lo_bible/25-LAM.usfm

306 lines
50 KiB
Plaintext

\id LAM
\ide UTF-8
\h ພ​ຣະ​ທຳ​ເພງ​ຄ່ຳ​ຄວນ
\toc1 ພ​ຣະ​ທຳ​ເພງ​ຄ່ຳ​ຄວນ
\toc2 ພ​ຣະ​ທຳ​ເພງ​ຄ່ຳ​ຄວນ
\toc3 lam
\mt ພ​ຣະ​ທຳ​ເພງ​ຄ່ຳ​ຄວນ
\s5
\c 1
\p
\v 1 ນະຄອນ ເຢຣູຊາເລັມ ເອີຍ ບັດນີ້ນອນຢຽດຢູ່ດຽວດາຍ ຄັ້ງໜຶ່ງເປັນນະຄອນທີ່ມິປະຊາຊົນໜາແໜ້ນ ແລະ ຄັ້ງໜຶ່ງນັ້ນ ກໍໄດ້ຮັບກຽດຈາກຊາວໂລກາ ແຕ່ມາບັດນີ້ ເຈົ້າພັດເປັນດັ່ງແມ່ໝ້າຍ; ເຈົ້າເປັນເຈົ້າຍິງໃນທ່າມກາງເມືອງທັງຫລາຍ ແຕ່ບັດນີ້ຖືກລົດ ກຽດລົງ ຕົກເປັນທາດ ສາແລ້ວ.
\v 2 ນາງຈຶ່ງ ຮ້ອງໄຫ້ ຕະຫລອດທັງຄືນ ນາໍ້ຕາຫລັ່ງໄຫລ ຖ້ວມລົງອາບແກ້ມ. ເພື່ອນຝູງໃນອະດີດ ກໍບໍ່ ເຫລືອເພື່ອປອບໃຈ ບັດນີ້ພັນທະມິດຕ່າງ ກໍ ຫັກຫລັງຕໍ່ສູ້ນາງແລ້ວ.
\s5
\v 3 ຊາວຢູດາ ຕົກເປັນທາດ ຂາດຜູ້ຊ່ວຍເຫລືອ ທັງຖືກບັງຄັບໃຫ້ໜີຫ່າງໄກ ຈາກເມືອງບ້ານ. [ກ] ພວກເຂົາອາໄສຢູ່ໃນແດນອື່ນ ບໍ່ມີບ່ອນເປັນຂອງຕົນເອງ ຖືກອ້ອມດ້ວຍ ສັດຕູ ບໍ່ມີທາງທີ່ຈະປົບໜີໄປໄດ້.
\s5
\v 4 ບັດນີ້ ຈຶ່ງບໍ່ມີຜູ້ໃດມາເຝົ້າຍັງພຣະວິຫານ ເພື່ອນະມັດສະການ ໃນມື້ສັກສິດ ຕ່າງໆ. ຍິງສາວເຄີຍຮ້ອງເພງຢູ່ທີ່ນັ້ນ ກໍທົນ ທຸກຄືກັນ ບັນດາປະໂຣຫິດ ມີແຕ່ຮ້ອງຄວນຄາງ ທັງສິ້ນ. ປະຕູທາງເຂົ້ານະຄອນ ກໍຫວ່າງເປົ່າ ພູເຂົາຊີໂອນ ກໍໂສກເສົ້າ ເຈັບປວດ ໃນຊີວີ.
\v 5 ພວກສັດຕູໄດ້ເປັນ ນາຍເໜືອນາງ ພວກເຂົາໄດ້ຢຶດເອົານາງ ໃຫ້ ຢູ່ໃຕ້ອໍານາດ ຍ້ອນນາງເຮັດບາບ ຈຶ່ງໃຫ້ນາງ ທົນທຸກ ລູກໆຂອງນາງນັ້ນ ຕ່າງກໍຖືກຈັບໄປ.
\s5
\v 6 ເປັນພຽງແຕ່ອະດີດ ທີ່ນະຄອນ ເຢຣູຊາເລັມ ຮຸ່ງເຮືອງ ພວກເຈົ້ານາຍຂອງນາງ ກໍອ່ອນແຮງ ດັ່ງກວາງ ທີ່ອຶດຢາກ ຊຶ່ງກາໍ ລັງທີ່ຕົນມີຢູ່ນັ້ນ ພວມຈະໝົດໄປ ໃນຂະນະທີ່ ປົບໜີຈາກນາຍພານ ຕາມລ່າ.
\s5
\v 7 ບັດນີ້ ເມື່ອຕົກຢູ່ໃນສະພາບ ຮົກຮ້າງ ເພພັງ ນະຄອນເຢຣູຊາເລັມ ກໍຄິດເຖິງ ສິ່ງຮຸ່ງເຮືອງໃນອະດີດ. ເມື່ອຢູ່ໃນກໍາມື ຂອງສັດຕູ ນັ້ນ ກໍບໍ່ມີຜູ້ໃດຊ່ວຍຊູ ຜູ້ທີ່ຊະນະ ເພາະຕົນ ຫລົ້ມຈົມ ກໍຫົວຂວັນໃສ່ຊໍ້າ.
\s5
\v 8 ກຽດສັກສີ ທີ່ເຄີຍມີນັ້ນ ກໍສູນສິ້ນໝົດໄປ ນາງເປືອຍຕົວ ແລະ ຖືກຄົນດູໝິ່ນປະໝາດ. ນາງຄໍ່າຄວນ ແລະ ລີ້ໜ້າດ້ວຍຄວາມອັບອາຍ ນະຄອນເຢຣູຊາເລັມ ເປັນມົນທິນ ດ້ວຍຕົນເຮັດບາບ.
\v 9 ມົນທິນຂອງນາງ ນັ້ນ ເບິ່ງເຫັນໄດ້ງ່າຍດາຍ ແຕ່ນາງບໍ່ຫ່ວງໃຍ ນາໍຊາຕາກາໍ ຂອງຕົນຈັກດີ້. ນາງລົ້ມແຮງໂພດ ຈົນບໍ່ມີຜູ້ໃດສາມາດປອບໃຈ ຂ້າແດ່ ອົງພຣະຜູ້ເປັນເຈົ້າ ໂຜດເມດຕາ ເພາະສັດຕູ ຂອງນາງ ໄດ້ຊະນະ.
\s5
\v 10 ພວກສັດຕູເຂົ້າມາປຸ້ນ ມາລັກເອົາ ຊັບສົມບັດທັງໝົດ ທີ່ນາງມີຢູ່ນັ້ນ. ນາງໄດ້ ເຫັນ ພວກສັດຕູ ເຂົ້າໄປໃນ ພຣະວິຫານ ທີ່ ພຣະເຈົ້າຫ້າມປາມ ບໍ່ໃຫ້ຄົນຕ່າງຊາດເຂົ້າ.
\s5
\v 11 ປະຊາຊົນຄໍ່າຄວນ ຂະນະທີ່ຊອກ ຫາຢູ່ຫາກິນ ພວກເຂົາແລກປ່ຽນຊັບສິນ ກັບ ອາຫານ ໃຫ້ມີຊີວິດຢູ່. ຊາວເມືອງ ຮ້ອງຂຶ້ນວ່າ, “ຂ້າແດ່ ອົງພຣະຜູ້ເປັນເຈົ້າ ຂໍຊົງໂຜດ ຫລຽວເບິ່ງດ້ວຍ! ເບິ່ງວ່າ ຍາກຈົນ ເທົ່າໃດ. ”
\v 12 ນາງຮ້ອງໃສ່ ທຸກຄົນຜ່ານໄປ ວ່າ, “ເບິ່ງຂ້ອຍແດ່ [ຂ] ບໍ່ມີຜູ້ໃດ ທີ່ເຈັບປວດ ເໝືອນດັ່ງຂ້ອຍເປັນ ຄວາມເຈັບປວດທີ່ອົງ ພຣະຜູ້ເປັນເຈົ້າ ໄດ້ນໍາມາໃຫ້ຂ້ອຍ ໄດ້ຮັບ ຄາວ ທີ່ພຣະອົງໂກດຮ້າຍ.
