lo_bible/29-JOL.usfm

158 lines
28 KiB
Plaintext
Raw Permalink Blame History

This file contains ambiguous Unicode characters

This file contains Unicode characters that might be confused with other characters. If you think that this is intentional, you can safely ignore this warning. Use the Escape button to reveal them.

\id JOL
\ide UTF-8
\h ພ​ຣະ​ທຳ ໂຢ​ເອນ
\toc1 ພ​ຣະ​ທຳ ໂຢ​ເອນ
\toc2 ພ​ຣະ​ທຳ ໂຢ​ເອນ
\toc3 jol
\mt ພ​ຣະ​ທຳ ໂຢ​ເອນ
\s5
\c 1
\p
\v 1 ຕໍ່ໄປນີ້ ແມ່ນຖ້ອຍຄໍາຂອງອົງພຣະຜູ້ເປັນເຈົ້າທີ່ໄດ້ກ່າວແກ່ ໂຢເອນ ລູກຊາຍ ຂອງ ເປທູເອນ.
\v 2 ຈົ່ງຕັ້ງໃຈຟັງເຖີດ ພວກເຈົ້າຜູ້ເຖົ້າແກ່ທັງຫລາຍທຸກ ໆ ຄົນໃນຢູດາຍ ເອີຍ ຈົ່ງຟັງເທີ້ນສິ່ງເຊັ່ນນີ້ ເຄີຍເກີດຂຶ້ນໃນ ສະໄໝພວກເຈົ້າ ຫລືບໍ່? ຫລື ໃນສະໄໝ ບັນພະບຸລຸດຂອງພວກເຈົ້າບໍ່?
\v 3 ຈົ່ງເລົ່າເລື່ອງລາວໃຫ້ລູກ ໆ ຂອງພວກເຈົ້າຟັງເດີ ເພື່ອວ່າພວກເຂົາຈະບອກສອນລູກ ໆ ຂອງ ພວກເຂົາຕໍ່ ໆ ໄປ ແລະ ພໍເມື່ອມາເຖິງຜຽນ ຂອງພວກເຂົາ ພວກເຂົາກໍຈະເລົ່າໃຫ້ຄົນຊົ່ວ ອາຍຸຕໍ່ໄປຮູ້.
\s5
\v 4 ຕັກແຕນເປັນໝູ່ ໆ ກັດກິນຜົນລະປູກ ທັງຫລາຍ ສິ່ງເຫລືອຈາກຕັກແຕນໝູ່ໜຶ່ງ ກໍມີໝູ່ອື່ນກິນອີກ.
\s5
\v 5 ພວກຂີ້ເຫລົ້າເອີຍ ຈົ່ງຕື່ນຂຶ້ນຮ້ອງຄໍ່າຄວນເຖີດ ນັກດື່ມເຫລົ້າອະງຸ່ນເອີຍ ຈົ່ງຮ້ອງໄຫ້ຮໍ່າໄຮເຖີດ ເພາະພົ້ວໝາກອະງຸ່ນທີ່ ຫວັງເຮັດເຫລົ້າໃໝ່ ກໍໄດ້ຖືກທາໍລາຍໄປໝົດ ກ້ຽງແລ້ວເດ
\v 6 ກອງທັບຕັກແຕນໄດ້ໂຈມຕີ ດິນແດນເຮົາ ມັນສູ້ຊົນທົນຫລາຍ ແລະ ທັງນັບບໍ່ຖ້ວນ; ມັນເປັນນັກຮາວີທີ່ທາໍລາຍແຂ້ວ ຄື ແຂ້ວໂຕສິງ ຫລື ດັ່ງແຂ້ວຄົມ ໆ ຂອງໂຕ ສິງແມ່.
\v 7 ມັນໄດ້ທາໍລາຍເຄືອພົ້ວອະງຸ່ນ ຂອງພວກເຮົາ ແລະ ກັດກິນກົກໝາກເດື່ອ ເທດພວກເຮົາດ້ວຍ. ມັນໄດ້ກັດໄດ້ແຫ້ນເປືອກໄມ້ອອກໝົດ ຈົນກິ່ງກ້ານເປັນສີຂາວຫລ້ອນ.
\s5
\v 8 ຈົ່ງຮ້ອງໄຫ້ ດັ່ງຍິງສາວໄວ້ທຸກໃຫ້ຄົນຕາຍ ຄື ຜູ້ບ່າວທີ່ນາງຈະແຕ່ງງານນໍານັ້ນ.
