lo_bible/21-ECC.usfm

481 lines
85 KiB
Plaintext

\id ECC
\ide UTF-8
\h ​ພ​ຣະ​ທຳ​ປັນ​ຍາ​ຈານ
\toc1 ​ພ​ຣະ​ທຳ​ປັນ​ຍາ​ຈານ
\toc2 ​ພ​ຣະ​ທຳ​ປັນ​ຍາ​ຈານ
\toc3 ecc
\mt ​ພ​ຣະ​ທຳ​ປັນ​ຍາ​ຈານ
\s5
\c 1
\p
\v 1 ຕໍ່ໄປນີ້ ແມ່ນ ຄໍາເວົ້າ ຂອງ ປັນຍາຈານ ລູກຊາຍ ຂອງເຈົ້າ ດາວິດ ຜູ້ທີ່ ໄດ້ເປັນ ກະສັດ ຢູ່ໃນນະຄອນ ເຢຣູຊາເລັມ.
\v 2 ປັນຍາຈານ ໄດ້ເວົ້າ ວ່າ, ອະນິຈັງ ອະນິຈັງ ຊີວິດນີ້ ອະນິຈັງ ທຸກສິ່ງລ້ວນແຕ່ ອະນິຈັງ ທັງສິ້ນ.
\v 3 ທ່ານ ເຮັດວຽກ ທາໍງານ ຢູ່ ໃຕ້ດວງຕາເວັນ ແລະ ທ່ານໄດ້ຮັບຫຍັງແດ່ ຈາກ ສິ່ງ ເຫລົ່ານັ້ນ?
\s5
\v 4 ຊົ່ວອາຍຸ ຄົນໜຶ່ງ ຜ່ານ ໄປ ແລະ ຊົ່ວອາຍຸ ຄົນໜຶ່ງ ອີກ ເກີດຂຶ້ນ ມາ, ແຕ່ ໂລກ ກໍ ຍັງຢູ່ເປັນໂລກ ເໝືອນເດີມ.
\v 5 ຕາເວັນຂຶ້ນ ແລະ ຕາເວັນລົງ ແລ້ວ ຕາເວັນ ກໍ ຟ້າວ ເຄື່ອນໄປ ສູ່ ບ່ອນ ທີ່ ຕາເວັນ ຕ້ອງຂຶ້ນ ມາອີກ.
\v 6 ລົມພັດໄປ ທາງທິດໃຕ້ ລົມພັດໄປ ທາງ ທິດ ເໜືອ ລົມພັດ ຜ່ານໄປ ແລະ ພັດຜ່ານມາ ແລ້ວ ກໍ ເລີ່ມ ພັດໄປ ຈາກ ທິດ ເກົ່າ ອີກ.
\s5
\v 7 ແມ່ນາໍ້ ທຸກສາຍ ໄຫລໄປ ສູ່ທະເລ, ແຕ່ທະເລ ກໍ ຍັງບໍ່ເຕັມ ຈັກ ເທື່ອ. ນາໍ້ກັບຄືນ ສູ່ບ່ອນ ທີ່ ແມ່ນາໍ້ ຕັ້ງຕົ້ນໄຫລໄປ ແລະ ຕັ້ງຕົ້ນ ໄຫລ ມາອີກໃໝ່.
\v 8 ທຸກໆສິ່ງນາໍໄປສູ່ຄວາມ ເບື່ອໜ່າຍ ຊຶ່ງ ເກີນ ກວ່າ ທີ່ ຄົນເຮົາ ຈະບັນລະຍາຍອອກ ມາ ເປັນຖ້ອຍຄໍາໄດ້. ຕາ ຂອງເຮົາ ເບິ່ງ ບໍ່ຮູ້ຈັກອີ່ມ ຫູຂອງເຮົາ ຟັງບໍ່ຮູ້ຈັກພໍ.
\s5
\v 9 ສິ່ງ ທີ່ ເກີດຂຶ້ນ ແລ້ວ ກໍ ຈະ ເກີດ ຂຶ້ນ ອີກ ສ່ິ່ງທີ່ເຮັດແລ້ວ ກໍ ຈະ ຕ້ອງ ເຮັດອີກ ບໍ່ ມີຫຍັງໃໝ່ ຢູ່ໃຕ້ດວງຕາເວັນ.
\v 10 ຄົນອາດເວົ້າ ກັນວ່າ, “ເບິ່ງແມ! ນີ້ແມ່ນ ສິ່ງໃໝ່. ” ບໍ່ແມ່ນດອກ ຕາມ ທີ່ຈິງແລ້ວ ທຸກສິ່ງ ລ້ວນແຕ່ເຄີຍ ໄດ້ເກີດຂຶ້ນ ຕັ້ງນານ ມາແລ້ວ ທັງສິ້ນ ກ່ອນ ທີ່ເຮົາໄດ້ ເກີດມາ.
\v 11 ບໍ່ມີຜູ້ໃດ ຈື່ໄດ້ວ່າ ມີຫຍັງແດ່ ໄດ້ ເກີດຂຶ້ນ ໃນ ອະດີດ ແລະ ບໍ່ມີຜູ້ໃດ ໃນອະນາຄົດ ຈະ ຈື່ຈໍາ ໄດ້ ວ່າ ມີ ຫຍັງ ແດ່ ເກີດຂຶ້ນ ລະຫວ່າງ ຊ່ວງນີ້ ແລະ ຊ່ວງ ຕໍ່ໄປ.
\s5
\v 12 ຂ້າພະເຈົ້າ ຄື ປັນຍາຈານ ເຄີຍ ເປັນກະສັດ ຂອງ ຊາດອິດສະຣາເອນ ແລະ ໄດ້ ປົກຄອງ ຢູ່ໃນນະຄອນ ເຢຣູຊາເລັມ.
\v 13 ຂ້າພະເຈົ້າ ໄດ້ຕັ້ງໃຈ ພິຈາລະນາ ແລະ ສຶກສາ ເບິ່ງສິ່ງທັງໝົດ ທີ່ ່ ໄດ້ ເກີດຂຶ້ນ ໃນ ໂລກນີ້. ພຣະເຈົ້າໄດ ກໍານົດ ຊາຕາກາໍ ອັນແສນ ລໍາບາກ ເໜືອມະນຸດ.
\v 14 ຂ້າພະເຈົ້າ ເຄີຍເຫັນສັບພະທຸກສິ່ງ ທີ່ຄົນໄດ້ເຮັດກັນ ຢູ່ໃຕ້ ດວງຕາເວັນ ແລະ ຂ້າພະເຈົ້າ ຂໍບອກ ວ່າ, ສິ່ງ ເຫລົ່ານັ້ນ ລ້ວນແຕ່ອະນິຈັງ ທັງສິ້ນ. ເປັນດັ່ງການ ແລ່ນໄລ່ ໄປຕາມ ລົມ.
\v 15 ທ່ານເຮັດສິ່ງ ທີ່ຄົດໃຫ້ ຊື່ ບໍ່ໄດ້ ສັນໃດ ທ່ານກໍນັບສິ່ງ ທີ່ບໍ່ ່ ມີຕົນຕົວບໍ່ໄດ້ສັນນັ້ນ.
\s5
\v 16 ຂ້າພະເຈົ້າ ເຄີຍເວົ້າ ກັບ ຕົນເອງ ວ່າ, “ເຮົາ ກາຍເປັນ ຄົນ ສໍາຄັນ ທັງມີ ປັນຍາ ກວ່າ ຄົນໃດໆ ທີ່ ເຄີຍ ປົກຄອງ ນະຄອນ ເຢຣູຊາເລັມ ມາກ່ອນເຮົາ. ເຮົາຮູ້ຈັກ ປັນຍາ ແລະ ຄວາມຮູ້ ແທ້ນັ້ນ ວ່າ ເປັນຢ່າງໃດ. ”
\v 17 ຂ້າພະເຈົ້າ ຕັ້ງໃຈ ຮໍ່າຮຽນ ໄຈ້ແຍກ ລະຫວ່າງ ຄວາມຮູ້ ແລະ ຄວາມໂງ່ຈ້າ, ປັນຍາ ແລະ ຄວາມບ້າຄັ່ງ, ແຕ່ ຂ້າພະເຈົ້າ ໄດ້ ພົບວ່າ ຂ້າພະເຈົ້າ ການແລ່ນໄລ່ ໄປຕາມ ລົມ ຄືກັນ.
\v 18 ທ່ານ ເປັນຄົນສະຫລາດ ຫລາຍ ເທົ່າໃດ ທ່ານ ແຮ່ງ ເປັນ ຄົນວິຕົກກັງວົນ ຫລາຍ ເທົ່ານັ້ນ ທ່ານ ຮູ້ ຫລາຍ ເທົ່າໃດ ທ່ານ ແຮ່ງ ເຈັບປວດ ຫລາຍ ເທົ່ານັ້ນ.
\s5
\c 2
\p
\v 1 ຂ້າພະເຈົ້າ ໄດ້ ຕັດສິນໃຈ ທີ່ ຈະເຮັດ ໃຫ້ ຕົນເອງ ມີ ຄວາມ ພໍໃຈ ແລະ ຊອກຫາ ວ່າ ຄວາມສຸກນັ້ນ ຄື ຫຍັງ. ແຕ່ຂ້າພະເຈົ້າ ໄດ້ ພົບວ່າ ເລື່ອງ ນີ້ ກໍອະນິຈັງ ເໝືອນກັນ.
\v 2 ຂ້າພະເຈົ້າ ໄດ້ ພົບວ່າ ການ ຫົວເລາະ ກໍເປັນການ ໂງ່ຈ້າ ແລະ ຄວາມສະໜຸກ ວ່າ ນໍາ ປະໂຫຍດ ອັນໃດ ມາ ສູ່ເຮົາ.
\s5
\v 3 ດ້ວຍ ຄວາມຢາກ ມີ ປັນຍາ ຂ້າພະເຈົ້າ ຈຶ່ງ ຕັດສິນໃຈ ດື່ມເຫລົ້າ ອະງຸ່ນ ເພື່ອເຮັດ ໃຫ້ ຂ້າພະເຈົ້ າ ດີໃຈ ແລະ ສະໜຸກ. ຂ້າພະເຈົ້າ ຄິດວ່າ ສິ່ງ ນີ້ ອາດ ເປັນ ວິທີດີ ທີ່ ສຸດ ກໍໄດ້ ທີ່ມະນຸດ ນາໍ ເອົາ ໄປໃຊ ໄດ້ ໃນ ຊີວິດ ອັນສັ້ນ ໆ ຂອງຕົນ ຢູ່ໃນໂລກນີ້.
\s5
\v 4 ຂ້າພະເຈົ້າ ໄດ້ ເຮັດວຽກງານ ທີ່ ຍິ່ງໃຫຍ່ ສໍາເລັດ ຂ້າພະເຈົ້າ ໄດ້ ປຸກເຮືອນ ໄວ້ ຫລາຍ ຫລັງ ແລະ ປູກ ສວນອະງຸ່ນ ໄວ້ ຫລາຍ ບ່ອນ ເພື່ອ ຕົນເອງ.
\v 5 ຂ້າພະເຈົ້າ ໄດ້ ເຮັດສວນຄົວ ແລະ ສວນ ພັກຜ່ອນ ຢ່ອນໃຈ ຕ່າງໆ ຊຶ່ງ ມີ ຕົ້ນໄມ້ ກິນ ໝາກ ທຸກໆ ຊະນິດ;
\v 6 ຂ້າພະເຈົ້າ ຂຸດ ບໍ່ນໍ້າ ຫລາຍແຫ່ງ ໄວ້ ເພື່ອ ໃຊ້ ຫົດ ພືດພັນ ຕົ້ນໄມ້.
\s5
\v 7 ຂ້າພະເຈົ້າ ໄດ້ ຊື້ທາດຮັບໃຊ້ ຊາຍ ຍິງ ຕັ້ງ ຫລວງຫລາຍ ແລະ ກໍ ມີ ທາດຮັບໃຊ້ ຕັ້ງ ຫລາຍ ຄົນ ທີ່ ໄດ້ ເກີດ ຢູ່ໃນ ເຮືອນ ຂອງ ຂ້າພະເຈົ້າ. ຂ້າພະເຈົ້າ ມີ ຝູງສັດຫລາຍກວ່າ ຄົນໃດໆ ທີ່ເຄີຍມີຢູ່ ໃນນະຄອນ ເຢຣູຊາເລັມ.
\v 8 ຂ້າພະເຈົ້າ ຮວບຮວມ ເອົາ ເງິນ ຄໍາ ຈາກ ຄັງ ຂອງ ບັນດາ ກະສັດ ໃນດິນແດນ ຕ່າງໆ ທີ່ ຂ້າພະເຈົ້າ ໄດ້ປົກຄອງ. ບັນດາ ຊາຍ ຍິງ ຕ່າງ ກໍ ມາ ຮ້ອງລໍາ ທາໍ ເພງ ເພື່ອ ກ່ອມ ອາຣົມ ຂ້າພະເຈົ້າ ແລະ ຂ້າພະເຈົ້າ ໄດ້ ຜູ້ຍິງ ທັງໝົດ ທີ່ຜູ້ຊາຍ ທັງ ຫລາຍ ຕ່າງ ກໍ ປາຖະໜາ ມາ ເຊີຍຊົມ.
\s5
\v 9 ຈິງແທ້ ຂ້າພະເຈົ້າ ຍິ່ງໃຫຍ່ ຍິ່ງໃຫຍ່ກວ່າ ຄົນໃດໆ ທີ່ໄດ້ ອາໄສ ຢູ່ໃນນະຄອນ ເຢຣູຊາເລັມ ກ່ອນ ຂ້າພະເຈົ້າ ແລະ ປັນຍາ ກໍໄດ້ ດໍາລົງ ຢູ່ກັບຂ້າພະເຈົ້າ.
\v 10 ຂ້າພະເຈົ້າ ປາຖະໜາ ສິ່ງໃດ ຂ້າພະເຈົ້າ ກໍໄດ້ ສິ່ງນັ້ນ. ຂ້າພະເຈົ້າ ບໍ່ໄດ້ ຫັກຫ້າມ ຈິດໃຈ ຂອງ ຂ້າ ພະເຈົ້າ ຈາກ ຄວາມ ສະໜຸກ ໃດໆ ທັງສິ້ນ. ຂ້າພະເຈົ້າ ພູມໃຈ ຕໍ່ ວຽກການ ງານ ຕ່າງໆ ທີ່ຂ້າພະເຈົ້າ ໄດ້ເຮັດ ແລະ ທັງໝົດ ນັ້ນ ແມ່ນ ບໍາເໜັດ ຂອງ ຂ້າພະເຈົ້າ.
\s5
\v 11 ແລ້ວຂ້າພະເຈົ້າ ກໍ ຕຶກຕອງ ເບິ່ງສິ່ງທັງໝົດ ແລະ ເຫື່ອແຮງ ທີ່ ໄດ້ ທຸ້ມເທ ເຮັດ ສິ່ງ ເຫລົ່ານັ້ນ. ດັ່ງນັ້ນ ຂ້າພະເຈົ້າ ຈຶ່ງ ເຫັນໄດ້ ຢ່າງ ຈະແຈ້ງວ່າ ສິ່ງນັ້ນ ບໍ່ມີ ຄວາມໝາຍ ຫຍັງເລີຍ. ເປັນດັ່ງການ ແລ່ນ ໄລ່ ໄປຕາມ ລົມຄື ທຸກສິ່ງ ຢູ່ໃຕ້ ດວງຕາເວັນ ລ້ວນແຕ່ ອະນິຈັງ ທັງ ສິ້ນ.
