lo_bible/32-JON.usfm

108 lines
20 KiB
Plaintext

\id JON
\ide UTF-8
\h ພ​ຣະ​ທຳ ໂຢ​ນາ
\toc1 ພ​ຣະ​ທຳ ໂຢ​ນາ
\toc2 ພ​ຣະ​ທຳ ໂຢ​ນາ
\toc3 jon
\mt ພ​ຣະ​ທຳ ໂຢ​ນາ
\s5
\c 1
\p
\v 1 ມື້ໜຶ່ງ ອົງພຣະຜູ້ເປັນເຈົ້າໄດ້ກ່າວແກ່ ໂຢນາ ລູກຊາຍຂອງ ອາມິດໄຕ
\v 2 ວ່າ, “ຈົ່ງໄປຍັງ ນີເນເວ ເມືອງໃຫຍ່ ແລະ ກ່າວຕໍ່ສູ້ເມືອງນີ້ ເຮົາຮູ້ວ່າປະຊາຊົນໃນເມືອງນີ້ ປະພຶດຊົ່ວຊ້າສໍ່າໃດ. ”
\v 3 ແຕ່ ໂຢນາ ກັບໄປທາງທາຣາສິດ ເພື່ອຫລົບໜີຈາກອົງພຣະຜູ້ເປັນເຈົ້າ. ເພິ່ນໄດ້ໄປຍັງເມືອງຢົບປາ ທີ່ນັ້ນ ເພິ່ນໄດ້ພົບເຮືອລໍາໜຶ່ງພວມຈະໄປຍັງ ທາຣາສິດ. ເພິ່ນຈຶ່ງຈ່າຍຄ່າໂດຍສານ ແລະ ລົງເຮືອກັບພວກລູກເຮືອ, ແລ້ວກໍອອກເດີນທາງໄປຍັງ ທາຣາສິດ ເພື່ອຫລົບໜີຈາກອົງພຣະຜູ້ເປັນເຈົ້າ.
\s5
\v 4 ແຕ່ອົງພຣະຜູ້ເປັນເຈົ້າໄດ້ບັນດານໃຫ້ ເກີດລົມພະຍຸໃຫຍ່ພັດຜ່ານທະເລມາ ແລະ ພັດແຮງທີ່ສຸດ ຈົນເຮືອຢູ່ໃນອັນຕະລາຍເກືອບຈະແຕກ.
\v 5 ບັນດາລູກເຮືອ ຈຶ່ງເກີດສະທ້ານຢ້ານກົວຫລາຍ ແລະ ຕ່າງກໍຮ້ອງຂໍ ພຣະຂອງຕົນໃຫ້ຊ່ວຍເຫລືອ. ຕໍ່ມາ ເພື່ອເຮັດໃຫ້ເຮືອຫລຸດຜ່ອນຈາກອັນຕະລາຍ [ກ] ພວກເຂົາຈຶ່ງໂຍນສິນຄ້າ ທີ່ໄດ້ບັນທຸກມານັ້ນ [ຂ] ຖິ້ມລົງໃນທະເລ. ໃນຂະນະດຽວກັນນັ້ນ ໂຢນາ ກໍລົງໄປນອນຫລັບສະໜິດຢູ່ໃນທ້ອງເຮືອ.
\s5
\v 6 ນາຍເຮືອໄດ້ພົບເພິ່ນທີ່ນັ້ນ ແລະ ເວົ້າຕໍ່ ເພິ່ນວ່າ, “ເຈົ້າມົວນອນຫລັບຢູ່ເຮັດຫຍັງ? ຈົ່ງລຸກຂຶ້ນ ແລະ ຮ້ອງຫາພຣະຂອງເຈົ້າ ໃຫ້ຊ່ວຍເຫລືອ. ບາງທີເພິ່ນອາດຈະເຫັນໃຈພວກເຮົາ ແລະ ໃຫ້ພວກເຮົາລອດຕາຍກໍໄດ້. ”
\v 7 ພວກລູກເຮືອ ໄດ້ເວົ້າຕໍ່ກັນແລະກັນວ່າ, “ໃຫ້ພວກເຮົາໃຊ້ສະຫລາກ ແລະ ຫາ ຕົວຜູ້ທີ່ເຮັດໃຫ້ພວກເຮົາຕ້ອງຕົກຢູ່ໃນອັນຕະລາຍ ເຊັ່ນນີ້. ” ພວກເຂົາຈຶ່ງໃຊ້ສະຫລາກ ແລະ ສະຫລາກນັ້ນກໍຕົກຖືກຊື່ ໂຢນາ.
