແລະເຮົາຈະນໍາພວກເຂົາມາຈາກທິດຕາເວັນອອກ ແລະ ທິດຕາເວັນຕົກ ເພື່ອໃຫ້ອາໄສຢູ່ໃນນະຄອນເຢຣູຊາເລັມ. ພວກເຂົາ ຈະເປັນປະຊາຊົນຂອງເຮົາ ແລະ ເຮົາກໍຈະເປັນພຣະເຈົ້າຂອງພວກເຂົາ ໂດຍຈະປົກຄອງພວກເຂົາ ດ້ວຍຄວາມສັດຊື່ແລະທ່ຽງທາໍ.
\s5
\v 9 ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດຍິ່ງໃຫຍ່ ກ່າວວ່າ ຈົ່ງກ້າຫານເຖີດ ບັດນີ້ພວກເຈົ້າໄດ້ຍິນຄໍາເວົ້າຢ່າງດຽວກັນກັບ ທີ່ພວກຜູ້ທາໍນວາຍໄດ້ກ່າວໃນສະໄໝວາງຮາກຖານ ເມື່ອສ້າງວິຫານຂອງອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດຍິ່ງໃຫຍ່ ຂຶ້ນໃໝ່ນັ້ນ.
\v 10 ກ່ອນເວລານັ້ນ ບໍ່ມີຜູ້ໃດສາມາດຈ້າງຄ່າແຮງງານຂອງຄົນກັບສັດ ແລະ ບໍ່ມີຜູ້ໃດຢູ່ຢ່າງປອດໄພ ຈາກເຫລົ່າສັດຕູຂອງຕົນໄດ້. ເຮົາໄດ້ບັນດານໃຫ້ຄົນທັງຫລາຍ ຕໍ່ສູ້ຊຶ່ງກັນແລະກັນ.
\s5
\v 11 ແຕ່ບັດນີ້ ເຮົາພວມເຮັດກັບພວກທີ່ລອດຊີວິດຂອງຊົນຊາດນີ້ ແຕກຕ່າງອອກໄປ. ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດຍິ່ງໃຫຍ່ ກ່າວດັ່ງນີ້ແຫລະ.
\v 12 ພວກເຂົາຈະ ປູກພືດພັນຂອງຕົນ ຢ່າງສະຫງົບສຸກ. ຕົ້ນອະງຸ່ນຂອງພວກເຂົາ ຈະເກີດໝາກຫລາຍ ແຜ່ນດິນຈະຜະລິດຜົນລະປູກໄດ້ດີ ແລະ ຝົນກໍຈະຕົກລົງມາ ຢ່າງບໍຣິບູນ. ເຮົາຈະໃຫ້ພຣະພອນທັງໝົດເຫລົ່ານີ້ ແກ່ປະຊາຊົນທີ່ລອດຊີວິດຢູ່ໃນຊາດຂອງເຮົານັ້ນ.
\s5
\v 13 ປະຊາຊົນຢູດາ ແລະ ອິດສະຣາເອນ ເອີຍ ໃນອະດີດນັ້ນຊາວຕ່າງດ້າວໄດ້ສາບແຊ່ງກັນແລະກັນວ່າ, ‘ໃຫ້ໄພພິບັດທີ່ຕົກ ຖືກຢູດາ ແລະ ອິດສະຣາເອນ ນັ້ນຕົກຖືກພວກເຈົ້າເຊັ່ນກັນ’ ແຕ່ເຮົາຈະຊ່ວຍພວກເຈົ້າ ໃຫ້ພົ້ນໄພ; ແລ້ວບັນດາຄົນຕ່າງດ້າວເຫລົ່ານັ້ນ ກໍຈະເວົ້າຕໍ່ກັນແລະກັນ ວ່າ, ‘ຂໍໃຫ້ພຣະພອນທີ່ໄດ້ມາສູ່ຢູດາ ແລະ ອິດສະຣາເອນ ນັ້ນມາສູ່ພວກເຈົ້າເຊັ່ນກັນ. ສະນັ້ນ ຈົ່ງກ້າຫານ ແລະ ຢ່າຢ້ານກົວເລີຍ. ”
\v 14 ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດຍິ່ງໃຫຍ່ ກ່າວວ່າ, “ເມື່ອບັນພະບຸລຸດຂອງພວກເຈົ້າ ໄດ້ເຮັດໃຫ້ເຮົາໂກດຮ້າຍນັ້ນ ເຮົາໄດ້ຕັ້ງໃຈ ລົງໂທດພວກເຂົາ ແລະ ເຮົາບໍ່ໄດ້ປ່ຽນໃຈ ແຕ່ໄດ້ເຮັດຕາມທີ່ເຮົາໄດ້ຕັ້ງໃຈໄວ້. ” ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດຍິ່ງໃຫຍ່ ກ່າວວ່າ,
\v 15 “ແຕ່ບັດນີ້ ເຮົາກໍາລັງຕັ້ງໃຈຈະອວຍພອນປະຊາຊົນເຢຣູຊາເລັມ ແລະ ຢູດາ. ດັ່ງນັ້ນ ຢ່າສູ່ຢ້ານກົວ.
\s5
\v 16 ສິ່ງເຫລົ່ານີ້ແຫລະ ທີ່ພວກເຈົ້າຕ້ອງເຮັດ ຄື: ຈົ່ງກ່າວຄວາມຈິງຕໍ່ກັນແລະກັນ. ຈົ່ງໃຫ້ສານຂອງພວກເຈົ້າຕັດສິນຄວາມຢ່າງຍຸດຕິທໍາ ອັນແທ້ຈິງ ຄື ຄວາມຍຸດຕິທາໍທີ່ຈະນາໍໄປສູ່ຄວາມສະຫງົບສຸກ.
\v 17 ຢ່າສູ່ວາງແຜນຄິດຄວາມຊົ່ວໃນໃຈ ຕໍ່ກັນແລະກັນ. ຢ່າ ສູ່ສາບານໂດຍເປັນພະຍານບໍ່ຈິງ. ເຮົາກຽດຊັງການເວົ້າຕົວະ, ການອະຍຸດຕິທາໍ ແລະ ການໂຫດຮ້າຍ. ” ອົງພຣະຜູ້ເປັນເຈົ້າ ກ່າວດັ່ງນີ້ແຫລະ.
\s5
\v 18 ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດ ຍິ່ງໃຫຍ່ ໄດ້ມອບຖ້ອຍຄໍາໃຫ້ແກ່ ເຊກາຣີຢາ ດັ່ງຕໍ່ໄປນີ້:
\v 19 “ການຖືສິນອົດອາຫານໃນເດືອນທີສີ່, ທີຫ້າ, ທີເຈັດ ແລະ ທີສິບ ນັ້ນຈະເປັນມື້ທີ່ເຕັມໄປດ້ວຍຄວາມຊົມຊື່ນຍິນດີ ສໍາລັບປະຊາຊົນຢູດາ. ພວກເຈົ້າຕ້ອງຮັກຄວາມຈິງ ແລະ ຄວາມສະຫງົບສຸກ.”
\s5
\v 20 ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດຍິ່ງໃຫຍ່ ກ່າວວ່າ, “ເມື່ອເວລານັ້ນມາເຖິງ ປະຊາຊົນຈາກຫລາຍເມືອງ [ຖ] ຈະມາຍັງນະຄອນເຢຣູຊາເລັມ.
\v 21 ຄົນທີ່ມາຈາກ ເມືອງໜຶ່ງຈະເວົ້າຕໍ່ຄົນທີ່ມາຈາກເມືອງອື່ນ ວ່າ, ‘ຈົ່ງພາກັນໄປພາວັນນາ ອະທິຖານຕໍ່ອົງພຣະຜູ້ເປັນເຈົ້າ ແລະ ໄປນະມັດສະການອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດຍິ່ງໃຫຍ່. ຈົ່ງໄປກັບພວກເຮົາເທີ້ນ.
