lo_bible/19-PSA.usfm

5026 lines
753 KiB
Plaintext
Raw Permalink Blame History

This file contains ambiguous Unicode characters

This file contains Unicode characters that might be confused with other characters. If you think that this is intentional, you can safely ignore this warning. Use the Escape button to reveal them.

\id PSA
\ide UTF-8
\h ພ​ຣະ​ຄຳ​ເພງ​ສັນ​ລະ​ເສີນ
\toc1 ພ​ຣະ​ຄຳ​ເພງ​ສັນ​ລະ​ເສີນ
\toc2 ພ​ຣະ​ຄຳ​ເພງ​ສັນ​ລະ​ເສີນ
\toc3 psa
\mt ພ​ຣະ​ຄຳ​ເພງ​ສັນ​ລະ​ເສີນ
\s5
\c 1
\p
\v 1 ຄວາມສຸກ ເປັນ ຂອງ ບຸກຄົນ ຜູ້ ທີ່ ບໍ່ ເຮັດ ຕາມ ຄໍາແນະນາໍ ຂອງ ຄົນ ຊົ່ວ ຮ້າຍ ຫລື ບໍ່ ປະພຶດ ຕາມ ແບບຢ່າງ ຂອງ ຄົນ ບາບ ຫລື ບໍ່ ຕິດ ພັນ ຢູ່ ກັບ ຄົນ ປະໝາດ ພຣະເຈົ້າ.
\v 2 ແຕ່ ພວກເຂົາ ພົບ ຄວາມ ຊົມ ຊື່ນ ຍິນດີ ຢູ່ ໃນ ພຣະຄໍາ ຂອງ ພຣະເຈົ້າ ແລະ ພາວັນ ນາ ເອົາ ທັງ ເວັນ ທັງ ຄືນ.
\s5
\v 3 ພວກເຂົາ ເປັນ ດັ່ງ ຕົ້ນໄມ້ ທີ ່ ໃຫຍ່ ຢູ່ ໃກ້ ລໍານໍ້າ ຊຶ່ງ ເກີດ ໝາກ ຕາມ ລະດູການ ແລະ ໃບ ກໍ ບໍ່ ຫ່ຽວແຫ້ງ ຈັກ ເທື່ອ. ທຸກສິ່ງ ທີ່ ພວກເຂົາ ກະທາໍ ກໍ ສໍາເລັດ ຜົນ.
\s5
\v 4 ແຕ່ ຄົນ ຊົ່ວ ຮ້າຍ ບໍ່ ເປັນ ດັ່ງ ນັ້ນ ເລີຍ ເປັນ ດັ່ງ ຂີ້ແກບ ທີ່ ລົມ ພັດ ປິວ ໄປ.
\v 5 ເຫດສະນັ້ນ ຄົນ ອະທາໍ ຈະ ບໍ່ ຢືນ ຢູ່ ໄດ້ ເມື່ອ ເຖິງ ວັນ ພຣະເຈົ້າ ພິພາກສາ ແລະ ຄົນ ບາບ ກໍ ຈະ ບໍ່ ຢູ່ ໃນ ທີ່ ຊຸມນຸມຊົນ ຂອງ ຄົນ ຊອບທາໍ.
\s5
\v 6 ເພາະວ່າ ອົງ ພຣະ ຜູ້ ເປັນ ເຈົ້າ ຊົງ ພິທັກ ຮັກ ສາ ຄົນ ຊອບທາໍ ແຕ່ ທາງ ຂອງ ຄົນ ອະທໍາ ຈະ ຈິບຫາຍໄປ.
\s5
\c 2
\p
\v 1 ເປັນ ຫຍັງ ບັນ ດາ ຊົນ ຊາດ ທັງ ປວງ ຈຶ່ງ ກໍ່ ແຜນການ ກະບົດ? ເປັນ ຫຍັງ ປະຊາຊົນ ຈຶ່ງ ວາງ ອຸບາຍ ອັນ ໄຮ້ ປະໂຫຍດ?
\v 2 ກະສັດ, ພວກ ຜູ້ປົກ ຄອງ ຂອງ ພວກເຂົາ ກໍ ລຸກ ຂຶ້ນ ຕໍ່ຕ້ານ ພວກເຂົາ ຮ່ວມໃຈ ກັນ ວາງ ອຸບາຍ ຕໍ່ສູ້ ອົງ ພຣະ ຜູ້ ເປັນ ເຈົ້າ ແລະ ຕໍ່ສູ້ ກະສັດ ທີ່ ພຣະອົງ ຫົດ ສົງໄວ້.
\v 3 ພວກເຂົາ ກ່າວ ວ່າ, “ຂໍ ໃຫ້ ພວກເຮົາ ໄດ້ ພົບ ອິດສະຫລະ ຈາກ ການປົກຄອງ ຂອງ ພວກເພິ່ນ ນັ້ນ. ຈົ່ງ ໃຫ້ ພວກເຮົາ ປົດ ການ ຄວບຄຸມ ຂອງ ພວກເພິ່ນ ນັ້ນ ອອກ ໜີໄປ.”
\s5
\v 4 ແຕ່ ພຣະເຈົ້າ ຜູ້ ປະທັບ ເທິງ ສະຫວັນ ໄດ້ ຫົວຂວັນ ແລະ ຫຍໍ້ຫຍັນ ແຜນການ ອັນ ບໍ່ ດີ ຂອງ ພວກເຂົາ.
\v 5 ແລ້ວ ພຣະອົງ ໄດ້ ເຕືອນ ພວກເຂົາ ດ້ວຍ ຄວາມ ໂກດຮ້າຍ ແລະ ເຮັດ ໃຫ້ ພວກເຂົາ ຕົກ ໃຈ ຢ້ານກົວ ຍ້ອນ ພຣະອົງ ໂມໂຫ.
\s5
\v 6 ພຣະອົງ ກ່າວ ວ່າ, “ເຮົາ ໄດ້ ແຕ່ງຕັ້ງ ກະສັດ ຂອງເຮົາ; ຢູ່ ເທງິ ພູເຂົາ ຊີໂອນ (ກ) ພູ ສັກ ສິດ ຂອງເຮົາ. ”
\v 7 ກະສັດ ກ່າວ ວ່າ, “ເຮົາ ຈະ ປ່າວ ປະກາດ ຕາມ ຄໍາ ທີ່ ອົງພຣະ ຜູ້ ເປັນເຈົ້າ ໄດ້ ບອກ ນັ້ນ ” ອົງພຣະ ຜູ້ ເປັນ ເຈົ້າ ໄດ້ ສັນ ຍາ ໄວ້ ວ່າ, “ເຈົ້າ ເປັນ ລູກຊາຍ ຂອງເຮົາ ເຮົາ ເປັນ ບິດາ ຂອງ ເຈົ້າ.”
\s5
\v 8 ຈົ່ງ ຂໍ ມາ ເຖີດ ເຮົາ ຈະ ໃຫ້ ຊົນ ຊາດ ທັງ ໝົດ; ແຜ່ນດິນ ໂລກທັງປວງເປັນ ກາໍມະສິດ ຂອງເຈົ້າ.
\v 9 ເຈົ້າ ຈະ ຂ້ຽນ ພວກເຂົາ ດ້ວຍ ໄມ້ແສ້ ເຫລັກ; ຈະ ທຸບ ພວກເຂົາ ດັ່ງ ທຸບ ໝໍ້ດິນ ແຕກ ເປັນ ປ່ຽງໆ.
\s5
\v 10 ບັດນີ້ ບັນ ດາ ກະສັດ ເອີຍ ຈົ່ງ ຟັງ ຄໍາ ຕັກ ເຕືອນ ນີ້; ພວກ ຜູ້ປົກ ຄອງ ໂລກ ເອີຍ ຈົ່ງ ຮຽນ ເອົາ ບົດຮຽນ ນີ້:
\v 11-12 ຈົ່ງ ຮັບໃຊ້ ອົງພຣະ ຜູ້ ເປັນເຈົ້າ ດ້ວຍ ຄວາມ ຢໍາເກງ; ຈົ່ງ ຂາບລົງ ຢ່າງ ສະທ້ານ ຢ້ານຢໍາ ຕໍ່ໜ້າ ພຣະເຈົ້າ; (ຂ) ຫລື ຈະ ໃຫ້ ຄວາມ ໂກດຮ້າຍ ຂອງ ພຣະອົງ ລຸກ ຂຶ້ນ ໄວ ພວກເຈົ້າ ກໍ ຈະ ຕາຍ ຢ່າງ ກະທັນ ຫັນໂລດ. ຄວາມສຸກ ເປັນ ຂອງ ທຸກຄົນ ທີ່ ໄດ້ ມາ ຂໍ ການ ປົກປ້ອງ ຄຸ້ມຄອງ ຈາກ ພຣະເຈົ້າ.
\s5
\c 3
\p
\v 1 ຂ້າ ແດ່ ອົງ ພຣະ ຜູ້ ເປັນ ເຈົ້າ ຂ້ານ້ອຍ ນີ້ ມີ ສັດຕູ ຫລາຍ ມີ ຫລາຍ ຄົນ ທີ່ ສຸດ ຫັນ ມາ ຕໍ່ສູ້ ຂ້ານ້ອຍ ຢູ່
\v 2 ສັດ ຕູ ເວົ້າ ເຖິງ ຂ້ານ້ອຍ ໂດຍ ກ່າວ ອອກ ມາ ວ່າ, “ພຣະເຈົ້າ ຈະ ບໍ່ຊ່ວຍຊູ ຄົນ ຢ່າງ ລາວ ດອກ.”
\s5
\v 3 ຂ້າແດ່ ອົງ ພຣະ ຜູ້ ເປັນ ເຈົ້າ ແຕ່ ພຣະອົງ ເປັນ ທີ່ ກາໍ ບັງ ຂອງ ຂ້ານ້ອຍ ພຣະອົງ ປົກ ປັກ ຮັກສາ ຂ້ານ້ອຍ ຈາກ ອັນຕະລາຍ ເລື້ອຍໆ ພຣະອົງ ໃຫ້ ຂ້ານ້ອຍ ໄດ້ ຮັບ ຄວາມມີໄຊ ແລະ ຊ່ວຍຊູ ໃຫ້ ມີ ຄວາມ ກ້າຫານ ຂຶ້ນ ໃໝ່.
\v 4 ຂ້ານ້ອຍ ຮ້ອງ ຫາ ອົງ ພຣະ ຜູ້ ເປັນ ເຈົ້າ ໃຫ້ ຊ່ວຍເຫລືອ ຈາກ ເນີນ ພູ ສັກ ສິດ (ງ) ພຣະອົງ ຕອບ ຂ້ານ້ອຍ ແລ້ວ.
\s5
\v 5 ຂ້ານ້ອຍ ຢຽດ ຕົວເນີ້ງ ແລະ ນອນນິ້ງ ຫລັບ ໄປ ທັງຄືນ ອົງພຣະ ຜູ້ ເປັນເຈົ້າ ຮັກ ສາ ຂ້ານ້ອຍ ໄວ້.
\v 6 ຂ້າ ນ້ອຍ ບໍ່ ຢ້ານ ສັດ ຕູ ເປັນ ໝື່ນ ເປັນ ແສນ ທີ່ ຢູ່ອ້ອມຂ້າງ ອ້ອມແອວ ຂ້ານ້ອຍ ນັ້ນ.
\s5
\v 7 ຂ້າ ແດ່ ອົງ ພຣະ ຜູ້ ເປັນ ເຈົ້າ ຂໍ ຊົງ ໂຜດ ລຸກ ຂຶ້ນ ຊ່ວຍຊູ ແດ່ ພຣະເຈົ້າ ຂອງ ຂ້ານ້ອຍ ເອີຍ ຂໍ ຊົງ ໂຜດ ຊ່ວຍ ຂ້ານ້ອຍ ໃຫ້ ພົ້ນ ໄພ ດ້ວຍ ເຖີດ. ຂໍ ພຣະອົງ ຕົບ ໜ້າ ສັດ ຕູ ທັງ ຫຼາຍ ຂອງ ຂ້ານ້ອຍ ແລະ ຊົງ ຫັກ ແຂ້ວ ຂອງ ຄົນ ທັງ ປວງ.
\v 8 ອົງພຣະ ຜູ້ ເປັນເຈົ້າ ເທົ່ານັ້ນ ທີ່ ໃຫ້ ຂ້ານ້ອຍ ໄດ້ ໄຊຊະນະ ຂໍ ຊົງ ໂຜດ ອວຍພອນ ປະຊາຊົນ ຂອງ ພຣະອົງ ເທີ້ນ.
\s5
\c 4
\p
\v 1 ເມື່ອ ຂ້ານ້ອຍ ພາວັນ ນາ ອະທິຖານ ຫາ ໂຜດ ຕອບ ແດ່ ໂອ ຂ້າ ແດ່ ພຣະເຈົ້າ ພຣະ ຜູ້ ປ້ອງກັນ ຂອງ ຂ້ານ້ອຍ ເມື່ອ ເດືອດຮ້ອນ ໂຜດ ຊ່ວຍ ແດ່ ບັດ ນີ້ ໂຜດ ເມດຕາ ແລະ ຟັງ ຄໍາ ພາວັນ ນາ ອະທິຖານ ຂອງ ຂ້ານ້ອຍ ແດ່ ທ້ອນ.
\s5
\v 2 ພວກເຈົ້າ ຈະ ໝິ່ນ ປະໝາດ ຂ້ອຍ ໄປ ດົນ ປານໃດ? ພວກເຈົ້າ ຈະ ຮັກ ສິ່ງ ທີ່ ໄຮ້ ຄ່າ ທັງ ຊອກຫາ ຄໍາ ຕົວະຍົວະ ຫລອກລວງ ຢູ່ຫລື?
\v 3 ຈົ່ງ ຮູ້ ເຖີດ ວ່າ ອົງພຣະ ຜູ້ ເປັນເຈົ້າ ເລືອກ ຄົນ ຊອບທໍາ ສໍາລັບ ພຣະອົງ ອົງພຣະ ຜູ້ເປັນເຈົ້າ ຊົງ ໄດ້ຍິນ ເມື່ອ ຂ້ອຍ ຮ້ອງຫາ ພຣະອົງ.
\s5
\v 4 ເຈົ້າ ຈະ ຮ້າຍ ກໍ ຮ້າຍ ໄດ້ ແຕ່ ຢ່າ ເຮັດ ບາບ ຈົ່ງ ຄິດ ເຖິງ ເລື່ອງ ນີ້ ໃຫ້ ເລິກ ເຊິ່ງ ເມື່ອ ເຈົ້າ ນອນ ຢູ່ ເທິງ ຕຽງ ຢ່າງ ມິດ ງຽບ.
\v 5 ຈົ່ງ ຖວາຍ ບູຊາ ສິ່ງ ຖືກ ຕ້ອງ ແກ່ ອົງ ພຣະ ຜູ້ ເປັນ ເຈົ້າ ສາ ຈົ່ງ ໄວ້ວາງໃຈ ໃນ ພຣະອົງ ເຖີດ.
\s5
\v 6 ມີ ຫລາຍ ຄົນ ພາກັນ ພາວັນ ນາ ອະທິຖານ ວ່າ: ໂອ ຂ້າແດ່ ອົງພຣະ ຜູ້ ເປັນເຈົ້າ ເອີຍ ໂຜດ ອວຍພອນ ພວກ ຂ້ານ້ອຍ ຕື່ມ ຂຶ້ນ ແດ່ ໂຜດ ແນມເບິ່ງ ພວກ ຂ້ານ້ອຍ ດ້ວຍ ຄວາມ ເມດຕາ ແດ່ ທ້ອນ.
\v 7 ແຕ່ ຄວາມ ຊົມ ຊື່ນ ຍິນ ດີ ທີ່ ພຣະອົງ ຊົງ ປະທານ ໃຫ້ ຂ້ານ້ອຍ ນັ້ນ ຈະ ມີ ຫລາຍກວ່າ ເຂົ້າ ແລະ ເຫົ້ຼາ ອະງຸ່ນ ທີ່ ພວກເຂົາ ມີ.
\v 8 ຂ້າແດ່ ອົງ ພຣະ ຜູ້ ເປັນ ເຈົ້າ ເມື່ອ ຂ້ານ້ອຍ ນອນ ລົງ ກໍ ເປັນ ສຸກໃຈ ເພາະ ພຣະອົງ ໂຜດ ຮັກ ສາ ໃຫ້ ປອດໄພ ຢ່າງດີ ຍິ່ງ.
\s5
\c 5
\p
\v 1 ຂ້າແດ່ ອົງ ພຣະ ຜູ້ ເປັນ ເຈົ້າ ໂຜດ ຟັງ ຖ້ອຍຄໍາ ແລະ ສຽງ ຄໍາຄວນ ຂອງ ຂ້ານ້ອຍ ດ້ວຍ.
\v 2 ເຈົ້າ ຊີວິດ ຂອງ ຂ້ານ້ອຍ ແລະ ພຣະເຈົ້າ ຂອງ ຂ້ານ້ອຍ ເອີຍ ຂໍ ຊົງ ໂຜດ ຟັງ ຄໍາຮ້ອງຂໍ ຄວາມ ຊ່ວຍເຫຼືອ ຂອງ ຂ້ານ້ອຍ ດ້ວຍ. ຂ້າແດ່ ອົງພຣະ ຜູ້ ເປັນເຈົ້າ ຂ້ານ້ອຍ ພາວັນ ນາ ອະທິຖານ ຕໍ່ ພຣະອົງ.
\v 3 ພຣະອົງ ໄດ້ຍິນ ສຽງ ຄໍາພາວັນ ນາ ອະທິຖານ (ຊ) ຂອງ ຂ້ານ້ອຍ ໃນ ຕອນເຊົ້າ ແລະ ຄອງຄອຍ ຖ້າຮັບ ຄໍາຕອບ ຈາກ ພຣະອົງ.
\s5
\v 4 ພຣະອົງ ບໍ່ ແມ່ນ ພຣະເຈົ້າ ທີ່ ພໍ ໃຈ ໃນ ການ ບາບຊົ່ວ ຄວາມ ຊົ່ວ ຮ້າຍ ທຸກ ຊະນິດ ຈະ ບໍ່ ຢູ່ ກັບ ພຣະອົງ.
\v 5 ພຣະອົງ ບໍ່ ອົດ ທົນ ຕໍ່ ຄົນ ອວດອົງ ຈອງຫອງ ຜູ້ ທີ່ ຊົ່ວ ຮ້າຍ ທຸກຄົນ ພຣະອົງ ກຽດຊັງ ທັງ ນັ້ນ.
\v 6 ພຣະອົງ ທໍາລາຍ ຄົນ ຂີ້ຕົວະ ທຸກຄົນ ແລະ ກຽດຊັງ ຄົນ ຊົ່ວ ຮ້າຍ ແລະ ຄົນ ຫລອກລວງ ດ້ວຍ.
\s5
\v 7 ແຕ່ ເພາະ ຄວາມຮັກ ອັນ ຍິ່ງ ໃຫຍ່ ຂອງ ພຣະອົງ ຂ້ານ້ອຍ ຈຶ່ງ ສາມາດ ເຂົ້າ ມາ ໃນ ພຣະວິຫານ ຂອງ ພຣະອົງ ໄດ້ ຂ້າ ນ້ອຍ ນະມັດ ສະການ ໃນ ທີ່ ສັກ ສິດຂອງ ພຣະອົງ ແລະ ກົ້ມ ຂາບ ພຣະອົງ ດ້ວຍ ຄວາມ ຢໍາເກງ ຍິ່ງ.
\v 8 ຂ້າ ແດ່ ອົງ ພຣະ ຜູ້ ເປັນ ເຈົ້າ ອົງ ຊົງ ສັດຊື່ເອີຍ ຂ້ານ້ອຍ ນີ້ ມີ ສັດ ຕູ ຫລາຍ ຄົນ ແທ້ໆ ຂໍ ຊົງ ໂຜດ ໃຫ້ ຂ້ານ້ອຍ ດໍາເນີນ ຕາມ ທາງ ຂອງ ພຣະອົງ ໃຫ້ ງ່າຍ ຂຶ້ນ ເພື່ອ ຂ້ານ້ອຍ ຈະ ກ້າວເດີນ ໄປ ໄດ້.
\s5
\v 9 ສິ່ງ ທີ່ ເຫລົ່າ ສັດ ຕູ ຂອງ ຂ້ານ້ອຍ ເວົ້າ ເປັນ ທີ່ ວາງໃຈ ບໍ່ ໄດ້ ເລີຍ ພວກເຂົາ ຄິດ ແຕ່ ຫາທາງ ທາໍ ລາຍ ເທົ່າ ນັ້ນ ຄືເວົ້າ ປະຈົບ ປະແຈງ ແລະ ເອາະເຊາະ ດີ ແຕ່ ເຕັມ ໄປ ດ້ວຍ ຄໍາຫລອກລວງ ໃຫ້ ເຖິງ ຕາຍ ທັງສິ້ນ.
\v 10 ຂ້າແດ່ ພຣະເຈົ້າ ຂໍ ຊົງ ໂຜດ ຕັດສິນ ລົງໂທດ ພວກເຂົາ ເຖີດ ຂໍ ໃຫ້ ອຸບາຍ ຂອງ ພວກເຂົາ ທາໍ ລາຍ ພວກເຂົາ ເອງ ເຖີດ. ຍ້ອນ ການບາບ ແລະ ການ ກະບົດ ຂອງ ພວກເຂົາ ນັ້ນ ໂຜດ ຂັບໄລ່ ພວກເຂົາ ໃຫ້ ຫ່າງ ຈາກ ສາຍຕາ ພຣະອົງ ດ້ວຍ.
\s5
\v 11 ແຕ່ ທຸກຄົນ ທີ່ ລີ້ ໄພ ໃນ ພຣະອົງ ຈະ ເບີກບານ ໃຈ ພວກເຂົາ ຮ້ອງເພງ ຢ່າງ ຊົມ ຊື່ນ ຍິນ ດີ ໄດ້ ຕະຫລອດ. ຂໍ ຊົງ ໂຜດ ປົກ ປັກ ຮັກ ສາ ຜູ້ ທີ່ ຮັກ ພຣະອົງ ໄວ້ ແດ່ ເພາະ ພຣະອົງ ແທ້ໆ ພວກເຂົາ ຈຶ່ງ ສຸກໃຈ ຫລາຍ.
\v 12 ຂ້າ ແດ່ ອົງ ພຣະ ຜູ້ ເປັນ ເຈົ້າ ຂໍ ຊົງ ໂຜດ ອວຍພອນ ຜູ້ ທີ່ ເຊື່ອ ຟັງ ພຣະອົງ ຄວາມຮັກ ຂອງ ພຣະອົງ ເປັນ ດັ່ງໂລ້ ປ້ອງກັນ ພວກເຂົາ ໄວ້.
\s5
\c 6
\p
\v 1 ຂ້າ ແດ່ ອົງ ພຣະ ຜູ້ ເປັນ ເຈົ້າ ຢ່າ ໂກດຮ້າຍ ແລະ ກ່າວໂທດ ຂ້ານ້ອຍ ຢ່າ ລົງ ໂທດ ຂ້າ ນ້ອຍ ເລີຍ ເມື່ອ ພຣະອົງ ໂກດຮ້າຍ
\v 2 ຂ້າ ແດ່ ອົງ ພຣະ ຜູ້ ເປັນ ເຈົ້າ ຂ້າ ນ້ອຍ ອິດ ອ່ອນ ຊຸດໂຊມ ລົງ ຂໍ ຊົງ ໂຜດ ຮັກ ສາ ຂ້ານ້ອຍ ແດ່ ທ້ອນ ໂຜດ ໃຫ້ ກາໍ ລັງ ດ້ວຍ ເພາະ ອິດ ເມື່ອຍ ທີ່ ສຸດ ແລະ ຈິດ ໃຈ ພາຍ ໃນ ຂອງ ຂ້ານ້ອຍ ກໍ ເປັນ ທຸກຢ່າງ ໜັກ ໜ່ວງ
\s5
\v 3 ຂ້າ ແດ່ ອົງ ພຣະ ຜູ້ ເປັນ ເຈົ້າ ຈິດ ໃຈ ພາຍ ໃນ ຂອງ ຂ້າ ນ້ອຍ ກໍ ເດືອດຮ້ອນ ໜັກ ພຣະອົງ ຈະ ລໍຖ້າ ດົນ ປານໃດ ຈຶ່ງ ຈະ ມາ ຊ່ວຍ ຂ້ານ້ອຍ?
\v 4 ຂ້າ ແດ່ ອົງ ພຣະ ຜູ້ ເປັນ ເຈົ້າ ຂໍ ຊົງ ໂຜດ ມາ ຊ່ວຍຊູ ຂ້ານ້ອຍ ໃຫ້ ພົ້ນ ດ້ວຍ ໂດຍ ພຣະເມດຕາ ຊ່ວຍ ກູ້ ເອົາ ຂ້ານ້ອຍ ອອກ ຈາກ ຄວາມ ຕາຍ ແດ່ ທ້ອນ.
\v 5 ໃນ ແດນ ມໍຣະນາ ນັ້ນ ຈະ ບໍ່ ມີ ຜູ້ໃດ ຄິດເຖິງ ພຣະອົງ ບໍ່ ມີ ຜູ້ ້ໃດ ສັນລະເສີນ ພຣະອົງ ຢູ່ໃນທີ່ ນັ້ນ ໄດ້.
\s5
\v 6 ຂ້ານ້ອຍ ໂສກເສົ້າ ຍ້ອນ ອິດ ອ່ອນ ໝົດ ແຮງ ບ່ອນ ນອນ ກໍ ຊຸ່ມ​ປຽກ ຍ້ອນ ຂ້ານ້ອຍ ຮ້ອງໄຫ້ ເປັນ ທຸກ ລະທົມ ໃຈ ທຸກ ຄືນ ແລະ ໝອນ ກໍ ປຽກຊຸ່ມ ດ້ວຍ ນໍ້າຕາ ທີ່ ໄຫລຫລັ່ງ.
\v 7 ຕາ ຂອງ ຂ້ານ້ອຍ ກໍ ໃຄ່ ຟອງ ເກືອບ ເບິ່ງ ບໍ່ ເຫັນ ເພາະ ຮ້ອງໄຫ້ ຍ້ອນ ພວກ ສັດ ຕູ ເປັນ ຜູ້ນໍາ ກໍ່ ເຫດ.
\s5
\v 8 ພວກເຈົ້າ ຄົນ ຊົ່ວ ຮ້າຍ ຈົ່ງ ໜີໄປ ຈາກ ຂ້ອຍ ສາ ອົງ ພຣະ ຜູ້ ເປັນ ເຈົ້າ ໄດ້ຍິນ ສຽງ ຮ້ອງໄຫ້ ຂອງຂ້ອຍ ແລ້ວ
\v 9 ອົງພຣະ ຜູ້ ເປັນເຈົ້າ ໄດ້ ຟັງ ສຽງ ຮ້ອງຂໍ ຂອງຂ້ອຍ ແລ້ວ. ອົງ ພຣະ ຜູ້ ເປັນ ເຈົ້າ ຈະ ຕອບ ຄໍາພາວັນ ນາ ອະທິຖານ ຂອງຂ້ອຍ.
\v 10 ສັດ ຕູ ຂອງຂ້ອຍ ຈະ ພ່າຍແພ້ ຢ່າງ ອັບ ອາຍຂາຍໜ້າ ພວກເຂົາ ຈະ ຖືກ ຂັບ ໄລ່ ໜີໄປ ດ້ວຍ ຄວາມ ສັບ ສົນ ຢ່າງ ກະທັນ ັຫັນ.
\s5
\c 7
\p
\v 1 ອົງ ພຣະ ຜູ້ ເປັນ ເຈົ້າ ພຣະເຈົ້າ ຂອງ ຂ້ານ້ອຍ ເອີຍ ຂ້າ ນ້ອຍ ມາ ຫາ ເພື່ອ ຂໍ ໃຫ້ ພຣະອົງ ປົກ ປ້ອງ ຄຸ້ມຄອງ ໂຜດ ຊ່ວຍກູ້ ເອົາ ຂ້ານ້ອຍ ໃຫ້ ພົ້ນ ຈາກ ທຸກຄົນ ທີ່ ໄລ່ ຕາມລ່າ ຂ້າ ນ້ອຍ ດ້ວຍ
\v 2 ຖ້າ ບໍ່ ດັ່ງ ນັ້ນ ພວກເຂົາ ຈະ ລາກ ຂ້ານ້ອຍ ໄປ ດັ່ງ ໂຕສິງ ຂົບ ຈີກເຫຍື່ອ ກັດ ກິນ ເປັນ ຕ່ອນໆ ໂດຍ ບໍ່ ມີ ຜູ້ ໃດ ຊ່ວຍ ໄວ້ໄດ້.
\s5
\v 3 ຂ້າ ແດ່ ອົງ ພຣະ ຜູ້ ເປັນ ເຈົ້າ ພຣະເຈົ້າ ຂອງ ຂ້ານ້ອຍ ເອີຍ ຖ້າ ມື ຂອງ ຂ້ານ້ອຍ ໄດ້ ກະທາໍ ຜິດ ດັ່ງ ທີ່ ຖືກ ກ່າວຫາ ນັ້ນ
\v 4 ຖ້າ ຂ້ານ້ອຍ ໄດ້ ຄິດ ຄົດ ຕໍ່ຜູ້ໜຶ່ງ ຜູ້ໃດ ຫລື ໄດ້ ຫັກ ຫລັງ ເພື່ອນ ຄົນ ໃດ ຄົນ ໜຶ່ງ ຫລື ເຮັດ ຮຸນແຮງ ໂພດ ຕໍ່ ສັດ ຕູ ຢ່າງ ບໍ່ ຍຸດຕິທາໍ (ຕ) ຖ້າຂ້ານ້ອຍ ໄດ້ ເຮັດ ໃນ ສິ່ງ ເຫລົ່າ ນີ້
\s5
\v 5 ກໍຂໍ ໃຫ້ ເຫລົ່າ ສັດ ຕູ ໄລ່ ຕິດ ຕາມ ແລະ ສັງ ຫານ ຂ້ານ້ອຍ ໃຫ້ ຕາຍ ເສຍ ແລະ ຖືກ ຕັດ ເປັນ ຕ່ອນໆ.
\s5
\v 6 ຂ້າ ແດ່ ອົງ ພຣະ ຜູ້ ເປັນ ເຈົ້າ ຈົ່ງ ລຸກ ຂຶ້ນ ເຖີດ ຢືນ ຕໍໍ ສູ້ ສັດຕູ ຜູ້ ທີ່ ກິ້ວໂກດ ຂ້ານ້ອຍ ດ້ວຍ ຂໍ ພຣະອົງ ລຸກ ຂຶ້ນ ຊ່ວຍຊູ ຂ້ານ້ອຍ ແດ່ ເພາະ ຄວາມ ຍຸດຕິທາໍ ຄື ສິ່ງ ທີ່ ພຣະອົງ ຕ້ອງການ.
\v 7 ດັ່ງ ນັ້ນ ຂໍ ຊົງ ໂຜດ ນາໍ ທຸກ ຊົນ ຊາດ ເຂົ້າ ມາ ໂຮມກັນ ຢູ່ ອ້ອມຮອບ ພຣະອົງ ໂຜດ ປົກ ຄອງ ພວກເຂົາ ຈາກ ພຣະທີ່ ນັ່ງ ເບື້ອງ ເທິງ ພຸ້ນ. (ຖ)
\s5
\v 8 ໂອ ຂ້າ ແດ່ ອົງ ພຣະ ຜູ້ ເປັນ ເຈົ້າ ເອີຍ ພຣະອົງ ເປັນ ຜູ້ຕັດ ສິນ ມະນຸດສະໂລກ ທຸກຄົນ. ຂໍ ຊົງ ໂຜດ ຕັດ ສິນ ເຂົ້າ ຂ້າງ ຂ້ານ້ອຍ ດ້ວຍ ເພາະ ຮູ້ ວ່າ ຂ້ານ້ອຍ ບໍ່ ໄດ້ ເຮັດ ຜິດ ຫຍັງ ທັງ ນັ້ນ.
\v 9 ພຣະອົງ ຄື ພຣະເຈົ້າ ອົງ ຊອບທາໍ ຜູ້ ຢັ່ງ ຮູ້ ຄວາມຄິດ ຈິດ ໃຈ ທັງ ຄວາມ ປາຖະໜາ ຂອງ ພວກ ຂ້ານ້ອຍ ດ້ວຍ. ພຣະອົງ ລະງັບ ຄວາມ ຊົ່ວ ຮ້າຍ ຂອງ ຄົນ ຊົ່ວ ທັງ ຫລາຍ ແລະ ປະທານ ບາໍ ເໜັດ ໃຫ້ ແກ່ ຄົນ ຊອບທາໍ ທຸກຄົນ.
\s5
\v 10 ພຣະເຈົ້າ ເປັນ ໂລ້ ປ້ອງກັນ ຂອງ ຂ້ານ້ອຍ ພຣະເຈົ້າ ຊ່ວຍຊູ ຜູ້ ທີ່ ເຊື່ອ ຟັງ ພຣະອົງ ໃຫ້ ພົ້ນໄພ.
\v 11 ພຣະເຈົ້າ ຕັດ ສິນ ຄວາມ ໃຫ້ ຢ່າງ ຍຸດຕິທາໍ ພຣະອົງ ລົງ ໂທດ ບັນ ດາ ຄົນ ຊົ່ວ ຮ້າຍ ເປັນ ປະຈໍາ.
\s5
\v 12 ຖ້າ ບໍ່ ກັບໃຈ ໃໝ່ ພຣະເຈົ້າ ກໍ ຈະ ຝົນ ດາບ ໃຫ້ ຄົມ ພຣະອົງ ກົ່ງ ໜ້າ ທະນູ ຂອງ ພຣະອົງ ແລະ ຕຽມພ້ອມ ໄວ້.
\v 13 ພຣະອົງ ຈັບ ອາວຸດ ອັນ ຮ້າຍກາດ ຂອງ ພຣະອົງ ແນ ລູກສອນ ໄຟ ໄປ ສູ່ຈຸດ ທີ່ ພຣະອົງ ໝາຍໄວ້.
\s5
\v 14 ເບິ່ງ ດູ ຄົນ ຊົ່ວ ຮ້າຍ ຄິດ ສິ່ງ ທີ່ ຊົ່ວ ຮ້າຍ ພຽງໃດ ພວກເຂົາ ວາງແຜນ ຊົ່ວ ຮ້າຍ ແລະ ດໍາເນີນ ການ ຫລອກລວງ ອອກ ມາ ໃຫ້ ເດືອດຮ້ອນ.
\v 15 ແຕ່ ແຮ້ວ ທີ່ ພວກເຂົາ ຫ້າງ ໃສ່ ຄົນ ອື່ນ ຖືກ ຈັບ ແຕ່ ແມ່ນ ພວກເຂົາ ເອງ ທີ່ ຕົກ ຖືກ ແຮ້ວ ນັ້ນ.
\v 16 ສະນັ້ນ ພວກເຂົາ ຈຶ່ງ ຖືກ ລົງ ໂທດ ໂດຍ ສິ່ງ ຊົ່ວ ນັ້ນ ເອງ ຖືກ ທາໍ ຮ້າຍ ຍ້ອນ ສິ່ງ ຮຸນແຮງ ທີ່ ພວກເຂົາ ໄດ້ ກໍ່ ຂຶ້ນ.
\s5
\v 17 ຂ້ານ້ອຍ ຈະ ໂມທະນາ ຂອບພຣະຄຸນ ອົງ ພຣະ ຜູ້ ເປັນ ເຈົ້າ ສໍາລັບ ຄວາມ ຍຸດຕິທາໍ ຂອງ ພຣະອົງ ຂ້ານ້ອຍຈ ະຮ້ອງເພງຍ້ອງຍໍ ສັນລະເສີນ ພຣະນາມຂອງອົງ ພຣະຜ້ ູເປັນ ເຈົ້າ ອົງສູງສຸດ.
\s5
\c 8
\p
\v 1 ໂອ ອົງ ພຣະ ຜູ້ ເປັນ ເຈົ້າ ພຣະເຈົ້າ ຢາເວ ຂອງ ພວກ ຂ້າ ນ້ອຍ ເອີຍ ພຣະນາມ ຂອງ ພຣະອົງ ສູງສົ່ງ ທົ່ວ ແຜ່ນດິນ ໂລກ ແລະ ເປັນ ທີ່ ລືຊາ ປາກົດ ໃນ ໂລກ ທົ່ວ ໄປ ຄໍາ ຍ້ອງຍໍ ສັນ ລະເສີນ ຂອງ ພຣະອົງ ກໍ ສູງ ຈຸ ທ້ອງຟ້າ.
\v 2 ຮ້ອງ ໂດຍ ເດັກ ນ້ອຍ ແລະ ເດັກ ອ່ອນ ທັງຫລາຍ. ພຣະອົງ ປອດໄພ ແລະ ດໍາລົງ ຢູ່ຢ່າງ ໝັ້ນຄົງ ຈາກ ເຫລົ່າ ສັດ ຕູ ທັງ ປວງ ພຣະອົງ ລະງັບ ພວກ ສັດ ຕູ ຂອງ ພຣະອົງ ແລະ ຂັດ ຂວາງ ທຸກຄົນ ທີ່ ກະທາໍ ການ ແກ້ແຄ້ນ.
\s5
\v 3 ເມື່ອ ຂ້ານ້ອຍ ຫລຽວ ເບິ່ງ ທ້ອງຟ້າ ທີ່ ພຣະອົງ ໄດ້ ສ້າງ ຂຶ້ນ ມາ ເດືອນ ດາວ ທີ່ ພຣະອົງ ຕັ້ງ ໄວ້ ໃນ ບ່ອນ ຂອງ ມັນ ນັ້ນ
\v 4 ມະນຸດ ສໍາຄັນ ຫຍັງ ແດ່ ທີ່ ພຣະອົງ ຕ້ອງ ຄິດ ເຖິງ ພວກເຂົາ ມະນຸດ ທີ່ ຕາຍ ເປັນ ສໍາຄັນ ຫຍັງ ທີ່ ພຣະອົງ ຕ້ອງ ຫ່ວງໃຍ ພວກເຂົາ?
\v 5 ແຕ່ ພຣະອົງ ໄດ້ ສ້າງ ພວກເຂົາ ໃຫ້ ຕໍ່າກວ່າ ເທວະດາ ໜ້ອຍດຽວ ມີ ຖານະ ຮອງ ຈາກ ພຣະອົງ (ນ) ພຣະອົງ ໄດ້ ສວມ ມົງ ກຸດ ອັນ ມີ ກຽດຕິຍົດ ແລະ ສະຫງ່າຣາສີ ໃຫ້ ພວກເຂົາ ດ້ວຍ.
\s5
\v 6 ພຣະອົງ ໄດ້ ແຕ່ງຕັ້ງ ພວກເຂົາ ໃຫ້ ປົກ ຄອງ ທຸກໆ ສິ່ງ ທີ່ ພຣະອົງ ໄດ້ ສ້າງ ມາ ນັ້ນ ຄື:
\v 7-8 ຝູງແກະ ຝູງງົວ ຝູງ ສັດ ປ່າ ນາໆ ຊະນິດ ຝູງນົກ ຝູງ ປາ ສິ່ງ ທີ່ ມີ ຊີວິດ ໃນ ທ້ອງ ທະເລ ນັ້ນ.
\s5
\v 9 ອົງພຣະຜູ້ ເປັນເຈົ້າ ພຣະເຈົ້າຢາເວ ຂອງ ພວກ ຂ້ານ້ອຍ ເອີຍ ພຣະນາມ ຂອງ ພຣະອົງ ຍິ່ງ ໃຫຍ່ ລືຊາ ປາກົດ ໃນ ທົ່ວ ແຜ່ນດິນໂລກ.
\s5
\c 9
\p
\v 1 ຂ້າແດ່ ອົງ ພຣະ ຜູ້ ເປັນ ເຈົ້າ ຂ້ານ້ອຍ ຈະ ໂມທະນາ ຂອບພຣະຄຸນ ດ້ວຍ ໝົດ ຫົວ ໃຈ ຂອງ ຂ້ານ້ອຍ ຂ້ານ້ອຍ ຈະ ບອກ ເຖິງ ສິ່ງ ຍິ່ງ ໃຫຍ່ ທັງ ໝົດ ຊຶ່ງ ພຣະອົງ ໄດ້ ກະທາໍ ນັ້ນ.
\v 2 ຂ້ານ້ອຍ ຈະ ຮ້ອງ ດ້ວຍ ຄວາມ ຊົມ ຊື່ນ ຍິນ ດີ ແລະ ຈະ ຍົກຍໍ ພຣະນາມ ຂອງ ພຣະອົງ ຊົງ ຍິ່ງ ໃຫຍ່ ສູງສຸດ.
\s5
\v 3 ເມື່ອ ພຣະອົງ ມາ ປາກົດ ເຫລົ່າ ສັດ ຕູ ຂອງ ຂ້ານ້ອຍ ກໍ ຖອຍໜີ ໄປ, ພວກເຂົາ ລົ້ມລົງ ແລະ ສູນຫາຍ ຕາຍໄປ ສິ້ນ.
\v 4 ພຣະອົງ ຕັດ ສິນ ຢ່າງ ສັດ ຊື່ແລະ ຍຸດຕິທາໍ ພຣະອົງ ໄດ້ ຕັດສິນ ເຂົ້າ ຂ້າງ ຂ້ານ້ອຍ ແລ້ວ.
\s5
\v 5 ພຣະອົງ ໄດ້ ຕັດ ສິນ ລົງ ໂທດ ຄົນ ບໍ່ ນັບ ຖື ພຣະອົງ ທາໍ ລາຍ ຄົນ ຊົ່ວ ຈົນ ບໍ່ ມີ ຜູ້ໃດ ຈົດ ຈາໍ ພວກເຂົາ ຕໍ່ໄປ ອີກ.
\v 6 ສັດ ຕູ ພວກ ຂ້ານ້ອຍ ໄດ້ ດັບ ສິ້ນ ຕະຫລອດໄປ ເມືອງ ຂອງ ເຂົາ ຖືກ ທາໍ ລາຍ ແລະ ລືມ ໄລ ໄປສິ້ນ.
\s5
\v 7 ແຕ່ ອົງ ພຣະ ຜູ້ ເປັນ ເຈົ້າ ເປັນ ກະສັດ ສືບ ໆໄປ ຊົງ ຕັ້ງ ພຣະ ບັນລັງ ສໍາລັບ ການຕັດສິນ ລົງໂທດ.
\v 8 ພຣະອົງ ປົກ ຄອງ ໂລກ ດ້ວຍ ຄວາມ ສັດ ຊື່ ຊົງ ຕັດສິນ ບັນດາ ຊົນຊາດ ຢ່າງ ຍຸດຕິທໍາ.
\s5
\v 9 ອົງ ພຣະ ຜູ້ ເປັນ ເຈົ້າ ເປັນ ທີ່ ເພິ່ງ ຂອງ ຜູ້ ທີ່ ຖືກ ຂົ່ມ ເຫັງ
\v 10 ຜູ້ ທີ່ ຮູ້ຈັກ ພຣະນາມ ຂອງ ພຣະອົງ ກໍ ວາງໃຈ ໃນ ພຣະອົງ ຜູ້ ທີ່ ມາ ຫາ ອົງ ພຣະ ຜູ້ ເປັນ ເຈົ້າ ຈະ ບໍ່ ຖືກ ປະຖິ້ມ ຈັກເທື່ອ.
\s5
\v 11 ຈົ່ງ ຮ້ອງເພງ ຍ້ອງຍໍ ສັນລະເສີນ ອົງ ພຣະ ຜູ້ ເປັນ ເຈົ້າ ເຖີດ ຜູ້ປົກ ຄອງ ໃນ ພູເຂົາ ຊີໂອນ ເອີຍ ຈົ່ງ ບອກ ທຸກ ຊົນ ຊາດ ໃຫ້ ໄດ້ຍິນ ທຸກສິ່ງ ທີ່ ພຣະອົງ ໄດ້ ກະທາໍ ນັ້ນ
\v 12 ພຣະເຈົ້າ ຊົງ ແກ້ແຄ້ນ ແທນ ເລືອດ ທີ່ ຕົກ ພຣະອົງ ບໍ່ ລືມ ໄລ ແຕ່ ຕອບ ຄໍາ ຮ້ອງໄຫ້ ຂອງ ຜູ້ ທີ່ ຖືກ ກົດ ຂີ່
\s5
\v 13 ຂ້າແດ່ ອົງ ພຣະ ຜູ້ ເປັນ ເຈົ້າ ຂໍ ຊົງ ໂຜດ ເມດຕາ ແດ່ ທ້ອນ ໂຜດ ເບິ່ງ ຄວາມ ທົນທຸກ ທີ່ ສັດຕູ ກໍ່ ຂຶ້ນ ນັ້ນ ຂໍ ຊົງ ໂຜດ ຊ່ວຍກູ້ ເອົາ ຂ້ານ້ອຍ ໃຫ້ ພົ້ນ ຈາກ ຕາຍ ແດ່ ທ້ອນ
\v 14 ເພື່ອ ວ່າ ຂ້ານ້ອຍ ຈະ ໄດ້ ກ່າວ ຄໍາ ຍ່ອງຍໍ ສັນລະເສີນ ພຣະອົງ ໃນ ປະຕູ ທັງ ຫຼາຍ ຂອງ ລູກສາວ ຊີໂອນ. ຂ້ານ້ອຍ ກໍ ຈະ ຊົມ ຊື່ນ ຍິນ ດີ ຫລາຍ ເພາະ ພຣະອົງ ໄດ້ ຊ່ວຍຊູ ຂ້ານ້ອຍ ໃຫ້ ພົ້ນໄພ ແລ້ວ.
\s5
\v 15 ຄົນ ບໍ່ ນັບຖື ພຣະເຈົ້າ ກໍ ຕົກ ຫລຸມ ທີ່ ພວກເຂົາ ຂຸດ ເອງ ພວກເຂົາ ຖືກ ດັກ ຈັບ ໃນ ບ່ອນ ທີ່ ພວກເຂົາ ໄດ້ ຫ້າງ ໄວ້ ເອງ.
\v 16 ອົງພຣະ ຜູ້ ເປັນເຈົ້າ ເປີດເຜີຍ ພຣະອົງ ເອງ ດ້ວຍ ການຕັດສິນ ອັນ ຍຸດຕິທໍາ ຄົນ ຊົ່ວ ຮ້າຍ ກໍ ຖືກ ຈັບ ໂດຍ ສິ່ງ ທີ່ ຕົນ ເອງ ໄດ້ ກະທາໍ ໄວ້.
\s5
\v 17 ຄວາມຕາຍ ຄື ຈຸດ ຈົບ ຂອງ ຄົນ ຊົ່ວ ຮ້າຍ ທຸກຄົນ ເປັນ ຂອງ ຄົນ ທີ່ ບໍ່ ຍອມຮັບ ເອົາ ພຣະເຈົ້າ.
\v 18 ຄົນ ຂັດ ສົນ ຈະ ບໍ່ ຖືກ ປະຖິ້ມ ຢູ່ເລື້ອຍ ໄປ ຄົນ ຈົນ ຈະ ບໍ່ ຖືກ ທາໍ ລາຍ ໄປ ຕະຫລອດ.
\s5
\v 19 ຂ້າແດ່ ອົງ ພຣະ ຜູ້ ເປັນ ເຈົ້າ ຂໍ ຊົງ ໂຜດ ດໍາເນີນການ ເຖີດ ຢ່າ ປ່ອຍ ໃຫ້ ມະນຸດ ທ້າທາຍ ພຣະອົງ ໄດ້ໂຜດ ນາໍ ຄົນ ບໍ່ ນັບ ຖື ພຣະເຈົ້າ ມາ ຢູ່ ຊ້ອງໜ້າ ພຣະອົງ ແລະ ປະກາດ ການຕັດ ສິນ ລົງ ໂທດ ເຂົາ ເຈົ້າ.
\v 20 ຂ້າແດ່ ອົງ ພຣະ ຜູ້ ເປັນ ເຈົ້າ ຂໍ ຊົງ ໂຜດ ເຮັດ ໃຫ້ ພວກເຂົາ ຢ້ານ ໂຜດ ເຮັດ ໃຫ້ ພວກເຂົາ ຮູ້ ວ່າ ພວກເຂົາ ເປັນ ພຽງແຕ່ ມະນຸດ ເທົ່າ ນັ້ນ.
\s5
\c 10
\p
\v 1 ຂ້າ ແດ່ ອົງ ພຣະ ຜູ້ ເປັນ ເຈົ້າ ເຫດໃດ ພຣະອົງ ຈຶ່ງ ຢູ່ ຫ່າງໄກ? ແລະ ຫລົບ ຊ່ອນ ພຣະອົງ ເມື່ອ ພວກ ຂ້ານ້ອຍ ຍາກ ລໍາບາກ?
\v 2 ຄົນ ຊົວຮ້າຍ ຂົ່ມເຫັງ ຄົນ ຍາກຈົນ ຢ່າງ ຈອງຫອງ ຈົ່ງ ຈັບ ພວກເຂົາ ໃສ່ ແຮ້ວ ທີ່ ພວກເຂົາ ຫ້າງ ເອງ ນັ້ນ.
\v 3 ຄົນ ຊົ່ວ ຮ້າຍ ອວດອ້າງ ຈອງຫອງ ໃນ ການ ທາໍ ຊົ່ວ ຂອງຕົນ ຄົນ ມັກໂລບ ກໍ ສາບແຊ່ງ ແລະ ປະຕິເສດ ພຣະເຈົ້າ.
\s5
\v 4 ຄົນ ຊົ່ວ ຮ້າຍ ບໍ່ ສະແຫວງ ຫາ ພຣະອົງ ເລີຍ ດ້ວຍ ຄວາມຈອງ ຫອງ ພວກເຂົາ ຄິດວ່າ, “ບໍ່ ມີ ພຣະເຈົ້າ. ”
\v 5 ຄົນ ຊົ່ວ ຮ້າຍ ສໍາເລັດ ຜົນ ໃນ ທຸກໆສິ່ງ ແຕ່ ພວກເຂົາ ບໍ່ ສາມາດ ເຂົ້າໃຈ ການຕັດສິນ ຂອງ ພຣະອົງ ໄດ້ ພວກເຂົາ ຈຶ່ງ ກ່າວ ຄໍາເຍາະເຍີ້ຍ ໃສ່ ຄູ່ ຕໍ່ສູ້.
\s5
\v 6 ພວກເຂົາ ຄິດ ໃນ ໃຈ ຂອງ ພວກເຂົາ ເອງ ວ່າ, “ພວກເຮົາ ຈະ ບໍ່ ຜາດທ່າ ເສຍທີ ພວກເຮົາ ຈະ ບໍ່ ພົບ ຄວາມ ເດືອດຮ້ອນ ຈັກເທື່ອ. ”
\v 7 ຄໍາເວົ້າ ຂອງ ພວກເຂົາ ເຕັມ ໄປ ດ້ວຍ ຄໍາສາບແຊ່ງ ມີ ທັງ ຄໍາຕົວະ ແລະ ຄໍາ ຂູ່ເຂັນ ດ້ວຍ ລີ້ນ ຂອງ ພວກເຂົາ ມັກ ເວົ້າ ໃນ ສິ່ງ ທີ່ ບໍ່ ດີ ເປັນ ຖ້ອຍຄໍາ ທີ່ ໜ້າກຽດ ຊັງ ແລະ ຊົ່ວ ຮ້າຍ ທັງ ສິ້ນ.
\s5
\v 8 ພວກເຂົາ ພົກ ຈອບ ຢູ່ ຕາມ ໝູ່ ບ້ານ ນ້ອຍໆ ພວກເຂົາ ຄອຍ ຂ້າ ຄົນ ທີ່ ບໍ່ ມີ ຄວາມຜິດ ພວກເຂົາ ຄິດປອງຮ້າຍ ຄົນ ທີ່ ຂາດ ທີ່ ເພິ່ງ.
\v 9 ພວກເຂົາ ເປັນ ດັ່ງໂຕສິງ ທີ່ ລໍຖ້າ ຄຸບ ເຫຍື່ອ ຢູ່ ໃນ ຂຸມ ຂອງ ມັນ ເພື່ອ ຄອຍ ຜົກ ຈອບ ຈັບ ເອົາ ຄົນ ຍາກ ລໍາບາກ ພວກເຂົາ ຫ້າງ ແຮ້ວ ໄວ້ ເພື່ອ ຈັບ ແລະ ລາກ ເອົາ ໄປ ເປັນ ເຫຍື່ອ.
