lo_bible/27-DAN.usfm

738 lines
158 KiB
Plaintext
Raw Permalink Blame History

This file contains ambiguous Unicode characters

This file contains Unicode characters that might be confused with other characters. If you think that this is intentional, you can safely ignore this warning. Use the Escape button to reveal them.

\id DAN
\ide UTF-8
\h ພ​ຣະ​ທຳ ດາ​ນີ​ເອ​ນ
\toc1 ພ​ຣະ​ທຳ ດາ​ນີ​ເອ​ນ
\toc2 ພ​ຣະ​ທຳ ດາ​ນີ​ເອ​ນ
\toc3 dan
\mt ພ​ຣະ​ທຳ ດາ​ນີ​ເອ​ນ
\s5
\c 1
\p
\v 1 ໃນປີ ທີສາມ ທີ່ເຈົ້າເຢໂຮຍອາກິມ ໄດ້ເປັນກະສັດ ແຫ່ງ ຢູດາຍ ກະສັດເນບູກາດເນັດຊາ ແຫ່ງ ບາບີໂລນ ໄດ້ໂຈມຕີນະຄອນ ເຢຣູຊາເລັມ ແລະ ອ້ອມ ເມືອງໄວ້.
\v 2 ພຣະເຈົ້າ ຢາເວ ໄດ້ໃຫ້ກະສັດ ເນບູກາດເນັດຊາ ຈັບກະສັດ ເຢໂຮຍອາກິມ ແລະ ຢຶດເອົາສິ່ງຂອງບາງຢ່າງ ໄປຈາກຄັງຂອງພຣະວິຫານ. ເພິ່ນໄດ້ຈັບເອົາຊະເລີຍ ບາງຄົນກັບຄືນໄປຍັງວິຫານພະຂອງເພິ່ນໃນ ບາບີໂລນ ແລະ ເອົາຊັບສົມບັດ ທີ່ຢຶດໄດ້ນັ້ນ ໄປເກັບໄວ້ ໃນຄັງພະຂອງຕົນທີ່ວິຫານ.
\s5
\v 3 ກະສັດໄດ້ສັ່ງ ອັດຊະເປນັດ ຜູ້ເປັນຫົວ ໜ້າບັນດາ ຂ້າຣາຊການຂອງຕົນໃຫ້ເລືອກເຟັ້ນ ເອົາຊາຍໜຸ່ມຈາກ ພວກອິດສະຣາເອນພັດຖິ່ນບາງຄົນ ທີ່ເປັນເຊື້ອສາຍ ໃນຄອບຄົົວ ຂອງກະສັດ ແລະ ໃນຄອບຄົວ ຂອງເຈົ້ານາຍ ຂຸນນາງ.
\v 4 ຄົນເຫລົ່ານີ້ ຈະຕ້ອງເປັນຜູ້ ສະຫງ່າງາມ, ມີຄວາມສະຫລຽວສະຫລາດ, ໄດ້ຮັບການຝຶກຫັດ ເປັນຢ່າງດີ, ມີປັນຍາສ້ຽມແຫລມ ແລະມີສຸຂະພາບສົມບູນດີ, ເພື່ອວ່າພວກເຂົາ ຈະມີຄຸນສົມບັດ ເຂົ້າຮັບໃຊ້ໃນຣາຊສໍານັກ. ອັດຊະເປນັດ ຈະເປັນຜູ້ທີ່ສອນ ພວກເຂົາ ໃຫ້ອ່ານແລະຂຽນພາສາ ບາບີໂລນ.
\v 5 ກະສັດຍັງໄດ້ອອກຄໍາສັ່ງໃຫ້ ນາໍເອົາອາຫານ ແລະ ເຫລົ້າອະງຸ່ນຢ່າງດຽວໃນວັງມາໃຫ້ພວກເຂົາກິນ ແລະ ດື່ມທຸກວັນ. ຫລັງຈາກການຝຶກແອບເປັນເວລາສາມປີ ແລ້ວ ພວກເຂົາຈະຕ້ອງໄປປາກົດຕົວ ຕໍ່ໜ້າ ກະສັດ.
\s5
\v 6 ໃນບັນດາຜູ້ທີ່ຖືກຄັດເລືອກເອົາ ເຫລົ່ານີ້ ມີຊາວຢູດາຍ ລວມຢູ່ດ້ວຍ ດັ່ງນີ້: ດານີເອນ, ຮານານີຢາ, ມີຊາເອນ ແລະອາຊາຣີຢາ.
\v 7 ຫົວໜ້າຂ້າຣາຊການໄດ້ໃສ່ ຊື່ໃໝ່ ໃຫ້ພວກເຂົາ ດັ່ງນີ້: ເບັນເຕຊັດຊາເຣ, ຊັດຣາກ, ເມຊາກ ແລະ ອາເບັດເນໂກ.
\s5
\v 8 ດານີເອນ ໄດ້ຕັດສິນໃຈ ວ່າ ຈະບໍ່ໃຫ້ຕົນ ເອງເປັນມົນທິນ ຍ້ອນກິນອາຫານ ແລະ ເຫລົ້າອະງຸ່ນຈາກ ຣາຊສໍານັກ; ດັ່ງນັ້ນ ລາວ ຈຶ່ງຂໍຮ້ອງໃຫ້ ອັດຊະເປນັດ ຊ່ວຍເຫລືອຕົນ
\v 9 ແລະ ພຣະເຈົ້າກໍເຮັດໃຫ້ ອັດຊະເປນັດ ມີໃຈເມດຕາຕໍ່ ດານີເອນ.
\v 10 ແຕ່ ອັດຊະເປນັດ ຢ້ານກົວກະສັດ; ດັ່ງນັ້ນ ລາວ ຈຶ່ງບອກ ດານີເອນ ວ່າ, “ກະສັດເປັນຜູ້ສັ່ງໃນ ເລ່ື່ອງອາຫານ ແລະ ເຄື່ອງດື່ມຂອງພວກເຈົ້າ ຖ້າພວກເຈົ້າ ບໍ່ຈົບງາມ ດັ່ງຊາຍອື່ນແລ້ວ ເພິ່ນອາດຂ້າຂ້ອຍກໍໄດ້.”
\s5
\v 11 ດັ່ງນັ້ນ ດານີເອນ ຈຶ່ງໄປຫາຄົນຍາມທີ່ ອັດຊະເປນັດ ໄດ້ແຕ່ງຕັ້ງໃຫ້ເປັນຜູ້ຄວບຄຸມ ຕົນກັບໝູ່ ທັງສາມ ຄົນນັ້ນ.
\v 12 ດານີເອນ ໄດ້ກ່າວວ່າ, “ໃຫ້ເອົາແຕ່ຜັກ ກັບ ນາໍ້ລ້າ ໆ ມາໃຫ້ພວກຂ້ອຍກິນລອງເບິ່ງຈັກສິບວັນ.
\v 13 ແລ້ວໃຫ້ເຈົ້າທຽບ ສີໜ້າຂອງພວກຂ້ອຍ ໃສ່ກັບຊາຍໜຸ່ມອື່ນ ໆ ທີ່ກິນອາຫານຂອງ ກະສັດ ແລະ ໃຫ້ຕັດສິນໃຈເອົາຕາມ ທີ່ເຈົ້າ ເຫັນນັ້ນ.”
\s5
\v 14 ຄົນຍາມ ໄດ້ຕົກລົງໃຫ້ພວກເພິ່ນລອງ ກິນເບິ່ງ ສິບວັນ.
\v 15 ເມື່ອໝົດກາໍນົດແລ້ວ ກໍເຫັນວ່າ, ພວກເພິ່ນມີສຸຂະພາບດີ ແລະ ແຂງແຮງກວ່າ ພວກທີ່ກິນອາຫານ ຂອງ ກະສັດ.
\v 16 ສະນັ້ນ ນັບຕັ້ງແຕ່ນັ້ນມາ ຄົນ ຍາມຈຶ່ງໃຫ້ພວກເພິ່ນສືບຕໍ່ກິນແຕ່ຜັກ ກັບ ນໍ້າລ້າ ໆ ແທນທີ່ຈະກິນອາຫານ ທີ່ກະສັດ ເອົາໃຫ້.
\s5
\v 17 ພຣະເຈົ້າໄດ້ໃຫ້ ພວກຊາຍໜຸ່ມ ສີ່ຄົນນີ້ ມີຄວາມຮູ້ ແລະ ຄວາມຊໍານິຊໍານານ ໃນ ດ້ານວັນນະຄະດີ ແລະ ມີສະຕິປັນຍາ ເປັນຢ່າງດີ. ນອກຈາກນີ້ ພຣະອົງຍັງໄດ້ໂຜດໃຫ້ ດານີເອນ ຊໍານານໃນການແປ ນິມິດ ແລະ ແກ້ຄວາມຝັນ ຕ່າງໆ ອີກດ້ວຍ.
\v 18 ເມື່ອຄົບສາມປີ ທີ່ກະສັດກາໍນົດໃຫ້ ອັດຊະເປນັດ ກໍນໍາເອົາຊາຍໜຸ່ມທັງໝົດ ເຂົ້າໄປຫາກະສັດ ເນບູກາດເນັດຊາ.
\s5
\v 19 ກະສັດໄດ້ສົນທະນາ ກັບພວກເຂົາທຸກຄົນ ແລະ ເຫັນວ່າ ດານີເອນ, ຮານານີຢາ, ມີຊາເອນ ແລະ ອາຊາຣີຢາ ເປັນທີ່ຖືກໃຈ ກະສັດ ກວ່າຄົນອື່ນ ໆ. ດັ່ງນັ້ນ ພວກເພິ່ນຈຶ່ງໄດ້ເຂົ້າຮັບໃຊ້ເປັນສະມາຊິກ ໃນຣາຊສໍານັກ.
\v 20 ບໍ່ວ່າ ບັນຫາ ຫລື ຄໍາຖາມໃດໆ ທີ ່ ກະສັດຍົກຂຶ້ນມາ ສີ່ຄົນນີ້ກໍຮູ້ດີກວ່າ ພວກ ໝໍມໍໃນອານາຈັກ ຂອງເພິ່ນເຖິງສິບເທົ່າ.
\v 21 ດານີເອນ ໄດ້ຮັບໃຊ້ ໃນຣາຊການເລື້ອຍມາ ຈົນເຖິງສະໄໝ ຂອງ ເຈົ້າໄຊຣັດ ກະສັດແຫ່ງ ເປີເຊຍ ຕີເອົາ ບາບີໂລນ ໄດ້.
\s5
\c 2
\p
\v 1 ເມື່ອເຈົ້າເນບູກາດເນັດຊາ ເປັນກະສັດ ໄດ້ສອງປີແລ້ວ ເພິ່ນກໍຝັນຢ່າງໜຶ່ງ. ຄວາມຝັນນີ້ ເຮັດໃຫ້ເພິ່ນເປັນທຸກໃຈ ຈົນນອນບໍ່ ຫລັບ.
\v 2 ສະນັ້ນ ເພິ່ນຈຶ່ງສັ່ງໃຫ້ພວກໝໍມໍ, ໝໍມົນ, ໝໍວິຊາອາຄົມ ແລະ ໝໍຜີມາແກ້ຄວາມຝັນນັ້ນ ໃຫ້ແກ່ເພິ່ນ. ເມື່ອເຂົາເຂົ້າມາ ຢືນຢູ່ຕໍ່ໜ້າກະສັດແລ້ວ
\s5
\v 3 ເພິ່ນຈຶ່ງກ່າວ ຕໍ່ພວກເຂົາ ວ່າ, “ເຮົາເປັນ ທຸກໃຈຫລາຍ ຍ້ອນຝັນບໍ່ດີ. ເຮົາຢາກຮູ້ວ່າ ຄວາມຝັນນັ້ນ ໝາຍເຖິງຫຍັງ? ”
\v 4 ພວກເຂົາໄດ້ຕອບກະສັດ ເປັນພາສາ ອາຣາມິກ ວ່າ, [ກ] “ຂໍໃຫ້ພະຣາຊາ ຂອງພວກຂ້ານ້ອຍ ຈົ່ງໝັ້ນຍືນ ຕະຫລອດໄປເທີ້ນ ຂໍເລົ່າຄວາມຝັນໃຫ້ພວກຂ້ານ້ອຍຟັງເບິ່ງດູ ແລະ ພວກຂ້ານ້ອຍ ກໍຈະແກ້ຄວາມຝັນນັ້ນໃຫ້.”
\s5
\v 5 ກະສັດຈຶ່ງກ່າວ ຕໍ່ພວກເຂົາ ວ່າ, “ເຮົາ ຕັດສິນໃຈ ແລ້ວວ່າ ຖ້າພວກເຈົ້າບອກຄວາມຝັນ ແລະ ແກ້ຄວາມຝັນໃຫ້ເຮົາບໍ່ໄດ້ ເຮົາຈະ ຕ້ອງຕັດພວກເຈົ້າ ເປັນຕ່ອນໆ ແລະ ທໍາລາຍ ເຮືອນຂອງພວກເຈົ້າຖິ້ມ ໃຫ້ເປັນກອງສິ່ງຮົກ ຮ້າງເພພັງ.
\v 6 ແຕ່ຖ້າພວກເຈົ້າບອກ ແລະ ແກ້ຄວາມຝັນໃຫ້ເຮົາໄດ້ ເຮົາຈະໃຫ້ບໍາເໜັດ ແລະ ກຽດຕິຍົດ ອັນຍິ່ງໃຫຍ່ ແກ່ພວກເຈົ້າ. ດັ່ງນັ້ນ ຈົ່ງບອກຄວາມຝັນ ແລະ ແກ້ຄວາມຝັນໃຫ້ເຮົາໃນບັດນີ້.”
\s5
\v 7 ພວກເຂົາໄດ້ຕອບກະສັດອີກ ວ່າ, “ຖ້າພະຣາຊາ ເລົ່າຄວາມຝັນໃຫ້ພວກຂ້ານ້ອຍຮູ້ ພວກຂ້ານ້ອຍ ກໍຈະແກ້ຄວາມຝັນນັ້ນໄດ້. ”
\v 8 ພໍໄດ້ຍິນດັ່ງນັ້ນ ກະສັດຈຶ່ງຮ້ອງຂຶ້ນ ວ່າ, “ເຮົາຄິດແລ້ວວ່າ ພວກເຈົ້າກາໍລັງຫາທາງ ຖ່ວງເວລາໄວ້ ຍ້ອນຮູ້ວ່າ ເຮົາໄດ້ຕັດ​ສິນໃຈ
\v 9 ທີ່ຈະລົງໂທດພວກເຈົ້າ ຢ່າງດຽວກັນ ຖ້າບໍ່ບອກຄວາມຝັນໃຫ້ ເຮົາຮູ້ຈັກ. ພວກເຈົ້າ ຕົກລົງກັນຕົວະເຮົາ ໂດຍຫວັງວ່າ ສິ່ງຕ່າງໆ ຈະປ່ຽນໄປ ຕາມກາລະເວລາ. ຈົ່ງເລົ່າຄວາມຝັນໃຫ້ເຮົາຮູ້ສາ ແລ້ວເຮົາກໍຈະຮູ້ວ່າ ພວກເຈົ້າແກ້ຄວາມຝັນນັ້ນໄດ້.”
\s5
\v 10 ພວກທີ່ປຶກສາ ໄດ້ຕອບຄືນວ່າ, “ບໍ່ມີຜູ້ໃດດອກ ໃນໜ້າໂລກນີ້ ທີ່ສາມາດບອກ ສິ່ງທີ່ພະຣາຊາ ຢາກຮູ້ນັ້ນໄດ້. ບໍ່ມີກະສັດອົງໃດ ແມ່ນແຕ່ຜູ້ໃຫຍ່ ແລະ ຜູ້ມີອໍານາດ ທີ່ສຸດເຄີຍ ໄດ້ຖາມ ເຊັ່ນນີ້ ກັບພວກໝໍມໍ, ໝໍມົນ ແລະ ໝໍຜີ.
\v 11 ສິ່ງທີ່ທ່ານ ພວມຖາມນັ້ນ ຍາກ ເກີນກວ່າ ທີ່ໃຜໆ ສາມາດໃຫ້ຄໍາຕອບ ແກ່ທ່ານ ໄດ້ນອກຈາກເທບພະເຈົ້າ ຜູ້ທີ່ບໍ່ໄດ້ຢູ່ ໃນທ່າມກາງ ມະນຸດເຮົາ.”
\s5
\v 12 ຍ້ອນຄໍາເວົ້ານັ້ນ ກະສັດຈຶ່ງຮ້າຍໃຫຍ່ ແລະ ສັ່ງໃຫ້ປະຫານຊີວິດ ພວກທີ່ປຶກສາ ປະຈາໍກະສັດໃນນະຄອນ ບາບີໂລນ.
\v 13 ດັ່ງນັ້ນ ຈຶ່ງມີຄໍາສັ່ງປະກາດອອກໄປ ໃຫ້ຂ້າພວກເຂົາ ພ້ອມທັງ ດານີເອນ ແລະ ໝູ່ຂອງລາວດ້ວຍ.
\s5
\v 14 ຕໍ່ມາ ດານີເອນ ໄດ້ໄປຫາ ອາຣີໂອກ ຜູ້ ້ບັນຊາການທະຫານຍາມ ປະຈາໍກະສັດ ຄື ຜູ້ ທີ່ຮັບສັ່ງໃຫ້ດໍາເນີນການປະຫານ. ດານີເອນ ໄດ້ໃຊ້ຄໍາເວົ້າ ຢ່າງລະມັດລະວັງ
\v 15 ໂດຍ ຖາມ ອາຣີໂອກ ວ່າ, “ເປັນຫຍັງກະສັດ ຈຶ່ງ ອອກຄໍາສັ່ງ ຮຸນແຮງ ຢ່າງນີ້. ” ສະນັ້ນ ອາຣີໂອກ ຈຶ່ງໄດ້ບອກ ດານີເອນ ໃຫ້ຮູ້ຕາມ ເຫດການ ທີ່ເກີດຂຶ້ນ.
\v 16 ດານີເອນ ຈຶ່ງເຂົ້າໄປພົບກະສັດ ໃນທັນທີ ແລະ ໄດ້ຮັບອະນຸຍາດ ເລື່ອນກາໍນົດເວລາປະຫານ ເພື່ອວ່າ ລາວຈະແກ້ຄວາມຝັນ ໃຫ້ເພິ່ນ.
\s5
\v 17 ແລ້ວ ດານີເອນ ກໍກັບຄືນເມືອເຮືອນ ຂອງຕົນ ແລະ ບອກເລື່ອງທີ່ເກີດຂຶ້ນນັ້ນໃຫ້ ຮານານີຢາ, ມີຊາເອນ ແລະ ອາຊາຣີຢາ ເພື່ອນຂອງຕົນຮູ້ນາໍ.
\v 18 ລາວບອກພວກ ໝູ່ໃຫ້ພາວັນນາ ອະທິຖານ ຂໍຄວາມເມດຕາ ຈາກພຣະເຈົ້າ ທີ່ຢູ່ເທິງຟ້າສະຫວັນ ແລະ ຂໍໃຫ້ພຣະອົງອະທິບາຍ ເລື່ອງເລິກລັບນີ້ ໃຫ້ແກ່ພວກຕົນ ເພື່ອວ່າພວກຕົນຈະບໍ່ຖືກຂ້າ ຮ່ວມກັບພວກທີ່ປຶກສາ ຄົນອື່ນໆ ໃນນະຄອນ ບາບີໂລນ.
\s5
\v 19 ແລ້ວໃນຄືນນັ້ນ ພຣະເຈົ້າກໍໄດ້ເຜີຍ ເລື່ອງເລິກລັບໃຫ້ ດານີເອນ ຮູ້ທາງນິມິດ ແລະ ລາວຈຶ່ງສັນລະເສີນພຣະເຈົ້າເທິງຟ້າສະຫວັນ ວ່າ,
\v 20 “ພຣະອົງຊົງພຣະ ປັນຍາ ແລະ ຊົງເດຊານຸພາບ ຂໍສັນລະເສີນພຣະເຈົ້າ ຕະຫລອດໄປເປັນນິດ
\s5
\v 21 ພຣະອົງ ບັງຄັບເວລາ ແລະ ລະດູການ ພຣະອົງແຕ່ງຕັ້ງກະສັດ ແລະ ປົດກະສັດລົງ; ແມ່ນພຣະອົງທີ່ເປັນຜູ້ໂຜດປະທານ ປັນຍາ ແລະ ຄວາມເຂົ້າໃຈ ໃຫ້ແກ່ມະນຸດ.
\v 22 ພຣະອົງເປີດເຜີຍ ສິ່ງເລິກລັບທັງຫລາຍ ຮູ້ທຸກຢ່າງ ທຸກແນວ ທີ່ຖືກປິດບັງໄວ້ ແມ່ນແຕ່ ສິ່ງນີ້ ຖືກປິດບັງໄວ້ໃນທີ່ມືດ ກໍຕາມ ແສງແຈ້ງໄສ ກໍອ້ອມຮອບພຣະອົງໄວ້ທຸກດ້ານ.
\s5
\v 23 ໂອ ພຣະເຈົ້າແຫ່ງບັນພະບຸລຸດຂອງຂ້ານ້ອຍເອີຍ ຂໍສັນລະເສີນ ແລະ ຍ້ອງຍໍໃຫ້ກຽດ ພຣະເຈົ້າ. ພຣະອົງໄດ້ປະທານໃຫ້ຂ້ານ້ອຍ ມີ ປັນຍາ ພ້ອມທັງໃຫ້ກາໍລັງແກ່ຂ້ານ້ອຍດ້ວຍ; ພຣະອົງຕອບສິ່ງທີ່ຂ້ານ້ອຍພາວັນນາອະທິຖານຂໍບອກຄໍາຕອບ ແກ່ພວກຂ້ານ້ອຍ ໃຫ້ກະສັດໄດ້ຮູ້.”
\s5
\v 24 ສະນັ້ນ ດານີເອນ ຈຶ່ງເຂົ້າໄປຫາ ອາຣີໂອກ ຜູ້ທີ່ກະສັດໄດ້ສັ່ງໃຫ້ຂ້າ ພວກທີ່ປຶກສາ ປະຈາໍກະສັດ. ລາວເວົ້າ ວ່າ, “ຂໍຢ່າໄດ້ຂ້າພວກທີ່ປຶກສາທ້ອນ. ຂໍໃຫ້ເຈົ້າ ພາຂ້ອຍເຂົ້າ ໄປພົບກະສັດ ແລະ ຂ້ອຍຈະບອກ ຄວາມຝັນໃຫ້ເພິ່ນຮູ້.”
\s5
\v 25 ແລ້ວ ອາຣີໂອກ ກໍຟ້າວນໍາຕົວ ດານີເອນ ເຂົ້າໄປພົບກະສັດ ເນບູກາດເນັດ ຊາ ແລະ ບອກເພິ່ນວ່າ, “ຂ້ານ້ອຍພົບຜູ້ໜຶ່ງ ໃນໝູ່ພວກຊາວຢິວພັດຖິ່ນ ທີ່ແກ້ຄວາມຝັນ ໃຫ້ແກ່ພະຣາຊາໄດ້. ”
\v 26 ກະສັດ ກ່າວແກ່ ດານີເອນ (ຜູ້ມີຊື່ອີກ ວ່າ ເບັນເຕຊັດຊາເຣ) ວ່າ, “ເຈົ້າບອກຄວາມຝັນ ແລະ ແກ້ຄວາມຝັນ ຂອງເຮົາໄດ້ບໍ?”
\s5
\v 27 ດານີເອນ ຕອບວ່າ, “ຂ້າແດ່ ພະຣາຊາ ບໍ່ມີໝໍຜີ, ໝໍມົນ, ໝໍມໍ, ຫລື ໝໍໂຫນ ຜູ້ໃດດອກ ທີ່ບອກຄວາມເລິກລັບ ນີ້ໄດ້.
\v 28 ແຕ່ ມີພຣະເຈົ້າ ອົງໜຶ່ງເທິງຟ້າສະຫວັນ ທີ່ເປີດ ເຜີຍຄວາມເລິກລັບທັງຫລາຍ. ພຣະອົງໄດ້ບອກພະຣາຊາຂອງຂ້ານ້ອຍ ໃຫ້ຮູ້ເຖິງສິ່ງທີ່ຈະເກີດຂຶ້ນໃນອະນາຄົດ. ບັດນີ້ ຂ້ານ້ອຍຈະ ບອກຄວາມຝັນ ແລະ ນິມິດ ທີ່ທ່ານມີຂະນະທີ່ທ່ານໄດ້ນອນຫລັບຢູ່ນັ້ນ.
\s5
\v 29 ໃນຂະນະທີ່ ພະຣາຊາກາໍລັງນອນ ຫລັບຢູ່ນັ້ນ ທ່ານໄດ້ຝັນເຖິງເລື່ອງ ທີ່ຈະ ເກີດຂຶ້ນ ໃນອະນາຄົດ; ພຣະເຈົ້າຜູ້ເປີດເຜີຍ ຄວາມເລິກລັບ ໄດ້ສໍາແດງໃຫ້ທ່ານຮູ້ເຖິງ ສິ່ງທີ່ຈະເກີດຂຶ້ນ.
