lo_bible/31-OBA.usfm

51 lines
11 KiB
Plaintext
Raw Permalink Blame History

This file contains ambiguous Unicode characters

This file contains Unicode characters that might be confused with other characters. If you think that this is intentional, you can safely ignore this warning. Use the Escape button to reveal them.

\id OBA
\ide UTF-8
\h ພ​ຣະ​ທຳ ໂອ​ບາ​ດີ​ຢາ
\toc1 ພ​ຣະ​ທຳ ໂອ​ບາ​ດີ​ຢາ
\toc2 ພ​ຣະ​ທຳ ໂອ​ບາ​ດີ​ຢາ
\toc3 oba
\mt ພ​ຣະ​ທຳ ໂອ​ບາ​ດີ​ຢາ
\s5
\c 1
\p
\v 1 ຕໍ່ໄປນີ້ ແມ່ນ ຄຳທຳນວາຍ ຂອງ ໂອບາດີຢາ ຄື ສິ່ງ ທີ່ພຣະເຈົ້າຢາເວ ພຣະເຈົ້າ ກ່າວ ເຖິງ ຊົນຊາດ ເອໂດມ. ແລະ ສົ່ງຜູ້ນຳຂ່າວ ໄປ ຍັງຊົນ ຊາດ ທັງ ຫລາຍ ພວກເຮົາ ກໍ ໄດ້ຍິນ ຖ້ອຍຄຳ ຂອງ ພຣະອົງ ດັ່ງ ນີ້: ພວກເຂົາ ກ່າວ ແກ່ ກັນ ແລະກັນວ່າ, “ຈົ່ງ ຕຽມພ້ອມ ໃຫ້ ພວກເຮົາ ໄປ ເຮັດ ເສິກ ຕໍ່ສູ້ ເອໂດມ ເທາະ. ”
\v 2 “ເຮົາ ຈະ ເຮັດ ໃຫ້ ເຈົ້າ ອ່ອນ ກໍາລັງ ທຸກໆ ຄົນຈະດູໝິ່ນປະໝາດເຈົ້າ.
\s5
\v 3 ຄວາມ ອວດອົ່ງຂອງເຈົ້າ ໄດ້ ລໍ້ລວງ ເຈົ້າເອງ ເມືອງເອກ ມີ ປ້ອມ ກຳແພງ ສ້າງ ດ້ວຍຫິນດານ; ເຮືອນຂອງເຈົ້າ ກໍ ຖືກ ສ້າງ ທີ່ ເທິງ ພູເຂົາ ສູງ ທັງຫລາຍ ສະນັ້ນ ເຈົ້າຈຶ່ງ ຄິດ ວ່າ, ‘ໃຜ ຈະ ດຶງ ຂ້ອຍ ລົງ ໄດ້?
\v 4 ເຖິງ ວ່າ ເຈົ້າ ນັ້ນ ສ້າງ ເຮືອນ ຂອງເຈົ້າ ຂຶ້ນ ມາ ສູງ ເທົ່າ ກັບ ຮັງຂອງ ນົກອິນຊີ ກໍຕາມ ເພື່ອ ໃຫ້ ປາກົດ ເຫັນ ຄື ວ່າ ຢູ່ ທາມກາງ ດວງດາວ ເຖິງ ຢ່າງ ນັ້ນ ກໍຕາມ ເຮົາ ຈະ ດຶງເຈົ້າ ລົງ ໃຫ້ ໄດ້. ” ອົງ ພຣະ ຜູ້ ເປັນ ເຈົ້າ ກ່າວ ດັ່ງນີ້ແຫລະ.
\s5
\v 5 ເມື່ອ ພວກ ຂີ້ລັກ ມາ ໃນ ຕອນ ກາງຄືນ ພວກເຂົາກໍ ລັກເອົາສິ່ງ ທີ່ ພວກເຂົາ ຕ້ອງການ ເທົ່າ ນັ້ນ. ເມື່ອ ເກັບ ໝາກອະງຸ່ນຄົນ ກໍ ປະ ໄວ້ ພຽງ ໜ້ອຍດຽວ ແຕ່ ສັດຕູ ຂອງ ເຈົ້າ ໄດ້ ກໍາຈັດ ເຈົ້າ ໃຫ້ ໝົດກ້ຽງ.