\v 22 ປະຊາຊົນຢ່າງຫລວງຫລາຍ [ທ] ແລະ ຫລາຍຊົນຊາດ ທີ່ມີອໍານາດ ຈະມາຍັງນະຄອນເຢຣູຊາເລັມ ເພື່ອນະມັດສະການອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດຍິ່ງໃຫຍ່ ແລະ ເພື່ອພາວັນນາ ອະທິຖານຕໍ່ອົງພຣະຜູ້ເປັນເຈົ້າ.
\s5
\v 23 ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດຍິ່ງໃຫຍ່ ກ່າວວ່າ ໃນເວລານັ້ນຄົນຕ່າງດ້າວ ສິບຄົນຈະມາຫາຄົນຢິວຜູ້ໜຶ່ງ ແລະ ຈະເວົ້າວ່າ, ‘ພວກເຮົາຢາກຈະໄປກັບເຈົ້າ ເພາະພວກເຮົາໄດ້ຍິນວ່າ ພຣະເຈົ້າຢູ່ກັບເຈົ້າ.
\s5
\c 9
\p
\v 1 ຕໍ່ໄປນີ້ ແມ່ນຖ້ອຍຄໍາຂອງອົງພຣະຜູ້ເປັນເຈົ້າ: ພຣະອົງໄດ້ວາງກົດລົງໂທດດິນແດນ ຮັດຣັກ ແລະ ນະຄອນ ດາມັສກັດ. ບໍ່ແມ່ນແຕ່ເຜົ່າທັງຫລາຍໃນຊາດອິດສະຣາເອນ ທີ່ເປັນຂອງອົງພຣະຜູ້ເປັນເຈົ້າເທົ່ານັ້ນ; ແຕ່ເມືອງເອກຂອງຊີເຣຍ ກໍເປັນຂອງອົງພຣະຜູ້ເປັນເຈົ້າ ດ້ວຍ.
\v 2 ເມືອງ ຮາມັດ ທີ່ຢູ່ຊາຍແດນຂອງ ຮັດຣັກ ກໍເປັນຂອງພຣະອົງດ້ວຍເໝືອນກັນກັບເມືອງ ຕີເຣ ແລະ ຊີໂດນ ຕະຫລອດທັງພວກຊ່າງສີມືທຸກຄົນທີ່ຢູ່ໃນເມືອງເຫລົ່ານັ້ນ.
\s5
\v 3 ຕີເຣ ໄດ້ສ້າງປ້ອມປ້ອງກັນຕົນເອງ ແລະ ສະສົມເງິນຄໍາໄວ້ຢ່າງຫລວງຫລາຍ ຈົນເປັນຂອງທໍາມະດາ ດັ່ງຂີ້ຝຸ່ນດິນ
\v 4 ແຕ່ດຽວນີ້ ພຣະເຈົ້າຢາເວ ຈະເອົາສິ່ງທັງໝົດທີ່ເມືອງນີ້ ມີຢູ່ນັ້ນໜີໄປ. ພຣະອົງຈະໂຍນຊັບສົມບັດຂອງເມືອງນີ້ ລົງໄປໃນທະເລ ແລະ ເມືອງຈະ ຖືກເຜົາຜານຈົນກ້ຽງ.
\s5
\v 5 ເມືອງ ອາສະເກໂລນ ຈະເຫັນເຫດການນີ້ ແລະຈະເກີດຢ້ານກົວ. ເມືອງ ກາຊາ ຈະເຫັນເຫດການນີ້ ແລະຈະເຈັບປວດຢ່າງທົນທຸກທໍລະມານໜັກ. ເມືອງ ເອັກໂຣນ ກໍເຊັ່ນດຽວກັນ ຄວາມຫວັງຂອງຕົນຈະແຕກສະຫລາຍໄປ. ເມືອງ ກາຊາ ຈະສູນເສຍກະສັດ ແລະ ເມືອງ ອາສະເກໂລນ ຈະຖືກປະປ່ອຍໃຫ້ຮົກຮ້າງ.
\v 6 ປະຊາຊົນຫລາຍເຊື້ອຊາດ ທີ່ປະປົນກັນຈະອາໄສຢູ່ໃນເມືອງ ອັດຊະໂດດ ແລະເຮົາຈະເຮັດໃຫ້ຊາວຟີລິດສະຕິນ ຄົນຈອງຫອງເຫລົ່ານັ້ນຖ່ອມຕົວລົງ.
\v 7 ພວກເຂົາຈະບໍ່ກິນຊິ້ນມີເລືອດ ອີກຕໍ່ໄປ ຫລື ອາຫານໃດ ໆ ທີ່ຕ້ອງຫ້າມ. ພວກທີ່ລອດຊີວິດທຸກຄົນຈະເປັນປະຊາຊົນສ່ວນໜຶ່ງຂອງເຮົາ ແລະຈະເປັນດັ່ງຕະກຸນໜຶ່ງໃນເຜົ່າຢູດາ. ເອັກໂຣນ ຈະກາຍເປັນປະຊາຊົນສ່ວນໜຶ່ງຂອງເຮົາ ດັ່ງທີ່ຊາວເຢບຸດ [ນ]
\s5
\v 8 ເຮົາຈະເຝົ້າຮັກສາດິນແດນຂອງເຮົາ ແລະຈະບໍ່ໃຫ້ກອງທັບໃດຜ່ານເຂົ້າມາໄດ້. ເຮົາຈະບໍ່ຍອມໃຫ້ຜູ້ໃດຜູ້ໜຶ່ງ ມາກົດຂີ່ຂົ່ມເຫັງ ປະຊາຊົນຂອງເຮົາຕື່ມອີກ ເພາະເຮົາໄດ້ເຫັນ ປະຊາຊົນຂອງເຮົາ ທົນທຸກພຽງພໍແລ້ວ.
\s5
\v 9 ຈົ່ງຍິນດີເຖີດ ປະຊາຊົນຂອງພູເຂົາ ຊີໂອນ ເອີຍ ປະຊາຊົນນະຄອນເຢຣູຊາເລັມ ຈົ່ງໂຮຮ້ອງຍິນດີເຖີດ ຈົ່ງເບິ່ງດູວ່າ ກະສັດຂອງພວກເຈົ້າກາໍລັງມາຫາ ເພິ່ນມາຢ່າງຜູ້ມີໄຊ ແລະຢ່າງຜູ້ຍຸດຕິທາໍດ້ວຍ ແຕ່ພັດຖ່ອມຕົວລົງ ມານັ່ງທີ່ເທິງຫລັງລໍ ຂີ່ລໍນ້ອຍໂຕທີ່ເກີດມາຈາກລໍແມ່.
\v 10 ເຮົາຈະຍ້າຍລົດຮົບ ອອກຈາກອິດສະຣາເອນ ແລະນາໍຝູງມ້າ ອອກໄປຈາກນະຄອນເຢຣູຊາເລັມດ້ວຍ; ໜ້າທະນູ ທີ່ໄດ້ໃຊ້ໃນສະໜາມຮົບຈະຖືກທໍາລາຍ ພຣະອົງຈະສ້າງສັນຕິສຸກ ໃນທ່າມກາງຊົນຊາດ; ເພິ່ນຈະປົກຄອງຈາກທະເລນີ້ ເຖິງທະເລນັ້ນເດີ ແຕ່ແມ່ນາໍ້ເອີຟຣັດ ເຖິງທີ່ສຸດປາຍແຜ່ນດິນໂລກ.
\s5
\v 11 ເພາະພັນທະສັນຍາທີ່ເຮົາມີໄວ້ກັບພວກເຈົ້າ ທີ່ຖືກປະທັບຕາໂດຍເລືອດສໍາລັບຖວາຍບູຊານັ້ນ ເຮົາຈະປົດປ່ອຍປະຊາຊົນຂອງພວກເຈົ້າ ໃຫ້ເປັນເສລີ ເປັນອິດສະຫລະຈາກທີ່ຄຸມຂັງໃນຫລຸມເລີກ ທີ່ບໍ່ມີນາໍ້.
