lo_bible/36-ZEP.usfm

115 lines
27 KiB
Plaintext
Raw Permalink Blame History

This file contains ambiguous Unicode characters

This file contains Unicode characters that might be confused with other characters. If you think that this is intentional, you can safely ignore this warning. Use the Escape button to reveal them.

\id ZEP
\ide UTF-8
\h ພ​ຣະ​ທຳ ເຊ​ຟາ​ນີ​ຢາ
\toc1 ພ​ຣະ​ທຳ ເຊ​ຟາ​ນີ​ຢາ
\toc2 ພ​ຣະ​ທຳ ເຊ​ຟາ​ນີ​ຢາ
\toc3 zep
\mt ພ​ຣະ​ທຳ ເຊ​ຟາ​ນີ​ຢາ
\s5
\c 1
\p
\v 1 ຕໍ່ໄປນີ້ ແມ່ນຖ້ອຍຄໍາຂອງອົງພຣະຜູ້ເປັນເຈົ້າ ທີ່ໄດ້ມອບໃຫ້ແກ່ ເຊຟານີຢາ ໃນສະໄໝຂອງ ໂຢສີຢາ ລູກຊາຍຂອງ ອາໂມນ ໄດ້ຂຶ້ນເປັນກະສັດແຫ່ ງຢູດາຍ. (ເຊຟານີຢາ ໄດ້ສືບເຊື້ອສາຍມາຈາກກະສັດ ເຮເຊກີຢາ ທາງ ອາມາຣິຢາ, ເກດາລີຢາ ແລະ ກູຊີ.)
\v 2 ອົງພຣະຜູ້ເປັນເຈົ້າໄດ້ກ່າວ ວ່າ, “ເຮົາກາໍລັງຈະທາໍລາຍທຸກ ໆ ສິ່ງທີ່ເທິງແຜ່ນດິນໂລກ
\v 3 ຄື ມະນຸດທຸກຄົນ ແລະ ສັດທຸກໂຕ, ຝູງນົກ ແລະ ຝູງປາ. ເຮົາຈະນາໍຄວາມຈິບຫາຍ ມາສູ່ຄົນຊົ່ວຮ້າຍ. [ກ] ເຮົາຈະທາໍລາຍມະນຸດສະໂລກທັງໝົດ ແລະ ຈະບໍ່ມີຜູ້ໃດລອດຊີວິດ ເຫລືອຢູ່ເລີຍ. ອົງພຣະຜູ້ເປັນເຈົ້າໄດ້ກ່າວ ດັ່ງນີ້ແຫລະ.
\s5
\v 4 ເຮົາຈະລົງໂທດປະຊາຊົນທັງໝົດຂອງນະຄອນ ເຢຣູຊາເລັມ ແລະ ຂອງ ຢູດາຍ. ໃນທີ່ນັ້ນ ເຮົາຈະທາໍລາຍຮ່ອງຮອຍເສດເຫລືອ ແຫ່ງການຂາບໄຫວ້ພະບາອານ ແລະ ຈະບໍ່ມີຜູ້ໃດລະນຶກເຖິງມັນ ແມ່ນແຕ່ພວກປະໂຣຫິດ ທີ່ຮັບໃຊ້ພະບາອານ ກໍຕາມ.
\v 5 ເຮົາຈະທໍາລາຍທຸກຄົນ ທີ່ຂຶ້ນໄປເທິງຫລັງຄາເຮືອນ ເພື່ອຂາບໄຫວ້ດວງອາທິດ, ດວງເດືອນ ແລະ ດວງດາວຕ່າງ ໆ. ເຮົາຍັງຈະທາໍລາຍພວກທີ່ນະມັດສະການເຮົາ ແລະ ສາບານທີ່ຈະສັດຊື່ຕໍ່ເຮົາ, ແຕ່ແລ້ວພັດສາບານ ໃນນາມຂອງພະ ມິນໂກມ.
\v 6 ເຮົາຈະທາໍລາຍພວກທີ່ໄດ້ຫັນໜີໄປຈາກເຮົາ ແລະ ບໍ່ຕິດຕາມເຮົາອີກຕໍ່ໄປ ຄື ພວກທີ່ບໍ່ມາຫາເຮົາ ຫລື ບໍ່ມາຂໍໃຫ້ເຮົານາໍພາພວກເຂົາ.”
