lo_bible/34-NAM.usfm

111 lines
20 KiB
Plaintext
Raw Permalink Blame History

This file contains ambiguous Unicode characters

This file contains Unicode characters that might be confused with other characters. If you think that this is intentional, you can safely ignore this warning. Use the Escape button to reveal them.

\id NAM
\ide UTF-8
\h ພ​ຣະ​ທຳ ນາ​ຮູມ
\toc1 ພ​ຣະ​ທຳ ນາ​ຮູມ
\toc2 ພ​ຣະ​ທຳ ນາ​ຮູມ
\toc3 nam
\mt ພ​ຣະ​ທຳ ນາ​ຮູມ
\s5
\c 1
\p
\v 1 ຕໍ່ໄປນີ້ແມ່ນນິມິດທີ່ ນາຮູມ ຊາວແອນໂກດ ໄດ້ເຫັນກ່ຽວກັບນະຄອນ ນີເນເວ. ອົງພຣະຜູ້ເປັນເຈົ້າໂກດຮ້າຍນະຄອນ ນີເນເວ
\s5
\v 2 ອົງພຣະຜູ້ເປັນເຈົ້າ ເປັນພຣະເຈົ້າໃດ ພຣະອົງບໍ່ອົດກັ້ນຕໍ່ຄູ່ແຂ່ງໃດ ໆ ທັງນັ້ນ; ພຣະອົງລົງໂທດພວກທີ່ຕໍ່ຕ້ານພຣະອົງ ພຣະອົງແກ້ແຄ້ນພວກເຂົາ ເພາະພຣະອົງ ໂກດຮ້າຍ.
\v 3 ອົງພຣະຜູ້ເປັນເຈົ້າບໍ່ຮ້າຍງ່າຍ ແຕ່ຊົງຣິດເຫລືອຫລາຍ ພຣະອົງບໍ່ເຄີຍ ປ່ອຍຄົນຜິດໜີໄປ ຢ່າງບໍ່ໄດ້ຮັບໂທດ. ບ່ອນ ທີ່ອົງພຣະຜູ້ເປັນເຈົ້າຍ່າງຍ້າຍ ລົມພະຍຸກໍໂຜ່ ຂຶ້ນມາ ເມກໝອກເປັນຂີ້ຝຸ່ນດິນ ມີຄວັນທີ່ຕີນພຣະເຈົ້າ
\s5
\v 4 ພຣະອົງສັ່ງທະເລກວ້າງ ແລະ ກໍເຫືອດແຫ້ງລົງ ທັງເຮັດໃຫ້ແມ່ນາໍ້ທັງຫລາຍບົກ ແຫ້ງໝົດສິ້ນ. ທົ່ງບາຊານ ກໍແຫ້ງແລ້ງ ພູກາເມນ ກໍເຫລືອງຫລ່າ ມວນມາລາໃນ ເລບານອນ ກໍຫ່ຽວແຫ້ງຕາຍໄປ.
\v 5 ຊ້ອງໜ້າພຣະອົງ ພູເຂົາທັງຫລາຍກໍຫວັ່ນໄຫວ ທັງເນີນພູຊັນກໍເຈື່ອນລົງໝົດ ຕໍ່ໜ້າພຣະອົງ; ເມື່ອພຣະອົງປາກົດມາ ແຜ່ນດິນໂລກກໍຫວັ່ນໄຫວ ໂລກທັງຄົນໃນໂລກ ກໍສັ່ນເຊັນ ດ້ວຍຄວາມຢ້ານ.
\s5
\v 6 ເມື່ອພຣະອົງໂກດຮ້າຍ ແມ່ນຜູ້ໃດແດ່ລອດຊີວິດ ເດ? ແມ່ນຜູ້ໃດ ລອດຊີວິດນໍ ເມື່ອພຣະອົງກິ້ວໂກດ? ພຣະອົງເທຄວາມໂກດຮ້າຍ ເປັນໄຟທີ່ເຜົາຜານ ໂງ່ນຫິນກໍໝຸ່ນເປັນຝຸ່ນດິນ ຢູ່ຊ້ອງໜ້າພຣະອົງ.
