lo_bible/22-SNG.usfm

297 lines
51 KiB
Plaintext

\id SNG
\ide UTF-8
\h ພ​ຣະ​ທຳ ຍອດ​ເພງ
\toc1 ພ​ຣະ​ທຳ ຍອດ​ເພງ
\toc2 ພ​ຣະ​ທຳ ຍອດ​ເພງ
\toc3 sng
\mt ພ​ຣະ​ທຳ ຍອດ​ເພງ
\s5
\c 1
\p
\v 1 ເປັນບົດເພງ ອັນໜ້າອອນຊອນ ທີ່ສຸດ ຂອງ ໂຊໂລໂມນ. [ກ] [ເຈົ້າສາວ ກ່າວ ຕໍ່ ເຈົ້າບ່າວ: ]
\v 2 ຂໍ ໃຫ້ ຮີມສົບອ້າຍ ໄດ້ ຈູບຮີມສົບນ້ອງ ຫລາຍທີ ຄວາມຮັກ ທີ່ອ້າຍ ມີ ດີກວ່າ ເຫລົ້າ ອະງຸ່ນ ຕັ້ງ ຫລາຍເທົ່າ.
\v 3 ກິ່ນຫອມຫວນ ໃນ ຕົວ ອ້າຍ ເຮັດໃຫ້ ນ້ອງ ໄດ້ ຊື່ນໃຈ ຊື່ ຂອງ ອ້າຍ ພາ ໃຫ້ ນ້ອງ ຄໍ່າຄວນ ເຝົ້າ ສະເໜ່ຫາ ຢູ່ ບໍ່ຂາດ ຈຶ່ງ ບໍ່ ເປັນ ສິ່ງ ປະຫລາດ ທີ່ ຍິງສາວ ໃດໆ ຈາໍຕ້ອງ ຫລົງໄຫລ ຍ້ອນ ຮັກອ້າຍ ແຕ່ ຜູ້ດຽວ.
\v 4 ຈົ່ງມາ ຮັບເອົາ ນ້ອງ ແລະ ພາ ພວກນ້ອງ ໜີໄປ ສາ ຈົ່ງ ມາ ເປັນ ຣາຊາ ແລະ ພາເຂົ້າ ໄປ ຫ້ອງນອນ ອ້າຍ. [ພວກ ຍິງສາວ ກ່າວ ຕໍ່ ເຈົ້າບ່າວ: ] ເພາະອ້າຍ ນ້ອງຈະຊົມຊື່ນ ກັບ ຄວາມສຸກ ດ້ວຍກັນມາ ເພາະຮັກກັນ ໃຫ້ ເມົາ ກວ່າ ລິດເຫລົ້າ ອະງຸ່ນ ເຖີດ [ເຈົ້າສາວ ກ່າວ ຕໍ່ ເຈົ້າບ່າວ: ] ສົມພໍແລ້ວ ສາວ ທຸກຖ້ວນໜ້າ ຈຶ່ງ ພາກັນຮັກໄຄ່ ຫລົງ ໄຫລຮັກອ້າຍ ຮັກອ້າຍແຕ່ຜູ້ດຽວ. [ເຈົ້າ ສາວ ກ່າວ ຕໍ່ ພວກ ຍິງສາວ:]
\s5
\v 5 ຂ້ອຍ ເປັນ ຄົນດໍາແຫ້ລ ແຕ່ [ຂ] ສວຍງາມ ສາວ ນະຄອນ ເຢຣູຊາເລັມ ເອີຍ ດໍາດັ່ງຜ້າເຕັນ ທີ່ ຖິ່ນແຫ້ງແລ້ງກັນດານ ເກດາ ນັ້ນ ແຕ່ ກໍ ງາມ ດັ່ງ ຜ້າ ກັ້ງ ທີ່ ຫ້ອຍ ໄວ້ ໃຫ້ ງາມຕາ ໃນ ຣາຊວັງ ຂອງ ໂຊໂລໂມນ ນັ້ນ.
\v 6 ຂໍ ຢ່າ ສູ່ ດູຖູກ ຂ້ອຍ ຍ້ອນຜິວພັນຂ້ອຍເທາະ ເພາະຕາເວັນ ເຮັດໃຫ້ ຂ້ອຍດໍາແຫລ້ ທົ່ວຜິວພັນ. ພວກອ້າຍຂ້ອຍ ໃຈຮ້າຍ ໃຫ້ຂ້ອຍ ໃດ ຈຶ່ງບັງຄັບຂ້ອຍໃຫ້ ທາໍງານໃນສວນອະງຸ່ນ ພຸ້ນ. ຂ້ອຍ ບໍ່ ມີ ເວລາ ທີ່ ຈະ ຮັກ ສາ ສວນອະງຸ່ນ ຂອງຂ້ອຍເອງ ຄື ບໍ່ ມີ ເວລາ ຮັກສາ ຕົນ ຕົວ ຂອງຂ້ອຍ. [ເຈົ້າ ສາວ ກ່າວ ຕໍ່ ເຈົ້າບ່າວ:]
\s5
\v 7 ໂອ ທີ່ຮັກຂອງນ້ອງ ກະລຸນາ ບອກນ້ອງໄດ້ ຫລື ບໍ່ວ່າ ອ້າຍ ຈະພາ ຝູງສັດ ຂອງ ອ້າຍ ໄປ ກິນຫຍ້າ ຢູ່ ທີ່ ໃດ? ເວລາ ແສງ ແດດກ້າ ຕາເວັນ ທ່ຽງ ຫວນ ມາ ອ້າຍ ຈະ ພາ ຝູງສັດ ໄປ ພັກຜ່ອນ ຢູ່ໃສ ກັນແທ້? ເປັນຫຍັງ ນໍ ຈຶ່ງ ຈະ ໃຫ້ ແຕ່ນ້ອງ ຊອກຫາ ອ້າຍ ເດ? ຄື ຢູ່ ໃນ ທ່າມກາງ ຝູງແກະ ທີ່ ຄົນອື່ນ ເຂົາ ເຝົ້າ ລ້ຽງ. [ຄ] [ເຈົ້າບ່າວ ກ່າວ ຕໍ່ ເຈົ້າສາວ:]
\s5
\v 8 ໂອ ສຸດທີ່ຮັກ ຂອງອ້າຍ ນ້ອງບໍ່ຮູ້ຈັກ ບ່ອນ ນັ້ນ ບໍ? ຖ້ານ້ອງ ບໍ່ຮູ້ຈັກ ໃຫ້ ຕາມຮອຍ ຝູງສັດໄປ ທີ່ນັ້ນ; ຈົ່ງຊອກຫາ ທົ່ງຫຍ້າ ສໍາລັບ ຝູງແບ້ ຂອງນ້ອງ ແດ່ ຢູ່ໃກ້ໆ ຜ້າເຕັນ ພຸ້ນ ບ່ອນທີ່ ພວກລ້ຽງແກະ ພັກເຊົາ. [ເຈົ້າບ່າວ ກ່າວ ຕໍ່ ເຈົ້າສາວ ຂອງ ລາວ:]
\s5
\v 9 ທີ່ຮັກຂອງອ້າຍ ນ້ອງງາມສະຫງ່າ ຈຶ່ງ ກວນໃຈ ຜູ້ຊາຍ ດັ່ງມ້າແມ່ ທີ່ ຍ່າງ ທຽມ ລົດ ຮົບ ກະສັດ ຟາໂຣ ພຸ້ນ.
\v 10 ຜົມ ທີ່ ຢ່ອນ ລົງ ຕາມ ແກ້ມ ເຮັດ ໃຫ້ ແກ້ມ ນ້ອງ ງາມຫລາຍ ຜົມ ທີ່ ຢ່ອນ ລົງ ຕາມ ຄໍ ເປັນ ດັ່ງ ເພັດພອຍ ຄ້ອງຄໍ ນ້ອງ.
\v 11 ແຕ່ ພວກເຮົາ ຈະເຮັດສາຍສ້ອຍຄ້ອງຄໍ ສໍາລັບ ນາງ ກັບ ເຄື່ອງເອ້ ທີ່ ເຮັດ ດ້ວຍ ເງິນມອບ ໃຫ້ ນາງ ດ້ວຍ. [ເຈົ້າສາວ ກ່າວ ຕໍ່ ເຈົ້າບ່າວ:]
\s5
\v 12 ພະຣາຊາ ຂອງນ້ອງ ພວມຢຽດ ຢູ່ ເທິງ ທີ່ ນອນ ກິ່ນນາໍ້ ຫອມທີ່ ນ້ອງທາຫອມຫວນຢູ່ ່ທົ່ວຫ້ອງ.
\v 13 ຄົນຮັກຂອງນ້ອງ ເປັນ ດັ່ງ ຢາງໄມ້ຫອມ ໃນ ຂະນະທີ່ ລາວນອນໝູນ ເອິກ ນ້ອງ ຢູ່ນັ້ນ.
