lo_bible/37-HAG.usfm

82 lines
18 KiB
Plaintext
Raw Permalink Blame History

This file contains ambiguous Unicode characters

This file contains Unicode characters that might be confused with other characters. If you think that this is intentional, you can safely ignore this warning. Use the Escape button to reveal them.

\id HAG
\ide UTF-8
\h ພ​ຣະ​ທຳ​ຮັກ​ກາຍ
\toc1 ພ​ຣະ​ທຳ​ຮັກ​ກາຍ
\toc2 ພ​ຣະ​ທຳ​ຮັກ​ກາຍ
\toc3 hag
\mt ພ​ຣະ​ທຳ​ຮັກ​ກາຍ
\s5
\c 1
\p
\v 1 ໃນ ປີ ທີ ສອງ ທີ່ ດາຣິອຸດ ໄດ້ ຂຶ້ນ ເປັນ ຈັກກະພັດ ແຫ່ງ ເປີເຊຍ ອັນ ກົງ ກັບ ມື້ ທີ ໜຶ່ງ ຂອງ ເດືອນ ທີ ຫົກ; ອົງພຣະຜູ້ເປັນເຈົ້າ ໄດ້ ກ່າວ ຜ່ານ ທາງ ຜູ້ທໍານວາຍ ຮັກກາຍ. ຖ້ອຍຄໍາ ນີ້ ແມ່ນ ສໍາລັບ ເຊຣຸບບາເບນ ລູກຊາຍ ຂອງ ເຊອານຕີເອນ ທີ່ ເປັນ ຜູ້ ປົກຄອງ ຊາດ ຢູດາຍ ແລະ ສໍາລັບ ໂຢຊວຍ ລູກຊາຍ ຂອງ ເຢໂຮຊາດັກ ຜູ້ ເປັນ ມະຫາປະໂຣຫິດ.
\v 2 ອົງພຣະ ຜູ້ເປັນເຈົ້າ ອົງ ຊົງ ຣິດອໍານາດ ຍິ່ງ ໃຫຍ່ ກ່າວ ຕໍ່ ຮັກກາຍ ວ່າ, “ປະຊາຊົນ ເຫລົ່າ ນີ້ ເວົ້າ ວ່າ, ‘ຍັງ ບໍ່ ເຖິງເວລາ ເທື່ອ ທີ່ ຈະ ສ້າງ ພຣະວິຫານ ຂຶ້ນ ໃໝ່.
\s5
\v 3 ແລ້ວ ອົງ ພຣະຜູ້ເປັນເຈົ້າ ກໍ ມອບຖ້ອຍຄໍານີ້ ໃຫ້ ແກ່ ປະຊາຊົນ ໂດຍ ຜ່ານ ທາງ ຜູ້ທໍານວາຍ ຮັກກາຍ ວ່າ:
\v 4 “ປະຊາຊົນ ຂອງເຮົາ ເອີຍ ເປັນ ຫຍັງ ພວກເຈົ້າ ຈຶ່ງ ຢູ່ໃນ ເຮືອນ ທີ່ ກໍ່ສ້າງ ຢ່າງດີ ໃນ ເມື່ອ ວິຫານ ຂອງເຮົາ ຍັງ ຮົກ ຮ້າງ ເພພັງ ຢູ່?
\v 5 ອົງພຣະຜູ້ເປັນເຈົ້າ ອົງຊົງ ຣິດອໍານາດ ຍິ່ງ ໃຫຍ່ ກ່າວ ວ່າ ພວກເຈົ້າ ບໍ່ ເຫັນ ຫລື ວ່າ ແມ່ນ ຫຍັງ ພວມ ເກີດຂຶ້ນ ກັບ ພວກເຈົ້າ?
\v 6 ພວກເຈົ້າ ຫວ່ານ ເມັດ ພືດ ຢ່າງ ຫລວງຫລາຍ ແຕ່ ເກັບ ກ່ຽວ ໄດ້ ໜ້ອຍດຽວ. ພວກເຈົ້າ ມີ ອາຫານ ແຕ່ ກໍ ກິນ ບໍ່ ພໍ ອີ່ມ. ພວກເຈົ້າ ມີ ເຫລົ້າ ອະງຸ່ນ ແຕ່ ກໍ ດື່ມ ບໍ່ ພໍ ເມົາ ພວກເຈົ້າ ມີ ເຄື່ອງນຸ່ງຫົ່ມ ແຕ່ ກໍ ອົບອຸ່ນ ບໍ່ພຽງພໍ. ຄົນເຮັດ ວຽກ ໜັກ ກໍ ລ້ຽງ ຊີບ ຕົນ ບໍ່ ພໍ ກຸ້ມ.