\v 9 ໃນວິຫານຂອງອົງພຣະຜູ້ເປັນເຈົ້າ ບໍ່ມີເຂົ້າເຫລົ້າອະງຸ່ນຖວາຍເລີຍ ປະໂຣຫິດໄວ້ທຸກບໍ່ມີ ເຄື່ອງຖວາຍແກ່ອົງພຣະຜູ້ເປັນເຈົ້າ.
\v 10 ທົ່ງໄຮ່ທົ່ງນາກໍຖືກທາໍລາຍຈົນໝົດ ທີ່ດິນກໍຈົມຢູ່ໃນຄວາມງຽບເຫງົາທັງສິ້ນ. ບໍ່ມີຮວງເຂົ້າ ແລະ ບໍ່ມີພົ້ວໝາກອະງຸ່ນ ໝາກກອກເທດກໍບໍ່ມີຢູ່ຕົ້ນ ພໍເຮັດນາໍ້ມັນໄດ້.
\s5
\v 11 ພໍ່ນາທັງຫລາຍເອີຍ ຈົ່ງໂສກເສົ້າກັນເຖີດ ຜູ້ເຝົ້າສວນອະງຸ່ນເອີຍ ຈົ່ງຮ້ອງໄຫ້ສາເຖີດ ເພາະເຂົ້າບາເລ ແລະ ເຂົ້າເດືອຍກໍດີ ແລະ ຜົນລະປູກທັງໝົດກໍຖືກທາໍລາຍກ້ຽງ.
\v 12 ເຄືອອະງຸ່ນ ແລະ ກົກໝາກເດື່ອ ກໍຮ່ວງໂຮຍ ຕົ້ນໝາກພິລາ ກົກຕານ ແລະ ຕົ້ນໝາກຈອງດ້ວຍ. ຄື ຕົ້ນໝາກໄມ້ທຸກ ໆ ຕົ້ນກໍຫ່ຽວແຫ້ງຕາຍໄປ ຄວາມຊົມຊື່ນຂອງປະຊາຊົນກໍສູນຫາຍໄປສິ້ນ.
\s5
\v 13 ພວກເຈົ້າປະໂຣຫິດ ຜູ້ຮັບໃຊ້ທີ່ແທ່ນບູຊາເອີຍ ຈົ່ງນຸ່ງຜ້າກະສອບເຂົ້າ ແລະ ຮ້ອງໄຫ້ສາເຖີດ ຈົ່ງເຂົ້າໄປໃນພຣະວິຫານ ແລະຮ້ອງໄຫ້ທັງຄືນສາ ເພາະບໍ່ມີເຂົ້າ, ເຫລົ້າອະງຸ່ນຖວາຍແກ່ພຣະເຈົ້າ.
\v 14 ຈົ່ງອອກຄໍາສັ່ງໃຫ້ປະຊາຊົນອົດອາຫານ ຈົ່ງເອີ້ນກັນ ມາປະຊຸມເປັນການນັດພິເສດ ຈົ່ງເຕົ້າໂຮມ ພວກຜູ້ປົກຄອງທັງຊາວຢູດາ ໃນວິຫານຂອງ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ແລະ ພາກັນຮ້ອງໄຫ້ຫາອົງພຣະຜູ້ເປັນເຈົ້າ.
\s5
\v 15 ມື້ຂອງອົງພຣະຜູ້ເປັນເຈົ້າ ຫຍັບເຂົ້າມາໃກ້ທຸກທີ ຄື ມື້ທີ່ອົງຊົງຣິດຍິ່ງໃຫຍ່ຈະ ນາໍການທາໍລາຍ ມາໃຫ້ເປັນການທາໍລາຍໃຫຍ່ ທີ່ໜ້າຢ້ານກົວຫລາຍ ມື້ນັ້ນແຫລະຈະໜ້າຢ້ານກົວແທ້ ໆ
\v 16 ພວກເຮົາໝົດທີ່ເພິ່ງ ເມື່ອເບິ່ງພືດຜົນຖືກທໍາລາຍ ຄວາມມ່ວນຊື່ນໃນພຣະວິຫານ ກໍຫັບຫາຍໄປສິ້ນ.
\v 17 ເມັດພືດຕາຍໃນດິນແຫ້ງ ບໍ່ມີເຂົ້າໃນສາງ ເລົ້າເຂົ້າຖືກມ້າງລົງໃຫ້ເພພັງໝົດສິ້ນ.
\s5
\v 18 ຍ້ອນບໍ່ມີຫຍ້າ ຝູງສັດລ້ຽງກໍສັບສົນວຸ້ນວາຍ ຝູງແກະທັງຫລາຍຕ່າງກໍທົນທຸກດ້ວຍ.