\v 30 ເລື່ອງເລິກລັບນີ້ ຖືກເປີດເຜີຍໃຫ້ຂ້ານ້ອຍຮູ້ ບໍ່ແມ່ນຍ້ອນ ຂ້ານ້ອຍ ເປັນຄົນສະຫລາດ ກວ່າຄົນອື່ນດອກ, ແຕ່ເພື່ອໃຫ້ພະຣາຊາ ຮູ້ຄວາມໝາຍ ຂອງຄວາມຝັນນັ້ນ ແລະ ເຂົ້າໃຈສິ່ງທີ່ລົບກວນ ຈິດໃຈທ່ານ.
\s5
\v 31 ຂ້າແດ່ ພະຣາຊາ ໃນນິມິດຂອງທ່ານນັ້ນ ທ່ານໄດ້ເຫັນຮູບປັ້ນ ຂະໜາດໃຫຍ່ ຢືນຢູ່ ູ ຕໍ່ໜ້າທ່ານ; ຮູບນີ້ສ່ອງແສງໄສເຫລື້ອມ ແລະ ເບິ່ງເປັນຕາໜ້າຢ້ານ.
\v 32 ຫົວຮູບນີ້ ເປັນຄໍາ ຢ່າງດີທີ່ສຸດ ເອິກແລະແຂນ ເປັນເງິນ; ແອວແລະກະໂພກ ເປັນທອງສໍາຣິດ
\v 33 ຂາ ເປັນເຫລັກ, ຕີນສ່ວນໜຶ່ງເປັນເຫລັກ ແລະ ອີກສ່ວນໜຶ່ງເປັນດິນໜຽວ.
\s5
\v 34 ຂະນະທີ່ທ່ານ ຫລຽວເບິ່ງຢູ່ນັ້ນ ມີຫິນໃຫຍ່ກ້ອນໜຶ່ງ ແຕກອອກມາເອງ ຈາກໜ້າຜາ ໂດຍບໍ່ມີຜູ້ໃດເຮັດ; ຫິນນີ້ ໄດ້ກະທົບໃສ່ ຕີນເຫລັກ ແລະ ດິນໜຽວຂອງຮູບນັ້ນ ຈົນແຕກໝຸ່ນໄປ.
\v 35 ແລ້ວໃນທັນໃດນັ້ນ ສ່ວນທີ່ເປັນເຫລັກ, ເປັນດິນໜຽວ, ເປັນທອງສໍາຣິດ, ເປັນເງິນ ແລະ ເປັນຄໍາ ກໍໄດ້ແຕກ ຄື ແກບ ທີ່ລານໃນລະດູຟາດເຂົ້າ. ລົມໄດ້ພັດ ເອົາສິ່ງທັງໝົດນັ້ນໄປໄກ ໂດຍບໍ່ມີຮ່ອງຮອຍ ໃຫ້ພົບເຫັນອີກເລີຍ. ແຕ່ກ້ອນຫິນນັ້ນ ໄດ້ໃຫຍ່ຂຶ້ນ ກາຍເປັນພູເຂົາ ເຕັມໝົດແຜ່ນດິນໂລກ.
\s5
\v 36 ຄວາມຝັນເປັນດັ່ງນີ້ແຫລະ ບັດນີ້ຂ້ານ້ອຍຂໍແກ້ຄວາມຝັນ ໃຫ້ພະຣາຊາຮູ້.
\v 37 ຂ້າແດ່ ພະຣາຊາ ທ່ານເປັນກະສັດຜູ້ຍິ່ງໃຫຍ່ ກວ່າກະສັດທັງຫລາຍ. ພຣະເຈົ້າແຫ່ງຟ້າສະຫວັນ ໄດ້ແຕ່ງຕັ້ງທ່ານໃຫ້ເປັນຈັກກະພັດ, ມີອໍານາດໃຫຍ່ໂຕ, ມີກາໍລັງວັງຊາ ແລະມີກຽດຕິຍົດ.
\v 38 ພຣະເຈົ້າ ໄດ້ແຕ່ງຕັ້ງທ່ານ ໃຫ້ເປັນຜູ້ປົກຄອງຄົນ ຕະຫລອດທັງສັດແລະນົກທັງປວງທີ່ອາໄສຢູ່ໃນໂລກ. ຫົວຄໍາ ນັ້ນແມ່ນທ່ານເອງ.
\s5
\v 39 ຕໍ່ຈາກທ່ານໄປ ຈະມີອານາຈັກໜຶ່ງອີກ ເປັນອານາຈັກ ທີ່ນ້ອຍກວ່າຂອງທ່ານ ແລະຫ ລັງຈາກນັ້ນ ແມ່ນອານາຈັກ ທີສາມ ເປັນອານາຈັກທອງສໍາຣິດ ຊຶ່ງຈະມີອໍານາດແຜ່ ອອກໄປທົ່ວໂລກ.
\s5
\v 40 ແລ້ວຈະມີອານາຈັກ ທີສີ່ ເປັນອານາຈັກທີ່ມີອໍານາດ ແລະແຂງດັ່ງເຫລັກ ຊຶ່ງ ສາມາດຕີສິ່ງທັງຫລາຍໃຫ້ຫັກ ແລະແຕກໝຸ່ນໄດ້. ເຫລັກນີ້ຕີສິ່ງທັງຫລາຍໃຫ້ຫັກ ແລະແຕກໝຸ່ນໄດ້ ສັນໃດ ອານາຈັກນີ້ ກໍຈະຕີອານາຈັກທັງຫລາຍທີ່ເກີດຂຶ້ນມາກ່ອນ ໃຫ້ແຕກໝຸ່ນທະລາຍໄປໄດ້ ສັນນັ້ນ.
\s5
\v 41 ທ່ານຍັງເຫັນອີກ ວ່າ ຕີນແລະນີ້ວຕີນ ສ່ວນໜຶ່ງ ເປັນດິນໜຽວ ແລະອີກສ່ວນໜຶ່ງເປັນເຫລັກ. ນີ້ໝາຍຄວາມວ່າ ຈະເປັນອານາຈັກ ທີ່ແຕກແຍກ. ມັນຈະມີຄວາມແຂງຂອງເຫລັກປົນຢູ່ ເພາະມີເຫລັກປະສົມຢູ່ກັບ ດິນໜຽວ.
\v 42 ນີ້ວຕີນສ່ວນໜຶ່ງເປັນເຫລັກ ແລະສ່ວນໜຶ່ງອີກເປັນດິນໜຽວນັ້ນ ໝາຍຄວາມວ່າ ອານາຈັກຈະມີບາງສ່ວນທີ່ແຂງແຮງ ແລະບາງສ່ວນທີ່ອ່ອນແອ.
\v 43 ທ່ານຍັງເຫັນ ເຫລັກປະສົມດິນໜຽວ. ນີ້ໝາຍຄວາມວ່າພວກຜູ້ປົກຄອງອານາຈັກນັ້ນ ຈະຫາທາງລວບລວມຄອບຄົວ ທັງໝົດຂອງພວກເຂົາ ເຂົ້າກັນດ້ວຍການແຕ່ງງານ; ແຕ່ພວກເຂົາບໍ່ສາມາດເຮັດໄດ້ ເໝືອນກັນກັບເຫລັກ ບໍ່ສາມາດປະສົມກັບດິນໜຽວໄດ້.
\s5
\v 44 ໃນສະໄໝ ທີ່ກະສັດເຫລົ່ານັ້ນປົກຄອງ ພຣະເຈົ້າແຫ່ງຟ້າສະຫວັນ ຈະຕັ້ງອານາຈັກ ໜຶ່ງຂຶ້ນ ຊຶ່ງຈະບໍ່ສູນຫາຍໄປຈັກເທື່ອ. ອານາຈັກນີ້ ຈະບໍ່ຖືກຕີໃຫ້ພ່າຍແພ້ ຈັກເທື່ອ, ແຕ່ຈະທາໍລາຍອານາຈັກອື່ນ ໆ ໃຫ້ໝົດສິ້ນ ໄປ ແລ້ວກໍຈະຕັ້ງໝັ້ນຢູ່ຕະຫລອດໄປເປັນນິດ.
\v 45 ການທີ່ທ່ານເຫັນຫິນໃຫຍ່ກ້ອນໜຶ່ງແຕກອອກມາເອງຈາກໜ້າຜາໂດຍບໍ່ມີຜູ້ ໃດເຮັດນັ້ນ ກ້ອນຫິນນັ້ນໄດ້ກະທົບໃສ່ ກັບ ຮູບເຫລັກ, ຮູບທອງສໍາຣິດ, ຮູບດິນ, ຮູບເງິນ ແລະຄໍາ. ອັນນີ້ ແມ່ນພຣະເຈົ້າອົງຍິ່ງໃຫຍ່ກາໍລັງບອກໃຫ້ພະຣາຊາຮູ້ເຖິງສິ່ງທີ່ຈະເກີດຂຶ້ນ ໃນອະນາຄົດ. ຂ້ານ້ອຍໄດ້ບອກທ່ານ ຖືກ ຕ້ອງຕາມທີ່ທ່ານໄດ້ຝັນ ແລະແກ້ຄວາມຝັນ ນັ້ນແກ່ທ່ານ ຕາມຄວາມຈິງ.”
\s5
\v 46 ແລ້ວກະສັດ ເນບູກາດເນັດຊາ ກໍຂາບລົງ ທັງສັ່ງໃຫ້ນາໍເອົາເຄື່ອງບູຊາ ແລະ ເຄື່ອງ ຖວາຍມາມອບໃຫ້ແກ່ ດານີເອນ.
\v 47 ກະສັດ ກ່າວ ວ່າ, “ພຣະເຈົ້າຂອງເຈົ້າ ເປັນ ພຣະເຈົ້າອົງຍິ່ງໃຫຍ່ ເໜືອພະທັງປວງ ແລະ ເປັນພຣະເຈົ້າ ຢາເວ ເໜືອກະສັດທັງຫລາຍ ແລະ ເປັນຜູ້ເປີດເຜີຍ ຄວາມເລິກລັບຕ່າງໆ. ເຮົາຮູ້ສິ່ງນີ້ກໍເພາະວ່າ ເຈົ້າອະທິບາຍຄວາມເລິກລັບນີ້ໄດ້.”
\s5
\v 48 ແລ້ວ ກະສັດ ກໍໄດ້ມອບຕໍາແໜ່ງສູງ ໃຫ້ ດານີເອນ ຕໍາແໜ່ງໜຶ່ງ ທັງມອບຂອງຂວັນທີ່ສະຫງ່າງາມ ຫລາຍຢ່າງໃຫ້ແກ່ລາວ ແລະ ແຕ່ງຕັ້ງລາວໃຫ້ເປັນຜູ້ປົກຄອງແຂວງ ບາບີໂລນ ແລະ ເປັນຫົວໜ້າພວກທີ່ປຶກສາ ທັງໝົດປະຈາໍກະສັດ.
\v 49 ຕາມຄໍາຮ້ອງຂໍຂອງ ດານີເອນ ກະສັດໄດ້ແຕ່ງຕັ້ງ ຊັດລາກ, ເມຊາກ ແລະ ອາເບັດເນໂກ ໃຫ້ຮັບຣາຊການ ຢູ່ໃນແຂວງ ບາບີໂລນ, ແຕ່ ດານີເອນ ຍັງໄດ້ຮັບຕໍາແໜ່ງ ຢູ່ໃນຣາຊສໍານັກຕໍ່ໄປ.
\s5
\c 3
\p
\v 1 ຕໍ່ມາ ກະສັດ ເນບູກາດເນັດຊາ ໄດ້ສັ່ງ ໃຫ້ສ້າງຮູບປັ້ນ ເປັນຄໍາ ຮູບໜຶ່ງສູງ ຊາວເຈັດ ແມັດ ແລະ ກວ້າງເກືອບ ສາມແມັດ ແລະ ເພິ່ນຕັ້ງຮູບນີ້ໄວ້ທີ່ທົ່ງພຽງ ດຸຣາ ໃນແຂວງ ບາບີໂລນ.
\v 2 ແລ້ວກະສັດ ກໍໄດ້ສັ່ງບັນດາ ຂ້າຣາຊການ ຊັ້ນຜູ້ໃຫຍ່ ໃນແຂວງທັງໝົດ ຂອງເພິ່ນໃຫ້ມາໂຮມກັນ ດັ່ງນີ້: ເຈົ້າແຂວງ, ຮອງເຈົ້າແຂວງ, ຜູ້ປົກຄອງ ກາໍແພງ ນະຄອນ, ນາຍຄັງ, ຜູ້ພິພາກສາ, ຕຸລາການ ແລະ ບັນດາຂ້າຣາຊການ ຄົນອື່ນ ໆ. ບັນດາ ຂ້າຣາຊການ ເຫລົ່ານີ້ຕ້ອງມາໃນງານ ສະຫລອງຮູບປັ້ນເປັນຄໍາ ທີ່ກະສັດ ເນບູກາດເນັດຊາ ໄດ້ຕັ້ງຂຶ້ນນັ້ນ.
\s5
\v 3 ເມື່ອບັນດາ ຂ້າຣາຊການ ທັງໝົດໄດ້ມາ ພ້ອມກັນສະຫລອງ ແລະ ຢືນຢູ່ຕໍ່ໜ້າຮູບປັ້ນ ເປັນຄໍາ ນັ້ນແລ້ວ
\v 4 ໂຄສົກຜູ້ໜຶ່ງໄດ້ປະກາດດ້ວຍສຽງດັງ ວ່າ, “ປະຊາຊົນຈາກ ທຸກຊົນຊາດ, ທຸກເຊື້ອຊາດ ແລະ ທຸກພາສາ
\v 5 ພວກທ່ານ ຈະໄດ້ຍິນສຽງແກ, ສຽງປີ່, ສຽງພິນໃຫຍ່, ສຽງກະຈັບປີ່ ແລະ ສຽງພິນ ນ້ອຍ; ແລ້ວສຽງເຄື່ອງດົນຕຼີ ອື່ນ ໆ ກໍຈະດັງ ປະສານກັນໄປ. ພໍສຽງດົນຕຼີ ດັງຂຶ້ນໃຫ້ພວກທ່ານກົ້ມຂາບໄຫວ້ຮູບປັ້ນ ເປັນຄໍາ ທີ່ກະສັດ ເນບູກາດເນັດຊາ ໄດ້ຕັ້ງຂຶ້ນ.
\s5
\v 6 ຜູ້ໃດຜູ້ໜຶ່ງ ທີ່ບໍ່ກົ້ມລົງຂາບ ຈະຖືກໂຍນ ເຂົ້າໄປໃນເຕົາໄຟ ທີ່ພວມລຸກໄໝ້ຢູ່ທັນທີ. ”
\v 7 ສະນັ້ນ ພໍສຽງດົນຕຼີ ດັງຂຶ້ນປະຊາຊົນຈາກ ທຸກຊົນຊາດ, ທຸກເຊື້ອຊາດ ແລະ ທຸກພາສາ ກໍໄດ້ຂາບໄຫວ້ ຮູບປັ້ນເປັນຄໍາ ທີ່ກະສັດເນບູກາດເນັດຊາ ໄດ້ຕັ້ງຂຶ້ນ.
\s5
\v 8 ມີຊາວ ບາບີໂລນ ບາງຄົນໄດ້ສວຍ ໂອກາດນີ້ ກ່າວຟ້ອງຊາວຢິວ.
\v 9 ພວກເຂົາ ບອກກະສັດ ເນບູກາດເນັດຊາ ວ່າ, “ຂໍໃຫ້ພະຣາຊາຈົ່ງໝັ້ນຍືນ
\v 10 ພະຣາຊາ ໄດ້ອອກ ຄໍາສັ່ງ ວ່າ ພໍສຽງດົນຕີຼ ເລີ່ມດັງຂຶ້ນ ທຸກໆຄົນ ຈະຕ້ອງກົ້ມລົງ ແລະຂາບໄຫວ້ ຮູບປັ້ນເປັນຄໍາ
\s5
\v 11 ແລະຜູ້ໃດຜູ້ໜຶ່ງ ທີ່ບໍ່ກົ້ມລົງ ແລະຂາບໄຫວ້ຮູບປັ້ນເປັນຄໍານັ້ນ ຈະຕ້ອງຖືກໂຍນເຂົ້າ ໄປໃນເຕົາໄຟ.
\v 12 ແຕ່ມີຊາວຢິວ ບາງຄົນ ທີ່ທ່ານໄດ້ ແຕ່ງຕັ້ງໃຫ້ຮັບຣາຊການໃນແຂວງບາບີໂລນ ບໍ່ເຊື່ອຟັງຄໍາສັ່ງຂອງພະຣາຊາ; ພວກນັ້ນ ແມ່ນຊັດລາກ, ເມຊາກ ແລະ ອາເບັດເນໂກ. ພວກເຂົາບໍ່ຂາບໄຫວ້ ພະຂອງທ່ານ ຫລື ກົ້ມຂາບຕໍ່ຮູບພະທີ່ທ່ານໄດ້ຕັ້ງຂຶ້ນນັ້ນ.”
\s5
\v 13 ດ້ວຍເຫດນີ້ ກະສັດຈຶ່ງໂກດຮ້າຍຫຼາຍ ແລະ ສັ່ງໃຫ້ນາໍເອົາຊາຍ ສາມຄົນ ນັ້ນເຂົ້າ ມາຫາຕົນ.
\v 14 ເພິ່ນໄດ້ຖາມພວກເຂົາ ວ່າ, “ຊັດລາກ, ເມຊາກ ແລະ ອາເບັດເນໂກ ເປັນຄວາມຈິງ ຫລືບໍ່ ທີ່ພວກເຈົ້າບໍ່ຍອມຂາບໄຫວ້ ພະຂອງເຮົາ ແລະ ບໍ່ກົ້ມຂາບຮູບປັ້ນເປັນຄໍາ ທີ່ເຮົາໄດ້ຕັ້ງຂຶ້ນ?
\s5
\v 15 ແຕ່ບັດນີ້ ພໍພວກເຈົ້າໄດ້ຍິນສຽງແກ, ສຽງປີ່, ສຽງພິນໃຫຍ່, ສຽງກະຈັບປີ່, ສຽງພິນ ນ້ອຍ ແລະ ສຽງດົນຕຼີອື່ນ ໆ ດັງຂຶ້ນໃຫ້ພາກັນ ກົ້ມລົງ ແລະ ຂາບໄຫວ້ຮູບປັ້ນນັ້ນ. ຖ້າພວກເຈົ້າບໍ່ຂາບໄຫວ້ ພວກເຈົ້າຈະຕ້ອງຖືກໂຍນ ເຂົ້າເຕົາໄຟ ອັນຮ້ອນທັນທີ. ພວກເຈົ້າຄິດວ່າ ຈະມີພະ ອົງໃດຊ່ວຍພວກເຈົ້າໃຫ້ພົ້ນໄດ້ ຊັ້ນບໍ?”
\s5
\v 16 ຊັດລາກ, ເມຊາກ, ອາເບັດເນໂກ ໄດ້ ຕອບວ່າ, “ຂ້າແດ່ ພະຣາຊາ ພວກຂ້ານ້ອຍ ຈະບໍ່ຂໍກ່າວປ້ອງກັນຕົວ ເລີຍ.
\v 17 ຖ້າພຣະເຈົ້າ ອົງທີ່ພວກຂ້ານ້ອຍ ຮັບໃຊ້ຢູ່ ສາມາດຊ່ວຍ ພວກຂ້ານ້ອຍໃຫ້ພົ້ນຈາກ ເຕົາໄຟ ແລະ ຈາກອໍານາດຂອງທ່ານໄດ້ ແລ້ວພຣະອົງກໍຈະຊ່ວຍ. [ຂ]
\v 18 ແຕ່ເຖິງແມ່ນວ່າ ພຣະອົງບໍ່ຊ່ວຍ ກໍຂໍໃຫ້ທ່ານຮູ້ໄວ້ວ່າ ພວກຂ້ານ້ອຍ ຈະບໍ່ຂາບໄຫວ້ພະ ຂອງທ່ານ ແລະ ຈະບໍ່ກົ້ມຂາບຕໍ່ຮູບປັ້ນເປັນຄໍາ ທີ່​ທ່ານ ໄດ້ສ້າງຂຶ້ນນັ້ນ ຢ່າງເດັດຂາດ.”
\s5
\v 19 ແລ້ວ ເຈົ້າເນບູກາດເນັດຊາ ກໍໂກດຮ້າຍ ຊັດລາກ, ເມຊາກ ແລະ ອາເບັດເນໂກ ຢ່າງສຸດຂີດ ຈົນໜ້າດໍາ ຕາແດງ. ສະນັ້ນ ເພິ່ນຈຶ່ງສັ່ງໃຫ້ຄົນຂອງຕົນໄປ ດັງໄຟ ໃນເຕົາ ໃຫ້ຮ້ອນຂຶ້ນກວ່າເກົ່າ ເຖິງເຈັດເທົ່າ.
\v 20 ເພິ່ນໄດ້ສັ່ງຄົນຜູ້ເຂັ້ມແຂງ ທີ່ສຸດໃນກອງທັບ ຂອງຕົນ ຜູກຊາຍທັງສາມຄົນນີ້ ແລະ ໂຍນ ພວກເຂົາໃສ່ເຕົາໄຟຮ້ອນ ທີ່ກາໍລັງລຸກໄໝ້ຢູ່.
\s5
\v 21 ດັ່ງນັ້ນ ພວກເຂົາຈຶ່ງມັດຊາຍ ທັງສາມ ພ້ອມທັງເຄື່ອງນຸ່ງ ຄື ມີເສື້ອຊັ້ນນອກ ແລະ ຊັ້ນໃນ, ໝວກ ແລະ ເຄື່ອງຂອງອື່ນໆ ແລ້ວໂຍນພວກເຂົາ ເຂົ້າໄປໃນເຕົາໄຟ ອັນຮ້ອນກ້າ.
\v 22 ບັດນີ້ ຍ້ອນຄໍາສັ່ງອັນໜັກແໜ້ນ ຂອງກະສັດນັ້ນ ເຕົາໄຟຈຶ່ງລຸກໄໝ້ ຮ້ອນທີ່ສຸດ ຈົນວ່າພວກຄົນທີ່ໂຍນ ພວກເຂົາເຂົ້າ ໄປໃນເຕົາໄຟ ຖືກໄຟໄໝ້ຕາຍ.
\v 23 ສ່ວນ ຊັດລາກ, ເມຊາກ ແລະ ອາເບັດເນໂກ ກໍຕົກ ລົງໃນເຕົາໄຟ ໂດຍທີ່ຍັງຖືກມັດຢູ່.
\s5
\v 24 ເຈົ້າເນບູກາດເນັດຊາ ໄດ້ລຸກຢືນຂຶ້ນ ໃນທັນທີ ດ້ວຍຄວາມປະຫລາດໃຈ. ເພິ່ນຖາມພວກຂ້າຣາຊການຂອງຕົນ ວ່າ, “ພວກເຮົາໄດ້ມັດຊາຍທັງສາມນັ້ນ ໂຍນເຂົ້າໄປໃນເຕົາໄຟອັນຮ້ອນກ້າ ແລ້ວບໍ່ແມ່ນບໍ? ” ພວກເຂົາຈຶ່ງຕອບເພິ່ນວ່າ, “ແມ່ນແລ້ວ ພະຣາຊາ. ”
\v 25 ເພິ່ນຖາມ ວ່າ, “ຖ້າດັ່ງນັ້ນ ເປັນຫຍັງ ເຮົາຈຶ່ງເຫັນຊາຍ ສີ່ຄົນກາໍລັງຍ່າງຢູ່ໃນໄຟ ນັ້ນ? ພວກເຂົາບໍ່ໄດ້ຖືກມັດ ແລະ ບໍ່ເຫັນຮ່ອງຮອຍ ວ່າຖືກເຈັບເພາະຖືກໄຟໄໝ້ເລີຍ ແລະ ອືກຜູ້ໜຶ່ງໃນສີ່ຄົນນີ້ ກໍເບິ່ງຄ້າຍຄື ພຣະ ອົງໜຶ່ງ. ” [ຄ]
\s5
\v 26 ສະນັ້ນ ເຈົ້າເນບູກາດເນັດຊາ ຈຶ່ງຂຶ້ນ ໄປເທິງປາກເຕົາໄຟ ທີ່ກໍາລັງລຸກໄໝ້ ຢູ່ນັ້ນ ແລະ ເອີ້ນໃສ່ ວ່າ, “ຊັດລາກ, ເມຊາກ ແລະ ອາເບັດເນໂກ ຜູ້ຮັບໃຊ້ຂອງພຣະເຈົ້າ ອົງສູງສຸດເອີຍ ຈົ່ງພາກັນອອກມາສາ ແລ້ວພວກເຂົາກໍອອກມາ ທັນທີ.