\s5
\v 13 ພຣະອົງໄດ້ສົ່ງໄຟ ຈາກເບື້ອງເທິງລົງມາ ເປັນໄຟ ທີ່ລຸກໄໝ້ ຢູ່ພາຍໃນຈິດໃຈ ຂ້ອຍ. ພຣະອົງໄດ້ຫ້າງແຮ້ວໃສ່ຂ້ອຍ ແລະ ເຮັດໃຫ້ລົ້ມລົງ ກັບພື້ນດິນ ປະຖິ້ມຂ້ອຍໃຫ້ ເຈັບປວດ ຢູ່ຢ່າງນັ້ນ.
\v 14 ພຣະອົງບັນທຶກທຸກການບາບ ທີ່ຂ້ອຍໄດ້ ເຮັດມາ ແລ້ວກໍມັດ ທັງໝົດລວມເຂົ້າ ໃສ່ກັນໄວ້; ພຣະອົງຫ້ອຍ ບາບເຫລົ່ານັ້ນ ໃສ່ໄວ້ເທິງຄໍ ຂ້ອຍຈຶ່ງອ່ອນເພຍເພາະບາບກາໍ ນັ້ນໜັກໂພດ. ພຣະເຈົ້າຢາເວ ມອບຂ້ອຍໃຫ້ເຫລົ່າສັດຕູ ແລະ ຂ້ອຍກໍບໍ່ມີຜູ້ໃດ ຊ່ວຍຂ້ອຍຕໍ່ສູ້ພວກເຂົາໄດ້.
\s5
\v 15 ພຣະອົງໄດ້ ຫົວເຍີ້ຍ ທະຫານ ຂອງຂ້ອຍທັງໝົດ ສົ່ງກອງທັບມາ ທາໍລາຍ ພວກ ຊາຍໜຸ່ມຂອງຂ້ອຍ. ພຣະອົງໄດ້ຢຽບຢໍ່າ ປະຊາຊົນຂອງຂ້ອຍລົງ ດັ່ງໝາກອະງຸ່ນ ຢູ່ໃນ ໂຮງ ບີບເຫລົ້າອະງຸ່ນນັ້ນ.
\s5
\v 16 ເຫດສະນັ້ນແຫລະ ຂ້ອຍຈຶ່ງຮ້ອງໄຫ້ ອອກມາ ຈົນເບົ້າຕາ ທັງສອງ ນອງດ້ວຍນາໍ້ ຕາທັງສິ້ນ. ບໍ່ມີຜູ້ໃດອອຍໃຈຂ້ອຍໄດ້ ບໍ່ມີຜູ້ ໃດໃຫ້ກາໍລັງໃຈ ສັດຕູໄດ້ຊະນະຂ້ອຍ ປະຊາຊົນບໍ່ເຫລືອຫຍັງຈັກດີ້.
\v 17 ຂ້ອນເດ່ ມືອອກເພື່ອວິ້ງວອນໃຫ້ ຄົນຊ່ວຍເຫລືອ ແຕ່ ກໍບໍ່ມີຜູ້ໃດ ຊ່ວຍເຫລືອຂ້ອຍໄດ້. ພຣະເຈົ້າ ໄດ້ເອີ້ນໃຫ້ສັດຕູມາ ຕໍ່ສູ້ຂ້ອຍທຸກທິດທາງ ພວກເຂົາເຮັດຕໍ່ຂ້ອຍ ດັ່ງເຮັດກັບ ສິ່ງທີ່ເປິເປື້ອນ.
\s5
\v 18 ແຕ່ອົງພຣະຜູ້ເປັນເຈົ້າ ຊົງຊອບທາໍ ເພາະຂ້ອຍບໍ່ໄດ້ເຊື່ອຟັງພຣະອົງ ຈຶ່ງເປັນຢູ່ຢ່າງນີ້. ຈົ່ງຟັງຂ້ອຍເທີ້ນ ປະຊາຊົນທົ່ວທຸກບ່ອນ ເອີຍ ຈົ່ງຫລຽວເບິ່ງດູ ຄວາມເຈັບປວດຂອງຂ້ອຍ. ຊາຍໜຸ່ມ ແລະ ຍິງສາວ ທີ່ຂ້ອຍມີຢູ່ ທັງໝົດກໍຖືກຈັບໄປ ເປັນຊະເລີຍ ທັງສິ້ນ.
\v 19 ຂ້ອຍໄດ້ເອີ້ນຫາ ໝູ່ເພື່ອນທີ່ເຄີຍຮັກແພງກັນ ແຕ່ພວກເຂົາບໍ່ຍອມໃຫ້ຄວາມຊ່ວຍເຫລືອແກ່ຂ້ອຍ. ພວກປະໂຣຫິດ ແລະ ຜູ້ນາໍ ກໍລົ້ມຕາຍທາງໃນເມືອງ ຂະນະທີ່ ພວກເຂົາ ຊອກຫາ ອາຫານກິນໃຫ້ມີຊີວິດຢູ່.
\s5
\v 20 ຂ້າແດ່ ອົງພຣະຜູ້ເປັນເຈົ້າ ຂໍຊົງໂຜດ ເບິ່ງຂ້ານ້ອຍດ້ວຍ ເຈັບປວດ ແລະ ທຸກໃຈ ເຫລືອທີ່ຈະກ່າວ ຫົວໃຈຂ້ານ້ອຍ ເຈັບປວດ ເພາະມີບາບໜາ ຄົນຂ້າກັນ ຕາມຖະໜົນ ມີ ຄົນຕາຍ ທີ່ເຮືອນດ້ວຍ.
\s5
\v 21 ໂຜດຟັງ [ຄ] ຄໍາຄໍ່າຄວນດ້ວຍ ເພາະ ຂາດຜູ້ອອຍໃຈ ສັດຕູຕ່າງກໍດີໃຈ ທີ່ພຣະອົງ ນາໍໄພພິບັດມາ ຖືກຂ້ານ້ອຍ. ຂໍໂຜດນາໍ [ງ] ເອົາມື້ທີ່ພຣະອົງ ສັນຍານັ້ນ ມາສາ ແລະ ໂຜດໃຫ້ພວກສັດຕູ ຖືກທໍລະມານດ້ວຍເຖີດ.
\v 22 ໂຜດປະນາມ ຄວາມຊົ່ວຮ້າຍ ຂອງ ພວກເຂົາ ແດ່ແມ ໂຜດລົງໂທດພວກເຂົາ ດັ່ງທີ່ໄດ້ລົງໂທດຂ້ານ້ອຍນັ້ນ ຍ້ອນການບາບ ທີ່ຂ້ານ້ອຍ ໄດ້ກະທາໍມາ ຈຶ່ງທຸກຮ້ອນຫລາຍ ທັງຄໍ່າຄວນ ຢ່າງເຈັບປວດ.”
\s5
\c 2
\p
\v 1 ເພາະພຣະເຈົ້າຢາເວ ໂກດຮ້າຍ ຈຶ່ງໃຫ້ ຄວາມມືດຫຸ້ມຫໍ່ ພູເຂົາ ຊີໂອນ ຄວາມງົດງາມ ດັ່ງສະຫວັນຂອງພູເຂົາ ຊີໂອນ ພຣະອົງໄດ້ປ່ຽນໃຫ້ ເປັນບ່ອນຮົກຮ້າງ. ໃນມື້ທີ່ພຣະອົງ ໂກດຮ້າຍ ຕໍ່ສູ້ນະຄອນ ເຢຣູຊາເລັມ ພຣະອົງ ປະຖິ້ມ ແມ່ນແຕ່ພຣະວິຫານ ໃນມື້ນັ້ນ.
\v 2 ໃນທຸກໆ ໝູ່ບ້ານ ຂອງອານາຈັກ ຢູດາຍ ພຣະເຈົ້າຢາເວ ໄດ້ທາໍລາຍຢ່າງ ບໍ່ເມດຕາ ຈັກດີ້ ທັງປ້ອມລ້ອມ ກາໍແພງດ້ວຍ ທີ່ປ້ອງກັນ ດິນແດນ ໃຫ້ອານາຈັກ ກັບຜູ້ປົກຄອງ ຖືກອັບອາຍຂາຍໜ້າ.
