lo_bible/30-AMO.usfm

326 lines
66 KiB
Plaintext
Raw Permalink Blame History

This file contains ambiguous Unicode characters

This file contains Unicode characters that might be confused with other characters. If you think that this is intentional, you can safely ignore this warning. Use the Escape button to reveal them.

\id AMO
\ide UTF-8
\h ພ​ຣະ​ທຳ ອາ​ໂມດ
\toc1 ພ​ຣະ​ທຳ ອາ​ໂມດ
\toc2 ພ​ຣະ​ທຳ ອາ​ໂມດ
\toc3 amo
\mt ພ​ຣະ​ທຳ ອາ​ໂມດ
\s5
\c 1
\p
\v 1 ຕໍ່ໄປນີ້ ແມ່ນຄໍາເວົ້າຂອງ ອາໂມດ ຄົນລ້ຽງແກະຜູ້ໜຶ່ງໃນເມືອງ ເຕກົວ. ກ່ອນ ແຜ່ນດິນໄຫວ ສອງປີ ເມື່ອອຸດຊີຢາ ເປັນ ກະສັດແຫ່ງຢູດາຍ ແລະ ເຢໂຣໂບອາມ ລູກຊາຍ ຂອງເຢໂຮອາດ ເປັນກະສັດແຫ່ງອິດສະຣາເອນ; ພຣະເຈົ້າໄດ້ເປີດເຜີຍເລື້ອງລາວເຫລົ່ານີ້ ທັງໝົດກ່ຽວກັບຊາດ ອິດສະຣາເອນ ໃຫ້ແກ່ ອາໂມດ
\v 2 ອາໂມດ ໄດ້ກ່າວ ວ່າ, “ອົງພຣະຜູ້ເປັນເຈົ້າ ສົ່ງສຽງກຶກກ້ອງ ມາຈາກພູເຂົາ ຊີໂອນ ຈາກນະຄອນ ເຢຣູຊາເລັມ ສຽງພຣະອົງ ດັງກ້ອງສະໜັ່ນ ສະນັ້ນ ທົ່ງຫຍ້າຈຶ່ງຫ່ຽວແຫ້ງໄປໝົດ ຫຍ້າຂຽວເທິງຈອມພູ ກາເມນ ລ່າເຫລືອງໄປສິ້ນ.”
\s5
\v 3 ອົງພຣະຜູ້ເປັນເຈົ້າກ່າວ ວ່າ, “ປະຊາຊົນ ຊາວດາມັສກັດ ໄດ້ເຮັດບາບ ຕື່ມຂຶ້ນຢູ່ເລື້ອຍໆ; ດັ່ງນັ້ນແຫລະ ເຮົາຈຶ່ງຈະລົງໂທດ ພວກເຂົາ ຢ່າງແນ່ນອນ. ໂດຍສະເພາະແລ້ວ ພວກເຂົາໄດ້ປະຕິບັດ ຢ່າງໂຫດຮ້າຍຕໍ່ຊາວ ກີເລອາດ.
\v 4 ສະນັ້ນ ເຮົາຈຶ່ງຈະສົ່ງໄຟ ລົງມາໄໝ້ວັງທີ່ກະສັດ ຮາຊາເອນ ໄດ້ສ້າງ ຂຶ້ນ ແລະ ຈະເຜົາຜານ ປ້ອມປ້ອງກັນເມືອງ ຂອງກະສັດ ເບັນຮາດາດ.
\s5
\v 5 ເຮົາຈະທຳລາຍເມືອງ ດາມັສກັດ ໃຫ້ແຕກໝຸ່ນທະລາຍ ແລະ ຈະຂັບໄລ່ຄົນທີ່ຢູ່ໃນຮ່ອມພູ ອາເວນ ອອກໜີໄປແລະຜູ້ປົກຄອງ ເບັດເຮເດນດ້ວຍ. ປະຊາຊົນຊາວ ຊີເຣຍ ຈະຖືກກວາດໄປ ເປັນຊະເລີຍ ໃນດິນແດນ ກີຣະ.”
\s5
\v 6 ອົງພຣະຜູ້ເປັນເຈົ້າ ກ່າວວ່າ, “ປະຊາຊົນ ຊາວກາຊາ ໄດ້ເຮັດບາບ ຕື່ມຂຶ້ນຢູ່ເລື້ອຍໆ; ດັ່ງນັ້ນແຫລະ ເຮົາຈຶ່ງຈະລົງໂທດພວກເຂົາຢ່າງແນ່ນອນ. ພວກເຂົາໄດ້ນຳ ຄົນທັງຊາດ ໄປຂາຍເປັນທາດຮັບໃຊ້ ໃຫ້ຊາວ ເອໂດມ.
\v 7 ສະນັ້ນ ເຮົາຈຶ່ງຈະສົ່ງໄຟ ລົງມາໄໝ້ ກາໍ ແພງເມືອງ ກາຊາ ແລະ ເຜົາຜານປ້ອມ ປ້ອງກັນຂອງເມືອງນີ້.
\s5
\v 8 ເຮົາຈະຂັບໄລ່ຜູ້ປົກຄອງເມືອງອັດຊະໂດດ ແລະ ເມືອງ ອາສະເກໂລນ ໃຫ້ ອອກໜີໄປ; ເຮົາຈະລົງໂທດ ຊາວເມືອງ ເອກໂລນ ແລະ ຊາວ ຟີລິດສະຕິນ ທັງໝົດທີ່ຍັງເຫລືອຢູ່ກໍຈະຕາຍ.”
\s5
\v 9 ອົງພຣະຜູ້ເປັນເຈົ້າ ກ່າວວ່າ, “ປະຊາຊົນ ຊາວຕີເຣ ໄດ້ເຮັດບາບ ຕື່ມຂຶ້ນຢູ່ເລື້ອຍໆ; ດັ່ງ ນັ້ນແຫລະ ເຮົາຈຶ່ງຈະລົງໂທດ ພວກເຂົາຢ່າງ ແນ່ນອນ. ພວກເຂົາໄດ້ຈັບເອົາຄົນ ທັງຊາດ ໄປເປັນຊະເລີຍ ໃນດິນແດນ ເອໂດມ ແລະບໍ່ໄດ້ຖືຮັກສາສັນຍາ ມິດຕະພາບ ທີ່ພວກເຂົາໄດ້ເຮັດໄວ້.
\v 10 ສະນັ້ນ ເຮົາຈຶ່ງຈະສົ່ງໄຟ ລົງມາໄໝ້ ກຳແພງເມືອງ ຕີເຣ ແລະ ເຜົາຜານປ້ອມ ປ້ອງກັນຂອງເມືອງນີ້. ”
\s5
\v 11 ອົງພຣະຜູ້ເປັນເຈົ້າກ່າວວ່າ, “ປະຊາຊົນ ຊາວເອໂດມ ໄດ້ເຮັດບາບ ຕື່ມ ຂຶ້ນຢູ່ເລື້ອຍໆ; ດັ່ງນັ້ນແຫລະ ເຮົາຈຶ່ງຈະ ລົງໂທດ ພວກເຂົາຢ່າງແນ່ນອນ. ພວກເຂົາໄດ້ຕາມລ່າຊາວ ອິດສະຣາເອນ ອ້າຍ ເອື້ອຍ ນ້ອງຂອງພວກຕົນ [ກ] ໂດຍບໍ່ມີໃຈເມດຕາ ຕໍ່ພວກເຂົາເລີຍ. ຄວາມໂກດຮ້າຍ ຂອງ ພວກເຂົາ ບໍ່ມີຂອບເຂດຈຳກັດ ແລະ ພວກເຂົາ ບໍ່ເຄີຍປະຄວາມໂກດຮ້າຍ ນັ້ນໃຫ້ສູນສິ້ນໄປ ຈັກເທື່ອ.
\v 12 ສະນັ້ນເຮົາຈຶ່ງ ຈະສົ່ງໄຟ ລົງມາໄໝ້ເມືອງ ເຕມານ ແລະ ເຜົາຜານ ປ້ອມ ປ້ອງກັນຂອງເມືອງ ໂບຊະຣາ.”
\s5
\v 13 ອົງພຣະຜູ້ເປັນເຈົ້າ ກ່າວ ວ່າ, “ປະຊາຊົນ ຊາວອໍາໂມນ ໄດ້ເຮັດບາບ ຕື່ມ ຂຶ້ນຢູ່ເລື້ອຍໆ; ດັ່ງນັ້ນແຫລະ ເຮົາຈຶ່ງຈະ ລົງໂທດພວກເຂົາຢ່າງແນ່ນອນ. ພວກເຂົາ ໄດ້ເຮັດເສິກ ຢຶດເອົາອານາເຂດ ຂອງ ຄົນ ອື່ນຕື່ມ ແລ້ວພວກເຂົາກໍຍັງ ໄດ້ແຫກທ້ອງ ພວກແມ່ມານໃນເມືອງກີເລອາດ.
\s5
\v 14 ສະນັ້ນ ເຮົາຈຶ່ງຈະສົ່ງໄຟລົງມາໄໝ້ ກຳແພງເມືອງ ຣັບບາ ແລະ ເຜົາຜານປ້ອມ ປ້ອງກັນ ຂອງເມືອງນີ້. ໃນມື້ສູ້ຮົບນັ້ນ ຈະມີ ສຽງໂຮ່ຮ້ອງກ້ອງສະໜ່ັນ ແລະ ການຕໍ່ສູ້ກໍຈະ ດຸເດືອດ ດັ່ງລົມພະຍຸ.
\v 15 ກະສັດຂອງ ພວກເຂົາ ແລະ ພວກນາຍທະຫານ ທັງໝົດ ຈະຖືກຈັບໄປ ເປັນຊະເລີຍ ໃນຕ່າງຖິ່ນ. ” ອົງພຣະຜູ້ເປັນເຈົ້າກ່າວ ດັ່ງນີ້ແຫລະ.
\s5
\c 2
\p
\v 1 ອົງພຣະຜູ້ເປັນເຈົ້າ ກ່າວ ວ່າ, “ປະຊາຊົນຊາວ ໂມອາບ ໄດ້ເຮັດບາບ ຕື່ມ ຂຶ້ນຢູ່ເລື້ອຍໆ; ດັ່ງນັ້ນແຫລະ ເຮົາຈຶ່ງຈະລົງ ໂທດ ພວກເຂົາຢ່າງແນ່ນອນ. ພວກເຂົາໄດ້ ເຜົາກະດູກຂອງກະສັດ ແຫ່ງ ເອໂດມ ຈົນເປັນຂີ້ເຖົ່າ ຢ່າງບໍ່ໃຫ້ການນັບຖື.