\s5
\v 7 ອົງ ພຣະຜູ້ ເປັນ ເຈົ້າ ອົງ ຊົງຣິດອໍານາດ ຍິ່ງໃຫຍ່ ກ່າວ ວ່າ ພວກເຈົ້າ ເຫັນ ບໍ່ ວ່າ ເປັນຫຍັງ ເຫດການ ເຊັ່ນນີ້ ຈຶ່ງ ເກີດຂຶ້ນ?
\v 8 ບັດນີ້ ຈ່ົ່ງ ຂຶ້ນ ໄປ ທີ່ ເນີນ ພູ ຕ່າງໆ ຫາ ຊອກ ໄມ້ ມາ ສ້າງ ພຣະວິຫານ ຂຶ້ນ ໃໝ່; ແລ້ວ ເຮົາ ກໍ ຈະ ພໍໃຈ ນໍາ ແລະ ພວກເຈົ້າ ຈະ ໄດ້ ນະມັດສະການ ເຮົາ ສົມ ກັບ ທີ່ ເຮົາຄວນ ໄດ້ ຮັບຄໍາຍ້ອງຍໍ ສັນລະເສີນ. ອົງພຣະຜູ້ເປັນເຈົ້າ ກ່າວ ດັ່ງ ນີ້ແຫລະ.
\v 9 ພວກເຈົ້າ ຫວັງ ເກັບ ກ່ຽວ ໄດ້ ຫລາຍ ແຕ່ ພັດ ໄດ້ ໜ້ອຍ. ເມື່ອ ພວກເຈົ້າ ນໍາຜົນ ລະປູກ ມາ ບ້ານ ເຮົາ ຊໍ້າພັດ ໃຫ້ ມັນ ປິວ ໜີໄປ. (ກ) ເປັນຫຍັງ ເຮົາ ຈຶ່ງ ໄດ້ ເຮັດ ເຊັ່ນ ນັ້ນ? ເພາະວ່າ ວິຫານ ຂອງເຮົາ ຍັງ ຮົກຮ້າງ ເພພັງ ຢູ່ໃນ ຂະນະທີ່ ພວກເຈົ້າ ແຕ່ ລະຄົນ ຫຍຸ້ງຢູ່ ກັບ ເຮັດ ວຽກ ເຮັດ ງານ ເພື່ອ ບ້ານເຮືອນ ຂອງ ຕົນເອງ.
\s5
\v 10 ເຫດສະນັ້ນ ແຫລະ ຝົນ ຈຶ່ງ ບໍ່ ຕົກ ແລະ ບໍ່ ມີ ຫຍັງ ງອກຂຶ້ນ ໄດ້.
\v 11 ເຮົາ ໄດ້ ນໍາ ໄພ ແຫ້ງ ແລ້ງ ມາ ສູ່ ດິນແດນ ຄື: ເນີນ ພູ, ທົ່ງ ນາ, ສວນອະງຸ່ນ, ສວນ ໝາກກອກເທດ ຕະຫລອດ ທັງ ເຄື່ອງປູກ ຂອງຝັງ ທຸກໆ ຊະນິດ ທີ່ ໄດ້ ເກີດ ຂຶ້ນ ຕາມ ພື້ນ ດິນ; ສູ່ ມະນຸດ ແລະ ສັດ ທັງຫລາຍ ແລະ ທຸກສິ່ງ ທີ່ ພວກເຈົ້າ ພະຍາຍາມ ປູກ ຂຶ້ນ.”