\v 19 ຂ້າແດ່ອົງພຣະຜູ້ເປັນເຈົ້າ ຂ້ານ້ອຍຮ້ອງຫາພຣະອົງ ທົ່ງຫຍ້າຕົ້ນໄມ້ແຫ້ງຕາຍ ແລະ ຖືກໄຟໄໝ້.
\v 20 ແມ່ນແຕ່ຝູງ ສັດປ່າ ຍັງຮ້ອງຫາໃຫ້ຊ່ວຍເຫລືອ ເພາະນາໍ້ ໃນຫ້ວຍຮ່ອງເຫືອດແຫ້ງລົງໝົດສິ້ນ.
\s5
\c 2
\p
\v 1 ຈົ່ງເປົ່າແກຂຶ້ນເຕືອນໄພ ທີ່ເທິງພູເຂົາຊີໂອນ ສາ ພູເຂົາສັກສິດຂອງພຣະເຈົ້າເອີຍ [ກ] ຈົ່ງສັ່ນສະທ້ານເຖີດ ປະຊາຊົນຢູດາເອີຍ ເຖິງວັນຂອງອົງພຣະຜູ້ເປັນເຈົ້າແລ້ວ ວັນນັ້ນພວມຫຍັບເຂົ້າມາໃກ້ແລ້ວ.
\v 2 ວັນນັ້ນຈະ ມືດຄື້ມ ແລະ ມືດມົວຫລາຍ ເປັນມື້ທີ່ມີເມກຕຶບ ແລະ ມືດໜາແທ້ ໆ. ຝູງຕັກແຕນບຸກໜ້າ ເປັນກອງທັບອັນໃຫຍ່ ດັ່ງມືດກາໍລັງແຜ່ອອກໄປ ທົ່ວໜ່ວຍພູເຂົາ. ບໍ່ເຄີຍມີຜູ້ໃດເຫັນສິ່ງນີ້ ມາແຕ່ກ່ອນເລີຍ ແລະ ຈະບໍ່ມີຜູ້ໃດເຫັນເຊັ່ນນີ້ ຕໍ່ໄປອີກ.
\s5
\v 3 ມັນກິນເຄື່ອງປູກກ້ຽງ ດັ່ງໄຟໄໝ້ເຜົາ ຜານດິນແດນເບື້ອງໜ້າ ມັນເປັນດັ່ງສວນ ເອເດນ ພຸ້ນ ແຕ່ເບື້ອງຫລັງນັ້ນເປັນຖິ່ນແຫ້ງແລ້ງກັນດານ ທີ່ບໍ່ມີຫຍັງຈະໜີພົ້ນຈາກ ມັນໄປໄດ້.
\s5
\v 4 ຕ່າງຄົນກໍເວົ້າວ່າ ມັນເປັນຝູງກອງທັບ ມ້າເສິກ ພາກັນແລ່ນໄປໄວ ດັ່ງຝູງມ້າຮົບ.
\v 5 ເມື່ອມັນກະໂດດເຕັ້ນ ຢູ່ເທິງຈອມພູເຂົາທັງຫລາຍ ກໍມີສຽງດັງເໝືອນສຽງລົດຮົບ; ດັງປອັກແປັກ ຄື ສຽງໄຟໄໝ້ຫຍ້າແຫ້ງ ຕາມທົ່ງນາມາເປັນຖັນແຖວ ຄື ກອງທັບໃຫຍ່ເຂົ້າສູ່ສະໜາມຮົບ.
\s5
\v 6 ເມື່ອມັນເຂົ້າມາໃກ້ ໆ ທຸກຄົນຕ່າງກໍຢ້ານກົວ ຈົນໜ້າແຕ່ລະຄົນຂາວຊີດໄປທັງນັ້ນ.
\v 7 ມັນໂຈມຕີເກັ່ງດັ່ງນັກຮົບໂຈມຕີ ມັນປີນກາໍແພງດັ່ງທະຫານປີນຂຶ້ນ. ທັງໝົດຕ່າງກໍກ້າວເດີນໄປ ເປັນຖັນແຖວເດີນໄປຊື່ກົງບໍ່ຫັນປ່ຽນໄປທິດອື່ນ
\s5
\v 8 ຫລື ບໍ່ກັກກັ້ນທາງເດີນຂອງກັນແລະກັນ ໄຕ່ບຸກຜ່ານແນວປ້ອງກັນ ໂດຍບໍ່ມີຜູ້ໃດຢຸດຢັ້ງໄດ້.