\s5
\v 7 ອົງພຣະຜູ້ເປັນເຈົ້າ ດີເລີດ ແລະ ແສນປະເສີດຫລາຍ ພຣະອົງປົກປ້ອງຄຸ້ມຄອງ ປະຊາຊົນຂອງພຣະເຈົ້າ ຄື ຄຸ້ມຄອງພວກເຂົາເຈົ້າ ໃນຄາວລໍາບາກມາເຖິງ ທັງຫ່ວງໃຍພວກທີ່ຕ່າວຄືນມາຫາພຣະອົງ.
\v 8 ດັ່ງນາໍ້ມາກທີ່ໄຫລແຮງ ພຣະອົງທາໍລາຍສັດຕູ [ກ] ຂອງພຣະອົງໃຫ້ດັບສູນສິ້ນ; ພວກແຂງຂໍ້ຕໍ່ພຣະອົງນັ້ນ ກໍຕົກຖືກຄວາມຕາຍ ທັງຖືກສົ່ງລົງໄປສູ່ແດນມໍຣະນາ ພຸ້ນ.
\s5
\v 9 ພວກທ່ານວາງແຜນຮ້າຍ ຕໍ່ສູ້ອົງພຣະຜູ້ເປັນເຈົ້າຢູ່ບໍ? ພຣະອົງຈະທາໍລາຍຖິ້ມໝົດ ໂດຍຄັດຄ້ານອີກບໍ່ໄດ້.
\v 10 ພວກທ່ານນັກດື່ມເຫລົ້າຈະຖືກເຜົາຜານໝົດ ເໝືອນໄຟໄໝ້ ກໍໜາມ ແລະ ຫຍ້າແຫ້ງ. [ຂ]
\v 11 ນີເນເວ ເອີຍ ຈາກເຈົ້ານັ້ນໄດ້ມີຄົນໜຶ່ງທີ່ເຕັມໄປດ້ວຍແຜນການອັນຊົ່ວຮ້າຍ ຄື ຜູ້ທີ່ໄດ້ກະບົດຕໍ່ສູ້ອົງພຣະຜູ້ເປັນເຈົ້າ.
\s5
\v 12 ອົງພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ, “ເຖິງແມ່ນວ່າຊາວອັດຊີເຣຍ ແຂງແຮງແລະມີຈໍານວນຫລວງຫລາຍກໍຕາມ ພວກເຂົາກໍຈະຖືກທໍາລາຍ ແລະ ຈະດັບສູນໄປ. ປະຊາຊົນຂອງເຮົາເອີຍ ເຮົາໄດ້ເຮັດໃຫ້ເຈົ້າທົນທຸກທໍລະມານ ແຕ່ເຮົາຈະບໍ່ເຮັດຕໍ່ໄປອີກ.
\v 13 ບັດນີ້ ເຮົາຈະປົດອໍານາດຂອງອັດຊີເຣຍ ອອກຈາກເຈົ້າ ແລະ ຈະຫັກໂສ້ທີ່ລ່າມເຈົ້າ ໄວ້ນັ້ນອອກ.”
\s5
\v 14 ອົງພຣະຜູ້ເປັນເຈົ້າ ໄດ້ສັ່ງການຕໍ່ຊາວອັດຊີເຣຍ ດັ່ງນີ້: “ພວກເຈົ້າຈະບໍ່ມີເຊື້ອສາຍ ສືບຕໍ່ໃຫ້ຕະກຸນຂອງພວກເຈົ້າ. ເຮົາຈະທາໍລາຍຮູບເຄົາຣົບ ທີ່ວິຫານຂອງບັນດາພະຂອງພວກເຈົ້າ. ເຮົາພວມຕຽມຂຸມຝັງສົບໄວ້ສໍາລັບພວກເຈົ້າ. ພວກເຈົ້າບໍ່ສົມຄວນທີ່ຈະມີຊີວິດຢູ່ຕໍ່ໄປ.”