\s5
\v 7 ວັນທີ່ພຣະເຈົ້າຢາເວ ພຣະເຈົ້າຈະນັ່ງ ຕັດສິນນັ້ນຫຍັບເຂົ້າມາໃກ້ສາແລ້ວ. ດັ່ງນັ້ນ ຈົ່ງມິດງຽບຢູ່ຊ້ອງໜ້າພຣະອົງ. ອົງພຣະຜູ້ເປັນເຈົ້າກາໍລັງຕຽມທີ່ຈະຖວາຍບູຊາປະຊາຊົນຂອງພຣະອົງ ແລະ ໄດ້ເຊີນເອົາ ເຫລົ່າສັດຕູເຂົ້າມາປຸ້ນສະດົມ ຢູດາ.
\v 8 ອົງພຣະຜູ້ເປັນເຈົ້າກ່າວ ວ່າ, “ໃນມື້ແຫ່ງການຂ້າໝູ່ນັ້ນ ເຮົາຈະລົງໂທດບັນດາຂ້າຣາຊການ, ບັນດາລູກຊາຍຂອງກະສັດ ແລະ ທຸກຄົນທີ່ປະຕິບັດຕາມຂະໜົບທາໍນຽມຕ່າງ ໆ ຂອງ ຊາວຕ່າງດ້າວ.
\v 9 ເຮົາຈະລົງໂທດທຸກຄົນ ທີ່ຂາບໄຫວ້ ຄ້າຍຄືກັບພວກທີ່ບໍ່ນັບຖືພຣະເຈົ້າ, ພວກທີ່ຂີ້ລັກ ແລະ ພວກທີ່ຂ້າເຈົ້າເອົາຂອງ ເພື່ອນາໍໄປສ້າງຮັ່ງຄູນມີ ໃຫ້ແກ່ເຮືອນເຈົ້ານາຍຂອງຕົນ. ” [ຂ]
\s5
\v 10 ອົງພຣະຜູ້ເປັນເຈົ້າກ່າວ ວ່າ, “ໃນມື້ນັ້ນ ພວກເຈົ້າຈະໄດ້ຍິນສຽງຮ້ອງໄຫ້ທີ່ປະຕູປາ ໃນນະຄອນເຢຣູຊາເລັມ. ພວກເຈົ້າຈະໄດ້ຍິນສຽງຮ້ອງໄຫ້ໃນເຂດສ້າງໃໝ່ຂອງຕົວເມືອງ ແລະ ສຽງແຕກຕູ້ມຕ້າມ ຢູ່ຕາມເນີນພູທັງຫລາຍ.
\v 11 ເມື່ອໄດ້ຍິນສຽງເຫລົ່ານີ້ແລ້ວ ພວກທີ່ຢູ່ທາງເຂດລຸ່ມຂອງຕົວເມືອງ ຈົ່ງຮ້ອງໄຫ້ຮໍ່າໄຮ ເພາະວ່າບັນດາພໍ່ຄ້າທຸກຄົນຈະຕາຍໝົດ
\s5
\v 12 ໃນເວລານັ້ນ ເຮົາຈະຖືໂຄມໄຟອັນໜຶ່ງ ເຍືອງຄົ້ນຫານະຄອນເຢຣູຊາເລັມ. ເຮົາຈະລົງໂທດປະຊາຊົນ ທີ່ສ້າງຄວາມອີ່ມອົກອີ່ມໃຈ ແລະ ເຊື່ອໝັ້ນໃນຕົນເອງ ຄືຜູ້ທີ່ເວົ້າໃນຈິດໃຈວ່າ, ‘ບໍ່ວ່າຮ້າຍຫລືດີ ອົງພຣະຜູ້ເປັນເຈົ້າ ເຮັດຫຍັງບໍ່ໄດ້ດອກ.
\v 13 ຊັບສົມບັດ ຂອງພວກເຂົາຈະຖືກປຸ້ນ ແລະ ເຮືອນຂອງ ພວກເຂົາຈະຖືກທາໍລາຍ. ພວກເຂົາຈະບໍ່ໄດ້ຢູ່ໃນເຮືອນທີ່ພວກເຂົາກໍ່ສ້າງເອງ ຫລື ດື່ມເຫລົ້າອະງຸ່ນຈາກສວນທີ່ພວກເຂົາປູກເອງ.”
