lo_bible/35-HAB.usfm

128 lines
27 KiB
Plaintext
Raw Permalink Blame History

This file contains ambiguous Unicode characters

This file contains Unicode characters that might be confused with other characters. If you think that this is intentional, you can safely ignore this warning. Use the Escape button to reveal them.

\id HAB
\ide UTF-8
\h ພ​ຣະ​ທຳ ຮາ​ບາ​ກຸກ
\toc1 ພ​ຣະ​ທຳ ຮາ​ບາ​ກຸກ
\toc2 ພ​ຣະ​ທຳ ຮາ​ບາ​ກຸກ
\toc3 hab
\mt ພ​ຣະ​ທຳ ຮາ​ບາ​ກຸກ
\s5
\c 1
\p
\v 1 ຕໍ່ໄປນີ້ ແມ່ນຖ້ອຍຄໍາທີ່ໄດ້ເປີດເຜີຍແກ່ຜູ້ທາໍນວາຍ ຮາບາກຸກ.
\v 2 ຂ້າແດ່ອົງພຣະຜູ້ເປັນເຈົ້າ ຂ້ານ້ອຍຈະຕ້ອງຮ້ອງຂໍໃຫ້ພຣະອົງຊ່ວຍເຫລືອດົນປານໃດ ກ່ອນພຣະອົງຈະສະດັບຮັບຟັງຂ້ານ້ອຍ ກ່ອນທີ່ພຣະອົງຈະຊ່ວຍຊູພວກຂ້ານ້ອຍໃຫ້ພົ້ນຈາກການທາລຸນ?
\s5
\v 3 ເປັນຫຍັງ ພຣະອົງຈຶ່ງເຮັດໃຫ້ຂ້ານ້ອຍ ເຫັນຄວາມເດືອດຮ້ອນເຊັ່ນນີ້? ພຣະອົງທົນເບິ່ງການກະທາໍ ອັນຊົ່ວຊ້າເຊັ່ນນີ້ ໄດ້ຢ່າງໃດ? ການທາໍລາຍ ແລະ ການທາລຸນ ອ້ອມຮອບຂ້ານ້ອຍຢູ່ ທັງການສູ້ຮົບ ຕະຫລອດການວິວາດກັນກໍມີຢູ່ທຸກແຫ່ງທຸກຫົນ.
\v 4 ກົດບັນຍັດຖືກຫຍໍ້ຫຍັນ ແລະ ຄວາມຍຸດຕິທາໍ ກໍບໍ່ມີເລີຍ. ຄົນອະທາໍເອົາປຽບຄົນຊອບທາໍ; ດັ່ງນັ້ນແຫລະ ຄວາມຍຸດຕິທາໍ ຈຶ່ງຖືກບິດເບືອນ.
\s5
\v 5 ແລ້ວອົງພຣະຜູ້ເປັນເຈົ້າ ກໍກ່າວແກ່ປະຊາຊົນຂອງພຣະອົງ ວ່າ, “ຈົ່ງຄອຍເຝົ້າເບິ່ງຊົນຊາດທັງຫລາຍ ທີ່ຢູ່ອ້ອມຮອບພວກເຈົ້າ ແລະ ພວກເຈົ້າກໍຈະປະຫລາດໃຈໃນສິ່ງທີ່ພວກເຈົ້າເຫັນ. ເຮົາກາໍລັງຈະເຮັດໃນສິ່ງທີ່ພວກເຈົ້າຈະບໍ່ເຊື່ອ ເມື່ອພວກເຈົ້າໄດ້ຍິນກ່ຽວກັບເລື່ອງນັ້ນ.
\v 6 ເຮົາພວມນາໍພວກ ບາບີໂລນ ຄືຄົນທີ່ໂຫດຮ້າຍ ແລະ ໃຈໂຫດຫ້ຽມມາຄອງອໍານາດ. ພວກເຂົາກາໍລັງຍົກທັບອອກໄປຢຶດ ແລະ ຄອບຄອງປະເທດທັງຫລາຍທົ່ວໂລກ.
\v 7 ພວກເຂົາສ້າງ ຄວາມຢ້ານກົວ ແລະ ຄວາມສັບສົນວຸ້ນວາຍຂຶ້ນ ໂດຍເປັນຜູ້ອອກກົດໝາຍ ແລະ ໃຊ້ກົດໝາຍເອງ.
