lo_bible/33-MIC.usfm

229 lines
52 KiB
Plaintext
Raw Permalink Blame History

This file contains ambiguous Unicode characters

This file contains Unicode characters that might be confused with other characters. If you think that this is intentional, you can safely ignore this warning. Use the Escape button to reveal them.

\id MIC
\ide UTF-8
\h ພ​ຣະ​ທຳ ມີ​ກາ
\toc1 ພ​ຣະ​ທຳ ມີ​ກາ
\toc2 ພ​ຣະ​ທຳ ມີ​ກາ
\toc3 mic
\mt ພ​ຣະ​ທຳ ມີ​ກາ
\s5
\c 1
\p
\v 1 ພຣະທາໍເລື່ອງນີ້ ບັນຈຸຖ້ອຍຄໍາທີ່ອົງພຣະຜູ້ເປັນເຈົ້າສົ່ງເຖິງ ມີກາ ຊາວເມືອງ ໂມເຣເຊັດ ຢູ່ໃນສະໄໝຂອງເຈົ້າໂຢທາມ ອາຮາດ ແລະ ເຮເຊກີຢາ ໄດ້ເປັນກະສັດແຫ່ງຢູດາຍ. ພຣະອົງໄດ້ສໍາແດງໃຫ້ ມີກາ ຮູ້ສິ່ງທັງໝົດເຫລົ່ານີ້ກ່ຽວກັບນະຄອນ ຊາມາເຣຍ ແລະ ນະຄອນ ເຢຣູຊາເລັມ.
\s5
\v 2 ຈົ່ງຟັງເລື່ອງນີ້ ບັນດາທຸກຊົນຊາດເອີຍ ຈົ່ງຟັງເລື່ອງນີ້ ທຸກຄົນທັງທຸກສິ່ງທີ່ແຜ່ນດິນໂລກ ພຣະເຈົ້າຢາເວ ພຣະເຈົ້າຈະເປັນພະຍານຕໍ່ສູ້ພວກເຈົ້າໃດ ພຣະເຈົ້າຢາເວ ຈາກພຣະວິຫານ ທີ່ບໍຣິສຸດຂອງພຣະອົງ.
\v 3 ອົງພຣະຜູ້ເປັນເຈົ້າພວມມາແຕ່ບ່ອນສະຖິດຂອງພຣະອົງ ພຣະອົງຈະສະເດັດມາຍ່າງເທິງບ່ອນສູງ ທັງຫລາຍຂອງແຜ່ນດິນໂລກ.
\v 4 ແລ້ວພູທັງຫລາຍ ກໍຈະລະລາຍສິ້ນຢູ່ໃຕ້ຕີນຂອງພຣະອົງ ດັ່ງຂີ້ເຜິ້ງລະລາຍ ເມື່ອມັນຖືກໄຟຮ້ອນ. ພູເຂົາທັງຫລາຍນັ້ນ ຈະເຈື່ອນລົງສູ່ຮ່ອມພູທັງຫລາຍ ດັ່ງນາໍ້ໄຫລລົງມາແຕ່ ເນີນພູແຫ່ງໜຶ່ງ.
\s5
\v 5 ເຫດການທັງປວງນີ້ຈະເກີດຂຶ້ນ ເພາະປະຊາຊົນອິດສະຣາເອນ ໄດ້ເຮັດບາບ ແລະ ກະບົດຕໍ່ພຣະເຈົ້າ. ເປັນຄວາມຜິດຂອງຜູ້ໃດ ທີ່ຊາດອິດສະຣາເອນ ເປັນກະບົດ? ເປັນ ຄວາມຜິດຂອງນະຄອນຊາມາເຣຍ ເມືອງເອກຫັ້ນແລ້ວ ຜູ້ໃດເຮັດຜິດຖານຂາບໄຫວ້ຮູບເຄົາຣົບ ໃນຊາດຢູດາ? ນະຄອນ ເຢຣູຊາເລັມ ຫັ້ນແລ້ວ
\s5
\v 6 ສະນັ້ນ ອົງພຣະຜູ້ເປັນເຈົ້າຈຶ່ງກ່າວ ວ່າ, “ເຮົາຈະກະທາໍໃຫ້ຊາມາເຣຍ ເປັນກອງສິ່ງຮົກຮ້າງເພພັງ ຢູ່ໃນທົ່ງນາ ຄື ເປັນບ່ອນໜຶ່ງສໍາລັບປູກຕົ້ນອະງຸ່ນ. ເຮົາຈະເທກ້ອນຫິນທີ່ໃຊ້ສ້າງເມືອງນັ້ນ ລົງໃນຮ່ອມພູ ແລະ ເຮົາຈະ ເຮັດໃຫ້ຮາກຖານຂອງເມືອງ ພົ້ນໜ້າດິນຂຶ້ນມາໃຫ້ເຫັນ.
\v 7 ບັນດາຮູບເຄົາຣົບ ອັນມີຄ່າ ຈະຖືກທັບໃຫ້ໝຸ່ນທະລາຍ ທຸກສິ່ງທີ່ຖືກຖວາຍແກ່ບັນດາໂສເພນີ ກໍຈະຖືກທາໍລາຍດ້ວຍໄຟ ແລະ ຮູບເຄົາຣົບທັງໝົດໃນເມືອງນີ້ ຈະຖືກກອງປະໄວ້ ຢ່າງເປັນຕາຢ້ານ. ນະຄອນຊາມາເຣຍ ໄດ້ຮັບສິ່ງເຫລົ່ານີ້ມາຈາກພິທີຕ່າງ ໆ ສໍາລັບໃຫ້ເກີດມີຄວາມອຸດົມສົມບູນ ມາບັດນີ້ເຫລົ່າສັດຕູຈະມາຈັບ ພວກເຂົາໄປເພື່ອໃຫ້ຂາບໄຫວ້ ໃນແຫ່ງອື່ນ.”
\s5
\v 8 ແລ້ວ ມີກາ ກໍໄດ້ກ່າວ ວ່າ, “ຍ້ອນເຫດການເຫລົ່ານີ້ແຫລະ ຂ້ອຍຈຶ່ງໂສກເສົ້າ ແລະ ຄໍ່າຄວນ. ເພື່ອສະແດງເຖິງຄວາມທຸກໃຈຂ້ອຍ ຈະຍ່າງໄປຕີນເປົ່າ ແລະ ເປືອຍຕົວ. ຂ້ອຍຈະຫອນເໝືອນດັ່ງໝາປ່າ ແລະ ອືດຄາງເໝືອນດັ່ງນົກກະຈອກເທດ.
\v 9 ບາດແຜຂອງນະຄອນ ຊາມາເຣຍ ຮັກສາໃຫ້ດີບໍ່ໄດ້ ແລະ ຢູດາ ກໍພວມຈະເປັນຄືກັນ ໄພພິບັດໄດ້ມາຮອດປະຕູເມືອງຂອງນະຄອນ ເຢຣູຊາເລັມ ສາແລ້ວ ຄື ບ່ອນທີ່ປະຊາຊົນ ຂອງຂ້ອຍອາໄສຢູ່. ”
\v 10 ຢ່າບອກເລື່ອງການພ່າຍແພ້ຂອງພວກເຮົາ ໃຫ້ຊາວກາດ ຜູ້ເປັນສັດຕູຮູ້ ຢ່າສູ່ໃຫ້ພວກເຂົາເຫັນພວກເຈົ້າ ຮ້ອງໄຫ້. ຊາວເມືອງເບັດ -ເລອາຟະຣາ ເອີຍ [ຂ] ຈົ່ງກິ້ງເກືອກຢູ່ໃນຂີ້ຝຸ່ນດິນ ລະບາຍຄວາມສິ້ນຫວັງຂອງພວກເຈົ້າສາ
\s5
\v 11 ພວກເຈົ້າຊາວເມືອງຊາເຟຍ ເອີຍ ຈົ່ງໜີໄປຢູ່ຕ່າງຖິ່ນຢ່າງເປືອຍຕົວ ແລະອັບອາຍຂາຍໜ້າສາ. ຄົນທີ່ອາໄສຢູ່ໃນເມືອງຊາອານານ ບໍ່ກ້າອອກມາຈາກເມືອງຂອງຕົນ. ເມື່ອໃດພວກເຈົ້າໄດ້ຍິນປະຊາຊົນໃນເມືອງເບັດ ເອເຊນ ຮ້ອງໄຫ້ຮໍ່າໄຮ ເຈົ້າຈຶ່ງຮູ້ວ່າ ໃນທີ່ນັ້ນບໍ່ມີບ່ອນລີ້ໄພ ສາແລ້ວ.