\v 6 ພວກເຈົ້າ ຜູ້ ທີ່ເປັນເຊື້ອສາຍ ຂອງ ເອຊາວ ເອີຍ ຊັບສົມບັດ ຂອງ ພວກເຈົ້າ ຖືກ ປຸ້ນ ໄປ ເສຍ ແລ້ວ.
\s5
\v 7 ພັນທະມິດ ຂອງ ພວກເຈົ້າ ໄດ້ຫລອກລວງ ພວກເຈົ້າ ສາແລ້ວ; ພວກເຂົາ ໄດ້ໄລ່ໃຫ້ໜີຈາກ ດິນແດນ ພວກເຈົ້າ ເອງ ແລ້ວ. ປະຊາຊົນ ທີ່ ເຄີຍ ຢູ່ຢ່າງ ສະຫງົບ ສຸກ ກັບພວກເຈົ້າ ມາບັດນີ້ ພວກເຂົາ ກໍໄດ້ ຕີ ຊະນະ ພວກເຈົ້າ ສາແລ້ວ. ພວກເພື່ອນ ເຫລົ່ານັ້ນ ທີ່ ໄດ້ ກິນ ເຂົ້າ ຮ່ວມກັນ ຕ່າງ ກໍ ໄດ້ ຫ້າງແຮ້ວ ດັກຈັບ ພວກເຈົ້າ ທັງ ນັ້ນ; ພວກເຂົາ ຕ່າງ ກໍ ໄດ້ ເວົ້າ ກ່ຽວກັບ ເຈົ້າ ວ່າ, ‘ຄວາມ ຫລັກ ແຫລມ ທີ່ ລາວ ມີ ນັ້ນໄປ ໃສໝົດ?
\v 8 ອົງພຣະ ຜູ້ເປັນເຈົ້າ ກ່າວ ວ່າ ໃນ ມື້ນັ້ນ ເຮົາ ຈະ ລົງໂທດ ທັນ ຄົນ ຫລັກແຫລມ ທັງນັ້ນ ໃນ ເອໂດມໃຫ້ ໝົດ ສິ້ນ ຕາມເທິງ ພູຂອງພວກເຂົາ ແລະ ກຳຈັດ ສະຕິປັນຍາ ທັງ ໝົດ ຂອງ ພວກ ເຂົາເຈົ້າ.
\v 9 ພວກ ນັກ ຮົບ ຂອງ ເຕມານ ຈະ ສະທ້ານ ຢ້ານກົວ ແລະ ທະຫານ ທຸກຄົນ ໃນ ເອໂດມ ຈະ ຖືກ ຂ້າກ້ຽງ.
\s5
\v 10 ຍ້ອນ ວ່າ ພວກເຈົ້າ ໄດ້ ລັກ ແລະ ສັງ ຫານ ອ້າຍ ເອື້ອຍ ນ້ອງ ຂອງ ຕົນເອງ [ກ] ຄື ເຊື້ອສາຍ ຂອງ ຢາໂຄບ. ພວກເຈົ້າຈຶ່ງ ຈະ ຖືກທຳລາຍ ເຊ່ນກັນ ຈະ ຖືກ ລົດກຽດ ສັກສີ ໃຫ້ ສູນສິ້ນຕະຫລອດໄປ.
\v 11 ພວກເຈົ້າ ຢືນ ຢູ່ຊື່ໆ ໃນມື້ ທີ່ສັດຕູ ພັງ ປະຕູ ເມືອງ ຂອງ ພວກເຂົາຕ່າງກໍຊົ່ວ ກັນໝົດ ເທົ່າກັບ ຄົນ ຕ່າງຊາດ ເຫລົ່ານັ້ນ ທີ່ ໄດ້ ຂົນ ຊັບ ສົມ ບັດ ໜີໄປ ຈາກ ນະຄອນ ເຢຣູຊາເລັມ ແລະ ໄດ້ ແບ່ງປັນ ໃນ ທາມກາງ ພວກ ເຂົາ ເຈົ້າ.
