lo_bible/24-JER.usfm

2597 lines
638 KiB
Plaintext
Raw Permalink Blame History

This file contains ambiguous Unicode characters

This file contains Unicode characters that might be confused with other characters. If you think that this is intentional, you can safely ignore this warning. Use the Escape button to reveal them.

\id JER
\ide UTF-8
\h ພ​ຣະ​ທຳ ເຢ​ເຣ​ມີ​ຢາ
\toc1 ພ​ຣະ​ທຳ ເຢ​ເຣ​ມີ​ຢາ
\toc2 ພ​ຣະ​ທຳ ເຢ​ເຣ​ມີ​ຢາ
\toc3 jer
\mt ພ​ຣະ​ທຳ ເຢ​ເຣ​ມີ​ຢາ
\s5
\c 1
\p
\v 1 ພຣະທາໍ ນີ້ເປັນບົດບັນທຶກ ຖ້ອຍຄໍາ ທີ່ ເຢເຣມີຢາ ໄດ້ກ່າວ. ເຢເຣມີຢາ ແມ່ນລູກຊາຍຂອງ ຮິນກີຢາ ປະໂຣຫິດ ຜູ້ໜຶ່ງໃນ ຄະນະປະໂຣຫິດ ແຫ່ງເມືອງ ອານາທົດ ໃນ ເຂດແດນຂອງ ເບັນຢາມິນ.
\v 2 ອົງພຣະຜູ້ເປັນເຈົ້າ ໄດ້ກ່າວແກ່ ເຢເຣມີຢາ ໃນປີທີ ສິບສາມ ທີ່ເຈົ້າໂຢສີຢາ ລູກຊາຍຂອງເຈົ້າອາໂມນ ໄດ້ຂຶ້ນເປັນກະສັດແຫ່ງ ຢູດາຍ.
\v 3 ຕໍ່ມາ ອົງພຣະຜູ້ເປັນເຈົ້າ ໄດ້ກ່າວແກ່ ເຢເຣມີຢາ ອີກເມື່ອ ເຢໂຮຍອາກິມ ລູກຊາຍ ຂອງເຈົ້າ ໂຢສີຢາ ໄດ້ຂຶ້ນເປັນກະສັດ. ຫລັງ ຈາກນັ້ນ ອົງພຣະຜູ້ເປັນເຈົ້າ ກໍໄດ້ກ່າວແກ່ ເຢເຣມີຢາ ອີກຕັ້ງຫລາຍເທື່ອ ຈົນເຖິງ ຣາຊການ ປີທີ ສິບເອັດ ຂອງກະສັດ ເຊເດກີຢາ ລູກຊາຍຂອງເຈົ້າ ໂຢສີຢາ. ໃນ ເດືອນທີ ຫ້າ ຂອງປີນັ້ນເອງ ປະຊາຊົນ ນະຄອນ ເຢຣູຊາເລັມ ໄດ້ຖືກຈັບໄປເປັນຊະເລີຍ ໃນຕ່າງຖິ່ນ.
\s5
\v 4 ອົງພຣະຜູ້ເປັນເຈົ້າ ໄດ້ກ່າວແກ່ ຂ້າພະເຈົ້າ ວ່າ,
\v 5 “ເຮົາເລືອກເຈົ້າໄວ້ ກ່ອນເຮົາໄດ້ໃຫ້ຊີວິດແກ່ເຈົ້າ ແລະ ກ່ອນເຈົ້າ ໄດ້ເກີດມາ ເຮົາໄດ້ເລືອກເອົາເຈົ້າ ໄວ້ແລ້ວ ເພື່ອໃຫ້ເປັນຜູ້ທາໍນວາຍ ແກ່ປະຊາຊາດ ທັງຫລາຍ. ”
\v 6 ຂ້າພະເຈົ້າ ຈຶ່ງຕອບວ່າ, “ຂ້າແດ່ ພຣະເຈົ້າຢາເວ ອົງພຣະຜູ້ເປັນເຈົ້າ ເອີຍ ຂ້ານ້ອຍບໍ່ຮູ້ຈັກວ່າ ຈະກ່າວຢ່າງໃດ; ຂ້ານ້ອຍ ຍັງໜຸ່ມເກີນໄປ ທີ່ຈະກ່າວຕໍ່ໜ້າມະຫາຊົນ.”
\s5
\v 7 ແຕ່ອົງພຣະຜູ້ເປັນເຈົ້າ ກໍຍັງກ່າວແກ່ຂ້າພະເຈົ້າ ວ່າ, “ຢ່າເວົ້າວ່າ, ເຈົ້າຍັງໜຸ່ມເກີນໄປ ແຕ່ຈົ່ງໄປຍັງ ປະຊາຊົນ ທີ່ເຮົາສັ່ງເຈົ້າ ໃຫ້ ໄປພົບ ແລະບອກພວກເຂົາ ທຸກໆສິ່ງທີ່ເຮົາ ສັ່ງເຈົ້າໃຫ້ກ່າວ.
\v 8 ຢ່າສູ່ຢ້ານກົວ ພວກເຂົາເລີຍ, ເພາະເຮົາຈະຢູ່ກັບເຈົ້າ ເພື່ອປົກປ້ອງ ຄຸ້ມຄອງເຈົ້າ. ” ອົງພຣະຜູ້ເປັນເຈົ້າໄດ້ກ່າວດັ່ງນີ້ແຫລະ.
\s5
\v 9 ແລ້ວອົງພຣະຜູ້ເປັນເຈົ້າ ກໍເດ່ມືອອກ ແຕະ ທີ່ປາກຂອງຂ້າພະເຈົ້າ ແລະ ກ່າວແກ່ ຂ້າພະເຈົ້າ ວ່າ, “ເບິ່ງດູ ເຮົາພວມເອົາຖ້ອຍຄໍາ ຂອງເຮົາໃສ່ເຂົ້າໄປ ໃນປາກເຈົ້າ ເພື່ອໃຫ້ ເຈົ້າກ່າວ.
\v 10 ວັນນີ້ ເຮົາໃຫ້ເຈົ້າ ມີອໍານາດ ເໜືອປະຊາຊາດ ແລະ ອານາຈັກ ທັງຫລາຍ ເພື່ອໃຫ້ຖອນຮາກ ແລະ ຮື້ຖິ້ມ ເພື່ອໃຫ້ທໍາລາຍ ແລະ ໂຄ່ນລົ້ມ ເພື່ອໃຫ້ກໍ່ສ້າງ ແລະ ປູກຝັງ.”
\s5
\v 11 ອົງພຣະຜູ້ເປັນເຈົ້າ ໄດ້ຖາມ ຂ້າພະເຈົ້າ ວ່າ, “ເຢເຣມີຢາ ເອີຍ ເຈົ້າເຫັນ ຫຍັງແດ່? ” ຂ້າພະເຈົ້າ ຕອບວ່າ, “ຂ້ານ້ອຍ ເຫັນງ່າ ຂອງຕົ້ນໝາກບົກ. ”
\v 12 ອົງພຣະຜູ້ເປັນເຈົ້າ ກ່າວວ່າ, “ເຈົ້າເວົ້າຖືກແລ້ວ ແລະ ເຮົາກາໍລັງເຝົ້າຄອຍເບິ່ງ [ກ] ໃຫ້ຖ້ອຍຄໍາ ຂອງເຮົາກາຍເປັນຈິງ.”
\s5
\v 13 ແລ້ວອົງພຣະຜູ້ເປັນເຈົ້າ ກໍຖາມ ຂ້າພະເຈົ້າ ອີກວ່າ, “ເຈົ້າເຫັນ ຫຍັງອີກແດ່? ” ຂ້າພະເຈົ້າ ຕອບວ່າ, “ຂ້ານ້ອຍເຫັນໝໍ້ໜ່ວຍໜຶ່ງ ທີ່ກໍາລັງຟົດ ຢູ່ທາງທິດເໜືອ ແລະ ປາກໝໍ້ນັ້ນ ກໍປິ່ນມາທາງພີ້. ”
\v 14 ພຣະອົງໄດ້ ກ່າວແກ່ຂ້າພະເຈົ້າ ວ່າ, “ການທາໍລາຍ ຈະຟົດເດືອດຂຶ້ນ ຈາກທິດເໜືອ ມາສູ່ທຸກຄົນ ທີ່ອາໄສ ຢູ່ໃນດິນແດນນີ້
\s5
\v 15 ເພາະເຮົາ ກາໍລັງເອີ້ນ ເອົາທຸກຊົນຊາດ ທາງທິດເໜືອໃຫ້ມາ. ບັນດາ ກະສັດ ຂອງ ພວກເຂົາ ຈະຕັ້ງບັນລັງຂຶ້ນ ທີ່ປະຕູຂອງ ນະຄອນ ເຢຣູຊາເລັມ ແລະ ອ້ອມກາໍແພງເມືອງ ຕະຫລອດທັງອ້ອມເມືອງ ອື່ນ ໆ ຂອງ ຢູດາຍ ດ້ວຍ.
\v 16 ເຮົາຈະລົງໂທດ ປະຊາຊົນຂອງເຮົາ ເພາະພວກເຂົາໄດ້ເຮັດ ບາບ; ພວກເຂົາໄດ້ປະຖິ້ມເຮົາ ໂດຍເຜົາເຄື່ອງບູຊາ ຖວາຍແກ່ບັນດາພະອື່ນ ໆ ແລະ ສ້າງຮູບເຄົາຣົບ ເພື່ອຂາບໄຫວ້.
\s5
\v 17 ເຢເຣມີຢາ ເອີຍ ຈົ່ງຕຽມຕົວໄປບອກ ພວກເຂົາ ທຸກສິ່ງທີ່ເຮົາ ສັ່ງເຈົ້າໃຫ້ກ່າວ. ບັດນີ້ ຢ່າສູ່ຢ້ານກົວ ພວກເຂົາ ບໍ່ດັ່ງນັ້ນ ເຮົາຈະ ເຮັດໃຫ້ເຈົ້າ ຢ້ານຫລາຍຂຶ້ນຕື່ມ ເມື່ອເຈົ້າຢູ່ນາໍພວກເຂົາ.
\v 18-19 ຈົ່ງຟງັເຖີດ ເຢເຣມີຢາ ເອີຍ ທຸກຄົນໃນດິນແດນນີ້ ຄື ບັນດາກະສັດແຫ່ງ ຢູດາຍ, ພວກຂ້າຣາຊການ, ພວກປະໂຣຫິດ ແລະ ປະຊາຊົນ ທົ່ວໄປ, ຈະຕໍ່ສູ້ເຈົ້າ. ແຕ່ວັນນີ້ ເຮົາໃຫ້ກໍາລັງ ແກ່ເຈົ້າ ເພື່ອເຈົ້າຈະຕ້ານທານ ພວກເຂົາໄດ້; ເຈົ້າຈະເປັນດັ່ງເມືອງ ທີ່ມີປ້ອມປ້ອງກັນ, ມີເສົາເປັນເຫລັກ ແລະ ມີກາໍແພງເປັນທອງສໍາຣິດ. ພວກເຂົາຈະເອົາຊະນະເຈົ້າ ບໍ່ໄດ້ ເພາະເຮົາຢູ່ນາໍເຈົ້າ ເພື່ອປົກປ້ອງຄຸ້ມຄອງເຈົ້າ. ” ອົງພຣະຜູ້ເປັນເຈົ້າ ໄດ້ກ່າວດັ່ງນີ້ແຫລະ.
\s5
\c 2
\p
\v 1 ອົງພຣະຜູ້ເປັນເຈົ້າ ໄດ້ສັ່ງຂ້າພະເຈົ້າ
\v 2 ໃຫ້ໄປປະກາດ ຂ່າວນີ້ແກ່ທຸກໆຄົນ ໃນ ນະຄອນ ເຢຣູຊາເລັມ ດັ່ງນີ້: “ເຮົາຈື່ຈາໍ ຄວາມສັດຊື່ຂອງເຈົ້າ ຄາວເປັນສາວ ເຈົ້າຮັກເຮົາຫລາຍ ສໍ່າໃດ ເມື່ອແຕ່ງງານ ກັນໃໝ່ໆ; ເຈົ້າໄດ້ຕາມເຮົາ ໄປທົ່ວຖິ່ນແຫ້ງແລ້ງ ກັນດານ ໂດຍຜ່ານດິນແດນໜຶ່ງທີ່ບໍ່ມີການເພາະປູກ.
\v 3 ຊາດອິດສະຣາເອນ, ເຈົ້າເປັນຂອງເຮົາແຕ່ຜູ້ດຽວ ເຈົ້າເປັນກໍາມະສິດ ອັນສັກສິດຂອງເຮົາແຕ່ເທົ່ານັ້ນ. ເຮົາເຮັດໃຫ້ ຜູ້ທີ່ທາໍຮ້າຍເຈົ້າ ໄດ້ຮັບທຸກ ແລະ ໄພພິບັດ. ” ອົງພຣະຜູ້ເປັນເຈົ້າ ໄດ້ກ່າວດັ່ງນີ້ແຫລະ.
\s5
\v 4 ພວກເຈົ້າ ເຊື້ອສາຍຂອງ ຢາໂຄບ ແລະ ເຜົ່າຕ່າງໆ ຂອງຊາດ ອິດສະຣາເອນ ເອີຍ ຈົ່ງຟັງຖ້ອຍຄໍາ ຂອງອົງພຣະຜູ້ເປັນເຈົ້າ.
\v 5 ອົງພຣະຜູ້ເປັນເຈົ້າ ກ່າວຈາ ດັ່ງນີ້: “ບັນພະບຸລຸດ ຂອງພວກເຈົ້າ ມີຂໍ້ກ່າວຫາ ພວກເຂົາ ມີຂໍ້ກ່າວຫາຫຍັງ ຕໍ່ສູ້ເຮົາ ຢ່າງນີ້ນໍ ແມ່ນຫຍັງ ທີ່ເຮັດໃຫ້ພວກເຂົາ ຫັນໜີຈາກ ເຮົາໄດ້? ພວກເຂົາໄດ້ຂາບໄຫວ້ ຮູບເຄົາຣົບ ທີ່ບໍ່ມີປະໂຫຍດຫຍັງ ແລະ ພວກເຂົາເອງ ກໍໄດ້ກາຍເປັນຄົນບໍ່ມີປະໂຫຍດ.
\v 6 ພວກເຂົາ ບໍ່ໄດ້ເອົາໃຈໃສ່ຕໍ່ເຮົາ ແຕ່ຢ່າງໃດເລີຍ ເຖິງວ່າ ເຮົາໄດ້ຊ່ວຍກູ້ເອົາຈາກ ເອຢິບ ກໍຕາມ ທັງພາພວກເຂົາ ຍ່າງຜ່ານຖິ່ນແຫ້ງ ແລ້ງກັນດານ ຄື ດິນແດນ ເປົ່າປ່ຽວ ມີປ່າດິນ ຊາຍດ້ວຍ ເປັນດິນແດນ ທີ່ແຫ້ງແລ້ງ ແລະ ມີ ອັນຕະລາຍ ບໍ່ມີຄົນຢູ່ອາໄສ ທັງບໍ່ມີຜູ້ໃດ ທ່ອງທ່ຽວໄປມາດ້ວຍ.
\s5
\v 7 ເຮົາໄດ້ນາໍພວກເຂົາ ເຂົ້າໄປໃນດິນແດນ ອຸດົມຮັ່ງມີ ເພື່ອໃຫ້ໄດ້ຮັບຜົນລະປູກ ແລະ ສິ່ງທີ່ດີ ອື່ນໆ. ແຕ່ພວກເຂົາ ພັດໄດ້ເຮັດໃຫ້ດິນແດນຂອງເຮົາ ຈິບຫາຍໂດຍເຮັດໃຫ້ ເປັນ ມົນທິນ ບ່ອນທີ່ເຮົາມອບໃຫ້ພວກເຂົານັ້ນ.
\v 8 ປະໂຣຫິດ ບໍ່ໄດ້ຖາມ ວ່າ, ‘ອົງພຣະຜູ້ເປັນເຈົ້າຢູ່ໃສ? ພວກທີ່ຮັກສາ ກົດບັນຍັດ ຂອງເຮົາກໍບໍ່ໄດ້ຮູ້ຈັກເຮົາຊໍ້າ. ພວກຜູ້ປົກຄອງ ກໍໄດ້ກະບົດ ຕໍ່ສູ້ເຮົາຜູ້ທາໍນວາຍ ໄດ້ກ່າວໃນ ນາມ ພະບາອານ ພວກເຂົາພາກັນ ນ້ອມ ນະມັດສະການ ຂາບໄຫວ້ ບັນດາຮູບເຄົາຣົບ ທີ່ບໍ່ມີປະໂຫຍດ.
\s5
\v 9 ສະນັ້ນ ເຮົາຈຶ່ງຈະກ່າວຄະດີ ຕໍ່ປະຊາຊົນ ຂອງເຮົາ ເຮົາຈະນາໍຂໍ້ກ່າວຟ້ອງ ເຊື້ອສາຍຂອງພວກເຈົ້າ.
\v 10 ຈົ່ງໄປທາງ ທິດຕາເວັນຕົກ ຂອງເກາະ ໄຊປຣັດ ສົ່ງຜູ້ໜຶ່ງ ໄປທາງທິດຕາເວັນອອກ ຂອງ ເກດາ ພຸ້ນ. ພວກເຈົ້າຈະເຫັນວ່າ ບໍ່ມີເຫດການໃດໆ ທີ່ເຄີຍເກີດຂຶ້ນມາ ດັ່ງເຫດການ ເຫລົ່ານີ້.
\v 11 ບໍ່ມີຊົນຊາດ ອື່ນໃດເຄີຍ ສັບປ່ຽນ ພຣະຂອງຕົນ ເຖິງວ່າພວກມັນ ບໍ່ແມ່ນພຣະແທ້ ກໍຕາມ. ແຕ່ປະຊາຊົນຂອງເຮົາ ໄດ້ສັບປ່ຽນເຮົາ ເດີ ພຣະເຈົ້າຜູ້ທີ່ໄດ້ນາໍກຽດສັກສີ ມາສູ່ເຂົາເຈົ້າ ກັບບັນດາ ພະທີ່ບໍ່ສາມາດເຮັດຫຍັງ ແລະ ທີ່ຊ່ວຍເຫລືອ ພວກເຂົາຫຍັງ ບໍ່ໄດ້
\s5
\v 12 ສະນັ້ນ ເຮົາຈຶ່ງສັ່ງທ້ອງຟ້າ ໃຫ້ດັງກ້ອງ ຫວັ່ນໄຫວ ເພື່ອເຮັດໃຫ້ແຕກຕື່ນຕົກໃຈ ແລະ ມີການ ງຶດງໍ້.
\v 13 ປະຊາຊົນ ຂອງເຮົາ ໄດ້ເຮັດບາບໄວ້ ສອງປະການ ຄື ພວກເຂົາໄດ້ ຫັນໜີໄປ ຈາກເຮົາຜູ້ເປັນບໍ່ນາໍ້ພຸ ແຫ່ງຊີວິດ ແລະ ພວກເຂົາໄດ້ຂຸດອ່າງນາໍ້ໄວ້ ສໍາລັບຕົນ ເອງ ເປັນອ່າງແຕກ ທີ່ບັນຈຸນາໍ້ໄວ້ ບໍ່ໄດ້
\s5
\v 14 ຊາດອິດສະຣາເອນ ບໍ່ໄດ້ເປັນທາດ ທັງບໍ່ໄດ້ ເກີດມາຈາກທາດ ແຕ່ຢ່າງໃດ ຖ້າຢ່າງນັ້ນ ເປັນຫຍັງເຫລົ່າສັດຕູ ຈຶ່ງຕາມລ່າ ຈັບ ແລະ ຕາມຂ້າ?
\v 15 ພວກເຂົາຮ້ອງ ແຜດສຽງ ໃສ່ລາວ ດັ່ງໂຕສິງ ດິນແດນຂອງ ລາວກາຍເປັນຖິ່ນແຫ້ງແລ້ງ ກັນດານແລ້ວ ແລະ ເມືອງຕ່າງໆ ກໍຮົກຮ້າງ ເພພັງ ທັງຖືກ ປະຖິ້ມ ໄປຢ່າງສິ້ນເຊີງສາແລ້ວ.
\v 16 ແມ່ນແລ້ວ ຊາວເມືອງ ມາໍຟິດ ແລະ ຕາປັນເຮັດ ຕ່າງກໍໄດ້ຕີກະໂຫລກຫົວ ລາວຈົນແຕກ.
\v 17 ອິດສະຣາເອນ ເອີຍ ເຈົ້ານາໍສິ່ງນີ້ມາສູ່ ເຈົ້າເອງ ເຈົ້າໄດ້ປະຖິ້ມເຮົາ ແລະ ຫັນໜີໄປ ຈາກອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງເຈົ້າ ໃນຂະນະທີ່ພຣະອົງ ກາໍລັງພາເຈົ້າເດີນທາງ ໄປນັ້ນ.
\s5
\v 18 ເຈົ້າຫວັງ ຈະໄດ້ຫຍັງແດ່ ທີ່ເຈົ້າໄປຫາ ເອຢິບ ຫວັງຈະໄດ້ດື່ມນໍ້າ ໃນແມ່ນາໍ້ ນິນ ຫລື ນີ້? ເຈົ້າຫວັງຈະໄດ້ຫຍັງ ທີ່ໄປຫາ ອັດຊີເຣຍ ຫວັງຈະໄດ້ດື່ມນໍ້າ ໃນແມ່ນາໍ້ ເອຟີຣັດ ຫລື ນີ້?
\v 19 ເຈົ້າຈະຖືກໂທດ ຍ້ອນຄວາມຊົ່ວ ຂອງເຈົ້າເອງ ເຈົ້າຈະຖືກປະນາມ ຍ້ອນຫັນ ໜີໄປຈາກເຮົານັ້ນ. ເຈົ້າຈະຮຽນຮູ້ສິ່ງຂື່ນຂົມ ແລະ ຜິດພາດ ວ່າເປັນຢ່າງໃດ? ທີ່ໄດ້ ປະຖິ້ມ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງ ເຈົ້າ ໂດຍບໍ່ມີຄວາມເຄົາຣົບ ແລະ ຢໍາເກງ ເຮົາອີກຕໍ່ໄປ. ” ພຣະເຈົ້າຢາເວ ອົງພຣະຜູ້ ເປັນເຈົ້າ ອົງຊົງຣິດອໍານາດ ຍິ່ງໃຫຍ່ ກ່າວດັ່ງນີ້ແຫລະ.
\s5
\v 20 ອົງພຣະຜູ້ເປັນເຈົ້າ ກ່າວວ່າ, “ຊາດ ອິດສະຣາເອນ ເອີຍ ເຫິງນານແລ້ວ ທີ່ເຈົ້າບໍ່ຍອມ ຢູ່ໃຕ້ສິດອໍານາດຂອງເຮົາ ບໍ່ເຊື່ອຟັງ ເຮົາ ແລະ ນະມັດສະການເຮົາດ້ວຍ. ທີ່ພູສູງ ແຕ່ລະໜ່ວຍ ທີ່ກ້ອງຕົ້ນໄມ້ ແຕ່ລະກົກ ເຈົ້າຂາບໄຫວ້ ພະແຫ່ງຄວາມອຸດົມສົມບູນ ທັງ ນັ້ນ.
\v 21 ເຮົາໄດ້ປູກເຈົ້າໄວ້ ດັ່ງປູກຕົ້ນອະງຸ່ນພັນດີ ໂດຍເລືອກເຟັ້ນ ເອົາມາຈາກ ພັນດີທີ່ສຸດດ້ວຍ. ແຕ່ເບິ່ງແມ! ເຈົ້າກາຍເປັນ ຫຍັງໄປແລ້ວ ຮູ້ບໍ ເຈົ້າເປັນດັ່ງຕົ້ນອະງຸ່ນເໜົ່າ ຫາຄຸນຄ່າບໍ່ໄດ້
\v 22 ເຖິງແມ່ນ ເຈົ້າຈະລ້າງ ດ້ວຍ ສະບູຟອງ ແຮງກໍດີ ເຮົາກໍຍັງຈະເຫັນ ຄວາມຜິດອັນເປິເປື້ອນຂອງເຈົ້າ.
\s5
\v 23 ເຈົ້າເວົ້າໄດ້ ຢ່າງໃດ ວ່າ ບໍ່ໄດ້ດູໝິ່ນ ຕົນເອງ ວ່າເຈົ້າບໍ່ເຄີຍຂາບໄຫວ້ ພະບາອານ ຈັກເທື່ອ? ເຫັນແລ້ວ ຫລື ຍັງບາບ ທີ່ເຈົ້າໄດ້ເຮັດໃນຮ່ອມພູ? ເຈົ້າເປັນດັ່ງອູດປ່າ ທີ່ກາໍລັງ ໄວຄະນອງ ແທ້ໆ
\v 24 ຍ້ອນເຊືອກຂາດ ຈຶ່ງ ແລ່ນໄປ ຖິ່ນແຫ້ງແລ້ງ ກັນດານ [ຂ] ບາດ ຢາກຖືເຊີງ ຜູ້ໃດຈະຫ້າມມັນໄວ້ໄດ້? ລໍເຖິກ ທີ່ຢາກຖືເຊີງນັ້ນ ກໍຫາຊອກງ່າຍ ເຕັມທີ ມັນຈະພ້ອມຢູ່ສະເໝີ ເມື່ອລະດູປະສົມພັນ ມາຮອດ.
\v 25 ອິດສະຣາເອນ ເອີຍ ຢ່າໃຫ້ ຕີນເຈົ້າ ເມື່ອຍລ້າ ຫລື ຢ່າປ່ອຍໃຫ້ ລໍາຄໍເຈົ້າ ແຫ້ງລ້າ ໆ ໂດຍແລ່ນຕາມ ພະອື່ນ ແລະ ເວົ້າ ວ່າ, ‘ຂ້ອຍບໍ່ຄືນເມືອ ເພາະຂ້ອຍຮັກພະ ຕ່າງຊາດຫລາຍ ຈຶ່ງຕາມໄປບໍ່ຂາດ.
\s5
\v 26 ອົງພຣະຜູ້ເປັນເຈົ້າ ກ່າວວ່າ, “ຂະໂມຍ ເມື່ອຖືກຈັບໄດ້ ລາວຈະລະອາຍ ຫລາຍສັນໃດ; ຊາວອິດສະຣາເອນ ທຸກຄົນກໍຈະໄດ້ ຖືກອັບອາຍ ຫລາຍສັນນັ້ນ ເປັນຕົ້ນ: ບັນດາ ກະສັດ, ພວກຂ້າຣາຊການ ພວກປະໂຣຫິດ ແລະ ພວກຜູ້ທາໍນວາຍຂອງພວກເຈົ້າ.
\v 27 ພວກເຈົ້າທຸກຄົນຈະໄດ້ຮັບຄວາມອັບອາຍ ຍ້ອນພວກເຈົ້າໄດ້ ເວົ້າວ່າ, ‘ກົກໄມ້ແມ່ນ ພໍ່ ຂອງພວກເຈົ້າ ແລະ ໂງ່ນຫິນແມ່ນ ແມ່ຂອງ ພວກເຈົ້າ. ເຫດການນີ້ ຈະເກີດຂຶ້ນ ເພາະ ພວກເຈົ້າ ໄດ້ຫັນໜີໄປຈາກເຮົາ ແທນທີ່ຈະ ກັບຄືນມາຫາເຮົາ. ແຕ່ເມື່ອພວກເຈົ້າ ປະສົບ ກັບຄວາມເດືອດຮ້ອນ ພວກເຈົ້າຊໍ້າພັດຮ້ອງຂໍເຮົາ ໃຫ້ຊ່ວຍເຫລືອ.
\v 28 ພະຕ່າງໆ ທີ່ພວກເຈົ້າ ໄດ້ສ້າງຂຶ້ນ ສໍາລັບພວກເຈົ້າເອງ ນັ້ນໄປໃສໝົດ? ເມື່ອພວກເຈົ້າ ປະສົບກັບ ຄວາມເດືອດຮ້ອນນັ້ນ ໃຫ້ພວກເຂົາມາຊ່ວຍຊູພວກເຈົ້າແມ ຖ້າພວກເຂົາຊ່ວຍໄດ້ ຢູດາ ເອີຍ ພວກເຈົ້າມີພະຕັ້ງຫລວງຫລາຍ ເທົ່າກັບ ມີຫົວເມືອງຕ່າງໆ.
\s5
\v 29 ພວກເຈົ້າຈົ່ມທຸກຕໍ່ເຮົາ ເລື່ອງຫຍັງ? ເປັນຫຍັງ ພວກເຈົ້າຈຶ່ງກະບົດຕໍ່ເຮົາ?
\v 30 ເຮົາໄດ້ລົງໂທດພວກເຈົ້າ ແຕ່ກໍບໍ່ໄດ້ຜົນ ເລີຍ; ພວກເຈົ້າບໍ່ຍອມໃຫ້ເຮົາຕີສອນ. ເໝືອນໂຕສິງ ທີ່ຮ້າຍກາດ ພວກເຈົ້າໄດ້ຂ້າພວກຜູ້ທາໍນວາຍຂອງພວກເຈົ້າເອງ.
\v 31 ປະຊາຊົນ ອິດສະຣາເອນ ເອີຍ ຈົ່ງຟັງສິ່ງທີ່ເຮົາກາໍລັງກ່າວແມ ເຮົາເປັນດັ່ງຖິ່ນແຫ້ງແລ້ງ ກັນດານ ສໍາລັບພວກເຈົ້າບໍ? ເຮົາເປັນດັ່ງ ດິນແດນ ທີ່ມືດມົນສໍາລັບພວກເຈົ້າບໍ? ແລ້ວເປັນຫຍັງ ພວກເຈົ້າຈຶ່ງເວົ້າວ່າ, ‘ພວກເຈົ້າ ຈະເຮັດຕາມໃຈ ຕົນເອງ ແລະ ຕ່າງກໍເວົ້າວ່າ ຈະບໍ່ກັບຄືນມາຫາເຮົາ ອີກເລີຍ?
\s5
\v 32 ຍິງສາວ ລືມເຄື່ອງເອ້ ຂອງຕົນໄດ້ບໍ? ຫລື ເຈົ້າສາວລືມຊຸດແຕ່ງງານຂອງຕົນໄດ້ບໍ? ແຕ່ປະຊາຊົນຂອງເຮົາ ໄດ້ລືມໄລເຮົາໄປ ຫລາຍຟ້າຫລາຍປີ ເຫລືອທີ່ຈະນັບໄດ້.
\v 33 ເຈົ້າຮູ້ຈັກຍົວະເຍົ້າ ໃຫ້ຄົນມາຫລົງຮັກແທ້ນໍ ແມ່ນແຕ່ຍິງຊົ່ວຊ້າທີ່ສຸດ ເຈົ້າກໍສິດສອນ ບົດຮຽນໃຫ້
\v 34 ເຄື່ອງນຸ່ງຂອງເຈົ້າ ເປິເປື້ອນໄປ ດ້ວຍເລືອດ ຂອງຄົນຍາກຈົນ ແລະ ຄົນບໍ່ມີຄວາມຜິດ; ແຕ່ບໍ່ແມ່ນເລືອດ ຂອງ ຄົນຢ່ອງເຂົ້າ ໄປລັກຂອງໃນເຮືອນ. ທັງ ໆ ທີ່ ເຈົ້າໄດ້ເຮັດສິ່ງທັງໝົດນີ້ ກໍຕາມ
\s5
\v 35 ເຈົ້າຍັງເວົ້າວ່າ, ‘ຂ້ອຍບໍ່ຜິດແນ່ນອນ ພຣະອົງ ຈະບໍ່ໂກດຮ້າຍຂ້ອຍ, ແຕ່ເຮົາຈະ ລົງໂທດເຈົ້າ ເພາະເຈົ້າໄດ້ປະຕິເສດວ່າ ບໍ່ໄດ້ ເຮັດບາບ.
\v 36 ເຈົ້າໄດ້ຕີລາຄາເຈົ້າເອງ ຢ່າງຕໍ່າໆ ໂດຍຫັນໄປຫາ ບັນດາພະຂອງ ຊົນຊາດ ອື່ນໆ. ເອຢິບ ຈະເຮັດໃຫ້ເຈົ້າ ຜິດຫວັງດັ່ງ ອັດຊີເຣຍ ໄດ້ເຮັດໃຫ້ເຈົ້າ ຜິດ ຫວັງມາແລ້ວ.
\v 37 ເຈົ້າຈະອວ່າຍໜ້າໜີ ຈາກ ເອຢິບ ຢ່າງອັບອາຍ ຈົນແນມເບິ່ງຜູ້ໃດ ບໍ່ໄດ້. ອົງພຣະຜູ້ເປັນເຈົ້າ ໄດ້ປະຖິ້ມພວກທີ່ເຈົ້າໄວ້ວາງໃຈ; ເຈົ້າຈະບໍ່ໄດ້ຫຍັງ ຈາກພວກເຂົາເລີຍ.”
\s5
\c 3
\p
\v 1 ອົງພຣະຜູ້ເປັນເຈົ້າ ກ່າວວ່າ, “ຖ້າຊາຍ ຜູ້ໜຶ່ງປະເມຍຂອງຕົນ ແລະ ນາງໜີຈາກ ລາວໄປ ເປັນເມຍຂອງຊາຍອື່ນ ລາວກໍເອົາ ນາງກັບຄືນມາ ບໍ່ໄດ້ອີກ. ເລື່ອງແບບນີ້ ເຮັດ ໃຫ້ດິນແດນ ເປັນມົນທິນ ຢ່າງໝົດສິ້ນ. ແຕ່ຊາດ ອິດສະຣາເອນ ເອີຍ ເຈົ້າມີຄູ່ຮັກຫລາຍ ຄົນ ແລະ ບັດນີ້ ພັດຢາກກັບຄືນມາຫາເຮົາ
\v 2 ຈົ່ງເງີຍໜ້າເບິ່ງ ທີ່ຈອມພູ ພຸ້ນດູ. ມີບ່ອນໃດ ແດ່ ທີ່ເຈົ້າບໍ່ໄດ້ປະພຶດຢ່າງ ຍິງແມ່ຈ້າງ? ເຈົ້າ ຄອງຄອຍ ຄູ່ຮັກຢູ່ຕາມແຄມຖະໜົນ ຫົນທາງ ເໝືອນຊາວ ອາຣັບ ຄອຍຖ້າເຫຍື່ອໃນຖິ່ນ ແຫ້ງແລ້ງ ກັນດານ. ການເປັນແມ່ຈ້າງ ຂອງເຈົ້ານັ້ນ ເຮັດໃຫ້ດິນແດນເປັນມົນທິນ.
\s5
\v 3 ດ້ວຍເຫດນີ້, ຝົນຈຶ່ງບໍ່ຕົກຕາມ ລະດູການ ແລະ ຝົນຍາມລະດູ ໃບໄມ້ປົ່ງ ຈຶ່ງຍັງບໍ່ມາ. ເບິ່ງເຈົ້າ ຄື ຍິງແມ່ຈ້າງ ແທ້ໆ; ເຈົ້າຜູ້ ບໍ່ມີຢ່າງອາຍເອີຍ.
\v 4 ບັດນີ້ ເຈົ້າພັດເວົ້າຕໍ່ ເຮົາວ່າ, ‘ພຣະອົງເປັນພຣະບິດາ ຂອງ ພວກຂ້ານ້ອຍ ແລະ ພຣະອົງຮັກພວກຂ້ານ້ອຍ ມາ ແຕ່ສະໄໝ ຍັງນ້ອຍພຸ້ນ
\v 5 ພຣະອົງຈະບໍ່ໂກດຮ້າຍ ແລະ ຄຽດຮ້າຍ ກັບ ພວກຂ້ານ້ອຍ ຕະຫລອດໄປດອກ. ຊາດອິດສະຣາເອນ ເອີຍ ເຈົ້າເວົ້າດັ່ງນີ້ ແຕ່ເຈົ້າຊໍ້າພັດ ຍັງເຮັດຊົ່ວຢູ່.”
\s5
\v 6 ​ເມື່ອ ໂຢສີຢາ ຂຶ້ນເປັນກະສັດ ອົງພຣະຜູ້ເປັນເຈົ້າ ໄດ້ກ່າວແກ່ຂ້າພະເຈົ້າວ່າ, “ເຈົ້າບໍ່ ເຫັນ ຫລື ວ່າ ອິດສະຣາເອນ ຍິງທີ່ບໍ່ສັດຊື່ ໄດ້ເຮັດແນວໃດ? ອິດສະຣາເອນ ໄດ້ຫັນໜີໄປຈາກເຮົາ ແລະຕາມເທິງ ພູສູງທຸກໆໜ່ວຍກັບ ຢູ່ກ້ອງກົກໄມ້ ໃບຂຽວທຸກໆກົກ ນາງໄດ້ເຮັດ ດັ່ງຍິງແມ່ຈ້າງ.
\v 7 ເຮົາຄິດວ່າ ຫລັງຈາກທີ່ນາງໄດ້ເຮັດສິ່ງ ທັງໝົດນັ້ນແລ້ວ ນາງກໍຈະກັບຄືນມາຫາເຮົາ ຢ່າງແນ່ນອນ. ແຕ່ນາງພັດ ບໍ່ໄດ້ ກັບຄືນມາ; ແລະຢູດາ ນ້ອງສາວຜູ້ທີ່ບໍ່ສັດຊື່ຂອງນາງກໍໄດ້ ຮູ້ເຫັນສິ່ງທັງໝົດ ນີ້ດ້ວຍ.
\s5
\v 8 ຢູດາ ໄດ້ເຫັນເຊັ່ນກັນວ່າ ເຮົາໄດ້ປະຮ້າງ ອິດສະຣາເອນ ແລະສົ່ງນາງໜີໄປເພາະນາງໄດ້ຫັນໜີ ຈາກເຮົາ ໄປເປັນຍິງແມ່ ຈ້າງ. ແຕ່ຢູດາ ນ້ອງສາວຜູ້ທີ່ບໍ່ສັດຊື່ຂອງອິດສະຣາເອນ ບໍ່ໄດ້ຢ້ານກົວເລີຍ. ນາງເປັນ ຍິງແມ່ຈ້າງເຊັ່ນດຽວກັນ
\v 9 ແລະທັງບໍ່ອັບ ອາຍຂາຍໜ້າ ຈັກດີ້. ນາງໄດ້ເຮັດໃຫ້ດິນ ແດນເປັນມົນທິນ ແລະ ໄດ້ຫລີ້ນຊູ້ ໂດຍຂາບໄຫວ້ ໂງ່ນຫິນ ແລະກົກໄມ້.
\v 10 ເຖິງແມ່ນນາງໄດ້ເຮັດສິ່ງທັງໝົດນັ້ນ ແລ້ວກໍດີ; ຢູດາ ນ້ອງສາວຜູ້ທີ່ ບໍ່ສັດຊື່ຂອງອິດສະຣາເອນ ກໍແກ້ງ ກັບຄືນມາຫາເຮົາ ພຽງແຕ່ປາກ ເທົ່ານັ້ນ; ແຕ່ນາງບໍ່ໄດ້ມີຄວາມຈິງໃຈເລີຍ. ” ອົງພຣະຜູ້ເປັນເຈົ້າ ໄດ້ກ່າວດັ່ງນີ້ແຫລະ
\s5
\v 11 ແລ້ວອົງພຣະຜູ້ເປັນເຈົ້າ ກໍບອກຂ້າພະເຈົ້າ ວ່າ, “ເຖິງແມ່ນວ່າ ອິດສະຣາເອນ ໄດ້ຫັນໜີໄປຈາກເຮົາ ກໍດີ ນາງຍັງໄດ້ພິສູດ ໃຫ້ເຫັນວ່າ ຕົນຍັງດີກວ່າ ຢູດາ ທີ່ບໍ່ສັດຊື່. ”
\v 12 ພຣະອົງໄດ້ບອກຂ້າພະເຈົ້າ ໄປກ່າວຕໍ່ຊາດ ອິດສະຣາເອນ ວ່າ, “ຊາດອິດສະຣາເອນ ຜູ້ບໍ່ສັດຊື່ເອີຍ ຈົ່ງກັບຄືນມາ ຫາເຮົາເຖີດ. ເຮົາມີຄວາມເມດຕາປານີ ແລະ ເຮົາຈະບໍ່ໂກດຮ້າຍ; ເຮົາຈະບໍ່ໂກດຮ້າຍເຈົ້າ ຕະຫລອດໄປ.
\s5
\v 13 ຂໍພຽງແຕ່ເຈົ້າ ຍອມຮັບຮູ້ວ່າ ເຈົ້າໄດ້ກະທາໍຜິດ ແລະ ໄດ້ກະບົດຕໍ່ສູ້ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ເທົ່ານັ້ນ. ຈົ່ງສາລະພາບວ່າ ຢູ່ກ້ອງຕົ້ນໄມ້ ໃບຂຽວ ທຸກ ຕົ້ນ ເຈົ້າໄດ້ມອບຄວາມຮັກ ໃຫ້ແກ່ບັນດາ ພະ ຕ່າງຊາດ ແລະ ເຈົ້າບໍ່ໄດ້ເຊື່ອຟັງຄໍາສັ່ງ ຕ່າງໆ ຂອງເຮົາ. ” ອົງພຣະຜູ້ເປັນເຈົ້າ ໄດ້ກ່າວດັ່ງນີ້ແຫລະ.
\v 14 “ປະຊາຊົນຜູ້ທີ່ບໍ່ສັດຊື່ ເອີຍ ຈົ່ງກັບຄືນມາຫາເຮົາເຖີດ ເພາະພວກເຈົ້າ ເປັນຂອງເຮົາ. ເຮົາຈະເອົາຄົນໜຶ່ງ ໃນພວກເຈົ້າຈາກແຕ່ລະເມືອງ ແລະ ສອງຄົນຈາກ ແຕ່ລະຕະກຸນ ແລະ ເຮົາຈະນາໍພວກເຈົ້າ ກັບຄືນມາຍັງພູເຂົາ ຊີໂອນ.
\v 15 ເຮົາຈະໃຫ້ ພວກເຈົ້າ ມີພວກຜູ້ປົກຄອງ ທີ່ເຊື່ອຟັງເຮົາ ແລະ ເຂົາຈະປົກຄອງພວກເຈົ້າ ດ້ວຍສະຕິປັນຍາ ແລະ ຄວາມເຂົ້າໃຈ.
\s5
\v 16 ຕໍ່ໄປ ເມື່ອພວກເຈົ້າມີຈໍານວນ ຫລາຍ ຂຶ້ນ ໃນດິນແດນແລ້ວ ປະຊາຊົນຈະບໍ່ເວົ້າເຖິງ ຫີບພັນທະສັນຍາຂອງເຮົາ ອີກຕໍ່ໄປ. ພວກເຂົາຈະບໍ່ຄິດຮອດ ແລະ ຈະບໍ່ເວົ້າເຖິງຫີບນັ້ນອີກ; ພວກເຂົາບໍ່ຕ້ອງການຫີບນັ້ນອີກ ແລະ ຈະບໍ່ເຮັດມັນຂຶ້ນມາອີກດ້ວຍ.
\s5
\v 17 ເມື່ອເວລານັ້ນ ມາເຖິງ ຄົນຈະເອີ້ນ ນະຄອນ ເຢຣູຊາເລັມ ວ່າ, ‘ບັນລັງຂອງອົງພຣະຜູ້ເປັນເຈົ້າ’ ແລະ ທຸກຊົນຊາດ ຈະມາ ໂຮມກັນທີ່ນັ້ນ ເພື່ອນະມັດສະການເຮົາ. ພວກເຂົາຈະບໍ່ເຮັດຕາມຈິດໃຈ ດື້ດ້ານ ແລະ ຊົ່ວຊ້າຂອງພວກເຂົາ ອີກຕໍ່ໄປ.
\v 18 ອິດສະຣາເອນ ຈະຮ່ວມກັບ ຢູດາ ແລະ ພວກເຂົາຈະກັບຄືນມາຈາກ ການເປັນຊະເລີຍ ໃນ ຕ່າງຖິ່ນທາງທິດເໜືອ ພ້ອມກັນ ແລະ ຈະ ຄືນມາຍັງດິນແດນ ທີ່ເຮົາໄດ້ມອບໃຫ້ບັນພະບຸລຸດ ຂອງ ພວກເຂົາ ເປັນກໍາມະສິດ ອັນຖາວອນ.
\s5
\v 19 ອົງພຣະຜູ້ເປັນເຈົ້າ ກ່າວວ່າ, “ອິດສະຣາເອນ ເອີຍ ເຮົາຢາກຮັບເຈົ້າເປັນ ລູກຊາຍຂອງເຮົາ ແທ້ໆ ແລະ ມອບດິນແດນ ໃຫ້ເປັນບ່ອນ ທີ່ມີຄວາມຍິນດີ ຄື ດິນແດນທີ່ສວຍງາມທີ່ສຸດໃນທົ່ວທັງໂລກນີ້. ເຮົາຢາກ ໃຫ້ເຈົ້າເອີ້ນເຮົາວ່າ ບິດາ ແລະ ບໍ່ຫັນໜີຈາກ ເຮົາໄປອີກ ຈັກເທື່ອ.
\v 20 ແຕ່ເຈົ້າຍັງເປັນ ດັ່ງເມຍ ທີ່ຫລິ້ນຊູ້ ແລະ ບໍ່ສັດຊື່. ” ອົງພຣະຜູ້ເປັນເຈົ້າ ໄດ້ກ່າວດັ່ງນີ້ແຫລະ.
\s5
\v 21 ມີສຽງໜຶ່ງ ດັງຂຶ້ນທີ່ຈອມເນີນພູ ທັງຫລາຍ ປະຊາຊົນອິດສະຣາເອນ ພວມ ວອນຂໍ ແລະ ຮ້ອງໄຫ້ ເພາະພວກເຂົາໄດ້ໃຊ້ ຊີວິດ ໃນການບາບຂອງພວກເຂົາ ລືມໄລອົງພຣະຜູ້ເປັນເຈົ້າ ພຣະເຈົ້າ ຂອງ ພວກເຂົາ.
\v 22 ພວກທີ່ຫັນໜີ ຈາກອົງພຣະຜູ້ເປັນເຈົ້າ ຈົ່ງກັບຄືນມາ ພຣະອົງຈະປິ່ນປົວໃຫ້ດີ ແລະ ເຮັດໃຫ້ສັດຊື່. ພວກເຈົ້າກ່າວວ່າ, “ແມ່ນແລ້ວ ພວກຂ້ານ້ອຍ ກາໍລັງມາຫາພຣະອົງ ເພາະ ພຣະອົງເປັນອົງພຣະຜູ້ເປັນເຈົ້າ ພຣະເຈົ້າ ຂອງພວກຂ້ານ້ອຍ.
\s5
\v 23 ພວກຂ້ານ້ອຍ ບໍ່ໄດ້ຮັບການ ຊ່ວຍເຫລືອ ຫຍັງເລີຍ ຈາກພະຕ່າງຊາດ ທີ່ພວກຂ້ານ້ອຍ ນະມັດສະການ ທີ່ຈອມເນີນພູ ນັ້ນ. ຄວາມຊ່ວຍຊູຂອງຊາດ ອິດສະຣາເອນ ນັ້ນ ມາຈາກອົງພຣະຜູ້ເປັນເຈົ້າ ພຣະເຈົ້າ ຂອງພວກຂ້ານ້ອຍ ແຕ່ເທົ່ານັ້ນ.
\v 24 ແຕ່ ການຂາບໄຫວ້ ພະບາອານ ພະແຫ່ງຄວາມ ອັບອາຍ ເຮັດໃຫ້ພວກຂ້ານ້ອຍ ເສຍຝູງແກະ ແລະ ຝູງງົວ, ພວກລູກຊາຍ ແລະ ລູກສາວ, ຄື ສູນເສຍ ທຸກສິ່ງທີ່ບັນພະບຸລຸດ ໄດ້ສະສົມ ໄວ້ແຕ່ບູຮານ.
\v 25 ພວກຂ້ານ້ອຍຄວນ ນອນລົງດ້ວຍຄວາມລະອາຍໃຈ ແລະ ໃຫ້ພວກຂ້ານ້ອຍ ຮັບເອົາຄວາມອັບອາຍ ຂາຍໜ້ານີ້ສາ. ພວກຂ້ານ້ອຍ ພ້ອມທັງບັນພະບຸລຸດ ຂອງພວກຂ້ານ້ອຍ ຕ່າງກໍໄດ້ເຮັດບາບ ຕໍ່ສູ້ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ ຂອງພວກຂ້ານ້ອຍເລື້ອຍມາ. ພວກຂ້ານ້ອຍ ບໍ່ເຄີຍເຊື່ອຟັງ ຂໍ້ຄໍາສັ່ງຂອງອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກຂ້ານ້ອຍ.”
\s5
\c 4
\p
\v 1 ອົງພຣະຜູ້ເປັນເຈົ້າ ກ່າວວ່າ, “ປະຊາຊົນ ຊາດອິດສະຣາເອນ ເອີຍ ຖ້າພວກເຈົ້າຢາກ ຈະກັບຄືນມາ ກໍຈົ່ງກັບຄືນມາຫາເຮົາເທີ້ນ. ຖ້າພວກເຈົ້າໂຍນຮູບເຄົາຣົບ ທີ່ເຮົາກຽດຊັງ ຖິ້ມ ແລະ ສັດຊື່ຕໍ່ເຮົາ
\v 2 ການທີ່ພວກເຈົ້າ ຈະສາບານໃນນາມຂອງເຮົາ ກໍເປັນການຖືກ ຕ້ອງແລ້ວ [ຄ] ທຸກໆຊົນຊາດ ກໍຈະຂໍເຮົາ ອວຍພອນພວກເຂົາ ແລະ ພວກເຂົາກໍຈະ ສັນລະເສີນເຮົາ. ”
\v 3 ອົງພຣະຜູ້ເປັນເຈົ້າ ກ່າວຕໍ່ປະຊາຊົນ ຢູດາ ແລະ ຊາວນະຄອນ ເຢຣູຊາເລັມ ວ່າ, “ຈົ່ງໄຖນາເຮື້ອ ຂອງພວກເຈົ້າສາ; ຢ່າຫວ່ານເມັດເຂົ້າ ລົງໃນກໍໜາມ.
\s5
\v 4 ຊາວ ຢູດາ ແລະ ຊາວນະຄອນ ເຢຣູຊາເລັມ ເອີຍ ຈົ່ງຮັກສາພັນທະສັນຍາ ທີ່ ພວກເຈົ້າມີກັບເຮົາ ຜູ້ທີ່ເປັນອົງພຣະຜູ້ເປັນເຈົ້າຂອງພວກເຈົ້າ ແລະ ຈົ່ງອຸທິດພວກເຈົ້າ ເອງແກ່ເຮົາ. ຖ້າພວກເຈົ້າ ບໍ່ຍອມຟັງຄວາມ ໂກດຮ້າຍຂອງເຮົາ ກໍຈະລຸກໄໝ້ດັ່ງໄຟ ເພາະ ສິ່ງຊົ່ວຮ້າຍ ຕ່າງໆ ຊຶ່ງພວກເຈົ້າ ໄດ້ເຮັດນັ້ນ ໄຟຈະໄໝ້ເຜົາຜານໃຫຍ່ ແລະ ຈະບໍ່ມີຜູ້ໃດ ມອດໄດ້. ”
\v 5 ຈົ່ງເປົ່າແກ ສັນຍານໄພ ໄປ ທົ່ວດິນແດນ ຢູດາຍ ຈົ່ງຮ້ອງສຽງດັງ ໆ ອອກ ມາໃຫ້ຊັດແຈ້ງ ຈົ່ງບອກຊາວ ຢູດາ ແລະ ຊາວນະຄອນ ເຢຣູຊາເລັມ ໃຫ້ແລ່ນໄປຍັງ ເມືອງ ທີ່ມີປ້ອມປ້ອງກັນໄວ້.
\v 6 ຈົ່ງໃຫ້ສັນຍານໄພ ແກ່ບ່ອນໃກ້ໆ ພູເຂົາ ຊີໂອນ ຈົ່ງແລ່ນໜີໄປ ໃຫ້ປອດໄພ ຢ່າສູ່ໄດ້ຊັກຊ້າ ອົງ ພຣະຜູ້ເປັນເຈົ້າ ກາໍລັງນາໍໄພພິບັດມາ ການທາໍລາຍອັນໃຫຍ່ ມາແຕ່ທິດເໜືອພຸ້ນ.
\s5
\v 7 ດັ່ງໂຕສິງ ພວມອອກມາ ແຕ່ບ່ອນລີ້ຂອງມັນ ຜູ້ທາໍລາຍຊົນຊາດທັງຫລາຍອອກມາ ສາແລ້ວ. ມັນກາໍລັງອອກມາຈາກບ່ອນ ຫລົບລີ້ ຂອງມັນ ເພື່ອຮຸກຮານ ຢູດາ ແລະ ທາໍລາຍ ດິນແດນໃຫ້ກ້ຽງ ເມືອງຂອງຢູດາຍ ຈະຖືກປະໃຫ້ຮົກຮ້າງເພພັງ ແລະ ຈະບໍ່ມີຄົນອາໄສ ຢູ່ໃນເມືອງເຫລົ່ານັ້ນ.
\v 8 ສະນັ້ນ ຈົ່ງໃສ່ຜ້າ ກະສອບເຂົ້າ ແລະ ໄວ້ທຸກກັນສາ ຈົ່ງຮ້ອງໄຫ້ ຮໍ່າໄຮ ແລະ ຄໍ່າຄວນກັນສາເຖີດ ເພາະອົງພຣະຜູ້ເປັນເຈົ້າ ໂກດຮ້າຍຮຸນແຮງຫລາຍ ຄວາມໂກດຮ້າຍ ຂອງພຣະອົງ ບໍ່​ໄດ້ຫັນໜີ ໄປຈາກພວກເຮົາ.
\s5
\v 9 ອົງພຣະຜູ້ເປັນເຈົ້າ ໄດ້ກ່າວວ່າ, “ໃນມື້ ນັ້ນບັນດາກະສັດ ແລະ ພວກຂ້າຣາຊການ ຈະສູນເສຍ ຄວາມກ້າຫານ; ພວກປະໂຣຫິດ ຈະສະທ້ານ ຕົກໃຈກົວ ແລະ ພວກຜູ້ທາໍນວາຍ ກໍຈະແປກໃຈຍິ່ງ. ”
\v 10 ແລ້ວຂ້າພະເຈົ້າ ກໍເວົ້າວ່າ, “ ຂ້າແດ່ພຣະເຈົ້າ ຢາເວ ອົງພຣະຜູ້ເປັນເຈົ້າ ເອີຍ ພຣະອົງຫລອກລວງ ຊາວນະຄອນ ເຢຣູຊາເລັມ ຢ່າງໝົດສິ້ນ ສາແລ້ວ ພຣະອົງໄດ້ບອກວ່າ ຈະມີ ສັນຕິສຸກ ແຕ່ກັບມີດາບ ຈີ້ຢູ່ທີ່ຄໍຫອຍຂອງ ພວກຂ້ານ້ອຍ.”
\s5
\v 11 ເວລານັ້ນ ກາໍລັງມາເຖິງ ເມື່ອຈະມີຄົນມາບອກຊາວນະຄອນ ເຢຣູຊາເລັມ ວ່າ ລົມຮ້ອນຈາກເທິງພູ ຂອງຖິ່ນແຫ້ງແລ້ງ ກັນດານ ກາໍລັງພັດມາສູ່ພວກເຂົາ. ມັນຈະບໍ່ແມ່ນ ລົມເບົາ ໆ ທີ່ພັດເອົາຂີ້ແກບໄປ
\v 12 ແຕ່ແມ່ນ ລົມທີ່ພັດມາ ແຮງກວ່ານັ້ນ ຕັ້ງຫລາຍເທົ່າ ຕາມຄໍາສັ່ງຂອງອົງພຣະຜູ້ເປັນເຈົ້າ ແມ່ນອົງພຣະຜູ້ເປັນເຈົ້າເອງ ທີ່ກາໍລັງກ່າວຕັດສິນປະຊາຊົນ ຂອງ ພຣະອົງ.
\s5
\v 13 ຈົ່ງເບິ່ງພຸ້ນດຸ ສັດຕູ ກາໍລງັມາ ດັ່ງກ້ອນເມກ. ລົດຮົບຂອງພວກເຂົາ ແລ່ນມາ ດັ່ງລົມ ບ້າໝູ ແລະ ມ້າຂອງພວກເຂົາ ກໍແລ່ນໄວ ດັ່ງ ນົກອິນຊີ. ພວກເຮົາໄດ້ເສຍໄຊ ຄາວເຄາະກາໍ ມາເຖິງ ສາແລ້ວ
\v 14 ນະຄອນ ເຢຣູຊາເລັມ ເອີຍ ຈົ່ງຊໍາລະລ້າງຄວາມຊົ່ວຊ້າອອກ ຈາກ ຈິດໃຈຂອງເຈົ້າສາ ເພື່ອວ່າເຈົ້າຈະພົ້ນໄດ້. ເຈົ້າຈະຄິດບາບຢູ່ຢ່າງນີ້ ອີກໄປດົນນານ ປານໃດ?
\v 15 ຄົນທີ່ນາໍຂ່າວ ມາຈາກເມືອງ ດານ ແລະ ຈາກເນີນພູ ຕ່າງໆ ຂອງ ເອຟຣາອິມ ກໍປະກາດຂ່າວຮ້າຍ.
\s5
\v 16 ພວກເຂົາໄດ້ມາ ເຕືອນຊົນຊາດ ຕ່າງໆ ແລະ ບອກນະຄອນ ເຢຣູຊາເລັມ ວ່າເຫລົ່າສັດຕູ ກາໍລັງມາຈາກດິນແດນໄກ. ສັດຕູເຫລົ່າ ນີ້ຈະຮ້ອງ ຕໍ່ສູ້ເມືອງຂອງ ຢູດາຍ
\v 17 ແລະ ປິດລ້ອມນະຄອນ ເຢຣູຊາເລັມ ໄວ້ດັ່ງຄົນກໍາລັງເຝົ້າທົ່ງນາ ເພາະປະຊາຊົນໃນດິນແດນ ໄດ້ກະບົດ ຕໍ່ສູ້ເຮົາ. ອົງພຣະຜູ້ເປັນເຈົ້າໄດ້ກ່າວດັ່ງນີ້ແຫລະ.
\v 18 ຢູດາ ເອີຍ ເຈົ້າໄດ້ ນໍາເອົາສິ່ງເຫລົ່ານີ້ ມາສູ່ເຈົ້າເອງ ໂດຍວິທີດໍາເນີນຊີວິດຂອງເຈົ້າ ແລະ ໂດຍສິ່ງຕ່າງໆ ທີ່ເຈົ້າໄດ້ປະພຶດ. ບາບຂອງເຈົ້າໄດ້ກໍ່ໃຫ້ເກີດ ຄວາມທຸກລໍາບາກນີ້; ສະນັ້ນແຫລະ ມັນຈຶ່ງແທງຈິດໃຈຂອງເຈົ້າໃຫ້ຊອດ.
\s5
\v 19 ຄວາມເຈັບປວດ ຂ້ານ້ອຍທົນຕໍ່ໄປ ບໍ່ໄຫວ ຈິດໃຈຂອງຂ້ານ້ອຍເຕັ້ນແຮງ ກາໍລັງຈະແຕກຢູ່ແລ້ວ ຂ້ານ້ອຍມິດງຽບຢູ່ບໍ່ໄດ້ອີກຕໍ່ໄປ ຂ້ານ້ອຍໄດ້ຍິນສຽງແກ ແລະ ສຽງຮ້ອງການ ສູ້ຮົບ.
\v 20 ໄພພິບັດ ໜຶ່ງແລ້ວ ໄພພິບັດ ອື່ນຊໍ້າຕິດຕາມມາ ຈົນໝົດປະເທດ ຖືກປ່ອຍປະໃຫ້ຮົກຮ້າງເພພັງສິ້ນ. ຜ້າເຕັນຂອງພວກເຮົາ ກໍໄດ້ຖືກທາໍລາຍ ຢ່າງໄວວາ ຜ້າກັ້ງ ຂອງເຕັນ ກໍຖືກຈີກໃຫ້ຂາດເປັນຕ່ອນໆ.
\s5
\v 21 ຂ້ານ້ອຍຈະຕ້ອງເຫັນການສູ້ຮົບ ຢ່າງນີ້ ດົນປານໃດ? ຍິນສຽງແກ ດັງກ້ອງຢູ່ດົນນານ ປານໃດອີກ?
\v 22 ອົງພຣະຜູ້ເປັນເຈົ້າ ຊົງກ່າວວ່າ, “ປະຊາຊົນຂອງເຮົານີ້ ຊ່າງໂງ່ຈ້າ ຫລາຍ ພວກເຂົາຕ່າງກໍພາກັນ ບໍ່ຮູ້ຈັກເຮົາ ຈັກດີ້. ພວກເຂົາເປັນດັ່ງເດັກນ້ອຍ ທີ່ໂງ່ຈ້າເຕັມທີ ເຂົາບໍ່ມີຄວາມເຂົ້າໃຈ ສິ່ງໃດໆ ຈັກດີ້. ພວກເຂົາເປັນຜູ້ຊໍານິ ຊໍານານ ເລື່ອງການ ເຮັດຊົ່ວນາໆ ແຕ່ເລື່ອງການເຮັດດີ ພວກເຂົາ ພັດບໍ່ຮູ້ຈັກຊໍ້າ.”
\s5
\v 23 ຂ້ານ້ອຍຈ້ອງຕາ ເບິ່ງແຜ່ນດິນໂລກ ເຫັນເປັນທີ່ຮ້າງ ຫວ່າງເປົ່າ ທັງໝົດ ແລະ ແນມເບິ່ງທ້ອງຟ້າ ເວຫາ ກໍບໍ່ເຫັນແສງສະຫວ່າງ ໃດໆ ຈັກດີ້.
\v 24 ຂ້ານ້ອຍແນມເບິ່ງພູເຂົາພຸ້ນ ມັນກໍສັ່ນສະເທືອນ ແລະ ເນີນພູ ທັງຫລາຍກໍໂຊເຊ ໄປມາດ້ວຍ.
\v 25 ຂ້ານ້ອຍເຫັນວ່າ ໃນທີ່ນັ້ນ ບໍ່ມີຈັກຄົນເລີຍ ແມ່ນແຕ່ຝູງນົກ ກໍໄດ້ເຈີດ ບິນໜີໄປຈົນສິ້ນ.
\v 26 ດິນແດນທີ່ແຕ່ກ່ອນ ເປັນດິນທີ່ອຸດົມສົມບູນ ກໍກາຍເປັນຖິ່ນແຫ້ງແລ້ງ ກັນດານໄປສິ້ນ ເມືອງທັງຫລາຍ ກໍຖືກປະໃຫ້ຮົກຮ້າງ ເພພັງ ເພາະອົງພຣະຜູ້ເປັນເຈົ້າໂກດຮ້າຍ ຮຸນແຮງ ແທ້ໆ.
(
\s5
\v 27 ອົງພຣະຜູ້ເປັນເຈົ້າ ໄດ້ກ່າວວ່າ ແຜ່ນດິນໂລກທັງໝົດ ຈະກາຍເປັນບ່ອນ ຮົກຮ້າງ ຫວ່າງເປົ່າ ແຕ່ພຣະອົງຈະບໍ່ທາໍລາຍ ແຜ່ນດິນໂລກ ໃຫ້ຈົນກ້ຽງ.)
\v 28 ສະນັ້ນ ແຫລະ ແຜ່ນດິນໂລກ ຈຶ່ງຈະໄວ້ທຸກກັນ ແລະ ໃນທ້ອງຟ້າທົ່ວໄປ ກໍຈະມືດມົວໄປສິ້ນ. ອົງພຣະຜູ້ເປັນເຈົ້າ ກ່າວໄປແລ້ວ ຈະບໍ່ມີການ ປ່ຽນໃຈ ເມື່ອພຣະອົງໄດ້ຕັ​ດສິນໃຈ ຈະບໍ່ມີປ່ຽນແປງອີກ.
\v 29 ເມື່ອໄດ້ຍິນສຽງ ທະຫານ ຂີ່ມ້າ ແລະ ນັກຍິງທະນູ ທຸກໆ ຄົນ ກໍຈະພາກັນແລ່ນ ປົບໜີໄປທັງນັ້ນ. ບາງຄົນ ກໍຈະແລ່ນໄປ ສູ່ປ່າດົງພົງໄພ ບາງຄົນກໍຈະ ປີນຂຶ້ນຕາມໂງ່ນຫິນດ້ວຍ. ທຸກໆເມືອງ ກໍຈະ ຖືກປະໃຫ້ຮ້າງເປົ່າທັງໝົດ ແລະ ຈະບໍ່ມີຜູ້ໃດ ອາໄສ ຢູ່ທີ່ນັ້ນຕໍ່ໄປອີກ.
\s5
\v 30 ເຖິງຄາວເຄາະກາໍ ສາແລ້ວ ນະຄອນ ເຢຣູຊາເລັມ ເອີຍ ເປັນຫຍັງເຈົ້າ ຈຶ່ງນຸ່ງເຄື່ອງ ສີແດງແຈດ ເຊັ່ນນັ້ນ? ເປັນຫຍັງເຈົ້າ ຈຶ່ງໃສ່ ເຄື່ອງເອ້ ແຕ້ມຄິວ ແຕ້ມຕາ? ເຈົ້າຕົບແຕ່ງ ໃຫ້ງາມ ໂດຍບໍ່ມີປະໂຫຍດ ຄູ່ຮັກຂອງເຈົ້າ ນັ້ນ ໄດ້ປະຖິ້ມເຈົ້າໄປແລ້ວເດ ແລະ ລາວຍັງ ຢາກຈະຂ້າເຈົ້າຖິ້ມຊໍ້າ.
\v 31 ຂ້ານ້ອຍໄດ້ຍິນສຽງຮ້ອງ ດັ່ງຜູ້ຍິງກາໍລັງຄອດລູກ ຄວນຄາງເຈັບປວດ ທີ່ສຸດດັ່ງລູກຫົວປີພວມເກີດ. ສຽງຮ້ອງ ເກືອບໃຈຈະຂາດຂອງນະຄອນ ເຢຣູຊາເລັມ ຊຶ່ງກາໍລັງຄວນຄາງ ແລະ ວອນຂໍໃຫ້ຊ່ວຍ; ນາງຢຽດມືອອກ ແລະ ເວົ້າອອກ ມາວ່າ, “ເຄາະກາໍຂ້ອຍນໍ ພວກເຂົາພວມມາ ຂ້າຂ້ອຍ.”
\s5
\c 5
\p
\v 1 ຊາວເຢຣູຊາເລັມ ເອີຍ ຈົ່ງແລ່ນຜ່ານ ຫົນທາງເຖີດ ຈົ່ງເບິ່ງອ້ອມໆຂ້າງ ຈົ່ງສັງເກດ ເບິ່ງເອງເຖີດ ຈົ່ງຄົ້ນເບິ່ງບ່ອນ ຕ່າງໆ ຕາມ ຕະຫລາດ ເບິ່ງດຸ ເຈົ້າພົບຜູ້ໜຶ່ງ ຜູ້ໃດບໍທີ່ເຮັດ ໃນສິ່ງທີ່ຖືກຕ້ອງ ແລະ ສະແຫວງຫາ ຄວາມຈິງຕໍ່ພຣະເຈົ້າ? ຖ້າພົບອົງພຣະຜູ້ເປັນເຈົ້າ ຈະຍົກໂທດໃຫ້ຄົນເມືອງນີ້.
\v 2 ເຖິງປານນັ້ນ ເຈົ້າກໍຍັງອ້າງວ່າ ນະມັດສະການ ອົງພຣະຜູ້ເປັນເຈົ້າ ອົງຊົງຊີວິດຢູ່. ພວກເຈົ້າບໍ່ ໄດ້ເຮັດຕາມ ສິ່ງທີ່ພວກເຈົ້າ ເວົ້ານັ້ນ.
\v 3 ແມ່ນແທ້ ອົງພຣະຜູ້ເປັນເຈົ້າ ຊອກຫາ ຄວາມສັດຊື່ ພຣະອົງຂ້ຽນຕີພວກເຈົ້າ ແຕ່ກໍບໍ່ສົນໃຈ ຮໍ່າຮຽນ; ພຣະອົງໄດ້ຢຽບຢໍ່າພວກເຈົ້າ ແຕ່ກໍບໍ່ຍອມຮໍ່າຮຽນ ພວກເຈົ້າດື້ດ້ານ ທັງບໍ່ຍອມ ຫັນໜີ ຈາກການບາບ.
\s5
\v 4 ແລ້ວຂ້ານ້ອຍ ກໍຄິດວ່າ, “ພວກເຂົາຂີ້ທຸກ ແລະ ໂງ່ກັນໝົດ ພວກເຂົາພາກັນ ປະພຶດຕົວຢ່າງ ໂງ່ຈ້າ ແທ້ໆ; ພວກເຂົາບໍ່ຮູ້ຈັກທາງ ຂອງ ອົງພຣະຜູ້ເປັນເຈົ້າ ທັງບໍ່ຮູ້ວ່າ ພຣະເຈົ້າຂອງພວກເຂົາ ຢາກໃຫ້ເຮັດ ຫຍັງຊໍ້າ.
\v 5 ຂ້ານ້ອຍຈະໄປຫາຄົນ ທີ່ມີອໍານາດ ແລະ ຈະໄປເວົ້າຈາ ປາໄສກັບພວກເຂົາ ເບິ່ງແນ່ນອນ ພວກເຂົາຕ້ອງຮູ້ສິ່ງທີ່ພຣະເຈົ້າ ຮຽກຮ້ອງເອົາ ແລະ ຮູ້ສິ່ງທີ່ພຣະອົງຕ້ອງການ ໃຫ້ພວກເຂົາເຮັດ. ” ແຕ່ພວກເຂົາ ບໍ່ຮັບເອົາ ຣິດອໍານາດ ຂອງພຣະອົງ ຈັກຄົນ ແລະ ປະຕິເສດ ທີ່ຈະເຊື່ອຟັງພຣະອົງອີກດ້ວຍ.
\v 6 ສະນັ້ນ ຝູງໂຕສິງ ຈາກປ່າ ຈະກັດກິນ ພວກເຂົາ ໝາປ່າ ແຕ່ຖິ່ນແຫ້ງແລ້ງ ກັນດານ ຈະ ຈີກ ພວກເຂົາເປັນຕ່ອນ ແລະ ເສືອດາວຈະ ດັກສະກັດຢູ່ຕາມເມືອງ ຂອງພວກເຂົາ ຖ້າອອກໄປ ພວກເຂົາຈະຖືກໂຕສິງ ຈີກເປັນ ຕ່ອນໆ; ເພາະການບາບ ທີ່ພວກເຂົາກະທາໍ ມີຢ່າງຫລວງຫລາຍ ພວກເຂົາໄດ້ຫັນໜີ ຈາກ ພຣະເຈົ້າ ເທື່ອແລ້ວ ເທື່ອອີກ.
\s5
\v 7 ອົງພຣະຜູ້ເປັນເຈົ້າ ຖາມວ່າ, “ເປັນຫຍັງ ເຮົາຈຶ່ງຍົກໂທດ ໃຫ້ປະຊາຊົນ ຂອງເຮົານໍ? ພວກເຂົາປະຖິ້ມເຮົາ ໄປຂາບໄຫວ້ ພະທີ່ບໍ່ແມ່ນພຣະເຈົ້າ. ເຮົາລ້ຽງພວກເຂົາ ຈົນອີ່ມ ແຕ່ກໍນອກໃຈເຮົາ ແລະ ມົ້ວສຸມ ຢູ່ກັບພວກ ຍິງແມ່ຈ້າງ.
\v 8 ພວກເຂົາເປັນຄືມ້າເຖິກ ທີ່ເຮົາລ້ຽງດີ ມີຕັນຫາຫລາຍ ແຕ່ລະຄົນ ກໍຢາກ ໄດ້ເມຍຂອງເພື່ອນບ້ານ.
\v 9 ເພາະເລື່ອງນີ້ ເຮົາຈະບໍ່ຄວນລົງໂທດພວກເຂົາບໍ? ຊົນຊາດ ບາບດັ່ງນີ້ ຄວນຈະຖືກແກ້ແຄ້ນ ຫລືບໍ່?
\s5
\v 10 ເຮົາຈະໃຊ້ສັດຕູ ມາຕັດຕົ້ນອະງຸ່ນ ຂອງພວກເຂົາລົງ ແຕ່ບໍ່ແມ່ນຈະທາໍລາຍ ພວກເຂົາ ໃຫ້ໝົດຈົນສິ້ນ. ເຮົາຈະບອກເຫລົ່າສັດຕູໃຫ້ ລິງ່າຂອງມັນອອກສາ ເພາະງ່າ ເຫລົ່ານັ້ນທັງໝົດ ບໍ່ເປັນຂອງເຮົາຈັກດີ້.
\v 11 ຊາວອິດສະຣາເອນ ທັງຢູດາ ໄດ້ທໍລະຍົດ ຕໍ່ເຮົາໝົດ. ” ອົງພຣະຜູ້ເປັນເຈົ້າ ໄດ້ກ່າວດັ່ງ ນີ້ແຫລະ.
\v 12 ປະຊາຊົນຂອງອົງພຣະຜູ້ເປັນເຈົ້າ ຕ່າງກໍປະຕິເສດພຣະອົງ ໂດຍເວົ້າ ວ່າ, “ພຣະອົງບໍ່ມີຣິດອໍານາດຫຍັງດອກ. [ງ] ພວກເຮົາຈະບໍ່ມີຄວາມຍາກລໍາບາກ; ພວກເຮົາ ຈະບໍ່ມີເສິກ ແລະ ຄວາມອຶດຢາກ. ”
\v 13-14 ພວກເຂົາເວົ້າວ່າ, “ພວກຜູ້ທາໍນວາຍບໍ່ ມີຫຍັງດອກ ເປັນພຽງແຕ່ ຖົງລົມເທົ່ານັ້ນ. ພວກເຂົາບໍ່ມີຖ້ອຍຄໍາຫຍັງ ທີ່ມາຈາກອົງພຣະຜູ້ເປັນເຈົ້າ. ” ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ ອົງຊົງຣິດອໍານາດຍິ່ງໃຫຍ່ກ່າວແກ່ ຂ້າພະເຈົ້າວ່າ, “ເຢເຣມີຢາ ເອີຍ ເພາະປະຊາຊົນ ເຫລົ່ານີ້ໄດ້ເວົ້າເຊັ່ນນັ້ນ ເຮົາຈະກະທາໍ ໃຫ້ຖ້ອຍຄໍາຂອງເຮົາເປັນດັ່ງໄຟທີ່ປາກຂອງເຈົ້າ. ປະຊາຊົນຈະເປັນດັ່ງຟືນ ແລະໄຟຈະໄໝ້ ເຜົາຜານພວກເຂົາຖິ້ມ. ”
\v 15 ອົງພຣະຜູ້ເປັນເຈົ້າ ກ່າວດັ່ງນີ້ ວ່າ, “ປະຊາຊົນ ອິດສະຣາເອນ ເອີຍ ເຮົາກາໍລັງ ນາໍເອົາ ຊົນຊາດໜຶ່ງຈາກ ທີ່ຫ່າງໄກມາ ໂຈມຕີພວກເຈົ້າ. ເປັນຊົນຊາດ ທີ່ເຂັ້ມແຂງ ແລະ ແຕ່ດຶກດໍາບັນ ເປັນຊົນຊາດໜຶ່ງ ທີ່ພວກເຈົ້າ ບໍ່ຮູ້ຈັກພາສາ.
\s5
\v 16 ບັນດາ ນັກຍິງໜ້າທະນູ ຂອງພວກເຂົາ ເປັນທະຫານ ທີ່ເກັ່ງກ້າ ແລະ ຂ້າຄົນໂດຍ ບໍ່ ມີຄວາມເມດຕາ.
\v 17 ພວກເຂົາຈະກິນຜົນ ລະປູກ ແລະ ອາຫານ ຂອງພວກເຈົ້າ ຈົນໝົດ ກ້ຽງ; ພວກເຂົາຈະຂ້າລູກຊາຍຍິງ ທັງຫລາຍ ຂອງພວກເຈົ້າ. ພວກເຂົາຈະຂ້າຝູງແກະ ແລະ ຝູງງົວ ທັງຈະທາໍລາຍ ຕົ້ນອະງຸ່ນ ແລະ ກົກໝາກເດື່ອເທດ ຂອງພວກເຈົ້າດ້ວຍ. ເມືອງທີ່ມີປ້ອມປ້ອງກັນ ຊຶ່ງພວກເຈົ້າໄວ້ວາງໃຈນັ້ນ ກໍຈະຖືກທາໍລາຍ ໂດຍກອງທັບຂອງພວກເຂົາ.”
\s5
\v 18 ອົງພຣະຜູ້ເປັນເຈົ້າ ກ່າວວ່າ, “ເຖິງ ແມ່ນເຮົາ ຈະລົງໂທດພວກເຈົ້າ ໃນມື້ເຫລົ່ານັ້ນ ກໍຕາມ; ແຕ່ເຮົາກໍຈະບໍ່ທາໍລາຍ ປະຊາຊົນຂອງເຮົາ ຢ່າງໝົດສິ້ນ.
\v 19 ເຢເຣມີຢາ ເອີຍ ເມື່ອພວກເຂົາຖາມ ວ່າ, ດ້ວຍເຫດໃດເຮົາຈຶ່ງເຮັດສິ່ງເຫລົ່ານີ້ ທັງໝົດ; ຈົ່ງບອກພວກເຂົາວ່າ ເມື່ອພວກເຂົາໄດ້ຫັນໜີ ຈາກເຮົາໄປຮັບໃຊ້ ບັນດາພະຕ່າງຊາດ ໃນດິນແດນຂອງພວກເຂົາເອງສັນໃດ ພວກເຂົາ ກໍຈະໄດ້ຮັບໃຊ້ ຄົນຕ່າງຊາດໃນດິນແດນໜຶ່ງ ທີ່ບໍ່ເປັນຂອງພວກເຂົາເອງສັນນັ້ນ.”
\s5
\v 20 ອົງພຣະຜູ້ເປັນເຈົ້າ ກ່າວວ່າ, “ຈົ່ງບອກ ບັນດາ ເຊື້ອສາຍ ຂອງ ຢາໂຄບ ຈົ່ງບອກຄົນຂອງ ຢູດາ ວ່າ:
\v 21 ຊົນຊາດ ທີ່ໂງ່ຈ້າ ແລະ ບໍ່ມີຄວາມຄິດເອີຍ ຈົ່ງເອົາໃຈໃສ່ ຜູ້ທີ່ມີຕາ ແຕ່ເບິ່ງບໍ່ເຫັນຜູ້ທີ່ມີຫູ ແຕ່ຟັງບໍ່ໄດ້ຍິນ.
\v 22 ເຮົາແມ່ນ ອົງພຣະຜູ້ເປັນເຈົ້າ ເປັນຫຍັງ ພວກເຈົ້າຈຶ່ງບໍ່ຢໍາເກງເຮົາ? ເປັນຫຍັງ ພວກເຈົ້າຈຶ່ງບໍ່ຢ້ານກົວ ຕົວສັ່ນຕໍ່ໜ້າເຮົາ? ເຮົາເປັນຜູ້ ຈັດສັນດິນຊາຍໄວ້ ເປັນເຂດອ້ອມທະເລ ເພື່ອໃຫ້ເປັນເຄື່ອງກີດກັ້ນ ອັນຖາວອນ ບໍ່ໃຫ້ ນາໍ້ທະເລ ຜ່ານໄປໄດ້. ນາໍ້ທະເລ ອາດໂຍກຂຶ້ນໂຍກລົງ ແຕ່ກໍເລີຍຂອບເຂດນັ້ນ ໄປບໍ່ ໄດ້; ຄື້ນທະເລ ອາດດັງກ້ອງສະໜັ່ນ ແຕ່ກໍຜ່ານໄປບໍ່ໄດ້.
\s5
\v 23 ແຕ່ສໍາລັບ ປະຊາຊົນ ດັ່ງພວກເຈົ້າແລ້ວ ພວກເຈົ້າດື້ດຶງ ແລະ ເປັນກະບົດໂດຍ ຫັນໜີ ແລະ ປະຖິ້ມເຮົາໄປ.
\v 24 ພວກເຈົ້າ ບໍ່ເຄີຍຄິດເລີຍ ທີ່ຈະຍ້ອງຍໍໃຫ້ກຽດເຮົາ ເຖິງແມ່ນວ່າ ເຮົາໄດ້ສົ່ງຝົນຍາມລະດູໃບໄມ້ຫລົ່ນ ແລະ ຝົນຍາມລະດູໃບໄມ້ປົ່ງມາໃຫ້ ແລະ ໃຫ້ ພວກເຈົ້າມີລະດູ ເກັບກ່ຽວ ປະຈາໍປີກໍຕາມ.
\v 25 ແຕ່ບາບກາໍ ຂອງ ພວກເຈົ້າຕ່າງຫາກ ທີ່ກີດກັ້ນ ສິ່ງດີເຫລົ່ານີ້ ຈາກພວກເຈົ້າ.
\s5
\v 26 ບັນດາຄົນຊົ່ວຊ້າ ໄດ້ອາໄສຢູ່ທ່າມກາງ ປະຊາຊົນຂອງເຮົາ; ພວກເຂົານອນ ຄອຍຖ້າ ດັ່ງຄົນຜູ້ໜຶ່ງວາງ ຕາໜ່າງ ໄວ້ຈັບນົກ [ຈ] ແຕ່ ພວກເຂົາພັດວາງ ຕາໜ່າງ ໄວ້ຈັບຄົນ.
\v 27 ນາຍພານ ຈັບນົກໄດ້ເຕັມກົງຂັງສັນໃດ ພວກເຂົາ ກໍໄດ້ເຄື່ອງປຸ້ນມາໄວ້ ເຕັມເຮືອນ ສັນນັ້ນ. ເພາະສະນັ້ນແຫລະ ພວກເຂົາຈຶ່ງມີອໍານາດ ແລະ ຮັ່ງມີເປັນດີ
\v 28 ຈຶ່ງຕຸ້ຍພີ ແລະ ມີອາຫານກິນ ຢ່າງອຸດົມສົມບູນ. ການເຮັດຊົ່ວຂອງພວກເຂົາ ບໍ່ມີຂອບເຂດ. ພວກເຂົາ ບໍ່ຍອມໃຫ້ລູກກາໍພ້າ ມີສິດທິ ຫລື ບໍ່ຍອມໃຫ້ຄວາມຍຸດຕິທາໍ ແກ່ຜູ້ທີ່ຖືກກົດຂີ່. ”
\v 29 ອົງພຣະຜູ້ເປັນເຈົ້າ ກ່າວວ່າ, “ເຮົາຈະລົງໂທດ ພວກເຂົາ ຕໍ່ສິ່ງເຫລົ່ານັ້ນ; ເຮົາຈະແກ້ແຄ້ນ ຊົນຊາດນີ້.
\s5
\v 30 ເຫດການທີ່ໜ້າຢ້ານ ແລະ ຕົກໃຈໄດ້ເກີດຂຶ້ນ ໃນດິນແດນນີ້ແລ້ວ
\v 31 ຄື ບັນດາ ຜູ້ທາໍນວາຍ ກໍເວົ້າແຕ່ຄໍາບໍ່ຈິງ ພວກປະໂຣຫິດ ກໍປົກຄອງຕາມຄໍາສັ່ງຂອງພວກຜູ້ທາໍນວາຍ ແລະ ປະຊາຊົນຂອງເຮົາ ກໍບໍ່ໄດ້ຄັດຄ້ານ ຫຍັງເລີຍ. ແຕ່ພວກເຂົາຈະເຮັດຢ່າງໃດ ໃນບັ້ນປາຍ?”
\s5
\c 6
\p
\v 1 ປະຊາຊົນ ເບັນຢາມິນ ເອີຍ ຈົ່ງແລ່ນ ປົບໜີເອົາຕົວລອດ ສາເຖີດ ຈົ່ງປົບໜີຈາກ ນະຄອນ ເຢຣູຊາເລັມ ສາ ຈົ່ງເປົ່າແກຂຶ້ນໃນ ເມືອງ ເຕກົວ ແລະ ຈົ່ງດັງໄຟຂຶ້ນເປັນສັນຍານ ຢູ່ໃນເມືອງ ເບັດຮັກເກເຣັມ. ໄພພິບັດ ແລະ ການທາໍລາຍຈາກທາງເໜືອ ເກືອບຈະມາຮອດແລ້ວ.
\v 2 ນະຄອນ ຊີໂອນ ເປັນທີ່ສວຍງາມຫລາຍ ແຕ່ກໍຈະຖືກ ທໍາລາຍ;
\v 3 ບັນດາຜູ້ລ້ຽງແກະ ພ້ອມທັງ ຝູງແກະ ຂອງພວກເຂົາ ຈະມາຕໍ່ສູ້ລາວຢູ່ທີ່ ນັ້ນ. ພວກເຂົາຈະຕັ້ງເຕັນ ອ້ອມຮອບຕົວເມືອງ ແລະ ແຕ່ລະຄົນຈະຕັ້ງເຕັນຕາມໃຈ ມັກຂອງຕົນ.
\s5
\v 4 ພວກເຂົາຈະເວົ້າວ່າ, “ຈົ່ງຕຽມໂຈມຕີ ນະຄອນ ເຢຣູຊາເລັມ ຈົ່ງຕຽມພ້ອມ ພວກເຮົາຈະໂຈມຕີ ໃນຕອນທ່ຽງ” ແຕ່ພວກເຂົາ ຈະເວົ້າວ່າ, “ມັນຊ້າໄປສາແລ້ວ ຕາເວັນເກືອບ ຈະຕົກດິນ ແລະ ຂ້ອນຄໍ່າຫລາຍແລ້ວ.
\v 5 ພວກເຮົາຈະບຸກໂຈມຕີ ໃນຕອນກາງຄືນ; ພວກເຮົາຈະທາໍລາຍ ປ້ອມປ້ອງກັນຕົວເມືອງ.”
\s5
\v 6 ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດ ຍິ່ງໃຫຍ່ ໄດ້ສັ່ງໃຫ້ຕັດກົກໄມ້ລົງ ແລະ ຄູນ ດິນຂຶ້ນອ້ອມນະຄອນ ເຢຣູຊາເລັມ ໄວ້. ພຣະອົງກ່າວ ວ່າ, “ເຮົາຈະລົງໂທດ ນະຄອນ ນີ້ ຍ້ອນເປັນເມືອງ ທີ່ເຕັມໄປດ້ວຍ ການກົດຂີ່.
\v 7 ນໍ້າສ້າງ ກັກນໍ້າຈືດໄວ້ ສັນໃດ ນະຄອນ ເຢຣູຊາເລັມ ກໍກັກຄວາມຊົ່ວຊ້າ ຂອງຕົນໄວ້ ສັນນັ້ນ. ເຮົາໄດ້ຍິນແຕ່ການ ຮຸນແຮງ ແລະ ການທາໍລາຍ ດັງຂຶ້ນໃນຕົວ ເມືອງ; ເຮົາເຫັນລ້ວນແຕ່ຄົນບາດເຈັບ ແລະ ຄົນທົນທຸກ.
\v 8 ຊາວນະຄອນ ເຢຣູຊາເລັມ ເອີຍ ຈົ່ງໃຫ້ຄວາມເດືອດຮ້ອນເຫລົ່ານີ້ ເປັນ ການເຕືອນພວກເຈົ້າເຖີດ ຫລື ບໍ່ດັ່ງນັ້ນ ເຮົາ ຈະປະຖິ້ມພວກເຈົ້າ ຕື່ມອີກ; ເຮົາຈະປ່ຽນ ນະຄອນນີ້ ໃຫ້ເປັນຖິ່ນແຫ້ງແລ້ງກັນດານ ຊ່ຶ່ງເປັນບ່ອນໜຶ່ງ ທີ່ບໍ່ມີຜູ້ໃດ ຢູ່ອາໄສ.”
\s5
\v 9 ຕໍ່ໄປນີ້ ແມ່ນຖ້ອຍຄໍາ ຂອງ ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດ ຍິ່ງໃຫຍ່ ກ່າວດັ່ງນີ້: “ຊາດອິດສະຣາເອນ ຈະຖືກກວາດລ້າງ ໃຫ້ກ້ຽງ ດັ່ງສວນອະງຸ່ນ ທີ່ຖືກຄົນເກັບເລັມ ໃຫ້ຈົນກ້ຽງ. ດັ່ງນັ້ນ ເຈົ້າຕ້ອງຊ່ວຍກູ້ເອົາທຸກໆຄົນ ເທົ່າທີ່ຈະຊ່ວຍໄດ້ ໃນເມື່ອຍັງມີເວລາ ຢູ່. ”
\v 10 ຂ້າພະເຈົ້າ ຈຶ່ງຕອບວ່າ, “ຜູ້ໃດແດ່ ຈະຟັງຂ້ານ້ອຍ ຖ້າຂ້ານ້ອຍບອກ ແລະ ເຕືອນພວກເຂົາ? ພວກເຂົາດື້ດ້ານ ແລະ ບໍ່ຍອມຟັງຖ້ອຍຄໍາ ຂອງພຣະອົງ; ພວກເຂົາ ຫົວເລາະ ໃສ່ສິ່ງທີ່ພຣະອົງບອກໃຫ້ ຂ້ານ້ອຍ ກ່າວ.
\s5
\v 11 ໂອ ອົງພຣະຜູ້ເປັນເຈົ້າ ເອີຍ ຄວາມ ໂກດຮ້າຍ ທີ່ພຣະອົງ ມີຕໍ່ພວກເຂົານັ້ນ ກໍລຸກໄໝ້ ຢູ່ໃນຂ້ານ້ອຍ ຄືກັນ ແລະ ຂ້ານ້ອຍກໍທົນ ຕໍ່ໄປບໍ່ໄດ້ແລ້ວ. ” ແລ້ວ ອົງພຣະຜູ້ເປັນເຈົ້າ ກໍກ່າວແກ່ຂ້າພະເຈົ້າ ວ່າ, “ຈົ່ງລະບາຍ ຄວາມ ໂກດຮ້າຍຂອງເຮົາ ອອກໃສ່ເດັກນ້ອຍ ທີ່ທ້ອງຖະໜົນ ແລະ ໃນທີ່ປະຊຸມຕ່າງໆ ຂອງ ພວກຊາວໜຸ່ມ. ຜົວ ແລະ ເມຍ ຈະຖືກຈັບໄປ ແລະ ແມ່ນແຕ່ຄົນຊະຣາ ກໍຈະບໍ່ໄດ້ ຖືກຍົກເວັ້ນ.
\v 12 ເຮືອນຂອງພວກເຂົາ ຈະຖືກ ມອບໃຫ້ຄົນອື່ນ ພ້ອມທັງທົ່ງນາ ແລະ ເມຍ ຂອງພວກເຂົາ ກໍເຊັ່ນກັນດ້ວຍ. ເຮົາພວມຈະ ລົງໂທດ ປະຊາຊົນ ໃນດິນແດນນີ້.
\s5
\v 13 ຍ້ອນທຸກຄົນ ບໍ່ວ່າໃຫຍ່ ຫລື ນ້ອຍ ພະຍາຍາມ ຈະຫາເງິນ ໃນທາງທີ່ບໍ່ສັດຊື່; ແມ່ນແຕ່ ພວກຜູ້ທາໍນວາຍ ແລະ ພວກປະໂຣຫິດ ກໍສໍ້ໂກງປະຊາຊົນ.
\v 14 ພວກເຂົາ ປະພຶດ ຄື ກັບວ່າ ບາດແຜ ຂອງ ປະຊາຊົນ ເຮົາ ນັ້ນເປັນພຽງແຕ່ແປ້ວ ເທົ່ານັ້ນ. ພວກເຂົາເວົ້າວ່າ, ‘ສະຫງົບສຸກ, ສະຫງົບສຸກ, ໃນ ເມື່ອທຸກສິ່ງບໍ່ໄດ້ ສະຫງົບສຸກ ເລີຍ.
\v 15 ພວກເຂົາອັບອາຍຂາຍໜ້າບໍ ທີ່ໄດ້ກະທໍາສິ່ງ ອັນໜ້າລັງກຽດ ເຊັ່ນນີ້? ບໍ່ເລີຍ ພວກເຂົາບໍ່ ອັບອາຍຂາຍໜ້າ ຫຍັງດອກ; ສີໜ້າຂອງ ພວກເຂົາ ຢູ່ຊື່ ໆ ບໍ່ແດງຊໍ້າ. ສະນັ້ນແຫລະ ພວກເຂົາ ຈຶ່ງຈະລົ້ມລົງ ດັ່ງຄົນອື່ນ ທີ່ໄດ້ລົ້ມລົງ; ເມື່ອເຮົາລົງໂທດພວກເຂົາ ກໍແມ່ນ ຈຸດຈົບ ສໍາລັບ ພວກເຂົາ ສາແລ້ວ. ” ອົງພຣະຜູ້​ເປັນເຈົ້າ ໄດ້ກ່າວດັ່ງນີ້ແຫລະ.
\s5
\v 16 ອົງພຣະຜູ້ເປັນເຈົ້າ ໄດ້ກ່າວແກ່ ປະຊາຊົນຂອງພຣະອົງ ວ່າ, “ຈົ່ງຢຸດ ຢູ່ທີ່ທາງ ສີ່ແຍກ ແລະ ແນມເບິ່ງ. ຈົ່ງຖາມຫາ ຫົນທາງ ແຕ່ເກົ່າແກ່ ແລະ ຫົນທາງອັນດີເລີດ ນັ້ນວ່າ ຢູ່ໃສ. ຈົ່ງເດີນໄປ ຕາມທາງນັ້ນ ແລະພວກເຈົ້າກໍຈະພົບຄວາມຢູ່ເຢັນເປັນສຸກ. ” ແຕ່ ພວກເຂົາເວົ້າວ່າ, “ບໍ່ ພວກເຮົາຈະບໍ່ເຮັດດອກ. ”
\v 17 ແລ້ວອົງພຣະຜູ້ເປັນເຈົ້າ ກໍໄດ້ ແຕ່ງຕັ້ງ ຄົນເຝົ້າຍາມ ເພື່ອໃຫ້ເປົ່າແກ ເຕືອນ ວ່າ, “ຈົ່ງລະວັງສຽງແກ ສັນຍານໄພ. ” ແຕ່ພວກເຂົາ ຊໍ້າເວົ້າວ່າ, “ພວກເຮົາຈະບໍ່ຟັງ. ”
\v 18 ສະນັ້ນ ອົງພຣະຜູ້ເປັນເຈົ້າ ຈຶ່ງກ່າວວ່າ, “ຊົນຊາດທັງຫລາຍ ເອີຍ ຈົ່ງຟັງ ແລະ ຮຽນຮູ້ ສິ່ງທີ່ກາໍລັງເກີດຂຶ້ນ ຕໍ່ປະຊາຊົນຂອງເຮົາ
\v 19 ແຜ່ນດິນໂລກ ເອີຍ ຈົ່ງຟັງເທີ້ນ ເຮົາຈະ ນາໍເອົາໄພພິບັດ ມາຍັງປະຊາຊົນເຫລົ່ານີ້ ຄື ໄພພິບັດ ທີ່ພວກເຂົາສົມຄວນໄດ້ຮັບ ຍ້ອນພວກເຂົາໄດ້ປະຖິ້ມ ຄໍາສັ່ງສອນຂອງເຮົາ ແລະ ບໍ່ໄດ້ເຊື່ອຟັງຖ້ອຍຄໍາຂອງເຮົາ.
\s5
\v 20 ມີປະໂຫຍດ ຫຍັງແກ່ເຮົາແດ່ ທີ່ພວກເຂົາ ໄດ້ທູບຫອມ ມາແຕ່ເມືອງ ເຊບາ ຫລື ໄດ້ ເຄື່ອງຫອມ ມາຈາກທາງໄກ? ເຮົາຈະບໍ່ຍອມ ຮັບເອົາເຄື່ອງຖວາຍ ຂອງ ພວກເຂົາ ຫລື ຍິນດີກັບເຄື່ອງບູຊາ ຂອງພວກເຂົາ.
\v 21 ສະນັ້ນ ເຮົາຈຶ່ງຈະເຮັດໃຫ້ປະຊາຊົນເຫລົ່ານີ້ ຕໍາສະດຸດ ແລະ ລົ້ມລົງ. ບັນດາ ພໍ່ກັບບັນດາ ລູກຊາຍ ຈະຕາຍເຊັ່ນດຽວກັນ ກັບບັນດາ ໝູ່ເພື່ອນມິດສະຫາຍ ແລະ ບັນດາເພື່ອນບ້ານ ດ້ວຍ. ”
\v 22 ອົງພຣະຜູ້ເປັນເຈົ້າ ກ່າວວ່າ, “ປະຊາຊົນພວມມາ ແຕ່ປະເທດໜຶ່ງທາງທິດເໜືອ; ເປັນຊາດໜຶ່ງຊຶ່ງຢູ່ຫ່າງໄກ ທີ່ມີກາໍລັງ ອໍານາດ ຕຽມສູ້ຮົບ.
\s5
\v 23 ພວກເຂົາ ຖືໜ້າທະນູ ກັບດາບ ລ້ວນແຕ່ເປັນຄົນຮ້າຍກາດ ແລະ ຂາດຄວາມ ເມດຕາ. ພວກເຂົາຂີ່ມ້າ ສຽງດັງ ກຶກກ້ອງ ດັ່ງ ສຽງຂອງທະເລ ຄຶກຄະນອງ. ພວກເຂົາຕຽມພ້ອມເຮັດເສິກ ຕໍ່ສູ້ນະຄອນ ເຢຣູຊາເລັມ. ”
\v 24 ປະຊາຊົນ ອິດສະຣາເອນ ເວົ້າວ່າ, “ພໍ ພວກເຮົາ ໄດ້ຍິນຂ່າວຂອງເສິກ ມືພວກເຮົາ ກໍອ່ອນເພຍລົງ; ພວກເຮົາເປັນທຸກໃຈຫລາຍ ແລະ ເຈັບປວດໜັກເໝືອນ ດັ່ງແມ່ຍິງທີ່ພວມ ອອກລູກ.
\s5
\v 25 ພວກເຮົາ ບໍ່ກ້າໄປຍັງນອກເມືອງ ຫລື ຍ່າງຕາມຖະໜົນຫົນທາງ ເພາະເຫລົ່າສັດຕູ ຖືອາວຸດ ອ້ອມລ້ອມພວກເຮົາຢູ່ ແລະ ພວກເຮົາ ກໍຢ້ານກົວພວກເຂົາຫລາຍ. ”
\v 26 ອົງພຣະຜູ້ເປັນເຈົ້າ ກ່າວແກ່ປະຊາຊົນຂອງ ພຣະອົງວ່າ, “ຈົ່ງນຸ່ງເຄື່ອງເຮັດດ້ວຍ ຜ້າກະສອບເຂົ້າ ແລະ ກິ້ງເກືອກຢູ່ໃນຂີ້ເຖົ່າໄຟສາ. ຈົ່ງຮ້ອງໄຫ້ ໄວ້ທຸກດ້ວຍຄວາມຂົມຂື່ນ ເໝືອນລູກຊາຍ ຄົນດຽວໄດ້ຕາຍໄປເຖີດ ຍ້ອນຜູ້ທີ່ມາທາໍລາຍພວກເຈົ້ານັ້ນ ຈະໂຈມຕີ ໃນທັນທີທັນໃດ.
\s5
\v 27 ເຢເຣມີຢາ ເອີຍ ຈົ່ງທົດສອບເບິ່ງ ປະຊາຊົນຂອງເຮົາດູ ດັ່ງເຈົ້າທົດລອງໂລຫະ ແລະ ເບິ່ງວ່າ ມັນເປັນຢ່າງໃດ.