\v 10 ຄົນ ຂາດ ທີ່ ເພິ່ງ ກໍ ຖືກ ຕີ ລົ້ມ ຕາຍ ລົງ ພວກເຂົາ ລົ້ມລົງ ດ້ວຍ ກາໍ ລັງ ຂອງ ຄົນ ຊົ່ວ ນັ້ນ.
\s5
\v 11 ຄົນ ຊົ່ວ ຮ້າຍໄດ້ ຄິດ ໃນໃຈວ່າ, “ພຣະເຈົ້າ ລືມແລ້ວ ພຣະອົງ ປິດຕາ ຂອງ ພຣະອົງ ໄວ້ ແລະ ກໍ ຈະ ບໍ່ ເຫັນ ເລີຍ. ”
\v 12 ຂ້າແດ່ ອົງພຣະ ຜູ້ ເປັນ ເຈົ້າ ຈົ່ງ ລົງໂທດ ຄົນຊົ່ວ ເຫລົ່ານັ້ນ ຂ້າແດ່ ພຣະເຈົ້າ ໂຜດ ຄິດ ເຖິງ ຜູ້ ທີ່ ທົນ ທຸກ ດ້ວຍ
\s5
\v 13 ເຫດໃດ ຄົນ ຊົ່ວ ຈຶ່ງ ປະນາມ ພຣະເຈົ້າ ໄດ້ ນໍ? ໂດຍ ເວົ້າ ກັບ ຕົວ ເອງ ວ່າ, “ພຣະອົງ ຈະ ບໍ່ ລົງ ໂທດ ຂ້ອຍ ດອກ? ”
\v 14 ແຕ່ ພຣະອົງ ເຫັນ ທັງ ສັງ ເກດ ເບິ່ງ ຄວາມ ເດືອດຮ້ອນ ຄວາມ ທໍລະມານ ແລະ ພ້ອມ ສະເໝີ ທີ່ ຈະ ຊ່ວຍເຫລືອ ຄົນ ຂາດ ທີ່ ເພິ່ງ ກໍ ມອບ ຕົວ ໄວ້ ກັບ ພຣະອົງ ຜູ້ ຊົງ ຊ່ວຍເຫລືອ ຄົນ ຂັດ ສົນ ຢູ່ ສະເໝີ.
\s5
\v 15 ໂຜດ ທາໍ ລາຍ ອໍານາດ ຂອງ ຄົນ ທີ່ ຊົ່ວ ຮ້າຍ ທັງ ຫລາຍ ໂຜດ ລົງ ໂທດ ຈົນ ພວກເຂົາ ຫລາບ ບໍ່ ຢາກ ເຮັດ ຜິດ ອີກ.
\v 16 ອົງ ພຣະ ຜູ້ ເປັນ ເຈົ້າ ຄື ກະສັດ ສືບ ໄປ ຜູ້ ທີ່ ຂາບໄຫວ້ ພະອື່ນ ຈະ ສູນສິ້ນໄປ ຈາກ ດິນແດນ ຂອງ ພຣະອົງ.
\s5
\v 17 ຂ້າ ແດ່ ອົງ ພຣະ ຜູ້ ເປັນ ເຈົ້າ ພຣະອົງ ຊົງ ຟັງ ຄໍາພາວັນ ນາ ອະທິຖານ ຂອງ ຜູ້ ຕໍ່າຕ້ອຍ ພຣະອົງ ຊົງ ປະທານ ຄວາມ ກ້າຫານ ໃຫ້ ແກ່ ເຂົາ ເຈົ້າ.
\v 18 ພຣະອົງ ຊົງ ຟັງ ສຽງ ຮ້ອງໄຫ້ ຂອງ ຜູ້ ທີ່ຖືກ ຂົ່ມ ເຫັງ ແລະ ສຽງ ຂອງ ລູກກາໍ ພ້າ ແລະ ຕັດ ສິນ ເຂົ້າ ຂ້າງ ເຂົາ ເຈົ້າ ເພື່ອ ວ່າ ມະນຸດ ທີ່ ຕາຍເປັນ ຈະ ບໍ່ ໄດ້ ຈອງຫອງ ສ້າງ ຄວາມ ຕົກ ໃຈ ກົວ ໃຫ້ ພວກເຂົາ ຕໍ່ໄປ ອີກ.
\s5
\c 11
\p
\v 1 ຂ້ານ້ອຍ ໄວ້ວາງໃຈ ໃນ ອົງ ພຣະ ຜູ້ ເປັນ ເຈົ້າ ເພື່ອ ຄວາມ ປອດໄພ ເຫດໃດໜໍ ຈຶ່ງ ເວົ້າ ໃຫ້ ຂ້ອຍ ວ່າ, “ຈົ່ງ ໜີໄປ ລີ້ ທີ່ ພູເຂົາ ເໝືອນ ດັ່ງ ນົກ (ຜ)
\v 2 ເພາະ ຄົນ ຊົ່ວ ຮ້າຍ ໄດ້ ກົ່ງ ໜ້າ ທະນູ ແລະ ຍິງ ລູກສອນ ໄປ ໃສ່ ຄົນ ຊອບທາໍ ຈາກ ບ່ອນ ມືດ.
\s5
\v 3 ເມື່ອ ຮາກຖານ ໄດ້ ຖືກ ທາໍ ລາຍ ລົງ ແລ້ວ ຄົນ ດີ ສາມາດ ເຮັດ ຫຍັງ ໄດ້ ແດ່? ”
\v 4 ອົງພຣະ ຜູ້ ເປັນເຈົ້າ ຢູ່ ໃນ ພຣະວິຫານ ອັນສັກສິດ ຂອງ ພຣະອົງ ພຣະອົງ ປະທັບ ເທິງ ພຣະບັນ ລັງ ຢູ່ ເທິງ ຟ້າສະຫວັນ ພຣະອົງ ເຝົ້າ ເບິ່ງ ມະນຸດ ທຸກແຫ່ງ ທຸກຫົນ ແລະ ທັງ ຮູ້ວ່າ ຄົນ ກາໍ ລັງ ເຮັດ ຫຍັງ ຢູ່ ດ້ວຍ.
\s5
\v 5 ພຣະອົງ ກວດກາ ເບິ່ງ ຄົນ ຊອບທາໍ ແລະ ຄົນ ຊົ່ວ ເໝືອນກັນ ພຣະອົງ ກຽດຊັງ ຄົນ ທີ່ ເຮັດ ການ ໂຫດຮ້າຍ.
\v 6 ພຣະອົງ ສົ່ງ ຖ່ານໄຟ (ຝ) ແລະ ມາດ ທີ່ ລຸກ ໄໝ້ ຢູ່ ລົງ ມາ ສູ່ ຄົນ ຊົ່ວ ຮ້າຍ ທັງ ຫລາຍ ພຣະອົງ ໄດ້ ລົງ ໂທດ ພວກເຂົາ ໂດຍ ສົ່ງ ລົມ ຮ້ອນ ມາ ເຜົາ ໄໝ້.
\v 7 ອົງພຣະ ຜູ້ ເປັນເຈົ້າ ເຮັດ ຖືກ ຕ້ອງ ແລະ ຮັກ ການ ກະທໍາ ດີ ຜູ້ ທີ່ ເຮັດ ຢ່າງ ນີ້ ກໍຈະ ອາໄສ ຢູ່ ຊ້ອງໜ້າ ພຣະອົງໄດ້.
\s5
\c 12
\p
\v 1 ຂ້າ ແດ່ ອົງ ພຣະ ຜູ້ ເປັນ ເຈົ້າ ຂໍ ຊົງ ໂຜດ ຊ່ວຍເຫລືອ ພວກ ຂ້ານ້ອຍ ດ້ວຍ ເພາະ ຄົນ ດີ ບໍ່ ມີ ເຫລືອ ຢູ່ ແລະ ຄົນ ສັດ ຊື່ ກໍ ຫາ ບໍ່ໄດ້.
\s5
\v 2 ທຸກຄົນ ຕ່າງ ກໍ ກ່າວ ຄໍາຕົວະ ຕໍ່ ກັນ ແລະກັນ ພວກເຂົາ ຫລອກລວງ ຊຶ່ງ ກັນ ແລະກັນ ດ້ວຍ ຄໍາ ປະຈົບ ປະແຈງ.
\v 3 ຂ້າ ແດ່ ອົງ ພຣະ ຜູ້ ເປັນ ເຈົ້າ ໂຜດ ໃຫ້ ລີ້ນ ຄົນ ຢ່າງ ນັ້ນ ມິດ ງຽບ ແລະ ງັບ ປາກ ທຸກຄົນ ທີ່ ເວົ້າ ຈາ ອວດອ້າງ ວ່າ,
\v 4 “ພຽງແຕ່ ພວກເຮົາ ກ່າວ ອອກ ປາກ ກໍໄດ້ ສິ່ງ ທີ່ ຕ້ອງການ ຈະ ເວົ້າ ສິ່ງ ທີ່ ໃຈ ຕ້ອງການ ແລະ ຜູ້ໃດ ຈະ ຢັບຢັ້ງ ໄດ້. ”
\s5
\v 5 ອົງ ພຣະ ຜູ້ ເປັນ ເຈົ້າ ກ່າວ ໂຕ້ຕອບ ອອກ ໄປ ວ່າ, “ບັດນີ້ ເຮົາ ຈະ ລຸກ ຂຶ້ນ ຍ້ອນ ຄົນ ຂັດ ສົນ ຖືກ ກົດ ຂີ່ ຄົນ ຖືກ ຂົ່ມ ເຫັງ ກໍ ຄວນຄາງ ຢ່າງ ເຈັບ ປວດ ໜັກ ເຮົາ ຈະ ໃຫ້ ພວກເຂົາ ປອດໄພ ຢ່າງ ຖາວອນ ຕາມ ທີ່ ພວກເຂົາ ປາຖະໜາ.”
\s5
\v 6 ຄໍາສັນຍາ ຂອງ ອົງພຣະ ຜູ້ ເປັນເຈົ້າ ນັ້ນ ກໍ ເປັນ ທີ່ ໄວ້ວາງໃຈ ບໍຣິສຸດ ດັ່ງ ເງິນ ຖືກ ຫລອມ ໃນ ໄຟ ເຖິງ ເຈັດ ຄັ້ງ.
\v 7-8 ຂ້າ ແດ່ ອົງ ພຣະ ຜູ້ ເປັນເຈົ້າ ຄົນ ຊົ່ວ ນັ້ນ ມີ ຢູ່ ທຸກ ແຫ່ງຫົນ ທຸກໆ ຄົນ ຕ່າງ ກໍ ຊົມ ເຊີຍ ສິ່ງ ທີ່ ຊົ່ວ ຮ້າຍ. ຂໍ ຊົງ ໂຜດ ຮັກ ສາ ພວກ ຂ້ານ້ອຍ ໃຫ້ ປອດໄພ ເລື້ອຍໆ ແດ່ ໂຜດ ຄຸ້ມຄອງ ໃຫ້ ພົ້ນ ຈາກ ຄົນ ຢ່າງ ນີ້ ແດ່ ທ້ອນ.
\s5
\c 13
\p
\v 1 ຂ້າແດ່ ອົງພຣະ ຜູ້ ເປັນເຈົ້າ ພຣະອົງ ຈະ ລືມ ໄລ ຂ້ານ້ອຍ ໄປ ດົນນານ ປານໃດ ຕະຫລອດໄປ ບໍ? ພຣະອົງ ຍັງ ຈະ ລີ້ໜ້າ ຂອງ ພຣະອົງ ໄປ ຈາກ ຂ້ານ້ອຍ ດົນ ນານ ປານໃດ?
\v 2 ຂ້ານ້ອຍ ຕ້ອງ ສືບ ຕໍ່ ທົນ ເດືອດຮ້ອນ ຕໍ່ໄປ ທັງ ເວັນ ທັງ ຄືນ ຢ່າງ ນີ້ ດົນ ນານ ປານໃດ ອີກ? ຂ້ານ້ອຍ ຍັງ ຈະ ອຸກອັ່ງ ຢູ່ ຢ່າງນີ້ ອີກ ດົນ ປານໃດ? ດົນ ປານໃດ ສັດ ຕູ ຍັງຈະ ຊະນະ ຂ້ານ້ອຍ ຢູ່?
\s5
\v 3 ຂ້າແດ່ ອົງພຣະ ຜູ້ເປັນເຈົ້າ ພຣະເຈົ້າ ຂອງ ຂ້ານ້ອຍ ເອີຍ ໂຜດ ຫລຽວເບິ່ງ ຂ້ານ້ອຍ ແລະ ຕອບ ຂ້ານ້ອຍ ດ້ວຍ. ຂໍ ຊົງ ໂຜດ ປະທານ ໃຫ້ ຕາ ຂອງ ຂ້ານ້ອຍ ສະຫວ່າງ ຂຶ້ນ ໃໝ່ ຂໍ ຊົງ ໂຜດ ຢ່າ ປ່ອຍ ໃຫ້ ຂ້ານ້ອຍ ຕ້ອງ ຕາຍໄປ.
\v 4 ຢ່າ ໃຫ້ ສັດ ຕູ ເວົ້າ ວ່າ, “ປາບ ມັນ ໄດ້ ແລ້ວ ເດ” ຢ່າ ໃຫ້ ພວກເຂົາ ໜາໍ ໃຈ ເມື່ອ ຂ້ານ້ອຍ ລົ້ມ.
\s5
\v 5 ຂ້ານ້ອຍ ໄວ້ວາງໃຈ ໃນ ຄວາມຮັກ ອັນໝັ້ນ ຄົງ ຂອງ ພຣະອົງ ແລະ ຊື່ນ ຊົມ ຍິນ ດີ ໃນ ການ ຊ່ວຍກູ້ ຂອງ ພຣະອົງ.
\v 6 ຂ້າ ແດ່ ອົງ ພຣະ ຜູ້ ເປັນ ເຈົ້າ ຂ້ານ້ອຍ ຈະ ຮ້ອງ ເພງ ຖວາຍ ແກ່ ພຣະອົງ ເພາະ ພຣະຄຸນ ຄວາມດີ ທີ່ ຊົງ ມີ ແກ່ ຂ້ານ້ອຍ ນັ້ນ.
\s5
\c 14
\p
\v 1 ຄົນ ໂງ່ ຄິດ ຢູ່ໃນ ໃຈ ຂອງຕົນ ວ່າ, “ໂລກນີ້ ບໍ່ ມີ ພຣະເຈົ້າ” ພວກເຂົາ ຕ່າງ ກໍ ເປັນ ຄົນ ເຮັດ ໃຫ້ ຕົນ ຊົ່ວ ລົງ ທັງ ນັ້ນ. ພວກເຂົາ ໄດ້ ພາກັນ ເຮັດ ໃນ ສິ່ງ ທີ່ ໜ້າ ຢ້ານກົວ ຫລາຍ ບໍ່ ມີ ຜູ້ໜຶ່ງ ຜູ້ໃດ ເຮັດ ໃນ ສິ່ງ ທີ່ ຖືກ ຕ້ອງ.
\s5
\v 2 ອົງ ພຣະ ຜູ້ ເປັນ ເຈົ້າ ຫລຽວ ເບິ່ງ ມະນຸດ ຈາກ ສະຫວັນ ວ່າ ມີ ໃຜ ແດ່ ທີ່ ສະຫລາດ ມີ ໃຜ ແດ່ ທີ່ ຊອກ ສະແຫວງ ຫາ ພຣະອົງ.
\v 3 ພວກເຂົາ ລ້ວນແຕ່ ເຮັດຜິດບາບ ແລະ ເຮັດ ການ ຊົ່ວ ຮ້າຍ ເໝືອນກັນ ທຸກຄົນ ບໍ່ ມີ ຈັກ ຄົນ ໜຶ່ງ ຄົນ ດຽວ ເຮັດ ໃນ ສິ່ງ ທີ່ ຖືກ ຕ້ອງ ເລີຍ.
\s5
\v 4 ອົງພຣະ ຜູ້ເປັນເຈົ້າ ຖາມ ວ່າ, “ພວກເຂົາ ບໍ່ ມີ ປັນຍາ ຫລືນີ້? ຄົນ ຊົ່ວ ຊ້າເຫລົ່າ ນີ້ ໂງ່ຈ້າ ກັນ ໝົດ ຫືລນີ້? ພວກເຂົາ ມີ ຊີວິດ ຢູ່ ເພື່ອ ປຸ້ນຈີ້ ປະຊາຊົນ ຂອງເຮົາ ແລະ ບໍ່ ເຄີຍ ພາວັນ ນາ ອະທິຖານ ຫາ ເຮົາ ຈັກ ເທື່ອ.”
\s5
\v 5 ແຕ່ ພວກເຂົາ ຈະ ຢູ່ ຢ່າງ ສະທ້ານ ຢ້ານກົວ ເຕັມ ທີ ເພາະ ອົງພຣະ ຜູ້ ເປັນເຈົ້າ ສະຖິດ ຢູ່ນາໍ ຄົນ ທີ່ ເຊື່ອ ຟັງ ພຣະອົງ.
\v 6 ຄົນ ຊົ່ວ ຂັດ ຂວາງ ແຜນການ ຂອງ ຄົນ ຖ່ອມຕົວ ແຕ່ ອົງພຣະ ຜູ້ ເປັນເຈົ້າ ຊົງ ຄຸ້ມຄອງ ຄົນ ຖ່ອມຕົວ ໄວ້.
\s5
\v 7 ຂ້ານ້ອຍ ຈະ ພາວັນ ນາ ອະທິຖານ ຢ່າງໃດ ຈຶ່ງ ຈະ ໄດ້ ມີ ໄຊ ຈາກ ພູເຂົາ ຊີໂອນ ສູ່ ຊາດ ອິດສະຣາເອນ ໄດ້. ປະຊາຊົນ ອິດ ສະຣາເອນ ຈະ ມີ ຄວາມສຸກ ສໍ່າໃດ ເມື່ອ ອົງ ພຣະ ຜູ້ ເປັນ ເຈົ້າ ເຮັດ ໃຫ້ ຈະເລີນ ຮຸ່ງເຮືອງ ຂຶ້ນໃໝ່.
\s5
\c 15
\p
\v 1 ຂ້າແດ່ ອົງພຣະ ຜູ້ ເປັນເຈົ້າ ຜູ້ໃດ ຈະ ເຂົ້າ ໄປ ໃນ ພຣະວິຫານ ຂອງ ພຣະອົງ ໄດ້? ຜູ້ໃດ ຈະນະມັດສະການ ທີ່ ຊີໂອນ ເນີນພູ ສັກສິດ (ຣ) ຂອງ ພຣະອົງ ນັ້ນ ໄດ້.
\v 2 ຄື ພວກ ທີ່ ເຊື່ອ ຟັງ ພຣະເຈົ້າ ໃນ ທຸກສິ່ງ ແລະ ເຮັດ ໃນ ສິ່ງ ທີ່ ຖືກ ຕ້ອງ ຢູ່ ສະເໝີ ທັງ ເປັນ ຄົນ ເວົ້າ ຄວາມຈິງ ຈາກ ຈິດ ໃຈ ດ້ວຍ
\s5
\v 3 ແລະ ເປັນ ຜູ້ ທີ່ ບໍ່ ເວົ້າ ໃຫ້ ຄົນ ອື່ນ ເສຍຫາຍ ບໍ່ ເຮັດ ຜິດ ຕໍ່ ໝູ່ ຄູ່ ແລະ ບໍ່ ກ່າວຂວັນ ນິນ ທາ ເພື່ອນບ້ານ.
\s5
\v 4 ລາວ ດູຖູກ ຄົນ ທີ່ ພຣະເຈົ້າ ປະຕິເສດ ເຂົາ ແຕ່ ໃຫ້ກຽດ ຄົນ ທີ່ ຢໍາເກງ ອົງ ພຣະຜູ້ເປັນເຈົ້າ. ລາວ ເຮັດ ຕາມ ທີ່ ຕົນ ໄດ້ ສັນ ຍາ ໄວ້ ສະເໝີ ເຖິງ ວ່າ ຕົນ ຈະ ເປັນ ຝ່າຍ ເສຍ ຜົນປະໂຫຍດ ກໍຕາມ.
\v 5 ລາວ ໃຫ້ ຄົນ ຢືມ ເງິນ ໂດຍ ບໍ່ ຄິດ ດອກເບ້ຍ ທັງ ບໍ່ ຮັບ ສິນ ບົນ ເປັນ ພະຍານ ຕໍ່ສູ້ ຄົນ ບໍ່ ມີ ຜິດ ດ້ວຍ.
\s5
\c 16
\p
\v 1 ຂ້າ ແດ່ ພຣະເຈົ້າ ຂໍ ຊົງ ໂຜດ ຄຸ້ມ ຄອງ ຂ້າ ນ້ອຍ ໃຫ້ ປອດໄພ ດ້ວຍ ເພາະ ຂ້ານ້ອຍ ໄວ້ວາງໃຈ ໃນ ພຣະອົງ.
\v 2 ຂ້ານ້ອຍ ກ່າວ ແກ່ ອົງ ພຣະ ຜູ້ ເປັນ ເຈົ້າ ວ່າ, “ພຣະອົງ ເປັນ ພຣະເຈົ້າ ຢາເວ ຂອງ ຂ້ານ້ອຍ ແລະ ສິ່ງ ດີ ທຸກຢ່າງ ທີ່ ຂ້ານ້ອຍ ມີ ຢູ່ ທັງ ໝົດ ກໍ ລ້ວນແຕ່ ມາ ຈາກ ພຣະອົງ ທັງ ສິ້ນ. ”
\v 3 ປະຊາຊົນ ຜູ້ ສັດ ຊື່ ທີ່ ອາໄສ ຢູ່ ໃນ ດິນແດນ ຄື ພວກ ທີ່ ຂ້າ ນ້ອຍ ຊົມ ຊື່ນ ຍິນ ດີ ກັບ ພວກເຂົາ.
\s5
\v 4 ພວກ ທີ່ ຊອກ ພະອື່ນ ໃຫ່ ເຫັນ ອົກ ເຫັນ ໃຈ ກໍ ເຮັດ ໃຫ້ ຕົນ ເອງ ທຸກໃຈ ເທົ່າ ນັ້ນ. ຂ້ານ້ອຍ ຈະ ບໍ່ ຮ່ວມ ບູຊາ ເລືອດ ນາໍ ພວກເຂົາ ຈະ ບໍ່ ເອີ່ຍ ເຖິງ ແມ່ນແຕ່ ຊື່ເຂົາເຈົ້າ.
\s5
\v 5 ອົງ ພຣະ ຜູ້ ເປັນ ເຈົ້າ ເປັນ ທຸກສິ່ງ ທີ່ ຂ້ານ້ອຍ ມີ ທຸກສິ່ງ ທີ່ ຂ້ານ້ອຍ ຈາໍ ເປັນ ພຣະອົງ ກໍ ຈັດ ຫາ ໃຫ້.
\v 6 ອະນາຄົດ ຂອງ ຂ້ານ້ອຍ ແມ່ນ ຢູ່ ໃນ ກາໍ ມື ຂອງ ພຣະອົງ ຂອງ ປະທານ ອັນ ດີເລີດ ທຸກ ອັນ ຊົງ ເປັນຜູ້ ໂຜດ ໃຫ້.
\s5
\v 7 ຂ້ານ້ອຍ ຍ້ອງຍໍ ສັນລະເສີນ ອົງພຣະ ຜູ້ ເປັນເຈົ້າ ເພາະ ພຣະອົງ ແນະນາໍ ຂ້ານ້ອຍ ແລະ ຕອນ ກາງຄືນ ຈິດສໍານຶກ ກໍ ຍັງ ເຕືອນ ຢູ່.
\v 8 ຂ້ານ້ອຍ ຮູ້ ສະເໝີ ວ່າ ອົງ ພຣະ ຜູ້ ເປັນ ເຈົ້າ ສະຖິດ ຢູ່ນາໍ ຢູ່ ໃກ້ຊິດ ແລະ ບໍ່ ມີ ສິ່ງ ໃດ ເຮັດ ໃຫ້ ຫວັ່ນ ໄຫວ ໄດ້.
\s5
\v 9 ດ້ວຍເຫດນັ້ນ ຈິດໃຈ ຂອງ ຂ້ານ້ອຍ ຈຶ່ງ ໂມທະນາ ຂອບພຣະຄຸນ ພຣະເຈົ້າ ແລະ ຊົມ ຊື່ນ ຍິນ ດີ ແລະ ຮູ້ສຶກ ມີ ຄວາມ ປອດໄພ ຢ່າງ ຄົບ ຖ້ວນ ບໍຣິບູນ
\v 10 ເພາະ ພຣະອົງ ຄຸ້ມ ຄອງ ຈາກ ອໍານາດ ຄວາມຕາຍ ບໍ່ ປ່ອຍ ໃຫ້ ຜູ້ ບໍຣິສຸດ ຂອງ ພຣະອົງ ຕ້ອງ ເປື່ອຍເນົ່າ.
\s5
\v 11 ແລ້ວ ພຣະອົງ ກໍ ຈະ ໃຫ້ ເຫັນ ທາງ ທີ່ ນໍາ ໄປສູ່ ຊີວິດ ຢູ່ ຊ້ອງໜ້າ ພຣະອົງ ນັ້ນ ມີ ຄວາມ ຊົມ ຊື່ນ ຍິນ ດີ ທັງ ເຮັດ ໃຫ້ ຂ້ານ້ອຍ ມີ ຄວາມ ສຸກໃຈ ຫລາຍ ທີ່ ຢູ່ ກັບ ພຣະອົງ ຕະຫລອດໄປ ເປັນ ນິດ.
\s5
\c 17
\p
\v 1 ຂ້າ ແດ່ ອົງ ພຣະ ຜູ້ ເປັນ ເຈົ້າ ຂໍ ຊົງ ໂຜດ ຟັງ ຂ້ານ້ອຍ ດ້ວຍ ໂຜດ ຟັງ ຄໍາພາວັນ ນາ ອະທິຖານ ຮ້ອງ ຂໍ ຄວາມ ຍຸດຕິທາໍ ດ້ວຍ ໂຜດ ເອົາ ໃຈໃສ່ ຕໍ່ ສິ່ງ ທີ່ ຂ້ານ້ອຍ ຂໍ ໃຫ້ ຊ່ວຍເຫລືອ ໂຜດ ຟັງ ຄໍາພາວັນ ນາ ອະທິຖານ ຢ່າງ ຈິງ ໃຈ ດ້ວຍ.
\v 2 ຂໍ ໃຫ້ ພຣະອົງ ຕັດ ສິນ ເຂົ້າ ຂ້າງ ຂ້ານ້ອຍ ເພາະ ພຣະອົງ ຊົງ ເຫັນ ວ່າ ອັນ ໃດ ເປັນ ສິ່ງ ທີ່ ຖືກ ຕ້ອງ.
\s5
\v 3 ເມື່ອ ພຣະອົງ ຊົງ ກວດເບິ່ງ ຈິດໃຈ ຂອງ ຂ້ານ້ອຍ. ພຣະອົງ ມາ ຫາ ຂ້ານ້ອຍ ໃນ ຕອນ ກາງຄືນ; ເມື່ອ ພຣະອົງ ໄດ້ ກວດເບິ່ງ ຂ້ານ້ອຍ ແລະ ກໍ ບໍ່ພົບ ຄວາມ ປາຖະໜາ ຊົ່ວ ໃດໆ ຢູ່ໃນຈິດ ໃຈ ຂອງ ຂ້ານ້ອຍ.
\s5
\v 4 ຂ້ານ້ອຍ ບໍ່ໄດ້ ເວົ້າ ຊົ່ວ ເໝືອນ ດັ່ງ ຄົນອື່ນໆ ເວົ້າ ກັນ ຂ້ານ້ອຍ ຖື ຂໍ້ຄໍາສັ່ງ ຂອງ ພຣະອົງ ທຸກໆ ຂໍ້ ແລະ ບໍ່ ຢຶດ ທາງ ຮຸນແຮງ ດ້ວຍ.
\v 5 ຂ້ານ້ອຍເດີນ ຕາມທາງທີ່ ພຣະອົງ ສັ່ງ ສອນສະເໝີ ແລະ ບໍ່ເຄີຍ ຫລີກ ໜີ ຈາກ ທາງນັ້ນ ຈັກ ເທື່ອ.
\s5
\v 6 ຂ້າແດ່ ພຣະເຈົ້າ ຂ້ານ້ອຍ ພາວັນ ນາ ອະທິຖານ ຫາ ພຣະອົງ ເພາະ ພຣະອົງ ຕອບ ຄໍາພາວັນນາ ອະທິຖານ ຂອງ ຂ້ານ້ອຍ ແລ້ວ ສະນັ້ນ ໂຜດ ຫັນ ມາ ຫາ ຂ້ານ້ອຍ ແດ່ ທ້ອນ ແລະ ຟັງ ຄໍາພາວັນ ນາ ອະທິຖານ ຂອງ ຂ້ານ້ອຍ ດ້ວຍ.
\v 7 ຂໍ ຊົງ ໂຜດ ສໍາແດງ ຄວາມຮັກ ອັນ ໝັ້ນຄົງ ຂອງ ພຣະອົງ ໂຜດ ຊ່ວຍກູ້ເອົາ ຂ້ານ້ອຍ ດ້ວຍ ມື ຂວາ ຂອງ ພຣະອົງ ແດ່ ທ້ອນ ເມື່ອ ຢູ່ ໃກ້ຊິດ ພຣະອົງ ກໍ ປອດໄພ ຈາກ ສັດ ຕູ ທັງ ສິ້ນ.
\s5
\v 8-9 ຂໍ ຊົງ ໂຜດ ຄຸ້ມຄອງ ຂ້ານ້ອຍ ໄວ້ ດັ່ງແກ້ວ ຕາ ຂອງ ພຣະອົງ ຂໍ ຊົງ ໂຜດ ຊົ້ນ ຂ້ານ້ອຍ ໄວ້ ໃຕ້ ຮົ່ມ ປີກ ຂອງ ພຣະອົງ ແລະ ຊົງ ປົກ ປ້ອງ ຂ້ານ້ອຍ ໄວ້ ຈາກ ການ ໂຈມຕີ ຂອງ ຄົນ ຊົ່ວຮ້າຍ ດ້ວຍ.
\v 10 ສັດ ຕູ ຜູ້ ໝາຍປອງ ຂ້າ ກໍ ອ້ອມຂ້າງ ຂ້ານ້ອຍ ຢູ່ ພວກເຂົາ ບໍ່ ມີ ຄວາມ ເມດຕາ ແລະ ເວົ້າ ໂອ້ອວດ ຈອງຫອງ.
\s5
\v 11 ບັດ ນີ້ ຂ້ານ້ອຍ ຖືກ ປິດ ລ້ອມ ແລະ ບໍ່ຮູ້ ວ່າ ຈະ ຫັນ ໄປ ທາງ ໃດ ພວກເຂົາ ຊອກ ໂອກາດ ທີ່ ຈະ ດຶງ ຂ້ານ້ອຍ ລົງ ໃຫ້ ໄດ້.
\v 12 ພວກເຂົາ ເປັນ ດັ່ງ ຝູງ ສິງ ໂຕຮ້າຍ ທີ່ ຄອຍຖ້າ ເຫຍື່ອ ຊຶ່ງ ດັກຈັບ ເພື່ອ ກັດ ຈີກກິນ ຂ້ານ້ອຍ ເປັນ ຕ່ອນໆ.
\s5
\v 13 ຂ້າແດ່ ອົງພຣະ ຜູ້ເປັນເຈົ້າ ຂໍ ຊົງ ໂຜດ ລຸກ ຂຶ້ນ ຂັດ ຂວາງ ເຫລົ່າ ສັດ ຕູ ຂອງ ຂ້ານ້ອຍ ໄວ້ ດ້ວຍ ໂຜດ ໃຊ້ ດາບ ຂອງ ພຣະອົງ ມາ ກາໍ ຈັດ ສັດ ຕູ ເຫລົ່າ ນັ້ນ ສາ ໂຜດ ຊ່ວຍ ຂ້ານ້ອຍ ໃຫ້ ພົ້ນໄພ ແດ່ ທ້ອນ
\v 14 ຂ້າແດ່ ອົງ ພຣະ ຜູ້ ເປັນ ເຈົ້າ ໂຜດ ຊ່ວຍ ໃຫ້ ພົ້ນ ຈາກ ຄົນ ເຫຼົ່ົາ ນີ້ ຄື ຈາກ ມະນຸດ ທີ່ ເຫັນແກ່ໄດ້ ໃນ ຊີວິດ ນີ້ ພວກເຂົາ ເອົາ ໄດ້ ທຸກສິ່ງ ທີ່ ພວກເຂົາ ຕ້ອງການ. ໂຜດ ລົງ ໂທດ ພວກເຂົາ ໃຫ້ ທົນ ທຸກ ໂດຍ ໂທດກໍາ ທີ່ ພວກເຂົາ ໄດ້ ສະສົມ ໄວ້ ນັ້ນ. ຂໍ ໃຫ້ ພວກ ລູກຫລານ ຂອງ ເຂົາເຈົ້າ ໄດ້ ຮັບ ໂທດກໍາ ນັ້ນ ຈົນ ທົນ ບໍ່ ໄຫວ ທັງ ປະ ໄວ້ ໃຫ້ ຫລານ ເຫລັນ ຫລ້ອນ ຂອງ ພວກເຂົາ ເຊັ່ນ ຕໍ່ໆ ໄປ ອີກ ດ້ວຍ
\s5
\v 15 ແຕ່ ຂ້ານ້ອຍ ຈະ ໄດ້ ພົບ ພຣະອົງ ໃນ ຄວາມ ຊອບທໍາ ເມື່ອ ຂ້ານ້ອຍ ຕື່ນ ມາ ຈິດ ໃຈ ກໍ ເບີກ ບານ ມ່ວນຊື່ນ ຢູ່ ຊ້ອງໜ້າພຣະເຈົ້າ.
\s5
\c 18
\p
\v 1 ຂ້າ ແດ່ ອົງ ພຣະ ຜູ້ ເປັນ ເຈົ້າ ຂ້ານ້ອຍ ຮັກ ພຣະອົງ ພຣະອົງ ເປັນ ຜູ້ ປ້ອງກັນ ຂອງ ຂ້ານ້ອຍ.
\s5
\v 2 ອົງ ພຣະ ຜູ້ ເປັນ ເຈົ້າ ເປັນ ຜູ້ ປົກ ປ້ອງ ຂອງ ຂ້ານ້ອຍ ເປັນ ປ້ອມ ອັນ ແໜ້ນໜາ ຂອງ ຂ້ານ້ອຍ ດ້ວຍ. ພຣະເຈົ້າ ເປັນ ຫິນ ສີລາ ທັງ ເປັນ ທີ່ ລີ້ ໄພ ຂອງ ຂ້ານ້ອຍ ແລະ ຂ້ານ້ອຍ ກໍ ພົບ ຄວາມ ປອດໄພ ໃນ ພຣະອົງ ດັ່ງ ໂລ້ ຕ້ານທານ ນັ້ນ ພຣະອົງ ປົກ ປ້ອງ ຂ້ານ້ອຍ ຄຸ້ມຄອງ ຮັກ ສາ ຂ້ານ້ອຍ ໃຫ້ ປອດໄພ ໄດ້
\v 3 ຂ້ານ້ອຍ ຮ້ອງ ຫາ ອົງ ພຣະ ຜູ້ ເປັນ ເຈົ້າ ຜູ້ ສົມ ຄວນ ແກ່ ການ ສັນ ລະເສີນ ແລະ ພຣະອົງ ກໍ ຊ່ວຍ ຂ້ານ້ອຍ ໃຫ້ ພົ້ນໄພ ຈາກ ສັດຕູ ໝູ່ມານ
\s5
\v 4 ບ້ວງ ແຫ່ງ ຄວາມຕາຍ ກໍ ອ້ອມຮອບ ຂ້ານ້ອຍ ຢູ່ ຄື້ນ ແຫ່ງ ການທໍາລາຍ ນັ້ນ ກໍໄດ້ ໄຫລ ຖ້ວມ ຂ້ານ້ອຍ ໄວ້.
\v 5 ບ້ວງ ແຫ່ງ ແດນ ຄົນ ຕາຍ ກໍ ຜູກພັນ ຂ້ານ້ອຍ ຢູ່ ແຮ້ວ ທີ່ ຈະ ດັບ ຊີວິດ ຂ້ານ້ອຍ ກໍ ຫ້າງໃສ່ ຢູ່ ສະເໝີ.
\s5
\v 6 ໃນ ຄວາມ ເດືອດຮ້ອນ ຢ່າງ ນີ້ ແມ່ນ ອົງ ພຣະ ຜູ້ ເປັນເຈົ້າ ທີ່ຂ້ານ້ອຍ ຮ້ອງ ຫາ ໃຫ້ ຊ່ວຍເຫລືອ ພຣະອົງ ໄດ້ ຟັງ ສຽງ ຂອງ ຂ້ານ້ອຍ ທີ່ ພຣະວິຫານ ຂອງ ພຣະອົງ ແລະ ພຣະອົງ ໄດ້ຍິນ ສຽງ ຮ້ອງ ຂໍ ໃຫ້ ຊ່ວຍ ເຫລືອ ຂອງ ຂ້ານ້ອຍ ແລ້ວ.
\s5
\v 7 ເມື່ອ ພຣະອົງ ໂກດຮ້າຍ ທົ່ວ ທັງ ໂລກ ກໍ ສະທ້ານ ຫວັ່ນ ໄຫວ ແລະ ຮາກຖານ ຂອງ ຜືນ ແຜ່ນດິນ ທັງ ໜ່ວຍ ພູ ທັງ ຫລາຍ ກໍ ຄອນແຄນ ໄປ ໝົດ ເພາະ ຄວາມ ໂກດຮ້າຍ ຂອງ ພຣະເຈົ້າ
\v 8 ຄວັນ ໄຟ ຟົ້ງ ອອກ ຈາກ ຮູດັງ ຂອງ ພຣະອົງ ແປວ ໄຟກ້າ ເຜົາ ຜານ ອອກ ມາ ຈາກ ປາກ ພຣະອົງ ດ້ວຍ.
\s5
\v 9 ພຣະອົງ ແຫວກ ທ້ອງຟ້າ ແລະ ສະເດັດ ລົງ ມາ ໂດຍ ມີ ກ້ອນເມກ ຕຶບ ໜາ ຮອງ ຕີນ ພຣະອົງ ໄວ້.
\v 10 ພຣະອົງ ນັ່ງ ເທິງ ເຄຣຸບ (ອ) ແລະ ສະເດັດ ລົງ ມາ ແລະ ທ່ອງທ່ຽວ ໄປມາ ຕາມ ປີກ ລົມ ພັດ.
\s5
\v 11 ພຣະອົງ ມີ ຄວາມມືດ ຫຸ້ມ ຫໍ່ ຕົວ ຂອງ ພຣະອົງ ເມກ ທີ່ ມີ ນາໍ້ ອັນ ຕຶບ ໜາ ກໍ ອ້ອມ ພຣະອົງ ໄວ້.
\v 12 ຕໍ່ໜ້າ ພຣະອົງ ມີ ໝາກເຫັບ ກັບ ແສງສຸກໃສ ແສງໄຟ ແວວວາວ ທະລຸ ກ້ອນເມກ ອັນ ໜາແໜ້ນ.
\s5
\v 13 ແລ້ວ ອົງພຣະ ຜູ້ ເປັນເຈົ້າ ເຮັດ ໃຫ້ ຟ້າ ຮ້ອງ ກ້ອງ ກັງ ວານ ສຽງ ຂອງ ອົງ ຊົງ ຣິດ ໃຫຍ່ ຍິ່ງ ສູງສຸດ ໄດ້ຍິນ (ຮ) ໄປ ທົ່ວ ໃຕ້ ຟ້າ.
\v 14 ພຣະອົງ ຍິງ ລູກທະນູ ໃສ່ ສັດຕູ ແຕກ ຊະຊາຍ ໄປ ໄລ່ ພວກເຂົາ ປົບ ໜີ ໂດຍ ແສງຟ້າ ແມບເຫລື້ອມ.
\s5
\v 15 ພື້ນ ມະຫາສະໝຸດ ກໍ ຫວ່າງເປົ່າ ເປີດ ແປນ ແລະ ຮາກຖານ ແຜ່ນດິນ ກໍ ບໍ່ມີຫຍັງ ຫຸ້ມ ໄວ້ ເມື່ອ ອົງພຣະ ຜູ້ ເປັນເຈົ້າ ນາບຂູ່ ເຫລົ່າ ສັດ ຕູ ແລະ ຮ້ອງ ໃສ່ ພວກເຂົາ ດ້ວຍ ຄວາມ ໂກດຮ້າຍ.
\s5
\v 16 ພຣະອົງ ຊົງ ລົງ ຈາກ ສະຫວັນ ແລະ ອູ້ມຊູ ຂ້ານ້ອຍ ໄວ້ ພຣະອົງ ດຶງ ເອົາ ຂ້ານ້ອຍ ຂຶ້ນ ຈາກ ແມ່ ນາໍ້ ອັນ ແສນເລິກ.
\v 17 ພຣະອົງ ຊ່ວຍກູ້ ຂ້ານ້ອຍ ຈາກ ສັດ ຕູ ທີ່ ມີ ອໍານາດ ຫລາຍ ທັງ ແຂງແຮງ ກວ່າ ແລະ ກຽດຊັງ ຂ້ານ້ອຍ.
\s5
\v 18 ເມື່ອ ມີ ຄວາມ ເດືອດຮ້ອນ ສັດ ຕູ ກໍ ມາ ໂຈມຕີ ດີ ແຕ່ ຂ້ານ້ອຍ ມີ ອົງ ພຣະ ຜູ້ ເປັນ ເຈົ້າ ເປັນ ຜູ້ ຄຸ້ມຄອງ ໄວ້.
\v 19 ພຣະອົງ ໄດ້ ຊ່ວຍຊູ ໃຫ້ ພົ້ນ ຈາກ ອັນຕະລາຍ ເພາະ ພຣະອົງ ພໍໃຈ ນາໍ ຈຶ່ງ ຊ່ວຍ ໃຫ້ ພົ້ນໄດ້.
\s5
\v 20 ເພາະ ເຮັດ ຖືກ ຕ້ອງ ອົງ ພຣະ ຜູ້ ເປັນ ເຈົ້າ ຈຶ່ງ ໃຫ້ ບາໍ ເໜັດ ເພາະ ບໍ່ ມີ ຄວາມຜິດ ພຣະອົງ ຈຶ່ງ ອວຍພອນ ໃຫ້.
\v 21 ຂ້ານ້ອຍ ເຊື່ອ ຟັງ ກົດ ບັນ ຍັດ ຂອງ ອົງ ພຣະ ຜູ້ ເປັນ ເຈົ້າ ແລະ ບໍ່ໄດ້ ຫລອນ ຫັນ ໜີ ໄປ ຈາກ ພຣະເຈົ້າ.
\s5
\v 22 ຂ້ານ້ອຍ ໄດ້ ຮັກສາ ຂໍ້ຄໍາສັ່ງ ຂອງ ພຣະອົງ ທັງ ໝົດ ແລະ ບໍ່ ໄດ້ ລະເມີດ ຂໍ້ຄໍາສັ່ງ ຂອງ ພຣະອົງ ເລີຍ.
\v 23 ພຣະອົງ ຮູ້ຈັກ ວ່າ ຂ້ານ້ອຍ ບໍ່ ມີ ຄວາມຜິດ ຫຍັງ ແລະໄດ້ ລະວັງ ຕົວ ຈາກ ການ ຊົ່ວ ຮ້າຍ.
\v 24 ເພາະ ຂ້ານ້ອຍ ເຮັດ ຖືກ ຕ້ອງ ອົງ ພຣະ ຜູ້ ເປັນ ເຈົ້າ ຈຶ່ງ ໃຫ້ ຮັບ ບາໍ ເໜັດ ເພາະ ພຣະອົງ ຊົງ ຮູ້ວ່າ ຂ້ານ້ອຍ ບໍ່ ມີ ຜິດ ຫຍັງ ທັງ ນັ້ນ.
\s5
\v 25 ພຣະອົງ ໂຜດ ພຣະຄຸນ ໃຫ້ ແກ່ ຜູ້ ທີ່ ເຮັດ ຕາມ ພຣະຄຸນ ພຣະອົງ ສໍາແດງ ຄວາມ ສັດ ຊື່ ຕໍ່ ຜູ້ ທີ່ ສັດ ຊື່.
\v 26 ພຣະອົງ ບໍຣິສຸດ ຕໍ່ ຜູ້ ທີ່ ມີ ໃຈ ບໍຣິສຸດ ແຕ່ ພຣະອົງ ເປັນ ສັດ ຕູ ຕໍ່ ຜູ້ ທີ່ ຊົ່ວຮ້າຍ.
\s5
\v 27 ພຣະອົງ ຊ່ວຍ ຜູ້ທີ່ຖ່ອມຕົວ ໃຫ້ ພົ້ນໄພ ແຕ່ ພຣະອົງ ດຶງ ຄົນ ທີ່ ອວດຕົວ ຈອງຫອງ ໃຫ້ ຕົກ ຕໍ່າ ລົງ.
\v 28 ອົງພຣະຜູ້ ເປັນເຈົ້າ ພຣະເຈົ້າ ຂອງ ຂ້ານ້ອຍ ໃຫ້ ແສງແຈ້ງ ແກ່ ຂ້ານ້ອຍ ແລະ ເຮັດ ໃຫ້ ຄວາມ ມືດມົວ ຂອງ ຂ້ານ້ອຍ ສູນຫາຍ ໄປສິ້ນ.
\v 29 ພຣະອົງ ໃຫ້ ຂ້ານ້ອຍ ມີ ແຮງ ໂຈມຕີ ສັດ ຕູ ມີ ອໍານາດ ເໜືອ ໜ່ວຍ ປ້ອງກັນ ຂອງ ເຂົາ ເຈົ້າ.
\s5
\v 30 ການກະທາໍ ຂອງ ພຣະເຈົ້າ ກໍ ຖືກ ຕ້ອງ ຄົບ ຖ້ວນ ສົມ ບູນ ດີ ຖ້ອຍຄໍາ ຂອງ ອົງພຣະ ຜູ້ ເປັນເຈົ້າ ກໍ ເປັນ ທີ່ ໄວ້ວາງໃຈ ໄດ້. ພຣະອົງ ເປັນ ດັ່ງ ໂລ້ ສໍາລັບ ທຸກຄົນ ທີ່ ມາ ຂໍ ຄວາມ ຄຸ້ມ ຄອງ ຈາກ ພຣະອົງ.
\v 31 ອົງພຣະ ຜູ້ ເປັນເຈົ້າ ເທົ່ານັ້ນ ທີ່ ເປັນ ພຣະເຈົ້າ ພຣະອົງ ເທົ່ານັ້ນ ທີ່ ປ້ອງກັນ ພວກເຮົາໄດ້.
\v 32 ພຣະອົງ ຄື ພຣະເຈົ້າ ທີ່ ເຮັດ ໃຫ້ ຂ້ານ້ອຍ ເຂັ້ມ ແຂງ ເປັນ ຜູ້ ແປງ ທາງ ໃຫ້ ຂ້ານ້ອຍ ເດີນ ໄປ ຢ່າງ ປອດໄພ ໄດ້.
\s5
\v 33 ພຣະອົງ ເຮັດ ໃຫ້ ຂ້ານ້ອຍ ຍ່າງ ຄ່ອງແຄ້ວ ດັ່ງ ໂຕກວາງ ພຣະອົງ ຊົງ ຮັກສາ ໃຫ້ ຂ້ານ້ອຍ ປອດໄພ ຢູ່ ເທິງ ພູສູງ.
\v 34 ພຣະອົງ ຫລໍ່ຫລອມ ຂ້ານ້ອຍ ສໍາລັບ ສູ້ຮົບ ຕົບ ຕີ ໃຫ້ ມີ ກາໍ ລັງ ກົ່ງ ຄັນ ທະນູ ອັນ ແຂງແກ່ນ ໄດ້.
\s5
\v 35 ພຣະອົງ ປະທານ ໂລ້ ແຫ່ ງ ໄຊຊະນະ ໃຫ້ ແກ່ ຂ້ານ້ອຍ ແລະ ຊົງ ຊ່ວຍຊູ ຂ້ານ້ອຍ ໃຫ້ ພົ້ນໄພ ໄດ້ ການ ທີ່ ພຣະອົງ ເປັນ ຫ່ວງ ນັ້ນ ເຮັດ ໃຫ້ ຂ້ານ້ອຍ ໃຫຍ່ ຂຶ້ນ ແລະ ຣິດທານຸພາບ ຂອງ ພຣະອົງ ກໍ ເຮັດໃຫ້ ຂ້ານ້ອຍ ປອດໄພ.
\v 36 ພຣະອົງ ຮັກ ສາ ຂ້ານ້ອຍ ໄວ້ ບໍ່ ໃຫ້ ຖືກ ຈັບ ແລະ ຂ້ານ້ອຍ ກໍ ບໍ່ ເຄີຍ ລົ້ມ ລົງ ຈັກ ເທື່ອ.
\s5
\v 37 ຂ້ານ້ອຍ ໄດ້ ໄລ່ ຕາມ ສັດ ຕູ ແລະ ໄດ້ ຊະນະ ພວກເຂົາ ຂ້ານ້ອຍ ບໍ່ ຢຸດເຊົາ ຈົນ ກວ່າ ໄດ້ ທໍາ ລາຍ ພວກເຂົາ ຖິ້ມ.
\v 38 ຂ້ານ້ອຍ ຕີ ພວກເຂົາ ໃຫ້ ລົ້ມຈົນ ພວກເຂົາ ລຸກ ຂຶ້ນ ບໍ່ ໄດ້ ແລະ ເຫັນ ພວກເຂົາ ຕາຍ ຕໍ່ໜ້າຢ່າງ ພ່າຍແພ້.
\v 39 ພຣະອົງ ໃຫ້ ກາໍ ລັງ ແກ່ ຂ້ານ້ອຍ ເພື່ອ ສູ້ຮົບ ແລະ ເຮັດ ໃຫ້ ເຫລົ່າ ສັດ ຕູ ຂອງ ຂ້ານ້ອຍ ຂາບລົງ ຕໍ່ໜ້າຂ້ານ້ອຍ.
\s5
\v 40 ພຣະອົງ ເຮັດ ໃຫ້ ເຫລົ່າ ສັດຕູ ຂອງ ຂ້ານ້ອຍ ແລ່ນພ່າຍ ໜີໄປ ແລະ ທໍາລາຍ ພວກ ທີ່ ກຽດຊັງ ຂ້ານ້ອຍ ນັ້ນ.
\v 41 ພວກເຂົາ ຮ້ອງຫາ ຜູ້ ຊ່ວຍ ແຕ່ ບໍ່ ມີ ຜູ້ໃດ ຊ່ວຍ ພວກເຂົາ ພວກເຂົາ ຮ້ອງຫາ ອົງ ພຣະ ຜູ້ ເປັນ ເຈົ້າ ແຕ່ ພຣະອົງ ບໍ່ ຕອບ.
\v 42 ຂ້ານ້ອຍ ໄດ້ ຢຽບຢໍ່າ ທາໍ ລາຍ ພວກເຂົາ ໃຫ້ ໝົດ ເປັນ ດັ່ງ ຂີ້ຝຸ່ນ ຊຶ່ງ ຖືກ ລົມ ພັດ ປິວ ໄປສິ້ນ. ຂ້ານ້ອຍ ໄດ້ ຢຽບ ພວກເຂົາ ເໝືອນ ຢຽບ ຂີ້ຕົມໃນ ຫົນ ທາງ ຍ່າງ.
\s5
\v 43 ພຣະອົງ ຊ່ວຍ ຂ້ານ້ອຍ ໃຫ້ ພົ້ນ ຈາກ ຄົນ ກະບົດ ແລະ ໃຫ້ ເປັນ ຜູ້ປົກ ຄອງ ບັນ ດາ ປະຊາຊາດ; ປະຊາຊົນ ທີ່ ຂ້ານ້ອຍ ບໍ່ ເຄີຍ ຮູ້ຈັກ ມາ ກ່ອນ ບັດ ນີ້ ກໍ ກາຍມາເປັນ ຜູ້ຮັບ ໃຊ້ ຂ້ານ້ອຍ.
\v 44 ຊາວ ຕ່າງດ້າວ ກົ້ມ ລົງ ຂາບ ຕໍ່ໜ້າ ຂ້ານ້ອຍ ທັງ ໝົດ ເມື່ອ ຂ້ານ້ອຍ ເວົ້າຈາ ກໍ ພາກັນ ເຊື່ອ ຟັງໂລດ.
