lo_bible/20-PRO.usfm

1863 lines
225 KiB
Plaintext

\id PRO
\ide UTF-8
\h ພ​ຣະ​ທຳ​ສ​ຸ​ພາ​ສິດ
\toc1 ພ​ຣະ​ທຳ​ສ​ຸ​ພາ​ສິດ
\toc2 ພ​ຣະ​ທຳ​ສ​ຸ​ພາ​ສິດ
\toc3 pro
\mt ພ​ຣະ​ທຳ​ສ​ຸ​ພາ​ສິດ
\s5
\c 1
\p
\v 1 ສຸພາສິດ ເຫລົ່ານີ້ ເປັນ ຄໍາເວົ້າ ຂອງ ເຈົ້າໂຊໂລໂມນ ກະສັດ ແຫ່ງ ຊາດ ອິດສະຣາເອນ ລູກຊາຍ ຂອງ ດາວິດ.
\v 2 ທີ່ ນີ້ແມ່ນ ສຸພາສິດ ຊຶ່ງ ຈະ ຊ່ວຍ ໃຫ້ ທ່ານ ຮູ້ຈັກ ເຖິງ ຄຸນຄ່າ ຂອງ ປັນຍາ ກັບ ຄໍາແນະນາໍ ທີ່ ດີ ແລະ ຈະ ຊ່ວຍ ໃຫ້ ເຂົ້າໃຈ ເຖິງ ຄໍາເວົ້າ ທີ່ ມີ ຄວາມໝາຍ ອັນ ເລິກ ເຊິ່ງ ພິເສດ.
\v 3 ຄໍາ ສຸພາສິດ ສອນ ໃຫ້ ຮູ້ຈັກ ເຖິງ ການ ດໍາເນີນ ຊີວິດ ຢ່າງ ສະຫລາດ ໄດ້ ແລະ ໃຫ້ເປັນ ຄົນ ສັດ ຊື່, ຖືກ ຕ້ອງ ແລະ ເປັນ ທາໍ.
\s5
\v 4 ຄໍາ ສຸພາສິດ ເຮັດ ໃຫ້ ຄົນ ທີ່ ຂາດ ປະສົບ ການ ຫລັກ ແຫລມ ໄດ້ ແລະ ສັ່ງ ສອນ ຄົນ ໜຸ່ມ ໃຫ້ ມີ ປັນ ຍາ ຮອບຄອບ.
\v 5 ຄໍາ ສຸພາສິດ ເຫລົ່າ ນີ້ ຍັງ ເພີ່ມ ພູນ ຄວາມຮູ້ ໃຫ້ ແກ່ ນັກປາດ ແລະ ຊີ້ ແນວທາງ ໃຫ້ ແກ່ ຜູ້ ທີ່ ມີ ການ ສຶກ ສາ
\v 6 ເພື່ອ ວ່າ ພວກເຂົາ ຈະ ເຂົ້າໃຈ ໄດ້ ເຖິງ ຄວາມໝາຍ ອັນ ລັບເລິກ ຂອງ ຄໍາ ສຸພາສິດ ແລະ ບັນຫາ ຕ່າງໆ ຂອງ ບັນດາ ນັກປາດ ທີ່ ຍົກ ຂຶ້ນ ມາ.
\s5
\v 7 ການ ຢໍາເກງ ອົງພຣະ ຜູ້ ເປັນເຈົ້າ (ກ) ເປັນ ບໍ່ ເກີດ ແຫ່ງ ປັນ ຍາ ຄົນ ໂງ່ຈ້າ ປະໝາດ ປັນ ຍາ ແລະ ການ ສຶກ ສາ ຮຽນຮູ້.
\v 8 ລູກ ເອີຍ ຈົ່ງ ເອົາ ໃຈໃສ່ ຕໍ່ ສິ່ງ ທີ່ ພໍ່ ແມ່ ບອກສອນ.
\v 9 ຄໍາສັ່ງ ສອນ ຂອງ ເພິ່ນ ຈະ ປັບ ປຸງ ນິໄສ ໃຈຄໍ ຂອງເຈົ້າ ໃຫ້ ດີ ຂຶ້ນ ເປັນ ດັ່ງ ພວງມະໄລ ແຫ່ງ ພຣະຄຸນ ສຸບ ໃສ່ ຫົວ ເຈົ້າ ແລະ ເປັນ ສາຍສ້ອຍ ຄ້ອງຄໍ ເຈົ້າ.
\s5
\v 10 ລູກ ເອີຍ ເມື່ອ ຄົນ ບາບ ລໍ້ລວງ ເຈົ້າ ຢ່າ ສູ່ ຍອມ ເຮັດ ຕາມ ພວກເຂົາ.
\v 11 ຖ້າ ພວກເຂົາ ຊວນ ວ່າ, “ໄປ ກັບ ພວກເຮົາ ເທາະ ໄປ ຫາ ດັກ ໂຈມຕີ ຄົນ ທີ່ ບໍ່ ມີ ຄວາມຜິດ ມາ ຂ້າຖິ້ມ
\s5
\v 12 ຈົ່ງ ຂ້າ ພວກເຂົາ ຖິ້ມ ທັງ ເປັນ ໃຫ້ເໝືອນດັ່ງ ຄວາມຕາຍ ກືນ ກິນ ມະນຸດ.
\v 13 ພວກເຮົາ ຈະ ໄດ້ ຂອງ ມີຄ່າ ຫລາຍໆ ຢ່າງ ມາ ໄວ້ ຢູ່ ເຕັມ ເຮືອນ.
\v 14 ຈົ່ງ ມາ ຮ່ວມ ກັບ ພວກເຮົາ ເທາະ ແລະ ພວກເຮົາ ທຸກຄົນ ຈະ ໄດ້ ຮັບ ສ່ວນແບ່ງ ທີ່ ລັກ ມາ ໄດ້ ນັ້ນ.”
\s5
\v 15 ລູກ ເອີຍ ເຈົ້າ ຢ່າ ຍ່າງ ໄປ ກັບ ຄົນ ຢ່າງນັ້ນ ຈົ່ງ ຫລີກ ໜີ ຈາກ ພວກເຂົາ.
\v 16 ເພາະ ຕີນ ຂອງ ພວກເຂົາ ແລ່ນ ໄປ ຫາ ຄວາມ ຊົ່ວ ຮ້າຍ ແລະ ຟ້າວຟັ່ງ ເຮັດ ໃຫ້ ເລືອດ ຕົກ.
\v 17 ການ ກາງ ຕາໜ່າງ ເພື່ອ ດັກ ຈັບ ນົກ ທີ່ ມືນ ຕາ ເບິ່ງ ເຈົ້າ ຢູ່ ນັ້ນ ກໍ ບໍ່ ໄດ້ ຜົນ
\s5
\v 18 ແຕ່ ຄົນ ຢ່າງ ນັ້ນ ພວມ ຫ້າງ ແຮ້ວ ໃສ່ ຕົນ ເອງ ເປັນ ແຮ້ວ ຊຶ່ງ ຈະ ຂ້າພວກເຂົາ ເອງ.
\v 19 ການ ປຸ້ນຈີ້ ຮຽກຮ້ອງ ເອົາ ຊີວິດ ຂອງ ນັກ ປຸ້ນຈີ້ ສະເໝີ ອັນນີ້ແຫລະ ແມ່ນ ສິ່ງ ທີ່ ເກີດຂຶ້ນ ກັບ (ຂ) ຜູ້ໃດ ກໍໄດ້ ທີ່ ໃຊ້ ຊີວິດ ໂດຍ ອາໄສ ການ ຮຸນແຮງ.
\s5
\v 20 ຈົ່ງ ຟັງ ເຖີດ ປັນ ຍາ ພວມ ຮ້ອງ ອອກ ໄປ ຕາມ ຖະໜົນ ຫົນ ທາງ ແລະ ຕາມ ທີ່ ສາທາລະນະ
\v 21 ຮ້ອງ ສຽງ ດັງ ໆ ຢູ່ ຕາມ ປະຕູ ເມືອງ ແລະ ຕາມ ທີ່ ປະຊາຊົນ ມາ ປະຊຸມ ກັນ ວ່າ,
\v 22 “ຄົນໂງ່ຈ້າ ເອີຍ ພວກເຈົ້າ ຢາກ ເປັນ ຄົນ ໂງ່ຈ້າ ຢູ່ ອີກ ເຫິງ ປານໃດ? ພວກເຈົ້າ ຍັງ ຈະ ພໍໃຈ ກັບ ການ ດູໝິ່ນ ປະໝາດ ຄວາມຮູ້ ຢູ່ ບໍ? ພວກເຈົ້າ ຈະ ບໍ່ ຮໍ່າຮຽນ ເອົາ ຈັກ ເທື່ອ ບໍ?
\s5
\v 23 ຈົ່ງ ຟັງ ເມື່ອ ເຮົາ ກ່າວ ຕັກ ເຕືອນ ເຈົ້າ, ເຮົາ ຈະ ເທ ຄວາມຄິດ ອັນ ດີ ໃຫ້ ແກ່ ເຈົ້າ ແລະ ແຈກຢາຍ ຖ້ອຍຄໍາ ຂອງເຮົາ ໃຫ້ ແກ່ ເຈົ້າ.
\v 24 ເພາະ ເຮົາ ໄດ້ ເອີ້ນ ຫາ ເຈົ້າ ແລະ ເຊີນ ເຈົ້າ ມາ, ແຕ່ ເຈົ້າ ພັດ ບໍ່ ຕອບ ເຮົາ. ເຮົາ ໄດ້ ຍື່ນ ມື ໃຫ້ ເຈົ້າ ຈັບ, ແຕ່ ເຈົ້າ ພັດ ເບີດ ເສີຍ ຢູ່.
\v 25 ແລະ ເພາະ ເຈົ້າ ບໍ່ໄດ້ ເອົາ ໃຈໃສ່ ຈັກ ດີ້ ຕໍ່ ຄໍາແນະນາໍ ຂອງເຮົາ ແລະ ບໍ່ ຍອມ ໃຫ້ ເຮົາ ຕັກ ເຕືອນ ກໍ່ ສ້າງ ເຈົ້າ. ສະນັ້ນ ແຫລະ ເມື່ອ ເຈົ້າ ຕົກ ຢູ່ ໃນ ຄວາມ ເດືອດຮ້ອນ ເຮົາ ຈະ ຫົວຂວັນ ໃສ່ ເຈົ້າ. ເມື່ອ ເຈົ້າ ຢ້ານກົວ ຂວັນ ເສຍ ເຮົາ ຈະ ເຍາະເຍີ້ຍ ເຈົ້າ
\s5
\v 26 ສະ​ນັ້ນ​ແຫລະ ເມື່ອ​ເຈົ້າ​ຕົກ​ຢູ່​ໃນ​ຄວາມ​ເດືອດ​ຮ້ອນ ເຮົາ​ຈະ​ຫົວ​ຂວັນ​ໃສ່​ເຈົ້າ. ເມື່ອ​ເຈົ້າ​ຢ້ານ​ກົວ​ເສຍ​ຂວັນ ເຮົາ​ຈະ​ເຍາະ​ເຍີ້ຍ​ເຈົ້າ
\v 27 ເມື່ອ ຄວາມຢ້ານ ອັນໃຫຍ່ ມາ ກະທົບ ເຈົ້າ ດັ່ງ ລົມ ພະຍຸ ກ້າ ໂດຍ ນາໍ ເອົາ ຄວາມ ທຸກຮ້ອນ ອັນ ໂຫດຫ້ຽມ ດັ່ງ ລົມ ຫົວ ກຸດ ເຈົ້າ ກໍ ຈະ ໄດ້ ຮັບ ຄວາມ ເຈັບ ປວດ ແລະ ຄວາມ ທຸກ ລໍາບາກ.
\s5
\v 28 ເມື່ອ ນັ້ນ ແຫລະ ເຈົ້າ ຈະ ເອີ້ນ ຫາ ປັນ ຍາ, ແຕ່ ເຮົາ ຈະ ບໍ່ ຕອບ ເຈົ້າ. ເຈົ້າ ຈະ ຊອກ ຫາ ເຮົາ ໃນ ທົ່ວ ທຸກບ່ອນ, ແຕ່ ເຈົ້າ ຈະ ບໍ່ ພົບ ເຮົາ.
\v 29 ເພາະ ເຈົ້າ ກຽດຊັງ ຄວາມຮູ້ ແລະ ປະຕິເສດ ທີ່ຈະ ຢ້ານຢໍາ ອົງພຣະ ຜູ້ ເປັນເຈົ້າ.
\v 30 ເຈົ້າ ບໍ່ ເຄີຍ ຕ້ອງການ ຄໍາແນະນາໍ ຈາກ ເຮົາ ເລີຍ ຫລື ບໍ່ ສົນ ໃຈ ຈັກ ເທື່ອ ເພື່ອ ໃຫ້ ເຮົາ ຕັກເຕືອນ ກໍ່ ສ້າງ ເຈົ້າ.
\s5
\v 31 ດ້ວຍເຫດນີ້ ເຈົ້າ ຈຶ່ງ ຈະ ໄດ້ ຮັບ ຜົນ ຕອບແທນ ຕາມ ທາງ ຂອງ ເຈົ້າ ຈົນ ເຈົ້າ ເບື່ອ ໜ່າຍ ຕໍ່ ຄວາມຊົ່ວ ທີ່ ເຈົ້າ ໄດ້ ກະທາໍ ມາ.
\v 32 ຄົນ ໂງ່ຈ້າ ຕາຍ ຍ້ອນ ຂາດ ປັນ ຍາ ແລະ ຄວາມປະໝາດ ຂອງ ຄົນໂງ່ ກໍ ເປັນ ທາງ ສູ່ ຄວາມ ຈິບຫາຍ ວາຍວອດ.
\v 33 ແຕ່ ຜູ້ໃດ ກໍຕາມ ທີ່ ຟັງ ເຮົາ ຈະ ປອດໄພ ແລະ ຈະ ມີ ຊີວິດ ຢູ່ ໂດຍ ບໍ່ ຢ້ານ ອັນ ຕະລາຍ ໃດໆ ທັງ ສິ້ນ.
\s5
\c 2
\p
\v 1 ລູກ ເອີຍ ຈົ່ງ ຮໍ່າຮຽນ ເອົາ ສິ່ງ ທີ່ ພໍ່ ບອກສອນ ແລະ ຢ່າ ລືມ ສິ່ງ ທີ່ ພໍ່ ບອກ ໃຫ້ ປະພຶດ.
\v 2 ຈົ່ງ ໃຊ້ ຫູ ຟັງ ສິ່ງ ທີ່ ມີ ປັນຍາ ແລະ ຈົ່ງ ໃສ່ ໃຈ ປະຕິບັດ ຕາມ ຄວາມ ເຂົ້າໃຈ ໃນ ປັນຍາ ນັ້ນ.
\s5
\v 3 ໃຫ້ ສະແຫວງ ຫາ ຄວາມຮູ້ ແລະ ວິງວອນ ຂໍ ຄວາມ ເຂົ້າໃຈ.
\v 4 ຈົ່ງ ຊອກຫາ ປັນຍາ ດັ່ງ ເຈົ້າ ຊອກຫາ ເງິນ ຫລ ຂຸມ ຊັບ ທີ່ ຖືກເຊື່ອງ ໄວ້.
\v 5 ຖ້າ ເຮັດ ເຊັ່ນ ນີ້ ເຈົ້າ ກໍ ຈະ ຮູ້ຈັກ ຄວາມ ຢໍາເກງ ອົງພຣະ ຜູ້ ເປັນເຈົ້າ ແລະ ເຈົ້າ ຈະ ບັນ ລຸ ຜົນ ສໍາເລັດ ໃນ ການ ຮຽນຮູ້ ເຖິງ ພຣະເຈົ້າ.
\s5
\v 6 ແມ່ນ ອົງພຣະ ຜູ້ ເປັນເຈົ້າ ທີ່ ເປັນ ຜູ້ ໂຜດ ໃຫ້ ປັນ ຍາ, ຄວາມຮູ້ ແລະ ຄວາມ ເຂົ້າໃຈ ແມ່ນ ມາ ຈາກ ພຣະອົງ.
\v 7 ພຣະອົງ ຊົງ ສະສົມ ສະຕິປັນ ຍາ ໄວ້ ໃຫ້ ຄົນ ທ່ຽງທໍາ ພຣະເຈົ້າ ຊົງ ເປັນ ໂລ້ ໃຫ້ ແກ່ ຜູ້ ທີ່ ດໍາເນີນ ໃນ ຄວາມສັດ ຊື່.
\v 8 ພຣະອົງ ຊົງ ປົກປ້ອງ ທາງ ຂອງ ຄວາມ ຍຸດຕິທໍາ ແລະ ເຝົ້າ ຮັກ ສາ ທາງ ຂອງ ຄົນ ທີ່ ເຊື່ອ ໃນ ພຣະອົງ.
\s5
\v 9 ຖ້າ ເຈົ້າ ເຊື່ອ ຟັງ ເຮົາ ເຈົ້າ ກໍ ຈະ ຮູ້ຈັກ ສິ່ງ ທີ່ ຖືກ ຕ້ອງ ສິ່ງ ທີ່ ເປັນທໍາ ແລະ ສິ່ງ ທີ່ ດີງາມ, ເຈົ້າ ຈະ ເຂົ້າໃຈ ແນວທາງ ອັນ ດີງາມ ທຸກຢ່າງ.
\v 10 ເຈົ້າ ຈະ ກາຍເປັນ ຄົນ ມີ ປັນ ຍາ ແລະ ຄວາມຮູ້ ຂອງເຈົ້າ ກໍ ຈະ ໃຫ້ ເຈົ້າ ມີ ຄວາມສຸກ ສະບາຍ ໃຈ.
\s5
\v 11 ຄວາມ ເຂົ້າໃຈ ອັນ ແທ້ຈິງ ກັບ ຄວາມ ສະຫລາດ ຈະ ປົກ ປ້ອງ ເຈົ້າ
\v 12 ແລະ ຈະ ກີດ ກັ້ນ ເຈົ້າ ໄວ້ ບໍ່ ໃຫ້ ປະພຶດ ຜິດ ສິ່ງ ເຫລົ່າ ນີ້ ຈະ ຮັກ ສາ ເຈົ້າ ໄວ້ ໃຫ້ ພົ້ນ ຈາກ ຄົນ ທີ່ ມັກ ສ້າງ ຄວາມ ເດືອດຮ້ອນ ທາງ ວາຈາ ຄື:
\v 13 ຄົນ ທີ່ ໄດ້ ປະຖິ້ມ ຊີວິດ ອັນ ຊອບທາໍ ແລະ ໄປ ດໍາເນີນ ຊີວິດ ໃນ ຄວາມ ມືດ ມົນ ແຫ່ງ ບາບ,
\s5
\v 14 ຄົນ ທີ່ ພົບ ຄວາມ ສະໜຸກ ໃນ ທາງ ປະພຶດ ຊົ່ວ ແລະ ຄົນ ທີ່ ພໍອົກ ພໍໃຈ ໃນ ການ ຊົ່ວຮ້າຍ ນັ້ນ,
\v 15 ຄື ຄົນ ທີ່ ທັງ ຊີວິດ ຂອງ ເຂົາ ລ້ວນແຕ່ ຄົດ ໂກງ ທັງ ສິ້ນ.
\s5
\v 16 ເຈົ້າ ຈະ ສາມາດ ປ້ອງກັນ ຕົວ ໄດ້ ຈາກ ຍິງ ຊົ່ວ ແຜດສະຫຍາ ທີ່ ຊອກຫາ ລໍ້ລວງ ເຈົ້າ ໃຫ້ ເຮັດ ຜິດ ດ້ວຍ ຄໍາເວົ້າຈາ ອັນ ຮຽບຮ້ອຍ
\v 17 ເປັນ ຍິງ ທີ່ ບໍ່ ສັດ ຊື່ ຕໍ່ ຜົວ ຄົນ ທໍາອິດ ຂອງຕົນ ແລະ ລືມໄລ ຄໍາ ສາບານ ອັນ ສັກ ສິດ ທີ່ ຕົນ ເຄີຍ ມີ.
\s5
\v 18 ຖ້າ ເຈົ້າ ໄປ ຍັງ ບ່ອນ ນາງ ຢູ່ ອາໄສ ກໍ ເທົ່າ ກັບ ເຈົ້າ ໄດ້ ເດີນ ໄປ ສູ່ ຄວາມຕາຍ ເສຍ ແລ້ວ.
\v 19 ບໍ່ ມີ ໃຜ ທີ່ ໄປ ຫາ ນາງ ແລ້ວ ເຄີຍ ກັບ ຄືນ ມາ ລາວ ບໍ່ ໄດ້ ຄືນ ມາ ສູ່ຫົນ ທາງ ແຫ່ງ ຊີວິດ ອີກ ຈັກ ເທື່ອ.
\s5
\v 20 ສະນັ້ນ ເຈົ້າ ຈຶ່ງ ຕ້ອງ ເອົາ ແບບຢ່າງ ຂອງ ຄົນ ຜູ້ດີ ແລະ ດໍາເນີນ ຊີວິດ ຂອງຕົນ ຕາມ ທາງ ຊອບທາໍ.
\v 21 ເພາະ ຄົນ ຊອບທາໍ ຈະ ໄດ້ ຢູ່ ໃນ ດິນ ແດນ ແລະ ຄົນ ສັດ ຊື່ຄົງ ຢູ່ ໃນ ນັ້ນ.
\v 22 ແຕ່ ພຣະເຈົ້າ ຈະ ຕັດ ຄົນ ຊົ່ວ ຮ້າຍ ອອກ ໄປ ຈາກ ດິນ ແດນ ແລະ ຄົນ ຄົດ ໂກງ ຈະ ຖືກ ຖອນຮາກ ອອກ ຈາກ ແຜ່ນດິນ ນັ້ນ.
\s5
\c 3
\p
\v 1 ລູກ ເອີຍ ຢ່າ ລືມ ໄລ ສີ່ງ ທີ່ ພໍ່ ບອກສອນ ຈົ່ງ ຈື່ ຈາໍ ໃສ່ ໃຈ ສະເໝີ ສິ່ງ ທີ່ ພໍ່ ບອກ ໃຫ້ ປະພຶດ.
\v 2 ຄໍາສັ່ງ ສອນ ຂອງ ພໍ່ ຈະ ໃຫ້ ລູກ ມີ ຊີວິດ ຍືນ ຍາວ ແລະ ຈະເລີນ ຮຸ່ງເຮືອງ.
\s5
\v 3 ຢ່າ ປະຖິ້ມ ຈັກ ເທື່ອ ຄວາມ ຈົງ ຮັກ ພັກດີ ແລະ ຄວາມສັດຊື່ ຈົ່ງ ເອົາ ສິ່ງ ເຫລົ່ານັ້ນ ຄ້ອງ ຄໍ ເຈົ້າ ໄວ້ ຈົ່ງ ຂຽນ ຈົດຈໍາ ໄວ້ ຢູ່ ໃນ ຫົວໃຈ ຂອງເຈົ້າ.
\v 4 ຖ້າເຈົ້າ ເຮັດ ເຊັ່ນນີ້ ທັງ ພຣະເຈົ້າ ແລະ ມະນຸດ ກໍ ຈະ ພໍໃຈ ນໍາ.
\s5
\v 5 ຈົ່ງ ໄວ້ວາງໃຈ ໃນ ອົງ ພຣະ ຜູ້ ເປັນ ເຈົ້າ ດ້ວຍ ສຸດໃຈ ຂອງເຈົ້າ. ຢ່າ ເຊື່ອໝັ້ນ ຈັກ ເທື່ອ ໃນ ສິ່ງ ທີ່ ເຈົ້າ ຄິດ ວ່າ ເຈົ້າ ຮູ້ຈັກ.
\v 6 ຈົ່ງ ລະນຶກ ເຖິງ ພຣະເຈົ້າ ໃນ ທຸກສິ່ງ ທີ່ ເຈົ້າ ກະທໍາ ແລະ ພຣະອົງ ຈະ ໃຫ້ ເຈົ້າ ເຫັນ ຫົນ ທາງ ອັນ ຖືກ ຕ້ອງ.
\s5
\v 7 ຢ່າ ຄິດ ເລີຍ ວ່າ ຕົນ ເປັນ ຄົນ ມີ ປັນ ຍາ ກວ່າ ທີ່ ຕົນ ມີ ຢູ່ ຈົ່ງ ຢໍາເກງ ອົງ ພຣະ ຜູ້ ເປັນ ເຈົ້າ ເທົ່າ ນັ້ນ ແລະ ຈົ່ງ ຫລີກ ໜີ ຈາກ ຄວາມ ຊົ່ວ ຮ້າຍ.
\v 8 ຖ້າ ເຈົ້າ ເຮັດ ສິ່ງ ນັ້ນ ກໍ ຈະ ເປັນ ຢາ ດີ ວິເສດ ປິ່ນປົວ ບາດແຜ ຂອງເຈົ້າ ໃຫ້ ຫາຍ ແລະ ຜ່ອນຄາຍ ຄວາມ ເຈັບ ປວດ ຂອງເຈົ້າ.
\s5
\v 9 ຈົ່ງ ຍ້ອງຍໍ ໃຫ້ກຽດ ອົງ ພຣະ ຜູ້ ເປັນ ເຈົ້າ ດ້ວຍ ຊັບ ສິນ ຂອງຕົນ ດ້ວຍ ຜົນ ຜົນ ທາໍ ອິດ ອັນ ດີທີ່ ສຸດ ຈາກຜົນ ລະປູກ ທັງ ໝົດ ຂອງເຈົ້າ.
\v 10 ຖ້າ ເຈົ້າ ເຮັດ ເຈົ້າ ຈະ ມີ ເຂົ້າ ເຕັມ ເລົ້າ ແລະ ມີ ເຫລົ້າ ອະງຸ່ນ ເຫລືອ ຫລາຍ ຈົນ ບໍ່ ມີ ບ່ອນ ໃສ່.
\s5
\v 11 ລູກ ເອີຍ ຢ່າ ປະໝາດ ການ ຕີສອນ ຂອງ ອົງພຣະ ຜູ້ ເປັນ ເຈົ້າ ຫລື ເບື່ອ ໜ່າຍ ຕໍ່ ໍຄໍາ ຕັກ ເຕືອນ.
\v 12 ອົງພຣະ ຜູ້ ເປັນ ເຈົ້າ ຕັກ ເຕືອນ ກໍ່ ສ້າງ ຜູ້ ທີ່ ພຣະອົງ ຊົງ ຮັກ ດັ່ງ ພໍ່ດັດແປງ ກໍ່ ສ້າງ ລູກ ຜູ້ ທີ່ຕົນ ພາກພູມ ໃຈ ນາໍ.
\s5
\v 13 ຄວາມສຸກ ເປັນ ຂອງ ຜູ້ ທີ່ ໄດ້ ພົບ ປັນ ຍາ ແລະ ຜູ້ ທີ່ ໄດ້ ຮັບ ຄວາມ ເຂົ້າໃຈ.
\v 14 ເພາະ ຜົນ ທີ່ ໄດ້ ຈາກ ປັນ ຍາ ດີກວ່າ ຜົນ ທີ່ ໄດ້ ຈາກ ເງິນ ແລະ ກໍາໄລ ຈາກ ປັນຍາ ນັ້ນ ດີກວ່າ ຄໍາ.
\s5
\v 15 ປັນ ຍາ ມີ ຄຸນຄ່າ ຫລາຍກວ່າ ເພັດ ພອຍ ບໍ່ ມີ ສິ່ງ ໃດ ທີ່ ເຈົ້າ ປາຖະໜາ ທຽບທັນ ກັບ ປັນ ຍາ ໄດ້.
\v 16 ປັນ ຍາ ເຮັດ ໃຫ້ ເຈົ້າ ມີ ຊີວິດ ຍືນ ຍາວ ທັງ ມີ ຊັບ ສິນ ແລະ ກຽດສັກ ສີ ດ້ວຍ.
\s5
\v 17 ທາງ ຂອງ ປັນຍາ ເປັນ ທາງ ຂອງ ຄວາມ ລາບລື້ນ ວິຖີ ທາງ ທັງ ສິ້ນ ຂອງ ປັນ ຍາ ຄື ສັນຕິສຸກ.
\v 18 ປັນຍາ ເປັນ ຕົ້ນໄມ້ ແຫ່ງ ຊີວິດ ແກ່ ຜູ້ ທີ່ ຢຶດ ໄວ້ ແໜ້ນ ເອີ້ນ ວ່າ ຜາສຸກ.
\s5
\v 19 ອົງພຣະ ຜູ້ ເປັນເຈົ້າ ໄດ້ ສ້າງ ແຜ່ນດິນ ໂລກ ດ້ວຍ ປັນ ຍາ ຂອງ ພຣະອົງ ດ້ວຍ ຄວາມ ຮອບຮູ້ ຂອງ ພຣະອົງ ຈຶ່ງ ໄດ້ ຕັ້ງ ທ້ອງຟ້າ ໄວ້ ໃນທີ່ ນັ້ນ.
\v 20 ດ້ວຍ ຄວາມຮອບຄອບ ຂອງ ພຣະອົງ ນັ້ນ ນາໍ້ ບາດານ ກໍ ພຸ ອອກ ມາ ແລະ ເມກ ກໍ ເຮັດ ໃຫ້ ນາໍ້ ໝອກ ນາໍ້ ຄ້າງ ຕົກ ລົງ ມາ.
\s5
\v 21 ລູກ ເອີຍ ຈົ່ງ ຢຶດ ໝັ້ນ ໃນ ປັນ ຍາ ອັນ ຖືກ ຕ້ອງ ແລະ ຄວາມຮອບຄອບ ອັນ ແທ້ຈິງ ຂອງເຈົ້າ. ຢ່າ ປ່ອຍ ໃຫ້ ທັງ ສອງ ຢ່າງ ໜີໄປ ຈາກ ສາຍຕາ ຂອງເຈົ້າ ໄດ້ ຈັກ ເທື່ອ.
\v 22 ແລະ ສິ່ງ ທັງ ສອງ ຈະ ເປັນ ຊີວິດ ແກ່ ເຈົ້າ ແລະ ເປັນ ເຄື່ອງ ເອ້ ປະດັບ ຄໍ ຂອງເຈົ້າ.
\s5
\v 23 ດັ່ງນັ້ນ ເຈົ້າ ຈະ ເດີນ ໄປ ໄດ້ ຢ່າງ ປອດໄພ ແລະ ຕີນ ຂອງເຈົ້າ ຈະ ບໍ່ ເຕະ ສະດຸດ ລົ້ມ ລົງ.
\v 24 ເຈົ້າ ຈະ ບໍ່ ຢ້ານ ເມື່ອ ເຈົ້າ ນັ່ງ ລົງ ແລະ ເຈົ້າ ຈະ ນອນ ຫລັບ ສະໜິດ ຕະຫລອດ ຄືນ.
\s5
\v 25 ເຈົ້າ ຈະ ບໍ່ ໄດ້ ກັງ ວົນ ເຖິງ ຄວາມພິນາດ ທີ່ ມາ ຢ່າງ ກະທັນ ຫັນ ຫລື ລົມ ພະຍຸ ຮ້າຍ ທີ່ ມາ ຖືກ ຄົນ ຊົ່ວ.
\v 26 ເພາະ ອົງພຣະ ຜູ້ ເປັນເຈົ້າ ຊົງ ເປັນ ຄວາມ ໝັ້ນໃຈ ຂອງເຈົ້າ. ພຣະອົງ ຈະ ບໍ່ ປ່ອຍ ໃຫ້ ຕີນ ເຈົ້າ ຕົກ ຖືກ ບ້ວງແຮ້ວ.
\s5
\v 27 ຢ່າ ເກັບ ຄວາມດີ ໄວ້ ຈາກ ຜູ້ ທີ່ສົມ ຄວນ ຈະ ໄດ້ ຮັບ ໃນ ເມື່ອ ສິ່ງນີ້ ຢູ່ ໃນ ອໍານາດ ຂອງເຈົ້າ ທີ່ ຈະ ກະທາໍ ໄດ້.
\v 28 ຢ່າ ປ່ອຍ ໃຫ້ ເພື່ອນບ້ານ ຂອງເຈົ້າ ລໍ ຖ້າ ຈົນເຖິງ ມື້ອື່ນ ສິ່ງ ທີ່ ເຈົ້າ ຊ່ວຍ ໄດ້ ໃນ ທັນ ທີ ທັນ ໃດ.
\s5
\v 29 ຢ່າ ວາງ ອຸບາຍ ໃດໆ ທາໍ ຮ້າຍ ເພື່ອນບ້ານ ຂອງເຈົ້າ ຜູ້ ທີ່ ຢູ່ ໃກ້ ເຈົ້າ ແລະ ໄວ້ວາງໃຈ ໃນ ຕົວ ເຈົ້າ.
\v 30 ຢ່າ ຖົກ ຖຽງ ກັບ ຄົນ ອື່ນ ຢ່າງ ບໍ່ ມີ ເຫດຜົນ ໃນ ເມື່ອ ລາວ ບໍ່ ເຄີຍ ທາໍ ຮ້າຍ ເຈົ້າ ຈັກ ເທື່ອ.
\s5
\v 31 ຢ່າ ອິດ ສາ ຄົນ ໂຫດຮ້າຍ ທາລຸນ ຫລື ຕັດ ສິນ ໃຈ ເຮັດ ຕາມ ທາງ ຂອງ ເຂົາ ເຈົ້າ
\v 32 ເພາະ ອົງ ພຣະ ຜູ້ ເປັນ ເຈົ້າ ກຽດຊັງ ຜູ້ ທີ່ ຫລົບ ລີ້ນ ປີ້ນ ຄວາມ, ແຕ່ ພຣະອົງ ໄວ້ວາງໃຈ ໃນ ຄົນ ຊອບທາໍ.
\s5
\v 33 ອົງ ພຣະ ຜູ້ ເປັນ ເຈົ້າ ສາບແຊ່ງ ບ້ານເຮືອນ ຂອງ ຄົນ ຊົ່ວ ຮ້າຍ, ແຕ່ ອວຍພອນ ບ້ານເຮືອນ ຂອງ ຄົນ ຊອບທາໍ.
\v 34 ພຣະອົງ ຊົງ ຕໍ່ສູ້ ຜູ້ ທີ່ ອວດ ວ່າ ຕົນ ດີ, ແຕ່ ພຣະອົງ ຊົງ ໃຫ້ ຄວາມ ເມດຕາ ແກ່ ຜູ້ ທີ່ ຖ່ອມຕົວ.
\s5
\v 35 ຄົນ ມີ ປັນ ຍາ ຈະ ໄດ້ ຮັບ ກຽດ ເປັນ ມໍຣະດົກ, ສ່ວນ ຄົນ ໂງ່ຈ້າ ຈະ ໄດ້ ຮັບ ແຕ່ ຄວາມ ອັບ ອາຍ ຕື່ມ ຂຶ້ນ.
\s5
\c 4
\p
\v 1 ພວກ ລູກໆ ເອີຍ ຈົ່ງ ຟັງ ສິ່ງ ທີ່ ພໍ່ ຂອງ ພວກເຈົ້າ ບອກສອນ ຈົ່ງ ຕັ້ງ ຈິດ ຕັ້ງໃຈ ຟັງ ແລະ ພວກເຈົ້າ ກໍ ຈະ ມີ ຄວາມ ເຂົ້າໃຈ.
\v 2 ສິ່ງ ທີ່ ພໍ່ ບອກສອນ ພວກເຈົ້າ ນີ້ ເປັນ ສິ່ງ ທີ່ ດີ ສະນັ້ນ ຈົ່ງ ພາກັນ ຈື່ ຈາໍ ເອົາ ໄວ້ ໝົດ ທຸກສິ່ງ.
\s5
\v 3 ເມື່ອ ພໍ່ ຍັງ ເປັນ ເດັກ ນ້ອຍ ຢູ່ ນັ້ນ ຄື ເປັນ ລູກ ຄົນ ດຽວ ຂອງ ພໍ່ ແມ່
\v 4 ປູ່ ຂອງ ເຈົ້າ ກໍໄດ້ ບອກສອນ ພໍ່ ເໝືອນກັນ ເພິ່ນ ເຄີຍ ເວົ້າ ວ່າ, “ຈົ່ງ ຈື່ ຈາໍ ຄໍາ ທີ່ ພໍ່ ບອກສອນ ແລະ ຢ່າ ລືມ ໄລ ຈັກ ເທື່ອ. ຈົ່ງ ເຮັດ ຕາມ ຄໍາ ທີ່ ພໍໍ່ບອກສອນ ແລະ ເຈົ້າ ຈະ ມີ ຊີວິດ ຢູ່.
\s5
\v 5 ຈົ່ງ ຮັບ ເອົາ ປັນ ຍາ ແລະ ຄວາມ ຮູ້ ແຈ້ງ ເຫັນ ຈິງ ຢ່າ ລືມ ໄລ ແລະ ຢ່າ ຫລີກ ໜີ ຈາກ ຖ້ອຍຄໍາ ແຫ່ງ ປາກ ຂອງເຮົາ.
\v 6 ຢ່າ ປະຖິ້ມ ປັນ ຍາ ເພາະ ປັນ ຍາ ຈະ ຄຸ້ມ ຄອງ ເຈົ້າ ໄວ້ ຈົ່ງ ຮັກ ແພງ ປັນ ຍາ ແລະ ປັນ ຍາ ຈະ ຮັກ ສາ ເຈົ້າ ໄວ້ ໃຫ້ ປອດໄພ.
\s5
\v 7 ປັນ ຍາ ແມ່ນ ສິ່ງ ສໍາຄັນ ອັນ ສຸດ ຍອດ. ສະນັ້ນ ຈົ່ງ ຫາ ເອົາ ປັນ ຍາ ໃຫ້ ໄດ້ ຈົ່ງ ຍອມ ເສຍ ທຸກສິ່ງ ທີ່ ເຈົ້າ ມີ ຢູ່ ເພື່ອ ຈະ ກາຍເປັນ ຄົນ ມີ ປັນ ຍາ.
\v 8 ຈົ່ງ ຮັກ ແພງ ປັນ ຍາ ແລະ ປັນ ຍາ ຈະ ເຮັດ ໃຫ້ ເຈົ້າ ຍິ່ງ ໃຫຍ່ ຈົ່ງ ກອດ ເອົາ ປັນ ຍາ ໄວ້ (ຄ) ເພາະ ປັນ ຍາ ຈະ ນາໍ ເອົາ ກຽດສັກ ສີ ມາ ສູ່ ເຈົ້າ.
\v 9 ປັນ ຍາ ຈະ ເປັນ ມົງ ກຸດ ອັນ ສະຫງ່າຣາສີ ເທິງ ຫົວ ເຈົ້າ.”
\s5
\v 10 ລູກ ເອີຍ ຈົ່ງ ຟັງ ຈົ່ງ ເອົາ ໃຈໃສ່ ຕໍ່ ຄໍາ ທີ່ ພໍ່ ບອກສອນ ເພື່ອ ເຈົ້າ ຈະ ມີ ຊີວິດ ຍືນ ຍາວ.
\v 11 ພໍ່ ໄດ້ ບອກສອນ ເຈົ້າ ເຖິງ ປັນ ຍາ ແລະ ການ ດໍາເນີນ ຊີວິດ ໃນ ທາງ ອັນ ຖືກ ຕ້ອງ.
\v 12 ບໍ່ ມີ ສິ່ງ ໃດ ທີ່ ຈະ ຂັດ ຂວາງ ທາງເດີນ ຂອງເຈົ້າ ຖ້າເຈົ້າ ດໍາເນີນ ຊີວິດ ຢ່າງ ຄົນ ມີ ປັນຍາ ເມື່ອ ເຈົ້າ ແລ່ນ ເຈົ້າ ຈະ ບໍ່ ເຕະ ສະດຸດ ລົ້ມ.
\s5
\v 13 ຈົ່ງ ຈື່ ຈາໍ ເອົາ ໄວ້ ສະເໝີ ສິ່ງ ທີ່ເຈົ້າ ໄດ້ ຮຽນຮູ້ ມາ ແລ້ວນັ້ນ. ການ ສຶກ ສາ ຄື ຊີວິດ ຂອງເຈົ້າ ຈົ່ງ ເຝົ້າ ຮັກ ສາ ເອົາ ສິ່ງ ນີ້ ໄວ້ ໃຫ້ ດີ.
\v 14 ຢ່າ ຍ່າງ ຕາມ ທາງ ຂອງ ຄົນ ຊົ່ວ ຮ້າຍ ຢ່າ ເຮັດ ຕາມ ແບບຢ່າງ ຂອງ ຄົນ ບໍ່ ດີ.
\v 15 ຢ່າ ເຮັດ ເຊັ່ນ ນັ້ນ ເດີ ຈົ່ງ ຫລີກ ເວັ້ນ ຈາກ ຄວາມຊົ່ວ ຈົ່ງ ຜີກ ໜີ ແລະ ເດີນ ໄປ ຕາມ ທາງ ຂອງເຈົ້າ.