\s5
\v 15 ເບິ່ງດູ ຜູ້ສົ່ງຂ່າວກາໍລັງນາໍຂ່າວດີ ຂ້າມພູເຂົາທັງຫລາຍມາ ພວກເຂົາພວມເດີນທາງມາ ເພື່ອປະກາດສັນຕິສຸກ ປະຊາຊົນຢູດາ ເອີຍ ຈົ່ງສະເຫລີມສະຫລອງເທດສະການ ຕ່າງ ໆ ຂອງພວກເຈົ້າສາ ແລະ ຈົ່ງຖວາຍສິ່ງທີ່ພວກເຈົ້າ ໄດ້ສັນຍາໄວ້ຢ່າງໜັກແໜ້ນກັບພຣະເຈົ້າ. ຄົນຊົ່ວຮ້າຍຈະບໍ່ບຸກລຸກດິນແດນຂອງພວກເຈົ້າ ອີກຈັກເທື່ອ. ພວກເຂົາໄດ້ຖືກທາໍລາຍຢ່າງໝົດກ້ຽງ ສາແລ້ວ
\s5
\c 2
\p
\v 1 ນະຄອນ ນີເນເວ ເອີຍ ເຈົ້າຖືກໂຈມຕີ ສາແລ້ວ ອໍານາດທີ່ຈະທາໍລາຍເຈົ້າໃຫ້ໝຸ່ນມາເຖິງສາແລ້ວ. ຈົ່ງເຝົ້າຍາມກໍາແພງ ຈົ່ງເຝົ້າຍາມຫົນທາງ ຈົ່ງພາກັນລະດົມພົນ ທີ່ພວກເຈົ້າມີນັ້ນໄວ້. (
\v 2 ເພາະວ່າ ອົງພຣະຜູ້ເປັນເຈົ້າ ຈະເອົາຍົດສັກຂອງຢາໂຄບ ເໝືອນຢ່າງຍົດສັກຂອງອິດສະຣາເອນ ກັບຄືນມາສູ່ສະພາບເດີມ ເຫດວ່າພວກຜູ້ທາໍລາຍໄດ້ປຸ້ນພວກເຂົາ ແລະ ໄດ້ທາໍລາຍກິ່ງອະງຸ່ນທັງຫລາຍຂອງພວກເຂົາ.)
\s5
\v 3 ກອງທັບສັດຕູ ມີທະຫານຖືໂລ້ ແລະນຸ່ງເຄື່ອງສີແດງ ພວກເຂົາກໍາລັງຈັດຕຽມຕົວເຂົ້າສູ່ສະໜາມຮົບ ລົດຮົບຂອງພວກເຂົາເຈົ້າ ເປັນແສງເໝືອນໄຟ ຝູງມ້າ [ຄ] ຂອງພວກເຂົາກໍຍ່າງໄປມາ ຢ່າງໂອ້ອວດ.
\v 4 ລົດຮົບແລ່ນຕາມທາງ ກະທົບກະແທກຢ່າງແຮງ ໂດຍແລ່ນຟ້າວຟັ່ງໄປມາ ໃນກາງເມືອງທີ່ສີ່ແຍກ. ພວກມັນສົ່ງແສງເຍືອງໄປ ດັ່ງກະບອງ ສ່ອງແສງ ເຕັ້ນໄປດັ່ງແສງຟ້າແມບເຫລື້ອມ.
\s5
\v 5 ກະສັດແຫ່ງນີເນເວ ເອີ້ນນາຍທະຫານຕົນອອກມາ ແຕ່ພວກເຂົາຕ່າງກໍເຕະສະດຸດ ເມື່ອມຸ້ງໜ້າໄປນັ້ນ. [ງ] ພວກທີ່ບຸກລຸກ ກໍຟ້າວຟັ່ງໄປທີ່ກາໍແພງເມືອງ ແລະ ພາກັນຕັ້ງທ່າຕຽມ ໂດຍໃຊ້ໂລ້ກາໍບັງໄວ້.
\s5
\v 6 ທັນໃດ ປະຕູທີ່ໃກ້ແມ່ນາໍ້ ກໍຖືກທະລຸອອກມາ ທີ່ຣາຊວັງກໍເຕັມໄປແຕ່ຄວາມຢ້ານໃຫຍ່.
\v 7 ຣາຊນີຖືກຈັບໄດ້ ສາວໃຊ້ຮ້ອງໄຫ້ດັ່ງນົກເຂົາ ແລະ ຕ່າງກໍຕີເອິກດ້ວຍຈິດໃຈເສົ້າໂສກ
\s5
\v 8 ດັ່ງເຂື່ອນແຕກ ນາໍ້ໄຫລທັ່ງອອກເປັນສາຍທາລາ ປະຊາຊົນກໍຟ້າວຟັ່ງອອກມາແຕ່ ນີເນເວ [ຈ] ທັງນັ້ນ ສຽງຮ້ອງດັງອອກມາ ວ່າ, “ຢຸດ ຢຸດ ສາກ່ອນ. ” ແຕ່ຜູ້ທີ່ປົບໜີໄປ ບໍ່ມີຜູ້ໃດ ຫັນຄືນມາຕອບ.