\v 27 ຝ່າຍບັນດາ ພວກຜູ້ປົກຄອງ, ເຈົ້າແຂວງ, ຮອງເຈົ້າແຂວງ ແລະ ພວກຂ້າຣາຊການ ຂອງ ກະສັດຄົນອື່ນ ໆ ຕ່າງກໍເບິ່ງຊາຍ ສາມຄົນນີ້; ພວກເຂົາບໍ່ໄດ້ ຮັບບາດເຈັບຍ້ອນໄຟ ນັ້ນເລີຍ. ຜົມກໍບໍ່ຖືກ ໄຟໄໝ້, ເຄື່ອງນຸ່ງ ກໍບໍ່ຖືກໄຟໄໝ້ ແລະ ໃນ ຕົວຂອງພວກເຂົາ ກໍບໍ່ມີກິ່ນຄວັນໄຟເລີຍ.
\s5
\v 28 ກະສັດໄດ້ກ່າວ ວ່າ, “ສັນລະເສີນພຣະເຈົ້າຂອງ ຊັດລາກ, ເມຊາກ ແລະ ອາເບັດເນໂກ ພຣະອົງໄດ້ໃຊ້ເທວະດາຂອງ ພຣະອົງ ລົງມາຊ່ວຍກູ້ເອົາຊາຍເຫລົ່ານີ້ ທີ່ຮັບໃຊ້ ແລະໄວ້ວາງໃຈໃນພຣະອົງ. ພວກເຂົາບໍ່ຍອມເຊື່ອຟັງຄໍາສັ່ງຂອງເຮົາ ແລະໄດ້ ສ່ຽງຊີວິດ ຂອງພວກຕົນ ແທນທີ່ຈະກົ້ມລົງ ແລະຂາບໄຫວ້ ພະອື່ນ ນອກຈາກພຣະເຈົ້າ ຂອງຕົນເອງ.
\s5
\v 29 ບັດນີ້ ເຮົາຂໍອອກຄໍາສັ່ງວ່າ ຖ້າຄົນໃດ ຄົນໜຶ່ງໃນປະເທດໃດ ປະເທດໜຶ່ງ, ໃນເຊື້ອຊາດ ຫລື ໃນພາສາໃດ ເວົ້າໝິ່ນປະໝາດ ພຣະເຈົ້າຂອງ ຊັດລາກ, ເມຊາກ ແລະ ອາເບັດເນໂກ; ຄົນນັ້ນກໍຈະຖືກຕັດເປັນຕ່ອນໆ ແລະ ເຮືອນຂອງລາວ ກໍຈະຖືກທໍາລາຍ ໃຫ້ເປັນກອງສິ່ງຮົກຮ້າງເພພັງ. ບໍ່ມີພະ ອື່ນໃດທີ່ ສາມາດຊ່ວຍກູ້ເອົາໄດ້ຢ່າງນີ້. ”
\v 30 ແລ້ວກະສັດກໍໄດ້ເລື່ອນຊັ້ນແກ່ ຊັດລາກ, ເມຊາກ ແລະ ອາເບັດເນໂກ ໃຫ້ມີຕໍາແໜ່ງສູງໃນແຂວງ ບາບີໂລນ.
\s5
\c 4
\p
\v 1 ກະສັດ ເນບູກາດເນັດຊາ ໄດ້ສົ່ງເອກະສານ ໄປຍັງປະຊາຊົນທຸກຊົນຊາດ, ທຸກເຊື້ອຊາດ ແລະ ທຸກພາສາ ທົ່ວໂລກ ໂດຍ ມີເນື້ອຄວາມ ດັ່ງຕໍ່ໄປນີ້: “ຂໍອວຍພອນ ບັນດາທ່ານ ຈົ່ງປະສົບແຕ່ສັນຕິສຸກ ເປັນສັນຕິສຸກເຕັມລົ້ນ ແລະ ຄົບຖ້ວນ
\v 2 ຈົ່ງຟັງ ເລື່ອງປະຫລາດ ອັດສະຈັນໃຈສໍາລັບເຮົາ ທີ່ພຣະເຈົ້າອົງສູງສຸດ ໄດ້ໂຜດສໍາແດງໃຫ້ເຮົາຮູ້.
\v 3 ພຣະເຈົ້າໄດ້ສໍາແດງ ໃຫ້ພວກເຮົາ ຮູ້ເຫັນສິ່ງທີ່ຍິ່ງໃຫຍ່ ແລະ ປະຫລາດທີ່ສຸດ ການອັດສະຈັນ ທີ່ພຣະອົງໄດ້ກະທາໍນັ້ນ ໃຫຍ່ຍິ່ງ ພຣະອົງຈະເປັນກະສັດປົກຄອງ ຕະຫລອດໄປ.
\s5
\v 4 ເຮົາຢູ່ຢ່າງສະຫງົບສຸກ ໃນວັງຂອງເຮົາ ທັງມີຄວາມສຸກ ດ້ວຍຊັບສົມບັດອັນຫລວງຫລາຍ.
\v 5 ແຕ່ເຮົາໄດ້ຝັນຢ່າງ ຕື່ນຕົກໃຈ ແລະ ເຫັນນິມິດອັນໜ້າຢ້ານ ໃນຂະນະທີ່ເຮົານອນຫລັບຢູ່.
\v 6 ເຮົາຈຶ່ງສັ່ງພວກທີ່ປຶກສາ ທັງໝົດ ປະຈາໍກະສັດ ໃນນະຄອນ ບາບີໂລນ ໃຫ້ມາຫາເຮົາ ເພື່ອແກ້ຄວາມຝັນ.
\s5
\v 7 ແລ້ວພວກໝໍທັງໝົດ ຄື: ໝໍມໍ, ໝໍມົນ, ໝໍຜີ ແລະ ໝໍໂຫນ ກໍໄດ້ເຂົ້າມາພົບເຮົາ; ເຮົາໄດ້ ເລົ່າຄວາມຝັນໃຫ້ ພວກເຂົາຮູ້, ແຕ່ພວກເຂົາ ບໍ່ສາມາດ ແກ້ໄດ້.
\v 8 ຕໍ່ມາ ດານີເອນ ໄດ້ເຂົ້າມາພົບ. (ດານີເອນ ມີຊື່ໜຶ່ງອີກ ວ່າ ເບັນເຕຊັດຊາເຣ ຕາມຊື່ພະຂອງເຮົາ.) ວິນຍານ ຂອງບັນດາ ພະບໍຣິສຸດ [ງ] ສະຖິດຢູ່ນາໍລາວ; ສະນັ້ນເຮົາຈຶ່ງບອກຄວາມຝັນໃຫ້ລາວຮູ້. ເຮົາ ໄດ້ກ່າວຕໍ່ລາວ ວ່າ:
\v 9 ເບັນເຕຊັດຊາເຣ ຫົວໜ້າພວກໝໍມໍເອີຍ ເຮົາຮູ້ວ່າ ວິນຍານ ຂອງບັນດາພະ ບໍຣິສຸດ [ຈ] ສະຖິດຢູ່ນໍາເຈົ້າ ແລະ ຮູ້ວ່າເຈົ້າເຂົ້າໃຈ ຄວາມເລິກລັບ ທັງປວງໄດ້. ນີ້ຄື [ສ] ຄວາມຝັນຂອງເຮົາ. ຈົ່ງບອກເຮົາແດ່ວ່າ ໝາຍເຖິງຫຍັງ?
\s5
\v 10 ໃນຂະນະທ່ີ່ເຮົາ ກາໍລັງນອນຫລັບຢູ່ ນັ້ນເຮົາໄດ້ເຫັນນິມິດອັນໜຶ່ງ ເປັນຕົ້ນໄມ້ສູງ ຕັ້ງຢູ່ໃຈກາງ ແຜ່ນດິນໂລກ.
\v 11 ຕົ້ນໄມ້ນີ້ ໃຫຍ່ສູງ ຈົນຈຸທ້ອງຟ້າ ແລະ ທຸກຄົນທົ່ວໂລກ ກໍສາມາດ ເຫັນມັນໄດ້.
\v 12 ໃບຂອງມັນງາມ ແລະ ມີໝາກຢ່ອນລົງເຕັມຕົ້ນ ພໍໃຫ້ຄົນທົ່ວໂລກ ກິນໄດ້. ສັດປ່າທັງຫລາຍ ໄດ້ພັກຜ່ອນ ຢູ່ໃຕ້ຮົ່ມຂອງມັນ ຝູງນົກກໍເຮັດຮັງ ໃສ່ງ່າຂອງມັນ ແລະ ທຸກສິ່ງທີ່ມີຊີວິດ ຕ່າງກໍ ກິນໝາກຂອງມັນ.
\s5
\v 13 ໃນຂະນະທີ່ເຮົາ ກາໍລັງຄິດເຖິງນິມິດຢູ່ນັ້ນ ເຮົາກໍເຫັນເທວະດາ ຜູ້ອາລັກຂາ ຕົນໜຶ່ງ ລົງມາຈາກຟ້າສະຫວັນ.
\v 14 ເທວະດາຕົນນີ້ ໄດ້ປະກາດດ້ວຍສຽງດັງ ວ່າ, ‘ຈົ່ງບັກຕົ້ນໄມ້ ແລະ ຮານງ່າຂອງມັນຖິ້ມ; ລິໃບຂອງມັນ ແລະ ເຮັດໃຫ້ໝາກຂອງມັນຟົ້ງກະຈັດ ກະຈາຍໄປ ຈົ່ງໄລ່ຝູງສັດປ່າ ໃຫ້ໜີອອກ ຈາກ ຮົ່ມຂອງມັນ ແລະ ຝູງນົກໃຫ້ໜີຈາກ ງ່າຂອງມັນ.
\s5
\v 15 ແຕ່ໃຫ້ປະຕໍ ຂອງມັນໄວ້ຕາມພື້ນດິນ ໂດຍໃຊ້ປອກເຫລັກ ແລະ ປອກທອງສໍາຣິດ ສຸບອ້ອມມັນໄວ້ ໃນທົ່ງຫຍ້າກາງທົ່ງນາ. ບັດ ນີ້ຈົ່ງປ່ອຍໃຫ້ນາໍ້ໝອກ ຕົກລົງມາຖືກຊາຍ ຜູ້ນີ້ ໃຫ້ລາວກິນຫຍ້າຢູ່ທ່າມກາງ ສັດປ່ານັ້ນ.
\v 16 ພາຍໃນ ເຈັດປີ ລາວຈະບໍ່ມີຈິດໃຈ ມະນຸດເຫລືອຢູ່, ແຕ່ຈະມີຈິດໃຈສັດ.
\s5
\v 17 ນີ້ແຫລະ ຄື ຄໍາຕັດສິນຂອງຝູງເທວະດາຜູ້ອາລັກຂາ ນັ້ນ. ສະນັ້ນແຫລະ ຈົ່ງໃຫ້ຄົນທັງປວງ ທຸກທີ່ທຸກບ່ອນຮູ້ວ່າ ພຣະເຈົ້າ ອົງສູງສຸດ ມີອໍານາດເໜືອອານາຈັກຂອງ ມະນຸດ ແລະ ໃຫ້ຮູ້ວ່າພຣະອົງສາມາດມອບ ອານາຈັກເຫລົ່ານີ້ ໃຫ້ຜູ້ໃດ ຜູ້ໜຶ່ງຕາມທີ່ພຣະອົງເລືອກເອົາກໍໄດ້ ເຖິງແມ່ນວ່າ ເປັນຜູ້ ຕໍ່າຕ້ອຍ ທີ່ສຸດກໍຕາມ.
\v 18 ກະສັດ ເນບູກາດເນັດຊາ ໄດ້ກ່າວຕໍ່ໄປວ່າ, “ຄວາມຝັນຂອງເຮົາ ເປັນດັ່ງນີ້ແຫລະ ເບັນເຕຊັດຊາເຣ ເອີຍບັດນີ້ ຈົ່ງແກ້ຄວາມຝັນນີ້ ໃຫ້ເຮົາແດ່. ບໍ່ມີທີ່ປຶກສາ ປະຈາໍວັງຂອງເຮົາຄົນໃດ ແກ້ໄດ້, ແຕ່ເຈົ້າແກ້ໄດ້ ເພາະວິນຍານຂອງ ບັນດາພະບໍຣິສຸດ [ຊ] ສະຖິດຢູ່ນໍາເຈົ້າ.”
\s5
\v 19 ແລ້ວ ດານີເອນ (ຜູ້ມີຊື່ໜຶ່ງອີກ ວ່າ ເບັນເຕຊັດຊາເຣ) ກໍອຸກໃຈຈົນເວົ້າຢ່າງໃດບໍ່ໄດ້. ກະສັດໄດ້ກ່າວຕໍ່ລາວວ່າ, “ເບັນເຕຊັດຊາເຣ ເອີຍ ຢ່າໃຫ້ຄວາມຝັນ ແລະສິ່ງທີ່ຈະເກີດຂຶ້ນນັ້ນ ເຮັດໃຫ້ເຈົ້າຕົກໃຈເລີຍ. ” ເບັນເຕຊັດຊາເຣ ໄດ້ຕອບ ວ່າ, “ຂ້າແດ່ ພະຣາຊາ ຂ້ານ້ອຍ ຢາກໃຫ້ຄວາມຝັນ ແລະ ຄໍາແກ້ຄວາມຝັນນັ້ນ ຕົກຖືກພວກສັດຕູ ຂອງທ່ານ ແທນທີ່ຈະຕົກຖືກທ່ານເອງ.
\s5
\v 20 ມີຕົ້ນໄມ້ສູງ ຈຸຟ້າຈົນທຸກຄົນ ທົ່ວໂລກ ເຫັນໄດ້.
\v 21 ສ່ວນໃບກໍງາມ ແລະ ໝາກກໍມີພຽງພໍ ໃຫ້ຄົນທົ່ວໂລກກິນ. ສັດປ່າ ທັງຫລາຍ ໄດ້ພັກຜ່ອນຢູ່ໃຕ້ຮົ່ມ ແລະ ຝູງນົກ ກໍເຮັດຮັງໃສ່ງ່າ.
\v 22 ຂ້າແດ່ ພະຣາຊາ ຕົ້ນໄມ້ນັ້ນ ແມ່ນທ່ານເອງ ຄື ຜູ້ທີ່ຍິ່ງໃຫຍ່ ແລະ ເຂັ້ມແຂງ. ຄວາມຍິ່ງໃຫຍ່ຂອງທ່ານ ສູງ ຈຸຟ້າ ແລະ ອໍານາດຂອງທ່ານ ກໍແຜ່ອອກໄປ ທົ່ວໂລກ.
\s5
\v 23 ໃນຂະນະທີ່ພະຣາຊາ ກາໍລັງເຝົ້າເບິ່ງ ຢູ່ນັ້ນ ມີເທວະດາຕົນໜຶ່ງ ລົງມາຈາກຟ້າສະຫວັນ ແລະ ໄດ້ກ່າວວ່າ, ‘ຈົ່ງບັກກົກໄມ້ນີ້ ແລະ ທາໍລາຍມັນຖິ້ມສາ ໃຫ້ປະແຕ່ຕໍໄວ້ ຕາມພື້ນດິນ. ແລ້ວ ໃຫ້ເອົາປອກເຫລັກ ແລະ ປອກທອງສໍາຣິດ ສຸບອ້ອມມັນໄວ້ ແລະ ປະ ໄວ້ໃນທົ່ງຫຍ້າ ກາງທົ່ງນາ ທີ່ນັ້ນ. ປ່ອຍໃຫ້ ນາໍ້ໝອກ ຕົກລົງມາຖືກຊາຍຜູ້ນີ້ ແລະ ປ່ອຍ ໃຫ້ລາວ ກິນຫຍ້າຢູ່ທ່າມກາງຝູງສັດ ເປັນເວລາ ເຈັດປີ.
\s5
\v 24 ຂ້າແດ່ ພະຣາຊາ ອັນນີ້ແຫລະ ແມ່ນ ຄວາມໝາຍ ຄວາມຝັນຂອງທ່ານ ແລະ ແມ່ນ ສິ່ງນີ້ແຫລະ ທີ່ພຣະເຈົ້າອົງສູງສຸດ ໄດ້ປະກາດ ວ່າຈະເກີດຂຶ້ນກັບທ່ານ.
\v 25 ທ່ານຈະຖືກຂັບໄລ່ອອກ ຈາກສັງຄົມມະນຸດ ແລະ ຈະອາໄສຢູ່ກັບພວກສັດປ່າ. ທ່ານຈະ ກິນຫຍ້າ ເໝືອນງົວ ແລະ ນອນຢູ່ໃນກາງແຈ້ງບ່ອນ ທີ່ມີໝອກຕົກລົງໃສ່ທ່ານ ເປັນເວລາ ເຈັດປີ. ແລ້ວທ່ານກໍຈະຍອມຮັບ ວ່າ ພຣະເຈົ້າອົງສູງສຸດ ຄວບຄຸມອານາຈັກ ຕ່າງໆ ຂອງມະນຸດ; ທ່ານຍັງຈະຮູ້ວ່າ ພຣະອົງ ເອົາອານາຈັກເຫລົ່ານີ້ ໃຫ້ແກ່ຜູ້ໃດ ຜູ້ໜຶ່ງກໍໄດ້ຕາມທີ່ພຣະອົງເລືອກເອົາ.
\s5
\v 26 ການທີ່ຝູງເທວະດາ ໄດ້ສັ່ງໃຫ້ປະຕໍ ຂອງຕົ້ນໄມ້ໄວ້ ຢູ່ໃນດິນນັ້ນ ໝາຍຄວາມວ່າ ທ່ານຈະໄດ້ ເປັນກະສັດອີກ ເມື່ອທ່ານຍອມຮັບວ່າ ພຣະເຈົ້າເປັນຜູ້ປົກຄອງໂລກນີ້ ທັງໝົດ.
\v 27 ສະນັ້ນແຫລະ ພະຣາຊາ ເອີຍ ຈົ່ງເຮັດຕາມຄໍາແນະນາໍ ຂອງຂ້ານ້ອຍເຖີດ. ຈົ່ງເລີກເຮັດບາບສາ ແລະ ເຮັດໃນສິ່ງທີ່ຖືກ ຕ້ອງ; ຈົ່ງເມດຕາສົງສານ ຄົນຍາກຈົນ. [ຍ] ແລ້ວທ່ານກໍຈະ ຈະເລີນຮຸ່ງເຮືອງສືບຕໍ່ໄປ.”
\s5
\v 28 ແລ້ວ ສິ່ງເຫລົ່ານີ້ທັງໝົດ ກໍບັງເກີດ ຂຶ້ນກັບກະສັດ ເນບູກາດເນັດຊາ
\v 29 ຫລັງຈາກ ສິບສອງ ເດືອນຕໍ່ມາ ໃນຂະນະທີ່ເພິ່ນກາໍລັງຍ່າງ ຢູ່ເທິງຫລັງຄາວັງ ທີ່ນະຄອນ ບາບີໂລນ
\v 30 ເພິ່ນໄດ້ກ່າວ ວ່າ, “ເບິ່ງດູ ນະຄອນ ບາບີໂລນ ນີ້ເປັນເມືອງໃຫຍ່ຫລາຍ ເຮົາໄດ້ສ້າງໃຫ້ເປັນເມືອງຫລວງຂອງເຮົາ ເພື່ອສະແດງ ເຖິງອໍານາດ ແລະ ຄວາມຍິ່ງໃຫຍ່ ກຽດຕິຍົດ ແລະ ສະຫງ່າຣາສີຂອງເຮົາ.”
\s5
\v 31 ກະສັດຍັງກ່າວ ບໍ່ທັນຂາດຄໍາ ກໍມີສຽງ ໜຶ່ງກ່າວລົງມາ ຈາກຟ້າສະຫວັນ ວ່າ, “ກະສັດ ເນບູກາດເນັດຊາ ເອີຍ ຈົ່ງຟັງຄໍາທີ່ເຮົາກ່າວ ບັດນີ້ອໍານາດແຫ່ງກະສັດ ຂອງເຈົ້າ ຖືກປົດໄປຈາກເຈົ້າແລ້ວ.
\v 32 ເຈົ້າຈະຖືກ ຂັບໄລ່ອອກໄປ ຈາກສັງຄົມມະນຸດ ແລະ ຈະ ອາໄສ ຢູ່ກັບພວກສັດປ່າ ເຈົ້າຈະກິນຫຍ້າ ເໝືອນງົວ ເປັນເວລາ ເຈັດປີ. ແລ້ວເຈົ້າກໍຈະ ຍອມຮັບວ່າ ພຣະເຈົ້າອົງສູງສຸດ ມີອໍານາດ ເໜືອອານາຈັກທັງຫລາຍ ຂອງມະນຸດ ແລະ ຮູ້ວ່າ ພຣະອົງມອບອານາຈັກເຫລົ່ານີ້ ໃຫ້ຜູ້ໃດຜູ້ໜຶ່ງກໍໄດ້ ຕາມທີ່ພຣະອົງເລືອກເອົາ.”
\s5
\v 33 ພຣະທາໍ ນີ້ໄດ້ກາຍເປັນຈິງ ໃນທັນທີ ເຈົ້າເນບູກາດເນັດຊາ ຖືກຂັບໄລ່ອອກໄປ ຈາກສັງຄົມມະນຸດ ແລະ ກິນຫຍ້າເໝືອນງົວ. ນໍ້າໝອກຕົກຖືກຕົນຕົວເພິ່ນ, ຂົນເພິ່ນຍາວ ເໝືອນ ຂົນນົກອິນຊີ ແລະ ເລັບເພິ່ນກໍຍາວ ເໝືອນເລັບນົກ.
\s5
\v 34 ເມື່ອກໍານົດ ເຈັດປີ ໄດ້ຜ່ານພົ້ນໄປ ແລ້ວ ກະສັດຈຶ່ງກ່າວ ວ່າ, “ເຮົາໄດ້ເງີຍໜ້າ ຂຶ້ນສູ່ທ້ອງຟ້າ ແລ້ວຈິດໃຈຂອງເຮົາ ກໍກາຍເປັນປົກກະຕິ ເຮົາຈຶ່ງສັນລະເສີນ ພຣະເຈົ້າອົງສູງສຸດ ທັງຖວາຍກຽດຕິຍົດ ແລະ ສະຫງ່າຣາສີ ແກ່ພຣະອົງ ຜູ້ຊົງເປັນຢູ່ຕະຫລອດໄປ. ພຣະເຈົ້າຈະປົກຄອງ ຕະຫລອດໄປ ອານາຈັກຂອງພຣະອົງຈະ ດໍາລົງຢູ່ເປັນນິດ.
\s5
\v 35 ພຣະອົງຖືວ່າ ຄົນໃນໂລກນີ້ ບໍ່ມີຫຍັງ ໝົດ ຕ່າງກໍບໍ່ມີຄຸນຄ່າ ບໍ່ມີຫຍັງທັງນັ້ນ; ມະນຸດໃນໂລກ ແລະ ເທວະດາເທິສະຫວັນ ກໍ ຢູ່ໃຕ້ການປົກຄອງຂອງພຣະອົງ ທັງນັ້ນ. ບໍ່ມີຜູ້ໃດສາມາດ ຂັດຂວາງພຣະປະສົງ ຫລື ສອບຖາມ ເຖິງສິ່ງທີ່ພຣະອົງຊົງກະທໍາ.
\s5
\v 36 ເມື່ອຈິດໃຈເຮົາເປັນປົກກະຕິແລ້ວ ກຽດຕິຍົດ ແລະ ສະຫງ່າຣາສີຂອງເຮົາ ທັງຄວາມຍິ່ງໃຫຍ່ ຂອງອານາຈັກຂອງເຮົາ ກໍໄດ້ ຖືກມອບຄືນໃຫ້ເຮົາ. ບັນດາຂ້າຣາຊການ ແລະ ພວກເຈົ້ານາຍຂອງເຮົາ ຖືກມອບຄືນໃຫ້ແກ່ເຮົາອີກ ຊຶ່ງເປັນກຽດອັນຍິ່ງໃຫຍ່ ກວ່າ ຄາວກ່ອນ.
\v 37 ບັດນີ້ເຮົາ ຄື ເນບູກາດເນັດຊາ ຂໍສັນລະເສີນ ແລະ ຖວາຍ ກຽດຕິຍົດ ແລະ ສະຫງ່າຣາສີ ແດ່ກະສັດເທິງ ຟ້າສະຫວັນ. ທຸກສິ່ງທີ່ພຣະອົງເຮັດກໍຖືກຕ້ອງ ແລະ ຍຸດຕິທາໍ ແລະ ພຣະອົງເຮັດໃຫ້ຄົນຈອງຫອງຖ່ອມຕົວລົງໄດ້.”
\s5
\c 5
\p
\v 1 ໃນຄືນໜຶ່ງກະສັດ ເບັນຊັດຊາເຣ ໄດ້ເຊີນເອົາເຈົ້ານາຍ ໜຶ່ງພັນຄົນມາ ໃນງານກິນລ້ຽງອັນໃຫຍ່ໂຕ ແລະ ເພິ່ນກໍຮ່ວມດື່ມເຫລົ້າອະງຸ່ນ ກັບພວກເຫລົ່ານີ້.
