lo_bible/23-ISA.usfm

2800 lines
559 KiB
Plaintext
Raw Permalink Blame History

This file contains ambiguous Unicode characters

This file contains Unicode characters that might be confused with other characters. If you think that this is intentional, you can safely ignore this warning. Use the Escape button to reveal them.

\id ISA
\ide UTF-8
\h ​ພ​ຣະ​ທຳ ເອ​ຊາ​ຢາ
\toc1 ​ພ​ຣະ​ທຳ ເອ​ຊາ​ຢາ
\toc2 ​ພ​ຣະ​ທຳ ເອ​ຊາ​ຢາ
\toc3 isa
\mt ​ພ​ຣະ​ທຳ ເອ​ຊາ​ຢາ
\s5
\c 1
\p
\v 1 ພຣະທໍາ ເຫລັ້ມນີ້ ບັນຈຸຖ້ອຍຄໍາ ກ່ຽວກັບ ອານາຈັກ ຢູດາຍ ແລະ ນະຄອນ ເຢຣູຊາເລັມ ທີ່ ພຣະເຈົ້າໄດ້ເປີດເຜີຍໃຫ້ແກ່ ເອຊາຢາ ລູກຊາຍ ຂອງ ອາໂມດ ໃນຣາຊການ ຂອງເຈົ້າອຸດຊີຢາ, ເຈົ້າໂຢທາມ, ເຈົ້າອາຮາດ ແລະ ເຈົ້າເຮເຊກີຢາ ປົກຄອງ ອານາຈັກ ຢູດາຍ.
\s5
\v 2 ອົງພຣະຜູ້ເປັນເຈົ້າ ໄດ້ກ່າວ ວ່າ, “ແຜ່ນດິນໂລກ ແລະ ຟ້າສະຫວັນເອີຍ ຈົ່ງຟັງ ສິ່ງທີ່ເຮົາກາໍລັງກ່າວ ພວກເດັກນ້ອຍ ທີ່ເຮົາລ້ຽງມາຈົນໃຫຍ່ ໄດ້ກະບົດ ຕໍ່ສູ້ເຮົາ.
\v 3 ງົວ ຍັງຮູ້ຈັກ ເຈົ້າຂອງ ແລະ ລໍ ກໍຍັງຮູ້ຈັກບ່ອນ ທີ່ນາຍ ເອົາໄປລ້ຽງ, ແຕ່ຊາດອິດສະຣາເອນ ປະຊາຊົນຂອງເຮົາ ບໍ່ຮູ້ຈັກ ສໍ່ານັ້ນເລີຍ. ພວກເຂົາ ບໍ່ເຂົ້າໃຈຫຍັງ ຈັກດີ້.”
\s5
\v 4 ເຄາະກາໍ ເປັນຂອງພວກເຈົ້າ ສາແລ້ວ ຊົນຊາດ ບາບໜາ ເອີຍ ປະຊາຊົນທີ່ຈິດໃຈ ຊົ່ວຊ້າ ແລະ ຮ້າຍກາດ ເຊື້ອຊາດ ທີ່ເຮັດ ບາບ ເຊື້ອສາຍ ທີ່ຊົ່ວຊາມ ເອີຍ ພວກເຈົ້າ ໄດ້ປະຖິ້ມ ອົງພຣະຜູ້ເປັນເຈົ້າ ແລະ ຫັນໜີຈາກພຣະອົງ ພຣະເຈົ້າອົງບໍຣິສຸດ ຂອງ ຊາດ ອິດສະຣາເອນ.
\s5
\v 5 ເປັນຫຍັງ ພວກເຈົ້າ ຈຶ່ງສືບຕໍ່ກະບົດ? ພວກເຈົ້າຢາກຈະໃຫ້ເຮົາ ລົງໂທດ ໜັກຂຶ້ນ ຊັ້ນບໍ? ຊາດອິດສະຣາເອນ ເອີຍ ຫົວເຈົ້າມີແຕ່ບາດແຜ ແລະ ແນວຄິດຈິດໃຈ ຂອງເຈົ້າ ກໍເສື່ອມເສຍ.
\v 6 ແຕ່ຫົວເຖິງຕີນ ຄື ທົ່ວທັງ ຮ່າງກາຍ ບໍ່ມີບ່ອນປອດ ເລີຍ. ຕົນຕົວເຈົ້າ ເຕັມໄປດ້ວຍຮອຍ ຟົກຊໍ້າ ດໍາຂຽວ ທັງເປັນ ບາດແຜ ແລະ ເຈັບປວດ. ບາດແຜ ບໍ່ໄດ້ລ້າງ ໃຫ້ສະອາດ ແລະ ບໍ່ໄດ້ໃຊ້ ຜ້າພັນໄວ້. ບໍ່ມີຢາ ຊະນິດໃດໆ ດອກ ທີ່ຈະໃສ່ໃຫ້ຫາຍດີໄດ້.
\s5
\v 7 ດິິນ​ແດນ​ຂອງ​ພ​ວກ​ເຈົ້າໄດ້​ຖືກ​ທຳ​ລາຍ ແລະ ບ້ານເມືອງ ຂອງ ພວກເຈົ້າ ກໍໄດ້ ຖືກເຜົາຜານ ຈົນໝົດກ້ຽງ. ຊາວຕ່າງດ້າວ ໄດ້ເຂົ້າຢຶດຄອງ ດິນແດນ ແລະ ທາໍລາຍທຸກສິ່ງ ຕໍ່ໜ້າ ຕໍ່ຕາ ຂອງ ພວກເຈົ້າ ຈົນໝົດກ້ຽງ.
\v 8 ມີແຕ່ນະຄອນ ເຢຣູຊາເລັມ ເທົ່ານັ້ນ ທີ່ເຫລືອຢູ່; ແຕ່ພັດເປັນເມືອງ ທີ່ຖືກປິດລ້ອມ, ຂາດສິ່ງປ້ອງກັນ ແລະ ເປັນດັ່ງຕູບ ຂອງ ຄົນເຝົ້າສວນອະງຸ່ນ ຫລື ເປັນດັ່ງຖຽງໄຮ່ ຂອງ ສວນ ໝາກແຕງກວາ ທີ່ບໍ່ມີຄົນເຝົ້າ.
\s5
\v 9 ຖ້າອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດ ຍິ່ງໃຫຍ່ ບໍ່ໄດ້ໂຜດບາງຄົນ ໃຫ້ລອດຊີວິດຢູ່ ແລ້ວນະຄອນ ເຢຣູຊາເລັມ ກໍຈະຖືກທາໍ ລາຍກ້ຽງ ດັ່ງເມືອງ ໂຊໂດມ ແລະ ໂກໂມຣາ.
\s5
\v 10 ນະຄອນ ເຢຣູຊາເລັມ ເອີຍ ບັນດາຜູ້ປົກຄອງ ແລະ ຊາວເມືອງ ຂອງເຈົ້ານັ້ນ ເປັນດັ່ງ ພວກຜູ້ປົກຄອງ ຂອງ ຊາວເມືອງ ໂຊໂດມ ແລະ ໂກໂມຣາ. ຈົ່ງຕັ້ງໃຈຟັງ ສິ່ງທີ່ ອົງພຣະຜູ້ເປັນເຈົ້າ ພວມກ່າວແກ່ ພວກເຈົ້າ. ຈົ່ງເອົາໃຈໃສ່ ຕໍ່ກົດບັນຍັດ ທີ່ພຣະເຈົ້າ ຂອງ ພວກເຮົາ ກາໍລັງ ສັ່ງສອນ ພວກເຈົ້າ.
\v 11 ພຣະອົງ ກ່າວ ວ່າ, “ພວກເຈົ້າ ຄິດວ່າ ເຮົາຢາກໄດ້ສິ່ງທີ່ພວກເຈົ້າ ສືບຕໍ່ນໍາມາຖວາຍ ແກ່ເຮົາຊັ້ນບໍ? ເຮົາອີ່ມພໍແລ້ວ ສໍາລັບແກະ ທີ່ພວກເຈົ້າ ນາໍມາ ເຜົາບູຊາ ແລະ ໄຂມັນສັດໂຕຕຸ້ຍພີດີ ຂອງ ພວກເຈົ້ານັ້ນ. ເຮົາເປີດໜ່າຍເລືອດງົວ ກັບເລືອດແກະ ແລະ ເລືອດ ແບ້.
\s5
\v 12 ຜູ້ໃດບອກ ພວກເຈົ້າໃຫ້ນາໍ ສິ່ງທັງໝົດນີ້ມາ ເມື່ອພວກເຈົ້າ ເຂົ້ານະມັດສະການ ເຮົາ? ຜູ້ໃດບອກ ພວກເຈົ້າ ເຂົ້າມາຢຽບຢໍ່າ ວິຫານ ຂອງເຮົາ?
\v 13 ການທີ່ພວກເຈົ້າ ນາໍເອົາຂອງ ມາຖວາຍນັ້ນ ເປັນການບໍ່ມີປະໂຫຍດ. ເຮົາເບື່ອໜ່າຍ ຕໍ່ກິ່ນທູບ ຄວັນທຽນ ຂອງ ພວກເຈົ້າ. ເຮົາບໍ່ອາດທົນຕໍ່ວັນສະຫລອງ ເດືອນອອກໃໝ່, ວັນຊະບາໂຕ ແລະ ການມາເຕົ້າໂຮມກັນ ອື່ນໆ ຂອງ ພວກເຈົ້າໄດ້ອີກແລ້ວ; ເທດສະການ ທັງໝົດເຫລົ່າ ນັ້ນ ເປັນມົນທິນ ເພາະການບາບ ຂອງ ພວກເຈົ້າ.
\s5
\v 14 ເຮົາຊັງມື້ສະຫລອງ ເດືອນອອກໃໝ່ ແລະ ມື້ສັກສິດ ຕ່າງໆ; ມັນເປັນພາລະ ອັນໜັກໜ່ວງ ສໍາລັບເຮົາ.
\v 15 ເມື່ອພວກເຈົ້າ ຍົກມືຂຶ້ນພາວັນນາ ອະທິຖານ ຫາເຮົາ, ເຮົາ ກໍຈະບໍ່ຫລຽວເບິ່ງພວກເຈົ້າ. ແມ່ນວ່າ ພວກເຈົ້າ ຈະພາວັນນາ ອະທິຖານ ຢ່າງໃດ ກໍຕາມ ເຮົາກໍຈະບໍ່ຟັງ ເພາະມືພວກເຈົ້າ ເປິເປື້ອນ ດ້ວຍເລືອດ.
\s5
\v 16 ຈົ່ງຊໍາລະຕົວ ຂອງ ພວກເຈົ້າ ໃຫ້ສະອາດ. ຈົ່ງເລີກຈາກການ ຊົ່ວຊ້າ ທັງໝົດ ທີ່ເຮົາເຫັນ ພວກເຈົ້າ ກາໍລັງເຮັດຢູ່ນັ້ນສາ. ແມ່ນແລ້ວ ຈົ່ງເລີກເຮັດຊົ່ວສາ
\v 17 ແລະ ຈົ່ງຮຽນ ເຮັດໃນສິ່ງທີ່ຖືກຕ້ອງ. ຈົ່ງສະແຫວງ ຫາ ຄວາມຍຸດຕິທາໍ ເຊັ່ນ: ຊ່ວຍຜູ້ທີ່ຖືກຂົ່ມ ເຫັງ, ໃຫ້ສິດທິແກ່ ບັນດາ ເດັກກາໍພ້າ ແລະ ຄຸ້ມຄອງ ພວກແມ່ໝ້າຍ.”
\s5
\v 18 ອົງພຣະຜູ້ເປັນເຈົ້າ ກ່າວວ່າ, “ບັດນີ້ ຈົ່ງມາຕົກລົງເລື່ອງລາວ ກັນເທາະ. ເຖິງແມ່ນ ວ່າ ບາບຂອງພວກເຈົ້າ ນັ້ນເປັນສີແດງເຂັ້ມ ແຕ່ເຮົາກໍຈະຊໍາລະໃຫ້ ຂາວສະອາດ ດັ່ງຫິມະ [ກ] ເຖິງແມ່ນວ່າ ຮອຍເປິເປື້ອນ ຈະ ແດງເຂັ້ມ ພວກເຈົ້າກໍຈະຂາວສະອາດ ດັ່ງຂົນແກະ. [ຂ]
\s5
\v 19 ຖ້າພວກເຈົ້າ ເຕັມໃຈ ແລະເຊື່ອຟັງແຕ່ ເທົ່ານັ້ນພວກເຈົ້າ ກໍຈະໄດ້ກິນສິ່ງດີ ທີ່ເກີດ ຂຶ້ນໃນດິນແດນ.
\v 20 ແຕ່ຖ້າພວກເຈົ້າ ປະຕິເສດ ແລະ ກະບົດ ພວກເຈົ້າກໍຈະໄດ້ຮັບ ໂທດເຖິງຕາຍ. ເພາະວ່າ ປາກຂອງອົງພຣະ ຜູ້ເປັນເຈົ້າ ໄດ້ກ່າວໄວ້ ດັ່ງນີ້ແຫລະ.”
\s5
\v 21 ຄັ້ງໜຶ່ງ ນະຄອນທີ່ເຄີຍສັດຊື່ ແຕ່ບັດນີ້ ກໍາລັງ ປະພຶດຕົນ ດັ່ງຍິງແມ່ຈ້າງ ໃນຄາວໜຶ່ງ ນະຄອນ ນັ້ນເຕັມໄປດ້ວຍ ຄົນຊອບທາໍ ແຕ່ ບັດນີ້ ມີແຕ່ຄາດຕະກອນ ທັງນັ້ນ.
\v 22 ນະຄອນ ເຢຣູຊາເລັມ ເອີຍ ຄັ້ງໜຶ່ງເຈົ້າ ເປັນ ດັ່ງເງິນ ແຕ່ດຽວນີ້ ເຈົ້າສິ້ນຄຸນຄ່າ ສາແລ້ວ; ເຈົ້າເຄີຍເປັນດັ່ງເຫລົ້າ ອະງຸ່ນທີ່ດີ, ແຕ່ບັດນີ້ ເຈົ້າເປັນພຽງນໍ້າລ້າ ເທົ່ານັ້ນ.
\s5
\v 23 ບັນດາຜູ້ນາໍ ຂອງ ພວກເຈົ້າ ເປັນກະບົດ ແລະ ເປັນເພື່ອນ ຂອງ ບັນດາ ນັກປຸ້ນ; ພວກເຂົາ ຮັບ ເອົາ ຂອງຂວັນ ແລະ ສິນຈ້າງ ລາງວັນ ເປັນປະຈໍາ. ພວກເຂົາບໍ່ເຄີຍເວົ້າຕາງ ເດັກກາໍພ້າ ໃນສານ ຫລື ຟັງຄໍາໃຫ້ ການ ຂອງ ແມ່ໝ້າຍ ເມື່ອພວກເຂົາ ມີຄະດີ.
\s5
\v 24 ສະນັ້ນ ບັດນີ້ ຈົ່ງຟັງສິ່ງທີ່ ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດ ຍິ່ງໃຫຍ່ ອົງຊົງ ຣິດອໍານາດ ຂອງຊາດ ອິດສະຣາເອນ ກາໍລັງ ກ່າວ ວ່າ, “ເຮົາຈະແກ້ແຄ້ນພວກເຈົ້າ ຜູ້ທີ່ເປັນ ສັດຕູ ຂອງເຮົາແລ້ວ ພວກເຈົ້າກໍຈະບໍ່ສ້າງ ຄວາມເດືອດຮ້ອນ ໃຫ້ເຮົາອີກ ຕໍ່ໄປ.
\v 25 ເຮົາຈະດໍາເນີນ ການຕໍ່ສູ້ພວກເຈົ້າ. ເຮົາຈະ ຊໍາລະ ພວກເຈົ້າ ໃຫ້ ບໍຣິສຸດ ຕາມວິທີ ຫລອມ ໂລຫະ ຄື ຈະ ຂູດ ຂີ້ໝ້ຽງອອກ ໃຫ້ໝົດ.
\s5
\v 26 ເຮົາຈະໃຫ້ພວກເຈົ້າ ມີຜູ້ນາໍ ແລະ ທີ່ປຶກສາ ດັ່ງພວກເຈົ້າ ເຄີຍມີມາ ຕັ້ງແຕ່ດົນນານ. ແລ້ວຄົນກໍຈະເອີ້ນ ນະຄອນ ເຢຣູຊາເລັມ ວ່າ ນະຄອນ ທີ່ຊອບທາໍ ແລະ ສັດຊື່.”
\s5
\v 27 ຍ້ອນອົງພຣະຜູ້ເປັນເຈົ້າ ຊົງຊອບທາໍ ພຣະອົງຈະຊ່ວຍ ນະຄອນ ເຢຣູຊາເລັມ ໃຫ້ ພົ້ນໄພ ແລະ ທຸກຄົນໃນນະຄອນນີ້ ທີ່ກັບໃຈໃໝ່.
\v 28 ແຕ່ພຣະອົງ ຈະທາໍລາຍ ທຸກຄົນ ທີ່ເຮັດບາບ ແລະ ກະບົດຕໍ່ພຣະອົງ; ພຣະອົງ ຈະຂ້າທຸກຄົນ ທີ່ປະຖິ້ມພຣະອົງ.
\s5
\v 29 ພວກເຈົ້າ ຈະເສຍໃຈ ທີ່ໄດ້ຂາບໄຫວ້ ຕົ້ນໄມ້ ແລະ ປຸກສ້າງບ່ອນ ສັກສິດໃນສວນ. [ຄ]
\v 30 ພວກເຈົ້າ ຈະຫ່ຽວແຫ້ງ ໄປດັ່ງຕົ້ນໂອກ ແລະ ດັ່ງສວນ ທີ່ບໍ່ມີຜູ້ໃດ ຫົດນາໍ້.
\s5
\v 31 ສະເກັດໄຟ ຍ່ອມໄໝ້ ຫຍ້າແຫ້ງໄດ້ ສັນໃດ ຄົນແຂງແຮງ ກໍຈະຖືກການຊົ່ວທີ່ຕົນ ເອງ ເຮັດທາໍລາຍ ໄດ້ສັນນັ້ນ ແລະ ຈະບໍ່ມີຜູ້ ້ໃດ ຢັບຢັ້ງ ການທໍາລາຍ ນັ້ນໄດ້.
\s5
\c 2
\p
\v 1 ຕໍ່ໄປນີ້ ແມ່ນ ຖ້ອຍຄໍາ ທີ່ພຣະເຈົ້າໄດ້ບອກ ເອຊາຢາ ລູກຊາຍຂອງ ອາໂມດ ກ່ຽວກັບ ຢູດາຍ ແລະ ນະຄອນ ເຢຣູຊາເລັມ ວ່າ:
\v 2 ໃນມື້ທັງຫລາຍ ທີ່ຈະໝູນວຽນມາເຖິງ ພູບ່ອນທີ່ຕັ້ງພຣະວິຫານ ຈະສູງກວ່າ ທຸກໆ ແຫ່ງ ພູນັ້ນຈະຕັ້ງຢູ່ສູງສົ່ງເທິງເນີນພູ ທັງໝົດ ດັ່ງນັ້ນ ຫລາຍຊົນຊາດ ຈຶ່ງຈະຫລັ່ງມາສູ່ທີ່ນັ້ນ
\s5
\v 3 ປະຊາຊົນ ຫລາຍຊົນຊາດ ຈະພາກັນ ກ່າວ ວ່າ, “ໃຫ້ຂຶ້ນໄປຍັງເນີນພູ ຂອງ ອົງພຣະຜູ້ເປັນເຈົ້າ ເດີ [ງ] ຍັງວິຫານ ຂອງ ພຣະ​ເຈົ້າແຫ່ງຊາດ ອິດສະຣາເອນ ພຣະອົງຈະສັ່ງສອນພວກເຮົາ ເຖິງສິ່ງທີ່ພຣະອົງຢາກ ໃຫ້ເຮັດ. ພວກເຮົາຈະພາກັນຍ່າງ ຕາມຮ່ອມ ແຫ່ງຫົນທາງ ທີ່ພຣະອົງໄດ້ເລືອກສັນໄວ້ ແລ້ວນັ້ນ. ຄໍາສັ່ງສອນຂອງພຣະເຈົ້າ ມາແຕ່ ນະຄອນ ເຢຣູຊາເລັມ ແຕ່ພູເຂົາ ຊີໂອນ ທີ່ພຣະອົງກ່າວແກ່ ປະຊາຊົນນັ້ນ.”
\s5
\v 4 ພຣະອົງຈະຕັດສິນການ ຂັດແຍ່ງໃນທ່າມກາງ ຊົນຊາດທັງຫລາຍ. ພວກເຂົາຈະ ຕີດາບ ເປັນໝາກສົບໄຖ ແລະ ຕີຫອກ ເປັນມີດຕອນຕົ້ນໄມ້. ຊົນຊາດທັງຫລາຍ ຈະບໍ່ເຮັດເສິກ ອີກຕໍ່ໄປ ຈະບໍ່ຕຽມເຂົ້າສູ່ການສົງ ຄາມ ອີກຈັກເທື່ອ.
\s5
\v 5 ບັດນີ້ ເຊື້ອສາຍ ຂອງ ຢາໂຄບ ເອີຍ ໃຫ້ ພວກເຮົາເດີນໄປ ໃນຄວາມສະຫວ່າງ ຊຶ່ງອົງພຣະຜູ້ເປັນເຈົ້າ ໄດ້ມອບໃຫ້ນັ້ນ ເທີ້ນ
\v 6 ໂອ ພຣະເຈົ້າເອີຍ ພຣະອົງໄດ້ປະຖິ້ມ ປະຊາຊົນ ຂອງພຣະອົງສາແລ້ວ ຄື ເຊື້ອ ສາຍຂອງ ຢາໂຄບ ດິນແດນເຕັມແຕ່ ການໃຊ້ ເວດມົນຄາຖາ ຈາກທິດຕາເວັນອອກ ແລະ ຈາກ ຟີລິດສະຕິນ. [ຈ] ປະຊາຊົນຕ່າງກໍເຮັດ ຕາມປະເພນີ ຂອງ ຊາວຕ່າງຊາດ.
\s5
\v 7 ດິນແດນ ຂອງ ພວກເຂົານັ້ນ ເຕັມໄປ ດ້ວຍເງິນ ແລະ ຄໍາ ແລະຊັບສົມບັດຂອງ ພວກເຂົາ ກໍບໍ່ໝົດເປັນຈັກເທື່ອ. ດິນແດນ ຂອງພວກເຂົາ ເຕັມໄປດ້ວຍ ຝູງມ້າ ແລະ ລົດ ຮົບຂອງພວກເຂົາ ກໍບໍ່ໝົດເປັນຈັກເທື່ອ.
\v 8 ດິນແດນ ຂອງ ພວກເຂົາເຕັມໄປດ້ວຍ ຮູບເຄົາຣົບ ແລະ ຕ່າງກໍຂາບໄຫວ້ ວັດຖຸທີ່ຖືກສ້າງຂຶ້ນດ້ວຍມື ຂອງພວກເຂົາເອງ.
\s5
\v 9 ທຸກຄົນ ຈະຖືກລົດກຽດ ແລະ ຖືກ ອັບອາຍຂາຍໜ້າ, ຂໍຢ່າຍົກໂທດ ໃຫ້ພວກເຂົາເລີຍ.
\v 10 ພວກເຂົາຈະລີ້ຢູ່ໃນຖໍ້າ ຢູ່ໃນໂງ່ນຫິນ ຕາມເນີນພູ ຫລື ຂຸດຮູ ຢູ່ໃນດິນເພື່ອຊອກຫາ ທີ່ຈະປົບໜີ ຈາກຄວາມໂກດຮ້າຍຂອງ ອົງພຣະຜູ້ເປັນເຈົ້າ ແລະ ຫລົບລີ້ຈາກ ຣິດອໍານາດ ແລະ ສະຫງ່າຣາສີຂອງພຣະອົງ
\v 11 ມື້ໜຶ່ງຈະມາເຖິງ ເມື່ອຄວາມ ອວດອົ່ງຈອງຫອງ ຂອງມະນຸດ ຈະສິ້ນສຸດ ລົງ ແລະ ຄວາມອວດດີ ຂອງ ພວກເຂົາ ຈະ ຖືກທາໍລາຍ. ແລ້ວແມ່ນ ອົງພຣະຜູ້ເປັນເຈົ້າ ເທົ່ານັ້ນ ທີ່ຈະໄດ້ຮັບກຽດ ແລະ ຄໍາຍົກຍໍ ສັນລະເສີນ.
\s5
\v 12 ໃນມື້ນັ້ນ ອົງພຣະຜູ້ເປັນເຈົ້າ ອົງຊົງ ຣິດອໍານາດ ຍິ່ງໃຫຍ່ ຈະເຮັດໃຫ້ທຸກຄົນ ທີ່ມີ ອໍານາດ ທຸກຄົນທີ່ອວດອົ່ງ ແລະ ທຸກຄົນທີ່ຈອງຫອງນັ້ນ ໄດ້ຖ່ອມຕົວລົງ.
\v 13 ພຣະອົງຈະທໍາລາຍ ຕົ້ນແປກສູງ ແຫ່ງ ເລບານອນ ແລະ ຕົ້ນໂອກ ທັງໝົດຢູ່ໃນດິນແດນລົງ.
\s5
\v 14 ພຣະອົງຈະເຮັດໃຫ້ ພູສູງທຸກໜ່ວຍ ພ້ອມທັງເນີນພູ ທັງຫລາຍ
\v 15 ຫໍຄອຍສູງ ແລະ ປ້ອມປ້ອງກັນເມືອງ ທຸກແຫ່ງ ເຫຼົ່ານັ້ນ ໃຫ້ຮາບກ້ຽງ.
\v 16 ພຣະອົງຈະເຮັດໃຫ້ ແມ່ນແຕ່ ເຮືອໃຫຍ່ ແລະ ງາມທີ່ສຸດຈົມ.
\s5
\v 17-18 ຄວາມອວດອົ່ງຈອງຫອງ ຂອງມະນຸດ ຈະຈົບລົງ ແລະ ຄວາມອວດດີ ຂອງມະນຸດ ຈະຖືກທາໍລາຍ. ຮູບເຄົາຣົບ ທັງຫລາຍຈະສູນສິ້ນໄປ ແລະ ແມ່ນອົງພຣະ ຜູ້ເປັນເຈົ້າ ເທົ່ານັ້ນທີ່ຈະໄດ້ຮັບກຽດ ແລະ ຄໍາ ຍົກຍໍສັນລະເສີນ ໃນມື້ນັ້ນ.
\v 19 ປະຊາຊົນ ຈະລີ້ຢູ່ໃນຖໍ້າ ຢູ່ໃນໂງ່ນຫິນ ຕາມເນີນພູ ຫລື ຂຸດຮູ ຢູ່ໃນດິນ ເພື່ອຊອກຫາທີ່ຈະປົບໜີ ຈາກ ຄວາມໂກດຮ້າຍ ຂອງ ອົງພຣະຜູ້ເປັນເຈົ້າ ແລະ ຫລົບລີ້ຈາກຣິດອໍານາດ ແລະ ສະຫງ່າຣາສີ ຂອງພຣະອົງ ເມື່ອພຣະອົງມາເຮັດໃຫ້ ໂລກສັ່ນສະເທືອນ.
\s5
\v 20 ເມື່ອມື້ນັ້ນ ມາເຖິງ ພວກເຂົາຈະໂຍນ ຮູບເຄົາຣົບ ເປັນເງິນ ເປັນຄໍາ ທີ່ພວກເຂົາໄດ້ ສ້າງຂຶ້ນນັ້ນ ຖິ້ມເສຍ ແລະ ປະໃຫ້ເປັນບ່ອນ ຢູ່ຂອງໂຕໜູ ແລະ ໂຕເຈຍ.
\v 21 ເມື່ອອົງພຣະຜູ້ເປັນເຈົ້າ ມາເຮັດໃຫ້ໂລກ ສັ່ນສະເທືອນ ປະຊາຊົນຈະລີ້ຢູ່ໃນຖໍ້າ ຢູ່ໃນໂງ່ນຫິນ ຕາມເນີນພູ ຫລື ຂຸດຮູ ຢູ່ໃນດິນ ເພື່ອຊອກຫາ ທີ່ຈະປົບໜີຈາກ ຄວາມໂກດຮ້າຍ ຂອງ ອົງພຣະຜູ້ເປັນເຈົ້າ ແລະ ຫລົບລີ້ຈາກ ຣິດອໍານາດ ແລະ ສະຫງ່າຣາສີ ຂອງ ພຣະອົງ.
\v 22 ຢ່າເຊື່ອໝັ້ນຕາຍໃຈ ໃນ ມະນຸດ ທີ່ຕາຍເປັນ. ພວກເຂົາມີຄ່າຫຍັງແດ່?
\s5
\c 3
\p
\v 1 ບັດນີ້ ພຣະເຈົ້າ ຢາເວ ອົງພຣະຜູ້ເປັນ ເຈົ້າ ອົງຊົງຣິດອໍານາດຍິ່ງໃຫຍ່ ໃກ້ຈະເອົາທຸກສິ່ງ ແລະ ທຸກຄົນທີ່ປະຊາຊົນ ເພິ່ງພາອາໄສໄດ້ ໄປຈາກນະຄອນ ເຢຣູຊາເລັມ ແລະຢູດາຍ. ສິ່ງທີ່ພຣະອົງ ກາໍລັງຈະເອົາໄປ ຈາກພວກເຂົາມີ ດັ່ງນີ້: ອາຫານ ແລະ ນາໍ້ດື່ມ,
\v 2 ບັນດາ ວິລະບູລຸດ ແລະ ພວກ ທະຫານ, ບັນດາຜູ້ຕັດສິນ ແລະພວກຜູ້ທາໍນວາຍ, ບັນດາໝໍດູ ແລະພວກຜູ້ປົກຄອງ,
\v 3 ພວກນາຍທະຫານແລະພວກຜູ້ປົກຄອງ ພົນລະເຮືອນ, ບັນດາ ນັກການເມືອງແລະທຸກຄົນທີ່ໃຊ້ ເວດມົນຄາຖາ ເພື່ອເບິ່ງເຫດການຕ່າງໆ.
\s5
\v 4 ອົງພຣະຜູ້ເປັນເຈົ້າ ຈະປ່ອຍໃຫ້ເດັກ ນ້ອຍ ປົກຄອງປະຊາຊົນ.
\v 5 ທຸກຄົນຈະ ເອົາລັດ ເອົາປຽບ ຊຶ່ງກັນແລະກັນ. ຄົນໜຸ່ມຈະບໍ່ໃຫ້ ຄວາມນັບຖື ແກ່ພວກຜູ້ອາວຸໂສ ແລະ ຄົນຊົ່ວຈະບໍ່ໃຫ້ ຄວາມນັບຖື ແກ່ຜູ້ມີກຽດ.
\s5
\v 6 ເມື່ອເວລານັ້ນ ມາເຖິງສະມາຊິກ ໃນ ຕະກຸນໜຶ່ງ ຈະເລືອກເອົາຜູ້ໜຶ່ງໃນພວກເຂົາ ແລະ ເວົ້າກັບລາວ ວ່າ, “ຢ່າງໜ້ອຍເຈົ້າ ກໍມີເຄື່ອງນຸ່ງຫົ່ມບາງໂຕ; ສະນັ້ນໃນຄາວ ທີ່ເດືອດຮ້ອນ ຢ່າງນີ້ ຈົ່ງເປັນຜູ້ນາໍ ຂອງພວກເຮົາເຖີດ. ”
\v 7 ແຕ່ລາວຈະຕອບ ວ່າ, “ຢ່າ ເລືອກເອົາຂ້ອຍເທາະ ຂ້ອຍຊ່ວຍພວກເຈົ້າ ບໍ່ ໄດ້ດອກ. ຂ້ອຍບໍ່ມີອາຫານ ແລະ ເຄື່ອງນຸ່ງຫົ່ມເລີຍ. ຢ່າສູ່ເລືອກເອົາຂ້ອຍ ເປັນຜູ້ນາໍ ເທາະ.”
\s5
\v 8 ຖືກຕ້ອງ ຄວາມຫົ້ຼມຈົມ ເປັນຂອງ ນະຄອນ ເຢຣູຊາເລັມ ສາແລ້ວ ຢູດາຍ ກໍກາໍລງັ ຫລົ້ມຈົມດ້ວຍ ພວກເຂົາເວົ້າ ແລະ ເຮັດທຸກຢ່າງ ຕໍ່ສູ້ອົງພຣະຜູ້ເປັນເຈົ້າ; ພວກເຂົາດູຖູກ ໝິ່ນປະໝາດພຣະອົງ ຢ່າງ ເປີດເຜີຍ.
\v 9 ຈິດໃຈລໍາອຽງ ຂອງ ພວກເຂົາ ຕໍ່ສູ້ພວກເຂົາເອງ. ພວກເຂົາເຮັດບາບ ຢ່າງ ເປີດເຜີຍດັ່ງຊາວ ໂຊໂດມ ໄດ້ເຮັດ. ເຄາະກາໍເປັນຂອງ ພວກເຂົາສາແລ້ວ ເພາະ ພວກເຂົາເອງ ເປັນຜູ້ນາໍ ເຄາະກາໍ ນັ້ນມາ.
\s5
\v 10 ຝ່າຍຄົນຊອບທໍາ ຈະມີຄວາມສຸກ [ສ] ແລະ ສິ່ງທັງຫລາຍຈະເປັນໄປ ໂດຍດີສໍາລັບ ພວກເຂົາ. ພວກເຂົາສາມາດ ທີ່ຈະສະໜຸກ ຢູ່ ກັບສິ່ງທີ່ຫາມາໄດ້.
\v 11 ແຕ່ຄົນຊົ່ວຊ້າ ພັດໄດ້ຮັບຄວາມຫາຍຍະນະ; ສິ່ງທີ່ພວກເຂົາ ໄດ້ ກະທໍາ ໃຫ້ຜູ້ອື່ນນັ້ນ ບັດນີ້ ສິ່ງນັ້ນໄດ້ຕາມມາ ສະໜອງ ພວກເຂົາເອງ.
\v 12 ພວກໃຫ້ ກູ້ຢືມເງິນ ກົດຂີ່ ປະຊາຊົນ ຂອງເຮົາ ແລະ ພວກເຈົ້າໜີ້ ກໍສໍ້ໂກງ ພວກເຂົາ. ປະຊາຊົນ ຂອງເຮົາເອີຍ ບັນດາຜູ້ນາໍ ຂອງ ພວກເຈົ້າກໍາລັງນໍາພວກເຈົ້າ ໄປໃນທາງຜິດ ພວກເຈົ້າຈຶ່ງບໍ່ຮູ້ເລີຍວ່າ ຄວນລ້ຽວໄປທາງໃດດີ.
\s5
\v 13 ອົງພຣະຜູ້ເປັນເຈົ້າ ພ້ອມແລ້ວ ທີ່ຈະກ່າວຄະດີ ຂອງພຣະອົງ; ພຣະອົງພ້ອມແລ້ວ ທີ່ຈະຕັດສິນ ປະຊາຊົນ ຂອງ ພຣະອົງ. [ຊ]
\v 14 ອົງພຣະຜູ້ເປັນເຈົ້າ ກາໍລັງນໍາ ຄົນເຫລົ່ານີ້ ມາຕັດສິນ ຄື ບັນດາເຖົ້າແກ່ ແລະ ບັນດາຜູ້ນາໍປະຊາຊົນຂອງພຣະອົງ. ພຣະອົງກ່າວ ຟ້ອງ ດັ່ງນີ້: “ພວກເຈົ້າ ໄດ້ປຸ້ນເອົາສວນອະງຸ່ນ ແລະ ໃນເຮືອນຂອງພວກເຈົ້າ ກໍເຕັມ ໄປດ້ວຍ ສິ່ງຂອງທີ່ພວກເຈົ້າ ໄດ້ຢຶດເອົາມາ ຈາກຄົນຍາກຈົນ.
\v 15 ພວກເຈົ້າ ບໍ່ມີສິດທີ່ ຈະຢຽບຢໍ່າ ປະຊາຊົນຂອງເຮົາ ແລະ ເອົາ ລັດເອົາປຽບ ຄົນຍາກຈົນ. ” ພຣະເຈົ້າຢາເວ ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດ ຍິ່ງໃຫຍ່ໄດ້ກ່າວ ດັ່ງນີ້ແຫລະ.
\s5
\v 16 ອົງພຣະຜູ້ເປັນເຈົ້າ ກ່າວວ່າ, “ເບິ່ງດູ ຜູ້ຍິງຊາວນະຄອນ ເຢຣູຊາເລັມ ອວດອົ່ງ ຈອງຫອງ ສໍ່າໃດ ພວກເຂົາຍ່າງເບີດຈົນ ດັງ ຕັ້ງຊື່. ພວກເຂົາມັກທ່ຽວ ເລາະຫລິ້ນ ສະເໝີ ໂດຍຍ່າງບາດກ້າວ ອັນຜ່າເຜີຍ ຈົນປອກຕີນດັງ ເປັນຈັງຫວະ.
\v 17 ແຕ່ເຮົາຈະລົງໂທດ ພວກເຂົາ ຄື ເຮົາຈະແຖຫົວ ພວກເຂົາໃຫ້ໂຫລ້ນ.”
\s5
\v 18 ເມື່ອມື້ນັ້ນມາເຖິງ ພຣະເຈົ້າ ຢາເວ ຈະເອົາທຸກສິ່ງທີ່ພວກຜູ້ຍິງຊາວນະຄອນ ເຢຣູຊາເລັມ ໂອ້ອວດນັ້ນໜີໄປ ໃຫ້ໝົດ ເຊັ່ນ: ເຄື່ອງເອ້ ທີ່ພວກເຂົາໃສ່ ຕາມຂໍ້ຕີນ, ຕາມເທິງຫົວ, ຕາມຄໍ,
\v 19 ແລະ ຕາມຂໍ້ມື. ພຣະອົງຈະເອົາຜ້າປົກໜ້າ ຂອງພວກເຂົາໄປ
\v 20 ແລະ ໝວກຂອງພວກເຂົາດ້ວຍ; ຄາຖາ ທີ່ພວກເຂົາມີຕາມແຂນແລະຕາມ ແອວ;
\s5
\v 21 ແຫວນທີ່ໃສ່ ຕາມນິ້ວມື ແລະເກາະທີ່ ດັງ ຂອງພວກເຂົາ;
\v 22 ກະໂປ່ງອັນງາມໆ, ເສື້ອຊຸດຜ້າຄຸມ, ກະເປົາຖື ຂອງພວກເຂົາ;
\v 23 ເສື້ອໃຫຍ່, ແພມົນບາງໆ, ຜ້າພັນຄໍ ແລະຜ້າຍຍາວໆທີ່ໃຊ້ ປົກຫົວຂອງພວກເຂົາ.
\s5
\v 24 ແທນທີ່ຕົນຕົວ ພວກເຂົາຈະມີກິ່ນຫອມ ພວກເຂົາຈະມີກິ່ນເໝັນ; ແທນທີ່ຈະມີສາຍແອວງາມ ພວກເຂົາຈະມີເຊືອກມັດ ແອວ; ແທນທີ່ຈະມີຜົມງາມ ພວກເຂົາຈະຫົວ ໂຫລ້ນ; ແທນທີ່ຈະໃສ່ເສື້ອງາມ ພວກເຂົາ ຈະນຸ່ງຜ້າຂາດ; ຄວາມງາມຂອງພວກເຂົາ ຈະປ່ຽນ ເປັນຄວາມອັບອາຍ ຂາຍໜ້າ.
\v 25 ແມ່ນແລ້ວ ພວກຜູ້ຊາຍໃນເມືອງ ແມ່ນແຕ່ ຄົນທີ່ແຂງແຮງ ທີ່ສຸ​ດກໍຈະຖືກຂ້າ ໃນສະໜາມຮົບ.
\v 26 ທົ່ວທັງເມືອງ ຈະຮ້ອງໄຫ້ ຄວນຄາງ ດັ່ງຍິງຜູ້ໜຶ່ງພວມ ນັ່ງຢູ່ກັບພື້ນດິນ ເພາະສູນເສຍທຸກສິ່ງ.
\s5
\c 4
\p
\v 1 ເມື່ອເວລານັ້ນ ມາເຖິງ ຜູ້ຍິງເຈັດຄົນຈະ ຍາດເອົາຜູ້ຊາຍຄົນດຽວ ພ້ອມທັງກ່າວວ່າ, “ພວກເຮົາລ້ຽງ ແລະ ຫາເຄື່ອງນຸ່ງຫົ່ມ ໃຫ້ຕົນ ເອງໄດ້; ແຕ່ໂຜດໃຫ້ພວກເຮົາເອີ້ນເຈົ້າ ວ່າ ເປັນຜົວຂອງພວກເຮົາເທີ້ນ ເພື່ອວ່າ ພວກເຮົາຈະບໍ່ຕ້ອງທົນອັບອາຍ ຂາຍໜ້າ ຍ້ອນຫາ ຜົວບໍ່ໄດ້. ”
\v 2 ເມື່ອມື້ນັ້ນ ມາເຖິງ ອົງພຣະ ຜູ້ເປັນເຈົ້າ ຈະເຮັດໃຫ້ພືດພັນ ແລະ ຕົ້ນໄມ້ ຢູ່ໃນດິນແດນ ໃຫຍ່ຂຶ້ນ ແລະ ສວຍງາມ. ປະຊາຊົນຊາວ ອິດສະຣາເອນ ທັງໝົດທີ່ຍັງມີ ຊີວິດ ເຫລືອຢູ່ຈະຊື່ນຊົມຍິນດີ ໃນຜົນລະປູກ ທີ່ເກີດໃນດິນແດນ.
\s5
\v 3 ທຸກຄົນທີ່ເຫລືອຢູ່ໃນນະຄອນ ເຢຣູຊາເລັມ ຄື ຜູ້ທີ່ພຣະເຈົ້າ ໄດ້ເລືອກໄວ້ ໃຫ້ມີຊີວິດຢູ່ ຄົນຈະເອີ້ນເຂົາວ່າ ບໍຣິສຸດ.
\v 4 ໂດຍຣິດອໍານາດ ຂອງພຣະເຈົ້າ ຢາເວ ພຣະອົງຈະຕັດສິນ ແລະ ຊໍາລະ ປະເທດຊາດ ແລະ ຊໍາລະລ້າງມົນທິນ ໃຫ້ສິ້ນໄປຈາກນະຄອນ ເຢຣູຊາເລັມ ແລະ ຊໍາລະ ເລືອດທີ່ໄດ້ໄຫລ ລົງທີ່ນັ້ນດ້ວຍ.
\s5
\v 5 ແລ້ວເທິງພູເຂົາ ຊີໂອນ ແລະ ເທິງຜູ້ທີ່ເຕົ້າໂຮມ ຢູ່ທີ່ນັ້ນ ອົງພຣະຜູ້ເປັນເຈົ້າ ຈະສົ່ງເມກ ມາໃນຕອນກາງເວັນ ແລະ ສົ່ງຄວັນ ກັບແປວໄຟ ມາໃນຕອນກາງຄືນ. ສະຫງ່າຣາສີ ຈະປົກປ້ອງຄຸ້ມຄອງນະຄອນ.
\v 6 ສະຫງ່າຣາສີຂອງພຣະອົງ ຈະປົກປັກຮັກສາ ນະຄອນ ຈາກແສງແດດ ໃນຕອນກາງເວັນ ແລະ ນະຄອນນັ້ນ ກໍຈະເປັນບ່ອນປອດໄພ ເພື່ອຫລົບຝົນ ແລະ ພະຍຸຮ້າຍ.
\s5
\c 5
\p
\v 1 ເມື່ອຂ້ອຍຮ້ອງເພງນີ້ ຂໍທ່ານຈົ່ງຟັງເອົາ ເດີ ທີ່ເອີ່ຍເຖິງສວນອະງຸ່ນ ກັບ ໝູ່ເພື່ອນ ຂອງຂ້ອຍ: ເພື່ອນຂອງຂ້ອຍ ມີສວນອະງຸ່ນຢູ່ຕອນໜຶ່ງຊຶ່ງສວນນີ້ ຕັ້ງຢູ່ຕາມເນີນພູ ທີ່ມີດິນ ດິ.
\v 2 ລາວຂຸດທັງພູນດິນ ຫລັງຈາກເກັບ ກ້ອນຫິນ ອອກໄປແລ້ວ ຈຶ່ງໄດ້ປູກເບ້ຍ ພັນ ອະງຸ່ນດີໆ ທັງນັ້ນໃສ່. ລາວປຸກຫໍຄອຍ ຫລັງໜຶ່ງໄວ້ ສໍາລັບເຝົ້າ ສວນອະງຸ່ນ ລາວເຈາະອ່າງຫິນໄວ້ ສໍາລັບບີບໝາກອະງຸ່ນດ້ວຍ. ແລ້ວກໍຕັ້ງໃຈ ລໍຄອຍຖ້າຈົນໝາກອະງຸ່ນສຸກງອມ ແຕ່ໝາກອະງຸ່ນທີ່ສຸກ ພັດມີຣົດສົ້ມທັງໝົດ.
\s5
\v 3 ສະນັ້ນ ເພື່ອນຂອງຂ້ອຍ ຈຶ່ງເວົ້າວ່າ, “ພວກເຈົ້າ ທີ່ຢູ່ໃນນະຄອນ ເຢຣູຊາເລັມ ແລະ ຢູດາຍ ເອີຍ ຈົ່ງຕັດສິນລະຫວ່າງຂ້ອຍ ກັບ ສວນອະງຸ່ນ ເບິ່ງດູ.
\v 4 ມີອັນໃດແດ່ ທີ່ຂ້ອຍ ບໍ່ໄດ້ ເຮັດສໍາລັບ ສວນນີ້? ແລ້ວເປັນຫຍັງ ໝາກອະງຸ່ນ ຈຶ່ງສົ້ມໝົດ ທັງໆ ທີ່ຂ້ອຍຫວັງ ໄວ້ວ່າຈະໄດ້ໝາກຫວານດີ?
\s5
\v 5 ບັດນີ້ ຂ້ອຍຈະເຮັດກັບສວນອະງຸ່ນ ຂອງຂ້ອຍ ດັ່ງນີ້: ຈະຮື້ໜາມ ແລະ ມ້າງຮົ້ວ ທີ່ລ້ອມ ມັນນັ້ນອອກ ແລະ ປ່ອຍໃຫ້ສັດປ່າ ມາກິນ ແລະ ຢຽບຢໍ່າມັນຖິ້ມ.
\v 6 ຂ້ອຍຈະປ່ອຍໃຫ້ ຫຍ້າເກີດຂຶ້ນ ເຕັມໄປທົ່ວ. ຂ້ອຍຈະບໍ່ຕັດ ແໜງ ຫລື ພວນດິນ; ແຕ່ຈະປ່ອຍໃຫ້ເຄືອ ແລະ ກົກໜາມ ປົ່ງຂຶ້ນຫຸ້ມຫໍ່. ຂ້ອຍຈະບໍ່ໃຫ້ ແມ່ນແຕ່ຝົນ ຕົກລົງມາ ຮໍາສວນນັ້ນເລີຍ.”
\s5
\v 7 ສວນອະງຸ່ນຂອງ ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດ ຍິ່ງໃຫຍ່ ແມ່ນຊາດ ອິດສະຣາເອນ ແລະ ປະຊາຊົນຊາວຢູດາ ແມ່ນເບ້ຍອະງຸ່ນ ຊຶ່ງພຣະອົງ ໄດ້ປູກໄວ້. ພຣະອົງຄາດຫວັງ ໃຫ້ພວກເຂົາເຮັດ ໃນສິ່ງທີ່ ດີ ແຕ່ພວກເຂົາມີແຕ່ ປະພຶດຕົນເປັນຜູ້ຂ້າຄົນ ທັງນັ້ນ. ພຣະອົງຄາດຫວັງໃຫ້ພວກເຂົາ ເຮັດໃນສິ່ງທີ່ຊອບທໍາ ແຕ່ຄົນຮັບເຄາະກາໍຮ້ອງຂໍ ຄວາມຍຸດຕິທາໍ ທັງນັ້ນ
\s5
\v 8 ວິບັດ ເປັນຂອງພວກເຈົ້າ ສາແລ້ວ ພວກເຈົ້າຊື້ເຮືອນ ຕື່ມອີກຫລາຍຫລັງ ແລະ ຊື້ນາ ຕື່ມອີກຫລາຍທົ່ງ ເພີ່ມກັບສິ່ງ ທີ່ພວກເຈົ້າ ມີ ຢູ່. ບໍ່ດົນກໍຈະບໍ່ມີບ່ອນ ສໍາລັບ ຄົນອື່ນຢູ່ ແລະ ແມ່ນພວກເຈົ້າ ເທົ່ານັ້ນທີ່ຈະຢູ່ໃນດິນແດນ.
\v 9 ຂ້າພະເຈົ້າໄດ້ຍິນອົງພຣະຜູ້ເປັນເຈົ້າ ອົງ ຊົງຣິດອໍານາດ ຍິ່ງໃຫຍ່ ກ່າວວ່າ, “ເຮືອນ ຫລັງໃຫຍ່ໆ ແລະ ງາມໆ ເຫລົ່ານີ້ ຈະເປົ່າຮ້າງ ແລະ ເພພັງລົງ.
\v 10 ເບ້ຍ ອະງຸ່ນ ທີ່ປູກຢູ່ໃນທີ່ດິນ ສິບສອງໄຮ່ ຈະກັ່ນເຫລົ້າ ອະງຸ່ນ ໄດ້ພຽງແປດລິດ ເທົ່ານັ້ນ. ຫວ່ານ ແນວປູກໄປ ແປດສິບລິດ ຈະເກັບກ່ຽວ ພືດຜົນ ເປັນເມັດໄດ້ ພຽງແຕ່ ແປດລິດ ເທົ່ານັ້ນ.”
\s5
\v 11 ເຄາະກໍາ ເປັນຂອງພວກເຈົ້າ ສາແລ້ວ ພວກເຈົ້າ ລຸກຂຶ້ນ ແຕ່ເຊົ້າໆ ຕັ້ງຕົ້ນດື່ມເຫລົ້າ ແລະ ພວກເຈົ້າ ກໍເມົາເຫລົ້າ ຕະຫລອດຄືນ.
\v 12 ໃນງານກິນລ້ຽງ ພວກເຈົ້າມີພິນ ແລະ ມີກອງ ແລະ ມີຂຸ່ຍ ພ້ອມທັງເຫລົ້າອະງຸ່ນ. ແຕ່ ພວກເຈົ້າ ບໍ່ເຂົ້າໃຈ ສິ່ງທີ່ອົງພຣະຜູ້ເປັນເຈົ້າ ກາໍລັງຈະເຮັດ
\s5
\v 13 ສະນັ້ນພວກເຈົ້າ ຈະຖືກຈັບໄປ ເປັນ ຊະເລີຍເສິກ. ບັນດາຜູ້ນາໍ ຂອງພວກເຈົ້າ ຈະ ຕາຍຍ້ອນຫິວເຂົ້າ ແລະ ຄົນສາມັນທາໍມະດາ ຈະຕາຍຍ້ອນຫິວນາໍ້.
\v 14 ແດນມໍຣະນາ ກໍຫິວຢາກກິນພວກເຂົາ ແລະ ອ້າປາກຂອງມັນ ອອກກວ້າງ ລໍຖ້າຢູ່. ມັນຈະກືນກິນ ພວກຂຸນນາງ ຂອງນະຄອນ ເຢຣູຊາເລັມ ແລະ ຝູງ ຄົນສາມັນ ທີ່ຮ້ອງສຽງດັງ ຢ່າງອືກກະທຶກ.
\s5
\v 15 ທຸກຄົນຈະຖືກ ອັບອາຍຂາຍໜ້າ ແລະ ຜູ້ທີ່ອວດອົ່ງຈອງຫອງ ຈະຖ່ອມຕົວ.
\v 16 ແຕ່ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດ ຍິ່ງໃຫຍ່ ສໍາແດງຣິດທານຸພາບ ຂອງ ພຣະອົງ ໂດຍເຮັດໃນສິ່ງທີ່ຍຸດຕິທາໍ ແລະ ເປີດເຜີຍໃຫ້ ເຫັນຄວາມບໍຣິສຸດ ຂອງພຣະອົງ ໂດຍຕັດສິນ ປະຊາຊົນ ຂອງພຣະອົງ.
\v 17 ໃນເມືອງທີ່ ຮົກຮ້າງ ເພພັງນັ້ນ ແກະນ້ອຍຈະມີຫຍ້າກິນ ແລະ ແບ້ນ້ອຍກໍຈະພົບທົ່ງຫຍ້າ. [ຍ]
\s5
\v 18 ເຄາະກາໍ ເປັນຂອງພວກເຈົ້າ ສາແລ້ວ ພວກເຈົ້າ ຈະເປັນອິດສະຫລະ ໂດຍຫລຸດພົ້ນ ຈາກບາບ ໄປບໍ່ໄດ້ດອກ.
\v 19 ພວກເຈົ້າ ເວົ້າວ່າ, “ໃຫ້ພຣະເຈົ້າ ຟ້າວເຮັດໃນສິ່ງທີ່ ພຣະອົງກ່າວວ່າ ຈະເຮັດນັ້ນສາເທາະ ເພື່ອວ່າ ພວກເຮົາຈະໄດ້ເຫັນ. ໃຫ້ພຣະເຈົ້າ ອົງບໍຣິສຸດ ຂອງຊາດອິດສະຣາເອນ ເຮັດຕາມ ແຜນການ ຂອງພຣະອົງເຖີດ ພວກເຮົາຢາກ ຈະຮູ້ຈັກແຜນການນັ້ນ.”
\s5
\v 20 ເຄາະກາໍ ເປັນຂອງພວກເຈົ້າສາແລ້ວ ພວກເຈົ້າ ເອີ້ນສິ່ງທີ່ດີ ວ່າເປັນສິ່ງທີ່ຊົ່ວ ແລະ ເອີ້ນສິ່ງທີ່ຊົ່ວ ວ່າເປັນສິ່ງທີ່ດີ. ພວກເຈົ້າ ປ່ຽນມືດເປັນແຈ້ງ ແລະ ແຈ້ງເປັນມືດ. ພວກເຈົ້າເຮັດສິ່ງທີ່ຂົມ ໃຫ້ເປັນຫວານ ແລະ ສິ່ງທີ່ຫວານ ໃຫ້ເປັນຂົມ.
\v 21 ເຄາະກໍາ ເປັນ ຂອງພວກເຈົ້າ ສາແລ້ວ ພວກເຈົ້າຄິດວ່າຕົນ ເປັນຄົນສະຫລາດ ແລະ ເປັນຄົນຫລັກ ແຫລມ ຫລາຍແທ້ນໍ.
\s5
\v 22 ເຄາະກາໍ ເປັນຂອງພວກເຈົ້າ ສາແລ້ວຈອມຂີ້ເມົາເອີຍ ເມື່ອເຫລົ້າ ເຂົ້າປາກເຈົ້າ ເຫັນເສືອທໍ່ແມວ
\v 23 ແຕ່ຍ້ອນສິນຈ້າງ ລາງວັນ ພວກເຈົ້າປ່ອຍໃຫ້ ຄົນຜິດໜີໄປລ້າ ໆ ແລະ ບໍ່ໃຫ້ຄວາມຍຸດຕິທາໍ ແກ່ຄົນບໍ່ມີຄວາມຜິດ.
\s5
\v 24 ສະນັ້ນ ບັດນີ້ ເຟືອງ ແລະ ຫຍ້າແຫ້ງ ຖືກເຜົາໄໝ້ ໃນໄຟສັນໃດ ຮາກເຫງົ້າຂອງພວກເຈົ້າ ຈະຂຸ ແລະ ດອກຂອງພວກເຈົ້າ ຈະຫ່ຽວແຫ້ງ ທັງຖືກລົມພັດໜີໄປ ສັນນັ້ນ; ເພາະພວກເຈົ້າ ໄດ້ປະຖິ້ມສິ່ງທີ່ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດ ຍິ່ງໃຫຍ່ ຄື ພຣະເຈົ້າ ອົງບໍຣິສຸດຂອງຊາດ ອິດສະຣາເອນໄດ້ສັ່ງສອນ ພວກເຮົາ.
\s5
\v 25 ອົງພຣະຜູ້ເປັນເຈົ້າ ໂກດຮ້າຍ ປະຊາຊົນ ຂອງພຣະອົງ ແລະ ຢຽດມືອອກ ລົງໂທດ ພວກເຂົາສາແລ້ວ. ພູທັງຫລາຍ ຈະ ສັ່ນສະເທືອນ ແລະ ຊາກສົບ ຂອງຄົນຕາຍ ກໍ ຈະຖືກປະປ່ອຍໄວ້ ຕາມຖະໜົນຫົນທາງ ດັ່ງຂີ້ເຫຍື້ອ. ເຖິງປານນັ້ນ ພຣະອົງກໍຍັງບໍ່ເຊົາ ໂກດຮ້າຍ ແຕ່ຍັງຈະຢຽດມືອອກ ເພື່ອລົງ ໂທດ ພວກເຂົາຕໍ່ໄປ.
\s5
\v 26 ພຣະອົງເຮັດສັນຍາເອີ້ນເອົາຊາດໜຶ່ງທີ່ຢູ່ຫ່າງໄກ. [ດ] ພຣະອົງຖິວເອົາ ພວກເຂົາມາ ແຕ່ທີ່ສຸດປາຍ ແຜ່ນດິນໂລກ. ພວກເຂົາ ມາຢ່າງວ່ອງໄວ ໂດຍບໍ່ຊັກຊ້າ
\s5
\v 27 ບໍ່ມີຜູ້ໃດ ໃນພວກເຂົາອິດເມື່ອຍ; ບໍ່ມີຜູ້ໃດ ໃນພວກເຂົາ ຕໍາສະດຸດ. ພວກເຂົາບໍ່ງ້ວງ ຫລື ເຫງົານອນ. ສາຍຮັດ ກໍບໍ່ຫລຸດ ແລະ ເກີບກໍບໍ່ຂາດ.
\v 28 ລູກທະນູ ຂອງ ພວກເຂົາແຫລມ ແລະ ໜ້າທະນູ ກໍພ້ອມແລ້ວ ທີ່ຈະຍິງ. ກີບຕີນມ້າ ຂອງພວກເຂົາແຂງ ດັ່ງຫິນ ແລະ ຕີນລົດກໍປິ່ນດັ່ງລົມບ້າໝູ.
\s5
\v 29 ພວກທະຫານ ຕ່າງກໍຄວນຄາງ ສຽງດັງ ຄື ສຽງໂຕສິງ ທີ່ໄດ້ຂ້າເຫຍື່ອ ແລະ ຄາບ ໄປຍັງບ່ອນ ທີ່ບໍ່ມີຜູ້ໃດຍາດເອົາ ຈາກມັນໄດ້.
\v 30 ເມື່ອມື້ນັ້ນ ມາເຖິງ ພວກເຂົາ ຈະໂຮຮ້ອງໃສ່ຊາດ ອິດສະຣາເອນ ດັ່ງຄື້ນອຶກກະທຶກ ຂອງທະເລ. ເບິ່ງປະເທດນີ້ແມ ຊ່າງມືດມິດ ແລະ ທຸກລະທົມແທ້ ຄວາມສະຫວ່າງ ກາຍເປັນມືດມົວສາແລ້ວ.
\s5
\c 6
\p
\v 1 ໃນປີ ທີ່ກະສັດ ອຸດຊີຢາ ຕາຍໄປນັ້ນ ໃນ ນິມິດ ຂ້າພະເຈົ້າໄດ້ເຫັນ ພຣະເຈົ້າ ຢາເວ ພວມນັ່ງຢູ່ເທິງບັນລັງ ອັນສູງສົ່ງຂອງພຣະອົງ ແລະ ເຄື່ອງນຸ່ງຂອງພຣະອົງ ກໍຄຸມຢູ່ເຕັມ ພຣະວິຫານ.
\v 2 ຢູ່ຮອບພຣະອົງ ນັ້ນມີ ເສຣາຟິມ ມີປີກຫລາຍຕົນ ກາໍລັງຢືນຢູ່ ແຕ່ ລະຕົນ ມີປີກຫົກປີກ. ແຕ່ລະຕົນນັ້ນ ໄດ້ໃຊ້ສອງປີກ ປົກໜ້າ ສອງປີກ ປົກໂຕ ແລະ ອີກສອງປີກ ສໍາລັບໃຊ້ບິນ.
\s5
\v 3 ເສຣາຟິມ ເຫລົ່ານີ້ ເອີ້ນໃສ່ກັນແລະກັນ ວ່າ, “ບໍຣິສຸດ ບໍຣິສຸດ ບໍຣິສຸດ ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດ ຍິ່ງໃຫຍ່ ຊົງບໍຣິສຸດ ພຣະສະຫງ່າຣາສີ ກໍແຜ່ກະຈາຍໄປທົ່ວໂລກ.”
\s5
\v 4 ສັດເຫລົ່ານັ້ນ ຮ້ອງຈົນຮາກຖານຂອງພຣະວິຫານ ສັ່ນສະເທືອນ ແລະມີຄວັນ ຄຸມຢູ່ ເຕັມພຣະວິຫານ.
\v 5 ຂ້າພະເຈົ້າ ເວົ້າຂຶ້ນວ່າ, “ຂ້ານ້ອຍໝົດຫວັງສາແລ້ວ ເຄາະກໍາ ເປັນຂອງຂ້ານ້ອຍສາແລ້ວ ຍ້ອນຄໍາເວົ້າ ທຸກ ຄໍາ ທີ່ອອກຈາກປາກຂອງຂ້ານ້ອຍນັ້ນ ລ້ວນແຕ່ຊົ່ວມົວໝອງ ຂ້ານ້ອຍໄດ້ອາໄສຢູ່ນາໍຊົນຊາດ ທີ່ເວົ້າແຕ່ສິ່ງຊົ່ວຊ້າ. ບັດນີ້ ຂ້ານ້ອຍໄດ້ ເຫັນກະສັດ ຄື ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດ ຍິ່ງໃຫຍ່ ກັບຕາຂອງຂ້ານ້ອຍ ເອງແລ້ວ.”
\s5
\v 6 ຕໍ່ມາໄດ້ມີ ເສຣາຟິມ ຕົນໜຶ່ງບິນລົງມາ ຫາຂ້າພະເຈົ້າ ໂດຍໃຊ້ເຫລັກຄີບ ເອົາຖ່ານໄຟແດງ ມາຈາກແທ່ນບູຊາ.
\v 7 ເສຣາຟິມ ຕົນນັ້ນໄດ້ເອົາຖ່ານໄຟ ແປະໃສ່ ທີ່ຮີມສົບຂອງຂ້າພະເຈົ້າ ພ້ອມທັງກ່າວ ວ່າ, “ຖ່ານໄຟ ນີ້ໄດ້ຖືກຮີມສົບເຈົ້າ ບັດນີ້ຄວາມຜິດຂອງເຈົ້າ ໄດ້ໝົດໄປແລ້ວ ແລະ ບາບ ຂອງເຈົ້າ ກໍໄດ້ຮັບການອະໄພ.”
\s5
\v 8 ແລ້ວ ຂ້າພະເຈົ້າ ກໍໄດ້ຍິນພຣະເຈົ້າ ຢາເວ ຖາມວ່າ, “ເຮົາຈະໃຊ້ ຜູ້ໃດໄປ? ຜູ້ໃດ ຈະເປັນຜູ້ນາໍ ຖ້ອຍຄໍາ ຂອງເຮົາໄປກ່າວຕາງເຮົາ? ” ຂ້າພະເຈົ້າ ຈຶ່ງຕອບວ່າ, “ຂ້ານ້ອຍຈະໄປ ໂຜດສົ່ງຂ້ານ້ອຍໄປເຖີດ. ”
\v 9 ສະນັ້ນ ພຣະອົງຈຶ່ງສັ່ງຂ້າພະເຈົ້າໄປ ບອກປະຊາຊົນ ດັ່ງນີ້: “ແມ່ນວ່າ ພວກເຈົ້າຈະຟັງຫລາຍປານໃດ ພວກເຈົ້າກໍຈະບໍ່ເຂົ້າໃຈ. ແມ່ນວ່າ ພວກເຈົ້າ ຈະເບິ່ງຄັກປານໃດ ພວກເຈົ້າກໍຈະບໍ່ຮູ້ເຫັນວ່າ ແມ່ນຫຍັງກາໍລັງເກີດຂຶ້ນ.”
\s5
\v 10 ແລ້ວພຣະອົງ ກໍບອກຂ້າພະເຈົ້າ ວ່າ, “ຈົ່ງເຮັດໃຫ້ ຈິດໃຈຂອງຊົນຊາດນີ້ ມືດມົນ, ຫູຂອງພວກເຂົາໜວກ ແລະຕາຂອງພວກເຂົາ ບອດ ເພື່ອບໍ່ໃຫ້ພວກເຂົາເຫັນ ຫລື ໄດ້ຍິນ ຫລື ເຂົ້າໃຈໄດ້. ຖ້າພວກເຂົາເຫັນ ຫລື ໄດ້ຍິນ ຫລື ເຂົ້າໃຈໄດ້ ພວກເຂົາຈະກັບມາຫາເຮົາ ແລະຮັບການປິ່ນປົວໃຫ້ດີ.”
\s5
\v 11 ຂ້າພະເຈົ້າ ຈຶ່ງຖາມ ວ່າ, “ຂ້າແດ່ ພຣະເຈົ້າຢາເວ ເຫດການ ເຊັ່ນນັ້ນຈະເປັນຢູ່ຢ່າງນີ້ ເຫິງນານ ປານໃດ? ” ພຣະອົງຕອບວ່າ, “ຈົນກວ່າ ເມືອງຕ່າງໆ ຖືກທາໍລາຍ ແລະ ຮ້າງເປົ່າ ໝູ່ບ້ານທັງຫລາຍ ບໍ່ມີຄົນຢູ່ອາໄສ ແລະ ຜືນແຜ່ນດິນງຽບເຫງົາ ເປົ່າປ່ຽວ.
\v 12 ເຮົາ ຈະກວາດຕ້ອນ ເອົາຝູງຄົນໃຫ້ໜີໄປໄກ ແລະ ຈະໃຫ້ ດິນດອນ ຕ່ອນຫຍ້າໂສກເສົ້າ ຫງອຍເຫງົາ.
\s5
\v 13 ເຖິງແມ່ນວ່າ ໜຶ່ງໃນສິບຄົນ ຈະຍັງ ເຫລືອຢູ່ ກໍຕາມ ເຂົາກໍຈະຖືກທາໍລາຍ ຄືກັນ ເຂົາຈະເປັນດັ່ງກົກແປກ ທີ່ຖືກຕັດເຫລືອ ແຕ່ ຕໍ. ” (ຕໍນັ້ນໝາຍເຖິງ ການເລີ່ມຕົ້ນໃໝ່ ຂອງ ປະຊາຊົນ ຂອງ ພຣະເຈົ້າ.)
\s5
\c 7
\p
\v 1 ຖ້ອຍຄໍາ ສໍາລັບກະສັດ ອາຮາດ ເມື່ອ ກະສັດອາຮາດ ລູກຊາຍເຈົ້າໂຢທາມ ແລະ ຫລານຊາຍເຈົ້າ ອຸດຊີຢາ ໄດ້ຂຶ້ນປົກຄອງ ຢູດາຍ ນັ້ນ ສົງຄາມໄດ້ລະເບີດຂຶ້ນ. ເຈົ້າເຣຊິນ ກະສັດແຫ່ ງ ຊີເຣຍ ແລະ ເຈົ້າເປກາ ລູກຊາຍ ຂອງເຈົ້າ ເຣມາລີຢາ ກະສັດແຫ່ງ ອິດສະຣາເອນ ໄດ້ບຸກໂຈມຕີ ນະຄອນ ເຢຣູຊາເລັມ; ແຕ່ພວກເຂົາຢຶດເອົານະຄອນ ເຢຣູຊາເລັມ ບໍ່ໄດ້.
\v 2 ເມື່ອກະສັດ ແຫ່ງ ຢູດາຍ ຮູ້ຂ່າວວ່າ ກອງທັບ ແຫ່ງ ຊີເຣຍ ໄດ້ຕັ້ງຢູ່ເຂດແດນ ອິດສະຣາເອນ ແລ້ວເພິ່ນ ພ້ອມທັງປະຊາຊົນ ກໍເກີດຢ້ານກົວ ຈົນຕົວສັ່ນເຊັນ ດັ່ງຕົ້ນໄມ້ ຖືກລົມພັດແຮງ.
\s5
\v 3 ອົງພຣະຜູ້ເປັນເຈົ້າ ໄດ້ກ່າວແກ່ ເອຊາຢາ ວ່າ, “ຈົ່ງນໍາ ເສອາ-ຢາຊຸບ [ຕ] ລູກຊາຍຂອງເຈົ້າ ໄປພົບກະສັດ ອາຮາດ. ເຈົ້າ ຈະພົບລາວ ຕາມທາງໄປບ່ອນ ເຮັດແຜ່ນຜ້າ ຄື ບ່ອນທີ່ນາໍ້ໄຫລ ຈາກອ່າງມາສຸດທີ່ຮ່ອງ.
\v 4 ຈົ່ງບອກລາວໃຫ້ລະມັດລະວັງ, ສະຫງົບ ຈິດໃຈ ແລະ ຢ່າສູ່ຢ້ານ ຫລື ເປັນທຸກໃຈ ເລີຍ. ຄວາມໂກດຮ້າຍ ຂອງກະສັດ ເຣຊິນ ແລະຊາວຊີເຣຍ ແລະ ກະສັດ ເປກາ ບໍ່ເປັນ ອັນຕະລາຍ ທໍ່ກັບຄວັນໄຟໄໝ້ ຟືນໄມ້ໂດກ.
\s5
\v 5 ປະເທດ ຊີເຣຍ ພ້ອມກັບ ອິດສະຣາເອນ ແລະ ກະສັດຂອງພວກເຂົາ ໄດ້ວາງ ແຜນການ ລັບໄວ້.
\v 6 ພວກເຂົາຕັ້ງໃຈ ທີ່ ຈະຮຸກຮານ ຢູດາຍ ເຮັດໃຫ້ປະຊາຊົນ ຢ້ານກົວ ເພື່ອໃຫ້ເຂົ້າຮ່ວມ ກັບ ພວກຕົນ ແລ້ວກໍຈະຕງັ້ລູກຊາຍ ຂອງ ຕາເບເອນ ໃຫ້ຂຶ້ນເປັນກະສັດ ເພື່ອປົກຄອງດິນແດນ.
\s5
\v 7 ແຕ່ພຣະເຈົ້າ ຢາເວ ອົງພຣະຜູ້ເປັນເຈົ້າ ປະກາດ ວ່າ, ‘ເລື່ອງນີ້ ຈະບໍ່ເກີດຂຶ້ນຶເລີຍ.
\v 8 ເປັນຫຍັງ ຈຶ່ງຈະບໍ່ເກີດຂຶ້ນ? ເພາະ ຊີເຣຍ ບໍ່ມີກາໍລັງເຂັ້ມແຂງກວ່າ ນະຄອນ ດາມັສກັດ ເມືອງເອກ ຂອງປະເທດ ແລະນະຄອນ ດາມັສກັດ ກໍບໍ່ມີກາໍລັງເຂັ້ມແຂງກວ່າ ກະສັດ ເຣຊິນ. ສ່ວນອິດສະຣາເອນ ກໍຈະສິ້ນຄວາມ ເປັນຊາດ ໄປພາຍໃນຫົກສິບຫ້າປີ.
\v 9 ອິດສະຣາເອນ ບໍ່ມີກາໍລັງ ເຂັ້ມແຂງກວ່າ ນະຄອນ ຊາມາເຣຍ ເມືອງເອກຂອງປະເທດ ແລະ ຊາມາເຣຍ ກໍບໍ່ມີກາໍລັງເຂັ້ມແຂງກວ່າ ກະສັດ ເປກາ. ຖ້າພວກເຈົ້າ ບໍ່ຕັ້ງໝັ້ນຄົງຢູ່ໃນຄວາມເຊື່ອ ພວກເຈົ້າກໍຈະຕັ້ງຢູ່ບໍ່ໄດ້.
\s5
\v 10 ອົງພຣະຜູ້ເປັນເຈົ້າ ໄດ້ສົ່ງຖ້ອຍຄໍາ ມາ ບອກເຈົ້າ ອາຮາດ ອີກວ່າ:
\v 11 “ຈົ່ງຂໍອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງເຈົ້າ ສໍາແດງ ໝາຍສໍາຄັນຢ່າງໜຶ່ງໃຫ້ເຈົ້າເຫັນ. ສິ່ງນັ້ນ ອາດຈະມາຈາກແດນ ຄົນຕາຍ ຫລື ມາຈາກ ເທິງສະຫວັນ ກໍໄດ້. ”
\v 12 ແຕ່ເຈົ້າ ອາຮາດ ໄດ້ຕອບວ່າ, “ຂ້ານ້ອຍຈະບໍ່ຂໍເບິ່ງໝາຍສໍາຄັນດອກ. ຂ້ານ້ອຍຈະບໍ່ທົດລອງ ອົງພຣະຜູ້ເປັນເຈົ້າ.”
\s5
\v 13 ດັ່ງນັ້ນ ເອຊາຢາ ຈຶ່ງກ່າວວ່າ, “ເຊື້ອ ວົງຂອງກະສັດ ດາວິດ ເອີຍ ບັດນີ້ຈົ່ງຟັງເທີ້ນ. ການທີ່ເຈົ້າ ທາໍລາຍຄວາມອົດທົນ ຂອງມະນຸດນັ້ນ ບໍ່ພຽງພໍ ບໍ? ບັດນີ້ ເຈົ້າຍັງ ຈະຕ້ອງທໍາລາຍ ຄວາມອົດກັ້ນ ຂອງ ພຣະເຈົ້າ ອີກບໍ?
\v 14 ພຣະເຈົ້າ ຢາເວ ຈະໃຫ້ເຈົ້າ ເຫັນໝາຍສໍາຄັນ ຢ່າງໜຶ່ງ ຄື ຍິງສາວຜູ້ໜຶ່ງ [ຖ] ຈະຖືພາ ແລະຈະອອກລູກເປັນຜູ້ຊາຍ ແລະຈະມີຊື່ວ່າ, ‘ເອມານູເອນ’ [ທ]
\v 15 ເມື່ອເພິ່ນໃຫຍ່ ພໍຮູ້ຜິດຮູ້ຖືກ ແລ້ວ ປະຊາຊົນ ຈະກິນນາໍ້ນົມ ກັບນາໍ້ເຜິ້ງ ເປັນ ອາຫານ. [ນ]
\s5
\v 16 ແມ່ນແຕ່ກ່ອນເວລານັ້ນ ມາເຖິງ ດິນແດນຂອງກະສັດ ທັງສອງ ທີ່ເຈົ້າຢ້ານກົວ ນັ້ນກໍຈະຮົກຮ້າງເພພັງ.
\v 17 ອົງພຣະຜູ້ເປັນເຈົ້າ ຈະນາໍມື້ອັນໂຫດຮ້າຍ ມາຍັງເຈົ້າ, ປະຊາຊົນຂອງເຈົ້າ ແລະ ຄອບຄົວທັງໝົດ ຂອງກະສັດ. ມື້ນັ້ນ ຈະໂຫດຮ້າຍ ກວ່າ ມື້ໃດໆ ທີ່ເຄີຍມີມາ ຕັ້ງແຕ່ອານາຈັກ ອິດສະຣາເອນ ໄດ້ແຍກອອກຈາກ ຢູດາຍ ຄື ພຣະອົງພວມຈະນໍາເອົາ ກະສັດ ອັດຊີເຣຍ ມາ.
\s5
\v 18 ເມື່ອເວລານັ້ນ ມາເຖິງ ອົງພຣະຜູ້ເປັນເຈົ້າ ຈະຖິວປາກ ເປັນສັນຍານເອີ້ນ ເອົາຄົນ ເອຢິບ ມາດັ່ງຝູງແມງໄມ້ ຈາກຕົ້ນກາໍເນີດ ຂອງແມ່ນາໍ້ນິນ ແລະ ຖິວປາກເອົາຄົນ ອັດຊີເຣຍ ມາດັ່ງຝູງໂຕເຜິ້ງ ຈາກປະເທດ ຂອງພວກເຂົາ.
\v 19 ພວກເຂົາຈະມາຢູ່ ເຕັມຮ່ອມພູ, ໃນຖໍ້າ ແລະ ຕາມໂງ່ນຫິນ, ທັງ ຈະປົກຄຸມ ຢູ່ຕາມພຸ່ມໄມ້ ແລະ ທົ່ງຫຍ້າ ດ້ວຍ.
\s5
\v 20 ເມື່ອເວລານັ້ນ ມາເຖິງ ພຣະເຈົ້າ ຢາເວ ຈະຈ້າງເອົາ ຊ່າງຕັດຜົມ ມາຈາກແມ່ນໍ້າ ເອຟີຣັດ ຟາກໜຶ່ງ ຄື ຈັກກະພັດ ອັດຊີເຣຍ ເພິ່ນຈະແຖຜົມ ທີ່ເທິງຫົວ ແຖໜວດ ທັງແຖ ຂົນຕາມຕົນຕົວຂອງເຈົ້າຖິ້ມ.
\v 21 ເມື່ອເວລາ ນັ້ນ ມາເຖິງ ແມ່ນແຕ່ພໍ່ນາ ທີ່ມີງົວນ້ອຍ ພຽງ ໂຕດຽວ ແລະ ມີແບ້ພຽງສອງໂຕ
\v 22 ກໍຈະ ໃຫ້ມີນາໍ້ນົມ ກິນພຽງພໍ ກັບຄວາມຕ້ອງການ. ແມ່ນແລ້ວ ຄົນທີ່ລອດຊີວິດເຫລືອ ຢູ່ພຽງ ເລັກນ້ອຍ ໃນປະເທດຈະໄດ້ ກິນນໍ້ານົມ ແລະ ນໍ້າເຜິ້ງ ເປັນອາຫານ.
\s5
\v 23 ເມື່ອເວລານັ້ນ ມາເຖິງ ສວນທີ່ມີເຄືອອະງຸ່ນດີ ພັນຕົ້ນ ແລະ ມີລາຄາ ພັນຫລຽນ ກໍຈະເຕັມໄປດ້ວຍ ກົກໜາມ ແລະ ພຸ່ມໄມ້.
\v 24 ຜູ້ທີ່ມີໜ້າທະນູ ເປັນອາວຸດ ເທົ່ານັ້ນຈະ ກ້າເຂົ້າໄປ ໃນທີ່ນັ້ນ. ແມ່ນແລ້ວ ທົ່ວທັງ ປະເທດ ຈະເຕັມໄປດ້ວຍ ພຸ່ມໄມ້ ແລະ ກົກ ໜາມ.
\v 25 ເນີນພູ ທຸກໜ່ວຍ ທີ່ເຄີຍປູກຢູ່ ກະທາໍກິນ ຈະມີແຕ່ໜາມຈົນ ບໍ່ມີຜູ້ໃດກ້າຂຶ້ນ ໄປທີ່ນັ້ນ. ຕາມເນີນພູ ເຫລົ່ານັ້ນ ຈະເປັນບ່ອນທີ່ງົວ ແລະ ແກະ ເລາະກິນຫຍ້າ.”
\s5
\c 8
\p
\v 1 ອົງພຣະຜູ້ເປັນເຈົ້າ ໄດ້ກ່າວແກ່ ຂ້າພະເຈົ້າ ວ່າ, “ຈົ່ງເອົາປ້າຍໃຫຍ່ ແຜ່ນໜຶ່ງມາ ແລະ ຂຽນໜັງສື ໂຕໃຫຍ່ ໆ ໃສ່ໃນນັ້ນ [ບ] ວ່າ: ‘ລົງມືປຸ້ນທັນທີ ໄດ້ຂອງປຸ້ນມາໄວ.
\v 2 ແລ້ວ້ໃຫ້ເອົາຄົນທີ່ໄວ້ໃຈໄດ້ ສອງຄົນ ຄື ປະໂຣຫິດ ອູຣິຢາ ແລະ ເຊກາຣີຢາ ລູກຊາຍ ຂອງ ເຢເບເຣກີຢາ ມາເພື່ອເປັນພະຍານ.”
\s5
\v 3 ຕໍ່ມາ ເມຍຂອງຂ້າພະເຈົ້າ ກໍໄດ້ຖືພາ ແລະ ເກີດລູກຊາຍຜູ້ໜຶ່ງ. ອົງພຣະຜູ້ເປັນ ເຈົ້າ ບອກຂ້າພະເຈົ້າ ວ່າ, “ຈົ່ງໃສ່ຊື່ເດັກນັ້ນ ວ່າ ‘ລົງມືປຸ້ນທັນທີ ໄດ້ຂອງປຸ້ນມາໄວ.
\v 4 ກ່ອນເດັກນ້ອຍ ໃຫຍ່ຂຶ້ນມາ ພໍຮູ້ຈັກເອີ້ນ ‘ແມ່ ແລະ ‘ພໍ່’ ຊັບສົມບັດທັງໝົດ ຢູ່ໃນນະຄອນ ດາມັສກັດ ແລະ ສິ່ງທີ່ພວກເຂົາປຸ້ນມາໄດ້ ຈາກນະຄອນ ຊາມາເຣຍ ກໍຈະຖືກກະສັດ ອັດຊີເຣຍ ຢຶດໄປໝົດ.”
\s5
\v 5 ອົງພຣະຜູ້ເປັນເຈົ້າ ໄດ້ກ່າວແກ່ ຂ້າພະເຈົ້າອີກ.
\v 6 ພຣະອົງບອກ ວ່າ, “ຍ້ອນປະຊາຊົນເຫລົ່ານີ້ ໄດ້ປະຕິເສດ ສາຍນໍ້າ ທີ່ງຽບສະຫງັດ ຈາກຫ້ວຍນາໍ້ ຊີໂລອາ [ປ] ແລະ ສັ່ນເຊັນ [ຜ] ຕໍ່ໜ້າກະສັດ ເຣຊິນ ແລະ ກະສັດ ເປກາ
\v 7 ດັ່ງນັ້ນ ພຣະເຈົ້າ ຢາເວ ຈະໃຫ້ກະສັດ ອັດຊີເຣຍ ພ້ອມກອງທັບທັງໝົດຂອງລາວ ມາໂຈມຕີ ຢູດາຍ. ກອງທັບນີ້ ຈະບຸກໜ້າໄປ ດັ່ງນາໍ້ ເອຟີຣັດ ໄຫລນອງລົ້ນຕາຝັ່ງ.
\s5
\v 8 ທະຫານ ອັດຊີເຣຍ ຈະບຸກໂຈມຕີ ຢູດາຍ ດັ່ງຖືກກະແສ ນໍ້າພັດ ແລະ ຖ້ວມບ່າໄຫລ່ ສູງຂຶ້ນໄປຈົນປົກຄຸມ ເອົາໝົດທຸກສິ່ງ. ” ພຣະເຈົ້າສະຖິດຢູ່ນາໍພວກເຮົາ ປີກຂອງ ພຣະອົງ ພືອອກເພື່ອປົກປ້ອງ ດິນແດນໄວ້. [ຝ]
\s5
\v 9 ຊົນຊາດ ຂີ້ຢ້ານທັງຫລາຍເອີຍ ຈົ່ງເຂົ້າ ມາເຕົ້າໂຮມກັນ ບັນດາປະເທດ ທີ່ຢູ່ຫ່າງໄກ ເອີຍ ຈົ່ງຟັງເທີ້ນ. ຕຽມພ້ອມສູ້ຮົບ ແຕ່ພັດຢ້ານກົວ ແມ່ນແລ້ວ ຕຽມພ້ອມແຕ່ພັດຢ້ານກົວ
\v 10 ວາງແຜນ ຂອງເຈົ້າໄວ້ສາ, ແຕ່ແຜນການນັ້ນ ຈະບໍ່ສໍາເລັດຈັກເທື່ອ. ປຶກ ສາກັນຫລາຍໆ, ແຕ່ການປຶກສານັ້ນ ຈະບໍ່ມີ ປະໂຫຍດ ຫຍັງໝົດ ເພາະພຣະເຈົ້າສະຖິດ ຢູ່ກັບພວກເຮົາ.
\s5
\v 11 ອົງພຣະຜູ້ເປັນເຈົ້າ ໄດ້ເຕືອນຂ້າພະເຈົ້າ ດ້ວຍຣິດອໍານາດ ອັນຍິ່ງໃຫຍ່ ຂອງພຣະອົງ ບໍ່ໃຫ້ປະພຶດຕາມທາງ ທີ່ຊົນ ຊາດນີ້ ກາໍລັງປະພຶດກັນຢູ່. ພຣະອົງບອກ ວ່າ,
\v 12 “ຢ່າສູ່ຮ່ວມແຜນການ ກະບົດນາໍ ປະຊາຊົນ ແລະ ຢ່າສູ່ຢ້ານສິ່ງທີ່ພວກເຂົາຢ້ານ.
\v 13 ຈົ່ງຈື່ຈາໍໄວ້ ວ່າ ອົງພຣະຜູ້ເປັນ ເຈົ້າ ອົງຊົງຣິດອໍານາດ ຍິ່ງໃຫຍ່ ຊົງບໍຣິສຸດ; ຈົ່ງຢ້ານຢໍາ ແລະ ຢ້ານກົວພຣະອົງ ເຖີດ.
\s5
\v 14 ແລ້ວພຣະອົງຈະເປັນສະຖານ ບໍຣິສຸດ ແລະ ເປັນດັ່ງຫິນ ທີ່ໃຫ້ປະຊາຊົນຕໍາສະດຸດ ແລະ ເປັນດັ່ງແຮ້ວ ທີ່ຈະດັກຈັບເອົາປະຊາຊົນ ໃນອານາຈັກ ຢູດາຍ ແລະ ອິດສະຣາເອນ ພ້ອມທັງຊາວນະຄອນ ເຢຣູຊາເລັມ ດ້ວຍ.
\v 15 ຫລາຍຄົນຈະຕໍາ ສະດຸດ; ພວກເຂົາຈະລົ້ມລົງ ແລະ ຈະຖືກຢຽບຢໍ່າ. ພວກເຂົາຈະຖືກບ້ວງແຮ້ວ ແລະ ຈະ ໜີໄປບໍ່ພົ້ນ.”
\s5
\v 16 ພວກສາວົກຂອງເຮົາ ເອີຍ ພວກເຈົ້າຕ້ອງເຝົ້າລະວັງ ແລະ ຮັກສາຖ້ອຍຄໍາ ທີ່ພຣະເຈົ້າ ໄດ້ມອບໃຫ້ຂ້າພະເຈົ້າ.
\v 17 ອົງ ພຣະຜູ້ເປັນເຈົ້າ ລີ້ພຣະອົງເອງຈາກປະຊາຊົນຂອງພຣະອົງ ແຕ່ຂ້າພະເຈົ້າໄວ້ວາງໃຈ ໃນພຣະອົງ ແລະ ມອບຄວາມຫວັງໄວ້ໃນພຣະອົງ.
\v 18 ຂ້າພະເຈົ້າ ກັບ ພວກລູກໆ ທີ່ອົງພຣະຜູ້ເປັນເຈົ້າ ໄດ້ມອບໃຫ້ ນັ້ນ ໄດ້ຢູ່ທີ່ນີ້. ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດຍິ່ງໃຫຍ່ ອົງທີ່ນັ່ງຢູ່ເທິງບັນລັງ ທີ່ພູເຂົາຊີໂອນ ໄດ້ໃຊ້ພວກເຮົາໃຫ້ເປັນຖ້ອຍຄໍາ ອັນມີຊີວິດ ເພື່ອປະຊາຊົນ ອິດສະຣາເອນ.