\s5
\v 16 ຄົນ ຊົ່ວ ບໍ່ ຫ່ອນ ນອນ ຫລັບ ໄດ້ ຈົນ ກວ່າ ພວກເຂົາ ໄດ້ ໄປ ເຮັດ ຜິດ ມາ. ພວກເຂົາ ນອນ ມືນ ຕາ ຈົນ ກວ່າ ໄດ້ ທາໍ ຮ້າຍ ຄົນ ແລ້ວ ຈຶ່ງ ນອນ ຫລັບ ໄດ້.
\v 17 ການ ຊົ່ວ ຊ້າ ແລະ ການ ຮຸນແຮງ ຄື ເຄື່ອງ ກິນ ແລະ ເຄື່ອງ ດື່ມ ຂອງ ພວກເຂົາ.
\s5
\v 18 ທາງ ຂອງ ຄົນ ຊອບທາໍ ເດີນ ໄປ ນັ້ນ ເປັນ ດັ່ງ ຕາເວັນ ຂຶ້ນ ໃນ ຍາມ ເຊົ້າ ໂດຍ ສ່ອງແສງ ເຫລື້ອມໃສ ຂຶ້ນ ໄປ ຈົນກວ່າ ກາງເວັນ ມາຮອດ.
\v 19 ສ່ວນ ທາງ ຂອງ ຄົນຊົ່ວຮ້າຍ ນັ້ນ ກໍ ມືດ ມິດ ດັ່ງ ກາງຄືນ. ພວກເຂົາ ລົ້ມ ລົງ ແຕ່ ບໍ່ເຫັນ ສິ່ງ ທີ່ ພວກເຂົາ ສະດຸດ ລົ້ມ ນັ້ນ ໄດ້.
\s5
\v 20 ລູກ ເອີຍ ຈົ່ງ ເອົາ ໃຈໃສ່ ໃນ ສິ່ງ ທີ່ ພໍ່ ບອກສອນ. ຈົ່ງ ຟັງ ຖ້ອຍຄໍາ ຂອງ ພໍ່.
\v 21 ຢ່າ ປ່ອຍ ໃຫ້ ຖ້ອຍຄໍາ ນັ້ນ ໜີໄປ ຈາກ ເຈົ້າ ຈົ່ງ ຈື່ ຈາໍ ແລະ ເກັບ ກາໍ ເອົາ ຖ້ອຍຄໍາ ນັ້ນ ໄວ້ ໃນ ໃຈ ເຈົ້າ.
\s5
\v 22 ຖ້ອຍຄໍາ ເຫລົ່ານັ້ນ ຈະ ໃຫ້ ຊີວິດ ແກ່ ຜູ້ ທີ່ ຄົ້ນພົບ ແລະ ປິ່ນປົວ ເນື້ອກາຍ ຂອງ ຜູ້ ນັ້ນ ທັງສິ້ນ.
\v 23 ຈົ່ງ ລະວັງ ສິ່ງ ທີ່ ເຈົ້າ ຄິດ ຢູ່ໃນໃຈ ໃຫ້ ດີ ເພາະ ຊີວິດ ຂອງ ຄົນ ຖືກ ຫລໍ່ຫລອມ ຂຶ້ນ ໂດຍ ຄວາມ ນຶກຄິດ.
\s5
\v 24 ຢ່າ ໃຫ້ ປາກ ເຈົ້າ ເວົ້າ ຈັກ ເທື່ອ ເຖິງ ສິ່ງ ທີ່ ບໍ່ ເປັນ ຄວາມຈິງ. ຢ່າ ຫຍຸ້ງ ກ່ຽວ ກັບ ສິ່ງ ໃດໆ ທີ່ ພົວພັນ ກັບ ການ ຫລອກລວງ.
\v 25 ຈົ່ງ ໃຫ້ ສາຍຕາ ເຈົ້າ ຈ້ອງເບິ່ງ ຊື່ ໜ້າ ຄົນ ແນມ ໄປ ຢ່າງ ຊື່ ກົງ ດ້ວຍ ຄວາມ ໜັກ ແໜ້ນ.
\s5
\v 26 ຈົ່ງ ວາງແຜນ ຢ່າງ ຮອບຄອບ ໃນ ສິ່ງ ທີ່ ເຈົ້າ ກະທາໍ ແລະ ສິ່ງ ໃດໆ ທີ່ ເຈົ້າ ກະທາໍ ໄປ ກໍ ຈະ ເປັນ ການ ຖືກ ຕ້ອງ.
\v 27 ຈົ່ງ ຫລີກ ເວັ້ນ ຈາກ ຄວາມຊົ່ວ ແລະ ຍ່າງ ຊື່ ກົງ ໄປ ຢ່າ ກ້າວ ອອກ ໄປ ຈາກ ທາງ ເດີນ ທີ່ ຖືກ ຕ້ອງ.
\s5
\c 5
\p
\v 1 ລູກ ເອີຍ ຈົ່ງ ເອົາ ໃຈໃສ່ ຟັງ ປັນ ຍາ ແລະ ຄວາມ ຮູ້ແຈ້ງ ເຫັນ ຈິງ.
\v 2 ແລ້ວ ເຈົ້າ ກໍ ຈະ ຮູ້ຈັກ ປະພຶດ ຕົນ ຢ່າງ ເໝາະສົມ ແລະ ຖ້ອຍຄໍາ ຂອງເຈົ້າ ຈະ ສະແດງ ໃຫ້ ເຫັນ ວ່າ ເຈົ້າ ມີ ຄວາມຮູ້.
\s5
\v 3 ຮີມ ສົບ ເມຍ ຂອງ ຊາຍ ອື່ນ ອາດ ຫວານຊື່ນ ດັ່ງ ນໍ້າ ເຜິ້ງ ແລະ ການ ຈູບ ຂອງ ນາງ ອາດ ຫລ່ຽນ ໄຫລ ດັ່ງ ນໍ້າມັນ ໝາກກອກເທດ,
\v 4 ແຕ່ ໃນທີ່ ສຸດ ນາງ ບໍ່ ໄດ້ ປະ ຫຍັງ ໄວ້ ໃຫ້ ນອກຈາກ ຄວາມ ຂົມ ຂື່ນ ແລະ ເຈັບ ປວດ.
\s5
\v 5 ນາງ ຈະ ນໍາ ເອົາ ເຈົ້າ ລົງ ໄປ ໃນ ໂລກ ຂອງ ຄົນ ຕາຍ ຫົນ ທາງ ທີ່ ນາງ ຍ່າງ ແມ່ນ ນາໍ ໄປ ສູ່ ຄວາມຕາຍ.
\v 6 ນາງ ບໍ່ ຢູ່ ໃນ ທາງ ທີ່ ນາໍ ໄປ ສູ່ ຊີວິດ, ແຕ່ ເດີນ ໂຊເຊ ໄປ ແລະ ບໍ່ ຮູ້ຈັກ ຄັກ ແນ່ ວ່າ ແມ່ນ ຫຍັງ ກາໍ ລັງ ເກີດ ຂຶ້ນ.
\s5
\v 7 ພວກ ລູກໆ ເອີຍ ບັດ ນີ້ ຈົ່ງ ຟັງ ພໍ່ ເທີ້ນ ແລະ ຢ່າ ລືມ ໄລ ຄໍາ ທີ່ ພໍ່ ບອກສອນ.
\v 8 ຈົ່ງ ຫລີກ ໜີ ຈາກ ຜູ້ຍິງ ຢ່າງ ນັ້ນ ແມ່ນແຕ່ ປະຕູ ເຮືອນ ຂອງ ນາງ ກໍ ຢໍ່າ ສູ່ ໄປ ໃກ້
\s5
\v 9 ຖ້າເຈົ້າ ໄປ ເຈົ້າ ຈະ ເອົາ ກຽດ ທີ່ ເຄີຍ ມີ ໃຫ້ ຄົນ ອື່ນ ແລະ ພວກເຈົ້າ ຈະ ຕາຍ ແຕ່ ຍັງ ໜຸ່ມ ດ້ວຍ ນາໍ້ ມື ຂອງ ພວກ ທີ່ ຂາດ ຄວາມ ເມດຕາ.
\v 10 ແມ່ນແລ້ວ ຄົນ ແປກໜ້າ ຈະ ເອົາ ຊັບ ສິນ ທັງ ໝົດ ຂອງ ພວກເຈົ້າ ໄປ ແລະ ສິ່ງ ທີ່ ພວກເຈົ້າ ຊອກ ຫາ ມາ ໄດ້ ທັງ ໝົດ ກໍ ຈະ ຕົກ ເປັນ ຂອງ ຄົນ ອື່ນ.
\s5
\v 11 ເຈົ້າ ຈະ ນອນ ຄວນຄາງ ຕາຍ ຢູ່ ເທິງ ຕຽງ ເນື້ອ ໜັງ ຕົນ ຕົວ ຂອງເຈົ້າ ຈະ ມີ ແນວ ກັດ ກິນ
\v 12 ແລະ ເຈົ້າ ກໍ ຈະ ເວົ້າ ວ່າ, “ຊັ້ນແຫລະ ເພາະ ຂ້ອຍ ບໍ່ ມັກ ໃຫ້ ຄົນ ອື່ນ ຕັກ ເຕືອນ ແລະ ບໍ່ ຍອມ ໃຫ້ ຜູ້ ອື່ນ ດັດ ແປງ ກໍ່ ສ້າງ.
\s5
\v 13 ຂ້ອຍ ບໍ່ ໄດ້ ຟັງ ຄໍາ ຂອງ ຄູ ສັ່ງ ສອນ. ຂ້ອຍ ບໍ່ ໄດ້ ເອົາໃຈໃສ່ ຕໍ່ ຄໍາເວົ້າ ຂອງເພິ່ນ.
\v 14 ແລະ ໃນ ທັນ ໃດນັ້ນ ຂ້ອຍ ພົບ ວ່າ ຕົນ ເອງ ໄດ້ ຖືກ ຂາຍໜ້າ ໃນ ທ່າມກາງ ມະຫາຊົນ. ” (ງ)
\s5
\v 15 ຈົ່ງ ສັດ ຊື່ ຕໍ່ ເມຍຂອງເຈົ້າ ແລະມອບຄວາມຮັກ ໃຫ້ ແກ່ ນາງແຕ່ ຜູ້ ດຽວ.
\v 16 ລູກທີ່ ເຈົ້າ ໄດ້ ນາໍ ຍິງ ຄົນ ອື່ນ ບໍ່ ມີ ຫຍັງ ດີ ສໍາລັບ ເຈົ້າ.
\v 17 ລູກຂອງເຈົ້າ ຄວນໃຫຍ່ ຂຶ້ນ ມາ ເພື່ອ ຊ່ວຍເຫລືອ ເຈົ້າ ແລະບໍ່ ແມ່ນສໍາລັບ ຊ່ວຍຜູ້ ອື່ນ.
\s5
\v 18 ສະນັ້ນ ຈົ່ງ ເປັນ ສຸກຢູ່ກັບ ເມຍຂອງເຈົ້າ ແລະຈົ່ງ ພົບ ຄວາມຊົມ ຊື່ນ ຍິນ ດີ ກັບ ຍິງ ທີ່ ເຈົ້າ ແຕ່ງງານນາໍ
\v 19 ຄື ຜູ້ ທີ່ ເປັນ ໜ້າ ຮັກ ດັ່ງ ກວາງແມ່ ແລະງາມສະຫງ່າ ດັ່ງ ເຍືອງຜາ. ຈົ່ງ ໃຫ້ ສະເໜ່ຂອງນາງເຮັດ ໃຫ້ ເຈົ້າ ມີ ຄວາມສຸກໃຈ ຈົ່ງ ໃຫ້ ຄວາມຮັກ ຂອງນາງຈັບໃຈຂອງເຈົ້າ ໄວ້.
\s5
\v 20 ລູກ ເອີຍ ເປັນ ຫຍັງ ເຈົ້າ ຈຶ່ງ ຕ້ອງເອົາ ຄວາມຮັກ ຂອງເຈົ້າ ໃຫ້ ແກ່ ຍິງ ອື່ນ? ເປັນ ຫຍັງ ເຈົ້າ ຈຶ່ງ ໄປຫາຄວາມສຸກກັບ ເມຍຂອງ ຊາຍອື່ນ?
\v 21 ອົງ ພຣະຜູ້ ເປັນ ເຈົ້າ ເຫັນ ທຸກໆສິ່ງ ທີ່ ເຈົ້າ ເຮັດ ເດີ ບໍ່ວ່າເຈົ້າ ໄປທາງໃດພຣະອົງ ພວມເຝົ້າ ເບິ່ງ ຢູ່.
\s5
\v 22 ຄວາມຜິດ ນັ້ນ ຄຸມຂັງ ຜູ້ ທີ່ເຮັດ ຜິດ ການບາບຂອງ ຄົນ ຊົ່ວ ກໍ ເປັນ ບ້ວງແຮ້ວ. ພວກເຂົາ ຖືກ ຈັບ ໃນຕາໜ່າງ ແຫ່ງ ບາບ ຂອງ ພວກ ເຂົາເອງ.
\v 23 ພວກເຂົາ ຕາຍໄປ ເພາະ ພວກເຂົາ ບໍ່ ມີ ການຄວບຄຸບຕົນ ເອງ. ຄວາມໂງ່ຈ້າ ອັນ ສຸດຂີດ ຂອງພວກເຂົາ ສົ່ງ ພວກເຂົາ ໄປສູ່ຂຸມຝັງ ສົບ.
\s5
\c 6
\p
\v 1 ລູກ ເອີຍ ເຈົ້າ ໄດ້ ສັນຍາ ຮັບຜິດຊອບ ຕໍ່ ໜີ້ສິນ ຂອງ ຄົນ ອື່ນ ບໍ?
\v 2 ເຈົ້າ ຖືກ ຈັບ ຍ້ອນ ຖ້ອຍຄໍາ ຈາກ ສົບ ຂອງເຈົ້າ ຫລື ຖືກ ບ້ວງແຮ້ວ ຍ້ອນ ຄໍາສັນຍາ ຈາກ ປາກ ຂອງ ເຈົ້າ ເອງ ບໍ?
\s5
\v 3 ລູກ ເອີຍ ຖ້າ ເປັນ ດັ່ງນັ້ນ ເຈົ້າ ກໍ ຢູ່ ໃຕ້ ອໍານາດ ຂອງ ຊາຍ ຄົນ ນັ້ນ ສາ ແລ້ວ ແຕ່ ນີ້ ແມ່ນ ວິທີ ອອກ ຂອງ ເຈົ້າ ເດີ: ຈົ່ງ ຟ້າວ ໄປ ຫາ ລາວ ແລະ ຂໍ ໃຫ້ ລາວ ປ່ອຍ ເຈົ້າ.
\s5
\v 4 ຢ່າ ໃຫ້ ເຈົ້າ ໄດ້ ນອນເສີຍ ຫລື ຢຸດ ພັກຜ່ອນ.
\v 5 ຈົ່ງ ອອກ ໜີ ຈາກ ບ້ວງແຮ້ວ ດັ່ງ ນົກ ຫລື ກວາງ ທີ່ ກາໍ ລັງ ປົບ ໜີ ຈາກ ນາຍພານ.
\s5
\v 6 ຄົນ ຂີ້ຄ້ານຄວນຮຽນຮູ້ ເອົາ ບົດ ຮຽນຈາກຊີວິດ ຂອງ ມົດ
\v 7 ພວກມັນ ບໍ່ ມີ ຜູ້ນາໍ ບໍ່ມີນາຍ ຫລື ຜູ້ປົກຄອງ,
\v 8 ແຕ່ ພວກມັນ ສະສົມ ອາຫານໄວ້ ໃນລະດູຮ້ອນເພື່ອ ຕຽມໄວ້ ສໍາລັບ ລະດູໜາວ.
\s5
\v 9 ຄົນ ຂີ້ຄ້ານຈະນອນຢຽດ ຢູ່ດົນປານໃດ? ເມື່ອ ໃດນໍ ລາວຈຶ່ງ ຈະ​ຕື່ນ ຂຶ້ນ?
\v 10 ລາວ ເວົ້າ ວ່າ, “ຂ້ອຍຈະນອນພັກ ຜ່ອນໜ້ອຍໜຶ່ງ, ຂໍ ຢຽດເສັ້ນ ຢຽດເອັນ ມື ກອດເອິກ ນອນພັກ ຜ່ອນບຶດ ໜຶ່ງ ເສຍກ່ອນ. ”
\v 11 ແຕ່ ໃນຂະນະທີ່ ລາວນອນຫລັບ ຢູ່ ນັ້ນ ຄວາມທຸກລໍາບາກກໍ ຈະມາໂຈມຕີ ລາວດັ່ງ ມີ ຄົນ ໜຶ່ງ ຖື ອາວຸດ ມາ ປຸ້ນ ລາວ.
\s5
\v 12 ຄົນ ໂລເລ ກັບ ຄົນ ຊົ່ວ ຮ້າຍ ມັກ ທ່ຽວ ໄປ ຫາ ຕົວະ.
\v 13 ພວກເຂົາ ຍິກຄີ້ວ ລິ່ວຕາ ເພື່ອ ຫລອກລວງ ເຈົ້າ
\s5
\v 14 ແຜນການ ອັນ ຊົ່ວ ຮ້າຍ ໃນ ແນວຄິດ ອັນ ເປິເປື້ອນ ຂອງ ພວກເຂົາ ນັ້ນ ສ້າງ ຄວາມ ເດືອດຮ້ອນ ໃຫ້ ທຸກບ່ອນ.
\v 15 ດ້ວຍເຫດນັ້ນ ແຫລະ ຄວາມພິນາດ ຈະ ທາໍ ລາຍ ພວກເຂົາ ໂດຍ ບໍ່ ຮູ້ຕົວ ແລະ ເຄາະຮ້າຍ ອັນ ເຖິງ ຕາຍ ກໍ ຈະ ຕົກ ຖືກ ພວກ ເຂົາເຈົ້າ.
\s5
\v 16 ມີ ເຈັດ ຢ່າງ ທີ່ ອົງພຣະ ຜູ້ ເປັນເຈົ້າ ກຽດຊັງ ແລະ ຜ່ອນຜັນ ໃຫ້ ບໍ່ ໄດ້:
\s5
\v 17-19 ຕາ​ທີ່​ຈອງ​ຫ​ອງ ລິ້ນ​ທີ່​ເວົ້​າ​ຕົວ​ະ ມື​ທີ່​ຂ້າ​ຄົນ​ບໍ່​ມີ​ຄວາມ​ຜິດ ໃຈ​ທີ່​ຄິດ​ແຜນ​ຊົ່ວ​ຮ້າຍ ຕີນ​ທີ່​ເວົ້າ​ຄຳ​ພະ​ຍານບໍ່​ຈິງ​ຕໍ່​ສູ້​ຄົນ​ອື່ນ ແລະ​ຜູ້​ທີ່​ຫາ​ເລື່ອງ​ໃຫ້​ພີ່​ນ້ອງ​ຜິດ​ຖຽງ​ກັນ.
\s5
\v 20 ລູກ ເອີຍ ຈົ່ງ ເຮັດ ຕາມ ຄໍາ ທີ່ ພໍ່ ບອກສອນ ແລະ ຢ່າ ລືມ ໄລ ຄໍາສັ່ງ ສອນ ຂອງ ແມ່ ເຈົ້າ.
\v 21 ຈົ່ງ ຖື ຮັກ ສາ ຖ້ອຍຄໍາ ຂອງ ເພິ່ນ ໄວ້ ສະເໝີ ແລະ ຝັງ ຖ້ອຍຄໍາ ນັ້ນ ໄວ້ ຢູ່ ໃນ ຈິດ ໃຈ ເຈົ້າ.
\s5
\v 22 ຄໍາສັ່ງ ສອນ ຂອງ ເພິ່ນ ຈະ ນໍາພາ ເມື່ອ ເຈົ້າ ເດີນທາງ ຄຸ້ມຄອງ ເຈົ້າ ຍາມ ກາງຄືນ ແລະ ແນະນາໍ ເຈົ້າ ໃນ ເວລາ ກາງເວັນ.
\v 23 ຄໍາສັ່ງ ສອນ ຂອງ ເພິ່ນ ເປັນ ແສງແຈ້ງ ເຍືອງ ທາງເດີນ ຄໍາບອກເຕືອນ ຂອງເພິ່ນ ສັ່ງ ສອນ ເຈົ້າ ໃຫ້ ຮູ້ຈັກ ການ ດໍາເນີນ ຊີວິດ.
\s5
\v 24 ຖ້ອຍຄໍາ ນັ້ນ ຮັກສາ ເຈົ້າ ໃຫ້ ພົ້ນ ຈາກ ຍິງ ຊົ່ວ ໄດ້ ຄື ຈາກ ຄໍາເວົ້າ ອັນ ລໍ້ລວງ ຂອງ ເມຍ ຄົນ ອື່ນ.
\v 25 ຢ່າ ໃຫ້ ຄວາມງາມ ຂອງ ນາງ ເປັນ ທີ່ ຍົວະເຍົ້າ ໃຈ ເຈົ້າ ໄດ້ ຢ່າ ໃຫ້ ສາຍຕາ ອັນ ຫວານ ແກມລວງ ຂອງ ນາງ ເປັນ ແຮ້ວ ດັກ ຈັບ ເຈົ້າ ໄດ້.
\s5
\v 26 ສໍາລັບ ຍິງ ໂສເພນີ ນັ້ນ ຈ້າງ ນອນ ນາໍ ໄດ້ ດ້ວຍ ລາຄາ ພຽງ ໜ້ອຍດຽວ, ແຕ່ ສໍາລັບ ຍິງ ທີ່ ມີ ຜົວ ແມ່ນ ຈະ ທາໍ ລາຍ ຊີວິດ ຂອງເຈົ້າ.
\v 27 ໃຜ ແດ່ ທີ່ ຫອບ ຖ່ານໄຟ ແດງ ໃສ່ ໜ້າ ເອິກ ໂດຍ ເສື້ອ ຂອງຕົນ ບໍ່ ໄໝ້?
\s5
\v 28 ໃຜ ແດ່ ທີ່ ຍ່າງ ໃນ ຖ່ານໄຟ ແດງ ແລ້ວ ໂດຍ ທີ່ ໄຟ ບໍ່ໄໝ້ ຕີນ?
\v 29 ຜູ້ ທີ່ ນອນ ນາໍ ເມຍ ຂອງ ຊາຍ ອື່ນ ກໍ ເປັນ ອັນ ຕະລາຍ. ດັ່ງ ນີ້ແຫລະ ຜູ້ໃດ ກໍຕາມ ທີ່ ເຮັດ ດັ່ງ ນີ້ ຈະ ໄດ້ ຮັບ ໂທດ ຢ່າງ ທໍລະມານ.
\s5
\v 30 ຄົນ ເຮົາ ບໍ່ ຫ່ອນ ຊັງ ຄົນ ຂີ້ລັກ ໄດ້ ຖ້າລາວ ລັກ ຍ້ອນ ຄວາມ ຫິວ, (ຈ)
\v 31 ແຕ່ ຖ້າ ຖືກ ຈັບ ໄດ້ ລາວ ຕ້ອງ ຈ່າຍ ຄືນ ເຈັດ ເທົ່າ ຄື ລາວ ຕ້ອງ ເສຍ ທຸກສິ່ງ ທີ່ ຕົນ ມີ ຢູ່.
\s5
\v 32 ແຕ່ ຊາຍ ທີ່ ຫລິ້ນ ຊູ້ ເປັນ ຜູ້ ໄຮ້ ຄວາມ ຮູ້ສຶກ ລາວ ມີ ແຕ່ ທາໍ ລາຍ ຕົນ ເອງ.
\v 33 ລາວ ຈະ ຖືກ ລົດ ກຽດ ແລະ ຖືກ ຕົບ ຕີ ລາວ ຈະ ເປັນ ທີ່ ອັບ ອາຍ ຕໍ່ໄປ ເລື້ອຍໆ.
\s5
\v 34 ຜົວ ເກີດ ໂມໂຫ ຂຶ້ນ ຍ້ອນ ຫຶງ ຫວງ ເມຍ ການ ແກ້ແຄ້ນ ຂອງ ລາວ ບໍ່ ມີ ຂອບເຂດ.
\v 35 ລາວ ຈະ ບໍ່ ຍອມ ຮັບ ເອົາ ຄ່າ ທາໍ ຂວັນ ໃດໆ ຂອງຂວັນ ກອງ ຖ້ວມ ຫົວ ກໍ ຈະ ບໍ່ ຊ່ວຍ ໃຫ້ ລາວ ຊ່ວງ ເຊົາ ໂມໂຫ ໄດ້.
\s5
\c 7
\p
\v 1 ລູກ ເອີຍ ຈົ່ງ ຈື່ ຈາໍ ສິ່ງ ທີ່ ພໍ່ ບອກສອນ ແລະ ຢ່າ ລືມ ໄລ ສິ່ງ ທີ່ ພໍ່ ບອກ ເຈົ້າ ໃຫ້ ປະພຶດ.
\v 2 ຈົ່ງ ເຮັດ ຕາມ ສິ່ງ ທີ່ ພໍ່ ບອກ ແລະ ເຈົ້າ ກໍ ຈະ ມີ ຊີວິດ. ຈົ່ງ ຕັ້ງໜ້າ ຮັກສາ ຄໍາສັ່ງສອນ ຂອງ ພໍ່ ໄວ້ ດັ່ງ ເຈົ້າ ຮັກສາ ແກ້ວຕາ ເຈົ້າ ເອງ.
\v 3 ຈົ່ງ ຖື ຮັກ ສາ ຄໍາສັ່ງ ສອນ ຂອງ ພໍ່ ໄວ້ ກັບ ເຈົ້າ ຢູ່ ທຸກ ເວລາ ຈົ່ງ ບັນທຶກ ສິ່ງ ນັ້ນ ໄວ້ ຢູ່ ໃນ ຈິດໃຈ ເຈົ້າ.
\s5
\v 4 ຈົ່ງ ຮັກ ແພງ ປັນ ຍາ ດັ່ງ ຮັກ ແພງ ນ້ອງສາວ ແລະ ຮັກແພງ ຄວາມ ເຂົ້າໃຈ ອັນ ແທ້ຈິງ ດັ່ງ ຮັກ ແພງ ໝູ່ ທີ່ ໃກ້ຊິດ ສະໜິດ ແໜ້ນ.
\v 5 ຖ້ອຍຄໍາ ນັ້ນ ຈະ ຮັກ ສາ ເຈົ້າ ໄວ້ ບໍ່ໃຫ້ ໄປ ຫຍຸ້ງກ່ຽວ ກັບ ເມຍ ຂອງ ຄົນ ອື່ນ ແລະ ຈາກ ບັນ ດາ ຜູ້ຍິງ ທີ່ ປາກຫວານ ໃຈ ສົ້ມ.
\s5
\v 6 ວັນໜຶ່ງ ຂ້າພະເຈົ້າ ໄດ້ ຫລຽວ ອອກ ໄປ ທາງ ປ່ອງຢ້ຽມ ເຮືອນ ຂອງເຮົາ
\v 7 ແລະ ຂ້າພະເຈົ້າ ໄດ້ ເຫັນ ຊາຍໜຸ່ມ ຫລາຍ ຄົນ ທີ່ຍັງ ອ່ອນ ຕໍ່ ໂລກ ຍ່າງ ໄປມາ, ແຕ່ ໃນ ບັນ ດາ ຄົນ ເຫລົ່າ ນັ້ນ ຂ້າພະເຈົ້າ ໄດ້ ສັງ ເກດ ເຫັນ ຊາຍ ຄົນ ໜຶ່ງ ທີ່ ໂງ່ຈ້າ ເບົາ ປັນຍາ ຜິດ ທາໍມະດາ.
\s5
\v 8 ລາວ ຍ່າງ ໄປ ຕາມ ຖະໜົນ ເຖິງ ແຈທາງ ບ່ອນ ຍິງ ຄົນ ໜຶ່ງ ອາໄສ ຢູ່ ລາວ ຍ່າງ ຊື່ ໄປ ຍັງ ເຮືອນ ຂອງ ນາງ
\v 9 ໃນ ເວລາ ມືດ ຄຶ້ມ ຂອງ ຕອນແລງ ມື້ ໜຶ່ງ.
\s5
\v 10 ແລ້ວ ນາງ ກໍ ອອກ ມາ ພົບ ຊາຍ ຄົນ ນີ້ ໂດຍ ແຕ່ງຕົວ ດັ່ງ ຍິງ ແມ່ ຈ້າງ ວາງ ອຸບາຍ ຫລອກລໍ້ ຄົນ.
\v 11 ນາງ ເປັນ ແມ່ ເລງ ທີ່ ບໍ່ ມີ ຢາງອາຍ ແລະ ມັກ ຍ່າງ ໄປ ຕາມ ຖະໜົນ ຫົນ ທາງ ເລື້ອຍໆ.
\v 12 ນາງ ມັກ ຢືນ ຄອຍຖ້າ ຢູ່ ຕາມ ແຈທາງ ບາງ ເທື່ອ ກໍ ຢູ່ ກາງ ຖະໜົນ ບາງ ເທື່ອ ກໍ ຢູ່ ຕາມ ທ້ອງ ຕະຫລາດ.
\s5
\v 13 ນາງ ໂດດ ກອດ ຊາຍໜຸ່ມ ທັງ ຈູບ ລາວ ແລະ ໃຊ້ ແສງ ຕາ ຈ້ອງ ເບິ່ງ ໜ້າ ລາວ ພ້ອມ ທັງ ເວົ້າ ວ່າ,
\v 14 “ມື້ນີ້ຂ້ອຍ ໄດ້ ນາໍ ເຄື່ອງ ໄປ ຖວາຍບູຊາ ແລະ ກໍໄດ້ ຊີ້ນ ມາ ຈາກ ເຄື່ອງບູຊາ ນັ້ນ.
\v 15 ດັ່ງນັ້ນ ຂ້ອຍ ຈຶ່ງ ອອກ ມາ ຄອຍຖ້າ ເຈົ້າ ຂ້ອຍ ຕ້ອງການ ພົບ ເຈົ້າ ແລະ ເຈົ້າ ກໍ ຢູ່ ທີ່ ນີ້ ແລ້ວ ເດ.
\s5
\v 16 ຂ້ອຍ ໄດ້ ປູ ບ່ອນ ນອນ ຂອງຂ້ອຍ ໄວ້ ດ້ວຍ ຜ້າປ່ານ ຫລາຍ ສີ ຈາກ ເອຢິບ.
\v 17 ຂ້ອຍ ພົມ ຜ້າ ປູບ່ອນ ດ້ວຍ ນາໍ້ ຫອມ ຈາກ ຢາງໄມ້, ນາໍ້ ຫອມ ອາໂລ ແລະ ກໍາຍານ ຫອມ.
\v 18 ມາເທາະ ໃຫ້ ພວກເຮົາ ມາ ອີ່ມ ເອີບ ຄວາມຮັກ ນາໍ ກັນ ຕະຫລອດ ຄືນ. ພວກເຮົາ ຈະ ມີ ຄວາມສຸກ ຢູ່ ໃນ ອ້ອມກອດ ຂອງ ກັນແລະກັນ.
\s5
\v 19 ຜົວ ຂອງຂ້ອຍ ບໍ່ ຢູ່ ເຮືອນ ເພາະ ລາວ ເດີນ ທາງ ໄກ.
\v 20 ລາວ ໄດ້ ຖືເງິນ ໄປ ນາໍ ເປັນ ຈາໍ ນວນ ຫລວງຫລາຍ ແລະ ຈະ ກັບ ມາ ພາຍ ໃນ ສອງ ອາທິດ. ”
\v 21 ນາງ ຫລອກລໍ້ ຊາຍ ຄົນ ນີ້ ໃຫ້ ຫລົງ ສະເໜ່ ດ້ວຍ ຄໍາເວົ້າ ຈາ ອັນ ອ່ອນຫວານ ຂອງ ນາງ.
\s5
\v 22 ທັນໃດນັ້ນ ລາວ ກໍ ຕິດ ຕາມ ນາງ ໄປ ດັ່ງ ງົວ ເຖິກ ທີ່ ຖືກ ຈູງໄປ ຂ້າ ດັ່ງ ກວາງ ທີ່ ຖືກ ຕ້ອນ ລົງ ໄປ ໃນ ຫລຸມ (ສ)
\v 23 ບ່ອນ ທີ່ ລູກທະນູ ຈະ ແທງ ທະລຸ ຫົວໃຈ. ຊາຍ ຄົນນີ້ ເປັນ ດັ່ງ ນົກ ພວມ ເຂົ້າ ໄປ ໃນ ຕະຂ່າຍ ໂດຍ ບໍ່ ໄດ້ ຮູ້ ວ່າ ຊີວິດ ຕົນ ນັ້ນ ຕົກ ຢູ່ ໃນ ອັນຕະລາຍ.
\s5
\v 24 ພວກ ລູກໆ ເອີຍ ບັດນີ້ ຈົ່ງ ຟັງ ພໍ່ ເທີ້ນ ຈົ່ງ ເອົາ ໃຈໃສ່ ຕໍ່ ຄໍາ ທີ່ ພໍ່ ບອກສອນ.
\v 25 ຢ່າ ໃຫ້ ແມ່ ຍິງ ເຊັ່ນ ນັ້ນ ຊະນະ ໃຈ ເຈົ້າ ໄດ້ ຢ່າ ຫລົງ ໄຫລ ໄປ ກັບນາງ.
\s5
\v 26 ນາງ ໄດ້ ເຮັດ ໃຫ້ ຜູ້ຊາຍ ຫລາຍ ຄົນ ຈິບ ຫາຍ ແລະ ຍັງ ເປັນ ຕົ້ນ ເຫດ ໃຫ້ ຫລາຍ ຄົນ ຕາຍໄປ ຈົນ ນັບ ບໍ່ ຖ້ວນ.
\v 27 ຖ້າ ພວກເຈົ້າ ໄປ ຍັງ ເຮືອນ ຂອງ ນາງ ກໍ ສໍ່າກັບ ວ່າ ໄປ ສູ ໂລກ ຂອງ ຄົນ ຕາຍ ເສຍ ແລ້ວ ຄື ໄປ ສູ່ ຄວາມຕາຍ ທາງ ລັດ.
\s5
\c 8
\p
\v 1 ຈົ່ງ ຟັງ ເທີ້ນ ປັນ ຍາ ພວມ ປະກາດ ອອກ ໄປ ປັນ ຍາ ເຮັດ ໃຫ້ ຄົນ ທັງ ຫລາຍ ໄດ້ຍິນ ສຽງ ເອີ້ນ.
\v 2 ປັນ ຍາ ຢືນ ຢູ່ ເທິງ ເນີນ ພູ ໃກ້ ຖະໜົນ ຍ່າງ ທີ່ ທາງ ສີ່ ແຍກ ປັນ ຍາ ກໍ ຢືນ ຢູ່ ທີ່ ນັ້ນ.
\v 3 ປັນ ຍາ ຢືນ ຢູ່ ທີ່ ປາກ ປະຕູ ທາງ ເຂົ້າ ເມືອງ ໃກ້ ກັບ ປະຕູ ປັນຍາ ປະກາດ ຂຶ້ນ ວ່າ,
\s5
\v 4 “ເຮົາ ຮຽກຮ້ອງ ຫາ ເຈົ້າ ໂອ ມະນຸດ ເອີຍ ເຮົາ ເອີ້ນ ຫາ ທຸກຄົນ ທີ່ ເທິງ ແຜ່ນດິນ ໂລກ.
\v 5 ຜູ້ ບໍ່ ຮູ້ ດຽງສາ ນັ້ນ ຈົ່ງ ຮຽນຮູ້ ໃຫ້ ເປັນ ຜູ້ໃຫຍ່ ຜູ້ ໂງ່ຈ້າ ກໍ ຈົ່ງ ຮຽນຮູ້ ໃຫ້ ເຂົ້າໃຈ ເທີ້ນ
\s5
\v 6 ຈົ່ງ ຟັງ ຖ້ອຍຄໍາ ທີ່ ເຮົາ ກ່າວ ນີ້ ສໍາຄັນ ຫລາຍ ທຸກສິ່ງ ທີ່ ເຮົາ ເວົ້າ ຈາ ລ້ວນແຕ່ ຖືກ ຕ້ອງ ທັງ ສິ້ນ.
\v 7 ສິ່ງ ທີ່ ເຮົາ ເວົ້າ ລ້ວນແຕ່ ເປັນ ຄວາມຈິງ ການ ໂອ້ລົມ ອັນ ຜິດ ໆ ເຮົາ ກຽດຊັງ ທັງ ສິ້ນ.
\s5
\v 8 ທຸກໆ ສິ່ງ ທີ່ ເຮົາ ເວົ້າ ລ້ວນແຕ່ ເປັນ ຄວາມຈິງ ບໍ່ ມີ ຄໍາໃດ ທີ່ ບິດ ເບືອນ ແລະ ລໍ້ລວງ ຈັກ ດີ້.
\v 9 ຜູ້ ທີ່ ຮູ້ ແຈ້ງ ເຫັນ ຈິງ ທຸກສ່ິ່ງ ກໍ ແຈ່ມແຈ້ງ ດີ ທຸກສິ່ງ ເປັນ ເລື່ອງ ງ່າຍ ສໍາລັບ ຜູ້ ທີ່ ຮູ້ຈັກ ດີ.
\s5
\v 10 ຈົ່ງ ເລືອກ ເອົາ ຄໍາສັ່ງ ສອນ ຂອງເຮົາ ນັ້ນ ແທນ ທີ່ ຈະ ເລືອກ ເອົາ ເງິນ ຈົ່ງ ເລືອກ ເອົາ ຄວາມຮູ້ ຫລາຍກວ່າ ເລືອກ ຊອກຫາ ຄໍາ ນໍ້າ ໜຶ່ງ.
\v 11 ເພາະ ເຮົາ ຄື ປັນ ຍາ ມີຄ່າ ກວ່າ ເພັດ ພອຍ ສິ່ງ ທີ່ ເຈົ້າ ປາຖະໜາ ຈະ ທຽບ ກັບ ປັນຍາ ບໍ່ ໄດ້.
\s5
\v 12 ເຮົາ ເປັນ ປັນຍາ ຄື ຜູ້ ທີ່ ຮູ້ ແຈ້ງ ເຫັນ ຈິງ ເຮົາ ຮູ້ຈັກ ປະພຶດ ໃນ ທາງ ທີ່ ຊອບ.
\v 13 ການ ຍ້ອງຍໍ ໃຫ້ກຽດ ອົງ ພຣະ ຜູ້ ເປັນ ເຈົ້າ ແມ່ນ ການ ກຽດຊັງ ສິ່ງ ທີ່ ຊົ່ວ ຮ້າຍ ເຮົາ ຊັງ ຄວາມ ຫຍາບຊ້າ ແລະ ການ ອວດດີ ທາງ ຊົ່ວຮ້າຍ ອັບປີ ແລະ ຄໍາເວົ້າ ຕົວະ.
\s5
\v 14 ເຮາົ ມີ ຄໍາແນະນາໍ ທີ່ ດີ ແລະ ສະຕິປັນຍາ ທີ່ ຖືກ ຕ້ອງ ເຮົາ ມີ ຄວາມ ເຂົ້າໃຈ ແລະ ມີ ກາໍ ລັງ ດ້ວຍ.
\v 15 ເຮົາ ຊ່ວຍ ກະສັດ ໃຫ້ ໄດ້ ຂຶ້ນ ປົກ ຄອງ ເມືອງ ແລະ ຜູ້ປົກຄອງ ໃຫ້ ອອກ ກົດໝາຍ ຖືກ ຕ້ອງ.
\v 16 ຜູ້ປົກຄອງ ທຸກຄົນ ທົ່ວ ທັງ ໂລກ ໄດ້ ປົກ ຄອງ ເພາະ ເຮົາ ຊ່ວຍຊູ ເຂົາ ລວມທັງ ພວກ ມີຍົດ ສັກ ແລະ ເຈົ້າ ຂຸນ ມຸນນາຍ ດ້ວຍ.
\s5
\v 17 ເຮົາ ຮັກ ພວກ ທີ່ ຮັກ ເຮົາ ຜູ້ ທີ່ ຊອກຫາ ເຮົາ ກໍ ພົບ ເຮົາໄດ້.
\v 18 ເຮົາ ມີ ຊັບ ສົມບັດ ແລະ ມີ ກຽດ ເພື່ອ ຈະ ຢິບ ຍື່ນ ໃຫ້ ຄົນ ຕະຫລອດ ທັງ ຄວາມ ຈະເລີນ ຮຸ່ງເຮືອງ ແລະ ຄວາມ ສໍາເລັດ ຜົນ ດ້ວຍ.
\s5
\v 19 ສິ່ງ ທີ່ ໄດ້ ຈາກ ເຮົາ ກໍດີ ກວ່າ ຄໍາ ບໍຣິສຸດ ໝາກ ຜົນ ຂອງເຮົາ ກໍດີ ກວ່າ ເງິນ ສົດ ຫລາຍເທົ່າ.
\v 20 ເຮົາ ຍ່າງ ໃນ ຮ່ອມ ແຫ່ງ ຄວາມ ຊອບທໍາ ຕາມ ທາງ ເດີນ ແຫ່ງ ຄວາມ ຍຸດຕິທາໍ ດ້ວຍ.