\v 12 ຊາວເມືອງມາໂຣດ ຕ່າງກໍລໍຖ້າການບັນເທົາ ທຸກດ້ວຍໃຈກະວົນກະວາຍ ຍ້ອນອົງພຣະຜູ້ເປັນເຈົ້າໄດ້ນາໍໄພພິບັດ ເຂົ້າມາໃກ້ນະຄອນເຢຣູຊາເລັມ ສາແລ້ວ.
\s5
\v 13 ພວກເຈົ້າທີ່ຢູ່ໃນເມືອງລາກິດ ຈົ່ງເອົາມ້າໃສ່ລົດຮົບຂອງພວກເຈົ້າຕຽມໄວ້. ພວກເຈົ້າໄດ້ເຮັດບາບຕາມພວກອິດສະຣາເອນ; ສະນັ້ນແຫລະ ມັນຈຶ່ງເຮັດໃຫ້ນະຄອນເຢຣູຊາເລັມ ມີບາບ.
\v 14 ແຕ່ບັດນີ້ ປະຊາຊົນຢູດາ ເອີຍ ຈົ່ງສັ່ງລາເມືອງໂມເຣເຊັດກາດ ສາເຖີດ. ບັນດາກະສັດແຫ່ງຊາດອິດສະຣາເອນ ຈະບໍ່ໄດ້ຮັບການຊ່ວຍເຫລືອຈາກເມືອງອັກຊິບ.
\s5
\v 15 ປະຊາຊົນຊາວເມືອງມາເຣຊາ ເອີຍ ເຮົາຈະມອບພວກເຈົ້າໃຫ້ແກ່ສັດຕູ ຄື ຜູ້ທີ່ກາໍລັງຈະຢຶດເອົາເມືອງຂອງພວກເຈົ້າ. ບັນດາ ເຈົ້ານາຍທີ່ມີກຽດຂອງຊາດອິດສະຣາເອນ ຈະປົບໜີໄປລີ້ຢູ່ໃນຖໍ້າເມືອງ ອາດຸນລໍາ.
\v 16 ປະຊາຊົນຢູດາ ເອີຍ ຈົ່ງແຖຫົວພວກເຈົ້າ ເພື່ອໄວ້ທຸກໃຫ້ແກ່ລູກຫລານ ທີ່ພວກເຈົ້າຮັກນັ້ນສາ. ຈົ່ງແຖຫົວພວກເຈົ້າໃຫ້ໂຫລ້ນ ເໝືອນຫົວແຮ້ງສາ ກໍເພາະວ່າລູກຫລານພວກເຈົ້າຈະຖືກຈັບໄປເປັນຊະເລີຍ ໃນຕ່າງຖິ່ນ.
\s5
\c 2
\p
\v 1 ຜູ້ທີ່ນອນຄິດວາງແຜນເຮັດຊົ່ວ ຈະໄດ້ຮັບໄພພິບັດຫລາຍສໍ່າໃດນໍ ເມື່ອຮຸ່ງເຊົ້າມາ ພໍໄດ້ໂອກາດພວກເຂົາກໍເຮັດຊົ່ວຕາມທີ່ໄດ້ວາງແຜນໄວ້ນັ້ນ.
\v 2 ເມື່ອພວກເຂົາຕ້ອງການໄຮ່ນາ ພວກເຂົາກໍຢຶດເອົາໂລດ ເມື່ອພວກເຂົາຕ້ອງການບ້ານເຮືອນ ພວກເຂົາກໍຢຶດເອົາໂລດ. ບໍ່ມີຄອບຄົວຂອງຄົນໃດ ຫລື ຊັບສົມບັດຂອງຜູ້ໃດຈະປອດໄພ.
\s5
\v 3 ສະນັ້ນແຫລະ ອົງພຣະຜູ້ເປັນເຈົ້າຈຶ່ງກ່າວ ວ່າ, “ເຮົາກາໍລັງວາງແຜນນາໍໄພພິບັດ ມາສູ່ພວກເຈົ້າ ແລະພວກເຈົ້າຈະຫລົບຫລີກໄປບໍ່ໄດ້. ພວກເຈົ້າພວມນໍາຄວາມເດືອດຮ້ອນ ມາສູ່ພວກເຈົ້າເອງ ແລະ ຕໍ່ໄປພວກເຈົ້າຈະບໍ່ໄດ້ຍ່າງຢ່າງອວດອົ່ງທະນົງຕົວ ອີກຕໍ່ໄປ.
\v 4 ເມື່ອເວລານັ້ນມາເຖິງ ຄົນຈະເອົາເລື່ອງຂອງພວກເຈົ້າຂຶ້ນມາກ່າວ ເປັນຕົວຢ່າງໃນຄາວຖືກໄພພິບັດ ແລະ ພວກເຂົາກໍຈະຮ້ອງເພງເຖິງປະສົບການ ອັນຂົມຂື່ນ ນັ້ນວ່າ: ‘ພວກເຮົາໄດ້ຖືກທາໍລາຍໃຫ້ພັງພິນາດໄປຈົນໝົດ ອົງພຣະຜູ້ເປັນເຈົ້າໄດ້ຢຶດດິນແດນຂອງພວກເຮົາໄປແລ້ວ ແລະໄດ້ມອບດິນແດນນັ້ນໃຫ້ແກ່ຄົນອື່ນເສຍ ຄື ບັນດາສັດຕູທີ່ໄດ້ຈັບເອົາພວກເຮົາໄປນັ້ນ. ” [ຄ]
\v 5 ສະນັ້ນແຫລະ ເມື່ອເວລາມາເຖິງ ສໍາລັບດິນແດນທີ່ຈະຖືກມອບຄືນໃຫ້ແກ່ປະຊາຊົນຂອງພຣະອົງ ຈະບໍ່ມີຜູ້ໜຶ່ງຜູ້ໃດໃນ ພວກເຈົ້າໄດ້ຮັບສ່ວນແບ່ງ.
\s5
\v 6 ປະຊາຊົນກ່າວໃສ່ຂ້າພະເຈົ້າ ແລະ ເວົ້າວ່າ, “ຢ່າສູ່ເທດສະໜາໃຫ້ພວກເຮົາຟັງເລີຍ. ຢ່າສູ່ສັ່ງສອນພວກເຮົາ ເຖິງເລື່ອງເຫລົ່ານັ້ນ. ພຣະເຈົ້າຈະບໍ່ເຮັດໃຫ້ພວກເຮົາອັບອາຍ ຂາຍໜ້າດອກ.
\v 7 ເຈົ້າຄິດວ່າ ປະຊາຊົນອິດສະຣາເອນ ຖືກສາບແຊ່ງຊັ້ນບໍ? [ງ] ອົງພຣະຜູ້ເປັນເຈົ້າໝົດຄວາມອົດທົນແລ້ວຫລື? ພຣະອົງຈະເຮັດສິ່ງເຫລົ່ານັ້ນແທ້ບໍ? ພຣະອົງຈະບໍ່ກ່າວຕໍ່ຜູ້ທີ່ເຮັດຖືກຕ້ອງ [ຈ] ຢ່າງເມດຕາປານີ ດອກຫລື? ”
\v 8 ອົງພຣະຜູ້ເປັນເຈົ້າ ຕອບຄືນວ່າ, “ພວກເຈົ້າໂຈມຕີປະຊາຊົນຂອງເຮົາ [ສ] ຄືກັບວ່າພວກເຂົາເປັນສັດຕູ. ພວກຜູ້ຊາຍທີ່ກັບມາແຕ່ສະໜາມຮົບ ກໍຄິດວ່າ ທີ່ເຮືອນຕົນປອດໄພແລ້ວ, ແຕ່ພວກເຈົ້າ ຊໍ້າພັດລໍຄອຍຢູ່ທີ່ນັ້ນ ເພື່ອລັກເອົາແມ່ນແຕ່ເສື້ອຊັ້ນນອກ ຂອງພວກເຂົາໄປ.