\v 28 ພວກເຂົາເປັນຄົນກະບົດ ຢ່າງດື້ດ້ານແຂງ ດັ່ງທອງສໍາຣິດ ແລະ ເຫລັກກ້າ. ພວກເຂົາລ້ວນແຕ່ ເປັນຄົນສໍ້ໂກງ ແລະ ທຽວຊອກຫາ ເວົ້າຂວັນ ຄົນ.
\v 29 ເຕົາຫລອມ ລຸກໄໝ້ຢ່າງຮ້ອນແຮງແລ້ວ ແຕ່ຂີ້ໝ້ຽງທີ່ຕິດຢູ່ກັບໂລຫະນັ້ນ ກໍ ຍັງບໍ່ຂຸລົງ. ມັນບໍ່ມີປະໂຫຍດຫຍັງ ທີ່ຈະຫລໍ່ ຫລອມປະຊາຊົນຂອງເຮົາ ຂຶ້ນໃໝ່ ເພາະພວກຄົນຊົ່ວ ເຫລົ່ານັ້ນ ຍັງບໍ່ໄດ້ຖືກກໍາຈັດ ໃຫ້ໝົດສິ້ນໄປ.
\v 30 ຄົນທັງຫລາຍ ຈະເອີ້ນ ພວກເຂົາວ່າ ເປັນຂອງເສດເຫລືອ; ເພາະເຮົາ ຄື ອົງພຣະຜູ້ເປັນເຈົ້າ ໄດ້ປະຖິ້ມພວກເຂົາແລ້ວ.”
\s5
\c 7
\p
\v 1 ອົງພຣະຜູ້ເປັນເຈົ້າໄດ້ໃຊ້ຂ້າພະເຈົ້າ ໄປ ຍັງປະຕູຂອງພຣະວິຫານ ບ່ອນທີ່ປະຊາຊົນ ຢູດາ ໄປນະມັດສະການ.
\v 2 ພຣະອົງໄດ້ບອກຂ້າພະເຈົ້າ ໃຫ້ຢືນຢູ່ທີ່ປະຕູພຣະວິຫານ ຂອງອົງພຣະຜູ້ເປັນເຈົ້າ ແລະ ທີ່ນັ້ນໃຫ້ປະກາດ ວ່າ, “ຈົ່ງຟັງຖ້ອຍຄໍາ ຂອງອົງພຣະ ຜູ້ເປັນເຈົ້າ ພວກເຈົ້າຊາວຢູດາ ທັງໝົດທີ່ ເຂົ້າມາທາງປະຕູນີ້ ເພື່ອນະມັດສະການ ອົງພຣະຜູ້ເປັນເຈົ້າ
\s5
\v 3 ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດ ຍິ່ງໃຫຍ່ ພຣະເຈົ້າຂອງຊາດອິດສະຣາເອນ ໄດ້ກ່​າວ ດັ່ງນີ້ວ່າ, ຈົ່ງປ່ຽນທາງດໍາເນີນຊີວິດແລະ ການກະທາໍຂອງພວກເຈົ້າສາ ແລະ ເຮົາຈະໃຫ້ພວກເຈົ້າ ອາໄສຢູ່ໃນບ່ອນນີ້.
\v 4 ຢ່າເຊື່ອຄໍາຫລອກລວງ ທີ່ວ່າ, ‘ພວກເຮົາ ປອດໄພ ທີ່ນີ້ແມ່ນພຣະວິຫານຂອງອົງພຣະຜູ້ເປັນເຈົ້າ ທີ່ນີ້ແມ່ນພຣະວິຫານຂອງອົງພຣະຜູ້ເປັນເຈົ້າ ທີ່ນີ້ແມ່ນພຣະວິຫານຂອງອົງພຣະຜູ້ເປັນເຈົ້າ’
\s5
\v 5 ຈົ່ງປ່ຽນທາງດໍາເນີນຊີວິດ ແລະ ການ ກະທາໍຂອງພວກເຈົ້າສາ. ຈົ່ງປະຕິບັດຕໍ່ກັນ ແລະກັນຢ່າງຍຸດຕິທໍາ.
\v 6 ຈົ່ງເຊົາເອົາລັດ ເອົາປຽບຄົນຕ່າງດ້າວ, ລູກກາໍພ້າ ແລະ ແມ່ໝ້າຍ. ຈົ່ງເຊົາປະຫັດປະຫານ ຄົນທີ່ບໍ່ມີ ຄວາມຜິດຢູ່ ໃນດິນແດນນີ້. ຈົ່ງເຊົາຂາບໄຫວ້ ພະອື່ນສາ ເພາະການກະທາໍເຊັ່ນນັ້ນ ຈະ ເປັນການທາໍລາຍ ພວກເຈົ້າເອງ.
\v 7 ຖ້າພວກເຈົ້າປ່ຽນແປງ ເຮົາກໍຈະໃຫ້ພວກເຈົ້າ ອາໄສ ຢູ່ໃນດິນແດນນີ້ ຊຶ່ງເຮົາໄດ້ມອບໃຫ້ເປັນກາໍມະສິດ ອັນຖາວອນສໍາລັບບັນພະບຸລຸດ ຂອງພວກເຈົ້າ.
\s5
\v 8 ເບິ່ງດູພວກເຈົ້າ ໄວ້ວາງໃຈໃນຄໍາຫລອກລວງ ຕ່າງໆ.
\v 9 ພວກເຈົ້າລັກ, ຂ້າເຈົ້າເອົາຂອງ, ລ່ວງເກີນຜົວເມຍຄົນອື່ນ, ສາບົດສາບານ ດ້ວຍຄວາມບໍ່ຈິງ, ຖວາຍບູຊາແກ່ພະບາອານ ແລະ ຂາບໄຫວ້ພະຕ່າງໆ ທີ່ພວກເຈົ້າ ບໍ່ເຄີຍຮູ້ຈັກມາກ່ອນ.
\v 10 ເຮົາກຽດຊັງ ການກະທາໍເຫລົ່ານີ້ຂອງພວກເຈົ້າ ແລະ ພວກເຈົ້າກໍມາຢືນຢູ່ຊ້ອງໜ້າເຮົາ ໃນພຣະວິຫານ ໂດຍເວົ້າວ່າ, ‘ພວກເຮົາ ປອດໄພ.
\v 11 ພວກເຈົ້າຄິດວ່າ ພຣະວິຫານຂອງເຮົາ ເປັນຖໍ້າຂອງໂຈນຊັ້ນບໍ? ເຮົາເຫັນສິ່ງທີ່ພວກເຈົ້າ ກາໍລັງເຮັດຢູ່.
\s5
\v 12 ຈົ່ງໄປຍັງເມືອງ ຊີໂລ [ສ] ບ່ອນທີ່ເຮົາ ໄດ້ເລືອກໄວ້ ໃຫ້ເປັນບ່ອນນະມັດສະການ ເຮົາເທື່ອທາໍອິດ ແລະ ຈົ່ງເບິ່ງສິ່ງທີ່ເຮົາໄດ້ເຮັດຕໍ່ເມືອງນັ້ນ ເພາະບາບຂອງຊາວອິດສະຣາເອນ ປະຊາຊົນຂອງເຮົາ.
\v 13 ພວກເຈົ້າເອງ ກໍໄດ້ເຮັດບາບເຫລົ່ານີ້ ທັງໝົດ ຄືກັນ ເຖິງແມ່ນວ່າເຮົາ ໄດ້ບອກພວກເຈົ້າ ຫລາຍເທື່ອແລ້ວກໍຕາມ; ແຕ່ພວກເຈົ້າ ກໍບໍ່ຍອມຟັງເຮົາ. ພວກເຈົ້າບໍ່ຂານຕອບເມື່ອເຮົາ ເອີ້ນຫາພວກເຈົ້າ.
\v 14 ສະນັ້ນແຫລະ ສິ່ງທີ່ ເຮົາໄດ້ເຮັດຕໍ່ເມືອງ ຊີໂລ ນັ້ນ ເຮົາກໍຈະເຮັດ ຕໍ່ພຣະວິຫານຂອງເຮົາ ເຊັ່ນກັນ ຄື ບ່ອນທີ່ພວກເຈົ້າ ໄວ້ວາງໃຈນັ້ນ. ໃນບ່ອນນີ້ເອງ ທີ່ເຮົາໄດ້ຍົກໃຫ້ບັນພະບຸລຸດຂອງພວກເຈົ້າ ແລະ ພວກເຈົ້າ; ແຕ່ເຮົາຈະເຮັດເໝືອນກັນກັບທີ່ເຮົາໄດ້ເຮັດຕໍ່ເມືອງ ຊີໂລ.
\v 15 ເຮົາຈະຂັບໄລ່ພວກເຈົ້າອອກໄປ ໃຫ້ຫ່າງ ຈາກສາຍຕາຂອງເຮົາ ດັ່ງທີ່ໄດ້ເຮັດກັບຊາວ ເອຟຣາອິມ ພີ່ນ້ອງຂອງເຈົ້າ.”
\s5
\v 16 ອົງພຣະຜູ້ເປັນເຈົ້າ ໄດ້ກ່າວວ່າ, “ເຢເຣມີຢາ ເອີຍ ຢ່າພາວັນນາອະທິຖານ ສໍາລັບປະຊາຊົນ ເຫລົ່ານີ້ເລີຍ. ຢ່າຮ້ອງໄຫ້ ຫລື ພາວັນນາອະທິຖານ ເພື່ອພວກເຂົາ; ຢ່າຂໍຮ້ອງເຮົາ ເພາະເຮົາຈະບໍ່ຟັງເຈົ້າ.
\v 17 ເຈົ້າບໍ່ເຫັນສິ່ງທີ່ພວກເຂົາ ກາໍລັງເຮັດ ໃນເມືອງຂອງຢູດາຍ ແລະ ທີ່ທ້ອງຖະໜົນຫົນທາງຂອງນະຄອນ ເຢຣູຊາເລັມ ບໍ?
\v 18 ພວກເດັກນ້ອຍຊອກຫາຟືນມາ, ພວກ ຜູ້ຊາຍ ດັງໄຟຂຶ້ນ ແລະ ພວກຜູ້ຍິງນັ້ນ ນວດ ແປ້ງ ເຮັດເຂົ້າໜົມຫວານ ເພື່ອຖວາຍໃຫ້ ເຈົ້າແມ່ ທີ່ພວກເຂົາເອີ້ນວ່າ, ເຈົ້າຍິງແຫ່ງຟ້າສະຫວັນ. ພວກເຂົາເທເຫລົ້າ ອະງຸ່ນຖວາຍ ແກ່ບັນດາພະອື່ນ ເພື່ອເຮັດໃຫ້ເຮົາເຈັບຊໍ້າ ໜໍາໃຈ.
\s5
\v 19 ແຕ່ແມ່ນເຮົາແທ້ບໍ ທີ່ພວກເຂົາກາໍລັງເຮັດໃຫ້ເຈັບຊໍ້າໜາໍໃຈ? ບໍ່ແມ່ນເຮົາດອກ ແຕ່ ແມ່ນພວກເຂົາ ເຮັດໃຫ້ພວກເຂົາເອງ ເຈັບ ຊໍ້າໜາໍໃຈ ແລະ ນາໍເອົາຄວາມອັບອາຍຂາຍໜ້າມາສູ່ພວກເຂົາເອງ.
\v 20 ສະນັ້ນແຫລະ ພຣະເຈົ້າ ຢາເວ ອົງພຣະຜູ້ເປັນເຈົ້າ ຈຶ່ງຈະເທ ຄວາມໂກດຮ້າຍ ອັນຮຸນແຮງຂອງເຮົາລົງໃສ່ ພຣະວິຫານນີ້. ເຮົາຈະເທລົງໃສ່ທັງຄົນ ແລະ ສັດເດຍລະສານ ຕະຫລອດທັງກົກໄມ້ ແລະ ເຄື່ອງປູກຂອງຝັງດ້ວຍ. ຄວາມໂກດຮ້າຍ ຂອງເຮົາຈະລຸກໄໝ້ ດັ່ງໄຟທີ່ບໍ່ມີຜູ້ໃດມອດ ໄດ້.”
\s5
\v 21 ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດ ຍິ່ງໃຫຍ່ ພຣະເຈົ້າຂອງຊາດອິດສະຣາເອນ ກ່າວດັ່ງນີ້ວ່າ, “ປະຊາຊົນຂອງເຮົາ ເອີຍ ເຄື່ອງບູຊາ ບາງຢ່າງ ພວກເຈົ້າຕ້ອງເຜົາໝົດ ເທິງແທ່ນບູຊາ ແລະ ເຄື່ອງບູຊາ ບາງຢ່າງ ພວກເຈົ້າໄດ້ຮັບອະນຸຍາດ ໃຫ້ກິນໄດ້, ແຕ່ສິ່ງ ທີ່ເຮົາບອກ ແມ່ນໃຫ້ພວກເຈົ້າກິນໄດ້ທັງໝົດ.
\v 22 ເມື່ອເຮົາໄດ້ນາໍ ບັນພະບຸລຸດຂອງ ພວກເຈົ້າ ອອກມາຈາກປະເທດ ເອຢິບ ນັ້ນ ເຮົາບໍ່ໄດ້ໃຫ້ຄໍາສັ່ງກ່ຽວກັບເຄື່ອງເຜົາບູຊາ ຫລື ເຄື່ອງບູຊາຊະນິດ ໃດໆ ແກ່ພວກເຂົາ ເລີຍ.
\v 23 ແຕ່ໄດ້ສັ່ງພວກເຂົາ ໃຫ້ເຊື່ອຟັງ ເຮົາ ເພື່ອວ່າເຮົາຈະໄດ້ເປັນພຣະເຈົ້າ ຂອງ ພວກເຂົາ ແລະ ພວກເຂົາຈະໄດ້ເປັນປະຊາຊົນຂອງເຮົາ. ແລະ ເຮົາກໍໄດ້ບອກ ພວກເຂົາໃຫ້ດໍາເນີນຊີວິດ ຕາມທີ່ເຮົາໄດ້ສັ່ງ ນັ້ນ ເພື່ອພວກເຂົາຈະໄດ້ຢູ່ເຢັນເປັນສຸກ.
\s5
\v 24 ແຕ່ພວກເຂົາ ບໍ່ໄດ້ເຊື່ອຟັງ ຫລື ເອົາໃຈໃສ່ເລີຍ. ພວກເຂົາຕ່າງກໍໄດ້ປະພຶດຕົນ ໄປຕາມຄວາມດື້ດ້ານ ແລະ ໃຈຊົ່ວຂອງ ພວກເຂົາເອງ; ສະນັ້ນພວກເຂົາ ຈຶ່ງຊົ່ວໜັກ ລົງແທນທີ່ຈະດີຂຶ້ນ.
\v 25 ຕັ້ງແຕ່ ມື້ທີ່ບັນພະບຸລຸດ ຂອງພວກເຈົ້າ ໄດ້ອອກຈາກ ປະເທດເອຢິບ ມາຈົນເຖິງ ທຸກວັນນີ້; ເຮົາກໍໄດ້ໃຊ້ ບັນດາຜູ້ທາໍນວາຍຜູ້ຮັບໃຊ້ ຂອງເຮົາ ໄປຫາພວກເຈົ້າ ສະເໝີ.
\v 26 ພວກເຈົ້າບໍ່ໄດ້ເຊື່ອຟັງ ຫລື ເອົາໃຈໃສ່ເລີຍ, ແຕ່ພວກເຈົ້າ ແຮ່ງເປັນຄົນ ຫົວດື້ດ້ານ ແລະ ກະບົດ ຫລາຍກວ່າບັນພະບຸລຸດ ຂອງ ພວກເຈົ້າອີກ.
\s5
\v 27 ສະນັ້ນ ເຢເຣມີຢາ ເອີຍ ເຈົ້າຈະກ່າວ ຖ້ອຍຄໍາ ເຫລົ່ານີ້ສູ່ປະຊາຊົນຂອງເຮົາຟັງ ແຕ່ພວກເຂົາຈະບໍ່ຟັງເຈົ້າ; ເຈົ້າຈະເອີ້ນຫາ ພວກເຂົາ ແຕ່ພວກເຂົາຈະບໍ່ຂານຕອບ.
\v 28 ເຈົ້າຈະບອກພວກເຂົາວ່າ ຊົນຊາດຂອງ ພວກເຂົາ ບໍ່ຍອມເຊື່ອຟັງເຮົາ ຄື ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຂົາ ຫລື ບໍ່ຍອມ ຖອດຖອນບົດຮຽນ ຈາກການທີ່ພວກເຂົາຖືກລົງໂທດ. ຄວາມສັດຊື່ ໄດ້ສູນຫາຍໄປຈາກ ພວກເຂົາສາແລ້ວ. ບໍ່ມີຜູ້ໃດເລີຍ ຢາກເອີ່ຍ ເຖິງເລື່ອງນີ້ ອີກຕໍ່ໄປ.”
\s5
\v 29 ​ອົງພຣະຜູ້ເປັນເຈົ້າ ກ່າວວ່າ, “ຊາວນະຄອນ ເຢຣູຊາເລັມ ເອີຍ ຈົ່ງໄວ້ທຸກສາເຖີດ ຈົ່ງແຖຜົມພວກເຈົ້າອອກ ແລະ ໂຍນມັນຖິ້ມ ສາ ຈົ່ງຮ້ອງເພງ ອາໄລອາວອນ ທີ່ເທິງຈອມພູພຸ້ນ ເພາະອົງພຣະຜູ້ເປັນເຈົ້າ ໂກດຮ້າຍໃດ ແລະ ປະຖິ້ມປະຊາຊົນຂອງເຮົາ ສາແລ້ວ. ”
\v 30 “ປະຊາຊົນຢູດາ ໄດ້ເຮັດສິ່ງທີ່ຊົ່ວຮ້າຍ. ພວກເຂົາໄດ້ເອົາຮູບພະ ຂອງພວກເຂົາ ທີ່ເຮົາກຽດຊັງ ນັ້ນມາວາງໄວ້ໃນພຣະວິຫານ ຂອງເຮົາ ແລະ ເຮັດໃຫ້ທີ່ນັ້ນ ເສື່ອມເສຍກຽດ.
\s5
\v 31 ໃນຮ່ອມພູ ຮິນໂນມ ພວກເຂົາໄດ້ສ້າງ ແທ່ນບູຊາ ແທ່ນໜຶ່ງ ທີ່ຄົນເອີ້ນວ່າ ໂຕເຟັດ ເພື່ອວ່າພວກເຂົາ ຈະເອົາລູກຊາຍຍິງຂອງ ພວກເຂົາມາເຜົາບູຊາ. ເຮົາບໍ່ໄດ້ສັ່ງພວກເຂົາ ໃຫ້ເຮັດເຊັ່ນນີ້. ແມ່ນແຕ່ ໃນຄວາມຄິດຂອງເຮົາກໍບໍ່ເຄີຍມີເຊັ່ນນັ້ນເລີຍ. ”
\v 32 ອົງພຣະຜູ້ເປັນເຈົ້າ ກ່າວວ່າ, “ດ້ວຍເຫດນີ້ ເວລາຈະ ຕ້ອງມາເຖິງ ຢ່າງແນ່ນອນ ແລະ ເມື່ອນັ້ນ ຄົນຈະບໍ່ເອີ້ນ ໂຕເຟັດ ຫລື ຮ່ອມພູ ຮິນໂນມ ອີກຕໍ່ໄປ ແຕ່ຄົນຈະພາກັນ ເອີ້ນວ່າ ຮ່ອມພູ ແຫ່ງ ການຂ້າຟັນກັນ. ພວກເຂົາຈະຝັງຄົນໃນທີ່ນັ້ນ ຍ້ອນບໍ່ມີບ່ອນຝັງ ໃນທີ່ອື່ນ.
\s5
\v 33 ຊາກສົບຕ່າງໆ ຈະກາຍເປັນອາຫານ ຂອງຝູງນົກ ແລະ ສັດປ່າທັງຫລາຍ ແລະ ຈະບໍ່ມີຜູ້ໃດ ໄລ່ມັນໜີໄປຈາກທີ່ນັ້ນ.
\v 34 ດິນແດນ ຈະກາຍເປັນຖິ່ນແຫ້ງແລ້ງກັນດານ. ໃນ ເມືອງຂອງຢູດາຍ ແລະ ໃນທ້ອງຖະໜົນຫົນທາງຂອງນະຄອນ ເຢຣູຊາເລັມ ເຮົາຈະ ເຮັດໃຫ້ສຽງມ່ວນຊື່ນ ແລະ ສຽງເຈົ້າບ່າວ ເຈົ້າ ສາວ ທີ່ມີຄວາມສຸກ ໃນພິທີແຕ່ງງານມິດງຽບ ສິ້ນສຸດລົງ.”
\s5
\c 8
\p
\v 1 ອົງພຣະຜູ້ເປັນເຈົ້າ ກ່າວວ່າ, “ໃນເວລາ ນັ້ນ ພວກເຂົາຈະເອົາກະດູກ ຂອງ ບຸກຄົນ ສໍາຄັນ ທີ່ໄດ້ອາໄສຢູ່ທີ່ນະຄອນ ເຢຣູຊາເລັມ ເຊັ່ນ: ບັນດາກະສັດ ກັບ ບັນດາຂ້າຣາຊການ ຂອງຢູດາຍ, ບັນດາປະໂຣຫິດ, ພວກຜູ້ທາໍນວາຍ ແລະ ຄົນອື່ນ ໆ ອອກມາຈາກຂຸມຝັງສົບ ຂອງພວກເຂົາ.
\v 2 ແທນທີ່ກະດູກ ເຫລົ່ານີ້ຈະຖືກຮິບໂຮມ ແລະ ຖືກຝັງໄວ້; ແຕ່ມັນຈະ ຖືກປະໃຫ້ເປັນຝຸ່ນຢາຍ ເດຍລະດາດ ຢູ່ຕາມ ໜ້າດິນ. ມັນຈະຖືກປະປ່ອຍ ໃຫ້ຕາກແສງ ຕາເວັນ, ແສງດວງເດືອນ ແລະ ແສງ ດວງດາວອື່ນ ໆ ທີ່ປະຊາຊົນເຫລົ່ານີ້ບູຊາ ແລະ ຮັບໃຊ້ໂດຍຂໍຄໍາປຶກສາ ແລະ ຂາບໄຫວ້.
\v 3 ສ່ວນປະຊາຊົນຂອງຊາດ ອັນຊົ່ວຮ້າຍ ທີ່ຍັງເຫລືອຢູ່ນີ້ ຄື ພວກທີ່ອາໄສຢູ່ ໃນບ່ອນທີ່ເຮົາໄດ້ເຮັດ ໃຫ້ກະຈັດກະຈາຍໄປ ນັ້ນຈະຢາກຕາຍ ຫລາຍກວ່າ ທີ່ຢາກຈະມີຊີ ວິດຢູ່. ” ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດ ຍິ່ງໃຫຍ່ ໄດ້ກ່າວດັ່ງນີ້ແຫລະ.
\s5
\v 4 ອົງພຣະຜູ້ເປັນເຈົ້າ ໄດ້ບອກຂ້າພະເຈົ້າ ໃຫ້ກ່າວ ແກ່ປະຊາຊົນຂອງພຣະອົງວ່າ, “ເມື່ອຜູ້ໜຶ່ງລົ້ມລົງ ຜູ້ນັ້ນຈະບໍ່ມີວັນລຸກຂຶ້ນ ໄດ້ບໍ? ຖ້າຜູ້ໜຶ່ງຫລົງທາງໄປ ຜູ້ນັ້ນຈະບໍ່ກັບຄືນ ມາອີກບໍ?
\v 5 ຖ້າດັ່ງນັ້ນ ປະຊາຊົນຂອງເຮົາເອີຍ ເປັນຫຍັງພວກເຈົ້າ ຈຶ່ງໜີຈາກເຮົາ ໄປ ໂດຍບໍ່ກັບຄືນມາ ຈັກເທື່ອ? ພວກເຈົ້າ ຢຶດໝັ້ນ ຢູ່ກັບບັນດາ ຮູບເຄົາຣົບ ຂອງພວກເຈົ້າ ແລະ ບໍ່ຍອມກັບມາຫາເຮົາເລີຍ.
\s5
\v 6 ເຮົາໄດ້ຟັງພວກເຈົ້າ ຢ່າງຕັ້ງໃຈ ແຕ່ພວກເຈົ້າບໍ່ໄດ້ເວົ້າຄວາມຈິງ. ບໍ່ມີຜູ້ໃດເລີຍ ໃນພວກເຈົ້າ ເສຍໃຈຕໍ່ບາບ ທີ່ຕົນໄດ້ເຮັດ; ບໍ່ ມີຜູ້ໃດເລີຍ ຖາມວ່າ, ‘ຂ້ອຍໄດ້ເຮັດຜິດຫຍັງ? ທຸກຄົນຕ່າງ ກໍເຮັດໄປຕາມທາງຂອງ ຕົນເອງ ດັ່ງມ້າໂຕໜຶ່ງທີ່ພວມແລ່ນ ເຂົ້າສູ່ສະໜາມຮົບ.
\v 7 ແມ່ນແຕ່ ນົກຍາງ ຍັງຮູ້ຈັກຍາມ ກັບມາ; ນົກກາງແກ, ນົກແອ່ນ ແລະ ນົກຂຽນ ກໍຍັງຮູ້ຈັກເວລາ ຍົກຍ້າຍມາ. ແຕ່ປະຊາຊົນຂອງເຮົາ ພວກເຈົ້າບໍ່ຮູ້ຈັກກົດບັນຍັດທັງຫລາຍ ທີ່ເຮົາໃຊ້ປົກຄອງພວກເຈົ້າ.
\s5
\v 8 ພວກເຈົ້າເວົ້າໄດ້ຢ່າງໃດ ວ່າ ພວກເຈົ້າສະຫລາດ ແລະ ຮູ້ຈັກກົດບັນຍັດຂອງເຮົາ? ເບິ່ງດູ ສະໝຽນທີ່ບໍ່ສັດຊື່ນັ້ນ ພວກເຂົາໄດ້ປ່ຽນແປງ ກົດບັນຍັດຂອງເຮົາ.
\v 9 ນັກປາດ ຂອງພວກເຈົ້າ ກໍຖືກອັບອາຍ; ພວກເຂົາສັບສົນ ແລະ ຖືກບ້ວງແຮ້ວ. ພວກເຂົາປະຖິ້ມ ຖ້ອຍຄໍາຂອງເຮົາ; ບັດນີ້ ພວກເຂົາມີສະຕິປັນຍາຫຍັງແດ່?
\v 10 ສະນັ້ນ ເຮົາຈຶ່ງຈະ ມອບທົ່ງນາຂອງພວກເຂົາ ໃຫ້ຄົນໃໝ່ເປັນເຈົ້າຂອງ ແລະ ມອບເມຍຂອງພວກເຂົາ ໃຫ້ ເປັນຂອງຊາຍອື່ນ. ທຸກຄົນບໍ່ວ່າໃຫຍ່ ຫລື ນ້ອຍ ພະຍາຍາມຫາເງິນ ໃນທາງບໍ່ສັດຊື່. ແມ່ນແຕ່ ພວກຜູ້ທາໍນວາຍ ແລະ ພວກປະໂຣຫິດ ກໍສໍ້ໂກງປະຊາຊົນ.
\s5
\v 11 ພວກເຂົາບໍ່ສົນໃຈ ຮັກສາບາດແຜ ປະຊາຊົນຂອງເຮົາເລີຍ. ພວກເຂົາເວົ້າວ່າ, ‘ສະຫງົບສຸກ, ສະຫງົບສຸກ’ ໃນເມື່ອທຸກສິ່ງບໍ່ມີ ີ ຄວາມສະຫງົບສຸກ ດັ່ງທີ່ໄດ້ເວົ້ານັ້ນ.
\v 12 ປະຊາຊົນຂອງເຮົາເອີຍ ພວກເຈົ້າບໍ່ອັບອາຍ ເພາະສິ່ງອັນໜ້າລັງກຽດນີ້ບໍ? ບໍ ່ ພວກເຈົ້າບໍ່ ອັບອາຍຂາຍໜ້າ ຫຍັງດອກ; ສີໜ້າຂອງ ພວກເຈົ້າ ຊື່ ໆ ແລະ ບໍ່ແດງເລີຍ ສະນັ້ນແຫລະ ພວກເຈົ້າຈຶ່ງຈະລົ້ມລົງ ດັ່ງພວກອື່ນ ທີ່ລົ້ມລົງແລ້ວ; ເມື່ອເຮົາລົງໂທດພວກເຈົ້າ ກໍ ແມ່ນ ຈຸດຈົບສໍາລັບພວກເຈົ້າເທົ່ານັ້ນແລ້ວ. ” ອົງພຣະຜູ້ເປັນເຈົ້າ ໄດ້ກ່າວດັ່ງນີ້ແຫລະ.
\v 13 “ເຮົາປາຖະໜາ ຈະຮວບຮວມເອົາ ປະຊາຊົນຂອງເຮົາ ດັ່ງຄົນຜູ້ໜຶ່ງຮວບຮວມ ເອົາຜົນລະປູກຂອງຕົນ; ແຕ່ພວກເຂົາ ເປັນດັ່ງຕົ້ນອະງຸ່ນ ທີ່ບໍ່ມີໝາກ ດັ່ງຕົ້ນເດື່ອ ທີ່ບໍ່ມີໝາກ; ແມ່ນແຕ່ໃບ ກໍຫ່ຽວແຫ້ງໝົດ. ສະນັ້ນ ເຮົາຈຶ່ງໄດ້ອະນຸຍາດ ໃຫ້ຄົນພາຍນອກ ຢຶດຄອງ ດິນແດນ. ” [ຊ]
\s5
\v 14 ປະຊາຊົນຂອງພຣະເຈົ້າ ໄດ້ຖາມກັນ ວ່າ, “ເປັນຫຍັງ ຈຶ່ງເມົານັ່ງເສີຍຢູ່? ຮິບມາເຖີດໃຫ້ ພວກເຮົາແລ່ນໄປ ຍັງເມືອງ ທີ່ມີປ້ອມປ້ອງກັນ ແລະ ຕາຍຢູ່ໃນທີ່ນັ້ນ. ເພາະວ່າ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງ ພວກເຮົາໄດ້ລົງໂທດພວກເຮົາ ໃຫ້ເຖິງຕາຍ ສາແລ້ວ; ພຣະອົງໄດ້ໃຫ້ພວກເຮົາ ດື່ມຢາເບື່ອ ຍ້ອນພວກເຮົາໄດ້ເຮັດບາບຕໍ່ສູ້ພຣະອົງ.
\v 15 ພວກເຮົາຫວັງໄດ້ເຫັນ ຄວາມສະຫງົບສຸກ ແລະ ຍາມປິ່ນປົວໃຫ້ດີ ແຕ່ຄວາມແຕກຕື່ນຕົກໃຈກົວ ໄດ້ເຂົ້າມາ ແທນທີ່; ມັນບໍ່ມີປະໂຫຍດຫຍັງແລ້ວ.
\s5
\v 16 ເຫລົ່າສັດຕູ ຂອງພວກເຮົາ ໄດ້ມາຮອດເມືອງດານ ແລ້ວ ເພາະພວກເຮົາໄດ້ຍິນສຽງມ້າຂອງພວກເຂົາຫາຍໃຈ. ດິນແດນ ທັງໝົດ ກໍສັ່ນສະເທືອນ ເມື່ອມ້າຂອງພວກເຂົາຮ້ອງ. ເຫລົ່າສັດຕູໄດ້ມາ ທາໍລາຍດິນແດນຂອງພວກເຮົາ ພ້ອມກັບທຸກສິ່ງໃນດິນແດນ ຄື ຕະຫລອດທັງເມືອງ ແລະ ປະຊາຊົນ ທຸກຄົນດ້ວຍ. ”
\v 17 “ຈົ່ງລະວັງຕົວ ໃຫ້ດີ ເຮົາກາໍລັງສົ່ງງູ ມາໃນທ່າມກາງພວກເຈົ້າ ຄື ງູພິດ ທີ່ບໍ່ມີຜູ້ໃດຈັບມັນໄດ້ ແລະ ມັນຈະຕອດ ພວກເຈົ້າ. ” ອົງພຣະຜູ້ເປັນເຈົ້າ ກ່າວດັ່ງນັ້ນແຫລະ.
\s5
\v 18 ຄວາມທຸກໃຈ ຂອງຂ້ານ້ອຍ ປິ່ນປົວ ບໍ່ໄດ້ເລີຍ [ຍ] ຂ້ານ້ອຍເຈັບປວດໜັກ ຢູ່ພາຍໃນ ຈິດໃຈຂອງຂ້ານ້ອຍ.
\v 19 ຈົ່ງຟັງ ສຽງ ທີ່ມາຈາກດິນແດນທີ່ຫ່າງໄກ ຂ້ານ້ອຍ ໄດ້ຍິນປະຊາຊົນພາກັນຮ້ອງໄຫ້ ວ່າ, “ອົງພຣະຜູ້ເປັນເຈົ້າ ບໍ່ໄດ້ສະຖິດຢູ່ໃນ ຊີໂອນ ຕໍ່ ໄປບໍ? ກະສັດແຫ່ງຊີໂອນ ບໍ່ໄດ້ຢູ່ໃນທີ່ນັ້ນ ຕໍ່ ໄປ ຫລືນີ້? ” ອົງພຣະຜູ້ເປັນເຈົ້າ ຄື ກະສັດ ຂອງເຂົາໂຕ້ຕອບຄືນ ວ່າ, “ເປັນຫຍັງ ພວກເຈົ້າ ຈຶ່ງເຮັດໃຫ້ເຮົາໂກດຮ້າຍນໍ? ໂດຍພາກັນຂາບໄຫວ້ ບັນດາຮູບເຄົາຣົບ ກົ້ມຂາບ ພະຕ່າງຊາດ ທີ່ບໍ່ມີປະໂຫຍດຫຍັງ?”
\s5
\v 20 “ລະດູຮ້ອນຜ່ານພົ້ນ ລະດູເກັບກ່ຽວກາໍ ລັງຈະໝົດ ພວກເຂົາກ່າວວ່າ ແຕ່ພວກເຮົາ ຍັງບໍ່ໄດ້ຖືກຊ່ວຍໃຫ້ພົ້ນ. ”
\v 21 ຫົວໃຈຂ້ານ້ອຍ ບວມຊໍ້າຍ້ອນປະຊາຊົນ ຖືກຢຽບຢໍ່າໃດ ຂ້ານ້ອຍໄວ້ທຸກ ລະທົມໃຈ ເພາະຖືກກະທາໍໃຫ້ທໍ້ແທ້
\v 22 ບໍ່ມີຫວ້ານຢາ ທີ່ກີເລອາດ [ດ] ບໍ່ມີໝໍຜູ້ໃດ ປິ່ນປົວໄດ້ບໍ? ຖ້າດັ່ງນັ້ນ ເປັນຫຍັງບາດແຜ ຂອງປະຊາຊົນ ຈຶ່ງປິ່ນປົວບໍ່ໄດ້?
\s5
\c 9
\p
\v 1 ຂ້ານ້ອຍຢາກໃຫ້ຫົວຂອງຂ້ານ້ອຍ ເປັນ ບໍ່ນາໍ້ພຸ ບໍ່ໜຶ່ງເດ ແລະ ຕາຂອງຂ້ານ້ອຍ ກໍຄືກັນ ເປັນນໍ້າພຸ ແຫ່ງນາໍ້ຕາດ້ວຍ ເພື່ອວ່າຂ້ານ້ອຍ ຈະຮ້ອງໄຫ້ທັງເວັນທັງຄືນໃຫ້ປະຊາຊົນຂອງຂ້ານ້ອຍ ທີ່ໄດ້ຖືກສັງຫານຖິ້ມ.
\v 2 ຂ້ານ້ອຍຢາກມີບ່ອນໜຶ່ງ ໃນຖິ່ນແຫ້ງແລ້ງກັນດານ ບ່ອນທີ່ຂ້ານ້ອຍ ຫລົບໜີ ຈາກປະຊາຊົນ ຂອງຂ້ານ້ອຍໄດ້. ພວກເຂົາ ລ້ວນແລ້ວ ແຕ່ເປັນຄົນຫລີ້ນຊູ້ກັນທັງໝົດ ເປັນປະຊາຊົນ ອັນແໜ້ນໜາ ທີ່ກະບົດຄົດລ້ຽວ.
\v 3 ພວກເຂົາຕຽມພ້ອມ ທີ່ຈະເວົ້າຕົວະຢູ່ສະເໝີ ຄວາມບໍ່ສັດຊື່ແທນຄວາມຈິງ ປົກຄອງດິນແດນນີ້. ອົງພຣະຜູ້ເປັນເຈົ້າ ກ່າວ ວ່າ, “ປະຊາຊົນຂອງເຮົາ ເຮັດຊົ່ວແລ້ວ ເຮັດຊົ່ວອີກ ທັງບໍ່ໄດ້ຮັບຮູ້ເຮົາວ່າ ເປັນພຣະເຈົ້າ ຂອງພວກເຂົາເຈົ້າ.”
\s5
\v 4 ທຸກຄົນຕ້ອງເຝົ້າ ຈ້ອງເບິ່ງກັນດ້ວຍ ຄວາມສົງໄສ ແລະ ບໍ່ມີຜູ້ໃດໄວ້ວາງໃຈ ອ້າຍ ເອື້ອຍ ນ້ອງ ຂອງຕົນໄດ້; ພວກເຂົາທຸກຄົນ ຫລອກລວງເກັ່ງ ຄື ຢາໂຄບ ຫລອກລວງທຸກຄົນຕ່າງ ກໍປະຫັດປະຫານ ໝູ່ເພື່ອນຂອງຕົນ ຖິ້ມ.
\v 5-6 ພວກເຂົາລ້ວນແຕ່ເຮັດໃຫ້ ໝູ່ເພື່ອນຫລົງຜິດໄປ ບໍ່ມີແມ່ນແຕ່ຄົນດຽວ ບອກຄວາມຈິງໃຫ້ກັນຮູ້; ພວກເຂົາໄດ້ຝຶກແອບລີ້ນ ຂອງພວກເຂົາໃຫ້ເວົ້າຕົວະ ພວກເຂົາຈະບໍ່ຍອມເຊົາການບາບຂອງພວກ ເຂົາເຈົ້າ. ພວກເຂົາກໍ່ຄວາມຮຸນແຮງຂຶ້ນ ແລະ ກໍ່ອີກເທື່ອໃໝ່ ແລະ ກໍ່ການຫລອກລວງຂຶ້ນ ແລະ ກໍ່ອີກທີ; ພວກເຂົາຕ່າງ ກໍພາກັນປະຕິເສດ ທີ່ຈະຮັບຮູ້ເຮົາ ອົງພຣະຜູ້ເປັນເຈົ້າ ກ່າວວ່າ ພວກເຂົາປະຖິ້ມພຣະອົງແລ້ວ.
\s5
\v 7 ເພາະເຫດນີ້ແຫລະ ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດ ຍິ່ງໃຫຍ່ ຈຶ່ງກ່າວວ່າ, “ເຮົາ ຈະຫລອມປະຊາຊົນຂອງເຮົາ ດັ່ງທີ່ເຮົາຫລອມໂລຫະ ແລະ ໃຫ້ພວກເຂົາ ປະເຊີນກັບການທົດລອງ ມີຫຍັງແດ່ ທີ່ຊ່ວຍເຫລືອ ເມື່ອພວກເຂົາ ມັກເຮັດຊົ່ວ?
\v 8 ລີ້ນພວກເຂົາ ເປັນດັ່ງລູກທະນູ ນາໍສູ່ຄວາມຕາຍ ພວກເຂົາເວົ້າຈາປາໄສ ຕົວະຍົວະ ຢູ່ເລື້ອຍໆ. ທຸກຄົນເວົ້າຕໍ່ເພື່ອນບ້ານ ຢ່າງສັນເພື່ອນມິດທີ່ດີ ແຕ່ຈິດໃຈແທ້ຈິງ ພັດມີອຸບາຍກໍາລັງວາງໄວ.
\v 9 ຈະບໍ່ໃຫ້ເຮົາລົງໂທດພວກເຂົາ ເພາະສິ່ງນີ້ບໍ? ຈະບໍ່ໃຫ້ເຮົາແກ້ແຄ້ນບໍ ຊົນຊາດທີ່ເປັນຢ່າງນີ້? ອົງພຣະຜູ້ເປັນເຈົ້າ ໄດ້ກ່າວດັ່ງນີ້ແຫລະ.”
\s5
\v 10 ຂ້ານ້ອຍກ່າວວ່າ, “ຂ້ານ້ອຍຈະໄວ້ທຸກ ໃຫ້ໜ່ວຍພູເຂົາ ແລະ ຮ້ອງໄຫ້ຮ່ຳໄຮໃຫ້ທົ່ງຫຍ້າດ້ວຍ ເພາະມັນໄດ້ຫ່ຽວແຫ້ງ ແລະ ຕາຍໄປໝົດ ບໍ່ມີຜູ້ໃດທ່ອງທ່ຽວໄປຕາມບ່ອນ ທີ່ກ່າວນັ້ນ. ບໍ່ໄດ້ຍິນສຽງຝູງສັດລ້ຽງຮ້ອງ ຕໍ່ໄປ ອີກເລີຍ ຝູງນົກ ແລະ ສັດປ່າ ປົບໜີໄປໝົດ ສາແລ້ວ. ”
\v 11 ອົງພຣະຜູ້ເປັນເຈົ້າ ກ່າວວ່າ, “ເຮົາຈະໃຫ້ນະຄອນ ເຢຣູຊາເລັມ ເປັນກອງສິ່ງເພພັງ ເປັນບ່ອນໜຶ່ງທີ່ຝູງໝາປ່າ ພາກັນ ອາໄສຢູ່; ເມືອງຢູດາ ຈະກາຍເປັນຖິ່ນແຫ້ງແລ້ງ ກັນດານ ເປັນບ່ອນໜຶ່ງຊຶ່ງບໍ່ມີຄົນ ອາໄສຢູ່. ”
\v 12 ຂ້ານ້ອຍໄດ້ຖາມວ່າ, ຂ້າແດ່ ອົງພຣະຜູ້ເປັນເຈົ້າ ເປັນຫຍັງດິນແດນນີ້ ຈຶ່ງ ຖືກທາໍລາຍ ແລະ ແຫ້ງແລ້ງດັ່ງຖິ່ນທຸລະກັນ ດານ ຈົນວ່າ ບໍ່ມີຜູ້ໃດທ່ອງທ່ຽວ ຜ່ານໄປມາ ເລີຍ? ຜູ້ໃດແດ່ສະຫລາດພໍ ທີ່ຈະເຂົ້າໃຈ ເລື່ອງນີ້ໄດ້? ພຣະອົງໄດ້ອະທິບາຍໃຫ້ຜູ້ໃດ ຟັງແດ່ ເພື່ອລາວຈະບອກຄົນອື່ນໃຫ້ຮູ້ໄດ້?”
\s5
\v 13 ອົງພຣະຜູ້ເປັນເຈົ້າ ຈຶ່ງຕອບວ່າ, “ເຫດການນີ້ ເກີດຂຶ້ນຍ້ອນປະຊາຊົນຂອງເຮົາ ໄດ້ປະຖິ້ມຄໍາສັ່ງສອນ ທີ່ເຮົາໄດ້ມອບ ໃຫ້ພວກເຂົາ. ພວກເຂົາບໍ່ໄດ້ເຊື່ອຟັງເຮົາ ຫລື ເຮັດໃນສິ່ງທີ່ເຮົາໄດ້ບອກ ພວກເຂົາເຈົ້າ.
\v 14 ແຕ່ພວກເຂົາ ຊໍ້າດື້ດ້ານ ແລະ ຂາບໄຫວ້ ຮູບພະບາອານ ດັ່ງພໍ່ຂອງພວກເຂົາໄດ້ ສອນໃຫ້ພວກເຂົາເຮັດ.
\s5
\v 15 ສະນັ້ນແຫລະ ຈົ່ງຟັງສິ່ງທີ່ອົງພຣະຜູ້ ເປັນເຈົ້າ ອົງຊົງຣິດອໍານາດ ຍິ່ງໃຫຍ່ ພຣະເຈົ້າ ຂອງຊາດອິດສະຣາເອນ ຈະເຮັດດັ່ງນີ້: ເຮົາຈະໃຫ້ປະຊາຊົນຂອງເຮົາ ກິນພືດ ຂົມ ແລະ ດື່ມຂອງມີພິດ.
\v 16 ເຮົາຈະໃຫ້ພວກເຂົາກະຈັດກະຈາຍ ໄປໃນທ່າມກາງ ບັນດາຊົນຊາດ ຊຶ່ງພວກເຂົາເອງ ແລະ ບັນພະບຸລຸດ ຂອງພວກເຂົາບໍ່ເຄີຍ ໄດ້ຍິນຊື່ມາກ່ອນ; ແລະ ເຮົາຈະສົ່ງກອງທັບທັງຫລາຍ ມາຕໍ່ສູ້ພວກເຂົາ ຈົນກວ່າເຮົາໄດ້ທໍາລາຍ ພວກເຂົາ ຢ່າງໝົດສິ້ນ.”
\s5
\v 17 ອົງພຣະຜູ້ເປັນເຈົ້າ ອົງຊົງຣິດຍິ່ງໃຫຍ່ ກ່າວວ່າ, “ຈົ່ງຄິດເບິ່ງໃຫ້ດີໆ ສິ່ງທີ່ພວມ ເກີດຂຶ້ນ ມານັ້ນ ຈົ່ງເອີ້ນພວກທີ່ໄວ້ທຸກ ໃຫ້ພ້ອມພາກັນມາ ຈົ່ງເອີ້ນພວກແມ່ຍິງມາຮ້ອງເພງ ປົງສົບກັນເຖີດ. ”
\v 18 ແລ້ວປະຊາຊົນ ກໍໄດ້ພາກັນ ເວົ້າວ່າ, “ຈົ່ງບອກພວກເຂົາເຈົ້າ ຟ້າວຮ້ອງເພງ ປົງສົບໃຫ້ສາຈົນກວ່າ ເບົ້າຕາ ພວກເຮົານັ້ນ ເຕັມດ້ວຍນາໍ້ຕາ ແລະ ຂົນຕາ ພວກເຮົາປຽກຊຸ່ມເພາະຮ້ອງໄຫ້.”
\s5
\v 19 ຈົ່ງຟັງສຽງ ຮ້ອງໄຫ້ທີ່ເທິງພູເຂົາ ຊີໂອນ ວ່າ, “ພວກເຮົາຖືກອັບອາຍ ທີ່ສຸດ ໄພພິບັດມາຮອດ ພວກເຮົາຈາໍຕ້ອງໜີຈາກ ດິນແດນ ຂອງພວກເຮົາໄປບ້ານເຮືອນຂອງ ພວກເຮົາ ກໍຖືກທາໍລາຍລົງກ້ຽງ. ”
\v 20 ຂ້າ ນ້ອຍກ່າວວ່າ, “ພວກແມ່ຍິງເອີຍ ຈົ່ງເຊື່ອຟັງ ພຣະເຈົ້າ ຈົ່ງເອົາໃຈໃສ່ ຕໍ່ຖ້ອຍຄໍາ ທີ່ພຣະອົງບອກສອນພວກເຈົ້າ. ຈົ່ງສັ່ງສອນ ລູກສາວພວກເຈົ້າ ວ່າ ຄວນໄວ້ທຸກ ຢ່າງໃດ ຕະຫລອດທັງເພື່ອນໆ ຂອງ ພວກເຈົ້າດ້ວຍ.
\s5
\v 21 ທາງປ່ອງຢ້ຽມນັ້ນ ຄວາມຕາຍໄດ້ຜ່ານເຂົ້າມາ ເຂົ້າມາເຖິງຣາຊວັງດ້ວຍ; ມັນຟັນພວກເດັກນ້ອຍ ຕາມທ້ອງຖະໜົນຫົນທາງ ຟັນຊາວໜຸ່ມທັງຫລາຍ ຕາມທ້ອງຕະຫລາດ.
\v 22 ຊາກສົບຄົນຕາຍເດຍລະດາດຢູ່ທຸກບ່ອນທຸກແຈ ດັ່ງກອງຝຸ່ນຖືກປະໄວ້ ຕາມ ທ້ອງທົ່ງນານັ້ນ ດັ່ງຟ່ອນເຂົ້າຖືກຕັດປະໄວ້ ທາງຫລັງຄົນເກັບກ່ຽວ ຊຶ່ງບໍ່ມີຜູ້ໃດຮິບໂຮມ ຟ່ອນເຂົ້າ ເຫລົ່ານັ້ນໄວ້ເລີຍ. ສິ່ງນີ້ແຫລະ ທີ່ອົງພຣະຜູ້ເປັນເຈົ້າໄດ້ບອກໃຫ້ຂ້ານ້ອຍ ຟັງເພື່ອສັ່ງຂ້ານ້ອຍ ໄປເວົ້າໃຫ້ຄົນອື່ນຟັງຕໍ່.”
\s5
\v 23 ອົງພຣະຜູ້ເປັນເຈົ້າ ກ່າວວ່າ, “ຄົນ ສະຫລາດ ບໍ່ຄວນອວດເຖິງສະຕິປັນຍາ ທີ່ຕົນມີຢູ່ນັ້ນ; ຄົນແຂງແຮງ ກໍບໍ່ຄວນອວດເຖິງ ເຮື່ອແຮງຂອງຕົນ ຄົນຮັ່ງມີກໍບໍ່ຄວນອວດ ເຖິງຊັບສົມບັດຂອງຕົນດ້ວຍ.
\v 24 ຖ້າຜູ້ໃດ ຜູ້ໜຶ່ງຢາກອວດອ້າງອອກມາ ໃຫ້ອວດວ່າ ຕົນຮູ້ ແລະ ເຂົ້າໃຈເຮົາກໍດີກວ່າ ເພາະເຮົາ ຄື ອົງພຣະຜູ້ເປັນເຈົ້າ ຜູ້ສຳແດງຄວາມຮັກ ທີ່ໝັ້ນຄົງ ເຮົາກະທາໍສິ່ງທີ່ທ່ຽງທາໍ ແລະ ສິ່ງທີ່ຖືກຕ້ອງ ເທິງແຜ່ນດິນໂລກ. ແມ່ນສິ່ງເຫລົ່ານັ້ນແຫລະ ທີ່ເຮັດໃຫ້ເຮົາພໍໃຈ.”
\s5
\v 25-26 ອົງພຣະຜູ້ເປັນເຈົ້າ ກ່າວວ່າ, “ເຖິງເວລາແລ້ວ ທີ່ເຮົາຈະລົງໂທດປະຊາຊົນ ເອຢິບ, ຢູດາ, ເອໂດມ, ອໍາໂມນ, ໂມອາບ ແລະ ປະຊາຊົນທີ່ຢູ່ໃນຖິ່ນແຫ້ງແລ້ງກັນດານ. ພວກນີ້ຕັດຜົມຂອງພວກເຂົາສັ້ນ ໆ. [ຕ] ປະຊາຊົນເຫລົ່ານີ້ ລ້ວນແຕ່ໄດ້ຮັບພິທີຕັດ; ແຕ່ບໍ່ມີຜູ້ໃດ ໄດ້ຮັກສາພັນທະສັນຍາ ທີ່ພວກເຂົາໄດ້ເຮັດໄວ້. ບໍ່ມີຜູ້ໃດໃນປະຊາຊົນເຫລົ່ານີ້ ແລະປະຊາຊົນອິດສະຣາເອນ ໄດ້ຮັກສາ ພັນທະສັນຍາຂອງເຮົາເລີຍ.”
\s5
\c 10
\p
\v 1 ປະຊາຊົນ ອິດສະຣາເອນ ເອີຍ ຈົ່ງຟັງ ຖ້ອຍຄໍາ ທີ່ອົງພຣະຜູ້ເປັນເຈົ້າ ມີ ສໍາລັບ ພວກເຈົ້າ.
\v 2 ອົງພຣະຜູ້ເປັນເຈົ້າ ກ່າວ ວ່າ, “ຢ່າໃຊ້ຊີວິດ ຕາມວິທີ ຊົນຊາດອື່ນ ຢ່າໃຫ້ສິ່ງ ຜິດປົກກະຕິ ພາໃຈສະທ້ານ ຢ້ານກົວ ຄື ສິ່ງ ທີ່ເກີດຂຶ້ນ ເທິງທ້ອງຟ້າ ແມ່ນວ່າ ຊົນຊາດ ອື່ນສະທ້ານ ຢ້ານກົວ ກໍຕາມ.
\s5
\v 3 ສາສະໜາ ຂອງຄົນເຫລົ່ານີ້ ໄຮ້ປະໂຫຍດໝົດ ພວກເຂົາປໍ້າ ກົກໄມ້ໃນປ່າ ຊ່າງກໍແກະສະຫລັກ ທ່ອນໄມ້
\v 4 ແລ້ວ ພວກເຂົາກໍໄດ້ເອົາເງິນຄໍາ ມາຕົບແຕ່ງ ພວກເຂົາໄດ້ໃຊ້ຕະປູ ຕອກຈັບໄວ້ເພື່ອບໍ່ໃຫ້ລົ້ມ ລົງ.
\v 5 ຮູບເຄົາຣົບນີ້ ຄື ເປັນດັ່ງຫຸ່ນ ທີ່ສວນ ໝາກແຕງໂມ ຊຶ່ງສາມາດເວົ້າຈາ ຫລື ປາໄສ ຫຍັງ ບໍ່ໄດ້; ຄົນຕ້ອງຫາມ ຍົກຍ້າຍ ເພາະ ມັນຍ່າງ ບໍ່ເປັນ ຢ່າສູ່ຢ້ານກົວ ຮູບເຄົາຣົບ ເຫລົ່ານີ້ເທາະ ເພາະມັນທໍາຮ້າຍ ພວກເຈົ້າ ບໍ່ໄດ້ເລີຍ ມັນບໍ່ເຮັດຫຍັງດີ ໃຫ້ແກ່ພວກເຈົ້າ ໄດ້ດ້ວຍ.”
\s5
\v 6 ຂ້າແດ່ ອົງພຣະຜູ້ເປັນເຈົ້າ ບໍ່ມີ ພຣະເຈົ້າ ອື່ນໃດແລ້ວ ຄື ພຣະອົງ ພຣະອົງຊົງຍິ່ງໃຫຍ່ ແລະ ພຣະນາມ ຂອງພຣະອົງກໍ ຊົງມີຣິດເດດ ອັນໃຫຍ່.
\v 7 ຜູ້ໃດແດ່ ບໍ່ຍ້ອງຍໍໃຫ້ກຽດ? ກະສັດທຸກຊົນຊາດ ເອີຍ ພຣະອົງເປັນຜູ້ສົມຄວນ ຈະໄດ້ຮັບກຽດຕິຍົດ. ທ່າມກາງ ພວກນັກປາດ ຂອງ ຊົນຊາດ ທັງຫລາຍ ໃນບັນດາກະສັດຂອງພວກເຂົາ ບໍ່ມີຜູ້ໃດ ຄື ພຣະອົງໄດ້.
\s5
\v 8 ພວກເຂົາທັງໝົດນັ້ນ ໂງ່ຈ້າ ແລະ ງົມງາຍ ພວກເຂົາຮຽນຮູ້ ຫຍັງແດ່ ຈາກຮູບເຄົາ ຣົບທີ່ເປັນໄມ້? [ຖ]
\v 9 ຮູບເຄົາຣົບ ພວກເຂົາໂອບດ້ວຍເງິນຈາກ ຕາກຊິດ ໂອບດ້ວຍ ຄໍາ ທີ່ຖືກນາໍມາຈາກແດນ ອູຟາດ ຊຶ່ງລ້ວນແຕ່ແຕ້ມ ດ້ວຍສີມືຂອງ ນັກສິນລະປິນ ພວກເຂົານຸ່ງເຄື່ອງ ງົດງາມ ໃຫ້ຮູບເຄົາຣົບ ເຫລົ່າ ນັ້ນ ເປັນສີແດງແຈດ ແລະ ສີມ່ວງ ຢ່າງດີ ຊຶ່ງ ຊ່າງຜູ້ຊໍານິຊໍານານ ຕໍ່າອອກມາໃຫ້.
\v 10 ແຕ່ອົງພຣະຜູ້ເປັນເຈົ້າ ເປັນພຣະເຈົ້າ ແຫ່ງ ຄວາມຈິງ ພຣະອົງຊົງເປັນຊີວິດ ແລະ ເປັນ ກະສັດ ຕະຫລອດໄປ. ເມື່ອພຣະອົງໂກດຮ້າຍ ໂລກນີ້ກໍສະທ້ານ ຫວັ່ນໄຫວ ທຸກຊົນຊາດ ບໍ່ອາດທົນທານ ຕໍ່ຄວາມໂກດຮ້າຍຂອງ ພຣະອົງໄດ້.
(
\s5
\v 11 ພວກເຈົ້າ ຕ້ອງບອກພວກເຂົາ ວ່າ ບັນດາ ພະທີ່ບໍ່ໄດ້ສ້າງຟ້າສະຫວັນ ແລະ ແຜ່ນດິນໂລກນັ້ນ ພະເຫລົ່ານັ້ນ ຈະຖືກທາໍ ລາຍໝົດ. ພວກເຂົາຈະບໍ່ມີບ່ອນຢູ່ໃນແຜ່ນດິນໂລກ ແລະ ໃຕ້ຟ້ານີ້ ອີກຕໍ່ໄປ.)
\v 12 ພຣະເຈົ້າສ້າງແຜ່ນດິນໂລກ ໂດຍ ຣິດທານຸພາບ ໂດຍພຣະປັນຍາ ໄດ້ສ້າງໂລກ ແລະ ພືຟ້າສະຫວັນອອກ.
\v 13 ໂດຍ ພຣະ ຄໍາສັ່ງນາໍ້ ທີ່ເທິງທ້ອງຟ້າ [ທ] ດັງຄຶກຄະນອງ ນໍາ ກ້ອນເມກ ມາຈາກສົ້ນສຸດ ຂອງ ແຜ່ນດິນ ໂລກ. ພຣະອົງໃຫ້ຟ້າແມບເຫລື້ອມ ໃນທ່າມກາງ ສາຍຝົນ ແລະ ສົ່ງລົມໃຫ້ພັດມາ ຈາກ ຄັງຂອງພຣະອົງນັ້ນ.
\s5
\v 14 ເມື່ອ ເບິ່ງສິ່ງນີ້ ຄົນຊ່າງໂງ່ຈ້າ ແລະ ບໍ່ ເຂົ້າໃຈ; ຄື ພວກທີ່ເຮັດຮູບເຄົາຣົບ ກໍງົມງາຍກັນທັງນັ້ນ ເພາະບັນດາ ພະທີ່ພວກເຂົາໄດ້ ເຮັດຂຶ້ນມາ ລ້ວນແຕ່ເປັນພະຈອມປອມ ແລະ ບໍ່ມີຊີວິດ.
\v 15 ມັນບໍ່ມີຄຸນຄ່າ ແລະ ຕ້ອງ ຖືກຫຍໍ້ຫຍັນ ເມື່ອພຣະອົງ ມາຈັດການມັນ ຈະຖືກທໍາລາຍ.
\v 16 ພຣະເຈົ້າ ຂອງ ຢາໂຄບ ບໍ່ຄືພະເຫລົ່ານີ້ເລີຍ ຊົງເປັນຜູ້ສ້າງ ສັບພະທຸກສິ່ງ ໃນຈັກກະວານນີ້. ພຣະອົງໄດ້ ເລືອກ ອິດສະຣາເອນ ໃຫ້ເປັນຂອງພຣະອົງ ນາມຊື່ ຂອງພຣະອົງ ຄື ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດ ຍິ່ງໃຫຍ່.
\s5
\v 17 ຊາວນະຄອນ ເຢຣູຊາເລັມ ເອີຍ ພວກເຈົ້າ ຖືກປິດລ້ອມ ສາແລ້ວ ຈົ່ງເກັບເອົາເຂົ້າຂອງ ທີ່ພວກເຈົ້າ ມີຢູ່.
\v 18 ເພາະອົງພຣະ ຜູ້ເປັນເຈົ້າ ກ່າວ ດັ່ງນີ້ວ່າ, “ເຮົາກໍາລັງ ຈະໂຍນ ພວກເຈົ້າອອກໄປ ຈາກດິນແດນນີ້; ເຮົາກໍາລັງ ຈະຢຽບຢໍ່າພວກເຈົ້າລົງ ຈົນບໍ່ມີຜູ້ ໃດເຫລືອຢູ່.”
\s5
\v 19 ປະຊາຊົນນະຄອນ ເຢຣູຊາເລັມ ໄດ້ຮ້ອງອອກມາ ວ່າ, “ພວກເຮົາ ຖືກທາໍຮ້າຍ ໜັກສໍ່າໃດແລ້ວ ບາດແຜຂອງພວກເຮົານັ້ນ ຈະປິ່ນປົວ ບໍ່ດີ ເປັນຄວາມທົນທຸກ ທີ່ພວກເຮົາຄິດວ່າ ຕ້ອງທົນສູ້.
\v 20 ຜ້າເຕັນຂອງ ພວກເຮົາ ຖືກທາໍລາຍເຊືອກ ກໍຂາດໝົດລູກໆ ພວກເຮົາຈາໍຕ້ອງພາກ ຈາກພວກເຮົາ ໄປສິ້ນ; ຈຶ່ງບໍ່ມີຜູ້ໃດຊ່ວຍ ຍົກຜ້າເຕັນ ລົ້ມນັ້ນ ຂຶ້ນມາ ບໍ່ມີຜູ້ໃດ ເກາະຜ້າກັ້ງ ຜ້າເຕັນຂຶ້ນຊ່ວຍ.”
\s5
\v 21 ຂ້ານ້ອຍ ຕອບວ່າ, “ພວກຜູ້ນາໍຂອງ ພວກເຮົາ ເປັນຄົນໂງ່ຈ້າ ທີ່ສຸດ ແລະ ບໍ່ໄດ້ ຮ້ອງຂໍ ອົງພຣະຜູ້ເປັນເຈົ້າ ນໍາພາ. ດ້ວຍເຫດນີ້ ພວກເຂົາຈຶ່ງໄດ້ ພາກັນລົ້ມລົງ ປະຊາຊົນຂອງພວກເຮົາ ຈຶ່ງໄດ້ແຕກຊະຊາຍ ໄປສິ້ນ.
\v 22 ຂ່າວລື ມາຮອດແລ້ວ ຈົ່ງພາກັນຟັງເອົາ ມີສຽງວຸ້ນວາຍໃຫຍ່ ໃນຊົນຊາດທາງ ທິດເໜືອພຸ້ນ; ກອງທັບຂອງພວກເຂົາເຈົ້າ ຈະ ປ່ຽນເມືອງ ຂອງ ຢູດາຍ ໃຫ້ເປັນຖິ່ນແຫ້ງ ແລ້ງ ກັນດານ ບ່ອນໝາປ່າຢູ່.”
\s5
\v 23 ຂ້າແດ່ ອົງພຣະຜູ້ເປັນເຈົ້າ ຂ້ານ້ອຍຮູ້ ວ່າ ຊາຕາກາໍ ຂອງມະນຸດ ບໍ່ໄດ້ຢູ່ທີ່ຕົວເຂົາ ບໍ່ ມີຜູ້ໃດ ຄວບຄຸມຊີວິດຂອງຕົນເອງໄດ້.
\v 24 ຂ້າແດ່ ອົງພຣະຜູ້ເປັນເຈົ້າ ຈົ່ງສອນປະຊາຊົນ ຂອງພຣະອົງ ແຕ່ຢ່າຮຸນແຮງເກີນໄປ ຕໍ່ພວກ ເຂົາເຈົ້າ ຫລື ຢ່າລົງໂທດພວກເຂົາເທາະ ເມື່ອພຣະອົງໂກດຮ້າຍ ອັນນັ້ນ ກໍເທົ່າຈຸດຈົບ ຂອງພວກຂ້ານ້ອຍ ສາແລ້ວ.
\v 25 ຈົ່ງໃຫ້ຄວາມໂກດຮ້າຍ ຫັນໄປສູ່ຊົນຊາດ ອື່ນສາ ຄື ຊົນຊາດທັງຫລາຍ ທີ່ບໍ່ນະມັດສະການພຣະເຈົ້າ ແລະ ຫັນໄປສູ່ປະຊາຊົນ ທີ່ໄດ້ ປະຖິ້ມພຣະອົງໄປ ພວກເຂົາໄດ້ສັງຫານປະຊາຊົນ ຂອງ ພຣະເຈົ້າ ພວກເຂົາໄດ້ທາໍ ລາຍ ພວກຂ້ານ້ອຍ ໃຫ້ດັບສູນໄປ ແລະ ປ່ອຍໃຫ້ດິນແດນຕ້ອງເພພັງ ຮົກຮ້າງ.
\s5
\c 11
\p
\v 1 ອົງພຣະຜູ້ເປັນເຈົ້າ ໄດ້ກ່າວແກ່ ຂ້ານ້ອຍ ວ່າ,
\v 2 “ຈົ່ງຟັງເນື້ອແທ້ ຂອງ ພັນທະສັນຍາ. ຈົ່ງບອກປະຊາຊົນ ຢູດາ ແລະ ຊາວ ນະຄອນ ເຢຣູຊາເລັມ ວ່າ
\s5
\v 3 ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງຊາດ ອິດສະຣາເອນ ໄດ້ສາບແຊ່ງທຸກໆ ຄົນທີ່ບໍ່ໄດ້ ປະຕິບັດຕາມ ພັນທະສັນຍານີ້.
\v 4 ມັນແມ່ນ ພັນທະສັນຍາ ທີ່ເຮົາໄດ້ເຮັດໄວ້ ກັບບັນພະບຸລຸດ ຂອງ ພວກເຂົາ ຄາວເມື່ອເຮົາ ໄດ້ນາໍພວກເຂົາອອກມາ ຈາກປະເທດ ເອຢິບ ຄື ດິນແດນ ຊຶ່ງເປັນດັ່ງເຕົາຫລອມເຫລັກ ສໍາລັບພວກເຂົາ. ເຮົາໄດ້ບອກພວກເຂົາໃຫ້ ເຊື່ອຟັງເຮົາ ແລະ ໃຫ້ກະທາໍທຸກຢ່າງ ທີ່ເຮົາ ໄດ້ສັ່ງ. ເຮົາໄດ້ບອກພວກເຂົາວ່າ ຖ້າພວກເຂົາເຊື່ອຟັງ ພວກເຂົາຈະໄດ້ເປັນ ປະຊາຊົນ ຂອງເຮົາ ແລະ ເຮົາກໍຈະເປັນພຣະເຈົ້າ ຂອງ ພວກເຂົາ.
\v 5 ແລ້ວເຮົາກໍຈະຮັກສາ ພັນທະສັນຍາຂອງເຮົາ ທີ່ວ່າຈະມອບດິນແດນ ອັນ ອຸດົມສົມບູນ ແລະ ຮັ່ງມີ ໃຫ້ແກ່ບັນພະບຸລຸດ ຂອງພວກເຂົາ ດັ່ງທີ່ພວກເຂົາ ໄດ້ຮັບແລ້ວ ໃນທຸກວັນນີ້. ” ຂ້າພະເຈົ້າ ຈຶ່ງຕອບ ວ່າ, “ຂ້າແດ່ ອົງພຣະຜູ້ເປັນເຈົ້າຖືກຕ້ອງແລ້ວ.”
\s5
\v 6 ແລ້ວອົງພຣະຜູ້ເປັນເຈົ້າ ກໍໄດ້ກ່າວແກ່ ຂ້າພະເຈົ້າວ່າ, “ຈົ່ງໄປຍັງເມືອງຂອງ ຢູດາຍ ແລະ ໄປຕາມທ້ອງຖະໜົນຫົນທາງ ໃນນະຄອນ ເຢຣູຊາເລັມ. ຈົ່ງປະກາດຖ້ອຍຄໍາ ຂອງເຮົາ ຢູ່ທີ່ນັ້ນ ແລະ ບອກປະຊາຊົນໃຫ້ຟັງ ເນື້ອແທ້ຂອງພັນທະສັນຍາ ແລະ ໃຫ້ພວກເຂົາປະຕິບັດຕາມ.
\v 7 ເມື່ອເຮົາໄດ້ນາໍ ບັນພະບຸລຸດ ຂອງ ພວກເຂົາ ອອກມາຈາກ ປະເທດ ເອຢິບ ນັ້ນ ເຮົາໄດ້ເຕືອນພວກເຂົາ ຢ່າງເດັດຂາດ ໃຫ້ເຊື່ອຟັງເຮົາ ແລະ ເຮົາໄດ້ ສືບຕໍ່ເຕືອນພວກເຂົາ ຈົນເຖິງທຸກວັນນີ້.
\v 8 ແຕ່ພວກເຂົາ ບໍ່ໄດ້ເຊື່ອຟັງ ຫລື ປະຕິບັດ ຕາມນັ້ນເລີຍ. ພວກເຂົາທຸກຄົນ ຊໍ້າໄດ້ສືບຕໍ່ ດື້ດ້ານ ແລະ ເຮັດຊົ່ວເໝືອນເດີມ. ເຮົາໄດ້ສັ່ງ ພວກເຂົາ ໃຫ້ຮັກສາພັນທະສັນຍາ, ແຕ່ພວກເຂົາພັດປະຕິເສດ. ດັ່ງນັ້ນ ເຮົາຈຶ່ງນາໍເອົາ ໂທດກາໍ ທັງໝົດທີ່ໄດ້ກ່າວໄວ້ ໃນພັນທະສັນ ຍານັ້ນ ມາສູ່ພວກເຂົາ.”
\s5
\v 9 ຕໍ່ມາ ອົງພຣະຜູ້ເປັນເຈົ້າໄດ້ກ່າວ ຕໍ່ຂ້າພະເຈົ້າ ວ່າ, “ປະຊາຊົນ ຢູດາ ແລະ ຊາວ ນະຄອນ ເຢຣູຊາເລັມ ພວມກະບົດຕໍ່ສູ້ເຮົາ.
\v 10 ພວກເຂົາໄດ້ກັບຄືນໄປ ເຮັດບາບ ທີ່ ບັນພະບຸລຸດ ຂອງ ພວກເຂົາ ໄດ້ເຮັດນັ້ນ ຄື ພວກເຂົາບໍ່ຍອມ ເຮັດຕາມສິ່ງທີ່ເຮົາໄດ້ບອກ, ແຕ່ພວກເຂົາໄດ້ຂາບໄຫວ້ ບັນດາພະອື່ນ. ທັງສອງ ຄື ອິດສະຣາເອນ ແລະ ຢູດາ ຕ່າງກໍ ລະເມີດພັນທະສັນຍາ ທີ່ເຮົາໄດ້ເຮັດໄວ້ ກັບບັນພະບຸລຸດ ຂອງ ພວກເຂົາ.
\s5
\v 11 ສະນັ້ນແຫລະ ເຮົາຄື ອົງພຣະຜູ້ເປັນເຈົ້າ ຈຶ່ງເຕືອນພວກເຂົາວ່າ ເຮົາພວມນາໍ ໄພພິບັດມາສູ່ພວກເຂົາ ແລະ ພວກເຂົາຈະ ຫລົບຫລີກ ໜີໄປບໍ່ໄດ້. ເມື່ອພວກເຂົາຮ້ອງຂໍ ເຮົາໃຫ້ຊ່ວຍເຫລືອ ເຮົາຈະບໍ່ຟັງສຽງຂອງ ພວກເຂົາ.
\v 12 ແລ້ວປະຊາຊົນ ຢູດາ ແລະ ຊາວນະຄອນ ເຢຣູຊາເລັມ ກໍຈະໄປຮ້ອງໄຫ້ ເພື່ອຂໍຄວາມຊ່ວຍເຫລືອ ນາໍບັນດາພະທີ່ພວກເຂົາ ຖວາຍບູຊາໃຫ້, ແຕ່ພະເຫລົ່ານັ້ນ ຈະບໍ່ສາມາດ ຊ່ວຍເຫລືອ ພວກເຂົາໄດ້ເລີຍ ເມື່ອໄພພິບັດມາເຖິງ.
\v 13 ປະຊາຊົນ ຢູດາ ມີພະຫລາຍ ເທົ່າກັບເມືອງທັງຫລາຍ ທີ່ຕົນມີ ຢູ່ ແລະ ຊາວນະຄອນ ເຢຣູຊາເລັມ ກໍຕັ້ງແທ່ນຂຶ້ນ ເພື່ອຖວາຍບູຊາແກ່ພະບາອານ ຫລາຍເທົ່າກັບມີຖະໜົນ ຫົນທາງໃນ ນະຄອນ ເຢຣູຊາເລັມ.
\s5
\v 14 ເຢເຣມີຢາ ເອີຍ ເຈົ້າຢ່າພາວັນນາ ອະທິຖານ ຫລື ຂໍຮ້ອງນາໍເຮົາ ເພື່ອປະຊາຊົນ ເຫລົ່ານີ້ເລີຍ. ເມື່ອພວກເຂົາ ຕົກທຸກໄດ້ຍາກ ແລະ ຮ້ອງຂໍເຮົາໃຫ້ຊ່ວຍເຫລືອ ເຮົາຈະບໍ່ຟັງ ສຽງຂອງພວກເຂົາ. ”
\v 15 ອົງພຣະຜູ້ເປັນເຈົ້າ ກ່າວວ່າ, “ປະຊາຊົນ ຜູ້ທີ່ເຮົາຮັກ ພວມ ເຮັດຊົ່ວ. ພວກເຂົາມີສິດຫຍັງ ຈຶ່ງມາຢູ່ໃນ ວິຫານຂອງເຮົາ? ພວກເຂົາຄິດວ່າ ຈະໜີພົ້ນ ຈາກຄວາມຈິບຫາຍ ໄດ້ດ້ວຍຄໍາສັນຍາ ຕ່າງໆ [ນ] ແລະ ດ້ວຍເຜົາສັດຖວາຍບູຊາ ບໍ? ພວກເຂົາຄິດວ່າ ຈະໄດ້ມີຄວາມສຸກ ກັບສິ່ງ ນັ້ນຊັ້ນບໍ?
\v 16 ຄັ້ງໜຶ່ງ ເຮົາໄດ້ເອີ້ນ ພວກເຂົາວ່າ ກົກໝາກກອກເທດ ທີ່ມີໃບຂຽວງາມດີ ແລະ ມີໝາກງາມ ເຕັມກົກ, ແຕ່ບັດນີ້ ໃນທ່າມກາງ ສຽງຟ້າຮ້ອງ ຢ່າງຄຶກຄະນອງ ເຮົາ ຈະມາ ເພື່ອຈູດໃບ ແລະ ຫັກງ່າ ຂອງມັນຖິ້ມ.
\s5
\v 17 ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດ ຍິ່ງໃຫຍ່ ໄດ້ປູກຝັງ ອິດສະຣາເອນ ແລະ ຢູດາ, ແຕ່ບັດນີ້ ເຮົານາບຂູ່ພວກເຂົາ ດ້ວຍຄວາມຈິບຫາຍ. ພວກເຂົາໄດ້ນາໍເອົາຄວາມ ຈິບຫາຍ ນີ້ມາສູ່ພວກເຂົາເອງ ຍ້ອນໄດ້ເຮັດ ຜິດ; ພວກເຂົາໄດ້ເຮັດໃຫ້ເຮົາໂກດຮ້າຍ ໂດຍ ຖວາຍບູຊາແກ່ພະບາອານ.”
\s5
\v 18 ອົງພຣະຜູ້ເປັນເຈົ້າ ໄດ້ແຈ້ງໃຫ້ຂ້າພະເຈົ້າ ຮູ້ເຖິງແຜນການ ທີ່ເຫລົ່າສັດຕູ ກາໍລັງວາງໄວ້ ຕໍ່ສູ້ຂ້າພະເຈົ້າ.
\v 19 ຂ້າພະເຈົ້າ ເປັນດັ່ງລູກແກະຄໍາຮູ້ ໂຕໜຶ່ງ ທີ່ຖືກນາໍ ອອກໄປຂ້າ ແລະ ຂ້າພະເຈົ້າກໍບໍ່ຮູ້ ເລີຍວ່າ ພວກເຂົາຄິດ ແຜນຮ້າຍນັ້ນ ເພື່ອຕໍ່ ສູ້ຂ້າພະເຈົ້າ. ພວກເຂົາເວົ້າ ວ່າ, “ໃຫ້ປໍ້າກົກໄມ້ລົງສາ ໃນຂະນະທີ່ມັນຍັງແຂງແຮງດີ; [ບ] ໃຫ້ຂ້າມັນເສຍ ເພື່ອຈະບໍ່ມີຜູ້ໃດ ລະນຶກ ເຖິງມັນອີກຕໍ່ໄປ. ”
\v 20 ແລ້ວ ຂ້າພະເຈົ້າ ກໍພາວັນນາ ອະທິຖານ ວ່າ, “ຂ້າແດ່ ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດ ຍິ່ງໃຫຍ່ເອີຍ ພຣະອົງເປັນຜູ້ພິພາກສາ ທີ່ທ່ຽງທາໍ; ພຣະອົງ ທົດສອບ ເບິ່ງຄວາມນຶກຄິດ ກັບ ຄວາມຮູ້ສຶກ ຂອງຄົນທັງຫລາຍ. ຂ້ານ້ອຍຂໍມອບ ເລື່ອງ ຂອງຂ້ານ້ອຍໄວ້ ໃນມືຂອງພຣະອົງ. ດັ່ງນັ້ນ ຂໍໂຜດ ໃຫ້ຂ້ານ້ອຍໄດ້ເຫັນພຣະອົງ ແກ້ແຄ້ນ ຄົນເຫລົ່ານີ້ ດ້ວຍເຖີດ.”
\s5
\v 21 ຊາວ ອານາທົດ ຕ້ອງການໃຫ້ ຂ້າພະເຈົ້າຖືກຂ້າ ແລະ ພວກເຂົາ ກໍບອກວ່າ, ພວກເຂົາຈະຂ້າ ຂ້າພະເຈົ້າເສຍ ຖ້າຂ້າພະເຈົ້າຍັງສືບຕໍ່ປະກາດ ຖ້ອຍຄໍາ ຂອງ ອົງພຣະຜູ້ເປັນເຈົ້າຢູ່.
\v 22 ສະນັ້ນ ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດ ຍິ່ງໃຫຍ່ ຈຶ່ງໄດ້ ກ່າວ ວ່າ, “ເຮົາຈະລົງໂທດ ພວກເຂົາ ຊາຍໜຸ່ມ ຂອງພວກເຂົາ ຈະຖືກຂ້າ ໃນສະໜາມຮົບ; ລູກຂອງພວກເຂົາ ຈະອຶດຫິວຕາຍ.
\v 23 ເຮົາໄດ້ຕັ້ງເວລາ ໄວ້ແລ້ວ ເພື່ອນາໍເອົາ ຄວາມຈິບຫາຍ ມາສູ່ຊາວ ອານາທົດ ແລະ ເມື່ອເວລາ ນັ້ນມາເຖິງ ຈະບໍ່ມີຜູ້ໃດ ໃນພວກເຂົາລອດຊີວິດ ຢູ່ເລີຍ.”
\s5
\c 12
\p
\v 1 “ຂ້າແດ່ ອົງພຣະຜູ້ເປັນເຈົ້າ ຖ້າຂ້ານ້ອຍ ຖົກຖຽງ ຄະດີ ກັບພຣະອົງ ພຣະອົງກໍຈະ ພິສູດ ວ່າ ພຣະອົງ ເປັນຝ່າຍຖືກຕ້ອງ. ແຕ່ ຂ້ານ້ອຍ ຕ້ອງຖາມພຣະອົງ ເຖິງຄວາມຍຸດຕິທໍາ ເປັນຫຍັງ ຄົນຊົ່ວຈຶ່ງຈະເລີນ ຮຸ່ງເຮືອງ ຂຶ້ນແທ້? ເປັນຫຍັງ ຄົນບໍ່ສັດຊື ່ຄົນຂີ້ສໍ້ ຂີ້ໂກງ ຈຶ່ງໄດ້ຮັບຜົນສໍາເລັດ ໃນຊີວິດ?
\v 2 ພຣະອົງປູກພວກເຂົາໄວ້ ແລະ ພວກເຂົາ ກໍ ຢັ່ງຮາກລົງ ພວກເຂົາໃຫຍ່ຂຶ້ນມາ ແລະ ເກີດດອກ ອອກຜົນທັງນັ້ນ. ພວກເຂົາເວົ້າຈາ ຊົມ ເຊີຍ ກ່ຽວກັບພຣະອົງຢູ່ສະເໝີ ແຕ່ໃນໃຈ ຂອງ ພວກເຂົາ ພັດບໍ່ສົນໃຈພຣະອົງ.
\s5
\v 3 ຂ້າແດ່ ອົງພຣະຜູ້ເປັນເຈົ້າ ແຕ່ພຣະອົງ ຮູ້ຂ້ານ້ອຍດີ ເຫັນສິ່ງທີ່ຂ້ານ້ອຍ ກະທາໍ ແລະ ຮູ້ວ່າ ຂ້ານ້ອຍຮັກ ພຣະອົງດ້ວຍ. ຈົ່ງດຶງ ຄົນຊົ່ວອອກມາ ເບິ່ງດູ ດັ່ງດຶງແກະ ໄປຂ້າ ຈົ່ງເຝົ້າເບິ່ງ ພວກເຂົາ ຈົນກວ່າ ພວກເຂົາຖືກ ຂ້າຖິ້ມ.
\v 4 ດິນແດນນັ້ນ ຈະແຫ້ງແລ້ງ ຢູ່ຢ່າງນີ້ບໍ? ຫຍ້າຕາມ ທົ່ງນາ ຈະແຫ້ງ ຢູ່ຢ່າງນີ້ ີດົນປານໃດ? ຝູງສັດຝູງນົກ ລົ້ມຕາຍ ຍ້ອນປະຊາຊົນ ຊົ່ວຊາມ ຄື ຜູ້ທີ່ເວົ້າ ວ່າ, ‘ພຣະເຈົ້າ ບໍ່ເຫັນພວກເຮົາ ເຮັດດອກ. ” [ປ]
\s5
\v 5 ອົງພຣະຜູ້ເປັນເຈົ້າ ກ່າວ ວ່າ, “ຖ້າເຈົ້າ ເມື່ອຍ ແລ່ນແຂ່ງ ກັບຄົນ ເຮັດຈັ່ງໃດ ເຈົ້າຈະ ແລ່ນແຂ່ງ ກັບໂຕມ້າໄດ້? ຖ້າຢືນຢູ່ໃນເມືອງ ທີ່ເປີດແປນ ບໍ່ໄດ້ ເຈົ້າຈະບຸປ່າ ທີ່ລຸ່ມແມ່ນາໍ້ ຈໍແດນ ໄດ້ຈັ່ງໃດ?
\v 6 ແມ່ນແຕ່ ອ້າຍ ເອື້ອຍ ນ້ອງ ຂອງເຈົ້າ ກໍຍັງຫັກຫລັງ ພວກເຂົາ ເຂົ້າຮ່ວມກຸ່ມ ເພື່ອໂຈມຕີ ຕໍ່ສູ້ເຈົ້າ. ເຖິງວ່າ ພວກເຂົາເວົ້າ ຢ່າງເພື່ອນມິດ ກໍຕາມ ຢ່າ ວາງໃຈເຊື່ອ ທັງຢ່າເວົ້າຄໍາ ໃດໆ ກັບພວກເຂົາດ້ວຍ.”
\s5
\v 7 ອົງພຣະຜູ້ເປັນເຈົ້າ ກ່າວ ວ່າ, “ເຮົາໄດ້ ປະຖິ້ມ ຊົນຊາດ ອິດສະຣາເອນ ເຮົາໄດ້ໂຍນ ຊົນຊາດ ທີ່ເຮົາໄດ້ເລືອກເອົານັ້ນ. ເຮົາໄດ້ມອບປະຊາຊົນ ທີ່ເຮົາຮັກແພງ ຫລາຍໄວ້ ໃນ ເງື້ອມມື ໃຕ້ອໍານາດ ຂອງສັດຕູ ສາແລ້ວ.
\v 8 ປະຊາຊົນ ທີ່ເຮົາໄດ້ເລືອກນັ້ນ ຫັນມາ ຕໍ່ສູ້ເຮົາ ເໝືອນ ດັ່ງໂຕສິງ ຢູ່ໃນ ປ່າດົງ ພົງໄພ ນັ້ນ ຕ່າງກໍຮ້ອງແຜດສຽງ ໃສ່ເຮົາ ດັ່ງນັ້ນ ເຮົາ ຈຶ່ງກຽດຊັງ ພວກເຂົາ ທັງນັ້ນ.
\v 9 ປະຊາຊົນ ທີ່ເຮົາໄດ້ເລືອກນັ້ນ ຄື ນົກໂຕໜຶ່ງ ຖືກຝູງ ແຫລວ ຫຸ້ມລ້ອມ ໂຈມຕີ ທຸກດ້ານ ທຸກແຈ. ຈົ່ງໃຫ້ຄົນເອີ້ນ ເອົາສັດປ່າ ທັງຫລາຍມາ ຮ່ວມສັງສັນ ໃນງານກິນລ້ຽງເທາະ
\s5
\v 10 ຜູ້ປົກຄອງ ຕ່າງດ້າວ ທາໍລາຍ ສວນອະງຸ່ນຂອງເຮົາ ພວກເຂົາຢຽບຢໍ່າ ທົ່ງນາ ຂອງເຮົາລົງ ສາແລ້ວ; ພວກເຂົາໄດ້ພາກັນ ປ່ຽນດິນແດນ ທີ່ໜ້າຮັກຂອງເຮົາ ໃຫ້ກາຍເປັນຖິ່ນແຫ້ງແລ້ງ ກັນດານ ສາແລ້ວ.
\v 11 ພວກເຂົາ ເຮັດໃຫ້ ດິນແດນ ນັ້ນ ຮົກຮ້າງ ຫວ່າງເປົ່າໄປ ໃຫ້ນອນຢຽດຢູ່ ຕໍ່ໜ້າເຮົາ ຢ່າງ ໂສກເສົ້າ. ດິນແດນ ຈຶ່ງກາຍເປັນ ຖິ່ນແຫ້ງ ແລ້ງ ກັນດານ ບໍ່ມີຜູ້ໃດ ກັງວົນ ສົນໃຈນາໍມັນອີກ.
\s5
\v 12 ຕາມບ່ອນສູງ ທີ່ຖິ່ນແຫ້ງແລ້ງ ກັນດານ ພວກທາໍລາຍ ລ້າງຜານ ໄດ້ມາປຸ້ນສະດົມ ຈົນໝົດ. ເຮົາໄດ້ສົ່ງເສິກ ມາທາໍລາຍ ດິນແດນ ທັງໝົດ ຈົນບໍ່ມີຜູ້ໃດ ຢູ່ຢ່າງສະຫງົບ ສຸກໄດ້ ຕາມທີ່ຕ່າງໆ.
\v 13 ປະຊາຊົນຂອງເຮົາ ປູກເຂົ້າ ແຕ່ກ່ຽວຫຍ້າແທນ ພວກເຂົາ ໄດ້ເຮັດວຽກໜັກ ແຕ່ພັດບໍ່ໄດ້ຫຍັງ ຈັກດີ້. ຍ້ອນຄວາມໂກດຮ້າຍ ຂອງເຮົາ ທີ່ມີຕໍ່ພວກເຂົາ ຈົ່ງໃຫ້ຜົນລະປູກ ຂອງ ພວກເຂົາ ຕົກເຮ່ຍເສຍໄປສິ້ນ.”
\s5
\v 14 ອົງພຣະຜູ້ເປັນເຈົ້າ ກ່າວ ວ່າ, “ເຮົາມີບາງສິ່ງທີ່ຈະກ່າວ ຕໍ່ປະເທດ ເພື່ອນບ້ານ ໃກ້ຄຽງ ທັງຫລາຍຂອງຊາດ ອິດສະຣາເອນ ຄື ປະເທດ ທີ່ໄດ້ທາໍລາຍ ດິນແດນ ທີ່ເຮົາໄດ້ ມອບໃຫ້ແກ່ ປະຊາຊົນ ອິດສະຣາເອນ. ເຮົາ ຈະຖອນຮາກ ຖອນເຫງົ້າ ຄົນຊົ່ວເຫລົ່ານັ້ນ ໃຫ້ອອກໄປຈາກ ດິນແດນ ຂອງ ພວກເຂົາ ເໝືອນ ຫລົກຕົ້ນໄມ້ ແລະ ເຮົາຈະຊ່ວຍກູ້ເອົາ ຢູດາ ອອກຈາກພວກເຂົາ.
\v 15 ແຕ່ຫລັງ ຈາກເຮົາໄດ້ກວາດຕ້ອນ ພວກເຂົາໄປແລ້ວ ເຮົາຈະເມດຕາພວກເຂົາ; ເຮົາຈະນໍາແຕ່ລະ ຊົນຊາດ ໃຫ້ກັບຄືນມາສູ່ ດິນແດນ ທີ່ເປັນ ຂອງຕົນເອງ ແລະ ສູ່ປະເທດ ທີ່ເປັນຂອງ ພວກເຂົາ.
\s5
\v 16 ຖ້າພວກເຂົາ ຍອມຮັບເອົາ ວິທີທາງ ດໍາເນີນ ຊີວິດ ຂອງ ປະຊາຊົນ ຂອງເຮົາ ດ້ວຍໝົດຈິດໝົດໃຈ ແລະ ຈະສາບານ ໃນ ນາມ ຂອງ ອົງພຣະຜູ້ເປັນເຈົ້າ ອົງຊົງຊີວິດຢູ່ ດັ່ງພວກເຂົາ ໄດ້ສັ່ງສອນ ປະຊາຊົນຂອງເຮົາ ໃຫ້ສາບານ ຕໍ່ ພະບາອານ ນັ້ນ ແລ້ວພວກເຂົາ ກໍຈະເປັນສ່ວນໜຶ່ງຂອງປະຊາຊົນ ຂອງເຮົາເໝືອນກັນ ແລະ ພວກເຂົາຈະຈະເລີນ ຮຸ່ງເຮືອງ ດ້ວຍ.
\v 17 ແຕ່ຖ້າຊົນຊາດໃດ ບໍ່ເຊື່ອຟັງເຮົາ ເຮົາກໍຈະຖອນຮາກ ຖອນເຫງົ້າ ຂອງພວກເຂົາຖິ້ມ ຢ່າງໝົດກ້ຽງ ແລະ ທາໍ ລາຍ ພວກເຂົາຖິ້ມໝົດ. ” ອົງພຣະຜູ້ເປັນເຈົ້າ ໄດ້ກ່າວ ດັ່ງນີ້ແຫລະ.
\s5
\c 13
\p
\v 1 ອົງພຣະຜູ້ເປັນເຈົ້າ ໄດ້ບອກຂ້າພະເຈົ້າ ໄປຊື້ເສື້ອຊ້ອນ ບາງຜືນ ທີ່ເປັນຜ້າປ່ານ ສໍາລັບຂ້າພະເຈົ້າ ແລະ ໃຫ້ນຸ່ງເສື້ອນັ້ນ; ແຕ່ ພຣະອົງໄດ້ບອກຂ້າພະເຈົ້າ ບໍ່ໃຫ້ຈຸ່ມນໍ້າ.
\v 2 ສະນັ້ນ ຂ້າພະເຈົ້າ ຈຶ່ງຊື້​ເສື້ອມານຸ່ງ.
\v 3 ຕໍ່ມາ ອົງພຣະຜູ້ເປັນເຈົ້າ ໄດ້ກ່າວແກ່ ຂ້າພະເຈົ້າອີກ ວ່າ,
\v 4 “ຈົ່ງໄປຍັງແມ່ນາໍ້ ເອຟີຣັດ ແລະ ເຊື່ອງເສື້ອໄວ້ຢູ່ຮູໃນໂງ່ນຫິນ.”
\s5
\v 5 ດັ່ງນັ້ນ ຂ້າພະເຈົ້າ ຈຶ່ງເອົາເສື້ອ ນັ້ນໄປ ເຊື່ອງໄວ້ ໃກ້ແມ່ນາໍ້
\v 6 ຫລາຍມື້ຕໍ່ມາ ອົງ ພຣະຜູ້ເປັນເຈົ້າ ໄດ້ບອກຂ້າພະເຈົ້າ ໃຫ້ກັບ ຄືນໄປຍັງແມ່ນາໍ້ ເອຟີຣັດ ອີກ ເພື່ອເອົາເສື້ອ ຊ້ອນ ເຫລົ່ານັ້ນມາ.
\v 7 ຂ້າພະເຈົ້າ ຈຶ່ງກັບ ຄືນໄປ ແລະ ເມື່ອພົບບ່ອນ ທີ່ໄດ້ເຊື່ອງເສື້ອ ແລ້ວ ຂ້າພະເຈົ້າກໍເຫັນ ວ່າ ເສື້ອເຫລົ່ານັ້ນ ເປື່ອຍໝົດ ຈົນໃຊ້ການຫຍັງ ບໍ່ໄດ້.
\s5
\v 8 ແລ້ວອົງພຣະຜູ້ເປັນເຈົ້າ ກໍກ່າວແກ່ຂ້າພະເຈົ້າ ອີກ. ອົງພຣະຜູ້ເປັນເຈົ້າໄດ້ ກ່າວ ວ່າ,
\v 9 “ດ້ວຍວິທີນີ້ແຫລະ ເຮົາຈະທໍາລາຍ ຄວາມຈອງຫອງ ຂອງ ຢູດາ ແລະ ຂອງ ຊາວ ນະຄອນ ເຢຣູຊາເລັມ.
\v 10 ຄົນຊົ່ວເຫລົ່ານີ້ ປະຕິເສດ ບໍ່ຍອມເຊື່ອຟັງເຮົາ. ພວກເຂົາດື້ດ້ານ ແລະ ຊົ່ວຊ້າ ເໝືອນເດີມ; ພວກເຂົາໄດ້ ຂາບໄຫວ້ ແລະ ຮັບໃຊ້ ບັນດາພະອື່ນ. ສະນັ້ນແຫລະ ພວກເຂົາ ຈຶ່ງຈະເປັນດັ່ງເສື້ອ ຊ້ອນ ເຫລົ່ານີ້ ຊຶ່ງບໍ່ມີຫຍັງ ດີເລີຍ.
\v 11 ເສື້ອຊ້ອນ ຮັດກາຍ ດີສັນໃດ ເຮົາກໍຢາກໃຫ້ ປະຊາຊົນ ອິດສະຣາເອນ ແລະ ຢູດາ ທັງ ໝົດ ເຂົ້າສະໜິດ ກັບເຮົາ ດີສັນນັ້ນ. ເຮົາໄດ້ເຮັດເຊັ່ນນີ້ ເພື່ອພວກເຂົາ ຈະໄດ້ເປັນປະຊາຊົນ ຂອງເຮົາ ຄື ຜູ້ທີ່ໃຫ້ ຄໍາຍ້ອງຍໍ ສັນລະເສີນ ແລະ ນາໍ ກຽດສັກສີ ມາສູ່ນາມ ຂອງເຮົາ; ແຕ່ພວກເຂົາ ບໍ່ເຊື່ອຟັງເຮົາ.”
\s5
\v 12 ອົງພຣະຜູ້ເປັນເຈົ້າ ໄດ້ກ່າວແກ່ຂ້າພະເຈົ້າ ວ່າ, “ເຢເຣມີຢາ ເອີຍ ຈົ່ງບອກ ປະຊາຊົນ ອິດສະຣາເອນ ວ່າ ໄຫທີ່ພວກເຂົາ ເຮັດໄວ້ນັ້ນ ແມ່ນສໍາລັບໃສ່ ເຫລົ້າອະງຸ່ນ, ແຕ່ ຖ້າພວກເຂົາຕອບ ວ່າ, ‘ແມ່ນແລ້ວ ພວກເຮົາ ຮູ້ດີ.
\v 13 ແລ້ວຈົ່ງບອກພວກເຂົາ ວ່າ ‘ເຮົາ ຄື ອົງພຣະຜູ້ເປັນເຈົ້າ ກາໍລັງໃຫ້ປະຊາຊົນ ໃນດິນແດນ ມີເຫລົ້າອະງຸ່ນ ດື່ມຢ່າງ ຫລວງຫລາຍ ຈົນມືນເມົາ ເຊັ່ນ: ບັນດາ ກະສັດ ທີ່ເປັນເຊື້ອສາຍ ຂອງ ດາວິດ, ພວກ ປະໂຣຫິດ, ພວກຜູ້ທາໍນວາຍ ແລະ ຊາວ ນະຄອນ ເຢຣູຊາເລັມ ທັງໝົດ.
\v 14 ແລ້ວ ເຮົາຈະທຸບພວກເຂົາ ດັ່ງໄຫເຫລົ້າ ທຸບກັນ ບໍ່ ວ່າ ເຖົ້າ ຫລື ໜຸ່ມ ກໍຕາມ. ບໍ່ມີຄວາມເມດຕາ, ຄວາມປານີ ຫລື ຄວາມສົງສານ ໃດໆ ຈະຫ້າມເຮົາ ບໍ່ໃຫ້ຂ້າພວກເຂົາໄດ້. ”
\s5
\v 15 ປະຊາຊົນ ອິດສະຣາເອນ ເອີຍ ອົງພຣະຜູ້ເປັນເຈົ້າ ໄດ້ກ່າວ ດັ່ງນີ້ແຫລະ ຈົ່ງຖ່ອມຕົວລົງ ແລະ ເຊື່ອຟັງພຣະອົງ ສາເຖີດ
\v 16 ຈົ່ງຍ້ອງຍໍໃຫ້ກຽດ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ ຂອງພວກເຈົ້າ ກ່ອນທີ່ພຣະອົງ ນາໍ ຄວາມມືດໜາ ມາໃຫ້ຕາມເທິງໜ່ວຍ ພູເຂົາ ນັ້ນ ພວກເຈົ້າຕ່າງ ກໍຊູນສະດຸດ ກ່ອນແຈ້ງ ທີ່ພວກເຈົ້າ ຫວັງກາຍເປັນມືດ.
\v 17 ຖ້າພວກເຈົ້າ ບໍ່ຍອມຟັງຂ້າພະເຈົ້າກ່າວ ຂ້າພະເຈົ້າ ຈະລີ້ຮ້ອງໄຫ້ ຍ້ອນພວກເຈົ້າຈອງຫອງ. ຂ້າພະເຈົ້າ ຈະຮ້ອງໄຫ້ ຢ່າງຂົມຂື່ນນໍ້າຕາ ຫລັ່ງໄຫລ ເພາະພວກເຈົ້າ ຖືກຈັບໄປເປັນ ຊະເລີຍ ສາແລ້ວ.
\s5
\v 18 ອົງພຣະຜູ້ເປັນເຈົ້າ ກ່າວແກ່ ຂ້າພະເຈົ້າ ວ່າ, “ຈົ່ງບອກ ກະສັດ ແລະ ແມ່ ຂອງລາວ ໃຫ້ລົງຈາກບັນລັງສາ ເພາະມົງກຸດ ອັນງົດງາມ ນັ້ນ ໄດ້ຕົກລົງຈາກຫົວຂອງລາວ ແລ້ວ. [ຜ]
\v 19 ເມືອງທາງພາກໃຕ້ ຂອງ ຢູດາຍ ໄດ້ຖືກປິດລ້ອມ ແລ້ວ ບໍ່ມີຜູ້ໃດເລີຍ ລອດຊີວິດມາໄດ້. ປະຊາຊົນ ຢູດາ ລ້ວນແຕ່ ໄດ້ຖືກຈັບໄປ ເປັນຊະເລີຍ ໃນຕ່າງຖິ່ນ.”
\s5
\v 20 ນະຄອນ ເຢຣູຊາເລັມ ເອີຍ ເບິ່ງພຸ້ນດູ ເຫລົ່າສັດຕູຂອງເຈົ້າ ກາໍລັງລົງ ມາແຕ່ ທາງທິດເໜືອ ປະຊາຊົນ ທີ່ອົງພຣະຜູ້ເປັນເຈົ້າ ໄດ້ມອບໃຫ້ເຈົ້າ ດູແລ ນັ້ນຢູ່ໃສ? ຄື ປະຊາຊົນ ທີ່ເຈົ້າພໍໃຈ ນໍານັ້ນ.