\s5
\v 14 ວັນອັນຍິ່ງໃຫຍ່ຂອງອົງພຣະຜູ້ເປັນເຈົ້າ ຫຍັບເຂົ້າມາໃກ້ແລ້ວ ຄື ຫຍັບເຂົ້າມາ ໃກ້ທີ່ສຸດ ແລະມາໄວທີ່ສຸດ ມື້ນັ້ນຈະເປັນມື້ທີ່ຂົມຂື່ນ ແມ່ນແຕ່ [ຄ] ບັນດາທະຫານທີ່ເກັ່ງ ກ້າທີ່ສຸດ ກໍຈະຮ້ອງອອກມາດ້ວຍຄວາມໝົດຫວັງ.
\v 15 ມັນຈະເປັນມື້ແຫ່ງຄວາມໂກດຮ້າຍໃຫຍ່ ມື້ແຫ່ງຄວາມເດືອດຮ້ອນ ແລະ ເປັນທຸກໃຈຫລາຍ ມື້ແຫ່ງການຮົກຮ້າງເພພັງ ແລະຈິບຫາຍ ມື້ແຫ່ງຄວາມມືດຕຶບ ແລະໝົ່ນໝອງ ມື້ແຫ່ງເມກໝອກດໍາ
\v 16 ມື້ທີ່ເຕັມໄປດ້ວຍສຽງແກ ລະດົມເຮັດເສິກ ແລະສຽງ ພວກທະຫານໂຮຮ້ອງໃນສະໜາມຮົບ ເພື່ອ ບຸກໂຈມຕີເມືອງທັງຫລາຍ ທີ່ມີປ້ອມປ້ອງກັນ ແລະ ມີຫໍຄອຍສູງ.
\s5
\v 17 ອົງພຣະຜູ້ເປັນເຈົ້າກ່າວ ວ່າ, “ເຮົາຈະ ນາໍໄພພິບັດ ດັ່ງກ່າວນັ້ນມາສູ່ມະນຸດສະໂລກ ຊຶ່ງທຸກຄົນຈະງົມທາວໄປມາ ດັ່ງຄົນຕາບອດ ເພາະວ່າພວກເຂົາໄດ້ເຮັດບາບຕໍ່ສູ້ເຮົາ; ເລືອດຂອງພວກເຂົາຈະຖືກຖອກຖິ້ມ ດັ່ງຖອກນາໍ້ ແລະ ຊາກສົບຂອງຄົນຕາຍຈະແບ ເນົ່າເໝັນຢູ່ຕາມພື້ນດິນ. ”
\v 18 ໃນມື້ນັ້ນ ເມື່ອອົງພຣະຜູ້ເປັນເຈົ້າ ລະບາຍຄວາມໂກດຮ້າຍໃຫຍ່ຂອງພຣະອົງ ແມ່ນແຕ່ເງິນ ແລະ ຄໍາທັງໝົດທີ່ພວກເຂົາມີຢູ່ ກໍຈະຊ່ວຍຫຍັງ ພວກເຂົາບໍ່ໄດ້. ແຜ່ນດິນໂລກທັງໝົດຈະຖືກ ທາໍລາຍດ້ວຍໄຟແຫ່ງຄວາມໂກດຮ້າຍຂອງພຣະອົງ. ພຣະອົງຈະໃຫ້ເຖິງທີ່ສິ້ນສຸດ ຄືການ ສິ້ນສຸດຢ່າງກະທັນຫັນແກ່ທຸກ ໆ ຄົນທີ່ອາໄສ ຢູ່ເທິງແຜ່ນດິນໂລກນີ້.