\s5
\v 19 ແຕ່ພວກເຂົາ ຈະບອກພວກເຈົ້າ ວ່າ, “ໃຫ້ຖາມເອົາຄວາມນໍາ ພວກໝໍມໍ ແລະ ພວກ ໝໍຜີ ຜູ້ທີ່ເວົ້າ ພຶມພໍ່າຢູ່ໃນລໍາຄໍ. ” ບໍ່ຄວນບໍ ທີ່ປະຊາຊົນຈະຕ້ອງຖາມເອົາຄວາມນາໍພຣະເຈົ້າ ຂອງພວກເຂົາ ແລະຄວນຢູ່ບໍ ທີ່ຈະໄປຖາມເອົາຄວາມນາໍ ຄົນຕາຍເພື່ອຄົນເປັນ. ”
\v 20 ພວກເຈົ້າຕ້ອງຕອບ ພວກເຂົາ ວ່າ, “ຈົ່ງຟັງສິ່ງທີ່ອົງພຣະຜູ້ເປັນເຈົ້າ ກໍາລັງສັ່ງສອນ ພວກເຈົ້າຢ່າສູ່ຟັງຄວາມ ຂອງໝໍຜີ ເພາະສິ່ງທີ່ເຂົາບອກ ພວກເຈົ້າໃຫ້ເຮັດນັ້ນ ມັນບໍ່ດີ. ” [ພ]
\s5
\v 21 ປະຊາຊົນ ຈະພາກັນຊັດເຊ ພະເນຈອນ ໄປຢູ່ທົ່ວປະເທດ ທັງສິ້ນຫວັງ ແລະ ອຶດຢາກ. ເພາະຄວາມອຶດຢາກ ແລະ ຄວາມໂກດຮ້າຍ ພວກເຂົາຈະປ້ອຍດ່າ ກະສັດ ແລະ ພຣະເຈົ້າຂອງຕົນ. ພວກເຂົາ ອາດຈະເງີຍໜ້າຂຶ້ນສູ່ຟ້າ ຫລື ກົ້ມໜ້າລົງສູ່ ດິນ
\v 22 ແຕ່ພວກເຂົາຈະບໍ່ເຫັນຫຍັງເລີຍ ມີແຕ່ຄວາມເດືອດຮ້ອນ ແລະ ຄວາມມືດເທົ່ານັ້ນ ຄື ຄວາມມືດ ອັນໜ້າຢ້ານກົວ ຍິ່ງຊຶ່ງພວກເຂົາ ຕ້ອງພົບ. ພວກເຂົາບໍ່ມີທາງ ທີ່ຈະ ຫລົບໜີ ຈາກຄວາມເດືອດຮ້ອນ ອັນນີ້ໄດ້ເລີຍ.
\s5
\c 9
\p
\v 1 ດິນແດນຂອງເຜົ່າ ເຊບູໂລນ ກັບເຜົ່າ ເນັບທາລີ ເຄີຍໄດ້ເສື່ອມເສຍກຽດສັກສີ ມາ ເທື່ອໜຶ່ງແລ້ວ. ແຕ່ໃນອະນາຄົດ ກຽດສັກສີ ຈະຖືກນາໍມາສູ່ ພູມີພາກນີ້ ຄື ຕັ້ງແຕ່ທະເລ ເມດີແຕຣາເນ ຈົນເຖິງດິນແດນ ທາງທິດ ຕາເວັນອອກ ຂອງແມ່ນໍ້າ ຈໍແດນ ຟາກນັ້ນ ແລະ ຈົນຮອດແຂວງ ຄາລີເລ ຄື ບ່ອນທີ່ ຊາວ ຕ່າງປະເທດ ອາໄສຢູ່.
\v 2 ປະຊາຊົນ ຜູ້ທີ່ໃຊ້ຊີວິດຢູ່ໃນ ຄວາມມືດໜາ ກໍໄດ້ ເຫັນແສງແຈ້ງອັນຍິ່ງໃຫຍ່ ສາແລ້ວ. ພວກເຂົາເຄີຍອາໄສຢູ່ໃນດິນແດນ ແຫ່ງ ເງົາມືດມົວ ແຕ່ບັດນີ້ ແສງແຈ້ງໃສ ພວມສ່ອງໃສ່ພວກເຂົາເຈົ້າ.
\s5
\v 3 ພຣະອົງໃຫ້ພວກເຂົາ ມີຄວາມຍິນດີ ອັນຍິ່ງໃຫຍ່ [ຟ] ພຣະອົງໄດ້ເຮັດໃຫ້ ພວກເຂົາມີຄວາມສຸກໃນຈິດໃຈ. ພວກເຂົາຊົມຊື່ນຍິນດີ ດ້ວຍສິ່ງທີ່ພຣະອົງໄດ້ກະທໍາ ດັ່ງຄົນຊົມຊື່ນຍິນດີ ເມື່ອພວກເຂົາເກັບກ່ຽວເຂົ້າ ຫລື ເໝືອນດັ່ງຄົນໂຮຮ້ອງ ຢ່າງຊົມຊື່ນຍິນດີ ເວລາທີ່ພວກເຂົາ ແບ່ງປັນຊັບສິນ ທີ່ຢຶດມາໄດ້.
\s5
\v 4 ເພາະພຣະອົງໄດ້ຫັກແອກ ທີ່ເປັນພາລະໜັກ ແລະ ຫັກໄມ້ແສ້ ທີ່ໃຊ້ຕີບ່າພວກເຂົານັ້ນ. ພຣະອົງໄດ້ເອົາຊະນະ ຊົນຊາດ ທັງຫລາຍ ທີ່ໄດ້ກົດຂີ່ຫາປະໂຫຍດ ນາໍຄົນ ຂອງພຣະເຈົ້າ ດັ່ງພຣະອົງໄດ້ ເອົາຊະນະ ແຕ່ດົນນານ ຜ່ານມາ ຄື ກອງທັບ ມີດີອານ ແຕ່ດົນນານມາແລ້ວ.
\v 5 ເກີບທຸກຄູ່ ທັງເສື້ອທີ່ ເປິເປື້ອນ ດ້ວຍເລືອດທຸກໂຕ ຂອງ ສັດຕູທີ ່ຮຸກຮານ ຈະຖືກເຜົາໄຟທັງສິ້ນ.
\s5
\v 6 ມີເດັກນ້ອຍ ຜູ້ໜຶ່ງໄດ້ເກີດມາ ໃຫ້ພວກເຮົາ ມີລູກຊາຍຜູ້ໜຶ່ງຖືກມອບໝາຍໃຫ້ ພວກເຮົາແລ້ວ ພຣະອົງຈະຊົງນາມວ່າ, “ຜູ້ປຶກສາທີ່ອັດສະຈັນ ” [ມ] “ພຣະເຈົ້າຊົງຣິດ” “ພຣະບິດາສືບໄປ” “ອົງສັນຕິຣາດ”
\v 7 ພຣະຣາຊອໍານາດ ຈະເພີ່ມຂຶ້ນຢູ່ສະເໝີ ພຣະຣາຊອານາຈັກ ຈະມີສັນຕິສຸກໄປເລື້ອຍໆ. ພຣະອົງຈະຂຶ້ນປົກຄອງ ສືບຕໍ່ ດາວິດ ຜູ້ເປັນ ກະສັດ ທີ່ອໍານາດຫລັກ ຄື ຄວາມຍຸດຕິທາໍ ແລະ ຖືກຕ້ອງ ເລີ່ມຕັ້ງແຕ່ ບັດນີ້ຈົນເຖິງ ເທົ່າ ອະວະສານ ອົງພຣະຜູ້ເປັນເຈົ້າ ອົງຊົງຣິດ ອໍານາດ ຍິ່ງໃຫຍ່ ຕັ້ງໃຈເຮັດທຸກສິ່ງນີ້.
\s5
\v 8 ພຣະເຈົ້າ ຢາເວ ໄດ້ກ່າວໂທດໃສ່ ອານາຈັກອິດສະຣາເອນ ສາແລ້ວ ຄື ໃສ່ເຊື້ອສາຍຂອງ ຢາໂຄບ.
\v 9 ປະຊາຊົນ ອິດສະຣາເອນ ທັງໝົດ ຄື ໝົດທຸກຄົນ ທີ່ຢູ່ ໃນນະຄອນ ຊາມາເຣຍ ຈະຮູ້ຈັກວ່າ ພຣະອົງໄດ້ເຮັດສິ່ງນີ້ແລ້ວ. ບັດນີ້ ພວກເຂົາພັດອວດອົ່ງຈອງຫອງ. ພວກເຂົາເວົ້າ ວ່າ,
\v 10 “ຕຶກທີ່ໃຊ້ດິນຈີ່ສ້າງ ເພພັງລົງກໍຈິງ, ແຕ່ພວກເຮົາຈະໃຊ້ກ້ອນຫິນ ສ້າງຕຶກນັ້ນຂຶ້ນໃໝ່. ກົກ ເດື່ອໄດ້ຖືກຕັດລົງແລ້ວ ກໍຈິງ, ແຕ່ພວກເຮົາ ຈະເອົາກົກສົນ ທີ່ງາມປູກໄວ້ແທນ.”
\s5
\v 11 ອົງພຣະຜູ້ເປັນເຈົ້າ ໄດ້ປຸກປັ່ນເຫລົ່າ ສັດຕູ [ຢ] ໃຫ້ມາບຸກໂຈມຕີ ພວກເຂົາ.
\v 12 ພວກຊີເຣຍ ຢູ່ທາງທິດຕາເວັນອອກ ແລະ ພວກຟີລິດສະຕິນ ຢູ່ທາງທິດຕາເວັນຕົກ ຕ່າງກໍອ້າປາກ ເພື່ອຈະກືນກິນ ອິດສະຣາເອນ. ເຖິງປານນັ້ນ ກໍຕາມ ຄວາມໂກດຮ້າຍຂອງ ພຣະອົງ ກໍຍັງບໍ່ສິ້ນສຸດ; ແຕ່ມືພຣະອົງຍັງ ຢຽດອອກຢູ່ ເພື່ອລົງໂທດພວກເຂົາ.
\s5
\v 13 ເຖິງແມ່ນວ່າ ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດ ຍິ່ງໃຫຍ່ ໄດ້ລົງໂທດ ອິດສະຣາເອນ ແລ້ວກໍຕາມ; ແຕ່ພວກເຂົາ ກໍ ຍັງບໍ່ໄດ້ ປ່ຽນໃຈກັບຄືນມາຫາພຣະອົງ.
\v 14 ອົງພຣະຜູ້ເປັນເຈົ້າ ຈະລົງໂທດ ບັນດາຜູ້ນາໍຊາດ ອິດສະຣາເອນ ແລະ ປະຊາຊົນໃຫ້ໝົດໄປໃນພຽງມື້ດຽວ; ພຣະອົງຈະຕັດຫົວ ຕັດຫາງ ພວກເຂົາຖິ້ມໝົດ.
\v 15 ຫົວແມ່ນ ຜູ້ອາວຸໂສ ກັບຄົນທີ່ມີກຽດ ສ່ວນຫາງນັ້ນ ແມ່ນພວກຜູ້ທາໍນວາຍ ທີ່ສັ່ງສອນເລື່ອງບໍ່ຈິງ.
\s5
\v 16 ພວກເຂົາໄດ້ນາໍພາ ປະຊາຊົນເຫລົ່ານີ້ ໄປໃນທາງຜິດ ແລະ ເຮັດໃຫ້ພວກເຂົາ ສັບສົນວຸ້ນວາຍ.
\v 17 ດັ່ງນັ້ນ ພຣະເຈົ້າຢາເວ ຈຶ່ງຈະບໍ່ໃຫ້ຄົນໜຸ່ມ ຜູ້ໃດໜີລອດໄປ ໄດ້ທັງຈະບໍ່ເມດຕາສົງສານ ແມ່ໝ້າຍ ແລະ ລູກກາໍພ້າ ຄົນໃດເລີຍ ເພາະທຸກຄົນ ບໍ່ນັບຖື ພຣະເຈົ້າ ແລະຊົ່ວຮ້າຍ ແລະ ເວົ້າແຕ່ສິ່ງທີ່ຊົ່ວ ໆ. ສະນັ້ນ ພຣະອົງຈຶ່ງບໍ່ເຊົາໂກດຮ້າຍ ພວກເຂົາ; ແຕ່ມືພຣະອົງ ຍັງຢຽດອອກຢູ່ ເພື່ອລົງໂທດພວກເຂົາ.
\s5
\v 18 ຄວາມຊົ່ວຮ້າຍ ຂອງປະຊາຊົນເຫລົ່ານີ້ ໄດ້ລຸກຂຶ້ນເປັນແປວໄຟ ລາມໄປ ທາໍລາຍພຸ່ມໄມ້ໃຫຍ່ ແລະ ນ້ອຍຖິ້ມ. ມັນຈະໄໝ້ລາມ ເປັນແຖວ ດັ່ງໄຟໄໝປ່າ ທີ່ມີຄວັນໃຫຍ່ ພຸ່ງ ຂຶ້ນ.
\v 19 ເພາະອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດ ຍິ່ງໃຫຍ່ໂກດຮ້າຍ ພຣະອົງຈຶ່ງທາໍລາຍ ດິນແດນ ແລະ ປະຊາຊົນ ໃຫ້ຈິບຫາຍໄປ ດັ່ງໄຟເຜົາຜານ ໂດຍແຕ່ລະຄົນ ໄດ້ຮັບໂທດນັ້ນ ເທົ່າກັນ.
\s5
\v 20 ປະຊາຊົນ ທົ່ວທັງປະເທດ ໄດ້ເກັບ ເລັມ ເອົາອາຫານ ມາກິນບ່ອນ ລະເລັກ ລະນ້ອຍ ຕາມທີ່ຕົນຫາໄດ້, ແຕ່ພວກເຂົາ ກໍບໍ່ ່ອີ່ມເປັນຈັກເທື່ອ ຈຶ່ງກິນ ແມ່ນແຕ່ລູກ ຂອງຕົນເອງ.
\v 21 ປະຊາຊົນ ຂອງເຜົ່າ ມານາເຊ ແລະ ຂອງເຜົ່າ ເອຟຣາອິມ ໄດ້ສູ້ຮົບກັນ ແລະ ພວກເຂົາຮ່ວມກັນ ໂຈມຕີ ຢູດາຍ. ເຖິງປານນັ້ນ ກໍຕາມ ພຣະອົງ ຍັງບໍ່ເຊົາໂກດຮ້າຍ, ແຕ່ມືພຣະອົງຍັງຢຽດອອກຢູ່ ເພື່ອລົງໂທດພວກເຂົາ.
\s5
\c 10
\p
\v 1 ເຄາະກາໍ ເປັນຂອງພວກເຈົ້າ ສາແລ້ວ ພວກເຈົ້າ ເຮັດກົດໝາຍ ອັນບໍ່ຍຸດຕິທາໍ ເພື່ອກົດຂີ່ປະຊາຊົນ ຂອງເຮົາ.
\v 2 ດ້ວຍເຫດນັ້ນ ແຫລະ ພວກເຈົ້າຈຶ່ງງັດຄົນຍາກຈົນ ບໍ່ໃຫ້ມີສິດທິຫຍັງ ທັງບໍ່ໃຫ້ເຂົາໄດ້ຮັບຄວາມຍຸດຕິທາໍດ້ວຍ. ດ້ວຍເຫດນັ້ນ ແຫລະ ພວກເຈົ້າຈຶ່ງຢຶດເອົາດິນດອນ ຕ່ອນຫຍ້າ ທີ່ເປັນຂອງແມ່ໝ້າຍ ແລະ ເດັກກາໍພ້າ.
\s5
\v 3 ພວກເຈົ້າຈະເຮັດຢ່າງໃດ ເມື່ອພຣະເຈົ້າ ລົງໂທດ ພວກເຈົ້າ? ພວກເຈົ້າຈະເຮັດຢ່າງໃດ ເມື່ອພຣະອົງນາໍໄພພິບັດ ຈາກດິນແດນ ທີ່ຫ່າງໄກ ມາສູ່ພວກເຈົ້າ? ພວກເຈົ້າ ຈະແລ່ນໄປຫາຜູ້ໃດ ໃຫ້ມາຊ່ວຍເຫລືອ? ພວກເຈົ້າຈະເຊື່ອງ ຊັບສົມບັດ ຂອງ ພວກເຈົ້າໄວ້ຢູ່ທີ່ໃດ?
\v 4 ພວກເຈົ້າ ຈະຖືກຂ້າ ໃນສະໜາມຮົບ ຫລື ຈະຖືກແກ່ໄປ ເປັນຊະເລີຍເສິກ. ເຖິງປານນັ້ນ ກໍຕາມຄວາມ ໂກດຮ້າຍ ຂອງພຣະອົງ ກໍຈະບໍ່ສິ້ນສຸດເປັນ; ແຕ່ມືພຣະອົງຍັງຢຽດອອກຢູ່ ເພື່ອລົງໂທດ ພວກເຈົ້າ.
\s5
\v 5 ອົງພຣະຜູ້ເປັນເຈົ້າ ໄດ້ກ່າວ ວ່າ, “ອັດຊີເຣຍ ເອີຍ ເຮົາໃຊ້ອັດຊີເຣຍ ເປັນດັ່ງໄມ້ຄ້ອນ ເພື່ອລົງໂທດພວກທີ່ເຮົາໂກດຮ້າຍ.
\v 6 ເຮົາໄດ້ສົ່ງຊາວ ອັດຊີເຣຍ ໄປເພື່ອໂຈມຕີຊາດ ທີ່ບໍ່ນັບຖື ພຣະເຈົ້າ ຄື ປະຊາຊົນ ທີ່ໄດ້ເຮັດໃຫ້ ເຮົາໂກດຮ້າຍ. ເຮົາໄດ້ສົ່ງພວກເຂົາໄປເພື່ອປຸ້ນຈີ້ ທັງລັກ ແລະ ຢຽບຢໍ່າ ປະຊາຊົນເຫລົ່ານັ້ນ ເໝືອນຢຽບຢໍ່າ ຂີ້ຝຸ່ນໃນ ຖະໜົນຫົນທາງ.”
\s5
\v 7 ແຕ່ຈັກກະພັດ ອັດຊີເຣຍ ມີແຜນການອັນຮ້າຍກາດ ໃນໃຈຂອງຕົນເອງ. ເພິ່ນຕັ້ງໃຈຈະທໍາລາຍ ຫລາຍໆ ຊົນຊາດ.
\v 8 ເພິ່ນເວົ້າອວດ ວ່າ, “ຜູ້ບັນຊາການ ທະຫານ ທຸກຄົນ ຂອງເຮົາ ລ້ວນແຕ່ ເປັນກະສັດ ທັງນັ້ນ
\v 9 ເຮົາໄດ້ຕີຊະນະ ເມືອງຕ່າງໆ ຂອງ ການໂນ ແລະ ກັກເກມິດ ເມືອງຕ່າງໆ ຂອງ ຮາມັດ ແລະ ອັກປັກ. ເຮົາໄດ້ຕີຊະນະ ນະຄອນ ຊາມາເຣຍ ແລະ ນະຄອນ ດາມັສກັດ.
\s5
\v 10 ເຮົາໄດ້ຢຽດມື ຂອງເຮົາໄປ ລົງໂທດ ອານາຈັກ ເຫລົ່ານັ​້ນທີ່ຂາບໄຫວ້ ຮູບເຄົາຣົບ ຄື ຮູບເຄົາຣົບ ທີ່ມີຫລາຍກວ່າ ຮູບເຄົາຣົບ ໃນນະຄອນ ເຢຣູຊາເລັມ ແລະ ຊາມາເຣຍ.
\v 11 ເຮົາໄດ້ທາໍລາຍນະຄອນ ຊາມາເຣຍ ກັບຮູບເຄົາຣົບ ທັງໝົດຖິ້ມ ແລະ ເຮົາກໍຈະ ເຮັດຄືກັນຕໍ່ນະຄອນ ເຢຣູຊາເລັມ ແລະ ຕໍ່ ບັນດາຮູບພະ ທີ່ຄົນໄດ້ຂາບໄຫວ ຢູ່ໃນນະຄອນນີ້.”
\s5
\v 12 ແຕ່ພຣະເຈົ້າ ຢາເວ ກ່າວວ່າ, “ເມື່ອໝົດພາລະ ທີ່ເຮົາພວມເຮັດຕໍ່ ພູເຂົາ ຊີໂອນ ແລະ ໃນນະຄອນ ເຢຣູຊາເລັມ ແລ້ວເຮົາຈະ ລົງໂທດ ຈັກກະພັດ ອັດຊີເຣຍ ສໍາລັບການ ອວດອົ່ງ ແລະ ການຈອງຫອງ ທຸກປະການ ຂອງລາວ. ”
\v 13 ຈັກກະພັດ ອັດຊີເຣຍ ເວົ້າ ອວດ ວ່າ, “ເຮົາໄດ້ເຮັດສິ່ງ ທັງໝົດນັ້ນ ໂດຍ ເຮົາເອງ. ເຮົາເຂັ້ມແຂງ ແລະ ສະຫລາດ ຫລັກແຫລມ. ເຮົາໄດ້ລຶບເຂດແດນ ລະຫວ່າງ ຊົນຊາດ ຕ່າງໆ ແລະ ຢຶດເອົາເຂົ້າຂອງ ທີ່ພວກເຂົາ ໄດ້ສະສົມໄວ້. ເຮົາໄດ້ຢຽບຢໍ່າ ປະຊາຊົນທີ່ອາໄສຢູ່ໃນທີ່ນັ້ນ ດັ່ງງົວກະທິງ ໂຕໜຶ່ງ.
\s5
\v 14 ຊົນຊາດ ຕ່າງໆ ໃນໂລກນີ້ ເປັນດັ່ງຮັງ ນົກ ແລະ ເຮົາໄດ້ກວາດ ເອົາຊັບສົມບັດ ຂອງ ພວກເຂົາງ່າຍ ເທົ່າກັບກວາດ ເອົາໄຂ່. ບໍ່ມີຜູ້ ໃດ ອາດໃຊ້ປີກມາພັດເຮົາ ໃຫ້ຢ້ານກົວໄດ້; ບໍ່ມີຜູ້ໃດ ກ້າອ້າປາກ ຮ້ອງໃສ່ເຮົາໄດ້. ”
\s5
\v 15 ແຕ່ອົງພຣະຜູ້ເປັນເຈົ້າ ກ່າວວ່າ, “ຂວານ ສາມາດອ້າງວ່າ ມັນຍິ່ງໃຫຍ່ ກວ່າ ຜູ້ຈັບຂວານ ໄດ້ຫລື? ເລື່ອຍ ສໍາຄັນກວ່າ ຄົນທີ່ໃຊ້ເລື່ອຍ ຫລື? ໄມ້ຄ້ອນ ບໍ່ໄດ້ຍົກຄົນຂຶ້ນ ແຕ່ ຄົນໄດ້ຍົກໄມ້ຄ້ອນຂຶ້ນ. ”
\v 16 ເຫດສະນັ້ນ ພຣະເຈົ້າ ຢາເວ ອົງພຣະຜູ້ເປັນເຈົ້າ ອົງຊົງ ຣິດອໍານາດ ຍິ່ງໃຫຍ່ ກາໍລັງຈະສົ່ງພະຍາດ ໂຣຄາ ມາລົງໂທດ ຄົນທີ່ຢູ່ດີກິນດີ. ໃນຕົນ ຕົວຂອງເຂົານັ້ນ ຈະມີໄຟ ທີ່ໄໝ້ຢູ່ ແລະ ເຜົາ ຜານ.
\s5
\v 17 ພຣະເຈົ້າ ອົງເປັນແສງແຈ້ງ ຂອງ ຊາດ ອິດສະຣາເອນ ຈະເປັນໄຟນັ້ນ. ພຣະເຈົ້າ ອົງ ບໍຣິສຸດ ຂອງ ຊາດ ອິດສະຣາເອນ ຈະເປັນ ແປວໄຟນັ້ນ ຊຶ່ງຈະເຜົາຜານ ທຸກໆ ສິ່ງພາຍໃນ ມື້ດຽວເທົ່ານັ້ນ ແມ່ນແຕ່ ຕົ້ນໜາມ ກັບ ພຸ່ມໜາມ ກໍດີ.
\v 18 ປ່າໄມ້ ແລະ ທົ່ງໄຮ່ ທົ່ງນາ ອັນອຸດົມສົມບູນ ຕ່າງໆ ຈະຖືກທາໍ ລາຍກ້ຽງ ເໝືອນດັ່ງພະຍາດ ອັນຮ້າຍກາດ ໄດ້ທໍາລາຍມະນຸດ.
\v 19 ກົກໄມ້ພຽງບໍ່ທໍ່ໃດ ກົກ ເທົ່ານັ້ນ ຈະເຫລືອຢູ່ຊຶ່ງແມ່ນແຕ່ເດັກນ້ອຍ ກໍສາມາດນັບໄດ້.
\s5
\v 20 ເມື່ອເວລານັ້ນ ມາເຖິງ ປະຊາຊົນອິດສະຣາເອນ ທີ່ລອດຕາຍ ມາໄດ້ ຈະບໍ່ເພິ່ງພາ ອາໄສຊາດ ທີ່ເກືອບຈະທາໍລາຍ ພວກເຂົາ ອີກຕໍ່ໄປ, ແຕ່ພວກເຂົາ ຈະໄວ້ວາງໃຈ ຢ່າງແທ້ຈິງ ໃນອົງພຣະຜູ້ເປັນ ເຈົ້າ ອົງບໍຣິສຸດ ຂອງຊາດ ອິດສະຣາເອນ.
\v 21 ມີຊາວ ອິດສະຣາເອນ ແຕ່ໜ້ອຍຄົນເທົ່ານັ້ນ ທີ່ຈະກັບຄືນມາຫາ ພຣະເຈົ້າ ອົງຊົງຣິດ ອໍານາດ ຍິ່ງໃຫຍ່.
\s5
\v 22 ເຖິງແມ່ນວ່າ ດຽວນີ້ ປະຊາຊົນ ອິດສະຣາເອນ ມີຢູ່ຢ່າງຫລວງຫລາຍ ດັ່ງເມັດ ຊາຍ ທີ່ຝັ່ງທະເລ ກໍຕາມ, ແຕ່ກໍມີໜ້ອຍຄົນ ເທົ່ານັ້ນ ທີ່ຈະກັບຄືນມາ. ພຣະເຈົ້າໄດ້ສະສົມ ຄວາມຈິບຫາຍໄວ້ ໃຫ້ປະຊາຊົນເຫລົ່ານີ້ ແລະ ພວກເຂົາກໍສົມຄວນແລ້ວ ທີ່ຈະໄດ້ຮັບ ຄວາມຈິບຫາຍນັ້ນ ຢ່າງເຕັມສ່ວນ.
\v 23 ແມ່ນແລ້ວ ພຣະເຈົ້າຢາເວ ອົງພຣະຜູ້ເປັນ ເຈົ້າ ອົງຊົງຣິດອໍານາດ ຍິ່ງໃຫຍ່ ຈະນາໍເອົາ ຄວາມຈິບຫາຍ ມາຍັງທົ່ວປະເທດ ດັ່ງທີ່ພຣະອົງໄດ້ກ່າວໄວ້ ແລ້ວນັ້ນ.
\s5
\v 24 ພຣະເຈົ້າຢາເວ ອົງພຣະຜູ້ເປັນເຈົ້າ ກ່າວແກ່ ປະຊາຊົນ ຂອງ ພຣະອົງ ທີ່ອາໄສຢູ່ ທີ່ພູເຂົາ ຊີໂອນ ວ່າ, “ຢ່າສູ່ຢ້ານຊາວ ອັດຊີເຣຍ ເລີຍ ແມ່ນວ່າພວກເຂົາ ຂົ່ມເຫັງ ພວກເຈົ້າ ດັ່ງຊາວ ເອຢິບ ໄດ້ເຮັດມາ ກໍຕາມ.
\v 25 ເຮົາຈະລົງໂທດພວກເຈົ້າ ໃນເວລາ ອັນສັ້ນໆ ເທົ່ານັ້ນ, ຕໍ່ຈາກນັ້ນ ເຮົາຈະທໍາລາຍພວກເຂົາ.
\s5
\v 26 ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດ ຍິ່ງໃຫຍ່ ຈະໃຊ້ໄມ້ແສ້ ຕີພວກເຂົາເໝືອນກັນ ກັບທີ່ໄດ້ຕີຊາວ ມີດີອານ ທີ່ໂງ່ນຫິນ ໂອເຣັບ. ຈະລົງໂທດ ອັດຊີເຣຍ ເໝືອນກັນກັບ ທີ່ໄດ້ລົງໂທດ ເອຢິບ.
\v 27 ເມື່ອເວລານັ້ນ ມາເຖິງ ພວກເຈົ້າຈະຖືກປົດປ່ອຍ ອອກຈາກ ອໍານາດ ຂອງ ອັດຊີເຣຍ ແລະ ແອກຂອງພວກເຂົາ ກໍຈະບໍ່ເປັນພາລະໜັກ ສໍາລັບ ພວກເຈົ້າອີກຕໍ່ໄປ. ” [ຣ]
\s5
\v 28 ກອງທັບຂອງສັດຕູ ຕີເອົາເມືອງ ອາອີ [ລ] ໄດ້ແລ້ວ ພວກເຂົາໄດ້ຜ່ານເມືອງ ມິກໂລນ ພວກເຂົາໄດ້ປະ ສະບຽງອາຫານ ຂອງພວກເຂົາໄວ້ ທີ່ເມືອງ ມິກມາດ
\v 29 ພວກເຂົາໄດ້ ຂ້າມຊ່ອງແຄບ ແລະ ພວມຄ້າງຄືນຢູ່ທີ່ ເກບາ ຊາວເມືອງ ຣາມາ ຢ້ານກົວ ໃຫຍ່ ແລະ ປະຊາຊົນທີ່ເມືອງ ກີເບອາ ບ້ານເກີດເມືອງນອນ ຂອງ ກະສັດ ໂຊນ ກໍປົບ ໜີໄປ.
\s5
\v 30 ຊາວ ການລີມ ເອີຍ ຈົ່ງໂຮຮ້ອງ ສາເຖີດ ຊາວໄລຊາ ເອີຍ ຈົ່ງຟັງເທີ້ນ ຊາວອານາທົດ ເອີຍ ຈົ່ງຕອບແມ
\v 31 ຊາວ ມັດເມນາ ແລະ ຊາວ ເກບິມ ກາໍລັງແລ່ນໜີ ເອົາຊີວິດ ລອດ.
\v 32 ມື້ນີ້ ສັດຕູ ໄດ້ມາຮອດເມືອງ ໂນບ ແລ້ວ ແລະ ຢູ່ໃນທີ່ນັ້ນ ພວກເຂົາກໍາລັງ ຍົກກໍາປັ້ນ ໃສ່ພູເຂົາ ຊີໂອນ ຄື ໃສ່ນະຄອນ ເຢຣູຊາເລັມ.
\s5
\v 33 ພຣະເຈົ້າຢາເວ ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດ ຍິ່ງໃຫຍ່ ຈະນາໍພວກເຂົາມາ ແລະ ເຮັດໃຫ້ພວກເຂົາ ຕົກລົງ ດັ່ງງ່າໄມ້ ຖືກຕັດຈາກຕົ້ນຂອງມັນ. ພວກທີ່ຄຸຍໂມ້ ແລະ ຖືຕົນວ່າ ຍິ່ງໃຫຍ່ ໃນພວກເຂົາກໍຈະຖືກປໍ້າລົງ ແລະ ຖືກອັບອາຍ ຂາຍໜ້າ.
\v 34 ພຣະອົງ ຈະຕັດ ພວກເຂົາຖິ້ມ ດັ່ງຄົນໃຊ້ຂວານປໍ້າ ຕົ້ນໄມ້ລົງຢູ່ກາງປ່າ ແມ່ນແຕ່ ກົກໄມ້ຊຶ່ງງາມ ທີ່ສຸດຂອງ ເລບານອນ ກໍລົ້ມລົງເຊັ່ນກັນ.
\s5
\c 11
\p
\v 1 ເຊື້ອວົງຂອງ ກະສັດດາວິດ ເປັນດັ່ງກົກ ໄມ້ ທີ່ຖືກປໍ້າລົງແລ້ວ, ແຕ່ຍັງມີກິ່ງເກີດອອກ ມາຈາກ ຕໍນັ້ນ ສັນໃດ ກໍຈະມີກະສັດ ອົງໃໝ່ ເກີດຂຶ້ນ ມາຈາກເຊື້ອສາຍຂອງ ດາວິດ ສັນນັ້ນ.
\v 2 ພຣະວິນຍານ ຂອງອົງພຣະຜູ້ເປັນເຈົ້າ ຈະຊົງສະຖິດຢູ່ກັບເພິ່ນ, ວິນຍານແຫ່ງ ສະຕິປັນຍາ ວິນຍານ ແຫ່ງ ຄວາມເຂົ້າໃຈ. ວິນຍານແຫ່ງທີ່ປຶກສາ ວິນຍານແຫ່ງຣິດອໍານາດ ວິນຍານແຫ່ງຄວາມຮູ້ ວິນຍານແຫ່ງ ການຢໍາເກງ ອົງພຣະຜູ້ເປັນເຈົ້າ
\s5
\v 3 ແລະ ເພິ່ນຈະຊົມຊື່ນ ດ້ວຍຄວາມຢໍາເກງເຊື່ອຟັງ ອົງພຣະຜູ້ເປັນເຈົ້າ ເພິ່ນຈະບໍ່ຕັດສິນຕາມ ຕາເຫັນ ຫລື ຕາມຄໍາທີ່ຄົນເວົ້າ;
\v 4 ເພິ່ນຈະຕັດສິນຄົນ ທຸກລໍາບາກ ຢ່າງຍຸດຕິທາໍ ແລະ ປ້ອງກັນສິດທິຂອງ ຜູ້ທີ່ຕ່ຳຕ້ອຍ. ເມື່ອເພິ່ນສັ່ງແລ້ວ ຄົນຈະຕ້ອງໄດ້ຮັບ ໂທດກາໍ ແລະ ຄົນກະທາໍ ການຊົ່ວຮ້າຍ ຕ່າງ ກໍຈະຕາຍໄປສິ້ນ.
\v 5 ເພິ່ນຈະປົກຄອງ ຊົນຊາດຂອງເພິ່ນໂດຍຕົນເອງ ດ້ວຍຄວາມ ຍຸດຕິທາໍ ແລະດ້ວຍຄວາມສັດຊື່.
\s5
\v 6 ໝາໄນ ກັບ ແກະ ຈະຢູ່ນໍາກັນ ຢ່າງ ສັນຕິສຸກ ແລະ ເສືອດາວ ຈະນອນຮ່ວມກັນ ກັບໂຕແບ້. ລູກງົວ ກັບ ລູກໂຕສິງ ຈະຫາຢູ່ ຫາກິນ ນາໍກັນ ແລະ ເດັກນ້ອຍກໍຈະດູແລ ສັດເຫລົ່ານັ້ນ.
\v 7 ງົວ ກັບ ໝີ ນັ້ນຈະກິນນາໍກັນ ລູກພວກມັນຈະນອນຢ່າງ ເປັນສຸກລົ້ນ. ສ່ວນ ໂຕສິງນັ້ນ ກໍຈະກິນເຟືອງ ດັ່ງໂຕງົວ ກິນເຟືອງ ແລະ ຫຍ້າ.
\s5
\v 8 ແມ່ນແຕ່ ເດັກອ່ອນນ້ອຍ ກໍບໍ່ມີອັນຕະລາຍ ເມື່ອພວກເຂົາຫລິ້ນຢູ່ ໃກ້ ກັບ ງູ ມີພິດ.
\v 9 ເທິງເນີນພູ ສັກສິດ ຂອງ ພຣະເຈົ້າ ຄື ພູເຂົາ ຊີໂອນ ທີ່ນັ້ນຈະບໍ່ມີສິ່ງ ໃດໆ ທາໍຮ້າຍ ແລະ ຊົ່ວຊ້າ. ຄົນທີ່ຮູ້ເຖິງ ອົງພຣະຜູ້ເປັນເຈົ້າ ຈະມີຢູ່ເຕັມດິນແດນ ດັ່ງທ້ອງ ທະເລຫລວງ ທີ່ເຕັມໄປດ້ວຍນໍ້າ.
\s5
\v 10 ເມື່ອມື້ນັ້ນ ມາເຖິງ ກະສັດອົງໃໝ່ ຈາກ ເຊື້ອວົງຂອງ ດາວິດ ຈະເປັນສັນຍາລັກຂອງຊົນຊາດທັງຫລາຍ. ພວກເຂົາຈະເຕົ້າໂຮມ ັກັນຢູ່ໃນເມືອງຂອງກະສັດ ແລະ ຈະຍ້ອງຍໍໃຫ້ກຽດພຣະອົງ.
\v 11 ເມື່ອມື້ນັ້ນ ມາເຖິງ ອີກເທື່ອໜຶ່ງ ພຣະເຈົ້າ ຢາເວ ຈະໃຊ້ຣິດອໍານາດຂອງພຣະອົງ ແລະ ນາໍປະຊາຊົນຂອງພຣະອົງ ກັບຄືນມາຈາກດິນແດນ ເຫລົ່ານີ້: ຄົນທີ່ເຫລືອຢູ່ໃນປະເທດ ອັດຊີເຣຍ ແລະ ໃນ ປະເທດ ເອຢິບ, ໃນດິນແດນ ປັດໂຣດ, ປະເທດ ເອທິໂອເປຍ, ປະເທດ ເອລາມ, ປະເທດ ບາບີໂລນ ແລະ ປະເທດ ຮາມັດ ແລະ ໃນດິນແດນ ຕາມຝັ່ງທະເລ ແລະ ທີ່ເທິງໝູ່ເກາະ.
\s5
\v 12 ອົງພຣະຜູ້ເປັນເຈົ້າ ຈະຍົກທຸງຂຶ້ນ ເປັນ ສັນຍານ ເພື່ອສະແດງໃຫ້ຊົນຊາດ ຕ່າງໆ ຮູ້ວ່າ ພຣະອົົງກໍາລັງເຕົ້າໂຮມ ປະຊາຊົນ ຂອງ ພຣະອົງ ເຂົ້າກັນ ຄື ປະຊາຊົນ ຂອງ ອິດສະຣາເອນ ແລະ ຢູດາຍ ທີ່ກະຈັດ ກະຈາຍ ຢູ່ຕາມທິດທັງສີ່ ຂອງໂລກ ນັ້ນໃຫ້ກັບຄືນມາ.
\v 13 ອານາຈັກອິດສະຣາເອນ ຈະບໍ່ອິດສາ ຢູດາຍ ອີກຕໍ່ໄປ ແລະ ອານາຈັກ ຢູດາຍ ຈະບໍ່ເປັນສັດຕູ ຂອງ ອິດສະຣາເອນ ດ້ວຍ.
\s5
\v 14 ພວກເຂົາ ຈະໂຈມຕີຊາວ ຟີລິດສະຕິນ ທາງທິດຕາເວັນຕົກ ແລະ ປຸ້ນສະດົມ ປະຊາຊົນ ທາງທິດຕາເວັນອອກ. ພວກເຂົາ ຈະຕີຊະນະຊາວ ເອໂດມ ແລະ ຊາວ ໂມອາບ ແລະ ຊາວ ອໍາໂມນ ກໍຈະເຊື່ອຟັງ ພວກເຂົາ.
\v 15 ອົງພຣະຜູ້ເປັນເຈົ້າ ຈະເຮັດໃຫ້ນາໍ້ໃນອ່າວ ຊູແອດ ແຫ້ງ ແລະ ພຣະອົງຈະບັນດານ ໃຫ້ລົມຮ້ອນມາພັດ ແມ່ນາໍ້ ເອີຟຣັດ ໃຫ້ແຫ້ງ ໂດຍປະ ເຈັດຫ້ວຍນ້ອຍ ເທົ່ານັ້ນ ໃຫ້ມີນາໍ້ ເພື່ອວ່າ ຜູ້ໃດໆ ກໍຈະສາມາດຂ້າມໄປໄດ້.
\s5
\v 16 ຈະມີຖະໜົນຫລວງຈາກ ອັດຊີເຣຍ ໃຫ້ປະຊາຊົນ ອິດສະຣາເອນ ຂອງ ພຣະອົງ ຜູ້ລອດຕາຍ ຢູ່ໃນທີ່ນັ້ນ ເດີນທາງອອກມາ ດັ່ງບັນພະບຸລຸດ ຂອງ ພວກເຂົາໄດ້ ເດີນທາງ ເມື່ອອອກມາຈາກປະເທດ ເອຢິບ ນັ້ນ.
\s5
\c 12
\p
\v 1 ເມື່ອເຖິງມື້ນັ້ນ ປະຊາຊົນຈະຮ້ອງລໍາ ທໍາເພງ ວ່າ, “ຂ້າແດ່ ອົງພຣະຜູ້ເປັນເຈົ້າ ຂ້ານ້ອຍ ຈະສັນລະເສີນພຣະອົງ ພຣະອົງໄດ້ໂກດຮ້າຍຂ້ານ້ອຍ ແຕ່ບັດນີ້ ພຣະອົງເລົ້າໂລມໃຈ ແລະ ບໍ່ໂກດຮ້າຍ ຕໍ່ໄປອີກແລ້ວ
\v 2 ພຣະເຈົ້າ ຄື ພຣະຜູ້ໂຜດຊ່ວຍ ໃຫ້ພົ້ນຂອງ ຂ້ານ້ອຍ ຂ້ານ້ອຍຈະໄວ້ວາງໃຈໃນພຣະອົງ ແລະ ບໍ່ຢ້ານ. ເພາະອົງພຣະຜູ້ເປັນເຈົ້າ, ອົງພຣະຜູ້ເປັນເຈົ້າ ຊົງເປັນກາໍລັງ ແລະ ບົດເພງ ຂອງຂ້ານ້ອຍ ແລະ ພຣະອົງຊົງເປັນຄວາມພົ້ນຂອງຂ້ານ້ອຍແລ້ວ.
\s5
\v 3 ດັ່ງນາໍ້ເຢັນ ໆ ຊ່ວຍໃຫ້ຜູ້ຫິວນາໍ້ ສົດຊື່ນ ສັນໃດ ຄວາມຊ່ວຍຊູຂອງພຣະອົງ ກໍໃຫ້ສົດຊື່ນສັນນັ້ນ. ”
\v 4 ເມື່ອເຖິງມື້ນັ້ນ ປະຊາຊົນຈະຮ້ອງເພງ ວ່າ, “ຈົ່ງໂມທະນາ ຂອບພຣະຄຸນ ອົງພຣະຜູ້ເປັນເຈົ້າ ແລະ ຈົ່ງຮ້ອງອອກພຣະນາມ ຂອງ ພຣະອົງ ຈົ່ງບອກ ຊົນຊາດ ທັງຫລາຍ ສິ່ງທີ່ພຣະອົງໄດ້ກະທໍາ ຈົ່ງບອກໃຫ້ ພວກເຂົາຮູ້ວ່າ ພຣະນາມ ຂອງ ພຣະອົງ ເປັນທີ່ຍົກຍ້ອງຢ່າງສູງສຸດ
\s5
\v 5 ຈົ່ງຮ້ອງເພງ ຍ້ອງຍໍສັນລະເສີນ ອົງພຣະ ຜູ້ເປັນເຈົ້າ ເພາະສິ່ງຍິ່ງໃຫຍ່ ທີ່ພຣະອົງໄດ້ກະທາໍ ຈົ່ງແຈ້ງໃຫ້ທົ່ວທັງໂລກ ໄດ້ຍິນໄດ້ຟັງເລື່ອງລາວ ທັງຫລາຍນີ້.
\v 6 ຈົ່ງໃຫ້ທຸກຄົນ ທີ່ອາໄສຢູ່ເທິງພູເຂົາ ຊີໂອນ ຮ້ອງໂຮ ຍິນດີ ແລະ ຮ້ອງລໍາ ທາໍເພງເຖີດ ອົງຊົງຍິ່ງໃຫຍ່ ແລະ ຊົງບໍຣິສຸດ ຂອງຊາດ ອິດສະຣາເອນ ຢູ່ ທ່າມກາງພວກເຈົ້າແລ້ວ.
\s5
\c 13
\p
\v 1 ຕໍ່ໄປນີ້ແມ່ນ ຖ້ອຍຄໍາ ກ່ຽວກັບ ນະຄອນ ບາບີໂລນ ທີ່ ເອຊາຢາ ລູກຊາຍຂອງ ອາໂມດ ໄດ້ຮັບຈາກພຣະເຈົ້າ.
\v 2 ທີ່ຈອມພູ ຫົວໂຫລ້ນ ຈົ່ງຍົກທຸງສູ້ຮົບຂຶ້ນສາ ຈົ່ງຮ້ອງສັ່ງພວກທະຫານ ແລະ ຍົກອາວຸດຂຶ້ນ ເປັນສັນ ຍານ ໃຫ້ບຸກໂຈມຕີ ປະຕູເມືອງ ຂອງ ພວກທີ່ອວດອົ່ງຈອງຫອງ.
\v 3 ອົງພຣະຜູ້ເປັນເຈົ້າ ໄດ້ເອີ້ນ ເອົາທະຫານ ທີ່ທະນົງຕົວ ແລະ ໄວ້ໃຈໄດ້ ໃຫ້ເຮັດເສິກ ຂອງ ພຣະອົງ ແລະ ໃຫ້ລົງໂທດ ຜູ້ທີ່ພຣະອົງໂກດຮ້າຍ.
\s5
\v 4 ຈົ່ງຟັງສຽງ ທີ່ເທິງພູ ຄື ສຽງຂອງຝູງຄົນ ອັນແໜ້ນໜາ ສຽງຂອງຊົນຊາດ ແລະ ອານາຈັກຕ່າງໆ ທີ່ພວມເຕົ້າໂຮມກັນ. ກອງທັບ ທັງຫລາຍ ຂອງ ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດ ຍິ່ງໃຫຍ່ ພວມຕຽມກາໍລັງ ສູ້ຮົບ.
\v 5 ພວກເຂົາກາໍລັງ ຍົກທັບມາແຕ່ປະເທດ ຕ່າງໆ ທີ່ໄກສຸດຂອງແຜ່ນດິນໂລກ. ໃນ ຄວາມໂກດຮ້າຍ ຂອງ ພຣະອົງ ອົງພຣະຜູ້ເປັນເຈົ້າ ກາໍລັງມາທາໍລາຍ ໝົດທັງປະເທດ.
\s5
\v 6 ຮ້ອງຄວນຄາງ ດ້ວຍຄວາມເຈັບປວດ ສາເຖີດ ມື້ຂອງອົງພຣະຜູ້ເປັນເຈົ້າ ມາໃກ້ແລ້ວ ຄື ມື້ທີ່ພຣະເຈົ້າ ອົງຊົງຣິດອໍານາດ ຍິ່ງໃຫຍ່ ນາໍໄພພິບັດມາ.
\v 7 ແຂນ ຂອງ ທຸກໆຄົນຈະຢ່ອນລົງ ເພາະອ່ອນແຮງ ແລະ ຄວາມກ້າຂອງທຸກໆຄົນ ກໍຈະໝົດໄປ.
\v 8 ພວກເຂົາທຸກຄົນ ຈະຢ້ານກົວຍິ່ງ ແລະ ເຈັບປວດ ໜັກ ຄື ເຈັບດັ່ງຜູ້ຍິງພວມຄອດລູກ. ພວກເຂົາ ຈະເບິ່ງກັນ ແລະກັນ ດ້ວຍຄວາມຢ້ານກົວ ແລະ ສີໜ້າ ຂອງ ພວກເຂົາກໍຮູ້ສຶກ ເຜົາຮ້ອນ ດ້ວຍຄວາມອັບອາຍ.
\s5
\v 9 ມື້ຂອງອົງພຣະຜູ້ເປັນເຈົ້າ ກາໍລັງມາ ຄື ມື້ແຫ່ງຄວາມຮ້າຍກາດ ແລະ ໂມໂຫ ຂອງ ພຣະອົງ. ໂລກຈະເປັນຖິ່ນແຫ້ງແລ້ງ ກັນດານ ແລະ ຄົນບາບທຸກຄົນຈະຖືກທໍາລາຍ.
\v 10 ດວງດາວ ແລະ ດວງແຈ້ງ ທັງຫລາຍ ຈະຢຸດ ສ່ອງແສງ ດວງອາທິດ ຈະມືດດໍາໄປ ເມື່ອມັນ ຂຶ້ນສູ່ຂອບຟ້າ ແລະ ດວງເດືອນ ກໍຈະບໍ່ສ່ອງແຈ້ງ.
\s5
\v 11 ອົງພຣະຜູ້ເປັນເຈົ້າ ກ່າວ ວ່າ, “ເຮົາຈະ ນາໍໄພພິບັດມາເທິງ ແຜ່ນດິນໂລກ ແລະ ລົງໂທດ ຄົນຊົ່ວຮ້າຍທຸກຄົນ ເພາະການບາບ ຂອງພວກເຂົາ. ເຮົາຈະເຮັດໃຫ້ ຄົນອວດອົ່ງ ຈອງຫອງ ທຸກຄົນຖ່ອມໃຈ ແລະ ຈະລົງໂທດ ຄົນອວດດີ ແລະ ຄົນຮ້າຍກາດທຸກຄົນ.
\v 12 ຄົນທີ່ລອດຊີວິດ ຈະຫາຍາກ ກວ່າຫາ ຄໍາ.
\s5
\v 13 ໃນມື້ທີ່ ອົງພຣະຜູ້ເປັນເຈົ້າ ອົງຊົງຣິດ ອໍານາດ ຍິ່ງໃຫຍ່ ໂກດຮ້າຍນັ້ນ; ເຮົາຈະເຮັດ ໃຫ້ທ້ອງຟ້າສັ່ນສະເທືອນ ແລະ ຈະເຮັດໃຫ້ແຜ່ນດິນໂລກ ຫວັ່ນໄຫວ ຫລຸດອອກຈາກບ່ອນຂອງມັນ.
\v 14 ພວກຄົນຕ່າງດ້າວທີ່ອາໄສຢູ່ໃນນະຄອນ ບາບີໂລນ ຈະແລ່ນປົບໜີໄປສູ່ ບ້ານເມືອງ ຂອງ ພວກເຂົາ ໂດຍ ກະຈັດກະຈາຍໄປ ດັ່ງກວາງປົບຄົນໂຫ່ເນື້ອແລະດັ່ງຝູງແກະທີ່ຂາດຜູ້ລ້ຽງ.
\s5
\v 15 ຜູ້ທີ່ຖືກຈັບໄດ້ ຈະຖືກແທງໃຫ້ຕາຍ.
\v 16 ໃນຂະນະທີ່ພວກເຂົາແນມຫາທີ່ເພິ່ງຢ່າງ ສິ້ນຫວັງນັ້ນ ລູກນ້ອຍຂອງພວກເຂົາ ຈະຖືກ ຕີຈົນຕາຍ, ເຮືອນຂອງພວກເຂົາ ຈະຖືກປຸ້ນ ແລະ ເມຍຂອງພວກເຂົາ ຈະຖືກຂົ່ມຂືນ.”
\s5
\v 17 ອົງພຣະຜູ້ເປັນເຈົ້າ ກ່າວ ວ່າ, “ເຮົາກາໍ ລັງປຸກປັ່ນຊາວ ເມເດັດ [ວ] ໃຫ້ໂຈມຕີ ນະຄອນ ບາບີໂລນ. ພວກເຂົາບໍ່ວົນນາໍເງິນ ແລະ ບໍ່ໄຝ່ຝັນນາໍຄໍາ.
\v 18 ພວກເຂົາຈະໃຊ້ ໜ້າທະນູ ກັບລູກທະນູ ຂ້າພວກຊາຍໜຸ່ມ ແລະ ຈະບໍ່ເມດຕາ ພວກເດັກອ່ອນ ແລະ ເອັນດູ ພວກເດັກນ້ອຍ.
\s5
\v 19 ບາບີໂລນ ເປັນອານາຈັກ ໜຶ່ງທີ່ສວຍງາມ ກວ່າ ອານາຈັກ ໃດໆ ທັງໝົດ ເປັນທີ່ພູມໃຈ ຂອງ ຊາວນະຄອນ. ເມືອງນັ້ນຈະເປັນ ຄື ເມືອງໂຊໂດມ ແລະ ເມືອງໂກໂມຣາ ທີ່ພຣະເຈົ້າ ໄດ້ໂຄ່ນລົ້ມແລ້ວ.
\v 20 ຈະບໍ່ມີ ຜູ້ໃດອາໄສຢູ່ ໃນທີ່ນັ້ນອີກຕໍ່ໄປ. ແມ່ນແຕ່ ນັກເດີນທາງຊາວ ອາຣັບ ກໍຈະບໍ່ກາງເຕັນ ໃສ່ທີ່ນັ້ນ ແລະ ຈະບໍ່ມີຜູ້ໃດໄປລ້ຽງຝູງແກະ ຂອງຕົນໃນທີ່ນັ້ນ.
\s5
\v 21 ມັນຈະເປັນບ່ອນ ເປົ່າປ່ຽວ ທີ່ສັດປ່າ ອາໄສ ແລະ ໂຕເຈຍ ເຮັດຮັງຢູ່. ນົກກະຈອກເທດ ຈະຢູ່ທີ່ນັ້ນ ແລະ ແບ້ປ່າ ກໍຈະກະໂດດ ເຕັ້ນໄປມາ ຕາມບ່ອນຮົກຮ້າງ ເພພັງ.
\v 22 ຫໍຄອຍ ກັບ ຜາສາດ ຣາຊວັງ ຈະມີສຽງດັງ ກ້ອງ ຂອງໝາປ່າ ແລະ ໝາໄນ. ເວລາຂອງ ນະຄອນ ບາບີໂລນ ໄດ້ມາຮອດສາແລ້ວ ມື້ຂອງນະຄອນ ບາບີໂລນ ກໍາລັງຈະຈົບສິ້ນ ລົງແລ້ວ.”
\s5
\c 14
\p
\v 1 ອີກເທື່ອໜຶ່ງ ອົງພຣະຜູ້ເປັນເຈົ້າ ຈະ ເມດຕາ ປະຊາຊົນ ອິດສະຣາເອນ ແລະ ຈະ ເລືອກພວກເຂົາເອງ ໃຫ້ເປັນພວກຂອງພຣະອົງ. ພຣະອົງຈະໃຫ້ພວກເຂົາມາຢູ່ ໃນ ດິນແດນ ຂອງ ພວກເຂົາເອງອີກ ແລະ ຊາວ ຕ່າງດ້າວ ກໍຈະມາອາໄສຢູ່ນໍາ ໃນທີ່ນັ້ນ.
\v 2 ຫລາຍຊົນຊາດ ຈະຊ່ວຍປະຊາຊົນ ອິດສະຣາເອນ ໃຫ້ກັບຄືນມາສູ່ດິນແດນ ບ່ອນທີ່ອົງພຣະຜູ້ເປັນເຈົ້າ ໄດ້ມອບໃຫ້ແກ່ ພວກເຂົາ; ໃນທີ່ນັ້ນ ຊົນຊາດເຫລົ່ານັ້ນ ຈະ ຮັບໃຊ້ຊາດ ອິດສະຣາເອນ ດັ່ງທາດ. ພວກທີ່ ເຄີຍຈັບຄົນໃນຊາດ ອິດສະຣາເອນ ໄປຄັ້ງໜຶ່ງນັ້ນ ບັດນີ້ຈະຖືກຄົນໃນຊາດ ອິດສະຣາເອນ ຈັບຄືນ ແລະ ປະຊາຊົນ ອິດ ສະຣາເອນ ຈະປົກຄອງ ຄົນເຫລົ່ານັ້ນ ທີ່ເຄີຍກົດຂີ່ພວກຕົນມາ ຄັ້ງໜຶ່ງ.
\s5
\v 3 ອົງພຣະຜູ້ເປັນເຈົ້າ ຈະໃຫ້ປະຊາຊົນ ອິດສະຣາເອນ ໄດ້ບັນເທົາ ຈາກຄວາມເຈັບ ປວດ ແລະ ຄວາມທົນທຸກ ຂອງພວກເຂົາ ແລະ ຈະໃຫ້ພວກເຂົາພົ້ນ ຈາກການຖືກບັງ ຄັບໃຫ້ ເຮັດວຽກໜັກ.
\v 4 ເມື່ອພຣະອົງ ກະທາໍການນັ້ນ ພວກເຂົາຈະເວົ້າ ເຍາະເຍິ້ຍ ກະສັດ ແຫ່ງ ບາບີໂລນ ວ່າ: “ກະສັດຜູ້ຮ້າຍກາດ ໄດ້ລົ້ມລົງແລ້ວ ເພິ່ນຈະບໍ່ໄດ້ກົດຂີ່ ຜູ້ໃດ ຜູ້ໜຶ່ງອີກ ຕໍ່ໄປ
\s5
\v 5 ອົງພຣະຜູ້ເປັນເຈົ້າ ໄດ້ເຮັດໃຫ້ອໍານາດ ຂອງພວກຜູ້ປົກຄອງ ທີ່ຊົ່ວຮ້າຍ ສິ້ນສຸດໄປ
\v 6 ຄື ຜູ້ກົດຂີ່ ປະຊາຊົນຢ່າງໂຫດຮ້າຍ ແລະ ບໍ່ໄດ້ຢຸດເຂັ່ນຂ້າ ຊົນຊາດ ທັງຫລາຍ ທີ່ພວກຕົນຕີໄດ້ນັ້ນ.
\s5
\v 7 ບັດນີ້ ໃນທີ່ສຸດ ທົ່ວທັງໂລກ ມີສິດໄດ້ ພັກຜ່ອນ ແລະ ໄດ້ຢູ່ຢ່າງສະຫງົບສຸກ ແລະ ທຸກຄົນຕ່າງ ກໍຮ້ອງເພງ ດ້ວຍຄວາມຊົມຊື່ນຍິນດີ.
\v 8 ກົກສົນ ແລະ ກົກແປກ ຂອງ ເລບານອນ ຕ່າງກໍຊົມຊື່ນຍິນດີ ທີ່ກະສັດຜູ້ນີ້ ໄດ້ລົ້ມລົງ; ບັດນີ້ ຈຶ່ງບໍ່ມີຜູ້ໃດ ຕັດມັນລົງອີກ ຍ້ອນກະສັດ ຜູ້ນັ້ນໄດ້ສາບສູນໄປແລ້ວ
\v 9 ແດນມໍຣະນາ ກາໍລັງຕຽມພ້ອມ ເພື່ອຕ້ອນຮັບ ກະສັດ ແຫ່ງ ບາບີໂລນ. ບັນດາວິນຍານ ຂອງ ພວກທີ່ເຄີຍມີອໍານາດ ເທິງໂລກນີ້ ຕ່າງກໍຖືກປຸກຂຶ້ນມາ. ວິນຍານຂອງບັນດາ ກະສັດ ທີ່ຕາຍໄປແລ້ວ ຕ່າງກໍລຸກຂຶ້ນມາ ຈາກ ບັນລັງຂອງຕົນ.
\s5
\v 10 ພວກມັນທັງໝົດ ຮ້ອງອອກມາ ວ່າ, ‘ບັດນີ້ ເຈົ້າກໍອ່ອນແຮງ ຄືກັນກັບພວກເຮົານໍ ເຈົ້າກໍເປັນຜູ້ໜຶ່ງ ໃນພວກເຮົາແລ້ວ
\v 11 ເຈົ້າເຄີຍມີຄົນດີດພິນ ຍ້ອງຍໍໃຫ້ກຽດ; ແຕ່ ບັດນີ້ ເຈົ້າພັດໄດ້ຢູ່ໃນແດນມໍຣະນາ. ເຈົ້ານອນ ເທິງໜອນ ທີ່ເປັນຕຽງຂອງເຈົ້າ ແລະ ມີໜອນ ຢູ່ເທິງເຈົ້າແທນຜ້າຫົ່ມ.
\s5
\v 12 ກະສັດແຫ່ງ ບາບີໂລນ ດວງດາວ ສ່ອງໃສ ໃນຕອນເຊົ້າເອີຍ ເຈົ້າໄດ້ຕົກລົງ ຈາກສະຫວັນແລ້ວນໍ ໃນອະດີດນັ້ນ ເຈົ້າໄດ້ ຕີຊະນະ ຫລາຍໆ ຊົນຊາດ ແຕ່ບັດນີ້ ເຈົ້າພັດ ຖືກໂຍນລົງຂີ້ດິນ.
\v 13 ເຈົ້າໄດ້ຕັ້ງໃຈ ປີນ ຂຶ້ນສູ່ສະຫວັນ ແລະ ຕັ້ງບັນລັງ ຂອງ ເຈົ້າໄວ້ ໃນທີ່ສູງສຸດ ເໜືອດວງດາວ ຕ່າງໆ. ເຈົ້າຄິດວ່າ ເຈົ້າຕ້ອງນັ່ງ ດັ່ງກະສັດເທິງພູ ທາງທິດເໜືອ ບ່ອນທີ່ພະ ທັງຫລາຍ ຊຸມນຸມກັນຢູ່ນັ້ນ.
\v 14 ເຈົ້າໄດ້ກ່າວ ວ່າ ເຈົ້າຕ້ອງປີນຂຶ້ນສູ່ ຈອມເມກ ແລະ ເປັນດັ່ງອົງຊົງຣິດອໍານາດ ຍິ່ງໃຫຍ່.
\s5
\v 15 ແຕ່ແລ້ວ ເຈົ້າພັດໄດ້ຖືກຖິ້ມ ລົງມາສູ່ ບ່ອນເລິກທີ່ສຸດ ຂອງແດນມໍຣະນາ.
\v 16 ພວກຄົນຕາຍ ຈະຈ້ອງຕາ ເບິ່ງເຈົ້າ ແລະ ຈະ ຖາມ ວ່າ, “ຄົນນີ້ບໍ ແມ່ນຜູ້ທີ່ໄດ້ເຮັດໃຫ້ໂລກ ແລະ ບັນດາ ອານາຈັກ ສັ່ນສະເທືອນ ນັ້ນບໍ?
\v 17 ຄົນນີ້ບໍ ແມ່ນຜູ້ທີ່ໄດ້ ທາໍລາຍເມືອງ ທັງຫລາຍ ແລະ ເຮັດໃຫ້ໂລກ ເປັນທີ່ຮົກຮ້າງ ຫວ່າງຄົນນັ້ນບໍ? ຄົນນີ້ບໍ ແມ່ນຜູ້ທີ່ກັກຊະເລີຍເສິກໄວ້ ຫລື ຜູ້ທີ່ບໍ່ຍິນຍອມ ປ່ອຍໃຫ້ ພວກເຂົາ ກັບຄືນເມືອນັ້ນບໍ?”
\s5
\v 18 ກະສັດ ໝົດທົ່ວທັງໂລກ ນອນຢູ່ໃນ ຂຸມຝັງສົບ ອັນງົດງາມ
\v 19 ແຕ່ເຈົ້າພັດບໍ່ມີ ຂຸມຝັງສົບ. ຊາກສົບ ຂອງ ເຈົ້າຖືກໂຍນອອກ ໄປປະ ໃຫ້ເປື່ອຍເນົ່າຢູ່ລຸ່ມ ຊາກສົບ ຂອງ ພວກທະຫານ ຊຶ່ງຖືກຂ້າ ໃນສະໜາມຮົບ ແລະ ໄດ້ຖືກໂຍນລົງ ພ້ອມກັນໄປ ໃນເຫວ ແລະ ຖືກຢຽບຢໍ່າ.
\v 20 ຍ້ອນເຈົ້າໄດ້ທໍາລາຍປະເທດ ຂອງເຈົ້າ ໃຫ້ຮົກຮ້າງ ເພພັງ ແລະ ຂ້າປະຊາຊົນ ຂອງຕົນເອງ; ສະນັ້ນ ເຈົ້າຈະບໍ່ໄດ້ຖືກຝັງໄວ້ ດັ່ງກະສັດອື່ນ ໆ. ບໍ່ມີຜູ້ໃດ ຈັກຄົນໃນຄອບຄົວ ອັນຊົ່ວຮ້າຍຂອງເຈົ້ານັ້ນ ຈະລອດຊີວິດ.
\s5
\v 21 ຈົ່ງໃຫ້ການສັງຫານໝູ່ ເລີ່ມຂຶ້ນສາ ພວກລູກຊາຍ ຂອງ ກະສັດຜູ້ນີ້ຈະຕາຍ ຍ້ອນ ບັນພະບຸລຸດ ຂອງ ພວກເຂົາໄດ້ເຮັດບາບ. ບໍ່ມີຜູ້ໃດ ໃນພວກເຂົາຈະໄດ້ປົກຄອງ ແຜ່ນດິນ ຫລື ສ້າງບ້ານເມືອງ ທັງຫລາຍຂຶ້ນໃໝ່.
\v 22 ອົງພຣະຜູ້ເປັນເຈົ້າ ອົງຊົງຣິດ ອໍານາດ ຍິ່ງໃຫຍ່ ກ່າວ ວ່າ, “ເຮົາຈະໂຈມຕີ ນະຄອນ ບາບີໂລນ ໃຫ້ພັງພິນາດໄປ. ເຮົາຈະບໍ່ປະຫຍັງ ໃຫ້ເຫລືອໄວ້ເລີຍ ຄື ບໍ່ໃຫ້ມີເດັກນ້ອຍ ແລະ ຜູ້ລອດຊີວິດເຫລືອຢູ່ ຈັກຄົນ. ” ອົງພຣະຜູ້ເປັນເຈົ້າ ໄດ້ກ່າວ ດັ່ງນີ້ແຫລະ.
\v 23 “ເຮົາຈະປ່ຽນ ນະຄອນ ບາບີໂລນ ໃຫ້ເປັນບຶງ ແລະ ຝູງນົກເຄົ້າ ຈະ ຢູ່ທີ່ນັ້ນ. ເຮົາຈະໃຊ້ຟອຍກວາດ ນະຄອນ ບາບີໂລນ ພ້ອມທັງສັບພະທຸກສິ່ງໄປ ໃຫ້ໝົດ. ” ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດ ຍິ່ງໃຫຍ່ ໄດ້ກ່າວ ດັ່ງນີ້ແຫລະ.
\s5
\v 24 ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດ ຍິ່ງໃຫຍ່ ໄດ້ສາບານ ວ່າ: “ສິ່ງທີ່ເຮົາ ໄດ້ວາງແຜນໄວ້ແລ້ວ ຈະຕ້ອງເກີດຂຶ້ນ. ສິ່ງທີ່ເຮົາໄດ້ ຕັ້ງໃຈ ໄວ້ແລ້ວ ເຮົາຈະຕ້ອງເຮັດ.
\v 25 ເຮົາ ຈະທໍາລາຍຊາວ ອັດຊີເຣຍ ໃນດິນແດນ ອິດສະຣາເອນ ຂອງເຮົາ ແລະ ຈະຢຽບຢໍ່າ ພວກເຂົາລົງ ທີ່ເທິງພູ ຂອງເຮົາ. ເຮົາຈະປົດ ປ່ອຍ ປະຊາຊົນ ຂອງເຮົາ ອອກຈາກແອກ ຂອງຊາວ ອັດຊີເຣຍ ແລະ ຈາກພາລະໜັກ ທີ່ພວກເຂົາ ພວມແບກຢູ່ນັ້ນ.
\s5
\v 26 ອັນນີ້ ແມ່ນແຜນການ ຂອງເຮົາ ສໍາລັບ ໂລກ ຄື ແຂນຂອງເຮົາ ໄດ້ຢຽດອອກ ເພື່ອລົງໂທດ ຊົນຊາດ ທັງຫລາຍ. ”
\v 27 ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດ ຍິ່ງໃຫຍ່ ຕັ້ງໃຈ ເຮັດສິ່ງນີ້ ພຣະອົງຢຽດແຂນ ພຣະອົງ ອອກ ເພື່ອລົງໂທດ ແລະ ບໍ່ມີຜູ້ໃດ ທີ່ຢຸດຢັ້ງ ພຣະອົງໄດ້.
\s5
\v 28 ອັນນີ້ ແມ່ນຖ້ອຍຄໍາ ທີ່ໄດ້ຖືກປະກາດ ໃນປີທີ່ ກະສັດ ອາຮາດ ໄດ້ຕາຍໄປ.
\v 29 ປະຊາຊົນຊາວ ຟີລິດສະຕິນ ເອີຍ ໄມ້ຄ້ອນທີ່ ໃຊ້ຕີ ພວກເຈົ້ານັ້ນ ຫັກສາແລ້ວ ແຕ່ພວກເຈົ້າ ຢ່າສູ່ຟ້າວ ດີໃຈ. ເມື່ອ ງູໂຕໜຶ່ງ ຕາຍໄປ ງູໂຕ ໂຫດຮ້າຍ ທີ່ສຸດ ກໍຂຶ້ນມາແທນ ເໝືອນດັ່ງໄຂ່ ງູ ຟັກອອກເປັນໂຕມັງກອນ.
\v 30 ອົງພຣະຜູ້ເປັນເຈົ້າ ຈະເປັນຜູ້ລ້ຽງ ປະຊາຊົນ ຂອງ ພຣະອົງ ຜູ້ຍາກຈົນ ແລະຈະໃຫ້ພວກເຂົາ ມີ ຊີວິດຢູ່ຢ່າງ ປອດໄພ, ແຕ່ພຣະອົງ ຈະສົ່ງ ຄວາມອຶດຢາກ ອັນຮ້າຍແຮງມາສູ່ຊາວ ຟີລິດ ສະຕິນ ແລະສິ່ງນັ້ນ ຈະບໍ່ປ່ອຍໃຫ້ ຜູ້ໃດລອດຊີວິດ ເຫລືອຢູ່ເລີຍ.
\s5
\v 31 ສຽງຄວນຄາງ ກັບ ສຽງຮ້ອງຂໍ ໃຫ້ຊ່ວຍເຫລືອ ຈະມີຢູ່ໃນທຸກເມືອງ ຂອງ ຊາວ ຟີລິດສະຕິນ ພວກເຈົ້າທັງໝົດ ຈະປະສົບ ຄວາມໜ້າຢ້ານ ເພາະມັນເໝືອນ ດັ່ງເມກ ກາໍ ລັງມາ ຈາກທາງທິດເໜືອ ແມ່ນ ກອງທັບ ໜຶ່ງ ທີ່ມີແຕ່ ຜູ້ກ້າຫານ ທັງນັ້ນ ທີ່ກາໍລັງເດີນທາງ ມາ.
\v 32 ພວກເຮົາຈະຕ້ອງຕອບ ພວກຜູ້ນາໍ ຂ່າວ ທີ່ມາຈາກ ຟີລິດສະຕິນ ນັ້ນຢ່າງໃດ? ພວກເຮົາຈະບອກ ພວກເຂົາ ວ່າ, “ອົງພຣະຜູ້ ເປັນເຈົ້າ ໄດ້ຕັ້ງພູເຂົາ ຊີໂອນ ຂຶ້ນແລ້ວ ແລະ ປະຊາຊົນ ຂອງ ພຣະອົງ ຜູ້ທີ່ທົນທຸກ ຈະໄດ້ ພົບຄວາມປອດໄພ ໃນທີ່ນັ້ນ.”
\s5
\c 15
\p
\v 1 ຕໍ່ໄປນີ້ ແມ່ນຖ້ອຍຄໍາ ກ່ຽວກັບ ດິນແດນ ໂມອາບ. ເມືອງ ອາຣະ ແລະ ເມືອງ ກີຣະ ໄດ້ ຖືກທາໍລາຍ ພຽງຄືນດຽວເທົ່ານັ້ນ ແລະດິນແດນ ໂມອາບ ກໍມີແຕ່ຄວາມມິດງຽບທັງສິ້ນ.
\v 2 ປະຊາຊົນ ແຫ່ງ ດີໂບນ [ຫ] ປີນຂຶ້ນສູ່ ເທິງພູ ເພື່ອໄປຮ້ອງໄຫ້ ໃນບ່ອນທີ່ມີຮູບເຄົາ ຣົບ. ປະຊາຊົນ ແຫ່ງໂມອາບ ຄໍ່າຄວນດ້ວຍຄວາມໂສກເສົ້າ ໃຫ້ເມືອງ ເນໂບ ແລະເມືອງ ເມເດບາ; ພວກເຂົາໄດ້ແຖຫົວ ແລະແຖໜວດເພື່ອສະແດງຄວາມໂສກເສົ້າ.
\s5
\v 3 ປະຊາຊົນ ຕາມຖະໜົນ ກໍນຸ່ງເຄື່ອງທີ່ເຮັດດ້ວຍ ຜ້າກະສອບເຂົ້າ; ທີ່ສີ່ແຍກກາງເມືອງແລະທີ່ເທິງຫລັງຄາພຽງ ປະຊາຊົນກໍໄວ້ທຸກແລະຮ້ອງໄຫ້.
\v 4 ປະຊາຊົນ ແຫ່ງ ເມືອງ ເຮັດຊະໂບນ ແລະເມືອງ ເອເລອາເລ ຮ້ອງໄຫ້ແຮງ ຈົນສຽງດັງໄປກາຍເມືອງ ຢາຮາດ. ແມ່ນແຕ່ ພວກທະຫານກໍສັ່ນເຊັນ ຈົນໝົດ ຄວາມກ້າຫານ.
\s5
\v 5 ຈິດໃຈ ຂອງຂ້ອຍຮໍ່າຮ້ອງເຖິງ ດິນແດນໂມອາບ ປະຊາຊົນພາກັນ ປົບໜີໄປຍັງເມືອງໂຊອາ ແລະໄປຍັງເມືອງ ເອັກລາດ-ເຊລິດຊີຢາ. ບາງຄົນຍ່າງຂຶ້ນຄ້ອຍ ຕ່າງຮ້ອງໄຫ້ ໄປຍັງເມືອງ ລູຫິດ; ບາງຄົນປົບໜີໄປຍັງເມືອງ ໂຮໂຣນາອິມ ທັງຄວນຄາງສຽງດັງອຶກກະທຶກ.
\v 6 ນາໍ້ຫ້ວຍ ນິມຣິມ ກໍແຫ້ງແລ້ງ ຫຍ້າທີ່ແຄມຝັ່ງ ກໍຫ່ຽວແຫ້ງ ແລະບໍ່ມີສິ່ງຂຽວຫຍັງ ເຫລືອຢູ່ເລີຍ.
\v 7 ປະຊາຊົນ ພະຍາຍາມປົບໜີໄປ ໂດຍຂ້າມຮ່ອມພູ ວິນໂລ ພ້ອມກັບສິ່ງຂອງທີ່ພວກຕົນ ມີຢູ່.
\s5
\v 8 ທຸກບ່ອນ ຕາມເຂດແດນ ຂອງ ໂມອາບ ໄດ້ຍິນແຕ່ ສຽງຮ້ອງໄຫ້ ຈົນໄປຮອດເມືອງ ເອັກລາອີມ ແລະເມືອງ ເບເອເຣລີມ.
\v 9 ທີ່ເມືອງ ດີໂບນ ນາໍ້ຫ້ວຍນອງໄປດ້ວຍເລືອດ ແລະພຣະເຈົ້າ ຍັງສະສົມ ສິ່ງທີ່ຮ້າຍກາດຫລາຍກວ່າ ນີ້ອີກ ໄວ້ສໍາລັບປະຊາຊົນ ຢູ່ໃນທີ່ນັ້ນ. ແມ່ນແລ້ວ ຜູ້ທີ່ເຫລືອຢູ່ໃນດິນແດນ ໂມອາບ ຈະຖືກຂ້າຈົນເລືອດໄຫລນອງແຜ່ນດິນ.
\s5
\c 16
\p
\v 1 ຈາກເມືອງ ເຊຣາ ໃນຖິ່ນແຫ້ງແລ້ງກັນດານ ປະຊາຊົນແຫ່ງ ໂມອາບ ສົ່ງລູກແກະ ໄປເພື່ອເປັນຂອງຂວັນໃຫ້ ຜູ້ປົກຄອງ ໃນນະຄອນ ເຢຣູຊາເລັມ.
\v 2 ພວກເຂົາຄອຍຖ້າຢູ່ຕາມ ຕາຝັ່ງແມ່ນາໍ້ ອາກໂນນ ແລະ ເຄື່ອນຍ້າຍໄປມາຢ່າງ ບໍ່ມີເປົ້າໝາຍ ດັ່ງນົກ ທີ່ຖືກໄລ່ ໃຫ້ໜີໄປຈາກຮັງ.
\s5
\v 3 ພວກເຂົາ ເວົ້າກັບປະຊາຊົນຊາວ ຢູດາ ວ່າ, “ຈົ່ງບອກພວກເຮົາ ວ່າ ຄວນຈະເຮັດ ຢ່າງໃດດີ. ຂໍປົກປ້ອງພວກເຮົາໄວ້ ດັ່ງກົກໄມ້ ໃຫ້ຮົ່ມເຢັນ ໃນທ່າມກາງ ແສງແດດ ຂອງ ຕອນທ່ຽງດ້ວຍ; ແລະ ຂໍໃຫ້ພວກເຮົາໄດ້ ພັກຜ່ອນ ຢູ່ໃຕ້ຮົ່ມຂອງພວກເຈົ້າເຖີດ. ພວກເຮົາເປັນຊາວ ອົບພະຍົບ ຂໍເຊື່ອງພວກເຮົາ ໄວ້ຢູ່ໃນ ບ່ອນທີ່ບໍ່ມີຜູ້ໃດ ຫາພົບໄດ້ແດ່.
\v 4 ຂໍໃຫ້ພວກເຮົາ ໄດ້ອາໄສ ຢູ່ໃນດິນແດນ ຂອງ ພວກເຈົ້າແດ່ທ້ອນ. ຂໍປົກປ້ອງພວກເຮົາໄວ້ ຈາກພວກທີ່ຢາກ ທາໍລາຍດ້ວຍ. ” (ການກົດຂີ່ແລະ ໄພພິບັດ ທັງຫລາຍຈະສິ້ນສຸດໄປ ແລະ ພວກທີ່ພວມທາໍລາຍປະເທດ ກໍຈະໝົດໄປ.
\s5
\v 5 ແລ້ວເຊື້ອສາຍ ຜູ້ໜຶ່ງຂອງ ດາວິດ ກໍຈະ ຂຶ້ນເປັນກະສັດ ແລະ ເພິ່ນຈະປົກຄອງ ປະຊາຊົນ ດ້ວຍຄວາມຮັກ ແລະ ຄວາມສັດຊື່. ເພິ່ນຈະຟ້າວ ລົງມື ເຮັດໃນສິ່ງທີ່ຖືກຕ້ອງ ແລະ ເພິ່ນຈະຄອຍເບິ່ງວ່າ ມີຄວາມຍຸດຕິທໍາ ຫລືບໍ?)
\s5
\v 6 ປະຊາຊົນຊາວ ຢູດາ ເວົ້າ ວ່າ, “ພວກເຮົາເຄີຍ ໄດ້ຍິນເຖິງຊາວ ໂມອາບ ວ່າ ພວກເຂົາອວດອົ່ງຈອງຫອງ ສໍ່າໃດ. ພວກເຮົາຮູ້ວ່າ ພວກເຂົາອວດດີ ແລະ ທະນົງຕົວ ແຕ່ພວກເຂົາ ຂີ້ສະຫາວ ລ້າ ໆ. ”
\v 7 ຊາວໂມອາບ ຈະຮ້ອງໄຫ້ ຮໍ່າໄຮ ຍ້ອນຄວາມເດືອດຮ້ອນ ທີ່ ພວກຕົນໄດ້ຮັບ. ພວກເຂົາຈະ ຮໍ່າໄຮ ເມື່ອຄິດເຖິງອາຫານແຊບໆ ທີ່ພວກຕົນ ເຄີຍກິນ ໃນເມືອງ ກີຣະເຮເຣັດ. ພວກເຂົາຈະຖືກ ທໍລະມານ ຈົນຕ້ອງສິ້ນຫວັງ.
\s5
\v 8 ທົ່ງໄຮ່ ທົ່ງນາ ຂອງເມືອງ ເຮັດຊະໂບນ ແລະ ສວນໝາກອະງຸ່ນ ຂອງເມືອງ ຊິບມາ ກໍ ຈະຖືກທໍາລາຍ ຄື ສວນໝາກອະງຸ່ນ ຂອງ ຄົນທີ່ໃຊ້ເຫລົ້າອະງຸ່ນ ເຮັດໃຫ້ຊົນຊາດ ຕ່າງໆ ມືນເມົາ. ໃນສະໄໝໜຶ່ງ ຕົ້ນອະງຸ່ນໄດ້ ແຜ່ ຜາຍອອກ ໄປຮອດເມືອງ ຢາເສ ແລະ ຈົນເຖິງທິດຕາເວັນຕົກ ຟາກທະເລຕາຍ ເບື້ອງນັ້ນ.
\s5
\v 9 ບັດນີ້ ຂ້າພະເຈົ້າຮ້ອງໄຫ້ ເພື່ອຕົ້ນອະງຸ່ນ ຂອງເມືອງ ຊິບມາ ເໝືອນດັ່ງຮ້ອງໄຫ້ເພື່ອເມືອງ ຢາເສ. ນໍ້າຕາ ຂອງ ຂ້າພະເຈົ້າ ຫລັ່ງໄຫລ ເຖິງເມືອງ ເຮັດຊະໂບນ ແລະ ເມືອງ ເອເລອາເລ ຍ້ອນທີ່ນັ້ນ ບໍ່ມີການເກັບ ກ່ຽວ ພໍເຮັດໃຫ້ປະຊາຊົນ ເບີກບານໃຈເລີຍ.
\v 10 ບັດນີ້ ໃນທົ່ງໄຮ່ ທົ່ງນາ ທີ່ມີດິນດີ ກໍບໍ່ ມີຜູ້ໃດ ຢູ່ເປັນສຸກ. ບໍ່ມີຜູ້ໃດໂຮຮ້ອງ ຫລື ຂັບລໍາທາໍເພງ ໃນສວນອະງຸ່ນເລີຍ. ບໍ່ມີຜູ້ໃດ ບີບ ໝາກອະງຸ່ນເຮັດເຫລົ້າອະງຸ່ນ ສຽງໂຮຮ້ອງ ອັນຊົມຊື່ນຍິນດີ ນັ້ນໄດ້ໝົດໄປ ສາແລ້ວ. [ອ]
\s5
\v 11 ຂ້າພະເຈົ້າ ຄວນຄາງ ດ້ວຍຄວາມເສົ້າ ໝອງ ເພື່ອດິນແດນ ໂມອາບ ແລະ ດ້ວຍຄວາມ ຂົມຂື່ນຫລາຍ ເພື່ອເມືອງ ກີຣະເຮເຣັດ.
\v 12 ປະຊາຊົນຊາວ ໂມອາບ ໝົດກາໍລັງແລ້ວ ທີ່ຈະໄປຍັງພູເຂົາ ທີ່ມີຮູບເຄົາຣົບ ຂອງພວກເຂົາ ແລະ ໄປຍັງວິຫານຂອງພວກເຂົາ ເພື່ອໄຫວ້ວອນ ແຕ່ຈະບໍ່ມີປະໂຫຍດ ຫຍັງເລີຍ.
\s5
\v 13 ນັ້ນແຫລະ ຄື ຖ້ອຍຄໍາ ຂອງ ອົງພຣະຜູ້ເປັນເຈົ້າ ທີ່ໄດ້ບອກລ່ວງໜ້າ ກ່ຽວກັບ ໂມອາບ.
\v 14 ບັດນີ້ ອົງພຣະຜູ້ເປັນເຈົ້າ ກ່າວ ວ່າ, “ເມື່ອຄົບສາມປີເຕັມ ຄວາມຮັ່ງມີ ອັນມະຫາສານ ຂອງ ໂມອາບ ຈະສູນສິ້ນໄປ. ໃນຈາໍນວນ ປະຊາຊົນ ທີ່ຫລວງຫລາຍ ຈະມີ ພຽງແຕ່ໜ້ອຍຄົນ ເທົ່ານັ້ນ ທີ່ລອດຊີວິດຢູ່ ແລະ ຕ່າງກໍຈະອ່ອນເພຍ ກັນທັງນັ້ນ.”
\s5
\c 17
\p
\v 1 ອົງພຣະຜູ້ເປັນເຈົ້າ ໄດ້ກ່າວ ວ່າ, “ດາມັສກັດ ຈະບໍ່ເປັນນະຄອນ ອີກຕໍ່ໄປ; ແຕ່ຈະ ເປັນພຽງກອງ ສິ່ງຮົກຮ້າງ ເພພັງ ເທົ່ານັ້ນ.
\v 2 ເມືອງຕ່າງໆ ຂອງ ຊີເຣຍ ຈະເປົ່າຮ້າງ ຫວ່າງຄົນ ຕະຫລອດໄປ. [ຮ] ເມືອງເຫລົ່ານັ້ນ ຈະເປັນທົ່ງຫຍ້າ ໃຫ້ຝູງແກະ ແລະ ຝູງງົວ ແລະ ຈະບໍ່ມີຜູ້ໃດ ໄລ່ມັນໜີໄປ.
\v 3 ຊາດ ອິດສະຣາເອນ ຈະຂາດທີ່ປ້ອງກັນ ແລະ ນະຄອນ ດາມັສກັດ ກໍຈະສູນເສຍ ເອກະລາດ. ຊາວຊີເຣຍ ຜູ້ທີ່ຍັງລອດຊີວິດຢູ່ ຈະຖືກອັບອາຍ ຂາຍໜ້າ ເໝືອນກັນກັບ ຊາວອິດສະຣາເອນ. ” ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດ ຍິ່ງໃຫຍ່ ໄດ້ກ່າວ ດັ່ງນີ້ແຫລະ.
\s5
\v 4 ອົງພຣະຜູ້ເປັນເຈົ້າ ໄດ້ກ່າວວ່າ, “ເມື່ອ ວັນນັ້ນ ມາເຖິງ ຄວາມຍິ່ງໃຫຍ່ ຂອງຊາດ ອິດສະຣາເອນ ຈະເຖິງຈຸດຈົບ ແລະ ຄວາມຮັ່ງມີ ກໍຈະປ່ຽນເປັນຄວາມທຸກລໍາບາກ.
\v 5 ຊາດອິດສະຣາເອນ ຈະເປັນດັ່ງ ທົ່ງນາທີ່ຖືກຄົນເກັບກ່ຽວ ເອົາເຂົ້າໄປ ຄື ເປົ່າປ່ຽວ ດັ່ງທົ່ງ ນາ ໃນຮ່ອມພູ ເອຟຣາອິມ ທີ່ຖືກເກັບກ່ຽວ ເອົາເຂົ້າໄປໝົດ.
\s5
\v 6 ມີພຽງໜ້ອຍຄົນ ເທົ່ານັ້ນ ທີ່ລອດຊີວິດຢູ່ ແລະ ຊາດອິດສະຣາເອນ ຈະເປັນດັ່ງກົກໝາກກອກເທດ ຊຶ່ງໝາກ ໃນຕົ້ນຖືກປິດເອົາ ໄປໝົດ ເວັ້ນໄວ້ແຕ່ ສອງ ຫລື ສາມ ໝາກທີ່ຢູ່ ່ປາຍກົກ ເທົ່ານັ້ນ ຫລື ບາງໜ່ວຍ ທີ່ເຫລືອຢູ່ ລຸ່ມງ່າ. ” ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງຊາດ ອິດສະຣາເອນ ໄດ້ກ່າວດັ່ງນີ້ແຫລະ.
\v 7 ເມື່ອມື້ນັ້ນ ມາເຖິງ ປະຊາຊົນຈະຫັນໜ້າ ມາຂໍໃຫ້ພຣະຜູ້ສ້າງ ຂອງ ພວກເຂົາ ຊ່ວຍເຫລືອ ຄື ຂໍຕໍ່ພຣະເຈົ້າ ອົງບໍຣິສຸດ ຂອງ ຊາດອິດສະຣາເອນ.