\v 21 ເຈົ້າຈະ ເວົ້າຢ່າງໃດ ເມື່ອຄົນທີ່ເຈົ້າ ຄິດວ່າ ເປັນມິດ ຮົບຊະນະເຈົ້າ ແລະ ປົກຄອງເຈົ້າ? [ຝ] ເຈົ້າຈະເຈັບປວດ ດັ່ງຜູ້ຍິງ ກາໍລັງຄອດລູກ.
\s5
\v 22 ຖ້າເຈົ້າ ຖາມວ່າ ເປັນຫຍັງ ເຫດການ ທັງໝົດນີ້ ຈຶ່ງເກີດຂຶ້ນ ແກ່ເຈົ້າ ເປັນຫຍັງ ພວກເຂົາ ຈຶ່ງແກ້ເສື້ອ ຂອງເຈົ້າອອກ ແລະ ຂົ່ມຂືນເຈົ້າ ກໍຍ້ອນບາບ ຂອງເຈົ້າ ມີຫລວງຫລາຍໂພດ.
\v 23 ຄົນຜິວດໍາ ປ່ຽນ ຜິວໜັງຂອງຕົນໄດ້ບໍ? ຫລື ເສືອດາວ ຈະລືບ ຈຸດຕາມໜັງ ຂອງມັນໄດ້ບໍ? ຖ້າໄດ້ ຖ້າດັ່ງນັ້ນ ເຈົ້າຜູ້ເຄີຍ ເຮັດແຕ່ການຊົ່ວ ກໍຮຽນຮູ້ ເຮັດການດີໄດ້.
\v 24 ອົງພຣະຜູ້ເປັນເຈົ້າ ຈະ ເຮັດໃຫ້ເຈົ້າ ກະຈັດກະຈາຍ ໄປດັ່ງແກບ ທີ່ຖືກລົມຈາກ ຖິ່ນແຫ້ງແລ້ງ ກັນດານ ພັດປິວ ໄປ.
\s5
\v 25 ພຣະອົງ ກ່າວ ວ່າ ອັນນີ້ແຫລະ ຈະແມ່ນ ຊາຕາກາໍ ຂອງເຈົ້າ ອັນນີ້ແຫລະ ແມ່ນ ສິ່ງທີ່ພຣະອົງໄດ້ຕັດສິນໃຈ ກະທາໍຕໍ່ເຈົ້າ ກໍຍ້ອນເຈົ້າ ລືມໄລ ພຣະອົງໄປ ແລະ ໄວ້ວາງໃຈ ໃນພະທຽມ.
\v 26 ອົງພຣະຜູ້ເປັນເຈົ້າເອງ ຈະເປັນຜູ້ແກ້ເຄື່ອງຂອງເຈົ້າ ອອກ ແລະ ເຜີຍແບເຈົ້າ ໃຫ້ອັບອາຍ ຂາຍໜ້າ.
\v 27 ພຣະອົງໄດ້ເຫັນເຈົ້າ ເຮັດສິ່ງຕ່າງໆ ທີ່ພຣະອົງກຽດຊັງ. ພຣະອົງໄດ້ເຫັນເຈົ້າ ແລ່ນ ຕາມບັນດາ ພະຕ່າງຊາດ ທີ່ເທິງເນີນພູ ແລະ ທີ່ທົ່ງນາ ດັ່ງຊາຍຜູ້ໜຶ່ງທີ່ແລ່ນຕາມ ເມຍ ຂອງເພື່ອນບ້ານ ຢ່າງບ້າຕັນຫາ ຫລື ດັ່ງ ມ້າຖືເຊີງ ແລ່ນຕາມມ້າໂຕແມ່ ຊາວນະຄອນ ເຢຣູຊາເລັມ ເອີຍ ເຄາະກາໍເປັນຂອງພວກເຈົ້າ ສາແລ້ວ ເມື່ອໃດນໍ ພວກເຈົ້າຈຶ່ງຈະບໍຣິສຸດ?
\s5
\c 14
\p
\v 1 ອົງພຣະຜູ້ເປັນເຈົ້າ ໄດ້ກ່າວແກ່ ຂ້າພະເຈົ້າ ກ່ຽວກັບ ໄພແຫ້ງແລ້ງ ວ່າ,
\v 2 “ຢູດາ ກາໍລັງຢູ່ໃນສະພາບ ໄວ້ທຸກກັນເພາະ ຄົນໃນເມືອງ ກໍາລັງລົ້ມຕາຍ ທັງນັ້ນ ປະຊາຊົນ ໃນເມືອງ ກໍໂສກເສົ້າ ນອນຕາມ ຂີ້ດິນ ແລະ ນະຄອນ ເຢຣູຊາເລັມ ກໍຮ້ອງຂໍ ໃຫ້ ຊ່ວຍ.
\v 3 ຄົນຮັ່ງມີ ສົ່ງຄົນຮັບໃຊ້ ອອກໄປ ຊອກ ຕັກນໍ້າ ມາກິນ ແຕ່ ບໍ່ໄດ້ພົບນາໍ້ ເລີຍ ເມື່ອພວກເຂົາ ໄປຮອດອ່າງນາໍ້; ພວກເຂົາ ເລີຍ ຖືໄຫເປົ່າ ພາກັນກັບຄືນເມືອ ໝົດກາໍລັງ ໃຈ ທັງສັບສົນ ຈຶ່ງອັດໜ້າຕົນໄວ້.
\s5
\v 4 ເພາະຝົນ ບໍ່ຕົກ ແລະ ພື້ນດິນແຫ້ງແລ້ງ ໄປ ພວກພໍ່ນາ ກໍເປັນທຸກໃຈ ຈຶ່ງອັດໜ້າຕົນໄວ້.
\v 5 ໃນທົ່ງຫຍ້າ ກວາງແມ່ ປະຖິ້ມລູກ ທີ່ຫາກໍເກີດມາ ເພາະບໍ່ມີຫຍ້າ ໃນທີ່ນັ້ນເລີຍ ພໍ ຈະເປັນອາຫານໄດ້.
\v 6 ລໍປ່າ ກໍຢືນຢູ່ເທິງ ຈອມເນີນພູ ທັງຫລາຍ ຄ່ອຍໆ ຫາຍໃຈປາ ເໝືອນ ດັ່ງຝູງໝາປ່າ; ສາຍຕາ ພວກມັນກໍມືດມົວໄປ ເພາະບໍ່ມີຫຍ້າກິນ ເປັນອາຫານ ສາແລ້ວ.
\s5
\v 7 ປະຊາຊົນ ຂອງເຮົານັ້ນ ຕ່າງກໍຮ້ອງຫາ ເຮົາວ່າ, ‘ແມ່ນການບາບ ທີ່ກ່າວໂທດໃສ່ ພວກຂ້ານ້ອຍ ແຕ່ໂຜດຊ່ວຍໃຫ້ພົ້ນດ້ວຍ ຂ້າແດ່ອົງພຣະຜູ້ເປັນເຈົ້າ ຂໍຊົງໂຜດ ຊ່ວຍເຫລືອ ຕາມ ທີ່ພຣະອົງໄດ້ສັນຍາໄວ້. ພວກຂ້ານ້ອຍ ໄດ້ຫັນໜີ ຫລາຍເທື່ອຈາກພຣະອົງ ພວກຂ້ານ້ອຍ ກະທາໍບາບ ຕໍ່ສູ້ພຣະອົງ ສາແລ້ວ.
\v 8 ຄວາມຫວັງ ອັນດຽວ ຂອງ ອິດສະຣາເອນ ຄື ພຣະອົງ ພຣະອົງເປັນຜູ້ທີ່ຊ່ວຍຊູ ຈາກການ ຖືກທໍາລາຍ. ເປັນຫຍັງ ພຣະອົງຈຶ່ງເຮັດ ຄື ກັບຄົນຕ່າງດ້າວນໍ ດັ່ງນັກທ່ອງທ່ຽວ ທີ່ແວ່ ຢາມພຽງ ຄືນດຽວ ເທົ່ານັ້ນ?
\v 9 ເປັນຫຍັງ ຈຶ່ງເປັນດັ່ງຄົນ ທີ່ຫລອນເຮັດ ຫລອນທາໍ ດັ່ງທະຫານ ທີ່ຂາດກາໍລັງຊ່ວຍເຫລືອ ຜູ້ໃດບໍ່ໄດ້? ຂ້າແດ່ອົງພຣະຜູ້ເປັນເຈົ້າ ແນ່ນອນ ພຣະອົງ ສະຖິດຢູ່ນາໍ ພວກຂ້ານ້ອຍ ເປັນ ຂອງພຣະອົງ ຢ່າປະຖິ້ມ ພວກຂ້ານ້ອຍ ເລີຍ.
\s5
\v 10 ອົງພຣະຜູ້ເປັນເຈົ້າ ໄດ້ກ່າວໃສ່ ປະຊາຊົນ ເຫລົ່ານີ້ວ່າ, “ພວກເຂົາມັກແລ່ນໜີ ໄປຈາກເຮົາ ແລະຈະຄອບຄຸມພວກເຂົາ ເອງບໍ່ໄດ້. ສະນັ້ນແຫລະ ເຮົາຈຶ່ງບໍ່ພໍໃຈນາໍພວກເຂົາ ເຮົາຈະຈົດຈາໍ ຄວາມຜິດ ທີ່ພວກເຂົາ ໄດ້ເຮັດ ແລະຈະລົງໂທດພວກເຂົາ ເພາະບາບກາໍ ທີ່ພວກເຂົາໄດ້ ກະທາໍ. ”
\v 11 ອົງພຣະຜູ້ເປັນເຈົ້າ ໄດ້ກ່າວແກ່ຂ້າພະເຈົ້າ ວ່າ, “ຢ່າສູ່ພາວັນນາ ອະທິຖານ ເພື່ອຄົນເຫລົ່ານີ້.
\v 12 ຖ້າພວກເຂົາ ຖືສິນອົດອາຫານ ເຮົາກໍ ຈະບໍ່ຟັງພວກເຂົາ ຮ້ອງໄຫ້ ຂໍຄວາມຊ່ວຍເຫລືອ; ແລະ ຖ້າພວກເຂົາ ເຜົາສັດ ບູຊາ ແລະ ຖວາຍອາຫານແກ່ເຮົາ ເຮົາກໍຈະ ບໍ່ພໍໃຈ ກັບພວກເຂົາ ແຕ່ເຮົາຈະຂ້າພວກເຂົາ ໃນສົງຄາມ ໃນການອຶດຕາຍ ແລະ ໃນການ ເຈັບໄຂ້ໄດ້ປ່ວຍ.”
\s5
\v 13 ແລ້ວຂ້າພະເຈົ້າ ກໍກ່າວວ່າ, “ຂ້າແດ່ ພຣະເຈົ້າ ຢາເວ ອົງພຣະຜູ້ເປັນເຈົ້າ ເອີຍ ພຣະອົງ ຮູ້ເຖິງເລື່ອງທີ່ບັນດາ ຜູ້ທາໍນວາຍກາໍ ລັງບອກປະຊາຊົນ ວ່າຈະບໍ່ມີເສິກສົງຄາມ ແລະການອຶດຕາຍດອກ ກໍເພາະພຣະອົງໄດ້ ສັນຍາໄວ້. ດັ່ງນັ້ນ ພວກເຂົາ ເວົ້າວ່າ, ໃນດິນແດນ ຂອງພວກເຮົາ ຈະມີແຕ່ ຄວາມສະຫງົບ ສຸກເທົ່ານັ້ນ. ”
\v 14 ແຕ່ອົງພຣະຜູ້ເປັນເຈົ້າ ໄດ້ຕອບຄືນວ່າ, “ພວກຜູ້ທາໍນວາຍ ກາໍລັງ ໃຊ້ນາມຂອງເຮົາ ກ່າວຖ້ອຍຄໍາ ບໍ່ຈິງ ເຮົາບໍ່ໄດ້ໃຊ້ພວກເຂົາໄປ ແລະ ບໍ່ໄດ້ສັ່ງ ຫລື ເວົ້າ ແມ່ນແຕ່ຄໍາດຽວ ກັບພວກເຂົາ. ນິມິດ ທັງ ຫລາຍ ທີ່ພວກເຂົາ ເວົ້າເຖິງນັ້ນ ບໍ່ໄດ້ມາ ຈາກເຮົາ ການທາໍນວາຍ ຂອງ ພວກເຂົາ ບໍ່ມີ ປະໂຫຍດ ແລະ ເປັນສິ່ງທີ່ພວກເຂົາ ຄິດຝັນ ເອົາເອງ.
\s5
\v 15 ເຮົາ ຄື ອົງພຣະຜູ້ເປັນເຈົ້າ ບອກເຈົ້າ ໃຫ້ຮູ້ເຖິງ ສິ່ງທີ່ເຮົາພວມ ຈະເຮັດຕໍ່ພວກຜູ້ທາໍ ນວາຍ ເຫລົ່ານີ້ ແລະ ເຮົາບໍ່ໄດ້ໃຊ້ ພວກເຂົາໄປ; ແຕ່ພວກເຂົາ ເວົ້າໃນນາມຂອງເຮົາ ວ່າ ສົງຄາມ ແລະ ຄວາມອຶດຕາຍ ຈະບໍ່ເກີດຂຶ້ນ ຢູ່ໃນດິນແດນນີ້; ເຮົາຈະຂ້າພວກເຂົາ ໃນສົງຄາມ ແລະ ໃນການອຶດຢາກ.
\v 16 ປະຊາຊົນຜູ້ໃດ ທີ່ຟັງພວກເຂົາເວົ້າ ໃນສິ່ງເຫລົ່ານີ້ ກໍຈະຖືກຂ້າ ໂດຍວິທີດຽວກັນນີ້. ຊາກສົບຂອງພວກເຂົາ ຈະຖືກໂຍນຖິ້ມ ຕາມ ທ້ອງຖະໜົນ ຫົນທາງ ຂອງນະຄອນ ເຢຣູຊາເລັມ ແລະ ຈະບໍ່ມີຜູ້ໃດ ຝັງຊາກສົບ ຂອງພວກເຂົາ. ເຫດການນີ້ ຈະເກີດຂຶ້ນ ກັບ ພວກເຂົາ ທຸກຄົນ ລວມທັງເມຍ, ລູກຊາຍ ແລະ ລູກສາວ ຂອງ ພວກເຂົາດ້ວຍ. ເຮົາຈະ ໃຫ້ພວກເຂົາ ໄດ້ຮັບໂທດກາໍ ຍ້ອນພວກເຂົາເອງ ໄດ້ເຮັດຊົ່ວ.”
\s5
\v 17 ອົງພຣະຜູ້ເປັນເຈົ້າ ໄດ້ສັ່ງຂ້າພະເຈົ້າ ໃຫ້ບອກ ປະຊາຊົນ ເຖິງຄວາມເສຍໃຈ ຂອງ ຂ້າພະເຈົ້າ ວ່າ: “ຂໍໃຫ້ນາໍ້ຕາ ຂອງ ຂ້ານ້ອຍ ໄຫລຫລັ່ງ ທັງເວັນທັງຄືນ ຂໍຢ່າໃຫ້ຂ້ານ້ອຍ ເຊົາຮ້ອງໄຫ້ ຈັກເທື່ອ ເພາະປະຊາຊົນຂອງຂ້ານ້ອຍ ໄດ້ຖືກທາໍລາຍໜັກ ບາດແຜຂອງ ພວກເຂົາ ກໍໜັກໜ່ວງ ແທ້ໆ.
\v 18 ເມື່ອຂ້າ ນ້ອຍ ອອກໄປ ຕາມທ້ອງ ທົ່ງນາ ກໍເຫັນຊາກສົບ ຄົນຕາຍ ຢາຍຢູ່ໃນສະໜາມຮົບ; ເມື່ອຂ້ານ້ອຍ ເຂົ້າໄປໃນນະຄອນ ກໍເຫັນຄົນ ກາໍລັງອຶດຕາຍກັນ ທັງນັ້ນ. ຜູ້ທາໍນວາຍ ແລະ ປະໂຣຫິດ ກໍເຮັດວຽກຂອງພວກເຂົາ ແຕ່ ພວກເຂົາ ບໍ່ຮູ້ຈັກສິ່ງທີ່ພວກຕົນ ກາໍລັງເຮັດຢູ່. ” [ພ]
\s5
\v 19 ຂ້າແດ່ ອົງພຣະຜູ້ເປັນເຈົ້າ ພຣະອົງ ໄດ້ປະຖິ້ມ ຢູດາ ເດັດຂາດແລ້ວບໍ? ພຣະອົງ ກຽດຊັງ ປະຊາຊົນ ໃນນະຄອນ ຊີໂອນ ຫລື ນີ້? ເປັນຫຍັງ ຈຶ່ງທາໍຮ້າຍ ພວກຂ້ານ້ອຍໜັກ ຫລາຍ? ຈົນບໍ່ຮັກສາ ພວກຂ້ານ້ອຍ ໃຫ້ດີໄດ້? ສັນຕິສຸກ ຄື ສິ່ງທີ່ພວກຂ້ານ້ອຍ ຊອກຫາ ແຕ່ກໍບໍ່ເຫັນ ສິ່ງທີ່ດີເກີດຂຶ້ນມາ ຈັກເທື່ອ; ພວກຂ້ານ້ອຍ ຫວັງຈະໄດ້ຮັບການຮັກສາ ໃຫ້ດີ ແຕ່ຄວາມຢ້ານກົວໃຫຍ່ ກໍມາແທນທີ່
\v 20 ຂ້າແດ່ອົງພຣະຜູ້ເປັນເຈົ້າ ພວກຂ້ານ້ອຍ ໄດ້ເຮັດບາບ ຕໍ່ສູ້ພຣະອົງ ຈົ່ງຮັບຮູ້ ບາບກາໍ ທີ່ບັນພະບຸລຸດ ໄດ້ກະທາໍນັ້ນ ຄື ການບາບ ທີ່ ພວກຂ້ານ້ອຍ ໄດ້ເຮັດມາ ຊຶ່ງເປັນຄວາມຜິດ ຕໍ່ສູ້ພຣະອົງ ທັງນັ້ນ.
\s5
\v 21 ຈົ່ງຈື່ຈາໍ ພຣະສັນຍາ ແລະ ຢ່າກຽດຊັງ ພວກຂ້ານ້ອຍເລີຍ ຢ່ານາໍຄວາມອັບອາຍ ມາ ສູ່ນະຄອນ ເຢຣູຊາເລັມ ເທາະ ບ່ອນທີ່ບັນລັງ ຂອງພຣະເຈົ້າ ຕັ້ງຢູ່ຢ່າງສະຫງ່າຣາສີ ຢ່າ ເລີກພັນທະສັນຍາ ທີ່ພຣະອົງ ໄດ້ເຮັດໄວ້ ທ້ອນ
\v 22 ບໍ່ມີຮູບເຄົາຣົບ ຂອງ ຊົນຊາດໃດ ເຮັດໃຫ້ຝົນຕົກມາ ທ້ອງຟ້າ ກໍເຮັດໃຫ້ ຝົນຫລັ່ງລິນລົງມາ ບໍ່​ໄດ້; ໂອ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກຂ້ານ້ອຍ ເອີຍ ເພາະ ແມ່ນພຣະອົງ ທີ່ໄດ້ກະທາໍ ທຸກສິ່ງເຫລົ່ານີ້.
\s5
\c 15
\p
\v 1 ແລ້ວອົງພຣະຜູ້ເປັນເຈົ້າ ກໍໄດ້ກ່າວແກ່ ຂ້າພະເຈົ້າ ວ່າ, “ເຖິງແມ່ນວ່າ ໂມເຊ ກັບ ຊາມູເອນ ຢືນຮ້ອງຂໍນາໍເຮົາ ຢູ່ທີ່ນີ້; ເຮົາກໍຈະ​ບໍ່ມີໃຈເມດຕາ ຕໍ່ປະຊາຊົນເຫລົ່ານີ້ເລີຍ. ຈົ່ງ ໄລ່ພວກເຂົາໜີໄປ; ຈົ່ງໃຫ້ພວກເຂົາໜີ ພົ້ນໄປຈາກສາຍຕາຂອງເຮົາສາ.
\v 2 ເມື່ອພວກເຂົາຖາມເຈົ້າ ວ່າ, ‘ພວກເຮົາຄວນຈະໄປໃສ? ຈົ່ງບອກພວກເຂົາ ວ່າ ເຮົາໄດ້ກ່າວ ດັ່ງນີ້: ‘ບາງຄົນຈະຕາຍ ຍ້ອນເຄາະກາໍ ພະຍາດ ໂຣຄາ ບ່ອນນັ້ນແຫລະ ທີ່ພວກເຂົາ ຈະພາກັນໄປນັ້ນ ຄົນອື່ນອີກ ຈະຕາຍຍ້ອນ ເຄາະກາໍ ໃນສົງຄາມ ບ່ອນນັ້ນແຫລະ ທີ່ພວກເຂົາ ຈະພາກັນໄປນັ້ນ ບາງຄົນຈະຕາຍ ຍ້ອນເຄາະກາໍ ການອຶດຢາກ ນາໆ ບ່ອນນັ້ນແຫລະ ທີ່ພວກເຂົາຈະພາກັນໄປນັ້ນ ຄົນອື່ນ ອີກ ຮັບເຄາະກາໍ ຍ້ອນຖືກຈັບເປັນຊະເລີຍ ບ່ອນນັ້ນແຫລະ ທີ່ພວກເຂົາຈະພາກັນໄປນັ້ນ.
\s5
\v 3 ເຮົາ ຄື ອົງພຣະຜູ້ເປັນເຈົ້າ ໄດ້ຕັດສິນໃຈແລ້ວວ່າ ຈະໃຫ້ສິ່ງທີ່ໜ້າຢ້ານ ສີ່ ປະການນີ້ເກີດຂຶ້ນ ກັບພວກເຂົາ ເຊັ່ນ: ພວກເຂົາຈະຖືກຂ້າ ໃນເສິກສົງຄາມ; ຝູງໝາຈະລາກສົບ ຂອງພວກເຂົາ ໄປກິນ; ຝູງນົກ ຈະສັບຕອດ ກິນຊາກສົບ ເຫລົ່ານັ້ນ ແລະອັນທີ່ເຫລືອນັ້ນ ສັດປ່າຈະກິນໃຫ້ກ້ຽງ.
\v 4 ເຮົາຈະໃຫ້ ທຸກຊົນຊາດທົ່ວໂລກຕົກໃຈຢ້ານ ໃນເຫດການ ທີ່ເກີດຂຶ້ນ ກັບພວກເຂົາ ກໍເພາະສິ່ງທີ່ ມານາເຊ ລູກຊາຍຂອງ ເຮເຊກີຢາ ໄດ້ເຮັດໃນນະຄອນ ເຢຣູຊາເລັມ ເມື່ອລາວໄດ້ເປັນກະສັດ ແຫ່ງຢູດາຍ.”
\s5
\v 5 ອົງພຣະຜູ້ເປັນເຈົ້າ ກ່າວວ່າ, “ຜູ້ໃດນໍ ຈະອີດູ ພວກເຈົ້າຊາວເຢຣູຊາເລັມ ເອີຍ ຜູ້ ໃດນໍຈະຮ້ອງໄຫ້ ແລະ ໂສກເສົ້າ ນໍາພວກເຈົ້າ? ຜູ້ໃດນໍ ຈະໃຊ້ເວລາ ຍືດຍາວເພື່ອຖາມເຖງິ ຄວາມສຸກທຸກ ຂອງພວກເຈົ້າ?
\v 6 ພວກເຈົ້າ ເປັນປະຊາຊົນ ທີ່ໄດ້ປະຖິ້ມເຮົາໄປ ພວກເຈົ້າໄດ້ຫັນຫລັງ ໃຫ້ແກ່ເຮົາສາແລ້ວ. ສະນັ້ນ ເຮົາຈຶ່ງກ້າວອອກຢຽບພວກເຈົ້າ ໃຫ້ໝຸ່ນໝົດ ເພາະເຮົາເມື່ອຍ ອົດທີ່ບໍ່ໂກດຮ້າຍ ພວກເຈົ້າແລ້ວ. [ຟ]
\v 7 ຕາມແຕ່ລະຕົວເມືອງ ທີ່ຢູ່ໃນດິນແດນ ເຮົາໃຊ້ດົ້ງຝັດພວກເຈົ້າ ໄປດັ່ງຄົນ ຝັດແກບຖິ້ມ. ເຮົາທາໍລາຍ ພວກເຈົ້າແລ້ວ ປະຊາຊົນຂອງເຮົາເອີຍ ເຮົາຂ້າລູກພວກເຈົ້າ ໝົດຍ້ອນພວກເຈົ້າ ບໍ່ເຊົາ ເຮັດຊົ່ວ.
\s5
\v 8 ໃນດິນແດນ ມີແມ່ໝ້າຍ ຫລາຍກວ່າ ທີ່ແຄມທະເລມີເມັດຊາຍ. ເຮົາຂ້າຊາວໜຸ່ມ ແລະ ໃຫ້ແມ່ທຸກລະທົມໃຈ ໂດຍ ຕີພວກເຂົາ ລົງບຶດດຽວ ໃຫ້ລະທົມໃຈຢ້ານ.
\v 9 ແມ່ ທີ່ເສຍລູກ ເຈັດຄົນ ກໍສະຫລົບລົ້ມຫາຍໃຈປາ ສໍາລັບນາງ ແສງກາງເວັນກໍປ່ຽນເປັນມືດສາ ແລ້ວ; ນາງຖືກອັບອາຍ ຂາຍໜ້າ ແລະ ຂົມຂື່ນຈິດໃຈ ເຮົາຈະປ່ອຍໃຫ້ສັດຕູ ຂ້າພວກເຈົ້າ ຜູ້ຍັງມີຊີວິດຢູ່. ” ອົງພຣະຜູ້ເປັນເຈົ້າໄດ້ກ່າວ ດັ່ງນີ້ແຫລະ.
\s5
\v 10 ຂ້ານ້ອຍນີ້ ຊ່າງເປັນຄົນທີ່ຂາດຄວາມສຸກໃຈແທ້ນໍ ເປັນຫຍັງນໍ ແມ່ຈຶ່ງເກີດ ຂ້ານ້ອຍ ມາ ຢູ່ໃນໂລກນີ້? ຂ້ານ້ອຍຈຶ່ງຕ້ອງປາກເວົ້າ ຜິດຖຽງ ແລະໂຕ້ແຍ້ງ ກັບທຸກໆຄົນ ທີ່ຢູ່ໃນດິນແດນນີ້. ຂ້ານ້ອຍບໍ່ໄດ້ໃຫ້ ຜູ້ໃດຢືມເງິນ ຫລື ຢືມເງິນຈາກຜູ້ໃດເລີຍ, ແຕ່ປານນັ້ນ ທຸກຄົນ ກໍສາບແຊ່ງຂ້ານ້ອຍ.
\v 11 ຂ້າແດ່ ອົງ ພຣະຜູ້ເປັນເຈົ້າ ຂໍໃຫ້ຄໍາສາບແຊ່ງຂອງພວກເຂົາທັງໝົດ ກາຍເປັນຈິງ ຖ້າຂ້ານ້ອຍບໍ່ໄດ້ ບົວລະບັດຮັບໃຊ້ [ມ] ພຣະອົງຢ່າງດີ ຖ້າຂ້ານ້ອຍບໍ່ໄດ້ ຮ້ອງຂໍກັບພຣະອົງ ເພື່ອເຫລົ່າສັດຕູ ຂອງຂ້ານ້ອຍ ເມື່ອພວກເຂົາເດືອດຮ້ອນ ແລະຕົກຢູ່ໃນຄວາມລໍາບາກ. (
\v 12 ບໍ່ມີຜູ້ໃດຫັກເຫລັກໄດ້ ໂດຍສະເພາະຢ່າງຍິ່ງແລ້ວ ແມ່ນເຫລັກ ທີ່ມາຈາກທິດເໜືອ ຊຶ່ງປະປົນ ກັບທອງສໍາຣິດ.)
\s5
\v 13 ອົງພຣະຜູ້ເປັນເຈົ້າ ໄດ້ກ່າວແກ່ຂ້າພະເຈົ້າ ວ່າ, “ເຮົາຈະສົ່ງເຫລົ່າສັດຕູ ມາກວາດເອົາຊັບສົມບັດ ແລະ ເງິນຄໍາ ທີ່ປະຊາຊົນຂອງເຮົາ ໄດ້ສະສົມໄວ້ ໄປໝົດ ເພື່ອເປັນການລົງໂທດ ທີ່ພວກເຂົາໄດ້ກະທາໍບາບ ໄວ້ທົ່ວທັງດິນແດນ.
\v 14 ເຮົາຈະເຮັດ ໃຫ້ພວກເຂົາ ຮັບໃຊ້ເຫລົ່າສັດຕູ ໃນປະເທດ ໜຶ່ງ ທີ່ພວກເຂົາ ບໍ່ເຄີຍຮູ້ຈັກ ເພາະຄວາມໂກດຮ້າຍຂອງເຮົາ ເປັນດັ່ງໄຟ ຊຶ່ງໄໝ້ເຜົາຜານຕະຫລອດໄປ.”
\s5
\v 15 ແລ້ວຂ້າພະເຈົ້າ ກໍກ່າວ ວ່າ, “ຂ້າແດ່ ອົງພຣະຜູ້ເປັນເຈົ້າ ພຣະອົງເຂົ້າໃຈ. ຈົ່ງລະນຶກເຖິງຂ້ານ້ອຍ ແລະ ຊ່ວຍຊູຂ້ານ້ອຍ ດ້ວຍ. ໂຜດໃຫ້ຂ້ານ້ອຍໄດ້ ແກ້ແຄ້ນພວກທີ່ຂົ່ມເຫັງຂ້ານ້ອຍເຖີດ. ຢ່າອົດທົນຕໍ່ພວກເຂົາ ຜູ້ທີ່ຫວັງຢາກຂ້າ ຂ້ານ້ອຍໃຫ້ໄດ້. ຈົ່ງລະນຶກ ວ່າ ການທີ່ຂ້ານ້ອຍ ໄດ້ຮັບການດູໝິ່ນນິນທານີ້ ກໍເພື່ອເຫັນແກ່ພຣະອົງ.
\v 16 ພຣະອົງ ໄດ້ກ່າວແກ່ຂ້ານ້ອຍ ແລະ ຂ້ານ້ອຍກໍໄດ້ເຊື່ອ ຟັງພຣະອົງ ທຸກຖ້ອຍຄໍາ. ຂ້າແດ່ ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດ ຍິ່ງໃຫຍ່ ຂ້ານ້ອຍເປັນຂອງພຣະອົງ; ສະນັ້ນແຫລະ ຖ້ອຍຄໍາ ຂອງພຣະອົງ ຈຶ່ງເຮັດໃຫ້ຈິດໃຈ ຂອງຂ້ານ້ອຍ ເຕັມລົ້ນໄປດ້ວຍຄວາມຊົມຊື່ນຍິນດີ ແລະ ຄວາມສຸກໃຈ.
\s5
\v 17 ຂ້ານ້ອຍບໍ່ໄດ້ ໃຊ້ເວລາກັບຄົນອື່ນ ໃຫ້ເສຍໄປລ້າ ໆ ໂດຍຫົວເລາະ ແລະ ສະໜຸກ ສະໜານ. ໂດຍຍອມເຊື່ອຟັງ ພຣະຂໍ້ຄໍາສັ່ງ ຂ້ານ້ອຍໄດ້ຢູ່ຕາມລໍາພັງ ແລະ ເຕັມໄປດ້ວຍ ຄວາມໂກດຮ້າຍ.
\v 18 ເປັນຫຍັງ ຂ້ານ້ອຍ ຈຶ່ງຕ້ອງທົນທຸກ ຢູ່ຢ່າງນີ້? ເປັນຫຍັງ ບາດແຜ ຂອງຂ້ານ້ອຍ ຈຶ່ງບໍ່ດີຈັກເທື່ອ? ເປັນຫຍັງ ບາດແຜ ນັ້ນຈຶ່ງປິ່ນປົວ ບໍ່ດີ? ພຣະອົງຕັ້ງໃຈ ຈະໃຫ້ຂ້ານ້ອຍ ຕ້ອງຜິດຫວັງ ດັ່ງນາໍ້ຫ້ວຍ ທີ່ບົກແຫ້ງລົງ ໃນລະດູຮ້ອນ ຊັ້ນບໍ?”
\s5
\v 19 ກ່ຽວກັບ ຄໍາຖາມນີ້ ອົງພຣະຜູ້ເປັນເຈົ້າ ຕອບຄືນ ວ່າ, “ຖ້າເຈົ້າກັບມາ ເຮົາກໍຈະຮັບ ເອົາເຈົ້າ ເປັນຜູ້ຮັບໃຊ້ຂອງເຮົາອີກ. ຖ້າເຈົ້າ ບໍ່ເວົ້າ ສິ່ງທີ່ບໍ່ເປັນປະໂຫຍດ ແລະ ປະກາດ ແຕ່ຖ້ອຍຄໍາຂອງເຮົາ ເຈົ້າກໍຈະໄດ້ເປັນຜູ້ທາໍນວາຍຂອງເຮົາອີກ. ປະຊາຊົນຈະກັບຄືນ ມາຫາເຈົ້າ ແລະ ເຈົ້າບໍ່ຕ້ອງໄປຫາພວກເຂົາ.
\v 20 ເຮົາຈະໃຫ້ເຈົ້າ ເປັນດັ່ງກາໍແພງ ທອງສໍາຣິດ ອັນແຂງແກ່ນ ສໍາລັບພວກເຂົາ. ພວກເຂົາຈະຕໍ່ສູ້ເຈົ້າ ແຕ່ພວກເຂົາຈະບໍ່ຊະນະເຈົ້າ ໄດ້ຈັກເທື່ອ. ເຮົາຈະຢູ່ກັບເຈົ້າ ເພື່ອປົກປ້ອງ ຄຸ້ມຄອງເຈົ້າ ໃຫ້ປອດໄພ.
\v 21 ເຮົາຈະຊ່ວຍກູ້ເອົາເຈົ້າ ໃຫ້ພົ້ນຈາກອໍານາດ ຂອງ ຄົນຊົ່ວຮ້າຍ ແລະ ຄົນມັກການຮຸນແຮງ. ” ອົງພຣະຜູ້ເປັນເຈົ້າ ໄດ້ກ່າວ ດັ່ງນີ້ແຫລະ.
\s5
\c 16
\p
\v 1 ອົງພຣະຜູ້ເປັນເຈົ້າ ໄດ້ກ່າວແກ່ຂ້າພະເຈົ້າອີກ ວ່າ,
\v 2 “ຢ່າແຕ່ງງານ ຫລື ມີລູກໃນບ່ອນຢ່າງນີ້ ເລີຍ.
\v 3 ເຮົາຈະບອກ ເຈົ້າ ເຖິງສິ່ງທີ່ພວມຈະເກີດຂຶ້ນ ຕໍ່ພວກເດັກ ນ້ອຍ ທີ່ເກີດໃນບ່ອນນີ້ ແລະ ຕໍ່ພໍ່ແມ່ຂອງພວກເຂົາ.
\v 4 ພວກເຂົາຈະຕາຍ ດ້ວຍການ ເຈັບໄຂ້ ໄດ້ປ່ວຍໜັກ ແລະ ຈະບໍ່ມີຜູ້ໃດ ໄວ້ທຸກໃຫ້ພວກເຂົາ ແລະ ຝັງພວກເຂົາໄວ້. ຊາກສົບຂອງພວກເຂົາ ຈະຢຽດຢາຍ ດັ່ງກອງຝຸ່ນຢູ່ຕາມເທິງໜ້າດິນ. ພວກເຂົາຈະຖືກຂ້າ ໃນສົງຄາມ ຫລື ຕາຍອຶດຕາຍຢາກ ແລະ ຊາກສົບ ຂອງພວກເຂົາ ຈະເປັນອາຫານ ສໍາລັບຝູງນົກ ແລະ ຝູງສັດປ່າ.
\s5
\v 5 ເຈົ້າບໍ່ຕ້ອງເຂົ້າໄປໃນເຮືອນທີ່ກາໍລັງໄວ້ທຸກ. ຢ່າໂສກເສົ້າໃຫ້ຜູ້ໃດຜູ້ໜຶ່ງ. ເຮົາຈະບໍ່ອວຍພອນປະຊາຊົນ ຂອງເຮົາ ໃຫ້ມີສັນຕິສຸກ ຫລື ສະແດງຄວາມຮັກ ແລະ ເມດຕາແກ່ພວກເຂົາ ຕໍ່ໄປອີກແລ້ວ.
\v 6 ທັງຄົນຮັ່ງມີ ແລະຄົນຍາກຈົນ ຈະຕາຍຢູ່ໃນດິນແດນນີ້ ແຕ່ບໍ່ມີຜູ້ໃດຈະຝັງ ພວກເຂົາໄວ້ ແລະໄວ້ທຸກໃຫ້ພວກເຂົາ. ບໍ່ມີຜູ້ໃດ ຈະຂີດຕົວເອງ ຫລື ແຖຫົວສະແດງ ຄວາມໂສກເສົ້າຂອງຕົນ.
\s5
\v 7 ບໍ່ມີຜູ້ໃດຈະກິນ ແລະດື່ມກັບຄົນໜຶ່ງ ຄົນໃດ ເພື່ອເລົ້າໂລມໃຈກັນ ເມື່ອຄົນທີ່ຕົນຮັກ ຕາຍໄປ. ບໍ່ມີຜູ້ໃດຈະສະແດງຄວາມເຫັນອົກ ເຫັນໃຈຕໍ່ກັນແລະກັນ ແມ່ນແຕ່ ຕໍ່ຜູ້ທີ່ສູນເສຍພໍ່ ຫລື ແມ່ກໍດີ.
\v 8 ຢ່າເຂົ້າໄປ ໃນເຮືອນ ທີ່ຄົນກາໍລັງກິນລ້ຽງກັນ. ຢ່ານັ່ງລົງກິນ ແລະ ດື່ມກັບພວກເຂົາ.
\v 9 ຈົ່ງຟັງ ສິ່ງທີ່ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດ ຍິ່ງໃຫຍ່ ພຣະເຈົ້າ ຂອງຊາດອິດສະຣາເອນ ກ່າວ. ເຮົາຈະເຮັດໃຫ້ສຽງ ມ່ວນຊື່ນເຮຮາ ແລະ ສຽງ ເຈົ້າບ່າວ ເຈົ້າສາວ ທີ່ມີຄວາມສຸກ ໃນພິທີແຕ່ງງານ ສຸດສິ້ນລົງ. ປະຊາຊົນໃນທີ່ນີ້ ຈະມີ ຊີວິດ ຢູ່ຈົນໄດ້ເຫັນເຫດການ ນີ້ເກີດຂຶ້ນ.”
\s5
\v 10 “ເມື່ອເຈົ້າບອກ ພວກເຂົາ ສິ່ງທັງໝົດ ນັ້ນແລ້ວ ພວກເຂົາກໍຈະຖາມເຈົ້າວ່າ, ເປັນ ຫຍັງເຮົາ ຈຶ່ງລົງໂທດພວກເຂົາ ໜັກແທ້. ພວກເຂົາຈະຖາມ ວ່າ, ພວກເຂົາ ມີຄະດີຫຍັງ ແລະ ໄດ້ເຮັດບາບຫຍັງ ຕໍ່ສູ້ອົງພຣະຜູ້ເປັນ ເຈົ້າ ພຣະເຈົ້າຂອງພວກເຂົາແດ່.
\v 11 ແລ້ວ ເຈົ້າຈົ່ງບອກ ພວກເຂົາ ວ່າ ອົງພຣະຜູ້ເປັນ ເຈົ້າ ໄດ້ກ່າວ ດັ່ງນີ້ ‘ບັນພະບຸລຸດ ຂອງພວກເຈົ້າ ໄດ້ຫັນໜີ ຈາກເຮົາໄປຂາບໄຫວ້ ແລະ ຮັບໃຊ້ ພະອື່ນ. ພວກເຂົາໄດ້ປະຖິ້ມເຮົາ ແລະ ບໍ່ໄດ້ປະຕິບັດ ຕາມຄໍາສັ່ງສອນຂອງເຮົາ.
\s5
\v 12 ແຕ່ພວກເຈົ້າ ໄດ້ເຮັດບາບ ຫລາຍກວ່າ ບັນພະບຸລຸດ ຂອງພວກເຈົ້າອີກ. ພວກເຈົ້າ ທຸກຄົນ ດື້ດ້ານ ແລະ ຊົ່ວຊ້າ ແລະ ພວກເຈົ້າ ກໍບໍ່ໄດ້ ເຊື່ອຟັງເຮົາເລີຍ.
\v 13 ສະນັ້ນແຫລະ ເຮົາຈຶ່ງຈະໂຍນ ພວກເຈົ້າອອກຈາກ ດິນແດນນີ້ ເຂົ້າໄປໃນດິນແດນໜຶ່ງ ທີ່ທັງພວກເຈົ້າເອງ ແລະ ບັນພະບຸລຸດ ຂອງພວກເຈົ້າ ບໍ່ເຄີຍຮູ້ຈັກມາກ່ອນ. ຢູ່ໃນທີ່ນັ້ນ ພວກເຈົ້າຈະຮັບໃຊ້ ບັນດາພະອື່ນ ທັງເວັນທັງຄືນ ແລະ ເຮົາຈະບໍ່ເມດຕາ ພວກເຈົ້າເລີຍ.
\s5
\v 14 ອົງພຣະຜູ້ເປັນເຈົ້າ ກ່າວ ວ່າ, “ເມື່ອ ເວລາ ນັ້ນມາເຖິງປະຊາຊົນ ຈະບໍ່ກ່າວ ຕໍ່ໄປອີກ ວ່າ, ‘ອົງພຣະຜູ້ເປັນເຈົ້າ ອົງຊົງຊີວິດຢູ່ ຜູ້ ທີ່ໄດ້ນາໍ ພວກເຂົາອອກມາຈາກປະເທດ ເອຢິບ.
\v 15 ແຕ່ພວກເຂົາ ຈະກ່າວ ວ່າ, ‘ອົງພຣະຜູ້ເປັນເຈົ້າ ອົງຊົງຊີວິດ ຢູ່ຜູ້ໄດ້ນາໍ ປະຊາຊົນ ອິດສະຣາເອນ ອອກມາ ຈາກດິນ ແດນ ທາງທິດເໜືອ ແລະ ອອກມາຈາກ ປະເທດ ຕ່າງໆ ທີ່ພຣະອົງໄດ້ເຮັດໃຫ້ ພວກເຂົາກະຈັດກະຈາຍ ໄປນັ້ນ. ເຮົາຈະນາໍ ພວກເຂົາ ກັບຄືນ ມາຍັງດິນແດນເດີມ ຂອງ ພວກເຂົາ ຄື ດິນແດນ ຊຶ່ງເຮົາໄດ້ໃຫ້ແກ່ ບັນ ພະບຸລຸດ ຂອງ ພວກເຂົານັ້ນ.”
\s5
\v 16 ອົງພຣະຜູ້ເປັນເຈົ້າ ກ່າວ ວ່າ, “ເຮົາກາໍ ລັງຈະສົ່ງ ຄົນຈັບປາ ຫລາຍຄົນມາຈັບ ປະຊາຊົນເຫລົ່ານີ້. ແລ້ວເຮົາກໍຈະສົ່ງນາຍພານຫລາຍຄົນ ມາໂຫ່ ພວກເຂົາລົງຈາກ ເທິງພູເຂົາ ແລະ ເນີນພູ ທຸກໜ່ວຍ ແລະ ເຂົ້າ ໄປໃນຖໍ້າ ແລະ ໃນໂງ່ນຫິນ.
\v 17 ເຮົາເຫັນ ທຸກໆ ສິ່ງທີ່ພວກເຂົາເຮັດ. ບໍ່ມີສິ່ງໃດ ປິດບັງ ຈາກເຮົາໄປໄດ້. ບາບຂອງພວກເຂົາ ຫລົບຫລີກ ຈາກສາຍຕາ ຂອງເຮົາ ບໍ່ໄດ້ດອກ.
\v 18 ເຮົາຈະໃຫ້ພວກເຂົາ ໄດ້ຮັບ ໂທດກາໍ ສອງເທົ່າສໍາລັບ ການບາບ ແລະ ຄວາມຊົ່ວຊ້າທີ່ພວກເຂົາໄດ້ເຮັດ ເພາະພວກເຂົາໄດ້ເຮັດໃຫ້ດິນແດນ ຂອງເຮົາ ເປັນມົນທິນ ໂດຍສ້າງຮູບເຄົາຣົບ ທີ່ບໍ່ມີຊີວິດ ແລະ ໂດຍມີພະປອມ ເຕັມທົ່ວທັງດິນແດນ.”
\s5
\v 19 ຂ້າແດ່ ອົງພຣະຜູ້ເປັນເຈົ້າ ພຣະອົງແມ່ນຜູ້ທີ່ປົກປ້ອງຄຸ້ມຄອງຂອງຂ້ານ້ອຍ ແລະໃຫ້ກາໍລັງວັງຊາ ແກ່ຂ້ານ້ອຍ; ພຣະອົງໄດ້ຊ່ວຍຂ້ານ້ອຍໃນຍາມ ເດືອດຮ້ອນ. ຊົນຊາດທັງຫລາຍຈະມາຫາພຣະອົງ ຈາກສົ້ນສຸດແຜ່ນດິນໂລກ ແລະກ່າວວ່າ, “ບັນພະບຸລຸດ ຂອງພວກຂ້ານ້ອຍ ບໍ່ມີຫຍັງເລີຍ; ມີແຕ່ພະປອມ ເທົ່ານັ້ນ ຄື ຮູບເຄົາຣົບ ທັງຫລາຍ ທີ່ບໍ່ ມີປະໂຫຍດ.
\v 20 ຄົນໜຶ່ງເຮັດພະຂອງຕົນ ໄດ້ບໍ? ບໍ່ໄດ້ດອກ; ຖ້າລາວເຮັດໄດ້ ສິ່ງທີ່ລາວເຮັດນັ້ນ ກໍບໍ່ແມ່ນພຣະແທ້. ”
\v 21 ອົງພຣະຜູ້ເປັນເຈົ້າ ກ່າວ ວ່າ, “ດັ່ງນັ້ນແຫລະ ເຮົາຈະ ເຮັດໃຫ້ຊົນຊາດ ຕ່າງໆ ຮູ້ຣິດເດດ ແລະ ຄວາມຍິ່ງໃຫຍ່ ຂອງເຮົາ ຄັ້ງດຽວແລ້ວພໍ; ພວກເຂົາຈະຮູ້ວ່າ ນາມຊື່ຂອງເຮົາ ແມ່ນ ອົງພຣະຜູ້ເປັນເຈົ້າ.”
\s5
\c 17
\p
\v 1 ອົງພຣະຜູ້ເປັນເຈົ້າ ກ່າວ ວ່າ, “ປະຊາຊົນ ຢູດາ ເອີຍ ບາບຂອງພວກເຈົ້າ ໄດ້ຖືກຂຽນໄວ້ແລ້ວ ໂດຍໃຊ້ປາກກາເຫລັກ ຂຽນ; ມັນໄດ້ຖືກຂຽນໄວ້ ຢູ່ໃນຫົວໃຈ ພວກເຈົ້າ ໂດຍໃຊ້ເພັດຄົມ ໆ ແກະສະຫລັກ ແລະ ຖືກສະຫລັກໄວ້ ທີ່ແຈ ຕ່າງໆ ຂອງແທ່ນບູຊາ ຂອງພວກເຈົ້າ.
\v 2 ປະຊາຊົນ ຂອງເຈົ້າ ຂາບໄຫວ້ ທີ່ແທ່ນບູຊາ ແລະ ທີ່ເສົາໄມ້ສັກສິດ ອັນເປັນສັນຍາລັກຂອງເຈົ້າແມ່ ອາເຊຣາ, ຕາມກ້ອງ ກົກໄມ້ໃບຂຽວ, ຕາມ ຈອມ ເນີນພູ,
\s5
\v 3 ແລະ ຕາມໜ່ວຍພູ ໃນຊົນນະບົດ. ເຮົາ ຈະໃຫ້ເຫລົ່າສັດຕູ ຂອງພວກເຈົ້າ ຢຶດຊັບສົມ ບັດ ແລະ ສິ່ງຂອງທີ່ພວກເຈົ້າ ໄດ້ສະສົມໄວ້ໄປໝົດ ຍ້ອນການບາບ ທັງໝົດທີ່ພວກເຈົ້າ ໄດ້ເຮັດໄວ້ [ຢ] ທົ່ວທັງດິນແດນ ຂອງພວກເຈົ້າ.
\v 4 ພວກເຈົ້າ ຈະຕ້ອງປ່ອຍປະ [ຣ] ດິນແດນ ຊຶ່ງເຮົາໄດ້ມອບໃຫ້ ແກ່ພວກເຈົ້ານັ້ນ ແລະ ເຮົາຈະກະທາໍ ໃຫ້ພວກເຈົ້າ ໄປຮັບໃຊ້ ເຫລົ່າສັດຕູ ຢູ່ໃນດິນແດນ ທີ່ພວກເຈົ້າ ບໍ່ຮູ້ຫຍັງເລີຍ ຍ້ອນຄວາມໂກດຮ້າຍ ຂອງເຮົາ ນັ້ນ ເປັນດັ່ງໄຟ ທີ່ຈະໄໝ້ເຜົາຜານ ຕະຫລອດໄປ.”
\s5
\v 5 ອົງພຣະຜູ້ເປັນເຈົ້າ ກ່າວ ວ່າ, “ເຮົາຈະ ປະນາມ ຜູ້ທີ່ຫັນໜີ ໄປຈາກເຮົາ ແລະວາງໃຈໃນກາໍລັງ ຂອງຄົນທີ່ຕາຍເປັນນັ້ນ.
\v 6 ພວກເຂົາ ເປັນດັ່ງພຸ່ມໄມ້ ໃນຖິ່ນແຫ້ງແລ້ງ ກັນດານ ທີ່ໃຫຍ່ຂຶ້ນ ໃນດິນແດນ ເປົ່າປ່ຽວ ແລະ ແຫ້ງແລ້ງ ເທິງພື້ນດິນເຄັມ ທັງນັ້ນ ທີ່ບໍ່ ມີຫຍັງ ເກີດຂຶ້ນມາ ບໍ່ມີສິ່ງດີຫຍັງ ເກີດຂຶ້ນ ມາແກ່ພວກເຂົາ ຈັກດີ້.
\s5
\v 7 ແຕ່ຜູ້ໃດ ທີ່ໄວ້ວາງໃຈ ໃນອົງພຣະຜູ້ເປັນເຈົ້າ ແລະ ຊອກຫາຄວາມປອດໄພ ໃນ ອົງພຣະຜູ້ເປັນເຈົ້າ ຜູ້ນັ້ນຈະໄດ້ຮັບພຣະພອນ.
\v 8 ພວກເຂົາເປັນດັ່ງຕົ້ນໄມ້ ທີ່ເກີດ ໃກ້ ແຄມລໍາທານ ຢັ່ງຮາກລົງດູດນໍ້າ ຕາມ ລໍາທານ ນັ້ນ. ພວກເຂົາຈະບໍ່ຢ້ານ ເມື່ອອາກາດຮ້ອນ ພັດຜ່ານມາ ເພາະໃບກໍດົກ ແລະ ຂຽວ ຢູ່ເລື້ອຍໆ; ມັນຈະບໍ່ເດືອດຮ້ອນ ເມື່ອບໍ່ມີຝົນຕົກ ຈະສືບຕໍ່ເກີດດອກ ອອກຜົນ ຢູ່ຢ່າງນັ້ນ.
\s5
\v 9 ບໍ່ມີສິ່ງໃດ ຫລອກລວງ ສໍ່າກັບຈິດໃຈ ຄົນຊຶ່ງປິ່ນປົວ ໃຫ້ດີ ແລະ ເຂົ້າໃຈບໍ່ໄດ້.
\v 10 ເຮົາ ຄື ອົງພຣະຜູ້ເປັນເຈົ້າ ຄົ້ນເບິ່ງແນວຄິດຂອງຄົນ ແລະ ທົດສອບ ເບິ່ງໃຈມະນຸດ ທັງຫລາຍດ້ວຍ. ເຮົາເຮັດຕໍ່ແຕ່ລະຄົນ ຕາມວິທີ ທີ່ພວກເຂົາໃຊ້ຊີວິດ ຄື ຕາມສິ່ງທີ່ພວກເຂົາປະພຶດ ແລະ ກະທໍາ. ”
\v 11 ຜູ້ທີ່ໄດ້ເງິນ ຄໍາ ມາໃນທາງບໍ່ສຸດຈະຫລິດ ກໍເປັນດັ່ງນົກ ຟັກໄຂ່ ທີ່ບໍ່ອອກລູກ ໃນຊີວິດບັ້ນກາງ ລາວ ຈະເສຍຄວາມຮັ່ງມີ ໄປໃນຊີວິດບັ້ນປາຍ ຈະ ບໍ່ມີຫຍັງ ແຕ່ກາຍເປັນບ້າ.
\s5
\v 12 ພຣະວິຫານນັ້ນ ເປັນດັ່ງບັນລັງ ອັນ ສະຫງ່າຣາສີ ໂດຍຕັ້ງຢູ່ເທິງ ພູເຂົາສູງ ມາແຕ່ ຕົ້ນເດີມພຸ້ນ.
\v 13 ອົງພຣະຜູ້ເປັນເຈົ້າ ຄື ຄວາມຫວັງ ຂອງ ອິດສະຣາເອນ ທຸກຄົນ ທີ່ປະຖິ້ມ ພຣະອົງຈະໄດ້ຖືກອັບອາຍ ຂາຍໜ້າ. ພວກເຂົາຈະດັບສູນໄປ ດັ່ງຊື່ທີ່ຖືກບັນທຶກ ໃນຂີ້ຝຸ່ນດິນ [ລ] ເພາະໄດ້ປະຖິ້ມ ພຣະເຈົ້າ ອົງເປັນນໍ້າພຸ ແຫ່ງຊີວິດ.
\v 14 ຂ້າແດ່ ອົງ ພຣະຜູ້ເປັນເຈົ້າ ຈົ່ງປິ່ນປົວຂ້ານ້ອຍ ແລະ ຂ້ານ້ອຍ ກໍຈະຫາຍດີ; ຈົ່ງຊ່ວຍກູ້ເອົາຂ້ານ້ອຍສາ ແລະ ຂ້ານ້ອຍກໍຈະປອດໄພ ຮອບດ້ານ. ພຣະອົງແມ່ນຜູ້ທີ່ຂ້ານ້ອຍ ຍ້ອງຍໍສັນລະເສີນ
\s5
\v 15 ປະຊາຊົນ ເວົ້າຕໍ່ຂ້າພະເຈົ້າ ວ່າ, “ຄໍານາບຂູ່ຂອງ ອົງພຣະຜູ້ເປັນເຈົ້າ ໄປໃສແລ້ວ? ໃຫ້ພຣະອົງ ເຮັດສໍາເລັດດຽວນີ້ ແມ. ”
\v 16 ແຕ່ຂ້ານ້ອຍ ບໍ່ໄດ້ຫາໂອກາດ ໜີຈາກການ ເປັນຜູ້ລ້ຽງແກະ ທີ່ຕາມພຣະອົງໄປ [ວ] ຂ້ານ້ອຍ ບໍ່ເຄີຍປາຖະໜາ ເຫັນວັນແຫ່ງຄວາມ ຈິບຫາຍ. ພຣະອົງກໍຮູ້ເລື່ອງນີ້ດີ; ພຣະອົງກໍຮູ້ ແລ້ວ ໃນສິ່ງທີ່ຂ້ານ້ອຍ ໄດ້ເວົ້າອອກມາຈາກປາກ ຂອງຂ້ານ້ອຍ ກໍຖືກຕ້ອງ ຕໍ່ສາຍຕາ ຂອງພຣະອົງ.
\s5
\v 17 ຢ່າສູ່ເຮັດໃຫ້ຂ້ານ້ອຍ ຕົກໃຈຢ້ານກົວ ເລີຍ; ພຣະອົງເປັນທີ່ເພິ່ງ ອັນປອດໄພ ຂອງ ຂ້ານ້ອຍ ເມື່ອຄວາມເດືອດຮ້ອນ ມາເຖິງ.
\v 18 ຈົ່ງນາໍຄວາມອັບອາຍ ຂາຍໜ້າ ມາສູ່ຄົນ ທີ່ຂົ່ມເຫັງ ຂ້ານ້ອຍ ແດ່ທ້ອນ; ແຕ່ຂໍຊົງໂຜດ ໄວ້ຊີວິດ ຂອງຂ້ານ້ອຍ ດ້ວຍເທີ້ນ. ຈົ່ງກະທາໍ ໃຫ້ພວກເຂົາ ຕົກໃຈຢ້ານ ຢ່າງໃຫຍ່ ແຕ່ຢ່າ ສູ່ເຮັດໃຫ້ຂ້ານ້ອຍ ຢ້ານກົວເລີຍ. ຈົ່ງນາໍ ໄພພິບັດ ມາຍັງພວກເຂົາ ແລະ ທາໍລາຍ ພວກເຂົາ ໃຫ້ໝຸ່ນທະລາຍ ດ້ວຍເຖີດ.
\s5
\v 19 ອົງພຣະຜູ້ເປັນເຈົ້າ ໄດ້ກ່າວແກ່ຂ້າພະເຈົ້າ ວ່າ, “ເຢເຣມີຢາ ເອີຍ ຈົ່ງໄປປະກາດຖ້ອຍຄໍາ ຂອງເຮົາ ທີ່ປະຕູເມືອງ ຊຶ່ງ ເປັນບ່ອນ ທີ່ບັນດາກະສັດ ແຫ່ງ ຢູດາຍ ເຂົ້າແລະອອກເມືອງ; ແລ້ວຈົ່ງໄປ ຍັງທົ່ວທັງປະຕູ ອື່ນ ໆ ຂອງນະຄອນ ເຢຣູຊາເລັມ ອີກ.
\v 20 ຈົ່ງບອກບັນດາກະສັດ ແລະ ປະຊາຊົນ ທັງໝົດ ຂອງ ຢູດາຍ ຕະຫລອດກັບທຸກໆຄົນ ທີ່ອາໄສ ຢູ່ໃນນະຄອນ ເຢຣູຊາເລັມ ຄື ຜູ້ທີ່ເຂົ້າທາງປະຕູນີ້ ໃຫ້ຟັງສິ່ງທີ່ເຮົາຈະກ່າວ.
\s5
\v 21 ຈົ່ງບອກ ວ່າ ຖ້າພວກເຂົາ ຮັກຊີວິດ ຂອງພວກເຂົາ; ຢ່າແບກຫາມ ສິ່ງໃດໆ ຜ່ານ ປະຕູ ຂອງນະຄອນ ເຢຣູຊາເລັມ
\v 22 ຫລື ແບກຫາມ ສິ່ງໃດໆ ອອກຈາກເຮືອນ ໃນວັນຊະບາໂຕ. ພວກເຂົາບໍ່ຕ້ອງ ເຮັດວຽກ ໃນວັນນີ້ ພວກເຂົາຕ້ອງ ຢຶດຖື ເປັນມື້ ສັກສິດ ດັ່ງທີ່ເຮົາໄດ້ສັ່ງບັນພະບຸລຸດ ຂອງ ພວກເຂົາ.
\v 23 ບັນພະບຸລຸດ ຂອງ ພວກເຂົາ ບໍ່ໄດ້ເຊື່ອ ຟັງເຮົາ ແລະ ພວກເຂົາ ກໍບໍ່ໄດ້ ເອົາໃຈໃສ່ ຕໍ່ ວັນນີ້ ແຕ່ພວກເຂົາ ຊໍ້າພັດ ດື້ດ້ານ, ບໍ່ຍອມ ເຊື່ອຟັງ ທັງບໍ່ຍອມຮຽນຮູ້ ຈາກເຮົາດ້ວຍ.
\s5
\v 24 ຈົ່ງບອກປະຊາຊົນ ເຫລົ່ານີ້ວ່າ ພວກເຂົາ ຕ້ອງເຊື່ອຟັງ ຂໍ້ຄໍາສັ່ງທັງໝົດ ຂອງເຮົາ. ພວກເຂົາ ບໍ່ຕ້ອງແບກຫາມ ສິ່ງໃດໆ ຜ່ານ ເຂົ້າໄປ ໃນປະຕູ ຕ່າງໆ ຂອງ ນະຄອນນີ້ ໃນ ວັນຊະບາໂຕ. ພວກເຂົາຕ້ອງ ຢຶດຖືວັນຊະບາໂຕ ເປັນມື້ສັກສິດ ແລະ ບໍ່ຕ້ອງເຮັດ ວຽກໃດໆ ໃນວັນນີ້.
\v 25 ແລ້ວບັນດາ ກະສັດ ກັບບັນດາເຈົ້າຊາຍ ຂອງ ພວກເຂົາ ກໍຈະເຂົ້າໄປ ທີ່ປະຕູນະຄອນ ເຢຣູຊາເລັມ ແລະ ມີອໍານາດ ແຫ່ງ ກະສັດ ເພື່ອປົກຄອງ ອານາຈັກ ດັ່ງທີ່ເຈົ້າດາວິດ ໄດ້ມີ. ພ້ອມກັບ ຊາວຢູດາ ແລະ ຊາວນະຄອນ ເຢຣູຊາເລັມ ພວກເຂົາຈະຂີ່ລົດຮົບ ແລະ ມ້າແຫ່ ກັນໄປ ແລະ ນະຄອນ ເຢຣູຊາເລັມ ກໍຈະເຕັມໄປ ດ້ວຍຝູງຄົນສະເໝີ.
\s5
\v 26 ປະຊາຊົນ ຈະມາຈາກເມືອງ ຂອງ ຢູດາຍ ແລະ ຈາກບ້ານອ້ອມແອ້ມ ນະຄອນ ເຢຣູຊາເລັມ ພວກເຂົາຈະມາຈາກເຂດແດນ ຂອງ ເບັນຢາມິນ, ຈາກຕີນພູ ຕ່າງໆ, ຈາກພູເຂົາທັງຫລາຍ ແລະ ຈາກພາກໃຕ້ຂອງ ຢູດາຍ. ພວກເຂົາຈະນາໍເຄື່ອງ ເຜົາບູຊາ ແລະ ເຄື່ອງບູຊາ, ພືດຜົນເປັນເມັດ ແລະ ເຄື່ອງຫອມ, ຕະຫລອດທັງເຄື່ອງຖວາຍ ໂມທະນາ ຂອບພຣະຄຸນ ມາທີ່ວິຫານ ຂອງເຮົາ.
\v 27 ແຕ່ພວກເຂົາ ຕ້ອງເຊື່ອຟັງເຮົາ ແລະ ຢຶດຖືວັນຊະບາໂຕ ເປັນມື້ສັກສິດ. ພວກເຂົາບໍ່ຕ້ອງ ແບກຫາມ ສິ່ງໃດໆ ຜ່ານປະຕູ ຕ່າງໆ ຂອງນະຄອນ ເຢຣູຊາເລັມ ໃນມື້ນັ້ນ; ເພາະຖ້າພວກເຂົາ ຂືນເຮັດ ເຮົາຈະຈູດປະຕູ ຂອງນະຄອນ ເຢຣູຊາເລັມ ຖິ້ມ. ໄຟຈະໄໝ້ ເຜົາຜານ ວັງຕ່າງໆ ໃນນະຄອນ ເຢຣູຊາເລັມ ແລະ ຈະບໍ່ມີຜູ້ໃດມອດໄດ້.”
\s5
\c 18
\p
\v 1 ອົງພຣະຜູ້ເປັນເຈົ້າ ໄດ້ສັ່ງຂ້າພະເຈົ້າ ວ່າ,
\v 2 “ຈົ່ງລົງໄປຍັງເຮືອນ ຂອງ ຊ່າງປັ້ນໝໍ້ ແລະ ເຮົາຈະໃຫ້ ຖ້ອຍຄໍາ ຂອງເຮົາ ແກ່ເຈົ້າ ຢູ່ທີ່ນັ້ນ. ”
\v 3 ດັ່ງນັ້ນ ຂ້າພະເຈົ້າຈຶ່ງລົງ ໄປຍັງທີ່ນັ້ນ ແລະ ເຫັນຊ່າງປັ້ນໝໍ້ ກາໍລັງຊ່ຽນ ໝໍ້ຂອງຕົນຢູ່.
\v 4 ເມື່ອໃດ ໝໍ້ທີ່ລາວປັ້ນນັ້ນ ຮູບຊົງບໍ່ສົມບູນ ລາວກໍໃຊ້ດິນໜຽວ ອັນເກົ່າ ນັ້ນ ປັ້ນເປັນພາຊະນະ ຢ່າງອື່ນອີກ.
\s5
\v 5 ແລ້ວ ອົງພຣະຜູ້ເປັນເຈົ້າ ກໍຖາມຂ້າພະເຈົ້າ ວ່າ,
\v 6 “ເຮົາບໍ່ມີສິດທີ່ຈະເຮັດ ກັບປະຊາຊົນ ອິດສະຣາເອນ ດັ່ງຊ່າງປັ້ນໝໍ້ໄດ້ເຮັດກັບດິນໜຽວນັ້ນບໍ? ດິນໜຽວ ຢູ່ໃນມື ຂອງຊ່າງປັ້ນໝໍ້ ສັນໃດ ພວກເຈົ້າກໍຢູ່ໃນກາໍ ມືຂອງເຮົາ ສັນນັ້ນ.
\v 7 ຖ້າເມື່ອໃດ ເຮົາກ່າວ ວ່າ ຈະຖອນ, ຈະທັບໃຫ້ແຕກ, ຫລື ຈະ ທາໍລາຍ ຊົນຊາດໃດ ຊົນຊາດໜຶ່ງ ຫລື ອານາຈັກໃດ ອານາຈັກໜຶ່ງ
\v 8 ແຕ່ແລ້ວ ຊົນຊາດນັ້ນ ຫັນໜີຈາກ ການຊົ່ວຮ້າຍ ຂອງຕົນ ເຮົາກໍຈະບໍ່ເຮັດສິ່ງທີ່ເຮົາ ວ່າ ຈະເຮັດນັ້ນ.
\s5
\v 9 ອີກຢ່າງໜຶ່ງ ຖ້າເຮົາກ່າວ ວ່າ ຈະປູກ ຫລື ຈະກໍ່ສ້າງຊົນຊາດໜຶ່ງ ຫລື ອານາຈັກໜຶ່ງ ຂຶ້ນ
\v 10 ແຕ່ແລ້ວ ຊົນຊາດນັ້ນ ບໍ່ເຊື່ອຟັງ ເຮົາ ແລະ ຍັງເຮັດຊົ່ວຕໍ່ໄປ ເຮົາກໍຈະບໍ່ເຮັດ ຕາມສິ່ງທີ່ເຮົາໄດ້ກ່າວນັ້ນ.
\s5
\v 11 ແລ້ວບັດນີ້ ຈົ່ງບອກປະຊາຊົນ ຢູດາ ແລະ ຊາວນະຄອນ ເຢຣູຊາເລັມ ວ່າ ເຮົາພວມວາງແຜນ ຕໍ່ສູ້ພວກເຂົາ ແລະ ພວມຕຽມພ້ອມ ທີ່ຈະລົງໂທດພວກເຂົາ. ຈົ່ງບອກພວກເຂົາ ໃຫ້ເຊົາດໍາເນີນຊີວິດ ໃນທາງບາບນັ້ນສາ ຄື ໃຫ້ປ່ຽນວິທີດໍາເນີນຊີວິດ ແລະ ສິ່ງທີ່ພວກເຂົາ ກາໍລັງເຮັດຢູ່ນັ້ນ.
\v 12 ພວກເຂົາ ຈະຕອບ ວ່າ, ‘ບໍ່ເປັນຫຍັງ ພວກເຮົາຕ້ອງ ເຮັດເຊັ່ນນັ້ນ? ພວກເຮົາທຸກຄົນ ຈະດື້ດ້ານ ແລະ ເຮັດຊົ່ວຊ້າ ຕາມໃຈຂອງພວກເຮົາ ຕໍ່ ໄປ.
\s5
\v 13 ອົງພຣະຜູ້ເປັນເຈົ້າ ກ່າວ ວ່າ, “ຈົ່ງຖາມ ທຸກຊົນຊາດ ວ່າ ເຫດການເຊັ່ນນີ້ ເຄີຍເກີດຂຶ້ນ ກັບ ພວກເຂົາ ຫລື ບໍ່? ສິ່ງທີ່ປະຊາຊົນອິດສະຣາເອນ ໄດ້ພາກັນກະທາໍ ເປັນສິ່ງໜ້າຢ້ານກົວຫລາຍ ແລະ ພີລຶກ ແທ້ໆ
\v 14 ພູສູງ ເລບານອນ ນັ້ນຂາດຫິມະ ຈັກ ເທື່ອບໍ? ກະແສນາໍ້ເຢັນ ໆ ທີ່ເທິງພູ ບົກແຫ້ງ ຈັກເທື່ອ ຫລື ບໍ່?
\s5
\v 15 ແຕ່ປະຊາຊົນ ຂອງເຮົາ ກັບໄດ້ລືມໄລ ເຮົາໄປ ພວກເຂົາໄດ້ເຜົາເຄື່ອງຫອມ ບູຊາ ແກ່ຮູບເຄົາຣົບ. ພວກເຂົາ ຕ່າງກໍໄດ້ພາກັນ ເຕະສະດຸດ ຕາມວິທີທາງ ທີ່ພວກເຂົາເດີນ ໄປນັ້ນ. ພວກເຂົາບໍ່ໄດ້ເຮັດ ຕາມຮີດຄອງ ເກົ່າອີກຕໍ່ໄປ ພວກເຂົາເດີນຕາມທາງ ທີ່ບໍ່ໄດ້ ຂີດໝາຍໄວ້ໃຫ້.
\v 16 ພວກເຂົາເຮັດໃຫ້ ດິນແດນນີ້ ເປັນຕາຢ້ານກົວຫລາຍ ເປັນດິນແດນ ທີ່ຖືກອັບອາຍ ຂາຍໜ້າຕະຫລອດ. ທຸກຄົນທີ່ຜ່ານໄປ ເຫັນບ່ອນນັ້ນ ຈະສະດຸ້ງ ຕົກໃຈ ຕ່າງກໍຈະແກວ່ງຫົວ ດ້ວຍຄວາມປະຫລາດ.
\v 17 ເຮົາຈະກະຈັດ ກະຈາຍ ປະຊາຊົນ ຂອງເຮົາໄປຕໍ່ໜ້າເຫລົ່າສັດຕູ ດັ່ງລົມຕາເວັນອອກ ພັດ. ເຮົາຈະຫັນຫລັງ ໃຫ້ແກ່ພວກເຂົາ ທຸກໆເຜົ່າ ເຮົາຈະບໍ່ຊ່ວຍພວກ ເຂົາເຈົ້າ ເມື່ອໄພພິບັດ ມາເຖິງ.”
\s5
\v 18 ແລ້ວ ປະຊາຊົນກໍໄດ້ເວົ້າ ວ່າ, “ໃຫ້ພວກເຮົາ ກໍາຈັດ ເຢເຣມີຢາ ສາເທາະ ພວກເຮົາມີພວກປະໂຣຫິດ ໃຫ້ຄໍາແນະນາໍ, ມີພວກນັກປາດ ໃຫ້ຄໍາປຶກສາ ແລະ ມີພວກຜູ້ທາໍນວາຍ ປະກາດຖ້ອຍຄໍາ ຂອງ ພຣະເຈົ້າ ຢູ່ສະເໝີ. ໃຫ້ພວກເຮົາ ຫາເລື່ອງໃສ່ລາວ ແລະ ຢ່າຟັງ ສິ່ງທີ່ລາວ ເວົ້ານັ້ນ. ”
\v 19 ສະນັ້ນ ຂ້າພະເຈົ້າຈຶ່ງພາວັນນາ ອະທິຖານ ວ່າ, “ຂ້າແດ່ ອົງພຣະຜູ້ເປັນເຈົ້າ ໂຜດສະດັບ ຮັບຟັງ ສິ່ງທີ່ຂ້ານ້ອຍ ກາໍລັງເວົ້າ ແລະ ຟັງເລື່ອງ ທີ່ເຫລົ່າສັດຕູ ກ່າວຮ້າຍໃສ່ຂ້ານ້ອຍ ແດ່ທ້ອນ.
\v 20 ພວກເຂົາຈະເຮັດ ການຮ້າຍ ຕອບແທນ ການດີ ຊັ້ນບໍ? ດ້ວຍວ່າ, ພວກເຂົາ ຍັງຂຸດຫລຸມ ໄວ້ດັກຈັບຂ້ານ້ອຍຢູ່. ໂຜດ ລະນຶກ ເຖິງຂ້ານ້ອຍ ທີ່ໄດ້ມາຫາພຣະອົງ ແລະ ເວົ້າສໍາລັບພວກເຂົາ ເພື່ອພຣະອົງຈະ ບໍ່ໄດ້ກະທາໍ ຕໍ່ພວກເຂົາດ້ວຍຄວາມໂກດຮ້າຍ.
\s5
\v 21 ແຕ່ບັດນີ້ ຂ້າແດ່ອົງພຣະຜູ້ເປັນເຈົ້າ ຈົ່ງໃຫ້ລູກ ຂອງພວກເຂົາ ອຶດຢາກ ເຖິງແກ່ ຄວາມຕາຍ; ຈົ່ງໃຫ້ພວກເຂົາ ຖືກຂ້າ ໃນສົງຄາມ. ຈົ່ງໃຫ້ພວກຜູ້ຍິງສູນເສຍຜົວ ແລະ ລູກຂອງພວກເຂົາ; ຈົ່ງໃຫ້ພວກຜູ້ຊາຍຕາຍ ຍ້ອນເຈັບໄຂ້ໄດ້ປ່ວຍ ແລະ ພວກຊາຍໜຸ່ມ ຖືກຂ້າ ໃນສະໜາມຮົບ.
\v 22 ຈົ່ງສົ່ງຝູງຄົນ ເຂົ້າມາປຸ້ນເຮືອນ ຂອງ ພວກເຂົາ ຢ່າງພວກເຂົາ ບໍ່ຮູ້ຕົວ; ຈົ່ງເຮັດໃຫ້ ພວກເຂົາຮ້ອງໄຫ້ ດ້ວຍຄວາມຢ້ານກົວ ແດ່ທ້ອນ. ພວກເຂົາໄດ້ ຂຸດຫລຸມ ໄວ້ດັກຈັບຂ້ານ້ອຍ ແລະ ໄດ້ເຮັດ ແຮ້ວ ດັກຈັບຂ້ານ້ອຍ ຄືກັນ.
\v 23 ຂ້າແດ່ ອົງພຣະຜູ້ເປັນເຈົ້າ, ແຕ່ພຣະອົງຮູ້ແຜນການ ຂອງພວກເຂົາ ທັງໝົດ ທີ່ຈະສັງຫານຂ້ານ້ອຍ. ຂໍຢ່າໄດ້ອະໄພ ຄວາມຜິດ ແລະ ຍົກໂທດ ໃຫ້ພວກເຂົາເລີຍ. ຈົ່ງເຮັດໃຫ້ພວກເຂົາລົ້ມລົງ ຢ່າງພ່າຍແພ້ ແລະ ຈັດການ ກັບ ພວກເຂົາ ດ້ວຍຄວາມໂກດຮ້າຍ ສາເຖີດ.”
\s5
\c 19
\p
\v 1 ອົງພຣະຜູ້ເປັນເຈົ້າ ໄດ້ບອກຂ້າພະເຈົ້າ ໃຫ້ໄປ ຊື້ເອົາີ່ດ ໜ່ວຍໜຶ່ງ. ພຣະອົງຍັງ ບອກຂ້າພະເຈົ້າ ໃຫ້ເອົາພວກເຖົ້າແກ່ ຂອງ ປະຊາຊົນ ພ້ອມທັງພວກປະໂຣຫິດ ຜູ້ອາວຸໂສ ບາງຄົນ
\v 2 ອອກໄປທາງປະຕູເມືອງ ທີ່ຊື່ວ່າ ກອງເສດເຫລືອ ໝໍ້ທີ່ຮ່ອມ ພູເຂົາ ຮິນໂນມ. ໃນທີ່ນັ້ນ ຂ້າພະເຈົ້າຕ້ອງ ປະກາດພຣະທາໍ ທີ່ພຣະອົງຈະໄດ້ ມອບໃຫ້ ຂ້າພະເຈົ້າ
\v 3 ອົງພຣະຜູ້ເປັນເຈົ້າ ໄດ້ບອກ ຂ້າພະເຈົ້າ ໃຫ້ກ່າວ ວ່າ, “ບັນດາ ກະສັດ ແຫ່ງ ຢູດາຍ ແລະ ຊາວນະຄອນ ເຢຣູຊາເລັມ ເອີຍ ຈົ່ງຟັງຖ້ອຍຄໍາ ຂອງອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດ ຍິ່ງໃຫຍ່ ພຣະເຈົ້າຂອງຊາດອິດສະຣາເອນ ກ່າວດັ່ງນີ້ວ່າ, ເຮົາພວມ ຈະນໍາໄພພິບັດ ດັ່ງກ່າວນັ້ນ ມາຍັງບ່ອນນີ້ ຊຶ່ງ ທຸກຄົນ ທີ່ໄດ້ຍິນແລ້ວ ກໍຈະງົງ.
\s5
\v 4 ເຮົາຈະເຮັດຢ່າງນີ້ ກໍເພາະວ່າ ປະຊາຊົນ ໄດ້ປະຖິ້ມເຮົາ ແລະ ເຮັດໃຫ້ສະຖານທີ່ນີ້ ເປັນມົນທິນ ໂດຍການເຜົາເຄື່ອງ ບູຊາຖວາຍແກ່ ພະອື່ນ ຄື ບັນດາພະ ທີ່ພວກເຂົາເອງ ແລະ ບັນພະບຸລຸດ ຂອງພວກເຂົາ ຕະຫລອດ ທັງກະສັດແຫ່ງຢູດາຍ ບໍ່ເຄີຍຮູ້ຈັກມາກ່ອນ. ພວກເຂົາໄດ້ເຮັດໃຫ້ບ່ອນນີ້ ເປິເປື້ອນ ເຕັມໄປດ້ວຍເລືອດ ຂອງຄົນ ບໍ່ມີຄວາມຜິດ
\v 5 ແລະພວກເຂົາ ໄດ້ສ້າງແທ່ນບູຊາ ໃຫ້ພະບາອານ ເພື່ອເຜົາລູກໆ ຂອງ ພວກເຂົາ ໃຫ້ເປັນເຄື່ອງບູຊາ. ເຮົາບໍ່ເຄີຍສັ່ງ ພວກເຂົາ ໃຫ້ເຮັດເຊັ່ນນີ້; ເລື່ອງດັ່ງນີ້ ບໍ່ເຄີຍ ມີຢູ່ໃນຄວາມຄິດ ຂອງເຮົາເລີຍ.
\s5
\v 6 ສະນັ້ນແຫລະ ເມື່ອເວລາ ມາເຖິງ ບ່ອນນີ້ ຈະບໍ່ມີຜູ້ໃດເອີ້ນວ່າ ໂຕເຟັດ ຫລື ຮ່ອມພູ ຮິນໂນມ ອີກຕໍ່ໄປ, ແຕ່ຄົນຈະເອີ້ນບ່ອນນັ້ນ ວ່າ ຮ່ອມພູ ແຫ່ງການຂ້າຟັນກັນ.
\v 7 ເພາະ ໃນບ່ອນນີ້ ເຮົາຈະທາໍລາຍ ແຜນການ ທັງປວງ ຂອງຊາວຢູດາ ແລະ ຊາວນະຄອນ ເຢຣູຊາເລັມ. ເຮົາຈະໃຫ້ເຫລົ່າສັດຕູ ຊະນະ ພວກເຂົາ ແລະ ສັງຫານພວກເຂົາ ໃນສະໜາມຮົບ. ເຮົາຈະໃຫ້ຝູງນົກ ແລະ ຝູງສັດ ປ່າ ໄດ້ກິນຊາກສົບ ຂອງ ພວກເຂົາ ເປັນ ອາຫານ.
\v 8 ເຮົາຈະນາໍໄພພິບັດ ອັນໜ້າ ຢ້ານ ເຊັ່ນນີ້ມາສູ່ນະຄອນນີ້ ຊົ່ງທຸກຄົນ ທີ່ຜ່ານກາຍໄປມາ ຈະສະທ້ານຢ້ານກົວ ແລະ ປະຫລາດໃຈ.
\v 9 ສັດຕູຈະປິດລ້ອມ ເມືອງ ແລະ ພະຍາຍາມຂ້າຊາວເມືອງຖິ້ມ. ການ ປິດລ້ອມເມືອງ ຈະເປັນການໜ້າຢ້ານກົວ ທີ່ ສຸດ ຈົນຊາວເມືອງ ຈະກິນກັນເອງ ແລະ ກິນ ແມ່ນແຕ່ ລູກຂອງຕົນເອງ.”
\s5
\v 10 ແລ້ວ ອົງພຣະຜູ້ເປັນເຈົ້າ ກໍບອກ ຂ້າພະເຈົ້າ ໃຫ້ທຸບໝໍ້ ຕໍ່ໜ້າພວກທີ່ມາກັບຂ້າພະເຈົ້າ
\v 11 ໂດຍໃຫ້ບອກ ວ່າ, “ອົງພຣະຜູ້ເປັນເຈົ້າ ໄດ້ກ່າວ ດັ່ງນີ້: ເຮົາຈະທຸບຕີ ປະຊາຊົນ ພ້ອມນະຄອນນີ້ ໃຫ້ແຕກ ດັ່ງໄດ້ ທຸບໝໍ້ດິນ ໜ່ວຍນີ້ ທີ່ຈອດເຂົ້າກັນບໍ່ໄດ້ອີກ. ປະຊາຊົນຈະຝັງຊາກສົບຂອງຄົນຕາຍໄວ້ ແມ່ນແຕ່ໃນ ໂຕເຟັດ ຍ້ອນໃນທີ່ອື່ນ ບໍ່ມີບ່ອນ ຝັງ.
\s5
\v 12 ເຮົາສັນຍາ ວ່າ ເຮົາຈະເຮັດໃຫ້ ນະຄອນ ແລະ ປະຊາຊົນໃນເມືອງນີ້ເປັນດັ່ງໂຕເຟັດ.
\v 13 ເຮືອນຢູ່ໃນນະຄອນ ເຢຣູຊາເລັມ, ຫໍໂຮງ ຕ່າງໆ ຂອງ ກະສັດ ແຫ່ງ ຢູດາຍ ແລະ ບ້ານເຮືອນ ຂອງ ທຸກຄົນ ທີ່ເຜົາເຄື່ອງຫອມ ບູຊາ ຕາເວັນ, ເດືອນ, ດວງດາວ ແລະ ຖອກເຫລົ້າ ອະງຸ່ນ ຖວາຍ ໃຫ້ບັນດາ ພະອື່ນ ຈະເປັນມົນທິນດັ່ງ ໂຕເຟັດ.”
\s5
\v 14 ແລ້ວ ຂ້າພະເຈົ້າກໍອອກໄປຈາກ ໂຕເຟັດ ບ່ອນທີ່ອົງພຣະຜູ້ເປັນເຈົ້າໄດ້ໃຊ້ຂ້າພະເຈົ້າ ໄປປະກາດຖ້ອຍຄໍາ ຂອງ ພຣະອົງ. ຂ້າພະເຈົ້າ ໄດ້ໄປຢືນຢູ່ທີ່ເດີ່ນຂອງ ພຣະວິຫານ
\v 15 ແລະ ບອກໃຫ້ປະຊາຊົນ ທັງໝົດຮູ້ວ່າ ອົງພຣະຜູ້ເປັນເຈົ້າ ອົງຊົງຣິດ ອໍານາດ ຍິ່ງໃຫຍ່ ພຣະເຈົ້າຂອງຊາດ ອິດສະຣາເອນ ໄດ້ກ່າວ ດັ່ງນີ້ ວ່າ, “ເຮົາພວມ ຈະນໍາໂທດກໍາ ທີ່ເຮົາໄດ້ກ່າວນັ້ນ ມາສູ່ນະຄອນນີ້ ແລະ ເມືອງໃກ້ຄຽງ ທັງໝົດດ້ວຍ ເພາະພວກເຈົ້າ ດື້ດ້ານ ແລະ ບໍ່ຍອມຟັງຖ້ອຍຄໍາ ຂອງເຮົາ.”
\s5
\c 20
\p
\v 1 ເມື່ອປະໂຣຫິດ ປັດຊູ ລູກຊາຍ ຂອງ ອິມເມ ຜູ້ທີ່ເປັນຫົວໜ້າ ເຈົ້າໜາ້ທີ່ໃນພຣະວິຫານ ໄດ້ຍິນຂ້າພະເຈົ້າ ປະກາດ ສິ່ງເຫລົ່ານີ້
\v 2 ລາວຈຶ່ງສັ່ງຄົນ ໃຫ້ຂ້ຽນຕີ ແລະ ລ່າມໂສ້ຂ້າພະເຈົ້າໄວ້ ທີ່ຂ້າງເທິງ ໃກ້ກັບປະຕູ ເບັນຢາມິນ ໃນພຣະວິຫານ.
\s5
\v 3 ເຊົ້າຂອງມື້ ຕໍ່ມາ ຫລັງຈາກ ປັດຊູ ແກ້ໂສ້ ທີ່ລາວໄດ້ໃຊ້ລ່າມຂ້າພະເຈົ້າ ແລ້ວຂ້າພະເຈົ້າຈຶ່ງ ກ່າວຕໍ່ລາວ ວ່າ, “ອົງພຣະຜູ້ເປັນເຈົ້າ ບໍ່ໄດ້ເອີ້ນຊື່ເຈົ້າ ວ່າ ປັດຊູ, ແຕ່ໄດ້ ເອີ້ນຊ່ື່ເຈົ້າ ວ່າ, ‘ຕົກໃຈຢ້ານ ຢູ່ທຸກບ່ອນ.
\v 4 ອົງພຣະຜູ້ເປັນເຈົ້າເອງ ໄດ້ກ່າວ ວ່າ, ‘ເຮົາຈະເຮັດໃຫ້ເຈົ້າ ກັບມິດສະຫາຍ ຂອງເຈົ້າ ຕົກໃຈຢ້ານ ແລະ ເຈົ້າກໍຈະເຫັນພວກເຂົາ ທັງໝົດ ຖືກຂ້າດ້ວຍດາບ ຂອງ ເຫລົ່າສັດຕູ. ເຮົາຈະມອບປະຊາຊົນ ຢູດາ ທັງໝົດ ໃຫ້ຢູ່ ໃຕ້ອໍານາດ ຂອງ ກະສັດ ແຫ່ງ ບາບີໂລນ; ລາວຈະຈັບເອົາບາງຄົນໄປ ເປັນຊະເລີຍ ທີ່ປະເທດ ຂອງ ລາວ ຫລື ສັງຫານ ບາງຄົນ ເສຍ.
\s5
\v 5 ເຮົາຈະໃຫ້ ເຫລົ່າສັດຕູ ປຸ້ນສະດົມ ເອົາ ຊັບສົມບັດ ແລະ ຢຶດຂອງມີຄ່າ ທັງໝົດ ໃນ ເມືອງໄປ; ແມ່ນແຕ່ ຊັບສົມບັດ ອັນມີຄ່າ ຂອງ ບັນດາ ກະສັດ ແຫ່ງ ຢູດາຍ ກໍຈະຖືກຂົນໄປຍັງ ບາບີໂລນ ໝົດ.
\v 6 ປັດຊູ ເອີຍ ສໍາລັບ ເຈົ້າ ແລະ ຄອບຄົວຂອງເຈົ້າ ກໍຈະຖືກຈັບໄປ ທີ່ນັ້ນ ເຊັ່ນກັນ. ເຈົ້າຈະຕາຍ ແລະ ຖືກຝັງໄວ້ ໃນທີ່ນັ້ນ ຮ່ວມກັບມິດສະຫາຍ ທັງໝົດ ທ່ີ່ເຈົ້າ ໄດ້ບອກໃຫ້ ພວກເຂົາເວົ້າຕົວະ ຫລາຍໆ ຢ່າງນັ້ນ.
\s5
\v 7 ຂ້າແດ່ ອົງພຣະຜູ້ເປັນເຈົ້າ ພຣະອົງໄດ້ ຫລອກລວງຂ້ານ້ອຍ ຂ້ານ້ອຍ ຈຶ່ງຖືກ ຫລອກລວງ ສາແລ້ວ. ພຣະອົງນັ້ນເຂັ້ມແຂງ ລື່ນກວ່າ ຂ້ານ້ອຍ ພຣະອົງຊົງຣິດເໜືອ ຂ້ານ້ອຍ ຫລາຍແທ້. ທຸກຄົນຫົວເຍາະເຍີ້ຍ ນິນທາຂ້ານ້ອຍ ຫົວເລາະໃສ່ຂ້ານ້ອຍ ຕະຫລອດວັນ.
\v 8 ເມື່ອໃດ ຂ້ານ້ອຍ ກ່າວ ອອກ ກໍຮ້ອງໄຫ້ ທຸກເທື່ອ ແລະ ຮ້ອງວ່າ, “ຮຸນແຮງ ພິນາດ” ທັງຖືກລໍ້ ຫຍໍ້ຫຍັນ ຕະຫລອດມາ ຂ້າແດ່ອົງພຣະຜູ້ເປັນເຈົ້າ ເພາະຂ້ານ້ອຍ ປະກາດຖ້ອຍຄໍາ ຂອງພຣະເຈົ້າ.
\v 9 ແຕ່ເມື່ອຂ້ານ້ອຍ ກ່າວ ວ່າ, “ຂ້ອຍຈະລືມໄລພຣະອົງ ທັງຈະບໍ່ກ່າວ ເຖິງ ພຣະນາມ ຂອງ ພຣະອົງ ຕໍ່ໄປອີກ. ” ແລ້ວຖ້ອຍຄໍາ ຂອງ ພຣະອົງ ກໍຮ້ອນຮົນຢູ່ ພາຍໃນ ດັ່ງໄຟ ລຸກໄໝ້ ເຜົາຜານ ໃນຈິດໃຈ ຂ້ານ້ອຍ ຢູ່. ຂ້ານ້ອຍຈຶ່ງພະຍາຍາມ ລະງັບ ມັນໃຫ້ໄດ້ຜົນ ແຕ່ກໍທົນລະງັບມັນຕໍ່ໄປ ບໍ່ໄດ້.
\s5
\v 10 ຂ້ານ້ອຍ ໄດ້ຍິນຫລາຍໆ ຄົນ ຊີ່ມໃສ່ ກັນວ່າ, “ຄວາມຕົກໃຈ ຢ້ານກົວ ມີຢູ່ທົ່ວທຸກແຫ່ງ ຈົ່ງຮີບລາຍງານ ສະພາບການໃໝ່ ໃຫ້ເຈົ້າໜ້າທີ່ຟັງ. ” ແມ່ນແຕ່ ໝູ່ເພື່ອນຜູ້ໃກ້ຊິດ ກໍ ລໍເບິ່ງຂ້ານ້ອຍ ລົ້ມ. ພວກເຂົາ ເວົ້າວ່າ, “ບາງທີ ການທີ່ພວກເຮົາ ເວົ້າໂຈມຕີລາວ ອາດ ເຮັດໃຫ້ພວກເຮົາ ຈັບລາວມາ ແກ້ແຄ້ນ ກໍໄດ້. ”
\v 11 ແຕ່ພຣະອົງ ຄື ອົງພຣະຜູ້ເປັນເຈົ້າ ຜູ້ ເຂົ້າຂ້າງຂ້ານ້ອຍ ຜູ້ເຂັ້ມແຂງ ແລະ ຊົງຣິດ ສະຖິດຢູ່ນາໍຂ້ານ້ອຍແລ້ວ ແລະ ພວກທີ່ຂົ່ມເຫັງຂ້ານ້ອຍ ນັ້ນກໍຈະລົ້ມລົງ ພວກເຂົາ ຈະຖືກອັບອາຍ ຂາຍໜ້າໄປ ຕະຫລອດ ເພາະພວກເຂົາ ເຮັດໃຫ້ເກີດຜົນສໍາເລັດ ບໍ່ໄດ້ດອກ ພວກເຂົາຈະຖືກອັບອາຍ ບໍ່ມີມື້ລືມ ໄລ ໄດ້ຈັກເທື່ອ.
\s5
\v 12 ແຕ່ ພຣະເຈົ້າ ຊົງຣິດຍິ່ງໃຫຍ່ ທົດ ສອບ ຢ່າງຍຸດຕິທໍາ ຮູ້ສິ່ງທີ່ຢູ່ໃນໃຈຄົນ ແລະ ແນວຄິດຂອງພວກເຂົາດ້ວຍ. ສະນັ້ນ ຈົ່ງໃຫ້ ໄດ້ເຫັນພຣະອົງ ແກ້ແຄ້ນ ເຫລົ່າສັດຕູ ເພາະ ຂ້ານ້ອຍໄດ້ ມອບເລື່ອງລາວ ໄວ້ໃນກາໍມື ພຣະເຈົ້າ.
\v 13 ຈົ່ງຮ້ອງເພງຖວາຍ ແກ່ອົງພຣະຜູ້ເປັນເຈົ້າ ຈົ່ງຍ້ອງຍໍສັນລະເສີນ ອົງພຣະຜູ້ເປັນເຈົ້າ ພຣະອົງຊ່ວຍກູ້ເອົາ ຜູ້ຖືກຂົ່ມເຫັງ ຈາກຄົນຊົ່ວຮ້າຍ.
\s5
\v 14 ໂຜດ ສາບແຊ່ງ ມື້ທີ່ຂ້ານ້ອຍ ໄດ້ເກີດ ມາ ໂຜດລືມໄລ ມື້ທີ່ມານດາ ຂອງ ຂ້ານ້ອຍ ໃຫ້ກໍາເນີດ
\v 15 ຈົ່ງສາບແຊ່ງ ຊາຍທີ່ນາໍຂ່າວ ມາບອກພໍ່ຂອງ ຂ້ານ້ອຍ ໃຫ້ດີໃຈ ວ່າ, “ລູກຜູ້ຊາຍ ເຈົ້າໄດ້ລູກຜູ້ຊາຍ.”
\s5
\v 16 ຂໍໃຫ້ລາວ ເປັນດັ່ງເມືອງ ເຫລົ່ານັ້ນ ທັງຫລາຍ ທີ່ອົງພຣະຜູ້ເປັນເຈົ້າ ໄດ້ທາໍລາຍ ໂດຍບໍ່ປານີ ຈັກດີ້. ຂໍໃຫ້ລາວ ໄດ້ຍິນສຽງຮ້ອງ ອັນເຈັບປວດ ໃນຮຸ່ງອາຣຸນ ສຽງສັນຍານ ສູ້ເສິກ ທີ່ສະໜາມຮົບ ໃນຕອນທ່ຽງ
\v 17 ເພາະລາວບໍ່ໄດ້ ສັງຫານ ຂ້ານ້ອຍ ກ່ອນເກີດມາ ທ້ອງມານດາ ກໍ ຄື ຫລຸມ ຝັງຊາກສົບ ຂ້ານ້ອຍແລ້ວ.
\v 18 ເປັນຫຍັງເດ ຂ້ານ້ອຍ ຈຶ່ງໄດ້ເກີດມາ ນໍ? ເພື່ອໃຫ້ ເດືອດຮ້ອນ ເຂັນໃຈ ແລະ ໂສກເສົ້າ ຫລືນີ້? ແລະ ເພື່ອໃຫ້ຂ້ານ້ອຍນີ້ ຈົບຊີວິດລົງ ໂດຍ ໃຫ້ຖືກ ອັບອາຍ ຂາຍໜ້າ ຫລືນີ້?
\s5
\c 21
\p
\v 1 ເຈົ້າເຊເດກີຢາ ກະສັດ ແຫ່ງ ຢູດາຍ ໄດ້ໃຫ້ ປັດຊູ ລູກຊາຍ ຂອງ ມັນກີຢາ ແລະ ປະໂຣຫິດ ເຊຟານີຢາ ລູກຊາຍ ຂອງ ມາອາເຊຢາ ມາຮ້ອງຂໍນາໍຂ້າພະເຈົ້າ ວ່າ,
\v 2 “ກະລຸນາປຶກສາ ອົງພຣະຜູ້ເປັນເຈົ້າ ເພື່ອພວກເຮົາດ້ວຍ ເພາະກະສັດ ເນບູກາດເນັດຊາ ແຫ່ງບາບີໂລນ ແລະ ກອງທັບ ຂອງເພິ່ນ ກາໍລັງປິດລ້ອມ ເມືອງ ຂອງພວກເຮົາ​ໄວ້. ບາງທີ ອົງພຣະຜູ້ເປັນເຈົ້າ ອາດຈະເຮັດການອັດສະຈັນ ຢ່າງໃດ ຢ່າງໜຶ່ງ ສໍາລັບພວກເຮົາ ກໍໄດ້ ແລະ ບັງຄັບໃຫ້ ເຈົ້າເນບູກາດເນັດຊາ ຖອຍໜີໄປ.”
\s5
\v 3 ແລ້ວ ອົງພຣະຜູ້ເປັນເຈົ້າ ກໍກ່າວແກ່ ຂ້າພະເຈົ້າ ແລະ ຂ້າພະເຈົ້າໄດ້ບອກ ຄົນ ທີ່ຖືກສົ່ງມາຫາຂ້າພະເຈົ້າ ນັ້ນ
\v 4 ໃຫ້ບອກ ເຈົ້າເຊເດກີຢາ ວ່າ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງຊາດ ອິດສະຣາເອນ ໄດ້ບອກ ວ່າ, “ເຊເດກີຢາ ເອີຍ ເຮົາຈະ ເອົາຊະນະ ກອງທັບຂອງເຈົ້າ ທີ່ຈະຕໍ່ສູ້ກັບ ກອງທັບ ກະສັດແຫ່ງ ບາບີໂລນ. ເຮົາຈະ ກອງ ອາວຸດ ຍຸດທະພັນ ຂອງ ທະຫານ ຂອງເຈົ້າ ທີ່ກາງເມືອງ.
\v 5 ເຮົາຈະຕໍ່ສູ້ເຈົ້າ ດ້ວຍຣິດອໍານາດ ທັງໝົດຂອງເຮົາ, ດ້ວຍຄວາມໂກດຮ້າຍ, ດ້ວຍຄວາມ ໂມໂຫ ແລະ ດ້ວຍຄວາມໂກດແຄ້ນ ຂອງເຮົາ.
\s5
\v 6 ເຮົາຈະຂ້າ ທຸກໆຄົນທີ່ຢູ່ໃນ ເມືອງນີ້; ບໍ່ວ່າຄົນ ຫລື ສັດກໍຕາມ ຈະຕາຍດ້ວຍ ໂຣກອັນຮ້າຍແຮງ ເຊັ່ນດຽວກັນ.
\v 7 ແຕ່ ສໍາລັບເຈົ້າ ບັນດາຂ້າຣາຊການ ຂອງເຈົ້າ ແລະ ປະຊາຊົນ ທີ່ລອດຕາຍ ຈາກສົງຄາມ, ຈາກການ ຕາຍອຶດ ຕາຍຫິວ ແລະ ຈາກການ ເຈັບໄຂ້ ໄດ້ປ່ວຍນັ້ນ ເຮົາ ຈະໃຫ້ ເນບູກາດເນັດຊາ ແລະ ເຫລົ່າສັດ ຕູ ທີ່ຢາກຈະຂ້າ ພວກເຈົ້ານັ້ນ ຈັບໄປ. ເນບູກາດເນັດຊາ ຈະຂ້າພວກເຈົ້າ. ລາວ ຈະບໍ່ໄວ້ຊີວິດ ຜູ້ໃດເລີຍ ຫລື ເມດຕາປານີ ຜູ້ໃດ ທັງສິ້ນ. ເຮົາ ຄື ອົງພຣະຜູ້ເປັນເຈົ້າ ໄດ້ກ່າວ ດັ່ງນີ້ແຫລະ.”