\s5
\v 8 ມ້າຂອງພວກເຂົາ ຊຶ່ງພວມອຶດຫິວເຫຍື່ອ ກໍແລ່ນໄວກວ່າເສືອດາວ ທັງຮ້າຍກາດກວ່າໝາໄນ. ທະຫານຂອງພວກເຂົາຂີ່ມ້າຫອບມາ ແຕ່ດິນແດນໄກ; ກີບຕີນມ້າຂອງ ພວກເຂົາ ກະທືບພື້ນດິນ. ພວກມັນເຈີດລົງກິນເຫຍື່ອ ເໝືອນດັ່ງນົກອິນຊີ.
\v 9 ກອງທັບ ຂອງພວກເຂົາບຸກໜ້າເຂົ້າມາຄອບຄອງ ຢ່າງ ຮ້າຍກາດ ແລະ ທຸກຄົນຕ່າງກໍສະທ້ານຢ້ານກົວ ເມື່ອພວກເຂົາເຂົ້າມາໃກ້. [ກ] ຊະເລີຍ ທີ່ພວກເຂົາຈັບໄດ້ນັ້ນມີຈາໍນວນ ຫລວງຫລາຍ ເໝືອນດັ່ງເມັດດິນຊາຍ.
\s5
\v 10 ພວກເຂົາດູຖູກຫຍໍ້ຫຍັນ ບັນດາກະສັດ ແລະ ຫົວເຍາະເຍີ້ຍໃສ່ບັນດາຂ້າຣາຊການຊັ້ນສູງ. ບໍ່ມີປ້ອມປ້ອງກັນບ່ອນໃດ ທີ່ຕ້ານທານ ຕໍ່ການບຸກລຸກຂອງພວກເຂົາໄດ້. ພວກເຂົາໃຊ້ຍຸດທະວິທີຍາດຢຶດເອົາປ້ອມ ໂດຍກອງດິນຂຶ້ນໃຫ້ສູງເທົ່າກັບປ້ອມ ແລະ ເຂົ້າຢຶດເອົາ.
\v 11 ແລ້ວພວກເຂົາກໍກວາດເອົາສິ່ງຂອງເໝືອນດັ່ງລົມພັດກວາດເອົາໄປ ຄົນພວກນີ້ ນັບຖືອໍານາດຂອງຕົນເອງເປັນພຣະເຈົ້າຂອງພວກເຂົາ.”
\s5
\v 12 ອົງພຣະຜູ້ເປັນເຈົ້າເອີຍ ພຣະອົງເປັນພຣະເຈົ້າຂອງຂ້ານ້ອຍ ຕັ້ງແຕ່ໃດ ໆ ມາ. ພຣະອົງເປັນພຣະເຈົ້າຂອງຂ້ານ້ອຍ ເປັນອົງບໍຣິສຸດ ແລະ ອົງເປັນຢູ່ສືບໄປເປັນນິດ. ໂອ ອົງພຣະຜູ້ເປັນເຈົ້າເອີຍ ພຣະເຈົ້າແລະພຣະຜູ້ປົກປ້ອງຄຸ້ມຄອງຂອງຂ້ານ້ອຍ; ພຣະອົງໄດ້ເລືອກເອົາພວກບາບີໂລນ ແລະ ໄດ້ເຮັດໃຫ້ພວກເຂົາແຂງແຮງ ເພື່ອວ່າພວກເຂົາຈະລົງໂທດພວກຂ້ານ້ອຍໄດ້.
\s5
\v 13 ແຕ່ພຣະອົງທົນເບິ່ງຄົນເລ້ຫລ່ຽມ ຫລອກລວງ ຄືຄົນຊົ່ວຊ້າເຫລົ່ານີ້ໄດ້ຢ່າງໃດ? ຕາຂອງພຣະອົງແສນບໍຣິສຸດຍິ່ງ ເກີນກວ່າທີ່ຈະເບິ່ງຄວາມຊົ່ວຊ້າໄດ້ ແລະ ພຣະອົງກໍບໍ່ອາດທົນຕໍ່ພາບຂອງປະຊາຊົນ ທີ່ເຮັດຜິດໄດ້. ດ້ວຍເຫດໃດ ພຣະອົງຈຶ່ງມິດງຽບຢູ່ ໃນເມື່ອພວກເຂົາທາໍລາຍປະຊາຊົນຜູ້ທີ່ຊອບທາໍ ກວ່າພວກເຂົາ?