\v 2 ໃນ ຂະນະທີ່ພວກເຂົາກາໍລັງດື່ມເຫລົ້າ ອະງຸ່ນຢູ່ນັ້ນ ເຈົ້າເບັນຊັດຊາເຣ ກໍສັ່ງໃຫ້ຄົນເອົາຈອກ ແລະ ຖ້ວຍທີ່ເຮັດດ້ວຍເງິນ ແລະ ດ້ວຍຄໍາ ມາໃຫ້; ແມ່ນສິ່ງເຫລົ່ານີ້ ທີ່ເຈົ້າເນບູກາດເນັດຊາ ຜູ້ເປັນບິດາ [ດ] ໄດ້ເອົາມາ ຈາກພຣະວິຫານ ໃນນະຄອນ ເຢຣູຊາເລັມ. ກະສັດໄດ້ໃຫ້ຄົນໄປເອົາຈອກ ແລະ ຖ້ວຍ ເຫລົ່ານັ້ນມາ ກໍເພື່ອວ່າເພິ່ນເອງ ພ້ອມທັງ ພວກມະເຫສີ, ພວກນາງສະໜົມ ແລະ ພວກ ເຈົ້ານາຍຈະໃຊ້ພາຊະນະ ເຫລົ່ານີ້ດື່ມເຫລົ້າອະງຸ່ນ.
\s5
\v 3 ຈອກຄໍາ ແລະ ຖ້ວຍຄໍາ ກໍຖືກນາໍມາໃຫ້ ເພິ່ນໃນທັນທີ ແລະ ທຸກຄົນຕ່າງກໍດື່ມເຫລົ້າ ອະງຸ່ນຈາກພາຊະນະເຫລົ່ານີ້
\v 4 ແລະ ສັນລະເສີນບັນດາຮູບພະ ທີ່ເຮັດດ້ວຍຄໍາ, ດ້ວຍເງິນ, ດ້ວຍທອງສໍາຣິດ, ດ້ວຍເຫລັກ, ດ້ວຍໄມ້ ແລະ ດ້ວຍຫິນ.
\s5
\v 5 ໃນທັນໃດນັ້ນ ກໍໄດ້ມີມືມະນຸດ ປາກົດໃຫ້ເຫັນ ແລະ ເລີ່ມຂຽນໃສ່ຝາຂອງຣາຊວັງ ບ່ອນທີ່ຕະກຽງ ສ່ອງແສງໃສ່ແຈ້ງທີ່ສຸດ. ກະສັດເຫັນໃນຂະນະທີ່ມືນັ້ນພວມຂຽນຢູ່.
\v 6 ເພິ່ນຈຶ່ງໜ້າຊີດ ແລະ ຢ້ານຫລາຍຈົນຂາສັ່ນ.
\s5
\v 7 ເພິ່ນຮ້ອງບອກໃຫ້ຄົນນາໍ ເອົາໝໍມົນ, ໝໍວິຊາອາຄົມ ແລະ ໝໍໂຫນເຂົ້າມາ. ເມື່ອພວ​ກເຂົາມາຮອດ ກະສັດກ່າວຕໍ່ພວກເຂົາ ວ່າ, “ຜູ້ໃດຜູ້ໜຶ່ງທີ່ອ່ານ ແລະ ແປຄວາມໝາຍ ທີ່ຂຽນນີ້ໄດ້ ຈະໄດ້ນຸ່ງເສື້ອຄຸມ ສີມ່ວງຂອງກະສັດ ແລະ ຈະໄດ້ຄ້ອງຄໍ ສາຍສ້ອຍຄໍາ ກຽດຕິຍົດ ທັງຈະໄດ້ເປັນຜູ້ທີ່ມີອໍານາດ ຄົນທີ ສາມໃນອານາຈັກ.”
\s5
\v 8 ບັນດາ ທີ່ປຶກສາປະຈາໍກະສັດ ໄດ້ກ້າວອອກມາຂ້າງໜ້າ, ແຕ່ບໍ່ມີຜູ້ໃດອ່ານຄໍາຂຽນ ຫລື ບອກຄວາມໝາຍ ແກ່ກະສັດໄດ້.
\v 9 ຍ້ອນຄວາມກັງວົນນີ້ ກະສັດເບັນຊັດຊາເຣ ແຮ່ງໜ້າຊີດເຂົ້າອີກ; ສ່ວນພວກເຈົ້ານາຍ ຊັ້ນຜູ້ໃຫຍ່ ຂອງເພິ່ນກໍບໍ່ຮູ້ວ່າ ຈະພາກັນເຮັດຢ່າງໃດ.
\s5
\v 10 ເມື່ອຣາຊນີ ຜູ້ເປັນມານດາ ໄດ້ຍິນສຽງ ຮ້ອງຂອງກະສັດ ແລະ ພວກເຈົ້ານາຍ, ນາງ ຈຶຶ່ງເຂົ້າໄປ ໃນຫ້ອງກິນລ້ຽງໃຫຍ່ ແລະ ເວົ້າວ່າ, “ຂໍໃຫ້ພະຣາຊາ ຈົ່ງໝັ້ນຍືນ ຂໍຢ່າກັງວົນ ແລະ ໜ້າຊີດໄປເລີຍ.
\s5
\v 11 ຢູ່ໃນອານາຈັກຂອງລູກ ນີ້ຍັງມີຊາຍ ຄົນໜຶ່ງທີ່ມີວິນຍານຂອງບັນດາພະ ບໍຣິສຸດ [ຕ] ສະຖິດຢູ່ນາໍ. ເມື່ອຄາວ ພໍ່ຂອງລູກເປັນ ກະສັດ ຊາຍຄົນນີ້ໄດ້ສະແດງຄວາມ ສະຫລາດ, ຄວາມຮອບຮູ້ ແລະ ສະຕິປັນຍາ ເໝືອນສະຕິປັນຍາ ຂອງພວກພຣະ. ກະສັດ ເນບູກາດເນັດຊາ ຜູ້ເປັນບິດາຂອງລູກ [ຖ] ໄດ້ແຕ່ງຕັ້ງລາວ ໃຫ້ເປັນຫົວໜ້າພວກໝໍມໍ, ໝໍດູ, ໝໍວິຊາອາຄົມ ແລະ ໝໍໂຫນ.
\v 12 ລາວມີຄວາມສາມາດ ຜິດທາໍມະດາ, ເປັນ ຄົນສະຫລາດ ແລະ ຊໍານິຊໍານານ ໃນການແກ້ຄວາມຝັນ, ແກ້ບັນຫາ ແລະ ແກ້ຄວາມເລິກລັບ ທັງຫລາຍໄດ້; ສະນັ້ນ ຈົ່ງໃຊ້ຄົນໄປ ເອີ້ນ ດານີເອນ ຊາຍຄົນນີ້ເຂົ້າມາ (ຜູ້ທີ່ ກະສັດໃສ່ຊື່ໃຫ້ໃໝ່ ວ່າ ເບັນເຕຊັດຊາເຣ) ແລະ ລາວຈະບອກຄວາມໝາຍ ທັງໝົດນີ້ ໃຫ້ແກ່ລູກ.”
\s5
\v 13 ດານີເອນ ຖືກນໍາຕົວເຂົ້າ ມາຫາ ກະສັດໃນທັນທີ ແລະ ກະສັດກໍກ່າວແກ່ລາວ ວ່າ, “ເຈົ້າແມ່ນ ດານີເອນ ຊາວຢິວພັດຖິ່ນ ທີ່ພໍ່ຂອງເຮົາຜູ້ເປັນກະສັດໄດ້ນາໍມາຈາກ ຢູດາຍ?
\v 14 ເຮົາໄດ້ຍິນວ່າ ວິນຍານຂອງ ບັນດາ ພະບໍຣິສຸດ [ທ] ສະຖິດຢູ່ນໍາເຈົ້າ ແລະ ເຈົ້າເປັນຜູ້ຊໍານິຊໍານານ ທັງມີຄວາມຮອບຮູ້ ແລະ ມີສະຕິປັນຍາ.
\s5
\v 15 ເຮົາໄດ້ເອີ້ນເອົາ ພວກທີ່ປຶກສາ ແລະ ພວກໝໍມົນ ເຂົ້າມາອ່ານ ແລະ ແປຄວາມໝາຍຂອງຄໍາຂຽນນີ້, ແຕ່ພວກເຂົາຄົ້ນຄວ້າ ຕີຄວາມໝາຍ ບໍ່ໄດ້.
\v 16 ບັດນີ້ ເຮົາໄດ້ຍິນ ວ່າເຈົ້າ ຄົ້ນຄວ້າຕີຄວາມໝາຍ ແລະ ອະທິບາຍ ຄວາມເລິກລັບໄດ້. ຖ້າເຈົ້າອ່ານ ແລະ ບອກຄວາມໝາຍ ຂອງຄໍາຂຽນນີ້ ໃຫ້ເຮົາຮູ້ໄດ້ ເຈົ້າກໍຈະໄດ້ນຸ່ງເສື້ອຄຸມສີມ່ວງຂອງກະສັດ ແລະ ຈະໄດ້ຄ້ອງຄໍ ສາຍສ້ອຍຄໍາ ກຽດຕິຍົດ ທັງຈະເປັນຜູ້ມີອໍານາດ ຄົນທີສາມ ໃນອານາຈັກ.”
\s5
\v 17 ດານີເອນ ຕອບຄືນວ່າ, “ຂໍທ່ານ ຈົ່ງເກັບຂອງຂວັນ ນັ້ນໄວ້ເອງ ສາເຖີດ. ຂ້ານ້ອຍ ຈະອ່ານ ຄໍາທີ່ຂຽນນັ້ນໃຫ້ທ່ານ ແລະ ຈະບອກຄວາມໝາຍ ໃຫ້ທ່ານຮູ້.
\v 18 ພຣະເຈົ້າ ອົງສູງສຸດໄດ້ແຕ່ງຕັ້ງ ເຈົ້າເນບູກາດເນັດຊາ ບິດາຂອງທ່ານໃຫ້ເປັນກະສັດຜູ້ຍິ່ງໃຫຍ່ ທັງໃຫ້ເພິ່ນມີກຽດຕິຍົດ ແລະ ສະຫງ່າຣາສີ.
\v 19 ເພິ່ນເປັນຜູ້ຍິ່ງໃຫຍ່ ຈົນປະຊາຊົນ ໃນທຸກຊົນຊາດ, ທຸກເຊື້ອ ຊາດ ແລະ ທຸກພາສາ ຢ້ານກົວຕົວສັ່ນຕໍ່ໜ້າເພິ່ນ. ຖ້າເພິ່ນປະສົງຈະຂ້າຄົນໜຶ່ງ ຫລື ຈະ ໃຫ້ຄົນໜຶ່ງມີຊີວິດຢູ່ ເພິ່ນກໍເຮັດໄປໂລດ. ເພິ່ນໃຫ້ກຽດ ແລະ ຖອນກຽດຄົນໃດ ກໍໄດ້ຕາມ ທີ່ເພິ່ນຕ້ອງການ.
\s5
\v 20 ແຕ່ຍ້ອນ ເພິ່ນມີໃຈຈອງຫອງ, ໃຈແຂງ ກະດ້າງ ແລະ ໂຫດຮ້າຍ ເພິ່ນຈຶ່ງຖືກປົດ ຈາກບັນລັງ ແລະ ເສຍຕໍາແໜ່ງ ອັນມີກຽດ ຂອງຕົນ.
\v 21 ເພິ່ນຖືກຂັບໄລ່ ອອກຈາກ ສັງຄົມມະນຸດ ແລະ ມີຈິດໃຈເໝືອນສັດ. ເພິ່ນ ອາໄສ ຢູ່ທ່າມກາງຝູງ ລໍປ່າ, ກິນຫຍ້າເໝືອນ ງົວ ແລະ ນອນຢູ່ກາງແຈ້ງ ໂດຍບໍ່ມີຫຍັງກັ້ນກາງເພິ່ນຈາກນາໍ້ໝອກ, ແຕ່ໃນທີ່ສຸດ ເພິ່ນກໍ ຍອມຮັບວ່າ ພຣະເຈົ້າອົງສູງສຸດຄວບຄຸມ ອານາຈັກ ຕ່າງໆ ຂອງມະນຸດ ແລະ ເອົາອານາຈັກເຫລົ່ານີ້ ໃຫ້ແກ່ຜູ້ໃດຜູ້ໜຶ່ງກໍໄດ້ ຕາມທີ່ພຣະອົງເລືອກເອົາ.
\s5
\v 22 ແຕ່ທ່ານເອງ ຜູ້ເປັນລູກຊາຍຂອງເພິ່ນ ເຖິງແມ່ນວ່າ ທ່ານໄດ້ຮູ້ເລື່ອງນີ້ ແລ້ວກໍຕາມ ທ່ານກໍຍັງບໍ່ໄດ້ຖ່ອມຕົວ.
\v 23 ທ່ານດູໝິ່ນ ປະໝາດພຣະເຈົ້າ ຢາເວ ແຫ່ງຟ້າສະຫວັນ ໂດຍນາໍເອົາຈອກ ແລະ ຖ້ວຍຈາກວິຫານຂອງພຣະອົງ ມາທີ່ນີ້. ທ່ານເອງ, ພວກມະເຫສີ, ພວກນາງສະໜົມ ແລະ ພວກເຈົ້ານາຍ ຊັ້ນຜູ້ໃຫຍ່ຂອງທ່ານ ໄດ້ພາກັນໃຊ້ພາຊະນະ ເຫລົ່ານີ້ ແລະ ສັນລະເສີນບັນດາ ພະທີ່ເຮັດ ດ້ວຍຄໍາ, ດ້ວຍເງິນ, ດ້ວຍທອງສໍາຣິດ, ດ້ວຍ ເຫລັກ, ດ້ວຍໄມ້ ແລະ ດ້ວຍຫິນ; ພະເຫລົ່ານີ້ ຮູ້ແລະເຫັນບໍ່ໄດ້ ແລະ ກໍບໍ່ໄດ້ຍິນຫຍັງ ທັງບໍ່ຮູ້ຈັກຫຍັງເລີຍ, ແຕ່ທ່ານບໍ່ໄດ້ຖວາຍກຽດແກ່ ພຣະເຈົ້າອົງຊົງໃຫ້ຊີວິດ ຫລື ເອົາຊີວິດຂອງທ່ານໄປ ແລະ ເປັນອົງຊົງຄວບຄຸມທຸກສິ່ງທີ່ ທ່ານເຮັດນັ້ນ.
\v 24 ດ້ວຍເຫດນີ້ ແຫລະ ພຣະອົງຈຶ່ງໄດ້ສົ່ງມືມາຂຽນ ຂໍ້ຄວາມເຫລົ່ານີ້.
\s5
\v 25 ຂໍ້ຄວາມທີ່ໄດ້ມີຂຽນນັ້ນ ມີດັ່ງນີ້: ‘ຈາໍນວນ ຈາໍນວນ, ນາໍ້ໜັກ, ແບ່ງແຍກ.
\v 26 ສິ່ງນັ້ນ ມີຄວາມໝາຍ ດັ່ງນີ້: ຈາໍນວນ ຄື ພຣະເຈົ້າໄດ້ນັບຈາໍນວນມື້ແຫ່ງອານາຈັກ ຂອງທ່ານໄວ້ ແລະ ນາໍມັນໄປສູ່ຈຸດຈົບ;
\v 27 ນາໍ້ໜັກ ຄື ພຣະເຈົ້າຊັ່ງທ່ານດ້ວຍຊິງ ແລະ ເຫັນວ່າເບົາໂພດ;
\v 28 ແບ່ງແຍກ ຄື ອານາຈັກຂອງທ່ານ ຈະຖືກແບ່ງໃຫ້ຊາວ ເມເດຍ ກັບຊາວ ເປີເຊຍ. ” [ນ]
\s5
\v 29 ແລ້ວເຈົ້າເບັນຊັດຊາເຣ ກໍສັ່ງໃຫ້ຄົນ ຮັບໃຊ້ນາໍເອົາເສື້ອຄຸມ ສີມ່ວງຂອງກະສັດ ມານຸ່ງໃຫ້ ດານີເອນ ໃນທັນທີ ແລະ ຄ້ອງຄໍ ສາຍສ້ອຍກຽດຕິຍົດໃຫ້ລາວ. ເພິ່ນໄດ້ແຕ່ງຕັ້ງລາວ ໃຫ້ເປັນຜູ້ມີອໍານາດ ຄົນທີສາມ ໃນອານາຈັກ.
\v 30 ໃນຄືນນັ້ນເອງ ເຈົ້າເບັນ ຊັດຊາເຣ ກະສັດແຫ່ງບາບີໂລນ ໄດ້ຖືກລອບ ສັງຫານ;
\v 31 ດາຣິອຸດ ຄົນເມເດຍ ຜູ້ມີອາຍຸປະມານ ຫົກສິບສອງປີ ໄດ້ຢຶດອໍານາດ ປົກຄອງອານາຈັກ.
\s5
\c 6
\p
\v 1 ເຈົ້າດາຣິອຸດ ໄດ້ຕັດສິນໃຈແຕ່ງຕັ້ງເຈົ້າແຂວງ ໜຶ່ງຮ້ອຍຊາວຄົນ ໃຫ້ປົກຄອງທົ່ວຈັກກະພົບຂອງເພິ່ນ.
\v 2 ນອກຈາກນີ້ແລ້ວ ເພິ່ນຍັງເລືອກເອົາ ດານີເອນ ກັບສອງຄົນອື່ນອີກ ໃຫ້ເປັນຜູ້ກວດກາ ຣາຊການແຜ່ນດິນ ເພື່ອດູແລ ແລະ ຮັກສາຜົນປະໂຫຍດ ຂອງກະສັດ.
\v 3 ຕໍ່ມາບໍ່ເຫິງ ດານີເອນ ກໍໄດ້ສະແດງໃຫ້ເຫັນວ່າ ຕົນເຮັດວຽກດີກວ່າ ຜູ້ກວດກາ ຣາຊການ ແລະ ເຈົ້າແຂວງຄົນອື່ນ ໆ. ຍ້ອນ ດານີເອນ ເປັນຄົນເດັ່ນນີ້ເອງ ກະສັດຈຶ່ງພິຈາລະນາ ແຕ່ງຕັ້ງເພິ່ນເປັນຜູ້ຮັບ ຜິດຊອບ ທົ່ວທັງຈັກກະພົບ.
\s5
\v 4 ແລ້ວຜູ້ກວດກາ ແລະ ເຈົ້າແຂວງຄົນອື່ນ ໆ ກໍພະຍາຍາມຊອກຈັບຜິດ ດານີເອນ ໃນ ການບໍລິຫານຈັກກະພົບ; ແຕ່ພວກເຂົາຈັບ ຜິດບໍ່ໄດ້ເພາະ ດານີເອນ ເປັນຄົນສັດຊື່ ທີ່ສຸດ ແລະ ບໍ່ໄດ້ເຮັດໃນສິ່ງທີ່ຜິດ ຫລື ໃນສິ່ງທີ່ເສື່ອມເສຍໃດໆ ເລີຍ.
\v 5 ພວກເຂົາຈຶ່ງເວົ້າ ຕໍ່ກັນແລະກັນວ່າ, “ພວກເຮົາຈະຫາເລື່ອງມາ ຟ້ອງ ດານີເອນ ບໍ່ໄດ້ດອກ ນອກຈາກຫາເລື່ອງຕໍ່ສູ້ກົດບັນຍັດຂອງພຣະເຈົ້າ ຂອງລາວແຕ່ເທົ່ານັ້ນ.”
\s5
\v 6 ດັ່ງນັ້ນ ພວກເຂົາຈຶ່ງເຂົ້າໄປຫາກະສັດ ແລະ ກ່າວວ່າ, “ຂ້າແດ່ພະຣາຊາ ດາຣິອຸດ ຂໍ ໃຫ້ພະຣາຊາ ຈົ່ງໝັ້ນຍືນຕະຫລອດໄປເຖີດ
\v 7 ພວກຂ້ານ້ອຍທັງໝົດ ຜູ້ບໍລິຫານຈັກກະພົບຂອງທ່ານ ຄື ຜູ້ກວດກາຣາຊການແຜ່ນດິນ, ເຈົ້າແຂວງ, ຮອງເຈົ້າແຂວງ ແລະ ພວກຂ້າຣາຊການ ຄົນອື່ນ ໆ ໄດ້ຕົກລົງກັນ ເຫັນດີວ່າ ພະຣາຊາ ສົມຄວນຈະອອກຄໍາສັ່ງ ຢ່າງໜຶ່ງ ແລະ ໃຫ້ທຸກຄົນເຮັດຕາມ ຢ່າງເຂັ້ມງວດ. ໃຫ້ອອກຄໍາສັ່ງ ວ່າ ໃນສາມສິບວັນນີ້ ຢ່າໃຫ້ຜູ້ໃດພາວັນນາ ອະທິຖານ ຂໍສິ່ງໃດ ຈາກພຣະ ຫລື ຄົນໃດໆ ທັງສິ້ນ ເວັ້ນໄວ້ແຕ່ ຂໍຈາກພະຣາຊາ ເທົ່ານັ້ນ. ຜູ້ໃດຜູ້ໜຶ່ງທີ່ຝ່າຝືນຄໍາສັ່ງນີ້ ຈະຖືກໂຍນເຂົ້າໄປໃນຖໍ້າສິງ.
\s5
\v 8 ສະນັ້ນ ຂໍໃຫ້ພະຣາຊາ ອອກຄໍາສັ່ງນີ້ ແລະ ເຊັນຊື່ລົງເພື່ອຈະໄດ້ນາໍອອກໄປໃຊ້ບັງຄັບເປັນກົດໝາຍຂອງ ເມເດຍ ແລະ ເປີເຊຍ ຊຶ່ງເປັນກົດໝາຍທີ່ປ່ຽນແປງບໍ່ໄດ້. ”
\v 9 ດ້ວຍເຫດນີ້ກະສັດ ດາຣິອຸດ ຈຶ່ງເຊັນຊື່ລົງໃນໜັງສືຄໍາສັ່ງນັ້ນ.
\s5
\v 10 ເມື່ອ ດານີເອນ ຮູ້ວ່າໜັງສື ຄໍາສັ່ງໄດ້ເຊັນລົງໄປແລ້ວ ເພິ່ນກໍກັບຄືນເມືອເຮືອນ ຂອງຕົນ. ໃນຫ້ອງຊັ້ນເທິງຂອງເຮືອນນັ້ນ ມີປ່ອງຢ້ຽມ ຢູ່ສາມປ່ອງ ປິ່ນໜ້າໃສ່ນະຄອນ ເຢຣູຊາເລັມ. ຢູ່ທີ່ນັ້ນ ດັ່ງທີ່ເຄີຍປະຕິບັດມາ ດານີເອນ ໄດ້ຄຸເຂົ່າລົງ ຕໍ່ໜ້າປ່ອງຢ້ຽມທີ່ໄຂ ໄວ້ ແລະ ພາວັນນາ ອະທິຖານ ຕໍ່ພຣະເຈົ້າມື້ ລະສາມເທື່ອ.
\v 11 ເມື່ອພວກສັດຕູຂອງ ດານີເອນ ໄດ້ສັງເກດເຫັນລາວ ພາວັນນາ ອະທິຖານ ຕໍ່ພຣະເຈົ້າ
\s5
\v 12 ພວກເຂົາ ທັງໝົດຈຶ່ງໄປຫາກະສັດ ແລະ ຟ້ອງ ດານີເອນ ວ່າ, “ຂ້າແດ່ພະຣາຊາ ທ່ານໄດ້ເຊັນຊື່ລົງໃນໜັງສືຄໍາສັ່ງແລ້ວວ່າ ໃນ ລະຫວ່າງ ສາມສິບວັນ ຕໍ່ໄປຖ້າບຸກຄົນໜຶ່ງ ຄົນໃດ ພາວັນນາ ອະທິຖານ ຂໍສິ່ງໜຶ່ງສິ່ງໃດ ຈາກພຣະ ຫລື ຄົນໃດໆ ເວັ້ນໄວ້ແຕ່ຂໍຈາກທ່ານ ບຸກຄົນນັ້ນກໍຈະຕ້ອງຖືກໂຍນເຂົ້າໄປ ໃນຖໍ້າສິງ. ” ກະສັດຈຶ່ງຕອບ ວ່າ, “ແມ່ນແລ້ວ ເປັນຄໍາສັ່ງທີ່ເດັດຂາດ ເປັນກົດໝາຍຂອງ ເມເດຍ ແລະ ເປີເຊຍ ຊຶ່ງຖືກປ່ຽນແປງ ບໍ່ໄດ້.”