\s5
\v 8 ແລ້ວ ອົງພຣະຜູ້ເປັນເຈົ້າ ກໍບອກຂ້າພະເຈົ້າ ໃຫ້ກ່າວຕໍ່ປະຊາຊົນ ວ່າ, “ອົງພຣະຜູ້ເປັນເຈົ້າ ກ່າວດັ່ງນີ້ ວ່າ ຈົ່ງຟັງໃຫ້ດີ ເຮົາ ຈະໃຫ້ພວກເຈົ້າ ເລືອກເອົາ ລະຫວ່າງ ທາງນາໍ ໄປສູ່ຊີວິດ ແລະ ທາງນາໍໄປສູ່ ຄວາມຕາຍ.
\v 9 ຜູ້ໃດຜູ້ໜຶ່ງທີ່ຢູ່ໃນເມືອງ ຈະຖືກຂ້າ ໃນສົງຄາມ ຫລື ໂດຍການຕາຍອຶດ ຕາຍຫິວ ຫລື ໂດຍເຈັບໄຂ້ ໄດ້ປ່ວຍ, ແຕ່ຜູ້ໃດ ຜູ້ໜຶ່ງ ທີ່ອອກໄປ ຍອມຈາໍນົນ ຕໍ່ພວກບາບີໂລນ ທີ່​ກຳລັງໂຈມຕີເມືອງ ຢູ່ໃນເວລານີ້ ຈະບໍ່ຖືກຂ້າ; ຢ່າງໜ້ອຍ ລາວຈະຊ່ວຍ ຊີວິດ ຕົນໃຫ້ ພົ້ນໄດ້.
\v 10 ເຮົາຕັ້ງໃຈ ໄວ້ແລ້ວ ວ່າ ເຮົາຈະບໍ່ຊ່ວຍເມືອງນີ້ ແຕ່ຈະທາໍລາຍ ມັນຖິ້ມ. ເຮົາຈະມອບເມືອງນີ້ ໃຫ້ກະສັດ ແຫ່ງ ບາບີໂລນ ແລະ ລາວ ກໍຈະຈູດມັນຖິ້ມ ໃຫ້ໝົດກ້ຽງ.”
\s5
\v 11-12 ອົງພຣະຜູ້ເປັນເຈົ້າ ໄດ້ສັ່ງຂ້າ ພະເຈົ້າ ໃຫ້ມອບຖ້ອຍຄໍານີ້ ແກ່ຣາຊວົງ ຢູດາ ຄື ເຊື້ອສາຍ ຂອງດາວິດ ວ່າ, “ຈົ່ງຟັງສິ່ງທີ່ ອົງພຣະຜູ້ເປັນເຈົ້າ ພວມກ່າວ, ຈົ່ງໃຫ້ແຕ່ ລະວັນເກີດ ມີຄວາມຍຸດຕິທາໍ, ຈົ່ງປົກປ້ອງ ຄຸ້ມຄອງ ຜູ້ຖືກຕົວະຍົວະ ຈາກຄົນສໍ້ໂກງ, ຖ້າພວກເຈົ້າ ບໍ່ປະຕິບັດ ຕາມຄວາມຊົ່ວທີ່ພວກເຈົ້າ ກາໍລັງປະພຶດຢູ່ນີ້ ຈະເຮັດໃຫ້ຄວາມ ໂກດຮ້າຍ ຂອງເຮົາລຸກໄໝ້ ດັ່ງໄຟ ທີ່ບໍ່ມີຜູ້ໃດ ມອດໄດ້
\s5
\v 13 ນະຄອນ ເຢຣູຊາເລັມ ເອີຍ ເຈົ້າຕັ້ງຢູ່ [ຫ] ສູງເດັ່ນ ເໜືອຮ່ອມພູ ທັງຫລາຍ ດັ່ງໂງ່ນຫິນສູງເດັ່ນ ໃນທ່າມກາງ ທົ່ງພຽງ, ແຕ່ເຮົາ ຈະຕໍ່ສູ້ເຈົ້າ. ເຈົ້າເວົ້າວ່າ, ບໍ່ມີຜູ້ໃດ ໂຈມຕີ ເຈົ້າ ຫລື ຕີທີ່ປ້ອງກັນ ຂອງເຈົ້າໄດ້.
\v 14 ແຕ່ເຮົົາຈະ ລົງໂທດ ໃນສິ່ງທີ່ເຈົ້າ ໄດ້ເຮັດ. ເຮົາຈະຈູດວັງຂອງເຈົ້າ ແລະ ໄຟຈະໄໝ້ເຜົາຜານ ທຸກສິ່ງທີ່ຢູ່ອ້ອມນັ້ນ. ” ອົງພຣະຜູ້ເປັນເຈົ້າ ໄດ້ກ່າວ ດັ່ງນີ້ແຫລະ.
\s5
\c 22
\p
\v 1-2 ອົງພຣະຜູ້ເປັນເຈົ້າ ໄດ້ບອກຂ້າພະເຈົ້າ ໃຫ້ໄປຍັງວັງຂອງກະສັດ ແຫ່ງ ຢູດາ ຄື ເຊື້ອສາຍຂອງ ດາວິດ ແລະ ໃນທີ່ນັ້ນ ໃຫ້ບອກກະສັດ ບັນດາຂ້າຣາຊການ ຂອງເພິ່ນ ແລະ ຊາວນະຄອນ ເຢຣູຊາເລັມ ໃຫ້ ຟັງ ສິ່ງທີ່ອົງພຣະຜູ້ເປັນເຈົ້າ ໄດ້ກ່າວ ດັ່ງນີ້
\v 3 “ເຮົາ ຄື ອົງພຣະຜູ້ເປັນເຈົ້າ ສັ່ງພວກເຈົ້າ ໃຫ້ເຮັດສິ່ງທີ່ຖືກຕ້ອງ ແລະ ທ່ຽງທາໍ. ຈົ່ງປົກປ້ອງ ຜູ້ທີ່ຖືກຄົນສໍ້ໂກງ ຕົວະຍົວະ. ຢ່າ ໄດ້ກົດຂີ່ ຫລື ຂົ່ມເຫັງ ຄົນຕ່າງດ້າວ, ເດັກກາໍ ພ້າ ຫລື ແມ່ໝ້າຍ ແລະ ຢ່າສູ່ໄດ້ຂ້າຄົນ ບໍ່ມີຄວາມຜິດ ໃນບ່ອນນີ້.
\s5
\v 4 ຖ້າພວກເຈົ້າ ປະຕິບັດ ຢ່າງແທ້ຈິງ ຕາມ ສິ່ງທີ່ເຮົາໄດ້ສັ່ງແລ້ວ ເຊື້ອສາຍ ຂອງ ດາວິດ ຈະໄດ້ສືບຕໍ່ເປັນກະສັດ. ແລ້ວ ພວກເຂົາພ້ອມຂ້າຣາຊການ ແລະ ປະຊາຊົນ ກໍຈະສືບຕໍ່ຂີ່ລົດຮົບ ແລະ ມ້າຜ່ານປະຕູ ຂອງວັງນີ້.
\v 5 ແຕ່ຖ້າ ພວກເຈົ້າ ບໍ່ເຊື່ອຟັງ ຂໍ້ຄໍາສັ່ງຂອງເຮົາແລ້ວ ເຮົາກໍສາບານ ຕໍ່ພວກເຈົ້າ ວ່າ ວັງນີ້ ຈະລົ້ມທະລາຍ ເພພັງ ລົງ. ” ອົງພຣະຜູ້ເປັນເຈົ້າ ໄດ້ກ່າວ ດັ່ງນີ້ແຫລະ.
\s5
\v 6 “ເຖິງແມ່ນ ເຮົາເຫັນວ່າ ວັງຂອງກະສັດ ແຫ່ງ ຢູດາຍ ງົດງາມ ເທົ່າກັບດິນແດນ ກີເລອາດ ແລະ ພູຂອງເລບານອນ ກໍຕາມ; ແຕ່ເຮົາກໍຈະເຮັດໃຫ້ ເປັນບ່ອນຮົກຮ້າງ ຫວ່າງເປົ່າ ທີ່ບໍ່ມີຜູ້ໃດອາໄສຢູ່.
\v 7 ເຮົາຈະ ລະດົມ ຄົນມາ ເພື່ອທາໍລາຍ ມັນຖິ້ມ. ພວກເຂົາທັງໝົດ ຈະເອົາຂວານ ມານາໍ ເພື່ອປໍ້າ ເສົາໄມ້ແປກ ອັນສວຍງາມ ລົງ ແລະໂຍນມັນໃສ່ໄຟ.
\s5
\v 8 ຫລັງຈາກນັ້ນ ຄົນຕ່າງດ້າວ ຢ່າງ ຫລວງຫລາຍ ກໍຈະຜ່ານໄປມາ ແລະ ຖາມ ກັນວ່າ, ‘ເປັນຫຍັງ ອົງພຣະຜູ້ເປັນເຈົ້າ ຈຶ່ງເຮັດເຊັ່ນນີ້ ຕໍ່ນະຄອນໃຫຍ່ ແຫ່ງນີ້.
\v 9 ແລ້ວພວກເຂົາ ຕ່າງກໍຈະຕອບ ວ່າ, ‘ຍ້ອນ ພວກເຂົາ ໄດ້ປະຖິ້ມ ພັນທະສັນຍາ ຂອງ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຂົາ ແລະ ໄປຂາບໄຫວ້ ແລະ ຮັບໃຊ້ບັນດາ ພະອື່ນ.
\s5
\v 10 ປະຊາຊົນ ຢູດາ ເອີຍ ຢ່າຮ້ອງໄຫ້ ໃຫ້ ກະສັດ ໂຢສີຢາ ຢ່າໄວ້ທຸກ ໃຫ້ແກ່ການຕາຍ ຂອງເພິ່ນເລີຍເທາະ ແຕ່ຈົ່ງຮ້ອງໄຫ້ ແລະ ອາໄລອາວອນ ໃຫ້ແກ່ ໂຢອາຮາດ ລູກຊາຍ ຂອງເພິ່ນນັ້ນ; ພວກເຂົາໄດ້ຈັບລາວໄປ ໂດຍ ບໍ່ເຫັນກັບຄືນມາ ທັງບໍ່ໄດ້ເຫັນດິນແດນ ທີ່ຕົນໄດ້ເກີດ.
\s5
\v 11 ອົງພຣະຜູ້ເປັນເຈົ້າ ກ່າວກ່ຽວກັບ ເຈົ້າໂຢອາຮາດ ລູກຊາຍຂອງເຈົ້າໂຢສີຢາ ຜູ້ທີ່ໄດ້ ຂຶ້ນເປັນກະສັດ ແຫ່ງ ຢູດາຍ ແທນບິດາ ຂອງຕົນ ວ່າ ລາວຕ້ອງຈາກທີ່ນີ້ໄປ ໂດຍບໍ່ມີມື້ກັບມາ.
\v 12 ລາວຈະຕາຍ ໃນປະເທດ ທີ່ພວກເຂົາໄດ້ຈັບເອົາລາວ ໄປນັ້ນ ແລະ ຈະບໍ່ເຫັນ ດິນແດນນີ້ ອີກຈັກເທື່ອ.
\s5
\v 13 ເຄາະກາໍເປັນ ຂອງຜູ້ທີ່ສ້າງເຮືອນ ຕົນ ຢ່າງບໍ່ຍຸດຕິທາໍ ທັງຂະຫຍາຍ ໃຫ້ກ້ວາງຂວາງ ຢ່າງບໍ່ສັດຊື່; ຄື ຜູ້ທີ່ໃຫ້ຄົນອື່ນ ເຮັດວຽກ ໂດຍບໍ່ໃຫ້ຄ່າຈ້າງຫຍັງ ທັງບໍ່ຈ່າຍຄ່າ ແຮງງານ ໃຫ້ພວກເຂົາ ອີກດ້ວຍ.
\v 14 ເຄາະກໍາ ເປັນຂອງຜູ້ທີ່ເວົ້າຈາ ອອກມາວ່າ, “ຂ້ອຍຈະສ້າງ ຕຶກໃຫຍ່ຫລາຍຊັ້ນ ສໍາລັບ ຂ້ອຍ. ” ສະນັ້ນ ຈຶ່ງເຮັດຫລາຍປ່ອງຢ້ຽມ ທີ່ເຮືອນຂອງຕົນ ໃຊ້ໄມ້ແປກ ແອ້ມຢ່າງດີ ແລະ ທາສີແດງ ດ້ວຍ.
\s5
\v 15 ຈະເປັນກະສັດ ເດັ່ນຍ້ອນ ມີໄມ້ແປກ ສ້າງເຮືອນບໍ? ຄື ສ້າງຕຶກຫລັງ ງາມໆ ກວ່າ ກະສັດ ຄົນອື່ນໄດ້ສ້າງ? ພໍ່ຂອງເຈົ້າ ມີຊີວິດ ເຕັມດ້ວຍຄວາມຊົມຊື່ນຍິນດີ ຊອບທາໍ ທັງທ່ຽງທາໍ ຈຶ່ງເກີດຜົນດີ ໃນທຸກສິ່ງ.
\v 16 ເພິ່ນ ຕັດສິນຄະດີ ຄົນທຸກຈົນຢ່າງທ່ຽງທາໍດີ ແລະ ກໍຢູ່ເຢັນເປັນສຸກ ຕະຫລອດມາເລື້ອຍໆ. ຜູ້ທີ່ເປັນເຊັ່ນນີ້ ໝາຍຄວາມວ່າ ຮູ້ຈັກເຮົາຢ່າງ ແທ້ຈິງ. ” ອົງພຣະຜູ້ເປັນເຈົ້າ ກ່າວດັ່ງນີ້ ແຫລະ.
\s5
\v 17 ແຕ່ເຈົ້າ ເຫັນແຕ່ຜົນປະໂຫຍດ ສ່ວນຕົວເຈົ້າ ກົດຂີ່ຢ່າງຮຸນແຮງ ປະຊາຊົນ ຂອງເຈົ້າ. ເຈົ້າເຂັ່ນຂ້າຄົນ ທີ່ບໍ່ມີຄວາມຜິດ ຫຍັງ
\v 18 ສະນັ້ນ ອົງພຣະຜູ້ເປັນເຈົ້າ ຈຶ່ງກ່າວເຖິງເຈົ້າເຢໂຮຍອາກິມ ລູກຊາຍ ຂອງ ເຈົ້າໂຢສີຢາ ກະສັດ ແຫ່ງ ຢູດາຍ ວ່າ, “ບໍ່ມີຜູ້ ໃດ ຈະໄວ້ທຸກໃຫ້ແກ່ ການຕາຍ ຂອງ ລາວ ຫລື ເວົ້າວ່າ, ‘ເພື່ອນເອີຍ ເປັນຕາຢ້ານ ແທ້ໆ ບໍ່ມີຜູ້ໃດ ຈະຮ້ອງໄຫ້ ໃຫ້ແກ່ລາວ ເລີຍ ວ່າ ‘ນາຍເຈົ້າເອີຍ ກະສັດຂອງຂ້ານ້ອຍ.
\v 19 ພວກເຂົາຈະ ໃຫ້ກຽດ ຝັງສົບລາວໄວ້ ດັ່ງຝັງ ໂຕລາ ໂດຍຈະລາກໂຍນຖິ້ມ ໄປນອກປະຕູ ນະຄອນ ພຸ້ນ.”
\s5
\v 20 ຈົ່ງໄປທີ່ ເລບານອນ ແລະ ໂຮຮ້ອງ ຊາວນະຄອນ ເຢຣູຊາເລັມ ເອີຍ ຈົ່ງໄປທີ່ດິນແດນ ບາຊານ ແລະ ຮ້ອງໄຫ້ ສາເຖີດ; ຈົ່ງ ຄວນຄາງ ມາຈາກຕັ້ງແຕ່ພູ ອາບາຣິມ ໄປ ເພາະພັນທະມິດຂອງພວກເຈົ້າ ທັງໝົດພ່າຍແພ້.
\v 21 ພຣະອົງໄດ້ກ່າວຕໍ່ພວກເຈົ້າ ເມື່ອຈະເລີນຮຸ່ງເຮືອງ ແຕ່ພວກເຈົ້າ ບໍ່ເຊື່ອຟັງ ແລະ ປະຕິເສດ ມາຕະຫລອດ. ນີ້ຄືສິ່ງທີ່ພ ວກເຈົ້າ ໄດ້ເຮັດໃນຊີວິດ ຕະຫລອດມາ ພວກເຈົ້າ ບໍ່ເຄີຍໄດ້ເຊື່ອຟັງ ອົງພຣະຜູ້ເປັນເຈົ້າ.
\s5
\v 22 ພວກຜູ້ນໍາ ຂອງພວກເຈົ້າ ຈະຖືກລົມ ພັດໃຫ້ໜີໄປ ພັນທະມິດຂອງພວກເຈົ້າ ໄດືຖືກ ຈັບເປັນຊະເລີຍ ດ້ວຍ. ນະຄອນ ກໍເປັນມົນທິນ ແລະ ໄດ້ຖືກອັບອາຍ ເພາະສິ່ງຊົ່ວ ຊ້າທັງຫລາຍ ທີ່ພວກເຈົ້າ ໄດ້ເຮັດນັ້ນ.
\v 23 ພວກເຈົ້າ ພັກຜ່ອນຢູ່ທ່າມກາງ ກົກແປກ ທັງຫລາຍ ຊຶ່ງໄດ້ຖືກນາໍ ມາຈາກ ເລບານອນ ພຸ້ນ; ແຕ່ເມື່ອຖືກ ເຈັບປວດ ພວກເຈົ້າຈະໜ້າສົງສານ ສໍ່າໃດ ເຈັບປວດ ໜັກໜ່ວງ ດັ່ງຜູ້ຍິງ ພວມຄອດລູກ.
\s5
\v 24 ອົງພຣະຜູ້ເປັນເຈົ້າ ໄດ້ກ່າວ ຕໍ່ເຈົ້າເຢໂຮຍອາກິນ ລູກຊາຍ ຂອງ ກະສັດ ເຢໂຮຍອາກິມ ແຫ່ງ ຢູດາຍ ວ່າ, “ເຮົາເປັນພຣະເຈົ້າ ອົງຊົງຊີວິດຢູ່ຢ່າງແນ່ແທ້ສັນໃດ ເຖິງແມ່ນເຈົ້າ ເປັນແຫວນສຸບຢູ່ໃນມືຂວາຂອງເຮົາ ເຮົາກໍຈະດຶງເຈົ້າ ອອກໄປສັນນັ້ນ
\v 25 ແລະມອບເຈົ້າໃຫ້ແກ່ ປະຊາຊົນທີ່ພວກເຈົ້າ ຢ້ານກົວ ຄື ພວກທີ່ຢາກຂ້າພວກເຈົ້າ ຖິ້ມ. ເຮົາຈະມອບເຈົ້າ ໃຫ້ກະສັດ ເນບູກາດເນັດ ຊາ ແຫ່ງບາບີໂລນ ແລະເຫລົ່າທະຫານ ຂອງ ລາວ.
\v 26 ເຮົາຈະບັງຄັບເຈົ້າ ກັບແມ່ ຂອງເຈົ້າ ໃຫ້ຖືກຈັບໄປຢູ່ໃນຕ່າງຖິ່ນ. ພວກເຈົ້າ ຈະໄປຍັງປະເທດໜຶ່ງ ທີ່ບໍ່ແມ່ນບ້ານເກີດ ເມືງອນອນຂອງພວກເຈົ້າ ແລະ ເຈົ້າທັງສອງຈະຕາຍຢູ່​ທີ່ນັ້ນ.
\s5
\v 27 ພວກເຈົ້າຢາກຈະເຫັນດິນແດນນີ້ ອີກ ແຕ່ຈະບໍ່ໄດ້ກັບຄືນ ມາອີກ ຈັກເທື່ອ. ”
\v 28 ຂ້າພະເຈົ້າ ຖາມວ່າ, “ກະສັດ ເຢໂຮຍອາກິນ ຜູ້ນີ້ ເປັນດັ່ງໝໍ້ ແຕກທີ່ຖືກໂຍນຖິ້ມ ແລະ ບໍ່ມີຜູ້ໃດ ຕ້ອງການ ນັ້ນບໍ? ດ້ວຍເຫດນັ້ນ ລາວ ເອງ ແລະ ລູກຂອງລາວ ຈຶ່ງໄດ້ຖືກຈັບໄປ ເປັນຊະເລີຍ ໃນດິນແດນໜຶ່ງ ຊຶ່ງພວກເຂົາ ບໍ່ຮູ້ຈັກແມ່ນ ຫລືບໍ່? ”
\s5
\v 29 ໂອ ດິນແດນ ດິນແດນ ດິນແດນ ເອີຍ ຈົ່ງຟັງເອົາ ສິ່ງທີ່ອົງພຣະຜູ້ເປັນເຈົ້າ ໄດ້ກ່າວ:
\v 30 “ຊາຍຜູ້ນີ້ໄດ້ຮັບໂທດ ໂດຍ ເສຍລູກ ຂອງຕົນ ຄື ຜູ້ໜຶ່ງຈະບໍ່ປະສົບ ຄວາມສໍາເລັດ ຫຍັງຈັກເທື່ອ. ລາວຈະບໍ່ມີເຊື້ອສາຍ ເພື່ອສືບ ຕໍ່ປົກຄອງໃນຢູດາຍ.”
\s5
\c 23
\p
\v 1 ອົງພຣະຜູ້ເປັນເຈົ້າ ກ່າວວ່າ, “ວິບັດ ແກ່ ພວກຜູ້ລ້ຽງແກະ ຜູ້ທີ່ທາໍລາຍ ແລະເຮັດໃຫ້ກະຈັດກະຈາຍໄປທົ່ວ ທົ່ງຫຍ້າຂອງເຮົາ. ”
\v 2 ຕໍ່ໄປນີ້ ແມ່ນຖ້ອຍຄໍາ ຂອງ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງຊາດ ອິດສະຣາເອນ ທີ່ມີກ່າວເຖິງ ບັນດາພວກຜູ້ລ້ຽງແກະ ຄື ຜູ້ມີໜ້າທີ່ລ້ຽງດູປະຊາຊົນ ຂອງພຣະອົງ ວ່າ, “ພວກເຈົ້າບໍ່ໄດ້ລ້ຽງດູ ປະຊາຊົນ ຂອງເຮົາ; ພວກເຈົ້າ ໄດ້ເຮັດໃຫ້ ພວກເຂົາ ກະຈັດ ກະຈາຍໄປ ແລະ ຂັບໄລ່ພວກເຂົາ ໃຫ້ໜີໄປ ແລະ ບໍ່ໄດ້ເອົາໃຈໃສ່ພວກເຂົາ. ບັດນີ້ ເຮົາຈະລົງໂທດພວກເຈົ້າ ສໍາລັບການຊົ່ວຊ້າ ທີ່ພວກເຈົ້າ ໄດ້ເຮັດນັ້ນ.
\s5
\v 3 ເຮົາຈະທ້ອນໂຮມເອົາ ປະຊາຊົນ ຂອງເຮົາ ທີ່ຍັງເຫລືອຢູ່ ອອກມາຈາກປະເທດທັງ ຫລາຍ ບ່ອນທີ່ເຮົາໄດ້ ເຮັດໃຫ້ພວກເຂົາ ກະຈັດ ກະຈາຍໄປນັ້ນ ກັບຄືນ ມາສູ່ບ້ານເກີດ ເມືອງນອນຂອງພວກເຂົາ. ພວກເຂົາຈະມີ ລູກເພີ່ມທະວີ ຂຶ້ນຢ່າງຫລວງຫລາຍ.
\v 4 ເຮົາຈະແຕ່ງຕັ້ງ ໃຫ້ມີຜູ້ລ້ຽງດູພວກເຂົາ. ປະຊາຊົນຂອງເຮົາ ຈະບໍ່ຢ້ານ ຫລື ສະທ້ານຕົກໃຈກົວ ອີກຕໍ່ໄປ ແລະເຮົາກໍຈະບໍ່​ລົງ​ໂທດ​ພວກ​ເຂົາ​ອີກ." [ອ] ອົງ​ພ​ຣະ​ຜູ້​ເປັນ​ເຈົ້າໄດ້ກ່າວ ດັ່ງນີ້ແຫລະ.
\s5
\v 5 ອົງພຣະຜູ້ເປັນເຈົ້າ ກ່າວ ວ່າ, “ເມື່ອ ເວລານັ້ນ ມາເຖິງ ເຮົາຈະເລືອກເອົາ ຜູ້ໜຶ່ງ ໃນເຊື້ອສາຍ ຂອງ ດາວິດ ມາເປັນກະສັດ ຜູ້ຊອບທາໍ. ກະສັດຜູ້ນີ້ຈະປົກຄອງ ຢ່າງ ສະຫລາດ ແລະ ຈະເຮັດແຕ່ ສິ່ງທີ່ຖືກຕ້ອງ ແລະ ຍຸດຕິທາໍ ຕະຫລອດ ທົ່ວທັງປະເທດ.
\v 6 ໃນສະໄໝ ຂອງ ເພິ່ນນັ້ນ, ປະຊາຊົນ ຢູດາ ຈະປອດໄພ ແລະ ປະຊາຊົນ ອິດສະຣາເອນ ກໍຈະຢູ່ເຢັນເປັນສຸກ. ຄົນຈະເອີ້ນ ເພິ່ນວ່າ, ‘ອົງພຣະຜູ້ເປັນເຈົ້າ ອົງເປັນຄວາມຊອບທາໍ ຂອງພວກຂ້ານ້ອຍ.
\s5
\v 7 ອົງພຣະຜູ້ເປັນເຈົ້າ ກ່າວ ວ່າ, “ເມື່ອ ເວລານັ້ນ ມາເຖິງ ປະຊາຊົນ ຈະບໍ່ສາບານ ໃນນາມຂອງເຮົາ ວ່າ ພຣະເຈົ້າອົງຊົງຊີວິດຢູ່ ຜູ້ໄດ້ນາໍພາປະຊາຊົນ ອິດສະຣາເອນ ອອກມາຈາກ ປະເທດເອຢິບ ອີກຕໍ່ໄປ.
\v 8 ແຕ່ພວກເຂົາ ກັບຈະສາບານ ໃນນາມ ຂອງເຮົາ ວ່າ ພຣະເຈົ້າອົງຊົງຊີວິດຢູ່ ຜູ້ໄດ້ ນາໍພາປະຊາຊົນ ອິດສະຣາເອນ ອອກມາ ຈາກປະເທດ ທາງທິດເໜືອ ແລະ ຈາກ ປະເທດທັງຫລາຍ ບ່ອນທີ່ເຮົາໄດ້ ໃຫ້ ພວກເຂົາ ກະຈັດກະຈາຍ ໄປນັ້ນ. ແລ້ວພວກເຂົາ ກໍຈະໄດ້ຢູ່ໃນດິນແດນ ຂອງ ພວກເຂົາເອງ.”
\s5
\v 9 ຈິດໃຈ ຂອງຂ້ານ້ອຍ ຖືກບີບຄັ້ນ ແລະ ຂ້ານ້ອຍ ພວມສັ່ນເຊັນ ຍ້ອນຖ້ອຍຄໍາອັນສັກສິດ ຍ້ອນອົງພຣະຜູ້ເປັນເຈົ້າ ຂ້ານ້ອຍ ຈຶ່ງເປັນດັ່ງຄົນໜຶ່ງ ທີ່ກາໍລັງມືນ ເມົາ ທີ່ດື່ມເຫລົ້າອະງຸ່ນ ຫລາຍໂພດ.
\v 10 ຄົນທີ່ບໍ່ສັດຊື່ ຕໍ່ອົງພຣະຜູ້ເປັນເຈົ້າ ເຕັມຢູ່ໃນດິນແດນ ໃຊ້ຊີວິດອັນຊົ່ວຊາມ ແລະ ໃຊ້ອໍານາດ ຜິດ ໆ ດ້ວຍ. ດິນແດນ ຈຶ່ງໄວ້ທຸກ ແລະ ທົ່ງຫຍ້າ ກໍຫ່ຽວແຫ້ງໝົດ ເພາະອົງພຣະຜູ້ເປັນເຈົ້າ ໄດ້ນາໍຄໍາສາບແຊ່ງມາຖືກ.
\s5
\v 11 ອົງພຣະຜູ້ເປັນເຈົ້າ ກ່າວ ວ່າ, “ຜູ້ທາໍນວາຍ ທັງປະໂຣຫິດ ຖື ພຣະເຈົ້າ ຕໍ່າ ເຮົາເຫັນພວກເຂົາ ກະທາໍຊົ່ວ ແມ່ນແຕ່ໃນ ພຣະວິຫານ ນັ້ນ.
\v 12 ທາງທີ່ພວກເຂົາ ທຽວໄປນັ້ນຈະມື່ນ ແລະ ມືດມົນ ເຮົາຈະເຮັດໃຫ້ພວກເຂົາ ເຕະສະດຸດລົ້ມລົງ ທັງນັ້ນ. ເມື່ອເຮົານາໍການທາໍລາຍ ແລະ ການລົງໂທດມາ. ” ອົງພຣະຜູ້ເປັນເຈົ້າ ໄດ້ກ່າວ ດັ່ງນີ້ແຫລະ.
\s5
\v 13 ເຮົາໄດ້ເຫັນບາບ ຂອງພວກຜູ້ທາໍນວາຍ ຄື ຜູ້ທາໍນວາຍ ທີ່ ຊາມາເຣຍ ໄດ້ເຮັດ ດັ່ງນີ້: ພວກເຂົາກ່າວ ໃນນາມຂອງພະບາອານ ແລະ ນາໍຄົນຂອງເຮົາ ໃຫ້ຫລົງ ຜິດຍ້ອນ.
\v 14 ແຕ່ຜູ້ທາໍນວາຍ ຊາວເຢຣູຊາເລັມ ເຮັດຊົ່ວ ໂດຍມົວຫລິ້ນຊູ້ ເວົ້າ ຕົວະຍົວະ ຜິດຊາຍຍິງ; ພວກເຂົາ ສົ່ງເສີມ ປະຊາຊົນ ໃຫ້ເຮັດໄປໃນທາງຜິດ ເພື່ອ ຈະບໍ່ໃຫ້ ມີຜູ້ໃດ ຜູ້ໜຶ່ງ ເຊົາເຮັດຊົ່ວໄດ້. ສໍາລັບ ເຮົາແລ້ວ ພວກເຂົາ ຊົ່ວຊ້າ ກັນ ທັງໝົດ ເທົ່າກັບຊາວເມືອງ ໂຊໂດມ ແລະ ໂກໂມຣາ ພຸ້ນ.
\v 15 ດັ່ງນັ້ນ ແຫລະ ຕໍ່ໄປນີ້ ແມ່ນສິ່ງທີ່ ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດ ຍິ່ງໃຫຍ່ ກ່າວເຖິງພວກຜູ້ທາໍ ນວາຍ ຂອງ ນະຄອນ ເຢຣູຊາເລັມ ວ່າ, “ເຮົາຈະໃຫ້ພວກເຂົາ ໄດ້ກິນພືດຂົມ ນາໆ ຊະນິດ ແລະ ໃຫ້ນໍ້າເປັນພິດ ແກ່ພວກເຂົາ ໄດ້ດື່ມ ເພາະພວກຜູ້ທາໍນວາຍ ໃນ ນະຄອນ ເຢຣູຊາເລັມ ໄດ້ແຜ່ຄວາມ ບໍ່ຢໍາເກງພຣະເຈົ້າ ໄປທົ່ວປະເທດ.”
\s5
\v 16 ອົງພຣະຜູ້ເປັນເຈົ້າ ອົງຊົງຣິດ ອໍານາດ ຍິ່ງໃຫຍ່ ໄດ້ກ່າວແກ່ ຊາວນະຄອນ ເຢຣູຊາເລັມ ວ່າ, “ຢ່າສູ່ຟັງ ສິ່ງທີ່ພວກຜູ້ ທໍານວາຍ ເວົ້າ; ພວກເຂົາໃຫ້ ພວກເຈົ້າ ເຕັມໄປດ້ວຍ ຄວາມຫວັງ ທີ່ຈອມປອມ. ພວກເຂົາ ບອກພວກເຈົ້າ ໃນສິ່ງທີ່ພວກເຂົາໄດ້ປັ້ນແຕ່ງຂຶ້ນມາເອງ ແຕ່ບໍ່ແມ່ນ ສິ່ງທີ່ເຮົາໄດ້ບອກ.
\v 17 ສໍາລັບປະຊາຊົນ ຜູ້ທີ່ບໍ່ຍອມຟັງ ສິ່ງທີ່ເຮົາໄດ້ກ່າວນັ້ນ ພວກເຂົາຕ່າງ ກໍສືບຕໍ່ບອກ ວ່າ, ‘ອົງພຣະຜູ້ ເປັນເຈົ້າ ກ່າວວ່າ ພວກເຈົ້າ ຈະຢູ່ເຢັນ ເປັນສຸກ. ພວກເຂົາ ບອກທຸກຄົນ ທີ່ດື້ດ້ານ ວ່າ, ‘ໄພພິບັດ ຈະບໍ່ມາຖືກ ພວກເຈົ້າ ຈັກເທື່ອ.
\v 18 ຂ້າພະເຈົ້າ ໄດ້ກ່າວ ວ່າ, “ໃນພວກຜູ້ທາໍນວາຍ ເຫລົ່ານີ້ ບໍ່ມີຜູ້ໃດ ທີ່ເຄີຍໄດ້ຮູ້ຈັກຄວາມຄິດ ອັນລຶກລັບ ຂອງ ອົງພຣະຜູ້ເປັນເຈົ້າ. ໃນພວກເຂົາ ບໍ່ມີຜູ້ໃດ ເຄີຍໄດ້ຍິນ ຫລື ໄດ້ເຂົ້າໃຈ ໃນ ຖ້ອຍຄໍາ ຂອງພຣະອົງ ຫລື ເຄີຍໄດ້ຟັງ ຫລື ເຄີຍເອົາໃຈໃສ່ ຕໍ່ສິ່ງທີ່ພຣະອົງໄດ້ກ່າວ.
\s5
\v 19 ຄວາມໂກດຮ້າຍ ຂອງ ພຣະອົງ ເປັນດັ່ງພະຍຸໃຫຍ່ ຄື ລົມແຮງ ທີ່ຈະພັດ ກະໜໍ່າຢູ່ເທິງຫົວ ຂອງ ຄົນຊົ່ວຮ້າຍ
\v 20 ແລະ ມັນຈະບໍ່ເຊົາພັດຈົນກວ່າ ຜູ້ນັ້ນ ຈະ ເຮັດທຸກສິ່ງຕາມ ທີ່ພຣະອົງຕ້ອງການ ໃຫ້ ເຮັດ. ຕໍ່ໄປພວກເຈົ້າ ຈະເຂົ້າໃຈ ເລື່ອງນີ້ ຢ່າງແຈ່ມແຈ້ງ.”
\s5
\v 21 ອົງພຣະຜູ້ເປັນເຈົ້າ ໄດ້ກ່າວ ວ່າ, “ເຮົາບໍ່ໄດ້ໃຊ້ ຜູ້ທາໍນວາຍ ເຫລົ່ານີ້ໄປ ແຕ່ ພວກເຂົາໄປເອງ. ເຮົາບໍ່ໄດ້ໃຫ້ ຖ້ອຍຄໍາ ຫຍັງ ແກ່ພວກເຂົາເລີຍ; ແຕ່ພວກເຂົາ ກໍ ກ່າວ ໃນນາມຂອງເຮົາ.
\v 22 ຖ້າພວກເຂົາຮູ້ຄວາມ ນຶກຄິດ ອັນລຶກລັບ ຂອງເຮົາ ແລ້ວ ພວກເຂົາກໍຄວນປະກາດ ຖ້ອຍຄໍາ ຂອງເຮົາ ໃຫ້ປະຊາຊົນຂອງເຮົາຟັງ ແລະ ນໍາພາພວກເຂົາ ໃຫ້ປະຖິ້ມ ການດໍາລົງ ຊີວິດ ອັນບໍ່ດີ ແລະ ຊົ່ວຊ້າ ທີ່ພວກເຂົາ ເຮັດຢູ່ນັ້ນ.”
\s5
\v 23 ອົງພຣະຜູ້ເປັນເຈົ້າ ໄດ້ກ່າວ ວ່າ, “ເຮົາແມ່ນ ພຣະເຈົ້າ ຜູ້ຢູ່ທຸກ ທີ່ທຸກບ່ອນ ແລະ ບໍ່ໄດ້ຢູ່ແຕ່ໃນບ່ອນດຽວ. ”
\v 24 ອົງພຣະຜູ້ເປັນເຈົ້າ ໄດ້ກ່າວ ວ່າ, “ບໍ່ມີຜູ້ໃດ ຫລົບລີ້ ຈາກສາຍຕາ ຂອງເຮົາໄປໄດ້. ພວກເຈົ້າ ບໍ່ຮູ້ ຫລື ວ່າ ເຮົາຢູ່ທຸກໆ ບ່ອນ ທັງໃນສະຫວັນ ແລະ ທີ່ແຜ່ນດິນໂລກ? ” ອົງພຣະຜູ້ເປັນເຈົ້າ ກ່າວດັ່ງນັ້ນແຫລະ.
\s5
\v 25 “ເຮົາຮູ້ສິ່ງທີ່ ຜູ້ທາໍນວາຍ ເຫລົ່ານັ້ນ ໄດ້ເວົ້າຕົວະ ໃນນາມຂອງເຮົາ; ແລະ ອ້າງ ວ່າ ເຮົາໄດ້ມອບ ຖ້ອຍຄໍາ ຂອງເຮົາໃຫ້ພວກເຂົາ ທາງຄວາມຝັນ.
\v 26 ຜູ້ທາໍນວາຍ ເຫລົ່ານີ້ ຍັງຈະນາໍປະຊາຊົນ ຂອງເຮົາ ໄປໃນທາງຜິດດ້ວຍ ການຕົວະ ທີ່ພວກເຂົາແຕ່ງຂຶ້ນມານັ້ນ ອີກດົນປານໃດ?
\v 27 ພວກເຂົາຄິດວ່າ ຄວາມຝັນ ຊຶ່ງພວກເຂົາ ບອກນັ້ນ ຈະເຮັດໃຫ້ປະຊາຊົນ ຂອງເຮົາລືມເຮົາໄປ ດັ່ງທີ່ພໍ່ຂອງພວກເຂົາ ໄດ້ລືມໄລເຮົາ ແລະ ຫັນໄປຫາ ພະບາອານ ນັ້ນ.
\s5
\v 28 ຜູ້ທາໍນວາຍ ທີ່ໄດ້ຝັນ ກໍຄວນກ່າວ ວ່າ ເປັນແຕ່ຄວາມຝັນ ເທົ່ານັ້ນ; ແຕ່ຜູ້ທາໍນວາຍ ທີ່ໄດ້ຍິນຖ້ອຍຄໍາ ຂອງເຮົາ ກໍຕ້ອງປະກາດ ຖ້ອຍຄໍາ ນັ້ນຢ່າງສັດຊື່. ເຟືອງເຂົ້າ ຈະປຽບ ກັບ ເຂົ້າ ໄດ້ບໍ? ” ອົງພຣະຜູ້ເປັນເຈົ້າ ກ່າວ ດັ່ງນັ້ນແຫລະ.
\v 29 ອົງພຣະຜູ້ເປັນເຈົ້າ ກ່າວ ວ່າ, “ຖ້ອຍຄໍາ ຂອງເຮົາ ເປັນດັ່ງໄຟ ແລະ ຄ້ອນຕີ ຊຶ່ງຕີກ້ອນຫິນ ໃຫ້ແຕກເປັນ ປ່ຽງໄດ້. ”
\v 30 ອົງພຣະຜູ້ເປັນເຈົ້າ ກ່າວ ວ່າ, “ເຮົາຕໍ່ສູ້ຜູ້ທໍານວາຍ ເຫລົ່ານັ້ນ ທີ່ຖືເອົາ ຄໍາເວົ້າ ຂອງ ກັນແລະກັນ ໄປປະກາດ ວ່າ ເປັນຖ້ອຍຄໍາ ຂອງເຮົາ.”
\s5
\v 31 ອົງພຣະຜູ້ເປັນເຈົ້າ ກ່າວ ວ່າ, “ເຮົາຕໍ່ ສູ້ຜູ້ທໍານວາຍ ເຫລົ່ານັ້ນ ທີ່ປະກາດ ຄໍາເວົ້າ ຂອງຕົນເອງ ວ່າ ເປັນຖ້ອຍຄໍາ ຂອງເຮົາ. ”
\v 32 ອົງພຣະຜູ້ເປັນເຈົ້າ ກ່າວ ວ່າ, “ຈົ່ງຮັບຟັງ ສິ່ງທີ່ ເຮົາ ຄື ອົງພຣະຜູ້ເປັນເຈົ້າ ກ່າວ ເຮົາຕໍ່ສູ້ຜູ້ທາໍນວາຍ ທັງຫລາຍ ຜູ້ທີ່ເລົ່າຄວາມຝັນ ຕ່າງໆ ຂອງຕົນ ຊຶ່ງເຕັມໄປດ້ວຍ ຄໍາຕົວະຍົວະ. ພວກເຂົາເລົ່າຄວາມຝັນນັ້ນ ແລະ ນາໍ ປະຊາຊົນຂອງເຮົາໃຫ້ຫລົງຜິດໄປ ດ້ວຍຄໍາ ຕົວະຍົວະ ແລະ ຄໍາໂອ້ອວດ ຂອງ ພວກເຂົາ. ເຮົາບໍ່ໄດ້ໃຊ້ ຫລື ສັ່ງພວກເຂົາໄປ ແລະ ພວກເຂົາ ກໍບໍ່ໄດ້ຊ່ວຍເຫລືອ ປະຊາຊົນ ຫຍັງເລີຍ. ” ອົງພຣະຜູ້ເປັນເຈົ້າ ໄດ້ກ່າວ ດັ່ງນີ້ແຫລະ.
\s5
\v 33 ອົງພຣະຜູ້ເປັນເຈົ້າ ໄດ້ກ່າວແກ່ຂ້າພະເຈົ້າ ວ່າ, “ເຢເຣມີຢາ ເອີຍ ເມື່ອຜູ້ໃດ ໃນປະຊາຊົນ ຂອງເຮົາ ຫລື ຜູ້ທາໍນວາຍ ຄົນໃດ ຫລື ປະໂຣຫິດ ຄົນໃດ ຖາມເຈົ້າ ວ່າ, ‘ອົງພຣະຜູ້ເປັນເຈົ້າ ໄດ້ກ່າວ ຢ່າງໃດ? ໃຫ້ເຈົ້າ ຕອບຄົນນັ້ນ ວ່າ, ‘ເຈົ້າເປັນພາລະໜັກ [ຮ] ໃຫ້ແກ່ ອົງພຣະຜູ້ເປັນເຈົ້າ ແລະ ພຣະອົງ ກໍຈະກໍາຈັດເຈົ້າເສຍ.
\v 34 ຖ້າຜູ້ໃດ ໃນປະຊາຊົນ ຂອງເຮົາ ຫລື ຜູ້ທາໍນວາຍ ຄົນໃດ ຫລື ປະໂຣຫິດ ຄົນໃດ ໃຊ້ຄໍາເວົ້າ ທີ່ວ່າ, ‘ພາລະໜັກ ຂອງ ອົງພຣະຜູ້ເປັນເຈົ້າ. ເຮົາ ຈະລົງໂທດ ຄົນນັ້ນ ແລະ ຄອບຄົວຂອງລາວ ດ້ວຍ.
\s5
\v 35 ແທນທີ່ ລາວຈະເວົ້າ ເຊັ່ນນັ້ນ ໃຫ້ແຕ່ລະຄົນ ຖາມໝູ່ເພື່ອນ ແລະ ພີ່ນ້ອງຂອງຕົນວ່າ, ‘ອົງພຣະຜູ້ເປັນເຈົ້າ ໃຫ້ຄໍາຕອບ ຢ່າງໃດ? ອົງພຣະຜູ້ເປັນເຈົ້າ ກ່າວ ວ່າຢ່າງໃດ?
\v 36 ສະນັ້ນ ພວກເຂົາ ບໍ່ຕ້ອງໃຊ້ ້ຄໍາວ່າ, ‘ພາລະໜັກ ຂອງ ອົງພຣະຜູ້ເປັນເຈົ້າ. ເພາະຖ້າຜູ້ໃດ ໃຊ້ຄໍາເວົ້ານັ້ນ ເຮົາຈະ ເຮັດໃຫ້ຖ້ອຍຄໍາ ຂອງເຮົາ ກາຍເປັນພາລະໜັກ ແທ້ໆ ສໍາລັບ ຜູ້ນັ້ນ. ປະຊາຊົນໄດ້ ບິດເບືອນ ຖ້ອຍຄໍາ ແຫ່ງ ພຣະເຈົ້າ ຂອງ ພວກເຂົາ ຄື ພຣະເຈົ້າ ອົງຊົງຊີວິດຢູ່ ອົງພຣະຜູ້ ເປັນເຈົ້າ ອົງຊົງຣິດອໍານາດ ຍິ່ງໃຫຍ່.
\s5
\v 37 ເຢເຣມີຢາ ເອີຍ ຈົ່ງຖາມ ບັນດາ ຜູ້ທາໍນວາຍ ວ່າ, ‘ອົງພຣະຜູ້ເປັນເຈົ້າ ໃຫ້ຄໍາຕອບຫຍັງ ແກ່ພວກເຈົ້າ? ພຣະອົງໄດ້ກ່າວ ວ່າ ຢ່າງໃດ?
\v 38 ຖ້າພວກເຂົາ ບໍ່ເຊື່ອຟັງ ຄໍາສັ່ງຂອງເຮົາ ແລະ ໃຊ້ຄໍາສັບ ທີ່ວ່າ, ‘ພາລະໜັກ ຂອງ ອົງພຣະຜູ້ເປັນເຈົ້າ. ແລ້ວຈົ່ງບອກພວກເຂົາວ່າ
\v 39 ແນ່ນອນ ເຮົາ ຈະຢິບ ຜູ້ນັ້ນຂຶ້ນ [ກ] ແລະ ໂຍນ ພວກເຂົາ ໃຫ້ໜີໄປໄກຈາກເຮົາ ລວມທັງ ພວກເຂົາ ແລະ ນະຄອນ ທີ່ເຮົາໄດ້ມອບໃຫ້ແກ່ ພວກເຂົາ ແລະ ບັນພະບຸລຸດ ຂອງ ພວກເຂົາ ດ້ວຍ.
\v 40 ເຮົາຈະນໍາ ຄວາມອັບອາຍ ອັນ ຕະຫລອດໄປ ມາຍັງພວກເຂົາ ໂດຍບໍ່ມີມື້ລືມໄລ ໄດ້ຈັກເທື່ອ.”
\s5
\c 24
\p
\v 1 ອົງພຣະຜູ້ເປັນເຈົ້າ ໄດ້ສໍາແດງ ໃຫ້ຂ້າພະເຈົ້າ ເຫັນໝາກເດື່ອ ສອງກະຕ່າ ຊຶ່ງວາງໄວ້ ຢູ່ຕໍ່ໜ້າພຣະວິຫານ. (ເລື່ອງນີ້ ໄດ້ເກີດຂຶ້ນ ຫລັງຈາກ ກະສັດ ເນບູກາດເນັດຊາ ແຫ່ງ ບາບີໂລນ ໄດ້ຈັບເຈົ້າເຢໂຮຍອາກິນ ລູກຊາຍ ຂອງ ເຈົ້າເຢໂຮຍອາກິມ ກະສັດ ແຫ່ງ ຢູດາຍ ຈາກນະຄອນ ເຢຣູຊາເລັມ ໄປຍັງ ບາບີໂລນ ພ້ອມກັບພວກຜູ້ນາໍ ຂອງ ຢູດາຍ, ພວກຊ່າງສີມື ແລະ ພວກຄົນງານ ທີ່ຊໍານິ ຊໍານານ.)
\v 2 ກະຕ່າ ໜ່ວຍທີໜຶ່ງໄດ້ ບັນຈຸ ໝາກເດື່ອດີ ຄື ໝາກທີ່ໄດ້ ເກັບແຕ່ ຫົວປີ; ກະຕ່າ ໜ່ວຍທີສອງ ໄດ້ບັນຈຸ ໝາກເດື່ອ ບໍ່ດີ ຄື ກືນບໍ່ໄດ້ເລີຍ.
\v 3 ແລ້ວ ອົງພຣະຜູ້ເປັນເຈົ້າ ກໍໄດ້ກ່າວ ແກ່ຂ້າພະເຈົ້າ ວ່າ, “ເຢເຣມີຢາ ເອີຍ ເຈົ້າເຫັນຫຍັງແດ່? ” ຂ້າພະເຈົ້າຕອບ ວ່າ, “ເຫັນໝາກເດື່ອ ໜ່ວຍ ດີ ກໍດີທີ່ສຸດ ແລະ ໜ່ວຍບໍ່ດີ ກໍບໍ່ດີຈົນກິນ ບໍ່ໄດ້.”
\s5
\v 4 ສະນັ້ນ ອົງພຣະຜູ້ເປັນເຈົ້າ ຈຶ່ງກ່າວ ແກ່ຂ້າພະເຈົ້າ ວ່າ,
\v 5 “ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ ແຫ່ງຊາດອິດສະຣາເອນ ພິຈາລະນາ ເຫັນວ່າ ປະຊາຊົນທີ່ໄດ້ ຖືກຈັບໄປຍັງ ບາບີໂລນ ນັ້ນເປັນດັ່ງໝາກເດື່ອ ທີ່ດີ ແລະ ເຮົາຈະປະຕິບັດ ຕໍ່ພວກເຂົາຢ່າງ ໃຈເມດຕາ.
\v 6 ເຮົາຈະເຝົ້າເບິ່ງພວກເຂົາ ແລະ ຈະນາໍພວກເຂົາ ກັບຄືນມາ ຍັງດິນແດນນີ້. ເຮົາຈະກໍ່ສ້າງ ແລະ ຫລໍ່ຫລອມ ພວກເຂົາ ຂຶ້ນ ແລະ ຈະບໍ່ທາໍລາຍພວກເຂົາລົງ; ເຮົາຈະປູກ ພວກເຂົາໄວ້ ແລະ ຈະບໍ່ຫລົກພວກເຂົາ ຖິ້ມ.
\v 7 ເຮົາຈະໃຫ້ພວກເຂົາ ມີຄວາມ ປາຖະໜາ ຢາກຮູ້ຈັກ ວ່າ ເຮົາແມ່ນ ອົງພຣະຜູ້ເປັນເຈົ້າ. ແລ້ວພວກເຂົາ ກໍຈະເປັນປະຊາຊົນ ຂອງເຮົາ ແລະ ເຮົາກໍຈະເປັນ ພຣະເຈົ້າ ຂອງພວກເຂົາ; ເພາະພວກເຂົາ ຈະກັບຄືນມາຫາເຮົາ ຢ່າງໝົດຈິດໝົດໃຈ.
\s5
\v 8 ສໍາລັບ ກະສັດ ເຊເດກີຢາ ແຫ່ງ ຢູດາຍ ບັນດາ ພວກເຈົ້ານາຍ ຂອງລາວ ແລະ ປະຊາຊົນໃນນະຄອນ ເຢຣູຊາເລັມ ທີ່ຍັງເຫລືອຢູ່ ຄື ຜູ້ທີ່ໄດ້ອາໄສ ຢູ່ໃນດິນແດນ ຫລື ຍົກຍ້າຍ ໄປຍັງປະເທດ ເອຢິບ ນັ້ນ; ອົງພຣະຜູ້ເປັນເຈົ້າ ກ່າວ ວ່າ ເຮົາຈະປະຕິບັດ ຕໍ່ພວກເຂົາ ດັ່ງໝາກເດື່ອ ບໍ່ດີ ຈົນກິນບໍ່ໄດ້.
\v 9 ເຮົາຈະນາໍ ໄພພິບັດມາສູ່ພວກເຂົາ ຈົນຊົນຊາດ ທັງຫລາຍ ຈະເກີດຢ້ານກົວຫຼາຍ. ປະຊາຊົນ ຈະຫົວເລາະໃສ່ພວກເຂົາ, ເວົ້າ ສຽດສີພວກເຂົາ, ເວົ້າເຍາະເຍີ້ຍ ພວກເຂົາ ແລະ ໃຊ້ຊື່ຂອງ ພວກເຂົາ ເປັນຄໍາສາບແຊ່ງ ໃນທົ່ວທຸກບ່ອນ ທີ່ພວກເຂົາ ກະຈັດກະຈາຍໄປ.
\v 10 ເຮົາຈະນາໍເສິກສົງຄາມ, ຄວາມ ຕາຍອຶດ ຕາຍຫິວ ແລະ ການເຈັບໄຂ້ໄດ້ປ່ວຍ ມາສູ່ພວກເຂົາ ຈົນບໍ່ມີຜູ້ໃດ ໃນພວກເຂົາ ເຫລືອຢູ່ໃນດິນແດນ ທີ່ເຮົາໄດ້ມອບ ໃຫ້ພວກເຂົາ ແລະ ບັນພະບຸລຸດ ຂອງ ພວກເຂົາ.”
\s5
\c 25
\p
\v 1 ໃນຣາຊການ ປີທີສີ່ ຂອງເຈົ້າເຢໂຮຍອາກິມ ລູກຊາຍຂອງເຈົ້າ ໂຢສີຢາ ກະສັດ ແຫ່ງ ຢູດາຍ; ຂ້າພະເຈົ້າໄດ້ຮັບຖ້ອຍຄໍາ ມາຈາກ ອົງພຣະຜູ້ເປັນເຈົ້າ ກ່ຽວກັບ ປະຊາຊົນ ທັງໝົດຂອງ ຢູດາຍ. (ເລື່ອງນີ້ ໄດ້ ເກີດຂຶ້ນ ໃນປີທີໜຶ່ງ ທີ່ ເນບູກາດເນັດຊາ ໄດ້ເປັນກະສັດ ແຫ່ງ ບາບີໂລນ.)
\v 2 ຂ້າພະເຈົ້າ ໄດ້ກ່າວແກ່ ປະຊາຊົນ ຢູດາ ແລະ ຊາວ ນະຄອນ ເຢຣູຊາເລັມ ທຸກຄົນ ວ່າ,
\s5
\v 3 “ເປັນເວລາ ຊາວສາມປີ ແລ້ວ ຄື ນັບຕັ້ງ ແຕ່ ປີທີສິບສາມ ທີ່ເຈົ້າໂຢສີຢາ ລູກຊາຍ ຂອງ ເຈົ້າອາໂມນ ໄດ້ຂຶ້ນ ເປັນກະສັດ ແຫ່ງ ຢູດາຍ ມາຈົນເຖິງ ບັດນີ້ ອົງພຣະຜູ້ເປັນເຈົ້າ ໄດ້ກ່າວແກ່ຂ້າພະເຈົ້າ ແລະ ຂ້າພະເຈົ້າກໍບໍ່ເຄີຍ ປົກປິດຖ້ອຍຄໍາ ທີ່ພຣະອົງ ໄດ້ກ່າວນັ້ນ ຈາກພວກທ່ານເລີຍ. ແຕ່ ພວກທ່ານ ບໍ່ໄດ້ເອົາໃຈໃສ່.
\v 4 ພວກທ່ານ ບໍ່ຍອມຟັງ ຫລື ສົນໃຈ ເລີຍ; ເຖິງແມ່ນວ່າ ອົງພຣະຜູ້ເປັນເຈົ້າ ໄດ້ສືບຕໍ່ ສົ່ງພວກຜູ້ທາໍນວາຍ ຜູ້ຮັບໃຊ້ຂອງ ພຣະອົງ ມາຍັງພວກທ່ານ ກໍຕາມ.
\s5
\v 5 ພວກເພິ່ນໄດ້ບອກ ພວກທ່ານ ໃຫ້ປ່ຽນ ຈາກ ການດໍາເນີນຊີວິດ ອັນບໍ່ດີ ແລະ ຈາກ ການຊົ່ວຊ້າ ທັງຫລາຍ ທີ່ພວກທ່ານ ກາໍລັງເຮັດຢູ່ ເພື່ອວ່າພວກທ່ານ ຈະໄດ້ອາໄສຢູ່ ໃນດິນແດນ ຊຶ່ງອົງພຣະຜູ້ເປັນເຈົ້າ ໄດ້ມອບແກ່ ພວກທ່ານ ແລະ ບັນພະບຸລຸດ ຂອງພວກທ່ານ ໃຫ້ເປັນກາໍມະສິດ ອັນຕະຫລອດໄປ.
\v 6 ພວກເພິ່ນໄດ້ບອກພວກທ່ານ ບໍ່ໃຫ້ ຂາບໄຫວ້ ແລະ ຮັບໃຊ້ບັນດາ ພະອື່ນ; ແລະ ຢ່າເຮັດໃຫ້ ອົງພຣະຜູ້ເປັນເຈົ້າ ໂກດຮ້າຍ ໂດຍ ຂາບໄຫວ້ຮູບເຄົາ ຣົບ ທັງຫລາຍ ທີ່ພວກທ່ານ ໄດ້ເຮັດຂຶ້ນເອງ. ຖ້າພວກທ່ານ ເຊື່ອຟັງ ອົງພຣະຜູ້ເປັນເຈົ້າ ແລ້ວພຣະອົງ ກໍຈະ ບໍ່ໄດ້ລົງໂທດ ພວກທ່ານ.
\s5
\v 7 ກົງກັນຂ້າມ ອົງພຣະຜູ້ເປັນເຈົ້າ ກ່າວ ວ່າ ພວກທ່ານປະຕິເສດ ທີ່ຈະຍອມຟັງ ພຣະອົງ, ແຕ່ພວກທ່ານ ກັບເຮັດໃຫ້ພຣະອົງ ໂກດຮ້າຍ ໂດຍ ຂາບໄຫວ້ຮູບເຄົາຣົບ ຕ່າງໆ; ສິ່ງນັ້ນແຫລະ ໄດ້ນາໍເອົາການລົງໂທດ ຂອງ ພຣະອົງ ມາສູ່ພວກທ່ານເອງ.
\v 8 ສະນັ້ນແຫລະ ເພາະພວກທ່ານ ບໍ່ໄດ້ເຊື່ອຟັງ ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດ ຍິ່ງໃຫຍ່ ພຣະອົງ ຈຶ່ງກ່າວ ວ່າ,
\v 9 ‘ເຮົາຈະເອີ້ນເອົາ ຊົນຊາດທັງໝົດ ຈາກທາງທິດເໜືອ ມາພ້ອມ ກະສັດ ເນບູກາດເນັດຊາ ແຫ່ງ ບາບີໂລນ ຜູ້ຮັບໃຊ້ຂອງເຮົາ. ເຮົາຈະນາໍພວກເຂົາໄປ ຕໍ່ ສູ້ອານາຈັກ ຢູດາຍ ພ້ອມກັບພົນລະເມືອງ ທັງໝົດ ແລະ ຕໍ່ສູ້ປະເທດ ໃກ້ຄຽງ ທັງໝົດດ້ວຍ. ເຮົາຈະທາໍລາຍ ປະເທດນີ້ ແລະ ປະເທດໃກ້ຄຽງ ທັງຫລາຍ ໃຫ້ຮົກຮ້າງ ເພພັງ ຕະຫລອດໄປ ຊຶ່ງຈະເປັນສະພາບ ຕົກສະທ້ານ ຢ້ານກົວໃຈຫລາຍ ເມື່ອໄດ້ພົບເຫັນ. ເຮົາ ຄື ອົງພຣະຜູ້ເປັນເຈົ້າ ໄດ້ກ່າວດັ່ງນີ້ແຫລະ.
\s5
\v 10 ເຮົາຈະເຮັດໃຫ້ ສຽງມ່ວນຊື່ນ ແລະ ສຽງເຈົ້າບ່າວ ເຈົ້າສາວ ທີ່ມີຄວາມສຸກ ໃນ ພິທີແຕ່ງງານ ມິດງຽບໄປ. ພວກເຂົາຈະບໍ່ມີນາໍ້ມັນ ສໍາລັບຕະກຽງ ແລະ ຈະບໍ່ມີເຂົ້າປາອາຫານ ກິນດ້ວຍ.
\v 11 ດິນແດນທັງໝົດນີ້ ຈະຖືກປະປ່ອຍ ໃຫ້ຮົກຮ້າງ ເພພັງ ຊຶ່ງຈະເປັນສະພາບ ຕົກສະທ້ານ ຢ້ານກົວໃຈ ຫລາຍ ເມື່ອໄດ້ພົບເຫັນ; ແລະ ປະເທດໃກ້ຄຽງ ຈະຮັບໃຊ້ກະສັດ ແຫ່ງ ບາບີໂລນ ເປັນເວລາ ເຈັດສິບປີ.
\s5
\v 12 ຫລັງຈາກນັ້ນ ເຮົາຈະລົງໂທດ ບາບີໂລນ ພ້ອມທັງກະສັດ ເພາະບາບຂອງ ພວກເຂົາ. ເຮົາຈະທາໍລາຍ ປະເທດນີ້ ໃຫ້ຮົກຮ້າງເພພັງ ຕະຫລອດໄປ.
\v 13 ເຮົາຈະລົງໂທດ ບາບີໂລນ ດ້ວຍໄພພິບັດ ທັງໝົດ ທີ່ເຮົາໄດ້ຂູ່ ວ່າຈະນາໍມາສູ່ປະເທດ ທັງຫລາຍ ເມື່ອເຮົາໄດ້ກ່າວ ຜ່ານທາງ ເຢເຣມີຢາ ນັ້ນ ຄື ໄພພິບັດ ທັງໝົດ ທີ່ໄດ້ບັນທຶກໄວ້ ໃນໜັງສືນີ້.
\v 14 ເຮົາຈະແກ້ແຄ້ນ ຊາວບາບີໂລນ ໃນສິ່ງທີ່ພວກເຂົາໄດ້ເຮັດ ແລະ ປະເທດທັງຫລາຍ ແລະ ບັນດາກະສັດ ຜູ້ມີອໍານາດ ຈະເອົາພວກເຂົາໄປ ເປັນທາດຮັບໃຊ້.
\s5
\v 15 ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງ ຊາດອິດສະຣາເອນ ໄດ້ກ່າວແກ່ຂ້າພະເຈົ້າ ວ່າ, “ນີ້ແມ່ນ ຈອກເຫລົ້າອະງຸ່ນ ທີ່ເຕັມໄປ ດ້ວຍ ຄວາມໂກດຮ້າຍຂອງເຮົາ. ຈົ່ງເອົາໄປ ໃຫ້ປະເທດ ທັງໝົດ ທີ່ເຮົາສົ່ງເຈົ້າໄປນັ້ນ ແລະ ໃຫ້ພວກເຂົາດື່ມເຫລົ້າອະງຸ່ນ ຈາກ ຈອກນີ້.
\v 16 ເມື່ອພວກເຂົາດື່ມແລ້ວ ພວກເຂົາຈະໂຊເຊ ແລະ ເສຍສະຕິໄປ ເພາະເສິກສົງຄາມ ທ່ີ່ເຮົາຈະສົ່ງມາ ຕໍ່ສູ້ພວກເຂົາ.”
\s5
\v 17 ດັ່ງນັ້ນ ຂ້າພະເຈົ້າ ຈຶ່ງຈັບເອົາຈອກ ຈາກມືຂອງ ອົງພຣະຜູ້ເປັນເຈົ້າ ມາຍື່ນໃຫ້ປະເທດ ທັງໝົດ ຊຶ່ງອົງພຣະຜູ້ເປັນເຈົ້າ ໄດ້ໃຊ້ໃຫ້ຂ້າພະເຈົ້າໄປ ແລະ ໃຫ້ພວກເຂົາ ໄດ້ ດື່ມເຫລົ້າອະງຸ່ນ ຈາກຈອກນັ້ນ.
\v 18 ນະຄອນ ເຢຣູຊາເລັມ ແລະ ເມືອງທັງໝົດ ຂອງ ຢູດາຍ ພ້ອມທັງບັນດາກະສັດ ແລະ ພວກເຈົ້ານາຍ ໄດ້ຖືກບັງຄັບໃຫ້ດື່ມ ເພື່ອວ່າ ເມືອງເຫລົ່ານີ້ ຈະກາຍເປັນເມືອງ ຮົກຮ້າງ ຫວ່າງຄົນ ຊຶ່ງຈະເປັນສະພາບ ຕົກສະທ້ານ ຢ້ານກົວໃຈຫລາຍ ເມື່ອໄດ້ພົບເຫັນ; ແລະ ເພື່ອວ່າ ປະຊາຊົນຈະໃຊ້ຊື່ ຂອງ ພວກເຂົາ ເປັນຄໍາສາບແຊ່ງ ດັ່ງທີ່ພວກເຂົາ ຍັງປະຕິບັດກັນຢູ່.
\s5
\v 19 ຕໍ່​ໄປ​ນີ້​ແມ່ນ​ລາຍ​ຊື່​ຂອງ​ຜູ້​ທີ່​ຖືກ​ບັງ​ຄັບ​ໃຫ້​ດື່ມ​ເຫລົ້າ​ອະ​ງ​ຸ່ນ ມີ​ດັ່ງ​ນີ້: ກະ​ສັດ​ຟາ​ຣາ​ໂອ​ແຫ່ງ​ເອ​ຢິບ, ຂ້າ​ຣາ​ຊ​ການ ແລະ​ພວກ​ເຈົ້າ​ນາຍ​ຂອງ​ເພິ່ນ.
\v 20 ບັນ​ດາ​ຊາວ​ເອ​ຢິບ​ ແລະ​ຊາວ​ຕ່າງ​ປະ​ເທດ ທັງ​ໝົດ ທີ່​ອາ​ໄສ​ຢູ່​ໃນ​ປະ​ເທດ​ເອ​ຢິບ. ບັນ​ດາ​ກະ​ສັດ​ທັງ​ໝົດ​ໃນ​ດິນ​ແດນ​ອຸ​ຊະ; ບັນ​ດາ​ກະ​ສັດ​ທັງ​ໝົດ​ຂອງ ຊາວ​ຟິ​ລິດ​ສະ​ຕິນ; ເມືອງອາ​ສະ​ເກ​ໂລນ, ກາ​ຊາ, ເອັກ​ໂຣນ ແລະ​ຜູ້​ທີ່​ເຫລືອຢູ່​ໃນ ອາ​ສະ​ໂດດ.
\v 21 ບັນ​ດາ​ປະ​ຊາ​ຊົນ ທັງ​ໝົດ​ຂອງ ເອ​ໂດມ, ໂມ​ອາບ ແລະ ອຳ​ໂມນ;
\s5
\v 22 ບັນດາ ກະສັດທັງໝົດ ຂອງເມືອງ ຕີເຣ ແລະ ຊີໂດນ; ບັນດາກະສັດ ທັງໝົດຂອງດິນແດນ ຕ່າງໆ ແຖບທະເລ ເມດີແຕຣາເນ;
\v 23 ບັນດາ ເມືອງຕ່າງໆ ເຊັ່ນ: ເດດານ, ເຕມາ ແລະ ບູຊະ; ບັນດາ ປະຊາຊົນ ທັງໝົດ ທີ່ກຽນຜົມສັ້ນໆ;
\s5
\v 24 ບັນດາ ກະສັດທັງໝົດ ຂອງ ດິນແດນ ອາຣາເບຍ; ບັນດາກະສັດ ທັງໝົດ ຂອງ ເຜົ່າ ຕ່າງໆ ທາງຖິ່ນແຫ້ງແລ້ງກັນດານ;
\v 25 ບັນດາ ກະສັດທັງໝົດ ຂອງ ເມືອງ ສິມຣິ, ເອລາມ ແລະ ເມເດຍ;
\v 26 ບັນດາ ກະສັດ ທັງໝົດ ທາງທິດເໜືອ, ໄກແລະໃກ້ ແຕ່ລະ ເມືອງ ເປັນລໍາດັບ. ທຸກໆ ຊົນຊາດ ທີ່ຢູ່ເທິງ ແຜ່ນດິນໂລກ ຕ້ອງໄດ້ດື່ມຈາກ ຈອກນີ້. ໃນທີ່ສຸດ ກະສັດແຫ່ງ ບາບີໂລນ ກໍຈະດື່ມຈາກ ຈອກນີ້ ຄືກັນ.
\s5
\v 27 ແລ້ວ ອົງພຣະຜູ້ເປັນເຈົ້າ ກໍໄດ້ກ່າວແກ່ ຂ້າພະເຈົ້າ ວ່າ, “ຈົ່ງບອກປະຊາຊົນ ວ່າ ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດ ຍິ່ງໃຫຍ່ ພຣະເຈົ້າ ຂອງຊາດອິດສະຣາເອນ ສັ່ງໃຫ້ພວກເຂົາ ດື່ມຈາກຈອກນີ້ ຈົນຮາກ ອອກມາ ຈົນພວກເຂົາ ລົ້ມລົງ ແລະ ລຸກຂຶ້ນ ບໍ່ໄດ້ ເພາະສົງຄາມ ທີ່ເຮົາຈະສົ່ງໄປ ຕໍ່ສູ້ພວກເຂົາ ນັ້ນ.
\v 28 ຖ້າພວກເຂົາ ປະຕິເສດ ຈັບເອົາ ຈອກຈາກມື ຂອງເຈົ້າມາດື່ມ ຈົ່ງບອກ ພວກເຂົາ ວ່າ ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດ ຍິ່ງໃຫຍ່ ຍັງສັ່ງໃຫ້ພວກເຂົາ ຕ້ອງດື່ມ ຈາກຈອກ ນັ້ນຢູ່.
\v 29 ແມ່ນແຕ່ ເມືອງທີ່ເຮົາໄດ້ເລືອກໄວ້ເອງ ເຮົາກໍຈະລົງມື ທາໍລາຍ. ສ່ວນ ພວກເຂົານັ້ນ ຄິດວ່າ ພວກຕົນ ຈະບໍ່ຖືກລົງໂທດບໍ? ບໍ່ເປັນຢ່າງນັ້ນດອກ ພວກເຂົາຈະຖືກລົງໂທດ ເພາະເຮົາຈະສົ່ງເສິກ ສົງຄາມ ມາຍັງປະຊາຊົນ ທັງໝົດເທິງແຜ່ນດິນໂລກນີ້. ເຮົາ ຄື ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດ ຍິ່ງໃຫຍ່ ໄດ້ກ່າວ ດັ່ງນີ້ແຫລະ.”
\s5
\v 30 “ເຢເຣມີຢາ ເອີຍ ເຈົ້າຕ້ອງປະກາດທຸກໆສິ່ງທີ່ເຮົາ ໄດ້ກ່າວນັ້ນ. ເຈົ້າຕ້ອງບອກປະຊາຊົນ ເຫລົ່ານີ້ອີກ ວ່າ: ‘ອົງພຣະຜູ້ເປັນເຈົ້າ ຈະເປັ່ງສຽງຮ້ອງຈາກ ຟ້າສະຫວັນ ຈາກ ທີ່ສູງສຸດ ບ່ອນພຣະອົງຢູ່ ກ້ອງກັງວານໄປທົ່ວ. ພຣະອົງຈະເປັ່ງສຽງຮ້ອງ ຕໍ່ສູ້ປະຊາຊົນ ຂອງພຣະອົງ; ພຣະອົງຈະຮ້ອງ ດັ່ງຄົນຢຽບ ໝາກອະງຸ່ນເຮັດເຫລົ້າ.
\v 31 ສຽງທີ່ໄດ້ຍິນຈະດັງສະໜັ່ນ ຈົນໄປສຸດແຜ່ນດິນ ອົງພຣະຜູ້ເປັນເຈົ້າ ມີຄະດີ ຕໍ່ສູ້ນາໆ ປະເທດ. ພຣະອົງ ຈະນໍາ ຄົນຊົ່ວ ຂຶ້ນສານ ໃຫ້ຖືກສັງຫານໝົດ. ” ອົງພຣະຜູ້ເປັນເຈົ້າ ໄດ້ກ່າວ ດັ່ງນີ້ແຫລະ.
\s5
\v 32 ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດ ຍິ່ງໃຫຍ່ ກ່າວ ວ່າ, ໄພພິບັດ ກາໍລັງມາຈາກ ຊົນຊາດໜຶ່ງ ໄປເຖິງອີກຊົນຊາດໜຶ່ງ ແລະ ພະຍຸໃຫຍ່ ກາໍລັງກໍ່ຕົວຂຶ້ນ ທີ່ທາງສຸດປາຍ ແຜ່ນດິນໂລກ.
\v 33 ໃນມື້ນັ້ນ ຊາກສົບ ທັງຫລາຍ ຂອງ ຄົນທີ ່ ອົງພຣະຜູ້ເປັນເຈົ້າ ໄດ້ຂ້າຖິ້ມ ຈະກະຈັດກະຈາຍ ກັນຢູ່ແຕ່ສົ້ນໜຶ່ງ ຫາອີກສົ້ນໜຶ່ງ ຂອງແຜ່ນດິນໂລກ. ຈະ ບໍ່ມີຜູ້ໃດເລີຍ ໄວ້ທຸກໃຫ້ພວກເຂົາ ແລະ ທັງຈະບໍ່ມີຜູ້ໃດ ເອົາຊາກສົບໄປຝັງໄວ້. ມັນຈະ ກອງກັນຢູ່ເທິງ ພື້ນດິນ ດັ່ງກອງຝຸ່ນ ກອງ ປຸຍ.
\s5
\v 34 ບັນດາ ພວກຜູ້ລ້ຽງແກະ ເອີຍ ຈົ່ງຮ້ອງໄຫ້ ສາ ພວກເຈົ້າທີ່ເປັນຜູ້ລ້ຽງແກະ ຂອງເຮົາ ເອີຍ ຈົ່ງຮ້ອງໄຫ້ ຄໍ່າຄວນ ສາ ຈົ່ງໄວ້ທຸກ ແລະ ກິ້ງເກືອກ ຢູ່ໃນຂີ້ຝຸ່ນດິນ. ເວລາ ກໍມາ ເຖິງແລ້ວ ທີ່ພວກເຈົ້າ ຕ້ອງຖືກປະຫານໝູ່ [ຂ] ແລະ ພວກເຈົ້າ ຈະຖືກຂ້າຖິ້ມ ດັ່ງຂ້າຝູງ ແກະເຖິກ. [ຄ]
\v 35 ພວກເຈົ້າ ບໍ່ມີທາງທີ່ຈະ ປົບໜີໄປໄດ້ ເລີຍ.
\v 36 ມີສຽງຮ້ອງ ຂອງ ພວກຜູ້ລ້ຽງແກະ ແລະ ສຽງຄວນຄາງ ຂອງ ພວກຜູ້ນາໍ ຂອງ ຝູງແກະ ຍ້ອນອົງພຣະຜູ້ເປັນເຈົ້າ ໄດ້ທາໍລາຍ ທົ່ງຫຍ້າຂອງ ພວກເຂົາເສຍແລ້ວ
\s5
\v 37 ແລະ ຄອກແກະ ທີ່ສະຫງົບສຸກ ກໍຖືກປະໃຫ້ຮົກຮ້າງເພພັງ ເນື່ອງຈາກ ຄວາມໂກດຮ້າຍ ອັນແຮງກ້າ ຂອງ ອົງພຣະຜູ້ເປັນເຈົ້າ.
\v 38 ອົງພຣະຜູ້ເປັນເຈົ້າ ໄດ້ປະຖິ້ມ ປະຊາຊົນ ຂອງ ພຣະອົງ ສາແລ້ວ [ງ] ດັ່ໂຕສິງ ໜີຈາກບ່ອນ ທີ່ມັນຊ້ອນຕົວຢູ່. ການຢ້ານກົວສົງຄາມ ແລະ ຄວາມໂກດຮ້າຍ ຂອງ ອົງພຣະຜູ້ເປັນເຈົ້າ ໄດ້ປ່ຽນປະເທດນີ້ ໃຫ້ເປັນຖິ່ນແຫ້ງແລ້ງ ກັນດານ.
\s5
\c 26
\p
\v 1 ຫລັງຈາກ ເຢໂຮຍອາກິມ ລູກຊາຍ ຂອງ ເຈົ້າໂຢສີຢາ ໄດ້ຂຶ້ນເປັນກະສັດ ແຫ່ງ ຢູດາຍ ບໍ່ເຫິງປານໃດ
\v 2 ອົງພຣະຜູ້ເປັນເຈົ້າ ໄດ້ບອກຂ້າພະເຈົ້າ ວ່າ, “ເຈົ້າຈົ່ງຢືນຢູ່ ໃນເດິ່ນ ຂອງພຣະວິຫານ ແລະ ປະກາດ ຖ້ອຍຄໍາ ທັງ ໝົດ ທີ່ເຮົາໄດ້ສັ່ງເຈົ້າ ໃຫ້ກ່າວຕໍ່ປະຊາຊົນ ທີ່ມາຈາກເມືອງ ຕ່າງໆ ຂອງອານາຈັກ ຢູດາຍ ເພື່ອນະມັດສະການ ຢູ່ທີ່ນັ້ນ. ຢ່າສູ່ກ່າວໃຫ້ຂາດ ໄປຈັກຄໍາ.
\v 3 ບາງທີປະຊາຊົນ ຈະຟັງ ແລະ ຍອມເລີກເຮັດ ໃນທາງຊົ່ວກໍໄດ້. ຖ້າພວກເຂົາເລີກເຮັດ ເຮົາກໍຈະປ່ຽນຄວາມ ຕັ້ງໃຈ ກ່ຽວກັບ ແຜນການ ທີ່ຈະນາໍການທາໍ ລາຍ ມາສູ່ພວກເຂົາ ຍ້ອນການເຮັດຊົ່ວ ທັງໝົດ ຂອງພວກເຂົາ ນັ້ນ.”
\s5
\v 4 ອົງພຣະຜູ້ເປັນເຈົ້າ ໄດ້ບອກຂ້າພະເຈົ້າ ໃຫ້ກ່າວ ຕໍ່ປະຊາຊົນ ວ່າ, “ອົງພຣະຜູ້ເປັນເຈົ້າ ໄດ້ກ່າວ ດັ່ງນີ້ວ່າ ພວກເຈົ້າຕ້ອງເຊື່ອຟັງ ເຮົາ ໂດຍເຮັດຕາມຄໍາສັ່ງສອນ ທີ່ເຮົາໄດ້ມອບໃຫ້ແກ່ພວກເຈົ້າ ນັ້ນ
\v 5 ແລະ ໂດຍ ເອົາໃຈໃສ່ ຕໍ່ຖ້ອຍຄໍາ ທັງຫລາຍ ຂອງ ຜູ້ທາໍນວາຍ ຄື ຜູ້ຮັບໃຊ້ ຂອງເຮົາ ທີ່ເຮົາໄດ້ ສືບຕໍ່ສົ່ງມາຫາພວກເຈົ້າ. ພວກເຈົ້າບໍ່ເຄີຍ ເຊື່ອຟັງ ສິ່ງທີ່ພວກເຂົາໄດ້ກ່າວ.
\v 6 ຖ້າພວກເຈົ້າ ສືບຕໍ່ບໍ່ຍອມ ເຊື່ອຟັງ ແລ້ວເຮົາກໍຈະເຮັດຕໍ່ພຣະວິຫານນີ້ ດັ່ງທີ່ເຮົາໄດ້ເຮັດ ຕໍ່ ເມືອງ ຊີໂລ [ຈ] ແລະ ທຸກຊົນຊາດ ທົ່ວທັງໂລກ ກໍຈະໃຊ້ຊື່ຂອງເມືອງນີ້ ເປັນຄໍາສາບແຊ່ງ.”
\s5
\v 7 ພວກປະໂຣຫິດ, ພວກຜູ້ທາໍນວາຍ ແລະ ປະຊາຊົນ ທັງໝົດ ກໍໄດ້ຍິນຂ້າພະເຈົ້າ ກ່າວ ຖ້ອຍຄໍາ ເຫລົ່ານີ້ ໃນພຣະວິຫານ
\v 8 ແລະ ພໍຂ້າພະເຈົ້າ ໄດ້ກ່າວສິ່ງທັງໝົດ ທີ່ອົງພຣະ ຜູ້ເປັນເຈົ້າ ໄດ້ສັ່ງໃຫ້ ຂ້າພະເຈົ້າ ກ່າວ ຈົບແລ້ວ ພວກເຂົາກໍແລ່ນເຂົ້າມາ ເພື່ອຫຸ້ມຈັບກຸມ ຂ້າພະເຈົ້າໄວ້ ແລະ ຮ້ອງຂຶ້ນວ່າ, “ເຈົ້າຄວນ ຈະຖືກຂ້າ ຍ້ອນຄໍາເວົ້າ ຂອງເຈົ້າ
\v 9 ເປັນຫຍັງ ເຈົ້າຈຶ່ງໄດ້ເວົ້າ ໃນນາມຂອງ ອົງພຣະຜູ້ເປັນເຈົ້າ ວ່າ ພຣະວິຫານນີ້ ຈະກາຍເປັນ ດັ່ງເມືອງ ຊີໂລ ແລະ ກ່າວ ວ່າ ນະຄອນນີ້ ຈະຖືກທາໍລາຍ ແລະ ບໍ່ມີຜູ້ໃດຢູ່ ອາໄສ? ” ແລ້ວປະຊາຊົນ ກໍພາກັນລ້ອມ ຂ້າພະເຈົ້າໄວ້.
\s5
\v 10 ເມື່ອບັນດາ ພວກເຈົ້ານາຍ ຂອງ ຢູດາຍ ໄດ້ຍິນເຖິງ ສິ່ງທີ່ເກີດຂຶ້ນ ພວກເຂົາກໍ ຟ້າວ ອອກຈາກວັງ ມາຍັງພຣະວິຫານ ແລະ ໄປ ນັ່ງທີ່ປະຕູໃໝ່ ຂອງ ພຣະວິຫານ ນັ້ນ.
\v 11 ແລ້ວພວກ ປະໂຣຫິດ ກັບພວກຜູ້ທາໍນວາຍ ກໍໄດ້ກ່າວ ຕໍ່ພວກເຈົ້ານາຍ ແລະ ປະຊາຊົນນັ້ນ ວ່າ, “ຊາຍຄົນນີ້ ສົມຄວນຈະ ໄດ້ຮັບໂທດ ເຖິງຕາຍ ເພາະລາວໄດ້ກ່າວໃສ່ ຮ້າຍເມືອງ ຂອງ ພວກເຮົາ. ພວກທ່ານ ກໍໄດ້ ຍິນກັບຫູ ຂອງ ພວກທ່ານເອງ ແລ້ວ. ”
\v 12 ແລ້ວ ຂ້າພະເຈົ້າກໍກ່າວ ວ່າ, “ອົງພຣະຜູ້ເປັນ ເຈົ້າ ໄດ້ໃຊ້ຂ້າພະເຈົ້າ ມາເພື່ອປະກາດທຸກໆສິ່ງ ທີ່ພວກທ່ານ ໄດ້ຍິນຂ້າພະເຈົ້າ ກ່າວຕໍ່ສູ້ ພຣະວິຫານ ແລະ ເມືອງນີ້.
\s5
\v 13 ແຕ່ບັດນີ້ ພວກທ່ານຕ້ອງປ່ຽນທາງດໍາເນີນຊີວິດ ແລະ ຄວາມປະພຶດ ແລະ ຕ້ອງເຊື່ອຟັງ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກທ່ານ. ຖ້າພວກທ່ານ ຍອມເຊື່ອຟັງ ພຣະອົງຈະປ່ຽນ ຄວາມຕັ້ງໃຈ ກ່ຽວກັບ ການທາໍລາຍ ຊຶ່ງພຣະອົງ ໄດ້ກ່າວ ວ່າ ຈະນາໍມາ ສູ່ພວກທ່ານ.
\v 14 ສໍາລັບຂ້າພະເຈົ້ານັ້ນ ແມ່ນຢູ່ໃນກາໍມື ຂອງພວກທ່ານແລ້ວ ຈົ່ງເຮັດ ກັບຂ້າພະເຈົ້າ ຕາມທີ່ພວກທ່ານເຫັນດີ ແລະຖືກຕ້ອງເທີ້ນ.
\v 15 ແຕ່ຈົ່ງແນ່ໃຈ ໃນເລື່ອງນີ້ ຄື ຖ້າພວກທ່ານ ສັງຫານຂ້າພະເຈົ້າ ພວກທ່ານແລະຊາວເມືອງນີ້ ກໍຈະມີຄວາມຜິດ ໃນຖານຂ້າຄົນ ບໍ່ມີຄວາມຜິດ ເພາະແມ່ນອົງພຣະຜູ້ເປັນເຈົ້າ ທີ່ໄດ້ໃຊ້ຂ້າພະເຈົ້າ ມາເຕືອນພວກທ່ານໃນເລື່ອງນີ້.”
\s5
\v 16 ແລ້ວພວກເຈົ້ານາຍ ແລະ ປະຊາຊົນ ກໍ ເວົ້າ ຕໍ່ບັນດາ ປະໂຣຫິດ ແລະ ພວກຜູ້ທາໍນວາຍ ວ່າ, “ຊາຍຄົນນີ້ ໄດ້ເວົ້າກັບພວກເຮົາ ໃນນາມຂອງ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ ຂອງພວກເຮົາ; ລາວບໍ່ສົມຄວນຖືກ ສັງຫານ. ”
\v 17 ຫລັງຈາກນັ້ນ ເຖົ້າແກ່ ບາງຄົນ ຈຶ່ງຢືນຂຶ້ນ ແລະ ເວົ້າກັບປະຊາຊົນ ທີ່ໄດ້ ມາເຕົ້າໂຮມກັນ ວ່າ,
\s5
\v 18 “ເມື່ອ ເຈົ້າ​ເຮ​ເກ​ຊີ​ຢາ ເປັນ​ກະ​ສັດ ແຫ່ງ​ຢູ​ດາຍ ນັ້ນ ຜູ້ທາໍນວາຍ ມີກາ ແຫ່ງ ໂມເຣເຊັດ ໄດ້ບອກປະຊາຊົນ ທຸກຄົນ ວ່າ, ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດ ຍິ່ງໃຫຍ່ ໄດ້ກ່າວ ດັ່ງນີ້: ‘ພູເຂົາ ຊີໂອນ ເອີຍ ເຈົ້າ ຈະຖືກໄຖ ດັ່ງໄຖນາ ນະຄອນເຢຣູຊາເລັມ ຈະເປັນກອງ ສິ່ງເພພັງ ຮົກຮ້າງ ສ່ວນເທິງ ເນີນພູ ບ່ອນທີ່ຕັ້ງ ພຣະວິຫານ ກໍຈະກາຍເປັນ ປ່າດົງ ພົງໄພ ຈົນສິ້ນ.
\v 19 ກະສັດ ເຮເຊກີຢາ ແລະ ປະຊາຊົນ ຢູດາ ບໍ່ໄດ້ປະຫານຊີວິດ ມີກາ. ແຕ່ ເຈົ້າເຮເຊກີຢາ ກັບໄດ້ຢໍາເກງ ອົງພຣະຜູ້ເປັນເຈົ້າ ແລະ ໄດ້ ພະຍາຍາມ ປະພຶດຕົນ ໃຫ້ພຣະອົງພໍໃຈ. ແລ້ວ ອົງພຣະຜູ້ເປັນເຈົ້າ ກໍໄດ້ປ່ຽນຄວາມ ຕັ້ງໃຈ ໂດຍບໍ່ໄດ້ນໍາ ໄພພິບັດ ທີ່ພຣະອົງ ໄດ້ ກ່າວໄວ້ນັ້ນ ມາສູ່ພວກເຂົາ ແຕ່ຢ່າງໃດ. ແຕ່ ບັດນີ້ ພວກເຮົາກາໍລັງນາໍ ໄພພິບັດ ອັນໜ້າຢ້ານກົວ ມາສູ່ພວກເຮົາເອງ.”
(
\s5
\v 20 ມີຊາຍຜູ້ໜຶ່ງອີກ ທີ່ຊື່ວ່າ ອຸຣີຢາ ລູກຊາຍຂອງ ເຊມາອີຢາ ຊາວເມືອງ ກີຣີອາດ-ເຢອາຣິມ ໄດ້ກ່າວໃນນາມ ຂອງ ອົງພຣະຜູ້ເປັນເຈົ້າ ຕໍ່ສູ້ເມືອງນີ້ ແລະ ກ່າວຕໍ່ສູ້ປະເທດ ຊາດດັ່ງ ເຢເຣມີຢາ ໄດ້ກ່າວ.
\v 21 ເມື່ອກະສັດ ເຢໂຮຍອາກິມ ກັບທະຫານ ພ້ອມຂ້າຣາຊການ ຂອງເພິ່ນໄດ້ຍິນ ສິ່ງທີ່ ອຸຣີຢາ ໄດ້ ກ່າວນັ້ນ ກະສັດກໍໄດ້ ພະຍາຍາມ ສັງຫານ ລາວ, ແຕ່ ອຸຣີຢາ ໄດ້ຮູ້ເລື່ອງກ່ອນ; ສະນັ້ນ ລາວ ຈຶ່ງໜີໄປ ຢ່າງຕົກໃຈກົວ ແລະ ໂຕນໄປ ຢູ່ປະເທດ ເອຢິບ.
\s5
\v 22 ແຕ່ ກະສັດ ເຢໂຮຍອາກິມ ຍັງໄດ້ສົ່ງ ເອນນາທານ ລູກຊາຍ ຂອງ ອັກໂບຣະ ແລະ ບາງຄົນ ໄປຍັງປະເທດ ເອຢິບ ເພື່ອຈັບເອົາ ອຸຣີຢາ ກັບຄືນມາ.
\v 23 ພວກເຂົາໄດ້ ນາໍລາວ ກັບຄືນມາຫາ ກະສັດ ເຢໂຮຍອາກິມ ແລ້ວເພິ່ນກໍໄດ້ປະຫານ ຊີວິດລາວເສຍ ທັງໄດ້ໂຍນສົບ ຂອງ ລາວເຂົ້າໄປໃນ ບ່ອນຝັງສົບ ຂອງ ປະຊາຊົນທົ່ວໄປ.)
\v 24 ແຕ່ ເພາະຂ້າພະເຈົ້າ ໄດ້ຮັບການສະໜັບສະໜູນຈາກ ອາຮິກາໍ ລູກຊາຍຂອງ ຊາຟານ; ຂ້າພະເຈົ້າ ຈຶ່ງບໍ່ໄດ້ຖືກມອບ ໃຫ້ປະຊາຊົນ ປະຫານຊີວິດ.
\s5
\c 27
\p
\v 1 ຕໍ່ມາ ບໍ່ເຫິງປານໃດ ຫລັງຈາກທີ່ ເຈົ້າ ເຊເດກີຢາ ລູກຊາຍຂອງ ເຈົ້າໂຢສີຢາ ໄດ້ ຂຶ້ນເປັນກະສັດ ແຫ່ງ ຢູດາຍ ອົງພຣະຜູ້ເປັນເຈົ້າ ໄດ້ບອກຂ້າພະເຈົ້າ
\v 2 ໃຫ້ເອົາທ່ອນ ໄມ້ ເຮັດແອກ ສໍາລັບຂ້າພະເຈົ້າເອງ ໂດຍ ໃຊ້ໜັງ ເປັນສາຍພາຍ ໃສ່ເທິງຄໍຂອງຂ້າພະເຈົ້າ.
\v 3 ແລ້ວ ອົງພຣະຜູ້ເປັນເຈົ້າ ກໍໄດ້ບອກຂ້າພະເຈົ້າ ສົ່ງຂ່າວສານ [ສ] ໄປຍັງ ບັນດາກະສັດ ແຫ່ງ ເອໂດມ, ໂມອາບ, ອໍາໂມນ, ຕີເຣ ແລະ ຊີໂດນ; ໂດຍຜ່ານທາງ ບັນດາ ຕົວແທນ ຂອງ ພວກເຂົາ ທີ່ໄດ້ມາຍັງ ນະຄອນ ເຢຣູຊາເລັມ ເພື່ອພົບເຈົ້າເຊເດກີຢາ.
\v 4 ອົງພຣະຜູ້ເປັນເຈົ້າ ອົງຊົງ ຣິດອໍານາດ ຍິ່ງໃຫຍ່ ພຣະເຈົ້າຂອງຊາດ ອິດສະຣາເອນ ໄດ້ບອກຂ້າພະເຈົ້າ ໃຫ້ສັ່ງພວກເຂົາ ໄປບອກກະສັດ ຂອງ ພວກເຂົາ ວ່າ, ອົງພຣະຜູ້ເປັນເຈົ້າ ໄດ້ກ່າວ ດັ່ງນີ້:
\s5
\v 5 “ເຮົາໄດ້ສ້າງໂລກ, ມະນຸດສະໂລກ ແລະ ສັດທັງປວງ ທີ່ອາໄສຢູ່ເທິງ ແຜ່ນດິນໂລກນີ້ ດ້ວຍຣິດອໍານາດ ແລະ ກາໍລັງອັນຍິ່ງໃຫຍ່ ຂອງເຮົາ; ເຮົາຈະມອບຣິດອໍານາດ ນັ້ນໃຫ້ ແກ່ຜູ້ໃດ ຜູ້ໜຶ່ງ ທີ່ເຮົາເລືອກເອົາກໍໄດ້.
\v 6 ເຮົາແມ່ນ ຜູ້ທີ່ໄດ້ວາງ ຊົນຊາດເຫລົ່ານີ້ ໃຫ້ຢູ່ໃຕ້ອໍານາດ ຂອງ ກະສັດ ເນບູກາດເນັດຊາ ແຫ່ງ ບາບີໂລນ ຄື ຜູ້ຮັບໃຊ້ຂອງເຮົາ ແລະ ເຮົາໄດ້ເຮັດ ໃຫ້ແມ່ນແຕ່ ສັດປ່າ ນາໆ ຊະນິດ ຮັບໃຊ້ລາວ ດ້ວຍ.
\v 7 ຊົນຊາດ ທັງໝົດຈະ ຮັບໃຊ້ລາວ ແລະ ພວກເຂົາຈະ ຮັບໃຊ້ລູກຫລານ ຂອງລາວດ້ວຍ ຈົນກວ່າ ເຖິງກາໍນົດທີ່ ຊົນຊາດ ຂອງລາວເອງ ຫລົ້ມຈົມໄປ. ແລ້ວຊົນຊາດຂອງລາວ ກໍຈະຮັບໃຊ້ ຊົນຊາດ ທັງຫລາຍ ທີ່ມີອໍານາດ ແລະ ບັນດາ ກະສັດ ທີ່ຍິ່ງໃຫຍ່.
\s5
\v 8 ແຕ່ຖ້າປະເທດ ຫລື ອານາຈັກໃດ ທີ່ບໍ່ຍອມ ຢູ່່ໃຕ້ການປົກຄອງ ຂອງລາວ ແລ້ວເຮົາ ກໍຈະລົງໂທດ ປະເທດນັ້ນ ໂດຍໃຫ້ເກີດ ສົງຄາມ, ເກີດການຕາຍອຶດ ຕາຍຫິວ ແລະ ປະສົບການເຈັບໄຂ້ ໄດ້ປ່ວຍ ຈົນເຖິງຂັ້ນ ເຮົາອະນຸຍາດໃຫ້ ເນບູກາດເນັດຊາ ທາໍລາຍ ປະເທດ ຢ່າງໝົດສິ້ນ.
\s5
\v 9 ຢ່າສູ່ໄດ້ຟັງ ພວກຜູ້ທາໍນວາຍ ຂອງ ພວກເຈົ້າ ຫລື ຜູ້ໃດ ຜູ້ໜຶ່ງ ທີ່ອ້າງຕົນເອງ ວ່າ ລາວທາໍນວາຍ ອະນາຄົດໄດ້ ບໍ່ວ່າ ຈະແມ່ນ ໂດຍທາງຄວາມຝັນ ຫລື ໂດຍທາງເອີ້ນ ວິນຍານ ຂອງຄົນຕາຍ ມາສອບຖາມ ຫລື ໂດຍທາງ ເວດມົນ ກໍຕາມ. ພວກເຂົາທັງໝົດ ບອກພວກເຈົ້າ ບໍ່ໃຫ້ຍອມຮັບໃຊ້ ກະສັດ ແຫ່ງ ບາບີໂລນ.
\v 10 ພວກເຂົາກາໍລັງ ລໍ້ລວງພວກເຈົ້າ ແລະ ຈະກໍ່ເຫດໃຫ້ ພວກເຈົ້າ ຖືກຈັບໄປ ຈາກປະເທດ ຂອງ ພວກເຈົ້າ. ເຮົາ ຈະຂັບໄລ່ ພວກເຈົ້າ ອອກໄປ ແລະ ພວກເຈົ້າ ຈະຖືກທໍາລາຍ.
\v 11 ແຕ່ຖ້າປະເທດໃດ ຍອມຢູ່ໃຕ້ບັງຄັບ ຂອງ ກະສັດ ແຫ່ງ ບາບີໂລນ ແລະ ຮັບໃຊ້ລາວ ແລ້ວເຮົາກໍຈະ ປ່ອຍໃຫ້ປະເທດນັ້ນ ມີດິນແດນ ທີ່ເປັນຂອງຕົນເອງ ເພື່ອເຮັດໄຮ່ໄຖນາ ແລະ ຢູ່ທີ່ນັ້ນ. ເຮົາ ຄື ອົງພຣະຜູ້ເປັນເຈົ້າ ໄດ້ກ່າວດັ່ງນີ້ແຫລະ.”
\s5
\v 12 ຂ້າພະເຈົ້າ ໄດ້ກ່າວຢ່າງ ດຽວກັນ ແກ່ ກະສັດ ເຊເດກີຢາ ແຫ່ງ ຢູດາຍ ວ່າ, “ຈົ່ງຍອມຢູ່ໃຕ້ ບັງຄັບ ຂອງ ກະສັດ ແຫ່ງ ບາບີໂລນ. ຈົ່ງຮັບໃຊ້ເພິ່ນ ແລະ ປະຊາຊົນ ຂອງເພິ່ນ ແລະ ທ່ານກໍຈະມີຊີວິດຢູ່.
\v 13 ເປັນຫຍັງ ທ່ານເອງ ແລະ ປະຊາຊົນ ຂອງທ່ານ ຈະຕ້ອງຕາຍ ໃນສົງຄາມ ຫລື ໃນການ ຕາຍອຶດຕາຍຫິວ ຫລື ໃນການເຈັບໄຂ້ ໄດ້ປ່ວຍ? ສິ່ງເຫລົ່ານັ້ນ ແຫລະ ທີ່ອົງພຣະຜູ້ ເປັນເຈົ້າ ໄດ້ກ່າວວ່າ ຈະເກີດຂຶ້ນ ກັບທຸກຊົນຊາດ ທີ່ບໍ່ຍອມຢູ່ໃຕ້ບັງຄັບ ຂອງ ກະສັດ ແຫ່ງ ບາບີໂລນ.
\s5
\v 14 ຢ່າໄດ້ຟັງພວກຜູ້ທາໍນວາຍ ທີ່ບອກທ່ານ ບໍ່ໃຫ້ຍອມຢູ່ໃຕ້ບັງຄັບ ຂອງ ເພິ່ນ. ພວກເຂົາ ພວມລໍ້ລວງທ່ານ.
\v 15 ອົງພຣະຜູ້ເປັນເຈົ້າເອງ ກ່າວ ວ່າ ພຣະອົງບໍ່ໄດ້ໃຊ້ ພວກເຂົາມາ ແລະ ກ່າວ ວ່າ ພວກເຂົາ ພວມ ຕົວະທ່ານ ໂດຍໃຊ້ນາມຂອງພຣະອົງ. ສະນັ້ນ ແຫລະ ພຣະອົງ ຈຶ່ງຈະຂັບໄລ່ ທ່ານ ໃຫ້ອອກໄປ ແລະ ທ່ານຈະຖືກຂ້າ ຄື ທ່ານ ກັບບັນດາ ຜູ້ທາໍນວາຍ ທີ່ກາໍລັງເວົ້າ ຄໍາຕົວະ ເຫລົ່ານີ້.”