\v 12 ບັດນີ້ຈົ່ງກັບມາດ້ວຍຄວາມຫວັງເຖີດ ພວກທີ່ເປັນຊະເລີຍເອີຍ ໃຫ້ກັບມາສູ່ບ່ອນທີ່ປອໄພ ສໍາລັບພວກເຈົ້າ. ບັດນີ້ເຮົາບອກພວກເຈົ້າວ່າ ຈະໄດ້ຮັບສອງເທື່ອເທົ່າຕົວ ພອນສໍາລັບສິ່ງທັງໝົດທີ່ພວກເຈົ້າໄດ້ທົນທຸກນັ້ນ.
\v 13 ເຮົາຈະໃຊ້ຢູດາໃຫ້ເປັນດັ່ງໜ້າທະນູ ແລະ ອິດສະຣາເອນໃຫ້ເປັນດັ່ງລູກທະນູດ້ວຍ. ເຮົາຈະໃຊ້ຄົນໃນເມືອງຊີໂອນ ເປັນດັ່ງດາບດວງໜຶ່ງ ເພື່ອຈະຕໍ່ສູ້ພວກທີ່ມາຈາກປະເທດກຣີກ.
\s5
\v 14 ເມື່ອອົງພຣະຜູ້ເປັນເຈົ້າ ຈະປາກົດຢູ່ເທິງປະຊາຊົນຂອງຕົນ ພຣະອົງຈະຍິງລູກທະນູ ດັ່ງສາຍຟ້າແມບເຫລື້ອມ. ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຈະເປົ່າແກປຸກ ພຣະອົງຈະຍົກທັບມາໃນພະຍຸຈາກທິດໃຕ້.
\v 15 ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດຍິ່ງໃຫຍ່ ຈະປົກປ້ອງປະຊາຊົນຂອງພຣະອົງ ພວກເຂົາ ຈະທາໍລາຍສັດຕູໃຫ້ກ້ຽງ. ພວກເຂົາຈະຮ້ອງໂຮໃນສະໜາມຮົບ ດັ່ງຄົນມືນເມົາ ແລະ ຈະເຮັດໃຫ້ສັດຕູ ເລືອດໄຫລຫລັ່ງຍ້ອຍ; ມັນຈະໄຫລຫລັ່ງຍ້ອຍ ດັ່ງເລືອດທີ່ຈະນາໍໄປຖວາຍ ຖອກໃສ່ແທ່ນບູຊາ [ບ] ຈາກຖ້ວຍໃບໜຶ່ງ.
\s5
\v 16 ເມື່ອມື້ນັ້ນມາເຖິງ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຂົາ ຈະຊ່ວຍພວກເຂົາໃຫ້ພົ້ນອັນຕະລາຍ ດັ່ງຝູງແກະທີ່ມີຜູ້ລ້ຽງ. ພວກເຂົາຈະສ່ອງໄສແຈ້ງຢູ່ໃນດິນແດນຂອງພຣະອົງ ດັ່ງເພັດພອຍຢູ່ໃນມົງກຸດນັ້ນ.
\v 17 ດິນແດນນັ້ນຈະງາມ ແລະ ອຸດົມສົມບູນຍິ່ງ ຄົນໜຸ່ມຈະເຂັ້ມແຂງດ້ວຍເຂົ້າ ແລະ ເຫລົ້າອະງຸ່ນ.
\s5
\c 10
\p
\v 1 ຈົ່ງຂໍຝົນປາຍລະດູຈາກອົງພຣະຜູ້ເປັນເຈົ້າ. ແມ່ນອົງພຣະຜູ້ເປັນເຈົ້າທີ່ສົ່ງພະຍຸຝົນ ກັບຫ່າຝົນລົງມາໃຫ້ແກ່ປ ະຊາຊົນ, ທັງໃຫ້ທົ່ງໄຮ່ ທົ່ງນາຂຽວງາມສໍາລັບທຸກຄົນ.
\v 2 ປະຊາຊົນປຶກສາກັບບັນດາຮູບເຄົາຣົບ ແລະໝໍດູໝໍມໍ ແຕ່ພວກມັນໃຫ້ຄໍາຕອບທີ່ຕົວະ ແລະຫລອກລວງ. ບາງຄົນກໍແກ້ຄວາມຝັນ ແຕ່ເປັນຄໍາຫລອກລວງພວກເຈົ້າ ເທົ່ານັ້ນ; ຄໍາເລົ້າໂລມທີ່ພວກມັນໃຫ້ພວກເຈົ້ານັ້ນ ບໍ່ມີປະໂຫຍດ. ດັ່ງນັ້ນແຫລະ ປະຊາຊົນຈຶ່ງຊັດເຊພະເນຈອນໄປດັ່ງຝູງແກະ. ພວກເຂົາຕົກຢູ່ ໃນຄວາມເດືອດຮ້ອນຍ້ອນບໍ່ມີຜູ້ນາໍພາ.
\s5
\v 3 ເຮົາໂກດຮ້າຍຊາວຕ່າງດ້າວເຫລົ່ານັ້ນ ຄື ຜູ້ທີ່ປົກຄອງປະຊາຊົນຂອງເຮົາ ແລະ ເຮົາກໍາລັງຈະລົງໂທດພວກເຂົາ. ປະຊາຊົນຢູດາ ເປັນຂອງເຮົາ ແລະ ອົງພຣະຜູ້ເປັນເຈົ້າອົງຊົງ ຣິດອໍານາດຍິ່ງໃຫຍ່ ຈະເບິ່ງແຍງພວກເຂົາ. ພວກເຂົາຈະເປັນມ້າເສິກ ທີ່ແຂງແຮງຂອງເຮົາ.
\s5
\v 4 ຈາກທ່າມກາງພວກເຂົານັ້ນ ຈະມີບັນດາຜູ້ປົກຄອງ ບັນດາຜູ້ນໍາ ແລະ ບັນດາຜູ້ບັນຊາການທະຫານ ປົກຄອງປະຊາຊົນຂອງເຮົາ. [ປ]
\v 5 ປະຊາຊົນຢູດາ ຈະມີໄຊຊະນະ ດັ່ງທະຫານທີ່ຢຽບຢໍ່າເຫລົ່າສັດຕູ ລົງໃນຂີ້ຕົມ ຕາມທ້ອງຖະໜົນຫົນທາງ. ພວກເຂົາຈະຕໍ່ສູ້ເຫລົ່າສັດຕູ ເພາະອົງພຣະຜູ້ເປັນເຈົ້າຢູ່ກັບພວກເຂົາ ແລະ ພວກເຂົາຈະເອົາຊະນະ ແມ່ນແຕ່ກອງທະຫານມ້າຂອງເຫລົ່າສັດຕູດ້ວຍ.
\s5
\v 6 ເຮົາຈະເຮັດໃຫ້ປະຊາຊົນຢູດາ ເຂັ້ມແຂງ ເຮົາຈະຊ່ວຍກູ້ປະຊາຊົນອິດສະຣາເອນ ໃຫ້ພົ້ນ. ເຮົາຈະມີຄວາມເມດຕາແກ່ພວກເຂົາ ແລະ ນາໍພວກເຂົາທຸກຄົນກັບມາບ້ານ. ພວກເຂົາຈະເປັນຄືກັບວ່າ ເຮົາບໍ່ເຄີຍປະຖິ້ມພວກເຂົາເລີຍ ເຮົາຄືອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຂົາ; ເຮົາຈະຕອບຄໍາພາວັນນາ ອະທິຖານທຸກ ໆ ປະການຂອງພວກເຂົາເຈົ້າ.