\v 12 ໃນທີ່ສຸດ ກະສັດຄົນໜຶ່ງ ກໍ ເຮັດ ໄດ້ ພຽງແຕ່ ສິ່ງ ທີ່ບັນດາ ກະສັດ ຄົນກ່ອນໆ ໄດ້ເຮັດມາ ເທົ່ານັ້ນ. ສະນັ້ນ ຂ້າພະເຈົ້າ ຈຶ່ງ ຕັ້ງຕົ້ນ ຄິດເຖິງ ຄວາມໝາຍ ຂອງ ຄໍາວ່າ ມີ ປັນຍາ ລວມ ທັງຄໍາ ວ່າ ເສຍສະຕິ ແລະ ຄໍາວ່າ ໂງ່ຈ້ານັ້ນ.
\s5
\v 13 ແນ່ນອນ ຂ້າພະເຈົ້າ ຮູ້ ໄດ້ ວ່າ, “ປັນຍາ ກໍດີກວ່າ ຄວາມໂງ່ຈ້າ ແລະ ແຈ້ງກໍດີກວ່າ ມືດ.
\v 14 ຄົນມີ ປັນຍາ ຮູ້ຈັກບ່ອນ ທີ່ ຕົນກາໍລັງ ໄປໄດ້ ແລະ ຄົນໂງ່ຈ້າ ບໍ່ອາດ ຮູ້ ໄດ້ເລີຍ. ” ແຕ່ ຂ້າພະເຈົ້າ ຮູ້ຄືກັນວ່າ ຊາຕາກາໍ ຢ່າງດຽວກັນນັ້ນ ກາໍລັງ ລໍຄອຍ ທຸກຄົນຢູ່.
\s5
\v 15 ຂ້າພະເຈົ້າ ນຶກໃນໃຈ ວ່າ, “ສິ່ງ ທີ່ເກີດ ຂຶ້ນ ກັບຄົນໂງ່ຈ້າ ນັ້ນ ກໍ ຈະ ເກີດຂຶ້ນ ກັບ ຂ້າພະເຈົ້າ ຄືກັນ. ດັ່ງນັໍ້ນ ຂ້າພະເຈົ້າ ຈຶ່ງໄດ້ ຫຍັງແດ່ ທີ່ ເປັນ ຄົນ ມີ ປັນຍາ ຫຼາຍ ທີ່ ສຸດ? ” ຂ້າພະເຈົ້າ ຕອບ ວ່າ, “ບໍ່ໄດ້ ຫຍັງເລີຍ ທຸກສິ່ງ ລ້ວນແຕ່ ອະນິຈັງ ທັງສິ້ນ. ”
\v 16 ບໍ່ມີ ຜູ້ໃດ ຈື່ຈໍາຄົນ ມີ ປັນຍາ ແລະ ບໍ່ມີຜູ້ໃດ ຈື່ຈໍາຄົນ ໂງ່ຈ້າ. ໃນມື້ທີ່ຈະ ມາ ເຖິງນັ້ນ ຄົນຈະ ລືມໄລ ພວກເຂົາໄປ ໝົດ. ພວກເຮົາ ທຸກຄົນ ຕ້ອງ ຕາຍ ຄື ທັງຄົນ ມີ ປັນຍາ ແລະ ຄົນໂງ່ຈ້າ ດ້ວຍ.
\s5
\v 17 ສະນັ້ນ ສໍາລັບ ຂ້າພະເຈົ້າ ແລ້ວ ຊີວິດ ຈຶ່ງ ກາຍເປັນ ສິ່ງ ທີ່ ບໍ່ ມີ ຄວາມໝາຍ ຫຍັງ ເພາະ ທຸກສິ່ງ ທີ່ ຢູ່ໃຕ້ ດວງຕາເວັນ ບໍ່ໄດ້ ນາໍ ຫຍັງເລີຍ ມາໃຫ້ ຂ້າພະເຈົ້າ ນອກຈາກ ຄວາມ ເດືອດຮ້ອນ ເທົ່ານັ້ນ. ທຸກສິ່ງ ລ້ວນແຕ່ ອະນິຈັງ ທັງສິ້ນ. ຂ້າພະເຈົ້າ ການ ແລ່ນ ໄລ່ ໄປ ຕາມ ລົມ.
\v 18 ວຽກ ​ທີ່ ຂ້າພະເຈົ້າ ໄດ້ ເຮັດ ຢູ່ໃຕ້ ດວງຕາເວັນ ກັບ ສິ່ງ ທີ່ ຂ້າພະເຈົ້າ ໄດ້ ມາ ນັ້ນ ບໍ່ ມີຄວາມໝາຍ ຫຍັງເລີຍ ຕໍ່ ຂ້າພະເຈົ້າ ເພາະຂ້າພະເຈົ້າ ຮູ້ຈັກວ່າ ຂ້າພະເຈົ້າ ຕ້ອງ ປະ ສິ່ງ ເຫລົ່າ ນີ້ ໄວ້ ໃຫ້ ຜູ້ທີ່ສືບແທນ ຂ້າພະເຈົ້າ
\s5
\v 19 ແລະ ຜູ້ທີ່ຈະ ສືບແທນ ຂ້າພະເຈົ້າ ນັ້ນ ອາດ ຈະ ເປັນ ຄົນ ມີ ປັນຍາ ຫລື ອາດ ຈະ ເປັນ ຄົນໂງ່ຈ້າ ກໍໄດ້ ຜູ້ໃດ ແດ່ ຮູ້? ເຖິງຢ່າງໃດ ກໍຕາມ ລາວ ຈະ ຕ້ອງ ເປັນ ເຈົ້າຂອງ ສິ່ງ ທີ່ຂ້າພະເຈົ້າ ໄດ້ ຫາ ໄວ້ ນັ້ນ ຄື ທຸກໆ ສິ່ງ ຢູ່ໃຕ້ ດວງຕາເວັນ ທີ່ ຂ້າພະເຈົ້າ ຫາ ມາ ໄດ້ ດ້ວຍ ປັນຍາ ຂອງ ຂ້າພະເຈົ້າ. ທຸກສິ່ງ ລ້ວນແຕ່ ອະນິຈັງ ທັງ ສິ້ນ.
\v 20 ສະນັ້ນ ຂ້າພະເຈົ້າ ຈຶ່ງ ຄິດເສຍໃຈ ທີ່ ຕົນ ໄດ້ ເຮັດ ວຽກ ຢ່າງ ໜັກໜ່ວງ ຢູ່ໃຕ້ ດວງຕາເວັນ.
\s5
\v 21 ທ່ານ ທຸ່ມເທ ປັນຍາ, ຄວາມຮູ້ ແລະ ຄວາມ ຊໍານິ ຊໍານານ ທັງ ໝົດ ສໍາລັບ ສິ່ງໃດສິ່ງໜຶ່ງ, ແຕ່ແລ້ວ ທ່ານ ຕ້ອງ ປະ ສິ່ງ ທັງໝົດ ນັ້ນ ໄວ້ ໃຫ້ ແກ່ ຜູ້ໃດ ຜູ້ໜຶ່ງ ທີ່ບໍ່ໄດ້ ເຮັດວຽກ ສໍາລັບ ສິ່ງນັ້ນ ໆ. ຊ່າງ ອະນິຈັງ ແລະ ບໍ່ ຖືກຕ້ອງ ເສຍ ເລີຍ
\v 22 ມະນຸດ ເຮັດ ວຽກ ໜັກ ທັງ ວິຕົກ ກັງ ວົນ ຕະຫລອດ ຊີວິດ ແລະ ມີ ສິ່ງໃດ ແດ່ ທີ່ ມະນຸດ ພໍ ຈະ ນາໍ ມາ ອວດອ້າງ ໄດ້?
\v 23 ເມື່ອໃດ ທີ່ ທ່ານ ຍັງມີ ຊີວິດຢູ່ ເມື່ອນັ້ນ ທຸກສິ່ງ ທີ່ ທ່ານ ໄດ້ ເຮັດ ນັ້ນ ກໍ ບໍ່ໄດ້ ນໍາ ຫຍັງ ມາ ໃຫ້ ທ່ານ ເລີຍ ນອກຈາກ ຄວາມ ວິຕົກ ກັງວົນ ແລະ ຄວາມ ລະທົມ ຂົມ ຂື່ນ ເທົ່ານັ້ນ. ແມ່ນແຕ່ ຕອນ ກາງຄືນ ຄວາມຄິດ ຂອງທ່ານ ກໍ ບໍ່ໄດ້ ພັກຜ່ອນ. ທຸກສິ່ງ ລ້ວນແຕ່ ອະນິຈັງ ທັງສິ້ນ.
\s5
\v 24 ຄວາມສຸກ ຢ່າງ ດຽວ ຂອງ ມະນຸດ ກໍ ຄື ກິນ ແລະ ດື່ມ ແລະ ສະໜຸກ ຢູ່ ກັບ ສິ່ງ ທີ່ ຕົນ ຫາ ມາໄດ້. ຢ່າງໃດ ກໍຕາມ ຂ້າພະເຈົ້າ ຍັງ ສໍານຶກ ໄດ້ ວ່າ ສິ່ງ ເຫລົ່າ ນີ້ ແມ່ນ ລ້ວນແຕ່ ມາ ຈາກ ພຣະເຈົ້າ ທັງ ສິ້ນ.
\v 25 ຖ້າບໍ່ມີ ພຣະອົງ ແລ້ວ ທ່ານ ຈະ ມີ ກິນ ຫລື ສະໜຸກ ໄດ້ ຢ່າງໃດ?
\s5
\v 26 ພຣະເຈົ້າ ໃຫ້ ປັນຍາ, ຄວາມຮູ້ ແລະ ຄວາມສຸກ ແກ່ ຜູ້ ທີ່ ພຣະອົງ ພໍພຣະໄທ ນາໍ. ແຕ່ ພຣະອົງ ເຮັດໃຫ້ ຄົນບາບ ເຮັດວຽກ ໜັກ, ຫາຢູ່ ຫາກິນ ແລະ ທ້ອນໂຮມ ໄວ້ ເພື່ອວ່າ ພຣະອົງ ຈະເອົາ ສິ່ງ ທີ່ ລາວ ຫາ ມາ ໄດ້ ນັ້ນ ໃຫ້ ແກ່ ຜູ້ ທີ່ ພຣະອົງ ພໍພຣະໄທ ນາໍ. ທຸກສິ່ງ ລ້ວນແຕ່ ອະນິຈັງ ທັງ ສິ້ນ ເປັນ ດັ່ງ ການ ແລ່ນ ໄລ່ ໄປ ຕາມ ລົມ.
\s5
\c 3
\p
\v 1 ທຸກສິ່ງ ທີ່ ເກີດ ຂຶ້ນຢູ່ ຢູ່ໃນໂລກນີ້ ເປັນໄປຕາມ ເວລາ ທີ່ ພຣະເຈົ້າ ກາໍນົດໄວ້.
\v 2 ພຣະອົງ ຕັ້ງໄວ້ ເວລາ ສໍາລັບ ເກີດ ແລະ ເວລາ ສໍາລັບ ຕາຍ ເວລາ ສໍາລັບ ປູກ ແລະ ເວລາ ສໍາລັບ ຫລົກ
\v 3 ເວລາ ສໍາລັບຂ້າ ແລະ ເວລາ ສໍາລັບ ປິ່ນປົວ ໃຫ້ດີ ເວລາສໍາລັບ ມ້າງລົງ ແລະເວລາສໍາລັບ ກໍ່ ສ້າງຂຶ້ນ.
\s5
\v 4 ພຣະອົງ ຕັ້ງ ເວລາ ສໍາລັບ ໂສກເສົ້າ ແລະ ເວລາ ສໍາລັບ ຊົມ ຊື່ນ ຍິນດີ ເວລາ ສໍາລັບ ໄວ້ທຸກ ແລະ ເວລາ ສໍາລັບ ຟ້ອນລໍາ
\v 5 ເວລາ ສໍາລັບ ໂຍນ ຫິນ ຖິ້ມ ແລະ ເວລາ ສໍາລັບ ກອງ ຫິນໄວ້ ຄືນ ເວລາ ສໍາລັບ ກອດຈູບ ແລະ ເວລາ ສໍາລັບ ບໍ່ ກອດ ຈູບ. (ກ)
\s5
\v 6 ພຣະອົງ ຕັ້ງ ເວລາ ສໍາລັບ ພົບພໍ້ ແລະ ເວລາສໍາລັບ ສູນເສຍ ໄປເວລາ ສໍາລັບ ເກັບຮັກສາ ໄວ້ ແລະ ເວລາ ສໍາລັບ ໂຍນ ຖິ້ມ ໄປ
\v 7 ເວລາ ສໍາລັບ ຈີກ ແລະ ເວລາ ສໍາລັບ ຫຍິບ ເວລາ ສໍາລັບ ມິດ ງຽບ ແລະ ເວລາ ສໍາລັບ ເວົ້າຈາ.
\s5
\v 8 ພຣະອົງ ຕັ້ງ ເວລາ ສໍາລັບ ຮັກ ແລະ ເວລາ ສໍາລັບ ຊັງ ເວລາ ສໍາລັບ ເຮັດ ເສິກ ແລະ ເວລາ ສໍາລັບ ສ້າງ ສັນຕິພາບ.
\v 9 ຄົນ ເຮົາ ໄດ້ ຜົນປະໂຫຍດ ຫຍັງແດ່ ຈາກ ວຽກງານ ທັງໝົດ ທີ່ ຕົນເຮັດ?
\v 10 ຂ້າພະເຈົ້າ ຮູ້ຈັກ ພາລະ ອັນໜັກໜ່ວງ ທີ່ພຣະເຈົ້າ ວາງ ໄວ້ ເທິງມະນຸດ.
\s5
\v 11 ພຣະອົງ ໄດ້ ຕັ້ງ ເວລາ ອັນ ເໝາະສົມ ໄວ້ ສໍາລັບ ທຸກສິ່ງ. ພຣະອົງ ຢາກ ໃຫ້ ມະນຸດ ຮູ້ຈັກ ອະດີດ ແລະ ອະນາຄົດ, ແຕ່ ມະນຸດ ເຂົ້າໃຈ ບໍ່ໄດ້ ຢ່າງ ເຕັມປ່ຽມ ຕໍ່ ສິ່ງ ທີ່ ພຣະອົງ ໄດ້ ຊົງ ກະທໍາ ຕັ້ງແຕ່ ອະດີດຕະການ ເຖິງອະວະສານ.
\s5
\v 12 ສະນັ້ນ ຂ້າພະເຈົ້າ ຈຶ່ງ ສໍານຶກ ໄດ້ ວ່າ ສິ່ງ ທີ່ ມະນຸດ ພໍ ກະທາໍ ໄດ້ ນັ້ນ ແມ່ນ ເຮັດ ໃຫ້ ຈິດໃຈ ເປັນສຸກ ແລະ ເຮັດດີທີ່ສຸດ ເທົ່າ ທີ່ ຈະ ເຮັດໄດ້ ເມື່ອ ຕົນ ຍັງ ມີ ຊີວິດຢູ່.