\v 9 ຈົ່ງປຸ້ນເອົາເງິນເຖີດ ຈົ່ງປຸ້ນເອົາຄໍາໄປ ເພາະຊັບສົມບັດກໍມີເຕັມທົ່ວໄປໃນເມືອງນີ້.
\v 10 ນີເນເວ ເອີຍ ເຈົ້າຖືກທາໍລາຍສາແລ້ວ ເປັນເມືອງຮ້າງວ່າງຄົນ ແລະ ເປັນຖິ່ນເປົ່າປ່ຽວ ທຸກຄົນຕ່າງກໍຢ້ານ ຈົນອົກສັ່ນຂວັນເສຍ ຈົນຫົວເຂົ່າທຸກຄົນສັ່ນເຊັນ ດ້ວຍຄວາມຢ້ານ ແລະ ທຸກຄົນຕ່າງກໍໝົດເຫື່ອໝົດແຮງ ຈົນສີໜ້າມ້ານຫລ່າເຫລືອງໄປທັງນັ້ນ.
\s5
\v 11 ບັດນີ້ ນະຄອນນີ້ໄປໃສແລ້ວນໍ? ກໍເປັນ ຖໍ້າບ່ອນທີ່ຝູງສິງມາອາໄສຢູ່ ເປັນຖໍ້າບ່ອນທີ່ຝູງສິງໜຸ່ມໄດ້ມີເຫຍື່ອກິນ ສິງຜູ້ທັງສິງແມ່ໄດ້ອາໄສຢ່າງປອດໄພກັບລູກ ໆ.
\v 12 ສິງໄດ້ຂ້າເຫຍື່ອຂອງມັນກິນເປັນອາຫານ ແລ້ວກໍຈີກເຫຍື່ອທີ່ໄດ້ມາ ເປັນຕ່ອນ ໆ; ແລ້ວກໍປັນໃຫ້ສິງແມ່ ແລະ ລູກ ໆ ຂອງມັນກິນ ຈົນຖໍ້າເຕັມໄປດ້ວຍຊີ້ນສັດ ທີ່ມັນຂ້າມາໄດ້.
\s5
\v 13 ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດຍິ່ງໃຫຍ່ ກ່າວວ່າ, “ເຮົາເປັນສັດຕູຂອງເຈົ້າ ເຮົາຈະຈູດລົດຮົບຂອງເຈົ້າຖິ້ມໝົດ. ພວກທະຫານຂອງເຈົ້າ ຈະຖືກຂ້າໃນສະໜາມຮົບ ແລະ ເຮົາຈະເອົາທຸກສິ່ງທີ່ເຈົ້າໄດ້ມາ ຈາກຄົນອື່ນນັ້ນຄືນໄປ. ສຽງຮ້ອງຂໍຂອງຜູ້ສົ່ງຂ່າວຂອງເຈົ້າ ຈະບໍ່ໄດ້ຍິນອີກຕໍ່ໄປ.”
\s5
\c 3
\p
\v 1 ຮັບເຄາະກໍາສາແລ້ວ ເມືອງທີ່ຂີ້ຕົວະ ເມືອງແຫ່ງອາຊະຍາກອນ ເມືອງທີ່ເຕັມແຕ່ ເຄື່ອງປຸ້ນ
\v 2 ຈົ່ງຟັງສຽງໄມ້ແສ້ ສຽງລໍ້ລົດໝູນໄປ ສຽງມ້າແລ່ນຫອບໄວ ໆ ແລະ ສຽງລົດຮົບກະທົບກະແທກ
\s5
\v 3 ທະຫານມ້າ ປະທະກັນດ້ວຍດາບ ແວບວັບເປັນແສງ ສ່ວນຫອກທີ່ໃຊ້ແທງ ກໍເປັນແສງຟົ້ງໄປຂ້າງໜ້າ ຊາກສົບຂອງຄົນຕາຍ ນັບບໍ່ໄດ້ທັບກັນຂຶ້ນເປັນກອງ ຄົນຕ້ອງຍ່າງໂຊເຊ ລົ້ມທັບເທິງກອງຊາກສົບນັ້ນ
\v 4 ນີເນເວ ຍິງແພດສະຫຍາ ຖືກລົງໂທດແລ້ວເດ ນາງຜູ້ມີສະເໜ່ລໍ້ລວງຄົນທັງຫລາຍ ໃຫ້ຕາຍຍ້ອນ; ນາງເຮັດໃຫ້ຊາດຕ່າງ ໆ ຫລົງໄຫລໄປນາໍ ແລະ ເຮັດໃຫ້ຄົນກາຍເປັນທາດຮັບໃຊ້ທັງປະເທດ. [ສ]
\s5
\v 5 ພຣະອົງຜູ້ຊົງຣິດອໍານາດຍິ່ງໃຫຍ່ ກ່າວວ່າ, “ນີເນເວ ເອີຍ ເຮົາຈະລົງໂທດເຈົ້າ ເຮົາຈະແກ້ເສື້ອຜ້າເຈົ້າ ແລະແບ ກາຍເຈົ້າຄືກັນ ໃຫ້ຊາດຕ່າງ ໆ ເຫັນຂອງລັບໜ້າອັບອາຍຂອງເຈົ້າ.