\s5
\v 16 ແລ້ວ ຂ້າພະເຈົ້າ ກໍບອກ ບັນດາ ປະໂຣຫິດ ແລະ ປະຊາຊົນ ວ່າ, “ອົງພຣະຜູ້ເປັນເຈົ້າ ໄດ້ກ່າວ ວ່າ ຢ່າເຊື່ອຟັງ ພວກຜູ້ທາໍນວາຍ ທີ່ກ່າວ ວ່າ ຊັບສົມບັດ ຂອງ ພຣະວິຫານ ຈະຖືກນາໍມາຈາກ ນະຄອນ ບາບີໂລນ ໃນໄວໆ ນີ້. ພວກເຂົາ ກໍາລັງ ຕົວະ ພວກເຈົ້າ
\v 17 ຢ່າໄດ້ເຊື່ອຟັງ ພວກເຂົາເລີຍ ຈົ່ງຍອມຢູ່ໃຕ້ ບັງຄັບຂອງກະສັດ ແຫ່ງ ບາບີໂລນ ແລະ ພວກເຈົ້າຈະມີຊີວິດຢູ່ ເປັນຫຍັງ ຈຶ່ງຈະເຮັດໃຫ້ເມືອງນີ້ ກາຍເປັນ ກອງ ສິ່ງຮົກຮ້າງ ເພພັງ?
\v 18 ຖ້າພວກເຂົາ ເປັນຜູ້ທາໍນວາຍແທ້ ແລະ ຮູ້ຈັກຖ້ອຍຄໍາ ຂອງ ອົງພຣະຜູ້ເປັນເຈົ້າ ກໍໃຫ້ພວກເຂົາ ຂໍນາໍ ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດ ຍິ່ງ ໃຫຍ່ ບໍ່ໃຫ້ຊັບສົມບັດ ທີ່ຍັງເຫລືອຢູ່ ໃນພຣະວິຫານ ແລະ ໃນຣາຊວັງ ນັ້ນຖືກຂົນໄປ ຍັງ ບາບີໂລນ ລອງເບິ່ງດູ.
\s5
\v 19-20 ເພາະວ່າ ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດ ຍິ່ງໃຫຍ່ ກ່າວ ວ່າ ເມື່ອກະສັດ ເນບູກາດເນັດຊາ ໄດ້ຈັບເອົາ ເຈົ້າເຢໂຮຍອາກິນ ລູກຊາຍ ຂອງ ເຢໂຮຍອາກິມ ພ້ອມທັງ ພວກເຈົ້ານາຍ ຂອງ ຢູດາຍ ແລະ ຂອງນະຄອນ ເຢຣູຊາເລັມ ໄປນັ້ນ ເພິ່ນໄດ້ປະຕົ້ນເສົາທັງຫລາຍ, ອ່າງທີ່ເປັນທອງສໍາຣິດ, ລົດລໍ້ ແລະ ສົມບັດ ອື່ນໆ ຂອງ ພຣະວິຫານໄວ້.
\s5
\v 21 ເພາະ ອົງພຣະຜູ້ເປັນເຈົ້າ ອົງຊົງຣິດ ອໍານາດຍິ່ງໃຫຍ່ ພຣະເຈົ້າຂອງຊາດ ອິດສະຣາເອນ ກ່າວດັ່ງນີ້ ວ່າ ຊັບສົມບັດ ຕ່າງໆທີ່ເຫລືອຢູ່ໃນພຣະວິຫານ ແລະຢູ່ໃນ ຣາຊວັງ ຂອງນະຄອນ ເຢຣູຊາເລັມ
\v 22 ສິ່ງເຫລົ່ານັ້ນ ຈະຖືກຂົນໄປຍັງ ບາບີໂລນ ແລະຈະຢູ່ທີ່ນັ້ນ ຈົນກວ່າ ເຮົາຫັນມາສົນໃຈມັນອີກ. ແລ້ວ ເຮົາກໍຈະນາໍ ຊັບສົມບັດ ເຫລົ່ານັ້ນ ຄືນມາ ແລະສ້າງສາຂຶ້ນໃໝ່ ໃນບ່ອນນີ້. ເຮົາ ຄື ອົງພຣະຜູ້ເປັນເຈົ້າ ໄດ້ກ່າວດັ່ງນີ້ແຫລະ.”
\s5
\c 28
\p
\v 1 ໃນປີດຽວກັນ ນັ້ນ [ຊ] ຄື ໃນເດືອນ ທີຫ້າ ຂອງຣາຊການ ປີທີສີ່ ຂອງ ເຈົ້າເຊເດກີຢາ ຜູ້ທາໍນວາຍ ຮານານີຢາ ລູກຊາຍ ຂອງ ອັດຊຸຣະ ຊາວເມືອງ ກີເບໂອນ ໄດ້ເວົ້າ ຕໍ່ ຂ້າພະເຈົ້າ ໃນພຣະວິຫານ. ຢູ່ຊ້ອງໜ້າ ຂອງ ພວກປະໂຣຫິດ ແລະ ປະຊາຊົນໃນທີ່ນັ້ນ ລາວໄດ້ເວົ້າ ຕໍ່ຂ້າພະເຈົ້າ ວ່າ,
\v 2 ອົງພຣະ ຜູ້ເປັນເຈົ້າ ອົງຊົງຣິດ ອໍານາດ ຍິ່ງໃຫຍ່ ພຣະເຈົ້າ ຂອງຊາດ ອິດສະຣາເອນ ໄດ້ກ່າວ ດັ່ງນີ້: “ເຮົາໄດ້ທາໍລາຍ ການຢູ່ໃຕ້ບັງຄັບ ຂອງ ກະສັດ ແຫ່ງ ບາບີໂລນ.
\s5
\v 3 ໃນລະຫວ່າງ ສອງປີ ເຮົາຈະນາໍຊັບສົມບັດ ທັງໝົດຂອງພຣະວິຫານ ທີ່ກະສັດ ເນບູກາດເນັດຊາ ໄດ້ຢຶດເອົາໄປຍັງ ບາບີໂລນ ນັ້ນ ກັບຄືນມາ ທີ່ນີ້.
\v 4 ເຮົາຈະ ນໍາ ເຢໂຮຍອາກິນ ລູກຊາຍ ຂອງ ເຢໂຮຍອາກິມ ຜູ້ເປັນກະສັດ ແຫ່ງ ຢູດາຍ ທີ່ໄດ້ຖືກຈັບໄປຍັງ ບາບີໂລນ ພ້ອມກັບ ປະຊາຊົນ ຢູດາຍ ນັ້ນກັບຄືນມາ ຄືກັນ. ອົງພຣະຜູ້ເປັນເຈົ້າ ໄດ້ກ່າວ ວ່າ ເຮົາຈະທາໍລາຍ ການຢູ່ໃຕ້ບັງຄັບ ຂອງ ກະສັດ ແຫ່ງ ບາບີໂລນ.”
\s5
\v 5 ແລ້ວ ໂດຍຊ້ອງໜ້າ ຂອງ ບັນດາ ປະໂຣຫິດ ແລະ ປະຊາຊົນທັງໝົດ ທີ່ກາໍລັງຢືນຢູ່ ໃນພຣະວິຫານ ນັ້ນ ຂ້າພະເຈົ້າກໍກ່າວ ຕໍ່ ຮານານີຢາ ວ່າ,
\v 6 “ອາແມນ ຂໍໃຫ້ ອົງພຣະຜູ້ເປັນເຈົ້າ ເຮັດຕາມທີ່ເຈົ້າ ໄດ້ກ່າວມາ ນັ້ນເຖີດ ຂ້າພະເຈົ້າຫວັງຢ່າງ ແນ່ນອນ ວ່າ ພຣະອົງຈະເຮັດໃຫ້ຄໍາທໍານວາຍ ຂອງທ່ານ ກາຍເປັນຈິງ ແລະ ນໍາເອົາ ຊັບສົມບັດ ທັງໝົດ ຂອງພຣະວິຫານ ພ້ອມດ້ວຍ ປະຊາຊົນ ທັງໝົດ ທີ່ໄດ້ຖືກຈັບໄປ ເປັນຊະເລີຍ ນັ້ນກັບຄືນມາຈາກ ບາບີໂລນ.
\v 7 ແຕ່ຈົ່ງຟັງ ສິ່ງທີ່ຂ້າພະເຈົ້າ ກ່າວ ຕໍ່ທ່ານ ແລະ ຕໍ່ປະຊາຊົນ.
\s5
\v 8 ພວກຜູ້ທາໍນວາຍ ໄດ້ກ່າວມາ ຕັ້ງນານ ແລ້ວ ກ່ອນສະໄໝ ຂອງ ຂ້າພະເຈົ້າ ແລະ ຂອງທ່ານ ໂດຍ ໄດ້ທາໍນວາຍ ວ່າ ສົງຄາມ, ການຕາຍອຶດ ຕາຍຫິວ ແລະ ການເຈັບໄຂ້ ໄດ້ປ່ວຍ ຈະມາຖືກຫລາຍຊົນຊາດ ແລະ ອານາຈັກ ທີ່ມີອໍານາດ ທັງຫລາຍ.
\v 9 ແຕ່ ຜູ້ທາໍນວາຍ ທີ່ທາໍນວາຍ ຄວາມສະຫງົບສຸກ ຈະຖືກຮັບຮູ້ ວ່າ ເປັນຜູ້ທາໍນວາຍ ທີ່ອົງພຣະຜູ້ເປັນເຈົ້າ ໄດ້ໃຊ້ມາແທ້ ກໍຕໍ່ເມື່ອຄໍາທາໍນວາຍ ນັ້ນກາຍເປັນຈິງ.”
\s5
\v 10 ແລ້ວ ຮານານີຢາ ກໍປົດເອົາແອກ ອອກ ຈາກຄໍຂອງຂ້າພະເຈົ້າ ແລ້ວຫັກແອກ ເປັນທ່ອນ ໆ
\v 11 ແລະ ກ່າວໂດຍ ຊ້ອງໜ້າປະຊາຊົນ ທັງໝົດ ວ່າ, “ອົງພຣະຜູ້ເປັນເຈົ້າ ໄດ້ກ່າວ ວ່າ ພຣະອົງຈະຫັກແອກ ຂອງ ກະສັດ ເນບູກາດເນັດຊາ ທີ່ວາງ ເທິງຄໍ ຂອງ ຊົນຊາດ ທັງຫລາຍນັ້ນ ຢ່າງນີ້ແຫລະ; ແລະ ພຣະອົງຈະກະທາໍ ການນີ້ ພາຍໃນ ສອງປີ. ” ແລ້ວຂ້າພະເຈົ້າ ກໍຈາກໄປ.
\s5
\v 12 ຕໍ່ມາ ຫລັງຈາກເຫດການນີ້ ອົງພຣະຜູ້ເປັນເຈົ້າ ໄດ້ບອກຂ້າພະເຈົ້າ
\v 13 ໃຫ້ໄປກ່າວແກ່ ຮານານີຢາ ດັ່ງນີ້: “ອົງພຣະຜູ້ເປັນເຈົ້າ ໄດ້ກ່າວ ວ່າ ທ່ານອາດຫັກແອກໄມ້ໄດ້, ແຕ່ພຣະອົງ [ຍ] ຈະປ່ຽນມັນເປັນແອກເຫລັກ.
\v 14 ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດ ຍິ່ງໃຫຍ່ ພຣະເຈົ້າຂອງຊາດ ອິດສະຣາເອນ ໄດ້ກ່າວ ວ່າ ພຣະອົງຈະເອົາແອກເຫລັກ ວາງ ເທິງຊົນຊາດ ເຫລົ່ານີ້ ແລະ ພວກເຂົາຈະ ຮັບໃຊ້ ເນບູກາດເນັດຊາ ແຫ່ງ ບາບີໂລນ. ອົງພຣະຜູ້ເປັນເຈົ້າ ໄດ້ກ່າວ ວ່າ ພຣະອົງ ຈະ ເຮັດໃຫ້ ແມ່ນແຕ່ ສັດປ່າ ຮັບໃຊ້ເພິ່ນ.”
\s5
\v 15 ແລ້ວ ຂ້າພະເຈົ້າ ກໍບອກເລື່ອງນີ້ ແກ່ ຮານານີຢາ ໂດຍ ກ່າວຕື່ມ ວ່າ, “ຈົ່ງຟັງໃຫ້ດີ ຮານານີຢາ ອົງພຣະຜູ້ເປັນເຈົ້າບໍ່ໄດ້ໃຊ້ເຈົ້າມາ ແລະ ເຈົ້າກາໍລັງເຮັດໃຫ້ ຄົນເຫລົ່ານີ້ ເຊື່ອ ຄໍາຕົວະຍົວະ ຂອງເຈົ້າ.
\v 16 ສະນັ້ນ ອົງພຣະຜູ້ເປັນເຈົ້າ ຈຶ່ງກ່າວ ວ່າ ພຣະອົງຈະກໍາຈັດເຈົ້າ. ກ່ອນໝົດປີນີ້ ເຈົ້າຈະຕາຍເພາະ ເຈົ້າໄດ້ບອກ ປະຊາຊົນ ໃຫ້ກະບົດ ຕໍ່ອົງ ພຣະຜູ້ເປັນເຈົ້າ. ”
\v 17 ແລ້ວ ຮານານີຢາ ກໍຕາຍ ໃນເດືອນ ທີເຈັດ ຂອງປີດຽວກັນນັ້ນ.
\s5
\c 29
\p
\v 1 ຂ້າພະເຈົ້າ ໄດ້ຂຽນໜັງສື ສະບັບໜຶ່ງ ເຖິງ ພວກປະໂຣຫິດ, ພວກຜູ້ທາໍນວາຍ ແລະ ເຖິງຄົນອື່ນ ໆ ທີ່ເຈົ້າເນບູກາດເນັດຊາ ໄດ້ຈັບ ພວກເຂົາຈາກ ນະຄອນ ເຢຣູຊາເລັມ ໄປ ເປັນຊະເລີຍທີ່ ບາບີໂລນ.
\v 2 ຂ້າພະເຈົ້າ ໄດ້ຂຽນຈົດໝາຍນີ້ ຫລັງຈາກທີ່ ກະສັດ ເຢໂຮຍອາກິນ, ມານດາ ຂອງເພິ່ນ, ບັນດາຂ້າຣາຊການ ໃນວັງ, ພວກເຈົ້ານາຍ ຂອງ ຢູດາຍ ແລະ ຂອງ ນະຄອນ ເຢຣູຊາເລັມ, ພວກຊ່າງສີມື ແລະ ພວກກາໍມະກອນ ທີ່ຊໍານິ ຊໍານານ ໄດ້ຖືກຈັບໄປ ເປັນຊະເລີຍ ໃນຕ່າງຖິ່ນ.
\v 3 ຂ້າພະເຈົ້າ ໄດ້ມອບຈົດໝາຍ ນັ້ນ ໃຫ້ ເອລາຊາ ລູກຊາຍ ຂອງ ຊາຟັນ ແລະ ເກມາຣີຢາ ລູກຊາຍ ຂອງ ຮິນກີຢາ ຄື ພວກ ທີ່ກະສັດ ເຊເດກີຢາ ແຫ່ງ ຢູດາຍ ໄດ້ສົ່ງໄປ ພົບກະສັດ ເນບູກາດເນັດຊາ ແຫ່ງ ບາບີ ໂລນ. ໜັງສືນັ້ນ ມີເນື້ອຄວາມ ວ່າ ດັ່ງນີ້:
\s5
\v 4 “ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດ ຍິ່ງໃຫຍ່ ພຣະເຈົ້າຂອງຊາດ ອິດສະຣາເອນ ກ່າວ ຕໍ່ປະຊາຊົນ ເຫລົ່ານັ້ນ ທັງໝົດ ທີ່ພຣະອົງໄດ້ອະນຸຍາດ ໃຫ້ກະສັດ ເນບູກາດເນັດຊາ ຈັບພວກເຂົາຈາກ ນະຄອນ ເຢຣູຊາເລັມ ໄປເປັນຊະເລີຍທີ່ ບາບີໂລນ ວ່າ:
\v 5 ‘ຈົ່ງປຸກເຮືອນ ແລະ ເຂົ້າຢູ່ອາໄສ. ຈົ່ງປູກຝັງ ໃນສວນ ແລະ ກິນຜົນລະປູກ ທີ່ເກີດຈາກ ສວນນັ້ນ.
\s5
\v 6 ຈົ່ງແຕ່ງງານ ແລະ ມີລູກ ຢູ່ທີ່ນັ້ນ. ແລ້ວໃຫ້ລູກ ຂອງພວກເຈົ້າ ແຕ່ງງານກັນ ເພື່ອ ພວກເຂົາຈະມີລູກ ເຊັ່ນດຽວກັນ. ພວກເຈົ້າ ຕ້ອງເພີ່ມຈາໍນວນຄົນ ໃຫ້ຫລາຍຂຶ້ນ ແລະ ບໍ່ ໃຫ້ລົດໜ້ອຍຖອຍລົງ.
\v 7 ຈົ່ງພັດທະນາ ບ້ານເມືອງ ບ່ອນທີ່ເຮົາໄດ້ ໃຫ້ພວກເຈົ້າໄປ ອາໄສຢູ່ໃນຖານະ ຊະເລີຍເສິກ ນັ້ນໃຫ້ດີ. ຈົ່ງ ພາວັນນາ ອະທິຖານ ຫາເຮົາ ເພື່ອພວກເຂົາ ເພາະຖ້າພວກເຂົາ ຈະເລີນຮຸ່ງເຮືອງ ພວກເຈົ້າົກໍຈະ ຈະເລີນຮຸ່ງເຮືອງດ້ວຍ.
\s5
\v 8 ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງຊາດ ອິດສະຣາເອນ ເຕືອນພວກເຈົ້າ ວ່າ, ‘ຢ່າ ຍອມໃຫ້ ພວກຜູ້ທາໍນວາຍ ທີ່ຢູ່ທ່າມກາງ ພວກເຈົ້າ ຫລື ພວກອື່ນ ໆ ທີ່ອ້າງຕົນ ວ່າ ເປັນຜູ້ທໍານວາຍ ອະນາຄົດ ລໍ້ລວງ ພວກເຈົ້າ. ຢ່າໄດ້ສົນໃຈ ນາໍຄວາມຝັນ ໃດໆ ຂອງ ພວກເຂົາ. [ດ]
\v 9 ພວກເຂົາໃຊ້ນາມຂອງເຮົາ ເວົ້າຕົວະຍົວະພວກເຈົ້າ ເຮົາບໍ່ໄດ້ໃຊ້ ພວກເຂົາມາ. ອົງພຣະຜູ້ເປັນເຈົ້າ ໄດ້ກ່າວ ດັ່ງນີ້ແຫລະ.
\s5
\v 10 ອົງພຣະຜູ້ເປັນເຈົ້າ ໄດ້ກ່າວ ວ່າ, ‘ເມື່ອຢູ່ນະຄອນ ບາບີໂລນ ຄົບເຈັດສິບປີ ແລ້ວເຮົາ ກໍຈະສະແດງ ຄວາມຫ່ວງໃຍ ຂອງເຮົາ ສໍາລັບພວກເຈົ້າ ທັງຈະຮັກສາ ຄໍາສັນຍາ ຂອງເຮົາ ທີ່ວ່າຈະນາໍພວກເຈົ້າ ກັບຄືນມາຍັງບ້ານເກີດ ເມືອງນອນ.
\v 11 ເຮົາຜູ້ດຽວ ເທົ່ານັ້ນ ທີ່ຮູ້ແຜນການ ຂອງເຮົາ ສໍາລັບ ພວກເຈົ້າ, ອົງພຣະຜູ້ເປັນເຈົ້າ ໄດ້ກ່າວ ວ່າ, ‘ຄື ແຜນການ ທີ່ນາໍຄວາມຈະເລີນ ຮຸ່ງເຮືອງມາ ຍັງພວກເຈົ້າ ແລະ ບໍ່ແມ່ນນາໍຄວາມ ຈິບຫາຍ ມາຍັງພວກເຈົ້າ ແຕ່ເປັນແຜນການ ທີ່ນາໍ ຄວາມຫວັງ ມາສູ່ອະນາຄົດ ຂອງພວກເຈົ້າ. [ຕ]
\s5
\v 12 ແລ້ວ ພວກເຈົ້າກໍຈະເອີ້ນຫາເຮົາ. ເມື່ອ ພວກເຈົ້າ ມາຫາເຮົາ ແລະ ພາວັນນາ ອະທິຖານ ຫາເຮົາ ເຮົາກໍຈະຕອບຄໍາພາວັນນາ ອະທິຖານ ຂອງພວກເຈົ້າ.
\v 13 ຖ້າພວກເຈົ້າ ຊອກຫາເຮົາຢ່າງໝົດຈິດ ໝົດໃຈ ພວກເຈົ້າກໍຈະພົບເຮົາ
\v 14 ພວກເຈົ້າຈະ ພົບເຮົາ ແທ້ ໆ, ອົງພຣະຜູ້ເປັນເຈົ້າ ໄດ້ກ່າວ ວ່າ, ‘ແລະ ເຮົາຈະປົວແປງ ພວກເຈົ້າຂຶ້ນໃໝ່ ຢູ່ໃນປະເທດ ຂອງພວກເຈົ້າເອງ. ເຮົາຈະເຕົ້າໂຮມ ພວກເຈົ້າ ຈາກ ທຸກໆ ປະເທດ ແລະ ຈາກ ທຸກໆ ບ່ອນ ຊຶ່ງເຮົາໄດ້ໃຫ້ ພວກເຈົ້າ ກະຈັດ ກະຈາຍ ໄປນັ້ນ’ ອົງພຣະຜູ້ເປັນເຈົ້າ ໄດ້ກ່າວ ວ່າ ‘ແລະ ເຮົາຈະນາໍ ພວກເຈົ້າ ກັບຄືນມາສູ່ດິນແດນ ຊຶ່ງເຮົາໄດ້ສົ່ງ ພວກເຈົ້າ ໄປເປັນຊະເລີຍ ນັ້ນ.
\s5
\v 15 ພວກເຈົ້າ ອາດຈະເວົ້າ ວ່າ ‘ອົງພຣະຜູ້ເປັນເຈົ້າ ໄດ້ໃຫ້ຜູ້ທາໍນວາຍ ແກ່ພວກເຮົາ ທີ່ ບາບີໂລນ ແລ້ວ.
\v 16 ຈົ່ງຟັງສິ່ງທີ່ ອົງພຣະ ຜູ້ເປັນເຈົ້າ ກ່າວກ່ຽວກັບ ກະສັດ ຜູ້ທີ່ປົກຄອງ ອານາຈັກ ຊຶ່ງ ເຈົ້າດາວິດ ໄດ້ປົກຄອງ ແລະ ກ່ຽວກັບ ປະຊາຊົນ ຢູ່ໃນເມືອງນັ້ນ ຄື ກ່າວຕໍ່ ພີ່ນ້ອງ ທີ່ບໍ່ໄດ້ຖືກຈັບມາ ເປັນຊະເລີຍ ພ້ອມ ກັບພວກເຈົ້າ.
\v 17 ອົງພຣະຜູ້ເປັນເຈົ້າ ອົງ ຊົງຣິດ ອໍານາດ ຍິ່ງໃຫຍ່ ໄດ້ກ່າວ ວ່າ, ‘ເຮົາ ຈະນາໍ ສົງຄາມ, ການຕາຍອຶດ ຕາຍຫິວ, ການເຈັບໄຂ້ ໄດ້ປ່ວຍ ມາສູ່ພວກເຂົາ ແລະ ເຮົາຈະເຮັດໃຫ້ ພວກເຂົາ ເປັນດັ່ງໝາກເດື່ອ ເນົ່າຈົນກິນບໍ່ໄດ້.
\s5
\v 18 ເຮົາຈະໃຫ້ ສົງຄາມ, ການຕາຍອຶດ ຕາຍຫິວ, ແລະ ການເຈັບໄຂ້ ໄດ້ປ່ວຍ ໄລ່ຕາມພວກເຂົາໄປ ແລະ ຊົນຊາດ ທັງຫລາຍ ໃນໂລກ ຈະຕົກໃຈຢ້ານກົວ ໃນສິ່ງທີ່ພວກເຂົາເຫັນ. ໃນທຸກໆ ບ່ອນທີ່ເຮົາໄດ້ ໃຫ້ພວກເຂົາ ກະຈັດກະຈາຍໄປ ປະຊາຊົນຈະສະດຸ້ງ ຕົກໃຈ ທັງຢ້ານກົວຫຼາຍ ຕໍ່ສິ່ງທີ່ໄດ້ ເກີດຂຶ້ນ ກັບພວກເຂົານັ້ນ. ປະຊາຊົນ ຈະຫົວເຍາະເຍີ້ຍ ພວກເຂົາ ແລະ ໃຊ້ຊື່ຂອງພວກເຂົາ ເປັນຄໍາສາບແຊ່ງ.
\v 19 ເຫດການນີ້ ຈະເກືດຂຶ້ນ ເພາະພວກເຂົາ ບໍ່ໄດ້ເຊື່ອຟັງ ຖ້ອຍຄໍາ ຂອງເຮົາ. ອົງພຣະຜູ້ເປັນເຈົ້າ ກ່າວ ວ່າ ‘ທີ່ເຮົາໄດ້ສົ່ງມາຍັງ ພວກເຂົາ ຜ່ານທາງ ພວກຜູ້ທາໍນວາຍ ຜູ້ຮັບໃຊ້ຂອງເຮົາ. ແຕ່ ພວກເຈົ້າ ບໍ່ຍອມຟງັ. ອົງພຣະຜູ້ເປັນເຈົ້າ ກ່າວ ດັ່ງນີ້ແຫລະ.
\s5
\v 20 ຝ່າຍພວກເຈົ້າ ທັງໝົດ ທີ່ເຮົາໄດ້ສົ່ງ ມາໃຫ້ ເປັນຊະເລີຍໃນ ບາບີໂລນ ນັ້ນຈົ່ງຟັງ ສິ່ງທີ່ອົງພຣະຜູ້ເປັນເຈົ້າ ກ່າວ.
\v 21 ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດ ຍິ່ງໃຫຍ່ ພຣະເຈົ້າຂອງຊາດ ອິດສະຣາເອນ ກ່າວກ່ຽວກັບ ອາຮາບ ລູກຊາຍ ຂອງ ໂກໄລຢາ ແລະ ເຊເດກີຢາ ລູກຊາຍ ຂອງ ມາອາເຊຢາ ທີ່ກໍາລັງ ເວົ້າຕົວະ ໃນນາມ ຂອງ ພຣະອົງ ວ່າ: ‘ເຮົາຈະໃຫ້ພວກເຂົາ ຕົກຢູ່ໃນ ກາໍມື ຂອງ ກະສັດ ເນບູກາດເນັດຊາ ແຫ່ງ ບາບີໂລນ. ລາວຈະປະຫານຊີວິດ ພວກເຂົາ ຕໍ່ໜ້າ ຕໍ່ຕາ ພວກເຈົ້າ.
\s5
\v 22 ເມື່ອປະຊາຊົນ ນະຄອນ ເຢຣູຊາເລັມ ທີ່ຖືກຈັບໄປ ເປັນຊະເລີຍ ທີ່ ບາບີໂລນ ຢາກຈະສາບແຊ່ງ ຜູ້ໜຶ່ງຜູ້ໃດ; ພວກເຂົາຈະເວົ້າ ວ່າ ຂໍໃຫ້ ອົງພຣະຜູ້ເປັນເຈົ້າ ເຮັດກັບເຈົ້າ ດັ່ງ ທີ່ ພຣະອົງ ໄດ້ເຮັດກັບ ເຊເດກີຢາ ແລະ ອາຮາບ ທີ່ກະສັດແຫ່ງ ບາບີໂລນ ໄດ້ປີ້ງພວກເຂົາ ທັງເປັນ.
\v 23 ຊາຕາກໍາ ຂອງ ພວກເຂົາ ເປັນເຊັ່ນນີ້ ກໍຍ້ອນພວກເຂົາ ໄດ້ເຮັດບາບ ຢ່າງຮ້າຍແຮງ ຄື ພວກເຂົາ ໄດ້ ຫລິ້ນຊູ້ ສູ່ຜົວເມຍ ແລະ ໄດ້ເວົ້າຕົວະ ໃນ ນາມຂອງເຮົາ ທີ່ເຮົາບໍ່ໄດ້ສັ່ງໄວ້ ແກ່ພວກເຂົາ. ເຮົາຮູ້ເຫັນ ສິ່ງທີ່ພວກເຂົາ ໄດ້ເຮັດ ແລະ ເຮົາກໍເປັນພະຍານ ຕໍ່ສູ້ໃນເລື່ອງນີ້. [ຖ] ອົງພຣະຜູ້ເປັນເຈົ້າ ໄດ້ກ່າວ ດັ່ງນີ້ແຫລະ.”
\s5
\v 24-25 ອົງພຣະຜູ້ເປັນເຈົ້າ ອົງຊົງ ຣິດອໍານາດ ຍິ່ງໃຫຍ່ ພຣະເຈົ້າ ຂອງ ຊາດ ອິດສະຣາເອນ ໄດ້ໃຫ້ຖ້ອຍຄໍາ ແກ່ຂ້າພະເຈົ້າ ເພື່ອບອກ ເຊມາອີຢາ ຊາວເນເຮລາມ. ເຊມາອີຢາ ໄດ້ສົ່ງຈົດໝາຍ ໃນນາມຂອງຕົນ ໄປຍັງ ປະຊາຊົນ ນະຄອນ ເຢຣູຊາເລັມ ທັງໝົດ ແລະ ໄດ້ສົ່ງໄປຫາ ປະໂຣຫິດ ເຊຟານີຢາ ລູກຊາຍ ຂອງ ມາອາໄຊຢາ ພ້ອມທັງພວກ ປະໂຣຫິດ ຄົນອື່ນ ໆ ດ້ວຍ. ໃນຈົດໝາຍ ທີ່ເຊມາອີຢາ ໄດ້ຂຽນໄປເຖິງ ເຊຟານີຢາ ນັ້ນມີ ເນື້ອຄວາມ ດັ່ງນີ້:
\v 26 “ອົງພຣະຜູ້ເປັນເຈົ້າ ໄດ້ເຮັດໃຫ້ ທ່ານເປັນປະໂຣຫິດ ແທນ ເຢໂຮຍອາດາ; ບັດນີ້ ທ່ານກໍເປັນຫົວໜ້າ ຂອງພ ວກເຈົ້າໜ້າທີ່ ທີ່ປະຈາໍພຣະວິຫານ. ແມ່ນໜ້າທີ່ ຂອງທ່ານທີ່ຈະຈັດການລ່າມໂສ້ ຄົນເສຍສະຕິ ທຸກ ໆ ຄົນ ທີ່ແກ້ງເຮັດ ເປັນຜູ້ທາໍນວາຍ.
\s5
\v 27 ເປັນຫຍັງ ທ່ານຈຶ່ງບໍ່ເຮັດເຊັ່ນນັ້ນກັບ ເຢເຣມີຢາ ຊາວອານາທົດ ຜູ້ທີ່ໄດ້ກ່າວຕໍ່ ປະຊາຊົນ ໃນຖານະ ຜູ້ທາໍນວາຍ?
\v 28 ລາວຕ້ອງຖືກບັງຄັບ ໃຫ້ເຊົາເວົ້າ ເພາະລາວໄດ້ບອກຖ້ອຍຄໍາຂອງອົງພຣະຜູ້ເປັນເຈົ້າ ໃຫ້ ປະຊາຊົນຢູ່ໃນ ບາບີໂລນ ວ່າ, ພວກເຂົາຈະຕ້ອງ ເປັນຊະເລີຍເສິກ ຢູ່ໃນທີ່ນັ້ນ ອີກເປັນ ເວລາດົນນານ ແລະຈະຕ້ອງປຸກບ້ານປຸກເຮືອນຢູ່ອາໄສ, ເຮັດສວນ ປູກຝັງ ແລະກິນຜົນລະປູກ ຈາກເຫື່ອແຮງ ຂອງ ພວກເຂົາ. ”
\v 29 ເຊຟານີຢາ ໄດ້ອ່ານ ຈົດໝາຍນັ້ນ ໃຫ້ ຂ້າພະເຈົ້າຟັງ
\s5
\v 30 ແລະ ຕໍ່ມາ ອົງພຣະຜູ້ເປັນເຈົ້າ ໄດ້ບອກໃຫ້ຂ້າພະເຈົ້າ
\v 31 ສົ່ງຖ້ອຍຄໍານີ້ ໄປ ເຖິງພວກ ທີ່ຖືກຈັບໄປ ເປັນຊະເລີຍໃນ ບາບີໂລນ ທັງໝົດ ວ່າ, “ອົງພຣະຜູ້ເປັນເຈົ້າ ກ່າວ ດັ່ງນີ້ວ່າ, ‘ເຮົາຈະລົງໂທດ ເຊມາອີຢາ ແລະ ເຊື້ອສາຍ ຂອງ ລາວ ທຸກຄົນ. ເຮົາບໍ່ໄດ້ ໃຊ້ລາວ ກ່າວ, ແຕ່ລາວໄດ້ຊັກຊວນ ພວກເຈົ້າ ໃຫ້ວາງໃຈເຊື່ອໃນຄວາມຕົວະ,
\v 32 ນີ້ແມ່ນ ອົງພຣະຜູ້ເປັນເຈົ້າ ກ່າວ ຄື: ເຮົາຈະ ລົງໂທດລາວ ກັບເຊື້ອສາຍຂອງລາວ ລາວຈະບໍ່ມີເຊື້ອສາຍ ຈັກຄົນດຽວອາໄສຢູ່ ໃນທ່າມກາງພວກເຈົ້າ. ລາວຈະບໍ່ມີຊີວິດຢູ່ໄດ້ ເຫັນສິ່ງດີ ທັງຫລາຍ ຊຶ່ງເຮົາຈະເຮັດ ສໍາລັບ ປະຊາຊົນ ຂອງເຮົາ, ເພາະລາວໄດ້ສອນ ພວກເຂົາ ໃຫ້ກະບົດ ຕໍ່ສູ້ເຮົາ. ອົງພຣະຜູ້ ເປັນເຈົ້າ ໄດ້ກ່າວ ດັ່ງນີ້ແຫລະ.”
\s5
\c 30
\p
\v 1 ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງຊາດ ອິດສະຣາເອນ
\v 2 ໄດ້ກ່າວແກ່ຂ້າພະເຈົ້າ ວ່າ, “ຈົ່ງຂຽນ ຖ້ອຍຄໍາ ທັງໝົດ ທີ່ເຮົາໄດ້ບອກ ແກ່ເຈົ້ານັ້ນ ໄວ້ໃນໜັງສື ເຫັ້ຼມໜຶ່ງ
\v 3 ອົງພຣະຜູ້ເປັນເຈົ້າ ໄດ້ກ່າວ ວ່າ ເພາະເມື່ອເວລານັ້ນ ມາເຖິງ ເຮົາຈະປົວແປງ ປະຊາຊົນ ຂອງເຮົາ ຂຶ້ນໃໝ່ ຄື ປະຊາຊົນ ອິດສະຣາເອນ ແລະ ຢູດາ. ເຮົາຈະນໍາພວກເຂົາ ຄືນມາສູ່ດິນແດນ ທີ່ເຮົາໄດ້ມອບໃຫ້ ແກ່ບັນພະບຸລຸດ ຂອງ ພວກເຂົາ ແລະ ພວກເຂົາ ກໍຈະເປັນກໍາມະສິດ ດິນແດນ ນັ້ນອີກ. ” ອົງພຣະຜູ້ເປັນເຈົ້າ ໄດ້ກ່າວ ດັ່ງນີ້ແຫລະ.
\s5
\v 4 ອົງພຣະຜູ້ເປັນເຈົ້າ ກ່າວແກ່ ປະຊາຊົນ ອິດສະຣາເອນ ແລະ ຢູດາ ວ່າ,
\v 5 “ເຮົາ ໄດ້ຍິນສຽງຮ້ອງ ແຕກຕື່ນຕົກໃຈ ເປັນສຽງຮ້ອງ ຕົກໃຈກົວ ແລະ ບໍ່ມີຄວາມ ສະຫງົບສຸກ.
\s5
\v 6 ບັດນີ້ ຈົ່ງຢຸດຟັງ ແລະ ຄິດເບິ່ງວ່າ ຊາຍ ຜູ້ໜຶ່ງນັ້ນ ກາໍເນີດລູກໄດ້ບໍ? ເປັນຫຍັງ ເຮົາຈຶ່ງເຫັນຊາຍ ທຸກຄົນ ອູ້ມທ້ອງຕົນ ໜ້າຕາ ທຸກຄົນຊີດຂາວ ດັ່ງຜູ້ຍິງຄອດລູກ?
\v 7 ມື້ ອັນໜ້າຢ້ານກົວໃຫຍ່ ນັ້ນກໍາລັງ ຈະມາເຖິງ ບໍ່ ່ມີມື້ໃດເລີຍ ຈະປຽບປານ ມື້ນັ້ນໄດ້ ເພາະ ເປັນເວລາ ທີ່ປະຊາຊົນ ຂອງເຮົາ ທຸກໃຈ ຫລາຍ ແຕ່ພວກເຂົາຈະລອດ ປອດໄພ ທັງຈະມີຊີວິດ ຢູ່ໄດ້.”
\s5
\v 8 ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດ ຍິ່ງໃຫຍ່ ກ່າວ ວ່າ, “ເມື່ອມື້ນັ້ນ ມາເຖິງ ເຮົາຈະຫັກແອກ ຊຶ່ງວາງເທິງຄໍ ຂອງ ພວກເຂົາ ແລະ ທັງຈະປົດໂສ້ ທີ່ລ່າມ ພວກເຂົາອອກ ແລະ ພວກເຂົາກໍຈະບໍ່ເປັນທາດຮັບໃຊ້ ຂອງ ຄົນຕ່າງດ້າວ ອີກຕໍ່ໄປ.
\v 9 ແຕ່ ພວກເຂົາ ກັບຈະຮັບໃຊ້ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຂົາ ແລະ ຮັບໃຊ້ເຊື້ອສາຍ ຂອງ ດາວິດ ຜູ້ທີ່ເຮົາຈະມອບ ອໍານາດ ໃຫ້ເປັນ ກະສັດ ຂອງ ພວກເຂົາ.”
\s5
\v 10 “ປະຊາຊົນ ຂອງເຮົາ ເອີຍ ພວກເຈົ້າ ຢ່າຢ້ານເລີຍ ປະຊາຊົນ ອິດສະຣາເອນ ເອີຍ ຢ່າແຕກຕື່ນເທາະ ເຮົາຈະຊ່ວຍກູ້ເອົາ ພວກເຈົ້າມາຈາກ ແດນຫ່າງໄກ ຈາກ ດິນແດນ ພວກເຈົ້າຕົກໄປ ເປັນຊະເລີຍນັ້ນ. ພວກເຈົ້າ ຈະກັບຄືນມາບ້ານ ທັງມີຊີວິດຢ່າງ ສັນຕິສຸກ ຈະປອດໄພ ແລະ ຈະບໍ່ມີຜູ້ໃດ ເຮັດໃຫ້ ພວກເຈົ້າຢ້ານ.
\v 11 ອົງພຣະຜູ້ເປັນເຈົ້າ ໄດ້ກ່າວ ວ່າ ເຮົາສະຖິດ ຢູ່ກັບພວກເຈົ້າ ເພື່ອຊ່ວຍ ພວກເຈົ້າ ໃຫ້ພົ້ນໄພ ແລະ ທາໍລາຍ ທຸກຊົນຊາດ ໃນບ່ອນທີ່ພວກເຈົ້າ ແຕກກະຈັດ ກະຈາຍ ໄປນັ້ນ ແຕ່ເຮົາຈະບໍ່ທາໍລາຍ ພວກເຈົ້າ ແຕ່ປະການໃດ ເຮົາຈະປ່ອຍໃຫ້ ພວກເຈົ້າ ໄປໂດຍ ບໍ່ຖືກໂທດ ກໍບໍ່ໄດ້; ແຕ່ເມື່ອລົງໂທດ ເຮົາກໍຈະເຮັດຢ່າງ ທ່ຽງທາໍ.”
\s5
\v 12 ອົງພຣະຜູ້ເປັນເຈົ້າ ກ່າວ ວ່າ, “ບາດແຜ ຂອງ ພວກເຈົ້າ ຈະປົວບໍ່ດີ ບ່ອນ ເຈັບປວດ ຂອງ ພວກເຈົ້າ ກໍເຮັດໃຫ້ ຫາຍດີ ບໍ່ໄດ້
\v 13 ບໍ່ມີຜູ້ໃດ ບົວລະບັດພວກເຈົ້າເລີຍ ບາດແຜປົວບໍ່ດີ ແລະ ຫວ້ານຢາ ກໍບໍ່ມີ ດ້ວຍ.
\s5
\v 14 ຄົນຮັກແພງ ຕ່າງກໍໄດ້ ລືມໄລ ພວກເຈົ້າໄປ ພວກເຂົາບໍ່ສົນໃຈ ກັບ ພວກເຈົ້າ ຕໍ່ ໄປອີກ. ເຮົາໄດ້ໂຈມຕີ ພວກເຈົ້າ ເໝືອນດັ່ງສັດຕູ ໂຈມຕີ ໂທດກາໍທີ່ພວກເຈົ້າ ໄດ້ຮັບກໍຮຸນແຮງແທ້ ເພາະການບາບ ຂອງ ພວກເຈົ້າ ມີຫລວງຫລາຍ ແລະ ຄວາມຊົ່ວຊາມ ກໍມີຫລາຍໂພດ.
\v 15 ຢ່າຈົ່ມທຸກຕື່ມເຖິງຄວາມ ເຈັບປວດ ອີກເລີຍ ຢາປິ່ນປົວ ສໍາລັບ ພວກເຈົ້າ ບໍ່ມີສາແລ້ວ. ເຮົາລົງໂທດ ພວກເຈົ້າ ຍ້ອນການບາບ ມີຫລາຍ ແລະ ຄວາມຊົ່ວຊ້າກໍມີຫລາຍໂພດ.
\s5
\v 16 ແຕ່ ບັດນີ້ ທຸກຄົນທີ່ກືນພວກເຈົ້າ ຈະຖືກກືນຄືນ ແລະ ເຫລົ່າສັດຕູ ຈະຖືກຈັບເປັນ ຊະເລີຍໝົດສິ້ນ. ທຸກຄົນ ທີ່ກົດຂີ່ ພວກເຈົ້າ ຈະຖືກກົດຂີ່ຄືນ ທຸກຄົນທີ່ປຸ້ນພວກເຈົ້າ ຈະຖືກປຸ້ນຄືນ.
\v 17 ອົງພຣະຜູ້ເປັນເຈົ້າ ໄດ້ກ່າວ ວ່າ ເຮົາຈະໃຫ້ພວກເຈົ້າ ຫາຍດີ ແລະ ປິ່ນປົວ ບາດແຜ ເຖິງແມ່ນເຫລົ່າສັດຕູ ເວົ້າກໍຕາມ ວ່າ, ‘ພູເຂົາ ຊີໂອນ ຖືກປະຖິ້ມ ແລະ ບໍ່ມີຜູ້ໃດ ສົນໃຈ.
\s5
\v 18 ອົງພຣະຜູ້ເປັນເຈົ້າ ກ່າວ ວ່າ, “ເຮົາຈະ ສ້າງ ປະຊາຊົນເຮົາ ຂຶ້ນໃໝ່ ໃນດິນແດນ ຂອງເຂົາ ແລະ ຈະເມດຕາ ຕໍ່ ທຸກໆ ບ້ານ ເຮົາຈະກໍ່ສ້າງນະຄອນ ເຢຣູຊາເລັມ ຂຶ້ນໃໝ່ ຜາສາດ ຣາຊວັງ ກໍຈະຖືກສ້າງ ຂຶ້ນໃໝ່ ຄືກັນ.
\v 19 ປະຊາຊົນ ໃນທີ່ນັ້ນ ຈະຮ້ອງເພງ ສັນລະເສີນ ຕ່າງກໍຈະຊົມຊື່ນຍິນດີ ໂດຍ ພາກັນໂຮຮ້ອງ. ເຮົາຈະອວຍພອນ ພວກເຂົາ ໃຫ້ມີຄົນ ເພີ່ມຂຶ້ນຫລາຍ ພອນຂອງເຮົາ ຈະ ນາໍກຽດສັກສີ ມາສູ່ພວກເຂົາເຈົ້າ.
\s5
\v 20 ເຮົາຈະໃຫ້ອໍານາດ ດັ່ງເດີມໃໝ່ ແກ່ ຊົນຊາດນີ້ເດີ ເຮົາຈະລົງໂທດ ແກ່ທຸກຄົນ ທີ່ກົດຂີ່ພວກເຂົາ.
\v 21 ພວກເຈົ້ານາຍ ຂອງ ພວກເຂົາ ຈະມາຈາກ ຊົນຊາດ ຂອງ ພວກເຂົາເອງ ກະສັດຂອງພວກເຂົາ ຈະມາຈາກ ຊົນຊາດ ຂອງ ພວກເຂົາເອງດ້ວຍ. ລາວຈະ ຫຍັບເຂົ້າໃກ້ ເມື່ອເຮົາໄດ້ເຊີນລາວ ຜູ້ທີ່ບໍ່ຖືກເຊີນ ມີຜູ້ໃດແດ່ ກ້າຫຍັບມາເຂົ້າໃກ້?
\v 22 ພວກເຂົາຈະເປັນຂອງເຮົາ ເຮົາເປັນ ພຣະເຈົ້າຂອງພວກເຂົາ ເຮົາ ຄື ອົງພຣະຜູ້ເປັນເຈົ້າ ໄດ້ກ່າວ ດັ່ງນີ້ແຫລະ.”
\s5
\v 23-24 ຄວາມໂກດຮ້າຍ ຂອງ ອົງພຣະຜູ້ເປັນເຈົ້າ ນັ້ນເປັນດັ່ງລົມພະຍຸ ຄື ລົມອັນໂຫດຮ້າຍ ທີ່ຈະພັດປິວ ວົນວຽນ ຢູ່ເທິງ ຫົວຂອງຄົນຊົ່ວຊ້າ ທັງຫລາຍ. ຄວາມໂກດຮ້າຍນີ້ ຈະບໍ່ສິ້ນສຸດ ຈົນກວ່າ ພຣະອົງໄດ້ ເຮັດສິ່ງທີ່ພຣະອົງ ປະສົງຢາກເຮັດ. ໃນທີ່ສຸດນັ້ນ ເຈົ້າທັງຫລາຍ ຈະເຂົ້າໃຈ ຢ່າງແຈ່ມແຈ້ງ.
\s5
\c 31
\p
\v 1 ອົງພຣະຜູ້ເປັນເຈົ້າ ກ່າວ ວ່າ, “ເມື່ອ ເວລານັ້ນ ມາເຖິງ ເຮົາຈະເປັນພຣະເຈົ້າ ແຫ່ງ ເຜົ່າຕ່າງໆ ຂອງຊາດ ອິດສະຣາເອນ ແລະ ພວກເຂົາ ກໍຈະເປັນປະຊາຊົນ ຂອງເຮົາ.
\v 2 ໃນຖິ່ນແຫ້ງແລ້ງ ກັນດານ ເຮົາໄດ້ເມດຕາ ປະຊາຊົນ ເຫລົ່ານັ້ນ ທີ່ໄດ້ປົບໜີ ຈາກຄວາມຕາຍ. ເມື່ອຊາວ ອິດສະຣາເອນ ຢາກຈະ ພັກຜ່ອນ
\v 3 ເຮົາໄດ້ປາກົດ ແກ່ພວກເຂົາ [ນ] ຈາກ ແດນໄກ. ຊາດອິດສະຣາເອນ ເອີຍ ເຮົາຮັກແພງເຈົ້າ ສະເໝີ ມາ. ດັ່ງນັ້ນ ເຮົາຈຶ່ງສືບຕໍ່ໃຫ້ຄວາມຮັກ ອັນໝັ້ນ ຄົງແກ່ເຈົ້າ.
\s5
\v 4 ເຮົາ ຈະປົວແປງ ແລະ ກໍ່ສ້າງເຈົ້າ ຂຶ້ນໃໝ່ ອີກເທື່ອໜຶ່ງ. ພວກເຈົ້າຈະຕີກອງ ແລະ ຟ້ອນລໍາ ຢ່າງຊື່ນບານ ອີກເທື່ອໜຶ່ງ.
\v 5 ພວກເຈົ້າຈະໄດ້ ປູກຕົ້ນອະງຸ່ນ ທີ່ເທິງ ພູເຂົາ ຊາມາເຣຍ ອີກເທື່ອໜຶ່ງ ແລະ ພວກທີ່ປູກຕົ້ນ ອະງຸ່ນ ກໍຈະໄດ້ກິນຜົນຈາກ ສວນອະງຸ່ນ ນັ້ນ.
\v 6 ຖືກແລ້ວ ເມື່ອເວລາ ນັ້ນມາເຖິງ ຄົນເຝົ້າ ຍາມ ຈະເປັ່ງສຽງ ຮ້ອງອອກໄປ ຈາກເທິງພູ ເອຟຣາອິມ ວ່າ, ‘ໃຫ້ພວກເຮົາ ຂຶ້ນໄປຍັງ ພູເຂົາ ຊີໂອນ ເພື່ອເຝົ້າ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ ຂອງ ພວກເຮົາ.
\s5
\v 7 ອົງພຣະຜູ້ເປັນເຈົ້າ ກ່າວ ວ່າ, “ຈົ່ງຮ້ອງເພງ ຢ່າງຊົມຊື່ນໃຫ້ ອິດສະຣາເອນ ຊົນຊາດ ໜຶ່ງທີ່ຍິ່ງໃຫຍ່ ກວ່າ ທຸກຊົນຊາດ. ຈົ່ງຮ້ອງເພງ ຂອງ ພວກເຈົ້າ ສັນລະເສີນ ວ່າ, ‘ອົງພຣະຜູ້ເປັນເຈົ້າ ໄດ້ຊ່ວຍກູ້ ເອົາປະຊາຊົນ ຂອງພຣະອົງ; [ບ] ພຣະອົງໄດ້ຊ່ວຍກູ້ເອົາ ທຸກໆ ຄົນ ຄື ປະຊາຊົນ ທີ່ຍັງເຫລືອ ຢູ່ນັ້ນ.
\s5
\v 8 ເຮົາຈະນາໍເອົາ ພວກເຂົາ ມາຈາກ ທິດ ເໜືອ ເຕົ້າໂຮມ ເອົາ ພວກເຂົາ ມາ ຈາກ ທີ່ ສຸດແຜ່ນດິນໂລກ ຄົນຕາບອດ ແລະ ເສຍຂາ ກໍຈະຄືນມາ ກັບ ພວກເຂົາ ທັງຜູ້ຍິງຖືພາ ແລະ ຜູ້ທີ່ຫາ ກໍອອກລູກດ້ວຍ. ພວກເຂົາຈະ ກັບຄືນມາ ດັ່ງຝູງຊົນ ອັນໃຫຍ່ຫລວງ ພວກເຂົາຈະກາຍເປັນຊົນຊາດ ທີ່ຍິ່ງໃຫຍ່.
\v 9 ປະຊາຊົນ ຈະກັບມາ ດ້ວຍ ນາໍ້ ຕາ ຫລັ່ງໄຫລ ໂດຍ ພາວັນນາ ອະທິຖານເຮົາ ໃຫ້ນາໍພວກເຂົາຄືນເມືອບ້ານ. ເຮົາຈະນາໍ ພວກເຂົາໄປ ສູ່ ຫ້ວຍນາໍ້ ທີ່ຫລັ່ງໄຫລ ຕາມທາງພຽງ ທີ່ພວກເຂົາ ຈະບໍ່ຕໍາ ສະດຸດໄດ້. ເຮົາເປັນ ດັ່ງພໍ່ຜູ້ໜຶ່ງຂອງຊາດ ອິດສະຣາເອນ ເອຟຣາອິມ ກໍ ເປັນລູກຊາຍກົກ ຂອງເຮົາ ດ້ວຍ.”
\s5
\v 10 ອົງພຣະຜູ້ເປັນເຈົ້າ ກ່າວ ວ່າ, “ຊົນຊາດ ທັງຫລາຍ ເອີຍ ຈົ່ງຟັງເຮົາ ເທີ້ນ ຈົ່ງປະກາດຖ້ອຍຄໍາ ຂອງເຮົາ ທີ່ແຄມຝັ່ງໄກຫ່າງ. ເຮົາໄດ້ເຮັດໃຫ້ປະຊາຊົນ ຂອງເຮົາ ກະຈັດ ກະຈາຍໄປ ແຕ່ເຮົາຈະເຕົ້າໂຮມ ພວກເຂົາ ແລະ ດູແລ ພວກເຂົາ ໃໝ່ອີກ ຄົນລ້ຽງແກະ ເຝົ້າເບິ່ງຝູງແກະ ຂອງຕົນສັນໃດ ເຮົາກໍຈະເຝົ້າ ເບິ່ງແຍງ ປະຊາຊົນ ຂອງເຮົາ ສັນນັ້ນ.
\v 11 ເຮົາໄດ້ຊ່ວຍ ໃຫ້ຊາດອິດສະຣາເອນ ເປັນເສລີ ຊ່ວຍໃຫ້ພົ້ນໄພ ຈາກຊົນຊາດໜຶ່ງ ທີ່ມີອໍານາດ.
\s5
\v 12 ພວກເຂົາ ຈະມາ ຂັບຮ້ອງ ຍິນດີ ທີ່ ເທິງພູເຂົາ ຊີໂອນ ແລະ ຈະເບີກບານໃຈ ກັບ ສິ່ງດີ ທີ່ເຮົາມອບໃຫ້ ຄື ພືດຜົນ ເປັນເມັດ ແດ່ ແລະ ເຫລົ້າອະງຸ່ນ ນາໍ້ມັນໝາກກອກເທດ ທັງຝູງແກະ ແລະ ງົວ ດ້ວຍ. ພວກເຂົາຈະ ເປັນດັ່ງສວນ ທີ່ມີນາໍ້ຫົດລ້ຽງ ຢ່າງດີ ມີທຸກສິ່ງທີ່ຕ້ອງການ.
\s5
\v 13 ແລ້ວ ແມ່ຍິງ ກໍຈະຟ້ອນ ຢ່າງມີຄວາມ ສຸກໃຈຜູ້ຊາຍ ບໍ່ວ່າເຖົ້າ ຫລື ໜຸ່ມ ກໍດີຈະຍິນ ດີດ້ວຍ. ເຮົາຈະເລົ້າໂລມໃຈຜູ້ໄວ້ທຸກ ໃຫ້ປີຕິຍິນດີ ຄວາມໂສກເສົ້າ ເສຍໃຈ ເປັນຄວາມ ຊົມຊື່ນ.
\v 14 ເຮົາຈະໃຫ້ພວກ ປະໂຣຫິດ ເຕັມດ້ວຍ ສິ່ງທີ່ດີ ທັງອາຫານ ການກິນ ຢ່າງ ອຸດົມ ສົມບູນ ດ້ວຍ ແລະ ຈະໃຫ້ປະຊາຊົນ ມີ ທຸກສິ່ງທີ່ຕ້ອງການ. ” ອົງພຣະຜູ້ເປັນເຈົ້າ ໄດ້ ກ່າວ ດັ່ງນີ້ແຫລະ.
\s5
\v 15 ອົງພຣະຜູ້ເປັນເຈົ້າ ກ່າວ ວ່າ, “ມີສຽງ ໜຶ່ງໃນ ຣາມາ ສຽງຮ້ອງໄຫ້ ຄວນຄາງ ຢ່າງ ລະທົມຂົມຂື່ນ ນາງຣາເຊັນ ກາໍລັງຮ້ອງໄຫ້ ໃຫ້ລູກໆ ຂອງຕົນ ທີ່ໄດ້ເສຍໄປ ຈຶ່ງບໍ່ຟັງຄໍາ ປອບໃຈ ໃດໆ ທັງນັນ.”
\s5
\v 16 ອົງພຣະຜູ້ເປັນເຈົ້າ ໄດ້ກ່າວ ວ່າ, “ຈົ່ງເຊົາຮ້ອງໄຫ້ ແລະ ເຊັດນາໍ້ຕາ ຂອງເຈົ້າສາ ທຸກສິ່ງ ທີ່ເຈົ້າໄດ້ກະທໍາ ເພື່ອລູກຂອງເຈົ້າ ນັ້ນ ຈະເສຍລ້າ ໆ ໂດຍບໍ່ໄດ້ ຮັບບາໍເໜັດ ກໍບໍ່ຫ່ອນເປັນ. ” ອົງພຣະຜູ້ເປັນເຈົ້າ ໄດ້ກ່າວ ວ່າ, “ພວກເຂົາ ຈະກັບມາຈາກ ດິນແດນ ສັດຕູ ຂອງ ພວກເຂົາ.
\v 17 ຄວາມຫວັງ ຂ້າງໜ້າ ຄື ລູກໆ ຂອງເຈົ້າ ຈະກັບມາ.”
\s5
\v 18 “ເຮົາໄດ້ຍິນປະຊາຊົນ ອິດສະຣາເອນ ເວົ້າ ດ້ວຍຄວາມໂສກເສົ້າ ເສຍໃຈ ດັ່ງນີ້: ‘ຂ້າແດ່ ອົງພຣະຜູ້ເປັນເຈົ້າ ພວກຂ້ານ້ອຍດື້ດ້ານ ແລະ ຈອງຫອງ ດັ່ງສັດໂຕໜຶ່ງ ແຕ່ຂໍໂຜດໄດ້ ສັ່ງສອນ ໃຫ້ເຊື່ອຟັງພຣະອົງແດ່ ຂໍໂຜດໃຫ້ ໄດ້ກັບຄືນ ມາຫາ ພຣະອົງ ແດ່ທ້ອນ; ພວກ ຂ້ານ້ອຍ ພ້ອມແລ້ວ ຈະກັບຄືນມາຫາ ພຣະອົງ ເພາະພຣະອົງ ເປັນອົງພຣະຜູ້ເປັນ ເຈົ້າ ພຣະເຈົ້າຂອງພວກຂ້ານ້ອຍ.
\v 19 ແມ່ນແທ້ ພວກຂ້ານ້ອຍໄດ້ຫັນໜີ ຈາກ ພຣະອົງ ແຕ່ບັດນີ້ ຂໍກັບຄືນມາ ຫາພຣະອົງ ອີກ. ຫລັງຈາກ ທີ່ພຣະອົງໄດ້ລົງໂທດ ພວກຂ້ານ້ອຍ ຈຶ່ງຕີເອິກ ຕົນເອງ ຢ່າງເສຍໃຈ ແທ້ໆ. ພວກຂ້ານ້ອຍ ຖືກອັບອາຍ ຂາຍໜ້າ ເຕັມທີ ເພາະໄດ້ກະທາໍບາບ ແຕ່ຄາວຍັງໜຸ່ມ ພຸ້ນ.
\v 20 ອິດສະຣາເອນ ເອີຍ ເຈົ້າຄືລູກ ທີ່ຮັກ ຂອງເຮົາ ເປັນເດັກນ້ອຍ ທີ່ເຮົາຮັກ ແພງ ຫລາຍແທ້ໆ. ເມື່ອເຮົາ ເອີ່ຍເຖິງເຈົ້າ ຄື ເອີ່ຍເຖິງ ຊື່ເຈົ້າ ຍາມໃດ ເຮົາກໍມີຄວາມຮັກ ແລະ ຄິດເຖິງເຈົ້າ ຍາມນັ້ນ; ຈິດໃຈເຮົາ ຄິດເຖິງແຕ່ເຈົ້າ ຢູ່ສະເໝີ ມາ ເຮົາບັງຄັບ ເຮົາເອງບໍ່ໃຫ້ ເມດຕາເຈົ້າ ບໍ່ໄດ້.
\s5
\v 21 ຈົ່ງເຮັດປ້າຍ ແລະ ໝາຍໄວ້ ຕາມຫົນທາງ ຈົ່ງຊອກຫາ ຖະໜົນ ທີ່ເຈົ້າ ໄດ້ປະໄປນັ້ນ. ຈົ່ງກັບມາເຖີດ ປະຊາຊົນອິດສະຣາເອນ ເອີຍ ກັບຄືນມາ ຍັງບ້ານເມືອງ ທີ່ພວກເຈົ້າ ໄດ້ຈາກໄປນັ້ນ.
\v 22 ພວກເຈົ້າ ຍັງຈະລັ່ງເລໃຈ ຢູ່ອີກດົນ ປານໃດ ນໍ? ຜູ້ຍິງທີ່ບໍ່ສັດຊື່ເອີຍ ເວລາຕັດສິນ ໃຈ ມາຮອດແລ້ວ. ເຮົາໄດ້ສ້າງ ບາງສິ່ງໃໝ່ ໆ ໃຫ້ແຕກຕ່າງ ອອກໄປ ຄື ແມ່ຍິງ ສາມາດ ປ້ອງກັນ ຜູ້ຊາຍໄດ້. ” [ປ]
\s5
\v 23 ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດ ຍິ່ງໃຫຍ່ ພຣະເຈົ້າຂອງຊາດ ອິດສະຣາເອນ ກ່າວ ວ່າ, “ເມື່ອເຮົາ ປົວແປງ ປະຊາຊົນ ຂອງເຮົາ ໃນດິນແດນ ຂອງພວກເຂົາ ໃຫ້ດີຄືເກົ່າ ແລ້ວ ພວກເຂົາຈະເວົ້າ ໃນດິນແດນ ຂອງ ຢູດາຍ ແລະ ຂອງພວກເຂົາເອງ ອີກເທື່ອໜຶ່ງ ວ່າ, ‘ຂໍອົງພຣະຜູ້ເປັນເຈົ້າ ອວຍພອນ ເນີນພູ ສັກສິດ [ຜ] ນະຄອນ ເຢຣູຊາເລັມ ບ່ອນສັກ ສິດ ທີ່ພຣະອົງສະຖິດຢູ່.
\v 24 ປະຊາຊົນ ຈະອາໄສ ຢູ່ໃນອານາຈັກ ຢູດາຍ ແລະ ໃນ ເມືອງທັງໝົດ ແລະ ທີ່ນັ້ນ ຈະມີພວກ ພໍ່ນາ ພ້ອມທັງ ພວກລ້ຽງແກະ ກັບຝູງແກະ ຂອງ ພວກເຂົາ.
\v 25 ເຮົາຈະເຮັດໃຫ້ ຜູ້ທີ່ອິດເມື່ອຍ ມີແຮງຂຶ້ນໃໝ່ ແລະ ໃຫ້ຜູ້ທີ່ອ່ອນແຮງ ຍ້ອນ ອຶດຫິວ ໄດ້ມີອາຫານ ການກິນພຽງພໍ.
\v 26 ເມື່ອນັ້ນ ປະຊາຊົນ ຈະເວົ້າ ວ່າ, ‘ຂ້ອຍ ເຂົ້າໄປນອນ ແລະ ຕື່ນຂຶ້ນມາ ດ້ວຍຈິດໃຈ ຊົມຊື່ນ ແລະ ເບີກບານ.
\s5
\v 27 ອົງພຣະຜູ້ເປັນເຈົ້າ ກ່າວ ວ່າ ເມື່ອ ເວລານັ້ນ ມາເຖິງ ເຮົາຈະເຮັດໃຫ້ ດິນແດນ ອິດສະຣາເອນ ແລະ ຢູດາຍ ເຕັມໄປດ້ວຍ ຜູ້ຄົນ ແລະ ຝູງສັດ.
\v 28 ເຮົາໄດ້ຄອຍເຝົ້າ ເພື່ອຖອນຮາກ, ຫລົກຖິ້ມ, ໂຄ່ນລົ້ມ, ທໍາລາຍ, ແລະ ຮື້ພວກເຂົາ ຖິ້ມສັນໃດ ເຮົາກໍຈະ ເບິ່ງແຍງ ເພື່ອປູກ ແລະ ກໍ່ສ້າງ ພວກເຂົາຂຶ້ນ ສັນນັ້ນ.
\s5
\v 29 ເມື່ອເວລານັ້ນ ມາເຖິງ ປະຊາຊົນຈະບໍ່ ເວົ້າ ຕໍ່ໄປ ວ່າ, ‘ພໍ່ແມ່ ກິນໝາກອະງຸ່ນສົ້ມ ແຕ່ ລູກ ຊໍ້າພັດເຂັດແຂ້ວນາໍ.
\v 30 ແຕ່ ຄົນເຫລົ່ານັ້ນທຸກຄົນ ທີ່ກິນໝາກອະງຸ່ນສົ້ມ ຈະຕ້ອງເຂັດແຂ້ວ; ພວກເຂົາທຸກຄົນ ຈະຕາຍ ຍ້ອນບາບ ຂອງ ພວກເຂົາເອງ.”
\s5
\v 31 ອົງພຣະຜູ້ເປັນເຈົ້າ ກ່າວ ວ່າ, “ເມື່ອ ເວລານັ້ນ ມາເຖິງ ເຮົາຈະເຮັດພັນທະສັນຍາ ໃໝ່ ກັບປະຊາຊົນ ອິດສະຣາເອນ ແລະ ກັບ ປະຊາຊົນ ຢູດາ.
\v 32 ພັນທະສັນຍານີ້ ຈະ ບໍ່ຄືພັນທະສັນຍາ ເກົ່າທີ່ເຮົາໄດ້ເຮັດ ກັບ ບັນພະບຸລຸດ ຂອງພວກເຂົາ ເມື່ອເຮົາໄດ້ຈູງແຂນ ພວກເຂົາ ອອກມາຈາກ ປະເທດ ເອຢິບ ນັ້ນ. ເຖິງແມ່ນວ່າ ເຮົາເປັນດັ່ງຜົວ ຂອງພວກເຂົາ ກໍຕາມ ພວກເຂົາກໍບໍ່ໄດ້ຮັກສາ ພັນທະສັນຍາ ນັ້ນເລີຍ.
\s5
\v 33 ພັນທະສັນຍາໃໝ່ ທີ່ເຮົາຈະເຮັດກັບ ປະຊາຊົນ ອິດສະຣາເອນ ຈະເປັນດັ່ງນີ້: ເຮົາຈະຕັ້ງກົດບັນຍັດ ຂອງເຮົາ ໄວ້ພາຍໃນ ພວກເຂົາ ແລະ ຂຽນກົດບັນຍັດນັ້ນໄວ້ ທີ່ຫົວໃຈ ຂອງເຂົາເຈົ້າ. ເຮົາຈະເປັນພຣະເຈົ້າ ຂອງ ພວກເຂົາ ແລະ ພວກເຂົາກໍຈະເປັນ ປະຊາຊົນ ຂອງເຮົາ.
\v 34 ຈະບໍ່ມີຜູ້ໃດ ໃນພວກເຂົາ ສັ່ງສອນເພື່ອນຮ່ວມຊາດ ຂອງຕົນໃຫ້ຮູ້ຈັກ ອົງພຣະຜູ້ເປັນເຈົ້າ ເພາະທຸກຄົນ ຈະຮູ້ຈັກເຮົາ ແຕ່ຜູ້ນ້ອຍ ທີ່ສຸດ ຈົນເຖິງ ຜູ້ໃຫຍ່ ທີ່ສຸດ. ອົງພຣະຜູ້ເປັນເຈົ້າ ກ່າວ ວ່າ ເຮົາຈະອະໄພ ການບາບ ຂອງ ພວກເຂົາ ແລະ ເຮົາຈະບໍ່ຈົດຈາໍ ຄວາມຜິດ ຂອງ ພວກເຂົາ ອີກຕໍ່ໄປ.”
\s5
\v 35 ອົງພຣະຜູ້ເປັນເຈົ້າ ໃຫ້ຕາເວັນ ສ່ອງແສງ ໃນກາງເວັນ ໃຫ້ເດືອນດາວ ສ່ອງແສງ ໃນກາງຄືນ ດ້ວຍ. ພຣະອົງເຮັດໃຫ້ທະເລ ຄຶກຄະນອງ ມີຟອງໃຫຍ່ຂຶ້ນ ພຣະນາມຂອງ ພຣະອົງ ຄື ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດ ຍິ່ງໃຫຍ່ ເດ.
\v 36 ພຣະອົງສັນຍາ ວ່າ ຕາບໃດ ໂລກນີ້ຍັງຄົງຢູ່ຕໍ່ໄປ ຕາບນັ້ນ ອິດສະຣາເອນ ກໍຈະດໍາລົງຢູ່ເປັນຊາດ.
\s5
\v 37 ອົງພຣະຜູ້ເປັນເຈົ້າ ກ່າວ ວ່າ, “ຖ້າມື້ໜຶ່ງ ທ້ອງຟ້າ ຖືກວັດແທກໄດ້ ໃຫ້ເຫັນ ແລະ ຮາກຖານ ແຜ່ນດິນໂລກ ຖືກຄົ້ນຄວ້າໄດ້ ເມື່ອນັ້ນ ເຮົາຈະປະຖິ້ມ ຍ້ອນພວກເຂົາ ຊົ່ວຊ້າ. ” ອົງພຣະຜູ້ເປັນເຈົ້າ ໄດ້ກ່າວ ດັ່ງນີ້ແຫລະ.
\s5
\v 38 ອົງພຣະຜູ້ເປັນເຈົ້າ ກ່າວ ວ່າ, “ເມື່ອ ເວລານັ້ນ ມາເຖິງ ເຢຣູຊາເລັມ ຈະຖືກສ້າງ ຂຶ້ນໃໝ່ ເປັນນະຄອນ ຂອງເຮົາ ຄື ຕັ້ງແຕ່ ຫໍຄອຍ ຮານາເນນ ທາງທິດຕາເວັນຕົກ ຈົນເຖິງປະຕູແຈ.
\v 39 ເສັ້ນໝາຍ ຂອງ ເຂດແດນ ຈະຍາວ ໄປເຖິງ ເນີນພູ ຄາເຣັບ ແລ້ວລ້ຽວ ໄປເຖິງ ໂກອາ.
\v 40 ຢູ່ທົ່ວຮ່ອມພູ ບ່ອນຝັງຊາກສົບ ແລະ ບ່ອນຖິ້ມຂີ້ເຫຍື້ອ ແລະ ທົ່ງນາທັງໝົດ ຕາມລໍານາໍ້ ກິດໂຣນ ຈົນເຖິງປະຕູຄອກມ້າ ທີ່ທາງທິດຕາເວັນອອກ ຈະເປັນບ່ອນສັກສິດ ສໍາລັບເຮົາ. ເມືອງນີ້ ຈະ ບໍ່ຖືກຖອນຮາກ ຫລື ທາໍລາຍ ອີກຕໍ່ໄປ.”
\s5
\c 32
\p
\v 1 ໃນຣາຊການ ປີທີສິບ ຂອງ ກະສັດ ເຊເດກີຢາ ແຫ່ງ ຢູດາຍ ອັນກົງກັບ ຣາຊການ ປີທີສິບແປດ ຂອງ ກະສັດ ເນບູກາດເນັດຊາ ແຫ່ງ ບາບີໂລນ ອົງພຣະຜູ້ເປັນເຈົ້າ ໄດ້ກ່າວ ແກ່ຂ້າພະເຈົ້າ.
\v 2 ໃນເວລານັ້ນ ກອງທັບ ຂອງ ກະສັດ ແຫ່ງ ບາບີໂລນ ພວມໂຈມຕີ ນະຄອນ ເຢຣູຊາເລັມ; ສ່ວນຂ້າພະເຈົ້ານັ້ນ ຖືກກັກຂັງໄວ້ ຢູ່ໃນບໍລິເວນ ຂອງ ຣາຊວັງ.
\s5
\v 3 ກະສັດ ເຊເດກີຢາ ໄດ້ຂັງຂ້າພະເຈົ້າ ໄວ້ຢູ່ໃນທີ່ນັ້ນ ແລະ ກ່າວຫາຂ້າພະເຈົ້າ ວ່າ, “ດ້ວຍເຫດໃດ ເຈົ້າຈຶ່ງທາໍນວາຍ ວ່າ ອົງພຣະຜູ້ເປັນເຈົ້າ ກ່າວດັ່ງນີ້ ວ່າ: ‘ເຮົາກາໍລັງໃຫ້ ກະສັດ ແຫ່ງ ບາບີໂລນ ຢຶດເອົານະຄອນນີ້
\v 4 ແລະ ກະສັດ ເຊເດກີຢາ ແຫ່ງ ຢູດາຍ ກໍ ຈະປົບໜີໄປ ບໍ່ໄດ້. ລາວຈະຖືກຈັບສົ່ງໄປໃຫ້ ກະສັດ ແຫ່ງ ບາບີໂລນ; ລາວຈະໄດ້ເຫັນ ກະສັດ ແຫ່ງ ບາບີໂລນ ໜ້າຕໍ່ໜ້າ ທັງຈະ ເວົ້າ ກັບລາວ ຕົວຕໍ່ຕົວ.
\v 5 ເຊເດກີຢາ ຈະ ຖືກຈັບໄປຍັງ ບາບີໂລນ ແລະ ລາວຈະຢູ່ທີ່ນັ້ນ ຈົນກວ່າ ເຮົາຈະຈັດການ ກັບລາວ. ອົງພຣະຜູ້ເປັນເຈົ້າ ກ່າວ ວ່າ, ‘ເຖິງແມ່ນ ວ່າ ລາວຈະສູ້ຮົບຊາວ ບາບີໂລນ ແຕ່ກໍຈະບໍ່ປະສົບຜົນສໍາເລັດ.
\s5
\v 6 ອົງພຣະຜູ້ເປັນເຈົ້າ ໄດ້ບອກຂ້າພະເຈົ້າ ວ່າ
\v 7 ຮານາເມນ ລູກຊາຍ ຂອງ ຊານລູມ ລູງຂອງຂ້າພະເຈົ້າ ຈະມາຂໍໃຫ້ຂ້າພະເຈົ້າ ຊື້ນາຂອງລາວ ທີ່ ອານາທົດ ຢູ່ໃນເຂດແດນ ຂອງ ເບັນຢາມິນ ຍ້ອນຂ້າພະເຈົ້າເປັນພີ່ນ້ອງ ທີ່ໃກ້ຊິດ ແລະ ມີສິດຊື້ນານັ້ນ ສໍາລັບຂ້າພະເຈົ້າເອງ.
\s5
\v 8 ແລ້ວ ດັ່ງທີ່ອົງພຣະຜູ້ເປັນເຈົ້າ ໄດ້ກ່າວ ຮານາເມນ ກໍມາຫາຂ້າພະເຈົ້າ ທີ່ບໍລິເວນ ຣາຊວັງ ແລະ ຂໍໃຫ້ຂ້າພະເຈົ້າຊື້ນາ ຂອງ ລາວ. ດັ່ງນັ້ນ ຂ້າພະເຈົ້າຈຶ່ງຮູ້ໄດ້ວ່າ ອົງພຣະຜູ້ເປັນເຈົ້າ ໄດ້ກ່າວແກ່ຂ້າພະເຈົ້າ ແທ້.
\v 9 ຂ້າພະເຈົ້າໄດ້ຊື້ນາ ຈາກ ຮານາເມນ ແລະ ຊັ່ງເງິນ ຈາໍນວນ ສິບເຈັດຫລຽນ ຈ່າຍໃຫ້ລາວ.
\s5
\v 10 ຂ້າພະເຈົ້າ ໄດ້ເຊັນຊື່ ແລະ ປະທັບຕາ ໜັງສື ໃບຕາດິນ ໂດຍມີພະຍານ ຮູ້ເຫັນນາໍ ດ້ວຍ ແລະ ຊັ່ງເງິນຈ່າຍໃຫ້.
\v 11 ແລ້ວຂ້າພະເຈົ້າ ກໍເອົາໃບ ຊື້ຂາຍ ຕາດິນ ສອງ ສະບັບນັ້ນ ຄື ສະບັບ ທີ່ໄດ້ປະທັບຕາ ໂດຍ ມີ ສັນຍາ ແລະ ເງື່ອນໄຂ ຕ່າງໆ ແລະ ສະບັບ ທີ່ບໍ່ໄດ້ປະທັບຕາ
\v 12 ແລະໄປໃຫ້ ບາຣຸກ ລູກຊາຍ ຂອງ ເນຣິຢາ ແລະ ຫລານຊາຍ ຂອງ ມາຮະເຊຢາ. ຂ້າພະເຈົ້າໄດ້ມອບໃບຕາດິນ ນັ້ນໃຫ້ລາວ ໂດຍຊ້ອງໜ້າ ຮານາເມນ ແລະ ພວກພະຍານ ທີ່ໄດ້ເຊັນໜັງສື ຊື້ຂາຍ ລວມທັງຄົນ ທີ່ໄດ້ນັ່ງຢູ່ໃນບໍລິເວນ ນັ້ນ.
\s5
\v 13 ຢູ່ຊ້ອງໜ້າ ພວກເຂົາ ທັງໝົດ ຂ້າພະເຈົ້າໄດ້ກ່າວແກ່ ບາຣຸກ ວ່າ,
\v 14 “ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດ ຍິ່ງໃຫຍ່ ພຣະເຈົ້າຂອງຊາດ ອິດສະຣາເອນ ໄດ້ ສັ່ງເຈົ້າ ໃຫ້ຮັບເອົາໜັງສື ຊື້ຂາຍເຫລົ່ານີ້ ຄື ໜັງສືທັງສະບັບທີ່ປະທັບຕາ ແລະ ບໍ່ປະທັບຕາ ແລະ ໃຫ້ເອົາໄປໄວ້ໃນໄຫ ເພື່ອເກັບຮັກສາ ໄວ້ໃນພາຍຄັ້ງໜ້າ.
\v 15 ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດ ຍິ່ງໃຫຍ່ ພຣະເຈົ້າຂອງຊາດ ອິດສະຣາເອນ ໄດ້ກ່າວ ວ່າ ເຮືອນ, ທົ່ງໄຮ່ ທົ່ງນາ ແລະ ສວນໝາກອະງຸ່ນ ຈະໄດ້ມີການຊື້ຂາຍກັນອີກ ໃນດິນແດນນີ້.”
\s5
\v 16 ຫລັງຈາກ ຂ້າພະເຈົ້າໄດ້ມອບໜັງສື ຊື້ ຂາຍໃຫ້ ບາຣຸກ ແລ້ວ ຂ້າພະເຈົ້າກໍໄດ້ພາວັນ ນາ ອະທິຖານ ວ່າ,
\v 17 “ຂ້າແດ່ພຣະເຈົ້າ ຢາເວ ອົງພຣະຜູ້ເປັນເຈົ້າ ພຣະອົງໄດ້ສ້າງ ແຜ່ນດິນໂລກ ແລະ ທ້ອງຟ້າ ໂດຍຣິດອໍານາດ ອັນຍິ່ງໃຫຍ່ ຂອງພຣະອົງ; ບໍ່ມີສິ່ງໃດ ເລີຍ ຍາກສໍາລັບພຣະອົງ.
\v 18 ພຣະອົງ ໄດ້ສະແດງຄວາມຮັກ ອັນໝັ້ນຄົງ ຕໍ່ຫລາຍພັນເຊັ່ນຄົນ ແຕ່ພຣະອົງກໍລົງໂທດ ປະຊາຊົນ ສໍາລັບ ການບາບ ຂອງ ພໍ່ແມ່ ຂອງ ພວກເຂົາ ດ້ວຍ. ພຣະອົງເປັນພຣະເຈົ້າ ອົງຍິ່ງໃຫຍ່ ແລະ ຊົງຣິດເດດ; ຜູ້ມີນາມຊື່ ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດ ຍິ່ງໃຫຍ່.
\s5
\v 19 ພຣະອົງວາງແຜນ ໄດ້ດີເລີດ ແລະ ເຮັດສິ່ງຕ່າງໆ ດ້ວຍຣິດອໍານາດ. ພຣະອົງ ເຫັນ ທຸກໆສິ່ງ ທີ່ມະນຸດເຮັດ ແລະ ພຣະອົງ ໃຫ້ບາໍເໜັດ ຕາມການກະທໍາ ຂອງ ພວກເຂົາ.
\v 20 ດົນນານ ມາແລ້ວ ພຣະອົງ ໄດ້ເຮັດສິ່ງທີ່ໜ້າງຶດງໍ້ ອັດສະຈັນຢູ່ໃນປະເທດ ເອຢິບ ແລະ ພຣະອົງໄດ້ສືບຕໍ່ເຮັດ ຈົນເຖິງ ວັນນີ້ ແລະ ໃນຊົນຊາດ ອິດສະຣາເອນ ແລະ ຊົນຊາດອື່ນດ້ວຍ ເພື່ອວ່າ ທຸກໆ ບ່ອນຈະໄດ້ ຮູ້ຈັກພຣະອົງ.
\v 21 ໂດຍການອັດສະຈັນ ແລະ ສິ່ງທີ່ໜ້າ ງຶດງໍ້ ຕ່າງໆ ທີ່ເຫລົ່າສັດຕູ ຂອງພວກຂ້ານ້ອຍ ຢ້ານກົວນັ້ນ ພຣະອົງໄດ້ ໃຊ້ຣິດທານຸພາບ ນາໍປະຊາຊົນ ອິດສະຣາເອນ ອອກມາຈາກ ປະເທດ ເອຢິບ.
\s5
\v 22 ພຣະອົງໄດ້ມອບ ດິນແດນ ທີ່ອຸດົມ ສົມບູນ ແລະ ຮັ່ງມີ ບ່ອນນີ້ ໃຫ້ພວກເຂົາ ຕາມ ທີ່ພຣະອົງ ໄດ້ສັນຍາໄວ້ກັບ ບັນພະບຸລຸດ ຂອງ ພວກເຂົາ.
\v 23 ແຕ່ພໍພວກເຂົາໄດ້ ເຂົ້າຄອບຄອງ ດິນແດນນີ້ ແລ້ວ ກໍບໍ່ໄດ້ເຊື່ອຟັງ ຂໍ້ຄໍາສັ່ງຂອງພຣະອົງ ຫລື ດໍາເນີນ ຊີວິດຕາມຄໍາສັ່ງສອນ ຂອງ ພຣະອົງ; ພວກເຂົາ ບໍ່ໄດ້ເຮັດຕາມ ສິ່ງທີ່ພຣະອົງໄດ້ສັ່ງ ໃຫ້ເຮັດ. ສະນັ້ນ ແຫລະ ພຣະອົງຈຶ່ງໄດ້ນາໍ ໄພພິບັດ ນີ້ມາສູ່ພວກເຂົາ.
\s5
\v 24 ຊາວ ບາບີໂລນ ໄດ້ສ້າງເຄື່ອງ ປິດລ້ອມ ເພື່ອຢຶດເອົາເມືອງ ແລະ ກໍຈະໂຈມຕີເມືອງ. ເສິກສົງຄາມ, ການຕາຍອຶດ ຕາຍຫິວ ແລະ ການເຈັບໄຂ້ໄດ້ປ່ວຍ ຈະເຮັດ ໃຫ້ເມືອງນີ້ ຕົກຢູ່ໃນກາໍມື ຂອງພວກເຂົາ. ພຣະອົງເຫັນໄດ້ວ່າ ເຫດການ ທັງໝົດ ທີ່ພຣະອົງໄດ້ກ່າວ ນັ້ນ ຈະກາຍເປັນຈິງ.
\v 25 ຂ້າແດ່ພຣະເຈົ້າ ຢາເວ ອົງພຣະຜູ້ເປັນເຈົ້າ ເອີຍ ແຕ່ເຖິງປານນັ້ນ ກໍຕາມ ພຣະອົງແມ່ນ ຜູ້ທີ່ໄດ້ສັ່ງໃຫ້ ຂ້ານ້ອຍຊື້ນາ ທົ່ງນີ້ ຊ້ອງໜ້າພະຍານ ທັງຫລາຍ ເຖິງແມ່ນວ່າ ເມືອງນີ້ ກາໍລັງຈະຖືກຊາວ ບາບີໂລນ ເຂົ້າຢຶດແລ້ວ ກໍຕາມ.”
\s5
\v 26 ແລ້ວ ອົງພຣະຜູ້ເປັນເຈົ້າ ກໍໄດ້ກ່າວ ແກ່ຂ້າພະເຈົ້າ ວ່າ,
\v 27 “ເຮົາແມ່ນ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ ຂອງເຊື້ອຊາດມະນຸດ ທັງປວງ. ບໍ່ມີຫຍັງຍາກ ເກີນໄປສໍາລັບເຮົາ.
\v 28 ເຮົາກາໍລັງຈະມອບ ເມືອງນີ້ ໃຫ້ກະສັດ ເນບູກາດເນັດຊາ ແຫ່ງ ບາບີໂລນ ກັບກອງທັບຂອງລາວ.
\s5
\v 29 ພວກເຂົາຈະຢຶດເມືອງ ແລະ ຈູດເຜົາ ເມືອງຖິ້ມ. ພວກເຂົາຈະເຜົາເມືອງ ພ້ອມກັບ ເຮືອນ ຂອງ ປະຊາຊົນ ຜູ້ທີ່ເຮັດໃຫ້ເຮົາໂກດຮ້າຍ ໂດຍເຜົາເຄື່ອງຫອມ ໃຫ້ພະບາອານ ທີ່ເທິງຫລັງຄາ ແລະ ໂດຍເທເຫລົ້າອະງຸ່ນ ຖວາຍແກ່ ບັນດາພະອື່ນ.
\v 30 ຕັ້ງແຕ່ ເລີ່ມຕົ້ນ ປະຫວັດສາດ ຂອງ ພວກເຂົາມາ ປະຊາຊົນ ອິດສະຣາເອນ ແລະ ປະຊາຊົນ ຢູດາ ບໍ່ໄດ້ເຮັດໃຫ້ເຮົາ ພໍໃຈ ນາໍເລີຍ; ມີແຕ່ ເຮັດໃຫ້ເຮົາໂກດຮ້າຍ ເທົ່ານັ້ນ ໃນສິ່ງທີ່ພວກເຂົາໄດ້ກະທາໍ.
\s5
\v 31 ປະຊາຊົນ ໃນເມືອງນີ້ ໄດ້ເຮັດໃຫ້ເຮົາ ໂກດຮ້າຍ ແລະ ໂມໂຫ ມາແຕ່ມື້ທີ່ໄດ້ຖືກສ້າງ ຂຶ້ນມາ. ເຮົາໄດ້ຕັດສິນໃຈ ທາໍລາຍ ມັນສາ ແລ້ວ
\v 32 ຍ້ອນຄວາມຊົ່ວທັງໝົດ ທີ່ປະຊາຊົນ ຢູດາ ແລະ ຊາວນະຄອນ ເຢຣູຊາເລັມ ໄດ້ກະທາໍ ຮ່ວມກັບບັນດາ ກະສັດ ແລະ ພວກເຈົ້ານາຍ ພວກປະໂຣຫິດ ແລະ ພວກຜູ້ທາໍນວາຍ.
\s5
\v 33 ພວກເຂົາ ໄດ້ຫັນຫລັງ ໃຫ້ເຮົາ ເຖິງແມ່ນວ່າ ເຮົາໄດ້ສືບຕໍ່ສັ່ງສອນພວກເຂົາ ສໍ່າໃດ ກໍດີ; ແຕ່ພວກເຂົາ ກໍບໍ່ຍອມຟັງ ແລະ ຮຽນຮູ້ເລີຍ.
\v 34 ພວກເຂົາ ເອົາແມ່ນແຕ່ ຮູບເຄົາຣົບ ອັນໜ້າລັງກຽດ ມາວາງໄວ້ ໃນ ພຣະວິຫານ ທີ່ໄດ້ຖືກສ້າງໄວ້ ເພື່ອນະມັດສະການເຮົາ ໂດຍໄດ້ເຮັດໃຫ້ ພຣະວິຫານ ນັ້ນ ເປັນມົນທິນ.
\v 35 ພວກເຂົາໄດ້ ສ້າງແທ່ນບູຊາ ໃຫ້ພະບາອານ ໃນຮ່ອມພູ ຮິນໂນມ ເພື່ອຖວາຍບູຊາ ລູກຊາຍ ແລະ ລູກສາວ ຂອງພວກເຂົາໃຫ້ພະໂມເລັກ. ເຮົາ ບໍ່ໄດ້ສັ່ງພວກເຂົາ ໃຫ້ເຮັດສິ່ງນີ້ ແລະ ແມ່ນແຕ່ໃນຄວາມນຶກຄິດ ຂອງເຮົາ ກໍບໍ່ມີສິ່ງນີ້ ເລີຍ. ການກະທາໍ ອັນໜ້າລັງກຽດ ຂອງ ພວກເຂົານີ້ ຈະພາໃຫ້ຊາວ ຢູດາ ເຮັດບາບ.”
\s5
\v 36 ແລ້ວ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ ຂອງຊາດ ອິດສະຣາເອນ ກໍກ່າວແກ່ ຂ້າພະເຈົ້າ ວ່າ, “ເຢເຣມີຢາ ເອີຍ ປະຊາຊົນພວມເວົ້າ ວ່າ ສົງຄາມ, ການຕາຍອຶດຕາຍຫິວ ແລະ ການເຈັບໄຂ້ໄດ້ປ່ວຍ ຈະເຮັດໃຫ້ ເມືອງນີ້ ຕົກຢູ່ໃນ ກາໍມື ຂອງ ກະສັດແຫ່ງ ບາບີໂລນ. ບັດນີ້ ຈົ່ງຟັງ ສິ່ງອື່ນອີກ ທີ່ເຮົາ ຈະຕ້ອງກ່າວ.
\v 37 ເຮົາຈະເຕົ້າໂຮມ ປະຊາຊົນ ຈາກທຸກປະເທດ ບ່ອນທີ່ເຮົາໄດ້ ໃຫ້ ພວກເຂົາ ກະຈັດກະຈາຍ ໄປນັ້ນ ເພາະ ຄວາມໂກດຮ້າຍ ແລະ ໂມໂຫ ຂອງເຮົາ ແລະ ເຮົາຈະນາໍ ພວກເຂົາ ກັບຄືນມາ ບ່ອນນີ້ ອີກແລະ ເຮົາຈະໃຫ້ພວກເຂົາ ຢູ່ທີ່ນີ້ຢ່າງປອດໄພ.
\s5
\v 38 ແລ້ວ ພວກເຂົາກໍຈະໄດ້ ເປັນປະຊາຊົນ ຂອງເຮົາ ແລະ ເຮົາກໍຈະເປັນ ພຣະເຈົ້າ ຂອງ ພວກເຂົາ.
\v 39 ເຮົາຈະໃຫ້ ພວກເຂົາ ມີຈຸດມຸ່ງໝາຍ ຢ່າງດຽວ ໃນຊີວິດ ຄື ຍ້ອງຍໍ ໃຫ້ກຽດເຮົາ ຕະຫລອດໄປ ເພື່ອປະໂຫຍດ ຂອງ ພວກເຂົາເອງ ແລະ ເຊື້ອສາຍ ຂອງ ພວກເຂົາ.
\v 40 ເຮົາຈະ ເຮັດພັນທະສັນຍາ ອັນຖາວອນ ກັບພວກເຂົາ. ເຮົາຈະບໍ່ຢຸດຢັ້ງ ທີ່ຈະເຮັດສິ່ງທີ່ດີ ສໍາລັບ ພວກເຂົາ ແລະ ເຮົາກໍຈະເຮັດໃຫ້ ພວກເຂົາຢໍາເກງເຮົາ ດ້ວຍໝົດຈິດ ໝົດໃຈ ເພື່ອວ່າ ພວກເຂົາຈະບໍ່ໄດ້ຫັນໜີ ໄປຈາກເຮົາ.
\s5
\v 41 ເຮົາຈະເຮັດດີ ຕໍ່ພວກເຂົາ ດ້ວຍຄວາມ ເຕັມໃຈ ແລະ ເຮົາກໍຈະໃຫ້ພວກເຂົາຢູ່ໃນ ດິນແດນນີ້ຕະຫລອດໄປ.
\v 42 ເຮົາໄດ້ນາໍ ໄພພິບັດນີ້ ມາສູ່ປະຊາຊົນເຫລົ່ານີ້ ສັນໃດ ເຮົາກໍຈະນາໍ ສິ່ງທີ່ດີ ຕາມທີ່ເຮົາໄດ້ສັນຍາໄວ້ ມາສູ່ພວກເຂົາ ສັນນັ້ນ.
\s5
\v 43 ປະຊາຊົນ ຈະເວົ້າວ່າ ‘ດິນແດນນີ້ ເປັນ ດັ່ງຖິ່ນແຫ້ງແລ້ງ ກັນດານ ບ່ອນທີ່ບໍ່ມີທັງຄົນ ແລະ ສັດອາໄສຢູ່ ແລະ ຈະຖືກມອບໃຫ້ແກ່ຊາວ ບາບີໂລນ. ແຕ່ທົ່ງນາ ຈະມີການຊື້ຂາຍ ກັນອີກເທື່ອໜຶ່ງ.
\v 44 ປະຊາຊົນ ຈະຊື້ທົ່ງນາ ເຫລົ່ານັ້ນ ແລະ ຈະເຊັນຊື່ທັງປະທັບ ຕາ ໃນໃບຕາດິນ ແລະ ມີຫລັກຖານພະຍານ ດ້ວຍ. ເຫດການນີ້ ຈະເກີດຂຶ້ນ ໃນເຂດແດນ ຂອງ ເບັນຢາມິນ, ໃນໝູ່ບ້ານອ້ອມແອ້ມ ນະຄອນ ເຢຣູຊາເລັມ, ໃນເມືອງ ຕ່າງໆ ຂອງ ຢູດາຍ ແລະ ໃນເມືອງ ຕ່າງໆ ຕາມເຂດພູດອຍ, ທີ່ຕີນພູ ຕ່າງໆ ແລະ ທາງພາກໃຕ້ຂອງ ຢູດາຍ. ເຮົາຈະປົວແປງ ປະຊາຊົນ ຂອງເຮົາ ຢູ່ໃນດິນແດນ ຂອງ ພວກເຂົາຂຶ້ນໃໝ່. ” ອົງພຣະຜູ້ເປັນເຈົ້າ ກ່າວດັ່ງນີ້ແຫລະ.
\s5
\c 33
\p
\v 1 ໃນຂະນະທີ່ ຂ້າພະເຈົ້າ ຢູ່ໃນຄຸກຂອງ ບໍລິເວນ ຣາຊວັງ ນັ້ນ ອົງພຣະຜູ້ເປັນເຈົ້າໄດ້ ບອກຖ້ອຍຄໍາ ຂອງ ພຣະອົງ ໃຫ້ແກ່ຂ້າພະເຈົ້າ ອີກວ່າ,
\v 2 “ອົງພຣະຜູ້ເປັນເຈົ້າ ອົງທີ່ໄດ້ສ້າງ ແຜ່ນດິນໂລກ ແລະ ອົງພຣະຜູ້ ເປັນເຈົ້າ ປະກອບໃຫ້ເປັນຮູບຮ່າງ ຜູ້ມີນາມ ວ່າ ອົງພຣະຜູ້ເປັນເຈົ້າ ໄດ້ກ່າວ ດັ່ງນີ້
\v 3 ‘ຈົ່ງຮ້ອງຫາເຮົາ ແລະ ເຮົາຈະຕອບເຈົ້າ; ເຮົາ ຈະບອກ ໃຫ້ເຈົ້າຮູ້ ເຖິງສິ່ງທີ່ໜ້າ ງຶດງໍ້ ແລະ ການອັດສະຈັນ ຕ່າງໆ ທີ່ເຈົ້າບໍ່ຮູ້.
\s5
\v 4 ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງຊາດ ອິດສະຣາເອນ ກ່າວ ວ່າ ເຮືອນທັງຫລາຍ ຂອງນະຄອນ ເຢຣູຊາເລັມ ກັບ ຣາຊວັງ ຂອງ ຢູດາຍ ຈະຖືກທໍາລາຍ ເນື່ອງຈາກຖືກປິດລ້ອມ ແລະ ຖືກໂຈມຕີ.
\v 5 ບາງຄົນຈະ ຕໍ່ສູ້ພວກ ບາບີໂລນ ຄື ພວກທີ່ຈະປະຊາກສົບ ໄວ້ເຕັມເຮືອນ ທັງຫລາຍ [ຝ] ເປັນຊາກສົບ ຂອງພວກທີ່ເຮົາພວມ ຈະທາໍລາຍ ດ້ວຍຄວາມໂກດຮ້າຍ ແລະ ໂມໂຫ ຂອງເຮົາ. ເຮົາໄດ້ຫັນໜ້າໜີ ຈາກເມືອງນີ້ ເພາະຄວາມຊົ່ວ ຊ້າ ຊຶ່ງຊາວເມືອງນີ້ ໄດ້ກະທໍາ.
\s5
\v 6 ແຕ່ ເຮົາຈະປິ່ນປົວເມືອງນີ້ ແລະ ຂອງ ປະຊາຊົນຂອງເຮົາ ແລະ ປົວແປງສຸຂະພາບ ຂອງພວກເຂົາ ຂຶ້ນໃໝ່. ເຮົາຈະໃຫ້ພວກເຂົາ ສະຫງົບສຸກ ແລະ ປອດໄພ ຢ່າງຫລວງຫລາຍ.
\v 7 ເຮົາຈະເຮັດໃຫ້ ອານາຈັກຢູດາຍ ກັບ ອິດສະຣາເອນ ຈະເລີນຮຸ່ງເຮືອງ ແລະ ເຮົາຈະສ້າງພວກເຂົາ ຂຶ້ນໃໝ່ ໃຫ້ເປັນດັ່ງແຕ່ກ່ອນ.
\v 8 ເຮົາຈະ ຫລໍ່ຫລອມພວກເຂົາ ໃຫ້ພົ້ນຈາກການບາບ ທີ່ພວກເຂົາໄດ້ກະທາໍ ຕໍ່ສູ້ເຮົານັ້ນ ແລະ ເຮົາ ຈະຍົກບາບກໍາ ເຫລົ່ານັ້ນ ແລະ ການກະບົດ ຂອງພວກເຂົາ.
\v 9 ນະຄອນເຢຣູຊາເລັມ ຈະເປັນບໍ່ແຫ່ງຄວາມຊົມຊື່ນຍິນດີ, ກຽດສັກ ສີ ແລະ ຄວາມພາກພູມໃຈ ໃຫ້ແກ່ເຮົາ ແລະ ທຸກໆ ຊົນຊາດ ໃນໂລກຈະຢ້ານກົວ ແລະ ສັ່ນ ເຊັນ ເມື່ອພວກເຂົາໄດ້ຍິນເຖິງ ສິ່ງດີທັງ ຫລາຍ ຊຶ່ງເຮົາເຮັດໃຫ້ແກ່ ຊາວນະຄອນ ເຢຣູຊາເລັມ ແລະ ທັງໄດ້ຍິນເຖິງ ຄວາມຈະເລີນຮຸ່ງເຮືອງ ທີ່ເຮົາໄດ້ນາໍມາ ສູ່ນະຄອນນີ້.”