\s5
\v 13 ແລ້ວ ພວກເຂົາກໍເວົ້າຕໍ່ກະສັດ ວ່າ, “ດານີເອນ ຜູ້ເປັນຊະເລີຍ ຄົນໜຶ່ງຈາກ ຢູດາຍ ລາວບໍ່ໄດ້ເຄົາຣົບນັບຖືພະຣາຊາ ຫລື ເຊື່ອຟັງຄໍາສັ່ງທີ່ທ່ານ ໄດ້ປະກາດອອກໄປ ນັ້ນ. ລາວໄດ້ພາວັນນາ ອະທິຖານ ເປັນປະຈາໍວັນລະສາມເທື່ອ. ”
\v 14 ເມື່ອກະສັດ ໄດ້ຍິນດັ່ງນີ້ ເພິ່ນກໍເປັນທຸກໃຈ ແລະ ຄິດຫາຊ່ອງທາງຊ່ວຍເຫລືອ ດານີເອນ. ເພິ່ນຄິດຫາຊ່ອງທາງຢູ່ຈົນຕາເວັນຕົກດິນ.
\s5
\v 15 ແລ້ວ ຊາຍເຫລົ່ານັ້ນ ກໍກັບມາຫາ ກະສັດ ແລະ ເວົ້າຕໍ່ເພິ່ນວ່າ, “ພະຣາຊາ ກໍຮູ້ຢູ່ ວ່າ ຕາມກົດໝາຍຂອງ ເມເດຍ ແລະ ເປີເຊຍ ນັ້ນບໍ່ມີຄໍາສັ່ງໃດໆ ທີ່ພະຣາຊາປະກາດອອກ ໄປແລ້ວ ຖືກປ່ຽນແປງໄດ້.”
\s5
\v 16 ດັ່ງນັ້ນ ກະສັດຈຶ່ງອອກຄໍາສັ່ງໃຫ້ໂຍນ ດານີເອນ ເຂົ້າໄປໃນຖໍ້າສິງ. ເພິ່ນກ່າວຕໍ່ ດານີເອນ ວ່າ, “ຂໍພຣະເຈົ້າຂອງເຈົ້າ ຜູ້ທີ່ເຈົ້າ ບົວລະບັດຮັບໃຊ້ ດ້ວຍຄວາມຈົງຮັກພັກດີນັ້ນ ຊ່ວຍກູ້ເອົາເຈົ້າເຖີດ.”
\s5
\v 17 ພວກເຂົາ ເອົາກ້ອນຫິນມາອັດປາກ ຖໍ້າໄວ້ ແລະ ກະສັດກໍປະທັບກາ ຂອງເພິ່ນ ແລະ ກາຂອງພວກເຈົ້ານາຍຊັ້ນສູງ ໃສ່ເທິງກ້ອນຫິນ ເພື່ອບໍ່ໃຫ້ຜູ້ໃດຊ່ວຍກູ້ເອົາ ດານີເອນ ໄດ້.
\v 18 ແລ້ວກະສັດ ກໍກັບຄືນ ເມືອວັງຂອງຕົນ ແລະ ນອນບໍ່ຫລັບທັງຄືນ ທັງບໍ່ໄດ້ກິນອາຫານ ຫລື ບໍ່ໃຫ້ມີການມ່ວນຊື່ນລື້ນເລີງໃດໆ.
\s5
\v 19 ກະສັດ ຕື່ນແຕ່ເດິກ ແລະ ຟ້າວໄປຍັງ ຖໍ້າສິງ.
\v 20 ເມື່ອເພິ່ນໄປເຖິງທີ່ນັ້ນແລ້ວ ເພິ່ນຈຶ່ງເອີ້ນຫາ ດານີເອນ ດ້ວຍຄວາມ ກະວົນກະວາຍໃຈ ວ່າ, “ດານີເອນ ຜູ້ຮັບໃຊ້ ຂອງພຣະເຈົ້າ ອົງຊົງຊີວິດຢູ່ ພຣະເຈົ້າອົງທີ່ເຈົ້າຮັບໃຊ້ ດ້ວຍຄວາມຈົງຮັກພັກດີ ນັ້ນ ສາມາດຊ່ວຍເຈົ້າ ໃຫ້ພົ້ນຈາກສິງໄດ້ບໍ?”
\s5
\v 21 ດານີເອນ ຕອບວ່າ, “ຂໍໃຫ້ພະຣາຊາ ຈົ່ງໝັ້ນຍືນ ຕະຫລອດໄປເຖີດ
\v 22 ພຣະເຈົ້າໄດ້ໃຊ້ເທວະດາຂອງພຣະອົງ ມາອັດປາກສິງໄວ້ ເພື່ອບໍ່ໃຫ້ມັນທາໍຮ້າຍຂ້ານ້ອຍ. ຂ້າແດ່ພະຣາຊາ ພຣະເຈົ້າໄດ້ເຮັດດັ່ງນີ້ ຍ້ອນພຣະອົງຮູ້ວ່າ ຂ້ານ້ອຍບໍ່ມີຄວາມຜິດ ຫຍັງ ແລະ ຂ້ານ້ອຍກໍບໍ່ໄດ້ເຮັດຜິດຫຍັງຕໍ່ທ່ານ.”
\s5
\v 23 ກະສັດ ມີຄວາມຊົມຊື່ນຍິນດີທີ່ສຸດ ຈຶ່ງສັ່ງໃຫ້ດຶງ ດານີເອນ ຂຶ້ນມາຈາກຖໍ້າ. ສະນັ້ນ ພວກເຂົາ ຈຶ່ງດຶງເອົາ ດານີເອນ ຂຶ້ນມາ ແລະ ເຫັນວ່າລາວ ບໍ່ໄດ້ຖືກທາໍຮ້າຍ ແຕ່ຢ່າງໃດ ເພາະລາວໄວ້ວາງໃຈ ໃນພຣະເຈົ້າ.
\s5
\v 24 ແລ້ວ ກະສັດກໍອອກຄໍາສັ່ງໃຫ້ຈັບຊາຍ ທັງໝົດທີ່ຟ້ອງ ດານີເອນ ແລະ ໃຫ້ໂຍນ ພວກເຂົາທັງເມຍ ແລະ ລູກໆ ລົງໄປໃນຖໍ້າສິງ. ຝູງສິງໄດ້ໂດດຄຸບກິນພວກເຂົາ ແລະ ຫັກກະດູກ ທຸກຄົນກ່ອນທີ່ພວກເຂົາຕົກລົງ ເຖິງພື້ນຖໍ້າ.
\v 25 ແລ້ວກະສັດ ດາຣິອຸດ ກໍໄດ້ຂຽນຂໍ້ຄວາມສົ່ງໄປເຖິງປະຊາຊົນ ທຸກຊົນຊາດ, ທຸກເຊື້ອຊາດ ແລະ ທຸກພາສາ ໃນແຜ່ນດິນໂລກ ວ່າ: “ຂໍຄວາມສຸກສໍາລານ ຈົ່ງມີແກ່ ທ່ານທັງຫລາຍເທີ້ນ
\s5
\v 26 ເຮົາຂໍສັ່ງໃຫ້ທຸກຄົນ ທົ່ວຈັກກະພົບ ຂອງເຮົາ ຈົ່ງເຄົາຣົບຢໍາເກງພຣະເຈົ້າຂອງ ດານີເອນ ທັງນັ້ນ. ພຣະອົງເປັນພຣະເຈົ້າ ອົງຊົງຊີວິດຢູ່ ແລະ ພຣະອົງປົກຄອງຕະຫລອດໄປ; ອານາຈັກຂອງພຣະອົງ ຈະບໍ່ຖືກທາໍລາຍເລີຍ ຣິດອໍານາດຂອງພຣະອົງ ຈະບໍ່ສູນສິ້ນ ຈັກເທື່ອ.
\v 27 ພຣະອົງເປັນຜູ້ຊ່ວຍ ແລະ ກອບກູ້ເອົາຊີວິດເຮົາ ພຣະອົງກະທາໍສິ່ງໜ້າງຶດງໍ້ ແລະ ການອັດສະຈັນທັງສິ້ນ ໃນຟ້າສະຫວັນ ແລະ ໃນແຜ່ນດິນໂລກກໍດີ ພຣະອົງ ຊ່ວຍ ດານີເອນ ໃຫ້ພົ້ນຈາກຝູງສິງໄດ້.”
\s5
\v 28 ຕໍ່ມາ ດານີເອນ ໄດ້ຮັບຕໍາແໜ່ງອັນ ສໍາຄັນຫລາຍ ໃນຣາຊການຂອງກະສັດ ດາຣິອຸດ ແລະ ໃນຣາຊການຂອງກະສັດ ໄຊຣັດ ຄົນ ເປີເຊຍ.
\s5
\c 7
\p
\v 1 ໃນປີ ທໍາອິດແຫ່ງຣາຊການຂອງ ເຈົ້າເບັນຊັດຊາເຣ ກະສັດແຫ່ງບາບີໂລນ ຂ້າພະເຈົ້າໄດ້ຝັນ ແລະ ເຫັນນິມິດໃນເວລາ ກາງຄືນ. ສະນັ້ນ ຂ້າພະເຈົ້າຈຶ່ງບັນທຶກ ຄວາມຝັນນັ້ນໄວ້ ແລະ ຕໍ່ໄປນີ້ແມ່ນ ບັນທຶກ ຂອງຄວາມຝັນ
\v 2 ທີ່ຂ້າພະເຈົ້າ ໄດ້ເຫັນ ໃນຄືນນັ້ນ: ໄດ້ມີລົມພັດມາຈາກທຸກທິດ ຕີໜ້ານາໍ້ມະຫາສະໝຸດ ໃຫ້ເປັນຟອງ.
\v 3 ແລ້ວກໍມີສັດໃຫຍ່ ສີ່ໂຕຂຶ້ນມາຈາກ ມະຫາສະໝຸດນັ້ນ ສັດແຕ່ລະໂຕ ມີຮູບຮ່າງ ແຕກຕ່າງກັນ.
\s5
\v 4 ໂຕທາໍອິດ ເບິ່ງຄ້າຍຄື ສິງ ແຕ່ມີປີກເໝືອນນົກອິນຊີ. ໃນຂະນະທີ່ຂ້າພະເຈົ້າ ຫລຽວເບິ່ງຢູ່ນັ້ນ ປີກຂອງມັນກໍຖືກຫລົກ ອອກ. ສັດໂຕນັ້ນ ຖືກຍົກຂຶ້ນ ແລະ ໃຫ້​ຢືນຢູ່ເໝືອນຄົນ. ແລ້ວມັນກໍໄດ້ຮັບຈິດໃຈ ດັ່ງມະນຸດ.
\v 5 ສັດໂຕ ທີສອງ ເບິ່ງຄ້າຍຄື ໝີ ທີ່ກາໍລັງຢືນຢູ່ດ້ວຍຂາຫລັງຂອງມັນ. ປາກມັນຄາບກະດູກ ສາມຊີກໄວ້ ແລະ ມີສຽງໜຶ່ງ ບອກມັນວ່າ, “ຈົ່ງກິນຊີ້ນຕໍ່ໄປໃຫ້ຫລາຍໆ.”
\s5
\v 6 ໃນຂະນະທີ່ຂ້າພະເຈົ້າ ພວມຫລຽວເບິ່ງ ຢູ່ນັ້ນ ກໍມີ​ສັດ​ໂຕ​ໜຶ່ງ​ອີກ ປາ​ກົດ​ຂຶ້ນ​ມາ ສັດ​ໂຕນີ້ ເບິ່ງຄ້າຍຄື ເສືອດາວ ແຕ່ເທິງຫລັງ ມີສີ່ປີກເໝືອນ ປີກນົກ ແລະ ມີສີ່ຫົວ. ມັນໄດ້ຮັບ ສິດອໍານາດ ແຫ່ງການເປັນໃຫຍ່.
\v 7 ໃນ ຂະນະທີ່ຂ້າພະເຈົ້າ ພວມເຝົ້າເບິ່ງຢູ່ນັ້ນ ກໍມີ ສັດໂຕທີສີ່ ປາກົດຂຶ້ນມາ. ມັນມີອໍານາດຫລາຍ ທັງເປັນຕາຢ້ານ ແລະ ຮ້າຍກາດ. ດ້ວຍແຂ້ວເຫລັກຂະໜາດໃຫຍ່ນັ້ນ ມັນໄດ້ຫຍາໍ້ກິນ ສິ່ງທີ່ເປັນເຫຍື່ອຂອງມັນ ແລະ ທັງຢຽບຢໍ່າຖິ້ມ. ມັນມີສິບເຂົາ ແລະ ບໍ່ເໝືອນ ກັບສັດອື່ນ ໆ.
\s5
\v 8 ໃນຂະນະທີ່ຂ້າພະເຈົ້າ ກໍາລັງຈ້ອງເບິ່ງເຂົາເຫລົ່ານັ້ນ ຂ້າພະເຈົ້າກໍເຫັນເຂົານ້ອຍໆ ອັນໜຶ່ງປົ່ງອອກມາ ຈາກເຂົາທັງໝົດ ແລະ ເຮັດໃຫ້ເຂົາສາມອັນໃນນັ້ນ ຫລ່ອນອອກ. ເຂົານ້ອຍນີ້ ມີຕາເໝືອນມະນຸດ ແລະ ມີປາກ ເວົ້າຄູຍໂອ້ອວດ ຢ່າງຈອງຫອງ.
\s5
\v 9 ໃນຂະນະທີ່ຂ້າພະເຈົ້າ ກໍາລັງເບິ່ງຢູ່ນັ້ນ ກໍມີບັນລັງຫລາຍອັນ ໄດ້ຖືກນໍາມາຕັ້ງໄວ້. ເພິ່ນຜູ້ມີຊີວິດຢູ່ຕະຫລອດໄປ ໄດ້ນັ່ງຢູ່ເທິງ ບັນລັງອັນໜຶ່ງໃນຈາໍນວນ ບັນລັງເຫລົ່ານີ້. ເຄື່ອງນຸ່ງຂອງເພິ່ນຂາວ ເໝືອນຫິມະ ຜົມຂອງເພິ່ນເໝືອນຂົນແກະບໍຣິສຸດ ຜຸດຜ່ອງ. ບັນລັງຂອງເພິ່ນທີ່ຢູ່ເທິງລໍ້ ກໍເປັນໄຟລຸກໄໝ້ຢູ່
\s5
\v 10 ແລະ ມີແປວໄຟຟົ້ງອອກ ຈາກທີ່ນັ້ນ. ມີຫລາຍພັນຄົນ ບົວລະບັດຮັບໃຊ້ເພິ່ນຢູ່ທີ່ນັ້ນ ແລະ ມີຫລາຍລ້ານຄົນຢືນຢູ່ຊ້ອງໜ້າເພິ່ນ. ສານ ເລີ່ມການພິພາກສາ ແລະ ໜັງສືຕ່າງໆ ກໍຖືກເປີດອອກ.
\s5
\v 11 ໃນຂະນະທີ່ຂ້າພະເຈົ້າ ກາໍລັງເບິ່ງຢູ່ນັ້ນ ກໍໄດ້ຍິນສຽງຂອງເຂົານ້ອຍ ເວົ້າຄຸຍໂມ້ ແລະ ໂອ້ອວດຂຶ້ນ. ເມື່ອຂ້າພະເຈົ້າ ເຝົ້າເບິ່ງຢູ່ ສັດໂຕທີສີ່ ໄດ້ຖືກຂ້າ ແລະ ຊາກສົບຂອງ ມັນກໍຖືກໂຍນໃສ່ໄຟ ເພື່ອທາໍລາຍຖິ້ມ.
\v 12 ສ່ວນສັດໂຕອື່ນ ໆ ກໍຖືກປົດອອກຈາກ ອໍານາດ; ແຕ່ພວກມັນໄດ້ຮັບອະນຸຍາດ ໃຫ້ມີຊີວິດຢູ່ຕໍ່ໄປ.
\s5
\v 13 ໃນເວລາ ກາງຄືນລະຫວ່າງເກີດນິມິດນີ້ ຂ້າພະເຈົ້າໄດ້ເຫັນຜູ້ໜຶ່ງ ມີຮູບຮ່າງເໝືອນມະນຸດ. ເພິ່ນຫຍັບເຂົ້າມາໃກ້ຂ້າພະເຈົ້າ ໂດຍມີເມກອ້ອມຮອບ ເພິ່ນໄວ້ ແລະ ເພິ່ນໄດ້ໄປຍັງຜູ້ມີຊີວິດຢູ່ຕະຫລອດໄປ ແລະ ເຂົ້າເຝົ້າເພິ່ນ.
\v 14 ເພິ່ນໄດ້ຮັບສິດອໍານາດ, ກຽດຕິຍົດ ແລະ ອໍານາດແຫ່ງການເປັນໃຫຍ່ ຈົນວ່າ ທຸກຊົນຊາດ, ທຸກເຊື້ອຊາດ ແລະ ທຸກພາສາ ໄດ້ຮັບໃຊ້ເພິ່ນ. ສິດອໍານາດ ຂອງເພິ່ນຈະດໍາລົງຢູ່ຕະຫລອດໄປ ແລະ ອານາຈັກ ຂອງເພິ່ນກໍຈະບໍ່ສິ້ນສຸດ ເປັນຈັກເທື່ອ.
\s5
\v 15 ນິມິດ ທີ່ຂ້າພະເຈົ້າໄດ້ເຫັນນັ້ນ ເຮັດໃຫ້ ຂ້າພະເຈົ້າຕື່ນຕົກໃຈ ແລະຂ້າພະເຈົ້າກໍເປັນທຸກໃຈທີ່ສຸດ. [ບ]
\v 16 ຂ້າພະເຈົ້າຈຶ່ງ ຂຶ້ນໄປຫາທ່ານຜູ້ໜຶ່ງ ທີ່ຢືນຢູ່ທີ່ນັ້ນ ແລະຂໍ ຮ້ອງເພິ່ນໃຫ້ອະທິບາຍເລື່ອງທັງໝົດນີ້. ສະນັ້ນ ເພິ່ນຈຶ່ງບອກຄວາມໝາຍແກ່ຂ້າພະເຈົ້າ.
\s5
\v 17 ເພິ່ນບອກ ວ່າ, “ສັດໃຫຍ່ ສີ່ໂຕເຫລົ່ານີ້ ີແມ່ນຈັກກະພົບ ທັງສີ່ ທີ່ຈະເກີດຂຶ້ນ ໃນແຜ່ນດິນໂລກ.
\v 18 ປະຊາຊົນຂອງພຣະເຈົ້າ ອົງສູງສຸດຈະໄດ້ຮັບອໍານາດແຫ່ງກະສັດ ແລະ ຈະຮັກສາອໍານາດນັ້ນ ໄວ້ໄດ້ຕະຫລອດໄປ.”
\s5
\v 19 ແລ້ວຂ້າພະເຈົ້າ ກໍສົນໃຈຢາກຮູ້ເລື່ອງຕື່ມກ່ຽວກັບ ສັດໂຕ ທີສີ່ ຊຶ່ງບໍ່ເໝືອນກັບສັດໂຕ ອື່ນໆ ມັນເປັນສັດທີ່ໜ້າຢ້ານທີ່ສຸດ ຊຶ່ງມີເລັບທອງສໍາຣິດ ແລະ ມີແຂ້ວເຫລັກ. ມັນຫຍາໍ້ກິນ ແລະ ຢຽບຢໍ່າທາໍລາຍເຫຍື່ອຂອງມັນ.
\v 20 ຂ້າພະເຈົ້າຢາກຮູ້ກ່ຽວກັບ ສິບເຂົາ ທີ່ຢູ່ ເທິງຫົວຂອງມັນ ແລະ ເຂົາອັນໜຶ່ງທີ່ປົ່ງຊ້ອນ ອອກມາ ຕາມຫລັງ ຊຶ່ງເຮັດໃຫ້ສາມເຂົາຫລ່ອນອອກນັ້ນ. ເຂົາອັນນີ້ ມີຕາ ແລະ ມີປາກ ເວົ້າຄູຍໂອ້ອວດ ຢ່າງຈອງຫອງ. ມັນເປັນ ໜ້າເກງກົວຫລາຍກວ່າ ເຂົາອື່ນ ໆ.
\s5
\v 21 ໃນຂະນະທີ່ຂ້າພະເຈົ້າ ກາໍລັງຫລຽວເບິ່ງຢູ່ນັ້ນ ເຂົາອັນນັ້ນ ກໍໄດ້ຮົບເສິກກັບປະຊາຊົນຂອງພຣະເຈົ້າ ແລະ ໄດ້ຮັບໄຊຊະນະ.
\v 22 ແລ້ວຜູ້ມີຊີວິດຢູ່ຕະຫລອດໄປ ກໍມາປະກາດ ຕັດສິນເຂົ້າຂ້າງ [ປ] ປະຊາຊົນ ຂອງພຣະເຈົ້າອົງສູງສຸດ. ເວລາຂອງປະຊາຊົນຂອງພຣະເຈົ້າ ທີ່ຕ້ອງຮັບອໍານາດ ແຫ່ງກະສັດ ໄດ້ມາເຖິງແລ້ວ.
\s5
\v 23 ຕໍ່ໄປນີ້ ແມ່ນການແກ້ຄວາມຝັນ ທີ່ຂ້າພະເຈົ້າ ໄດ້ຮັບດັ່ງນີ້: ສັດໂຕທີສີ່ ແມ່ນຈັກກະພົບທີສີ່ ທີ່ຈະເກີດຂຶ້ນເທິງແຜ່ນດິນໂລກ ແລະ ຈະແຕກຕ່າງຈາກຈັກກະພົບອື່ນ ໆ ທັງປວງ. ມັນຈະຢຽບຢໍ່າທາໍລາຍ ແຜ່ນດິນໂລກທັງໝົດໃຫ້ໝຸ່ນ.
\v 24 ສິບເຂົານັ້ນ ແມ່ນກະສັດ ສິບຄົນ ທີ່ຈະປົກຄອງຈັກກະພົບນັ້ນ. ແລ້ວຈະມີກະສັດອີກ ອົງໜຶ່ງປາກົດຕົວ ຂຶ້ນ; ກະສັດຄົນນີ້ ຈະແຕກຕ່າງຈາກ ກະສັດຄົນກ່ອນຫລາຍ ແລະ ເພິ່ນຈະໂຄ່ນລົ້ມ ກະສັດສາມຄົນ ນັ້ນເສຍ.
\s5
\v 25 ເພິ່ນຈະເວົ້າ ຕໍ່ສູ້ພຣະເຈົ້າອົງສູງສຸດ ແລະ ຈະຂົ່ມເຫັງປະຊາຊົນ ຂອງ ພຣະເຈົ້າ. ເພິ່ນຈະພະຍາຍາມ ປ່ຽນແປງກົດໝາຍ ແລະ ມື້ສະຫລອງຕ່າງໆ ທາງສາສະໜາ ແລະ ປະຊາຊົນ ຂອງ ພຣະເຈົ້າ ຈະຢູ່ໃຕ້ອໍານາດ ຂອງເພິ່ນເປັນເວລາ ສາມປີເຄິ່ງ.
\v 26 ແລ້ວສານ ແຫ່ງຟ້າສະຫວັນ ກໍຈະພິພາກສາເພິ່ນ, ຈະຖອນອໍານາດຂອງເພິ່ນ ແລະ ຈະທາໍລາຍ ເພິ່ນຈົນໝົດສິ້ນ.
\s5
\v 27 ອໍານາດ ແລະ ຄວາມຍິ່ງໃຫຍ່ຂອງອານາຈັກທັງໝົດ ໃນແຜ່ນດິນໂລກນັ້ນ ຈະຖືກມອບ ໃຫ້ແກ່ປະຊາຊົນ ຂອງ ພຣະເຈົ້າອົງສູງສຸດ. ອໍານາດແຫ່ງກະສັດ ຂອງ ພວກເຂົາຈະບໍ່ສິ້ນສຸດໄປ ແລະ ບັນດາຜູ້ປົກຄອງທັງໝົດ ທີ່ເທິງແຜ່ນດິນໂລກ ຈະຮັບໃຊ້ ແລະ ເຊື່ອຟັງພວກເຂົາ.
\v 28 ນີ້ແມ່ນ ບົດສຸດທ້າຍຂອງເລື່ອງ. ຂ້າພະເຈົ້າຕົກໃຈ ຢ້ານກົວຈົນໜ້າຊີດໄປ ແຕ່ຂ້າພະເຈົ້າ ກໍຍັງ ຈື່ຈາໍເລື່ອງລາວ ທັງໝົດນີ້ໄວ້ໄດ້.