\s5
\v 8 ສະນັ້ນ ພວກເຂົາຈຶ່ງເວົ້າຕໍ່ເພິ່ນວ່າ, “ບັດນີ້ ຈົ່ງບອກໃຫ້ພວກເຮົາຮູ້ສາ ເຈົ້າເປັນຜູ້ເຮັດຜິດໃນເລື່ອງນີ້ບໍ? ເຈົ້າມາເຮັດຫຍັງ ຢູ່ໃນທີ່ນີ້? ເຈົ້າມາຈາກປະເທດໃດ? ເຈົ້າເປັນຄົນສັນຊາດໃດ? ”
\v 9 ໂຢນາ ຕອບວ່າ, “ຂ້ອຍເປັນຄົນເຮັບເຣີ ຂ້ອຍນະມັດສະການອົງພຣະ ຜູ້ເປັນເຈົ້າ ພຣະເຈົ້າຂອງຟ້າສະຫວັນ ຜູ້ໄດ້ສ້າງນໍ້າທະເລ ແລະ ແຜ່ນດິນໂລກ. ”
\v 10 ໂຢນາ ໄດ້​ເວົ້າ​ສູ່​ພວກ​ເຂົາ​ຟັງ​ຕໍ່​ໄປ​ວ່າ ຕົນ​ໄດ້​ປົບ​ໜີ​ຈາກ​ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ. ແລ້ວ​ພວກ​ລູກ​ເຮືອ​ຕ່າງ​ກໍ​ເກີດ​ສະ​ທ້ານ​ຢ້ານ​ກົວ ແລະ​ເວົ້າ​ຕໍ່​ເພິ່ນ​ວ່າ, "ແມ່ນ​ຄວາມ​ຜິດ​ທີ່​ຮ້າຍ​ແຮງ​ຫລາຍ​ແທ້ ໆ." [ຄ]
\s5
\v 11 ສ່ວນລົມພະຍຸ ກໍຍິ່ງພັດແຮງຂຶ້ນເລື້ອຍ ໆ. ດັ່ງນັ້ນ ພວກລູກເຮືອຈຶ່ງຖາມເພິ່ນວ່າ, “ເຮົາຄວນຈະເຮັດແນວໃດກັບເຈົ້າ ເພື່ອລົມພະຍຸຈະສະຫງົບລົງ? ”
\v 12 ໂຢນາ ຈຶ່ງຕອບ ວ່າ, “ຈົ່ງໂຍນຂ້ອຍລົງໃນທະເລ ແລະ ລົມພະຍຸກໍຈະສະຫງົບລົງ. ຂ້ອຍຮູ້ວ່າ ລົມພະຍຸ ອັນຮ້າຍແຮງນີ້ ໄດ້ເກີດຂຶ້ນ ເພາະຂ້ອຍເຮັດຜິດ. ”
\v 13 ແຕ່ບັນດາລູກເຮືອ ຊໍ້າພະຍາຍາມແລ່ນເຮືອເຂົ້າຕາຝັ່ງ ແລະ ຕ່າງກໍ ພາຍເຮືອຈົນສຸດກາໍລັງຂອງຕົນ, ແຕ່ກໍບໍ່ສໍາເລັດ ເພາະລົມພະຍຸຍິ່ງພັດແຮງຂຶ້ນເລື້ອຍ ໆ.
\s5
\v 14 ດັ່ງນັ້ນ ພວກເຂົາຈຶ່ງຮ້ອງໄຫວ້ວອນຕໍ່ ອົງພຣະຜູ້ເປັນເຈົ້າ ວ່າ, “ໂອ ຂ້າແດ່ອົງພຣະ ຜູ້ເປັນເຈົ້າ ຢ່າໃຫ້ພວກຂ້ານ້ອຍຕ້ອງຕາຍ ຍ້ອນຂ້າຄົນຜູ້ນີ້ ໂອ ອົງພຣະຜູ້ເປັນເຈົ້າເອີຍ ພຣະອົງເອງເປັນຜູ້ຮັບຜິດຊອບສິ່ງທັງໝົດນີ້ ເພາະແມ່ນພຣະອົງທີ່ໃຫ້ເຫດການນີ້ເກີດຂຶ້ນ. ”
\v 15 ແລ້ວພວກເຂົາກໍຈັບ ໂຢນາ ໂຍນລົງທະເລ ແລະ ລົມພະຍຸຈຶ່ງສະຫງົບລົງ ທັນທີ.