\v 7 ປະຊາຊົນອິດສະຣາເອນ ຈະເຂັ້ມແຂງ ດັ່ງນັກຮົບສົດຊື່ນ ດັ່ງຄົນທີ່ກໍາລັງໄດ້ດື່ມເຫລົ້າອະງຸ່ນ. ເຊື້ອສາຍຂອງພວກເຂົາເຈົ້າ ຈະຈົດຈາໍໄຊຊະນະນີ້ ແລະຈະປິຕິຍິນດີ ໃນສິ່ງທີ່ອົງພຣະຜູ້ເປັນເຈົ້າໄດ້ເຮັດ.
\s5
\v 8 ເຮົາຈະເອີ້ນເອົາປະຊາຊົນຂອງເຮົາ ແລະ ທ້ອນໂຮມພວກເຂົາເຂົ້າມາຫາກັນໄວ້. ເຮົາຈະຊ່ວຍກູ້ເອົາພວກເຂົາທັງຫລາຍ ເຮັດໃຫ້ພວກເຂົາມີຈາໍນວນຫລາຍ ຄື ດັ່ງແຕ່ກ່ອນ.
\v 9 ເຖິງແມ່ນເຮົາໄດ້ກະຈັດກະຈາຍພວກເຂົາໄປກໍຕາມ ໃນທ່າມກາງບັນດາຊົນຊາດທັງຫລາຍນັ້ນ ແຕ່ຈາກທີ່ຫ່າງໄກພຸ້ນ ພວກເຂົາຍັງຈະລະນຶກຄິດເຖິງ ແລະ ຈົດຈາໍ ເຮົາໄດ້ຢູ່. ພວກເຂົາຈະລອດຊີວິດມາໄດ້ພ້ອມດ້ວຍລູກ ໆ ຂອງພວກເຂົາ ແລະ ຕ່າງກໍຈະຫັນຕ່າວຄືນມາບ້ານ.
\v 10 ຈາກປະເທດເອຢິບ ແລະ ອັດຊີເຣຍ ເຮົາຈະນໍາພວກເຂົາ ກັບມາ ແລະໃຫ້ຕັ້ງຖິ່ນຖານຢູ່ໃນປະເທດຂອງພວກເຂົາເຈົ້າ. ເຮົາຍັງຈະໃຫ້ຕັ້ງທີ່ຢູ່ໃນ ເກລີອາດ ແລະ ເລບານອນ ດິນແດນທັງໝົດ ກໍຈະເຕັມໄປດ້ວຍປະຊາຊົນທັງນັ້ນ.
\s5
\v 11 ເມື່ອພວກເຂົາຜ່ານທະເລ ທີ່ໃຫ້ຄວາມ ເດືອດຮ້ອນໃຈ ພຣະອົງຈະຕີຄື້ນໃຫ້ສະຫງັດງຽບ ສ່ວນທ້ອງນາໍ້ເລິກຂອງແມ່ນາໍ້ນິນ ກໍຈະບົກລົງ ແລະ ເຫືອດແຫ້ງໄປຈົນກ້ຽງ. ອັດຊີເຣຍ ຜູ້ທີ່ຈອງຫອງຈະອ່ອນນ້ອມຖ່ອມຕົວ ແລະ ປະເທດເອຢິບ ຜູ້ທີ່ມີກາໍລັງກໍຈະສູນເສຍອໍານາດ.
\v 12 ເຮົາຈະເຮັດໃຫ້ພວກເຂົາເຂັ້ມແຂງໃນອົງພຣະຜູ້ເປັນເຈົ້າ ພວກເຂົາຈະເຊື່ອຟັງ ແລະ ນະມັດສະການເຮົາດ້ວຍ. ອົງພຣະຜູ້ເປັນເຈົ້າໄດ້ກ່າວດັ່ງນີ້ແຫລະ.
\s5
\c 11
\p
\v 1 ​ຈົ່ງ​ໄຂ​ປະ​ຕູ​ເມືອງ​ຂ​ອງ​ເຈົ້າ​ອອກ ເລ​ບາ​ນອນ ເອີຍ ເພື່ອ​ວ່າ​ໄຟ​ຈະ​ຈະ​ໄດ້​ໄໝ້​ບັນ​ດາ​ຕົ້ນ​ແປກ​ຂອງ​ເຈົ້າ [ຜ]
\v 2 ຈົ່ງຮ້ອງໄຫ້ ແລະ ໄວ້ທຸກເຖີດ ຕົ້ນແປກເທດເອີຍ ເພາະຕົ້ນແປກທັງຫລາຍໄດ້ລົ້ມລົງເສຍແລ້ວ; ຄື ຕົ້ນໄມ້ຕ່າງ ໆ ທີ່ມີກຽດເຫລົ່ານັ້ນນາ ຕ່າງກໍຖືກທໍາລາຍ ລົງຢ່າງໝົດສິ້ນເສຍແລ້ວ ຈົ່ງຮ້ອງໄຫ້ໄວ້ທຸກເຖີດ ຕົ້ນໂອກແຫ່ງບາຊານເອີຍ ເພາະປ່າທີ່ເຕັມໄປດ້ວຍໄມ້ ກໍຖືກປໍ້າ ລົງເສຍແລ້ວ
\v 3 ບັນດານັກປົກຄອງຄວນຄາງ ຢ່າງທຸກລະທົມໃຈ ເພາະກຽດສັກສີຂອງ ພວກເຂົາສູນສິ້ນໄປເສຍແລ້ວ ຈົ່ງຟັງສຽງຄໍາຣາມຮ້ອງຂອງຝູງສິງໜຸ່ມປ່າ ທີ່ມັນຢູ່ຕາມແມ່ ນາໍ້ຈໍແດນ ໄດ້ຖືກທໍາລາຍລົງ
\s5
\v 4 ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງຂ້າພະເຈົ້າ ໄດ້ກ່າວຕໍ່ຂ້າພະເຈົ້າວ່າ, “ຈົ່ງເຮັດ ເປັນຄືຄົນລ້ຽງແກະ [ຝ] ຊຶ່ງຝູງແກະພວມຈະຖືກນາໍໄປຂ້າ.
\v 5 ບັນດາເຈົ້າຂອງໄດ້ຂ້າແກະເຫລົ່ານັ້ນ ແລະ ໜີໄປ ໂດຍບໍ່ໄດ້ຮັບໂທດ. ພວກເຂົາຂາຍຊີ້ນ ແລະ ເວົ້າວ່າ, ‘ສັນລະເສີນອົງພຣະຜູ້ເປັນເຈົ້າ ພວກເຮົາຕ່າງກໍຮັ່ງມີ’ ແມ່ນແຕ່ຜູ້ລ້ຽງແກະເອງ ກໍຍັງບໍ່ເມດຕາສົງສານຝູງແກະນັ້ນ. ” (
\v 6 ອົງພຣະຜູ້ເປັນເຈົ້າ ໄດ້ກ່າວວ່າ, “ເຮົາຈະບໍ່ເມດຕາ ຜູ້ໃດເລີຍ ໃນແຜ່ນດິນໂລກນີ້. ເຮົາເອງຈະເປັນຜູ້ມອບປະຊາຊົນທຸກຄົນໃຫ້ຢູ່ໃຕ້ອໍານາດຂອງຜູ້ປົກຄອງພວກເຂົາ. ນັກປົກຄອງ ເຫລົ່ານີ້ ຈະລ້າງຜານແຜ່ນດິນໂລກ ແລະ ເຮົາຈະບໍ່ຊ່ວຍຜູ້ໃດໃຫ້ພົ້ນຈາກອໍານາດຂອງ ພວກເຂົາເລີຍ. ”)
\s5
\v 7 ຜູ້ຊື້ກັບຜູ້ຂາຍແກະເຫລົ່ານັ້ນ ໄດ້ຈ້າງຂ້າພະເຈົ້າໃຫ້ເປັນຄົນລ້ຽງແກະ ຊຶ່ງພວມຈະຖືກນາໍໄປຂ້າ. ຂ້າພະເຈົ້າໄດ້ຈັບເອົາໄມ້ສອງ ທ່ອນ: ທ່ອນໜຶ່ງເອີ້ນວ່າ, “ພຣະຄຸນ” ແລະ ທ່ອນໜຶ່ງອີກເອີ້ນວ່າ, “ນາໍ້ໜຶ່ງໃຈດຽວ. ” ແລະ ຂ້າພະເຈົ້າໄດ້ເປັນຜູ້ເບິ່ງແຍງຝູງແກະ.