\v 13 ມະນຸດ ທຸກຄົນ ຄວນ ກິນ ແລະ ດື່ມ ແລະ ສະໜຸກ ຢູ່ ກັບສິ່ງ ທີ່ ຕົນຫາ ມາໄດ້. ອັນນີ້ ແມ່ນ ຂອງຂວັນ ທີ່ ມາຈາກ ພຣະເຈົ້າ.
\s5
\v 14 ຂ້າພະເຈົ້າ ຮູ້ວ່າ ທຸກສິ່ງ ທີ່ ພຣະເຈົ້າ ກະທໍາ ນັ້ນ ດໍາລົງ ຢູ່ ຕະຫລອດໄປ. ທ່ານ ຕື່ມ ສິ່ງໃດສິ່ງໜຶ່ງ ໃສ່ ບໍ່ໄດ້ ຫລື ເອົາສິ່ງໃດສິ່ງ ໜຶ່ງ ອອກ ໄປຈາກ ນັ້ນ ບໍ່ໄດ້. ມີສິ່ງໜຶ່ງ ທີ່ ພຣະເຈົ້າ ໄດ້ ກະທໍາ ແມ່ນ ເຮັດໃຫ້ ມະນຸດ ຢໍາເກງ ພຣະອົງ.
\v 15 ສິ່ງໃດ ກໍຕາມ ທີ່ເຄີຍ ໄດ້ ເກີດຂຶ້ນ ແລ້ວ ກໍ ຈະ ເກີດ ຂຶ້ນ ໃນ ເວລາ ຕໍ່ມາ ແລະ ໄດ້ ເກີດ ຂຶ້ນ ມາກ່ອນ ແລ້ວ ທັງສິ້ນ. ພຣະເຈົ້າ ເຮັດໃຫ້ ເຫດການ ເຊັ່ນດຽວ ກັນ ນັ້ນ ເກີດຂຶ້ນ ຊໍ້າແລ້ວ ຊໍ້າອີກ.
\s5
\v 16 ນອກຈາກນີ້ ຂ້າພະເຈົ້າ ຍັງໄດ້ ສັງເກດ ເຫັນວ່າ ຢູ່ໃຕ້ ດວງຕາເວັນ ທ່ານ ໄດ້ ພົບເຫັນ ຄວາມ ຊົ່ວ ຊ້າ ໃນ ບ່ອນ ທີ່ ຄວນ ມີ ຄວາມ ຍຸດຕິທໍາ ແລະ ຄວາມ ຊອບທໍາ.
\v 17 ຂ້າພະເຈົ້າ ໄດ້ ເວົ້າ ກັບ ຕົນເອງ ວ່າ, “ພຣະເຈົ້າ ພວມ ຈະ ຕັດສິນ ຄົນຊອບທາໍ ແລະ ຄົນຊົ່ວຊ້າ ເໝືອນກັນ ເພາະທຸກສິ່ງ ແລະ ທຸກ ການກະທໍາ ຈະເກີດ ຂຶ້ນ ຕາມ ກາໍນົດ ເວລາ ຂອງ ມັນເອງ. ” (ຂ)
\s5
\v 18 ເມື່ອ ເວົ້າ ເຖິງ ມະນຸດ ແລ້ວ ຂ້າພະເຈົ້າ ຄິດ ວ່າ ພຣະເຈົ້າ ໄດ້ ທົດສອບ ເບິ່ງ ພວກເຂົາ ເພື່ອ ສະແດງ ໃຫ້ ພວກເຂົາ ຮູ້ ວ່າ ມະນຸດ ບໍ່ໄດ້ ດີໄປ ກວ່າ ສັດ ເລີຍ.
\s5
\v 19 ແລ້ວຊາຕາກາໍ ຢ່າງ ດຽວກັນ ກໍ ລໍຄອຍ ທັງຄົນ ແລະ ສັດຢູ່ ຄື: ຕ່າງ ກໍ ຕ້ອງ ຕາຍໄປ ທັງນັ້ນ ຕ່າງ ກໍ ຖືກສ້າງ ຂຶ້ນ ມາ ຄືກັນ ແລະ ມະນຸດ ຄົນໜຶ່ງ ບໍ່ໄດ້ ດີໄປ ກວ່າ ສັດ ໂຕໜຶ່ງ ເພາະ ທຸກສິ່ງ ແມ່ນ ອະນິຈັງ.
\v 20 ທັງສອງ ພວມ ຈະໄປ ສູ່ບ່ອນ ດຽວກັນ ຄື ສູ່ ຂີ້ຝຸ່ນດິນ ທັງສອງ ມາຈາກ ຂີ້ຝຸ່ນດິນ ສັນໃດ ທັງສອງ ຈະ ຕ້ອງ ຄືນ ໄປ ສູ່ ຂີ້ຝຸ່ນດິນ ສັນນັ້ນ.
\s5
\v 21 ຜູ້ໃດ ຢັ້ງຢືນ ໄດ້ ວ່າ ວິນຍານ ຂອງ ມະນຸດ ນັ້ນ ຂຶ້ນ ໄປ ສູ່ ເທິງຟ້າ ແລະ ວິນຍານ ຂອງ ສັດລົງໄປ ສູ່ພື້ນດິນ?
\v 22 ສະນັ້ນ ຂ້າພະເຈົ້າ ຈຶ່ງ ສໍານຶກ ໄດ້ ວ່າ ສິ່ງ ດີທີ່ ສຸດ ທີ່ມະນຸດ ເຮັດໄດ້ ແມ່ນ ສະໜຸກ ຢູ່ກັບສິ່ງ ທີ່ ຕົນຫາ ມາໄດ້ ເຂົາເຮັດ ສິ່ງໃດ ບໍ່ໄດ້ ອີກ ແລ້ວ. (ຄ) ບໍ່ມີທາງ ທີ່ມະນຸດ ຈະ ຮູ້ ໄດ້ ວ່າ ມີ ສິ່ງໃດ ແດ່ ຈະ ເກີດ ຂຶ້ນ ຫລັງຈາກ ຕົນຕາຍໄປ ແລ້ວ.
\s5
\c 4
\p
\v 1 ແລ້ວ ຂ້າພະເຈົ້າ ກໍໄດ້ ພິຈາລະນາ ເບິ່ງ ອີກ ເຖິງ ຄວາມ ບໍ່ ໍຍຸດຕິທໍາ ທັງໝົດ ທີ່ ເປັນ ຢູ່ໃຕ້ ດວງຕາເວັນ. ຄົນຖືກ ຂົ່ມເຫັງ ກໍາ ລັງເປັນທຸກ ຮ້ອງໄຫ້ ແລະ ບໍ່ມີ ຜູ້ໃດ ຊ່ວຍເຫລືອລາວ ເລີຍ. ບໍ່ມີຜູ້ໃດ ຊ່ວຍເຫລືອ ລາວໄດ້ ເພາະອໍານາດ ນັ້ນ ຢູ່ ນາໍ ຝ່າຍ ທີ່ ຂົ່ມ ເຫັງລາວ.
\s5
\v 2 ຂ້າພະເຈົ້າ ຄິດວ່າ ຄົນທີ່ຕາຍໄປ ແລ້ວ ກໍດີ ກວ່າ ຄົນທີ່ຍັງ ມີ ຊີວິດ ຢູ່,
\v 3 ແຕ່ ດີກວ່າ ທັງສອງ ຢ່າງ ນັ້ນ ແມ່ນ ຜູ້ ທີ່ ຍັງ ບໍ່ ທັນ ໄດ້ ເກີດ ມາ ຄື ຜູ້ ທີ່ບໍ່ເຄີຍ ໄດ້ ເຫັນ ຄວາມ ຊົ່ວຮ້າຍ ຢູ່ໃຕ້ດວງຕາເວັນ.
\s5
\v 4 ຂ້າພະເຈົ້າ ໄດ້ ຄົ້ນພົບ ເຊັ່ນດຽວ ກັນ ວ່າ ເປັນ ຫຍັງ ມະນຸດ ຈຶ່ງ ເຮັດ ວຽກ ຢ່າງ ໜັກ ເພື່ອ ຈະ ປະສົບ ຜົນ ສໍາເລັດ ເພາະ ລາວ ຢາກ ມີ ລື່ນ ເພື່ອນບ້ານ ຂອງຕົນ, ແຕ່ ມັນ ກໍ ອະນິຈັງ ເປັນ ດັ່ງ ການ ແລ່ນ ໄລ່ ໄປ ຕາມ ລົມ.
\s5
\v 5 ແນ່ນອນ ຄົນ ໂງ່ຈ້າ ຜູ້ ທີ່ ງໍມື ງໍ ຕີນ ຢູ່ ກໍ ປ່ອຍ ໃຫ້ ຕົນ ອຶດ ຕາຍ.
\v 6 ແຕ່ ການ ມີ ຈິດໃຈ ສະຫງົບ ສຸກ ຢູ່ ພຽງ ເລັກນ້ອຍ ກໍ ຍັງ ດີກວ່າ ມື ສອງ ເບື້ອງ ຫຍຸ້ງ ຢູ່ ຕະຫລອດ ເວລາ ຄື: ພະຍາຍາມ ຄວ້າ ຈັບ ລົມ.
\s5
\v 7 ຂ້າພະເຈົ້າ ຍັງ ສັງ ເກດ ເຫັນ ໄດ້ ວ່າ ຢູ່ໃຕ້ ດວງຕາເວັນ ນີ້ ມີບາງສິ່ງ ບາງຢ່າງ ອີກ ທີ່ ອະນິຈັງ.
\v 8 ຢູ່ໃຕ້ ດວງຕາເວັນ ມີ ຊາຍ ຄົນໜຶ່ງ ທີ່ ຢູ່ ຜູ້ດຽວ. ລາວ ບໍ່ ມີ ລູກ ແລະ ບໍ່ ມີ ອ້າຍ ເອື້ອຍ ນ້ອງ; ເຖິງ ປານ ນັ້ນ ລາວ ກໍ ເຮັດ ວຽກ ຢູ່ ບໍ່ ເຊົາ ໂດຍ ຍັງ ບໍ່ ພໍ ໃຈ ກັບ ຊັບ ສິນ ທີ່ ຕົນ ມີ ຢູ່ ນັ້ນ. ລາວເຮັດວຽກ ຢ່າງ ໜັກ ເພື່ອ ຜູ້ໃດ ກັນ ໂດຍ ບໍ່ຍອມ ແມ່ນແຕ່ ເຮັດ ໃຫ້ ຕົນເອງ ສະໜຸກ ຈັກ ດີ້? ອັນນີ້ ກໍອະນິຈັງ ຄືກັນ ເພາະ ເປັນ ການ ໃຊ້ ຊີວິດຢູ່ ຢ່າງ ຍາກ ລໍາບາກ.
\s5
\v 9 ສອງ ຄົນ ດີກວ່າ ຄົນດຽວ ເພາະ ວຽກ ຂອງ ເຂົາ ທີ່ເຮັດ ກໍ ເກີດຜົນ ດີກວ່າ.
\v 10 ຖ້າ ຜູ້ໜຶ່ງ ໃນ ສອງ ຄົນ ນັ້ນ ລົ້ມ ລົງ ຜູ້ໜຶ່ງ ກໍ ຊູ ລາວ ໃຫ້ ລຸກ ຂຶ້ນໄດ້. ແຕ່ຖ້າ ມີ ຄົນດຽວ ແລະ ລົ້ມ ລົງ ກໍ ເປັນ ໜ້າ ອີດູຕົນ ແທ້ໆ ເພາະ ບໍ່ ມີ ຜູ້ໃດ ຊ່ວຍ ລາວ ເລີຍ.
\v 11 ດັ່ງນັ້ນ ຖ້າ ສອງ ຄົນນອນ ດ້ວຍ ກັນ ກໍ ອົບອຸ່ນ ໄດ້, ແຕ່ຖ້ານອນ ຄົນດຽວ ເຮັດ ແນວໃດ ຈຶ່ງ ຈະ ມີ ຄວາມ ອົບອຸ່ນ?
\s5
\v 12 ສອງ ຄົນ ຍ່ອມ ຕ້ານທານ ການ ໂຈມຕີ ທີ່ ຈະ ເອົາ ຊະນະ ຄົນດຽວ ໄດ້ ເຊືອກ ສາມ ກຽວ ກໍ ຂາດ ໄດ້ ຍາກ.
\s5
\v 13-14 ຄົນ ຜູ້ໜຶ່ງ ອາດ ລຸກ ຂຶ້ນ ຈາກ ຄວາມທຸກ ລໍາບາກ ກາຍ ມາ ເປັນ ກະສັດ ຂອງ ປະເທດ ຕົນ ກໍໄດ້ ຫລື ອອກ ຈາກ ຄຸກ ໄປ ສູ່ ບັນລັງ ກໍໄດ້, ແຕ່ ເມື່ອໃດ ລາວ ແກ່ ຕົວໄປ ແລ້ວ ແລະ ຍັງ ໂງ່ຈ້າ ບໍ່ຍອມ ຟັງ ຄໍາແນະນາໍ ຢູ່ ລາວ ກໍ ສູ້ ຄົນໜຸ່ມ ທີ່ ຍາກຈົນ ແຕ່ ສະຫລຽວ ສະຫລາດ ບໍ່ໄດ້.
\s5
\v 15 ຂ້າພະເຈົ້າ ໄດ້ ສັງເກດ ເຫັນວ່າ ທຸກຄົນ ຢູ່ໃຕ້ ດວງຕາເວັນ ຕ່າງ ກໍ ຈະ ເຂົ້າຂ້າງ ຊາຍໜຸ່ມ ຜູ້ ທີ່ ຈະ ຂຶ້ນ ເປັນ ກະສັດ.
\v 16 ກະສັດ ຜູ້ໜຶ່ງ ອາດ ປົກຄອງ ປະຊາຊົນ ຈາໍນວນ ນັບບໍ່ໄດ້, ແຕ່ຄົນ ເຊັ່ນ ຕໍ່ມາ ບໍ່ຮູ້ຈັກ ບຸນຄຸນ ໃນ ສິ່ງ ທີ່ເພິ່ນ ໄດ້ເຮັດ ຊໍ້າ. ມັນຊ່າງ ອະນິຈັງ ແລະ ເປັນດັ່ງ ການ ແລ່ນ ໄລ່ ໄປ ຕາມ ລົມ.
\s5
\c 5
\p
\v 1 ຈົ່ງ ລະມັດ ລະວັງ ເມື່ອ ເຂົ້າ ໄປ ໃນ ພຣະວິຫານ ເຂົ້າ ໄປ ໃນທີ່ນັ້ນ ເພື່ອ ສຶກສາ ຮຽນຮູ້ ກໍດີກວ່າ ເຂົ້າ ໄປ ຖວາຍ ເຄື່ອງ ບູຊາ ດັ່ງ ຄົນ ໂງ່ຈ້າ ທີ່ ບໍ່ ຮູ້ຈັກ ຜິດ ຈັກ ຖືກ.