\s5
\v 2 ເຮົາຈະສົ່ງໄຟ ລົງມາໄໝ້ ດິນແດນ ໂມອາບ ແລະ ເຜົາຜານປ້ອມປ້ອງກັນຂອງເມືອງ ເກຣິໂອດ. ປະຊາຊົນ ຊາວໂມອາບຈະຕາຍຍ້ອນສຽງອຶກກະທຶກ ຂອງການສູ້ຮົບໃນຂະນະທີ່ພວກທະຫານ ກຳລັງຮ້ອງໂຮ ແລະ ສຽງແກ ກຳລັງດັງ ກ້ອງສະໜັ່ນຫວັນໄຫວ ຢູ່ນັ້ນ.
\v 3 ເຮົາຈະຂ້າຜູ້ປົກຄອງ ແຫ່ງ ໂມອາບ ພ້ອມທັງຜູ້ນຳທຸກໆຄົນດ້ວຍ.”
\s5
\v 4 ອົງພຣະຜູ້ເປັນເຈົ້າກ່າວ ວ່າ, “ປະຊາຊົນ ຊາວຢູດາ ໄດ້ເຮັດບາບ ເພີ້ມຂຶ້ນຢູ່ເລື້ອຍໆ; ດັ່ງນັ້ນແຫລະ ເຮົາຈຶ່ງຈະລົງໂທດພວກເຂົາຢ່າງແນ່ນອນ. ພວກເຂົາໄດ້ປະໝາດຄຳສັ່ງ ສອນຂອງເຮົາ ແລະ ບໍ່ໄດ້ຖືຮັກສາ ຂໍ້ຄໍາສັ່ງຂອງເຮົາ. ພວກເຂົາເດີນທາງຜິດ ໂດຍຕິດ ຕາມພະຈອມປອມ ທີ່ພວກປູ່ຍ່າຕາຍາຍ ຂອງພວກເຂົາ ເຄີຍນັບຖືມານັ້ນ.
\v 5 ສະນັ້ນ ເຮົາຈຶ່ງຈະສົ່ງໄຟລົງມາໄໝ້ ຢູດາແລະເຜົາຜານປ້ອມປ້ອງກັນ ຂອງ ນະຄອນ ເຢຣູຊາເລັມ.”
\s5
\v 6 ອົງພຣະຜູ້ເປັນເຈົ້າກ່າວ ວ່າ, “ປະຊາຊົນ ຊາວອິດສະຣາເອນ ໄດ້ເຮັດບາບເພີ້ມຂຶ້ນຢູ່ ເລື້ອຍໆ; ດັ່ງນັ້ນແຫລະ ເຮົາຈຶ່ງຈະລົງໂທດ ພວກເຂົາຢ່າງແນ່ນອນ. ພວກເຂົາ ຂາຍຄົນສັດຊື່ໃຫ້ເປັນທາດຮັບໃຊ້ຍ້ອນ ພວກເຂົາບໍ່ມີ ເງິນຈ່າຍໜີ້ ແລະ ຍັງຂາຍຄົນຍາກຈົນ ຍ້ອນບໍ່ມີເງິນຈ່າຍ ຄ່າເກີບພຽງຄູ່ດຽວ.
\s5
\v 7 ພວກເຂົາຢຽບຢ່ຳ [ຂ] ຜູ້ທີ່ອ່ອນແອ ແລະ ຜູ້ຂາດທີ່ເພິ່ງ ແລະ ປະຕິເສດຄໍາຮ້ອງຂໍ ຂອງຄົນຍາກຈົນ. ລູກຊາຍ ກັບ ພໍ່ ໄດ້ນອນ ນາໍສາວທາດຮັບໃຊ້ຜູ້ດຽວກັນ; ດັ່ງນັ້ນ ແຫລະ ຈຶ່ງເປັນການດູໝິ່ນປະໝາດ ນາມອັນບໍຣິສຸດຂອງເຮົາ.
\v 8 ໃນສະຖານທີ່ ນະມັດສະການ ທຸກບ່ອນ ພວກເຂົາໃຊ້ເສື້ອຜ້າ ທີ່ຄົນຍາກຈົນ ເອົາມາຈໍານໍານັ້ນ ປູ ນອນ. ພວກເຂົາດື່ມເຫລົ້າອະງຸ່ນ ທີ່ຢຶດມາ ຈາກລູກໜີ້ ໃນວິຫານພຣະເຈົ້າ ຂອງ ພວກເຂົາ.”
\s5
\v 9 “ເຖິງຢ່າງໃດ ກໍຕາມ ປະຊາຊົນຂອງເຮົາ ເອີຍ ເພາະເຫັນແກ່ພວກເຈົ້າ ເຮົາໄດ້ທຳລາຍ ຊາວອາໂມ ຈົນກ້ຽງ ຄື ຄົນສູງດັ່ງຕົ້ນແປກ ແລະ ແຂງແຮງ ດັ່ງຕົ້ນໂອກ.
\v 10 ເຮົາໄດ້ ນໍາພວກເຈົ້າ ອອກມາຈາກ ເອຢິບ ໂດຍພາ ພວກເຈົ້າຜ່ານໄປມາ ໃນຖິ່ນແຫ້ງແລ້ງ ກັນດານ ເປັນເວລາ ສີ່ສິບປີ; ແລະ ເຮົາໄດ້ ມອບດິນແດນຂອງຊາວ ອາໂມ ໃຫ້ເປັນກຳມະສິດຂອງພວກເຈົ້າ.
\s5
\v 11 ເຮົາໄດ້ເລືອກເອົາລູກຊາຍ ຂອງ ພວກເຈົ້າບາງຄົນ ໃຫ້ເປັນຜູ້ທຳນວາຍ ແລະ ໃຫ້ ຊາຍໜຸ່ມບາງຄົນໃນພວກເຈົ້າ ເປັນຄົນນາຊີລີ. [ຄ] ຊາວອິດສະຣາເອນເອີຍ ສິ່ງນີ້ເປັນ ຄວາມຈິງ ຫລືບໍ່? ອົງພຣະຜູ້ເປັນເຈົ້າ ກ່າວ ດັ່ງນີ້ແຫລະ.
\v 12 ແຕ່ພວກເຈົ້າບັງຄັບ ຄົນ ນາຊີຣີ ດື່ມເຫລົ້າອະງຸ່ນ; ແລະ ຫ້າມປາມ ພວກຜູ້ທຳນວາຍບໍ່ໃຫ້ປະກາດຖ້ອຍຄຳຂອງເຮົາ.
\s5
\v 13 ມາບັດນີ້ ເຮົາຈະຢຽບຢ່ຳພວກເຈົ້າລົງດິນ ດັ່ງກວຽນ ບັນຈຸເຂົ້າເຕັມກວຽນ ຢຽບດິນ.
\v 14 ຜູ້ທີ່ວ່ອງໄວທີ່ສຸດ ກໍບໍ່ສາມາດແລ່ນໜີ ພົ້ນໄປໄດ້; ຜູ້ທີ່ແຂງແຮງ ກໍຈະສູນເສຍກຳລັງ ແລະ ພວກນາຍທະຫານ ກໍບໍ່ສາມາດຊ່ວຍຊີວິດຂອງຕົນ ໃຫ້ພົ້ນໄດ້.
\s5
\v 15 ສ່ວນນັກຍິງທະນູ ກໍຈະຕ້ານທານ ບໍ່ໄດ້, ນັກແລ່ນໄວຈະໜີໄປ ບໍ່ພົ້ນ ແລະ ນັກຂີ່ມ້າ ກໍຫອບມ້າຂອງຕົນ ເອົາຊີວິດໜີໄປ ບໍ່ພົ້ນ.
\v 16 ໃນມື້ນັ້ນ ແມ່ນແຕ່ທະຫານຜູ້ອົງ ອາດກ້າຫານ ກໍຈະຕ້ອງປະອາວຸດ ແລະ ແລ່ນໜີ ໄປ. ” ອົງພຣະຜູ້ເປັນເຈົ້າກ່າວ ດັ່ງນີ້ແຫລະ.
\s5
\c 3
\p
\v 1 ປະຊາຊົນຊາວອິດສະຣາເອນ ເອີຍ ຈົ່ງຟັງຖ້ອຍຄໍາ ທີ່ອົງພຣະຜູ້ເປັນເຈົ້າ ໄດ້ກ່າວ ເຖິງພວກເຈົ້າ ຄື ຄົນທັງຊາດ ທີ່ພຣະອົງໄດ້ນຳອອກມາຈາກປະເທດ ເອຢິບ ນັ້ນວ່າ,
\v 2 “ຈາກຊົນຊາດ ທັງໝົດໃນໂລກນີ້ ແມ່ນພວກເຈົ້າເທົ່ານັ້ນ ທີ່ເຮົາໄດ້ຮູ້ຈັກດີ ແລະ ເອົາໃຈໃສ່. ສະນັ້ນແຫລະ ເຮົາຈຶ່ງຈະລົງໂທດ ພວກເຈົ້າ ຍ້ອນການບາບອັນຮ້າຍແຮງທີ່ພວກເຈົ້າ ໄດ້ເຮັດນັ້ນ.”
\s5
\v 3 ຊາຍສອງຄົນເລີ້ມອອກເດີນທາງໄປດ້ວຍກັນ ໂດຍບໍ່ຕົກລົງກັນກ່ອນ ຈະເປັນໄປໄດ້ບໍ?
\v 4 ຖ້າສິງ ບໍ່ພົບເຫຍື່ອ ມັນຈະຮ້ອງ ຄໍາຣາມ ຢູ່ໃນປ່າບໍ? ຖ້າສິງໜຸ່ມ ບໍ່ຄຸບຫຍັງໄດ້ ມັນຈະຮ້ອງຄາງ ຢູ່ໃນຖ້ຳ ຫລື?
\s5
\v 5 ຖ້າບໍ່ມີເຫຍື່ອລໍ້ ນົກຈະຖືກກັບດັກໄດ້ ຊັ້ນບໍ? ກັບດັກ ຈະລັ່ນບໍ ຖ້າບໍ່ມີສິ່ງໃດເຂົ້າ ໄປໃນນັ້ນ?
\v 6 ສຽງແກບຸກໂຈມຕີ ດັງຂຶ້ນ ໂດຍບໍ່ໃຫ້ຊາວເມືອງແຕກຕື່ນ ໄດ້ຊັ້ນບໍ? ເປັນໄດ້ບໍ ທີ່ເມືອງໜຶ່ງຖືກໄພພິບັດໂດຍທີ່ອົງ ພຣະຜູ້ເປັນເຈົ້າ ບໍ່ໃຫ້ເກີດຂຶ້ນ?