\v 14 ຄົນຮັກຂອງນ້ອງ ເປັນ ດັ່ງ ບັນດາ ດອກໄມ້ປ່າ ທີ່ ຈູມບານ ອອກດອກ ໃນ ສວນອະງຸ່ນ ທີ່ ເອນເກດີ. [ເຈົ້າບ່າວ ກ່າວ ຕໍ່ ເຈົ້າສາວ:]
\s5
\v 15 ໂອ ທີ່ຮັກຂອງອ້າຍ ນ້ອງເປັນຍິງ ທີ່ ງາມຫລາຍ ຜ່ອງໃສ ໃນ ສາຍຕາ ໜ້າຮັກ ໜ້າເອັນດູ ແທ້. [ເຈົ້າສາວ ກ່າວ ຕໍ່ ເຈົ້າບ່າວ:]
\s5
\v 16 ເຈົ້າສາວ ກ່າວ ຕໍ່ ເຈົ້າບ່າວ: ປ່າຫຍ້າ ຂຽວສົດ ຈະເປັນຕຽງນອນ ຂອງອ້າຍ ກັບ ນ້ອງ;
\v 17 ຂາງ ແຫ່ງ ຫໍຮັກ ຂອງ ພວກເຮົາ ຈະ ເປັນ ໄມ້ ສົນສີດາ ເພດານ ແຫ່ງ ຫໍຮັກ ກໍ ຈະ ເປັນ ໄມ້ແປກເທດ. [ເຈົ້າ ສາວ ກ່າວ ຕໍ່ ເຈົ້າບ່າວ:]
\s5
\c 2
\p
\v 1 ນ້ອງ ເປັນ ພຽງ ດອກໄມ້ ປ່າ ຢູ່ ໃນ ທົ່ງ ຊາໂລນ ແລະ ເປັນ ດອກ ລີລາ ຢູ່ ຕາມ ຮ່ອມພູ ພຸ້ນ. [ເຈົ້າ ບ່າວ ກ່າວ ຕໍ່ ເຈົ້າສາວ: ]
\v 2 ດອກ ລີລາ ນັ້ນ ຢູ່ ທ່າມກາງ ໜາມ ສັນໃດ ຄົນຮັກຂອງອ້າຍ ກໍ ຢູ່ທ່າມກາງຍິງອື່ນ ສັນນັ້ນ. [ເຈົ້າ ສາວ ກ່າວ ກ່ຽວກັບ ເຈົ້າບ່າວ:]
\s5
\v 3 ຕົ້ນໝາກຈອງ ເກີດ ຢູ່ ທ່າມກາງ ຕົ້ນໄມ້ ປ່າ ສັນໃດ ຄົນຮັກ ຂອງນ້ອງ ກໍ ປະປົນ ຢູ່ ກັບຊາຍ ອື່ນ ສັນນັ້ນ. ຂ້ອຍ ມັກມາ ນັ່ງ ພັກ ເຊົາ ຢູ່ ໃຕ້ ຮົ່ມ ຂອງມັນ ແລະ ໝາກ ຂອງມັນ ກໍ ຫວານ ແລະ ຣົດຊາດ ກໍ ແຊບ.
\v 4 ລາວ ພາ ຂ້ອຍ ໄປ ໃນ ຫ້ອງ ຫໍໂຮງ ທີ່ ມີ ງານກິນ ລ້ຽງ ໃຫຍ່ ຊຶ່ງ ມີ ປ້າຍ ຂຽນ ໄວ້ ວ່າ ແດ່ ທີ່ຮັກ ຂອງຮຽມ
\s5
\v 5 ຂໍໃຫ້ ຂ້ອຍ ໄດ້ ກິນໝາກອະງຸ່ນ ເພື່ອ ໃຫ້ ມີ ແຮງຂຶ້ນ ແລະ ໃຫ້ ຂ້ອຍ ໄດ້ ກິນ ໝາກຈອງ ເພື່ອ ໃຫ້ ໄດ້ ຊື່ນໃຈ ຂຶ້ນ ເພາະ ຂ້ອຍ ປ່ວຍ ເປັນ ໂຣກ ຄວາມຮັກ
\v 6 ມື ກໍ້າ ຊ້າຍ ຂອງ ລາວ ນັ້ນ ແຕະຕ້ອງ ທີ່ ລຸ່ມ ຫົວ ແລະ ມື ກໍ້າ ຂວາ ລູບຄໍາ ທົ່ວ ທັງ ຕົນ ຕົວ ຂ້ອຍ. [ເຈົ້າສາວ ກ່າວ ຕໍ່ ພວກ ຍິງສາວ:]
\s5
\v 7 ສາວ ນະຄອນ ເຢຣູຊາເລັມ ເອີຍ ຈົ່ງ ສັນຍາ ກັບ ຂ້ອຍ ເຖີດ ໃນ ນາມ ກວາງ ແລະ ເຍືອງ ເຖິກ ທີ່ ວ່ອງໄວ ໃຈ ກ້າ ຈົ່ງ ສາບານ ໄວ້ ວ່າ ເຈົ້າຈະບໍ່ ກຸກກວນ ຄວາມຮັກ ຂອງ ພວກຂ້ອຍ. [ເຈົ້າສາວ ກ່າວ ກ່ຽວກັບ ເຈົ້າບ່າວ:]
\s5
\v 8 ຈົ່ງ ຟັງ ເຖີດ ນັ້ນ ແມ່ນ ສຽງ ຄົນຮັກ ຂອງຂ້ອຍໃດ ຈົ່ງ ເບິ່ງ ພຸ້ນ ດູ ລາວພວມແລ່ນ ມາ ໃກ້ລາວ ແລ່ນມາຫາຂ້ອຍ ກະໂດດ ຂ້າມ ໜ່ວຍພູ ມາແລ່ນ ແຂ່ງ ຂ້າມ ເນີນ ພູ ຟ້າວຟັ່ງ ມາ ຫາ ຂ້ອຍ.
\v 9 ຄົນຮັກຂອງຂ້ອຍ ເປັນ ດັ່ງ ກວາງໜຸ່ມ ແລະ ເຍືອງ ເຖິກ ຫັ້ນເດ ລາວ ຢືນ ຜົກຢູ່ທາງດ້ານຫລັງ ກາໍແພງ ພຸ້ນລາວ ແນມໄປ ທາງ ປ່ອງຢ້ຽມ ແລະ ກວດເບິ່ງ ທຸກ ທາງ ຕາມ ປ່ອງຢ້ຽມ ຜ່ານ ຕາໜ່າງ ຄອຍ ຜົກ ຈອບເບິ່ງ. [ເຈົ້າສາວ ກ່າວ ຕໍ່ ຕົນເອງ:]
\s5
\v 10 ແລ້ວ ຄົນຮັກຂອງຂ້ອຍ ກໍ ລັ່ນປາກ ໄຂ ວາຈາ ແລະ ສົນທະນາ ປາໄສ ກັບ ຂ້ອຍ ວ່າ ດັ່ງນີ້ [ເຈົ້າບ່າວ ກ່າວ ຕໍ່ ເຈົ້າສາວ: ] ທີ່ ຮັກ ຂອງອ້າຍ ຈົ່ງ ລຸກ ມາ ສາ ໂອ ຄົນງາມ ຂອງອ້າຍ ເອີຍ ຈົ່ງ ມາ ຫາ ອ້າຍ ເຖີດ
\v 11 ອັນ ລະດູໜາວ ນັ້ນ ມັນຜ່ານ ໄປ ແລ້ວ ເດ ຟ້າ ທີ່ ເທ ຝົນ ລົງ ມາ ກໍ ເຊົາ ຕົກສາ ແລ້ວ.
\s5
\v 12 ມວນ ມາລີ ຕ່າງ ກໍ ພື ກີບ ຢູ່ ຕາມ ທ້ອງ ທົ່ງ ນາ ແລະ ມວນ ມາລາ ຕ່າງ ກໍ ເບັ່ງ ບານ ຄືກັນ ດ້ວຍ. ລະດູ ນີ້ ແມ່ນ ເວລາ ຮ້ອງລໍາ ທາໍ ເພງ ທົ່ວ ທ້ອງ ທົ່ງ ນາ ກໍ ໄດ້ ຍິນ ແຕ່ ສຽງ ນົກ ເຂົາ ຂັນ ຮ້ອງ.