\s5
\v 8 ພວກເຂົາ ຈະບໍ່ເພິ່ງພາອາໄສ ແທ່ນບູຊາ ທີ່ພວກເຂົາ ໄດ້ເຮັດດ້ວຍມື ຂອງເຂົາເອງ ຫລື ໄວ້ວາງໃຈ ໃນສີມືຂອງຕົນເອງ ອີກຕໍ່ໄປ ເຊັ່ນ: ຮູບເຈົ້າແມ່ ອາເຊຣາ ແລະ ແທ່ນເຜົາ ເຄື່ອງຫອມບູຊາ ຕ່າງໆ.
\v 9 ເມື່ອມື້ນັ້ນ ມາ ເຖິງເມືອງ ທີ່ປ້ອງກັນດີທີ່ສຸດ ຈະເປົ່າຮ້າງ ຫວ່າງຄົນ ແລະ ປະໃຫ້ເພພັງ ດັ່ງເມືອງຂອງຊາວ ຮີວີ ແລະ ຊາວອາໂມ [ກ] ທີ່ໄດ້ຖືກປະຖິ້ມໄປ ເມື່ອພວກເຂົາ ປົບໜີຈາກປະຊາຊົນ ອິດສະຣາເອນ.
\s5
\v 10 ຊາດອິດສະຣາເອນ ເອີຍ ພວກເຈົ້າ ໄດ້ລືມໄລ ພຣະເຈົ້າຜູ້ໄດ້ຊ່ວຍກູ້ເອົາ ແລະ ປ້ອງກັນ ພວກເຈົ້າໄວ້ດັ່ງ ໂງ່ນຫິນ ທີ່ແຂງແກ່ນ. ແຕ່ພວກເຈົ້າ ພັດໄດ້ເຮັດສວນ ສັກສິດ [ຂ] ເພື່ອຂາບໄຫວ້ ພະຕ່າງຊາດ.
\v 11 ແມ່ນວ່າ ດອກອັນງົດງາມ ເກີດມາ ແຕ່ເຊົ້າ ໆ ຍ້ອນພວກເຈົ້າ ປູກກໍດີ; ແຕ່ພວກເຈົ້າ ຈະບໍ່ໄດ້ເດັດດອກ ມາດົມ. ຄວາມເດືອດຮ້ອນ ແລະ ການເຈັບປວດ ທີ່ປິ່ນປົວບໍ່ດີ ແຕ່ເທົ່ານັ້ນ ຈະເກີດມີມາ.
\s5
\v 12 ຊົນຊາດ ຕ່າງໆ ທີ່ມີອໍານາດ ພາກັນ ອົນລະຫົນ ວຸ້ນວາຍ ຄ້າຍສຽງອຶກກະທຶກ ຂອງທ້ອງທະເລ ຄ້າຍສຽງຄື້ນ ອັນໃຫຍ່ໂຕ ມາກະທົບກັນ.
\v 13 ຊົນຊາດ ທັງຫລາຍຕ່າງ ກໍບຸກໜ້າມາ ດັ່ງຟອງທະເລ ຖືກລົມພັດ, ແຕ່ພຣະເຈົ້າຈະຕີໂຕພວກເຂົາ ໃຫ້ພ່າຍແພ້ ໄປ ໂດຍໄລ່ພວກເຂົາໃຫ້ໜີໄປ ດັ່ງຂີ້ຝຸ່ນ ຕາມເນີນພູ ດັ່ງເຟືອງ ທີ່ຖືກລົມຫົວກຸດພັດ.
\v 14 ໃນຕອນແລງ ມັນນາໍເອົາຄວາມຢ້ານກົວອັນໃຫຍ່ມາ; ແຕ່ພໍຕອນເຊົ້າມາ ມັນ ກໍໜີໄປ. ນີ້ແຫລະ ຄື ຊາຕາກາໍ ຂອງພວກ ນັກປຸ້ນດິນແດນຂອງພວກເຮົາ.
\s5
\c 18
\p
\v 1 ທີ່ຟາກ ແມ່ນາໍ້ ຂອງ ປະເທດ ເອທິໂອເປຍ ໄປພຸ້ນມີດິນແດນ ແຫ່ງໜຶ່ງທີ່ໄດ້ຍິນແຕ່ສຽງຂອງປີກ ພືພັບ. [ຄ]
\v 2 ຈາກ ດິນແດນນັ້ນ ພວກອັກຄະຣາຊທູດ ຂີ່ເຮືອທີ່ເຮັດດ້ວຍ ກົກອໍ້ ລ່ອງໄປຕາມແມ່ນາໍ້ ນິນ. ບັນດາຜູ້ສົ່ງຂ່າວ ທີ່ວ່ອງໄວ ເອີຍ ຈົ່ງກັບເມືອ ສາເຖີດ ຈົ່ງນາໍຂ່າວຄືນ ເມືອສູ່ດິນແດນ ຂອງ ພວກເຈົ້າ ທີ່ມີແມ່ນາໍ້ ທັງຫລາຍແບ່ງແຍກ, ສູ່ຊົນຊາດ ທີ່ເຂັ້ມແຂງ ແລະ ມີອໍານາດ ຂອງ ພວກເຈົ້າ, ສູ່ປະຊາຊົນ ທີ່ມີຮູບຮ່າງໃຫຍ່ ແລະ ຜິວພັນກ້ຽງໃສດີ ຂອງ ພວກເຈົ້າ ຄື ພວກທີ່ຄົນທັງໂລກຢ້ານກົວ.
\s5
\v 3 ຈົ່ງຟັງເດີ ໝົດທຸກຄົນທີ່ຢູ່ໃນໂລກນີ້ ຈົ່ງເບິ່ງທຸງໄຊ ອັນເປັນສັນຍານ ທີ່ຈະຖືກຍົກຂຶ້ນ ເທິງຈອມພູເຂົາ ຈົ່ງຟັງສຽງເປົ່າເຂົາສັດ
\s5
\v 4 ອົງພຣະຜູ້ເປັນເຈົ້າ ໄດ້ກ່າວແກ່ຂ້າພະເຈົ້າວ່າ, “ເຮົາຈະເບິ່ງລົງຈາກສະຫວັນ ຢ່າງງຽບໆ ດັ່ງນາໍ້ຄ້າງ ຕອນກາງຄືນ ອັນອົບເອົ້າ ທີ່ລວມຕົວກັນ ໃນລະດູເກັບກ່ຽວ ດັ່ງດວງອາທິດ ອັນງຽບສະຫງັດ ໃນຕອນກາງເວັນ ທີ່ສ່ອງແຈ້ງ.
\v 5 ກ່ອນເຖິງຍາມ ເກັບໝາກອະງຸ່ນ ເມື່ອດອກຂອງມັນຫລົ່ນ ແລະ ໝາກອະງຸ່ນ ກາໍລັງສຸກ ສັດຕູຈະມາທາໍລາຍ ຊາວ ເອທິໂອເປຍ ຢ່າງງ່າຍດາຍ ດັ່ງເອົາມີດ ຕັດຕົ້ນອະງຸ່ນຖິ້ມ.
\s5
\v 6 ຊາກສົບທະຫານ ຂອງ ພວກເຂົາຈະ ຖືກປະປ່ອຍໄວ້ ໃຫ້ຝູງນົກ ແລະ ສັດປ່າ. ໃນ ລະດູຮ້ອນ ໂຕນົກຈະມາເຈາະ ແລະ ໃນ ລະດູໜາວ ສັດປ່າຈະມາກິນ. ”
\v 7 ເມື່ອ ເວລານັ້ນ ມາເຖິງ ອົງພຣະຜູ້ເປັນເຈົ້າ ອົງຊົງ ຣິດອໍານາດ ຍິ່ງໃຫຍ່ ຈະຮັບເອົາເຄື່ອງຖວາຍ ຈາກດິນແດນ ທີ່ຖືກແບ່ງແຍກ ດ້ວຍແມ່ນາໍ້ ທັງຫລາຍນີ້, ຈາກຊົນຊາດ ທີ່ເຂັ້ມແຂງ ແລະ ມີອໍານາດນີ້, ຈາກປະຊາຊົນ ທີ່ມີຮູບຮ່າງສູງ ແລະ ມີຜິວພັນກ້ຽງໃສນີ້ ຊຶ່ງຄົນທັງໂລກ ຢ້ານກົວພວກເຂົາ. ພວກເຂົາຈະມາຍັງພູເຂົາ ຊີໂອນ ຊຶ່ງເປັນບ່ອນນະມັດສະການ ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດ ຍິ່ງໃຫຍ່.
\s5
\c 19
\p
\v 1 ຕໍ່ໄປນີ້ ແມ່ນຖ້ອຍຄໍາ ກ່ຽວກັບ ເອຢິບ. ອົງພຣະຜູ້ເປັນເຈົ້າ ກາໍລັງມາສູ່ ເອຢິບ ເທິງເມກ ຢ່າງວ່ອງໄວ. ຮູບເຄົາຣົບ ທັງຫລາຍ ຂອງຊາວ ເອຢິບ ສັ່ນເຊັນຕໍ່ໜ້າພຣະອົງ ແລະ ປະຊາຊົນຊາວ ເອຢິບ ກໍສູນເສຍ ຄວາມກ້າຫານ ຂອງພວກເຂົາ.
\v 2 ອົງພຣະຜູ້ເປັນເຈົ້າ ກ່າວ ວ່າ, “ເຮົາຈະເຮັດໃຫ້ ປະເທດ ເອຢິບ ສັ່ນສະທ້ານ ແລະ ເກີດເສິກກາງເມືອງ; ອ້າຍນ້ອງຈະຕໍ່ສູ້ກັນ ແລະ ເພື່ອນບ້ານຈະສູ້ຮົບກັນ. ເມືອງຕ່າງໆ ຈະຕໍ່ສູ້ກັນເອງ ເພາະການເປັນສັດຕູກັນ ແລະ ກະສັດທີ່ ເປັນສັດຕູກັນ ກໍຈະຍາດແຍ່ງອໍານາດກັນ.
\s5
\v 3 ເຮົາພວມເຮັດໃຫ້ ແຜນການຂອງຊາວ ເອຢິບ ບໍ່ສົມຫວັງ ແລະເຮັດໃຫ້ພວກເຂົາ ເສຍຂວັນ. ພວກເຂົາຈະໄປຂໍໃຫ້ ຮູບເຄົາຣົບ ຊ່ວຍເຫລືອພວກເຂົາ ແລະ ຈະໄປປຶກສາ ໝໍຜີ ແລະ ຈະໄປຖາມເອົາຄວາມ ນໍາຄົນຕາຍ.
\v 4 ເຮົາຈະຍົກຊາວ ເອຢິບ ໃຫ້ແກ່ນັກກົດຂີ່ຄົນໜຶ່ງ ຄື ໃຫ້ກະສັດທີ່ໂຫດຫ້ຽມ ຜູ້ໜຶ່ງທີ່ຈະປົກຄອງພວກເຂົາ. ” ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດ ຍິ່ງໃຫຍ່ ໄດ້ກ່າວ ດັ່ງນີ້ແຫລະ.
\s5
\v 5 ແມ່ນໍ້ານິນ ຈະລົດລົງ ແລະ ນໍ້າໃນຫ້ວຍ ຈະແຫ້ງລົງເລື້ອຍໆ.
\v 6 ຄອງ ຂອງຫ້ວຍ ນາໍ້ທັງຫລາຍ ຈະເໝັນ ເມື່ອມັນແຫ້ງລົງ ເທື່ອ ເລັກເທື່ອໜ້ອຍ. ກົກອໍ້ ແລະ ກົກຫຍ້າ ຈະຫ່ຽວແຫ້ງໄປ
\s5
\v 7 ແລະ ພືດຜົນຕາມແຄມຝັ່ງຂອງ ແມ່ນາໍ້ ນິນ ກໍຈະແຫ້ງ ແລະ ຖືກລົມພັດໄປ.
\v 8 ທຸກໆ ຄົນ ທີ່ຫາປາ ເປັນອາຊີບ ໃນແມ່ນາໍ້ນິນ ຕ່າງ ກໍຈະຄວນຄາງ ແລະ ຮ້ອງໄຫ້ ເພາະ ເບັດ ແລະ ແຫ ຂອງພວກເຂົາ ຈະໃຊ້ການບໍ່ໄດ້.
\s5
\v 9 ພວກທີ່ເຮັດຜ້າປ່ານ ກໍຈະໝົດຫວັງໄປ ຕາມ ໆ ກັນ;
\v 10 ຊ່າງຕໍ່າຜ້າແພ ແລະ ຊ່າງສີມືຈະໝົດເນື້ອ ໝົດຕົວ ແລະ ຈະເສົ້າໂສກ ເສຍໃຈ.
\s5
\v 11 ບັນດາຜູ້ນາໍ ໃນເມືອງ ໂສອານ ປ່ວງບ້າ ຄົນສະຫລາດທີ່ສຸດໃນ ເອຢິບ ໃຫ້ຄໍາເຫັນ ອັນໂງ່ຈ້າ ພວກເຂົາກ້າບອກ ກະສັດໄດ້ຢ່າງໃດ ວ່າ ພວກຕົນເປັນຜູ້ສືບແທນ ນັກຮຽນຮູ້ ໃນສະໄໝບູຮານ ແລະ ບັນດາກະສັດ?
\v 12 ກະສັດແຫ່ງ ເອຢິບ ເອີຍ ບັນດາທີ່ປຶກສາ ຜູ້ຫລັກແຫລມ ຂອງເຈົ້າໄປໃສກັນໝົດ? ບາງທີພວກເຂົາ ອາດບອກເຈົ້າ ໄດ້ວ່າ ອົງພຣະຜູ້ ເປັນເຈົ້າ ອົງຊົງຣິດອໍານາດ ຍິ່ງໃຫຍ່ ມີແຜນການ ຫຍັງແດ່ສໍາລັບ ເອຢິບ ກໍໄດ້.
\s5
\v 13 ບັນດາຜູ້ນາໍຂອງເມືອງ ໂສອານ ແລະ ເມືອງ ມາໍຟິດ ໂງ່ຫລາຍ. ພວກເຂົາຖືຕົນວ່າ ເປັນຜູ້ນາໍ ຂອງຊາດ ແຕ່ພັດໄດ້ນາໍຊາດ ໄປໃນທາງຜິດ.
\v 14 ອົງພຣະຜູ້ເປັນເຈົ້າ ໄດ້ເຮັດໃຫ້ ພວກເຂົາໃຫ້ຄຳແນະນາໍ ອັນສັບສົນ. ຜົນທີ່ໄດ້ຮັບ ຄື ເອຢິບ ກະທາໍທຸກສິ່ງຜິດພາດ ແລະ ຍ່າງໂຊເຊ ໄປດັ່ງຄົນເມົາເຫລົ້າ ທີ່ພະລາດລົ້ມ ເທິງຮາກຂອງຕົນ.
\v 15 ໃນ ເອຢິບ ບໍ່ມີຜູ້ໃດ ບໍ່ວ່າຄົນທຸກ ຫລື ຄົນຮັ່ງກໍຕາມ ສໍາຄັນ ຫລື ບໍ່ສໍາຄັນກໍດີ ທີ່ໃຫ້ຄວາມຊ່ວຍເຫລືອໄດ້.
\s5
\v 16 ເມື່ອເວລານັ້ນ ມາເຖິງ ປະຊາຊົນ ຊາວ ເອຢິບ ຈະເປັນດັ່ງພວກຜູ້ຍິງ. ພວກເຂົາຈະສັ່ນເຊັນ ດ້ວຍຄວາມຢ້ານກົວ ເມື່ອເຫັນ ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດ ຍິ່ງໃຫຍ່ ຢຽດມືອອກ ເພື່ອລົງໂທດພວກເຂົາ.
\v 17 ປະຊາຊົນຊາວ ເອຢິບ ຈະຢ້ານກົວຊາວ ຢູດາ ຫລາຍ ໃນທຸກເທື່ອທີ່ພວກເຂົາ ລະນຶກເຖິງ ຊາຕາກໍາ ທີ່ອົງພຣະຜູ້ເປັນເຈົ້າ ອົງຊົງຣິດ ອໍານາດ ຍິ່ງໃຫຍ່ ໄດ້ຈັດຕຽມໄວ້ ສໍາລັບພວກເຂົາ.
\s5
\v 18 ເມື່ອເວລານັ້ນ ມາເຖິງ ຄົນໃນຫ້າ ຕົວເມືອງຂອງ ເອຢິບ ຈະເວົ້າພາສາ ເຮັບເຣີ. ປະຊາຊົນທີ່ຢູ່ໃນບ່ອນນັ້ນ ຈະສາບານ ໃນ ນາມຂອງ ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດ ຍິ່ງໃຫຍ່. ເມືອງໜຶ່ງໃນຈາໍນວນ ເມືອງທັງຫລາຍ ຈະມີຄົນເອີ້ນວ່າ, “ເມືອງແຫ່ງ ດວງອາທິດ.”
\s5
\v 19 ເມື່ອເວລານັ້ນ ມາເຖິງ ຢູ່ໃນ ເອຢິບ ຈະ ມີແທ່ນບູຊາຖວາຍແກ່ ອົງພຣະຜູ້ເປັນເຈົ້າ ແລະ ມີເສົາຫິນ ທີ່ໄດ້ຕັ້ງຂຶ້ນ ທີ່ຊາຍແດນ ຂອງປະເທດ ເພື່ອອຸທິດ ໃຫ້ແກ່ພຣະອົງ.
\v 20 ສິ່ງເຫລົ່ານັ້ນ ຈະເປັນສັນຍາລັກ ວ່າ ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດ ຍິ່ງໃຫຍ່ ດໍາລົງຢູ່ໃນ ເອຢິບ. ເມື່ອປະຊາຊົນ ໃນທີ່ນັ້ນ ໄດ້ຮັບການກົດຂີ່ ແລະ ຮ້ອງຫາ ອົງພຣະຜູ້ເປັນເຈົ້າ ໃຫ້ຊ່ວຍເຫລືອ ພຣະອົງຈະສົ່ງຄົນ ໜຶ່ງໄປ ຊ່ວຍກູ້ເອົາພວກເຂົາ.
\s5
\v 21 ອົງພຣະຜູ້ເປັນເຈົ້າ ຈະປາກົດພຣະອົງເອງ ໃຫ້ຊາວ ເອຢິບ ໄດ້ເຫັນ ແລ້ວພວກເຂົາກໍຈະຮັບຮູ້ ແລະ ນະມັດສະການພຣະອົງ ທັງຈະນາໍເຄື່ອງບູຊາ ມາຖວາຍແກ່ ພຣະອົງດ້ວຍ. ພວກເຂົາຈະເຮັດສັນຍາ ອັນສໍາຄັນ ກັບພຣະອົງ ແລະ ເຮັດຕາມສິ່ງທີ່ພຣະອົງ ສັນຍາໄວ້.
\v 22 ອົງພຣະຜູ້ເປັນເຈົ້າ ຈະລົງໂທດຊາວ ເອຢິບ, ແຕ່ຈະປິ່ນປົວ ພວກເຂົາໃຫ້ດີ. ພວກເຂົາຈະກັບ ມາຫາພຣະອົງ ແລະ ພຣະອົງຈະຟັງ ຄໍາພາວັນນາ ອະທິຖານ ແລະ ປິ່ນປົວພວກເຂົາໃຫ້ດີ.
\s5
\v 23 ເມື່ອເວລານັ້ນ ມາເຖິງ ຈະມີຫົນທາງຫລວງ ລະຫວ່າງ ປະເທດ ເອຢິບ ແລະ ອັດຊີເຣຍ. ປະຊາຊົນ ທັງສອງປະເທດນີ້ ຈະ ໄປມາຫາສູ່ກັນ ແລະ ທັງສອງ ຊົນຊາດຈະນະມັດສະການພຣະອົງ ຮ່ວມກັນ.
\s5
\v 24 ເມື່ອເວລານັ້ນ ມາເຖິງ ຊາດອິດສະຣາເອນ ຈະມີຕໍາແໜ່ງ ເທົ່າທຽມກັນ ກັບປະເທດ ເອຢິບ ແລະ ອັດຊີເຣຍ ແລະ ປະເທດ ທັງສາມນີ້ ຈະເປັນທໍ່ພຣະພອນ ໃຫ້ແກ່ຊົນຊາດ ທັງໝົດໃນໂລກ.
\v 25 ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດ ຍິ່ງໃຫຍ່ ຈະອວຍພອນພວກເຂົາ ວ່າ, “ເຮົາຈະອວຍພອນເຈົ້າ ເອຢິບ ປະຊາຊົນຂອງເຮົາ; ອັດຊີເຣຍ ຜູ້ ທີ່ເຮົາໄດ້ສ້າງຂຶ້ນມາ ແລະ ອິດສະຣາເອນ ປະຊາຊົນທີ່ເຮົາໄດ້ເລືອກໄວ້. ”
\s5
\c 20
\p
\v 1 ພາຍໃຕ້ ຄໍາສັ່ງຂອງຈັກກະພັດ ຊາກໂກນ ແຫ່ງ ອັດຊີເຣຍ ຜູ້ບັນຊາການສູງສຸດ ຂອງ ກອງທັບ ອັດຊີເຣຍ ໄດ້ໂຈມຕີ ອາສະໂດດ ເມືອງຂອງຊາວ ຟີລິດສະຕິນ.
\v 2 ກ່ອນໜ້ານັ້ນ ສາມປີ ອົງພຣະຜູ້ເປັນເຈົ້າ ໄດ້ບອກ ເອຊາຢາ ລູກຊາຍຂອງ ອາໂມດ ໃຫ້ ຖອດເກີບ ແລະ ແກ້ເສື້ອ ທີ່ຕົນນຸ່ງອອກ. ເພິ່ນໄດ້ປະຕິບັດຕາມນັ້ນ ໂດຍຍ່າງໄປມາ ຕີນເປົ່າ ແລະ ເປືອຍຕົວ.
\s5
\v 3 ເມື່ອເມືອງ ອາສະໂດດ ຖືກຢຶດເອົາ ແລ້ວ ອົງພຣະຜູ້ເປັນເຈົ້າ ໄດ້ກ່າວ ວ່າ, “ເອຊາຢາ ຜູ້ຮັບໃຊ້ຂອງເຮົາ ໄດ້ຍ່າງ ໄປມາ ຕີນເປົ່າ ແລະ ເປືອຍຕົວ ເປັນເວລາເຖິງ ສາມປີ. ອັນນີ້ແມ່ນໝາຍສໍາຄັນ ທີ່ບອກໃຫ້ຮູ້ ເຖິງສິ່ງທີ່ຈະເກີດຂຶ້ນ ກັບປະເທດ ເອຢິບ ແລະ ປະເທດ ເອທິໂອເປຍ.
\v 4 ຈັກກະພັດ ແຫ່ງ ອັດຊີເຣຍ ຈະນໍາຊະເລີຍເສິກ ພວກທີ່ເພິ່ນໄດ້ ຈັບຈາກ ສອງຕົວເມືອງ ໃຫ້ຍ່າງເປືອຍຕົວ ໄປ ບໍ່ວ່າໜຸ່ມ ຫລື ແກ່ ຕ່າງກໍຈະຍ່າງຕີນ ເປົ່າ ແລະ ເປືອຍຕົວ ແລະ ເປີດກົ້ນ ຍ່າງໄປ ອັນ ຈະນໍາຄວາມອັບອາຍ ມາສູ່ປະເທດ ເອຢິບ.
\s5
\v 5 ພວກໃດ ທີ່ໄວ້ວາງໃຈປະເທດ ເອທິໂອເປຍ ແລະ ເວົ້າອວດໃຫ້ແກ່ ປະເທດ ເອຢິບ ພວກນັ້ນກໍຈະຮູ້ ເມື່ອວ່າ ຕົນຄິດຜິດ ໄປສາແລ້ວ ຄື ຄວາມຫວັງ ຂອງ ພວກເຂົາ ໄດ້ແຕກສະຫລາຍໄປ.
\v 6 ເມື່ອເວລານັ້ນ ມາເຖິງ ປະຊາຊົນທີ່ອາໄສຢູ່ ຕາມຊາຍຝັ່ງຂອງດິນແດນ ຟີລິດສະຕິນ ຈະເວົ້າ ວ່າ, ‘ຈົ່ງເບິ່ງສິ່ງທີ່ໄດ້ ເກີດຂຶ້ນແກ່ ປະຊາຊົນ ທີ່ພວກເຮົາ ໄດ້ເພິ່ງພາອາໄສ ໃຫ້ປົກປ້ອງພວກເຮົາ ຈາກກະສັດ ອັດຊີເຣຍ ນັ້ນແມ ພວກເຮົາຈະ ລອດຊີວິດໄດ້ຢ່າງໃດ?
\s5
\c 21
\p
\v 1 ຕໍ່ໄປນີ້ ແມ່ນຖ້ອຍຄໍາ ກ່ຽວກັບ ບາບີໂລນ. ໄພພິບັດ ຈະມາຈາກດິນແດນ ທີ່ ໜ້າຢ້ານກົວຫລາຍ ດັ່ງລົມບ້າໝູ ພັດຜ່ານຖິ່ນ ແຫ້ງແລ້ງກັນດານ.
\v 2 ຂ້າພະເຈົ້າໄດ້ເຫັນ ນິມິດຂອງເຫດການ ທີ່ໂຫດຮ້າຍ ຄື ນິມິດ ຂອງການທໍລະຍົດ ແລະ ການທໍາລາຍ. ກອງທັບຂອງ ເອລາມ ເອີຍ ຈົ່ງໂຈມຕີເຖີດ ກອງທັບຂອງ ມີເດຍ ເອີຍ ຈົ່ງປິດລ້ອມເມືອງ ທັງຫລາຍ ໄວ້ເຖີດ ພຣະເຈົ້າໄດ້ກະທາໍໃຫ້ ຄວາມທົນທຸກ ຊຶ່ງນະຄອນ ບາບີໂລນ ໄດ້ ສ້າງຂຶ້ນນັ້ນ ສິ້ນສຸດ ລົງແລ້ວ.
\s5
\v 3 ສິ່ງທີ່ຂ້າພະເຈົ້າ ໄດ້ເຫັນ ແລະ ໄດ້ຍິນໃນນິມິດນັ້ນ ເຮັດໃຫ້ຂ້າພະເຈົ້າ ຢ້ານກົວ ເຕັມທີ ແລະ ເຈັບປວດເໝືອນ ຜູ້ຍິງຄອດລູກ.
\v 4 ຂ້າພະເຈົ້າ ວິນຫົວ ແລະ ຢ້ານກົວ ຈົນສັ່ນເຊັນ. ຂ້າພະເຈົ້າລໍຖ້າ ໃຫ້ເຖິງຕອນຄໍ່າ ແຕ່ຄວາມຢ້ານກົວໃຫຍ່ ພັດປົກຄຸມຂ້າພະເຈົ້າໄວ້.
\s5
\v 5 ໃນນິມິດນັ້ນ ງານກິນລ້ຽງ ກໍຕຽມພ້ອມ ແລ້ວ ພວກເຂົາ ພືພົມອອກສໍາລັບ ໃຫ້ແຂກ ນັ່ງ. ພວກເຂົາກາໍລັງກິນ ແລະ ດື່ມ. ແຕ່ໃນ ທັນໃດນັ້ນ ກໍມີຄໍາສັ່ງດັງກ້ອງຂຶ້ນ ວ່າ, “ນາຍ ທະຫານ ທັງຫລາຍ ຕຽມໂລ້ໄວ້ໃຫ້ພ້ອມ.”
\s5
\v 6 ແລ້ວ ອົງພຣະຜູ້ເປັນເຈົ້າ ກໍກ່າວແກ່ ຂ້າພະເຈົ້າ ວ່າ, “ຈົ່ງໄປຈັດທະຫານຍາມຄົນ ໜຶ່ງໄວ້ ທັງບອກລາວໃຫ້ລາຍງານເຈົ້າ ສິ່ງທີ່ ລາວເຫັນ.
\v 7 ຖ້າລາວເຫັນຄົນກາໍລັງ ຂີ່ມ້າ ຄຽງຄູ່ກັນມາ ພ້ອມທັງມີຄົນຂີ່ລໍ ແລະຂີ່ອູດ ລາວ ຈະຕ້ອງສັງເກດເບິ່ງພວກເຂົາ ຢ່າງລະມັດລະວັງ.”
\s5
\v 8 ຄົນເຝົ້າຍາມ ໄດ້ເອີ້ນບອກ ວ່າ, “ທ່ານເອີຍ ຂ້ານ້ອຍໄດ້ຢືນຍາມ ທັງເວັນທັງຄືນ. ”
\v 9 ໃນທັນໃດນັ້ນ ກໍມີຄົນມາ ຄົນຂີ່ມ້າຄຽງຄູ່ ກັນມາ. ຄົນເຝົ້າຍາມ ສົ່ງຂ່າວໃຫ້ຮູ້ວ່າ, “ນະຄອນ ບາບີໂລນ ແຕກແລ້ວ ຮູບເຄົາຣົບ ທັງໝົດ ທີ່ພວກເຂົາຂາບໄຫວ້ ນັ້ນກໍແຕກ ເປັນປ່ຽງໆ ຢາຍເດຍລະດາດ ຢູ່ຕາມໜ້າດິນ.”
\s5
\v 10 ປະຊາຊົນ ອິດສະຣາເອນ ຂອງ ຂ້າພະເຈົ້າ ເອີຍ ພວກເຈົ້າໄດ້ຖືກຢຽບຢໍ່າ ເໝືອນດັ່ງນວດເຂົ້າ ແຕ່ບັດນີ້ ຂ້າພະເຈົ້າ ປະກາດ ຂ່າວດີທີ່ຂ້າພະເຈົ້າ ໄດ້ຍິນຈາກ ອົງ ພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດ ຍິ່ງໃຫຍ່ ພຣະເຈົ້າ ຂອງ ຊາດອິດສະຣາເອນ ໃຫ້ພວກເຈົ້າຮູ້.
\s5
\v 11 ຕໍ່ໄປນີ້ແມ່ນ ຖ້ອຍຄໍາ ກ່ຽວກັບ ດິນ ແດນ ເອໂດມ. ມີບາງຄົນ ໄດ້ເອີ້ນຖາມຂ້າພະເຈົ້າ ຈາກດິນແດນ ເອໂດມ ວ່າ, “ຄົນ ຍາມ ເອີຍ ເຫິງປານໃດ ຈະແຈ້ງ? ບອກ ຂ້ອຍແດ່ ໄດ້ບໍວ່າ ຍັງເຫິງປານໃດ ຈະ ສິ້ນສຸດ. ”
\v 12 ຂ້າພະເຈົ້າຕອບວ່າ, “ຕອນເຊົ້າ ກໍາລັງມາ ແຕ່ຕອນຄໍ່າ ຈະມາອີກ. ຖ້າເຈົ້າຢາກ ຈະຖາມອີກ ກໍກັບມາຖາມໄດ້.”
\s5
\v 13 ຕໍ່ໄປນີ້ ແມ່ນຖ້ອຍຄໍາ ກ່ຽວກັບ ອາຣັບເບຍ. ປະຊາຊົນຊາວເມືອ ງ ເດດານ ເອີຍ ຄື ຂະບວນຂອງພວກ ທີ່ໄດ້ຕັ້ງຄ້າຍພັກ ຢູ່ໃນ ດິນແດນ ຂອງ ອາຣັບເບຍ ບ່ອນແຫ້ງແລ້ງ
\v 14 ຈົ່ງໃຫ້ນາໍ້ດື່ມ ແກ່ຄົນຫິວນາໍ້ ທີ່ມາຫາພວກເຈົ້າ. ພວກເຈົ້າປະຊາຊົນຂອງດິນແດນ ເຕມາ ເອີຍ ຈົ່ງເອົາອາຫານ ໃຫ້ແກ່ພວກອົບພະຍົບ.
\v 15 ປະຊາຊົນ ພວມປົບໜີ ຈາກຄົມດາບ ຊຶ່ງພ້ອມແລ້ວ ທີ່ຈະສັງຫານ ພວກເຂົາຈາກ ໜ້າທະນູ ຊຶ່ງພ້ອມແລ້ວ ທີ່ຈະ ຍິງໃສ່ພວກເຂົາ ຈາກໄພອັນຕະລາຍ ຂອງ ເສິກສົງຄາມ.
\s5
\v 16 ແລ້ວອົງພຣະຜູ້ເປັນເຈົ້າ ກໍກ່າວແກ່ຂ້າພະເຈົ້າ ວ່າ, “ໃນໜຶ່ງປີເຕັມ ຄວາມຍິ່ງໃຫຍ່ ຂອງຄົນໃນເຜົ່າຕ່າງໆ ຂອງ ເກດາ ຈະສິ້ນສຸດໄປ.
\v 17 ນັກຍິງໜ້າທະນູ ຜູ້ເກັ່ງທີ່ສຸດ ຂອງຊາວ ເກດາ ກໍຈະມີແຕ່ໜ້ອຍຄົນ ເຫລືອຢູ່. ” ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງຊາດ ອິດສະຣາເອນ ໄດ້ກ່າວດັ່ງນີ້ແຫລະ.
\s5
\c 22
\p
\v 1 ຕໍ່ໄປນີ້ ແມ່ນຖ້ອຍຄໍາ ກ່ຽວກັບ ຮ່ອມພູ ນິມິດ. ມີຫຍັງກາໍລັງເກີດຂຶ້ນ? ເປັນຫຍັງ ຊາວເມືອງ ທັງໝົດຈຶ່ງສະເຫລີມສະຫລອງ ທີ່ເທິງຫລັງຄາເຮືອນຂອງຕົນ?
\v 2 ທົ່ວທັງເມືອງ ພວມອຶກກະທຶກ ເຕັມໄປດ້ວຍສຽງ ຄຶກໂຄມ ແລະ ຕື່ນເຕັ້ນ. ພວກຜູ້ຊາຍທີ່ຕາຍໃນເສິກນີ້ ບໍ່ໄດ້ຕາຍ ຍ້ອນການສູ້ຮົບ.
\s5
\v 3 ບັນດາຜູ້ນາໍ ທັງໝົດໄດ້ ແລ່ນປົບໜີໄປ ແລະ ຖືກຈັບໄດ້ ກ່ອນຖືກຍິງດ້ວຍລູກທະນູ.
\v 4 ບັດນີ້ ຈົ່ງປ່ອຍໃຫ້ ຂ້າພະເຈົ້າຮ້ອງໄຫ້ ຢາງຂົມຂື່ນ ເຖິງປະຊາຊົນຂອງຂ້າພະເຈົ້າ ທຸກຄົນທີ່ໄດ້ ຕາຍໄປນັ້ນ. ຢ່າພະຍາຍາມ ເລົ້າໂລມໃຈຂ້າພະເຈົ້າ.
\s5
\v 5 ຄາວນີ້ແມ່ນເວລາ ທີ່ອົນລະຫົນ ວຸ້ນວາຍ, ພ່າຍແພ້ ແລະສັບສົນຢູ່ໃນຮ່ອມພູນິມິດ ຊຶ່ງອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດ ຍິ່ງໃຫຍ່ ແຫ່ງຈັກກະວານໄດ້ ນາໍມາ​ສູ່ພວກເຮົາ. ກາໍແພງນະຄອນ ຂອງ ພວກເຮົາ ກໍຖືກທໍາລາຍ ເພພັງລົງ ແລະ ສຽງຮ້ອງຂໍໃຫ້ ຊ່ວຍເຫລືອ ກໍດັງກ້ອງໄປທົ່ວເນີນພູ
\v 6 ພວກທະຫານ ຈາກດິນແດນ ເອລາມ ໄດ້ຂີ່ມ້າ ມາພ້ອມທັງມີ ໜ້າທະນູ ແລະ ລູກທະນູ ຄົບມື. ພວກທະຫານ ຈາກດິນແດນ ກີຣະ ກໍມີໂລ້ ຂອງ ພວກເຂົາ ຕຽມໄວ້ພ້ອມ.
\v 7 ຮ່ອມພູ ທີ່ມີດິນ ອຸດົມສົມບູນດີ ຂອງ ດິນແດນ ຢູດາຍ ກໍເຕັມໄປດ້ວຍ ລົດຮົບ; ບັນດາ ທະຫານມ້າ ກໍຢູ່ຕໍ່ໜ້າປະຕູ ຂອງ ນະຄອນ ເຢຣູຊາເລັມ ແລ້ວ.
\s5
\v 8 ບ່ອນປ້ອງກັນ ທັງໝົດ ຂອງ ດິນແດນ ຢູດາຍ ໄດ້ພັງທະລາຍ ລົງສາແລ້ວ. ເມື່ອສິ່ງ ເຫລົ່ານັ້ນ ເກີດຂຶ້ນແລ້ວ ພວກເຈົ້າກໍໄດ້ ນາໍ ອາວຸດ ອອກຈາກສາງ.
\v 9-10 ພວກເຈາົ້ ໄດ້ພົບບ່ອນ ຊຶ່ງກາໍແພງ ຂອງນະຄອນ ເຢຣູຊາເລັມ ຕ້ອງການໃຫ້ ສ້ອມແປງ. ພວກເຈົ້າໄດ້ກວດເບິ່ງເຮືອນ ທຸກຫລັງໃນນະຄອນ ເຢຣູຊາເລັມ ແລະ ມ້າງ ບາງຫລັງລົງ ເພື່ອຈະເອົາຫິນໄປ ສ້ອມແປງ ກາໍແພງ. ເພື່ອຈະເກັບຮັກສານາໍ້ໄວ້ໃຊ້
\v 11 ພວກເຈົ້າໄດ້ສ້າງອ່າງນາໍ້ໄວ້ ຢູ່ພາຍໃນເມືອງ ເພື່ອກັກນາໍ້ ທີ່ໄຫລມາ ແຕ່ສະນາໍ້ເກົ່າ, ແຕ່ພວກເຈົ້າ ບໍ່ເອົາໃຈໃສ່ ຕໍ່ພຣະເຈົ້າ ຜູ້ທີ່ໄດ້ວາງແຜນ ສິ່ງທັງໝົດນີ້ ແຕ່ດົນນານມາແລ້ວ ແລະ ຜູ້ທີ່ໄດ້ບັນດານ ໃຫ້ເຫດການຕ່າງໆ ເກີດຂຶ້ນ.
\s5
\v 12 ພຣະເຈົ້າ ຢາເວ ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດຍິ່ງໃຫຍ່ ກາໍລັງຮ້ອງບອກພວກເຈົ້າ ໃຫ້ຮ້ອງໄຫ້ ແລະໄວ້ທຸກໂດຍແຖຫົວ ແລະນຸ່ງເຄື່ອງທີ່ ເຮັດດ້ວຍຜ້າກະສອບເຂົ້າ.
\v 13 ແຕ່ພວກເຈົ້າ ພັດຫົວເລາະ ແລະ ສະເຫລີມ ສະຫລອງກັນ. ພວກເຈົ້າໄດ້ຂ້າແກະ ແລະ ງົວກິນທັງມີ ເຫລົ້າອະງຸ່ນດື່ມດ້ວຍ. ພວກເຈົ້າໄດ້ກ່າວວ່າ, “ຈົ່ງກິນ ແລະ ດື່ມສາ ມື້ອື່ນພວກເຮົາຈະຕາຍ. ”
\v 14 ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດ ຍິ່ງໃຫຍ່ ນັ້ນັເອງ ກ່າວແກ່ຂ້າພະເຈົ້າ ວ່າ, “ຄວາມຊົ່ວຊ້າເຊັ່ນນີ້ ຈະບໍ່ໄດ້ຮັບການຍົກໂທດ ຈັກເທື່ອຈົນກວ່າ ພວກເຂົາຈະຕາຍໄປ. ” ພຣະເຈົ້າ ຢາເວ ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດ ຍິ່ງໃຫຍ່ ໄດ້ກ່າວ ດັ່ງນີ້ແຫລະ.
\s5
\v 15 ພຣະເຈົ້າ ຢາເວ ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດຍິ່ງໃຫຍ່ ໄດ້ບອກຂ້າພະເຈົ້າ ໃຫ້ໄປຫາ ເສັບນາ ຜູ້ດູແລສໍານັກ ຂອງກະສັດ ແລະກ່າວຕໍ່ເພິ່ນວ່າ,
\v 16 “ເຈົ້າ ຄິດວ່າ ເຈົ້າເປັນຜູ້ໃດ? ເຈົ້າມີສິດຫຍັງ ຈຶ່ງຕ້ອງເຈາະ ອຸບມຸງໄວ້ຢູ່ໃນພູນີ້ ສໍາລັບເຈົ້າເອງ?
\s5
\v 17 ເຈົ້າອາດເປັນຄົນສໍາຄັນ, ແຕ່ອົງພຣະຜູ້ເປັນເຈົ້າ ຈະຈັບເຈົ້າໂຍນຖິ້ມອອກໄປ.
\v 18 ພຣະອົງຈະຈັບເຈົ້າ ດັ່ງຈັບໝາກບານ ແລະ ແກວ່ງເຈົ້າໄປ ໃນເມືອງ ທີ່ໃຫຍ່ ກວ່າ ນີ້. ເຈົ້າຈະຕາຍຢູ່ທີ່ ຂ້າງລົດຮົບ ທີ່ເຈົ້າແສນພູມໃຈນາໍນັ້ນ. ເຈົ້າົໄດ້ເຮັດໃຫ້ ບ້ານນາຍຂອງຕົນ ອັບອາຍ ຂາຍໜ້າ.
\v 19 ອົງພຣະຜູ້ເປັນເຈົ້າ ຈະປົດເຈົ້າລົງຈາກຕໍາແໜ່ງສູງ.”
\s5
\v 20 ອົງພຣະຜູ້ເປັນເຈົ້າ ກ່າວແກ່ ເສັບນາ ວ່າ, “ເມື່ອເຫດການນັ້ນ ເກີດຂຶ້ນ; ເຮົາຈະສົ່ງ ເອລີອາກິມ ລູກຊາຍຂອງ ຮິນກີຢາ ຜູ້ຮັບໃຊ້ ຂອງເຮົາມາຫາ.
\v 21 ເຮົາຈະໃຫ້ລາວນຸ່ງເສື້ອ ແລະຮັດສາຍແອວປະຈາໍ ຕໍາແໜ່ງຂອງເຈົ້າ ພ້ອມໃຫ້ລາວມີອໍານາດທັງໝົດ ທີ່ເຈົ້າເຄີຍມີມາ. ລາວຈະເປັນດັ່ງ ພໍ່ຜູ້ໜຶ່ງສໍາລັບ ປະຊາຊົນຊາວນະຄອນ ເຢຣູຊາເລັມ ແລະ ຊາວ ຢູດາ.
\v 22 ເຮົາຈະໃຫ້ ລາວມີອໍານາດທັງໝົດ ຮອງຈາກກະສັດ ຜູ້ທີ່ເປັນເຊື້ອສາຍຂອງ ດາວິດ. ລາວຈະມີໜ້າທີ່ສໍາຄັນ; ສິ່ງທີ່ລາວໄຂ ຈະບໍ່ມີຜູ້ໃດອັດໄດ້ ແລະສິ່ງທີ່ລາວອັດໄວ້ ຈະບໍ່ມີຜູ້ໃດໄຂໄດ້.
\s5
\v 23 ເຮົາຈະຮັດລາວໄວ້ ກັບບ່ອນຢ່າງໝັ້ນ ຄົງ ດັ່ງຕອກຫລັກໄວ້ ແລະລາວຈະເປັນບໍ່ແຫ່ງກຽດສັກສີ ໃນຄອບຄົວທັງໝົດ ຂອງຕົນ.
\v 24 ແຕ່ພວກພີ່ນ້ອງຂອງລາວ ກັບຜູ້ເພິ່ງພາອາໄສ ທັງຫລາຍ ຈະເປັນພາລະໜັກ ໃຫ້ແກ່ລາວ. ພວກເຂົາຈະແຂວນລາວໄວ້ ດັ່ງໝໍ້ ແລະ ເຄື່ອງໃຊ້ ທີ່ຫ້ອຍເທິງຫລັກ
\s5
\v 25 ເມື່ອເຫດການນັ້ນ ບັງເກີດຂຶ້ນ ຫລັກຊຶ່ງມັດໄວ້ ຢ່າງໝັ້ນຄົງ ກໍຈະຫລຸດ ແລະ ຕົກລົງ. ອັນນັ້ນ ຈະແມ່ນຈຸດຈົບ ຂອງ ທຸກໆສິ່ງທີ່ເກາະຫ້ອຍ ຢູ່ເທິງນັ້ນ. ” ອົງພຣະຜູ້ເປັນ ເຈົ້າ ໄດ້ກ່າວ ດັ່ງນີ້ແຫລະ.
\s5
\c 23
\p
\v 1 ຕໍ່ໄປນີ້ ແມ່ນຖ້ອຍຄໍາກ່ຽວກັບ ຕີເຣ. ຈົ່ງ ໂສກເສົ້າ ຮໍ່າໄຮເຖີດ ພວກແລ່ນເຮືອ ໃນ ມະຫາສະໝຸດເອີຍ ທ່າເຮືອໃນເມືອງທ່າຂອງພວກເຈົ້າ ຖືກທາໍລາຍສາແລ້ວ; ບ້ານເຮືອນກັບທ່າເຮືອ ຖືກພັງພິນາດສາແລ້ວ. ພວກເຈົ້າ ຮູ້ຂ່າວຕ່າງໆ ເມື່ອເຮືອຂອງພວກເຈົ້າ ກັບມາແຕ່ເມືອງໄຊປຣັດ.
\v 2 ຈົ່ງຄວນຄາງເຖີດ ບັນດາພໍ່ຄ້າ ທີ່ເມືອງຊີໂດນເອີຍ
\v 3 ພວກເຈົ້າ ສົ່ງຄົນຂ້າມ ທະເລໄປຊື້ຂາຍເມັດພືດ ທີ່ເກີດ ໃນປະເທດເອຢິບ ແລະ ເຮັດທຸລະກິດ ກັບ ທຸກຊົນຊາດ.
\s5
\v 4 ເມືອງ ຊີໂດນ ເອີຍ ເຈົ້າຖືກອັບອາຍ ຂາຍໜ້າສາແລ້ວ ທະເລ ແລະ ມະຫາສະໝຸດ ອັນກວ້າງເລິກ ບອກປະຕິເສດ ໄປວ່າ, “ເຮົາ ບໍ່ເຄີຍມີລູກ ຈັກເທື່ອ. ເຮົາບໍ່ເຄີຍລ້ຽງ ລູກຊາຍ ລູກຍິງເລີຍ. ”
\v 5 ແມ່ນແຕ່ ຊາວ ເອຢິບ ກໍເກີດສະເທືອນ ຈິດໃຈ ແລະ ທໍ້ຖອຍ ເມື່ອຮູ້ວ່າ ເມືອງ ຕີເຣ ຖືກທາໍລາຍ.
\s5
\v 6 ຊາວເມືອງ ໂຟນີເຊຍ ເອີຍ ຈົ່ງໂສກເສົ້າ ຮໍ່າໄຮເຖີດ ຈົ່ງພະຍາຍາມ ປົບໜີໄປຍັງ ສະເປນ ສາ
\v 7 ເມືອງ ຕີເຣ ນີ້ຊຶ່ງຖືກ ກໍ່ຕັ້ງມາໄດ້ດົນນານແລ້ວ ເປັນແຫລ່ງ ແຫ່ງການ ສະໜຸກ ສະໜານ ຊັ້ນຫລື? ບໍ່ແມ່ນເມືອງນີ້ບໍ ທີ່ສົ່ງນັກ ກໍ່ຕັ້ງຖິ່ນຖານ ຂ້າມທະເລ ໄປສ້າງ ຫົວເມືອງຂຶ້ນ ຕ່າງໆ?
\s5
\v 8 ຜູ້ໃດເດ ເປັນຜູ້ວາງແຜນນາໍ ສິ່ງທັງໝົດ ນີ້ມາສູ່ເມືອງ ຕີເຣ ເມືອງແຫ່ງ ຈອມຈັກກະພັດ ທີ່ພວກເຈົ້າຊາຍ ຜູ້ເປັນພໍ່ຄ້າ ໄດ້ຮັບກຽດ ອັນສູງສຸດ ເໜືອມະນຸດ ໃນໂລກ?
\v 9 ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດ ຍິ່ງໃຫຍ່ ໄດ້ວາງແຜນການນີ້. ພຣະອົງໄດ້ວາງແຜນການນັ້ນ ເພື່ອເຮັດໃຫ້ຄວາມອວດອົ່ງຈອງຫອງ ຂອງ ພວກເຂົາສິ້ນສຸດລົງ ແລະ ເຮັດໃຫ້ຄົນທີ່ໄດ້ ຮັບກຽດນັ້ນ ສະຫງຽມ ຈຽມຕົວ.
\s5
\v 10 ຈົ່ງໄປເຮັດໄຮ່ ເຮັດນາເຖີດ ພວກເຈົ້າ ຄົນທີ່ຢູ່ ໃນເມືອງຂຶ້ນຕ່າງໆ ຂອງ ສະເປນ ເອີຍ ບໍ່ມີຜູ້ໃດ ທີ່ຈະປົກປ້ອງເຈົ້າໄວ້ ຕໍ່ໄປອີກແລ້ວ. [ງ]
\v 11 ອົງພຣະຜູ້ເປັນເຈົ້າ ໄດ້ຢຽດ ມື ຂອງພຣະອົງ ອອກເທິງທະເລ ແລະ ໄດ້ ໂຄ່ນລົ້ມ ຣາຊອານາຈັກ ຕ່າງໆ. ພຣະອົງໄດ້ ສັ່ງໃຫ້ ສູນການຄ້າຕ່າງໆໃນ ໂຟນີເຊຍ ຖືກທາໍລາຍ.
\v 12 ເມືອງ ຊີໂດນ ເອີຍ ຄວາມສຸກຂອງເຈົ້າ ໄດ້ສິ້ນສຸດລົງສາແລ້ວ ແລະ ປະຊາຊົນ ຂອງເຈົ້າກໍໄດ້ ຖືກກົດຂີ່. ເຖິງແມ່ນ ວ່າ ພວກເຂົາປົບໜີໄປ ຍັງເມືອງ ໄຊປຣັດ; ແຕ່ກໍຈະບໍ່ໄດ້ຮັບ ຄວາມປອດໄພ.
\s5
\v 13 ແມ່ນຊາວ ບາບີໂລນ ແຕ່ບໍ່ແມ່ນຊາວ ອັດຊີເຣຍ ທີ່ໄດ້ປ່ອຍໃຫ້ ພວກສັດປ່າຢຽບຢໍ່າ ເມືອງ ຕີເຣ. ແມ່ນຊາວ ບາບີໂລນ ທີ່ໄດ້ປິດລ້ອມ ຫໍຄອຍຕ່າງໆ ຮື້ປ້ອມທີ່ປ້ອງກັນ ເມືອງ ຕີເຣ ແລະ ປະປ່ອຍໃຫ້ເປັນເມືອງຮົກຮ້າງເພພັງ. [ຈ]
\v 14 ຈົ່ງໂສກເສົ້າ ຮໍ່າໄຮເຖີດ ບັນດາລູກເຮືອ ທີ່ບໍ່ໄດ້ອອກເຮືອ ແລ່ນ ໄປໃນມະຫາສະໝຸດເອີຍ ເມືອງທີ່ພວກເຈົ້າ ເພິ່ງພາອາໄສ ໄດ້ຖືກທາໍລາຍ ສາແລ້ວ.
\s5
\v 15 ເມື່ອເວລານັ້ນ ມາເຖິງ ເມືອງຕີເຣ ຈະຖືກລືມໄລ ເປັນເວລາ ເຈັດສິບປີ ຄືຊົ່ວຊີວິດຂອງກະສັດຜູ້ໜຶ່ງ. ເມື່ອປີເຫລົ່ານັ້ນ ໄດ້ຜ່ານພົ້ນໄປແລ້ວ ເມືອງຕີເຣ ຈະເປັນດັ່ງຍິງໂສເພນີ ທີ່ຮ້ອງເພງ ວ່າ:
\v 16 “ຈົ່ງຈັບກິດຕາ ຂຶ້ນດີດຍ່າງເລາະໄປທົ່ວເມືອງ ພວກເຈົ້າ ຍິງໂສເພນີ ຜູ້ທີ່ຖືກລືມໄລ ໄປສິ້ນ ຈົ່ງພາກັນ ຮ້ອງລໍາ ທາໍເພງ ກັນອີກໃໝ່ ເພື່ອນາໍພວກຜູ້ຊາຍ ໃຫ້ກັບຄືນມາອີກແມ.”
\s5
\v 17 ເມື່ອເຈັດສິບ ປີນັ້ນໝົດໄປແລ້ວ ອົງພຣະຜູ້ເປັນເຈົ້າ ຈະໃຫ້ເມືອງ ຕີເຣ ກັບສູ່ສະພາບເດີມ ແລະເມືອງນີ້ ຈະຮັບຈ້າງເຮັດ ທຸລະກິດ ກັບທຸກອານາຈັກໃນໂລກ.
\v 18 ພວກເຂົາ ຈະເອົາເງິນ ທີ່ຄ້າຂາຍໄດ້ນັ້ນມາຖວາຍແກ່ ອົງພຣະຜູ້ເປັນເຈົ້າ. ເມືອງນີ້ຈະບໍ່ ທ້ອນເງິນນັ້ນໄວ້ລ້າ ໆ ແຕ່ຜູ້ທີ່ນະມັດ ສະການ ອົງພຣະຜູ້ເປັນເຈົ້າ ຈະໃຊ້ເງິນນັ້ນ ຊື້ອາຫານ ແລະ ເຄື່ອງນຸ່ງຫົ່ມທີ່ພວກເຂົາ ຕ້ອງການ.
\s5
\c 24
\p
\v 1 ອົງພຣະຜູ້ເປັນເຈົ້າ ພວມຈະທາໍລາຍ ແຜ່ນດິນໂລກ ແລະ ປະໄວ້ໃຫ້ເປົ່າປ່ຽວ. ພຣະອົງຈະບິດໜ້າດິນ ແລະ ເຮັດໃຫ້ປະຊາກອນ ກະຈັດກະຈາຍ.
\v 2 ທຸກຄົນ ຈະໄດ້ຮັບຊາຕາກາໍ ຢ່າງດຽວກັນເຊັ່ນ: ປະໂຣຫິດ ແລະ ປະຊາຊົນ, ທາດຮັບໃຊ້ ແລະ ນາຍ, ຜູ້ຂາຍ ແລະ ຜູ້ຊື້, ຜູ້ຢືມກັບຜູ້ໃຫ້ຢືມ, ຄົນຮັ່ງມີ ກັບຄົນຍາກຈົນ.
\s5
\v 3 ແຜ່ນດິນໂລກ ຈະພິນາດ ແລະ ຮົກຮ້າງ ເພພັງ. ອົງພຣະຜູ້ເປັນເຈົ້າ ໄດ້ກ່າວໄວ້ ຢ່າງໃດ ກໍຈະເປັນໄປຢ່າງນັ້ນ.
\v 4 ແຜ່ນດິນໂລກ ຈະແຫ້ງແລ້ງ ແລະ ທຸກສິ່ງຈະຫ່ຽວແຫ້ງໄປ; ທົ່ວທັງໂລກ ຈະອ່ອນລົງທັງແຜ່ນດິນໂລກ ແລະ ທ້ອງຟ້າ ກໍຈະເສື່ອມເສຍໄປ.
\v 5 ປະຊາກອນໄດ້ເຮັດໃຫ້ໂລກນີ້ ເປັນມົນທິນ ໂດຍລະເມີດ ກົດບັນຍັດ ຂອງ ພຣະເຈົ້າ ແລະ ຝ່າຝືນພັນທະສັນຍາ ທີ່ພຣະອົງໄດ້ເຮັດ ໄວ້ ກັບພວກເຂົາຕະຫລອດໄປ.
\s5
\v 6 ສະນັ້ນແຜ່ນດິນໂລກນີ້ ຈຶ່ງຖືກສາບແຊ່ງ ໃຫ້ສົມກັບສິ່ງທີ່ພວກເຂົາໄດ້ເຮັດ ຄືໜ້ອຍຄົນທີ່ສຸດຈະມີຊີວິດຢູ່.
\v 7 ກົກອະງຸ່ນ ຈະຫ່ຽວແຫ້ງໄປ ແລະ ເຫລົ້າອະງຸ່ນ ຈະຫາຍາກທີ່ສຸດ. ທຸກໆຄົນທີ່ເຄີຍມີຄວາມສຸກ ບັດນີ້ກໍຈະມີແຕ່ຄວາມທຸກ
\s5
\v 8 ແລະ ສຽງພິນ ແລະ ສຽງກອງ ທີ່ເຄີຍດັງ ຢ່າງອອນຊອນ ກໍໄດ້ຢຸດສະງັກລົງ.
\v 9 ການຮ້ອງເພງ ເຮຮາ ເພາະລິດເຫລົ້າອະງຸ່ນ ບໍ່ມີອີກຕໍ່ໄປ; ແລະ ບໍ່ມີຜູ້ໃດຊົມຊື່ນ ຍ້ອນໄດ້ ຊີມຣົດເຫລົ້າອະງຸ່ນອີກຕໍ່ໄປ.
\s5
\v 10 ຢູ່ໃນເມືອງ ເກີດສັບສົນວຸ້ນວາຍ ກັນໄປໝົດ ແລະ ຊາວເມືອງ ກໍຢູ່ໃນເຮືອນ ອັດປະຕູໃສ່ໄລໄວ້ ເພື່ອຄວາມປອດໄພ.
\v 11 ຊາວເມືອງ ຮ້ອງດ່າ ຕາມຫົນທາງ ຍ້ອນບໍ່ມີເຫລົ້າອະງຸ່ນດື່ມອີກ. ຄວາມສຸກ ໝົດໄປຈາກ ດິນແດນ ຢ່າງບໍ່ມີມື້ຈະກັບຄືນມາ.
\s5
\v 12 ເມືອງຮົກຮ້າງ ຫັກພັງ ແລະ ປະຕູເມືອງ ກໍເພພັງລົງ.
\v 13 ສິ່ງນີ້ແຫລະ ຈະເກີດຂຶ້ນກັບທຸກໆ ຊາດທົ່ວໂລກນີ້. ຈະເປັນດັ່ງຕອນ ທີ່ສິ້ນສຸດຂອງລະດູ ເກັບກ່ຽວ ເມື່ອເຂົາສັ່ນເອົາໝາກກອກເທດ ໃນທຸກກົກ ແລະ ເກັບເອົາພົ້ວໝາກອະງຸ່ນໃນທຸກຕົ້ນ.
\s5
\v 14 ຜູ້ໃດທີ່ມີຊີວິດຢູ່ ຈະຮ້ອງເພງດ້ວຍຄວາມຊົມຊື່ນຍິນດີ. ຜູ້ທີ່ຢູ່ທາງທິດຕາເວັນຕົກ ກໍຈະບອກວ່າ, ອົງພຣະຜູ້ເປັນເຈົ້າ ຍິ່ງໃຫຍ່ສໍ່າໃດ
\v 15 ແລະ ຜູ້ທີ່ຢູ່ທາງທິດຕາເວັນອອກ ກໍຈະສັນລະເສີນ ອົງພຣະຜູ້ເປັນເຈົ້າ. ປະຊາຊົນທີ່ຢູ່ຕາມແຄມທະເລ ຈະສັນລະເສີນພຣະນາມ ຂອງ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງຊາດອິດສະຣາເອນ.
\s5
\v 16 ແຕ່ທາງພາກ ຕ່າງໆ ຂອງໂລກ ທີ່ຢູ່ໄກ ສຸດ ພວກເຮົາຈະໄດ້ຍິນສຽງເພງ ຮ້ອງສັນລະເສີນ ອິດສະຣາເອນ ຊົນຊາດທີ່ຊອບທໍາ. ສ່ວນຂ້າພະເຈົ້ານັ້ນ ໝົດຫວັງສາແລ້ວ ຂ້າພະເຈົ້າຈ່ອຍຜອມລົງເລື້ອຍໆ ພວກທີ່ທໍລະຍົດ ກໍສືບຕໍ່ທໍລະຍົດ ແລະ ພວກເຂົາຍິ່ງ ທໍລະຍົດ ຢ່າງຊົ່ວຮ້າຍຫລາຍຂຶ້ນ.
\s5
\v 17 ທຸກຄົນຈົ່ງຟັງຂ້າພະເຈົ້າເທີ້ນ ຄວາມ ຢ້ານກົວອັນໃຫຍ່, ຫລຸມ ແລະ ແຮ້ວ ກາໍລັງລໍ ດັກຈັບ ພວກເຮົາຢູ່.
\v 18 ຜູ້ໃດທີ່ຊອກຫາ ປົບໜີ ຈາກຄວາມຢ້ານກົວ ອັນໃຫຍ່ນັ້ນ ກໍຈະຕົກລົງໃນຫລຸມ; ແລະ ຜູ້ໃດທີ່ປົບໜີຈາກ ຫລຸມ ກໍຈະຖືກແຮ້ວ. ຫ່າຝົນ ຈະຕົກລົງມາ ຈາກທ້ອງຟ້າ ແລະ ຮາກຖານ ຂອງໂລກກໍຈະ ສັ່ນຄອນແຄນໝົດ.
\s5
\v 19 ໂລກຈະແຕກເປັນປ່ຽງ ແລະ ຍະ ອອກ.
\v 20 ແຜ່ນດິນໂລກ ຈະໂຊເຊ ໄປມາ ດັ່ງຄົນເມົາເຫລົ້າ ຫລື ໂຢກເຢກ ດັ່ງຕູບໄມ້ໃນ ທ່າມກາງພະຍຸຮ້າຍ. ບາບໄດ້ເຮັດໃຫ້ ໂລກນີ້ ເສື່ອມໂຊມລົງ ຈົນລົ້ມທະລາຍ ແລະ ແຜ່ນດິນໂລກ ກໍຈະຟື້ນຕົວຂຶ້ນມາອີກ ບໍ່ໄດ້ຈັກເທື່ອ.
\s5
\v 21 ເມື່ອເວລານັ້ນ ມາເຖິງ ອົງພຣະຜູ້ເປັນເຈົ້າ ຈະລົງໂທດບັນດາອໍານາດ ເບື້ອງເທິງ ແລະ ບັນດານັກປົກຄອງ ເບື້ອງລຸ່ມ ທີ່ເທິງແຜ່ນດິນໂລກນີ້.
\v 22 ພຣະເຈົ້າ ຈະນໍາ ບັນດາກະສັດ ມາຮ່ວມກັນ ເປັນຝູງ ດັ່ງນາໍ ຊະເລີຍເສິກມາໃນເຫວ. ພຣະອົງຈະຂັງພວກເຂົາໄວ້ ໃນຄຸກຈົນຮອດເວລາ ຕັດສິນລົງໂທດ.
\v 23 ດວງຈັນ ຈະມືດມົວ ແລະ ດວງອາທິດຈະບໍ່ສ່ອງແສງ. ດ້ວຍວ່າ, ພຣະເຈົ້າອົງຊົງຣິດອໍານາດ ຍິ່ງໃຫຍ່ ຈະຂຶ້ນເປັນກະສັດ. ພຣະອົງຈະປົກຄອງ ຢູ່ໃນ ນະຄອນ ເຢຣູຊາເລັມ ທີ່ເທິງພູເຂົາ ຊີໂອນ ແລະ ພວກຜູ້ນາໍປະຊາຊົນ ຈະເຫັນສະຫງ່າຣາສີຂອງພຣະອົງ.
\s5
\c 25
\p
\v 1 ຂ້າແດ່ອົງພຣະຜູ້ເປັນເຈົ້າ ພຣະອົງເປັນ ພຣະເຈົ້າຂອງຂ້ານ້ອຍ ຂ້ານ້ອຍຈະຍ້ອງຍໍ ໃຫ້ກຽດພຣະອົງ ແລະ ສັນລະເສີນພຣະນາມ ພຣະເຈົ້າ. ພຣະອົງນັ້ນໄດ້ເຮັດສິ່ງອັດສະຈັນ ນາໆ ປະການ ພຣະອົງເຮັດຕາມແຜນການ ທີ່ຊົງໄດ້ວາງໄວ້.
\v 2 ພຣະອົງໄດ້ປ່ຽນເມືອງ ຕ່າງໆ ໃຫ້ຮົກຮ້າງເພພັງ ແລະ ທາໍລາຍປ້ອມ ປ້ອງກັນເມືອງ ຂອງເຂົາເຈົ້າ. ຜາສາດ ຣາຊວງັ ທີ່ເຫລົ່າສັດຕູ ໄດ້ສ້າງຂຶ້ນມາ ກໍໄດ້ສູນເສຍ ຕະຫລອດໄປ ສາແລ້ວ.
\v 3 ຊົນ ຊາດ ທີ່ມີອໍານາດ ຈະສັນລະເສີນພຣະອົງ ປະຊາຊາດ ທີ່ໂຫດຮ້າຍ ຈະຢ້ານກົວພຣະອົງ ດ້ວຍ.
\s5
\v 4 ຄົນຍາກຈົນ ຂາດທີ່ເພິ່ງໄດ້ປົບມາຫາ ພຣະອົງ ແລະ ໄດ້ມີຄວາມປອດໄພ ໃນຄາວ ເດືອດຮ້ອນ. ພຣະອົງໄດ້ໃຫ້ພວກເຂົາ ມີບ່ອນຊົ້ນ ຈາກພະຍຸຮ້າຍ ແລະ ໃຫ້ເພິ່ງໃນຮົ່ມຈາກ ແສງແດດຮ້ອນ. ເຫລົ່າສັດຕູ ຜູ້ໂຫດຮ້າຍ ກໍໄດ້ມາໂຈມຕີ ດັ່ງກັບພະຍຸຮ້າຍ ໂຈມຕີຍາມ ລະດູໜາວ [ສ]
\v 5 ດັ່ງຄວາມແຫ້ງແລ້ງ ເກີດຂຶ້ນ ໃນດິນແດນ ແຕ່ແມ່ນພຣະອົງທີ່ເຮັດໄດ້; ຄື ເຮັດໃຫ້ສັດຕູ ຜູ້ໂຫດຮ້າຍ ມິດງຽບໄປ ດັ່ງເມກ ເຮັດໃຫ້ຊຸ່ມເຢັນ ມື້ທີ່ມີແດດຮ້ອນ.
\s5
\v 6 ທີ່ເທິງພູເຂົາ ຊີໂອນ ບ່ອນນີ້ ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດຍິ່ງໃຫຍ່ ຈະຕຽມງານກິນລ້ຽງໃຫຍ່ ສໍາລັບຊົນຊາດທັງໝົດ ໃນໂລກ ຄື ການກິນລ້ຽງໃຫຍ່ ທີ່ມີອາຫານບໍຣິບູນທີ່ສຸດ ແລະມີເຫລົ້າອະງຸ່ນ ທີ່ດີເລີດ.
\v 7 ໃນງານກິນລ້ຽງນີ້ ພຣະອົງຈະຍົກຍ້າຍ ຄວາມທຸກໂສກ ຊຶ່ງເປັນດັ່ງ ເມກປົກຄຸມເທິງ ຊາດ ທັງໝົດນັ້ນ ໃຫ້ໜີໄປໃນທັນທີ.
\v 8 ພຣະເຈົ້າ ຢາເວ ອົງພຣະຜູ້ເປັນເຈົ້າ ຈະທາໍ ລາຍຄວາມຕາຍຕະຫລອດໄປ ພຣະອົງຈະ ເຊັດນໍ້າຕາ ໃຫ້ໝົດທຸກຄົນ ແລະ ກາໍຈັດ ຄວາມອັບອາຍ ທີ່ປະຊາຊົນຂອງພຣະອົງ ໄດ້ ຮັບຢູ່ທົ່ວໂລກ. ອົງພຣະຜູ້ເປັນເຈົ້າເອງ ໄດ້ກ່າວ ດັ່ງນີ້ແຫລະ.
\s5
\v 9 ເມື່ອເຫດການນັ້ນ ເກີດຂຶ້ນທຸກຄົນ ກໍຈະ ເວົ້າວ່າ, “ພຣະອົງເປັນພຣະເຈົ້າ ຂອງຂ້ານ້ອຍທັງຫລາຍ ພວກຂ້ານ້ອຍເຊື່ອ ແລະ ໄວ້ວາງໃຈ ໃນພຣະອົງ; ສະນັ້ນພຣະອົງຈຶ່ງຊ່ວຍກູ້ເອົາພວກຂ້ານ້ອຍ ທັງຫລາຍໄວ້. ພຣະອົງແມ່ນ ອົງພຣະຜູ້ເປັນເຈົ້າ ຂ້ານ້ອຍ ທັງຫລາຍເຊື່ອ ແລະ ໄວ້ວາງໃຈ ໃນພຣະອົງ; ດຽວນີ້ ພວກຂ້ານ້ອຍ ຊົມຊື່ນຍິນດີ ແລະ ມີຄວາມສຸກຫລາຍ ເພາະພຣະອົງໄດ້ຊ່ວຍຊູ ພວກຂ້ານ້ອຍໄວ້. ”
\v 10 ອົງພຣະຜູ້ເປັນເຈົ້າ ຈະປົກປ້ອງ ພູເຂົາ ຊີໂອນ; ແຕ່ປະຊາຊົນ ຊາວໂມອາບ ຈະຖືກຢຽບຢໍ່າລົງເໝືອນກັນ ກັບຄົນຢຽບຢໍ່າ ເຟືອງ ເພື່ອເຮັດຝຸ່ນ.
\s5
\v 11 ພວກເຂົາຈະເດ່ ມືອອກ ເໝືອນຄົນທີ່ ພະຍາຍາມ ລອຍນໍ້າໄປ, ແຕ່ອົງພຣະຜູ້ເປັນເຈົ້າ ຈະເຮັດໃຫ້ພວກເຂົາອ່ອນແຮງ ແລະ ມືພວກເຂົາ ຈະຈົມລົງຢ່າງຂາດຜູ້ຊ່ວຍ.
\v 12 ພຣະອົງຈະທາໍລາຍ ປ້ອມປ້ອງກັນເມືອງ ບ່ອນສູງໆ ໃນດິນແດນ ໂມອາບ ລົງ ແລະ ເຮັດໃຫ້ມັນຮົກຮ້າງ ເພພັງ ຈົນກາຍເປັນຂີ້ຝຸ່ນ.
\s5
\c 26
\p
\v 1 ເມື່ອເຖິງ ມື້ນັ້ນປະຊາຊົນຈະຮ້ອງເພງ ໃນດິນແດນ ຢູດາຍ ວ່າ: ເມືອງຂອງພວກເຮົາໜາແໜ້ນ ແລະ ເຂັ້ມແຂງ ພຣະເຈົ້າເອງປ້ອງກັນກາໍແພງ ເມືອງໄວ້
\v 2 ຈົ່ງໄຂ ປະຕູເມືອງໃຫ້ ຊົນຊາດທີ່ສັດຊື່ ເຂົ້າມາ ຄື ຊົນຊາດ ທີ່ປະຊາຊົນ ເຮັດໃນສິ່ງທີ່ຖືກຕ້ອງ.
\s5
\v 3 ຂ້າແດ່ ອົງພຣະຜູ້ເປັນເຈົ້າ ໂຜດໃຫ້ ມີສັນຕິສຸກເຖີດ ເປັນສັນຕິສຸກ ອັນຄົບຖ້ວນ ແກ່ທຸກຄົນດ້ວຍ ຄື ຜູ້ທີ່ຢຶດໝັ້ນ ແທ້ຈິງ ໃນເປົ້າໝາຍຂອງຕົນ ແລະ ແກ່ ທຸກຄົນທີ່ໄວ້ວາງໃຈ ໃນພຣະເຈົ້າ.
\v 4 ຈົ່ງໄວ້ວາງໃຈ ໃນອົງພຣະຜູ້ເປັນເຈົ້າ ຕະຫລອດໄປ ພຣະອົງຈະຄຸ້ມຄອງ ພວກເຮົາໄປເລື້ອຍໆ.
\s5
\v 5 ພຣະອົງໄດ້ເຮັດໃຫ້ ຄົນຈອງຫອງ ຖ່ອມຕົວລົງ ແລະ ທາໍລາຍເມືອງ ອັນເຂັ້ມ ແຂງ ຂອງພວກເຂົາຖິ້ມ ຄື ເມືອງທັງຫລາຍ ທີ່ພວກເຂົາໄດ້ ຢູ່ອາໄສ ແລະ ທໍາລາຍ ໝຸ່ນທະລາຍ ໃຫ້ເປັນຂີ້ຝຸ່ນ.
\v 6 ບັດນີ້ ພວກທີ່ຖືກກົດຂີ ່ ກໍຢຽບຂີ້ຝຸ່ນດິນ ນັ້ນໄປ ແລະ ຢຽບຢໍ່າຢູ່ໃຕ້ ພື້ນຕີນຂອງ ເຂົາເຈົ້າ.
\s5
\v 7 ຂ້າແດ່ ອົງພຣະຜູ້ເປັນເຈົ້າ ທາງຮາບພຽງ ຊົງມີໄວ້ສໍາລັບຄົນດີ ພວກເຂົາເດີນ ໄປຕາມທາງພຽງ ແລະ ຮາບກ້ຽງ.
\v 8 ພວກຂ້ານ້ອຍ ເຮັດຕາມພຣະປະສົງ ເພາະ ຄວາມຫວັງ; ພຣະອົງເປັນຄວາມປາຖະໜາ ຂອງພວກຂ້ານ້ອຍ ທັງນັ້ນ.
\v 9 ໃນຕອນກາງຄືນ ຂ້ານ້ອຍກໍຄິດຫາ ແຕ່ ພຣະອົງ ປາຖະໜາຫາແຕ່ພຣະອົງ ດ້ວຍ ໝົດຫົວໃຈ. ເມື່ອພຣະອົງຕັດສິນໂລກນີ້ລວມທັງປະຊາຊາດ ທັງປວງ ທຸກຄົນຈະ ໄດ້ຮຽນຮູ້ວ່າ ຄວາມຍຸດຕິທາໍ ຄື ຫຍັງແທ້.
\s5
\v 10 ເຖິງວ່າ ພຣະອົງເມດຕາ ຕໍ່ຄົນຊົ່ວຮ້າຍກໍຕາມ ພວກເຂົາກໍບໍ່ເຄີຍ ຮຽນຮູ້ ທີ່ຈະເຮັດ ໃນສິ່ງທີ່ຖືກຕ້ອງ. ເຖິງວ່າ ບ່ອນນີ້ຈະເປັນດິນແດນ ບ່ອນທີ່ຄົນຊອບທາໍ ອາໄສ ຢູ່ກໍຕາມ; ພວກເຂົາກໍຍັງເຮັດໃນສິ່ງ ທີ່ຜິດພາດສະເໝີມາ ພວກເຂົາບໍ່ຍອມຮັບ ຮູ້ຄວາມ ຍິ່ງໃຫຍ່ ຂອງອົງພຣະຜູ້ເປັນເຈົ້າ.
\s5
\v 11 ຂ້າແດ່ ອົງພຣະຜູ້ເປັນເຈົ້າ ເຫລົ່າສັດຕູ ບໍ່ຮູ້ວ່າ ພຣະອົງຈະລົງໂທດ ພວກເຂົາ ໃຫ້ຖືກອັບອາຍ ແລະ ຮັບທຸກ ຈົ່ງໃຫ້ ພວກເຂົາ ໄດ້ຮັບໂທດທີ່ພຣະອົງ ຕຽມໄວ້ ນັ້ນສາ ໃຫ້ເຫັນວ່າ ພຣະອົງຮັກປະຊາຊົນ ຂອງພຣະອົງ.
\v 12 ຂ້າແດ່ອົງພຣະຜູ້ເປັນເຈົ້າ ພຣະອົງຈະໃຫ້ ພວກຂ້ານ້ອຍ ນັ້ນໄດ້ ຈະເລີນຮຸ່ງເຮືອງ ທຸກສິ່ງທີ່ພວກ ຂ້ານ້ອຍ ກະທາໍລ້ວນແຕ່ແມ່ນ ພຣະປະສົງ ຂອງພຣະເຈົ້າ. [ຊ]
\s5
\v 13 ຂ້າແດ່ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກຂ້ານ້ອຍ ມີຄົນອື່ນປົກຄອງ ພວກຂ້ານ້ອຍ ແຕ່ມີພຣະອົງ ຜູ້ດຽວເປັນ ອົງພຣະຜູ້ເປັນເຈົ້າ.
\v 14 ບັດນີ້ ພວກເຂົາຕາຍໄປແລ້ວ ແລະ ບໍ່ມີຊີວິດຢູ່ ແລະ ວິນຍານ ຂອງ ພວກເຂົາ ກໍຈະບໍ່ຟື້ນ ຄືນມາເລີຍ ເພາະພຣະອົງໄດ້ລົງໂທດ ແລະ ທາໍລາຍພວກເຂົາ ແລະ ບໍ່ມີຜູ້ໃດ ຈະລະລຶກເຖິງ ພວກເຂົາອີກຕໍ່ໄປ.
\s5
\v 15 ຂ້າແດ່ ອົງພຣະຜູ້ເປັນເຈົ້າ ພຣະອົງ ໄດ້ເຮັດໃຫ້ຊົນຊາດ ຂອງຂ້ານ້ອຍ ມີປະຊາຊົນມາກມາຍ ເພີ່ມພູນຍິ່ງ ໆ ຂຶ້ນທັງ ເຮັດໃຫ້ເຂດແດນ ທຸກດ້ານ ຂະຫຍາຍ ອອກໄປ ເປັນການນາໍກຽດ ອັນຍິ່ງໃຫຍ່ ມາສູ່ພຣະອົງ.
\s5
\v 16 ຂ້າແດ່ ອົງພຣະຜູ້ເປັນເຈົ້າ ພຣະອົງ ລົງໂທດຄົນ ຂອງພຣະອົງ ພວກເຂົາໄດ້ ພາວັນນາ ອະທິຖານ ດ້ວຍຈິດໃຈ ທີ່ເຈັບປວດ. [ຍ]
\v 17 ຂ້າແດ່ ອົງພຣະຜູ້ເປັນເຈົ້າ ພຣະອົງໄດ້ເຮັດໃຫ້ຄົນຂອງພຣະອົງ ຮ້ອງອອກມາ ດັ່ງຜູ້ຍິງຖືພາ ຮ້ອງ ຢ່າງເຈັບປວດ ເມື່ອຄອດ ລູກ.
\s5
\v 18 ພວກຂ້ານ້ອຍ ເຈັບປວດ ເກືອບຈະ ສິ້ນໃຈຕາຍ ແຕ່ກໍບໍ່ໄດ້ໃຫ້ກໍາເນີດ ຫຍັງອອກມາຊໍ້າ ທັງບໍ່ໄດ້ນາໍໄຊຊະນະ ມາສູ່ ດິນແດນເລີຍ ພວກຂ້ານ້ອຍ ບໍ່ໄດ້ສໍາເລັດ ຜົນຫຍັງ ທັງນັ້ນ. [ດ]
\s5
\v 19 ຄົນພວກຂ້ານ້ອຍ ທີ່ຕາຍໄປແລ້ວ ກໍ ຈະມີຊີວິດຢູ່ ຮ່າງກາຍເຂົາເຈົ້າຈະກັບຄືນມີຊີວິດອີກຄັ້ງ. ທຸກຄົນທີ່ພວມນອນ ຫລັບຢູ່ໃນຂຸມຝັງສົບ ຈະຕື່ນຂຶ້ນຮ້ອງເພງ ຢ່າງ ຊົມຊື່ນຍິນດີໃຫຍ່. ນາໍ້ຄ້າງໃສເຫລື້ອມ ເຮັດໃຫ້ໂລກນີ້ ສົດຊື່ນສັນໃດ ພຣະອົງຈະ ເຮັດໃຫ ຜູ້ຕາຍໄປ ແຕ່ດົນນານຟື້ນຄືນ ສັນນັ້ນ.
\s5
\v 20 ປະຊາຊົນຂອງເຮົາເອີຍ ຈົ່ງເມືອເຮືອນ ຂອງພວກເຈົ້າ ແລະ ອັດປະຕູໄວ້ສາ. ຈົ່ງຊ້ອນຕົວພວກເຈົ້າໄວ້ ຊົ່ວໄລຍະ ໜຶ່ງຈົນກວ່າ ພຣະເຈົ້າເຊົາໂກດຮ້າຍ.
\v 21 ອົງພຣະຜູ້ເປັນເຈົ້າ ກາໍລັງມາແຕ່ບ່ອນ ທີ່ພຣະອົງສະຖິດຢູ່ໃນສະຫວັນ ເພື່ອລົງໂທດປະຊາກອນ ໃນໂລກນີ້ ເພາະ ບາບ ທີ່ພວກເຂົາໄດ້ເຮັດ. ຄາດຕະກອນ ທີ່ໄດ້ຂ້າຄົນ ຢ່າງລັບລີ້ ຈະຖືກເປີດເຜີຍ ແລະ ພື້ນດິນ ກໍຈະບໍ່ເຊື່ອງຊ້ອນ ຊາກສົບ ຂອງ ຜູ້ທີ່ໄດ້ຖືກຂ້າ ອີກຕໍ່ໄປ.
\s5
\c 27
\p
\v 1 ໃນມື້ນັ້ນ ອົງພຣະຜູ້ເປັນເຈົ້າ ຈະໃຊ້ ດາບ ອັນມີອໍານາດ ແລະ ເຖິງແກ່ຄວາມຕາຍ ລົງໂທດ ເລວີອາທັນ ມັງກອນຮ້າຍ ທີ່ບິດ ແລະ ກ້ຽວໄປໂງມາ ແລະ ຂ້າເງືອກ ື[ຕ] ທີ່ອາໄສຢູ່ໃນທະເລ.
\v 2 ໃນມື້ນັ້ນ ອົງພຣະຜູ້ເປັນເຈົ້າ ຈະກ່າວເຖິງສວນອະງຸ່ນຂອງພຣະອົງ ທີ່ໃຫ້ຄວາມພໍໃຈນັ້ນ ວ່າ,
\v 3 “ເຮົາເຝົ້າເບິ່ງ ແລະ ຫົດນາໍ້ມັນ ບໍ່ໄດ້ຂາດ. ເຮົາເຝົ້າຮັກສາ ທັງເວັນ ແລະ ທັງຄືນ ເພື່ອບໍ່ໃຫ້ຜູ້ໃດ ມາທາໍຮ້າຍ ມັນໄດ້.
\s5
\v 4 ເຮົາຈະບໍ່ໂກດຮ້າຍ ຕໍ່ສວນອະງຸ່ນຂອງເຮົາ ອີກຕໍ່ໄປ. ຖ້າກົກໜາມໃຫຍ່ນ້ອຍ ເກີດຂຶ້ນມາ ຕໍ່ສູ້ເຮົາ ກໍຈະເຜົາໃຫ້ ສິ້ນຊາກໄປ.
\v 5 ແຕ່ຖ້າເຫລົ່າສັດຕູ ຂອງ ປະຊາຊົນຂອງເຮົາ ຕ້ອງການໃຫ້ເຮົາ ປົກປ້ອງຄຸ້ມຄອງ ພວກເຂົາຈົ່ງໃຫ້ ພວກເຂົາສ້າງສັນຕິພາບ ກັບເຮົາສາ. ຖືກແລ້ວໃຫ້ພວກເຂົາສ້າງສັນຕິພາບ ກັບເຮົາ.”
\s5
\v 6 ໃນມື້ນັ້ນ ປະຊາຊົນ ອິດສະຣາເອນ ຜູ້ ເປັນເຊື້ອສາຍ ຂອງ ຢາໂຄບ ຈະຢັ່ງຮາກ ລົງ ດັ່ງຮາກຂອງຕົ້ນໄມ້ ແລະ ຈະອອກ ດອກຈູມດອກບານ. ໂລກນີ້ ຈະເຕັມໄປ ດ້ວຍໝາກຜົນ ຂອງ ພວກເຂົາ.
\s5
\v 7 ຊາດອິດສະຣາເອນ ຈະບໍ່ຖືກອົງພຣະ ຜູ້ເປັນເຈົ້າ ລົງໂທດໜັກ ເທົ່າກັບບັນດາ ເຫຼົ່ົາສັດຕູ ຂອງຕົນ ແລະ ຈະບໍ່ຖືກຂ້າຫລາຍ ເທົ່າກັບ ເຫົ່າສັດຕູ ຂອງເຂົາຖືກຂ້າ.
\v 8 ອົງພຣະຜູ້ເປັນເຈົ້າ ລົງໂທດປະຊາຊົນຂອງພຣະອົງ ໂດຍເນລະເທດ ເຂົາໃຫ້ໜີໄປ. ພຣະອົງໄດ້ໃຊ້ລົມອັນໂຫດຮ້າຍ ຈາກທິດຕາເວັນອອກ [ຖ] ພັດສົ່ງພວກເຂົາໄປ.
\s5
\v 9 ແຕ່ບາບ ຂອງ ຊາດອິດສະຣາເອນ ຈະໄດ້ຮັບການ ໃຫ້ອະໄພ ກໍຕໍ່ເມື່ອ ຫິນແທ່ນບູຊາ ຂອງຜູ້ທີ່ບໍ່ນັບຖືພຣະເຈົ້າ ຖືກທາໍລາຍ ດັ່ງຂີ້ສໍຂາວ ແລະ ທັງບໍ່ມີສັນຍາລັກ ຕ່າງໆ ຂອງເຈົ້າແມ່ ອາເຊຣາ ຫລື ແທ່ນເຜົາເຄື່ອງຫອມ ບູຊາ ເຫລືອຢູ່ເລີຍ.
\s5
\v 10 ເມືອງທີ່ມີປ້ອມປ້ອງກັນ ກໍຮົກຮ້າງ ເພພັງ ຂາດຄົນຢູ່ອາໄສ ດັ່ງຖິ່ນແຫ້ງແລ້ງ ກັນດານ ອັນເປົ່າແປນ. ມັນກາຍເປັນທົ່ງທີ່ ສັດພັກຜ່ອນ ແລະ ເລາະກິນຫຍ້າ.
\v 11 ງ່າໄມ້ ກໍຫ່ຽວແຫ້ງ ແລະ ຫັກລົງ ແລະ ພວກຜູ້ຍິງກໍໄປເກັບເອົາ ມາເຮັດຟືນ. ຍ້ອນປະຊາຊົນ ບໍ່ໄດ້ເຂົ້າໃຈຫຍັງ ພຣະເຈົ້າ ອົງເປັນພຣະຜູ້ສ້າງ ຂອງ ພວກເຂົາ ຈຶ່ງຈະບໍ່ໃຫ້ຄວາມເມດຕາປານີ ຫລື ສະແດງຄວາມອີດູຕົນ ໃດໆ ແກ່ ພວກເຂົາ ເລີຍ.
\s5
\v 12 ໃນມື້ນັ້ນ ຕັ້ງແຕ່ແມ່ນາໍ້ ເອຟີຣັດ ຈົນ ຮອດຊາຍແດນ ຂອງ ປະເທດ ເອຢິບ ອົງພຣະຜູ້ເປັນເຈົ້າ ຈະເຕົ້າໂຮມປະຊາຊົນ ຂອງພຣະອົງ ແຕ່ລະຄົນ ດັ່ງຝັດແກບ ອອກຈາກເມັດເຂົ້າ.