\s5
\v 7 ຕາມຈິງແລ້ວ ພຣະເຈົ້າຢາເວ ພຣະເຈົ້າ ບໍ່ໄດ້ເຮັດສິ່ງໃດ ໂດຍບໍ່ບອກແຈ້ງໃຫ້ຮູ້ລ່ວງໜ້າ ເຖິງແຜນການຂອງພຣະອົງ ແກ່ຜູ້ທຳນວາຍ ຄື ຜູ້ຮັບໃຊ້ຂອງພຣະອົງ.
\v 8 ເມື່ອໄດ້ຍິນໂຕສິງ ຮ້ອງແຜດສຽງ ຄໍາຣາມ ຜູ້ໃດເດ ຈະລະງັບຄວາມຢ້ານກົວ ໄວ້ໄດ້? ເມື່ອອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວຈາ ຜູ້ໃດແດ່ຈະກ້າປະຕິເສດ ຖ້ອຍຄຳຂອງ ພຣະອົງໄດ້?
\s5
\v 9 ຈົ່ງແຈ້ງໃຫ້ ພວກທີ່ຢູ່ໃນວັງແຫ່ງ ເອຢິບ ແລະ ແຫ່ງ ອາສະໂດດ ວ່າ, “ຈົ່ງທ້ອນໂຮມກັນ ຢູ່ເທິງເນີນພູອ້ອມແອ້ມ ຊາມາເຣຍ ແລະ ເບິ່ງເຫດການວຸ້ນວາຍໃຫຍ່ ແລະອາຊະຍາກາໍ ທີ່ໄດ້ຖືກກໍ່ຂຶ້ນຢູ່ໃນທີ່ນັ້ນ. ”
\v 10 ອົງພຣະຜູ້ເປັນເຈົ້າກ່າວ ວ່າ, “ປະຊາຊົນເຫລົ່າ ນີ້ ມີເຄື່ອງຂອງເຕັມຫໍໂຮງ ທີ່ໄດ້ມາຈາກ ອາຊະຍາກາໍ ແລະ ການປຸ້ນຈີ້. ພວກເຂົາບໍ່ຮູ້ຈັກ ປະພຶດຕົນ ຢ່າງສັດຊື່.
\s5
\v 11 ເພາະສະນັ້ນແຫລະ ສັດຕູຈຶ່ງຈະປິດ ລ້ອມ ດິນແດນຂອງພວກເຂົາ, ຈະທາໍລາຍ ກາໍແພງເມືອງຂອງພວກເຂົາ ແລະ ຈະປຸ້ນ ເອົາເຄື່ອງຂອງ ໃນຫໍໂຮງຂອງພວກເຂົາໄປ. ”
\v 12 ອົງພຣະຜູ້ເປັນເຈົ້າກ່າວ ວ່າ, “ຄົນລ້ຽງແກະ ຍາດຂາສອງເບື້ອງ ແລະ ຫູເບື້ອງໜຶ່ງ ຂອງລູກແກະ ທີ່ຖືກສິງກັດໄດ້ສັນໃດ; ຊາວ ອິດສະຣາເອນ ທີ່ອາໄສຢູ່ໃນ ຊາມາເຣຍ ຄືຜູ້ທີ່ເວລານີ້ ນອນຢຽດຢູ່ເທິງເບາະອັນ ຫລູຫລາ [ງ] ກໍຈະລອດຊີວີດໄດ້ພຽງແຕ່ ໜ້ອຍຄົນສັນ ນັ້ນ.
\s5
\v 13 ບັດນີ້ ຈົ່ງຟັງ ແລະ ເຕືອນເຊື້ອສາຍ ຂອງຢາໂຄບ. ” ພຣະເຈົ້າຢາເວພຣະເຈົ້າ ພຣະເຈົ້າອົງຊົງຣິດອໍານາດ ຍິ່ງໃຫຍ່ກ່າວ ວ່າ,
\v 14 “ໃນມື້ທີ່ເຮົາລົງໂທດຊາວອິດສະຣາເອນ ຍ້ອນການບາບ ຂອງ ພວກເຂົານັ້ນ ເຮົາຈະທາໍລາຍແທ່ນບູຊາ ທີ່ເມືອງເບັດເອນ. ແຈທັງສີ່ ຂອງ ແທ່ນບູຊາ ແຕ່ລະ ແທ່ນຈະແຕກແລະຕົກລົງດິນ.
\s5
\v 15 ເຮົາຈະທໍາລາຍຫໍພັກ ໃນລະດູໜາວ ແລະ ຫໍພັກໃນລະດູຮ້ອນ. ຫໍທີ່ຕົບແຕ່ງ ດ້ວຍງາຊ້າງ ຈະຮົກຮ້າງເພພັງ; ຫໍໂຮງທຸກຫລັງ ຈະຖືກທໍາລາຍ.”
\s5
\c 4
\p
\v 1 ພວກເຈົ້າຍິງ ຊາວຊາມາເຣຍ ເອີຍ ຈົ່ງຟັງເທີ້ນ ພວກເຈົ້າອ້ວນພີ ເໝືອນດັ່ງງົວແມ່ທີ່ ລ້ຽງໄວ້ຢ່າງດີໃນ ບາຊານ ພວກເຈົ້າປະຕິບັດ ບໍ່ຖືກຕ້ອງ ຕໍ່ຜູ້ຂັດສົນ ພວກເຈົ້າກົດຂີ່ຄົນຍາກຈົນ ແລະ ຂໍຮ້ອງຜົວໃຫ້ຂົນເອົາເຫລົ້າມາ ໃຫ້ພວກເຈົ້າ ດື່ມຢູ່ບໍ່ຂາດ
\v 2 ເພາະ ພຣະເຈົ້າຢາເວ ພຣະເຈົ້າເປັນອົງບໍຣິສຸດ ພຣະອົງ ຈຶ່ງໄດ້ສັນຍາ ວ່າ, “ມື້ທັງຫລາຍ ກໍໃກ້ເຂົ້າມາແລ້ວ ຄືເມື່ອສັດຕູ ຈະເອົາຂໍເກາະ ແກ່ລາກ ພວກເຈົ້າໄປ; ແຕ່ລະຄົນໃນພວກເຈົ້າ ກໍຈະເປັນດັ່ງປາຖືກເບັດ.
\s5
\v 3 ພວກເຈົ້າຈະຖືກ ແກ່ລາກອອກໄປ ທາງ ກໍາແພງແຕກ ບ່ອນໃກ້ທີ່ສຸດ ແລະ ຈະຖືກ ໂຍນຖິ້ມ ອອກໄປເສຍ. ” ອົງພຣະຜູ້ເປັນເຈົ້າກ່າວ ດັ່ງນີ້ແຫລະ. [ຈ]
\s5
\v 4 “ຊາວອິດສະຣາເອນ ເອີຍ ຈົ່ງໄປໃນສະຖານທີ່ສັກສິດ ທີ່ເມືອງ ເບັດເອນ ແລະ ເຮັດບາບໃຫ້ຫລາຍຂຶ້ນໃນທີ່ນັ້ນສາ ຈົ່ງໄປເຮັດບາບ ດ້ວຍສຸດກຳລັງທີ່ເມືອງ ກິນການ ເຖີດ ຈົ່ງໄປສາ ແລະ ນໍາສັດໄປຖວາຍເຊົ້າ ແລ້ວ ເຊົ້າອີກ ແລະ ໃນທຸກສາມມື້ໃດ ໃຫ້ນໍາໜຶ່ງສ່ວນສິບ ໄປຖວາຍດ້ວຍ.
\v 5 ຈົ່ງໄປ ຖວາຍເຂົ້າຈີ່ເປັນການໂມທະນາ ຂອບພຣະຄຸນພຣະເຈົ້າ ແລະ ໃຫ້ເວົ້າຄຸຍໂມ້ເຖິງ ສິ່ງທີ່ພວກເຈົ້າ ນໍາໄປຖວາຍຕື່ມນັ້ນສາ ນີ້ແຫລະ ຄື ສິ່ງທີ່ພວກເຈົ້າ ມັກເຮັດທີ່ສຸດ. ” ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ ກ່າວ ດັ່ງນີ້ແຫລະ.
\s5
\v 6 “ແມ່ນເຮົາ ທີ່ນາໍເອົາຄວາມອຶດຢາກ ມາສູ່ເມືອງທັງຫລາຍ ຂອງພວກເຈົ້າ; ແຕ່ເຖິງປານນັ້ນ ພວກເຈົ້າກໍຍັງບໍ່ຍອມ ກັບຄືນມາຫາເຮົາ. ” ອົງພຣະຜູ້ເປັນເຈົ້າກ່າວ ດັ່ງນີ້ແຫລະ.
\v 7 “ເຮົາບໍ່ໃຫ້ ຝົນຕົກຕາມ ທີ່ເຄື່ອງປູກຂອງຝັງ ຂອງພວກເຈົ້າຕ້ອງການທີ່ສຸດ. ເຮົາໃຫ້ ຝົນຕົກໃສ່ເມືອງໜຶ່ງ, ແຕ່ບໍ່ໃຫ້ຕົກໃສ່ ອີກເມືອງໜຶ່ງ. ຝົນຕົກລົງໃສ່ທົ່ງນາ ແຫ່ງໜຶ່ງ ແຕ່ ທົ່ງນາແຫ່ງອື່ນ ພັດແຫ້ງແລ້ງ.
\s5
\v 8 ປະຊາຊົນ ໃນຫລາຍຫົວເມືອງ ຕ່າງກໍ ອ່ອນແຮງ ເພາະຫິວນໍ້າ; ສະນັ້ນ ພວກເຂົາ ຈຶ່ງໄປໃນເມືອງໜຶ່ງ ບ່ອນທີ່ພວກເຂົາຄິດວ່າ ຈະພົບນາໍ້ກິນ ແຕ່ບໍ່ມີພຽງພໍຈະດື່ມ. ເຖິງປານນັ້ນ ພວກເຈົ້າກໍຍັງບໍ່ກັບຄືນມາຫາເຮົາ. ” ອົງ ພຣະຜູ້ເປັນເຈົ້າກ່າວ ດັ່ງນີ້ແຫລະ.