\v 21 ເຮົາ ເອົາ ຊັບ ສົມ ບັດ ໃຫ້ ພວກ ທີ່ ຮັກ ເຮົາ ແລະ ບັນ ຈຸ ຊັບ ໄວ້ ເຕັມ ເຮືອນ ຂອງ ພວກ ເຂົາ ເຈົ້າ.
\s5
\v 22 ອົງ ພຣະ ຜູ້ ເປັນ ເຈົ້າ ສ້າງ ເຮົາ ກ່ອນ ສິ່ງ ທັງ ໝົດ ເປັນ ກິດຈະການ ທາໍ ອິດ ດົນ ນານ ມາ ແລ້ວ.
\v 23 ເຮົາ ໄດ້ ຖືກ ສ້າງ ມາ ຕັ້ງ ແຕ່ ປະຖົມມະການ ເປັນ ສິ່ງ ທໍາອິດ ກ່ອນ ໂລກ ຖືກ ສ້າງ ຂຶ້ນ ມາ ພຸ້ນ.
\s5
\v 24 ເຮົາ ໄດ້ ເກີດ ມາ ກ່ອນ ມະຫາສະໝຸດ ຄາວ ທີ່ ຍັງ ບໍ່ ທັນ ມີ ບໍ່ ນາໍ້ ພຸ ທັງ ຫລາຍ ພຸ້ນ.
\v 25 ເຮົາ ໄດ້ ເກີດ ມາ ກ່ອນ ພູຜາ ທັງ ຫລາຍ ກ່ອນ ພູນ້ອຍ ຕັ້ງ ຢູ່ ໃນ ບ່ອນ ຂອງມັນ
\s5
\v 26 ກ່ອນ ພຣະເຈົ້າ ໄດ້ ສ້າງ ແຜ່ນດິນ ໂລກ ມາ ທົ່ງ ໄຮ່ ທົ່ງ ນາ ແມ່ນແຕ່ ດິນ ກາໍ ທາໍ ອິດ ພຸ້ນ.
\v 27 ເຮົາ ຢູ່ ທີ່ ນັ້ນ ເມື່ອ ຊົງ ຕັ້ງ ທ້ອງຟ້າ ເມື່ອ ຊົງ ຄຶງ ຂອບຟ້າ ກວມ ມະຫາສະໝຸດ ໄວ້.
\s5
\v 28 ເມື່ອ ຊົງ ເຮັດ ໃຫ້ ມີ ເມກ ໃນ ທ້ອງຟ້າ ໄຂ ບໍ່ ນໍ້າ ທັງຫລາຍ ຂອງ ມະຫາສະໝຸດ ນັ້ນ
\v 29 ແລະ ວາງ ຂອບເຂດ ໃຫ້ ນໍ້າ ໃນ ທ້ອງ ທະເລ ເພື່ອ ບໍ່ ໃຫ້ ຂຶ້ນ ກາຍ ຕາມ ທີ່ ພຣະອົງ ໄດ້ ສັ່ງ ໄວ້. ເຮົາ ໄດ້ ຢູ່ ໃນທີ່ ນັ້ນ ແລ້ວ ແຕ່ ໃດໆ ມາ ເວລາ ທີ່ ຊົງ ວາງ ຮາກຖານ ແຜ່ນດິນໂລກ.
\s5
\v 30 ເຮົາ ຢູ່ ໃກ້ຊິດ ຕິດ ແທດ ຄຽງຂ້າງ ພຣະອົງ ດັ່ງ ນັກ ສະຖາປານິກ ຄື ນັກ ກໍ່ ສ້າງ ຜູ້ໜຶ່ງ (ຊ) ເຮົາເປັນ ບໍ່ ເກີດ ຂອງ ຄວາມ ຊົມ ຊື່ນ ຍິນ ດີ ຂອງ ພຣະອົງ ປະຈາໍ ວັນ ມ່ວນຊື່ນ ຢູ່ເລື້ອຍໆ ຢູ່ ຊ້ອງໜ້າ ພຣະອົງ
\v 31 ມີ ຄວາມສຸກ ສໍາລານ ຢູ່ ກັບ ໂລກ ມະນຸດ ເຮົາ ແລະ ພຶງ ພໍໃຈ ຢູ່ ກັບ ມວນ ມະນຸດ ຊາດ.
\s5
\v 32 ບັດ ນີ້ ຈົ່ງ ຟັງ ເຮົາ ເຖີດ ຄົນ ໜຸ່ມ ທັງ ຫລາຍ ຈົ່ງ ເຮັດ ຕາມ ທີ່ ເຮົາ ກ່າວ ແລະ ມີ ຄວາມສຸກ ໄດ້.
\v 33 ຈົ່ງ ຍອມ ຟັງ ສິ່ງ ທີ່ ເຈົ້າ ໄດ້ ຮັບ ສັ່ງ ສອນ ມາ ຢ່າ ລະເລີຍ, ແຕ່ ໃຫ້ ເປັນ ຄົນ ມີ ປັນ ຍາ ເຖີດ.
\v 34 ຄົນ ທີ່ ຟັງ ເຮົາ ນັ້ນ ລາວ ຈະ ມີ ຄວາມສຸກ ຄື ຜູ້ ທີ່ ຄອຍ ຢູ່ ທີ່ ປະຕູ ເຮືອນ ຂອງເຮົາ ທຸກໆ ວັນ.
\s5
\v 35 ຄົນ ໃດ ທີ່ ພົບ ເຮົາ ນັ້ນ ລາວ ກໍ ພົບ ຊີວິດ ແລະ ອົງພຣະ ຜູ້ ເປັນເຈົ້າ ຈະ ພຶງ ພໍໃຈ ນໍາ ລາວ.
\v 36 ຄົນ ທີ່ ບໍ່ ພົບ ເຮົາ ນັ້ນ ກໍ ທາໍ ຮ້າຍ ຕົນ ເອງ ຄົນ ທີ່ ກຽດຊັງ ເຮົາ ກໍ ຮັກ ຄວາມຕາຍ ເທົ່າ ນັ້ນ.”
\s5
\c 9
\p
\v 1 ປັນ ຍາ ໄດ້ ສ້າງ ເຮອື ນ ຂອງຕົນ ດ້ວຍ ເສົາ ເຈັດ ຕົ້ນ.
\v 2 ປັນ ຍາ ໄດ້ ຂ້າສັດ ສໍາລັບ ງານກິນ ລ້ຽງ ສະຫລອງ ປົນ ເຄື່ອງເທດ ໃສ່ ເຫລົ້າ ອະງຸ່ນ ແລະ ຈັດ ແຈງ ໂຕະ ໄວ້ ດ້ວຍ.
\s5
\v 3 ປັນ ຍາ ສົ່ງ ສາວໃຊ້ ທັງ ຫລາຍ ອອກ ໄປ ເອີ້ນ ຈາກ ທີ່ ສູງສຸດ ຢູ່ ໃນ ເມືອງ ວ່າ,
\v 4 “ຈົ່ງ ເຂົ້າ ມາ ເຖີດ ຄົນໂງ່ຈ້າ ເອີຍ. ” ແລະ ຕໍ່ ຄົນໂງ່ຈ້າ ນັ້ນ ປັນຍາ ໄດ້ ເວົ້າ ວ່າ,
\s5
\v 5 “ຈົ່ງ ມາ ກິນ ເຂົ້າ ແລະ ດື່ມ ເຫລົ້າ ອະງຸ່ນ ທີ່ ເຮົາ ໄດ້ ປະສົມ ໄວ້.
\v 6 ຈົ່ງ ໜີ ຈາກ ໝູ່ ທີ່ໂງ່ຈ້າ ນັ້ນ ສາ ແລ້ວ ເຈົ້າ ກໍ ຈະ ມີ ຊີວິດ ຢູ່ ຈົງ ເດີນ ຕາມ ທາງ ແຫ່ງ ຄວາມ ຮອບຮູ້.”
\s5
\v 7 ຖ້າ ເຈົ້າ ບອກສອນ ຄົນ ອວດດີ ຜູ້ໜຶ່ງ ເຈົ້າ ກໍ ຈະ ໄດ້ ຮັບ ແຕ່ ການ ດູໝິ່ນ ນິນ ທາ. ຖ້າເຈົ້າ ຕັກ ເຕືອນ ຄົນ ຊົ່ວ ຜູ້ໜຶ່ງ ເຈົ້າ ກໍ ຈະ ໄດ້ ຮັບ ແຕ່ ຄວາມ ເຈັບ ປວດ.
\v 8 ຢ່າ ບອກສອນ ຄົນ ທີ່ ອວດດີ ຈັກ ເທື່ອ ເພາະ ລາວ ຈະ ຊັງ ເຈົ້າ ຍ້ອນ ຄໍາ ບອກສອນ ນັ້ນ ແຕ່ ຖ້າ ເຈົ້າບອກ​ສອນ ຄົນ ​ນີ ປັນຍາ ລາວ ຈະ ນັບ ຖື ເຈົ້າ.
\v 9 ທຸກສິ່ງ ທີ່ ເຈົ້າ ເວົ້າ ກັບ ຄົນ ມີ ປັນ ຍາ ຈະ ເພີ່ມ ປັນ ຍາ ໃຫ້ ລາວ. ສິ່ງ ໃດ ທີ່ ເຈົ້າ ບອກ ຄົນ ຊອບທາໍ ກໍ ເທົ່າ ກັບ ເພີ່ມ ຄວາມຮູ້ ແກ່ ລາວ ຕື່ມ ຂຶ້ນ.
\s5
\v 10 ການ ຢໍາເກງ ອົງ ພຣະ ຜູ້ ເປັນ ເຈົ້າ ເປັນ ບໍ່ ເກີດ ແຫ່ງ ປັນຍາ. ຖ້າ ເຈົ້າ ຮູ້ ອົງ ບໍຣິສຸດ ເຈົ້າ ກໍ ມີ ຄວາມ ຮູ້ ແຈ້ງ ເຫັນ ຈິງ.
\v 11 ປັນຍາ ຈະ ເຮັດ ໃຫ້ ເຈົ້າ ມີ ຊີວິດ ຍືນຍາວ.
\v 12 ຖ້າ ເຈົ້າ ມີ ປັນຍາ ເຈົ້າ ເອງ ກໍ ຈະ ໄດ້ ຮັບ ຜົນ ກາໍ ໄລ ເພີ່ມ, ແຕ່ ຖ້າ ເຈົ້າ ບໍ່ ຍອມ ຮັບ ປັນ ຍາ ເຈົ້າ ເອງ ກໍ ຈະ ທົນ ທຸກ.
\s5
\v 13 ຄວາມ ໂງ່ຈ້າ ເປັນ ດັ່ງ ແມ່ ຍິງ ທີ່ ມັກ ຈົ່ມ ວ່າ ອັບປັນຍາ ແລະ ໜ້າດ້ານ. (ຍ)
\v 14 ນາງ ນັ່ງ ທີ່ ປະຕູ ເຮືອນ ຂອງຕົນ ຫລື ນັ່ງ ຢູ່ ບ່ອນ ສູງໆ ໃນ ເມືອງ
\v 15 ແລະ ເອີ້ນ ໃສ່ ຄົນ ຜ່ານ ໄປມາ ຜູ້ ທີ່ ໃສ່ ໃຈ ກິດທຸລະ ຂອງ ຕົນເອງ ວ່າ,
\s5
\v 16 “ຄົນ ໂງ່ຈ້າ ເອີຍ ລ້ຽວເຂົ້າ ມາ ພີ້" ນາງ ເວົ້າ ຕໍ່ ຄົນ ໂງ່ຈ້າ ວ່າ,
\v 17 “ນໍ້າ ທີ່ ລັກ ມາ ກໍ ຫວານກວ່າ ເຂົ້າທີ່ ລັກ ມາ ກໍ ແຊບ ດີ. ”
\v 18 ຜູ້ ທີ່ ຕົກ ເປັນ ເຫຍື່ອ ຂອງ ນາງ ບໍ່ ຮູ້ ຈັກ ວ່າ ມີ ຄົນຕາຍ ຢູ່ ທີ່ ນັ້ນ ຜູ້ ທີ່ ເຂົ້າ ໄປ ແລ້ວ ນັ້ນ ບັດ ນີ້ ກໍ ຢູ່ ໃນ ແດນ ມໍຣະນາ ເສຍ ແລ້ວ.
\s5
\c 10
\p
\v 1 ຕໍ່ໄປນີ້ ແມ່ນ ສຸພາສິດ ຂອງ ໂຊໂລໂມນ ລູກ ທີ່ ມີ ປັນຍາ ເຮັດ ໃຫ້ ພໍ່ ແມ່ ພາກພູມ ໃຈ ນາໍ, ແຕ່ ລູກ ທີ່ ໂງ່ຈ້າ ເຮັດ ໃຫ້ ພໍ່ ແມ່ ໂສກເສົ້າ.
\v 2 ຊັບ ສົມ ບັດ ທີ່ ໄດ້ ມາ ໂດຍ ຄວາມ ບໍ່ ສັດ ຊື່ ຈະ ບໍ່ ເປັນ ຜົນ ດີ ຫຍັງ, ແຕ່ ຄວາມສັດ ຊື່ ຊ່ວຍ ຊີວິດ ຂອງ ເຈົ້າ ໄວ້ ໄດ້.
\v 3 ອົງ ພຣະ ຜູ້ ເປັນ ເຈົ້າ ຈະ ບໍ່ ປະ ປ່ອຍ ໃຫ້ ຄົນ ຊອບທາໍ ຕ້ອງ ອຶດຫິວ, ແຕ່ ພຣະອົງ ຈະ ຢັບຢັ້ງ ຄົນ ຊົ່ວ ບໍ່ ໃຫ້ ໄດ້ ຕາມໃຈ ມັກ.
\s5
\v 4 ຄົນ ຂີ້ຄ້ານ ຈະ ຍາກຈົນ ລົງ, ແຕ່ ຄົນ ຂະຫຍັນ ຂັນ ແຂງ ກໍ ຈະ ຮັ່ງ ມີ ຂຶ້ນ.
\v 5 ຄົນ ທີ່ ຮອບຮູ້ ກໍຮວບຮວມ ເອົາ ຜົນລະປູກ ໄວ້ ຕາມ ລະດູການ, ແຕ່ ຄົນ ທີ່ ນອນ ຫລັບ ໃນ ລະດູ ເກັບ ກ່ຽວ ກໍ ເປັນ ທີ່ ອັບ ອາຍ ຂາຍໜ້າ.
\s5
\v 6 ຄົນ ຊອບທໍາ ຈະ ໄດ້ ຮັບ ພອນ ນາໆ ປະການ ຄໍາເວົ້າ ຂອງ ຄົນ ຊົ່ວ ຊ້າ ຊ້ອນເຊື່ອງ ນິໄສ ອັນ ໂຫດຫ້ຽມ.
\v 7 ຄົນ ຊອບທາໍ ຈະ ມີ ຄົນ ຈົດ ຈາໍ ໄວ້ ເປັນ ຄວາມພອນ, ແຕ່ ຄົນ ຊົ່ວ ຈະ ຖືກ ລືມ ໄລ ໄປ ຢ່າງ ໄວວາ.
\s5
\v 8 ໃຈ ທີ່ ປະກອບ ດ້ວຍ ປັນ ຍາ ກໍ ຍອມ ຮັບ ເອົາ ຄໍາແນະນາໍ ທີ່ດີ ຄົນ ທີ່ເວົ້າ ໂລເລ ກໍ ຈະ ເຖິງ ຄວາມພິນາດ.
\v 9 ຄົນ ສັດ ຊື່ ກໍປອດໄພ ແລະ ໝັ້ນຄົງ, ແຕ່ ຄົນ ທີ່ ບໍ່ ຊື່ ກົງ ກໍ ຈະ ຖືກ ຈັບ ໄດ້.
\s5
\v 10 ຜູ້ ທີ່ ປົກ ປິດ ຄວາມຈິງ ໄວ້ ສ້າງ ຄວາມ ເດືອດຮ້ອນ ແກ່ ຕົນ, ແຕ່ ຄົນ ທີ່ ຕິຕຽນ ຢ່າງ ເປີດ ເຜີຍ ຈະ ສ້າງ ສັນຕິພາບ. (ດ)
\v 11 ປາກ ຂອງ ຄົນ ຊອບທາໍ ເປັນ ນາໍ້ ພຸ ແຫ່ງ ຊີວິດ, ແຕ່ ຄໍາ ເວົ້າ ຂອງ ຄົນ ຊົ່ວ ຊ້າ ຊ້ອນເຊື່ອງ ນິໄສ ອັນ ໂຫດຫ້ຽມ.
\s5
\v 12 ຄວາມ ກຽດຊັງ ສ້າງ ຄວາມ ເດືອດຮ້ອນ, ແຕ່ ຄວາມຮັກ ໃຫ້ ອະໄພ ແກ່ ຜູ້ ກະທາໍ ຜິດ.
\v 13 ປາກ ຂອງ ຄົນມີ ປັນຍາ ເວົ້າ ມີ ເຫດຜົນ, ແຕ່ ໄມ້ແສ້ ເໝາະ ສໍາລັບ ຫລັງ ຂອງ ຄົນ ໂງ່ຈ້າ.
\s5
\v 14 ຄົນ ມີ ປັນ ຍາ ສະສົມ ຄວາມຮູ້ ໄວ້ ເປັນ ສົມ ບັດ ຂອງຕົນ, ແຕ່ ເມື່ອ ຄົນ ໂງ່ຈ້າ ເອີ່ຍ ປາກ ຄວາມ ເດືອດຮ້ອນ ກໍ ມາເຖິງ ໂລດ.
\v 15 ຄວາມ ຮັ່ງ ມີ ຄຸ້ມ ຄອງ ຄົນ ຮັ່ງ ມີ ໄວ້ ສ່ວນ ຄວາມ ທຸກ ລໍາບາກ ທໍາລາຍ ຄົນ ຍາກຈົນ.
\s5
\v 16 ເຮັດ ດີ ໄດ້ ດີ ເປັນ ບາໍ ເໜັດ ແຫ່ງ ຊີວິດ, ແຕ່ ເຮັດ ຊົ່ວ ໄດ້ ຊົ່ວ ເປັນ ໂທດກາໍ ນາໍ ມາ ສະໜອງ.
\v 17 ຜູ້ ທີ່ ຍອມ ຮັບ ການ ດັດ ແປງ ກໍ່ ສ້າງ ເຮັດ ໃຫ້ ຊີວິດ ກ້າວ ໄປ, ແຕ່ ຜູ້ ທີ່ ບໍ່ ຍອມ ຮັບ ເອົາ ນາໍ ຊີວິດ ສູ່ ຄວາມພິນາດ.
\s5
\v 18 ຜູ້ ທີ່ອໍາ ຄວາມ ກຽດຊັງ ໄວ້ ກໍ ເປັນ ຄົນ ຂີ້ຕົວະ ຜູ້ ທີ່ ຫາ ເວົ້າ ຂວັນ ຄົນ ກໍ ເປັນ ຄົນ ໂງ່ຈ້າ.
\v 19 ຄົນ ເວົ້າ ຫລາຍ ກະຈາຍ ຄວາມ ຜິດ ພາດ, ແຕ່ ຄົນ ສະຫລາດ ງັບ ປາກ ຂອງຕົນ.
\s5
\v 20 ລີ້ນ ຂອງ ຄົນ ຊອບທາໍ ເປັນ ຄື ເງິນ ທີ່ ຫລອມແລ້ວ ຄວາມຄິດ ຂອງ ຄົນ ຊົ່ວ ມີ ຄຸນຄ່າ ແຕ່ ໜ້ອຍດຽວ.
\v 21 ຄໍາເວົ້າ ຂອງ ຄົນ ຊອບທາໍ ລ້ຽງ ຄົນ ຈາໍ ນວນ ຫລາຍ, ແຕ່ ຄົນ ໂງ່ຈ້າ ຕາຍ ເພາະ ຄວາມ ເບົາ ປັນ ຍາ.
\s5
\v 22 ພຣະພອນ ຂອງ ອົງພຣະ ຜູ້ ເປັນເຈົ້າ ເຮັດ ໃຫ້ ມະນຸດ ຮັ່ງ ມີ. ການ ເຮັດ ວຽກ ໜັກ ເຮັດ ໃຫ້ ມະນຸດ ຮັ່ງ ມີ ບໍ່ ໄດ້. (ຕ)
\v 23 ຄົນ ໂງ່ຈ້າ ຖື ວ່າການເຮັດ ຊົ່ວ ເປັນ ຄວາມສະໜຸກ, ແຕ່ ຄົນ ສະຫລາດ ພໍໃຈໃນປັນຍາທີ່ ຕົນ ມີ ຢູ່.
\s5
\v 24 ສິ່ງ ໃດ ຄົນ ຊົ່ວ ຄິດ ຢ້ານ ມັນ ຈະ ມາ ເຖິງ ພວກເຂົາ, ແຕ່ ສິ່ງ ໃດ ທີ່ ຄົນ ຊອບທາໍ ປາຖະໜາ ກໍ ຈະ ຊົງ ປະທານ ໃຫ້.
\v 25 ເມື່ອ ລົມພະຍຸ ພັດຜ່ານ ຄົນ ຊົ່ວ ຮ້າຍ ກໍ ຖືກ ພັດ ໄປ, ແຕ່ ຄົນສັດ ຊື່ ປອດໄພ ຢູ່ ເລື້ອຍໆ.
\s5
\v 26 ນາໍ້ ສົ້ມ ກັບ ແຂ້ວ ແລະ ຄວັນ ໄຟ ກັບ ຕາ ບໍ່ ຖືກ ກັນ ສັນໃດ ຄົນ ຂີ້ຄ້ານ ກັບ ນາຍຈ້າງ ກໍ ບໍ່ ຫ່ອນ ຖືກ ກັນ ສັນ ນັ້ນ.
\v 27 ຄົນ ຢ້ານຢໍາ ອົງ ພຣະ ຜູ້ ເປັນ ເຈົ້າ ຈະ ມີ ຊີວິດ ຍືນ ຍາວ, ແຕ່ ຄົນ ຊົ່ວ ຮ້າຍ ຕາຍ ກ່ອນ ກາໍ ນົດ.
\s5
\v 28 ຄວາມຫວັງ ຂອງ ຄົນຊອບທາໍ ນາໍ ໄປ ສູ່ ຄວາມ ຊົມ ຊື່ນ ຍິນ ດີ, ແຕ່ ຄວາມຫວັງ ຂອງ ຄົນ ຊົ່ວ ອັບ ປີ ນາໍ ໄປ ສູ່ ຄວາມ ອັບ ປະໂຫຍດ.
\v 29 ອົງ ພຣະ ຜູ້ ເປັນ ເຈົ້າ ຄຸ້ມ ຄອງ ຄົນ ສັດ ຊື່, ແຕ່ ພຣະອົງ ທາໍ ລາຍ ຄົນ ທີ່ ເຮັດ ຜິດ.
\v 30 ຄົນ ຊອບທໍາ ຈະ ມີ ຄວາມ ປອດໄພ ຢູ່ເລື້ອຍ, ແຕ່ ຄົນ ຊົ່ວ ຮ້າຍ ຈະ ບໍ່ ໝັ້ນ ຄົງ ຢູ່ ໃນ ແຜ່ນດິນ.
\s5
\v 31 ປາກ ຂອງ ຄົນ ຊອບທາໍ ນາໍ ປັນ ຍາ ມາ ໃຫ້, ແຕ່ ຄົນ ເວົ້າ ຕົວະ ຄວນ ຖືກ ງັບ ປາກ ໄວ້.
\v 32 ຄົນ ຊອບທາໍ ເວົ້າ ແຕ່ ສິ່ງ ທີ່ ຖືກ ຕ້ອງ, ແຕ່ ຄົນ ຊົ່ວ ຊ້າ ເວົ້າ ແຕ່ ສິ່ງ ທີ່ ເຮັດ ໃຫ້ ຄົນ ເຈັບໃຈ.
\s5
\c 11
\p
\v 1 ອົງພຣະ ຜູ້ ເປັນເຈົ້າ ກຽດຊັງ ຜູ້ ທີ່ ໃຊ້ ຕາຊິງ ຂີ້ຫລັກ. ພຣະອົງ ດີໃຈ ນາໍ ຜູ້ ທີ່ ຊັ່ງ ຕວງ ຢ່າງ ຖືກ ຕ້ອງ.
\v 2 ຄົນ ອວດດີ ຈະ ຖືກ ອັບອາຍ ຂາຍໜ້າ, ແຕ່ ປັນ ຍາ ຢູ່ ກັບ ຄົນ ຖ່ອມຕົວ ຖ່ອມໃຈ.
\s5
\v 3 ຄົນ​ດີ ມີ ຄວາມສັດ ຊື່ ນາໍ ພາ, ແຕ່ ຄົນ ຄົດ ລ້ຽວ ກໍ ຖືກ ທາໍ ລາຍ ດ້ວຍ ຄວາມ ບໍ່ ຈິງ ໃຈ ຂອງຕົນ.
\v 4 ຄວາມ ຮັ່ງ ມີ ຈະ ຊ່ວຍ ຫຍັງ ບໍ່ ໄດ້ ໃນ ມື້ ທີ່ ປະເຊີນ ກັບ ຄວາມຕາຍ, ແຕ່ ຄວາມ ສັດ ຊື່ ຊ່ວຍ ຊີວິດ ຂອງ ຄົນ ໄວ້ ໄດ້.
\s5
\v 5 ຄວາມ ສັດ ຊື່ເຮັດ ໃຫ້ ຄົນ ດີ ມີ ຊີວິດ ຢູ່ ຢ່າງ ສຸກ ສະບາຍ, ແຕ່ ຄົນ ຊົ່ວ ຮ້າຍ ພັດ ຕາຍໄປ ຍ້ອນ ຄວາມຊົ່ວ ທີ່ ຕົນ ໄດ້ ກະທາໍ ໄວ້.
\v 6 ຄວາມ ຊອບທາໍ ຊ່ວຍກູ້ ເອົາ ຄົນ ສັດຊື່ ໄວ້, ແຕ່ ຄົນ ຄົດ ລ້ຽວ ຈະ ຖືກ ບ້ວງແຮ້ວ ຍ້ອນ ຄວາມ ໂລບມາກ ຂອງຕົນ.
\s5
\v 7 ເມື່ອ ຄົນ ຊົ່ວ ຮ້າຍ ຕາຍໄປ ຄວາມຫວັງ ຂອງ ລາວ ກໍ ຕາຍໄປ ດ້ວຍ. ການ ໄວ້ໃຈ ໃນ ຄວາມ ຮັ່ງ ມີ ກໍ ເປັນ ການ ສູນເປົ່າ.
\v 8 ຄົນ ຊອບທາໍ ໄດ້ ຮັບ ການ ຄຸ້ມ ຄອງ ໃຫ້ ພົ້ນ ຈາກ ຄວາມ ເດືອດຮ້ອນ, ແຕ່ ຄົນ ຊົ່ວ ຮ້າຍ ເປັນ ຜູ້ ຮັບ ເອົາແທນ.
\s5
\v 9 ຄົນ ບໍ່ ຮູ້ ພຣະເຈົ້າ ທໍາລາຍ ຄົນ ດ້ວຍ ຄໍາເວົ້າ ຂອງຕົນ, ແຕ່ ຄົນ ຊອບທໍາ ພົ້ນໄພ ໂດຍ ອາໄສ ປັນຍາ ຊ່ວຍ.
\v 10 ເມື່ອ ຄົນ ສັດ ຊື່ ຮັ່ງ ມີ ເປັນ ດີ ຊາວ ເມືອງ ກໍ ເປັນ ສຸກໃຈ ແລະ ເມື່ອ ຄົນ ຊົ່ວ ຮ້າຍ ຕາຍໄປ ກໍ ຈະ ມີ ສຽງ ໂຮຮ້ອງ ຢ່າງ ຊົມ ຊື່ນ.
\v 11 ຄົນ ຊອບທາໍ ນາໍ ຄວາມ ຈະເລີນ ມາ ສູ່ ປະເທດ ຊາດ, ແຕ່ ຄົນ ຊົ່ວ ຮ້າຍ ທາໍ ລາຍ ປະເທດ ຊາດ ດ້ວຍ ຄໍາເວົ້າ ຂອງຕົນ.
\s5
\v 12 ຄົນ ໂງ່ຈ້າ ເວົ້າ ດູຖູກ ເພື່ອນບ້ານ ຂອງຕົນ, ແຕ່ ຄົນ ມີ ປັນ ຍາ ມັກ ມິດ ງຽບ ຢູ່.
\v 13 ບໍ່ ມີ ໃຜ ຫ່ອນ ໄຂ ຄວາມລັບ ກັບ ຄົນ ປາກບອນ, ແຕ່ ຄົນ ທີ່ ໄວ້ໃຈ ໄດ້ ກໍເກັບ ກາໍ ຄວາມລັບ ໄວ້ ໄດ້.
\s5
\v 14 ຊາດ ຈະ ຫລົ້ມ ຈົມ ແທ້ ຫາກ ບໍ່ ມີ ການນາໍ ພາ. ມີ ທີ່ ປຶກ ສາ ຫລາຍ ຄົນ ຮັບ ປະກັນ ຄວາມ ໝັ້ນ ຄົງ ໄດ້.
\s5
\v 15 ຜູ້ ທີ່ ສັນ ຍາ ຈ່າຍ ໜີ້ ໃຫ້ ຄົນ ອື່ນ ກໍ ຫາ ຄວາມທຸກ ໃສ່ ຕົນ ເອງ ຜູ້ ທີ່ບໍ່ ຫຍຸ້ງ ກ່ຽວ ນາໍ ກໍ ຢູ່ ຢ່າງ ສຸກ ສະບາຍ ຫາຍ ຮ້ອນ.
\v 16 ຍິງງາມໃນ ຍ່ອມມີຄົນໃຫ້ກຽດ, ແຕ່ ຍິງ ທີ່ ໃຈ ຂີ້ດຽດ ຍ່ອມ ໄດ້ ຮັບ ຄວາມ ອັບອາຍ. ຄົນ ຂີ້ຄ້ານ ຈະ ຫາ ເງິນ ຕິດ ຕົວ ກໍ ບໍ່ ມີ, ແຕ່ ຄົນ ທີ່ ບຸກບືນ ດຸໝັ່ນ ຈະ ຮັ່ງ ມີ ເປັນ ດີ ຂຶ້ນ.
\s5
\v 17 ຜູ້ ມີເມດຕາ ນາໍບາໍເໜັດ ມາ ສູ່ ຕົນ ເອງ, ແຕ່ ຜູ້ ໂຫດຮ້າຍ ຍ່ອມ ທາໍ ລາຍ ຕົນ ເອງ.
\v 18 ຄົນ ຊົ່ວຮ້າຍ ບໍ່ ໄດ້ ຮັບ ສິ່ງ ໃດສິ່ງ ໜຶ່ງ ເລີຍ, ແຕ່ ຄົນ ທີ່ ຫວ່ານ ຄວາມ ຊອບທາໍ ຍ່ອມ ໄດ້ ຮັບ ບາໍ ເໜັດ ເປັນ ແນ່ ແທ້.
\s5
\v 19 ຜູ້ ທີ່ ຕັ້ງ ໝັ້ນ ຢູ່ ໃນ ຄວາມ ຊອບທາໍ ຈະ ມີ ຊີວິດ ຢູ່, ແຕ່ ຜູ້ ທີ່ ມັກ ເຮັດ ຜິດ ຢູ່ ເລື້ອຍໆ ກໍ ຈະ ຕາຍ.
\v 20 ອົງ ພຣະ ຜູ້ ເປັນ ເຈົ້າ ກຽດຊັງ ຄົນ ມີ ໃຈ ຊົ່ວຊ້າ, ແຕ່ ພຣະອົງ ຮັກ ຜູ້ ທີ່ ປະພຶດ ດີ.
\s5
\v 21 ຄົນ ຊົ່ວ ຮ້າຍ ຈະ ຕ້ອງ ຖືກ ທາໍ ລາຍ ຢ່າງ ແນ່ ນອນ, ແຕ່ ຄົນ ຊອບທາໍ ຈະ ຜີກ ໜີໄປ ໄດ້.
\v 22 ຜູ້ຍິງ ງາມ ແຕ່ ບໍ່ ສະຫລາດ ກໍ ປານ ວ່າ ເອົາ ແຫວນ ຄໍາ ເກາະ ດັງ ໝູ.
\s5
\v 23 ຄົນ ຊອບທໍາ ຢາກ ກະທໍາ ແຕ່ ຄວາມດີ, ແຕ່ ຄົນ ຊົ່ວ ນາໍ ການ ລົງ ໂທດ ມາ ສູ່ ຕົນ. (ຖ)
\v 24 ຍິ່ງ ໃຫ້ ຍິ່ງ ມີ ຍິ່ງ ຂີ້ຖີ່ ຍິ່ງ ທຸກຈົນ ລົງ.
\s5
\v 25 ຜູ້ ທີ່ ມີ ໃຈ ເຜື່ອ ແຜ່ ຍ່ອມ ຈະເລີນ ຮຸ່ງເຮືອງ ຜູ້ ທີ່ ຊ່ວຍເຫລືອ ຄົນ ຍ່ອມ ໄດ້ ຮັບ ຄວາມ ຊ່ວຍເຫລືອ ຕອບ.
\v 26 ປະຊາຊົນ ປ້ອຍດ່າ ຜູ້ ທີ່ ສະສົມ ເຂົ້າ ໄວ້ ຂາຍ ກິນ ກໍາໄລ ແຕ່ ຄໍາ ຊົມເຊີຍ ກໍ ມີ ແກ່ ຜູ້ ທີ່ ເອົາ ເຂົ້າ ອອກ ມາ ວາງ ຂາຍ ໜ້າຮ້ານ.
\s5
\v 27 ຜູ້ ທີ່ສະແຫວງ ຫາ ເຮັດ ຄວາມດີ ກໍໄດ້ ຮັບ ຄວາມນັບ ຖື ແຕ່ ຄວາມ ເດືອດຮ້ອນ ຈະ ມາ ເຖິງ ຜູ້ ທີ່ ສະແຫວງ ຫາ ຄວາມຊົ່ວ.
\v 28 ຜູ້ ທີ່ເພິ່ງ ໃນ ຊັບສົມບັດ ຂອງຕົນ ນັ້ນ ຈະ ຖືກ ທາໍ ລາຍ ດັ່ງ ໃບໄມ້ ຫລົ່ນ ໃນ ລະດູຮ້ອນ ແຕ່ ຜູ້ ທີ່ ຊອບທາໍ ຈະ ຈະເລີນ ຮຸ່ງເຮືອງ ດັ່ງ ໃບໄມ້ ຂຽວ ອຸ່ມຊຸ່ມ.
\s5
\v 29 ຜູ້ ທີ່ ເຮັດ ໃຫ້ ຄົວ ເຮືອນ ລໍາບາກ ກໍ ຈະ ບໍ່ ມີ ຫຍັງ ໃນ ບັ້ນ ປາຍ. ຄົນ ໂງ່ຈ້າ ຈະ ເປັນ ຄົນ ຮັບ ໃຊ້ ຢູ່ ເລື້ອຍ ໄປ ຂອງ ຄົນ ມີ ປັນຍາ.
\s5
\v 30 ຄວາມ ຊອບທາໍ (ທ) ໃຫ້ ມີ ຊີວິດ ສັນ ໃດ ຄວາມ ຮຸນແຮງ (ນ) ກໍ ເອົາ ຊີວິດ ໄປ ສັນ ນັ້ນ.
\v 31 ຄົນ ຊອບທາໍ ໄດ້ ຮັບ ບາໍ ເໜັດ ໃນ ແຜ່ນດິນ ໂລກ ນີ້ ສັນ ໃດ ຄົນ ອະທາໍ ກັບ ຄົນ ບາບ ຈະ ຕ້ອງ ຖືກ ລົງ ໂທດ ຢ່າງ ແນ່ ແທ້ ສັນ ນັ້ນ.
\s5
\c 12
\p
\v 1 ຄົນ ທີ່ ມັກ ຮຽນຮູ້ ກໍ ຢາກ ໃຫ້ ຄົນ ເຕືອນ ເມື່ອ ຕົນ ເຮັດ ຜິດ, ແຕ່ ຄົນ ໂງ່ຈ້າ ພັດກຽດຊັງ ການ ດັດ ແປງ ກໍ່ ສ້າງ.
\v 2 ອົງພຣະ ຜູ້ ເປັນເຈົ້າ ພໍໃຈ ນໍາ ຄົນດີ, ແຕ່ ພຣະອົງ ກ່າວໂທດ ຄົນ ທີ່ ວາງແຜນ ອັນ ຊົ່ວ ຮ້າຍ.
\s5
\v 3 ມະນຸດບໍ່ຫ່ອນຕັ້ງ ຢູ່ໄດ້ ດ້ວຍການຊົ່ວ ທີ່ ່ ຕົນ ກະທາໍ, ແຕ່ ຮາກຂອງຄົນ ຊອບທາໍ ຈະຢືນ ຢູ່ຢ່າງໝັ້ນ ຄົງ.
\v 4 ເມຍ ທີ່ ດີ ນາໍ ກຽດສັກ ສີ ມາ ສູ່ ຜົວ, ແຕ່ ເມຍ ທີ່ ຊົ່ວ ກໍ ເປັນ ດັ່ງ ກະດູກມີມະເຮັງ.
\s5
\v 5 ຄົນ ສັດ ຊື່ ຈະ ເຮັດ ກັບ ຄົນ ອື່ນ ຢ່າງ ເປັນ ທາໍ, ແຕ່ ຄົນຊົ່ວ ຫວັງ ຢາກ ຫລອກລວງ ເທົ່ານັ້ນ.
\v 6 ຄໍາເວົ້າ ຂອງ ຄົນ ຊົ່ວ ປະຫັດ ປະຫານ, ແຕ່ ຄໍາເວົ້າ ຂອງ ຄົນ ຊອບທາໍ ຊ່ວຍ ຄົນ ໃຫ້ ພົ້ນ ໄດ້.
\s5
\v 7 ຄົນ ຊົ່ວຮ້າຍ ຫລົ້ມຈົມ ແລະ ສິ້ນ ເຊື້ອ ສາຍ, ແຕ່ ຄອບຄົວ ຂອງ ຄົນ ຊອບທາໍ ຍັງ ດໍາລົງ ຢູ່.
\v 8 ຄົນ ມີ ປັນ ຍາ ຈະ ໄດ້ ຮັບ ຄໍາ ຍ້ອງຍໍ, ແຕ່ ຄົນ ໂງ່ຈ້າ ຈະ ໄດ້ ຮັບ ຄໍາ ຫຍໍ້ຫຍັນ.
\s5
\v 9 ເປັນ ຄົນ ທາໍມະດາ ຫາ ລ້ຽງຊີບ, ກໍ ດີ ກວ່າ ຖື ຕົນ ເປັນ ຄົນ ຍິ່ງ ໃຫຍ່ ແຕ່ ບໍ່ ມີ ເຂົ້າ ກິນ.
\v 10 ຄົນດີ ເປັນ ຫ່ວງ ນາໍ ຝູງສັດຂອງຕົນ, ແຕ່ ຄົນ ຊົ່ວ ຊ້າ ຊໍ້າ ໂຫດຮ້າຍ ຕໍ່ ຝູງສັດ.
\s5
\v 11 ພໍ່ ນາ ທີ່ ດຸໝັ່ນ ກໍມີ ຢູ່ ມີກິນ ບໍ່ ອຶດ, ແຕ່ ຄົນ ໂງ່ຈ້າ ເສຍ ເວລາ ຍ້ອນ ໂຄງການ ທີ່ ບໍ່ ມີ ປະໂຫຍດ.
\v 12 ຄົນຊົ່ວ ປາຖະໜາ ຫາ ກາໍ ໄລ ໃນ ທາງ ສໍ້ໂກງ, ແຕ່ ຄົນ ຊອບທາໍ ບາກບັ່ນ ຫາ ກາໍ ໄລ ໃນ ທາງ ຖືກ ຕ້ອງ. (ບ)
\s5
\v 13 ຄົນ ຊົ່ວຮ້າຍ ຖືກ ບ້ວງແຮ້ວ ຍ້ອນ ຄໍາເວົ້າ ຂອງຕົນ, ແຕ່ ຄົນ ສັດຊື່ກໍ ເອົາ ຕົວ ພົ້ນ ຈາກ ຄວາມ ເດືອດຮ້ອນ.
\v 14 ຈາກ ຜົນ ແຫ່ງ ຖ້ອຍຄໍາ ຂອງຕົນ ຄົນ ກໍ ອີ່ມ ໃຈ ໃນ ຄວາມດີ ແລະ ຜົນ ງານ ຈາກ ມື ຂອງ ເຂົາ ກໍ ກັບ ມາ ຫາ ເຂົາ.
\s5
\v 15 ຄົນ ໂງ່ຈ້າ ຄິດ ແຕ່ ວ່າ ຕົນ ເອງ ຖືກ ສະເໝີ, ແຕ່ ຄົນ ມີ ປັນ ຍາ ຍອມ ຟັງ ຄໍາແນະນາໍ ຂອງ ຄົນ ອື່ນ.