\s5
\v 9 ພວກເຈົ້າໄດ້ຂັບໄລ່ຜູ້ຍິງ ທີ່ເປັນປະຊາຊົນຂອງເຮົາໃຫ້ອອກຈາກເຮືອນ ອັນຜາສຸກຂອງພວກເຂົາ ແລະ ພວກເຈົ້າໄດ້ເອົາກຽດສັກສີໜີໄປຕະຫລອດ ຄື ກຽດສັກສີທີ່ເຮົາໄດ້ມອບໃຫ້ພວກລູກຂອງພວກເຂົານັ້ນ.
\v 10 ຈົ່ງລຸກຂຶ້ນ ແລະ ໜີໄປສາ; ຢູ່ໃນທີ່ນີ້ ບໍ່ມີບ່ອນປອດໄພ ອີກແລ້ວ. ການບາບຂອງພວກເຈົ້າ ໄດ້ນາໍເຄາະກາໍມາສູ່ບ່ອນນີ້ໃຫ້ພິນາດໄປ.
\v 11 ປະຊາຊົນເຫລົ່ານີ້ ຕ້ອງການຜູ້ທາໍນວາຍ ທີ່ທ່ຽວໄປມາເວົ້າຕົວະ ແລະ ຫລອກລວງ ໂດຍເວົ້າວ່າ, ‘ຂ້ອຍຂໍທາໍນວາຍ ວ່າເຫລົ້າອະງຸ່ນ ແລະ ສຸຣາຈະຫລັ່ງໄຫລມາສໍາລັບພວກເຈົ້າ.
\s5
\v 12 ແຕ່ເຮົາຈະນໍາພວກເຈົ້າ ມາເຕົ້າໂຮມກັນ ຄື ພວກເຈົ້າຜູ້ເປັນປະຊາຊົນອິດສະຣາເອນ ທັງໝົດທີ່ຍັງເຫລືອຢູ່. ເຮົາຈະ ນໍາພວກເຈົ້າເຂົ້າມາເຕົ້າໂຮມກັນ ເໝືອນດັ່ງຝູງແກະ ກັບຄືນມາຍັງຄອກ. ດິນແດນຂອງພວກເຈົ້າຈະເຕັມໄປດ້ວຍຝູງຄົນອີກເທື່ອໜຶ່ງ ເໝືອນຝູງແກະ ຢູ່ໃນທົ່ງຫຍ້າ. ”
\v 13 ພຣະເຈົ້າຈະໄຂຫົນທາງໃຫ້ພວກເຂົາ ແລະ ນາໍພວກເຂົາອອກຈາກການເປັນຊະເລີຍ ໃນຕ່າງຖິ່ນ. ພວກເຂົາຈະທະລຸອອກໄປທາງປະຕູເຂົ້າເມືອງ ແລະ ຈະປົບໜີໄປຢ່າງອິດສະຫລະ. ອົງພຣະຜູ້ເປັນເຈົ້າເອງຜູ້ເປັນກະສັດຂອງພວກເຂົາ ຈະນາໍພາພວກເຂົາ ອອກໄປ.
\s5
\c 3
\p
\v 1 ຈົ່ງຟັງເດີ ບັນດາຜູ້ປົກຄອງຊາດອິດສະຣາເອນ ເອີຍ ພວກເຈົ້າຄວນຈະຫ່ວງໃຍເຖິງຄວາມຍຸດຕິທໍາ
\v 2 ແຕ່ພວກເຈົ້າຊໍ້າພັດກຽດຊັງຄວາມດີ ແລະ ຮັກຄວາມຊົ່ວ. ພວກເຈົ້າຂູດເນື້ອເຖືອໜັງປະຊາຊົນຂອງເຮົາທັງເປັນ.
\v 3 ພວກເຈົ້າກືນກິນປະຊາຊົນຂອງເຮົາ. ພວກເຈົ້າລອກໜັງຂອງພວກເຂົາອອກ ຫັກກະດູກຂອງພວກເຂົາ ແລະ ຕັດເປັນຕ່ອນ ໆ ເໝືອນຊີ້ນຢູ່ໃນໝໍ້.
\s5
\v 4 ເມື່ອເວລາມາເຖິງ ພວກເຈົ້າຈະຮ້ອງຫາ ອົງພຣະຜູ້ເປັນເຈົ້າ; ແຕ່ພຣະອົງຈະບໍ່ຕອບພວກເຈົ້າ. ພຣະອົງຈະບໍ່ຟັງຄໍາພາວັນນາ ອະທິຖານຂອງພວກເຈົ້າ ກໍເພາະພວກເຈົ້າໄດ້ປະພຶດຊົ່ວ.
\s5
\v 5 ອົງພຣະຜູ້ເປັນເຈົ້າ ກ່າວຕໍ່ບັນດາຜູ້ທາໍນວາຍ ເຫລົ່ານີ້ວ່າ, “ປະຊາຊົນຂອງເຮົາໄດ້ຖືກພວກຜູ້ທາໍນວາຍຫລອກລວງ ຄື ພວກເຂົາສັນຍາແກ່ຄົນທີ່ຈ່າຍເງິນແກ່ຕົນ ໃຫ້ມີສັນຕິພາບ ແຕ່ນາບຂູ່ຜູ້ທີ່ບໍ່ຈ່າຍເງິນແກ່ຕົນ ໃຫ້ພົບພໍ້ໄພສົງຄາມ.
\v 6 ພວກຜູ້ທາໍນວາຍ ເອີຍ ມື້ຂອງພວກເຈົ້ານັ້ນເກືອບຈະໝົດໄປແລ້ວ ຕາເວັນກໍາລັງຕົກລົງເທິງພວກເຈົ້າ. ເພາະພວກເຈົ້າໄດ້ນາໍປະຊາຊົນຂອງເຮົາໄປ ໃນທາງຜິດ ພວກເຈົ້າຈະບໍ່ມີນິມິດໃນການ ທາໍນວາຍອີກຕໍ່ໄປ ແລະ ພວກເຈົ້າຈະກ່າວຫຍັງລ່ວງໜ້າບໍ່ໄດ້ອີກ.
\v 7 ຜູ້ໃດທີ່ກ່າວລ່ວງໜ້າເຖິງອະນາຄົດ ຜູ້ນັ້ນກໍຈະໄດ້ຮັບຄວາມອັບອາຍຂາຍໜ້າ ເພາະຄວາມຫລົ້ມເຫລວຂອງຕົນ. ທຸກຄົນໃນພວກເຂົາຈະເສຍກຽດ ເພາະພຣະເຈົ້າບໍ່ຕອບພວກເຂົາ.”
\s5
\v 8 ແຕ່ສໍາລັບຂ້າພະເຈົ້າແລ້ວ ອົງພຣະຜູ້ເປັນເຈົ້າໃຫ້ຂ້າພະເຈົ້າເຕັມໄປດ້ວຍພຣະວິນຍານ ຕະຫລອດທັງຣິດອໍານາດຂອງ ພຣະອົງ ແລະ ພຣະອົງໃຫ້ຂ້າພະເຈົ້າມີຄວາມເຂົ້າໃຈ ໃນຄວາມຍຸດຕິທໍາ ແລະ ມີຄວາມກ້າຫານ ເພື່ອບອກປະຊາຊົນອິດສະຣາເອນ ວ່າແມ່ນຫຍັງ ຄື ການບາບຂອງພວກເຂົາ.