\v 9 “ເຮົາ ໄດ້ສົ່ງລົມຮ້ອນມາ ເຮັດໃຫ້ເຄື່ອງປູກ ຂອງພວກເຈົ້າຫ່ຽວແຫ້ງໄປ. ຝູງຕັກແຕນ ໄດ້ກິນ ເຄື່ອງປູກ ໃນສວນຜັກ ແລະ ສວນອະງຸ່ນ ຂອງພວກເຈົ້າ ໝົດພ້ອມທັງຕົ້ນ ໝາກເດື່ອ ແລະ ຕົ້ນໝາກກອກ ດ້ວຍ. ເຖິງປານນັ້ນ ພວກເຈົ້າກໍຍັງບໍ່ກັບຄືນມາຫາເຮົາ. ” ອົງພຣະ ຜູ້ເປັນເຈົ້າກ່າວ ດັ່ງນີ້ແຫລະ.
\s5
\v 10 “ເຮົາໄດ້ໃຫ້ ພວກເຈົ້າເກີດພະຍາດ ລະບາດ ດັ່ງເຮົາໄດ້ເຮັດໃຫ້ເກີດຂຶ້ນແກ່ ເອຢິບ ນັ້ນ. ເຮົາໄດ້ຂ້າຊາຍໜຸ່ມທັງຫລາຍ ຂອງພວກເຈົ້າ ທີ່ສະໜາມຮົບ ແລະ ເອົາມ້າ ເສິກຂອງພວກເຈົ້າ ໜີໄປ. ເຮົາໄດ້ໃຫ້ພວກເຈົ້າດົມກິ່ນເໝັນສົບຄົນຕາຍຕາມຄ້າຍພັກຕ່າງໆ ຂອງພວກເຈົ້າ. ເຖິງປານນັ້ນ ພວກເຈົ້າກໍຍັງບໍ່ກັບຄືນມາຫາເຮົາ. ” ອົງພຣະຜູ້ເປັນເຈົ້າກ່າວດັ່ງນີ້ແຫລະ.
\v 11 ເຮົາໄດ້ ທຳລາຍບາງຄົນໃນພວກເຈົ້າ ດັ່ງໄດ້ທຳລາຍ ເມືອງໂຊໂດມ ແລະ ໂກໂມຣາ. ພວກທີ່ລອດຊີວິດມາໄດ້ ກໍເປັນດັ່ງທ່ອນໄມ້ ກຳລັງໄໝ້ ທີ່ຖືກດຶງອອກມາ ຈາກໄຟ. ເຖິງປານນັ້ນ ພວກເຈົ້າ ກໍຍັງບໍ່ກັບຄືນມາຫາເຮົາ. ” ອົງພຣະຜູ້ເປັນເຈົ້າກ່າວ ດັ່ງນີ້ແຫລະ.
\s5
\v 12 “ສະນັ້ນແຫລະ ປະຊາຊົນ ອິດສະຣາເອນ ເອີຍ ເຮົາພວມຈະລົງໂທດ ພວກເຈົ້າ. ເພາະເຮົາພວມຈະເຮັດດັ່ງນີ້; ສະນັ້ນ ຈົ່ງຕຽມພ້ອມປະເຊີນ ກັບ ພຣະເຈົ້າ ຂອງເຈົ້າສາ. ”
\v 13 ອົງພຣະຜູ້ເປັນເຈົ້າ ໄດ້ສ້າງໜ່ວຍພູທັງຫລາຍ ແລະ ໄດ້ບັນດານໃຫ້ ລົມພັດມາດ້ວຍ. ພຣະອົງໄດ້ໃຫ້ມະນຸດຮູ້ ຄວາມຄິດຂອງພຣະອົງ ພຣະອົງປ່ຽນແປງ ກາງເວັນ ໃຫ້ເປັນກາງຄືນໄດ້. ພຣະອົງ ດຳເນີນການຢູ່ເໜືອແຜ່ນດິນໂລກເຮົາ ພຣະນາມ ຄື ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ ອົງຊົງຣິດອໍານາດຍິ່ງໃຫຍ່.
\s5
\c 5
\p
\v 1 ຊາວອິດສະຣາເອນ ເອີຍ ຈົ່ງຟັງເພງໄວ້ ອາໄລ ທີ່ເຮົາຮ້ອງສູ່ພວກເຈົ້າຟັງ ດັ່ງຕໍ່ໄປນີ້:
\v 2 ອິດສະຣາເອນ ສາວບໍຣິສຸດໄດ້ລົ້ມລົງແລ້ວເດ ນາງຈະລຸກຂຶ້ນມາບໍ່ໄດ້ ອີກຈັກເທື່ອ ນາງຖືກປະປ່ອຍໃຫ້ນອນຢຽດຢູ່ກັບພື້ນດິນ ແລະບໍ່ມີຜູ້ໃດຈະຊ່ວຍຊູ ນາງໃຫ້ລຸກຂຶ້ນ.
\s5
\v 3 ພຣະເຈົ້າຢາເວ ພຣະເຈົ້າກ່າວວ່າ, “ເມືອງໜຶ່ງ ໃນຊາດອິດສະຣາເອນ ໄດ້ສົ່ງທະຫານພັນຄົນ ອອກໄປ, ແຕ່ມີຮ້ອຍຄົນເທົ່າ ນັ້ນ ທີ່ກັບຄືນມາ; ແລະ ເມືອງໜຶ່ງອີກ ກໍສົ່ງທະຫານຮ້ອຍຄົນອອກໄປ, ແຕ່ມີພຽງສິບຄົນເທົ່ານັ້ນທີ່ກັບຄືນມາ.”
\s5
\v 4 ອົງພຣະຜູ້ເປັນເຈົ້າ ກ່າວຕໍ່ປະຊາຊົນອິດ ສະຣາເອນ ວ່າ, “ຈົ່ງມາຫາເຮົາ ແລະ ພວກເຈົ້າຈະມີຊີວິດຢູ່.
\v 5 ຢ່າສູ່ໄປ ນະມັດສະການທີ່ເມືອງ ເບເອນເຊບາ. ຢ່າສູ່ພະຍາຍາມ ໄປຊອກຫາເຮົາທີ່ ເບັດເອນ ເພາະວ່າ ເບັດເອນ ຈະບໍ່ມີຫຍັງໝົດ. ຢ່າສູ່ໄປ ເມືອງກິນການ ເພາະຊາວເມືອງຈະໄດ້ຮັບ ເຄາະກຳ ຄື ຖືກຈັບໄປເປັນຊະເລີຍ ໃນຕ່າງຖິ່ນ.”
\s5
\v 6 ຈົ່ງໄປຫາອົງພຣະຜູ້ເປັນເຈົ້າ ແລະ ພວກເຈົ້າກໍຈະມີຊີວິດຢູ່. ຖ້າບໍ່ຍອມ ພຣະອົງກໍຈະ ກຳຈັດປະຊາຊົນອິດສະຣາເອນ ດັ່ງໄຟທີ່ເຜົາຜານ. ໄຟນັ້ນຈະລຸກໄໝ້ ຊາວເບັດເອນ ແລະ ບໍ່ມີຜູ້ໃດຈະມອດມັນໄດ້.
\v 7 ເຄາະກໍາ ເປັນຂອງພວກເຈົ້າສາແລ້ວ ພວກເຈົ້າຜູ້ທີ່ບິດເບື້ອນຄວາມຍຸດຕິທຳ ແລະ ສໍ້ໂກງຄົນເພື່ອບໍ່ໃຫ້ໄດ້ຮັບສິດທິຂອງຕົນ.
\s5
\v 8 ອົງພຣະຜູ້ເປັນເຈົ້າ ສ້າງດວງດາວທັງ ຫລາຍ ຄື ດາວໄກ່ ນ້ອຍ ແລະ ດາວໄຖ ດ້ວຍ. ພຣະອົງເຮັດໃຫ້ມືດ ກາຍເປັນສະຫວ່າງ ແລະ ໃຫ້ກາງເວັນນັ້ນ ກາຍເປັນກາງຄືນ. ພຣະອົງເອີ້ນນ້ຳທະເລ ແລະ ເທໃສ່ພິພົບ ພຣະອົງຊົງນາມວ່າ ອົງພຣະຜູ້ເປັນເຈົ້າ.
\v 9 ພຣະອົງນາໍກາໍລັງ ການທາໍລາຍ ມາສູ່ຜູ້ມີກຳລັງ ແລະ ສະພາບຮົກຮ້າງເພພັງມາສູ່ເມືອງ ມີທີ່ໝັ້ນ.
\s5
\v 10 ພວກເຈົ້າກຽດຊັງ ຜູ້ທີ່ຢຶດໝັ້ນ ໃນຄວາມຊອບທາໍ ແລະ ຜູ້ທີ່ໃຫ້ການ ຕາມ ຄວາມເປັນຈິງ ທຸກຢ່າງ ໃນສານ.
\v 11 ພວກເຈົ້າຂົ່ມເຫັງຄົນຍາກຈົນ ແລະ ລັກເອົາ ເຂົ້າຂອງ ຂອງພວກເຂົາ. ດ້ວຍເຫດນີ້ ພວກເຈົ້າຈຶ່ງຈະບໍ່ໄດ້ຢູ່ໃນເຮືອນຫລັງ ງາມໆ ທີ່ພວກເຈົ້າສ້າງຂຶ້ນມາດ້ວຍຫິນ ຫລື ຈະບໍ່ໄດ້ ດື່ມເຫລົ້າອະງຸ່ນ ຈາກສວນອັນສວຍງາມ ທີ່ ພວກເຈົ້າໄດ້ເຮັດໄວ້.
\s5
\v 12 ເຮົາຮູ້ວ່າ ການບາບຂອງພວກເຈົ້າ ຮ້າຍແຮງສໍ່າໃດ ແລະ ພວກເຈົ້າໄດ້ກໍ່ອາຊະຍາກາໍ ໄວ້ຫລາຍເທົ່າໃດ. ພວກເຈົ້າບຽດບຽນຄົນດີ, ຮັບເງິນສິນບົນ, ແລະ ບໍ່ໃຫ້ຄວາມ ຍຸດຕິທຳ ແກ່ຄົນຍາກຈົນໃນສານ.
\v 13 ສະນັ້ນແຫລະ ການມິດງຽບຢູ່ໃນຄາວແຫ່ງຄວາມຊົ່ວຮ້າຍນີ້ ຈຶ່ງເປັນການສະຫລາດທີ່ຄວນເຮັດ.
\s5
\v 14 ເມື່ອພວກເຈົ້າມີຊີວິດຢູ່ ຈົ່ງຕັ້ງ ເປົ້າໝາຍເຮັດແຕ່ສິ່ງທີ່ດີ ບໍ່ແມ່ນເຮັດ ສິ່ງທີ່ ຊົ່ວຮ້າຍ; ແລ້ວ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ ອົງຊົງຣິດອໍານາດ ຍິ່ງໃຫຍ່ ກໍຈະສະຖິດຢູ່ກັບ ພວກເຈົ້າ ຢ່າງແທ້ຈິງ ດັ່ງທີ່ພວກເຈົ້າເວົ້າ ອ້າງເຖິງພຣະອົງນັ້ນ.