\s5
\v 3 ດ້ວຍໃຈ ກີ້ວໂກດ ຊົງທັບມ້າງ ກາໍລັງອິດສະຣາເອນ ເມື່ອສັດຕູ ມາໂຈມຕີ ພຣະອົງ ກໍບໍ່ຍອມຊ່ວຍ. ພຣະອົງໄດ້ຕໍ່ສູ້ພວກເຮົາ ດ້ວຍຄວາມ ໂມໂຫ ດັ່ງໄຟ ເຜົາຜານ ພຣະອົງ ໄດ້ທາໍລາຍ ທຸກສິ່ງຖິ້ມ.
\v 4 ດັ່ງເປັນສັດຕູ ຜູ້ໜຶ່ງ ພຣະອົງແນລູກທະນູ ໃສ່ພວກເຮົາ ຜູ້ ທີ່ພວກເຮົາພໍໃຈ ແລະ ຍິນດີນາໍ ພຣະອົງກໍ ຂ້າຖິ້ມໝົດ. ຢູ່ໃນພຣະວິຫານ ຂອງ ພຣະອົງ ທີ່ນະຄອນ ເຢຣູຊາເລັມ ກໍເທຄວາມກີ້ວໂກດ ລົງໃສ່ ດັ່ງໄຟ ທີ່ເຜົາໄໝ້.
\s5
\v 5 ພຣະເຈົ້າຢາເວ ໄດ້ທາໍລາຍຊາດ ອິດສະຣາເອນ ດັ່ງເປັນສັດຕູຜູ້ໜຶ່ງ ພຣະອົງໄດ້ປ່ອຍໃຫ້ປ້ອມ ປ້ອງກັນເມືອງ ແລະ ຣາຊວັງ ຮົກຮ້າງ ເພພັງສິ້ນ. ພຣະອົງໄດ້ນາໍ ຄວາມໂສກເສົ້າມາສູ່ ຢູດາຍ ຄວາມທຸກໃຈ ບໍ່ ສຸດເປັນ ມາສູ່ປະຊາຊົນດ້ວຍ.
\v 6 ພຣະອົງ ໄດ້ທາໍລາຍ ພຣະວິຫານ ໃຫ້ໝຸ່ນທະລາຍ ຄື ບ່ອນທີ່ພວກເຮົາ ໃຊ້ນະມັດສະການ ພຣະເຈົ້າ ນອກນີ້ ອົງພຣະຜູ້ເປັນເຈົ້າ ບໍ່ໃຫ້ມີ ມື້ສັກສິດ ແລະ ວັນຊະບາໂຕ ກະສັດທັງປະໂຣຫິດ ດ້ວຍຄວາມຄຽດອັນເຄືອງໃຈ ຂອງ ພຣະອົງ.
\s5
\v 7 ອົງພຣະຜູ້ເປັນເຈົ້າ ບໍ່ຍອມຮັບແທ່ນບູຊາ ຂອງພຣະອົງ ແລະ ໄດ້ປະຖິ້ມພຣະວິຫານ ອັນບໍຣິສຸດດ້ວຍ; ພຣະອົງໃຫ້ສັດຕູ ທາໍລາຍ ກາໍແພງ ພຣະວິຫານ ພວກເຂົາ ໂຮຮ້ອງຍິນດີເພາະໄດ້ໄຊຊະນະ ຄື ໃນຄັ້ງໜຶ່ງ ນັ້ນ ເປັນບ່ອນທີ່ພວກເຮົາ ພາກັນ ນະມັດສະການ ຢ່າງຊົມຊື່ນຍິນດີລົ້ນ.
\s5
\v 8 ອົງພຣະຜູ້ເປັນເຈົ້າ ໄດ້ກາໍນົດໄວ້ ຢ່າງ ແນ່ນອນວ່າ ກາໍແພງ ທີ່ຕັ້ງ ພູເຂົາ ຊີໂອນ ຕ້ອງຖືກທາໍລາຍກ້ຽງ; ພຣະອົງວັດແທກ ໃຫ້ ແນ່ໃຈວ່າ ມັນຖືກທາໍລາຍໝົດ ບັດນີ້ ຫໍຄອຍ ແລະ ກາໍແພງ ກໍຫັກເພພັງ ລົງກ້ຽງ.
\v 9 ປະຕູກາໍແພງ ກໍລົ້ມ ແລະ ພັງລົງ ເປັນເສດຫິນ ກົງເຫລັກ ກໍຫັກຕົກລົງ ເປັນຊິ້ນ ໆ. ບັດນີ້ ກະສັດ ແລະ ຂຸນນາງ ກໍຖືກຈັບເປັນຊະເລີຍ ການສັ່ງສອນ ກົດບັນຍັດ ກໍບໍ່ມີຕໍ່ໄປອີກແລ້ວ ສ່ວນພວກຜູ້ທາໍນວາຍ ກໍບໍ່​ໄດ້ຮັບ
\s5
\v 10 ບັນດາຄົນເຖົ້າແກ່ ທີ່ຢູ່ໃນນະຄອນ ເຢຣູຊາເລັມ ຕ່າງ ກໍພາກັນ ນັ່ງກັບພື້ນດິນ ຢ່າງມິດງຽບ ໂດຍນຸ່ງຜ້າກະສອບເຂົ້າ ແລະ ເອົາຂີ້ດິນ ໂຮຍໃສ່ຫົວ ສ່ວນພວກຍິງສາວ ກໍ ພາກັນກົ້ມຫົວ ລົງກັບພື້ນ.
\s5
\v 11 ຂ້ອຍຮ້ອງໄຫ້ ຈົນຕາຕູບ ຕາໂປ ຢ່າງ ອິດອ່ອນ ຂ້ອຍເຈັບປວດຍ້ອນ ເພາະເມື່ອຍອ່ອນ ໃນຈິດໃຈ. ຂ້ອຍອິດອ່ອນ ຍ້ອນເສົ້າໂສກ ທີ່ປະຊາຊົນຖືກທໍາລາຍ ພວກເດັກນ້ອຍ ກໍລົ້ມລົງ ຕາມທາງດ້ວຍ.
\v 12 ພວກເຂົາພາກັນຮ້ອງຖາມ ແມ່ຂອງຕົນວ່າ, “ມີອາຫານ ຢູ່ທີ່ໃດແດ່ ພໍລູກໄດ້ກິນ. ” ຕາມ ຫົນທາງ ພວກເຂົາລົ້ມ ດັ່ງຄົນໄດ້ຮັບບາດເຈັບ ຄ່ອຍໆສິ້ນໃຈຕາຍ ໃນອ້ອມແຂນ ຂອງ ແມ່.
\s5
\v 13 ຂ້ອຍຈະເວົ້າ ຫຍັງໄດ້ແດ່? ໂອ ເຢຣູຊາເລັມ ເອີຍ ຈະອອຍໃຈເຈົ້າຢ່າງໃດ? ຜູ້ໃດແດ່ ທົນທຸກຢ່າງນີ້? ໄພພິບັດ ທີ່ເຈົ້າໄດ້ ຮັບບໍ່ມີຂອບເຂດ ດັ່ງມະຫາສະໝຸດ ບໍ່ມີຫວັງ ໃດໆ ທີ່ຈະປິ່ນປົວເຈົ້າໄດ້ສາແລ້ວ.
\v 14 ຜູ້ທາໍນວາຍ ຂອງ ພວກເຈົ້າ ບໍ່ມີຫຍັງ ກ່າວຈາ ນອກຈາກ ກ່າວຄໍາຫລອກລວງ ເທົ່ານັ້ນ; ພວກເຂົາ ເທດສະໜາ ຫລອກລວງ ບອກ ວ່າ, ການບາບເຈົ້າບໍ່ມີ ພວກເຂົາໃຫ້ເຈົ້າ ຄິດ ວ່າ ບໍ່ຈາໍເປັນຕ້ອງ ກັບໃຈໃໝ່.
\s5
\v 15 ຄົນຜ່ານ ນະຄອນໄປ ຕ່າງກໍເບິ່ງເຈົ້າ ຢ່າງຫຍໍ້ຫຍັນ ພວກເຂົາເບະສົບ ຫົວຂວັນ ທີ່ນະຄອນ ເພພັງ ຮົກຮ້າງ. ພວກເຂົາກ່າວ ວ່າ, “ນີ້ບໍທີ່ວ່າ ເປັນເມືອງ ທີ່ສວຍງາມ? ນະຄອນ ທະນົງໃຈ ທົ່ວທັງໂລກ? ”
\v 16 ສັດຕູ ດູຖູກ ເຈົ້າ ແລະ ຈ້ອງຕາເບິ່ງຢ່າງ ກຽດຊັງ ພວກເຂົາເບະສົບ ເວົ້າຫຍໍ້ຫຍັນ ໃສ່ເຈົ້າ ດັ່ງນີ້: “ພວກເຮົາໄດ້ທາໍລາຍ ມັນລົງແລ້ວເດ ນີ້ຄື ມື້ທີ່ພວກເຮົາລໍຄອຍ ຢາກເຫັນແຕ່ດົນແລ້ວ.”