\s5
\v 9 ຈົ່ງຟັງຂ້າພະເຈົ້າເທີ້ນ ບັນດາຜູ້ນາໍຊາດອິດສະຣາເອນ ເອີຍ ພວກເຈົ້າທີ່ກຽດຊັງຄວາມຍຸດຕິທາໍ ແລະ ປ່ຽນຖືກໃຫ້ເປັນຜິດ.
\v 10 ພວກເຈົ້າກາໍລັງສ້າງນະຄອນເຢຣູຊາເລັມ ນະຄອນຂອງພຣະເຈົ້າ ຢູ່ເທິງພື້ນຖານແຫ່ງຄາດຕະກໍາ ແລະ ຄວາມອະຍຸດຕິທໍາ.
\v 11 ພວກຜູ້ປົກຄອງເມືອງ ກໍປົກຄອງດ້ວຍເຫັນ ແກ່ສິນບົນ ພວກປະໂຣຫິດກໍແປກົດບັນຍັດດ້ວຍເຫັນແກ່ຄ່າຈ້າງລາງວັນ ພວກຜູ້ທາໍນວາຍກໍບອກນິມິດຂອງຕົນ ດ້ວຍເຫັນແກ່ເງິນ ແລະ ພວກເຂົາທຸກຄົນຕ່າງກໍອ້າງວ່າ ອົງພຣະຜູ້ເປັນເຈົ້າຢູ່ກັບພວກຕົນ ພວກເຂົາເວົ້າ ວ່າ, “ເຫດຮ້າຍໃດ ໆ ຈະບໍ່ມາຖືກພວກເຮົາດອກ ເພາະອົງພຣະຜູ້ເປັນເຈົ້າສະຖິດຢູ່ນາໍ ພວກເຮົາ.”
\s5
\v 12 ສະນັ້ນແຫລະ ເພາະພວກເຈົ້າ ພູເຂົາຊີໂອນ ຈະຖືກໄຖເໝືອນໄຖນາ ນະຄອນເຢຣູຊາເລັມ ຈະກາຍເປັນກອງສິ່ງຮົກຮ້າງເພພັງ ແລະ ເນີນພູບ່ອນທີ່ຕັ້ງພຣະວິຫານ ກໍຈະກາຍເປັນປ່າ.
\s5
\c 4
\p
\v 1 ໃນຍຸກຈະມາເຖິງ ພູໜ່ວຍທີ່ພຣະວິຫານຕັ້ງຢູ່ອາໄສ ຈະສູງກວ່າພູໜ່ວຍໃດ ໆ ທີ່ຕັ້ງຢູ່ທີ່ນັ້ນ. ພູໜ່ວຍນັ້ນຈະຢູ່ສູງກວ່າບັນດາພູເຂົາທັງປວງ ຫລາຍ ໆ ຊົນຊາດຈະຫລັ່ງໄຫລມາ ຍັງພູໜ່ວຍນີ້.
\s5
\v 2 ປະຊາຊົນຂອງພວກເຂົາ ເວົ້າວ່າ, “ໃຫ້ ພວກເຮົາຂຶ້ນໄປ ທີ່ເນີນພູຂອງອົງພຣະຜູ້ເປັນເຈົ້າ [ຊ] ສູ່ວິຫານຂອງພຣະເຈົ້າແຫ່ງຊາດ ອິດສະຣາເອນ ນັ້ນ. ເພາະພຣະອົງຈະສັ່ງສອນສິ່ງທີ່ຢາກໃຫ້ພວກເຮົາເຮັດຕາມ ພວກເຮົາຈະຍ່າງຕາມທາງທີ່ພຣະອົງໄດ້ເລືອກໄວ້. ຄໍາສັ່ງສອນຂອງອົງພຣະຜູ້ເປັນເຈົ້າ ມາແຕ່ນະຄອນເຢຣູຊາເລັມ ຈາກພູເຂົາ ຊີໂອນ ທີ່ຊົງກ່າວຕໍ່ປະຊາຊົນຂອງພຣະເຈົ້າ. ”
\v 3 ພຣະອົງຈະໄກ່ເກ່ຍ ນາ ໆ ຊາດທີ່ຜິດຖຽງກັນທ່າມກາງມະຫາອໍານາດ ທີ່ຢູ່ໄກ ແລະ ຢູ່ໃກ້. ພວກເຂົາຈະຕີດາບເປັນໝາກສົບໄຖ ແລະ ຕີຫອກເປັນມີດຕັດກິ່ງໄມ້. ຊົນຊາດທັງຫລາຍຈະບໍ່ເຮັດເສິກກັນອີກຕໍ່ໄປ ທັງຈະບໍ່ຕຽມເຮັດເສິກກັນອີກຈັກເທື່ອ.
\s5
\v 4 ທຸກ ໆ ຄົນຈະຢູ່ນາໍກັນຢ່າງສະຫງົບສຸກ ທ່າມກາງສວນອະງຸ່ນ ແລະ ຕົ້ນໝາກເດື່ອ ແລະບໍ່ມີຜູ້ໃດຈະເຮັດໃຫ້ພວກເຂົາຢ້ານກົວເລີຍ ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດຍິ່ງໃຫຍ່ໄດ້ກ່າວດັ່ງນີ້ແຫລະ.
\v 5 ແຕ່ລະ ຊົນຊາດ ຕ່າງກໍຂາບໄຫວ້ ແລະ ເຊື່ອຟັງນາມພະຂອງຕົນ, ແຕ່ພວກເຮົາຈະນະມັດສະການ ແລະ ເຊື່ອຟັງພຣະນາມຂອງອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຮົາຕະຫລອດໄປເປັນນິດ.
\s5
\v 6 ອົງພຣະຜູ້ເປັນເຈົ້າກ່າວ ວ່າ, “ເວລານັ້ນ ກໍາລັງມາເຖິງ ເມື່ອເຮົາຈະເຕົ້າໂຮມປະຊາຊົນ ທີ່ເຮົາໄດ້ລົງໂທດ ຄື ພວກທີ່ໄດ້ທົນທຸກທໍລະມານ ເພາະຕົກເປັນຊະເລີຍໃນຕ່າງຖິ່ນ.
\v 7 ພວກເຂົາເປັນຄົນຂາພິການ ແລະ ຢູ່ຫ່າງໄກຈາກເຮືອນ, ແຕ່ເຮົາຈະເຮັດໃຫ້ພວກເຂົາເລີ່ມຕົ້ນໃໝ່ ຈາກພວກທີ່ຍັງເຫລືອຢູ່ ແລະ ພວກເຂົາຈະກາຍເປັນຊົນຊາດທີ່ຍິ່ງໃຫຍ່. ເຮົາຈະປົກຄອງພວກເຂົາ ທີ່ພູເຂົາຊີໂອນ ແຕ່ເວລານັ້ນຈົນຕະຫລອດໄປເປັນນິດ. ”
\v 8 ນະຄອນເຢຣູຊາເລັມ ເອີຍ ເຈົ້າເປັນບ່ອນທີ່ພຣະເຈົ້າເຝົ້າເບິ່ງປະຊາຊົນຂອງ ພຣະອົງ ເໝືອນດັ່ງຄົນລ້ຽງແກະຜູ້ໜຶ່ງທີ່ເຝົ້າ ເບິ່ງຝູງແກະຂອງຕົນຢູ່ເທິງຫໍຄອຍ; ເຈົ້າຈະເປັນເມືອງເອກ ແຫ່ງຣາຊອານາຈັກອີກເທື່ອໜຶ່ງ ທີ່ເຈົ້າໄດ້ເຄີຍເປັນມາແລ້ວ.
\s5
\v 9 ເປັນຫຍັງ ເຈົ້າຈຶ່ງຮ້ອງສຽງແຮງແທ້? ເປັນຫຍັງ ເຈົ້າຈຶ່ງເຈັບປວດເໝືອນຍິງ ທີ່ກາໍລັງອອກລູກ? ບໍ່ແມ່ນເຈົ້າບໍ່ມີກະສັດປົກຄອງບໍ? ບັນດາທີ່ປຶກສາຂອງພວກເຈົ້າເດ ຕາຍໝົດແລ້ວບໍ?