\v 13 ສ່ວນ ຕົ້ນ ເດື່ອ ເທດ ນັ້ນ ໝາກ ມັນ ກໍ ພວມ ສຸກ ຕົ້ນ ອະງຸ່ນ ດອກບານ ສົ່ງ ກິ່ນ ຫອມ ໄປ ທົ່ວ ແຄວ້ນ. ທີ່ ຮັກເອີຍ ຈົ່ງ ລຸກ ຂຶ້ນ ມາ ຫາ ອ້າຍ ສາ ເທາະ ຈົ່ງ ໄປ ກັບອ້າຍ ສາ ເຖີດ ຄົນງາມ ຂອງ ອ້າຍ ເອີຍ
\s5
\v 14 ນ້ອງ ຄື ນົກເຂົາ ໂຕໜຶ່ງ ທີ່ ກໍາລັງ ລີ້ຊ່ອນ ຕົວ ຢູ່ ຕາມວ່າງ ຂອງ ໂງ່ນຫິນ ນັ້ນ. ຂໍ ໃຫ້ ອ້າຍ ໄດ້ ເຫັນ ໜ້າ ເປັນ ຕາຮັກ ຂອງນ້ອງ ແດ່ ແລະໃຫ້ ໄດ້ຍິນ ສຽງນິ້ມນວນຂອງນ້ອງແດ່ ນາ [ເຈົ້າ ສາວ ກ່າວ ຕໍ່ ເຈົ້າບ່າວ:]
\s5
\v 15 ຈົ່ງ ຈັບຝູງ ໝາຈອກ ຄື ໝາຈອກນ້ອຍ ທັງຫລາຍ ກ່ອນມັນ ຈະ ທາໍ ລາຍ ສວນອະງຸ່ນ ບານ ຂອງ ພວກເຮົາ ຖິ້ມ. [ເຈົ້າສາວ ກ່າວ ກ່ຽວກັບ ເຈົ້າບ່າວ:]
\s5
\v 16 ລາວ ເປັນ ທີ່ ຮັກ ຂອງຂ້ອຍ ຂ້ອຍ ເປັນທີ່ຮັກ ຂອງລາວ ລາວລ້ຽງຝູງສັດ ຂອງ ລາວ ໃນ ບ່ອນ ທີ່ ມີດອກ ຊ້ອນ [ເຈົ້າສາວ ກ່າວ ຕໍ່ ເຈົ້າບ່າວ: ]
\v 17 ຈົນ ເຖິງ ຍາມ ເຊົ້າ ຕູ່ ເມື່ອ ມີ ລົມພັດວີວ ມາ ຄວາມ ມືດໜາ ກໍ ຂ້ອນ ຫາຍ ຈືດຈາງ ໄປສິ້ນ. ສຸດທີ່ ຮັກເອີຍ ມາ ເຖີດ ຈົ່ງກັບມາ ດັ່ງເຍືອງເຖິກ ດັ່ງກວາງໜຸ່ມເຖິກ ທີ່ ເທິງພູ ເບັດເອ ພຸ້ນ. [ງ] [ເຈົ້າສາວ ກ່າວ ກ່ຽວກັບ ເຈົ້າບ່າວ:]
\s5
\c 3
\p
\v 1 ຢູ່ ເທິງ ທີ່ ນອນ ຂອງຂ້ອຍ ໃນ ຍາມ ຄໍ່າຄືນ ຂ້ອຍ ມີ ແຕ່ ຝັນຫາ ຄົນ ຮັກ ຂອງຂ້ອຍ; ຂ້ອຍ ຊອກ ຄົ້ນ ຫາ ຄົນ ທີ່ ຂ້ອຍ ຮັກ ແຕ່ ຂ້ອຍ ກໍ ຊອກຫາ ລາວ ບໍ່ ພົບ ເລີຍ
\v 2 ຂ້ອຍ ໄດ້ ໄປ ທ່ຽວ ຊອກຫາ ລາວ ຢູ່ ໃນ ເມືອງ ຕາມ ຫົນທາງ ແລະ ຕາມ ຮ່ອມ ຕາມແຈ ດ້ວຍ. ຂ້ອຍ ຊອກ ຄົ້ນ ຫາ ຜູ້ໜຶ່ງ ທີ່ ຂ້ອຍ ຮັກ ຫລາຍ ຂ້ອຍ ຊອກ ແນມຫາ ແຕ່ ກໍ ບໍ່ ພົບ ລາວ ຊໍ້າ.
\s5
\v 3 ຄົນ ຍາມ ທີ່ ເລາະລຽບ ໄດ້ ເຫັນ ຂ້ອຍ ໃນ ເມືອງ ຂ້ອຍ ຖາມ ພວກ ເຂົາເຈົ້າ ວ່າ, “ເຫັນ ຄົນ ຮັກ ຂອງຂ້ອຍ ບໍ? ”
\v 4 ພໍ ຂ້ອຍ ຈາກ ພວກເຂົາ ໄປ ແລ້ວ ຂ້ອຍ ກໍໄດ້ ພົບ ລາວ ຂ້ອຍ ດຶງ ເອົາ ລາວ ແລະ ບໍ່ ຍອມ ໃຫ້ ລາວ ໜີ ຫ່າງ ຈົນ ກວ່າ ຂ້ອຍ ໄດ້ ຄຽງຂ້າງ ພາ ລາວ ໄປ ເຮືອນ ມານດາ ແລະ ພາເຂົ້າ ໄປ ໃນ ຫ້ອງ ບ່ອນ ທີ່ ຂ້ອຍ ເກີດ ມາ ນັ້ນ. [ເຈົ້າສາວ ກ່າວ ຕໍ່ ພວກ ຍິງສາວ:]
\s5
\v 5 ສາວ ນະຄອນ ເຢຣູຊາເລັມ ເອີຍ ຈົ່ງ ສັນຍາ ຂ້ອຍ ເຖີດ ໃນ ນາມ ກວາງ ແລະ ເຍືອງ ເຖິກ ທີ່ ວ່ອງໄວ ໃຈ ກ້າ ຈົ່ງ ສາບານ ໄວ້ ວ່າ ພວກເຈົ້າ ຈະ ບໍ່ ກຸກກວນ ຄວາມຮັກ ຂອງ ພວກຂ້ອຍ. [ນັກ ກາບກອນ:]
\s5
\v 6 ແມ່ນ ຫຍັງ ນໍ ພວມ ມາ ຈາກ ຖິ່ນ ແຫ້ງ ແລ້ງ ກັນດານ ດຸດດັ່ງ ຄວັນ ທີ່ ເປັນ ເສົາ ພຸ່ງ ຂຶ້ນ ແມ່ນ ກິ່ນ ຊວນຊື່ນ ເຄື່ອງຫອມ ແລະ ກາໍ ຍານ ບໍ? ຊຶ່ງ ພໍ່ ຄ້າ ທັງຫລາຍ ໄດ້ ນໍາ ມາ ຂາຍ ນັ້ນ.
\v 7 ເບິ່ງ ພຸ້ນ ດູ ແມ່ນ ຂະບວນ ແຫ່ ເຈົ້າໂຊໂລໂມນ ມີ ນັກ ຮົບ ຜູ້ ກ້າຫານ ຫົກ ສິບ ຄົນ ໃນ ອິດສະຣາເອນ ພ້ອມ.
\s5
\v 8 ທຸກຄົນ ສາມາດ ໃຊ້ ດາບ ຢ່າງ ຊໍານິ ຊໍານານ ເປັນ ນັກຮົບ ຜ່ານ ເສິກ ມາ ຢ່າງ ຊຸກຊົນ ທັງນັ້ນ. ແຕ່ລະຄົນ ໃນ ພວກ ເຂົາເຈົ້າ ຕ່າງ ກໍ ຖື ດາບ ໃນ ມື ຕຽມພ້ອມ ປະເຊີນ ການ ໂຈມຕີ ໃນ ກາງຄືນ ໄດ້.
\v 9 ກະສັດ ໂຊໂລໂມນ ນັ່ງ ເທິງ ບັນລັງ ທີ່ ມີ ຄົນ ແບກຫາມ ຊຶ່ງ ຖືກ ສ້າງ ຂຶ້ນ ມາ ດ້ວຍ ໄມ້ ດີທີ່ ສຸດ ທັງນັ້ນ.
\s5
\v 10 ຄານຫາມ ຂອງ ບັນລັງ ນີ້ ແມ່ນ ໂອບ ດ້ວຍ ເງິນ ຊຶ່ງ ໃຊ້ ດ້າຍ ປົນ ຄໍາ ຫຍິບ ແສ່ວ ຢ່າງດີ ທີ່ ສຸດ ດ້ວຍ. ບ່ອນນັ່ງ ທີ່ ເພິ່ນ ນັ່ງ ແມ່ນ ໃຊ້ ຜ້າສີມ່ວງ ຫຸ້ມ ປົກ ເປັນ ຜ້າ ທີ່ ງົດ ງາມ ຕໍ່າ ໂດຍ ສາວ ແຫ່ງ ນະຄອນ ທັງ ສິ້ນ.
\v 11 ສາວ ພູ ຊີໂອນ ເອີຍ ມາ ເບິ່ງ ກະສັດ ໂຊໂລໂມນ ເຖີດ ເພິ່ນ ສວມ ມົງ ກຸດ ອັນງາມ ທີ່ ແມ່ ເພິ່ນ ສຸບ ໃສ່ ໃຫ້ ແມ່ສຸບໃສ່ໃຫ້ ເພິ່ນ ໃນ ມື້ ທີ່ ກະສັດແຕ່ງງານ ໃນມື້ອັນປິຕິຍິນ ດີ ແລະ ຊົມ ຊື່ນ ທີ່ ສຸດ ຂອງເພິ່ນ. [ເຈົ້າບ່າວ ກ່າວ ຕໍ່ ເຈົ້າສາວ:]
\s5
\c 4
\p
\v 1 ທີ່ ຮັກ ຂອງອ້າຍ ເອີຍ ນ້ອງນາງ ຊ່າງ ງາມຫລາຍ ຕາ ນ້ອງ ໜ້າ ຮັກ ແລະ ຜ່ອງໃສ ໃນ ຜ້າ ຄຸມ ທີ່ ປົກໜ້າ. ຜົມນ້ອງ ປີວສະບັດ ດັ່ງ ຝູງແບ້ ທີ່ກະໂດດ ໄປມາ ເຕັ້ນ ກະໂດດ ຢູ່ ຕາມ ຮ່ອມພູ ກີເລອາດ
\s5
\v 2 ແຂ້ວນ້ອງຂາວ ແຈ້ງ ໃຫ້ ອ້າຍ ຄິດ ເຖິງ ຝູງແກະ ທີ່ ຫາ ກໍ ຖືກ ຕັດຂົນ ແລະ ອາບນາໍ້ ໃຫ້ ສະອາດ. ບໍ່ ມີ ໂຕ ໃດ ຂາດ ຈາກ ຄອກສັດ ຫາຍ ໄປ ເພາະ ທຸກ ໂຕ ມີ ຄູ່ ຄອງ ຢ່າງ ເໝາະສົມ ທັງ ນັ້ນ.