\s5
\v 2 ຄິດ ກ່ອນ ຈຶ່ງ ເວົ້າ ແລະ ຢ່າ ຟ້າວ ຕັດສິນ ໃຈ ເຮັດ ຄໍາ ສາບານ ໃດໆ ກັບ ພຣະເຈົ້າ. ພຣະເຈົ້າ ຢູ່ ເທິງ ຟ້າສະຫວັນ ແລະ ເຈົ້າ ຢູ່ເທິງ ແຜ່ນດິນໂລກ. ສະນັ້ນ ຢ່າ ເວົ້າ ເກີນກວ່າ ທີ່ເຈົ້າ ຈໍາເປັນ ຕ້ອງ ເວົ້າ.
\v 3 ຄົນໂງ່ຈ້າ ວິຕົກ ກັງວົນ ຫລາຍ ເທົ່າໃດ ກໍ ແຮ່ງ ຝັນບໍ່ດີຫລາຍ ເທົ່ານັ້ນ ແລະ ຄົນໂງ່ຈ້າ ເວົ້າຫລາຍ ເທົ່າໃດ ແຮ່ງ ເວົ້າ ສິ່ງ ໂງ່ຈ້າ ອອກ ມາ ຫລາຍ ເທົ່ານັ້ນ.
\s5
\v 4 ສະນັ້ນ ເມື່ອເຈົ້າ ເຮັດ ຄໍາສາບານ ກັບ ພຣະເຈົ້າ ຈົ່ງປະຕິບັດ ຕາມ ຄໍາສາບານ ນັ້ນໄວ ເທົ່າທີ່ຈະໄວ ໄດ້. ພຣະເຈົ້າ ບໍ່ ພໍໃຈ ນາໍ ຄົນໂງ່ຈ້າ. ຈົ່ງ ເຮັດ ຕາມ ຄໍາ ສາບານ ທີ່ ເຈົ້າ ວ່າ ຈະ ເຮັດ.
\v 5 ເມື່ອສາບານ ແລ້ວ ບໍ່ ປະຕິບັດ ຕາມ ຢ່າ ສາບານ ເລີຍ ກໍດີກວ່າ.
\s5
\v 6 ຈົ່ງ ຫລີກເວັ້ນ ຄໍາເວົ້າ ທີ່ ນໍາ ເຈົ້າ ໄປ ສູ່ ການບາບ ເພື່ອ ເຈົ້າ ຈະ ບໍ່ຕ້ອງ ໄປ ເວົ້າ ກັບ ປະໂຣຫິດ ຂອງ ພຣະເຈົ້າ ວ່າ ເຈົ້າ ບໍ່ໄດ້ ໝາຍຄວາມວ່າ ຢ່າງນັ້ນ. ເປັນຫຍັງ ຈຶ່ງ ເຮັດ ໃຫ້ ພຣະອົງ ໂກດຮ້າຍ ເຈົ້າ? ເປັນຫຍັງ ຈຶ່ງປ່ອຍ ໃຫ້ ພຣະອົງ ທາໍລາຍ ສິ່ງ ທີ່ ເຈົ້າ ຫາ ມາ ໄດ້ ນັ້ນ?
\v 7 ບໍ່ວ່າ ເຈົ້າ ໄຝ່ ຝັນ ຫລາຍ ສໍ່າໃດ ເຈົ້າ ເຮັດ ວຽກ ບໍ່ ມີ ປະໂຫຍດ ຫລາຍ ສໍ່າໃດ ຫລື ເຈົ້າ ເວົ້າ ຫລາຍ ສໍ່າໃດ ເຈົ້າ ຕ້ອງ ເຮັດ ທຸກຢ່າງ ດ້ວຍ ການ ຢໍາເກງ ພຣະເຈົ້າ.
\s5
\v 8 ຖ້າເຈົ້າ ເຫັນ ຄົນຍາກຈົນ ໃນ ເມືອງ ຖືກ ຂົ່ມ ເຫັງ ທັງ ຄວາມ ຍຸດຕິທໍາ ແລະ ຄວາມ ທ່ຽງທາໍ ເອົາ ໄປ ເສຍ ຈາກ ພວກເຂົາ ຢ່າ ປະຫລາດ ໃຈ ເລີຍ. ດ້ວຍວ່າ, ຍັງ ມີ ນາຍ ເໜືອ ພວກເຂົາ ຄອຍ ຈັບຕາ ເບິ່ງ ພວກເຂົາ ຢູ່ ແລະ ຜູ້ ເປັນ ນາຍເໜືອ ພວກເຂົາ ນັ້ນ ກໍ ຍັງມີ ນາຍ ຊັ້ນ ຜູ້ໃຫຍ່ ກວ່າ ອີກ ຈັບຕາ ເບິ່ງ ພວກເຂົາ.
\v 9 ແມ່ນແຕ່ ກະສັດ ກໍ ຍັງ ເພິ່ງ ພາ ອາໄສ ຜົນ ຂອງ ການ ເກັບກ່ຽວ. (ງ)
\s5
\v 10 ຖ້າ ເຈົ້າ ຮັກ ເງິນ ເຈົ້າ ກໍ ຈະ ບໍ່ ຮູ້ເມື່ອ ພໍ ຈັກ ເທື່ອ ຖ້າເຈົ້າ ຢາກ ຮັ່ງ ມີ ເຈົ້າ ກໍ ຈະ ບໍ່ ໄດ້ ທຸກສິ່ງ ທີ່ ຕ້ອງການ ຈັກເທື່ອ ທຸກສິ່ງ ລ້ວນແຕ່ ອະນິຈັງ ທັງສິ້ນ.
\v 11 ເຈົ້າ ຮັ່ງ ມີ ຫລາຍ ເທົ່າໃດ ເຈົ້າ ກໍ ຕ້ອງ ລ້ຽງ ຫລາຍ ຄົນ ເທົ່າ ນັ້ນ. ສິ່ງ ທັງໝົດ ທີ່ ເຈົ້າ ໄດ້ ຮັບ ນັ້ນ ກໍ ພຽງແຕ່ ຄວາມຮູ້ ທີ່ວ່າ ຕົນ ຮັ່ງມີ.
\s5
\v 12 ຄົນ ເຮັດ ວຽກ ອາດ ມີ ຫລື ອາດ ບໍ່ ມີ ກິນ ພຽງພໍ ກໍ ໄດ້ ແຕ່ ຢ່າງໜ້ອຍ ລາວ ກໍ ນອນ ຫລັບ ໄດ້ ໃນ ຕອນ ກາງຄືນ. ສ່ວນ ເສດຖີ ຜູ້ທີ່ ມີຊັບສົມບັດ ອັນ ຫລວງຫລາຍ ກໍ ມີ ແຕ່ ວິຕົກ ກັງ ວົນ ຈົນ ນອນ ບໍ່ ຫລັບຍ້ອນ.
\s5
\v 13 ສິ່ງ ສະຫລົດ ໃຈ ຫລາຍ ທີ່ ຂ້າພະເຈົ້າ ໄດ້ ເຫັນຢູ່ໃຕ້ ດວງຕາເວັນ ຄື ຄົນ ທີ່ ທ້ອນໂຮມ ເງິນ ໄວ້ ເມື່ອ ຄາວ ຈໍາເປັນ (ຈ)
\v 14 ແຕ່ ແລ້ວ ສູນເສຍ ໝົດ ຍ້ອນ ຄ້າຂາຍ ຫລຸບທຶນ ແລະ ຈົບ ລົງ ໂດຍ ບໍ່ ມີ ຫຍັງ ເຫລືອ ໄວ້ ໃຫ້ ລູກຫລານ.
\s5
\v 15 ພວກເຮົາ ອອກ ຈາກ ທ້ອງ ແມ່ ແຕ່ ຕົວເປົ່າ ສັນໃດ ພວກເຮົາ ກໍ ຈາກ ໄປ ແຕ່ ຕົວເປົ່າ ສັນນັ້ນ ຄື ບໍ່ ມີ ຫຍັງ ຈັກ ຢ່າງ ຕິດ ຕົວ ໄປ ນາໍ. ເຖິງ ແມ່ນ ວ່າ ພວກເຮົາ ເຮັດ ວຽກ ໜັກ ກໍຕາມ ພວກເຮົາ ກໍ ເອົາ ສິ່ງໃດ ໄປ ນາໍ ບໍ່ ໄດ້.
\v 16 ຊ່າງ ບໍ່ ຖືກ ຕ້ອງ ເລີຍ ພວກເຮົາ ໄດ້ ເກີດ ມາ ຢ່າງໃດ ພວກເຮົາ ກໍ ຈາກ ໄປ ຢ່າງນັ້ນ. ພວກເຮົາ ເຮັດ ວຽກ ໜັກໂດຍ ພະຍາຍາມ ຈັບ ລົມ ແລະ ພວກເຮົາ ໄດ້ ຫຍັງ ແດ່?
\v 17 ພວກເຮົາ ຕ້ອງ ໃຊ້ ຊີວິດ ຢູ່ ໃນ ຄວາມ ມືດມົນ ແລະ ຄວາມ ໂສກເສົ້າ (ສ) ຄວາມ ວິຕົກ ກັງ ວົນ, ຄວາມ ໂກດຮ້າຍ ແລະ ຄວາມ ເຈັບປ່ວຍ.
\s5
\v 18 ອັນນີ້ແຫລະ ແມ່ນ ສິ່ງ ທີ່ ຂ້າພະເຈົ້າ ໄດ້ ຄົ້ນພົບ ຄື: ສິ່ງ ດີທີ່ ສຸດ ທີ່ ຜູ້ໃດໆ ກໍ ເຮັດ ໄດ້ ແມ່ນ ກິນ ແລະ ດື່ມ ແລະ ສະໜຸກ ຢູ່ ກັບ ສິ່ງ ທີ່ ຕົນ ຫາ ມາ ໄດ້ ໃນ ຊີວິດ ອັນ ສັ້ນໆ ທີ່ ພຣະເຈົ້າ ໂຜດ ໃຫ້ ອັນນີ້ແຫລະ ແມ່ນ ຊາຕາກາໍ ຂອງ ມະນຸດ ຢູ່ໃຕ້ ດວງຕາເວັນ.
\s5
\v 19 ຖ້າ ພຣະເຈົ້າ ໃຫ້ ມະນຸດ ຜູ້ໜຶ່ງ ຮັ່ງ ມີ ແລະ ໃຫ້ ລາວ ສະໜຸກ ຢູ່ ກັບ ສິ່ງ ເຫລົ່າ ນັ້ນ ທັງ ສະໜຸກ ຢູ່ ກັບ ສິ່ງ ທີ່ ຕົນ ຫາ ມາ ໄດ້ ນັ້ນ ຈົ່ງ ສືບ ຕໍ່ ຊົມ ຊື່ນ ຍິນ ດີ ໃນ ວຽກງານ ທີ່ ຕົນ ເຮັດ. ອັນ ນີ້ ແມ່ນ ຂອງຂວັນ ມາ ຈາກ ພຣະເຈົ້າ.
\v 20 ໃນ ເມື່ອ ພຣະເຈົ້າ ໃຫ້ ພວກເຮົາ ມີ ຄວາມສຸກ ພວກເຮົາ ກໍ ຈະ ບໍ່ ວິຕົກ ກັງວົນ ເກີນໄປ ເຖິງ ເລື່ອງ ຊີວິດ ອັນ ສັ້ນໆ ນີ້.
\s5
\c 6
\p
\v 1 ຂ້າພະເຈົ້າ ໄດ້ ສັງເກດ ເຫັນວ່າ ຢູ່ໃຕ້ ດວງຕາ ເວັນ ມີ ຄວາມ ອະຍຸດຕິທໍາ ອັນ ໜັກ ໜ່ວງ.
\v 2 ພຣະເຈົ້າ ຈະ ໃຫ້ ຄົນ ໃດ ຄົນ ໜຶ່ງ ຮັ່ງມີ ມີກຽດ ແລະ ມີ ຊັບສົມບັດ ຄື: ໃຫ້ ລາວ ມີ ທຸກສິ່ງ ທີ່ ລາວ ຕ້ອງການ, ແຕ່ ແລ້ວ ພັດ ບໍ່ ໃຫ້ ລາວ ສະໜຸກ ຢູ່ ກັບ ສິ່ງ ນັ້ນ. ຄົນ ແປກໜ້າ ຊໍາ້ ພັດ ໄດ້ ສະໜຸກ ຢູ່ ກັບ ສິ່ງ ເຫລົ່າ ນັ້ນ ແທນ. ມັນ ຊ່າງ ອະນິຈັງ ແລະ ບໍ່ ເປັນ ການ ຖືກ ຕ້ອງ ເສຍ ເລີຍ.
\s5
\v 3 ຄົນ ໜຶ່ງ ອາດ ຈະ ມີ ລູກ ເຖິງ ຮ້ອຍ ຄົນ ແລະ ມີ ຊີວິດ ຍືນ ຍາວ ກໍໄດ້ ເຖິງແມ່ນ ວ່າ ລາວ ຈະ ມີ ອາຍຸ ຍືນຍາວ ຈັກ ເທົ່າ ໃດ ກໍຕາມ, ແຕ່ ຖ້າລາວ ບໍ່ໄດ້ ຮັບ ຄວາມສຸກ ທີ່ ລາວ ຄວນ ໄດ້ ຮັບ ແລະ ບໍ່ ມີ ຄົນ ເຮັດ ພິທີ ຝັງສົບ ໃຫ້ ຢ່າງ ມີ ກຽດ ແລ້ວ ຂ້າພະເຈົ້າ ຂໍ ບອກ ວ່າ, ເປັນ ແອນ້ອຍ ເກີດ ມາ ແລ້ວ ຕາຍ ກໍ ຍັງ ດີກວ່າ.
\v 4 ແອນ້ອຍ ເກີດ ມາ ບໍ່ ໄດ້ ຮັບປະໂຫຍດ ຫຍັງ ແລະ ບໍ່ ມີ ຜູ້ໃດ ລະນຶກ ຄິດ ເຖິງ ລາວ ເລີຍ.
\s5
\v 5 ລາວ ບໍ່ ເຄີຍ ເຫັນ ແສງແຈ້ງ ຂອງ ດວງ ຕາເວັນ ຫລື ຮູ້ຈັກ ວ່າ ຊີວິດ ຄື ຫຍັງຊໍາ້, ແຕ່ ຢ່າງ ນ້ອຍ ລາວ ກໍໄດ້ ພັກຜ່ອນ
\v 6 ຄື ໄດ້ ພັກ ຜ່ອນ ຫລາຍກວ່າ ຄົນ ທີ່ ບໍ່ ເຄີຍ ມີ ຄວາມ ສະໜຸກ ຢູ່ໃນ ຊີວິດ ເຖິງ ແມ່ນ ວ່າ ລາວ ອາດ ຈະ ມີ ຊີວິດ ຢູ່ ຮອດ ສອງພັນ ປີ ກໍຕາມ. ໃນ ທີ່ ສຸດ ຄົນ ທັງສອງ ກໍ ຕ້ອງ ໄປ ສູ່ ບ່ອນ ດຽວກັນ.
\s5
\v 7 ວຽກທຸກຊະນິດ ທີ່ ຄົນໜຶ່ງ ເຮັດ ແມ່ນເພື່ອ ໃຫ້ ມີ ອາຫານກິນ ພຽງພໍ ເທົ່າ ນັ້ນ, ແຕ່ ລາວພໍ ບໍ່ເປັນ ຈັກເທື່ອ.