\v 10 ປະຊາຊົນເຢຣູຊາເລັມ ເອີຍ ຈົ່ງບິດຕົວຮ້ອງຄວນຄາງ [ຍ] ດັ່ງຍິງທີ່ກາໍລັງອອກລູກສາ ເພາະວ່າບັດນີ້ ພວກເຈົ້າຈະຕ້ອງໜີຈາກເມືອງນີ້ ໄປອາໄສຢູ່ໃນທົ່ງນາ. ພວກເຈົ້າຈະຕ້ອງໄປຍັງນະຄອນ ບາບີໂລນ, ແຕ່ຢູ່ໃນທີ່ນັ້ນ ອົງພຣະຜູ້ເປັນເຈົ້າ ຈະຊ່ວຍພວກເຈົ້າໃຫ້ພົ້ນຈາກເຫລົ່າສັດຕູ.
\s5
\v 11 ມີຫລາຍຊົນຊາດໄດ້ເຕົ້າໂຮມກັນເພື່ອໂຈມຕີພວກເຈົ້າ ເຂົາເວົ້າວ່າ, “ນະຄອນເຢຣູຊາເລັມ ຕ້ອງຖືກທາໍລາຍ ພວກເຮົາຈະໄດ້ເຫັນເມືອງນີ້ ຮົກຮ້າງເພພັງ. ”
\v 12 ແຕ່ ຊົນຊາດເຫລົ່ານີ້ ບໍ່ຮູ້ຈັກຄວາມຄິດຂອງອົງພຣະຜູ້ເປັນເຈົ້າ ພວກເຂົາສໍານຶກບໍ່ໄດ້ເລີຍວ່າ ພຣະອົງໄດ້ວາງແຜນທ້ອນໂຮມ ເພື່ອເອົາພວກເຂົາມາລົງໂທດ ເຊັ່ນດຽວກັບໂຮມເອົາ ມັດເຂົ້າມາຟາດໃນລານ.
\s5
\v 13 ອົງພຣະຜູ້ເປັນເຈົ້າກ່າວ ວ່າ, “ປະຊາຊົນເຢຣູຊາເລັມ ເອີຍ ຈົ່ງໄປລົງໂທດ ເຫລົ່າສັດຕູຂອງພວກເຈົ້າສາ ເຮົາຈະເຮັດໃຫ້ ພວກເຈົ້າແຂງແຮງ ເໝືອນດັ່ງງົວກະທິງ ທີ່ມີເຂົາເປັນເຫລັກ ແລະ ມີກີບຕີນເປັນທອງສໍາຣິດ. ພວກເຈົ້າຈະຢຽບຢໍ່າທາໍລາຍຫລາຍ ຊົນຊາດໃຫ້ໝຸ່ນທະລາຍໄປ ເຮົາຈະມອບສິ່ງທີ່ໄດ້ມາຖວາຍແກ່ອົງພຣະຜູ້ເປັນເຈົ້າ ແລະ ຊັບສົມບັດຂອງພວກເຂົາໄດ້ມາຈາກການໃຊ້ກາໍລັງຢຶດເອົານັ້ນ ເຮົາຈະເອົາມາອຸທິດຖວາຍ ແກ່ພຣະເຈົ້າຢາເວ ແຫ່ງໂລກນີ້ທັງໝົດ.”
\s5
\c 5
\p
\v 1 ປະຊາຊົນເຢຣູຊາເລັມ ເອີຍ ຈົ່ງຮວບຮວມກາໍລັງຂອງພວກເຈົ້າສາ [ດ] ພວກເຮົາຖືກປິດລ້ອມແລ້ວ ພວກເຂົາກາໍລັງໂຈມຕີຜູ້ນາໍຂອງຊາດອິດສະຣາເອນ
\s5
\v 2 ອົງພຣະຜູ້ເປັນເຈົ້າກ່າວ ວ່າ, “ເບັດເລເຮັມ ເອຟະຣາທາ ເອີຍ ເຈົ້າເປັນເມືອງໜຶ່ງທີ່ນ້ອຍທີ່ສຸດໃນເມືອງທັງຫລາຍຂອງຢູດາຍ ແຕ່ເຮົາຈະໃຫ້ມີຜູ້ປົກຄອງຄົນໜຶ່ງອອກມາຈາກເຈົ້າ ສໍາລັບຊາດອິດສະຣາເອນ ຊຶ່ງໜໍ່ແນວເຊື້ອສາຍສືບມາ ຈາກສະໄໝເດີມ. ”
\v 3 ສະນັ້ນ ເພິ່ນຈຶ່ງມອບພວກເຂົາໃຫ້ເຫລົ່າສັດຕູຂອງພວກເຂົາ ຈົນ ເຖິງເວລາຍິງສາວ ທີ່ໃຫ້ກາໍເນີດມີລູກຊາຍຂອງຕົນ. ແລ້ວບັນດາພວກພີ່ນ້ອງທີ່ໄດ້ຖືກຈັບໄປເປັນຊະເລີຍໃນຕ່າງຖິ່ນນັ້ນ ກໍຈະມາທ້ອນໂຮມກັນກັບປະຊາຊົນຂອງພວກເຂົາເອງ.
\s5
\v 4 ເວລາຜູ້ນັ້ນມາ ເພິ່ນຈະປົກຄອງປະຊາຊົນຂອງເພິ່ນດ້ວຍກາໍລັງຊຶ່ງມາຈາກອົງພຣະຜູ້ເປັນເຈົ້າ ແລະດ້ວຍສະຫງ່າຣາສີ ແຫ່ງພຣະນາມຂອງອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງຕົນ. ປະຊາຊົນຂອງພຣະອົງຈະຢູ່ຢ່າງປອດໄພ ເພາະປະຊາຊົນໝົດທັງໂລກຈະຮັບຮູ້ຄວາມຍິ່ງໃຫຍ່ຂອງເພິ່ນ
\v 5 ແລະເພິ່ນຈະນາໍສັນຕິສຸກມາໃຫ້. ເມື່ອພວກ ອັດຊີເຣຍ ຮຸກຮານປະເທດຂອງພວກເຮົາ ແລະທໍາລາຍບ່ອນປ້ອງກັນຂອງພວກເຮົານັ້ນ ພວກເຮົາຈະສົ່ງພວກຜູ້ນາໍທີ່ເຂັ້ມແຂງທີ່ສຸດ ອອກໄປສູ້ຮົບພວກເຂົາ.
\s5
\v 6 ພວກເຂົາຈະຕີຊະນະ ອັດຊີເຣຍ ຄືດິນແດນຂອງ ນີມໂຣດ ດ້ວຍກາໍລັງອາວຸດ; ແລະ ເຂົາ [ຕ] ຈະຊ່ວຍພວກເຮົາໃຫ້ພົ້ນຈາກພວກອັດຊີເຣຍ ເມ່ື່ອພວກເຂົາຮຸກຮານດິນແດນຂອງພວກເຮົາ.
\v 7 ປະຊາຊົນອິດສະຣາເອນ ຜູ້ທີ່ລອດຊີວິດມາໄດ້ກໍຈະ ເປັນດັ່ງນາໍ້ຄ້າງອັນສົດຊື່ນ ທີ່ອົງພຣະຜູ້ເປັນເຈົ້າສົ່ງລົງມາສໍາລັບຫລາຍຊົນຊາດ ເໝືອນຫ່າຝົນທີ່ຕົກເທິງພືດພັນ ທີ່ຫາກໍ່ພວມປົ່ງໃໝ່. ພວກເຂົາຈະອາໄສພຣະເຈົ້າ ແຕ່ບໍ່ແມ່ນອາໄສມະນຸດ.
\s5
\v 8 ພວກເຂົາທີ່ຖືກປະໄວ້ຢູ່ໃນທ່າມກາງ ຊົນຊາດທັງຫລາຍ ກໍຈະເປັນດັ່ງສິງໂຕໜຶ່ງ ທີ່ກາໍລັງຊອກຫາອາຫານໃນປ່າ ຫລື ຕາມທົ່ງຫຍ້າ: ມັນເຂົ້າໄປຄຸບເອົາແກະຢູ່ໃນຝູງ ແລະ ຈີກເປັນຕ່ອນ ໆ ແລະ ຄວາມຫວັງໃດ ໆ ທີ່ຈະຊ່ວຍກູ້ເອົາກໍບໍ່ມີ.