\s5
\v 12 ພວກເຈົ້າ ບໍ່ ຄວນ ສົມ ນ້ຳໜ້າອ້າຍ ເອື້ອຍ ນ້ອງ ຂອງ ຕົນເອງ ຄື ຊາວ ຢູດາ ທັງ ໝົດ ທີ່ ໄດ້ ຮັບ ເຄາະກຳ ນັ້ນ. ພວກເຈົ້າ ບໍ່ຄວນ ຊົມ ຊື່ນ ໃນ ມື້ ທີ່ ພວກເຂົາ ຫລົ້ມ ຈົມ ພວກເຈົ້າ ບໍ່ຄວນ ຫຍໍ້ຫຍັນ ເມື່ອ ພວກເຂົາ ຖືກ ລຳບາກ.
\v 13 ພວກເຈົ້າ ບໍ່ຄວນ ເຂົ້າ ໄປ ໃນ ເມືອງ ຄົນ ຂອງເຮົາ ເພື່ອ ສົມ ນ້ຳ ໜ້າ ຄວາມ ທົນ ທຸກ ຂອງ ພວກ ເຂົາ ເຈົ້າ ແລະ ພາກັນ ຢຶດ ເອົາ ຄວາມຮັ່ງ ມີ ຂອງ ພວກເຂົາ ໄປ ໃນ ມື້ ທີ່ພວກເຂົາ ໄດ້ ຮັບ ຄວາມ ພິນາດ.
\v 14 ພວກເຈົ້າ ບໍ່ຄວນ ຢືນຢູ່ທີ່ ສີ່ແຍກ ຖະໜົນ ຫົນທາງ ເພື່ອ ຈັບ ກຸມ ເອົາ ຜູ້ ທີ່ພະຍາຍາມ ປົບໜີໄປ ນັ້ນ. ພວກເຈົ້າ ບໍ່ຄວນ ຈັບ ພວກເຂົາ ສົ່ງ ໄປ ໃຫ້ ພວກ ສັດຕູ ໃນ ມື້ ທີ່ ພວກເຂົາ ໄດ້ ຮັບຄວາມ ທົນ ທຸກ.
\s5
\v 15 ວັນ ຂອງ ອົງພຣະ ຜູ້ເປັນເຈົ້າ ກໍ ຫຍັບເຂົ້າ ມາ ໃກ້ ແລ້ວ ທີ່ ຈະ ຕັດ ສິນ ໝົດ ທຸກ ຊົນ ຊາດ. ເອໂດມ ເອີຍ ສິ່ງ ທີ່ ເຈົ້າ ໄດ້ ເຮັດແກ່ ພວກເຂົາ ສັນໃດ ກໍ ຈະ ຖືກ ເຮັດ ໃຫ້ ຄືນ ແກ່ ເຈົ້າ ສັນນັ້ນ. ເຈົ້າ ໄດ້ ໃຫ້ ແກ່ ພວກເຂົ້າ ສິ່ງ ໃດ ພວກເຂົາ ກໍ ຈະ ໃຫ້ ຄືນ ແກ່ ເຈົ້າ ສິ່ງ ນັ້ນ.
\v 16 ປະຊາຊົນ ເຮົາ ໄດ້ ດື່ມ ທີ່ ເນີນ ພູ ສັກ ສິດ ຂອງເຮົາ [ຂ] ຈາກ ຈອກ ແຫ່ ງ ການ ລົງ ໂທດ ອັນຂົ້ມ ຂືນ. ແຕ່ໝົດທຸກ ຊົນ ຊາດ ທີ່ ຢູ່ອ້ອມແອ້ມ ພວກເຂົາ ຄືກັນ ກໍ ຈະ ໄດ້ ດື່ມ ຈອກ ອັນ ຂົມຂື່ນ ນັ້ນ ໜັກ ກວ່າ; ພວກເຂົາ ຈະ ພາກັນ ດື່ມ ຈາກ ຈອກ ນັ້ນ ຈົນ ໝົດ ແລະ ຕ່າງ ກໍ ຈະ ສະຫລາຍໄປຈົນ ໝົດສິ້ນ.