\v 8 ຄົນ ມີ ປັນຍາດີ ກວ່າຄົນໂງ່ຈ້າ ຢ່າງໃດແດ່? ເປັນ ການດີ ຫຍັງ ແດ່ທີ່ຄົນຍາກຈົນ ຮູ້ ຈັກປະເຊີນ ໜ້າ ກັບ ຊີວິດ?
\s5
\v 9 ທຸກສິ່ງ ລ້ວນແຕ່ ອະນິຈັງ ທັງສິ້ນ ແລະເປັນ ດັ່ງການ ແລ່ນໄລ່ ໄປຕາມລົມ. ການພໍ ໃຈກັບສິ່ງ ທີ່ ຕົນມີຢູ່ ກໍດີກວ່າການປ່ອຍຕົວ ເລື້ອຍໄປຕາມຕັນຫາຂອງຕົນ.
\v 10 ເຫດການ ທັງ ຫລາຍ ທີ່ ເກີດ ຂຶ້ນ ດຽວນີ້ ແມ່ນ ໄດ້ ຖືກກາໍ ນົດ ໄວ້ ແລ້ວ ແຕ່ ນານ ແລະ ພວກເຮົາ ທຸກຄົນ ກໍ ຮູ້ ວ່າ ມະນຸດ (ຊ) ໂຕ້ຖຽງ ກັບ ຜູ້ໃດ ຜູ້ໜຶ່ງ ທີ່ ແຂງແຮງ ກວ່າ ຕົນ ກໍ ບໍ່ໄດ້.
\v 11 ຖຽງ ດົນ ເທົ່າ ໃດ ແຮ່ງ ບໍ່ ມີ ປະໂຫຍດ ຫລາຍ ເທົ່ານັ້ນ ແລະ ເຈາົ້ ກໍ ບໍ່ ມີ ຫຍັງ ດີ ຂຶ້ນ ເລີຍ.
\v 12 ຊີວິດ ມະນຸດ ຜ່ານ ພົ້ນ ໄປ ດັ່ງ ເງົາ. ໃຜ ຮູ້ ໄດ້ ແດ່ ວ່າ ມີ ຫຍັງ ດີ ສໍາລັບ ມະນຸດ ຢູ່ ໃນ ໂລກ ອະນິຈັງ ອັນ ສັ້ນໆ ນີ້? ໃຜ ຮູ້ ໄດ້ ແດ່ ວ່າ ຈະ ມີ ຫຍັງ ເກີດຂຶ້ນ ຢູ່ໃຕ້ ດວງ ຕາເວັນ ຫລັງ ຈາກ ທີ່ ລາວ ຕາຍໄປ ແລ້ວ?
\s5
\c 7
\p
\v 1 ຊື່ ສຽງ ດີ ກໍດີ ກວ່າ ນາໍ້ ຫອມ ທີ່ ດີ ເລີດ ແລະ ມື້ ຕາຍ ກໍດີ ກວ່າ ມື້ ເກີດ.
\v 2 ໄປ ເຮືອນ ທີ່ ມີ ການ ໄວ້ທຸກ ກໍດີ ກວ່າ ໄປ ເຮືອນ ທີ່ ມີ ີ ການ ກິນ ລ້ຽງ ເພາະ ຜູ້ ທີ່ ຍັງ ມີ ຊີວິດ ຢູ່ ຈະ ໄດ້ ສໍານຶກ ສະເໝີ ວ່າ ຄວາມຕາຍ ພວມ ລໍ ຖ້າ ທຸກຄົນ ຢູ່.
\s5
\v 3 ການ ໂສກເສົ້າ ກໍດີກວ່າ ການ ຫົວເລາະ ມັນ ອາດ ເຮັດ ໃຫ້ ໜ້າ ເສົ້າໝອງ, ແຕ່ ເຮັດ ໃຫ້ ເກີດ ຄວາມ ເຂົ້າໃຈ ໃຫ້ ເລິກ ເຊິ່ງ.
\v 4 ຜູ້ໃດ ທີ່ຄິດເຖິງ ແຕ່ ຄວາມສຸກ ຢູ່ ເລື້ອຍ ຜູ້ ນັ້ນ ກໍ ເປັນ ຄົນ ໂງ່ຈ້າ. ຄົນ ມີ ປັນຍາ ຍ່ອມ ຄິດ ເຖິງຄວາມຕາຍ.
\s5
\v 5 ຟັງ ຄໍາ ຕໍາໜິ ຂອງ ຄົນ ມີ ປັນຍາ ກໍດີ ກວ່າ ຟັງ ເພງ ຂອງ ຄົນ ໂງ່ຈ້າ.
\v 6 ເມື່ອ ຄົນ ໂງ່ຈ້າ ຫົວເລາະ ກໍ ສໍ່າ ກັບ ສຽງ ໜາມ ແຕກ ຢູ່ ໃນ ແປວໄຟ. ມັນບໍ່ມີ ຄວາມໝາຍ ຫຍັງ ເລີຍ.
\s5
\v 7 ເມື່ອ ຄົນ ມີ ປັນຍາ ສໍ້ໂກງ ຜູ້ໃດ ຜູ້ໜຶ່ງ ລາວ ກໍ ເຮັດ ດັ່ງ ຄົນ ໂງ່ຈ້າ ໄດ້ ເຮັດ. ຖ້າ ເຈົ້າ ຮັບ ສິນ ຈ້າງ ລາງວັນ ເຈົ້າ ກໍ ທໍາ ລາຍ ອຸປະນິໄສ ຂອງເຈົ້າ ເສຍ ແລ້ວ.
\s5
\v 8 ບັ້ນ ປາຍ ຂອງ ທຸກສິ່ງ ກໍດີ ກວ່າ ບັ້ນ ຕົ້ນ. ໃຈ ອົດທົນ ກໍດີກວ່າ ໃຈ ຈອງຫອງ.
\v 9 ຈົ່ງ ລະງັບ ຄວາມ ໂມໂຫ ຂອງເຈົ້າ ໄວ້ ເພາະ ຄົນ ໂງ່ຈ້າ ນັ້ນ ມີ ຄວາມ ໂກດແຄ້ນ ຢູ່ໃນໃຈ.
\s5
\v 10 ຢ່າ ຖາມ ເລີຍ ວ່າ, “ເປັນຫຍັງ ສະໄໝ ກ່ອນ ຈຶ່ງ ດີກວ່າ ສະໄໝ ນີ້? ” ມັນ ບໍ່ ແມ່ນ ຄໍາຖາມ ທີ່ ສະຫລາດ.
\s5
\v 11 ທຸກຄົນ ທີ່ ມີ ຊີວິດ ຢູ່ ຄວນ ເປັນ ຄົນ ມີ ປັນຍາ ມັນເປັນ ການດີ ເທົ່າ ກັບ ການ ໄດ້ ຮັບ ມໍຣະດົກ ຕົກ ທອດ
\v 12 ເງິນ ເປັນ ເຄື່ອງ ປ້ອງກັນ ສັນໃດ ສະຕິປັນຍາ ກໍເປັນ ເຄື່ອງ ປ້ອງກັນ ສັນນັ້ນ. ປັນຍາ ຮັກສາ ເຈົ້າ ໃຫ້ ປອດໄພ ອັນນີ້ແຫລະ ແມ່ນ ຜົນ ດີ ແຫ່ງ ຄວາມຮູ້.
\s5
\v 13 ຈົ່ງ ຄິດເຖິງ ສິ່ງ ທີ່ພຣະເຈົ້າ ໄດ້ສ້າງ ສິ່ງທີ່ພຣະເຈົ້າ ໄດ້ສ້າງ ໃຫ້ ຄົດແລ້ວ ຜູ້ໃດ ເຮັດ ໃຫ້ ຊື່ ໄດ້ ແດ່?
\s5
\v 14 ເມື່ອ ທຸກສິ່ງ ເປັນ ໄປ ໂດຍ ດີ ຈົ່ງ ຍິນ ດີ ເຖີດ, ແຕ່ ເມື່ອ ຄວາມ ເດືອດຮ້ອນ ມາ ເຖິງ ຈົ່ງ ລະນຶກ ວ່າ ພຣະເຈົ້າ ໃຫ້ ທັງ ຄວາມ ເດືອດຮ້ອນ ແລະ ຄວາມ ຍິນດີ ດັ່ງ ນັ້ນ ເຈົ້າ ຈະ ຮູ້ ບໍ່ໄດ້ ຈັກ ເທື່ອ ວ່າ ອະນາຄົດ ຈະ ມີ ເຫດການ ຫຍັງ ເກີດ ຂື້ນ. (ຍ)
\s5
\v 15 ຊີວິດ ຂ້າພະເຈົ້າ ກໍ ອະນິຈັງ ດ້ວຍ, ແຕ່ ຂ້າພະເຈົ້າ ໄດ້ ເຫັນ ທຸກສິ່ງ ໃນ ຊີວິດ ຄື ຄົນຊອບທາໍ ຜູ້ໜຶ່ງ ຕາຍໄປ ໃນ ຄວາມ ຊອບທາໍ ຂອງຕົນ ແລະ ຄົນ ຊົ່ວ ຮ້າຍ ມີ ຊີວິດ ຍືນຍາວ ໃນ ການກະທໍາ ຊົ່ວ ຂອງ ເຂົາ.
\v 16 ສະນັ້ນ ຢ່າ ສູ່ ເປັນ ຄົນ ຊອບທາໍ ໂພດ ຫລື ເປັນ ຄົນ ມີ ປັນຍາ ເກີນ ໄປ ເປັນ ຫຍັງ ຈຶ່ງ ຢາກ ທໍາ ລາຍ ຕົນ ເອງ?
\s5
\v 17 ແຕ່ ຢ່າ ສູ່ເປັນ ຄົນ ຊົ່ວ ຊ້າ ຫລື ໂງ່ຈ້າ ເກີນ ໄປ ຄືກັນ ເປັນ ຫຍັງ ຈຶ່ງ ຕ້ອງ ຕາຍ ກ່ອນ ກໍານົດ?
\v 18 ຈົ່ງ ຫລີກ ລ້ຽງ ທັງສອງ ຢ່າງ ນີ້ ຖ້າເຈົ້າ ຢໍາເກງ ພຣະເຈົ້າ ເຈົ້າກໍ ຈະ ພົ້ນ ຈາກ ສອງ ສິ່ງ ທີ່ ກ່າວ ມາ.
\s5
\v 19 ປັນຍາ ເຮັດ ໃຫ້ ຄົນສະຫລາດ ຜູ້ໜຶ່ງ ມີ ອໍານາດ ລື່ນ ກວ່າ ຜູ້ປົກຄອງ ສິບ ຄົນ ທີ່ ຢູ່ ໃນ ເມືອງ ໜຶ່ງ.
\v 20 ຢູ່ ໃນ ໂລກນີ້ ບໍ່ ມີ ຜູ້ໃດ ທີ່ ເຮັດ ຖືກ ຕ້ອງ ສະເໝີ ໄປ ໂດຍ ບໍ່ ໄດ້ເຮັດ ບາບ ຈັກເທື່ອ.
\s5
\v 21 ຢ່າ ສູ່ຫົວຊາ ນາໍ ທຸກ ເລື່ອງ ທີ່ ຄົນ ເວົ້າ ເຈົ້າ ອາດ ໄດ້ຍິນ ຄົນ ຮັບໃຊ້ ຂອງເຈົ້າ ປ້ອຍດ່າ ເຈົ້າ ກໍໄດ້
\v 22 ແລະ ເຈົ້າ ຮູ້ ວ່າ ເຈົ້າ ເອງ ກໍ ເຄີຍ ໄດ້ ປ້ອຍດ່າ ຄົນ ອື່ນ ຕັ້ງ ຫລາຍເທື່ອ.
\s5
\v 23 ຂ້າພະເຈົ້າ ໄດ້ ໃຊ້ ປັນຍາ ຂອງ ຂ້າພະເຈົ້າ ເພື່ອ ທົດສອບ ເບິ່ງ ສິ່ງ ທັງໝົດ ນີ້. ຂ້າພະເຈົ້າ ຕັ້ງໃຈ ວ່າ ຈະ ເປັນ ຄົນມີ ປັນຍາ, ແຕ່ ປັນຍາ ພັດ ຢູ່ ເໜືອ ຄວາມ ເຂົ້າໃຈ ຂອງ ຂ້າພະເຈົ້າ.
\v 24 ຜູ້ໃດ ແດ່ ຄົ້ນ ພົບ ຄວາມໝາຍ ຂອງ ຊີວິດ ໄດ້? ຊ່າງ ເລິກ ເກີນ ໄປ ສໍາລັບ ພວກເຮົາ ແລະ ຊ່າງ ຍາກ ເກີນກວ່າ ທີ່ ພວກເຮົາ ຈະ ເຂົ້າໃຈ ໄດ້.
\v 25 ແຕ່ ຂ້າພະເຈົ້າ ໄດ້ ອຸ ທິດ ຊີວິດ ໃສ່ ການ ສຶກສາ ແລະ ການ ຫາຄວາມຮູ້; ຂ້າພະເຈົ້າ ຕັ້ງໃຈ ຄົ້ນຄວ້າ ຊອກຫາ ປັນຍາ ແລະ ຕອບ ບັນຫາ ຕ່າງໆ ທັງ ຊອກ ຮຽນຮູ້ ວ່າ ຄວາມ ໂງ່ຈ້າ ນັ້ນ ມັນ ຊົ່ວ ຊ້າ ແລະ ບ້າ ບໍ່ ມີ ສະຕິ ສໍ່າໃດ.
\s5
\v 26 ຂ້າພະເຈົ້າ ໄດ້ ຄົ້ນ ພົບ ສິ່ງ ໜຶ່ງ ທີ່ ຂົມຂື່ນ ຫລາຍກວ່າ ຄວາມຕາຍ ຄື: ແມ່ ຍິງ ທີ່ ມີ ຈິດໃຈ ເປັນ ບ້ວງແຮ້ວ ແລະ ຕະຂ່າຍ ແຂນ ຂອງ ນາງ ເປັນ ເໝືອນ ສາຍໂສ້. ຜູ້ຊາຍ ທີ່ ພຣະເຈົ້າ ພໍໃຈ ນາໍ ຈະ ໜີ ພົ້ນ ໄປ ໄດ້, ແຕ່ ນາງ ຈະ ດັກ ຈັບ ຄົນ ບາບ ໄວ້.
\s5
\v 27 ແມ່ນແລ້ວ ປັນຍາຈານ ກ່າວຈາ ຂ້າພະເຈົ້າ ໄດ້ ຄົ້ນພົບ ເລື່ອງນີ້ ເທື່ອ ລະເລັກ ລະໜ້ອຍ ໃນ ຂະນະທີ່ ຂ້າພະເຈົ້າ ກາໍ ລັງ ຊອກຫາ ຄໍາຕອບ.
\v 28 ຂ້າພະເຈົ້າ ໄດ້ ຊອກ ຫາ ຄໍາຕອບ ທາງ ອື່ນ, ແຕ່ ກໍ ບໍ່ພົບ. ຂ້າພະເຈົ້າ ໄດ້ ພົບ ຊາຍ ຄົນ ໜຶ່ງ ທີ່ ທ່ຽງຕົງ ໃນ ຈາໍ ນວນ ຜູ້ຊາຍ ພັນ ຄົນ, ແຕ່ ບໍ່ໄດ້ ພົບ ຜູ້ຍິງ ຈັກ ຄົນດຽວ.