\v 14 ດ້ວຍເຫດໃດ ພຣະອົງຈຶ່ງເຮັດກັບຄົນທີ່ບໍ່ມີຜູ້ຊີ້ນາໍ ດັ່ງເຮັດກັບປາ ແລະ ກັບຝູງແມງໄມ້?
\s5
\v 15 ພວກບາບີໂລນ ຈັບເອົາປະຊາຊົນ ໂດຍໃຊ້ຂໍເກາະເອົາ ດັ່ງພວກເຂົາຕຶກເບັດ ເອົາປາ. ພວກເຂົາຕ່າງກໍໃຊ້ມອງກວາດເອົາ ປະຊາຊົນດ້ວຍສຽງໂຮຮ້ອງຍິນດີເພາະຈັບໄດ້
\v 16 ພວກເຂົາຂາບໄຫວ້ ແລະ ຖວາຍເຄື່ອງບູຊາໃຫ້ແມ່ນແຕ່ມອງຂອງ ພວກເຂົາ ເພາະວ່າມອງນັ້ນເຮັດໃຫ້ພວກເຂົາ ໃຊ້ຊີວິດຢູ່ຢ່າງຟຸມເຟືອຍ ແລະ ມີອາຫານ ການກິນຢ່າງດີ ໆ.
\v 17 ພວກເຂົາຈະໃຊ້ດາບທາໍຮ້າຍຊົນຊາດຕ່າງ ໆ ສືບໄປຢ່າງບໍ່ມີຄວາມເມດຕາ ບໍ?
\s5
\c 2
\p
\v 1 ຂ້ອຍຈະປີນຂຶ້ນໄປຍັງຫໍຄອຍຂອງຂ້ອຍ ແລະ ຊອມເບິ່ງວ່າ ພຣະອົງຈະບອກຫຍັງໃຫ້ແກ່ຂ້ອຍແດ່ ແລະແມ່ນຄໍາຕອບຢ່າງໃດທີ່ພຣະອົງ [ຂ] ຈະໃຫ້ກ່ຽວກັບຄໍາຮ້ອງທຸກຂອງຂ້ອຍ.
\s5
\v 2 ອົງພຣະຜູ້ເປັນເຈົ້າໄດ້ໃຫ້ຄໍາຕອບນີ້ແກ່ຂ້ອຍ: “ຈົ່ງຂຽນຢ່າງແຈ່ມແຈ້ງ ເລື່ອງທີ່ເຮົາບອກເຈົ້າທາງນິມິດນີ້ໃສ່ແຜ່ນປ້າຍ ເພື່ອໃຫ້ຄົນອ່ານອອກໄດ້ງ່າຍ.
\v 3 ຈົ່ງຂຽນນິມິດນີ້ໄວ້ ດ້ວຍວ່າສິ່ງທີ່ເຮົາໄດ້ບອກນັ້ນ ຍັງບໍ່​ເຖິງເວລາທີ່ຈະເກີດຂຶ້ນເປັນຄວາມຈິງເທື່ອ. ແຕ່ກໍານົດນັ້ນ ກໍຈະມາເຖິງໃນໄວ ໆ ນີ້ ແລະສິ່ງທີ່ເຮົາສໍາແດງຕໍ່ເຈົ້ານັ້ນ ຈະກາຍເປັນຄວາມຈິງ. ເບິ່ງຄືວ່າມັນມາຮອດຊ້າແທ້ ແຕ່ຈົ່ງລໍຄອຍເບິ່ງ; ມັນຈະມາຮອດຕາມເວລາທີ່ເຮົາ ໄດ້ກາໍນົດໄວ້ແທ້ ແລະ ມັນຈະບໍ່ຊັກຊ້າ.
\s5
\v 4 ຕໍ່ໄປນີ້ ແມ່ນຖ້ອຍຄໍາຂອງເຮົາ: ‘ຄົນທີ່ເຮັດຊົ່ວ ຈະບໍ່ລອດຊີວິດຢູ່ໄດ້ເລີຍ. [ຄ] ແຕ່ຄົນທີ່ຊອບທາໍຈະມີຊີວິດຢູ່ ດ້ວຍວ່າພວກເຂົາສັດຊື່ຕໍ່ພຣະເຈົ້າ.