\v 16 ເຫດການເຊັ່ນນີ້ ໄດ້ເຮັດໃຫ້ບັນດາລູກເຮືອ ຢ້ານຢໍາອົງພຣະຜູ້ເປັນເຈົ້າ ຫລາຍທີ່ສຸດ ຈົນພວກເຂົາຖວາຍເຄື່ອງບູຊາ ແກ່ອົງພຣະຜູ້ເປັນເຈົ້າ ແລະ ສັນຍາວ່າຈະ ຮັບໃຊ້ພຣະອົງ.
\s5
\v 17 ອົງພຣະຜູ້ເປັນເຈົ້າໄດ້ສັ່ງປາໃຫຍ່ ໂຕໜຶ່ງໃຫ້ມາກືນກິນ ໂຢນາ ແລະ ເພິ່ນກໍຢູ່ໃນທ້ອງປາ ເປັນເວລາສາມວັນສາມຄືນ.
\s5
\c 2
\p
\v 1 ໃນຂະນະທີ່ ໂຢນາ ຢູ່ໃນທ້ອງປານັ້ນ ເພິ່ນກໍໄດ້ພາວັນນາ ອະທິຖານຕໍ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງເພິ່ນວ່າ,
\v 2 “ໃນ ຄວາມທຸກໃຈຢ່າງນີ້ ຂ້ານ້ອຍຈຶ່ງຮ້ອງຫາອົງພຣະຜູ້ເປັນເຈົ້າ ພຣະອົງໄດ້ໃຫ້ຄໍາຕອບແກ່ຂ້ານ້ອຍແລ້ວ. ແຕ່ບ່ອນເລິກຂອງພິພົບຄົນຕາຍ ຂ້ານ້ອຍຮ້ອງຂໍໃຫ້ຊ່ວຍ ແລະ ພຣະອົງກໍໄດ້ຍິນສຽງຂອງຂ້ານ້ອຍແລ້ວ.
\s5
\v 3 ພຣະອົງໄດ້ໂຍນຂ້ານ້ອຍລົງໄປໃນບ່ອນເລິກ ສູ່ພື້ນທ້ອງຂອງທະເລເລິກນັ້ນເອງ ບ່ອນທີ່ກະແສນໍ້າອ້ອມຂ້ານ້ອຍໄວ້ທຸກແຈ ແລະ ຄື້ນແຮງໜັກ ກໍໄດ້ມ້ວນຂ້ານ້ອຍໄວ້.
\v 4 ຂ້ານ້ອຍຄິດວ່າ ຖືກກາໍຈັດຈາກພຣະອົງໄປ ແລະ ຄົງບໍ່ໄດ້ເຫັນພຣະວິຫານ ອັນສັກສິດຕໍ່ໄປແລ້ວ.
\s5
\v 5 ນາໍ້ໄດ້ຖ້ວມຂ້ານ້ອຍເຕັມທົນ ຫັນໃຈຝືດຫລາຍ ຈົນນາໍ້ທະເລໄດ້ຫຸ້ມຫໍ່ຕົວຂ້ານ້ອຍໄວ້ ຢ່າງໝົດສິ້ນ ແລະ ເທົາທັງຫລາຍໃນທ້ອງທະເລອັນກວ້າງໃຫຍ່ ກໍພັນອ້ອມຫົວຂ້ານ້ອຍໄວ້ໝົດ.
\v 6 ຂ້ານ້ອຍລົງໄປສູ່ຮາກຖານຕີນພູທັງຫລາຍ ໃນດິນແດນບ່ອນທີ່ມີປະຕູລົງໄລໄວ້ຕະຫລອດ. [ງ] ໂອ ຂ້າແດ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງຂ້ານ້ອຍເອີຍ ມີແຕ່ພຣະອົງທີ່ໃຫ້ຄືນມີຊີວິດແຕ່ບ່ອນເລິກໄດ້
\s5
\v 7 ເມື່ອຊີວິດຂ້ານ້ອຍກາໍລັງເລື່ອນລອຍຫາຍໄປ ຂ້ານ້ອຍກໍຄິດຫາອົງພຣະຜູ້ເປັນເຈົ້າ; ແລ້ວຂ້ານ້ອຍກໍໄດ້ພາວັນນາ ອະທິຖານຫາພຣະອົງ ໃນພຣະວິຫານອັນສັກສິດ ກໍຊົງໄດ້ຍິນຂ້ານ້ອຍ.