\v 45 ຄວາມ ກ້າຫານ ທີ່ ພວກເຂົາ ມີ ນັ້ນ ກໍ ເສຍ ໄປ ໝົດ ໂຕ ສັ່ນເຊັນ ອອກ ມາ ຈາກ ປ້ອມ ຂອງ ເຂົາເຈົ້າ.
\s5
\v 46 ອົງພຣະ ຜູ້ ເປັນເຈົ້າ ຊົງ ພຣະຊົນ ຢູ່ຈົ່ງ ຍ້ອງຍໍ ສັນ ລະເສີນ ພຣະ ຜູ້ປ້ອງກັນ ຈົ່ງ ປະກາດ ຣິດ ທານຸພາບ ຂອງ ພຣະເຈົ້າ ທີ່ ຊ່ວຍ ຂ້ານ້ອຍ ໃຫ້ ພົ້ນ
\v 47 ພຣະອົງ ໃຫ້ ຂ້ານ້ອຍ ໄດ້ ຊະນະ ສັດຕູ ທັງ ຫລາຍ ແລະ ປາບ ບັນດາ ຊົນ ຊາດ ໃຫ້ ຢູ່ ໃຕ້ ອໍານາດ.
\s5
\v 48 ພຣະອົງ ຊ່ວຍກູ້ ເອົາ ຂ້ານ້ອຍ ໃຫ້ ພົ້ນ ຈາກ ເຫລົ່າ ສັດ ຕູ ຂອງ ຂ້ານ້ອຍ ແລ້ວ. ຂ້າແດ່ ອົງພຣະ ຜູ່ເປັນເຈົ້າ ພຣະອົງ ໄດ້ ໃຫ້ ຂ້ານ້ອຍ ມີໄຊ ເໜືອ ສັດ ຕູ ທັງ ຮັກ ສາ ຂ້ານ້ອຍ ຈາກ ຄົນ ທີ່ໂຫດຮ້າຍ.
\v 49 ດັ່ງ ນັ້ນ ໃນ ທ່າມກາງ ຊົນ ຊາດ ທັງ ຫລາຍ ຂ້ານ້ອຍ ຈຶ່ງ ຮ້ອງເພງ ຍ້ອງຍໍ ສັນລະເສີນ ພຣະອົງ ຂ້ານ້ອຍ ຈຶ່ງ ຮ້ອງເພງ ສັນລະເສີນ ພຣະເຈົ້າ.
\s5
\v 50 ພຣະອົງ ໃຫ້ ໄຊຊະນະ ໃຫຍ່ ແກ່ ກະສັດ ຂອງ ພຣະອົງ ໃຫ້ ຄວາມຮັກ ອັນ ໝັ້ນ ຄົງ ແກ່ ຜູ້ ທີ່ ພຣະອົງ ຫົດ ສົງ ໄວ້ ຄື ໃຫ້ ແກ່ ດາວິດ ແລະ ເຊື້ອ ສາຍ ຂອງ ເພິ່ນ ສືບໆໄປ ຊົ່ວ ນີຣັນດອນ.
\s5
\c 19
\p
\v 1 ຟ້າສະຫວັນ ໄດ້ ເປີດ ເຜີຍ ວ່າ ພຣະເຈົ້າ ຊົງ ສະຫງ່າຣາສີ ຊີ້ ໃຫ້ ເຫັນ ຊັດ ເຈນ ສິ່ງ ທີ່ ໄດ້ ຊົງ ກະທາໍ ນັ້ນ
\v 2 ແຕ່ ລະວັນ ປະກາດ ເລື່ອງ ນີ້ ໃຫ້ ວັນ ຕໍ່ໄປ. ແຕ່ ລະຄືນ ກໍ ກ່າວ ຢໍາ້ ເຖິງ ເລື່ອງ ນີ້
\v 3 ຊຶ່ງ ບໍ່ ແມ່ນ ຄໍາເວົ້າ ຫລື ຄໍາ ປາໄສ ໃດໆ ແລະ ຫູ ກໍ ບໍ່ໄດ້ຍິນ ສຽງ ໃດໆ ທັງ ສິ້ນ
\s5
\v 4 ແຕ່ ປານນັ້ນ ຖ້ອຍຄໍາ ຂອງ ເຂົາເຈົ້າ (ຂ) ກໍ ແຜ່ ທົ່ວ ໂລກາ ລືຊາ ປາກົດ ໄປ ເຖິງ ທີ່ ສຸດ ປາຍ ແຜ່ນດິນ ໂລກ. ທີ່ ເທິງ ທ້ອງຟ້າ ກາງເວຫາ ພຣະເຈົ້າ ໄດ້ ສ້າງທີ່ ຢູ່ ໃຫ້ ດວງຕາເວັນ
\v 5 ຊຶ່ງ ໄດ້ ສ່ອງແສງ ອອກ ມາ ໃນ ຕອນເຊົ້າ ເໝືອນ ດັ່ງ ເຈົ້າ ບ່າວ ທີ່ ມີ ຄວາມສຸກ ດັ່ງ ນັກ ກິລາ ຜູ້ ຮ້ອນຮົນ ໃນ ການ ແລ່ນແຂ່ງ.
\v 6 ມັນ ຂຶ້ນ ຈາກ ຂອບ ຟ້າ ເບື້ອງໜຶ່ງ ໄປ ຫາ ອີກ ເບື້ອງໜຶ່ງ ບໍ່ ມີ ສິ່ງ ໃດ ຫລົບ ລີ້ ຈາກ ຄວາມຮ້ອນ ຂອງ ມັນ ໄດ້.
\s5
\v 7 ກົດ ບັນຍັດ ຂອງ ອົງ ພຣະ ຜູ້ ເປັນ ເຈົ້າ ຄົບ ຖ້ວນ ແລະ ສົມບູນ ດີ ເປັນ ທີ່ ຟື້ນຟູ ຈິດໃຈ ໃຫ້ ມີ ແຮງ ຂຶ້ນ ໃໝ່. ຂໍ້ຄໍາສັ່ງ ຂອງ ອົງ ພຣະ ຜູ້ເປັນ ເຈົ້າ ເປັນ ທີ່ ໄວ້ວາງໃຈ ທັງ ໃຫ້ ປັນ ຍາ ແກ່ ຜູ້ ທີ່ ຂາດ ປັນຍາ ໄດ້.
\v 8 ກົດບັນຍັດ ຂອງ ອົງພຣະ ຜູ້ ເປັນເຈົ້າ ນັ້ນ ຖືກ ຕ້ອງ ທັງ ເຮັດ ໃຫ້ ຜູ້ ເຊື່ອ ຟັງ ເບີກບານ ໃຈ. ຂໍ້ຄໍາສັ່ງ ຂອງ ອົງພຣະ ຜູ້​ເປັນເຈົ້າ ກໍ ທ່ຽງທໍາ ທັງ ຊ່ວຍ ໃຫ້ ເຂົ້າໃຈ ຖືກຕ້ອງ.
\s5
\v 9 ຄວາມ ຢໍາເກງ ແກ່ ອົງ ພຣະ ຜູ້ ເປັນ ເຈົ້າ ເປັນ ການ ດີ ຊຶ່ງ ຄວນ ຈະ ມີ ສືບໆໄປ ເປັນ ນິດ. ການຕັດ ສິນ ຂອງ ອົງ ພຣະ ຜູ້ ເປັນ ເຈົ້າ ກໍ ທ່ຽງທາໍ ເປັນ ການຕັດ ສິນ ທີ່ ຍຸດຕທາໍ ຢູ່ ສະເໝີ.
\v 10 ເປັນ ສິ່ງ ທີ່ ປາຖະໜາ ຫລາຍກວ່າ ຄໍາ ບໍຣີສຸດ ມັນ ຫວານຊື່ນ ຫລາຍກວ່າ ຢອດ ນໍ້າເຜິ້ງ ທີ່ ຍ້ອຍ ລົງ ຈາກ ຮັງ.
\s5
\v 11 ເຮັດ ໃຫ້ ຂ້ານ້ອຍ ຜູ້ຮັບ ໃຊ້ ມີ ຄວາມ ຮອບຮູ້ ດີ ຂ້ານ້ອຍ ໄດ້ ບາໍ ເໜັດ ເພາະ ເຊື່ອ ຟັງ ກົດ ບັນຍັດ ເຫລົ່າ ນີ້.
\v 12 ແຕ່ ບໍ່ມີຜູ້ໃດ ເຫັນ ໄດ້ ເຖິງ ຄວາມ ຜິດພາດ ຂອງ ຕົນເອງ ໂຜດ ຊ່ວຍ ຂ້ານ້ອຍ ຈາກ ຄວາມຜິດ ທີ່ ປິດ ບັງ ໄວ້ ດ້ວຍ
\s5
\v 13 ຂໍ ຊົງ ໂຜດ ຮັກສາ ໃຫ້ ພົ້ນ ຈາກ ບາບ ຂອງ ຂ້ານ້ອຍ ແດ່ ຢ່າ ໃຫ້ ການບາບ ນັ້ນ ມີໄຊ ເໜືອ ຂ້ານ້ອຍ ເລີຍ. ແລ້ວ ຂ້ານ້ອຍ ກໍ ຈະ ໄດ້ ເປັນ ຄົນ ຄົບ ບໍຣິບູນ ແລະ ມີ ອິດສະຫລະພາບ ຈາກ ຄວາມບາບ ອັນ ຊົ່ວ ຮ້າຍ ນີ້.
\v 14 ໂຜດ ໃຫ້ ຄໍາເວົ້າ ແລະ ຄວາມຄິດ ຂອງ ຂ້ານ້ອຍ ເປັນ ທີ່ ພໍ ໃຈ ພຣະອົງ ຂ້າແດ່ ອົງ ພຣະ ຜູ້ ເປັນ ເຈົ້າ ອົງ ເປັນ ທີ່ ເພິ່ງ ຂອງ ຂ້ານ້ອຍ ແລະ ເປັນພຣະຜູ້ໄຖ່ ຂອງ ຂ້ານ້ອຍ.
\s5
\c 20
\p
\v 1 ເມື່ອ ເດືອດຮ້ອນ ຂໍ ອົງ ພຣະ ຜູ້ ເປັນ ເຈົ້າ ຕອບ ທ່ານ ຂໍໃຫ້ ພຣະນາມ ຂອງ ພຣະເຈົ້າ ຂອງ ຢາໂຄບ ເປັນ ທີ່ ເພິ່ງ ຂອງທ່ານ ເທີ້ນ
\v 2 ຈາກ ພຣະວິຫານ ນັ້ນ ຂໍ ພຣະອົງ ສົ່ງ ຄວາມ ຊ່ວຍຊູ ຈາກ ພູເຂົາ ຊີໂອນ ຂໍ ພຣະອົງ ຊ່ວຍເຫລືອ ທ່ານ ເຖີດ.
\s5
\v 3 ຂໍ ພຣະອົງ ຮັບ ເຄື່ອງ ທີ່ ທ່ານ ນາໍ ມາ ຖວາຍ ທັງ ໝົດ ແລະ ພໍໃຈ ກັບ ເຄື່ອງ ບູຊາ ທີ່ ທ່ານ ໄດ້ ນາໍ ມາ ນັ້ນ.
\v 4 ຂໍ ພຣະອົງ ໂຜດ ໃຫ້ ຕາມ ທີ່ ທ່ານ ປາຖະໜາ ແລະ ນາໍ ພາ ແຜນການ ທຸກຢ່າງ ໃຫ້ ສໍາເລັດ.
\s5
\v 5 ແລ້ວ ພວກ ຂ້ານ້ອຍ ກໍ ຈະ ຮ້ອງ ຢ່າງ ຊົມ ຊື່ນ ຍິນດີ ເຖິງ ຄວາມ ມີໄຊ ຂອງ ທ່ານ ຍ້ອນ ອົງ ພຣະ ຜູ້ ເປັນ ເຈົ້າ ແລະ ສະຫລອງ ໄຊຊະນະ ໂດຍ ຖວາຍ ຄໍາສັນລະເສີນ ຂໍ ຊົງ ຕອບ ທ່ານ ຕາມ ຄໍາພາວັນ ນາ ອະທິຖານ ທຸກຢ່າງ ເຖີດ.
\v 6 ບັດນີ້ ຈຶ່ງ ຮູ້ວ່າ ອົງພຣະ ຜູ້ ເປັນເຈົ້າ ໃຫ້ ຄວາມ ມີໄຊ ແກ່ ກະສັດ ທີ່ ພຣະອົງ ໄດ້ ເລືອກເອົາ ນັ້ນ. ພຣະອົງ ຕອບ ເພິ່ນ ຈາກ ບ່ອນ ບໍຣິສຸດ ເທິງ ສະຫວັນ ໄດ້ ມີ ໄຊ ອັນ ໃຫຍ່ ຫລວງ ໂດຍ ຣິດທານຸພາບ.
\s5
\v 7 ບາງຄົນ ໄວ້ວາງໃຈ ໃນ ລົດ ຮົບ ຂອງ ພວກຕົນ ຄົນ ອື່ນ ໄວ້ວາງໃຈ ໃນ ມ້າຮົບ ຂອງ ເຂົາ ເຈົ້າ ແຕ່ ພວກເຮົາ ໄວ້ວາງໃຈ ໃນ ພຣະນາມ ແຫ່ງ ອົງ ພຣະ ຜູ້ ເປັນ ເຈົ້າ ພຣະເຈົ້າຂອງ ພວກເຮົາ.
\v 8 ຝ່າຍ ຄົນ ເຫລົ່ານັ້ນ ກໍ ຈະ ລົ້ມ ຍ້ອນ ເຕະ ສະດຸດ ແຕ່ ພວກເຮົາ ຈະ ລຸກຢືນ ຂຶ້ນ ຢ່າງ ໜັກ ແໜ້ນ.
\s5
\v 9 ຂ້າແດ່ ອົງ ພຣະ ຜູ້ ເປັນ ເຈົ້າ ຂໍ ຊົງ ໂຜດ ໃຫ້ ໄຊຊະນະ ແກ່ ກະສັດ ແລະ ໂຜດ ຕອບ (ງ) ເມື່ອ ພວກ ຂ້ານ້ອຍ ຮ້ອງຫາ ດ້ວຍ.
\s5
\c 21
\p
\v 1 ຂ້າແດ່ ອົງພຣະ ຜູ້ເປັນເຈົ້າ ກະສັດ ດີໃຈ ຍ້ອນ ພຣະອົງ ໃຫ້ ກາໍ ລັງ ເພິ່ນ ຊົມ ຊື່ນ ຍິນ ດີເພາະ ໄດ້ ໄຊຊະນະ.
\v 2 ພຣະອົງ ໃຫ້ ເພິ່ນ ໄດ້ ຮັບ ຕາມໃຈ ປາຖະໜາ ພຣະອົງ ຕອບ ຄໍາຮ້ອງຂໍ ຂອງ ເພິ່ນ ແລ້ວ.
\s5
\v 3 ພຣະອົງ ໄດ້ ມາ ຫາ ທ່ານ ດ້ວຍ ພອນ ອັນ ມະຫາສານ ແລະ ສວມ ມົງກຸດ ຄໍາ ໃສ່ ຫົວ ໃຫ້ ທ່ານ ດ້ວຍ.
\v 4 ທ່ານ ຂໍ ຊີວິດ ຈາກ ພຣະເຈົ້າ ພຣະອົງ ກໍ ໂຜດ ໃຫ້ ຕາມ ທີ່ ໄດ້ ຂໍ ມາ ເປັນ ຊີວິດ ທີ່ ຍືນ ຍາວ ແລະ ຕະຫລອດໄປ.
\s5
\v 5 ເພາະ ພຣະອົງ ຊ່ວຍຊູ ເພິ່ນ ຈຶ່ງ ມີ ກຽດ ສັກສີ ພຣະອົງ ໃຫ້ ເພິ່ນ ມີ ຊື່ສຽງ ແລະຣິດອໍານາດ.
\v 6 ພຣະພອນ ນັ້ນ ກໍ ດໍາລົງ ຢູ່ ກັບ ເພິ່ນ ຕະຫລອດໄປ ເພິ່ນ ຊົມ ຊື່ນ ຍິນ ດີ ທີ່ ສຸດ ເມື່ອ ຢູ່ ຊ້ອງໜ້າ ພຣະເຈົ້າ.
\s5
\v 7 ກະສັດ ໄວ້ວາງໃຈ ໃນ ອົງ ພຣະ ຜູ້ ເປັນ ເຈົ້າ ຍ້ອນ ຄວາມຮັກ ອັນ ໝັ້ນຄົງ ຂອງ ອົງ ຍິ່ງ ໃຫຍ່ ສູງສຸດ ທ່ານ ຈະ ບໍ່ ຫວັ່ນ ໄຫວ.
\v 8 ພຣະຫັດ ຂອງ ພຣະອົງ ຈະ ຄົ້ນ ພົບ ເຫຼົ່ົາ ສັດ ຕູ ທັງ ຫລາຍ ພຣະຫັດ ຂວາ ຂອງ ພຣະອົງ ຈະ ທາໍ ລາຍ ບັນດາ ຜູ້ ທີ່ ກຽດຊັງ ພຣະອົງ.
\s5
\v 9 ພຣະອົງ ຈະ ທາໍ ລາຍ ພວກເຂົາ ຖິ້ມ ໝົດ ໃນ ແປວໄຟ ຄື ໄຟ ເຜົາ ຜານ ເມື່ອ ພຣະອົງ ມາ ປາກົດ ນັ້ນ. ໃນ ຄວາມ ໂກດຮ້າຍ ອົງ ພຣະ ຜູ້ ເປັນເຈົ້າ ຈະ ກືນ ພວກເຂົາ ແລະ ໄຟ ກໍ ຈະ ເຜົາຜານ ພວກເຂົາ ໃຫ້ ດັບ ສິ້ນ.
\v 10 ເຊື້ອສາຍ ເຂົາເຈົ້າ ຈະ ບໍ່ ມີ ຜູ້ໃດ ລອດ ຊີວິດ ຢູ່ ກະສັດ ຈະ ຂ້າ ທຸກຄົນ ຖິ້ມ ບໍ່ ເວັ້ນ ຜູ້ໃດ.
\s5
\v 11 ພວກເຂົາ ວາງແຜນ ຮ້າຍ ທັງ ກໍ່ ອຸບາຍ ຕໍ່ສູ້ ກະສັດ ແຕ່ ການ ກະທາໍ ຂອງ ພວກເຂົາ ຈະ ບໍ່ ສໍາເລັດ.
\v 12 ເພິ່ນ ຈະ ຍິງ ລູກໜ້າ ທັງ ຫລາຍ ສຸມໃສ່ ພວກເຂົາ ແລະ ເຮັດ ໃຫ້ ພວກເຂົາ ແລ່ນ ກັບ ຄືນ.
\s5
\v 13 ຂ້າແດ່ ອົງ ພຣະ ຜູ້ ເປັນ ເຈົ້າ ພວກ ຂ້ານ້ອຍ ຈະ ຍ້ອງຍໍ ສັນລະເສີນ ພຣະອົງ ເພາະ ກໍາລັງ ອັນ ຍິ່ງໃຫຍ່ ຂອງ ພຣະອົງ ນັ້ນ ພວກ ຂ້ານ້ອຍ ຈະ ຮ້ອງລໍາ ທາໍ ເພງ ແລະ ຍ້ອງຍໍ ສັນລະເສີນ ຣິດທານຸພາບ ຂອງ ພຣະອົງ.
\s5
\c 22
\p
\v 1 ພຣະເຈົ້າ ຂອງ ຂ້ານ້ອຍ ພຣະເຈົ້າ ຂອງ ຂ້ານ້ອຍ ເອີຍ ເຫດໃດ ພຣະອົງ ຈຶ່ງ ໄດ້ ປະຖິ້ມ ຂ້ານ້ອຍ? ຂ້ານ້ອຍ ຮ້ອງຂໍ ໃຫ້ ຊ່ວຍເຫລືອ ຢ່າງ ສຸດ ກາໍ ລັງ ເປັນ ຫຍັງ ຄວາມ ຊ່ວຍເຫຼືອ ຈຶ່ງ ຢູ່ ຫ່າງໄກ ຂ້ານ້ອຍ ແທ້.
\v 2 ຂ້າແດ່ ພຣະເຈົ້າ ຂອງ ຂ້ານ້ອຍ ຂ້ານ້ອຍ ຮ້ອງຫາ ໃນ ກາງເວັນ ແຕ່ ພຣະອົງ ບໍ່ ໃຫ້ ຄໍາຕອບ ຂ້ານ້ອຍ ເອີ້ນ ຫາ ພຣະອົງ ໃນ ເວລາ ກາງຄືນ ຈົນ ວ່າ ບໍ່ ໄດ້ ຮັບ ການ ພັກ ຜ່ອນ.
\s5
\v 3 ແຕ່ ອົງ ຊົງ ບໍຣິສຸດ ນັ່ງ ທີ່ ເທິງ ບັນ ລັງ ຂອງ ພຣະອົງ ອົງ ທີ່ ຊາວ ອິດສະຣາເອນ ໃຫ້ ຄໍາ ຍ້ອງຍໍ ສັນລະເສີນ ນັ້ນ.
\v 4 ປູ່ຍ່າຕາຍາຍ ພວກ ຂ້ານ້ອຍ ໄວ້ວາງໃຈ ໃນ ພຣະອົງ ພວກເພິ່ນ ໄວ້ວາງໃຈ ພຣະອົງ ຈຶ່ງ ຊ່ວຍກູ້ ເອົາ ພວກເພິ່ນໄວ້.
\v 5 ພວກເພິ່ນ ຮ້ອງຫາ ພຣະອົງ ແລະ ໄດ້ ທີ່ ່ພົ້ນ ອັນຕະລາຍ ພວກເພິ່ນ ໄວ້ວາງໃຈ ໃນ ພຣະອົງ ແລະ ບໍ່ ໄດ້ ສູນເສຍ ຄວາມຫວັງ.
\s5
\v 6 ຂ້ານ້ອຍ ບໍ່ ແມ່ນ ມະນຸດ ແຕ່ ເປັນ ພຽງ ໂຕ ໜອນ ທີ່ ທຸກຄົນ ຫຍໍ້ຫຍັນ ແລະ ກຽດຊັງ
\v 7 ທຸກຄົນ ທີ່ ເຫັນ ຂ້ານ້ອຍ ຕ່າງ ກໍ ຫົວ ຂວັນ ແລບ ລີ້ນ ແລະ ແກວ່ງຫົວໃສ່ ຂ້ານ້ອຍ.
\v 8 ພວກເຂົາ ເວົ້າ ວ່າ, “ເຈົ້າ ຜູ້ເພິ່ງ ອົງ ພຣະຜູ້ ເປັນເຈົ້າ ເອີຍ ເປັນ ຫຍັງ ພຣະອົງ ບໍ່ ມາ ຊ່ວຍກູ້ ເອົາ ເຈົ້າ? ຖ້າພຣະອົງ ພໍໃຈ ໃນ ຕົວ ເຈົ້າແທ້ ນັ້ນ ເປັນ ຫຍັງ ພຣະອົງ ບໍ່ ມາ ຊ່ວຍຊູ ເອົາ ເຈົ້າ ໄວ້?”
\s5
\v 9 ເມື່ອ ຂ້ານ້ອຍ ເກີດ ພຣະອົງ ໃຫ້ ຄວາມ ປອດໄພ ເມື່ອ ຍັງ ເຍົາ ໄວ ແມ່ນ ພຣະອົງ ທີ່ ໄດ້ ຮັກ ສາ ໄວ້.
\v 10 ຂ້ານ້ອຍ ເພິ່ງ ພຣະອົງ ຕັ້ງ ແຕ່ ມື້ ໄດ້ ເກີດ ມາ ພຣະອົງ ເປັນ ພຣະເຈົ້າ ຂອງ ຂ້ານ້ອຍ ມາ ຕະຫລອດ.
\s5
\v 11 ຂໍ ພຣະອົງ ຢ່າ ຢູ່ ຫ່າງໄກ ຂ້ານ້ອຍ ຍ້ອນ ວ່າ ຄວາມ ເດືອດຮ້ອນ ຢູ່ ໃກ້ ແລ້ວ ແລະ ບໍ່ ມີ ຜູ້ໃດ ທີ່ ຈະ ຊ່ວຍ ຊີວິດ ຂອງ ຂ້ານ້ອຍ ໄວ້ ໄດ້.
\v 12 ສັດຕູ ດັ່ງຝູງ ງົວ ປ່າ ອ້ອມ ຂ້ານ້ອຍ ໄວ້ ທຸກ ແຈ ດັ່ງ ງົວ ປ່າ ຮ້າຍ ແຕ່ ເຂດ ບາຊານ ທີ່ ປິດ ລ້ອມ ໄວ້.
\v 13 ພວກເຂົາ ອ້າ ປາກ ໃສ່ ເໝືອນ ດັ່ງ ຝູງ ໂຕສິງ ທີ່ ກາໍ ລັງ ຮ້ອງ ແຜດສຽງ ແລະ ຈະ ກັດ ກິນ ເນື້ອ.
\s5
\v 14 ເຫື່ອ ແຮງ ຂອງ ຂ້ານ້ອຍ ກໍ ພວມ ສູນເສຍ ໄປ ດັ່ງ ນໍ້າ ທີ່ ໄຫລຊະ ໄປ ຕາມ ພື້ນດິນ ນັ້ນ. ກະດູກ ຂອງ ຂ້ານ້ອຍ ທຸກ ຊີກ ກໍ ບໍ່ ຕິດຕໍ່ກັນ ຈິດໃຈ ຂອງ ຂ້ານ້ອຍ ກໍ ເປື່ອຍ ໄປ ດັ່ງ ຂີ້ເຜິ້ງ.
\v 15 ລໍາຄໍ (ຊ) ຂອງ ຂ້ານ້ອຍ ກໍ ແຫ້ງ ເໝືອນ ດັ່ງ ຂີ້ຝຸ່ນ ດິນ ລີ້ນ ກໍ ຫົດ ຕິດ ເຫລືອກ ເບື້ອງເທິງ ພຣະອົງ ປະ ຂ້ານ້ອຍ ຕາຍ ໃນ ແດນ ມໍຣະນາ ເສຍແລ້ວ.
\s5
\v 16 ກຸ່ມ ຄົນ ຊົ່ວ ຮ້າຍ ກໍ ອ້ອມຮອບ ຂ້ານ້ອຍ ໄວ້ ດັ່ງ ຝູງ ໝາ ພວມ ເຫົ່າ ໝາຍ ຈະ ກັດ ກິນ ທັງ ຄູດ (ຍ) ມື ຄູດຕີນ ຂອງ ຂ້ານ້ອຍ.
\v 17 ກະດູກ ທຸກ ຊີກ ຂອງ ຂ້ານ້ອຍ ຖືກ ນັບ ໄດ້ ໝົດ ຄູ່ ປໍລະປັກ ຂອງ ຂ້ານ້ອຍ ສັກ ຕາ ໃສ່ ຂ້ານ້ອຍ ດ້ວຍ.
\s5
\v 18 ພວກເຂົາ ຈົກ ສະຫລາກ ເພື່ອ ເອົາ ເສື້ອ ຂອງ ຂ້ານ້ອຍ ໄປ ແລະກໍ ແບ່ງປັນ ກັນ ໃນທ່າມກາງພວກເຂົາເຈົ້າ.
\v 19 ໂອ ຂ້າແດ່ ອົງພຣະຜູ້ເປັນເຈົ້າ ຂໍຢ່າ ຢູ່ ຫ່າງໄກ ຈາກ ຂ້ານ້ອຍ ເລີຍ ຂໍ ຊົງ ເລັ່ງ ມາ ຊ່ວຍກູ້ ເອົາ ຂ້ານ້ອຍ ແດ່ ທ້ອນ
\s5
\v 20 ໂຜດ ຊ່ວຍ ຂ້ານ້ອຍ ໃຫ້ ພົ້ນ ຈາກ ຄົມ ດາບ ແລະ ຊ່ວຍ ຊີວິດ ຂອງ ຂ້ານ້ອຍ ໃຫ້ ພົ້ນ ຈາກ ຝູງ ໝາ ຮ້າຍ ເຫຼົ່າ ນີ້ ແດ່ ທ້ອນ.
\v 21 ໂຜດ ຊ່ວຍກູ້ ເອົາ ຂ້ານ້ອຍ ຈາກ ຝູງ ສິງ ນີ້ ແດ່ ແລະ ປ້ອງກັນ ຂ້ານ້ອຍ ຈາກ ຝູງງົວ ປ່າ. (ດ)
\s5
\v 22 ຂ້ານ້ອຍ ຈະ ປະກາດ ພຣະນາມ ຂອງ ພຣະອົງ ຕໍ່ ພວກ ພີ່ ນ້ອງ ຂອງ ຂ້ານ້ອຍ ທີ່ ພຣະອົງ ໄດ້ ຊົງ ກະທໍາ ແລ້ວ ຂ້ານ້ອຍ ຈະ ສັນລະເສີນ ພຣະອົງ ໃນ ທີ່ ປະຊຸມ ຂອງ ພວກເຂົາ ວ່າ
\v 23 “ພວກເຈົ້າ ຜູ້ ຢໍາເກງ ອົງ ພຣະ ຜູ້ ເປັນ ເຈົ້າ ເອີຍ ຈົ່ງ ຍ້ອງຍໍ ສັນ ລະເສີນ ພຣະອົງ ພວກເຈົ້າ ຜູ້ ເປັນ ເຊື້ອສາຍ ຂອງ ຢາໂຄບ ເອີຍ ຈົ່ງ ຍ້ອງຍໍ ໃຫ້ກຽດ ພຣະອົງ ພວກເຈົ້າ ຜູ້ ເປັນ ປະຊາຊົນ ອິດສະຣາເອນ ເອີຍ ຈົ່ງ ນະມັດສະການ ພຣະອົງ.
\s5
\v 24 ຄົນ ທຸກຈົນ ພຣະອົງ ບໍ່ ປະຖິ້ມ ແຕ່ ສົນ ໃຈ ຍ້ອນ ພວກເຂົາ ທົນ ທຸກ ພຣະອົງ ບໍ່ ຫັນ ໜີ ແຕ່ ຕອບ ສິ່ງ ທີ່ ເຂົາ ເຈົ້າ ຮ້ອງຂໍ. ”
\v 25 ຂ້ານ້ອຍ ຈະ ສັນລະເສີນ ພຣະອົງ ໃນ ທີ່ ຊຸມນຸມ ໃຫຍ່ ສໍາລັບ ສິ່ງ ທີ່ ພຣະອົງ ໄດ້ ກະທໍາ ນັ້ນ ຂ້ານ້ອຍ ຈະ ຖວາຍບູຊາ ຕາມ ທີ່ ໄດ້ ສັນຍາ ໄວ້ ຢູ່ ຊ້ອງໜ້າ ພວກ ທີ່ ນະມັດ ສະການ ພຣະອົງ.
\s5
\v 26 ຄົນ ທຸກຈົນ ຈະ ກິນ ອີ່ມ ແລະ ເພິ່ງ ພໍໃຈ ເປັນ ພວກ ທີ່ ມາ ເພິ່ງ ພາ ອາໄສ ໃນ ອົງ ພຣະ ຜູ້ ເປັນ ເຈົ້າ ພວກເຂົາ ຈະ ພາກັນ ຮ້ອງ ຍົກ ຍໍ ພຣະນາມ ຂໍ ໃຫ້ ພວກເຂົາ ຈະເລີນ ຮຸ່ງເຮືອງ ໄປ ເລື້ອຍໆ ເທີ້ນ
\v 27 ທຸກ ມູມໂລກ ທຸກ ຊົນຊາດ ຈະ ຄິດເຖິງ ແລະ ກັບ ຄືນ ມາ ຫາ ອົງ ພຣະ ຜູ້ ເປັນເຈົ້າ ທຸກ ເຊື້ອຊາດ ພາສາ ຈະ ນະມັດສະການ ພຣະອົງ.
\s5
\v 28 ທຸກ ຊົນ ຊາດ ເປັນ ຂອງ ອົງ ພຣະ ຜູ້ ເປັນ ເຈົ້າ ພຣະອົງ ປົກ ຄອງ ເໜືອ ຊົນຊາດ ທັງຫລາຍ.
\v 29 ທຸກຄົນ ທີ່ໂອ້ອວດ ຈອງຫອງ ນັ້ນ ຈະ ກົ້ມ ຂາບ ພຣະອົງ (ຕ) ມະນຸດ ທີ່ ຕາຍເປັນ ຈະ ກົ້ມ ຂາບ ພຣະອົງ.
\s5
\v 30 ຄົນ ຮຸ່ນຫລັງ ຈະ ບົວລະບັດ ຮັບໃຊ້ ພຣະອົງ ຄົນ ຈະ ກ່າວ ສູ່ ເຊັ່ນ ລູກຫລານ ເຖິງ ພຣະເຈົ້າ ຢາເວ.
\v 31 ຄົນ ທີ່ ຍັງ ບໍ່ ທັນ ເກີດ ກໍ ຈະ ໄດ້ ຮູ້ ຂ່າວ ວ່າ, “ພຣະເຈົ້າ ຊ່ວຍ ປະຊາຊົນ ຂອງ ພຣະອົງ ໃຫ້ ພົ້ນໄພ.”
\s5
\c 23
\p
\v 1 ອົງພຣະ ຜູ້ ເປັນເຈົ້າ ເປັນ ຜູ້ລ້ຽງ ຂ້ານ້ອຍ ຂ້ານ້ອຍ ມີ ທຸກສິ່ງ ທີ່ ຕ້ອງການ.
\v 2 ພຣະອົງ ໃຫ້ ຂ້ານ້ອຍ ພັກ ເຊົາ ຢູ່ ໃນ ທົ່ງ ຫຍ້າ ອັນ ຂຽວສົດ ພຣະອົງ ນໍາພາ ຂ້ານ້ອຍ ໄປ ຍັງ ບໍ່ ນໍ້າ ອັນ ສົດໃສ ແລະ ມິດ ງຽບ.
\s5
\v 3 ພຣະອົງ ໃຫ້ ຂ້ານ້ອຍ ມີ ແຮງ ຂຶ້ນໃໝ່ ທັງ ນາໍ ສູ່ ທາງ ອັນ ຖືກ ຕ້ອງ ຕາມ ທີ່ ໄດ້ ສັນຍາ.
\s5
\v 4 ເຖິງ ວ່າ ຜ່ານ ຮ່ອມ ອັນ ມືດ ໜາ ຂ້ານ້ອຍ ກໍ ຈະ ບໍ່ ຢ້ານກົວ ເພາະ ພຣະອົງ ຢູ່ ດ້ວຍ. ໄມ້ຄ້ອນ ແລະ ໄມ້ ເທົ້າ ຂອງ ພຣະອົງ (ທ) ກໍ ປົກປ້ອງ ຮັກ ສາ ຂ້ານ້ອຍ ໃຫ້ ພົ້ນ.
\s5
\v 5 ພຣະອົງ ຈັດງານລ້ຽງ ໃຫຍ່ ສໍາລັບ ຂ້ານ້ອຍ ບ່ອນ ສັດຕູ ທັງ ໝົດ ເຫັນ ຂ້ານ້ອຍ ໄດ້ ພຣະອົງ ຕ້ອນຮັບ ຂ້ານ້ອຍ ດັ່ງ ແຂກ ຜູ້ ສໍາຄັນ (ນ) ແລະ ຈອກ ຂອງ ຂ້ານ້ອຍ ກໍ ລົ້ນໄຫລ ຢູ່.
\s5
\v 6 ພຣະຄຸນ ຄວາມດີ ແລະ ຄວາມຮັກ ອັນ ໝັ້ນຄົງ ຂອງ ພຣະອົງ ຈະ ຕິດ ຕາມ ຂ້ານ້ອຍ ໄປ ຕະຫລອດ ວັນ ຄືນ ແຫ່ງ ຊີວິດ ຂອງ ຂ້າ ນ້ອຍ ແລະ ຂ້ານ້ອຍ ຈະ ຢູ່ ໃນ ພຣະວິຫານ ຂອງ ພຣະອົງ ຈະ ຢູ່ ທີ່ ນັ້ນ ຕະຫລອດໄປ ເປັນ ນິດ.
\s5
\c 24
\p
\v 1 ແຜ່ນດິນ ໂລກ ແລະ ທຸກສິ່ງ ຢູ່ ໃນ ນັ້ນ ກໍ ເປັນ ຂອງ ພຣະອົງ ແຜ່ນດິນ ໂລກ ແລະ ທຸກຄົນ ທີ່ ອາໄສ ຢູ່ ກໍ ເປັນ ຂອງ ພຣະອົງ ດ້ວຍ.
\v 2 ພຣະອົງ ໄດ້ ຊົງ ສ້າງ ແຜ່ນດິນ ໂລກ ແລະ ຕັ້ງ ມັນ ໄວ້ ຢູ່ເທິງ ໜ້ານາໍ້ ທັງ ຝັງ ຮາກຖານ ໂລກ ໄວ້ ຢູ່ ພື້ນ ທະເລ ເລິກ.
\s5
\v 3 ຜູ້ໃດ ມີ ສິດ ຂຶ້ນ ໄປ ຍັງ ເນີນ ພູ ຂອງ ອົງພຣະຜູ້ ເປັນເຈົ້າ (ປ) ໄດ້ ແດ່? ຜູ້ໃດ ອາດ ເຂົ້າ ໄປ ໃນ ພຣະວິຫານ ອັນບໍຣິສຸດ?
\v 4 ຄື ພວກ ທີ່ ມື ສະອາດ ແລະ ໃຈ ບໍຣິສຸດ ຄື ຜູ້ ທີ່ ບໍ່ ຍອມ ຂາບໄຫວ້ ຮູບເຄົາ ຣົບ ຫລື ບໍ່ ໃຫ້ ຄໍາສັນຍາ ຢ່າງ ຫລອກລວງ.
\s5
\v 5 ອົງພຣະຜູ້ເປັນເຈົ້າ ຈະອວຍພອນ ທັງ ຊ່ວຍ ພວກເຂົາ ໃຫ້ ພົ້ນໄພ ພຣະເຈົ້າ ຈະປະກາດ ວ່າ ພວກເຂົາ ບໍ່ ມີ ຜິດ ໃດໆ ທັງນັ້ນ.
\v 6 ແມ່ນ ປະຊາຊົນ ຢ່າງນີ້ ທີ່ ມາ ຫາ ພຣະເຈົ້າ ໄດ້ ຄື ຜູ້ ທີ່ ເຂົ້າ ໄປ ຢູ່ ຊ້ອງໜ້າ ພຣະເຈົ້າ ຂອງ ຢາໂຄບ.
\s5
\v 7 ຈົ່ງ ໄຂ ປະຕູ ອອກ ໃຫ້ ກວ້າງ ຈົ່ງ ໄຂ ປະຕູ ອັນ ເກົ່າ ແກ່ ແລະ ກະສັດ ອົງ ສະຫງ່າຣາສີ ຈະ ສະເດັດ ເຂົ້າ ໄປ.
\v 8 ແມ່ນ ໃຜ ທີ່ເປັນ ກະສັດ ອົງ ສະຫງ່າຣາສີ? ກໍແມ່ນ ອົງພຣະຜູ້ເປັນເຈົ້າ ພຣະອົງ ຊົງ ຣິດທານຸພາບ ແລະ ເຂັ້ມແຂງ ອົງ ພຣະ ຜູ້ ເປັນ ເຈົ້າ ແຫ່ງ ຄວາມມີໄຊ ໃນ ສະໜາມຮົບ.
\s5
\v 9 ຈົ່ງ ໄຂ ປະຕູ ອອກ ໃຫ້ ກວ້າງ ຈົ່ງ ໄຂ ປະຕູ ອັນ ເກົ່າ ແກ່ ແລະກະສັດ ອົງ ສະຫງ່າຣາສີ ຈະສ ະເດັດ ເຂົ້າ ໄປ.
\v 10 ແມ່ນ ໃຜ ທີ່ ເປັນ ກະສັດ ອົງ ສະຫງ່າຣາສີ? ກະສັດ ອົງ ສະຫງ່າຣາສີ ຄື ອົງພຣະ ຜູ້ເປັນເຈົ້າ ອົງຊົງ ຣິດອໍານາດ ຍິ່ງໃຫຍ່.
\s5
\c 25
\p
\v 1 ຂ້າແດ່ ອົງພຣະຜູ້ເປັນເຈົ້າ ຂ້ານ້ອຍ ນົບນ້ອມ ຖວາຍ ຄໍາພາວັນ ນາ ອະທິຖານ ດ້ວຍ ຈິດວິນຍານ ຫາ ພຣະອົງ.
\v 2 ພຣະເຈົ້າ ຂອງ ຂ້ານ້ອຍ ເອີຍ ຂ້ານ້ອຍ ໄວ້ວາງໃຈ ໃນ ພຣະອົງ ຂໍ ຊົງ ໂຜດ ຊ່ວຍ ໃຫ້ ຂ້ານ້ອຍ ພົ້ນ ຈາກ ຄວາມ ພ່າຍແພ້ ອັນອັບອາຍ ແລະ ຢ່າ ໃຫ້ ສັດຕູ ໄດ້ ຫົວ ເຍາະເຍີ້ຍ ໃສ່ ຂ້ານ້ອຍ
\v 3 ຜູ້ ທີ່ ວາງໃຈ ໃນ ພຣະອົງ ຈະ ບໍ່ ພ່າຍແພ້ ເລີຍ ແຕ່ ຜູ້ ທີ່ ກະບົດ ຕໍ່ ສູ້ ພຣະອົງ ນັ້ນ ຈະ ໄດ້ ຮັບຄວາມ ອັບອາຍ.
\s5
\v 4 ຂ້າແດ່ ອົງ ພຣະ ຜູ້ ເປັນ ເຈົ້າ ຂໍ ຊົງ ໂຜດ ສັ່ງ ສອນ ທາງ ຂອງ ພຣະອົງ ແລະ ເຮັດ ໃຫ້ ຂ້ານ້ອຍ ຮູ້ ທາງ ເຫຼົ່າ ນັ້ນ ແດ່ ທ້ອນ.
\v 5 ຂໍ ຊົງໂຜດ ສັ່ງ ສອນ ໃຫ້ ໃຊ້ ຊີວິດ ໃນ ຄວາມຈິງ ຂອງ ພຣະອົງ ເພາະ ພຣະອົງ ເປັນ ພຣະເຈົ້າ ຂອງ ຂ້ານ້ອຍ ພຣະ ຜູ້ ຊ່ວຍ ຂອງ ຂ້ານ້ອຍ ເລື້ອຍໆ ມາ ຂ້ານ້ອຍ ຈຶ່ງ ໄວ້ວາງໃຈ ໃນ ພຣະອົງ ຕະຫລອດ ມາ ບໍ່ ຂາດ.
\s5
\v 6 ຂ້າ ແດ່ ອົງ ພຣະ ຜູ້ ເປັນ ເຈົ້າ ຂໍ ຊົງ ໂຜດ ລະນຶກເຖິງ ຄວາມ ເມດຕາ ກັບ ຄວາມຮັກ ອັນ ໝັ້ນ ຄົງ ຂອງ ພຣະອົງ ຊຶ່ງ ພຣະອົງ ໄດ້ ສໍາແດງ ແກ່ ຂ້ານ້ອຍ ໃຫ້ ໄດ້ ເຫັນ ແຕ່ ດົນ ນານ ມາ ແລ້ວ.
\v 7 ຂໍ ຊົງ ໂຜດ ອະໄພ ການບາບ ກັບ ຄວາມຜິດ ຂອງ ຂ້ານ້ອຍ ຊຶ່ງ ໄດ້ ກະທາໍ ໃນ ເວລາ ຍັງ ໜຸ່ມນ້ອຍ. ຂ້າແດ່ ອົງພຣະຜູ້ເປັນເຈົ້າ ຂໍ ຊົງ ໂຜດ ລະນຶກ ເຖິງ ຂ້ານ້ອຍ ດ້ວຍ ເພາະ ເຫັນ ແກ່ ຄວາມຮັກ ອັນ ໝັ້ນ ຄົງ ແລະ ພຣະຄຸນ ຄວາມດີ ຂອງ ພຣະອົງ ນັ້ນ
\s5
\v 8 ເພາະ ອົງ ພຣະ ຜູ້ ເປັນ ເຈົ້າ ຊອບທາໍ ແລະ ຊົງ ຄຸນຄວາມດີ ສັ່ງ ສອນ ຄົນ ບາບ ໃຫ້ ຮູ້ ທາງ ທີ່ ພວກເຂົາ ຈະ ປະພຶດ.
\v 9 ພຣະອົງ ນາໍ ຜູ້ ທີ່ ຖ່ອມຕົວ ໄປ ໃນ ທາງ ອັນ ຊອບທໍາ ແລະ ສັ່ງ ສອນ ພວກເຂົາ ໃຫ້ ຮູ້ ເຖິງ ພຣະປະສົງ ດ້ວຍ.
\s5
\v 10 ທາງ ຂອງ ອົງພຣະ ຜູ້ເປັນເຈົ້າ ນັ້ນ ແມ່ນ ຄວາມຮັກ ແລະ ຄວາມສັດຊື່ສໍາລັບ ຜູ້ ທີ່ ຮັກ ສາ ພັນທະສັນຍາ ແລະ ເຊື່ອ ຟັງ ຂໍ້ຄໍາສັ່ງ ຂອງ ພຣະອົງ.
\v 11 ຂ້າແດ່ ອົງ ພຣະ ຜູ້ ເປັນ ເຈົ້າ ຂ້ານ້ອຍ ນີ້ ມີ ບາບ ຫລາຍ ຂໍ ຊົງ ໂຜດ ຮັກສາ ພຣະສັນຍາ ແລະ ອະໄພ ບາບກາໍ ໃຫ້ ດ້ວຍ.
\s5
\v 12 ຜູ້ ທີ່ຢໍາເກງ ອົງພຣະ ຜູ້ເປັນເຈົ້າ ກໍ ຈະ ໄດ້ ຮໍ່າຮຽນ ຈາກ ພຣະອົງ ໃຫ້ ຮູ້ ທາງ ທີ່ ພວກຕົນ ຈະ ປະພຶດ.
\v 13 ແລ້ວ ພວກເຂົາ ກໍ ຈະ ໄດ້ ຈະເລີນ ຮຸ່ງເຮືອງ ຂຶ້ນ ແລະ ເຊື້ອສາຍ ຂອງ ພວກເຂົາ ຈະ ໄດ້ ເປັນ ເຈົ້າ ຂອງ ດິນແດນ ດ້ວຍ.
\s5
\v 14 ອົງພຣະ ຜູ້ເປັນເຈົ້າ ເປັນ ເພື່ອນ ກັບ ຜູ້ ທີ່ ຢໍາເກງ ພຣະອົງ ແລະ ໃຫ້ ພັນທະສັນຍາ ຍືນຍົງ ຢູ່ກັບ ເຂົາເຈົ້າ.
\v 15 ຂ້ານ້ອຍ ຊອກ ຫາ ອົງ ພຣະ ຜູ້ ເປັນ ເຈົ້າ ໃຫ້ ຊ່ວຍ ທຸກ ເວລາ ພຣະອົງ ຊ່ວຍກູ້ ເອົາ ຂ້ານ້ອຍ ຈາກ ອັນຕະລາຍ ນັ້ນ.
\v 16 ຂໍ ຊົງ ໂຜດ ຫັນ ມາ ຫາ ຂ້ານ້ອຍ ແລະ ເມດຕາ ຂ້ານ້ອຍ ດ້ວຍ ເພາະ ຂ້ານ້ອຍ ອ່ອນແຮງ ແລະ ໂດດດ່ຽວ.
\s5
\v 17 ຂໍ ພຣະອົງ ໂຜດ ໃຫ້ ຫາຍ ຈາກ ຄວາມ ກັງ ວົນ ແລະ ຊ່ວຍ ໃຫ້ ພົ້ນ ຈາກ ຄວາມ ລໍາບາກ ທັງ ໝົດ.
\v 18 ຂໍ ຊົງ ໂຜດ ເບິ່ງ ວ່າ ຂ້ານ້ອຍ ທຸກໂສກ ເທົ່າ ໃດ ໂຜດ ອະໄພ ບາບກາໍ ໃຫ້ ແກ່ ຂ້ານ້ອຍ ດ້ວຍ.
\v 19 ເບິ່ງ ດູ ວ່າ ຂ້ານ້ອຍ ມີ ສັດ ຕູ ຫລາຍ ເທົ່າ ໃດ ພວກເຂົາ ກຽດຊັງ ຂ້ານ້ອຍ ຫລາຍ ເທົ່າ ໃດ ແລ້ວ.
\s5
\v 20 ຂໍ ຄຸ້ມຄອງ ແລະ ຊ່ວຍ ຂ້ານ້ອຍ ໃຫ້ ພົ້ນໄພ ຂໍ ຢ່າ ໃຫ້ ຂ້າ ນ້ອຍ ພ່າຍແພ້ ເລີຍ ຂ້ານ້ອຍ ມາ ຫາ ພຣະອົງ ເພື່ອ ຄວາມ ປອດໄພ.
\v 21 ຂໍ ຄວາມດີ ແລະ ຄວາມສັດ ຊື່ ນັ້ນ ປົກ ປັກ ຮັກ ສາ ເພາະວ່າ ຂ້ານ້ອຍ ໄວ້ວາງໃຈ ໃນ ພຣະເຈົ້າ.
\s5
\v 22 ຂ້າແດ່ ພຣະເຈົ້າ ຂໍໂຜດ ຊ່ວຍ ກອບກູ້ ເອົາ ຊາວ ອິດສະຣາເອນ ໂຜດ ໃຫ້ ຄວາມ ລໍາບາກ ຂອງ ພວກເຂົາ ຫາຍ ໄປ ເຖີດ.
\s5
\c 26
\p
\v 1 ຂ້າ ແດ່ ອົງ ພຣະ ຜູ້ ເປັນ ເຈົ້າ ຂໍ ຊົງ ພິສູດ ຂ້ານ້ອຍ ດ້ວຍ ເຖີດ ເພາະວ່າ ຂ້ານ້ອຍ ດໍາເນີນ ຊີວິດ ຢ່າງ ບໍ່ ມີ ຕໍາໜິ ແລະ ຂ້ານ້ອຍ ໄວ້ວາງໃຈ ໃນ ອົງ ພຣະ ຜູ້ ເປັນ ເຈົ້າ ໂດຍ ປັດສະຈາກ ຄວາມ ຫວັ່ນ ໄຫວ.
\v 2 ຂ້າແດ່ ອົງ ພຣະ ຜູ້ ເປັນ ເຈົ້າ ຂໍ ຊົງ ໂຜດ ກວດເບິ່ງ ແລະ ທົດສອບ ຂ້ານ້ອຍ ດ້ວຍ ຂໍ ຊົງ ໂຜດ ພິສູດ ເຖິງ ຄວາມ ປາຖະໜາ ແລະ ຄວາມຄິດ ຈິດ ໃຈ ຂອງ ຂ້ານ້ອຍ
\v 3 ຄວາມຮັກ ອັນ ໝັ້ນຄົງ ຂອງ ພຣະອົງ ນາໍ ໜ້າ ຂ້ານ້ອຍ ຢູ່ ສະເໝີ ແລະ ຄວາມຈິງ ກໍ ນາໍ ໜ້າ ຂ້ານ້ອຍ ໄປ ເລື້ອຍໆ. (ພ)
\s5
\v 4 ຂ້ານ້ອຍ ບໍ່ ເຂົ້າ ສ່ວນ ກັບ ຄົນ ມີ ອຸບາຍ ແລະ ບໍ່ ຫຍຸ້ງ ກ່ຽວ ອັນ ໃດ ກັບ ຄົນ ໜ້າຊື່ ໃຈຄົດ.
\v 5 ຂ້ານ້ອຍ ກຽດຊັງ ຊຸມນຸມຊົນ ຂອງ ຄົນ ຊົ່ວ ອະທາໍ ແລະ ກໍ ຫລີກ ໜີ ຈາກ ຄົນ ຊົ່ວ ຮ້າຍ.
\s5
\v 6 ຂ້າ ແດ່ ອົງ ພຣະ ຜູ້ ເປັນ ເຈົ້າ ຂ້ານ້ອຍ ຂໍ ລ້າງ ມື ເພື່ອ ສະແດງ ວ່າ ຂ້ານ້ອຍ ບໍ່ ມີ ຄວາມຜິດ ແລະ ໄປ ເຖິງ ແທ່ນບູຊາ ຂອງ ພຣະອົງ.
\v 7 ຂ້ານ້ອຍ ຮ້ອງເພງ ກ່າວ ເຖິງ ການ ໂມທະນາ ຂອບພຣະຄຸນ ແລະ ການກະທໍາ ອັນ ອັດສະຈັນ ຂອງ ພຣະອົງ ດ້ວຍ.