\v 5 ຄວາມຮັ່ງມີເປັນສິ່ງຫລອກລວງ. ຄົນໂລພາກໍຈອງຫອງ ແລະ ຢູ່ບໍ່ເປັນສຸກ ດັ່ງມັດຈຸຣາດທີ່ບໍ່ຮູ້ຈັກອີ່ມ. ດັ່ງນັ້ນແຫລະ ພວກເຂົາຈຶ່ງເຂົ້າຄອບຄອງຊົນຊາດ ທັງຫລາຍ ເພື່ອພວກເຂົາເອງ.
\s5
\v 6 ປະຊາຊົນທີ່ຖືກຄອບຄອງນັ້ນ ພວກເຂົາ ຈະປ້ອຍດ່າ ແລະ ດູຖູກຢຽບຫຍາມພວກທີ່ຄອບຄອງພວກຕົນ ແລະ ສະແດງທ່າທີຫຍໍ້ຫຍັນໃສ່ພວກເຂົາ ໂດຍຈະເວົ້າວ່າ, “ພວກສູໄດ້ເອົາຂອງຜູ້ອື່ນມາເປັນຂອງຕົນ ແຕ່ເຄາະກາໍຈະເປັນຂອງພວກສູ ພວກສູຈະສ້າງຮັ່ງຄູນມີ ອີກດົນນານປານໃດ ໂດຍບັງຄັບລູກໜີ້ໃຫ້ຊໍາລະໜີ້ສິນໝົດ? ”
\v 7 ແຕ່ກ່ອນພວກເຈົ້າຈະຮູ້ສຶກຕົວ ພວກເຈົ້າຜູ້ຄອບຄອງຄົນອື່ນ ກໍຈະເປັນໜີ້ເສຍເອງ ແລະ ຖືກບັງຄັບໃຫ້ຈ່າຍດອກເບ້ຍຄືນ. ເຫລົ່າສັດຕູຈະບຸກລຸກເຂົ້າມາ ແລະ ເຮັດໃຫ້ພວກເຈົ້າສະທ້ານຢ້ານກົວ. ພວກເຂົາຈະປຸ້ນສະດົມພວກເຈົ້າ.
\v 8 ພວກເຈົ້າໄດ້ປຸ້ນສະດົມປະຊາຊົນຫລາຍ ໆ ຊົນຊາດ; ແຕ່ບັດນີ້ ຜູ້ທີ່ລອດຕາຍມາໄດ້ນັ້ນຈະປຸ້ນສະດົມພວກເຈົ້າຄືນ ຍ້ອນການນອງເລືອດທີ່ພວກເຈົ້າໄດ້ສ້າງໄວ້ ແລະ ຍ້ອນການ ໂຫດຮ້າຍທາລຸນ ທີ່ພວກເຈົ້າໄດ້ເຮັດຕໍ່ປະຊາຊົນໃນໂລກ ແລະ ຕາມຫົວເມືອງຕ່າງ ໆ. [ງ]
\s5
\v 9 ເຄາະກໍາເປັນຂອງພວກເຈົ້າ ສາແລ້ວ ຜູ້ທີ່ໄດ້ເຮັດໃຫ້ຄອບຄົວຂອງພວກຕົນຮັ່ງມີ ເປັນດີດ້ວຍສິ່ງທີ່ພວກເຈົ້າຢຶດມາໄດ້ ດ້ວຍການຂ້າທາລຸນຄົນອື່ນ ແລະ ດ້ວຍການພະຍາຍາມເຮັດໃຫ້ຄອບຄົວຂອງຕົນເອງຢູ່ຢ່າງປອດໄພ ຈາກການທາໍຮ້າຍ ແລະ ຈາກອັນຕະລາຍ
\v 10 ແຕ່ເລ້ກົນຂອງພວກເຈົ້ານັ້ນ ໄດ້ນາໍຄວາມອັບອາຍຂາຍໜ້າມາສູ່ຄອບຄົວ; ການທີ່ພວກເຈົ້າໄດ້ທາໍລາຍຊົນຊາດຕ່າງ ໆ ກໍເທົ່າກັບການນາໍເອົາຄວາມ ຈິບຫາຍມາສູ່ພວກເຈົ້າເອງເທົ່ານັ້ນ.