\s5
\v 10 ອົງພຣະຜູ້ເປັນເຈົ້າ ໄດ້ກ່າວ ວ່າ, “ປະຊາຊົນ ພວມເວົ້າວ່າ ບ່ອນນີ້ ເປັນດັ່ງຖິ່ນ ແຫ້ງແລ້ງ ກັນດານ; ໃນທີ່ນັ້ນ ບໍ່ມີແມ່ນແຕ່ ຄົນ ແລະ ສັດອາໄສຢູ່. ເຂົາເວົ້າ ຖືກແລ້ວ; ເມືອງຂອງ ຢູດາຍ ກັບຕາມທ້ອງຖະໜົນ ຂອງນະຄອນ ເຢຣູຊາເລັມ ກໍຫວ່າງເປົ່າ; ບໍ່ມີ ຄົນ ຫລື ສັດອາໄສ ຢູ່ເລີຍ, ແຕ່ໃນບ່ອນ ເຫລົ່ານີ້ ພວກເຈົ້າຈະໄດ້ຍິນ ອີກເທື່ອໃໝ່
\v 11 ສຽງແຫ່ງການໂຮຮ້ອງຍິນດີ ແລະ ຊົມຊື່ນ ແລະ ສຽງແຫ່ງ ຄວາມສຸກໃຈ ຂອງພິທີແຕ່ງງານ. ພວກເຈົ້າ ຈະໄດ້ຍິນ ປະຊາຊົນ ຮ້ອງເພງ ເມື່ອພວກເຂົາ ນາໍເຄື່ອງຖວາຍມາ ໂມທະນາ ຂອບພຣະຄຸນ ໃນວິຫານ ຂອງເຮົາ; ພວກເຂົາຈະເວົ້າ ວ່າ, ຈົ່ງໂມທະນາ ຂອບພຣະຄຸນ ອົງພຣະຜູ້ເປັນເຈົ້າ ອົງຊົງຣິດ ອໍານາດ ຍິ່ງໃຫຍ່ ເພາະອົງພຣະຜູ້ເປັນເຈົ້າ ຊົງຄຸນຄວາມດີ ຄວາມຮັກ ຂອງ ພຣະອົງ ດໍາລົງຢູ່ສືບໄປ ເປັນນິດ. ເຮົາຈະເຮັດໃຫ້ດິນແດນນີ້ ຈະເລີນຮຸ່ງເຮືອງ ດັ່ງຄາວ ແຕ່ກ່ອນ. ” ອົງພຣະຜູ້ເປັນເຈົ້າ ໄດ້ກ່າວ ດັ່ງນີ້ແຫລະ.
\s5
\v 12 ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດ ຍິ່ງໃຫຍ່ ໄດ້ກ່າວ ວ່າ, “ຢູ່ໃນດິນແດນ ທີ່ເປັນ ດັ່ງຖິ່ນແຫ້ງແລ້ງ ກັນດານ ແລະ ເປັນບ່ອນ ທີ່ບໍ່ມີຄົນ ຫລື ສັດອາໄສ ຢູ່ນີ້; ດິນແດນນັ້ນ ຈະມີທົ່ງຫຍ້າ ຊຶ່ງຄົນລ້ຽງແກະ ເບິ່ງແຍງ ຝູງແກະ ຂອງພວກເຂົາ.
\v 13 ຕາມເມືອງ ຕ່າງໆ ແລະ ຕາມເຂດພູດອຍ, ຕາມຕີນພູ ຕ່າງໆ ແລະ ທາງພາກໃຕ້ຂອງຢູດາຍ, ໃນເຂດແດນ ຂອງ ເບັນຢາມິນ, ໃນໝູ່ບ້ານ ຢູ່ອ້ອມແອ້ມ ນະຄອນ ເຢຣູຊາເລັມ ແລະ ໃນເມືອງ ຕ່າງໆ ຂອງ ຢູດາຍ, ພວກລ້ຽງແກະ ຈະນັບເບິ່ງຝູງແກະ ຂອງພວກເຂົາ ອີກເທື່ອໜຶ່ງ. ” ອົງພຣະຜູ້ເປັນເຈົ້າ ກ່າວດັ່ງນີ້ແຫລະ.
\s5
\v 14 ອົງພຣະຜູ້ເປັນເຈົ້າ ກ່າວ ວ່າ, “ເມື່ອ ເວລານັ້ນ ມາເຖິງ ເຮົາຈະໃຫ້ຄໍາສັນຍາ ທີ່ເຮົາໄດ້ເຮັດໄວ້ ກັບປະຊາຊົນ ອິດສະຣາເອນ ແລະ ຢູດາ ເປັນຜົນສໍາເລັດ.
\v 15 ໃນເວລາ ນັ້ນ ເຮົາຈະເລືອກເອົາຜູ້ຊອບທາໍ ຄົນໜຶ່ງຈາກເຊື້ອສາຍ ຂອງ ດາວິດ ໃຫ້ເປັນກະສັດ. ກະສັດ ຜູ້ນີ້ຈະເຮັດແຕ່ສິ່ງທີ່ຖືກຕ້ອງ ແລະ ຍຸດຕິທາໍ ທົ່ວທັງດິນແດນ.
\v 16 ປະຊາຊົນ ຢູດາ ກັບ ເຢຣູຊາເລັມ ຈະຖືກຊ່ວຍກູ້ເອົາ ແລະ ໃຊ້ຊີວິດ ຢູ່ຢ່າງປອດໄພ. ຄົນຈະເອີ້ນ ເມືອງນີ້ວ່າ ‘ອົງພຣະຜູ້ເປັນເຈົ້າ ອົງເປັນ ຄວາມຊອບທາໍ ຂອງ ພວກຂ້ານ້ອຍ.
\s5
\v 17 ເພາະ ອົງພຣະຜູ້ເປັນເຈົ້າ ສັນຍາ ວ່າ, “ຈະມີຄົນໜຶ່ງ ຈາກເຊື້ອສາຍ ຂອງ ດາວິດ ໄດ້ ເປັນກະສັດ ຂອງຊາດ ອິດສະຣາເອນ ຢູ່ເລື້ອຍໄປ.
\v 18 ແລະ ຈະມີປະໂຣຫິດ ຈາກ ເຜົ່າເລວີ ໄດ້ຮັບໃຊ້ເຮົາ ຢູ່ເລື້ອຍໄປ ເພື່ອຖວາຍ ເຄື່ອງເຜົາບູຊາ, ພືດຜົນເປັນເມັດ ແລະ ຖວາຍເຄື່ອງບູຊາ ຕ່າງໆ.”
\s5
\v 19 ອົງພຣະຜູ້ເປັນເຈົ້າ ໄດ້ກ່າວແກ່ ຂ້າພະເຈົ້າ ວ່າ,
\v 20 “ເຮົາໄດ້ເຮັດພັນທະສັນຍາ ຢ່າງໜຶ່ງໄວ້ ກັບມື້ເວັນ ແລະ ກັບມື້ຄືນ ເພື່ອວ່າ ສິ່ງນັ້ນ ຈະມາຖືກຕ້ອງ ຕາມເວລາ ສະເໝີ; ແລະ ພັນທະສັນຍາ ນັ້ນ ຈະບໍ່ຖືກລົບລ້າງ ຈັກເທື່ອ.
\v 21 ໃນທໍານອງ ດຽວກັນ ເຮົາໄດ້ເຮັດພັນທະສັນຍາ ຢ່າງໜຶ່ງໄວ້ກັບ ດາວິດ ຜູ້ຮັບໃຊ້ຂອງເຮົາ ວ່າ ລາວຈະມີ ເຊື້ອສາຍ ຂຶ້ນເປັນກະສັດ ຕະຫລອດໄປ; ເຮົາໄດ້ເຮັດພັນທະສັນຍາ ຢ່າງໜຶ່ງໄວ້ກັບ ພວກປະໂຣຫິດ ຈາກເຜົ່າເລວີ ວ່າພວກເຂົາ ຈະຮັບໃຊ້ເຮົາສະເໝີໄປ ແລະ ພັນທະສັນຍາ ນີ້ ຈະບໍ່ຖືກລົບລ້າງ ຈັກເທື່ອ.
\v 22 ເຮົາຈະ ຕື່ມຈາໍນວນ ໃຫ້ເຊື້ອສາຍ ຂອງ ດາວິດ ຜູ້ຮັບໃຊ້ຂອງເຮົາ ແລະ ຕື່ມຈາໍນວນ ປະໂຣຫິດ ຈາກເຜົ່າເລວີ ເພື່ອວ່າ ພວກເຂົາຈະໄດ້ມີຢ່າງ ຫລວງຫລາຍ ເໝືອນດັ່ງດວງດາວ ໃນທ້ອງຟ້າ ຫລື ເມັດດິນຊາຍ ທີ່ແຄມທະເລ.”
\s5
\v 23 ອົງພຣະຜູ້ເປັນເຈົ້າ ໄດ້ກ່າວແກ່ ຂ້າພະເຈົ້າ ວ່າ,
\v 24 “ພວກເຈົ້າ ບໍ່ໄດ້ສັງເກດເບິ່ງບໍ ສິ່ງທີ່ຄົນພວມເວົ້າກັນ ວ່າ ເຮົາ ໄດ້ປະຖິ້ມ ອິດສະຣາເອນ ແລະ ຢູດາ ສອງ ຄອບຄົວ ທີ່ເຮົາໄດ້ເລືອກເອົານັ້ນ? ສະນັ້ນ ແຫລະ ພວກເຂົາຈຶ່ງໝິ່ນປະໝາດ ຄົນຂອງເຮົາ ແລະ ບໍ່ໄດ້ຖືວ່າ ພວກເຂົາ ເປັນຊົນຊາດ ໜຶ່ງອີກຕໍ່ໄປ.
\s5
\v 25 ແຕ່ ​ອົງພຣະຜູ້ເປັນເຈົ້າ ໄດ້ເຮັດພັນທະສັນຍາ ໄວ້ທັງກາງເວັນ ແລະ ກາງຄືນ ແລະ ເຮົາໄດ້ຕັ້ງກົດຕ່າງໆ ຄວບຄຸມ ແຜ່ນດິນໂລກ ແລະ ທ້ອງຟ້າ.
\v 26 ເຮົາໄດ້ເຮັດສິ່ງນີ້ ໄວ້ຢ່າງແນ່ນອນ ສັນໃດ ເຮົາກໍຈະຮັກສາ ພັນທະສັນຍາ ຂອງເຮົາ ໄວ້ຢ່າງແນ່ນອນ ສັນນັ້ນ ກັບເຊື້ອສາຍຂອງ ຢາໂຄບ ແລະ ກັບ ດາວິດ ຜູ້ຮັບໃຊ້ຂອງເຮົາ. ເຮົາຈະເລືອກເອົາເຊື້ອ ສາຍ ຂອງ ດາວິດ ຜູ້ໜຶ່ງໄວ້ ເພື່ອໃຫ້ປົກຄອງ ເຊື້ອສາຍ ຂອງ ອັບຣາຮາມ, ອີຊາກ ແລະ ຢາໂຄບ. ເຮົາຈະເມດຕາ ປະຊາຊົນຂອງເຮົາ ແລະ ຈະເຮັດໃຫ້ພວກເຂົາ ຈະເລີນຮຸ່ງເຮືອງ ຂຶ້ນອີກ.”
\s5
\c 34
\p
\v 1 ອົງພຣະຜູ້ເປັນເຈົ້າ ໄດ້ກ່າວແກ່ ຂ້າພະເຈົ້າ ເມື່ອກະສັດ ເນບູກາດເນັດຊາ ແຫ່ງ ບາບີໂລນ ກັບກອງທັບຂອງເພິ່ນ ໂດຍ ໄດ້ຮັບການສະໜັບສະໜູນ ຈາກກາໍລັງ ທະຫານ ຂອງ ຊົນຊາດທັງໝົດ ທີ່ຂຶ້ນກັບເພິ່ນ ພວມໂຈມຕີນະຄອນ ເຢຣູຊາເລັມ ແລະ ເມືອງທັງຫລາຍ ທີ່ໃກ້ຄຽງ.
\v 2 ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງຊາດ ອິດສະຣາເອນ ໄດ້ສັ່ງຂ້າພະເຈົ້າ ໃຫ້ໄປບອກ ກະສັດ ເຊເດກີຢາ ແຫ່ງ ຢູດາ ວ່າ, “ເຮົາ ຄື ອົງພຣະຜູ້ເປັນເຈົ້າ ເຮົາຈະມອບເມືອງນີ້ ໃຫ້ແກ່ ກະສັດ ແຫ່ງ ບາບີໂລນ ແລະ ລາວຈະຈູດ ເຜົາເມືອງຖິ້ມ.
\v 3 ເຈົ້າຈະປົບໜີໄປ ບໍ່ໄດ້; ເຈົ້າຈະຖືກຈັບໄປ ມອບໃຫ້ລາວ. ເຈົ້າຈະເຫັນ ລາວ ໜ້າຕໍ່ໜ້າ ແລະ ກ່າວກັບລາວ ຕົວຕໍ່ຕົວ; ແລ້ວເຈົ້າກໍຈະຖືກນາໍໄປຍັງ ບາບີໂລນ.
\s5
\v 4 ເຊເດກີຢາ ເອີຍ ຈົ່ງຟັງສິ່ງທີ່ເຮົາກ່າວ ກ່ຽວກັບເຈົ້າ. ເຈົ້າຈະບໍ່ຖືກຂ້າ ໃນສະໜາມຮົບ.
\v 5 ເຈົ້າຈະຕາຍຢ່າງສັນຕິສຸກ; ປະຊາຊົນເຜົາເຄື່ອງຫອມ ເມື່ອພວກເຂົາ ຝັງສົບບັນພະບຸລຸດ ຂອງເຈົ້າ ຜູ້ທີ່ເປັນກະສັດ ກ່ອນເຈົ້າ ສັນໃດ; ພວກເຂົາ ກໍຈະເຜົາເຄື່ອງຫອມໃຫ້ເຈົ້າ ສັນນັ້ນ. ພວກເຂົາຈະໄວ້ທຸກ ໃຫ້ເຈົ້າ ແລະ ເວົ້າວ່າ, ‘ໂອ່ຍ ເຈົ້ານາຍເອີຍ! ເພາະເຮົາໄດ້ກ່າວ ຖ້ອຍຄໍານີ້ແລ້ວ. ” ອົງພຣະຜູ້ເປັນເຈົ້າ ກ່າວດັ່ງນີ້ແຫລະ.
\s5
\v 6 ແລ້ວ ຂ້າພະເຈົ້າກໍບອກຖ້ອຍຄໍານີ້ ໃຫ້ ແກ່ກະສັດ ເຊເດກີຢາ ຢູ່ໃນນະຄອນ ເຢຣູຊາເລັມ
\v 7 ໃນຂະນະທີ່ກອງທັບ ຂອງ ກະສັດ ແຫ່ງ ບາບີໂລນ ພວມໂຈມຕີເມືອງຢູ່. ກອງທັບນັ້ນ ໄດ້ໂຈມຕີເມືອງ ລາກິດ ແລະ ອາເຊກາ ຊຶ່ງເປັນເມືອງ ທີ່ມີປ້ອມປ້ອງກັນ ເຫລືອຢູ່ໃນ ຢູດາຍ.
\s5
\v 8 ກະສັດ ເຊເດກີຢາ ກັບ ຊາວ ນະຄອນ ເຢຣູຊາເລັມ ໄດ້ເຮັດຂໍ້ ຕົກລົງຢ່າງໜຶ່ງທີ່ຈະ ປົດປ່ອຍ ພວກທາດຮັບໃຊ້ ຊາວເຮັບເຣີ ທັງ ຊາຍ ແລະ ຍິງ
\v 9 ເພື່ອວ່າ ຈະບໍ່ມີຜູ້ໃດ ເອົາພີ່ນ້ອງ ອິດສະຣາເອນ ນາໍກັນເປັນທາດຮັບໃຊ້.
\s5
\v 10 ປະຊາຊົນ ທັງໝົດ ແລະ ພວກເຈົ້ານາຍ ຂອງພວກເຂົາ ໄດ້ຕົກລົງກັນປົດປ່ອຍ ທາດຮັບໃຊ້ ຂອງພວກຕົນ ແລະ ຈະບໍ່ເອົາ ພວກເຂົາ ເປັນທາດຮັບໃຊ້ອີກ. ພວກເຂົາຕ່າງ ກໍໄດ້ປົດປ່ອຍ ທາດຮັບໃຊ້ ນັ້ນໄປ
\v 11 ແຕ່ ຕໍ່ມາພວກເຂົາ ໄດ້ປ່ຽນໃຈ ແລະ ເອົາ ຄົນເຫລົ່ານັ້ນ ຄືນມາ ແລະ ບັງຄັບພວກເຂົາ ໃຫ້ເປັນທາດຮັບໃຊ້ອີກ.
\s5
\v 12 ແລ້ວ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ ແຫ່ງຊາດ ອິດສະຣາເອນ ໄດ້ກ່າວແກ່ ເຢເຣມີຢາ ດ້ວຍຖ້ອຍຄໍາ ດັ່ງນີ້ວ່າ,
\v 13 “ເຮົາໄດ້ເຮັດພັນທະສັນຍາ ຢ່າງໜຶ່ງໄວ້ ກັບ ບັນພະບຸລຸດ ຂອງພວກເຈົ້າ ເມື່ອເຮົາໄດ້ຊ່ວຍກູ້ເອົາພວກເຂົາ ອອກມາຈາກປະເທດ ເອຢິບ ແລະ ໄດ້ປົດປ່ອຍພວກເຂົາ ອອກມາຈາກ ການເປັນທາດຮັບໃຊ້. ເຮົາໄດ້ບອກພວກເຂົາ ວ່າ
\v 14 ‘ທຸກໆ ເຈັດປີໃດ ພວກເຈົ້າຕ້ອງ ປົດປ່ອຍ ທາດຮັບໃຊ້ ຊາວເຮັບເຣີ ຜູ້ທີ່ໄດ້ຮັບໃຊ້ພວກເຈົ້າມາໄດ້ ຫົກປີ ແລ້ວ. ແຕ່ບັນພະບຸລຸດ ຂອງ ພວກເຈົ້າ ບໍ່ໄດ້ເອົາໃຈໃສ່ ຕໍ່ເຮົາ ຫລື ຟັງສິ່ງທີ່ເຮົາໄດ້ກ່າວ ເລີຍ.
\s5
\v 15 ກ່ອນນັ້ນ ເມື່ອບໍ່ເທົ່າໃດວັນ ພວກເຈົ້າ ໄດ້ປ່ຽນໃຈ ເຮັດໃນສິ່ງທີ່ເຮົາ ພໍໃຈ ຄື ພວກເຈົ້າທັງໝົດ ໄດ້ຕົກລົງກັນປົດປ່ອຍ ພີ່ນ້ອງ ຊາວອິດສະຣາເອນ ແລະ ເຮັດພັນທະສັນຍາ ຢ່າງໜຶ່ງຊ້ອງໜ້າເຮົາຢູ່ໃນ ພຣະວິຫານ ບ່ອນ ທີ່ຄົນນະມັດສະການເຮົາ.
\v 16 ແຕ່ແລ້ວ ພວກເຈົ້າ ກໍໄດ້ປ່ຽນໃຈ ກັບມາ ລົບຫລູ່ກຽດຕິຍົດ ຂອງເຮົາ ອີກ. ພວກເຈົ້າທັງໝົດ ໄດ້ເອົາທາດຮັບໃຊ້ ທີ່ໄດ້ຖືກປົດປ່ອຍໄປ ຕາມຄວາມປາຖະໜາ ຂອງ ພວກເຂົານັ້ນ ກັບມາ ແລະ ບັງຄັບ ໃຫ້ພວກເຂົາເປັນທາດຮັບໃຊ້ອີກ.
\s5
\v 17 ດັ່ງນັ້ນແຫລະ ບັດນີ້ ອົງພຣະຜູ້ເປັນເຈົ້າ ກ່າວວ່າ ພວກເຈົ້າບໍ່ໄດ້ ເຊື່ອຟັງເຮົາ; ພວກເຈົ້າ ບໍ່ໃຫ້ພີ່ນ້ອງຊາວອິດສະຣາເອນ ໄດ້ຮັບອິດສະຫລະພາບ. ດີແລ້ວ ບັດນີ້ເຮົາ ຈະໃຫ້ພວກເຈົ້າ ໄດ້ມີອິດສະຫລະພາບ ຄື ອິດສະຫລະພາບ ທີ່ຈະຕາຍໂດຍສົງຄາມ, ການເຈັບໄຂ້ໄດ້ປ່ວຍ ແລະ ການຕາຍອຶດຕາຍຫິວ. ເຮົາຈະເຮັດໃຫ້ ທຸກໆ ຊົນຊາດ ໃນ ໂລກນີ້ ຢ້ານກົວຫຼາຍ ຕໍ່ສິ່ງທີ່ເຮົາຈະເຮັດ ກັບພວກເຂົາ.
\v 18-19 ບັນດາເຈົ້ານາຍ ຂອງອານາຈັກ ຢູດາຍ ແລະ ຂອງນະຄອນ ເຢຣູຊາເລັມ, ຮ່ວມກັບ ບັນດາເຈົ້ານາຍ ໃນ ຣາຊວັງ, ພວກປະໂຣຫິດ ແລະ ບັນດາຜູ້ນາໍ ທັງໝົດ ໄດ້ເຮັດພັນທະສັນຍາ ກັບເຮົາ ໂດຍ ຍ່າງຜ່ານ ງົວເຖິກໂຕໜຶ່ງ ທີ່ພວກເຂົາ ໄດ້ຕັດ ເປັນສອງຕ່ອນ. ແຕ່ ພວກເຂົາໄດ້ຝ່າຝືນ ແລະ ບໍ່ຮັກສາ ພັນທະສັນຍານັ້ນ. ສະນັ້ນ ເຮົາຈຶ່ງຈະເຮັດຕໍ່ປະຊາຊົນ ດັ່ງທີ່ພວກເຂົາ ໄດ້ເຮັດ ຕໍ່ງົວເຖິກນັ້ນ.
\s5
\v 20 ເຮົາຈະມອບພວກເຂົາ ໃຫ້ເຫລົ່າສັດຕູ ຜູ້ທີ່ຢາກສັງຫານພວກເຂົາ ແລະ ຊາກສົບຂອງພວກເຂົາ ຈະຖືກຝູງນົກເຈາະ ແລະ ຖືກ ສັດປ່າ ກັດກິນ.
\v 21 ເຮົາຈະມອບກະສັດ ເຊເດກີຢາ ແຫ່ງ ຢູດາຍ ແລະ ພວກຂ້າຣາຊການ ຂອງລາວໃຫ້ຄົນທີ່ຢາກຂ້າ ພວກເຂົາດ້ວຍ. ເຮົາຈະມອບພວກເຂົາໃຫ້ ກອງທັບ ຂອງ ບາບີໂລນ ທີ່ຢຸດໂຈມຕີ ພວກເຈົ້ານັ້ນ.
\v 22 ອົງພຣະຜູ້ເປັນເຈົ້າ ກ່າວ ວ່າ, ເຮົາຈະສັ່ງພວກເຂົາ ແລະ ພວກເຂົາຈະກັບ ຄືນມາ ຍັງເມືອງນີ້ໂລດ. ພວກເຂົາຈະໂຈມຕີເມືອງ ທັງຢຶດ ແລະ ເຜົາເມືອງຖິ້ມ. ເຮົາຈະ ເຮັດໃຫ້ເມືອງ ຂອງ ຢູດາຍ ເປັນບ່ອນທີ່ບໍ່ມີຜູ້ ໃດ ອາໄສຢູ່ ດັ່ງຖິ່ນແຫ້ງແລ້ງ ກັນດານ.”
\s5
\c 35
\p
\v 1 ເມື່ອເຈົ້າເຢໂຮຍອາກິມ ລູກຊາຍ ຂອງ ເຈົ້າໂຢສີຢາ ໄດ້ຂຶ້ນເປັນກະສັດ ແຫ່ງ ຢູດາຍນັ້ນ ອົງພຣະຜູ້ເປັນເຈົ້າ ໄດ້ກ່າວແກ່ ຂ້າພະເຈົ້າວ່າ,
\v 2 “ຈົ່ງໄປຫາ ສະມາຊິກ ຂອງຕະກຸນ ເຣກາບ ແລະ ກ່າວກັບພວກເຂົາ. ແລ້ວ ຈົ່ງນາໍພວກເຂົາ ມາຍັງຫ້ອງໜຶ່ງຢູ່ໃນພຣະວິຫານ ແລະ ເອົາເຫລົ້າອະງຸ່ນໃຫ້ ພວກເຂົາດື່ມ.”
\s5
\v 3 ສະນັ້ນ ຂ້າພະເຈົ້າຈຶ່ງໄດ້ນາໍເອົາຕະກຸນ ເຣກາບ ທັງໝົດມາ ເຊັ່ນ: ຢາຊານີຢາ (ລູກຊາຍຂອງ ເຢເຣມີຢາ ຄົນອື່ນຜູ້ເປັນລູກຂອງ ຮາບາຊີນີຢາ) ພ້ອມດ້ວຍ ອ້າຍເອື້ອຍນ້ອງ ແລະ ລູກຊາຍທັງໝົດ
\v 4 ແລະ ນໍາພວກເຂົາ ໄປຍັງພຣະວິຫານ. ຂ້າພະເຈົ້າໄດ້ນາໍ ພວກເຂົາ ເຂົ້າໄປໃນຫ້ອງສາວົກ ຂອງ ຜູ້ທາໍນວາຍ ຮານານ ລູກຊາຍ ຂອງ ອິກດາລີຢາ. ຫ້ອງນີ້ຢູ່ເທິງຫ້ອງ ຂອງ ມາອາເຊອີຢາ ລູກຊາຍ ຂອງ ຊານລູມ ເຈົ້າໜ້າທີ່ຄົນສໍາຄັນ ຜູ້ໜຶ່ງໃນພຣະວິຫານ ແລະ ໃກ້ກັບຫ້ອງຂອງເຈົ້າໜ້າທີ່ ຄົນອື່ນ ໆ.
\s5
\v 5 ແລ້ວ ຂ້າພະເຈົ້າກໍໄດ້ວາງຈອກ ແລະ ຖ້ວຍ ທີ່ມີເຫລົ້າອະງຸ່ນ ເຕັມຢູ່ໄວ້ຕໍ່ໜ້າຊາວ ເຣກາບ ແລະ ກ່າວແກ່ ພວກເຂົາ ວ່າ, “ເຊີນດື່ມເຫລົ້າ ອະງຸ່ນເຖີດ. ”
\v 6 ແຕ່ພວກເຂົາ ໄດ້ຕອບ ວ່າ, “ພວກເຮົາ ບໍ່ດື່ມເຫລົ້າ ອະງຸ່ນ; ເພາະ ໂຢນາດາບ ລູກຊາຍ ຂອງ ເຣກາບ ຜູ້ເປັນບັນພະບຸລຸດ ຂອງ ພວກເຮົາ ໄດ້ບອກ ພວກເຮົາ ວ່າ, ‘ພວກເຈົ້າຢ່າໄດ້ດື່ມເຫລົ້າ ອະງຸ່ນ ຊະນິດໃດໆ ຈັກເທື່ອ ຄື ພວກເຈົ້າ ເອງ ແລະ ລູກຫລານ ຂອງ ພວກເຈົ້າດ້ວຍ.
\v 7 ພວກເຈົ້າ ຢ່າໄດ້ສ້າງເຮືອນ ຫລື ເຮັດ ໄຮ່ເຮັດນາ ຫລື ເຮັດສວນອະງຸ່ນ ຫລື ຊື້ສິ່ງ ເຫລົ່ານີ້, ແຕ່ພວກເຈົ້າຈະອາໄສ ຢູ່ໃນຜ້າເຕັນ ເລື້ອຍໄປ ເພື່ອພວກເຈົ້າ ຈະໄດ້ຢູ່ຢ່າງຍາວນານ ໃນດິນແດນນີ້ ດັ່ງຊາວຕ່າງດ້າວ.
\s5
\v 8 ພວກເຮົາ ເຊື່ອຟັງຄໍາແນະນາໍ ທັງໝົດທີ່ ໂຢນາດາບ ໄດ້ມອບໃຫ້. ພວກເຮົາ ຕະຫລອດທັງ ເມຍ, ລູກຊາຍ ແລະ ລູກສາວ ບໍ່ເຄີຍ ດື່ມເຫລົ້າ ອະງຸ່ນ ຈັກເທື່ອ.
\v 9-10 ພວກເຮົາ ບໍ່ໄດ້ປຸກເຮືອນຢູ່ ແຕ່ຢູ່ໃນຜ້າເຕັນ ແລະ ພວກເຮົາ ກໍບໍ່ມີສວນອະງຸ່ນ, ທົ່ງໄຮ່ ທົ່ງນາ ຫລື ພືດຜົນ ເປັນເມັດເລີຍ. ພວກເຮົາ ໄດ້ຢຶດຖື ຢ່າງຄົບຖ້ວນ ທຸກໆສິ່ງທີ່ ໂຢນາດາບ ບັນພະບຸລຸດ ຂອງພວກເຮົາໄດ້ສັ່ງໄວ້.
\v 11 ແຕ່ເມື່ອກະສັດ ເນບູກາດເນັດ ຊາ ໄດ້ຮຸກຮານປະເທດ ພວກເຮົາໄດ້ຕັດສິນໃຈ ມາຍັງນະຄອນ ເຢຣູຊາເລັມ ເພື່ອຫລົບໜີ ີ ຈາກກອງທັບ ຂອງຊາວບາບີໂລນ ແລະ ຊາວຊີເຣຍ. ດ້ວຍເຫດນີ້ ພວກເຮົາຈຶ່ງມາ ອາໄສ ຢູ່ໃນນະຄອນ ເຢຣູຊາເລັມ.”
\s5
\v 12 ແລ້ວ ອົງພຣະຜູ້ເປັນເຈົ້າ ອົງຊົງຣິດ ອໍານາດ ຍິ່ງໃຫຍ່ ພຣະເຈົ້າຂອງຊາດ ອິດສະຣາເອນ ກໍບອກຂ້າພະເຈົ້າ ໃຫ້ໄປກ່າວແກ່ ປະຊາຊົນ ຢູດາຍ ແລະ ຊາວນະຄອນ ເຢຣູຊາເລັມ ວ່າ,
\v 13 “ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດ ຍິ່ງໃຫຍ່ ພຣະເຈົ້າຂອງຊາດ ອິດສະຣາເອນ ຖາມວ່າ, ‘ເປັນຫຍັງ ພວກເຈົ້າ ຈຶ່ງບໍ່ຍອມຟັງເຮົາ ແລະ ເຊື່ອຟັງ ຄໍາແນະນາໍ ທັງຫລາຍຂອງເຮົາ.
\v 14 ເຊື້ອສາຍຂອງ ໂຢນາດາບ ໄດ້ເຊື່ອຟັງ ຄໍາສັ່ງ ຂອງລາວ ໂດຍບໍ່ໄດ້ດື່ມເຫລົ້າ ອະງຸ່ນ ແລະ ຈົນເຖິງ ທຸກວັນນີ້ ກໍບໍ່ມີຜູ້ໃດ ໃນພວກເຂົາດື່ມ ເລີຍ. ແຕ່ເຮົາໄດ້ສືບຕໍ່ກ່າວແກ່ພວກເຈົ້າ ແລະ ພວກເຈົ້າ ກໍບໍ່ໄດ້ເຊື່ອຟັງເຮົາ.
\s5
\v 15 ເຮົາໄດ້ສືບຕໍ່ ສົ່ງຜູ້ທາໍນວາຍ ທຸກຄົນ ຜູ້ຮັບໃຊ້ຂອງເຮົາ ມາຫາພວກເຈົ້າ ແລະ ບອກພວກເຈົ້າ ໃຫ້ຫັນໜີຈາກ ວິທີດໍາເນີນ ຊີວິດ ອັນຊົ່ວຊ້າ ແລະ ມາເຮັດໃນສິ່ງທີ່ຖືກຕ້ອງ. ພວກເຂົາໄດ້ເຕືອນພວກເຈົ້າ ບໍ່ໃຫ້ຂາບໄຫວ້ ແລະ ຮັບໃຊ້ບັນດາ ພະອື່ນ ເພື່ອພວກເຈົ້າ ຈະໄດ້ອາໄສຢູ່ໃນດິນແດນ ທີ່ເຮົາໄດ້ມອບໃຫ້ພວກເຈົ້າ ແລະ ບັນພະບຸລຸດ ຂອງພວກເຈົ້ານັ້ນ. ແຕ່ພວກເຈົ້າ ບໍ່ຟັງເຮົາກ່າວ ຫລື ເອົາໃຈໃສ່ ຕໍ່ເຮົາ.
\v 16 ເຊື້ອສາຍ ຂອງ ໂຢນາດາບ ໄດ້ເຊື່ອຟັງຄໍາສັ່ງ ທີ່ບັນພະບຸລຸດ ຂອງ ພວກເຂົາໄດ້ມອບໃຫ້, ແຕ່ ພວກເຈົ້າ ບໍ່ໄດ້ເຊື່ອຟັງເຮົາ.
\s5
\v 17 ສະນັ້ນ ບັດນີ້ ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດ ຍິ່ງໃຫຍ່ ພຣະເຈົ້າຂອງຊາດ ອິດສະຣາເອນ ຈຶ່ງກ່າວ ວ່າ, ‘ເຮົາຈະນາໍເອົາ ການທາໍລາຍ ທັງໝົດ ທີ່ເຮົາໄດ້ສັນຍາໄວ້ ນັ້ນມາສູ່ປະຊາຊົນ ຢູດາຍ ແລະ ຊາວ ນະຄອນ ເຢຣູຊາເລັມ. ເຮົາຈະເຮັດເຊັ່ນນີ້ ເພາະພວກເຈົ້າ ບໍ່ໄດ້ເຊື່ອຟັງ ເມື່ອເຮົາໄດ້ກ່າວ ແກ່ພວກເຈົ້າ ແລະ ພວກເຈົ້າບໍ່ໄດ້ຂານຕອບ ເມື່ອເຮົາໄດ້ເອີ້ນຫາ ພວກເຈົ້າ.
\s5
\v 18 ແລ້ວ ຂ້າພະເຈົ້າກໍບອກຄົນ ໃນຕະກຸນ ເຣກາບ ນັ້ນວ່າ, “ອົງພຣະຜູ້ເປັນເຈົ້າ ອົງຊົງ ຣິດອໍານາດ ຍິ່ງໃຫຍ່ ພຣະເຈົ້າຂອງຊາດ ອິດສະຣາເອນ ໄດ້ກ່າວວ່າ, ‘ຍ້ອນພວກເຈົ້າ ໄດ້ເຊື່ອຟັງ ຄໍາສັ່ງທີ່ ໂຢນາດາບ ບັນພະບຸລຸດ ຂອງພວກເຈົ້າ ໄດ້ມອບໃຫ້ແກ່ ພວກເຈົ້ານັ້ນ; ພວກເຈົ້າຈຶ່ງເຮັດຕາມ ຄໍາແນະນາໍ ທຸກຢ່າງ ຂອງລາວ ແລະ ພວກເຈົ້າໄດ້ເຮັດ ທຸກໆ ສິ່ງ ທີ່ລາວ ໄດ້ສັ່ງພວກເຈົ້າ.
\v 19 ສະນັ້ນ ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດ ຍິ່ງໃຫຍ່ ພຣະເຈົ້າຂອງຊາດ ອິດສະຣາເອນ ຈຶ່ງສັນ ຍາ ວ່າ, ‘ໂຢນາດາບ ລູກຊາຍ ເຣກາບ ຈະມີ ເຊື້ອສາຍເປັນເພດຊາຍ ບົວລະບັດຮັບໃຊ້ເຮົາຕະຫລອດໄປ.
\s5
\c 36
\p
\v 1 ໃນຣາຊການ ປີທີສີ່ ຂອງ ເຈົ້າເຢໂຮຍອາກິມ ລູກຊາຍ ຂອງ ເຈົ້າໂຢສີຢາ ກະສັດ ແຫ່ງ ຢູດາຍ ອົງພຣະຜູ້ເປັນເຈົ້າ ໄດ້ກ່າວແກ່ ຂ້າພະເຈົ້າ ວ່າ,
\v 2 “ຈົ່ງເອົາເຈ້ຍ ມ້ວນໜຶ່ງ ມາຂຽນ ຖ້ອຍຄໍາທັງໝົດ ທີ່ເຮົາໄດ້ບອກເຈົ້າ ເຖິງ ອິດສະຣາເອນ ແລະ ຢູດາ ລວມທັງຊົນ ຊາດ ທັງໝົດ. ຈົ່ງຂຽນທຸກໆ ສິ່ງທີ່ເຮົາໄດ້ ບອກເຈົ້າ ຕັ້ງແຕ່ຄາວທີ່ ເຮົາໄດ້ກ່າວແກ່ ເຈົ້າ ເທື່ອທາໍອິດ ເມື່ອ ເຈົ້າໂຢສີຢາ ເປັນກະສັດ ຈົນເຖິງ ທຸກວັນນີ້.
\v 3 ບາງທີ ເມື່ອປະຊາຊົນ ຢູດາ ໄດ້ຍິນເລື່ອງການທໍາລາຍ ທີ່ ເຮົາຕັ້ງໃຈ ຈະນາໍມາຍັງພວກເຂົານັ້ນ ພວກເຂົາອາດຈະຫັນຈາກ ທາງ ຊົ່ວຮ້າຍກໍໄດ້. ແລ້ວເຮົາກໍຈະຍົກໂທດ ຄວາມຊົ່ວຮ້າຍ ແລະ ການບາບ ທີ່ພວກເຂົາໄດ້ເຮັດ.”
\s5
\v 4 ດັ່ງນັ້ນ ຂ້າພະເຈົ້າຈຶ່ງເອີ້ນ ບາຣຸກ ລູກຊາຍ ຂອງ ເນຣີຢາ ເຂົ້າມາຫາ; ແລະ ໃຫ້ຂຽນທຸກໆສິ່ງທີ່ ອົງພຣະຜູ້ເປັນເຈົ້າ ໄດ້ບອກ ຂ້າພະເຈົ້າ. ແລ້ວ ບາຣຸກ ກໍໄດ້ຂຽນຖ້ອຍຄໍາ ທັງໝົດ ລົງໃນເຈ້ຍມ້ວນ ນັ້ນ.
\v 5 ຕໍ່ມາ ຂ້າພະເຈົ້າ ໄດ້ແນະນາໍ ບາຣຸກ ດັ່ງນີ້: “ຂ້ອຍ ບໍ່ໄດ້ຮັບອະນຸຍາດ ໃຫ້ໄປຍັງພຣະວິຫານ ອີກ.
\v 6 ແຕ່ເທື່ອໜ້າ ເມື່ອປະຊາຊົນ ຖືສິນ ອົດອາຫານ ຂ້ອຍຢາກໃຫ້ເຈົ້າ ໄປຍັງທີ່ນັ້ນ. ເຈົ້າຕ້ອງອ່ານ ໜັງສືມ້ວນນີ້ ດ້ວຍສຽງອັນດັງ ເພື່ອພວກເຂົາ ຈະໄດ້ຍິນ ທຸກໆ ສິ່ງທີ່ອົງ ພຣະຜູ້ເປັນເຈົ້າ ໄດ້ກ່າວແກ່ຂ້ອຍ ແລະ ຂ້ອຍກໍໄດ້ບອກໃຫ້ເຈົ້າຂຽນ ຕາມນັ້ນ. ຈົ່ງອ່ານ ໜັງສື ນີ້ໃນບ່ອນທີ່ທຸກໆ ຄົນ ດ້ຍິນເຈົ້າ ລວມທັງປະຊາຊົນ ຢູດາ ທີ່ມາຈາກເມືອງ ຕ່າງໆ.
\s5
\v 7 ບາງທີ ພວກເຂົາຈະ ພາວັນນາ ອະທິຖານ ຫາອົງພຣະຜູ້ເປັນເຈົ້າ ແລະ ຫັນ ໜີ ຈາກທາງຊົ່ວກໍໄດ້ ເພາະອົງພຣະຜູ້ເປັນ ເຈົ້າ ໄດ້ນາບຂູ່ປະຊາຊົນ ເຫລົ່ານີ້ ດ້ວຍຄວາມໂກດຮ້າຍ ແລະ ໂມໂຫ ຢ່າງຮຸນແຮງ. ”
\v 8 ສະນັ້ນ ບາຣຸກ ຈຶ່ງໄດ້ອ່ານຖ້ອຍຄໍາ ຂອງ ອົງພຣະຜູ້ເປັນເຈົ້າ ໃນພຣະວິຫານ ຖກື ຕ້ອງຕາມ ທີ່ຂ້າພະເຈົ້າ ໄດ້ບອກໃຫ້ລາວ ເຮັດທຸກປະການ.
\s5
\v 9 ໃນເດືອນ ທີເກົ້າ ຂອງ ຣາຊການ ປີທີຫ້າ ຂອງກະສັດ ເຢໂຮຍອາກິມ ແຫ່ງ ຢູດາຍ ນັ້ນ ປະຊາຊົນໄດ້ຖືສິນ ອົດອາຫານ ເພື່ອໃຫ້ອົງພຣະຜູ້ເປັນເຈົ້າ ພໍໃຈ. ປະຊາຊົນທັງໝົດ ທີ່ໄດ້ອາໄສ ຢູ່ໃນນະຄອນ ເຢຣູຊາເລັມ ແລະ ປະຊາຊົນ ທັງໝົດ ທີ່ມາຈາກເມືອງ ຂອງ ຢູດາຍ ກໍໄດ້ຖືສິນອົດອາຫານ.
\v 10 ແລ້ວ ບາຣຸກ ກໍໄດ້ອ່ານທຸກຖ້ອຍຄໍາ ທີ່ຂ້າພະເຈົ້າ ໄດ້ກ່າວນັ້ນ ໃນຂະນະທີ່ທຸກຄົນ ກາໍລັງຟັງຢູ່. ລາວໄດ້ອ່ານ ໜັງສືມ້ວນນີ້ ຢູ່ໃນພຣະວິຫານ ຈາກຫ້ອງ ຂອງ ເກມາຣິຢາ ລູກຊາຍ ຂອງ ຊາຟານ ເລຂາທິການ ປະຈາໍຣາຊວັງ. ສ່ວນ ຫ້ອງ ຂອງ ເກມາຣິຢາ ນັ້ນຢູທີ່ເດີ່ນທາງເທິງ ໃກ້ທາງເຂົ້າປະຕູໃໝ່ ຂອງ ພຣະວິຫານ.
\s5
\v 11 ເມື່ອ ມີກາອີຢາ ລູກຊາຍ ຂອງ ເກມາຣິຢາ ແລະ ຫລານຊາຍ ຂອງ ຊາຟານ ໄດ້ຍິນ ບາຣຸກ ອ່ານຖ້ອຍຄໍາ ຂອງ ອົງພຣະຜູ້ເປັນເຈົ້າ ຈາກໜັງສືມ້ວນ
\v 12 ລາວຈຶ່ງໄປຍັງ ຣາຊວັງ ຍັງຫ້ອງເລຂາທິການ ປະຈາໍວັງ ບ່ອນທີ່ຂ້າຣາຊການ ທັງໝົດພວມປະຊຸມ ກັນຢູ່. ເອລີຊາມາ ຜູ້ທີ່ເປັນເລຂາທິການ ປະຈາໍວັງ, ເດລາອີຢາ ລູກຊາຍ ຂອງ ເຊມາອີຢາ, ເອນນາທານ ລູກຊາຍ ຂອງ ອັກໂບ, ເກມາຣິຢາ ລູກຊາຍ ຂອງ ຊາຟານ, ເຊເດກີຢາ ລູກຊາຍ ຂອງ ຮານານີຢາ ແລະ ບັນດາ ເຈົ້ານາຍ ອື່ນໆ ກໍຢູ່ທີ່ນັ້ນ ດ້ວຍ.
\s5
\v 13 ມີກາອີຢາ ໄດ້ບອກຖ້ອຍຄໍາ ທັງໝົດ ທີ່ຕົນໄດ້ຍິນ ບາຣຸກ ອ່ານສູ່ປະຊາຊົນຟັງນັ້ນ ສູ່ພວກເຂົາຟັງ.
\v 14 ແລ້ວ ບັນດາເຈົ້ານາຍ ກໍ ໃຊ້ ເຢຮູດີ (ລູກຊາຍ ຂອງ ເນທານີຢາ ແລະ ຫລານຊາຍ ຂອງ ເຊເລມີຢາ ແລະ ເຫລັນ ຂອງ ກູຊີ) ໃຫ້ໄປບອກ ບາຣຸກ ນາໍໜັງສື ມ້ວນມາ ຄື ໜັງສື ທີ່ລາວ ໄດ້ອ່ານສູ່ ປະຊາຊົນຟັງ ຢູ່ນັ້ນ. ບາຣຸກ ຈຶ່ງນາໍໜັງສືມ້ວນ ມາ.
\v 15 ພວກເຂົາ ເວົ້າຕໍ່ລາວ ວ່າ, “ເຊີນ ນັ່ງລົງ ແລະ ອ່ານໜັງສືມ້ວນ ໃຫ້ພວກເຮົາ ຟັງ ເບິ່ງດູ. ” ບາຣຸກ ຈຶ່ງອ່ານສູ່ຟັງ.
\s5
\v 16 ຫລັງຈາກ ອ່ານຈົບແລ້ວ ພວກເຂົາຕ່າງ ກໍຫລຽວເບິ່ງໜ້າກັນ ດ້ວຍຄວາມຢ້ານກົວ ແລະ ເວົ້າກັບ ບາຣຸກ ວ່າ, “ພວກເຮົາຕ້ອງລາຍງານ ເລື່ອງນີ້ສູ່ກະສັດຟັງ. ”
\v 17 ແລ້ວ ພວກເຂົາກໍຖາມລາວ ວ່າ, “ເຈົ້າ ຂຽນຖ້ອຍຄໍາ ທັງໝົດນີ້ ໄດ້ຢ່າງໃດ? ເຢເຣມີຢາ ບອກຄໍາເວົ້າ ໃຫ້ເຈົ້າຂຽນ ແມ່ນບໍ? ”
\v 18 ບາຣຸກ ຈຶ່ງຕອບ ວ່າ, “ເຢເຣມີຢາ ໄດ້ບອກ ທຸກໆຖ້ອຍຄໍາ ໃຫ້ຂ້າພະເຈົ້າ ແລະ ຂ້າພະເຈົ້າ ກໍໄດ້ໃຊ້ນາໍ້ມຶກຂຽນລົງ ໃນເຈ້ຍ ມ້ວນນີ້. ”
\v 19 ແລ້ວ ພວກເຂົາກໍບອກລາວ ວ່າ, “ເຈົ້າ ກັບ ເຢເຣມີຢາ ຕ້ອງປົບໜີໄປລີ້ສາ. ຢ່າໃຫ້ຜູ້ໃດ ຜູ້ໜຶ່ງຮູ້ບ່ອນທີ່ພວກເຈົ້າລີ້.”
\s5
\v 20 ຫຼັງຈາກ ພວກເຂົາໄດ້ມ້ຽນໜັງສືມ້ວນ ນັ້ນໄວ້ ໃນຫ້ອງ ຂອງ ເອລີຊາມາ ຜູ້ເປັນເລຂາທິການ ຂອງ ກະສັດແລ້ວ ພວກເຂົາກໍ ໄປທີ່ພຣະຣາຊສໍານັກ ບ່ອນທີ່ພວກເຂົາ ລາຍງານ ທຸກໆ ສິ່ງສູ່ກະສັດຟັງ.
\v 21 ແລ້ວ ກະສັດ ກໍໄດ້ໃຊ້ ເຢຮູດີ ໄປເອົາໜັງສືມ້ວນ ນັ້ນມາ. ລາວຈຶ່ງໄປເອົາໜັງສື ມ້ວນນັ້ນມາ ຈາກຫ້ອງ ຂອງ ເອລີຊາມາ ແລະ ອ່ານໃຫ້ກະສັດຟັງ ພ້ອມທັງຂ້າຣາຊການ ທັງໝົດ ທີ່ຢືນອ້ອມ ເພິ່ນຢູ່ນັ້ນ.
\v 22 ກະສັດ ກາໍລັງນັ່ງ ຝີງໄຟ ຢູ່ໃນວັງລະດູ ໜາວ ຂອງຕົນ ເພາະ ແມ່ນລະດູໜາວ
\s5
\v 23 ພໍ ເຢຮູດີ ອ່ານສຸດ ສາມສີ ່ຕອນເທົ່ານັ້ນ ກະສັດກໍໃຊ້ມີດນ້ອຍ ຕັດຕອນນັ້ນຖິ້ມ ໃສ່ໄຟ. ເພິ່ນສືບຕໍ່ເຮັດເຊັ່ນນີ້ ຈົນໜັງສືມ້ວນ ນັ້ນ ຖືກເຜົາທັງໝົດ.
\v 24 ແຕ່ບໍ່ເຫັນກະສັດ ຫລື ຂ້າຣາຊການ ຂອງເພິ່ນຜູ້ໜຶ່ງຜູ້ໃດ ທີ່ ໄດ້ຍິນຖ້ອຍຄໍາ ທັງໝົດນັ້ນ ແລ້ວເກີດຢ້ານກົວ ຫລື ສະແດງຄວາມເສຍໃຈ ແຕ່ຢ່າງໃດ.
\s5
\v 25 ເຖິງແມ່ນວ່າ ເອນນາທານ, ເດລາອີຢາ ແລະ ເກມາຣີຢາ ໄດ້ຮ້ອງຂໍ ກະສັດ ບໍ່ໃຫ້ເຜົາໜັງສື ມ້ວນນັ້ນ ກໍຕາມ ເພິ່ນກໍບໍ່ຍອມຟັງ.
\v 26 ແລ້ວເພິ່ນ ກໍສັ່ງເຈົ້າຊາຍ ເຢຣາເມເອນ, ເສຣາອີຢາ ລູກຊາຍ ຂອງ ອາຊະຣິເອນ ແລະ ເຊເລມີຢາ ລູກຊາຍ ຂອງ ອັບເດເອນ, ໃຫ້ໄປ ຈັບຂ້າພະເຈົ້າ ແລະ ບາຣຸກ ເລຂາທິການ ຂອງຂ້າພະເຈົ້າ. ແຕ່ ອົງພຣະຜູ້ເປັນເຈົ້າໄດ້ເຊື່ອງພວກເຮົາໄວ້.
\s5
\v 27 ຫລັງຈາກ ທີ່ກະສັດ ເຢໂຮຍອາກິມ ໄດ້ ເຜົາໜັງສືມ້ວນ ທີ່ຂ້າພະເຈົ້າໄດ້ບອກ ຖ້ອຍຄໍາໃຫ້ ບາຣຸກ ຂຽນນັ້ນແລ້ວ ອົງພຣະຜູ້ເປັນເຈົ້າ ໄດ້ບອກຂ້າພະເຈົ້າ ວ່າ,
\v 28 “ໃຫ້ເອົາ ເຈ້ຍມ້ວນອື່ນ ມາຂຽນຖ້ອຍຄໍາ ທີ່ມີຢູ່ໃນ ໜັງສື ມ້ວນສະບັບ ທໍາອິດນັ້ນໃສ່.
\v 29 ຈົ່ງບອກ ເຢໂຮຍອາກິມ ກະສັດແຫ່ງ ຢູດາ ວ່າ, ‘ອົງພຣະຜູ້ເປັນເຈົ້າ ກ່າວດັ່ງນີ້ ວ່າ, ເຈົ້າໄດ້ເຜົາໜັງສືມ້ວນ ແລະ ຖາມວ່າ ເປັນຫຍັງເຈົ້າ ຈຶ່ງຂຽນວ່າ ກະສັດແຫ່ງ ບາບີໂລນ ຈະມາທາໍ ລາຍດິນແດນນີ້ ພ້ອມທັງຂ້າປະຊາຊົນ ແລະ ຝູງສັດດ້ວຍ.
\s5
\v 30 ສະນັ້ນ ບັດນີ້ ອົງພຣະຜູ້ເປັນເຈົ້າ ຈຶ່ງກ່າວແກ່ ເຢໂຮຍອາກິມ ວ່າ ເຈົ້າຈະບໍ່ມີເຊື້ອ ສາຍ ຄົນໃດຂອງເຈົ້າ ໄດ້ປົກຄອງ ຣາຊອານາຈັກ ຂອງ ດາວິດ ຈັກເທື່ອ. ສົບຂອງ ເຈົ້າ ຈະຖືກໂຍນອອກໄປ ແລະ ປະໃຫ້ຕາກ ແດດ ຍາມກາງເວັນ ແລະ ຕາກໝອກ ຍາມ ກາງຄືນ.
\v 31 ເຮົາຈະລົງໂທດເຈົ້າ, ເຊື້ອສາຍຂອງເຈົ້າ ແລະ ບັນດາຂ້າຣາຊການ ຂອງເຈົ້າ ຍ້ອນການບາບ ທີ່ພວກເຈົ້າທັງໝົດ ໄດ້ເຮັດ. ເຈົ້າເອງລວມທັງຊາວນະຄອນ ເຢຣູຊາເລັມ ແລະ ຢູດາ ບໍ່ໄດ້ເອົາໃຈໃສ່ ຕໍ່ ຄໍາຕັກເຕືອນ ຂອງເຮົາ; ສະນັ້ນແຫລະ ເຮົາຈຶ່ງຈະນາໍໄພພິບັດ ຊຶ່ງເຮົາໄດ້ຂູ່ໄວ້ນັ້ນ ມາຍັງ ພວກເຈົ້າ ທຸກຄົນ.
\s5
\v 32 ແລ້ວ ຂ້າພະເຈົ້າກໍເອົາເຈ້ຍມ້ວນໜຶ່ງ ອີກມອບໃຫ້ ບາຣຸກ ເລຂາທິການ ຂອງ ຂ້າພະເຈົ້າ ຂຽນທຸກສິ່ງຕາມ ຄໍາບອກ ຂອງ ຂ້າພະເຈົ້າ. ລາວໄດ້ຂຽນຖ້ອຍຄໍາ ທັງໝົດ ທີ່ມີຢູ່ໃນໜັງສືມ້ວນ ສະບັບທາໍອິດ ແລະ ຍັງຕື່ມ ຂໍ້ຄວາມອີກ ຕັ້ງຫລາຍຢ່າງ ທີ່ຄືກັນກັບທີ່ຂ້າພະເຈົ້າ ໄດ້ບອກໃຫ້ລາວຂຽນ.
\s5
\c 37
\p
\v 1 ກະສັດ ເນບູກາດເນັດຊາ ແຫ່ງ ບາບີໂລນ ໄດ້ແຕ່ງຕັ້ງ ເຊເດກີຢາ ລູກຊາຍ ຂອງ ເຈົ້າໂຢສີຢາ ໃຫ້ຂຶ້ນເປັນກະສັດ ແຫ່ງ ຢູດາຍ ແທນເຈົ້າເຢໂຮຍອາກິນ ລູກຊາຍ ຂອງ ເຢໂຮຍອາກິມ.
\v 2 ແຕ່ ເຈົ້າເຊເດກີຢາ ແລະ ບັນດາ ຂ້າຣາຊການ ຂອງ ເພິ່ນ ແລະ ປະຊາຊົນບໍ່ໄດ້ເຊື່ອຟັງ ຖ້ອຍຄໍາ ທີ່ອົງພຣະຜູ້ເປັນເຈົ້າ ໄດ້ມອບໃຫ້ຂ້າພະເຈົ້າ ນັ້ນ.
\s5
\v 3 ກະສັດ ເຊເດກີຢາ ໄດ້ໃຊ້ ເຢຮູການ ລູກຊາຍ ຂອງ ເຊເລມີຢາ ແລະ ປະໂຣຫິດ ເຊຟານີຢາ ລູກຊາຍ ຂອງ ມາອາເຊຢາ ມາຂໍໃຫ້ຂ້າພະເຈົ້າ ພາວັນນາ ອະທິຖານ ພຣະເຈົ້າ ເພື່ອປະເທດຊາດ ຂອງ ພວກເຮົາ.
\v 4 ໃນຂະນະນັ້ນ ຂ້າພະເຈົ້າບໍ່ທັນໄດ້ຖືກ ຄຸກເທື່ອ ແລະ ຍັງເຄື່ອນໄຫວໄປມາ ໃນທ່າມກາງ ປະຊາຊົນໄດ້.
\v 5 ກອງທັບ ພວກ ບາບີໂລນ ຍັງປິດລ້ອມ ນະຄອນ ເຢຣູຊາເລັມ ໄວ້ຢູ່; ແຕ່ເມື່ອພວກເຂົາ ໄດ້ຍິນວ່າ ກອງທັບ ຊາວເອຢິບ ໄດ້ຂ້າມຊາຍແດນ ມາແລ້ວ ພວກເຂົາຈຶ່ງລ່າຖອຍ ໜີໄປ.
\s5
\v 6 ເຫດສະນັ້ນ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງຊາດ ອິດສະຣາເອນ ຈຶ່ງບອກ ຂ້າພະເຈົ້າ ວ່າ,
\v 7 “ໃຫ້ຕອບ ເຊເດກີຢາ ວ່າ, ‘ກອງທັບ ເອຢິບ ກາໍລັງເຄື່ອນເຂົ້າມາ ຊ່ວຍເຈົ້າ; ແຕ່ພວກເຂົາ ຈະກັບຄືນເມືອປະເທດ.
\v 8 ແລ້ວກອງທັບ ບາບີໂລນ ກໍຈະ ກັບຄືນມາ ໂຈມຕີເມືອງນີ້ ທັງຢຶດເມືອງ ແລະ ເຜົາເມືອງຖິ້ມ.
\s5
\v 9 ອົງພຣະຜູ້ເປັນເຈົ້າ ເຕືອນເຈົ້າ ບໍ່ໃຫ້ຫລອກລວງ ຕົນເອງ ໂດຍ ຄິດວ່າ, ‘ພວກ ບາບີໂລນ ຈະບໍ່ກັບຄືນມາ, ແຕ່ພວກເຂົາຈະ ກັບຄືນມາ.
\v 10 ເຖິງແມ່ນວ່າ ເຈົ້າຈະເອົາ ຊະນະ ກອງທັບ ບາບີໂລນ ທັງໝົດໄດ້ ຈົນຍັງເຫລືອ ແຕ່ຜູ້ທີ່ບາດເຈັບ ນອນຢູ່ໃນຜ້າ ເຕັນ ກໍຕາມ; ແຕ່ຄົນເຫລົ່ານັ້ນ ກໍຍັງຈະ ລຸກຂຶ້ນມາ ເຜົາເມືອງນີ້ຖິ້ມ.”
\s5
\v 11 ກອງທັບ ບາບີໂລນ ໄດ້ຖອຍອອກ ຈາກນະຄອນ ເຢຣູຊາເລັມ ໄປຍ້ອນກອງທັບ ເອຢິບ ໄດ້ເຄື່ອນເຂົ້າມາໃກ້.
\v 12 ສະນັ້ນ ຂ້າພະເຈົ້າ ຈຶ່ງໄດ້ອອກຈາກນະຄອນ ເຢຣູຊາເລັມ ໄປຍັງເຂດແດນ ຂອງ ເບັນຢາມິນ ເພື່ອຮັບເອົາສ່ວນແບ່ງ ຊັບສົມບັດ ຂອງ ຄອບຄົວ ມາເປັນກໍາມະສິດ ຂອງຂ້າພະເຈົ້າ.
\v 13 ແຕ່ ເມື່ອຂ້າພະເຈົ້າ ມາຮອດປະຕູເບັນຢາມິນ ກໍມີນາຍທະຫານ ຮັບຜິດຊອບ ການເຝົ້າຍາມຄົນໜຶ່ງ ຊື່ວ່າ ອີຣີຢາ ລູກຊາຍ ຂອງ ເຊເລມີຢາ ແລະ ຫລານຊາຍ ຂອງ ຮານານີຢາ ຢັບຢັ້ງ ຂ້າພະເຈົ້າໄວ້ ແລະ ກ່າວ ວ່າ, “ເຈົ້າກາໍລັງຈະ ໜີໄປຫາພວກບາບີໂລນ.”
\s5
\v 14 ຂ້າພະເຈົ້າ ຕອບ ວ່າ, “ບໍ່ແມ່ນ ຂ້ອຍບໍ່ໄດ້ໜີ. ” ແຕ່ ອີຣີຢາ ບໍ່ຍອມຟັງຂ້າພະເຈົ້າ. ລາວໄດ້ຈັບຂ້າພະເຈົ້າ ໄປຫາບັນດາ ຂ້າຣາຊການ.
\v 15 ພວກເຂົາ ຈຶ່ງຄຽດແຄ້ນ ໃຫຍ່ ພ້ອມທັງຂ້ຽນຕີຂ້າພະເຈົ້າ ແລະ ກັກ ຂັງຂ້າພະເຈົ້າ ໄວ້ໃນເຮືອນ ຂອງ ໂຢນາທານ ເລຂາທິການ ປະຈາໍວັງຂອງກະສັດ ຊຶ່ງບ່ອນ ນີ້ ໄດ້ຖືກດັດແປງ ໃຫ້ເປັນຄຸກ.
\s5
\v 16 ຂ້າພະເຈົ້າ ໄດ້ຖືກຄຸມຂັງ​ໄວ້ ໃນຫ້ອງ ໃຕ້ດິນ ແລະ ຢູ່ໃນທີ່ນັ້ນ ເປັນເວລາເຫິງນານ.
\v 17 ຕ່ໍ່ມາກະສັດ ເຊເດກີຢາ ໄດ້ໃຊ້ຄົນໄປ ນາໍເອົາຂ້າພະເຈົ້າອອກມາ ແລະ ຢູ່ທີ່ຣາຊວັງ ນັ້ນ ເພິ່ນຖາມຂ້າພະເຈົ້າ ເປັນທາງລັບວ່າ, “ມີ ຖ້ອຍຄໍາ ຫຍັງແດ່ ຈາກອົງພຣະຜູ້ເປັນເຈົ້າ? ” ຂ້າພະເຈົ້າຕອບ ວ່າ, “ມີຢູ່ທ່ານເອີຍ” ແລະ ຂ້າພະເຈົ້າ ກໍກ່າວຕື່ມວ່າ, “ທ່ານຈະຖືກມອບ ໃຫ້ກະສັດແຫ່ງບາບີໂລນ.”
\s5
\v 18 ແລ້ວ ຂ້າພະເຈົ້າ ກໍຖາມ ວ່າ, “ຂ້ານ້ອຍ ໄດ້ເຮັດຜິດຫຍັງແດ່ ຕໍ່ທ່ານ ຫລື ຕໍ່ພວກຂ້າຣາຊການ ຂອງທ່ານ ຫລື ຕໍ່ປະຊາຊົນ ໃນເມືອງນີ້ ຈຶ່ງຂັງຂ້ານ້ອຍໄວ້ໃນຄຸກ?
\v 19 ພວກຜູ້ທາໍນວາຍ ທີ່ເຕືອນທ່ານ ວ່າ ກະສັດ ແຫ່ງ ບາບີໂລນ ຈະບໍ່ມາໂຈມຕີທ່ານ ຫລື ອານາຈັກນີ້ ພາກັນໄປໃສ ໝົດແລ້ວ?
\v 20 ຂ້າແດ່ ພະຣາຊາ ບັດນີ້ ຂໍທ່ານຟັງ ແລະ ເຮັດ ຕາມຂ້ານ້ອຍ ຂໍຮ້ອງດ້ວຍ. ຢ່າສົ່ງຂ້ານ້ອຍ ຄືນໄປຍັງຄຸກ ທີ່ເຮືອນຂອງ ໂຢນາທານ ເລີຍ. ຖ້າທ່ານຂືນສົ່ງໄປ ຂ້ານ້ອຍຈະຕ້ອງ ຕາຍ ຢູ່ທີ່ນັ້ນເປັນແນ່.”
\s5
\v 21 ສະນັ້ນ ກະສັດ ເຊເດກີຢາ ຈຶ່ງມີຄໍາສັ່ງ ໃຫ້ຂັງຂ້າພະເຈົ້າ ໄວ້ຢູ່ໃນເດີ່ນຂອງຣາຊວັງ. ຂ້າພະເຈົ້າໄດ້ຢູ່ທີ່ນັ້ນ ແຕ່ລະມື້ ຂ້າພະເຈົ້າໄດ້ ຮັບເຂົ້າຈີ່ ກ້ອນໜຶ່ງຈາກໂຮງເຮັດເຂົ້າຈີ່ ຈົນເຂົ້າຈີ່ໃນເມືອງໝົດ.
\s5
\c 38
\p
\v 1 ເຊຟາຕີຢາ ລູກຊາຍ ຂອງ ມັດທານ, ເກດາລີຢາ ລູກຊາຍ ຂອງ ປັດຊູ, ເຢຮູການ ລູກຊາຍ ຂອງ ເຊເລມີຢາ ແລະ ປັດຊູ ລູກຊາຍ ຂອງ ມັນກີຢາ ໄດ້ຍິນຂ້າພະເຈົ້າ ບອກ ປະຊາຊົນ ວ່າ,
\v 2 “ອົງພຣະຜູ້ເປັນເຈົ້າ ໄດ້ ກ່າວ ວ່າ, ‘ຜູ້ໃດກໍຕາມ ທີ່ຢູ່ໃນເມືອງ ຈະຕ້ອງ ຕາຍ ຍ້ອນສົງຄາມ ຫລື ຍ້ອນການຕາຍອຶດ ຕາຍຫິວ ຫລື ຍ້ອນເຈັບໄຂ້ໄດ້ປ່ວຍ. ແຕ່ ພວກທີ່ອອກໄປ ຍອມຈາໍນົນ ຕໍ່ພວກບາບີໂລນ ຈະບໍ່ຖືກຂ້າ; ຢ່າງໜ້ອຍພວກເຂົາ ຈະປົບໜີໄດ້ ແລະ ມີຊີວິດຢູ່.
\v 3 ຂ້າພະເຈົ້າ ບອກເຂົາເຊັ່ນດຽວກັນ ວ່າ, “ອົງພຣະຜູ້ເປັນເຈົ້າ ໄດ້ກ່າວ ດັ່ງນີ້: ‘ເຮົາຈະ ມອບເມືອງນີ້ ໃຫ້ແກ່ກອງທັບ ບາບີໂລນ ແລະ ພວກເຂົາຈະຢຶດເມືອງນີ້.
\s5
\v 4 ແລ້ວບັນດາ ຂ້າຣາຊການ ກໍໄປຫາ ກະສັດ ແລະ ເວົ້າວ່າ, “ຄົນຜູ້ນີ້ຈະຕ້ອງຖືກ ໂທດ ເຖິງຕາຍ. ລາວໄດ້ເຮັດໃຫ້ ພວກທະຫານ ຢູ່ໃນເມືອງເສຍກາໍລັງໃຈ ໂດຍເວົ້າ ເຊັ່ນນີ້; ລາວຈະເຮັດຢ່າງ ດຽວກັນ ອີກຕໍ່ທຸກຄົນທີ່ເຫລືອຢູ່ ໃນເມືອງນີ້. ລາວບໍ່ໄດ້ພະຍາຍາມ ຊ່ວຍເຫລືອ ປະຊາຊົນເລີຍ; ລາວມີແຕ່ ຫາຄວາມທຸກ ມາໃຫ້ພວກເຂົາ. ”
\v 5 ກະສັດ ເຊເດກີຢາ ຕອບວ່າ, “ດີແລ້ວ ຖ້າດັ່ງນັ້ນ ຈົ່ງເຮັດຕໍ່ລາວ ຕາມທີ່ພວກເຈົ້າ ຕ້ອງການ; ເຮົາຫ້າມພວກເຈົ້າ ບໍ່ໄດ້ດອກ.”
\s5
\v 6 ສະນັ້ນ ພວກເຂົາຈຶ່ງຈັບຂ້າພະເຈົ້າໄປ ແລະ ໃຊ້ເຊືອກຢ່ອນຂ້າພະເຈົ້າ ລົງໃນສ້າງ ຂອງ ເຈົ້າຊາຍ ມານກີຢາ ຊຶ່ງຢູ່ໃນເດີ່ນ ຂອງ ຣາຊວັງ ນັ້ນເອງ. ຢູ່ໃນສ້າງ ໜ່ວຍນີ້ ບໍ່ມີນໍ້າ ແລະ ມີແຕ່ຂີ້ຕົມ ແລະ ຂ້າພະເຈົ້າກໍຈົມລົງ ໃນຂີ້ຕົມ ນັ້ນ.
\s5
\v 7 ແຕ່ ເອເບັດ -ເມເຫລັກ ຊາວເອທິໂອເປຍ ຊາຍຕອນ ທີ່ເຮັດວຽກ ໃນວັງ ຂອງ ກະສັດ ໄດ້ຍິນວ່າ ພວກເຂົາໄດ້ຈັບ ຂ້າພະເຈົ້າຢ່ອນລົງ ໃນນໍ້າສ້າງ. ໃນເວລາ ນັ້ນ ກະສັດ ກາໍລັງຢູ່ທີ່ເດີ່ນຂອງປະຕູ ເບັນ ຢາມິນ.
\v 8 ສະນັ້ນ ເອເບັດ -ເມເຫລັກ ຈຶ່ງໄປທີ່ນັ້ນ ແລະ ກ່າວແກ່ກະສັດ ວ່າ,
\v 9 “ຂ້າແດ່ ພະຣາຊາ ຄົນເຫລົ່ານີ້ ໄດ້ເຮັດຜິດໄປ ແລ້ວ. ພວກເຂົາໄດ້ຢ່ອນ ເຢເຣມີຢາ ລົງໃນ ນາໍ້ສ້າງ ເພິ່ນຈະຕ້ອງອຶດຕາຍ ໃນທີ່ນັ້ນ ໃນເມື່ອເມືອງນີ້ ບໍ່ມີອາຫານເຫລືອ ຢູ່ອີກເລີຍ.”
\s5
\v 10 ແລ້ວ ກະສັດກໍສັ່ງ ເອເບັດ -ເມເຫລັກ ໃຫ້ນາໍ ສາມຄົນ ໄປດຶງເອົາຂ້າພະເຈົ້າ ຂຶ້ນມາ ຈາກນາໍ້ສ້າງ ກ່ອນທີ່ຂ້າພະເຈົ້າ ຈະສິ້ນໃຈ ຕາຍ.
\v 11 ດັ່ງນັ້ນ ເອເບັດ ເມເຫລັກ ຈຶ່ງໄດ້ພາຄົນເຫລົ່ານັ້ນ ໄປຍັງຫ້ອງ ມ້ຽນເຄື່ອງ ທີ່ຣາຊວັງ ເພື່ອເອົາເສື້ອຜ້າທີ່ຂາດ ແລະ ເກົ່າ ມັດໃສ່ເຊືອກ ຢ່ອນລົງມາໃຫ້ຂ້າພະເຈົ້າ.
\s5
\v 12 ລາວໄດ້ບອກຂ້າພະເຈົ້າ ໃຫ້ເອົາຜ້າຂາດ ຮອງຂີ້ແຮ້ຂ້າພະເຈົ້າໄວ້ ເພື່ອວ່າ ເຊືອກ ຈະບໍ່ບາດຕົວຂ້າພະເຈົ້າ. ຂ້າພະເຈົ້າຈຶ່ງເຮັດ ຕາມ ທີ່ລາວໄດ້ບອກ
\v 13 ແລະ ພວກເຂົາ ກໍດຶງເອົາຂ້າພະເຈົ້າຂຶ້ນມາ ຈາກນາໍ້ສ້າງ. ຫລັງຈາກນັ້ນ ຂ້າພະເຈົ້າກໍໄດ້ຢູ່ໃນເດີ່ນຂອງ ຣາຊວັງ ອີກຕໍ່ໄປ.
\s5
\v 14 ໃນໂອກາດອື່ນອີກ ກະສັດ ເຊເດກີຢາ ໄດ້ນາໍຂ້າພະເຈົ້າ ມາພົບເພິ່ນ ທີ່ທາງປະຕູເຂົ້າພຣະວິຫານ ປ່ອງທີສາມ; ເພິ່ນເວົ້າວ່າ, “ເຮົາຈະຂໍຖາມເຈົ້າ ຈັກຂໍ້ໜຶ່ງ ແລະ ເຮົາຢາກ ໃຫ້ເຈົ້າ ເວົ້າຄວາມຈິງ ທັງໝົດ ສູ່ເຮົາຟັງ. ”
\v 15 ຂ້າພະເຈົ້າ ຈຶ່ງຕອບ ວ່າ, “ຖ້າຂ້ານ້ອຍ ເວົ້າ ຄວາມຈິງ ທ່ານກໍຈະລົງໂທດຂ້ານ້ອຍ ໃຫ້ເຖິງຕາຍ; ຖ້າຂ້ານ້ອຍ ໃຫ້ຄໍາແນະນາໍ ແກ່ ທ່ານ, ທ່ານພັດບໍ່ເອົາໃຈໃສ່. ”
\v 16 ດັ່ງນັ້ນ ກະສັດ ເຊເດກີຢາ ຈຶ່ງສັນຍາກັບຂ້າພະເຈົ້າ ເປັນທາງລັບ ວ່າ, “ເຮົາຂໍສາບານ ໃນນາມ ຂອງ ອົງພຣະຜູ້ເປັນເຈົ້າ ອົງຊົງຊີວິດຢູ່ ຄື ພຣະເຈົ້າ ອົງໃຫ້ຊີວິດ ແກ່ພວກເຮົາວ່າ ເຮົາ ຈະບໍ່ລົງໂທດເຈົ້າ ໃຫ້ເຖິງຕາຍ ຫລື ຈະບໍ່ມອບເຈົ້າໄວ້ ໃນກາໍມືຂອງຄົນທີ່ຢາກຈະຂ້າເຈົ້າ.”
\s5
\v 17 ແລ້ວ ຂ້າພະເຈົ້າກໍບອກກະສັດ ເຊເດກີຢາ ວ່າ, “ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດ ຍິ່ງໃຫຍ່ ພຣະເຈົ້າຂອງຊາດ ອິດສະຣາເອນ ກ່າວ ວ່າ, ‘ຖ້າທ່ານຍອມຈາໍ ນົນຕໍ່ນາຍທະຫານ ຂອງ ກະສັດ ແຫ່ງ ບາບີໂລນ ຊີວິດຂອງທ່ານ ຈະປອດໄພ ແລະ ເມືອງນີ້ ຈະບໍ່ຖືກເຜົາໃຫ້ພິນາດໄປ. ທ່ານເອງ ແລະ ຄອບຄົວ ຂອງທ່ານ ຈະມີຊີວິດຢູ່.
\v 18 ແຕ່ຖ້າທ່ານ ບໍ່ຍອມຈາໍນົນ ເມືອງນີ້ກໍຈະ ຖືກຊາວ ບາບີໂລນ ຢຶດພ້ອມ ທັງເຜົາໃຫ້ ພັງພິນາດໄປ ແລະ ທ່ານຈະປົບໜີ ຈາກພວກເຂົາໄປບໍ່ໄດ້.
\s5
\v 19 ແຕ່ ກະສັດຕອບ ວ່າ, “ເຮົາຢ້ານຄົນຢູ່ ໃນຊາດຂອງພວກເຮົາເອງ ຄື ພວກທີ່ໄດ້ແຕກໜີໄປຫາຊາວ ບາບີໂລນ. ເຮົາອາດຈະ ຖືກມອບ ໃຫ້ພວກເຂົາ ແລະ ຖືກພວກເຂົາ ທໍລະມານ ກໍໄດ້.”
\s5
\v 20 ຂ້າພະເຈົ້າ ຕອບວ່າ, “ທ່ານຈະບໍ່ຖືກມອບ ໃຫ້ພວກເຂົາ. ຂ້ານ້ອຍຮ້ອງຂໍ ທ່ານໃຫ້ ເຊື່ອຟັງຖ້ອຍຄໍາ ຂອງ ອົງພຣະຜູ້ເປັນເຈົ້າ ແລ້ວທຸກສິ່ງຈະເປັນໄປໂດຍດີ ສໍາລັບທ່ານ ແລະ ຊີວິດຂອງທ່ານ ກໍຈະປອດໄພ.
\v 21 ແຕ່ຖ້າທ່ານ ບໍ່ຍອມຈາໍນົນ ອົງພຣະຜູ້ເປັນເຈົ້າ ໄດ້ໃຫ້ຂ້ານ້ອຍເຫັນທາງນິມິດ ສິ່ງທີ່ຈະ ເກີດຂຶ້ນ ກັບທ່ານ
\s5
\v 22 ຄື ພວກຜູ້ຍິງທັງໝົດ ທີ່ເຫລືອຢູ່ໃນ ຣາຊວັງ ຂອງ ກະສັດ ແຫ່ງ ຢູດາຍ ຈະຖືກ ນໍາຕົວອອກໄປ ມອບໃຫ້ພວກນາຍທະຫານ ຂອງ ກະສັດ ແຫ່ງ ບາບີໂລນ. ແລ້ວພວກເຂົາ ກໍຈະພາກັນຮ້ອງເພງ ໃສ່ທ່ານ ໃນຂະນະທີ່ໄປນັ້ນ ວ່າ: ‘ເພື່ອນສະໜິດ ຂອງ ກະສັດໄດ້ຫລອກລວງເພິ່ນ ພວກເຂົາບັງຄັບເພິ່ນ ໃຫ້ກະທາໍຕາມ ຄວາມຄິດ ຂອງ ພວກເຂົາ. ບັດນີ້ ຕີນ ເພິ່ນກໍໄດ້ຈົມຢູ່ໃນຂີ້ຕົມ ເພື່ອນເພິ່ນປົບໜີ ຈາກເພິ່ນໄປໝົດສິ້ນ.
\v 23 ແລ້ວ ຂ້າພະເຈົ້າ ກໍໄດ້ກ່າວ ຕື່ມວ່າ, “ນາງ ສະໜົມ ທັງໝົດ ພ້ອມດ້ວຍ ລູກໆ ຂອງທ່ານ ຈະຖືກ ນາໍໄປມອບໃຫ້ຊາວ ບາບີໂລນ; ທ່ານເອງຈະ ປົບໜີໄປ ຈາກພວກເຂົາບໍ່ໄດ້. ສ່ວນທ່ານເອງ ກໍຈະຖືກກະສັດ ແຫ່ງ ບາບີໂລນ ຈັບໄປເປັນ ຊະເລີຍເສິກ ແລະ ເມືອງນີ້ ທັງໝົດຈະຖືກເຜົາໃຫ້ພັງພິນາດ ຈົນກ້ຽງ.”
\s5
\v 24 ກະສັດ ເຊເດກີຢາ ຕອບວ່າ, “ຢ່າໃຫ້ຜູ້ໃດ ຜູ້ໜຶ່ງ ຮູ້ເລື່ອງທີ່ເວົ້າມານີ້ ແລະ ຊີວິດ ຂອງເຈົ້າ ກໍຈະບໍ່ເປັນອັນຕະລາຍ.
\v 25 ແຕ່ ຖ້າພວກຂ້າຣາຊການ ໄດ້ຍິນວ່າ ເຮົາໄດ້ເວົ້າ ກັບເຈົ້າ; ພວກເຂົາກໍຈະມາຖາມ ເລື່ອງທີ່ ພວກເຮົາ ເວົ້າກັນນັ້ນ. ພວກເຂົາຈະສັນຍາ ວ່າ ຈະບໍ່ຂ້າເຈົ້າ ຖ້າເຈົ້າບອກທຸກໆ ສິ່ງແກ່ ພວກເຂົາ.
\v 26 ຈົ່ງບອກພວກເຂົາ ພຽງແຕ່ ວ່າ ເຈົ້າຂໍຮ້ອງເຮົາ ບໍ່ໃຫ້ສົ່ງເຈົ້າ ກັບຄືນໄປ ຕາຍ ທີ່ຄຸກເທົ່ານັ້ນ.”
\s5
\v 27 ແລ້ວ ຂ້າຣາຊການ ທັງໝົດ ກໍໄດ້ມາ ຖາມຂ້າພະເຈົ້າ ແລະ ຂ້າພະເຈົ້າ ກໍໄດ້ບອກ ພວກເຂົາ ຕາມທີ່ກະສັດ ໄດ້ບອກໃຫ້ຂ້າພະເຈົ້າເວົ້າ. ແລ້ວ ພວກເຂົາ ກໍບໍ່ໄດ້ຊັກ ຖາມຫຍັງ ອີກຕໍ່ໄປ ເພາະເລື່ອງທີ່ສົນທະນາກັນນັ້ນ ບໍ່ມີຜູ້ໃດ ໄດ້ຍິນເລີຍ.
\v 28 ຂ້າພະເຈົ້າ ຖືກຄວບຄຸມຕົວ ຢູ່ໃນເດີ່ນຂອງ ຣາຊວັງ ຈົນເຖິງມື້ທີ່ນະຄອນ ເຢຣູຊາເລັມ ແຕກ.
\s5
\c 39
\p
\v 1 ກະສັດ ເນບູກາດເນັດຊາ ແຫ່ງ ບາບີໂລນ ໄດ້ຍົກກອງທັບ ທັງໝົດ​ຂອງຕົນ ມາໂຈມຕີນະຄອນ ເຢຣູຊາເລັມ ໃນເດືອນ ທີ ສິບ ຂອງປີ ທີເກົ້າ ໃນຣາຊການ ຂອງ ກະສັດ ເຊເດກີຢາ ແຫ່ງ ຢູດາຍ.
\v 2 ຢູ່ຕໍ່ມາ ໃນວັນທີເກົ້າ ຂອງ ເດືອນທີສີ່ ໃນຣາຊການ ປີທີ ສິບເອັດ ຂອງ ກະສັດ ເຊເດກີຢາ ນະຄອນ ເຢຣູຊາເລັມ ກໍແຕກ. (
\v 3 ເມື່ອນະຄອນ ເຢຣູຊາເລັມ ຖືກຢຶດໄດ້ແລ້ວ [ພ] ບັນດາເຈົ້າ ນາຍ ຊັ້ນຜູ້ໃຫຍ່ ຂອງກະສັດ ແຫ່ງ ບາບີໂລນ ຄື ເນການ-ຊາເຣເຊ, ຊາມກາເນໂບ, ຊາຣະເຊກິມ ແລະ ເນການ-ຊາເຣເຊ ຄົນອື່ນກໍໄດ້ ເຂົ້າມາຕັ້ງກອງບັນຊາການ ທີ່ປະຕູໃຫຍ່ ທາງເຂົ້າເມອື ງ.) [ຟ]
\s5
\v 4 ເມື່ອກະສັດ ເຊເດກີຢາ ແລະ ທະຫານ ທັງໝົດຂອງເພິ່ນ ໄດ້ເຫັນເຫດການ ເຊັ່ນນັ້ນ ຈຶ່ງພະຍາຍາມ ປົບໜີ ອອກຈາກເມືອງ ໃນເວລາກາງຄືນ. ພວກເຂົາໜີໄປ ທາງສວນ ຂອງກະສັດ ໂດຍທາງປະຕູ ລະຫວ່າງ ກາໍແພງເມືອງທັງສອງ ແລະ ປົບໜີໄປທາງ ຮ່ອມພູຈໍແດນ.
\v 5 ແຕ່ກອງທັບພວກບາບີໂລນ ໄດ້ໄລ່ຕາມ ພວກເຂົາໄປ ແລະ ຈັບກະສັດ ເຊເດກີຢາ ໄດ້ໃນທົ່ງພຽງ ໃກ້ກັບເມືອງ ເຢຣິໂກ. ແລ້ວພວກເຂົາ ກໍນາໍເພິ່ນໄປມອບ ໃຫ້ກະສັດ ເນບູກາດເນັດຊາ ທີ່ເມືອງ ຣິບລາ ໃນເຂດແດນ ຮາມັດ; ຢູ່ທີ່ນັ້ນ ກະສັດ ເນບູກາດເນັດຊາ ໄດ້ພິພາກສາ ລົງໂທດເພິ່ນ.
\s5
\v 6 ກະສັດ ເນບູກາດເນັດຊາ ໄດ້ປະຫານ ຊີວິດ ພວກລູກຊາຍ ຂອງເຈົ້າເຊເດກີຢາ ຢູ່ທີ່ເມືອງ ຣິບລາ ຕໍ່ໜ້າຂອງເຈົ້າເຊເດກີຢາ ເອງ ແລະ ເພິ່ນກໍໄດ້ປະຫານ ບັນດາຂ້າຣາຊການ ແຫ່ງ ຢູດາ ເຊັ່ນກັນ.
\v 7 ຫລັງຈາກນັ້ນແລ້ວ ເພິ່ນກໍໄດ້ຄວັດໜ່ວຍຕາ ເຈົ້າເຊເດກີຢາ ອອກ ແລະ ເອົາໂສ້ລ່າມເພິ່ນໄວ້ ເພື່ອຈະນາໍ ໄປຍັງ ບາບີໂລນ.
\s5
\v 8 ໃນຂະນະດຽວກັນນັ້ນ ພວກບາບີໂລນ ກໍໄດ້ເຜົາຣາຊວັງ ແລະ ເຮືອນຂອງປະຊາຊົນ ພ້ອມທັງ ກາໍແພງນະຄອນ ເຢຣູຊາເລັມ ລົງ ໃຫ້ພິນາດ.
\v 9 ໃນທີ່ສຸດ ເນບູຊາຣາດານ ຜູ້ ບັນຊາການທະຫານ ກໍຈັບປະຊາຊົນ ທີ່ເຫລືອ ຢູ່ໃນເມືອງ ລວມທັງຄົນທີ່ໜີ ເຂົ້າມາມອບ ຕົວ ຕໍ່ເພິ່ນໄປ ເປັນຊະເລີຍທີ່ ບາບີໂລນ.
\v 10 ລາວປະໄວ້ແຕ່ ຄົນຍາກຈົນ ຈາໍນວນບໍ່ເທົ່າໃດຄົນ ຄືຜູ້ທີ່ບໍ່ມີຊັບສົມບັດຫຍັງ ໃນອານາຈັກ ແລະ ລາວໄດ້ມອບສວນອະງຸ່ນ ແລະ ໄຮ່ນາໃຫ້ພວກເຂົາເຮັດ.
\s5
\v 11 ແຕ່ກະສັດ ເນບູກາດເນັດຊາ ໄດ້ສົ່ງ ເນບູຊາຣາດານ ຜູ້ບັນຊາການທະຫານ ໃຫ້ຈັດການ ດັ່ງນີ້:
\v 12 “ຈົ່ງແຕ່ງຄົນໄປຊອກຫາ ເຢເຣມີຢາ ແລະ ເບິ່ງແຍງລາວໃຫ້ດີ. ຢ່າ ທາໍຮ້າຍລາວ ແຕ່ຈົ່ງຊ່ວຍເຫລືອລາວ ຕາມທີ່ລາວຕ້ອງການ. ”
\v 13 ດັ່ງນັ້ນ ເນບູຊາຣາດານ ພ້ອມດ້ວຍເຈົ້ານາຍ ຊັ້ນຜູ້ໃຫຍ່ ສອງຄົນ ຄື ເນບູຊັດບານ ແລະ ເນການ-ຊາເຣເຊ ພ້ອມກັບ ເຈົ້ານາຍຄົນອື່ນ ໆ ອີກຂອງກະສັດ ແຫ່ງ ບາບີໂລນ
\v 14 ຈຶ່ງໄດ້ນາໍຂ້າພະເຈົ້າ ມາຈາກເດີ​່ນຂອງຣາຊວັງ. ພວກເຂົາໄດ້ມອບຂ້າພະເຈົ້າ ໄວ້ຢູ່ໃຕ້ຄວາມ ເບິ່ງແຍງຂອງ ເກດາລີຢາ ລູກຊາຍ ຂອງ ອາຮີກາມ ແລະ ຫລານຊາຍ ຂອງ ຊາຟານ ແລະ ໃຫ້ນາໍຂ້າພະເຈົ້າເມືອເຖິງເຮືອນ ຂອງ ຂ້າພະເຈົ້າຢ່າງປອດໄພ. ສະນັ້ນແຫລະ ຂ້າພະເຈົ້າ ຈຶ່ງໄດ້ຢູ່ນາໍປະຊາຊົນ ໃນທີ່ນັ້ນ.
\s5
\v 15 ໃນຂະນະທີ່ຂ້າພະເຈົ້າ ໄດ້ຖືກ ຄວບຄຸມ ຕົວຢູ່ທີ່ເດີ່ນຂອງຣາຊວັງນີ້ ອົງພຣະ ຜູ້ເປັນເຈົ້າ ໄດ້ສັ່ງຂ້າພະເຈົ້າ ວ່າ,
\v 16 “ໃຫ້ ບອກ ເອເບັດ ເມເຫລັກ ຊາວເອທິໂອເປຍ ວ່າ, ‘ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດ ຍິ່ງໃຫຍ່ ພຣະເຈົ້າຂອງຊາດ ອິດສະຣາເອນ ໄດ້ກ່າວ ວ່າ ເຮົາຈະນາໍຄວາມຈິບຫາຍ ມາສູ່ ເມືອງນີ້ ຕາມທີ່ເຮົາໄດ້ກ່າວໄວ້ ແຕ່ບໍ່ແມ່ນ ຄວາມຈະເລີນຮຸ່ງເຮືອງ. ເມື່ອເຫດການນີ້ ເກີດຂຶ້ນ ເຈົ້າຈະຢູ່ທີ່ນັ້ນ ເພື່ອເບິ່ງເຫດການ ນັ້ນ.
\s5
\v 17 ອົງພຣະຜູ້ເປັນເຈົ້າ ກ່າວ ວ່າ, ແຕ່ເຮົາ ຈະປົກປ້ອງ ຄຸ້ມຄອງເຈົ້າ ແລະ ເຈົ້າຈະບໍ່ຖືກ ມອບໃຫ້ແກ່ ຄົນທີ່ເຈົ້າຢ້ານກົວ.
\v 18 ເຮົາ ຈະຮັກສາເຈົ້າ ໃຫ້ປອດໄພ ແລະ ເຈົ້າກໍຈະບໍ່ ໍຖືກຂ້າ. ເຈົ້າຈະປົບໜີ ເອົາຊີວິດລອດ ເພາະ ເຈົ້າໄວ້ວາງໃຈໃນເຮົາ. ອົງພຣະຜູ້ເປັນເຈົ້າ ໄດ້ກ່າວ ດັ່ງນີ້ແຫລະ.
\s5
\c 40
\p
\v 1 ອົງພຣະຜູ້ເປັນເຈົ້າ ໄດ້ກ່າວແກ່ຂ້າພະເຈົ້າ ຫລັງຈາກ ເນບູຊາຣາດານ ຜູ້ບັນຊາການທະຫານ ໄດ້ປ່ອຍຂ້າພະເຈົ້າແລ້ວ ທີ່ເມືອງ ຣາມາ. ຂ້າພະເຈົ້າໄດ້ຖືກນາໍ ຕົວໄປຍັງທີ່ນັ້ນ ໂດຍຖືກລ່າມໂສ້ ໄປພ້ອມ ກັບປະຊາຊົນ ຄົນອື່ນ ໆ ຈາກນະຄອນ ເຢຣູຊາເລັມ ແລະ ຢູດາ ຄືພວກທີ່ໄດ້ຖືກຈັບ ເປັນຊະເລີຍເສິກໄປຍັງບາບີໂລນ.
\v 2 ຜູ້ບັນຊາການທະຫານ ໄດ້ພາຂ້າພະເຈົ້າ ແວະອອກມາ ແລະ ເວົ້າວ່າ, “ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ ຂອງເຈົ້າໄດ້ຂູ່ວ່າ ຈະກະທາໍໃຫ້ດິນແດນນີ້ຈິບຫາຍ
\s5
\v 3 ແລະ ບັດນີ້ ອົງພຣະຜູ້ເປັນເຈົ້າ ກໍໄດ້ ກະທໍາ ດັ່ງທີ່ພຣະອົງໄດ້ກ່າວໄວ້ນັ້ນ. ເຫດການທັງໝົດ ທີ່ໄດ້ເກີດຂຶ້ນນີ້ ກໍເພາະ ປະຊາຊົນຂອງເຈົ້າ ໄດ້ເຮັດບາບ ແລະ ບໍ່ໄດ້ ເຊື່ອຟັງພຣະອົງ.
\v 4 ບັດນີ້ ຂ້ອຍຈະແກ້ໂສ້ ທີ່ລ່າມເຈົ້າອອກ ແລະ ປົດປ່ອຍເຈົ້າ ໃຫ້ເປັນ ອິດສະຫລະ. ຖ້າເຈົ້າຢາກໄປຍັງບາບີໂລນ ນາໍຂ້ອຍ ເຈົ້າກໍໄປໄດ້ ແລະ ຂ້ອຍຈະເບິ່ງແຍງເຈົ້າ. ແຕ່ຖ້າເຈົ້າ ບໍ່ຢາກໄປ ກໍບໍ່ຈໍາເປັນຕ້ອງໄປ. ເຈົ້າເລືອກໄປທີ່ໃດ ກໍໄດ້ ໃນທົ່ວດິນແດນນີ້ ແລະ ເຈົ້າໄປທີ່ໃດ ກໍໄດ້ຕາມ ທີ່ເຈົ້າຕ້ອງການ.”
\s5
\v 5 ເມື່ອຂ້າພະເຈົ້າບໍ່ຕອບ [ມ] ເນບູຊາຣາດານ ກໍເວົ້າຂຶ້ນວ່າ, “ຈົ່ງກັບຄືນເມືອຫາ ເກດາລີຢາ ລູກຊາຍ ຂອງ ອາຮີກາມ ແລະ ຫລານຊາຍ ຂອງ ຊາຟານ ຜູ້ທີ່ກະສັດ ແຫ່ງ ບາບີໂລນ ໄດ້ແຕ່ງຕັ້ງລາວ ໃຫ້ເປັນຜູ້ສໍາເລັດຣາຊການຂອງເມືອງ ຂອງ ຢູດາຍ ແທນເພິ່ນ. ເຈົ້າອາດຢູ່ກັບລາວ ແລະ ອາໄສ ຢູ່ທ່າມກາງປະຊາຊົນ ກໍໄດ້ ຫລື ເຈົ້າຈະໄປທີ່ໃດກໍໄດ້ ຕາມທີ່ເຈົ້າຄິດເຫັນວ່າ ເໝາະສົມ. ” ແລ້ວເພິ່ນກໍມອບຂອງຂວັນ ແລະ ອາຫານ ບາງສ່ວນໃຫ້ຂ້າພະເຈົ້າ ເອົາໄປນາໍ ແລະ ປ່ອຍໃຫຂ້າພະເຈົ້າ ໄປຕາມທາງຂອງຂ້າພະເຈົ້າ.
\v 6 ຂ້າພະເຈົ້າ ໄດ້ໄປຢູ່ກັບ ເກດາລີຢາ ໃນເມືອງ ມີຊະປາ ແລະ ອາໄສຢູ່ ໃນທ່າມກາງປະຊາຊົນ ທີ່ຍັງເຫລືອຢູ່ໃນດິນແດນນັ້ນ.
\s5
\v 7 ຍັງມີນາຍທະຫານ ແລະ ທະຫານບາງຄົນ ທີ່ບໍ່ຍອມຈາໍນົນ. ພວກເຂົາໄດ້ຍິນວ່າ ກະສັດແຫ່ງ ບາບີໂລນ ໄດ້ແຕ່ງຕັ້ງ ເກດາລີຢາ ໃຫ້ເປັນຜູ້ສໍາເລັດຣາຊການ ປະເທດ ແລະ ໃຫ້ເພິ່ນກາໍກັບພວກທີ່ບໍ່ໄດ້ ຖືກຈັບໄປ ເປັນຊະເລີຍທີ່ບາບີໂລນ ຄື ປະຊາຊົນ ທັງໝົດຜູ້ຍາກຈົນທີ່ສຸດ ຢູ່ໃນອານາຈັກ.
\v 8 ສະນັ້ນ ອິດຊະມາເອນ ລູກຊາຍ ຂອງ ນາທານິຢາ, ໂຢຮານານ ລູກຊາຍ ຂອງ ກາເຣຢາ, ເສຣາອີຢາ ລູກຊາຍ ຂອງ ຕັນຮູເມັດ, ບັນດາລູກຊາຍ ຂອງ ເອຟາອີ ຈາກເມືອງ ເນໂຕຟາ ແລະ ຢາອາຊານີຢາ ຈາກເມືອງ ມາອາກາ ຈຶ່ງໄດ້ນາໍຄົນຂອງ ພວກຕົນໄປຫາ ເກດາລີຢາ ທີ່ເມືອງ ມີຊະປາ.
\s5
\v 9 ເກດາລີຢາ ຈຶ່ງເວົ້າກັບພວກເຂົາວ່າ, “ຂ້ອຍຂໍຮັບຮອງ ວ່າພວກເຈົ້າບໍ່ຈາໍເປັນຕ້ອງ ຢ້ານ ທີ່ຈະຍອມຈາໍນົນຕໍ່ຊາວ ບາບີໂລນ. ຈົ່ງຕັ້ງຖິ່ນຖານ ຢູ່ໃນດິນແດນນີ້ ຮັບໃຊ້ກະສັດ ແຫ່ງ ບາບີໂລນ ແລະ ທຸກສິ່ງຈະເປັນໄປ ໂດຍດີ ສໍາລັບພວກເຈົ້າ.
\v 10 ຂ້ອຍເອງຈະ ຢູ່ທີ່ເມືອງ ມີຊະປາ ນີ້ເປັນຜູ້ຕາງໜ້າຂອງ ພວກເຈົ້າ ເມື່ອພວກບາບີໂລນ ມາທີ່ນີ້, ແຕ່ ພວກເຈົ້າຮວບຮວມ ແລະ ສະສົມເຫລົ້າ ອະງຸ່ນ, ຜົນລະໄມ້ ແລະ ນາໍ້ມັນໝາກກອກເທດ ແລະ ອາໄສຢູ່ໃນໝູ່ບ້ານ ທີ່ພວກເຈົ້າ ຄຸ້ມຄອງນັ້ນໄດ້.”
\s5
\v 11 ໃນຂະນະດຽວກັນນັ້ນ ຊາວອິດສະຣາເອນ ທັງໝົດທີ່ໄດ້ອາໄສ ຢູ່ໃນ ໂມອາບ, ອໍາໂມນ, ເອໂດມ ແລະ ດິນແດນອື່ນອີກ ໄດ້ຍິນວ່າ ກະສັດແຫ່ງ ບາບີໂລນ ໄດ້ ອະນຸຍາດໃຫ້ຊາວອິດສະຣາເອນ ບາງຄົນ ອາໄສ ຢູ່ໃນຢູດາໄດ້ ແລະ ເພິ່ນແຕ່ງຕັ້ງ ເກດາລີຢາ ໃຫ້ເປັນຜູ້ສໍາເລັດຣາຊການ ຂອງ ພວກເຂົາ.
\v 12 ສະນັ້ນ ພວກເຂົາຈຶ່ງອອກ ໜີຈາກບ່ອນ ຕ່າງໆ ທີ່ພວກຕົນໄດ້ກະຈັດ ກະຈາຍ ໄປນັ້ນ ແລະ ກັບຄືນມາຍັງ ຢູດາຍ. ພວກເຂົາໄດ້ມາຫາ ເກດາລີຢາ ທີ່ເມືອງ ມີຊະປາ; ໃນທີ່ນັ້ນພວກເຂົາ ໄດ້ຮວບຮວມເຫລົ້າ ອະງຸ່ນ ແລະ ຜົນລະໄມ້ໄວ້ເປັນຈໍານວນ ຫລວງຫລາຍ.
\s5
\v 13 ຫລັງຈາກນີ້ ໂຢຮານານ ລູກຊາຍ ຂອງ ກາເຣຢາ ແລະ ບັນດາຜູ້ນາໍ ຝ່າຍທະຫານ ທີ່ບໍ່ຍອມຈາໍນົນໄດ້ມາຫາ ເກດາລີຢາ ທີ່ເມືອງ ມີຊະປາ
\v 14 ແລະ ກ່າວແກ່ເພິ່ນວ່າ, “ທ່ານ ບໍ່ຮູ້ຫລື ວ່າກະສັດບາອາລີ ແຫ່ງ ອໍາໂມນ ໄດ້ໃຊ້ອິດຊະມາເອນ ມາລອບສັງຫານທ່ານ? ” ແຕ່ ເກດາລີຢາ ບໍ່ເຊື່ອ.
\s5
\v 15 ແລ້ວ ໂຢຮານານ ກໍເວົ້າຕໍ່ເພິ່ນເປັນ ທາງລັບ ວ່າ, “ຈົ່ງໃຫ້ຂ້ານ້ອຍ ໄປສັງຫານ ອິດຊະມາເອນ ສາ ແລະ ຈະບໍ່ມີຄົນຮູ້ວ່າ ແມ່ນຜູ້ໃດເປັນຄົນຂ້າ. ເປັນຫຍັງ ຈຶ່ງຈະປ່ອຍໃຫ້ລາວ ມາລອບສັງຫານທ່ານ? ການກະທໍາ ເຊັ່ນນັ້ນ ກໍຈະເປັນເຫດໃຫ້ ຊາວຢິວ ທັງໝົດ ທີ່ມາເຕົ້າໂຮມກັນ ຢູ່ນໍາທ່ານນັ້ນຕ້ອງຖືກກະຈັດກະຈາຍໄປ ຊຶ່ງຈະນາໍ ຄວາມຈິບຫາຍ ຢ່າງໃຫຍ່ຫລວງ ມາສູ່ປະຊາຊົນ ທຸກໆຄົນ ທີ່ຍັງເຫລືອຢູ່ໃນ ຢູດາຍ. ”
\v 16 ແຕ່ ເກດາລີຢາ ໄດ້ຕອບວ່າ, “ຢ່າເຮັດເລີຍ ສິ່ງທີ່ ເຈົ້າ ກໍາລັງເວົ້າ ກ່ຽວກັບ ອິດຊະມາເອນ ນັ້ນ ບໍ່ເປັນຄວາມຈິງດອກ.”