\v 8 ຂ້າແດ່ ອົງ ພຣະ ຜູ້ເປັນເຈົ້າ ຂ້ານ້ອຍ ຮັກ ພຣະວິຫານ ຂອງ ພຣະອົງ ຊຶ່ງ ເປັນ ບ່ອນ ສະຖິດ ຂອງ ພຣະອົງ ເປັນ ສະຖານ ອັນ ຊົງ ສະຫງ່າຣາສີ ຂອງ ພຣະອົງ.
\s5
\v 9 ຂໍ ຢ່າ ໄດ້ ທໍາ ລາຍ ຂ້ານ້ອຍ ພ້ອມ ກັບ ຄົນ ບາບ ທັງ ຫລາຍ ຂໍ ຢ່າ ເອົາ ຊີວິດ ໄປ ດັ່ງ ຄາດຕະກອນ ຄົນ ໜຶ່ງ
\v 10 ຄື ຄົນ ທີ່ ເຮັດ ຊົ່ວ ຢູ່ ຕະຫລອດ ເວລາ ແລະ ພ້ອມ ທີ່ ຈະ ຮັບ ສິນ ບົນ ຈາກ ຄົນ ອື່ນ.
\s5
\v 11 ແຕ່ ສໍາລັບ ຂ້ານ້ອຍ ດໍາເນີນ ຊີວິດ ໃນ ຄວາມ ເປັນທໍາ ຂໍ ຊົງ ໂຜດ ເມດຕາ ແລະ ຊ່ວຍ ກູ້ ເອົາ ຂ້ານ້ອຍ ໄວ້ ດ້ວຍ
\v 12 ຂ້ານ້ອຍ ຢືນ ຢູ່ ເທິງ ບ່ອນ ທີ່ ປອດໄພ ທີ່ ຊຸມນຸມຊົນ ຂອງ ພຣະອົງ ຂ້ານ້ອຍ ຈະ ຍ້ອງຍໍ ສັນລະເສີນ ອົງ ພຣະ ຜູ້ ເປັນ ເຈົ້າ.
\s5
\c 27
\p
\v 1 ອົງ ພຣະ ຜູ້ ເປັນ ເຈົ້າ ຊົງ ເປັນ ຄວາມ ສະຫວ່າງ ແລະ ເປັນ ຜູ້ ຊ່ວຍ ໃຫ້ ພົ້ນ ຂອງ ຂ້ານ້ອຍ ຂ້ານ້ອຍຈະ ບໍ່ ຢ້ານກົວ ຜູ້ໃດ ທັງ ນັ້ນ ອົງ ພຣະ ຜູ້ ເປັນ ເຈົ້າ ຊົງ ຄຸ້ມຄອງ ຂ້ານ້ອຍ ຈາກ ອັນຕະລາຍ ທຸກຢ່າງ ແລະ ຂ້ານ້ອຍ ກໍ ຈະ ບໍ່ ຢ້ານກົວ ແຕ່ ປະການ ໃດ ທັງ ສິ້ນ.
\s5
\v 2 ເມື່ອ ຄົນ ຊົ່ວ ໂຈມຕີ ທັງ ຫາ ທາງ ທີ່ ຈະ ສັງ ຫານ ພວກເຂົາ ກໍ ຈະ ຖືກ ຕ້ານທານ ໂດຍ ເຕະ ສະດຸດ ລົ້ມ.
\v 3 ເຖິງ ແມ່ນ ກອງທັບ ທັງ ໝົດ ອ້ອມ ຂ້ານ້ອຍ ໄວ້ ທຸກແຈ ຫົວໃຈ ຂອງ ຂ້ານ້ອຍ ກໍ ຈະ ບໍ່ ຢ້ານກົວ ແຕ່ ປະການ ໃດ ທັງ ສິ້ນ ເຖິງ ແມ່ນ ເຫລົ່າ ສັດ ຕູ ໂຈມຕີ ຂ້ານ້ອຍ ກໍຕາມ ຂ້ານ້ອຍ ກໍ ຍັງ ຈະ ໄວ້ວາງໃຈ ໃນ ພຣະເຈົ້າ. (ມ)
\s5
\v 4 ຂ້ານ້ອຍ ຂໍ ຈາກ ອົງ ພຣະ ຜູ້ ເປັນ ເຈົ້າ ພຽງແຕ່ ສິ່ງ ດຽວ ແມ່ນ ສິ່ງ ດຽວ ເທົ່າ ນັ້ນ ທີ່ ຂ້ານ້ອຍ ຢາກ ໄດ້ ຄື: ໃຫ້ ຂ້ານ້ອຍ ໄດ້ ຢູ່ ໃນ ພຣະວິຫານ ຂອງ ອົງພຣະ ຜູ້ ເປັນເຈົ້າ ຕະຫລອດໄປ ເພື່ອ ຈະ ເບ່ິ່ງ ພຣະຄຸນ ຄວາມດີ ຂອງ ອົງພຣະ ຜູ້ເປັນເຈົ້າ ແລະ ຂໍ ການ ຊົງ ນາໍ ພາ ຈາກ ພຣະອົງ ນັ້ນ.
\s5
\v 5 ໃນ ຍາມ ຍາກ ລໍາບາກ ພຣະອົງ ຈະ ເປັນ ຮົ່ມ ໃຫ້ ຂ້ານ້ອຍ ພຣະອົງ ຈະ ຮັກ ສາ ຂ້ານ້ອຍ ໄວ້ ຢູ່ ໃນ ພຣະວິຫານ ຂອງ ພຣະອົງ ແລະ ໃຫ້ ຂ້ານ້ອຍ ຢູ່ ເທິງ ໂງ່ນຫິນສູງ ຢ່າງ ປອດໄພ.
\v 6 ສະນັ້ນ ຂ້ານ້ອຍ ຈຶ່ງ ຈະ ມີໄຊ ເໜືອ ເຫລົ່າ ສັດ ຕູ ທີ່ ພາກັນ ລ້ອມ ຂ້ານ້ອຍ ຢູ່ ນັ້ນ. ຂ້ານ້ອຍ ຈະ ຖວາຍບູຊາ ໃນ ພຣະວິຫານ ດ້ວຍ ສຽງ ໂຮຮ້ອງ ຍິນ ດີ ທັງ ຮ້ອງເພງ ສັນລະເສີນ ອົງພຣະ ຜູ້ ເປັນເຈົ້າ.
\s5
\v 7 ຂ້າແດ່ ອົງ ພຣະ ຜູ້ ເປັນ ເຈົ້າ ເມື່ອ ຂ້ານ້ອຍ ຮ້ອງຫາ ຂໍ ຊົງ ໂຜດ ຮັບ ຟັງ ເມດຕາ ແລະ ຕອບ ຂ້ານ້ອຍ ດ້ວຍ
\v 8 ເມື່ອ ພຣະອົງ ກ່າວ ວ່າ, “ຈົ່ງ ມາ ນະມັດ ສະການ ເຮົາ. ” ຂ້ານ້ອຍ ຕອບ ວ່າ, “ຂ້າ ແດ່ ອົງ ພຣະ ຜູ້ ເປັນ ເຈົ້າ ຂ້ານ້ອຍ ຈະ ມາ ແທ້. ”
\s5
\v 9 ຂໍ ແຕ່ ພຣະອົງ ຢ່າ ປິ່ນ ໜ້າ ໜີ ຈາກ ຂ້າ ນ້ອຍ ເລີຍ ຂໍ ຢ່າ ຄຽດ ແລະ ໄລ່ ຜູ້ຮັບ ໃຊ້ ຂອງ ພຣະອົງ ໜີໄປ ພຣະອົງ ເຄີຍ ເປັນ ຜູ້ ຊ່ວຍກູ້ ເອົາ ຂ້ານ້ອຍ ໄວ້ ຂໍ ຢ່າ ໜີ ຈາກ ແລະ ຢ່າ ປະ ປ່ອຍ ຂ້ານ້ອຍ ໄປ ເລີຍ ໂອ ຂ້າແດ່ ພຣະເຈົ້າ ພຣະຜູ້ ຊ່ວຍ ໃຫ້ ພົ້ນ ຂອງ ຂ້າ ນ້ອຍ.
\v 10 ພໍ່ ແມ່ ຂ້ານ້ອຍ ອາດ ປະປ່ອຍ ຂ້ານ້ອຍ ໄປ ແຕ່ ອົງ ພຣະ ຜູ້ ເປັນ ເຈົ້າ ຈະ ຮັກ ສາ ຂ້ານ້ອຍ ໄວ້
\s5
\v 11 ຂ້າແດ່ ອົງ ພຣະ ຜູ້ ເປັນ ເຈົ້າ ຂໍ ຊົງ ໂຜດ ສັ່ງ ສອນ ສິ່ງ ທີ່ ພຣະອົງ ຢາກ ໃຫ້ ຂ້ານ້ອຍ ກະທໍາ ນັ້ນ ໂຜດ ນາໍ ພາ ໄປ ໃນ ທາງ ທີ່ ປອດໄພ ເພາະ ຂ້ານ້ອຍ ມີ ສັດ ຕູ ຫລາຍ.
\v 12 ຢ່າ ປະປ່ອຍ ຂ້ານ້ອຍ ໃຫ້ ເຫລົ່າ ສັດ ຕູ ຜູ້ ທີ່ ໂຈມຕີ ດ້ວຍ ຄໍາ ຕົວະ ແລະ ການ ຂົ່ມ ຂູ່.
\s5
\v 13 ຂ້ານ້ອຍ ໝັ້ນໃຈ ວ່າ ຂ້ານ້ອຍ ຍັງຈະ ເຫັນ ພຣະຄຸນ ຄວາມດີຂອງ ອົງ ພຣະ ຜູ້ ເປັນ ເຈົ້າ ຢູ່ ໃນ ຊີວິດ ນີ້.
\v 14 ຈົ່ງ ໄວ້ວາງໃຈ ແລະ ມີ ຄວາມເຊື່ອ ໃນ ອົງ ພຣະ ຜູ້ ເປັນ ເຈົ້າ ຈົ່ງ ເຂັ້ມ ແຂງ ແລະ ຢ່າ ໝົດຫວັງ ໃນ ອົງ ພຣະ ຜູ້ ເປັນ ເຈົ້າ ຈັກ ເທື່ອ.
\s5
\c 28
\p
\v 1 ຂ້າ ແດ່ ອົງ ພຣະ ຜູ້ ເປັນ ເຈົ້າ ຂ້ານ້ອຍ ຮ້ອງຫາ ຜູ້ ປ້ອງກັນ ຮັກ ສາ ຂ້ານ້ອຍ ຂໍ ຊົງ ໂຜດ ຟັງ ຂ້ານ້ອຍ ຮ້ອງຂໍ ຄວາມ ຊ່ວຍເຫລືອ ແດ່ ທ້ອນ ຖ້າ ພຣະອົງ ບໍ່ ຕອບ ຂ້ານ້ອຍກໍ ຈະຢູ່ໃນທ່າມກາງ ພວກ ທີ່ ລົງ ໄປ ສູ່ ແດນ ມໍຣະນາ.
\v 2 ເມື່ອ ຂ້ານ້ອຍ ຮ້ອງຂໍ ຄວາມ ຊ່ວຍເຫລືອ ຂໍ ພຣະອົງ ໂຜດ ຟັງ ຂ້ານ້ອຍ ດ້ວຍ ຄືເມື່ອ ຂ້ານ້ອຍ ຍໍ ມື ໄປ ທາງ ພຣະວິຫານ ອັນບໍຣິສຸດ ຂອງ ພຣະອົງ ນັ້ນ.
\s5
\v 3 ຢ່າ ສູ່ ດຶງ ຂ້ານ້ອຍ ໄປ ກັບ ຄົນ ຊົ່ວ ຮ້າຍ ທັງ ຫລາຍ ທີ່ ນາໍ ຄວາມ ເດືອດຮ້ອນ ຫລາຍ ແນວ ມາ ສູ່ ຜູ້ ອື່ນ ປາກ ເຂົາ ເຈົ້າ ເວົ້າ ຈາ ເລື່ອງ ສັນຕິສຸກ ພາຍ ໃນ ໃຈ ຂອງ ພວກເຂົາ ເຕັມ ແຕ່ ຄວາມ ຊົ່ວ ຮ້າຍ.
\v 4 ຂໍ ຊົງ ໂຜດ ລົງ ໂທດ ພວກເຂົາ ຕາມ ທີ່ ພວກເຂົາ ໄດ້ ກະທາໍ ສໍາລັບ ຄວາມຊົ່ວ ນາໆ ປະການ ຂອງ ພວກເຂົາ ນັ້ນ. ຈົ່ງ ລົງ ໂທດ ພວກເຂົາ ໃນ ທຸກໆສິ່ງ ທີ່ ພວກເຂົາ ໄດ້ ກະທາໍ ໃຫ້ ກາໍ ນາໍ ສະໜອງ ຕາມ ທີ່ ພວກເຂົາ ສົມຄວນ ໄດ້ ຮັບ
\v 5 ເພາະ ພວກເຂົາ ບໍ່ ໄດ້ ຄິດ ເບິ່ງ ສິ່ງ ທີ່ ອົງ ພຣະ ຜູ້ ເປັນ ເຈົ້າ ໄດ້ ຊົງ ກະທາໍ ຫລື ສັບພະທຸກສິ່ງ ທີ່ ພຣະອົງ ໄດ້ ສ້າງ ນັ້ນ ດັ່ງ ນັ້ນ ພຣະອົງ ຈຶ່ງ ຈະ ລົງ ໂທດ ແລະ ທາໍ ລາຍ ພວກເຂົາ ແລະ ຈະ ບໍ່ ໃຫ້ ພວກເຂົາ ລຸກ ຂຶ້ນ ມາ ໄດ້ ອີກ.
\s5
\v 6 ຈົ່ງ ຖວາຍ ຄໍາ ຍ້ອງຍໍ ສັນລະເສີນ ແດ່ ອົງ ພຣະ ຜູ້ ເປັນ ເຈົ້າ ເພາະ ພຣະອົງ ໄດ້ຍິນ ຄໍາຮ້ອງ ຂໍ ໃຫ້ ຊ່ວຍເຫລືອ ແລ້ວ.
\v 7 ອົງພຣະ ຜູ້ ເປັນເຈົ້າ ເປັນ ປ້ອມ ປ້ອງກັນ ອັນ ເຂັ້ມ ແຂງ ແລະ ເປັນ ໂລ້ ຕ້ານທານ ຂອງ ຂ້ານ້ອຍ. ສະນັ້ນ ຂ້ານ້ອຍ ຈຶ່ງ ໄວ້ວາງໃຈ ໃນ ພຣະອົງ. ພຣະອົງ ຊ່ວຍເຫລືອ ຂ້ານ້ອຍ ແລະ ເຮັດ ໃຫ້ ຂ້ານ້ອຍ ຊົມ ຊື່ນ ຍິນ ດີ ດັ່ງ ນັ້ນ ຂ້ານ້ອຍ ຈຶ່ງ ສັນລະເສີນ ພຣະອົງ ດ້ວຍ ບົດເພງ ອັນອອນຊອນ.
\v 8 ອົງ ພຣະ ຜູ້ ເປັນ ເຈົ້າ ປົກ ປ້ອງ ປະຊາຊົນ ຂອງ ພຣະອົງ ພຣະອົງປ້ອງກັນ ທັງ ຊ່ວຍກູ້ ເອົາ ກະສັດ ທີ່ ໄດ້ ຊົງ ຫົດ ສົງ ໄວ້.
\s5
\v 9 ຂໍ ຊົງ ໂຜດ ຊ່ວຍ ຄົນ ຂອງ ພຣະອົງ ໃຫ້ ພົ້ນ ແລະ ອວຍພອນ ພວກ ທີ່ ເປັນ ຂອງ ພຣະອົງ ດ້ວຍ. ໂຜດ ເປັນ ພຣະຜູ້ລ້ຽງ ຂອງ ພວກເຂົາ ແລະ ຮັກ ສາ ພວກເຂົາ ໄວ້ ສືບ ໄປ ແດ່ ທ້ອນ.
\s5
\c 29
\p
\v 1 ຈົ່ງ ຍ້ອງຍໍ ສັນລະເສີນ ອົງພຣະ ຜູ້ ເປັນເຈົ້າ ຊາວ ສະຫວັນ ເອີຍ ຈົ່ງ ຍ້ອງຍໍ ສັນລະເສີນ ສະຫງ່າຣາສີ ຂອງ ອົງພຣະ ຜູ້ ເປັນ ເຈົ້າ ແລະ ຣິດທານຸພາບ.
\v 2 ຈົ່ງ ຍ້ອງຍໍ ສັນລະເສີນ ພຣະນາມ ອັນຮຸ່ງເຮືອງ ຂອງ ອົງ ພຣະ ຜູ້ ເປັນ ເຈົ້າ ຈົ່ງ ກົ້ມຂາບ ອົງ ບໍຣິສຸດ ເມື່ອ ພຣະອົງ ມາ ປາກົດ ນັ້ນ. (ລ)
\s5
\v 3 ສຽງ ຂອງ ອົງພຣະ ຜູ້ ເປັນເຈົ້າ ດັງ ກ້ອງ ກັງ ວານ ອອກ ໄປ ເທິງ ໜ້າ ນາໍ້ ມະຫາສະໝຸດ ເລິກ ສະຫງ່າຣາສີ ຂອງ ພຣະເຈົ້າ ເປັນ ສຽງ ດັງ ກ້ອງ ກັງ ວານ ສຽງ ຂອງ ອົງ ພຣະ ຜູ້ ເປັນ ເຈົ້າ ກໍ ດັງ ທົ່ວ ທັງ ມະຫາສະໝຸດ ດ້ວຍ.
\v 4 ສຽງ ຂອງ ອົງພຣະ ຜູ້ເປັນເຈົ້າ ມີ ຣິດ ເດດ ສຽງ ຂອງ ອົງພຣະ ຜູ້ ເປັນເຈົ້າ ໜ້າຢ້ານກົວ
\v 5 ສຽງ ຂອງ ອົງ ພຣະ ຜູ້ ເປັນ ເຈົ້າ ຜ່າ ຕົ້ນ ແປກ ທັງ ຫລາຍ ລົງ ອົງພຣະ ຜູ້ ເປັນເຈົ້າ ຜ່າ ແມ່ນແຕ່ ຕົ້ນແປກ ທີ່ ຢູ່ ດົງ ເລບານອນ ນັ້ນ.
\s5
\v 6 ພຣະອົງ ໃຫ້ ພູ ເລບານອນ ເຕັ້ນ ດັ່ງ ງົວ ນ້ອຍ ທັງ ຫລາຍ ແລະ ເຮັດ ໃຫ້ ພູເຂົາ ເຮີໂມນ ເຕັ້ນ ດັ່ງ ຝູງ ງົວ ໜຸ່ມ.
\v 7 ສຽງ ຂອງ ອົງ ພຣະ ຜູ້ ເປັນ ເຈົ້າ ກໍ ດັງ ອອກ ໄປ ກ້ອງ ກັງ ວານ ເຮັດ ໃຫ້ ຟ້າ ແມບເຫລື້ອມ.
\v 8 ສຽງ ຂອງ ອົງ ພຣະ ຜູ້ ເປັນ ເຈົ້າ ສັ່ນ ຖິ່ນ ແຫ້ງແລ້ງ ກັນ ດານ ອົງ ພຣະ ຜູ້ ເປັນ ເຈົ້າ ສັ່ນ ຖິ່ນ ແຫ້ງ ແລ້ງ ກັນ ດານ ກາເດັດ ດ້ວຍ.
\s5
\v 9 ສຽງ ຂອງ ອົງພຣະ ຜູ້ ເປັນເຈົ້າ ນັ້ນ ສັ່ນ ຕົ້ນໂອກ ທັງ ຫລາຍ (ວ) ແລະ ເຮັດ ໃຫ້ ໃບໄມ້ ຫລົ່ນ ລົງ ສູ່ ພື້ນ ໃນ ຂະນະທີ່ ທຸກຄົນ ຮ້ອງ ໃນ ພຣະວິຫານ ວ່າ, “ສະຫງ່າຣາສີ ຈົ່ງ ມີ ແກ່ ພຣະເຈົ້າ. ”
\v 10 ອົງພຣະ ຜູ້ ເປັນເຈົ້າ ປົກຄອງ ເໜືອ ນໍ້າ ເລິກ ທັງ ຫລາຍ ອົງ ພຣະ ຜູ້ເປັນ ເຈົ້າ ນັ່ງ ປົກ ຄອງ ດັ່ງ ກະສັດ ຕະຫຼອດໄປ ເປັນນິດ.
\s5
\v 11 ອົງພຣະ ຜູ້ ເປັນເຈົ້າ ໃຫ້ ເຫື່ອ ແຮງ ແກ່ ປະຊາຊົນ ຂອງ ພຣະອົງ ອົງ ພຣະ ຜູ້ ເປັນ ເຈົ້າ ອວຍພອນ ປະຊາຊົນ ຂອງ ພຣະອົງ ໃຫ້ ມີສັນຕິສຸກ.
\s5
\c 30
\p
\v 1 ຂ້າ ແດ່ ອົງ ພຣະ ຜູ້ ເປັນ ເຈົ້າ ຂ້ານ້ອຍ ຍ້ອງຍໍ ສັນລະເສີນ ພຣະອົງ ເພາະ ພຣະອົງ ໄດ້ ຊ່ວຍກູ້ ເອົາ ຂ້ານ້ອຍ ໄວ້ ພຣະອົງ ໄດ້ ຮັກ ສາ ຂ້ານ້ອຍ ໄວ້ ຈາກ ເຫລົ່າ ສັດ ຕູ ໂດຍ ບໍ່ ໃຫ້ ພວກເຂົາ ສົມ ນາໍ້ ໜ້າ ຂ້ານ້ອຍ ໄດ້.
\v 2 ຂ້າແດ່ ອົງ ພຣະ ຜູ້ ເປັນ ເຈົ້າ ພຣະເຈົ້າ ຂອງ ຂ້ານ້ອຍ ເອີຍ ເມື່ອ ຂ້ານ້ອຍ ຮ້ອງຫາ ພຣະອົງ ໃຫ້ ຊ່ວຍເຫລືອ ພຣະອົງ ກໍ ປິ່ນ ປົວ ຂ້ານ້ອຍ
\v 3 ອົງ ພຣະ ຜູ້ ເປັນ ເຈົ້າ ໄດ້ ຊ່ວຍກູ້ ເອົາ ຂ້ານ້ອຍ ຈາກ ຂຸມຝັງສົບ ຄື ບ່ອນ ເລິກ (ອ) ທີ່ ຂ້ານ້ອຍ ໄດ້ ລົງ ໄປ ແຕ່ ຊົງ ໃຫ້ ຊີວິດ ໃໝ່ ອີກ.
\s5
\v 4 ປະຊາຊົນ ຂອງ ພຣະອົງ ທຸກຄົນ ຜູ້ ທີ່ ສັດ ຊື່ ຕໍ່ ພຣະອົງ ເອີຍ ຈົ່ງ ຮ້ອງ ບົດ ເພງ ຍ້ອງຍໍ ສັນລະເສີນ ອົງ ພຣະ ຜູ້ ເປັນ ເຈົ້າ ຈົ່ງ ຖວາຍ ຄໍາ ໂມທະນາ ຂອບພຣະຄຸນ ແດ່ ພຣະນາມ ບໍຣິສຸດ ຂອງ ພຣະອົງ
\v 5 ຄວາມ ໂກດຮ້າຍ ຂອງ ພຣະອົງ ມີ ຢູ່ ພຽງ ຊົ່ວ ຄາວ ຄຸນຄວາມດີ ຂອງ ພຣະອົງ ດໍາລົງ ຢູ່ ຕະຫລອດ ຊົ່ວ ຊີວິດ. ນາໍ້ ຕາ ອາດ ໄຫລຫລັ່ງ ໃນ ເວລາ ກາງຄືນ ແຕ່ ຄວາມ ຊົມຊື່ນ ຍິນດີ ກໍ ມີ ມາ ໃນ ຕອນເຊົ້າ.
\s5
\v 6 ຂ້ານ້ອຍ ຮູ້ສຶກ ປອດໄພ ຈຶ່ງ ເວົ້າ ກັບ ຕົວ ເອງ ວ່າ, “ຂ້ອຍ ຈະ ບໍ່ ພ່າຍແພ້ ເລີຍ. ”
\v 7 ຂ້າແດ່ ອົງ ພຣະ ຜູ້ ເປັນ ເຈົ້າ ພຣະອົງ ດີ ຕໍ່ ຂ້ານ້ອຍ ແທ້ໆ ພຣະອົງ ເປັນ ດັ່ງ ປ້ອມ ເທິງ ພູ ປ້ອງກັນ ຂ້ານ້ອຍ ໄວ້. ແຕ່ ຖ້າ ພຣະອົງ ລີ້ໜ້າ ຈາກ ຂ້ານ້ອຍ ໄປ ຂ້ານ້ອຍ ກໍໄດ້ ແຕ່ ຢ້ານກົວ ເທົ່າ ນັ້ນ.
\v 8 ຂ້າແດ່ ອົງ ພຣະ ຜູ້ ເປັນ ເຈົ້າ ຂ້ານ້ອຍ ຮ້ອງ ຫາ ພຣະອົງ ແລະ ຂໍ ໃຫ້ ອົງພຣະ ຜູ້ ເປັນເຈົ້າ ຊ່ວຍເຫລືອ ດັ່ງ ນີ້:
\s5
\v 9 “ພຣະອົງ ຈະ ໄດ້ ຫຍັງ ແດ່ ຖ້າ ຂ້ານ້ອຍ ຕາຍໄປ? ພຣະອົງ ຈະ ໄດ້ ຫຍັງ ຖ້າຂ້ານ້ອຍ ໄປ ສູ່ ຂຸມຝັງ ສົບ ພຸ້ນ? ຄົນ ຕາຍໄປ ແລ້ວ ຈະ ສັນລະເສີນ ພຣະອົງໄດ້ ບໍ? ປະກາດ ເຖິງ ຄວາມ ສັດ ຊື່ຂອງ ພຣະອົງ ໄດ້ ບໍ?
\v 10 ຂ້າແດ່ ອົງ ພຣະ ຜູ້ ເປັນ ເຈົ້າ ຂໍ ຊົງ ໂຜດ ຟັງ ແລະ ເມດຕາ ຂ້ານ້ອຍ ແດ່ ຂ້າແດ່ ອົງພຣະ ຜູ້ ເປັນເຈົ້າ ເອີຍ ໂຜດ ຊ່ວຍຊູ ຂ້ານ້ອຍ ດ້ວຍ.”
\s5
\v 11 ພຣະອົງ ໄດ້ ເຮັດ ໃຫ້ ຄວາມ ງ່ວມເຫງົາ ໝົດ ໄປ ແລະນາໍ ການຟ້ອນລໍາອັນມ່ວນຊື່ນ ມາແທນທີ່. ພຣະອົງ ເອົາ ຄວາມ ໂສກເສົ້າ ເສຍໃຈ ຂອງ ຂ້ານ້ອຍ ໜີໄປ ແລະ ນາໍ ຄວາມ ຊົມ ຊື່ນ ຍິນ ດີ ມາ ລ້ອມຮອບ ຂ້ານ້ອຍ ໄວ້.
\v 12 ສະນັ້ນ ແຫລະ ຂ້ານ້ອຍ ຈຶ່ງ ຈະ ບໍ່ ມິດ ງຽບ ຢູ່ ຕໍ່ໄປ ແຕ່ ຈະ ຮ້ອງເພງ ຍ້ອງຍໍ ສັນລະເສີນ ຖວາຍ ແດ່ ພຣະອົງ. ຂ້າແດ່ ອົງ ພຣະ ຜູ້ ເປັນ ເຈົ້າ ພຣະເຈົ້າ ຂອງ ຂ້ານ້ອຍ ຂ້ານ້ອຍ ຈະ ໂມທະນາ ຂອບພຣະຄຸນ ພຣະອົງ ຕະຫລອດ ໄປ ເປັນນິດ.
\s5
\c 31
\p
\v 1 ຂ້າ ແດ່ ອົງ ພຣະ ຜູ້ ເປັນ ເຈົ້າ ຂ້ານ້ອຍ ມາ ຂໍ ໃຫ້ ພຣະອົງ ຄຸ້ມ ຄອງ ຢ່າ ໃຫ້ ຂ້ານ້ອຍ ໄດ້ ຖືກ ພ່າຍແພ່ ເລີຍ. ຂໍ ຊົງ ໂຜດ ຊ່ວຍ ຂ້ານ້ອຍ ໃຫ້ ພົ້ນ ໃນ ຄວາມ ຊອບທໍາ ຂອງ ພຣະອົງ.
\v 2 ບັດນີ້ ໂຜດ ຮັບ ຟັງ ແລະ ຊ່ວຍ ຂ້ານ້ອຍ ໃຫ້ ພົ້ນ ແດ່ ເປັນ ທີ່ ເພິ່ງ ແລະ ຜູ້ ປ້ອງກັນ ຂອງ ຂ້ານ້ອຍ ດ້ວຍ
\s5
\v 3 ພຣະອົງ ເປັນ ທີ່ເພິ່ງ ແລະ ທີ່ ປ້ອງກັນ ຂອງ ຂ້ານ້ອຍ ໂຜດ ບອກ ທາງ ແລະ ນາໍ ພາ ຕາມ ທີ່ ພຣະອົງ ໄດ້ ສັນຍາ ໄວ້ ດ້ວຍ.
\v 4 ໂຜດ ຮັກ ສາ ຂ້ານ້ອຍ ຈາກ ແຮ້ວ ທີ່ ຖືກ ຫ້າງ ໄວ້ ແດ່ ແລະ ເປັນ ທີ່ ຫລົບ ລີ້ ໃຫ້ ຂ້າ ນ້ອຍ ແດ່ ທ້ອນ.
\s5
\v 5 ຂ້າ ແດ່ ອົງ ພຣະ ຜູ້ ເປັນ ເຈົ້າ ພຣະເຈົ້າ ອົງ ສັດ ຊື່ ເອີຍ ຂ້ານ້ອຍ ມອບ ຈິດ ວິນ ຍານ ໄວ້ໃນ ພຣະຫັດ ຂອງ ພຣະອົງ ເພາະ ພຣະອົງ ຊົງ ໄຖ່ ຂ້ານ້ອຍ ແລ້ວ.
\v 6 ຜູ້ ທີ່ ຂາບໄຫວ້ ຮູບເຄົາ ຣົບ ນັ້ນ ພຣະອົງ ກຽດຊັງ ຫລາຍ ແຕ່ ຂ້ານ້ອຍ ໄວ້ວາງໃຈ ໃນ ອົງ ພຣະ ຜູ້ ເປັນ ເຈົ້າ.
\v 7 ຂ້ານ້ອຍ ຈະ ຊົມ ຊື່ນ ຍິນ ດີ ເພາະ ຄວາມຮັກ ອັນ ໝັ້ນ ຄົງ ເພາະ ພຣະອົງ ເຫັນ ຂ້ານ້ອຍ ທົນ ທຸກ ແລະ ເດືອດຮ້ອນ.
\s5
\v 8 ພຣະອົງ ບໍ່ ໄດ້ ມອບ ຂ້ານ້ອຍ ໄວ້ ໃນ ມື ຂອງ ພວກ ສັດຕູ ແຕ່ ໃຫ້ ຂ້ານ້ອຍ ມີ ອິດ ສະຫລະ ໄປ ທີ່ ໃດ ກໍໄດ້.
\v 9 ຂ້າແດ່ ອົງ ພຣະ ຜູ້ ເປັນ ເຈົ້າ ຂໍ ຊົງ ໂຜດ ເມດຕາ ຂ້າ ນ້ອຍ ດ້ວຍ ເພາະ ຂ້ານ້ອຍ ຢູ່ ໃນ ຄວາມ ເດືອດຮ້ອນ ແທ້ໆ ແລະ ຕາ ກໍ ອິດ ເມື່ອຍ ຍ້ອນ ຮ້ອງໄຫ້ ຕະຫລອດ ວັນ ແຮງ ກໍ ອິດອ່ອນ ລົງ ແລະ ຮ່າງກາຍ ກໍ ຊຸດໂຊມ ດ້ວຍ.
\s5
\v 10 ຄວາມທຸກໃຈ ເຮັດ ໃຫ້ ຂ້ານ້ອຍ ອ່ອນເພຍ ໄປ ການ ຮ້ອງໄຫ້ ຄວນຄາງ ກໍ ເຮັດ ໃຫ້ ຊິວິດ ສັ້ນ ເຂົ້າ. ຂ້ານ້ອຍ ອ່ອນແຮງ ຍ້ອນ ມີ ຄວາມ ເດືອດຮ້ອນ (ກ) ແມ່ນແຕ່ ກະດູກ ກໍ ຂົດ ຖືກ ກັດ ກິນ ຈົນ ຫ້ຽນ.
\v 11 ສັດ ຕູ ທັງ ຫລາຍ ຂອງ ຂ້ານ້ອຍ ພິເສດ ຄື ເພື່ອນບ້ານ ຂອງ ຂ້ານ້ອຍ ເອງ ຕ່າງ ກໍ ດູໝິ່ນ ນິນທາ ຂ້ານ້ອຍ ຄົນ ທີ່ ເຄີຍ ຮູ້ຈັກ ກໍ ຢ້ານກົວ ຂ້ານ້ອຍ ຄືກັນ ເມື່ອ ເຫັນ ຂ້ານ້ອຍ ຕາມ ທາງ ກໍ ປົບ ໜີ ໂລດ.
\s5
\v 12 ທຸກຄົນ ໄດ້ ລືມ ຂ້ານ້ອຍ ຄ້າຍ ກັບ ວ່າ ຕາຍໄປ ຂ້ານ້ອຍ ເປັນ ດັ່ງ ສິ່ງ ຂອງ ທີ່ໄດ້ ຖືກ ໂຍນ ຖິ້ມ.
\v 13 ຂ້ານ້ອຍ ໄດ້ຍິນ ວ່າ ສັດ ຕູ ຫລາຍ ຄົນ ພວມ ຊິ່ມ ກັນ ຄວາມ ຕົກ ໃຈ ກົວ ກໍ ອ້ອມ ຕົວ ຂ້ານ້ອຍ ໄວ້. ເພື່ອ ຕໍ່ສູ້ ຂ້ານ້ອຍ ນັ້ນ ພວກເຂົາ ກາໍ ລັງ ວາງ ກົນອຸບາຍ ແຜນການ ຊົ່ວ ເພື່ອ ດັບ ຊີວິດ ຂ້ານ້ອຍ ໃຫ້ ໄດ້.
\s5
\v 14 ຂ້າ ແດ່ ອົງ ພຣະ ຜູ້ເປັນ ເຈົ້າ ແຕ່ ຂ້ານ້ອຍ ໄວ້ວາງໃຈ ໃນ ພຣະອົງ ພຣະອົງ ເປັນ ພຣະເຈົ້າ ຂອງ ຂ້ານ້ອຍ.
\v 15 ພຣະອົງ ເປັນ ທີ່ ເພິ່ງ ຂອງ ຂ້ານ້ອຍ ຕະຫລອດ ມາ ຂໍ ຊົງ ໂຜດ ຊ່ວຍ ໃຫ້ ພົ້ນ ຈາກ ສັດ ຕູ ຄື ຜູ້ ທີ່ ຂົ່ມເຫັງ ຂ້ານ້ອຍ ນັ້ນ.
\v 16 ໂຜດ ແນມເບິ່ງ ຜູ້ຮັບ ໃຊ້ ຂອງ ພຣະອົງ ດ້ວຍ ຄວາມ ເມດຕາ ໂດຍ ຄວາມຮັກ ອັນ ໝັ້ນຄົງ ຂອງ ພຣະອົງ ໂຜດ ຊ່ວຍ ເອົາ ຂ້ານ້ອຍ ດ້ວຍ.
\s5
\v 17 ຂ້າແດ່ ອົງ ພຣະ ຜູ້ ເປັນ ເຈົ້າ ຂ້າ ນ້ອຍ ຮ້ອງຫາ ພຣະອົງ ຂໍ ຢ່າ ໃຫ້ ຂ້ານ້ອຍ ໄດ້ ຖືກ ອັບ ອາຍ ຂາຍໜ້າ ແຕ່ ຂໍ ໃຫ້ ບັນ ດາ ຄົນ ຊົ່ວ ຮ້າຍ ເສຍໜ້າ ໄປ ຂໍ ໃຫ້ ພວກເຂົາ ລົງ ໄປ ສູ່ ແດນ ມໍຣະນາ ຢ່າງ ມິດ ງຽບ.
\v 18 ພວກຄົນ ທີ່ ຂີ້ຕົວະ ຈົ່ງ ມິດງຽບ ຄື ພວກ ທີ່ ອວດອົ່ງ ແລະ ຈອງຫອງ ທັງ ຫຼາຍ ພວກ ທີ່ ເວົ້າ ດູໝິ່ນ ນິນ ທາ ຄົນ ຊອບທາໍ ນັ້ນ.
\s5
\v 19 ຄຸນຄວາມດີ ຂອງ ພຣະອົງ ນັ້ນ ປະເສີດ ເລີດ ລໍາ້ ຫລາຍ ພຣະອົງ ຮັກ ສາ ໄວ້ ສໍາລັບ ຜູ້ ທີ່ ໃຫ້ກຽດ ພຣະເຈົ້າ ທຸກຄົນ ກໍ ຮູ້ ວ່າ ພຣະອົງ ເລີດ ລໍາ້ ສໍ່າໃດ ຊົງ ຄຸ້ມ ຄອງ ໃຫ້ ຄວາມ ປອດໄພ ແກ່ ຜູ້ ທີ່ ວາງໃຈ ໃນ ພຣະເຈົ້າ.
\v 20 ພຣະອົງ ປ້ອງກັນ ພວກເຂົາ ໄວ້ ຢ່າງ ປອດໄພ ໃຕ້ ຮົ່ມ ພຣະຄຸນ ຂອງ ພຣະອົງ ເພື່ອ ໃຫ້ ພົ້ນ ຈາກ ແຜນການ ປອງຮ້າຍ ຂອງ ມະນຸດ ພຣະອົງ ເຊື່ອງ ພວກເຂົາ ໄວ້ ໃນ ບ່ອນ ເພິ່ງ ອີງ ທີ່ ປອດໄພ ໃຫ້ ພົ້ນ ຈາກ ຄໍາ ດູໝິ່ນ ນິນ ທາ ຂອງ ຄູ່ ຕໍ່ ສູ້.
\s5
\v 21 ສັນລະເສີນ ອົງ ພຣະ ຜູ້ ເປັນ ເຈົ້າ ທີ່ ໄດ້ ຊົງ ສໍາແດງ ໃຫ້ ເຫັນ ເປັນ ຄວາມຮັກ ປະເສີດ ສຸດ ທີ່ ຊົງ ມີ ຕໍ່ ຂ້ານ້ອຍ ນັ້ນ ຄື ເມື່ອ ຂ້ານ້ອຍ ຖືກ ປິດ ລ້ອມ ໂດຍ ເຫລົ່າ ສັດ ຕູ ແລະ ເມື່ອ ຂ້ານ້ອຍ ຖືກ ພວກເຂົາ ໂຈມຕີ ນັ້ນ
\v 22 ຂ້ານ້ອຍ ຢ້ານ ແລະ ຄິດ ວ່າ ພຣະອົງ ໄລ່ ຂ້ານ້ອຍ ໜີໄປ ຈາກ ພຣະອົງ ແຕ່ ພຣະອົງ ໄດ້ຍິນ ຄໍາຮ້ອງຂໍ ໃຫ້ ຊ່ວຍເຫລືອ ແລ້ວ.
\s5
\v 23 ທຸກຄົນ ທີ່ ມີ ໃຈ ສັດ ຊື່ເອີຍ ຈົ່ງ ຮັກ ອົງ ພຣະ ຜູ້ ເປັນ ເຈົ້າ ອົງ ພຣະ ຜູ້ ເປັນ ເຈົ້າ ຊົງ ຄຸ້ມຄອງ ຮັກ ສາ ຄົນ ທີ່ ມີ ໃຈ ສັດ ຊື່ ສ່ວນ ຄົນ ຈອງຫອງ ນັ້ນ ພຣະອົງ ຈະ ລົງ ໂທດ ທັນ ຕາມ ທີ່ ພວກເຂົາ ສົມ ຄວນ ຈະ ໄດ້ ຮັບ.
\v 24 ຈົ່ງ ເຂັ້ມ ແຂງ ຂຶ້ນ ແລະ ຈົ່ງ ກ້າຫານ ທຸກຄົນ ທີ່ ມີ ຄວາມຫວັງ ໃນ ອົງ ພຣະ ຜູ້ ເປັນ ເຈົ້າ.
\s5
\c 32
\p
\v 1 ຄວາມສຸກ ເປັນ ຂອງ ຜູ້ ທີ່ ໄດ້ ຮັບ ການອະໄພ ບາບກໍາ ແລະ ເປັນ ຂອງ ຜູ້ ທີ່ ໄດ້ ຮັບ ການ ຍົກ ໂທດ ຈາກ ຄວາມຜິດ.
\v 2 ຄວາມສຸກ ເປັນ ຂອງ ຜູ້ ທີ່ ອົງ ພຣະ ຜູ້ ເປັນ ເຈົ້າ ບໍ່ ຕໍ່ວ່າ ເພາະ ເຮັດຜິດ ແລະ ເປັນ ຂອງ ຜູ້ ທີ່ ພົ້ນ ຈາກ ການ ຫລອກລວງ ທັງ ສິ້ນ.
\s5
\v 3 ເມື່ອ ຂ້ານ້ອຍ ບໍ່ ສາລະພາບ ການບາບ ທີ່ ໄດ້ ກະທໍາ ມາ ຂ້ານ້ອຍ ກໍ ອິດ ອ່ອນ ຊຸດໂຊມ ເພາະ ຮ້ອງໄຫ້ ຕະຫລອດ ວັນ.
\v 4 ພຣະອົງ ລົງ ໂທດ ໃສ່ ໃຫ້ ຂ້ານ້ອຍ ທັງ ເວັນ ແລະ ຄືນ ນັ້ນ ກາໍ ລັງ ຂ້ານ້ອຍ ກໍ ອ່ອນ ແຮງ ລົງ ຢ່າງ ໝົດ ສິ້ນ ດັ່ງ ຄວາມຊຸ່ມ ທີ່ ແຫ້ງ ລົງ ໂດຍ ລະດູ ອົບ ເອົ້າ.
\s5
\v 5 ແລ້ວ ຂ້ານ້ອຍ ກໍ ສາລະພາບ ບາບ ຕໍ່ ອົງ ພຣະ ຜູ້ ເປັນ ເຈົ້າ ໂດຍ ບໍ່ ໄດ້ ປິດ ບັງ ຫຍັງ ຄື ການ ເຮັດ ຜິດ ຂອງ ຂ້ານ້ອຍ ທຸກຢ່າງ ນັ້ນ. ຂ້ານ້ອຍ ໄດ້ ຕັດ ສິນ ໃຈ ຄັກ ແນ່ ແລ້ວ ວ່າ ສາລະພາບ ຕໍ່ ພຣະອົງ ການບາບ ທັງ ໝົດ ຂອງ ຂ້ານ້ອຍ ກໍ ຖືກ ອະໄພ ແລ້ວ.
\v 6 ສະນັ້ນ ປະຊາຊົນ ທຸກ ທົ່ວ ໜ້າ ທີ່ ຈົງ ຮັກ ພັກ ດີ ຕໍ່ ພຣະອົງ ຄວນ ພາວັນ ນາ ອະທິຖານ ຫາ ພຣະອົງ ເມື່ອ ຄາວ ຈໍາເປັນ ຄື ເມື່ອ ຄວາມ ທົນ ທຸກ ລໍາບາກ ດັ່ງ ນາໍ້ ມາກ ໄຫລຫລັ່ງ ເຂົ້າ ມາ ກໍ ຈະ ບໍ່ ໄຫລ ຖ້ວມ ເຖິງ ພວກເຂົາ ຢ່າງ ເດັດຂາດ.
\s5
\v 7 ບ່ອນ ລີ້ໄພ ຂອງ ຂ້ານ້ອຍ ນັ້ນ ແມ່ນ ພຣະອົງ ຜູ້ ຈະ ຊ່ວຍ ຂ້ານ້ອຍ ຈາກ ຄວາມ ເດືອດຮ້ອນ ໄດ້. ຂ້ານ້ອຍເປັ່ງ ສຽງຮ້ອງເຖິງ ຄວາມພົ້ນ ຂອງພຣະອົງ ເພາະ ພຣະອົງ ຄຸ້ມ ຄອງ ຮັກສາ ຂ້ານ້ອຍ ໄວ້.
\v 8 “ເຮົາ ຈະ ສອນ ເຈົ້າ ໃຫ້ ຮູ້ຈັກ ທາງ ທີ່ ເຈົ້າ ຄວນໄປ ເຮົາ ຈະ ໃຫ້ ຄໍາແນະນາໍ ແລະ ແອບ ສອນ ເຈົ້າ.
\s5
\v 9 ຢ່າ ໂງ່ຈ້າ ດັ່ງ ມ້າ ຫລື ລໍ ຊຶ່ງ ຖືກ ຄຸມ ດ້ວຍ ເຫຼັກ ຫລື ເຊືອກ ຂວາງ ປາກ ໄວ້ ເພາະ ເພື່ອ ໃຫ້ ມັນ ຍອມ ຟັງ. ”
\v 10 ຄົນ ຊົ່ວ ຕ້ອງ ທົນ ທຸກ ໜັກ ແຕ່ ຜູ້ ທີ່ ວາງໃຈ ໃນ ອົງ ພຣະ ຜູ້ ເປັນ ເຈົ້າ ຄວາມຮັກ ອັນ ໝັ້ນ ຄົງ ຂອງ ພຣະອົງ ຈະ ຄຸ້ມ ຄອງ ໄວ້.
\s5
\v 11 ຜູ້ ທີ່ ຊອບທາໍ ເອີຍ ຈົ່ງ ຍິນ ດີ ແລະ ຊື່ນ ໃຈ ໃນ ອົງ ພຣະ ຜູ້ ເປັນ ເຈົ້າ ຜູ້ ທີ່ ເຊື່ອ ຟັງ ພຣະອົງ ເອີຍ ຈົ່ງ ໂຮຮ້ອງ ຍິນ ດີ ເທີ້ນ.
\s5
\c 33
\p
\v 1 ຜູ້ ຊອບທາໍ ທຸກຄົນ ເອີຍ ຈົ່ງ ໂຮຮ້ອງ ຍິນດີ ເຖີດ ໃນ ສິ່ງ ທີ່ ອົງພຣະ ຜູ້ ເປັນເຈົ້າ ຊົງ ກະທາໍ ນັ້ນ ທຸກຄົນ ທີ່ ເຊື່ອ ຟັງ ພຣະອົງ ຈົ່ງ ສັນລະເສີນ ພຣະອົງ ເຖີດ.
\v 2 ຈົ່ງ ໂມທະນາ ຂອບພຣະຄຸນ ອົງພຣະ ຜູ້ ເປັນເຈົ້າ ດ້ວຍ ການ ດີດ ກິດ ຕາ (ງ) ຈົ່ງ ເສບດົນ ຕຼີ ແລະ ຮ້ອງເພງ ຖວາຍ ແກ່ ພຣະອົງ.
\v 3 ຈົ່ງ ຮ້ອງເພງ ບົດ ໃໝ່ ຖວາຍ ແກ່ ພຣະອົງ ຈົ່ງ ດີດ ກິດ ຕາ ດ້ວຍ ຄວາມ ຊໍານານ ແລະ ຮ້ອງ ຢ່າງ ຊົມ ຊື່ນ ຍິນ ດີ ເຖີດ
\s5
\v 4 ພຣະຄໍາ ຂອງ ອົງ ພຣະ ຜູ້ ເປັນ ເຈົ້າ ເປັນ ຄວາມຈິງ ພຣະ ຣາຊກິດ ທຸກຢ່າງ ກໍເປັນ ທີ່ ເຊື່ອ ຖື ໄດ້.
\v 5 ພຣະອົງ ຮັກ ຄວາມສັດຊື່ແລະ ຄວາມ ຊອບທາໍ ຄວາມຮັກ ອັນ ໝັ້ນ ຄົງ ຂອງ ອົງ ພຣະ ຜູ້ ເປັນ ເຈົ້າ ເຕັມ ທົ່ວ ທັງ ແຜ່ນດິນ ໂລກ.
\v 6 ອົງ ພຣະ ຜູ້ ເປັນ ເຈົ້າ ໄດ້ ສ້າງ ສະຫວັນ ດ້ວຍ ຄໍາສັ່ງ ຂອງ ພຣະອົງ ຕາເວັນ, ເດືອນ ແລະ ດາວ ກໍ ໂດຍ ຖ້ອຍຄໍາ ຂອງ ພຣະອົງ.
\s5
\v 7 ພຣະອົງ ໄດ້ ໂຮມ ທະເລ ທຸກ ແຫ່ງ ໄວ້ ໃນ ບ່ອນດຽວ ຂັງ ມະຫາສະໝຸດ ເລິກ ໃນ ບ່ອນ ຂອງ ມັນ ນັ້ນ.
\v 8 ທຸກສິ່ງ ທົ່ວ ແຜ່ນດິນ ໂລກ ຈົ່ງ ຢໍາເກງ ອົງ ພຣະ ຜູ້ ເປັນ ເຈົ້າ ໃດ ທຸກຄົນ ໃນ ໂລກ ມະນຸດ ຈົ່ງ ໃຫ້ກຽດ ພຣະອົງ
\v 9 ເມື່ອ ພຣະອົງ ຊົງ ກ່າວ ໂລກນີ້ ກໍ ໄດ້ ເກີດ ມາ ທຸກສິ່ງ ກໍໄດ້ ປາກົດ ຂຶ້ນ ມາ ຕາມ ຄໍາສັ່ງ ຂອງ ພຣະອົງ.
\s5
\v 10 ອົງພຣະ ຜູ້ ເປັນເຈົ້າ ມ້າງ ຈຸດ ປະສົງ ຊົນ ຊາດ ທັງ ຫລາຍ ພຣະອົງ ກີດກັ້ນ ພວກເຂົາ ບໍ່ ໃຫ້ ວາງແຜນ ອອກ ໄດ້.
\v 11 ແຕ່ ແຜນການ ຂອງ ອົງພຣະ ຜູ້ ເປັນເຈົ້າ ໝັ້ນ ຄົງ ສະເໝີ ມາ ຄວາມປະສົງ ຂອງ ພຣະອົງ ກໍ ດໍາລົງ ໄປ ຕະຫລອດ.
\v 12 ຄວາມສຸກ ເປັນ ຂອງ ຊົນ ຊາດ ທີ່ ພຣະເຈົ້າ ເປັນ ອົງ ພຣະ ຜູ້ ເປັນ ເຈົ້າ ໃດ ຄວາມສຸກ ເປັນ ຂອງ ປະຊາຊົນ ທີ່ ພຣະອົງ ໄດ້ ເລືອກໄວ້
\s5
\v 13 ອົງພຣະ ຜູ້ເປັນເຈົ້າ ຫລຽວລົງ ມາ ຈາກ ສະຫວັນ ແລະ ກໍ ເບິ່ງ ເຫັນ ມະນຸດ ທຸກ ຊົນ ຊາດ.
\v 14 ພຣະອົງ ຫລຽວລົງ ເບິ່ງ ຈາກ ບ່ອນ ທີ່ ພຣະອົງ ປົກຄອງ ຫລຽວ ລົງ ເຫັນ ທຸກຄົນ ທີ່ ອາໄສ ຢູ່ ໃນ ແຜ່ນດິນ ໂລກ.
\v 15 ພຣະອົງ ປະກອບ ສ້າງ ທຸກຄວາມ ນຶກ ຄິດ ຂອງ ພວກເຂົາ ແລະ ຮູ້ຈັກ ທຸກສິ່ງ ທີ່ ພວກເຂົາ ກະທາໍ ນັ້ນ.
\s5
\v 16 ກະສັດ ບໍ່ ຫ່ອນ ຊະນະ ຍ້ອນ ອໍານາດ ທາງ ທະຫານ ທະຫານ ບໍ່ ຫ່ອນ ຊະນະ ຍ້ອນ ເຫື່ອ ແຮງ ຕົນ ໄດ້.
\v 17 ມ້າ ເສິກ ໃຊ້ ການ ຫຍັງ ບໍ່ ໄດ້ ເພື່ອ ໄຊຊະນະ ກໍາລັງ ແຂງແຮງ ຂອງ ມັນ ບໍ່ ຊ່ວຍ ໃຫ້ ພົ້ນໄພໄດ້.