\s5
\v 29 ສິ່ງ ທັງໝົດ ນີ້ ແຫລະ ທີ່ ຂ້າພະເຈົ້າ ໄດ້ ຮຽນຮູ້ ຄື: ພຣະເຈົ້າ ໄດ້ ສ້າງ ມະນຸດ ໃຫ້ ເປັນ ຄົນ ທ່ຽງທໍາ ແຕ່ ມະນຸດ ໄດ້ ຄົ້ນ ຄວ້າ ກົນ ອຸບາຍ ຕ່າງໆ ອອກ ມາ.
\s5
\c 8
\p
\v 1 ຄົນ ມີ ປັນຍາ ເທົ່າ ນັ້ນ ຈຶ່ງ ຈະ ຮູ້ ໄດ້ ວ່າ ສິ່ງ ນັ້ນ ໝາຍເຖິງ ຫຍັງ ແທ້. ປັນຍາ ເຮັດ ໃຫ້ ລາວ ຍິ້ມ ແຍ້ມ ແຈ່ມໃສ ແລະ ໃຫ້ ສີໜ້າ ບູດບຶ້ງ ຂອງ ລາວ ຫາຍໄປ.
\s5
\v 2 ຈົ່ງ ເຮັດ ຕາມ ສິ່ງ ທີ່ ກະສັດ ສັ່ງ (ດ) ແລະ ຢ່າ ຟ້າວ ຕັດ ສິນ ໃຈ ເຮັດ ຄໍາສັນຍາ ໃດໆ ກັບ ພຣະເຈົ້າ.
\v 3 ກະສັດ ເຮັດ ທຸກສິ່ງ ທີ່ ່ ເພິ່ນ ມັກ ໄດ້. ສະນັ້ນ ຈົ່ງ ອອກ ໜີໄປ ໃຫ້ ພົ້ນ ໜ້າ ເພິ່ນ; ຢ່າ ຢູ່ ໃນ ບ່ອນ ອັນ ຕະລາຍ ເຊັ່ນ ນັ້ນ ເລີຍ.
\v 4 ກະສັດ ເຮັດ ທຸກສິ່ງ ດ້ວຍ ອໍານາດ ແລະ ບໍ່ ມີ ຜູ້ໃດ ທ້າທາຍ ສິ່ງ ທີ່ ເພິ່ນ ເຮັດ ນັ້ນ ໄດ້.
\s5
\v 5 ເມື່ອ ໃດ ທີ່ ເຈົ້າ ເຊື່ອ ຟັງ ຄໍາສັ່ງ ຂອງເພິ່ນ ເຈົ້າ ກໍ ປອດໄພ; ແລະ ຄົນ ມີ ປັນຍາ ກໍ ຮູ້ ວ່າ ຕົນ ຈະ ເຮັດ ຢ່າງໃດ ແລະ ຍາມໃດ.
\v 6 ມີ ເວລາ ອັນ ຖືກ ຕ້ອງ ແລະ ມີ ວິທິ ທາງ ອັນເໝາະສົມ ສໍາລັບ ເຮັດ ທຸກສິ່ງ, ແຕ່ ພວກເຮົາ ຊ່າງ ຮູ້ ໜ້ອຍ ເຫລືອ ເກີນ
\v 7 ບໍ່ ມີ ຜູ້ ູໃດ ໃນ ພວກເຮົາ ທີ່ ຮູ້ຈັກ ສິ່ງ ກາໍ ລັງ ເກີດ ຂຶ້ນ ແລະ ບໍ່ ມີ ຜູ້ໃດ ບອກ ພວກເຮົາ ໄດ້.
\s5
\v 8 ບໍ່ ມີ ຜູ້ໃດ ຊ່ວຍ ຕົນ ບໍ່ໃຫ້ ຕາຍ ໄດ້ ຫລື ແກ່ ຍາວ ວັນ ຕາຍ ຂອງຕົນ ອອກ ໄປໄດ້. ເປັນ ການ ຮົບ ທີ່ ພວກເຮົາ ໜີພົ້ນ ບໍ່ ໄດ້ ແລະ ພວກເຮົາ ກໍ ສໍ້ໂກງ ບໍ່ ໄດ້ ດ້ວຍ.
\v 9 ຂ້າພະເຈົ້າ ໄດ້ ພິຈາລະນາ ເບິ່ງ ຢ່າງ ຄັກ ແນ່ ເຖິງ ທຸກສິ່ງ ທີ່ ໄດ້ ເກີດຂຶ້ນ ຢູ່ໃຕ້ ດວງຕາເວັນ ຄື ບ່ອນ ທີ່ ມະນຸດ ໃຊ້ ອໍານາດ ຢູ່ ເໜືອ ເພື່ອນມະນຸດ ດ້ວຍກັນ ແລະ ເຮັດ ໃຫ້ ຊີວິດ ຂອງ ເຂົາ ລໍາບາກ ຍາກແຄ້ນ.
\s5
\v 10 ແມ່ນແລ້ວ ຂ້າພະເຈົ້າ ໄດ້ ເຫັນ ພວກ ຄົນ ຊົ່ວ ຖືກ ຝັງ ໄວ້ ໃນ ຂຸມຝັງສົບ, ແຕ່ ເວລາ ກັບ ຈາກ ປ່າຊ້າ ຄົນຕ່າງ ກໍ ຍົກ ຍ້ອງ ພວກເຂົາ ໃນ ທຸກ ເມືອງ ທີ່ ພວກເຂົາ ໄດ້ເຮັດ ການຊົ່ວ ນັ້ນ ຊ່າງ ອະນິຈັງ ແທ້ (ຕ)
\v 11 ເປັນ ຫຍັງ ຄົນ ຈຶ່ງ ພ້ອມ ທີ່ ຈະ ເຮັດ ຊົ່ວ ກັນ ແທ້? ກໍ ໍ ເພາະ ຄົນ ທີ່ ເຮັດ ຊົ່ວ ນັ້ນ ບໍ່ ໄດ້ ຖືກ ລົງ ໂທດ ໃຫ້ ໄວ ທັນ ການ.
\s5
\v 12 ຄົນ ບາບ ຜູ້ໜຶ່ງ ອາດ ໄດ້ ເຮັດ ຊົ່ວ ໄວ້ ຕັ້ງ ຮ້ອຍ ຢ່າງ ແລະ ຍັງ ມີ ຊີວິດ ຢູ່. ເອີແມ່ນແລ້ວ ຂ້າພະເຈົ້າ ຮູ້ ສິ່ງ ທີ່ ພວກເຂົາ ເວົ້າ ວ່າ, “ຖ້າທ່ານ ຢໍາເກງ ພຣະເຈົ້າ ທຸກສິ່ງ ກໍ ຈະ ເປັນ ໄປ ໂດຍ ດີ;
\v 13 ແຕ່ ສໍາລັບ ຄົນ ຊົ່ວ ທຸກສິ່ງ ຈະ ບໍ່ ເປັນ ໄປ ໂດຍ ດີ. ຊີວິດ ພວກເຂົາ ເປັນ ດັ່ງ ເງົາ ແລະ ພວກເຂົາ ຈະ ຕ້ອງ ຕາຍ ແຕ່ ຍັງ ໜຸ່ມ ເພາະ ພວກເຂົາ ບໍ່ໄດ້ ຢໍາເກງ ພຣະເຈົ້າ.”
\s5
\v 14 ແຕ່ ກໍ ເປັນ ເລື່ອງ ໄຮ້ປະໂຫຍດ ຈົ່ງ ເບິ່ງ ສິ່ງ ທີ່ ເກີດ ຂຶ້ນ ຢູ່ ໃນ ໂລກນີ້ ບາງ ຄັ້ງ ຄົນ ດີ ໄດ້ ຮັບໂທດ ຂອງ ຄົນ ຊົ່ວ ແລະ ຄົນ ຊົ່ວ ໄດ້ ຮັບ ບໍາເໜັດ ຂອງ ຄົນດີ. ຂ້າພະເຈົ້າ ວ່າ ຊ່າງ ອະນິຈັງ ແທ້ໆ.
\v 15 ສະນັ້ນ ຂ້າພະເຈົ້າ ຈຶ່ງ ແນ່ ໃຈ ໄດ້ ວ່າ ມະນຸດ ຄວນ ເຮັດ ໃຫ້ ຕົນ ສະໜຸກ ສະໜານ ເພາະ ຄວາມສຸກ ຢ່າງດຽວ ທີ່ ມະນຸດ ມີ ຢູ່ ໃຕ້ ດວງ ຕາເວັນ ຄື: ກິນ ແລະ ດື່ມ ແລະ ເຮັດ ໃຫ້ ຕົນສະໜຸກ ສະໜານ ຢ່າງໜ້ອຍ ລາວ ກໍ ເຮັດ ສິ່ງ ນີ້ ໄດ້ ໃນ ຂະນະທີ່ ບຸກບືນ ເຮັດ ວຽກ ຕະຫລອດ ຊີວິດ ທີ່ ພຣະເຈົ້າ ປະທານ ໃຫ້ ແກ່ ຕົນ ຢູ່ໃຕ້ ດວງຕາເວັນ.
\s5
\v 16 ເມື່ອ ໃດ ຂ້າພະເຈົ້າ ພະຍາຍາມ ທໍາ ຕົນ ເປັນ ຄົນ ມີ ປັນຍາ ແລະ ຮຽນຮູ້ ສິ່ງ ທີ່ ເປັນ ຢູ່ ໃນ ໂລກນີ້ ເມື່ອ ນັ້ນ ຂ້າພະເຈົ້າ ກໍ ສໍານຶກ ໃນໃຈ ໄດ້ ວ່າ ມະນຸດ ອາດ ອົດ ຫລັບ ອົດ ນອນ ຕະຫລອດ ມື້ ຕະຫລອດ ຄືນ
\v 17 ແລະ ບໍ່ ສາມາດ ເຂົ້າໃຈ ສິ່ງ ທີ່ ພຣະເຈົ້າ ກໍາລັງ ກະທໍາການ ນັ້ນ ໄດ້ ຈັກເທື່ອ. ເຖິງແມ່ນ ວ່າ ເຂົາ ອົດສາ ພະຍາຍາມ ຄົ້ນ ຫາ ຈັກ ພຽງໃດ ກໍຕາມ ເຂົາ ກໍ ຈະ ພົບ ບໍ່ ໄດ້ ຈັກ ເທື່ອ. ຄົນ ມີ ປັນຍາ ອາດ ອວດຕົວ ວ່າ ຮູ້, ແຕ່ ວ່າ ພວກເຂົາ ບໍ່ ຮູ້.
\s5
\c 9
\p
\v 1 ເຫດສະນັ້ນ ຂ້າພະເຈົ້າ ຈຶ່ງ ຄິດ ຕຶກ ຕອງ ເຖິງ ເລື່ອງນີ້ ຢ່າງ ໜັກ ຢູ່ຕັ້ງ ດົນນານ ແລະ ເຫັນ ໄດ້ ວ່າ ພຣະເຈົ້າ ຄວບຄຸມ ການກະທາໍ ຕ່າງໆ ຂອງ ຄົນ ມີ ປັນຍາ ແລະ ຂອງ ຄົນ ຊອບທໍາ ທັງຫລາຍ ແມ່ນແຕ່ ຄວາມຮັກ ແລະ ຄວາມ ກຽດຊັງ ຂອງ ເຂົາເຈົ້າ. ບໍ່ ມີ ຜູ້ໃດ ຮູ້ຈັກວ່າ ມີ ຫຍັງ ລໍຖ້າ ຢູ່ ເບື້ອງໜ້າ ຂອງຕົນ.
\s5
\v 2 ມັນ ບໍ່ ຕ່າງ ກັນ ຫຍັງ ເລີຍ. (ຖ) ຊາຕາກໍາ ຢ່າງ ດຽວກັນ ນັ້ນ ມາ ສ່ ູທັງ ຄົນຊອບທໍາ ແລະ ຄົນ ຊົ່ວ (ທ) ມາສູ່ ທັງ ຜູ້ ທີ່ ເຄັ່ງ ສາສະໜາ ແລະ ຜູ້ ທີ່ ບໍ່ ເຄັ່ງ ສາສະໜາ ມາ ສູ່ ທັງ ຜູ້ ທີ່ ຖວາຍບູຊາ ແລະ ຜູ້ ທີ່ບໍ່ຖວາຍບູຊາ. ຄົນ ດີ ກໍ ບໍ່ ເຫັນ ດີ ລື່ນ ຄົນ ຊົ່ວ; ຄົນ ທີ່ ສາບານ ກໍ ບໍ່ ເຫັນ ດີ ລື່ນ ຄົນ ທີ່ ບໍ່ໄດ້ ສາບານ.
\s5
\v 3 ຊາຕາກໍາ ອັນດຽວ ມາ ສູ່ ທຸກຄົນ ສະເໝີ ໜ້າກັນ ແລະ ອັນ ນີ້ ແມ່ນ ຜິດຈາກ ເຫດການ ໃດໆ ທີ່ ເກີດ ຂຶ້ນ ຢູ່ ໃຕ້ ດວງ ຕາເວັນ. ຕາບໃດ ທີ່ ມະນຸດ ມີ ຊີວິດ ຢູ່ ຕາບນັ້ນ ຄວາມຄິດ ຂອງ ເຂົາ ກໍ ເຕັມ ໄປ ດ້ວຍ ຄວາມຊົ່ວ ແລະ ຄວາມ ບ້າ ບໍ ແລະ ພວກເຂົາ ກໍ ຕາຍໄປ ໃນ ທັນໃດນັ້ນ.
\s5
\v 4 ແຕ່ ຜູ້ໃດ ຜູ້ໜຶ່ງ ທີ່ ມີ ຊີວິດ ຢູ່ ໃນ ໂລກ ຄົນ ເປັນ ນີ້ ກໍ ມີ ຄວາມຫວັງ ບາງ ຢ່າງ; ໝາ ທີ່ ຍັງ ມີ ຊີວິດ ຢູ່ ກໍດີກວ່າ ໂຕສິງ ທີ່ ຕາຍໄປ ແລ້ວ.
\v 5 ແມ່ນແລ້ວ ຜູ້ ທີ່ ມີ ຊີວິດ ຢູ່ ກໍ ຮູ້ ວ່າ ຕົນ ຈະ ຕາຍໄປ; ແຕ່ ຜູ້ ທີ່ ຕາຍໄປ ແລ້ວ ກໍ ບໍ່ ຮູ້ ຫຍັງ ເລີຍ. ພວກເຂົາ ບໍ່ ມີ ບໍາ ເໜັດ ໃນ ພາຍໜ້າ ພວກເຂົາ ຖືກລືມໄລ ໄປ ຢ່າງ ໝົດ ສິ້ນ.
\s5
\v 6 ຄວາມຮັກ, ຄວາມຊັງ ແລະ ຕັນຫາ ຂອງ ພວກເຂົາ ລ້ວນແຕ່ ໄດ້ ຕາຍໄປ ກັບ ພວກເຂົາ ດ້ວຍ. ພວກເຂົາ ຈະ ບໍ່ ມີ ສ່ວນ ກັບ ເຫດການ ໃດໆ ທີ່ ເກີດ ຂຶ້ນ ຢູ່ໃຕ້ ດວງ ຕາເວັນ ອີກ ເລີຍ.