\v 13 ເມື່ອມື້ນັ້ນມາເຖິງ ສຽງແກ ຈະດັງຂຶ້ນເພື່ອເອີ້ນ ເອົາພວກອິດສະຣາເອນ ທັງໝົດທີ່ໄດ້ຖືກເນລະເທດ ໄປນັ້ນ ໃຫ້ກັບຄືນມາຈາກ ອັດຊີເຣຍ ແລະ ປະເທດ ເອຢິບ. ພວກເຂົາຈະມານະມັດສະການ ອົງພຣະຜູ້ເປັນ ເຈົ້າຢູ່ໃນນະຄອນ ເຢຣູຊາເລັມ ຄື ທີ່ເທິງ ເນີນ ພູສັກສິດ ຂອງພຣະອົງ. [ທ]
\s5
\c 28
\p
\v 1 ເຄາະກໍາເປັນ ຂອງ ອານາຈັກ ອິດສະຣາເອນສາແລ້ວ ຄວາມຮຸ່ງເຮືອງ ຂອງ ອານາຈັກ ກາໍລັງຫ່ຽວແຫ້ງ ລົງດັ່ງມົງ ກຸດດອກໄມ້ ທີ່ຢູ່ເທິງຫົວ ຂອງ ຜູ້ນາໍຂີ້ເມົາ ທັງຫລາຍ. ຫົວອັນອວດອົ່ງ ຂອງ ພວກເຂົາ ມີກິ່ນຫອມຫວນດີ ແຕ່ພວກເຂົາພັດ ນອນເມົາ ບໍ່ໄດ້ສະຕິ ດັ່ງຄົນຕາຍ.
\v 2 ອົງພຣະຜູ້ເປັນເຈົ້າ ໄດ້ໃຫ້ມີຄົນໜຶ່ງທີ່ເຂັ້ມແຂງ ແລະ ມີອໍານາດຕຽມພ້ອມ ເພື່ອໂຈມຕີ ພວກເຂົາ ຄືຄົນໜຶ່ງທີ່ຈະມາດັ່ງພະຍຸໝາກເຫັບ, ດັ່ງຫ່າຝົນ ແລະ ດັ່ງນໍ້າ ໄຫລເຊາະ ຖ້ວມລົ້ນເຕັມໄປ ທົ່ວດິນແດນ.
\s5
\v 3 ຄວາມອວດອົ່ງຈອງຫອງ ຂອງ ບັນດາ ຜູ້ນໍາເຫລົ່ານັ້ນ ຈະຖືກຢຽບຢໍ່າລົງ ໃຕ້ພື້ນຕີນ.
\v 4 ຄວາມຮຸ່ງເຮືອງ ອັນຫ່ຽວແຫ້ງ ຂອງ ພວກຜູ້ນາໍ ທີ່ອວດອົ່ງຈອງຫອງ ເຫລົ່ານັ້ນ ຈະສູນຫາຍໄປ ດັ່ງໝາກເດື່ອສຸກຮວດ ທາໍອິດໃນລະດູ ເມື່ອມັນສຸກ ແລ້ວ ກໍເກັບເອົາມາກິນໄດ້ ທັນທີ.
\s5
\v 5 ເມື່ອມື້ນັ້ນມາເຖິງ ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດ ຍິ່ງໃຫຍ່ ຈະເປັນດັ່ງມົງກຸດດອກໄມ້ ອັນສະຫງ່າງາມ ສໍາລັບປະຊາຊົນ ຂອງພຣະອົງ ຜູ້ຍັງມີຊີວິດຢູ່.
\v 6 ພຣະອົງ ຈະໃຫ້ຜູ້ເຮັດໜ້າ ທີ່ຕັດສິນຄະດີ ມີຄວາມ ເຂົ້າໃຈ ຄວາມຍຸດຕິທາໍ ແລະ ຈະໃຫ້ຄວາມ ກ້າຫານ ແກ່ຜູ້ທີ່ປ້ອງກັນ ປະຕູເມືອງ ບໍ່ໃຫ້ຖືກໂຈມຕີ.
\s5
\v 7 ແມ່ນແຕ່ ພວກຜູ້ທາໍນວາຍ ແລະ ພວກ ປະໂຣຫິດ ກໍມືນເມົາ ເໝືອນກັນ ຈົນຍ່າງໂຊເຊ ພວກເຂົາດື່ມເຫລົ້າ ອະງຸ່ນ ແລະ ດື່ມເຫລົ້າ ຫລາຍຈົນມືນເມົາ ເຕະສະດຸດ. ພວກ ຜູ້ທໍານວາຍ ເມົາໂພດ ຈົນບໍ່ເຂົ້າໃຈ ນິມິດຕ່າງໆ ທີ່ພຣະເຈົ້າສົ່ງມາ; ແລະ ພວກປໂຣຫິດ ກໍເມົາໂພດ ຈົນຕັດສິນຄະດີ ທີ່ຄົນນາໍມາຫາ ພວກເຂົາບໍ່ໄດ້.
\v 8 ໂຕະ ທີ່ພວກເຂົາ ນັ່ງເຕັມໄປແຕ່ຮາກ ແລະ ບໍ່ມີບ່ອນໃດ ສະອາດເລີຍ.
\s5
\v 9 ພວກເຂົາຈົ່ມໃຫ້ ຂ້າພະເຈົ້າວ່າ, “ລາວ ຄິດວ່າ ລາວກາໍລັງ ສັ່ງສອນຜູ້ໃດ? ຜູ້ໃດເດນໍ ຕ້ອງການຄໍາສັ່ງສອນ ຂອງລາວ? ຄໍາສັ່ງສອນນັ້ນ ສໍາລັບແອນ້ອຍ ທີ່ຫາກໍເຊົາກິນ ນົມຫລາຍກວ່າ.
\v 10 ລາວພວມ ພະຍາຍາມ ຈະສັ່ງສອນພວກເຮົາ ເທື່ອລະໂຕ ເທື່ອລະແຖວ ແລະ ເທື່ອລະບົດ.”
\s5
\v 11 ຖ້າພວກເຈົ້າ ບໍ່ຍອມຟັງ ຂ້າພະເຈົ້າ ແລ້ວ ພຣະເຈົ້າກໍຈະໃຊ້ ພວກຕ່າງຊາດ ທີ່ເວົ້າພາສາອື່ນ ມາສັ່ງສອນ ບົດຮຽນໃຫ້.
\v 12 ພຣະອົງໃຫ້ການພັກຜ່ອນ ແລະ ການ ເລົ້າໂລມໃຈ ແກ່ພວກເຈົ້າ ແຕ່ພວກເຈົ້າພັດບໍ່ ຍອມຟັງພຣະອົງ.
\s5
\v 13 ດັ່ງນັ້ນແຫລະ ອົງພຣະຜູ້ເປັນເຈົ້າ ຈຶ່ງຈະສັ່ງສອນ ບົດຮຽນໃຫ້ ເທື່ອລະໂຕ ເທື່ອລະ ແຖວ ແລະ ເທື່ອລະບົດແລ້ວ ພວກເຈົ້າກໍຈະສະດຸດລົ້ມລົງ ທຸກບາດກ້າວ ທີ່ພວກເຈົ້າ ຍ່າງ ໄປ. ພວກເຈົ້າຈະໄດ້ຮັບບາດເຈັບ, ຖືກບ້ວງແຮ້ວ ແລະ ຖືກຈັບໄປເປັນຊະເລີຍ.
\s5
\v 14 ບັດນີ້ ພວກເຈົ້າຄົນອວດດີເອີຍ ຄື ຜູ້ປົກຄອງ ປະຊາຊົນ ຢູ່ໃນນະຄອນ ເຢຣູຊາເລັມ; ຈົ່ງຟັງສິ່ງທີ່ອົງພຣະຜູ້ເປັນເຈົ້າ ກາໍລັງກ່າວ.
\v 15 ພວກເຈົ້າ ເວົ້າອວດ ວ່າ ພວກເຈົ້າໄດ້ເຮັດຂໍ້ ສັນຍາ ກັບຄວາມຕາຍ ແລະ ບັນລຸ ຂໍ້ຕົກລົງໄປສູ່ແດນ ມໍຣະນາ. ພວກເຈົ້າ ແນ່ໃຈວ່າ ເມື່ອຄວາມຈິບຫາຍມາ ມັນຈະຫວິດໄປຈາກພວກເຈົ້າ ຍ້ອນພວກເຈົ້າ ເພິ່ງຄໍາເວົ້າ ຕົວະ ແລະ ເພິ່ງການ ຫລອກລວງ ເພື່ອຮັກສາພວກເຈົ້າ ໃຫ້ປອດໄພ.
\s5
\v 16 ບັດນີ້ ພຣະເຈົ້າ ຢາເວ ອົງພຣະຜູ້ເປັນເຈົ້າ ກ່າວດັ່ງນີ້: “ເຮົາກາໍລັງວາງ ຮາກຖານ ໃນພູເຂົາ ຊີໂອນ ຢ່າງໝັ້ນຄົງ ແລະ ແຂງແຮງ. ໃນທີ່ນັ້ນ ເຮົາພວມວາງ ຫິນເສົາເອກ ຊຶ່ງມີຂຽນຖ້ອຍຄໍາ ໃສ່ເທິງວ່າ ‘ຄວາມເຊື່ອທີ່ໝັ້ນຄົງ ກໍອົດທົນດົນນານ.
\s5
\v 17 ຄວາມຍຸດຕິທາໍ ຈະເປັນເສັ້ນ ວັດແທກ ຮາກຖານ ແລະ ຄວາມສັດຊື່ ຈະເປັນສາຍ ຢັ່ງຄວາມທຸ່ນທ່ຽງ. ” ພະຍຸ ໝາກເຫັບ ຈະ ກວາດ ເອົາຄໍາເວົ້າຕົວະຂອງ ພວກເຈົ້າ ໄປຈົນໝົດ ແລະນາໍ້ຖ້ວມຈະທາໍລາຍຄວາມໝັ້ນ ຄົງຂອງພວກເຈົ້າ.
\s5
\v 18 ຂໍສັນຍາທີ່ພວກເຈົ້າ ໄດ້ເຮັດກັບ ຄວາມຕາຍ ຈະຖືກທາໍລາຍ ແລະ ຂໍ້ຕົກລົງທີ່ ພວກເຈົ້າ ໄດ້ເຮັດກັບແດນມໍຣະນາ ກໍຈະຖືກ ຍົກເລີກ. ເມື່ອຄວາມຈິບຫາຍມາເຖິງ ມັນຈະຢຽບຢໍ່າພວກເຈົ້າລົງ.
\v 19 ມັນຈະກະທົບ ພວກເຈົ້າ ອີກຫລາຍເທື່ອ ຕອນເຊົ້າແລ້ວ ຕອນເຊົ້າອີກ. ພວກເຈົ້າຈະຕ້ອງອົດທົນ ເອົາ ທັງກາງເວັນ ແລະ ກາງຄືນ. ຖ້ອຍຄໍາໃໝ່ໆ ຈາກພຣະເຈົ້າ ແຕ່ລະເທື່ອຈະນາໍ ຄວາມຢ້ານກົວອັນໃຫຍ່ ຢ່າງໃໝ່ມາໃຫ້
\s5
\v 20 ພວກເຈົ້າ ຈະເປັນດັ່ງຄົນທີ່ກ່າວໄວ້ ໃນສຸພາສິດ ວ່າ: ຜູ້ທີ່ຊອກຫານອນໃນຕຽງທີ່ສັ້ນໂພດ ແຖມຫົ່ມຜ້າ ທີ່ສັ້ນບໍ່ຫຸ້ມຮອດຕົນຕົວ.
\v 21 ອົງພຣະຜູ້ເປັນເຈົ້າ ຈະຕໍ່ສູ້ ດັ່ງທີ່ພຣະອົງ ໄດ້ຕໍ່ສູ້ ທີ່ພູ ເປຣາຊີມ ແລະຢູ່ໃນຮ່ອມພູ ກີເບໂອນ ເພື່ອເຮັດໃນສິ່ງທີ່ພຣະອົງຢາກເຮັດ; ການກະທາໍ ຂອງພຣະອົງ ເບິ່ງແລ້ວ ເປັນການແປກປະຫລາດແທ້ ພຣະອົງຈະເຮັດພາລະກິດ ຂອງພຣະອົງ ໃຫ້ຄົບຖ້ວນ ຄື ພາລະກິດ ທີ່ລຶກລັບ ຂອງ ພຣະອົງ.
\s5
\v 22 ຢ່າສູ່ຫົວຂວັນ ຕໍໍຄໍາເຕືອນ ທີ່ ຂ້າພະເຈົ້າ ກໍາລັງຈະມອບໃຫ້ພວກເຈົ້າ ຖ້າຫົວຂວັນ ມັນຈະຮ້າຍແຮງຫລາຍຂຶ້ນ ຈົນ ພວກເຈົ້າ ປົບໜີໄປບໍ່ໄດ້. ຂ້າພະເຈົ້າໄດ້ຍິນຄໍາຕັດສິນໃຈ ຂອງ ພຣະເຈົ້າ ຢາເວ ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດ ຍິ່ງໃຫຍ່ ເພື່ອທາໍລາຍປະເທດ ທັງໝົດແລ້ວ.
\s5
\v 23 ຈົ່ງຟັງສິ່ງທີ່ຂ້າພະເຈົ້າ ກາໍລັງ ກ່າວຈົ່ງເອົາໃຈໃສ່ ຕໍ່ສິ່ງທີ່ຂ້າພະເຈົ້າ ພວມສັ່ງສອນ ພວກເຈົ້າ.
\v 24 ບໍ່ມີຊາວນາ ຄົນໃດທີ່ສືບຕໍ່ ໄຖນາ ແລະ ຕຽມດິນສໍາລັບ ຫວ່ານເມັດພືດໄປເລີຍ ໆ.
\s5
\v 25 ພໍຕຽມດິນ ແລ້ວ ໆ ລາວກໍປູກແກ່ນ ຜັກໃສ່ ເຊັ່ນ: ຜັກຊີ ແລະ ຂີ້ໝິ້ນ. ລາວປູກ ເຂົ້າ ບາເລ ແລະ ເຂົ້າເດືອຍ [ນ] ເປັນແຖວ ແລະ ລາວປູກພືດ ເປັນເມັດແນວ ອື່ນຕາມ ແຄມນາ.
\v 26 ລາວຮູ້ວຽກ ຂອງຕົນ ເພາະ ພຣະເຈົ້າ ໄດ້ບອກສອນລາວ.
\s5
\v 27 ລາວບໍ່ເຄີຍໃຊ້ ໄມ້ໜັກ ໆ ທັບເອົາ ເມັດ ຜັກຊີ ແລະ ຫົວຂີ້ໝິ້ນ ຈັກເທື່ອ; ແຕ່ ລາວໃຊ້ ໄມ້ຂະໜາດ ພໍດີຂຸດເອົາ.
\v 28 ລາວ ບໍ່ໄດ້ເຮັດໃຫ້ ເຂົ້າເສຍຫາຍ ໂດຍນວດ ຢ່າງ ບໍ່ຮູ້ຈັກເຊົາ ແລະ ຮູ້ຈັກສີເຂົ້າໂດຍ ແລ່ນ ກົງກວຽນ ທັບບໍ່ໃຫ້ເມັດເຂົ້າແຕກ.
\s5
\v 29 ສະຕິປັນຍາ ທັງໝົດນີ້ ມາຈາກ ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດ ຍິ່ງໃຫຍ່. ແຜນການ ທີ່ພຣະອົງດໍາເນີນ ນັ້ນສະຫລາດ ແລະ ສໍາເລັດຜົນສະເໝີ.
\s5
\c 29
\p
\v 1 ເຄາະກໍາ ເປັນຂອງນະຄອນ ເຢຣູຊາເລັມ ຄື ແທ່ນບູຊາຂອງພຣະເຈົ້າ ສາແລ້ວ ເຄາະກາໍເປັນຂອງເມືອງທີ່ ດາວິດ ໄດ້ຕັ້ງຄ້າຍໃສ່ ສາແລ້ວ ປ່ອຍໃຫ້ງານກິນລ້ຽງ ແລະ ເທດສະການ ຕ່າງໆ ປີ ໜຶ່ງ ຫລື ສອງ ປີ ຜ່ານໄປກ່ອນ
\v 2 ແລ້ວອົງພຣະຜູ້ເປັນເຈົ້າ ຈະນາໍເອົາຄວາມຈິບ ຫາຍ ມາສູ່ນະຄອນ ທີ່ເອີ້ນວ່າ, “ແທ່ນບູຊາ ຂອງພຣະເຈົ້າ. ” ໃນທີ່ນັ້ນ ຈະມີແຕ່ສຽງ ຮ້ອງໄຫ້ ຮໍ່າໄຮ ແລະ ທົ່ວທັງນະຄອນ ກໍຈະເປັນດັ່ງ ແທ່ນບູຊາ ທີ່ນອງໄປດ້ວຍເລືອດ.
\s5
\v 3 ພຣະເຈົ້າ ຈະໂຈມຕີ ແລະ ປິດລ້ອມ ນະຄອນ ນີ້ໄວ້.
\v 4 ນະຄອນ ເຢຣູຊາເລັມ ຈະເປັນດັ່ງ ວິນຍານທີ່ຍາດແຍ່ງກັນ ເວົ້າຈາ ຈາກພື້ນດິນ ສຽງດັງ ອູດອີດ ອອກຈາກຂີ້ຝຸ່ນດິນ.
\s5
\v 5 ນະຄອນ ເຢຣູຊາເລັມ ເອີຍ ຄົນຕ່າງດ້າວ ທີ່ໂຈມຕີເຈົ້າ ຈະຖືກລົມພັດໄປ ດັ່ງ ຂີ້ຝຸ່ນດນິ ແລະ ກອງທັບອັນໜ້າ ຢ້ານກົວ ຂອງພວກເຂົາ ກໍຈະບິນເຈີດໜີ ດັ່ງເຟືອງ. ໃນທັນໃດ ແລະ ຢ່າງບໍ່ຄາດຝັນນັ້ນ
\v 6 ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດ ຍິ່ງໃຫຍ່ ຈະຊ່ວຍກູ້ເອົາພວກເຈົ້າ ດ້ວຍລົມພະຍຸ ທີ່ມີ ສຽງຟ້າຮ້ອງ ຟ້າແມບ ແລະ ແຜ່ນດິນໄຫວ. ພຣະອົງຈະສົ່ງລົມພະຍຸຮ້າຍ ແລະ ແປວໄຟ ອັນແກ່ກ້າມາ;
\s5
\v 7 ແລ້ວກອງທັບ ທັງໝົດຂອງຊົນຊາດ ຕ່າງໆ ທີ່ພວມໂຈມຕີ ນະຄອນ ແຫ່ງ ແທ່ນບູຊາຂອງພຣະເຈົ້າ ພ້ອມທັງອາວຸດ ຍຸດທະພັນ ທຸກຢ່າງ ຂອງພວກເຂົາ ກໍຈະ ສູນຫາຍໄປ ດັ່ງຄວາມຝັນ ດັ່ງພາບທີ່ຄົນຄິດຂຶ້ນຫາຍໄປ ໃນຕອນກາງຄືນ.
\v 8 ຊົນຊາດ ທັງໝົດ ທີ່ເຕົ້າໂຮມກັນ ເພື່ອໂຈມຕີນະຄອນ ເຢຣູຊາເລັມ ຈະເປັນດັ່ງຄົນ ກາໍລັງຈະຕາຍ ເພາະຫິວເຂົ້າ ທີ່ຝັນວ່າ ກາໍລັງກິນເຂົ້າ ແລະ ຕື່ນຂຶ້ນ ມາຫິວໂຫຍ ຫລື ດັ່ງຄົນພວມ ຈະ ຕາຍ ຍ້ອນກະຫາຍນາໍ້ ທີ່ຝັນວ່າ ກາໍລັງດື່ມ ນາໍ້ ແລະ ຕື່ນຂຶ້ນມາ ໂດຍຄໍກໍຍັງແຫ້ງ.
\s5
\v 9 ຈົ່ງໂງ່ຈ້າຕໍ່ໄປສາ ຈົ່ງຕາບອດຕໍ່ໄປເຖີດ ຈົ່ງມືນເມົາ ໂດຍບໍ່ມີເຫລົ້າອະງຸ່ນດື່ມສາ ໂຊເຊ ໄປມາ ໂດຍບໍ່ໄດ້ ດື່ມເຫລົ້າ ຈັກຈອກສາ
\v 10 ອົງພຣະຜູ້ເປັນເຈົ້າ ໄດ້ເຮັດໃຫ້ພວກເຈົ້າ ງ້ວງນອນ ພ້ອມທີ່ຈະລົ້ມລົງນອນ ຢ່າງ ຫລັບສະໜິດ. ພວກຜູ້ທາໍນວາຍ ຄວນຈະ ເປັນສາຍຕາ ໃຫ້ແກ່ປະຊາຊົນ ແຕ່ພຣະເຈົ້າ ໄດ້ອັດຕາຂອງພວກເຂົາ ໄວ້ສາແລ້ວ.
\s5
\v 11 ນິມິດ ຂອງເຫດການທັງໝົດ ເຫລົ່ານີ້ໄດ້ກາຍເປັນດັ່ງໜັງສືມ້ວນ ທີ່ຖືກປະທັບຕາ ໄວ້ ສໍາລັບພວກເຈົ້າ. ຖ້າພວກເຈົ້າ ນໍາໜັງສື ນັ້ນໄປຫາຜູ້ໃດ ທີ່ຮູ້ຈັກອ່ານ ແລະ ບອກໃຫ້ ລາວອ່ານ ສູ່ຟັງ ຜູ້ນັ້ນກໍຈະເວົ້າວ່າ, ຕົນອ່ານ ບໍ່ໄດ້ ເພາະໄດ້ຖືກປະທັບຕາໄວ້ແລ້ວ.
\v 12 ຖ້າພວກເຈົ້າ ນາໍໄປຫາ ຜູ້ໃດ ທີ່ບໍ່ຮູ້ຈັກອ່ານ ແລະ ບອກໃຫ້ລາວອ່ານ ສູ່ຟັງ ຜູ້ນັ້ນກໍຈະ ຕອບວ່າ, ຕົນບໍ່ຮູ້ຈັກອ່ານ.
\s5
\v 13 ອົງພຣະຜູ້ເປັນເຈົ້າ ໄດ້ກ່າວວ່າ, “ປະຊາຊົນ ເຫລົ່ານີ້ອ້າງ ວ່າ ນະມັດສະການ ເຮົາ ແຕ່ຄໍາເວົ້າ ຂອງ ພວກເຂົາໄຮ້ຄວາມໝາຍ ແລະ ຈິດໃຈຂອງພວກເຂົາ ກໍສຸມຢູ່ທີ່ອື່ນ. ຄວາມເຊື່ອຖື ຂອງພວກເຂົາ ບໍ່ມີຫຍັງ, ແຕ່ເປັນກົດເກນ ແລະ ຮີດຄອງຂອງມະນຸດ ຊຶ່ງພວກເຂົາ ໄດ້ທ່ອງຂຶ້ນໃຈ ເທົ່ານັ້ນ.
\v 14 ສະນັ້ນ ເຮົາຈະເຮັດໃຫ້ພວກເຂົາ ສະດຸ້ງຕື່ນຕົກໃຈ ດ້ວຍການງືດງໍ້ ແລ້ວ ງຶດງໍ້ອີກ ໂດຍບໍ່ ໄດ້ຄາດຝັນ. ຄົນສະຫລາດຈະກາຍເປັນຄົນໂງ່ ແລະ ຄວາມຫລັກແຫລມ ທຸກຢ່າງຂອງ ພວກເຂົາ ກໍຈະບໍ່ມີປະໂຫຍດ.”
\s5
\v 15 ເຄາະກໍາເປັນ ຂອງ ພວກເຈົ້າ ສາ ແລ້ວ ພວກທີ່ຊອກປິດບັງ ແຜນການ ຂອງ ພວກຕົນໄວ້ຈາກ ອົງພຣະຜູ້ເປັນເຈົ້າ. ພວກເຂົາເຮັດຕາມ ແຜນການ ຂອງຕົນເອງ ໃນທີ່ ລັບລີ້ ແລະ ຄິດວ່າ ບໍ່ມີຜູ້ໃດຮູ້ເຫັນ ພວກຕົນ ພວມເຮັດຢູ່.
\s5
\v 16 ພວກເຂົາປ່ຽນທຸກສິ່ງ ຈາກໜ້າມືເປັນ ຫລັງມື. ແມ່ນຫຍັງ ສໍາຄັນກວ່າກັນ ຜູ້ປັ້ນໝໍ້ ຫລື ດິນດາກ? ສິ່ງທີ່ມະນຸດ ໄດ້ສ້າງຂຶ້ນນັ້ນ ເວົ້າກັບ ຜູ້ສ້າງໄດ້ບໍວ່າ, “ເຈົ້າບໍ່ໄດ້ສ້າງຂ້ອຍ ມາໃດ! ” ຫລື ເວົ້າກັບຜູ້ສ້າງ ໄດ້ບໍວ່າ, “ເຈົ້າບໍ່ ຮູ້ດອກ ວ່າ ເຈົ້າກາໍລັງເຮັດຫຍັງ?”
\s5
\v 17 ມີຄໍາເວົ້າ ຕໍ່ໆກັນມາ ວ່າ ອີກບໍ່ດົນປ່າໄມ້ ຈະກາຍເປັນທົ່ງນາ ແລະ ທົ່ງນາ ກໍຈະ ກາຍເປັນປ່າໄມ້ຄືນ.
\v 18 ເມື່ອມື້ນັ້ນ ມາເຖິງ ຄົນຫູໜວກ ຈະສາມາດ ໄດ້ຍິນສຽງ ຂອງ ຄົນອ່ານໜັງສືໄດ້ ແລະ ຄົນຕາບອດ ທີ່ຢູ່ໃນ ຄວາມມືດ ຈະສາມາດເຫັນຮຸ່ງໄດ້.
\v 19 ຄົນ ຍາກຈົນ ແລະ ຄົນຖ່ອມຕົວ ຈະພົບຄວາມສຸກ ອີກເທື່ອໜຶ່ງ ທີ່ອົງພຣະຜູ້ເປັນເຈົ້າ ອົງບໍຣິສຸດ ຂອງຊາດ ອິດສະຣາເອນ ມອບໃຫ້.
\s5
\v 20 ມັນຈະເປັນຄາວສຸດທ້າຍ ຂອງ ພວກ ທີ່ກົດຂີ່ ຄົນອື່ນ ແລະ ດູໝິ່ນປະໝາດ ພຣະເຈົ້າ. ຄົນບາບທຸກຄົນ ຈະຖືກກາໍຈັດໃຫ້ ໝົດສິ້ນໄປ.
\v 21 ພຣະເຈົ້າ ຈະທາໍລາຍ ພວກທີ່ໃສ່ຮ້າຍ ປ້າຍສີ ຄົນອື່ນ, ພວກທີ່ປົກປ້ອງ ຜູ້ຂ້າຄົນ ບໍ່ໃຫ້ຖືກໂທດ ແລະ ພວກ ທີ່ເວົ້າຕົວະ ເພື່ອບໍ່ໃຫ້ຄົນສັດຊື່ ໄດ້ຮັບຄວາມ ຍຸດຕິທາໍ.
\s5
\v 22 ສະນັ້ນ ບັດນີ້ອົງພຣະຜູ້ເປັນເຈົ້າ ຜູ້ໄດ້ ຊ່ວຍກູ້ເອົາ ອັບຣາຮາມ ຈາກຄວາມເດືອດຮ້ອນ ກ່າວວ່າ, “ປະຊາຊົນຂອງເຮົາເອີຍ ເຈົ້າຈະບໍ່ຖືກອັບອາຍຂາຍໜ້າ ຕໍ່ໄປ ແລະ ສີໜ້າ ຂອງ ພວກເຈົ້າ ກໍຈະບໍ່ຫລ່າເຫລືອງ ຍ້ອນຄວາມອັບອາຍ ຕໍ່ໄປອີກ.
\v 23 ເມື່ອພວກເຈົ້າ ເຫັນເດັກນ້ອຍ ທີ່ເຮົາຈະ ມອບໃຫ້ນັ້ນ ພວກເຈົ້າຈະຮັບຮູ້ ນາມຊື່ຂອງ ເຮົາ ແມ່ນ ອົງບໍຣິສຸດຂອງຊາດ ອິດສະຣາເອນ. ພວກເຈົ້າຈະຍ້ອງຍໍໃຫ້ກຽດ ເຮົາ ແລະ ເກງກົວເຮົາ.
\v 24 ຄົນໂງ່ຈ້າ ຈະ ຮຽນຮູ້ ເພື່ອເຂົ້າໃຈ ແລະ ຄົນມັກຈົ່ມ ກໍຈະ ຍິນດີ ຮັບຟັງ ຄໍາບອກສອນ.”
\s5
\c 30
\p
\v 1 ອົງພຣະຜູ້ເປັນເຈົ້າ ໄດ້ກ່າວ ດັ່ງນີ້: “ເຄາະກາໍ ເປັນຂອງຜູ້ປົກຄອງ ຢູດາຍ ສາແລ້ວ ເພາະພວກເຂົາກະບົດ ຕໍ່ສູ້ເຮົາ. ພວກເຂົາເຮັດຕາມແຜນການ ຕ່າງໆ ທີ່ເຮົາບໍ່ໄດ້ກາໍນົດໃຫ້ ແລະ ເຊັນສັນຍາ ຕໍ່ສູ້ຄວາມປະສົງ ຂອງເຮົາ ໂດຍເຮັດບາບຊ້ອນບາບ ກອງໄວ້.
\v 2 ພວກເຂົາໄປ ຂໍຄວາມຊ່ວຍເຫລືອ ຈາກ ປະເທດ ເອຢິບ ໂດຍບໍ່ໄດ້ຂໍຄໍາປຶກສານາໍ ເຮົາ. ພວກເຂົາຕ້ອງການ ໃຫ້ປະເທດ ເອຢິບ ຄຸ້ມຄອງພວກເຂົາ; ສະນັ້ນ ພວກເຂົາຈຶ່ງໄວ້ເນື້ອເຊື່ອໃຈ ກະສັດ ແຫ່ງ ເອຢິບ.
\s5
\v 3 ແຕ່ ກະສັດບໍ່ມີອໍານາດ ທີ່ຈະຊ່ວຍເຫລືອພວກເຂົາໄດ້ ແລະການຄຸ້ມຄອງ ຂອງປະເທດ ເອຢິບ ກໍຈະຈົບລົງຢ່າງພິນາດ.
\v 4 ເຖິງແມ່ນວ່າ ບັນດາທູດ ຂອງພວກເຂົາ ໄດ້ມາຮອດເມືອງ ໂສອານ ແລະ ຮາເນັດ ໃນ ເອຢິບ ແລ້ວກໍຕາມ
\v 5 ແຕ່ປະຊາຊົນຊາວ ຢູດາຍ ຈະກິນແໜງໃຈ ທີ່ພວກຕົນໄດ້ໄວ້ເນື້ອເຊື່ອໃຈຊົນຊາດ ທີ່ໄວ້ວາງໃຈບໍ່ໄດ້ ຄື ຊົນຊາດ ໜຶ່ງທີ່ເຮັດໃຫ້ພວກຕົນ ຜິດຫວັງ ເມື່ອພວກຕົນຄາດ ວ່າ ຈະ ໄດ້ຮັບຄວາມຊ່ວຍເຫລືອ.”
\s5
\v 6 ຕໍ່ໄປນີ້ ແມ່ນຖ້ອຍຄໍາ ຂອງ ພຣະເຈົ້າ ກ່ຽວກັບ ສັດຕ່າງໆ ໃນຖິ່ນແຫ້ງແລ້ງກັນດານ ທາງພາກໃຕ້: “ບັນດາທູດ ເດີນທາງຜ່ານ ປະເທດ ທີ່ເປັນອັນຕະລາຍ ຄື ບ່ອນທີ່ມີໂຕສິງ, ງູພິດ ແລະ ມັງກອນ ທີ່ເຫາະໄດ້. ພວກເຂົາບັນທຸກ ຂອງຂວັນ ລາຄາ ແພງໃສ່ເທິງ ຫລັງລໍ ແລະ ອູດ ໄປໃຫ້ຊົນຊາດໜຶ່ງ ທີ່ຊ່ວຍເຫລືອຫຍັງບໍ່ໄດ້.
\v 7 ຄວາມຊ່ວຍເຫລືອ ທີ່ເອຢິບ ໃຫ້ນັ້ນບໍ່ມີປະໂຫຍດ. ສະນັ້ນເຮົາຈຶ່ງໄດ້ ໃສ່ຊື່ ຫລິ້ນ ໆ ໃຫ້ແກ່ ເອຢິບ ວ່າ, ‘ມັງກອນ ບໍ່ມີພິດ.
\s5
\v 8 ພຣະເຈົ້າໄດ້ບອກຂ້າພະເຈົ້າ ໃຫ້ຂຽນ ລົງໃສ່ໜັງສືມ້ວນໜຶ່ງວ່າ ປະຊາຊົນ ເປັນຄົນ ຢ່າງໃດ ເພື່ອຈະໄດ້ບັນທຶກໄວ້ ເປັນການ ຖາວອນ ວ່າ ພວກເຂົາຊົ່ວຊ້າສໍ່າໃດ.
\v 9 ພວກເຂົາກະບົດ ຕໍ່ສູ້ພຣະເຈົ້າຢູ່ສະເໝີ, ຕົວະ ພຣະເຈົ້າ ຢູ່ສະເໝີ, ບໍ່ຍອມເຊື່ອຟັງຄໍາສັ່ງສອນ ຂອງ ອົງພຣະຜູ້ເປັນເຈົ້າຢູ່ສະເໝີ.
\s5
\v 10 ພວກເຂົາ ບອກພວກຜູ້ທາໍນວາຍ ໃຫ້ ມິດງຽບ. ພວກເຂົາເວົ້າວ່າ, “ຢ່າເວົ້າສິ່ງທີ່ຖືກຕ້ອງສູ່ ພວກເຮົາຟັງເລີຍ. ຈົ່ງບອກສິ່ງທີ່ພວກເຮົາຢາກຟງັ. ໃຫ້ພວກເຮົາ ຢຶດຖືສິ່ງທີ່ລວງຕາ ລວງໃຈ ໄວ້ສາ.
\v 11 ອອກໜີໄປ ໃຫ້ພົ້ນຈາກທາງຂອງພວກເຮົາສາ ແລະ ຢ່າມາ ກີດກັ້ນ ພວກເຮົາເລີຍ. ພວກເຮົາບໍ່ຢາກຟັງ ເຖິງເລື່ອງພຣະເຈົ້າ ອົງບໍຣິສຸດ ຂອງ ຊາດ ອິດສະຣາເອນ.”
\s5
\v 12 ແຕ່ພຣະເຈົ້າ ອົງບໍຣິສຸດ ຂອງ ຊາດ ອິດສະຣາເອນ ກ່າວວ່າ, “ພວກເຈົ້າ ບໍ່ເອົາໃຈໃສ່ນາໍສິ່ງທີ່ເຮົາບອກ ແລະ ເພິ່ງການໃຊ້ກາໍລັງ ແລະ ການຫລອກລວງ.
\v 13 ພວກເຈົ້າ ເຮັດຜິດ. ພວກເຈົ້າເປັນດັ່ງກາໍແພງສູງ ທີ່ມີຮອຍແຕກຮອດລຸ່ມ; ບໍ່ດົນນານດອກ ພວກເຈົ້າ ກໍຈະພັງທະລາຍລົງ.
\s5
\v 14 ພວກເຈົ້າຈະຖືກຕີ ໃຫ້ແຕກ ດັ່ງໝໍ້ດິນ ຄື ແຕກໝຸ່ນໝົດຈົນ ບໍ່ມີປ່ຽງໃດ ພໍຈະເອົາມາ ໃສ່ຖ່ານໄຟຮ້ອນໄດ້ ຫລື ຕັກເອົານາໍ້ ຈາກຖັງໄດ້. ”
\s5
\v 15 ພຣະເຈົ້າ ຢາເວ ອົງພຣະຜູ້ເປັນເຈົ້າ ອົງບໍຣິສຸດ ຂອງຊາດ ອິດສະຣາເອນ ກ່າວ ແກ່ ປະຊາຊົນ ວ່າ, “ຈົ່ງກັບຄືນມາ ແລະ ໄວ້ວາງໃຈໃນເຮົາຢ່າງ ງຽບໆ ສາ. ແລ້ວພວກເຈົ້າ ກໍຈະເຂັ້ມແຂງ ແລະ ປອດໄພ. ” ແຕ່ ພວກເຈົ້າ ບໍ່ຍອມປະຕິບັດຕາມ.
\v 16 ພວກເຈົ້າຊໍ້າພັດ ວາງແຜນ ປົບໜີຈາກເຫລົ່າສັດຕູ ຂອງພວກເຈົ້າ ໂດຍຂີ່ມ້າໜີໄປ. ພວກເຈົ້າ ເຮັດຖືກຕ້ອງແລ້ວ ການແລ່ນເປີດໜີ ແມ່ນສິ່ງທີ່ພວກເຈົ້າຕ້ອງເຮັດ ພວກເຈົ້າຄິດວ່າ ມ້າທີ່ ພວກເຈົ້າ ຂີ່ນັ້ນແລ່ນໄວພໍ ແຕ່ຄົນທີ່ໄລ່ຕາມ ນັນ ຈະໄປໄວກວ່າ
\s5
\v 17 ພວກເຈົ້າ ພັນຄົນຈະແລ່ນໜີ ເມື່ອເຫັນ ທະຫານ ຜູ້ໜຶ່ງຂອງສັດຕູ ແລະ ທະຫານຫ້າຄົນຂອງສັດຕູ ກໍພຽງພໍ ທີ່ຈະເຮັດໃຫ້ພວກເຈົ້າ ແລ່ນໜີໄປໝົດ. ໃນກອງທັບ ຂອງ ພວກເຈົ້າ ຈະບໍ່ມີຫຍັງເຫລືອເລີຍ ນອກຈາກ ຫລັກທຸງ ທີ່ຈອມເນີນພູ ເທົ່ານັ້ນ.
\s5
\v 18 ເຖິງປານນັ້ນ ກໍຕາມ ອົງພຣະຜູ້ເປັນເຈົ້າ ກໍຍັງລໍຖ້າ ເພື່ອໃຫ້ຄວາມເມດຕາ ແກ່ ພວກເຈົ້າຢູ່. ພຣະອົງພ້ອມທີ່ຈະໃຫ້ ຄວາມ ເມດຕາ ສົງສານ ແກ່ພວກເຈົ້າ ຍ້ອນພຣະອົງເຮັດໃນສິ່ງທີ່ຖືກຕ້ອງຢູ່ສະເໝີ. ຄວາມສຸກ ເປັນຂອງຜູ້ທີ່ໄວ້ວາງໃຈ ໃນອົງພຣະຜູ້ເປັນເຈົ້າ.
\v 19 ພວກເຈົ້າປະຊາຊົນ ທີ່ອາໄສຢູ່ ໃນນະຄອນ ເຢຣູຊາເລັມ ຈະບໍ່ຮ້ອງໄຫ້ ຄໍ່າຄວນອີກຕໍ່ໄປແລ້ວ. ອົງພຣະຜູ້ເປັນເຈົ້າ ຍັງເມດຕາພວກເຈົ້າ ແລະ ເມື່ອພວກເຈົ້າ ຮ້ອງຫາພຣະອົງ ໃຫ້ຊ່ວຍເຫລືອ ພຣະອົງຈະ ຕອບພວກເຈົ້າ.
\s5
\v 20 ພຣະເຈົ້າ ຢາເວ ຈະເຮັດໃຫ້ພວກເຈົ້າ ຜ່ານພົ້ນ ຄາວຍາກ ລໍາບາກ ໄປໄດ້ ແຕ່ພຣະອົງເອງ ຈະຢູ່ໃນທີ່ນັ້ນ ເພື່ອສັ່ງສອນ ພວກເຈົ້າ ແລະ ພວກເຈົ້າຈະບໍ່ຕ້ອງຄົ້ນຫາ ພຣະອົງ ອີກຕໍ່ໄປ.
\v 21 ຖ້າພວກເຈົ້າ ຫັນໜີ ອອກຈາກທາງ ໄປຂ້າງຂວາ ຫລື ໄປຂ້າງຊ້າຍ ພວກເຈົ້າກໍຈະໄດ້ຍິນສຽງເວົ້າ ຕາມຫລັງພວກເຈົ້າ ວ່າ, “ຫົນທາງຢູ່ພີ້ ຈົ່ງເດີນໄປແມ.”
\s5
\v 22 ພວກເຈົ້າ ຈະເອົາຮູບເຄົາຣົບ ທີ່ໂອບ ດ້ວຍເງິນ ແລະ ຄໍາ ໂຍນຖິ້ມອອກໄປ ດັ່ງຂອງເປິເປື້ອນ ໂດຍຮ້ອງວ່າ, “ໜີໄປໃຫ້ພົ້ນ!”
\s5
\v 23 ເມື່ອໃດພວກເຈົ້າ ປູກຝັງພືດພັນ ອົງພຣະຜູ້ເປັນເຈົ້າ ຈະສົ່ງຝົນມາ ຫລໍ່ລ້ຽງ ໃຫ້ໃຫຍ່ຂຶ້ນ ພ້ອມຈະໃຫ້ພວກເຈົ້າ ເກັບກ່ຽວໄດ້ ຢ່າງອຸດົມສົມບູນ ແລະ ຝູງສັດ ຂອງ ພວກເຈົ້າ ກໍຈະມີຫຍ້າກິນ ຢ່າງອຸດົມສົມບູນ.
\v 24 ງົວ ແລະ ລໍ ທີ່ໃຊ້ໄຖນາ ຈະມີຫຍ້າແຫ້ງ ຢ່າງດີກິນ.
\s5
\v 25 ມື້ໃດ ທີ່ປ້ອມປ້ອງກັນ ຂອງເຫລົ່າສັດ ຕູ ຂອງພວກເຈົ້າ ຖືກຢຶດໄດ້ ແລະ ປະຊາຊົນ ຖືກຂ້າ ມື້ນັ້ນແຫລະ ສາຍນາໍ້ກໍຈະໄຫລອອກ ຈາກພູ ແລະ ເນີນພູ ທຸກໆໜ່ວຍ.
\v 26 ດວງຈັນ ຈະສ່ອງແສງ ເຫລືອງເຫລື້ອມ ດັ່ງຕາເວັນ ແລະ ຕາເວັນກໍຈະສ່ອງແສງເຫລືອງເຫລື້ອມກວ່າ ປົກກະຕິເຖິງເຈັດ ເທົ່າດັ່ງແສງແຈ້ງ ຂອງເຈັດມື້ ສ່ອງໃສ່ມື້ໜຶ່ງ. ເຫດການນີ້ ຈະເກີດຂຶ້ນ ເມື່ອອົງພຣະຜູ້ເປັນເຈົ້າ ໃຊ້ຜ້າພັນບາດ ແລະ ປິ່ນປົວແຜ ຊຶ່ງພຣະອົງໄດ້ ເຮັດໃຫ້ ເກີດຂຶ້ນ ແກ່ປະຊາຊົນ ຂອງ ພຣະອົງ.
\s5
\v 27 ອໍານາດແລະສະຫງ່າຣາສີ ຂອງອົງພຣະຜູ້ເປັນເຈົ້າ ເບິ່ງເຫັນໄດ້ແຕ່ໄ ກ. ໄຟແລະຄວັນ ຈະສະແດງໃຫເຫັນເຖິງ ຄວາມໂກດຮ້າຍຂອງພຣະອົງ. ພຣະອົງກ່າວຈາ ແລະຖ້ອຍຄໍານັ້ນ ກໍລຸກໄໝ້ຂຶ້ນເປັນໄຟ.
\v 28 ພຣະອົງເຮັດໃຫ້ ລົມພັດຢູ່ເບື້ອງໜ້າ ຂອງພຣະອົງ ດັ່ງກະແສນາໍ້ຖ້ວມພັດເອົາທຸກໆສິ່ງ ໄປ. ມັນກວາດເອົາຊົນຊາດ ທັງຫລາຍໄປສູ່ຄວາມຈິບຫາຍ ແລະເຮັດໃຫ້ແຜນການ ອັນ ຊົ່ວຮ້າຍຂອງພວກເຂົາ ສິ້ນສຸດລົງ.
\s5
\v 29 ແຕ່ ພວກເຈົ້າ ຜູ້ທີ່ເປັນປະຊາຊົນ ຂອງພຣະເຈົ້າ ຈະຊົມຊື່ນຍິນດີ ແລະຮ້ອງເພງດັ່ງ ໃນຕອນກາງຄືນ ທີ່ພວກເຈົ້າກິນລ້ຽງ ອັນບໍຣິສຸດ. ພວກເຈົ້າຈະມີຄວາມຊົມຊື່ນຍິນດີ ດັ່ງຄົນທີ່ຍ່າງໄປກັບສຽງດົນຕຼີ ຄື ຜູ້ທີ່ບັນເລງດ້ວຍສຽງຂຸ່ຍ ຕາມທາງໄປຍັງວິຫານຂອງອົງພຣະຜູ້ເປັນເຈົ້າ ຜູ້ປ້ອງກັນຂອງຊາດ ອິດສະຣາເອນ.
\s5
\v 30 ອົງພຣະຜູ້ເປັນເຈົ້າ ຈະໃຫ້ທຸກຄົນ ໄດ້ຍິນສຽງ ອັນຊົງຣິດອໍານາດ ຂອງພຣະອົງ ແລະ ຊີມຣິດແຫ່ງຄວາມໂກດຮ້າຍ ຂອງ ພຣະອົງ. ມັນຈະມີແປວໄຟ, ພະຍຸຝົນ, ໝາກເຫັບ ແລະ ຫ່າຝົນຮໍ່າລົງມາ.
\s5
\v 31 ຊາວອັດຊີເຣຍ ຈະຢ້ານກົວໃຫຍ່ ເມື່ອພວກເຂົາ ໄດ້ຍິນສຽງ ຂອງອົງພຣະຜູ້ເປັນເຈົ້າ ແລະ ຊີມຣິດແຫ່ງການລົງໂທດ ຂອງ ພຣະອົງ.
\v 32 ອົງພຣະຜູ້ເປັນເຈົ້າຕີ ພວກເຂົາຫລາຍເທື່ອຢ່າງໃດ ພຣະອົງກໍຈະໃຫ້ ປະຊາຊົນຂອງພຣະອົງ ສົດຊື່ນຢູ່ກັບສຽງ ກອງ ແລະ ສຽງພິນ ຢ່າງນັ້ນ. ພຣະເຈົ້າເອງ ຈະຕໍ່ສູ້ຊາວ ອັດຊີເຣຍ.
\s5
\v 33 ພວກເຂົາຈັດຕຽມ ບ່ອນເຜົາ ຈັກກະພັດ ອັດຊີເຣຍ ດ້ວຍກອງໄຟ ອັນໃຫຍ່ ມາດົນແລ້ວ. ບ່ອນນັ້ນ ທັງເລິກ ທັງກວ້າງ ແລະ ທັງມີກອງຟືນສູງ. ອົງພຣະຜູ້ເປັນເຈົ້າ ຈະຫາຍໃຈ ເປັນແປວໄຟ ເພື່ອໄໝ້ເຜົາຜານ ບ່ອນນັ້ນ.
\s5
\c 31
\p
\v 1 ເຄາະກໍາ ເປັນ ຂອງ ພວກເຈົ້າ ສາແລ້ວ ພວກທີ່ໄປຂໍໃຫ້ ເອຢິບ ຊ່ວຍເຫລືອ. ພວກເຂົາເພິ່ງພາອາໄສ ກາໍລັງທາງທະຫານ ອັນ ເຂັ້ມແຂງຂອງ ເອຢິບ ຄື: ຝູງມ້າ, ລົດຮົບ ແລະ ທະຫານ, ແຕ່ພວກເຂົາ ບໍ່ໄດ້ ເພິ່ງພາ ອາໄສ ອົງພຣະຜູ້ເປັນເຈົ້າ ອົງບໍຣິສຸດ ຂອງ ຊາດ ອິດສະຣາເອນ ຫລື ຂໍໃຫ້ ພຣະອົງ ຊ່ວຍເຫລືອ.
\v 2 ພຣະອົງຮູ້ວ່າ ພຣະອົງ ພວມເຮັດຫຍັງ ພຣະອົງສົ່ງໄພພິບັດມາ. ພຣະອົງຂົ່ມຂູ່ຈະລົງໂທດ ຄົນຊົ່ວ ແລະ ພວກ ທີ່ຄຸ້ມຄອງພວກເຂົາ.
\s5
\v 3 ຊາວ ເອຢິບ ບໍ່ແມ່ນ ເທບພະເຈົ້າ ພວກເຂົາເປັນພຽງແຕ່ມະນຸດ ເທົ່ານັ້ນ. ມ້າຂອງ ພວກເຂົາ ບໍ່ໄດ້ວິເສດຫຍັງ. ເມື່ອອົງພຣະຜູ້ເປັນເຈົ້າ ດໍາເນີນການ ຊາດທີ່ເຂັ້ມແຂງ ກໍຈະ ແຕກເປັນປ່ຽງນ້ອຍໆ ແລະ ຊາດອ່ອນແອ ທີ່ໄປຂໍ ໃຫ້ຊ່ວຍເຫລືອນັ້ນ ກໍຈະລົ້ມລົງ. ທັງສອງ ຈະຖືກທາໍລາຍ.
\s5
\v 4 ອົງພຣະຜູ້ເປັນເຈົ້າ ກ່າວແກ່ຂ້າພະເຈົ້າ ວ່າ, “ເຖິງແມ່ນ ຜູ້ລ້ຽງແກະ ຈະຮ້ອງສຽງດັງ ປານໃດ ກໍຕາມ ລາວກໍເຮັດໃຫ້ ໂຕສິງ ຢ້ານກົວ ແລະ ແລ່ນໜີຈາກ ແກະ ທີ່ມັນຂ້າ ນັ້ນ ບໍ່ໄດ້; ດັ່ງນັ້ນ ກໍບໍ່ມີຫຍັງ ທີ່ກີດກັ້ນ ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດ ຍິ່ງໃຫຍ່ ບໍ່ໃຫ້ຄຸ້ມຄອງ ພູເຂົາ ຊີໂອນ ໄດ້.
\s5
\v 5 ນົກບິນເວີ່ນ ເທິງຮັງຂອງມັນ ເພື່ອປ້ອງກັນລູກນ້ອຍ ຂອງມັນໄວ້ສັນໃດ; ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດ ຍິ່ງໃຫຍ່ ກໍຈະປົກປັກຮັກສາ ນະຄອນ ເຢຣູຊາເລັມ ໄວ້ສັນນັ້ນ. ”
\v 6 ພຣະເຈົ້າ ກ່າວວ່າ, “ປະຊາຊົນ ຊາດອິດສະຣາເອນ ເອີຍ ພວກເຈົ້າໄດ້ເຮັດ ບາບ ຕໍ່ສູ້ເຮົາ ແລະ ຕໍ່ຕ້ານເຮົາ, ແຕ່ບັດນີ້ ຈົ່ງ ກັບມາຫາເຮົາ ເທີ້ນ
\v 7 ເມື່ອເວລານັ້ນ ມາເຖິງ ພວກເຈົ້າທຸກຄົນ ຈະໂຍນ ຮູບເຄົາຣົບ ເປັນເງິນ ເປັນຄໍາ ອັນພາໃຫ້ພວກເຈົ້າ ເຮັດບາບ ນັ້ນຖິ້ມ.
\v 8 ອັດຊີເຣຍ ຈະຖືກທາໍ ລາຍ ໃນສົງຄາມ ແຕ່ບໍ່ແມ່ນດ້ວຍອໍານາດ ຂອງມະນຸດ. ຊາວອັດຊີເຣຍ ຈະແລ່ນໜີ ຈາກ ສະໜາມຮົບ ແລະ ຊາຍໜຸ່ມຂອງພວກເຂົາ ຈະຖືກຈັບໄປ ເປັນທາດຮັບໃຊ້.
\v 9 ຈັກກະພັດ ຂອງພວກເຂົາ ຈະແລ່ນປົບໜີໄປ ດ້ວຍຄວາມຢ້ານອັນໃຫຍ່ ແລະ ບັນດານາຍ ທະຫານ ຈະຢ້ານຫລາຍທີ່ສຸດ ຈົນປະຖິ້ມ ທຸງສູ້ຮົບ ປົບໜີໄປ. ” ອົງພຣະຜູ້ເປັນເຈົ້າ ອົງທີ່ ພວກເຈົ້ານະມັດສະການ ຢູ່ໃນນະຄອນ ເຢຣູຊາເລັມ ແລະ ອົງທີ່ພວກເຈົ້າ ເຜົາເຄື່ອງບູຊາ ຖວາຍຢູ່ໃນທີ່ນັ້ນ ໄດ້ກ່າວດັ່ງນີ້ແຫລະ.
\s5
\c 32
\p
\v 1 ວັນໜຶ່ງ ຈະມາເຖິງ ຄື ຈະມີກະສັດ ຄົນໜຶ່ງ ຜູ້ທີ່ປົກຄອງດ້ວຍຄວາມຊອບທາໍ ແລະ ຜູ້ນາໍພາຊາດ ທີ່ປົກຄອງ ດ້ວຍຄວາມຍຸດຕິທາໍ.
\v 2 ແຕ່ລະຄົນໃນພວກເຂົານັ້ນ ຈະ ເປັນດັ່ງບ່ອນຊົ້ນ ຈາກລົມ ແລະ ບ່ອນຫລົບ ລີ້ ຈາກພະຍຸ. ພວກເຂົາຈະເປັນດັ່ງສາຍນາໍ້ ທີ່ຫລັ່ງໄຫລ ຢູ່ໃນຖິ່ນແຫ້ງແລ້ງ ກັນດານ ດັ່ງຮົ່ມເງົາ ໂງ່ນຫິນໃຫຍ່ ໃນດິນແດນ ທີ່ແຫ້ງແລ້ງ.
\v 3 ພວກເຂົາຈະມືນຕາ ເບິ່ງ ແລະ ງ່ຽງຫູ ຟັງຄໍາຮ້ອງທຸກ ຕ່າງໆ ຂອງ ປະຊາຊົນ.
\s5
\v 4 ພວກເຂົາ ຈະບໍ່ຂາດຄວາມອົດທົນ ອີກຕໍ່ ໄປ ແຕ່ພວກເຂົາຈະດໍາເນີນການ ດ້ວຍຄວາມເຂົ້າໃຈ ແລະ ເວົ້າຈາ ຢ່າງກົງໄປ ກົງມາ.
\v 5 ບໍ່ມີຜູ້ໃດເລີຍ ທີ່ຈະຄິດຍົກຍ້ອງ ຄົນໂງ່ຈ້າ ຫລື ຈະເວົ້າວ່າ, ຄົນອັນທະພານ ມີ ໃຈສັດຊື່.
\v 6 ຄົນໂງ່ ກໍເວົ້າຢ່າງ ໂງ່ໆ ແລະ ຄິດຫາເຮັດແຕ່ ສິ່ງຊົ່ວ ໆ. ສິ່ງທີ່ລາວເຮັດ ແລະ ສິ່ງທີ່ລາວເວົ້ານັ້ນ ເປັນການໝິ່ນປະໝາດ ອົງພຣະຜູ້ເປັນເຈົ້າ ທັງນັ້ນ ແລະ ລາວກໍບໍ່ເຄີຍ ໃຫ້ອາຫານ ແກ່ຄົນທີ່ອຶດຫິວ ແລະ ໃຫ້ນາໍ້ດື່ມແກ່ຄົນທີ່ກະຫາຍ.
\s5
\v 7 ຄົນໂງ່ຈ້ານັ້ນ ຊົ່ວຊ້າ ແລະ ເຮັດແຕ່ສິ່ງທີ່ ບໍ່ດີ; ລາວວາງແຜນ ລ້າງຜານ ຄົນຍາກຈົນ ໂດຍເວົ້າຕົວະ ແລະ ກີດກັ້ນພວກເຂົາ ບໍ່ໃຫ້ ໄດ້ຮັບສິດທິ ທີ່ພວກເຂົາ ຄວນໄດ້ຮັບ.
\v 8 ແຕ່ຄົນທີ່ມີກຽດ ກະທໍາຢ່າງສັດຊື ່ ແລະ ຕັ້ງ ໝັ້ນຄົງຢູ່ໃນ ຄວາມຖືກຕ້ອງ.
\s5
\v 9 ບັນດາຜູ້ຍິງ ທີ່ໃຊ້ຊີວິດ ຢູ່ຢ່າງສຸກ ສະບາຍ ແລະ ບໍ່ວິຕົກກັງວົນ ກັບສິ່ງໃດ ເອີຍ ຈົ່ງຟັງສິ່ງທີ່ຂ້າພະເຈົ້າ ພວມກ່າວ.
\v 10 ດຽວນີ້ ພວກເຈົ້າຄົງອີ່ມໜາໍ ສໍາລານໃຈ ແລ້ວນໍ ແຕ່ປີໜ້າໃນເວລາ ດຽວກັນນີ້ ພວກເຈົ້າຈະສິ້ນຫວັງ ເພາະຈະບໍ່ມີໝາກອະງຸ່ນໃຫ້ ພວກເຈົ້າເກັບ.
\s5
\v 11 ພວກເຈົ້າ ໃຊ້ຊີວິດຢູ່ ຢ່າງສຸກສະບາຍ ບໍ່ມີຄວາມວິຕົກກັງວົນ ຫຍັງເລີຍ; ແຕ່ບັດນີ້ ຈົ່ງຢ້ານກົວ ຈົນສັ່ນເຊັນ ສາເຖີດ ຈົ່ງແກ້ ເຄື່ອງນຸ່ງອອກ ແລະ ເອົາຜ້າຂາດ ມັດແອວໄວ້.
\v 12 ຈົ່ງຕີເອິກ ຮ້ອງໄຫ້ ຢ່າງຂົມຂື່ນສາ ເພາະທົ່ງນາ ແລະ ສວນອະງຸ່ນ ທີ່ອຸດົມສົມ ບູນ ໄດ້ຖືກທາໍລາຍ ສາແລ້ວ
\v 13 ແລະ ພຸ່ມໜາມນ້ອຍໃຫຍ່ ພວມເກີດຂຶ້ນ ໃນດິນແດນ ປະຊາຊົນ ຂອງເຮົາ. ຈົ່ງຮ້ອງໄຫ້ ຮໍ່າໄຮເຖິງ ເຮືອນ ທີ່ເຄີຍຢູ່ ຢ່າງຜາສຸກ ແລະ ເຖິງເມືອງ ທີ່ເຕັມໄປ ດ້ວຍຊີວິດຊີວາ ນັ້ນສາ.
\s5
\v 14 ແມ່ນແຕ່ ຣາຊວັງ ກໍຈະຖືກປະຖິ້ມ ແລະ ເມືອງຫລວງ ກໍຈະຮ້າງຫວ່າງເປົ່າ ຢ່າງ ໝົດສິ້ນ. ເຮືອນ ແລະ ປ້ອມປ້ອງກັນ ທັງຫລາຍ ຈະຮົກຮ້າງ ເພພັງ ຕະຫລອດໄປ. ລໍປ່າ ຈະທ່ຽວຫລິ້ນ ຢູ່ທີ່ນັ້ນ ແລະ ຝູງແກະ ກໍຈະກິນຫຍ້າ ຢູ່ທີ່ນັ້ນ.
\v 15 ແຕ່ພຣະເຈົ້າ ຈະສົ່ງພຣະວິນຍານ ຂອງ ພຣະອົງ ມາໃຫ້ພວກເຮົາອີກເທື່ອໜຶ່ງ. ດິນທີ່ປູກຝັງບໍ່ໄດ້ ກໍຈະກາຍເປັນດິນ ທີ່ປູກຝັງໄດ້ ແລະ ທົ່ງນາ ກໍຈະ ຜະລິດຜົນລະປູກ ໄດ້ຢ່າງອຸດົມສົມບູນ.
\s5
\v 16 ທຸກໆ ບ່ອນໃນດິນແດນ ຈະມີແຕ່ ຄວາມຊອບທໍາ ແລະ ຄວາມຍຸດຕິທໍາ.
\v 17 ຄວາມສະຫງົບສຸກ ແລະ ຄວາມປອດໄພ ຈະ ມີຕະຫລອດໄປ ເພາະທຸກຄົນຈະເຮັດ ໃນສິ່ງທີ່ຖືກຕ້ອງ.
\v 18 ປະຊາຊົນ ຂອງ ພຣະເຈົ້າ ຈະບໍ່ວິຕົກກັງວົນ ກັບ ສິ່ງໃດໆ ຕໍ່ໄປ ແລະ ບ້ານເຮືອນ ຂອງ ພວກເຂົາ ກໍຈະມີແຕ່ ສັນຕິສຸກ ແລະ ຄວາມປອດໄພ ທັງນັ້ນ.
\s5
\v 19 ແຕ່ ໝາກເຫັບ ຈະຕົກໃນປ່າ ແລະ ເມືອງ ກໍຈະເພພັງລົງ.
\v 20 ທຸກຄົນຈະມີຄວາມສຸກ ຫລາຍສໍ່າໃດ ໃນເມື່ອຢູ່ທີ່ນັ້ນ ມີ ນໍ້າຢ່າງສົມບູນ ສໍາລັບ ເຄື່ອງປູກ ຂອງຝັງ ແລະ ມີທົ່ງຫຍ້າໃຫ້ ລໍ ແລະ ຝູງແກະ ກິນຫຍ້າ ຢ່າງປອດໄພ.
\s5
\c 33
\p
\v 1 ເຄາະກາໍເປັນ ຂອງ ເຫລົ່າສັດຕູ ຂອງ ພວກເຮົາ ສາແລ້ວ ພວກເຂົາ ປຸ້ນສະດົມ ແລະ ທໍລະຍົດ ທັງ ໆ ທີ່ບໍ່ມີຜູ້ໃດ ປຸ້ນສະດົມ ແລະ ທໍລະຍົດ ພວກເຂົາ. ແຕ່ເວລາ ຂອງ ພວກເຂົາ ທີ່ປຸ້ນສະດົມ ແລະ ທໍລະຍົດ ນັ້ນ ຈະ ສິ້ນສຸດ ລົງ ແລະ ພວກເຂົາ ເອງ ຈະຕົກ ເປັນເຫຍື່ອ ຂອງ ການປຸ້ນສະດົມ ແລະ ການ ທໍລະຍົດ.
\s5
\v 2 ຂ້າແດ່ ອົງພຣະຜູ້ເປັນເຈົ້າ ເອີຍ ໂຜດ ເມດຕາ ພວກຂ້ານ້ອຍ ດ້ວຍເຖີດ. ພວກຂ້ານ້ອຍ ຂໍຝາກຄວາມຫວັງ ໄວ້ກັບພຣະອົງ. ຈົ່ງປົກປ້ອງ ພວກຂ້ານ້ອຍ ແຕ່ລະມື້ ແລະ ຊ່ວຍເຫລືອ ພວກຂ້ານ້ອຍ ໃນຄາວເດືອດຮ້ອນ ດ້ວຍເຖີດ.
\s5
\v 3 ເມ່ື່ອພຣະອົງ ສູ້ຮົບແທນ ພວກຂ້ານ້ອຍ ນັ້ນ ຊົນຊາດທັງຫລາຍ ກໍແລ່ນປົບໜີໄປ ຈາກສຽງ ທີ່ຕໍ່ສູ້ກັນ ໃນສະໜາມຮົບ.
\v 4 ສິ່ງ ຂອງ ທີ່ພວກເຂົາ ມີຢູ່ກໍຖືກ ຮິບໂຮມ ເອົາໄປ ໝົດ.
\s5
\v 5 ຜູ້ຍິ່ງໃຫຍ່ ທີ່ສຸດ ແມ່ນ ອົງພຣະຜູ້ເປັນເຈົ້າ ພຣະອົງ ປົກຄອງ ເໜືອສັບພະທຸກສິ່ງ. ພຣະອົງຈະໃຫ້ນະຄອນ ເຢຣູຊາເລັມ ເຕັມ ດ້ວຍຄວາມຍຸດຕິທາໍ ແລະ ຄວາມຊອບທໍາ
\v 6 ແລະ ໃຫ້ປະເທດຊາດ ມີຄວາມໝັ້ນຄົງດີ. ພຣະອົງ ປົກປ້ອງ ປະຊາຊົນ ຂອງ ພຣະອົງ ຢູ່ສະເໝີ ແລະ ໃຫ້ພວກເຂົາ ມີສະຕິປັນຍາ ແລະ ຄວາມຮອບຮູ້. ຊັບສົມບັດ ອັນຍິ່ງໃຫຍ່ ທີ່ສຸດ ຂອງພວກເຂົາ ແມ່ນການຢໍາເກງ ອົງ ພຣະຜູ້ເປັນເຈົ້າ.
\s5
\v 7 ບັນດາ ຄົນກ້າຫານ ກັບຮ້ອງຂໍ ຄວາມຊ່ວຍເຫລືອ. ບັນດາທູດ ຜູ້ທີ່ພະຍາຍາມ ໃຫ້ເກີດສັນຕິສຸກ ກໍຮ້ອງໄຫ້ຢ່າງ ຂົມຂື່ນ.
\v 8 ຫົນທາງຫລວງ ທຸກສາຍ ກໍເຕັມໄປດ້ວຍ ອັນ ຕະລາຍ ຈົນບໍ່ມີຜູ້ໃດ ກ້າທຽວ. ຂໍ້ສັນຍາ ຕ່າງໆ ຖືກຝ່າຝືນ ແລະ ຂໍຕົກລົງ ຕ່າງໆ ຖືກລະເມີດ. ບໍ່ມີຜູ້ໃດ ນັບຖື ຊຶ່ງກັນແລະກັນ ຕໍ່ໄປ.
\s5
\v 9 ດິນແດນ ຖືກປະຖິ້ມ ໃຫ້ຮົກຮ້າງ ຫວ່າງເປົ່າ. ປ່າໄມ້ ຂອງ ນະຄອນ ເລບານອນ ຫ່ຽວແຫ້ງໄປ ຮ່ອມພູ ທີ່ອຸດົມ ສົມບູນດີໃນ ຊາໂຣນ ກໍເປັນດັ່ງຖິ່ນແຫ້ງແລ້ງກັນດານ ແລະ ໃນຖິ່ນ ບາຊານ ແລະ ເທິງພູ ກາເມນ ໃບໄມ້ ກໍຫລົ່ນລົງຈາກກົກໝົດ.
\s5
\v 10 ອົງພຣະຜູ້ເປັນເຈົ້າ ກ່າວແກ່ ຊົນຊາດ ທັງຫລາຍ ວ່າ, “ບັດນີ້ ເຮົາຈະດໍາເນີນການ. ເຮົາຈະສະແດງ ໃຫ້ເຫັນວ່າ ເຮົາມີຣິດອໍານາດ ສໍ່າໃດ.
\v 11 ແຜນການ ຂອງ ພວກເຈົ້າ ບໍ່ໄດ້ເລື່ອງ ແລະ ບໍ່ມີປະໂຫຍດ. ວິນຍານ ຂອງເຮົາ ເປັນດັ່ງໄຟ ທີ່ຈະທໍາລາຍ ພວກເຈົ້າ. [ບ]
\v 12 ພວກເຈົ້າ ຈະໝຸ່ນໝົດດັ່ງຫິນ ທີ່ຖືກເຜົາ ເພື່ອຈະເອົາໄປເຮັດປູນຂາວ ດັ່ງໜາມ ທີ່ຖືກເຜົາ ເປັນຂີ້ເຖົ່າ.
\s5
\v 13 ຈົ່ງໃຫ້ຄົນທີ່ຢູ່ໄກ ແລະ ຢູ່ໃກ້ໄດ້ຍິນສິ່ງ ທີ່ເຮົາໄດ້ເຮັດ; ແລະ ຈົ່ງໃຫ້ຮັບຮູ້ ຣິດເດດ ຂອງເຮົາ. ”
\v 14 ປະຊາຊົນ ຂອງ ພູເຂົາ ຊີໂອນ ທີ່ເຮັດບາບ ກາໍລັງຢ້ານກົວ ຈົນຕົວສັ່ນເຊັນ. ພວກເຂົາ ເວົ້າວ່າ, “ການຕັດສິນ ຂອງ ພຣະເຈົ້າ ເປັນດັ່ງໄຟ ທີ່ໄໝ້ ຢູ່ຕະຫລອດໄປ. ມີຜູ້ໃດແດ່ ໃນພວກເຮົາ ທີ່ມີຊີວິດ ລອດຢູ່ໄດ້ໃນໄຟ ເຊັ່ນນັ້ນ?”
\s5
\v 15 ພວກເຈົ້າ ຈະມີຊີວິດຢູ່ໄດ້ ຖ້າພວກເຈົ້າເວົ້າ ແລະ ເຮັດໃນສິ່ງທີ່ ຊອບທໍາ. ຢ່າໃຊ້ອໍານາດ ຂອງ ພວກເຈົ້າ ສໍ້ໂກງ ຄົນຍາກຈົນ ແລະ ຢ່າຮັບສິນຈ້າງ ລາງວັນ. ຢ່າຮ່ວມກັບຜູ້ທີ່ວາງແຜນ ຂ້າຄົນ ຫລື ກະທາໍ ສິ່ງທີ່ຊົ່ວຮ້າຍ.
\v 16 ແລ້ວພວກເຈົ້າ ກໍຈະປອດໄພ; ພວກເຈົ້າ ຈະໝັ້ນຄົງ ດັ່ງຢູ່ໃນປ້ອມ ປ້ອງກັນ ອັນເຂັ້ມແຂງ. ພວກເຈົ້າຈະມີ ອາຫານກິນ ແລະ ຈະມີນາໍ້ດື່ມ.
\s5
\v 17 ອີກຄັ້ງໜຶ່ງ ພວກເຈົ້າຈະເຫັນກະສັດ ອົງໜຶ່ງປົກຄອງ ດິນແດນ ອັນກວ້າງໃຫຍ່ ໄພສານ ດ້ວຍສະຫງ່າຣາສີ ທີ່ກະຈາຍ ອອກໄປ ທົ່ວທຸກທິດ.
\v 18 ຄວາມຢ້ານ ອັນເກົ່າຂອງ ຄົນເກັບພາສີ ຊາດຕ່າງດ້າວ ແລະ ນັກສືບສອດແນມ ກໍຈະເປັນແຕ່ພຽງ ການ ຈົດຈາໍ ເທົ່ານັ້ນ.
\v 19 ພວກເຈົ້າ ຈະບໍ່ເຫັນ ຄົນຕ່າງດ້າວ ຜູ້ອວດດີ ເວົ້າພາສາ ທີ່ພວກເຈົ້າ ບໍ່ເຂົ້າໃຈ ອີກຕໍ່ໄປ.
\s5
\v 20 ເບິ່ງທີ່ພູເຂົາ ຊີໂອນ ພຸ້ນດູ ນະຄອນທີ່ ພວກເຮົາສະຫລອງ ເທດສະການ ຕ່າງໆ. ເບິ່ງນະຄອນ ເຢຣູຊາເລັມ ພຸ້ນດູ ຊ່າງເປັນບ່ອນປອດໄພ ທີ່ໜ້າຢູ່ແທ້ໆ ເປັນດັ່ງຜ້າເຕັນ ທີ່ຈະ ບໍ່ຖືກຍົກຍ້າຍຈັກເທື່ອ ຊື່ງຫລັກສຽບ ບໍ່ເຄີຍ ຖອນອອກ ແລະ ເຊືອກເໜັ່ງ ກໍບໍ່ເຄີຍຂາດ.
\v 21 ອົງພຣະຜູ້ເປັນເຈົ້າ ຈະໃຫ້ພວກເຮົາເຫັນ ສະຫງ່າຣາສີຂອງພຣະອົງ. ພວກເຮົາຈະໄດ້ຢູ່ໃກ້ ແມ່ນາໍ້ລໍາທານ ອັນກວ້າງໃຫຍ່ ແຕ່ເຮືອຂອງເຫລົ່າສັດຕູ ຈະບໍ່ໄດ້ຈອດ ຢູ່ໃນທີ່ນັ້ນ. [ປ]
\s5
\v 22-23 ເຊືອກ ກາງຜ້າໃບ ຂອງ ເຮືອ ກໍບໍ່ມີປະໂຫຍດ; ຜ້າໃບແລ່ນເຮືອ ກໍໃຊ້ການ ບໍ່ໄດ້ ພວກເຈົ້າ ຈະຢຶດຊັບສົມບັດ ອັນມະຫາສານ ຂອງ ກອງທັບ ເຫລົ່າສັດຕູ ຈົນໝົດ ແມ່ນແຕ່ ຄົນຂາພິການ ກໍໄດ້ຮັບສ່ວນແບ່ງ. ເພາະອົງພຣະຜູ້ເປັນເຈົ້າ ເປັນຜູ້ຕັດສິນ ຂອງ ພວກເຮົາ, ອົງພຣະຜູ້ເປັນເຈົ້າ ເປັນຜູ້ໃຫ້ກົດໝາຍ ຂອງພວກເຮົາ, ອົງພຣະຜູ້ເປັນເຈົ້າ ເປັນກະສັດ ຂອງພວກເຮົາ; ພຣະອົງຈະຊ່ວຍ ພວກເຮົາໃຫ້ພົ້ນ.
\v 24 ບໍ່ມີຜູ້ໃດ ທີ່ຢູ່ໃນດີນແດນ ຂອງພວກເຮົາ ຈະຈົ່ມວ່າ ຕົນເຈັບໄຂ້ ໄດ້ປ່ວຍ ແລະ ການບາບ ທັງໝົດຂອງພວກເຮົາຈະໄດ້ຮັບອະໄພ.
\s5
\c 34
\p
\v 1 ປະຊາຊົນ ທຸກຊົນຊາດເອີຍ ຈົ່ງມາເທີ້ນ ຈົ່ງມາເຕົ້າໂຮມກັນ ແລະ ຟັງ. ຈົ່ງໃຫ້ໝົດທັງໂລກ ແລະ ໝົດທຸກຄົນ ຢູ່ໃນໂລກມາ ທີ່ນີ້ແລະ ຟັງ.
\v 2 ອົງພຣະຜູ້ເປັນເຈົ້າ ໂກດຮ້າຍ ຊົນຊາດ ທັງໝົດ ແລະ ກອງທັບ ທັງຫລາຍ ຂອງ ພວກເຂົາ. ພຣະອົງລົງໂທດ ພວກເຂົາ ໃຫ້ໄປ ສູ່ຄວາມຈິບຫາຍ.
\s5
\v 3 ຈະບໍ່ມີຜູ້ໃດ ຝັງຊາກສົບ ຂອງ ພວກເຂົາ ແຕ່ຈະຖືກປະ ໃຫ້ເປື່ອຍ ແລະ ເນົ່າເໝັນ ຈົນ ພູເຂົາ ທັງຫລາຍ ຈະນອງໄປດ້ວຍເລືອດ.
\v 4 ດວງອາທິດ, ດວງຈັນ ແລະ ດວງດາວ ທັງຫລາຍ ຈະໝຸ່ນເປັນ ຂີ້ຝຸ່ນດິນ. ທ້ອງຟ້າຈະດັບສູນໄປ ດັ່ງໜັງສືມ້ວນ ທີ່ໄດ້ມ້ວນໄວ້ ແລະ ດວງດາວ ຈະຕົກລົງ ດັ່ງໃບໄມ້ ທີ່ຫລົ່ນ ຈາກເຄືອອະງຸ່ນ ແລະ ກົກໝາກເດື່ອ.
\s5
\v 5 ອົງພຣະຜູ້ເປັນເຈົ້າ ໄດ້ຈັດຕຽມດາບ ຂອງ ພຣະອົງ ໄວ້ໃນສະຫວັນ; ບັດນີ້ ພຣະອົງ ຈະໃຊ້ດາບນັ້ນ ຟັນເມືອງ ເອໂດມ ຄື ຟັນປະຊາຊົນ ເຫລົ່ານັ້ນ ທີ່ພຣະອົງ ລົງໂທດ ໄປສູ່ຄວາມຈິບຫາຍ.
\v 6 ດາບ ຂອງ ພຣະອົງ ຈະເຕັມໄປດ້ວຍເລືອດ ແລະ ໄຂມັນ ດັ່ງເລືອດ ແລະ ໄຂມັນຂອງແກະ ແລະ ແບ້ ທີ່ຄົນໄດ້ຂ້າເພື່ອຖວາຍບູຊາ. ອົງພຣະຜູ້ເປັນເຈົ້າ ຈະຖວາຍ ເຄື່ອງບູຊານີ້ຢູ່ ໃນເມືອງ ໂບຊະຣາ; ພຣະອົງຈະໃຫ້ ການຂ້າລ້າງຜານ ນີ້ເກີດຂຶ້ນ ໃນດິນແດນ ເອໂດມ.
\s5
\v 7 ປະຊາຊົນ ຈະລົ້ມຕາຍ ດັ່ງງົວປ່າ ແລະ ງົວເຖິກໜຸ່ມ ແລະ ແຜ່ນດິນ ຈະນອງ ໄປດ້ວຍ ເລືອດ ແລະ ເຕັມໄປ ດ້ວຍໄຂມັນ.
\s5
\v 8 ມາເຖິງຕອນນີ້ ແມ່ນເວລາທີ່ ອົງພຣະຜູ້ ເປັນເຈົ້າ ຈະຊ່ວຍກູ້ເອົາ ພູເຂົາ ຊີໂອນ ແລະ ເອົາຊະນະ ເຫລົ່າສັດຕູ ຂອງ ພູເຂົາ ຊີໂອນ ໃຫ້ໝົດສິ້ນ.
\v 9 ແມ່ນາໍ້ ຕ່າງໆ ຂອງ ເອໂດມ ຈະກາຍເປັນນາໍ້ມັນ ດິນແລະຂີ້ດິນ ກໍຈະກາຍເປັນມາດ ທີ່ໄໝ້ ເຜົາຜານ ທົ່ວປະເທດ.
\v 10 ມັນຈະໄໝ້ ເຜົາຜານ ທັງເວັນ ທັງຄືນ ແລະ ຄວັນຈະພຸ່ງຂຶ້ນ ຈາກທີ່ນັ້ນ ຕະຫລອດໄປ. ດິນແດນ ຈະຖືກປະເປົ່າລ້າທຸກຍຸກ ທຸກສະໄໝ ແລະ ທັງຈະບໍ່ມີຜູ້ໃດ ທ່ອງທ່ຽວ ໄປມາ ຜ່ານທີ່ນັ້ນ ອີກຈັກເທື່ອ.
\s5
\v 11 ນົກເຄົ້າ ກັບ ນົກກາເວົາ ຈະເປັນເຈົ້າຂອງ ດິນແດນນັ້ນ. ອົງພຣະຜູ້ເປັນເຈົ້າ ຈະ ເຮັດໃຫ້ ດິນແດນ ເປັນທີ່ແຫ້ງແລ້ງ ອີກດັ່ງກ່ອນຄາວ ການນິຣະມິດສ້າງ.
\v 12 ໃນ ໂລກນີ້ ຈະບໍ່ມີກະສັດ ປົກຄອງ ແລະ ພວກ ຜູ້ນາໍ ກໍຈະໝົດສິ້ນໄປ. [ຜ]
\s5
\v 13 ກົກໜາມ ໃຫຍ່ນ້ອຍ ຈະປົ່ງຂຶ້ນເຕັມ ຣາຊວັງ ແລະ ຕາມກາໍແພງເມືອງ ແລະ ທີ່ນັ້ນ ຈະເປັນບ່ອນຢູ່ ຂອງໝາປ່າ ແລະ ນົກເຄົ້າ.
\v 14 ໃນທີ່ນັ້ນ ຈະເປັນບ່ອນທ່ອງທ່ຽວ ຂອງ ສັດປ່າ ແລະ ຝູງ ຜີປີສາດ ກໍຈະຮ້ອງໃສ່ ກັນແລະກັນ. ສັດປະຫລາດ [ຝ] ຈະມາຫາທີ່ ພັກເຊົາ ຢູ່ໃນບ່ອນນັ້ນ.
\v 15 ນົກເຄົ້າ ຈະເຮັດ ຮັງ ຟັກໄຂ່ອອກລູກ ແລະ ລ້ຽງລູກຂອງຕົນ ໃນທີ່ນັ້ນ. ແຮ້ງຈະບິນມາ ເທື່ອລະໂຕ ເພື່ອເຕົ້າໂຮມກັນ ຢູ່ໃນບ່ອນນັ້ນ.
\s5
\v 16 ຈົ່ງຄົ້ນເບິ່ງ ໃນໜັງສື ຂອງ ອົງພຣະຜູ້ເປັນເຈົ້າ ກ່ຽວກັບ ສັບພະທຸກສິ່ງ ທີ່ມີຊີວິດ ວ່າມີກ່າວໄວ້ຢ່າງໃດ. ສັດເຫລົ່ານີ້ ຈະບໍ່ຂາດ ໄປຈັກໂຕ ແລະ ຈະບໍ່ມີໂຕໃດ ຂາດຄູ່. ອົງພຣະຜູ້ເປັນເຈົ້າ ສັ່ງໄວ້ ເພື່ອໃຫ້ເປັນດັ່ງນັ້ນ ວິນຍານ ຂອງ ພຣະອົງ ຈະເປັນຜູ້ນາໍສັດເຫລົ່ານີ້ ມາເຕົ້າໂຮມກັນ.
\v 17 ແມ່ນ ອົງພຣະຜູ້ເປັນເຈົ້າ ທີ່ຈະເປັນຜູ້ແບ່ງປັນດິນແດນໃຫ້ສັດເຫລົ່ານັ້ນ ແລະ ແບ່ງສ່ວນໃຫ້. ພວກມັນຈະຢູ່ໃນດິນແດນ ທຸກຍຸກ ທຸກສະໄໝ ແລະ ດິນແດນນັ້ນ ກໍຈະເປັນຂອງພວກມັນຕະຫລອດໄປ.
\s5
\c 35
\p
\v 1 ຖິ່ນແຫ້ງແລ້ງ ກັນດານນັ້ນ ຈະຊົມຊື່ນ ຍິນດີ ດອກໄມ້ ຈະເບັ່ງບານ ໃນດິນທີ່ແຫ້ງ ແລ້ງ.
\v 2 ຖິ່ນແຫ້ງແລ້ງ ຈະຂັບຮ້ອງ ບົດເພງ ຢ່າງຊື່ນໃຈ ຈະເປັນທີ່ສວຍງາມ ວິໄລ ດັ່ງພູ ເລບານອນ ພຸ້ນ. ແລະເປັນດັ່ງທົ່ງຫຍ້າທີ່ ອຸດົມສົມບູນດີ ຂອງພູ ກາເມນ ແລະ ທົ່ງຊາໂລນ ດ້ວຍ. ທຸກຄົນຈະໄດ້ເຫັນຄວາມ ສະຫງ່າງາມ ຂອງ ອົງພຣະຜູ້ເປັນເຈົ້າໃດ ຄື ຄວາມຍິ່ງໃຫຍ່ ແລະ ຣິດອໍານາດ ຂອງ ພຣະເຈົ້າ ຂອງ ພວກເຮົາ.
\s5
\v 3 ຈົ່ງໃຫ້ກາໍລັງ ຜູ້ທີ່ມີອິດເມື່ອຍ ອ່ອນແຮງ ຊູແຮງຫົວເຂົ່າ ທີ່ສັ່ນເຊັນ ເພາະຄວາມອິດເມື່ອຍ.
\v 4 ຈົ່ງບອກທຸກຄົນ ທີ່ຂາດຄວາມ ຊູໃຈ ໃຫ້ຮູ້ວ່າ “ຈົ່ງເຂັ້ມແຂງ ແລະ ຢ່າສູ່ຢ້ານ ປະການ ໃດເລີຍ ພຣະເຈົ້າກໍາລັງ ມາຊ່ວຍກູ້ ເອົາເຈົ້າທັງຫລາຍ ພຣະອົງກໍາລັງມາ ລົງໂທດ ສັດຕູ ຂອງ ພວກເຈົ້າ.”
\s5
\v 5 ຄົນຕາບອດ ຈະເຫັນຮຸ່ງ ເມື່ອເຂົາແນມ ໄປມາ ຄົນຫູໜວກ ຈະໄດ້ຍິນ ເມື່ອເຂົາຟັງ ຄົນເວົ້າ.
\v 6 ຄົນຂາພິການ ຈະກະໂດດ ເຕັ້ນ ຟ້ອນລໍາ ທາໍເພງ ຜູ້ປາກບໍ່ເປັນ ກໍຈະຊົມ ຊື່ນຍິນດີ ດ້ວຍສຽງໂຮຮ້ອງ. ແມ່ນໍ້າສາຍ ຕ່າງໆ ຈະໄຫລຫລັ່ງ ຜ່ານເຂົ້າໄປ ໃນຖິ່ນແຫ້ງ ແລ້ງກັນດານ ບ່ອນທີ່ມີພື້ນດິນແຫ້ງແລ້ງ;
\v 7 ດິນຊາຍ ທີ່ອົບເອົ້າ ເຜົາໄໝ້ ຈະກາຍເປັນ ໜອງ ພື້ນທີ່ອັນແຫ້ງແລ້ງ ກໍຈະເຕັມໄປດ້ວຍ ນາໍ້ພຸ. ບ່ອນໃດທີ່ໝາໄນ ເຄີຍຊົ້ນ ແລະ ເຄີຍຢູ່ເຄີຍອາໄສ ຕົ້ນຫຍ້າ ແລະຕົ້ນອໍ້ ຈະໃຫຍ່ຂຶ້ນຕາມໜອງນາໍ້.
\s5
\v 8 ທາງຫລວງ ສາຍໜຶ່ງຈະຖືກສ້າງຂຶ້ນມາ ທີ່ມີຊື່ວ່າ, “ທາງແຫ່ງຄວາມບໍຣິສຸດ” ອັນແທ້ຈິງ. ຈະບໍ່ມີຄົນບາບ ເດີນໄປໃນ ທາງນັ້ນ ເລີຍ ແມ່ນແຕ່ ຄົນໂງ່ ກໍຈະບໍ່ຫລົງ ໃນທາງ ນັ້ນ. [ພ]
\v 9 ໂຕສິງ ທີ່ຮ້າຍກາດ ຈະອາໄສ ຢູ່ທີ່ນັ້ນ ບໍ່ໄດ້ເລີຍ ສັດຮ້າຍທັງຫລາຍ ຈະບໍ່ຜ່ານໄປທາງນັ້ນ ພວກທີ່ອົງພຣະຜູ້ເປັນເຈົ້າ ໄດ້ຊ່ວຍກູ້ເອົາ ມາຈະເດີນທາງ ກັບ ເມືອບ້ານ ໂດຍຜ່ານທາງນີ້.
\s5
\v 10 ພວກເຂົາ ຈະໄປຮອດ ນະຄອນ ເຢຣູຊາເລັມ ຢ່າງເບີກບານໃຈ ທັງຂັບຮ້ອງລໍາ ທາໍເພງ ດ້ວຍຄວາມຍິນດີ ທັງນັ້ນ. ພວກເຂົາຈະໄດ້ເປັນສຸກໃຈຢູ່ ຕະຫລອດໄປ ໂດຍ ບໍ່ໂສກເສົ້າ ເຫງົາໃຈ ແລະ ຂົມຂື່ນ.
\s5
\c 36
\p
\v 1 ໃນຣາຊການ ປີທີ ສິບສີ ່ ຂອງເຈົ້າ ເຮເຊກີຢາ ກະສັດ ແຫ່ງ ຢູດາຍ; ເຊັນນາເກຣິບ ຈັກກະພັດແຫ່ງ ອັດຊີເຣຍ ໄດ້ບຸກໂຈມຕີ ບັນດາເມືອງ ທີ່ມີປ້ອມປ້ອງກັນຂອງ ຢູດາຍ ແລະ ຢຶດເມືອງເຫລົ່ານັ້ນໄດ້.