\s5
\v 12 ແລ້ວ ເຊຣຸບບາເບນ ແລະ ໂຢຊວຍ ກັບ ປະຊາຊົນ ທັງ ໝົດ ຜູ້ ທີ່ ໄດ້ ກັບ ມາ ຈາກ ການ ເປັນ ຊະເລີຍ ໃນ ຕ່າງຖິ່ນ (ຂ) ໃນ ບາບີໂລນ ກໍ ເຮັດ ຕາມ ອົງ ພຣະ ຜູ້ ເປັນ ເຈົ້າ ພຣະເຈົ້າ ຂອງ ພວກຕົນ ໄດ້ ບອກ. ພວກເຂົາ ຢ້ານກົວ ອົງພຣະຜູ້ ເປັນເຈົ້າ ຈຶ່ງ ເຊື່ອ ຟັງ ຜູ້ທໍານວາຍ ຮັກກາຍ ຜູ້ນໍາຂ່າວ ຂອງ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ ຂອງ ພວກເຂົາ ສົ່ງ ມາ ເຖິງ ເພິ່ນ.
\v 13 ແລ້ວຮັກກາຍ ຜູ້ນໍາຂ່າວ ຂອງ ອົງພຣະຜູ້ ເປັນ ເຈົ້າ ກໍ ບອກ ຖ້ອຍຄໍາ ຂອງ ອົງພຣະຜູ້ ເປັນເຈົ້າ ແກ່ ປະຊາຊົນ ວ່າ, “ເຮົາຈະ ຢູ່ ກັບ ພວກເຈົ້າ ນີ້ ຄື ຄໍາສັນຍາ ຂອງເຮົາ. ” ອົງ ພຣະ ຜູ້ ເປັນເຈົ້າ ກ່າວ ດັ່ງນີ້ແຫລະ.
\s5
\v 14 ອົງພຣະຜູ້ ເປັນເຈົ້າ ໄດ້ ບັນດົນ ໃຈ ທຸກຄົນ ໃຫ້ ຊ່ວຍ ກັນສ້າງ ພຣະວິຫານ: ເຊຣຸບບາເບນ ລູກຊາຍ ຂອງ ເຊອານຕີເອນ ຜູ້ປົກຄອງ ຢູດາຍ; ໂຢຊວຍ ລູກຊາຍ ຂອງ ເຢໂຮຊາດັກ ມະຫາປະໂຣຫິດ, ຕະຫລອດ ທັງປະຊາຊົນ ທຸກຄົນ ທີ່ ໄດ້ ກັບມາ ຈາກ ການ ເປັນ ຊະເລີຍ ໃນ ຕ່າງຖິ່ນ. ພວກເຂົາ ໄດ້ ເລີ່ມ ສ້າງ ວິຫານ ຂອງ ອົງ ພຣະ ຜູ້ ເປັນ ເຈົ້າ ອົງ ຊົງ ຣິດອໍານາດ ຍິ່ງໃຫຍ່ ພຣະເຈົ້າ ຂອງ ພວກເຂົາ
\v 15 ໃນ ມື້ ທີ ຊາວສີ່ ເດືອນ ຫົກ ກົງ ກັບ ຣາຊການ ປີ ທີ ສອງ ຂອງ ຈັກກະພັດ ດາຣິອຸດ.
\s5
\c 2
\p
\v 1 ໃນ ມື້ ທີ ຊາວເອັດ ເດືອນ ເຈັດ ປີ ດຽວກັນ ນັ້ນ ອົງພຣະຜູ້ເປັນເຈົ້າ ໄດ້ ກ່າວ ອີກ ຜ່ານ ທາງ ຜູ້ທໍານວາຍ ຮັກກາຍ.
\v 2 ພຣະອົງ ໄດ້ ບອກ ຮັກກາຍ ໃຫ້ ກ່າວ ຕໍ່ ເຊຣຸບບາເບນ ຜູ້ປົກຄອງ ຢູດາຍ ຕໍ່ ໂຢຊວຍ ຜູ້ ເປັນ ມະຫາປະໂຣຫິດ ແລະ ຕໍ່ ປະຊາຊົນ ທີ່ ກັບ ມາ ຈາກ ການ ເປັນ ຊະເລີຍ ວ່າ,
\s5
\v 3 “ໃນ ທ່າມກາງ ພວກເຈົ້າ ມີ ຜູ້ໃດ ແດ່ ທີ່ ຍັງ ລະນຶກ ຄິດ ເຖິງ ຄວາມ ສະຫງ່າ ງາມ ຄັ້ງ ທໍາອິດ ຂອງ ພຣະວິຫານ ໄດ້? ມາບັດນີ້ ພວກເຈົ້າ ເບິ່ງ ເຫັນ ເປັນ ຈັ່ງໃດ? ບໍ່ເຫັນ ມີ ຄຸນຄ່າ ຫຍັງ ເລີຍ ແມ່ນ ບໍ.