\v 8 ຂ້າພະເຈົ້າໝົດຄວາມອົດທົນກັບຄົນລ້ຽງແກະ ອື່ນສາມຄົນທີ່ກຽດຊັງຂ້າພະເຈົ້າ; ພຽງເດືອນດຽວເທົ່ານັ້ນ ຂ້າພະເຈົ້າກໍໄດ້ກາໍຈັດພວກເຂົາ ທັງໝົດ.
\v 9 ແລ້ວຂ້າພະເຈົ້າກໍກ່າວຕໍ່ຝູງແກະ ວ່າ, “ຂ້າພະເຈົ້າຈະບໍ່ເປັນຜູ້ລ້ຽງຂອງ ພວກເຈົ້າອີກຕໍ່ໄປ. ພວກທີ່ຕາຍ ກໍໃຫ້ຕາຍໄປ. ພວກທີ່ຖືກທາໍລາຍ ກໍໃຫ້ຖືກທາໍລາຍໄປ. ພວກທີ່ຍັງເຫລືອຢູ່ ກໍຈະທໍາລາຍກັນເອງ.”
\s5
\v 10 ແລ້ວຂ້າພະເຈົ້າ ກໍຈັບເອົາໄມ້ທ່ອນໜຶ່ງ ທີ່ເອີ້ນວ່າ, “ພຣະຄຸນ” ນັ້ນມາຫັກຖິ້ມ ເພື່ອຍົກເລີກພັນທະສັນຍາ ທີ່ອົງພຣະຜູ້ເປັນເຈົ້າໄດ້ເຮັດໄວ້ກັບບັນດາຊົນຊາດ.
\v 11 ສະນັ້ນ ພັນທະສັນຍາ ຈຶ່ງໄດ້ຖືກຍົກເລີກໃນມື້ນັ້ນ. ຄົນເຫລົ່ານັ້ນ ທີ່ໄດ້ຊື້ ແລະ ຂາຍແກະ ຕ່າງກໍຈ້ອງເບິ່ງຂ້າພະເຈົ້າ ແລະ ພວກເຂົາກໍໄດ້ຮູ້ວ່າ ອົງພຣະຜູ້ເປັນເຈົ້າໄດ້ກ່າວຜ່ານທາງສິ່ງທີ່ຂ້າພະເຈົ້າເຮັດນັ້ນ.
\v 12 ຂ້າພະເຈົ້າໄດ້ກ່າວແກ່ພວກເຂົາວ່າ, “ຖ້າພວກທ່ານເຫັນວ່າ ເປັນການດີ ຈົ່ງໃຫ້ຄ່າຈ້າງແກ່ຂ້າພະເຈົ້າເຖີດ, ແຕ່ຖ້າບໍ່ເຫັນເປັນການດີ ກໍຊ່າງເຖາະ. ” ດັ່ງນັ້ນ ພວກເຂົາຈຶ່ງເອົາເງິນສາມສິບຫລຽນ ໃຫ້ເປັນຄ່າຈ້າງແກ່ຂ້າພະເຈົ້າ.
\s5
\v 13 ອົງພຣະຜູ້ເປັນເຈົ້າ ໄດ້ກ່າວແກ່ຂ້າພະເຈົ້າ ວ່າ, “ຈົ່ງເອົາເງິນເຫລົ່ານີ້ ໄປໄວ້ໃນຄັງຂອງພຣະວິຫານ. ” [ພ] ສະນັ້ນ ຂ້າພະເຈົ້າຈຶ່ງໄດ້ເອົາເງິນ ສາມສິບຫລຽນ ຊຶ່ງພວກເຂົາຄິດວ່າ ເປັນຄ່າຈ້າງ ທີ່ງາມສໍາລັບຂ້າພະເຈົ້ານັ້ນ ໄປໄວ້ໃນຄັງຂອງພຣະວິຫານ.
\v 14 ແລ້ວຂ້າພະເຈົ້າກໍໄດ້ຫັກໄມ້ທ່ອນທີສອງ ທີ່ມີຊື່ວ່າ, “ນາໍ້ໜຶ່ງໃຈດຽວ” ຄວາມເປັນນໍ້າໜຶ່ງໃຈດຽວກັນຂອງຢູດາ ແລະຂອງອິດສະຣາເອນ ກໍຫັກສະບັ້ນລົງ.
\s5
\v 15 ແລ້ວອົງພຣະຜູ້ເປັນເຈົ້າ ກໍໄດ້ກ່າວແກ່ຂ້າພະເຈົ້າ ວ່າ, “ບັດນີ້ ຈົ່ງເຮັດເປັນຄືຄົນລ້ຽງແກະ ທີ່ບໍ່ມີຄ່າ.
\v 16 ເຮົາໄດ້ໃຫ້ຄົນລ້ຽງແກະຜູ້ໜຶ່ງເບິ່ງແຍງຝູງແກະຂອງເຮົາ ແຕ່ລາວບໍ່ໄດ້ຊ່ວຍແກະ ທີ່ກາໍລັງຈະຈິບຫາຍໄປ; ລາວບໍ່ໄດ້ຊອກຫາໂຕທີ່ເສຍໄປ ຫລື ປິ່ນປົວໂຕທີ່ຖືກບາດເຈັບ ຫລື ລ້ຽງດູໂຕທີ່ລອດຊີວິດຢູ່, ແຕ່ລາວກັບກິນຊີ້ນຂອງແກະ ໂຕທີ່ຕຸ້ຍພີ ແລະ ຈີກກີບຕີນຂອງມັນອອກເສຍ.
\s5
\v 17 ເຄາະກໍາເປັນຂອງຄົນລ້ຽງແກະ ທີ່ບໍ່ມີຄ່າເສຍແລ້ວ ລາວໄດ້ປະຖິ້ມຝູງແກະຂອງລາວ. ເສິກສົງຄາມຈະທໍາລາຍອໍານາດຂອງລາວລົງ. ແຂນຂອງລາວຈະລີບເຂົ້າ ແລະ ຕາກາໍ້ຂວາຂອງລາວກໍຈະບອດດ້ວຍ.”
\s5
\c 12
\p
\v 1 ຕໍ່ໄປນີ້ ແມ່ນຖ້ອຍຄໍາທີ່ມາຈາກອົງພຣະຜູ້ເປັນເຈົ້າ ເຖິງຊາດອິດສະຣາເອນ: ອົງພຣະຜູ້ເປັນເຈົ້າ ອົງໄດ້ພືສະຫວັນຊັ້ນຟ້າອອກ ໄດ້ນິຣະມິດສ້າງແຜ່ນດິນໂລກ ແລະ ໄດ້ໃຫ້ຊີວິດ ແກ່ມວນມະນຸດ. ພຣະອົງກ່າວວ່າ
\v 2 ເຮົາຈະເຮັດໃຫ້ນະຄອນ ເຢຣູຊາເລັມ ເປັນດັ່ງຈອກເຫລົ້າອະງຸ່ນ; ບັນດາຊົນຊາດທີ່ຢູ່ອ້ອມຮອບນະຄອນເຢຣູຊາເລັມ ນີ້ ຈະດື່ມຈົນເມົາ ແລະ ຍ່າງໂຊເຊ. ເມື່ອພວກເຂົາປິດລ້ອມນະຄອນ ເຢຣູຊາເລັມ ນັ້ນ ເມືອງຕ່າງ ໆ ທີ່ຍັງເຫລືອຢູ່ໃນດິນແດນຢູດາ ກໍຈະຖືກປິດລ້ອມ ເຊັ່ນດຽວກັນ.