\v 16 ຄົນ ໂງ່ຈ້າ ສະແດງ ຄວາມຮ້າຍ ອອກ ໃຫ້ ເຫັນ ຢ່າງ ໄວວາ, ແຕ່ ຄົນ ມີ ປັນ ຍາ ບໍ່ສົນໃຈ ຕໍ່ ຄໍາ ຄົນ ໝິ່ນ ປະໝາດ.
\s5
\v 17 ຄໍາ ພະຍານຈິງ ກໍ່ ໃຫ້ ເກີດ ຄວາມ ຍຸດຕິທາໍ, ແຕ່ ຄໍາ ພະຍານ ເທັດ ກໍ່ ໃຫ້ ເກີດ ຄວາມ ບໍ່ ຍຸດຕິທາໍ.
\v 18 ຄໍາເວົ້າ ທີ່ ບໍ່ ຄິດ ເຮັດ ໃຫ້ ເຈັບ ຊໍາ້ ດັ່ງ ດາບ ແທງ, ແຕ່ ຄໍາເວົ້າ ທີ່ ມີ ປັນ ຍາ ປົວ ແປງ ໃຫ້ ດີ ໄດ້
\s5
\v 19 ເວົ້າ ຄວາມຈິງ ຍືນຍົງ ຢູ່ ຕະຫລອດ, ແຕ່ ເວົ້າ ຄວາມຕົວະ ຢືນ ຢູ່ ໄດ້ ຊົ່ວ ຄາວ.
\v 20 ຜູ້ ວາງແຜນ ຊົ່ວ ກໍ່ ໃຫ້ ເກີດ ການ ແຕກຕື່ນຕົກ ໃຈ, ແຕ່ ຜູ້ ເຮັດ ການດີ ກໍ່ໃຫ້ ເກີດ ຄວາມ ສຸກລົ້ນ.
\s5
\v 21 ຄົນ ຊອບທາໍ ນັ້ນ ບໍ່ພົບ ເຫດຮ້າຍ, ແຕ່ ຄົນ ຊົ່ວ ຮ້າຍ ທັງ ຫລາຍ ພົບ ແຕ່ ຄວາມ ເດືອດຮ້ອນ.
\v 22 ອົງພຣະ ຜູ້ ເປັນເຈົ້າ ກຽດຊັງ ຄົນ ເວົ້າຕົວະ, ແຕ່ ຄົນ ທີ່ ຮັກ ສາ ວາຈາ ພຣະອົງ ພໍໃຈ ຍິ່ງ.
\s5
\v 23 ຄົນ ມີ ປັນ ຍາ ເກັບ ກາໍ ຄວາມຮູ້ ຢ່າງ ງຽບໆ ສໍາລັບ ຕົນ, ແຕ່ ຄົນ ອັບ ປັນຍາ ສະແດງ ຄວາມ ໂງ່ຈ້າ ຂອງຕົນ ອອກ ມາ ໃຫ້ ຮູ້.
\v 24 ວຽກ ໜັກ ຈະ ເຮັດ ໃຫ້ ເຈົ້າ ມີ ອໍານາດ, ແຕ່ ຄວາມ ຂີ້ຄ້ານ ຈະ ເຮັດ ໃຫ້ ເຈົ້າ ເປັນ ທາດຮັບ ໃຊ້ ຄົນ.
\s5
\v 25 ຄວາມ ກະວົນ ກະວາຍ ເຮັດ ໃຫ້ ຄວາມສຸກ ກາຍເປັນ ຄວາມທຸກ, ແຕ່ ຄໍາເວົ້າ ທີ່ ດີ ເຮັດ ໃຫ້ ມີ ໃຈ ຊື່ນ ບານ.
\v 26 ຄົນ ຊອບທາໍ ນາໍ ໝູ່ ຄູ່ ໄປ ສູ່ ທາງ ທີ່ ຖືກ ຕ້ອງ, ແຕ່ ທາງ ຂອງ ຄົນ ຊົ່ວ ນາໍ ໃຫ້ ຫລົງ ເສຍ ໄປ.
\s5
\v 27 ຄົນ ຂີ້ຄ້ານ ຈະ ບໍ່ ໄດ້ ຮັບ ຕາມ ທີ່ ຕົນ ປາຖະໜາ, ແຕ່ ຄົນ ທີ່ ດີ ໝັ່ນ ຊອກຫາ ຈະ ໄດ້ ສົມ ບັດ ທີ່ ປະເສີດ. (ປ)
\v 28 ຄວາມ ຊອບທາໍ ເປັນ ທາງ ໄປ ສູ່ ຊີວິດ, ແຕ່ ຄວາມ ຊົ່ວ ຮ້າຍ (ຜ) ເປັນ ທາງ ໄປ ສູ່ ຄວາມຕາຍ.
\s5
\c 13
\p
\v 1 ລູກ ທີ່ມີ ປັນຍາ ຍ່ອມ ໃສ່ ໃຈ ເມື່ອ ພໍ່ ແອບສອນ, ແຕ່ ຄົນ ອວດດີ ບໍ່ຍອມ ຮັບ ຜິດ ຈັກ ເທື່ອ.
\v 2 ຄົນດີ ຈະ ໄດ້ ຮັບ ບໍາເໜັດ ຍ້ອນ ຄໍາເວົ້າ, ແຕ່ ຄົນ ຊົ່ວ ຮ້າຍ ມັກ ການ ໂຫດຮ້າຍ ທາລຸນ.
\s5
\v 3 ຜູ້ ທີ່ ລະວັງ ຄໍາເວົ້າ ກໍ ຮັກ ສາ ຊີວິດ ໃຫ້ ປອດໄພ, ແຕ່ ຜູ້ ທີ່ ເວົ້າ ບໍ່ ຄິດ ກໍ ທໍາລາຍ ຕົນເອງ ຖິ້ມ.
\v 4 ຄົນ ຂີ້ຄ້ານ ຈະ ບໍ່ ໄດ້ ສິ່ງ ທີ່ ຕົນ ໄຝ່ ຝັນ, ແຕ່ ຄົນ ດຸໝັ່ນ ຈະໄດ້ ຕາມ ທີ່ ຕົນ ຕ້ອງການ ທັງນັ້ນ.
\s5
\v 5 ຄົນ ສັດຊື່ ກຽດຊັງ ຄໍາເວົ້າ ຕົວະ ແຕ່ ຄົນ ຊົ່ວ ເວົ້າ ແຕ່ ສິ່ງ ທີ່ ເປັນ ຕາຊັງ ແລະ ສິ່ງ ທີ່ ອັບ ອາຍ ຂາຍໜ້າ.
\v 6 ຜູ້ ທີ່ ປະພຶດ ຊອບ ຄວາມສັດ ຊື່ ຍ່ອມ ຄຸ້ມ ຄອງ ລາວ, ແຕ່ ຄວາມຊົ່ວ ຂວໍ້າ ຄົນ ບາບ ຖິ້ມ.
\s5
\v 7 ຜູ້ ທີ່ ທາໍ ຕົນ ເໝືອນ ຄົນ ຮັ່ງ ມີ, ແຕ່ ບໍ່ ມີ ອັນໃດເລີຍກໍມີ ຜູ້ອື່ນ ທີ່ ທາໍ ຕົນ ເໝືອນ ຄົນ ທຸກຍາກ, ແຕ່ ພັດ ມີ ຊັບສົມບັດ ຫລາຍ.
\v 8 ຄົນ ຮັ່ງ ມີ ອາດ ໃຊ້ ເງິນ ໄຖ່ ຊີວິດ ໄວ້ ໄດ້, ແຕ່ ຄົນ ຍາກຈົນ ບໍ່ ຄ່ອຍ ມີ ຄົນ ຂູ່ເຂັນ.
\s5
\v 9 ຄົນ ຊອບທາໍ ເປັນ ດັ່ງ ໂຄມ ທີ່ ສ່ອງແຈ້ງ, ແຕ່ ຄົນ ຊົ່ວ ເປັນ ດັ່ງ ຕະກຽງ ທີ່ ກາໍ ລັງ ຈະ ມອດ.
\v 10 ຄໍາ ຫຍາບຊ້າ ສ້າງ ແຕ່ ເລື່ອງ ເດືອດຮ້ອນ ເກາະ ຜິດ. ການ ຍອມ ຟັງ ຄວາມ ຄິດ ເຫັນ ພາ ໃຫ້ ຕົນ ເປັນ ຄົນສະຫລາດ.
\s5
\v 11 ຊັບ ທີ່ ຫາ ໄດ້ ງ່າຍ ກໍ ສູນເສຍ ໄປ ໄວ, ແຕ່ ຊັບ ທີ່ ຫາ ດ້ວຍ ເຫື່ອ ໄຄ ກໍ ສະສົມ ໄວ້ ໄດ້.
\v 12 ຈິດ ໃຈ ຖືກ ທາໍ ລາຍ ເມື່ອ ສິ້ນ ຫວັງ, ແຕ່ ຄວາມ ປາຖະໜາ ທີ່ ເກີດ ເປັນຈິງ ເປັນ ຕົ້ນໄມ້ ທີ່ ໃຫ້ ຊີວິດ.
\s5
\v 13 ຖ້າ ເຈົ້າ ປະຕິເສດ ຖ້ອຍຄໍາ ຂອງ ພຣະເຈົ້າ ກໍ ນາໍ ຄວາມ ເດືອດຮ້ອນ ມາ ສູ່ ຕົນ ເຮັດ ຕາມ ຖ້ອຍຄໍາ ແລ້ວ ເຈົ້າ ກໍ ຈະ ປອດໄພ.
\v 14 ຄໍາ ບອກສອນ ຂອງ ນັກ ປາດ ເປັນ ນາໍ້ ພຸ ແຫ່ງ ຊີວິດ ມັນ ຈະ ຊ່ວຍ ໃຫ້ ຫວິດ ມົ້ມ ຈາກ ບ້ວງແຮ້ວ ຂອງ ຄວາມຕາຍ.
\s5
\v 15 ຜູ້ ທີ່ ມີ ປັນ ຍາ ຍ່ອມ ໄດ້ ຮັບ ຄວາມນັບຖື, ແຕ່ ຜູ້ ທີ່ ຄົດ ລ້ຽວ ຍ່ອມ ນາໍ ຕົນ ໄປ ສູ່ໄພພິບັດ. (ຝ)
\v 16 ຄົນ ທີ່ ຢັ່ງ ຮູ້ ຄິດ ກ່ອນ ຈຶ່ງ ກະທາໍ, ແຕ່ ຄົນ ໂງ່ຈ້າ ເຜີຍ ແບ ຄວາມ ໂງ່ງ່າວ ຂອງຕົນ ອອກ ໃຫ້ ເຫັນ.
\s5
\v 17 ຜູ້ສົ່ງ ຂ່າວ ທີ່ ໄວ້ໃຈ ບໍ່ ໄດ້ ກໍ ນາໍ ຄວາມ ເດືອດຮ້ອນ ມາ, ແຕ່ ວ່າ ຜູ້ສົ່ງ ຂ່າວ ທີ່ເຊື່ອ ຖື ກໍ ນາໍ ສັນຕິສຸກ ມາ ໃຫ້.
\v 18 ຜູ້ ທີ່ ບໍ່ຮຽນຮູ້ ຈະ ຍາກຈົນ ແລະ ໄຮ້ ກຽດ ຜູ້ ທີ່ ໄດ້ ຮັບ ກຽດ ຄື ຜູ້ ຍອມ ຟັງ ການ ແອບສອນ.
\s5
\v 19 ໄດ້ ຕາມໃຈ ມັກ ໃຫ້ ເກີດ ຄວາມ ຮູ້ສຶກ ທີ່ ດີ, ແຕ່ ຄົນ ໂງ່ຈ້າ ບໍ່ ປະຕິເສດ ຈາກ ຫົນທາງ ແຫ່ງ ຄວາມຊົ່ວ.
\v 20 ຄົບ ຄົນ ດີ ມີ ສີ ແກ່ ຕົວ ຄົບ ຄົນ ຊົ່ວ ພາ ຕົວ ໝົ່ນ ໝອງ.
\s5
\v 21 ຄວາມ ລໍາບາກ ຕິດຕາມ ຄົນບາບ ໄປ ທຸກແຫ່ງ ທຸກຫົນ, ແຕ່ ຄວາມ ຈະເລີນ ຮຸ່ງເຮືອງ ເປັນ ບາໍ ເໜັດ ຂອງ ຄົນ ຊອບທໍາ.
\v 22 ຄົນ ດີ ຈະ ປະ ສົມ ບັດ ໄວ້ ໃຫ້ ລູກຫລານ, ແຕ່ ສົມບັດ ຂອງ ຄົນບາບ ກໍ ສະສົມ ໄວ້ ສໍາລັບ ຄົນ ຊອບທໍາ.
\s5
\v 23 ໄຮ່ ນາ ຂອງ ຄົນ ທຸກ ອາດ ເກີດ ອາຫານ ໄດ້ ຢ່າງ ອຸດົມ ສົມ ບູນ, ແຕ່ ຄວາມ ບໍ່ ຍຸດຕິທາໍ ເຮັດ ໃຫ້ ຄວາມ ອຸດົມ ສົມບູນ ຖືກ ທໍາລາຍ.
\v 24 ຜູ້ ທີ່ ບໍ່ ເອົາ ໄມ້ແສ້ ຂ້ຽນ ລູກ ກໍ ກຽດຊັງ ລູກ ຂອງຕົນ, ແຕ່ ຜູ້ ທີ່ ຮັກ ລູກ ກໍ ຮີບ ຕີສອນ ລູກ ນັ້ນ.
\s5
\v 25 ຄົນ ຊອບທາໍ ມີ ກິນ ຢູ່ ບໍ່ ຂາດ ແຕ່ ຄົນ ຊົ່ວ ຮ້າຍ ພັດ ຫິວ ຢູ່ ເລື້ອຍໄປ.
\s5
\c 14
\p
\v 1 ຍິງທີ່ ມີ ປັນ ຍາ ສ້າງ ເຮືອນ ຂອງຕົນ ຂຶ້ນ, ແຕ່ ຍິງ ທີ່ ໂງ່ຈ້າ ທາໍ ລາຍ ເຮືອນ ຂອງຕົນ ລົງ.
\v 2 ຜູ້ ທີ່ ສັດ ຊື່ ກໍ ຊີ້ ໃຫ້ ເຫັນ ຄວາມ ຢໍາເກງ ອົງ ພຣະ ຜູ້ ເປັນ ເຈົ້າ, ແຕ່ ຜູ້ ທີ່ ບໍ່ສັດ ຊື່ກໍ ດູໝິ່ນ ປະໝາດ ພຣະອົງ.
\s5
\v 3 ຄົນ ໂງ່ຈ້າ ເວົ້າ ສໍ່ ໃຫ້ ເຫັນ ຄວາມ ຈອງຫອງ, ແຕ່ ຄໍາເວົ້າ ຂອງ ຄົນ ມີ ປັນ ຍາ ຄຸ້ມ ຄອງ ຕົນ ໄວ້.
\v 4 ບໍ່ ມີ ຄວາຍ ໄຖ ນາ ເລົ້າ ເຂົ້າ ກໍ ຫວ່າງເປົ່າ, ມີ ເຂົ້າ ເຕັມ ເລົ້າ ເພາະ ມີ ຄວາຍ ໄຖ ນາ. (ພ)
\s5
\v 5 ພະຍານ ທີ່ ເຊື່ອຖື ໄດ້ ກໍ ເວົ້າ ແຕ່ ຄວາມຈິງ, ແຕ່ ພະຍານ ທີ່ ເຊື່ອ ຖື ບໍ່ ໄດ້ ກໍ ຕົວະ ຢູ່ ຕະຫລອດ.
\v 6 ຄົນ ຫລອກລວງ ບໍ່ ມີ ປັນ ຍາ ໄດ້ ຈັກ ເທື່ອ, ແຕ່ ຄົນ ສະຫລາດ ຮຽນຮູ້ ໄດ້ ໄວ.
\s5
\v 7 ໃຫ້ ຜີກ ໜີ ຈາກ ຄົນ ໂງ່ຈ້າ ເພາະວ່າ ເຂົາ ບໍ່ ມີ ຄວາມຮູ້ ສິດສອນ ເຈົ້າ ເລີຍ.
\v 8 ປັນຍາ ຂອງ ຄົນ ຮອບຄອບ ແມ່ນ ເຂົ້າໃຈ ທາງເດີນ ຂອງຕົນ, ແຕ່ ຄວາມ ໂງ່ຈ້າ ຂອງ ຄົນ ເບົາ ປັນ ຍາ ຄິດ ເອົາ ເອງ ວ່າ ຕົນ ຮູ້ຈັກ ທຸກຢ່າງ.
\s5
\v 9 ຄົນ ໂງ່ຈ້າ ບໍ່ ຫົວ ຊາ ນາໍ ບາບ ຂອງຕົນ, ແຕ່ ຄົນ ຊອບທໍາ ຢາກ ຫວິດ ກໍາ ມົ້ມໂທດ. (ຟ)
\v 10 ໃຈ ຄົນ ຮູ້ເຖິງ ຄວາມ ຍິນ ດີ ແລະ ຄວາມ ຂົມ ຂື່ນ ຂອງຕົນ ບໍ່ ມີ ຜູ້ໃດ ສາມາດ ແບ່ງ ປັນ ກັນ ໄດ້.
\s5
\v 11 ເຮືອນ ຄົນ ຊົ່ວ ນາໍ ໄປ ສູ່ ຄວາມ ຈິບ ຫາຍ, ແຕ່ ເຮືອນ ຄົນ ດີ ຈະ ຮັ່ງ ມີ ເປັນ ດີ ຂຶ້ນ.
\v 12 ສິ່ງ ທີ່ ມະນຸດ ຄີດວ່າ ຖືກ ຕ້ອງ ອາດ ເປັນ ທາງ ນາໍ ໄປ ສູ່ ຄວາມຕາຍ.
\s5
\v 13 ຄົນ ທີ່ ຫົວເລາະ ອາດເຊື່ອງຊ້ອນ ຄວາມ ທຸກໃຈ ໄວ້ ກໍ ມີ, ເມື່ອ ຄວາມສຸກ ໄດ້ ຈາກ ໄປ ຄວາມ ທຸກໃຈ ກໍ ເຂົ້າ ມາ ແທນທີ່.
\v 14 ຄົນ ຊົ່ວ ຈະ ໄດ້ ຮັບ ຜົນ ກາໍ ຊົ່ວ ນາໍ ສະໜອງ ຄົນ ດີ ຈະ ມີ ບາໍ ເໜັດ ຍ້ອນ ການ ດ ທີ່ຕົນ ເຮັດ ນັ້ນ. (ມ)
\s5
\v 15 ຄົນ ມີ ປັນ ຍາ ຄິດ ກ່ອນ ຈຶ່ງ ກ້າວ ອອກ ໄປ, ແຕ່ ຄົນ ໂງ່ຈ້າ ເຊື່ອ ທຸກສິ່ງ ທີ່ ຕົນ ໄດ້ຍິນ.
\v 16 ຄົນ ມີ ປັນຍາລະວັງ ຕົນ ໃຫ້ ພົ້ນ ຄວາມເດືອດຮ້ອນ, ແຕ່ ຄົນ ໂງ່ຈ້າ ຂາດ ຄວາມ ຢັບຢັ້ງ ຈຶ່ງ ລົງ ມື ເຮັດ ໄປ ຢ່າງ ວ່ອງໄວ.
\s5
\v 17 ຄົນ ໃຈຮ້ອນ ເຮັດ ສິ່ງ ທີ່ ໂງ່ຈ້າ ໃຫ້ ເຫັນ ແລະ ຄົນ ທີ່ ມີ ເລ່ ຫລ່ຽມ ກໍ ເປັນ ໜ້າ ກຽດຊັງ. (ຢ)
\v 18 ຄົນ ເງີກງາກ ໄດ້ ຄວາມ ໂງ່ງ່າວ ເປັນລາງວັນ, ແຕ່ ຄົນ ຫລັກ ແຫລມ ໄດ້ ຄວາມຮູ້ ເປັນ ລາງວັນ.
\s5
\v 19 ຄົນ ຊົ່ວ ຈະ ຕ້ອງ ກົ້ມ ຂາບ ຄົນ ຊອບທາໍ ແລະ ຂໍ ຄວາມ ເຫັນໃຈ ຢ່າງ ນົບ ນ້ອມ.
\v 20 ຄົນ ທຸກ ນັ້ນ ແມ່ນແຕ່ ເພື່ອນບ້ານ ກໍ ຍັງ ກຽດຊັງ, ແຕ່ ຄົນ ຮັ່ງ ມີ ພັດ ມີ ເພື່ອນຝູງ ຈົນ ນັບ ບໍ່ ຖ້ວນ.
\s5
\v 21 ຄວາມສຸກ ເປັນ ຂອງ ຜູ້ ທີ່ ເຮັດ ດີ ກັບ ຄົນ ຍາກຈົນ ການ ປະໝາດ ຄົນ ເປັນ ບາບ ຊະນິດ ໜຶ່ງ.
\v 22 ຜູ້ ທີ່ ເຮັດ ດີ ຍ່ອມ ມີ ຄົນ ນັບ ຖື ແລະ ວາງໃຈເຊື່ອ, ແຕ່ ຜູ້ ທີ່ ເຮັດ ຊົ່ວ ພາ ຕົວ ສູນເສຍ ໄປ.
\s5
\v 23 ຄົນ ມັກ ເຮັດ ວຽກ ຈະ ມີຢູ່ ມີກິນ, ແຕ່ ຄົນ ມັກ ນັ່ງ ຫລິ້ນ ຄຸຍກັນ ຈະ ທຸກ ລໍາບາກ.
\v 24 ຄວາມ ຮັ່ງ ມີ ເປັນ ລາງວັນ ຂອງ ຄົນ ມີ ປັນຍາ, ແຕ່ ຄວາມ ໂງ່ຈ້າ ກໍ ເປັນ ຂອງ ຄົນ ໂງ່ຈ້າ ຕໍ່ໄປ. (ຣ)
\s5
\v 25 ພະຍານ ທີ່ ເວົ້າ ຄວາມຈິງ ກໍ ຊ່ວຍ ຊີວິດ ໃຫ້ ພົ້ນ, ແຕ່ພະຍານ ເທັດ ເປັນ ການ ທໍລະຍົດ ຫັກຫລັງ.
\s5
\v 26 ການ ຢໍາເກງ ອົງພຣະ ຜູ້ ເປັນ ເຈົ້າ ໃຫ້ ມີ ຊີວິດ ອັນ ໝັ້ນ ຄົງ ແລະ ໃຫ້ ຄອບຄົວ ຢູ່ ຢ່າງ ປອດໄພ ໄດ້.
\v 27 ການ ຢໍາເກງ ອົງ ພຣະ ຜູ້ ເປັນ ເຈົ້າ ເປັນ ນາໍ້ ພຸ ແຫ່ງ ຊີວິດ ແລະ ຊ່ວຍ ໃຫ້ ພົ້ນ ຈາກ ບ້ວງແຮ້ວ ແຫ່ງ ຄວາມຕາຍ.
\s5
\v 28 ມີ ໄພ່ ພົນ ຫລາຍ ພາ ໃຫ້ ກະສັດ ຍິ່ງ ໃຫຍ່ ກະສັດ ສິ້ນ ອໍານາດ ເພາະ ຂາດ ໄພ່ ພົນ.
\v 29 ຜູ້ ທີ່ ມິດ ງຽບ ສໍ່ ໃຫ້ ເຫັນ ເຖິງ ປັນຍາ, ແຕ່ ຜູ້ ທີ່ ໂອຫັງ ກໍ ທັ່ງ ຄວາມ ໂງ່ຈ້າ ອອກ ມາ ໃຫ້ ຮູ້.
\s5
\v 30 ມີ ສັນຕິສຸກ ໃນ ຈິດໃຈ ເຮັດ ໃຫ້ ມີ ສຸຂະພາບ ດີ, ແຕ່ ຄວາມ ອິດສາ ພາ ໃຫ້ ເກີດ ພະຍາດ ມະເຮັງ ໄດ້.
\v 31 ຜູ້ ທີ່ຂົ່ມເຫັງ ຄົນທຸກ ກໍ ດູຖູກ ພຣະເຈົ້າ ຜູ້ ຊົງ ສ້າງ ເຂົາ ມາ, ແຕ່ ຜູ້ ທີ່ ເມດຕາ ເຂົາ ກໍ ໃຫ້ກຽດ ພຣະເຈົ້າ.
\s5
\v 32 ຄວາມຊົ່ວ ຈ່ອງ ຄົນ ຊົ່ວ ຮ້າຍ ລົງ, ແຕ່ ຄວາມດີ ກໍ ປ້ອງກັນ ຄົນ ດີ ໄວ້. (ລ)
\v 33 ຄົນ ຊ່າງ ຄິດ ຄື ຄົນ ມີ ປັນ ຍາ, ແຕ່ ຄົນ ໂງ່ຈ້າ ຫາ ປັນ ຍາ ແທ້ ບໍ່ ມີ ເລີຍ. (ວ)
\s5
\v 34 ຄວາມ ຊອບທາໍ ເຮັດ ໃຫ້ ຊາດ ຍິ່ງໃຫຍ່ ບາບເຮັດໃຫ້ຊາດ ເສື່ອມເສຍ.
\v 35 ກະສັດ ພໍໃຈ ນາໍ ຂ້າຣາຊການ ທີ່ ມີ ຄວາມ ສາມາດ, ແຕ່ ຜູ້ ທີ່ ຫລົ້ມ ເຫລວ ຈະ ຖືກ ລົງ ໂທດ.
\s5
\c 15
\p
\v 1 ຄໍາຕອບ ອັນ ອ່ອນຫວານ ລະງັບ ຄວາມໂກດ ໄວ້, ແຕ່ ຄໍາເວົ້າ ຫຍາບຊ້າ ຍົ້ວະ ໃຫ້ ໂມໂຫ.
\v 2 ສົບ ປາກ ຂອງ ຄົນ ມີ ປັນຍາ ແຈກຈ່າຍ ຄວາມຮູ້ ທີ່ ຈັບໃຈ, ແຕ່ ປາກ ຂອງ ຄົນ ໂງ່ຈ້າ ພັດ ເຜີຍ ຄວາມ ໂງ່ງ່າວ ຂອງຕົນ ອອກ ມາ.
\s5
\v 3 ທຸກ ເຫດການ ທີ່ ເກີດ ຂຶ້ນ ອົງ ພຣະ ຜູ້ ເປັນ ເຈົ້າ ຮູ້ເຫັນ ພຣະອົງ ເປັນ ຜູ້ ເຝົ້າ ເບິ່ງ ທັງ ຄົນ ດີ ແລະ ຄົນ ຊົ່ວ ດ້ວຍ.
\v 4 ລີ້ນ ທີ່ ອ່ອນສຸພາບ ເປັນ ຕົ້ນໄມ້ ແຫ່ງ ຊີວິດ, ແຕ່ ຄໍາເວົ້າ ຈາ ທີ່ ຫຍາບຄາຍ ເຮັດ ໃຫ້ ຈິດ ໃຈ ຊອກຊໍາ້.
\s5
\v 5 ຄົນ ໂງ່ຈ້າ ປະໝາດ ຄໍາ ພໍ່ ບອກສອນ, ແຕ່ ຄົນ ມີ ປັນຍາ ຮັບ ເອົາ ໄປ ປະຕິບັດ ພ້ອມ.
\v 6 ເມື່ອ ຕົກ ທີ່ ລໍາບາກ ຄົນ ຊົ່ວ ສູນສິ້ນ ຊັບສົມບັດ, ແຕ່ ຄົນ ຊອບທາໍ ຮັກ ສາ ຊັບ ສົມ ບັດ ໄວ້ ໄດ້.
\s5
\v 7 ສົບ ປາກ ຂອງ ຄົນ ມີ ປັນຍາ ກະຈາຍ ຄວາມຮູ້, ແຕ່ ຄົນ ໂງ່ຈ້າ ບໍ່ ເປັນ ເຊັ່ນນັ້ນ.
\v 8 ຄົນ ທ່ຽງທາໍ ພາວັນນາ ອະທິຖານ ອົງພຣະ ຜູ້ເປັນ ເຈົ້າ ຕອບ, ແຕ່ ເຄື່ອງ ຖວາຍບູຊາ ຂອງ ຄົນ ຊົ້ວ ຊ້າ ພຣະອົງ ກຽດຊັງ.
\s5
\v 9 ຄວາມ ປະພຶດ ຂອງ ຄົນຊົ່ວ ຊ້າ ອົງພຣະ ຜູ້ ເປັນ ເຈົ້າ ກຽດຊັງ, ແຕ່ ພຣະອົງ ຮັກ ແພງ ຜູ້ ທີ່ ປະພຶດ ຖືກ ຕ້ອງ.
\v 10 ຜູ້ ທີ່ ປະຖິ້ມ ທາງ ດີ ຍ່ອມ ມີ ໂທດ ໜັກ, ແຕ່ ຜູ້ ທີ່ ບໍ່ ຍອມ ຮັບ ຄໍາ ແອບສອນ ຍ່ອມ ສູນເສຍ ຊີວິດ.
\s5
\v 11 ອົງ ພຣະ ຜູ້ ເປັນ ເຈົ້າ ຮູ້ ທຸກສິ່ງ ທີ່ ເກີດ ຂຶ້ນ ໃນ ແດນ ມໍຣະນາ ມະນຸດ ຄິດ ຫຍັງ ພຣະອົງ ກໍ ຮູ້.
\v 12 ຄົນ ໂອຫັງ ກຽດຊັງ ການ ແອບສອນ ພວກເຂົາ ຈະ ບໍ່ ຂໍ້ ຄໍາແນະນາໍ ຈາກ ຄົນ ມີ ປັນ ຍາ ຈັກ ເທື່ອ.
\s5
\v 13 ຄວາມສຸກເຮັດ ໃຫ້ ໃບໜ້າ ສົດ ຊື່ນ, ແຕ່ ຄວາມທຸກ ເຮັດ ໃຫ້ ໃບໜ້າ ໝົ່ນໝອງ.
\v 14 ຄົນ ສະຫລາດ ຮູ້ ຢາກຮໍ່າ ຢາກຮຽນ, ແຕ່ ຄົນເບົາ ປັນຍາ ພໍໃຈ ໃນ ຄວາມ ໂງ່ຈ້າ.
\s5
\v 15 ຄົນທຸກ ລໍາບາກ ດີ້ນ ຮົນ ເປັນ ປະຈາໍ, ແຕ່ ຄົນທີ່ ຈິດໃຈ ເປັນ ສຸກ ກໍ ຊື່ນໃຈ ໄປ ເລື້ອຍໆ.
\v 16 ເປັນ ຄົນທຸກ ຢໍາເກງ ອົງພຣະ ຜູ້ ເປັນເຈົ້າ ກໍ ດີກວ່າ ເປັນ ຄົນ ຮັ່ງ ມີ ທີ່ເດືອດຮ້ອນ.
\s5
\v 17 ກິນ ຜັກ ເປັນ ອາຫານ ກັບ ຄົນ ທີ່ ຕົນ ຮັກ ກໍ ດີ ກວ່າ ກິນ ຊີ້ນ ໃນ ທີ່ ມີ ຄວາມ ກຽດຊັງ.
\v 18 ຄົນ ໃຈຮ້ອນ ເຮັດ ໃຫ້ ເກີດ ຜິດ ຖຽງກັນ, ແຕ່ ຄວາມ ອົດ ທົນ ພາກພຽນ ນາໍ ເອົາ ສັນຕິສຸກ ມາ ໃຫ້.
\s5
\v 19 ຄົນ ຂີ້ຄ້ານ ພົບ ຄວາມ ລໍາບາກ ທຸກ ທາງ, ແຕ່ ຄົນ ສັດ ຊື່ ກໍ ຫວິດ ພົ້ນ ຄວາມ ເດືອດຮ້ອນ.
\v 20 ລູກ ທີ່ ມີ ປັນຍາ ເຮັດ ໃຫ້ ພໍ ມີ ຄວາມສຸກ ລູກ ທີ່ ໂງ່ຈ້າ ເບົາ ປັນ ຍາ ເຮັດ ໃຫ້ ແມ່ ຖືກ ໝິ່ນ ປະໝາດ.
\s5
\v 21 ຄົນ ໂງ່ຈ້າ ລ່າເລີງ ໃນ ຄວາມ ໂງ່ງ່າວ ຂອງຕົນ, ແຕ່ ຄົນ ມີ ປັນ ຍາ ຈະ ເຮັດ ໃນ ສິ່ງ ທີ່ ຖືກ ຕ້ອງ.
\v 22 ມີ ທີ່ ປຶກ ສາ ຫລາຍ ຄົນ ແຜນການ ກໍ ສໍາເລັດ ປາສະຈາກ ທີ່ ປຶກ ສາ ແລ້ວ ແຜນການ ກໍ ຫລົ້ມ ເຫລວ.
\s5
\v 23 ຮູ້ຈັກ ໃຊ້ ຄໍາເວົ້າ ທີ່ ຖືກ ກາລະ ເທສະ ພາ ໃຫ້ ເກີດ ຄວາມ ຊົມ ຊື່ນ ຍິນ ດີ.
\v 24 ຄົນ ມີ ປັນ ຍາ ເດີນ ທາງ ຂຶ້ນ ໄປ ສູ່ ຊີວິດ ລາວ ຫລີກ ເວັ້ນ ທາງ ລົງ ໄປ ສູ່ ຄວາມຕາຍ.
\s5
\v 25 ອົງ ພຣະ ຜູ້ ເປັນ ເຈົ້າ ຈະ ທາໍ ລາຍ ເຮືອນ ຂອງ ຄົນ ອວດດີ, ແຕ່ ພຣະອົງ ຈະ ຄຸ້ມ ຄອງ ທີ່ ດິນ ຂອງ ຍິງ ໝ້າຍ.
\v 26 ອົງ ພຣະ ຜູ້ ເປັນ ເຈົ້າ ຊັງ ຄວາມ ຄິດ ຊົ່ວ, ແຕ່ ພຣະອົງ ເຫັນ ຊອບ ນາໍ ຖ້ອຍຄໍາ ທີ່ ມີ ໃຈ ໄມຕີ
\s5
\v 27 ຄົນ ທີ່ ຫາ ກາໍ ໄລ ໃນ ທາງ ລັດ ກໍ ນາໍ ຄວາມ ລໍາບາກ ມາ ສູ່ ຄອບຄົວ ຄົນ ທີ່ ບໍ່ ຮັບ ສິນ ຈ້າງ ລາງວັນ ກໍ ຈະ ຊື່ນຊົມ ຍິນດີ ກັບ ຊີວິດ ອັນ ຍືນໝັ້ນ.
\v 28 ຄົນດີ ນັ້ນ ຄິດ ກ່ອນ ຈຶ່ງ ຕອບ, ແຕ່ ຄົນຊົ່ວ ນັ້ນ ຕອບ ໄປໂລດ ຈຶ່ງ ນາໍ ຄວາມ ເດືອດຮ້ອນ ມາ ສູ່ ຕົນ.
\s5
\v 29 ອົງ ພຣະ ຜູ້ ເປັນ ເຈົ້າ ຊົງ ຮັບ ຟັງ ຄໍາພາວັນນາ ອະທິຖານ ຂອງ ຄົນ ຊອບທາໍ, ແຕ່ ພຣະອົງ ບໍ່ ສົນໃຈ ນາໍ ຄົນຊົ່ວ.
\v 30 ໜ້າຕາ ຍິ້ມ ແຍ້ມ ເຮັດ ໃຫ້ ມີ ຄວາມສຸກ ແລະ ຂ່າວດີ ເຮັດ ໃຫ້ ມີ ຈິດ ໃຈ ສະບາຍ ຂຶ້ນ.
\s5
\v 31 ຄົນ ມີ ປັນ ຍາ ເອົາ ໃຈໃສ່ ເມື່ອ ຕົນ ຖືກ ແອບສອນ.
\v 32 ຜູ້ ທີ່ ບໍ່ ຍອມ ຮັບ ການ ແອບສອນ ກໍ ເຮັດ ໃຫ້ ຕົນ ເຈັບ ປວດ, ແຕ່ ຜູ້ ທີ່ຍອມຮັບການ ແອບສອນ ກໍ ຊ່ວຍ ຕົນ ໃຫ້ ເປັນ ຄົນ ສະຫລາດ ຂຶ້ນ.
\s5
\v 33 ການ ຢໍາເກງ ອົງ ພຣະ ຜູ້ ເປັນ ເຈົ້າ ເປັນ ການ ຮຽນຮູ້ ໃນ ຕົວ, ຄົນ ທີ່ ຖ່ອມຕົວ ລົງ ກໍໄດ້ ຮັບ ກຽດ.
\s5
\c 16
\p
\v 1 ມະນຸດ ເປັນ ຜູ້ ວາງແຜນ, ແຕ່ ພຣະເຈົ້າ ເປັນ ຜູ້ ໃຫ້ ຄໍາ ຊີ້ຂາດ. (ຫ)
\v 2 ມະນຸດ ຄິດ ວ່າ ຕົນ ເຮັດ ທຸກສິ່ງ ຖືກ ຕ້ອງ, ແຕ່ ອົງ ພຣະ ຜູ້ ເປັນ ເຈົ້າ ຢັ່ງ ຮູ້ ພາຍໃນ ຈິດໃຈ.
\s5
\v 3 ຈົ່ງ ມອບ ແຜນການ ທັງ ສິ້ນ ໄວ້ ກັບ ອົງ ພຣະ ຜູ້ ເປັນ ເຈົ້າ ແລະ ທຸກສິ່ງ ກໍ ຈະ ສໍາເລັດ ຜົນ.
\v 4 ທຸກສິ່ງ ທີ່ ອົງພຣະ ຜູ້ ເປັນເຈົ້າ ໄດ້ ເຮັດ ກໍ ມີ ເປົ້າ ໝາຍ ແນ່ນອນ ແລະ ຊາຕາກໍາ ຂອງ ຄົນ ອະທໍາ ກໍ ຄື ຄວາມພິນາດ.
\s5
\v 5 ອົງ ພຣະ ຜູ້ ເປັນ ເຈົ້າ ກຽດຊັງ ທຸກຄົນ ທີ່ ເວົ້າ ຄໍາ ຫຍາບຊ້າ ຈອງຫອງ, ໂທດກາໍ ຈະ ຕ້ອງ ມາ ເຖິງ ພວກເຂົາ ຢ່າງ ແນ່ ແທ້.
\v 6 ຈົ່ງ ສັດ ຊື່ ແລະ ທ່ຽງທາໍ ແລະ ພຣະເຈົ້າ ກໍ ຈະ ຍົກ ບາບ ໃຫ້, ຈົ່ງ ຢໍາເກງ ອົງ ພຣະ ຜູ້ ເປັນ ເຈົ້າ ແລະ ສິ່ງ ຊົ່ວ ຮ້າຍ ຈະ ບໍ່ ມາ ຖືກ ເຈົ້າ.
\s5
\v 7 ເມື່ອ ເຈົ້າ ເຮັດ ໃຫ້ ອົງ ພຣະ ຜູ້ ເປັນ ເຈົ້າ ພໍໃຈ ເຈົ້າ ກໍ ເຮັດ ໃຫ້ (ອ) ສັດ ຕູ ກາຍເປັນ ມິດ.
\v 8 ມີ ລາຍໄດ້ ໜ້ອຍ ທີ່ ໄດ້ ມາ ດ້ວຍ ຄວາມສັດ ຊື່ ກໍ ດີ ກວ່າ ມີ ລາຍໄດ້ ຫລາຍ ທີ່ໄດ້ ມາ ດ້ວຍ ການ ສໍ້ໂກງ.
\s5
\v 9 ມະນຸດ ວາງ ແຜນການ, ແຕ່ ພຣະເຈົ້າ ປະທານ ຄວາມ ສໍາເລັດໃຫ້.
\v 10 ກະສັດ ເວົ້າ ດ້ວຍ ອໍານາດ ທີ່ ມາ ຈາກ ພຣະເຈົ້າ ເພິ່ນ ຈຶ່ງ ຕັດ ສິນ ໃຈ ຖືກ ຕ້ອງ ເລື້ອຍໆ.
\s5
\v 11 ອົງພຣະ ຜູ້ ເປັນເຈົ້າ ຢາກ ໃຫ້ ຕາຊິງ ກັບ ການ ວັດ ແທກ ຖືກ ຕ້ອງ ແລະ ການ ຄ້າ ຂາຍ ເປັນ ທາໍ.
\v 12 ບັນ ດາ ກະສັດ ບໍ່ຫ່ອນ ທົນ ຕໍ່ ຄວາມ ຊົ່ວ ຊ້າ (ຮ) ເພາະວ່າ ຄວາມ ຍຸດຕິທາໍ ພາ ໃຫ້ ການ ປົກ ຄອງ ປະເທດ ເຂັ້ມ ແຂງ.