\v 9 ຊາດອິດສະຣາເອນ ຈະຕີຊະນະເຫລົ່າສັດຕູຂອງຕົນ ແລະ ຈະທາໍລາຍພວກເຂົາໃຫ້ດັບກ້ຽງ.
\s5
\v 10 ອົງພຣະຜູ້ເປັນເຈົ້າກ່າວ ວ່າ, “ໃນເວລານັ້ນ ເຮົາຈະເອົາມ້າທັງຫລາຍຂອງ ພວກເຈົ້າໜີໄປ ແລະ ທັງຈະທໍາລາຍລົດຮົບ ຂອງພວກເຈົ້າດ້ວຍ.
\v 11 ເຮົາຈະທາໍລາຍ ເມືອງທັງຫລາຍໃນດິນແດນຂອງພວກເຈົ້າ ແລະ ທັບມ້າງຄ້າຍປ້ອງກັນທັງໝົດຂອງພວກເຈົ້າ.
\s5
\v 12 ເຮົາຈະທາໍລາຍເຄື່ອງແຄ້ວ ຂອງຄົງ ອັນວິເສດທີ່ພວກເຈົ້າໃຊ້ນັ້ນ ແລະຈະບໍ່ໃຫ້ມີໝໍມໍອີກຕໍ່ໄປ.
\v 13 ເຮົາຈະທາໍລາຍບັນດາ ຮູບເຄົາຣົບ ແລະ ເສົາຫິນສັກສິດທັງຫລາຍ; ພວກເຈົ້າຈະບໍ່ໄດ້ຂາບໄຫວ້ສິ່ງຕ່າງ ໆ ທີ່ພວກເຈົ້າໄດ້ເຮັດຂຶ້ນມານັ້ນ ອີກຕໍ່ໄປ.
\v 14 ເຮົາຈະຖອນຮູບຕ່າງ ໆ ຂອງເຈົ້າແມ່ອາເຊຣາ ໃນດິນແດນຂອງພວກເຈົ້າຖິ້ມ ແລະ ຈະທາໍລາຍເມືອງຕ່າງ ໆ ຂອງພວກເຈົ້າ ອີກດ້ວຍ.
\v 15 ແລະ ດ້ວຍຄວາມໂກດຮ້າຍອັນໃຫຍ່ຂອງເຮົາ ເຮົາຈະແກ້ແຄ້ນຊົນຊາດ ທັງຫລາຍທີ່ບໍ່ເຊື່ອຟັງເຮົາ.”
\s5
\c 6
\p
\v 1 ຈົ່ງຟັງອົງພຣະຜູ້ເປັນເຈົ້າ ສູ້ຄວາມກັບຊາດອິດສະຣາເອນ. ຈົ່ງລຸກຂຶ້ນເຖີດ ແລະ ສະເໜີຄະດີຂອງພຣະອົງ; ໃຫ້ພູແລະເນີນພູ ທັງຫລາຍຟັງພຣະອົງກ່າວ.
\v 2 ພູເຂົາທັງຫລາຍເອີຍ ເຈົ້າຊຶ່ງເປັນຮາກຖານອັນຕະຫລອດໄປຂອງແຜ່ນດິນໂລກນີ້ ຈົ່ງຟັງຄະດີຂອງອົງພຣະຜູ້ເປັນເຈົ້າເຖີດ ອົງພຣະຜູ້ເປັນເຈົ້າມີຄະດີຕໍ່ສູ້ປະຊາຊົນຂອງພຣະອົງ. ພຣະອົງກາໍລັງກ່າວໂທດ ຕໍ່ສູ້ປະຊາຊົນອິດສະຣາເອນ.
\s5
\v 3 ອົງພຣະຜູ້ເປັນເຈົ້າກ່າວ ວ່າ, “ປະຊາຊົນ ຂອງເຮົາເອີຍ ເຮົາໄດ້ກະທາໍຫຍັງແດ່ໃຫ້ແກ່ ພວກເຈົ້າ? ເຮົາໄດ້ວາງພາລະໜັກອັນໃດແດ່ ໃຫ້ແກ່ພວກເຈົ້າ? ຈົ່ງຕອບເຮົາມາເບິ່ງ.
\v 4 ເຮົາໄດ້ນໍາພວກເຈົ້າ ອອກມາຈາກປະເທດ ເອຢິບ; ເຮົາໄດ້ກອບກູ້ເອົາພວກເຈົ້າໃຫ້ອອກ ມາຈາກການເປັນທາດຮັບໃຊ້ ເຮົາໄດ້ໃຊ້ໂມເຊ, ອາໂຣນ ແລະ ມີຣີອາມ ໃຫ້ນາໍພາພວກເຈົ້າ.
\v 5 ປະຊາຊົນຂອງເຮົາເອີຍ ຈົ່ງລະນຶກເຖິງສິ່ງທີ່ກະສັດ ບາຫລາກ ແຫ່ງໂມອາບ ໄດ້ວາງແຜນຕໍ່ສູ້ພວກເຈົ້າ ແລະ ບາລາອາມ ລູກຊາຍຂອງເບອໍ ໄດ້ຕອບເພິ່ນວ່າຢ່າງໃດ. ຈົ່ງລະນຶກເຖິງເຫດການຕ່າງ ໆ ທີ່ໄດ້ເກີດຂຶ້ນຕາມທາງ ແຕ່ຄ້າຍພັກທີ່ ອາກາເຊຍ ຫາ ກິນການ. ຈົ່ງລະນຶກເຖິງ ສິ່ງເຫລົ່ານີ້ ແລະ ພວກເຈົ້າກໍຈະສໍານຶກເຖິງສິ່ງທີ່ເຮົາໄດ້ເຮັດ ເພື່ອຊ່ວຍຊີວິດຂອງພວກເຈົ້າ.”
\s5
\v 6 ເມື່ອຂ້າພະເຈົ້າມານະມັດສະການອົງພຣະຜູ້ເປັນເຈົ້າ ແລະ ກົ້ມຂາບຕໍ່ໜ້າພຣະເຈົ້າແຫ່ງຟ້າສະຫວັນ ຂ້າພະເຈົ້າຈະເອົາ ຫຍັງມາຖວາຍແກ່ພຣະອົງ? ຂ້າພະເຈົ້າຈະນາໍເອົາລູກງົວໂຕຕຸ້ຍພີດີທີ່ສຸດ ມາເຜົາເປັນເຄື່ອງບູຊາຖວາຍແກ່ພຣະອົງບໍ?
\v 7 ອົງພຣະຜູ້ເປັນເຈົ້າຈະພໍໃຈບໍ ຖ້າຂ້າພະເຈົ້ານາໍ ແກະພັນໂຕ ຫລື ນາໍ້ມັນໝາກກອກເທດ ອັນບໍ່ໝົດເປັນຈັກເທື່ອມາຖວາຍແກ່ພຣະອົງ? ຂ້າພະເຈົ້າຄວນຈະຖວາຍລູກກົກ ແກ່ພຣະອົງເພື່ອເປັນຄ່າໄຖ່ການບາບຂອງຂ້າພະເຈົ້າບໍ?
\v 8 ບໍ່ແມ່ນດອກ ອົງພຣະຜູ້ເປັນເຈົ້າໄດ້ບອກພວກເຮົາວ່າ ແມ່ນຫຍັງເປັນ ສິ່ງທີ່ດີ. ສິ່ງທີ່ພຣະອົງຕ້ອງການຈາກພວກເຮົານັ້ນ ແມ່ນດັ່ງນີ້: ເຮັດສິ່ງທີ່ຖືກຕ້ອງ, ສະແດງຄວາມຮັກອັນໝັ້ນຄົງ ແລະ ໃຊ້ຊີວິດໃນຄວາມສາມັກຄີທາໍກັບພຣະເຈົ້າຂອງພວກເຮົາ ດ້ວຍຄວາມຖ່ອມໃຈ.