\v 3 ແຕ່ເມື່ອເວລາມາເຖິງ ເຮົາຈະເຮັດໃຫ້ນະຄອນ ເຢຣູຊາເລັມ ເປັນດັ່ງຫິນໜັກກ້ອນໜຶ່ງ ຊົນຊາດໃດທີ່ພະຍາຍາມຍົກຫິນກ້ອນນີ້ຂຶ້ນ ກໍຈະໄດ້ຮັບບາດເຈັບ. ຊົນຊາດທັງໝົດຢູ່ໃນໂລກນີ້ ຈະໂຮມກໍາລັງກັນໂຈມຕີນະຄອນນີ້.
\s5
\v 4 ອົງພຣະຜູ້ເປັນເຈົ້າ ກ່າວວ່າ ໃນເວລານັ້ນ ເຮົາຈະເຮັດໃຫ້ມ້າຂອງພວກເຂົາທຸກໂຕ ສະທ້ານຢ້ານກົວ ແລະ ທັງຈະເຮັດໃຫ້ຄົນຂີ່ມ້າ ທຸກຄົນເປັນບ້າ. ເຮົາຈະເຝົ້າເບິ່ງແຍງປະຊາຊົນຢູດາ ແຕ່ເຮົາຈະເຮັດໃຫ້ບັນດາມ້າເຫລົ່າສັດຕູຂອງພວກເຂົາຕາບອດ.
\v 5 ແລ້ວຕະກຸນຕ່າງ ໆ ຂອງເຜົ່າຢູດາ ກໍຈະເວົ້າຕໍ່ກັນແລະກັນ ວ່າ ‘ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດຍິ່ງໃຫຍ່ ພຣະເຈົ້າຂອງພວກເຂົາ ໃຫ້ກາໍລັງແກ່ພວກເຂົາ ທີ່ຢູ່ໃນນະຄອນ ເຢຣູຊາເລັມ.
\s5
\v 6 ໃນເວລານັ້ນ ເຮົາຈະເຮັດໃຫ້ຕະກຸນຕ່າງ ໆ ໃນເຜົ່າຢູດາ ເປັນດັ່ງກອງໄຟຢູ່ໃນປ່າ ແລະ ຢູ່ຕາມທົ່ງນາທີ່ມີເຂົ້າສຸກເຕັມຢູ່ ເພາະເຂົາຈະທາໍລາຍຊົນຊາດທັງໝົດ ທີ່ຢູ່ອ້ອມແອ້ມນັ້ນ. ສ່ວນປະຊາຊົນເຢຣູຊາເລັມ ນັ້ນຈະ ຢູ່ໃນນະຄອນຢ່າງປອດໄພ.
\s5
\v 7 ອົງພຣະຜູ້ເປັນເຈົ້າ ຈະໃຫ້ກອງທັບ ຂອງຢູດາ ໄຊຊະນະກ່ອນ ເພື່ອວ່າກຽດທີ່ເຊື້ອສາຍຂອງກະສັດ ດາວິດ ແລະ ປະຊາຊົນເຢຣູຊາເລັມ ທີ່ຈະໄດ້ຮັບນັ້ນຈະບໍ່ເໜືອກວ່າ ປະຊາຊົນສ່ວນອື່ນ ໆ ຂອງຢູດາ.
\v 8 ໃນເວລານັ້ນ ອົງພຣະຜູ້ເປັນເຈົ້າຈະປົກປ້ອງຜູ້ທີ່ຢູ່ໃນນະຄອນ ເຢຣູຊາເລັມ ແລະ ແມ່ນແຕ່ຜູ້ອ່ອນແຮງທີ່ສຸດ ກໍຈະເຂັ້ມແຂງ ຄື ກະສັດ ດາວິດ. ເຊື້ອສາຍຂອງກະສັດ ດາວິດ ຈະນາໍພາພວກເຂົາ ດັ່ງເທວະດາຂອງອົງພຣະຜູ້ເປັນເຈົ້າ ຄື ເປັນດັ່ງພຣະເຈົ້າເອງ.
\v 9 ໃນ ເວລານັ້ນ ເຮົາຈະທາໍລາຍທຸກຊົນຊາດທີ່ພະຍາຍາມໂຈມຕີນະຄອນ ເຢຣູຊາເລັມ.
\s5
\v 10 ເຮົາຈະເຮັດໃຫ້ເຊື້ອສາຍຂອງກະສັດ ດາວິດ ແລະ ຊາວເຢຣູຊາເລັມ ຄົນອື່ນ ໆ ເຕັມໄປດ້ວຍຈິດໃຈເມດຕາ ແລະ ຮັກການພາວັນນາ ອະທິຖານ. ພວກເຂົາຈະແນມເບິ່ງຜູ້ທີ່ພວກເຂົາແທງຈົນຕາຍ ແລະພວກເຂົາຈະໄວ້ທຸກໃຫ້ເພິ່ນ ດັ່ງຄົນທີ່ໄວ້ທຸກໃຫ້ແກ່ລູກຊາຍໂທນຂອງຕົນ. ພວກເຂົາຈະໄວ້ທຸກຢ່າງຂົມຂື່ນ ດັ່ງຄົນທີ່ໄວ້ທຸກໃຫ້ແກ່ລູກຊາຍກົກຂອງຕົນ.
\v 11 ໃນເວລານັ້ນ ການໄວ້ທຸກໃນນະຄອນເຢຣູຊາເລັມ ຈະໜັກຫລາຍເທົ່າກັບການໄວ້ທຸກໃຫ້ແກ່ ຮາດັດ ຣິມໂມນ [ຟ] ຢູ່ໃນ ທົ່ງພຽງຂອງ ເມກິດໂດ.
\s5
\v 12-14 ແຕ່ລະຄອບຄົວ ໃນດິນແດນນັ້ນ ຈະພາກັນໄວ້ທຸກໂດຍຕົນເອງ ຄື: ຄອບຄົວທີ່ສືບເຊື້ອສາຍມາຈາກກະສັດ ດາວິດ ຄອບຄົວທີ່ສືບເຊື້ອສາຍມາຈາກ ນາທານ ຄອບຄົວທີ່ສືບເຊື້ອສາຍມາຈາກ ເລວີ ຄອບຄົວທີ່ສືບເຊື້ອສາຍມາຈາກ ຊີເມອີ ແລະຄອບຄົວອື່ນ ໆ ທັງໝົດ. ແຕ່ລະຄອບຄົວຈະໄວ້ທຸກໂດຍຕົນເອງ ແລະຜູ້ຊາຍໃນແຕ່ລະຄອບຄົວ ກໍຈະໄວ້ທຸກຢູ່ຕ່າງຫາກຈາກພວກແມ່ຍິງ.
\s5
\c 13
\p
\v 1 ເມື່ອເວລານັ້ນມາເຖິງ ຈະມີນໍ້າບໍ່ໜຶ່ງໄຫລອອກມາ ເພື່ອຊໍາລະບາບຂອງເຊື້ອສາຍ ຂອງກະສັດ ດາວິດ ແລະຂອງປະຊາຊົນ ເຢຣູຊາເລັມ ເພາະພວກເຂົາຂາບໄຫວ້ບັນດາ ຮູບເຄົາຣົບ.
\v 2 ໃນເວລານັ້ນ ເຮົາຈະກາໍຈັດ ບັນດາຮູບເຄົາຣົບໃຫ້ໝົດໄປຈາກດິນແດນ ແລະ ຈະບໍ່ມີຜູ້ໃດຈົດຈາໍພວກມັນໄດ້ອີກເລີຍ. ເຮົາຈະກາໍຈັດທຸກ ໆ ຄົນທີ່ອ້າງຕົວເອງວ່າ ເປັນຜູ້ທາໍນວາຍ ແລະ ຈະທາໍລາຍຄວາມປາຖະໜາທີ່ຈະຂາບໄຫວ້ບັນດາຮູບນັ້ນ.