\s5
\v 18 ອົງພຣະ ຜູ້ ເປັນເຈົ້າ ເຝົ້າເບິ່ງ ຜູ້ ທີ່ ເຊື່ອຟັງ ພຣະອົງ ຄື ຜູ້ ໄວ້ວາງໃຈ ໃນ ຄວາມຮັກ ອັນ ໝັ້ນ ຄົງ ຂອງ ພຣະອົງ ນັ້ນ.
\v 19 ພຣະອົງ ຊ່ວຍ ພວກເຂົາ ໃຫ້ ພົ້ນ ຈາກ ຄວາມຕາຍ ແລະ ຮັກ ສາ ພວກເຂົາ ໃຫ້ ມີ ຊີ ວິດ ໃນ ຄາວ ອຶດຢາກ.
\s5
\v 20 ພວກ ຂ້ານ້ອຍ ມີ ຄວາມຫວັງ ໃນ ອົງ ພຣະ ຜູ້ ເປັນ ເຈົ້າ ໃດ ພຣະອົງ ຮັກ ສາ ແລະ ຊ່ວຍຊູ ພວກ ຂ້ານ້ອຍ ໄວ້.
\v 21 ເພາະ ພຣະອົງ ນັ້ນ ພວກ ຂ້ານ້ອຍ ຈຶ່ງ ຍິນ ດີ ແລະ ໄວ້ວາງໃຈ ໃນ ນາມ ບໍຣິສຸດ ຂອງ ພຣະເຈົ້າ.
\s5
\v 22 ຂ້າ ແດ່ ອົງ ພຣະ ຜູ້ ເປັນ ເຈົ້າ ຂໍ ໃຫ້ ຄວາມຮັກ ອັນ ໝັ້ນ ຄົງ ຂອງ ພຣະອົງ ນັ້ນ ດໍາລົງ ຢູ່ ນາໍ ພວກ ຂ້ານ້ອຍ ໃຫ້ ສົມ ກັບ ວ່າ ໃນ ພຣະອົງ ພວກ ຂ້ານ້ອຍ ມີ ຄວາມຫວັງ ຢູ່.
\s5
\c 34
\p
\v 1 ຂ້ານ້ອຍ ຈະ ໂມທະນາ ຂອບພຣະຄຸນ ອົງພຣະ ຜູ້ ເປັນເຈົ້າ ຢູ່ ຕະຫລອດ ເວລາ ແລະ ຈະ ບໍ່ ຢຸດ ເຊົາ ຍ້ອງຍໍ ສັນລະເສີນ ພຣະອົງ ຈັກ ເທື່ອ.
\s5
\v 2 ຂ້ານ້ອຍ ຈະ ຍ້ອງຍໍ ອົງ ພຣະ ຜູ້ ເປັນ ເຈົ້າ ໃນ ສິ່ງ ທີ່ ຊົງ ກະທໍາ ຂໍ ໃຫ້ ຜູ້ ທີ່ ຖືກ ຂົ່ມ ເຫັງ ຟັງ ແລະ ເບີກບານ ໃຈ ເຖີດ.
\v 3 ຈົ່ງ ຮ່ວມ ກັບ ຂ້ອຍ ປະກາດ ວ່າ ອົງ ພຣະ ຜູ້ ເປັນ ເຈົ້າ ຍິ່ງ ໃຫຍ່ ໃຫ້ ພວກເຮົາ ສັນລະເສີນ ພຣະນາມ ຂອງ ພຣະອົງ ພ້ອມກັນ.
\s5
\v 4 ຂ້ານ້ອຍ ພາວັນ ນາ ອະທິຖານ ຫາ ອົງ ພຣະ ຜູ້ ເປັນ ເຈົ້າ ແລະ ຄໍາຕອບ ກໍ ມີ ມາ ຊົງ ປົດ ປ່ອຍ ຂ້ານ້ອຍ ຈາກ ຄວາມ ຢ້ານ ທັງ ສິ້ນ.
\v 5 ຜູ້ ທີ່ ຖືກ ຂົ່ມ ເຫັງ ເມື່ອ ເບິ່ງ ພຣະອົງ ກໍ ເບີກບານ ໃຈ ແລະ ພວກເຂົາ ຈະ ບໍ່ໄດ້ ຖືກ ອັບ ອາຍ ຈັກ ເທື່ອ.
\v 6 ຜູ້ ຂາດ ທີ່ ເພິ່ງ ເມື່ອ ຮ້ອງຫາ ອົງ ພຣະ ຜູ້ ເປັນ ເຈົ້າ ແລ້ວ ຄໍາຕອບ ກໍ ມີ ມາ ພຣະອົງ ຊ່ວຍ ເອົາ ລາວ ຈາກ ຄວາມ ເດືອດຮ້ອນ.
\s5
\v 7 ເທວະດາ ຂອງ ອົງພຣະ ຜູ້ ເປັນເຈົ້າ ເຝົ້າ ຮັກ ສາ ຜູ້ ທີ່ຢໍາເກງ ພຣະອົງ ແລະ ຊ່ວຍ ພວກເຂົາ ໃຫ້ ພົ້ນ ຈາກ ອັນຕະລາຍ ໄດ້.
\v 8 ຈົ່ງ ພິສູດ ດ້ວຍ ຕົນ ເອງ ເຖີດ ວ່າ ອົງ ພຣະ ຜູ້ ເປັນ ເຈົ້າ ດີ ສໍ່າໃດ ຄວາມສຸກ ເປັນ ຂອງ ຜູ້ ທີ່ ປອດໄພ ຢູ່ ໃນ ພຣະເຈົ້າ.
\v 9 ປະຊາຊົນ ຂອງ ພຣະອົງ ທຸກຄົນ ຈົ່ງ ຢໍາເກງ ອົງ ພຣະ ຜູ້ ເປັນ ເຈົ້າ ພຣະເຈົ້າ ຜູ້ ທີ່ ເຊື່ອ ຟັງ ພຣະອົງ ຕ້ອງການ ສິ່ງ ໃດ ກໍໄດ້ ສິ່ງ ນັ້ນ.
\s5
\v 10 ແມ່ນແຕ່ ຝູງ ສິງ ກໍ ອຶດ ຢາກ ຍ້ອນ ຂາດ ອາຫານ ແຕ່ ຜູ້ ທີ່ ເຊື່ອຟັງ ອົງພຣະ ຜູ້ ເປັນເຈົ້າ ຢ່າງ ຈິງໃຈ ບໍ່ ຂາດ ສິ່ງ ດີ ຈັກ ເທື່ອ.
\v 11 ຈົ່ງ ຟັງ ເອົາ ເຖີດ ລູກຫລານ ຂອງຂ້ອຍ ເອີຍ ຂ້ອຍ ຈະ ແອບສອນ ໃຫ້ ເຈົ້າ ຢ້ານຢໍາ ອົງ ພຣະ ຜູ້ ເປັນ ເຈົ້າ.
\s5
\v 12 ພວກເຈົ້າ ມັກ ມ່ວນ ໃນ ຊີວິດ ນີ້ ຊັ້ນ ບໍ? ຢາກ ໄດ້ ຊີວິດ ຍືນ ຍາວ ແລະ ຄວາມສຸກ ຫລື ບໍ່?
\v 13 ເຫດສະນັ້ນ ຈົ່ງ ລະເວັ້ນ ຈາກ ການເວົ້າ ຊົ່ວ ຊ້າ ຢ່າ ໃຫ້ ຄໍາເວົ້າ ຕົວະ ອອກ ຈາກ ປາກ ຂອງ ເຈົ້າ ຈັກ ເທື່ອ.
\v 14 ຈົ່ງ ຫັນ ໜີ ຈາກ ຄວາມຊົ່ວ ແລະ ເຮັດ ແຕ່ ຄວາມດີ ໃຫ້ ຕໍ່ສູ້ ເພື່ອ ສັນ ຕິສຸກ ດ້ວຍ ສຸດຈິດ ສຸດໃຈ ຂອງ ເຈົ້າ.
\s5
\v 15 ອົງ ພຣະ ຜູ້ ເປັນ ເຈົ້າ ເຝົ້າ ເບິ່ງ ຄົນ ຊອບທາໍ ແລະ ຟັງ ຄໍາຮ້ອງຂໍ ຂອງ ເຂົາ ເຈົ້າ,
\v 16 ແຕ່ ພຣະອົງ ຂັດ ຂວາງ ຜູ້ ທີ່ ເຮັດ ຊົ່ວ ທຸກຄົນ ເມື່ອ ພວກເຂົາ ຕາຍໄປ ກໍ ຈະ ຖືກ ລືມ ໄລ ໂລດ.
\v 17 ຄົນ ຊອບທາໍ ຮ້ອງຫາ ພຣະເຈົ້າ ພຣະອົງ ກໍ ຊົງ ຮັບ ຟັງ ພວກເຂົາ ພຣະອົງ ຊ່ວຍກູ້ ເອົາ ພວກເຂົາ ອອກ ຈາກ ຄວາມ ເດືອດຮ້ອນ ຂອງ ພວກເຂົາ.
\s5
\v 18 ອົງ ພຣະ ຜູ້ ເປັນ ເຈົ້າ ຢູ່ ໃກ້ ຜູ້ ທີ່ ຂາດ ກາໍ ລັງ ໃຈ ພຣະອົງ ຊ່ວຍ ຜູ້ ທີ່ ໝົດ ຫວັງ ໃຫ້ ລາວ ໄດ້ ພົ້ນ.
\v 19 ຄົນ ຊອບທາໍ ທົນ ທຸກ ຕໍ່ ຄວາມ ລໍາບາກ ນາໆ ຊະນິດ ແຕ່ ອົງພຣະ ຜູ້ ເປັນເຈົ້າ ຊ່ວຍ ໃຫ້ ພົ້ນ ຈາກ ສິ່ງ ເຫລົ່າ ນີ້.
\v 20 ພຣະອົງ ສະຫງວນ ເພິ່ນ ໄວ້ ເປັນ ຢ່າງດີ ແມ່ນແຕ່ ກະດູກ ເພິ່ນ ຊີກ ໜຶ່ງ ກໍ ຈະ ບໍ່ ຖືກ ຫັກ ຖິ້ມ.
\s5
\v 21 ຄວາມ ຊົ່ວ ຊ້າ ຈະ ຂ້າ ຄົນ ຊົ່ວ ເອງ ຜູ້ ທີ່ ກຽດຊັງ ຄົນ ຊອບທາໍ ຈະ ຖືກ ລົງ ໂທດ.
\v 22 ອົງພຣະ ຜູ້ ເປັນເຈົ້າ ຈະ ຊ່ວຍກູ້ ເອົາ ຜູ້ຮັບ ໃຊ້ ຂອງ ພຣະອົງ ແລະ ບໍ່ ມີ ຜູ້ໃດ ທີ່ ມາ ຂໍ ໃຫ້ ພຣະອົງ ຄຸ້ມຄອງ ຈະ ໄດ້ ຮັບ ໂທດ.
\s5
\c 35
\p
\v 1 ຂ້າແດ່ ອົງພຣະ ຜູ້ ເປັນເຈົ້າ ຂໍ ຊົງ ໂຜດ ຕໍ່ຕ້ານ ຜູ້ ທີ່ ຂັດ ຂວາງ ຂ້ານ້ອຍ ເຖີດ ໂຜດ ຕໍ່ ສູ້ ພວກ ທີ່ ຕໍ່ ສູ້ ຂ້ານ້ອຍ ນັ້ນ
\v 2 ໂຜດ ຈັບ ໂລ້ ແລະ ເສື້ອ ຫຸ້ມ ເກາະ ຂອງ ພຣະອົງ ແລະ ລຸກ ຂຶ້ນ ມາ ຊ່ວຍກູ້ ເອົາ ຂ້ານ້ອຍ ດ້ວຍ.
\v 3 ຂໍ ຊົງ ໂຜດ ຍົກ ຫອກ ຍົກ ຂວານ ຂຶ້ນ ຕໍ່ສູ້ ພວກ ທີ່ ໄລ່ ຕາມ ມາ ໂຜດ ສັນ ຍາ ວ່າ ພຣະອົງ ຈະ ຊ່ວຍຊູ ຂ້ານ້ອຍ ໃຫ້ ພົ້ນ.
\s5
\v 4 ຂໍ ໃຫ້ ພວກ ທີ່ ຊອກ ສັງຫານ ຂ້ານ້ອຍ ນັ້ນ ພ່າຍແພ້ ແລະ ເສຍໜ້າ ຂໍ ໃຫ້ ຜູ້ ທີ່ ປອງຮ້າຍ ຂ້ານ້ອຍ ພາກັນ ຫັນ ໜີໄປ ທັງ ວຸ້ນ ວາຍ ເຖີດ
\v 5 ໂຜດ ໃຫ້ ພວກເຂົາ ເປັນ ດັ່ງ ຂີ້ແກບ ທີ່ ຖືກ ລົມ ພັດ ປິວໄປ ຂະນະທີ່ເທວະດາ ຂອງ ອົງ ພຣະ ຜູ້ ເປັນ ເຈົ້າ ໄລ່ ຕິດຕາມ ໄປ ນັ້ນ
\v 6 ໂຜດ ໃຫ້ ທາງ ຂອງ ພວກເຂົາ ມົວ ມືດ ແລະ ມື່ນ ພະລາດ ໄປ ຂະນະທີ່ ເທວະດາ ຂອງ ອົງ ພຣະ ຜູ້ ເປັນ ເຈົ້າ ຕີ ພວກເຂົາ ລົ້ມ ລົງ ນັ້ນ
\s5
\v 7 ພວກເຂົາ ຫ້າງ ແຮ້ວ ໃສ່ ຂ້ານ້ອຍ ຢ່າງ ບໍ່ ມີ ເຫດຜົນ ແລະ ຂຸດ ຂຸມ ເລິກ ດັກ ຈັບ ເພື່ອ ໃຫ້ ຕົກ ລົງ ໃນ ຂຸມ ນັ້ນ.
\v 8 ແຕ່ ໄພພິບັດ ຈະ ຖືກ ພວກເຂົາກ່ອນ ກ່ອນຮູ້ສຶກ ຕົວພວກເຂົາ ຈະ ຖືກ ແຮ້ວ ຂອງ ຕົນ ເອງ ແລະ ຈິບ ຫາຍ ໄປສິ້ນ.
\s5
\v 9 ແລ້ວ ຂ້ານ້ອຍ ກໍ ຈະ ຊົມ ຊື່ນ ຍິນ ດີ ໃນ ອົງ ພຣະ ຜູ້ ເປັນ ເຈົ້າ ຂ້ານ້ອຍ ຈະ ດີໃຈ ຫລາຍ ເພາະ ອົງ ພຣະ ຜູ້ ເປັນ ເຈົ້າ ໄດ້ ຊ່ວຍກູ້ ເອົາ ໄວ້.
\v 10 ຂ້ານ້ອຍ ຈະ ກ່າວ ແກ່ ພຣະອົງ ດ້ວຍ ສຸດໃຈ ວ່າ, “ບໍ່ ມີ ຜູ້ໃດ ທີ່ ເໝືອນ ອົງ ພຣະ ຜູ້ ເປັນ ເຈົ້າ. ພຣະອົງ ປົກ ປ້ອງ ຜູ້ ມີແຮງນ້ອຍ ຈາກ ຜູ້ ມີ ແຮງຫລາຍ ແລະ ຊ່ວຍ ຄົນ ຍາກຈົນ ໃຫ້ ພົ້ນ ຈາກ ຄົນ ກົດ ຂີ່. ”
\s5
\v 11 ຄົນ ຊົ່ວ ເປັນ ພະຍານ ຕໍ່ສູ້ ແລະ ຟ້ອງຮ້ອງ ຂ້ານ້ອຍ ໂດຍ ທີ່ ຂ້ານ້ອຍ ບໍ່ ຮູ້ ຫຍັງ ຈັກ ດີ້.
\v 12 ພວກເຂົາ ເອົາ ຄວາມ ຊົ່ວ ຮ້າຍ ຕອບ ແທນ ຄວາມດີ ແລະ ຂ້ານ້ອຍ ກໍ ຈົມ ຢູ່ ໃນ ຄວາມ ສິ້ນຫວັງ ແລ້ວ.
\s5
\v 13 ແຕ່ ເມື່ອ ຄູ່ ຕໍ່ສູ້ ເຈັບ ໄຂ້ ໄດ້ປ່ວຍ ຂ້າ ນ້ອຍ ກໍ ໃສ່ ເຄື່ອງ ໄວ້ທຸກ ແລະ ທຸກໃຈ ດ້ວຍ ຂ້ານ້ອຍ ຖ່ອມຕົວ ດ້ວຍ ການ ອົດ ເຂົ້າ ອົດ ອາຫານ ແລະ ກໍ ກົ້ມ ຫົວ ພາວັນ ນາ ອະທິຖານ ເພື່ອ ຢ່າງ ບໍ່ ຢຸດຢັ້ງ.
\v 14 ຂ້າ ນ້ອຍ ເຮັດ ຕໍ່ ພວກເຂົາ ເໝືອນ ກັບ ວ່າ ພວກເຂົາ ເປັນ ໝູ່ ຫລື ພີ່ ນ້ອງ ຂອງຕົນ ກົ້ມ ຂາບລົງ ທົນ ທຸກ ເໝືອນ ດັ່ງ ໄວ້ ອາໄລ ໃຫ້ ແມ່ ຜູ້ ບັງ ເກີດ ເກົ້າ.
\s5
\v 15 ແຕ່ ເມື່ອ ໃດ ຂ້ານ້ອຍ ຕົກ ຢູ່ ໃນ ຄວາມ ຂັດສົນ ພວກເຂົາ ທຸກຄົນ ຕ່າງ ກໍ ດີອົກ ດີໃຈ ມາ ອ້ອມ ຂ້ານ້ອຍ ໄວ້ ແລະ ເຍາະເຍີ້ຍ ຫົວຂວັນ ຄົນ ແປກໜ້າຕົບຕີ ຂ້ານ້ອຍ ຢ່າງ ບໍ່ ຢຸດຢັ້ງ.
\v 16 ພວກເຂົາ ຈ້ອງຕາ ເບິ່ງ ຂ້ານ້ອຍ ດ້ວຍ ຄວາມ ກຽດຊັງ ດັ່ງ ພວກ ທີ່ ຫຍໍ້ຫຍັນ ຄົນ ເສຍອົງຄະ. (ຊ)
\s5
\v 17 ຂ້າແດ່ ພຣະເຈົ້າຢາເວ ພຣະອົງ ຈະ ຫລຽວ ເບິ່ງ ດົນ ປານໃດ? ທີ່ ພຣະອົງ ຈະ ຊ່ວຍກູ້ ເອົາ ຊີວິດ ຂອງ ຂ້ານ້ອຍ ຈາກ ຄວາມ ໂຫດຮ້າຍ ຂອງ ພວກເຂົາ ຂໍ ຊົງ ໂຜດ ຊ່ວຍ ຊີວິດ ຂອງ ຂ້ານ້ອຍ ຈາກ ຝູງ ສິງ ໂຈມຕີ ດ້ວຍ.
\v 18 ແລ້ວ ໃນ ທີ່ ຊຸມນຸມຊົນ ນັ້ນ ຂ້ານ້ອຍ ຈະ ໂມທະນາ ຂອບພຣະຄຸນ ແລະ ສັນ ລະເສີນ ພຣະອົງ ຕໍ່ໜ້າ ພວກເຂົາ ທຸກຄົນ ດ້ວຍ.
\s5
\v 19 ຂໍ ຢ່າ ໃຫ້ ສັດຕູ ຄື ຄົນ ຂີ້ຕົວະ ໄດ້ ເອົາ ຊະນະ ຂ້ານ້ອຍ; ຂໍ ຢ່າ ໃຫ້ ພວກເຂົາ ຍິກ ຄິ້ວ ຫລິ່ວ ຕາ ດີໃຈ ເພາະ ຂ້ານ້ອຍ ໂສກເສົ້າ.
\v 20 ພວກເຂົາ ບໍ່ ເວົ້າ ຈາ ເພື່ອ ກໍ່ ໃຫ້ ເກີດ ສັນ ຕິພາບ, ປັ້ນ ແຕ່ ເລື່ອງ ຕົວະ ໃສ່ ຂ້ານ້ອຍ ຜູ້ ຮັກ ຄວາມ ສະຫງົບ ສຸກ.
\s5
\v 21 ພວກເຂົາ ຟ້ອງ ຂ້ານ້ອຍ ໂດຍ ຮ້ອງໂຮ ຂຶ້ນ ວ່າ, “ຫັ້ນ ເດ ພວກຂ້ອຍ ໄດ້ ເຫັນ ສິ່ງ ທີ່ເຈົ້າ ກະທໍາ”.
\v 22 ຂ້າແດ່ ອົງ ພຣະ ຜູ້ ເປັນ ເຈົ້າ ແຕ່ ພຣະອົງ ເຫັນ ເຫດການ ນີ້ ຂໍ ຢ່າ ມິດ ງຽບ ແລະ ໜີ ໄກ ຈາກ ຂ້ານ້ອຍ ທ້ອນ
\v 23 ຂໍ ຊົງ ໂຜດ ລຸກ ຂຶ້ນ ມາ ປົກ ປ້ອງ ແລະ ຕື່ນ ຂຶ້ນ ແກ້ ຄະດີ ໃຫ້ ຂ້ານ້ອຍ ແດ່. ພຣະເຈົ້າ ແລະ ພຣະເຈົ້າ ຢາເວ ຂອງ ຂ້ານ້ອຍ ເອີຍ.
\s5
\v 24 ຂ້າ ແດ່ ອົງ ພຣະ ຜູ້ ເປັນ ເຈົ້າ ພຣະເຈົ້າ ຂອງ ຂ້ານ້ອຍ ເອີຍ ພຣະອົງ ນັ້ນ ຊົງ ຊອບທາໍ ໂຜດ ປະກາດ ວ່າ ຂ້ານ້ອຍ ບໍ່ ມີ ຄວາມຜິດ ດ້ວຍ ຂໍ ຢ່າ ປ່ອຍ ໃຫ້ ສັດ ຕູ ຂອງ ຂ້ານ້ອຍ ດູຖູກ ຢຽບຫຍາມ ຂ້ານ້ອຍ ເລີຍ.
\v 25 ຂໍ ຢ່າ ໃຫ້ ພວກເຂົາ ເວົ້າ ໃນ ໃຈ ວ່າ, “ກາໍ ຈັດ ມັນ ເສຍ ນີ້ ແຫລະ ຄື ສິ່ງ ທີ່ ພວກເຮົາ ຢາກ ເຮັດ".
\v 26 ຂໍ ໃຫ້ ຄົນ ສົມ ນາໍ້ ໜ້າ ທີ່ ເຫັນ ຂ້ານ້ອຍ ທົນ ທຸກ ພ່າຍແພ້ ແລະ ສັບ ສົນ ຢ່າງ ໝົດ ສິ້ນ ສາເຖີດ ຂໍ ໃຫ້ ຄົນ ທີ່ ອ້າງ ວ່າ ຕົນ ດີ ລື່ນ ຂ້ານ້ອຍ ຖືກ ອັບ ອາຍ ຂາຍໜ້າ ຢ່າງ ເຕັມ ທີ່ ດ້ວຍ.
\s5
\v 27 ຂໍ ໃຫ້ ຄົນ ທີ່ ຢາກ ເຫັນ ຂ້ານ້ອຍ ຖືກ ປ່ອຍ ຕົວ ໄປ ໄດ້ ໂຮຮ້ອງ ຍິນ ດີ ຊໍາ້ ແລ້ວ ຊໍາ້ ອີກ ວ່າ, “ອົງພຣະ ຜູ້ ເປັນເຈົ້າ ຍິ່ງ ໃຫຍ່ ພຣະອົງ ພໍໃຈ ທີ່ເຫັນ ຄວາມຈະເລີນ ຮຸ່ງເຮືອງ ຂອງ ຜູ້ຮັບ ໃຊ້ ຂອງ ພຣະອົງ. ”
\v 28 ແລ້ວ ຂ້ານ້ອຍ ກໍ ຈະ ປະກາດ ວ່າ, “ພຣະອົງ ຊອບທໍາ ແລະ ຈະ ຍ້ອງຍໍ ສັນລະເສີນ ພຣະອົງ ທຸກ ວັນ ຕະຫຼອດໄປ.”
\s5
\c 36
\p
\v 1 ຄວາມບາບ ເວົ້າ ຕໍ່ ຄົນຊົ່ວຮ້າຍ ເລິກ ເຂົ້າ ໄປ ໃນ ຈິດໃຈ ເຂົາ ປະຕິເສດ ພຣະເຈົ້າ ເພາະ ບໍ່ ຢ້ານຢໍາ ພຣະອົງ.
\v 2 ຍ້ອນ ຄິດ ວ່າ ຕົນ ເອງ ຍິ່ງ ໃຫຍ່ ຫລາຍ ຈຶ່ງ ຄິດ ວ່າ ພຣະເຈົ້າ ຈະ ບໍ່ ຮູ້ ເຫັນ ບາບ ຂອງ ພວກເຂົາ ແລະ ຈະ ບໍ່ ໃສ່ ໂທດ ພວກເຂົາ ໄດ້
\s5
\v 3 ຄໍາເວົ້າ ຂອງ ພວກເຂົາ ຊົ່ວຊ້າ ເຕັມ ໄປ ດ້ວຍ ຄໍາຕົວະ ບໍ່ເຮັດ ສິ່ງ ທີ່ ສະຫລາດ ແລະ ບໍ່ເຮັດ ສິ່ງ ດີ ຕໍ່ໄປ ອີກ.
\v 4 ເມື່ອ ພວກເຂົາ ນອນ ຢູ່ ເທິງ ຕຽງ ພວກເຂົາ ກໍ ວາງ ແຜນການ ຊົ່ວ ຊ້າ ພວກເຂົາ ບໍ່ເຄີຍ ກະທາໍ ດີ ແລະ ບໍ່ເຄີຍ ປະຕິເສດ ສິ່ງ ທີ່ ຊົ່ວ ຮ້າຍ.
\s5
\v 5 ຂ້າ ແດ່ ອົງ ພຣະ ຜູ້ ເປັນ ເຈົ້າ ພຣະຄຸນ ຄວາມດີ ຂອງ ພຣະອົງ ຢຽດສູງ ສູ່ ຟ້າ ສະຫວັນ ຄວາມສັດຊື່ ຂອງ ພຣະອົງ ກໍ ແຜ່ ໄປ ສູ່ ທ້ອງຟ້າ.
\v 6 ຄວາມ ຊອບທາໍ ຂອງ ພຣະອົງ ນັ້ນ ສູງສົ່ງ ດັ່ງ ພູເຂົາ ແລະ ຄວາມ ຍຸດຕິທາໍ ກໍ ເປັນ ດັ່ງ ທະເລ ເລິກ. ມວນ ມະນຸດ ແລະ ຝູງສັດ ທັງ ປວງ ກໍ ຢູ່ ໃຕ້ ການ ຄຸ້ມຄອງ ຂອງ ອົງພຣະ ຜູ້ ເປັນເຈົ້າ ທັງ ນັ້ນ.
\s5
\v 7 ຂ້າແດ່ ພຣະເຈົ້າ ຄວາມຮັກ ອັນ ໝັ້ນຄົງ ຂອງ ພຣະອົງ ນັ້ນ ກໍ ປະເສີດ ຍິ່ງ ມະນຸດ ພົບ ພໍ້ (ດ) ການ ຄຸ້ມຄອງ ໃຕ້ ຮົ່ມ ປີກ ຂອງ ພຣະອົງ.
\v 8 ມະນຸດ ກິນ ລ້ຽງ ດ້ວຍ ອາຫານ ອັນ ດີ ທີ່ ພຣະອົງ ຊົງ ປະທານ ໃຫ້ ທັງ ດື່ມ ນາໍ້ ຈາກ ແມ່ ນາໍ້ ແຫ່ງ ພຣະຄຸນ ຄວາມດີ ຂອງ ພຣະອົງ.
\v 9 ພຣະອົງ ເປັນ ບໍ່ເກີດ ແຫ່ງ ທຸກ ຊີວິດ ພວກ ຂ້ານ້ອຍ ເຫັນ ແສງ ສະຫວ່າງ ຍ້ອນ ແສງ ສະຫວ່າງ ຂອງ ພຣະອົງ.
\s5
\v 10 ຂໍ ຊົງ ໂຜດ ສືບ ຕໍ່ ໃຫ້ ຄວາມຮັກ ໝັ້ນຄົງ ຂອງ ພຣະອົງ ແກ່ ຜູ້ ທີ່ຮູ້ຈັກ ພຣະອົງ ແລະ ໃຫ້ ພຣະຄຸນ ຄວາມດີ ຂອງ ພຣະອົງ ແກ່ ຜູ້ ທີ່ ຊອບທາໍ ດ້ວຍ.
\v 11 ຂໍ ຢ່າ ປ່ອຍ ໃຫ້ ຂ້ານ້ອຍ ຖືກ ໂຈມຕີ ໂດຍ ຄົນ ຈອງຫອງ ຫລື ຕ້ອງ ແລ່ນ ປົບ ໜີ ເພາະ ຄົນ ຊົ່ວ ຮ້າຍ.
\v 12 ເບິ່ງ ບ່ອນ ຄົນ ຊົ່ວ ຮ້າຍ ລົ້ມ ລົງ ດູ ທີ່ ນັ້ນ ພວກເຂົາ ຢຽດຢູ່ ແລະ ລຸກຂຶ້ນ ບໍ່ ໄດ້.
\s5
\c 37
\p
\v 1 ຢ່າ ກັງ ວົນ ໃຈ ໃນ ເລື່ອງ ຄົນ ຊົ່ວ ຮ້າຍ ທັງ ຫລາຍ ຢ່າ ໄດ້ ອິດ ສາ ຄົນ ທີ່ ປະພຶດ ຊົ່ວ ຮ້າຍ.
\v 2 ບໍ່ ດົນ ພວກເຂົາ ຈະຫາຍໄປດັ່ງ ຕົ້ນ ຫຍ້າ ທີ່ ຫ່ຽວລົງ ພວກເຂົາ ຈະ ຕາຍ ດັ່ງ ພືດ ພັນ ທີ່ ຫ່ຽວແຫ້ງ.
\s5
\v 3 ຈົ່ງ ໄວ້ວາງໃຈ ໃນ ອົງ ພຣະ ຜູ້ ເປັນ ເຈົ້າ ແລະ ເຮັດ ດີ ຈົ່ງ ອາໄສ ຢູ່ ໃນ ດິນແດນ ຢ່າງ ປອດໄພ ເຖີດ.
\v 4 ຈົ່ງ ຊອກ ຫາ ຄວາມສຸກ ໃນ ອົງພຣະ ຜູ້ ເປັນເຈົ້າ ຂອງເຈົ້າ ສາ ພຣະອົງ ຈະ ໂຜດ ໃຫ້ ຕາມ ຄວາມປະສົງ ຂອງເຈົ້າ.
\s5
\v 5 ຈົ່ງ ມອບ ທາງ ຂອງ ເຈົ້າ ແກ່ ອົງພຣະ ຜູ້ ້ ເປັນເຈົ້າ ສາ ຈົ່ງ ໄວ້ວາງໃຈ ແລ້ວ ພຣະອົງ ກໍ ຈະ ຊ່ວຍເຫລືອ ເຈົ້າ
\v 6 ພຣະອົງ ຈະ ເຮັດ ໃຫ້ ຄວາມ ຊອບທາໍ ຂອງເຈົ້າ ຈະເລີນ ຮຸ່ງເຮືອງ ອອກ ໄປ ເໝືອນ ດັ່ງ ຕາເວັນ ໃນ ຍາມ ທ່ຽງ.
\s5
\v 7 ຈົ່ງ ອົດທົນ ຄອຍຖ້າ ອົງພຣະ ຜູ້ ເປັນເຈົ້າ ກະທໍາການ ຢ່າ ກັງ ວົນ ນາໍ ຜູ້ ຮັ່ງ ມີ ຫລື ຜູ້ສຳເລັດ ໃນ ທາງຊົ່ວ.
\s5
\v 8 ຢ່າ ຈາໍ ນົນ ຕໍ່ ຄວາມ ໂຫດຮ້າຍ ຫລື ຄວາມ ວຸ້ນວາຍ ໃຈ ມັນ ນໍາ ເຈົ້າ ໄປ ສູ່ ຄວາມ ເດືອດຮ້ອນ ເທົ່ານັ້ນ.
\v 9 ຜູ້ ທີ່ ໄວ້ວາງໃຈ ໃນ ອົງພຣະ ຜູ້ເປັນເຈົ້າ ຈະ ໄດ້ ຮັບ ດິນແດນ ເປັນ ກໍາມະສິດ ແຕ່ ຄົນ ຊົ່ວ ຮ້າຍ ຈະ ຖືກ ຂັບ ໄລ່ ໜີໄປ ໝົດ ສິ້ນ.
\v 10 ອີກ ບໍ່ ດົນ ຄົນ ຊົ່ວ ຮ້າຍ ຈະ ດັບ ສູນ ໄປ ເຈົ້າ ອາດ ຊອກຫາ ພວກເຂົາ ແຕ່ ກໍ ຈະ ບໍ່ ພົບ
\s5
\v 11 ແຕ່ ຜູ້ ຖ່ອມຕົວ ຈະ ໄດ້ ຮັບ ດິນ ແດນ ເປັນ ມໍຣະດົກ ທັງ ຊື່ນ ໃຈ ຍິນ ດີ ຢູ່ ກັບ ຄວາມຮັ່ງ ມີ ແລະ ມີ ສັນ ຕິສຸກ ດ້ວຍ.
\v 12 ຄົນ ຊົ່ວຮ້າຍ ວາງ ອຸບາຍ ເພື່ອ ປອງຮ້າຍ ຄົນ ຊອບທໍາ ພວກເຂົາ ກຶ້ງ ຕາ ເບິ່ງ ລາວ ດ້ວຍ ຄວາມ ກຽດຊັງ ຍິ່ງ.
\v 13 ແຕ່ ອົງ ພຣະ ຜູ້ ເປັນ ເຈົ້າ ຫົວຂວັນ ໃສ່ ຄົນ ຊົ່ວ ຮ້າຍ ທັງ ຫລາຍ ເພາະ ພຣະອົງ ຮູ້ວ່າ ໃນ ບໍ່ດົນ ພວກເຂົາ ຈະ ຖືກ ທໍາລາຍ.
\s5
\v 14 ຄົນ ຊົ່ວ ຖອດ ດາບ ແລະ ກົ່ງ ຄັນ ທະນູ ຂອງຕົນ ເພື່ອ ຂ້າຄົນ ທີ່ ຂັດ ສົນ ແລະ ຄົນ ທີ່ ເຮັດ ຖືກ ຕ້ອງ
\v 15 ແຕ່ ພວກເຂົາ ຈະ ຖືກ ຂ້າດ້ວຍ ດາບ ຂອງ ພວກ ເຂົາເອງ ແລະ ຄັນທະນູ ຂອງ ພວກເຂົາ ຈະ ຫັກ ໄປສິ້ນ.
\s5
\v 16 ສິ່ງ ເລັກ ນ້ອຍ ທີ່ ຄົນ ຊອບທາໍ ມີ ກໍ ມີ ຄຸນຄ່າ ຫລາຍກວ່າ ຊັບ ສິນ ຂອງ ຄົນ ຊົ່ວ ຮ້າຍ ທັງ ຫລາຍ
\v 17 ເພາະ ອົງ ພຣະ ຜູ້ເປັນ ເຈົ້າ ຈະ ໃຫ້ ກາໍ ລັງ ຂອງ ຄົນ ຊົ່ວ ຮ້າຍ ເສຍໄປ ແຕ່ ພຣະອົງ ຈະ ຄຸ້ມຄອງ ຄົນ ຊອບທາໍ ໄວ້.
\s5
\v 18 ອົງ ພຣະ ຜູ້ ເປັນ ເຈົ້າ ເອົາ ໃຈໃສ່ ຕໍ່ ຜູ້ ທີ່ ເຊື່ອ ຟັງ ພຣະອົງ ດິນແດນ ກໍ ຈະ ເປັນ ຂອງ ພວກເຂົາ ໄປ ຕະຫລອດ.
\v 19 ຄາວ ຊົ່ວ ຮ້າຍ ພວກເຂົາ ຈະ ບໍ່ ທົນ ທຸກ ທໍລະມານ ພວກເຂົາ ຈະ ມີ ພຽງພໍ ໃນ ຄາວ ອຶດ ຢາກ.
\s5
\v 20 ແຕ່ ຄົນ ຊົ່ວ ຮ້າຍ ຈະ ຕາຍໄປ ດັ່ງ ຄວັນ ໄຟ ຫັບ ຫາຍ ສັດຕູ ຂອງ ອົງພຣະ ຜູ້ ເປັນເຈົ້າ ຈະ ດັບ ໄປ ດັ່ງ ດອກໄມ້ ປ່າ.
\v 21 ຄົນ ຊົ່ວ ຮ້າຍ ຍືມ ເງິນ ໄປ ແລ້ວ ບໍ່ເຄີຍ ສົ່ງ ຄືນ ແຕ່ ຄົນ ຊອບທາໍ ມີ ໃຈ ສັດ ທາ ຮັກ ໃນ ການ ໃຫ້ທານ.
\s5
\v 22 ຄົນ ມີ ພຣະພອນ ຈະ ໄດ້ ຮັບ ດິນ ແດນ ເປັນ ມໍຣະດົກ ແຕ່ ຄົນ ທີ່ ຖືກ ສາບແຊ່ງ ຈະ ຖືກ ຂັບ ໄລ່ ໜີໄປ ສິ້ນ.
\v 23 ອົງພຣະ ຜູ້ ເປັນເຈົ້າ ນາໍ ຄົນ ຕາມ ທາງ ທີ່ ພວກເຂົາ ຄວນ ໄປ ຜູ້ ທີ່ເຮັດ ໃຫ້ ພຣະອົງ ພໍໃຈ ພຣະອົງ ກໍ ຊົງ ຄຸ້ມຄອງ ເຂົາ ໄວ້.
\v 24 ເມື່ອ ພວກເຂົາ ລົ້ມ ລົງ ພວກເຂົາ ຈະ ບໍ່ຖືກ ຢຽບຢໍ່າ ເພາະ ພຣະອົງ ຈະ ຊ່ວຍຊູ ພວກເຂົາ ໃຫ້ ລຸກຂຶ້ນ ໃໝ່.
\s5
\v 25 ບັດ ນີ້ ຂ້ອຍ ເຖົ້າ ແກ່ ແລ້ວ ທັງ ມີ ຊີວິດ ຢູ່ ຕັ້ງ ດົນນານ ແຕ່ ກໍ ຍັງ ບໍ່ ເຄີຍ ເຫັນ ເຫດການ ນີ້ ຈັກ ເທື່ອ ຄື ວ່າ ພຣະເຈົ້າ ປະຖິ້ມ ຄົນ ຊອບທາໍ ຫລື ປ​ະປ່ອຍ ໃຫ້ ລູກ ຂອງ ລາວ ຫາ ຂໍທານ ກິນ ຕາມ ບ້ານ.
\v 26 ລາວ ໃຫ້ ລ້າ ໆ ແລະ ໃຫ້ ຄົນ ຢືມ ໂດຍ ບໍ່ ຄິດ ຄ່າ ບັນ ດາ ລູກ ຂອງ ລາວ ນັ້ນ ກໍ ກາຍເປັນ ທໍ່ ພຣະພອນ.
\v 27 ຈົ່ງ ຫັນ ໜີ ຈາກ ການຊົ່ວ ແລະ ກະທາໍ ແຕ່ ການດີ ເຊື້ອສາຍ ຂອງເຈົ້າ ກໍ ຈະ ຢູ່ ໃນ ດິນ ແດນ ເລື້ອຍໆ
\s5
\v 28 ສໍາລັບ ອົງ ພຣະ ຜູ້ ເປັນ ເຈົ້າ ພຣະອົງ ຮັກ ຄວາມ ເປັນທໍາ ແລະ ບໍ່ປ່ອຍປະ ລະເລີຍ ຄົນ ທີ່ ສັດ ຊື່ ຕໍ່ ພຣະອົງ ນັ້ນ. ພຣະອົງ ຄຸ້ມ ຄອງ ເຂົາ ເຈົ້າ ຕະຫລອດໄປ ແຕ່ ເຊື້ອສາຍ ຂອງ ຄົນ ຊົ່ວ ຈະ ຖືກ ໄລ່ ໃຫ້ ໜີ ໄປ ສິ້ນ.
\v 29 ຄົນ ຊອບທາໍ ຈະ ໄດ້ ຮັບ ດິນ ແດນ ເປັນ ມໍຣະດົກ ແລະ ຈະ ອາໄສ ຢູ່ ທີ່ ນັ້ນ ສືບ ໄປ ເປັນ ນິດ.
\v 30 ຄໍາເວົ້າ ອັນ ສະຫລາດ ເປັນ ຄໍາເວົ້າ ຂອງ ຄົນ ຊອບທໍາ ລາວ ເວົ້າ ແຕ່ ສິ່ງ ທີ່ ຊອບທາໍ ແລະ ຖືກ ຕ້ອງ.
\s5
\v 31 ກົດ ບັນ ຍັດ ຂອງ ພຣະເຈົ້າ ກໍ ຢູ່ ໃນ ຈິດ ໃຈ ຂອງ ພວກເຂົາ ພວກເຂົາ ບໍ່ ເຄີຍ ຫ່າງເຫີນ ຈາກ ກົດ ບັນ ຍັດ.
\v 32 ຄົນ ຊົ່ວ ຮ້າຍ ຕັ້ງ ໜ້າ ຊອມເບິ່ງ ຄົນ ຊອບທາໍ ທັງ ຊອກຫາ ທາງ ທີ່ ຈະ ຂ້າ ລາວ ຖິ້ມ
\v 33 ແຕ່ ອົງພຣະ ຜູ້ ເປັນເຈົ້າ ຈະ ບໍ່ ຖິ້ມ ລາວ ໄປ ໃຫ້ ຢູ່ ໃຕ້ ເງື້ອມມື ຂອງ ຄົນ ຊົ່ວ ຮ້າຍ ຫລື ປະປ່ອຍ ໃຫ້ ລາວ ໄດ້ ຮັບ ໂທດທັນ ເມື່ອ ຖືກ ນາໍ ຂຶ້ນ ສານ ຕັດ ສິນ ລົງ ໂທດ.
\s5
\v 34 ຈົ່ງ ມີ ຄວາມຫວັງ ໃນ ອົງ ພຣະ ຜູ້ ເປັນ ເຈົ້າ ແລະ ຈົ່ງ ເຊື່ອຟັງ ຂໍ້ຄໍາສັ່ງ ເຖີດ; ພຣະອົງ ຈະ ໃຫ້ກຽດ ເຈົ້າ ໂດຍ ໄດ້ ຮັບ ດິນ ແດນ ເຈົ້າ ຈະ ເຫັນ ຄົນ ຊົ່ວ ຖືກ ຂັບ ໄລ່ ອອກໄປ ສິ້ນ.
\s5
\v 35 ຂ້ອຍ ໄດ້ ເຫັນ ຄົນ ຊົ່ວ ຮ້າຍ ແລະ ຜູ້ ກົດ ຂີ່ ຄົນ ຖື ຕົວ ສູງ ດັ່ງ ຕົ້ນ ສົນ ສີດາ ທີ່ເລບານອນ ພຸ້ນ; (ຖ)
\v 36 ແຕ່ ເມື່ອ ຂ້ອຍ ຍ່າງ ຜ່ານ ກາຍ (ທ) ບໍ່ເຫັນ ລາວ ຢູ່ ທີ່ ນັ້ນ ອີກ ຕໍ່ໄປ ຂ້ອຍ ໄດ້ ຊອກຫາ ລາວ ແຕ່ ກໍ ບໍ່ ພົບ.
\s5
\v 37 ຈົ່ງ ແລ ເບິ່ງ ຄົນ ດີ ແລະ ສັງ ເກດ ເບິ່ງ ຄົນ ຊອບທາໍ ຜູ້ ທີ່ ຮັກ ສັນ ຕິສຸກ ກໍ ມີ ລູກຫລານ ຫລາຍ
\v 38 ແຕ່ ບັນ ດາ ຄົນ ບາບ ຈະ ຖືກ ທາໍ ລາຍ ຢ່າງ ສິ້ນ ເຊີງ ເຊື້ອສາຍ ຂອງ ພວກເຂົາ ຈະ ຖືກ ທາໍ ລາຍ ໃຫ້ ດັບສູນໄປ.
\s5
\v 39 ຄົນ ຊອບທໍາ ນັ້ນ ອົງພຣະ ຜູ້ເປັນເຈົ້າ ຊ່ວຍຊູ ໃຫ້ພົ້ນໄພ ແລະ ຄຸ້ມ ຄອງ ພວກເຂົາ ໃນ ຄາວ ເດືອດຮ້ອນ.
\v 40 ພຣະອົງ ຊ່ວຍເຫຼືອ ແລະ ຊ່ວຍກູ້ ເອົາ ພວກເຂົາ ຈາກ ຄົນ ຊົ່ວ ຮ້າຍ ທັງ ຫລາຍ ເພາະວ່າ ພວກເຂົາ ມາ ຂໍ ໃຫ້ ພຣະອົງ ຄຸ້ມຄອງ ຮັກສາ.
\s5
\c 38
\p
\v 1 ຂ້າແດ່ ອົງພຣະ ຜູ້ ເປັນເຈົ້າ ຂໍ ຢ່າ ລົງ ໂທດ ຂ້ານ້ອຍ ເລີຍ ເມື່ອ ພຣະອົງ ຊົງ ໂກດຮ້າຍ.
\v 2 ຍ້ອນ ລູກສອນ ຂອງ ພຣະອົງ ຂ້າ ນ້ອຍ ຈຶ່ງ ບາດເຈັບ ພຣະອົງ ຕີ ຂ້ານ້ອຍ ໃຫ້ ລົ້ມ ລົງ ແລ້ວ.
\s5
\v 3 ຍ້ອນ ພຣະອົງ ໂກດຮ້າຍ ຂ້ານ້ອຍ ຈຶ່ງ ເຈັບ ປວດ ໜັກ ມີພະຍາດ ທົ່ວ ທັງ ກາຍ ເພາະ ຂ້ານ້ອຍ ເຮັດ ບາບ.
\v 4 ການບາບ ຂອງ ຂ້ານ້ອຍ ກໍ ຖ້ວມ ຊີວິດ ໃຫ້ ຈົມ ເປັນ ພາລະໜັກ ເກີນ ທີ່ ຈະ ແບກ ໄດ້.
\s5
\v 5 ບາດແຜ ຂອງ ຂ້ານ້ອຍ ເໝັນ ເນົ່າ ທັງ ເປື່ອຍ ທັງ ໂພງ ກໍ ຍ້ອນ ຂ້ານ້ອຍ ເອງ ເປັນ ຄົນ ໂງ່ຈ້າ.
\v 6 ຂ້ານ້ອຍ ຖືກຕີ ຈົນ ລົ້ມ ທັງ ອິດ ອ່ອນ ໝົດ ກາໍ ລັງ ຕະຫລອດ ທັງ ວັນ ຈຶ່ງ ຮ້ອງໄຫ້ ແລະ ໄວ້ທຸກ.
\s5
\v 7 ອາການ ເຈັບ ໄຂ້ ກໍ ເຜົາ ໄໝ້ ຢູ່ ທັງ ຮ່າງກາຍ ແລະ ຄວາມຕາຍ ກໍ ຫຍັບ ເຂົ້າ ມາ ໃກ້.
\v 8 ຂ້ານ້ອຍ ໝົດ ແຮງ ທັງ ຖືກ ຂະຍີ້ ຈົນ ໝົດ ສະຕິ ໄປ ຈິດ ໃຈ ຂອງ ຂ້ານ້ອຍ ລະທົມ ທຸກ ແລະ ເຈັບປວດ.
\s5
\v 9 ຂ້າແດ່ ພຣະເຈົ້າ ຢາເວ ພຣະອົງ ຮູ້ ສິ່ງ ທີ່ ຂ້ານ້ອຍ ຕ້ອງການ ແລະ ໄດ້ຍິນ ສຽງ ຄວນຄາງ ທຸກຢ່າງ ຢູ່ແລ້ວ.
\v 10 ຫົວໃຈ ຂອງ ຂ້ານ້ອຍ ເຕັ້ນ ແຮງ ຂຶ້ນ ແລະ ເຫື່ອ ແຮງ ກໍ ໝົດ ໄປ ຕາ ກໍ ເສົ້າ ໝອງ ແລະ ສູນເສຍ ຄວາມ ສະຫວ່າງ.
\s5
\v 11 ໝູ່ ເພື່ອນ ແລະ ເພື່ອນບ້ານ ທັງ ຫຼາຍ ຕ່າງ ກ ໍເຫີນ ຫ່າງ ໜີໄປ ພວກເຂົາ ບໍ່ ມາ ໃກ້ຊິດ ຕິດ ແທດ ຂ້ານ້ອຍ ອີກ. ແມ່ນແຕ່ ຄອບຄົວ ຕົນ ເອງ ກໍ ເຫີນ ຫ່າງ ເໝືອນກັນ ກໍ ເພາະ ບາດແຜ ທີ່ ຂ້ານ້ອຍ ໄດ້ ຮັບ ຢູ່ ນີ້.
\v 12 ພວກ ຄົນ ທີ່ ຢາກ ສັງ ຫານ ຂ້ານ້ອຍ ກໍ ຫ້າງ ແຮ້ວ ດັກ ຈັບ ຂ້ານ້ອຍ ຜູ້ ຢາກ ທາໍ ຮ້າຍ ກໍ ຂູ່ເຂັນ ວ່າ ຈະ ບໍ່ ຢຸດ ປອງຮ້າຍ ຈັກ ເທື່ອ.
\s5
\v 13 ຂ້ານ້ອຍ ເປັນ ດັ່ງ ຄົນ ຫູ ໜວກ ທີ່ ຟັງ ບໍ່ ໄດ້ຍິນ ຫຍັງ ເປັນ ດັ່ງ ຄົນ ປາກກືກ ທີ່ເວົ້າ ຈາ ບໍ່ ເປັນ ດ້ວຍ.
\v 14 ຂ້ານ້ອຍ ເປັນ ດັ່ງ ຄົນ ທີ່ ບໍ່ ຕອບ ຫຍັງ ເລີຍ ເພາະ ພວກເຂົາ ບໍ່ ໄດ້ຍິນ.
\s5
\v 15 ຂ້າແດ່ ອົງ ພຣະ ຜູ້ ເປັນ ເຈົ້າ ແຕ່ ຂ້າ ນ້ອຍ ກໍ ໄວ້ວາງໃຈ ໃນ ພຣະອົງ ອົງພຣະ ຜູ້ ເປັນເຈົ້າ ພຣະເຈົ້າ ຂອງ ຂ້ານ້ອຍ ເອີຍ ພຣະອົງ ຈະ ຕອບ ຂ້ານ້ອຍ.
\v 16 ຂໍ ຢ່າ ໃຫ້ ສັດຕູ ໄດ້ ສົມນໍ້າໜ້າ ຂ້ານ້ອຍ ເລີຍ ຍ້ອນ ຄວາມ ໂສກເສົ້າ ເສຍໃຈ ທີ່ ມີ ຢູ່ ນັ້ນ ຂໍ ຢ່າ ໃຫ້ ເຂົາເຈົ້າ ເວົ້າ ອວດອົ່ງ ທະນົງ ຕົວ ເຖິງ ຄວາມ ລົ້ມ ລົງ ຂອງ ຂ້ານ້ອຍ ນັ້ນ
\s5
\v 17 ຄວາມ ເຈັບ ປວດ ຍັງ ລົບ ກວນ ຂ້ານ້ອຍ ຢູ່ ບໍ່ ຂາດ ຂ້ານ້ອຍ ເກືອບ ຈະ ລົ້ມ ລົງ ແລ້ວ.
\v 18 ຂ້ານ້ອຍ ສາລະພາບ ການບາບ ທີ່ ໄດ້ ເຮັດ ມາ ມັນ ມີ ແຕ່ ເຮັດ ໃຫ້ ຂ້ານ້ອຍ ວຸ້ນ ວາຍ ໃຈ ເທົ່າ ນັ້ນ.
\s5
\v 19 ຝ່າຍ ສັດ ຕູ ຂອງ ຂ້ານ້ອຍ ນັ້ນ ມີ ສຸຂະພາບ ເຂັ້ມ ແຂງ ດີ ມີ ຫລາຍ ຄົນ ທີ່ ກຽດຊັງ ຂ້ານ້ອຍ ໂດຍ ບໍ່ ມີ ເຫດຜົນ.