\s5
\c 41
\p
\v 1 ໃນເດືອນ ທີເຈັດ ຂອງ ປີນັ້ນ ອິດຊະມາເອນ ລູກຊາຍ ຂອງ ເນທານີຢາ ແລະ ຫລານຊາຍ ຂອງ ເອລີຊາມາ ເຊື້ອວົງ ຄົນໜຶ່ງ ແລະ ນາຍທະຫານ ຄົນໜຶ່ງຂອງ ກະສັດໄດ້ ໄປຍັງເມືອງ ມີຊະປາ ພ້ອມກັບ ທະຫານ ສິບຄົນ ເພື່ອພົບຜູ້ສໍາເລັດຣາຊການ ເກດາລີຢາ. ໃນຂະນະທີ່ພວກເຂົາທຸກຄົນ ກໍາລັງຮ່ວມພາເຂົ້າຢູ່ນັ້ນ
\v 2 ອິດຊະມາເອນ ແລະ ທະຫານ ສິບຄົນ ທີ່ມານາໍຕົນ ກໍຊັກ ດາບອອກແລະຂ້າ ເກດາລີຢາ.
\v 3 ອິດຊະມາເອນ ຍັງໄດ້ຂ້າຊາວອິດສະຣາເອນ ທຸກຄົນ ທີ່ຢູ່ກັບ ເກດາລີຢາ ໃນເມືອງ ມີຊະປາ ແລະ ພວກທະຫານຊາວ ບາບີໂລນ ທີ່ບັງ ເອີນຢູ່ໃນທີ່ນັ້ນ.
\s5
\v 4 ມື້ຕໍ່ມາ ກ່ອນທີ່ຈະມີຜູ້ໃດ ຜູ້ໜຶ່ງຮູ້ວ່າ ເກດາລີຢາ ໄດ້ຖືກລອບ ສັງຫານ
\v 5 ກໍມີແປດສິບຄົນ ມາຈາກເມືອງ ຊີເຄມ, ຊີໂລ ແລະ ຊາມາເຣຍ. ພວກເຂົາທຸກຄົນແຖໜວດ, ຈີກເຄື່ອງນຸ່ງຫົ່ມຂອງຕົນ ແລະ ປາດເນີ້ອຕົວ ຕົນເອງ. ພວກເຂົານາໍພືດຜົນເປັນເມັດ ແລະ ເຄື່ອງຫອມມາ ເພື່ອຈະຖວາຍໃນພຣະວິຫານ.
\s5
\v 6 ສະນັ້ນ ອິດຊະມາເອນ ຈຶ່ງອອກຈາກ ເມືອງ ມີຊະປາ ໄປພົບພວກເຂົາ ທັງຮ້ອງໄຫ້ ດ້ວຍ. ເມື່ອມາເຖິງພວກເຂົາແລ້ວ ລາວຈຶ່ງ ເວົ້າ ວ່າ, “ເຊີນເຂົ້າມາເບິ່ງ ເກດາລີຢາ. ”
\v 7 ພໍເມື່ອພວກເຂົາ ໄດ້ເຂົ້າໄປໃນເມືອງແລ້ວ ອິດຊະມາເອນ ແລະ ຄົນຂອງຕົນ ກໍຂ້າພວກເຂົາຖິ້ມ ແລະ ໂຍນສົບຂອງພວກເຂົາ ລົງໃນ ນໍ້າສ້າງ.
\s5
\v 8 ແຕ່ມີຊາຍ ສິບຄົນ ໃນໝວດນັ້ນ ໄດ້ເວົ້າຕໍ່ ອິດຊະມາເອນ ວ່າ, “ຢ່າສູ່ຂ້າ ພວກຂ້ານ້ອຍທ້ອນ ພວກຂ້ານ້ອຍມີເຂົ້າບາເລ, ເຂົ້າເດືອຍ, ນໍ້າມັນໝາກກອກເທດ ແລະ ນໍ້າເຜິ້ງ ຊຶ່ງພວກຂ້ອຍໄດ້ເຊື່ອງໄວ້ ຢູ່ໃນນາ. ” ສະນັ້ນ ລາວຈຶ່ງໄວ້ຊີວິດ ຄົນເຫລົ່ານີ້.
\v 9 ນາໍ້ສ້າງທີ່ ອິດຊະມາເອນ ໂຍນສົບຂອງຄົນ ທີ່ລາວໄດ້ ຂ້າລົງໄປໃນນັ້ນ ເປັນນາໍ້ສ້າງໃຫຍ່ [ຢ] ທີ່ກະສັດ ອາຊາ ໄດ້ຂຸດຄາວ ທີ່ເພິ່ນໄດ້ ຖືກ ກະສັດ ບາອາຊາ ແຫ່ງອິດສະຣາເອນ ໂຈມຕີ. ອິດຊະມາເອນ ຈຶ່ງໃຊ້ດິນຖົມ ນາໍ້ສ້າງ ນີ້ ພ້ອມກັບຊາກສົບ ເຫລົ່ານີ້.
\s5
\v 10 ຕໍ່ມາລາວໄດ້ເອົາພວກລູກສາວ ຂອງ ກະສັດ ກັບປະຊາຊົນທັງໝົດ ທີ່ເຫລືອຢູ່ໃນ ເມືອງ ມີຊະປາ ຊຶ່ງ ເນບູຊາຣາດານ ຜູ້ບັນຊາການທະຫານ ໄດ້ມອບໃຫ້ ເກດາລີຢາ ເປັນຜູ້ເບິ່ງແຍງໄປ ເປັນຊະເລີຍເສິກ. ອິດ ຊະມາເອນ ໄດ້ຈັບພວກເຂົາໄປ ເປັນຊະເລີຍ ແລະ ອອກເດີນທາງ ມຸ່ງໜ້າໄປສູ່ເຂດແດນ ອໍາໂມນ.
\s5
\v 11 ໂຢຮານານ ລູກຊາຍ ຂອງ ກາເຣຢາ ແລະ ຜູ້ນາໍຝ່າຍທະຫານ ທັງໝົດ ໄດ້ຍິນເຖິງ ອາດຊະຍາກາໍທີ່ ອິດຊະມາເອນ ໄດ້ກໍ່ຂຶ້ນ.
\v 12 ສະນັ້ນ ພວກເຂົາຈຶ່ງຕາມລາວ ໄປພ້ອມ ກັບຄົນຂອງພວກຕົນ ແລະ ໄປທັນລາວ ໃກ້ສະນາໍ້ໃຫຍ່ ທີ່ເມືອງ ກີເບໂອນ.
\s5
\v 13 ເມື່ອພວກຊະເລີຍເສິກ ຂອງ ອິດຊະມາເອນ ເຫັນ ໂຢຮານານ ແລະ ບັນດາ ຜູ້ນາໍ ຝ່າຍທະຫານ ມາກັບລາວ ພວກເຂົາ ຕ່າງກໍດີໃຈ
\v 14 ແລະ ຕ່າວຄືນ ແລ່ນໄປ ຫາພວກເຂົາ.
\s5
\v 15 ສ່ວນ ອິດຊະມາເອນ ແລະ ຄົນຂອງຕົນ ແປດຄົນນັ້ນ ຕ່າງກໍປົບໜີຈາກ ໂຢຮານານ ໄປຍັງດິນແດນ ອໍາໂມນ.
\v 16 ແລ້ວ ໂຢຮານານ ແລະ ບັນດາຜູ້ນາໍຝ່າຍທະຫານ ທີ່ມາກັບຕົນ ກໍກາໍກັບເອົາປະຊາຊົນ ທີ່ ອິດຊະມາເອນ ໄດ້ຈັບເອົາມາ ແຕ່ເມືອງ ມີຊະປາ ໄປເປັນຊະເລີຍຫລັງຈາກທີ່ໄດ້ລອບ ສັງຫານ ເກດາລີຢາ ແລ້ວຄືພວກທະຫານ, ພວກຜູ້ຍິງ, ພວກເດັກນ້ອຍ ແລະ ພວກຊາຍຕອນ.
\s5
\v 17-18 ພວກເຂົາຢ້ານກົວ ຊາວບາບີໂລນ ຍ້ອນ ອິດຊະມາເອນ ໄດ້ລອບສັງຫານ ເກດາລີຢາ ຜູ້ທີ່ກະສັດແຫ່ງ ບາບີໂລນ ໄດ້ແຕ່ງຕັ້ງໃຫ້ ເປັນຜູ້ສໍາເລັດ ຣາຊການ ດິນແດນແທນເພິ່ນ. ສະນັ້ນ ພວກເຂົາ ຈຶ່ງມຸ່ງໜ້າໄປ ຍັງປະເທດ ເອຢິບ ເພື່ອປົບໜີຈາກພວກ ບາບີໂລນ. ເມື່ອພວມເດີນທາງໄປນັ້ນ ພວກເຂົາໄດ້ຢຸດຢູ່ທີ່ເມືອງ ກິມຮາມ ໃກ້ກັບເມືອງ ເບັດເລເຮັມ.
\s5
\c 42
\p
\v 1 ແລ້ວບັນດາຜູ້ນາໍ ຝ່າຍທະຫານ ທັງໝົດ ຮ່ວມກັບ ໂຢຮານານ ລູກຊາຍ ຂອງ ກາເຣຢາ ແລະ ອາຊາຣິຢາ [ຣ] ລູກຊາຍ ຂອງ ໂຮຊາອີຢາ ກໍໄດ້ພາປະຊາຊົນ ທຸກຊົນຊັ້ນ ມາຫາຂ້າພະເຈົ້າ
\v 2 ແລະ ເວົ້າວ່າ, “ກະລຸນາ ເຮັດຕາມທີ່ພວກເຮົາ ຂໍຮ້ອງເຖີດ ຈົ່ງພາວັນນາ ອະທິຖານ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ ຂອງທ່ານໃຫ້ພວກເຮົາດ້ວຍ. ຈົ່ງພາວັນນາ ອະທິຖານ ສໍາລັບພວກເຮົາ ທຸກຄົນ ທີ່ຍັງມີຊີ ວິດຢູ່. ຄັ້ງໜຶ່ງນັ້ນ ພວກເຮົາເຄີຍ ມີຫລາຍ ຄົນ, ແຕ່ບັດນີ້ ພວກເຮົາເຫລືອ​ຢູ່​ພຽງ​ໜ້ອຍ​ຄົນ​ເທົ່າ​ນັ້ນ ດັ່ງ​ທີ່​ທ່ານ​ເຫັນ​ນີ້ແຫລະ.
\v 3 ຈົ່ງພາວັນນາ ອະທິຖານ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ ຂອງທ່ານ ເພື່ອວ່າພຣະອົງຈະສໍາແດງໃຫ້ພວກເຮົາ ເຫັນວ່າ ຄວນຈະໄປທາງ ໃດ ແລະ ຄວນຈະເຮັດສິ່ງໃດ.”
\s5
\v 4 ຂ້າພະເຈົ້າ ຈຶ່ງຕອບວ່າ, “ຖ້າດັ່ງນັ້ນ ກໍດີ ແລ້ວ; ຂ້ອຍຈະພາວັນນາ ອະທິຖານຕໍ່ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຮົາ ຕາມທີ່ພວກເຈົ້າໄດ້ຂໍຮ້ອງມາ, ເມື່ອພຣະອົງ ກ່າວສິ່ງໃດ ສິ່ງໜຶ່ງແລ້ວ ຂ້ອຍຈະບອກພວກເຈົ້າ. ຂ້ອຍຈະບໍ່ປິດບັງ ສິ່ງໃດໆ ຕໍ່ພວກເຈົ້າ ເລີຍ. ”
\v 5 ແລ້ວພວກເຂົາ ກໍເວົ້າຕໍ່ຂ້າພະເຈົ້າ ວ່າ, “ຂໍໃຫ້ອົງພຣະຜູ້ເປັນເຈົ້າ ເປັນພະຍານ ຢ່າງແທ້ຈິງ ແລະ ຢ່າງສັດຊື່ຕໍ່ ພວກເຮົາ ຖ້າພວກເຮົາບໍ່ປະຕິບັດຕາມ ຂໍ້ຄໍາສັ່ງທັງໝົດ ທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຮົາໄດ້ມອບໃຫ້
\v 6 ເຖິງແມ່ນວ່າ ຂໍ້ຄໍາສັ່ງນັ້ນ ຈະພໍໃຈ ພວກເຮົາ ຫລື ບໍ່ກໍຕາມ ພວກເຮົາກໍຈະເຊື່ອຟັງ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ ຂອງ ພວກເຮົາ ຄື ອົງທີ່ພວກເຮົາ ກາໍລັງ ຂໍຮ້ອງທ່ານ ໃຫ້ພາວັນນາ ອະທິຖານ ຫານັ້ນ. ທຸກສິ່ງຈະເປັນໄປ ໂດຍດີສໍາລັບ ພວກເຮົາ ຖ້າພວກເຮົາເຊື່ອຟັງ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຮົາ.”
\s5
\v 7 ສິບມື້ ຕໍ່ມາ ອົງພຣະຜູ້ເປັນເຈົ້າ ໄດ້ກ່າວ ແກ່ຂ້າພະເຈົ້າ;
\v 8 ດັ່ງນັ້ນ ຂ້າພະເຈົ້າຈຶ່ງເອີ້ນ ໂຢຮານານ ແລະ ບັນດາຜູ້ນາໍຝ່າຍທະຫານ ທຸກໆ ຄົນ ທີ່ມານາໍລາວນັ້ນ ພ້ອມທັງປະຊາຊົນ ອື່ນ ໆ ອີກ ທັງໝົດມາໂຮມກັນ.
\v 9 ຂ້າພະເຈົ້າໄດ້ກ່າວແກ່ພວກເຂົາ ວ່າ, “ອົງພຣະຜູ້ເປັນເຈົ້າ ພຣະເຈົ້າແຫ່ງຊາດ ອິດສະຣາເອນ ອົງທີ່ພວກເຈົ້າ ຮ້ອງຂໍໃຫ້ຂ້ອຍພາວັນນາ ອະທິຖານ ເພື່ອນັ້ນ ໄດ້ກ່າວ ວ່າ,
\v 10 ‘ຖ້າພວກເຈົ້າ ຢາກອາໄສຢູ່ໃນ ດິນແດນນີ້ ຕໍ່ໄປແລ້ວ ເຮົາກໍຈະສ້າງພວກເຈົ້າ ຂຶ້ນ ແລະ ບໍ່ແມ່ນທາໍລາຍ ພວກເຈົ້າລົງ; ເຮົາ ຈະປູກພວກເຈົ້າ ແລະ ຈະບໍ່ຫລົກພວກເຈົ້າຖິ້ມ. ການທາໍລາຍທີ່ເຮົານາໍ ມາສູ່ພວກເຈົ້າ ນັ້ນ ໄດ້ເຮັດໃຫ້ເຮົາມີຄວາມທຸກໃຈຫລາຍ.
\s5
\v 11 ຢ່າຢ້ານກົວ ກະສັດແຫ່ງ ບາບີໂລນ ຜູ້ທີ່ເຈົ້າຢ້ານກົວຢູ່ນັ້ນ ອົງພຣະຜູ້ເປັນເຈົ້າ ກ່າວ ວ່າ ຢ່າຢ້ານກົວເລີຍ ເພາະເຮົາສະຖິດຢູ່ກັບ ພວກເຈົ້າ ແລະ ເຮົາຈະຊ່ວຍກູ້ເອົາພວກເຈົ້າ ອອກຈາກອໍານາດຂອງລາວ.
\v 12 ເພາະ ເຮົາມີຄວາມເມດຕາເຮົາ ຈະເຮັດໃຫ້ລາວ ມີຄວາມເມດຕາພວກເຈົ້າ ແລະ ປ່ອຍໃຫ້ພວກເຈົ້າ ກັບຄືນມາຍັງບ້ານເກີດ ເມືອງນອນ ຂອງ ພວກເຈົ້າ.
\s5
\v 13-15 ແຕ່ ພວກເຈົ້າຜູ້ທີ່ເຫລືອຢູ່ໃນດິນແດນຢູດາ ນີ້ຈະຕ້ອງເຊື່ອຟັງ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ ຂອງພວກເຈົ້າ ແລະຈະຕ້ອງຍອມຮັບວ່າ ຈະບໍ່ໜີໄປຈາກດິນແດນນີ້. ພວກເຈົ້າຈະບໍ່ຕ້ອງເວົ້າວ່າ, ‘ບໍ່ພວກເຮົາ ຈະໄປອາໄສຢູ່ໃນປະເທດເອຢິບ ບ່ອນທີ່ພວກເຮົາຈະບໍ່ຕ້ອງປະເຊີນໜ້າ ກັບສົງຄາມ ຫລື ໄດ້ຍິນສຽງເອີ້ນໃຫ້ເຂົ້າໄປເຮັດເສິກ ຫລື ຕ້ອງອຶດຢາກອີກຕໍ່ໄປ. ຖ້າພວກເຈົ້າ ເວົ້າເຊັ່ນນີ້ ອົງພຣະຜູ້ເປັນເຈົ້າ ອົງຊົງຣິດ ອໍານາດຍິ່ງໃຫຍ່ ຄື ພຣະເຈົ້າຂອງຊາດ ອິດສະຣາເອນ ກ່າວ ວ່າ, ‘ຖ້າພວກເຈົ້າ ຕັ້ງໃຈທີ່ຈະໄປອາໄສຢູ່ໃນປະເທດ ເອຢິບ
\v 16 ແລ້ວເສິກທີ່ພວກເຈົ້າ ຢ້ານນີ້ ກໍຈະເກີດຂຶ້ນ ກັບພວກເຈົ້າ ຄື ກັນ ຢູ່ໃນປະເທດເອຢິບ ແລະ ການຕາຍອຶດ ຕາຍຫິວ ທີ່ພວກເຈົ້າຢ້ານກົວນັ້ນ ຈະຕາມ ພວກເຈົ້າໄປ ແລະພວກເຈົ້າ ຈະຕາຍຢູ່ໃນປະເທດ ເອຢິບ.
\v 17 ປະຊາຊົນທຸກຄົນ ທີ່ ຕັ້ງໃຈໄປອາໄສຢູ່ໃນປະເທດ ເອຢິບ ຈະຕາຍ ໃນສົງຄາມ ຫລື ເພາະການຕາຍອຶດ ຕາຍຫິວ ຫລື ເພາະການເຈັບໄຂ້ໄດ້ປ່ວຍ. ບໍ່ມີຜູ້ໃດທີ່ ຈະລອດຊີວິດໄດ້ ບໍ່ມີຜູ້ໃດທີ່ຈະປົບໜີ ຈາກ ໄພພິບັດ ທີ່ເຮົາກາໍລັງນາໍ ມາສູ່ພວກເຂົາໄດ້.
\s5
\v 18 ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດ ຍິ່ງໃຫຍ່ ພຣະເຈົ້າຂອງຊາດ ອິດສະຣາເອນ ກ່າວ ວ່າ, ‘ເຮົາໂກດຮ້າຍ ແລະ ໂກດເຄືອງ ຊາວນະຄອນ ເຢຣູຊາເລັມ ສັນໃດ ເຮົາກໍຈະ ໂກດເຄືອງພວກເຈົ້າ ສັນນັ້ນ ຖ້າພວກເຈົ້າ ໄປຍັງປະເທດ ເອຢິບ. ພວກເຈົ້າຕ່າງ ກໍຈະ ເປັນເປົ້າສາຍຕາ ອັນໜ້າກຽດ ໜ້າກົວ; ປະຊາຊົນຈະເຍາະເຍີ້ຍພວກເຈົ້າ ແລະ ໃຊ້ຊື່ ຂອງພວກເຈົ້າ ເປັນຄໍາສາບແຊ່ງ. ພວກເຈົ້າ ຈະບໍ່ເຫັນບ່ອນນີ້ ອີກຕໍ່ໄປຈັກເທື່ອ.
\v 19 ໂອຊາວ ຢູດາ ທີ່ຍັງເຫຼືອຢູ່ເອີຍ ອົງພຣະຜູ້ເປັນເຈົ້າ ໄດ້ບອກພວກເຈົ້າ ວ່າ, ຢ່າສູ່ໄປ ຍັງປະເທດ ເອຢິບ. ຈົ່ງຮູ້ແນ່ວ່າ ຂ້ອຍໄດ້ເຕືອນພວກເຈົ້າ ໃນວັນນີ້.
\s5
\v 20 ເພາະພວກເຈົ້າ ກໍາລັງເຮັດຜິດພາດ ຢ່າງຮ້າຍແຮງ. ພວກເຈົ້າໄດ້ຂໍຮ້ອງຂ້ອຍ ໃຫ້ພາວັນນາ ອະທິຖານ ຕໍ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ ຂອງພວກເຮົາ ສໍາລັບ ພວກເຈົ້າ ວ່າ, ‘ຂໍທ່ານ ຈົ່ງພາວັນນາ ອະທິຖານ ຕໍ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຮົາ ແລະ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງ ພວກເຮົາ ສັ່ງສິ່ງໃດ ທ່ານຈົ່ງບອກພວກເຮົາ ແລະ ພວກເຮົາ ກໍຈະເຮັດຕາມ ທຸກສິ່ງທີ່ພຣະອົງສັ່ງ.
\v 21 ບັດນີ້ ຂ້ອຍໄດ້ບອກ ພວກເຈົ້າແລ້ວ, ແຕ່ພວກເຈົ້າ ບໍ່ເຊື່ອຟັງທຸກໆ ສິ່ງທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ ຂອງ ພວກເຮົາ ໄດ້ໃຊ້ຂ້ອຍມາບອກພວກເຈົ້າ.
\v 22 ສະນັ້ນແຫລະ ຈົ່ງຈົດຈາໍ ສິ່ງນີ້ໄວ້ ຄື ພວກເຈົ້າຈະຕາຍ ໃນສົງຄາມ ຫລື ເພາະການຕາຍອຶດ ຕາຍຫິວ ຫລື ເພາະການເຈັບໄຂ້ໄດ້ປ່ວຍ ຢູ່ໃນດິນແດນ ບ່ອນທີ່ພວກເຈົ້າ ຢາກໄປ ອາໄສຢູ່ນັ້ນ.”
\s5
\c 43
\p
\v 1 ເມື່ອ ເຢເຣມີຢາ ກ່າວຕໍ່ປະຊາຊົນ ເຖິງຖ້ອຍຄໍາ ທັງໝົດ ທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຂົາ ຊຶ່ງ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຂົາ ໄດ້ໃຊ້ເພິ່ນໃຫ້ ບອກພວກເຂົາ ຈົບແລ້ວ.
\v 2 ອາຊາຣິຢາ ລູກຊາຍຂອງ ໂຮຊາອີຢາ ແລະ ໂຢຮານານ ລູກຊາຍ ຂອງ ກາເຣຢາ ພ້ອມດ້ວຍຄົນ ອວດດີ ອື່ນໆ ທັງໝົດ ໄດ້ເວົ້າຕໍ່ ຂ້າພະເຈົ້າວ່າ, “ເຈົ້າເວົ້າບໍ່ຈິງ. ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຮົາ ບໍ່ໄດ້ໃຊ້ເຈົ້າມາ ບອກພວກເຮົາ ບໍ່ໃຫ້ໄປອາໄສ ຢູ່ທີ່ປະເທດ ເອຢິບ.
\v 3 ບາຣຸກ ລູກຊາຍ ຂອງ ເນຣິຢາ ໄດ້ຍຸແຫຍ່ເຈົ້າໃຫ້ຕໍ່ສູ້ພວກເຮົາ ເພື່ອວ່າ ຊາວ ບາບີໂລນ ຈະໄດ້ມີອໍານາດເໜືອພວກເຮົາ ແລະ ຂ້າພວກເຮົາ ຫລື ຈັບພວກເຮົາທັງໝົດ ໄປຍັງ ບາບີໂລນ ຄືກັນ.”
\s5
\v 4 ສະນັ້ນ ຈຶ່ງບໍ່ມີຜູ້ໃດເລີຍ ທີ່ເຊື່ອຟັງ ຄໍາສັ່ງຂອງອົງພຣະຜູ້ເປັນເຈົ້າ ເພື່ອອາໄສຢູ່ໃນ ດິນແດນ ຢູດາຍ ບໍ່ວ່າແຕ່ ໂຢຮານານ ຫລື ຜູ້ນາໍຝ່າຍທະຫານ ຜູ້ໃດຜູ້ໜຶ່ງ ຫລື ປະຊາຊົນ ຄົນໃດຄົນໜຶ່ງ.
\v 5 ແລ້ວ ໂຢຮານານ ແລະ ຜູ້ນາໍຝ່າຍທະຫານ ທັງໝົດ ກໍໄດ້ພາ ທຸກໆ ຄົນທີ່ເຫລືອຢູ່ໃນດິນແດນ ຢູດາຍ ໜີໄປຍັງ ປະເທດເອຢິບ ພ້ອມດ້ວຍ ປະຊາຊົນ ທັງໝົດ ທີ່ໄດ້ ກັບມາແຕ່ປະເທດ ຕ່າງໆ ທີ່ພວກເຂົາ ໄດ້ຖືກກະຈັດກະຈາຍໄປນັ້ນ ມີດັ່ງນີ້:
\v 6 ພວກຜູ້ຊາຍ, ພວກແມ່ຍິງ, ພວກເດັກນ້ອຍ ແລະ ພວກລູກສາວ ຂອງ ກະສັດ. ພວກເຂົາ ໄດ້ເອົາທຸກໆຄົນ ທີ່ ເນບູຊາຣາດານ ຜູ້ບັນຊາການທະຫານ ໄດ້ປະໄວ້ໃຫ້ຢູ່ໃຕ້ການ ດູແລ ເບິ່ງແຍງຂອງ ເກດາລີຢາ ນັ້ນໜີໄປ ລວມທັງ ບາຣຸກ ແລະ ຂ້າພະເຈົ້າດ້ວຍ.
\v 7 ພວກເຂົາບໍ່ເຊື່ອຟັງ ຄໍາສັ່ງຂອງອົງພຣະຜູ້ເປັນເຈົ້າ ແລະ ຕ່າງກໍມຸ່ງໜ້າ ເຂົ້າໄປຍັງ ປະເທດ ເອຢິບ ຈົນເຖິງເມືອງ ຕາປັນເຮັດ.
\s5
\v 8 ໃນທີ່ນັ້ນ ອົງພຣະຜູ້ເປັນເຈົ້າ ໄດ້ກ່າວ ແກ່ຂ້າພະເຈົ້າ ວ່າ,
\v 9 “ຈົ່ງເອົາຫິນໃຫຍ່ ບາງກ້ອນ ມາຝັງໄວ້ [ລ] ຢູ່ຕໍ່ໜ້າທາງເຂົ້າສູ່ ພະຣາຊວັງຂອງ ຟາໂຣ ແລະ ໃຫ້ພວກ ອິດສະຣາເອນ ບາງຄົນຮູ້ເຫັນ ສິ່ງທີ່ເຈົ້າ ເຮັດ.
\v 10 ແລ້ວໃຫ້ບອກພວກເຂົາ ວ່າ, ‘ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດ ຍິ່ງໃຫຍ່ ພຣະເຈົ້າ ຂອງຊາດອິດສະຣາເອນ ກ່າວວ່າ ເຮົາຈະນໍາພາກະສັດ ເນບູກາດເນັດຊາ ແຫ່ງ ບາບີໂລນ ຜູ້ຮັບໃຊ້ຂອງເຮົາ ມາຍັງບ່ອນນີ້ ແລະ ລາວ [ວ] ຈະຕັ້ງບັນລັງຂອງລາວ ເທິງ ກ້ອນຫິນເຫລົ່ານີ້ ຊຶ່ງເຈົ້າ [ຫ] ໄດ້ຝັງໄວ້ ແລະ ຈະກາງເຕັນ ແຫ່ງ ກະສັດ ເທິງກ້ອນຫິນນັ້ນ.
\s5
\v 11 ເນບູກາດເນັດຊາ ຈະມາ ເອົາຊະນະ ເອຢິບ. ປະຊາຊົນເຫລົ່ານັ້ນ ທີ່ຮັບເຄາະກາໍ ໃຫ້ຕາຍຍ້ອນ ການເຈັບໄຂ້ ໄດ້ປ່ວຍ ກໍຈະ ຕາຍຍ້ອນ ການເຈັບໄຂ້ໄດ້ປ່ວຍ; ພວກທີ່ຮັບເຄາະກາໍ ໃຫ້ຖືກຈັບໄປ ເປັນຊະເລີຍເສິກ ກໍ ຈະຖືກຈັບໄປ ເປັນຊະເລີຍເສິກ; ແລະ ພວກ ທີ່ຮັບເຄາະກາໍ ໃຫ້ຖືກຂ້າ ໃນສົງຄາມ ກໍຈະ ຖືກຂ້າໃນສົງຄາມ.
\v 12 ເຮົາຈະໃຊ້ໄຟ ເຜົາ ວິຫານ ຂອງ ບັນດາພະແຫ່ງຊາວ ເອຢິບ ແລະ ກະສັດແຫ່ງ ບາບີໂລນ ຈະເຜົາບັນດາ ພະຂອງພວກເຂົາ ຫລື ບໍ່ດັ່ງນັ້ນ ຈະຂົນເອົາ ໄປນາໍ. ຄົນລ້ຽງແກະ ເກັບເຫົາອອກຈາກເຄື່ອງນຸ່ງຂອງຕົນ ໃຫ້ສະອາດສັນໃດ ກະສັດ ແຫ່ງ ບາບີໂລນ ກໍຈະເກັບເອົາດິນແດນ ຂອງ ເອຢິບ ໃຫ້ສະອາດສັນນັ້ນ ແລ້ວລາວກໍຈະ ຈາກໄປ ຢ່າງມີໄຊ.
\v 13 ລາວ ຈະທາໍລາຍ ອານຸສາວະລີ ຕ່າງໆ ຊຶ່ງເປັນເສົາ ຫິນສັກສິດ ທີ່ ເຮລີໂອໂປລີ ໃນປະເທດເອຢິບ ແລະ ຈະ ເຜົາວິຫານ ຂອງບັນດາພະຊາວເອຢິບ ດ້ວຍ.
\s5
\c 44
\p
\v 1 ອົງພຣະຜູ້ເປັນເຈົ້າ ໄດ້ກ່າວແກ່ ຂ້າພະເຈົ້າ ກ່ຽວກັບ ຊາວອິດສະຣາເອນ ທັງ ໝົດ ທີ່ກາໍລັງອາໄສຢູ່ໃນປະເທດ ເອຢີບ ຄື ໃນເມືອງ ມິກໂດນ, ຕາປັນເຮັດ, ມາໍຟິດ ແລະ ໃນທາງພາກໃຕ້ ຂອງປະເທດ.
\v 2 ອົງພຣະ ຜູ້ເປັນເຈົ້າ ອົງຊົງຣິດອໍານາດ ຍິ່ງໃຫຍ່ ພຣະເຈົ້າ ຂອງຊາດອິດສະຣາເອນ ໄດ້ກ່າວ ວ່າ, “ພວກເຈົ້າເອງໄດ້ ເຫັນການທາໍລາຍ ທີ່ເຮົາໄດ້ນາໍມາ ສູ່ນະຄອນ ເຢຣູຊາເລັມ ແລະ ຍັງທຸກເມືອງ ຂອງ ຢູດາຍ. ຈົນເຖິງ ດຽວນີ້ ເມືອງເຫລົ່ານັ້ນ ກໍຍັງຮົກຮ້າງ ເພພັງ ແລະ ບໍ່ມີຜູ້ໃດ ຢູ່ອາໄສ
\v 3 ເພາະປະຊາຊົນ ຢູ່ ໃນເມືອງເຫລົ່ານັ້ນ ໄດ້ເຮັດຊົ່ວ ແລະ ເຮັດ ໃຫ້ເຮົາໂກດຮ້າຍ. ພວກເຂົາໄດ້ຖວາຍບູຊາ ແກ່ບັນດາ ພະອື່ນ ແລະ ໄດ້ຮັບໃຊ້ບັນດາພະ ທີ່ພວກເຂົາເອງ ແລະ ບັນພະບຸລຸດ ຂອງ ພວກເຂົາ ບໍ່ເຄີຍຂາບໄຫວ້.
\s5
\v 4 ເຮົາໄດ້ສືບຕໍ່ສົ່ງພວກຜູ້ທາໍນວາຍ ຄື ຜູ້ຮັບໃຊ້ຂອງເຮົາ ມາຫາພວກເຈົ້າ ເພື່ອບອກ ພວກເຈົ້າ ບໍ່ໃຫ້ເຮັດສິ່ງທີ່ໜ້າກຽດຊັງ ທີ່ເຮົາ ບໍ່ມັກນັ້ນ.
\v 5 ແຕ່ພວກເຈົ້າ ບໍ່ໄດ້ຍອມຟັງ ຫລື ເອົາໃຈໃສ່ເລີຍ. ພວກເຈົ້າ ບໍ່ຍອມເລີກ ຄວາມປະພຶດ ອັນຊົ່ວຊ້າ ສໍາລັບຖວາຍບູຊາ ໃຫ້ບັນດາພະອື່ນ.
\v 6 ດັ່ງນັ້ນ ເຮົາຈຶ່ງເທ ຄວາມໂກດຮ້າຍ ແລະ ຄວາມໂກດເຄືອງ ຂອງເຮົາ ໃສ່ເມືອງຂອງຢູດາຍ ແລະ ໃສ່ ຕາມຖະໜົນຫົນທາງ ຂອງນະຄອນ ເຢຣູຊາເລັມ ແລະ ເຮົາກໍເຜົາເມືອງເຫລົ່ານີ້ ຖິ້ມໝົດ. ເມືອງເຫລົ່ານັ້ນໄດ້ຖືກປະ ໃຫ້ຮົກ ຮ້າງ ເພພັງ ແລະ ກາຍເປັນເປົ້າສາຍຕາ ອັນ ໜ້າກຽດ ໜ້າກົວ ດັ່ງທີ່ເປັນຢູ່ໃນທຸກວັນນີ້.
\s5
\v 7 ສະນັ້ນແຫລະ ບັດນີ້ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດ ຍິ່ງໃຫຍ່ ພຣະເຈົ້າຂອງ ຊາດອິດສະຣາເອນ ຈຶ່ງຖາມວ່າ ເປັນຫຍັງ ພວກເຈົ້າ ຈຶ່ງກະທາໍສິ່ງອັນຊົ່ວຊ້າ ເຫລົ່ານີ້ ໃສ່ພວກເຈົ້າເອງ. ພວກເຈົ້າ ຢາກນາໍການທາໍ ລາຍ ມາສູ່ພວກຜູ້ຊາຍ, ພວກແມ່ຍິງ, ພວກ ເດັກນ້ອຍ, ເພື່ອບໍ່ໃຫ້ປະຊາຊົນ ຂອງພວກເຈົ້າຜູ້ໃດຜູ້ໜຶ່ງ ເຫລືອຢູ່ບໍ?
\v 8 ເປັນຫຍັງ ພວກເຈົ້າຈຶ່ງເຮັດໃຫ້ເຮົາໂກດຮ້າຍ ໂດຍ ຂາບໄຫວ້ຮູບເຄົາຣົບ ແລະ ຖວາຍບູຊາ ແກ່ ບັນດາພະອື່ນ ໃນປະເທດ ເອຢິບ ຄືບ່ອນທີ່ພວກເຈົ້າ ໄດ້ມາພັກອາໄສ ຢູ່ນີ້? ພວກເຈົ້າ ຢາກເຮັດສິ່ງນີ້ ເພື່ອທາໍລາຍພວກເຈົ້າເອງ ບໍ? ເພື່ອທຸກຊົນຊາດ ໃນໂລກຈະຫົວເຍາະເຍີ້ຍພວກເຈົ້າ ແລະ ໃຊ້ຊື່ຂອງພວກເຈົ້າ ເປັນຄໍາສາບແຊ່ງບໍ?
\s5
\v 9 ພວກເຈົ້າ ໄດ້ລືມໄລ ສິ່ງທີ່ຊົ່ວຊ້າ ທັງໝົດຊຶ່ງບັນພະບຸລຸດ ຂອງພວກເຈົ້າ, ບັນດາກະສັດ ແຫ່ງ ຢູດາຍ ກັບພັນລະຍາ ຂອງພວກເຂົາ ຕະຫລອດທັງພວກເຈົ້າເອງ ແລະ ເມຍຂອງພວກເຈົ້າ ໄດ້ເຮັດໃນເມືອງ ຂອງ ຢູດາຍ ແລະ ຕາມທ້ອງຖະໜົນຫົນທາງໃນນະຄອນ ເຢຣູຊາເລັມ ແລ້ວບໍ?
\v 10 ແຕ່ ມາເຖິງວັນນີ້ ພວກເຈົ້າກໍບໍ່ຍອມ ຖ່ອມຕົວລົງ ເລີຍ. ພວກເຈົ້າບໍ່ໄດ້ໃຫ້ກຽດເຮົາ ຫລື ດໍາເນີນຊີວິດ ຕາມກົດບັນຍັດ ຕ່າງໆ ທີ່ເຮົາໄດ້ ມອບໃຫ້ແກ່ພວກເຈົ້າ ແລະ ບັນພະບຸລຸດ ຂອງພວກເຈົ້ານັ້ນ.
\s5
\v 11 ດັ່ງນັ້ນແຫລະ ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດ ຍິ່ງໃຫຍ່ ພຣະເຈົ້າຂອງຊາດ ອິດສະຣາເອນ ຈຶ່ງຈະຫັນມາຕໍ່ສູ້ພວກເຈົ້າ ແລະ ທາໍລາຍດິນແດນ ຢູດາຍ ທັງໝົດ.
\v 12 ສໍາລັບປະຊາຊົນ ຢູດາ ທີ່ຍັງເຫລືອ ແລະ ຕັ້ງໃຈ ໄປຢູ່ໃນ ເອຢິບ ນັ້ນ ເຮົາຈະເຮັດໃຫ້ພວກເຂົາ ຖືກທາໍລາຍໄປ ຢ່າງໝົດສິ້ນ. ພວກເຂົາທັງໝົດ ບໍ່ວ່າໃຫຍ່ ຫລື ນ້ອຍ ຈະຕາຍ ໃນເອຢິບ ຄືຕາຍໃນສົງຄາມ ຫລື ຕາຍຍ້ອນ ການອຶດຢາກ. ພວກເຂົາຈະເປັນເປົ້າ ສາຍຕາ ອັນໜ້າກຽດ ໜ້າກົວ; ຄົນທັງຫລາຍ ຈະຫົວເຢາະເຢີ້ຍພວກເຂົາ ແລະ ໃຊ້ຊື່ຂອງ ພວກເຂົາ ເປັນຄໍາສາບແຊ່ງ.
\s5
\v 13 ເຮົາຈະລົງໂທດ ພວກທີ່ອາໄສ ຢູ່ໃນ ປະເທດ ເອຢິບ ດັ່ງທີ່ເຮົາໄດ້ລົງໂທດ ນະຄອນ ເຢຣູຊາເລັມ ດ້ວຍສົງຄາມ, ດ້ວຍ ການຕາຍອຶດ ຕາຍຫິວ, ແລະ ດ້ວຍການ ເຈັບໄຂ້ໄດ້ປ່ວຍ.
\v 14 ຈະບໍ່ມີປະຊາຊົນ ຢູດາ ຜູ້ໃດທີ່ຍັງເຫລືອ ຢູ່ນັ້ນ ແລະ ໄດ້ມາ ອາໄສຢູ່ໃນເອຢິບ ຈະປົບໜີ ຫລື ລອດຊີວິດໄປໄດ້. ບໍ່ມີຈັກຄົນໃນພວກເຂົາ ຈະໄດ້ກັບຄືນ ໄປຍັງດິນແດນ ຢູດາຍ ອີກ ຄືບ່ອນທີ່ພວກເຂົາຢາກ ຈະຢູ່ນັ້ນ. ບໍ່ມີຈັກຄົນຈະໄດ້ກັບຄືນ ເມືອ ນອກຈາກຊາວອົບພະຍົບ ພຽງແຕ່ ໜ້ອຍຄົນ ເທົ່ານັ້ນ.”
\s5
\v 15 ແລ້ວພວກຜູ້ຊາຍ ທີ່ຮູ້ຈັກວ່າ ເມຍ ຂອງພວກຕົນໄດ້ຖວາຍບູຊາ ໃຫ້ບັນດາພະອື່ນ ແລະ ພວກຜູ້ຍິງ ທັງໝົດ ທີ່ກາໍລັງຢືນຢູ່ ທີ່ນັ້ນ ລວມທັງ ຊາວອິດສະຣາເອນ ທີ່ໄດ້ອາໄສຢູ່ທາງພາກໃຕ້ຂອງເອຢິບ ຄື ທັງໝົດ ໂຮມເປັນຊຸມນຸມຊົນໝູ່ໃຫຍ່ ໄດ້ເວົ້າຕໍ່ຂ້າພະເຈົ້າວ່າ,
\v 16 “ພວກເຮົາບໍ່ຍອມຟັງສິ່ງທີ່ທ່ານ ໄດ້ບອກໃນນາມຂອງອົງພຣະຜູ້ເປັນເຈົ້າດອກ.
\v 17 ພວກເຮົາຈະເຮັດທຸກສິ່ງຕາມ ທີ່ພວກເຮົາ ເວົ້າວ່າຈະເຮັດ. ພວກເຮົາຈະຖວາຍບູຊາ ແກ່ເຈົ້າແມ່ແຫ່ງສະຫວັນ ຊັ້ນຟ້າ ຂອງພວກເຮົາ ແລະ ພວກເຮົາຈະ ຖອກເຫລົ້າ ອະງຸ່ນຖວາຍແກ່ນາງ ດັ່ງທີ່ພວກເຮົາ ແລະ ບັນພະບຸລຸດ ຂອງ ພວກເຮົາ, ບັນດາກະສັດ ແລະ ພວກເຈົ້ານາຍຂອງພວກເຮົາ, ເຄີຍໄດ້ເຮັດໃນເມືອງ ຕ່າງໆ ຂອງ ຢູດາຍ ແລະ ຕາມທ້ອງຖະໜົນຫົນທາງ ທີ່ນະຄອນ ເຢຣູຊາເລັມ ນັ້ນ. ແລ້ວພວກເຮົາ ກໍ ເຄີຍມີອາຫານ ການກິນຢ່າງຫລວງຫລາຍ ພວກເຮົາ ເຄີຍຈະເລີນຮຸ່ງເຮືອງ ແລະ ທັງບໍ່ໄດ້ມີຄວາມເດືອດຮ້ອນ ຫຍັງເລີຍ.
\s5
\v 18 ແຕ່ເມື່ອໃດ ພວກເຮົາເຊົາຖວາຍບູຊາ ແກ່ເຈົ້າແມ່ແຫ່ງສະຫວັນຊັ້ນຟ້າ ແລະ ເຊົາ ຖອກເຫລົ້າອະງຸ່ນ ແກ່ນາງ; ພວກເຮົາກໍບໍ່ມີ ຫຍັງເລີຍ ແລະ ປະຊາຊົນຂອງພວກເຮົາ ໄດ້ ຕາຍໃນສົງຄາມ ແລະ ຍ້ອນການອຶດຢາກ. ”
\v 19 ຝ່າຍພວກຜູ້ຍິງກໍເວົ້າສອຍ ຂຶ້ນວ່າ, “ເວລາພວກເຮົາ ໄດ້ເຮັດເຂົ້າໜົມຫວານ ເປັນ ຮູບເຈົ້າແມ່ ແຫ່ງສະຫວັນຊັ້ນຟ້າ ຖວາຍບູຊາ ແກ່ນາງ ແລະ ຖອກເຫລົ້າ ອະງຸ່ນ ຖວາຍແກ່ ນາງນັ້ນ ຜົວຂອງພວກເຮົາ ກໍເຫັນດີເຫັນພ້ອມ ໃນສິ່ງທີ່ພວກເຮົາ ໄດ້ເຮັດດ້ວຍ.”
\s5
\v 20 ແລ້ວຂ້າພະເຈົ້າ ກໍກ່າວແກ່ ພວກຜູ້ຊາຍ ແລະ ພວກຜູ້ຍິງ ທີ່ໄດ້ຕອບຂ້າພະເຈົ້າ ໃນທາໍນອງນີ້ວ່າ,
\v 21 “ສໍາລັບເຄື່ອງ ຖວາຍບູຊາ ຕ່າງໆ ທີ່ພວກເຈົ້າ ແລະ ບັນພະບຸລຸດ ຂອງພວກເຈົ້າ, ບັນດາກະສັດ ແລະ ພວກເຈົ້ານາຍ ຂອງພວກເຈົ້າ ແລະ ປະຊາຊົນໃນດິນແດນ ໄດ້ຖວາຍໃນເມືອງ ຂອງຢູດາຍ ແລະ ຕາມທ້ອງຖະໜົນ ຫົນທາງ ຂອງນະຄອນ ເຢຣູຊາເລັມ ນັ້ນ; ພວກເຈົ້າ ຄິດວ່າ ອົງພຣະຜູ້ເປັນເຈົ້າ ບໍ່ຮູ້ກ່ຽວກັບ ສິ່ງເຫລົ່ານັ້ນບໍ? ພຣະອົງລືມໄລ ສິ່ງເຫລົ່ານັ້ນ ຊັ້ນບໍ?
\s5
\v 22 ທຸກວັນນີ້ ດິນແດນຂອງພວກເຈົ້າ ເປັນ ບ່ອນຮົກຮ້າງ ເພພັງ ແລະ ບໍ່ມີຜູ້ໃດ ຢູ່ອາໄສ ໃນທີ່ນັ້ນ. ສິ່ງນັ້ນ ເປັນເປົ້າສາຍຕາ ອັນໜ້າ ກຽດ ໜ້າກົວ ແລະ ປະຊາຊົນໃຊ້ຊື່ນັ້ນ ເປັນ ຄໍາສາບແຊ່ງ ຍ້ອນອົງພຣະຜູ້ເປັນເຈົ້າ ທົນເບິ່ງຄວາມຊົ່ວ ແລະ ຄວາມປະພຶດ ອັນຊົ່ວ ຊ້າຂອງພວກເຈົ້າ ບໍ່ໄດ້ອີກຕໍ່ໄປ.
\v 23 ໄພພິບັດ ທີ່ຕົກມາຖືກພວກເຈົ້າ ໃນເວລານີ້ ກໍ ຍ້ອນພວກເຈົ້າໄດ້ຖວາຍບູຊາ ແກ່ບັນດາ ພະອື່ນ ແລະ ທັງໄດ້ເຮັດບາບ ຕໍ່ສູ້ອົງພຣະຜູ້ເປັນເຈົ້າດ້ວຍ ໂດຍບໍ່ໄດ້ເຊື່ອຟັງ ຂໍ້ຄໍາສັ່ງທັງໝົດ ຂອງພຣະອົງ.”
\s5
\v 24-25 ຂ້າພະເຈົ້າ ໄດ້ບອກປະຊາຊົນ ທຸກຄົນ ໂດຍສະເພາະແລ້ວ ແມ່ນບັນດາ ພວກແມ່ຍິງ ສິ່ງທີ່ອົງພຣະຜູ້ເປັນເຈົ້າ ອົງຊົງ ຣິດອໍານາດ ຍິ່ງໃຫຍ່ ພຣະເຈົ້າຂອງຊາດອິດ ສະຣາເອນ ໄດ້ກ່າວແກ່ ປະຊາຊົນຢູດາ ທີ່ອາໄສຢູ່ໃນປະເທດ ເອຢິບ ວ່າ, “ພວກເຈົ້າ ແລະ ເມຍ ຂອງພວກເຈົ້າ ໄດ້ເຮັດພັນທະສັນ ຍາ ອັນໜັກແໜ້ນ ຕໍ່ເຈົ້າແມ່ ແຫ່ງສະຫວັນ ຊັ້ນຟ້າ. ພວກເຈົ້າໄດ້ສັນຍາ ວ່າ ຈະຖວາຍບູຊາ ແລະ ຖອກເຫລົ້າອະງຸ່ນ ຖວາຍແກ່ນາງ ແລະ ຕ້ອງສືບຕໍ່ຮັກສາ ຄໍາສັນຍາ ທັງຫລາຍ ຂອງພວກເຈົ້າ. ຖ້າດັ່ງນັ້ນ ກໍດີຫລາຍແລ້ວ ຈົ່ງຮັກສາພັນທະສັນຍາ ຂອງພວກເຈົ້າສາ ຈົ່ງເຮັດຕາມທີ່ພວກເຈົ້າ ໄດ້ບະບົນໄວ້ສາ.
\s5
\v 26 ແຕ່ບັດນີ້ ຊາວຢູດາ ທັງຫລາຍທີ່ຢູ່ປະເທດເອຢິບ ຈົ່ງຟັງຖ້ອຍຄໍາ ຂອງອົງພຣະ ຜູ້ເປັນເຈົ້າ ກ່າວເຖີດ ອົງພຣະຜູ້ເປັນເຈົ້າ ກ່າວ ວ່າ, ‘ເຮົາໄດ້ສາບານ ດ້ວຍນາມຊື່ອັນຍິ່ງໃຫຍ່ ຂອງເຮົາ ຕໍ່ຊາວອິດສະຣາເອນ ທຸກໆຄົນ ທີ່ຢູ່ໃນປະເທດ ເອຢິບ ວ່າເຮົາຈະບໍ່ປ່ອຍໃຫ້ພວກເຈົ້າ ຄົນໃດ ຄົນໜຶ່ງ ເອີ່ຍຊື່ຂອງເຮົາເດັດຂາດ ໂດຍບະບົນ ວ່າ “ພຣະເຈົ້າ ຢາເວ ອົງພຣະຜູ້ເປັນເຈົ້າ ອົງຊົງ ຊີວິດຢູ່. ”
\v 27 ເຮົາຈະເຝົ້າເບິ່ງບໍ່ໃຫ້ພວກເຈົ້າຈະເລີນຮຸ່ງເຮືອງຂຶ້ນ ແຕ່ພວກເຈົ້າຈະ ຕ້ອງ ຖືກທາໍລາຍ. ພວກເຈົ້າທັງໝົດ ຈະຕ້ອງ ຕາຍໃນສົງຄາມ ຫລື ເພາະການເຈັບໄຂ້ໄດ້ປ່ວຍ ຈົນບໍ່ມີຜູ້ໃດ ໃນພວກເຈົ້າ ເຫລືອຢູ່.
\v 28 ແຕ່ມີໜ້ອຍຄົນ ເທົ່ານັ້ນ ໃນພວກເຈົ້າ ທີ່ ຈະໜີພົ້ນ ຈາກຄວາມຕາຍ ແລະ ກັບຄືນ ຈາກເອຢິບ ມາຍັງດິນແດນ ຢູດາຍ. ແລ້ວ ພວກທີ່ລອດຊີວິດ ມານັ້ນ ກໍຈະຮູ້ວ່າ ຄໍາເວົ້າ ຂອງຜູ້ໃດ ກາຍເປັນຈິງ ຂອງເຮົາ ຫລື ຂອງ ພວກເຂົາແທ້.
\s5
\v 29 ອົງພຣະຜູ້ເປັນເຈົ້າ ກ່າວວ່າ, ‘ນີ້ຈະ ເປັນໝາຍສໍາຄັນ ແກ່ພວກເຈົ້າ ຄື ເຮົາຈະ ລົງໂທດ ພວກເຈົ້າ ໃນບ່ອນນີ້ ເພື່ອເຈົ້າຈະ ໄດ້ຮູ້ວ່າ ຖ້ອຍຄໍາ ທັງຫລາຍ ຂອງເຮົາ ທີ່ວ່າ ຈະນາໍ ການທາໍລາຍ ມາສູ່ພວກເຈົ້າ ນັ້ນຈະ ກາຍເປັນຈິງ.
\v 30 ອົງພຣະຜູ້ເປັນເຈົ້າ ກ່າວວ່າ, ‘ເຮົາຈະມອບກະສັດ ຟາໂຣ ໂຮຟະຣາ ແຫ່ງ ເອຢິບ ໃຫ້ແກ່ສັດຕູ ຜູ້ທີ່ຢາກ ສັງຫານລາວນັ້ນ ດັ່ງທີ່ເຮົາໄດ້ມອບກະສັດ ເຊເດກີຢາ ແຫ່ງ ຢູດາຍ ໃຫ້ແກ່ກະສັດ ເນບູກາດເນັດຊາ ແຫ່ງ ບາບີໂລນ ຄື ສັດຕູຜູ້ ທີ່ຢາກສັງຫານລາວ.
\s5
\c 45
\p
\v 1 ໃນຣາຊການ ປີທີສີ່ ຂອງກະສັດ ເຢໂຮຍອາກິມ ແຫ່ງຢູດາຍ ລູກຊາຍ ເຈົ້າໂຢສີຢາ ບາຣຸກ ໄດ້ຈົດສິ່ງທີ່ຂ້າພະເຈົ້າ ໄດ້ບອກໃຫ້ລາວຂຽນໄວ້.
\v 2 ແລ້ວຂ້າພະເຈົ້າ ກໍໄດ້ບອກລາວ ວ່າ, “ບາຣຸກ ເອີຍ ອົງພຣະຜູ້ເປັນ ເຈົ້າ ພຣະເຈົ້າຂອງຊາດອິດສະຣາເອນ ໄດ້ກ່າວ ດັ່ງນີ້ວ່າ,
\v 3 ເຈົ້າກາໍລັງເວົ້າວ່າ, ‘ຂ້ອຍ ຍອມແພ້ ຂ້ອຍເດືອດຮ້ອນຢູ່ແລ້ວ ແລະ ອົງພຣະຜູ້ເປັນເຈົ້າ ຍັງຕື່ມຄວາມທຸກໃຈ ໃຫ້ຂ້ອຍອີກ. ຂ້ອຍອິດອ່ອນ ເພາະການຮ້ອງໄຫ້ ຄວນຄາງ ແລະ ຂ້ອຍກໍບໍ່ໄດ້ ພົບການພັກຜ່ອນ ໃດໆ ເລີຍ.
\s5
\v 4 ແຕ່ ອົງພຣະຜູ້ເປັນເຈົ້າ ກ່າວຕໍ່ເຈົ້າວ່າ, ‘ເຮົາກາໍລັງດຶງ ສິ່ງທີ່ເຮົາໄດ້ສ້າງຂຶ້ນນັ້ນລົງ ແລະ ຫລົກສິ່ງທີ່ເຮົາໄດ້ປູກໄວ້ ນັ້ນຖິ້ມ. ເຮົາ ຈະກະທາໍ ສິ່ງນີ້ແຫລະ ແກ່ແຜ່ນດິນໂລກ ທັງ ໝົດ.
\v 5 ເຈົ້າພວມຫາ ຜົນປະໂຫຍດ ໃສ່ ຕົວເຈົ້າ ບໍ? ຢ່າເຮັດເລີຍ. ເຮົາກາໍລັງນາໍ ໄພພິບັດ ມາສູ່ມະນຸດສະໂລກ ທັງໝົດ, ແຕ່ຢ່າງໜ້ອຍ ບໍ່ວ່າເຈົ້າຈະໄປທີ່ໃດ ເຈົ້າກໍຈະໜີ ເອົາຊີວິດ ໃຫ້ພົ້ນໄດ້. ອົງພຣະຜູ້ເປັນເຈົ້າ ໄດ້ ກ່າວດັ່ງນີ້ແຫລະ.”
\s5
\c 46
\p
\v 1 ອົງພຣະຜູ້ເປັນເຈົ້າ ໄດ້ກ່າວແກ່ຂ້າພະເຈົ້າ ກ່ຽວກັບຊົນຊາດ ທັງຫລາຍ
\v 2 ໂດຍເລີ່ມຈາກ ເອຢິບ ກ່ອນ. ຕໍ່ໄປນີ້ ແມ່ນສິ່ງ ທີ່ພຣະອົງໄດ້ກ່າວເຖິງ ກອງທັບ ຂອງກະສັດ ເນໂກ ແຫ່ງ ເອຢິບ ທີ່ກະສັດ ເນບູກາດເນັດ ຊາ ແຫ່ງ ບາບີໂລນ ໄດ້ເອົາຊະນະທີ່ ກາກເກມິດ ໃກ້ກັບແມ່ນໍ້າ ເອີຟຣັດ ໃນຣາຊການ ປີທີ ສີ່ ຂອງເຈົ້າເຢໂຮຍອາກິມ ກະສັດແຫ່ງ ຢູດາຍ:
\v 3 “ພວກນາຍທະຫານ ແຫ່ງ ເອຢິບ ໄດ້ຮ້ອງຂຶ້ນວ່າ, ‘ຕຽມໂລ້ ໃຫ້ພ້ອມ ແລະ ເດີນເຂົ້າສູ່ສະໜາມ
\v 4 ມັດອານ ໃສ່ ຫລັງມ້າ ແລະ ກະໂດດຂຶ້ນ ຂີ່ໄປ ເຂົ້າປະຈາໍ ທີ່ທັງສຸບ ໝວກເຫລັກໃສ່ຫົວ ພວກເຈົ້າຝົນ ຫອກຂອງພວກເຈົ້າ ໃຫ້ແຫລມຄົມ ໃສ່ເຄື່ອງ ຫຸ້ມເກາະ ປ້ອງກັນຕົວ ໃຫ້ດີໄວ້.
\s5
\v 5 ແຕ່ ມີຫຍັງເກີດຂຶ້ນ ຈຶ່ງເຫັນພວກເຂົາ ຕົກໃຈກົວ ທະຫານຂອງພວກເຂົາ ຖືກຕີໃຫ້ ລ່າຖອຍ ສາແລ້ວ. ພວກເຂົາເຕັມໄປດ້ວຍ ຄວາມຢ້ານ ຈຶ່ງແລ່ນ ປົບໜີໄປ ແລ່ນໜີ ຢ່າງ ສຸດກາໍລັງ ທັງບໍ່ຫລຽວຄືນຫລັງອີກ.
\v 6 ຄົນ ແລ່ນໄວ ສຸດຂີດ ກໍໜີໄປບໍ່ໄດ້ເລີຍ ທະຫານ ທັງໝົດປົບໜີ ເອົາຕົວລອດ ບໍ່ໄດ້. ຢູ່ທາງທິດ ເໜືອ ຕາມຝັ່ງແມ່ນາໍ້ ເອີຟຣັດ ພວກເຂົາຕ່າງ ກໍເຕະສະດຸດ ລົ້ມລົງ ທັງນັ້ນ.
\s5
\v 7 ຜູ້ນີ້ ຄືຜູ້ໃດ ທີ່ໂຜ່ຫົວຂຶ້ນ ດັ່ງແມ່ນາໍ້ນິນ? ດັ່ງນໍ້າເຊ ທີ່ກໍາລັງໄຫລລົ້ນ ຖ້ວມຕາຝັ່ງ.
\v 8 ແມ່ນ ເອຢິບ ເອງທີ່ມາກຂຶ້ນດັ່ງນໍ້ານິນ ດັ່ງນໍ້າເຊ ທີ່ກໍາລັງໄຫລລົ້ນ ຖ້ວມຕາຝັ່ງ. ເອຢິບ ເວົ້າວ່າ, ‘ເຮົາຈະໂຜ່ຫົວຂຶ້ນຄອງໂລກາ ຈະທໍາລາຍເມືອງ ກັບຄົນທີ່ອາໄສ ຢູ່ທີ່ນັ້ນ.
\v 9 ຈົ່ງ ສັ່ງຝູງມ້າ ໃຫ້ແລ່ນແກ່ລົດຮົບອອກມາ ຈົ່ງໃຫ້ ພວກທະຫານ ຖືໂລ້ ຍ່າງອອກມາພ້ອມ ຄື ພວກທີ່ມາ ແຕ່ປະເທດ ເອທິໂອເປຍ ແລະ ປະເທດ ລີເບຍ ນັກຍິງໜ້າ ທະນູ ທີ່ຊໍານານ ຈາກປະເທດ ລີເດຍ ດ້ວຍ.
\s5
\v 10 ນີ້ຄືວັນຂອງພຣະເຈົ້າ ຢາເວ ອົງພຣະ ຜູ້ເປັນເຈົ້າ ອົງຊົງຣິດອໍານາດ ຍິ່ງໃຫຍ່ ວັນນີ້ ຄືວັນທີ່ພຣະອົງ ຈະແກ້ແຄ້ນ ຄືນສາແລ້ວ ວັນ ນີ້ພຣະອົງຈະລົງໂທດ ເຫລົ່າສັດຕູ ຂອງ ພຣະອົງ ດາບຂອງພຣະອົງຈະກິນພວກເຂົາ ໃຫ້ຈົນອີ່ມ ແລະ ດື່ມເລືອດພວກເຂົາ ໃຫ້ອີ່ມ ໜາໍສໍາລານ ວັນນີ້ ຄືການຖວາຍບູຊາແກ່ ຂອງພຣະເຈົ້າ ຢາເວ ອົງພຣະຜູ້ເປັນເຈົ້າ ອົງ ຊົງຣິດອໍານາດ ຍິ່ງໃຫຍ່ ຄື ຖວາຍເຫຍື່ອໃຫ້ ເປັນເຄື່ອງບູຊາແກ່ພຣະອົງ ຖວາຍຢູ່ທິດເໜືອ ຕາມຝັ່ງແມ່ນາໍ້ ເອີຟຣັດ.
\s5
\v 11 ຈົ່ງໄປຍັງ ກີເລອາດ [ອ] ປະຊາຊົນ ເອຢິບ ເອີຍ ຈົ່ງໄປຊອກຫາ ຫວ້ານຢາກັນເຖີດ ຫວ້ານຢາຂອງພວກເຈົ້າ ໃຊ້ການບໍ່ໄດ້ເລີຍ ເພາະປິ່ນປົວພວກເຈົ້າ ໃຫ້ດີບໍ່ໄດ້.
\v 12 ຊົນຊາດ ຕ່າງກໍໄດ້ຍິນວ່າ ພວກເຈົ້າອັບ ອາຍ ທຸກຄົນຕ່າງ ກໍໄດ້ຍິນສຽງ ພວກເຈົ້າ ຮ້ອງໄຫ້. ທະຫານຜູ້ໜຶ່ງເຕັ້ນໃສ່ ຜູ້ອື່ນ ທີ່ເປັນ ໝູ່ຂອງຕົນ ແລະ ທັງສອງ ຕ່າງກໍລົ້ມລົງດິນ ທັງນັ້ນ.
\s5
\v 13 ເມື່ອກະສັດ ເນບູກາດເນັດຊາ ແຫ່ງ ບາບີໂລນ ມາໂຈມຕີປະເທດ ເອຢິບ ນັ້ນ ອົງພຣະຜູ້ເປັນເຈົ້າ ໄດ້ກ່າວແກ່ຂ້າພະເຈົ້າ ວ່າ,
\v 14 “ຈົ່ງປະກາດຂ່າວນີ້ ໃນເມືອງຂອງ ເອຢິບ ໃນ ມີກາໂດນ ມາໍຟິດ ແລະ ຕາປັນເຮັດ ວ່າ, ‘ຈົ່ງຕຽມພ້ອມ ເພື່ອປ້ອງກັນ ພວກ ເຈົ້າເອງສາ ພວກເຈົ້າທັງໝົດຈະຖືກສົງຄາມ ກາໍຈັດໃຫ້ພິນາດ.
\s5
\v 15 ເປັນຫຍັງ ພະອາປິດ ທີ່ມີອໍານາດ ຈຶ່ງລົ້ມລົງ? ອົງພຣະຜູ້ເປັນເຈົ້າ ຕີລາວໃຫ້ ລົ້ມລົງ ສາແລ້ວ.
\v 16 ບັນດາທະຫານ ຂອງ ພວກເຈົ້າ ໄດ້ສະດຸດ ລົ້ມລົງ ແຕ່ລະຄົນ ກໍ ເວົ້າໃຫ້ກັນແລະກັນ ທັງນັ້ນ ວ່າ, ‘ໄວໆ ເຖີດ ຈົ່ງກັບໄປຫາ ປະຊາຊົນ ຂອງພວກເຮົາ ປົບໜີຈາກ ຄົມດາບ ສັດຕູ ຂອງພວກເຮົາເຖີດ.
\v 17 ຈົ່ງໃສ່ ຊື່ໃໝ່ ໃຫ້ກະສັດ ແຫ່ງ ເອຢິບ ສາ ວ່າ, ‘ຄົນເວົ້າ ຂີ້ສະຫາວ ໃຊ້ການຫຍັງ ບໍ່ ໄດ້.
\s5
\v 18 ອົງຜູ້ມີນາມຊື່ ອົງພຣະຜູ້ເປັນເຈົ້າ ອົງ ຊົງຣິດອໍານາດ ຍິ່ງໃຫຍ່ ເປັນອົງກະສັດ ແລະ ເປັນອົງຊົງຊີວິດຢູ່ແທ້ຈິງ. ຫໍທີ່ພູ ຕາໂບ ສູງ ກວ່າ ພູທັງຫລາຍ ສັນໃດ ພູ ກາເມນ ກໍຕັ້ງຢູ່ ສູງເໜືອ ນໍ້າທະເລ ສັນນັ້ນ; ຜູ້ທີ່ຈະໂຈມຕີ ພວກເຈົ້າ ກໍຢ່າງນັ້ນແຫລະ ຄື ຊົງມີພະລັງ ອັນເຂັ້ມແຂງ.
\v 19 ຈົ່ງຕຽມຕົວ ສາເຖີດ ປະຊາຊົນ ເອຢິບ ເອີຍ ຈົ່ງຕຽມຕົວໃຫ້ພວກເຂົາ ຈັບໄປເປັນຊະເລີຍ ສາເຖີດ ມາໍຟິດ ຈະ ກາຍເປັນຖິ່ນແຫ້ງແລ້ງ ກັນດານ ບ່ອນຮົກຮ້າງ ເພພັງ ທີ່ບໍ່ມີຜູ້ໃດ ອາໄສຢູ່.
\s5
\v 20 ເອຢິບ ເປັນດັ່ງ ງົວແມ່ ໂຕໜຶ່ງ ທີ່ສະຫງ່າງາມ ທີ່ຖືກແມງວັນ ມີໄລ ຈາກທິດ ເໜືອ ກັດຕອດ.
\v 21 ແມ່ນແຕ່ ຄົນທີ່ຮັບຈ້າງ ໃຫ້ເປັນທະຫານ ກໍເປັນດັ່ງລູກງົວ ທີ່ຊ່ວຍຫຍັງ ບໍ່ໄດ້. ພວກເຂົາບໍ່ໄດ້ຢືນຢູ່ ຕັດຊີວິດຕົນໃສ່ ເພື່ອສູ້ຮົບ ຕ່າງກໍອ່ວາຍໜ້າ ແລ່ນໜີ ໄປທັງນັ້ນ. ມື້ຫາຍຍະນະ ຂອງພວກເຂົາມາຮອດ ແລ້ວເດີ ແມ່ນເວລາແຫ່ງການລົງໂທດພວກເຂົາແລ້ວ.
\v 22 ເອຢິບ ແລ່ນ ໜີສຽງດັງ ຊິດ ໆ ດັ່ງ ງູລິເລືອໄປ ເມື່ອກອງທັບ ສັດຕູ ຫຍັບເຂົ້າມາໃກ້. ພວກເຂົາ ໂຈມຕີ ມັນດ້ວຍ ໃຊ້ຂວານສັບ ດັ່ງຄົນກໍາລັງ ໃຊ້ຂວານ ປໍ້າຕົ້ນໄມ້
\s5
\v 23 ແລະ ກໍາລັງ ທໍາລາຍປ່າ ອັນຕຶບໜາ ພວກເຂົາມີຫລາຍ ກາຍນັບ ດັ່ງຝູງຕັກແຕນ ເຕັ້ນ.
\v 24 ປະຊາຊົນ ເອຢິບ ຕ່າງກໍກົ້ມໜ້າ ລົງເພາະຕ່າງ ກໍໄດ້ຖືກອັບອາຍ ຂາຍໜ້າ; ພວກເຂົາໄດ້ພ່າຍແພ້ ປະຊາຊົນ ທາງທິດ ເໜີອ.”
\s5
\v 25 ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດ ຍິ່ງໃຫຍ່ ພຣະເຈົ້າຂອງຊາດອິດສະຣາເອນ ກ່າວ ວ່າ, “ເຮົາຈະລົງໂທດ ອາໂມນ ພະຂອງ ເມືອງ ເທເບັດ ພ້ອມກັບ ເອຢິບ ຕະຫລອດ ທັງພວກພະ ແລະ ບັນດາກະສັດດ້ວຍ. ເຮົາ ພວມຈະເອົາ ກະສັດ ເອຢິບ ແລະ ໝົດທຸກຄົນ ທີ່ໄວ້ວາງໃຈ ໃນລາວ
\v 26 ໄປມອບໃຫ້ ແກ່ຄົນ ທີ່ຕ້ອງການຢາກຂ້າ ພວກເຂົານັ້ນ ຄື ມອບໃຫ້ກະສັດ ເນບູກາດເນັດຊາ ແຫ່ງ ບາບີໂລນ ແລະ ກອງທັບຂອງລາວ. ແຕ່ ຕໍ່ ມາ ປະຊາຊົນຈະໄດ້ອາໄສ ຢູ່ໃນປະເທດ ເອຢິບ ອີກດັ່ງພວກເຂົາໄດ້ເປັນມາ ໃນອະດີດ. ” ອົງພຣະຜູ້ເປັນເຈົ້າ ໄດ້ກ່າວ ດັ່ງນີ້ແຫລະ.
\s5
\v 27 “ປະຊາຊົນ ຂອງເຮົາເອີຍ ຢ່າຢ້ານກົວ ເລີຍ ປະຊາຊົນອິດສະຣາເອນ ເອີຍ ຢ່າ ຕົກໃຈຢ້ານເທາະ ເຮົາຈະຊ່ວຍກູ້ເອົາ ພວກເຈົ້າ ຈາກດິນແດນ ທີ່ຫ່າງໄກ ຈາກດິນແດນ ທີ່ພວກເຈົ້າ ຕົກເປັນຊະເລີຍ ນັ້ນ. ພວກເຈົ້າຈະກັບມາ ສູ່ບ້ານ ແລະ ຢູ່ຢ່າງສັນຕິສຸກ ຈະ ຢູ່ຢ່າງປອດໄພ ແລະ ບໍ່ມີຜູ້ໃດ ເຮັດໃຫ້ຢ້ານ ອີກ. ”
\v 28 ອົງພຣະຜູ້ເປັນເຈົ້າ ໄດ້ກ່າວ ວ່າ, “ຢາໂຄບ ຜູ້ຮັບໃຊ້ຂອງເຮົາ ເອີຍ ຢ່າຢ້ານກົວ ເລີຍ ເພາະເຮົາສະຖິດ ຢູ່ກັບເຈົ້າ ເຮົາຈະທາໍ ລາຍຊົນຊາດທັງຫລາຍໃຫ້ ດັບກ້ຽງ ຄື ບ່ອນ ທີ່ເຮົາ ໄດ້ກະຈັດກະຈາຍ ພວກເຈົ້າໄປຢູ່ ອາໄສ ແຕ່ເຮົາຈະບໍ່ທາໍລາຍພວກເຈົ້າ ທັງ ໝົດດອກ. ເຮົາຈະປ່ອຍ ໃຫ້ພວກເຈົ້າ ໄປລ້າ ໆ ກໍບໍ່ຫ່ອນເປັນ ໂດຍບໍ່ໄດ້ຮັບໂທດກໍາ ທີ່ ພວກເຈົ້າ ໄດ້ກະທາໍນັ້ນ. ແຕ່ເມື່ອລົງໂທດ ພວກເຈົ້າ ເຮົາຈະເຮັດຢ່າງ ຍຸດຕິທໍາ.”
\s5
\c 47
\p
\v 1 ກ່ອນກະສັດ ແຫ່ງ ເອຢິບ ໄດ້ໂຈມຕີເມືອງ ກາຊາ ອົງພຣະຜູ້ເປັນເຈົ້າ ໄດ້ກ່າວແກ່ ຂ້າພະເຈົ້າ ກ່ຽວກັບ ຟີລິດສະຕິນ.
\v 2 ພຣະອົງໄດ້ກ່າວ ວ່າ, “ເບິ່ງແມ! ນາໍ້ກາໍລັງ ນອງ ຢູ່ທາງທິດເໜືອ ແລະ ຈະໄຫລແຮງ ດັ່ງ ນາໍ້ຫ້ວຍ ຖ້ວມລົ້ນ ຕາຝັ່ງ. ນໍ້ານັ້ນ ຈະຖ້ວມ ທຸກໆສິ່ງທົ່ວທັງດິນແດນ ລວມທັງເມືອງ ກັບ ປະຊາຊົນ ທີ່ອາໄສ ຢູ່ໃນທີ່ນັ້ນ. ປະຊາຊົນ ຈະໂຮຮ້ອງ ຂໍໃຫ້ຊ່ວຍເຫລືອ ທຸກຄົນໃນແຜ່ນດິນ ຈະຮ້ອງໄຫ້ ຢ່າງຂົມຂື່ນ.
\s5
\v 3 ພວກເຂົາ ຈະໄດ້ຍິນສຽງ ຕີນມ້າແລ່ນ ກະທືບພຶ້ນດິນ ສຽງລົດຮົບ ຈະກະທົບດິນ ແລະ ລໍ້ລົດ ກໍຈະດັງກ້ອງ. ພໍ່ບໍ່ໄດ້ຫລຽວຫລັງ ເບິ່ງລູກໆ ຂອງຕົນ ມືຂອງພວກເຂົາ ຈະຈັບ ຂ້າງພໍ່ຕົນຢ່າງ ອ່ອນເພຍ ເປ້ຍຫລ່ອຍ.
\v 4 ເຖິງເວລາແລ້ວ ທີ່ຈະທາໍລາຍ ຟີລິດສະຕິນ ຕັດທຸກການຊ່ວຍເຫລືອ ແຕ່ ຕີເຣ ແລະ ຊີໂດນ ຖິ້ມ ອົງພຣະຜູ້ເປັນເຈົ້າ ຈະທາໍລາຍ ພວກຟີລິດສະຕິນ ຄື ຄົນທີ່ມາຈາກເກາະ ກະເຣເຕ ນັ້ນ.
\s5
\v 5 ຄວາມເສົ້າໂສກໜັກ ໄດ້ມາສູ່ ປະຊາຊົນ ກາຊາ ປະຊາຊົນ ອາສະເກໂລນ ກໍພາກັນ ມິດງຽບ. ພວກເຈົ້າຜູ້ລອດຕາຍ ຈາກພວກ ຄົນຮ່າງໃຫຍ່ ຕ່າງກໍຈະໄວ້ທຸກ ດົນນານ ປານໃດ ກັນ?
\v 6 ພວກເຈົ້າຜູ້ຮ້ອງ ວ່າ, ‘ດາບອົງພຣະຜູ້ເປັນເຈົ້າ ເອີຍ ຈະສືບຕໍ່ຂ້າ ຟັນເຫິງນານ ປານໃດແທ້? ຈົ່ງສອດດາບນັ້ນ ເຂົ້າໄວ້ໃນຝັກ ຂອງມັນສາ ແລະ ໃຫ້ມັນພັກຜ່ອນ ນອນຢູ່ໃນຝັກນັ້ນ.
\v 7 ແຕ່ຈະໃຫ້ ພັກຜ່ອນ ໄດ້ຢ່າງໃດ ໃນເມື່ອອົງພຣະຜູ້ເປັນເຈົ້າ ໄດ້ມອບໝາຍວຽກ ໃຫ້ມັນເຮັດ? ພຣະອົງໄດ້ສັ່ງມັນໃຫ້ໂຈມຕີເມືອງ ອາສະເກໂລນ ທັງປະຊາຊົນ ທີ່ອາໄສຢູ່ຕາມແຄມ ທະເລນັ້ນ.”
\s5
\c 48
\p
\v 1 ຕໍ່ໄປນີ້ ແມ່ນສິ່ງທີ່ອົງພຣະຜູ້ເປັນເຈົ້າ ອົງ ຊົງຣິດອໍານາດ ຍິ່ງໃຫຍ່ ກ່າວເຖິງດິນແດນ ໂມອາບ ວ່າ, “ຊາວເມືອງ ເນໂບ ຊ່າງໜ້າສົງ ສານແທ້ເດ ເມືອງຂອງພວກເຂົາ ຖືກທາໍ ລາຍ ຈິບຫາຍ ສາແລ້ວ ເມືອງ ກີລິອາດທາອິມ ກໍຖືກຢຶດ ໄດ້ແລ້ວ ຄືກັນ ເມືອງທີ່ມີປ້ອມ ປ້ອງກັນ ແໜ້ນໜາ ກໍຖືກທັບມ້າງ. ຊາວເມືອງ ທຸກຄົນຕ່າງກໍຕົກໃຈ ຢ້ານກົວ ແລະ ພວກເຂົາກໍຖືກອັບອາຍ ຂາຍໜ້າ;
\v 2 ຄວາມຍິ່ງໃຫຍ່ ຂອງ ໂມອາບ ສິ້ນສຸດລົງ ແລ້ວເດ ເຫລົ່າສັດຕູ ຢຶດເມືອງ ເຮັດຊະໂບນ ໄດ້ແລ້ວ ແລະ ວາງອຸບາຍ ທາໍລາຍເມືອງ ເຮັດຊະໂບນ ແລະ ຊົນຊາດ ໂມອາບ ໃຫ້ໝົດ ສິ້ນ. ເມືອງ ມັດເມນ ກໍຈະກາຍເປັນເມືອງ ມິດງຽບໄປ ເພາະກອງທັບທັງຫລາຍ ຍົກໄປຕໍ່ສູ້ ເມືອງນີ້.
\s5
\v 3 ຊາວເມືອງ ໂຮໂຣນາອິມ ຕ່າງກໍຮ້ອງ ອອກມາ ວ່າ, ‘ຈິບຫາຍ ຈິບຫາຍ ກັນໃຫຍ່ ແລ້ວ.
\v 4 ໂມອາບ ກໍໄດ້ຖືກທາໍລາຍລົງ ໝົດໃດ ຈົ່ງຟັງເດັກນ້ອຍ ກາໍລັງຮ້ອງໄຫ້ ຢູ່ຍົ່ວ ໆ.
\v 5 ໄດ້ຍິນບໍ ສຽງຮ້ອງໄຫ້ ສະອຶກ ສະອື້ນ ຂອງພວກເຂົາ ຕາມຫົນທາງ ຂຶ້ນໄປ ຍັງເມືອງ ລູຮິດ ພຸ້ນເປັນສຽງຮ້ອງໄຫ້ ຍ້ອນ ໂສກເສົ້າ ເສຍໃຈ ຕາມຫົນທາງ ລົງສູ່ເມືອງ ໂຮໂຣນາອິມ ພຸ້ນ.
\s5
\v 6 ພວກເຂົາເວົ້າ ວ່າ, “ຈົ່ງຮິບແລ່ນໜີ ເອົາ ຊີວິດລອດ ຈົ່ງແລ່ນໜີ ດັ່ງລໍປ່າ ໃນຖິ່ນແຫ້ງແລ້ງ ກັນດານ ນັ້ນ
\v 7 ໂມອາບ ເຈົ້າວາງໃຈ ໃນກໍາລັງ ກັບ ຊັບສົມບັດນໍ ແຕ່ບັດນີ້ ເຈົ້າພັດຈະຖືກຕີ ໃຫ້ພ່າຍແພ້; ພະເກໂມດ ຂອງເຈົ້າ ຈະຖືກກວາດໄປ ເປັນຊະເລີຍ ລວມທັງ ເຈົ້າຊາຍ ແລະ ປະໂຣຫິດດ້ວຍ.
\s5
\v 8 ບໍ່ມີແມ່ນແຕ່ ເມືອງໜຶ່ງຈະຫວິດ ອັນຕະລາຍ ບໍ່ມີເມືອງໃດຈະພົ້ນ ຖືກທາໍລາຍ ໄດ້. ຮ່ອມພູ ແລະ ທົ່ງພຽງຈະຖືກຮົກຮ້າງ ຫວ່າງເປົ່າ ຕາມທີ່ອົງພຣະຜູ້ເປັນເຈົ້າ ໄດ້ກ່າວໄວ້.
\v 9 ຈົ່ງຕຽມ ອຸບມຸງ ຝັງສົບໄວ້ ສໍາລັບໂມອາບ ສາ ເພາະຈະຖືກທາໍລາຍ ໃນ ເວລາໄວໆ ນີ້. ເມືອງກໍຈະຖືກປະປ່ອຍ ໃຫ້ຮົກຮ້າງ ເພພັງ ແລະ ຈະບໍ່ມີຜູ້ໃດອາໄສຢູ່ ໃນທີ່ນັ້ນອີກ. (
\v 10 ຈົ່ງສາບແຊ່ງ ຜູ້ທີ່ບໍ່ເຮັດ ວຽກງານ ຂອງ ອົງພຣະຜູ້ເປັນເຈົ້າ ດ້ວຍໝົດ ຈິດໝົດໃຈ ຈົ່ງສາບແຊ່ງ ຜູ້ທີ່ບໍ່ໃຊ້ດາບຂອງຕົນ ເພື່ອຟັນ ແລະ ເຂັ່ນຂ້າ)
\s5
\v 11 ອົງພຣະຜູ້ເປັນເຈົ້າ ກ່າວ ວ່າ, “ໂມອາບ ເຄີຍຢູ່ຢ່າງປອດໄພ ແລະ ບໍ່ເຄີຍຖືກຈັບໄປ ເປັນຊະເລີຍ ຈັກເທື່ອ. ໂມອາບ ເປັນດັ່ງ ເຫລົ້າອະງຸ່ນ ທີ່ຖືກປະໄວ້ ບໍ່ມີຜູ້ໃດ ລົບກວນ ແລະ ບໍ່ເຄີຍຖືກຖອກຈາກໄຫໜຶ່ງ ໃສ່ອີກໄຫໜຶ່ງຈັກເທື່ອ. ຣົດຊາດ ບໍ່ເຄີຍເສື່ອມເສຍ ແລະ ຊີມຣົດ ເທື່ອໃດກໍດີເທື່ອນັ້ນ.
\v 12 ສະນັ້ນ ບັດນີ້ເມື່ອເວລານັ້ນ ມາເຖິງ ເຮົາຈະ ສົ່ງຄົນໄປເທ ໂມອາບ ອອກດັ່ງເທເຫລົ້າ ອະງຸ່ນ. ພວກເຂົາຈະເທເຫລົ້າອະງຸ່ນ ອອກ ຈົນໄຫເປົ່າ ແລະ ທັງທັບໃຫ້ແຕກ ເປັນປ່ຽງໆ.
\s5
\v 13 ແລ້ວຊາວ ໂມອາບ ກໍຈະຜິດຫວັງຕໍ່ ພະເກໂມດ ຂອງພວກເຂົາ ດັ່ງທີ່ພວກອິດສະຣາເອນ ໄດ້ຜິດຫວັງຕໍ່ພະເບັດເອນ ທີ່ ພວກເຂົາໄດ້ໄວ້ວາງໃຈນັ້ນ.
\v 14 ຊາຍ ໂມອາບ ເປັນຫຍັງ ຈຶ່ງວ່າ ເປັນຊ່ຽວຊານ ການລົບ ເປັນຜູ້ອົງອາດ ກ້າຫານ ທີ່ຜ່ານ ເສິກມາແລ້ວ?
\s5
\v 15 ໂມອາບ ແລະ ເມືອງໄດ້ຖືກທາໍລາຍ ຈົນໝົດ ຊາຍໜຸ່ມຜູ້ເກັ່ງກ້າ ທີ່ສຸດກໍຖືກຂ້າຖິ້ມ. ” ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດ ຍິ່ງໃຫຍ່ ທັງເປັນກະສັດໄດ້ກ່າວ ດັ່ງນີ້ແຫລະ.
\v 16 “ວິບັດຂອງ ໂມອາບ ໄດ້ເຂົ້າມາໃກ້ທຸກທີ ດິນແດນຈະຖືກຮົກຮ້າງ ເພພັງ ໃນໄວໆ ນີ້.
\v 17 ພວກເຈົ້າທີ່ຢູ່ແຖບນີ້ເອີຍ ຈົ່ງໄວ້ທຸກ ໃຫ້ຊົນຊາດນັ້ນ ຄື ທຸກໆຄົນ ທີ່ຮູ້ຊື່ສຽງ ຂອງ ດິນແດນ ນັ້ນ. ຈົ່ງເວົ້າວ່າ, ‘ການປົກຄອງເດັ່ນ ຖືກທັບມ້າງລົງ ຄວາມຍິ່ງໃຫຍ່ ແລະ ໂດ່ງດັງ ບໍ່ມີຕໍ່ໄປແລ້ວ.
\s5
\v 18 ພວກເຈົ້າ ຜູ້ທີ່ອາໄສຢູ່ໃນເມືອງ ດີໂບນ ເອີຍ ລົງຈາກຕໍາແໜ່ງສູງ ຂອງພວກເຈົ້າສາເທາະ ແລະ ລົງມາ ນັ່ງໃນຂີ້ຝຸ່ນ ເທິງພື້ນ ດິນສາ ຜູ້ທາໍລາຍໄດ້ມາ ແລະ ປ້ອມຖືກເພພັງ ແລ້ວ.
\v 19 ພວກເຈົ້າຜູ້ທີ່ອາໄສຢູ່ໃນເມືອງ ອາໂຣເອ ເອີຍ ຈົ່ງຢືນລໍ ຢູ່ຕາມແຄມຖະໜົນ ຫົນທາງເຖີດ ຈົ່ງສອບຖາມ ພວກທີ່ກາໍລັງ ແລ່ນປົບໜີໄປ ຈົ່ງສືບຖາມນາໍ ພວກເຂົາວ່າ ມີຫຍັງໄດ້ເກີດຂຶ້ນ.
\v 20 ພວກເຂົາຈະຕອບ ວ່າ, ‘ໂມອາບ ແຕກແລ້ວເດ ເປັນໜ້າອັບອາຍ ຫລາຍ ແລະ ທຸກໃຈແທ້ໆ. ຈົ່ງໄປປະກາດ ຕາມແຄມ ແມ່ນໍ້າ ອາກໂນນ ວ່າດິນແດນ ໂມອາບ ໄດ້ເຖິງທີ່ປະລາໄຊ ແລ້ວ’
\s5
\v 21 ການຕັດສິນໄດ້ ມາຮອດເມືອງ ຕ່າງໆ ຕາມພູພຽງ ແລ້ວດັ່ງນີ້: ໂຮໂລນ, ຢາຮະຊາ, ເມຟາດ,
\v 22 ດີໂບນ, ເນໂບ, ເບັດດິບລາທາອິມ,
\v 23 ກີຣິອາດທາອິມ, ເບັດຄາມູນ, ເບັດເມໂອນ,
\v 24 ເກຣິໂອດ ແລະ ໂບຊະຣາ. ການຕັດສິນ ໄດ້ແຜ່ໄປ ເຖິງທຸກ ເມືອງ ຂອງ ໂມອາບ ບໍ່ວ່າໃກ້ ຫລື ໄກ.
\v 25 ໂມອາບ ຖືກຍໍ່າຍີໃຫ້ໝຸ່ນ; ອໍານາດກໍຖືກທາໍ ລາຍ ສາແລ້ວ. ” ອົງພຣະຜູ້ເປັນເຈົ້າ ໄດ້ກ່າວ ດັ່ງນີ້ແຫລະ.
\s5
\v 26 ອົງພຣະຜູ້ເປັນເຈົ້າ ໄດ້ກ່າວວ່າ, “ຈົ່ງເຮັດໃຫ້ ໂມອາບ ມືນເມົາເພາະໄດ້ກະບົດຕໍ່ເຮົາ. ໂມອາບ ຈະເກືອກກົ້ວ ຢູ່ໃນຮາກຂອງຕົນເອງ ແລະ ປະຊາຊົນຈະຫົວເຍາະເຍີ້ຍ.
\v 27 ໂມອາບ ເອີຍ ຈື່ບໍວ່າ ເຈົ້າໄດ້ຫົວຂວັນໃສ່ ປະຊາຊົນອິດສະຣາເອນ ຢ່າງໃດ? ເຈົ້າເຮັດ ຕໍ່ພວກເຂົາ ເໝືອນກັບວ່າ ພວກເຂົາຖືກຈັບ ໄດ້ໃນພວກນັກປຸ້ນ.
\s5
\v 28 ປະຊາຊົນ ທີ່ອາໄສຢູ່ໃນໂມອາບເອີຍ ຈົ່ງໜີອອກຈາກເມືອງ ຂອງພວກເຈົ້າ ເຖີດ ຈົ່ງໄປອາໄສຢູ່ຕາມໜ້າຜາສາ ຈົ່ງເຮັດຄືນົກ ກາງແກທີ່ເຮັດຮັງຂອງຕົນ ຢ່ກາງພູ ບ່ອນທີ່ມີ ເງີບຜາ.
\v 29 ໂມອາບ ຈອງຫອງຫລາຍ ເຮົາໄດ້ຍິນວ່າ ປະຊາຊົນ ກໍອວດດີ, ຂີ້ສະຫາວ ແລະ ຄຸຍໂມ້ສໍ່າໃດ; ພວກເຂົາຄິດເຫັນແຕ່ ຜົນປະໂຫຍດ ຕົນເອງສໍ່າໃດ.
\s5
\v 30 ອົງພຣະຜູ້ເປັນເຈົ້າ ກ່າວວ່າ ເຮົາຮູ້ຈັກ ເຖິງຄວາມອວດດີ ຂອງພວກເຂົາ. ພວກເຂົາ ຄຸຍໂມ້ ໄປບໍ່ຮອດໃສ ແລະສິ່ງທີ່ພວກເຂົາ ເຮັດນັ້ນ ກໍບໍ່ຍືນຍົງດອກ.
\v 31 ສະນັ້ນແຫລະ ເຮົາຈຶ່ງຮ້ອງໄຫ້ ສໍາລັບທຸກຄົນໃນ ໂມອາບ ແລະ ສໍາລັບປະຊາຊົນ ກີຣະເຮເຣັດ.
\v 32 ເຮົາຈະຮ້ອງໄຫ້ ໃຫ້ປະຊາຊົນ ຊິບມາ ຫລາຍກວ່າ ປະຊາຊົນ ຢາເສ ອີກ. ເມືອງຊິບມາ ເອີຍ ເຈົ້າເປັນດັ່ງຕົ້ນອະງຸ່ນ ຊຶ່ງງ່າໄປຈຸ ຮອດທະເລຕາຍ ແລະໄປໄກ ຈົນຮອດເມືອງຢາເຊ, ແຕ່ບັດນີ້ ຜົນລະໄມ້ ຍາມລະດູຮ້ອນ ແລະໝາກອະງຸ່ນ ຂອງພວກເຈົ້າ ຖືກທາໍ ລາຍສາແລ້ວ.
\s5
\v 33 ຄວາມສຸກ ແລະຄວາມຊົມຊື່ນ ຍິນດີ ໄດ້ຖືກນາໍ ເອົາໜີໄປຈາກ ທີ່ດິນອັນອຸດົມສົມບູນຂອງ ໂມອາບ. ເຮົາໄດ້ເຮັດໃຫ້ນາໍ້ອະງຸ່ນ ເຊົາໄຫລຈາກທີ່ບີບໝາກອະງຸ່ນ; ບໍ່ມີຄົນເຮັດເຫລົ້າ ອະງຸ່ນອີກແລ້ວ ແລະ ບໍ່ມີ ສຽງໂຮຮ້ອງຊົມຊື່ນຍິນດີ.
\s5
\v 34 ປະຊາຊົນ ແຫ່ງເມືອງ ເຮັດຊະໂບນ ແລະ ເອເລອາເລ ຮ້ອງອອກມາ [ຮ] ແລະ ສຽງຮ້ອງຂອງພວກເຂົາ ກໍໄດ້ຍິນເຖິງເມືອງ ຢາຮາດ; ແລະ ປະຊາຊົນເມືອງ ໂຊອາ ກໍໄດ້ ຍິນ ແລະ ສຽງນັ້ນ ໄດ້ຍິນໄປຮອດເມືອງ ໂຮໂຣນາອິມ ແລະ ເອັກລາດ-ເຊລີຊີຢາ. ແມ່ນແຕ່ ຫ້ວຍນາໍ້ນິມຣິມ ກໍບົກລົງ.
\v 35 ອົງພຣະຜູ້ເປັນເຈົ້າ ໄດ້ກ່າວວ່າ ເຮົາຈະໃຫ້ປະຊາຊົນ ໂມອາບ ເຊົາເຜົາຖວາຍບູຊາ ໃນບ່ອນ ນະມັດສະການ ຕ່າງໆ ຂອງ ພວກເຂົາ ແລະ ເຊົາຖວາຍເຄື່ອງບູຊາ ຕ່າງໆ ແກ່ພະ ຂອງພວກເຂົາ.
\s5
\v 36 ສະນັ້ນ ຈິດໃຈຂອງເຮົາ ຈຶ່ງໄວ້ທຸກໃຫ້ ແກ່ໂມອາບ ແລະ ໄວ້ທຸກໃຫ້ປະຊາຊົນເມືອງ ກິຣະເຮເຣັດ ດັ່ງຜູ້ທີ່ເປົ່າຂຸ່ຍ ໃນງານສົບຍ້ອນ ພວກເຂົາ ໄດ້ສູນເສຍ ທຸກໆສິ່ງທີ່ພວກຕົນມີ ນັ້ນ.
\v 37 ພວກເຂົາທຸກຄົນໄດ້ ແຖຫົວ ແລະ ຕັດໜວດ. ພວກເຂົາທຸກຄົນໄດ້ ປາດມືຂອງຕົນເອງ ແລະ ໄດ້ນຸ່ງຜ້າກະສອບເຂົ້າ.
\s5
\v 38 ເທິງດາດຟ້າ ເຮືອນຂອງຊາວ ໂມອາບ ທຸກຫລັງ ແລະ ຕາມທີ່ສາທາລະນະ ທັງໝົດ ບໍ່ມີຫຍັງເລີຍ ນອກຈາກການໄວ້ທຸກ ເທົ່ານັ້ນ ຍ້ອນເຮົາໄດ້ຕີໂມອາບ ໃຫ້ແຕກດັ່ງຕີໝໍ້ ທີ່ບໍ່ ມີຜູ້ໃດຕ້ອງການ. ” ອົງພຣະຜູ້ເປັນເຈົ້າ ໄດ້ກ່າວ ດັ່ງນີ້ແຫລະ.
\v 39 ໂມອາບ ໄດ້ຖືກຕີໃຫ້ກະຈັດກະຈາຍ ໄປສາແລ້ວ ຈົ່ງຮ້ອງໄຫ້ ໂມອາບ ໄດ້ຖືກອັບອາຍ ສາແລ້ວ. ເປັນເມືອງ ທີ່ຮົກຮ້າງ ເພພັງ ແລະ ຊົນຊາດ ທັງໝົດ ທີ່ຢູ່ ອ້ອມແອ້ມ ນັ້ນກໍຫົວເຍາະເຍີ້ຍ.
\s5
\v 40 ອົງພຣະຜູ້ເປັນເຈົ້າ ໄດ້ສັນຍາວ່າຈະມີ ຊົນຊາດໜຶ່ງບິນລົງມາເທິງ ໂມອາບ ດັ່ງນົກ ອິນຊີ ພືປີກອອກກວມ
\v 41 ແລະ ເມືອງ ຕະຫລອດ ທັງປ້ອມປ້ອງກັນເມືອງ ຈະຖືກ ຢຶດເອົາໝົດ. ໃນມື້ນັ້ນ ພວກທະຫານ ຂອງ ໂມອາບ ກໍຈະຕົກສະທ້ານຢ້ານກົວ ດັ່ງຜູ້ຍິງ ຄອດລູກ.
\s5
\v 42 ໂມອາບຈະຖືກທາໍລາຍ ແລະ ຈະບໍ່ເປັນຊົນຊາດໜຶ່ງອີກຕໍ່ໄປ ຍ້ອນໄດ້ກະບົດ ຕໍ່ສູ້ອົງພຣະຜູ້ເປັນເຈົ້າ.
\v 43 ອົງພຣະຜູ້ເປັນເຈົ້າ ກ່າວວ່າ, ຄວາມຢ້ານກົວ ອັນໃຫຍ່, ຫລຸມ ແລະບ້ວງແຮ້ວ ກາໍລັງລໍຄອຍປະຊາຊົນ ໂມອາບຢູ່.
\v 44 ຜູ້ໃດກໍຕາມທີ່ພະຍາຍາມປົບໜີຈາກ ການຢ້ານກົວອັນໃຫຍ່ນັ້ນ ຈະຕົກ ລົງ ໃນຫລຸມ ແລະ ຜູ້ໃດກໍຕາມ ທີ່ປີນຂຶ້ນ ຈາກຫລຸມໄດ້ ກໍຈະຖືກບ້ວງແຮ້ວ, ເພາະອົງ ພຣະຜູ້ເປັນເຈົ້າ ໄດ້ຈັດເວລາໄວ້ ສໍາລັບ ໂມອາບໃຫ້ຖື​ກທາໍລາຍ.
\s5
\v 45 ພວກອົບພະຍົບ ຫລົບໄພທີ່ໝົດຊ່ອງທາງ ພະຍາຍາມຫາທີ່ປົກປ້ອງ ຄຸ້ມຄອງຢູ່ໃນເຮັດຊະໂບນ ຄື ນະຄອນຊຶ່ງຄັ້ງໜຶ່ງ ກະສັດ ສີໂຫນໄດ້ປົກຄອງ ແຕ່ເມືອງນີ້ ກໍຖືກເຜົາຜານ. [ກ] ໄຟໄດ້ໄໝ້ເຂດແດນ ແລະພູສູງຂອງປະຊາຊົນ ໂມອາບ ຜູ້ມັກສົງຄາມ.
\s5
\v 46 ສົງສານ ປະຊາຊົນ ໂມອາບ ເດ ປະຊາຊົນ ຜູ້ຂາບໄຫວ້ ພະເກໂມດ ໄດ້ຖືກທາໍ ລາຍແລ້ວ ແລະ ລູກຊາຍຍິງຂອງພວກເຂົາ ກໍ ໄດ້ຖືກຈັບໄປເປັນຊະເລີຍເສິກ ສາແລ້ວ.
\v 47 ແຕ່ໃນເວລາຂ້າງໜ້າ ອົງພຣະຜູ້ເປັນເຈົ້າ ຈະເຮັດໃຫ້ ໂມອາບ ຈະເລີນຮຸ່ງເຮືອງຂຶ້ນໃໝ່. ສິ່ງທັງໝົດນີ້ ແມ່ນເຫດການທີ່ ອົງພຣະຜູ້ເປັນເຈົ້າ ກ່າວວ່າ ຈະເກີດຂຶ້ນກັບ ໂມອາບ.