\v 9 ມັນຟ້າວບຸກເຂົ້າ ແລະ ກະຈາຍໄປທົ່ວເມືອງແລ້ວ ຕ່າງກໍແລ່ນຂ້າມ ກາໍແພງໄປທັງນັ້ນ; ມັນປີນຂຶ້ນໄປສູ່ເທິງເຮືອນ ເທິງຊານແລະລອດປ່ອງເຂົ້າໄປ ດັ່ງຂະໂມຍງັດແງະ.
\s5
\v 10 ແຜ່ນດິນໂລກ ແລະ ທ້ອງຟ້າກໍສັ່ນສະເທືອນ ເມື່ອມັນພາກັນບຸກໜ້າເຂົ້າໄປນັ້ນ; ດວງອາທິດ ແລະ ດວງຈັນ ກໍຄ່ອຍມືດດໍາໄປ ດວງດາວ ບໍ່ສ່ອງແສງຕໍ່ໄປອີກ.
\v 11 ອົງພຣະຜູ້ເປັນເຈົ້າ ຮ້ອງສັ່ງກອງທັບຂອງພຣະອົງ ກອງທັບທີ່ເຊື່ອຟັງມີຈາໍນວນຫລາຍ ແລະ ມີຣິດ. ວັນຂອງອົງພຣະຜູ້ເປັນເຈົ້າ ໜ້າຢ້ານກົວທີ່ສຸດ ແມ່ນຜູ້ໃດແດ່ເດ ຈະລອດຊີວິດໄປໄດ້?
\s5
\v 12 ອົງພຣະຜູ້ເປັນເຈົ້າ ກ່າວວ່າ, “ແຕ່ມາ ດຽວນີ້ ຈົ່ງກັບໃຈໃໝ່ຢ່າງແທ້ຈິງ ສາເຖີດ ແລະ ຈົ່ງກັບຄືນມາຫາເຮົາຢ່າງເຕັມໃຈດ້ວຍ ການອົດອາຫານ ແລະ ຮ້ອງໄຫ້ໄວ້ທຸກ.
\v 13 ໃຫ້ໃຈປວດລ້າວສໍ່ໃຫ້ເຫັນເຈົ້າເສົ້າເສຍໃຈ ຈີກເຄື່ອງນຸ່ງຂອງຕົນບໍ່ເປັນການພຽງພໍດອກ. ” ຈົ່ງກັບມາຫາອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງເຈົ້າສາ ພຣະອົງຊົງຄຸນຄວາມດີ ແລະເມດຕາເຕັມລົ້ນ; ພຣະອົງອົດທົນ ແລະ ເຮັດທຸກຢ່າງຕາມພຣະສັນຍາ ພ້ອມສະເໝີທີ່ຈະໃຫ້ອະໄພ ແລະຍົກໂທດໃຫ້.
\s5
\v 14 ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງເຈົ້າ ອາດປ່ຽນໃຈ ແລະ ອວຍພອນໃຫ້ມີພືດຜົນຢ່າງສົມບູນກໍໄດ້. ແລ້ວເຈົ້າກໍຈະໄດ້ຖວາຍບູຊາແກ່ພຣະອົງ ຄື ຖວາຍເຂົ້າ ແລະ ເຫລົ້າ ອະງຸ່ນດ້ວຍ.
\s5
\v 15 ຈົ່ງເປົ່າແກຂຶ້ນຢູ່ທີ່ເທິງພູເຂົາຊີໂອນ ຈົ່ງສັ່ງໃຫ້ອົດອາຫານ ແລະເອີ້ນປະຊຸມກັນເຖີດ
\v 16 ຈົ່ງບອກປະຊາຊົນໃຫ້ເຂົ້າມາ ເຕົ້າໂຮມກັນ ຕຽມພວກເຂົາໃຫ້ເຂົ້າຮ່ວມ ການປະຊຸມອັນສັກສິດນີ້; ຈົ່ງນໍາພວກເຖົ້າແກ່ ແລະ ເຕົ້າໂຮມເດັກນ້ອຍຄືກັນ ແມ່ນແຕ່ຜູ້ທີ່ຫາກໍ່ແຕ່ງງານ ກໍໃຫ້ອອກມາດ້ວຍ.