\s5
\v 17 ແຕ່ ບາງຄົນ ເຫລືອຢູ່ທີ່ ພູເຂົາ ຊີໂອນ ຈະ ໄດ້ ພົ້ນໄພ ທີ່ ນັ້ນ ຈະ ໄດ້ ເປັນສະຖານທີ່ ສັກ ສິດທີ່ສຸດ ແທ້ໆ. ປະຊາຊົນ ຂອງ ຢາໂຄບ ຈະໄດ້ ເປັນກຳມະສິດ ດິນ ແດນ ທີ່ ເປັນ ຂອງ ພວກເຂົາ ຕາມ ສິດ ທິ ທີ່ພວກເຂົາ ມີຢູ່.
\v 18 ຄົນ ຂອງ ຢາໂຄບ ແລະ ໂຢເຊັບ ຈະ ເປັນ ດັ່ງ ໄຟ ຈະ ທຳ ລາຍ ຄົນ ຂອງ ເອຊາວ ດັ່ງ ໄຟ ໄໝ້ເຟືອງ ແຫ້ງ. ເຊື້ອ ສາຍ ເອຊາວ ຈະ ບໍ່ ມີ ຜູ້ໃດ ໄດ້ ລອດຊີວິດ ຢູ່. ” ອົງພຣະ ຜູ້ເປັນເຈົ້າ ກ່າວ ດັ່ງນີ້ແຫລະ.
\s5
\v 19 ຄົນ ຈາກ ພາກໃຕ້ ຢູດາ ຈະ ເຂົ້າຄອບຄອງ ເອໂດມ ຄົນ ຈາກ ຕີນ ພູ ພາກ ຕາເວັນຕົກ ຈະ ຢຶດ ຟີລິດສະຕິນ ໄດ້ຊາວ ອິດສະຣາເອນ ຈະ ໄດ້ ເປັນ ກຳ ມະສິດ ດິນແດນ ຂອງ ເອຟຣາອິມ ແລະ ຊາມາເຣຍ ດ້ວຍ; ປະຊາຊົນ ຊາວ ເບັນ ຢາມິນ ກໍເຊັ່ນ ກັນ ຈະ ຢຶດຄອງ ເຂດແດນ ກີເລອາດ.
\s5
\v 20 ຈາກ ທິດ ເໜືອ ກອງທັບ ຂອງ ພວກ ທີ່ຖືກ ຈັບ ໄປ ຈະ ຕ່າວ ກັບຄືນ ມາ ຍັງ ດິນແດນ ອີກ; ພວກເຂົາ ຈະ ຕີ ຊະນະໂຟນີເຊຍແລະພາກເໜືອ ສຸດ ຂອງ ເຊເຣຟາດ ດ້ວຍ. ພວກ ທີ່ ໄດ້ ຖືກຈັບ ໄປ ຈາກ ນະຄອນ ເຢຣູຊາເລັມ ຄື ພວກ ທີ່ ໄດ້ ອາໄສ ຢູ່ໃນ ເມືອງ ຊາກດິດ ນັ້ນ ພວກເຂົາ ຈະ ໂຈມຕີ ເມືອງເລັກ ເມືອງນ້ອຍ ທັງ ຫລາຍທີ່ຢູ່ ໃນ ດິນ ແດນ ຢູດາຍ ທາງ ເຂດ ພາກໃຕ້.
\v 21 ພວກ ຜູ້ຊາຍ ທີ່ ມີ ໄຊຊະນະ ຂອງ ເຢຣູຊາເລັມ ພວກເຂົາ ຈະ ໂຈມຕີ ເອົາ ເອໂດມ ໄດ້ ແລະ ທັງ ຈະ ປົກ ຄອງພວກເຂົາຄືກັນ ແລະ ຣາຊອານາຈັກ ຈະ ເປັນ ຂອງ ອົງ ພຣະ ຜູ້ເປັນເຈົ້າ.