\s5
\v 17 ອົງພຣະຜູ້ເປັນເຈົ້າ ໄດ້ກະທາໍການ ຕາມ ທີ່ພຣະອົງວາງແຜນ ໄວ້ແລ້ວ. ຖ້ອຍຄໍາ ຕັ້ງແຕ່ ດົນນານ ຂອງ ພຣະອົງ, ພຣະອົງໄດ້ເຮັດໃຫ້ສໍາເລັດແລ້ວ ຄື ທາໍລາຍຢ່າງ ບໍ່ມີຄວາມເມດຕາ ຕາມທີ່ພຣະອົງ ໄດ້ບອກ. ພຣະອົງໃຫ້ເຫລົ່າສັດຕູ ໄດ້ໄຊຊະນະພວກເຮົາ ແລະ ໃຫ້ພວກເຂົາດີໃຈ ທີ່ໄດ້ເຫັນພວກເຮົາ ຫລົ້ມສະຫລາຍ.
\s5
\v 18 ໂອ ນະຄອນ ເຢຣູຊາເລັມ ເອີຍ ຈົ່ງສົ່ງ ສຽງຮ້ອງຫາ ອົງພຣະຜູ້ເປັນເຈົ້າ ເຖີດ ຈົ່ງໃຫ້ ກາໍແພງເມືອງ ຮ້ອງຫາ ອົງພຣະຜູ້ເປັນເຈົ້າ [ຈ] ຈົ່ງໃຫ້ນາໍ້ຕາຂອງເຈົ້າ ໄຫລດັ່ງສາຍນາໍ້ ທັງເວັນ ທັງຄືນ ເຈົ້າເອງກໍຊຸດໂຊມລົງ ເພາະ ໂສກເສົ້າ ຮ້ອງໄຫ້
\v 19 ຕະຫລອດທັງຄືນ ນັ້ນໃຫ້ເຈົ້າ ລຸກຂຶ້ນມາ ລຸກແລ້ວ ລຸກອີກ ຄໍ່າຄວນຫາ ອົງພຣະຜູ້ເປັນເຈົ້າ; ຈົ່ງເປີດໃຈເຈົ້າ ອອກ ຂໍໃຫ້ເມດຕາລູກເຈົ້າ ທັງຫລາຍ ຜູ້ທີ່ອຶດ ຫິວ ຕາຍຕາມແຈຫົນທາງ ທຸກເສັ້ນ.
\s5
\v 20 ຂ້າແດ່ ອົງພຣະຜູ້ເປັນເຈົ້າ ຂໍໂຜດເບິ່ງ ພວກທີ່ພຣະອົງ ພວມເຮັດໃຫ້ ທໍລະມານ ຢູ່ນັ້ນ ສົມຄວນບໍ ທີ່ພວກຜູ້ຍິງພາກັນກິນລູກ ທີ່ ພວກຕົນຮັກຫລາຍ ສົມຄວນບໍທີ່ພວກປະໂຣຫິດ ທັງຜູ້ທາໍນວາຍ ຈະຖືກຂ້າ ທີ່ພຣະວິຫານ.
\s5
\v 21 ບໍ່ວ່າ ຄົນໜຸ່ມ ຫລື ຄົນເຖົ້າ ກໍລົ້ມລົງ ຕາມຫົນທາງ ຊາຍໜຸ່ມ ຍິງສາວ ກໍຖືກສັດຕູ ຂ້າດ້ວຍດາບ. ໃນມື້ທີ່ພຣະອົງໂກດຮ້າຍ ພຣະອົງ ໄດ້ຂ້າພວກເຂົາ ເປັນການຂ້າໝູ່ ໂດຍບໍ່ເມດຕາ ຈັກດີ້.
\v 22 ພຣະອົງໄດ້ ເຊີນ ໃຫ້ເຫລົ່າສັດຕູ ມາງານລ້ຽງ ຄື ນາໍເອົາຄວາມຢ້ານໃຫຍ່ ອ້ອມຂ້ານ້ອຍໄວ້ ໃນມື້ທີ່ອົງພຣະ ຜູ້ເປັນເຈົ້າ ໂກດຮ້າຍນັ້ນ ບໍ່ມີຜູ້ໃດ ໜີໄປໄດ້ເລີຍ ພວກເຂົາໄດ້ຂ້າ ລູກໆ ທີ່ຂ້ານ້ອຍຮັກ ລ້ຽງດູ ມານັ້ນ.
\s5
\c 3
\p
\v 1 ຂ້ອຍ ຄື ຜູ້ໜຶ່ງ ທີ່ຮູ້ວ່າ ຖືກລໍາບາກ ເປັນຢ່າງໃດ ຖືກລໍາບາກ ເພາະພຣະເຈົ້າ ໄດ້ລົງໂທດ.
\v 2 ພຣະອົງໄດ້ຊຸກຂ້ອຍ ໃຫ້ອອກໜ້າຍ່າງ ໄປໃນມືດ ແຕ່ບໍ່ແມ່ນໃນແຈ້ງ
\v 3 ແລະ ໄດ້ຕົບຕີຂ້ອຍ ຫລາຍເທື່ອ ຫລາຍທີ ໂດຍ ບໍ່ມີຄວາມເມດຕາປານີ ຕໍ່ຂ້ອຍ.
\v 4 ພຣະອົງໄດ້ໃຫ້ ເນື້ອໜັງຂອງຂ້ອຍ ເຖົ້າແກ່ ຂຶ້ນ ກະດູກທັງຫລາຍຂອງຂ້ອຍ ພຣະອົງໄດ້ ຫັກແຕກໄປ.
\s5
\v 5 ພຣະອົງໄດ້ຂັງຂ້ອຍໄວ້ ໃນບ່ອນທີ່ມີຄວາມລໍາບາກໜັກ ແລະ ຄວາມເຈັບປວດ.
\v 6 ພຣະອົງໄດ້ບັງຄັບຂ້ອຍ ໃຫ້ອາໄສຢູ່ໃນ ບ່ອນມືດມິດ ເໝືອນຢ່າງຄົນທັງຫລາຍ ທີ່ໄດ້ ຕາຍ ແຕ່ດົນແລ້ວ.
\v 7 ພຣະອົງໄດ້ເອົາໂສ້ ລ່າມຂ້ອຍ ໄວ້ເປັນຢ່າງດີ ເປັນນັກໂທດ ທີ່ບໍ່ ມີຫວັງປົບໜີໄປໄດ້.
\v 8 ຂ້ອຍຮ້ອງຫາ ຜູ້ຊ່ວຍເຫລືອ ສຽງດັງ ໆ ແຕ່ພຣະເຈົ້າ ບໍ່ຟັງ ສຽງຮ້ອງ ຂອງຂ້ອຍ;
\s5
\v 9 ເມື່ອຂ້ອຍ ຍ່າງຍ້າຍ ກໍຍ່າງ ໂຊເຊ ໄປ ຫັນໄປ ທາງໃດ ກໍມີແຕ່ ກາໍແພງ ຫິນຕັນໄວ້.
\v 10 ພຣະອົງໄດ້ຄອຍຖ້າ ຈັບຂ້ອຍ ດັ່ງໂຕໝີ ແລະ ລີ້ໂດດຄຸບໃສ່ ໂດຍໄວ ເໝືອນສິງ ໂຕໜຶ່ງ.
\v 11 ພຣະອົງຕາມໄລ່ຂ້ອຍ ໃຫ້ອອກຈາກ ຫົນທາງ ຈີກເນື້ອ ເປັນຕ່ອນໆ ແລ້ວກໍປະຖິ້ມຂ້ອຍໄວ້.