\s5
\c 8
\p
\v 1 ໃນປີ ທີສາມທີ່ ເບັນຊັດຊາເຣ ເປັນກະສັດນັ້ນ ຂ້າພະເຈົ້າໄດ້ເຫັນນິມິດ ເປັນເທື່ອ ທີສອງ. [ຜ]
\v 2 ໃນນິມິດນັ້ນ ຂ້າພະເຈົ້າເຫັນໃນທັນໃດ ວ່າ ຕົນເອງຢູ່ໃນເມືອງ ຊູຊາ ເປັນເມືອງທີ່ມີກາໍແພງອ້ອມຮອບໃນແຂວງ ເອລາມ. ຂ້າພະເຈົ້າກາໍລັງຢືນຢູ່ໃກ້ແມ່ນາໍ້ ອູລາຍ
\s5
\v 3 ແລະ ຢູ່ໃນແຄມແມ່ນໍ້ານັ້ນ ຂ້າພະເຈົ້າ ເຫັນແກະເຖິກ ໂຕໜຶ່ງ ທີ່ມີເຂົາໃຫຍ່ສອງເຂົາ; ເຂົາທີ່ປົ່ງອອກມາ ພາຍຫລັງກໍໃຫຍ່ກວ່າ ເຂົາທໍາອິດ.
\v 4 ຂ້າພະເຈົ້າເຫັນແກະ ນັ້ນ ຊິດເຂົາໄປທາງ ທິດຕາເວັນຕົກ, ທາງທິດເໜືອ ແລະ ທາງທິດໃຕ້. ບໍ່ມີສັດໂຕໃດ ທີ່ຕ້ານທານ ຫລື ໜີໄປພົ້ນຈາກອໍານາດ ຂອງ ມັນໄດ້. ມັນເຮັດຕາມໃຈ ແລະ ມັກໃຫຍ່ໃຝ່ສູງ.
\s5
\v 5 ໃນຂະນະທີ່ຂ້າພະເຈົ້າ ພວມຄິດເຖິງສິ່ງທີ່ໄດ້ເຫັນຢູ່ນັ້ນ ກໍມີແບ້ໂຕໜຶ່ງ ແລ່ນໄວທີ່ສຸດ ຈົນຕີນຫວິດດິນ ມາຈາກທິດຕາເວັນຕົກ. ມັນມີເຂົາສໍາຄັນ ເຂົາໜຶ່ງ ຢູ່ລະຫວ່າງ ຕາສອງເບື້ອງ.
\v 6 ມັນມາຫາແກະໂຕທີ່ຂ້າພະເຈົ້າ ໄດ້ເຫັນ ຢືນຢູ່ແຄມແມ່ນໍ້ານັ້ນ ແລະ ແລ່ນ ເຂົ້າຊົນແກະ ໂຕນັ້ນ ຈົນໝົດແຮງຂອງມັນ.
\s5
\v 7 ສ່ວນຂ້າພະເຈົ້າ ກໍຊອມເບິ່ງມັນ ຊົນແກະໂຕນີ້ຢູ່. ແບ້ໂຫດຮ້າຍຫລາຍ ແລະ ທຸ້ມແຮງທັງໝົດຊົນແກະ ຈົນເຂົາທັງສອງຂອງແກະ ຫັກໄປ. ຝ່າຍແກະ ບໍ່ມີແຮງຕ້ານທານ ມັນໄດ້. ມັນຖືກແບ້ ຊິດລົ້ມລົງດິນ ແລະ ຖືກ ຢຽບຢໍ່າ ແລະ ບໍ່ມີຜູ້ໃດຊ່ວຍແກະ ໃຫ້ພົ້ນໄດ້.
\v 8 ຝ່າຍແບ້ ກໍຍິ່ງມີຄວາມເຍີ້ຍິ່ງຈອງຫອງ ຫລາຍຂຶ້ນ ແລ້ວໃນເວລາທີ່ມັນມີອໍານາດແຂງຫລາຍນັ້ນ ເຂົາຂອງມັນໄດ້ຫັກອອກ, ແຕ່ມີສີ່ເຂົາ ທີ່ສໍາຄັນໄດ້ປົ່ງອອກມາແທນ ແຕ່ລະເຂົາ ກໍຊີ້ໄປທິດທາງຕ່າງກັນ.
\s5
\v 9 ແລ້ວກໍມີເຂົານ້ອຍອັນໜຶ່ງ ປົ່ງອອກມາຈາກເຂົາ ອັນໜຶ່ງໃນສີ່ເຂົານີ້ ມັນໄດ້ສະແດງອໍານາດຂອງມັນ ໄປທາງທິດໃຕ້ ແລະ ທິດຕາເວັນອອກ ແລະ ໄປຍັງດິນແດນແຫ່ງ ພຣະສັນຍາ.
\v 10 ມັນແຂງແຮງພໍທີ່ຈະໂຈມຕີ ກອງທັບແຫ່ງຟ້າສະຫວັນ ຄື ຕາເວັນ, ເດືອນ, ດວງດາວຕ່າງໆ ນັ້ນເອງ; ແລະ ມັນ ໄດ້ໂຍນດວງດາວ ບາງກຸ່ມເຫລົ່ານັ້ນລົງມາຍັງດິນ ແລ້ວຢຽບຖິ້ມ.
\s5
\v 11 ມັນໂຈມຕີ ແມ່ນແຕ່ກອງທັບແຫ່ງ ຟ້າສະຫວັນ ໂດຍຫ້າມປາມ ບໍ່ໃຫ້ຜູ້ໃດນາໍເຄື່ອງ ເຜົາບູຊາ ປະຈາໍວັນມາຖວາຍ ແກ່ກອງທັບ ແລະ ທັງທາໍລາຍມ້າງເພ ພຣະວິຫານດ້ວຍ.
\v 12 ປະຊາຊົນໄດ້ເຮັດບາບແທນການເຜົາ ບູຊາປະຈາໍວັນ [ຝ] ແລະປະຖິ້ມຄວາມຈິງ ແຫ່ງສາສະໜາ. ເຂົາອັນນີ້ ໄດ້ກະທາໍທຸກສິ່ງ ເປັນຜົນສໍາເລັດ.
\s5
\v 13 ແລ້ວ ຂ້າພະເຈົ້າກໍໄດ້ຍິນເທວະດາ ສອງຕົນ ຖາມກັນວ່າ, “ສິ່ງທີ່ເກີດຂຶ້ນໃນ ນິມິດນີ້ ຈະສືບຕໍ່ໄປອີກດົນນານປານໃດ? ການບາບ ອັນຊົ່ວຮ້າຍແທນການເຜົາເຄື່ອງບູຊາປະຈາໍວັນ ຈະມີຢູ່ດົນປານໃດ? ກອງທັບ ແຫ່ງຟ້າສະຫວັນ ແລະ ພຣະວິຫານ ຈະຖືກ ຢຽບຢໍ່າທາໍລາຍ ຢູ່ດົນນານປານໃດ? ”
\v 14 ຂ້າພະເຈົ້າໄດ້ຍິນເທວະດາ ອີກຕົນໜຶ່ງຕອບ ວ່າ, “ເຫດການນີ້ ຈະດໍາເນີນຕໍ່ໄປເປັນເວລາ 1, 150 ມື້ ໃນລະຫວ່າງນີ້ ຈະບໍ່ມີການຖວາຍ ເຄື່ອງບູຊາ ຍາມແລງ ແລະ ຍາມເຊົ້າ. [ພ] ແລ້ວພຣະວິຫານ ກໍຈະໄດ້ຖືກສ້າງຂຶ້ນໃໝ່.”
\s5
\v 15 ຂ້າພະເຈົ້າພະຍາຍາມ ເຂົ້າໃຈຄວາມໝາຍຂອງນິມິດ ແລະ ທັນໃດນັ້ນ ກໍມີຊາຍ ຄົນໜຶ່ງ ຢືນຢູ່ຕໍ່ໜ້າຂ້າພະເຈົ້າ.
\v 16 ແລ້ວຂ້າພະເຈົ້າ ກໍໄດ້ຍິນສຽງໜຶ່ງ ຮ້ອງມາແຕ່ທາງ ແມ່ນາໍ້ ອູລາຍ ວ່າ, “ຄັບຣີເອນ ເອີຍ ຈົ່ງອະທິບາຍຄວາມໝາຍ ຂອງສິ່ງທີ່ລາວໄດ້ເຫັນນັ້ນ ໃຫ້ລາວຮູ້ແດ່. ”
\v 17 ຄັບຣີເອນ ຈຶ່ງມາຢືນຢູ່ທີ່ຂ້າງຂ້າພະເຈົ້າ ແລະ ຂ້າພະເຈົ້າ ກໍຕົກໃຈຫລາຍ ຈົນລົ້ມລົງ ກັບ ພື້ນດິນ. ຄັບຣີເອນ ໄດ້ກ່າວແກ່ຂ້າພະເຈົ້າ ວ່າ, “ມະນຸດເອີຍ ຈົ່ງເຂົ້າໃຈຄວາມໝາຍເຖີດ. ນິມິດນັ້ນ ເປັນຈຸດຊີ້ບອກການສິ້ນສຸດ ຂອງໂລກ.”
\s5
\v 18 ໃນຂະນະທີ່ ຄັບຣີເອນ ກາໍລັງເວົ້າຢູ່ນັ້ນ ຂ້າພະເຈົ້າກໍໝົດສະຕິໄປ ແລະ ສະຫລົບ ລົ້ມລົງກັບບ່ອນ, ແຕ່ເພິ່ນໄດ້ໂຊມຂ້າພະເຈົ້າ ລຸກຢືນຂຶ້ນ
\v 19 ແລະ ກ່າວວ່າ, “ເຮົາພວມ ສະແດງຜົນແຫ່ງຄວາມໂກດຮ້າຍຂອງພຣະເຈົ້າ ໃຫ້ເຈົ້າເຫັນວ່າ ເປັນຢ່າງໃດ. ນິມິດ ນັ້ນແມ່ນ ກ່ຽວກັບ ເລື່ອງເວລາ ແຫ່ງການສິ້ນສຸດ.
\s5
\v 20 ສ່ວນແກະ ທີ່ມີສອງເຂົາ ຊຶ່ງເຈົ້າເຫັນນັ້ນ ໝາຍເຖິງອານາຈັກ ເມເດຍ ແລະ ເປີເຊຍ.
\v 21 ສ່ວນແບ້ ນັ້ນໝາຍເຖິງອານາຈັກ ກຣີກ ແລະ ເຂົາສໍາຄັນຢູ່ລະຫວ່າງ ຕາ ຂອງມັນນັ້ນໝາຍເຖິງ ກະສັດຄົນທໍາອິດ.
\s5
\v 22 ເຂົາທີ່ປົ່ງອອກມາແທນ ເຂົາທາໍອິດ ທີ່ຫັກອອກນັ້ນ ໝາຍເຖິງອານາຈັກ ທັງສີ່ ທີ່ຈະເກີດຂຶ້ນຈາກຊົນຊາດນັ້ນ ແຕ່ຈະບໍ່ເຂັ້ມແຂງ ດັ່ງອານາຈັກທໍາອິດ.
\v 23 ເມື່ອອານາຈັກ ເຫລົ່ານີ້ ໃກ້ຈະສິ້ນສຸດລົງ ຄວາມຊົ່ວຮ້າຍຈະ ມີຫລາຍທີ່ສຸດ ຈົນຖືກລົງໂທດ ແລ້ວກໍຈະມີກະສັດຫົວດື້, ໂຫດຮ້າຍ ແລະ ສໍ້ໂກງ ຄົນໜຶ່ງປາກົດຂຶ້ນມາ.
\s5
\v 24 ກະສັດອົງນີ້ ຈະເຂັ້ມແຂງຂຶ້ນ ແຕ່ບໍ່ແມ່ນ ດ້ວຍອໍານາດຂອງຕົນເອງ. ລາວຈະເຮັດໃຫ້ ທຸກສິ່ງເກີດຄວາມພິນາດ ຢ່າງໜ້າຢ້ານກົວ ແລະ ເຮັດໃຫ້ທຸກສິ່ງສໍາເລັດຜົນ. ລາວຈະທາໍລາຍ ຄົນທີ່ມີອໍານາດ ແລະ ປະຊາຊົນຂອງພຣະເຈົ້າ.
\v 25 ຍ້ອນລາວມີ ຄວາມສະຫລາດ ແກມໂກງ ລາວຈຶ່ງສໍ້ໂກງ ຄົນອື່ນ. ລາວຈະອວດຕົວຂຶ້ນ ແລະ ທາໍລາຍ ປະຊາຊົນ ຢ່າງຫລວງຫລາຍ ໂດຍບໍ່ເຕືອນໃຫ້ຮູ້. ລາວຈະທ້າທາຍ ແມ່ນແຕ່ຈອມກະສັດ ຜູ້ຍິ່ງໃຫຍ່, ແຕ່ລາວຈະຖືກທາໍລາຍດ້ວຍອໍານາດ ທີ່ບໍ່ມາຈາກມະນຸດ.
\s5
\v 26 ນິມິດ ແຫ່ງການຖວາຍບູຊາ ທັງເຊົ້າ ແລະ ແລງ ທີ່ໄດ້ອະທິບາຍແກ່ເຈົ້າ ນີ້ເປັນຄວາມຈິງ. ແຕ່ບັດນີ້ ຂໍໃຫ້ເຈົ້າຮັກສາ ນິມິດນີ້ ໄວ້ເປັນຄວາມລັບ ເພາະເວລາທີ່ຈະເປັນ ຄວາມຈິງຂຶ້ນມານັ້ນ ກໍຍັງດົນນານຢູ່.”
\s5
\v 27 ໃນເວລານັ້ນ ຂ້າພະເຈົ້າກຸ້ມໃຈຫລາຍ ແລະ ເຈັບປ່ວຍຢູ່ເປັນເວລາ ຫລາຍວັນ. ເມື່ອໄຄແດ່ແລ້ວ ຂ້າພະເຈົ້າກໍລຸກໄປປະຕິບັດ ພາລະກິດທີ່ກະສັດໄດ້ມອບໝາຍໃຫ້, ແຕ່ຂ້າພະເຈົ້າ ຍັງງຶດງໍ້ ແລະ ບໍ່ເຂົ້າໃຈໃນນິມິດນັ້ນ.
\s5
\c 9
\p
\v 1 ດາຣິອຸດ ຄົນເມເດຍ ລູກຊາຍ ຂອງເຊເຊັດ ໄດ້ປົກຄອງອານາຈັກ ບາບີໂລນ ໃນປີທາໍອິດ.
\v 2 ຂ້າພະເຈົ້າໄດ້ເຂົ້າໃຈ ຈາໍນວນປີໃນໜັງສືຕ່າງໆ ທີ່ອົງພຣະຜູ້ເປັນເຈົ້າ ໄດ້ບອກໄວ້ ກັບຜູ້ທາໍນວາຍ ເຢເຣມີຢາ ວ່າ ນະຄອນເຢຣູຊາເລັມ ຕ້ອງຕົກໃນສະພາບ ຮົກຮ້າງເພພັງ ເປັນເວລາ ເຈັດສິບປີ.
\s5
\v 3 ຂ້າພະເຈົ້າ ຕັ້ງໜ້າພາວັນນາ ອະທິຖານ ຂໍຕໍ່ພຣະເຈົ້າຢາເວ ພຣະເຈົ້າ, ຖືສິນອົດອາຫານ, ນຸ່ງເສື້ອຜ້າກະສອບເຂົ້າ ແລະ ນັ່ງໃນຂີ້ເຖົ່າໄຟ.
\v 4 ຂ້າພະເຈົ້າ ພາວັນນາ ອະທິຖານ ຕໍ່ພຣະເຈົ້າຢາເວ ພຣະເຈົ້າຂອງ ຂ້າພະເຈົ້າ ແລະ ສາລະພາບການບາບ ວ່າ, “ຂ້າແດ່ພຣະເຈົ້າຢາເວ ອົງຍິ່ງໃຫຍ່ສູງສຸດ ແລະ ພຣະເຈົ້າທີ່ໜ້າຢໍາເກງ ຢ້ານກົວ. ພຣະອົງເຮັດຕາມພັນທະສັນຍາ ຂອງ ພຣະອົງ ແລະ ສໍາແດງຄວາມຮັກອັນໝັ້ນຄົງ ຕໍ່ຜູ້ທີ່ຮັກພຣະອົງ ແລະ ຕໍ່ຜູ້ທີ່ປະຕິບັດຕາມ ຄໍາສັ່ງຂອງພຣະອົງ.
\s5
\v 5 ພວກຂ້ານ້ອຍເຮັດບາບ, ເຮັດຊົ່ວ ແລະ ເຮັດຜິດ. ພວກຂ້ານ້ອຍ ບໍ່ໄດ້ເຮັດຕາມ ທີ່ພຣະອົງສັ່ງໃຫ້ເຮັດ ແລະ ໄດ້ປະຕິເສດ ສິ່ງຖືກຕ້ອງ ທີ່ພຣະອົງສໍາແດງໃຫ້ເຫັນ.
\v 6 ພວກຂ້ານ້ອຍ ບໍ່ໄດ້ຍອມຟັງຜູ້ທາໍນວາຍ ຄື ຜູ້ຮັບໃຊ້ຂອງພຣະອົງ ຜູ້ທີ່ເວົ້າໃນນາມຂອງພຣະອົງ ຕໍ່ບັນດາກະສັດບັນດາຜູ້ປົກຄອງ ບັນດາບັນພະບຸລຸດ ຂອງ ພວກຂ້ານ້ອຍ ແລະ ຊົນຊາດ ທັງໝົດຂອງພວກຂ້ານ້ອຍ.
\s5
\v 7 ຂ້າແດ່ພຣະເຈົ້າຢາເວ ພຣະອົງກະທາໍ ໃນສິ່ງທີ່ຍຸດຕິທາໍສະເໝີ; ແຕ່ພວກຂ້ານ້ອຍ ໄດ້ນາໍເອົາແຕ່ຄວາມເສື່ອມເສຍ ມາສູ່ພວກຂ້ານ້ອຍເອງ ຢູ່ເລື້ອຍ. ດັ່ງໃນກໍລະນີ ທີ່ພວກຂ້ານ້ອຍທັງໝົດ ຄື ຜູ້ທີ່ຢູ່ໃນແຂວງຢູດາຍ, ໃນນະຄອນ ເຢຣູຊາເລັມ, ຕະຫລອດທັງຊາວ ອິດສະຣາເອນ ທີ່ພຣະອົງໄດ້ໃຫ້ກະຈັດ ກະຈາຍໄປ ໃນປະເທດໃກ້ ແລະ ໄກ ຍ້ອນພວກເຂົາບໍ່ສັດຊື່ຕໍ່ພຣະອົງ.
\v 8 ຂ້າແດ່ ພຣະເຈົ້າຢາເວ ບັນດາກະສັດ, ພວກຜູ້ປົກຄອງ ແລະ ພວກບັນພະບຸລຸດ ຂອງພວກຂ້ານ້ອຍ ໄດ້ເຮັດໃນສິ່ງທີ່ໜ້າອັບອາຍ ແລະ ເຮັດບາບ ຕໍ່ສູ້ພຣະອົງ.
\s5
\v 9 ພຣະອົງເມດຕາ ແລະ ໃຫ້ອະໄພແກ່ ພວກຂ້ານ້ອຍ ເຖິງແມ່ນວ່າ ພວກຂ້ານ້ອຍ ໄດ້ກະບົດຕໍ່ສູ້ພຣະອົງກໍຕາມ.
\v 10 ຂ້າແດ່ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກຂ້ານ້ອຍ ເມື່ອພຣະອົງບອກໃຫ້ພວກຂ້ານ້ອຍ ເຮັດ ຕາມກົດລະບຽບຕ່າງໆ ທີ່ພຣະອົງໄດ້ມອບໃຫ້ຜ່ານທາງ ຜູ້ທາໍນວາຍ ຜູ້ຮັບໃຊ້ຂອງ ພຣະອົງນັ້ນ ພວກຂ້ານ້ອຍບໍ່ໄດ້ຍອມຟັງພຣະອົງ.
\v 11 ຊາວອິດສະຣາເອນ ທັງໝົດ ໄດ້ເຮັດຜິດ ຕໍ່ກົດລະບຽບຕ່າງໆ ຂອງພຣະອົງ ແລະ ບໍ່ຍອມຟັງສິ່ງທີ່ພຣະອົງໄດ້ບອກ. ພວກຂ້ານ້ອຍໄດ້ເຮັດບາບ ຕໍ່ສູ້ພຣະອົງ; ສະນັ້ນແຫລະ ພວກຂ້ານ້ອຍ ຈຶ່ງຖືກນາໍ ມາສູ່ການສາບແຊ່ງ ຕາມທີ່ໄດ້ມີຂຽນ ໄວ້ໃນກົດບັນຍັດຂອງ ໂມເຊ ຜູ້ຮັບໃຊ້ຂອງພຣະອົງ.
\s5
\v 12 ພຣະອົງໄດ້ເຮັດຕໍ່ພວກຂ້ານ້ອຍ ແລະ ພວກຜູ້ປົກຄອງ ຕາມທີ່ພຣະອົງໄດ້ກ່າວໄວ້. ພຣະອົງລົງໂທດນະຄອນ ເຢຣູຊາເລັມ ຮ້າຍແຮງ ກວ່າ ເມືອງໃດໆ ໃນແຜ່ນດິນໂລກ
\v 13 ໂດຍລົງໂທດພວກຂ້ານ້ອຍ ທຸກຢ່າງ ຕາມທີ່ໄດ້ມີກ່າວໄວ້ ໃນກົດບັນຍັດຂອງໂມເຊ. ໂອ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ ຂອງພວກຂ້ານ້ອຍ ເອີຍ ແຕ່ຈົນບັດນີ້ ພວກຂ້ານ້ອຍ ກໍຍັງບໍ່ໄດ້ພະຍາຍາມ ເຮັດໃຫ້ພຣະອົງພໍໃຈ ໂດຍຫັນໜີຈາກບາບ ຫລື ໂດຍ ປະພຶດຕາມຄວາມຈິງຂອງພຣະອົງ.
\v 14 ອົງພຣະຜູ້ເປັນເຈົ້າ ໄດ້ຕຽມທີ່ຈະລົງໂທດ ພວກຂ້ານ້ອຍ ແລະ ພຣະອົງກໍໄດ້ປະຕິບັດ ຕາມນັ້ນ ເພາະອົງພຣະຜູ້ເປັນເຈົ້າ ພຣະເຈົ້າ ຂອງພວກຂ້ານ້ອຍ ເຮັດໃນສິ່ງທີ່ຖືກຕ້ອງ ສະເໝີ ແລະພວກຂ້ານ້ອຍ ກໍບໍ່ໄດ້ຍອມຟັງ ພຣະອົງ.
\s5
\v 15 ຂ້າແດ່ ພຣະເຈົ້າຢາເວ ພຣະເຈົ້າຂອງ ພວກຂ້ານ້ອຍ ເອີຍ ພຣະອົງໄດ້ສໍາແດງ ຣິດອໍານາດ ຂອງ ພຣະອົງ ໃຫ້ເຫັນໂດຍນາໍ ເອົາປະຊາຊົນ ຂອງ ພຣະອົງ ອອກມາຈາກ ປະເທດ ເອຢິບ ພວກຂ້ານ້ອຍ ຍັງຈົດຈາໍຣິດ ອໍານາດ ຂອງ ພຣະອົງຢູ່. ພວກຂ້ານ້ອຍໄດ້ເຮັດບາບ ແລະ ເຮັດຜິດ.
\v 16 ຂ້າແດ່ພຣະເຈົ້າຢາເວ ພຣະອົງໄດ້ປ້ອງກັນພວກຂ້ານ້ອຍ ໃນອະດີດ; ສະນັ້ນ ຂໍຢ່າໂກດຮ້າຍນະຄອນ ເຢຣູຊາເລັມ ອີກຕໍ່ໄປທ້ອນ. ນະຄອນ ເຢຣູຊາເລັມ ເປັນເມືອງຂອງພຣະອົງ ແລະ ເປັນພູເຂົາ ສັກສິດຂອງພຣະອົງ. [ຟ] ປະເທດເພື່ອນບ້ານ ທັງໝົດ ຕ່າງກໍໄດ້ດູຖູກ ຢຽດຫຍາມ ນະຄອນເຢຣູຊາເລັມ ແລະ ປະຊາຊົນຂອງພຣະອົງ ຍ້ອນບາບຂອງພວກຂ້ານ້ອຍ ແລະ ການເຮັດຊົ່ວຂອງບັນພະບຸລຸດ ຂອງພວກຂ້ານ້ອຍ.
\s5
\v 17 ຂ້າແດ່ ພຣະເຈົ້າຂອງພວກຂ້ານ້ອຍ ເອີຍ ບັດນີ້ ຂໍໂຜດຟັງຄໍາພາວັນນາ ອະທິຖານຂໍຂອງຜູ້ຮັບໃຊ້ ຂອງພຣະອົງ ແລະຄໍາທູນຂໍ ຂອງເຂົາແດ່ທ້ອນ. ເພາະເຫັນແກ່ ພຣະເຈົ້າຢາເວ ຂໍໃຫ້ພຣະພັກຂອງພຣະອົງ ສ່ອງແສງ ເໜືອວິຫານຂອງພຣະອົງ ທີ່ຮົກຮ້າງ ແລ້ວນັ້ນ.