\v 7 ສະນັ້ນ ຈົ່ງ ກິນອາຫານ ທີ່ເຈົ້າ ມີ ແລະ ມີ ຄວາມສຸກ ສາເຖີດ; ດື່ມ ເຫລົ້າ ອະງຸ່ນ ແລະ ເບີກບານ ໃຈ ສາເຖີດ. ສໍາລັບ ພຣະເຈົ້າ ແລ້ວ ສິ່ງ ເຫລົ່າ ນີ້ ລ້ວນແຕ່ ເປັນ ການ ຖືກຕ້ອງ ທັງ ສິ້ນ.
\v 8 ຈົ່ງ ເຮັດ ໃຫ້ ໃຈ ເບີກບານ ແລະ ມີ ຄວາມສຸກ ຢູ່ ສະເໝີ.
\s5
\v 9 ຈົ່ງ ໃຫ້ ຊີວິດ ຂອງ ເຈົ້າ ສະໜຸກ ຢູ່ ກັບ ຍິງ ທີ່ ເຈົ້າ ຮັກ ເມື່ອ ໃດ ທີ່ ເຈົ້າ ມີ ຊີວິດ ອັນ ອະນິຈັງ ທີ່ ພຣະເຈົ້າ ໂຜດໃຫ້ ຢູ່ໃຕ້ ດວງຕາເວັນ. ຈົ່ງ ສະໜຸກ ຢູ່ ກັບ ມື້ ອັນ ອະນິຈັງ ເພາະ ລ້ວນແລ້ວ ແຕ່ ເປັນ ສິ່ງ ທີ່ ເຈົ້າ ໄດ້ ຮັບ ເນື່ອງ ຈາກ ຄວາມ ລໍາບາກ ທັງໝົດ ຂອງເຈົ້າ ນັ້ນ.
\v 10 ບໍ່ ວ່າ ຈະ ເຮັດ ສິ່ງ ໃດ ກໍຕາມ ຈົ່ງ ເຮັດ ສິ່ງ ນັ້ນ ຢ່າງ ເຕັມ ກໍາລັງ ເພາະ ໃນ ແດນ ຂອງ ຄົນຕາຍ ນັ້ນ ຈະ ບໍ່ ມີການກະທາໍ, ບໍ່ ມີ ຄວາມຄິດ, ບໍ່ ມີ ຄວາມຮູ້, ບໍ່ ມີ ປັນຍາ ໃດໆ ແລະ ໃນ ບ່ອນນັ້ນ ແຫລະ ທີ່ ພວກເຈົ້າ ຈະ ໄປ.
\s5
\v 11 ຂ້າພະເຈົ້າ ຍັງ​ເຫັນ ຫລາຍໆ ສິ່ງ​ອີກ​ຢູ່​ໃຕ້​ດວງ​ຕາ​ເວັນ. ນັກ​ແລ່ນ​ໄວ ຈະ​ໄດ້​ຊະ​ນະ​ໃນ​ການ​ແຂ່ງ​ຂັນ​ສະ​ເໝີ​ໄປ ແລະ​ຄົນ​ກ້າ​ຫານ​ຫລາຍ ບໍ່ແມ່ນ ຈະ ຕີ ຊະນະ ໃນ ສະໜາມຮົບ ສະເໝີ ໄປ. ຄົນ ມີ ປັນຍາ ບໍ່ ແມ່ນ ຈະ ທາໍ ມາ ຫາກິນ ລ້ຽງຊີບ ຢ່າງ ສະດວກ ສະບາຍ ສະເໝີ ໄປ; ຄົນສະຫລາດ ບໍ່ ແມ່ນ ຈະ ຮັ່ງ ມີ ເປັນ ດີ ສະເໝີ ໄປ ແລະ ຄົນ ທີ່ມີ ຄວາມ ສາມາດ ບໍ່ ແມ່ນ ຈະ ໄດ້ ຂຶ້ນ ສູ່ ຕໍາແໜ່ງ ສູງ ສະເໝີ ໄປ. ແຕ່ ກາໍນົດ ເວລາ ແລະ ໂອກາດ ເກີດ ຂຶ້ນ ກັບ ທຸກໆ ຄົນ.
\v 12 ເຈົ້າ ຮູ້ ບໍ່ໄດ້ ຈັກເທື່ອ ວ່າ ຜຽນ ຂອງ ເຈົ້າ ຈະ ມາ ຮອດ ເມື່ອ ໃດ. ດັ່ງ ນົກ ທີ່ ຖືກ ແຮ້ວ ຢ່າງ ກະທັນ ຫັນ ດັ່ງ ປາ ທີ່ ຖືກ ມອງ ເຮົາ ຖືກບ້ວງແຮ້ວ ແຫ່ງ ຄວາມ ຊົ່ວ ຮ້າຍ ໃນ ຊົ່ວ ບຶດ ດຽວ ໃນ ເວລາ ບໍ່ ຄາດຝັນ.
\s5
\v 13 ຂ້າພະເຈົ້າ ຍັງໄດ້ ເຫັນ ເປັນ ປະຈັກ ຕາ ສິ່ງ ໜຶ່ງ ອີກ ຄື ຕົວ ຢ່າງ ອັນ ດີ ກ່ຽວກັບ ປັນຍາ ທີ່ ຖືກັນຢູ່ ໃຕ້ ດວງ ຕາເວັນ.
\v 14 ຄັ້ງໜຶ່ງ ມີ ເມືອງນ້ອຍ ແຫ່ງໜຶ່ງ ທີ່ ມີ ປະຊາຊົນ ບໍ່ ຫລາຍ. ກະສັດ ຜູ້ໜຶ່ງ ທີ່ ມີ ອໍານາດ ຫລາຍ ໄດ້ ໂຈມຕີ ເມືອງນີ້. ເພິ່ນ ປິດລ້ອມ ເມືອງ ໄວ້ ແລະ ຕຽມ ທະລຸ ກາໍ ແພງ ເມືອງ.
\v 15 ມີ ຊາຍ ຍາກຈົນ ຄົນ ໜຶ່ງ ທີ່ ອາໄສ ຢູ່ໃນ ເມືອງນີ້. ລາວ ເປັນ ຄົນ ມີ ປັນຍາ ຈົນ ຊ່ວຍ ເມືອງ ນີ້ ໄວ້ ໄດ້, ແຕ່ ບໍ່ ມີ ຜູ້ໃດ ຄິດ ເຖິງ ລາວ ເລີຍ. (ນ)
\s5
\v 16 ຂ້າພະເຈົ້າ ເຄີຍເວົ້າ ຢູ່ ສະເໝີ ວ່າ ປັນຍາ ດີກວ່າ ກາໍ ລັງ, ແຕ່ ເມື່ອ ຄົນ ມີ ປັນຍາ ຜູ້ໜຶ່ງ ຍາກຈົນ ຄົນ ກໍ ຈະ ດູຖູກ ລາວ ແລະ ບໍ່ເຊື່ອ ຟັງ ຄໍາແນະນາໍ ຂອງ ລາວ.
\s5
\v 17 ຟັງ ຄໍາເວົ້າ ອັນ ສຸຂຸມ ຂອງ ຄົນ ມີ ປັນຍາ ກໍດີກວ່າ ຟັງ ສຽງ ຮ້ອງ ຂອງ ນັກ ປົກຄອງ ໃນ ທີ່ ປະຊຸມ ຂອງ ຄົນ ໂງ່ຈ້າ.
\v 18 ປັນ ຍາ ດີກວ່າ ອາວຸດ, ແຕ່ ຄົນ ບາບ ຜູ້ໜຶ່ງ ທາໍ ລາຍ ຄວາມດີ ໄດ້ ຢ່າງ ຫລວງຫລາຍ.
\s5
\c 10
\p
\v 1 ແມງວັນ ຕາຍ ຍ່ອມ ເຮັດ ໃຫ້ ນໍ້າຫອມ ທັງ ແກ້ວ້ ເໝັນ ໄດ້ ສັນ ໃດ ຄວາມ ໂງ່ຈ້າ ພຽງແຕ່ ເລັກນ້ອຍ ກໍ ຍ່ອມ ເຮັດ ໃຫ້ ປັນຍາ ອັນ ຍິ່ງ ໃຫຍ່ ຖືກ ເສຍຫາຍ ໄປ ໄດ້ ສັນນັ້ນ.
\v 2 ຄົນ ມີ ປັນຍາ ເຮັດ ສິ່ງ ທີ່ ຖືກ ຕ້ອງ ແລະ ຄົນ ໂງ່ຈ້າ ເຮັດ ສິ່ງ ທີ່ ຜິດ ເລື່ອງນີ້ ເປັນ ຂອງ ທາໍ ມະດາ.
\v 3 ຄວາມ ໂງ່ຈ້າ ຂອງ ລາວ ຈະ ເຫັນ ໄດ້ ຢ່າງ ຈະແຈ້ງ ແມ່ນແຕ່ ຕໍ່ ຄົນແປກໜ້າ ທີ່ ລາວ ພົບ ຕາມ ທາງ ລາວ ເຮັດ ໃຫ້ ທຸກຄົນ ຮູ້ ວ່າ ຕົນ ເປັນ ຄົນ ໂງ່ຈ້າ.
\s5
\v 4 ຖ້າ ຜູ້ເປັນ ນາຍ ຂອງເຈົ້າ ໃຈຮ້າຍ ໃຫ້ ເຈົ້າ ຢ່າ ສູ່ ຟ້າວ ຍື່ນ ໃບ ລາອອກ ຖ້າ ເຈົ້າ ມິດງຽບ ເສີຍ ຢູ່ (ບ) ຄວາມ ຜິດ ພາດ ອັນ ໃຫຍ່ ຫລວງ ອາດ ຈະໄດ້ ຮັບ ການອະໄພ ໃຫ້ ກໍໄດ້.
\s5
\v 5 ຂ້າພະເຈົ້າ ໄດ້ ສັງເກດ ເຫັນ ຄວາມ ບໍ່ ຍຸດຕິທໍາ ຢູ່ໃຕ້ ດວງຕາເວັນ ຄື ຄວາມ ບໍ່ ຍຸດຕິທໍາ ທີ່ ຖືກ ກໍ່ ຂຶ້ນ ໂດຍ ພວກ ຜູ້ປົກ ຄອງ ບ້ານເມືອງ.
\v 6 ຄົນ ໂງ່ຈ້າ ໄດ້ ຮັບ ຕໍາແໜ່ງ ສູງ ແຕ່ ຄົນ ຮັ່ງ ມີ ພັດ ໄດ້ ຮັບ ຕໍາແໜ່ງ ຕໍ່າຕ້ອຍ.
\v 7 ຂ້າພະເຈົ້າ ໄດ້ ເຫັນ ທາດຮັບໃຊ້ ຂີ່ ມ້າ ໄປ ດັ່ງ ເຈົ້ານາຍ ໃນ ຂະນະທີ່ ເຈົ້ານາຍ ພັດ ຍ່າງ ໄປ ດັ່ງທາດຮັບໃຊ້.
\s5
\v 8 ຜູ້ ທີ່ ຂຸດ ຫລຸມໄວ້ ຕົນອາດຈະ ຕົກ ລົງ ໃນ ຫລຸມ ນັ້ນ ເອງ ກໍ ມີ ຜູ້ ທີ່ ທະລຸ ກາໍ ແພງ ເມືອງ ເຂົ້າ ໄປ ງູ ອາດ ຈະ ຕອດ ຜູ້ນັ້ນ ກໍໄດ້.
\v 9 ຜູ້ ທີ່ ສະກັດ ຫິນ ນັ້ນ ອາດ ຈະ ເຈັບ ຕົວ ເພາະ ຫນິ ກໍ ມີ ແລະ ຜູ້ ທີ່ ຜ່າ ຟືນ ອາດ ຈະ ເຈັບ ຕົວ ເພາະ ຟືນ ກໍໄດ້.
\s5
\v 10 ຖ້າຂວານ ຂອງ ເຈົ້າ ປູ້ ແລະ ບໍ່ ຝົນ ໃຫ້ ຄົມ ເຈົ້າ ຈະ ຕ້ອງ ໃຊ້ ແຮງ ຫລາຍ ເມື່ອ ເຈົ້າ ຟັນ ໄມ້. ສະນັ້ນແຫລະ ປັນຍາ ຈຶ່ງ ເປັນ ບໍ່ເກີດ ແຫ່ງ ຄວາມ ສໍາເລັດ.
\v 11 ຜູ້ ເປັນ ໝໍ ງູ ກໍ ຈະ ມີ ປະໂຫຍດ ຫຍັງ ຖ້າລາວ ຖືກ ງູ ຕອດ ກ່ອນ.
\s5
\v 12 ຄໍາເວົ້າ ຂອງ ຄົນ ສະຫລາດ ນໍາ ກຽດ ມາ ສູ່ ຕົນ, ແຕ່ ຄົນໂງ່ຈ້າ ຖືກ ທາໍ ລາຍ ເພາະ ຖ້ອຍຄໍາ ທີ່ ຕົນ ເວົ້າ.
\s5
\v 13 ລາວ ເລີ່ມ ເວົ້າ ດ້ວຍ ຖ້ອຍຄໍາ ອັນໂງ່ງ່າວ ແລະ ລາວ ກໍ ມ້ວນທ້າຍ ດ້ວຍ ຄໍາເວົ້າ ແບບ ບ້າ ບໍ.
\v 14 ຄົນ ໂງ່ຈ້າ ນັ້ນ ເວົ້າ ບໍ່ ຮູ້ຈັກ ສຸດ. ບໍ່ ມີ ຜູ້ໃດ ຮູ້ ສິ່ງ ທີ່ຈະ ເກີດຂຶ້ນ ໃນ ຂັ້ນ ຕໍ່ໄປ ແລະ ບໍ່ ມີ ຜູ້ໃດ ບອກ ພວກເຮົາ ໄດ້ ວ່າ ຈະ ມີ ຫຍັງ ເກີດຂຶ້ນ ຕາມ ມາ ຫລັງ ຈາກ ທີ່ ພວກເຮົາ ຕາຍໄປ ແລ້ວ.
\s5
\v 15 ຄົນ ໂງ່ຈ້າ ໂພດບໍ່ ຮູ້ ຮອດທາງເມືອ ເຮືອນ ແມ່ນແຕ່ ເຮັດ ວຽກ ໜັກ ກໍ ບໍ່ ເກີດ ປະໂຫຍດ.
\s5
\v 16 ປະເທດ ເດືອດຮ້ອນ ເມື່ອ ກະສັດ ຍັງ ໜຸ່ມແໜ້ນ ແລະ ບັນ ດາ ຜູ້ນໍາ ກໍ ກິນ ລ້ຽງ ຈົນຮອດ ແຈ້ງ ແລະ ດື່ມ ຈົນເມົາ.