\s5
\v 3 ຮີມ ສົບ ນ້ອງ ກໍ ເປັນ ດັ່ງ ໂບສີ ແດງເຂັ້ມ ຊຶ່ງ ໜ້າ ຮັກ ທີ່ ສຸດ ເມື່ອ ເວລາ ນ້ອງ ເວົ້າ. ພວງແກ້ມ ນ້ອງ ທີ່ ຊ້ອນ ຢູ່ ທາງ ຫລັງ ຜ້າ ປົກ ກໍ ເບັ່ງບານ ແດງ ຜ່ອງໃສ ເຕັມ ໃບໜ້າ ເໝືອນ ໝາກພິລາ ເຄິ່ງ ໜ່ວຍ.
\s5
\v 4 ສ່ວນ ຄໍ ນ້ອງ ນັ້ນ ກໍ ເປັນ ດັ່ງ ຫໍຄອຍ ດາວິດ ໃດ ທັງ ກົມ ທັງ ກ້ຽງໃສ [ຈ] ມີ ສ້ອຍ ຮູບ ໂລ້ ຄໍາ ພັນ ອັນ ຄ້ອງ ໄວ້.
\v 5 ນົມ ທັງ ສອງ ຂອງນ້ອງ ເປັນ ດັ່ງ ແບ້ນ້ອຍ ສອງ ໂຕ ດັ່ງເຍືອງແຝດ ຄູ່ ໜຶ່ງ ຊຶ່ງ ກິນ ຫຍ້າ ຢູ່ ທົ່ງ ດອກຊ້ອນ.
\s5
\v 6 ອ້າຍ ຈະ ມາ ຢູ່ ທີ່ ເນີນ ພູ ຢາງໄມ້ ຫອມ ແລະ ຢູ່ ເທິງ ພູ ບ່ອນ ທີ່ ມີ ເຄື່ອງຫອມ ຫວນ ຫໍ່ ຈົນ ເຖິງ ຍາມ ເຊົ້າ ຕູ່ ເມື່ອ ມີ ລົມ ພັດ ວິວ ມາ ຈົນ ຄວາມ ມືດ ຄຶ້ມ ຂ້ອນ ຫາຍ ຈືດ ຈາງ ໄປສິ້ນ.
\v 7 ສຸດທີ່ ຮັກ ຂອງອ້າຍ ນ້ອງ ນາງ ຊ່າງ ງາມຫລາຍ ແທ້ ງາມ ຄົບຖ້ວນ ທຸກປະການ ຈົນ ຫາ ທີ່ ຕິບໍ່ໄດ້
\s5
\v 8 ເຈົ້າສາວ ຂອງອ້າຍ ເອີຍ ຈາກ ພູ ເລບານອນ ໄປ ກັບ ອ້າຍ ໜີ ຈາກ ພູ ເລບານອນ ແລະ ໄປ ກັບ ອ້າຍ ສາ ເຖີດ ຈົ່ງ ລົງ ມາ ຈາກ ຈອມພູ ອາມານາ ຈາກ ພູ ເຊນີ ແລະ ພູ ເຮີໂມນ ດ້ວຍ ຈົ່ງ ໜີ ຈາກ ໝົ້ງ ບ່ອນ ຢູ່ ຂອງ ສິງ ໂຕ ຈົ່ງ ໜີ ຈາກ ໝົ້ງ ນອນ ບ່ອນ ເສືອ ດາວ ຢູ່.
\s5
\v 9 ແວວຕານ້ອງ ຢຶດຄອງ ຫົວໃຈ ອ້າຍ ໄວ້ ແລ້ວ ຄູ່ຮັກຂອງອ້າຍ ເຈົ້າສາວຂອງອ້າຍ ເອີຍ ສ້ອຍ ຄ້ອງ ຄໍ ນ້ອງ ມັດ ອ້າຍ ໃຫ້ ຕົກ ເປັນ ຊະເລີຍ ຄູ່ຮັກຂອງອ້າຍ ເຈົ້າສາວຂອງອ້າຍ ເອີຍ
\s5
\v 10 ຄວາມຮັກ ຂອງນ້ອງ ເຮັດ ໃຫ້ ອ້າຍ ຊື່ນໃຈ ຄູ່ຮັກຂອງອ້າຍ ເຈົ້າສາວຂອງອ້າຍ ເອີຍ ຄວາມຮັກ ຂອງນ້ອງ ກໍດີກວ່າ ເຫລົ້າ ອະງຸ່ນ ກິ່ນໂຕນ້ອງ ຫອມຫວນ ກວ່າ ນາໍ້ ຫອມ ໃດໆ ທັງ ສິ້ນ.
\v 11 ສຸດທີ່ ຮັກ ເອີຍ ເມື່ອ ຈູບ ນ້ອງ ກໍ ມີ ຣົດ ນໍ້າ ເຜິ້ງ ທີ່ ຮີມສົບ ລີ້ນນ້ອງ ເປັນນາໍ້ນົມ ແລະ ນາໍ້ເຜິ້ງ ສໍາລັບ ອ້າຍ. ເຄື່ອງນຸ່ງ ທຸກໆ ໂຕ ທີ່ ນ້ອງ ນາງ ນຸ່ງ ຖື ກໍ ຄື ກິ່ນ ຫອມ ຢາງໄມ້ ຈາກ ເລບານອນ ທັງ ສິ້ນ. [ເຈົ້າ ບ່າວ ກ່າວ ຕໍ່ ເຈົ້າສາວ:]
\s5
\v 12 ຄູ່ຮັກ ຂອງອ້າຍ ເຈົ້າສາວ ຂອງອ້າຍ ເອີຍ ນ້ອງ ເປັນ ສວນ ສ່ວນຕົວ ຄົນ ດຽວ ຂອງອ້າຍ ຄື ສວນ ແຫ່ງ ໜຶ່ງ ທີ່ ມີ ກາໍ ແພງ ອ້ອມ ໄວ້ ຢ່າງດີ ເປັນບໍ່ນາໍ້ພຸ ແຫ່ງ ໜຶ່ງ ທີ່ ຖືກ ຈັບຈ່ອງ ໄວ້ ແລ້ວ.
\v 13 ໃນທີ່ ນັ້ນ ຕົ້ນໄມ້ ກິນໝາກ ຕ່າງ ກໍ ໃຫຍ່ ຂຶ້ນ ຫລາຍ ໃຫຍ່ ຂຶ້ນ ມາ ດັ່ງ ສວນ ຕົ້ນ ໝາກ ພິລາ ທັງນັ້ນ ມີ ໝາກໄມ້ ຣົດຊາດ ດີເລີດ ທຸກໆ ຊະນິດ ມີ ທັງ ຕົ້ນ ທຽນຊໍາ ແລະ ຕົ້ນ ຫອມແຝກ.
\v 14 ມີ ຕົ້ນ ຂີ້ໝີ້ນ, ຕົ້ນໄມ້ອໍ້ຫ້ອມ ແລະ ຕົ້ນໃບເຕີຍ ຕົ້ນໄມ້ຫອມ ນາໆ ຊະນິດ ຫລາຍແນວ ຫລາຍຢ່າງ. ຕົ້ນ ຢາງໄມ້ ຫອມ ແດ່ ແລະ ຕົ້ນ ຫອມອາໂລ ຕົ້ນໄມ້ ທີ່ ໃຊ້ ເຮັດ ນາໍ້ ຫອມ ກໍ ເກີດ ຢູ່ ທີ່ ນັ້ນ.