\v 11 ແມ່ນແຕ່ກ້ອນຫິນຕາມກາໍແພງ ກໍຈະຮ້ອງຕໍ່ສູ້ ພວກເຈົ້າ ແລະ ໄມ້ກອນຂອງເຮືອນກໍຈະສົ່ງສຽງກ້ອງດັງສະໜັ່ນອອກມາ.
\s5
\v 12 ເຄາະກໍາເປັນຂອງພວກເຈົ້າ ສາແລ້ວ ຜູ້ທີ່ໄດ້ວາງຮາກຖານຂອງເມືອງ ດ້ວຍອາຊະຍາກາໍ ແລະ ສ້າງເມືອງຂຶ້ນມາດ້ວຍຄາດຕະກາໍ.
\v 13 ບັນດາຊົນຊາດທີ່ພວກເຈົ້າໄດ້ເຂົ້າ ຄອບຄອງນັ້ນ ເຮັດວຽກອິດອ່ອນໝົດກາໍລັງ ໂດຍບໍ່ມີປະໂຫຍດ ແລະ ສິ່ງທັງໝົດທີ່ພວກເຂົາໄດ້ສ້າງຂຶ້ນມານັ້ນ ກໍຖືກໄຟເຜົາຜານກ້ຽງ. ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດຍິ່ງໃຫຍ່ ໄດ້ກະທາໍການນີ້.
\v 14 ທະເລ ມີນາໍ້ເຕັມຢູ່ສັນໃດ ແຜ່ນດິນໂລກກໍຈະເຕັມໄປ ດ້ວຍຄວາມຮອບຮູ້ແຫ່ງສະຫງ່າຣາສີຂອງອົງພຣະຜູ້ເປັນເຈົ້າ ສັນນັ້ນ.
\s5
\v 15 ເຄາະກໍາເປັນຂອງພວກເຈົ້າ ສາແລ້ວ ຜູ້ທີ່ໄດ້ດູຖູກ ແລະ ເຮັດໃຫ້ເພື່ອນບ້ານຂອງພວກເຈົ້າເສື່ອມເສຍ ຍ້ອນຄວາມໂກດຮ້າຍຂອງພວກເຈົ້າ; ພວກເຈົ້າເຮັດໃຫ້ພວກເຂົາຍ່າງໂຊເຊ ເໝືອນຄົນເມົາເຫລົ້າ.
\v 16 ພວກເຈົ້າຈະໄດ້ຮັບຄວາມອັບອາຍຂາຍໜ້າ ແທນທີ່ຈະໄດ້ຮັບກຽດຕິຍົດ. ພວກເຈົ້າເອງ ຈະດື່ມເຫລົ້າ ແລະ ຈະຍ່າງໂຊເຊ. ອົງພຣະຜູ້ເປັນເຈົ້າເອງຈະມອບຈອກແຫ່ງການລົງໂທດນີ້ ໃຫ້ພວກເຈົ້າດື່ມ ແລະ ກຽດຕິຍົດຂອງພວກເຈົ້າ ກໍຈະເສື່ອມເສຍໄປ.