\s5
\v 13 ກະສັດ ຢາກ ໄດ້ຍິນ ສົບປາກ ທີ່ ເວົ້າ ຄວາມຈິງ ແລະ ເພິ່ນ ຍິ່ງ ພໍໃຈ ນາໍ ຜູ້ ເວົ້າ ເຊັ່ນ ນັ້ນ.
\v 14 ຄົນ ມີ ປັນ ຍາ ຍ່ອມ ເຮັດ ໃຫ້ ກະສັດ ມີ ຄວາມສຸກ ຖ້າ ກະສັດ ເກີດ ໂມໂຫ ກໍ ເຮັດ ໃຫ້ ບາງຄົນ ຕ້ອງ ເສຍ ຊີວິດ.
\s5
\v 15 ຮອຍຍິ້ມ ຂອງ ກະສັດ ເປັນ ສັນ ຍານ ແຫ່ງ ຊີວິດ ແລະ ຄຸນງາມ ຄວາມດີ ຂອງ ເພິ່ນ ເປັນ ດັ່ງ ເມກ ທີ່ ນາໍ ຝົນ ປາຍ ລະດູ ມາ.
\v 16 ມີ ປັນຍາ ແລະ ຄວາມຮູ້ ກໍ ດີ ກວ່າ ມີ ເງິນ ຄໍາ ຕັ້ງ ຫລວງຫລາຍ.
\s5
\v 17 ຄົນ ດີ ຜີກ ໜີ ຈາກ ທາງຊົ່ວ ໄດ້ ສັນ ໃດ ຜູ້ ທີ່ ເຝົ້າ ລະວັງ ທາງເດີນ ກໍ ຊ່ວຍ ຊີວິດ ຂອງຕົນ ໄດ້ ສັນ ນັ້ນ.
\v 18 ຄວາມ ອວດຕົວ ຈອງຫອງ ນາໍ ໄປ ສູ່ ການທາໍລາຍ ແລະ ຄໍາເວົ້າ ຫຍາບຊ້າ ກໍ ນາໍ ໄປ ສູ່ ການ ຫລົ້ມ ຈົມ.
\s5
\v 19 ຖ່ອມໃຈ ຢູ່ ກັບ ຄົນ ທຸກໄຮ້ ກໍ ດີ ກວ່າ ເປັນ ຫຸ້ນ ສ່ວນ ໃນ ສິ່ງຂອງ ຂອງ ຄົນ ອວດດີ ປຸ້ນມາ.
\v 20 ຈົ່ງ ເອົາ ໃຈໃສ່ ເຮັດ ຕາມ ຄໍາ ບອກສອນ ແລະ ເຈົ້າ ຈະ ສໍາເລັດ ຜົນ ຈົ່ງ ໄວ້ວາງໃຈ ໃນ ອົງ ພຣະ ຜູ້ ເປັນ ເຈົ້າ ແລະ ເຈົ້າ ຈະ ມີ ຄວາມສຸກ.
\s5
\v 21 ຜູ້ ທີ່ ເຂົ້າໃຈ ດີ ກໍ ເປັນ ຄົນ ມີ ປັນ ຍາ ຄໍາເວົ້າ ອັນ ໜ້າ ຮັກ ກໍ ຊະນະ ໃຈ ຄົນ.
\v 22 ສໍາລັບ ຄົນ ມີ ປັນ ຍາ ນັ້ນ ປັນ ຍາ ເປັນ ນາໍ້ ພຸ ແຫ່ງ ຊີວິດ, ແຕ່ ການ ສອນ ຄົນ ໂງ່ຈ້າ ນັ້ນ ເປັນ ການ ເສຍ ເວລາ.
\s5
\v 23 ຄົນ ສະຫລາດ ຄິດ ກ່ອນ ຈຶ່ງ ເວົ້າ ແລ້ວ ຄໍາເວົ້າ ເຮັດ ໃຫ້ ເກີດ ການ ເຊື່ອ ຖື.
\v 24 ຄໍາເວົ້າ ດີ ເປັນ ດັ່ງ ນາໍ້ ເຜິ້ງ ຄື ຫວານຊື່ນ ແລະ ຊ່ວຍຊູ ສຸຂະພາບ ຂອງເຈົ້າ ໃຫ້ ເຂັ້ມ ແຂງ.
\s5
\v 25 ທາງ ທີ່ ມະນຸດ ຄິດ ວ່າ ຖືກ ຕ້ອງ ອາດ ນາໍ ໄປ ສູ່ ຄວາມຕາຍ.
\v 26 ຄວາມຫິວ ເຮັດ ໃຫ້ ຄົນ ງານ ດຸໝັ່ນ ເພາະ ຄວາມ ຕ້ອງການ ຕອບ ສະໜອງ ຄວາມຫິວ ນັ້ນ.
\s5
\v 27 ຄົນ ຊົ່ວຮ້າຍ ແຈກຈ່າຍ ແນວ ບໍ່ ດີ ລີ້ນ ລາວ ເປັນ ດັ່ງ ໄຟ ທີ່ ລຸກ ໄໝ້ ດ້ວຍ ຄໍາເວົ້າ ອັນ ຊົ່ວ ຊ້າ.
\v 28 ຄົນ ເລ້ ຫລ່ຽມ ກໍ່ ໃຫ້ ເກີດ ການ ຜິດ ຖຽງກັນ ຄົນ ມັກ ເວົ້າ ຂວັນ ນິນ ທາ ທາໍ ລາຍ ມິດຕະພາບ.
\s5
\v 29 ຄົນ ທີ່ໃຊ້ ຄວາມ ຮຸນແຮງ ຫລອກລວງ ໝູ່ ເພື່ອນ ແລະ ນາໍ ເຂົາ ເຈົ້າ ໄປ ສູ່ ຄວາມ ຈິບຫາຍ.
\v 30 ຄົນ ທີ່ ຂະຫຍິບຕາ ຍິ້ມ ແຍ້ມໃຫ້ ຄ່ອຍລະວັງເອົາ ໃຈເຂົາຄິດຮ້າຍ ໝາຍແຕ່ ທາໍ ລາຍ ຄົນ.
\s5
\v 31 ຊີວິດ ທີ່ ຍືນ ໝັ້ນ ເປັນ ບາໍ ເໜັດ ຂອງ ຜູ້ ຊອບທາໍ ຜົມ ຫງອກ ເປັນ ມົງ ກຸດ ອັນ ມີ ສະຫງ່າຣາສີ.
\v 32 ມີ ຄວາມ ອົດ ທົນ ກໍ ດີ ກວ່າ ມີ ອໍານາດ ຄວບຄຸມ ຕົນ ເອງ ໄດ້ ກໍ ດີ ກວ່າ ຄວບຄຸມ ຫົວເມືອງ ທັງໝົດ.
\s5
\v 33 ມະນຸດ ໃຊ້ ສະຫລາກ ຢາກ ຮູ້ ພຣະປະສົງ, ແຕ່ ແມ່ນ ອົງພຣະ ຜູ້ ເປັນເຈົ້າ ເອງ ທີ່ ເປັນ ຜູ້ ໃຫ້ ຄໍາ ຊີ້ຂາດ.
\s5
\c 17
\p
\v 1 ກິນ​ເຂົ້າ ແຫ້ງ ຢ່າງ ສະຫງົບ ສຸກ ໃນ ບ້ານ ກໍ ດີ ກວ່າ ກິນ ລ້ຽງ ໃນ ງານ ທີ່ ມີ ຄວາມ ວຸ້ນວາຍ.
\v 2 ຄົນ ຮັບ ໃຊ້ ຜູ້ ສະຫລາດ ມີ ສິດ ເໜືອ ລູກ ທີ່ ໄຮ້ ຄ່າ ຂອງ ນາຍ ແລະ ທັງ ຮັບ ສ່ວນແບ່ງ ແຫ່ງ ມູນ ມໍຣະ ດົກ ຢູ່ ໃນ ຄອບຄົວ ດ້ວຍ.
\s5
\v 3 ເງິນ ຄໍາ ຖືກ ທົດ ລອງ ດ້ວຍ ໄຟ ສັນໃດ ໃຈ ມະນຸດ ກໍ ຖືກ ອົງພຣະ ຜູ້ ເປັນເຈົ້າ ລອງເບິ່ງ ສັນນັ້ນ.
\v 4 ຄົນຊົ່ວຊ້າ ມັກ ຟັງ ຄວາມຄິດ ທີ່ ຊົ່ວ ໆ ແລະ ຄົນ ຂີ້ຕົວະ ກໍ ມັກ ຟັງ ເລື່ອງ ທີ່ ຕົວະຕົ້ມ.
\s5
\v 5 ຜູ້ ທີ່ ຫົວຂວັນ ຄົນ ທຸກ ກໍ ໝິ່ນ ປະໝາດ ພຣະເຈົ້າ ຜູ້ ສ້າງ ເຂົາ ມາ ຜູ້ ທີ່ ຊໍ້າ ຕື່ມ ຄົນ ໄດ້ ຮັບ ເຄາະກາໍ ກໍ ຈະ ໄດ້ ຮັບໂທດ.
\v 6 ພໍ່ເຖົ້າ ແມ່ ເຖົ້າ ພູມໃຈ ໃນ ລູກຫລານ ຂອງຕົນ ດັ່ງ ພວກ ລູກ ທີ່ ພູມໃຈ ໃນ ຕົວ ຜູ້ ເປັນ ພໍ່ ແມ່.
\s5
\v 7 ຄົນ ທີ່ ໜ້າ ນັບ ຖື ເວົ້າ ຕົວະ ບໍ່ ໄດ້ ສັນໃດ ຄົນ ໂງ່ຈ້າ ກໍ ເວົ້າ ບໍ່ ເປັນ ຕາຟັງ ສັນນັ້ນ.
\v 8 ບາງຄົນ ຄິດ ວ່າ ສິນ ບົນ ເປັນ ດັ່ງ ອໍານາດ ວິເສດ ເຂົາ ເຊື່ອ ວ່າ ມັນ ເຮັດ ໄດ້ ທຸກສິ່ງ.
\s5
\v 9 ລືມໄລ ຄວາມ ຜິດ ພາດ ແມ່ນ ອູ້ມຊູ ຄວາມ ເປັນ ມິດ ເວົ້າ ແຕ່ ຄວາມເກົ່າ ຢູ່ເລື້ອຍ ພາ ໃຫ້ ເກີດ ຜິດ ຖຽງກັນ.
\v 10 ຄໍາ ຕິຕຽນ ຄັ້ງ ດຽວ ເກີດ ປະໂຫຍດ ແກ່ ຄົນ ມີ ປັນຍາ ຫລາຍກວ່າ ຄົນ ໂງ່ຈ້າ ຖືກ ຂ້ຽນຕີ ເຖິງ ຮ້ອຍບາດ.
\s5
\v 11 ຄົນຊົ່ວ ຮ້າຍ ຫາ ເຫດ ແຕ່ ທາໍ ລາຍ ສັນໃດ ຄວາມຕາຍ ຈະ ມາ ເຖິງ ເຂົາ ດັ່ງ ຄົນ ນາໍ ຂ່າວ ບໍ່ ດີ ມາ ບອກ ສັນນັ້ນ.
\v 12 ພົບ ໝີແມ່ ທີ່ ລູກນ້ອຍ ຖືກ ລັກ ໄປ ກໍດີ ກວ່າ ພົບ ຄົນ ໂງ່ຈ້າ ທີ່ ອັບປັນຍາ.
\s5
\v 13 ຄວາມ ລໍາບາກ ຈະ ບໍ່ ຫວິດ ຈາກ ເຮືອນ ໄປ ໄດ້ ສໍາລັບ ຜູ້ ທີ່ ເຮັດ ຄວາມຊົ່ວ ຕອບແທນ ຄວາມດີ.
\v 14 ເລີ່ມ ຜິດ ຖຽງກັນ ກໍ ສາໍ່ ກັບ ເຂື່ອນ ເລີ່ມ ແຕກ ຢຸດຕິ ເລື່ອງ ລາວ ກ່ອນ ເກີດ ການ ຜິດ ຖຽງກັນ.
\s5
\v 15 ສອງ ສິ່ງ ທີ່ ອົງ ພຣະ ຜູ້ ເປັນ ເຈົ້າ ກຽດຊັງ ສໍ່າກັນ ຄື ກ່າວໂທດ ໃສ່ ຜູ້ ບໍ່ ມີ ຄວາມຜິດ ແລະ ປ່ອຍ ຄົນ ຜິດ ໃຫ້ ໜີໄປ ໂດຍ ບໍ່ ໄດ້ ຮັບໂທດ.
\v 16 ເປັນ ຫຍັງ ຄົນ ໂງ່ຈ້າ ຈຶ່ງ ມີ ເງິນ ໃນ ມື ເພື່ອ ຊື້ ປັນ ຍາ ໃນ ເມື່ອ ເຂົາ ບໍ່ ມີ ໃຈ ຢາກໄດ້.
\s5
\v 17 ເພື່ອນມິດ ສະແດງ ຄວາມຮັກ ຕໍ່ ກັນ ຢູ່ ທຸກ ເວລາ ເປັນ ອ້າຍ ເອື້ອຍ ນ້ອງ ກັນ ຕ້ອງ ແບ່ງປັນ ຄວາມສຸກທຸກ.
\v 18 ຄົນ ທີ່ ໄຮ້ ສະຕິ ເທົ່າ ນັ້ນ ທີ່ ຍອມ ປະກັນ ໃຊ້ ໜີ້ ໃຫ້ ຄົນ ອື່ນ.
\s5
\v 19 ຄົນ ທີ່ ມັກ ເລື່ອງ ກໍ ຫາເຫດ ໃສ່ ຕົນ ເອງ ຄົນ ຂີ້ສະຫາວ (ກ) ກໍ ກ້າວ ໄປ ສູ່ ຄວາມພິນາດ.
\v 20 ຄົນ ທີ່ ຄິດ ຊົ່ວ ແລະ ເວົ້າ ຊົ່ວ ບໍ່ຫ່ອນ ພົບ ສິ່ງ ທີ່ ດີ ນອກຈາກ ໄພພິບັດ ຈະ ມາ ຊໍ້າ ຕື່ມ ເທົ່ານັ້ນ.
\s5
\v 21 ພໍ່ ທີ່ ມີ ລູກ ເຮັດ ໃນ ສິ່ງ ທີ່ ຊົ່ວ ຊ້າ ກໍ ພາ ໃຫ້ ຕົນ ຮັບ ແຕ່ ຄວາມ ໂສກເສົ້າ ລະທົມ ໃຈ.
\v 22 ຄວາມ ຊື່ນ ບານ ໃຈ ພາ ໃຫ້ ມີ ສຸຂະພາບ ດີ ຄວາມ ໂສກເສົ້າ ເຮັດ ໃຫ້ ຊີວິດ ຄ່ອຍໆ ດັບໄປ.
\s5
\v 23 ຜູ້ ຕັດສິນ ຂີ້ໂກງ ຍ່ອມ ຮັບ ສິນ ບົນ ຈຶ່ງ ໃຊ້ ໜ້າ ທີ່ ຂອງຕົນ ບິດເບືອນ ຄວາມ ຍຸດຕິທໍາ.
\v 24 ຄົນ ທີ່ ມີ ປັນຍາ ແນ ເປົ້າ ໝາຍ ໃສ່ ການກະທາໍ ທີ່ ມີ ປັນຍາ ແຕ່ ຄົນ ໂງ່ຈ້າ ເຮັດ ໄປ ຢ່າງ ບໍ່ ມີ ຈຸດ ໝາຍ.
\s5
\v 25 ລູກ ໂງ່ຈ້າ ເຮັດ ໃຫ້ ພໍ່ ທຸກໃຈ ແລະ ເຮັດ ໃຫ ແມ່ ເສຍໃຈ ຢ່າງ ຂົມ ຂື່ນ.
\v 26 ຄົນດີ ຖືກ ລົງໂທດ ເພາະ ຄວາມ ຍຸດຕິທໍາ ຖືກ ບິດເບືອນ, ຄົນ ບໍ່ ມີ ຄວາມຜິດ ຖືກ ປັບ ໄໝ ແມ່ນ ບໍ່ ເປັນ ການ ຖືກ ຕ້ອງ.
\s5
\v 27 ຄົນ ທີ່ ເຊື່ອໝັ້ນ ໃນ ຕົນເອງ ເປັນ ຄົນ ບໍ່ ມັກ ເວົ້າ ຫລາຍ ຄົນ ທີ່ ທຸ່ນທ່ຽງ ກໍ ເປັນ ຜູ້ ຮູ້ ແຈ້ງ ເຫັນ ຈິງ.
\v 28 ຄັນ ຄົນ ໂງ່ຈ້າ ທີ່ ມິດ ງຽບ ຢູ່ ກໍ ນັບ ວ່າ ລາວ ເປັນ ຜູ້ ມີ ປັນຍາ ເມື່ອ ລາວ ງັບ ປາກ ໄວ້ ກໍ ຖື ວ່າ ລາວ ມີ ຄວາມຄິດ.
\s5
\c 18
\p
\v 1 ຄົນ ທີ່ ບໍ່ ຖືກ ກັບ ໝູ່ ເພື່ອນ ກໍ ສົນໃຈ ນາໍ ແຕ່ ຕົນເອງ ລາວ ບໍ່ ເຫັນ ດີ ກັບ ສິ່ງ ທີ່ ທຸກໆ ຄົນ ຮູ້ ວ່າ ຖືກ ຕ້ອງ.
\v 2 ຄົນໂງ່ຈ້າ ບໍ່ ສົນ ເຖິງ ຄວາມ ເຂົ້າໃຈ ລາວ ຢາກ ເຮັດ ໄປ ແຕ່ ສິ່ງ ທີ່ ສໍ່ ໃຫ້ ເຫັນ ວ່າ ຕົນ ເປັນ ຄົນ ສະຫລາດ.
\s5
\v 3 ບາບ ກັບ ຄວາມ ອັບອາຍ ໄປ ຄູ່ ກັນ ເມື່ອ ສິ້ນ ກຽດສັກສີ ຄວາມປະໝາດ ກໍ ເກີດ ຂຶ້ນ ແທນທີ່.
\v 4 ຄໍາເວົ້າ ຂອງ ຄົນ ອາດ ເປັນ ບໍ່ ເກີດ ແຫ່ງ ປັນຍາ ເລີກ ດັ່ງ ມະຫາສະໝຸດ ແລະ ສົດໃສ ດັ່ງ ສາຍນໍ້າ.
\s5
\v 5 ເຂົ້າ ຂ້າງ ຄົນ ຜິດ ແລະ ບິດເບືອນ ຄວາມ ຍຸດຕິທາໍ ເປັນ ການ ບໍ່ ຖືກ ຕ້ອງ.
\v 6 ເມື່ອ ຄົນ ໂງ່ຈ້າ ເລີ່ມ ຜິດ ຖຽງກັນ ການ ຊົກ ຕ່ອຍກັນ ກໍ ມັກ ເກີດ ຂຶ້ນ.
\s5
\v 7 ເມື່ອ ຄົນ ໂງ່ຈ້າ ລັ່ນ ປາກ ກໍ ພວມ ທາໍ ລາຍ ຕົນ ເອງ ຍ້ອນ ຕິດ ກັບດັກ ໃນ ຖ້ອຍຄໍາ ທີ່ຕົນ ເວົ້າ ນັ້ນ.
\v 8 ການ ເວົ້າ ຂວັນ ຄົນ ນິນ ທາ ເໝືອນ ອາຫານ ທີ່ ມີ ຣົດຊາດ ແຊບ ແລະ ມັນ ຊຶມ ເຂົ້າ ໄປ ເຖິງ ສ່ວນເລິກ ຂອງ ຮ່າງກາຍ.
\s5
\v 9 ຄົນ ຂີ້ຄ້ານ ກໍ ຊົ່ວ ຊ້າ ສໍ່າກັບ ຄົນ ທີ່ ທາໍ ລາຍ ໝູ່ ເພື່ອນ ຂອງຕົນເອງ.
\v 10 ອົງພຣະ ຜູ້ ເປັນເຈົ້າ ເປັນ ດັ່ງ ປ້ອມ ທີ່ ເຂັ້ມແຂງ ຄື ບ່ອນ ທີ່ ຄົນ ຊອບທາໍ ໄປ ຢູ່ ຢ່າງ ປອດໄພ ໄດ້.
\s5
\v 11 ຄົນ ຮັ່ງ ມີ ຄິດ ເອົາ ເອງ ວ່າ ຊັບ ສົມ ບັດ ປ້ອງກັນ ຕົນ ໄດ້ ດັ່ງ ປ້ອມ ມີ ກາໍ ແພງ ປ້ອງກັນ ເມືອງ.
\v 12 ການ ອວດດີ ນັ້ນ ນາໍ ຄົນ ໄປ ສູ່ ໄພພິບັດ ການ ຖ່ອມຕົວ ນາໍ ຄົນ ໃຫ້ ມີ ກຽດ.
\s5
\v 13 ຟັງ ກ່ອນ ຈຶ່ງ ຕອບ ການ ຕອບ ກ່ອນ ໂດຍ ບໍ່ ຟັງ ເປັນ ຄວາມ ໂງ່ງ່າວ ແລະ ຄວາມ ອັບອາຍ.
\v 14 ຈິດໃຈ ຂອງ ຄົນ ທົນ ຕໍ່ ຄວາມ ເຈັບ ປ່ວຍ ໄດ້, ແຕ່ ຜູ້ ທີ່ມີ ຈິດ ໃຈ ຊອກຊໍາ້ ຈະ ທົນໄດ້ ຢ່າງໃດ?
\s5
\v 15 ຄົນ ສະຫລາດ ຢາກ ຮໍ່າຮຽນ ສຶກສາ ໂດຍ ຕັ້ງໃຈ ຫາ ຄວາມຮູ້ ໃສ່ ຕົວໄວ້.
\v 16 ມີ ຂອງຂວັນ ໄປ ພ້ອມ ໄຂ ປ່ອງ ທາງ ສູ່ ທຸກຢ່າງ ຄົນ ສໍາຄັນ ກໍ ເຂົ້າ ພົບ ໄດ້ ຢ່າງ ແສນ ງ່າຍດາຍ.
\s5
\v 17 ຄົນ ທາໍ ອິດ ທີ່ ເວົ້າ ໃນ ສານ ເບິ່ງ ຄື ເປັນ ຜູ້ ຖືກ ຕ້ອງ ຈົນ ກວ່າ ຄູ່ແຂ່ງ ໂຕ້ແຍ້ງ ລາວ ຄືນ.
\v 18 ຖ້າ ວ່າ ສອງ ຄົນ ມີ ອໍານາດ ໂຕ້ຖຽງ ກັນ ໃນ ສານ ຈົ່ງ ລະງັບ ເຫດການ ໂດຍ ການ ໃຊ້ ສະຫລາກ.
\s5
\v 19 ຄວາມ ຊ່ວຍເຫລືອ ຂອງ ອ້າຍ ເອື້ອຍ ນ້ອງ ກໍ ສໍ່າກັບ ກໍາແພງ ເມືອງ ທີ່ ເຂັ້ມແຂງ, (ຂ) ແຕ່ ການ ຜິດ ຖຽງກັນ ກໍ ສໍ່າກັບ ເຫລັກ ໄລ ປະຕູ ອັດ ຕັນ ຕົນ ໄວ້.
\v 20 ຄົນ ຊ່າງເວົ້າ ກໍ ສາມາດ ຫາ ລ້ຽງທ້ອງຂອງຕົນ ຄໍາ ປາກ ຂອງ ຄົນ ພາ ໃຫ້ ຕົນ ອີ່ມ ທ້ອງ.
\s5
\v 21 ຄໍາ ປາກ ຊີ້ຂາດ ຊີວິດ ວ່າ ຈະ ຢູ່ ຫລື ຕາຍ ຄົນ ປາກ ບອນ ກໍ ຮັບ ກາໍ ຍ້ອນ ຄໍາ ປາກ.
\v 22 ຜູ້ ທີ່ ມີ ເມຍ ກໍ ພົບ ຂອງ ມີຄ່າ ເປັນ ການ ສະແດງ ວ່າ ອົງ ພຣະ ຜູ້ ເປັນ ເຈົ້າ ດີ ຕໍ່ ຕົນ.
\s5
\v 23 ຄົນ ທຸກຈົນ ອ້ອນວອນ ຂໍ ຄວາມ ເມດຕາ, ແຕ່ ຄົນ ຮັ່ງ ມີ ຕອບຄືນ ມາ ຢ່າງ ຫຍາບຊ້າ.
\v 24 ເພື່ອນ ບາງຄົນ ນາໍ ຄວາມ ຈິບ ຫາຍ ມາ ໃຫ້, (ຄ) ແຕ່ ໝູ່ ເພື່ອນ ບາງຄົນ ສັດ ຊື່ ກວ່າ ອ້າຍ ເອື້ອຍ ນ້ອງ.
\s5
\c 19
\p
\v 1 ເປັນ ຄົນ ທຸກຈົນ ທີ່ ສັດ ຊື່ ກໍ ດີ ກວ່າ ຄົນ ໂງ່ຈ້າ ທີ່ ກ່າວ ຄໍາຕົວະ.
\v 2 ການ ກະຕື ລື ລົ້ນ ທີ່ ຂາດ ຄວາມຮູ້ ບໍ່ ເປັນ ການດີ ການ ຟ້າວ ຟັງ ນາໍ ຄົນ ໄປ ສູ່ ຄວາມ ຜິດ ພາດ.
\s5
\v 3 ບາງຄົນ ເຮັດ ສິ່ງ ໂງ່ງ່າວ ກໍ ທາໍ ລາຍ ຕົນ ເອງ ແລ້ວ ກໍ ເປັ່ງ ສຽງ ກ່າວຫາ ອົງ ພຣະ ຜູ້ ເປັນ ເຈົ້າ.
\v 4 ຄົນ ຮັ່ງມີ ພົບ ໝູ່ ເພື່ອນ ໃໝ່ ຢູ່ ເລື້ອຍ ໄປ, ແຕ່ ຄົນ ທຸກໄຮ້ ສູນເສຍ ແມ່ນແຕ່ ເພື່ອນ ຄົນ ດຽວ ທີ່ ຕີ ນົມ ຢູ່.
\s5
\v 5 ​ຄົນ ເວົ້າ ຕົວະ ໃນ ສານ ກໍ ຈະ ຖືກ ໂທດ ທາງ ຫລີກ ລຽງ ໂທດ ນັ້ນ ຈະ ບໍ່ ມີ ເລີຍ.
\v 6 ທຸກຄົນ ຊອກ ເອົາ ໃຈ ຄົນ ສໍາຄັນ ດັ່ງ ທຸກຄົນ ມັກ ເປັນ ໝູ່ ກັນ ກັບ ຜູ້ ທີ່ ເອົາ ຂອງຂວັນ ໃຫ້.
\s5
\v 7 ຄົນ ຍາກຈົນ ນັ້ນ ພີ່ ນ້ອງ ຕ່າງ ກໍ ກຽດຊັງ ແລະ ໝູ່ ເພື່ອນ ຍິງ ຫັນ ຫລັງ ຫລີກ ໜີ ໄກຫ່າງ ເຖິງ ແມ່ນ ວ່າ ລາວ ພະຍາຍາມ ຢ່າງ ສຸດຂີດ ກໍ ຈະ ບໍ່ ໄດ້ ຜູ້ໃດ ຜູ້ໜຶ່ງ ມາ ເປັນ ເພື່ອນ ເລີຍ. (ງ)
\v 8 ຄິດ ເຖິງ ຕົນ ຈຶ່ງ ທົນ ຮຽນ ເອົາ ທຸກສິ່ງ ຊີວິດ ຈະ ຈະເລີນ ຍິ່ງ ຖ້າ ນາໍ ສິ່ງ ຮຽນຮູ້ ໄປ ປະຕິບັດ.
\s5
\v 9 ຜູ້ ເວົ້າ ຕົວະ ຢູ່ ໃນ ສານ ກໍ ພານ ຫາ ໂທດ ລາວ ຈະ ໜີ ໂທດ ບໍ່ ມົ່ມ ຢ່າງ ແນ່ ນອນ.
\v 10 ຄົນ ໂງ່ຈ້າ ບໍ່ ຄວນ ດໍາເນີນ ຊີວິດ ຢ່າງ ຟຸມເຟືອຍ ຂ້າທາດ ບໍ່ ຄວນ ປົກ ຄອງ ເຈົ້າ ນາຍ.
\s5
\v 11 ຄົນ ທີ່ ມີ ຈິດ ສໍານຶກ ດີ ກໍ ຈະ ຄວບຄຸມ ອາຣົມ ຂອງຕົນ ແລະ ເບິ່ງ ຂ້າມ ການ ທໍລະຍົດ ໄປ ເສຍ ກໍ ເປັນ ສັກສີ ແກ່ ເຂົາ.
\v 12 ຄວາມ ໂກດຮ້າຍ ຂອງ ກະສັດ ເປັນ ດັ່ງ ສຽງ ໂຕສິງ ແຜດສຽງ, ແຕ່ ຄວາມ ເມດຕາ ຂອງເພິ່ນ ກໍ ເປັນ ດັ່ງ ນາໍ້ ຄ້າງ ເທິງ ຫຍ້າ ອ່ອນ.
\s5
\v 13 ລູກ ໂງ່ຈ້າ ສາມາດ ທາໍ ລາຍ ພໍ່ ຂອງຕົນ. ແລະ ເມຍ ທີ່ ມັກ ທະເລາະ ວິວາດ ກໍ ເປັນ ເໝືອນ ນາໍ້ ຝົນ ຝອຍ ຢົດ ລົງ ບໍ່ ຢຸດ.
\v 14 ເງິນ ຄໍາ ແລະ ເຮືອນ ເປັນ ມໍຣະດົກ ຕົກ ທອດ ມາ ຈາກ ບິດາ ມານດາ, ແຕ່ ວ່າ ເມຍ ຜູ້ ຮອບຄອບ ນັ້ນ ແມ່ນ ຂອງ ໂຜດ ໃຫ້ ມາ ຈາກ ອົງພຣະ ຜູ້ ເປັນເຈົ້າ.
\s5
\v 15 ຄົນ ຂີ້ຄ້ານ ນອນນິ້ງ ຕໍ່ໄປ ເສີຍ ຄົນ ບໍ່ເຮັດ ຫຍັງ ເລີຍ ກໍ ຈະ ຫິວ ໂຫຍ ເປັນ ແນ່.
\v 16 ຈົ່ງ ຖື ຮັກສາ ບັນດາ ກົດບັນຍັດ ໄວ້ ເພື່ອ ເຈົ້າ ຈະ ໄດ້ ມີ ຊີວິດ ຍືນ ຍາວ ຜູ້ ທີ່ບໍ່ ສົນໃຈ ກໍ ຈະ ເສຍ ຊີວິດ.
\s5
\v 17 ໃຫ້ທານ ແກ່ ຄົນ ທຸກ ກໍ ເທົ່າ ກັບ ເອົາ ໃຫ້ ອົງ ພຣະ ຜູ້ ເປັນເຈົ້າ ຢືມ ແລະ ພຣະອົງ ຈະ ຈ່າຍ ຄືນ ໃຫ້ ແກ່ ຜູ້ ທີ່ ເຮັດ ເຊັ່ນ ນັ້ນ.
\v 18 ຈົ່ງ ແອບສອນ ລູກ ຂອງເຈົ້າ ເມື່ອ ເຂົາ ຍັງ ໜຸ່ມ ຖ້າ ບໍ່ ດັ່ງ ນັ້ນ ກໍ ເທົ່າ ກັບ ເປັນ ການ ສົ່ງ ເສີມ ເຂົາ ໃຫ້ ທໍາລາຍ ຕົນເອງ. (ຈ)
\s5
\v 19 ປ່ອຍ ໃຫ້ ຄົນ ໂມໂຫ ຮັບ ຜົນ ກາໍ ທີ່ ລາວ ເຮັດ ເພາະ ຖ້າ ເຈົ້າ ຊ່ວຍ ລາວ ເທື່ອ ໜຶ່ງ ແລ້ວ ເຈົ້າ ກໍ ຈະ ຊ່ວຍ ລາວ ອີກ ໃນ ຄັ້ງ ຕໍ່ໄປ. (ສ)
\v 20 ຜູ້ ທີ່ຟັງ ຄໍາແນະນາໍ ແລະ ມີໃຈ ຢາກ ຮໍ່າຮຽນ ກໍ ຈະ ເປັນ ຄົນ ມີ ປັນຍາ ໃນ ມື້ ໜຶ່ງ.
\s5
\v 21 ມະນຸດ ວາງແຜນ ໄວ້ ຫລາຍໆ ຢ່າງ, ແຕ່ ພຣະປະສົງ ຂອງ ອົງ ພຣະ ຜູ້ ເປັນ ເຈົ້າ ຈະ ດີ ເດັ່ນ ກວ່າ.
\v 22 ເປັນ ຄົນ ໂລບມາກ ກໍ ເປັນ ໜ້າ ອັບ ອາຍ. (ຊ) ເປັນ ຄົນ ທຸກຈົນ ກໍ ດີ ກວ່າ ເປັນ ຄົນ ຂີ້ຕົວະ.
\s5
\v 23 ການ ຢໍາເກງ ອົງ ພຣະ ຜູ້ ເປັນ ເຈົ້າ ນາໍ ໄປ ສູ່ ຊີວິດ ຄື ມີ ຊີວິດ ຍືນ ຍາວ ປາສະຈາກ ໂພຍໄພ ແລະ ປອດໄພ ຈາກ ການ ທາໍ ຮ້າຍ.
\v 24 ຄົນ ຂີ້ຄ້ານ ໃຊ້ ມື ຈັບ ອາຫານ, ແຕ່ ບໍ່ ມີ ແຮງ ພໍ ຍັດ ອາຫານ ໃສ່ ປາກ.
\s5
\v 25 ເມື່ອ ຄົນ ອວດດີ ໄດ້ ຮັບ ໂທດ ຄົນ ໂງ່ຈາກ ຈະ ໄດ້ ຮັບ ບົດ ຮຽນ ເມື່ອ ຄົນ ຮູ້ຈັກ ຄິດ ຖືກ ຕໍາໜິ ກໍ ເທົ່າ ກັບ ສອນ ລາວ ໃຫ້ ຮຽນຮູ້.
\s5
\v 26 ຄົນ ທີ່ ໄລ່ ພໍ່ ແມ່ ຂອງຕົນ ໜີ ຈາກ ບ້ານ ກໍ ເປັນ ຄົນ ບໍ່ ມີ ຢາງອາຍ ແລະ ໄຮ້ ກຽດ.
\v 27 ຄົນ ທີ່ ເຊົາ ຮຽນຮູ້ ກໍ ຈະ ລະເລີຍ ຕໍ່ ສິ່ງ ທີ່ ຕົນ ໄດ້ ຮຽນຮູ້ ມາ.
\s5
\v 28 ຄວາມ ຍຸດຕິທໍາ ຫາ ຍາກ ຫາກ ຕັ້ງໃຈ ທໍາຮ້າຍ ຄົນ ຄົນ ຊົ່ວ ຮັກ ຣົດ ຊາດ ຂອງ ຄວາມ ຊົ່ວ ຊ້າ.
\v 29 ໂທດ ມີ ໃຫ້ ຄົນ ອວດດີ ສັນໃດ ຄົນ ໂງ່ຈ້າ ເບົາປັນຍາ ກໍ ຈະ ຖືກ ຂ້ຽນຕີ ສັນນັ້ນ.
\s5
\c 20
\p
\v 1 ດື່ມ ເຫລົ້າ ເກີນ ສ່ວນ ພາ ໃຫ້ ເກເລ ມີ ແຕ່ ຄົນ ໂງ່ຈ້າ ອັບ ປັນ ຍາ ທີ່ ປ່ອຍ ຕົນ ໃຫ້ ເມົາ ເຫລົ້າ.
\v 2 ຈົ່ງ ຢ້ານ ກະສັດ ໂກດຮ້າຍ ດັ່ງ ຢ້ານ ໂຕສິງ ຮ້ອງ ແຜດສຽງ ເຮັດ ໃຫ້ ເພິ່ນ ໂກດຮ້າຍ ກໍ ສໍ່າກັບ ຂ້າຕົວຕາຍ.
\s5
\v 3 ຫລີກ ໜີ ຈາກ ການ ຜິດ ຖຽງກັນ ພາ ໃຫ້ ມີ ກຽດ ມີ ແຕ່ ຄົນ ໂງ່ຈ້າ ເທົ່າ ນັ້ນ ທີ່ ມັກຜິດ ຖຽງກັນ.
\v 4 ພໍ່ ນາ ທີ່ ຂີ້ຄ້ານ ຄາດ ໄຖ ຕາມ ລະດູການ ກໍ ຈະ ບໍ່ ໄດ້ ເກັບ ກ່ຽວ ຫຍັງ ຈັກ ດີ້.
\s5
\v 5 ຄວາມຄິດ ຄົນ ນັ້ນ ເປັນ ຄື ນາໍ້ ໃນ ສ້າງເລິກ ຜູ້ ທີ່ ຮູ້ ແຈ້ງເຫັນຈິງ ເທົ່ານັ້ນ ຈຶ່ງ ສາມາດ ຢັ່ງ ເຖິງ.
\v 6 ມີ ຫລາຍ ຄົນ ກ່າວອ້າງ ເຖິງ ຄວາມສັດ ຊື່ ຂອງຕົນ, ແຕ່ ຄົນ ສັດ ຊື່ ຈິງ ໆ ແມ່ນ ຫາ ຍາກ ແທ້ ໆ.
\s5
\v 7 ເມື່ອ ມີ ພໍ່ ທີ່ ສັດ ຊື່ ແລະ ເຮັດ ໃນ ສິ່ງ ທີ່ ຖືກ ຕ້ອງ ເຮັດ ໃຫ້ ລູກ ຂອງຕົນ ໄດ້ ຮັບ ພຣະພອນ.
\v 8 ເມື່ອ ກະສັດ ນັ່ງ ຕັດ ສິນ ຄະດີ ເພິ່ນ ກໍ ຮູ້ ທັນ ທີ ເມື່ອ ແນມ ເຫັນ ຄົນ ຊົ່ວ ຮ້າຍ.
\s5
\v 9 ໃຜ ບອກ ໄດ້ ແທ້ ວ່າ ຈິດ ສໍານຶກ ຂອງຕົນ ຜ່ອງໃສ ແລະ ບາບ ຂອງຕົນ ກໍ ຖືກ ຊໍາລະ ແລ້ວ?
\v 10 ອົງພຣະ ຜູ້ ເປັນເຈົ້າ ກຽດຊັງ ຜູ້ ທີ່ ໃຊ້ ເຄື່ອງຊັ່ງ ກັບ ເຄື່ອງແທກ ບໍ່ ສັດ ຊື່.
\s5
\v 11 ແມ່ນແຕ່ ຄວາມ ປະພຶດ ຂອງ ເດັກ ນ້ອຍ ກໍ ສໍ່ ໃຫ້ ເຫັນ ວ່າ ລາວ ເປັນ ຄົນ ແບບໃດ ເຮົາ ສາມາດ ບອກ ໄດ້ ວ່າ ລາວ ເປັນ ຄົນ ສັດ ຊື່ ແລະ ເປັນ ຄົນ ດີ.
\v 12 ອົງ ພຣະ ຜູ້ ເປັນ ເຈົ້າ ໄດ້ ໃຫ້ ພວກເຮົາ ມີ ຕາ ເບິ່ງ ແລະ ມີ ຫູ ຟັງ.
\s5
\v 13 ຜູ້ ທີ່ ໃຊ້ ເວລາ ແຕ່ ນອນ ກໍ ຈະ ທຸກ ລໍາບາກ ຄົນ ທີ່ ຫາ ວຽກ ເຮັດ ກໍ ຈະ ມີ ຢູ່ ມີ ກິນ ບໍ່ ອຶດ.
\v 14 ລູກຄ້າ ຈົ່ມ ແຕ່ ວ່າ ຂອງ ແພງ, ແຕ່ ພໍ ອອກ ຈາກ ຮ້ານ ໄປ ກໍ ຄູຍໂມ້ ວ່າ ຕົນ ຊື້ ຂອງ ໄດ້ ຖືກ.
\s5
\v 15 ຜູ້ ທີ່ ຮູ້ ດີ ວ່າ ຕົນ ກໍາລັງ ເວົ້າ ຫຍັງ ນັ້ນ ກໍ ດັ່ງ ໄດ້ ຂອງ ມີ ຄ່າ ກວ່າ ຄໍາ ແລະ ເພັດພອຍ.
\v 16 ຜູ້ໃດ ຜູ້ໜຶ່ງ ທີ່ ຍອມ ຮັບ ໃຊ້ ໜີ້ ໃຫ້ ຄົນ ແປກໜ້າ ກໍ ສໍ່າກັບ ວ່າ ເອົາ ຊັບ ສິນ ຂອງຕົນ ໄປ ປະກັນ.
\s5
\v 17 ຂອງ ທີ່ ໄດ້ ມາ ຢ່າງ ບໍ່ ສັດ ຊື່ ກໍ ດັ່ງ ອາຫານ ແຊບນົວ, ແຕ່ ຕໍ່ໄປ ກໍ ຈະ ເປັນ ດັ່ງ ຂີ້ຊາຍ ຢູ່ ເຕັມ ປາກ.