\v 18 ຂ້າແດ່ ພຣະເຈົ້າ ເອີຍ ໂຜດຟັງພວກຂ້ານ້ອຍ ໂຜດຫລຽວເບິ່ງພວກຂ້ານ້ອຍ ແລະ ໂຜດເບິ່ງຄວາມຍາກລໍາບາກ ທີ່ພວກຂ້ານ້ອຍ ພວມປະເຊີນຢູ່ພ້ອມທັງ ຄວາມທົນທຸກ ໃນເມືອງທີ່ຮັບເອົານາມ ພຣະອົງດ້ວຍ. ພວກຂ້ານ້ອຍກາໍລັງພາວັນ ນາ ອະທິຖານ ຫາພຣະອົງ ບໍ່ແມ່ນຍ້ອນ ພວກຂ້ານ້ອຍກະທາໍ ໃນສິ່ງທີ່ຖືກຕ້ອງ ແຕ່ຍ້ອນພຣະອົງ ມີຄວາມເມດຕາ.
\v 19 ຂ້າແດ່ ພຣະເຈົ້າຢາເວ ໂຜດຟັງສຽງຂອງພວກຂ້ານ້ອຍ ດ້ວຍ! ຂ້າແດ່ພຣະເຈົ້າຢາເວ ໂຜດຍົກ ໂທດ ໃຫ້ພວກຂ້ານ້ອຍ ແດ່ທ້ອນ! ຂ້າແດ່ ພຣະເຈົ້າຢາເວ ຂໍໂຜດຮັບຟັງ ພວກຂ້ານ້ອຍ! ແລະ ຮີບກະທາໍການເຖີດ ໂອ ພຣະເຈົ້າ ເອີຍ ຂໍໂຜດຢ່າຊັກຊ້າ ຢູ່ເລີຍ ເພາະວ່າ ເມືອງແລະ ປະຊາຊົນ ເຫລົ່ານີ້ ເປັນທີ່ເອີ້ນ ຕາມນາມຊື່ຂອງພຣະອົງ.”
\s5
\v 20 ຂ້າພະເຈົ້າ ໄດ້ສືບຕໍ່ ພາວັນນາ ອະທິຖານ ໂດຍສາລະພາບບາບຂອງຂ້າພະເຈົ້າ ແລະ ບາບຂອງຊາວ ອິດສະຣາເອນ ປະຊາຊົນ ຂອງຂ້າພະເຈົ້າ ແລະ ຂໍຮ້ອງໃຫ້ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ ຂອງຂ້າພະເຈົ້າ ສ້າງວິຫານ ອັນສັກສິດ ຂອງ ພຣະອົງຂຶ້ນໃໝ່.
\v 21 ເມື່ອຂ້າພະເຈົ້າ ກາໍລັງພາວັນນາ ອະທິຖານຢູ່ນັ້ນ ກໍມີເທວະດາ ຄັບຣີເອນ ຕົນທີ່ຂ້າພະເຈົ້າ ໄດ້ເຫັນໃນນິມິດ ເທື່ອທາໍອິດນັ້ນ ເຫາະລົງມາຍັງບ່ອນຂ້າພະເຈົ້າຢູ່. ພໍດີເປັນເວລາຖວາຍ ເຄື່ອງບູຊາ ໃນ ຕອນຄໍ່າ.
\s5
\v 22 ເພິ່ນໄດ້ອະທິບາຍ ວ່າ, “ດານີເອນ ເອີຍ ເຮົາມາທີ່ນີ້ ເພື່ອຊ່ວຍເຈົ້າ ໃຫ້ເຂົ້າໃຈ ຖ້ອຍຄໍາ ຂອງ ຜູ້ທາໍນວາຍ.
\v 23 ເມື່ອເຈົ້າ ເລີ່ມຕົ້ນຮ້ອງຂໍ ຕໍ່ພຣະເຈົ້າ ພຣະອົງກໍຕອບ ເຈົ້າ. ພຣະອົງຮັກເຈົ້າ; ສະນັ້ນແຫລະ ເຮົາຈຶ່ງມາອະທິບາຍຄໍາຕອບ ໃຫ້ເຈົ້າຮູ້. ບັດນີ້ ເຮົາຈະອະທິບາຍ ນິມິດນັ້ນ ຈົ່ງຕັ້ງໃຈຟັງໃຫ້ດີ
\s5
\v 24 ເຈັດເທື່ອເຈັດສິບ ປີນັ້ນ ແມ່ນໄລຍະ ເວລາ ທີ່ພຣະເຈົ້າໄດ້ກາໍນົດໃຫ້ປະຊາຊົນ ແລະ ເມືອງອັນສັກສິດຂອງເຈົ້າ ເລີກເຮັດບາບ ແລະ ເລີກເຮັດຊົ່ວ. ບາບຈະໄດ້ຮັບການອະໄພ ແລະ ຄວາມຍຸດຕິທາໍ ອັນຖາວອນຈະ ປາກົດມີມາ ເພື່ອວ່ານິມິດ ແລະ ຖ້ອຍຄໍາ ຂອງຜູ້ທາໍນວາຍ ຈະກາຍເປັນຈິງ ແລະ ເພື່ອ ພຣະວິຫານ ອັນສັກສິດ [ມ] ຈະໄດ້ຖືກຢຶດ ຖວາຍຄືນໃໝ່ ໃຫ້ແກ່ພຣະເຈົ້າ.
\v 25 ອັນນີ້ ແມ່ນ ສິ່ງທີ່ເຈົ້າຕ້ອງຮູ້ ແລະ ເຂົ້າໃຈ: ນັບຕັ້ງແຕ່ ເວລາອອກຄໍາສັ່ງໃຫ້ສ້າງນະຄອນ ເຢຣູຊາເລັມ ຂຶ້ນໃໝ່ ຈົນເຖິງ ພຣະເຈົ້າເລືອກເອົາຜູ້ນາໍຂຶ້ນມາ ເຈັດອາທິດ ແລະ ຫົກສິບສອງອາທິດ ນະຄອນເຢຣູຊາເລັມ ຈະຖືກ ສ້າງຂຶ້ນໃໝ່ ຢ່າງເຂັ້ມແຂງ ພ້ອມດ້ວຍ ຖະໜົນຫົນທາງ ແລະ ປ້ອມປ້ອງກັນເມືອງ, ແຕ່ມັນຈະເປັນເວລາ ແຫ່ງ ຄວາມລໍາບາກ.
\s5
\v 26 ໃນບັ້ນປາຍ ຂອງເວລານັ້ນ ຜູ້ນາໍທີ່ພຣະເຈົ້າ ໄດ້ເລືອກໄວ້ຈະຖືກຂ້າ ຢ່າງບໍ່ຍຸດຕິທາໍ. [ຢ] ເມືອງ ແລະ ພຣະວິຫານ ກໍຈະຖືກ ກອງທັບຂອງພວກເຈົ້ານາຍ ທີ່ມີອໍານາດ ຍິ່ງໃຫຍ່ ຄົນໜຶ່ງບຸກຮຸກທາໍລາຍ. ຄາວສິ້ນສຸດນີ້ ຈະມາເໝືອນ ນໍ້າໄຫລຖ້ວມ ໂດຍນາໍເອົາເສິກ ສົງຄາມ ແລະ ການທາໍລາຍ ທີ່ພຣະເຈົ້າໄດ້ ຈັດຕຽມໄວ້ນັ້ນມາ.
\s5
\v 27 ຜູ້ປົກຄອງຄົນນັ້ນ ຈະມີຂໍ້ຕົກລົງ ຢ່າງ ໜັກແໜ້ນ ກັບຄົນຈາໍນວນຫລາຍ ເປັນເວລາ ເຈັດປີ; ພໍເມື່ອ ສາມປີ ເຄິ່ງຜ່ານໄປ ລາວຈະ ສັ່ງເລີກ ບໍ່ໃຫ້ມີເຄື່ອງເຜົາບູຊາ ແລະ ເຄື່ອງ ບູຊາ. ເທິງທີ່ສູງສຸດຂອງພຣະວິຫານ ນັ້ນຈະມີສິ່ງແປກປະຫລາດ ອັນໜ້າຢ້ານ [ຣ] ຕັ້ງຢູ່ ແລະ ມັນຈະຕັ້ງຢູ່ທີ່ນັ້ນ ຈົນເຖິງເວລາ ທີ່ພຣະເຈົ້າ ເຮັດໃຫ້ຜູ້ທີ່ຕັ້ງມັນໄວ້ນັ້ນ ໄດ້ພົບຈຸດຈົບ.”
\s5
\c 10
\p
\v 1 ໃນ ປີທີສາມ ທີ່ເຈົ້າໄຊຣັດ ເປັນກະສັດ ແຫ່ງ ເປີເຊຍ ນັ້ນ ດານີເອນ ໄດ້ຮັບຖ້ອຍຄໍາ ຈາກພຣະເຈົ້າ ທາງນິມິດ (ດານີເອນ ມີຊື່ໜຶ່ງອີກວ່າ ເບັນເຕຊັດຊາເຣ). ຖ້ອຍຄໍານັ້ນ ເປັນ ຄວາມຈິງ ແຕ່ເຂົ້າໃຈຍາກທີ່ສຸດ. [ລ] ຖ້ອຍຄໍານີ້ ໄດ້ຖືກອະທິບາຍ ໃຫ້ລາວຮູ້ທາງນິມິດ.
\s5
\v 2 ໃນເວລານັ້ນ ຂ້າພະເຈົ້າໄວ້ທຸກ ຢູ່ເປັນເວລາ ສາມອາທິດ.
\v 3 ຂ້າພະເຈົ້າບໍ່ໄດ້ກິນອາຫານແຊບ ຫລື ຊີ້ນໃດໆ ບໍ່ໄດ້ດື່ມເຫລົ້າ ອະງຸ່ນ ຫລື ບໍ່ໄດ້ຫວີຜົມ ຈົນກວ່າ ສາມອາທິດ ໄດ້ຜ່ານພົ້ນໄປ.
\s5
\v 4 ໃນວັນທີ ຊາວສີ່ ຂອງເດືອນທາໍອິດ ໃນ ປີນັ້ນ ຂ້າພະເຈົ້າໄດ້ຢືນຢູ່ແຄມແມ່ນາໍ້ ຕິກຣິດ.
\v 5 ຂ້າພະເຈົ້າເງີຍໜ້າຂຶ້ນເຫັນ ຊາຍຜູ້ໜຶ່ງ ທີ່ນຸ່ງເຄື່ອງອັນສະຫງ່າງາມ ແລະ ຂັດສາຍແອວຄໍາ.
\v 6 ຕົນຕົວຂອງເພິ່ນ ສ່ອງແສງ ເປັນປະກາຍເໝືອນເພັດ. ໜ້າຂອງເພິ່ນເປັນແສງເໝືອນໄຟ. ແຂນຂາ ເຫລື້ອມເປັນເງົາເໝືອນທອງສໍາຣິດ ທີ່ຂັດສີແລ້ວ ແລະ ສຽງຮ້ອງຂອງເພິ່ນດັງເໝືອນ ສຽງຮ້ອງຂອງປະຊາຊົນ ຈາໍນວນຫລາຍ.
\s5
\v 7 ຂ້າພະເຈົ້າ ຜູ້ດຽວເທົ່ານັ້ນ ທີ່ໄດ້ເຫັນນິມິດນີ້. ຄົນທັງຫລາຍທີ່ຢູ່ກັບຂ້າພະເຈົ້າ ບໍ່ໄດ້ເຫັນຫຍັງເລີຍ; ແຕ່ພວກເຂົາ ຢ້ານກົວແລະ ແລ່ນໜີໄປລີ້.
\v 8 ມີແຕ່ຂ້າພະເຈົ້າ ຜູ້ດຽວເທົ່ານັ້ນ ທີ່ຢູ່ເບິ່ງນິມິດອັນແປກປະຫລາດ ນີ້. ຂ້າພະເຈົ້າບໍ່ມີເຫື່ອແຮງເຫລືອຢູ່ເລີຍ ແລະສີໜ້າກໍປ່ຽນແປງໄປຈົນ ບໍ່ມີຜູ້ໃດຈື່​ຂ້າ​ພະ​ເຈົ້າໄດ້.
\v 9 ເມື່ອຂ້າພະເຈົ້າໄດ້ຍິນສຽງນີ້ ີ້ ຂ້າພະເຈົ້າ ກໍໝົດສະຕິລົ້ມລົງກັບພື້ນດິນ ແລະໝູບໜ້າຢູ່ທີ່ນັ້ນ.
\s5
\v 10 ແລ້ວມີ ມືໜຶ່ງໂຊມຂ້າພະເຈົ້າ ໃຫ້ລຸກໂດຍຊູຫົວເຂົ່າແລະມື ຂອງຂ້າພະເຈົ້າຂຶ້ນ ແຕ່ຕົວກໍຍັງສັ່ນຢູ່.
\v 11 ເພິ່ນໄດ້ກ່າວກັບ ຂ້າພະເຈົ້າ ວ່າ, “ດານີເອນ ເອີຍ ພຣະເຈົ້າຮັກເຈົ້າ. ຈົ່ງລຸກຂຶ້ນ ແລະ ຕັ້ງໃຈຟັງສິ່ງທີ່ເຮົາຈະກ່າວ. ພຣະເຈົ້າໄດ້ໃຊ້ເຮົາມາຫາເຈົ້າ. ” ເມື່ອເພິ່ນກ່າວ ດັ່ງນີ້ແລ້ວ ຂ້າພະເຈົ້າກໍລຸກຢືນຂຶ້ນ ແຕ່ຕົວກໍຍັງສັ່ນຢູ່.
\s5
\v 12 ຕໍ່ມາ ເພິ່ນໄດ້ກ່າວ ຕໍ່ໄປວ່າ, “ດານີເອນ ເອີຍ ຢ່າສູ່ຢ້ານກົວເລີຍ. ມື້ທໍາອິດ ທີ່ເຈົ້າຕັດສິນໃຈ ຖ່ອມຕົວລົງ ພາວັນນາ ອະທິຖານ ຂໍຄວາມເຂົ້າໃຈນັ້ນ ພຣະເຈົ້າໄດ້ ຮັບຟັງຄໍາພາວັນນາ ອະທິຖານຂອງເຈົ້າແລ້ວ. ເຮົາມາກໍເພື່ອຕອບ ຄໍາພາວັນນາ ອະທິຖານຂອງເຈົ້າ.
\v 13 ເທວະດາ ຕົນທີ່ ພິທັກຮັກສາອານາຈັກ ເປີເຊຍ ໄດ້ຂັດຂວາງ ເຮົາໄວ້ເປັນເວລາ ຊາວເອັດວັນ. ແລ້ວ ມີຄາເອນ ເທວະດາຊັ້ນຫົວໜ້າ ຕົນໜຶ່ງໄດ້ມາ ຊ່ວຍເຮົາ ເພາະເຮົາຖືກຢັບຢັ້ງ ໄວ້ຢູ່ໃນອານາຈັກ ເປີເຊຍ.
\s5
\v 14 ເຮົາມາ ເພື່ອເຮັດໃຫ້ເຈົ້າ ເຂົ້າໃຈໃນສິ່ງທີ່ຈະເກີດຂຶ້ນ ກັບ ປະຊາຊົນຂອງເຈົ້າ ໃນອະນາຄົດ. ອັນນີ້ແມ່ນ ນິມິດກ່ຽວກັບອະນາຄົດ. ”
\v 15 ເມື່ອເພິ່ນກ່າວ ດັ່ງນີ້ແລ້ວ ຂ້າພະເຈົ້າ ກໍກົ້ມໜ້າລົງ ໂດຍບໍ່ເວົ້າຫຍັງ.
\s5
\v 16 ແລ້ວເທວະດາ ຕົນໜຶ່ງທີ່ມີຮູບຮ່າງ ເໝືອນມະນຸດ ກໍເດ່ມືອອກມາບາຍ ຮິມສົບ ຂອງຂ້າພະເຈົ້າ. ຂ້າ​ພະ​ເຈົ້າ​ຈຶ່ງ​ເວົ້າ​ກັບ​ເພິ່ນ​ທີ່​ຢືນ​ຢູ່​ຂ້າງ​ໜ້າ​ວ່າ, "ນາຍ​ເອີຍ ນິ​ມິດນີ້ເຮັດໃຫ້ ຂ້ານ້ອຍ ອ່ອນແຮງຫລາຍ ຈົນຂ້ານ້ອຍບໍ່ເຊົາສັ່ນເຊັນ.
\v 17 ຂ້ານ້ອຍ ເປັນດັ່ງຂ້າທາດ ຄົນໜຶ່ງ ທີ່ຢືນຢູ່ຕໍ່ໜ້ານາຍຂອງຕົນ. ຂ້ານ້ອຍ ຈະເວົ້າ ກັບທ່ານໄດ້ຢ່າງໃດ? ຂ້ານ້ອຍ ບໍ່ມີແຮງ ຫລື ມີລົມຫາຍໃຈເຫລືອຢູ່ເລີຍ.”
\s5
\v 18 ແລ້ວເພິ່ນກໍຈັບບາຍຂ້າພະເຈົ້າ ອີກເທື່ອໜຶ່ງ ຂ້າພະເຈົ້າຈຶ່ງຮູ້ສຶກ ມີແຮງຂຶ້ນ.
\v 19 ເພິ່ນກ່າວວ່າ, “ພຣະເຈົ້າຮັກເຈົ້າ. ດັ່ງນັ້ນ ຢ່າໃຫ້ສິ່ງໃດ ເຮັດໃຫ້ເຈົ້າອຸກໃຈ ຫລື ຢ້ານກົວເລີຍ. ” ເມື່ອເພິ່ນໄດ້ ກ່າວດັ່ງນີ້ແລ້ວ ຂ້າພະເຈົ້າ ກໍຮູ້ສຶກມີແຮງຂຶ້ນ ແລະ ເວົ້າວ່າ, “ນາຍເອີຍ ຈົ່ງບອກສິ່ງທີ່ທ່ານຈະຕ້ອງ ກ່າວນັ້ນສູ່ຂ້ານ້ອຍຟັງແດ່. ທ່ານໄດ້ເຮັດໃຫ້ ຂ້ານ້ອຍມີແຮງຂຶ້ນແດ່ແລ້ວ.”
\s5
\v 20-21 ແລ້ວເພິ່ນກໍກ່າວວ່າ, “ເຈົ້າບໍ່ຮູ້ບໍວ່າ ເປັນຫຍັງເຮົາຈຶ່ງມາຫາເຈົ້າ? ເຮົາມາ ວັນນີ້ ເພື່ອເປີດເຜີຍ ໃຫ້ເຈົ້າຮູ້ໃນສິ່ງທີ່ມີຂຽນໄວ້ ໃນໜັງສືແຫ່ງຄວາມຈິງ. ບັດນີ້ ເຮົາຈະ ຕ້ອງຄືນໄປ ຕໍ່ສູ້ກັບເທວະດາຕົນທີ່ພິທັກ ຮັກສາປະເທດ ເປີເຊຍ. ຫລັງຈາກນັ້ນແລ້ວ ເທວະດາຕົນທີ່ພິທັກຮັກສາປະເທດ ກຣີກ ກໍຈະມາປາກົດ. ບໍ່ມີຜູ້ໃດຊ່ວຍເຫລືອເຮົາ ນອກຈາກ ມີຄາເອນ ເທວະດາຕົນທີ່ພິທັກຮັກ ສາ. [ວ] ປະເທດອິດສະຣາເອນ.
\s5
\c 11
\p
\v 1 ເພິ່ນເປັນ [ຫ] ຜູ້ຮັບຜິດຊອບຊ່ວຍຊູ ແລະ ປ້ອງກັນເຮົາ.
\v 2 ສິ່ງທີ່ເຮົາຈະບອກ ຕໍ່ ໄປນີ້ ເປັນຄວາມຈິງ. ” ເທວະດາໄດ້ກ່າວວ່າ, “ມີກະສັດອີກ ສາມຄົນ ທີ່ຈະປົກຄອງ ປະເທດ ເປີເຊຍ ຕິດຕາມດ້ວຍ ຄົນທີສີ່; ຜູ້ນີ້ ຈະຮັ່ງມີກວ່າ ຄົນອື່ນ ໆ ທັງໝົດ. ໃນເວລາທີ່ລາວເຂັ້ມແຂງ ແລະ ມີຊັບສົມບັດ ຢ່າງຫລວງຫລາຍຢູ່ນັ້ນ ລາວຈະທ້າທາຍ ກັບ ອານາຈັກ ກຣີກ.
\s5
\v 3 ແລ້ວກໍຈະມີກະສັດ ຜູ້ກ້າຫານຄົນໜຶ່ງ. ເພິ່ນຈະປົກຄອງ ທົ່ວຈັກກະພົບໜຶ່ງທີ່ໃຫຍ່ ແລະ ຈະເຮັດທຸກສິ່ງຕາມໃຈປາຖະໜາ.
\v 4 ແຕ່ໃນເວລາ ທີ່ເພິ່ນມີອໍານາດ ຍິ່ງໃຫຍ່ນັ້ນ ອານາຈັກ ຂອງເພິ່ນຈະແຕກແຍກ ແລະ ຈະຖືກແບ່ງອອກ ເປັນສີ່ສ່ວນ. ບັນດາກະສັດທີ່ ບໍ່ໄດ້ສືບເຊື້ອສາຍ ມາຈາກເພິ່ນຈະປົກຄອງ ແທນເພິ່ນ, ແຕ່ພວກນີ້ ຈະບໍ່ມີອໍານາດດັ່ງທີ່ເພິ່ນໄດ້ມີ.
\s5
\v 5 ກະສັດແຫ່ງເອຢິບ ຈະເຂັ້ມແຂງຂຶ້ນ, ແຕ່ ເຖິງຢ່າງໃດກໍດີ ຈະມີນາຍທະຫານຂອງເພິ່ນ ຜູ້ໜຶ່ງເຂັ້ມແຂງ ກວ່າເພິ່ນ ແລະຈະປົກຄອງອານາຈັກໜຶ່ງ ທີ່ຍິ່ງໃຫຍ່ກວ່າ.
\v 6 ຫລັງ ຈາກນັ້ນ ມາຫລາຍປີ ກະສັດແຫ່ງເອຢິບ ຈະໃຫ້ລູກສາວຂອງຕົນ ແຕ່ງງານກັບກະສັດ ແຫ່ງຊີເຣຍ ເພື່ອເປັນພັນທະມິດກັນ. ແຕ່ພັນທະມິດ ຈະຢູ່ບໍ່ໄດ້ເຫິງ ເພາະນາງພ້ອມທັງຜົວ, ທັງລູກ, [ອ] ແລະພວກຄົນຮັບໃຊ້ ທີ່ໄປກັບນາງນັ້ນ ຈະຖືກຂ້າໝົດ.
\s5
\v 7 ອີກບໍ່ດົນ ຄົນໜຶ່ງໃນພີ່ນ້ອງຂອງນາງ ກໍຈະກາຍເປັນກະສັດ. ລາວຈະໂຈມຕີ ກອງທັບ ຊີເຣຍ, ເຂົ້າໄປຢຶດເອົາປ້ອມ ແລະ ມີໄຊເໜືອ ພວກເຂົາ.
\v 8 ລາວຈະເອົາຮູບເຄົາຣົບ ຂອງ ພວກເຂົາ ພ້ອມດ້ວຍສິ່ງຂອງທີ່ເຮັດດ້ວຍເງິນ ດ້ວຍຄໍາ ແລະຂົນທັງໝົດໄປຍັງປະເທດເອຢິບ. ຫລັງຈາກນັ້ນ ຈະມີຄວາມສະຫງົບສຸກຢູ່ຫລາຍປີ
\v 9 ແລ້ວກະສັດແຫ່ງ ຊີເຣຍກໍຈະຍົກທັບເຂົ້າໂຈມຕີປະເທດເອຢິບ, ແຕ່ຈະຖືກກອງທັບ ເອຢິບ ຕີໂຕ້ຕອບຈົນພ່າຍແພ້ໄປ.
\s5
\v 10 ບັນດາລູກຊາຍ ຂອງກະສັດແຫ່ງ ຊີເຣຍ ຈະຕຽມສູ້ຮົບ ແລະ ຈະລວບລວມ ກອງທັບໄວ້ເປັນຈາໍນວນຫລວງຫລາຍ. ຄົນໜຶ່ງໃນພວກເຂົາ ຈະຕີຊະນະ ຢ່າງໄວວາ ດັ່ງນາໍ້ໄຫລຖ້ວມ ແລະ ໂຈມຕີເອົາປ້ອມແຫ່ງໜຶ່ງ ຂອງສັດຕູ.
\s5
\v 11 ກະສັດແຫ່ງ ເອຢິບ ຈະເຂົ້າສູ່ສົງຄາມ ຕໍ່ຕ້ານກະສັດແຫ່ງ ຊີເຣຍ ດ້ວຍຄວາມຄຽດແຄ້ນ ແລະ ຈະຢຶດເອົາກອງທັບອັນໃຫຍ່ໂຕຂອງລາວໄດ້.