\s5
\v 17 ປະໂຣຫິດຜູ້ຮັບໃຊ້ອົງພຣະຜູ້ເປັນເຈົ້າ ກໍໃຫ້ມາຄືກັນ ລະຫວ່າງແທ່ນບູຊາ ແລະ ທາງເຂົ້າພຣະວິຫານນັ້ນ ຕ້ອງພາກັນຮ້ອງໄຫ້ ແລະ ພາວັນນາ ອະທິຖານຄືກັນ ວ່າ, “ຂ້າແດ່ອົງພຣະຜູ້ເປັນເຈົ້າ ໂຜດສົງສານປະຊາຊົນ ດ້ວຍ. ຂໍຢ່າໃຫ້ຊົນຊາດອື່ນດູໝິ່ນພວກຂ້ານ້ອຍເລີຍ ຫຍໍ້ຫຍັນວ່າ ພຣະເຈົ້າຂອງພວກເຈົ້າຢູ່ໃສແລ້ວ?”
\s5
\v 18 ແລ້ວພຣະເຈົ້າກໍໃຫ້ຄວາມເປັນຫ່ວງ ແກ່ດິນແດນຂອງພຣະອົງ ແລະ ອີດູ ປະຊາຊົນຂອງພຣະອົງດ້ວຍ.
\v 19 ພຣະອົງ ຕອບພວກເຂົາວ່າ, “ບັດນີ້ ເຮົາຈະໃຫ້ພວກເຈົ້າມີເຂົ້າ, ເຫລົ້າອະງຸ່ນ ແລະ ນາໍ້ມັນໝາກກອກເທດ ແລະ ພວກເຈົ້າຈະກິນຢ່າງ ອີ່ມໜາໍສໍາລານ ຊົນຊາດອື່ນຈະບໍ່ຫຍໍ້ຫຍັນ ພວກເຈົ້າຕໍ່ໄປອີກ.
\s5
\v 20 ເຮົາຈະໄລ່ກອງທັບຕັກແຕນມາແຕ່ເໜືອໜີໄປ ຍ້າຍມັນບາງຝູງໄປ ທີ່ຖິ່ນແຫ້ງແລ້ງກັນດານພຸ້ນ. ສ່ວນກອງໜ້າຂອງມັນນັ້ນຈະຖືກໄລ່ໄປສູ່ທະເລຕາຍ ຝ່າຍກອງຫລັງຈະໄປຕົກທະເລ ເມດີແຕຣາເນ ພຸ້ນ. ຊາກສົບຂອງມັນຈະເໝັນເນົ່າທົ່ວໄປ ເຮົາຈະ ທາໍລາຍຍ້ອນທຸກສິ່ງທີ່ມັນໄດ້ກະທາໍແກ່ເຈົ້າ.
\s5
\v 21 ທົ່ງ​ນາເອີຍ ຢ່າສູ່ຢ້ານແຕ່ປະການໃດ ແຕ່ຈົ່ງຊົມຊື່ນຍິນດີ ເພາະທຸກສິ່ງທີ່ຊົງໄດ້ກະທາໍສໍາລັບເຈົ້າ.
\v 22 ຝູງສັດເອີຍ ຢ່າສູ່ຢ້ານ ແຕ່ປະການໃດເລີຍ ທີ່ທົ່ງລ້ຽງສັດຕ່າງ ໆ ກໍມີຫຍ້າຂຽວສົດແລ້ວ; ຕົ້ນໄມ້ຕ່າງ ໆ ກໍເກີດໝາກເກີດຜົນ ໝາກເດື່ອແລະໝາກອະງຸ່ນ ກໍມີເຕັມຢູ່.
\v 23 ຊາວພູເຂົາຊີໂອນ ເອີຍ ຈົ່ງຊົມຊື່ນຍິນດີເຖີດ ຈົ່ງຊົມຊື່ນຍິນດີ ສໍາລັບສິ່ງທີ່ພຣະອົງໄດ້ກະທາໍນັ້ນ ສໍາລັບພວກເຈົ້າ ພຣະອົງເທຝົນ [ຂ] ລົງຕາມທີ່ພວກເຈົ້າຕ້ອງການໃຫ້ຝົນຕົ້ນລະດູ ແລະ ປາຍລະດູ ຄື ແຕ່ກ່ອນ.
\s5
\v 24 ໃນລານຟາດເຂົ້າ ຈະມີເຂົ້າຢ່າງຫລວງຫລາຍ ອ່າງບີບກໍມີແຕ່ນໍ້າອະງຸ່ນກັບນໍ້າມັນໝາກກອກເທດ.
\v 25 ຜົນລະປູກທີ່ ພວກເຈົ້າເສຍໃນປີທີ່ຝູງຕັກແຕນກິນ ເຮົາຈະ ທົດແທນໃຫ້ຄືນ ສິ່ງທີ່ໄດ້ເສຍໄປນັ້ນ. ແມ່ນ ເຮົາເອງທີ່ໄດ້ສົ່ງກອງທັບຕັກແຕນນີ້ມາເພື່ອວ່າ ໃຫ້ມັນໄດ້ຕໍ່ສູ້ພວກເຈົ້າ.