\s5
\v 15 ມີ ນາໍ້ ພຸ ຫລາຍ ບໍ່ ທີ່ ຫລໍ່ ລ້ຽງ ສວນ ມີ ລໍາທານ ຫລາຍສາຍ ທີ່ ໄຫລ ມາ ຊຸບລ້ຽງ ມີ ນາໍ້ ຫ້ວຍ ຫລາຍ ແຫ່ງ ທີ່ ໄຫລຫລັ່ງ ມາ ຈາກ ພູ ເລບານອນ ສູ່ ຫລາຍທາງ ຫລາຍທີ່ [ເຈົ້າສາວ ກ່າວ ຕໍ່ ຕົນເອງ: ]
\v 16 ຈົ່ງ ຕື່ນ ຂຶ້ນ ເຖີດ ລົມ ໃຕ້ ລົມ ເໜືອ ເອີຍ ຈົ່ງ ພັດ ເອົາ ກິ່ນ ຫອມ ມາ ທີ່ ສວນ ຂອງຂ້ອຍ; ຈົ່ງ ພັດ ກິ່ນ ຫອມ ນັ້ນ ໃຫ້ ເຕັມ ທົ່ວ ເທິງ ເວຫາ ໃຫ້ ຄົນຮັກ ຂອງຂ້ອຍ ມາ ທີ່ ສວນ ກິນ ໝາກໄມ້ ທີ່ ດີ ເລີດ. [ເຈົ້າບ່າວ ກ່າວ ຕໍ່ ເຈົ້າສາວ:]
\s5
\c 5
\p
\v 1 ຄູ່ ຮັກ ຂອງອ້າຍ ເຈົ້າສາວ ຂອງອ້າຍ ເອີຍ ອ້າຍໄດ້ ເຂົ້າ ມາ ຢູ່ ໃນ ສວນ ຂອງອ້າຍ ແລ້ວ. ອ້າຍ ໄດ້ ເກັບ ເອົາ ບາງ ສິ່ງ ທີ່ ຢູ່ ໃນ ສວນ ຄື ເຄື່ອງເທດ, ເຄື່ອງຫອມ ແລະ ຢາງໄມ້ ຫອມ ດ້ວຍ; ອ້າຍ ກໍາລັງ ດື່ມ ນໍ້າ ເຜິ້ງ ໃນ ເຮືອນຮັງ ຂອງມັນ ຢູ່ ອ້າຍກາໍລັງ ດື່ມ ເຫລົ້າ ແລະນາໍ້ນົມ ຂອງອ້າຍໃດ [ກາບກອນ ກ່າວ ຕໍ່ ຄູ່ ບ່າວສາວ: ] ຈົ່ງ ກິນ ແລະ ດື່ມ ສາເຖີດ ຍອດ ສຸດທີ່ ຮັກຂອງຂ້ອຍ ຈົນ ພວກເຈົ້າ ເມົາ ຮັກ ໃຫ້ ຄັກ ໃຈ ພວກເຈົ້າ ສາເຖີດ. [ເຈົ້າສາວ ກ່າວ ກ່ຽວກັບ ເຈົ້າບ່າວ:]
\s5
\v 2 ຈິດໃຈນ້ອງຮູ້ເມື່ອຂຶ້ນ ໃນຂະນະທີ່ນອນຫລັບໄປ ນ້ອງ ຝັນ ວ່າ ຄົນ ຮັກ ຢືນ ເຄາະ ຢູ່ ທີ່ ປະຕູ ຫ້ອງ. [ເຈົ້າບ່າວ ກ່າວ ຕໍ່ ເຈົ້າສາວ: ] ທີ່ ຮັກ ຂອງອ້າຍ ຂໍ ໃຫ້ ເຂົ້າ ໄປ ຂ້າງ ໃນ ຫ້ອງ ນ້ອງ ສາ ນ້ອງສາວ ຂອງ ອ້າຍ, ຄູ່ຮັກ ຂອງອ້າຍ ເອີຍ ນົກ ເຂົາ ຂອງອ້າຍ, ຍິງ ດີ ທີ່ ສຸດ ຂອງ ອ້າຍ ເອີຍ. ສ່ວນ ນາໍ້ ຄ້າງ ນັ້ນ ກໍ ເຕັມ ຢູ່ ເທິງຫົວ ຜົມຂອງອ້າຍ ກໍ ຊຸ່ມ ໄປ ດ້ວຍ ນາໍ້ ໝອກ ໃນ ກາງຄືນ. [ເຈົ້າ ສາວ ກ່າວ ຕໍ່ ຕົນເອງ:]
\s5
\v 3 ນ້ອງ ແກ້ ເສື້ອ ຜ້າ ຂອງນ້ອງ ອອກ ແລ້ວເດ ເຫດໃດ ນ້ອງ ຈຶ່ງ ຕ້ອງ ນຸ່ງ ເສື້ອ ນ້ອງ ຄືນ ອີກ? ນ້ອງ ຫາ ກໍ ລ້າງ ຕີນ ໃຫ້ ສະອາດ ຕຽມ ເຂົ້າ ນອນ ເຫດໃດ ນ້ອງ ຈຶ່ງ ຕ້ອງ ເຮັດ ໃຫ້ ຕີນ ນ້ອງ ເປື້ອນ ອີກ?
\v 4 ຄົນຮັກ ຂອງຂ້ອຍ ເອົາ ມື ຈັບ ທີ່ ໄລກອນ ປະຕູ ຫົວໃຈ ຂອງຂ້ອຍ ເຕັ້ນແຮງ ເມື່ອ ລາວ ຢູ່ໃກ້.
\s5
\v 5 ຂ້ອຍ ພ້ອມ ແລ້ວ ທີ່ ຈະ ໃຫ້ ລາວ ເຂົ້າ ມາ ຂ້າງ ໃນ ມື ຂ້ອຍ ເຕັມ ດ້ວຍ ນາໍ້ ຫອມ ຂອງ ຢາງໄມ້ ນີ້ວມື ຂ້ອຍ ກໍ ຖືກ ໂອບ ດ້ວຍ ນໍ້າມັນ ຫອມ ຂະນະທີ່ ຂ້ອຍ ຈັບ ໄລກອນ ປະຕູ ຢູ່ ນັ້ນ.
\s5
\v 6 ຂ້ອຍ ໄຂ ປະຕູ ໃຫ້ ຄົນ ຮັກ ເພື່ອ ໃຫ້ ລາວ ເຂົ້າ ມາ ແຕ່ ລາວ ຊໍາ້ ພັດ ໜີ ຈາກ ໄປ ສາ ແລ້ວ. ຂ້ອຍ ຢາກ ໄດ້ຍິນ ສຽງ ເວົ້າ ຂອງ ລາວ ຫລາຍ ທີ່ ສຸດ ແຕ່ ຂ້ອຍ ບໍ່ ເຫັນ ລາວ ຢືນ ຢູ່ ຈຸດໃດໆ ໃນທີ່ ນັ້ນ. ຂ້ອຍ ຊອກຫາ ລາວ ແຕ່ ກໍ ບໍ່ ພົບ ລາວ ເລີຍ ຂ້ອຍ ສົ່ງ ສຽງ ຮ້ອງຫາ ແຕ່ ບໍ່ ມີ ສຽງ ຂານ ຕອບ.
\s5
\v 7 ຄົນ ຍາມ ທີ່ ຍ່າງ ເລາະລຽບ ໄດ້ ພົບ ຂ້ອຍ ໃນເມືອງ ພວກເຂົາ ໄດ້ ຕົບ ຕີ ຂ້ອຍ ຈົນ ດໍາ ຂຽວ ເພາະ ບວມຊໍາ້; ນອກ ນີ້ ກໍ ຍັງ ມີ ຄົນ ທີ່ ເລາະ ຢູ່ ຕາມ ກາໍ ແພງ ເມືອງ ຍາດ ກັນ ດຶງ ເອົາ ເສື້ອ ຄຸມ ຂອງຂ້ອຍ ຈົນຂາດ. [ເຈົ້າສາວ ກ່າວ ຕໍ່ ພວກ ຍິງສາວ:]
\s5
\v 8 ສາວ ນະຄອນ ເຢຣູຊາເລັມ ເອີຍ ຈົ່ງ ສັນຍາ ຂ້ອຍ ເຖີດ ຖ້າ ພົບ ຄົນ ຮັກ ທີ່ ຂ້ອຍ ເວົ້າ ເຖິງ ກໍ ຂໍ ໃຫ້ ບອກ ລາວ ດ້ວຍ. ຈົ່ງ ບອກ ໃຫ້ ລາວ ຮູ້ວ່າ ຂ້ອຍ ອິດອ່ອນ ຈິດ ໃຈ ຍ້ອນ ຂ້ອຍ ຫລົງ ໄຫລ ຢູ່ ໃນ ຄວາມຮັກ ລາວ ນັ້ນ. [ພວກ ຍິງສາວ ກ່າວ ຕໍ່ ເຈົ້າສາວ:]
\s5
\v 9 ເຈົ້າ ຜູ້ ງາມ ຍິ່ງ ທ່າມກາງ ຍິງ ທັງຫລາຍ ເອີຍ ຄົນຮັກເຈົ້າ ແຕກຕ່າງ ຫຍັງ ກັບຊາຍ ຄົນ ອື່ນ? ມີ ຫຍັງ ແດ່ ໃນ ລາວ ນັ້ນ ທີ່ ວິເສດ ວິໂສ ໜັກໜາ ທີ່ ພວກຂ້ອຍ ຕ້ອງ ໃຫ້ ຄໍາສັນຍາ ຕາມ ທີ່ ເຈົ້າ ຂໍ ນັ້ນ? [ເຈົ້າສາວ ກ່າວ ຕໍ່ ພວກ ຍິງສາວ:]
\s5
\v 10 ຄົນຮັກ ຂອງຂ້ອຍ ງາມ ສະຫງ່າ ທັງ ແຂງແຮງ ດີ ເປັນ ຄົນ ດຽວ ທີ່ ມີ ຜູ້ ຮູ້ຈັກກັນ ດີ ໃນ ໝື່ນ ຄົນ ນັ້ນ.
\v 11 ໜ້າ ລາວ ກ້ຽງ ຜຸດຜ່ອງ ດັ່ງ ທອງສໍາຣິດໃດ ຜົມລາວ ເປັນ ຄື້ນ ກາໍ່ ດໍາ ດັ່ງ ກາ ໂຕໜຶ່ງ
\s5
\v 12 ແວວຕາ ງາມ ດັ່ງ ຕາ ນົກເຂົາ ທີ່ ແຄມ ຫ້ວຍໄຫລ ຄື ນົກເຂົາ ທີ່ ອາບນໍ້ານົມ ຢືນຢູ່ ທີ່ ແຄມ ສາຍນາໍ້. [ສ]
\s5
\v 13 ແກ້ມລາວ ເປັນ ຕາຮັກ ງາມ ດັ່ງ ສວນ ຜັກ ທີ່ ເຕັມ ແຕ່ ເຄື່ອງເທດ ຂອງຫອມ ນາໆ ຊະນິດ ດ້ວຍ. ສ່ວນ ຮິມ ສົບ ລາວ ນັ້ນ ເປັນ ດັ່ງ ດອກ ລີລາ ເບັ່ງບານ ທີ່ ປຽກຊຸ່ມ ດ້ວຍ ນາໍ້ ຫອມ ຢາງໄມ້ຫອມ ຊັ້ນ ດີເລີດ.