\s5
\c 2
\p
\v 1 ​ຊົນຊາດທີ່ບໍ່ມີຢາງອາຍ ເອີຍ ຈົ່ງຮູ້ສຶກຕື່ນຕົວສາເຖີດ ກ່ອນພວກເຈົ້າຈະຖືກພັດໃຫ້ປິວໄປ ເໝືອນດັ່ງແກບຖືກລົມພັດ
\v 2 ກ່ອນ ຄວາມໂກດຮ້າຍເປັນໄຟເຜົາຜານຂອງອົງພຣະຜູ້ເປັນເຈົ້າ ຈະມາເຖິງພວກເຈົ້າ ຄືກ່ອນມື້ທີ່ພຣະອົງຈະລະບາຍຄວາມໂກດຮ້າຍໃຫຍ່ຂອງພຣະອົງ.
\v 3 ຈົ່ງຫັນມາຫາອົງພຣະຜູ້ເປັນເຈົ້າສາເຖີດ ພວກເຈົ້າທຸກຄົນທີ່ເປັນປະຊາຊົນຜູ້ຖ່ອມໃຈໃນດິນແດນ ຄື ຜູ້ທີ່ເຊື່ອຟັງຂໍ້ຄໍາສັ່ງຂອງພຣະອົງ. ຈົ່ງເຮັດສິ່ງທີ່ຖືກຕ້ອງ ແລະ ຈົ່ງຖ່ອມໃຈລົງຕໍ່ໜ້າອົງພຣະ ຜູ້ເປັນເຈົ້າ. ບາງທີພວກເຈົ້າອາດຈະຫລົບໜີ ຈາກການລົງໂທດກໍໄດ້ ໃນມື້ທີ່ອົງພຣະຜູ້ເປັນເຈົ້າ ລະບາຍຄວາມໂກດຮ້າຍຂອງພຣະອົງ ນັ້ນ.
\s5
\v 4 ຈະບໍ່ມີຜູ້ໃດເຫລືອຢູ່ໃນເມືອງກາຊາ. ອາສະເກໂລນ ຈະກາຍເປັນເມືອງຮົກຮ້າງ. ປະຊາຊົນຂອງເມືອງອາສະໂດດ ຈະຖືກຂັບໄລ່ໃຫ້ອອກໄປ ໃນເຄິ່ງມື້ [ງ] ແລະ ຊາວ ເອັກໂຣນ ຈະຖືກຂັບໄລ່ໃຫ້ອອກໄປຈາກເມືອງຂອງພວກເຂົາ.
\v 5 ເຄາະກາໍເປັນຂອງພວກເຈົ້າສາແລ້ວ ຊາວຟີລິດສະຕິນ ເອີຍ ຄືປະຊາຊົນທີ່ຢູ່ຕາມແຄມຝັ່ງທະເລ. ອົງພຣະຜູ້ເປັນເຈົ້າໄດ້ຕັດສິນລົງໂທດພວກເຈົ້າ ສາແລ້ວ. ພຣະອົງຈະທາໍລາຍພວກເຈົ້າ ແລະ ຈະບໍ່ມີຜູ້ໃດໃນພວກເຈົ້າລອດຊີວິດ.
\s5
\v 6 ດິນແດນຂອງພວກເຈົ້າ ຕາມຊາຍທະເລ ຈະກາຍເປັນທົ່ງເປີດແປນ ທີ່ມີທັງຕູບຂອງພວກລ້ຽງແກະ ແລະ ຄອກແກະໃນທີ່ນັ້ນ.
\v 7 ຊາວຢູດາ ຜູ້ທີ່ລອດຊີວິດຈະຄຸ້ມຄອງດິນແດນຂອງພວກເຈົ້າ. ພວກເຂົາຈະລ້ຽງຝູງແກະຢູ່ທີ່ນັ້ນ ແລະ ນອນຢູ່ຕາມເຮືອນໃນເມືອງອາສະເກໂລນ. ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຂົາ ຈະສະຖິດຢູ່ນາໍ ພວກເຂົາ ແລະຈະເຮັດໃຫ້ພວກເຂົາຈະເລີນຮຸ່ງເຮືອງຂຶ້ນອີກ.
\s5
\v 8 ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດຍິ່ງໃຫຍ່ ກ່າວວ່າ, “ເຮົາໄດ້ຍິນປະຊາຊົນຊາວໂມອາບ ແລະ ອໍາໂມນ ດູໝິ່ນປະໝາດ ແລະເຍາະເຍີ້ຍປະຊາຊົນຂອງເຮົາ ແລະຄຸຍໂມ້ວ່າ ພວກຕົນໄດ້ຢຶດເອົາດິນແດນຂອງພວກເຂົາແລ້ວ.