\s5
\v 9 ການຢໍາເກງອົງພຣະຜູ້ເປັນເຈົ້າ ເປັນການສະຫລາດ. ພຣະອົງຮ້ອງໃສ່ເມືອງນັ້ນວ່າ, “ຈົ່ງຟັງເທີ້ນ ພວກເຈົ້າປະຊາຊົນທີ່ປະຊຸມກັນຢູ່ໃນເມືອງ [ຖ]
\v 10 ໃນເຮືອນຂອງ ຄົນຊົ່ວມີຊັບສົມບັດຫລາຍຢ່າງ ຊຶ່ງພວກເຂົາ ໄດ້ມາໃນທາງບໍ່ສັດຊື່. ພວກເຂົາໃຊ້ຕາຊິງປອມ ເປັນສິ່ງທີ່ເຮົາກຽດຊັງ. [ທ]
\s5
\v 11 ເຮົາຈະຍົກໂທດໃຫ້ແກ່ຜູ້ໃຊ້ຕາຊັ່ງ ແລະ ຕາຊິງປອມໄດ້ບໍ?
\v 12 ພວກເຈົ້າຄົນ ຮັ່ງມີຫາຜົນປະໂຫຍດ ນາໍຄົນຍາກຈົນ ແລະ ພວກເຈົ້າທຸກຄົນລ້ວນແຕ່ເປັນຄົນຂີ້ຕົວະ.
\s5
\v 13 ສະນັ້ນ ເຮົາຈຶ່ງໄດ້ລົງມື [ນ] ເຮັດໃຫ້ ພວກເຈົ້າເຖິງຄວາມພິນາດ ແລະ ຄວາມຈິບຫາຍ ຍ້ອນພວກເຈົ້າເຮັດບາບ.
\v 14 ພວກເຈົ້າຈະກິນ ແຕ່ຈະບໍ່ຮູ້ອີ່ມ ຕາມຄວາມຈິງແລ້ວ ພວກເຈົ້າຍັງຈະຫິວຢູ່ເລື້ອຍ ໆ. ພວກເຈົ້າຈະໄດ້ສິ່ງຂອງຫລາຍຢ່າງມາ ແຕ່ພວກເຈົ້າຈະທ້ອນໂຮມໄວ້ບໍ່ໄດ້; ທຸກສິ່ງທີ່ພວກເຈົ້າຈະສະສົມໄວ້ ເຮົາຈະທາໍລາຍສິ່ງນັ້ນ ດ້ວຍໄພສົງຄາມ.
\v 15 ພວກເຈົ້າຈະຫວ່ານເມັດພືດ ແຕ່ພວກເຈົ້າຈະບໍ່ໄດ້ເກັບກ່ຽວ. ພວກເຈົ້າຈະບີບເອົານໍ້າມັນຈາກ ໝາກກອກເທດ ແຕ່ຈະບໍ່ໄດ້ໃຊ້ມັນ. ພວກເຈົ້າຈະເຮັດເຫລົ້າອະງຸ່ນ ແຕ່ຈະບໍ່ໄດ້ດື່ມມັນ.
\s5
\v 16 ເຫດການນີ້ຈະເກີດຂຶ້ນ ເພາະພວກເຈົ້າໄດ້ເຮັດຊົ່ວຕາມກະສັດ ອົມຣິ ແລະ ກະສັດ ອາຮາບ ລູກຊາຍຂອງເພິ່ນ. ພວກເຈົ້າໄດ້ສືບຕໍ່ເຮັດຕາມກົດເກນຕ່າງ ໆ ຂອງພວກເຂົາ; ສະນັ້ນແຫລະ ເຮົາຈຶ່ງຈະນາໍພວກເຈົ້າໄປສູ່ຄວາມຈິບຫາຍ ແລະ ທຸກຄົນຈະດູຖູກພວກເຈົ້າ. ປະຊາຊົນ [ບ] ທຸກບ່ອນຈະເຮັດຕໍ່ພວກເຈົ້າ ດ້ວຍຄວາມຫຍໍ້ຫຍັນ. [ປ]
\s5
\c 7
\p
\v 1 ໝົດຫວັງສາແລ້ວ ຂ້າພະເຈົ້າເປັນດັ່ງຄົນອຶດຫິວຜູ້ໜຶ່ງ ທີ່ຫາໝາກໄມ້ລະດູຮ້ອນກິນ ແຕ່ບໍ່ພົບ ແລະ ໝາກອະງຸ່ນໃນສວນກໍບໍ່ມີເລີຍ. ໝາກອະງຸ່ນ ແລະ ໝາກເດື່ອໄດ້ຖືກເກັບໄປໝົດສາແລ້ວ.
\v 2 ຢູ່ໃນດິນແດນບໍ່ມີຄົນສຸດຈະຣິດເຫລືອຢູ່ເລີຍ ບໍ່ມີຈັກຄົນດຽວທີ່ສັດຊື່ຕໍ່ພຣະເຈົ້າ. ທຸກຄົນຕ່າງກໍຫາໂອກາດ ເພື່ອຂ້າຟັນລັນແທງ ຊຶ່ງກັນແລະກັນ ທຸກຄົນ ຕ່າງກໍຕາມລ່າພີ່ນ້ອງຮ່ວມຊາດຂອງຕົນເອງ.
\s5
\v 3 ພວກເຂົາລ້ວນແຕ່ເປັນນັກຊ່ຽວຊານໃນ ການເຮັດຊົ່ວ. ບັນດາເຈົ້າໜ້າທີ່ ແລະຜູ້ຕັດສິນຄວາມກໍຖາມຫາສິນບົນ. ຄົນທີ່ມີອິດທິພົນ ກໍເອີ່ຍເຖິງສິ່ງທີ່ຕົນຕ້ອງການ; ສະນັ້ນແຫລະ ພວກເຂົາຈຶ່ງວາງອຸບາຍໃສ່ກັນແລະກັນ. [ຜ]
\v 4 ແມ່ນແຕ່ຄົນດີ ແລະ ຄົນ ສຸດຈະຣິດ ກວ່າໝູ່ໃນພວກເຂົາ ກໍເປັນດັ່ງກໍໜາມ. ວັນແຫ່ງການລົງໂທດຂອງພວກເຈົ້າ ມາເຖິງແລ້ວ ຊຶ່ງປະກາດໂດຍຜູ້ເຝົ້າຍາມ ຄື ຜູ້ທາໍນວາຍ. ບັດນີ້ພວກເຂົາກາໍລັງສັບສົນ ວຸ້ນວາຍ.
\s5
\v 5 ຢ່າເຊື່ອເພື່ອນບ້ານ ຫລື ໄວ້ໃຈເພື່ອນມິດຂອງຕົນ. ຈົ່ງລະວັງໃນສິ່ງທີ່ພວກເຈົ້າ ເວົ້າແມ່ນແຕ່ກັບເມຍຂອງພວກເຈົ້າກໍດີ.
\v 6 ໃນຍາມນີ້ແຫລະ ລູກຊາຍຈະດູຖູກ ພໍ່ຂອງຕົນວ່າ ໂງ່ຈ້າ; ລູກສາວກໍຈະຕໍ່ສູ້ແມ່ຂອງຕົນ ແລະລູກໃພ້ຈະຕໍ່ສູ້ແມ່ຍ່າຂອງຕົນ; ແມ່ນແຕ່ ສະມາຊິກຢູ່ໃນຄອບຄົວດຽວກັນ ກໍຈະກາຍເປັນສັດຕູກັນ.
\s5
\v 7 ແຕ່ຂ້າພະເຈົ້າຈະເຝົ້າຄອງຄອຍຫາອົງ ພຣະຜູ້ເປັນເຈົ້າ; ຂ້າພະເຈົ້າຈະລໍຖ້າພຣະເຈົ້າ ຜູ້ຈະຊ່ວຍຂ້າພະເຈົ້າໃຫ້ພົ້ນດ້ວຍ ຄວາມເຊື່ອໝັ້ນຕາຍໃຈ. ພຣະເຈົ້າຂອງຂ້າພະເຈົ້າຈະຟັງຂ້າພະເຈົ້າ.