\v 2 ແລ້ວເພິ່ນ ກໍສັ່ງຂ້າຣາຊການ ຊັ້ນຜູ້ໃຫຍ່ ຈາກເມືອງ ລາກິດ ນາໍກາໍລັງທະຫານ ຢ່າງຫລວງຫລາຍ ໄປຍັງນະຄອນ ເຢຣູຊາເລັມ ເພື່ອບັງຄັບໃຫ້ເຈົ້າ ເຮເຊກີຢາ ຍອມຈາໍນົນ. ຂ້າຣາຊການ ຜູ້ນັ້ນ ໄດ້ຢຶດຖະໜົນ ບ່ອນຊັກຜ້າ ໂດຍທາງ ຄັນຄູ ຊຶ່ງສົ່ງນາໍ້ມາແຕ່ສະ ບ່ອນສູງ.
\v 3 ຊາວຢູດາ ສາມຄົນໄດ້ອອກມາພົບ ພວກເຂົາ ຄື ເອລີອາກິມ ລູກຊາຍ ຂອງ ຮິນກີຢາ; ເສັບ ນາ ເລຂາທິການ ປະຈາໍວັງ ແລະ ໂຢອາ ລູກຊາຍຂອງ ອາຊັບ ຜູ້ຮັບຜິດຊອບ ການບັນທຶກ.
\s5
\v 4 ຂ້າຣາຊການ ຊັ້ນຜູ້ໃຫຍ່ ອັດຊີເຣຍ ໄດ້ ບອກ ຂ້າຣາຊການຊາວ ຢູດາ ວ່າ ຈັກກະພັດ ຢາກຈະຮູ້ຈັກວ່າ ແມ່ນຫຍັງ ທີ່ເຮັດໃຫ້ເຈົ້າ ເຮເຊກີຢາ ມີຄວາມໝັ້ນໃຈ ຢ່າງໜັກແໜ້ນ ແທ້.
\v 5 ເຂົາຖາມວ່າ, “ທ່ານຄິດວ່າ ຖ້ອຍຄໍາແທນ ຄວາມຊໍານານ ແລະ ອໍານາດທາງ ທະຫານ ໄດ້ບໍ? ທ່ານຄິດວ່າ ສິ່ງນັ້ນຊ່ວຍທ່ານ ໃຫ້ກະບົດຕໍ່ ອັດຊີເຣຍ ໄດ້ຊັ້ນບໍ?
\s5
\v 6 ທ່ານຫວັງ ຈະໃຫ້ ເອຢິບ ຊ່ວຍເຫລືອ, ແຕ່ຈະເປັນດັ່ງໃຊໄມ້ອໍ້ ແທນໄມ້ເທົ້າ ມັນຈະ ຫັກ ແລະ ແທງມືທ່ານ ລ້າ ໆ. ຄົນໃດ ທີ່ເພິ່ງພາ ກະສັດປະເທດ ເອຢິບ ຈະເປັນດັ່ງນັ້ນແຫລະ. ”
\v 7 ຂ້າຣາຊການ ຊັ້ນຜູ້ໃຫຍ່ ແຫ່ງ ອັດຊີເຣຍ ເວົ້າຕໍ່ໄປວ່າ, “ຫລື ທ່ານຈະບອກຂ້າພະເຈົ້າ ວ່າ ທ່ານເພິ່ງພາ ອາໄສ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງທ່ານ ຊັ້ນບໍ? ແມ່ນ ເຮເຊກີຢາ ທີ່ໄດ້ທາໍລາຍ ບ່ອນສັກສິດ ແລະ ແທ່ນບູຊາ ຂອງ ອົງພຣະຜູ້ເປັນເຈົ້າ ເມື່ອເພິ່ນບອກ ປະຊາຊົນ ຢູດາ ແລະ ນະຄອນ ເຢຣູຊາເລັມ ໄປນະມັດສະການ ທີ່ ແທ່ນບູຊາ ແຕ່ແຫ່ງດຽວ.
\s5
\v 8 ຂ້າພະເຈົ້າຂໍພະນັນ ກັບທ່ານ ໃນນາມ ຂອງຈັກກະພັດ ດັ່ງນີ້: ຂ້າພະເຈົ້າຈະຫາມ້າ ສອງພັນໂຕ ມາໃຫ້ ຖ້າທ່ານຫາ ຄົນຂີ່ມ້າ ຕາມຈາໍນວນ ນັ້ນໄດ້.
\s5
\v 9 ທ່ານ ບໍ່ເທົ່າທຽມ ແມ່ນແຕ່ກັບຂ້າຣາຊການ ຊັ້ນຜູ້ນ້ອຍ ຂອງ ອັດຊີເຣຍ ຊໍ້າ; ແຕ່ທ່ານພັດຫວັງໃຫ້ຊາວ ເອຢິບ ສົ່ງລົດຮົບ ແລະ ທະຫານມ້າ ມາໃຫ້.
\v 10 ທ່ານຄິດວ່າ ຂ້າພະເຈົ້າໂຈມຕີ ແລະ ທາໍລາຍປະເທດ ຂອງທ່ານ ໂດຍບໍ່ໄດ້ຮັບຄວາມຊ່ວຍເຫລືອ ຈາກອົງພຣະຜູ້ເປັນເຈົ້າ ຂອງທ່ານ ຊັ້ນບໍ? ອົງພຣະຜູ້ເປັນເຈົ້າເອງ ບອກຂ້າພະເຈົ້າໃຫ້ມາໂຈມຕີ ແລະ ທາໍລາຍປະເທດຂອງທ່ານ.”
\s5
\v 11 ແລ້ວ ເອລີອາກິມ, ເສັບນາ ແລະ ໂຢອາ ກໍບອກຂ້າຣາຊການ ຜູ້ນັ້ນວ່າ, “ຢ່າ ເວົ້າເປັນພາສາ ເຮັບເຣີ ເລີຍ. ເວົ້າເປັນ ພາສາ ອາຣາມິກ ກໍໄດ້; ພວກເຮົາເຂົ້າໃຈຢູ່ ເພາະປະຊາຊົນ ທັງໝົດ ທີ່ເທິງກາໍແພງເມືອງ ກາໍລັງຟງັຢູ່. ”
\v 12 ເຂົາຈຶ່ງຕອບວ່າ, “ທ່ານ ຄິດວ່າ ຈັກກະພັດ ຂອງ ຂ້າພະເຈົ້າ ສົ່ງຂ້າພະເຈົ້າ ມາທີ່ນີ້ເພື່ອບອກ ເລື່ອງນີ້ ແກ່ທ່ານ ແລະ ກະສັດ ຂອງທ່ານ ເທົ່ານັ້ນ ບໍ? ບໍ່ ແມ່ນດອກ ຂ້າພະເຈົ້າຢາກໃຫ້ ປະຊາຊົນ ທີ່ນັ່ງເທິງ ກາໍແພງນັ້ນ ໄດ້ຍິນນາໍ ຄື ພວກທີ່ຈະ ຕ້ອງກິນຂີ້ ແລະ ກິນຍ່ຽວ ຂອງ ຕົນເອງ ແລະ ທ່ານກໍຈະ ຕ້ອງກິນເຊັ່ນກັນ.”
\s5
\v 13 ແລ້ວຂ້າຣາຊການ ຜູ້ນັ້ນ ກໍໄດ້ຢືນຂຶ້ນ ແລະ ຮ້ອງສຽງດັງ ເປັນພາສາ ເຮັບເຣີ ວ່າ, “ຈົ່ງຟງັ ສິ່ງທີ່ຈັກກະພັດ ແຫ່ງ ອັດຊີເຣຍ ກາໍລັງບອກພວກເຈົ້າ.
\v 14 ເພິ່ນເຕືອນວ່າ ຢ່າໃຫ້ ເຮເຊກີຢາ ຫລອກລວງ ພວກເຈົ້າເລີຍ. ເຮເຊກີຢາ ຊ່ວຍຫຍັງ ພວກເຈົ້າ ບໍ່ໄດ້ດອກ.
\v 15 ຢ່າຍອມໃຫ້ລາວ ຈູງດັງ ພວກເຈົ້າ ເຂົ້າໄປເພິ່ງ ອົງພຣະຜູ້ເປັນເຈົ້າ. ຢ່າຄິດວ່າ ອົງພຣະຜູ້ເປັນເຈົ້າ ຈະຊ່ວຍພວກເຈົ້າ ຢັບຢັ້ງ ກອງທັບຂອງ ອັດຊີເຣຍ ບໍ່ໃຫ້ຢຶດເອົາເມືອງ ຂອງພວກເຈົ້າໄດ້.
\s5
\v 16 ຢ່າເຊື່ອຟງັ ເຮເຊກີຢາ ເລີຍ ຈັກກະພັດແຫ່ງ ອັດຊີເຣຍ ສັ່ງພວກເຈົ້າໃຫ້ອອກມາ ຈາກເມືອງ ແລະ ຍອມຈາໍນົນສາ. ເຈົ້າທຸກຄົນ ຈະໄດ້ຮັບອະນຸຍາດ ໃຫ້ກິນໝາກອະງຸ່ນ ຢູ່ໃນສວນອະງຸ່ນ ຂອງພວກເຈົ້າເອງ ແລະ ກິນໝາກເດື່ອ ຈາກກົກໝາກເດື່ອ ຂອງພວກເຈົ້າເອງ ແລະ ດື່ມນໍ້າ ຈາກສ້າງຂອງພວກເຈົ້າ ເອງໄດ້
\v 17 ຈົນກວ່າ ຈັກກະພັດ ຈັດຖິ່ນຖານ ໃຫ້ພວກເຈົ້າໃໝ່ ໃນປະເທດ ທີ່ຄືກັບປະເທດຂອງພວກເຈົ້າ ບ່ອນທີ່ມີສວນອະງຸ່ນ ສໍາລັບ ເຮັດເຫລົ້າແວງ ແລະ ບ່ອນທີ່ມີເມັດເຂົ້າ ສໍາລັບ ເຮັດເຂົ້າຈີ່.
\s5
\v 18 ຢ່າຍອມໃຫ້ ເຮເຊກີຢາ ເຮັດໃຫ້ພວກເຈົ້າ ຕົກໂງ່ ໂດຍຄິດວ່າ ອົງພຣະຜູ້ເປັນເຈົ້າ ຈະຊ່ວຍກູ້ເອົາພວກເຈົ້າ. ບັນດາພະ ຂອງ ຊົນຊາດອື່ນ ຊ່ວຍເຫລືອປະເທດ ຂອງ ພວກເຂົາຈາກຈັກກະພັດ ແຫ່ງ ອັດຊີເຣຍ ໄດ້ບໍ?
\v 19 ບັດນີ້ ພວກພະ ຂອງເມືອງ ຮາມັດ ແລະ ອັກປັດ ໄປໃສກັນ ໝົດແລ້ວ? ພວກພະ ຂອງເມືອງ ເຊຮາວາອີມ ໄປໃສກັນ? ມີຜູ້ໃດ ແດ່ຊ່ວຍນະຄອນ ຊາມາເຣຍ ໄດ້?
\v 20 ພະທັງຫລາຍ ຂອງປະເທດ ເຫລົ່ານີ້ ຊ່ວຍປະເທດຂອງພວກເຂົາ ຈາກຈັກກະພັດ ໄດ້ເມື່ອໃດ? ແລ້ວພວກເຈົ້າ ຄິດຢ່າງໃດ ຈຶ່ງວ່າ ອົງພຣະຜູ້ເປັນເຈົ້າ ຊ່ວຍນະຄອນ ເຢຣູຊາເລັມ ໄດ້.”
\s5
\v 21 ປະຊາຊົນ ພາກັນມິດງຽບ ບໍ່ຕອບ ຫຍັງ ຈັກຄໍາ ດັ່ງທີ່ກະສັດ ເຮເຊກີຢາ ໄດ້ສັ່ງພວກເຂົາໄວ້.
\v 22 ແລ້ວ ເອລີອາກິມ, ເສັບນາ ແລະ ໂຢອາ ກໍຈີກເສື້ອຂອງຕົນ ດ້ວຍຄວາມທຸກໃຈ ແລະ ໄປລາຍງານ ສິ່ງທີ່ຂ້າຣາຊການ ແຫ່ງ ອັດຊີເຣຍ ໄດ້ເວົ້ານັ້ນ ສູ່ກະສັດຟງັ.
\s5
\c 37
\p
\v 1 ພໍເມື່ອກະສັດ ເຮເຊກີຢາ ໄດ້ຟັງຄໍາ ລາຍງານນັ້ນ ເພິ່ນກໍຈີກເຄື່ອງນຸ່ງ ຂອງຕົນ ດ້ວຍຄວາມທຸກໃຈ, ໃສ່ເຄື່ອງທີ່ເຮັດດ້ວຍຜ້າ ກະສອບເຂົ້າ ແລະ ໄປທີ່ວິຫານຂອງອົງພຣະຜູ້ເປັນເຈົ້າ.
\v 2 ເພິ່ນໄດ້ໃຊ້ ເອລີອາກິມ ຂ້າຣາຊການ ທີ່ຮັບຜິດຊອບວັງ; ເສັບນາ ເລຂາທິການ ປະຈາໍວັງ ແລະ ປະໂຣຫິດ ຜູ້ອາວຸໂສ ໄປຫາຜູ້ທາໍນວາຍ ເອຊາຢາ ລູກຊາຍຂອງ ອາໂມດ. ພວກເຂົານຸ່ງເຄື່ອງ ທີ່ເຮັດດ້ວຍຜ້າ ກະສອບເຂົ້າ ເຊັ່ນກັນ.
\s5
\v 3 ພວກເຂົາໄດ້ ນາໍຖ້ອຍຄໍາ ໄປບອກ ເອຊາຢາ ດັ່ງນີ້: “ມື້ນີ້ແມ່ນ ມື້ທີ່ພວກເຮົາ ເປັນທຸກໃຈຫລາຍ; ພວກເຮົາໄດ້ຮັບໂທດ ໜັກ ແລະ ໄດ້ຮັບຄວາມອັບອາຍ ຂາຍໜ້າ. ພວກເຮົາເປັນ ຄື ແມ່ຍິງ ທີ່ກາໍລັງ ຈະອອກລູກ, ແຕ່ອ່ອນເພຍ ເກີນກວ່າ ທີ່ຈະເບັ່ງລູກ ອອກໄດ້.
\v 4 ຈັກກະພັດ ແຫ່ງ ອັດຊີເຣຍ ໄດ້ສົ່ງຂ້າຣາຊການ ຊັ້ນຜູ້ໃຫຍ່ ມາເວົ້າໝິ່ນປະໝາດພຣະເຈົ້າ ອົງຊົງຊີວິດຢູ່. ຂໍໃຫ້ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງທ່ານ ໄດ້ຍິນຄໍາໝິ່ນປະໝາດ ເຫລົ່ານີ້ ແລະ ລົງໂທດ ພວກທີ່ເວົ້ານັ້ນດ້ວຍ. ສະນັ້ນ ຈົ່ງພາວັນນາ ອະທິຖານພຣະເຈົ້າ ສໍາລັບປະຊາຊົນ ຂອງ ພວກເຮົາ ໃຫ້ມີຊີວິດລອດ ຢູ່ດ້ວຍເຖີດ.”
\s5
\v 5 ເມື່ອ ເອຊາຢາ ໄດ້ຮັບຂໍ້ຄວາມ ຂອງ ກະສັດ ເຮເຊກີຢາ
\v 6 ເພິ່ນຈຶ່ງສົ່ງຄໍາຕອບ ກັບຄືນໄປ ດັ່ງນີ້: “ອົງພຣະຜູ້ເປັນເຈົ້າ ບອກ ທ່ານ ບໍ່ໃຫ້ຕົກໃຈ ຢ້ານກົວ ເພາະຄໍາກ່າວອ້າງຂອງພວກ ອັດຊີເຣຍ ທີ່ວ່າ ພຣະອົງຊ່ວຍພວກທ່ານ ບໍ່ໄດ້.
\v 7 ອົງພຣະຜູ້ເປັນເຈົ້າ ຈະບັນດານໃຫ້ ຈັກກະພັດ ໄດ້ຍິນຂ່າວ ເລົ່າລື ທີ່ຈະເຮັດໃຫ້ເພິ່ນກັບຄືນເມືອ ປະເທດຂອງຕົນເອງ ແລະ ອົງພຣະຜູ້ເປັນເຈົ້າ ຈະໃຫ້ເພິ່ນ ຖືກສັງຫານ ຢູ່ໃນທີ່ນັ້ນ.”
\s5
\v 8 ຂ້າຣາຊການ ຊັ້ນຜູ້ໃຫຍ່ ແຫ່ງ ອັດຊີເຣຍ ຮູ້ວ່າ ຈັກກະພັດໄດ້ຈາກເມືອງ ລາກິດ ໄປແລ້ວ ແລະ ກາໍລັງສູ້ຮົບກັບເມືອງ ຣິບລາ ທີ່ຢູ່ໃກ້ນັ້ນ; ສະນັ້ນຂ້າຣາຊການ ຈຶ່ງໄປທີ່ນັ້ນ ເພື່ອປຶກສາ ຫາລື ກັບເພິ່ນ.
\v 9 ພວກອັດຊີເຣຍ ໄດ້ຂ່າວວ່າ ກອງທັບ ເອຢິບ ນາໍໂດຍກະສັດ ຕີຣາກາ ແຫ່ງ ເອທິໂອເປຍ ກາໍລັງ ຍົກທັບມາໂຈມຕີພວກຕົນ. ເມື່ອໄດ້ຍິນເຊັ່ນນີ້ ຈັກກະພັດ ຈຶ່ງສົ່ງຂໍ້ຄວາມສະບັບໜຶ່ງ ໄປຫາກະສັດ ເຮເຊກີຢາ ແຫ່ງຢູດາຍ ໂດຍບອກວ່າ,
\v 10 “ພຣະ ທີ່ທ່ານໄວ້ວາງໃຈນັ້ນ ໄດ້ບອກວ່າ, ທ່ານຈະບໍ່ຕົກຢູ່ໃຕ້ ອໍານາດ ຂອງເຮົາ ແຕ່ຢ່າໃຫ້ສິ່ງນັ້ນ ຫລອກລວງ ທ່ານເລີຍ.
\s5
\v 11 ທ່ານໄດ້ຍິນແລ້ວ ສິ່ງທີ່ຈັກກະພັດ ແຫ່ງ ອັດຊີເຣຍ ເຮັດກັບທຸກປະເທດ ທີ່ເພິ່ນ ຕັ້ງໃຈຈະທໍາລາຍ. ທ່ານຄິດວ່າ ທ່ານຈະປົບໜີ ພົ້ນໄດ້ບໍ?
\v 12 ພວກບັນພະບຸລຸດ ຂອງ ຂ້າພະເຈົ້າ ໄດ້ທາໍລາຍເມືອງ ເຫລົ່ານີ້ເຊັ່ນ: ໂກຊານ, ຮາຣານ ແລະ ເຣເຊັບ ທັງໄດ້ຂ້າປະຊາຊົນຊາວ ເບັດເທເດນ ທີ່ໄດ້ອາໄສຢູ່ ໃນເມືອງ ເຕລາຊາ ແລະ ບັນດາພະ ຂອງ ພວກເຂົາ ກໍຊ່ວຍພວກເຂົາບໍ່ໄດ້ເລີຍ.
\v 13 ກະສັດ ແຫ່ງນະຄອນ ຮາມັດ, ອັກປັດ, ເຊຮາວາອີມ, ເຮນາ ແລະ ອີວາ ຢູ່ໃສໝົດແລ້ວ?”
\s5
\v 14 ກະສັດ ເຮເຊກີຢາ ໄດ້ຈັບເອົາຂໍ້ຄວາມ ຈາກພວກຜູ້ສົ່ງຂ່າວ ມາອ່ານ. ແລ້ວເພິ່ນກໍໄປ ຍັງພຣະວິຫານ ວາງຂໍ້ຄວາມນັ້ນ ໄວ້ຊ້ອງໜ້າ ອົງພຣະຜູ້ເປັນເຈົ້າ
\v 15 ແລະ ພາວັນນາ ອະທິຖານ ວ່າ,
\v 16 “ໂອ ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດຍິ່ງໃຫຍ່ ພຣະເຈົ້າ ຂອງຊາດ ອິດສະຣາເອນ ເອີຍ ພຣະອົງນັ່ງທີ່ເທິງເຄຣຸບ ພຣະອົງເທົ່ານັ້ນ ເປັນພຣະເຈົ້າ ທີ່ປົກຄອງ ອານາຈັກ ທັງໝົດ ຢູ່ໃນແຜ່ນດິນໂລກນີ້. ພຣະອົງເປັນຜູ້ສ້າງແຜ່ນດິນໂລກ ແລະ ທ້ອງຟ້າ.
\s5
\v 17 ບັດນີ້ ອົງພຣະຜູ້ເປັນເຈົ້າ ເອີຍ ຂໍໂຜດ ຟັງຂ້ານ້ອຍທັງຫລາຍ ແລະ ເບິ່ງສິ່ງທີ່ກາໍລັງ ເກີດຂຶ້ນກັບພວກຂ້ານ້ອຍ ນັ້ນດ້ວຍ. ໂຜດ ຟັງ ສິ່ງທັງໝົດທີ່ ເຊັນນາເກຣິບ ກາໍລັງເວົ້າ ໝິ່ນປະໝາດພຣະອົງ ພຣະເຈົ້າອົງຊົງຊີວິດຢູ່.
\v 18 ຂ້າແດ່ອົງພຣະຜູ້ເປັນເຈົ້າ ພວກຂ້ານ້ອຍ ທຸກຄົນຮູ້ວ່າ ຈັກກະພັດແຫ່ງ ອັດຊີເຣຍ ໄດ້ທາໍລາຍ ຫລາຍຊົນຊາດ, ໄດ້ເຮັດໃຫ້ ດິນແດນຂອງພວກເຂົາ ຮົກຮ້າງ ຫວ່າງເປົ່າ,
\s5
\v 19 ທັງໄດ້ເຜົາ ບັນດາພະ ຂອງພວກເຂົາ ຖິ້ມ ຊຶ່ງບໍ່ແມ່ນ ພຣະແທ້, ແຕ່ເປັນພຽງຮູບໄມ້ ແລະ ຫິນທີ່ມືມະນຸດ ໄດ້ເຮັດຂຶ້ນ ເທົ່ານັ້ນ.
\v 20 ແຕ່ບັດນີ້ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງຂ້ານ້ອຍທັງຫລາຍ ເອີຍ ຂໍໂຜດຊ່ວຍກູ້ ເອົາພວກຂ້ານ້ອຍ ໃຫ້ພົ້ນຈາກພວກ ອັດຊີເຣຍ ດ້ວຍເຖີດ ເພື່ອວ່າ ຊົນຊາດທງັ ໝົດ ທີ່ຢູ່ໃນໂລກ ຈະໄດ້ຮູ້ວ່າພຣະອົງ ຜູ້ດຽວ ແຕ່ເທົ່ານັ້ນ ທີ່ເປັນພຣະເຈົ້າ.”
\s5
\v 21 ແລ້ວ ເອຊາຢາ ກໍໄດ້ສົ່ງຖ້ອຍຄໍາ ໄປບອກກະສັດ ເຮເຊກີຢາ ເຖິງຄໍາຕອບ ຕໍ່ຄໍາພາວັນນາ ອະທິຖານ ຂອງເພິ່ນ
\v 22 ອົງພຣະຜູ້ເປັນເຈົ້າ ໄດ້ກ່າວ ວ່າ, “ເຊັນນາເກຣິບ ເອີຍ ນະຄອນເຢຣູຊາເລັມ ກໍຫົວເຍາະເຍີ້ຍ ເຈົ້າ.
\v 23 ເຈົ້າຄິດວ່າ ເຈົ້າເວົ້າໝິ່ນປະໝາດ ຜູ້ໃດ? ເຈົ້າບໍ່ໄດ້ ເຄົາຣົບຢໍາເກງເຮົາ ພຣະເຈົ້າອົງບໍຣິສຸດ ຂອງຊາດ ອິດສະຣາເອນ.
\s5
\v 24 ເຈົ້າໄດ້ສົ່ງຜູ້ຮ້ບໃຊ້ ຂອງເຈົ້າ ມາຄຸຍໂມ້ ໃສ່ເຮົາວ່າ ດ້ວຍລົດຮົບທັງໝົດ ເຈົ້າໄດ້ຕີເອົາ ພູເຂົາໜ່ວຍສູງ ທີ່ສຸດຂອງ ເລບານອນ. ເຈົ້າຄຸຍໂມ້ວ່າ ເຈົ້າໄດ້ຕັດຕົ້ນ ແປກ ທີ່ງາມທີ່ສຸດ ແລະ ຕົ້ນສົນ ທີ່ສູງທີ່ສຸດ ລົງ ແລະ ທັງໄດ້ເຂົ້າ ໄປໃນປ່າເລິກ ທີ່ສຸດ ດ້ວຍ.
\v 25 ເຈົ້າຄຸຍໂມ້ ວ່າ ເຈົ້າໄດ້ຂຸດນໍ້າສ້າງ ແລະ ດື່ມນໍ້າ ໃນດິນແດນ ຕ່າງດ້າວ ແລະ ທັງຄຸຍອີກ ວ່າ ທະຫານຂອງເຈົ້າ ໄດ້ຢຽບແມ່ນາໍ້ນິນ [ຟ] ຈົນແຫ້ງ.
\s5
\v 26 ເຈົ້າຍັງບໍ່ເຄີຍ ໄດ້ຍິນບໍວ່າ ເຮົາວາງ ແຜນການ ທັງໝົດນີ້ໄວ້ ຕັ້ງນານແລ້ວ? ບັດນີ້ ີ້ ເຮົາກໍດໍາເນີນ ຕາມແຜນການນັ້ນ. ເຮົາໄດ້ໃຫ້ອໍານາດ ແກ່ເຈົ້າ ປ່ຽນນະຄອນ ທີ່ມີປ້ອມ ປ້ອງກັນໃຫ້ ເປັນກອງ ສິ່ງຮົກຮ້າງ ເພພັງ.
\v 27 ປະຊາຊົນ ທີ່ໄດ້ ອາໄສ ຢູ່ໃນທີ່ນັ້ນ ບໍ່ມີກາໍ ລັງ. ພວກເຂົາຕົກໃຈ ຈົນສະຫລົບ ດັ່ງຕົ້ນຫຍ້າ ໃນທົ່ງນາ ຫລື ຫຍ້າຮົກ ຊຶ່ງເກີດທີ່ເທິງຫລັງຄາ ເມື່ອຖືກລົມຮ້ອນ ທາງທິດຕາເວັນ ອອກ ພັດມາ. [ມ]
\s5
\v 28 ແຕ່ເຮົາຮູ້ທຸກສິ່ງ ກ່ຽວກັບເຈົ້າ ຄື ສິ່ງທີ່ ເຈົ້າເຮັດ ແລະ ບ່ອນທີ່ເຈົ້າໄປ. ເຮົາຮູ້ວ່າ ເຈົ້າໂກດແຄ້ນ ເຮົາສໍ່າໃດ.
\v 29 ເຮົາໄດ້ຮັບລາຍງານ ເຖິງຄວາມໂກດແຄ້ນ ແລະ ຄວາມ ຈອງຫອງ ຂອງເຈົ້າ; ບັດນີ້ ເຮົາຈະເອົາເບັດເກາະດັງເຈົ້າ, ຈະເອົາບັງຫຽນ ໃສ່ປາກເຈົ້າ ແລະ ພາກັບຄືນ ໄປທາງເກົ່າ ທີ່ເຈົ້າມາ.”
\s5
\v 30 ແລ້ວ ເອຊາຢາ ກໍໄດ້ກ່າວແກ່ ກະສັດ ເຮເຊກີຢາ ວ່າ, “ນີ້ແມ່ນ ເຄື່ອງໝາຍ ຂອງ ເຫດການ ທີ່ຈະເກີດຂຶ້ນ. ໃນປີນີ້ ກັບ ປີໜ້າ ທ່ານ ຈະໄດ້ກິນ ແຕ່ເມັດພືດ ໃນປ່າ ເທົ່ານັ້ນ, ແຕ່ໃນ ປີຕໍ່ໄປ ທ່ານສາມາດປູກຝັງ ທັງເກັບກ່ຽວ ແລະ ປູກໝາກອະງຸ່ນ ກິນໄດ້.
\s5
\v 31 ພວກທີ່ລອດຊີວິດ ຢູ່ໃນ ຢູດາຍ ຈະຮຸ່ງເຮືອງຂຶ້ນດັ່ງ ຕົ້ນໄມ້ ທີ່ຢັ່ງຮາກລົງເລິກ ໃນພື້ນດິນ ແລະ ເກີດໝາກໄດ້ຫລາຍ.
\v 32 ໃນນະຄອນ ເຢຣູຊາເລັມ ແລະ ທີ່ພູເຂົາ ຊີໂອນ ຈະມີປະຊາຊົນ ທີ່ລອດຊີວິດ ຢູ່ເພາະ ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດ ຍິ່ງໃຫຍ່ ໄດ້ກາໍນົດ ໄວ້ວ່າ ສິ່ງເຫລົ່ານັ້ນ ຈະເກີດຂຶ້ນ ແທ້.
\s5
\v 33 ສິ່ງທີ່ອົງພຣະຜູ້ເປັນເຈົ້າ ໄດ້ກ່າວໄວ້ ເຖິງຈັກກະພັດ ອັດຊີເຣຍ ນັ້ນມີດັ່ງນີ້: ລາວຈະບໍ່ໄດ້ ເຂົ້າມາໃນນະຄອນນີ້ ຫລື ແມ່ນແຕ່ ຍິງທະນູ ລູກດຽວເຂົ້າໄປ. ບໍ່ມີທະຫານ ຄົນໃດທີ່ຈະຖືໂລ້ ເຂົ້າມາໃກ້ ແລະ ຈະບໍ່ມີຜູ້ໃດ ສ້າງ ສິ່ງປິດລ້ອມນະຄອນ.
\v 34 ລາວຈະ ກັບຄືນເມືອ ທາງເກົ່າ ທີ່ລາວໄດ້ມາ ໂດຍບໍ່ໄດ້ເຂົ້າມາ ໃນນະຄອນ. ” ອົງພຣະຜູ້ເປັນເຈົ້າ ໄດ້ກ່າວ ດັ່ງນີ້ແຫລະ.
\s5
\v 35 “ເຮົາຈະປ້ອງກັນ ແລະ ຮັກສາ ນະຄອນ ນີ້ໄວ້ ເພື່ອເຫັນແກ່ກຽດຂອງເຮົາເອງ ແລະ ຍ້ອນຄໍາສັນຍາ ທີ່ເຮົາໄດ້ເຮັດໄວ້ ກັບ ດາວິດ ຜູ້ຮັບໃຊ້ຂອງເຮົາ.”
\s5
\v 36 ຕໍ່ມາ ເທວະດາ ຕົນໜຶ່ງ ຂອງ ອົງພຣະຜູ້ເປັນເຈົ້າ ໄດ້ເຂົ້າໄປ ທີ່ຄ້າຍພັກ ຂອງ ກອງທັບ ອັດຊີເຣຍ ແລະ ຂ້າທະຫານ ໜຶ່ງຮ້ອຍແປດສິບຫັາພັນຄົນ. ພໍເຊົ້າຂອງມື້ໃໝ່ ພວກເຂົາທັງໝົດ ກໍນອນຕາຍ ເດຍລະດາດ ຢູ່ທີ່ນັ້ນ
\v 37 ແລ້ວເຈົ້າ ເຊັນນາເກຣິບ ຈັກກະພັດ ແຫ່ງ ອັດຊີເຣຍ ກໍລ່າຖອຍກັບຄືນເມືອ ຍັງເມືອງ ນີເນເວ.
\s5
\v 38 ມີມື້ໜຶ່ງ ໃນຂະນະທີ່ເພິ່ນ ກໍາລັງຂາບໄຫວ້ ນີຊະໂລກ ພະຂອງຕົນ ຢູ່ໃນວິຫານ ອັດຣໍາເມເຫລັກ ແລະ ຊາເຣເຊ ລູກຊາຍສອງຄົນ ຂອງເພິ່ນໄດ້ສັງຫານເພິ່ນ ດ້ວຍດາບຂອງພວກເຂົາ ແລ້ວກໍປົບໜີໄປຍັງ ດິນແດນ ອາຣາຣັດ. ເອຊາຮັດໂດນ ລູກຊາຍອີກຄົນໜຶ່ງຂອງເພິ່ນໄດ້ຂຶ້ນເປັນ ຈັກກະພັດ ແທນ.
\s5
\c 38
\p
\v 1 ໃນສະໄໝນັ້ນ ກະສັດ ເຮເຊກີຢາ ໄດ້ລົ້ມ ປ່ວຍເກືອບຕາຍ. ຜູ້ທາໍນວາຍ ເອຊາຢາ ລູກຊາຍຂອງ ອາໂມດ ໄດ້ໄປຢ້ຽມຢາມເພິ່ນ ແລະ ກ່າວຕໍ່ເພິ່ນວ່າ, “ອົງພຣະຜູ້ເປັນເຈົ້າ ບອກທ່ານ ວ່າ ຈົ່ງຈັດການ ກັບການບ້ານ ການເມືອງ ໃຫ້ຮຽບຮ້ອຍ ເພາະທ່ານຕ້ອງ ຕາຍ ແລະ ຈະບໍ່ຫາຍດີ. ”
\v 2 ເຈົ້າເຮເຊກີຢາ ປິ່ນໜ້າ ເຂົ້າຝາ ແລະ ພາວັນນາອະທິຖານ ວ່າ,
\v 3 “ຂ້າແດ່ ອົງພຣະຜູ້ເປັນເຈົ້າ ຈົ່ງລະນຶກເຖິງດ້ວຍວ່າ ຂ້ານ້ອຍໄດ້ຮັບໃຊ້ ພຣະອົງ ດ້ວຍຄວາມສັດຊື່ ແລະ ດ້ວຍຄວາມ ຈົງຮັກພັກດີ ແລະ ຂ້ານ້ອຍກໍບໍາເພັນຕົນ ກະທາໍແຕ່ສິ່ງທີ່ ພຣະອົງຕ້ອງການ ໃຫ້ຂ້ານ້ອຍ ກະທໍາທັງສິ້ນ. ” ແລ້ວເພິ່ນກໍຮ້ອງໄຫ້ຂຶ້ນຢ່າງ ຂົມຂື່ນ.
\s5
\v 4 ຕໍ່ມາ ອົງພຣະຜູ້ເປັນເຈົ້າ ໄດ້ສັ່ງ ເອຊາຢາ
\v 5 ໃຫ້ກັບຄືນ ໄປຫາເຈົ້າ ເຮເຊກີຢາ ແລະ ບອກ ວ່າ, “ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງ ດາວິດ ບັນພະບຸລຸດ ຂອງ ເຈົ້າໄດ້ກ່າວ ດັ່ງນີ້ວ່າ, ເຮົາໄດ້ຍິນ ຄໍາພາວັນນາອະທິຖານ ແລະ ໄດ້ເຫັນນາໍ້ຕາ ຂອງເຈົ້າ; ສະນັ້ນ ເຮົາຈຶ່ງຈະໃຫ້ເຈົ້າ ມີຊີວິດຢູ່ຕື່ມອີກ ສິບຫ້າປີ.
\v 6 ເຮົາຈະຊ່ວຍກູ້ເອົາເຈົ້າ ແລະ ນະຄອນ ເຢຣູຊາເລັມ ຈາກຈັກກະພັດ ອັດຊີເຣຍ ແລະ ເຮົາຈະສືບຕໍ່ປົກປ້ອງ ນະຄອນນີ້.”
\s5
\v 7 “ອັນນີ້ ແມ່ນໝາຍສໍາຄັນ ຂອງ ອົງພຣະຜູ້ເປັນເຈົ້າ ທີ່ມີແກ່ທ່ານ ເພື່ອພິສູດ ວ່າ ອົງພຣະຜູ້ເປັນເຈົ້າ ຈະດໍາເນີນການ ຕາມທີ່ພຣະອົງໄດ້ສັນຍາ:
\v 8 ເທິງຂັ້ນໄດ ທີ່ເຈົ້າ ອາຮາດ ໄດ້ສ້າງ ອົງພຣະຜູ້ເປັນເຈົ້າຈະເຮັດ ໃຫ້ເງົາຖອຍຫລັງສິບຂັ້ນ. ” [ຢ] ແລະ ເງົານັ້ນ ກໍໄດ້ຖອຍຫລັງ ເທິງຂັ້ນໄດນັ້ນ ສິບຂັ້ນ.
\s5
\v 9 ຫລັງຈາກເຈົ້າ ເຮເຊກີຢາ ໄດ້ຫາຍດີ ຈາກການເຈັບປ່ວຍ ຂອງຕົນແລ້ວ ເພິ່ນໄດ້ແຕ່ງບົດເພງນີ້ ສັນລະເສີນພຣະເຈົ້າ:
\v 10 “ຂ້ານ້ອຍ ຄິດວ່າ ໄວກາງຊີວິດ ພວມຜ່ານໄປ ເວລາທີ່ເຫລືອ ກໍຖືກມອບໃຫ້ ແດນມໍຣະນາ ແລ້ວ.
\v 11 ຂ້ານ້ອຍຄິດວ່າ ຈະບໍ່ໄດ້ເຫັນ ພຣະເຈົ້າ ໃນໂລກຄົນເປັນ ຫລື ຈະບໍ່ໄດ້ເຫັນ ຄົນທີ່ຍັງມີ ຊີວິດຢູ່.
\s5
\v 12 ຊີວິດຂ້ານ້ອຍ ຖືກຕັດຂາດ ໃຫ້ສິ້ນສຸດ ລົງ ດັ່ງຜ້າເຕັນ ທີ່ກາໍລັງຖືກມ້າງ ດັ່ງຜ້າ ທີ່ຖືກ ຕັດອອກຈາກຫູກ ເປັນຜືນ ໆ ຂ້ານ້ອຍຄິດວ່າ ພຣະອົງໃຫ້ຈົບຊີວິດ ສາແລ້ວ. [ຣ]
\v 13 ທັງຄືນ ຂ້ານ້ອຍໄດ້ແຕ່ ຮ້ອງເຈັບປວດ ເຫລືອຫລາຍ ຄ້າຍດັ່ງໂຕສິງ ພວມຫັກກະດູກ ຂ້ານ້ອຍຖິ້ມ. ຂ້ານ້ອຍຫວນແຕ່ຄິດ ຕະຫລອດມາ ວ່າ ພຣະເຈົ້າພວມໃຫ້ຂ້ານ້ອຍ ຈົບຊີວິດສາແລ້ວ. [ລ]
\s5
\v 14 ສຽງຂ້ານ້ອຍ ດັບມ້ອຍໆ ຄ່ອຍໆ ອ່ອນແຮງລົງ ຂ້ານ້ອຍໄດ້ ແຕ່ຄວນຄາງ ດັ່ງນົກ ເຂົາ ຮ່ຳຮ້ອງ. ຕາຂ້ານ້ອຍ ອ່ອນແຮງ ບໍ່ຢາກ ເບິ່ງຂຶ້ນ ສູ່ສະຫວັນ ຂ້າແດ່ອົງພຣະຜູ້ເປັນເຈົ້າ ໂຜດຊ່ວຍກູ້ ຈາກຄວາມທຸກ ນີ້ດ້ວຍ.
\v 15 ພຣະອົງໃຫ້ສິ່ງນີ້ ເກີດຂຶ້ນ ຜູ້ໃດນໍເວົ້າຫຍັງໄດ້ ້ແດ່? ດັ່ງນັ້ນແຫລະ ໃຈຂອງຂ້ານ້ອຍ ຈຶ່ງຂົມຂື່ນນອນ ບໍ່ຫລັບ.
\s5
\v 16 ຂ້າແດ່ ອົງພຣະຜູ້ເປັນເຈົ້າ ຂ້ານ້ອຍ ຈະມີຊີວິດຢູ່ ແຕ່ເພື່ອພຣະອົງໂຜດຊົງປິ່ນປົວ ຂ້ານ້ອຍ ແລະ ໃຫ້ມີຊີວິດຢູ່ດ້ວຍ. [ວ]
\v 17 ແລ້ວຄວາມຂົມຂື່ນ ກໍຈະຫັນປ່ຽນເປັນ ສັນຕິສຸກ ເພາະພຣະອົງເອງ ຊ່ວຍກູ້ເອົາ [ຫ] ຊີວິດຂ້ານ້ອຍ​ໄວ້ ໂດຍ​ເຮັດ​ໃຫ້​ພົ້ນ​ຈາກ​ອັນ​ຕະລາຍທຸກຢ່າງ ການບາບຂອງຂ້ານ້ອຍ ກໍໄດ້ຮັບອະໄພ.
\s5
\v 18 ບໍ່ມີຜູ້ໃດ ຍ້ອງຍໍສັນລະເສີນ ພຣະເຈົ້າ ໄດ້ໃນແດນມໍຣະນາ ຄົນຕາຍວາງໃຈ ໃນ ຄວາມສັດຊື່ ຂອງ ພຣະອົງບໍ່ໄດ້.
\v 19 ແມ່ນ ຜູ້ທີ່ມີຊີວິດຢູ່ ເທົ່ານັ້ນ ທີ່ສັນລະເສີນພຣະອົງ ດັ່ງທີ່ຂ້ານ້ອຍ ສັນລະເສີນພຣະອົງ ຢູ່ດຽວນີ້. ດັ່ງພໍ່ແມ່ ບອກສອນ ພວກລູກໆ ຂອງຕົນເຖິງ ຄວາມສັດຊື່ ຂອງ ພຣະອົງ ໃຫ້ເຂົາໄດ້ຮູ້.
\s5
\v 20 ຂ້າແດ່ ອົງພຣະຜູ້ເປັນເຈົ້າ ພຣະອົງປິ່ນ ປົວຂ້ານ້ອຍ ໃຫ້ຫາຍດີ ຂ້ານ້ອຍຈະດີດກິດຕາ ແລະ ສັນລະເສີນ ອົງພຣະຜູ້ເປັນເຈົ້າ ທັງຮ້ອງລໍາ ທາໍເພງ ພ້ອມຖວາຍແກ່ພຣະອົງ ໃນພຣະວິຫານ ຕາບເທົ່າທີ່ຍັງມີຊີວິດຢູ່.”
\s5
\v 21 ເອຊາຢາ ໄດ້ບອກກະສັດ ໃຫ້ເອົາແປ້ງ ທີ່ເຮັດດ້ວຍ ໝາກເດື່ອ ໂພະໃສ່ບ່ອນ ທີ່ເພິ່ນເຈັບປວດ ແລະ ເພິ່ນກໍຈະຫາຍດີ ເປັນປົກກະຕິ.
\v 22 ແລ້ວກະສັດ ເຮເຊກີຢາ ກໍຖາມວ່າ, “ແມ່ນຫຍັງ ຈະເປັນສິ່ງບອກໃຫ້ ເຮົາຮູ້ເພື່ອພິສູດ ວ່າ ເຮົາຈະສາມາດໄປຍັງ ພຣະວິຫານໄດ້?”
\s5
\c 39
\p
\v 1 ໃນເວລາດຽວກັນນັ້ນ ເມໂຣດັກ ບາລາດານ ກະສັດແຫ່ງ ບາບີໂລນ ລູກຊາຍຂອງ ບາລາດານ ໄດ້ຍິນວ່າ ກະສັດ ເຮເຊກີຢາ ລົ້ມປ່ວຍ; ດັ່ງນັ້ນ ເພິ່ນຈຶ່ງສົ່ງຈົດ ໝາຍ ແລະ ຂອງຂວັນມາໃຫ້.
\v 2 ກະສັດ ເຮເຊກີຢາ ໄດ້ຕ້ອນຮັບ ຄະນະທູດ ເປັນຢ່າງດີ ແລະ ພາເລາະຊົມບ່ອນຮັກສາ ຊັບສົມບັດຂອງຕົນ ເຊັ່ນ: ເງິນ, ຄໍາ, ເຄື່ອງເທດ ກັບ ເຄື່ອງຫອມ ແລະ ອາວຸດຍຸດທະພັນ ທັງໝົດ ໃນກອງທັບ. ບໍ່ມີບ່ອນໃດ ໃນຄັງມ້ຽນເຄື່ອງ ຫລື ບ່ອນອື່ນ ໆ ໃນຣາຊອານາຈັກ ທີ່ເພິ່ນບໍ່ ໄດ້ພາ ພວກເຂົາເລາະຊົມ.
\s5
\v 3 ແລ້ວຜູ້ທາໍນວາຍ ເອຊາຢາ ກໍໄດ້ມາຫາ ເຈົ້າ ເຮເຊກີຢາ ແລະ ຖາມເພິ່ນວ່າ, “ຄົນເຫລົ່ານີ້ ມາແຕ່ໃສ ແລະ ພວກເຂົາເວົ້າຫຍັງ ແດ່ກັບທ່ານ? ” ເຈົ້າເຮເຊກີຢາ ໄດ້ຕອບວ່າ, “ພວກເຂົາມາແຕ່ປະເທດໄກ ຄື ມາຈາກ ບາບີໂລນ. ”
\v 4 ເອຊາຢາ ຖາມອີກວ່າ, “ພວກເຂົາໄດ້ເຫັນຫຍັງແດ່ ໃນວັງ? ” ເພິ່ນຕອບວ່າ, “ພວກເຂົາເຫັນ ໝົດທຸກສິ່ງບໍ່ມີ ບ່ອນໃດ ໃນຄັງມ້ຽນເຄື່ອງ ທີ່ເຮົາບໍ່ໄດ້ພາ ພວກເຂົາເລາະຊົມ.”
\s5
\v 5 ແລ້ວ ເອຊາຢາ ກໍບອກກະສັດ ວ່າ, “ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດ ຍິ່ງໃຫຍ່ ກ່າວວ່າ
\v 6 ເວລາມາເຖິງແລ້ວ ທີ່ທຸກໆ ສິ່ງໃນວັງຂອງທ່ານ ຄື ທຸກສິ່ງທີ່ບັນພະບຸລຸດ ຂອງທ່ານໄດ້ ສະສົມໄວ້ ຈົນຮອດ ມື້ນີ້ ຈະ ຖືກຂົນໄປຍັງ ບາບີໂລນ. ຈະບໍ່ມີສິ່ງໃດ ເຫລືອຢູ່ເລີຍ.
\s5
\v 7 ພວກທີ່ເປັນເຊື້ອສາຍແທ້ ຂອງທ່ານບາງຄົນ ຈະຖືກຈັບໄປ ເປັນຊາຍຕອນ ເພື່ອຮັບໃຊ້ ຢູ່ໃນວັງ ຂອງກະສັດແຫ່ງ ບາບີໂລນ. ”
\v 8 ກະສັດ ເຮເຊກີຢາ ໄດ້ເຂົ້າໃຈ ເລື່ອງນີ້ ໂດຍ ຕີຄວາມໝາຍເອົາວ່າ ໃນຣາຊການຂອງເພິ່ນນັ້ນ ຈະມີຄວາມສະຫງົບສຸກ ແລະ ມີຄວາມ ໝັ້ນຄົງດີ; ສະນັ້ນເພິ່ນ ຈຶ່ງຕອບວ່າ, “ຖ້ອຍຄໍາ ທີ່ອົງພຣະຜູ້ເປັນເຈົ້າ ໄດ້ໃຫ້ເຈົ້ານາໍມາ ບອກເຮົານັ້ນ ດີຫລາຍ.”
\s5
\c 40
\p
\v 1 ພຣະເຈົ້າ ຂອງ ພວກເຮົາກ່າວ ວ່າ, “ຈົ່ງເລົ້າໂລມ ປະຊາຊົນ ຂອງເຮົາ ຈົ່ງເລົ້າໂລມ ໃຈປະຊາຊົນ ຂອງເຮົາເຖີດ
\v 2 ຈົ່ງຊູໃຈ ປະຊາຊົນຊາວ ນະຄອນ ເຢຣູຊາເລັມ ຈົ່ງບອກ ວ່າ, ພວກເຂົາທົນທຸກ ດົນນານ ພໍແລ້ວ ບັດນີ້ ການບາບຂອງພວກເຂົາ ທັງຫລາຍ ກໍໄດ້ຮັບອະໄພ [ອ] ເສຍແລ້ວ. ເຮົາໄດ້ລົງໂທດ ລົງທັນພວກເຂົາ ໃຫ້ສົມກັບບາບກາໍ ທີ່ພວກເຂົາໄດ້ກະທາໍແລ້ວ.”
\s5
\v 3 ຍັງມີສຽງໜຶ່ງນັ້ນ ຮ້ອງດັງອອກມາວ່າ “ຈົ່ງຕຽມທາງ ໃນຖິ່ນແຫ້ງແລ້ງ ກັນດານ ໃຫ້ພ້ອມ ຈົ່ງຕຽມຫົນທາງ ນັ້ນໄວ້ສໍາລັບ ອົງພຣະຜູ້ເປັນເຈົ້າເດີ ຈົ່ງແປງທາງໃນທະເລຊາຍສໍາລັບພຣະເຈົ້າ ເຖີດ
\v 4 ຈົ່ງຖົມຮ່ອມພູ ທຸກບ່ອນ ໃຫ້ຮາບພຽງກັນ ຈົ່ງຂຸດພູທຸກໜ່ວຍ ລົງໃຫ້ ຮາບພຽງກັນໄວ້. ເນີນພູທັງຫລາຍຈະ ກາຍເປັນທົ່ງຮາບພຽງ ທີ່ແຂງແລະຫຍາບ ຈະຖືກປ່ຽນໃຫ້ເປັນດິນອ່ອນ.
\v 5 ແລ້ວພຣະເຈົ້າ ກໍຈະໃຫ້ເຫັນ ພຣະສະຫງ່າຣາສີ ເປັນພຣະຣັດສະໝີ ມາປາກົດຢ່າງສ່ອງໃສແຈ້ງ ທຸກປະຊາຊາດ ກໍຈະໄດ້ເຫັນພຣະ ສະຫງ່າຣາສີ ອົງພຣະຜູ້ເປັນເຈົ້າເອງ ໄດ້ສັນຍາ ເລື່ອງນີ້ໄວ້. ”
\s5
\v 6 ຍັງມີສຽງໜຶ່ງ ນັ້ນຮ້ອງດັງອອກມາ ວ່າ, “ຈົ່ງໄປປະກາດຖ້ອຍຄໍາ ຂອງ ພຣະອົງ. ” ແລ້ວຂ້າພະເຈົ້າ ກໍໄດ້ເອີ້ນຖາມ ຄືນໄປ ວ່າ, “ແມ່ນຖ້ອຍຄໍາຫຍັງ ທີ່ຂ້ານ້ອຍຈະຕ້ອງປະກາດ? ” ສຽງນັ້ນ ຈຶ່ງໄດ້ກ່າວຕໍ່ໄປອີກ ວ່າ, “ຈົ່ງປະກາດວ່າ ມະນຸດທຸກຄົນເປັນດັ່ງຕົ້ນຫຍ້າ; ຊາຕາກາໍ ຂອງມະນຸດນັ້ນ ຈະຢູ່ບໍ່ໄດ້ດົນ ເພາະທຸກຄົນ ເປັນພຽງແຕ່ດອກໄມ້ປ່າ.
\v 7 ຕົ້ນຫຍ້າ ຫ່ຽວແຫ້ງ ທັງດອກໄມ້ ກໍຫລ່າເຫລືອງ ເມື່ອອົງພຣະຜູ້ເປັນເຈົ້າ ສົ່ງລົມພັດ ມາໃສ່ມະນຸດ ເຮົາບໍ່ອາດທົນທານໄດ້ສັນໃດ ຕົ້ນຫຍ້າ ກໍບໍ່ອາດທົນທານໄດ້ສັນນັ້ນ.
\v 8 ຖືກແລ້ວ ຕົ້ນຫຍ້າຫ່ຽວແຫ້ງ ດອກໄມ້ຫລ່າເຫລືອງ ແຕ່ພຣະຄໍາຂອງພຣະເຈົ້າ ກໍດໍາລົງ ຢູ່ຕະຫລອດໄປເປັນນິດ.”
\s5
\v 9 ຊາວນະຄອນ ເຢຣູຊາເລັມ ເອີຍ ຈົ່ງຂຶ້ນໄປຍັງພູສູງ ຈົ່ງພາກັນໄປປະກາດ ຂ່າວດີຢູ່ທີ່ນັ້ນເຖີດ ຈົ່ງເປັ່ງສຽງຮ້ອງດັງ ໆ ຊາວພູເຂົາ ຊີໂອນ ເອີຍ ຈົ່ງປະກາດຂ່າວດີ [ຮ] ຢ່າຢ້ານກົວສິ່ງໃດໆ ທັງນັ້ນ. ຈົ່ງບອກເມືອງຕ່າງໆ ຂອງຊາວ ຢູດາຍ ວ່າ ພຣະເຈົ້າຂອງພວກເຂົາ ກາໍລັງສະເດັດມາຮອດ
\v 10 ດ້ວຍຣິດທານຸພາບ ພຣະອົງຈະມາປົກຄອງ ໂດຍນາໍ ຄົນທີ່ພຣະອົງ ໄດ້ຊ່ວຍກູ້ເອົາມາພ້ອມ. [ກ]
\s5
\v 11 ພຣະອົງຈະລ້ຽງແກະ ຂອງພຣະອົງ ດັ່ງຄົນລ້ຽງແກະ ຜູ້ໜຶ່ງພຣະອົງ ຈະເຕົ້າໂຮມ ລູກແກະທຸກໂຕໄວ້ ແລະ ອູ້ມເຂົາໄວ້ຢູ່ໃນອ້ອມກອດຂອງພຣະອົງ ຈະນໍາລູກແກະແມ່ ແກະ ເຫລົ່ານັ້ນ ຢ່າງອ່ອນໂຍນ.
\s5
\v 12 ຜູ້ໃດແທກ ມະຫາສະໝຸດ ໄດ້ດ້ວຍ ອົ້ງ ມືຕົນ ຫລື ໃຊ້ຝາມືຕົນແທກ ລວງຍາວ ຂອງ ທ້ອງຟ້າໄດ້? ຜູ້ໃດເອົາຂີ້ດິນ ໃນໂລກນີ້ໄດ້ ໃສ່ເຄື່ອງຜອງ ຕວງເບິ່ງ ຫລື ຊັ່ງພູເຂົາ ແລະ ເນີນພູ ເພື່ອຢາກຮູ້ວ່າ ໜັກເທົ່າໃດ?
\s5
\v 13 ຜູ້ໃດບອກ ອົງພຣະຜູ້ເປັນເຈົ້າ ໄດ້ວ່າ ຄວນຈະເຮັດຫຍັງ? ຫລື ສັ່ງສອນພຣະອົງ ຫລື ແນະນາໍພຣະອົງໄດ້?
\v 14 ພຣະອົງ ປຶກສານໍາຜູ້ໃດ ເພື່ອຢາກຮູ້ ແລະ ເຂົ້າໃຈ ຫລື ສຶກສາຮໍ່າຮຽນ ສິ່ງທັງໝົດໃນໂລກນີ້?
\s5
\v 15 ສໍາລັບ ພຣະອົງແລ້ວ ຊົນຊາດ ຕ່າງໆ ໄຮ້ຄ່າໝົດ ພວກເຂົາເທົ່າທຽມ ກັບຢອດນາໍ້ ຢອດໜຶ່ງເທົ່ານັ້ນ; ພວກເຂົາເປັນພຽງແຕ່ ຂີ້ຝຸ່ນ ທີ່ຊັ່ງເທິງຊີງ ໝູ່ເກາະກໍເປັນພຽງແຕ່ ຂີ້ຝຸ່ນດິນ ສວດຂຶ້ນ.
\v 16 ແມ່ນແຕ່ ສັດຕ່າງໆ ທີ່ຢູ່ໃນປ່າ ເລບານອນ ກໍຍັງບໍ່ມີພຽງພໍ ທີ່ຈະຖວາຍບູຊາ ແກ່ພຣະເຈົ້າ ພ້ອມທັງບັນດາ ກົກໄມ້ທີ່ຢູ່ໃນ ປ່າດົງ ພົງໄພ ກໍຍັງມີແຕ່ໜ້ອຍດຽວ ເພື່ອເຮັດຟືນ ດັງໄຟໄດ້.
\v 17 ຕໍ່ໜ້າພຣະອົງ ຊົນຊາດຕ່າງໆ ໄຮ້ຄ່າທັງໝົດ ພວກເຂົາ ບໍ່ມີປະໂຫຍດຫຍັງຕໍ່ພຣະອົງ ຈັກດີ້.
\s5
\v 18 ພຣະເຈົ້າ ຖືກທຽບໃສ່ ໄດ້ກັບສິ່ງໃດ? ທ່ານພັນລະນາ ໄດ້ບໍວ່າ ພຣະອົງເປັນອັນໃດ ແທ້?
\v 19 ພຣະອົງບໍ່ເປັນດັ່ງຮູບເຄົາຣົບ ທີ່ຖືກສ້າງດ້ວຍມື ທີ່ຊ່າງໂລຫະ ເຄືອບຄໍາ ທັງໃຊ້ເງິນຫລໍ່ຕີນດ້ວຍ.
\v 20 ຄົນທີ່ບໍ່ສາມາດ ຫາເງິນ ຫລື ຄໍາ ມາເຮັດ [ຂ] ກໍເລືອກເອົາໄມ້ ທີ່ມອດ ກັດບໍ່ໄດ້ ມາເຮັດ. ລາວຊອກຫາ ເອົາຊ່າງ ຜູ້ທີ່ຊໍານິ ຊໍານານ ມາສ້າງເປັນຮູບພະ ທີ່ເໜັງຕີງ ໄປມາບໍ່ໄດ້.
\s5
\v 21 ທ່ານບໍ່ຮູ້ບໍ ສິ່ງທີ່ຄົນໄດ້ ກໍ່ຕັ້ງແຕ່ດົນນານ? ບໍ່ໄດ້ຍິນບໍວ່າ ໂລກເຮົາໄດ້ຕັ້ງຕົ້ນຢ່າງໃດ ແທ້?
\v 22 ອົງພຣະຜູ້ເປັນເຈົ້າ ອົງທີ່ນັ່ງເທິງບັນລັງ ຂອງພຣະອົງ ຢູ່ເໜືອແຜ່ນດິນໂລກເຮົາ ແລະ ຢູ່ເທິງທ້ອງຟ້າ; ພຣະອົງໄດ້ສ້າງໂລກນີ້ ດ້ວຍສີມືຂອງພຣະອົງເອງ ພຣະອົງຫລຽວເຫັນມະນຸດ ຄື ໂຕມົດ ຢູ່ເທິງໂລກ. ພຣະອົງກາງທ້ອງຟ້າ ດັ່ງ ກາງຜ້າກັ້ງ ອອກມາ ດັ່ງຄົນກາງຜ້າເຕັນ ເພື່ອ ຈະອາໄສຢູ່.
\s5
\v 23 ພຣະອົງ ປົດນັກປົກຄອງ ຈາກອໍານາດ ຂອງພວກເຂົາ ແລະ ລົດກຽດພວກເຂົາ ລົງຈົນບໍ່ມີຄ່າ ຫຍັງຈັກດີ້.
\v 24 ຄົນເຫລົ່ານັ້ນ ເປັນດັ່ງກົກໄມ້ນ້ອຍໆ ທັງຫລາຍ ທີ່ຫາກໍ່ປູກໃໝ່ ແລະ ຮາກ ຫາກໍ່ຢັ່ງລົງດິນ ເທົ່ານັ້ນ. ເມືື່ອອົງພຣະຜູ້ເປັນເຈົ້າ ໃຫ້ລົມພັດຜ່ານກາຍມາ ມັນກໍຫ່ຽວແຫ້ງ ທັນທີ ແລະຖືກພັດໄປດັ່ງ ເຟືອງເຂົ້າ.
\s5
\v 25 ພຣະເຈົ້າອົງບໍຣິສຸດ ຖືກທຽບໃສ່ ໄດ້ກັບສິ່ງໃດນໍ? ມີຜູ້ໃດແດ່ ທີ່ສໍາຄັນເໝືອນ ດັ່ງພຣະອົງໄດ້?
\v 26 ຈົ່ງເງີຍໜ້າຂຶ້ນສູ່ທ້ອງຟ້າ ເວຫາ ເບິ່ງດູ ຜູ້ໃດສ້າງໝູ່ດວງດາວ ທີ່ທ່ານເຫັນຢູ່ນັ້ນ? ຜູ້ທີ່ນາໍດວງດາວ ມາໄວ້ດັ່ງກອງທັບທະຫານ ຮູ້ຈັກຈໍານວນ ແລະ ເອີ້ນຊື່ດາວ ແຕ່ລະດວງໄດ້ ຣິດອໍານາດຂອງພຣະອົງຍິ່ງໃຫຍ່ ເຫລືອຫລາຍ ຈົນບໍ່ມີດາວ ດວງໃດ ຂາດຫາຍໄປຈັກດວງ
\s5
\v 27 ຊາດອິດສະຣາເອນ ເອີຍ ເປັນຫຍັງ ພວກເຈົ້າຈຶ່ງຈົ່ມວ່າ ພຣະອົງບໍ່ຮູ້ຈັກຄວາມເດືອດຮ້ອນ ຂອງພວກເຈົ້າ ຫລື ບໍ່ເບິ່ງແຍງ ພວກເຈົ້າ ແລະ ເຝົ້າຮັກສາ? ເມື່ອຖືກທົນທຸກ ເພາະຄວາມບໍ່ຍຸດຕິທາໍນັ້ນ?
\v 28 ພວກເຈົ້າ ຕັ້ງບໍ່ຮູ້ ພວກເຈົ້າບໍ່ໄດ້ຍິນບໍ? ອົງພຣະຜູ້ເປັນເຈົ້າ ຄື ພຣະເຈົ້າ ເປັນຢູ່ສືບໄປເປັນນິດ; ພຣະອົງເປັນຜູ້ສ້າງ ສັບພະທຸກສິ່ງຢູ່ໃນໂລກ ເຮົາ ພຣະອົງບໍ່ເຄີຍກ່າວ ວ່າ ພຣະອົງອ່ອນແຮງ ຈັກເທື່ອ ຫລື ພຣະອົງອິດເມື່ອຍ ແຕ່ ປະການໃດເລີຍ ບໍ່ມີຜູ້ໃດເຂົ້າໃຈ ຄວາມຄິດຂອງພຣະອົງໄດ້.
\s5
\v 29 ພຣະອົງເຊີດຊູກາໍລັງ ຜູ້ທີ່ອິດເມື່ອຍອ່ອນແຮງ ແລະໃຫ້ຄວາມເຂັ້ມແຂງ ແກ່ຜູ້ທີ່ຂາດກໍາລັງ.
\v 30 ແມ່ນແຕ່ ຜູ້ທີ່ໜຸ່ມນ້ອຍ ກໍ ຍັງອ່ອນແຮງ ຄົນໜຸ່ມລົ້ມລົງ ເພາະຕົນໝົດ ແຮງໄດ້.
\v 31 ແຕ່ພວກທີ່ລໍຄອຍ ໄວ້ວາງໃຈ ໃນອົງພຣະຜູ້ເປັນເຈົ້າ ຈະໄດ້ຮັບການເສີມກໍາລັງເຮື່ອແຮງຂຶ້ນໃໝ່ ພວກເຂົາຈະບິນຂຶ້ນດ້ວຍປີກດັ່ງນົກອິນຊີ ບິນໄປ; ພວກເຂົາຈະ ແລ່ນໄດ້ ແລະ ບໍ່ອິດເມື່ອຍອ່ອນແຮງ, ພວກເຂົາຈະຍ່າງໄປ ແລະບໍ່ອ່ອນເພຍລົງອີກ.
\s5
\c 41
\p
\v 1 ພຣະເຈົ້າ ຊົງກ່າວ ວ່າ, “ແດນຫ່າງໄກ ຈົ່ງມິດ ແລະ ຟັງ ຈົ່ງຕຽມຄະດີຂອງພວກເຈົ້າ ສະເໜີ ໃນສານເຖີດ; ພວກເຈົ້າຈະໄດ້ມີໂອກາດ ກ່າວ ແລະ ປາໄສ ຈົ່ງມາຕັດສິນ ຊີ້ຂາດ ວ່າ ຜູ້ໃດເປັນຜູ້ຖືກຕ້ອງ. ”
\v 2 “ຜູ້ໃດ ນາໍນັກປາບປາມ ຜູ້ໜຶ່ງ [ຄ] ມາແຕ່ຕາເວັນອອກ ເດ ແລະເຮັດໃຫ້ລາວມີໄຊ ໃນທຸກບ່ອນ ທີ່ລາວໄປນັ້ນ? ຜູ້ໃດໃຫ້ລາວໄຊຊະນະ ກະສັດ ແລະ ຊົນຊາດທັງຫລາຍ? ດາບຂອງ ລາວຟັນພວກເຂົາລົງ ໃຫ້ເປັນຂີ້ຝຸ່ນດິນ ທັງສິ້ນ. ລູກທະນູຂອງລາວ ເຮັດໃຫ້ພວກເຂົາ ກະຈັດກະຈາຍໄປ ເໝືອນດັ່ງເຟືອງ ທີ່ຖືກລົມ ພັດປິວໄປ ຈົນສິ້ນ.
\s5
\v 3 ລາວໄລ່ຕາມ ແລະ ຍົກທັບກ້າວໄປ ຢ່າງປອດໄພ ໄປຢ່າງໄວທີ່ສຸດ ຈົນວ່າຕີນ ບໍ່ຢຽບດິນຊໍ້າ
\v 4 ຜູ້ໃດເປັນຜູ້ທີ່ເຮັດໃຫ້ ເຫດການ ນີ້ເກີດຂຶ້ນມາ? ຜູ້ໃດໄດ້ກາໍນົດ ກົດເກນ ກົງລໍ້ປະຫວັດສາດ? ເຮົາ ຄື ອົງພຣະຜູ້ເປັນເຈົ້າ ຢູ່ທີ່ນັ້ນ ຕັ້ງແຕ່ຕົ້ນມາ ແລະ ຢູ່ທີ່ນັ້ນຈົນຈົບສິ້ນ.
\s5
\v 5 ປະຊາຊົນ ຂອງ ດິນແດນ ທັງຫລາຍ ທີ່ ໄກຫ່າງ ຕ່າງກໍໄດ້ ພົບເຫັນສິ່ງທີ່ເຮົາໄດ້ ກະທາໍນັ້ນ; ພວກເຂົາເກີດຢ້ານ ແລະ ສັ່ນເຊັນ ທັງຕົວ ສະນັ້ນທັງໝົດຈຶ່ງເຕົ້າໂຮມ ກັນມາ ມີໜ້າ.
\v 6 ຊ່າງສີມື ຕ່າງກໍໄດ້ ຊ່ວຍເຫລືອກັນ ແລະກັນ ທັງໃຫ້ກາໍລັງໃຈ ຊຶ່ງກັນແລະກັນ ດ້ວຍ.
\v 7 ຊ່າງໄມ້ເວົ້າ ຕໍ່ຊ່າງຄໍາ ວ່າ, ‘ເຈົ້າ ເຮັດໄດ້ດີຫລາຍ. ຜູ້ທີ່ຕີຮູບເຄົາຣົບ ລະອຽດ ດີ ກໍຊູໃຈຜູ້ທີ່ໃຊ້ ຕະປູຕອກດ້ວຍ. ເຂົາເວົ້າ ວ່າ, ‘ເຈົ້າຊຸບໂລຫະ ເຂົ້າກັນໄດ້ດີຫລາຍ. ຕອກຕະປູ ເຂົ້າຈາໍດີ ເພື່ອຕໍ່ສ່ວນຕ່າງໆ ຂອງ ຮູບເຄົາຣົບ.
\s5
\v 8 ແຕ່ສໍາລັບພວກເຈົ້ານັ້ນ ແມ່ນຊາດ ອິດສະຣາເອນ ເປັນພວກທີ່ອຸທິດຕົວ ເພື່ອການບົວລະບັດ ຮັບໃຊ້ ແມ່ນປະຊາຊົນ ພວກ ໜຶ່ງທີ່ເຮົາໄດ້ ເລືອກເອົາ ຄື ເຊື້ອສາຍ ອັບຣາຮາມ ມິດສະຫາຍ ຂອງເຮົານັ້ນ.
\v 9 ເຮົາໄດ້ນາໍພວກເຈົ້າ ມາຈາກທີ່ສຸດປາຍ ແຜ່ນດິນ ເຮົາໄດ້ເອີ້ນພວກເຈົ້າ ມາຈາກທີ່ສຸດ ທຸກມຸມໂລກ ແລະ ກ່າວວ່າ, ‘ພວກເຈົ້າ ຄື ຜູ້ ຮັບໃຊ້ ຂອງເຮົາ ເຮົາບໍ່ເຄີຍປະຖິ້ມ ແຕ່ເລືອກເອົາພວກເຈົ້າໄວ້.
\s5
\v 10 ເພາະເຮົາຢູ່ກັບພວກເຈົ້າ ສະນັ້ນຢ່າສູ່ຢ້ານກົວ ຢ່າສູ່ຢ້ານສິ່ງໃດໆ ເຮົາ ຄື ພຣະເຈົ້າ ຂອງພວກເຈົ້າ ເຮົາຈະຊ່ວຍຊູ ໃຫ້ພວກເຈົ້າ ໄດ້ເຂັ້ມແຂງ ເຮົາຈະປົກປັກຮັກສາ ຊ່ວຍ ພວກເຈົ້າໃຫ້ພົ້ນ.
\s5
\v 11 ຜູ້ໃດທີ່ໂກດຮ້າຍພວກເຈົ້າ ຈະພ່າຍແພ້ ຢ່າງອັບອາຍ ຜູ້ໃດທີ່ຕໍ່ສູ້ພວກເຈົ້າ ຈະຕ້ອງຕາຍເປັນແນ່
\s5
\v 12 ພວກເຂົາຈະສາບສູນ ຈາກແຜ່ນດິນໂລກ ນີ້ໄປທຸກຄົນ ທີ່ຕໍ່ສູ້ເຈົ້າທັງຫລາຍ ຈະບໍ່ ມີຄຸນຄ່າ.
\v 13 ເຮົາ ຄື ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າໃດ ເຮົາເປັນຜູ້ທີ່ໃຫ້ ກາໍລັງ ທັງສັ່ງສອນພວກເຈົ້າ ຢ່າສູ່ພາກັນ ຢ້ານກົວ ແຕ່ຢ່າງໃດເລີຍ ເຮົາຈະຊ່ວຍຊູ ກອບກູ້ເອົາພວກເຈົ້າໄວ້.”
\s5
\v 14 ພຣະເຈົ້າ ກ່າວ ວ່າ, “ອິດສະຣາເອນ ເອີຍ ຢ່າຢ້ານ. ” ເຖິງແມ່ນ ພວກເຈົ້າໜ້ອຍ ທັງ ອ່ອນແຮງ ເຮົາກໍຈະຊ່ວຍເຈົ້າ. ອົງພຣະຜູ້ເປັນເຈົ້າ ອົງບໍຣິສຸດຂອງຊາດ ອິດສະຣາເອນ ຄື ຜູ້ທີ່ຊ່ວຍພວກເຈົ້າ ໃຫ້ພົ້ນ.
\v 15 ເຮົາຈະ ໃຫ້ເຈົ້າ ເປັນດັ່ງແປ້ນ ຟາດເມັດເຂົ້າໃດ ເປັນ ເຫລັກແຫລມ ໃໝ່ອ່ຽມ ແລະ ທັງຄົມດີດ້ວຍ. ເຈົ້າຈະຟາດ ແລະ ທາໍລາຍ ພູເຂົາໜ່ວຍ ຕ່າງໆ ລົງ ເນີນພູຈະໝຸ່ນລະລາຍ ເປັນຂີ້ຝຸ່ນດິນ ໄປສິ້ນ.
\s5
\v 16 ເຈົ້າຈະໂຍນມັນຂຶ້ນ ທີ່ເທິງອາກາດ ເວຫາ; ລົມ ແລະ ພະຍຸຈະພັດມັນຊະໄປໝົດ ສິ້ນ. ແຕ່ເຈົ້າຈະຊົມຊື່ນຍິນດີ ໃນອົງພຣະຜູ້ເປັນເຈົ້າ ແລະ ຈະຍົກຍໍ ອົງບໍຣິສຸດຂອງຊາດ ອິດສະຣາເອນ.
\s5
\v 17 ເມື່ອປະຊາຊົນຂອງເຮົາ ຊອກນໍ້າດື່ມ ເພາະຫິວ ເມື່ອລໍາຄໍ ຂອງພວກເຂົາແຫ້ງ ກະຫາຍ ຫິວນໍ້າດື່ມ; ແລ້ວເຮົາ ຄື ອົງພຣະຜູ້ ເປັນເຈົ້າ ຈະຕອບພວກເຂົາ ເຮົາຄື ພຣະເຈົ້າ ແຫ່ງ ອິດສະຣາເອນ ຈະບໍ່ປະຖິ້ມເຂົາ ຈັກເທື່ອ.
\v 18 ເຮົາຈະໃຫ້ມີນາໍ້ໄຫລຜ່ານໄປສູ່ ພູເຂົາທີ່ແຫ້ງແລ້ງ ແລະ ມີນາໍ້ພຸ ຫລັ່ງໄຫລ ໃນຮ່ອມພູ ດ້ວຍ. ເຮົາຈະປ່ຽນ ຖິ່ນແຫ້ງແລ້ງ ເປັນສະນໍ້າທັງຫລາຍ ປ່ຽນດິນ ທີ່ແລ້ງຝົນ ເປັນບ່ອນທີ່ມີນາໍ້ພຸ ໄຫລຫລັ່ງ.
\s5
\v 19 ເຮົາຈະໃຫ້ຕົ້ນແປກ ເກີດໃນຖິ່ນແຫ້ງ ແລ້ງກັນດານ ຕົ້ນກະຖິນເທດ ຕົ້ນໄມ້ຫອມ ຕົ້ນໝາກກອກເທດ. ໃນດິນແດນແຫ້ງແລ້ງ ປ່າໄມ້ ຈະເກີດມີມາ ຄື ປ່າຕົ້ນສົນ ກັບພຸ່ມໄມ້ ແລະ ຕົ້ນແປກ.
\v 20 ປະຊາຊົນ ຈະໄດ້ເຫັນ ສິ່ງນີ້ ແລະ ຈະໄດ້ຮູ້ຈັກວ່າ ມື ຂອງອົງພຣະຜູ້ ເປັນເຈົ້າ ໄດ້ກະທາໍການນີ້. ພວກເຂົາຈະເລີ່ມ ເຂົ້າໃຈເຖິງພຣະເຈົ້າ ອົງບໍຣິສຸດຂອງ ອິດສະຣາເອນ ທີ່ໄດ້ເຮັດໃຫ້ສິ່ງທັງໝົດ ເກີດຂຶ້ນ.”
\s5
\v 21 ອົງພຣະຜູ້ເປັນເຈົ້າ ອົງຊົງເປັນກະສັດ ແຫ່ງຊາດ ອິດສະຣາເອນ ໄດ້ກ່າວດັ່ງນີ້: “ພະຂອງຊົນຊາດ ຕ່າງໆ ຈົ່ງສະເໜີ ຄະດີ ຂອງ ພວກເຈົ້າ ຈົ່ງນາໍ ຂໍ້ໂຕ້ແຍ້ງ ອັນດີທີ່ສຸດ ຂອງ ພວກເຈົ້າ ມາກ່າວ
\v 22 ຈົ່ງມາທີ່ນີ້ ແລະ ທໍານວາຍ ສິ່ງທີ່ເກີດຂຶ້ນ ເບິ່ງດູ ເພື່ອຈະໄດ້ຮູ້ເຫັນວ່າ ມັນເກີດຂື້ນເມື່ອໃດແທ້ ຈົ່ງອະທິບາຍເຫດການ ໃນອະດີດໃຫ້ສານ ຟັງ ບອກວ່າ, ທຸກສິ່ງນັ້ນ ໝາຍຄວາມວ່າ ຢ່າງໃດ ແທ້.
\s5
\v 23 ຈົ່ງບອກ ວ່າ, ໃນອະນາຄົດ ຈະມີຫຍັງ ເກີດຂຶ້ນມາ ແລ້ວພວກເຮົາກໍຈະໄດ້ ຮູ້ວ່າ ພວກເຈົ້າ ຄື ພະເຈົ້າ ຈົ່ງເຮັດສິ່ງດີບາງຢ່າງ ຫລື ນາໍໄພພິບັດ ມາເບິ່ງດູ; ຈົ່ງເຮັດໃຫ້ ຢ້ານກົວອົກສັ່ນ ຂວັນເສຍ ລອງເບິ່ງ
\v 24 ພວກເຈົ້າ ກັບທຸກສິ່ງ ທີ່ພວກເຈົ້າເຮັດບໍ່ມີຫຍັງໝົດ ຄົນຂີ້ດຽດທັງນັ້ນ ທີ່ນະມັດສະການ ພວກເຈົ້າ
\s5
\v 25 ເຮົາໄດ້ເລືອກ ຄົນໜຶ່ງ ຢູ່ທິດຕາເວັນ ອອກມາ [ງ] ຈະໃຫ້ລາວໂຈມຕີ ມາແຕ່ທາງ ທິດເໜືອພຸ້ນ. ລາວຈະຢຽບຢໍ່າ ພວກຜູ້ປົກຄອງ ດັ່ງຢຽບຂີ້ຕົມ ດັ່ງຊ່າງເຮັດໝໍ້ດິນ ຢຽບຢໍ່າ ດິນດາກ.
\v 26 ຜູ້ໃດໃນພວກເຈົ້າ ທາໍນວາຍ ວ່າ ສິ່ງນີ້ຈະເກີດມາ ເພື່ອເຮົາຈະ ເວົ້າໄດ້ວ່າ ພວກເຈົ້າ ຄື ຝ່າຍຖືກຕ້ອງ? ບໍ່ມີ ຜູ້ໃດ ໃນພວກເຈົ້າ ເວົ້າເຖິງເລື່ອງນີ້ ຈັກຄໍາໜຶ່ງໄດ້ເລີຍ ບໍ່ມີຜູ້ໃດໄດ້ຍິນ ພວກເຈົ້າເວົ້າ ສິ່ງໃດ ຈັກດີ້
\s5
\v 27 ເຮົາເປັນຜູ້ຕົ້ນ ບອກຂ່າວນີ້ ແກ່ພູເຂົາ ຊີໂອນ ວ່າ ເຮົາໃຊ້ຜູ້ນາໍຂ່າວມາບອກ ນະຄອນ ເຢຣູຊາເລັມ ໃຫ້ຮູ້ວ່າ ‘ປະຊາຊົນ ຂອງເຈົ້າ ພວກເຂົາກໍາລັງມາ ພວກເຂົາກາໍລັງ ພາກັນ ກັບຄືນເມືອບ້ານ’ [ຈ]
\v 28 ເມື່ອເຮົາ ແນມເບິ່ງ ພວກພະ ກໍບໍ່ເຫັນເວົ້າຫຍັງ ບໍ່ມີຜູ້ ໃດຕອບຄໍາຖາມ ຂອງເຮົາໄດ້ຈັກດີ້.
\v 29 ບັນດາພະ ບໍ່ມີຄ່າເຫລົ່ານີ້ ເຮັດຫຍັງບໍ່ໄດ້ເລີຍ ເປັນຮູບພະ ທີ່ອ່ອນແອ ແລະ ຂາດຣິດອໍານາດ.”
\s5
\c 42
\p
\v 1 ພຣະເຈົ້າ ກ່າວວ່າ, “ນີ້ຄື ຜູ້ຮັບໃຊ້ ທີ່ເຮົາໃຫ້ກາໍລັງ” “ຜູ້ທີ່ເຮົາໄດ້ ເລືອກເອົາ ແລະ ພໍໃຈ ນາໍດ້ວຍ. ເຮົາໃຫ້ລາວເຕັມໄປດ້ວຍ ພຣະວິນຍານຂອງເຮົາ ລາວຈະນໍາຄວາມ ຍຸດຕິທໍາ ມາສູ່ທຸກຊົນຊາດ.
\v 2 ລາວຈະບໍ່ເປັ່ງສຽງຮ້ອງ ຫລື ຈະບໍ່ຍົກສຽງຂອງຕົນ ຫລື ຈະບໍ່ເປັ່ງສຽງດັງ ຕາມຖະໜົນ ຕ່າງໆ.
\s5
\v 3 ລາວຈະບໍ່ຫັກຕົ້ນອໍ້ ຊຶ່ງກາໍລັງກົ່ງລົງ ທັງຈະບໍ່ດັບໄຟ ໃນຕະກຽງ ທີ່ກາໍລັງຈະມອດ. ແຕ່ລາວຈະນໍາ ຄວາມຍຸດຕິທໍາ ອັນບໍ່ສິ້ນສຸດ ມາໃຫ້ ແກ່ມວນມະນຸດຊາດ.
\v 4 ລາວຈະບໍ່ ເສຍຫວັງ ຫລື ຄວາມ ກ້າຫານໃດໆ ລາວຈະ ຕັ້ງຄວາມຍຸດຕິທາໍ ເທິງແຜ່ນດິນໂລກ. ບັນດາປະເທດ ທີ່ຢູ່ຫ່າງໄກທັງຫລາຍ ສົນໃຈ ລໍຖ້າໃນຄໍາສັ່ງສອນຂອງລາວ ທັງນັ້ນ.”
\s5
\v 5 ພຣະເຈົ້າ ສ້າງສະຫວັນຊັ້ນຟ້າ ແລະ ກາງອອກມາ ອອກແບບແຜ່ນດິນ ແລະ ທຸກສິ່ງຢູ່ໃນນັ້ນ; ພຣະອົງໃຫ້ຊີວິດ ແລະ ລົມຫາຍໃຈ ແກ່ທຸກຄົນ ບັດນີ້ພຣະເຈົ້າ ກ່າວແກ່ ຜູ້ຮັບໃຊ້ຂອງພຣະອົງ ດັ່ງນີ້:
\v 6 “ເຮົາ ຄື ອົງພຣະຜູ້ເປັນເຈົ້າ ເອີ້ນເຈົ້າ ຕາມແຜນການ ອັນສັດຊື່ຂອງເຮົາ ທີ່ໃຫ້ຄວາມຍຸດຕິທາໍ ແກ່ ໂລກ. ໂດຍທາງເຈົ້າ ເຮົາຈະເຮັດພັນທະສັນຍາ ກັບ ທຸກຄົນ ແລະ ເຮົາຈະໃຫ້ແສງແຈ້ງ ແກ່ຊາວໂລກ.
\s5
\v 7 ເຈົ້າຈະເຮັດໃຫ້ ຄົນຕາບອດ ໄດ້ເຫັນຮຸ່ງ ປົດປ່ອຍຄົນ ໃນຄຸກມືດ ໃຫ້ເປັນເສລີ.
\s5
\v 8 ເຮົາແມ່ນ ອົງພຣະຜູ້ເປັນເຈົ້າ ນາມນີ້ ແມ່ນ ນາມຊື່ຂອງເຮົາ ເຮົາຈະບໍ່ຍົກສະຫງ່າຣາສີຂອງເຮົາ ໃຫ້ແກ່ຜູ້ອື່ນ; ເຮົາຈະບໍ່ຍອມ ໃຫ້ຄໍາຍົກຍໍ ສັນລະເສີນ ທີ່ເປັນຂອງເຮົາແຕ່ເທົ່ານັ້ນ ໃຫ້ແກ່ຮູບເຄົາຣົບທັງຫລາຍ.
\v 9 ສິ່ງທີ່ເຮົາໄດ້ ກ່າວໄວ້ ດຽວນີ້ກາຍເກີດເປັນຈິງ ບັດນີ້ ເຮົາຈະໃຫ້ຮູ້ສິ່ງໃໝ່ ໆ ກ່ອນທີ່ຈະເກີດຂຶ້ນ.”
\s5
\v 10 ຈົ່ງຮ້ອງເພງ ບົດໃໝ່ ຖວາຍຍ້ອງຍໍ ສັນລະເສີນ ທົ່ວທັງໂລກ ຈົ່ງຮ້ອງເພງ ຍ້ອງຍໍ ອົງພຣະຜູ້ເປັນເຈົ້າ ຜູ້ເດີນເຮືອໃນທະເລນັ້ນ ຈົ່ງສັນລະເສີນພຣະອົງ ທຸກສິ່ງທີ່ມີຊີວິດ ໃນ ນັ້ນ ຈົ່ງສັນລະເສີນພຣະເຈົ້າ ບັນດາປະເທດ ຕ່າງໆ ທີ່ຢູ່ຫ່າງໄກ ແສນໄກ ແລະ ປະຊາຊົນ ທີ່ອາໄສຢູ່ໃນເມືອງນັ້ນ ຈົ່ງສັນລະເສີນ ພຣະເຈົ້າ
\v 11 ເມືອງທີ່ຖິ່ນແຫ້ງແລ້ງ ຈົ່ງຍົກຍໍພຣະເຈົ້າເດີ ປະຊາຊົນທີ່ເມືອງ ເກດາ ຈົ່ງສັນລະເສີນພຣະເຈົ້າ ຂໍໃຫ້ຄົນທີ່ອາໄສຢູ່ ໃນເມືອງ ເຊຣາ ຮ້ອງຈາກຈອມພູ ຢ່າງຊົມຊື່ນ ຍິນດີເຖີດ
\s5
\v 12 ຂໍໃຫ້ຄົນທີ່ອາໄສຢູ່ໃນແດນ ຫ່າງໄກ ຈົ່ງຍ້ອງຍໍ ໃຫ້ກຽດແກ່ ອົງພຣະຜູ້ເປັນເຈົ້າ
\v 13 ອົງພຣະຜູ້ເປັນເຈົ້າ ອອກສູ່ສະໜາມ ດັ່ງນັກຮົບ ຜູ້ໜຶ່ງຕຽມເຂົ້າສູ່ສົງຄາມ ແລະ ຫ້າວຫັນເພື່ອສູ້ຮົບ. ພໍພຣະອົງຮ້ອງ ຕໍ່ສູ້ກໍມີສຽງ ສູ້ຮົບໃນສະໜາມ ເປັນສົງຄາມສູ້ຮົບ ສັດຕູ ດ້ວຍຣິດທານຸພາບ.
\s5
\v 14 ພຣະເຈົ້າ ກ່າວ ວ່າ, “ດົນແລ້ວ ທີ່ເຮົາ ມິດງຽບ ເຮົາບໍ່ຕອບສິ່ງທີ່ປະຊາຊົນ ຂອງເຮົາ ໄດ້ຂໍຮ້ອງ. ແຕ່ບັດນີ້ ເວລາທີ່ດໍາເນີນການ ກໍໄດ້ມາເຖິງແລ້ວ ເຮົາຮ້ອງອອກມາ ດັ່ງຍິງຖືພາ ກາໍລັງຈະຄອດລູກ.
\v 15 ເຮົາຈະທາໍ ລາຍເນີນພູ ແລະ ພູເຂົາທັງຫລາຍ ແລ້ວຫຍ້າ ກັບຕົ້ນໄມ້ ກໍຈະຫ່ຽວແຫ້ງຕາຍສິ້ນ. ເຮົາຈະ ປ່ຽນຮ່ອມພູ ທີ່ມີນາໍ້ໃຫ້ເປັນ ຖິ່ນແຫ້ງແລ້ງ ກັນດານ [ສ] ຈະໃຫ້ສະນາໍ້ ແຫ້ງແລ້ງລົງ ຈົນບໍ່ມີນາໍ້.