\v 18 ຄໍາແນະນາໍ ທີ່ ດີ ນາໍ ໄປ ສູ່ ຜົນ ສໍາເລັດ ຢ່າ ສູ່ ມີ ສ່ວນ ເຮັດ ເສິກ ໂດຍ ບໍ່ ໄດ້ ວາງ ແຜນການ.
\s5
\v 19 ຄົນ ປາກ ບອນ ບໍ່ ຫ່ອນ ຮັກ ສາ ຄວາມລັບ ໄວ້ ໄດ້ ຈົ່ງ ໜີ ໃຫ້ ຫ່າງ ຈາກ ຄົນ ທີ່ ເວົ້າ ຫລາຍ ເກີນໄປ.
\v 20 ຄົນ ທີ່ ດ່າ ພໍ່ ຕີ ແມ່ ກໍ ຈະ ຈົບ ຊີວິດ ລົງ ດັ່ງ ຕະກຽງ ທີ່ ມອດ ໃນ ຄວາມມືດ.
\s5
\v 21 ຊັບ ສິນ ຍິ່ງ ຫາ ມາ ໄດ້ ງ່າຍ ສັນໃດ ກໍ ຍິ່ງ ໃຫ້ ຜົນໜ້ອຍ ດ້ອຍຄ່າ ສັນນັ້ນ.
\v 22 ຢ່າ ສູ່ ຕອບແທນ ຄວາມຊົ່ວ ດ້ວຍ ຕົນ ເອງ ຈົ່ງ ໄວ້ວາງໃຈ ໃນ ອົງ ພຣະ ຜູ້ ເປັນ ເຈົ້າ ຜູ້ ທີ່ ຈະ ຈັດ ການ ແທນ.
\s5
\v 23 ອົງພຣະ ຜູ້ ເປັນເຈົ້າ ກຽດຊັງ ຜູ້ ທີ່ ໃຊ້ ເຄື່ອງຊັ່ງ ກັບ ເຄື່ອງແທກ ບໍ່ ສັດ ຊື່.
\v 24 ອົງພຣະ ຜູ້ ເປັນເຈົ້າ ເປັນ ຜູ້ ກາໍ ນົດ ທາງເດີນ ຂອງ ພວກເຮົາ ໃຜ ແດ່ ເຂົ້າໃຈ ທິດ ທາງເດີນ ແຫ່ງ ຊີວິດ ຂອງຕົນ ໄດ້?
\s5
\v 25 ຈົ່ງ ຄິດ ໃຫ້ ຖ້ວນຖີ່ ກ່ອນ ຈຶ່ງ ສັນຍາ ຕໍ່ພຣະເຈົ້າ ວ່າ ຈະ ຖວາຍບູຊາ ຕໍ່ມາ ອາດ ຈະ ເສຍໃຈ ຕາມ ພາຍຫລັງ ກໍໄດ້.
\v 26 ກະສັດ ທີ່ ມີ ປັນ ຍາ ຈະ ຮູ້ວ່າ ແມ່ນ ໃຜ ເຮັດ ຜິດ ແລະ ລົງ ໂທດ ທັນ ໂດຍ ບໍ່ ມີ ຄວາມ ເມດຕາ ຈັກ ດີ້.
\s5
\v 27 ອົງ ພຣະ ຜູ້ ເປັນ ເຈົ້າ ໃຫ້ ຈິດ ໃຈ ແລະ ຈິດ ສໍານຶກ ແກ່ເຮົາ ເຮົາບໍ່ສາມາດ ປິດ ບັງ ຈາກ ຕົນ ເອງ ໄດ້.
\v 28 ກະສັດ ຈະ ຄອງ ອໍານາດ ຢູ່ ໄດ້ ຕາບໃດ ທີ່ ເພິ່ນ ຍັງ ປົກ ຄອງ ຢ່າງ ສັດ ຊື່ ແລະ ເປັນ ທາໍ.
\s5
\v 29 ສັກ ສີ ຂອງ ຄົນ ໜຸ່ມ ຄື ກາໍ ລັງ, ແຕ່ ຄວາມ ສະຫງ່າງາມ ຂອງ ຜູ້ເຖົ້າ ຄື ຜົມ ຫງອກ.
\v 30 ບາງຄົນ ໄດ້ ຮັບ ປະສົບ ການ ອັນ ເຈັບ ປວດ ຈຶ່ງ ເຮັດ ໃຫ້ ຫັນ ປ່ຽນ ທິດ ທາງເດີນ.
\s5
\c 21
\p
\v 1 ອົງ ພຣະ ຜູ້ ເປັນ ເຈົ້າ ຄວບຄຸມ ຈິດ ໃຈ ຂອງ ກະສັດ ໄດ້ ງ່າຍ ດັ່ງ ຊີ້ທາງ ໃຫ້ ສາຍນາໍ້ ລ່ອງໄຫລ.
\v 2 ທຸກສິ່ງ ທີ່ ມະນຸດ ເຮັດ ເບິ່ງ ຄື ຖືກ ຕ້ອງ ໝົດ, ແຕ່ ຢ່າ ລືມ ວ່າ ແມ່ນ ໃນ ຈິດ ໃຈ ທີ່ ອົງ ພຣະ ຜູ້ ເປັນ ເຈົ້າ ພິຈາລະນາ ເບິ່ງ.
\s5
\v 3 ສໍາລັບ ອົງ ພຣະຜູ້ເປັນເຈົ້າແລ້ວ ເຮັດສິ່ງທີ່ຖືກຕ້ອງ ແລະເປັນທາໍ ກໍ ມີ ຄ່າ ກວ່າ ນາໍ ເຄື່ອງບູຊາມາຖວາຍໃຫ້
\v 4 ການ ຫລອກລວງ ແລະ ການ ອວດດີ ສິ່ງ ເຫລົ່າ ນີ້ ເປັນ ບາບກາໍ ທີ່ ຄວບຄຸມ ຄົນ ຊົ່ວ ຮ້າຍ.
\s5
\v 5 ການ ວາງແຜນ ຢ່າງ ຖ້ວນຖີ່ ພາ ໃຫ້ ເກີດ ຜົນ ດີ ການວາງແຜນ ຢ່າງ ໄວວາ ພາ ໃຫ້ ທຸກ ໄດ້.
\v 6 ຊັບສົມບັດ ທີ່ ໄດ້ ມາ ໂດຍ ທາງ ບໍ່ ຊອບ ກໍ ສູນເສຍ ຢ່າງ ໄວວາ, ແຕ່ ເປັນ ຄື ບ້ວງແຮ້ວ ທີ່ ນາໍ ພາ ໄປ ສູ່ ຄວາມຕາຍ.
\s5
\v 7 ຄົນ ຊົ່ວ ຮ້າຍ ຮັບ ເຄາະ ເພາະ ຄວາມ ໂຫດຫ້ຽມ ຂອງຕົນ ເຂົາ ບໍ່ ຍອມ ປະພຶດ ໃນ ສິ່ງ ທີ່ ຖືກ ຕ້ອງ.
\v 8 ຄົນ ມີ ຄວາມຜິດ ຍ່າງ ໃນ ທາງ ທີ່ ຄົດ ລ້ຽວ ຄົນ ບໍ່ ມີ ຄວາມຜິດ ເຮັດ ໃນ ສິ່ງ ທີ່ ຖືກ ຕ້ອງ.
\s5
\v 9 ອາໄສ ຢູ່ ເທິງ ຫລ​ັງ ຄາເຮືອນ ກໍ ດີ ກວ່າ ຢູ່ ຮ່ວມ ເຮືອນ ກັບ ເມຍ ທີ່ ຈູ້ ຈີ້.
\v 10 ຄົນ ຊົ່ວ ຮ້າຍ ຫິວ ໂຫຍ ຢາກ ເຮັດ ຊົ່ວ ສ່ວນ ຄວາມ ເມດຕາ ນັ້ນ ເຂົາ ບໍ່ ມີ ຕໍ່ ໃຜ ເລີຍ.
\s5
\v 11 ເມື່ອ ຄົນ ຫລອກລວງ ຖືກ ລົງ ໂທດ ແມ່ນແຕ່ ຄົນ ທີ່ ບໍ່ ຮູ້ ຄິດ ກໍໄດ້ ຮັບ ບົດ ຮຽນ.
\v 12 ພຣະເຈົ້າ ອົງ ຊົງ ຊອບທາໍ ນັ້ນ ຮູ້ ວ່າ ຄົນ ຊົ່ວ ຮ້າຍ ເປັນ ຢູ່ ຢ່າງໃດ ແລະ ນາໍ ເຂົາ ໄປ ສູ່ ໄພພິບັດ ໄວ ຂຶ້ນ.
\s5
\v 13 ຜູ້ ທີ່ ບໍ່ ຍອມ ຟັງ ຄໍາ ຂໍຮ້ອງ ຂອງ ຄົນ ທຸກ ກໍ ຈະ ບໍ່ ໄດ້ ຮັບ ຄວາມ ຊ່ວຍເຫລືອ ເມື່ອ ຕົນ ຮ້ອງຂໍ.
\v 14 ໃຜ ໃຈຮ້າຍ ເຈົ້າ ຈົ່ງ ເອົາ ຂອງຂວັນ ໃຫ້ ລັບ ໆ ແລ້ວ ຄວາມຮ້າຍ ນັ້ນ ກໍ ຈະ ຜ່ອນຄາຍ ລົງ.
\s5
\v 15 ຄົນ ຊອບທາໍ ມີ ຄວາມສຸກ ເມື່ອ ໄດ້ ຮັບ ຄວາມ ຍຸດຕິທາໍ, ແຕ່ ຄົນ ຊົ່ວ ພັດ ໄດ້ ຮັບ ຄວາມ ສິ້ນ ຫວັງ.
\v 16 ຄວາມຕາຍ ພວມ ຄອຍຖ້າ ຜູ້ ທີ່ ຫັນ ເຫ ໜີ ຈາກ ແນວທາງ ທີ່ ດີ.
\s5
\v 17 ຜູ້ ທີ່ ມັກ ສະໜຸກ ຈະ ທຸກ ລໍາບາກ ຜູ້ ທີ່ ມັກ ດື່ມ ເຫລົ້າ ແກ້ມ ອາຫານ ແພງໆ ຈະ ບໍ່ ຮັ່ງ ມີ ຈັກ ເທື່ອ.
\v 18 ເມື່ອ ຄົນ ຊົ່ວ ຊອກຫາ ເຮັດ ໃຫ້ ຄົນ ດີ ທົນ ທຸກ ແລ້ວ ການ ທົນ ທຸກ ນັ້ນ ກໍ ຈະ ສະໜອງ ເຂົາ ຄືນ.
\s5
\v 19 ຢູ່ ຖິ່ນ ແຫ້ງ ແລ້ງ ກັນ ດານ ກໍ ດີ ກວ່າ ຢູ່ ຮ່ວມ ເຮືອນຊານ ກັບ ເມຍ ທີ່ ມັກ ຈົ່ມ ແລະ ຈູ້ຈີ້.
\v 20 ຄົນ ມີ ປັນ ຍາ ໃຊ້ ຊີວິດ ຢ່າງ ຮັ່ງ ມີ ແລະ ຫລູຫລາ, ແຕ່ ຄົນ ໂງ່ຈ້າ ຫາ ໄດ້ ໄວ ເທົ່າ ໃດ ກໍ ຈ່າຍ ໝົດ ໄວ ເທົ່າ ນັ້ນ.
\s5
\v 21 ຄົນ ສັດ ຊື່ ແລະ ມີ ໃຈ ເມດຕາ ຈະ ໄດ້ ຊີວິດ ຍືນ ຍາວ ລາວ ຈະ ໄດ້ ຮັບ ຄວາມນັບ ຖື ແລະ ຄວາມ ເປັນ ທາໍ ດ້ວຍ.
\v 22 ນາຍພົນ ທີ່ ສະຫລາດ ສາມາດ ຢຶດ ເມືອງ ທີ່ ມີ ທະຫານ ໆ ພ້ອມ ທັງ ທະລຸ ກາໍ ແພງ ເມືອງ ອັນ ເຂັ້ມ ແຂງ ທີ່ ປ້ອງກັນ ເຂົາ ໄວ້ ນັ້ນ.
\s5
\v 23 ຄົນ ທີ່ ລະວັງ ຄໍາເວົ້າ ຄວາມ ເດືອດຮ້ອນ ບໍ່ ມາ ຕໍາ.
\v 24 ຄົນ ໂອຫັງ ອວດດີ ດູຖູກ ທຸກ ແນວ ການ ປະພຶດ ຂອງ ລາວ ກໍ ລ້ວນແຕ່ ຂີ້ສະຫາວ ທັງ ນັ້ນ.
\s5
\v 25 ຄົນ ຂີ້ຄ້ານ ທີ່ ບໍ່ ຍອມ ເຮັດ ວຽກ ກໍ ກາໍ ລັງ ຂ້າຕົນ ເອງ ໃຫ້ ຕາຍ.
\v 26 ບາງຄົນ ໃຊ້ ຊີວິດ ຢູ່ ເພື່ອ ໂລບມາກ ໂລພາ, ແຕ່ ວ່າ ຄົນ ຊອບທາໍ ສາມາດ ໃຫ້ ດ້ວຍ ໃຈ ສັດ ທາ ຍິ່ງ.
\s5
\v 27 ເຄື່ອງ ຖວາຍບູຊາ ຂອງ ຄົນ ຊົ່ວ ເປັນ ໜ້າ ກຽດຊັງ ໂດຍ ສະເພາະ ເມື່ອ ເຂົາ ຖວາຍ ດ້ວຍ ເຈດຕະນາ ອັນ ບໍ່ ດີ.
\v 28 ຄໍາ ພະຍານ ຂອງ ຄົນ ຂີ້ຕົວະ ເປັນ ທີ່ ເຊື່ອ ຖື ບໍ່ ໄດ້, ແຕ່ ຄໍາເວົ້າ ຂອງ ຄົນ ທີ່ ຄິດ ຮອບຄອບ ກໍ ເປັນ ທີ່ ຍອມຮັບ ນັບຖື.
\s5
\v 29 ຄົນ ຊອບທໍາ ນັ້ນ ໝັ້ນໃຈ ໃນ ຕົນເອງ ສ່ວນ ຄົນ ຊົ່ວ ຊ້າ ທາໍ ທ່າ ເປັນ ຄົນ ດີ ທຸກ ວິທີ.
\s5
\v 30 ຄວາມ ເຂົ້າໃຈ ຄວາມ ຫລັກແຫລມ ແຖມ ປັນຍາ ກໍ ບໍ່ ມີ ຄຸນຄ່າ ຖ້າ ອົງ ພຣະ ຜູ້ ເປັນ ເຈົ້າ ຕໍ່ສູ້ ເຂົາ.
\v 31 ແມ່ນ ວ່າ ມີ ຝູງມ້າ ຕຽມ ເຮັດ ເສິກ ກໍດີ, ແຕ່ ແມ່ນ ອົງ ພຣະ ຜູ້ ເປັນ ເຈົ້າ ທີ່ ເປັນ ຜູ້ ໃຫ້ ໄຊຊະນະ.
\s5
\c 22
\p
\v 1 ຖ້າ ຕ້ອງ ເລືອກ ເອົາ ລະຫວ່າງ ຊີ່ ສຽງ ດີ ກັບ ຄວາມ ຮັ່ງ ມີ ຈົ່ງ ເລືອກ ເອົາ ຊື່ ສຽງ ດີ ສາ ເຖີດ.
\v 2 ຄົນ ຮັ່ງ ມີ ກັບ ຄົນ ທຸກ ບໍ່ ແຕກຕ່າງ ກັນ ຫຍັງ ຜູ້ ສ້າງ ເຂົາ ມາ ແມ່ນ ອົງພຣະ ຜູ້ ເປັນ ເຈົ້າ.
\s5
\v 3 ຄົນ ທີ່ ຢັ່ງ ຮູ້ ຍ່ອມ ເຫັນ ຄວາມ ເດືອດຮ້ອນ ຈະ ມາ ເຖິງ ຈຶ່ງ ຮູ້ຈັກ ຊ່ອນຊົ້ນ ຕົນ ຫລົບ ຫລີກ ມັນ ໄດ້, ແຕ່ ຄົນ ບໍ່ ຄິດ ຈະ ຍ່າງ ກົງ ເຂົ້າໄປ ແລະ ກໍ ເສຍໃຈ ຕໍ່ມາ ພາຍຫລັງ.
\v 4 ຄົນ ທີ່ ຖ່ອມຕົວ ຢໍາເກງ ອົງ ພຣະ ຜູ້ ເປັນ ເຈົ້າ ຈະ ເກີດ ຮັ່ງ ຄູນມີ ທັງ ຈະ ມີ ກຽດ ກັບ ຊື່ ສຽງ ແລະ ຊີວິດ ອັນ ຍືນ ຍາວ ດ້ວຍ.
\s5
\v 5 ທາງ ຂອງ ຄົນ ຊົ່ວ ມີ ທັງ ບ້ວງແຮ້ວ ແລະ ໜາມ, ແຕ່ ຄົນ ທີ່ ຮັກ ຊີວິດ ຈະ ຜີກ ໜີ ຈາກ ມັນ ໄດ້.
\v 6 ຈົ່ງ ສັ່ງ ສອນ ລູກ ໃຫ້ ຮູ້ ທາງ ດໍາເນີນ ຊີວິດ ແລະ ເຂົາ ຈະ ຈື່ ຈາໍ ເອົາ ຕະຫລອດ ຊີວິດ.
\s5
\v 7 ຄົນ ທຸກ ເປັນ ທາດຮັບ ໃຊ້ ຂອງ ຄົນ ຮັ່ງ ມີ ການ ເປັນ ໜີ້ຄົນ ຍ່ອມ ເຮັດ ໃຫ້ ຕົນ ເປັນ ທາດຮັບ ໃຊ້ ໄດ້.
\v 8 ຖ້າເຈົ້າ ຫວ່ານ ຄວາມ ອະຍຸດຕິທາໍ ກໍ ຈະ ໄດ້ ເກັບ ກ່ຽວ ຄວາມ ເດືອດຮ້ອນ ແລະ ຫາກ ກົດ ຂີ່ ຄົນ ອື່ນ ກໍ ບໍ່ ໄປ ເຖິງ ໃສ.
\s5
\v 9 ຈົ່ງ ແບ່ງ ອາຫານ ໃຫ້ ຄົນ ທຸກ ດ້ວຍ ໃຈ ສັດ ທາ ແລະ ພຣະພອນ ກໍ ຈະ ເປັນ ຂອງເຈົ້າ.
\v 10 ຈົ່ງ ກາໍ ຈັດ ຄົນ ອວດດີ ໃຫ້ ໝົດ ສິ້ນ ແລະ ການ ໂຕ້ຖຽງ ກັນ ກໍ ຈະ ບໍ່ ມີ ແລ້ວ ການ ວິວາດ ສຽດສີ ກັນ ກໍ ຈະ ຫາຍ ໄປສິ້ນ.
\s5
\v 11 ຜູ້ ທີ່ ຈະ ເປັນ ເພື່ອນ ກັບ ກະສັດ ໄດ້ ຕ້ອງ ມີ ຄວາມ ຈິງໃຈ ແລະ ກ່າວ ຈາ ສຸພາບ ອ່ອນຫວານ.
\v 12 ຕາ ຂອງ ອົງ ພຣະ ຜູ້ ເປັນ ເຈົ້າ ເຝົ້າ ຮັກ ສາ ຄວາມຮູ້ ໄວ້, ແຕ່ ຈະ ບໍ່ເຫັນດີ ນໍາ ຄໍາເວົ້າ ຂອງ ຄົນ ຂີ້ຕົວະ.
\s5
\v 13 ຄົນ ຂີ້ຄ້ານ ມັກ ແຕ່ ຢູ່ ໃນ ເຮືອນ ລາວ ເວົ້າ ບິດ ເບືອນ ວ່າ ມີ ໂຕສິງ ຢູ່ ນອກບ້ານ ແລະ ສິງ ອາດ ຄຸບ ກິນ ລາວ ຕາມ ທາງ ກໍໄດ້.
\v 14 ປາກ ຂອງ ຄົນ ຫລິ້ນ ຊູ້ ສູ້ ຜົວ ເມຍ ເປັນ ບ້ວງແຮ້ວ ແກ່ ຕົນ ມັນ ຄອຍ ດັກ ຈັບ ຄົນ ທີ່ ອົງ ພຣະ ຜູ້ ເປັນ ເຈົ້າ ໂກດຮ້າຍ.
\s5
\v 15 ເດັກ ນ້ອຍ ມັກ ເຮັດ ສິ່ງ ທີ່ ບໍ່ ມີ ເຫດຜົນ, ແຕ່ ການ ແອບສອນ ຢ່າງດີ ດັດ ແປງ ນິໄສ ໄດ້.
\v 16 ຜູ້ ທີ່ ຂົ່ມ ເຫັງ ຄົນ ທຸກ ກໍ ເທົ່າ ກັບ ໃຫ້ ລາວ ໄດ້ປຽບ ໃນ ທີ່ ສຸດ ຜູ້ ທີ່ ່ເອົາ ຂອງຂວັນ ໃຫ້ ຄົນ ຮັ່ງ ມີ ກໍ ເທົ່າ ກັບ ເຮັດ ໃຫ້ ຕົນ ທຸກຈົນ ລົງ ເທົ່ານັ້ນ.
\s5
\v 17 ຈົ່ງ ຟັງ ເທີ້ນ ຂ້ອຍ ຈະ ສັ່ງ ສອນ ເຈົ້າ ໃຫ້ ຮູ້ ເຖິງ ຄໍາ ເວົ້າ ຂອງ ຄົນ ມີ ປັນ ຍາ ຈົ່ງ ສຶກ ສາ ຮຽນຮູ້​ເອົາ​ຄຳ​ສັ່ງ​ສອນ​ຂອງ​ພວກ​ເພິ່ນ.
\v 18 ຖ​້າ​ເຈົ້າ​ຈົດ​ຈຳ​ແລະ​ເລົ່າ​ຂຶ້ນ​ໃຈ​ເອົາ​ຄຳ​ສັ່ງ​ສອນນີ້ ເຈົ້າ​ກໍ​ຈະ​ເບີກ​ບານ​ໃຈ.
\v 19 ຂ້ອຍ​ຢາກ​ໃຫ້​ເຈົ້າ​ໄວ້​ວາງ​ໃຈ​ໃນ​ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ.
\s5
\v 20 ຂ້ອຍ ໄດ້ ຂຽນ ຄໍາເວົ້າ ສາມສິບ ຕອນ ສໍາລັບ ເຈົ້າ ຊຶ່ງ ປະກອບ ດ້ວຍ ຄວາມຮູ້ ແລະ ຄໍາແນະນາໍ ທີ່ ດີ ທັງ ນັ້ນ.
\v 21 ແລະ ຄໍາເວົ້າ ເຫລົ່າ ນີ້ ກໍ ຈະ ສັ່ງ ສອນ ເຈົ້າ ເຖິງ ຄວາມຈິງ ອັນ ແທ້. ເມື່ອ ເຈົ້າ ຖືກ ໃຊ້ ອອກ ໄປ ຊອກ ສະແຫວງ ຫາ ເຈົ້າ ກໍ ຈະ ນໍາ ເອົາ ຄໍາຕອບ ອັນ ຖືກ ຕ້ອງ ກັບ ຄືນ ມາ. - 1 -
\s5
\v 22 ຢ່າ ເອົາ ປຽບ ຄົນທຸກ ຍ້ອນ ວ່າ ເຈົ້າ ໄດ້ ປຽບ ພວກເຂົາ ຢ່າ ເອົາ ປຽບ ຄົນ ທີ່ ຖືກ ນໍາ ຂຶ້ນ ສານ ໂດຍ ບໍ່ ມີ ທາງ ສູ້.
\v 23 ອົງ ພຣະ ຜູ້ ເປັນ ເຈົ້າ ຈະ ເປັນ ຜູ້ ໂຕ້ຖຽງ ຄະດີ ໃຫ້ ພວກເຂົາ ແລະ ຂົມ ຂູ່ ເອົາ ຊີວິດ ຄົນ ທີ່ ຂົມ ຂູ່ ຊີວິດ ພວກເຂົາ ນັ້ນ. - 2 -
\s5
\v 24 ຢ່າ ເປັນ ໝູ່ ກັບ ຄົນ ມີ ແນວຄິດ ແລະ ໃຊ້ ຄວາມ ຮຸນແຮງ.
\v 25 ເຈົ້າ ອາດ ຮຽນ ເອົາ ນິໄສ ຂອງ ພວກເຂົາ ແລະ ບໍ່ ອາດ ປ່ຽນ ນິ ໄສ ນັ້ນ ໄດ້. - 3 -
\s5
\v 26 ຢ່າ ສັນຍາ ຮັບ ຜິດ ຊອບ ໃຊ້ ໜີ້ ໃຫ້ ຄົນ ອື່ນ ໃດ.
\v 27 ຖ້າ ເຈົ້າ ບໍ່ ສາມາດ ຈ່າຍໜີ້ ນັ້ນ ໄດ້ ເຂົາ ກໍ ຈະ ເອົາ ແມ່ນແຕ່ ບ່ອນນອນ ຂອງເຈົ້າ ໄປ. - 4 -
\s5
\v 28 ຢ່າ ຍົກຍ້າຍ ຫລັກ ເຂດແດນ ທີ່ ພວກ ບັນ ພະບຸລຸດ ຂອງ ເຈົ້າ ໄດ້ ປັກ ຕັ້ງ ໄວ້. - 5 -
\v 29 ຈົ່ງ ນາໍ ເອົາ ຄົນ ທີ່ເຮັດ ວຽກ ດີ ມາ ໃຫ້ ຂ້ອຍ ເບິ່ງ ແລະ ຂ້ອຍ ຈະ ໃຫ້ ເຈົ້າ ເຫັນ ຜູ້ ທີ່ ເຮັດ ວຽກ ດີ ຍອດຢ້ຽມ ແລະ ສົມ ທີ່ ຈະ ເປັນ ເພື່ອນ ຂອງ ບັນ ດາ ກະສັດ. - 6 -
\s5
\c 23
\p
\v 1 ເມື່ອ ເຈົ້າ ນັ່ງ ກິນ ເຂົ້າ ກັບ ຄົນ ສໍາຄັນ ໃຫ້ ຄິດ ສະເໝີ ວ່າ ຄົນ ນັ້ນ ແມ່ນ ໃຜ. (ຍ)
\v 2 ຖ້າ ເຈົ້າ ເປັນ ຄົນ ກິນ ຫລາຍ ຈົ່ງ ຫັກ ຫ້າມ ຕົນ ເອງ ໄວ້.
\v 3 ຢ່າ ໂລບມາກ ໃນ ອາຫານ ດີ ທີ່ ຄົນ ຍໍ ມາ ໃຫ້ ລາວ ອາດ ເຮັດ ດ້ວຍ ເຈດຕະນາ ບໍ່ ດີ ໃສ່ ເຈົ້າ ກໍໄດ້. - 7 -
\s5
\v 4 ຈົ່ງ ສະຫລາດ ພໍ ທີ່ ເຈົ້າເອງ ຈະ ບໍ່ ຕົກ ເປັນ ທາດ ຂອງ ເງິນ ຕາ,
\v 5 ເພາະວ່າ ເງິນ ຂອງ ເຈົ້າ ອາດ ສູນເສຍ ໄປ ໃນ ພັບ ຕາ ດຽວ ກໍໄດ້ ເໝືອນ ກັບ ວ່າ ມັນ ມີ ປີກ ບິນ ໄປ ໄດ້ ດັ່ງ ນົກ ອິນຊີ. - 8 -
\s5
\v 6 ຢ່າ ກິນ ເຂົ້າ ຮ່ວມພາ ກັບ ຄົນ ຂີ້ຖີ່ ຫລື ຄົນ ໂລບມາກ ຢາກຫລາຍ ໃນ ອາຫານ ຢ່າງດີ ທີ່ ລາວ ຍົກມາ.
\v 7 ລາວ ເວົ້າ ວ່າ, “ເຊີນ ກິນ ແລະ ເອົາ ຕື່ມ ອີກ ກໍໄດ້”, ແຕ່ ທີ່ ຈິງ ແລ້ວ ລາວ ບໍ່ ໄດ້ ໝາຍຄວາມວ່າ ຢ່າງນັ້ນ ເລີຍ. ລາວ ຄິດ ແບບໃດ ລາວ ກໍ ເປັນ ຄົນ ແບບນັ້ນ.
\v 8 ແລ້ວ ເຈົ້າ ກໍ ຈະ ຮາກ ອອກ ມາ ສິ່ງ ທີ່ ເຈົ້າ ກິນ ເຂົ້າ ໄປ ນັ້ນ ແລະ ຄໍາ ປະຈົບ ປະແຈງ ຂອງເຈົ້າ ກໍ ຈະ ເປັນ ການ ເປົ່າ ໆ. - 9 -
\s5
\v 9 ຢ່າ ພະຍາຍາມ ເວົ້າ ໃຫ້ ຄົນໂງ່ຈ້າ ເຂົ້າໃຈ ລາວ ບໍ່ ຮູ້ຈັກ ຄຸນຄ່າ ສິ່ງ ທີ່ ເຈົ້າ ເວົ້າ ນັ້ນ ດອກ. - 10 -
\v 10 ຢ່າ ຍົກ ຍ້າຍ ຫລັກ ເຂດແດນ ເດີມ ຈັກ ເທື່ອ ຫລື ຢຶດ ທີ່ ດິນ ຂອງ ລູກກາໍ ພ້າ.
\v 11 ຜູ້ ປົກ ປ້ອງ ຄຸ້ມ ຄອງ ທີ່ ເຂັ້ມ ແຂງ ຂອງ ພວກເຂົາ ກໍ ມີ ຣິດ ເດດ ແລະ ພຣະອົງ ຈະ ສູ້ ຄະດີ ກັບ ເຈົ້າ ແທນ ພວກເຂົາ. - 11 -
\s5
\v 12 ຈົ່ງ ເອົາ ໃຈໃສ່ ຕໍ່ ຄໍາສັ່ງ ສອນ ຂອງ ຄູ ແລະ ຕັ້ງ ໜ້າ ຮໍ່າຮຽນ ເອົາ ເທົ່າ ທີ່ ເຈົ້າ ຮຽນ ໄດ້. - 12 -
\s5
\v 13 ຢ່າ ລັ່ງ ເລ ໃຈ ໃນ ການລົງ ໂທດ ລູກ ການ ແອບສອນ ທີ່ ດີ ນັ້ນ ບໍ່ ເຮັດ ໃຫ້ ຕາຍ ດອກ,
\v 14 ແຕ່ ທີ່ ຈິງ ແລ້ວ ເປັນ ການ ຊ່ວຍ ຊີວິດ ຂອງ ເຂົາ ໄວ້. ຄໍາ ໂອວາດ ຂອງ ພໍ່ - 13 -
\s5
\v 15 ລູກ ເອີຍ ຖ້າ ເຈົ້າ ກາຍເປັນ ຄົນ ມີ ປັນ ຍາ ພໍ່ ຈະ ມີ ຄວາມສຸກ ທີ່ ສຸດ.
\v 16 ພໍ່ ຈະ ພາກພູມ ໃຈ ເມື່ອ ໄດ້ຍິນ ລູກ ເວົ້າ ດ້ວຍ ຖ້ອຍຄໍາ ທີ່ ມີ ປັນຍາ. - 14 -
\s5
\v 17 ຢ່າ ອິດ ສາ ຄົນ ບາບ, ແຕ່ ຈົ່ງ ຢໍາເກງ ອົງ ພຣະ ຜູ້ ເປັນ ເຈົ້າ ຢູ່ ສະເໝີ ໃນ ຊີວິດ ຂອງເຈົ້າ
\v 18 ຖ້າ ເປັນ ດັ່ງ ນີ້ ເຈົ້າ ຈະ ມີ ອະນາຄົດ ອັນ ແຈ່ມໃສ. - 15 -
\s5
\v 19 ລູກ ເອີຍ ຈົ່ງ ຟັງ ເທີ້ນ ຈົ່ງ ມີ ປັນຍາ ແລະ ຄິດໃຫ້ ດີໆ ເຖິງ ທາງ ທີ່ ເຈົ້າ ດໍາເນີນ ຊີວິດ.
\v 20 ຢ່າ ຮ່ວມ ສັງສັນ ກັບ ຜູ້ ທີ່ ດື່ມ ເຫລົ້າ ໜັກ ຫລື ກິນ ຫລາຍໂພດ.
\v 21 ຄົນ ຂີ້ເມົາ ແລະ ຄົນ ຂີ້ໂລບ ຈະ ກາຍເປັນ ຄົນ ຍາກຈົນ ຖ້າເຈົ້າ ມີ ແຕ່ ກິນ ກັບ ນອນ ບໍ່ ດົນ ເຈົ້າ ກໍ ຈະ ນຸ່ງ ສົ້ງ ຂາດ. - 16 -
\s5
\v 22 ຈົ່ງ ຟັງ ຄວາມ ພໍ່ ຂອງເຈົ້າ ຖ້າ ບໍ່ ມີ ເພິ່ນ ເຈົ້າ ກໍ ບໍ່ ມີ ຊີວິດ ເມື່ອ ແມ່ ຂອງ ເຈົ້າ ເຖົ້າ ແກ່ ຈົ່ງ ຮູ້ຈັກ ບຸນຄຸນ ຂອງເພິ່ນ.
\v 23 ຄວາມຈິງ, ປັນຍາ, ການ ຮຽນຮູ້ ແລະ ຄວາມ ເຂົ້າໃຈ ເປັນ ຂອງ ມີຄ່າ ທີ່ ຄວນ ຊື້ ຫາ ມາ ໄວ້ ສິ່ງ ເຫລົ່ານີ້ ທັງ ໝົດ ມີຄ່າ ສູງ ທີ່ ສຸດ ເກີນ ກວ່າ ທີ່ ເຈົ້າ ຈະ ຂາຍ ອອກ ໄປ.
\s5
\v 24 ຄວາມສຸກ ຂອງ ພໍ່ ແມ່ນ ຄື ມີ ລູກ ເປັນ ຄົນ ຊອບທາໍ ເມື່ອ ລູກ ມີ ປັນ ຍາ ພໍ່ ກໍ ພາກພູມ ໃຈ ນາໍ.
\v 25 ຈົ່ງ ເຮັດ ໃຫ້ ພໍ່ ແມ່ ພາກພູມ ໃຈ ໃນ ຕົວ ເຈົ້າ ແລະ ຈົ່ງ ເຮັດ ໃຫ້ ແມ່ ຂອງເຈົ້າ ມີ ຄວາມສຸກ. - 17 -
\s5
\v 26 ລູກ ເອີຍ ຈົ່ງ ເອົາ ໃຈໃສ່ ຕໍ່ ສິ່ງ ທີ່ ພໍ່ ບອກສອນ ໃຫ້ ດີ ແລະ ໃຫ້ ເອົາ ຊີວິດ ຂອງ ພໍ່ ເປັນ ຕົວ ຢ່າງ.
\v 27 ຍິງ ໂສເພນີ ແລະ ຍິງ ຜິດ ສິນ ທາໍ ນັ້ນ ເປັນ ບ້ວງແຮ້ວ ເຖິງ ແກ່ ຄວາມຕາຍ.
\v 28 ພວກເຂົາ ຄອຍຖ້າ ເຈົ້າ ດັ່ງ ຂະໂມຍ ແລະ ເຮັດ ໃຫ້ ຊາຍ ຫລາຍ ຄົນ ກາຍເປັນ ຜູ້ ບໍ່ ສັດ ຊື່. ຮູບປະພັນ ຂອງ ຄົນ ຂີ້ເຫລົ້າ - 18 -
\s5
\v 29-30 ຈົ່ງ ອ້າງ ເອົາ ຄົນ ໜຶ່ງ ທີ່ ດື່ມ ເຫລົ້າ ເກັ່ງ ມາ ໃຫ້ ຂ້ອຍ ເບິ່ງ ດູ ຄື ຜູ້ ທີ່ ລອງ ດື່ມ ເຫລົ້າ ໃໝ່ ນາໆ ຊະນິດ ຢ່າງ ບໍ່ ຢຸດຢັ້ງ ແລ້ວ ຂ້ອຍ ກໍ ຈະ ໃຫ້ ເຈົ້າ ເຫັນ ຜູ້ ທີ່ ມີ ຄວາມທຸກ ແລະ ຄວາມ ເສຍໃຈ ເປັນ ຜູ້ ສ້າງ ແຕ່ ຄວາມ ເດືອດຮ້ອນ ຢູ່ ສະເໝີ ແລະ ຈົ່ມທຸກ ຢູ່ ເລື້ອຍໆ ຕາລາວ ແດງກໍ່າ ແລະ ມີ ຮອຍ ຊໍ້າ ຕາມ ຕົນຕົວ.
\s5
\v 31 ສະນັ້ນ ຢ່າ ຄິດ ສະອອນ ນາໍ ເຫລົ້າ ອະງຸ່ນ ເລີຍ ເຖິງ ແມ່ນ ວ່າ ມັນ ເປັນ ຟອງ ສີແດງ ງາມ ເມື່ອ ເຈົ້າ ສັ່ນ ແລະ ສົດໃສ ຈົນ ສ່ອງເຫັນ ເງົາ ເມື່ອ ມັນ ຍອບລົງ ກໍຕາມ,
\v 32 ແຕ່ ເມື່ອ ເຈົ້າ ດື່ມ ລົງ ໄປ ແລ້ວ ເຈົ້າ ຈະ ຮູ້ສຶກ ເຈັບ ປວດ ດັ່ງ ຖືກ ງູພິດ ກັດ.
\v 33 ຕາ ເຈົ້າ ຈະ ມືດ ມົນ ແລະ ເຈົ້າ ຈະ ບໍ່ ສາມາດ ຄິດ ຫລື ເວົ້າ ໄດ້ ຢ່າງ ແຈ່ມແຈ້ງ.
\s5
\v 34 ເຈົ້າ ຈະ ຮູ້ສຶກ ດັ່ງ ຢູ່ ໃນ ກາງ ມະຫາສະໝຸດ ແລະ ດັ່ງ ຢູ່ ໃນ ເຮືອ ໃບ ຖືກ ໂຍກເຍກ ໄປມາ ຈົນ ເຮັດ ໃຫ້ ວິນ ວຽນ.
\v 35 ເຈົ້າ ຈະ ເວົ້າ ຂຶ້ນ ວ່າ, “ຂ້ອຍ ຖືກ ຕ່ອຍ, ຂ້ອຍ ຖືກ ຕົບ ຕີ, ແຕ່ ບໍ່ ຮູ້ສຶກ ເຈັບ ປວດ ແລະ ບໍ່ ຈື່ ຈາໍ ຫຍັງ ໝົດ ເປັນ ຫຍັງ ຂ້ອຍ ຈຶ່ງ ລຸກຂຶ້ນ ບໍ່ ໄດ້ ອີກ ຈັກ ສອງ ສາມ ຈອກ ຄົງ ດີ. ” - 19 -
\s5
\c 24
\p
\v 1 ຢ່າ ອິດ ສາ ຄົນ ຊົ່ວ ແລະ ຢ່າ ປາຖະໜາ ເປັນ ໝູ່ ກັບ ເຂົາເຈົ້າ.
\v 2 ພວກເຂົາ ຫາ ແຕ່ ກໍ່ ຄວາມ ເດືອດຮ້ອນ ເທົ່າ ນັ້ນ ພວກເຂົາ ອ້າປາກ ເວົ້າ ເມື່ອ ໃດ ກໍ ເຮັດ ໃຫ້ ຄົນ ເຈັບ ໃຈ ເມື່ອ ນັ້ນ. - 20 -
\s5
\v 3 ມີ ປັນຍາ ແລະ ມີ ຄວາມ ເຂົ້າໃຈ ຈຶ່ງ ສ້າງ ເຮືອນ ໄດ້. (ດ)
\v 4 ມີ ຄວາມຮູ້ ຈຶ່ງ ໄດ້ ຂອງ ມີຄ່າ ແລະ ງົດ ງາມ ມາ ບັນ ຈຸ ໄວ້ ເຕັມ ເຮືອນ. - 21 -
\s5
\v 5 ເປັນ ຄົນມີ ປັນຍາ ກໍ ດີກວ່າ ເປັນ ຄົນ ມີ ກໍາລັງ, ແມ່ນແລ້ວ ຄວາມຮູ້ ສໍາຄັນ ກວ່າ ກາໍ ລັງ. (ຕ)
\v 6 ເພາະວ່າ ໂດຍ ການ ນໍາ ທີ່ ສະຫລາດ ເຈົ້າ ກໍ ສາມາດ ເຂົ້າ ສູ່ ສະໜາມຮົບ ໄດ້. ຍິ່ງ ເຈົ້າ ມີ ທີ່ ປຶກ ສາ ຫລາຍ ເທົ່າ ໃດ ເຈົ້າ ກໍ ຍິ່ງ ຫວັງ ໄດ້ ຊະນະ ຫລາຍ ເທົ່າ ນັ້ນ. - 22 -
\s5
\v 7 ຄໍາ ເວົ້າ ທີ່ ມີ ປັນຍາ ກໍ ເລິກ ໂພດ ສໍາລັບ ຄົນ ໂງ່ຈ້າ ເມື່ອ ມີ ການ ສົນທະນາ ເຖິງ ເລື່ອງ ສໍາຄັນ ລາວ ກໍ ບໍ່ ມີ ຫຍັງ ຈະ ເວົ້າ. - 23 -
\s5
\v 8 ຖ້າ ເຈົ້າ ວາງແຜນ ຊົ່ວ ຮ້າຍ ຢູ່ ເລື້ອຍໆ ເຈົ້າ ຈະ ມີ ຊື່ ສຽງ ໃນ ຖານະ ເປັນ ຜູ້ ກໍ່ ຄວາມ ວຸ້ນ ວາຍ.