\s5
\v 26 ບັດນີ້ ພວກເຈົ້າຈະມີອາຫານກິນຢ່າງ ອີ່ມໜາໍສໍາລານ ຈົ່ງພາກັນຍົກຍໍອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ຜູ້ທີ່ໄດ້ເຮັດ ສິ່ງໜ້າງຶດງໍ້ ຕ່າງ ໆ ໃຫ້ພວກເຈົ້າເຫັນ ປະຊາຊົນຂອງເຮົາຈະບໍ່ຖືກດູໝິ່ນອີກຈັກເທື່ອ.
\v 27 ອິດສະຣາເອນ ເອີຍ ແລ້ວເຈົ້າຈະຮູ້ວ່າເຮົາສະຖິດຢູ່ນາໍ ແລະ ຮູ້ວ່າເຮົາ ຄື ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງເຈົ້າ ບໍ່ມີພຣະເຈົ້າອື່ນໃດອີກ ມີແຕ່ເຮົາເທົ່ານັ້ນເດີ ປະຊາຊົນຂອງເຮົາຈະບໍ່ຖືກດູໝິ່ນອີກຈັກເທື່ອ.
\s5
\v 28 ແລ້ວເຮົາຈະເທວິນຍານຂອງເຮົາ ແກ່ ຄົນທັງປວງ ລູກຊາຍຍິງພວກເຈົ້າຈະ ປະກາດພຣະທາໍຂອງເຮົາໄດ້; ສ່ວນຜູ້ເຖົ້າ ຈະຝັນເຫັນສິ່ງຕ່າງ ໆ ນາ ໆ ແລະຊາຍໜຸ່ມຍິງສາວ ກໍຈະເຫັນນິມິດຕ່າງ ໆ.
\v 29 ເວລານັ້ນ ເຮົາຈະເທວິນຍານຂອງເຮົາໃສ່ພວກຜູ້ຮັບໃຊ້ຂອງເຮົາ ທັງຊາຍ ແລະ ຍິງດ້ວຍ.
\s5
\v 30 ເຮົາຈະເຮັດການອັດສະຈັນທັງຫລາຍ ໃນທ້ອງຟ້າ ແລະ ທີ່ເທິງແຜ່ນດິນໂລກ; ຈະມີເລືອດ, ມີໄຟ ແລະ ມີຄວັນເປັນເສົາເມກ.
\v 31 ກ່ອນມື້ຍິ່ງໃຫຍ່ ໜ້າຢ້ານຂອງອົງພຣະຜູ້ເປັນເຈົ້າມາເຖິງ ອາທິດຈະມືດມົວ ທັງເດືອນຈະເປັນສີແດງດັ່ງເລືອດ.
\s5
\v 32 ແຕ່ທຸກຄົນທີ່ຂໍຮ້ອງໃຫ້ອົງພຣະຜູ້ເປັນເຈົ້າຊ່ວຍຊູ ກໍຈະພົ້ນໄພ ດັ່ງທີ່ອົງພຣະຜູ້ເປັນເຈົ້າໄດ້ກ່າວໄວ້: ‘ໃນນະຄອນເຢຣູຊາເລັມ ບາງຄົນຈະປົບໜີໄປ ພວກທີ່ອົງພຣະຜູ້ເປັນເຈົ້າເລືອກເຟັ້ນໄວ້ຈະມີຊີວິດຢູ່ລອດ.
\s5
\c 3
\p
\v 1 ອົງພຣະຜູ້ເປັນເຈົ້າກ່າວວ່າ, “ເວລານັ້ນ ເຮົາຈະເຮັດໃຫ້ຢູດາ ແລະ ເຢຣູຊາເລັມ ຈະເລີນຮຸ່ງເຮືອງຂຶ້ນໃໝ່.
\v 2 ເຮົາຈະນໍາທຸກຊົນຊາດ ໃຫ້ມາເຕົ້າໂຮມກັນ ແລະ ນໍາພວກເຂົາໄປຍັງຮ່ອມພູແຫ່ງການຕັດສິນນັ້ນ. ແລ້ວໃນທີ່ນັ້ນ ເຮົາກໍຈະຕັດສິນພວກເຂົາ ຕາມທີ່ພວກເຂົາທັງໝົດໄດ້ເຮັດຕໍ່ປະຊາຊົນຂອງເຮົານັ້ນ. ພວກເຂົາໄດ້ໃຫ້ຊາວອິດສະຣາເອນ ແຕກຊະໄປແດນອື່ນໄກ ແບ່ງແຍກອິດສະຣາເອນ ດິນແດນຂອງເຮົາດ້ວຍ.