\s5
\v 16 ປະຊາຊົນຂອງເຮົາ ຜູ້ຕາບອດ ເຮົາຈະ ນາໍພາໃຫ້ເດີນໄປຕາມທາງ ທີ່ພວກເຂົາ ບໍ່ເຄີຍທຽວ ຈັກເທື່ອ. ເຮົາຈະປ່ຽນມືດ ໃຫ້ເປັນ ແຈ້ງ ສໍາລັບພວກເຂົາ ທີ່ຫລຸບ ທີ່ໂນນ ໃຫ້ເປັນທີ່ຮາບພຽງ ແລະ ອ່ອນນຸ້ມ. ສິ່ງເຫລົ່ານີ້ ແຫລະ ເປັນຄໍາສັນຍາຂອງເຮົາ ເຮົາຈະຮັກສາ ສິ່ງນັ້ນໄວ້ຢ່າງແນ່ແທ້.
\s5
\v 17 ທຸກຄົນທີ່ວາງໃຈ ໃນຮູບເຄົາຣົບ ທັງຮ້ອງຫາມັນ ຈະຖືກດູໝິ່ນນິນທາ ແລະ ອັບອາຍຂາຍໜ້າ.”
\s5
\v 18 ພຣະເຈົ້າ ກ່າວ ວ່າ, “ຄົນຫູໜວກ ເອີຍ ຈົ່ງຟັງ ມາເບິ່ງໃກ້ໆ ພີ້ດູ ພວກເຈົ້າຄົນ ຕາບອດ
\v 19 ມີຜູ້ໃດແດ່ ຕາບອດ ກວ່າຜູ້ຮັບໃຊ້ຂອງເຮົາບໍ? ຜູ້ໃດແດ່ ຫູໜວກ ກວ່າ ຜູ້ສົ່ງຂ່າວ ທີ່ເຮົາໃຊ້ໄປນັ້ນ?
\s5
\v 20 ອິດສະຣາເອນ ເຄີຍເຫັນມາຫລາຍ ແລ້ວ ແຕ່ບໍ່ຈົດຈໍາ ເຈົ້າມີຫູຟັງ ແຕ່ໄດ້ຍິນອັນໃດ ແທ້ໆ? ”
\v 21 ເພາະເຫັນແກ່ ຄວາມ ຊອບທາໍ ຂອງພຣະອົງ ອົງພຣະຜູ້ເປັນເຈົ້າ ຊົງພໍພຣະໄທ ທີ່ຈະເຊີດຊູ ກົດບັນຍັດ ແລະ ເຮັດໃຫ້ກົດບັນຍັດນັ້ນ ມີກຽດ.
\s5
\v 22 ແຕ່ບັດນີ້ ປະຊາຊົນຂອງພຣະອົງ ໄດ້ ຖືກປຸ້ນສະດົມ ຖືກຂັງທີ່ຫ້ອງໃຕ້ດິນ ລັບ ໆ ກັບພວກນັກໂທດ. ພວກເຂົາຖືກປຸ້ນຈົນສິ້ນເນື້ອປະດາຕົວ ແລະ ບໍ່ມີຜູ້ໃດມາຊ່ວຍກູ້ເອົາ ພວກເຂົາເຈົ້າ.
\s5
\v 23 ມີຜູ້ໃດແດ່ ໃນພວກເຈົ້າ ທີ່ຈະຮັບຟງັ ເລື່ອງນີ້ບໍ? ແຕ່ນີ້ຕໍ່ໄປ ພວກເຈົ້າຈະຟງັ ຢ່າງໃສ່ໃຈ ຫລືບໍ່?
\v 24 ຜູ້ໃດໃຫ້ ອິດສະຣາເອນ ເປັນເຫຍື່ອພວກນັກປຸ້ນ ເດ? ແມ່ນພຣະອົງ ເອງ ທີ່ພວກເຮົາໄດ້ເຮັດບາບ ຕໍ່ສູ້ນັ້ນ ພວກເຮົາບໍ່ໄດ້ດໍາເນີນ ຊີວິດ ດັ່ງທີ່ພຣະອົງ ຕ້ອງການ ຫລື ເຊື່ອຟງັ ຄໍາສັ່ງສອນ ທີ່ພຣະອົງໄດ້ມອບໃຫ້.
\s5
\v 25 ສະນັ້ນ ພຣະອົງຈຶ່ງໃຫ້ໄດ້ ຊີມຣິດພຣະໂກດຮ້າຍ ທັງທົນທຸກ ຍ້ອນສົງຄາມ ອັນໂຫດຫ້ຽມ. ພຣະໂກດຮ້າຍ ເປັນດັ່ງໄຟໄໝ້ຊາດ ອິດສະຣາເອນ ແຕ່ພວກເຮົາ ບໍ່ຮູ້ເຫັນຖືເອົາ ເປັນບົດຮຽນຈັກດີ້.
\s5
\c 43
\p
\v 1 ອິດສະຣາເອນ ອົງພຣະຜູ້ເປັນເຈົ້າ ຜູ້ໄດ້ ້ສ້າງເຈົ້າ ບັດນີ້ພຣະອົງໄດ້ ກ່າວດັ່ງນີ້, “ເຮົາ ຈະຊ່ວຍເຈົ້າໃຫ້ພົ້ນ ຢ່າຢ້ານກົວເລີຍ ພວກເຈົ້າເປັນຂອງເຮົາ ຈຶ່ງເອີ້ນພວກເຈົ້າ ຕາມຊື່.
\s5
\v 2 ເຮົາຈະຢູ່ນາໍ ເມື່ອຍ່າງຂ້າມ ບ່ອນນາໍ້ ເລິກໄປ ຄວາມລໍາບາກຂອງພວກເຈົ້າ ຈະບໍ່ຖ້ວມພວກເຈົ້າ. ໄຟຈະບໍ່ໄໝ້ພວກເຈົ້າ ເມື່ອຜ່ານຜ່າໄຟໄປ ການທົດລອງທີ່ລໍາບາກ ຈະ ທາໍຮ້າຍພວກເຈົ້າບໍ່ໄດ້.
\v 3 ເຮົາ ຄື ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າເດີ ອົງບໍຣິສຸດ ຂອງ ອິດສະຣາເອນ ທີ່ຊ່ວຍພວກເຈົ້າໃຫ້ພົ້ນ. ເຮົາຈະໃຫ້ປະເທດ ເອຢິບ ຍອມປົດປ່ອຍພວກເຈົ້າ ເປັນເສລີ ຈະໃຫ້ ເອທິໂອເປຍ ແລະ ເຊບາ ຍອມດ້ວຍ.
\s5
\v 4 ເຮົາຈະໃຫ້ທຸກຊົນຊາດ ຍອມຊ່ວຍກູ້ເອົາ ຄືກັນ ຄື ຊ່ວຍກອບກູ້ເອົາຊີວິດຂອງພວກເຈົ້າໄວ້. ເພາະພວກເຈົ້າ ມີຄ່າຫລາຍສໍາລັບເຮົາ ເພາະເຮົາຮັກພວກເຈົ້າຫລາຍ ຈຶ່ງໃຫ້ກຽດ ພວກເຈົ້າ.
\v 5 ສະນັ້ນ ຢ່າສູ່ຢ້ານກົວ ແຕ່ຢ່າງໃດເລີຍ ຝ່າຍເຮົາສະຖິດຢູ່ກັບພວກເຈົ້າ ແຕ່ທີ່ໄກສຸດ ທາງຕາເວັນອອກ ແລະ ຕາເວັນຕົກ ເຮົາຈະນໍາຄົນຂອງເຈົ້າ ກັບຄືນມາບ້ານ.
\s5
\v 6 ເຮົາຈະບອກທິດເໜືອ ປ່ອຍໃຫ້ພວກເຂົາໄປ ແລະ ບອກທິດໃຕ້ ບໍ່ໃຫ້ຈ່ອງດຶງ ພວກເຂົາໄວ້. ຈົ່ງປ່ອຍປະຊາຊົນຂອງເຮົາ ໃຫ້ຄືນມາ ແຕ່ທີ່ໄກຫ່າງ ຈາກທຸກໆ ມຸມແຜ່ນດິນໂລກ ພຸ້ນເດີ.
\v 7 ພວກເຂົາເປັນ ປະຊາຊົນ ທີ່ເຮົາເປັນເຈົ້າຂອງຊີວິດພວກເຂົາ ເຮົາສ້າງພວກເຂົາ ເພື່ອເຜີຍພຣະສະຫງ່າຣາສີ ໃຫ້ໂລກຮູ້.”
\s5
\v 8 ພຣະເຈົ້າ ກ່າວວ່າ, “ຈົ່ງໝາຍເກາະ ປະຊາຊົນຂອງເຮົາ ຈົ່ງເອີ້ນພວກເຂົາ ໃຫ້ຂຶ້ນສານເຖີດ ພວກເຂົາມີຕາ ແຕ່ພວກເຂົາພັດເບິ່ງ ບໍ່ເຫັນຫຍັງໝົດ; ພວກເຂົາມີຫູ ແຕ່ ພວກເຂົາພັດຟງັອັນໃດ ບໍ່ໄດ້ຍິນຈັກດີ້
\v 9 ຈົ່ງໝາຍເກາະ ບັນດາຊົນຊາດໃຫ້ມາສູ້ຄະດີ ກັນ ມີພະຕົນໃດ ໃນພວກເຂົາທາໍນວາຍ ອະນາຄົດໄດ້? ມີພະຕົນໃດແດ່ ບອກກ່ອນ ເຖິງສິ່ງຈະມີມາ? ຂໍໃຫ້ພະເຫລົ່ານີ້ ນາໍພະຍານຂອງພວກເຂົາມາເບິ່ງ ເພື່ອພິສູດ ວ່າ ຝ່າຍຖືກຕ້ອງເປັນຂອງພວກເຂົາ ເພື່ອ ຢັ້ງຢືນ ວ່າ ຄໍາທີ່ພວກເຂົາເວົ້າເປັນຈິງ ແທ້ໆ.
\s5
\v 10 ອົງພຣະຜູ້ເປັນເຈົ້າ ກ່າວວ່າ ເຈົ້າທັງຫລາຍ ເປັນພະຍານຂອງເຮົາ ເຮົາໄດ້ເລືອກພວກເຈົ້າ ໃຫ້ມາເປັນຜູ້ຮັບໃຊ້ ເພື່ອວ່າ ຈະໄດ້ຮູ້ ແລະ ຈະໄດ້ເຊື່ອໃນເຮົາ ເຂົ້າໃຈວ່າ ເຮົາແຕ່ຜູ້ດຽວ ຊົງເປັນພຣະເຈົ້າ. ນອກຈາກ ເຮົາແລ້ວ ບໍ່ມີພະຕົນອື່ນອີກເລີຍ ບໍ່ເຄີຍມີມາ ແຕ່ໃດໆ ແລະ ຈະບໍ່ມີຈັກເທື່ອ.
\v 11 ເຮົາຜູ້ດຽວເທົ່ານັ້ນ ທີ່ເປັນອົງພຣະຜູ້ເປັນເຈົ້າເດີ ເຮົາແຕ່ຜູ້ດຽວ ຊ່ວຍຊູພວກເຈົ້າ ໃຫ້ພົ້ນໄດ້.
\s5
\v 12 ເຮົາກ່າວ ລ່ວງໜ້າສິ່ງທີ່ຕ້ອງເກີດຂຶ້ນ ມາ ແຕ່ແລ້ວເຮົາກໍໄດ້ມາຊ່ວຍເຫລືອ ພວກເຈົ້າໄວ້. ບັນດາພະຕ່າງຊາດ ບໍ່ເຄີຍເຮັດຢ່າງນີ້ເລີຍ ພວກເຈົ້າເປັນພະຍານໃຫ້ເຮົາໄດ້.
\v 13 ເຮົາເປັນພຣະເຈົ້າ ເຮົາເປັນຢູ່ສືບໄປ ບໍ່ມີ ຜູ້ໃດ ປົບໜີຈາກຣິດອໍານາດຂອງເຮົາໄດ້. ມີ ຜູ້ໃດແດ່ ທີ່ປ່ຽນແປງເຫດການຕ່າງໆ ໄດ້ນໍ ສິ່ງທີ່ເຮົາໄດ້ເຮັດໄປ ບໍ່ມີຜູ້ໃດປ່ຽນແປງໄດ້.”
\s5
\v 14 ອົງພຣະຜູ້ເປັນເຈົ້າ ຜູ້ໄຖ່ໂທດເຈົ້າທັງຫລາຍ ອົງບໍຣິສຸດຂອງຊາດ ອິດສະຣາເອນ ກ່າວດັ່ງນີ້: “ເພື່ອຊ່ວຍກູ້ພວກເຈົ້າ ເຮົາຈະໃຊ້ກອງທັບໜຶ່ງຕໍ່ສູ້ ບາບີໂລນ ເຮົາຈະພັງປະຕູເມືອງ ໃຫ້ລົ້ມທະລາຍລົງກ້ຽງ ແລະ ສຽງຊາວເມືອງ ທີ່ໂຮຮ້ອງຢ່າງຊົມຊື່ນຍິນດີ ກໍຈະກັບກາຍເປັນສຽງຮ້ອງໄຫ້ ທັງນັ້ນ.
\v 15 ເຮົາ ຄື ອົງພຣະຜູ້ເປັນເຈົ້າ ອົງບໍຣິສຸດ ຂອງພວກເຈົ້າ ໄດ້ນິຣະມິດສ້າງ ອິດສະຣາເອນ ແລະ ເປັນກະສັດຂອງພວກເຈົ້າ.”
\s5
\v 16 ນານແລ້ວ ທີ່ພຣະອົງໄດ້ເຮັດທາງຜ່ານ ທະເລ ຄື ທາງຍ່າງຜ່ານນໍ້າເລີກ ເປັນຄອງ ເປັນຄື້ນ.
\v 17 ພຣະອົງນາໍກອງທັບ ມີອໍານາດໃຫ້ຈິບຫາຍໄປ ຄື ກອງທັບ ທີ່ມີຝູງມ້າຫລາຍ ແລະ ມີລົດຮົບດ້ວຍ. ພວກເຂົາຈົມລົງ ໃນນໍ້າ ແລະ ບືນຕົວຂຶ້ນບໍ່ໄດ້ເລີຍ ຈົມລົງເລີຍໆ ດັ່ງແສງໂຄມໄຟ ຄ່ອຍໆມອດ
\s5
\v 18 ພຣະເຈົ້າກ່າວ ວ່າ, “ຢ່າຕິດຢູ່ກັບເຫດການຜ່ານມາ ຫລື ຢ່າຈົມຢູ່ໃນເຫດການ ທີ່ເກີດມານານແລ້ວ.
\v 19 ຈົ່ງເຝົ້າເບິ່ງສິ່ງໃໝ່ ໆ ທີ່ພວມຈະເກີດມີມາ ບັດນີ້ພວກເຈົ້າ ເບິ່ງເຫັນ ເພາະພວມຈະເກີດຂຶ້ນ. ເຮົາຈະ ເຮັດທາງຜ່ານຖິ່ນແຫ້ງແລ້ງກັນດານ ຈະໃຫ້ ມີນາໍ້ຫ້ວຍໄຫລ ສໍາລັບພວກເຈົ້າ ໃນທີ່ນັ້ນ.
\s5
\v 20 ແມ່ນແຕ່ ຝູງສັດປ່າ ຕ່າງກໍຈະໃຫ້ກຽດ ເຮົາ ໝາປ່າ ແລະ ນົກເຄົ້າ ກໍຈະສັນລະເສີນເຮົາດ້ວຍ ເມື່ອມີລໍານາໍ້ໄຫລຜ່ານຖິ່ນແຫ້ງແລ້ງກັນດານ ໃຫ້ປະຊາຊົນທີ່ເຮົາໄດ້ເລືອກສັນ ມີນາໍ້ກິນນາໍ້ໃຊ້.
\v 21 ພວກເຂົາຄື ປະຊາຊົນ ທີ່ເຮົາເລືອກສໍາລັບເຮົາເອງ ແລະ ພວກເຂົາຈະຮ້ອງເພງ ຍົກຍໍເຮົາທັງນັ້ນ.”
\s5
\v 22 ອົງພຣະຜູ້ເປັນເຈົ້າ ກ່າວວ່າ, “ອິດສະຣາເອນ ເອີຍ ພວກເຈົ້າເບື່ອ ແລະ ບໍ່ນະມັດສະການເຮົາອີກ.
\v 23 ພວກເຈົ້າບໍ່ໄດ້ນາໍແກະ ມາຂ້າຖວາຍບູຊາເຮົາເລີຍ ບໍ່ໄດ້ ໃຫ້ກຽດເຮົາດ້ວຍເຄື່ອງບູຊາ ຂອງ ພວກເຈົ້າ. ເຮົາບໍ່ໄດ້ໃຫ້ພາລະໜັກ ໂດຍຖາມເອົາເຄື່ອງບູຊາ ຫລື ໃຫ້ອິດເມື່ອຍ ໂດຍຖາມຫາເຄື່ອງຫອມບູຊາອີກ.
\s5
\v 24 ພວກເຈົ້າ ບໍ່ໄດ້ຊື້ເຄື່ອງຫອມ ບູຊາ ສໍາລັບເຮົາ ຫລື ເຮັດໃຫ້ພໍໃຈ ຍ້ອນໄຂມັນສັດຂອງພວກເຈົ້າ. ແຕ່ພວກເຈົ້າ ເຮັດໃຫ້ເຮົາມີ ພາລະໜັກ ຍ້ອນບາບທີ່ພວກເຈົ້າ ໄດ້ກະທາໍນັ້ນ. ພວກເຈົ້າໄດ້ເຮັດໃຫ້ເຮົາ ເບື່ອໜ່າຍຫລາຍ ຍ້ອນຄວາມຜິດທີ່ພວກເຈົ້າ ໄດ້ເຮັດນັ້ນ.
\s5
\v 25 ແຕ່ເຮົາຍັງເປັນພຣະເຈົ້າ ຜູ້ຍົກບາບ ໃຫ້ເດີ ເຮົາເຮັດໄປກໍເພາະເຮົາ ເປັນຜູ້ເຮົາເປັນ ນັ້ນ. ເຮົາບໍ່ໄດ້ຈົດຈາໍ ການບາບຂອງພວກເຈົ້າໃດ ເພື່ອນາໍເອົາສິ່ງນັ້ນໄປ ຕໍ່ສູ້ພວກເຈົ້າ.
\v 26 ຈົ່ງໄປສານ ແລະ ເອົາຄໍາກ່າວຫາ ໄປນາໍ ໃຫ້ສະເໜີຄະດີ ເພື່ອພິສູດວ່າ ເປັນຝ່າຍຖືກ
\s5
\v 27 ບັນພະບຸລຸດພວກເຈົ້າ ແຕ່ກີ້ [ຊ] ກໍໄດ້ເຮັດບາບຄືກັນ ພວກຜູ້ນາໍເອງ ກໍເຮັດບາບ ຕໍ່ ສູ້ເຮົາດ້ວຍ.
\v 28 ພວກຜູ້ປົກຄອງ ຕ່າງກໍໝິ່ນປະໝາດເຮົາ ທັງຫຍໍ້ຫຍັນ ບ່ອນສັກສິດ ຂອງເຮົາດ້ວຍ. [ຍ] ສະນັ້ນ ເຮົາຈຶ່ງໃຫ້ ອິດສະຣາເອນ ຖືກທາໍລາຍ ປ່ອຍໃຫ້ປະຊາຊົນຂອງເຮົາ ຖືກໝິ່ນປະໝາດ.”
\s5
\c 44
\p
\v 1 ອົງພຣະຜູ້ເປັນເຈົ້າ ກ່າວວ່າ, “ບັດນີ້ ຈົ່ງຟັງເຊື້ອສາຍ ຢາໂຄບ ຜູ້ຮັບັໃຊ້ຂອງເຮົາ ຊາດອິດສະຣາເອນ ຄື ປະຊາຊົນທີ່ເຮົາໄດ້ ເລືອກໄວ້.
\v 2 ອົງພຣະຜູ້ເປັນເຈົ້າ ອົງທີ່ໄດ້ ສ້າງເຈົ້າ ມາຕັ້ງແຕ່ເຈົ້າເກີດມາ ຜູ້ທີ່ຊ່ວຍເຫລືອເຈົ້າໄວ້. ເຈົ້າຢ່າສູ່ຢ້ານ ຜູ້ຮັບໃຊ້ຂອງເຮົາເອີຍ ເຈົ້າຄືປະຊາຊົນທີ່ເຮົາຮັກ ພວກທີ່ເຮົາເລືອກໄວ້.
\s5
\v 3 ເຮົາຈະໃຫ້ນາໍ້ ແກ່ດິນແດນທີ່ຫິວກະຫາຍ ຈະໃຫ້ມີແມ່ນໍ້າໄຫລ ເທິງພື້ນດິນທີ່ແຫ້ງແລ້ງ. ເຮົາຈະເທຣິດອໍານາດ ເທິງລູກໆ ຂອງເຈົ້າທັງຫລາຍ ແລະ ເທພອນ ເຖິງເຊື້ອສາຍຂອງພວກເຈົ້າ.
\v 4 ພວກເຂົາຈະ ໃຫຍ່ຂຶ້ນ ດັ່ງຫຍ້າທີ່ມີນໍ້າ ລໍ່ລ້ຽງຢ່າງດີ ດັ່ງ ຕົ້ນໄມ້ ໃກ້ສາຍທາລາທີ່ມີນາໍ້ໄຫລຢູ່ບໍ່ຂາດ.
\s5
\v 5 ຄົນຈະກ່າວກັນວ່າ, ‘ຂ້ອຍເປັນຂອງອົງພຣະຜູ້ເປັນເຈົ້າ’ ຈະຮ່ວມເຂົ້າກັບຊາດ ອິດສະຣາເອນ ຄົນຂອງພຣະເຈົ້າ. ຊື່ອົງພຣະ ຜູ້ເປັນເຈົ້າ ຈະມີໝາຍໄວ້ທີ່ແຂນແຕ່ລະຄົນ ແລະ ເອີ້ນຕົນເປັນປະຊາຊົນຄົນໜຶ່ງຂອງ ພຣະເຈົ້າ.”
\s5
\v 6 ອົງພຣະຜູ້ເປັນເຈົ້າ ອົງກະສັດຂອງຊາດ ອິດສະຣາເອນ ແລະ ພຣະຜູ້ໄຖ່ຂອງເຂົາ ຄື ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດ ຍິ່ງໃຫຍ່ ໄດ້ກ່າວໄວ້ ດັ່ງນີ້: “ເຮົາເປັນຜູ້ຕົ້ນ ແລະ ຜູ້ປາຍ ບໍ່ມີພຣະເຈົ້າອື່ນໃດ ນອກເໜືອຈາກ ເຮົາແລ້ວ.
\s5
\v 7 ມີຜູ້ໃດອີກແດ່ ເຮັດສິ່ງທີ່ເຮົາໄດ້ເຮັດມາ? ຜູ້ໃດແດ່ ບອກເຖິງສິ່ງທີ່ເກີດຂຶ້ນ ລ່ວງໜ້າໄດ້ ຄື ເຫດການທັງໝົດນັ້ນ ທີ່ໄດ້ ເກີດຂຶ້ນມາ ຕັ້ງແຕ່ປະຖົມມະການ ເຖິງອະວະສານພຸ້ນ? [ດ]
\s5
\v 8 ພວກເຈົ້າ ຢ່າສູ່ຢ້ານ ປະຊາຊົນຂອງເຮົາ ເອີຍ ພວກເຈົ້າຮູ້ແຕ່ດຶກດໍາບັນ ຈົນເຖິງປັດຈຸບັນນີ້ ເຮົາໄດ້ບອກລ່ວງໜ້າ ເຖິງທຸກສິ່ງທີ່ຈະເກີດມາ ພວກເຈົ້າກໍເປັນພະຍານ ຫລັກຖານໃຫ້ເຮົາໄດ້. ນອກຈາກເຮົາແລ້ວ ມີ ພຣະເຈົ້າອົງໃດແດ່? ຊຶ່ງມີຣິດອໍານາດທີ່ເຮົາ ໄດ້ຍິນມາ?”
\s5
\v 9 ທຸກຄົນທີ່ສ້າງຮູບເຄົາຣົບ ລ້ວນແຕ່ບໍ່ມີປະໂຫຍດ ແລະ ພະທັງຫລາຍ ທີ່ພວກເຂົາຕີ ລາຄາ ຢ່າງສູງສຸດນັ້ນ ກໍບໍ່ມີຄຸນຄ່າ. ພວກທີ່ຂາບໄຫວ້ພະເຫລົ່ານີ້ ກໍຕາບອດ ແລະ ໂງ່ຈ້າ ຄື ພວກເຂົາຈະໄດ້ຮັບຄວາມອັບອາຍ.
\v 10 ບໍ່ເປັນການດີດອກ ທີ່ໃຊ້ໂລຫະ ເຮັດຮູບພະ ໄວ້ຂາບໄຫ້ວເປັນພຣະເຈົ້າ
\s5
\v 11 ທຸກໆຄົນ ທີ່ຂາບໄຫ້ວຮູບນັ້ນ ຈະໄດ້ຮັບຄວາມອັບອາຍ. ຄົນທີ່ເຮັດຮູບເຄົາຣົບ ນັ້ນ ກໍເປັນພຽງມະນຸດ ບໍ່ວິເສດ ວິໂສຫຍັງ. ຈົ່ງໃຫ້ພວກເຂົາມາ ແລະ ຢືນສູ້ຄະດີເບິ່ງ ແລະ ພວກເຂົາກໍຈະຢ້ານກົວຫລາຍ ທັງຈະ ໄດ້ຮັບຄວາມອັບອາຍ ຢ່າງໜັກດ້ວຍ.
\s5
\v 12 ຊ່າງຕີເຫລັກ ເອົາໂລຫະ ມາຫລອມ. ແຂນອັນແຂງແຮງຂອງລາວ ກໍໃຊ້ຄ້ອນຕີໂລຫະ ໃຫ້ເປັນຮູບ. ໃນເວລາທີ່ເຮັດວຽກຢູ່ ນັ້ນ ລາວກໍຫິວເຂົ້າ, ຢາກນາໍ້ ແລະ ອິດເມື່ອຍ.
\s5
\v 13 ຊ່າງໄມ້ ກໍແທກໄມ້. ລາວໃຊ້ສໍຂາວຂີດ ຮູບຮ່າງ ພ້ອມທັງໃຊ້ສິ່ວຄວັດໄມ້ ແລະເຮັດໃຫ້ເປັນຮູບມະນຸດ ທີ່ສວຍງາມຕັ້ງໄວ້ໃນເຮືອນ.
\s5
\v 14 ລາວອາດຈະຕັດເອົາ ຕົ້ນແປກມາເຮັດຫລື ໃຊ້ໄມ້ໂອກ ຫລື ໄມ້ສົນເທດຈາກປ່າມາເຮັດ ຫລື ລາວອາດຈະປູກຕົ້ນໝາກກໍ່ ແລະລໍ ຖ້າຝົນຕົກ ເພື່ອເຮັດໃຫ້ມັນໃຫຍ່ຂຶ້ນ.
\s5
\v 15 ມະນຸດໃຊ້ຕົ້ນໄມ້ ສ່ວນໜຶ່ງ ເຮັດເປັນ ເຊື້ອໄຟ ແລະສ່ວນໜຶ່ງເຮັດເປັນຮູບເຄົາຣົບ. ສໍາລັບສ່ວນໜຶ່ງນັ້ນໄດ້ໃຊ້ ເປັນຟືນດັງໄຟຝີງ ໃຫ້ອົບອຸ່ນແລະອົບເຂົ້າຈີ່; ສໍາລັບສ່ວນອື່ນອີກພັດໃຊ້ເຮັດເປັນພະ ເພື່ອຂາບໄຫວ້.
\v 16 ໄມ້ບາງສ່ວນນັ້ນ ໃຊ້ເຮັດຟືນ ດັງໄຟປິ້ງ ຊີ້ນ ກິນອີ່ມໜາໍສໍາລານ. ພວກເຂົາອົບອຸ່ນຮ່າງກາຍ ແລະເວົ້າວ່າ, “ຊ່າງອົບອຸ່ນດີ ແທ້ໆ ໄຟນີ້ ຊ່າງລຸກດີ ແທ້ນໍ.”
\s5
\v 17 ສ່ວນໄມ້ ທີ່ເຫລືອນັ້ນ ພັດເອົາໄປເຮັດຮູບເຄົາຣົບ ແລ້ວກົ້ມລົງ ແລະ ຂາບໄຫວ້ ທັງພາວັນນາອະທິຖານຕໍ່ຮູບເຄົາຣົບ ໂດຍເວົ້າວ່າ, “ພະຂອງຂ້ອຍ ໂຜດຊ່ວຍຂ້ອຍດ້ວຍເຖີດ.”
\s5
\v 18 ບຸກຄົນເຊັ່ນນີ້ ໂງ່ຈ້າ ເຫລືອທີ່ຈະ ເຂົ້າໃຈວ່າ ພວກຕົນກໍາລັງເຮັດຫຍັງ. ພວກເຂົາອັດຕາ ແລະ ຕັນຄວາມຄິດຂອງຕົນເອງບໍ່ໃຫ້ຮູ້ຄວາມຈິງ.
\s5
\v 19 ຜູ້ເຮັດຮູບເຄົາຣົບ ບໍ່ໄດ້ມີປັນຍາ ຫລື ຄວາມເຂົ້າໃຈພໍທີ່ຈະເວົ້າວ່າ, “ໄມ້ບາງສ່ວນ ຂ້ອຍເອົາເຮັດຟືນ ດັງໄຟ, ໃຊ້ເຮັດຖ່ານອົບເຂົ້າຈີ່ ແລະໃຊ້ປິ້ງຊີ້ນກິນ. ສ່ວນທີ່ເຫລືອ ຂ້ອຍເອົາເຮັດຮູບເຄົາຣົບ. ບັດນີ້ ຂ້ອຍພວມກົ້ມລົງຂາບທ່ອນໄມ້ ທ່ອນໜຶ່ງ.”
\s5
\v 20 ມັນກໍທາໍນອງດຽວ [ຕ] ກັບກິນຂີ້ເຖົ່າ ນັ້ນແຫລະ. ຄວາມຄິດໂງ່ ຂອງລາວ ໄດ້ພາ ໃຫ້ລາວ ຫລົງຜິດໄປ ເກີນກວ່າຈະຊ່ວຍໄດ້. ລາວເອງ ບໍ່ຍອມຮັບເລີຍວ່າ ຮູບເຄົາຣົບ ທີ່ ຕົນຖື ຢູ່ນັ້ນ ບໍ່ແມ່ນພຣະເຈົ້າ ຈັກດີ້.
\s5
\v 21 ອົງພຣະຜູ້ເປັນເຈົ້າ ກ່າວວ່າ, “ອິດສະຣາເອນ ເອີຍ ຈົ່ງພາກັນຈົດຈາໍ ເລື່ອງນີ້. ຈົ່ງຈົດຈາໍວ່າ ພວກເຈົ້າເປັນຜູ້ຮັບໃຊ້ ຂອງເຮົາ ແລະ ເປັນຜູ້ຮັບໃຊ້ຂອງເຮົາ ແຕ່ເທົ່ານັ້ນ; ເຮົາໄດ້ສ້າງເຈົ້າມາ ເພື່ອໃຫ້ຮັບໃຊ້ເຮົາ ແລະ ເຮົາຈະບໍ່ລືມໄລເຈົ້າ ຈັກເທື່ອ.
\v 22 ເຮົາປັດການບາບ ຂອງເຈົ້າ ດັ່ງເມກຫາຍໄປ ຈົ່ງກັບມາ ເພາະເຮົາຜູ້ດຽວ ທີ່ຊວຍເຈົ້າໄດ້.”
\s5
\v 23 ຈົ່ງໂຮຮ້ອງ ຍິນດີສາເຖີດ ລູກທັງຫລາຍຂອງພຣະເຈົ້າ ເອີຍ ໂລກບ່ອນເລິກ ສຸດເອີຍ ຈົ່ງໂຮຮ້ອງ ກັນເຖີດ ພູຜາ ທຸກໜ່ວຍ ແລະ ຕົ້ນໄມ້ ໃນປ່າທັງຫລາຍ ຈົ່ງຊົມຊື່ນຍິນດີ ດ້ວຍສຽງໂຮຮ້ອງເຖີດ ພຣະເຈົ້າໄດ້ຊີ້ໃຫ້ເຫັນຄວາມຍິ່ງໃຫຍ່ ຂອງພຣະອົງ ໂດຍຊ່ວຍປະຊາຊົນຊາດ ອິດສະຣາເອນ ໃຫ້ພົ້ນ.
\s5
\v 24 “ອົງພຣະຜູ້ເປັນເຈົ້າ ພຣະຜູ້ຊ່ວຍຂອງເຈົ້າ ແມ່ນເຮົາທີ່ເປັນຜູ້ນິຣະມິດສ້າງເຈົ້າ ເຮົາຄື ອົງພຣະຜູ້ເປັນເຈົ້າ ທີ່ສ້າງສັບພະທຸກສິ່ງ ທັງຫລາຍ ແມ່ນເຮົາແຕ່ຜູ້ດຽວ ທີ່ໄດ້ກາງຟ້າ ສະຫວັນອອກ. ເມື່ອເຮົາໄດ້ນິຣະມິດສ້າງ ແຜ່ນດິນໂລກຂຶ້ນມາ ບໍ່ມີຜູ້ໃດເລີຍ ທີ່ໄດ້ຊ່ວຍເຫລືອເຮົາຈັກດີ້.
\v 25 ເຮົາໄດ້ເຮັດໃຫ້ ພວກໝໍດູ ໝໍມໍ ໂງ່ຈ້າໝົດ ເຮັດໃຫ້ຜູ້ເບິ່ງເລີກ ເບິ່ງຍາມ ເຫລືອອົກ ເຫລືອໃຈດ້ວຍ. ເຮົາຂັດ ແຍ້ງໂຕ້ຕອບ ຄໍາເວົ້າຄົມ ຂອງ ຄົນມີປັນຍາ ແລະ ຊີ້ໃຫ້ເຫັນວ່າ ປັນຍາ ຂອງ ພວກເຂົາ ນັ້ນໂງ່ຈ້າ.
\s5
\v 26 ແຕ່ເມື່ອ ຜູ້ຮັບໃຊ້ຂອງເຮົາ ເວົ້າລ່ວງໜ້າອອກໄປ ເມື່ອເຮົາສົ່ງຜູ້ນາໍຂ່າວ ມາບອກແຜນການຂອງເຮົານັ້ນ. ເຮົາກໍໄດ້ໃຫ້ ຄໍາເວົ້າ ທັງແຜນການກາຍເປັນຈິງ ເຮົາບອກນະຄອນ ເຢຣູຊາເລັມ ວ່າ ປະຊາຊົນ ຈະຢູ່ທີ່ ນັ້ນອີກ ບອກຊາວ ຢູດາ ວ່າເມືອງຈະຖືກສ້າງ ຂຶ້ນໃໝ່ໝົດ ທີ່ຮົກຮ້າງເພພັງ ຈະຖືກສ້າງຂຶ້ນ ໃໝ່ທັງນັ້ນ.
\v 27 ເຮົາສັ່ງພື້ນນາໍ້ ບ່ອນເລິກ ສຸດຂອງທ້ອງທະເລ ວ່າ, ‘ໃຫ້ນາໍ້ແຫ້ງໄປໝົດ ແລະ ປະດິນແຫ້ງໄວ້.
\s5
\v 28 ເຮົາສັ່ງ ໄຊຣັດ ວ່າ, ‘ເຈົ້າ ຄື ຜູ້ທີ່ຈະປົກຄອງໃຫ້ເຮົາ ເຈົ້າຈະເຮັດແຕ່ສິ່ງທີ່ເຮົາຕ້ອງການ ໃຫ້ເຮັດເທົ່ານັ້ນ: ເຈົ້າຈະສັ່ງໃຫ້ສ້າງນະຄອນ ເຢຣູຊາເລັມ ຂຶ້ນໃໝ່ ຮາກຖານ ພຣະວິຫານ ກໍຈະຖືກວາງໄວ້ ຄືກັນ.
\s5
\c 45
\p
\v 1 ອົງພຣະຜູ້ເປັນເຈົ້າໄດ້ເລືອກ ໄຊຣັດ ໃຫ້ເປັນກະສັດ ພຣະອົງໄດ້ຕັ້ງເພິ່ນໃຫ້ ມີໄຊເໜືອ ບັນດາຊົນຊາດ; ພຣະອົງສົ່ງເພິ່ນມາ ເພື່ອຖອດຕໍາແໜ່ງກະສັດ ຈາກອໍານາດ ທີ່ພວກເຂົາມີສໍາລັບການປົກຄອງນັ້ນ; ອົງພຣະ ຜູ້ເປັນເຈົ້າ ຈະໄຂປະຕູເມືອງໃຫ້ເພິ່ນ ພຣະອົງໄດ້ກ່າວຕໍ່ເຈົ້າໄຊຣັດ ດັ່ງນີ້:
\s5
\v 2 “ເຮົາເອງຈະຕຽມທາງເດີນໃຫ້ເຈົ້າໃດ ໂດຍເຮັດໃຫ້ພູ ແລະ ເນີນພູຮາບພຽງກັນໄວ້. ເຮົາຈະພັງປະຕູ ທອງສໍາຣິດ ໃຫ້ໝຸ່ນ ທະລາຍ ທຸບທ່ອນເຫລັກໄລປະຕູເມືອງ ໃຫ້ຫັກໝົດສິ້ນ.
\v 3 ເຮົາຈະມອບຂຸມຊັບ ຈາກ ທີ່ມືດລັບລີ້ທັງຫລາຍ ໃຫ້ເຈົ້າເປັນຜູ້ຄຸ້ມຄອງ ຊັບສົມບັດເຫລົ່ານັ້ນ; ແລ້ວເຈົ້າກໍຈະຮູ້ວ່າ ເຮົາ ຄື ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງ ຊາດອິດສະຣາເອນ ໄດ້ເອີ້ນເອົາເຈົ້າ.
\s5
\v 4 ເຮົາຕັ້ງເຈົ້າໃຫ້ຊ່ວຍ ອິດສະຣາເອນ ຜູ້ຮັບໃຊ້ຂອງເຮົາ ຄື ຊ່ວຍເຫລືອປະຊາຊົນ ທີ່ເຮົາໄດ້ເລືອກເອົານັ້ນ. ເຮົາໄດ້ໃຫ້ເຈົ້າ ມີກຽດສັກສີ ອັນໃຫຍ່ຫລວງ ເຖິງວ່າ ເຈົ້າບໍ່ຮູ້ຈັກເຮົາ ເລີຍກໍຕາມ.
\v 5 ເຮົາ ຄື ອົງພຣະຜູ້ເປັນເຈົ້າ ບໍ່ມີພຣະເຈົ້າ ອົງອື່ນໃດເດີ ເຈົ້າບໍ່ຮູ້ເຮົາ ແຕ່ ເຮົາກໍຈະໃຫ້ກາໍລັງແກ່ເຈົ້າ.
\v 6 ເຮົາເຮັດສິ່ງນີ້ ກໍເພື່ອວ່າ ທຸກໆຄົນ ຈາກສົ້ນໜຶ່ງຫາອີກ ສົ້ນໜຶ່ງຂອງແຜ່ນດິນໂລກ ຈະໄດ້ຮູ້ຈັກວ່າ ເຮົາແມ່ນອົງພຣະຜູ້ເປັນເຈົ້າໃດ ແລະ ຮູ້ວ່າ ໃນໂລກນີ້ ບໍ່ມີພຣະເຈົ້າອົງອື່ນອີກ.
\s5
\v 7 ເຮົານິຣະມິດສ້າງ ຄວາມສະຫວ່າງຂຶ້ນມາ ຄວາມມືດ ເຮົາກໍນິຣະມິດສ້າງຂຶ້ນດ້ວຍ; ເຮົານໍາພອນ ແລະ ຄວາມພິນາດ ມາຄືກັນ ເຮົາ ຄື ອົງພຣະຜູ້ເປັນເຈົ້າ ເຮັດທຸກສິ່ງເຫລົ່ານີ້.
\v 8 ເຮົາຈະສົ່ງໄຊຊະນະ ຈາກຟ້າມາດັ່ງ ຫ່າຝົນ ແຜ່ນດິນໂລກ ຈະເປີດປະຕູຮັບເອົາ ໄວ້ເບັ່ງບານ ດ້ວຍອິດສະຫລະພາບ ກັບ ຄວາມຍຸດຕິທໍາ ເຮົາ ຄື ອົງພຣະຜູ້ເປັນເຈົ້າ ເຮັດໃຫ້ສິ່ງນີ້ເກີດຂຶ້ນ.”
\s5
\v 9 ໝໍ້ດິນ ຈະກ້າໂຕ້ແຍ້ງກັບຊ່າງປັ້ນໝໍ້ ໄດ້ບໍ? ໝໍ້ດິນໜ່ວຍໜຶ່ງ ກໍເປັນດັ່ງໝໍ້ດິນ ໜ່ວຍອື່ນໆ ດິນດາກຖາມຊ່າງປັ້ນໝໍ້ ວ່າເຮັດຫຍັງ ຢູ່ໄດ້ບໍ? ໝໍ້ດິນ ຈົ່ມໃຫ້ຊ່າງປັ້ນໝໍ້ ວ່າບໍ່ໄດ້ເລື່ອງ ໄດ້ບໍ?
\s5
\v 10 ມີຜູ້ໃດແດ່ ກ້າເວົ້າໃຫ້ພໍ່ແມ່ຂອງຕົນ ວ່າ, “ເປັນຫຍັງ ຈຶ່ງສ້າງລູກໃຫ້ເປັນເຊັ່ນນີ້? ”
\s5
\v 11 ອົງພຣະຜູ້ເປັນເຈົ້າ ອົງຊົງບໍຣິສຸດຂອງຊາດ ອິດສະຣາເອນ ແມ່ນຜູ້ທີ່ຈັດຕຽມ ຮູບຮ່າງ ຂອງອະນາຄົດ ກ່າວວ່າ, “ເຈົ້າບໍ່​ມີ​ສິດສອບຖາມ ເຖິງລູກໆ ຂອງເຮົາ ຫລື ບອກ ເຮົາວ່າ ຄວນຈະເຮັດແນວໃດແດ່
\s5
\v 12 ແມ່ນເຮົາທີ່ໄດ້ ນິຣະມິດສ້າງໂລກນີ້ ຂຶ້ນມາ ໄດ້ສ້າງມະນຸດທຸກຄົນ ໃຫ້ອາໄສຢູ່ໃນທີ່ນັ້ນ. ເຮົາໄດ້ກາງທ້ອງຟ້າ ດ້ວຍຣິດອໍານາດ ຂອງເຮົາ ຄວບຄຸມຕາເວັນ ເດືອນ ແລະ ດາວດ້ວຍ.
\s5
\v 13 ເຮົາເອງ ໄດ້ປຸກປັ່ນ ໄຊຣັດ ໃຫ້ດໍາເນີນການ ເພື່ອສໍາເລັດເປົ້າໝາຍ ແລະ ຈັດໃຫ້ ຖືກຕ້ອງ. ເຮົາຈະເຮັດທາງທຸກເສັ້ນ ທີ່ລາວ ເດີນໄປໃຫ້ຊື່ ສ້າງນະຄອນເຢຣູຊາເລັມ ຂຶ້ນ ໃໝ່ ຄື ເມືອງຂອງເຮົາ ແລະ ຈະປ່ອຍຄົນ ຂອງເຮົາ ທີ່ຖືກຈັບໃຫ້ເປັນເສລີ ບໍ່ມີຜູ້ໃດຈ້າງ ໃຫ້ເຮັດ ຫລື ຈອບອອຍລາວດ້ວຍ. ” ອົງພຣະ ຜູ້ເປັນເຈົ້າ ອົງຊົງຣິດອໍານາດ ຍິ່ງໃຫຍ່ ໄດ້ກ່າວ ເລື່ອງທັງໝົດເຫລົ່ານີ້ໄວ້.
\s5
\v 14 ອົງພຣະຜູ້ເປັນເຈົ້າ ກ່າວຕໍ່ຊາດ ອິດສະຣາເອນ ວ່າ, “ສົມບັດ ຂອງ ປະເທດ ເອຢິບ ກັບ ປະເທດ ເອທິໂອເປຍ ຈະເປັນ ຂອງເຈົ້າ ຄົນໃຫຍ່ສູງແຫ່ງ ເຊບາ ກໍຈະເປັນ ທາດຮັບໃຊ້ເຈົ້າຄືກັນ ພວກເຂົາຈະຍ່າງຕາມ ເຈົ້າໄປໂດຍ ຖືກລ່າມໂສ້ພ້ອມ. ພວກເຂົາຈະ ກົ້ມຂາບເຈົ້າ ແລະ ທັງສາລະພາບ ວ່າ ‘ພຣະເຈົ້າຢູ່ນໍາເຈົ້າ ເປັນພຣະເຈົ້າແຕ່ອົງດຽວ.
\v 15 ພຣະເຈົ້າແຫ່ງ ອິດສະຣາເອນ ຊ່ວຍຊູຄົນຂອງພຣະອົງ ເປັນພຣະເຈົ້າອົງທີ່ເຊື່ອງຊ້ອນ ຕົນເອງໄວ້.
\s5
\v 16 ພວກທີ່ເຮັດຮູບເຄົາຣົບ ຈະໄດ້ຮັບຄວາມອັບອາຍ ພວກເຂົາທຸກຄົນຈະໄດ້ຮັບການດູໝິ່ນປະໝາດ.
\v 17 ແຕ່ອົງພຣະຜູ້ເປັນເຈົ້າ ຈະຊ່ວຍຊູຊາດ ອິດສະຣາເອນ ແລະ ຄວາມມີໄຊຂອງພວກເຂົາ ຈະດໍາລົງ ໄປຕະຫລອດ; ອົງພຣະຜູ້ເປັນເຈົ້າ ຈະບໍ່ໃຫ້ ປະຊາຊົນຂອງພຣະອົງ ໄດ້ຖືກອັບອາຍ ຂາຍໜ້າອີກຈັກເທື່ອ.
\s5
\v 18 ອົງພຣະຜູ້ເປັນເຈົ້າ ໄດ້ສ້າງຟ້າສະຫວັນ ແມ່ນພຣະອົງແຕ່ຜູ້ດຽວ ທີ່ເປັນ ພຣະເຈົ້າ ພຣະອົງໄດ້ຈັດຮູບຮ່າງສ້າງໂລກນີ້ ຂຶ້ນມາ ໄດ້ເຮັດໃຫ້ໂລກໝັ້ນຄົງ ແລະ ຢັ້ງຢືນ ຄົງຢູ່ໄດ້. ພຣະອົງບໍ່ໄດ້ເຮັດໃຫ້ເປັນທີ່ເປົ່າຮ້າງ ຫວ່າງຄົນ ແຕ່ເປັນບ່ອນທີ່ມະນຸດເຮົາ ພັກພາອາໄສຢູ່ ພຣະເຈົ້າລັ່ນປາກ ກ່າວໄຂ ວາຈາ ວ່າ, ເຮົາ ຄື ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ ອົງອື່ນບໍ່ມີ.
\s5
\v 19 ເຮົາບໍ່ໄດ້ກ່າວ ໃນບ່ອນທີ່ລັບລີ້ເລີຍ ຫລື ປິດບັງຈຸດມຸ່ງໝາຍ ຂອງເຮົາໄວ້. ເຮົາບໍ່ໄດ້ຮ້ອງຂໍໃຫ້ປະຊາຊົນ ອິດສະຣາເອນ ຊອກ ຄົ້ນຫາເຮົາ ໃນບ່ອນເປົ່າຮ້າງ. ເຮົາ ຄື ອົງພຣະຜູ້ເປັນເຈົ້າ ກ່າວແຕ່ຄວາມຈິງ ເຮັດໃຫ້ ທຸກຄົນຮູ້ຈັກ ແຕ່ສິ່ງທີ່ຖືກຕ້ອງ.”
\s5
\v 20 ອົງພຣະຜູ້ເປັນເຈົ້າ ຊົງກ່າວວ່າ, “ຈົ່ງພາກັນມາເຖີດ ຊົນຊາດທີ່ລອດຈາກ ຈັກກະພົບ ລົ້ມທະລາຍນັ້ນ; ສະເໜີ ພວກເຈົ້າສໍາລັບ ການສອບສວນຄະດີ ເບິ່ງດູ ຜູ້ທີ່ແຫ່ຂະບວນ ກັບ ຮູບເຄົາຣົບ ໄມ້ຂອງຕົນນັ້ນ ທັງພາວັນນາ ອະທິຖານ ຕໍ່ບັນດາພະ ທີ່ຊ່ວຍຫຍັງບໍ່ໄດ້ເລີຍ ຄື ພວກທີ່ບໍ່ຮູ້ຈັກເລື່ອງລາວ ຫຍັງຈັກດີ້
\s5
\v 21 ຈົ່ງມາສະເໜີ ຄະດີຂອງພວກເຈົ້າ ທີ່ສານ ເບິ່ງດູ ຈົ່ງໃຫ້ຈາໍເລີຍ ປຶກສາ ຊຶ່ງກັນແລະກັນເບິ່ງ. ຜູ້ໃດໄດ້ກ່າວ ລ່ວງໜ້າເຖິງສິ່ງ ທີ່ຈະເກີດຂຶ້ນນໍ? ບໍ່ແມ່ນເຮົາບໍ ອົງທີ່ເປັນອົງພຣະຜູ້ເປັນເຈົ້າ? ຄື ພຣະເຈົ້າ ອົງທີ່ຊ່ວຍຊູ ປະຊາຊົນຂອງພຣະອົງ ນອກຈາກເຮົາບໍ່ມີພຣະເຈົ້າ ອື່ນໃດອີກແລ້ວ.
\s5
\v 22 ຊາວໂລກ ທັງໂລກ ຈົ່ງກັບມາຫາເຮົາ ເຮົາເທົ່ານັ້ນ ຄື ພຣະເຈົ້າ ແລະ ຊ່ວຍໃຫ້ພົ້ນ ໄດ້.
\v 23 ຄໍາສັນຍາຂອງເຮົາ ເປັນຄວາມຈິງ ທັງໝົດ ຄໍາສັນຍານັ້ນ ຈະບໍ່ຖືກປ່ຽນແປງ ຈັກເທື່ອ. ເຮົາສັນຍາຢ່າງໜັກແໜ້ນ ໂດຍກຽດສັກສີ ທຸກຄົນຈະມາກົ້ມສາບານສັດຊື່ຕໍ່ເຮົາ ທັງນັ້ນ.
\s5
\v 24 ພວກເຂົາຈະເວົ້າ ຜ່ານທາງເຮົາ ແຕ່ຜູ້ດຽວ ພົບກາໍລັງ ແລະ ຄວາມມີໄຊ ນາໍເຮົາແຕ່ເທົ່ານັ້ນ; ແຕ່ທຸກຄົນທີ່ຄຽດແຄ້ນ ແລະ ກຽດຊັງເຮົາ ກໍຈະຖືກອັບອາຍຂາຍໜ້າ ທັງ ນັ້ນ.
\v 25 ເຮົາ ຄື ອົງພຣະຜູ້ເປັນເຈົ້າ ຈະຊ່ວຍກູ້ເອົາທຸກຄົນ ຄື ເຊື້ອສາຍ ຢາໂຄບ ຈະ ຍ້ອງຍໍສັນລະເສີນເຮົາ ທັງນັ້ນ.
\s5
\c 46
\p
\v 1 ນີ້ຄືຈຸດຈົບ ຂອງບັນດາພະ ທີ່ນະຄອນ ບາບີໂລນ ພະເບັນ ແລະ ເນໂບ ທີ່ຄັ້ງໜຶ່ງຊາວນະຄອນໄດ້ຂາບໄຫວ້ ແຕ່ບັດນີ້ ພະ ເຫລົ່ານັ້ນຖືກບັນທຸກໃສ່ຫລັງລໍ ເປັນພາລະໜັກ ໃຫ້ສັດທີ່ກາໍລັງອິດເມື່ອຍ.
\v 2 ຮູບເຄົາຣົບ ເຫລົ່ານັ້ນ ຊ່ວຍມັນເອງບໍ່ໄດ້ເລີຍ ຊາວ ນະຄອນໄດ້ຮິບໂຮມ ແລະ ເອົາໜີໄປໄວ້ທີ່ອື່ນ. ນີ້ແຫລະແມ່ນ ຈຸດອະວະສານຂອງ ພວກມັນ ຄື ຂອງບັນດາພະ ທີ່ນະຄອນ ບາບີໂລນ ນັ້ນ
\s5
\v 3 ຈົ່ງຟັງເຮົາເທີ້ນ ເຊື້ອສາຍຂອງ ຢາໂຄບ ເອີຍ ຄື ປະຊາຊົນທັງໝົດຂອງເຮົາ ທີ່ຍັງມີຊີວິດຢູ່ນັ້ນ. ເຮົາໄດ້ເບິ່ງແຍງພວກເຈົ້າ ແຕ່ໃດໆ ມາ ຄື ຕອນທີ່ພວກເຈົ້າເກີດມາ ແຕ່ທ້ອງແມ່.
\v 4 ເຮົາເປັນພຣະເຈົ້າ ຈະດູແລພວກເຈົ້າ ເອງ ຈົນກວ່າເຖົ້າແກ່ຊະຣາ ຜົມເປັນສີເຖົ່າ. ເຮົາໄດ້ສ້າງພວກເຈົ້າ ແລະ ຈະເປັນຜູ້ດູແລ ເຮົາຈະຊ່ວຍຊູ ແລະ ຊ່ວຍກູ້ເອົາພວກເຈົ້າ.
\s5
\v 5 ອົງພຣະຜູ້ເປັນເຈົ້າ ກ່າວວ່າ, “ພວກເຈົ້າ ຈະປຽບທຽບ ເຮົາໃສ່ຜູ້ໃດ? ” ຫລື ມີຜູ້ໃດບໍ ທີ່ຄ້າຍຄືກັນກັບເຮົານີ້?
\v 6 ປະຊາຊົນໄຂ ກະເປົາ ແລະ ຖອກຄໍາ ອອກມາຊັ່ງເບິ່ງນາໍ້ ໜັກ ເງິນໃສ່ຊິງທີ່ພວກເຂົາມີນັ້ນ. ພວກເຂົາ ຈ້າງຊ່າງຫລອມຄໍາ ໃຫ້ເຮັດເປັນຮູບພະ ແລ້ວກໍຂາບໄຫວ້ຮູບພະ ທີ່ໄດ້ສ້າງຂຶ້ນມາ.
\s5
\v 7 ພວກເຂົາຍົກມັນຂຶ້ນໃສ່ບ່າ ແລະ ພາກັນຫາມໄປວາງ ຮູບພະລົງຢູ່ທີ່ໃດ ມັນກໍຢືນຢູ່ທີ່ນັ້ນ ມັນເໜັງຕີງຍ້າຍໄປມາ ບ່ອນໃດບໍ່ໄດ້ເລີຍ ຖ້າຜູ້ໃດຜູ້ໜຶ່ງພາວັນນາ ອະທິຖານ ມັນກໍຕອບຫຍັງບໍ່ໄດ້ ຫລື ບໍ່ສາມາດຊ່ວຍຄົນໃດ ຄົນໜຶ່ງໄດ້ເລີຍ ໃຫ້ພົ້ນຈາກໄພພິບັດ ທີ່ມາປະເຊີນນັ້ນ.
\s5
\v 8 ຄົນບາບທັງຫລາຍເອີຍ ຈົ່ງຈົດຈາໍສິ່ງນີ້ ຈົ່ງພິຈາລະນາ ສິ່ງທີ່ເຮົາໄດ້ເຮັດມານັ້ນ.
\v 9 ຈົ່ງຈົດຈາໍ ສິ່ງທີ່ໄດ້ເກີດຂຶ້ນ ແຕ່ດົນນານ ຈົ່ງຮັບຮູ້ວ່າ ເຮົາແຕ່ຜູ້ດຽວທີ່ເປັນພຣະເຈົ້າ ແລະ ຮັບຮູ້ວ່າ ນອກຈາກເຮົາແລ້ວ ບໍ່ມີຜູ້ໃດ ເພາະແມ່ນເຮົາແຕ່ຜູ້ດຽວ ທີ່ເປັນພຣະເຈົ້າ.
\s5
\v 10 ຕັ້ງແຕ່ຕົ້ນ ເຮົາກ່າວໄວ້ກ່ອນ ເຖິງສິ່ງທີ່ຈະມີມາ ເຮົາໄດ້ບອກໄວ້ແຕ່ດົນນານ ໃນສິ່ງທີ່ຈະເກີດຂຶ້ນ. ເຮົາບອກວ່າ, ແຜນການຂອງເຮົາ ບໍ່ເຄີຍລົ້ມເຫລວ ເຮົາເຮັດທຸກໆສິ່ງຕາມ ທີ່ເຮົາຢາກເຮັດ.
\v 11 ແຕ່ຕາເວັນອອກ ເຮົາພວມເອີ້ນເອົາຄົນໜຶ່ງມາ [ຖ] ລາວຈະຊັດ ຫົວລົງ ດັ່ງໂຕແຫລວບິນເຈີດ ລາວຈະເຮັດສໍາເລັດ ຕາມທີ່ເຮົາໄດ້ວາງແຜນ ເຮົາກ່າວ ໄວ້ຢ່າງໃດ ກໍຈະເກີດຂື້ນຢ່າງນັ້ນ.
\s5
\v 12 ຈົ່ງຟັງພວກເຈົ້າ ປະຊາຊົນທີ່ດື້ດ້ານເອີຍ ຜູ້ໃດຄິດວ່າ ຄວາມມີໄຊ ມັນຢູ່ໄກເກີນຢື້.
\v 13 ເຮົາພວມນາໍມື້ໄຊຊະນະ ເຂົ້າມາ ໃກ້ທຸກທີ ເປັນໄຊຊະນະ ທີ່ບໍ່ຢູ່ໄກ ແຕ່ຢ່າງໃດ ຈັກດີ້. ຄວາມມີໄຊຂອງເຮົາ ຈະບໍ່ຖືກເຮັດໃຫ້ ຊັກຊ້າໄປ ເຢຣູຊາເລັມ ແລະ ອິດສະຣາເອນ ຈະມີຜູ້ຊ່ວຍ ທັງໄດ້ຮັບກຽດ.”
\s5
\c 47
\p
\v 1 ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ, "ຈົ່ງ​ລົງ​ຈາກ​ບັນ​ລັງ​ເຖີດ ນະ​ຄອນ ບາ​ບີ​ໂລນ​ເອີຍ" ແລະ​ນັ່ງ​ເທິງ​ພື້ນ​ຕາມ​ຂີ້​ຝຸ່ນ​ດິນ​ສາ​ເຖີດ ຄັ້ງ​ໜຶ່ງ ເຈົ້າ​ເປັນ​ດັ່ງ​ສາວ​ປອດ​ຜູ້​ໜຶ່ງ​ໃດ ເປັນ​ນະ​ຄອນ​ໜຶ່ງ​ທີ່ບໍ່​ມີ​ຜູ້​ໃດ​ກ້າ​ໂຈມ​ຕີ​ເອົາ​ໄດ້ ແຕ່​ເຈົ້າ​ຈະ​ບໍ່​ອ່ອນ​ໂຍນ​ແລະ​ໜ້າ​ຈັບ​ໃຈ​ຕໍ່​ໄປ ບັດ​ນີ້ ເຈົ້າ​ໄດ້​ຕົກ​ເປັນ​ທາດ​ຮັບ​ໃຊ້​ສາ​ແລ້ວ
\v 2 ​ຈົ່ງ​ສີ​ເຂົ້າ​ເປືອກ​ເຖີດ ຈົ່ງ​ໂມ້​ແປ້ງ​ສາ ຈົ່ງ​ເອົາ​ຜ້າ​ປົກ​ໂສມ​ໜ້າ​ເຈົ້າອອ​ກ​ສາ​ເຖີດ ຈົ່ງ​ແກ້​ເຄື່ອງ​ງາມ​ລະ​ອຽດ​ຂອງ​ເຈົ້າ​ອອກ​ສາ ຈົ່ງ​ຮື້​ກະ​ໂປ່ງ​ເຈົ້າ​ຂຶ້ນ ແລະ​ຍ່າງ​ຂ້າມ​ຫ້ວຍ​ນ້ຳ"
\s5
\v 3 ເພື່ອປະຊາຊົນ ຈະໄດ້ເຫັນເຈົ້າເປືອຍກາຍ ພວກເຂົາຈະໄດ້ເຫັນເຈົ້າ ຕົກຕໍ່າ ແລະ ຂາຍໜ້າ. ເຮົາຈະລົງມື ແກ້ແຄ້ນ ໃຫ້ແກ່ເຮົາເອງ ແລະ ຈະບໍ່ມີຜູ້ໃດຂັດຂືນ ທັງຢັບຢັ້ງເຮົາໄດ້. ”
\v 4 ພຣະຜູ້ໄຖ່ຂອງ ພວກເຮົາ ມີນາມຊື່ວ່າ ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດ ຍິ່ງໃຫຍ່ ອົງບໍຣິສຸດ ແຫ່ງຊາດ ອິດສະຣາເອນ.
\v 5 ອົງພຣະ ຜູ້ເປັນເຈົ້າ ລັ່ນປາກ ກ່າວຕໍ່ນະຄອນ ບາບີໂລນ ວ່າ, “ຈົ່ງນັ່ງໃນທີ່ງຽບສະຫງົບ ແລະ ໃນທີ່ມືດສາເຖີດ ເພາະເຈົ້າໄດ້ສູນເສຍ ຕໍ່າແໜ່ງຂອງເຈົ້າໄປ ຄື ຕໍ່າແໜ່ງແຫ່ງ ຣາຊນີ ຂອງບັນດາຊົນຊາດ
\s5
\v 6 ເຮົາໄດ້ໂກດຮ້າຍໃຫ້ປະຊາຊົນຂອງເຮົາ ເຮົາໄດ້ເຮັດຕໍ່ພວກເຂົາ ດັ່ງບໍ່ໄດ້ເປັນຂອງເຮົາອີກ: ເຮົາໄດ້ມອບພວກເຂົາໄວ້ ໃນອໍານາດຂອງເຈົ້າໝົດ ເຈົ້າບໍ່ໄດ້ເມດຕາປານີ ພວກເຂົາຈັກດີ້.
\v 7 ເຈົ້າຄິດວ່າ ເຈົ້າຈະໄດ້ເປັນ ຣາຊນີ ສືບໄປບໍ? ຈຶ່ງບໍ່ຄິດວ່າ ເລື່ອງ ຈະຈົບລົງຢ່າງໃດ ແທ້? ແມ່ນແຕ່ຄົນເຖົ້າແກ່ ຊະຣາ ກໍຕາມ ກໍໄດ້ເຮັດກັບພວກເຂົາ ຢ່າງ ໂຫດຮ້າຍ ທາລຸນ.
\s5
\v 8 ເຈົ້່າຜູ້ມັກມ່ວນຊື່ນເອີຍ ຈົ່ງຟງັເລື່ອງນີ້ ເຈົ້າເຄີຍຄິດວ່າ ຕົນປອດໄພ ແລະ ໝັ້ນຄົງ ແລ້ວ. ເຈົ້າອ້າງຕົນວ່າ ຍິ່ງໃຫຍ່ເທົ່າກັບ ພຣະເຈົ້າບໍ ເວົ້າວ່າ, ບໍ່ມີຜູ້ໜຶ່ງຜູ້ໃດ ດຸດດັ່ງ ຕົນໄດ້. ເຈົ້າຄິດວ່າ ຈະບໍ່ໄດ້ເປັນຍິງໝ້າຍ ຜົວຕາຍປະບໍ ຫລື ທຸກຮ້ອນໃຈ ຍ້ອນຕົນສູນເສຍລູກ.
\v 9 ແຕ່ພຽງບຶດດຽວເທົ່ານັ້ນ ພຽງແຕ່ໃນມື້ດຽວ ເຫດການເຫລົ່ານີ້ ທັງສອງ ກໍຈະເກີດຂື້ນ: ເຖິງວ່າ ຈະໃຊ້ເວດມົນຄາຖາ ທັງໝົດ ກໍຕາມ ເຈົ້າກໍຈະສູນເສຍຜົວ ແລະ ລູກຂອງເຈົ້າ.
\s5
\v 10 ເຈົ້າເຊື່ອໝັ້ນ ໃນຄວາມຊົ່ວຊ້າ ຂອງເຈົ້ານໍ ເຈົ້າຄິດວ່າ ບໍ່ມີຜູ້ໜຶ່ງຜູ້ໃດ ເບິ່ງເຫັນ ເຈົ້າໄດ້. ປັນຍາຂອງເຈົ້າ ແລະ ຄວາມຮູ້ຂອງ ເຈົ້າເອງ ໄດ້ພາໃຫ້ເຈົ້າ ເດີນໄປໃນທາງຜິດ ສາແລ້ວ; ເຈົ້າຈຶ່ງຄິດວ່າ ‘ຂ້ອຍ ຄື ພຣະເຈົ້າ ອົງໜຶ່ງໃດ ແລະ ບໍ່ມີຜູ້ໜຶ່ງຜູ້ໃດ ທີ່ຄ້າຍຄື ກັບ ຂ້ອຍ.
\v 11 ໄພພິບັດ ອັນໃຫຍ່ນັ້ນ ມັນຈະ ມາຖືກເຈົ້າເດີ ບໍ່ມີເວດມົນຄາຖາໃດໆ ຈະ ຢັບຢັ້ງມັນໄວ້ໄດ້. ການຮົກຮ້າງ ເພພັງ ຈະ ມາຖືກເຈົ້າ ໃນທັນທີ ຄື ການຮົກຮ້າງ ເພພັງ ທີ່ເຈົ້າ ບໍ່ຄາດຝັນມາກ່ອນ
\s5
\v 12 ຈົ່ງສືບຕໍ່ໃຊ້ເວດມົນ ກັບ ເຄື່ອງແຄ້ວ ຂອງຄົງສາ ເພາະເຈົ້າໄດ້ໃຊ້ ມັນມາແຕ່ ສະໄໝຍັງໜຸ່ມພຸ້ນ. ບາງທີມັນອາດ ຊ່ວຍ ບາງສິ່ງບາງຢ່າງໄດ້ກໍມີ ບາງທີ ໃຊ້ມັນໃຫ້ ເຫລົ່າສັດຕູ ຢ້ານກົວກໍໄດ້.
\v 13 ສິ້ນອໍານາດ ແລ້ວເຖິງວ່າ ໄດ້ຮັບຄໍາແນະນາໍ ກໍດີຈົ່ງໃຫ້ ພວກໝໍໂຫນ ໝໍທວາຍ ອອກມາ ແລະ ຊ່ວຍ ເອົາເຈົ້າໄວ້ ຄື ບັນດາ ຄົນທີ່ສຶກສາເບິ່ງດວງດາວທັງຫລາຍ ທັງເຮັດແຜນທີ່ຂອງສະຫວັນອອກມາ ເປັນຊັ້ນ ໆ ແລະ ບອກເຈົ້າ ເດືອນແລ້ວເດືອນເຫລົ່າອີກ ວ່າ ມີເຫດການ ຫຍັງແດ່ ຈະເກີດຂຶ້ນກັບເຈົ້ານໍ.
\s5
\v 14 ພວກເຂົາຈະເປັນດັ່ງເຟືອງ ທ່ອນນ້ອຍໆ ທັງຫລາຍ ແລະ ໄຟກໍຈະໄໝ້ ໃຫ້ວອດວາຍໄປໝົດສິ້ນ ພວກເຂົາຈະຊ່ວຍແມ່ນແຕ່ ພວກເຂົາເອງບໍ່ໄດ້ເລີຍ ໄຟຈະລຸກແຮງ ສໍາລັບພວກເຂົາ ບໍ່ແມ່ນໄຟ ໃຫ້ອົບອຸ່ນ.
\v 15 ນີ້ແຫລະ ແມ່ນສິ່ງດີທີ່ພວກເຂົາຈະເຮັດຕໍ່ເຈົ້າເດີ ບັນດາໝໍໂຫນ ໝໍທວາຍ ທີ່ເຈົ້າຂໍຄໍາ ປຶກສາ ມາຕະຫລອດ ພວກເຂົາຈະປະຖິ້ມເຈົ້າ ແລະ ໜີໄປຕາມທາງຂອງພວກເຂົາເອງ ແລະ ຈະບໍ່ມີຜູ້ໃດເຫລືອຢູ່ ເພື່ອຊ່ວຍຊູເຈົ້າ ໃຫ້ພົ້ນ.”
\s5
\c 48
\p
\v 1 ປະຊາຊົນ ອິດສະຣາເອນ ເອີຍ ຈົ່ງຟັງ ເລື່ອງນີ້ ພວກທີ່ສືບເຊື້ອສາຍ ມາຈາກເຜົ່າຢູດາ ນັ້ນ: ພວກເຈົ້າໄດ້ສາບານ ໃນນາມອົງ ພຣະຜູ້ເປັນເຈົ້າໃດ ແລະ ອ້າງວ່າຕົນນະມັດ ສະການ ພຣະເຈົ້າ ຄື ຍ້ອງຍໍພຣະເຈົ້າ ຂອງຊາດ ອິດສະຣາເອນ ແຕ່ບໍ່ໄດ້ຕັ້ງໃຈເວົ້າ ແມ່ນແຕ່ຄໍາດຽວ ຢ່າງນັ້ນ.
\v 2 ແຕ່ເຖິງປານນັ້ນ ພວກເຈົ້າກໍຍັງພູມໃຈ ໃນຕົວເອງ ວ່າ ເປັນໄພ່ພົນ ແຫ່ງນະຄອນ ບໍຣິສຸດ ຂອງ ພຣະເຈົ້າ ວ່າຕົນສຸດຂາດນາໍ ພຣະເຈົ້າແຫ່ງ ອິດສະຣາເອນ ອົງພຣະຜູ້ເປັນເຈົ້າ ອົງຊົງຣິດ ອໍານາດ ຍິ່ງໃຫຍ່ ຄື ພຣະນາມ ຂອງ ພຣະອົງ.
\s5
\v 3 ອົງພຣະຜູ້ເປັນເຈົ້າກ່າວແກ່ຊາດ ອິດສະຣາເອນ ວ່າ, “ດົນແລ້ວເດ ທີ່ເຮົາໄດ້ກ່າວລ່ວງໜ້າໄວ້ ຄື ບອກໄວ້ກ່ອນເຖິງ ເຫດການ ທີ່ຈະເກີດມາແລ້ວ ທັນໃດນັ້ນເອງ ເຮົາກໍໃຫ້ເກີດຂຶ້ນແທ້.
\v 4 ເຮົາຮູ້ວ່າພວກເຈົ້າ ຕ້ອງກາຍເປັນຄົນດື້ດຶງແຂງ ຄື ເຫລັກ ບໍ່ຍອມອ່ອນຂໍ້ ດັ່ງທອງສໍາຣິດ.
\v 5 ເຮົາຈຶ່ງກ່າວເຖິງ ອະນາຄົດພວກເຈົ້າ ໄວ້ແຕ່ດົນ ໂດຍປະກາດເຖິງ ເຫດການກ່ອນຈະເກີດຂຶ້ນ. ເພື່ອບໍ່ໃຫ້ພວກເຈົ້າ ອວດອ້າງໄດ້ເລີຍວ່າ ແມ່ນຮູບເຄົາຣົບ ແລະ ຮູບພະ ຂອງພວກເຈົ້າ ໃຫ້ເກີດຂຶ້ນ.
\s5
\v 6 ທຸກສິ່ງທີ່ເຮົາບອກໄວ້ ບັດນີ້ກໍໄດ້ເກີດ ຂຶ້ນມາ ພວກເຈົ້າຕ້ອງຮັບສິ່ງທີ່ເຮົາກ່າວໄວ້ ວ່າຖືກຕ້ອງ. ບັດນີ້ ເຮົາຈະບອກເຖິງສິ່ງໃໝ່ ໆ ທ່ີ່ຈະເກີດມາ ຄື ເຫດການ ທີ່ເຮົາບໍ່ເຄີຍເປີດເຜີຍມາກ່ອນ.
\v 7 ເຮົາກໍາລັງໃຫ້ ເກີດຂຶ້ນ ໃນປັດຈຸບັນນີ້ເອງ ບໍ່ມີເຫດການຄື ນີ້ເລີຍທີ່ໄດ້ເກີດຂຶ້ນ ໃນອະດີດ. ຖ້າໄດ້ມີ ເຊັ່ນນັ້ນ ພວກເຈົ້າຈະຖືເປັນຂໍ້ອ້າງອີງວ່າ ພວກເຈົ້າເອງ ຮູ້ເຫັນເຫດການ ນັ້ນແລ້ວ.
\s5
\v 8 ເຮົາຮູ້ວ່າ ພວກເຈົ້າບໍ່ເປັນທີ່ໄວ້ວາງໃຈ ໄດ້ເລີຍ ເປັນຄົນກະບົດ ຕະຫລອດມາເລື້ອຍໆ. ສະນັ້ນ ພວກເຈົ້າຈຶ່ງບໍ່ໄດ້ຍິນສິ່ງເຫລົ່ານີ້ເລີຍ ເປັນຫຍັງຖ້ອຍຄໍາ ບໍ່ຊອດຫູພວກເຈົ້າ.
\s5
\v 9 ເພື່ອປະຊາຊົນ ຈະໄດ້ສັນລະເສີນ ນາມຂອງເຮົາ ເຮົາຈະຢັບຢັ້ງຄວາມໂກດຮ້າຍ ຂອງເຮົາໄວ້; ເຮົາອົດກັ້ນ ທັງຜ່ອນຜັນ ຄວາມໂກດຮ້າຍ ທີ່ເຮົາມີເພື່ອວ່າ ເຮົາຈະບໍ່ໄດ້ທໍາລາຍພວກເຈົ້າ.
\v 10 ເຮົາທົດສອບພວກເຈົ້າ ໃຫ້ທົນທຸກ ໃນແປວໄຟ ດັ່ງຊຸບເງິນ ໃຫ້ບໍຣິສຸດ ໃນເຕົາຫລອມຮ້ອນ.
\v 11 ສິ່ງທີ່ເຮົາເຮັດແມ່ນ ເພື່ອເຫັນແກ່ເຮົາເອງ ເຮົາຈະບໍ່ຍອມໃຫ້ນາມ ຂອງເຮົາ ຖືກລົດກຽດ ຫລື ຍອມໃຫ້ພະອື່ນໄດ້ຮ່ວມ ຮັບສະຫງ່າຣາສີ ທີ່ເປັນຂອງເຮົາ ຂອງເຮົາແຕ່ຜູ້ດຽວເທົ່ານັ້ນ.”
\s5
\v 12 ອົງພຣະຜູ້ເປັນເຈົ້າ ກ່າວວ່າ, “ຈົ່ງຟັງ ເທີ້ນຊາດ ອິດສະຣາເອນ ພວກທີ່ເຮົາໄດ້ເອີ້ນ ເຮົາເປັນຜູ້ຕົ້ນ ແລະ ຜູ້ປາຍ ແມ່ນພຣະເຈົ້າ ແຕ່ອົງດຽວ ເທົ່ານັ້ນ
\v 13 ມືເຮົາທີ່ໄດ້ສ້າງ ຮາກຖານ ແຜ່ນດິນໂລກເດີ ແລະ ທັງໄດ້ກາງ ຟ້າສະຫວັນ ອອກດ້ວຍ. ເມື່ອເຮົາເອີ້ນ ແຜ່ນດິນໂລກ ແລະ ທ້ອງຟ້າມາຫາ ທັງສອງ ກໍມາສະເໜີຕົວ ໃນທັນທີ ທັນໃດໂລດ.”
\s5
\v 14 “ເຈົ້າທັງໝົດ ຈົ່ງມາເຕົ້າໂຮມກັນ ແລະ ຟັງ ບໍ່ມີພະໃດ ໃນບັນດາພະ ທີ່ກ່າວລ່ວງໜ້າ ໄດ້ວ່າ ຄົນທີ່ເຮົາເລືອກນັ້ນ ຈະໂຈມຕີນະຄອນ ບາບີໂລນ ຈະເຮັດສິ່ງທີ່ເຮົາຕ້ອງການ ໃຫ້ເຮັດທຸກຢ່າງ.
\v 15 ເຮົາແມ່ນຜູ້ທີ່ໄດ້ກ່າວ ແລະ ເອີ້ນເອົາລາວ ເຮົາໄດ້ນາໍ ລາວໄປ ແລະ ໃຫ້ເຮັດສໍາເລັດ.
\s5
\v 16 ບັດນີ້ ຈົ່ງຫຍັບເຂົ້າມາໃກ້ ແລະ ຕັ້ງໃຈ ຟັງສິ່ງທີ່ເຮົາ ໄດ້ກ່າວຢ່າງເປີດເຜີຍ ຕັ້ງແຕ່ ຕົ້ນ ແລະ ເຮັດໃຫ້ຄໍາເວົ້າ ຕ່າງໆ ຂອງເຮົາ ກາຍເປັນຄວາມຈິງ ມາຕະຫລອດ. ” (ບັດນີ້ ພຣະເຈົ້າຢາເວ ອົງພຣະຜູ້ເປັນເຈົ້າ ໄດ້ໃຫ້ອໍານາດຂອງພຣະອົງ ແກ່ຂ້ານ້ອຍ ແລະໄດ້ສົ່ງຂ້ານ້ອຍໄປ.)
\s5
\v 17 ພຣະເຈົ້າອົງບໍຣິສຸດ ຂອງຊາດອິດສະຣາເອນ ອົງພຣະຜູ້ເປັນເຈົ້າ ຜູ້ທີ່ຊ່ວຍຊູເຈົ້າ ໃຫ້ພົ້ນກ່າວວ່າ, “ເຮົາ ຄື ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງເຈົ້າເດີ ຢາກສັ່ງສອນ ຄວາມດີ ແລະ ຊີ້ທາງເດີນໃຫ້ເຈົ້າ. ”
\v 18 “ຖ້າເຈົ້າ ໄດ້ເຮັດແຕ່ຕາມ ຄໍາສັ່ງຂອງເຮົາ ແລ້ວ ພອນກໍຈະຫລັ່ງໄຫລ ດັ່ງສາຍນາໍ້ ບໍ່ບົກແຫ້ງ. ແລ້ວໄຊຊະນະ ກໍຈະເປັນຂອງເຈົ້າ ໃນທັນທີ ດັ່ງຄື້ນທະເລ ທີ່ຖືກລົມພັດມາ ເທິງຊາຍຫາດ.
\s5
\v 19 ເຊື້ອສາຍເຈົ້າ ກໍຈະຫລວງຫລາຍ ດັ່ງເມັດຊາຍ ເຮົາຈະຮັກສາພວກເຂົາ ບໍ່ໃຫ້ຖືກທາໍລາຍຈັກເທື່ອ.”
\s5
\v 20 ຈົ່ງອອກໄປ ຢ່າງອິດສະຫລະ ຈາກ ນະຄອນ ບາບີໂລນ ຈົ່ງປະກາດຂ່າວດີ ຢ່າງ ຊົມຊື່ນຍິນດີເຖີດ. ຈົ່ງບອກທຸກໆ ບ່ອນໃຫ້ຮູ້ ແລະໄດ້ຍິນວ່າ, “ອົງພຣະຜູ້ເປັນເຈົ້າ ໄດ້ໄຖ່ ອິດສະຣາເອນ ແລ້ວ.”
\s5
\v 21 ເມື່ອອົງພຣະຜູ້ເປັນເຈົ້າ ນໍາປະຊາຊົນ ຂອງພຣະອົງ ຜ່ານຖິ່ນແຫ້ງແລ້ງ ກັນດານ ອັນອົບເອົ້າ ພວກເຂົາກໍບໍ່ໄດ້ ທົນທຸກ ເນື່ອງຈາກຂາດນາໍ້ກິນ ພຣະອົງໃຫ້ນໍ້າ ອອກຈາກ ໂງ່ນຫິນ ເພື່ອໄດ້ດື່ມ. ພຣະອົງໄດ້ເຮັດໃຫ້ ໂງ່ນຫິນ ຍະອອກຈາກກັນ ແລະ ນາໍ້ກໍຫລັ່ງໄຫລ ອອກມາຢ່າງເຫລືອລົ້ນ.
\v 22 ອົງພຣະຜູ້ເປັນເຈົ້າ ກ່າວວ່າ, “ຄວາມປອດໄພ ຈະບໍ່ມີສໍາລັບພວກຄົນຊົ່ວຮ້າຍ.”
\s5
\c 49
\p
\v 1 ບັນດາຊົນຊາດ ທີ່ຢູ່ຫ່າງໄກເອີຍ ຈົ່ງຟງັເຮົາເທີ້ນ ປະຊາຊົນໃນດິນແດນ ຫ່າງໄກ ອອກໄປພຸ້ນ ອົງພຣະຜູ້ເປັນເຈົ້າ ເລືອກຂ້ອຍໄວ ກ່ອນມື້ເກີດມາ ແລະ ໄດ້ຕັ້ງຊື່ໃຫ້ ຕັ້ງແຕ່ ຢູ່ໃນທ້ອງແມ່.
\v 2 ພຣະອົງໃຫ້ຖ້ອຍຄໍາ ຂອງຂ້ອຍ ເປັນ ຄື ດາບຄົມໆ ແລະ ປົກປັກ ຮັກສາໄວ້ ດ້ວຍມືຂອງພຣະເຈົ້າ. [ນ] ພຣະອົງໄດ້ເຮັດໃຫ້ຂ້ອຍ ເປັນດັ່ງລູກໜ້າທະນູ ທັງແຫລມຄົມ ພ້ອມທີ່ຈະໃຊ້ການໄດ້ໂລດ.
\s5
\v 3 ພຣະອົງໄດ້ ກ່າວແກ່ ຂ້ອຍວ່າ, “ຊາດ ອິດສະຣາເອນ ຄື ຜູ້ຮັບໃຊ້ຂອງເຮົາ ເພາະເຈົ້າ ນີ້ແຫລະ ປະຊາຊົນທັງຫລາຍ ຈຶ່ງຈະ ຍ້ອງຍໍສັນລະເສີນເຮົາໄດ້. ”
\v 4 ຂ້ານ້ອຍ ກ່າວວ່າ, “ຂ້ານ້ອຍເຮັດວຽກ ແຕ່ກໍບໍ່ມີປະໂຫຍດ ຂ້ານ້ອຍໃຊ້ກາໍລັງ ແຕ່ກໍບໍ່ສໍາເລັດ ຫຍັງຈັກດີ້. ແຕ່ຂ້ານ້ອຍ ໄວ້ວາງໃຈ ໃນອົງພຣະຜູ້ເປັນເຈົ້າປ້ອງກັນສິດ ພຣະອົງຈະໃຫ້ບໍາເໜັດ ໃນສິ່ງທີ່ຂ້ານ້ອຍ ກະທາໍນັ້ນ.
\s5
\v 5 ອົງພຣະຜູ້ເປັນເຈົ້າ ແຕ່ງຕັ້ງຂ້ານ້ອຍ ກ່ອນມື້ເກີດມາ ແລະ ໄດ້ເຮັດໃຫ້ຂ້ານ້ອຍ ເປັນຜູ້ຮັບໃຊ້ຂອງພຣະເຈົ້າ ເພື່ອໃຫ້ນາໍປະຊາຊົນຂອງພຣະອົງ ກັບຄືນມາ ຄື ອິດສະຣາເອນ ທີ່ແຕກກະຈັດກະຈາຍ ຄືນມາ ຫາພຣະເຈົ້າ. ອົງພຣະຜູ້ເປັນເຈົ້າ ໃຫ້ຂ້ານ້ອຍໄດ້ຮັບກຽດສັກສີ ພຣະອົງເປັນບໍ່ແຫ່ງກາໍລັງ ຂອງຂ້ານ້ອຍ.
\v 6 ອົງພຣະຜູ້ເປັນເຈົ້າ ກ່າວວ່າ, “ເຮົາມີພາລະກິດ ທີ່ຍິ່ງໃຫຍ່ໃຫ້ເຈົ້າ ຜູ້ຮັບໃຊ້ຂອງເຮົາເຮັດ. ບໍ່ແມ່ນໃຫ້ນາໍ ພຽງແຕ່ ຄວາມຍິ່ງໃຫຍ່ຄືນມາຂອງຊົນຊາດ ອິດສະຣາເອນ ທີ່ລອດຕາຍມາໄດ້ ແຕ່ຈະໃຫ້ເຈົ້າ ເປັນແສງສະຫວ່າງແກ່ບັນດາ ປະຊາຊາດທັງຫລາຍ ເພື່ອວ່າເຈົ້າຈະນາໍ ຄວາມລອດພົ້ນຂອງເຮົາໄປ ເຖິງທີ່ສຸດປາຍ ແຜ່ນດິນໂລກ.”
\s5
\v 7 ພຣະເຈົ້າອົງຊົງບໍຣິສຸດ ຂອງຊາດ ອິດສະຣາເອນ ພຣະຜູ້ໂຜດຊ່ວຍ ກ່າວແກ່ຜູ້ທີ່ ຖືກດູໝິ່ນໜັກນັ້ນ ຄື ຜູ້ທີ່ບັນດານາໆ ຊາດ ພາກັນກຽດຊັງ ທັງເປັນຜູ້ຮັບໃຊ້ຂອງພວກ ນັກປົກຄອງ ວ່າ, “ກະສັດຈະເຫັນເຈົ້າ ຖືກ ປ່ອຍຕົວໄປ ພວກເຂົາຈະລຸກຂຶ້ນຢືນ ສະແດງຄວາມເຄົາຣົບຕໍ່ເຈົ້າ; ພວກເຈົ້າຊາຍ ກໍຈະໄດ້ເຫັນເຫດການນີ້ຄືກັນ ແລະ ພວກເຂົາຈະກົ້ມ ລົງໃຫ້ກຽດແກ່ເຈົ້າ. ” ສິ່ງນີ້ ຈະເກີດຂຶ້ນເພາະ ອົງພຣະຜູ້ເປັນເຈົ້າກະທໍາການ ພຣະອົງໄດ້ ເລືອກເຈົ້າ ໃຫ້ເປັນຜູ້ຮັບໃຊ້ຂອງພຣະເຈົ້າ; ພຣະເຈົ້າຂອງຊາດ ອິດສະຣາເອນ ເປັນອົງບໍຣິສຸດ ຊົງຮັກສາຄໍາສັນຍາ ທີ່ພຣະອົງໄດ້ກະທາໍໄວ້.
\s5
\v 8 ອົງພຣະຜູ້ເປັນເຈົ້າ ກ່າວຕໍ່ປະຊາຊົນ ຂອງພຣະອົງວ່າ, “ເມື່ອເຖິງເວລາ ທີ່ຈະຊ່ວຍເຈົ້າໃຫ້ພົ້ນ ເຮົາຈະເຫັນໃຈເຈົ້າ ແລະ ຕອບ ຄໍາຮ້ອງຂໍ ຈະເຝົ້າເບິ່ງແຍງຮັກສາ ແລະ ປົກປ້ອງເຈົ້າໄວ້ ໂດຍທາງເຈົ້າ ເຮົາຈະຕັ້ງພັນທະສັນຍາ ກັບ ຊົນຊາດທັງຫລາຍ ທີ່ຢູ່ໃນໂລກນີ້. ເຮົາຈະນໍາເຈົ້າ ໃຫ້ຕັ້ງຖິ່ນຖານເທື່ອໃໝ່ ໃນດິນແດນທີ່ເວລານີ້ ຮົກຮ້າງຫວ່າງຄົນ.
\s5
\v 9 ເຮົາຈະກ່າວແກ່ ພວກທີ່ເປັນຊະເລີຍ ວ່າ, ‘ຈົ່ງພາກັນໄປ ເປັນອິດສະຫລະເຖີດ’ ແລະ ກ່າວແກ່ ຜູ້ທີ່ຢູ່ໃນຄວາມມືດ ວ່າ, ‘ຈົ່ງອອກມາສູ່ແສງແຈ້ງສາ’ ພວກເຂົາຈະເປັນດັ່ງ ຝູງແກະ ທີ່ກິນຫຍ້າຢູ່ຕາມເນີນພູພຸ້ນ.