\s5
\v 14 ສ່ວນ ມື ລາວ ນັ້ນ ກໍໄດ້ ຊັດສ່ວນ ດີ ໃສ່ ແຫວນ ທີ່ ປະດັບ ດ້ວຍ ແກ້ວ ຫິນ ສີຄໍາ ເຫລື້ອມ. ໂຕ ລາວ ກ້ຽງ ຄີງ ກົມ ດັ່ງ ງາ ຊ້າງເຜືອກ [ຊ] ທີ່ ປະດັບ ປະດາ ດ້ວຍ ຫິນ ແກ້ວ ນິນ ສີຄາມ.
\s5
\v 15 ສ່ວນ ຂາ ລາວ ນັ້ນ ເປັນ ດັ່ງ ເສົາ ຫິນ ປູນ ທີ່ ຕັ້ງ ຢູ່ ເທິງ ພື້ນ ເປັນ ຄໍາ ທັງສິ້ນ; ລາວ ສະຫງ່າງາມ ແທ້ ດັ່ງ ພູ ເລບານອນ ທີ່ ມີ ຕົ້ນ ແປກ ງາມ ຢຽດຢູ່ ຢ່າງ ສູງສົ່ງ.
\s5
\v 16 ປາກ ລາວ ຫວານຊື່ນ ເປັນ ໜ້າ ຈູບ ອີ່ ຫລີ ທຸກສິ່ງ ໃນ ຕົວ ລາວ ເຮັດ ໃຫ້ ຂ້ອຍ ໄຝ່ ຝັນ ຫາ ເລື້ອຍ. ຄົນຮັກຂອງຂ້ອຍ ກໍ ເປັນ ດັ່ງນີ້ແຫລະ ເປັນ ທັງເພື່ອນແທ້ ແລະ ທີ່ ຮັກ ຂອງຂ້ອຍ ຄືກັນ. [ພວກ ຍິງສາວ ກ່າວ ຕໍ່ ເຈົ້າສາວ:]
\s5
\c 6
\p
\v 1 ເຈົ້າ ຜູ້ ງາມ ຍິ່ງ ທ່າມກາງ ຍິງ ທັງ ຫລາຍ ເອີຍ ຄົນ ຮັກ ຂອງເຈົ້າ ຫາຍ ໜີໄປ ໃສ ກັນ ແທ້? ຈົ່ງ ບອກ ໃຫ້ ພວກຂ້ອຍ ຮູ້ ວ່າ ຄົນຮັກ ຂອງເຈົ້າ ໄປ ໃສ ເພື່ອ ວ່າ ພວກຂ້ອຍ ຈະ ຊ່ວຍ ຊອກຫາ ລາວ ໃຫ້ ເຈົ້າ. [ເຈົ້າສາວ ກ່າວ ຕໍ່ ພວກ ຍິງສາວ:]
\s5
\v 2 ຄົນຮັກ ຂອງຂ້ອຍ ໄດ້ ໜີໄປ ທີ່ ສວນ ຂອງ ລາວ ບ່ອນ ທີ່ ມີ ຕົ້ນ ຢາງຫອມ ນາໆ ຊະນິດ ເກີດ ທີ່ ນັ້ນ. ໃນທີ່ ນັ້ນ ລາວ ກາໍ ລັງ ລ້ຽງ ຝູງສັດ ຂອງ ລາວ ແລະ ເກັບ ເອົາ ດອກ ຊ້ອນ ຢູ່ໃນທີ່ ນັ້ນດ້ວຍ. [ເຈົ້າສາວ ກ່າວ ກ່ຽວກັບ ເຈົ້າບ່າວ: ]
\v 3 ຄົນຮັກ ນັ້ນ ເປັນຂອງຂ້ອຍ ຂ້ອຍກໍເປັນ ຂອງລາວ ລາວລ້ຽງ ຝູງສັດຂອງຕົນ ຢູ່ທ່າມກາງ ດອກ ຊ້ອນ. [ເຈົ້າບ່າວ ກ່າວ ຕໍ່ ເຈົ້າສາວ:]
\s5
\v 4 ທີ່ ຮັກ ຂອງອ້າຍ ນ້ອງນາງ ຊ່າງ ງາມຫລາຍ ງາມ ເທົ່າ ກັບ ຕີຣະຊາ ເມືອງ ແຫ່ງ ຄວາມ ງາມ ຍິ່ງ. ທັງ ໜ້າ ຮັກ ແພງ ດ້ວຍ ດັ່ງ ນະຄອນ ເຢຣູຊາເລັມ ແລະ ໜ້າ ຫລົງ ໄຫລ ດັ່ງ ເມືອງ ຍິ່ງ ໃຫຍ່ ເຫລົ່າ ນີ້. [ຍ]
\s5
\v 5 ຈົ່ງ ຫັນໜ້າ ນ້ອງ ໜີ ຈາກ ອ້າຍ ສາ ເທາະ ເພາະ ສາຍຕາ ນ້ອງ ກວນ ໃຈ ອ້າຍ ໃຫ້ ໝອງໝົ່ນ. ຜົມນ້ອງ ປິວສະບັດ ດັ່ງ ຝູງແບ້ ທີ່ ກະໂດດ ໄປມາ ເຕັ້ນ ກະໂດດ ຢູ່ ຕາມ ຮ່ອມພູ ກີເລອາດ.
\s5
\v 6 ແຂ້ວ ນ້ອງ ຂາວແຈ້ງ ຊວນ ອ້າຍ ໃຫ້ ຄິດ ເຖິງ ຝູງແກະ ທີ່ ຫາ ກໍ ຖືກ ຕັດ ຂົນ ແລະ ອາບນາໍ້ ໃຫ້ ສະອາດ. ບໍ່ມີຕົວໃດ ຂາດຈາກ ຄອກສັດ ຫາຍໄປ ເພາະ ທຸກ ຕົວ ມີ ຄູ່ ຄອງ ຢ່າງ ເໝາະສົມ ທັງ ສິ້ນ.
\v 7 ພວງແກ້ມ ນ້ອງ ທີ່ ຊ້ອນ ຢູ່ ທາງຫລັງ ຜ້າ ປົກ ກໍ ເບັ່ງ ບານ ແດງ ຜ່ອງໃສ ເຕັມ ໃບໜ້າ.
\s5
\v 8 ກະສັດ ອາດ ມີ ເມຍ ຫົກ ສິບ ຄົນ ກໍໄດ້ ແລະ ມີ ເມຍນ້ອຍ ອີກ ແປດສິບ ຄົນ ທັງ ມີ ຍິງ ສາວ ສະໜົມ ເຊີຍຊົມ ໃນ ວັງ ທີ່ ບໍ່ ອາດ ນັບ ຈາໍ ນວນ ໄດ້.
\v 9 ສ່ວນ ອ້າຍ ຮັກນ້ອງ ພຽງແຕ່ ຜູ້ດຽວ ນາງ ເປັນ ດັ່ງ ນົກ ເຂົາ ງາມ ເປັນ ຕາຮັກ. ນາງ ເປັນ ລູກສາວ ໂທນ ຂອງ ແມ່ ແຕ່ພຽງ ຄົນດຽວ ເປັນ ລູກ ທີ່ ແມ່ ເພິ່ງ ພໍໃຈ ນາໍ ຫລາຍ ດ້ວຍ. ເມື່ອ ຜູ້ຍິງ ທຸກຄົນ ຫລຽວເບິ່ງ ຕ່າງ ກໍ ຊົມເຊີຍ ເມຍໃຫຍ່ ເມຍນ້ອຍ ຂອງ ກະສັດ ກໍ ຊົມເຊີຍ ນາງ ດ້ວຍ.
\s5
\v 10 ຍິງສາວ ຄົນ ນີ້ ເປັນ ຜູ້ໃດ ກັນ ນໍ? ເປັນ ຄົນ ເບີກ ບານ ໃຈ ດັ່ງ ຮຸ່ງ ອາລຸນ ຕອນເຊົ້າ; ນາງ ຊ່າງ ງາມແທ້ ແລະ ບໍຣິສຸດ ຜຸດຜ່ອງ ດັ່ງ ຕາເວັນ ແລະ ດວງເດືອນ ສ່ອງແຈ້ງ ເຫລື້ອມໃສ. [ດ] [ເຈົ້າ ບ່າວ ກ່າວ ຕໍ່ ເຈົ້າສາວ:]
\s5
\v 11 ອ້າຍ ໄດ້ ລົງ ມາ ທີ່ ສວນ ໝາກ ອາລະມັນ [ຕ] ເພື່ອ ເບິ່ງ ພືດ ພັນ ທີ່ ຫາ ກໍ ປົ່ງ ຂຶ້ນ ໃນ ຮ່ອມພູ ນັ້ນ ເພື່ອມາ ເບິ່ງ ໃບ ອ່ອນ ຂອງ ເຄືອ ອະງຸ່ນ ແລະ ເບິ່ງ ຕົ້ນ ໝາກ ພິລາ ທີ່ ພວມ ອອກ ດອກ.