\v 9 ການ ປອງຮ້າຍ ໃດໆ ທີ່ ຄົນ ໂງ່ຈ້າ ຄິດ ຂຶ້ນ ແມ່ນ ເປັນ ບາບ ທັງນັ້ນ. ຄົນ ທີ່ ຢຽບຫຍາມ ຄົນ ອື່ນ ກໍ ເປັນ ທີ່ ກຽດຊັງ ຂອງ ຄົນ ທັງ ຫລາຍ. - 24 -
\s5
\v 10 ຖ້າ ເຈົ້າ ເປັນ ຄົນ ອ່ອນແອ ໃນ ຍາມ ຄັບຂັນ ເຈົ້າ ກໍ ເປັນ ຄົນ ອ່ອນແອ ແທ້ ໆ. - 25 -
\s5
\v 11 ຢ່າ ລັ່ງ ເລ ໃຈ ທີ່ ຈະ ຊ່ວຍ ຄົນ ກາໍ ລັງ ຈະ ຖືກ ປະຫານ ຊີວິດ ຢ່າງ ບໍ່ ຍຸດຕິທາໍ.
\v 12 ເຈົ້າ ອາດ ເວົ້າ ວ່າ ບໍ່ ແມ່ນ ທຸລະ ຂອງເຈົ້າ, ແຕ່ ພຣະເຈົ້າ ຮູ້ ແລະ ຕັດສິນ ຄວາມ ຕັ້ງໃຈ ຂອງເຈົ້າ. ພຣະອົງ ເຝົ້າ ເບິ່ງ ເຈົ້າ ຢູ່ ພຣະອົງ ຮູ້ຈັກ ທຸກຢ່າງ ດີ ແລະ ພຣະອົງ ຈະ ຕອບແທນ ຕາມ ທີ່ ເຈົ້າ ໄດ້ ເຮັດ ນັ້ນ. - 26 -
\s5
\v 13 ລູກ ເອີຍ ຈົ່ງ ກິນ ນາໍ້ ເຜິ້ງ ເພາະ ມັນ ແຊບ ດີ ນາໍ້ ເຜິ້ງ ຈາກ ຮັງ ມີ ຣົດ ຫວານ
\v 14 ການ ຮູ້ຈັກ ປັນຍາ ກໍ ດີ ສໍາລັບ ຈິດໃຈ ຂອງເຈົ້າ ຈົ່ງ ຮັບ ເອົາ ປັນຍາ ແລະ ເຈົ້າ ຈະ ມີ ອະນາຄົດ ອັນ ແຈ່ມໃສ. - 27 -
\s5
\v 15 ຢ່າ ເປັນ ດັ່ງ ຄົນ ຊົ່ວ ຮ້າຍ ທີ່ ວາງແຜນ ປຸ້ນ ຄົນ ສັດ ຊື່ ຫລື ຢຶດ ບ້ານເຮືອນ ຂອງ ລາວ ໄປ.
\v 16 ບໍ່ ວ່າ ຄົນ ສັດ ຊື່ ນັ້ນ ຈະ ຫລົ້ມ ຈົມ ຢ່າງໃດ ກໍຕາມ ລາວ ກໍ ຈະ ລຸກ ຂຶ້ນ ຕັ້ງ ຕົວ ໃໝ່ ໄດ້ ສະເໝີ, ແຕ່ ຄວາມ ຈິບ ຫາຍ ນັ້ນ ມັນ ທາໍ ລາຍ ຄົນ ຊົ່ວ ຮ້າຍ ລົງ ເລີຍ. - 28 -
\s5
\v 17 ຢ່າ ດີໃຈ ເມື່ອ ສັດ ຕູ ຂອງເຈົ້າ ໄດ້ ຮັບ ໄພພິບັດ ແລະ ຢ່າ ດີໃຈ ເມື່ອ ລາວ ສະດຸດ ລົ້ມ.
\v 18 ຖ້າ ເຈົ້າ ສົມ ນາໍ້ ໜ້າ ລາວ ອົງ ພຣະ ຜູ້ ເປັນ ເຈົ້າ ຮູ້ຈັກ ແລະ ພຣະອົງ ກໍ ບໍ່ ມັກ ແລະ ບາງທີ ພຣະອົງ ອາດ ບໍ່ ລົງ ໂທດ ລາວ ກໍໄດ້. - 29 -
\s5
\v 19 ຢ່າ ອຸກໃຈ ຍ້ອນ ຄົນຊົ່ວ ຢ່າ ຄິດ ອິດສາ ເຂົາເຈົ້າ.
\v 20 ຄົນ ຊົ່ວ ຮ້າຍ ບໍ່ ມີ ອະນາຄົດ ດີ ເລີຍ ຊີວິດ ຂອງ ເຂົາ ເປັນ ດັ່ງ ໂຄມໄຟ ທີ່ ຈວນ ຈະ ມອດ. - 30 -
\s5
\v 21 ລູກ ເອີຍ ຈົ່ງ ຢໍາເກງ ອົງພຣະ ຜູ້ ເປັນເຈົ້າ ແລະ ໃຫ້ກຽດ ແກ່ ກະສັດ. ຢ່າ ມີ ສ່ວນ ໃນ ພວກ ທີ່ ກະບົດ ຕໍ່ ພວກເພິ່ນ,
\v 22 ຄົນ ຢ່າງນັ້ນ ກໍ ຈະ ຖືກ ທາໍ ລາຍ ໄດ້ ໃນ ຊົ່ວ ບຶດ ດຽວ ແລະ ຜູ້ໃດ ຮູ້ ບໍ່ ວ່າ ແມ່ນ ໄພພິບັດ ຢ່າງໃດ ທີ່ ພຣະອົງ ທັງ ສອງ ນາໍ ມາ?
\s5
\v 23 ຄົນ ມີ ປັນ ຍາ ຍັງ ໄດ້ ກ່າວ ຕື່ມ ອີກ ດັ່ງ ນີ້: ບໍ່ ເປັນ ການ ດີ ເລີຍ ທີ່ ຕັດ ສິນ ເຂົ້າ ຂ້າງ ອອກຂາ.
\s5
\v 24 ຖ້າ ຜູ້ ຕັດສິນ ປະກາດ ວ່າ ຄົນ ເຮັດ ຜິດ ນັ້ນ ບໍ່ມີ ຄວາມຜິດ ລາວ ກໍ ຈະ ຖືກ ຄົນ ດ່າ ຄົນ ຊັງ,
\v 25 ແຕ່ ຖ້າ ຜູ້ຕັດ ສິນ ລົງ ໂທດ ຄົນ ເຮັດ ຜິດ ລາວ ກໍ ຈະ ຈະເລີນ ຮຸ່ງເຮືອງ ແລະ ຊົມ ຊື່ນ ຍິນ ດີ ໃນ ຊື່ ສຽງ ດີ ທີ່ ຕົນ ໄດ້ ຮັບ.
\s5
\v 26 ຄໍາຕອບ ທີ່ ສັດ ຊື່ ເປັນ ເຄື່ອງໝາຍ ແຫ່ງ ການ ເປັນ ເພື່ອນແທ້.
\v 27 ຢ່າ ປຸກ ເຮືອນ ແລະ ສ້າງ ຄອບຄົວ ຈົນ ກວ່າ ເຈົ້າ ເຮັດ ໄຮ່ ໄຖ ນາ ແລ້ວ ໆ ແລະ ແນ່ ໃຈ ວ່າ ເຈົ້າ ສາມາດ ກຸ້ມ ຕົນ ເອງ ໄດ້.
\s5
\v 28 ຢ່ າ ເປັນ ພະຍານ ບໍ່ ຈິງ ຕໍ່ ສູ້ ຜູ້ ບໍ່ ມີ ຄວາມຜິດ ຫລື ກ່າວ ຄໍາຕົວະ ກ່ຽວກັບ ລາວ.
\v 29 ຢ່າ ເວົ້າ ວ່າ, “ຂ້ອຍ ຈະ ເຮັດ ຕໍ່ ລາວ ດັ່ງ ທີ່ ລາວ ເຮັດ ຕໍ່ຂ້ອຍ ຂ້ອຍຈະ ແກ້ແຄ້ນ ລາວ ຄືນ.”
\s5
\v 30 ມື້ ໜຶ່ງ ຂ້ອຍ ໄດ້ ຍ່າງ ຜ່ານ ໄປ ທີ່ ທົ່ງ ນາ ແລະ ສວນອະງຸ່ນ ຂອງ ຄົນ ໂງ່ຈ້າ.
\v 31 ສວນ ນັ້ນ ເຕັມ ໄປ ດ້ວຍ ພຸ່ມໜາມ ແລະ ມີ ຫຍ້າ ປົ່ງ ຂຶ້ນ ທົ່ວ ໄປ ກາໍ ແພງ ຫິນ ທີ່ ອ້ອມຮອບ ສວນ ນັ້ນ ກໍ ເພພັງ ລົງ.
\s5
\v 32 ຂ້ອຍ ຄິດ ພິຈາລະນາ ເບິ່ງ ສິ່ງ ທີ່ ໄດ້ ເຫັນ ນັ້ນ ແລະ ໄດ້ ຖອດຖອນ ເອົາ ບົດ ຮຽນ ດັ່ງ ນີ້:
\v 33 ເຊືອບຫລັບ ໄປ ໜ້ອຍໜຶ່ງ ພໍ ຢຽດເສັ້ນ ຢຽດເອັນ ເອົາ ມື ໄຂ່ວ ກັນ ພັກ ຜ່ອນ ຈັກ ໜ້ອຍໜຶ່ງ,
\v 34 ແຕ່ ໃນ ຂະນະທີ່ ເຈົ້າ ກໍາລັງ ນອນຫລັບ ຢູ່ ນັ້ນ ຄວາມ ຍາກຈົນ ຈະ ມາ ຖືກ ເຈົ້າ ດັ່ງ ພວກ ນັກ ປຸ້ນ ທີ່ ຖື ອາວຸດ ມາ ໂຈມຕີ
\s5
\c 25
\p
\v 1 ຕໍ່ໄປນີ້ ແມ່ນ ສຸພາສິດ ອື່ນ ໆ ອີກ ຂອງ ເຈົ້າ ໂຊໂລໂມນ ຊຶ່ງ ຄົນ ຢູ່ ໃນ ວັງ ຂອງ ກະສັດ ເຮເຊກີຢາ ແຫ່ງ ຢູດາ ໄດ້ ກ່າຍ ອອກ ມາ.
\v 2 ຄວາມ ຍິ່ງ ໃຫຍ່ ຂອງ ພຣະເຈົ້າ ຄື ການເຊື່ອງ ສິ່ງ ຕ່າງໆ, ແຕ່ ກຽດສັກສີ ຂອງ ກະສັດ ຄື ເພິ່ນ ຄົ້ນ ສິ່ງ ຕ່າງໆ ໃຫ້ ປາກົດ.
\v 3 ພວກເຮົາ ຮູ້ ບໍ່ ໄດ້ ຈັກ ເທື່ອ ເຖິງ ຄວາມສູງ ຂອງ ຟ້າ ແລະ ຄວາມເລິກ ຂອງ ແຜ່ນດິນ ສັນໃດ ພວກເຮົາ ກໍ ຮູ້ ບໍ່ ໄດ້ ຈັກ ເທື່ອ ເຖິງ ສິ່ງ ທີ່ ກະສັດ ຄິດ ສັນ ນັ້ນ ຄວາມຄິດ ຂອງເພິ່ນ ຢູ່ ເໜືອ ພວກເຮົາ.
\s5
\v 4 ສິ່ງ ເປິເປື້ອນ ຖືກ ຊໍາລະ ອອກ ຈາກ ເງິນ ກໍ ເພື່ອ ນາຍຊ່າງ ຈະ ໃຊ້ ເງິນ ເຮັດ ເຄື່ອງເອ້.
\v 5 ກາໍຈັດ ທີ່ ປຶກ ສາ ຜູ້ ຊົ່ວ ຊ້າ ອອກ ໜີ ຈາກ ກະສັດ ເຮັດ ໃຫ້ ລັດຖະບານ ຂອງ ເພິ່ນ ເຫັນ ແຈ້ງ ຄວາມ ຍຸດຕິທາໍ.
\s5
\v 6 ເມື່ອ ເຈົ້າ ຢືນ ຢູ່ ຕໍ່ໜ້າ ກະສັດ ນັ້ນ ຢ່າ ທາໍ ທ່າ ອ້າງຕົວ ວ່າ ເປັນ ຄົນ ສໍາຄັນ.
\s5
\v 7 ຖືກ ເລື່ອນ ຊັ້ນ ສູງ ກໍ ດີ ກວ່າ ຖືກ ປົດ ໃຫ້ ຄົນ ອື່ນ ມາ ແທນທີ່.
\v 8 ເມື່ອ ເຈົ້າ ເຫັນ ເຖິງ ບາງ ສິ່ງ ຢ່າ ຟ້າວ ແລ່ນ ໄປ ສານ, ຕໍ່ ມາ ຖ້າ ພະຍານ ຄົນອື່ນ ຢືນຢັນ ວ່າ ເຈົ້າ ຜິດ ເຈົ້າ ຈະ ເຮັດ ຢ່າງໃດ ໄດ້?
\s5
\v 9 ຖ້າ ເຈົ້າ ກັບ ເພື່ອນບ້ານ ຄິດ ເຫັນ ແຕກຕ່າງ ກັນ ຈົ່ງ ຕົກ ລົງ ກັນ ເອງ ແລະ ຢ່າ ເປີດ ເຜີຍ ໃຫ້ ໃຜ ຮູ້.
\v 10 ບໍ່ ດັ່ງ ນັ້ນ ທຸກຄົນ ກໍ ຈະ ຮູ້ ເລື່ອງ ນາໍ ແລະ ເຈົ້າ ຈະ ໄດ້ ຮັບ ຄວາມ ອັບ ອາຍ ບໍ່ ສິ້ນ ສຸດ ເປັນ ຈັກ ເທື່ອ.
\s5
\v 11 ຄວາມ ຄິດ ເຫັນ ອັນ ເດັ່ນຊັດ ກໍ ເໝືອນດັ່ງ ກີ້ຄໍາ ທີ່ ປະດັບ ຢູ່ ໃນ ເງິນ.
\v 12 ຜູ້ ທີ່ ຍອມ ຟັງ ຄໍາເຕືອນ ຂອງ ຄົນ ມີ ປັນຍາ ກໍ ມີ ຄຸນຄ່າ ກວ່າ ແຫວນ ຫລື ເຄື່ອງເອ້ ທີ່ ເປັນ ຄໍາ ນາໍ້ ໜຶ່ງ.
\s5
\v 13 ນາໍ້ ເຢັນ ໃຫ້ ຄວາມ ສົດຊື່ນ ແກ່ ຜູ້ ເກັບ ກ່ຽວ ໃນ ຍາມຮ້ອນ ສັນໃດ ຜູ້ນາໍ ຂ່າວ ທີ່ ເຊື່ອ ໃຈ ໄດ້ ກໍ ເຮັດ ໃຫ້ ຜູ້ໃຊ້ ຕົນ ໄປ ຊື່ນ ບານ ໃຈ ສັນນັ້ນ.
\v 14 ຄົນ ທີ່ ສັນຍາ ຈະ ເອົາ ຂອງ ໃຫ້, ແຕ່ ບໍ່ໃຫ້ ຈັກ ເທື່ອ ກໍ ເທົ່າ ກັບ ເມກ ໝອກ ແລະ ລົມ ບໍ່ ມີ ຝົນ.
\s5
\v 15 ໃຊ້ ຄວາມ ອົດທົນ ຊັກ ຊວນ ກໍ ທາໍ ລາຍ ການ ຂັດ ຂວາງ ອັນ ແຂງແກ່ນ ໄດ້ ແລະ ຍັງ ເຮັດ ໃຫ້ ບັນດາ ຜູ້ປົກ ຄອງ ຍອມ ເຮັດ ຕາມ ໄດ້.
\s5
\v 16 ຢ່າ ກິນ ນາໍ້ ເຜິ້ງ ເກີນ ຄວາມ ຕ້ອງການ ກິນ ຫລາຍ ເກີນ ໄປ ອາດ ເຮັດ ໃຫ້ ເຈົ້າ ຮາກ ອອກ.
\v 17 ຢ່າ ໄປ ຢ້ຽມ ເພື່ອນບ້ານ ດຸ ຫລາຍ ເພາະ ລາວ ອາດ ຈະ ຊັງແລະ ເບື່ອ ໜ່າຍ ເຈົ້າ ກໍໄດ້.
\s5
\v 18 ການ ໃສ່ ຮ້າຍ ຄົນ ອື່ນ ເປັນ ເໝືອນ ດາບ ໄມ້ຄ້ອນ ຫລື ລູກທະນູ ອັນ ແຫລມຄົມ ທີ່ ທາໍ ລາຍ ຄົນ.
\v 19 ການ ເພິ່ງ ພາ ຜູ້ ທີ່ ເຊື່ອ ໃຈ ບໍ່ ໄດ້ ໃນ ຍາມ ຂັບ ຂັນ ກໍ ເທົ່າ ກັບ ມີ ແຂ້ວ ຄອນ ຫຍາໍ້ ເຂົ້າ ຫລື ມີ ຕີນ ພີການ ຍ່າງ ໄປ.
\s5
\v 20 ຮ້ອງເພງ ໃຫ້ ຄົນ ທຸກໃຈ ຟັງ ກໍ ສໍ່າກັບ ແກ້ ເສື້ອ ໃນ ຍາມ ໜາວ ຫລື ເອົາ ເກືອ ໂຮຍ ໃສ່ ບາດ.
\s5
\v 21 ຖ້າສັດ ຕູ ຂອງ ເຈົ້າ ຫິວ ເຂົ້າ ຈົ່ງ ເອົາ ໃຫ້ ລາວ ກິນ ຖ້າ ລາວ ຫິວ ນາໍ້ ຈົ່ງ ເອົາ ໃຫ້ ລາວ ດື່ມ.
\v 22 ການ ເຮັດ ເຊັ່ນ ນີ້ ຈະ ເຮັດ ໃຫ້ ລາວ ຢູ່ ບໍ່ ສະບາຍ (ຖ) ອົງ ພຣະ ຜູ້ ເປັນເຈົ້າ ຈະ ໃຫ້ ບໍາເໜັດ ແກ່ ເຈົ້າ.
\s5
\v 23 ລົມ ທິດ ເໜືອ ນາໍ ເອົາ ຝົນ ມາ ສັນໃດ ຄົນ ປາກ ບອນ ກໍ ນໍາ ເອົາ ຄວາມ ໂກດຮ້າຍ ມາ ສັນນັ້ນ.
\v 24 ອາໄສ ຢູ່ ເທິງ ຫລັງ ຄາ ເຮືອນ ກໍ ດີ ກວ່າ ຢູ່ ຮ່ວມ ເຮືອນ ກັບ ເມຍ ທີ່ ຈູ້ຈີ້.
\s5
\v 25 ຍິນ ຂ່າວດີ ຈາກ ແດນໄກ ກໍ ເທົ່າ ກັບ ໄດ້ ດື່ມ ນໍ້າເຢັນ ເມື່ອ ຄໍ ແຫ້ງ.
\v 26 ຄົນ ດີ ທີ່ ຍອມ ເຮັດ ຕາມ ຄົນ ຊົ່ວ ກໍ ເທົ່າ ກັບ ບໍ່ ນາໍ້ ທີ່ ເປິເປື້ອນ ຫລື ນາໍ້ ສ້າງ ທີ່ ເປັນ ພິດໄພ.
\s5
\v 27 ກິນ ນໍ້າເຜິ້ງ ຫລາຍ ບໍ່ ເປັນ ການດີ ສັນ ໃດ ຢາກ ໄດ້ ຄໍາ ຍ້ອງຍໍ ຫລາຍ ກໍ ບໍ່ ເປັນ ການດີ ສັນນັ້ນ. (ທ)
\v 28 ເມືອງ ທີ່ ບໍ່ ມີ ກາໍ ແພງ ປ້ອງກັນ ກໍ ເທົ່າ ກັບ ຄົນ ທີ່ ຄວບຄຸມ ຄວາມຮ້າຍ ບໍ່ ໄດ້.
\s5
\c 26
\p
\v 1 ກ່າວ ຊົມ ເຊີຍ ຄົນ ໂງ່ຈ້າ ບໍ່ ເປັນ ການດີເລີຍ ເທົ່າ ກັບ ຍາມຮ້ອນ ມີ ຫິມະ ຫລື ຍາມ ເກັບ ກ່ຽວ ມີ ຝົນ ຕົກ.
\v 2 ຄໍາ ປ້ອຍດ່າ ອາດ ທໍາຮ້າຍ ຄົນ ເວັ້ນເສຍ ແຕ່ ຕົນ ສົມ ຄວນ ໄດ້ ຮັບ. ມັນ ເປັນ ດັ່ງ ນົກ ທີ່ ບິນ ເວີ່ນ ໄປມາ ໂດຍ ຫາ ບ່ອນງອຍ ບໍ່ ໄດ້.
\s5
\v 3 ໄມ້ແສ້ ມີ ໄວ້ ສຳລັບ ຕີ ມ້າ ບັງ ຫຽນ ມີ ໄວ້ ສໍາລັບ ຄວບຄຸມ ລໍ ແລະ ການ ຂ້ຽນຕີ ກໍ ມີໄວ້ ສໍາລັບ ຄົນ ໂງ່ຈ້າ.
\v 4 ຖ້າ ເຈົ້າ ຕອບ ຄໍາຖາມ ອັນ ໂງ່ງ່າວ ເຈົ້າ ກໍ ເປັນ ຄົນ ໂງ່ ເໝືອນກັນ ກັບ ຜູ້ ທີ່ ຖາມ ມາ.
\s5
\v 5 ຄໍາຕອບ ຢ່າງ ໂງ່ງ່າວ ມີ ໄວ້ ສໍາລັບ ຄໍາຖາມ ທີ່ ໂງ່ ເພື່ອ ຜູ້ ຖາມ ຈະ ໄດ້ ຮູ້ຈັກ ວ່າ ຕົນ ບໍ່ ໄດ້ ຫລັກ ແຫລມ ດັ່ງ ທີ່ ລາວ ຄິດ ນັ້ນ.
\v 6 ຜູ້ ທີ່ ໃຫ້ ຄົນ ໂງ່ຈ້າ ສົ່ງ ຂ່າວ ກໍ ສໍ່າ ຕັດ ຕີນ ຕົນ ເອງ ດັ່ງ ຊອກຫາ ຄວາມ ເດືອດຮ້ອນ ມາ ໃສ່ ຕົນ.
\s5
\v 7 ສຸພາສິດ ທີ່ ຄົນ ໂງ່ຈ້າ ເວົ້າ ກໍ ດັ່ງ ຂາ ຄົນ ພິການ ທີ່ ອ່ອນແຮງ.
\v 8 ຊົມ ເຊີຍ ຄົນ ໂງ່ຈ້າ ກໍ ເທົ່າ ກັບ ມັດ ກ້ອນຫິນ ໃສ່ ກະຖຸນ.
\s5
\v 9 ຄົນ ໂງ່ຈ້າ ທີ່ ຍົກ ເອົາ ຖ້ອຍຄໍາ ອັນ ມີ ປັນຍາ ມາ ເວົ້າ ກໍ ເທົ່າ ກັບ ຄົນ ຂີ້ເມົາ ພະຍາຍາມ ເອົາ ໜາມ ອອກ ຈາກ ມື ຕົນ.
\v 10 ນາຍຈ້າງ ທີ່ ຮັບ ຄົນ ໂງ່ຈ້າ ເຮັດ ວຽກ ກໍ ສ້າງ ຄວາມ ຫຍຸ້ງ ຍາກ ໃຫ້ ລູກຈ້າງ ທຸກຄົນ. (ນ)
\s5
\v 11 ຄົນ ໂງ່ຈ້າ ທີ່ ເຮັດ ສິ່ງ ໂງ່ ໆ ເປັນ ຄັ້ງ ທີ ສອງ ກໍ ເທົ່າ ກັບ ໝາ ຄືນ ໄປ ເລຍ ກິນ ຮາກ.
\v 12 ຄົນ ໂງ່ຈ້າ ທີ່ ສຸດ ກໍ ຍັງ ດີ ກວ່າ ຄົນ ທີ່ ຖື ຕົນ ເປັນ ຄົນ ມີ ປັນຍາ ໃນ ເມື່ອ ຕົນ ບໍ່ ມີ.
\s5
\v 13 ຄົນ ຂີ້ຄ້ານ ມັກ ເວົ້າ ວ່າ ມີ ໂຕສິງ ຢູ່ ນອກບ້ານ ແລະ ໂຕສິງ ຮ້າຍ ຢູ່ ຕາມ ຖະໜົນ ຫົນ ທາງ.
\v 14 ປະຕູ ປິດ ເປີດ ໄປມາ ດ້ວຍ ບານພັບ ສັນໃດ ຄົນ ຂີ້ຄ້ານ ເຂົ້າ ໄປ ຫາ ແຕ່ ທີ່ ນອນ ສັນນັ້ນ.
\s5
\v 15 ຄົນ ຂີ້ຄ້ານ ຂີ້ຄ້ານ ແມ່ນແຕ່ ໃຊ້ ມື ຈັບ ອາຫານ ຍັດ ໃສ່ ປາກ ຂອງຕົນ.
\v 16 ຄົນ ຂີ້ຄ້ານ ຈະ ຄິດ ວ່າ ຕົນ ສະຫລາດ ກວ່າ ຊາຍ ເຈັດ ຄົນ ຜູ້ ທີ່ ໃຫ້ ເຫດຜົນ ດີ ໆ ແກ່ ຄວາມຄິດ ເຫັນ ຂອງ ເຂົາ ເຈົ້າ ໄດ້.
\s5
\v 17 ສົນ ນາໍ ການ ຜິດ ຖຽງກັນ ທີ່ ບໍ່ ກ່ຽວກັບ ຕົນ ກໍ ສໍ່າກັບ ດຶງ ຫູ ໝາ ທີ່ ຍ່າງ ກາຍໄປ ນັ້ນ.
\s5
\v 18-19 ຜູ້ ທີ່ ຫລອກລວງ ຄົນ ອື່ນ ໃຫ້ ຫລົງ ຜິດ ແລ້ວ ອ້າງ ວ່າ ຕົນ ເຮັດ ຢອກ ກໍ ເທົ່າກັບ ຄົນບ້າ ຫລິ້ນ ອາວຸດ ອັນຕະລາຍ.
\s5
\v 20 ບໍ່ ມີ ຟືນ ໄຟ ກໍ ມອດ ບໍ່ ມີ ຄົນ ປາກ ບອນ ກໍ ບໍ່ ມີ ການ ຜິດຖຽງກັນ.
\v 21 ຖ່ານ ເຮັດ ໃຫ້ ຖ່ານໄຟ ແດງ ຟືນ ເຮັດ ໃຫ້ ໄຟ ລຸກ, ຄົນ ທີ່ ສ້າງ ຄວາມ ເດືອດຮ້ອນ ເຮັດ ໃຫ້ ເກີດ ຜິດຖຽງກັນ.
\s5
\v 22 ການ ເວົ້າ ຂວັນ ຄົນ ເຮັດ ໃຫ້ ມີ ຣົດ ຊາດ ແທ້ ແລະ ຊັກ ຊວນ ຜູ້ຟັງ ຢາກ ໃຫ້ ກືນ ເຂົ້າ ໄປ.
\v 23 ຄໍາເວົ້າ ອັນ ບໍ່ ຈິງ ໃຈ (ບ) ທີ່ເຊື່ອງຊ້ອນ ແນວຄິດ ບໍ່ ຈິງ ກໍ ສໍ່າກັບ ເງີນ ສົດ (ປ) ໂອບ ໝໍ້ ດິນ ດາກ.
\s5
\v 24 ຄົນ ໜ້າ ຊື່ ໃຈຄົດ ແຝງ ຄວາມ ກຽດຊັງ ໄວ້ ໃນ ຄໍາເວົ້າ ອັນປະຈົບ ປະແຈງ.
\v 25 ມັນ ເປັນ ຄໍາເວົ້າ ອັນ ມ່ວນ ຫູ, ແຕ່ ຢ່າ ສູ່ ເຊື່ອ ລາວ ເວົ້າ ເພາະ ຄວາມ ກຽດຊັງ ຄອງໃຈ ລາວ ຢູ່.
\v 26 ລາວ ອາດ ປິດບັງ ຄວາມ ກຽດຊັງ ໄວ້, ແຕ່ ທຸກຄົນ ຈະ ໄດ້ ເຫັນ ຄວາມຊົ່ວ ທີ່ ລາວ ກະທາໍ.
\s5
\v 27 ຜູ້ ທີ່ ຫ້າງແຮ້ວ ໃສ່ ຄົນ ອື່ນ ແຮ້ວ ນັ້ນ ຊໍາ້ ພັດ ລັ່ນ ຖືກ ຕົນ ເອງ. ຜູ້ ທີ່ ເຮັດ ໃຫ້ ຫິນ ກິ້ງ ລົງ ກໍ ຖືກ ຫິນ ນັ້ນ ກິ້ງທັບ.
\v 28 ລີ້ນ ທີ່ ຂີ້ຕົວະ ກຽດຊັງ ຜູ້ ທີ່ ມັນ ທາໍ ລາຍ ແລະ ປາກ ທີ່ ປະຈົບ ປະແຈງ ກໍ ນາໍ ໄປ ສູ່ ການທາໍ ລາຍ.
\s5
\c 27
\p
\v 1 ຢ່າ ອວດ ເຖິງ ເລື່ອງ ຂອງ ມື້ອື່ນ ເພາະ ເຈົ້າ ບໍ່ ຮູ້ ວ່າ ຈະ ມີ ຫຍັງ ເກີດຂຶ້ນ ແຕ່ລະວັນ.
\v 2 ໃຫ້ ຄົນອື່ນ ຍ້ອງ ເຈົ້າ ແລະ ຢ່າ ສູ່ ຍ້ອງ ຕົນ ເອງ ຈັກ ເທື່ອ ຄົນ ແປກໜ້າ ຍ້ອງ ເຈົ້າ ກໍ ດີ ກວ່າ ເຈົ້າ ຍ້ອງ ເຈົ້າ ເອງ.
\s5
\v 3 ຄວາມ ເດືອດຮ້ອນ ທີ່ ຄົນ ໂງ່ຈ້າ ກໍ່ຂຶ້ນ ແມ່ນ ໜັກ ກວ່າ ຫິນ ແລະ ດິນ ຊາຍ.
\v 4 ຄວາມ ໂກດຮ້າຍ ຄື ການ ຫ້ຽມໂຫດ ແລະ ການ ທາໍ ລາຍ, ແຕ່ ຄວາມ ອິດ ສາ ບໍ່ ມີ ຫຍັງ ປຽບປານ ເທົ່າ.
\s5
\v 5 ດັດ ແປງ ກໍ່ ສ້າງ ກັນ ຢ່າງ ເປີດ ເຜີຍ ກໍ ດີ ກວ່າ ມີ ຄວາມຮັກ ແຕ່ ບໍ່ ສະແດງ ອອກ.
\v 6 ໝູ່ ເພື່ອນ ແທ້ ເຮັດ ໃຫ້ ເຈັບ ຊໍາ້ ເພາະ ເຈດຕະນາ ດີ, ແຕ່ ຖ້າ ສັດ ຕູ ເອົາ ແຂນ ກ່າຍ ບ່າ ໃຫ້ ຄອຍ ລະວັງ ເອົາ ໄວ້.
\s5
\v 7 ເມື່ອ ກິນ ອີ່ມ ແລ້ວ ແມ່ນແຕ່ ນໍ້າເຜິ້ງ ກໍ ບໍ່ ຢາກ ກິນ, ແຕ່ ເມື່ອ ຫິວ ໂຫຍ ຂົມ ກໍ ວ່າ ຫວານ ໄດ້.
\v 8 ຄົນ ທີ່ ໜີ ໄປ ຈາກ ເຮືອນ ກໍ ເໝືອນ ດັ່ງ ນົກ ທີ່ ໜີ ໄປ ຈາກ ຮັງ.
\s5
\v 9 ເຄື່ອງ ສໍາອາງ ແລະ ນາໍ້ ຫອມ ໃຫ້ ຈິດ ໃຈ ສົດ ຊື່ນ, ແຕ່ ຄວາມ ລໍາບາກ ໃຫ້ ຈິດ ໃຈ ລະທົມ. (ຜ)
\v 10 ຢ່າ ລືມ ໄລ ໝູ່ຄູ່ ຫລື ໝູ່ ່ຄູ່ ຂອງ ພໍ່ເຈົ້າ. ເມື່ອ ຍາມ ເດືອດຮ້ອນ ຢ່າ ຫາ ອ້າຍ ເອື້ອຍ ນ້ອງ ຂອງ ເຈົ້າ ໃຫ້ ຊ່ວຍເຫລືອ ເພື່ອນບ້ານ ທີ່ ໃກ້ຄຽງ ຊ່ວຍເຫລືອ ເຈົ້າ ໄດ້ ດີ ກວ່າ ອ້າຍ ເອື້ອຍ ນ້ອງ ຜູ້ ທີ່ ຢູ່ ຫ່າງໄກ.
\s5
\v 11 ລູກ ເອີຍ ຈົ່ງ ເປັນ ຄົນ ມີ ປັນ ຍາ ແລ້ວ ພໍ່ ກໍ ມີ ຄວາມສຸກ ເມື່ອ ມີ ຜູ້ ຕິ ຕຽນ ພໍ່ ກໍ ຈະ ຕອບ ເຂົາ ໄດ້.
\v 12 ຄົນ ທີ່ ຢັ່ງ ຮູ້ ຍ່ອມ ເຫັນ ຄວາມ ເດືອດຮ້ອນ ຈະ ມາ ເຖິງ ຈຶ່ງ ຮູ້ ຈັກ ຊ່ອນຊົ້ນ ຕົນ ຫລົບ ຫລີກ ໄປ ໄດ້, ແຕ່ ຄົນ ບໍ່ຄິດ ຈະ ຍ່າງ ກົງ ເຂົ້າໄປ ແລະ ເສຍໃຈ ຕໍ່ມາ ພາຍຫລັງ.
\s5
\v 13 ຜູ້ ທີ່ ຍອມຮັບ ໃຊ້ ໜີ້ ໃຫ້ ຄົນ ແປກໜ້າ (ຝ) ກໍ ສໍ່າກັບ ວ່າ ເອົາ ຊັບ ຂອງຕົນ ໄປ ປະກັນ.
\v 14 ຖ້າ ເຈົ້າ ປຸກ ເພື່ອນບ້ານ ດ້ວຍ ສຽງດັງ ແຕ່ ເຊົ້າ ກໍ ສໍ່າກັບ ປຸກ ລາວ ຂຶ້ນ ມາ ດ່າ.
\s5
\v 15 ເມຍ ຈູ້ຈີ້ ກໍ ເໝືອນ ນໍ້າ ຢອດ ຍ້ອຍລົງ ດັ່ງ ສາຍຝົນ.
\v 16 ບອກ ໃຫ້ ນາງ ຢຸດ ກໍ ສໍ່າກັບ ຫ້າມ ລົມ ຫລື ໃຊ້ ມື ກາໍ ນໍ້າມັນ ມື່ນ. (ພ)
\s5
\v 17 ເຫລັກ ຝົນ ເຫລັກ ໃຫ້ ຄົມ ສັນໃດ ການ ຮຽນຮູ້ ຈາກ ຜູ້ ອື່ນ ກໍ ຝົນ ຕົນ ໃຫ້ ສຽບແຫລມ ສັນນັ້ນ.
\v 18 ຜູ້ ທີ່ ບົວລະບັດ ຕົ້ນ ໝາກເດື່ອ ເທດ ກໍ ຈະ ໄດ້ ກິນ ໝາກ ຂອງ ມັນ. ຄົນ ຮັບ ໃຊ້ ທີ່ ບົວລະບັດ ນາຍ ຂອງຕົນ ກໍ ຈະ ໄດ້ ຮັບ ກຽດ.
\s5
\v 19 ເຈົ້າ ເຫັນ ໜ້າ ຕົນ ເອງ ໃນ ນາໍ້ ໄດ້ ສັນໃດ ເຈົ້າ ກໍ ເຫັນ ຈິດໃຈ ເຈົ້າ ເອງ ໄດ້ ສັນນັ້ນ.
\v 20 ນະຣົກ ແລະ ແດນ ຄົນ ຕາຍ ບໍ່ ໍຈັກ ອີ່ມ ສັນໃດ ຕັນຫາ ຂອງ ຄົນ ກໍ ບໍ່ ມີ ທີ່ ສິ້ນສຸດ ເປັນ ສັນນັ້ນ.
\s5
\v 21 ໄຟ ໃຊ້ ເພື່ອ ລອງ ເບິ່ງ ຄໍາ ແລະ ເງິນ ສັນໃດ ຄໍາ ຍ້ອງຍໍ ຊົມເຊີຍ ມີ ໄວ້ ສໍາລັບ ພິສູດ ຄົນ ສັນນັ້ນ.
\v 22 ເຖິງ ແມ່ນ ເຈົ້າ ຕີ ຄົນ ໂງ່ຈ້າ ຈົນ ລາວ ເກືອບ ຕາຍ, ແຕ່ ເຈົ້າ ກໍ ຕີ ຄວາມ ໂງ່ງ່າວ ອອກ ຈາກ ລາວ ບໍ່ ໄດ້.
\s5
\v 23 ຈົ່ງ ເຝົ້າ ລະວັງ ຝູງແກະ ແລະ ຝູງງົວ ຂອງເຈົ້າ ໄວ້ ໃຫ້ ດີ
\v 24 ເພາະ ຊັບສົມບັດ ເປັນ ຂອ ງ ອະນິຈັງ ແມ່ນແຕ່ ບັນລັງ ກໍ ບໍ່ ແມ່ນ ສືບທອດ ໃຫ້ກັນ ຕະຫລອດໄປ ໄດ້.
\v 25 ຈົ່ງ ຕັດ ຫຍ້າ ທີ່ ທົ່ງ ແລະ ຕັດ ຫຍ້າ ແຫ້ງ ທີ່ ເນີນ ພູ ໃນ ຂະນະທີ່ ຫຍ້າ ອ່ອນ ພວມ ປົ່ງ ຂຶ້ນ.
\s5
\v 26 ລູກແກະ ຈະ ໃຫ້ ເສື້ອຜ້າ ແກ່ ເຈົ້າ ແລະ ແບ້ ກໍ ຈະ ເປັນ ຄ່າ ນາ.
\v 27 ເຈົ້າ ຈະ ມີ ນາໍ້ ນົມ ແບ້ ໄວ້ ເປັນ ອາຫານ ແກ່ ເຈົ້າ ຢ່າງ ພຽງພໍ ທັງ ເປັນ ອາຫານ ແກ່ ຄົວ ເຮືອນ ຂອງເຈົ້າ ແລະ ເພື່ອ ລ້ຽງຊີບ ສາວໃຊ້ ຂອງເຈົ້າ.
\s5
\c 28
\p
\v 1 ຄົນ ຊົ່ວ ຮ້າຍ ແລ່ນ ໜີໄປ ໂດຍ ບໍ່ ມີ ໃຜ ໄລ່ ຕາມ, ແຕ່ ຄົນ ສັດ ຊື່ ກ້າ ຫານ ດັ່ງ ສິງ ໂຕໜຶ່ງ.
\v 2 ເມື່ອ ປະເທດ ຊາດ ເຮັດ ບາບ ກໍ ຈະ ມີ ຜູ້ປົກຄອງ ຄົນ ໃໝ່ ແລ້ວ ຄົນ ໃໝ່ ອີກ ຕໍ່ໄປ. ແຕ່ ປະເທດ ຊາດ ຈະ ເຂັ້ມ ແຂງ ແລະ ໝັ້ນ ຄົງ ເມື່ອ ມີ ຜູ້ນາໍ ທີ່ ສະຫລາດ ແລະ ຢັ່ງ ຮູ້.
\s5
\v 3 ຄົນ ມີ ອໍານາດ ທີ່ ຂົ່ມ ເຫັງ ຄົນ ທຸກ ກໍ ສ່ຳກັບ ຜົນ ລະປູກ ທີ່ ຖືກ ຝົນ ທາໍ ລາຍ.