\s5
\v 17 ພວກເຈົ້າໄດ້ປໍ້າຕົ້ນໄມ້ໃນປ່າ ເລບານອນ ລົງສັນໃດ ບັດນີ້ພວກເຈົ້າກໍຈະຖືກປໍ້າລົງສັນນັ້ນ. ພວກເຈົ້າໄດ້ຂ້າສັດໃນປ່າ ສັນໃດ; ບັດນີ້ສັດທັງຫລາຍກໍຈະເຮັດໃຫ້ພວກເຈົ້າສະທ້ານຢ້ານກົວ ສັນນັ້ນ. ເຫດການນີ້ຈະເກີດຂຶ້ນຍ້ອນການນອງເລືອດ ທີ່ພວກເຈົ້າໄດ້ສ້າງໄວ້ ແລະ ຍ້ອນການໂຫດຮ້າຍທາລຸນ ທີ່ພວກເຈົ້າໄດ້ເຮັດຕໍ່ປະຊາຊົນໃນໂລກ ແລະ ຕາມຫົວເມືອງຕ່າງໆ. [ງ]
\s5
\v 18 ຮູບເຄົາຣົບໃຫ້ຜົນປະໂຫຍດ ຫຍັງແດ່? ມັນເປັນພຽງແຕ່ຮູບທີ່ມະນຸດໄດ້ສ້າງຂຶ້ນ ເທົ່ານັ້ນ ແລະ ມັນກໍບໍ່ບອກຫຍັງໃຫ້ພວກເຈົ້າ ຮູ້ໄດ້ເວັ້ນແຕ່ຄໍາຕົວະເທົ່ານັ້ນ. ມີດີຫຍັງແດ່ ທີ່ ຜູ້ສ້າງຮູບເຄົາຣົບນັ້ນ ປົງໃຈໃນມັນ ຄືຮູບພະ ທີ່ປາກບໍ່ໄດ້
\v 19 ເຄາະກໍາເປັນຂອງພວກເຈົ້າ ສາແລ້ວ ພວກເຈົ້າເວົ້າກັບຮູບໄມ້ວ່າ, “ລຸກຂຶ້ນແມ” ຫລື ເວົ້າຕໍ່ກ້ອນຫິນວ່າ, “ຢືນຂຶ້ນແມ” ຮູບເຄົາຣົບສະແດງນິມິດ ຢ່າງໃດຢ່າງໜຶ່ງໃຫ້ພວກເຈົ້າຮູ້ໄດ້ບໍ? ມັນອາດຈະໂອບ ດ້ວຍເງິນ ແລະ ຄໍາ ແຕ່ມັນບໍ່ມີຊີວິດຈິດໃຈເລີຍ.
\v 20 ອົງພຣະຜູ້ເປັນເຈົ້າສະຖິດຢູ່ໃນພຣະວິຫານອັນສັກສິດ; ຈົ່ງໃຫ້ມະນຸດທຸກ ໆ ຄົນຢູ່ທີ່ເທິງແຜ່ນດິນໂລກນີ້ ມິດງຽບຢູ່ຊ້ອງໜ້າອົງພຣະຜູ້ເປັນເຈົ້າເທີ້ນ.
\s5
\c 3
\p
\v 1 ຕໍ່ໄປນີ້ ແມ່ນຄໍາພາວັນນາ ອະທິຖານຂອງຜູ້ທາໍນວາຍ ຮາບາກຸກ: [ຈ]
\v 2 ຂ້າແດ່ ອົງພຣະຜູ້ເປັນເຈົ້າ ຂ້ານ້ອຍໄດ້ຍິນເຖິງສິ່ງທີ່ຊົງໄດ້ກະທາໍ ຂ້ານ້ອຍຈຶ່ງເຕັມໄປດ້ວຍຄວາມ ຢໍາເກງຍິ່ງ. ບັດນີ້ ໂຜດຮື້ຟື້ນໃໝ່ໃນສະໄໝພວກຂ້ານ້ອຍແດ່ນາ ກິດຈະການອັນຍິ່ງໃຫຍ່ທີ່ພຣະອົງໄດ້ກະທາໍນັ້ນ ເຖິງວ່າເມື່ອພຣະອົງລົງໂທດໂກດຮ້າຍກໍຕາມ ໂຜດເມດຕາສົງສານພວກຂ້ານ້ອຍແດ່ທ້ອນ.
\s5
\v 3 ພຣະເຈົ້າກາໍລັງກັບມາຈາກເມືອງ ເອໂດມ ອີກໃດ ອົງບໍຣິສຸດກາໍລັງກັບມາແຕ່ເນີນພູ ປາຣານ ພຸ້ນ. ພຣະສະຫງ່າຣາສີປົກຄຸມທົ່ວເທິງຟ້າສະຫວັນເດີ ທີ່ແຜ່ນດິນໂລກກໍເຕັມດ້ວຍຄໍາສັນລະເສີນພຣະເຈົ້າ.
\s5
\v 4 ພຣະອົງສະເດັດມາພ້ອມແສງສະຫວ່າງສະໄຫວ ອັນເປັນແສງທີ່ສຸກໃສຂອງຟ້າແມບເຫລື້ອມ; ແສງສຸກໃສແມບມາບ ສ່ອງມາຈາກມືຂອງພຣະອົງ ບ່ອນທີ່ຣິດອໍານາດໄດ້ເຊື່ອງຊ້ອນໄວ້ທີ່ນັ້ນ.