\v 3 ພວກເຂົາໃຊ້ສະຫລາກຊີ້ຂາດຊາຕາກາໍຂອງ ປະຊາຊົນ ຄື ປະຊາຊົນຂອງເຮົາ ຜູ້ທີ່ພວກເຂົາໄດ້ຈັບໄປນັ້ນ. ພວກເຂົາໄດ້ຂາຍເດັກ ຊາຍຍິງທັງຫລາຍໃຫ້ເປັນທາດ. ເອົາເງິນໄປ ຈ່າຍໂສເພນີ ແລະ ຊື້ເຫລົ້າອະງຸ່ນດື່ມ.
\s5
\v 4 ເມືອງຕີເຣ, ເມືອງຊີໂດນ ແລະ ທົ່ວທັງປະເທດຟີລິດສະຕິນ ເອີຍ ພວກເຈົ້າຢາກຈະ ເຮັດຫຍັງກັບເຮົາ? ພວກເຈົ້າພະຍາຍາມ ແກ້ແຄ້ນເຮົາຊັ້ນບໍ? ຖ້າພວກເຈົ້າຄິດແກ້ແຄ້ນ ເຮົາ ເຮົາກໍຈະຕອບໂຕ້ຄືນໃນທັນທີ.
\v 5 ພວກເຈົ້າໄດ້ຂົນເອົາເງິນ ແລະ ຄໍາ ຕະຫລອດທັງຂອງມີຄ່າຂອງເຮົາ ໄປຍັງບັນດາວິຫານຂອງພວກເຈົ້າ.
\v 6 ພວກເຈົ້າ ໄດ້ນາໍເອົາປະຊາຊົນຢູດາ ແລະ ເຢຣູຊາເລັມ ໄປຈາກປະເທດຂອງພວກເຂົາ ເພື່ອຂາຍໃຫ້ແກ່ຊາວກຣີກ.
\s5
\v 7 ບັດນີ້ ເຮົາຈະນາໍພວກເຂົາອອກມາຈາກ ບ່ອນທີ່ພວກເຈົ້າໄດ້ຂາຍພວກເຂົາໄປນັ້ນ. ເຮົາຈະເຮັດຕໍ່ພວກເຈົ້າ ດັ່ງທີ່ພວກເຈົ້າໄດ້ເຮັດຕໍ່ພວກເຂົາ.
\v 8 ເຮົາຈະຂາຍລູກຊາຍ ຍິງຂອງພວກເຈົ້າໃຫ້ຊາວຢູດາ ແລ້ວຊາວຢູດາ ກໍຈະຂາຍພວກເຂົາຕໍ່ໃຫ້ຊາວເຊບາ ໃນ ດິນແດນທີ່ຫ່າງໄກ. ອົງພຣະຜູ້ເປັນເຈົ້າໄດ້ກ່າວດັ່ງນີ້ແຫລະ.
\s5
\v 9 ຈົ່ງປະກາດຂໍ້ຄວາມນີ້ໃຫ້ນາ ໆ ຊາດຮູ້ຈັກ ວ່າ, ‘ຈົ່ງຈັດຕຽມລົງມືເຮັດເສິກເຖີດ ຈົ່ງລະດົມພົນໄວ້ໃຫ້ມີພຽງພໍ ຈົ່ງລວບລວມທະຫານ ແລະ ຍົກທັບອອກໄປເຖີດ
\v 10 ຈົ່ງຕີໝາກສົບໄຖເປັນດາບ ແລະ ກ່ຽວເປັນຫອກສາ ແມ່ນແຕ່ຄົນອ່ອນແອກໍຕ້ອງລຸກຂຶ້ນຕໍ່ສູ້.
\s5
\v 11 ທຸກຊົນຊາດທີ່ຢູ່ອ້ອມແອ້ມ ຈົ່ງຟ້າວມາໄວ ໆ [ຄ] ຈົ່ງໃຫ້ເຕົ້າໂຮມກັນຢູ່ໃນຮ່ອມພູນັ້ນ. ” ໂອ ຂ້າແດ່ອົງພຣະຜູ້ເປັນເຈົ້າ ໂຜດສົ່ງກອງທັບມາສາ ຄື ກອງທັບຂອງພຣະອົງ ມາບຸກໂຈມຕີພວກເຂົາເຖີດ.