\v 4 ແຕ່ ບັດນີ້ ຢ່າສູ່ໃຫ້ ຜູ້ໃດ ທໍ້ຖອຍໃຈ. ຈົ່ງ ເຮັດ ວຽກ ຕໍ່ ໄປ ເພາະ ເຮົາ ຢູ່ກັບ ພວກເຈົ້າ.
\v 5 ເມື່ອ ພວກເຈົ້າ ໄດ້ ອອກ ມາ ຈາກ ປະເທດ ເອຢິບ ເຮົາ ກໍໄດ້ ສັນຍາ ວ່າ ເຮົາ ຈະ ຢູ່ ກັບ ພວກເຈົ້າ ສະເໝີ. ເຮົາ ຍັງ ຢູ່ ກັບ ພວກເຈົ້າ ດັ່ງ ນັ້ນ ຢ່າສູ່ຢ້ານກົວ ເລີຍ.
\s5
\v 6 ອີກ ບໍ່ດົນ ເຮົາ ຈະ ສັ່ນ ສະຫວັນ ຊັ້ນຟ້າ ກັບ ແຜ່ນດິນ ໂລກ ດິນ ແດນ ກັບ ນໍ້າ ທະເລ.
\v 7 ເຮົາ ຈະ ໂຄ່ນລົ້ມ ທຸກ ຊົນ ຊາດ ແລະ ຊັບສົມບັດ ຂອງ ພວກເຂົາ ຈະ ຖືກ ນໍາມາ ທີ່ ນີ້ ແລະ ພຣະວິຫານ ຈະ ເຕັມ ໄປ ດ້ວຍ ຄວາມ ມັ່ງ ຄັ່ງ ສົມບູນ.
\s5
\v 8 ເງິນ ແລະ ຄໍາ ທັງ ໝົດ ຢູ່ ໃນ ໂລກນີ້ ເປັນຂອງເຮົາ.
\v 9 ພຣະວິຫານ ຫລັງ ໃໝ່ ນີ້ ຈະ ສະຫງ່າ ງາມ ກວ່າ ຫລັງເກົ່າ; ໃນທີ່ ນັ້ນ ເຮົາ ຈະ ໃຫ້ ປະຊາຊົນ ຂອງເຮົາ ຈະເລີນ ຮຸ່ງເຮືອງ ແລະ ມີ ສັນຕິສຸກ. ” ອົງ ພຣະ ຜູ້ ເປັນ ເຈົ້າ ອົງ ຊົງ ຣິດອໍານາດ ຍິ່ງໃຫຍ່ ກ່າວ ດັ່ງນີ້ແຫລະ.
\s5
\v 10 ໃນ ວັນ ທີ ຊາວສີ່ ເດືອນ ທີ ເກົ້າ ອັນ ກົງ ກັບ ປີ ທີ ສອງ ທີ່ ດາຣິອຸດ ໄດ້ ຂຶ້ນ ເປັນຈັກກະພັດ ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດ ຍິ່ງໃຫຍ່ ໄດ້ ກ່າວ ອີກ ແກ່ ຜູ້ທໍານວາຍ ຮັກກາຍ.