\v 5 ພຣະອົງໃຫ້ໂຣຄາ ພະຍາດເກີດຂຶ້ນ ຊ້ອງໜ້າພຣະອົງສັ່ງຄວາມຕາຍໃຫ້ເກີດມີມາຕາມທີຫລັງ.
\s5
\v 6 ເມື່ອພຣະອົງຢຸດນິ້ງ ໂລກກໍເກີດສະທ້ານ ຫວັ່ນໄຫວ ພຽງພຣະອົງສົ່ງສາຍຕາ ນາ ໆຊາດກໍສັ່ນເຊັນຢ້ານ; ພູທັງຫລາຍທີ່ຕັ້ງໝັ້ນຄົງຢູ່ກໍແຕກສະຫລາຍໄປ ເນີນພູທີ່ຕັ້ງຢູ່ຕະຫລອດໄປ ຕ່າງກໍຍຸບລົງທັງນັ້ນ ຄືເນີນພູ ຕ່າງ ໆ ບ່ອນທີ່ພຣະອົງໄດ້ຍ່າງໄປມາ ແຕ່ຄາວສະໄໝດຶກດໍາບັນ.
\s5
\v 7 ຂ້ານ້ອຍເຫັນຊາວກູຊານ ພາກັນຢ້ານກົວ ແລະ ຊາວມີດີອານ ກໍພາກັນສັ່ນເຊັນດ້ວຍ.
\v 8 ຂ້າແດ່ອົງພຣະຜູ້ເປັນເຈົ້າ ຄົງແມ່ນແມ່ນາໍ້ຕ່າງ ໆ ນັ້ນບໍ ທີ່ໄດ້ເຮັດໃຫ້ພຣະອົງຕ້ອງລົງໂທດໂກດຮ້າຍ? ແມ່ນ ນໍ້າທະເລທີ່ໄດ້ເຮັດໃຫ້ພຣະອົງກີ້ວໂກດ ບໍ? ພຣະອົງຜ່ານໄປມາ ເທິງກ້ອນເມກທັງຫລາຍນັ້ນ ກ້ອນເມກໃນພະຍຸຮ້າຍ ຄືລົດມ້າຂອງພຣະອົງ ຂະນະທີ່ນາໍໄຊຊະນະມາສູ່ປະຊາຊົນຂອງພຣະເຈົ້າ.
\s5
\v 9 ພຣະອົງຕຽມພ້ອມທີ່ຈະໃຊ້ໜ້າທະນູ ຂອງພຣະອົງ ຕຽມພ້ອມທີ່ຈະຍິງລູກສອນ ທີ່ພຣະອົງມີຢູ່ນັ້ນ. [ສ] ຟ້າແມບເຫລື້ອມຂອງ ພຣະເຈົ້າ ໄດ້ປາກົດໃຫ້ເຫັນແສງຟ້າຜ່າຂອງ ພຣະອົງໄດ້ແຍກແຜ່ນດິນໂລກ.
\v 10 ເມື່ອໜ່ວຍພູໄດ້ເຫັນພຣະອົງ ກໍສະທ້ານຫວັ່ນໄຫວ ນາໍ້ຝົນກໍໄດ້ທັ່ງເທລົງມາຈາກທ້ອງຟ້າ ນໍ້າທີ່ຢູ່ໃຕ້ພື້ນພິພົບໄດ້ຊັດຂຶ້ນຢ່າງສະໜັ່ນຫວັ່ນໄຫວ ຟອງກໍຟົ້ງຂຶ້ນສູງຈົນເຕັມຂະໜາດ.
\s5
\v 11 ຕໍ່ແສງແມບມາບຂອງລູກທະນູ ທີ່ຟົ້ງໄປຢ່າງໄວ ຕໍ່ແສງເຫລື້ອມໃສຂອງຫອກ ທີ່ຟົ້ງຜ່ານໄປນັ້ນ ດວງຕາເວັນກໍຍັງໄດ້ຢູ່ກັບບ່ອນຂອງມັນ ແລະ ດວງເດືອນກໍຍັງບໍ່ໄດ້ເຄື່ອນຍ້າຍ.