\v 8 ພວກທີ່ຂາບໄຫວ້ຮູບເຄົາຣົບອັນບໍ່ມີປະໂຫຍດຫຍັງ ກໍໄດ້ປະຖິ້ມຄວາມສັດຊື່ຕໍ່ພຣະອົງສາແລ້ວ.
\s5
\v 9 ແຕ່ຂ້ານ້ອຍຈະຮ້ອງເພງໂມທະນາ ຂອບພຣະຄຸນ ແລະ ຈະຖວາຍເຄື່ອງບູຊາແກ່ພຣະອົງ ແລະ ເຮັດຕາມສິ່ງທີ່ຂ້ານ້ອຍໄດ້ສັນຍາ ຄວາມພົ້ນມີມາໂດຍທາງອົງພຣະຜູ້ເປັນເຈົ້າ. ”
\v 10 ແລ້ວອົງພຣະຜູ້ເປັນເຈົ້າກໍສັ່ງໃຫ້ປາໃຫຍ່ໂຕນັ້ນຂຶ້ນມາຄາຍ ໂຢນາ ໄວ້ຕາມແຄມຫາດຊາຍ ແລະ ມັນກໍໄດ້ເຮັດຕາມ.
\s5
\c 3
\p
\v 1 ແລ້ວອົງພຣະຜູ້ເປັນເຈົ້າ ກໍກ່າວແກ່ ໂຢນາ ອີກຄັ້ງໜຶ່ງ
\v 2 ວ່າ, “ຈົ່ງໄປຍັງ ນີເນເວ ເມືອງທີ່ໃຫຍ່ ແລະ ປະກາດຖ້ອຍຄໍາ ທີ່ເຮົາໄດ້ມອບໃຫ້ເຈົ້ານັ້ນແກ່ປະຊາຊົນ. ”
\v 3 ດັ່ງນັ້ນ ໂຢນາ ຈຶ່ງເຊື່ອຟັງອົງພຣະຜູ້ເປັນເຈົ້າ ແລະ ໄດ້ໄປຍັງ ນີເນເວ ເມືອງໃຫຍ່ທີ່ສຸດ ຊຶ່ງຕ້ອງໃຊ້ເວລາຍ່າງເຖິງສາມວັນ ຈຶ່ງຈະພົ້ນ ຕົວເມືອງ.
\s5
\v 4 ໂຢນາ ໄດ້ຕັ້ງຕົ້ນຍ່າງເຂົ້າໄປໃນເມືອງ ແລະ ຫລັງຈາກຍ່າງໄດ້ສາມວັນເຕັມ ເພິ່ນຈຶ່ງປະກາດ ວ່າ, “ໃນສີ່ສິບວັນ ເມືອງນີເນເວ ຈະຖືກທາໍລາຍ. ”
\v 5 ປະຊາຊົນໃນເມືອງນີເນເວ ເຊື່ອຟັງຖ້ອຍຄໍາຂອງພຣະເຈົ້າ. ສະນັ້ນ ພວກເຂົາຈຶ່ງຕັດສິນໃຈໃຫ້ທຸກຄົນບໍ່ວ່າ ຄົນຊັ້ນສູງ ຫລື ຄົນຊັ້ນຕໍ່າ ຕ້ອງອົດອາຫານ ແລະ ນຸ່ງເຄື່ອງທີ່ເຮັດດ້ວຍຜ້າກະສອບເຂົ້າ ເພື່ອສະແດງວ່າ ພວກເຂົາສໍານຶກຜິດແລ້ວ.
\s5
\v 6 ເມື່ອກະສັດນີເນເວ ໄດ້ຍິນເຖິງເລື່ອງນີ້ ເພິ່ນຈຶ່ງລຸກຂຶ້ນຈາກບັນລັງແກ້ເຄື່ອງກະສັດອອກ ໃສ່ເຄື່ອງທີ່ເຮັດດ້ວຍຜ້າກະສອບເຂົ້າ ແລະ ນັ່ງເທິງຂີ້ເຖົ່າ.