\s5
\v 12 ພຣະອົງ ກົ່ງໜ້າທະນູ ແລະ ຍິງລູກທະນູ ຂອງພຣະອົງ ໃສ່ຂ້ອຍ ແລະ ເຮັດ ໃຫ້ຂ້ອຍ ເປັນເປົ້າ ລູກທະນູ ນັ້ນ.
\v 13 ພຣະອົງຍິງໃສ່ ຖືກໜ້າເອິກ ຊອດຫົວໃຈ ດ້ວຍລູກທະນູ ຊຶ່ງພຣະອົງມີໃນບັ້ງ
\v 14 ຄົນ ທັງຫລາຍ ຫົວຂວັນຂ້ອຍ ຕະຫລອດ ທັງວັນ ຂ້ອຍຈຶ່ງເປັນຕົວຕະຫລົກ ໃຫ້ພວກເຂົາເວົ້າ ເຍາະເຍີ້ຍ.
\v 15 ພຣະອົງໃຫ້ຈິດໃຈຂ້ອຍ ເຕັມແຕ່ ຄວາມຂົມຂື່ນ ໃຫ້ໂສກເສົ້າຫງອຍເຫງົາ ຕະຫລອດເວລາ.
\s5
\v 16 ພຣະອົງ ໄດ້ເອົາໜ້າຂ້ອຍ ຖູໃສ່ພື້ນ ດິນ ແລະ ໃຊ້ກ້ອນຫິນ ທຸບແຂ້ວຂ້ອຍ.
\v 17 ຈິດໃຈຂ້ອຍ ຂາດສັນຕິສຸກ ຈົນຫລົງລືມໄປ ວ່າ ຄວາມສຸກນັ້ນເປັນຢ່າງໃດແທ້.
\v 18 ຂ້ອຍບໍ່ຄິດວ່າ ຈະມີຊີວິດຢູ່ຕໍ່ໄປ ດົນນານ ຄວາມຫວັງໃນອົງພຣະຜູ້ເປັນເຈົ້າ ບໍ່ມີສາແລ້ວ.
\s5
\v 19 ເມື່ອຄິດເຖິງ ຄວາມເຈັບປວດ ທັງ ຂາດທີ່ພັກອາໄສ ຈິດໃຈຂ້ອຍກໍເຕັມດ້ວຍ ຢາພິດ ອັນຂົມຂື່ນ;
\v 20 ຂ້ອຍຄິດເຖິງ ເລື່ອງນີ້ ຢ່າງບໍ່ສິ້ນສຸດເປັນ ແລະ ຈິດວິນຍານຂ້ອຍ ກໍໝອງເສົ້າ.
\v 21 ແຕ່ວ່າຂ້ອຍນັ້ນຍັງ ມີຄວາມຫວັງ ເມື່ອຂ້ອຍຄິດເຖິງວ່າ ຍັງມີຢູ່ສິ່ງໜຶ່ງ:
\s5
\v 22 ຄວາມຮັກຂອງອົງພຣະຜູ້ເປັນເຈົ້າ ອັນບໍ່ສິ້ນສຸດເປັນ ແລະ ພຣະເມດຕາກໍຍັງດໍາລົງ ຄົງຢູ່
\v 23 ຊຶ່ງທຸກໆເຊົ້າ ກໍສົດຊື່ນເບີກບານ ແລະ ແນ່ນອນເໝືອນ ດັ່ງຕາເວັນຂຶ້ນ.
\v 24 ອົງພຣະຜູ້ເປັນເຈົ້າ ເປັນທຸກໆ ສິ່ງທີ່ຂ້ອຍມີ ສະນັ້ນ ຂ້ອຍຈຶ່ງຝາກຄວາມຫວັງໄວ້ ໃນພຣະເຈົ້າ.
\s5
\v 25 ອົງພຣະຜູ້ເປັນເຈົ້າ ດີຕໍ່ທຸກໆຄົນ ຄື ຕໍ່ ຜູ້ທີ່ໄວ້ວາງໃຈ ໃນພຣະອົງນັ້ນ.
\v 26 ສະນັ້ນ ຈຶ່ງເປັນສິ່ງດີເລີດ ທີ່ຄອຍຖ້າຢ່າງອົດທົນ ຄື ຄອງຄອຍພຣະອົງ ມາຊ່ວຍພວກເຮົາໃຫ້ພົ້ນ
\v 27 ເປັນການດີເລີດ ທີ່ຮຽນຮູ້ເອົາຄວາມ ອົດທົນ ໃນເວລາທີ່ພວກເຮົາ ຍັງໜຸ່ມແໜ້ນຢູ່.
\v 28 ເມື່ອພວກເຮົາໄດ້ຮັບຄວາມທົນທຸກ ທໍລະມານ ກໍຄວນນັ່ງຢູ່ຄົນດຽວ ອົດທົນຢ່າງ ມິດງຽບ;
\v 29 ພວກເຮົາຄວນກົ້ມຂາບ ນອບນ້ອມຍອມຟັງ ເພາະຍັງຫວັງວ່າ ຜູ້ໜຶ່ງຈະມາ ຊ່ວຍ.
\s5
\v 30 ເຖິງວ່າ ພວກເຮົາຖືກຂ້ຽນ ແລະ ຫຍໍ້ຫຍັນກໍຕາມ ກໍຄວນຍອມຮັບເອົາ ທຸກໆສິ່ງນັ້ນ.
\v 31 ພຣະເຈົ້າ ຢາເວ ເຕັມໄປດ້ວຍຄວາມ ເມດຕາ ແລະ ຈະບໍ່ປະຖິ້ມພວກເຮົາໄປ ຕະຫລອດ.
\v 32 ພຣະອົງອາດເຮັດໃຫ້ ພວກເຮົາໂສກເສົ້າເສຍໃຈ ແຕ່ຄວາມຮັກ ຂອງພຣະອົງ ກໍໝັ້ນຄົງແນ່ແທ້.
\v 33 ພຣະອົງບໍ່ພໍໃຈ ທີ່ໄດ້ເຮັດໃຫ້ ພວກເຮົາ ເສຍໃຈ ຫລື ໃຫ້ພວກເຮົາໄດ້ເຈັບປວດ ແລະ ໂສກເສົ້າ.
\s5
\v 34 ເມື່ອຈິດວິນຍານ ພວກເຮົາເຈັບປວດ ເພາະຖືກຢຽບຢໍ່າຢູ່ໃນຄຸກມືດ;
\v 35 ເມື່ອຄົນອື່ນບໍ່ຍອມຮັບເອົາສິດທີ່ພຣະອົງໂຜດ ປະທານ ໃຫ້ພວກເຮົານັ້ນ.
\v 36 ເມື່ອຄວາມ ຍຸດຕິທາໍ ຖືກໃຊ້ໃນທາງຜິດທີ່ສານ ພຣະເຈົ້າຢາເວ ຂອງພວກເຮົາກໍຮູ້.
\s5
\v 37 ບໍ່ມີຜູ້ໃດ ເຮັດສິ່ງໜຶ່ງສິ່ງໃດ ໄດ້ເລີຍ ຖ້າພຣະເຈົ້າຢາເວ ເອງບໍ່ປະສົງໃຫ້ເຮັດ. [ສ]
\v 38 ບໍ່ວ່າດີ ຫລື ຊົ່ວ ກໍບໍ່ຫ່ອນເກີດຂຶ້ນມາ ຖ້າພຣະອົງບໍ່ອະນຸຍາດ ໃຫ້ເກີດຂຶ້ນ.
\v 39 ເມື່ອຖືກລົງໂທດ ຍ້ອນບາບ ທີ່ພວກເຮົາໄດ້ ກະທໍາ ເປັນຫຍັງພວກເຮົາ ຈຶ່ງມັກຈົ່ມຮ້າຍ? [ຊ]
\s5
\v 40 ຂໍໃຫ້ພວກເຮົາສໍາຫລວດ ທາງຊີວິດ ຂອງພວກເຮົາ ແລະ ຫັນກັບຄືນມາຫາ ອົງພຣະຜູ້ເປັນເຈົ້າ.