\v 15 ຈົ່ງກຽດຊັງ ຄວາມຊົ່ວ ຈົ່ງຮັກແຕ່ຄວາມດີ ແລະ ໃຫ້ການ ຢ່າງສັດຊື່ໃນສານ. ບາງທີ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າອົງຊົງຣິດອໍານາດ ຍິ່ງໃຫຍ່ ອາດຈະເມດຕາປະຊາຊົນ ທີ່ຍັງລອດຊີວິດ ຢູ່ໃນປະເທດຊາດນີ້ ກໍໄດ້.
\s5
\v 16 ສະນັ້ນ ອົງພຣະ ຜູ້ເປັນເຈົ້າ ພຣະເຈົ້າ ອົງຊົງຣິດອໍານາດ ຍິ່ງໃຫຍ່ ພຣະເຈົ້າຢາເວ ຈຶ່ງກ່າວວ່າ, “ຕາມຖະໜົນຫົນທາງ ໃນເມືອງຈະມີແຕ່ການຮ້ອງໄຫ້ ແລະ ການຄວນຄາງ ດ້ວຍຄວາມທຸກລໍາບາກ. ພວກເຂົາຈະເອີ້ນ ພວກຊາວນາ ມາຮ່ວມຮ້ອງໄຫ້ໄວ້ທຸກ ແລະ ຜູ້ທີ່ຖືກຈ້າງມາ ໃຫ້ໄວ້ທຸກນັ້ນ.
\v 17 ການ ຮ້ອງໄຫ້ຄວນຄາງ ຈະມີຢູ່ໃນສວນອະງຸ່ນ ທຸກແຫ່ງ. ສິ່ງເຫລົ່ານີ້ທັງໝົດຈະເກີດຂຶ້ນ ເພາະວ່າ ເຮົາຈະມາລົງໂທດພວກເຈົ້າ. ” ອົງພຣະຜູ້ເປັນເຈົ້າກ່າວດັ່ງນີ້ແຫລະ.
\s5
\v 18 ຄວາມທຸກລໍາບາກໃຫຍ່ ເປັນຂອງຜູ້ທີ່ ຄອຍຖ້າວັນຂອງອົງພຣະຜູ້ເປັນເຈົ້າ ວັນນັ້ນ ຈະມີຫຍັງດີແດ່ ສໍາລັບພວກເຈົ້າ? ເພາະວ່າ ສໍາລັບພວກເຈົ້າແລ້ວ ວັນນັ້ນຈະເປັນມື້ແຫ່ງ ຄວາມມືດມົນ ແລະ ບໍ່ແມ່ນມື້ ແຫ່ງຄວາມ ສະຫວ່າງ.
\v 19 ມື້ນັ້ນ ຈະເປັນດັ່ງຊາຍຄົນ ໜຶ່ງ ທີ່ແລ່ນປົບໜີ ຈາກສິງແລ້ວ ໄປພົບໝີ ຫລື ດັ່ງຊາຍຄົນໜຶ່ງ ທີ່ກັບຄືນເມືອເຮືອນແລ້ວ ເອົາມືຂົ່ມໃສ່ຝາ ແລະ ຖືກງູຕອດ.
\v 20 ເປັນມື້ ທີ່ອົງພຣະຜູ້ເປັນເຈົ້າ ຈະໃຫ້ເກີດ ມືດມົນ ແຕ່ບໍ່ແມ່ນແສງແຈ້ງ ບໍ່ແມ່ນບໍ? ມັນ ເປັນມື້ ແຫ່ງຄວາມໂສກເສົ້າ ໂດຍບໍ່ມີຄວາມສະຫວ່າງ ໃດໆ ບໍ່ແມ່ນ ບໍ?
\s5
\v 21 ອົງພຣະຜູ້ເປັນເຈົ້າກ່າວ ວ່າ, “ເຮົາ ກຽດຊັງເທດສະການ ທາງສາສະໜາ ຂອງ ພວກເຈົ້າ; ເຮົາບໍ່ຢາກເຫັນເລີຍ
\v 22 ເມື່ອ ພວກເຈົ້ານາໍເຄື່ອງເຜົາຖວາຍ ແລະ ຜົນລະປູກ ມາຖວາຍບູຊາແກ່ເຮົາ ເຮົາຈະບໍ່ ຮັບເອົາ; ເຮົາຈະບໍ່ຮັບເອົາສັດ ທີ່ພວກເຈົ້າ ໄດ້ລ້ຽງໄວ້ໃຫ້ຕຸ້ຍພີ ແລະ ນາໍມາຖວາຍ ຂອບພຣະຄຸນແກ່ເຮົາ.
\s5
\v 23 ຈົ່ງເຊົາຮ້ອງເພງ ອັນອຶກກະທຶກ ຂອງ ພວກເຈົ້ານັ້ນສາ ເຮົາບໍ່ຢາກຟັງສຽງດົນຕຼີຂອງພວກເຈົ້າ.
\v 24 ແຕ່ຈົ່ງໃຫ້ຄວາມຍຸດຕິທຳ ໄຫລມາດັ່ງສາຍນາໍ້ ແລະ ໃຫ້ ຄວາມຊອບທາໍ ໄຫລມາດັ່ງຫ້ວຍນ້ຳ ທີ່ບໍ່ມີມື້ເຫືອດແຫ້ງໄດ້.
\s5
\v 25 ປະຊາຊົນອິດສະຣາເອນ ເອີຍ ເຮົາບໍ່ ໄດ້ຂໍພວກເຈົ້າ ຖວາຍເຄື່ອງບູຊາແກ່ເຮົາ ຕະຫລອດ ສີ່ສິບປີ ທີ່ເຮົານາໍພາພວກເຈົ້າ ຜ່ານຖິ່ນແຫ້ງແລ້ງກັນດານນັ້ນ.
\v 26 ແຕ່ບັດນີ້ ຍ້ອນພວກເຈົ້າໄດ້ຂາບໄຫວ້ ຮູບເຄົາ ຣົບ ຄື ຮູບສັກກູດ ທີ່ເປັນພະແຫ່ງກະສັດຂອງ ພວກເຈົ້າ ແລະ ຮູບໄກວັນ ທີ່ເປັນພະແຫ່ງ ດວງດາວ ຂອງພວກເຈົ້າ ພວກເຈົ້າຈະຕ້ອງ ອູ້ມຫອບ ເອົາພະເຫລົ່ານີ້ໄປ
\s5
\v 27 ເມື່ອເຮົາໃຫ້ພວກເຈົ້າຖືກຈັບເປັນຊະເລີຍ ໃນດິນແດນໜຶ່ງ ທີ່ກາຍນະຄອນ ດາມັສກັດ ໄປ. ” ອົງພຣະຜູ້ເປັນເຈົ້າ ອົງທີ່ມີນາມ ວ່າ ພຣະເຈົ້າອົງຊົງຣິດອໍານາດ ຍິ່ງ ໃຫຍ່ ໄດ້ກ່າວດັ່ງນີ້ແຫລະ.
\s5
\c 6
\p
\v 1 ຄວາມທຸກລໍາບາກໃຫຍ່ ຈະເກີດມີແກ່ ພວກເຈົ້າ ຜູ້ທີ່ໃຊ້ຊີວີດ ຢູ່ຢ່າງສະໜຸກ ສະບາຍ ໃນນະຄອນຊີໂອນ ແລະ ຜູ້ທີ່ຢູ່ຢ່າງ ປອດໄພ ໃນນະຄອນຊາມາເຣຍ ຄື ບັນດາ ເຈົ້ານາຍຜູ້ໃຫຍ່ ແຫ່ງ ຊົນຊາດ ອິດສະຣາເອນ ຜູ້ທີ່ປະຊາຊົນໄປຂໍຄວາມ ຊ່ວຍເຫລືອນາໍນັ້ນ
\v 2 ຈົ່ງໄປເບິ່ງ ສິ່ງທີ່ ເກີດຂຶ້ນຢູ່ໃນເມືອງ ການເນ. ແລ້ວຈົ່ງໄປ ຍັງ ເມືອງໃຫຍ່ ຮາມັດ ແລະ ລົງໄປຍັງເມືອງກາດ ເມືອງຂອງພວກຟີລິດສະຕິນ. ເມືອງເຫລົ່ານີ້ ດີກວ່າ ອານາຈັກຢູດາຍ ແລະ ອິດສະຣາເອນ ຫລື? ແລະ ເຂດແດນຂອງເມືອງເຫລົ່ານີ້ ໃຫຍ່ກວ່າຂອງພວກເຈົ້າ ບໍ?
\s5
\v 3 ພວກເຈົ້າບໍ່ຍອມຮັບວ່າ ມື້ແຫ່ງຄວາມພິນາດ ກຳລັງມາເຖິງ ແລະ ສິ່ງທີ່ພວກເຈົ້າເຮັດຢູ່ນັ້ນ ກໍພຽງແຕ່ນຳເອົາມື້ນັ້ນໃຫ້ໃກ້ ເຂົ້າ ມາເທົ່ານັ້ນ.
\v 4 ຄວາມທຸກລໍາບາກໃຫຍ່ ຈະເກີດມີແກ່ພວກເຈົ້າ ຜູ້ທີ່ນອນຢຽດຢູ່ເທິງ ເກົ້າອີ້ນວມ ຢ່າງສຸກສະບາຍ ກິນຊີ້ນງົວໜຸ່ມ ແລະ ຊີ້ນແກະໜຸ່ມ ໃນງານກິນລ້ຽງ.
\s5
\v 5 ພວກເຈົ້າມັກແຕ່ງເພງ ດັ່ງ ດາວິດ ໄດ້ແຕ່ງ ແລະ ມັກດີດກິດຕາ ບັນເລງເພງນັ້ນໄປພ້ອມ.
\v 6 ພວກເຈົ້າໃຊ້ຈອກໃຫຍ່ ດື່ມເຫລົ້າອະງຸ່ນ ແລະ ທານໍ້າຫອມ ຢ່າງດີ; ແຕ່ພວກເຈົ້າບໍ່ໄດ້ໄວ້ທຸກ ໃຫ້ແກ່ອານາຈັກ ອິດສະຣາເອນ ທີ່ຢູ່ໃນສະພາບ ຮົກຮ້າງເພພັງ.