\v 6 ເຮົາຈະເຮັດຕໍ່ເຈົ້າຢ່າງດູຖູກ ຫຍໍ້ຫຍັນ ໃຫ້ສິ່ງເປິເປຶ້ອນປະດັບທີ່ເທິງກາຍຂອງເຈົ້າ ຄົນທັງຫລາຍຕ່າງກໍຈ້ອງເບິ່ງເຈົ້າ ດ້ວຍສາຍຕາ ອັນຂະຍະຂະແຫຍງ ຈົນຂົນຕົວລຸກ.
\v 7 ທຸກຄົນທີ່ເຫັນເຈົ້າ ກໍຈະປົບໜີໄປ ຄົນຈະເວົ້າວ່າ, ‘ນີເນເວ ເມືອງເພພັງຮົກຮ້າງ ແມ່ນຜູ້ໃດເດນໍ ທີ່ຈະເຫັນອົກເຫັນໃຈ ນີເນເວ? ແມ່ນຜູ້ໃດເດນໍ ທີ່ຢາກຈະປອບໃຈເຈົ້າ?
\s5
\v 8 ນີເນເວ ເອີຍ ເຈົ້າດີກວ່າ ເທເບັດ ເມືອງເອກຂອງເອຢິບ ຊັ້ນບໍ? ເມືອງນີ້ມີແມ່ນາໍ້ ສອງສາຍ ເປັນຄືກາໍແພງປ້ອງກັນເມືອງໄວ້ ຄື ແມ່ນາໍ້ນິນ ເປັນບ່ອນປ້ອງກັນຂອງມັນ.
\v 9 ເທເບັດ ໄດ້ປົກຄອງຊູດານ ກັບ ເອຢິບ ແລະ ການປົກຄອງຂອງນາງ ກໍບໍ່ມີຂອບເຂດຈາໍກັດ; ຝ່າຍລີເບຍ ກໍເປັນພັນທະມິດຂອງເມືອງເທເບັດ.
\s5
\v 10 ແຕ່ປະຊາຊົນເມືອງເທເບັດ ໄດ້ຖືກຈັບໄປເປັນຊະເລີຍໃນຕ່າງຖິ່ນ. ບັນດາລູກ ໆ ຂອງພວກເຂົາໄດ້ຖືກຕີ ຈົນຕາຍຢູ່ຕາມທຸກແຈ ຂອງຖະໜົນຫົນທາງ. ບັນດາຜູ້ນາໍຂອງພວກເຂົາ ໄດ້ຖືກລ່າມໂສ້ຄຸມໄປ ແລະ ຖືກແບ່ງປັນໃຫ້ພວກທີ່ຈັບພວກເຂົາໄປນັ້ນ.
\v 11 ນີເນເວ ເອີຍ ເຈົ້າເອງກໍຈະຕົກຢູ່ໃນຄວາມມືດມົວເຊັ່ນດຽວກັນ ເຈົ້າເອງຈະພະຍາຍາມປົບໜີ ຈາກພວກສັດຕູຄືກັນ.