\s5
\v 10 ພວກເຂົາ ຈະບໍ່ຫິວເຂົ້າ ແລະ ຢາກນາໍ້ ອີກຕໍ່ໄປ ຕາເວັນ ແລະ ຖິ່ນແຫ້ງແລ້ງກັນດານ ຈະບໍ່ທາໍຮ້າຍ ດ້ວຍວ່າ, ພວກເຂົາມີຜູ້ນາໍພາ ທີ່ຮັກແພງພວກເຂົາຫລາຍ ພຣະອົງຈະນາໍພາພວກເຂົາ ໄປສູ່ບໍ່ນາໍ້ພຸ.
\v 11 ເຮົາຈະສ້າງ ທາງຫລວງ ຂ້າມພູເຂົາທັງຫລາຍ ຕຽມຫົນທາງເພື່ອປະຊາຊົນຂອງເຮົາທຽວໄດ້.
\s5
\v 12 ພວກເຂົາ ຈະມາຈາກດິນແດນ ຫ່າງໄກ ທິດເໜືອ ທິດຕາເວັນຕົກ ອາຊວານ [ບ] ທິດໃຕ້. ”
\v 13 ຟ້າສະຫວັນເອີຍ ຈົ່ງຮ້ອງເພງສັນລະເສີນ ແຜ່ນດິນໂລກເອີຍ ຈົ່ງໂຮຮ້ອງ ຢ່າງຊົມຊື່ນ ຈົ່ງໃຫ້ພູເຂົາ ທຸກໜ່ວຍໂຮຮ້ອງເປັນສຽງເພງດັງ ໆ ອົງພຣະຜູ້ເປັນເຈົ້າ ຈະອອຍໃຈ ປະຊາຊົນຂອງພຣະອົງ; ປະຊາຊົນຂອງພຣະອົງ ຜູ້ທີ່ໄດ້ທົນທຸກ ທໍລະມານ ພຣະອົງຈະເມດຕາປະຊາຊົນ ເຫລົ່ານັ້ນ.
\s5
\v 14 ແຕ່ປະຊາຊົນ ຊາວເຢຣູຊາເລັມ ນັ້ນ ເວົ້າວ່າ, “ອົງພຣະຜູ້ເປັນເຈົ້າ ປະຖິ້ມ ແລະ ລືມໄລພວກເຮົາ. ”
\v 15 ດັ່ງນັ້ນ ອົງພຣະຜູ້ເປັນເຈົ້າ ຈຶ່ງໂຕ້ຕອບຄືນໄປວ່າ, “ຍິງ ຜູ້ໜຶ່ງລືມໄລລູກທີ່ຕົນຄອດໄດ້ ຫລືບໍ່? ເຖິງວ່າ ແມ່ຈະລືມໄລລູກຂອງຕົນກໍຕາມ ແຕ່ເຮົາຈະບໍ່ລືມໄລພວກເຈົ້າ ຈັກເທື່ອ.”
\s5
\v 16 ນະຄອນ ເຢຣູຊາເລັມ ເຮົາລືມໄລເຈົ້າ ບໍ່ໄດ້ເລີຍ ເຮົາຂຽນຊື່ເຈົ້າ ໃສ່ຝາມືຂອງເຮົາ ແລ້ວ.
\v 17 “ຜູ້ທີ່ຈະສ້າງເຈົ້າຂຶ້ນໃໝ່ ຈະມາໃນໄວໆ ນີ້ເອງ ພວກທີ່ໄດ້ກົດຂີ່ຂົ່ມເຫັງ ກໍຈະ ໜີໄປຈາກເຈົ້າ.
\v 18 ຈົ່ງຫລຽວຮອບໆ ເບິ່ງວ່າ ມີຫຍັງກາໍລັງມີມາ ຄົນຂອງເຈົ້າກາໍລັງຮວບຮວມກັນ ກັບຄືນມາບ້ານ ເຮົາເປັນພຣະເຈົ້າ ອົງຊົງຊີວິດຢູ່ຢ່າງແນ່ນອນ ເຈົ້າຈະ ພູມໃຈໃນພວກເຂົາ ດັ່ງເຈົ້າສາວກັບເພັດພອຍ.
\s5
\v 19 ປະເທດຂອງເຈົ້າ ຖືກປະປ່ອຍໃຫ້ຮົກຮ້າງເພພັງ ແຕ່ບັດນີ້ ຈະແຄບເກີນໄປສໍາລັບ ຜູ້ທີ່ກັບມາບ້ານ. ພວກທີ່ໄດ້ປະເຈົ້າໄວ້ ໃຫ້ຮົກຮ້າງເພພັງ ກໍຈະຖືກຍົກຍ້າຍ ອອກໄປ ໃຫ້ຫ່າງໄກຈາກເຈົ້າ.
\v 20 ຄົນຂອງເຈົ້າ ທີ່ເກີດໃນບ່ອນເນລະເທດໄປ ກໍຈະພາກັນເວົ້າ ກັບເຈົ້າໃນມື້ໜຶ່ງວ່າ ‘ດິນແດນ ບ່ອນນີ້ແຄບໂພດ ສໍາລັບພວກເຮົາ ພວກເຮົາຕ້ອງການ ບ່ອນຢູ່ອາໄສໃຫຍ່ກວ່ານີ້.
\s5
\v 21 ແລ້ວເຈົ້າ ກໍຈະເຫັນໂດຍຕົນເອງ ວ່າ, ‘ຜູ້ໃດເກີດເດັກນ້ອຍ ເຫລົ່ານີ້ໃຫ້ຂ້ອຍ? ຂ້ອຍ ໄດ້ສູນເສຍເດັກນ້ອຍທັງຫລາຍ ແລະ ກໍບໍ່ສາມາດມີຕື່ມອີກ. ຂ້ອຍຖືກເນລະເທດ ແລະ ຂັບໄລ່ ໃຫ້ໜີໄປ ແມ່ນຜູ້ໃດນາໍເດັກນ້ອຍເຫລົ່ານີ້ມາໃຫ້? ຂ້ອຍໄດ້ຖືກປະປ່ອຍ ໃຫ້ຢູ່ປ່ຽວຕາມລໍາພັງ ເດັກນ້ອຍເຫລົ່ານີ້ ພັດມາແຕ່ໃສອີກ?
\s5
\v 22 ອົງພຣະຜູ້ເປັນເຈົ້າ ແຫ່ງ ຈັກກະວານ ກ່າວຕໍ່ປະຊາຊົນຂອງພຣະອົງດັ່ງນີ້, “ເຮົາຈະ ໃຫ້ສັນຍານ ແກ່ຊົນຊາດທັງຫລາຍ ແລະ ພວກເຂົາຈະອຸ້ມລູກໆຂອງເຈົ້າ ກັບມາບ້ານ.
\s5
\v 23 ບັນດາກະສັດ ຈະເປັນດັ່ງບິດາຂອງເຈົ້າ ບັນດາຣາຊີນີ ກໍຈະເປັນດັ່ງມານດາ ຂອງເຈົ້າ. ພວກເຂົາຈະກົ້ມໃຫ້ກຽດເຈົ້າ ຕໍ່ໜ້າເຈົ້າ ຈະໃຫ້ຄວາມນັບຖືແກ່ເຈົ້າ ຢ່າງອ່ອນນ້ອມ. ແລ້ວເຈົ້າ ກໍຈະຮູ້ວ່າ ເຮົາ ຄື ອົງພຣະຜູ້ເປັນເຈົ້າເດີ ຜູ້ທີ່ລໍຄອຍໃຫ້ເຮົາ ຊ່ວຍຊູ ຈະບໍ່ຜິດຫວັງຈັກເທື່ອ.”
\s5
\v 24 ເຈົ້າຢຶດເຄື່ອງ ທີ່ທະຫານປຸ້ນມາ ໜີໄປໄດ້ບໍ? ຊ່ວຍກູ້ເອົາຊະເລີຍເສິກ ຈາກຜູ້ກົດຂີ່ໄດ້ ຫລືບໍ່?
\v 25 ອົງພຣະຜູ້ເປັນເຈົ້າ ໂຕ້ຕອບ ກ່າວຄືນໄປວ່າ, “ເຫດການ ດັ່ງທີ່ໄດ້ ກ່າວ ກໍາລັງຈະເກີດຂຶ້ນ. ຊະເລີຍຂອງທະຫານນັ້ນ ຈະຖືກຈັບເອົາໄປ ເຄື່ອງທີ່ນັກກົດຂີ່ໄດ້ປຸ້ນມາ ກໍຈະຖືກຢຶດດ້ວຍ. ເຮົາຈະສູ້ຮົບທຸກຄົນ ທີ່ຕໍ່ສູ້ກັບເຈົ້າເດີ ເຮົາຈະຊ່ວຍກູ້ ເອົາລູກຫລານຂອງເຈົ້າ.
\s5
\v 26 ເຮົາຈະເຮັດໃຫ້ ພວກກົດຂີ່ເຈົ້າ ຂ້າກັນເອງ ພວກເຂົາຈະມົວຂ້າຟັນກັນ ຢ່າງໂມໂຫ ໃຫຍ່. ແລ້ວທົ່ວໂລກ ກໍຈະຮູ້ວ່າເຮົາ ຄື ອົງພຣະຜູ້ເປັນເຈົ້າ ຜູ້ຊ່ວຍຊູເຈົ້າໃຫ້ພົ້ນ ແລະ ຜູ້ ໄຖ່ໂທດຂອງເຈົ້າ. ແລ້ວພວກເຂົາ ກໍຈະຮູ້ຈັກ ວ່າ ເຮົາແມ່ນຜູ້ໃດ ກໍແມ່ນພຣະເຈົ້າຂອງ ຊາດ ອິດສະຣາເອນ ອົງຊົງຣິດຍິ່ງໃຫຍ່.”
\s5
\c 50
\p
\v 1 ອົງພຣະຜູ້ເປັນເຈົ້າ ກ່າວວ່າ, “ເຮົາໄດ້ສົ່ງຄົນຂອງເຮົາໜີໄປ ແທ້ບໍ? ດັ່ງຊາຍຮ້າງເມຍ ແລະ ປະນາງ ຫລືນີ້? ຖ້າດັ່ງນັ້ນ ໜັງສືປະຮ້າງນັ້ນຢູ່ໃສ? ເຮົາໄດ້ຂາຍເຈົ້າໄປເປັນທາດຮັບໃຊ້ແທ້ ຫລືນີ້? ດັ່ງຄົນຂາຍລູກໄປເປັນທາດຮັບໃຊ້ ຊັ້ນບໍ? ບໍ່ແມ່ນດອກ ທີ່ຖືກຈັບໄປ ຍ້ອນການບາບຂອງເຈົ້າ; ການບາບນັ້ນ ເປັນ ເຫດໃຫ້ເຈົ້າ ຖືກສົ່ງໜີໄປ ທັງນີ້ກໍຍ້ອນໂທດກໍາຂອງເຈົ້າ.
\s5
\v 2 ເປັນຫຍັງ ປະຊາຊົນຂອງເຮົາ ຈຶ່ງບໍ່ຍອມ ຕອບນໍ ເມື່ອເຮົາມາຊ່ວຍກູ້ເອົາ ພວກເຂົາເຈົ້າ. ເມື່ອເຮົາເອີ້ນຫາ ເປັນຫຍັງພວກເຂົາ ຈຶ່ງບໍ່ຕອບນໍ? ຫລືວ່າເຮົາອ່ອນແອໂພດ ທີ່ຈະຊ່ວຍໃຫ້ພົ້ນ? ເຮົາສັ່ງຄໍາດຽວ ເທົ່ານັ້ນ ນາໍ້ໃນທະເລ ກໍແຫ້ງລົງ ແລະ ແມ່ນໍ້ານັ້ນ ກໍກາຍເປັນຖິ່ນແຫ້ງແລ້ງ ແລ້ວຝູງປາ ໃນແມ່ນາໍ້ນັ້ນ ກໍຈະຕາຍໄປຍ້ອນນາໍ້ ໃນລໍາທານ ບໍ່ມີເສຍແລ້ວ.
\v 3 ເຮົາໄດ້ປ່ຽນທ້ອງຟ້າ ໃຫ້ ມືດມົວສະຫລົວໄປ ດັ່ງເປັນການໄວ້ທຸກ ໃຫ້ ຄົນທີ່ຕາຍໄປແລ້ວ.”
\s5
\v 4 ພຣະເຈົ້າ ຢາເວ ອົງພຣະຜູ້ເປັນເຈົ້າ ພຣະອົງໄດ້ສັ່ງສອນ ສິ່ງທີ່ຂ້ອຍຈະເວົ້າ ເພື່ອວ່າ ຂ້ອຍຈະໄດ້ຊ່ວຍຜູ້ທີ່ອ່ອນແຮງ ໃຫ້ພວກເຂົາເຂັ້ມແຂງ ແລະ ມີແຮງຂຶ້ນໃໝ່. ທຸກໆເຊົ້າ ພຣະອົງ ໄດ້ໃຫ້ຂ້ອຍຫິວກະຫາຍຟັງ ສິ່ງທີ່ພຣະອົງ ກາໍລັງສັ່ງສອນຂ້ອຍ.
\s5
\v 5 ພຣະເຈົ້າ ຢາເວ ອົງພຣະຜູ້ເປັນເຈົ້າ ໃຫ້ ຂ້ອຍໄດ້ມີຄວາມເຂົ້າໃຈ ແລະ ກໍບໍ່ໄດ້ກະບົດ ຫລື ຫັນໜີຈາກພຣະອົງ.
\v 6 ຂ້ອຍໄດ້ແບຫລັງໃຫ້ຜູ້ທີ່ຂ້ຽນຕີ ຂ້ອຍບໍ່ໄດ້ຢັບຢັ້ງ ຄົນທີ່ດູໝິ່ນນິນທາຂ້ອຍ. ເມື່ອພວກເຂົາ ກາໍໜວດ ຈັບເຄົາຂ້ອຍ ດຶງໄປກໍປິ່ນໜ້າໂດຍດີ ໃຫ້ພວກເຂົາຖົ່ມນາໍ້ລາຍໃສ່.
\s5
\v 7 ແຕ່ຄໍາດູໝິ່ນປະໝາດ ບໍ່ໄດ້ທາໍຮ້າຍຂ້ອຍເລີຍ ເພາະພຣະເຈົ້າ ຢາເວ ອົງພຣະຜູ້ເປັນເຈົ້າ ຊ່ວຍຊູຂ້ອຍໄວ້. ຂ້ອຍຫລໍ່ຫລອມ ຕົນເອງຂຶ້ນ ເພື່ອທົນທານຕໍ່ພວກເຂົາ ຂ້ອຍຮູ້ວ່າ ຕົນເອງຈະບໍ່ໄດ້ຖືກອັບອາຍຂາຍໜ້າ
\s5
\v 8 ພຣະອົງ ຜູ້ຕັ້ງຂ້ອຍໄວ້ ໃນຄວາມຊອບທາໍ ກໍສະຖິດຢູ່ໃກ້ຊິດຂ້ອຍ ທຸກເວລາ ແລະ ຈະພິສູດຂ້ອຍ ວ່າບໍ່ມີຜິດຫຍັງຈັກດີ້. ຜູ້ໃດ ແດ່ກ້ານາໍເລື່ອງ ກ່າວຟ້ອງຂ້ອຍ ໄດ້ເດ? ຈົ່ງໄປທີ່ສານຕັດສິນນາໍກັນເທາະ ຈົ່ງໃຫ້ພວກເຂົາ ນັ້ນນາໍຄໍາກ່າວຫາມາເບິ່ງດູ ນໍາຄະດີ ຂອງພວກເຂົາ ຂຶ້ນມາຟ້ອງເບິ່ງ
\v 9 ຜູ້ປ້ອງກັນຂ້ອຍ ຄື ພຣະເຈົ້າຢາເວ ອົງພຣະຜູ້ເປັນເຈົ້າ ແລ້ວຜູ້ໃດແດ່ ພິສູດເອົາຄວາມຜິດ ກັບຂ້ອຍໄດ້? ພວກທີ່ກ່າວຫາຂ້ອຍນັ້ນ ຈະ ສູນຫາຍໄປໝົດ ພວກເຂົາຈະສະຫລາຍໄປ ດັ່ງເຄື່ອງນຸ່ງທີ່ຕົກໂໝະ.
\s5
\v 10 ຂໍໃຫ້ທຸກຄົນ ຈົ່ງຢໍາເກງ ອົງພຣະຜູ້ເປັນເຈົ້າ ເຊື່ອຟັງຄໍາສັ່ງສອນ ຂອງ ຜູ້ຮັບໃຊ້ ພຣະເຈົ້າ ເຖິງວ່າທາງທີ່ເດີນໄປນັ້ນ ມືດມົວ ກໍຈິງ ແຕ່ຈົ່ງໄວ້ວາງໃຈ ໃນພຣະນາມ ແຫ່ງ ອົງພຣະຜູ້ເປັນເຈົ້າ.
\s5
\v 11 ສ່ວນຜູ້ທີ່ວາງແຜນ ຕໍ່ສູ້ຄົນອື່ນ ໃນພວກເຈົ້າ ທຸກຄົນກໍຈະຖືກທາໍລາຍ ຍ້ອນແຜນການຂອງພວກເຂົາເຈົ້າ. ອົງພຣະຜູ້ເປັນເຈົ້າເອງ ຈະເຮັດໃຫ້ສິ່ງນີ້ ເກີດຂຶ້ນມາ ພວກເຈົ້າຈະທົນທຸກຢ່າງເວດທະນາ ເຫລືອລົ້ນ.
\s5
\c 51
\p
\v 1 ອົງພຣະຜູ້ເປັນເຈົ້າ ກ່າວວ່າ, “ຜູ້ທີ່ຢາກ ພົ້ນ ຈົ່ງຟັງເຮົາ ຄື ພວກທີ່ມາຫາເຮົາ ໃຫ້ຊ່ວຍເຫລືອນັ້ນ. ຈົ່ງຄິດເຖິງ ໂງ່ນຫິນຈາກບ່ອນທີ່ພວກເຈົ້າໄດ້ມາ ບໍ່ຫິນຈາກບ່ອນທີ່ພວກເຈົ້າໄດ້ຂຸດນັ້ນ.
\s5
\v 2 ຈົ່ງຄິດເຖິງ ບັນພະບຸລຸດ ພວກເຈົ້າ ຄື ອັບຣາຮາມ ແລະ ນາງ ຊາຣາ ຜູ້ທີ່ສືບເຊື້ອສາຍໃຫ້ພວກເຈົ້າ. ເມື່ອເຮົາໄດ້ເອີ້ນ ອັບຣາຮາມ ນັ້ນ ລາວບໍ່ມີລູກເລີຍ ແຕ່ເຮົາໄດ້ ອວຍພອນລາວ ໃຫ້ໄດ້ມີລູກ; ເຮົາໄດ້ໃຫ້ ອັບຣາຮາມ ກາຍເປັນບັນພະບຸລຸດ ຜູ້ໜຶ່ງຜູ້ທີ່ ສືບເຊື້ອສາຍ ໃຫ້ຊົນຊາດທັງຫລາຍ.
\s5
\v 3 ເຮົາຈະໃຫ້ຄວາມເມດຕາ ຕໍ່ນະຄອນ ເຢຣູຊາເລັມ ຕໍ່ຄົນທັງໝົດທີ່ຢູ່ໃນບ່ອນຮົກຮ້າງ ເພພັງນັ້ນ. ເຖິງວ່າດິນແດນນັ້ນ ຈະເປັນ ຖິ່ນແຫ້ງແລ້ງກັນດານ ເຮົາກໍຈະໃຫ້ກາຍເປັນ ສວນອຸທະຍານໄດ້ ຈາກພື້ນດິນແຫ້ງຂາດນາໍ້ ຫລໍ່ລ້ຽງ ໃຫ້ເກີດຜົນ ກໍຈະເປັນດັ່ງສວນ ເອເດນ ທີ່ເຮົາໄດ້ສ້າງໄວ້. ແລ້ວທີ່ນັ້ນ ກໍຈະມີຄວາມຊົມຊື່ນຍິນດີ ຫລາຍມີທັງສຽງຮ້ອງລໍາ ທາໍເພງ ຍົກຍໍໂມທະນາ ຂອບພຣະຄຸນດ້ວຍ.
\s5
\v 4 ປະຊາຊົນຂອງເຮົາເອີຍ ຈົ່ງຟັງເຮົາເທີ້ນ ຈົ່ງຟງັ ສິ່ງທີ່ເຮົາຈະກ່າວ ດັ່ງຕໍ່ໄປນີ້: ເຮົາໄດ້ ໃຫ້ຄໍາສັ່ງສອນ ແກ່ຊົນຊາດທັງຫລາຍ ກົດບັນຍັດ ຈະນາໍພວກເຂົາສູ່ແສງແຈ້ງ.
\v 5 ເຮົາຈະມາໃນໄວໆ ເພື່ອຊ່ວຍຊູເອົາພວກເຂົາ; ເວລາແຫ່ງໄຊຊະນະຂອງເຮົາ ກໍມາໃກ້ ແລ້ວ. ຝ່າຍເຮົາເອງນັ້ນ ຈະປົກຄອງຊົນຊາດ ທັງຫລາຍ ບັນດາປະເທດທີ່ຫ່າງໄກ ຕ່າງກໍລໍ ຄອຍຖ້າ. ພວກເຂົາທັງໝົດ ຄອຍຖ້າການມາ ຂອງເຮົາດ້ວຍຄວາມຫວັງ ໃຫ້ເຮົາຊ່ວຍພວກເຂົາໃຫ້ພົ້ນ.
\s5
\v 6 ຈົ່ງແນມສູ່ທ້ອງຟ້າ ແລະ ສູ່ແຜ່ນດິນໂລກດູ ທ້ອງຟ້າຈະສູນຫາຍໄປ ດັ່ງຄວັນໄຟ ຟົ້ງຂຶ້ນ; ສ່ວນແຜ່ນດິນໂລກ ດັ່ງເຄື່ອງນຸ່ງ ເກົ່າຂາດໄປ ທຸກຄົນໃນໂລກ ກໍຈະຕາຍໄປສິ້ນ. ແຕ່ຄວາມຊ່ວຍໃຫ້ພົ້ນຂອງເຮົາ ຈະດໍາລົງ ສືບໆໄປ ຄວາມຊອບທາໍຂອງເຮົາ ກໍຈະບໍ່ສິ້ນ ສຸດເລີຍ.
\s5
\v 7 ພວກທີ່ຮູ້ຈັກສິ່ງທີ່ຖືກຕ້ອງເອີຍ ຈົ່ງຟງັ ເທີ້ນ ພວກທີ່ມີຄໍາສັ່ງສອນຂອງເຮົາ ຝັງທີ່ຫົວໃຈນັ້ນ. ຢ່າສູ່ຢ້ານກົວ ແຕ່ປະການໃດໆ ເລີຍ ເມື່ອຄົນກ່າວຫຍໍ້ຫຍັນນິນທາພວກເຈົ້າ.
\v 8 ພວກເຂົາຈະສະຫລາຍໄປ ດັ່ງເຄື່ອງນຸ່ງ ທີ່ຕົກໂໝະ ຊຶ່ງຖືກໂຕມອດ ກັດຂາດໄປ ຈົນກ້ຽງ, ແຕ່ຄວາມຊ່ວຍໃຫ້ພົ້ນຈະດໍາລົງຢູ່ສືບ ໆໄປ ຄວາມມີໄຊຂອງເຮົາ ຈະຍືນຍົງໄປ ຕະຫລອດ.”
\s5
\v 9 ຂ້າແດ່ອົງພຣະຜູ້ເປັນເຈົ້າ ຈົ່ງຕື່ນຂຶ້ນ ຊ່ວຍຊູແດ່ ຈົ່ງໃຊ້ຣິດທານຸພາບ ຊ່ວຍຊູແດ່ ທ້ອນ ດັ່ງທີ່ພຣະອົງໄດ້ເຮັດໃນສະໄໝບູຮານ ພຣະອົງໄດ້ຕັດ ຣາຮາບ [ປ] ໃນທະເລຂາດ ເປັນຕ່ອນໆ.
\v 10 ແມ່ນພຣະອົງ ຄືກັນທີ່ໄດ້ເຮັດໃຫ້ທະເລ ແຫ້ງລົງ ແລະ ໄດ້ເຮັດທາງຍ່າງ ຜ່ານທ້ອງທະເລໄປໄດ້ ເພື່ອວ່າປະຊາຊົນ ທີ່ພຣະອົງພວມຊ່ວຍ ໃຫ້ພົ້ນໄພ ຈະຍ່າງຂ້າມໄປ ໃຫ້ຫວິດໄພອັນຕະລາຍໄດ້.
\s5
\v 11 ພວກທີ່ພຣະອົງໄດ້ຊ່ວຍກູ້ ກໍເຖິງນະຄອນ ເຢຣູຊາເລັມ ເບີກບານໃຈ ທັງຮ້ອງລໍາທາໍເພງດ້ວຍ. ພວກເຂົາຈະມີຄວາມສຸກ ຕະຫລອດໄປ ຈະບໍ່ໂສກເສົ້າເຫງົາໃຈອີກຈັກ ເທື່ອ.
\s5
\v 12 ອົງພຣະຜູ້ເປັນເຈົ້າ ກ່າວວ່າ, “ເຮົາ ຄື ຜູ້ທີ່ເຮັດໃຫ້ພວກເຈົ້າ ໄດ້ກາໍລັງເຂັ້ມແຂງຂຶ້ນໃໝ່. ເປັນຫຍັງພວກເຈົ້າ ຈຶ່ງຢ້ານມະນຸດ ທີ່ ຕາຍເປັນ ພວກທີ່ບໍ່ຍືນຍົງລື່ນຕົ້ນຫຍ້າ?
\s5
\v 13 ພວກເຈົ້າ ລືມໄລອົງພຣະຜູ້ເປັນເຈົ້າ ຜູ້ສ້າງເຈົ້າ ແລ້ວບໍ? ໄດ້ກາງສະຫວັນ ທັງວາງ ຮາກຖານ ແຜ່ນດິນໂລກ? ເປັນຫຍັງ ພວກເຈົ້າຈຶ່ງໃຊ້ຊີວິດ ດ້ວຍຄວາມຢ້ານເປັນປະຈໍາ? ໂດຍຢ້ານພວກທີ່ກົດຂີ່ ພວກເຈົ້າຢ່າງ ໂຫດຮ້າຍ ຄື ພວກທີ່ພ້ອມຈະທາໍລາຍພວກເຈົ້າ ທຸກເວລາ? ຄວາມໂຫດຮ້າຍຂອງພວກເຂົາແຕະຕ້ອງພວກເຈົ້າບໍ່ໄດ້.
\s5
\v 14 ພວກຊະເລີຍເສິກນັ້ນ ຈະຖືກປ່ອຍໃຫ້ ເປັນເສລີ ພວກເຂົາຈະບໍ່ສິ້ນຊີວິດ ຢູ່ໃນຄຸກມືດ ແຕ່ພວກເຂົາຈະມີຊີວິດຍືນຍາວ ກ້າວໄປ ໄກສະເໝີ ແລະ ມີອາຫານການກິນຕາມ ທີ່ພວກເຂົາຕ້ອງການ.
\v 15 ເຮົາ ຄື ອົງພຣະຜູ້ ເປັນເຈົ້າ ພຣະເຈົ້າຂອງເຈົ້າເດີ ເຮົາປຸກປັ່ນທະເລ ໃຫ້ມັນຄຶກຄະນອງຂຶ້ນ ແລະ ເຮັດໃຫ້ ສຽງຄື້ນດັງກ້ອງສະໜັ່ນຫວັ່ນໄຫວ ນາມເຮົາ ຄື ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດ ຍິ່ງໃຫຍ່
\s5
\v 16 ເຮົາໄດ້ກາງທ້ອງຟ້າ [ຜ] ແລະ ວາງ ຮາກຖານແຜ່ນດິນ ເຮົາກ່າວແກ່ນະຄອນ ເຢຣູຊາເລັມ ດັ່ງນີ້: ‘ເຈົ້າເປັນປະຊາຊົນ ທີ່ເຮົາ ປົກປ້ອງຄຸ້ມຄອງໄວ້ ເຮົາມອບຄໍາສັ່ງສອນ ໃຫ້ເຈົ້າຮັກສາໄວ້.
\s5
\v 17 ນະຄອນ ເຢຣູຊາເລັມ ເອີຍ ຈົ່ງຕື່ນຂຶ້ນ ເຖີດ ຈົ່ງຕື່ນຂຶ້ນເອງ ແລະ ລຸກຂຶ້ນສາເຖີດ ເຈົ້າມົວເມົາ ດ້ວຍຈອກແຫ່ງການລົງໂທດ ທັນທີ ພຣະອົງໄດ້ໃຫ້ເຈົ້າດື່ມ ຍ້ອນຄວາມໂກດຮ້າຍ; ເຈົ້າໄດ້ດື່ມຄວາມໂກດຮ້າຍຂອງ ພຣະອົງ ຈຶ່ງເຮັດໃຫ້ເຈົ້າໂຊເຊ ຍ່າງໄປບໍ່ທຸ່ນທ່ຽງ.
\v 18 ຜູ້ທີ່ຈະນໍາພາເຈົ້ານັ້ນ ບໍ່ມີຈັກຄົນ ເລີຍ ບໍ່ມີແມ່ນແຕ່ຜູ້ດຽວ ທີ່ຈະຈູງແຂນເຈົ້າ.
\s5
\v 19 ໄພພິບັດສອງຢ່າງ ໄດ້ຕົກຖືກເຈົ້າ ແລ້ວເດີ ຄື ດິນແດນເຈົ້າ ໄດ້ຖືກເສິກທາໍລາຍ ກ້ຽງ ແລະ ປະຊາຊົນຂອງເຈົ້າ ກໍໄດ້ຕາຍອຶດ ຕາຍຫິວ ບໍ່ມີຜູ້ໃດຈັກຄົນ ໃຫ້ຄວາມເຫັນໃຈ ແກ່ເຈົ້າ.
\v 20 ໃນຖະໜົນທຸກໆ ສາຍຕາມ ທຸກຂອບ ທຸກແຈ ປະຊາຊົນລົ້ມລົງ ເພາະຄວາມອິດອ່ອນ; ພວກເຂົາເປັນດັ່ງກວາງ ທີ່ຖືກຕາໜ່າງນາຍພານ ທີ່ໄດ້ຕົກຢູ່ໃຕ້ອໍານາດ ຄວາມໂກດຮ້າຍຂອງພຣະເຈົ້າ.
\s5
\v 21 ບັດນີ້ ຈົ່ງຟັງເທີ້ນ ນະຄອນ ເຢຣູຊາເລັມ ທີ່ທົນທຸກ ເຈົ້າລຸກຍ່າງໂຊເຊນັ້ນ ເພາະວ່າເຈົ້າມືນເມົາ.
\v 22 ພຣະເຈົ້າຢາເວ ຂອງເຈົ້າ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງເຈົ້າ ຜູ້ທີ່ປົກປ້ອງຄຸ້ມຄອງເຈົ້າ ກ່າວດັ່ງນີ້: “ເຮົາກາໍລັງເອົາຈອກ ທີ່ເຮົາໃຫ້ເຈົ້າດື່ມ ໜີໄປ ທີ່ໃຫ້ເຈົ້າດື່ມລົງໄປ ຍ້ອນຄວາມໂກດຮ້າຍ. ເຈົ້າຈະບໍ່ໄດ້ດື່ມຈາກຈອກນັ້ນອີກຕໍ່ໄປ ເຫລົ້າອະງຸ່ນ ທີ່ເຮັດໃຫ້ເຈົ້າຍ່າງໂຊເຊນັ້ນ.
\s5
\v 23 ເຮົາຈະເອົາໃຫ້ພວກທີ່ກົດຂີ່ເຈົ້າ ດື່ມແທນ ຄື ພວກທີ່ໃຫ້ເຈົ້າ ນອນກາງຫົນທາງ ນັ້ນ ແລະ ພວກເຂົາກໍໄດ້ຢຽບຢໍ່າເຈົ້າລົງ ດັ່ງຢຽບຂີ້ຝຸ່ນດິນ ທີ່ພື້ນຕີນຂອງເຂົາເຈົ້າ.”
\s5
\c 52
\p
\v 1 ຈົ່ງເຂັ້ມແຂງຍິ່ງໃຫຍ່ອີກ ນະຄອນ ເຢຣູຊາເລັມ ເອີຍ ພຣະນະຄອນສັກສິດ ຈົ່ງສວມພຣະສະຫງ່າຣາສີເຖີດ ພວກບໍ່ນັບຖືພຣະເຈົ້າ ແລະ ພວກທີ່ເປັນມົນທິນ ຈະບໍ່ໄດ້ເຂົ້າ ທີ່ປະຕູເມືອງຂອງເຈົ້າອີກຈັກເທື່ອ.
\s5
\v 2 ນະຄອນ ເຢຣູຊາເລັມ ເອີຍ ຈົ່ງສັ່ນຂີ້ຝຸ່ນ ເປັນອິດສະຫລະ ຈົ່ງລຸກຈາກຂີ້ຝຸ່ນດິນ ແລະ ນັ່ງລົງເທິງບັນລັງເຖີດ ພວກລູກສາວຂອງພູເຂົາ ຊີໂອນ ຜູ້ຖືກຈັບເອີຍ ຈົ່ງທຸບໂສ້ທີ່ລ່າມເຈົ້ານັ້ນ ໃຫ້ມັນຫລຸດອອກໄປ
\v 3 ອົງພຣະ ຜູ້ເປັນເຈົ້າ ກ່າວແກ່ປະຊາຊົນ ຂອງພຣະອົງ ວ່າ, “ເມື່ອຕົກເປັນທາດນັ້ນ ບໍ່ມີຜູ້ໃດທີ່ໃຊ້ ເງິນ ຊື້ເອົາພວກເຈົ້າໄປ; ທາໍນອງດຽວກັນ ບໍ່ ມີສິ່ງໃດ ທີ່ຈະຊື້ເອົາພວກເຈົ້າໃຫ້ເປັນອິດສະຫລະ.
\s5
\v 4 ເມ່ື່ອພວກເຈົ້າໄດ້ໄປຢູ່ທີ່ປະເທດ ເອຢິບ ໃນຖານະເປັນຄົນຕ່າງດ້າວນັ້ນ ພວກເຈົ້າໄດ້ ໄປຢູ່ຕາມໃຈມັກຂອງຕົນເອງ, ແຕ່ ອັດຊີເຣຍ ໄດ້ຈັບເອົາພວກເຈົ້າໄປໂດຍໃຊ້ກໍາລັງ ແລະ ບໍ່ໄດ້ຈ່າຍຫຍັງໃຫ້ພວກເຈົ້າ.
\s5
\v 5 ບັດນີ້ໃນບາບີໂລນ ແມ່ນສິ່ງດຽວກັນນັ້ນ ທີ່ໄດ້ເກີດຂຶ້ນອີກ ຄື ພວກເຈົ້າໄດ້ຖືກຈັບໄປ ແລະ ບໍ່ໄດ້ຈ່າຍຫຍັງໃຫ້ພວກເຈົ້າ. ຜູ້ທີ່ປົກຄອງເໜືອພວກເຈົ້າ ເວົ້າໂມ້ ທັງໂອ້ອວດ ແລະດູຖູກ ຫຍໍ້ຫຍັນເຮົາຢູ່ເປັນປະຈໍາ.
\v 6 ເມື່ອເວລານັ້ນມາເຖິງ ພວກເຈົ້າຈະຮັບຮູ້ວ່າ ເຮົາແມ່ນພຣະເຈົ້າ ແລະ ແມ່ນເຮົາທີ່ໄດ້ກ່າວ ແກ່ພວກເຈົ້າ.”
\s5
\v 7 ເປັນຕາຮັກແທ້ ທີ່ເຫັນຜູ້ສົ່ງຂ່າວຂ້າມ ພູເຂົາມາ ໂດຍນາໍຂ່າວດີ ຄື ຂ່າວແຫ່ງສັນຕິສຸກມາໃຫ້ລາວປະກາດ ເລື່ອງໄຊຊະນະ ແກ່ພູເຂົາ ຊີໂອນ ວ່າ, “ພຣະເຈົ້າ ຂອງເຈົ້າເປັນເຈົ້າມະຫາຊີວິດ. ”
\v 8 ພວກທີ່ເຝົ້າຍາມ ກໍໂຮຮ້ອງດ້ວຍສຽງດັງກ້ອງ ພວກເຂົາຊົມຊື່ນ ຍິນດີ ຈຶ່ງພາກັນໂຮຮ້ອງ ພວກເຂົາສາມາດ ເຫັນໄດ້ດ້ວຍຕາ ຂອງ ພວກເຂົາເອງ ການ ກັບມາຍັງພູເຂົາ ຊີໂອນ ຂອງອົງພຣະຜູ້ເປັນເຈົ້າ.
\s5
\v 9 ນະຄອນ ເຢຣູຊາເລັມ ເອີຍ ຈົ່ງເປັ່ງສຽງ ຮ້ອງຍິນດີ ເຈົ້າຜູ້ທີ່ເປັນເມືອງ ເພພັງ ແລະ ຮົກຮ້າງ ອົງພຣະຜູ້ເປັນເຈົ້າ ຈະຊ່ວຍກູ້ເອົາ ນະຄອນທັງຈະອອຍໃຈປະຊາຊົນຂອງພຣະອົງດ້ວຍ.
\v 10 ພຣະອົງຈະໃຊ້ຣິດທານຸພາບ ອັນສັກສິດຕໍ່ສາຍຕາປະຊາຊົນຂອງ ທຸກໆ ຊົນຊາດ ພຣະອົງຈະຊ່ວຍປະຊາຊົນ ຂອງພຣະອົງໃຫ້ພົ້ນໄພ ໝົດທັງໂລກຈະໄດ້ເຫັນເຫດການນີ້ເກີດຂຶ້ນ.
\s5
\v 11 ທຸກຄົນທີ່ແບກຫາບ ເຄື່ອງໃຊ້ປະຈາໍ ພຣະວິຫານ ຈົ່ງອອກໄປໄວໆ ຈາກນະຄອນ ບາບີໂລນ ເຖີດ ຢ່າແຕະຕ້ອງສິ່ງຫວງຫ້າມ ໃດໆ [ຝ] ຈົ່ງຮັກສາຕົວໃຫ້ບໍຣິສຸດ ແລະ ອອກ ໜີໄປເຖີດ
\v 12 ເທື່ອນີ້ບໍ່ຈາໍເປັນຕ້ອງຟ້າວຟັ່ງອອກໄປ ພວກເຈົ້າບໍ່ຈາໍເປັນຕ້ອງ ປົບໜີໄປດອກ ອົງພຣະຜູ້ເປັນເຈົ້າ ຈະນາໍໜ້າອອກໄປ ພຣະອົງຈະປົກປັກຮັກສາພວກເຈົ້າຮອບດ້ານ.
\s5
\v 13 ອົງພຣະຜູ້ເປັນເຈົ້າ ກ່າວວ່າ, “ຜູ້ຮັບໃຊ້ ຂອງເຮົານັ້ນ ຈະເຮັດສໍາເລັດໜ້າທີ່ຊຶ່ງໄດ້ມອບໝາຍໃຫ້; ເພິ່ນຈະເຮັດພາລະກິດຂອງເພິ່ນໃຫ້ສໍາເລັດຜົນ; ແມ່ນກຽດສັກສີອັນສູງ ທີ່ທ່ານຈະໄດ້ຮັບ. [ພ]
\v 14 ເມື່ອປະຊາຊົນ ໄດ້ເຫັນທ່ານ ກໍສະດຸ້ງຕົກໃຈ; ໜ້າຕາທ່ານປ່ຽນໂສມ ທ່າທາງເກືອບບໍ່ຄືມະນຸດ.
\s5
\v 15 ແຕ່ບັດນີ້ ຫລາຍຊົນຊາດຈະງຶດງໍ້ ອັດສະຈັນໃຈ ພວກກະສັດກໍຈະອັດສະຈັນໃຈ ຈົນປາກບໍ່ອອກ. ພວກເຂົາຈະຮູ້ເຫັນ ແລະ ທັງຈະເຂົ້າໃຈ ບາງສິ່ງທີ່ພວກເຂົາ ບໍ່ເຄີຍຮູ້ເຫັນຈັກເທື່ອ.”
\s5
\c 53
\p
\v 1 ປະຊາຊົນຖາມຄືນວ່າ, “ຜູ້ໃດແດ່ໄດ້ເຊື່ອ ເລື່ອງທີ່ພວກເຮົາລາຍງານດຽວນີ້? ຜູ້ໃດແດ່ ໄດ້ເຫັນຢ່າງປະຈັກຕາຕົນເອງ ສິ່ງທີ່ອົງພຣະ ຜູ້ເປັນເຈົ້າທໍາການ ໃນເລື່ອງນີ້?
\v 2 ມັນແມ່ນພຣະປະສົງ ທີ່ຜູ້ຮັບໃຊ້ຂອງພຣະອົງ ໃຫຍ່ຂຶ້ນດັ່ງໄມ້ພັນດີ ທັງຢັ່ງຮາກໃນດິນແຫ້ງແລ້ງ. ທ່ານບໍ່ມີທ່າທາງຜ່າເຜີຍ ແລະ ສະຫງ່າງາມ ໃດໆ ເພື່ອໃຫ້ພວກເຮົາສັງເກດເຫັນໃນຕົວທ່ານໄດ້. ໃນຕົວທ່ານນັ້ນ ບໍ່ມີຫຍັງພໍຈະດຶງດູດຈິດໃຈ ພໍຈະດູດດຶງພວກເຮົາເຂົ້າໄປຫາທ່ານໄດ້.
\s5
\v 3 ພວກເຮົາດູໝິ່ນປະໝາດ ແລະ ປະຖິ້ມ ທ່ານໄປ ທ່ານໄດ້ທົນທຸກນາໆ ແລະ ທົນຕໍ່ຄວາມເຈັບປວດ. ບໍ່ມີຜູ້ໃດແມ່ນແຕ່ຈະຫລຽວແລ ເບິ່ງທ່ານເລີຍ ຕ່າງກໍເມີນເສີຍ ດັ່ງເພິ່ນບໍ່ມີຫຍັງຈັກດີ້.
\s5
\v 4 ແທ້ຈິງ ທ່ານທົນຕໍ່ຄວາມທຸກ ທີ່ເປັນຂອງ ພວກເຮົາ ແລະທົນຄວາມເຈັບປວດ ທີ່ພວກເຮົາສົມຄວນໄດ້ຮັບ. ຄວາມລໍາບາກທີ່ທ່ານ ຮັບເອົານັ້ນ ພວກເຮົາຄິດຢູ່ສະເໝີວ່າ ເປັນ ການລົງໂທດ ມາຈາກພຣະເຈົ້າ.
\s5
\v 5 ແຕ່ຍ້ອນການບາບຂອງພວກເຮົານັ້ນ ທ່ານຈຶ່ງໄດ້ຮັບບາດເຈັບ ຖືກຂ້ຽນ ຖືກຕີຍ້ອນ ການຊົ່ວຮ້າຍຂອງພວກເຮົາ. ພວກເຮົາໄດ້ຮັບການປິ່ນປົວໃຫ້ດີ ຍ້ອນໂທດກາໍ ທີ່ທ່ານຮັບດີປົກກະຕິ ຍ້ອນການຕົບຕີທີ່ທ່ານຮັບເອົາ.
\s5
\v 6 ພວກເຮົາທຸກຄົນເປັນດັ່ງແກະ ທີ່ໄດ້ຫຼົງ ເສຍໄປ ແຕ່ລະຄົນເດີນຕາມທາງຂອງຕົນ ທັງນັ້ນ. ແຕ່ອົງພຣະຜູ້ເປັນເຈົ້າໄດ້ໃຫ້ທ່ານໄດ້ຮັບໂທດທັນ ຄື ໂທດກາໍ ທີ່ເຮົາທຸກຄົນສົມຄວນໄດ້ຮັບ.
\s5
\v 7 ທ່ານຖືກທາລຸນໜັກ ແຕ່ທົນເອົາຢ່າງຖ່ອມໃຈ ທ່ານບໍ່ເຄີຍເອີ່ຍປາກເວົ້າຈາ ແມ່ນແຕ່ຄໍາດຽວ ທັງນັ້ນ. ດັ່ງລູກແກະ ພວມຖືກນາໍໄປຂ້າ ດັ່ງແກະທີ່ຖືກຕັດເອົາຂົນ ຄໍາດຽວທ່ານກໍບໍ່ເຄີຍກ່າວອອກ.
\s5
\v 8 ທ່ານຖືກຈັບໄປ ເພື່ອໃສ່ໂທດທັນ ທ່ານຖືກນາໍອອກໄປ ເພື່ອປະຫານຊີວິດ ບໍ່ມີຜູ້ໃດ ຫ່ວງໃຍເຄາະກາໍ ທີ່ທ່ານຖືກສັງຫານ ຍ້ອນການບາບ ຂອງ ປະຊາຊົນພວກເຮົານັ້ນ.
\v 9 ທ່ານຖືກວາງໄວ້ ໃນອຸບມຸງ ກັບຄົນຊົ່ວຊາມ ທ່ານຖືກຝັງໄວ້ ກັບຄົນຮັ່ງມີເປັນດີດ້ວຍ ເຖິງວ່າ ທ່ານບໍ່ເຄີຍກໍ່ໂທດກາໍໄວ້ເລີຍກໍຕາມ ທ່ານບໍ່ເຄີຍເວົ້າຕົວະ ແລະ ຫລອກລວງຜູ້ໃດ ຈັກເທື່ອ.”
\s5
\v 10 ອົງພຣະຜູ້ເປັນເຈົ້າ ກ່າວວ່າ ດັ່ງນີ້: “ການທີ່ທ່ານທົນທຸກ ຄື ຄວາມປະສົງຂອງເຮົາ ຄວາມຕາຍຂອງທ່ານເປັນເຄື່ອງບູຊາ ເພື່ອນາໍເອົາການຍົກໂທດມາໃຫ້. ທ່ານຈຶ່ງໄດ້ເຫັນເຊື້ອສາຍ ມີຊີວິດຍາວໄກ ເປົ້າໝາຍ ຂອງເຮົາຈະສໍາເລັດທາງທ່ານ.
\v 11 ຫລັງຈາກ ມີຊີວິດຢ່າງທົນທຸກທໍລະມານ ທ່ານກໍຈະມີຄວາມສຸກ ຊົມຊື່ນຍິນດີອີກ; ທ່ານ ຈະຮູ້ວ່າ ທ່ານບໍ່ໄດ້ທົນທຸກຢ່າງໄຮ້ຜົນ ເປັນຜູ້ຮັບໃຊ້ອຸທິດຕົນ ທີ່ເຮົາພໍໃຈນາໍແທ້ໆ. ທ່ານ ຈະແບກໂທດກາໍຂອງຄົນທັງຫລາຍ ເພື່ອເຫັນແກ່ທ່ານ ເຮົາຈະຍົກໂທດໃຫ້ພວກເຂົາເຈົ້າ.
\s5
\v 12 ສະນັ້ນ ເຮົາຈຶ່ງຈະໃຫ້ທ່ານໄດ້ນັ່ງບ່ອນ ມີກຽດສັກສີ ຄື ບ່ອນໜຶ່ງທ່າມກາງຜູ້ຍິ່ງໃຫຍ່ ທີ່ມີອໍານາດ. ທ່ານຍິນດີມອບຊີວິດຕົນເອງ ໃຫ້ຢ່າງເຕັມໃຈ ແລະ ເຂົ້າສ່ວນໃນຊາຕາກາໍ ຂອງຄົນຊົ່ວຮ້າຍ. ທ່ານໄດ້ເຂົ້າແທນບ່ອນ ຄົນບາບທັງຫລາຍ ແລະ ພາວັນນາ ອະທິຖານເພື່ອພວກເຂົາ ໃຫ້ໄດ້ຮັບການຍົກໂທດ. ” [ຟ]
\s5
\c 54
\p
\v 1 ເຢຣູຊາເລັມ ເອີຍ ເຈົ້ານັ້ນເປັນດັ່ງຍິງເປັນໝັນ ແຕ່ບັດນີ້ ຈົ່ງຮ້ອງລໍາທາໍເພງ ຍິນດີກັນເຖີດ ບັດນີ້ເຈົ້າຈະມີລູກຕື່ມຢ່າງຫລວງຫລາຍ ລື່ນກວ່າຜູ້ຍິງຜົວບໍ່ເຄີຍໜີປະ ຈັກເທື່ອ
\s5
\v 2 ຈົ່ງເຮັດຜ້າເຕັນຂອງເຈົ້າ ໃຫ້ກວ້າງຂວາງ ຕໍ່ເຊືອກເຕັນໃຫ້ຍາວ ທັງສຽບຫລັກລົງໃຫ້ແໜ້ນ
\v 3 ເຈົ້າຈະຂະຫຍາຍ ເຂດແດນຂອງເຈົ້າ ໄປທຸກທິດທາງ ຄົນຂອງເຈົ້າຈະໄດ້ດິນແດນໃກ້ຄຽງຄືນມາອີກ ເປັນດິນແດນ ທີ່ຊາດອື່ນໄດ້ຢຶດໃນປະຈຸບັນ ເມືອງ ຮົກຮ້າງ ກໍຈະເຕັມແຕ່ຄົນອາໄສຢູ່.
\s5
\v 4 ຢ່າສູ່ຢ້ານ ເພາະເຈົ້າຈະບໍ່ຖືກອັບອາຍ ອີກເລີຍ ເຈົ້າຈະບໍ່ໄດ້ເສຍກຽດສັກສີ ແຕ່ຢ່າງໃດທັງນັ້ນ. ເຈົ້າຈະລືມຄວາມອາຍໃນ ໄວສາວ ເຈົ້າຈະບໍ່ຈົດຈາໍຄໍາຕ້ອງຕິ ໃນຄາວເຈົ້າເປັນໝ້າຍ.
\s5
\v 5 ພຣະຜູ້ສ້າງຂອງເຈົ້າ ຈະເປັນຄືຜົວຂອງເຈົ້າເດີ ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດ ຍິ່ງໃຫຍ່ ແມ່ນພຣະນາມຂອງພຣະອົງ. ແລະ ພຣະຜູ້ໄຖ່ໃຫ້ພົ້ນຂອງເຈົ້າ ຄື ພຣະເຈົ້າອົງບໍຣິສຸດຂອງຊາດ ອິດສະຣາເອນ ພຣະອົງຊົງປົກຄອງທົ່ວທັງໂລກນີ້.
\v 6 ອິດສະຣາເອນ ເອີຍ ເຈົ້າເປັນຄືເມຍສາວ ຜູ້ໜຶ່ງທີ່ຖືກຜົວປະ ແລະ ອຸກອັ່ງຄັ່ງໃຈຈົນສຸດຂີດ. ແຕ່ອົງພຣະຜູ້ເປັນເຈົ້າ ເອີ້ນເຈົ້າໃຫ້ກັບຄືນມາ ຈົ່ງກັບມາຫາພຣະອົງ ຜູ້ທີ່ເວົ້າກັບເຈົ້າວ່າ,
\s5
\v 7 “ເຮົາໄດ້ປະຮ້າງເຈົ້າ ພຽງແຕ່ໄລຍະ ຊົ່ວຄາວ ເຮົາຈະເອົາເຈົ້າຄືນດ້ວຍຄວາມຮັກ ອັນສຸດຫົວໃຈ.
\v 8 ເຮົາປິ່ນໜ້າດ້ວຍຄວາມໂກດຮ້າຍ ພຽງຊົ່ວຄາວ ເຮົາບໍ່ໄດ້ແນມເບິ່ງໜ້າເຈົ້າ ພຽງໄລຍະໜຶ່ງ ແຕ່ເຮົາຈະສໍາແດງ ຄວາມຮັກ ຕໍ່ເຈົ້າສືບໄປ. ” ອົງພຣະຜູ້ເປັນເຈົ້າ ຜູ້ຊ່ວຍໃຫ້ພົ້ນໄພ ກ່າວດັ່ງນີ້ແຫລະ.
\s5
\v 9 “ເຮົາໄດ້ສັນຍາໄວ້ ໃນສະໄໝຂອງ ໂນອາ ວ່າເຮົາຈະບໍ່ໃຫ້ນາໍ້ຖ້ວມ ແຜ່ນດິນໂລກອີກເລີຍ. ບັດນີ້ ເຮົາສັນຍາວ່າ ຈະບໍ່ໂກດຮ້າຍເຈົ້າ ອີກຕໍ່ໄປ ເຮົາຈະບໍ່ຕິຕຽນ ຫລື ຈະບໍ່ລົງໂທດເຈົ້າອີກ.
\v 10 ພູໃຫຍ່ ແລະ ພູນ້ອຍ ອາດພັງທະລາຍລົງ ແຕ່ຄວາມຮັກ ຂອງເຮົາ ໝັ້ນຄົງບໍ່ສິ້ນສຸດໄດ້; ເຮົາຈະຮັກ ສາສັນຍາ ຄວາມສະຫງົບສຸກໄວ້ສືບໄປ. ” ອົງພຣະຜູ້ເປັນເຈົ້າ ຜູ້ຊົງເມດຕາເຈົ້າ ກ່າວດັ່ງນີ້ແຫລະ.
\s5
\v 11 ອົງພຣະຜູ້ເປັນເຈົ້າ ກ່າວວ່າ ດັ່ງນີ້: “ໂອ ເຢຣູຊາເລັມ ເອີຍ ເຈົ້າທົນທຸກແລ້ວ ນະຄອນຂາດທີ່ເພິ່ງຫາຜູ້ເລົ້າໂລມໃຈກໍບໍ່ມີດ້ວຍ ຫິນປະເສີດ ເຮົາຈະສ້າງຮາກຖານເຈົ້າໃໝ່.
\v 12 ດ້ວຍທັບທີມອັນແທ້ ເຮົາຈະສ້າງຫໍຄອຍ ດ້ວຍແກ້ວເຈຍລະໄນ ຈະສ້າງປະຕູເມືອງຂຶ້ນ. ດ້ວຍເພັດນິນຈິນດາ ຈະສ້າງກາໍແພງເມືອງໃຫ້ເປັນປ້ອມລ້ອມກໍາແພງ ປ້ອງກັນເຈົ້າໄວ້.
\s5
\v 13 ສ່ວນປະຊາຊົນຂອງເຈົ້າ ເຮົາຈະສັ່ງສອນພວກເຂົາ ຈະໃຫ້ມີສັນຕິສຸກ ແລະ ໃຫ້ຈະເລີນຮຸ່ງເຮືອງດ້ວຍ.
\v 14 ຄວາມຍຸດຕິທາໍ ແລະ ຄວາມຖືກຕ້ອງຈະໃຫ້ເຈົ້າເຂັ້ມແຂງຂຶ້ນ ເຈົ້າຈະພົ້ນຈາກການກົດຂີ່ ແລະຈາກຄວາມຢ້ານ.
\s5
\v 15 ຖ້າຜູ້ໃດໂຈມຕີເຈົ້າ ກໍເຮັດໂດຍທີ່ເຮົາ ບໍ່ເຫັນດີ ຜູ້ໃດຂັດຂວາງຕໍ່ສູ້ເຮົາ ກໍຈະລົ້ມລົງລາບຄາບ.
\v 16 ເຮົາສ້າງຊ່າງຕີເຫລັກ ເປົ່າໄຟເຮັດອາວຸດ ເຮົາສ້າງທະຫານໃຫ້ໃຊ້ອາວຸດ ຂ້າຟັນກັນ.
\s5
\v 17 ແຕ່ບໍ່ມີອາວຸດໃດໆ ທີ່ທາໍຮ້າຍເຈົ້າໄດ້ເລີຍ ເຈົ້າຈະມີຄໍາຕອບແກ່ທຸກຄົນ ທີ່ຟ້ອງເຈົ້າ. ເຮົາຈະປ້ອງກັນຜູ້ຮັບໃຊ້ຂອງເຮົາ ໃຫ້ມີໄຊ. ” ອົງພຣະຜູ້ເປັນເຈົ້າ ໄດ້ກ່າວດັ່ງນີ້ແຫລະ.
\s5
\c 55
\p
\v 1 ອົງພຣະຜູ້ເປັນເຈົ້າ ກ່າວວ່າ ດັ່ງນີ້: “ເຊີນທຸກໆ ຄົນມາ ຈົ່ງເຊີນມາເທີ້ນ ຜູ້ທີ່ຫິວນາໍ້ ນາໍ້ມີໃຫ້ດື່ມຢູ່ທີ່ນີ້ເດ ຜູ້ທີ່ບໍ່ມີເງິນ ເຊີນມາ ຈົ່ງຊື້ເຂົ້າກິນເຖີດ ຈົ່ງເຊີນມາ ຊື້ເຫລົ້າອະງຸ່ນ ແລະ ນໍ້ານົມດື່ມໂດຍບໍ່ຕ້ອງເສຍຄ່າ ຫຍັງໝົດ.
\s5
\v 2 ເປັນຫຍັງ ຈຶ່ງຈ່າຍເງິນ ຊື້ສິ່ງທີ່ບໍ່ໃຫ້ອີ່ມໃຈ? ເປັນຫຍັງ ຈຶ່ງຈ່າຍໄປ ແຕ່ພັດຍັງຢາກຢູ່? ຈົ່ງເຮັດສິ່ງທີ່ເຮົາບອກ ແລະ ຈົ່ງຟັງເຮົາແມ ເຈົ້າຈະໄດ້ກິນອາຫານອັນດີທີ່ສຸດທັງນັ້ນ.
\s5
\v 3 ບັດນີ້ ຈົ່ງມາ ຟັງເຮົາເທີ້ນ ໄພ່ພົນຂອງເຮົາເອີຍ ເຊີນມາຫາເຮົາ ແລະ ພວກເຈົ້າຈະໄດ້ຊີວິດ ເຮົາຈະເຮັດພັນທະສັນຍາ ກັບພວກເຈົ້າ ສືບໆໄປ ເຮົາຈະໃຫ້ພອນດັ່ງທີ່ເຮົາໄດ້ສັນຍາ ກັບ ດາວິດ.
\v 4 ເຮົາໄດ້ເຮັດໃຫ້ເພິ່ນ ນາໍພາ ແລະ ສັ່ງການບັນດາຊົນຊາດໄດ້ຮູ້ຣິດອໍານາດເຮົາທາງເພິ່ນ.
\s5
\v 5 ບັດນີ້ ເຈົ້າຈະເອີ້ນຊົນຊາດ ຕ່າງດ້າວ ທັງຫລາຍ ຊຶ່ງໃນເວລາໜຶ່ງພວກເຂົາ ບໍ່ເຄີຍຮູ້ຈັກເຈົ້າ ແຕ່ບັດນີ້ ພວກເຂົາຈະແລ່ນມາຫາ ເຈົ້າ ເພື່ອຂໍຮ່ວມເຂົ້າກັບເຈົ້າໃດ ເພາະອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງເຈົ້າ ແລະ ເພາະພຣະເຈົ້າ ອົງບໍຣິສຸດຂອງຊາດ ອິດສະຣາເອນ ພຣະອົງຈະໃຫ້ເຈົ້າມີສະຫງ່າຣາສີ ແລະ ກຽດຕິຍົດ.”
\s5
\v 6 ຈົ່ງຄືນຫາພຣະເຈົ້າ ແລະ ພາວັນນາ ອະທິຖານຕໍ່ພຣະອົງສາ ຊຶ່ງບັດນີ້ ພຣະອົງກໍສະເດັດມາໃກ້ແລ້ວ.
\v 7 ຈົ່ງໃຫ້ຄົນຊົ່ວຮ້າຍ ປະວິທີດໍາເນີນຊີວິດເດີມ ຂອງ ພວກເຂົາ ແລະ ປ່ຽນແນວທາງ ທີ່ພວກເຂົາເຄີຍຄິດນັ້ນ. ຈົ່ງກັບຄືນ ມາຫາອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຮົາ ພຣະອົງເຕັມດ້ວຍ ຄວາມເມດຕາ ແລະ ອະໄພໃຫ້.
\s5
\v 8 ອົງພຣະຜູ້ເປັນເຈົ້າ ກ່າວວ່າ, “ຄວາມຄິດ ເຮົານັ້ນ ບໍ່ຄືຄວາມຄິດຂອງພວກເຈົ້າ ແລະ ວິຖີທາງຂອງເຮົານັ້ນ ກໍແຕກຕ່າງໃດ ບໍ່ຄືວິຖີ ທາງຂອງພວກເຈົ້າ.
\v 9 ຟ້າສະຫວັນສູງກວ່າ ແຜ່ນດິນໂລກສັນໃດ ວິຖີທາງທັງຄວາມຄິດເຮົາ ກໍສູງກວ່າສັນນັ້ນ.”
\s5
\v 10 “ຖ້ອຍຄໍາຂອງເຮົາ ເປັນດັ່ງນໍ້າຝົນ ແລະ ຫິມະ ຊຶ່ງລົງມາຈາກທ້ອງຟ້າເບື້ອງເທິງ ແລະ ຫົດແຜ່ນດິນໂລກໃຫ້ຊຸ່ມເຢັນ ຊຶ່ງເຮັດ ໃຫ້ເຄື່ອງປູກ ງອກງາມໃຫຍ່ຂຶ້ນ ທັງຈັດຫາ ໃຫ້ມີແນວພືດ ສໍາລັບປູກຝັງ ທັງໃຫ້ມີອາຫານ ການກິນດ້ວຍ.
\v 11 ສະນັ້ນຖ້ອຍຄໍາ ທີ່ເຮົາ ກ່າວໄປ ກໍເຊັ່ນດຽວກັນ ຄື ຈະບໍ່ກັບຄືນມາ ຫາເຮົາໂດຍສູນເປົ່າ ຈະສໍາເລັດຕາມທີ່ເຮົາ ໄດ້ວາງແຜນການ ແລະ ທຸກສິ່ງທີ່ເຮົາໃຊ້ໄປ ເຮັດນັ້ນ ຈະເກີດຜົນຈະເລີນຂຶ້ນ.
\s5
\v 12 ພວກເຈົ້າ ຈະຈາກນະຄອນ ບາບີໂລນ ຢ່າງຊົມຊື່ນຍິນດີ ຈະຖືກນາໍອອກໄປຢ່າງສັນຕິສຸກເຫລືອລົ້ນ. ພູເຂົາ ແລະ ເນີນພູທຸກໜ່ວຍກໍຈະເປັ່ງສຽງຮ້ອງເພງ ແລະ ຕົ້ນໄມກໍຈະໂຮຮ້ອງຢ່າງຊົມຊື່ນຍິນດີຍິ່ງ.
\v 13 ຕົ້ນສົນຈະງອກໃຫຍ່ຂຶ້ນ ແທນຕົ້ນໜາມ ກົກໄມ້ ຫອມຈະເກີດຂຶ້ນແທນກໍໜາມ. ການນີ້ຈະເປັນໝາຍສໍາຄັນ ທີ່ຈະດໍາລົງຢູ່ສືບໄປ ຄືເຕືອນເຖິງສິ່ງທີ່ອົງພຣະຜູ້ເປັນເຈົ້າໄດ້ກະທໍາ.”
\s5
\c 56
\p
\v 1 ອົງ​ພ​ຣະ​ຜູ້​ເປ​ັນ​ເຈົ້າ​ກ່າວ​ແກ່​ປະ​ຊາ​ຊົນ​ຂອງ​ພ​ຣະ​ອົງ​ວ່າ, "ຈົ່ງ​ເຮັດ​ໃນ​ສິ່ງ​ທີ່​ຍຸດ​ຕິ​ທຳ ແລະ ຖືກ​ຕ້ອງ ເພາະ​ໃນ​ໄວໆນີ້ ເຮົາ​ຈະ​ຊ່ວຍ​ພວກ​ເຈົ້າ​ໃຫ້​ພົ້ນ.
\v 2 ເຮົາຈະອວຍພອນ ພວກທີ່ຢຶດຖື ວັນຊະບາໂຕ ແລະ ຜູ້ທີ່ບໍ່ລະເມີດກົດຂອງວັນຊະບາໂຕ. ເຮົາຈະອວຍພອນຜູ້ທີ່ບໍ່ເຮັດສິ່ງອັນຊົ່ວຊ້າໃດໆ.”
\s5
\v 3 ເມື່ອຄົນຕ່າງດ້າວຜູ້ໜຶ່ງໄດ້ເຂົ້າຮ່ວມກັບ ປະຊາຊົນຂອງອົງພຣະຜູ້ເປັນເຈົ້າ ລາວຈະບໍ່ໄດ້ເວົ້າວ່າ, “ອົງພຣະຜູ້ເປັນເຈົ້າ ຈະບໍ່ໃຫ້ຂ້ອຍນະມັດສະການ ກັບປະຊາຊົນຂອງ ພຣະອົງ. ” ຊາຍຕອນຄົນໜຶ່ງບໍ່ຕ້ອງຄິດເລີຍວ່າ ເພາະຕົນມີລູກບໍ່ໄດ້ ຈຶ່ງເປັນປະຊາຊົນຂອງພຣະເຈົ້າບໍ່ໄດ້.
\s5
\v 4 ອົງພຣະຜູ້ເປັນເຈົ້າ ກ່າວແກ່ລາວວ່າ, “ຖ້າເຈົ້າໃຫ້ກຽດເຮົາ ໂດຍຢຶດຖືວັນຊະບາໂຕ ແລະ ເຮັດໃນສິ່ງທີ່ເຮົາພໍໃຈ ຕະຫລອດທັງຮັກສາ ພັນທະສັນຍາຂອງເຮົາ ຢ່າງສັດຊື່
\v 5 ແລ້ວເຮົາກໍຈະຈົດຊື່ຂອງເຈົ້າໄວ້ ໃນພຣະວິຫານຂອງເຮົາ ແລະ ໃນທ່າມກາງ ປະຊາຊົນຂອງເຮົາຍາວນານກວ່າຖ້າເຈົ້າມີລູກຊາຍ ແລະ ລູກສາວ ຫລາຍຄົນ. ເຮົາຈະ ບໍ່ລືມໄລເຈົ້າ ຈັກເທື່ອ.”
\s5
\v 6 ແລ້ວອົງພຣະຜູ້ເປັນເຈົ້າ ກໍກ່າວແກ່ ພວກຕ່າງດ້າວ ທີ່ກາຍເປັນປະຊາຊົນສ່ວນໜຶ່ງ ຂອງພຣະອົງ ຄື ຜູ້ທີ່ຮັກພຣະອົງ ແລະ ບົວລະບັດຮັບໃຊ້ພຣະອົງ ທີ່ຢຶດຖືວັນ ຊະບາໂຕ ແລະ ຮັກສາພັນທະສັນຍາ ຂອງ ພຣະອົງ ຢ່າງສັດຊື່ວ່າ,
\v 7 “ເຮົາຈະນາໍ ພວກເຈົ້າໄປຍັງ ຊີໂອນ ເນີນພູສັກສິດຂອງເຮົາ [ມ] ເພື່ອໃຫ້ພວກເຈົ້າມີຄວາມຊົມຊື່ນຍິນດີ ໃນເຮືອນຂອງເຮົາສໍາລັບພາວັນນາ ອະທິຖານ ແລະ ເຮົາຈະຮັບເຄື່ອງບູຊາ ຊຶ່ງພວກເຈົ້າຖວາຍ ທີ່ເທິງແທ່ນຂອງເຮົາ. ພຣະວິຫານຂອງເຮົາ ຈະເປັນທີ່ເອີ້ນວ່າ, ‘ວິຫານ ແຫ່ງການໄຫ້ວວອນສໍາລັບທຸກຊົນຊາດ.
\s5
\v 8 ພຣະເຈົ້າຢາເວ ອົງພຣະຜູ້ເປັນເຈົ້າ ຜູ້ທີ່ນາໍປະຊາຊົນ ອິດສະຣາເອນ ຂອງພຣະອົງ ກັບຄືນມາແຕ່ການເປັນຊະເລີຍ ໃນຕ່າງຖິ່ນໄດ້ສັນຍາວ່າ ພຣະອົງຍັງຈະນາໍປະຊາຊົນ ອື່ນ ໆ ມາຮ່ວມກັບພວກເຂົາ.
\s5
\v 9 ອົງພຣະຜູ້ເປັນເຈົ້າ ໄດ້ບອກຊາດຕ່າງດ້າວ ທັງຫລາຍໃຫ້ມາດັ່ງຝູງສັດປ່າ ແລະ ກັດກິນປະຊາຊົນຂອງພຣະອົງ.
\v 10 ພຣະອົງກ່າວວ່າ, “ບັນດາຜູ້ນາໍທັງໝົດ ຄື ຜູ້ທີ່ ຖືກສົ່ງມາ ຕັກເຕືອນ ປະຊາຊົນຂອງເຮົານັ້ນ ຕາບອດກັນໝົດ ພວກເຂົາບໍ່ຮູ້ຈັກຫຍັງ. ພວກເຂົາເປັນດັ່ງໝານອນເຝົ້າທີ່ບໍ່ເຫົ່າ ຄື ມັກເອ່ນຕົວລົງ ແລະ ເພີ້ຝັນ. ພວກເຂົາມັກນອນຫລາຍແທ້.
\s5
\v 11 ພວກເຂົາເປັນ ຄື ໝາທີ່ກິນແລ້ວ ບໍ່ຮູ້ຈັກອີ່ມ. ພວກຜູ້ນໍາເຫລົ່ານີ້ ບໍ່ມີຄວາມ ເຂົ້າໃຈ. ພວກເຂົາແຕ່ລະຄົນ ເຮັດໄປຕາມ ໃຈບັນຊາ ແລະ ຊອກຫາຜົນປະໂຫຍດ ສ່ວນຕົວ.
\v 12 ພວກຂີ້ເຫລົ້າ ເຫລົ່ານີ້ເວົ້າວ່າ, ‘ດື່ມເຫລົ້າອະງຸ່ນກັນເທາະ ແລະ ດື່ມເທົ່າທີ່ພວກເຮົາດື່ມໄດ້ ເພາະມື້ອື່ນຈະດີກວ່າ ມື້ນີ້.
\s5
\c 57
\p
\v 1 ຄົນຊອບທາໍຕາຍໄປ ໂດຍບໍ່ມີຜູ້ໃດ ເຂົ້າໃຈ ຫລື ເອົາໃຈໃສ່ເລີຍ, ແຕ່ເມື່ອເຂົາ ຕາຍໄປນັ້ນ ບໍ່ມີໂພຍໄພອັນໃດ ຈະທາໍຮ້າຍ ເຂົາໄດ້.
\v 2 ພວກທີ່ດໍາເນີນຊີວິດໃນຄວາມ ທ່ຽງທາໍ ຈະພົບສັນຕິສຸກ ແລະ ການພັກຜ່ອນ ໃນຄວາມຕາຍຂອງພວກເຂົາ.
\s5
\v 3 ພວກຄົນບາບເອີຍ ຈົ່ງມານີ້ ຮັບເອົາ ການພິພາກສາ ພວກເຈົ້າບໍ່ດີໄປກວ່າ ພວກ ໝໍວິຊາອາຄົມ, ຄົນຜິດປະເວນີ ແລະ ພວກ ແມ່ຈ້າງນາງເລງ.
\v 4 ພວກເຈົ້າຫຍໍ້ຫຍັນ ຜູ້ ໃດກັນໜໍ? ຄົນຂີ້ຕົວະເອີຍ
\s5
\v 5 ພວກເຈົ້າຂາບໄຫວ້ ບັນດາພະແຫ່ງ ຄວາມອຸດົມສົມບູນ ໂດຍສົມສູ່ກັນທາງເພດ ຢູ່ລຸ່ມຕົ້ນໄມ້ສັກສິດຂອງພວກເຈົ້າ. ພວກເຈົ້າ ຖວາຍລູກຂອງພວກເຈົ້າ ເປັນເຄື່ອງບູຊາ ຢູ່ໃນຖໍ້າຫິນ ຂ້າງຫ້ວຍນໍ້າ.
\s5
\v 6 ພວກເຈົ້າ ເອົາຫິນກ້ຽງຈາກທີ່ນັ້ນມາ ເຮັດເປັນຮູບພະ ເພື່ອຂາບໄຫວ້ບູຊາ. ພວກເຈົ້າໄດ້ຖອກເຫລົ້າອະງຸ່ນ ແລະ ນາໍພືດຜົນ ເປັນເມັດຖວາຍ ເປັນເຄື່ອງບູຊາ ແກ່ຮູບພະ ເຫລົ່ານີ້. ພວກເຈົ້າຄິດວ່າ ເຮົາພໍໃຈນາໍສິ່ງທັງ ໝົດເຫລົ່ານີ້ ຊັ້ນບໍ?
\s5
\v 7 ພວກເຈົ້າໄດ້ຂຶ້ນໄປ ທີ່ເທິງພູໜ່ວຍສູງໆ ເພື່ອຖວາຍບູຊາ ແລະ ສົມສູ່ກັນທາງເພດ.
\v 8 ພວກເຈົ້າໄດ້ຕັ້ງຮູບລາມົກໄວ້ຢູ່ຕໍ່ໜ້າປະຕູ ເຂົ້າບ້ານຂອງພວກເຈົ້າ. ພວກເຈົ້າປະຖິ້ມເຮົາ, ພວກເຈົ້າແກ້ເສື້ອຜ້າອອກ, ແລະ ກ້າວຂຶ້ນເທິງຕຽງໃຫຍ່ນອນນາໍຄູ່ຮັກຂອງພວກເຈົ້າ ຄື ຜູ້ທີ່ພວກເຈົ້າໄດ້ຈ່າຍເງິນຄໍາໃຫ້ ເພື່ອຈະໄດ້ນອນນໍາ. ໃນທີ່ນັ້ນພວກເຈົ້າອີ່ມໜາໍສໍາລານໃຈ ກັບຕັນຫາຂອງພວກເຈົ້າ.
\s5
\v 9 ພວກເຈົ້າໃສ່ນາໍ້ຫອມ ແລະ ທານວດ ສະເໜ່ ໄປຂາບໄຫວ້ພະໂມເຫລັກ. ເພື່ອຈະ ໄດ້ບັນດາພະ ມາຂາບໄຫວ້ ພວກເຈົ້າໄດ້ສົ່ງ ຄະນະທູດໄປສູ່ແດນໄກ ໄປຮອດແມ່ນແຕ່ ແດນຂອງຄົນຕາຍ.
\v 10 ພວກເຈົ້າຊອກຫາ ບັນດາພະຕົນອື່ນ ຈົນພວກເຈົ້າເອງໝົດເຮື່ອໝົດແຮງ ແຕ່ພວກເຈົ້າກໍຍັງບໍ່ຍອມຍົກເລີກ. ພວກເຈົ້າຄິດວ່າ ບັນດາຮູບລາມົກ ໃຫ້ກໍາລັງ ພວກເຈົ້າໄດ້; ສະນັ້ນພວກເຈົ້າ ຈຶ່ງບໍ່ຍອມອ່ອນເພຍ.
\s5
\v 11 ອົງພຣະຜູ້ເປັນເຈົ້າ ຖາມວ່າ, “ບັນດາ ພະເຫລົ່ານີ້ ທີ່ເຮັດໃຫ້ພວກເຈົ້າຢ້ານນັ້ນ ເປັນຜູ້ໃດ ຈຶ່ງເຮັດໃຫ້ພວກເຈົ້າເວົ້າຕົວະ ແລະ ລືມໄລເຮົາໄປຢ່າງໝົດສິ້ນ? ພວກເຈົ້າເຊົາໃຫ້ກຽດເຮົາຍ້ອນເຮົາມິດງຽບຢູ່ຕັ້ງດົນນານ ຊັ້ນບໍ?
\v 12 ພວກເຈົ້າຄິດວ່າ ສິ່ງທີ່ພວກເຈົ້າ ເຮັດນັ້ນຖືກຕ້ອງ; ແຕ່ເຮົາຈະເປີດເຜີຍຄວາມ ປະພຶດຂອງພວກເຈົ້າ ແລະ ຮູບພະເຫລົ່ານັ້ນ ຈະຊ່ວຍຫຍັງພວກເຈົ້າ ບໍ່ໄດ້.
\s5
\v 13 ເມື່ອພວກເຈົ້າ ຮ້ອງຫາໃຫ້ຊ່ວຍເຫລືອ ຈົ່ງໃຫ້ບັນດາຮູບພະ ຂອງພວກເຈົ້າ ຊ່ວຍເຫລືອພວກເຈົ້າສາ ລົມພະຍຸພັດມາ ພຽງເທື່ອດຽວ ກໍຈະກວາດເອົາບັນດາຮູບພະ ເຫລົ່ານີ້ໄປໝົດ ແຕ່ພວກທີ່ໄວ້ວາງໃຈ ໃນ ເຮົາຈະອາໄສຢູ່ໃນດິນແດນ ແລະ ຈະນະມັດ ສະການເຮົາຢູ່ໃນພຣະວິຫານຂອງເຮົາ.”
\s5
\v 14 ອົງພຣະຜູ້ເປັນເຈົ້າ ກ່າວວ່າ, “ໃຫ້ປະຊາຊົນຂອງເຮົາ ກັບມາຫາເຮົາສາ. ຈົ່ງຍົກຍ້າຍສິ່ງທີ່ກີດຂວາງ ທຸກຢ່າງຈາກທາງຂອງ ພວກເຂົາ ຈົ່ງສ້າງຖະໜົນ ແລະ ຕຽມຫົນທາງ ໃຫ້ພ້ອມເຖີດ
\v 15 ເຮົາເປັນພຣະເຈົ້າ ອົງສູງສຸດ, ອົງບໍຣິສຸດ, ແລະ ອົງຊົງຊີວິດຢູ່ ຕະຫລອດໄປ. ເຮົາຢູ່ໃນສະຖານທີ່ສູງສຸດ ແລະ ບໍຣິສຸດ; ແຕ່ເຮົາຢູ່ນາໍປະຊາຊົນ ຜູ້ທີ່ຖ່ອມໃຈ ແລະ ຜູ້ທີ່ກັບໃຈໃໝ່ ເພື່ອວ່າເຮົາ ຈະໄດ້ຟື້ນຟູ ຈິດວິນຍານ ແລະ ຄວາມຫວັງ ຂອງພວກເຂົາຂຶ້ນໃໝ່.
\s5
\v 16 ເຮົາໄດ້ໃຫ້ຊີວິດ ແກ່ປະຊາຊົນຂອງເຮົາ ແລະ ເຮົາຈະບໍ່ສືບຕໍ່ກ່າວຫາ ຫລື ໂກດຮ້າຍພວກເຂົາຕະຫລອດໄປ. [ຢ]
\v 17 ເຮົາໂກດຮ້າຍພວກເຂົາ ເພາະການບາບ ແລະ ຄວາມໂລບມາກຂອງພວກເຂົາ; ສະນັ້ນ ເຮົາ ຈຶ່ງໄດ້ລົງໂທດ ແລະ ປະຖິ້ມພວກເຂົາ. ແຕ່ ພວກເຂົາຍັງດື້ດ້ານ ແລະ ສືບຕໍ່ເຮັດຕາມວິຖີ ທາງຂອງຕົນຢູ່.
\s5
\v 18 ເຮົາເຫັນວ່າ ພວກເຂົາໄດ້ປະພຶດຕົນຢ່າງໃດ, ແຕ່ເຮົາກໍຈະປິ່ນປົວພວກເຂົາໃຫ້ດີ. ເຮົາຈະນາໍພາ ແລະ ຊ່ວຍເຫລືອພວກເຂົາ ແລະ ເຮົາຈະເລົ້າໂລມອອຍໃຈຄົນ ທີ່ໂສກເສົ້າເສຍໃຈ.
\v 19 ເຮົາໃຫ້ສັນຕິສຸກ ແກ່ທຸກຄົນທັງຜູ້ທີ່ຢູ່ໃກ້ ແລະ ຜູ້ທີ່ຢູ່ໄກ ເຮົາຈະປິ່ນປົວປະຊາຊົນຂອງເຮົາໃຫ້ດີ.
\s5
\v 20 ແຕ່ຄົນຊົ່ວຮ້າຍ ກໍເປັນດັ່ງທະເລ ທີ່ປັ່ນປ່ວນ ຊຶ່ງຄື້ນຂອງມັນ ບໍ່ເຊົາພັດຕີຕາຝັ່ງ ຈັກເທື່ອ ທັງນໍາເອົາຂອງເປິເປື້ອນ ແລະ ຂີ້ຕົມ ມາດ້ວຍ. ”
\v 21 ອົງພຣະຜູ້ເປັນເຈົ້າ ກ່າວວ່າ, “ຄົນຊົ່ວຮ້າຍຈະບໍ່ໄດ້ຮັບສັນຕິສຸກ ຈັກເທື່ອ.”
\s5
\c 58
\p
\v 1 ອົງພຣະຜູ້ເປັນເຈົ້າ ກ່າວວ່າ, “ຈົ່ງຮ້ອງ ດັງ ໆ ຈົນສຸດສຽງເຖີດ ຈົ່ງບອກປະຊາຊົນ ອິດສະຣາເອນ ຂອງເຮົາກ່ຽວກັບການບາບ ຂອງພວກເຂົາ
\v 2 ພວກເຂົານະມັດສະການ ເຮົາ ທຸກມື້ໂດຍອ້າງວ່າ ພວກຕົນຢາກຮູ້ສິ່ງທີ່ເຮົາຕ້ອງການໃຫ້ພວກເຂົາເຮັດ ແລະ ຢາກ ປະຕິບັດຕາມ ຂໍ້ກົດບັນຍັດຂອງເຮົາ. ພວກເຂົາບອກວ່າ, ຕ້ອງການກົດບັນຍັດ ທີ່ທ່ຽງທາໍ ແລະ ພວກເຂົາກໍມີຄວາມສຸກ ໃນການ ນະມັດສະການເຮົາ.”
\s5
\v 3 ປະຊາຊົນຖາມວ່າ, “ເປັນຫຍັງພວກເຮົາ ຈຶ່ງຕ້ອງຖືສິນອົດອາຫານ ໃນເມື່ອອົງພຣະຜູ້ ເປັນເຈົ້າບໍ່ໄດ້ສັງເກດເຫັນ? ເປັນຫຍັງພວກເຮົາຈຶ່ງຕ້ອງອົດບໍ່ກິນເຂົ້າ ໃນເມື່ອພຣະອົງ ບໍ່ໄດ້ເອົາໃຈໃສ່? ” ອົງພຣະຜູ້ເປັນເຈົ້າ ກ່າວແກ່ ພວກເຂົາວ່າ, “ຄວາມຈິງ ກໍຄືວ່າໃນເວລາ ທີ່ພວກເຈົ້າຖືສິນອົດອາຫານນັ້ນ ພວກເຈົ້າ ເຫັນແກ່ໄດ້ ແລະ ກົດຂີ່ຄົນງານຂອງພວກເຈົ້າ.
\s5
\v 4 ການທີ່ພວກເຈົ້າ ຖືສິນອົດອາຫານນັ້ນ ພາໃຫ້ພວກເຈົ້າຮຸນແຮງ ທັງທະເລາະຜິດຖຽງກັນ ແລະ ຕໍ່ສູ້ຊຶ່ງກັນແລະກັນ. ພວກເຈົ້າຄິດວ່າ ການຖືສິນອົດອາຫານ ແບບນີ້ຈະເຮັດໃຫ້ ເຮົາຟັງຄໍາພາວັນນາ ອະທິຖານ ຂອງພວກເຈົ້າ ຈັ່ງຊັ້ນບໍ?
\v 5 ເມື່ອຖືສິນອົດອາຫານ ນັ້ນ ພວກເຈົ້າເຮັດໃຫ້ພວກເຈົ້າເອງເປັນທຸກ; ພວກເຈົ້າກົ້ມຫົວລົງຕໍ່າໆ ດັ່ງໃບຫຍ້າອ່ອນໂນ້ມ ແລະ ປູກະສອບເຂົ້າ ເທິງຂີ້ເຖົ່າ ເນີ້ງ ຕົວລົງນອນ. ອັນນັ້ນ ບໍ່ທີ່ພວກເຈົ້າເອີ້ນວ່າ ຖືສິນອົດອາຫານ? ພວກເຈົ້າຄິດວ່າ ເຮົາຈະ ພໍໃຈນໍາ ການກະທາໍເຊັ່ນນັ້ນບໍ?
\s5
\v 6 ການຖືສິນອົດອາຫານ ແບບທີ່ເຮົາຕ້ອງການ ແມ່ນດັ່ງນີ້: ຄື ແກ້ໂສ້ແຫ່ງການກົດ ຂີ່ ແລະ ປົດແອກແຫ່ງຄວາມບໍ່ຍຸດຕິທາໍ ແລະ ປົດປ່ອຍຄົນທີ່ຖືກກົດຂີ່ໃຫ້ເປັນອິດສະຫລະ.
\v 7 ຈົ່ງແບ່ງປັນອາຫານ ໃຫ້ແກ່ຜູ້ທີ່ອຶດຫິວ ແລະ ໃຫ້ທີ່ພັກແກ່ຜູ້ທີ່ຍາກຈົນ ຂາດບ່ອນ ພັກພາອາໄສ. ຈົ່ງຫາເຄື່ອງນຸ່ງຫົ່ມໃຫ້ແກ່ຜູ້ທີ່ ບໍ່ມີ ແລະ ຢ່າລະເລີຍໃນການຊ່ວຍເຫລືອ ເພື່ອນມະນຸດ.
\s5
\v 8 ແລ້ວຄວາມກະລຸນາຂອງເຮົາ ກໍຈະສ່ອງແສງ ດັ່ງຕາເວັນຂຶ້ນ ໃນຕອນເຊົ້າ ແລະ ບາດແຜຂອງເຈົ້າ ກໍຈະຖືກປິ່ນປົວ ໃຫ້ຫາຍດີ ໄວ. ເຮົາຈະຢູ່ກັບເຈົ້າ ເພື່ອຊ່ວຍຊູເຈົ້າ ໃຫ້ພົ້ນໄພ ຢູ່ສະເໝີ; ເມື່ອເຮົາຢູ່ນາໍເຈົ້າ ເຮົາຈະ ປົກປັກຮັກສາເຈົ້າ ຮອບດ້ານ.
\s5
\v 9 ເມື່ອເຈົ້າພາວັນນາ ອະທິຖານ ຫາເຮົາ ເຮົາກໍຈະ ຕອບເຈົ້າ. ເມື່ອເຈົ້າເອີ້ນຫາເຮົາ ເຮົາກໍຈະຂານຕອບເຈົ້າ. ຖ້າເຈົ້າເຊົາກົດຂີ່ຄົນອື່ນ ເລີກການດູໝິ່ນປະໝາດ ທຸກປະການ ແລະ ເຊົາເວົ້າ ຄໍາຊົ່ວຊ້າ ທຸກຢ່າງ;
\v 10 ຖ້າ ເຈົ້າໃຫ້ອາຫານ ແກ່ຜູ້ທີ່ອຶດຫິວ ແລະ ໃຫ້ຜູ້ທີ່ ຂັດສົນໄດ້ ມີຄວາມອີ່ມໃຈແລ້ວ ມືດທີ່ອ້ອມຮອບເຈົ້ານັ້ນ ກໍຈະປ່ຽນເປັນແຈ້ງ ໃນຕອນກາງເວັນ.
\s5
\v 11 ແລ້ວເຮົາ ກໍຈະນາໍພາເຈົ້າໄປສະເໝີ ແລະ ຈະໃຫ້ເຈົ້າໄດ້ອີ່ມໃຈ ກັບສິ່ງທີ່ດີ ທັງຫລາຍ. ເຮົາຈະຮັກສາເຈົ້າ ໃຫ້ເຂັ້ມແຂງ ແລະ ທັງຈະໃຫ້ຢູ່ດີກິນດີດ້ວຍ. ເຈົ້າຈະເປັນ ດັ່ງສວນ ທີ່ມີນໍ້າລໍ່ລ້ຽງຢ່າງອຸດົມສົມບູນ ເປັນ ດັ່ງນໍ້າພຸ ທີ່ບໍ່ແຫ້ງເປັນຈັກເທື່ອ.