\s5
\v 12 “ບັນດາຊົນຊາດຕ້ອງຕຽມມາຍັງຮ່ອມພູຕັດສິນ ບ່ອນທີ່ເຮົາຈະນັ່ງຕັດສິນທຸກຊົນ ຊາດອ້ອມແອ້ມ.
\v 13 ຈົ່ງກ່ຽວພວກເຂົາດັ່ງກ່ຽວເຂົ້າໃນລະດູມັນສຸກ ຈົ່ງບີບພວກເຂົາດັ່ງບີບໝາກອະງຸ່ນເຖີດ ໃນເຄື່ອງບີບອະງຸ່ນທີ່ເຕັມລົ້ນ ຈົນໄຫລອອກມາ ເພາະວ່າພວກເຂົາ ຕ່າງກໍຊົ່ວຊ້າຫລາຍແທ້ ໆ.”
\s5
\v 14 ມີຫລາຍພັນຄົນ ທີ່ມີໜ້າຢູ່ໃນຮ່ອມພູ ຕັດສິນ ວັນຂອງອົງພຣະຜູ້ເປັນເຈົ້າຈະມາໄວ ໆ ນີ້ແຫລະ.
\v 15 ສ່ວນດວງອາທິດ ແລະ ດວງເດືອນ ກໍຈະມືດມົວໄປ ດາວທັງຫລາຍ ຈະບໍ່ສ່ອງແສງຕໍ່ໄປອີກ.
\s5
\v 16 ອົງພຣະຜູ້ເປັນເຈົ້າ ເປັ່ງສຽງຮ້ອງຈາກ ພູເຂົາຊີໂອນ ສຽງພຣະອົງດັງສະໜັ່ນຈາກນະຄອນເຢຣູຊາເລັມ ພຸ້ນ; ແຜ່ນດິນ ແລະ ທ້ອງຟ້າກໍສັ່ນສະທ້ານຫວັ່ນໄຫວ ແຕ່ພຣະອົງ ຈະປ້ອງກັນປະຊາຊົນຂອງພຣະອົງໄວ້.
\v 17 ແລ້ວພວກເຈົ້າຈະຮູ້ຈັກຊາດ ອິດສະຣາເອນ ເອີຍ ເຮົານີ້ແຫລະແມ່ນອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າທຸກຄົນ ເຮົາຢູ່ເທິງຊີໂອນ ເນີນພູສັກສິດຂອງເຮົານັ້ນ; ສ່ວນ ເຢຣູຊາເລັມ ນັ້ນຈະເປັນນະຄອນ ທີ່ສັກສິດ ຊາວຕ່າງດ້າວຈະບໍ່ຊະນະນະຄອນນີ້ໄດ້ຈັກເທື່ອ.
\s5
\v 18 ໃນເວລານັ້ນ ເທິງພູນີ້ຈະມີແຕ່ເຄືອໝາກອະງຸ່ນ ຈະມີສັດລ້ຽງທັງຫລາຍຢູ່ຕາມ ເນີນພູທຸກ ໆ ໜ່ວຍ; ນາໍ້ຈະມີເຕັມຢູ່ທຸກຫ້ວຍຮ່ອງ ໃນຢູດາ ນາໍ້ບໍ່ຈະໄຫລຈາກພຣະວິຫານ ຫົດຮ່ອມພູ ກົກກະຖິນເທດ.
\v 19 ປະເທດ ເອຢິບ ຈະກາຍເປັນຖິ່ນແຫ້ງແລ້ງກັນດານ ເອໂດມ ຈະຖືກທາໍລາຍໃຫ້ຮາບກ້ຽງ ເພາະວ່າພວກເຂົາໄດ້ໂຈມຕີດິນແດນຢູດາຍ ແລະ ຂ້າປະຊາຊົນຜູ້ບໍ່ມີຄວາມຜິດໃນທີ່ນັ້ນ.
\s5
\v 20-21 ເຮົາຈະແກ້ແຄ້ນ [ງ] ແທນຜູ້ທີ່ຖືກສັງຫານ ເຮົາຈະບໍ່ເມດຕາປານີ ຜູ້ທີ່ເຮັດຜິດຈັກດີ້. ແຕ່ຢູດາ ແລະ ເຢຣູຊາເລັມ ຈະຢູ່ໃນທີ່ນັ້ນສືບໄປ ອົງພຣະຜູ້ເປັນເຈົ້າສະຖິດຢູ່ເທິງພູເຂົາ ຊີໂອນ ພຸ້ນ.”