\s5
\v 7 ສະນັ້ນແຫລະ ພວກເຈົ້າຈຶ່ງຈະເປັນພວກທາໍອິດ ທີ່ຖືກຈັບໄປເປັນຊະເລີຍ ໃນຕ່າງຖິ່ນ. ງານລ້ຽງສະຫລອງ ແລະ ງານກິນລ້ຽງ ຢ່າງຟຸມເຟືອຍ ຈະບໍ່ມີອີກຕໍ່ໄປ.
\v 8 ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ ອົງຊົງຣິດອໍານາດ ຍິ່ງໃຫຍ່ ໄດ້ກ່າວວ່າ, “ພຣະເຈົ້າຢາເວ ອົງພຣະຜູ້ເປັນເຈົ້າ ໄດ້ສາບານ ໂດຍພຣະອົງເອງ ວ່າ ເຮົາກຽດຊັງຄວາມຈອງຫອງ ຂອງ ປະຊາຊົນອິດສະຣາເອນ ແລະ ປະນາມ ຫໍໂຮງ ອັນຫລູຫລາ ຂອງພວກເຂົາ. ເຮົາຈະມອບເມືອງຫລວງ ຂອງພວກເຂົາ ແລະ ທຸກສິ່ງໃນເມືອງນີ້ ໄວ້ໃນກາໍມືຂອງສັດຕູ.”
\s5
\v 9 ຖ້າໃນຄອບຄົວໜຶ່ງເຫລືອຢູ່ສິບຄົນ ພວກເຂົາກໍຈະຕ້ອງຕາຍໝົດ.
\v 10 ເວລາ ພີ່ນ້ອງຂອງຜູ້ຕາຍ ຄື ຜູ້ກາໍກັບການສົ່ງສະການ ຈະນາໍເອົາສົບອອກໄປຈາກເຮືອນ ລາວຈະເອີ້ນໃສ່ ຜູ້ທີ່ ເຫລືອຢູ່ໃນເຮືອນນັ້ນ ວ່າ, “ມີຜູ້ໃດ ຢູ່ນາໍເຈົ້າອີກ ບໍ? ” ສຽງໜຶ່ງຈະຕອບວ່າ, “ບໍ່ມີ. ” ແລ້ວພີ່ນ້ອງ ຂອງຄົນຕາຍນັ້ນ ກໍຈະເວົ້າອີກ ວ່າ, “ຢ່າສູ່ປາກ ພວກເຮົາຕ້ອງລະວັງ ຢ່າສູ່ໃຫ້ຜູ້ໃດ ເວົ້າເຖິງ ນາມຂອງອົງພຣະຜູ້ເປັນເຈົ້າ. ” [ສ]
\s5
\v 11 ເມື່ອອົງພຣະຜູ້ເປັນເຈົ້າ ອອກຄໍາສັ່ງແລ້ວ ເຮືອນໃຫຍ່ນ້ອຍທັງຫລາຍ ຈະຖືກເພພັງລົງ ເປັນທ່ອນໆ.
\s5
\v 12 ຝູງມ້າ ແລ່ນຂຶ້ນໜ້າຜາບໍ? ຄົນເອົາງົວໄປ ໄຖນາໍ້ທະເລ ບໍ? ແຕ່ເຖິງປານນັ້ນ ພວກເຈົ້າ ກໍຍັງປ່ຽນຄວາມຍຸດຕິທາໍ ມາເປັນຢາເບື່ອ ແລະ ເຮັດ ໃຫ້ສິ່ງທີ່ຖືກຕ້ອງ ກາຍເປັນສິ່ງທີ່ຜິດ.
\v 13 ພວກເຈົ້າອວດເຖິງການຢຶດເອົາ ເມືອງໂລເດບາ. [ຊ] ພວກເຈົ້າຄຸຍໂມ້ ວ່າ ພວກເຮົາມີກາໍລັງພໍ ທີ່ຈະ ຢຶດເອົາເມືອງ ການາອິມ. [ຍ]
\s5
\v 14 ອົງພຣະຜູ້ເປັນເຈົ້າ ພຣະເຈົ້າອົງຊົງ ຣິດອໍານາດ ຍິ່ງໃຫຍ່ ກ່າວ ວ່າ, “ປະຊາຊົນອິດສະຣາເອນ ເອີຍ ເຮົາພວມຈະສົ່ງກອງທັບ ຕ່າງຊາດ ມາຢຶດເອົາປະເທດ ຂອງ ພວກເຈົ້າ. ພວກເຂົາ ຈະກົດຂີ່ພວກເຈົ້າ ຕັ້ງແຕ່ ຊ່ອງແຄບ ຮາມັດ ທາງທິດເໜືອ ຈົນເຖິງຮ່ອມພູ ອາຣາບາ ທາງທິດໃຕ້.”
\s5
\c 7
\p
\v 1 ພຣະເຈົ້າຢາເວ ພຣະເຈົ້າ ອົງຊົງຣິດອໍານາດ ຍິ່ງໃຫຍ່ ໄດ້ໃຫ້ຂ້າພະເຈົ້າເຫັນນິມິດຢ່າງໜຶ່ງ. ໃນນິມິດນັ້ນ ຂ້າພະເຈົ້າໄດ້ເຫັນ ພຣະອົງ ບັນດານໃຫ້ມີຝູງຕັກແຕນ ເກີດຂື້ນມາ (ຫລັງຈາກ ໄດ້ຕັດຫຍ້າຊຶ່ງເປັນສ່ວນ ຂອງກະສັດແລ້ວ ຫຍ້າກໍ່ເລີ້ມປົ່ງຂຶ້ນໃໝ່).
\v 2 ໃນນິມິດນັ້ນ ຂ້າພະເຈົ້າໄດ້ເຫັນຝູງຕັກແຕນ ກິນທຸກຢ່າງ ທີ່ມີສີຂຽວທັງໝົດຢູ່ໃນດິນແດນ. ຂ້າພະເຈົ້າຈຶ່ງ ກ່າວວ່າ, “ໂອ້ ພຣະເຈົ້າຢາເວ ພຣະເຈົ້າເອີຍຂໍໂຜດຍົກໂທດ ໃຫ້ ປະຊາຊົນຂອງພຣະອົງ ແດ່ທ້ອນ ພວກນີ້ຈະ ລອດຊີວິດໄດ້ຢ່າງໃດ? ເພາະພວກເຂົາ ເປັນ ພຽງແຕ່ຄົນກຸ່ມນ້ອຍ ແລະ ອ່ອນແອຫລາຍ. ”
\v 3 ອົງພຣະຜູ້ເປັນເຈົ້າ ໄດ້ປ່ຽນໃຈ ແລະ ກ່າວ ວ່າ, “ສິ່ງທີ່ເຈົ້າໄດ້ເຫັນນັ້ນ ຈະບໍ່ເກີດຂຶ້ນ.”
\s5
\v 4 ພຣະເຈົ້າຢາເວ ພຣະເຈົ້າໄດ້ໃຫ້ຂ້າພະເຈົ້າເຫັນນິມິດ ອີກຢ່າງໜຶ່ງ. ໃນນິມິດນັ້ນ ຂ້າພະເຈົ້າໄດ້ເຫັນພຣະເຈົ້າຢາເວ ພຣະເຈົ້າຈັດຕຽມການລົງ ໂທດປະຊາຊົນຂອງພຣະອົງດ້ວຍໄຟ. ໄຟໄດ້ລຸກໄໝ້ມະຫາສະໝຸດຢູ່ໃຕ້ພື້ນແຜ່ນດິນໂລກ ແລະເລີ່ມໄໝ້ດິນແດນ.
\v 5 ແລ້ວຂ້າພະເຈົ້າ ກໍກ່າວວ່າ, “ໂອ ພຣະເຈົ້າຢາເວ ພຣະເຈົ້າເອີຍ ຂໍຢຸດສາກ່ອນ ປະຊາຊົນຂອງພຣະອົງ ຈະລອດຊີວິດໄດ້ຢ່າງໃດ? ເພາະພວກເຂົາ ເປັນພຽງແຕ່ຄົນກຸ່ມນ້ອຍແລະອ່ອນແອຫລາຍ. ”
\v 6 ອົງພຣະຜູ້ເປັນເຈົ້າໄດ້ປ່ຽນໃຈ ແລະ ກ່າວວ່າ, “ສິ່ງນີ້ ຍັງຈະບໍ່ເກີດຂຶ້ນມາ.”
\s5
\v 7 ພຣະເຈົ້າຢາເວ ໄດ້ໃຫ້ຂ້າພະເຈົ້າ ເຫັນນິມິດ ອີກຢ່າງໜຶ່ງ. ໃນນິມິດນັ້ນ ຂ້າພະເຈົ້າໄດ້ເຫັນ ພຣະອົງຢືນຢູ່ຂ້າງກາໍແພງ ທີ່ໄດ້ສ້າງຂຶ້ນດ້ວຍໃຊ້ ສາຍເນັ່ງ ແລະ ພຣະອົງຖືສາຍລູກດິ່ງນັ້ນໄວ້.
\v 8 ແລ້ວອົງພຣະຜູ້ເປັນເຈົ້າ ກໍຖາມຂ້າພະເຈົ້າ ວ່າ, “ອາໂມດ ເອີຍ ເຈົ້າເຫັນຫຍັງແດ່? ” ຂ້າພະເຈົ້າ ຕອບວ່າ, “ເຫັນສາຍລູກດິ່ງ” ແລ້ວ ພຣະເຈົ້າ ຢາເວ ກໍກ່າວວ່າ, “ຈົ່ງເບິ່ງນີ້ແມ. ເຮົາພວມໃຊ້ສາຍລູກດິ່ງນີ້ ໃນທ່າມກາງປະຊາຊົນອິດສະຣາເອນຂອງເຮົາ. ເຮົາຈະບໍ່ປ່ຽນໃຈໃນ ການລົງໂທດພວກເຂົາ
\s5
\v 9 ບ່ອນສູງທັງຫລາຍ ຂອງອີຊາກ ຈະຖືກ ທໍາລາຍລົງ. ບ່ອນສັກສິດ ຂອງຊາວອິດສະຣາເອນ ຈະຖືກປະໃຫ້ ຮົກຮ້າງ ເພພັງ. ເຮົາຈະໃຫ້ເຊື້ອວົງຂອງກະສັດ ເຢໂຣໂບອາມ ດັບສິ້ນໄປ.
\s5
\v 10 ແລ້ວ ອາມາຊີຢາ ປະໂຣຫິດແຫ່ງເມືອງ ເບັດເອນ ກໍລາຍງານໃຫ້ກະສັດ ເຢໂຣໂບອາມ ແຫ່ງອິດສະຣາເອນ ວ່າ, “ອາໂມດ ກໍາລັງວາງແຜນຄົບຄິດກັບພວກປະຊາຊົນກະບົດ ຕໍ່ສູ້ທ່ານ. ຄໍາເວົ້າຂອງລາວຈະທໍາລາຍປະເທດ.