\s5
\v 12 ປະຊາຊົນຂອງເຈົ້າ ຈະສ້າງສິ່ງທີ່ຮົກຮ້າງເພພັງ ແຕ່ດົນນານຂຶ້ນໃໝ່ ຄື ສ້າງຂຶ້ນໃໝ່ ຢູ່ໃນບ່ອນທີ່ມີຮາກຖານເດີມ. ເຈົ້າຈະ ເປັນທີ່ຮູ້ຈັກ ໃນຖານະປະຊາຊົນ ຜູ້ທີ່ສ້າງກໍາແພງເມືອງຂຶ້ນໃໝ່ ຜູ້ທີ່ສ້າງບ້ານເຮືອນ ທີ່ຮົກຮ້າງເພພັງຂຶ້ນໃໝ່.”
\s5
\v 13 ອົງພຣະຜູ້ເປັນເຈົ້າ ກ່າວວ່າ, “ຖ້າເຈົ້າ ຢຶດຖືວັນຊະບາໂຕ ເປັນມື້ສັກສິດ ແລະ ບໍ່ເຫັນແກ່ຕົວ; ຖ້າເຈົ້ານັບຖື ແລະ ໃຫ້ກຽດມື້ ນັ້ນໂດຍບໍ່ທ່ອງທ່ຽວໄປມາ, ບໍ່ເຮັດການ ຫລື ເວົ້າສິ່ງ ທີ່ບໍ່ມີປະໂຫຍດໃນມື້ນັ້ນ
\s5
\v 14 ແລ້ວເຈົ້າ ກໍຈະໄດ້ພົບຄວາມຊົມຊື່ນ ຍິນດີ ເນື່ອງຈາກບົວລະບັດ ຮັບໃຊ້ເຮົາ. ເຮົາ ຈະໃຫ້ເຈົ້າໄດ້ຮັບກຽດ ໃນທົ່ວທັງໂລກນີ້ ແລະ ເຈົ້າກໍຈະມ່ວນຊື່ນເບີກບານໃຈ ໃນດິນແດນທີ່ເຮົາໄດ້ມອບໃຫ້ແກ່ ຢາໂຄບ ບັນພະບຸລຸດຂອງເຈົ້າ. ” ປາກຂອງອົງພຣະຜູ້ ເປັນເຈົ້າ ໄດ້ກ່າວດັ່ງນີ້ແຫລະ.”
\s5
\c 59
\p
\v 1 ຢ່າໄດ້ຄິດວ່າ ອົງພຣະຜູ້ເປັນເຈົ້າອ່ອນແອເກີນໄປ ທີ່ຈະຊ່ວຍຊູພວກເຈົ້າໃຫ້ ພົ້ນ ຫລື ວ່າພຣະອົງຫູຕຶງໂພດ ທີ່ຈະໄດ້ຍິນ ຄໍາຮ້ອງຂໍ ຄວາມຊ່ວຍເຫລືອ
\v 2 ເພາະ ການບາບຂອງພວກເຈົ້າເອງ ພຣະອົງຈຶ່ງບໍ່ໄດ້ຍິນພວກເຈົ້າ ຮ້ອງຂໍໃຫ້ຊ່ວຍເຫລືອ. ເມື່ອພວກເຈົ້າພະຍາຍາມ ນະມັດສະການພຣະເຈົ້າ ແມ່ນການບາບຂອງພວກເຈົ້ານັ້ນ ແຫລະ ທີ່ແຍກພວກເຈົ້າຈາກພຣະອົງ.
\s5
\v 3 ພວກເຈົ້າເຮັດຜິດ ໃນຖານເວົ້າຕົວະ, ເຮັດຮຸນແຮງ ແລະ ຂ້າຄົນ.
\v 4 ພວກເຈົ້າ ໄປສານ ແຕ່ຄວາມຍຸດຕິທາໍ ຈະບໍ່ຢູ່ຝ່າຍ ພວກເຈົ້າ ເພາະພວກເຈົ້າເວົ້າຕົວະ ເພື່ອເອົາ ຊະນະຄະດີ. ພວກເຈົ້າໃຊ້ອຸບາຍ ເພື່ອທາໍຮ້າຍຄົນອື່ນ.
\s5
\v 5-6 ແຜນປອງຮ້າຍ ທີ່ພວກເຈົ້າໄດ້ວາງໄວ້ນັ້ນ ເຮັດໃຫ້ເຖິງຕາຍໄດ້ ດັ່ງໄຂ່ຂອງ ງູພິດ. ເມື່ອໄຂ່ແຕກ ໂຕງູຈະອອກມາໂລດ ແຕ່ແຜນປອງຮ້າຍນັ້ນ ຈະບໍ່ເຮັດໃຫ້ພວກເຈົ້າ ດີຫຍັງເລີຍ ເພາະມັນບໍ່ມີປະໂຫຍດ ດັ່ງເຄືຶ່ອງນຸ່ງທີ່ເຮັດດ້ວຍໃຍແມງມຸມ
\s5
\v 7 ພວກເຈົ້າຄິດແຜນການຊົ່ວຢູ່ສະເໝີ ແລະ ອົດທີ່ຈະເຮັດຕາມແຜນການນັ້ນ ຈົນບໍ່ ໄຫວ. ພວກເຈົ້າບໍ່ເຄີຍລັງເລໃຈ ທີ່ຈະຂ້າຄົນ ທີ່ບໍ່ມີຄວາມຜິດ. ບໍ່ວ່າ ໄປທີ່ໃດພວກເຈົ້າ ກໍຈະສ້າງຄວາມຈິບຫາຍ ໄວ້ທີ່ນັ້ນ
\v 8 ແລະ ເມື່ອພວກເຈົ້າຢູ່ທີ່ໃດ ທີ່ນັ້ນຈະບໍ່ມີຄວາມ ປອດໄພເລີຍ. ທຸກສິ່ງທີ່ພວກເຈົ້າເຮັດນັ້ນ ລ້ວນແຕ່ບໍ່ຍຸດຕິທາໍ. ພວກເຈົ້າເດີນຕາມ ທາງຄົດ ແລະ ຄົນທີ່ເດີນໄປ ຕາມທາງນັ້ນ ບໍ່ມີຜູ້ໃດເລີຍທີ່ຈະປອດໄພ.
\s5
\v 9 ປະຊາຊົນເວົ້າວ່າ, “ບັດນີ້ ພວກເຮົາຮູ້ແລ້ວວ່າ ເປັນຫຍັງພຣະເຈົ້າ ຈຶ່ງບໍ່ຊ່ວຍຊູໃຫ້ ພົ້ນຈາກພວກທີ່ກົດຂີ່ພວກເຮົານັ້ນ. ພວກເຮົາ ຫວັງຈະໃຫ້ມິແຈ້ງຕາມທາງເດີນ ພັດມີແຕ່ມືດ ເທົ່ານັ້ນ
\v 10 ແລະ ພວກເຮົາກໍງົມ ໆທາວໆໄປເໝືອນຄົນຕາບອດ. ພວກເຮົາລົ້ມລົງໃນ ຕອນທ່ຽງ ຄື ກັບວ່າເດີນໄປໃນຕອນກາງຄືນ ຄື ກັບວ່າພວກເຮົາຢູ່ໃນທີ່ມືດຂອງແດນມໍຣະນາ.
\s5
\v 11 ພວກເຮົາຢ້ານ ແລະ ເປັນທຸກໃຈ ຫລາຍ. ພວກເຮົາຫວັງທີ່ຈະເຫັນພຣະເຈົ້າ ຊ່ວຍຊູໃຫ້ພົ້ນຈາກການກົດຂີ່ ແລະການຜິດພາດ ແຕ່ກໍບໍ່ເຫັນມີຫຍັງເກີດຂຶ້ນ.
\s5
\v 12 “ຂ້າແດ່ ອົງພຣະຜູ້ເປັນເຈົ້າ ການຊົ່ວທີ່ ຂ້ານ້ອຍທັງຫລາຍ ໄດ້ເຮັດຕໍ່ສູ້ພຣະອົງນັ້ນ ມີ ຫລາຍແທ້. ການບາບຂອງພວກຂ້ານ້ອຍ ກ່າວໂທດຕໍ່ສູ້ພວກຂ້ານ້ອຍແລ້ວ ແລະ ພວກ ຂ້ານ້ອຍກໍຮູ້ດີ.
\v 13 ພວກຂ້ານ້ອຍທັງຫລາຍ ໄດ້ກະບົດຕໍ່ສູ້ພຣະອົງ, ປະຖິ້ມ ພຣະອົງ ແລະ ບໍ່ຍອມຕິດຕາມພຣະອົງ. ຂ້ານ້ອຍທັງຫລາຍ ໄດ້ກົດຂີ່ຄົນອື່ນ ແລະ ຫັນໜີ ໄປຈາກພຣະອົງ. ຄວາມຄິດຂອງຂ້ານ້ອຍ ທັງຫລາຍຜິດພາດ ແລະ ຄໍາເວົ້າຂອງພວກ ຂ້ານ້ອຍ ກໍລ້ວນແຕ່ເປັນຄໍາຕົວະ.
\s5
\v 14 ຄວາມຍຸດຕິທາໍ ຖືກຂັບໄລ່ໃຫ້ໜີໄປ ແລະ ຄວາມຖືກຕ້ອງ ກໍເຂົ້າມາໃກ້ບໍ່ໄດ້. ຄວາມຈິງເຕະສະດຸດລົ້ມລົງ ທີ່ສີ່ແຍກກາງເມືອງ ແລະ ຄວາມສັດຊື່ກໍບໍ່ມີຢູ່ໃນທີ່ນັ້ນ.
\v 15 ຄວາມຍຸດຕິທໍານັ້ນ ແມ່ນແຕ່ໜ້ອຍດຽວ ກໍ ບໍ່ມີເລີຍ ແລະ ຄົນທີ່ຢາກເຊົາເຮັດຊົ່ວກໍເປັນ ເຫຍື່ອຂອງອາຊະຍາກາໍ. ” ເມື່ອອົງພຣະຜູ້ເປັນເຈົ້າຮູ້ເຫັນເລື່ອງນີ້ ພຣະອົງກໍບໍ່ພໍໃຈ ເລີຍ ທີ່ບໍ່ເຫັນຄວາມຍຸດຕິທໍາເກີດມີຂຶ້ນ.
\s5
\v 16 ພຣະອົງບໍ່ພໍໃຈຫລາຍ ທີ່ເຫັນຄົນຖືກ ກົດຂີ່ບໍ່ໄດ້ຮັບການຊ່ວຍເຫລືອໃນທີ່ນັ້ນ. ດັ່ງນັ້ນ ພຣະອົງຈະໃຊ້ຣິດອໍານາດ ຂອງພຣະອົງເອງ ຊ່ວຍກູ້ເອົາພວກເຂົາ ເພື່ອຊີງ ເອົາໄຊຊະນະ.
\s5
\v 17 ພຣະອົງຈະສວມ ຄວາມຍຸດຕິທໍາໄວ້ ດັ່ງສວມເສື້ອຫຸ້ມເກາະ ແລະ ສວມໄຊຊະນະ ໄວ້ດັ່ງໃສ່ໝວກແຫ່ງຄວາມພົ້ນ. ພຣະອົງຈະປະດັບຕົນເອງ ດ້ວຍຄວາມປາຖະໜາ ອັນແຮງກ້າ ເພື່ອເຮັດທຸກສິ່ງໃຫ້ຖືກຕ້ອງ ທັງລົງໂທດ ແລະ ແກ້ແຄ້ນຄວາມຜິດ ທີ່ປະຊາຊົນທົນທຸກ.
\v 18 ພຣະອົງຈະລົງໂທດ ເຫລົ່າສັດຕູຂອງພຣະອົງ ຕາມການກະທາໍຂອງພວກເຂົາ ແມ່ນແຕ່ຄົນທີ່ອາໄສຢູ່ ໃນດິນແດນຕ່າງໆ ທີ່ຫ່າງໄກກໍຕາມ.
\s5
\v 19 ຕັ້ງແຕ່ ທິດຕາເວັນອອກ ເຖິງທິດຕາເວັນຕົກ ທຸກຄົນຈະຢ້ານຢໍາພຣະອົງ ແລະ ຣິດອໍານາດອັນຍິ່ງໃຫຍ່ຂອງພຣະອົງ. ພຣະອົງຈະມາ ດັ່ງນາໍ້ຫ້ວຍໄຫລເຊາະ ແລະ ດັ່ງລົມພະຍຸກ້າ.
\v 20 ອົງພຣະຜູ້ເປັນເຈົ້າ ກ່າວແກ່ ປະຊາຊົນຂອງພຣະອົງວ່າ, “ເຮົາ ຈະມາທີ່ນະຄອນ ເຢຣູຊາເລັມ ເພື່ອປ້ອງກັນ ພວກເຈົ້າ ແລະ ເພື່ອຊ່ວຍພວກເຈົ້າທຸກຄົນ ທີ່ ຫັນໜີ ຈາກການບາບຂອງຕົນ.
\s5
\v 21 ຝ່າຍເຮົາ ເຮັດພັນທະສັນຍາ ກັບພວກເຈົ້າ ຄື ເຮົາໄດ້ມອບພຣະວິນຍານຂອງເຮົາ ໃຫ້ພວກເຈົ້າ ແລະ ມອບຂໍ້ຄໍາສັ່ງສອນຂອງເຮົາໃຫ້ເປັນຂອງພວກເຈົ້າ ຕະຫລອດໄປ ແລະ ຕັ້ງແຕ່ນີ້ຕໍ່ໄປພວກເຈົ້າຕ້ອງເຊື່ອຟັງ ເຮົາ ພ້ອມທັງສັ່ງສອນ ພວກລູກຫລານ ແລະ ເຊື້ອສາຍຂອງພວກເຈົ້າ ໃຫ້ເຊື່ອຟັງເຮົາທຸກຍຸກທຸກສະໄໝ. ”ອົງພຣະຜູ້ເປັນເຈົ້າ ກ່າວດັ່ງນັ້ນແຫລະ.
\s5
\c 60
\p
\v 1 ເຢຣູຊາເລັມ ຈົ່ງລຸກຂຶ້ນສ່ອງແຈ້ງ ດັ່ງດວງຕາເວັນ ອົງພຣະຜູ້ເປັນເຈົ້າ ຈະໃຫ້ສະຫງ່າຣາສີ ສ່ອງໃສ່ເຈົ້າ
\s5
\v 2 ສ່ວນຊົນຊາດ ອື່ນໆນັ້ນ ມືດຈະປົກຄຸມ ພວກເຂົາ ແຕ່ສໍາລັບເຈົ້າເອງ ແສງແຈ້ງຈະສ່ອງໃສ່ເຈົ້າ; ເປັນແສງແຈ້ງທີ່ມາຈາກອົງພຣະຜູ້ເປັນເຈົ້າເນີ ຄື ພຣະອົງຈະມາຢູ່ນໍາ ດ້ວຍສະຫງ່າຣາສີນັ້ນ.
\v 3 ແສງແຈ້ງຂອງ ເຈົ້າຈະນາໍບັນດາຊົນຊາດເຂົ້າມາ ກະສັດຈະ ເຂົ້າສູ່ແສງແຈ້ງ ໃນມື້ໃໝ່ຂອງເຈົ້າ.
\s5
\v 4 ຈົ່ງເບິ່ງຮອບຕົວເຈົ້າ ແລະ ເຫັນຫຍັງເກີດຂຶ້ນແດ່ ຄື ປະຊາຊົນຂອງເຈົ້າ ພວມ ເຕົ້າໂຮມກັນກັບຄືນມາ ພວກລູກຊາຍຂອງເຈົ້າ ຈະມາຈາກທີ່ຫ່າງໄກ ພວກລູກສາວ ຂອງເຈົ້າ ຈະຖືກອູ້ມມາດັ່ງເດັກນ້ອຍ.
\v 5 ເຈົ້າຈະເຫັນສິ່ງນີ້ ແລະ ເຕັມດ້ວຍຄວາມປິຕິ ຍິນດີ ຈະທັງສັ່ນເຊັນດ້ວຍ ຄວາມຕື່ນເຕັ້ນ. ຊັບສົມບັດນາໆຊາດ ຈະຖືກນໍາມາຈາກທີ່ຫ່າງໄກຂອງທະເລ ຊັບສົມບັດຂອງພວກເຂົາ ຈະມາຍັງເຈົ້າ.
\s5
\v 6 ຂະບວນອູດຈະມາຈາກ ມີດີອານ ແລະ ເອຟາ ບັນທຸກຄໍາແລະເຄື່ອງຫອມມາຈາກ ເຊບາ ພຸ້ນ. ປະຊາຊົນຕ່າງກໍຈະພາກັນ ບອກ ຂ່າວດີ ເຖິງພາລະກິດອັນຍິ່ງໃຫຍ່ ຂອງອົງພຣະຜູ້ເປັນເຈົ້າ
\v 7 ຝູງແກະທັງໝົດຂອງ ເນບາໂຢດ ແລະ ເກດາ ຈະຖືກນາໍມາຖວາຍ ເປັນເຄື່ອງບູຊາແກ່ເຈົ້າ ແລະ ຖວາຍທີ່ເທິງ ແທ່ນໃຫ້ອົງພຣະຜູ້ເປັນເຈົ້າພໍໃຈ ພຣະອົງຈະເຮັດໃຫ້ພຣະວິຫານຮຸ່ງເຮືອງຍິ່ງໆ ຂຶ້ນ.
\s5
\v 8 ເປັນຫຍັງ ບັນດາເຮືອ ຈຶ່ງມາດັ່ງກ້ອນເມກນໍ ດັ່ງຝູງນົກກາງແກ ບິນຄືນສູ່ຮັງຢ່າງຟັ່ງຟ້າວ?
\v 9 ແມ່ນຂະບວນເຮືອໃຫຍ່ທີ່ພວມມາຈາກແດນໄກ ກໍາລັງນໍາປະຊາຊົນຂອງ ພຣະອົງ ກັບຄືນມາບ້ານ. ພວກເຂົາເອົາເງິນແລະ ຄໍາ ກັບຄືນມານາໍ ເພື່ອຖວາຍເປັນກຽດ ແກ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ແລະ ສໍາລັບອົງບໍຣິສຸດຂອງຊາດ ອິດສະຣາເອນ ທີ່ເຮັດໃຫ້ທຸກຊົນຊາດ ຍົກຍໍປະຊາຊົນຂອງພຣະເຈົ້າ.
\s5
\v 10 ອົງພຣະຜູ້ເປັນເຈົ້າ ກ່າວແກ່ນະຄອນ ເຢຣູຊາເລັມ ວ່າ, “ຊາວຕ່າງດ້າວ ຈະສ້າງກໍາແພງເຈົ້າຂຶ້ນໃໝ່ ກະສັດຂອງພວກເຂົາ ກໍຈະ ມີສິດທິຮັບໃຊ້ເຈົ້າຄືກັນ ທີ່ເຮົາໄດ້ລົງໂທດເຈົ້າໄປ ເພາະຄວາມໂກດຮ້າຍ; ແຕ່ບັດນີ້ ເຮົາຈະສໍາແດງຄວາມເມດຕາ ເຮົາຈະໃຫ້ ຄວາມປານີຂອງເຮົາ ແກ່ເຈົ້າ.
\v 11 ປະຕູ ເມືອງຂອງເຈົ້າ ຈະໄຂໄວ້ທັງເວັນທັງຄືນ ເພື່ອ ບັນດາກະສັດ ແຫ່ງປະຊາຊາດ ຈະນາໍຊັບສົມ ບັດມາຍັງເຈົ້າ.
\s5
\v 12 ແຕ່ບັນດາກະສັດແຫ່ງປະຊາຊາດ ທີ່ບໍ່ ຍອມຮັບໃຊ້ເຈົ້າ ກໍຈະພາກັນຖືກທາໍລາຍໃຫ້ ພິນາດ.
\v 13 ໄມ້ສົນສີດາ ໄມ້ແປກທັງແປກເທດໃນປ່າ ເລບານອນ ຈະຖືກນາໍມາສ້າງສາ ນະຄອນ ເຢຣູຊາເລັມ ຂຶ້ນໃໝ່ ເພື່ອເຮັດໃຫ້ ວິຫານຂອງເຮົາສວຍສົດງົດງາມ ແລະ ເພື່ອໃຫ້ພຣະນະຄອນ ມີສະຫງ່າຣາສີດ້ວຍ.
\s5
\v 14 ພວກລູກຊາຍຂອງຄົນ ທີ່ກົດຂີ່ເຈົ້າ ກໍ ຈະມາກົ້ມຂາບລົງ ເພື່ອໃຫ້ຄວາມນັບຖື ແກ່ ເຈົ້າ. ຜູ້ທີ່ເຄີຍຫຍໍ້ຫຍັນເຈົ້າແຕ່ເມື່ອກ່ອນ ເມື່ອຫລັງ ກໍຈະນະມັດສະການເຮົາ ທີ່ແທບຕີນເຈົ້າ. ເຂົາຈະເອີ້ນເຈົ້າວ່າ, ‘ນະຄອນອົງພຣະຜູ້ເປັນເຈົ້າເດີ’ ‘ຊີໂອນ ເມືອງພຣະເຈົ້າ ຜູ້ບໍຣິສຸດແຫ່ງ ອິດສະຣາເອນ.
\s5
\v 15 ເຈົ້າຈະບໍ່ຖືກປະຖິ້ມ ແລະ ບໍ່ເປັນທີ່ກຽດຊັງ ອີກຕໍ່ໄປ ບໍ່ເປັນນະຄອນທີ່ເສົ້າໝອງ ແລະ ຮ້າງເປົ່າອີກ. ເຮົາຈະເຮັດໃຫ້ເຈົ້າ ຍິ່ງໃຫຍ່ ແລະ ງົດງາມເປັນທີ່ເບີກບານໃຈ ແລະ ຍິນດີໄປຕະຫລອດ.
\v 16 ບັນດາຊົນຊາດ ທັງກະສັດຈະເອົາໃຈໃສ່ເຈົ້າ ເໝືອນດັ່ງແມ່ ຜູ້ໜຶ່ງລ້ຽງລູກຂອງຕົນນັ້ນ. ເຈົ້າຈະຮູ້ວ່າເຮົາ ຄື ອົງພຣະຜູ້ເປັນເຈົ້າ ເປັນຜູ້ຊ່ວຍຂອງເຈົ້າ. ພຣະເຈົ້າອົງຍິ່ງໃຫຍ່ຂອງ ອິດສະຣາເອນ ຜູ້ໄຖ່ໂທດຂອງເຈົ້າ.
\s5
\v 17 ເຮົາຈະນາໍເອົາຄໍາ ມາໃຫ້ເຈົ້າແທນທີ່ຈະແມ່ນທອງສໍາຣິດ ນາໍເອົາເງິນ ມາໃຫ້ແທນທີ່ຈະແມ່ນເຫລັກ ເຮົາຈະນາໍເອົາທອງສໍາຣິດ ແທນທີ່ຈະນາໍໄມ້ມາ ນາໍເອົາເຫລັກແທນທີ່ຈະ ນາໍຫິນມາໃຫ້. ພວກຜູ້ປົກຄອງຂອງເຈົ້າ ຈະ ບໍ່ກົດຂີ່ເຈົ້າ ອີກຕໍ່ໄປ; ພວກເຂົາຈະປົກຄອງ ຢ່າງຍຸດຕິທາໍ ແລະ ມີສັນຕິສຸກລົ້ນ.
\v 18 ສຽງຂອງຄວາມຮຸນແຮງນັ້ນ ຈະບໍ່ມີຕໍ່ໄປ ຄວາມຈິບຫາຍ ຈະບໍ່ມາທາໍລາຍປະເທດອີກ. ເຮົາຈະເປັນດັ່ງ ກາໍແພງລ້ອມປົກປ້ອງ ຄຸ້ມຄອງ ເຈົ້າຈະຍົກຍໍເຮົາເພາະເຮົາຊ່ວຍເຈົ້າ ໃຫ້ພົ້ນ.
\s5
\v 19 ຕາເວັນ ຈະບໍ່ເປັນແຈ້ງສໍາລັບກາງເວັນ ຕໍ່ໄປ ຫລື ເດືອນ ຈະບໍ່ເປັນແສງແຈ່ມໃສ ສໍາລັບກາງຄືນອີກ; ແຕ່ອົງພຣະຜູ້ເປັນເຈົ້າ ຈະ ເປັນແສງແຈ້ງສືບໄປ ແລະ ພຣະເຈົ້າຂອງເຈົ້າ ຈະເປັນສະຫງ່າຣາສີຂອງເຈົ້າ.
\v 20 ມື້ ທີ່ເຈົ້າໂສກເສົ້າເສຍໃຈ ຈະສິ້ນສຸດໄປ ອົງພຣະຜູ້ເປັນເຈົ້າ ຈະເປັນແຈ້ງຂອງເຈົ້າ ຄື ເປັນຄວາມສະຫວ່າງຂອງເຈົ້າ ຕະຫລອດໄປ ສ່ອງແສງແຈ້ງກວ່າຕາເວັນ ແລະ ເດືອນອີກ.
\s5
\v 21 ປະຊາຊົນຂອງເຈົ້າ ຈະເຮັດສິ່ງຖືກຕ້ອງທັງໝົດ ແລະ ໄດ້ເປັນເຈົ້າຂອງດິນແດນສືບໄປເປັນນິດ. ເຮົາໄດ້ປູກພວກເຂົາ ໄວ້ ແລະ ເຮົາໄດ້ສ້າງພວກເຂົາຂຶ້ນມາ ເພື່ອເຜີຍຄວາມຍິ່ງໃຫຍ່ຂອງເຮົາ ໃຫ້ໂລກໄດ້ຮູ້.
\v 22 ເຖິງວ່າຄອບຄົວເຈົ້າໜ້ອຍ ແລະ ຕໍ່າຕ້ອຍທີ່ສຸດ ກໍຈະກາຍເປັນໃຫຍ່ໂຕ ດັ່ງຊົນຊາດມີອໍານາດ. ເຮົາຈະເຮັດໃຫ້ເລື່ອງນີ້ ເກີດຂຶ້ນໂດຍໄວ ເຮົາແມ່ນອົງພຣະຜູ້ເປັນເຈົ້າ.”
\s5
\c 61
\p
\v 1 ພຣະວິນຍານ ຂອງ ພຣະເຈົ້າ ຢາເວ ອົງພຣະຜູ້ເປັນເຈົ້າ ໄດ້ສະຖິດກັບເຮົາ. ເພາະ ພຣະອົງໄດ້ຫົດສົງແຕ່ງຕັ້ງເຮົາໄວ້ ເພື່ອນາໍ ເອົາຂ່າວດີ ໄປສູ່ຜູ້ຍາກຈົນ ເພື່ອປິ່ນປົວຄົນ ລະທົມໃຈ ແລະ ຊອກຊໍ້າ ເພື່ອປະກາດການ ປົດປ່ອຍ ແກ່ຊະເລີຍເສິກ ແລະ ເສລີພາບ ແກ່ຜູ້ທີ່ຖືກຂັງຄຸກ.
\s5
\v 2 ພຣະອົງໃຊ້ເຮົາໄປປະກາດວ່າ ເວລາໄດ້ມາເຖິງ ເມື່ອພຣະອົງຈະຊ່ວຍປະຊາຊົນຂອງພຣະອົງ ໃຫ້ພົ້ນ ແລະ ເພື່ອເອົາຊະນະເຫລົ່າ ສັດຕູຂອງພວກເຂົາ ພຣະອົງໄດ້ໃຊ້ເຮົາໄປ ອອຍໃຈຜູ້ເສົ້າໂສກ
\s5
\v 3 ເພື່ອໃຫ້ພວກທີ່ໄວ້ທຸກ ທີ່ເທິງພູເຂົາ ຊີໂອນ ໄດ້ຊົມຊື່ນຍິນດີ ແທນທີ່ຈະໂສກເສົ້າ; ພວກເຂົາຈະຮ້ອງເພງ ສັນລະເສີນພຣະເຈົ້າ ໃດ ແທນທີ່ຈະເສົ້າໂສກເສຍໃຈຢູ່ເລື້ອຍໆ. ພວກເຂົາຈະເປັນດັ່ງຕົ້ນໄມ້ ທີ່ພຣະອົງໄດ້ປູກ ໄວ້ເອງ ພວກເຂົາທຸກຄົນຈະກະທາໍແຕ່ສິ່ງທີ່ ຖືກຕ້ອງ ແລະ ພຣະເຈົ້າກໍຈະໄດ້ຮັບຄໍາຍ້ອງຍໍ ສັນລະເສີນ ສໍາລັບ ສິ່ງທີ່ພຣະອົງໄດ້ ກະທໍາມານັ້ນ.
\s5
\v 4 ພວກເຂົາຈະກໍ່ສ້າງເມືອງທັງຫລາຍຂຶ້ນ ໃໝ່ ຄື ເມືອງທີ່ຮົກຮ້າງເພພັງ ແຕ່ດົນນານນັ້ນ.
\v 5 ປະຊາຊົນຂອງເຮົາເອີຍ ຄົນຕ່າງດ້າວ ຈະຮັບໃຊ້ພວກເຈົ້າ ພວກເຂົາຈະ ເປັນຜູ້ລ້ຽງດູຝູງແກະຂອງພວກເຈົ້າ ແລະ ພວກເຂົາຈະຂຸດຄົ້ນ ທັງປູກຝັງໃນທີ່ດິນດູແລ ເບິ່ງແຍງສວນອະງຸ່ນໃຫ້ພວກເຈົ້າ.
\s5
\v 6 ຄົນຈະຮູ້ວ່າ ພວກເຈົ້າເປັນປະໂຣຫິດ ຂອງພຣະອົງ ເປັນຜູ້ຮັບໃຊ້ຂອງພຣະອົງ ພຣະເຈົ້າຂອງພວກເຮົານັ້ນ. ພວກເຈົ້າຈະມ່ວນຊື່ນຢູ່ກັບສົມບັດ ຊົນຊາດທັງຫລາຍ ແລະ ຈະພູມໃຈໃນຊັບສິນ ທີ່ເປັນຂອງພວກເຈົ້າ.
\v 7 ຄວາມອັບອາຍຂາຍໜ້າ ຂອງ ພວກເຈົ້າກໍສິ້ນສຸດໄປ ແລະ ຈະໄດ້ອາໄສຢູ່ ໃນດິນແດນຂອງພວກເຈົ້າ ແລະ​ຊັບ​ສົ​ມ​ບັດ​ຂອງ​ພວກ​ເຈົ້າ​ກໍ​ຈະ​ມີ​ເທົ່າ​ຕົວ ພວກ​ເຈົ້າ​ຈະ​ຊົມ​ຊື່ນ​ຍິນ​ດີ​ຢູ່​ຕະ​ຫລອດ​.
\s5
\v 8 ອົງພຣະຜູ້ເປັນເຈົ້າ ກ່າວວ່າ, “ເຮົາຮັກ ຄວາມຍຸດຕິທໍາ ເຮົາກຽດຊັງການກົດຂີ່ ແລະ ອາຊະຍາກາໍດ້ວຍ. ເຮົາຈະໃຫ້ບາໍເໜັດແກ່ ປະຊາຊົນຂອງເຮົາຢ່າງສັດຊື່ ທັງຈະເຮັດ ສັນຍາອັນຖາວອນ ກັບເຂົາເຈົ້າ.
\v 9 ພວກເຂົາຈະມີຊື່ສຽງ ໃນທ່າມກາງຊົນຊາດ ທັງຫລາຍ ທຸກໆຄົນທີ່ເຫັນພວກເຂົາ ກໍຈະຮູ້ຈັກກັນທັງນັ້ນວ່າ ພວກເຂົານັ້ນແມ່ນ ປະຊາຊົນຊາດໜຶ່ງໃດ ທີ່ອົງພຣະຜູ້ເປັນເຈົ້າ ໄດ້ອວຍພອນພວກເຂົາ.”
\s5
\v 10 ນະຄອນເຢຣູຊາເລັມ ຍິນດີເພາະພຣະຣາຊກິດ ຄື ສິ່ງຍິ່ງໃຫຍ່ທີ່ພຣະອົງໄດ້ ກະທໍາມານັ້ນ. ເປັນດັ່ງເຈົ້າສາວນຸ່ງຊຸດສໍາລັບພິທີແຕ່ງງານ ພຣະເຈົ້າສວມຄວາມພົ້ນ ຄວາມມີໄຊ ໃຫ້ນາງແລ້ວ.
\v 11 ສະນັ້ນ ດັ່ງພື້ນດິນ ເຮັດໃຫ້ພືດງອກຂຶ້ນມາ ດັ່ງສວນເຮັດໃຫ້ພືດທີ່ຫວ່ານລົງງອກຂຶ້ນນັ້ນ ພຣະເຈົ້າຢາເວ ອົງພຣະຜູ້ເປັນເຈົ້າ ຈະໄດ້ຊ່ວຍຄົນຂອງ ພຣະອົງ ແລະ ທຸກຊົນຊາດກໍຈະຍ້ອງຍໍສັນລະເສີນພຣະອົງ.
\s5
\c 62
\p
\v 1 ນະຄອນ ເຢຣູຊາເລັມ ເອີຍ ດ້ວຍຄວາມຮັກທີ່ມີຕໍ່ເຈົ້າ ເຮົາຈະບໍ່ຍອມມິດງຽບໄປຈັກເທື່ອ ຈົນກວ່ານະຄອນນີ້ ຈະໄດ້ມີໄຊ ແລະ ພົ້ນໄພ ຄື ຄວາມມີໄຊສ່ອງແຈ້ງ ດັ່ງໂຄມໄຟ ຍາມຄໍ່າມືດ.
\v 2 ນະຄອນ ເຢຣູຊາເລັມ ເອີຍ ທຸກຊົນຊາດ ຈະເຫັນເຈົ້າມີໄຊ ກະສັດຂອງທຸກຊົນຊາດຈະເຫັນສະຫງ່າຣາສີຂອງເຈົ້າ. ຄົນຈະເອີ້ນເຈົ້າ ຕາມຊື່ໃໝ່ຂອງເຈົ້າ ຄື ຊື່ທີ່ອົງພຣະຜູ້ເປັນເຈົ້າເອງ ໄດ້ໃຫ້ແກ່ເຈົ້າ.
\s5
\v 3 ເຈົ້າຈະເປັນດັ່ງມົງກຸດ ອັນງົດງາມ ຊຶ່ງ ວາງຢູ່ໃນມືສໍາລັບພຣະເຈົ້າຂອງເຈົ້າ.
\v 4 ຄົນຈະບໍ່ເອີ້ນເຈົ້າ ອີກຕໍ່ໄປວ່າ, “ຜູ້ຖືກປະຖິ້ມ. ” ຄົນຈະບໍ່ເອີ້ນ ຢ່າງນີ້ອີກວ່າ, “ເມຍ ທີ່ຜົວໜີປະ. ” ສໍາລັບດິນແດນຂອງເຈົ້າ ຄົນຈະເວົ້າກັນວ່າ, “ພຣະເຈົ້າພໍໃຈນາໍນາງ” ຄື ຊື່ໃໝ່ຂອງເຈົ້າ. ຄົນຈະເອີ້ນວ່າ, “ຜູ້ແຕ່ງງານທີ່ ມີຄວາມສຸກ. ” ສໍາລັບກ່າວເຖິງດິນແດນຂອງເຈົ້າ ເພາະອົງພຣະຜູ້ເປັນເຈົ້າ ພໍໃຈນໍາເຈົ້າໃດ ພຣະອົງຈະເປັນຜົວສໍາລັບດິນແດນຂອງເຈົ້າ.
\s5
\v 5 ດັ່ງຊາຍໜຸ່ມ ທີ່ໄດ້ຍິງບໍຣິສຸດ ເປັນເມຍ ຂອງຕົນ ພຣະອົງຜູ້ຫລໍ່ຫລອມເຈົ້າ ຈະແຕ່ງງານກັບເຈົ້າ. ເຈົ້າບ່າວຊົມຊື່ນຍິນດີ ນໍາເຈົ້າ ສາວຂອງຕົນສັນໃດ ພຣະເຈົ້າຂອງເຈົ້າ ກໍຈະ ຊົມຊື່ນຍິນດີ ນາໍເຈົ້າສັນນັ້ນ.
\s5
\v 6 ນະຄອນ ເຢຣູຊາເລັມ ເອີຍ ເທິງກາໍ ແພງເມືອງເຈົ້າ ເຮົາໄດ້ວາງຄົນຍາມຫລາຍໆ ຄົນໄວ້; ພວກເຂົາບໍ່ຕ້ອງມິດງຽບ ໃນກາງເວັນ ຫລື ກາງຄືນ ພວກເຂົາຕ້ອງບອກອົງພຣະຜູ້ເປັນເຈົ້າ ໃຫ້ຈົດຈາໍເລື້ອຍໆ ຄື ໃຫ້ລະນຶກ ເຖິງຄໍາສັນຍາ ຂອງພຣະອົງ ແລະ ບໍ່ປ່ອຍ ໃຫ້ພຣະອົງລືມໄລ ຈັກເທື່ອ.
\v 7 ພວກເຂົາ ຈະບໍ່ໃຫ້ພຣະອົງໄດ້ພັກຜ່ອນ ຫລັບນອນ ຈົນ ກວ່າພຣະອົງໄດ້ສ້າງນະຄອນ ເຢຣູຊາເລັມ ຂຶ້ນໃໝ່ ຈົນກວ່າໄດ້ເຮັດໃຫ້ນະຄອນ ນີ້ກາຍເປັນພຣະນະຄອນ ຊຶ່ງເປັນທີ່ຍົກຍໍຂອງ ຄົນທົ່ວທຸກມຸມໂລກ.
\s5
\v 8 ອົງພຣະຜູ້ເປັນເຈົ້າ ໄດ້ເຮັດສັນຍາໜຶ່ງ ອັນໜັກແໜ້ນໄວ້ ແລະ ຈະເຮັດຕາມນັ້ນດ້ວຍ ຣິດອໍານາດຂອງພຣະອົງ: “ເຂົ້າຂອງເຈົ້າຈະບໍ່ເປັນອາຫານ ແກ່ສັດຕູອີກຕໍ່ໄປ ຄົນຕ່າງດ້າວ ຈະບໍ່ໄດ້ດື່ມເຫລົ້າອະງຸ່ນຂອງເຈົ້າ ອີກ.
\v 9 ແຕ່ເຈົ້າຜູ້ທີ່ໄດ້ປູກ ແລະ ເກັບກ່ຽວ ເຂົ້າມານັ້ນ ກໍຈະໄດ້ກິນເຂົ້າຈີ່ ແລະສັນລະເສີນພຣະເຈົ້າ. ເຈົ້າຜູ້ທີ່ໄດ້ດູແລ ທັງເກັບໂຮມ ເອົາໝາກອະງຸ່ນ ຈະໄດ້ດື່ມເຫລົ້າ ອະງຸ່ນທີ່ເດີ່ນພຣະວິຫານນັ້ນ.”
\s5
\v 10 ຊາວເຢຣູຊາເລັມ ເອີຍ ຈົ່ງອອກໄປ ຈາກນະຄອນ ແລະ ສ້າງທາງສໍາລັບປະຊາຊົນ ທີ່ພວມກັບມານັ້ນ. ຈົ່ງຕຽມທາງ ຫລວງໄວ້ ແລະ ເກັບຫິນອອກໃຫ້ໝົດ ເຮັດເຄື່ອງໝາຍ ເພື່ອຊົນຊາດທັງຫລາຍ ຈະໄດ້ຮູ້
\s5
\v 11 ອົງພຣະຜູ້ເປັນເຈົ້າ ພວມປະກາດ ຕໍ່ຊາວໂລກທັງໝົດ ວ່າ, “ຈົ່ງບອກປະຊາຊົນ ຂອງນະຄອນ ເຢຣູຊາເລັມ ເຖີດ ອົງພຣະຜູ້ເປັນເຈົ້າ ພວມມາຊ່ວຍພວກເຈົ້າໃຫ້ພົ້ນໄພ ໂດຍນາໍຄົນທີ່ພຣະອົງ ໄດ້ຊ່ວຍກູ້ເອົາກັບມາ ດ້ວຍ. ”
\v 12 ພວກເຈົ້າຈະມີຊື່ວ່າ, “ຄົນຜູ້ບໍຣິສຸດຂອງພຣະເຈົ້າ” “ປະຊາຊົນທີ່ອົງພຣະຜູ້ເປັນເຈົ້າໄດ້ຊ່ວຍກູ້ເອົາໄວ້” ເຢຣູຊາເລັມ ຈະມີຊື່ວ່າ, “ເມືອງທີ່ພຣະເຈົ້າຊົງຮັກ” “ນະຄອນທີ່ພຣະເຈົ້າບໍ່ຍອມປະຖິ້ມຈັກເທື່ອ.”
\s5
\c 63
\p
\v 1 ແມ່ນຜູ້ໃດນໍ ທີ່ກາໍລັງມາຈາກເມືອງ ໂບຊະຣາ ໃນເອໂດມ? ແມ່ນຜູ້ໃດນໍ ທີ່ນຸ່ງເຄື່ອງສີແດງ ສະຫງ່າງາມ ໂດຍຍ່າງ [ຣ] ດ້ວຍທ່າທາງ ທີ່ຊົງຣິດອໍານາດ ແລະ ຊົງກາໍ ລັງວັງຊາ? “ແມ່ນອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດ ເພື່ອຊ່ວຍໃຫ້ພົ້ນໄພ ພວມມາ ປະກາດຄວາມມີໄຊຂອງພຣະອົງ. ”
\v 2 “ເປັນຫຍັງເຄື່ອງນຸ່ງຂອງພຣະອົງ ຈຶ່ງເປັນສີແດງແທ້ ດັ່ງຄົນໜຶ່ງທີ່ຢຽບໝາກອະງຸ່ນເຮັດເຫລົ້າ?”
\s5
\v 3 ອົງພຣະຜູ້ເປັນເຈົ້າ ຕອບວ່າ, “ເຮົາໄດ້ຢຽບຢໍ່າ ບັນດາປະຊາຊາດ ດັ່ງຢຽບຢໍ່າໝາກອະງຸ່ນ ແລະ ບໍ່ມີຜູ້ໃດໄດ້ມາຊ່ວຍເຮົາເລີຍ. ເຮົາໄດ້ຢຽບຢໍ່າພວກເຂົາລົງ ດ້ວຍຄວາມ ໂກດຮ້າຍ ແລະ ເລືອດພວກເຂົາໄດ້ຖືກເສື້ອຂອງເຮົາ ຈົນເປື້ອນເປິໝົດ.
\v 4 ເຮົາຕັດສິນໃຈແລ້ວວ່າ ເວລາທີ່ຈະຊ່ວຍປະຊາຊົນຂອງເຮົາ ໃຫ້ພົ້ນນັ້ນມາຮອດແລ້ວ; ທັງເປັນເວລາ ທີ່ຈະລົງໂທດ ເຫລົ່າສັດຕູຂອງພວກເຂົາດ້ວຍ.
\s5
\v 5 ເຮົາແປກໃຈຫລາຍ ເມື່ອເຮົາແນມເບິ່ງແລະ ບໍ່ເຫັນຜູ້ໃດຊ່ວຍເຫລືອເຮົາ. ແຕ່ຄວາມ ໂກດຮ້າຍ ເຮັດໃຫ້ເຮົາແຂງແຮງ ແລະ ໄດ້ຮັບ ໄຊຊະນະ ໂດຍເຮົາເອງ.
\v 6 ດ້ວຍຄວາມ ໂກດຮ້າຍ ເຮົາໄດ້ຢຽບຢໍ່າບັນດາປະຊາຊາດ ແລະ ເຮັດໃຫ້ພວກເຂົາ ກະຈັດກະຈາຍໄປ. ເຮົາໄດ້ເທ ເລືອດອັນເປັນຊີວິດຂອງພວກເຂົາ ນັ້ນລົງເທິງພຶ້ນດິນ.”
\s5
\v 7 ເພາະທຸກສິ່ງທີ່ພຣະອົງ ໄດ້ເຮັດເພື່ອພວກເຮົາ ຂ້ອຍຈະຍ້ອງຍໍສັນລະເສີນອົງພຣະຜູ້ເປັນເຈົ້າ; ຂ້ອຍຈະບອກເຖິງ ຄວາມຮັກອັນໝັ້ນຄົງຂອງພຣະອົງ ເພາະພຣະອົງ ໄດ້ອວຍພອນ ແກ່ປະຊາຊົນຢ່າງບໍ່ອັ້ນ ຄື ປະຊາຊົນ ອິດສະຣາເອນ ເພາະຄວາມເມດຕາ ແລະ ຄວາມຮັກອັນໝັ້ນຄົງຂອງ ພຣະເຈົ້າ.
\v 8 ອົງພຣະຜູ້ເປັນເຈົ້າ ໄດ້ກ່າວ ວ່າ, “ພວກເຂົາເປັນປະຊາຊົນຂອງເຮົາ; ພວກເຂົາຈະບໍ່ຫລອກລວງເຮົາ.”
\s5
\v 9 ສະນັ້ນ ພຣະອົງຈຶ່ງໄດ້ຊ່ວຍເຫລືອ ພວກເຂົາໃຫ້ພົ້ນ ຈາກຄວາມທົນທຸກທັງໝົດ. ບໍ່ແມ່ນເທວະດາ ຕົນໜຶ່ງຕົນໃດ ທີ່ໄດ້ຊ່ວຍເຫລືອພວກເຂົາ ແຕ່ແມ່ນອົງພຣະຜູ້ເປັນເຈົ້າເອງ. ເພາະຄວາມຮັກ ແລະ ຄວາມ ເມດຕາຂອງພຣະອົງ ພຣະອົງຈຶ່ງໄດ້ຊ່ວຍກູ້ເອົາພວກເຂົາ. ໃນອະດີດ ພຣະອົງໄດ້ເບິ່ງແຍງພວກເຂົາຕະຫລອດມາ
\s5
\v 10 ແຕ່ພວກເຂົາ ໄດ້ກະບົດຕໍ່ພຣະອົງ ແລະ ເຮັດໃຫ້ພຣະວິນຍານຂອງພຣະອົງເສົ້າ ໝອງ. ສະນັ້ນ ອົງພຣະຜູ້ເປັນເຈົ້າຈຶ່ງໄດ້ກາຍເປັນສັດຕູ ຂອງພວກເຂົາ ແລະ ຕໍ່ສູ້ພວກເຂົາ.
\s5
\v 11 ແຕ່ແລ້ວ ພວກເຂົາ [ລ] ກໍລະນຶກເຖິງ ອະດີດ ຄື ສະໄໝຂອງ ໂມເຊ ຜູ້ຮັບໃຊ້ຂອງ ອົງພຣະຜູ້ເປັນເຈົ້າ ແລະ ໄດ້ຖາມວ່າ, “ດຽວ ນີ້ອົງພຣະຜູ້ເປັນເຈົ້າ ອົງທີ່ໄດ້ຊ່ວຍເຫລືອ ພວກຜູ້ນາໍປະຊາຊົນຂອງພຣະອົງຂ້າມ ທະເລ ນັ້ນຢູ່ໃສ? ອົງພຣະຜູ້ເປັນເຈົ້າ ອົງທີ່ໄດ້ໃຫ້ພຣະວິນຍານແກ່ ໂມເຊ ນັ້ນຢູ່ໃສ?
\s5
\v 12-13 ອົງພຣະຜູ້ເປັນເຈົ້າຢູ່ໃສ? ຄື ອົງທີ່ໄດ້ໃຊ້ຣິດອໍານາດ ອັນຍິ່ງໃຫຍ່ ເຮັດການອັດສະຈັນ ຜ່ານທາງ ໂມເຊ ນັ້ນ ໂດຍໄດ້ແຍກນາໍ້ທະເລອອກ ແລະ ນາໍປະຊາຊົນ ຂອງພຣະອົງ ຜ່ານບ່ອນທີ່ມີນໍ້າເລິກໄປ ຊຶ່ງເປັນການນາໍ ຊື່ສຽງອັນຕະຫລອດໄປ ມາສູ່ພຣະອົງ. ” ໂດຍມີອົງພຣະຜູ້ເປັນເຈົ້າ ນາໍພາ ພວກເຂົາ ບໍ່ໄດ້ສະດຸດລົ້ມ, ແຕ່ເດີນຕໍ່ໄປຢ່າງ ໝັ້ນຄົງ ດັ່ງມ້າ.
\s5
\v 14 ຝູງງົວ ໄດ້ຖືກນາໍໄປລ້ຽງຢູ່ໃນຮ່ອມພູ ທີ່ມີດິນດີສັນໃດ ອົງພຣະຜູ້ເປັນເຈົ້າໄດ້ໃຫ້ ປະຊາຊົນຂອງພຣະອົງ ພັກຜ່ອນສັນນັ້ນ. ພຣະອົງໄດ້ນາໍພາປະຊາຊົນ ຂອງ ພຣະອົງ ແລະ ນໍາກຽດສັກສີ ມາສູ່ພຣະອົງເອງ.
\s5
\v 15 ຂ້າແດ່ ອົງພຣະຜູ້ເປັນເຈົ້າ ຈາກສະຫວັນບ່ອນທີ່ພຣະອົງສະຖິດຢູ່ ໃນຄວາມບໍຣິສຸດ ແລະ ໃນສະຫງ່າຣາສີນັ້ນ ຈົ່ງແນມ ລົງເບິ່ງຂ້ານ້ອຍທັງຫລາຍ ແດ່ທ້ອນ. ຄວາມ ຫ່ວງໃຍ ອັນໃຫຍ່ຫລວງທີ່ພຣະອົງມີຕໍ່ພວກຂ້ານ້ອຍ ນັ້ນຢູ່ໃສ? ຣິດອໍານາດຂອງພຣະອົງ ໄປໃສແລ້ວ? ຄວາມຮັກ ແລະ ຄວາມເມດຕາ ຂອງພຣະອົງຢູ່ໃສແລ້ວ? ຢ່າເມີນເສີຍຕໍ່ ພວກຂ້ານ້ອຍເລີຍ.
\v 16 ພຣະອົງເປັນ ພຣະບິດາ ຂອງພວກຂ້ານ້ອຍ. ອັບຣາຮາມ ແລະ ຢາໂຄບ ບັນພະບຸລຸດຂອງພວກຂ້ານ້ອຍ ບໍ່ຍອມຮັບຮູ້ພວກຂ້ານ້ອຍ; ແຕ່ພຣະອົງ ຄື ອົງພຣະຜູ້ເປັນເຈົ້າ ເປັນພຣະບິດາຂອງພວກຂ້ານ້ອຍ ຜູ້ທີ່ໄດ້ຊ່ວຍກູ້ເອົາພວກຂ້ານ້ອຍຕະຫລອດມາ.
\s5
\v 17 ເປັນຫຍັງ ພຣະອົງຈຶ່ງໃຫ້ພວກຂ້ານ້ອຍ ໜີໄປຈາກພຣະອົງ? ເປັນຫຍັງຈຶ່ງເຮັດ ໃຫ້ພວກຂ້ານ້ອຍ ດື້ດຶງຈົນຫັນໜີໄປຈາກພຣະອົງ? ເພື່ອເຫັນແກ່ ພວກທີ່ຮັບໃຊ້ພຣະອົງ ແລະ ປະຊາຊົນທີ່ເປັນພວກຂອງ ພຣະອົງ ຈົ່ງກັບມາເທີ້ນ.
\s5
\v 18 ພວກຂ້ານ້ອຍ ປະຊາຊົນຜູ້ບໍຣິສຸດ ຂອງພຣະອົງ ໄດ້ຖືກເຫລົ່າສັດຕູ ໄລ່ໃຫ້ອອກ ໜີໄປ ໃນຊົ່ວໄລຍະໜຶ່ງ; ພວກເຂົາໄດ້ຢຽບຢໍ່າສະຖານທີ່ອັນສັກສິດຂອງພຣະອົງ. [ວ]
\v 19 ພຣະອົງເຮັດຕໍ່ພວກຂ້ານ້ອຍ ດັ່ງບໍ່ແມ່ນ ຜູ້ປົກຄອງຂອງພວກຂ້ານ້ອຍ ແລະ ດັ່ງພວກ ຂ້ານ້ອຍ ບໍ່ແມ່ນປະຊາຊົນຂອງພຣະອົງເລີຍ.
\s5
\c 64
\p
\v 1 ເປັນຫຍັງ ພຣະອົງຈຶ່ງບໍ່ແຫວກທ້ອງຟ້າ ແລະ ສະເດັດລົງມາ? ພູເຂົາທັງຫລາຍຈະເຫັນພຣະອົງ ແລະ ຢ້ານກົວຈົນສັ່ນເຊັນ.
\v 2 ພວກມັນຈະສັ່ນ ດັ່ງນໍ້າຕົ້ມໃນໝໍ້ ທີ່ກາໍລັງ ຟົດ. ຈົ່ງສະເດັດມາ ແລະ ເຜີຍຣິດອໍານາດ ຂອງພຣະອົງ ໃຫ້ເຫລົ່າສັດຕູເຫັນ ແລະ ເຮັດ ໃຫ້ບັນດາປະຊາຊາດ ສັ່ນເຊັນຊ້ອງໜ້າພຣະອົງເຖີດ
\s5
\v 3 ມີ ຄັ້ງໜຶ່ງ ເມື່ອພຣະອົງໄດ້ສະເດັດມາ ແລະ ເຮັດສິ່ງທີ່ໜ້າຢ້ານກົວຫລາຍ ຊຶ່ງພວກ ຂ້ານ້ອຍ ບໍ່ໄດ້ຄາດຫວັງນັ້ນ; ພູເຂົາ ທັງຫລາຍໄດ້ເຫັນພຣະອົງ ແລະ ຢ້ານກົວຈົນ ສັ່ນເຊັນ.
\v 4 ບໍ່ມີຜູ້ໃດເຄີຍໄດ້ເຫັນ ແລະ ເຄີຍໄດ້ຍິນເຖິງພຣະເຈົ້າ ດັ່ງພຣະອົງ ຄື ອົງ ທີ່ໄດ້ເຮັດພາລະກິດ ເຊັ່ນນີ້ ສໍາລັບຄົນທີ່ມອບຄວາມຫວັງ ໄວ້ກັບພຣະອົງ.
\s5
\v 5 ພຣະອົງຕ້ອນຮັບຄົນທີ່ພົບຄວາມຊົມຊື່ນ ຍິນດີ ເພາະເຮັດສິ່ງທີ່ຖືກຕ້ອງ ຄື ຜູ້ທີ່ຈົດຈາໍ ວ່າພຣະອົງຢາກໃຫ້ພວກເຂົາດໍາເນີນຊີວິດ ຢ່າງໃດ. ພຣະອົງໄດ້ໂກດຮ້າຍພວກຂ້ານ້ອຍ ແຕ່ພວກຂ້ານ້ອຍ ກໍຍັງເຮັດບາບຕໍ່ໄປ; ເຖິງແມ່ນວ່າພຣະອົງໄດ້ໂກດຮ້າຍ ພວກຂ້ານ້ອຍ ຫຼາຍກໍຕາມ ພວກຂ້ານ້ອຍກໍຍັງສືບຕໍ່ເຮັດ ບາບ ຕັ້ງແຕ່ສະໄໝບູຮານມາ. [ຫ]
\s5
\v 6 ພວກຂ້ານ້ອຍທຸກຄົນ ເປັນຄົນບາບໝົດ; ແມ່ນແຕ່ການເຮັດທີ່ດີທີ່ສຸດ ຂອງພວກຂ້ານ້ອຍ ກໍຍັງເປິເປື້ອນທັງນັ້ນ. ເພາະການບາບ ພວກຂ້ານ້ອຍ ຈຶ່ງເປັນດັ່ງໃບໄມ້ຫ່ຽວແຫ້ງ ແລະ ຖືກລົມພັດໄປ.
\v 7 ບໍ່ມີຜູ້ໃດ ຫັນມາ ພາວັນນາ ອະທິຖານ ຫາພຣະອົງ; ບໍ່ມີຜູ້ໃດ ໄປຂໍໃຫ້ພຣະອົງຊ່ວຍເຫລືອ. ພຣະອົງໄດ້ລີ້ ພຣະອົງເອງ ແລະ ໄດ້ປະຖິ້ມ [ອ] ພວກຂ້ານ້ອຍ ກໍເພາະການບາບຂອງພວກຂ້ານ້ອຍ.
\s5
\v 8 ແຕ່ອົງພຣະຜູ້ເປັນເຈົ້າ ເອີຍ ພຣະອົງເປັນພຣະບິດາຂອງພວກຂ້ານ້ອຍ. ພວກຂ້ານ້ອຍ ເປັນດິນໜຽວ ແລະ ພຣະອົງເປັນຊ່າງປັ້ນ. ພຣະອົງໄດ້ສ້າງພວກຂ້ານ້ອຍມາ
\v 9 ສະນັ້ນ ຢ່າໄດ້ໂກດຮ້າຍ ພວກຂ້ານ້ອຍເກີນໄປ ຫລື ຈົດຈາໍການບາບຂອງພວກຂ້ານ້ອຍ ຕະຫລອດໄປເລີຍ. ພວກຂ້ານ້ອຍເປັນປະຊາຊົນຂອງພຣະອົງ ຈົ່ງເມດຕາພວກຂ້ານ້ອຍ ແດ່ທ້ອນ.
\s5
\v 10 ເມືອງອັນສັກສິດ ຂອງພຣະອົງ ກໍເປັນດັ່ງຖິ່ນແຫ້ງແລ້ງກັນດານ; ນະຄອນ ເຢຣູຊາເລັມ ຮົກຮ້າງເພພັງ
\v 11 ແລະ ພຣະວິຫານຂອງພວກຂ້ານ້ອຍ ຄື ສະຖານທີ່ອັນ ສັກສິດ ແລະ ສວຍງາມ ບ່ອນທີ່ບັນພະບຸລຸດ ຂອງພວກຂ້ານ້ອຍ ໄດ້ສັນລະເສີນພຣະອົງ ນັ້ນກໍຖືກໄຟທາໍລາຍ. ສະຖານທີ່ຕ່າງໆ ທີ່ພວກຂ້ານ້ອຍຮັກຫວງ ກໍເປັນບ່ອນຮົກຮ້າງ ເພພັງໄປໝົດ.
\v 12 ຂ້າແດ່ອົງພຣະຜູ້ເປັນ ເຈົ້າ ສິ່ງທັງໝົດເຫລົ່ານີ້ ບໍ່ໄດ້ເຮັດໃຫ້ພຣະອົງ ເມດຕາ ພວກຂ້ານ້ອຍແດ່ບໍ? ພຣະອົງບໍ່ດໍາເນີນການຫຍັງ ແລະ ປ່ອຍໃຫ້ພວກຂ້ານ້ອຍ ໄດ້ຮັບທຸກເກີນ ກວ່າທີ່ພວກຂ້ານ້ອຍ ຈະທົນ ໄດ້ຢູ່ຢ່າງນີ້ ຕໍ່ໄປບໍ?
\s5
\c 65
\p
\v 1 ອົງພຣະຜູ້ເປັນເຈົ້າ ກ່າວວ່າ, “ເຮົາພ້ອມແລ້ວ ທີ່ຈະຕອບຄໍາພາ​ວັນນາ ອະທິຖານຂອງປະຊາຊົນຂອງເຮົາ. ເຮົາພ້ອມແລ້ວ ທີ່ຈະໃຫ້ພວກເຂົາໄດ້ພົບເຮົາ, ແຕ່ ພວກເຂົາບໍ່ໄດ້ພະຍາຍາມເລີຍ. ຊົນຊາດນີ້ ບໍ່ ່ໄດ້ພາວັນນາ ອະທິຖານຫາເຮົາ ເຖິງແມ່ນວ່າ ເຮົາພ້ອມແລ້ວ ທີ່ຈະຕອບພວກເຂົາວ່າ, ‘ເຮົາ ຢູ່ທີ່ນີ້ ເຮົາຈະຊ່ວຍພວກເຈົ້າ.
\v 2 ເຮົາຍິນດີ ຕ້ອນຮັບປະຊາຊົນຂອງເຮົາຢູ່ສະເໝີ ຄື ຜູ້ທີ່ເຮັດໃນສິ່ງທີ່ຜິດ ແລະ ຕາມວິທີທາງຂອງຕົນ ຢ່າງດື້ດ້ານ.
\s5
\v 3 ພວກເຂົາສືບຕໍ່ຍົວະເຮົາໃຫ້​ໂກດຮ້າຍ ຢ່າງໜ້າອັບອາຍ ຫລາຍທີ່ສຸດ. ພວກເຂົາ ຖວາຍເຄື່ອງບູຊາ ແບບຄົນຕ່າງຊາດ ໃນສວນສັກສິດ [ຮ] ແລະ ເຜົາເຄື່ອງຫອມບູຊາ ເທິງແທ່ນ ຂອງພະຕ່າງຊາດ.
\v 4 ໃນຕອນ ກາງຄືນ ພວກເຂົາໄປໃນຖໍ້າ ແລະ ຂຸມຝັງສົບ ເພື່ອເອີ້ນວິນຍານຂອງຄົນຕາຍ ມາປຶກສາ. ພວກເຂົາກິນຊີ້ນໝູ ແລະ ຊົດນາໍ້ຕົ້ມຂອງ ຊີ້ນໝູ ທີ່ໄດ້ບູຊາຖວາຍແກ່ພະ ຂອງຊາວຕ່າງຊາດ.
\s5
\v 5 ແລ້ວພວກເຂົາ ກໍເວົ້າກັບຄົນອື່ນວ່າ ‘ຫຍັບໜີຈາກພວກເຮົາເດີ ພວກເຮົາເປັນຜູ້ ບໍຣິສຸດ ທີ່ພວກເຈົ້າຈະແຕະຕ້ອງບໍ່ໄດ້’ ເຮົາ ທົນຕໍ່ຄົນຢ່າງນັ້ນ ບໍ່ໄຫວແລ້ວ; ດັ່ງນັ້ນແຫລະ ເຮົາຈຶ່ງໂກດຮ້າຍພວກເຂົາ ດັ່ງໄຟລຸກໄໝ້ ທີ່ມອດ ບໍ່ເປັນຈັກເທື່ອ.
\s5
\v 6 ເຮົາຕັດສິນໃຈລົງໂທດ ພວກເຂົາແລ້ວ ແລະ ໂທດກໍາຂອງພວກເຂົານັ້ນ ກໍບັນທຶກ ໄວ້ແລ້ວ. ເຮົາຈະບໍ່ເບິ່ງຂ້າມສິ່ງທີ່ພວກເຂົາ ໄດ້ເຮັດ
\v 7 ແຕ່ເຮົາຈະຕອບແທນການບາບ ທີ່ພວກເຂົາໄດ້ເຮັດພ້ອມທັງການບາບ ຂອງ ບັນພະບຸລຸດ ຂອງພວກເຂົາ. ພວກເຂົາໄດ້ເຜົາເຄື່ອງຫອມບູຊາ ພະຂອງຊາວຕ່າງຊາດ ທີ່ເນີນພູ ແລະ ໄດ້ເວົ້າສິ່ງທີ່ຊົ່ວຮ້າຍໃສ່ເຮົາ. ສະນັ້ນ ເຮົາຈຶ່ງຈະລົງໂທດພວກເຂົາ ໃຫ້ສະສັມກັບບາບກາໍ ຂອງພວກເຂົາໃນອະດີດ.”
\s5
\v 8 ອົງພຣະຜູ້ເປັນເຈົ້າ ກ່າວວ່າ, “ບໍ່ມີຜູ້ໃດ ທາໍລາຍໝາກອະງຸ່ນທີ່ດີ, ແຕ່ພວກເຂົາຈະ ເອົາໄປເຮັດເຫລົ້າ. ທາໍນອງດຽວກັນເຮົາກໍຈະ ບໍ່ທາໍລາຍປະຊາຊົນທັງໝົດຂອງເຮົາ, ແຕ່ເຮົາຈະຊ່ວຍ ພວກທີ່ບົວລະບັດຮັບໃຊ້ເຮົາ ໃຫ້ພົ້ນ.
\s5
\v 9 ເຮົາຈະອວຍພອນ ຊາວອິດສະຣາເອນ ທີ່ເປັນຄົນໃນເຜົ່າຢູດາ ແລະ ເຊື້ອສາຍຂອງ ພວກເຂົາ ຈະໄດ້ດິນແດນ ທີ່ເທິງພູເຂົາຂອງເຮົາເປັນກາໍມະສິດ. ປະຊາຊົນທີ່ເຮົາໄດ້ເລືອກເອົາ ຄື ຜູ້ທີ່ບົວລະບັດຮັບໃຊ້ເຮົາ ຈະ ອາໄສຢູ່ໃນທີ່ນັ້ນ.
\v 10 ພວກເຂົາຈະ ນະມັດສະການເຮົາ ແລະ ຈະນໍາຝູງແກະ ແລະ ຝູງງົວຂອງພວກເຂົາໄປລ້ຽງ ຕາມທົ່ງຫຍ້າ ຊາໂຣນ ໃນທິດຕາເວັນຕົກ ແລະ ໃນຮ່ອມພູເຂົາເດືອດຮ້ອນ ທາງທິດຕາເວັນອອກ.
\s5
\v 11 ແຕ່ມັນຈະແຕກຕ່າງ ສໍາລັບພວກເຈົ້າ ທີ່ປະຖິ້ມເຮົາໄປ ຄື ຄົນທີ່ເມີນເສີຍຕໍ່ ຊີໂອນ ເນີນພູສັກສິດຂອງເຮົາ [ກ] ແລະ ຄົນທີ່ຂາບໄຫວ້ພະ ກາດ ແລະ ພະເມນີ ພະທີ່ໃຫ້ໂຊກລາບ ແລະ ພະແຫ່ງຊາຕາກາໍ.
\s5
\v 12 ຊາຕາກາໍ ຂອງພວກເຈົ້າ ຄື ການຕາຍ ຢ່າງໂຫດຫ້ຽມ ເພາະພວກເຈົ້າບໍ່ຂານຕອບ ເມື່ອເຮົາໄດ້ເອີ້ນຫາພວກເຈົ້າ ຫລື ຍອມຟງັ ເມື່ອເຮົາໄດ້ກ່າວແກ່ພວກເຈົ້າ. ພວກເຈົ້າເລືອກເອົາການ ບໍ່ເຊື່ອຟງັ ແລະ ການເຮັດຊົ່ວ.
\s5
\v 13 ສະນັ້ນ ເຮົາຈຶ່ງບອກພວກເຈົ້າວ່າ ພວກທີ່ນະມັດສະການເຮົາ ແລະ ເຊື່ອຟງັເຮົາ ຈະໄດ້ກິນ ແລະ ດື່ມຢ່າງອຸດົມສົມບູນ, ແຕ່ ພວກເຈົ້າ ຈະອຶດເຂົ້າ ແລະ ຫິວນາໍ້. ພວກເຂົາຈະມີຄວາມສຸກ ແຕ່ພວກເຈົ້າຈະໄດ້ຮັບຄວາມອັບອາຍ.
\v 14 ພວກເຂົາຈະຮ້ອງເພງ ຢ່າງຊົມຊື່ນຍິນດີ ແຕ່ພວກເຈົ້າຈະຮ້ອງໄຫ້ ຢ່າງລະທົມຂົມຂື່ນ.
\s5
\v 15 ປະຊາຊົນທີ່ເຮົາໄດ້ເລືອກເອົາ ຈະໃຊ້ ຊື່ຂອງພວກເຈົ້າ ເປັນການສາບແຊ່ງ. ເພາະວ່າ ພຣະເຈົ້າຢາເວ ອົງພຣະຜູ້ເປັນເຈົ້າ ຈະປະຫານພວກເຈົ້າ. ແຕ່ເຮົາຈະໃຫ້ຊື່ໃໝ່ ແກ່ຄົນທີ່ເຊື່ອຟງັເຮົາ.
\v 16 ໃນດິນແດນນີ້ ຜູ້ໃດຜູ້ໜຶ່ງທີ່ຂໍພອນ ຈະຕ້ອງຂໍໃຫ້ພຣະເຈົ້າ ອົງສັດຊື່ອວຍພອນ. ຜູ້ໃດກໍຕາມທີ່ສາບານ ຕ້ອງເຮັດໃນນາມຂອງພຣະເຈົ້າ ອົງສັດຊື່. ຄວາມເດືອດຮ້ອນໃນອະດີດ ຈະໝົດໄປ ແລະ ຖືກລືມໄລໝົດສິ້ນ.”
\s5
\v 17 ອົງພຣະຜູ້ເປັນເຈົ້າ ກ່າວວ່າ, “ເຮົາກາໍ ລັງສ້າງຟ້າສະຫວັນໃໝ່ ແລະ ແຜ່ນດິນໂລກ ໃໝ່. ເຫດການຕ່າງໆ ໃນອະດີດຈະຖືກລືມໄລ ໄປຢ່າງໝົດສິ້ນ.
\v 18 ຈົ່ງຍິນດີ ແລະ ເບີກບານໃຈ ຕະຫລອດໄປ ໃນສິ່ງທີ່ເຮົານິຣະມິດສ້າງ. ນະຄອນເຢຣູຊາເລັມໃໝ່ ທີ່ເຮົານິຣະມິດສ້າງ ຈະເຕັມໄປດ້ວຍຄວາມຊົມຊື່ນຍິນດີ ແລະ ປະຊາຊົນໃນນະຄອນ ຈະມີແຕ່ ຄວາມສຸກ.
\v 19 ເຮົາເອງກໍຈະເຕັມໄປດ້ວຍ ຄວາມຊົມຊື່ນຍິນດີ ຍ້ອນນະຄອນ ເຢຣູຊາເລັມ ແລະ ປະຊາຊົນໃນນະຄອນນີ້. ໃນທີ່ນັ້ນ ຈະບໍ່ມີສຽງຮ້ອງໄຫ້ ບໍ່ມີສຽງຮ້ອງຂໍ ໃຫ້ຊ່ວຍເຫລືອ.
\s5
\v 20 ພວກແອນ້ອຍ ຈະບໍ່ຕາຍຕັ້ງແຕ່ຕອນ ເກີດໃໝ່ ອີກຕໍ່ໄປ ແລະ ປະຊາຊົນທັງໝົດ ຈະມີອາຍຸໝັ້ນຍືນຫລາຍ. ຄົນທີ່ມີຊີວິດ ຮ້ອຍປີ ກໍນັບວ່າຍັງໜຸ່ມຢູ່. ຄົນຕາຍກ່ອນນັ້ນ ເປັນສັນຍານ ບອກວ່າ, ຖືກເຮົາລົງໂທດເຂົາ.
\v 21-22 ປະຊາຊົນ ຈະປຸກບ້ານ ແລະ ພວກເຂົາ ເອງໄດ້ຢູ່ໃນບ້ານນັ້ນ, ແຕ່ບໍ່ແມ່ນຜູ້ອື່ນ ຈະ ເຂົ້າມາຢູ່ແທນ. ພວກເຂົາຈະປູກຕົ້ນອະງຸ່ນ ແລະ ມີເຫລົ້າອະງຸ່ນດື່ມ ແຕ່ບໍ່ແມ່ນຜູ້ອື່ນຈະ ໄດ້ດື່ມ. ປະຊາຊົນຂອງເຮົາ ຈະມີຊີວິດຍືນຍາວ ດັ່ງຕົ້ນໄມ້. ພວກເຂົາຈະຊົມຊື່ນຍິນດີ ກັບສິ່ງທີ່ຫາມາໄດ້ນັ້ນຢ່າງເຕັມທີ່.
\v 23 ພວກເຂົາ ຈະເຮັດວຽກງານ ໂດຍບໍ່ເສຍ ປະໂຫຍດ ແລະ ລູກຫລານຈະບໍ່ປະສົບກັບ ໄພພິບັດ. ເຮົາຈະອວຍພອນພວກເຂົາ ແລະ ເຊື້ອສາຍທຸກຍຸກທຸກສະໄໝ.
\s5
\v 24 ແມ່ນແຕ່ກ່ອນ ທີ່ພວກເຂົາ ພາວັນນາ ອະທິຖານສຸດ ເຮົາກໍຈະຕອບຄໍາພາວັນນາ ອະທິຖານ ຂອງພວກເຂົາແລ້ວ.
\v 25 ໝາປ່າ ແລະ ລູກແກະ ຈະກິນຮ່ວມກັນ ສິງຈະ ກິນເຟືອງ ເໝືອນງົວ ແລະ ງູພິດ ກໍຈະກິນຂີ້ດິນຢ່າງພໍໃຈ. ທີ່ ຊີໂອນ ເທິງເນີນພູສັກສິດ ຂອງເຮົາ [ຂ] ຈະບໍ່ມີສິ່ງອັນຕະລາຍ ຫລື ຊົ່ວຮ້າຍເລີຍ.”
\s5
\c 66
\p
\v 1 ອົງພຣະຜູ້ເປັນເຈົ້າກ່າວວ່າ, “ຟ້າສະຫວັນ ເປັນບັນລັງຂອງເຮົາ ແລະ ແຜ່ນດິນ ໂລກ ເປັນທີ່ຮອງຕີນຂອງເຮົາ. ແລ້ວພວກເຈົ້າຈະສ້າງ ຫໍໂຮງຊະນິດໃດ ສໍາລັບເຮົາ ຈະສ້າງວັງຊະນິດໃດ ໃຫ້ເຮົາຢູ່?
\s5
\v 2 ເຮົາເອງໄດ້ສ້າງຈັກກະວານ ນີ້ທັງໝົດ ເຮົາພໍໃຈນາໍ ຜູ້ທີ່ຖ່ອມໃຈ ແລະ ຜູ້ທີ່ຍອມກັບ ໃຈໃໝ່ ແລະ ຜູ້ທີ່ຢໍາເກງ ເຊື່ອຟັງຖ້ອຍຄໍາ ຂອງເຮົາ ຈົນຕົວສັ່ນ.
\s5
\v 3 ປະຊາຊົນ ເຮັດຕາມຄວາມພໍໃຈ ຂອງ ພວກເຂົາ. ບໍ່ວ່າຈະຂ້າງົວເຖິກ ເປັນເຄື່ອງ ບູຊາ ຫລື ເອົາມະນຸດບູຊາ ກໍດີ; ບໍ່ວ່າຈະຂ້າແກະ ຫລື ຫັກຄໍໝາ ມາບູຊາ ກໍດີ; ບໍ່ວ່ານາໍ ພືດຜົນເປັນເມັດ ຫລື ເອົາເລືອດໝູ ມາບູຊາ ກໍດີ; ບໍ່ວ່າຈະເຜົາເຄື່ອງຫອມ ຖວາຍບູຊາ ຫລື ວອນຂໍຕໍ່ຮູບເຄົາຣົບກໍດີ ທັງໝົດນັ້ນ ຄືກັນສໍາລັບພວກເຂົາ. ພວກເຂົາພໍໃຈກັບວິທີ ຂາບໄຫວ້ ແບບໜ້າລັງກຽດນີ້.
\s5
\v 4 ສະນັ້ນ ເຮົາຈະນາໍໄພພິບັດ ມາຍັງພວກເຂົາ ຄື ໄພພິບັດທີ່ພວກເຂົາຢ້ານກົວນັ້ນ ເພາະບໍ່ມີຜູ້ໃດຂານຕອບ ເມື່ອເຮົາໄດ້ເອີ້ນ ຫາ ຫລື ຟັງ ເມື່ອເຮົາໄດ້ກ່າວ. ພວກເຂົາເລືອກເອົາການ ບໍ່ເຊື່ອຟັງເຮົາ ແລະ ເລືອກເຮັດສິ່ງທີ່ຊົ່ວຮ້າຍ.”
\s5
\v 5 ຈົ່ງຟັງອົງພຣະຜູ້ເປັນເຈົ້າກ່າວ ພວກເຈົ້າ ຜູ້ທີ່ຢໍາເກງ ແລະ ເຊື່ອຟັງພຣະອົງ: “ເພາະ ພວກເຈົ້າ ສັດຊື່ຕໍ່ເຮົາ ບາງຄົນໃນພວກເຈົ້າ ເອງ ຈະກຽດຊັງເຈົ້າ ແລະ ຈະບໍ່ຄົບຫາສະມາຄົມ ກັບເຈົ້າ. ພວກເຂົາຈະຫຍໍ້ຫຍັນ ເຈົ້າ ແລະ ເວົ້າວ່າ, ‘ຂໍໃຫ້ອົງພຣະຜູ້ເປັນເຈົ້າ ສໍາແດງ ຄວາມຍິ່ງໃຫຍ່ ຂອງພຣະອົງ ແລະ ຊ່ວຍເຈົ້າໃຫ້ພົ້ນສາ ເພື່ອວ່າພວກເຮົາຈະໄດ້ ເຫັນເຈົ້າມີຄວາມສຸກ, ແຕ່ພວກເຂົາເອງ ຈະໄດ້ຮັບຄວາມອັບອາຍ
\s5
\v 6 ຈົ່ງຟງັແມ ສຽງອຶກກະທຶກ ຢູ່ໃນເມືອງ ພຸ້ນສຽງ ຢູ່ໃນພຣະວິຫານພຸ້ນ ແມ່ນສຽງອົງພຣະຜູ້ເປັນເຈົ້າ ກາໍລັງລົງໂທດ ເຫລົ່າສັດຕູ ຂອງພຣະອົງ.
\s5
\v 7 “ນະຄອນອັນສັກສິດຂອງເຮົາ ເປັນດັ່ງແມ່ຜູ້ໜຶ່ງທີ່ເກີດເດັກຊາຍຜູ້ໜຶ່ງ ຢ່າງກະທັນ ຫັນໂດຍ ບໍ່ໄດ້ເຈັບທ້ອງອອກລູກ.
\v 8 ມີຜູ້ໃດເຄີຍໄດ້ເຫັນ ແລະ ເຄີຍໄດ້ຍິນເຊັ່ນນີ້ ມາແດ່ບໍ? ມີຊົນຊາດໃດແດ່ ທີ່ເກີດຂຶ້ນມາໄດ້ ພຽງມື້ດຽວ? ພູເຂົາ ຊີໂອນ ຈະບໍ່ຕ້ອງທົນທຸກ ດົນນານ ກ່ອນຈະເປັນຊົນຊາດໜຶ່ງ.
\s5
\v 9 ຢ່າສູ່ຄິດວ່າ ເຮົາຈະນາໍປະຊາຊົນ ຂອງເຮົາມາເຖິງຂັ້ນເກີດແລ້ວ ແຕ່ບໍ່ໃຫ້ພວກເຂົາ ເກີດ. ” ອົງພຣະຜູ້ເປັນເຈົ້າໄດ້ກ່າວ ດັ່ງນີ້ແຫລະ.
\s5
\v 10 ຈົ່ງຍິນດີເຖີດ ຈົ່ງດີໃຈນາໍນະຄອນ ເຢຣູຊາເລັມ ພວກເຈົ້າທຸກຄົນທີ່ຮັກແພງ ນະຄອນນີ້ ບັດນີ້ຈົ່ງຍິນດີເຖີດ ຈົ່ງດີໃຈນາໍ ນະຄອນນີ້ສາ ພວກເຈົ້າທຸກຄົນທີ່ໄດ້ໄວ້ທຸກ ໃຫ້ນະຄອນນີ້
\v 11 ພວກເຈົ້າຈະດີໃຈ ທີ່ເຫັນພະນະຄອນ ຮຸ່ງເຮືອງດັ່ງເດັກນ້ອຍຜູ້ໜຶ່ງຢູ່ໃນອ້ອມເອິກຂອງແມ່.
\s5
\v 12 ອົງພຣະຜູ້ເປັນເຈົ້າ ກ່າວວ່າ, “ເຮົາຈະ ນາໍຄວາມຈະເລີນ ຮຸ່ງເຮືອງທີ່ຍາວນານ ມາສູ່ພວກເຈົ້າ; ຊັບສົມບັດຂອງປະຊາຊາດ ຕ່າງໆ ຈະຫລັ່ງໄຫລ ມາສູ່ພວກເຈົ້າ ດັ່ງສາຍນາໍ້ ທີ່ບົກແຫ້ງ ບໍ່ເປັນຈັກເທື່ອ. ພວກເຈົ້າຈະເປັນດັ່ງເດັກນ້ອຍ ຜູ້ທີ່ແມ່ອຸ້ມໃຫ້ກິນນົມ ແລະ ຖະໜຸຖະໜອມ ດ້ວຍຄວາມຮັກ.
\v 13 ເຮົາ ຈະເລົ້າໂລມພວກເຈົ້າ ຢູ່ໃນນະຄອນ ເຢຣູຊາເລັມ ດັ່ງແມ່ຜູ້ໜຶ່ງເລົ້າໂລມລູກຂອງຕົນ.
\s5
\v 14 ເມື່ອພວກເຈົ້າ ເຫັນເຫດການນີ້ ເກີດຂຶ້ນ ພວກເຈົ້າຈະເບີກບານໃຈ; ແລະ ສິ່ງນັ້ນ ຈະເຮັດໃຫ້ພວກເຈົ້າເຂັ້ມແຂງຂຶ້ນ ແລະ ມີສຸຂະພາບດີ. ແລ້ວພວກເຈົ້າກໍຈະຮູ້ວ່າເຮົາ ຄື ອົງພຣະຜູ້ເປັນເຈົ້າ ຜູ້ຊ່ວຍຊູພວກທີ່ເຊື່ອ ຟັງເຮົາ ແລະ ໂກດຮ້າຍຕໍ່ເຫລົ່າສັດຕູຂອງເຮົາ.”
\s5
\v 15 ອົງພຣະຜູ້ເປັນເຈົ້າ ຈະສະເດັດມາ ພ້ອມກັບໄຟ. ພຣະອົງຈະມາເທິງປີກຂອງ ລົມພະຍຸ ເພື່ອລົງໂທດພວກທີ່ພຣະອົງໂກດຮ້າຍ.
\v 16 ພຣະອົງຈະລົງໂທດ ປະຊາກອນທຸກຄົນໃນໂລກນີ້ ດ້ວຍໄຟ ແລະ ດ້ວຍດາບ ທີ່ພຣະອົງພົບຄວາມຜິດ ແລະ ຫລາຍຄົນຈະຖືກປະຫານ.
\s5
\v 17 ອົງພຣະຜູ້ເປັນເຈົ້າ ກ່າວວ່າ, “ຄາວ ສຸດທ້າຍ ມາໃກ້ແລ້ວ ສໍາລັບຜູ້ທີ່ຊໍາລະຕົນເອງ ເພື່ອຂາບໄຫວ້ພະຂອງຊາວຕ່າງຊາດ ຄື ຜູ້ເຂົ້າຮ່ວມໃນຂະບວນການບູຊາ ສວນສັກສິດ [ຄ] ແລະ ຜູ້ກິນໝູ ແລະ ກິນໜູ ແລະ ອາຫານຂີ້ດຽດອື່ນ ໆ ອີກ.
\s5
\v 18 ເຮົາຮູ້ຈັກ [ງ] ຄວາມຄິດ ແລະ ການກະທາໍຂອງພວກເຂົາ. ເຮົາກາໍລັງມາ [ຈ] ເພື່ອເຕົ້າໂຮມປະຊາຊົນ ໃນບັນດາຊົນຊາດ ທັງໝົດ. ເມື່ອເຕົ້າໂຮມແລ້ວ ພວກເຂົາຈະ ເຫັນວ່າ ເຮົາມີຣິດອໍານາດກະທາໍ ສິ່ງໃດໄດ້ແດ່
\v 19 ແລະ ຈະຮູ້ວ່າແມ່ນເຮົາ ທີ່ລົງໂທດ ພວກເຂົາ. ແຕ່ເຮົາຈະໄວ້ຊີວິດບາງຄົນ ໃນ ພວກເຂົາ ແລະ ສົ່ງພວກເຂົາໄປຍັງຊົນຊາດ ຕ່າງໆ ແລະ ສູ່ດິນແດນທີ່ຫ່າງໄກ ບ່ອນທີ່ບໍ່ໄດ້ຍິນເຖິງຊື່ສຽງ ຫລື ໄດ້ເຫັນຄວາມ ຍິ່ງໃຫຍ່ ແລະ ຣິດອໍານາດຂອງເຮົາເລີຍ ຄື: ສະເປນ, ລີເບຍ, [ສ] ແລະ ລີເດຍ ພ້ອມດ້ວຍນັກຍິງ ທະນູ ຜູ້ທີ່ຊໍານິຊໍານານ ແລະ ໄປຍັງ ຕູບານ ແລະ ກະເຣເຕ. ໃນທ່າມກາງຊົນຊາດເຫລົ່ານີ້ ພວກເຂົາຈະປະກາດຄວາມຍິ່ງໃຫຍ່ຂອງເຮົາ.
\s5
\v 20 ພວກເຂົາຈະນາໍ ພວກພີ່ນ້ອງຮ່ວມຊາດຂອງພວກເຈົ້າ ກັບຄືນມາຈາກຊົນຊາດ ຕ່າງໆ ເພື່ອເປັນຂອງຂວັນໃຫ້ແກ່ເຮົາ. ພວກເຂົາຈະນາໍ ພີ່ນ້ອງຮ່ວມຊາດຂອງພວກເຈົ້າ ທັງໝົດມາສູ່ເນີນພູສັກສິດຂອງເຮົາ [ຊ] ໃນ ນະຄອນ ເຢຣູຊາເລັມ ໂດຍໃຊ້ມ້າ, ລໍ, ອູດ, ລໍ້ແລະ ກວຽນ ດັ່ງຊາວອິດສະຣາເອນ ນາໍພືດ ຜົນເປັນເມັດໃສ່ພາຊະນະ ທີ່ຊໍາລະໃຫ້ໝົດ ມົນທິນແລ້ວ ມາຍັງພຣະວິຫານຂອງເຮົາ.
\v 21 ເຮົາຈະໃຫ້ບາງຄົນ ໃນພວກເຂົາເປັນປະໂຣຫິດ ແລະ ເປັນຊາວ ເລວີ.
\s5
\v 22 ຟ້າສະຫວັນໃໝ່ ແລະ ແຜ່ນດິນໂລກ ໃໝ່ ຈະຍືນຍົງຄົງຢູ່ໂດຍ ຣິດອໍານາດຂອງເຮົາສັນໃດ ເຊື້ອສາຍ ແລະ ນາມຊື່ຂອງພວກເຈົ້າ ກໍຈະຍືນຍົງຄົງຢູ່ສັນນັ້ນ.
\v 23 ໃນທຸກໆ ວັນຂອງເທດສະການ ເດືອນຂຶ້ນໃໝ່ ແລະ ວັນຊະບາໂຕ ປະຊາຊົນທຸກຊາດ ຈະມາ ນະມັດສະການເຮົາທີ່ນີ້ ໃນນະຄອນ ເຢຣູຊາເລັມ.
\s5
\v 24 ເມື່ອອອກໄປ ພວກເຂົາຈະເຫັນຊາກສົບຂອງພວກ ທີ່ໄດ້ກະບົດຕໍ່ເຮົາ. ຕົວໜອນ ທີ່ເຈາະກິນພວກເຂົານັ້ນ ຈະຕາຍບໍ່ເປັນຈັກເທື່ອ ແລະ ໄຟທີ່ໄໝ້ພວກເຂົານັ້ນ ຈະມອດບໍ່ເປັນຈັກເທື່ອ. ເຊື້ອຊາດມະນຸດທັງໝົດ ທີ່ໄດ້ເຫັນພວກເຂົາແລ້ວ ກໍຈະຮູ້ສຶກເບື່ອໜ່າຍ.”