\v 9 ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດຍິ່ງໃຫຍ່ ພຣະເຈົ້າຂອງຊາດອິດສະຣາເອນ ມີຊີວິດຢູ່ຢ່າງແນ່ແທ້ ສັນໃດ ເຮົາຂໍສາບານ ວ່າ ໂມອາບ ແລະ ອໍາໂມນ ຈະຖືກທາໍລາຍ ສັນນັ້ນ ດັ່ງເມືອງໂຊໂດມ ແລະ ໂກໂມຣາ. ເມືອງເຫລົ່ານີ້ຈະກາຍເປັນບໍ່ເກືອ ແລະ ຮົກຮ້າງເພພັງຕະຫລອດໄປ ຊຶ່ງຈະມີແຕ່ຫຍ້າເກີດຂຶ້ນທົ່ວໄປ. ປະຊາຊົນຂອງເຮົາ ຜູ້ທີ່ລອດຊີວິດຈະປຸ້ນສະດົມເມືອງຕ່າງ ໆ ແລະ ຢືດເອົາດິນແດນຂອງພວກເຂົາ.”
\s5
\v 10 ດ້ວຍວິທີນີ້ແຫລະ ປະຊາຊົນໂມອາບ ແລະ ອໍາໂມນ ຈະໄດ້ຮັບໂທດຍ້ອນຄວາມອວດດີ ແລະຄວາມຈອງຫອງຂອງພວກເຂົາ ແລະ ຍ້ອນການດູໝິ່ນປະໝາດປະຊາຊົນຂອງອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດຍິ່ງໃຫຍ່.
\v 11 ອົງພຣະຜູ້ເປັນເຈົ້າຈະເຮັດ ໃຫ້ພວກເຂົາສະທ້ານຢ້ານກົວ. ພຣະອົງຈະທາໍລາຍບັນດາພະ ໃນແຜ່ນດິນໂລກລົງສູ່ການບໍ່ມີປະໂຫຍດ ແລະ ຕໍ່ໄປທຸກ ໆ ຊົນຊາດກໍຈະນະມັດສະການພຣະອົງ ໃນດິນແດນຂອງຕົນເອງ.
\s5
\v 12 ພຣະອົງຍັງຈະສັງຫານປະຊາຊົນຊາວ ຊູດານ ຄືກັນ.
\v 13 ພຣະອົງຈະໃຊ້ອໍານາດ ຂອງພຣະອົງເພື່ອທາໍລາຍ ອັດຊີເຣຍ. ພຣະອົງຈະເຮັດໃຫ້ ນີເນເວ ເປັນເມືອງຮົກຮ້າງເພພັງ ຄືເປັນຖິ່ນແຫ້ງແລ້ງກັນດານທີ່ບໍ່ມີນາໍ້.
\v 14 ມັນຈະກາຍເປັນບ່ອນຢູ່ຂອງຝູງແກະ, ຝູງສັດລ້ຽງ ແລະ ສັດນາ ໆ ຊະນິດ. ນົກເຄົ້າຈະຢູ່ໃນທີ່ນັ້ນ ທ່າມກາງສິ່ງຮົກຮ້າງ ເພພັງ ແລະ ສົ່ງສຽງຮ້ອງຈາກປ່ອງຢ້ຽມ. ນົກ ກາທັງຫລາຍຈະຮ້ອງຢູ່ຕາມຂັ້ນໄດ ທາງປະຕູເຂົ້າເຮືອນ. ຂື່ຂາງໄມ້ແປກທີ່ໃຊ້ໃນການກໍ່ສ້າງເຮືອນຈະເພພັງລົງ.