\v 12 ອ້າຍ ກາໍລັງ ສັ່ນ ເພາະ ນ້ອງ ເຮັດ ໃຫ້ ຫລົງ ຮັກ ສະເໜ່ຫາ ດັ່ງ ເຈົ້າ ຊາຍ ຕັ້ງ ໜ້າ ຕັ້ງ ຕາ ຂັບ ລົດ ມ້າ ສູ່ ສະໜາມຮົບ. [ຖ] [ພວກເພື່ອນ ກ່າວ ຕໍ່ ເຈົ້າສາວ: [ທ] ]
\s5
\v 13 ຟ້ອນລໍາ ເຖີດ ຟ້ອນລໍາ ສາ [ນ] ສາວ ຊາວ ຊູລໍາ ເອີຍ ຈົ່ງ ໃຫ້ ພວກຂ້ອຍ ແຍງ ເບິ່ງ ເຈົ້າ ຟ້ອນລໍາ ແດ່. [ເຈົ້າສາວ ກ່າວ ຕໍ່ ເຈົ້າບ່າວ: ] ເປັນຫຍັງ ພວກເຈົ້າ ຈຶ່ງ ຢາກ ເບິ່ງ ຂ້ອຍ ນໍ? ຂ້ອຍ ຟ້ອນ ຢູ່ ທ່າມກາງ ຄົນ ທີ່ ກາໍ ລັງ ເບິ່ງ ຢູ່. [ເຈົ້າບ່າວ ກ່າວ ຕໍ່ ເຈົ້າສາວ:]
\s5
\c 7
\p
\v 1 ນ້ອງ ນາງ ຊ່າງ ເປັນ ຍິງ ສາວ ທີ່ ງາມຫລາຍ ຕີນ ນ້ອງ ທີ່ ສຸບ ເກີບ ສາຍພາຍ ກໍ ງາມ ຫລາຍແທ້ ບັ້ນ ແອວ ນ້ອງ ກິ່ວ ແລະ ໜ້າທ້ອງ ຂອງ ນາງ ກໍ ງາມ ເທົ່າ ກັບສີມື ນັກ ສິນລະປິນ ປັ້ນ ແຕ່ງ.
\s5
\v 2 ສ່ວນ ສະບື ນ້ອງ ກໍ ເປັນ ດັ່ງ ຖ້ວຍ ໃບ ໜຶ່ງ ມົນ ໆ ບ່ອນ ທີ່ ມີ ກິ່ນ ເຫລົ້າ ອະງຸ່ນ ຫອມ ບໍ່ ຈາງ ຈັກ ເທື່ອ. ໜ້າທ້ອງ ນ້ອງ ເປັນ ດັ່ງ ກອງເຂົ້າ ບະເລ ທີ່ ມີ ດອກ ລີລາ ອ້ອມຮອບ ເຕັມ ຢູ່.
\s5
\v 3 ນົມທັງສອງ ຂອງນ້ອງ ງາມ ດັ່ງ ລູກກວາງ ສອງ ໂຕ ງາມ ດັ່ງ ເຍືອງ ສອງ ໂຕ ທີ່ ເປັນ ລູກ ຝາແຝດ.
\v 4 ລໍາຄໍ ນ້ອງ ກໍ ເປັນ ດັ່ງ ຫໍຄອຍ ສູງ ຊ່ຶ່ງ ກ້ຽງ ກົມ ແລະ ຂາວ ງາມ ດັ່ງ ງາ ຊ້າງ. ຕານ້ອງ ທັງສອງ ເປັນ ດັ່ງ ສະ ນໍ້າ ທີ່ ເຮັດຊະໂບນ ທີ່ຢູ່ໃກ້ ປະຕູ ເຂົ້າ ໄປ ສູ່ ເມືອງ ໃຫຍ່ ນັ້ນ. ດັງ ນ້ອງ ກໍ ງາມ ດັ່ງ ຫໍຄອຍ ສູງ ທີ່ ເລບານອນ ທີ່ ເປັນ ບ່ອນ ເຝົ້າ ຍາມ ຢູ່ ກົງ ກັບ ດາມັສກັດ ພຸ້ນ.
\s5
\v 5 ສ່ວນ ຫົວ ນ້ອງ ນັ້ນ ສູງ ສົ່ງ ຢ່າງ ຜຶງ ຜາຍ ສູງ ດັ່ງ ພູ ກາເມນ ທີ່ ຕັ້ງ ຢູ່ ຢ່າງ ສູງສົ່ງ. ຜົມເປຍ ນ້ອງ ສີແດງເຂັ້ມ ເປັນ ສີສັນ ງາມ ສະຫງ່າ ຄວາມ ງາມນັ້ນ [ບ] ເຮັດ ໃຫ້ ກະ ສັດ ຄົນ ໜຶ່ງ ຕົກ ເປັນ ຈໍາເລີຍ.
\v 6 ນ້ອງ ນາງ ຊ່າງ ງາມແທ້ ນ້ອງ ນາງ ຊ່າງ ງາມຫລາຍ ຄວາມຮັກ ຂອງ ນາງ ຊ່າງ ພາ ໃຫ້ ຍິນ ດີ ຢ່າງ ເຕັມ ລົ້ນ. [ເຈົ້າ ບ່າວ ກ່າວ ຕໍ່ ເຈົ້າສາວ:]
\s5
\v 7 ຊັດ ສ່ວນ ນ້ອງ ນາງ ນັ້ນ ກໍ ງາມ ສະຫງ່າ ດັ່ງ ຕົ້ນ ຕານ ນົມ ນ້ອງ ທັງ ສອງ ເປັນ ດັ່ງ ແຊງ ໝາກຕານ ອ້ອຍຕ້ອຍ.
\v 8 ອ້າຍ ຈະ ຄ່ອຍ ປີນ ກະດືບ ຂຶ້ນ ໄປ ຕາມ ລໍາ ຕົ້ນຕານ ອ້າຍ ຈະໃຊ້ ມື ຈັບ ໝາກຕານ ທັງ ແຊງໄວ້. ສໍາລັບ ອ້າຍ ນົມນ້ອງ ນັ້ນ ເປັນ ດັ່ງ ພົ້ວ ໝາກອະງຸ່ນ ສ່ວນ ລົມຫາຍໃຈ ກໍ ສໍ່າ ກິ່ນ ໝາກຈອງ ຫອມຫວນ ຍິ່ງ.
\s5
\v 9 ສ່ວນ ປາກ ນ້ອງ ນັ້ນ ເຮັດ ໃຫ້ ອ້າຍ ຊາບຊຶ້ງ ເໝືອນ ດັ່ງ ເຫລົ້າ ອະງຸ່ນ ຊັ້ນ ດີ ຢູ່ ໃນ ປາກ. ຖ້າ ດັ່ງ ນັ້ນ ຂໍ ໃຫ້ ເຫລົ້າ ອະງຸ່ນ ໄຫລ ສູ່ ຄົນ ຮັກ ຂ້ອຍ ໂດຍ ກົງ ໂດຍ ໃຫ້ ໄຫລ ຕົງ ໄປ ສູ່ ຮີມສົບ ແລະ ສູ່ ແຂ້ວ ດ້ວຍ. [ປ] [ເຈົ້າ ສາວ ກ່າວ ກ່ຽວກັບ ເຈົ້າບ່າວ:]
\s5
\v 10 ຂ້ອຍ ເປັນ ກາໍມະສິດ ຂອງ ຄົນ ຮັກ ຂອງຂ້ອຍ ແລະ ຄົນ ຮັກ ຂອງຂ້ອຍ ກໍ ເປັນ ກາໍມະສິດ ຂອງຂ້ອຍ. [ເຈົ້າສາວ ກ່າວ ຕໍ່ ເຈົ້າບ່າວ: ]
\v 11 ມາພີ້ ທີ່ ຮັກ ຂອງນ້ອງ ໃຫ້ ພວກເຮົາ ໄປ ຍັງ ຊົນນະບົດ ອອກ ໄປ ຍັງ ໝູ່ ບ້ານ ຕ່າງໆ [ຜ] ແລະ ນອນ ຄ້າງຄືນ ຢູ່ ທີ່ ນັ້ນ.
\s5
\v 12 ພວກເຮົາ ຈະ ລຸກ ແຕ່ ເຊົ້າ ເພື່ອ ໄປ ເບິ່ງ ເຄືອ ອະງຸ່ນ ເບິ່ງ ວ່າ ເຄືອ ອະງຸ່ນ ປົ່ງ ຍອດ ແລ້ວ ຫລື ບໍ່ ເລາະ ເບິ່ງ ຕົ້ນໄມ້ ເບິ່ງ ຕົ້ນ ໝາກພີລາ ທີ່ ນັ້ນ ຄືກັນ ແລະ ນ້ອງ ຈະ ມອບ ຄວາມຮັກ ໃຫ້ ແກ່ ອ້າຍ ທີ່ ນັ້ນ.
\s5
\v 13 ອ້າຍ ຈະ ໄດ້ ດົມ ກິ່ນ ຫອມ ຂອງ ໝາກເຂືອສຸກ ໝາກໄມ້ ທຸກ ຊະນິດ ທີ່ ໃຫ້ ພວກເຮົາ ພໍໃຈ ໃກ້ ປະຕູ ບ້ານ. ສຸດທີ່ ຮັກ ເອີຍ ນ້ອງ ເກັບ ມັນ ໄວ້ ໃຫ້ ອ້າຍ ພຽງ ຜູ້ດຽວ ຄື ເກັບ ຄວາມ ຍິນດີ ອັນດັ້ງ ເດີມ ແລະ ໃໝ່ອ່ຽມ. [ເຈົ້າສາວ ກ່າວ ຕໍ່ ເຈົ້າບ່າວ:]
\s5
\c 8
\p
\v 1 ນ້ອງ ຢາກ ໃຫ້ ອ້າຍ ເປັນ ອ້າຍ ຄີງ ໆ ຂອງນ້ອງ ຄົນ ໜຶ່ງເດ ຄື ຜູ້ ທີ່ ແມ່ ຂອງນ້ອງ ເອງ ໄດ້ ໃຫ້ ດູດ ນົມ ຈົນ ໃຫຍ່. ຖ້ານ້ອງ ພົບ ອ້າຍ ຢູ່ ຕາມ ຖະໜົນ ຫົນ ທາງ ໃຜ ກໍ ຈະ ບໍ່ ວ່າ ຫຍັງ ໝົດ ເມື່ອ ນ້ອງ ຈູບ ອ້າຍ.