\v 11 ລາວ ເວົ້າດັ່ງນີ້: ‘ເຢໂຣໂບອາມ ຈະຕ້ອງຕາຍຢູ່ໃນສະໜາມຮົບ ແລະ ປະຊາຊົນອິດສະຣາເອນ ຈະຖືກຈັບໄປເປັນຊະເລີຍ ໃນຕ່າງຖິ່ນໄກຈາກດິນແດນຂອງພວກເຂົາ.
\s5
\v 12 ແລ້ວ ອາມາຊີຢາ ກໍກ່າວຕໍ່ອາໂມດ ວ່າ, “ທ່ານຜູ້ທຳນວາຍ ເອີຍ ພໍແລ້ວຈົ່ງກັບຄືນເມືອຍັງ ຢູດາຍ ຫາລ້ຽງຊີບ ດ້ວຍການທາໍນວາຍຢູ່ໃນທີ່ນັ້ນສາ.
\v 13 ຢ່າສູ່ທຳນວາຍຢູ່ໃນເມືອງ ເບັດເອນ ນີ້ຕໍ່ໄປ. ບ່ອນນີ້ ເປັນສະຖານທີ່ກະສັດ ນະມັດສະການ ຄືເປັນພຣະວິຫານ ປະຈໍາຊາດ.”
\s5
\v 14 ອາໂມດ ຈຶ່ງຕອບວ່າ, “ຂ້ອຍບໍ່ແມ່ນຜູ້ທາໍນວາຍ ທີ່ທາໍນວາຍຮັບຈ້າງ. ຂ້ອຍເປັນຄົນລ້ຽງສັດ ແລະ ເປັນຜູ້ຮັກສາຕົ້ນໝາກເດື່ອເທດ.
\v 15 ແຕ່ ອົງພຣະຜູ້ເປັນເຈົ້າໄດ້ໃຫ້ຂ້ອຍເຊົາລ້ຽງແກະ ຊຶ່ງ ເປັນອາຊີບຂອງຂ້ອຍ ແລະ ອົງພຣະຜູ້ເປັນເຈົ້າ ໄດ້ສັ່ງໃຫ້ຂ້ອຍມາທາໍນວາຍ ຕໍ່ພວກອິດສະຣາເອນ ປະຊາຊົນຂອງພຣະອົງ.
\s5
\v 16 ບັດນີ້ ຈົ່ງຟັງຖ້ອຍຄໍາ ທີ່ອົງພຣະຜູ້ເປັນເຈົ້າ ກ່າວເທີ້ນ. ເຈົ້າໄດ້ບອກໃຫ້ຂ້ອຍເຊົາທາໍນວາຍ ແລະ ເຊົາກ່າວຕໍ່ສູ້ປະຊາຊົນອິດສະຣາເອນ.
\v 17 ສະນັ້ນແຫລະ ອາມາຊີຢາ ເອີຍ ອົງພຣະຜູ້ເປັນເຈົ້າ ຈຶ່ງກ່າວຕໍ່ເຈົ້າວ່າ, ‘ເມຍຂອງເຈົ້າ ຈະກາຍເປັນໂສເພນີ ຢູ່ໃນເມືອງນີ້ ລູກຊາຍຍິງຂອງ ເຈົ້າ ຈະຖືກຂ້າໃນສົງຄາມ. ດິນແດນຂອງເຈົ້າ ຈະ ຖືກແບ່ງໃຫ້ຄົນອື່ນແລ້ວ ເຈົ້າເອງກໍຈະຕາຍຢູ່ໃນ ດິນແດນຂອງຄົນ ບໍ່ນັບຖືພຣະເຈົ້າ. ສ່ວນປະຊາຊົນອິດສະຣາເອນ ນັ້ນຈະຖືກຈັບໄປເປັນຊະເລີຍ ໃນຕ່າງຖິ່ນ.
\s5
\c 8
\p
\v 1 ອົງພຣະຜູ້ເປັນເຈົ້າ ພຣະເຈົ້າໄດ້ໃຫ້ຂ້າພະເຈົ້າ ເຫັນນິມິດ ຢ່າງອື່ນອີກ. ໃນນິມິດນັ້ນ ຂ້າພະເຈົ້າໄດ້ເຫັນກະຕ່າ ໝາກໄມ້ກະຕ່າໜຶ່ງ.
\v 2 ພຣະອົງຖາມ ວ່າ, “ອາໂມດ ເຈົ້າເຫັນຫຍັງແດ່? ” ຂ້າພະເຈົ້າຕອບ ວ່າ, “ເຫັນກະຕ່າ ໝາກໄມ້. ” ອົງພຣະຜູ້ເປັນເຈົ້າບອກຂ້າພະເຈົ້າ ວ່າ, “ຄາວສຸດທ້າຍ [ດ] ໄດ້ມາຮອດແລ້ວ ສໍາລັບຊາດອິດສະຣາເອນ ປະຊາຊົນ​ຂອງ​ເຮົາ ເຮົາ​ຈະ​ບໍ່​ປ່ຽນ​ໃຈ​ໃນ​ການ​ລົງ​ໂທດ​ພວກ​ເຂົາ.
\v 3 ພຣະເຈົ້າຢາເວ ພຣະເຈົ້າກ່າວດັ່ງນັ້ນແຫລະ ໃນມື້ນັ້ນ ສຽງຮ້ອງເພງໃນວັງ ຈະກາຍເປັນສຽງຄໍ່າຄວນ. ຊາກສົບຂອງຄົນຕາຍ ຈະມີຢູ່ທຸກບ່ອນ. ພວກເຂົາ ຈະຖືກໂຍນຖິ້ມອອກໄປຢູ່ໃນຄວາມງຽບ. ” [ຕ]
\s5
\v 4 ຈົ່ງຟັງເລື່ອງນີ້ເຖີດ ພວກທີ່ຢຽບຢໍ່າ​ຄົນຂັດ ສົນ ແລະ ພະຍາຍາມທາໍລາຍຄົນຍາກຈົນຢູ່ໃນປະເທດ. ພວກເຈົ້າເວົ້າກັບຕົນເອງ ວ່າ, “ພວກເຮົາລໍຖ້າ ຢາກໃຫ້ວັນເດືອນຂຶ້ນໃໝ່ ເຫລົ່ານີ້ຜ່ານພົ້ນໄປ ເກືອບບໍ່ໄຫວ ເພາະພວກເຮົາຢາກ ຂາຍເຂົ້າສາລີ.
\v 5 ຍັງດົນປານໃດ ວັນຊະບາໂຕ ຈະໝົດໄປ ເພື່ອວ່າພວກເຮົາຈະເລີ່ມຂາຍເຂົ້າສາລີໄດ້? ແລ້ວພວກເຮົາ ກໍຈະຄິດຄ່າເກີນກວ່າລາຄາ, ໃຊ້ເຄື່ອງຜອງບໍ່ຖືກຕ້ອງ ແລະ ດັດແປງຊິງ ເພື່ອສໍ້ໂກງລູກຄ້າຂອງພວກເຮົາ.
\v 6 ພວກເຮົາສາມາດ ຂາຍເຂົ້າບໍ່ດີ ໃນລາຄາແພງ. ພວກເຮົາຈະຊອກຫາ ຊື້ເອົາຄົນຍາກຈົນມາ ເປັນທາດຮັບໃຊ້ ໃນລາຄາເທົ່າກັບເກີບພຽງຄູ່ດຽວ.”
\s5
\v 7 ອົງພຣະຜູ້ເປັນເຈົ້າຂອງຊາດອິດສະຣາເອນ ໄດ້ສັນຍາໄວ້ ວ່າ, “ເຮົາຈະບໍ່ລືມ ການກະທາໍອັນ ຊົ່ວຊ້າຂອງພວກເຂົາ.
\v 8 ສະນັ້ນແຫລະ ແຜ່ນດິນໂລກ ຈະຫວັ່ນໄຫວ ທຸກຄົນໃນດິນແດນນີ້ ຈະຕ້ອງໂສກເສົ້າເສຍໃຈ. ທົ່ວທັງປະເທດຈະສັ່ນສະເທືອນ ຟົ້ງຂຶ້ນ ແລະ ເຈື່ອນລົງເໝືອນກັນກັບແມ່ນາໍ້ນິນ.
\s5
\v 9 ໃນມື້ນັ້ນ ເຮົາຈະໃຫ້ຕາເວັນຕົກ ໃນຍາມທ່ຽງ ແລະ ແຜ່ນດິນໂລກຈະມືດມົນ ໃນຍາມກາງເວັນ. ພຣະເຈົ້າຢາເວ ພຣະເຈົ້າກ່າວດັ່ງນີ້ແຫລະ.
\v 10 ເຮົາຈະໃຫ້ເທດສະການຕ່າງໆ ກາຍເປັນງານ ແຫ່ສົບ ແລະ ຈະປ່ຽນເພງສະໜຸກສະໜານ ໃຫ້ເປັນ ສຽງຮ້ອງໄຫ້ ທີ່ໂສກເສົ້າເສຍໃຈ. ເຮົາຈະໃຫ້ພວກເຈົ້າແຖຫົວ ແລະ ນຸ່ງເຄື່ອງໄວ້ທຸກ ແລະ ພວກເຈົ້າ ກໍຈະເປັນດັ່ງພໍ່ແມ່ ທີ່ຮ້ອງໄຫ້ໄວ້ທຸກ ນໍາລູກຊາຍໂທນ ທີ່ຕາຍໄປ. ໃນມື້ນັ້ນ ຈະມີແຕ່ຄວາມຂົມຂື່ນ ຈົນເຖິງທີ່ສຸດ.
\s5
\v 11 ເວລາໃກ້ເຂົ້າມາແລ້ວ ເມື່ອເຮົາຈະໃຫ້ ການອຶດຢາກ ເກີດຂຶ້ນໃນແຜ່ນດິນ. ປະຊາຊົນ ຈະຫິວເຂົ້າ ແຕ່ບໍ່ແມ່ນຫິວເຂົ້າຈີ່; ພວກເຂົາຈະຄໍແຫ້ງ ແຕ່ບໍ່ແມ່ນກະຫາຍນາໍ້; ພວກເຂົາຈະຫິວ ກະຫາຍຖ້ອຍຄໍາ ຈາກອົງພຣະຜູ້ເປັນເຈົ້າ. ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ແຫລະ.