\s5
\v 12 ປ້ອມປ້ອງກັນເມືອງທັງຫລາຍຂອງເຈົ້າ ເປັນດັ່ງຕົ້ນເດື່ອທີ່ມີໝາກເດື່ອສຸກ; ເມື່ອສັ່ນຕົ້ນຂອງມັນ ໝາກກໍຈະຕົກໃສ່ປາກຂອງພວກເຈົ້າໂລດ
\v 13 ບັນດາທະຫານຂອງພວກເຈົ້າ ເປັນດັ່ງແມ່ຍິງ ແລະ ປະເທດຂອງເຈົ້າກໍຢືນຢູ່ຕໍ່ໜ້າສັດຕູ ຢ່າງບໍ່ມີໜ່ວຍປ້ອງກັນ. ໄຟຈະທາໍລາຍທ່ອນເຫລັກທີ່ໃຊ້ກາດປະຕູເມືອງຂອງເຈົ້າ.
\s5
\v 14 ຈົ່ງຕັກນາໍ້ໄວ້ໃຊ້ ໃນເວລາເມືອງຖືກປິດລ້ອມເຖີດ ແລະເສີມສ້າງປ້ອມປ້ອງກັນເມືອງໃຫ້ເຂັ້ມແຂງ ຈົ່ງຢຽບດິນໜຽວເພື່ອເຮັດກ້ອນດິນຈີ່ ແລະ ຈົ່ງຈັດຕຽມເຕົາເຜົາດິນຈີ່ໃຫ້ ພ້ອມ
\v 15 ບໍ່ວ່າຈະເຮັດຫຍັງກໍຕາມ ເຈົ້າຈະຕ້ອງຖືກເຜົາໃຫ້ຕາຍ ຫລື ຖືກຂ້າໃນສະໜາມຮົບ. ເຈົ້າຈະຖືກກວາດໄປຈົນກ້ຽງ ດັ່ງເຄື່ອງປູກທີ່ຝູງຕັກແຕນກັດກິນ. ເຈົ້າໄດ້ເພີ່ມພູນ ທະວີຂຶ້ນດັ່ງຝູງຕັກແຕນ
\s5
\v 16 ເຈົ້າໄດ້ຜະລິດພໍ່ຄ້າຫລາຍກວ່າ ດາວໃນທ້ອງຟ້າ ແຕ່ບັດນີ້ ພວກເຂົາກໍສູນຫາຍ ໄປໝົດສາແລ້ວ ເໝືອນຕັກແຕນທີ່ພືປີກອອກ ແລ້ວບິນໜີໄປ.
\v 17 ບັນດາຂ້າຣາຊການຂອງເຈົ້ານັ້ນ ພວກເຂົາເປັນດັ່ງຝູງຕັກແຕນ ທີ່ຈັບຕາມກາໍແພງໃນຍາມໜາວ. ເມື່ອຕາເວັນອອກມາ ພວກມັນຕ່າງກໍບິນໜີໄປໝົດ ແລະ ບໍ່ມີຜູ້ໃດຮູ້ວ່າ ພວກມັນໜີໄປໃສ
\s5
\v 18 ກະສັດແຫ່ງອັດຊີເຣຍ ຜູ້ສໍາເລັດຣາຊການຂອງເຈົ້ານັ້ນ ຕາຍສາແລ້ວ ແລະ ພວກເຈົ້ານາຍຂອງເຈົ້າ ກໍນອນຫລັບໄປເລີຍ ປະຊາຊົນຂອງເຈົ້າຖືກກະຈັດກະຈາຍຢູ່ຕາມ ເທິງພູ ແລະ ບໍ່ມີຜູ້ໃດນາໍພວກເຂົາກັບຄືນມາອີກ.
\v 19 ບໍ່ມີຫວ້ານຢາຫຍັງ ໃສ່ບາດແຜຂອງເຈົ້າ ແລະ ບາດແຜຂອງເຈົ້າກໍບໍ່ສາມາດ ປິ່ນປົວໃຫ້ດີໄດ້. ທຸກຄົນທີ່ຮູ້ວ່າເຈົ້າຖືກທາໍລາຍ ຕ່າງກໍຕົບມືດ້ວຍຄວາມຍິນດີ. ມີຜູ້ໃດເດນໍ ທີ່ບໍ່ໄດ້ຮັບຄວາມທົນທຸກຍ້ອນຄວາມໂຫດຫ້ຽມ ອັນບໍ່ມີທີ່ສິ້ນສຸດຂອງເຈົ້າ?