\v 20 ພວກ ທີ່ ເຮັດ ການຊົ່ວ ເພື່ອ ຕອບ ແທນ ການດີ ພວກເຂົາ ກໍ ຕໍ່ຕ້ານ ການດີ ທີ່ ຂ້ານ້ອຍ ພະຍາຍາມ ເຮັດ ນັ້ນ.
\s5
\v 21 ຂ້າແດ່ ອົງ ພຣະ ຜູ້ ເປັນ ເຈົ້າ ຂໍ ຢ່າ ປະຖິ້ມ ຂ້ານ້ອຍ ພຣະເຈົ້າ ຂອງ ຂ້ານ້ອຍ ເອີຍ ຂໍ ຢ່າ ຫ່າງໄກ ຂ້ານ້ອຍ ເລີຍ.
\v 22 ໂອ ອົງພຣະ ຜູ້ ເປັນເຈົ້າ ພຣະ ຜູ້ໄຖ່ ຂອງ ຂ້ານ້ອຍ ເອີຍ ຂໍ ຊົງ ໂຜດ ສະເດັດ ມາ ຊ່ວຍ ຂ້ານ້ອຍ ໄວໆ ແດ່ ທ້ອນ.
\s5
\c 39
\p
\v 1 ຂ້ອຍ ກ່າວ ວ່າ, “ຂ້ອຍ ຈະ ລະວັງ ສິ່ງ ທີ່ ຂ້ອຍ ກະທາໍ ແລະ ຈະ ບໍ່ ເວົ້າ ສິ່ງ ໃດ ເມື່ອ ຄົນ ຊົ່ວ ຢູ່ ໃກ້.”
\s5
\v 2 ຂ້ອຍ ງັບ ປາກ ມິດ ງຽບ ແລະ ບໍ່ ເວົ້າ ຈາ ຫຍັງ ເຖິງ ແມ່ນ ວ່າ ເປັນ ເລື່ອງ ດີ ກໍ ຕາມ
\v 3 ແຕ່ ຄວາມທຸກ ທໍລະມານ ກໍ ຍິ່ງ ໜັກ ຂຶ້ນ ເລື້ອຍໆ ຄວາມ ກະວົນ ກະວາຍ ກໍ ຖ້ວມລົ້ນ ຈິດ ໃຈ ຢູ່. ເມື່ອ ຂ້ອຍ ຍິ່ງ ຄິດ ກໍ ຍິ່ງ ລໍາບາກ ໃຈ ເຕັມ ທີ ອົດ ບໍ່ ໄຫວ ຈຶ່ງ ຖາມ ອົງ ພຣະ ຜູ້ ເປັນ ເຈົ້າ ວ່າ,
\s5
\v 4 “ຂ້ານ້ອຍ ຈະ ຍັງ ມີ ຊີວິດ ຢູ່ ດົນ ປານໃດ? ໂຜດ ບອກ ແດ່ ວ່າ ຂ້ານ້ອຍ ຈະ ຈົບ ຊີວິດ ລົງ ເມື່ອ ໃດ? ”
\v 5 ພຣະອົງ ໄດ້ ສ້າງ ຊີວິດ ຂ້ານ້ອຍ ໃຫ້ ສັ້ນ ເຕັມ ທີ ໃນ ສາຍຕາ ພຣະອົງ ຊີວິດ ຂອງ ຂ້ານ້ອຍ ໄຮ້ປະໂຫຍດ. ຕາມ ທີ່ ຈິງ ແລ້ວ ຊ່ວງ ຊີວິດ ມະນຸດ ກໍ ບໍ່ ມີ ຫຍັງ ທຸກຄົນ ເປັນ ດັ່ງ ລົມ ຫາຍໃຈ ເທົ່າ ນັ້ນ
\s5
\v 6 ບໍ່ ມີ ຫຍັງ ດີ ລື່ນ ເພາະ ເປັນ ພຽງແຕ່ ເງົາ ພວກເຂົາ ສະສົມ ຊັບ ສິນ ແຕ່ ບໍ່ ຮູ້ ວ່າ ຜູ້ໃດ ຈະ ໄດ້ສິ່ງ ນັ້ນ.
\v 7 ຂ້າແດ່ ພຣະເຈົ້າ ຢາເວ ຂ້ານ້ອຍ ຈະ ຫວັງ ຕໍ່ ສິ່ງ ໃດ? ຂ້ານ້ອຍ ຂໍ ມອບ ຄວາມ ຫວັງ ໃຈ ໄວ້ ກັບ ພຣະອົງ.
\s5
\v 8 ຂໍ ຊົງ ໂຜດ ຊ່ວຍ ຂ້ານ້ອຍ ໃຫ້ ພົ້ນ ຈາກ ການບາບ ທັງ ສິ້ນ ຂອງ ຂ້ານ້ອຍ ແດ່ ແລະ ຢ່າ ໃຫ້ ຄົນໂງ່ ຫົວ ເຍາະເຍີ້ຍ ຂ້ານ້ອຍ ເລີຍ.
\v 9 ຂ້ານ້ອຍ ຈະ ມິດ ງຽບ ແລະ ຈະ ບໍ່ ເວົ້າ ຫຍັງ ຈັກ ຄໍາ ເພາະວ່າ ພຣະອົງ ໃຫ້ ເຮັດ ຢູ່ ຢ່າງນີ້.
\s5
\v 10 ຂໍ ຢ່າ ສູ່ ລົງ ໂທດ ຂ້ານ້ອຍ ຕໍ່ໄປ ເລີຍ ຍ້ອນ ຖືກ ພຣະອົງ ຕີ ໃຈ ແທບ ຈະ ຂາດ ຢູ່ ແລ້ວ.
\v 11 ພຣະອົງ ລົງ ໂທດ ແລະ ຕີສອນ ມະນຸດ ຍ້ອນ ຄວາມຜິດ ຂອງ ພວກເຂົາ ມະນຸດ ກໍ ຖືກ ທາໍ ລາຍ ດັ່ງ ແມງມັນ ແມງເມົ່າ ຕາມ ທີ່ ຈິງ ແລ້ວ ມວນ ມະນຸດ ເຮົາ ກໍ ເປັນ ພຽງແຕ່ ລົມ ຫາຍໃຈ ເທ່ າົ ນນັ້
\s5
\v 12 ຂ້າແດ່ ອົງ ພຣະ ຜູ້ ເປັນ ເຈົ້າ ຂໍ ຊົງ ໂຜດ ຟັງ ຂ້ານ້ອຍ ພາວັນ ນາ ອະທິຖານ ໂຜດ ຟັງ ຄໍາ ທູນ ຂໍ ໃຫ້ ຊ່ວຍເຫລືອ ຂອງ ຂ້ານ້ອຍ ແດ່ ທ້ອນ ຂ້ານ້ອຍ ກໍ ເປັນ ດັ່ງ ບັນ ພະບຸລຸດ ໝົດ ທຸກຄົນ ຂ້ານ້ອຍ ເປັນ ພຽງແຕ່ ແຂກ ຂອງ ພຣະອົງ ຊົ່ວ ຄາວ ເທົ່າ ນັ້ນ.
\v 13 ຂໍ ຢ່າ ຫັນ ໄປ ຈາກ ຂ້ານ້ອຍ ເພື່ອ ຂ້ານ້ອຍ ຈະ ມີ ຄວາມສຸກ ອີກ ເທື່ອ ໜຶ່ງ ຫລັງຈາກ ນັ້ນ ຂ້ານ້ອຍ ກໍ ຈະ ຈາກ ໄປ ແລ້ວ ຈະ ບໍ່ ມີ ຂ້ານ້ອຍ ຕໍ່ໄປ ອີກ.
\s5
\c 40
\p
\v 1 ຂ້ານ້ອຍ ອົດ ທົນ ຄອຍຖ້າ ອົງພຣະ ຜູ້ ເປັນເຈົ້າ ດ້ວຍ ຄວາມພຽນ ພຣະອົງ ກໍ ຟັງ ແລະ ໄດ້ຍິນ ຄໍາຮ້ອງຂໍ ຂອງ ຂ້ານ້ອຍ ແລ້ວ.
\v 2 ພຣະອົງ ດຶງ ຂ້ານ້ອຍ ອອກ ຈາກ ຂຸມ ອັນ ຕະລາຍ ຄື ຈາກ ບຶງ ດິນ ຊາຍ ຊຶ່ງ ບໍ່ ມີ ພື້ນ. ແລ້ວ ພຣະອົງ ກໍ ໃຫ້ ນັ່ງ ຢູ່ເທິງ ໂງ່ນຫິນ ຢ່າງປອດໄພ ແລະ ເຮັດ ໃຫ້ ມີ ຄວາມ ໝັ້ນ ຄົງ ຫລາຍ ຂຶ້ນ.
\s5
\v 3 ພຣະອົງ ໄດ້ ສອນ ຂ້ານ້ອຍ ໃຫ້ ຮ້ອງເພງ ບົດ ໃໝ່ ເປັນ ບົດເພງ ທີ່ ຍ້ອງຍໍ ສັນລະເສີນ ພຣະເຈົ້າ ຂອງ ພວກເຮົາ. ຫລາຍ ຄົນ ທີ່ ເຫັນ ການນີ້ ພວກເຂົາ ກໍ ຈະ ໄດ້ ຢໍາເກງ ແລະ ຈະ ໄວ້ວາງໃຈ ໃນ ອົງ ພຣະ ຜູ້ ເປັນ ເຈົ້າ.
\v 4 ຄວາມສຸກ ເປັນ ຂອງ ຜູ້ ທີ່ ໄວ້ວາງໃຈ ໃນ ອົງ ພຣະ ຜູ້ ເປັນ ເຈົ້າ ຄື ຜູ້ ທີ່ ບໍ່ ຫັນ ໄປ ຫາ ຮູບເຄົາ ຣົບ ຫລື ຮ່ວມ ຂາບໄຫວ້ ພະທຽມ ນັ້ນ.
\s5
\v 5 ໂອ ອົງ ພຣະ ຜູ້ ເປັນ ເຈົ້າ ພຣະເຈົ້າ ຂອງ ຂ້ານ້ອຍ ເອີຍ ພຣະອົງ ໄດ້ ຊົງ ກະທາໍ ຫລາຍ ຢ່າງ ສໍາລັບ ພວກ ຂ້ານ້ອຍ ບໍ່ ມີ ຜູ້ໃດ ຄື ພຣະອົງ ທີ່ ເຮັດ ສິ່ງ ອັດສະຈັນ ໃຫ້ ໄດ້ ເຫັນ ຊຶ່ງ ມີ ຫລາຍ ຢ່າງ ຈົນ ຂ້ານ້ອຍ ບໍ່ ສາມາດ ກ່າວ ໝົດ ເພາະ ມີ ຫລາຍ ແທ້ໆ
\v 6 ການ ບູຊາ ກັບ ເຄື່ອງ ຖວາຍ ນັ້ນ ພຣະອົງ ບໍ່ ຕ້ອງການ ພຣະອົງ ບໍ່ ໄດ້ ຂໍໃຫ້ ເຜົາ ສັດ ທັງ ໂຕ ຖວາຍບູຊາ ຫລື ຖາມ ຫາ ເຄື່ອງ ບູຊາ ລືບ ລ້າງ ບາບ ທັງ ຫລາຍ ແຕ່ ໃຫ້ ຂ້າ ນ້ອຍ ມີ ຫູ ເພື່ອ ຟັງ ສຽງ ຂອງ ພຣະເຈົ້າ.
\s5
\v 7 ສະນັ້ນ ແຫລະ ຂ້ານ້ອຍ ຈຶ່ງ ຕອບ ວ່າ, “ຂ້ານ້ອຍ ຢູ່ ນີ້ ແລ້ວ ຂໍ້ ຄໍາແນະນາໍ ຂອງ ພຣະອົງ ທີ່ ໃຫ້ ແກ່ ຂ້ານ້ອຍ ກໍ ມີ ຢູ່ ໃນ ກົດ ບັນ ຍັດ.
\v 8 ຂ້າແດ່ ພຣະເຈົ້າ ຂອງ ຂ້ານ້ອຍ ເອີຍ ຂ້ານ້ອຍ ຍິນດີ ເຮັດ ຕາມ ຄວາມປະສົງ ຂອງ ພຣະອົງ ຄື ຮັກ ສາ ຂໍ້ ຄໍາສັ່ງ ສອນ ຂອງ ພຣະອົງ ໄວ້ ຢູ່ ໃນ ຈິດ ໃຈ ແລ້ວ. ”
\v 9 ຂ້າແດ່ ອົງ ພຣະ ຜູ້ ເປັນ ເຈົ້າ ໃນ ທີ່ ຊຸມນຸມຊົນ ຂອງ ພຣະອົງ ຂ້ານ້ອຍ ໄດ້ ບອກ ຂ່າວ ດີ ເລື່ອງ ການ ຊ່ວຍກູ້. ຂ້ານ້ອຍ ຈະ ສືບ ຕໍ່ ບອກ ຂ່າວ ນີ້ ພຣະອົງ ກໍ ຮູ້ຈັກດີ ວ່າ ຂ້ານ້ອຍ ຈະ ບໍ່ ມິດ ງຽບ.
\s5
\v 10 ຂ້ານ້ອຍ ບໍ່ ໄດ້ ເກັບ ເລື່ອງ ຄວາມພົ້ນໄວ້ ສໍາລັບ ຕົວເອງ ຂ້ານ້ອຍ ກ່າວ ວ່າ ພຣະອົງ ສັດ ຊື່ ແລະ ຊ່ວຍຊູ ຢູ່ ເລື້ອຍ. ໃນ ທີ່ ຊຸມນຸມຊົນ ນັ້ນ ຂ້ານ້ອຍ ບໍ່ ໄດ້ ປິດ ບັງ ຄວາມສັດ ຊື່ ແລະ ຄວາມຮັກ ອັນ ໝັ້ນ ຄົງ ຂອງ ພຣະອົງ ຈັກ ເທື່ອ.
\v 11 ຂ້າແດ່ ອົງ ພຣະ ຜູ້ ເປັນ ເຈົ້າ ຂ້ານ້ອຍ ຮູ້ ວ່າ ພຣະອົງ ຈະ ບໍ່ ຢຸດ ທີ່ ຈະ ໃຫ້ ຄວາມ ເມດຕາ ແກ່ ຂ້າ ນ້ອຍ ຈັກ ເທື່ອ. ຄວາມຮັກ ແລະ ຄວາມ ຈົງຮັກ ພັກດີ ຂອງ ພຣະອົງ ຈະ ຮັກ ສາ ຂ້ານ້ອຍ ໃຫ້ ປອດໄພ ຢູ່ ເລື້ອຍໆ.
\s5
\v 12 ຂ້ານ້ອຍ ຖືກ ອ້ອມຮອບ ໂດຍ ຄວາມ ເດືອດຮ້ອນ ຫຼາຍ ຢ່າງ ມີ ຫລວງຫລາຍ ທີ່ ສິດ ຈົນຂ້ານ້ອຍ ນັບ ບໍ່ ໄດ້ບາບໄລ່ ເວນທັນ ແລ້ວ ຂ້ານ້ອຍ ຈຶ່ງ ບໍ່ ຢາກ ເຫັນ ຕໍ່ໄປ ຂາດໃຈ ກ້າຫານ ເພາະ ມັນ ຫລາຍກວ່າ ເສັ້ນ ຜົມ ອີກ.
\v 13 ຂ້າແດ່ ອົງ ພຣະ ຜູ້ ເປັນ ເຈົ້າ ຂໍ ຊົງ ໂຜດ ຊ່ວຍ ຂ້ານ້ອຍ ໃຫ້ ພົ້ນ ດ້ວຍ ເຖີດ ຂ້າ ແດ່ ອົງ ພຣະ ຜູ້ ເປັນ ເຈົ້າ ໂຜດ ມາ ຊ່ວຍເຫລືອ ຂ້ານ້ອຍ ດຽວນີ້ ເທີ້ນ
\s5
\v 14 ຂໍ ໃຫ້ ຄົນ ທີ່ ຊອກ ສັງຫານ ນັ້ນ ພ່າຍແພ້ ໝົດ ສາ ແລະ ຂໍ ໃຫ້ ພວກເຂົາ ວຸ້ນວາຍ ໄປ ຢ່າງ ໝົດ ສິ້ນ. ຂໍ ໃຫ້ ຄົນ ທີ່ ດີ ອົກ ດີໃຈ ຍ້ອນ ເຫັນ ຂ້ານ້ອຍ ເປັນທຸກ ຖອຍໜີ ໄກຫ່າງ ແລະ ຖືກ ອັບອາຍ.
\v 15 ຂໍ ໃຫ້ ຄົນ ທີ່ ຫົວ ເຍາະເຍີ້ຍ ຂ້ານ້ອຍ ຕົກ ຕະລຶງ ຍ້ອນ ວ່າ ພວກເຂົາ ພ່າຍແພ້ ແລ້ວ.
\s5
\v 16 ຂໍ ໃຫ້ ທຸກຄົນ ທີ່ ມາ ຫາ ພຣະເຈົ້າ ຊົມ ຊື່ນ ເບີກບານ ໃຈ ແລະ ທຸກຄົນ ທີ່ ໂມທະນາ ຂອບພຣະຄຸນ ສໍາລັບ ຄວາມພົ້ນ ຈົ່ງ ພາກັນ ກ່າວ ຢູ່ ຢ່າງ ສະໝໍ່າ ສະເໝີ ວ່າ, “ອົງ ພຣະ ຜູ້ ເປັນ ເຈົ້າ ຍິ່ງ ໃຫຍ່! ”
\v 17 ຂ້ານ້ອຍ ອິດ ອ່ອນ ລໍາບາກ ແຕ່ ພຣະເຈົ້າ ຢາເວ ບໍ່ ລືມ ໄລ ແລະ ບໍ່ ປະຖິ້ມ ຂ້ານ້ອຍ ຈັກ ເທື່ອ. ພຣະອົງ ຄື ພຣະຜູ້ ຊ່ວຍ ໃຫ້ ພົ້ນ ໂອ ພຣະເຈົ້າ ຂອງ ຂ້ານ້ອຍ ເອີຍ ໂຜດ ມາ ຊ່ວຍກູ້ ເອົາ ຂ້ານ້ອຍ ໄວ້ ດ້ວຍ.
\s5
\c 41
\p
\v 1 ຄວາມສຸກ ເປັນ ຂອງ ຜູ້ ທີ່ ຫ່ວງໃຍ ນາໍ ຄົນ ຈົນ ພວກເຂົາ ຈະ ໄດ້ ຮັບ ຄວາມ ຊ່ວຍຊູ ເມື່ອ ເດືອດຮ້ອນ.
\v 2 ອົງພຣະຜູ້ເປັນເຈົ້າ ຈະ ປົກ ປ້ອງ ຄຸ້ມ ຄອງ ຊີວິດ ຂອງ ພວກເຂົາ ແລະ ໃຫ້ ພວກເຂົາ ມີ ຄວາມສຸກ ຢູ່ ໃນ ດິນ ແດນ ໄດ້ ພຣະອົງ ຈະ ບໍ່ ປະ ໃຫ້ ເຫລົ່າ ສັດ ຕູ ຂອງ ພວກເຂົາ ມີ ອໍານາດ ເໜືອ ເຂົາເຈົ້າ
\v 3 ອົງພຣະ ຜູ້ ເປັນເຈົ້າ ຈະ ຊ່ວຍຊູ ເມື່ອ ພວກເຂົາ ເຈັບໂຊ ແລະ ຈະ ໃຫ້ ມີ ສຸຂະພາບ ແຂງແຮງ ຂຶ້ນ ໃໝ່.
\s5
\v 4 ຂ້ອຍ ເວົ້າ ວ່າ, “ຂ້າແດ່ ອົງ ພຣະ ຜູ້ ເປັນ ເຈົ້າ ຂ້ານ້ອຍ ເຮັດ ຜິດ ບາບ ຕໍ່ສູ້ ພຣະອົງ ແລ້ວ ໂຜດ ເມດຕາ ຂ້ານ້ອຍ ຄື ຜູ້ ເຈັບ ໂຊ ແດ່ ທ້ອນ ແລະ ປິ່ນ ປົວ ຂ້ານ້ອຍ ໃຫ້ ດີດ້ວຍ.
\v 5 ສັດ ຕູ ຂອງ ຂ້ານ້ອຍ ເວົ້າ ຮ້າຍ ໃສ່ ຢ່າງ ສົມ ໃຈ ພວກເຂົາ ຢາກ ໃຫ້ ຂ້ານ້ອຍ ຕາຍ ທັງ ຖືກ ລືມ ໄລ ໄປສິ້ນ.
\v 6 ຄົນ ທີ່ ມາ ຫາ ຂ້ານ້ອຍ ກໍ ບໍ່ ມີ ຄວາມ ຈິງ ໃຈ ເລີຍ ມາ ພຽງ ຮວບຮວມ ເອົາ ເລື່ອງ ບໍ່ ດີ ໄປ ເວົ້າ ທຸກທີ່ ທຸກບ່ອນ.
\s5
\v 7 ທຸກຄົນ ທີ່ ກຽດຊັງ ຂ້ານ້ອຍ ກໍ ຊຸບຊິບ ກັນ ເລື່ອງ ຂ້ານ້ອຍ ຢ່າງ ຜິດ ໆ ເຂົາ ຄິດ ປັ້ນ ແຕ່ງ ເລື່ອງ ບໍ່ ດີ ມາ ຕູ່ ຫາ ໃສ່ ຂ້ານ້ອຍ. ” (ພ)
\v 8 ພວກເຂົາ ເວົ້າ ກັນ ວ່າ, “ມັນ ໂຊ ໜັກ ແລ້ວ ມັນ ຈະ ລຸກ ຈາກ ຕຽງ ນອນ ໄປມາ ໃສ ບໍ່ ໄດ້ ອີກ ດອກ”.
\v 9 ແມ່ນແຕ່ ໝູ່ ຜູ້ ດີ ແທ້ໆ ທີ່ ຂ້ານ້ອຍ ໄວ້ວາງໃຈ ຜູ້ ທີ່ ຂ້ານ້ອຍ ໃຫ້ ອາຫານ ກໍໄດ້ ຫັນ ມາ ຕໍ່ ສູ້ ຂ້ານ້ອຍ.
\s5
\v 10 ຂ້າແດ່ ອົງ ພຣະ ຜູ້ ເປັນ ເຈົ້າ ຂໍ ຊົງ ໂຜດ ເມດຕາ ຂ້ານ້ອຍ ດ້ວຍ ໂຜດ ໃຫ້ ມີເຮື່ອ ແຮງ ຄືນ ມາ ເພື່ອ ຈະ ຕອບໂຕ້ ສັດ ຕູ ໄດ້.
\v 11 ພວກເຂົາ ຈະ ບໍ່ ໄຊຊະນະ ເໜືອ ຂ້າ ນ້ອຍ ແລະ ຈະ ຮູ້ ວ່າ ພຣະອົງ ພໍໃຈ ໃນ ຂ້ານ້ອຍ ແລ້ວ.
\v 12 ພຣະອົງ ຈະ ຊ່ວຍ ຂ້າ ນ້ອຍ ເພາະ ຂ້ານ້ອຍ ເຮັດ ສິ່ງ ທີ່ ຊອບທາໍ ແລະ ຈະ ໃຫ້ ຂ້ານ້ອຍ ຢູ່ ຕໍ່ໜ້າ ພຣະອົງ ສືບໄປ ເປັນນິດ.
\s5
\v 13 ຈົ່ງ ຍ້ອງຍໍ ສັນລະເສີນ ອົງ ພຣະ ຜູ້ ເປັນ ເຈົ້າ ພຣະເຈົ້າ ແຫ່ງ ຊາດ ອິດສະຣາເອນ ຈົ່ງ ຍ້ອງຍໍ ສັນລະເສີນ ພຣະອົງ ໃນ ບັດ ນີ້ ແລະ ສືບໆໄປ ເປັນນິດ ອາແມນ! ອາແມນ!
\s5
\c 42
\p
\v 1 ຂ້າແດ່ ພຣະເຈົ້າ ຈິດ ໃຈ ຂອງ ຂ້ານ້ອຍ ຫິວ ກະຫາຍ ຫາ ພຣະອົງ ດັ່ງ ກວາງນ້ອຍ ຫິວ ກະຫາຍ ລໍານາໍ້ ໃສ
\v 2 ຂ້ານ້ອຍ ຫິວ ກະຫາຍ ຫາ ພຣະອົງ ພຣະເຈົ້າ ອົງ ຊົງ ຊີວິດ ເມື່ອ ໃດ ຂ້ານ້ອຍ ຈຶ່ງ ຈະ ໄດ້ ໄປ ຂາບລົງ ຢູ່ ຕໍ່ໜ້າພຣະອົງ?
\s5
\v 3 ຂ້ານ້ອຍ ຮ້ອງໄຫ້ ທັງ ເວັນ ທັງ ຄືນ ອາຫານ ທີ່ ກືນ ລົງ ກໍ ມີ ແຕ່ ນໍ້າຕາ ເທົ່ານັ້ນ ເຫລົ່າ ສັດ ຕູ ໄດ້ ຖາມ ຂ້ານ້ອຍ ຢູ່ ເລື້ອຍ ວ່າ, “ພຣະເຈົ້າ ຂອງ ເຈົ້າ ຢູ່ ໃສ? ”
\v 4 ເມື່ອ ຄິດ ເຖິງ ອະດີດ ກໍ ທຸກລະທົມ ໃຈ ຫລາຍ ເມື່ອ ໄດ້ ຍ່າງ ເປັນ ຝູງ ໄປ ຍັງ ພຣະວິຫານ ຂອງ ພຣະເຈົ້າ ແລະ ໄດ້ ພາ ເຂົາ ເຈົ້າ ຍ່າງ ຕາມ ຫລັງ ກັນ ໄປ ສຸກໃຈ ຮ້ອງລໍາ ທາໍ ເພງ ຍ້ອງຍໍ ສັນລະເສີນ ພຣະເຈົ້າ.
\s5
\v 5 ເປັນຫຍັງ ຈຶ່ງ ໂສກເສົ້າ ແລະ ຍາກ ລໍາບາກ ຍິ່ງ? ຈຶ່ງ ມອບ ຄວາມຫວັງ ໄວ້ ກັບ ພຣະເຈົ້າ ແຕ່ ຜູ້ດຽວ ຄັ້ງ ໜຶ່ງ ອີກ ຂ້ານ້ອຍ ຈະ ໄດ້ ຍ້ອງຍໍ ສັນລະເສີນ ພຣະອົງ ພຣະເຈົ້າ ພຣະ ຜູ້ໄຖ່ ຂອງ ຂ້ານ້ອຍ ເອີຍ
\s5
\v 6-7 ຢູ່ ໃນ ຕ່າງຖິ່ນ ພີ້ ຂ້ານ້ອຍ ທຸກ ລະທົມໃຈ ຈຶ່ງ ໄດ້ ແຕ່ ຄິດຄະນຶງ ຫາ ອົງພຣະ ຜູ້ ເປັນເຈົ້າ. ຄື້ນແຫ່ງ ຄວາມ ໂສກເສົ້າ ທີ່ ໄດ້ ສົ່ງມາ ສູ່ ຈິດໃຈ ດັງ ສັບສົນ ວຸ້ນວາຍ ດັ່ງ ນໍ້າ ໄຫລ ຖ້ວມ ດັ່ງ ນໍ້າ ຕົກຕາດ ດັງ ໄຫລ ສູ່ ແມ່ ນໍ້າ ຈໍແດນ ຈາກ ພູເຂົາ ເຮີໂມນ ແລະ ຈາກ ພູມີຊາ ພຸ້ນ.
\v 8 ຂໍ ອົງພຣະ ຜູ້ ເປັນເຈົ້າ ຊົງ ໂຜດ ສໍາແດງ ຄວາມຮັກ ອັນ ໝັ້ນ ຄົງ ຂອງ ພຣະອົງ ໃນ ເວລາ ກາງເວັນ ແກ່ ຂ້ານ້ອຍ ດ້ວຍ ເພື່ອ ຈະ ໄດ້ ຮ້ອງເພງ ເວລາ ກາງຄືນ ຄື ຄໍາພາວັນນາ ອະທິຖານ ເຖິງ ພຣະເຈົ້າ ທີ່ ຊົງ ໃຫ້ ຊີວິດ ແກ່ ຂ້ານ້ອຍ ນັ້ນ.
\s5
\v 9 ຂ້ານ້ອຍ ທູນ ຖາມ ພຣະເຈົ້າ ຜູ້ ປ້ອງກັນ ວ່າ, “ເປັນ ຫຍັງ ໜໍ ຈຶ່ງ ໄດ້ ລືມ ໄລ ຂ້ານ້ອຍ? ເປັນ ຫຍັງ ໜໍ ຂ້ານ້ອຍ ຈຶ່ງ ຕ້ອງ ທົນ ທຸກ ທໍລະມານ ຈາກ ຄວາມ ໂຫດຫ້ຽມ ຂອງ ເຫົ່ຼາສັດຕູ ນັ້ນ? ”
\v 10 ຂ້ານ້ອຍ ຖືກ ຢຽບຢໍ່າ ຍ້ອນ ເຂົາ ເວົ້າ ນິນ ທາ ພວກເຂົາ ຖາມ ຂ້ານ້ອຍ ຢູ່ ເລື້ອຍໆ ວ່າ, “ພຣະເຈົ້າ ຂອງ ເຈົ້າ ຢູ່ໃສ?”
\s5
\v 11 ເປັນ ຫຍັງ ຈຶ່ງ ໂສກເສົ້າ ແລະ ຍາກ ລໍາບາກ ຍິ່ງ? ຈຶ່ງ ມອບ ຄວາມຫວັງ ໄວ້ ກັບ ພຣະເຈົ້າ ແຕ່ ຜູ້ດຽວ ແລະ ອີກ ຄັ້ງໜຶ່ງ ຂ້ານ້ອຍ ຈະ ໄດ້ ຍ້ອງຍໍ ສັນລະເສີນ ພຣະອົງ ພຣະເຈົ້າ ແລະ ພຣະຜູ້ ໄຖ່ ຂອງ ຂ້ານ້ອຍ ເອີຍ.
\s5
\c 43
\p
\v 1 ຂ້າ ແດ່ ພຣະເຈົ້າ ໂຜດ ປະກາດ ວ່າ ຂ້າ ນ້ອຍ ບໍ່ ມີ ຄວາມຜິດ ຂໍ ຊົງ ໂຜດ ຊ່ວຍ ແກ້ ຄະດີ ໃຫ້ ຂ້ານ້ອຍ ດ້ວຍ ຄົນ ບໍ່ ເຊື່ອ ພຣະເຈົ້າ ໄດ້ ກ່າວ ຕໍ່ສູ້ ຂ້ານ້ອຍ ໂຜດ ຊ່ວຍກູ້ ຂ້ານ້ອຍ ຈາກ ຄົນ ຂີ້ຕົວະ ແລະ ຊົ່ວ ຮ້າຍ.
\v 2 ພຣະອົງ ເປັນ ຜູ້ ປົກ ປ້ອງ ຄຸ້ມ ຄອງ ເປັນ ຫຍັງ ຈຶ່ງ ປະຖິ້ມ ຂ້ານ້ອຍ ແລະ ດ້ວຍເຫດໃດ ຈຶ່ງ ໃຫ້ ຂ້ານ້ອຍ ທົນ ທຸກ ທໍລະມານ ຈາກ ສັດ ຕູ ຜູ້ ໂຫດຮ້າຍ
\s5
\v 3 ຂໍ ຊົງ ໂຜດ ສົ່ງ ແສງ ສະຫວ່າງ ແລະ ຄວາມຈິງ ຂອງ ພຣະອົງ ມາ ເພື່ອ ວ່າ ສິ່ງ ນັ້ນ ຈະ ໄດ້ ນາໍ ພາ ຂ້ານ້ອຍ ແລະ ນາໍ ຂ້ານ້ອຍ ກັບ ຄືນ ໄປ ສູ່ ຊີໂອນ ເນີນ ພູ ສັກ ສິດ (ມ) ແລະ ສູ່ ພຣະວິຫານ ບ່ອນ ທີ່ ພຣະອົງ ສະຖິດ ຢູ່.
\v 4 ຂ້າແດ່ ພຣະເຈົ້າ ແລ້ວ ຂ້າ ນ້ອຍ ກໍ ຈະ ໄປ ທີ່ ແທ່ນບູຊາ ເພາະ ພຣະອົງ ເປັນ ບໍ່ ເກີດ ແຫ່ງ ຄວາມສຸກ ອັນ ໃຫຍ່. ຂ້ານ້ອຍ ຈະ ຈັບ ກິດ ຕາ ຂຶ້ນ ດີດ (ຢ) ຮ້ອງເພງ ຍ້ອງຍໍ ສັນລະເສີນ ໂອ ພຣະເຈົ້າ ພຣະເຈົ້າ ຂອງ ຂ້ານ້ອຍ ເອີຍ.
\s5
\v 5 ເປັນຫຍັງ ຈຶ່ງ ໂສກເສົ້າ ແລະ ຍາກ ລໍາບາກ ຍິ່ງ? ຂ້ານ້ອຍ ຈຶ່ງ ມອບ ຄວາມຫວັງ ໄວ້ ກັບ ພຣະເຈົ້າ ແຕ່ ຜູ້ດຽວ ແລະ ອີກ ຄັ້ງ ໜຶ່ງ ຂ້ານ້ອຍ ຈະ ໄດ້ ຍ້ອງຍໍ ສັນລະເສີນ ພຣະອົງ ພຣະເຈົ້າ ແລະ ພຣະ ຜູ້ໄຖ່ ຂອງ ຂ້ານ້ອຍ ເອີຍ.
\s5
\c 44
\p
\v 1 ຂ້າແດ່ ພຣະເຈົ້າ ພວກ ຂ້າ ນ້ອຍ ໄດ້ຍິນ ຄໍາ ເວົ້າ ດ້ວຍ ຫູ ຂອງຕົນ ເອງ ປູ່ຍ່າຕາຍາຍ ຂອງ ພວກຂ້ານ້ອຍ ກໍໄດ້ ບອກ ເຖິງ ເລື່ອງ ນີ້ ີ້ ຄື ໃນ ຄາວ ຂອງ ພວກເພິ່ນ ນັ້ນ ພຣະອົງ ໄດ້ ເຮັດ ສິ່ງ ຍິ່ງ ໃຫຍ່ ຫລາຍ ເປັນ ເຫດການ ທີ່ ຜ່ານ ມາ ແຕ່ ດົນ ນານ ແລ້ວ:
\v 2 ພຣະອົງ ໄດ້ ຂັບ ໄລ່ ຊົນ ຊາດ ທີ່ ບໍ່ ນັບ ຖື ພຣະອົງ ອອກ ໄປ ແລະໃຫ້ ປະຊາຊົນ ຂອງພຣະອົງ ຢູ່ດິນແດນນັ້ນ ພຣະອົງ ໄດ້ ລົງ ໂທດ ຊົນ ຊາດ ອື່ນ ໆ ເຮັດ ໃຫ້ ຄົນ ຊາດ ຂອງ ພຣະອົງ ຮັ່ງ ມີ ຂຶ້ນ.
\s5
\v 3 ບໍ່ ແມ່ນ ດ້ວຍ ດາບ ທີ່ ຄົນ ຂອງ ພຣະອົງ ຕີ ໄດ້ ດິນແດນ ບໍ່ ແມ່ນ ດ້ວຍ ກາໍ ລັງ ຂອງ ພວກເພິ່ນ ທີ່ ໄດ້ ຕີ ຊະນະ ແຕ່ ແມ່ນ ຍ້ອນ ຣິດອໍານາດ ແລະ ກາໍ ລັງ ຂອງ ພຣະອົງ ຍ້ອນ ໝັ້ນໃຈ ວ່າ ພຣະອົງ ຊົງ ສະຖິດ ຢູ່ ນາໍ ເພາະ ພຣະອົງ ຮັກ ພວກເພິ່ນ.
\v 4 ພຣະອົງ ເປັນ ກະສັດ ແລະ ເປັນ ພຣະເຈົ້າ ຂອງ ຂ້ານ້ອຍ ຈຶ່ງ ໃຫ້ (ລ) ຄວາມມີໄຊ ແກ່ ປະຊາຊົນ ຂອງ ພຣະອົງ ດ້ວຍ
\s5
\v 5-6 ເຫລົ່າ ສັດ ຕູ ໄດ້ ພ່າຍແພ້ ດ້ວຍ ອໍານາດ ຂອງ ພຣະອົງ ຂ້ານ້ອຍ ບໍ່ ໄດ້ ໄວ້ວາງໃຈ ໃນ ໜ້າ ທະນູ ຫລື ດາບ
\s5
\v 7 ແຕ່ ພຣະອົງ ໄດ້ ຊ່ວຍ ພວກ ຂ້ານ້ອຍ ໃຫ້ ພົ້ນ ຈາກ ເຫລົ່າ ສັດ ຕູ ແລະ ໃຫ້ ຜູ້ ທີ່ ກຽດຊັງ ພວກ ຂ້ານ້ອຍ ໄດ້ ພ່າຍແພ້.
\v 8 ພວກ ຂ້ານ້ອຍ ຈະ ຍ້ອງຍໍ ສັນລະເສີນ ພຣະເຈົ້າ ຢູ່ ສະເໝີ ແລະ ຈະໂມທະນາ ຂອບພຣະຄຸນ ພຣະອົງ ຕະຫລອດໄປ ເປັນນິດ.
\s5
\v 9 ແຕ່ ບັດນີ້ ພຣະອົງ ປະປ່ອຍ ພວກ ຂ້ານ້ອຍ ແລະ ໃຫ້ ພວກ ຂ້ານ້ອຍ ພ່າຍແພ້ ພຣະອົງ ບໍ່ໄດ້ ຍ່າງ ອອກ ໜ້າ ສູ້ຮົບ ຕໍ່ໄປ ຮ່ວມ ກັບ ກອງທັບ ຂອງ ພວກ ຂ້ານ້ອຍ ອີກ.
\v 10 ພຣະອົງ ປ່ອຍ ໃຫ້ ສັດ ຕູ ແລ່ນ ໄລ່ ພວກ ຂ້ານ້ອຍ ແລະ ສິ່ງ ຂອງ ທີ່ ມີ ຢູ່ ກໍ ຖືກ ພວກເຂົາ ຢຶດ ເອົາ ໄປ ໝົດສິ້ນ.
\v 11 ພຣະອົງ ໄດ້ ປ່ອຍ ໃຫ້ ຖືກ ຂ້າ ເປັນ ໝູ່ ດັ່ງ ຝູງແກະ ແລະ ໃຫ້ ແຕກ ກະຈັດ ກະຈາຍ ໄປ ຢູ່ ຫລາຍ ປະເທດ.
\s5
\v 12 ພຣະອົງ ໄດ້ ຂາຍ ປະຊາຊົນ ຂອງ ພຣະອົງ ໃນ ລາຄາ ຖືກໆ ເໝືອນ ກັບ ວ່າ ພວກເຂົາ ມີ ຄ່າ (ວ) ພຽງແຕ່ ເລັກນ້ອຍ.
\v 13 ເມື່ອ ຊາດ ໃກ້ຄຽງ ໄດ້ ເຫັນ ສິ່ງ ທີ່ ພຣະອົງ ໄດ້ ເຮັດ ຕໍ່ ພວກ ຂ້ານ້ອຍ ກໍ ເຍາະເຍີ້ຍ ຫົວ ຂວັນ ໃສ່ ພວກ ຂ້ານ້ອຍ.
\v 14 ພຣະອົງ ໄດ້ ເຮັດ ໃຫ້ ພວກ ຂ້ານ້ອຍ ຖືກ ຢຽບຫຍາມ ຊົນ ຊາດ ທັງ ຫລາຍ ຈຶ່ງ ແກວ່ງຫົວ ຢ່າງ ດູໝິ່ນ.
\s5
\v 15 ສະນັ້ນ ຂ້ານ້ອຍ ຈຶ່ງ ຖືກ ໝິ່ນ ປະໝາດ ຢູ່ ເລື້ອຍ ມາ ຈຶ່ງ ເຕັມ ໄປ ແຕ່ ຄວາມ ອັບ ອາຍ ຂາຍໜ້າ
\v 16 ກໍ ຍ້ອນ ໄດ້ຍິນ ຄໍາເຍາະເຍີ້ຍ ຄໍາ ດູຖູກ ນິນ ທາ ຈາກ ສັດ ຕູ ແລະ ຄົນ ທີ່ ກຽດຊັງ ຂ້ານ້ອຍ ນັ້ນ.
\v 17 ທຸກສິ່ງ ໄດ້ ເກີດຂຶ້ນ ກັບ ພວກ ຂ້ານ້ອຍ ເຖິງ ວ່າ ພວກ ຂ້ານ້ອຍ ຍັງ ບໍ່ ໄດ້ ລືມ ໄລ ພຣະເຈົ້າ ຫລື ຍັງ ບໍ່ ໄດ້ ລະເມີດ ພັນທະສັນ ຍາ ໃດໆ ທີ່ ພຣະອົງ ໄດ້ ມີ ໄວ້ ກັບ ພວກ ຂ້າ ນ້ອຍ ນັ້ນ.
\s5
\v 18 ພວກ ຂ້ານ້ອຍ ບໍ່ ໄດ້ ຄິດ ຄົດ ທໍລະຍົດ ຕໍ່ ພຣະອົງ ແລະ ບໍ່ ໄດ້ ໜີ ຈາກ ທາງ ທີ່ ພຣະອົງ ໄດ້ ຂີດ ໄວ້.
\v 19 ແຕ່ ພຣະອົງ ໄດ້ ປະປ່ອຍ ພວກ ຂ້ານ້ອຍ ໄວ້ ທ່າມກາງ ສັດ ປ່າ ທັງ ຫລາຍ ປັດ ສະຈາກ ການ ຊ່ວຍຊູ ພຣະອົງ ໄດ້ ປະປ່ອຍ ພວກ ຂ້ານ້ອຍ ໄວ້ ໃນ ບ່ອນ ມືດ ໜາ.
\v 20 ຖ້າ ພວກ ຂ້ານ້ອຍ ໄດ້ ລືມ ພຣະນາມ ຂອງ ພຣະເຈົ້າ ຂອງ ພວກ ຂ້ານ້ອຍ ແລະ ໄດ້ ພາວັນ ນາ ອະທິຖານ ຫາ ພະ ຂອງ ຄົນຕ່າງຊາດ
\v 21 ພຣະອົງ ກໍ ຕ້ອງ ຄົ້ນ ພົບ ເລື່ອງ ນີ້ ຢ່າງ ແນ່ ນອນ ເພາະ ຄວາມຄິດ ອັນ ເລິກ ລັບ ພຣະອົງ ກໍ ຊົງ ຮູ້.
\v 22 ແຕ່ ເພາະ ເຫັນ ແກ່ ພຣະອົງ ພວກ ຂ້ານ້ອຍ ຈົ່ງ ຖືກ ຂ້າ ຕະຫລອດ ມາ ພວກເຂົາ ເຮັດ ຕໍ່ ພວກ ຂ້າ ນ້ອຍ ຄື ແກະ ທີ່ ຖືກ ນາໍ ໄປ ຂ້າ.
\s5
\v 23 ຂ້າແດ່ ພຣະເຈົ້າ ຢາເວ ຈົ່ງ ຕື່ນ ຂຶ້ນ ມາ ເຖີດ ດ້ວຍເຫດໃດ ພຣະອົງ ຈຶ່ງ ຫລັບ ຢູ່? ໂຜດ ມາ ຊ່ວຍກູ້ ເອົາ ພວກ ຂ້ານ້ອຍ ດ້ວຍ ຂໍ ພຣະອົງ ຊົງ ລຸກ ຂຶ້ນ ຢ່າ ປະຖິ້ມ ພວກ ຂ້ານ້ອຍ ຕະຫຼອດໄປ
\v 24 ເຫດໃດ ພຣະອົງ ຈຶ່ງ ລີ້ໜ້າ ຈາກ ພວກ ຂ້ານ້ອຍ ນໍ? ຂໍ ຢ່າ ລືມ ໄລ ພວກ ທີ່ ຖືກ ທົນ ທຸກ ແລະ ລໍາບາກ
\s5
\v 25 ພວກ ຂ້ານ້ອຍ ຖືກ ຢຽບ ລົງ ຈາໍ ພື້ນ ດິນ ນອນ ຢຽດ ຢູ່ ຂີ້ຝຸ່ນ ດິນ ຢ່າງ ພ່າຍແພ້.
\v 26 ໂຜດ ເຂົ້າ ມາ ຊ່ວຍຊູ ແດ່ ເພາະ ຄວາມຮັກ ອັນ ໝັ້ນ ຄົງ ຂອງ ພຣະອົງ ໂຜດ ມາ ຊ່ວຍ ກອບກູ້ ເອົາ ພວກ ຂ້ານ້ອຍ ແດ່ ທ້ອນ.
\s5
\c 45
\p
\v 1 ຂະນະທີ່ ປະພັນ ເພງ ນີ້ ສໍາລັບ ກະສັດ ຄໍາ ເວົ້າ ອັນມ່ວນ ຫູ ກໍ ລົ້ນ ຢູ່ໃນ ຈີດ ໃຈ ດ້ວຍ. ລີ້ນຂ້ານ້ອຍ ພ້ອມ ທີ່ ຈະ ກ່າວ ເປັນ ຄໍາ ກາບກອນ ດັ່ງ ປາກກາ ຂຽນ ຂອງ ນັກ ປະພັນ ຜູ້ດີເລີດ.
\v 2 ທ່ານ ເປັນ ຜູ້ ງາມເລີດ ຮູບຮ່າງ ໄດ້ ສັດ ສ່ວນ ດີ ໃນ ທ່າມກາງ ຜູ້ ຊາຍ ທັງຫລາຍ ນັ້ນ ທ່ານ ເປັນ ນັກ ເວົ້າ ທີ່ ມີ ໂວຫານ ດີ ເພາະ ພຣະເຈົ້າ ໄດ້ ອວຍພອນ ທ່ານ ມາ ຕະຫລອດ.
\s5
\v 3 ຈົ່ງ ຂັດ ດາບ ເຖີດ ກະສັດ ຜູ້ ເກັ່ງ ກ້າ ເອີຍ ທ່ານ ຜູ້ ມີ ຊື່ ລື ນາມ ແລະ ສະຫງ່າ ຜ່າເຜີຍ ດ້ວຍ.
\v 4 ໃນ ຄວາມ ຜ່າເຜີຍ ນັ້ນ ທ່ານ ຈົ່ງ ຂີ່ ມ້າ ອອກ ໄປ ຈົ່ງ ມຸ່ງໜ້າ ສູ່ ຄວາມມີໄຊ ເພື່ອ ປ້ອງກັນ ໄວ້ ຊຶ່ງ ຄວາມຈິງ ແລະ ຄວາມ ຍຸດຕິທາໍ (ອ) ກາໍ ລັງ ທີ່ ທ່ານ ມີ ຢູ່ ຈະ ໃຫ້ ທ່ານ ມີໄຊ ຍິ່ງ ໃຫຍ່
\s5
\v 5 ລູກທະນູ ແຫລມຄົມ ຂອງທ່ານ ທະລຸ ທີ່ຫົວ ໃຈ ສັດຕູ ບັນ ດາ ຊົນ ຊາດ ຕ່າງ ກໍ ລົ້ມ ລົງ ຢູ່ໃຕ້ ຕີນທ່ານ.
\v 6 ອານາຈັກ ທີ່ ພຣະເຈົ້າ ມອບ ໃຫ້ ທ່ານ (ຮ) ຈະ ຄົງ ຢູ່ ສືບໄປ ທ່ານ ຈະ ປົກ ຄອງ ດ້ວຍ ຄວາມ ຍຸດຕິທາໍ ອັນ ຍິ່ງ ໃຫຍ່.
\v 7 ທ່ານ ຮັກ ສິ່ງ ທີ່ ຖືກ ຕ້ອງ ແລະ ກຽດຊັງ ສິ່ງ ທີ່ ຊົ່ວ ຮ້າຍ. ສະນັ້ນ ພຣະເຈົ້າ ພຣະເຈົ້າ ຂອງທ່ານ ຈຶ່ງ ຫົດ ສົງ ທ່ານ ໄວ້ ໂດຍ ເທ ພຣະພອນ ໃຫ້ ທ່ານ ໄດ້ ຮັບ ຄວາມສຸກ ຫລາຍກວ່າ ຄົນ ອື່ນ ໃດ ທົ່ວ ໃຕ້ ຟ້າໂລກ ມະນຸດ.
\s5
\v 8 ກິ່ນ ຢາງໄມ້ ຫອມ ແລະ ກິ່ນ ອາໂລ ກໍ ຕິດ ເຄື່ອງນຸ່ງຖື ນັກດົນ ຕຼີ ກໍ ຂັບ ກ່ອມ ໃນ ວັງ ຕົບ ແຕ່ງ ດ້ວຍ ງາ ຊ້າງ.
\v 9 ໃນ ທ່າມກາງ ບັນ ດາ ສະຕຼີ ຜູ້ ທີ່ ປະຈາໍ ຢູ່ ໃນ ວັງ ກໍ ມີ ບັນ ດາ ລູກສາວ ຂອງ ກະສັດ ຢູ່ ນາໍ ດ້ວຍ ທີ່ ຂ້າງ ຂວາ ບັນ ລັງ ນັ້ນ ກໍ ມີ ຣາຊີນີ ຢືນ ຢູ່ ຜູ້ ທີ່ ຕົບ ແຕ່ງ ດ້ວຍ ເຄື່ອງເອ້ ເປັນ ຄໍາ ບໍຣິສຸດ.
\s5
\v 10 ຈົ່ງ ຟັງ ຂ້ອຍ ເຖີດ ເຈົ້າ ສາວ ຂອງ ກະສັດ ເອີຍ ຈົ່ງ ລືມໄລ ປະຊາຊົນ ແລະ ພີ່ ນ້ອງ ຂອງ ເຈົ້າ ສາ ເຖີດ.
\v 11 ຄວາມງາມຂອງເຈົ້າ ຈະເຮັດ ໃຫ້ ກະສັດ ປາຖະໜາ ຈົ່ງ ເຊື່ອ ຟັງ ເພິ່ນ ເພາະ ເພິ່ນ ເປັນ ນາຍ ຂອງເຈົ້າ.
\s5
\v 12 ຊາວ ເມືອງ ຕີເຣ ຈະ ຫາ ຂອງຂວັນ ແລະ ນາໍມາ ຄົນຮັ່ງ ມີ ກໍ ຊອກຫາ ທາງ ທີ່ ຈະ ເອົາ ໃຈ ເຈົ້າ.
\v 13 ຊ່າງ ງາມ ແທ້ ຮູບຮ່າງ ເຈົ້າ ຍິງ ທີ່ ຢູ່ ໃນ ວັງ ເສື້ອ ຄຸມ ຂອງ ນາງ ກໍ ຕົບ ແຕ່ງ ດ້ວຍ ເສັ້ນ ດ້າຍ ຄໍາ.
\s5
\v 14 ນາງ ໄດ້ ຖືກ ນາໍ ໄປ ຫາ ກະສັດ ໃນ ຊຸດ ຫຍິບແສ່ວ ເປັນ ເສື້ອຄຸມ ຫລາຍ ສີ ແລະ ຕິດ ຕາມ ໄປ ດ້ວຍ ພວກ ເພື່ອນ ເຈົ້າ ສາວ ແລະ ພວກ ນາງ ກໍ ຖືກ ນາໍ ເຂົ້າ ໄປ ເຝົ້າ ກະສັດ ເໝືອນກັນ.
\v 15 ພວກເຂົາ ຈຶ່ງ ມາ ຮອດ ແລະ ເຂົ້າ ໄປ ໃນ ວັງ ຂອງ ກະສັດ ຢ່າງ ຊົມຊື່ນ ຍິນ ດີ ແລະ ສຸກໃຈ ຍິ່ງ ໃຫຍ່.
\s5
\v 16 ກະສັດ ຂອງ ຂ້ານ້ອຍ ເອີຍ ທ່ານ ຈະ ມີ ລູກຊາຍ ຫລາຍ ຄົນ ເພື່ອ ຂຶ້ນ ເປັນ ກະສັດ ສືບ ປົກຄອງ ແທນ ທ່ານ. ບັນພະບຸລຸດ ຂອງທ່ານ ແລະ ທ່ານເອງ ຈະ ເຮັດ ໃຫ້ ພວກເຂົາ ໄດ້ ເປັນ ຜູ້ ປົກ ຄອງ ເໜືອ ທົ່ວ ທັງ ໂລກນີ້.