\v 11 ພຣະອົງ ກ່າວ ວ່າ, “ຈົ່ງ ຖາມ ບັນດາ ປະໂຣຫິດ ໃຫ້ ຕັດສິນໃຈ ເຖິງ ບັນຫາ ນີ້:
\v 12 ຖ້າວ່າ ມີ ຜູ້ໃດ ຜູ້ໜຶ່ງ ເອົາ ຊີ້ນ ຕ່ອນ ໜຶ່ງ ຈາກ ແທ່ນບູຊາ ທີ່ ໄດ້ ຖວາຍບູຊາ ແລ້ວ ຍັດ ໃສ່ ພັບ ເສື້ອ ໄປ. ແລ້ວຖ້າລາວ ປ່ອຍ ໃຫ້ ເສື້ອ ຂອງ ລາວ ນັ້ນ ແຕະຕ້ອງ ເຂົ້າ ຈີ່, ອາຫານ ທີ່ ໄດ້ ຄົວ ແລ້ວ, ເຫລົ້າ ອະງຸ່ນ, ນໍ້າມັນ ໝາກກອກເທດ ຫລື ອາຫານ ທຸກຢ່າງ, ມັນຈະ ເຮັດ ໃຫ້ ອາຫານ ນັ້ນ ເປັນ ເຄື່ອງ ຖວາຍບູຊາ ໄດ້ ບໍ? ” ເມື່ອ ພວກປະໂຣຫິດ ໄດ້ ຟັງ ຄໍາຖາມ ນີ້ ແລ້ວ ພວກເຂົາ ຈຶ່ງ ຕອບ ວ່າ, “ບໍ່ໄດ້.”
\s5
\v 13 ແລ້ວ ຮັກກາຍ ກໍ ຖາມ ວ່າ, “ຖ້າວ່າ ຄົນຜູ້ໜຶ່ງ ເປັນ ມົນທິນ ຍ້ອນ ໄດ້ ແຕະຕ້ອງ ຊາກສົບຄົນຕາຍ. ຖ້າລາວ ໄດ້ ແຕະຕ້ອງ ອາຫານ ເຫລົ່ານີ້ ຢ່າງໜຶ່ງ ຢ່າງໃດ ມັນ ຈະ ເຮັດ ໃຫ້ ອາຫານ ເຫລົ່າ ນີ້ ເປັນ ມົນ ທິນ ຄືກັນ ບໍ? ” ພວກປະໂຣຫິດ ຈຶ່ງ ຕອບ ວ່າ, “ເປັນ ມົນທິນ. ”
\v 14 ແລ້ວ ຮັກກາຍ ກໍ ກ່າວ ວ່າ, “ອົງ ພຣະຜູ້ເປັນເຈົ້າກ່າວ ວ່າ ໃນ ສາຍ ຕາ ຂອງ ເຮົາ ຊົນຊາດ ນີ້ ເປັນຢ່າງນັ້ນ ແລະ ປະຊາຊົນຊາດ ນີ້ ກໍ ເປັນຢ່າງນັ້ນ ທຸກສິ່ງ ທີ່ ພວກເຂົາ ກະທໍາ ກໍ ເປັນຢ່າງນັ້ນ ດ້ວຍ; ສະນັ້ນ ແຫລະ ທຸກສິ່ງ ທີ່ ພວກເຂົາ ໄດ້ ຖວາຍ ທີ່ ເທິງ ແທ່ນບູຊາ ຈຶ່ງ ເປັນມົນທິນ.”
\s5
\v 15 ອົງ ພຣະຜູ້ ເປັນ ເຈົ້າ ກ່າວ ວ່າ, “ພວກເຈົ້າ ບໍ່ ເຫັນ ບໍ່ ວ່າ ແມ່ນຫຍັງ ໄດ້ ເກີດຂຶ້ນ ກັບ ພວກເຈົ້າ? ກ່ອນ ທີ່ ພວກເຈົ້າ ໄດ້ ລົງ ມື ສ້າງ ພຣະວິຫານ ຂຶ້ນ ໃໝ່
\v 16 ພວກເຈົ້າ ຕ່າງ ກໍ ໄປ ທີ່ ກອງ ເຂົ້າ ໂດຍ ຫວັງ ວ່າ ຈະ ໄດ້ ສອງຮ້ອຍ ກິໂລກຼາມ; ແຕ່ ໃນທີ່ນັ້ນ ມີ ເຂົ້າ ພຽງ ໜຶ່ງຮ້ອຍ ກິໂລກຼາມ ເທົ່ານັ້ນ. ພວກເຈົ້າ ຄວນ ຈະ ໄດ້ ເຫລົ້າ ອະງຸ່ນ ຈາກ ຖັງ ໜຶ່ງ ຮ້ອຍ ລິດ ແຕ່ ພວກເຈົ້າ ໄດ້ ພຽງ ຫ້າສິບ ລິດ ເທົ່າ ນັ້ນ.