\s5
\v 15 ເຫດການເຊັ່ນນີ້ ຈະເກີດຂຶ້ນກັບເມືອງ ທີ່ອວດດີ ອວດເກັ່ງ ເຖິງກາໍລັງຂອງຕົນເອງ ແລະ ທັງຄິດວ່າຕົນປອດໄພແລ້ວ. ຊາວເມືອງ ຄິດວ່າ ເມືອງຂອງພວກຕົນນັ້ນຍິ່ງໃຫຍ່ ທີ່ສຸດໃນໂລກ. ມັນຈະກາຍເປັນເມືອງທີ່ເປົ່າປ່ຽວ ຄືຈະເປັນບ່ອນທີ່ສັດປ່າທັງຫລາຍພັກຜ່ອນ. ທຸກ ໆ ຄົນທີ່ຍ່າງກາຍໄປມາ ກໍຈະຢ້ານກົວຈົນຂົນລຸກ.
\s5
\c 3
\p
\v 1 ເຄາະກໍາເປັນຂອງນະຄອນ ເຢຣູຊາເລັມ ສາແລ້ວ ຄືເປັນເມືອງທີ່ເສື່ອມເສຍ ແລະ ເປັນກະບົດ ທີ່ກົດຂີ່ຂົ່ມເຫັງປະຊາຊົນຂອງຕົນເອງ.
\v 2 ເມືອງນີ້ບໍ່ຍອມຮັບຟັງຖ້ອຍຄໍາ ຂອງພຣະເຈົ້າ ຫລື ບໍ່ຍອມຮັບເອົາການແອບສອນຂອງພຣະອົງ. ເປັນເມືອງທີ່ບໍ່ໄວ້ວາງໃຈ ໃນອົງພຣະຜູ້ເປັນເຈົ້າ ຫລື ບໍ່ຍອມຂໍໃຫ້ພຣະອົງຊ່ວຍເຫລືອ.
\s5
\v 3 ບັນດາຂ້າຣາຊການໃນເມືອງນີ້ ເປັນດັ່ງຝູງສິງທີ່ຮ້ອງຄໍາຣາມ; ບັນດາຜູ້ຕັດສິນຄວາມ ກໍເປັນດັ່ງໝາປ່າ ທີ່ອຶດຫິວໃນຕອນກາງຄືນ ໂລພາໂພດຈົນບໍ່ຍອມປະກະດູກໃຫ້ເຖິງຕອນເຊົ້າ.
\v 4 ບັນດາຜູ້ທາໍນວາຍຂາດ ຄວາມຮັບຜິດຊອບ ແລະສໍ້ໂກງ; ບັນດາປະໂຣຫິດຕ່າງກໍເຮັດໃຫ້ສິ່ງສັກສິດເປັນມົນທິນ ແລະ ບິດເບືອນກົດບັນຍັດຂອງພຣະເຈົ້າ ເພື່ອຜົນປະໂຫຍດຂອງພວກເຂົາເອງ.
\s5
\v 5 ແຕ່ອົງພຣະຜູ້ເປັນເຈົ້າ ຍັງສະຖິດຢູ່ໃນເມືອງນີ້ ພຣະອົງເຮັດຖືກຕ້ອງ ແລະບໍ່ເຮັດຜິດຈັກເທື່ອ. ທຸກ ໆ ເຊົ້າ ພຣະອົງນາໍຄວາມຍຸດຕິທາໍມາສູ່ປະຊາຊົນຂອງພຣະອົງບໍ່ໄດ້ຂາດ. ແຕ່ເຖິງປານນັ້ນ ຄົນອະທໍາໃນທີ່ນັ້ນ ກໍຍັງສືບຕໍ່ເຮັດຜິດ ແລະ ບໍ່ລະອາຍໃຈ.
\s5
\v 6 ອົງພຣະຜູ້ເປັນເຈົ້າ ກ່າວວ່າ, “ເຮົາໄດ້ລຶບລ້າງຊົນຊາດທັງໝົດໃຫ້ສິ້ນສູນແລ້ວ; ເຮົາໄດ້ທາໍລາຍເມືອງທັງຫລາຍຂອງພວກເຂົາ ແລະໄດ້ປະປ່ອຍໃຫ້ກາໍແພງເມືອງ ກັບຫໍຄອຍຕ່າງ ໆ ຮົກຮ້າງເພພັງ. ເມືອງຕ່າງ ໆ ໄດ້ກາຍເປັນເມືອງຮ້າງ; ຕາມທ້ອງຖະໜົນ ຫົນທາງຕ່າງ ໆ ກໍຫວ່າງເປົ່າບໍ່ມີແມ່ນແຕ່ຄົນດຽວເລີຍເຫລືອຢູ່.