\v 17 ແຕ່ ປະເທດ ທີ່ ມີ ຄວາມສຸກ ນັ້ນ ເພາະ ມີກະສັດ ທີ່ ຕັດສິນ ໃຈ ໄດ້ ເອງ ແລະ ພວກ ຜູ້ນໍາ ກໍ ກິນ ໃນ ເວລາ ອັນ ຖືກ ຕ້ອງ ຄື ຄວບຄຸມ ຕົນ ໄດ້ ບໍ່ ໃຫ້ ດື່ມ ຈົນເມົາ.
\s5
\v 18 ເມື່ອ ຄົນໜຶ່ງ ຂີ້ຄ້ານ ທີ່ ຈະ ແປງ ຫລັງຄາ ຫລັງຄາ ກໍ ຈະ ຮົ່ວ ແລະ ເຮືອນ ກໍ ຈະ ເພພັງ ລົງ.
\v 19 ການ ກິນ ລ້ຽງ ເຮັດ ໃຫ້ ມີຄວາມສຸກ ແລະ ເຫລົ້າ ອະງຸ່ນ ກໍ ເຮັດ ໃຫ້ ໂຮຮ້ອງ, ແຕ່ ທັງ ສອງ ຢ່າງ ນັ້ນ ເປັນ ໄປ ບໍ່ ໄດ້ ຖ້າບໍ່ມີ ເງິນ.
\s5
\v 20 ຢ່າ ສູ່ ຕິຕຽນ ກະສັດ ແມ່ນແຕ່ ລັບ ຫລັງ ເພິ່ນ ແລະ ຢ່າ ສູ່ ຕີຕຽນ ຄົນ ຮັ່ງ ມີ ແມ່ນແຕ່ ຢູ່ ໃນ ຫ້ອງນອນ ສ່ວນຕົວ ຂອງເຈົ້າ. ນົກ ມີຫູ ໜູມີ ປີກ ຄໍາເວົ້າ ຂອງເຈົ້າ ອາດ ຖືກ ນໍາ ໄປ ບອກ ເພິ່ນ ກໍໄດ້.
\s5
\c 11
\p
\v 1 ຈົ່ງ ລົງ ທຶນ ຄ້າຂາຍ ກັບຕ່າງ ປະເທດ ແລະ ໃນ ມື້ ໜຶ່ງ ເຈົ້າ ກໍ ຈະ ໄດ້ ກໍາໄລ.
\v 2 ຈົ່ງ ລົງ ທຶນ ຂອງເຈົ້າ ໄວ້ ໃນ ຫລາຍບ່ອນ ຫລາຍບ່ອນ ເທົ່າ ໃດ ແຮ່ງດີ ເພາະ ຢູ່ໃນ ໂລກນີ້ ເຈົ້າ ບໍ່ ຮູ້ ວ່າ ອັນ ຕະລາຍ ຊະນິດ ໃດ ຈະ ມາ ຖືກ ເຈົ້າ ໃນ ຍາມໃດ.
\v 3 ບໍ່ວ່າ ຕົ້ນໄມ້ ຈະ ລົ້ມ ລົງ ທາງ ທິດ ໃດ ມັນ ກໍ ຈະ ນອນ ຢູ່ ໃນ ທິດ ທາງ ນັ້ນ. ເມື່ອ ເມກ ມືດ ໜາ ຝົນ ກໍ ຈະ ຕົກ.
\s5
\v 4 ຖ້າ ເຈົ້າ ລໍຖ້າ ໃຫ້ ລົມ ແລະ ອາກາດ ເໝາະ ກ່ອນ ເຈົ້າ ກໍ ຈະ ບໍ່ ໄດ້ ປູກຝັງ ແລະ ໄດ້ ເກັບ ກ່ຽວ ຫຍັງ ຈັກເທື່ອ.
\v 5 ພຣະເຈົ້າ ໄດ້ ສ້າງ ສັບພະທຸກສິ່ງ ແລະ ເຈົ້າ ບໍ່ ຮູ້ ວ່າ ຊີວິດ ເລີ່ມ ປະກອບ ຂຶ້ນ ຢູ່ ໃນ ແມ່ ຍິງ ທີ່ ຕັ້ງ ທ້ອງ ຢ່າງໃດ ສິ່ງ ທີ່ ພຣະອົງ ດໍາເນີນການ ເຈົ້າ ກໍ ແຮ່ງ ເຂົ້າໃຈ ບໍ່ ໄດ້.
\s5
\v 6 ຈົ່ງ ປູກຝັງ ໃນ ຕອນເຊົ້າ ແລະ ໃນ ຕອນແລງ ດ້ວຍ. ເຈົ້າ ບໍ່ ຮູ້ ດອກ ວ່າ ມັນ ຈະ ງອກງາມ ໝົດ ຫລື ຕົ້ນ ໜຶ່ງ ຈະ ດີກວ່າ ຕົ້ນ ອື່ນ ອີກ.
\v 7 ແສງແຈ້ງ ໃນ ຕອນ ກາງເວັນ ພາ ໃຫ້ ເປັນ ທີ່ ໜ້າ ຊົມ ແລະ ໜ້າຢູ່.
\v 8 ຈົ່ງ ຂອບພຣະຄຸນ ສໍາລັບ ແຕ່ ລະປີ ທີ່ອໍານວຍ ໃຫ້ ເຈົ້າ ມີ ຊີວິດ ຢູ່. ບໍ່ວ່າ ເຈົ້າ ຈະ ອາຍຸ ຍືນຍາວ ເທົ່າ ໃດ ກໍຕາມ ຈົ່ງ ຈາໍ ໄວ້ ວ່າ ເຈົ້າ ຈະ ຕາຍ ຢູ່ ຢ່າງ ຍາວນານ. ໃນທີ່ ນັ້ນ ບໍ່ ມີ ຫຍັງ ພໍ ທີ່ ຈະ ຫວັງ ໄດ້ ເລີຍ.
\s5
\v 9 ຄົນ ໜຸ່ມ ເອີຍ ຈົ່ງ ສະໜຸກ ຢູ່ ໃນ ຄວາມ ໜຸ່ມແໜ້ນ ຂອງເຈົ້າ. ຈົ່ງ ຫາ ຄວາມສຸກ ເມື່ອ ເຈົ້າ ຍັງ ໜຸ່ມແໜ້ນ ຢູ່ຈົ່ງ ເຮັດ ທຸກສິ່ງ ທີ່ ເຈົ້າ ຕ້ອງການ ຢາກ ເຮັດ ແລະ ທຸກສິ່ງ ທີ່ ເຈົ້າ ພໍໃຈ ເຮັດ ດ້ວຍ. ແຕ່ ຈົ່ງ ຈໍາ ໄວ້ ວ່າ ພຣະເຈົ້າ ຈະ ຕັດສິນ ທຸກໆສິ່ງ ທີ່ ເຈົ້າ ໄດ້ ເຮັດ ນັ້ນ.
\v 10 ຢ່າ ໃຫ້ ສິ່ງໃດ ເຮັດ ໃຫ້ ພວກເຈົ້າ ອຸກໃຈ ຫລື ເຈັບປວດ. ເຈົ້າ ຈະ ໜຸ່ມ ຕໍ່ໄປ ບໍ່ໄດ້ ດົນນານ.
\s5
\c 12
\p
\v 1 ສະນັ້ນ ຈົ່ງ ລະນຶກ ເຖິງ ພຣະຜູ້ ສ້າງ ຂອງເຈົ້າ (ປ) ໃນ ເມື່ອ ເຈົ້າ ຍັງ ໜຸ່ມ ຢູ່ ກ່ອນ ມື້ ແລະ ປີ ທີ່ມືດມົວ ມາເຖິງ ແລະ ເມື່ອ ເຈົ້າ ຈະ ເວົ້າ ວ່າ, “ຂ້ອຍ ບໍ່ໄດ້ ສະໜຸກ ເລີຍ ໃນ ຊີວິດ ນີ້. ”
\v 2 ຍາມນັ້ນ ເຈົ້າ ຈະ ຢູ່ໃນ ຄວາມມືດ ມົວ ເປັນ ດັ່ງ ດວງອາທິດ ທີ່ ອັບ ແສງ ດວງເດືອນ ແລະ ດວງດາວ ທີ່ ບໍ່ ແຈ້ງ ກະຈ່າງ ແລະ ເມກ ໝອກ ອັນ ມືດຄຶ້ມ ບໍ່ຜ່ານ ພົ້ນ ໄປ ຫລັງຈາກ ຝົນ ຕົກ.
\s5
\v 3 ແລ້ວ ແຂນ ທີ່ ປົກ ປ້ອງ ເຈົ້າ ກໍ ຈະ ສັ່ນ ເຊັນ ແລະ ຂາ ທີ່ ດຽວ ນີ້ ຍັງ ແຂງແຮງ ຢູ່ ກໍ ຈະ ອ່ອນເພຍ ລົງ. ແຂ້ວ ທີ່ເຈົ້າ ໃຊ້ ຫຍໍ້າ ອາຫານ ກໍ ຈະ ຍັງ ມີ ໜ້ອຍດຽວ ແລະ ຕາ ກໍ ຈະ ມົວ ລົງ ເຫັນ ບໍ່ ແຈ້ງ.
\s5
\v 4 ຫູ ຂອງ ເຈົ້າ ຈະ ບໍ່ ໄດ້ຍິນ ສຽງ ອຶກ ກະທຶກ ຕາມ ຫົນ ທາງ. ເຈົ້າ ເກືອບ ຈະ ບໍ່ ໄດ້ຍິນ ສຽງ ສີ ເຂົ້າ ຫລື ສຽງ ດົນ ຕຼີ ຂັບກ່ອມ ແມ່ນແຕ່ ສຽງ ຂອງ ນົກ ຮ້ອງ ປຸກ ເຈົ້າ ໃຫ້ ຕື່ນ ນອນ.
\s5
\v 5 ເຈົ້າ ຈະ ຢ້ານ ຍ່າງ ຂຶ້ນ ຄ້ອຍ ເຈົ້າ ຈະ ຍ່າງ ໄປມາ ບໍ່ ໄດ້ ສະດວກ ສະບາຍ ຜົມ ຂອງ ເຈົ້າ ຈະ ຫງອກ, ເຈົ້າ ຈະ ບໍ່ ວ່ອງໄວ ດັ່ງ ຕັກ ແຕນ ແລະ ຕັນ ຫາ ຂອງເຈົ້າ ກໍ ຈະ ເສື່ອມ ລົງ. ພວກເຮົາ ກໍາ ລັງ ຈະໄປສູ່ບ່ອນຢູ່ອັນຖາວອນ ແລະ ຕາມຖະໜົນ ຫົນທາງກໍ ຈະມີ ການໄວ້ທຸກ.
\s5
\v 6 ສາຍສ້ອຍ ເງິນ ແຫ່ງຊີວິດ ຈະຂາດ ແລະຕະກຽງຄໍາກໍຈະຕົກ ລົງ ແລະຫັກເຊືອກທີ່ນໍ້າ ສ້າງກໍ ຈະຂາດ ແລະໄຫນໍ້າ ຈະ ແຕກ ເປັນ ປ່ຽງ.
\v 7 ຮ່າງກາຍ ຂອງ ພວກເຮົາ ຈະ ກັບ ເປັນ ຂີ້ຝຸ່ນດິນ ອີກ ແລະຈິດວິນຍານຂອງພວກເຮົາ ກໍ ຈະ ກັບ ຄືນ ໄປຫາພຣະເຈົ້າ ຜູ້ ຊົງປະທານໃຫ້ ນັ້ນ.
\s5
\v 8 ປັນຍາຈານ ກ່າວ ວ່າ, ອະນິຈັງ ອະນິຈັງ ທຸກສິ່ງ ລ້ວນແຕ່ ອະນິຈັງ ທັງສິ້ນ.
\v 9 ແຕ່ ຍ້ອນ ວ່າ ປັນຍາຈານ ເປັນ ຄົນ ມີ ປັນຍາ ເພິ່ນ ຈຶ່ງ ສືບຕໍ່ ສອນ ຄົນ ເຖິງ ສິ່ງ ທີ່ ຕົນ ໄດ້ ຮູ້. ເພິ່ນ ໄດ້ ສຶກ ສາ ສຸພາສິດ ແລະ ທົດ ລອງ ເບິ່ງ ຄວາມຈິງ ຢ່າງ ຖ້ວນຖີ່.
\s5
\v 10 ​ປັນຍາຈານ ພະຍາຍາມ ຄົ້ນ ຫາ ຄໍາເວົ້າ ທີ່ ອອຍໃຈ, ແຕ່ ຄໍາເວົ້າ ຕ່າງໆ ທີ່ ເພິ່ນ ໄດ້ ຂຽນ ໄວ້ ນັ້ນ ເປັນ ຄວາມຈິງ ທັງໝົດ.
\v 11 ຄໍາເວົ້າ ຂອງ ຄົນ ມີ ປັນຍາ ເປັນ ດັ່ງ ໄມ້ເທົ້າ ອັນ ແຫລມຄົມ ທີ່ ຄົນ ລ້ຽງແກະ ໃຊ້ ເພື່ອ ນໍາ ພາ ຝູງແກະ ແລະ ສຸພາສິດ ທີ່ ເພິ່ນ ໄດ້ ຮວບຮວມ ໄວ້ ຈະ ດໍາລົງ ຢູ່ ຕໍ່ໄປ ດັ່ງ ຕະປູ ຕອກ ລົງ ໃນ ແປ້ນ ຢ່າງ ໜັກ ແໜ້ນ ສິ່ງ ເຫລົ່ານີ້ ແມ່ນ ຖືກ ມອບໝາຍ ໃຫ້ ໂດຍ ພຣະເຈົ້າ ພຣະຜູ້ລ້ຽງ ອົງ ດຽວ ຂອງ ພວກເຮົາ ທຸກຄົນ.
\s5
\v 12 ລູກ ເອີຍ ຍັງ ມີ ສິ່ງໜຶ່ງ ອີກ ທີ່ ເຮົາ ຕ້ອງ ເຝົ້າ ລະວັງ ໄວ້. ການຂຽນ ລົງ ໃນ ໜັງສື ນັ້ນ ບໍ່ ເປັນ ການ ສິ້ນ ສຸດ ຈັກ ເທື່ອ ແລະ ການຮຽນ ຫລາຍໂພດ ຈະ ພາ ໃຫ້ ເຈົ້າ ອ່ອນເພຍ.
\s5
\v 13 ໃນທີ່ ສຸດ ນີ້ ຍັງ ມີ ພຽງ ສິ່ງ ດຽວ ທີ່ ຈະ ເວົ້າ ຈົ່ງ ຢໍາເກງ ພຣະເຈົ້າ ແລະ ເຮັດ ຕາມ ຂໍ້ຄໍາສັ່ງ ຂອງ ພຣະອົງ ເພາະ ພຣະອົງ ໄດ້ ສ້າງ ມະນຸດ ຂຶ້ນ ມາ ກໍ ເພື່ອ ສິ່ງ ທັງໝົດ ນີ້.
\v 14 ພຣະເຈົ້າ ຈະ ຕັດ ສິນ ທຸກສິ່ງ ທີ່ ພວກເຮົາ ເຮັດ ບໍ່ວ່າ ດີ ຫລື ຊົ່ວ ແມ່ນແຕ່ ສິ່ງ ທີ່ ພວກເຮົາ ໄດ້ ເຮັດ ໃນ ທີ່ ລັບ ລີ້ ດ້ວຍ.