\v 41 ຂໍໃຫ້ພວກເຮົາ ເປີດຈິດໃຈອອກ ແລະ ພາວັນນາ ອະທິຖານ ຫາ ພຣະເຈົ້າ ທີ່ຟ້າສະຫວັນ ວ່າ,
\v 42 “ຂ້າແດ່ ອົງພຣະຜູ້ເປັນເຈົ້າ ພວກຂ້ານ້ອຍໄດ້ເຮັດ ບາບ ແລະ ເປັນກະບົດ ແຕ່ພຣະອົງບໍ່ໄດ້ຍົກ ໂທດໃຫ້
\v 43 ພຣະອົງໄດ້ຕາມສັງຫານຂ້ານ້ອຍທັງຫລາຍ ພຣະເມດຕາ ກໍຖືກສັບຊ້ອນ ໂດຍ ພຣະໂກດຮ້າຍ
\s5
\v 44 ຄໍາພາວັນນາ ອະທິຖານ ຂອງພວກ ຂ້ານ້ອຍ ຂຶ້ນໄປບໍ່ເຖິງຍ້ອນ ຄວາມຮ້າຍຂອງ ພຣະອົງ ຕຶບໜາ ດັ່ງກ້ອນເມກ.
\v 45 ພຣະອົງເຮັດໃຫ້ພວກຂ້ານ້ອຍ ເປັນສິ່ງເສດເຫລືອ ຂີ້ເຫຍື້ອຖືກຖິ້ມໄປ ໃນທ່າມກາງ ຊົນຊາດອື່ນໆ.
\v 46 ພວກຂ້ານ້ອຍ ຖືກໝິ່ນປະໝາດນິນທາ ຈາກເຫລົ່າສັດຕູ ທີ່ຕໍ່ສູ້ ພວກ ຂ້ານ້ອຍນັ້ນ.
\v 47 ພວກຂ້ານ້ອຍ ໄດ້ຖືກພິນາດ ແລະ ຈິບຫາຍ ໃຊ້ຊີວິດຢູ່ໃນບ່ອນ ອັນຕະລາຍ ແລະ ຢ້ານ.
\s5
\v 48 ນາໍ້ຕາຂ້ານອ້ ຍ ໄຫລຫລັ່ງດັ່ງສາຍທາລາ ເພາະປະຊາຊົນຂອງຂ້ານ້ອຍ ຖືກທາໍ ລາຍ.
\v 49 ນາໍ້ຕາຂ້ານ້ອຍ ໄຫລຫລັ່ງບໍ່ຂາດສາຍ ແລະ ກໍປະຕິເສດ ການປອບໃຈ ໃດໆ ທັງສິ້ນ.
\v 50 ຈົນກວ່າ ພຣະອົງຫລຽວເບິ່ງມາຈາກສະຫວັນ ແລະ ເຫັນພວກຂ້ານ້ອຍ ຖືກການລໍາບາກ.
\s5
\v 51 ຈິດໃຈຂ້ານ້ອຍ ເປັນທຸກໜັກໜາ ເມື່ອເຫັນສິ່ງທີ່ເກີດຂຶ້ນ ກັບຜູ້ຍິງ ຂອງເມືອງນັ້ນ.
\v 52 ຂ້ານ້ອຍເປັນດັ່ງນົກທີ່ຖືກແຮ້ວ ຂອງ ສັດຕູ ຜູ້ທີ່ບໍ່ມີເຫດຜົນກຽດຊັງຂ້ານ້ອຍໄດ້.
\v 53 ພວກເຂົາໂຢນຂ້ານ້ອຍ ລົງໃນຂຸມທັງເປັນ ແລະ ເອົາຫິນອັດປາກ ຂອງ ຫລຸມນັ້ນໄວ້.
\v 54 ນໍ້າເລີ່ມໄຫລຖ້ວມຂ້ານ້ອຍ ຂຶ້ນໄປ ຄິດວ່າ ຄວາມຕາຍໃກ້ເຂົ້າມາສາແລ້ວ.
\s5
\v 55 ຂ້າແດ່ ອົງພຣະຜູ້ເປັນເຈົ້າ ຂ້ານ້ອຍ ຮ້ອງຫາພຣະອົງ ຄໍ່າຄວນຮ້ອງຂໍ ຈາກພື້ນ ຫລຸມເລິກ
\v 56 ເມື່ອຂ້ານ້ອຍຮ້ອງຂໍນັ້ນ ພຣະອົງກໍໄດ້ຍິນ ຍິນສຽງຮ້ອງທູນຂໍ ຂອງຂ້ານ້ອຍແລ້ວ.
\v 57 ພຣະອົງໄດ້ຕອບ ແລະ ບອກຂ້ານ້ອຍ ມາວ່າ, “ຢ່າຢ້ານກົວເລີຍ.”
\s5
\v 58 ຂ້າແດ່ ພຣະເຈົ້າ ຢາເວ ພຣະອົງໄດ້ມາ ຊ່ວຍກູ້ເອົາ ທັງມາຊ່ວຍຊູ ເອົາຊີວິດຂອງຂ້ານ້ອຍໄວ້.
\v 59 ຈົ່ງຕັດສິນຂ້ານ້ອຍ ດ້ວຍຄວາມເມດຕາ ສາ ພຣະອົງຮູ້ເຖິງຄວາມຜິດ ທີ່ມີຕໍ່ສູ້ຂ້ານ້ອຍນັ້ນ.
\v 60 ພຣະອົງຮູ້ວ່າ ສັດ ຕູກຽດຊັງຂ້ານ້ອຍ ສໍ່າໃດ ແລະ ວາງອຸບາຍ ຕໍ່ສູ້ຂ້ານ້ອຍ ຢ່າງໃດດ້ວຍ.
\v 61 ຂ້າແດ່ ອົງພຣະຜູ້ເປັນເຈົ້າ ພຣະອົງໄດ້ຍິນຄໍາເວົ້າ ປະໝາດ ພຣະອົງຮູ້ຈັກອຸບາຍ ທັງໝົດຂອງ ພວກເຂົາເຈົ້າ.
\s5
\v 62 ພວກເຂົາ ເວົ້າເລື່ອງຂ້ານ້ອຍ ຕະຫລອດ ທັງວັນ ແລະ ຮ່ວມກັນວາງແຜນ ຕໍ່ ສູ້ຂ້ານ້ອຍຢູ່.
\v 63 ບໍ່ວ່າລຸກ ຫລື ນັ່ງ ຕັ້ງແຕ່ ເຊົ້າ ຈົນເຖິງແລງ ພວກເຂົາແກ້ງຫຍໍ້ຫຍັນ ຂ້ານ້ອຍຢູ່ຕະຫລອດ.
\s5
\v 64 ຂ້າແດ່ ອົງພຣະຜູ້ເປັນເຈົ້າ ໂຜດລົງໂທດພວກເຂົາເທາະ ເພາະສິ່ງທີ່ພວກເຂົາ ໄດ້ກະທາໍນັ້ນ.
\v 65 ຈົ່ງສາບແຊ່ງ ພວກເຂົາ ໃຫ້ມີຈິດໃຈປຶກໜາ ແລະ ເຮັດໃຫ້ພວກເຂົາ ຜິດຫວັງຢູ່ຕະຫລອດ.
\v 66 ຈົ່ງຕາມລ່າ ຕາມກວາດລ້າງ ພວກເຂົາສາ ໃຫ້ຈິບຫາຍ ໄປຈາກ ຜືນແຜ່ນດິນໂລກ ຂອງ ອົງພຣະຜູ້ເປັນເຈົ້າ.
\s5
\c 4
\p
\v 1 ຄໍາທີ່ເຫຼື້ອມໃສ ແວວວັບ ໄດ້ຖືກມົວ ໝອງໄປ ຫິນຂອງພຣະວິຫານ ກໍແຕກ ກະຈາຍໄປ ເຕັມຫົນທາງ.
\v 2 ພວກຊາຍໜຸ່ມ ທີ່ເມືອງ ຊີໂອນ ນັ້ນປະເສີດ ເລີດລໍ້າ ດັ່ງຄໍາແກ່ພວກເຮົາ ແຕ່ບັດນີ້ ພວກເຂົາກໍນັບ ເປັນເໝືອນ ໝໍ້ດິນທາໍມະດາ ເທົ່ານັ້ນ.
\s5
\v 3 ແມ່ນແຕ່ ແມ່ໝາປ່າ ກໍຍັງລ້ຽງລູກມັນ ແຕ່ຄົນຂອງຂ້ອຍ ໂຫດຮ້າຍຕໍ່ລູກ ດັ່ງນົກກະຈອກເທດ.