\v 7 ແລ້ວເຮົາກໍຄິດວ່າ ປະຊາຊົນຂອງເຮົາຈະມີຄວາມຢໍາເກງເຮົາ ແລະ ຮັບເອົາການແອບສອນຂອງເຮົາ ຊຶ່ງພວກເຂົາຈະບໍ່ລືມໄລຈັກເທື່ອ. [ຈ] ແຕ່ບໍ່ພໍເທົ່າໃດ ພວກເຂົາກໍແຮ່ງປະພຶດຊົ່ວຊ້າຫລາຍ ຍິ່ງຂຶ້ນ.”
\s5
\v 8 ອົງພຣະຜູ້ເປັນເຈົ້າ ກ່າວວ່າ, “ຄອຍຖ້າເບິ່ງ ຄອຍຖ້າມື້ທີ່ເຮົາລຸກຂຶ້ນກ່າວໂທດຊົນຊາດທັງຫລາຍ. ເຮົາໄດ້ຕັດສິນໃຈເຕົ້າໂຮມ ບັນດາຊົນຊາດ ແລະ ອານາຈັກທັງຫລາຍແລ້ວ ເພື່ອໃຫ້ພວກເຂົາໄດ້ຊີມຣິດແຫ່ງຄວາມໂກດຮ້າຍຂອງເຮົາ. ທົ່ວແຜ່ນດິນໂລກຈະຖືກ ໄຟແຫ່ງຄວາມກີ້ວໂກດຂອງເຮົາທໍາລາຍ.
\s5
\v 9 ແລ້ວເຮົາກໍຈະປ່ຽນແປງປະຊາຊົນ ໃນບັນດາຊົນຊາດຕ່າງ ໆ ແລະ ພວກເຂົາຈະພາວັນນາອະທິຖານ ຫາເຮົາແຕ່ຜູ້ດຽວ ແລະຈະບໍ່ພາວັນນາອະທິຖານ ຫາພະອື່ນ. ພວກເຂົາທັງໝົດຈະເຊື່ອຟັງເຮົາ.
\v 10 ແມ່ນແຕ່ຈາກທີ່ຫ່າງໄກສຸດຂອງ ຊູດານ ຄື ປະຊາຊົນທີ່ເຮົາໄດ້ກະຈັດກະຈາຍໄປນັ້ນ ພວກເຂົາກໍຈະນາໍເຄື່ອງມາຖວາຍແກ່ເຮົາ.
\v 11 ໃນເວລານັ້ນ ພວກເຈົ້າທີ່ເປັນປະຊາຊົນຂອງເຮົາ ຈະບໍ່ໄດ້ອັບອາຍຂາຍໜ້າອີກຕໍ່ໄປ ຍ້ອນໄດ້ກະບົດຕໍ່ ສູ້ເຮົາ. ເຮົາຈະກາໍຈັດທຸກຄົນທີ່ອວດດີ ແລະຈອງຫອງໃຫ້ໝົດສິ້ນໄປ ແລະພວກເຈົ້າຈະບໍ່ກະບົດຕໍ່ສູ້ເຮົາອີກຕໍ່ໄປ ທີ່ເທິງເນີນພູສັກສິດ ຂອງເຮົາ. [ສ]
\s5
\v 12 ເຮົາຈະປ່ອຍປະຊາຊົນໃຫ້ຢູ່ໃນທີ່ນັ້ນ ຄື ຜູ້ຕໍ່າຕ້ອຍ ແລະຖ່ອມໃຈລົງທີ່ຈະຂໍໃຫ້ເຮົາ ຊ່ວຍເຫລືອ.
\v 13 ປະຊາຊົນອິດສະຣາເອນ ຜູ້ທີ່ລອດຊີວິດຈະບໍ່ເຮັດຜິດຕໍ່ຜູ້ໃດ, ຈະບໍ່ເວົ້າ ຕົວະ, ທັງຈະບໍ່ຊອກຫາຫລອກລວງຜູ້ໃດດ້ວຍ. ພວກເຂົາຈະຈະເລີນຮຸ່ງເຮືອງ ແລະໝັ້ນຄົງ ຄື ບໍ່ຢ້ານກົວຜູ້ໃດ.”