\v 7 ເພິ່ນໄດ້ປະກາດ ໃຫ້ປະຊາຊົນຢູ່ໃນເມືອງນີເນເວ ຮູ້ທົ່ວເຖິງກັນ ວ່າ, “ຕໍ່ໄປນີ້ ແມ່ນຄໍາສັ່ງຈາກກະສັດ ແລະ ບັນດາຂ້າຣາຊການຂອງເພິ່ນ: ຢ່າໃຫ້ຜູ້ໃດ ກິນຫຍັງເລີຍ; ຊາວເມືອງທຸກຄົນຝູງງົວ ແລະ ຝູງແກະ ທຸກໂຕຫ້າມກິນ ຫລື ດື່ມສິ່ງໃດ ໆ ທັງນັ້ນ.
\s5
\v 8 ປະຊາຊົນທຸກຄົນ ແລະ ສັດທຸກໂຕຕ້ອງ ໃສ່ເຄື່ອງທີ່ເຮັດດ້ວຍຜ້າກະສອບເຂົ້າ. ທຸກຄົນຕ້ອງຕັ້ງໃຈພາວັນນາ ອະທິຖານ ຫາພຣະເຈົ້າ ແລະ ຕ້ອງເລີກປະພຶດການຊົ່ວແລະ ເຊົາເຮັດການໂຫດຮ້າຍຂອງຕົນສາ.
\v 9 ບາງທີພຣະເຈົ້າອາດຈະປ່ຽນໃຈ; ບາງທີພຣະອົງອາດຈະເຊົາໂກດຮ້າຍ; ແລະ ພວກເຮົາຈະບໍ່ຕາຍ.”
\s5
\v 10 ເມື່ອພຣະເຈົ້າເຫັນສິ່ງທີ່ພວກເຂົາໄດ້ເຮັດນັ້ນ; ພຣະອົງເຫັນວ່າ ພວກເຂົາເຊົາປະພຶດຊົ່ວ. ສະນັ້ນ ພຣະອົງຈຶ່ງປ່ຽນໃຈ ແລະ ບໍ່ລົງໂທດພວກເຂົາຕາມທີ່ພຣະອົງໄດ້ກ່າວຂູ່ໄວ້.
\s5
\c 4
\p
\v 1 ໂຢນາ ຄຽດແລະບໍ່ພໍໃຈຫລາຍທີ່ສຸດໃນເລື່ອງນີ້.
\v 2 ດັ່ງນັ້ນ ເພິ່ນຈຶ່ງພາວັນນາ ອະທິຖານ ຕໍ່ອົງພຣະຜູ້ເປັນເຈົ້າ ວ່າ, “ຂ້າແດ່ ອົງພຣະຜູ້ເປັນເຈົ້າ ຂ້ານ້ອຍໄດ້ເວົ້າກັບພຣະອົງແລ້ວ ກ່ອນຈາກເຮືອນມາ ບໍ່ແມ່ນຫລື ວ່າ ພຣະອົງຈະຕ້ອງກະທາໍເຊັ່ນນີ້? ສະນັ້ນແຫລະ ຂ້ານ້ອຍຈຶ່ງພະຍາຍາມສຸດຂີດທີ່ຈະໜີໄປຍັງ ທາຣາສິດ ເພາະຂ້ານ້ອຍຮູ້ວ່າພຣະອົງເປັນພຣະເຈົ້າ ທີ່ມີຄວາມຮັກ ແລະ ມີຄວາມເມດຕາ ອົດທົນສະເໝີ, ໃຈດີສະເໝີ, ພ້ອມທີ່ຈະປ່ຽນໃຈສະເໝີ ແລະບໍ່ລົງໂທດ.
\v 3 ແຕ່ບັດນີ້ ອົງພຣະຜູ້ເປັນເຈົ້າເອີຍ ຈົ່ງປ່ອຍໃຫ້ຂ້ານ້ອຍຕາຍເສຍ. ຂ້ານ້ອຍຕາຍໄປກໍດີກວ່າທີ່ຈະມີຊີວິດຢູ່.”