\v 17 ບົດເພງນີ້ ຈະ ເຮັດ ໃຫ້ ຊື່ ສຽງ ທ່ານ ຍືນ ຍົງ ຕໍ່ໄປ ທຸກຄົນ ຈະ ຍົກຍໍ ຊົມເຊີຍ ທ່ານ ເທົ່າ ກາລະນານ ພຸ້ນ.
\s5
\c 46
\p
\v 1 ພຣະເຈົ້າ ເປັນ ທີ່ ກາໍ ບັງ ແລະ ກາໍລັງ ຂອງ ພວກ ຂ້ານ້ອຍ ພຣະອົງ ພ້ອມ ຊ່ວຍຊູ ໃນ ຄາວ ພວກ ຂ້ານ້ອຍ ຍາກ ລໍາບາກ.
\v 2 ສະນັ້ນ ພວກ ຂ້ານ້ອຍ ຈຶ່ງ ບໍ່ ຢ້ານ ແມ່ນ ວ່າ ໂລກນີ້ ສະທ້ານ ຫວັ່ນ ໄຫວ ໜ່ວຍ ພູ ຖະຫລົ່ມ ໃສ່ ມະຫາສະໝຸດ ອັນ ເລິກ ກໍຕາມ
\v 3 ເຖິງ ແມ່ນ ວ່າ ນໍ້າ ທະເລ ສົ່ງ ສຽງ ບ້າຄັ່ງ ດັງ ຮ້າຍແຮງ ຈົນ ເນີນ ພູ ສັ່ນ ສະເທືອນ ຍ້ອນ ຄວາມ ຮຸນແຮງ ນັ້ນ.
\s5
\v 4 ມີ ແມ່ ນາໍ້ ສາຍ ໜຶ່ງ ທີ່ ນາໍ ເອົາ ຄວາມ ຊົມ ຊື່ນ ຍິນ ດີ ມາ ສູ່ ນະຄອນ ທີ່ ສັກສິດ ແຫ່ງ ອົງ ສູງສຸດ ນັ້ນ.
\v 5 ພຣະເຈົ້າ ຢູ່ ໃນ ນະຄອນ ນັ້ນ ແລະ ນະຄອນ ນັ້ນ ຈະ ບໍ່ ຖືກ ທາໍ ລາຍ ເລີຍ ແລະ ຈະ ມາ ຊ່ວຍ ເມືອງ ນີ້ ໄວ້ ໃນ ຕອນເຊົ້າ ມືດ.
\s5
\v 6 ບັນ ດາ ຊົນ ຊາດ ຕ່າງ ກໍ ຫວາດຫວັ່ນ ຕົກ ໃຈກົວ ແລະ ອານາຈັກ ທັງ ຫລາຍ ກໍ ສັ່ນ ສະເທືອນ ເມື່ອ ພຣະອົງ ສົ່ງ ສຽງ ຟ້າຮ້ອງ ດັງ ກ້ອງ ກັງ ວານ ແຜ່ນດິນ ໂລກ ເຮົາ ກໍ ຖະຫລົ່ມ ໄປ ໝົດສິ້ນ.
\v 7 ອົງ ພຣະ ຜູ້ ເປັນ ເຈົ້າ ອົງ ຊົງ ຣິດອໍານາດ ຍິ່ງ ໃຫຍ່ ຢູ່ ກັບ ພວກ ຂ້ານ້ອຍ ພຣະເຈາົ້ ຂອງ ຢາໂຄບ ເປັນ ປ້ອມ ປ້ອງກັນ ຂອງ ພວກ ຂ້ານ້ອຍ.
\s5
\v 8 ຈົ່ງ ມາ ເບິ່ງ ສິ່ງ ທີ່ ອົງ ພຣະ ຜູ້ ເປັນ ເຈົ້າ ໄດ້ ກະທໍາການ ສິ່ງ ອັດສະຈັນ ທີ່ ພຣະອົງ ໄດ້ ກະທາໍ ເທິງ ໂລກນີ້.
\v 9 ພຣະອົງ ເຮັດ ໃຫ້ ເສິກ ສົງ ຄາມ ໃນ ທົ່ວ ໂລກ ຢຸດຕິ ລົງ ຫັກ ຄັນ ທະນູ ທາໍ ລາຍ ຫອກ ແລະ ຈູດ ໂລ້.
\s5
\v 10 ພຣະອົງ ຊົງ ກ່າວ ວ່າ, “ຈົ່ງ ຢຸດ ສູ້ຮົບ ກັນ ຈົ່ງ ຮູ້ ເຖີດ ວ່າ ເຮົາ ຄື ພຣະເຈົ້າ ເຮົາ ເປັນ ອົງ ຍິ່ງ ໃຫຍ່ ເໜືອ ໂລກາ ຍິ່ງ ໃຫຍ່ ເໜືອ ບັນດາ ຊົນຊາດ. ”
\v 11 ອົງ ພຣະ ຜູ້ ເປັນ ເຈົ້າ ອົງ ຊົງ ຣິດອໍານາດ ຍິ່ງ ໃຫຍ່ ຢູ່ ກັບ ພວກ ຂ້ານ້ອຍ ພຣະເຈົ້າ ຂອງ ຢາໂຄບ ເປັນ ປ້ອມ ປ້ອງກັນ ຂອງ ພວກ ຂ້ານ້ອຍ.
\s5
\c 47
\p
\v 1 ຈົ່ງ ຕົບ ມື ຢ່າງ ຊົມ ຊື່ນ ຍິນ ດີເຖີດ ຄົນ ທຸກ ຊາດ ພາສາ ເອີຍ ຈົ່ງ ຮ້ອງ ສຽງ ດັງ ໆ ຖວາຍ ບົດ ເພງ ຍ້ອງຍໍ ສັນລະເສີນ ພຣະເຈົ້າ
\v 2 ອົງ ພຣະ ຜູ້ ເປັນ ເຈົ້າ ອົງ ສູງສຸດ ເປັນ ທີ່ ຢ້ານຢໍາ ຫລາຍ ເປັນ ກະສັດ ອົງ ຍິ່ງ ໃຫຍ່ ທີ່ ປົກ ຄອງ ທົ່ວ ທັງ ໂລກ.
\s5
\v 3 ພຣະອົງ ໃຫ້ ພວກເຮົາ ມີ ໄຊຊະນະ ເໜືອ ຄົນ ທັງ ຫລາຍ ແລະ ໃຫ້ ປົກ ຄອງ ເໜືອ ບັນ ດາ ປະຊາຊາດ.
\v 4 ພຣະອົງ ໄດ້ເລືອກ ດິນ ແດນ ໃຫ້ ພວກເຮົາ ອາໄສ ຢູ່ ຄື ໃຫ້ ເປັນ ກາໍມະສິດ ອັນ ພາກພູມ ໃຈ ຂອງ ປະຊາຊົນ ຜູ້ ທີ່ ພຣະອົງ ຊົງ ຮັກ.
\v 5 ພຣະເຈົ້າ ຂຶ້ນ ສູ່ ບັນ ລັງ ທ່າມກາງສຽງໂຮຮ້ອງຍິນ ດີ ສຽງ ແກ ດັງ ກ້ອງສະໜັ່ນ ຂະນະທີ່ ອົງພຣະ ຜູ້ ເປັນເຈົ້າ ຂຶ້ນ ໄປ ນັ້ນ.
\s5
\v 6 ຈົ່ງ ຮ້ອງເພງ ຖວາຍ ຍ້ອງຍໍ ສັນລະເສີນ ແກ່ ພຣະເຈົ້າ ຈົ່ງ ຖວາຍ ເພງ ຍ້ອງຍໍ ສັນລະເສີນແດ່ ອົງ ກະສັດ ຂອງ ພວກເຮົາ ເຖີດ
\v 7 ພຣະເຈົ້າ ເປັນ ເຈົ້າ ກະສັດ ທົ່ວ ທັງ ໂລກາ ຈົ່ງ ຍ້ອງຍ ສັນລະເສີນ ພຣະອົງ ດ້ວຍ ບົດ ເພງ ເຖີດ
\s5
\v 8 ພຣະເຈົ້າ ນັ່ງ ເທິງ ພຣະ ບັນ ລັງ ອັນ ສັກ ສິດ ພຣະເຈົ້າ ເປັນ ກະສັດ ເໜືອ ທຸກ ຊົນຊາດ.
\v 9 ພວກ ຜູ້ປົກຄອງ ບັນດາ ຊົນຊາດ ມາ ເຕົ້າໂຮມ ກັນ ຮ່ວມ ກັບ ປະຊາຊົນ (ຄ) ຂອງ ພຣະເຈົ້າ ຂອງ ອັບຣາຮາມ. ພຣະອົງ ຊົງ ຣິດອໍານາດ ເໜືອ ກອງທັບ ທັງ ປວງ ພຣະອົງ ປົກ ຄອງ ຢູ່ ເໜືອ ສັບ ພະທຸກສິ່ງ.
\s5
\c 48
\p
\v 1 ອົງພຣະ ຜູ້ ເປັນເຈົ້າ ຍິ່ງ ໃຫຍ່ ແລະ ເປັນ ທີ່ ສັນລະເສີນ ຢ່າງ ສູງສຸດ ໃນ ນະຄອນ ທີ່ ເທິງ ເນີນພູ ສັກສິດ ນັ້ນ. (ຈ)
\v 2 ຊີໂອນ ພູ ຂອງ ພຣະເຈົ້າ ສູງສົ່ງ ແລະ ງາມ ຫລາຍ ນະຄອນ ຂອງ ກະສັດ ຜູ້ ຍິ່ງ ໃຫຍ່ ທີ່ ນາໍ ເອົາ ຄວາມ ຊົມ ຊື່ນ ຍິນ ດີ ມາ ສູ່ ທົ່ວ ທັງ ໂລກ.
\v 3 ພຣະເຈົ້າ ຊີ້ ໃຫ້ ເຫັນ ວ່າ ພຣະອົງ ໃຫ້ ມີ ຄວາມ ປອດໄພ ກັບ ພຣະອົງ ທີ່ ປ້ອມ ປ້ອງກັນ ໃນ ນະຄອນ ນັ້ນ.
\s5
\v 4 ບັນດາ ກະສັດ ຕ່າງ ກໍ ໄດ້ ມາ ເຕົ້າໂຮມ ກັນ ຮ່ວມໃຈ ກັນ ໂຈມຕີ ພູເຂົາ ຊີໂອນ ແຫ່ງນີ້.
\v 5 ແຕ່ ເມື່ອ ເຫັນ ພູ ນີ້ ແລ້ວ ຕ່າງ ກໍ ງຶດ ງໍ້ ປະຫລາດ ໃຈ ຈຶ່ງ ຢ້ານກົວ ແລະ ແລ່ນ ປົບ ໜີໄປ ໝົດ ສິ້ນ.
\v 6 ໃນທີ່ ນັ້ນ ພວກເຂົາ ຕ່າງ ກໍ ຢ້ານ ໃຫຍ່ ທັງ ເຈັບ ປວດ ໜັກ ດັ່ງ ຍິງ ຄົນ ໜຶ່ງ ທີ່ ກາໍ ລັງ ຈະ ເກີດ ລູກ
\s5
\v 7 ເໝືອນ ດັ່ງ ກໍາປັ່ນ ທີ່ ຖືກ ຊັດ ໄປມາ ຂຶ້ນລົງ ເທິງ ນໍ້າ ທະເລ ໃນ ທ່າມກາງ ກະແສ ຟອງ ລົມພະຍຸ ອັນ ໂຫດຮ້າຍ.
\v 8 ພວກເຮົາ ໄດ້ຍິນ ເຖິງ ສິ່ງ ທີ່ ພຣະອົງ ກະທາໍ ການ ແລະ ບັດນີ້ ພວກເຮົາ ກໍ ໄດ້ ເຫັນ ສິ່ງ ເຫຼົ່ານັ້ນ ຢູ່ໃນ ນະຄອນ ຂອງ ອົງ ພຣະ ຜູ້ ເປັນ ເຈົ້າ ອົງ ຊົງ ຣິດອໍານາດ ຍິ່ງ ໃຫຍ່ ແລ້ວ ຄື ພຣະເຈົ້າ ຂອງ ພວກເຮົາ ໄດ້ ກະທາໍ ການ ແລະ ພຣະເຈົ້າ ຈະ ຮັກ ສາ ເມືອງ ນີ້ ໃຫ້ ປອດໄພ ຕະຫລອດ ໄປ ເປັນນິດ.
\s5
\v 9 ຂ້າແດ່ ພຣະເຈົ້າ ຢູ່ ຂ້າງ ໃນ ພຣະວິຫານ ນັ້ນ ພວກ ຂ້ານ້ອຍ ຄິດ ເຖິງ ແຕ່ ຄວາມຮັກ ອັນ ໝັ້ນ ຄົງ ຂອງ ພຣະອົງ.
\v 10 ພຣະນາມ ຂອງ ພຣະອົງ ດັງ ທົ່ວ ໂລກ ຍ້ອນ ຄົນ ທຸກໆ ບ່ອນ ຍ້ອງຍໍ ສັນລະເສີນ ພຣະເຈົ້າ ພຣະອົງ ປົກ ຄອງ ດ້ວຍ ຄວາມ ຍຸດຕິທາໍ ຍິ່ງ
\s5
\v 11 ຂໍ ໃຫ້ ປະຊາຊົນ ຊາວ ຊີໂອນ ຈົ່ງ ຊົມ ຊື່ນ ຍິນດີ ເພາະ ພຣະອົງ ຕັດ ສິນ ຢ່າງ ຖືກ ຕ້ອງ ຂໍ ໃຫ້ ເມືອງ ຕ່າງໆ ຂອງ ຊາວ ຢູດາ ຈົ່ງ ຊົມຊື່ນ ຍິນ ດີ ເຖີດ
\s5
\v 12 ປະຊາຊົນ ຂອງ ພຣະເຈົ້າ ຈົ່ງ ຍ່າງ ອ້ອມ ພູເຂົາ ຊີໂອນ ແລະ ພວກເຈົ້າ ຈົ່ງ ນັບ ຫໍຄອຍ ທັງ ຫລາຍ ເບິ່ງ
\v 13 ຈົ່ງ ສັງ ເກດ ເບິ່ງ ກາໍ ແພງ ເມືອງ ແລະ ກວດກາ ເບິ່ງ ປ້ອມ ປ້ອງກັນ ເມືອງ ເພື່ອ ພວກເຈົ້າ ຈະ ບອກ ຄົນ ລຸ້ນຫລັງ ຕໍ່ໆໄປ ໄດ້ ວ່າ,
\s5
\v 14 “ພຣະເຈົ້າ ອົງ ນີ້ ເປັນ ພຣະເຈົ້າ ຂອງ ພວກເຮົາ ສືບໄປ ພຣະອົງ ຈະ ນໍາພາ ພວກເຮົາ ຕະຫລອດໄປ ເປັນນິດ.”
\s5
\c 49
\p
\v 1 ຈົ່ງ ຟັງ ເຖີດ ປະຊາຊົນ ທຸກ ຖ້ວນ ໜ້າ ເອີຍ ຄົນ ທົ່ວ ທັງ ໂລກ ເອີຍ ຈົ່ງ ຮັບ ຟັງ ເລື່ອງນີ້
\v 2 ທັງ ຜູ້ໃຫຍ່ ແລະ ຜູ້ນ້ອຍ ກໍ ເໝືອນກັນ ທັງ ຄົນ ຮັ່ງ ມີ ແລະ ຄົນ ຍາກຈົນ ດ້ວຍ.
\s5
\v 3 ແນວຄິດ ຂອງ ຂ້ານ້ອຍ ນັ້ນ ຈະ ປອດໂປ່ງ ດີ ຂ້ານ້ອຍ ມີ ຖ້ອຍຄໍາ ແຫ່ງ ປັນ ຍາ ທີ່ ຈະ ກ່າວ.
\v 4 ຂ້ານ້ອຍ ຈະ ໃຫ້ ຄວາມ ສົນ ໃຈ ແກ່ ຄໍາ ສຸພາສິດ ແລະ ອະທິບາຍ ຄວາມໝາຍ ທັງ ດີດ ກິດ ຕາ (ຊ) ພ້ອມ.
\v 5 ຂ້ານ້ອຍ ບໍ່ ຢ້ານ ໃນ ຄາວ ອັນຕະລາຍ ເມື່ອ ຖືກ ສັດ ຕູ ອ້ອມລ້ອມ ຂ້ານ້ອຍ ໄວ້
\s5
\v 6 ເມື່ອ ຖືກ ຄົນ ຊົ່ວ ຮ້າຍ ຜູ້ ທີ່ ວາງໃຈ ໃນ ຄວາມຮັ່ງ ມີ ອວດດີ ໃນ ຊັບ ສິນ ອັນ ໃຫຍ່ ໂຕ ຂອງ ເຂົາ ເຈົ້າ.
\v 7 ຄົນ ຜູ້ໜຶ່ງ ໄຖ່ ເອົາ ຊີວິດ ຂອງ ຕົນ ເອງ ບໍ່ ໄດ້ ເລີຍ ຈ່າຍ ຄ່າ ຊີວິດ ໃຫ້ ພຣະເຈົ້າ ບໍ່ ໄດ້ ຈັກ ເທື່ອ
\v 8 ເພາະ ຊີວິດ ມະນຸດ ນັ້ນ ມີຄ່າ ສູງ ຫລາຍ ສິ່ງ ທີ່ ລາວ ມີ ກໍ ໄຖ່ ເອົາ ຊີວິດ ບໍ່ ພໍ ຈັກ ເທື່ອ
\s5
\v 9 ເພື່ອ ຮັກ ສາ ລາວ ໃຫ້ ພົ້ນ ຈາກ ຂຸມຝັງ ສົບ ແລະ ໃຫ້ ມີຊີວິດ ຢູ່ ສືບ ໄປ ເປັນ ນິດ.
\v 10 ໃຜໆ ກໍ ເຫັນ ໄດ້ ວ່າ ມະນຸດ ທຸກຄົນ ຕ້ອ້ຕາຍ ທັງ ຄົນ ໂງ່ຈ້າ ເບົາ ປັນຍາ ແລະ ນັກ ປາດ ດ້ວຍ. ພວກເຂົາ ໄດ້ ປະ ຄວາມ ຄູນຮັ່ງ ຄູນມີ ໄວ້ ໃຫ້ ຜູ້ໃດ ກໍ ໃຫ້ ລູກຫລານ ຂອງ ເຂົາ ເຈົ້າ.
\s5
\v 11 ຂຸມຝັງ ສົບ (ຍ) ເປັນ ບ້ານ ເຮືອນ ຂອງ ເຂົາ ຕະຫຼອດໄປ ແມ່ນ ວ່າ ຄັ້ງ ໜຶ່ງ ພວກເຂົາ ມີ ທີ່ ດິນ ເປັນ ຂອງ ຕົນເອງ ກໍຕາມ.
\s5
\v 12 ຄວາມ ຍິ່ງ ໃຫຍ່ ຂອງ ມະນຸດ ນັ້ນ ບໍ່ ອາດ ຊ່ວຍ ຕົນ ໃຫ້ ພົ້ນ ຕາຍ ລາວ ຈະ ຕ້ອງ ຕາຍໄປ ດັ່ງ ໂຕ ສັດ ຕ່າງໆ.
\v 13 ເບິ່ງດູ ມີ ຫຍັງ ເກີດຂຶ້ນ ນາໍ ຜູ້ ທີ່ ວາງໃຈ ໃນ ຕົນ ເອງ ຄື ຊາຕາກາໍ ຂອງ ຜູ້ ທີ່ (ດ) ພໍໃຈ ໃນ ຄວາມຮັ່ງ ມີ ນັ້ນ.
\s5
\v 14 ພວກເຂົາ ຖືກ ກາໍ ນົດ ໃຫ້ ຕາຍ ດັ່ງ ໂຕ ແກະ ແລະ ຄວາມຕາຍ ກໍ ຈະ ເປັນ ຜູ້ ລ້ຽງ ເຂົາເຈົ້າ. ຄົນຊອບທາໍ ຈະ ມີໄຊ ຂະນະທີ່ ຮ່າງກາຍ ເປື່ອຍເນົ່າ ໃນ ແດນ ມໍຣະນາ ທີ່ ໄກ ຈາກ ເຮືອນ ເຂົາເຈົ້າ. (ຕ)
\v 15 ແຕ່ ພຣະເຈົ້າ ຈະ ກອບກູ້ ເອົາ ຂ້ານ້ອຍ ແລະ ຈະ ຊ່ວຍຊູ ຂ້ານ້ອຍ ໃຫ້ ພົ້ນ ຈາກ ຣິດອໍານາດ ຂອງ ຄວາມຕາຍ ໄດ້.
\s5
\v 16 ຢ່າ ສູ່ ເຄືອງໃຈ ເມື່ອ ເຫັນ ຄົນ ໜຶ່ງ ຮັ່ງ ມີ ແມ່ນແຕ່ ເມື່ອ ເຫັນ ຊັບ ສິນ ຂອງ ລາວ ທະວີ ຂຶ້ນ
\v 17 ລາວ ເອົາ ຊັບ ສິນ ໄປ ນາໍ ບໍ່ ໄດ້ ເມື່ອ ຕາຍໄປ ມັນ ຈະ ບໍ່ ໄປ ກັບ ລາວ ໃນ ຂຸມຝັງ ສົບ ດອກ.
\s5
\v 18 ຖ້າແມ່ນ ວ່າ ຊາຍ ຄົນ ໜຶ່ງ ພໍໃຈ ໃນ ຊີວິດ ຂອງຕົນ ແລະ ໄດ້ ຮັບ ຄໍາ ຍ້ອງຍໍ ຊົມ ເຊີຍ ເພາະ ຜົນ ສໍາເລັດ ຂອງ ລາວ ນັ້ນ
\v 19 ລາວ ກໍ ຈະ ໄປ ຢູ່ ຮ່ວມ ກັບ ປູ່ຍ່າຕາຍາຍ ທີ່ ຕາຍໄປ ສູ່ ບ່ອນ ມືດ ມິດ ອັນ ຕະຫລອດ ສືບ ໆໄປ ພຸ້ນ.
\v 20 ຄວາມ ຍິ່ງ ໃຫຍ່ ນັ້ນ ບໍ່ ອາດ ຊ່ວຍ ຕົນ ໃຫ້ ພົ້ນ ຕາຍ ລາວ ຍັງ ຈະ ຕ້ອງ ຕາຍໄປ ດັ່ງ ໂຕ ສັດ ທັງ ຫຼາຍ.
\s5
\c 50
\p
\v 1 ພຣະເຈົ້າ ອົງ ຊົງ ຣິດອໍານາດ ຍິ່ງ ໃຫຍ່ ອົງພຣະ ຜູ້ ເປັນເຈົ້າ ກ່າວ ຈາ ພຣະອົງ ເອີ້ນ ເອົາ ຄົນ ທົ່ວ ທັງ ໂລກາ ຈາກ ທິດຕາເວັນ ອອກ ເຖິງ ທິດຕາເວັນ ຕົກ.
\v 2 ພຣະເຈົ້າ ສົ່ງ ແສງແຈ້ງ ມາ ຈາກ ພູເຂົາ ຊີໂອນ ຄື ພຣະ ນະຄອນ ທີ່ ມີ ຄວາມ ງົດ ງາມ ອັນ ຄົບ ຖ້ວນ ແລະ ສົມບູນແບບ.
\s5
\v 3 ພຣະເຈົ້າ ຂອງ ພວກເຮົາ ກາໍ ລັງ ມາ ຢ່າງ ໂດ່ງດັງ ພຣະອົງ ມີ ໄຟ ລຸກ ຢູ່ ແລະ ມີ ລົມ ພະຍຸ ອັນ ຮ້າຍແຮງ ພັດ ອ້ອມ ພຣະອົງ ໄວ້.
\v 4 ພຣະອົງ ຊົງ ຮຽກເອີ້ນ ສະຫວັນ ແລະ ແຜ່ນດິນ ໂລກ ມາ ໃຫ້ ເປັນ ພະຍານ ເພື່ອ ຕັດ ສິນ ປະຊາຊົນ ຂອງ ພຣະອົງ.
\v 5 ພຣະອົງ ຊົງກ່າວ ວ່າ, “ຈົ່ງ ທ້ອນໂຮມ ເອົາ ພວກ ຄົນ ສັດ ຊີ່ ຕໍ່ ເຮົາ ແລະ ນາໍ ພວກເຂົາ ໃຫ້ ມາ ຫາ ເຮົາ ພີ້ ຄື ຜູ້ທີ່ ໄດ້ ຕົກ ລົງ ເຮັດ ພັນ ທະສັນ ຍາ ກັບ ເຮົາ ໂດຍ ການຖວາຍ ເຄື່ອງ ບູຊາ ນັ້ນ.”
\s5
\v 6 ສະຫວັນ ຊັ້ນ ຟ້າ ປະກາດ ວ່າ ພຣະເຈົ້າ ຊົງ ຊອບທໍາ ແລະ ຜູ້ ຕັດ ສິນ ຄວາມ ແມ່ນ ພຣະອົງ ເອງ ຄື ພຣະເຈົ້າ.
\s5
\v 7 “ຈົ່ງ ຟັງ ເຮົາ ຈະ ກ່າວ ປະຊາຊົນ ຂອງເຮົາ ເອີຍ ເຮົາ ຈະ ເປັນ ພະຍານ ຕໍ່ສູ້ ພວກເຈົ້າ ຊາດອິດສະຣາເອນ ເອີຍ ເພາະວ່າ ເຮົາ ນັ້ນ ເປັນ ພຣະເຈົ້າ ຄື ພຣະເຈົ້າ ຂອງ ພວກເຈົ້າ.
\v 8 ເຮົາ ບໍ່ ໄດ້ ຕິຕຽນ ພວກເຈົ້າ ຍ້ອນ ເຄື່ອງ ບູຊາ ຂອງ ພວກເຈົ້າ ຫຼື ເຄື່ອງ ເຜົາ ບູຊາ ທີ່ ນາໍ ມາ ໃຫ້ ເຮົາ ເລື້ອຍໆ ນັ້ນ.
\s5
\v 9 ງົວເຖິກ ໃນ ຄອກ ພວກເຈົ້າ ນັ້ນ ເຮົາ ບໍ່ ຕ້ອງການ ຫລື ແບ້ ໃນ ຝູງສັດ ເຮົາ ກໍ ບໍ່ ຕ້ອງການ ດ້ວຍ
\v 10 ເພາະ ສັດ ທັງໝົດ ນັ້ນ ທີ່ ຢູ່ ໃນ ປ່າດົງ ພົງ ໄພ ຝູງງົວ ເທິງ ເນີນ ພູ ພັນ ໜ່ວຍ ກໍ ເປັນ ຂອງເຮົາ ທັງ ນັ້ນ.
\v 11 ຝູງນົກ ຢູ່ ຕາມ ປ່າ ຕ່າງໆ ກໍ ເປັນ ຂອງເຮົາ ທັງ ທຸກໆສິ່ງ ທີ່ ມີ ຊີວິດ ຢູ່ ຕາມ ທົ່ງ ນາ ດ້ວຍ.
\s5
\v 12 ຖ້າ ເຮົາ ຫິວເຂົ້າ ກໍ ຈະ ບໍ່ ຂໍ ເຂົ້າ ຈາກ ເຈົ້າ ກິນ ເພາະ ໂລກ ກັບ ທຸກໆສິ່ງ ກໍ ເປັນ ຂອງເຮົາ ທັງ ສິ້ນ.
\v 13 ເຮົາ ກິນ ຊີ້ນ ຂອງ ງົວເຖິກ ຊັ້ນບໍ? ຫືລ ດື່ມ ເລືອດ ຂອງ ແບ້ເຖິກ ຫລືນີ້?
\s5
\v 14 ຈົ່ງ ຖວາຍ ໂມທະນາ ຂອບພຣະຄຸນ ເປັນ ເຄື່ອງ ບູຊາ ແກ່ ພຣະເຈົ້າ (ທ) ຖວາຍ ແກ່ ຜູ້ ຊົງ ຣິດ ອໍານາດ ຍິ່ງ ໃຫຍ່ ຕາມ ທີ່ ເຈົ້າ ສາບານ ໄວ້.
\v 15 ເມື່ອ ເຈົ້າ ຖືກ ເດືອດຮ້ອນ ຈົ່ງ ຮ້ອງຫາເຮົາ ເຮົາຈະຊ່ວຍ ເຈົ້າ ໃຫ້ ພົ້ນ ແລະ ເຈົ້າ ກໍ ຈະ ຍ້ອງຍໍ ສັນລະເສີນເຮົາ.”
\s5
\v 16 ແຕ່ ພຣະເຈົ້າ ກ່າວ ຕໍ່ ຄົນ ຊົ່ວ ຮ້າຍ ທັງ ຫລາຍ ວ່າ, “ເປັນຫຍັງ ເຈົ້າ ຈຶ່ງ ທ່ອງຈໍາ ຂໍ້ຄໍາສັ່ງ ຂອງເຮົາ? ແລະ ເປັນ ຫຍັງ ເຈົ້າ ຈຶ່ງ ກ່າວ ເຖິງ ເລື່ອງ ພັນ ທະສັນ ຍາ ຂອງເຮົາ ນັ້ນ?
\v 17 ເຈົ້າ ປະຕິເສດ ເຮົາ ກ່າວ ຕໍາໜິ ຕິຕຽນ ແລະ ບໍ່ ຍອມຮັບ ຂໍ້ຄໍາສັ່ງ ຂອງເຮົາ ດ້ວຍ.
\s5
\v 18 ເຈົ້າ ເປັນ ໝູ່ ກັບ ຄົນ ຂີ້ລັກ ທຸກຄົນ ທີ່ ພົບ ເຫັນ ແລະ ຄົບ ຫາ ສະມາຄົມ ກັບ ທຸກຄົນ ທີ່ຫລິ້ນ ຊູ້
\v 19 ເຈົ້າ ພ້ອມ ທີ່ ຈະ ເວົ້າ ແຕ່ ຄວາມ ຊົ່ວ ຮ້າຍ ຢູ່ ສະເໝີ ເຈົ້າ ບໍ່ ເຄີຍ ຫ້າມ ລີ້ນ ຂອງ ເຈົ້າ ບໍ່ ໃຫ້ ກ່າວ ຄໍາຕົວະ.
\v 20 ເຈົ້າ ພ້ອມ ທີ່ ຈະ ຫາ ເລື່ອງ ໃສ່ ພີ່ ນ້ອງ ຂອງຕົນ ແລະ ເລັ່ງ ຊອກ ຈັບ ຜິດ ເຂົາເຈົ້າ.
\s5
\v 21 ເຈົ້າ ໄດ້ ເຮັດ ທຸກສິ່ງ ນີ້ ແຕ່ ເຮົາ ບໍ່ ໄດ້ ເວົ້າ ຫຍັງ ສະນັ້ນ ເຈົ້າ ຈຶ່ງ ຄິດ ວ່າ ເຮົາ ກໍ ຄືກັນ ກັບ ເຈົ້າ ແຕ່ ບັດນີ້ ເຮົາ ຂໍ ກ່າວ ຕໍາໜິ ຕິ ຕຽນ ແລະ ເຮັດ ໃຫ້ ເລື່ອງ ຈະແຈ້ງ ຕໍ່ໜ້າ ເຈົ້າ.
\v 22 ຈົ່ງ ພິຈາລະນາ ເຖິງ ເລື່ອງນີ້ ໃຫ້ ດີ ຜູ້ທີ່ ມັກລືມ ພຣະເຈົ້າ ເອີຍ ຖ້າບໍ່ດັ່ງ ນັ້ນ ແລ້ວເຮົາ ຈະ ທາໍ ລາຍ ພວກເຈົ້າ ໃຫ້ ແຕກ ເປັນ ປ່ຽງໆ ແລະ ຈະ ບໍ່ ມີ ຜູ້ໃດ ຊ່ວຍ ເຈົ້າ ໃຫ້ ພົ້ນ ໄດ້.
\s5
\v 23 ການຖວາຍ ໂມທະນາ ຂອບພຣະຄຸນ ເປັນ ການຖວາຍ ທີ່ ໃຫ້ກຽດ ແກ່ ເຮົາ ແລະ ທຸກຄົນ ທີ່ ເຊື່ອ ຟັງ ພຣະເຈົ້າ ກໍ ຈະ ໄດ້ ພົ້ນ.”
\s5
\c 51
\p
\v 1 ຂ້າ ແດ່ ພຣະເຈົ້າ ໂຜດ ເມດຕາ ດ້ວຍ ເພາະ ຄວາມຮັກ ອັນ ໝັ້ນຄົງ ຂອງ ພຣະອົງ ນັ້ນ. ເພາະ ຄວາມ ເມດຕາ ອັນ ໃຫຍ່ ຍິ່ງ ຂອງ ພຣະອົງ ໂຜດ ປັດ ການບາບ ຂອງ ຂ້າ ນ້ອຍ ຖິ້ມ ດ້ວຍ
\v 2 ໂຜດ ຊໍາລະ ລ້າງ ຄວາມຊົ່ວ ຂອງ ຂ້ານ້ອຍ ໃຫ້ ສິ້ນໄປ ແລະ ໃຫ້ ສະອາດ ໝົດ ຈາກ ການບາບ ດ້ວຍ
\s5
\v 3 ຂ້ານ້ອຍ ຍອມ ຮັບ ຮູ້ ຄວາມຜິດ ຂອງ ຂ້ານ້ອຍ ຢູ່ ສະເໝີ ແລະ ສໍານກຶ ເຖິງ ການບາບ ຂອງ ຂ້ານ້ອຍ ນັ້ນ.
\v 4 ຂ້ານ້ອຍ ໄດ້ເຮັດ ບາບ ຕໍ່ສູ້ ພຣະອົງ ແຕ່ ຜູ້ດຽວ ຄື ເຮັດ ໃນ ສິ່ງ ທີ່ ພຣະອົງ ຖື ວ່າ ເປັນ ການ ຊົ່ວ ຮ້າຍ. ການ ທີ່ ພຣະອົງ ຕັດສິນ ຂ້ານ້ອຍ ນັ້ນ ກໍ ຖືກ ຕ້ອງ ແລ້ວ. ພຣະອົງ ຊົງ ຍຸດຕິທາໍ ເມື່ອ ລົງ ໂທດຂ້ານ້ອຍນັ້ນ.
\s5
\v 5 ຂ້ານ້ອຍ ຊົ່ວຊ້າ ຕັ້ງແຕ່ ມື້ ທີ່ ໄດ້ ເກີດ ມາ, ແຕ່ ຢູ່ໃນ ທ້ອງ ແມ່ ກໍ ມີ ບາບ ຢູ່ ແລ້ວ.
\v 6 ຄວາມຈິງ ກັບ ຄວາມສັດ ຊື່ ຄື ສິ່ງ ທີ່ ພຣະອົງ ຕ້ອງການ ຂໍ ໃຫ້ ແນວ ຄິດ ຈິດໃຈ ຂອງ ຂ້ານ້ອຍ ເຕັມ ດ້ວຍ ພຣະ ປັນ ຍາ ເຖີດ.
\s5
\v 7 ຂໍ ຊົງ ໂຜດ ຊໍາລະ ບາບ ຂອງ ຂ້ານ້ອຍ ແດ່ ແລະ ຂ້ານ້ອຍ ກໍ ຈະ ສະອາດ ງາມ ດີ ໂຜດ ຊໍາລະ ການບາບ ຂອງ ຂ້ານ້ອຍ ທັງ ໝົດ ແລະ ຂ້ານ້ອຍ ກໍ ຈະ ຂາວ ກວ່າ ຫິມະ.
\v 8 ຂໍ ຊົງ ໂຜດ ໃຫ້ ຂ້ານ້ອຍ ໄດ້ຍິນ ສຽງ ອັນ ຊົມ ຊື່ນ ເບີກບານ ໃຈ ຂໍ ໃຫ້ ກະດູກ ທີ່ ພຣະອົງ ໄດ້ ຊົງ ເຮັດ ໃຫ້ ໝຸ່ນ ແຕກ ສະຫລາຍ ໄປ ນັ້ນ ຍິນ ດີ ຂ້ານ້ອຍ ນັ້ນ ກໍ ຈະ ມີ ຄວາມສຸກ ອີກ ຄັ້ງ ໜຶ່ງ.
\v 9 ຂໍ ຊົງ ໂຜດ ອັດ ໜ້າ ແລະ ຢ່າ ເບິ່ງ ການບາບ ຂອງ ຂ້ານ້ອຍ ໂຜດ ລຶບ ການຊົ່ວ ຂອງ ຂ້ານ້ອຍ ໃຫ້ ໝົດ ໄປ ເຖີດ.
\s5
\v 10 ຂ້າແດ່ ພຣະເຈົ້າ ຂໍ ຊົງ ໂຜດ ສ້າງ ຈິດ ໃຈ ຂ້ານ້ອຍ ໃຫ້ ບໍຣິສຸດ ສວມຈິດວິນຍານ ໃໝ່ ທັງ ສັດ ຊື່ ໃສ່ ໃນ ຂ້ານ້ອຍ ດ້ວຍ.
\v 11 ຂໍ ຢ່າ ໄດ້ ຂັບ ໄລ່ ໃຫ້ ໜີ ໄປ ຈາກ ບ່ອນ ທີ່ ພຣະອົງ ສະຖິດ ແລະ ຢ່າ ຖອນ ພຣະວິນຍານ ບໍຣິສຸດ ຂອງ ພຣະອົງ ໄປ ຈາກ ຂ້ານ້ອຍ.
\s5
\v 12 ຂໍ ຊົງ ໂຜດ ໃຫ້ ມີ ຄວາມ ຊົມ ຊື່ນ ກັບ ຄວາມພົ້ນ ຂອງ ພຣະອົງ ແລະ ໂຜດ ເຮັດ ໃຫ້ ມີ ໃຈ ປະສົງ ເຊື່ອ ຟັງ ພຣະອົງ ດ້ວຍ.
\v 13 ແລ້ວ ຂ້ານ້ອຍ ກໍ ຈະ ສົ່ງ ສອນ ຄົນບາບ ໃຫ້ ຮູ້ຈັກ ຂໍ້ຄໍາສັ່ງ ແລະ ພວກເຂົາ ຈະ ກັບ ຄືນ ມາ ຫາ ພຣະອົງ.
\s5
\v 14 ຂ້າແດ່ ພຣະເຈົ້າ ຂໍ ຊົງ ໂຜດ ໄວ້ ຊີວິດ ແລະ ຊ່ວຍ ໃຫ້ ພົ້ນ ໄພ (ບ) ແລະ ຂ້ານ້ອຍ ກໍ ຈະ ຊື່ນ ໃຈ ເຖິງ ຄວາມ ຊອບທາໍ ນັ້ນ.
\v 15 ຂ້າແດ່ ພຣະເຈົ້າ ຢາເວ ຂໍ ຊົງ ໂຜດ ຊ່ວຍ ໄຂ ສົບປາກ ຂ້ານ້ອຍ ແລະ ຊ່ວຍ ເວົ້າ ແດ່ ເພື່ອ ຈະ ໄດ້ ຍ້ອງຍໍ ສັນລະເສີນ ພຣະອົງ.
\v 16 ເພາະ ພຣະອົງ ບໍ່ ໄດ້ ຍິນ ດີ ໃນ ເຄື່ອງ ຖວາຍບູຊາ ແລະ ເຄື່ອງ ເຜົາ ບູຊາ ທັງ ຫຼາຍ ທີ່ ຂ້ານ້ອຍ ຈະ ຖວາຍ ພຣະອົງ ກໍ ບໍ່ ພໍ ໃຈ ນາໍ ດ້ວຍ.
\s5
\v 17 ຂ້າແດ່ ພຣະເຈົ້າ ເຄື່ອງບູຊາ ທີ່ ພຣະເຈົ້າ ພໍພຣະໄທ ນັ້ນ ແມ່ນ ຈິດວິນຍານ ທີ່ ຖ່ອມຕົວ ລົງ ພຣະເຈົ້າ ບໍ່ ໄດ້ ຊົງ ລັງ ກຽດ ຈິດໃຈ ທີ່ ຖ່ອມຕົວ ລົງ ແລະ ການ ກັບໃຈ ໃໝ່ ແທ້ ຂອງ ຂ້ານ້ອຍ.
\v 18 ຂໍ ຊົງ ໂຜດ ເມດຕາ ແລະ ຊ່ວຍຊູ ພູເຂົາ ຊີໂອນ ໂຜດ ສ້າງ ກໍາແພງ ນະຄອນ ເຢຣູຊາເລັມ ຂຶ້ນ ໃໝ່ ດ້ວຍ.
\v 19 ແລ້ວ ພຣະອົງ ກໍ ຈະ ເພິ່ງ ພໍໃຈ ໃນ ເຄື່ອງບູຊາ ທີ່ ເໝາະສົມ ແລະ ເຄື່ອງ ເຜົາ ບູຊາ ທີ່ ພວກ ຂ້ານ້ອຍ ນາໍ ມາ ນັ້ນ ງົວ ເຖິກ ຫລາຍໂຕ ຈະ ຖືກ ຂ້າ ແລະ ຖວາຍ ທີ່ ເທິງ ແທ່ນບູຊາ ຂອງ ພຣະອົງ.
\s5
\c 52
\p
\v 1 ເປັນ ຫຍັງ ຈຶ່ງ ອວດອ້າງ ຄວາມຊົ່ວ ຂອງເຈົ້າ ມະນຸດ ຜູ້ ແຂງແຮງ ເອີຍ? ຄວາມສັດ ຊື່ ຂອງ ພຣະອົງ ດໍາລົງ ສືບໄປ ເປັນນິດ.
\v 2 ເຈົ້າ ວາງແຜນ ຊົ່ວ ຫລາຍຢ່າງ ເພື່ອ ນາໍ ໄປ ປອງຮ້າຍ ຄົນ ອື່ນ ລີ້ນ ຂອງເຈົ້າ ນັ້ນ ຄົມ ດັ່ງ ມີດ ແຖ ເຈົ້າ ຜູ້ ປະດິດ ຄິດ ສ້າງ ແຕ່ ການຕົວະ.
\s5
\v 3 ເຈົ້າ ຮັກຄວາມ ຊົ່ວ ຮ້າຍ ຫລາຍກວ່າ ຄວາມດີ ຮັກຄວາມ ຈອມປອມ ຫລາຍກວ່າ ຄວາມສັດ ຊື່.
\s5
\v 4 ເຈົ້າ ມັກ ທາໍ ຮ້າຍ ມະນຸດ ດ້ວຍ ວາຈາ ເຈົ້າ ເປັນ ຄົນ ມັກ ຕົວະ
\v 5 ສະນັ້ນ ພຣະເຈົ້າ ຈຶ່ງ ຈະ ທໍາລາຍ ເຈົ້າ ຕະຫລອດໄປ ແລະ ຈະ ຖອນ ໃຫ້ ໜີ ໄກ ຈາກ ເຮືອນ ຂອງເຈົ້າ ພຣະອົງ ຈະ ເຄື່ອນຍ້າຍ ໃຫ້ ເຈົ້າ ໄປ ຢູ່ ໄກ ຈາກ ບ່ອນ ທີ່ ຢູ່ ອາໄສ.
\s5
\v 6 ເມື່ອ ຄົນ ຊອບທາໍ ເຫັນ ການນີ້ ກໍຈະ ຢ້ານຢໍາ ແລ້ວ ພວກເຂົາ ກໍ ຈະ ຫົວ ຫຍໍ້ຫຍັນ ໃສ່ ເຈົ້າ ວ່າ,
\v 7 “ເບິ່ງ ແມ! ນີ້ ແມ່ນ ຄົນ ທີ່ ບໍ່ ເພິ່ງ ຄວາມ ປອດໄພ ໃນ ພຣະເຈົ້າ ແຕ່ ໄວ້ວາງໃຈ ໃນ ຊັບ ສິນ ອັນມະຫາສານ ຂອງຕົນ ແລະ ຊອກຫາ ຄວາມ ປອດໄພ ໃນ ທາງ ຊົ່ວ ຮ້າຍ.”
\s5
\v 8 ແຕ່ ຂ້ານ້ອຍ ເປັນ ດັ່ງ ຕົ້ນ ໝາກກອກເທດ ຕົ້ນ ໜຶ່ງ ທີ່ ໃຫຍ່ ຂຶ້ນ ຢູ່ ໃນ ເຮືອນ ຂອງ ພຣະເຈົ້າ ຂ້ານ້ອຍ ໄວ້ວາງໃຈ ໃນ ຄວາມຮັກ ອັນ ໝັ້ນ ຄົງ ຂອງ ພຣະເຈົ້າ ຕະຫລອດໄປ.
\v 9 ຂ້ານ້ອຍ ຈະໂມທະນາ ຂອບພຣະຄຸນ ພຣະເຈົ້າ ຢູ່ ສະເໝີ ສໍາລັບ ສິ່ງ ທີ່ ພຣະອົງ ໄດ້ ກະທໍາ ນັ້ນ ຂ້ານ້ອຍ ຈະ ປະກາດ ພຣະນາມ ຂອງ ພຣະອົງ ອົງຊົງຄຸນຄວາມດີ ຢູ່ ຊ້ອງໜ້າ ປະຊາຊົນ ຂອງ ພຣະອົງ.
\s5
\c 53
\p
\v 1 ຄົນ ໂງ່ຈ້າ ເວົ້າ ຕໍ່ກັນວ່າ, “ໂລກນີ້ ບໍ່ ມີ ພຣະເຈົ້າ. ” ພວກເຂົາ ຕ່າງ ກໍ ເຮັດ ໃຫ້ ຕົນ ຊົ່ວ ລົງ ທັງ ນັ້ນ ພວກເຂົາ ໄດ້ ເຮັດ ສິ່ງ ທີ່ ໜ້າ ຢ້ານກົວ ຫລາຍ ບໍ່ ມີ ຜູ້ໜຶ່ງ ຜູ້ໃດ ເຮັດ ໃນ ສິ່ງ ທີ່ ຖືກ ຕ້ອງ.
\v 2 ພຣະເຈົ້າ ຫລຽວລົງ ຈາກ ສະຫວັນ ສະຖານ ເພື່ອ ເບິ່ງ ມວນ ມະນຸດ ຊາດ ແລະ ເພື່ອ ຢາກ ຮູ້ ວ່າ ມີ ຜູ້ໃດ ແດ່ ສະຫລາດ ພໍ ທີ່ ສະແຫວງ ຫາ ພຣະເຈົ້າ.
\v 3 ແຕ່ ທຸກຄົນ ລ້ວນແຕ່ ເຮັດ ຜິດ ຄືກັນ ໝົດ ບໍ່ ມີ ຈັກ ຄົນ ດຽວ ເຮັດ ໃນ ສິ່ງ ທີ່ ຖືກ ຕ້ອງ.
\s5
\v 4 “ພວກເຂົາ ບໍ່ ມີ ປັນ ຍາ ບໍ? ຄົນ ຊົ່ວ ເຫລົ່າ ນີ້ ເປັນ ຄົນ ໂງ່ຈ້າ ກັນ ຫລືນີ້? ພວກເຂົາ ມີ ຊີວິດ ຢູ່ ໂດຍ ປຸ້ນຈີ້ ປະຊາຊົນ ຂອງເຮົາ ແລະ ກໍ ບໍ່ ເຄີຍ ພາວັນ ນາ ອະທິຖານ ຫາ ພຣະເຈົ້າ ຈັກ ເທື່ອ. ”
\v 5 ແຕ່ ແລ້ວ ຄົນ ຊົ່ວ ຮ້າຍ ກໍ ຈະ ຢ້ານກົວ ຫລາຍ ເໝືອນ ກັບ ວ່າ ພວກເຂົາ ບໍ່ ເຄີຍ ເປັນ ມາ ກ່ອນ ດ້ວຍວ່າ, ພຣະເຈົ້າ ຈະ ເຮັດ ໃຫ້ ກະດູກ ຂອງ ເຫລົ່າ ສັດ ຕູ ຂອງ ປະຊາຊົນ ຂອງ ພຣະອົງ ຊະຊາຍ ໄປສິ້ນ. ພຣະເຈົ້າ ຈະ ຊົງ ໃຫ້ ພວກເຂົາ ອັບອາຍ, ເພາະວ່າ ພຣະເຈົ້າ ຊົງ ປະຖິ້ມ ພວກເຂົາ ແລ້ວ.
\s5
\v 6 ຂ້ານ້ອຍ ຄວນ ພາວັນ ນາ ອະທິຖານ ຢ່າງໃດ ຈຶ່ງ ຈະ ໄດ້ ມີ ໄຊ ກັບ ມາ ຈາກ ພູເຂົາ ຊີໂອນ ສູ່ ຊາດ ອິດສະຣາເອນ ໄດ້. ປະຊາຊົນ ອິດສະຣາເອນ ຈະ ມີ ຄວາມສຸກ ສໍ່າໃດ ເມື່ອ ພຣະເຈົ້າ ເຮັດ ໃຫ້ ພວກເຂົາ ຈະເລີນ ຮຸ່ງເຮືອງ ຂຶ້ນໃໝ່.
\s5
\c 54
\p
\v 1 ຂ້າ ແດ່ ພຣະເຈົ້າ ຂໍ ຊ່ວຍ ຂ້ານ້ອຍ ໃຫ້ ພົ້ນ ໂດຍ ພຣະນາມ ຂອງ ພຣະອົງ ແດ່ ແລະ ໂຜດ ໃຫ້ ເປັນ ອິດສະລະ ໂດຍ ພຣະ ກໍາລັງ ຂອງ ພຣະອົງ.
\v 2 ຂ້າແດ່ ພຣະເຈົ້າ ເມື່ອ ຂ້ານ້ອຍ ກ່າວ ທູນ ຂໍ ໂຜດ ຟັງ ຄໍາ ພາວັນ ນາ ອະທິຖານ ຂອງ ຂ້ານ້ອຍ ດ້ວຍ.
\v 3 ຄົນ ຈອງຫອງ ຕ່າງ ກໍ ພາກັນ ຫັນ ມາ ເພື່ອ ໂຈມຕີ ຂ້ານ້ອຍ ໃຫ້ ໄດ້ ແລະ ຄົນ ໂຫດຮ້າຍ ກໍ ຊອກ ສັງ ຫານ ເຊັ່ນ ກັນ ເປັນ ຄົນ ທີ່ ບໍ່ ສົນໃຈ ໃນ ເລື່ອງ ພຣະເຈົ້າ.
\s5
\v 4 ແຕ່ ພຣະເຈົ້າ ຄື ພຣະຜູ້ ຊ່ວຍ ຂອງ ຂ້ານ້ອຍ ເລື້ອຍ ມາ. ພຣະອົງ ເປັນ ຜູ້ປ້ອງກັນ ຂອງ ຂ້ານ້ອຍ ດ້ວຍ.
\v 5 ຂໍ ໃຫ້ ພຣະອົງ ໃຊ້ ການ ຊົ່ວ ຮ້າຍ ຂອງ ພວກເຂົາ ລົງ ໂທດ ສັດ ຕູ ຂອງ ຂ້ານ້ອຍ. ພຣະອົງ ຈະ ທໍາລາຍ ພວກເຂົາ ເພາະ ພຣະອົງ ຊົງ ສັດ ຊື່.
\s5
\v 6 ຂ້າແດ່ ອົງ ພຣະ ຜູ້ ເປັນ ເຈົ້າ ຂ້ານ້ອຍ ຈະ ຖວາຍ ເຄື່ອງ ບູຊາ ຢ່າງ ຊື່ນ ໃຈ ຍິນ ດີ ຈະໂມທະນາ ຂອບພຣະຄຸນ ເພາະ ພຣະອົງ ຊົງ ມີ ຄຸນຄວາມດີ.
\v 7 ພຣະອົງ ໄດ້ ຊ່ວຍກູ້ ຂ້ານ້ອຍ ໃຫ້ ພົ້ນ ຈາກ ຄວາມ ເດືອດຮ້ອນ ທັງ ໝົດ ຂອງ ຂ້ານ້ອຍ ແລະ ຂ້ານ້ອຍ ກໍໄດ້ ເຫັນ ສັດ ຕູ ຂອງ ຂ້ານ້ອຍ ພ່າຍແພ້.
\s5
\c 55
\p
\v 1 ຂ້າແດ່ ພຣະເຈົ້າ ຂໍໂຜດ ຟັງ ຄໍາພາວັນ ນາ ອະທິຖານ ຂອງ ຂ້ານ້ອຍ ດ້ວຍ ແລະ ຢ່າ ສູ່ ຫັນ ໜີ ຈາກ ຄໍາຮ້ອງຂໍ ຂອງ ຂ້ານ້ອຍ ເລີຍ
\v 2 ຂໍ ຊົງ ໂຜດ ສະດັບ ຮັບ ຟັງ ແລະ ໂຜດ ຕອບ ຂ້ານ້ອຍ ດ້ວຍ ຍ້ອນ ຄວາມ ວີຕົກ ກັງ ວົນ ຂ້ານ້ອຍ ຈຶ່ງ ເກີດ ອິດ ເມື່ອຍ.