\v 12 ປະຊາຊົນຈະທ່ອງທ່ຽວໄປມາ ແຕ່ທະເລຕາຍ ຈົນເຖິງ ທະເລເມດີແຕຣາເນ ແລ້ວແຕ່ທາງເໜືອ ໄປສູ່ທາງຕາເວັນອອກ. ພວກເຂົາຈະຊອກຫາ ຖ້ອຍຄໍາຂອງອົງພຣະຜູ້ເປັນເຈົ້າ ຈາກທຸກທີ່ທຸກບ່ອນ ແຕ່ພວກເຂົາຈະບໍ່ພົບ.
\s5
\v 13 ໃນມື້ນັ້ນ ແມ່ນແຕ່ ພວກຜູ້ສາວ ແລະ ພວກ ຜູ້ບ່າວ ທີ່ມີສຸຂະພາບດີ ກໍຈະລົ້ມສະຫລົບລົງ ຍ້ອນກະຫາຍນໍ້າ.
\v 14 ສ່ວນຜູ້ທີ່ສາບານ ໂດຍ ຮູບເຄົາຣົບແຫ່ງຊາມາເຣຍ ທີ່ວ່າ ‘ໃນນາມພະຂອງເມືອງດ່ານ’ ຫລື ‘ໃນນາມພະຂອງເມືອງ ເບເອນເຊບາ’ ພວກເຂົາກໍຈະລົ້ມລົງ ແລະ ຈະລຸກຂຶ້ນບໍ່ໄດ້ຈັກເທື່ອ.”
\s5
\c 9
\p
\v 1 ຂ້າພະເຈົ້າໄດ້ເຫັນອົງພຣະຜູ້ເປັນເຈົ້າ ຢືນຢູ່ຂ້າງແທ່ນບູຊາ. ພຣະອົງໄດ້ສັ່ງວ່າ, “ຈົ່ງທຸບຕີ ຍອດເສົາວິຫານ ໃຫ້ແຮງໆ ຈົນພື້ນຂອງມັນສະເທືອນ ຫວັ່ນໄຫວ. ຈົ່ງຫັກເສົາລົງເປັນທ່ອນໆ ທັບຫົວປະຊາຊົນ. ສ່ວນຄົນທີ່ຍັງເຫລືອນັ້ນ ເຮົາຈະຂ້າພວກເຂົາໃນສະໜາມຮົບ. ເຮົາຈະບໍ່ໃຫ້ຜູ້ໃດແລ່ນປົບໜີໄປໄດ້ ແມ່ນແຕ່ຜູ້ດຽວ.
\v 2 ເຖິງແມ່ນວ່າ ພວກເຂົາຈະຂຸດຊ່ອງທາງ ໄປສູ່ພິພົບຄົນຕາຍ ເຮົາກໍຈະໄລ່ຈັບພວກເຂົາໃຫ້ທັນ. ຖ້າພວກເຂົາຂຶ້ນເມືອຟ້າສະຫວັນ ເຮົາກໍຈະດຶງພວກເຂົາ ລົງມາ.
\s5
\v 3 ຖ້າພວກເຂົາ ​ລີ້ຢູ່ເທິງຍອດພູ ກາເມນ ເຮົາກໍຈະຄົ້ນຫາ ແລະ ຈັບພວກເຂົາມາ. ຖ້າພວກເຂົາລີ້ຢູ່ພື້ນທະເລ ເຮົາກໍຈະສັ່ງມັງກອນທະເລ [ຖ] ກັດກິນພວກເຂົາເສຍ.
\v 4 ຖ້າພວກເຂົາຖືກສັດຕູຈັບໄປ ເຮົາກໍຈະສັ່ງໃຫ້ສັດຕູຂ້າພວກເຂົາຖິ້ມ. ເຮົາໄດ້ຕັດສິນໃຈ ທາໍລາຍພວກເຂົາ ແລະ ບໍ່ແມ່ນຊ່ວຍເຫລືອພວກເຂົາ.”
\s5
\v 5 ພຣະເຈົ້າຢາເວ ພຣະເຈົ້າອົງຊົງຣິດອໍານາດ ຍິ່ງໃຫຍ່ ພຣະອົງແຕະຕ້ອງແຜ່ນດິນໂລກ ເຮົາກໍຫວັ່ນໄຫວໂລດ ທຸກໆຄົນທີ່ອາໄສຢູ່ໃນທີ່ນັ້ນກໍໂສກເສົ້າເສຍໃຈ ທົ່ວທັງໂລກ ຟົ້ງຂຶ້ນ ໂຍບລົງດັ່ງແມ່ນາໍ້ນິນນັ້ນ.
\v 6 ພຣະອົງສ້າງພຣະຣາຊວັງ ​ທີ່ເທິງຟ້າສະຫວັນ ແລະ ໃຫ້ວົງໂຄ້ງທ້ອງຟ້າ ປົກຄຸມ ເທິງແຜ່ນດິນໂລກ. ພຣະອົງເອົານໍ້າຂຶ້ນມາ ຈາກທ້ອງທະເລ ແລະ ເທນາໍ້ທະເລ ລົງໃສ່ແຜ່ນດິນໂລກ. ນາມຂອງພຣະອົງ ແມ່ນ ອົງພຣະຜູ້ເປັນເຈົ້າ.
\s5
\v 7 ອົງພຣະຜູ້ເປັນເຈົ້າ ກ່າວວ່າ, “ປະຊາຊົນ ອິດສະຣາເອນ ເອີຍ ເຮົາຄິດເຖິງພວກເຈົ້າ ດັ່ງຄິດເຖິງຊາວເອຕິໂອເປຍ. ເຮົາໄດ້ພາພວກຟີລິດສະຕິນ ອອກຈາກເກາະ ກະເຣເຕ ແລະພາພວກຊີເຣຍ ອອກມາຈາກເມືອງ ກີຣະ ດັ່ງທີ່ເຮົາໄດ້ນໍາພາພວກເຈົ້າອອກ ມາຈາກປະເທດ ເອຢິບ.
\v 8 ພຣະເຈົ້າຢາເວ ພຣະເຈົ້າພວມສັງເກດເບິ່ງ ອານາຈັກອິດສະຣາເອນ ທີ່ເຕັມໄປດ້ວຍການບາບ ແລະ ເຮົາຈະທາໍລາຍມັນ ໃຫ້ໝົດໄປຈາກ ຜືນແຜ່ນດິນໂລກນີ້. ແຕ່ເຮົາຈະບໍ່ທາໍລາຍ ຄອບຄົວທັງໝົດຂອງ ຢາໂຄບ.
\s5
\v 9 ເຮົາຈະອອກຄໍາສັ່ງ ແລະ ຈະຝັດຮ່ອນພວກອິດສະຣາເອນ ດັ່ງຝັດຮ່ອນເຂົ້າ ຢູ່ໃນກະດົ້ງ. ເຮົາຈະຝັດຮ່ອນພວກເຂົາ ໃນທ່າມກາງ ຊົນຊາດທັງຫລາຍ ເພື່ອເອົາຜູ້ທີ່ບໍ່ມີຄຸນຄ່າທຸກຄົນອອກໄປ.
\v 10 ຄົນບາບ ທີ່ຢູ່ທ່າມກາງປະຊາຊົນຂອງເຮົາ ຈະຖືກຂ້າໃນສະໜາມຮົບ ຄື ຜູ້ທີ່ເວົ້າວ່າ, ‘ພຣະເຈົ້າຈະບໍ່ໃຫ້ໄພອັນຕະລາຍ ຢ່າງໃດມາໃກ້ ພວກເຮົາດອກ.
\s5
\v 11 “ມື້ໜຶ່ງ ໃກ້ເຂົ້າມາແລ້ວ ເມື່ອເຮົາຈະສ້າງ ອານາຈັກຂອງດາວິດ ຂຶ້ນໃໝ່ ຄື ເປັນດັ່ງເຮືອນ ຫລັງໜຶ່ງທີ່ຮົກຮ້າງເພພັງນັ້ນ. ເຮົາຈະສ້ອມແປງກາໍແພງ ອີກໃໝ່ ໃຫ້ເປັນດັ່ງທີ່ເຄີຍເປັນມາ ແຕ່ດົນນານແລ້ວ.
\v 12 ດັ່ງນັ້ນແຫລະ ປະຊາຊົນອິດສະຣາເອນ ຈຶ່ງຈະໄດ້ຢຶດຄອງ ອີກເທື່ອໜຶ່ງ ພວກທີ່ຍັງເຫລືອຢູ່ໃນເອໂດມ ແລະ ຊົນຊາດອື່ນ ໆ ທີ່ເປັນຝ່າຍເຮົາມາກ່ອນ. ” ອົງພຣະຜູ້ເປັນເຈົ້າ ຜູ້ເຮັດໃຫ້ສິ່ງນີ້ ບັງເກີດຂຶ້ນ ກ່າວດັ່ງນີ້ແຫລະ.
\s5
\v 13 ອົງພຣະຜູ້ເປັນເຈົ້າ ກ່າວ ວ່າ, “ມື້ນັ້ນ ກາໍລັງມາເຖິງ ເມື່ອຕົ້ນເຂົ້າຈະໃຫຍ່ໄວກ່ອນ ເວລາພໍກ່ຽວ ແລະ ໝາກອະງຸ່ນ ກໍໃຫຍ່ໄວກ່ອນ ເວລາບີບອະງຸ່ນ ນາໍ້ອະງຸ່ນຈະຍ້ອຍລົງ ຈາກພູເຂົາ ແລະ ໄຫລສູ່ພູນ້ອຍ.
\s5
\v 14 ເຮົາຈະນາໍປະຊາຊົນຂອງເຮົາ ຄືນສູ່ດິນເດີມຂອງພວກເຂົາ ສ້າງເມືອງເພພັງຂຶ້ນໃໝ່ ແລະ ອາໄສຢູ່ທີ່ນັ້ນ; ພວກເຂົາຈະເຮັດສວນອະງຸ່ນ ອີກ ແລະ ດື່ມເຫລົ້າອະງຸ່ນ ພວກເຂົາຈະເຮັດສວນຜັກ ແລະ ກິນເຄື່ອງປູກຝັງນັ້ນ.
\v 15 ເຮົາຈະປູກປະຊາຊົນຂອງເຮົາ ໄວ້ຢູ່ໃນດິນແດນ ບ່ອນທີ່ເຮົາມອບໃຫ້ ແກ່ພວກເຂົາເຈົ້າ ແລະ ພວກເຂົາຈະບໍ່ຖືກຫລົກອອກໜີໄປເລີຍ. ” ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ກ່າວດັ່ງນີ້ແຫລະ.