\s5
\v 3 ແລ້ວຖ້າຜູ້ໃດຜູ້ໜຶ່ງຍັງທາໍນວາຍຕໍ່ໄປ ພໍ່ແລະແມ່ຂອງຜູ້ນັ້ນກໍຈະບອກ ວ່າ, ລາວຈະຖືກປະຫານຊີວິດ ຍ້ອນລາວເວົ້າຕົວະໃນນາມຂອງອົງພຣະຜູ້ເປັນເຈົ້າ; ເມື່ອລາວທາໍນວາຍນັ້ນ ພໍ່ແມ່ຂອງລາວຈະຕົບຕີລາວຈົນຕາຍ.
\s5
\v 4 ເມື່ອເວລາມາເຖິງ ຈະບໍ່ມີຜູ້ທາໍນວາຍ ຄົນໃດອວດອ້າງຈອງຫອງ ວ່າຕົນໄດ້ເຫັນນິມິດ ຫລື ສະແດງຕົນເປັນຜູ້ທໍານວາຍ ຫລື ນຸ່ງເສື້ອຄຸມຂອງຜູ້ທາໍນວາຍ ຫາຫລອກລວງປະຊາຊົນ.
\v 5 ແຕ່ລາວຈະເວົ້າວ່າ, ‘ຂ້ອຍບໍ່ແມ່ນຜູ້ທາໍນວາຍ ຂ້ອຍເປັນພໍ່ນາ ເພາະຂ້ອຍເຮັດນາມາຕະຫລອດຊີວິດ.
\v 6 ຖ້າມີຄົນຖາມວ່າ, ‘ບາດແຜຫຍັງ ທີ່ໜ້າເອິກຂອງເຈົ້າ? ລາວກໍຈະຕອບວ່າ, ‘ຂ້ອຍໄດ້ຮັບບາດເຈັບທີ່ເຮືອນຂອງໝູ່ຂ້ອຍ.
\s5
\v 7 ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດຍິ່ງໃຫຍ່ ກ່າວວ່າ, “ດາບ ເອີຍ ຈົ່ງຕື່ນຂຶ້ນແລະ ໂຈມຕີຄົນລ້ຽງແກະ [ມ] ທີ່ເຮັດວຽກໃຫ້ເຮົາ ຈົ່ງຂ້າລາວເສຍ ແລະ ຝູງແກະຂອງເຮົາ ກໍຈະກະຈັດກະຈາຍໄປ. ເຮົາຈະໂຈມຕີປະຊາຊົນຂອງເຮົາ.”
\s5
\v 8 ອົງພຣະຜູ້ເປັນເຈົ້າ ກ່າວວ່າ, “ແລະ ສອງສ່ວນສາມ ຂອງປະຊາຊົນທົ່ວປະເທດ ຈະຕາຍໄປ.
\v 9 ແລ້ວເຮົາກໍຈະທົດສອບເບິ່ງປະຊາຊົນສ່ວນທີສາມ ທີ່ລອດຊີວິດຢູ່ນັ້ນ ແລະ ເຮົາຈະຫລໍ່ຫລອມພວກເຂົາໃຫ້ບໍຣິສຸດ ດັ່ງເງິນທີ່ຖືກຫລໍ່ຫລອມ ດ້ວຍໄຟ. ເຮົາຈະ ທົດສອບເບິ່ງພວກເຂົາ ດັ່ງມະນຸດທົດສອບເບິ່ງຄໍາ. ພວກເຂົາຈະພາວັນນາ ອະທິຖານ ໃນນາມຊື່ຂອງເຮົາ ແລະ ເຮົາຈະຕອບພວກເຂົາ. ເຮົາຈະບອກ ວ່າ, ພວກເຂົາເປັນປະຊາຊົນຂອງເຮົາ ແລະ ພວກເຂົາກໍຈະຍອມຮັບວ່າ ເຮົາເປັນອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຂົາ.”
\s5
\c 14
\p
\v 1 ມື້ທີ່ອົງພຣະຜູ້ເປັນເຈົ້າຈະນັ່ງຕັດສິນ ມາໃກ້ແລ້ວ. ນະຄອນເຢຣູຊາເລັມ ຈະຖືກປຸ້ນ ແລະພວກເຂົາຈະແບ່ງປັນຂອງທີ່ປຸ້ນມາໄດ້ນັ້ນຕໍ່ໜ້າພວກເຈົ້າ.
\v 2 ແລະ ເຮົາຈະນາໍ ຊົນຊາດທັງໝົດມາເຕົ້າໂຮມກັນ ເພື່ອເຮັດເສິກຕໍ່ສູ້ກັບນະຄອນເຢຣູຊາເລັມ. ນະຄອນ ຈະຖືກຢຶດ, ເຮືອນຈະຖືກປຸ້ນ ແລະພວກແມ່ຍິງກໍຈະຖືກຂົ່ມຂືນ. ປະຊາຊົນເຄິ່ງນະຄອນຈະຖືກຈັບໄປເປັນຊະເລີຍໃນຕ່າງຖິ່ນ ແຕ່ປະຊາຊົນເຄິ່ງໜຶ່ງຈະມີເຫລືອຢູ່ໃນນະຄອນ.
\s5
\v 3 ແລ້ວອົງພຣະຜູ້ເປັນເຈົ້າ ກໍຈະອອກໄປ ຕໍ່ສູ້ກັບຊົນຊາດເຫລົ່ານັ້ນ ດັ່ງທີ່ພຣະອົງໄດ້ຕໍ່ ສູ້ມາແລ້ວໃນອະດີດ.
\v 4 ໃນເວລານັ້ນ ພຣະອົງຈະຢືນຢູ່ທີ່ເທິງພູເຂົາໝາກກອກເທດ ທີ່ທາງທິດຕາເວັນອອກຂອງນະຄອນເຢຣູຊາເລັມ. ແລ້ວພູເຂົາໝາກກອກເທດກໍຈະຍະອອກເປັນສອງສ່ວນ ຈາກທິດຕາເວັນອອກ ຫາ ທິດຕາເວັນຕົກ ໂດຍມີຮ່ອມພູອັນກວ້າງຂວາງຢູ່ຫວ່າງກາງ. ພູເຂົາເຄິ່ງໜຶ່ງຈະເຄື່ອນໄປທາງທິດເໜືອ ແລະອີກເຄິ່ງໜຶ່ງຈະເຄື່ອນໄປທາງທິດໃຕ້.
\s5
\v 5 ພວກເຈົ້າຈະປົບໜີໄປທາງຮ່ອມພູນີ້ ຊຶ່ງແຍກພູເຂົາເປັນສອງໜ່ວຍ. [ຢ] ພວກເຈົ້າ ຈະໜີໄປດັ່ງປູ່ຍ່າຕາຍາຍຂອງພວກເຈົ້າໄດ້ໜີຄາວແຜ່ນດິນໄຫວ ໃນສະໄໝຂອງກະສັດ ອຸດຊີຢາ ແຫ່ງຢູດາຍ ນັ້ນ. ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງຂ້າພະເຈົ້າ ຈະມາພ້ອມດ້ວຍຝູງເທວະດາທັງໝົດຂອງພຣະອົງ.
\s5
\v 6 ເມື່ອມື້ນັ້ນມາເຖິງ ຈະບໍ່ມີໜາວ ຫລື ມີນາໍ້ ກ້າມ [ຣ]
\v 7 ທັງຈະບໍ່ມີມືດ ອີກດ້ວຍ. ຈະມີແຕ່ແສງສະຫວ່າງ ແມ່ນແຕ່ຕອນກາງຄືນກໍດີ. ມີແຕ່ອົງພຣະຜູ້ເປັນເຈົ້າເທົ່ານັ້ນ ທີ່ຮູ້ຈັກເມື່ອເຫດການນີ້ຈະເກີດຂຶ້ນ.