\s5
\v 4 ພວກເຂົາ ປ່ອຍໃຫ້ລູກນ້ອຍ ອຶດເຂົ້າ ຫິວນໍ້າ ຈົນຕາຍ ເດັກນ້ອຍຂໍທານ ແຕ່ບໍ່ມີຜູ້ໃດ ເອົາອາຫານໃຫ້.
\v 5 ຄົນທີ່ເຄີຍກິນ ອາຫານ ອັນດີນັ້ນ ກໍຕາຍຫິວຢູ່ຕາມຖະໜົນ ຫົນທາງ ຄົນທີ່ໃຫຍ່ຂຶ້ນມາ ຢ່າງຟຸມເຟືອຍ ກໍ ຄົ້ນກິນອາຫານ ໃນກອງຂີ້ເຫຍື້ອ.
\s5
\v 6 ຄົນຂ້ອຍຖືກລົງໂທດ ໜັກກວ່າ ຊາວເມືອງ ໂຊໂດມ ຄື ຜູ້ທີ່ລົ້ມຕາຍ ກະທັນ ຫັນໂດຍສີມືພຣະເຈົ້າ.
\s5
\v 7 ົພວກເຈົ້າຊາຍ [ຍ] ທີ່ບໍຣິສຸດ ຜຸດຜ່ອງ ດັ່ງຫິມະຂາວ ມີແຮງ ແລະ ເຂັ້ມແຂງ ສຸຂະພາບ ດີເດັ່ນ.
\v 8 ບັດນີ້ ພວກເຂົາ ນອນຢຽດ ຕາມຖະໜົນ ບໍ່ມີຜູ້ຮູ້ຈັກໜ້າຕາ ພວກເຂົາກາໍ່ດໍາ ໃນຄວາມຕາຍທັງນັ້ນ; ສ່ວນ ເນື້ອໜັງພວກເຂົາເຈົ້າ ກໍຫ່ຽວແຫ້ງ ສໍ່າກັບ ຟືນ ຈ່ອຍຜອມຫລາຍ ຈົນເຫັນໜັງຕິດກະດູກ.
\s5
\v 9 ພວກທີ່ຕາຍ ໃນການສູ້ຮົບ ກໍດີກວ່າ ຕາຍທີຫລັງ ທີ່ຄ່ອຍໆ ຫິວຕາຍຂາດອາຫານ ກິນໃຫ້ມີຊີວິດຢູ່.
\v 10 ໄພພິບັດ ທີ່ມາເຖິງ ຄົນຂອງຂ້ອຍ ມີແຕ່ສິ່ງຢ້ານກົວ ແມ່ຜູ້ທີ່ຮັກ ລູກ ຮັກຜົວ ກໍຕົ້ມລູກຕົນເອງ ກິນໄດ້.
\s5
\v 11 ອົງພຣະຜູ້ເປັນເຈົ້າ ໄດ້ປ່ອຍໃຫ້ຄວາມ ໂກດຮ້າຍ ຂອງພຣະອົງ ອອກມາຢ່າງເຕັມ ກໍາລັງ ໂດຍໄດ້ດັງໄຟຈູດພູເຂົາ ຊີໂອນ ຈົນ ເມືອງໄໝ້ ເຜົາຜານຈຸພື້ນ.
\s5
\v 12 ແມ່ນແຕ່ ຜູ້ປົກຄອງຄົນຕ່າງຊາດ ທັງຄົນອື່ນໆກໍດີ ກໍບໍ່ເຊື່ອວ່າ ມີນັກຮຸກຮານ ບຸປະຕູນະຄອນ ເຢຣູຊາເລັມ ໄດ້.
\v 13 ແຕ່ ເຫດການນີ້ ໄດ້ເກີດຂຶ້ນແລ້ວ ເພາະບາບ ຂອງຜູ້ທາໍນວາຍ ໃນນະຄອນ ແລະ ບັນດາ ປະໂຣຫິດ ກໍມີຄວາມຜິດ ໃນຖານເຮັດໃຫ້ ຄົນບໍ່ຜິດຕ້ອງຕາຍຍ້ອນ.
\s5
\v 14 ພວກຜູ້ຄົນຍ່າງ ເຕະຝຸ່ນຕາມທາງ ໃນນະຄອນ ດັ່ງຄົນຕາບອດ ຍ່າງໄປມາ ລ້າ ໆ ຊຶ່ງມີຮອຍເລືອດ ຕິດຢູ່ຕາມເຄື່ອງນຸ່ງ ຈົນບໍ່ມີ ຜູ້ໃດ ກ້າຈັບບາຍພວກເຂົາ.
\v 15 ປະຊາຊົນ ຮ້ອງໃສ່ພວກເຂົາວ່າ, “ໜີໄປສາ ພວກເຈົ້າ ເປັນມົນທິນ ຢ່າສູ່ແຕະຕ້ອງຂ້ອຍ. ” ສະນັ້ນ ພວກເຂົາ ຈຶ່ງໄດ້ຊັດເຊພະເນຈອນ ໄປຈາກ ປະເທດນີ້ ສູ່ທີ່ອື່ນໄກ ຂາດການຕ້ອນຮັບ.
\s5
\v 16 ອົງພຣະຜູ້ເປັນເຈົ້າ ບໍ່ໄດ້ເປັນຫ່ວງ ພວກເຂົາ ອີກຕໍ່ໄປ ພຣະອົງເອງເປັນຜູ້ໃຫ້ພວກເຂົາ ແຕກກະຈັດກະຈາຍ. ພຣະອົງບໍ່ໄດ້ ເຫັນແກ່ໜ້າ ພວກປະໂຣຫິດ ທັງບໍ່ໃຫ້ຄວາມນັບຖື ຕໍ່ພວກຜູ້ປົກຄອງ ຂອງພວກເຂົາດ້ວຍ.
\s5
\v 17 ພວກເຮົາຫລຽວເບິ່ງ ຈົນອິດເມື່ອຍ ແຕ່ ບໍ່ເຫັນຄວາມຊ່ວຍເຫລືອໃດໆ ພວກເຮົາ ຄອງຄອຍ ຖ້າຄວາມຊ່ວຍເຫລືອ ຈາກ ປະເທດ ທີ່ບໍ່ມີຫຍັງຊ່ວຍໄດ້.
\v 18 ສັດຕູກາໍ ລັງຈອບເບິ່ງບາດຍ່າງພວກເຮົາ, ພວກເຮົາຍ່າງໄປມາ ແມ່ນແຕ່ ຕາມຫົນທາງ ກໍບໍ່ໄດ້. ມື້ ຂອງພວກເຮົານັ້ນ ມັນກໍສັ້ນເຂົ້າ ທຸກທີ, ວາລະສຸດທ້າຍຂອງພວກເຮົາ ມາເຖິງສາແລ້ວ.
\s5
\v 19 ພວກເຂົາ ໄດ້ໄລ່ຕິດຕາມ ພວກເຮົາ ວ່ອງໄວ ດັ່ງນົກອິນຊີ ທີ່ບິນລົງມາຈາກ ເວຫາ ສະກົດຮອຍ ຕາມພວກເຮົາຢູ່. ພວກເຂົາລົງ ມາຕາມເນີນ ເພື່ອຄອຍຈັບເອົາພວກເຮົາ ຢ່າງບໍ່ຮູ້ຕົວໃນຖິ່ນແຫ້ງແລ້ງ ກັນດານນັ້ນ.
\v 20 ພວກເຂົາ ຈັບເອົາຜູ້ທີ່ຊີ້ຂາດ ຊີວິດ ຂອງ ພວກເຮົາ ຄື ກະສັດຜູ້ທີ່ອົງພຣະຜູ້ເປັນເຈົ້າ ເອງໄດ້ເລືອກເອົານັ້ນ ຄື ຜູ້ທີ່ພວກເຮົາໄດ້ ໄວ້ວາງໃຈ ໃນຕົວເພິ່ນ ເພື່ອປົກປ້ອງພວກເຮົາ ຈາກພວກຮຸກຮານ.