\v 8 ເຫລົ່າສັດ ຕູຂອງພວກເຮົາ ບໍ່ມີເຫດຜົນຫຍັງທີ່ຈະເຍາະເຍີ້ຍພວກເຮົາ. ພວກເຮົາລົ້ມລົງແຕ່ຈະ ລຸກຂຶ້ນໃໝ່. ເວລານີ້ພວກເຮົາຢູ່ໃນຄວາມມືດ ແຕ່ອົງພຣະຜູ້ເປັນເຈົ້າຈະໃຫ້ຄວາມສະຫວ່າງ ແກ່ພວກເຮົາ.
\s5
\v 9 ພວກເຮົາໄດ້ເຮັດບາບຕໍ່ສູ້ອົງພຣະຜູ້ເປັນເຈົ້າ; ດັ່ງນັ້ນ ບັດນີ້ພວກເຮົາຈຶ່ງຕ້ອງ ຍອມອົດທົນຕໍ່ຄວາມໂກດຮ້າຍຂອງພຣະອົງ ຊົ່ວໄລຍະໜຶ່ງ, ແຕ່ໃນທີ່ສຸດ ພຣະອົງຈະປ້ອງກັນພວກເຮົາໄວ້ ແລະ ເຮັດໃຫ້ຜູ້ທີ່ກ່າວ ຜິດຕໍ່ພວກເຮົານັ້ນ ພ່າຍແພ້ຄະດີໄປ. ພຣະອົງຈະນາໍພວກເຮົາ ມາສູ່ແສງສະຫວ່າງ ແລະ ພວກເຮົາກໍຈະມີຊີວິດຢູ່ຈົນເຫັນພຣະອົງຊ່ວຍຊູພວກເຮົາໃຫ້ພົ້ນ.
\s5
\v 10 ແລ້ວເຫລົ່າສັດຕູຂອງພວກເຮົາ ກໍຈະເຫັນສິ່ງນີ້ ແລະໄດ້ຮັບຄວາມອັບອາຍຂາຍໜ້າ ຄື ເຫລົ່າສັດຕູຜູ້ດຽວກັນທີ່ເວົ້າທັບຖົມ ພວກເຮົາວ່າ, “ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ ຂອງພວກເຈົ້ານັ້ນຢູ່ໃສ? ” ພວກເຮົາຈະເຫັນ ພວກເຂົາພ່າຍແພ້ ຖືກຢຽບຢໍ່າລົງ [ຝ] ເໝືອນ ດັ່ງຢຽບຂີ້ຕົມຕາມຖະໜົນຫົນທາງ.
\s5
\v 11 ປະຊາຊົນເຢຣູຊາເລັມ ເອີຍ ເວລາທີ່ຈະສ້າງກາໍແພງເມືອງຂຶ້ນໃໝ່ ກາໍລັງມາຮອດ. ໃນເວລານັ້ນ ເຂດແດນຂອງພວກເຈົ້າຈະຂະຫຍາຍອອກໄປ.
\v 12 ປະຊາຊົນ ຂອງພວກເຈົ້າຈະກັບຄືນມາຫາເຈົ້າ ຈາກທຸກຫົນທຸກແຫ່ງ ຄື ຈາກ ອັດຊີເຣຍ ທາງທິດຕາເວັນອອກ, ຈາກປະເທດເອຢິບ ທາງທິດໃຕ້, ຈາກຂົງເຂດຂອງແມ່ນາໍ້ ເອີຟຣັດ, ຈາກ ທະເລ ແລະ ພູເຂົາຕ່າງ ໆ ທີ່ຫ່າງໄກ.
\v 13 ແຕ່ແຜ່ນດິນໂລກ ຈະກາຍເປັນຖິ່ນແຫ້ງແລ້ງ ກັນດານ ຍ້ອນຄວາມຊົ່ວຂອງຄົນທີ່ອາໄສຢູ່ໃນທີ່ນັ້ນ.
\s5
\v 14 ໂຜດໃຊ້ຄ້ອນເທົ້າຂອງພຣະອົງ ລ້ຽງປະຊາຊົນຂອງພຣະອົງ ດ້ວຍເຖີດ ຄື ປະຊາຊົນທີ່ເປັນຂອງພຣະອົງພວກດຽວໃນປ່າ. ໃນອ້ອມແອ້ມພວກເຂົານັ້ນມີດິນດີ. ໂຜດ ປ່ອຍໃຫ້ພວກເຂົາໄປ ແລະ ລ້ຽງພວກເຂົາ ໃນທົ່ງຫຍ້າຂອງເມືອງ ບາຊານ ແລະ ກີເລອາດ ດັ່ງໃນຄາວກ່ອນແຕ່ດົນນານມາແລ້ວ.
\v 15 ໂຜດເຮັດການອັດສະຈັນສໍາລັບ ພວກຂ້ານ້ອຍ ທັງຫລາຍດ້ວຍເຖີດ [ພ] ດັ່ງທີ່ພຣະອົງໄດ້ເຮັດຄາວທີ່ພຣະອົງໄດ້ນາໍພາພວກຂ້ານ້ອຍທັງຫລາຍ ອອກມາຈາກປະເທດເອຢິບ.
\s5
\v 16 ແລ້ວຊົນຊາດທັງຫລາຍກໍຈະເຫັນເຫດການນີ້ ແລະຈະອັບອາຍຂາຍໜ້າ ເຖິງແມ່ນວ່າພວກເຂົາຈະມີກາໍລັງອັນຫລວງຫລາຍກໍຕາມ ດ້ວຍການຕົກຕະລຶງພວກເຂົາຈະງັບປາກແລະອັດຫູໄວ້.
\v 17 ພວກເຂົາຈະລິເລືອໄປ ຕາມຂີ້ຝຸ່ນດິນເໝືອນດັ່ງງູ; ພວກເຂົາຈະອອກມາຈາກປ້ອມ ປ້ອງກັນ ທັງຢ້ານກົວຈົນສັ່ນເຊັນ. ພວກເຂົາ ຈະກັບມາຫາອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຮົາ ດ້ວຍຄວາມຢໍາເກງ.
\s5
\v 18 ບໍ່ມີພະຕົນໃດ ເໝືອນພຣະອົງ; ພຣະອົງຍົກການບາບ ປະຊາຊົນຂອງພຣະອົງຜູ້ທີ່ລອດຊີວິດມາໄດ້. ພຣະອົງຈະບໍ່ໂກດຮ້າຍຕະຫລອດໄປ, ແຕ່ພຣະອົງຍິນດີ ໂດຍສໍາແດງຄວາມຮັກອັນໝັ້ນຄົງຂອງພຣະອົງແກ່ພວກຂ້ານ້ອຍ.
\s5
\v 19 ພຣະອົງຍັງຈະເມດຕາ ພວກຂ້ານ້ອຍ ອີກເທື່ອໜຶ່ງ. ພຣະອົງຈະຢຽບຢໍ່າການບາບ ຕ່າງ ໆ ຂອງພວກຂ້ານ້ອຍລົງໃຕ້ຕີນຂອງ ພຣະອົງ ແລະ ໂຍນລົງໄປໃນພື້ນທະເລເລິກ
\v 20 ພຣະອົງຈະສໍາແດງຄວາມສັດຊື່ ແລະ ຄວາມຮັກອັນໝັ້ນຄົງຂອງພຣະອົງ ແກ່ປະຊາຊົນຂອງພຣະອົງ ຄື ຕໍ່ເຊື້ອສາຍຂອງອັບຣາຮາມ ແລະ ຢາໂຄບ ດັ່ງທີ່ພຣະອົງໄດ້ສັນຍາໄວ້ກັບປູ່ຍ່າຕາຍາຍຂອງພວກຂ້ານ້ອຍ ແຕ່ດົນນານມາແລ້ວ.