\v 12 ພຣະອົງໄດ້ຍ່າງຜ່ານໂລກ ໂກດຮ້າຍໃນຈິດໃຈ ຢຽບຢໍ່າທໍາລາຍ ບັນດາຊົນຊາດຢ່າງກີ້ວໂກດ.
\s5
\v 13 ພຣະອົງໄດ້ກ້າວອອກຊ່ວຍຊູປະຊາຊົນຂອງພຣະອົງ ຄືຊ່ວຍເອົາກະສັດຜູ້ທີ່ພຣະອົງໄດ້ເລືອກໄວ້. ພຣະອົງໄດ້ຕົບຕີຜູ້ນາໍຄົນຊົ່ວ ໃຫ້ລົ້ມລາບຄາບລົງ ແລະ ທາໍລາຍພວກທີ່ຕິດຕາມໃຫ້ດັບສູນຈົນກ້ຽງ. [ຊ]
\s5
\v 14 ລູກທະນູ ພຣະອົງທະລຸຜູ້ບັນຊາການ ທັບຂອງພວກເຂົາ ເມື່ອມັນຖືກຍິງມາ ເໝືອນ ລົມພະຍຸກ້າ ແລະ ເຮັດໃຫ້ແຕກກະຈັດກະຈາຍໄປ ດັ່ງນັກກົດຂີ່ກືນກິນຄົນຍາກຈົນ ຢ່າງປິດລັບ. [ຍ]
\v 15 ພຣະອົງໄດ້ຢຽບຢໍ່າທະເລ ດ້ວຍຝູງມ້າຂອງພຣະອົງ ແລະ ນາໍ້ໃນທະເລ ກໍຟົດເດືອດເປັນຟອງບັກໃຫຍ່.
\s5
\v 16 ເມື່ອໄດ້ຍິນສິ່ງທັງໝົດນີ້ ກໍຕົວສັ່ນເສຍຂວັນ ຮິມສົບຂ້ານ້ອຍກໍສັ່ນເຊັນເຕັມແຕ່ຄວາມຢ້ານ. ຕົນຕົວຂ້ານ້ອຍນັ້ນ ກໍອ່ອນເພຍ ເປ້ຍລ່ອຍ ແລະ ຕີນກໍຄ່ອຍມຶນຂຶ້ນຈົນຄອນແຄນໄປໝົດ. [ດ] ຂ້ານ້ອຍຈະລໍຖ້າວັນເວລາມາເຖິງດ້ວຍໃຈຈົດຈໍ່ ເມື່ອພຣະອົງຈະລົງໂທດຄົນທີ່ໂຈມຕີພວກເຮົາ.
\s5
\v 17 ເຖິງແມ່ນວ່າ ຕົ້ນໝາກເດື່ອນັ້ນ ບໍ່ມີໝາກກໍດີ ຕົ້ນອະງຸ່ນບໍ່ເກີດຜົນຕາມເຄືອກໍຕາມ. ເຖິງແມ່ນວ່າ ຕົ້ນໝາກກອກເທດບໍ່ເກີດຜົນກໍດີ ທົ່ງໄຮ່ທົ່ງນາບໍ່ຜະລິດຜົນຫຍັງກໍຕາມ. ເຖິງແມ່ນວ່າ ຝູງແກະນັ້ນລົ້ມຕາຍໄປ ຈົນໝົດກໍດີ ຄອກງົວທັງຫລາຍເປົ່າແປນກໍຕາມ.
\s5
\v 18 ແຕ່ຂ້ານ້ອຍກໍຍັງຈະສືບຕໍ່ຊົມຊື່ນຍິນດີ ໃນອົງພຣະຜູ້ເປັນເຈົ້າ ຂ້ານ້ອຍຈະຕື່ນເຕັ້ນຍິນດີໃນພຣະເຈົ້າ ຜູ້ຊ່ວຍໃຫ້ພົ້ນຂອງຂ້ານ້ອຍ.
\v 19 ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຢາເວ ຊົງເປັນກາໍລັງຂອງຂ້ານ້ອຍ. ພຣະອົງເຮັດໃຫ້ຂ້ານ້ອຍແລ່ນທຸ່ນທ່ຽງເໝືອນດັ່ງກວາງ ແລະ ຮັກສາຂ້ານ້ອຍໃຫ້ປອດໄພຢູ່ທີ່ເທິງພູທັງຫລາຍນັ້ນ.