\v 8 ເມື່ອມື້ນັ້ນມາເຖິງ ນໍ້າພຸຈະໄຫລອອກມາຈາກນະຄອນ ເຢຣູຊາເລັມ. ເຄິ່ງໜຶ່ງຂອງນໍ້ານັ້ນຈະໄຫລໄປສູ່ທະເລຕາຍ ແລະ ອີກເຄິ່ງໜຶ່ງຈະໄຫລໄປສູ່ທະເລ ເມດີແຕຣາເນ. ມັນຈະໄຫລຢູ່ຕະຫລອດປີ ທັງໃນລະດູແລ້ງ ແລະ ລະດູຝົນ.
\s5
\v 9 ແລ້ວອົງພຣະຜູ້ເປັນເຈົ້າ ກໍຈະເປັນກະສັດປົກຄອງແຜ່ນດິນໂລກນີ້ທັງໝົດ; ທຸກໆ ຊາດຈະນະມັດສະການພຣະອົງ ວ່າເປັນພຣະເຈົ້າແຕ່ອົງດຽວ ແລະ ຍົກຍ້ອງພຣະນາມຂອງພຣະອົງ ແຕ່ນາມດຽວເທົ່ານັ້ນ.
\v 10 ຂົງເຂດທັງໝົດແຕ່ ເກບາ ທາງທິດເໜືອ ຫາ ຣິມໂມນ ທາງທິດໃຕ້ຈະເປັນບ່ອນຮາບພຽງ. ນະຄອນເຢຣູຊາເລັມ ຈະສູງເດັ່ນໃນດິນແດນທີ່ອ້ອມຮອບນັ້ນ; ນະຄອນນີ້ຈະມີອານາເຂດ ຢຽດອອກໄປແຕ່ປະຕູ ເບັນຢາມິນ ຈົນຮອດປະຕູແຈບ່ອນທີ່ປະຕູເມືອງແຕ່ກ່ອນຕັ້ງຢູ່ ແລະ ຈາກຫໍຄອຍ ຮານາເນນ ເຖິງບ່ອນບີບເຫລົ້າອະງຸ່ນຂອງກະສັດ.
\v 11 ປະຊາຊົນຈະຢູ່ໃນທີ່ນັ້ນຢ່າງປອດໄພ ຄື ບໍ່ຖືກຄຸກຄາມໂດຍໄພພິບັດອີກຕໍ່ໄປ.
\s5
\v 12 ອົງພຣະຜູ້ເປັນເຈົ້າ ຈະນາໍໂຣກລະບາດ ມາສູ່ຊົນຊາດທັງໝົດ ຊຶ່ງໄດ້ເຮັດເສິກ ຕໍ່ສູ້ນະຄອນເຢຣູຊາເລັມ. ເນື້ອໜັງຂອງ ພວກເຂົາຈະເປື່ອຍເນົ່າ ເມື່ອຍັງມີຊີວິດຢູ່; ຕາ ແລະ ລີ້ນຂອງພວກເຂົາຈະເປື່ອຍເນົ່າ ເຊັ່ນກັນດ້ວຍ.
\v 13 ໃນເວລານັ້ນ ອົງພຣະຜູ້ເປັນເຈົ້າ ຈະເຮັດໃຫ້ພວກເຂົາສັບສົນວຸ້ນວາຍໃຫຍ່ ແລະ ຢ້ານກົວຈົນວ່າຈະໂຈມຕີ ແລະ ຈັບກຸມຄົນທີ່ຢູ່ໃກ້ຄຽງຕົນ.
\s5
\v 14 ພວກຜູ້ຊາຍຊາວຢູດາ ຈະຕໍ່ສູ້ເພື່ອປ້ອງກັນນະຄອນເຢຣູຊາເລັມ. ພວກເຂົາຈະ ປຸ້ນເອົາຊັບສົມບັດຂອງບັນດາຊົນຊາດທັງໝົດ ເຊັ່ນ: ຄໍາ, ເງິນ, ທັງເຄື່ອງນຸ່ງຫົ່ມ ເປັນຈາໍນວນຫລວງຫລາຍ.
\v 15 ໂຣກລະບາດ ອັນຮ້າຍແຮງຍັງຈະຕົກຖືກຝູງມ້າ, ລາ, ອູດ ແລະ ລໍ ຄື ຕົກຖືກສັດທັງໝົດທີ່ຢູ່ໃນ ຄ້າຍພັກຂອງເຫລົ່າສັດຕູ.
\s5
\v 16 ແລ້ວພວກທີ່ລອດຊີວິດມາໄດ້ຈາກຊົນຊາດຕ່າງ ໆ ທີ່ໄດ້ໂຈມຕີນະຄອນເຢຣູຊາເລັມ ນັ້ນກໍຈະໄປທີ່ນັ້ນ ທຸກ ໆ ປີເພື່ອນະມັດສະການອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດຍິ່ງໃຫຍ່ ຄື ອົງຊົງເປັນກະສັດ ແລະເພື່ອສະເຫລີມສະຫລອງເທດສະການປຸກຕູບຢູ່.
\v 17 ຖ້າຊົນຊາດໃດບໍ່ຍອມໄປ ນະມັດສະການອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດຍິ່ງໃຫຍ່ ຄື ອົງຊົງເປັນກະສັດແລ້ວ ຝົນກໍຈະບໍ່ຕົກລົງມາສູ່​ດິນແດນຂອງພວກເຂົາ.
\v 18 ຖ້າຊາວເອຢິບ ບໍ່ຍອມສະເຫລີມສະຫລອງເທດສະການປຸກຕູບຢູ່ ພວກເຂົາກໍຈະຖືກທາໍລາຍດ້ວຍໂຣກລະບາດ ຊຶ່ງອົງພຣະຜູ້ເປັນເຈົ້າ ສົ່ງມາສູ່ທຸກຊົນຊາດ ທີ່ບໍ່ຍອມໄປທີ່ນັ້ນຄືກັນ.
\s5
\v 19 ອັນນີ້ຈະເປັນການລົງໂທດ ທີ່ປະເທດເອຢິບ ແລະຊົນຊາດອື່ນ ໆ ທັງໝົດຈະໄດ້ຮັບ ຖ້າພວກເຂົາບໍ່ໄປສະເຫລີມສະຫລອງເທດສະການປຸກຕູບຢູ່.
\s5
\v 20 ໃນເວລານັ້ນ ແມ່ນແຕ່ໝາກກະດິງທີ່ມັດຄໍມ້າ ກໍຈະຂຽນຖ້ອຍຄໍາ ວ່າ, “ບໍຣິສຸດ ແກ່ອົງພຣະຜູ້ເປັນເຈົ້າ. ” ໝໍ້ຄົວກິນໃນພຣະວິຫານຂອງອົງພຣະຜູ້ເປັນເຈົ້າ ກໍຈະບໍຣິສູດ ດັ່ງຖ້ວຍທີ່ວາງໄວ້ຕໍ່ໜ້າແທ່ນບູຊາ.
\v 21 ໝໍ້ຄົວກິນທຸກ ໆ ໜ່ວຍ ໃນນະຄອນເຢຣູຊາເລັມ ແລະ ໃນຢູດາ ຈະຖືກແຍກໄວ້ຕ່າງຫາກ ເພື່ອໃຊ້ນະມັດສະການອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດຍິ່ງໃຫຍ່. ປະຊາຊົນທີ່ຖວາຍບູຊາ ຈະໃຊ້ສິ່ງຂອງເຫລົ່ານີ້ ສໍາລັບຕົ້ມຊີ້ນທີ່ໄດ້ມາ ຈາກເຄື່ອງບູຊາ. ເມື່ອເວລານັ້ນມາເຖິງ ຈະບໍ່ມີພໍ່ຄ້າຄົນໃດ ຢູ່ໃນວິຫານຂອງອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດຍິ່ງໃຫຍ່.