\s5
\v 4 ແຕ່ອົງພຣະຜູ້ເປັນເຈົ້າຕອບ ວ່າ, “ເຈົ້າມີ ສິດຫຍັງ ທີ່ຈະໂກດຮ້າຍ? ”
\v 5 ໂຢນາ ໄດ້ອອກໄປຈາກເມືອງ ທາງທິດຕາເວັນອອກ ແລະ ນັ່ງລົງ. ເພິ່ນເຮັດບ່ອນຊົ້ນສໍາລັບລາວເອງ ແລະ ນັ່ງຢູ່ໃຕ້ຮົ່ມຂອງບ່ອນຊົ້ນນັ້ນ ໂດຍ ລໍຖ້າເບິ່ງວ່າ ຈະມີຫຍັງເກີດຂຶ້ນກັບເມືອງນີເນເວ.
\s5
\v 6 ແລ້ວອົງພຣະຜູ້ເປັນເຈົ້າ ພຣະເຈົ້າກໍໄດ້ບັນດານໃຫ້ກົກໄມ້ເກີດຂຶ້ນສູງກວ່າ ໂຢນາ ໃຫ້ເພິ່ນໄດ້ຊົ້ນຮົ່ມ ເພື່ອເພິ່ນຈະໄດ້ຢູ່ສະບາຍ ຫລາຍຂຶ້ນ. ໂຢນາ ດີໃຈຫລາຍທີ່ສຸດ ນໍາຕົ້ນໄມ້ນັ້ນ.
\v 7 ແຕ່ໃນຕອນເຊົ້າຂອງມື້ຕໍ່ມາ ຕາມຄໍາສັ່ງຂອງພຣະເຈົ້າ ດ້ວງໂຕໜຶ່ງໄດ້ກັດກິນຕົ້ນໄມ້ນັ້ນ ແລະ ມັນກໍໄດ້ຫ່ຽວແຫ້ງຕາຍໄປ.
\s5
\v 8 ຫລັງຈາກຕາເວັນໄດ້ຂຶ້ນແລ້ວ ພຣະເຈົ້າ ກໍບັນດານໃຫ້ລົມຮ້ອນພັດມາ ແຕ່ທາງທິດຕາເວັນອອກ ແລະ ໂຢນາ ເກືອບສະຫລົບໄປ ຍ້ອນຄວາມຮ້ອນຂອງແສງແດດເຜົາ. ສະນັ້ນ ເພິ່ນຈຶ່ງຄິດຢາກຕາຍ. [ຈ] ເພິ່ນເວົ້າວ່າ, “ຂ້ານ້ອຍຕາຍໄປກໍດີກວ່າ ທີ່ຈະມີຊີວິດຢູ່. ”
\v 9 ແຕ່ພຣະເຈົ້າຖາມເພິ່ນວ່າ, “ເຈົ້າມີສິດຫຍັງ ທີ່ຈະໂກດຮ້າຍໃຫ້ຕົ້ນໄມ້ນີ້? ” ໂຢນາ ຕອບພຣະເຈົ້າ ວ່າ, “ຂ້ານ້ອຍມີສິດທີທຸກຢ່າງ ທີ່ຈະໂກດຮ້າຍ ໂກດຮ້າຍຈົນຂ້ານ້ອຍຕາຍໄປ.”
\s5
\v 10 ແຕ່ອົງພຣະຜູ້ເປັນເຈົ້າໄດ້ກ່າວແກ່ເພິ່ນ ວ່າ, “ຕົ້ນໄມ້ນີ້ໃຫຍ່ຂຶ້ນພຽງຄືນດຽວເທົ່ານັ້ນ ແລະ ໄດ້ຫ່ຽວແຫ້ງຕາຍໄປໃນມື້ຕໍ່ມາ; ເຈົ້າບໍ່ໄດ້ເຮັດຫຍັງເພື່ອມັນ ແລະ ບໍ່ໄດ້ເຮັດໃຫ້ມັນໃຫຍ່ຂຶ້ນ, ແຕ່ເຈົ້າພັດຮູ້ສຶກເສຍດາຍມັນ.
\v 11 ແລ້ວເຮົາຈະຕ້ອງມີຄວາມເມດຕາຕໍ່ນີເນເວ ເມືອງໃຫຍ່ນີ້ຫລາຍກວ່າມັນເທົ່າໃດ. ຈົ່ງພິຈາລະນາເບິ່ງໃຫ້ດີ ເມືອງນີ້ມີເດັກນ້ອຍ ທີ່ບໍ່ຮູ້ດຽງສາ ກວ່າແສນສອງໝື່ນຄົນ ແລະ ມີສັດລ້ຽງເປັນຈາໍນວນຫລວງຫລາຍອີກດ້ວຍ.”