\v 17 ເຮົາ ໄດ້ ບັນດານ ໃຫ້ ເກີດ ລົມ ພະຍຸ ແລະ ໝາກເຫັບ ມາ ທໍາລາຍ ທຸກສິ່ງ ທີ່ ພວກເຈົ້າ ໄດ້ ປູກ, ແຕ່ ພວກເຈົ້າ ກໍ ຍັງ ບໍ່ ໄດ້ ກັບ ໃຈໃໝ່.
\s5
\v 18 ມື້ນີ້ ແມ່ນ ວັນ ທີ ຊາວສີ່ ເດືອນ ເກົ້າ ຄື ມື້ ທີ່ ວາງ ຮາກຖານ ຂອງ ພຣະວິຫານ ສໍາເລັດ ລົງ. ຈົ່ງ ເບິ່ງ ວ່າ ຈະ ມີ ຫຍັງ ເກີດ ຂຶ້ນ ແຕ່ ນີ້ ຕໍ່ ໄປ.
\v 19 ເຖິງ ແມ່ນ ວ່າ ຈະ ບໍ່ ມີ ເຂົ້າ ກິນ ເຫລືອ ຢູ່, ຕົ້ນ ໝາກອະງຸ່ນ, ຕົ້ນ ໝາກເດື່ອ, ຕົ້ນ ໝາກພີລາ ແລະ ຕົ້ນ ໝາກກອກເທດ ຍັງ ບໍ່ ເກີດ ຜົນ ກໍຕາມ, ແຕ່ ບັດ ນີ້ ຕໍ່ ໄປ ເຮົາ ຈະ ອວຍພອນ ພວກເຈົ້າ.”
\s5
\v 20 ໃນ ມື້ ດຽວກັນ ນັ້ນ ຄື ໃນ ວັນ ທີ ຊາວສີ່ ຂອງເດືອນ ອົງພຣະຜູ້ເປັນເຈົ້າ ໄດ້ ບອກ ຖ້ອຍຄໍາ ຄັ້ງ ທີ ສອງ ໃຫ້ ຮັກກາຍ
\v 21 ເພື່ອ ໃຫ້ ບອກ ເຊຣຸບບາເບນ ຜູ້ປົກຄອງ ຢູດາ ວ່າ, “ເຮົາ ກໍາລັງ ຈະ ສັ່ນສະຫວັນ ຊັ້ນຟ້າ ກັບ ແຜ່ນດິນ ໂລກ
\v 22 ແລະ ໂຄ່ນລົ້ມ ຣາຊອານາຈັກ ຕ່າງໆ ແລະ ເຮັດ ໃຫ້ ອໍານາດ ຂອງ ພວກເຂົາ ສິ້ນສຸດ ໄປ. ເຮົາ ຈະ ຂວໍ້າ ລົດຮົບ ແລະ ຄົນ ຂັບ ທັງຫລາຍ ຂອງ ພວກເຂົາ ຖິ້ມ ຝູງມ້າ ຂອງ ພວກເຂົາ ຈະ ຕາຍ ແລະ ຄົນ ຂີ່ ມ້າ ຈະ ຂ້າຟັນກັນແລະກັນ.”
\s5
\v 23 ອົງພຣະຜູ້ ເປັັນເຈົ້າ ອົງ ຊົງຣິດອໍານາດ ຍິ່ງໃຫຍ່ ໄດ້ ກ່າວ ວ່າ, “ໃນ ມື້ ນັ້ນ ເຮົາ ຈະ ເອົາ ເຈົ້າ ເຊຣຸບບາເບນ ລູກ ຊາຍ ຂອງ ເຊອານຕີເອນ ຜູ້ ເປັນ ຄົນ ຮັບ ໃຊ້ ຂອງເຮົາ ແລະ ອົງ ພຣະ ຜູ້ ເປັນ ເຈົ້າ ກ່າວ ວ່າ ເຮົາ ຈະ ໃຫ້ ເຈົ້າ ຂຶ້ນ ເປັນ ຜູ້ປົກຄອງ ໃນ ນາມ ຂອງ ເຮົາ. ເຈົ້າ ແມ່ນ ຜູ້ ທີ່ ເຮົາ ໄດ້ ເລືອກໄວ້. ” ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດ ຍິ່ງໃຫຍ່ ກ່າວ ດັ່ງນີ້ແຫລະ.