\v 4 ຜູ້ ທີ່ ບໍ່ ນັບ ຖື ກົດ ໝາຍ ກໍ ກາຍເປັນ ຝ່າຍ ຂອງ ຄົນ ຊົ່ວ ຮ້າຍ, ແຕ່ ຜູ້ ທີ່ ນັບ ຖື ກົດ ໝາຍ ກໍ ກາຍເປັນ ຝ່າຍ ຕໍ່ຕ້ານ ເຂົາ ເຈົ້າ.
\s5
\v 5 ຄົນ ຊົ່ວ ຮ້າຍ ບໍ່ ຮູ້ ວ່າ ຄວາມ ຍຸດຕິທາໍ ເປັນ ຢ່າງໃດ, ແຕ່ ຜູ້ ທີ່ ເຂົ້າໃຈ ຄື ຜູ້ ທີ່ນະມັດສະການ ອົງ ພຣະ ຜູ້ ເປັນ ເຈົ້າ.
\v 6 ເປັນ ຄົນ ທຸກ ແລະ ສັດ ຊື່ ກໍ ດີ ກວ່າ ເປັນ ຄົນ ຮັ່ງ ມີ ແຕ່ ຄົດໂກງ.
\s5
\v 7 ຄົນ ໜຸ່ມ ທີ່ ນັບຖື ກົດ ໝາຍ ກໍ ກາຍ ເປັນ ຄົນສະຫລາດ, ເປັນ ໝູ່ ກັບ ຄົນ ຂີ້ໂລບ ກໍ ເຮັດ ໃຫ້ ພໍ່ ແມ່ ອັບອາຍ.
\v 8 ເປັນ ຄົນ ຮັ່ງ ມີ ຍ້ອນ ໂກງ ດອກເບ້ຍ ແລະ ເອົາ ປຽບ ຄົນ ອື່ນ ຊັບ ສົມບັດ ຂອງຕົນ ກໍ ຈະ ຖືກ ເອົາ ໄປ ໃຫ້ ຄົນ ໃຈ ບຸນ ທີ່ເຮັດ ດີ ຕໍ່ ຄົນ ທຸກ.
\s5
\v 9 ຜູ້ ໃດ ທີ່ ບໍ່ ປະຕິບັດ ຕາມ ກົດບັນຍັດ ພຣະເຈົ້າ ກໍ ຈະ ກຽດຊັງ ຄໍາພາວັນນາ ອະທິຖານ ຂອງ ຜູ້ນັ້ນ.
\v 10 ຜູ້ໃດ ທີ່ຫລອກ ລວງ ຄົນ ສັດ ຊື່ໃຫ້ ເຮັດ ຊົ່ວ ຄວາມຊົ່ວ ນັ້ນ ຈະ ນາໍ ສະໜອງ ຜູ້ນັ້ນ ເອງ. ຄົນ ບໍ່ ມີ ຄວາມຜິດ ຈະ ໄດ້ ຮັບ ບາໍ ເໜັດ ຢ່າງດີ ຍິ່ງ.
\s5
\v 11 ຄົນ ຮັ່ງ ມີ ມັກ ຄິດ ວ່າ ຕົນ ມີ ປັນ ຍາ, ແຕ່ ວ່າ ຄົນ ທຸກ ທີ່ ຮູ້ ແຈ້ງ ເຫັນ ຈິງ ກໍ ຮູ້ຈັກ ຫລາຍກວ່າ.
\v 12 ເມື່ອ ຄົນ ດີ ມີ ອໍານາດ ທຸກຄົນ ກໍ ປິຕິຍິນດີ, ແຕ່ ເມື່ອ ມີ ຄົນຊົ່ວ ປົກຄອງ ປະຊາຊົນ ຕ່າງ ກໍ ໜີ ໄປ ຫລົບລີ້.
\s5
\v 13 ຜູ້ ທີ່ ຊ້ອນເຊື່ອງ ບາບກາໍ ໄວ້ ຊີວິດ ຈະ ບໍ່ ຈະເລີນ ຮຸ່ງເຮືອງ. ຜູ້ ທີ່ສາລະພາບ ບາບກາໍ ຂອງຕົນ ພຣະເຈົ້າ ຈະ ເມດຕາ ຜູ້ນັ້ນ.
\v 14 ຜູ້ ທີ່ຢໍາເກງ ຢູ່ ສະເໝີ ຈະ ມີ ຄວາມສຸກ ຄົນດື້ດ້ານ ໃຈແຂງ ກໍ ຈະ ພິນາດ.
\s5
\v 15 ໂຕສິງ ຮ້ອງ ແຜດສຽງ ໝີຕຽມ ກະໂດດ ຄຸບ ສັນໃດ ຜູ້ປົກຄອງ ຊົ່ວ ກໍ ພ້ອມ ທີ່ ຈະ ຂົ່ມ ເຫງັ ຄົນ ທຸກ ສັນນັ້ນ.
\v 16 ຜູ້ປົກຄອງ ທີ່ບໍ່ມີ ສາມັນສໍານຶກ ກໍ ມັກ ກົດ ຂີ່ ປະຊາຊົນ ຜູ້ ກຽດຊັງ ການ ສໍ້ໂກງ ກໍ ປົກຄອງ ດົນນານ ໄດ້.
\s5
\v 17 ຜູ້ ມີ ໂທດ ຖານ ຂ້າ ຄົນ ກໍ ກາໍ ລັງ ແລ່ນ ໄປ ສູ່ ຂຸມຝັງ ສົບ ຢ່າ ພະຍາຍາມ ຢັບ ຢັ້ງ ລາວ ໄວ້.
\v 18 ຜູ້ ທີ່ ໃຊ້ ຊີວິດ ໃນ ທາງ ສັດ ຊື່ ກໍ ຈະ ປອດໄພ ຜູ້ ທີ່ ບໍ່ ສັດ ຊື່ ກໍຈະ ລົ້ມ ລົງ ທັນ ທີ.
\s5
\v 19 ພໍ່ ນາ ທີ່ ດີ ໝັ່ນ ມີຢູ່ ມີກິນ ພຽງພໍ ຄົນ ທີ່ ນັ່ງ ເສຍ ເວລາ ຈະ ທຸກຈົນ ຢູ່ ເລື້ອຍ.
\v 20 ຄົນ ສັດ ຊື່ ໃຊ້ ຊີວິດ ເຕັມ ດ້ວຍ ຄວາມສຸກ, ແຕ່ ຄົນ ທີ່ ຢາກ ຮັ່ງ ມີ ໄວ ກໍ ຈະ ໜີໄປ ບໍ່ ພົ້ນໂທດ.
\s5
\v 21 ຄວາມ ລໍາອຽງ ເປັນ ຄວາມຜິດ, ແຕ່ ຜູ້ຕັດ ສິນ ບາງຄົນ ກໍ ເຮັດ ຜິດ ຍ້ອນ ຮັບ ສິນ ບົນ ພຽງ ເລັກ ນ້ອຍ.
\v 22 ຄົນ ເຫັນ ແກ່ ຕົວ ຟ້າວຟັ່ງ ຢາກ ຮັ່ງ ຢາກ ມີ ຄວາມ ຍາກຈົນ ຈະ ໂຈມຕີ ລາວ ເມື່ອ ໃດ ແມ່ນ ບໍ່ ຮູ້.
\s5
\v 23 ບອກສອນ ກັນ ຕາມ ຊື່ ກໍ ດີ ກວ່າ ປະຈົບ ປະແຈງ ເພາະ ຕໍ່ ມາ ລາວ ຈະ ຊົມເຊີຍ ເຈົ້າ.
\v 24 ຜູ້ ທີ່ ຄິດ ວ່າ, “ການ ລັກ ເອົາ ເຄື່ອງຂອງ ພໍ່ ແມ່ ນັ້ນ ບໍ່ ຜິດ ຫຍັງ” ລາວ ບໍ່ ມີ ຫຍັງ ດີ ລື່ນ ກວ່າ ຄົນ ຂີ້ລັກ.
\s5
\v 25 ຄົນ ເຫັນ ແກ່ ຕົວ ສ້າງ ແຕ່ ຄວາມ ເດືອດຮ້ອນ ຜູ້ ທີ່ ໄວ້ວາງໃຈ ໃນ ອົງ ພຣະ ຜູ້ ເປັນ ເຈົ້າ ຈະ ຈະເລີນ ຮຸ່ງເຮືອງ.
\v 26 ເຮັດ ຕາມໃຈ ບັນຊາ ພາ ໃຫ້ ໂງ່ຈ້າ ເຮັດ ຕາມ ຄໍາ ຂອງ ຄົນ ມີ ປັນ ຍາ ຈຶ່ງ ຈະ ປອດໄພ.
\s5
\v 27 ຜູ້ ທີ່ ໃຫ້ທານ ແກ່ ຄົນ ທຸກ ຈະ ບໍ່ ຂັດ ສົນ ເລີຍ ຜູ້ ທີ່ ເມີນ ເສີຍ ຕໍ່ ເຂົາ ຈະ ມີ ຫລາຍ ຄົນ ສາບແຊ່ງ.
\v 28 ເມື່ອ ຄົນ ບໍ່ ດີ ຄອງ ອໍານາດ ປະຊາຊົນ ກໍ ຫລົບ ລີ້ ຊ້ອນຕົວ, ແຕ່ ເມື່ອ ລາວ ໝົດ ອໍານາດ ໄປ ຄົນ ຊອບທາໍ ຈະ ຂຶ້ນ ປົກ ຄອງ ແທນທີ່.
\s5
\c 29
\p
\v 1 ຄົນ ທີ່ ສືບຕໍ່ ດື້ດ້ານ ຕໍ່ ຄໍາ ບອກສອນ ກໍ ໍ ຈະ ຫລົ້ມ ຈົມ ຈົນ ເຫລືອແກ້ ໃນມື້ ໜຶ່ງ.
\v 2 ເມື່ອ ຄົນ ຊອບທາໍ ຄອງ ອໍານາດ ປະຊາຊົນ ກໍ ເປັນ ສຸກ ແຕ່ ເມື່ອ ຄົນ ອະທາໍ ຄອງ ອໍານາດ ປະຊາຊົນ ກໍ ເປັນທຸກ.
\s5
\v 3 ລູກ ທີ່ ເຫັນ ຄຸນຄ່າ ຂອງ ປັນຍາ ບິດາ ກໍ ພາກພູມ ໃຈນໍາ. ຄົນໂງ່ງ່າວ ເສຍ ເງິນ ຍ້ອນ ໃຊ້ ຈ່າຍ ກັບ ໂສເພນີ.
\v 4 ເມື່ອ ກະສັດ ເປັນ ຫ່ວງ ນາໍ ຄວາມ ຍຸດຕິທາໍ ປະເທດ ຊາດ ກໍ ເຂັ້ມ ແຂງ, ແຕ່ ເມື່ອ ເພິ່ນ ເປັນ ຫ່ວງ ນາໍ ແຕ່ ເງິນ ຄໍາ ເພິ່ນ ກໍ ຈະ ເຮັດ ໃຫ້ ປະເທດ ຊາດ ຫລົ້ມ ຈົມ ລົງ ໄດ້.
\s5
\v 5 ຄົນ ທີ່ ປະຈົບ ປະແຈງ ໝູ່ ຄູ່ ກໍ ຫ້າງແຮ້ວ ໃສ່ ຕົນເອງ. (ຟ)
\v 6 ຄົນ ຊົ່ວ ຮ້າຍ ຖືກ ແຮ້ວ ໃນ ບາບກາໍ ຂອງຕົນ ໃນ ຂະນະທີ່ຄົນ ສັດ ຊື່ ມີ ຄວາມສຸກ ແລະ ມີ ອິດສະລະພາບ.
\s5
\v 7 ຄົນ ດີ ຮູ້ຈັກ ສິດທິ ຂອງ ຄົນທຸກ, ແຕ່ ຄົນຊົ່ວ ບໍ່ ເຂົ້າໃຈ ໃນ ເລື່ອງ ນີ້ ເລີຍ.
\v 8 ຄົນ ທີ່ ບໍ່ ນັບ ຖື ຜູ້ອື່ນ ພາ ໃຫ້ ທັງ ເມືອງ ຫຍຸ້ງຍາກ ຄົນມີ ປັນຍາ ກໍ ໃຫ້ ທຸກສິ່ງ ສະຫງົບ ສຸກ ໄດ້.
\s5
\v 9 ເມື່ອ ຄົນ ມີ ປັນຍາ ຟ້ອງ ຄົນ ໂງ່ຈ້າ ຄົນ ໂງ່ຈ້າ ກໍ ມີ ແຕ່ ເວົ້າ ຈາ ດົ່ງ ດັງ ຫຍໍ້ຫຍັນ.
\v 10 ຄົນ ກະຫາຍ ເລືອດ ກຽດຊັງ ຄົນ ສັດ ຊື່, ແຕ່ ຄົນ ຊອບທາໍ ຈະ ຄຸ້ມ ຄອງ ມີ ຊີວິດ ຂອງ ລາວ ໄວ້.
\s5
\v 11 ຄົນ ໂງ່ຈ້າ ເປັ່ງ ຄວາມ ໂມໂຫ ອອກ ມາ, ແຕ່ ວ່າ ຄົນ ທີ່ ຢັ້ງ ຄິດ ກໍ ທົນ ທານ ແລະ ອົດທົນ ໄວ້ ໄດ້.
\v 12 ຖ້າ ຜູ້ປົກຄອງ ເອົາ ໃຈໃສ່ ຕໍ່ ຄໍາ ລາຍງານ ບໍ່ ຈິງ, ຂ້າຣາຊການ ຂອງເພິ່ນ ທັງໝົດ ຈະ ເປັນ ຄົນ ຂີ້ຕົວະ.
\s5
\v 13 ຄົນທຸກ ແລະ ຜູ້ ຂົ່ມເຫັງ ຄົນທຸກ ນັ້ນ ມີ ສິ່ງ ທີ່ ເໝືອນກັນ ຄື ອົງ ພຣະ ຜູ້ ເປັນ ເຈົ້າ ປະທານ ຄວາມ ສະຫວ່າງ ໃຫ້ ແກ່ ຕາ ຂອງ ເຂົາ ທັງ ສອງ.
\v 14 ຖ້າກະສັດ ປົກປ້ອງ ສິດ ທິ ຂອງ ຄົນ ທຸກ ເພິ່ນ ກໍ ຈະ ປົກ ຄອງ ໄດ້ ດົນນານ.
\s5
\v 15 ການ ແອບສອນ ແລະ ການວາງ ລະບຽບ ນັ້ນ ເປັນ ການດີ ສໍາລັບ ເດັກ ຖ້າ ລູກ ເຮັດ ຕາມໃຈ ຕົນ ເອງ ແມ່ ກໍ ຈະ ໄດ້ ຮັບ ຄວາມ ອັບອາຍ ຂາຍໜ້າ.
\v 16 ເມື່ອ ຄົນ ຊົ່ວ ຄອງ ອໍານາດ ອາດຊະຍາກາໍ ກໍ ທະວີຄູນ, ແຕ່ ຄົນ ຊອບທາໍ ຈະ ເຫັນ ລາວ ຫລົ້ມ ຈົມ ລົງ ໃນ ມື້ ໜຶ່ງ.
\s5
\v 17 ຈົ່ງ ຕີສອນ ລູກ ຂອງເຈົ້າ ແລະ ພວກເຂົາ ຈະ ໃຫ້ ເຈົ້າ ໄດ້ ເຊົາ ເມື່ອຍ ພວກເຂົາ ຈະ ໃຫ້ ຄວາມ ປິຕິຍິນດີ ແກ່ ໃຈ ຂອງເຈົ້າ.
\v 18 ຊົນຊາດ ໃດ ທີ່ ບໍ່ ມີ ນິມິດ ຊົນຊາດ ນັ້ນ ກໍ ຈະ ຈິບຫາຍ, ແຕ່ ຄວາມສຸກ ເປັນ ຂອງ ຄົນ ທີ່ ຖື ຮັກສາ ກົດບັນຍັດ ຂອງ ພຣະເຈົ້າ.
\s5
\v 19 ພຽງແຕ່ ໃຊ້ ຖ້ອຍຄໍາ ເທົ່ານັ້ນ ຈະ ສອນ ຄົນຮັບໃຊ້ ບໍ່ໄດ້ ເຖິງ ແມ່ນ ວ່າ ພວກເຂົາ ເຂົ້າໃຈ, ແຕ່ ພວກເຂົາ ກໍ ຈະ ບໍ່ ເຮັດ ຕາມ.
\v 20 ຄົນ ໂງ່ຈ້າ ກໍ ຍັງ ມີ ຄວາມຫວັງ ກວ່າ ຄົນ ທີ່ ເວົ້າ ບໍ່ ຄິດ.
\s5
\v 21 ຜູ້ ທີ່ ລ້ຽງດູ ຄົນ ຮັບ ໃຊ້ ຕາມໃຈ ພວກເຂົາ ຕັ້ງ ແຕ່ ພວກເຂົາ ຍັງ ເປັນ ເດັກນ້ອຍ ມາ, ມື້ໜຶ່ງ ລາວ ຈະ ເປັນ ເຈົ້າ ຂອງ ທຸກສິ່ງ ທີ່ ເຈົ້າ ມີ. (ຢ)
\v 22 ຄົນ ທີ່ ໂມໂຫ ງ່າຍ ກໍ່ ໃຫ້ ເກີດ ຜິດ ຖຽງກັນ ແລະ ນາໍ ຄວາມ ເດືອດຮ້ອນ ມາ ໃຫ້.
\s5
\v 23 ການ ອວດດີ ພາ ໃຫ້ ຕົນ ຕົກ ຕໍ່າ, ແຕ່ ການ ຖ່ອມຕົວ ນັ້ນ ເຮັດ ໃຫ້ ຄົນ ນັບ ຖື.
\v 24 ຜູ້ ທີ່ສົມຮູ້ ຮ່ວມຄິດ ກັບ ຄົນ ຂີ້ລັກ ກໍ ເປັນ ສັດຕູ ຕໍ່ ຕົນ ເອງ ລາວ ຈະ ຖືກ ບອກ ໃຫ້ ສາບານ, ແຕ່ ບໍ່ ກ້າ ເປີດ ເຜີຍ ຄວາມຈິງ ໄດ້.
\s5
\v 25 ຜູ້ ທີ່ ກັງ ວົນ ນາໍ ຄົນ ເວົ້າ ໃຫ້ ກໍ ເປັນ ອັນຕະລາຍ, ແຕ່ ຜູ້ ທີ່ ໄວ້ວາງໃຈ ໃນ ອົງ ພຣະ ຜູ້ ເປັນ ເຈົ້າ ກໍ ມີ ຄວາມ ປອດໄພ.
\v 26 ທຸກຄົນ ຍ່ອມ ຕ້ອງການ ຄົນ ດີ ມາ ປົກ ຄອງ, ແຕ່ ຄວາມ ຍຸດຕິທາໍ ໄດ້ ມາ ທາງ ອົງ ພຣະ ຜູ້ ເປັນ ເຈົ້າ ເທົ່າ ນັ້ນ.
\s5
\v 27 ຄົນຊອບທາໍ ກຽດຊັງ ຄົນຊົ່ວ ແລະ ຄົນ ຊົ່ວ ກໍ ກຽດຊັງ ຄົນຊອບທໍາ.
\s5
\c 30
\p
\v 1 ຕໍ່ໄປນີ້ ແມ່ນ ຖ້ອຍຄໍາ ຂອງ ອາກູ ລູກຊາຍ ຂອງ ຢາເກ: “ຂ້າແດ່ ພຣະເຈົ້າ ຂ້ານ້ອຍ ອິດເມື່ອຍອ່ອນແຮງ ຂ້າແດ່ພຣະເຈົ້າ ຂ້ານ້ອຍ ອິດເມື່ອຍ ອ່ອນແຮງ. (ຣ)
\v 2 ຂ້າ ນ້ອຍ ເປັນ ເໝືອນ ສັດ ໂຕໜຶ່ງ ແທນ ທີ່ ຈະ ເປັນ ຄົນ ຂ້ານ້ອຍ ຂາດ ຄວາມ ຮູ້ສຶກ ສົມ ກັບ ທີ່ ຄົນ ຄວນ ມີ ນັ້ນ.
\v 3 ຂ້ານ້ອຍ ບໍ່ ເຄີຍ ຮຽນຮູ້ ເຖິງ ເລື່ອງ ຂອງ ປັນຍາ ແລະ ບໍ່ ຮູ້ ຫຍັງ ເລີຍ ກ່ຽວກັບ ເລື່ອງ ຂອງ ຜູ້ບໍຣິສຸດ.
\s5
\v 4 ຜູ້ໃດ ທີ່ ມີ ຄວາມ ຮອບຮູ້ ກ່ຽວກັບ ສະຫວັນ ຊັ້ນຟ້າ ແດ່ ເດ? ຜູ້ໃດ ແດ່ ທີ່ ເຄີຍ ໃຊ້ ມື ຂອງຕົນ ຈັບ ລົມ? ຫລື ເອົາ ຜ້າ ມາ ຫໍ່ ນາໍ້ ເໝືອນ ດັ່ງ ຫໍ່ ສິ່ງ ຂອງ ໄດ້? ຫລື ໝາຍ ເຂດແດນ ທີ່ ເທິງ ແຜ່ນດິນ ໂລກ ເຮົາ? ເພິ່ນ ຄື ໃຜ? ເຈົ້າ ຮູ້ ບໍ ໃຜ ເປັນ ລູກ ຂອງ ເພິ່ນ?
\s5
\v 5 ທຸກ ຖ້ອຍຄໍາ ຂອງ ພຣະເຈົ້າ ເປັນ ທີ່ ໄວ້ໃຈ ໄດ້ ສະເໝີ ພຣະອົງ ເປັນ ຄື ໂລ້ ຕ້ານທານ ສໍາລັບ ຜູ້ ທີ່ ຊອກຫາ ໃຫ້ ພຣະອົງ ປົກ ປ້ອງ.
\v 6 ຢ່າ ຕື່ມ ຫຍັງ ໃສ່ ຖ້ອຍຄໍາ ຂອງ ພຣະອົງ ຖ້າບໍ່ດັ່ງນັ້ນ ພຣະອົງ ຈະ ຕໍາໜິ ແລະ ຢືນຢັນ ວ່າ ເຈົ້າ ເປັນ ຄົນ ຂີ້ຕົວະ.”
\s5
\v 7 ຂໍ ພຣະອົງ ຊ່ວຍ ໃຫ້ ຂ້ານ້ອຍ ມີ ສອງ ຢ່າງ ກ່ອນ ທີ່ ຂ້ານ້ອຍ ຕາຍໄປ ຄື:
\v 8 ຂໍ ຢ່າ ໃຫ້ ຂ້ານ້ອຍ ເປັນ ຄົນ ຂີ້ຕົວະ ແລະ ຂໍ ຢ່າ ໃຫ້ ຂ້ານ້ອຍ ເປັນ ຄົນ ຮັ່ງ ມີ ຫລື ເປັນ ຄົນ ທຸກ. ສະນັ້ນ ໂຜດ ໃຫ້ ຂ້ານ້ອຍ ມີ ອາຫານ ຕາມ ຄວາມ ເໝາະສົມ.
\v 9 ຖ້າຂ້າ ນ້ອຍ ມີຫລາຍ ເກີນ ໄປ ຂ້ານ້ອຍ ອາດ ເວົ້າ ວ່າ ຂ້ານ້ອຍ ບໍ່ ຕ້ອງການ ພຣະອົງ ກໍໄດ້, ແຕ່ ຖ້າ ຂ້ານ້ອຍ ທຸກໂພດ ຂ້ານ້ອຍ ອາດ ເປັນ ຄົນ ຂີ້ລັກ ແລະ ກະບົດ ຊຶ່ງ ຈະ ນາໍ ຄວາມ ເສຍຫາຍ ມາ ສູ່ ພຣະນາມ ພຣະເຈົ້າ ຂອງ ຂ້ານ້ອຍ.
\s5
\v 10 ຢ່າ ຕິຕຽນ ຄົນ ຮັບໃຊ້ ຕໍ່ໜ້ານາຍ ຂອງ ລາວ ຈັກ ເທື່ອ ເຈົ້າ ຈະ ຖືກ ດ່າ ແລະ ເຈັບຊໍ້າ ໃຈ ຍ້ອນ.
\s5
\v 11 ຜູ້ ທີ່ ດ່າ ພໍ່ ແລະ ບໍ່ ຊົມເຊີຍ ແມ່ ຂອງຕົນ ຄົນ ຢ່າງນີ້ ກໍ ມີ.
\v 12 ຜູ້ ທີ່ ຄິດ ວ່າ ຕົນ ສະອາດ ບໍຣິສຸດ ໃນ ເມື່ອ ຕົນ ເປິເປື້ອນ ທີ່ ສຸດ ຄົນ ຢ່າງນີ້ ກໍມີ.
\s5
\v 13 ຜູ້ ທີ່ ຄິດ ວ່າ ຕົນ ເປັນ ຄົນ ດີເລີດ ດີເລີດສໍ່າໃດ ກັນເດ ຄົນຢ່າງນີ້ ກໍມີ.
\v 14 ຜູ້ ທີ່ ເອົາ ປຽບ ຢ່າງ ໂຫດຫ້ຽມ ຕໍ່ ຄົນ ທຸກ ແລະ ຄົນ ຂັດ ສົນ ນັ້ນ ຄື ວິທີ ໃຊ້ ຊີວິດ ຂອງ ເຂົາ ຄົນ ຢ່າງນິ້ ກໍມີ.
\s5
\v 15 ຄົນ ທີ່ ຂູດເນື້ອ ເຖືອ ໜັງ ມີ ລູກສາວ ຢູ່ ສອງ ຄົນ ແລະ ທັງ ສອງ ຊື່ ວ່າ, “ເອົາ ມາ! ເອົາ ມາ! ” ມີ ຢູ່ ສີ່ ຢ່າງ ທີ່ ບໍ່ ຮູ້ ອີ່ມ ເປັນ ຈັກ ເທື່ອ ຄື:
\v 16 ແດນ ມໍຣະນາ ຍິງ ທີ່ ບໍ່ ມີ ລູກ ດິນ ແຫ້ງ ແລ້ງ ທີ່ ຕ້ອງການ ຝົນ ແລະ ໄຟ ທີ່ ລຸກ ໄໝ້ ມອດ ບໍ່ ໄດ້.
\v 17 ຜູ້ ທີ່ ເຍາະເຍີ້ຍ ພໍ່ ຫລື ຊັງ ແມ່ ຂອງຕົນ ທີ່ ເຖົ້າ ແກ່ ແລ້ວ (ລ) ຈະ ຖືກ ຝູງ ແຮ້ງ ຫລື ຝູງ ກາ ເຈາະ ແກ່ນຕາ ແລະ ກັດກິນ.
\s5
\v 18 ມີ ຢູ່ ສີ່ ຢ່າງ ທີ່ ຂ້ອຍ ບໍ່ ເຂົ້າໃຈ ແລະ ອັດສະຈັນ ໃຈ ທີ່ສຸດ ຄື:
\v 19 ນົກ ອິນ ຊີ ທີ່ ບິນ ໄປມາ ໃນ ທ້ອງຟ້າ ງູ ທີ່ ເລືອ ໄປມາ ເທິງ ໂງ່ນຫິນ ເຮືອ ທີ່ ແລ່ນ ໄປມາ ໃນ ທະເລ ແລະ ຊາຍ ຍິງ ທີ່ ຮັກ ກັນ.
\s5
\v 20 ຍິງ ທີ່ ບໍ່ ສັດຊື່ ກໍ ປະພຶດ ດັ່ງນີ້: ນາງ ຫລິ້ນຊູ້ ເໝືອນກັບ ກິນແລ້ວ ເຊັດ ປາກ ແລະ ບອກ ວ່າ, “ຂ້ອຍ ບໍ່ ໄດ້ ເຮັດ ຜິດຫຍັງ.”
\s5
\v 21 ມີ ຢູ່ ສີ່ຢ່າງ ທີ່ ໂລກ ຜ່ອນສັ້ນ ຜ່ອນຍາວ ໃຫ້ ບໍ່ ໄດ້ ດັ່ງ ນີ້:
\v 22 ທາດຮັບ ໃຊ້ ກາຍເປັນ ກະສັດ ຄົນ ໂງ່ຈ້າ ທີ່ ມີ ຢູ່ ມີກິນ ຕາມໃຈ ມັກ
\v 23 ຜູ້ຍິງ ເປັນ ຕາຊັງ ກໍ ຍັງ ໄດ້ ຜົວ ແລະ ສາວໃຊ້ ຂຶ້ນ ແທນ ນາຍຍິງ ຂອງຕົນ.
\s5
\v 24 ຢູ່ ໃນ ໂລກນີ້ ມີ ສັດ ສີ່ ຈາໍພວກ ທີ່ເປັນ ສັດ ນ້ອຍໆ ແລະ ສະຫລາດ ຫລັກ ແຫລມ ທີ່ ສຸດ ຄື:
\v 25 ມົດ ມັນອ່ອນແອ, ແຕ່ ມັນຮິບ ໂຮມ ເອົາ ອາຫານ ໄວ້ ໃນ ຍາມຮ້ອນ.
\v 26 ຕຸ່ນ ມັນບໍ່ແຂງແຮງ ຄືກັນ, ແຕ່ ມັນເຮັດ ທີ່ ຢູ່ ຂອງມັນ ໃສ່ເທິງ ໂງ່ນຫິນ.
\s5
\v 27 ຕັກ ແຕນ ມັນ ບໍ່ ມີ ກະສັດ, ແຕ່ ມັນ ເຄື່ອນຍ້າຍ ໄປມາ ຢ່າງ ເປັນ ລະບຽບ.
\v 28 ຂີ້ກ້ຽມ ເຈົ້າຈັບໂຕໜຶ່ງ ໄວ້ ໄດ້, ແຕ່ ເຈົ້າກໍ ເຫັນ ມັນ ຫລາຍໂຕ ຢູ່ ໃນ ຣາຊວັງ.
\s5
\v 29 ມີ ສິ່ງ ທີ່ ມີ ຊີວິດ ຢູ່ ສີ່ ປະເພດ ຊຶ່ງ ເປັນ ໜ້າຈັບ ໃຈ ເມື່ອ ມັນ ຍ່າງຍ້າຍ ໄປມາ ຄື:
\v 30 ສິງ ເປັນ ສັດ ທີ່ ແຂງແຮງ ກວ່າໝູ່ ແລະ ບໍ່ ຢ້ານ ຫຍັງ ເລີຍ,
\v 31 ແບ້, ໄກ່ ໂອກ ທີ່ ເປັນ ເຈົ້າທ່າ ເຈົ້າທາງ ແລະ ບັນ ດາ ກະສັດ ທີ່ ນາໍ ໜ້າ ປະຊາຊົນ ຂອງຕົນ. (ວ)
\s5
\v 32 ຖ້າ ເຈົ້າ ເປັນ ຄົນ ອວດດີ ແລະ ວາງແຜນ ຊົ່ວ ຈົ່ງ ຢຸດ ຄິດ ສາກ່ອນ.
\v 33 ຖ້າ ເຈົ້າ ບີບ ນາໍ້ ນົມ ເຈົ້າ ຈະ ໄດ້ ເນີຍ ກິນ ຖ້າ ເຈົ້າ ຊັດ ດັງ ຄົນ ອື່ນ ເລືອດ ດັງ ກໍ ຈະ ອອກ ຖ້າເຈົ້າ ຊວນ ໃຫ້ ໂມໂຫ ເຈົ້າ ຈະ ໄດ້ ຮັບ ຄວາມ ເດືອດຮ້ອນ.
\s5
\c 31
\p
\v 1 ຕໍ່ໄປນີ້ ແມ່ນ ຄໍາ ບອກສອນ ຂອງ ເລມູເອນ ກະສັດ ແຫ່ງ ມັດສາ ທີ່ ໄດ້ ຮັບ ຈາກ ແມ່ ຂອງຕົນ:
\v 2 “ເຈົ້າ ເປັນ ລູກ ທີ່ ຮັກ ຂອງ ແມ່ ເປັນ ຄໍາຕອບ ໃນ ຄໍາພາວັນ ນາ ອະທິຖານ ຂອງ ແມ່ ຈະ ໃຫ້ ແມ່ ບອກ ເຈົ້າ ຢ່າງໃດ?
\v 3 ຢ່າ ທຸ້ມເທ ເຫື່ອ ແຮງ ຂອງເຈົ້າ ໃນ ເລື່ອງ ເພດ ແລະ ໃຊ້ ເງິນ ທັງ ໝົດ ກັບ ຜູ້ຍິງ ເພາະ ພວກ ນາງ ໄດ້ ເປັນ ຜູ້ ທີ່ ທາໍ ລາຍ ກະສັດ ຫລາຍ ຄົນ.
\s5
\v 4 ເລມູເອນ ເອີຍ ຈົ່ງ ຟັງ ເທີ້ນ ກະສັດ ບາງຄົນ ນັ້ນ ບໍ່ ຄວນ ດື່ມ ເຫລົ້າ ອະງຸ່ນ ຫລື ຕິດ ເຫລົ້າ ເລີຍ.
\v 5 ເມື່ອ ບັນ ດາ ກະສັດ ດື່ມ ເຫລົ້າ ລົງ ໄປ ແລ້ວ ພວກເພິ່ນ ກໍ ລືມ ກົດ ໝາຍ ຕ່າງໆ ແລະ ບໍ່ ຍອມ ຮັບ ຮູ້ ສິດ ທິ ຂອງ ຄົນ ຂັດສົນ.
\s5
\v 6 ເຫລົ້າ ເປັນ ຂອງ ຜູ້ ທີ່ ກາໍ ລັງ ຈະ ຕາຍ ເປັນ ຂອງ ພວກ ທີ່ ມີ ຄວາມທຸກໃຈ.
\v 7 ປ່ອຍ ໃຫ້ ພວກເຂົາ ດື່ມ ລືມ ຄວາມ ຂັດ ສົນ ແລະ ຄວາມທຸກໃຈ ຂອງ ພວກເຂົາ ສາ ເຖີດ.
\s5
\v 8 ຈົ່ງ ເວົ້າ ແທນ ພວກ ທີ່ ເວົ້າ ແທນ ຕົນ ເອງ ບໍ່ ໄດ້ ຈົ່ງ ຄຸ້ມ ຄອງ ສິດ ທິ ຂອງ ພວກ ທີ່ ບໍ່ ມີ ທີ່ ເພິ່ງ.
\v 9 ຈົ່ງ ເວົ້າ ແທນ ພວກເຂົາ ແລະ ເປັນ ຜູ້ຕັດ ສິນ ຢ່າງ ຊອບທາໍ ຈົ່ງ ຄຸ້ມ ຄອງ ສິດທິ ຂອງ ຄົນ ທຸກຈົນ ແລະ ຄົນ ຂັດ ສົນ.”
\s5
\v 10 ເມຍ ທີ່ ດີ ນັ້ນ ຍ່ອມ ປະເສີດ ກວ່າ ເພັດນິນ ຈິນດາ, ແຕ່ ຍາກ ເຫລືອ ຫລາຍ ທີ່ ຈະ ໄດ້ ຍິງ ເຊັ່ນ ນີ້
\v 11 ຜົວ ທີ່ ມີ ເມຍ ດີ ນັ້ນ ໄວ້ໃຈ ນາງ ໄດ້ ທຸກຢ່າງ ລາວ ຈະ ບໍ່ ທຸກ ລໍາບາກ ຍ້ອນ ນາງ ຈັກ ເທື່ອ ເລີຍ.
\v 12 ຕາບໃດ ທີ່ ມີ ຊີວິດ ຢູ່ ນັ້ນ ນາງ ເຮັດ ແຕ່ ສິ່ງ ທີ່ ດີ ຕໍ່ ຜົວ ຄື ບໍ່ ເຮັດ ໃຫ້ ຜົວ ເສຍຫາຍ ຍ້ອນ.
\s5
\v 13 ນາງ ຊອກຫາ ຂົນແກະ, ຜ້າເນື້ອລະອຽດ ແລະ ເຮັດ ວຽກ ຢູ່ ບໍ່ ຂາດມື.
\v 14 ນາງ ປຽບເໝືອນ ເຮືອ ກາໍ ປັ່ນ ຂອງ ພໍ່ ຄ້າ ທີ່ ນາໍ ອາຫານ ມາ ຈາກ ແດນໄກ.
\v 15 ນາງ ນອນເດິກ ແລະ ຕື່ນ ເຊົ້າ ຈັດ ຕຽມ ອາຫານ ໃຫ້ ຄອບຄົວ ແລະ ທັງ ບອກ ວຽກ ໃຫ້ ສາວໃຊ້ ນາໍ ໄປ ປະຕິບັດ.
\s5
\v 16 ນາງ ຊອກ ທີ່ ດິນ ເຮັດ ສວນ ໝາກໄມ້ ດ້ວຍ ເງິນ ທີ່ ນາງ ຫາມາ ໄດ້ ເອງ.
\v 17 ນາງ ເປັນ ຍິງ ທີ່ ດຸໝັ່ນ ແຂງແຮງ ແລະ ຂະຫຍັນ ໝັ່ນ ພຽນ ດີ.
\s5
\v 18 ນາງ ຮູ້ຈັກ ຄຸນຄ່າ ໃນ ສິ່ງ ທີ່ ຕົນ ເຮັດ ທຸກຢ່າງ ແລະ ເຮັດ ວຽກ ຈົນ ເດິກ ດື່ນ.
\v 19 ນາງ ເຂັນ ຝ້າຍ ແລະ ຕໍ່າ ຜ້າ ຂອງ ນາງເອງ.
\s5
\v 20 ນາງ ມີ ໃຈ ກວ້າງຂວາງ ຕໍ່ ຄົນ ທຸກຈົນ ແລະ ຄົນ ຂັດສົນ.
\v 21 ເມື່ອ ຍາມ ໜາວ ມາຮອດ ນາງ ບໍ່ ໄດ້ ກັງ ວົນ ເພາະວ່າ ລູກ ຜົວ ຂອງຕົນ ມີ ເຄື່ອງນຸ່ງ ອັນ ອົບ ອຸ່ນ ແລ້ວ.
\s5
\v 22 ນາງ ຕໍ່າ ຜ້າ ຫົ່ມ ໄວ້ ແລະ ນຸ່ງ ຜ້າໄໝ ສີມ່ວງ ເນື້ອລະອຽດ ອ່ອນ ດີ.
\v 23 ຜົວ ຂອງ ນາງ ເປັນ ຜູ້ ທີ່ ມີ ຊື່ ສຽງ ແລະ ເປັນ ຜູ້ໜຶ່ງ ໃນ ບັນດາ ຜູ້ນາໍ ຂອງ ປະຊາຊົນ.
\s5
\v 24 ນາງ ເຮັດ ເຄື່ອງນຸ່ງ ພ້ອມ ທັງ ສາຍແອວ ແລະ ຂາຍ ໃຫ້ ພວກ ພໍ່ ຄ້າ.
\v 25 ນາງ ເປັນ ຍິງ ທີ່ ແຂງແຮງ ແລະ ໜ້າ ເຄົາ ຣົບ ນັບ ຖື ແລະ ບໍ່ ຢ້ານກົວ ຕໍ່ ອະນາຄົດ.
\s5
\v 26 ນາງເວົ້າຈາ ດ້ວຍປັນຍາອັນສຸພາບ ອ່ອນຫວານ.
\v 27 ນາງ ຫຍຸ້ງ ຢູ່ ກັບ ວຽກ ສະເໝີ ແລະ ເອົາ ໃຈໃສ່ ໃນ ຄວາມ ຕ້ອງການ ຂອງ ຄອບຄົວ.
\s5
\v 28 ພວກ ລູກໆ ຕ່າງ ກໍ ພໍ ໃຈ ໃນ ຕົວ ນາງ ແລະ ຜູ້ ເປັນ ຜົວ ກໍ ຍ້ອງຍໍ ຊົມ ເຊີຍ ນາງ ດ້ວຍ.
\v 29 ລາວ ເວົ້າ ວ່າ, “ຍິງ ທີ່ເປັນ ເມຍ ດີ ນັ້ນ ມີ ຢູ່ ຫລາຍ ຄົນ, ແຕ່ ເຈົ້າ ເປັນ ເມຍ ທີ່ ດີ ກວ່າ ຍິງ ອື່ນ ໆ.”
\s5
\v 30 ສະເໜ່ ເປັນ ສິ່ງ ທີ່ ຫລອກລວງ ແລະ ຄວາມງາມ ກໍ ສູນເສຍ ໄປ ໄດ້, ແຕ່ ຍິງ ທີ່ ຢໍາເກງ ອົງພຣະຜູ້ເປັນເຈົ້າ ສົມຄວນ ໄດ້ ຮັບ ຄໍາ ຊົມເຊີຍ.
\v 31 ສິ່ງ ທັງ ໝົດ ທີ່ ນາງ ໄດ້ ເຮັດ ນັ້ນ ກໍ ເປັນ ທີ່ ໄວ້ວາງໃຈ ນາງ ສົມຄວນໄດ້ ຮັບ ຄວາມນັບ ຖື ຈາກ ທຸກ ໆ ຄົນ.