\s5
\v 2 ນ້ອງ ຈະ ພາ ອ້າຍ ໄປ ເຮືອນ ທີ່ ແມ່ ຂອງນ້ອງ ຢູ່ ອາໄສ ບ່ອນ ທີ່ ອ້າຍ ຈະ ສອນ ໃຫ້ ຮູ້ວ່າ ຄວາມຮັກ ເປັນ ຢ່າງໃດ ແທ້. ນ້ອງ ຈະໃຫ້ ອ້າຍ ໄດ້ ດື່ມ ເຫລົ້າ ອະງຸ່ນ ຊັ້ນດີ ແລະ ນາໍ້ ໝາກ ພິລາ ແຊບ ດີ ໃຫ້ ອ້າຍ ໄດ້ ດື່ມ ດ້ວຍ. [ເຈົ້າ ສາວ ກ່າວ ກ່ຽວກັບ ເຈົ້າບ່າວ: ]
\v 3 ມື ກໍ້າ ຊ້າຍ ລາວ ນັ້ນ ແຕະຕ້ອງ ທີ່ ລຸ່ມ ຫົວ ແລະ ມື ກໍ້າ ຂວາ ລູບຄໍາ ທົ່ວ ທັງ ຕົນ ຕົວ ຂ້ອຍ. [ເຈົ້າ ສາວ ກ່າວ ຕໍ່ ພວກ ຍິງສາວ:]
\s5
\v 4 ລູກສາວ ນະຄອນ ເຢຣູຊາເລັມ ເອີຍ ຈົ່ງ ສາບານ ກັບ ຂ້ອຍ ເຖີດວ່າ ພວກເຈົ້າ ຈະ ບໍ່ ກຸກກວນ ຄວາມຮັກ ຂອງ ພວກຂ້ອຍ. [ພີ່ນ້ອງ ເຈົ້າສາວ:]
\s5
\v 5 ຜູ້ ທີ່ ມາ ຈາກ ຖິ່ນ ແຫ້ງ ແລ້ງ ກັນດານ ຄື ຜູ້ໃດ ເດ ນໍ ທີ່ ແນບ ຢູ່ ໃນ ອ້ອມແຂນ ຄົນ ຮັກ ຂອງ ນາງ ນັ້ນ? ນ້ອງ ປຸກ ອ້າຍ ໃຫ້ ລຸກ ຢູ່ໃຕ້ ຕົ້ນໝາກຈອງ ບ່ອນ ທີ່ ແມ່ ອ້າຍເອງ ໃຫ້ ກາໍ ເນີດ ອ້າຍ. [ເຈົ້າ ສາວ ກ່າວ ຕໍ່ ເຈົ້າບ່າວ:]
\s5
\v 6 ນອກຈາກ ນ້ອງ ແລ້ວ ຂໍ ອ້າຍ ຢ່າ ສູ່ ຮັກ ຍິງ ອື່ນ ໃດ ນອກຈາກ ນ້ອງ ຂໍ ຢ່າ ໃຫ້ ມີ ຍິງ ໃດ ຢູ່ ໃນ ອ້ອມກອດ. ຄວາມຮັກ ມີ ອໍານາດ ເທົ່າ ກັບ ຄວາມຕາຍ ຄວາມ ຫລົງ ໄຫລ ກໍ ອັນຕະລາຍ ເທົ່າ ກັບ ປ່າຊ້າ. ມັນ ເຜົາ ໄໝ້ ໄດ້ ເໝືອນດັ່ງ ແປວໄຟ ແລະ ໄໝ້ ລຸກລາມ ໄປ ຢ່າງ ເຕັມ ທີ່
\s5
\v 7 ນາໍ້ ກໍ ມອດ ບໍ່ ໄດ້ ໃຫ້ ມັນ ດັບ ລົງ ເປັນ ນາໍ້ ໄຫລ ຖ້ວມ ທົ່ວ ໄປ ກໍ ຈົມ ມັນ ລົງ ບໍ່ ໄດ້. ຖ້າ ຄວາມຮັກ ຫາ ຊື້ ໄດ້ ດ້ວຍ ຄວາມຮັ່ງ ມີ ສິ່ງ ທີ່ ລາວ ໄດ້ ມາ ກໍ ຈະ ຖືກ ດູໝິ່ນ ປະໝາດ. [ພວກອ້າຍ ຂອງ ເຈົ້າສາວ:]
\s5
\v 8 ພວກຂ້ອຍ ຍັງ ມີ ນ້ອງສາວ ຢູ່ ອີກ ຄົນ ໜຶ່ງ ຊຶ່ງ ໜ້າອົກ ນາງ ນັ້ນ ກໍ ຍັງ ບໍ່ ທັນ ເຕັມ. ພວກຂ້ອຍ ຈະ ເຮັດ ກັບ ນາງ ຢ່າງໃດ ນໍ ຖ້າ ຊາຍໜຸ່ມ ມາ ຂໍ ໂອ້ລົມ ກັບ ນ້ອງ.
\s5
\v 9 ຖ້າ ນ້ອງ ນາງ ຫາກ ເປັນ ດັ່ງ ກາໍແພງ ພວກຂ້ອຍ ຈະ ເອົາ ແທ່ງ ເງິນ ສ້າງ ຫໍຄອຍ ຕັນ ໄວ້. ຖ້ານ້ອງ ນາງ ຫາກ ເປັນ ປະຕູ ກາໍແພງ ພວກຂ້ອຍ ຈະ ເອົາ ໄມ້ ສົນ ສີດາ ໃສ່ ໄລ ປ້ອງກັນໄວ້. [ເຈົ້າສາວ:]
\s5
\v 10 ນ້ອງເອງ ນີ້ແຫລະ ທີ່ ເປັນ ກາໍແພງ ເມືອງ ນົມນ້ອງເອງ ກໍ ເປັນ ຫໍຄອຍ ສູງ ຂອງ ເມືອງ ນັ້ນ. ຄົນຮັກຂອງນ້ອງ ຮູ້ວ່າ ເມື່ອ ນ້ອງ ຢູ່ ກັບລາວ ນ້ອງ ມີ ຄວາມ ພໍໃຈ ແລະ ມີ ສັນ ຕິສຸກ ທັງ ນັ້ນ. [ເຈົ້າ ສາວ ກ່າວ ຕໍ່ ເຈົ້າບ່າວ:]
\s5
\v 11 ກະສັດ ໂຊໂລໂມນ ມີ ສວນອະງຸ່ນ ຢູ່ ແຫ່ງ ໜຶ່ງ ບ່ອນ ທີ່ ຄົນ ເຂົາ ນັ້ນ ເອີ້ນ ວ່າ ບາອານຮາໂມນ. ເພິ່ນ ໄດ້ ເອົາ ບ່ອນນີ້ ໃຫ້ ຄົນ ເຊົ່າ ເຮັດ ສວນ ແຕ່ ລະຄົນ ກໍໄດ້ ນາໍ ເງິນ ພັນ ຫລຽນ ມາ ຈ່າຍ ໃຫ້.
\v 12 ສ່ວນ ເຈົ້າໂຊໂລໂມນ ນັ້ນ ກໍ ຍິນດີ ຮັບ ເອົາ ເງິນ ພັນ ຫລຽນ ທີ່ ເປັນ ຄ່າເຊົ່າ ສວນ ນັ້ນ ຄົນ ເຮັດ ສວນ ກໍໄດ້ ສ່ວນແບ່ງ ສອງຮ້ອຍ ຫລຽນ ເງິນ ແຕ່ ສໍາລັບ ຂ້ອຍເອງ ຂ້ອຍ ມີ ສວນອະງຸ່ນ ຂອງຂ້ອຍ. [ເຈົ້າ ບ່າວ ກ່າວ ຕໍ່ ເຈົ້າສາວ:]
\s5
\v 13 ທີ່ ຮັກ ຂອງອ້າຍ ເອີຍ ຂໍ ໃຫ້ ອ້າຍ ໄດ້ຍິນ ສຽງ ຂອງນ້ອງ ເວົ້າ ຈາກ ສວນ ແດ່ ໝູ່ ເພື່ອນ ຂອງອ້າຍ ນັ້ນ ພວມ ລໍ ຟັງ ນ້ອງ ເວົ້າ ຈາ. [ເຈົ້າ ສາວ ກ່າວ ຕໍ່ ເຈົ້າບ່າວ:]
\s5
\v 14 ທີ່ ຮັກ ຂອງນ້ອງ ເອີຍ ຈົ່ງ ມາ ຫາ ນ້ອງ ເຖີດ ມາ ດັ່ງ ເຍືອງ ເຖິກ ແລະ ດັ່ງ ກວາງໜຸ່ມ ຢູ່ ເທິງ ພູເຂົາ ບ່ອນ ທີ່ ມີ ຕົ້ນ ກະຖິນເທດ ເກີດ ຂຶ້ນ.