\s5
\c 49
\p
\v 1 ຕໍ່ໄປນີ້ ແມ່ນສິ່ງທີ່ອົງພຣະຜູ້ເປັນເຈົ້າ ໄດ້ກ່າວເຖິງ ດິນແດນ ອໍາໂມນ ວ່າ, “ຊາຍ ຊາວອິດສະຣາເອນ ໄປໃສໝົດແລ້ວ? ບໍ່ມີຜູ້ໃດ ປ້ອງກັນດິນແດນ ບໍ? ເປັນຫຍັງ ພວກເຂົາ ຈຶ່ງປ່ອຍໃຫ້ປະຊາຊົນ ທີ່ຂາບໄຫວ້ພະ ມິນໂກມ ເອົາເຂດແດນ ຂອງ ເຜົ່າກາດ ແລະ ຕັ້ງຫລັກແຫລ່ງ ຢູ່ບ່ອນນັ້ນ? ”
\v 2 ແຕ່ເມື່ອ ເວລານັ້ນ ມາເຖິງ ເຮົາຈະເຮັດໃຫ້ປະຊາຊົນ ທີ່ຢູ່ໃນເມືອງ ເອກຣັບບາ ໄດ້ຍິນສຽງຂອງ ການສູ້ຮົບ ແລະ ເມືອງນີ້ຈະຖືກປະປ່ອຍ ໃຫ້ ຮົກຮ້າງ ເພພັງ ແລະ ໝູ່ບ້ານ ຕ່າງໆ ກໍຈະ ຖືກເຜົາຜານ ຈົນກ້ຽງ. ແລ້ວຊາດອິດສະຣາເອນ ກໍຈະໄດ້ດິນແດນ ຂອງຕົນ ຈາກພວກທີ່ຢຶດເອົາໄປນັ້ນ ກັບຄືນມາ.
\s5
\v 3 ປະຊາຊົນ ເຮັດຊະໂບນ ເອີຍ ຈົ່ງຮ້ອງໄຫ້ສາ ເມືອງອາອີ ໄດ້ຖືກທາໍລາຍແລ້ວ ຜູ້ຍິງຊາວເມືອງ ຣັບບາ ເອີຍ ຈົ່ງໄວ້ທຸກເຖີດ ຈົ່ງນຸ່ງຜ້າກະສອບເຂົ້າ ແລະ ໄວ້ທຸກສາ. ຈົ່ງ ແລ່ນ ສັບສົນອົນລະວົນສາ. ພະໂມເລັກ ຂອງ ພວກເຈົ້າ ຈະຖືກຈັບໄປ ເປັນຊະເລີຍ ໃນຕ່າງຖິ່ນພ້ອມກັບ ພວກປະໂຣຫິດ ແລະ ບັນດາ ເຈົ້ານາຍ.
\v 4 ເປັນຫຍັງ ປະຊາຊົນ ທີ່ບໍ່ສັດ ຊື່ ດັ່ງພວກເຈົ້າ ຈຶ່ງເວົ້າຄຸຍ? ກໍາລັງຂອງ ພວກເຈົ້ານັ້ນ ໝົດສາແລ້ວ. ເປັນຫຍັງ ພວກເຈົ້າ ຈຶ່ງໝັ້ນໃຈ ໃນກໍາລັງ ຂອງພວກເຈົ້າ ແລະ ເວົ້າວ່າ, ‘ບໍ່ມີຜູ້ໃດ ກ້າໂຈມຕີພວກເຮົາ ດອກ?
\s5
\v 5 ພຣະເຈົ້າຢາເວ ອົງພຣະຜູ້ເປັນເຈົ້າ ອົງ ຊົງຣິດອໍານາດ ຍິ່ງໃຫຍ່ ກ່າວວ່າ, “ເຮົາຈະ ນາໍຄວາມ ຢ້ານກົວ ອັນໃຫຍ່ ມາສູ່ພວກເຈົ້າ ຮອບດ້ານ. ພວກເຈົ້າທັງໝົດ ຈະແລ່ນປົບ ໜີໄປ, ແຕ່ລະຄົນ ຈະແລ່ນເອົາຊີວິດລອດ ແລະ ຈະບໍ່ມີຜູ້ໃດ ຈະນາໍທະຫານ ຂອງ ພວກເຈົ້າ ທີ່ແຕກໄປນັ້ນ ມາເຕົ້າໂຮມ ກັນໄດ້ອີກ.
\v 6 ແຕ່ພາຍລຸນມາ ເຮົາຈະເຮັດໃຫ້ ອໍາໂມນ ຈະເລີນຮຸ່ງເຮືອງຂຶ້ນ. ” ອົງພຣະຜູ້ເປັນເຈົ້າໄດ້ ກ່າວ ດັ່ງນີ້ແຫລະ.
\s5
\v 7 ຕໍ່ໄປນີ້ ແມ່ນສິ່ງທີ່ ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດ ຍິ່ງໃຫຍ່ ໄດ້ກ່າວເຖິງ ເອໂດມ ວ່າ, “ປະຊາຊົນ ເອໂດມ ໝົດປັນຍາ ແລ້ວບໍ? ບັນດາ ທີ່ປຶກສາຂອງພວກເຂົາ ບໍ່ໄດ້ບອກ ວ່າຄວນເຮັດຢ່າງໃດ ບໍ? ສະຕິປັນ ຍາ ຂອງພວກເຂົາ ໄປໃສໝົດແລ້ວ?
\v 8 ປະຊາຊົນ ເດດານ ຈົ່ງອ່ວາຍໜ້າ ແລ່ນໜີໄປ ສາ ຈົ່ງລີ້ແມ ເຮົາກໍາລັງຈະທໍາລາຍ ເຊື້ອສາຍ ຂອງ ເອຊາວ ເພາະເຖິງເວລາແລ້ວ ທີ່ເຮົາ ຈະຕ້ອງ ລົງໂທດພວກເຂົາ.
\s5
\v 9 ເມື່ອຄົນເກັບໝາກອະງຸ່ນ ປະໝາກອະງຸ່ນ ບາງໜ່ວຍໄວ້ ຕາມເຄືອ; ແລະ ເມື່ອ ພວກນັກປຸ້ນມາ ໃນຕອນກາງຄືນ ພວກເຂົາ ຈະປຸ້ນເອົາ ແຕ່ສິ່ງທີ່ຕ້ອງການ ເທົ່ານັ້ນໄປ.
\v 10 ແຕ່ເຮົາ [ຂ] ໄດ້ປຸ້ນເອົານາໍ ເຊື້ອສາຍ ຂອງ ເອຊາວ ຈົນໝົດກ້ຽງ ພ້ອມທັງໄດ້ເປີດ ເຜີຍ ບ່ອນທີ່ພວກເຂົາ ຫລົບລີ້ ເພື່ອວ່າ ພວກເຂົາຈະຫລົບລີ້ ບໍ່ໄດ້ອີກຕໍ່ໄປ. ປະຊາຊົນ ເອໂດມ ທັງໝົດຖືກທາໍລາຍແລ້ວ. ບໍ່ມີຜູ້ໜຶ່ງ ຜູ້ໃດ ໃນພວກເຂົາເຫລືອຢູ່ເລີຍ.
\v 11 ຈົ່ງ ປະພວກເດັກກາໍພ້າ ໄວ້ກັບເຮົາສາ ແລະ ເຮົາ ຈະເບິ່ງແຍງ ພວກເຂົາເອງ. ບັນດາ ແມ່ໝ້າຍ ຂອງພວກເຈົ້າ ເພິ່ງພາອາໄສ ເຮົາໄດ້.”
\s5
\v 12 ອົງພຣະຜູ້ເປັນເຈົ້າ ໄດ້ກ່າວວ່າ, “ເຖິງ ແມ່ນວ່າ ຄົນທີ່ບໍ່ສົມຄວນ ໄດ້ຖືກລົງໂທດ ກໍ ຕ້ອງດື່ມຈາກຈອກ ແຫ່ງ ການຕັດສິນ; ພວກເຈົ້າ ຄິດວ່າຈະໄປ ໂດຍບໍ່ຖືກລົງໂທດ ຊັ້ນບໍ? ບໍ່ແມ່ນດອກ ພວກເຈົ້າຕ້ອງດື່ມຈາກຈອກ ນັ້ນ
\v 13 ເຮົາເອງໄດ້ສັນຍາໄວ້ວ່າ ນະຄອນ ໂບຊະຣາ ຈະກາຍເປັນ ເປົ້າສາຍຕາ ອັນໜ້າ ຢ້ານກົວຍິ່ງ ແລະ ເປັນຖິ່ນແຫ້ງແລ້ງກັນ ດານ; ປະຊາຊົນຈະຫົວເຍາະເຍີ້ຍ ແລະ ໃຊ້ ຊື່ນັ້ນ ເປັນຄໍາສາບແຊ່ງ. ໝູ່ບ້ານທັງໝົດ ທີ່ຢູ່ ອ້ອມແອ້ມນັ້ນ ຈະເປັນທີ່ຮົກຮ້າງ ເພພັງ ຕະຫລອດໄປ. ” ອົງພຣະຜູ້ເປັນເຈົ້າ ໄດ້ກ່າວ ດັ່ງນີ້ແຫລະ.
\s5
\v 14 ຂ້າພະເຈົ້າ ກ່າວວ່າ, “ເອໂດມ ເອີຍ ຂ້ອຍໄດ້ຮັບຖ້ອຍຄໍາຈາກ ອົງພຣະຜູ້ເປັນເຈົ້າ. ພຣະອົງໄດ້ສົ່ງຖ້ອຍຄໍາ ມາບອກ ຊົນ ຊາດທັງຫລາຍ ເພື່ອຮວບຮວມ ກອງທັບ ຂອງພວກເຂົາ ໃຫ້ຕຽມພ້ອມໂຈມຕີເຈົ້າ.
\v 15 ອົງພຣະຜູ້ເປັນເຈົ້າ ຈະໃຫ້ເຈົ້າ ອ່ອນກໍາລັງ ແລະ ບໍ່ມີຜູ້ໃດ ຈະໃຫ້ຄວາມນັບຖື ແກ່ ເຈົ້າ.
\s5
\v 16 ການອວດດີ ຂອງເຈົ້ານັ້ນ ໄດ້ຫລອກລວງເຈົ້າເອງ. ບໍ່ມີຜູ້ໃດຢ້ານກົວເຈົ້າ ດັ່ງທີ່ເຈົ້າ ໄດ້ຄິດໄວ້. ເຖິງແມ່ນວ່າ ເຈົ້າຕັ້ງຢູ່ ເທິງຫິນ ຜາສູງ ຄື ຢູ່ເທິງຈອມພູ ກໍຕາມ; ແຕ່ ເຖິງແມ່ນວ່າ ເຈົ້າບິນສູງ ດັ່ງນົກອິນຊີ ກໍດີ ອົງພຣະຜູ້ເປັນເຈົ້າ ກໍຈະດຶງເຈົ້າ ລົງມາ. ” ອົງພຣະຜູ້ເປັນເຈົ້າ ໄດ້ກ່າວ ດັ່ງນີ້ແຫລະ.
\s5
\v 17 ອົງພຣະຜູ້ເປັນເຈົ້າ ໄດ້ກ່າວວ່າ, “ການທາໍລາຍ ທີ່ຈະມາຖືກ ເອໂດມ ນັ້ນຈະຮ້າຍແຮງຫລາຍ ຈົນທຸກໆຄົນ ທີ່ຜ່ານໄປ ຈະ ຕື່ນຕົກໃຈ ແລະ ຢ້ານກົວຍິ່ງ.
\v 18 ສິ່ງທີ່ໄດ້ ເກີດຂຶ້ນ ກັບເມືອງ ໂຊໂດມ ແລະ ໂກໂມຣາ ກໍຈະເກີດຂຶ້ນ ຄືກັນກັບເມືອງ ເອໂດມ ເມື່ອພວກເຂົາ ແລະ ເມືອງທີ່ຢູ່ອ້ອມແອ້ມນັ້ນ ຖືກ ທາໍລາຍ. ຈະບໍ່ມີຜູ້ໃດ ຢູ່ທີ່ນັ້ນອີກຕໍ່ໄປ.”
\s5
\v 19 “ສິງອອກຈາກ ປ່າຕຶບ ມາສູ່ແຄມ ແມ່ນາໍ້ ຈໍແດນ ທີ່ມີຫຍ້າຂຽວ ສັນໃດ; ເຮົາກໍຈະ ມາເຮັດໃຫ້ຊາວ ເອໂດມ ແລ່ນໜີຈາກດິນແດນ ຂອງພວກເຂົາ ຢ່າງກະທັນຫັນ ສັນນັ້ນ. ແລ້ວຜູ້ນາໍ ທີ່ເຮົາເລືອກເອົາ ກໍຈະປົກຄອງ ດິນແດນ. ຜູ້ໃດແດ່ ທຽບເທົ່າກັບເຮົາໄດ້? ຜູ້ໃດແດ່ ກ້າທ້າທາຍເຮົາໄດ້? ນັກປົກຄອງ ຜູ້ໃດແດ່ ຕ້ານທານເຮົາໄດ້?
\s5
\v 20 ສະນັ້ນ ຈົ່ງຟັງແຜນການ ທີ່ເຮົາກະທາໍ ຕໍ່ສູ້ປະຊາຊົນ ເອໂດມ ແລະ ສິ່ງທີ່ເຮົາຕັ້ງໃຈ ກະທາໍຕໍ່ຊາວ ເຕມານ. ແມ່ນແຕ່ ລູກຂອງ ພວກເຂົາ ກໍຈະຖືກລາກໄປ ແລະ ທຸກຄົນຈະ ຢ້ານກົວໃຫຍ່.
\s5
\v 21 ເມື່ອເອໂດມ ແຕກຈະມີສຽງດັງ ຈົນ ແຜ່ນດິນໂລກ ຫວັ່ນໄຫວ ແລະ ສຽງແຕກຕື່ນ ກໍຈະໄດ້ຍິນໄປຮອດອ່າວ ອາກາບາ.
\v 22 ສັດຕູຈະໂຈມຕີ ດັ່ງນົກອິນຊີ ຄື ບິນລົງມາ ເທິງ ໂບຊະຣາ ໂດຍພືປິກອອກກວມ. ໃນມື້ນັ້ນທະຫານ ເອໂດມ ຈະຕົກສະທ້ານຢ້ານກົວ ດັ່ງຜູ້ຍິງຄອດລູກ.”
\s5
\v 23 ຕໍ່ໄປນີ້ ແມ່ນສິ່ງທີ່ ອົງພຣະຜູ້ເປັນເຈົ້າ ໄດ້ກ່າວເຖິງນະຄອນ ດາມັສກັດ ວ່າ, “ປະຊາຊົນໃນເມືອງ ຮາມັດ ແລະ ອັກປັດ ຕ່າງ ກໍກະວົນກະວາຍ ແລະ ເດືອດຮ້ອນ ຍ້ອນພວກເຂົາ ໄດ້ຍິນຂ່າວບໍ່ດີ. ຄວາມວິຕົກ ກັງວົນ ທັບຖ້ວມພວກເຂົາ ດັ່ງນາໍ້ທະເລໄຫລຊັດຈົນພວກເຂົາ ຢູ່ບໍ່ເປັນສຸກ.
\v 24 ປະຊາຊົນ ດາມັສກັດ ອ່ອນກາໍລັງ ແລະ ປົບ ໜີໄປ ດ້ວຍຄວາມຢ້ານກົວຫລາຍ. ພວກເຂົາ ເຈັບປວດ ແລະ ທົນທຸກທໍລະມານ ດັ່ງຜູ້ຍິງ ຄອດລູກ.
\v 25 ນະຄອນໂດ່ງດັງ ທີ່ເຄີຍມີ ຄວາມສຸກ [ຄ] ໄດ້ຮົກຮ້າງ ຫວ່າງເປົ່າໄປໝົດ.
\s5
\v 26 ໃນມື້ນັ້ນ ຊາຍໜຸ່ມຈະຖືກຂ້າ ຕາມທ້ອງຖະໜົນ ຫົນທາງໃນເມືອງ ແລະ ທະຫານ ກໍຈະຖືກທາໍລາຍກ້ຽງ. ” ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດ ຍິ່ງໃຫຍ່ ໄດ້ກ່າວ ດັ່ງນີ້ແຫລະ
\v 27 “ເຮົາຈະຈູດໄຟ ເຜົາກາໍແພງທັງຫລາຍ ຂອງນະຄອນ ດາມັສກັດ ແລະ ກໍຈະເຜົາວັງ ທັງຫລາຍຂອງກະສັດ ເບັນຮາດາດ.”
\s5
\v 28 ຕໍ່ໄປນີ້ແມ່ນສິ່ງທີ່ ອົງພຣະຜູ້ເປັນເຈົ້າ ໄດ້ກ່າວເຖິງເຜົ່າ ເກດາ ແລະ ທ້ອງຖິ່ນຕ່າງໆ ຊຶ່ງຖືກຄວບຄຸມ ໂດຍເມືອງ ຮາໂຊ ຊຶ່ງກະສັດ ເນບູກາດເນັດຊາ ແຫ່ງ ບາບີໂລນ ຕີໄດ້ວ່າ, “ຈົ່ງໂຈມຕີ ປະຊາຊົນ ເກດາ ແລະ ທາໍລາຍ ເຜົ່າທາງທິດຕາເວັນອອກ
\v 29 ຈົ່ງຢຶດເອົາ ຜ້າເຕັນກັບຝູງສັດຂອງພວກເຂົາ ຄື ຜ້າກັ້ງ ຂອງເຕັນ ແລະ ທຸກສິ່ງທີ່ຢູ່ໃນເຕັນນັ້ນ. ຈົ່ງ ຢຶດ ຝູງອູດ ຂອງ ພວກເຂົາ ແລະ ບອກ ປະຊາຊົນ ວ່າ, ‘ຄວາມຢ້ານ ອັນໃຫຍ່ ໄດ້ມາ ອ້ອມຮອບ ພວກເຈົ້າແລ້ວ.
\s5
\v 30 ອົງພຣະຜູ້ເປັນເຈົ້າ ກ່າວວ່າ, “ປະຊາຊົນ ຮາໂຊ ເອີຍ ຈົ່ງແລ່ນ ປົບໜີໄປ ໄກແສນໄກ ແລະ ຫລົບລີ້ຢູ່ສາ. ກະສັດ ເນບູກາດເນັດຊາ ແຫ່ງ ບາບີໂລນ ໄດ້ວາງແຜນຮ້າຍ ຕໍ່ສູ້ພວກເຈົ້າ ແລະ ລາວເວົ້າວ່າ,
\v 31 ‘ຮີບມາ ພວກເຮົາຈະໂຈມຕີ ຄົນເຫລົ່ານັ້ນ ທີ່ຄິດວ່າ ຕົນປອດໄພ ແລະ ໝັ້ນຄົງ ເມືອງຂອງພວກເຂົາ ບໍ່ມີປະຕູ ຫລື ມີໄລ ທັງ ເປັນເມືອງ ທີ່ບໍ່ມີໜ່ວຍປ້ອງກັນຊໍ້າ.
\s5
\v 32 ອົງພຣະຜູ້ເປັນເຈົ້າ ກ່າວວ່າ, “ຈົ່ງຢຶດ ຝູງອູດ ແລະ ຝູງງົວຂອງພວກເຂົາໄປ ໃຫ້ໝົດ ເຮົາຈະກະຈັດກະຈາຍ ຄົນທີ່ຕັດຜົມສັ້ນ ໄປທຸກທິດ ທຸກທາງ ແລະ ເຮົາຈະນາໍໄພພິບັດ ມາສູ່ພວກເຂົາ ຮອບດ້ານ.
\v 33 ເມືອງ ຮາໂຊ ຈະເປັນຖິ່ນແຫ້ງແລ້ງ ກັນດານ ຕະຫລອດໄປ ຄື ເປັນບ່ອນທີ່ໝາປ່າ ອາໄສ ຢູ່ເທົ່ານັ້ນ. ຈະບໍ່ມີຜູ້ໃດ ຢູ່ທີ່ນັ້ນອີກ.”
\s5
\v 34 ຫລັງຈາກ ທີ່ເຈົ້າເຊເດກີຢາ ຂຶ້ນເປັນ ກະສັດ ແຫ່ງ ຢູດາຍ ແລ້ວ ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດ ຍິ່ງໃຫຍ່ ໄດ້ກ່າວແກ່ ຂ້າພະເຈົ້າ ກ່ຽວກັບ ດິນແດນ ເອລາມ.
\v 35 ພຣະອົງໄດ້ກ່າວ ວ່າ, “ເຮົາຈະຂ້ານັກຍິງທະນູ ທັງໝົດ ທີ່ໄດ້ເຮັດໃຫ້ ເອລາມ ມີອໍານາດ.
\v 36 ເຮົາຈະເຮັດໃຫ້ ລົມພັດມາຈາກ ທຸກທິດ ເພື່ອຕໍ່ສູ້ ເອລາມ ແລະ ເຮົາຈະເຮັດໃຫ້ປະຊາຊົນ ໃນດິນແດນນັ້ນ ກະຈັດກະຈາຍ ໄປທົ່ວທຸກບ່ອນ ຈົນມີຜູ້ລີ້ໄພຢູ່ໃນທຸກໆ ປະເທດ.
\s5
\v 37 ເຮົາຈະເຮັດໃຫ້ ປະຊາຊົນ ເອລາມ ຢ້ານກົວ ເຫລົ່າສັດຕູ ຄື ຜູ້ທີ່ຢາກຂ້າພວກເຂົາ. ເຮົາຈະທາໍລາຍ ປະຊາຊົນ ເອລາມ ດ້ວຍຄວາມໂກດຮ້າຍ ອັນໃຫຍ່ ຂອງເຮົາ ແລະ ຈະສົ່ງກອງທັບ ທັງຫລາຍມາ ຕໍ່ສູ້ຈົນ ກວ່າເຮົາໄດ້ກາໍຈັດພວກເຂົາ ໃຫ້ໝົດໄປ.
\v 38 ເຮົາຈະທໍາລາຍ ບັນດາກະສັດ ພ້ອມທັງ ພວກເຈົ້ານາຍ ຂອງພວກເຂົາ ແລະ ຈະຕັ້ງ ບັນລັງຂອງເຮົາ ຢູ່ໃນທີ່ນັ້ນ.
\v 39 ແຕ່ພາຍລຸນມາ ເຮົາຈະເຮັດໃຫ້ປະຊາຊົນ ເອລາມ ຈະເລີນຮຸ່ງເຮືອງຂຶ້ນໃໝ່. ” ອົງພຣະຜູ້ເປັນເຈົ້າ ໄດ້ກ່າວ ດັ່ງນີ້ແຫລະ.
\s5
\c 50
\p
\v 1 ຕໍ່ໄປນີ້ ແມ່ນຖ້ອຍຄໍາ ທີ່ອົງພຣະຜູ້ເປັນເຈົ້າ ໄດ້ບອກຂ້າພະເຈົ້າ ກ່ຽວກັບ ນະຄອນ ບາບີໂລນ ແລະ ຊາວນະຄອນ ວ່າ,
\v 2 “ຈົ່ງປະກາດຂ່າວ ໃຫ້ຊົນຊາດ ທັງຫລາຍ ຈົ່ງຖະແຫລງຂ່າວນັ້ນ ສາເຖີດ ຈົ່ງແຈ້ງຂ່າວນັ້ນ ແລະ ໃຫ້ບອກເປັນສັນຍານ ຢ່າໄດ້ຮັກສາຂ່າວໄວ້ ເປັນຄວາມລັບ ນະຄອນບາບີໂລນ ຫລົ້ມຈົມແລ້ວເດ ພະມັກດຸກ ຂອງນະຄອນ ບາບີໂລນ ແຕກກະຈັດກະຈາຍແລ້ວ ບັນດາ ຮູບເຄົາຣົບ ຕ່າງກໍໄດ້ຖືກອັບອາຍຮູບ ພະ ໜ້າກຽດຊັງ ຖືກທາໍລາຍ ຈົນໝຸ່ນ.
\s5
\v 3 ມີຊົນຊາດໜຶ່ງຈາກທາງ ທິດເໜືອ ໄດ້ມາ ໂຈມຕີ ບາບີໂລນ ແລະ ຈະເຮັດໃຫ້ເປັນຖິ່ນແຫ້ງແລ້ງກັນດານ. ມະນຸດ ແລະ ຝູງສັດ ຈະແລ່ນໜີໄປ ແລະ ຈະບໍ່ມີຜູ້ໃດ ອາໄສຢູ່ໃນທີ່ນັ້ນເລີຍ. ”
\v 4 ອົງພຣະຜູ້ເປັນເຈົ້າ ກ່າວວ່າ, “ເມື່ອເວລານັ້ນ ມາເຖິງ ທັງອິດສະຣາເອນ ແລະ ຢູດາ ຈະຮ້ອງໄຫ້ຊອກຫາ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຂົາ
\v 5 ພວກເຂົາຈະຖາມຫາ ຫົນທາງໄປຍັງພູເຂົາ ຊີໂອນ ແລະ ຈະເດີນໄປຕາມຫົນທາງນັ້ນ. ພວກເຂົາ ຈະເຮັດພັນທະສັນຍາ ອັນຕະຫລອດໄປ ກັບ ເຮົາ ແລະ ພວກເຂົາຈະບໍ່ຝ່າຝືນ ພັນທະສັນ ຍານັ້ນຈັກເທື່ອ.
\s5
\v 6 ປະຊາຊົນຂອງເຮົາ ເປັນດັ່ງຝູງແກະ ທີ່ຜູ້ ລ້ຽງໄດ້ປະປ່ອຍ ໃຫ້ເສຍໄປຕາມພູ. ພວກເຂົາເປັນດັ່ງແກະ ທີ່ເລາະໄປ ເລາະມາ ຈາກ ພູໜ່ວຍນີ້ ຫາພູໜ່ວຍອື່ນ ແລະ ພວກເຂົາກໍ ລືມວ່າ ບ້ານຂອງພວກເຂົານັ້ນ ຢູ່ໃສ.
\v 7 ພວກເຂົາຖືກທາໍລາຍ ຈາກທຸກໆຄົນທີ່ໄດ້ ພົບເຫັນພວກເຂົາ. ເຫລົ່າສັດຕູ ຂອງພວກເຂົາເວົ້າວ່າ, ‘ເພາະພວກເຂົາ ໄດ້ເຮັດບາບ ຕໍ່ ໍສູ້ອົງພຣະຜູ້ເປັນເຈົ້າ; ສະນັ້ນແຫລະ ສິ່ງທີ່ພວກເຮົາໄດ້ເຮັດຈຶ່ງບໍ່ຜິດ. ບັນພະບຸລຸດຂອງ ພວກເຂົາ ໄດ້ໄວ້ວາງໃຈ ໃນອົງພຣະຜູ້ເປັນ ເຈົ້າ ແລະ ພວກເຂົາເອງ ກໍຄວນສັດຊື່ຕໍ່ ພຣະອົງຄືກັນ.
\s5
\v 8 ປະຊາຊົນ ອິດສະຣາເອນ ເອີຍ ຈົ່ງແລ່ນ ໜີຈາກ ບາບີໂລນ ສາ ຈົ່ງໜີອອກມາຈາກ ປະເທດສາ ຈົ່ງໜີໄປ ເປັນຜູ້ທາໍອິດເຖີດ
\v 9 ເຮົາຈະປຸກປັ່ນ ໝວດໜຶ່ງໃນບັນດາ ຊົນຊາດ ທີ່ເຂັ້ມແຂງ ທາງທິດເໜືອ ໃຫ້ມາໂຈມຕີ ບາບີໂລນ. ພວກເຂົາຈະລຽນແຖວກັນ ເຮັດ ເສິກ ແລະ ຕີເອົາປະເທດນີ້. ພວກເຂົາເປັນ ນັກໂຫ່ເນື້ອ ທີ່ຊໍານິ ຊໍານານ ໂດຍຍິງລູກທະນູ ບໍ່ຜິດພາດເປົ້າໝາຍ ຈັກເທື່ອ.
\v 10 ບາບີໂລນ ຈະຖືກປຸ້ນ ແລະ ພວກທີ່ປຸ້ນນັ້ນ ຈະຢຶດເອົາທຸກໆ ສິ່ງທີ່ພວກເຂົາຕ້ອງການ. ” ອົງພຣະຜູ້ເປັນເຈົ້າ ໄດ້ກ່າວດັ່ງ ນີ້ແຫລະ.
\s5
\v 11 ອົງພຣະຜູ້ເປັນເຈົ້າ ກ່າວວ່າ, “ປະຊາຊົນ ແຫ່ງບາບີໂລນ ເອີຍ ພວກເຈົ້າ ໄດ້ປຸ້ນສະດົມຊົນຊາດຂອງເຮົາ. ພວກເຈົ້າມີ ຄວາມສຸກ ແລະ ມ່ວນຊື່ນເບີກບານ ດັ່ງງົວ ແມ່ ທີ່ກາໍລັງຢຽບເຂົ້າ ຫລື ດັ່ງມ້າ ທີ່ພວມຮ້ອງ
\v 12 ແຕ່ເມືອງອັນໃຫຍ່ໂຕ ຂອງພວກເຈົ້າ ນັ້ນ ຈະຖືກລົດກຽດ ແລະ ຖືກອັບອາຍຂາຍໜ້າ. ບາບີໂລນ ຈະເປັນຊົນຊາດໜຶ່ງ ທີ່ມີຄວາມສໍາຄັນໜ້ອຍ ທີ່ສຸດໃນບັນດາ ຊົນ ຊາດທັງໝົດ ຄື ຈະກາຍເປັນຖິ່ນແຫ້ງແລ້ງ ກັນດານ ທີ່ເຫືອດແຫ້ງ ແລະ ຂາດນາໍ້.
\v 13 ດ້ວຍຄວາມໂກດຮ້າຍຂອງເຮົາ ໃນນະຄອນ ບາບີໂລນ ຈະບໍ່ມີຜູ້ໃດອາໄສຢູ່; ມັນຈະຖືກ ປະປ່ອຍ ໃຫ້ເປັນທີ່ຮົກຮ້າງ ເພພັງ ແລະ ທຸກຄົນທີ່ໄດ້ຜ່ານໄປມາ ທີ່ນັ້ນ ຈະສະດຸ້ງຕົກໃຈ ແລະ ໜ້າງຶດງໍ້.
\s5
\v 14 ພວກນັກຍິງທະນູ ເອີຍ ຈົ່ງລຽນແຖວ ເຂົ້າເຮັດເສິກ ຕໍ່ສູ້ນະຄອນ ບາບີໂລນ ແລະ ອ້ອມໄວ້. ຈົ່ງຍິງລູກທະນູ ທັງໝົດຂອງພວກເຈົ້າ ສຸມໃສ່ນະຄອນ ບາບີໂລນ ຍ້ອນເມືອງນີ້ ໄດ້ເຮັດບາບ ຕໍ່ສູ້ອົງພຣະຜູ້ເປັນເຈົ້າ.
\v 15 ຈົ່ງເປັ່ງສຽງສູ້ຮົບອ້ອມເມືອງເຖີດ ບັດນີ້ນະຄອນ ບາບີໂລນ ໄດ້ຍອມຈາໍນົນແລ້ວ. ກາໍ ແພງເມືອງ ຖືກພັງລົງ. ອົງພຣະຜູ້ເປັນເຈົ້າ ກາໍລັງແກ້ແຄ້ນ ຊາວບາບີໂລນ. ສະນັ້ນ ຈົ່ງ ແກ້ແຄ້ນ ແລະ ເຮັດຕໍ່ພວກເຂົາ ດັ່ງທີ່ພວກເຂົາໄດ້ເຮັດກັບຄົນອື່ນນັ້ນສາ.
\s5
\v 16 ຢ່າໃຫ້ມີການເພາະປູກ ຫລື ການເກັບ ກ່ຽວ ໃນປະເທດນີ້. ຊາວຕ່າງດ້າວ ທຸກໆຄົນ ທີ່ກາໍລັງອາໄສຢູ່ໃນທີ່ນັ້ນ ຈະຢ້ານກອງທັບ ໂຈມຕີ ແລະ ຈະກັບຄືນເມືອບ້ານເກີດເມືອງນອນ ຂອງໃຜລາວ.”
\s5
\v 17 ອົງພຣະຜູ້ເປັນເຈົ້າ ກ່າວວ່າ, “ປະຊາຊົນ ອິດສະຣາເອນ ປຽບດັ່ງຝູງແກະ ທີ່ຖືກໂຕສິງໄລ່ ໃຫ້ກະຈັດກະຈາຍໄປ. ທາໍ ອິດພວກເຂົາຖືກຈັກກະພັດ ອັດຊີເຣຍ ໂຈມຕີ; ຕໍ່ມາ ກະສັດ ເນບູກາດເນັດຊາ ແຫ່ງ ບາບີໂລນ ໄດ້ຫັກກະດູກ ພວກເຂົາ.
\v 18 ດ້ວຍເຫດນີ້ ອົງພຣະຜູ້ເປັນເຈົ້າ ອົງຊົງຣິດ ອໍານາດ ຍິ່ງໃຫຍ່ ພຣະເຈົ້າຂອງຊາດ ອິດສະຣາເອນ ຈຶ່ງກ່າວວ່າ, “ເຮົາຈະລົງໂທດ ກະສັດ ເນບູກາດເນັດຊາ ແລະ ດິນແດນ ຂອງລາວ ດັ່ງທີ່ເຮົາໄດ້ລົງໂທດ ຈັກກະພັດ ແຫ່ງ ອັດຊີເຣຍ.
\s5
\v 19 ເຮົາຈະປົວແປງ ປະຊາຊົນ ອິດສະຣາເອນ ຂຶ້ນໃໝ່ ໃນດິນແດນ ຂອງ ພວກເຂົາ. ພວກເຂົາຈະມີອາຫານ ການກິນ ເກີດຂຶ້ນ ທີ່ເທິງພູ ກາເມນ ແລະ ໃນຂົງເຂດ ບາຊານ ແລະ ພວກເຂົາຈະກິນຜົນລະປູກ ທີ່ ເກີດຂຶ້ນ ໃນເຂດແດນ ຂອງ ເອຟຣາອິມ ກັບ ກີເລອາດ ຕາມຄວາມຕ້ອງການ.
\v 20 ເມື່ອ ເວລານັ້ນ ມາເຖິງ ຈະບໍ່ພົບການບາບໃນອິດ ສະຣາເອນ ແລະ ຄວາມຜິດໃນຢູດາ ເພາະ ເຮົາຈະຍົກໂທດໃຫ້ ປະຊາຊົນ ທີ່ເຮົາໄດ້ໄວ້ ຊີວິດ. ” ອົງພຣະຜູ້ເປັນເຈົ້າ ໄດ້ກ່າວດັ່ງນີ້ແຫລະ.
\s5
\v 21 ອົງພຣະຜູ້ເປັນເຈົ້າ ກ່າວວ່າ, “ຈົ່ງໂຈມຕີ ປະຊາຊົນໃນຂົງເຂດ ມາຣາທາອິມ ແລະ ເປໂກດ. ຈົ່ງຂ້າແລະທາໍລາຍ ພວກເຂົາ. [ງ] ຈົ່ງເຮັດທຸກສິ່ງທີ່ເຮົາໄດ້ສັ່ງພວກເຈົ້າ. ” ອົງພຣະຜູ້ເປັນເຈົ້າ ໄດ້ກ່າວດັ່ງນີ້ແຫລະ.
\v 22 “ສຽງສູ້ຮົບໄດ້ດັງຂຶ້ນ ໃນດິນແດນ ແລະ ການທາໍລາຍ ກໍໜັກໜ່ວງຫລາຍ.
\s5
\v 23 ບາບີໂລນ ໄດ້ໃຊ້ຄ້ອນຕີໂລກ ທັງໝົດແຕກ ເປັນປ່ຽງ ສັນໃດ; ບັດນີ້ ຄ້ອນຕີນັ້ນ ກໍໄດ້ແຕກເປັນປ່ ຽງ ສັນນັ້ນ ບັນດາຊົນຊາດ ທັງໝົດສະດຸ້ງຕົກໃຈ ຕໍ່ສິ່ງທີ່ໄດ້ເກີດຂຶ້ນ ໃນ ປະເທດນັ້ນ.
\v 24 ບາບີໂລນ ເອີຍ ເຈົ້າໄດ້ ຖືກແຮ້ວ ດັກຈັບ ຊຶ່ງເຮົາໄດ້ວາງ ໃສ່ເຈົ້າແລ້ວ ເຖິງແມ່ນ ເຈົ້າບໍ່ຮູ້ກໍຕາມ ເພາະເຈົ້າໄດ້ສູ້ຮົບ ອົງພຣະຜູ້ເປັນເຈົ້າ.
\s5
\v 25 ອົງພຣະຜູ້ເປັນເຈົ້າ ໄດ້ໄຂສາງອາວຸດ ຂອງພຣະອົງອອກ ແລະ ດ້ວຍຄວາມໂກດຮ້າຍ ພຣະອົງໄດ້ເອົາອາວຸດ ນັ້ນອອກມາ ເພາະພຣະເຈົ້າຢາເວ ອົງພຣະຜູ້ເປັນເຈົ້າ ອົງ ຊົງຣິດອໍານາດ ຍິ່ງໃຫຍ່ ມີພາລະກິດທີ່ຈະ ເຮັດໃນ ບາບີໂລນ.
\v 26 ຈົ່ງໂຈມຕີປະເທດ ນີ້ ຮອບດ້ານ ທັງເປີດສາງ ທີ່ໄດ້ສະສົມເຂົ້າໄວ້ ຈົ່ງກອງເຄື່ອງທີ່ປຸ້ນມານັ້ນ ດັ່ງທີ່ໄດ້ກອງ ເຂົ້າໄວ້ ຈົ່ງທາໍລາຍປະເທດຖິ້ມ ຢ່າປະປ່ອຍ ຫຍັງໄວ້ເລີຍ.
\s5
\v 27 ຈົ່ງຂ້າທະຫານ ທັງໝົດສາ ຈົ່ງສັງຫານ ພວກເຂົາ ໃຫ້ກ້ຽງ ເຄາະກາໍເປັນຂອງປະຊາຊົນ ແຫ່ງ ບາບີໂລນ ສາແລ້ວ ເວລາທີ່ພວກເຂົາໄດ້ຖືກລົງໂທດ ກໍມາເຖິງແລ້ວ. ” (
\v 28 ພວກອົບພະຍົບ ປົບໜີຈາກ ບາບີໂລນ ມາສູ່ນະຄອນ ເຢຣູຊາເລັມ ແລະ ພວກເຂົາ ບອກວ່າ, ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງ ພວກເຮົາ ແກ້ແຄ້ນຊາວບາບີໂລນໃນສິ່ງທີ່ພວກເຂົາໄດ້ເຮັດຕໍ່ພຣະວິຫານ ຂອງ ພຣະອົງ.)
\s5
\v 29 “ຈົ່ງບອກພວກນັກຍິງທະນູ ໃຫ້ໂຈມຕີ ນະຄອນ ບາບີໂລນ. ຈົ່ງສົ່ງທຸກຄົນ ທີ່ຮູ້ຈັກ ຍິງໜ້າທະນູ ອອກໄປ. ຈົ່ງອ້ອມເມືອງໄວ້ ແລະ ຢ່າໃຫ້ຜູ້ໃດ ປົບໜີໄປໄດ້. ຈົ່ງແກ້ແຄ້ນ ໃຫ້ສົມກັບສິ່ງທີ່ພວກເຂົາ ໄດ້ເຮັດລົງໄປ ຍ້ອນເມືອງນັ້ນ ໄດ້ອວດດີກັບອົງພຣະຜູ້ເປັນ ເຈົ້າ ອົງບໍຣິສຸດ ຂອງຊາດອິດສະຣາເອນ.
\v 30 ສະນັ້ນ ພວກຊາວໜຸ່ມ ໃນເມືອງນີ້ ຈຶ່ງຈະ ຖືກຂ້າຕາມ ທ້ອງຖະໜົນ ຫົນທາງ ພວກ ທະຫານທັງໝົດ ກໍຈະຖືກທາໍລາຍ ໃນມື້ນັ້ນ. ” ອົງພຣະຜູ້ເປັນເຈົ້າ ໄດ້ກ່າວ ດັ່ງນີ້ແຫລະ.
\s5
\v 31 ພຣະເຈົ້າຢາເວ ອົງພຣະຜູ້ເປັນເຈົ້າ ອົງ ຊົງຣິດອໍານາດ ຍິ່ງໃຫຍ່ ກ່າວວ່າ, “ບາບີໂລນ ເອີຍ ເຈົ້ານັ້ນຈອງຫອງຫລາຍ; ສະນັ້ນ ແຫລະ ເຮົາຈຶ່ງຕໍ່ສູ້ເຈົ້າ ເວລາທີ່ເຮົາຈະລົງ ໂທດເຈົ້າ ມາເຖິງແລ້ວ.
\v 32 ຊົນຊາດ ທີ່ ຈອງຫອງຂອງເຈົ້ານັ້ນ ຈະຕໍາສະດຸດ ແລະ ລົ້ມລົງ ທັງຈະບໍ່ມີຜູ້ໃດ ຊ່ວຍຍົກພວກເຈົ້າຂຶ້ນ. ເຮົາຈະຈູດໄຟ ເຜົາເມືອງ ຕ່າງໆ ຂອງ ພວກເຈົ້າ; ແລະ ທຸກໆສິ່ງທີ່ອ້ອມ ເມືອງນັ້ນ ຈະຖືກທາໍລາຍໝົດ.”
\s5
\v 33 ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດ ຍິ່ງໃຫຍ່ ກ່າວວ່າ, “ປະຊາຊົນ ອິດສະຣາເອນ ແລະ ຢູດາ ໄດ້ຖືກກົດຂີ່. ຄົນທັງໝົດ ທີ່ໄດ້ ຈັບພວກເຂົາ ໄປນັ້ນ ກາໍລັງເຝົ້າເບິ່ງພວກເຂົາ ຢ່າງໃກ້ຊິດ ແລະ ບໍ່ຍອມປ່ອຍໃຫ້ ພວກເຂົາໜີໄປ.
\v 34 ແຕ່ຜູ້ທີ່ຈະຊ່ວຍກູ້ເອົາ ພວກເຂົານັ້ນ ເຂັ້ມແຂງຫລາຍ ແລະ ນາມ ຂອງພຣະອົງ ຄື ອົງພຣະຜູ້ເປັນເຈົ້າ ອົງຊົງ ຣິດອໍານາດ ຍິ່ງໃຫຍ່. ພຣະອົງຈະຍົກ ຄະດີ ຂອງພວກເຂົາຂຶ້ນ ພິຈາລະນາ ທັງຈະນາໍ ສັນຕິສຸກ ມາສູ່ແຜ່ນດິນໂລກ; ແຕ່ປະຊາຊົນ ແຫ່ງ ບາບີໂລນ ຈະເດືອດຮ້ອນ.”
\s5
\v 35 ອົງພຣະຜູ້ເປັນເຈົ້າ ກ່າວວ່າ, “ບາບີໂລນ ຕາຍ ປະຊາຊົນ ຕາຍ ນັກປົກຄອງ ແລະ ນັກປາດ ດ້ວຍ.
\v 36 ໃຫ້ ຄວາມຕາຍ ມາສູ່ຜູ້ທໍານວາຍ ຂີ້ຕົວະ ພວກເຂົາຊ່າງ ພາກັນໂງ່ຈ້າ ແທ້ໆ ຈົ່ງໃຫ້ຄວາມຕາຍ ມາສູ່ທະຫານທຸກຄົນສາ ພວກເຂົາຊ່າງ ຢ້ານກົວຫລາຍ ແທ້ໆ
\v 37 ຈົ່ງທາໍລາຍ ຝູງມ້າ ແລະ ລົດຮົບປະເທດ ນີ້ສາ ຈົ່ງໃຫ້ຄວາມຕາຍ ມາສູ່ພວກທະຫານ ຮັບຈ້າງ. ພວກເຂົາ ຊ່າງອິດອ່ອນ ເມື່ອຍຫລາຍ ແທ້ໆນໍ ຈົ່ງທາໍ ລາຍຂຸມຊັບ ໂດຍໃຫ້ຖືກປຸ້ນເອົາຈົນກ້ຽງ.
\s5
\v 38 ໃຫ້ຄວາມແຫ້ງແລ້ງ ມາສູ່ດິນແດນນີ້ສາ ໃຫ້ແມ່ນາໍ້ ໃນປະເທດນີ້ ບົກແຫ້ງໝົດ. ບາບີໂລນ ມີຮູບເຄົາຣົບ ໜ້າຢ້ານ ຫລວງຫລາຍ ຊຶ່ງເຮັດໃຫ້ຄົນຫລົງໄຫລ ພາກັນ ເປັນບ້າຍ້ອນ.
\v 39 ດັ່ງນັ້ນແຫລະ ນະຄອນ ບາບີໂລນ ຈຶ່ງຈະຖືກ ຜີສາດ ແລະ ວິນຍານຊົ່ວຫລອກຫລອນ [ຈ] ແລະ ດ້ວຍ ຝູງນົກກະຈອກເທດ ທີ່ເປັນມົນທິນ. ຈະບໍ່ມີ ຜູ້ໃດ ອາໄສຢູ່ໃນທີ່ນັ້ນ ອີກຕໍ່ໄປ.
\v 40 ເຫດການນີ້ ຈະເກີດຂຶ້ນແກ່ນະຄອນ ບາບີໂລນ ດັ່ງທີ່ໄດ້ເກີດຂຶ້ນ ກັບເມືອງ ໂຊໂດມ ແລະ ໂກໂມຣາ ເມື່ອເຮົາໄດ້ທາໍ ລາຍ ສອງເມືອງນີ້ ແລະ ເມືອງທີ່ອ້ອມແອ້ມ ນັ້ນ. ຈະບໍ່ມີຜູ້ໃດອາໄສ ຢູ່ທີ່ນັ້ນ ອີກຕໍ່ໄປ. ” ອົງພຣະຜູ້ເປັນເຈົ້າ ໄດ້ກ່າວ ດັ່ງນີ້ແຫລະ.
\s5
\v 41 “ປະຊາຊົນ ກາໍລັງມາ ແຕ່ປະເທດ ທາງ ທິດເໜືອ ຄື ຊົນຊາດໜຶ່ງ ທີ່ຢູ່ຫ່າງໄກ ແລະຍິ່ງໃຫຍ່ດ້ວຍ; ກະສັດທັງຫລາຍ ຕ່າງກໍໄດ້ ຕຽມຕົວ ເພື່ອຈະເຮັດເສິກທັງນັ້ນ.
\v 42 ພວກເຂົາ ຢຶດໜ້າທະນູ ແລະ ດາບໄດ້ ຫລວງຫລາຍ ພວກເຂົາໂຫດຮ້າຍຫລາຍ ໄຮ້ຄວາມເມດຕາ ທັງນັ້ນ. ພວກເຂົາຮ້ອງສຽງດັງ ກ້ອງ ດັ່ງຄື້ນທະເລ ເມື່ອພວກເຂົາ ຂີ່ມ້າຂອງຕົນແລ່ນຫອບໄປນັ້ນ. ພວກເຂົາຕ່າງ ກໍຕຽມພ້ອມເຂົ້າສູ່ສະໜາມ ຕຽມເຮັດສົງຄາມ ຕໍ່ສູ້ ບາບີໂລນ ທັງນັ້ນ.
\v 43 ເມື່ອກະສັດ ບາບີໂລນ ໄດ້ຍິນຂ່າວ ທີ່ຄົນນາໍມາ ມືຂອງເພິ່ນກໍອ່ອນເພຍ ເປ້ຍຫລ່ອຍ ລົງໂລດ. ເພິ່ນ ຈຶ່ງຂົມຂື່ນ ແລະ ເປັນທຸກໃນຈິດໃຈ ເຈັບປວດ ຢ່າງໜັກ ດັ່ງຍິງກາໍລັງຈະຄອດລູກ.
\s5
\v 44 ສິງກາໍລັງອອກມາຈາກ ປ່າຕຶບ ຂອງ ແຄມແມ່ນາໍ້ ຈໍແດນ ສູ່ທົ່ງຫຍ້າຂຽວ ສັນໃດ; ເຮົາ ກໍກາໍລັງອອກມາ ເຮັດໃຫ້ຊາວບາບີໂລນ ແລ່ນໜີຈາກເມືອງ ຂອງພວກເຂົາ ຢ່າງ ກະທັນຫັນ ສັນນັ້ນ. ແລ້ວພວກເຈົ້ານາຍ ທີ່ເຮົາເລືອກໄວ້ ກໍຈະປົກຄອງປະເທດ. ຜູ້ໃດ ປຽບທຽບ ກັບເຮົາ ໄດ້ແດ່? ຜູ້ໃດທ້າທາຍ ກັບ ເຮົາໄດ້ແດ່? ມີຜູ້ປົກຄອງຄົນໃດ ຕ້ານທານ ເຮົາໄດ້?
\s5
\v 45 ສະນັ້ນ ຈົ່ງຟັງແຜນການ ທີ່ອົງພຣະຜູ້ເປັນເຈົ້າ ໄດ້ຕຽມໄວ້ ເພື່ອຕໍ່ສູ້ນະຄອນ ບາບີໂລນ ແລະ ສິ່ງທີ່ເຮົາຕັ້ງໃຈເຮັດ ຕໍ່ ປະຊາຊົນ ຂອງເມືອງນີ້. ແມ່ນແຕ່ ບັນດາລູກ ຂອງພວກເຂົາ ກໍຈະຖືກລາກໄປ ແລະ ທຸກຄົນຈະເກີດຢ້ານກົວໃຫຍ່.
\v 46 ເມື່ອນະຄອນ ບາບີໂລນ ຫລົ້ມຈົມນັ້ນ ຈະມີສຽງດັງຂຶ້ນ ຈົນແຜ່ນດິນໂລກ ທັງໝົດ ສັ່ນສະເທືອນ ແລະ ສຽງແຕກຕື່ນ ກໍຈະໄດ້ຍິນ ໄປຮອດ ຊົນຊາດທັງຫລາຍ.”
\s5
\c 51
\p
\v 1 ອົງພຣະຜູ້ເປັນເຈົ້າ ກ່າວວ່າ, “ເຮົາກາໍລັງ ສົ່ງລົມ ທີ່ທາໍລາຍ [ສ] ມາຕໍ່ສູ້ບາບີໂລນ ແລະ ປະຊາຊົນໃນປະເທດ.
\v 2 ເຮົາຈະສົ່ງຊາວ ຕ່າງດ້າວ ທັງຫລາຍມາທາໍລາຍ ບາບີໂລນ ດັ່ງລົມທີ່ພັດເຟືອງ ປິວໄປ. ເມື່ອມື້ທາໍລາຍ ມາເຖິງ ພວກເຂົາຈະໂຈມຕີ ຈາກທຸກດ້ານ ທັງຈະປະໃຫ້ດິນແດນນັ້ນ ຮ້າງເປົ່າ.
\s5
\v 3 ຢ່າປ່ອຍ ໃຫ້ພວກທະຫານໃນເມືອງ ມີເວລາ ຍິງລູກທະນູ ຫລື ສຸບເຄື່ອງເຫລັກ ຂອງ ພວກເຂົາ. ຢ່າໄວ້ຊີວິດ ພວກຊາຍໜຸ່ມເລີຍ ຈົ່ງທາໍລາຍ ໝົດກອງທັບສາ
\v 4 ພວກເຂົາ ຈະບາດເຈັບ ແລະ ຕາຍຕາມທ້ອງຖະໜົນ ໃນເມືອງ.
\s5
\v 5 ພຣະເຈົ້າ ອົງພຣະຜູ້ເປັນເຈົ້າ ອົງຊົງຣິດ ອໍານາດ ຍິ່ງໃຫຍ່ ບໍ່ໄດ້ປະຖິ້ມ ອິດສະຣາເອນ ແລະ ຢູດາ ເຖິງແມ່ນວ່າ ພວກເຂົາໄດ້ເຮັດ ບາບຕໍ່ສູ້ ອົງບໍຣິສຸດຂອງຊາດອິດສະຣາເອນ ກໍຕາມ.
\v 6 ຈົ່ງແລ່ນໜີຈາກ ບາບີໂລນ ສາ ຈົ່ງແລ່ນ ເອົາຊີວິດລອດເຖີດ ຢ່າໃຫ້ຖືກຂ້າ ຍ້ອນບາບຂອງບາບີໂລນ. ບັດນີ້ ອົງພຣະຜູ້ເປັນເຈົ້າ ພວມແກ້ແຄ້ນ ແລະ ລົງໂທດ ສິ່ງທີ່ ບາບີໂລນ ສົມຄວນໄດ້ຮັບ.
\s5
\v 7 ບາບີໂລນ ເປັນດັ່ງຈອກຄໍາ ໃນກໍາມື ຂອງອົງພຣະຜູ້ເປັນເຈົ້າ ໂດຍເຮັດໃຫ້ທັງໂລກ ຕ້ອງມືນເມົາ. ບັນດາຊົນຊາດ ໄດ້ດື່ມ ເຫລົ້າອະງຸ່ນ ຈາກຈອກນັ້ນ ແລ້ວກໍໝົດສະຕິ ໄປ.
\v 8 ບາບິໂລນ ແຕກຢ່າງກະທັນຫັນ ແລະ ເມືອງກໍຖືກທາໍລາຍດ້ວຍ ຈົ່ງໄວ້ທຸກໃຫ້ ສາ ຈົ່ງຊອກຫາຢາ ມາໃສ່ບາດ ແລະ ບາງທີ ອາດດີກໍເປັນໄດ້.
\s5
\v 9 ຊາວຕ່າງດ້າວ ທັງຫລາຍທີ່ອາໄສຢູ່ ໃນທີ່ນັ້ນ ໄດ້ເວົ້າວ່າ, ‘ພວກເຮົາພະຍາຍາມ ຊ່ວຍບາບີໂລນ ແຕ່ຊ້າເກີນໄປ ສາແລ້ວ. ບັດນີ້ປ່ອຍສາເທາະ ແລະ ກັບເມືອ ຍັງບ້ານເກີດ ເມືອງນອນສາ. ພຣະເຈົ້າລົງໂທດ ບາບີໂລນ ດ້ວຍຣິດທານຸພາບ ທັງໝົດຂອງພຣະອົງ ແລະ ທໍາລາຍປະເທດ ຢ່າງໝົດສິ້ນ.
\v 10 ອົງພຣະຜູ້ເປັນເຈົ້າ ກ່າວວ່າ, “ປະຊາຊົນ ຂອງເຮົາເອີຍ ຈົ່ງໂຮຮ້ອງ ຂຶ້ນວ່າ, ‘ອົງພຣະ ຜູ້ເປັນເຈົ້າ ໄດ້ສໍາແດງ ໃຫ້ເຫັນວ່າ ພວກເຮົາ ເປັນຝ່າຍຖືກຕ້ອງ. ຈົ່ງໄປບອກ ສິ່ງທີ່ອົງພຣະ ຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຮົາໄດ້ເຮັດສູ່ ຊາວນະຄອນ ເຢຣູຊາເລັມຟັງ.
\s5
\v 11 ອົງພຣະຜູ້ເປັນເຈົ້າ ໄດ້ກຸກກວນ ພວກ ກະສັດແຫ່ງ ເມເດຍ ເພາະພຣະອົງຕັ້ງໃຈຈະ ທໍາລາຍ ບາບີໂລນ. ດ້ວຍວິທີນີ້ແຫລະ ພຣະອົງຈະໄດ້ແກ້ແຄ້ນຄືນ ຍ້ອນພຣະວິຫານ ຖືກທາໍລາຍ. ບັນດານາຍທະຫານ ທີ່ບັນຊາການ ໂຈມຕີ ສັ່ງວ່າ, “ຝົນລູກສອນ ໃຫ້ແຫລມ ຈົ່ງຕຽມໂລ້ໄວ້ໃຫ້ພ້ອມ
\v 12 ຈົ່ງໃຫ້ ສັນຍານ ບຸກໂຈມຕີ ກາໍແພງຂອງນະຄອນ ບາບີໂລນ. ຈົ່ງຈັດການເວນຍາມ ໃຫ້ເຂັ້ມ ແຂງ ໃຫ້ວາງຄົນຍາມ ປະຈໍາທີ່ ຈົ່ງຕັ້ງຄົນດັກ ສະກັດໄວ້. ” ອົງພຣະຜູ້ເປັນເຈົ້າ ໄດ້ເຮັດຕາມ ສິ່ງທີ່ພຣະອົງ ໄດ້ກ່າວວ່າ ຈະຕ້ອງເຮັດກັບ ປະຊາຊົນ ຂອງ ບາບີໂລນ.
\s5
\v 13 ປະເທດນີ້ ມີແມ່ນາໍ້ ຫລາຍສາຍ ທັງມີ ຊັບສົມບັດຢ່າງຫລວງຫລາຍ, ແຕ່ເຖິງຄາວ ສຸດທ້າຍແລ້ວ ແລະ ຊີວິດຂອງມັນ ກໍຖືກຕັດ ສາແລ້ວ.
\v 14 ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດ ຍິ່ງໃຫຍ່ ໄດ້ສາບານ ໂດຍພຣະອົງເອງ ວ່າ ພຣະອົງຈະນາໍຫລາຍຄົນ ດັ່ງຝູງຕັກແຕນມາໂຈມຕີ ບາບີໂລນ ແລະ ພວກເຂົາຈະໂຮຮ້ອງ ຢ່າງມີໄຊ.
\s5
\v 15 ອົງພຣະຜູ້ເປັນເຈົ້າ ໄດ້ສ້າງແຜ່ນດິນໂລກ ດ້ວຍຣິດອໍານາດ ຂອງພຣະອົງ; ໂດຍ ສະຕິປັນຍາຂອງພຣະອົງ ພຣະອົງໄດ້ສ້າງ ໂລກນີ້ ແລະ ພືທ້ອງຟ້າ.
\v 16 ໂດຍພຣະ ຄໍາສັ່ງ ນາໍ້ທີ່ເທິງທ້ອງຟ້າ [ຊ] ດັງຄຶກຄະນອງ ພຣະອົງນາໍເມກ ມາຈາກສົ້ນສຸດແຜ່ນດິນໂລກ. ພຣະອົງໃຫ້ມີຟ້າແມບເຫລື້ອມ ທ່າມກາງສາຍຝົນ ແລະສົ່ງລົມໃຫ້ພັດມາແຕ່ ຄັງຂອງພຣະອົງນັ້ນ.
\s5
\v 17 ເມື່ອແນມເບິ່ງສິ່ງນີ້ ຄົນຄືວ່າ ໂງ່ ແລະ ບໍ່ເຂົ້າໃຈ ພວກທີ່ເຮັດຮູບເຄົາຣົບ ກໍເປັນຄົນ ງົມງາຍ ທັງນັ້ນ ເພາະບັນດາພະ ທີ່ພວກເຂົາ ເຮັດຂຶ້ນມາ ທັງໝົດ ກໍລ້ວນແຕ່ເປັນພະຈອມປອມ ແລະ ໄຮ້ຊີວິດ.
\v 18 ເປັນພະ ທີ່ໄຮ້ປະໂຫຍດ ແລະ ຕ້ອງຖືກຫຍໍ້ຫຍັນ ຈະຖືກ ທາໍລາຍໝົດ ເມື່ອເວລາລົງໂທດມາຮອດ.
\v 19 ພຣະເຈົ້າຂອງ ຢາໂຄບ ບໍ່ເປັນຄື ພະເຫລົ່ານີ້ເລີຍ ສ້າງທຸກສິ່ງທັງເລືອກສັນ ຊາດອິດສະຣາເອນ ໄວ້ເພື່ອໃຫ້ເປັນປະຊາຊົນ ທີ່ ພຣະອົງໄດ້ໝາຍເອົາ ພຣະນາມຂອງພຣະອົງ ຄື ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດ ຍິ່ງໃຫຍ່.
\s5
\v 20 ອົງພຣະຜູ້ເປັນເຈົ້າ ກ່າວວ່າ, “ບາບີ ໂລນ ເຈົ້າຄືຄ້ອນຕີຂອງເຮົາ ເປັນທັງອາວຸດ ທີ່ໃຊ້ໄວ້ ເຮັດເສິກຂອງເຮົາດ້ວຍ. ເຮົາໄດ້ໃຊ້ ເຈົ້າ ໃຫ້ຢຽບຢໍ່າ ຊົນຊາດທັງຫລາຍ ແລະ ທັງ ໃຫ້ທາໍລາຍ ອານາຈັກທັງຫລາຍຖິ້ມ.
\v 21 ເພື່ອຕີຝູງມ້າ ແລະ ຄົນຂີ່ໃຫ້ແຕກຊະຊາຍໄປ ເພື່ອຕີລົດຮົບ ພ້ອມຄົນຂັບໃຫ້ແຕກໜີໄປສິ້ນ
\s5
\v 22 ເພື່ອຂ້າຜູ້ຊາຍຖິ້ມ ແລະ ແມ່ຍິງ ກໍຄືກັນ ຄົນແກ່ຊະຣາ ແລະ ໜຸ່ມເດັກຊາຍ ເດັກ ຍິງດ້ວຍ
\v 23 ຂ້າພວກຄົນລ້ຽງແກະກັບຝູງແກະຂອງພວກເຂົາ ຂ້າພໍ່ນາ ແລະ ມ້າທີ່ແກ່ໄຖ ຂອງພວກເຂົາເຈົ້າ ຢຽບຢໍ່າບັນດານັກປົກ ຄອງ ໃຫ້ໝຸ່ນທະລາຍ ແລະ ພວກຂ້າຣາຊການ ຊັ້ນສູງດ້ວຍ.”
\s5
\v 24 ອົງພຣະຜູ້ເປັນເຈົ້າ ກ່າວວ່າ, “ພວກເຈົ້າຈະເຫັນເຮົາ ແກ້ແຄ້ນ ບາບີໂລນ ກັບປະຊາຊົນ ຂອງປະເທດນີ້ ສໍາລັບຄວາມຊົ່ວ ຊ້າທັງໝົດ ທີ່ພວກເຂົາໄດ້ເຮັດ ຕໍ່ນະຄອນ ເຢຣູຊາເລັມ.”
\s5
\v 25 ອົງພຣະຜູ້ເປັນເຈົ້າ ກ່າວວ່າ, “ບາບີໂລນ ເອີຍ ເຈົ້າເປັນດັ່ງພູໜ່ວຍໜຶ່ງ ທີ່ ທາໍລາຍ ທົ່ວທັງໂລກ, ເຮົາເປັນສັດຕູ ຂອງ ເຈົ້າ ເຮົາຈະຢຶດເຈົ້າໄວ້, ກວາດເຈົ້າລົງກ້ຽງ ໃຫ້ພຽງດິນ ແລະ ປະເຈົ້າໃຫ້ເປັນຂີ້ເຖົ່າ.
\v 26 ບໍ່ມີຫິນກ້ອນໃດໆ ຈາກບ່ອນຮົກຮ້າງ ເພພັງຂອງເຈົ້າ ຈະຖືກນາໍມາໃຊ້ໃນການກໍ່ ສ້າງໄດ້ອີກ. ເຈົ້າຈະເປັນດັ່ງຖິ່ນແຫ້ງແລ້ງ ກັນດານ ຕະຫລອດໄປ. ” ອົງພຣະຜູ້ເປັນເຈົ້າ ໄດ້ກ່າວ ດັ່ງນີ້ແຫລະ.
\s5
\v 27 “ຈົ່ງໃຫ້ສັນຍານໂຈມຕີ ຈົ່ງເປົ່າແກຂຶ້ນ ເພື່ອຊົນຊາດ ຕ່າງໆ ຈະໄດ້ຍິນ ຈົ່ງໃຫ້ຊົນຊາດ ທັງຫລາຍ ຕຽມເຮັດເສິກຕໍ່ສູ້ ບາບີໂລນ ຈົ່ງບອກໃຫ້ອານາຈັກ ອາຣາຣັດ, ມິນນີ ແລະ ອັດສະເກນາດ ຕຽມໂຈມຕີ. ຈົ່ງແຕ່ງຕັ້ງນາຍ ທະຫານ ຜູ້ໜຶ່ງໃຫ້ນາໍພາ ການໂຈມຕີ. ຈົ່ງນາໍ ຝູງມ້າ ມາໃຫ້ຫລາຍ ດ່ັ່ງຝູງຕັກແຕນ.
\v 28 ຈົ່ງໃຫ້ຊົນຊາດ ທັງຫລາຍ ຕຽມເຮັດເສິກຕໍ່ສູ້ ບາບີໂລນ. ຈົ່ງນາໍບັນດາກະສັດແຫ່ງ ເມເດຍ ບັນດາພວກເຈົ້ານາຍ ແລະ ພວກຂ້າຣາຊການ ຕະຫລອດທັງກອງທັບທັງໝົດ ທີ່ ລາວໄດ້ຄວບຄຸມ ນັ້ນມາ.
\s5
\v 29 ແຜ່ນດິນໂລກ ສັ່ນສະເທືອນ ເພາະອົງ ພຣະຜູ້ເປັນເຈົ້າ ກາໍລັງດໍາເນີນ ແຜນການຂອງພຣະອົງ ເພື່ອເຮັດໃຫ້ບາບີໂລນ ເປັນຖິ່ນ ແຫ້ງແລ້ງ ກັນດານ ຄື ບ່ອນທີ່ບໍ່ມີຜູ້ໃດ ອາໄສຢູ່.
\s5
\v 30 ພວກທະຫານ ບາບີໂລນ ຕ່າງກໍຢຸດ ສູ້ຮົບ ແລະ ພັກຢູ່ໃນປ້ອມ ປ້ອງກັນຂອງພວກເຂົາ. ພວກເຂົາສູນເສຍ ຄວາມກ້າຫານ ແລະ ກາຍເປັນດັ່ງຜູ້ຍິງໄປ ສາແລ້ວ. ປະຕູເມືອງ ຖືກທາໍລາຍ ໃຫ້ພັງທະລາຍລົງ ແລະ ເຮືອນ ກໍຖືກເຜົາຜານ.
\v 31 ບັນດາຜູ້ສົ່ງຂ່າວ ປ່ຽນຜຽນກັນແລ່ນໄປບອກກະສັດ ແຫ່ງ ບາບີໂລນ ວ່າເມືອງຂອງເພິ່ນໄດ້ຖືກທາໍລາຍ ໃຫ້ພັງທະລາຍລົງຮອບດ້ານ.
\v 32 ສັດຕູ ໄດ້ຢຶດທາງຂ້າມ ແມ່ນາໍ້ ແລະ ໄດ້ຈູດປ້ອມ ປ້ອງກັນ ທັງຫລາຍ. ພວກທະຫານ ຊາວບາບີໂລນ ຕ່າງກໍເກີດຕື່ນຕົກໃຈ.”
\s5
\v 33 ອົງພຣະຜູ້ເປັນເຈົ້າ ພຣະເຈົ້າອົງຊົງຣິດອໍານາດ ຍິ່ງໃຫຍ່ ຂອງຊາດອິດສະຣາເອນ ໄດ້ກ່າວວ່າ, “ໃນບໍ່ຊ້າ ສັດຕູ ກໍຈະຟັນ ແລະ ຢຽບຢໍ່າພວກເຂົາລົງ ດັ່ງຢຽບ ເມັດເຂົ້າ ຢູ່ທີ່ລານຟາດເຂົ້າ.”
\s5
\v 34 “ກະສັດແຫ່ງບາບີໂລນ ກືນກິນນະຄອນ ເຢຣູຊາເລັມ ໄດ້ເຮັດໃຫ້ນະຄອນ ຮ້າງເປົ່າ ດັ່ງໄຫບໍ່ມີຫຍັງຈັກດີ້; ດັ່ງຜີປີສາດ ໂຕໜຶ່ງກືນກິນນະຄອນ ເຢຣູຊາເລັມ ເພິ່ນຢຶດ ສິ່ງທີ່ຕ້ອງການ ແລະ ໂຍນຂອງເຫລືອຖິ້ມ.
\v 35 ໃຫ້ບາບີໂລນ ຮັບຜິດຊອບ ທີ່ຮຸນແຮງ ຕໍ່ພວກເຮົາ ຈົ່ງໃຫ້ປະຊາຊົນແຫ່ງພູເຂົາ ຊີໂອນ ເວົ້າຈາ ດັ່ງນັ້ນ. ” ຈົ່ງໃຫ້ປະຊາຊົນ ນະຄອນ ເຢຣູຊາເລັມ ເວົ້າວ່າ, “ທີ່ພວກເຮົາ ທົນທຸກນັ້ນ ໃຫ້ບາບີໂລນ ຮັບເອົາ.”
\s5
\v 36 ດັ່ງນັ້ນແຫລະ ອົງພຣະຜູ້ເປັນເຈົ້າ ຈຶ່ງ ໄດ້ກ່າວ ຕໍ່ປະຊາຊົນເຢຣູຊາເລັມ ວ່າ, “ເຮົາ ຈະພິຈາລະນາ ຄະດີຂອງເຈົ້າ ແລະ ຈະເຮັດ ໃຫ້ເຫລົ່າສັດຕູຂອງເຈົ້າ ຊົດໃຊ້ສິ່ງທີ່ພວກເຂົາ ໄດ້ເຮັດຕໍ່ເຈົ້າ. ເຮົາຈະເຮັດໃຫ້ ບໍ່ນາໍ້ ຂອງບາບີໂລນ ບົກລົງ ແລະ ຈະເຮັດໃຫ້ແມ່ນາໍ້ທັງຫລາຍແຫ້ງ.
\v 37 ປະເທດນັ້ນ ຈະກາຍເປັນກອງສິ່ງຮົກຮ້າງ ເພພັງ ຄື ບ່ອນທີ່ສັດປ່າ ທັງຫລາຍອາໄສຢູ່. ມັນຈະເປັນເປົ້າ ສາຍຕາ ອັນໜ້າຢ້ານກົວຫລາຍ; ຈະບໍ່ມີຜູ້ໃດ ອາໄສຢູ່ທີ່ນັ້ນ ແລະ ທຸກຄົນທີ່ເຫັນ ກໍຈະ ຢ້ານກົວໃຫຍ່.
\s5
\v 38 ຊາວບາບີໂລນ ລ້ວນແຕ່ເປັນດັ່ງໂຕສິງ ທີ່ຮ້ອງຄໍາຣາມ ແລະ ຄວນຄາງ ດັ່ງສິງໜຸ່ມ.
\v 39 ພວກເຂົານັ້ນ ໂລບມາກໂລພາ ບໍ? ເຮົາຈະຕຽມງານກິນລ້ຽງ ສໍາລັບພວກເຂົາ ແລະ ໃຫ້ພວກເຂົາດື່ມ ແລະ ສຸກໃຈ. ພວກເຂົາຈະເຂົ້າໄປນອນ ແລະ ຈະບໍ່ຕື່ນຂຶ້ນຈັກເທື່ອ.
\v 40 ເຮົາຈະນາໍພວກເຂົາໄປຂ້າ ດັ່ງປາດຄໍແກະໜຸ່ມ, ແບ້ ແລະ ແກະເຖິກ. ” ອົງພຣະຜູ້ເປັນເຈົ້າ ໄດ້ກ່າວດັ່ງນີ້ແຫລະ.
\s5
\v 41 ອົງພຣະຜູ້ເປັນເຈົ້າ ກ່າວກ່ຽວກັບ ນະຄອນ ບາບີໂລນ ວ່າ, “ເມືອງທີ່ທົ່ວທັງໂລກ ເຄີຍຊົມເຊີຍນັ້ນ ຖືກຢຶດສາແລ້ວ ນະຄອນ ບາບີໂລນ ກາຍເປັນເປົ້າສາຍຕາ ອັນໜ້າຢ້ານກົວ ຕໍ່ບັນດາຊົນຊາດ ສາແລ້ວ
\v 42 ທະເລ ໄຫລຖ້ວມນະຄອນ ບາບີໂລນ ແລະ ຄື້ນທະເລ ກໍຄຶກຄະນອງ ຖ້ວມເມືອງ.
\s5
\v 43 ເມືອງທັງຫລາຍ ໄດ້ກາຍເປັນເປົ້າ ສາຍຕາ ອັນໜ້າຢ້ານກົວ ແລະ ເປັນດັ່ງຖິ່ນ ແຫ້ງແລ້ງ ກັນດານ ທີ່ຂາດນາໍ້ ຄື ບ່ອນທີ່ບໍ່ມີ ຜູ້ໃດ ອາໄສຢູ່ ຫລື ທ່ອງທ່ຽວໄປມາ.
\v 44 ເຮົາຈະລົງໂທດ ເບນ ຄືພະແຫ່ງບາບີໂລນ ແລະ ເຮັດໃຫ້ມັນຍອມຄືນສົມບັດ ຕ່າງໆ ທີ່ໄດ້ລັກໄປນັ້ນ; ຊົນຊາດທັງຫລາຍ ຈະບໍ່ນະມັດສະການ ມັນອີກຕໍ່ໄປ. ກາໍແພງຂອງນະຄອນບາບີໂລນ ໄດ້ພັງທະລາຍລົງ ສາແລ້ວ.
\s5
\v 45 ປະຊາຊົນອິດສະຣາເອນ ເອີຍ ຈົ່ງແລ່ນໜີໄປຈາກທີ່ນັ້ນສາ ຈົ່ງແລ່ນໜີເອົາຊີວິດ ລອດຈາກຄວາມຮ້າຍກາດອັນໂຫດຫ້ຽມຂອງອົງພຣະຜູ້ເປັນເຈົ້າ.
\v 46 ຢ່າສູ່ເສຍຄວາມກ້າຫານ ແລະຢ່າສູ່ຢ້ານຍ້ອນເລື່ອງເລົ່າລື ທີ່ແຜ່ໄປນັ້ນ ຄື ເລື່ອງເລົ່າລື ຂອງຄວາມຮຸນແຮງທີ່ເກີດຂຶ້ນ ແຕ່ລະປີໃນດິນແດນ ແລະ ເລື່ອງຂອງກະສັດຜູ້ໜຶ່ງ ທີ່ພວມສູ້ຮົບກັບກະສັດຜູ້ອື່ນອີກ.
\s5
\v 47 ສະນັ້ນແຫລະ ເມື່ອເວລານັ້ນມາຮອດ ເຮົາຈະຈັດການກັບຮູບເຄົາຣົບ ຕ່າງໆຂອງບາບີໂລນ. ທົ່ວປະເທດຈະໄດ້ຖືກອັບອາຍຂາຍໜ້າ ແລະປະຊາຊົນທັງໝົດ ຢູ່ໃນປະເທດຈະຖືກຂ້າ.
\v 48 ທຸກສິ່ງທີ່ເທິງແຜ່ນດິນໂລກແລະໃນທ້ອງຟ້າ ຈະໂຮຮ້ອງຢ່າງຊົມຊື່ນຍິນດີ ເມື່ອບາບີໂລນຖືກຕີແຕກໂດຍປະຊາຊົນ ທີ່ມາຈາກທາງທິດເໜືອ ເພື່ອ ທາໍລາຍປະເທດ.
\v 49 ບາບີໂລນ ໄດ້ເປັນເຫດໃຫ້ຄົນທົ່ວໂລກພົບກັບຄວາມຕາຍ; ບັດນີ້ ບາບີໂລນຈະຫລົ້ມຈົມ ເພາະໄດ້ເປັນຕົ້ນ ເຫດໃຫ້ຊາວອິດສະຣາເອນ ຫລາຍຄົນພົບ ກັບຄວາມຕາຍ. ” ອົງພຣະຜູ້ເປັນເຈົ້າ ໄດ້ກ່າວດັ່ງນີ້ແຫລະ.
\s5
\v 50 ອົງພຣະຜູ້ເປັນເຈົ້າ ກ່າວແກ່ ປະຊາຊົນ ຂອງພຣະອົງ ທີ່ບາບີໂລນວ່າ, “ພວກເຈົ້າ ລອດຈາກຕາຍແລ້ວ ຢ່າລໍຖ້າເລີຍ ແມ່ນວ່າ ພວກເຈົ້າ ໄກຈາກບ້ານເກີດເມືອງນອນ ກໍຕາມ ຈົ່ງຄິດເຖິງອົງພຣະຜູ້ເປັນເຈົ້າ ຂອງ ພວກເຈົ້າ ແລະ ຈົ່ງລະນຶກເຖິງນະຄອນ ເຢຣູຊາເລັມ.
\v 51 ພວກເຈົ້າ ເວົ້າວ່າ, ‘ພວກເຮົາໄດ້ຖືກຫຍໍ້ຫຍັນ ທັງໄດ້ຖືກອັບອາຍ ຂາຍໜ້າ ພວກເຮົາຮູ້ສຶກໝົດຫວັງ ຢ່າງສິ້ນເຊີງ ເພາະພວກຕ່າງດ້າວ ໄດ້ຢຶດສະຖານທີ່ບໍຣິສຸດ ໃນພຣະວິຫານ.
\s5
\v 52 ສະນັ້ນແຫລະ ເຮົາຈຶ່ງກ່າວວ່າ ເມື່ອເວລານັ້ນ ມາເຖິງ ເຮົາຈະຈັດການ ກັບບັນ ດາຮູບເຄົາຣົບ ໃນນະຄອນ ບາບີໂລນ ແລະ ຄົນທີ່ໄດ້ຮັບບາດເຈັບ ກໍຈະໂອ່ຍຄາງ ຢູ່ທົ່ວທັງປະເທດ.
\v 53 ເຖິງແມ່ນວ່າ ນະຄອນບາບີໂລນ ປີນຂຶ້ນໄປສູ່ທ້ອງຟ້າໄດ້ ແລະ ສ້າງ ປ້ອມປ້ອງກັນ ຢູ່ທີ່ນັ້ນໄດ້ ເຮົາກໍຍັງຈະສົ່ງຄົນ ໄປທໍາລາຍ. ” ອົງພຣະຜູ້ເປັນເຈົ້າ ໄດ້ກ່າວດັ່ງນີ້ແຫລະ.
\s5
\v 54 ອົງພຣະຜູ້ເປັນເຈົ້າ ກ່າວວ່າ, “ຈົ່ງຟັງ ສຽງຮ້ອງໄຫ້ ໃນນະຄອນບາບີໂລນ ເປັນສຽງ ໄວ້ທຸກ ເພາະດິນແດນ ພັງພິນາດ.
\v 55 ເຮົາ ກາໍລັງຈະທາໍລາຍ ນະຄອນບາບີໂລນ ແລະ ເຮັດໃຫ້ດິນແດນ ມິດງຽບໄປຕະຫລອດ. ກອງທັບລຸລັ່ງ ຖັ່ງເທ ດັ່ງຄື້ນທະເລ ໄຫລເຂົ້າ ມາບຸກໂຈມຕີເມືອງ ສຽງດັງກ້ອງສະໜັ່ນ.
\v 56 ພວກເຂົາພາກັນມາ ເພື່ອທາໍລາຍ ນະຄອນບາບີໂລນ ທະຫານຖືກຈັບກຸມໝົດ ໜ້າທະນູ ກໍຖືກຫັກຖິ້ມ. ອົງພຣະຜູ້ເປັນເຈົ້າ ເປັນພຣະເຈົ້າ ຜູ້ທີ່ລົງໂທດຄວາມຊົ່ວຂອງ ພວກເຂົາ ຈະເຮັດຕໍ່ນະຄອນບາບີໂລນ ຕາມມັນສົມຄວນໄດ້ຮັບ.
\s5
\v 57 ເຮົາຈະເຮັດໃຫ້ພວກຜູ້ປົກຄອງ ມືນເມົາ ຄື ນັກປາດ, ພວກເຈົ້ານາຍ ແລະ ທະຫານດ້ວຍ. ພວກເຂົາຈະໄປນອນ ແລະ ຈະບໍ່ຕື່ນຂຶ້ນ ຈັກເທື່ອ. ” ກະສັດຜູ້ມີນາມວ່າ ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດ ຍິ່ງໃຫຍ່ ໄດ້ກ່າວດັ່ງນີ້ແຫລະ.
\v 58 ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດ ຍິ່ງໃຫຍ່ ກ່າວວ່າ, “ກາໍແພງເມືອງ ທີ່ນະຄອນບາບີໂລນ ສ້າງໃຫ້ເຂັ້ມແຂງ ຈະຖືກຮື້ໃຫ້ພັງທະລາຍ ກາຍເປັນຂີ້ດິນໄປສິ້ນ. ການງານ ທີ່ທຸກຊົນຊາດ ໄດ້ເຮັດບໍ່ມີຫຍັງໝົດ ຄວາມພະຍາຍາມ ຂອງພວກເຂົາ ກໍຖືກໄຟເຜົາໄໝ້.”
\s5
\v 59 ຜູ້ຮັບໃຊ້ສ່ວນຕົວ ຂອງກະສັດ ເຊເດກີຢາ ແມ່ນ ເສຣາອີຢາ ລູກຊາຍ ຂອງ ເນຣິຢາ ແລະ ຫລານຊາຍ ຂອງ ມາຮະເຊຢາ. ໃນຣາຊການປີທີສີ່ ຂອງກະສັດ ເຊເດກີຢາ ແຫ່ງຢູດາຍ ເສຣາອີຢາ ໄດ້ໄປທີ່ບາບີໂລນກັບເພິ່ນ ແລະ ຂ້າພະເຈົ້າກໍໄດ້ໃຫ້ຄໍາແນະນາໍ ລາວບາງຢ່າງ.
\v 60 ຂ້າພະເຈົ້າໄດ້ຂຽນເລື່ອງລາວ ຂອງຄວາມພິນາດທັງໝົດ ທີ່ຈະເກີດຂຶ້ນກັບບາບີໂລນ ແລະເລື່ອງລາວ ອື່ນໆທັງໝົດ ຊຶ່ງມີກ່າວກ່ຽວກັບ ບາບີໂລນໄວ້ໃນປຶ້ມ.
\s5
\v 61 ຂ້າພະເຈົ້າໄດ້ບອກ ເສຣາອີຢາ ວ່າ, “ເມື່ອເຈົ້າໄປເຖິງນະຄອນບາບີໂລນແລ້ວ ຈົ່ງແນ່ໃຈວ່າ ເຈົ້າໄດ້ອ່ານສິ່ງທີ່ຖືກຂຽນໄວ້ ໃນ ປຶ້ມນີ້ສູ່ປະຊາຊົນຟັງ ດ້ວຍສຽງດັງ.
\v 62 ແລ້ວຈົ່ງພາວັນນາອະທິຖານ ວ່າ, ‘ໂອຂ້າແດ່ ອົງພຣະຜູ້ເປັນເຈົ້າ ແມ່ນພຣະອົງທີ່ໄດ້ກ່າວວ່າ ຈະທາໍລາຍບ່ອນນີ້ ເພື່ອວ່າໃນທີ່ນັ້ນ ຈະບໍ່ມີສິ່ງທີ່ມີຊີວິດ ບໍ່ວ່າຄົນ ຫລື ສັດ ແລະມັນຈະເປັນຖິ່ນແຫ້ງແລ້ງກັນດານ ຕະຫລອດໄປ.
\s5
\v 63 ເສຣາອີຢາ ເອີຍ ເມື່ອເຈົ້າອ່ານພຣະທາໍນີ້ສູ່ປະຊາຊົນ ຟັງຈົບແລ້ວ ເຈົ້າຈົ່ງມັດມັນ ໃສ່ກັບຫິນກ້ອນໜຶ່ງ ແລະຖິ້ມມັນລົງ ໃນແມ່ນາໍ້ ເອີຟຣັດ
\v 64 ແລະກ່າວວ່າ, ‘ບາບີໂລນຈະເປັນດັ່ງນີ້ແຫລະ ຄື ມັນຈະຈົມລົງ ແລະຈະບໍ່ຟູຂຶ້ນມາອີກຈັກເທື່ອ ຍ້ອນຄວາມພິນາດທີ່ ອົງພຣະຜູ້ເປັນເຈົ້າ ກາໍລັງຈະນາໍມາເທິງປະເທດນີ້. ” [ຍ] ຄໍາເວົ້າຂອງເຢເຣມີຢາ ຈົບ ລົງພຽງເທົ່ານີ້.
\s5
\c 52
\p
\v 1 ເຈົ້າເຊເດກີຢາ ໄດ້ຂຶ້ນເປັນກະສັດແຫ່ງ ຢູດາຍ ເມື່ອເພິ່ນອາຍຸ ໄດ້ຊາວເອັດປີ ແລະ ໄດ້ປົກຄອງ ຢູ່ໃນນະຄອນ ເຢຣູຊາເລັມ ເປັນ ເວລາສິບເອັດປີ. ແມ່ຂອງເພິ່ນຊື່ວ່າ ຮາມູຕານ. ນາງເປັນລູກສາວ ຂອງ ເຢເຣມີຢາ ຊາວເມືອງ ຣິບລາ.
\v 2 ກະສັດ ເຊເດກີຢາ ໄດ້ເຮັດບາບ ຕໍ່ສູ້ອົງພຣະຜູ້ເປັນເຈົ້າ ດັ່ງທີ່ ກະສັດ ເຢໂຮຍອາກິມ ໄດ້ເຮັດ.
\v 3 ອົງພຣະຜູ້ເປັນເຈົ້າໂກດຮ້າຍ ຕໍ່ຊາວເຢຣູຊາເລັມ ແລະ ຢູດາ ຈົນພຣະອົງໄດ້ເນລະເທດ ພວກເຂົາໜີໄປໃຫ້ພົ້ນຈາກສາຍຕາ ຂອງ ພຣະອົງ. ເຈົ້າເຊເດກີຢາ ໄດ້ກະບົດຕໍ່ກະສັດ ເນບູກາດເນັດຊາ ແຫ່ງ ບາບີໂລນ
\s5
\v 4 ດັ່ງນັ້ນແຫລະ ເຈົ້າເນບູກາດເນັດຊາ ຈຶ່ງໄດ້ຍົກທັບຂອງຕົນມາໂຈມຕີ ນະຄອນເຢຣູຊາເລັມ ໃນເດືອນທີສິບແຫ່ງຣາຊການ ປີ ທີເກົ້າ ຂອງເຈົ້າເຊເດກີຢາ. ເພິ່ນໄດ້ຕັ້ງຄ້າຍພັກຢູ່ນອກເມືອງ ພ້ອມທັງໄດ້ສ້າງຂຸມ ກາໍບັງ ອ້ອມເມືອງ
\v 5 ແລະ ປິດລ້ອມເມືອງໄວ້ ຈົນ ເຖິງຣາຊການ ປີທີສິບເອັດ ຂອງເຈົ້າເຊເດກີຢາ.
\s5
\v 6 ໃນມື້ີທີເກົ້າຂອງເດືອນ ທີສີ່ ໃນປີດຽວກັນນັ້ນ ເມື່ອເກີດການອຶດອາຫານ ຢ່າງໜັກ ຈົນບໍ່ມີຫຍັງເຫລືອ ໃຫ້ປະຊາຊົນກິນເລີຍ
\v 7 ກໍາແພງເມືອງ ຈຶ່ງໄດ້ຖືກພັງ ທະລາຍ. ເຖິງແມ່ນວ່າ ຊາວບາບີໂລນ ໄດ້ປິດ ລ້ອມເມືອງໄວ້ ກໍຕາມ; ແຕ່ທະຫານ ທັງໝົດ ກໍຍັງໜີໄປ ໃນຕອນກາງຄືນ. ພວກເຂົາໄດ້ ປົບໜີທາງສວນ ຂອງກະສັດ ໂດຍຜ່ານທາງ ປະຕູ ລະຫວ່າງ ກາໍແພງເມືອງທັງສອງ ແລະ ມຸ່ງໜ້າໄປສູ່ຮ່ອມພູ ຂອງແມ່ນາໍ້ ຈໍແດນ.
\v 8 ແຕ່ກອງທັບ ບາບີໂລນ ໄດ້ໄລ່ຕາມໄປທັນກະສັດເຊເດກີຢາ ແລະ ຈັບເພິ່ນໄດ້ຢູ່ທີ່ທົ່ງ ພຽງໃກ້ເມືອງ ເຢຣິໂກ ແລະ ທະຫານກໍແຕກ ໜີປະເພິ່ນໄປໝົດ.
\s5
\v 9 ເຈົ້າເຊເດກີຢາ ໄດ້ຖືກຈັບໄປຫາ ກະສັດເນບູກາດເນັດຊາ ທີ່ເມືອງ ຣິບລາ ໃນເຂດແດນ ຮາມັດ; ໃນທີ່ນັ້ນ ເຈົ້າເນບູກາດເນັດຊາ ໄດ້ພິພາກສາ ລົງໂທດເພິ່ນ.
\v 10 ກະສັດແຫ່ງບາບີໂລນ ໄດ້ຕັດສິນໃຫ້ປະຫານ ພວກລູກຊາຍ ຂອງເຈົ້າ ເຊເດກີຢາ ທີ່ເມືອງ ຣິບລາ ຕໍ່ໜ້າຕໍ່ຕາ ຂອງ ເຈົ້າເຊເດກີຢາ ທັງໄດ້ໃຫ້ປະຫານ ພວກຂ້າຣາຊການ ຂອງຢູດາ ດ້ວຍ.
\v 11 ຫລັງຈາກ ນັ້ນ ເພິ່ນໄດ້ຄວັດ ແກ່ນຕາຂອງເຈົ້າເຊເດກີຢາ ພ້ອມທັງລ່າມໂສ້ ແລະ ນາໍເພິ່ນ ໄປຍັງນະຄອນ ບາບີໂລນ. ເຈົ້າເຊເດກີຢາ ໄດ້ຖືກຄຸກ ຢູ່ໃນນະຄອນບາບີໂລນ ຈົນເຖິງ ເພິ່ນຕາຍ.
\s5
\v 12 ໃນມື້ທີສິບຂອງເດືອນທີຫ້າ ແຫ່ງ ຣາຊການ ປີທີສິບເກົ້າ ຂອງກະສັດເນບູກາດເນັດຊາ ແຫ່ງບາບີໂລນ; ເນບູຊາຣາດານ ທີ່ປຶກສາຂອງກະສັດ ທັງເປັນຜູ້ບັນຊາການ ກອງທັບ ໄດ້ເຂົ້າມາຍັງ ນະຄອນເຢຣູຊາເລັມ.
\v 13 ລາວໄດ້ເຜົາ ພຣະວິຫານ, ຣາຊວັງ ແລະ ເຮືອນຂອງບຸກຄົນສໍາຄັນ ທັງໝົດໃນນະຄອນເຢຣູຊາເລັມ;
\v 14 ພວກທະຫານຂອງລາວ ໄດ້ພັງກາໍ ແພງເມືອງລົງ.
\s5
\v 15 ແລ້ວ ເນບູຊາຣາດານ ກໍຈັບເອົາປະຊາຊົນ ທີ່ເຫລືອຢູ່ໃນເມືອງ ໄປຍັງບາບີໂລນ [ດ] ຄືບັນດາ ຊ່າງສີມືທີ່ຍັງເຫລືອ ຢູ່ຕະຫລອດທັງພວກທີ່ໄດ້ແຕກໜີ ມາຫາ ລາວນັ້ນ.
\v 16 ແຕ່ລາວໄດ້ປະໄວ້ ໃນຢູດາຍ ມີປະຊາຊົນທີ່ຍາກຈົນທີ່ສຸດ ບາງສ່ວນ ຄື ຄົນທີ່ບໍ່ມີຊັບສົມບັດໃດໆ ແລະ ລາວໃຫ້ພວກເຂົາ ເຮັດວຽກ ໃນສວນອະງຸ່ນ ແລະໃນນາ.
\s5
\v 17 ຊາວບາບີໂລນ ໄດ້ທັບເສົາ ແລະ ລົດ ​ລໍ້ເປັນທອງສໍາຣິດ ຢູ່ໃນພຣະວິຫານ ເປັນປ່ຽງໆ ພ້ອມທັງຂັນໃຫຍ່ ເປັນທອງສໍາຣິດ ແລະ ພວກເຂົາໄດ້ຂົນເອົາໄປຍັງນະຄອນ ບາບີໂລນ.
\v 18 ພວກເຂົາຍັງໄດ້ຂົນເອົາ ຊ້ວນ ແລະ ກ່ອງໃສ່ຂີ້ເຖົ່າ ທີ່ໃຊ້ສໍາລັບທາໍ ຄວາມສະອາດ ທີ່ແທ່ນບູຊາ, ເຄື່ອງໃຊ້ໃນ ການບົວລະບັດຕະກຽງ, ອ່າງໃສ່ເລືອດ ຈາກເຄື່ອງຖວາຍບູຊາ, ອ່າງສໍາລັບໃຊ້ ເຜົາເຄື່ອງຫອມ ແລະ ເຄື່ອງທອງສໍາຣິດ ອື່ນໆ ທັງໝົດ ຊຶ່ງໃຊ້ສໍາລັບພິທີຕ່າງໆ ຢູ່ໃນພຣະວິຫານ ໄປດ້ວຍ.
\v 19 ພວກເຂົາໄດ້ຂົນເອົາທຸກສິ່ງ ທີ່ເຮັດດ້ວຍຄໍາ ຫລື ເງິນໄປ ດັ່ງນີ້: ຖ້ວຍນ້ອຍ, ກະຖັງໃສ່ຖ່ານໄຟ, ອ່າງໃສ່ເລືອດຈາກເຄື່ອງ ຖວາຍບູຊາ, ກ່ອງໃສ່ຂີ້ເຖົ່າ, ຫລັກຕັ້ງຕະກຽງ, ອ່າງສໍາລັບໃຊ້ເຜົາເຄື່ອງຫອມ ແລະ ຖ້ວຍສໍາລັບຖອກເຫລົ້າອະງຸ່ນ ຖວາຍບູຊາ.
\s5
\v 20 ເຄື່ອງທອງສໍາຣິດ ຕ່າງໆ ຊຶ່ງກະສັດ ໂຊໂລໂມນ ໄດ້ເຮັດສໍາລັບພຣະວິຫານ ດັ່ງນີ້: ເສົາສອງຕົ້ນ, ລົດລໍ້, ຂັນໃຫຍ່ ແລະ ຮູບປັ້ນ ຂອງງົວເຖິກ ສິບສອງໂຕ ທີ່ຂັນນັ້ນ ສິ່ງເຫລົ່ານີ້ໜັກຈົນສັ່ງບໍ່ໄດ້.
\v 21-22 ເສົາສອງຕົ້ນ ຢ່າງດຽວກັນ ຄື ແຕ່ລະ ເສົາ ສູງແປດແມັດ ແລະ ລວງກົມຫ້າແມັດ ສາມສິບເຊັນ. ຂ້າງໃນໂຄ່ງ ແລະ ເນື້ອໂລຫະ ໜາເຈັດສິບຫ້າ ມີລີແມັດ. ເທິງຍອດຂອງ ເສົາ ແຕ່ລະຕົ້ນ ມີຫົວເປັນທອງສໍາຣິດ ສູງ ສອງແມັດ ຊາວເຊັນ ແລະ ອ້ອມຮອບເສົາ ນັ້ນລ້ວນແຕ່ ເປັນຕາໜ່າງ ທອງສໍາຣິດ ແລະ ປະດັບປະດາ ດ້ວຍຮູບໝາກພີລາ ທີ່ເປັນ ທອງສໍາຣິດ ເຊັ່ນກັນ.
\v 23 ເສົາຕົ້ນໜຶ່ງນັ້ນ ມີຮູບໝາກພີລາ ຮ້ອຍໜ່ວຍ ແລະ ເກົ້າສິບ ຫົກໜ່ວຍ ເບິ່ງເຫັນແຕ່ລຸ່ມໄດ້.
\s5
\v 24 ນອກຈາກນີ້ ເນບູຊາຣາດານ ຜູ້ບັນຊາການທະຫານ ຍັງໄດ້ຈັບເອົາ ຄົນໄປ ເປັນຊະເລີຍ ດັ່ງນີ້: ມະຫາປະໂຣຫິດ ເສຣາອີຢາ, ປະໂຣຫິດຮອງ ເຊຟານີຢາ ແລະ ເຈົ້າໜ້າທີ່ສໍາຄັນ ສາມຄົນອີກ ໃນພຣະວິຫານ.
\v 25 ຈາກໃນຕົວເມືອງ ລາວໄດ້ຈັບຜູ້ບັນຊາການທະຫານ, ທີ່ປຶກສາສ່ວນຕົວຂອງ ກະສັດ ທີ່ຢູ່ໃນເມືອງນີ້ ເຈັດຄົນ, ຮອງຜູ້ບັນຊາການ ຮັບຜິດຊອບ ໃນການເກນທະຫານ ແລະ ບຸກຄົນສໍາຄັນອື່ນ ໆ ອີກຫົກ ສິບຄົນ.
\s5
\v 26 ເນບູຊາຣາດານ ໄດ້ຈັບພວກເຂົາໄປ ຫາກະສັດແຫ່ງບາບີໂລນ
\v 27 ຢູ່ທີ່ເມືອງ ຣິບລາ ໃນເຂດແດນ ຮາມັດ. ກະສັດໄດ້ຂ້ຽນ ແລະ ປະຫານຊີວິດພວກເຂົາ ໃນທີ່ນັ້ນ. ສະນັ້ນປະຊາຊົນຢູດາ ຈຶ່ງຖືກກວາດຈາກ ດິນແດນຂອງພວກຕົນໄປເປັນ ຊະເລີຍ ໃນຕ່າງຖິ່ນ.
\s5
\v 28 ຕໍ່ໄປນີ້ ແມ່ນບັນທຶກ ຈາໍນວນປະຊາຊົນ ທີ່ເຈົ້າເນບູກາດເນັດຊາ ໄດ້ຈັບໄປ ເປັນຊະເລີຍ ມີດັ່ງນີ້: ໃນຣາຊການປີທີເຈັດ ທີ່ ເພິ່ນຂຶ້ນເປັນກະສັດ ມີສາມພັນຊາວສາມຄົນ;
\v 29 ໃນຣາຊການ ປີທີສິບແປດ ຂອງ ເພິ່ນມີແປດຮ້ອຍສາມສິບສອງຄົນຈາກ ນະຄອນເຢຣູຊາເລັມ;
\v 30 ແລະ ໃນຣາຊການ ປີທີ ຊາວສາມ ຂອງເພິ່ນ ເນບູຊາຣາດານ ກໍຈັບ ເອົາໄປ ມີເຈັດຮ້ອຍສີ່ສິບຫ້າຄົນ. ລວມທັງ ໝົດ ມີສີ່ພັນຫົກຮ້ອຍຄົນ ທີ່ໄດ້ຖືກຈັບໄປ.
\s5
\v 31 ໃນປີທີ່ ເຈົ້າເອວິນ ເມໂຣດັກ ໄດ້ຂຶ້ນ ເປັນກະສັດແຫ່ງ ບາບີໂລນ ເພິ່ນໄດ້ສະແດງ ຄວາມເມດຕາ ຕໍ່ເຈົ້າເຢໂຮຍອາກິນ ແຫ່ງ ຢູດາຍ ໂດຍໄດ້ປ່ອຍເພິ່ນອອກຈາກຄຸກ. ເຫດການນີ້ ໄດ້ເກີດຂຶ້ນ ໃນວັນທີຊາວຫ້າ ກົງ ກັບເດືອນ ທີສິບສອງ ຂອງປີສາມສິບເຈັດ ຫລັງຈາກທີ່ກະສັດ ເຢໂຮຍອາກິນ ໄດ້ຖືກ ຈັບໄປເປັນຊະເລີຍ.
\s5
\v 32 ເອວິນ ເມໂຣດັກ ໄດ້ປະຕິບັດຕໍ່ເພິ່ນ ດ້ວຍຄວາມເມດຕາ ແລະ ໄດ້ມອບຕໍາແໜ່ງ ສູງ ແລະ ມີກຽດກວ່າ ກະສັດຄົນອື່ນ ໆ ທີ່ຖືກຈັບມາເປັນຊະເລີຍ ໃນບາບີໂລນ ພ້ອມກັນ.
\v 33 ສະນັ້ນ ເຢໂຮຍອາກິນ ຈຶ່ງໄດ້ຮັບ ອະນຸຍາດ ໃຫ້ປ່ຽນເຄື່ອງນັກໂທດ ທັງໄດ້ຖືກ ສັບຊ້ອນ ໃຫ້ຮ່ວມຮັບປະທານອາຫານ ກັບ ກະສັດຕະຫລອດ ຊີວິດຂອງເພິ່ນ.
\v 34 ທຸກໆ ມື້ໃດ ຈົນຊົ່ວຊີວິດຂອງເພິ່ນ ເພິ່ນໄດ້ຮັບສິ່ງ ທີ່ເພິ່ນຕ້ອງການ ເປັນປະຈາໍຈາກກະສັດແຫ່ງ ບາບີໂລນ.