\s5
\v 21 ຊາວ ເອໂດມ ແລະ ອູເສ ຈົ່ງຫົວ ເຍາະເຍີ້ຍ ຕໍ່ໄປ ຈົ່ງພາກັນດີໃຈ ໃນຍາມທີ່ພວກເຈົ້າດີໃຈໄດ້. ໄພພິບັດ ຂອງ ພວກເຈົ້າ ກໍກໍາລັງ ມາເຖິງ ຄືກັນ ພວກເຈົ້າຈະເປືອຍຕົວຍ່າງໂຊເຊ ອັບອາຍ ຄືກັນດອກ
\v 22 ພູເຂົາ ຊີໂອນ ໄດ້ຊົດໃຊ້ຄ່າບາບ ທີ່ຕົນໄດ້ກະທາໍ ພຣະເຈົ້າຈະບໍ່ໃຫ້ພວກເຮົາ ເປັນຊະເລີຍ ຕໍ່ໄປອີກ; ແຕ່ພຣະອົງຈະລົງໂທດເຈົ້າ ເອໂດມ ເອີຍພຣະອົງ ຈະເປີດເຜີຍ ການກະທໍາຜິດຂອງເຈົ້າ.
\s5
\c 5
\p
\v 1 ຂ້າແດ່ ອົງພຣະຜູ້ເປັນເຈົ້າ ໂຜດຈົດຈາໍ ສິ່ງທີ່ໄດ້ເກີດຂຶ້ນກັບ ພວກຂ້ານ້ອຍ ໂຜດ ຫລຽວເບິ່ງສາ ວ່າຖືກເສື່ອມເສຍ ຢ່າງໃດ ແລ້ວ.
\v 2 ຊັບສິນພວກຂ້ານ້ອຍ ກໍຢູ່ໃນກາໍ ມືຂອງຄົນແປກໜ້າ ໝົດຄົນຕ່າງຊາດ ອາໄສ ຢູ່ໃນເຮືອນ ພວກຂ້ານ້ອຍດ້ວຍ.
\v 3 ພໍ່ຂອງ ພວກຂ້ານ້ອຍ ໄດ້ຖືກສັດຕູ ສັງຫານ ບັດນີ້ ແມ່ພວກຂ້ານ້ອຍ ຕ່າງກໍເປັນໝ້າຍ.
\v 4 ພວກຂ້ານ້ອຍ ຕ້ອງຈ່າຍຄ່ານາໍ້ ທີ່ພວກຂ້ານ້ອຍກິນ ແລະ ຕ້ອງຊື້ຟືນທີ່ເອົາມາດັງໄຟນັ້ນ.
\s5
\v 5 ຖືກໄລ່ໄປ ດັ່ງລໍ ຫລື ອູດ ທີ່ແບກຂອງ ໜັກອິດເມື່ອຍ ອ່ອນແຮງ ແຕ່ກໍບໍ່ໄດ້ພັກຜ່ອນ.
\v 6 ເພື່ອຢາກມີອາຫານ ລ້ຽງຊີບ ໃຫ້ມີຊີວິດຢູ່ຕໍ່ໄປ ຕ້ອງໄປຂໍທານນາໍ ເອຢິບ ແລະ ອັດຊີເຣຍ ພຸ້ນ.
\v 7 ບັນພະບຸລຸດ ໄດ້ເຮັດບາບ ແຕ່ບັດນີ້ ເພິ່ນຕາຍໄປ ພວກຂ້ານ້ອຍ ທົນທຸກຍ້ອນການບາບ ຂອງ ພວກເພິ່ນ.
\s5
\v 8 ພວກຂ້ານ້ອຍ ຖືກປົກຄອງ ໂດຍຄົນຊົ່ວ ຄື ພວກທີ່ບໍ່ດີກວ່າ ທາດຮັບໃຊ້ ທັງຫລາຍ ແລະ ບໍ່ມີຜູ້ໃດຊ່ວຍ ພວກຂ້ານ້ອຍໃຫ້ພົ້ນໄພ ຈາກອໍານາດ ຂອງພວກເຂົາໄດ້.
\v 9 ພວກ ຂ້າຄົນກໍທ່ອງທ່ຽວ ໄປມາ ຕາມຊົນນະບົດ; ພວກຂ້ານ້ອຍ ສ່ຽງຊີວິດຫາອາຫານ ມາລ້ຽງ ທ້ອງ.
\v 10 ຄວາມອຶດຫິວ ເຮັດໃຫ້ເຈັບໄຂ້ ຮ້ອນ ທົ່ວທັງຕົວຈົນໜັງແດງ ດັ່ງເຕົາອົບທີ່ກາໍ ລັງຮ້ອນ.
\s5
\v 11 ເມຍພວກຂ້ານ້ອຍ ຖືກຂົ່ມຂືນ ທີ່ພູເຂົາ ຊີໂອນ ທັງພວກຜູ້ສາວທີ່ຢູ່ຕາມບ້ານຂອງຢູດາຍ ດ້ວຍ.
\v 12 ພວກເຈົ້ານາຍ ທັງຫລາຍ ກໍໄດ້ຖືກພວກເຂົາ ຈັບໄປແຂວນ ຄໍ ແມ່ນແຕ່ ຜູ້ເຖົ້າ ຜູ້ແກ່ ກໍບໍ່ມີຄົນນັບຖືດ້ວຍ.
\s5
\v 13 ຊາຍໜຸ່ມ ຕົກເປັນທາດຮັບໃຊ້ ແລະ ໂມ້ແປ້ງໃຫ້ພວກເຂົາ ເດັກຊາຍ ຍ່າງໂຊເຊ ຍ້ອນແບກມັດຟືນ ໜັກໜ່ວງ.
\v 14 ພວກ ເຖົ້າແກ່ ກໍບໍ່ໄດ້ນັ່ງທີ່ປະຕູເມືອງ ຕໍ່ໄປ ພວກ ຄົນໜຸ່ມ ກໍບໍ່ໄດ້ຫລິ້ນດົນຕຼີ ອີກດ້ວຍ.
\s5
\v 15 ການຟ້ອນລໍາ ຂອງພວກຂ້ານ້ອຍ ໄດ້ກາຍມາ ເປັນການຮ້ອງໄຫ້ໂສກເສົ້າ.
\v 16 ບໍ່ມີສິ່ງໃດ ເຫລືອໄວ້ໃຫ້ອວດອ້າງ ໄດ້ເລີຍ ພວກຂ້ານ້ອຍ ເຄີຍສ້າງບາບ ຈຶ່ງນາໍສະໜອງ ບັດນີ້.
\s5
\v 17 ຈິດໃຈພວກຂ້ານ້ອຍ ຈຶ່ງອິດອ່ອນຍ້ອນ ສິ່ງເຫລົ່ານີ້ ທັງໝົດທີ່ໄດ້ເກີດມາ ສາຍຕາ ພວກຂ້ານ້ອຍ ຈຶ່ງມົວລົງ ເບິ່ງຫຍັງເກືອບ ເຫັນບໍ່ໄດ້.
\v 18 ກໍຍ້ອນພູເຂົາ ຊີໂອນ ຕັ້ງຢູ່ ເປົ່າປ່ຽວ ວ່າງຄົນ ແລະ ເປັນບ່ອນພັກເຊົາ ຂອງ ພວກໝາປ່າ.
\s5
\v 19 ຂ້າແດ່ ອົງພຣະຜູ້ເປັນເຈົ້າ ແຕ່ພຣະອົງ ເປັນກະສັດ ສືບໄປ ພຣະອົງຈະປົກຄອງ ຕະຫລອດໄປ ເປັນນິດ.
\v 20 ເຫດໃດ ຈຶ່ງໄດ້ປະຖິ້ມ ພວກຂ້ານ້ອຍ ຢ່າງດົນນານ? ພຣະອົງຈະບໍ່ຈົດຈາໍ ພວກຂ້ານ້ອຍ ເລີຍບໍ?
\v 21 ໂຜດນາໍ ພວກຂ້ານ້ອຍ ດ້ວຍໃຫ້ກັບ ມາຫາພຣະອົງ ອີກແດ່ ແລະ ໂຜດປົວແປງ ຖານະ ເກົ່ານັ້ນ ໃຫ້ຄືນສູ່ສະພາບເດີມ ແດ່ ທ້ອນ.
\v 22 ຫລື ພຣະອົງໄດ້ປະຖິ້ມ ພວກ ຂ້ານ້ອຍ ສືບໄປຊັ້ນບໍ? ຄວາມໂກດຮ້າຍ ຂອງພຣະອົງບໍ່ມີຂອບເຂດ ເລີຍບໍ?