\v 12 ເພິ່ນຈະພາກພູມໃຈໃນ ຄວາມມີໄຊ ແລະ ໃນການສັງຫານທະຫານ ເປັນຈໍານວນຫລວງຫລາຍ, ແຕ່ເພິ່ນຈະບໍ່ມີ ໄຊເລື້ອຍໄປ.
\s5
\v 13 ຝ່າຍກະສັດແຫ່ງ ຊີເຣຍ ຈະກັບຄືນໄປ ເພື່ອລວບລວມ ພົນຮົບໃຫ້ໄດ້ຫລາຍກວ່າ ແຕ່ກ່ອນ. ເມື່ອເວລາອັນເໝາະສົມ ມາເຖິງແລ້ວ ລາວພ້ອມທັງກອງທັບ ອັນໃຫຍ່ໂຕ ທີ່ມີ ອາວຸດຢ່າງດີ ຈະກັບຄືນມາອີກ.
\s5
\v 14 ແລ້ວຈະມີຫລາຍຄົນລຸກຂຶ້ນ ຕໍ່ສູ້ກະສັດແຫ່ງ ເອຢິບ. ດານີເອນ ເອີຍ ຄົນທີ່ແຂງແຮງບາງຄົນຈາກຊົນຊາດຂອງເຈົ້າ ຈະ ກະບົດຍ້ອນ ນິມິດທີ່ພວກເຂົາໄດ້ເຫັນ; ແຕ່ ພວກເຂົາ ຈະຖືກປາບໃຫ້ພ່າຍແພ້ໄປ.
\s5
\v 15 ສະນັ້ນກະສັດແຫ່ງ ຊີເຣຍ ຈະປິດລ້ອມ ເມືອງ ທີ່ມີປ້ອມປ້ອງກັນ ແລ້ວຢຶດເອົາເມືອງນັ້ນ. ພວກທະຫານເອຢິບ ຈະເຊົາຕໍ່ສູ້ແມ່ນແຕ່ທະຫານ ທີ່ເກັ່ງກ້າທີ່ສຸດ ກໍບໍ່ແຂງແຮງພໍ.
\v 16 ຊາວຊີເຣຍ ຜູ້ບຸກຮຸກຈະເຮັດທຸກຢ່າງ ຕາມຄວາມພໍໃຈ ໂດຍບໍ່ມີການຕໍ່ຕ້ານ. ລາວ ຈະຢູ່ໃນດິນແດນ ແຫ່ງ ພຣະສັນຍາ ແລະ ຈະມີອໍານາດສົມບູນ ໃນດິນແດນນັ້ນ.
\s5
\v 17 ກະສັດແຫ່ງຊີເຣຍ ຈະວາງແຜນຮຸກຮານ ໂດຍໃຊ້ກອງທັບທັງໝົດຂອງຕົນ. ສະນັ້ນ ເພື່ອທາໍລາຍອານາຈັກ ທີ່ເປັນສັດຕູ ລາວຈຶ່ງສ້າງພັນທະມິດ ກັບກະສັດແຫ່ງເອຢິບ ໂດຍມອບລູກສາວຂອງຕົນ [ຮ] ໃຫ້ແຕ່ງງານ ກັບກະສັດຜູ້ນີ້; ແຕ່ແຜນການນີ້ ຈະບໍ່ສໍາເລັດ.
\v 18 ຫລັງຈາກນັ້ນ ເພິ່ນຈະໂຈມຕີຊົນຊາດທັງຫລາຍ ຕາມແຄມທະເລ ແລະ ຢຶດເອົາດິນແດນໄດ້ຢ່າງຫລວງຫລາຍ. ແຕ່ຈະມີແມ່ທັບຊາວຕ່າງປະເທດຄົນໜຶ່ງ ປາບເພິ່ນລົງ ແລະກາໍຈັດຄວາມທະເຍິ ທະຍານຂອງເພິ່ນ ໃຫ້ໝົດສິ້ນໄປ; [ກ]
\v 19 ກະສັດແຫ່ງຊີເຣຍ ຈະກັບຄືນໄປເພື່ອໂຈມຕີ ປ້ອມໃນປະເທດຂອງຕົນ; ແຕ່ຈະພ່າຍແພ້ ແລະກໍຈະເປັນເວລາສຸດທ້າຍຂອງເພິ່ນ.
\s5
\v 20 ຕໍ່ຈາກເພິ່ນມາ ຈະມີກະສັດອີກອົງໜຶ່ງ ກະສັດອົງນີ້ຈະສົ່ງນາຍທະຫານ ອອກໄປຂົ່ມເຫັງປະຊາຊົນໃຫ້ເສຍສ່ວຍ ເພື່ອເພີ່ມລາຍໄດ້ໃຫ້ອານາຈັກຂອງຕົນ. ອີກບໍ່ດົນ ກະສັດອົງນີ້ ກໍຈະຕາຍ; ແຕ່ບໍ່ແມ່ນຕາຍຍ້ອນ ໂທດປະຫານ ຫລື ຍ້ອນສົງຄາມ. ”
\v 21 ເທວະດາໄດ້ອະທິບາຍ ຕໍ່ໄປວ່າ, “ກະສັດແຫ່ງຊີເຣຍ ຜູ້ຕໍ່ໄປຈະເປັນຄົນຊົ່ວຮ້າຍ ຜູ້ບໍ່ມີ ສິດທີ່ຈະເປັນກະສັດ, ແຕ່ລາວຈະຂຶ້ນເປັນ ກະສັດຢ່າງ ບໍ່ມີຜູ້ໃດຄາດຄິດໂດຍໃຊ້ກົນ ອຸບາຍຢຶດຄອງອໍານາດ.
\v 22 ຜູ້ໃດຜູ້ໜຶ່ງທີ່ ຕໍ່ຕ້ານລາວ ຈະຖືກກວາດລ້າງ ແລະ ຖືກກໍາຈັດແມ່ນແຕ່ມະຫາປະໂຣຫິດຂອງພຣະເຈົ້າ ກໍຕາມ.
\s5
\v 23 ລາວຈະລໍ້ລວງເອົາຊົນຊາດ ອື່ນ ໆ ມາເປັນພັນທະມິດ; ເຖິງແມ່ນວ່າ ລາວໄດ້ປົກຄອງຊົນຊາດນ້ອຍໆ ເທົ່ານັ້ນກໍຕາມ, ແຕ່ ລາວຈະເຂັ້ມແຂງ ຂຶ້ນເລື້ອຍໆ.
\v 24 ລາວ ຈະບຸກຮຸກ ເຂດແຂວງທີ່ອຸດົມສົມບູນ ຢ່າງບໍ່ເຕືອນ ແລະ ຈະເຮັດໃນສິ່ງທີ່ເຊື້ອສາຍຂອງຕົນ ບໍ່ເຄີຍເຮັດມາກ່ອນ. ແລ້ວລາວກໍຈະແບ່ງປັນຊັບສິ່ງຂອງ ທີ່ຢຶດມາໄດ້ໃນສົງຄາມ ໃຫ້ພັກພວກຂອງຕົນ. ລາວຈະວາງແຜນ ໂຈມຕີປ້ອມຕ່າງໆ ແຕ່ຈະເຮັດຕໍ່ໄປບໍ່ໄດ້ນານ.
\s5
\v 25 ລາວຈະຍົກກອງທະຫານຈໍານວນ ຫລາຍ ໄປໂຈມຕີກະສັດແຫ່ງເອຢິບ ຢ່າງກ້າຫານ; ຝ່າຍກະສັດແຫ່ງເອຢິບ ກໍຈະຕຽມສູ້ ຮົບຄືນ ຄືສູ້ຮົບກອງທັບໃຫຍ່ ທີ່ມີອໍານາດທີ່ສຸດ, ແຕ່ລາວຈະເຮັດໄປບໍ່ສໍາເລັດ ຍ້ອນຖືກຫລອກລວງ.
\v 26 ຄະນະທີ່ປຶກສາ ຄົນໃກ້ສິດຂອງລາວຈະທໍາລາຍລາວ. ພວກທະຫານຫລາຍຄົນ ຂອງລາວຈະຖືກຂ້າ ກອງທັບຈະຖືກກາໍຈັດໃຫ້ໝົດສິ້ນໄປ.
\v 27 ແລ້ວກະສັດທັງສອງຄົນນີ້ ກໍຈະນັ່ງກິນເຂົ້າ ຮ່ວມໂຕະດຽວກັນ; ແຕ່ພຶດຕິການຂອງທັງສອງຈະເປັນໄປ ໃນທາງຊົ່ວຊ້າ ພວກເຂົາ ຈະເວົ້າຕົວະຕໍ່ກັນແລະກັນ. ຕ່າງຝ່າຍຕ່າງກໍ ຈະບໍ່ໄດ້ອັນໃດຕາມທີ່ຫວັງໄວ້ ເພາະວ່າ ເວລາອັນເໝາະສົມ ຍັງບໍ່ມາເຖິງ.
\s5
\v 28 ກະສັດແຫ່ງຊີເຣຍ ຈະກັບຄືນເມືອບ້ານເມືອງຂອງຕົນ ພ້ອມດ້ວຍສິ່ງຂອງທີ່ຕົນ ຢຶດໄດ້ທັງໝົດ ຕັ້ງໃຈທີ່ຈະທາໍລາຍພັນທະສັນຍາ ແຫ່ງໄພ່ພົນຂອງພຣະເຈົ້າ. ລາວຈະເຮັດຕາມໃຈ ແລ້ວຄືນໄປຍັງດິນແດນຂອງຕົນ.
\s5
\v 29 ພາຍລຸນມາ ລາວຈະບຸກຮຸກເອຢິບອີກ ຄາວນີ້ ທຸກສິ່ງກໍຈະບໍ່ເປັນດັ່ງແຕ່ກ່ອນ.
\v 30 ຊາວໂຣມ ຈະມາທາງເຮືອ ແລະ ຂັດຂວາງ ລາວໄວ້ ແລະ ລາວຈະຢ້ານກົວ. ແລ້ວລາວກໍຈະກັບຄືນໄປ ດ້ວຍຄວາມຄຽດແຄ້ນ ແລະ ຈະວາງແຜນທໍາລາຍ ພັນທະສັນຍາແຫ່ງໄພ່ພົນຂອງພຣະເຈົ້າ. ລາວຈະເຮັດຕາມຄໍາແນະນາໍ ຂອງພວກທີ່ປະຖິ້ມ ພັນທະສັນຍາ.
\s5
\v 31 ທະຫານບາງຄົນຂອງລາວ ຈະເຮັດ ໃຫ້ພຣະວິຫານ ເສຍຄວາມສັກສິດ. ພວກເຂົາຈະໃຫ້ເລີກການເຜົາບູຊາປະຈາໍວັນ ແລະ ຕັ້ງສິ່ງແປກປະຫລາດ ອັນໜ້າຢ້ານຂຶ້ນ. [ຂ]
\v 32 ຝ່າຍກະສັດຈະໃຊ້ກົນອຸບາຍເອົາຊະນະ ຄົນອື່ນ ໆ ທີ່ປະຖິ້ມພັນທະສັນຍາ ຂອງຕົນແລ້ວ, ແຕ່ພວກທີ່ບົວລະບັດພຣະເຈົ້າ ກໍຈະຕໍ່ສູ້ຄືນ.
\s5
\v 33 ພວກຜູ້ນາໍ ທີ່ມີປັນຍາຈະແບ່ງປັນ ຄວາມຮູ້ໃຫ້ແກ່ ຄົນອື່ນຫລາຍຄົນ, ແຕ່ໃນຊົ່ວເວລາໜຶ່ງ ພວກເຂົາບາງຄົນຈະຖືກຂ້າ ໃນສະໜາມຮົບ ແລະ ຖືກເຜົາໃຫ້ຕາຍ ບາງຄົນກໍຈະຖືກປຸ້ນ ແລະ ຖືກຈັບໄປເປັນຊະເລີຍ.
\v 34 ໃນຂະນະທີ່ມີການຂ້າຟັນກັນຢູ່ນັ້ນ ປະຊາຊົນຂອງພຣະເຈົ້າ ຈະໄດ້ຮັບຄວາມຊ່ວຍເຫລືອ ໜ້ອຍດຽວ ຍ້ອນຫລາຍຄົນທີ່ມາ ຊ່ວຍເຫລືອພວກເຂົານັ້ນ ຈະເຮັດໄປເພື່ອເຫັນແກ່ປະໂຫຍດ ສ່ວນຕົວ.
\v 35 ຜູ້ນາໍທີ່ມີປັນຍາ ເຫລົ່ານີ້ບາງຄົນຈະຖືກຂ້າ, ແຕ່ຜົນທີ່ຕາມມານັ້ນ ກໍເພື່ອປະຊາຊົນຈະໄດ້ຖືກຊໍາລະ ລ້າງໃຫ້ບໍຣິສຸດ. ການນີ້ຈະມີສືບຕໍ່ໄປຈົນເຖິງ ເວລາແຫ່ງການສິ້ນສຸດ ທີ່ພຣະເຈົ້າໄດ້ກາໍນົດໄວ້.
\s5
\v 36 ກະສັດແຫ່ງຊີເຣຍ ຈະເຮັດຕາມໃຈມັກ. ລາວຈະໂອ້ອວດວ່າ ຕົນເປັນຜູ້ຍິ່ງໃຫຍ່ ກວ່າພະໃດໆ ແລະອວດວ່າຕົນສູງສຸດກວ່າພຣະເຈົ້າອົງສູງສຸດ. ລາວຈະສາມາດເຮັດໄປດັ່ງນີ້ ຈົນເວລາທີ່ພຣະເຈົ້າລົງໂທດລາວມາເຖິງ. ພຣະເຈົ້າຈະເຮັດຢ່າງນີ້ແທ້ ຕາມທີ່ພຣະອົງໄດ້ວາງແຜນໄວ້.
\v 37 ກະສັດແຫ່ງຊີເຣຍ ຈະບໍ່ສົນໃຈນາໍພະ ທີ່ພວກບັນພະບຸລຸດຂອງຕົນເຄີຍຮັບໃຊ້ມາ ແລະພະທີ່ພວກຜູ້ຍິງຮັກ ແລະນັບຖືນັ້ນ. ແທ້ຈິງແລ້ວ ລາວຈະບໍ່ສົນໃຈນາໍພະໃດໆເລີຍ ເພາະລາວຄິດວ່າຕົນຍິ່ງໃຫຍ່ກວ່າ ພະເຫລົ່ານັ້ນ.
\s5
\v 38 ແຕ່ແທນທີ່ ລາວຈະໃຫ້ກຽດ ພຣະທີ່ຄຸ້ມຄອງປ້ອມປ້ອງກັນເມືອງ. ລາວຈະຖວາຍ ເງິນ, ຄໍາ, ເພັດພອຍ ແລະສິ່ງຂອງມີຄ່າອື່ນ ໆ ໃຫ້ແກ່ພະ ຕົນໜຶ່ງທີ່ບັນພະບຸລຸດຂອງຕົນ ບໍ່ເຄີຍຂາບໄຫວ້ ມາກ່ອນ.
\v 39 ເພື່ອຮັກສາປ້ອມປ້ອງກັນເມືອງຂອງຕົນໄວ້ ລາວຈະສວຍໃຊ້ພວກທີ່ຂາບໄຫວ້ ພະຕ່າງຊາດ. ລາວຈະໃຫ້ກຽດຢ່າງສູງແກ່ ພວກທີ່ຍອມຮັບ ເອົາຕົນເປັນຜູ້ປົກຄອງ ທັງຈະມອບຕໍາແໜ່ງອັນສູງທາງຣາຊການໃຫ້ ແລະມອບທີ່ດິນໃຫ້ ເປັນຂອງຂວັນ ແກ່ພວກເຂົາ.
\s5
\v 40 ເມື່ອເວລາ ກາໍນົດຂອງກະສັດແຫ່ງຊີເຣຍ ໃກ້ຈະໝົດແລ້ວ ກະສັດແຫ່ງເອຢິບ ຈະໂຈມຕີລາວ. ແຕ່ລາວຈະໃຊ້ກາໍລັງອໍານາດ ທັງໝົດຕໍ່ສູ້ຄືນ ຄືໃຊ້ລົດຮົບ, ຝູງມ້າຮົບ ແລະ ເຮືອເປັນຈາໍນວນຫລາຍ. ລາວຈະບຸກໂຈມຕີຫລາຍປະເທດ ເໝືອນນາໍ້ໄຫລຖ້ວມ.
\v 41 ລາວຈະບຸກຮຸກໂຈມຕີ ແມ່ນແຕ່ດິນແດນແຫ່ງ ພຣະສັນຍາ ແລະ ຂ້າຄົນຕາຍ ເປັນໝື່ນ ໆ, ແຕ່ສ່ວນປະເທດ ເອໂດມ, ໂມອາບ ແລະ ສິ່ງທີ່ຍັງເຫລືອຢູ່ໃນ ອໍາໂມນ ຈະຫລົບຫລີກໄປໄດ້
\s5
\v 42 ລາວບຸກໂຈມຕີ ຫລາຍປະເທດ ແມ່ນແຕ່ເອຢິບ ລາວກໍຈະບໍ່ຈົ່ງ.
\v 43 ລາວຈະ ຂົນເອົາເຄື່ອງເງິນ ເຄື່ອງຄໍາ ແລະ ຊັບສົມບັດ ອັນມີຄ່າອື່ນ ໆ ຂອງເອຢິບ ໄປ. ລາວຈະມີໄຊເໜືອປະເທດ ລີເບຍ ແລະ ປະເທດ ຊູດານ.
\s5
\v 44 ແລ້ວຂ່າວ ທີ່ມາຈາກທິດຕາເວັນອອກ ແລະ ຈາກທິດເໜືອ ຈະເຮັດໃຫ້ລາວຕົກໃຈ ແລະ ລາວຈະສູ້ຮົບຢ່າງໂຫດຫ້ຽມ ໂດຍຂ້າຄົນຢ່າງຫລວງຫລາຍ.
\v 45 ລາວຈະ ກາງເຕັນຫລວງ ຂະໜາດໃຫຍ່ໄວ້ລະຫວ່າງ ທະເລ ກັບ ພູເຂົາ ບ່ອນຕັ້ງພຣະວິຫານ. ແຕ່ລາວຈະຕາຍໄປ ໂດຍບໍ່ມີຜູ້ໃດໃນທີ່ນັ້ນຊ່ວຍ ລາວໄດ້.”
\s5
\c 12
\p
\v 1 ໃນເວລານັ້ນ ມີຄາເອນ ເທວະດາຕົນໃຫຍ່ ຜູ້ທີ່ຮັກສາປະຊາຊົນຂອງພຣະເຈົ້າ ຈະມາປາກົດ. ແລ້ວກໍຈະມີການລໍາບາກໜັກ ເກີດຂຶ້ນຢ່າງ ບໍ່ເຄີຍມີມາ ນັບຕັ້ງແຕ່ມີຊົນຊາດທັງຫລາຍ. ເມື່ອເຖິງເວລານັ້ນ ປະຊາຊົນທັງປວງຂອງເຈົ້າ ທີ່ມີຊື່ໃນໜັງສືຂອງພຣະເຈົ້າ ຈະໄດ້ພົ້ນ.
\v 2 ຫລາຍຄົນ ໃນພວກເຫລົ່ານີ້ ທີ່ຕາຍໄປແລ້ວ ຈະມີຊີວິດ ອີກ ຄືບາງຄົນຈະມີຄວາມພໍອົກພໍໃຈ ກັບ ຊີວິດອັນຕະຫລອດໄປເປັນນິດ; ບາງຄົນຈະ ທົນທຸກຢ່າງອັບອາຍ ຕະຫລອດໄປ.
\s5
\v 3 ພວກຜູ້ທີ່ມີປັນຍາ ຈະຮຸ່ງເຮືອງເໝືອນ ດວງດາວ ສະຫວ່າງ ສະໄຫວ ທີ່ເທິງທ້ອງຟ້າ. ຜູ້ທີ່ສັ່ງສອນ ຄົນທັງຫລາຍ ໃຫ້ເຮັດໃນສິ່ງທີ່ຖືກຕ້ອງ ກໍຈະຮຸ່ງເຮືອງຕະຫລອດໄປ ເໝືອນດວງດາວ.
\v 4 ແຕ່ເຈົ້າ ດານີເອນ ເອີຍ ໃຫ້ເຈົ້າຮໍາໜັງສືມ້ວນນັ້ນ ແລະ ຕີຕາປະທັບໃສ່ໄວ້ ຈົນເວລາແຫ່ງການສິ້ນສຸດຂອງໂລກ ມາເຖິງ. ໃນເວລານັ້ນ ຄົນຈໍານວນ ຫລວງຫລາຍຈະແລ່ນໄປ ແລ່ນມາ ແລະ ຄວາມຮູ້ຈະເພີ້ມທະວີຂຶ້ນ.”
\s5
\v 5 ແລ້ວຂ້າພະເຈົ້າ ກໍໄດ້ເຫັນສອງຄົນຢືນ ຢູ່ແຄມແມ່ນາໍ້ ຄົນລະເບື້ອງ.
\v 6 ຄົນໜຶ່ງໃນ ສອງຄົນນີ້ ໄດ້ຖາມເທວະດາ ຜູ້ທີ່ຢືນຢູ່ເໜືອນາໍ້ ຂຶ້ນໄປນັ້ນ ວ່າ, “ຍັງອີກດົນປານໃດ ສິ່ງອັດສະຈັນ ເຫລົ່ານີ້ຈະໝົດສິ້ນໄປ?”
\s5
\v 7 ເທວະດາໄດ້ຍົກມືທັງສອງຂຶ້ນ ແລະ ສັນຍາ ຢ່າງໜັກແໜ້ນໃນນາມ ຂອງ ພຣະເຈົ້າອົງຊົງດໍາລົງຢູ່ເປັນນິດ. ຂ້າພະເຈົ້າ ໄດ້ຍິນເພິ່ນກ່າວ ວ່າ, “ຈະເປັນເວລາ ສາມປີເຄິ່ງ. ເມື່ອການປະຫັດປະຫານ ໄພ່ພົນຂອງ ພຣະເຈົ້າ ສິ້ນສຸດລົງແລ້ວ ສິ່ງທັງໝົດເຫລົ່ານີ້ ຈະຕ້ອງເກີດຂຶ້ນ.”
\s5
\v 8 ຂ້າພະເຈົ້າ ໄດ້ຍິນສິ່ງທີ່ເພິ່ນກ່າວ ແຕ່ບໍ່ເຂົ້າໃຈ. ສະນັ້ນ ຂ້າພະເຈົ້າຈຶ່ງຖາມ ວ່າ, “ນາຍເອີຍ ສິ່ງນີ້ຈະສິ້ນສຸດລົງໄດ້ຢ່າງໃດ? ”
\v 9 ເພິ່ນຕອບວ່າ, “ດານີເອນເອີຍ ເຈົ້າຕ້ອງໄປດຽວນີ້ ເພາະຄໍາເວົ້າເຫລົ່ານີ້ ຈະຖືກປົກປິດໄວ້ເປັນຄວາມລັບ ຈົນເວລາແຫ່ງການສິ້ນສຸດນັ້ນ ໄດ້ມາເຖິງ.
\s5
\v 10 ຫລາຍຄົນຈະຖືກຊໍາລະໃຫ້ບໍຣິສຸດ. ພວກທີ່ຊົ່ວຊ້າ ທັງຫລາຍຈະບໍ່ເຂົ້າໃຈ ແຕ່ພວກເຂົາຈະເປັນຄົນຊົ່ວຢູ່ຕໍ່ໄປ; ມີແຕ່ພວກ ມີປັນຍາ ເທົ່ານັ້ນທີ່ຈະເຂົ້າໃຈ.
\v 11 ຕັ້ງແຕ່ ການຖວາຍເຄື່ອງເຜົາບູຊາ ປະຈາໍວັນຖືກຍົກ ເລີກໄປ ໝາຍຄວາມວ່າ ແຕ່ເວລາຕັ້ງສິ່ງແປກປະຫລາດ ອັນໜ້າຢ້ານຂຶ້ນ ຄື ໜຶ່ງພັນ ສອງຮ້ອຍເກົ້າສິບວັນ ຈະຜ່ານພົ້ນໄປ.
\s5
\v 12 ຜູ້ທີ່ຍັງຕັ້ງໝັ້ນຄົງຢູ່ໃນ ຄວາມເຊື່ອ ເປັນເວລາໜຶ່ງພັນສາມຮ້ອຍສາມສິບຫ້າວັນ ກໍເປັນສຸກ.
\v 13 ດານີເອນ ເອີຍເຈົ້າຈົ່ງສັດຊື່ຕໍ່ໄປຈົນເຖິງທີ່ສຸດ. ແລ້ວເຈົ້າກໍຈະຕາຍໄປ; ແຕ່ເຈົ້າຈະລຸກຂຶ້ນມາ ເພື່ອຮັບເອົາບາໍເໜັດ ຂອງເຈົ້າ ໃນເວລາສິ້ນສຸດໂລກ.”