\s5
\v 14 ຈົ່ງຊົມຊື່ນຍິນດີ ຮ້ອງລໍາທາໍເພງເຖີດ ຊາດອິດສະຣາເອນ ເອີຍ ນະຄອນເຢຣູຊາເລັມ ເອີຍ ຈົ່ງຍິນດີດ້ວຍສຸດຫົວໃຈເຖີດ
\v 15 ອົງພຣະຜູ້ເປັນເຈົ້າໄດ້ເຊົາລົງໂທດພວກເຈົ້າແລ້ວໃດ ພຣະອົງກາໍຈັດສັດຕູທັງໝົດຂອງພວກເຈົ້າແລ້ວ. ກະສັດ ແຫ່ງອິດສະຣາເອນ ຄື ອົງພຣະຜູ້ເປັນເຈົ້າຢູ່ນາໍໃດ ບັດນີ້ບໍ່ມີສິ່ງໃດທີ່ພວກເຈົ້າຈະຕ້ອງ ຢ້ານກົວອີກ.
\v 16 ເມື່ອເວລານັ້ນມາເຖິງ ພວກເຂົາຈະເວົ້າຕໍ່ນະຄອນ ເຢຣູຊາເລັມ ວ່າ, “ນະຄອນຊີໂອນ ຢ່າຢ້ານ, ຢ່າເສຍກາໍລັງໃຈເທາະ
\s5
\v 17 ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ຊົງສະຖິດຢູ່ກັບພວກເຈົ້າ ພວກເຈົ້າ ໄດ້ມີໄຊ ດ້ວຍຣິດອໍານາດຂອງພຣະອົງ ພຣະອົງຈະເປັນສຸກໃຈຍ້ອນພວກເຈົ້າທັງຫລາຍ ໃນຄວາມຮັກນັ້ນຈະຊົງໃຫ້ຊີວິດໃໝ່ແກ່ພວກເຈົ້າ. [ຊ] ພຣະອົງຈະຂັບຮ້ອງ ດີໃຈເໜືອພວກເຈົ້າທັງຫລາຍ
\v 18 ຄື ກັບປະຊາຊົນທີ່ເບີກບານໃຈໃນງານກິນລ້ຽງ. ” ອົງພຣະຜູ້ເປັນເຈົ້າ ກ່າວວ່າ, “ເຮົາຈະເຮັດ ໃຫ້ເຄາະກໍາຂອງພວກເຈົ້າໝົດສິ້ນສູນໄປ ແລະ ເຮັດໃຫ້ຄວາມອັບອາຍຂາຍໜ້າຂອງພວກເຈົ້າສູນຫາຍໄປສິ້ນ.
\s5
\v 19 ເວລານັ້ນ ກາໍລັງມາຮອດມາເຖິງ ເຮົາຈະລົງໂທດພວກເຂົາ ຄືຜູ້ທີ່ກົດຂີ່ພວກເຈົ້າ; ເຮົາຈະຊ່ວຍກອບກູ້ເອົາຜູ້ຄົນພິການທັງຫລາຍ ແລະ ນາໍເອົາພວກຊະເລີຍໃຫ້ກັບ ຄືນມາບ້ານ. ເຮົາຈະປ່ຽນຄວາມອັບອາຍ ມາເປັນກຽດແກ່ພວກເຂົາ ແລະ ທັງໂລກຈະ ຍ້ອງຍໍສັນລະເສີນພວກເຂົາທັງນັ້ນ.
\v 20 ເວລານັ້ນກໍາລັງມາຮອດມາເຖິງ ເຮົາຈະນາໍພວກເຈົ້າທີ່ຖືກແຕກກະຈັດກະຈາຍໄປ ກັບຄືນມາບ້ານ. ເຮົາຈະເຮັດໃຫ້ພວກເຈົ້າມີຊື່ສຽງໂດ່ງດັງທົ່ວພິພົບ ເຮັດໃຫ້ພວກເຈົ້າຈະເລີນຮຸ່ງເຮືອງອີກເທື່ອໜຶ່ງໃດ. ” ອົງພຣະຜູ້ເປັນເຈົ້າ ກ່າວດັ່ງນີ້ແຫລະ.