\v 3 ຂ້ານ້ອຍ ຢ້ານ ຕໍ່ ການ ຂູ່ເຂັນ ຂອງ ພວກ ສັດ ຕູ ຢ້ານ ຖືກ ຢຽບຢໍ່າ ເພາະ ຄົນ ຊົ່ວ ຮ້າຍ ກົດຂີ່. ພວກເຂົາ ເຮັດ ໃຫ້ ຂ້ານ້ອຍ ເດືອດຮ້ອນ ໜັກ ຫລາຍ ທັງ ໂກດຮ້າຍ ແລະ ກຽດຊັງ ຂ້ານ້ອຍ ດ້ວຍ.
\s5
\v 4 ສະນັ້ນ ຂ້ານ້ອຍ ຈຶ່ງ ສະທ້ານ ຢ້ານກົວ ແລະ ຄວາມຢ້ານ ຕາຍ ກໍ ບີບຄັ້ນ ຢູ່.
\v 5 ຄວາມຢ້ານ ຈັບ ກຸມ ໄວ້ ແລະ ສັ່ນ ເຊັນ ທັງ ຕົວ ແລະ ຄວາມຢ້ານ ໃຫຍ່ ກໍ ຄຸມ ຂ້ານ້ອຍ ໄວ້.
\s5
\v 6 ຂ້ານ້ອຍ ຢາກ ມີ ປີກ ດັ່ງ ນົກ ເຂົາ ແລະ ຈະ ບິນ ໜີໄປ ຫາ ທີ່ ພັກ ຜ່ອນ.
\v 7 ຂ້ານ້ອຍ ຈະ ໄດ້ ບິນ ໜີໄປ ໄກແສນໄກ ອາໄສ ຢູ່ ທີ່ ຖິ່ນ ແຫ້ງ ແລ້ງ ກັນ ດານ ພຸ້ນ.
\s5
\v 8 ຂ້ານ້ອຍ ຈະ ໄດ້ ພົບ ບ່ອນ ຊົ້ນ ຢ່າງ ໄວວາ ຈາກ ລົມ ບ້າ ພັດ ແຮງ ແລະ ລົມ ພະຍຸ ຮ້າຍ.
\v 9 ຂ້າແດ່ ພຣະເຈົ້າຢາເວ ຂໍ ຊົງ ໂຜດ ໃຫ້ ຄໍາເວົ້າ ຂອງ ເຫລົ່າ ສັດ ຕູ ເກີດ ສັບສົນ ວຸ້ນວາຍ ແລະ ບໍ່ເຂົ້າໃຈກັນ ເພາະ ຂ້ານ້ອຍ ເຫັນ ແຕ່ ການ ຮຸນແຮງ ແລະ ການ ຈາລະຈົນ ເກີດຂຶ້ນ ຢູ່ ໃນ ເມືອງ
\s5
\v 10 ປິດ ອ້ອມ ເມືອງ ໄວ້ ທັງເວັນ ທັງຄືນ ຢູ່ ່ ທີ່ ນັ້ນ ເຕັມ ໄປ ແຕ່ ການ ຂ້າ ຟັນ ກັນ ແລະ ຄວາມ ເດືອດຮ້ອນ.
\v 11 ສ່ວນ ການ ທໍາລາຍ ນັ້ນ ກໍ ມີ ຢູ່ ທຸກ ແຫ່ງຫົນ ການ ຂົ່ມ ຂູ່ ແລະ ການ ຫລອກລວງ ກໍ ມີ ໄປ ທົ່ວ ຕາມ ທ້ອງ ຖະໜົນ.
\s5
\v 12 ຖ້າ ສັດ ຕູ ຜູ້ໜຶ່ງ ດູໝິ່ນ ນິນ ທາ ຂ້ອຍ ກໍ ຊ່າງ ເຂົາ ຂ້ອຍ ກໍ ອົດທົນ ຕໍ່ ຄໍາເວົ້າ ນັ້ນ ໄດ້ ຖ້າ ຄູ່ແຂ່ງ ຜູ້ໜຶ່ງ ເວົ້າ ອວດ ໃສ່ ຂ້ອຍ ກໍ ຊ່າງເຂົາ ຂ້ອຍ ກໍ ຫລົບ ຫລີກ ຈາກ ເຂົາ ໄດ້.
\v 13 ແຕ່ ແມ່ນ ເຈົ້າ ທີ່ ເປັນ ໝູ່ ຄູ່ ຂອງຂ້ອຍ ນີ້ເອງ ເປັນ ທັງ ຜູ້ ຮ່ວມງານ ແລະ ເພື່ອນ ຜູ້ ໃກ້ຊິດ ດ້ວຍ.
\v 14 ພວກເຮົາ ເຄີຍ ເວົ້າ ຢ່າງ ມ່ວນຊື່ນ ນາໍ ກັນ ນະມັດສະການ ໃນ ພຣະວິຫານ ຂອງ ພຣະເຈົ້າ ນາໍ ກັນ ດ້ວຍ.
\s5
\v 15 ຂໍ ໃຫ້ ສັດ ຕູ ນັ້ນ ຕາຍໄປ ກ່ອນ ເວລາ ຂອງ ພວກເຂົາ ສາ ຂໍ ໃຫ້ ລົງ ໄປ ສູ່ ແດນ ມໍຣະນາ ທັງ ເປັນ ເຖີດ. ຄວາມ ຊົ່ວ ຮ້າຍ ຢູ່ ໃນ ເຮືອນ ຂອງ ພວກເຂົາ ແລະ ຢູ່ ໃນ ຈິດ ໃຈ ຂອງ ພວກເຂົາ ດ້ວຍ.
\s5
\v 16 ແຕ່ ຂ້ອຍ ເອີ້ນ ຫາ ພຣະເຈົ້າ ໃຫ້ ຊ່ວຍເຫລືອ ແລະ ອົງພຣະ ຜູ້ ເປັນເຈົ້າ ກໍ ຊ່ວຍກູ້ ຂ້ອຍ ໃຫ້ ພົ້ນ.
\v 17 ຂ້ອຍ ຄາງ ຈົ່ມ ທຸກ ທັງ ເຊົ້າ ທັງ ທ່ຽງ ແລະ ໃນ ເວລາ ກາງຄືນ ແລະ ສຽງ ຮ້ອງທຸກ ກໍ ຂຶ້ນ ໄປ ເຖິງ ພຣະອົງແລ້ວ.
\v 18 ພຣະອົງ ຈະ ນາໍ ພາ ຂ້ອຍ ໃຫ້ ຄືນ ມາ ຢ່າງ ປອດໄພ ຈາກ ສະໜາມຮົບ ທີ່ ຂ້ອຍ ໄດ້ ຕໍ່ສູ້ ສັດ ຕູ ຫລາຍ ຄົນ ນັ້ນ.
\s5
\v 19 ພຣະເຈົ້າ ອົງ ທີ່ ໄດ້ ປົກ ຄອງ ແຕ່ ນິຣັນດອນ ມາ ຈະ ຟັງ ຂ້ອຍ ຮ້ອງຂໍ ແລະ ເອົາ ຊະນະ ເຂົາ ເຈົ້າ. ດ້ວຍວ່າ, ພວກເຂົາ ປະຕິເສດ ທີ່ ຈະ ປ່ຽນແປງ ແລະ ພວກເຂົາ ກໍ ບໍ່ ຢໍາເກງ ພຣະອົງ ດ້ວຍ.
\s5
\v 20 ໝູ່ ເກົ່າ ຂອງຂ້ອຍ ໄດ້ ໂຈມຕີ ໝູ່ ຂອງ ລາວ ເອງ ຄື ໄດ້ ລະເມີດ ຄໍາສັນຍາ ທີ່ ຕົນ ໄດ້ ເຮັດ ໄວ້.
\v 21 ຄໍາເວົ້າ ລາວ ນັ້ນ ນໍ້ານົມ ຂຸ້ນ ກໍ ບໍ່ ນີ້ມ ປານ ແຕ່ ຈິດ ໃຈ ລາວ ພັດ ມີ ແຕ່ ຄວາມ ຂົມ ຂື່ນ. ຄໍາເວົ້າ ລາວ ນັ້ນ ລ່ຽນໄຫລ ເໝືອນ ນໍ້າມັນ ພືດ ແຕ່ ມັນ ພັດ ເປັນ ດັ່ງ ມີດ ຄົມ ໆ ໃຊ້ ປາດ ຊີ້ນ.
\s5
\v 22 ຈົ່ງ ມອບ ຄວາມ ເດືອດຮ້ອນ ຂອງ ເຈົ້າ ໄວ້ ກັບ ອົງ ພຣະ ຜູ້ ເປັນ ເຈົ້າ ສາ ພຣະອົງ ຈະ ປົກ ປ້ອງ ຄຸ້ມ ຄອງ ເຈົ້າ ໄວ້. ພຣະອົງ ບໍ່ ເຄີຍ ປະຖິ້ມ ຄົນ ສັດ ຊື່ ຜູ້ໃດ ຜູ້ໜຶ່ງ ເລີຍ ໂດຍ ໃຫ້ ລາວ ຖືກ ພ່າຍແພ້.
\v 23 ຂ້າແດ່ ພຣະເຈົ້າ ພຣະອົງ ຈະ ນາໍ ຜູ້ ທີ່ ຂ້າ ຄົນ ແລະ ຄົນ ຂີ້ຕົວະ ໃຫ້ ເຂົ້າ ໄປ ສູ່ ຂຸມຝັງ ສົບ ພຸ້ນ ກ່ອນ ທີ່ ອາຍຸ ເຄິ່ງ ໜຶ່ງ ຂອງ ພວກເຂົາ ໝົດ ໄປ ສ່ວນ ຂ້ານ້ອຍ ໄວ້ວາງໃຈ ໃນ ພຣະອົງ.
\s5
\c 56
\p
\v 1 ຂ້າແດ່ ພຣະເຈົ້າ ຂໍ ຊົງ ໂຜດ ເມດຕາ ຂ້ານ້ອຍ ເພາະ ຖືກ ສັດ ຕູ ໂຈມຕີ ແລະ ຖືກ ຂົ່ມ ເຫັງ ເລື້ອຍ ມາ.
\v 2 ຄູ່ ຕໍ່ສູ້ ຂອງ ຂ້ານ້ອຍ ກໍ ໂຈມຕີ ຢູ່ ທຸກ ວັນ ມີ ດ້ວຍ ກັນ ຫລາຍ ຄົນ ທີ່ ຕໍ່ ສູ້ ຂ້ານ້ອຍ ຢູ່.
\s5
\v 3 ໂອ ພຣະ ຜູ້ ຊົງ ຣິດ ອໍານາດ ອົງ ສູງສຸດ ເອີຍ ເມື່ອ ຢ້ານກົວ ຂ້ານ້ອຍ ກໍ ໄວ້ວາງໃຈ ໃນ ພຣະອົງ.
\v 4 ຢູ່ ໃນ ພຣະເຈົ້າ ຄວາມຢ້ານ ກໍ ໝົດ ໄປ ຂ້ານ້ອຍ ຍ້ອງຍໍ ສັນລະເສີນ ພຣະອົງ ສໍາລັບ ສິ່ງ ທີ່ ພຣະອົງ ໄດ້ ຊົງ ສັນຍາ ເມື່ອ ໄວ້ວາງໃຈ ໃນ ພຣະອົງ ຂ້ານ້ອຍ ຈະ ບໍ່ ຢ້ານ ມະນຸດ ລ້າ ໆ ເຮັດ ຫຍັງ ໃຫ້ ໄດ້ ແດ່?
\s5
\v 5 ພວກ ສັດ ຕູ ກໍ່ ຄວາມ ເດືອດຮ້ອນ ໃຫ້ ຂ້ານ້ອຍ ຕະຫຼອດ ທຸກ ວັນ ເວລາ ແລະ ຄິດຫາ ທາງ ທໍາລາຍ ຂ້ານ້ອຍ ເລື້ອຍໆ
\v 6 ພວກເຂົາ ລີ້ ຈຸ້ມກັນ ຊອມເບິ່ງ ສິ່ງ ທີ່ ຂ້ານ້ອຍ ກະທໍາ ລໍຫາ ໂອກາດ ດີ ທີ່ ຈະ ສັງຫານ ຂ້ານ້ອຍ ຖິ້ມ.
\s5
\v 7 ຂ້າແດ່ ພຣະເຈົ້າ ໂຜດ ລົງ ໂທດ (ມ) ຄວາມ ຊົ່ວ ຊ້າ ຂອງ ພວກເຂົາ ດ້ວຍ ຄວາມ ຄຽດຮ້າຍ ຂອງ ພຣະອົງ ຂໍ ຊົງ ໂຜດ ຜາບແພ້ ພວກເຂົາ ສາເທາະ
\v 8 ພຣະອົງ ຮູ້ ວ່າ ຂ້ານ້ອຍ ຖືກ ເດືອດຮ້ອນ ສໍ່າໃດ ຈຶ່ງ ຊົງ ບັນ ຈຸ ນາໍ້ ຕາ ໃສ່ ແກ້ວ ໄວ້. ນາໍ້ ຕາ ຂອງ ຂ້ານ້ອຍ ໄດ້ ຖືກ ບັນ ທຶກ ໄວ້ ໃນ ປຶ້ມ ບັນ ຊີ ຂອງ ພຣະອົງ ແລ້ວ ບໍ່ ແມ່ນ ຫຼື?
\s5
\v 9 ມື້ ທີ່ຂ້ານ້ອຍ ຮ້ອງຫາ ພຣະອົງ ນັ້ນ ສັດ ຕູ ຈະ ຖອຍ ໜີໄປ ແລະ ຮູ້ ໄດ້ ເພາະ ພຣະເຈົ້າ (ຢ) ຢູ່ ຝ່າຍ ຂ້ານ້ອຍ ແລ້ວ.
\v 10 ພຣະເຈົ້າ ຂ້ານ້ອຍ ຍ້ອງຍໍ ສັນລະເສີນ ຖ້ອຍຄໍາ ຂອງ ພຣະອົງ ໃນ ອົງພຣະ ຜູ້ ເປັນເຈົ້າ ຂ້ານ້ອຍ ຈຶ່ງ ຍ້ອງຍໍ ສັນລະເສີນ ຖ້ອຍຄໍາ ຂອງ ພຣະອົງ.
\v 11 ເມື່ອ ໄວ້ວາງໃຈ ໃນ ພຣະເຈົ້າ ຂ້ານ້ອຍ ຈະ ບໍ່ ຢ້ານ ມະນຸດ ລ້າ ໆ ເຮັດ ຫຍັງໃຫ້ ໄດ້ ແດ່?
\s5
\v 12 ຂ້າແດ່ ພຣະເຈົ້າ ຂ້ານ້ອຍ ຈະ ຖວາຍ ຕາມ ທີ່ ໄດ້ ສັນຍາ ຄື ເຄື່ອງ ບູຊາ ແຫ່ງ ການ ໂມທະນາ ຂອບພຣະຄຸນ ພຣະອົງ.
\v 13 ຍ້ອນ ພຣະອົງ ໄດ້ ຊ່ວຍກູ້ ຂ້ານ້ອຍ ຈາກ ຄວາມຕາຍ ແລະ ປົກ ປ້ອງ ຮັກ ສາ ໂດຍ ບໍ່ໃຫ້ ພ່າຍແພ້. ສະນັ້ນ ຂ້ານ້ອຍ ຈຶ່ງ ກ້າວ ເດີນ ໄປ ຊ້ອງໜ້າ ພຣະເຈົ້າ ສະເໝີ ໃນ ແສງ ແຈ້ງໃສ ທີ່ ສ່ອງ ເທິງ ຜູ້ ທີ່ ຍັງ ມີ ຊີວິດ ຢູ່.
\s5
\c 57
\p
\v 1 ຂ້າແດ່ ພຣະເຈົ້າ ຂໍ ຊົງ ໂຜດ ເມດຕາ ແລະ ອີດູ ແດ່ ເພາະ ມາ ເພ່ ງິ ຄວາມ ປອດໄພ ໃນ ພຣະອົງ. ຢູ່ໃຕ້ ປີກ ຂອງ ພຣະອົງ ນັ້ນ ຂ້ານ້ອຍ ໄດ້ ພົບ ຄວາມ ຄຸ້ມ ຄອງ ຈົນກວ່າ ລົມ ພະຍຸ ຮ້າຍ ຜ່ານ ພົ້ນ ໄປ ແລ້ວ.
\s5
\v 2 ຂ້າ ນ້ອຍ ຮ້ອງຫາ ພຣະເຈົ້າ ອົງ ສູງສຸດ ຄື ອົງ ທີ່ ປະທານ ສິ່ງ ສາລະພັດ ທີ່ ຂ້ານ້ອຍ ຂາດ ຢູ່ ນັ້ນ.
\v 3 ຈາກ ສະຫວັນ ພຣະອົງ ຈະ ຕອບ ທັງ ຊ່ວຍ ໃຫ້ ພົ້ນໄພ ແລະ ປາບ ພວກ ທີ່ ກົດ ຂີ່ ຂ້ານ້ອຍ ໃຫ້ ພ່າຍແພ້. ພຣະເຈົ້າ ຈະ ສໍາແດງ ໃຫ້ ເຫັນ ຄວາມຮັກ ອັນ ໝັ້ນ ຄົງ ຂອງ ພຣະອົງ ແລະ ຄວາມສັດ ຊື່ ຂອງ ພຣະອົງ ທີ່ ມີ ແກ່ ຂ້ານ້ອຍ ນັ້ນ.
\s5
\v 4 ຂ້ານ້ອຍ ຖືກ ປິດ ລ້ອມ ໂດຍ ເຫລົ່າ ສັດ ຕູ ຜູ້ ເປັນ ດັ່ງ ໂຕສິງ ທີ່ ກັດ ກິນ ມະນຸດ. ແຂ້ວ ມັນ ນັ້ນ ຄ້າຍ ຄື ຫອກ ແລະ ລູກສອນ ລີ້ນ ມັນ ຄ້າຍ ຄື ກັບ ດາບ ອັນຄົມ ໆ.
\v 5 ຂ້າແດ່ ພຣະເຈົ້າ ຂໍຊົງ ໂຜດສໍາແດງຄວາມຍິ່ງ ໃຫຍ່ ຂອງພຣະອົງ ປາກົດ ທີ່ ທ້ອງຟ້າ ແລະ ພຣະ ສະຫງ່າຣາສີ ປາກົດ ທົ່ວ ໄປ ເທິງ ແຜ່ນດິນ ໂລກ.
\s5
\v 6 ສັດ ຕູ ໄດ້ ກາງ ຕາໜ່າງ ເພື່ອ ຈັບ ຂ້ານ້ອຍ ໄປ ຂ້ານ້ອຍ ຈຶ່ງ ໝູບ ລົງ ເປັນ ທຸກໃຈ ຫຼາຍ. ພວກເຂົາ ຂຸດ ຫລຸມ ໃສ່ ທາງ ທີ່ ຂ້າ ນ້ອຍ ໄປ ແຕ່ ແມ່ນ ພວກເຂົາ ເອງ ທີ່ ຕົກ ໃນ ຫລຸມ ນັ້ນ.
\s5
\v 7 ຂ້າແດ່ ພຣະເຈົ້າ ຂ້ານ້ອຍ ເຊື່ອ ໝັ້ນ ໃນ ພຣະອົງ ຢ່າງ ໝົດໃຈ ແລະ ຈະ ຮ້ອງເພງ ຍ້ອງຍໍ ສັນລະເສີນ ພຣະອົງ
\v 8 ຈິດວິນຍານ ຂອງຂ້ອຍ ເອີຍ ຈົ່ງ ຕື່ນ ຂຶ້ນ ເຖີດ ກິດຕາ ແລະ ກະຈັບ ປີ່ (ລ) ຂອງຂ້ອຍ ພິນໃຫຍ່ ແລະ ພິນນ້ອຍ ຈົ່ງ ຕື່ນ ຂຶ້ນ ມາ ຈົ່ງ ຂຶ້ນ ມາ ບັນເລງ ເພງ ຂ້ອຍ ຈະ ປຸກ ຕາເວັນ ໃຫ້ ລຸກ ຂຶ້ນ.
\s5
\v 9 ຂ້າແດ່ ພຣະເຈົ້າຢາເວ ຂ້ານ້ອຍ ຈະ ໂມທະນາ ຂອບພຣະຄຸນ ພຣະອົງ ໃນ ທ່າມກາງ ບັນດາ ຊົນຊາດ ຂ້ານ້ອຍ ຈະ ຍ້ອງຍໍ ສັນລະເສີນ ພຣະອົງ ໃນ ທ່າມກາງ ປະຊາຊົນ ທຸກຊາດ ພາສາ ດ້ວຍ.
\v 10 ຄວາມຮັກ ອັນ ໝັ້ນຄົງ ຂອງ ພຣະອົງ ຂຶ້ນ ສູ່ ສະຫວັນ ແລະ ຄວາມສັດຊື່ ຂອງ ພຣະອົງ ກໍ ຈຸທ້ອງຟ້າ.
\v 11 ຂ້າແດ່ ພຣະເຈົ້າ ຂໍ ຊົງ ໂຜດ ສໍາແດງ ຄວາມ ຍິ່ງ ໃຫຍ່ ຂອງ ພຣະອົງ ປາກົດ ທີ່ ທ້ອງຟ້າ ແລະ ພຣະ ສະຫງ່າຣາສີ ປາກົດ ທົ່ວ ໄປ ເທິງ ແຜ່ນດິນ ໂລກ.
\s5
\c 58
\p
\v 1 ທ່ານ ຕັດ ສິນ ໃຈ ຖືກ ຕ້ອງ ຫລື ບໍ່? ບັນດາ ຜູ້ປົກຄອງ ເອີຍ (ຫ) ທ່ານ ຕັດສິນ ທຸກຄົນ ຢ່າງ ເປັນທໍາ ຫລືບໍ່?
\v 2 ບໍ່ ເລີຍ ທ່ານ ຄິດ ເຖິງ ແຕ່ ການ ຊົ່ວ ຮ້າຍ ທີ່ ທ່ານ ເຮັດ ໄດ້ ສ້າງ ການ ທາລຸນ ຮຸນແຮງ ຢູ່ ແຜ່ນດິນ ໂລກ ດ້ວຍ.
\s5
\v 3 ຄົນ ຊົ່ວ ຮ້າຍ ເຮັດ ຜິດ ຕະຫລອດ ຊີວິດ ຂອງ ພວກເຂົາ ພວກເຂົາເວົ້າຕົວະ ຕະຫລອດ ມາ ຕັ້ງແຕ່ ມື້ ພວກເຂົາ ເກີດ.
\v 4 ພວກເຂົາ ເຕັມ ໄປ ດ້ວຍ ພິດ ເໝືອນ ດັ່ງ ງູພິດ ທັງ ຫລາຍ ອັດ ຫູ ບັງ ຕາ ຕົນ ເອງ ດັ່ງ ງູເຫົ່າ ຫູໜວກ
\v 5 ພວກເຂົາ ຈຶ່ງ ບໍ່ ໄດ້ຍິນ ສຽງ ຂອງ ເຈົ້າ ໝໍ ງູ ຫລື ສຽງ ເພງ ຂອງ ນັກ ຫລິ້ນ ກົນ ທີ່ ຫລອກລວງ.
\s5
\v 6 ຂ້າແດ່ ພຣະເຈົ້າ ຂໍ ພຣະອົງ ຫັກ ແຂ້ວ ຂອງ ພວກເຂົາ ຖິ້ມ ໃຫ້ ໝົດ ສາ ຂ້າແດ່ ອົງ ພຣະ ຜູ້ ເປັນ ເຈົ້າ ຈົ່ງ ຫັກ ແຂ້ວ ໂຄບ ຝູງ ສິງ ໜຸ່ມ ທີ່ ໂຫດຮ້າຍ ສາ ເຖີດ
\v 7 ຂໍ ໃຫ້ ພວກເຂົາ ຫາຍ ໄປ ເໝືອນ ດັ່ງ ທີ່ ນາໍ້ ຖືກ ເປັ່ງ ອອກ ໄປ ຂໍ ໃຫ້ ຖືກ ຢຽບຢໍ່າ ດັ່ງ ຫຍ້າ ຕາມ ທາງຍ່າງ.
\v 8 ຂໍ ໃຫ້ ພວກເຂົາ ເປັນ ດັ່ງ ທາກ ທີ່ ຖືກ ລະລາຍ ເປັນເມືອກໄປ ຂໍ ໃຫ້ ພວກເຂົາ ເປັນ ເໝືອນ ເດັກ ທີ່ ເກີດ ໃໝ່ ຕາຍໄປ ໂດຍ ບໍ່ ເຫັນ ແສງ ສະຫວ່າງ.
\s5
\v 9 ກ່ອນ ທີ່ ພວກເຂົາ ຈະ ຮູ້ ເຖິງ ການ ນີ້ ພວກເຂົາ ໄດ້ ຖືກ ຕັດ ຖິ້ມ ດັ່ງ ຕົ້ນ ຫຍ້າ ດ້ວຍ ຄວາມ ໂກດຮ້າຍ ອັນຮຸນແຮງ ຂອງ ພຣະອົງ ພຣະອົງຈະ ເປົ່າ ພວກເຂົາ ອອກ ໜີໄປ ໃນ ຂະນະທີ່ ພວກເຂົາ ຍັງ ມີ ຊີວິດ ຢູ່ ນັ້ນ.
\v 10 ເມື່ອ ຄົນ ຊອບທາໍ ເຫັນ ຄົນບາບ ຖືກ ລົງໂທດ ພວກເຂົາ ຈະ ດີໃຈ ພວກເຂົາ ຈະ ເອົາ ເລືອດ ຂອງ ຄົນ ຊົ່ວ ຮ້າຍ ລ້າງ ຕີນ ຂອງ ພວກເຂົາ.
\v 11 ປະຊາຊົນ ຈະ ເວົ້າ ວ່າ, “ຄົນ ຊອບທາໍ ຈະ ໄດ້ ບາໍ ເໜັດ ແມ່ນແທ້ ມີ ພຣະເຈົ້າ ເປັນ ຜູ້ຕັດ ສິນ ໂລກນີ້. ”
\s5
\c 59
\p
\v 1 ຂ້າແດ່ ພຣະເຈົ້າ ຂໍ ຊົງ ໂຜດ ຊ່ວຍ ໃຫ້ ຂ້ານ້ອຍ ພົ້ນ ຈາກ ສັດຕູ ແດ່ ໂຜດ ຄຸ້ມຄອງ ຂ້ານ້ອຍ ໃຫ້ ພົ້ນ ຈາກ ຄົນ ໂຈມຕີ ດ້ວຍ
\v 2 ໂຜດ ຊ່ວຍ ໃຫ້ ຂ້ານ້ອຍ ພົ້ນ ຈາກ ຄົນ ຊົ່ວ ເຫລົ່າ ນັ້ນ ສາ ຊ່ວຍ ໃຫ້ ພົ້ນ ຈາກ ພວກ ຄົນ ຄາດຕະກອນ ເຫົ່ຼາ ນັ້ນ ດ້ວຍ
\s5
\v 3 ຂ້າແດ່ ອົງ ພຣະ ຜູ້ ເປັນ ເຈົ້າ ເບິ່ງ ດູ! ພວກເຂົາ ລໍ ຖ້າ ທີ່ ຈະ ສັງຫານ ຂ້ານ້ອຍ ຄົນ ໂຫດຮ້າຍ ໂຮມກັນ ຕໍ່ສູ້ ຂ້ານ້ອຍ ຢູ່. ແຕ່ ບໍ່ ແມ່ນ ຍ້ອນ ການບາບ ຂອງ ຂ້ານ້ອຍ ຫລື ຍ້ອນ ຄວາມຜິດ ທີ່ ຂ້ານ້ອຍ ໄດ້ ເຮັດ
\v 4 ທັງ ບໍ່ ແມ່ນ ເພາະ ຄວາມ ຜິດ ພາດ ຂອງ ຂ້ານ້ອຍ ທີ່ ພວກເຂົາ ຟ້າວ ໄປ ສູ່ ບ່ອນ ຂອງ ພວກເຂົາ ນັ້ນ.
\s5
\v 5 ຂ້າແດ່ ອົງພຣະ ຜູ້ ເປັນເຈົ້າ ພຣະເຈົ້າ ອົງ ຊົງຣິດ ອໍານາດ ຍິ່ງໃຫຍ່ ພຣະເຈົ້າ ແຫ່ງ ຊາດ ອິດສະຣາເອນ ເອີຍ ຂໍ ຊົງ ໂຜດ ມາ ຊ່ວຍ ຂ້ານ້ອຍ ດ້ວຍ ຈົ່ງ ລຸກ ຂຶ້ນ ເພື່ອ ລົງ ໂທດ ຄົນ ອະທາໍ ຢ່າ ສໍາແດງ ຄວາມ ເມດຕາ ຕໍ່ ຄົນທໍລະຍົດ ທີ່ ຊົ່ວ ຊ້າ ເຫລົ່າ ນັ້ນ.
\s5
\v 6 ພວກເຂົາ ກັບ ມາ ຕອນແລງ ຕ່າງ ກໍ ເຫົ່າ ຫອນ ຄື ໝາ ໃນ ຂະນະທີ່ ເຂົ້າ ໄປ ໃນ ເມືອງ ນັ້ນ.
\v 7 ໂຜດ ຟັງ ຄໍາ ດູຖູກ ແລະ ນາບຂູ່ ຂອງ ພວກເຂົາ ລີ້ນ ກໍ ເປັນ ດັ່ງ ດາບ ໃນ ປາກ ຂອງ ເຂົາ ເຈົ້າ, ແຕ່ ພວກເຂົາ ຄິດ ວ່າ ບໍ່ ມີ ໃຜ ຈັກ ຄົນ ເລີຍ ທີ່ ສາມາດ ໄດ້ຍິນ ພວກເຂົາ.
\s5
\v 8 ຂ້າແດ່ ອົງ ພຣະ ຜູ້ ເປັນ ເຈົ້າ ແຕ່ ພຣະອົງ ຫົວ ຂວັນ ໃສ່ ພວກເຂົາ ເຍາະເຍີ້ຍ ໃສ່ ທຸກຄົນ ທີ່ ບໍ່ ນັບ ຖື ພຣະອົງ.
\v 9 ຂ້າ ນ້ອຍ ເຊື່ອ ໝັ້ນ ໃນ ຣິດອໍານາດ ຂອງ ພຣະອົງ ໂອ ຂ້າແດ່ ພຣະເຈົ້າ ເອີຍ ພຣະອົງ ຊົງ ເປັນ ປ້ອມ ປ້ອງກັນ.
\s5
\v 10 ພຣະເຈົ້າ ຮັກ ຂ້ານ້ອຍ ຈຶ່ງ ຈະ ສະເດັດ ມາ ຫາ ໂດຍ ໄວ ພຣະອົງ ຈະ ໃຫ້ ຂ້ານ້ອຍ ເຫັນ ສັດ ຕູ ພ່າຍແພ້.
\v 11 ຂໍ ຢ່າ ສັງຫານ ພວກເຂົາ ເລີຍ ເທາະ ເພາະ ຢ້ານ ປະຊາຊົນ ຂອງ ຂ້ານ້ອຍ ລືມ ໄລ. ໂຜດ ເຮັດ ໃຫ້ ພວກເຂົາ ແຕກ ກະຈັກ ກະຈາຍ ໂດຍ ພະລັງ ອໍານາດ ຂອງ ພຣະອົງ ແລະ ເຮັດ ໃຫ້ ພວກເຂົາ ພ່າຍແພ້ ຂ້າແດ່ ພຣະເຈົ້າ ຢາເວ ພຣະຜູ້ ຄຸ້ມຄອງ ຂອງ ພວກ ຂ້ານ້ອຍ.
\s5
\v 12 ຄໍາເວົ້າ ທຸກ ຄໍາ ຂອງ ພວກເຂົາ ລ້ວນແຕ່ ເປັນ ບາບ ໝົດ ເພາະບາບ ອາໄສ ຢູ່ ໃນ ສົບ ປາກ ຂອງ ເຂົາ ເຈົ້າ; ໃນ ຄວາມ ຈອງຫອງ ນັ້ນ ຂໍ ໃຫ້ ພວກເຂົາ ຖືກ ຈັບ ໄປ ເພາະວ່າ ພວກເຂົາ ມັກ ສາບແຊ່ງ ແລະ ຂີ້ຕົວະ
\v 13 ໃນ ຄວາມ ໂກດຮ້າຍ ນັ້ນ ຈົ່ງ ທາໍ ລາຍ ພວກເຂົາ ເສຍ ຈົ່ງ ທາໍ ລາຍ ພວກເຂົາ ທຸກຄົນ ໃຫ້ ໝົດ ສິ້ນ ເສຍເຖີດ. ແລ້ວ ທຸກຄົນ ກໍ ຈະ ຮູ້ ວ່າ ພຣະເຈົ້າ ປົກ ຄອງ ອິດສະຣາເອນ ແລະ ການປົກຄອງ ຂອງ ພຣະອົງ ກໍ ແຜ່ ທົ່ວໂລກ.
\s5
\v 14 ສັດ ຕູ ກັບ ມາ ຕອນແລງ ຕ່າງ ກໍ ເຫົ່າ ຫອນ ຄື ໝາ ໃນ ຂະນະທີ່ ເຂົ້າ ໄປ ໃນ ເມືອງ ນັ້ນ.
\v 15 ດັ່ງ ຝູງ ໝາ ທີ່ ທ່ອງທ່ຽວ ຊອກຢູ່ ຫາກິນ ເມື່ອ ບໍ່ ມີ ອາຫານ ພໍ ກໍ ເຫົ່າຫອນ ຢູ່ ຢ່າງ ນັ້ນ. (ຮ)
\s5
\v 16 ຂ້ານ້ອຍ ຈະ ຂັບ ຮ້ອງ ເຖິງ ຣິດທານຸພາບ ແຕ່ວ່າ ທຸກໆເຊົ້າ ຂ້ານ້ອຍ ຈະ ຮ້ອງເພງ ຖວາຍ ພຣະອົງ ທີ່ ກ່າວ ເຖິງ ຄວາມຮັກ ອັນ ໝັ້ນ ຄົງ ຂອງ ພຣະອົງ ພຣະອົງ ເປັນ ທີ່ ເພິ່ງ ແລະ ທີ່ ຊົ້ນ ໃນ ຄາວ ເດືອດຮ້ອນ ຂອງ ຂ້ານ້ອຍ.
\v 17 ໂອ ພຣະເຈົ້າ ພຣະ ຜູ້ ປ້ອງກັນ ຂອງ ຂ້ານ້ອຍ ເອີຍ ຂ້ານ້ອຍ ຈະ ຍ້ອງຍໍ ສັນລະເສີນ ພຣະອົງ ພຣະເຈົ້າ ເປັນ ທີ່ ເພິ່ງ ເປັນ ຜູ້ ທີ່ ຊົງ ຮັກ ຂອງ ຂ້ານ້ອຍ.
\s5
\c 60
\p
\v 1 ຂ້າແດ່ ພຣະເຈົ້າ ພຣະອົງ ປະຕິເສດ ພວກ ຂ້ານ້ອຍ ພຣະອົງ ໃຫ້ ພວກຂ້ານ້ອຍ ພ່າຍແພ້ ພຣະອົງ ໄດ້ ໂກດຮ້າຍ ພວກ ຂ້ານ້ອຍ ບັດນີ້ ໂຜດ ເຊົາ ແລະ ຄືນ ມາ ຫາ ພວກຂ້ານ້ອຍ ເຖີດ. (ຂ)
\s5
\v 2 ພຣະອົງ ໄດ້ ເຮັດ ໃຫ້ ດິນ ແດນ ສັ່ນ ສະເທືອນ ແລະ ໄດ້ ເຮັດ ໃຫ້ ພື້ນດິນ ແຕກ ຍະອອກ ບັດນີ້ ໂຜດ ປິ່ນ ປົວ ບາດແຜ ຂອງ ດິນແດນນີ້ ເພາະມັນ ກາໍລັງ ແຕກແຍກ ອອກ ຈາກ ກັນ.
\v 3 ພຣະອົງ ໄດ້ ໃຫ້ ປະຊາຊົນ ນັ້ນ ທົນ ທຸກ ໜັກ ຍ່າງ ໂຊເຊ ເໝືອນ ກັບ ຄົນ ເມົາ ເຫລົ້າ.
\s5
\v 4 ພຣະອົງ ຕັກເຕືອນ ພວກ ທີ່ຢໍາເກງ ພຣະອົງ ເພື່ອ ວ່າ ພວກເຂົາ ຈະ ໄດ້ ຫລົບ ໜີ ຈາກ ການທໍາລາຍ.
\v 5 ດ້ວຍ ຣິດທານຸພາບ ຂອງ ພຣະອົງ ຂໍ ຊົງ ໂຜດ ຊ່ວຍ ໃຫ້ ພວກ ຂ້ານ້ອຍ ພົ້ນໄພ ເພື່ອວ່າ ພຣະອົງ ຈະໄດ້ ຊ່ວຍກູ້ ເອົາ ປະຊາຊົນ ທີ່ ພຣະອົງ ຊົງ ຮັກ.
\s5
\v 6-7 ຈາກ ພຣະວິຫານ ນັ້ນ ພຣະເຈົ້າ (ຄ) ໄດ ້ກ່າວ ວ່າ, “ໃນ ຄວາມມີໄຊ ເຮົາຈະ ແຍກ ເອົາ ຊີເຄມ ໄວ້ ແບ່ງ ຮ່ອມພູ ຊຸກໂກດ ໃຫ້ ປະຊາຊົນ ຂອງເຮົາ ກີເລອາດ ເປັນ ຂອງເຮົາ ທັງ ເຜົ່າ ມານາເຊ ດ້ວຍ ເຜົ່າ ເອຟຣາອິມ ຄື ໝວກ ປ້ອງກັນ ຫົວ ເຮົາ ແລະ ເຜົ່າ ຢູດາ ຄື ຕະບອງ ແຫ່ງ ຣາຊອໍານາດ.
\s5
\v 8 ແຕ່ ເຮົາ ຈະ ໃຊ້ ໂມອາບ ຄື ຊາມ ລ້າງສ່ວຍ ແລະ ໂຍນ ເກີບ ຂອງເຮົາ ໃສ່ ເອໂດມ ໝາຍ ເຖິງ ວ່າ ເຮົາ ເປັນ ພຣະເຈົ້າ ຂອງ ດິນແດນ. ຊາວ ຟີລິດສະຕິນ ຄິດ ວ່າ ຈະ ໂຮຮ້ອງ ມີໄຊ ຫລືນີ້? ”
\v 9 ຜູ້ໃດ ຈະ ນາໍ ພາ ໄປ ຍັງ ເມືອງ ທີ່ ມີ ປ້ອມ ປ້ອງກັນ? ຜູ້ໃດ ຈະ ພາ ໄປ ຍັງ ເອໂດມ ພຸ້ນ?
\s5
\v 10 ຂ້າແດ່ ພຣະເຈົ້າ ພຣະອົງ ໄດ້ ປະຖິ້ມ ພວກຂ້ານອ້ ຍ ໄປ ແທ້ບໍ? ຂ້າແດ່ ພຣະເຈົ້າ ພຣະອົງ ຈະ ບໍ່ ໄປ ກັບ ກອງທັບ ຂອງ ພວກ ຂ້ານ້ອຍ ອີກ ຫລືນີ້?
\v 11 ຂໍຊົງໂຜດ ຊ່ວຍເຫຼືອ ພວກຂ້ານ້ອຍ ໃນ ການ ຕໍ່ ສູ້ ສັດຕູ ແດ່ເທາະ ເພາະການຊ່ວຍເຫຼືອ ຂອງ ມະນຸດ ນັ້ນ ໃຊ້ ການ ຫຍັງ ບໍ່ ໄດ້ ເລີຍ.
\v 12 ເມື່ອ ພຣະເຈົ້າ ສະຖິດ ຢູ່ ນາໍ ພວກ ຂ້ານ້ອຍ ຈະ ມີ ໄຊຊະນະ ແລະ ຈະ ຜາບແພ້ ສັດ ຕູ ທັງ ຫລາຍ ຂອງ ພວກ ຂ້ານ້ອຍ.
\s5
\c 61
\p
\v 1 ຂ້າແດ່ ພຣະເຈົ້າ ຂໍ ຊົງ ໂຜດ ຟັງ ສຽງ ຮ້ອງຫາ ດ້ວຍ ຂໍ ຊົງ ໂຜດ ຟັງ ຄໍາພາວັນ ນາ ອະທິຖານ ຂອງ ຂ້ານ້ອຍ ດ້ວຍ
\v 2 ຂ້ານ້ອຍ ຮ້ອງຫາ ພຣະອົງ ເພາະ ຄວາມ ໝົດ ຫວັງ ແລະ ຂ້ານ້ອຍ ກໍ ກັາ ລັງ ຢູ່ ຫ່າງໄກ ຈາກ ບ້ານ
\v 3 ໂຜດ ນາໍ ຂ້ານ້ອຍ ໄປ ສູ່ ບ່ອນ ທີ່ ປອດໄພ ເປັນ ບ່ອນ ທີ່ ຂ້ານ້ອຍ ລີ້ໄພ ຢູ່ ໄດ້ ເພາະ ພຣະອົງ ຄື ປ້ອມ ປ້ອງກັນ ຂອງ ຂ້ານ້ອຍ ເປັນ ບ່ອນ ທີ່ ແໜ້ນ ໜາ ຕໍ່ສູ້ ສັດ ຕູ ຂອງ ຂ້ານ້ອຍ ໄດ້.
\s5
\v 4 ຊົ່ວ ຊີວິດ ຂອງ ຂ້ານ້ອຍ ນີ້ ຂໍ ຊົງໂຜດ ໃຫ້ ໄດ້ ຢູ່ ໃນ ພຣະວິຫານ ຂອງ ພຣະອົງ ຂໍ ໃຫ້ ຂ້ານ້ອຍ ໄດ້ ພົບ ທີ່ ປອດໄພ ໃຕ້ ຮົ່ມ ປີກ ຂອງ ພຣະອົງ ດ້ວຍ.
\v 5 ຂ້າແດ່ ພຣະເຈົ້າ ພຣະອົງ ໄດ້ຍິນ ຄໍາ ທີ່ ຂ້ານ້ອຍ ສັນຍາ ແລະ ມອບ ສິ່ງ ທີ່ ເປັນ ຂອງ ຜູ້ ຢໍາເກງ ພຣະນາມ ຂອງ ພຣະອົງ ໃຫ້ ແກ່ ຂ້ານ້ອຍ.
\s5
\v 6 ຂໍ ຊົງ ໂຜດ ຕື່ມ ອາຍຸ ຍືນ ຍາວ ໃຫ້ ກະສັດ ແດ່ ແລະ ໃຫ້ ເພິ່ນ ມີ ຊີວິດ ຢູ່ ໄດ້ ນານແສນນານ
\v 7 ຂ້າແດ່ ພຣະເຈົ້າ ຂໍ ຊົງ ໂຜດ ໃຫ້ ເພິ່ນ ໄດ້ ປົກ ຄອງ ສືບໄປ ຢູ່ ຊ້ອງໜ້າ ພຣະອົງ ໂຜດ ຄຸ້ມ ຄອງ ເພິ່ນ ດ້ວຍ ຄວາມຮັກ ອັນ ໝັ້ນ ຄົງ ຂອງ ພຣະອົງ ແລະ ໃນ ຄວາມສັດຊື່ ຂອງ ພຣະອົງ ດ້ວຍ.
\s5
\v 8 ສະນັ້ນ ຂ້ານ້ອຍ ຈຶ່ງ ຖວາຍ ບົດ ເພງ ຍ້ອງຍໍ ສັນລະເສີນ ສະເໝີໄປ ແລະ ນາໍ ເຄື່ອງ ຖວາຍ ປະຈາໍ ວັນ ມາ ໃຫ້ ພຣະອົງ ຕາມ ທີ່ ຂ້ານ້ອຍ ໄດ້ ສັນຍາ ໄວ້.
\s5
\c 62
\p
\v 1 ຂ້ານ້ອຍ ລໍຄອຍ ດ້ວຍ ຄວາມ ອົດ ທົນ ຢ່າງ ຈົດ ຈໍ່ ໃຫ້ ພຣະເຈົ້າ ຊ່ວຍ ໃຫ້ ພົ້ນໄພ ແລະ ເພິ່ງ ພາ ອາໄສ ພຣະອົງ ແຕ່ ຜູ້ດຽວ ເທົ່ານັ້ນ.
\v 2 ພຣະອົງ ເທົ່ານັ້ນ ທີ່ ປົກ ປ້ອງ ແລະ ຊ່ວຍ ຂ້ານ້ອຍ ໃຫ້ ພົ້ນໄພ ເມື່ອ ພຣະອົງ ເປັນ ຜູ້ ປ້ອງກັນ ຂ້ານ້ອຍ ໄວ້ ຂ້ານ້ອຍ ຈະ ບໍ່ ພ່າຍແພ້ ຈັກ ເທື່ອ.
\s5
\v 3 ພວກເຈົ້າ ຈະ ໂຈມຕີ ຄົນ ໜຶ່ງ ໄປ ດົນ ປານໃດ ຄື ຜູ້ ທີ່ ບໍ່ ແຂງແຮງ ສໍ່າ ກັບ ຮົ້ວ ທີ່ ເພພັງ ຊໍ້າ?
\v 4 ພວກເຈົ້າ ມີ ແຕ່ ຢາກ ໃຫ້ ລາວ ຕົກ ຈາກ ຕໍາແໜ່ງ ສູງ ພວກເຈົ້າ ພໍໃຈ ຫລາຍ ແທ້ ທີ່ ໄດ້ ຕົວະ. ພວກເຈົ້າ ກ່າວ ຄໍາຕ່າງໆ ເປັນ ຄໍາອວຍພອນ ພາຍ ໃນໃຈ ພັດ ເຕັມແຕ່ ຄໍາສາບແຊ່ງ.
\s5
\v 5 ຂ້ານ້ອຍ ເພິ່ງ ພຣະເຈົ້າ ແຕ່ ພຽງ ອົງ ດຽວ ຂ້ານ້ອຍ ມອບ ຄວາມຫວັງ ໄວ້ ໃນ ພຣະອົງ.
\v 6 ພຣະອົງ ເທົ່າ ນັ້ນ ທີ່ ປົກ ປ້ອງ ແລະ ຊ່ວຍ ຂ້ານ້ອຍ ໃຫ້ ພົ້ນໄພ ເມື່ອ ພຣະອົງ ເປັນ ຜູ້ ປ້ອງກັນ ຂ້ານ້ອຍ ໄວ້ ຂ້ານ້ອຍ ຈະ ບໍ່ ພ່າຍແພ້ ຈັກ ເທື່ອ.
\s5
\v 7 ຂ້າແດ່ ພຣະເຈົ້າ ຄວາມພົ້ນ, ກຽດສັກ ສີ ຂຶ້ນ ກັບ ພຣະອົງ ຜູ້ ປ້ອງກັນ ທີ່ ເຂັ້ມ ແຂງ ແລະ ເປັນ ໂລ້ ຕ້ານທານ ຂອງ ຂ້ານ້ອຍ.
\v 8 ຈົ່ງ ໄວ້ວາງໃຈ ໃນ ພຣະເຈົ້າ ໄດ້ ທຸກ ເວລາ ປະຊາຊົນ ຂອງຂ້ອຍ ເອີຍ. ຈົ່ງ ທູນ ຄວາມ ເດືອດຮ້ອນ ທຸກຢ່າງ ໃຫ້ ພຣະອົງ ຟັງ ເພາະ ພຣະອົງ ເປັນ ທີ່ ເພິ່ງ ຂອງ ພວກເຮົາ.
\s5
\v 9 ມະນຸດ ຊາດ ລ້ວນແຕ່ ປຽບ ດັ່ງ ລົມ ຫາຍໃຈ ຜູ້ໃຫຍ່ ຫືລ ຜູ້ນ້ອຍ ກໍຕາມ ໄຮ້ ຄ່າ ເໝືອນກັນ. ເມື່ອ ນາໍ ພວກເຂົາ ມາ ຊັ່ງ ເບິ່ງ ກໍ ບໍ່ ມີ ນາໍ້ ໜັກ ຫຍັງເລີຍ ພວກເຂົາ ເບົາກວ່າ ລົມຫາຍໃຈ ອີກ ຊໍ້າ.
\v 10 ຢ່າ ສູ່ ວາງໃຈ ໃນ ກໍາລັງ ຂອງເຈົ້າ ເດີ ຢ່າ ຫວັງ ຢາກ ໄດ້ ມາ ຈາກ ການ ລັກ ໂລບ ຖ້າ ພວກເຈົ້າ ເກີດຮັ່ງ ຄູນມີ ເປັນດີ ຂຶ້ນ ກໍຕາມ ກໍ ຢ່າ ເພິ່ງ ໃນ ຄວາມຮັ່ງ ມີ ນັ້ນ.
\s5
\v 11 ຂ້ອຍ ໄດ້ຍິນ ພຣະເຈົ້າ ກ່າວ ຫລາຍກວ່າ ໜຶ່ງ ເທື່ອ ວ່າ, “ຣິດອໍານາດ ເປັນ ຂອງ ພຣະເຈົ້າ".
\v 12 ຂ້າແດ່ ພຣະເຈົ້າ ຢາເວ ຄວາມຮັກ ຂອງ ພຣະອົງ ກໍ ໝັ້ນ ຄົງ ເພາະ ພຣະອົງ ເປັນ ຜູ້ ປະທານ ບາໍ ເໜັດ ລາງວັນ ໃຫ້ ແກ່ ທຸກຄົນ ຕາມ ຜົນ ການກະທາໍ ຂອງ ເຂົາ ເຈົ້າ.
\s5
\c 63
\p
\v 1 ຂ້າແດ່ ພຣະເຈົ້າ ພຣະອົງ ເປັນ ພຣະເຈົ້າ ຂອງ ຂ້ານ້ອຍ ຈີດວິນຍານ ຂອງ ຂ້ານ້ອຍ ຫິວ ກະຫາຍ ຫາ ພຣະອົງ ດັ່ງ ດິນ ແຫ້ງ ແລ້ງ ທີ່ ຂາດ ນາໍ້ ລໍ່ລ້ຽງ ສັນໃດ ເນື້ອ ໜັງ ຂອງ ຂ້ານ້ອຍ ກໍ ຫິວ ກະຫາຍ ຫາ ພຣະອົງ ສັນນັ້ນ.
\v 2 ໂຜດ ໃຫ້ ຂ້ານ້ອຍ ໄດ້ ພົບ ພຣະອົງ ໃນ ພຣະວິຫານ ໃຫ້ ຂ້ານ້ອຍ ເຫັນ ຣິດອໍານາດ ທັງ ຄວາມ ຍິ່ງ ໃຫຍ່ ຂອງ ພຣະອົງ ດ້ວຍ.
\s5
\v 3 ຄວາມຮັກ ແລະ ເມດຕາ ນັ້ນ ກໍ ມີ ຄ່າ ກວ່າ ຊີວິດ ສະນັ້ນ ຂ້ານ້ອຍ ຈຶ່ງ ຮ້ອງເພງ ຍ້ອງຍໍ ສັນລະເສີນ ພຣະອົງ.
\v 4 ຕາບໃດ ທີ່ ມີ ຊີວິດ ຢູ່ ຂ້ານ້ອຍ ຈະ ຖວາຍ ຄໍາ ໂມທະນາ ຂອບພຣະຄຸນ ພຣະອົງ ຂ້ານ້ອຍ ຈະ ຍົກ ມື ຂຶ້ນ ຫາ ພຣະອົງ ພ້ອມ ກັບ ຄໍາ ພາວັນນາ ອະທິຖານ ຮ້ອງຫາ ພຣະອົງ.
\s5
\v 5 ຈິດໃຈ ຂອງ ຂ້ານ້ອຍ ຈະ ຊົມ ຊື່ນ ຍິນ ດີ ແລະ ອີ່ມ ໜາໍ ສໍາລານ ຂ້ານ້ອຍ ຈະ ຮ້ອງເພງ ຍິນດີ ຍ້ອງຍໍ ສັນລະເສີນ ພຣະອົງ.
\v 6 ເມື່ອ ຂ້ານ້ອຍ ນອນລົງ ຂ້ານ້ອຍ ກໍ ລະນຶກ ຄິດເຖິງ ພຣະອົງ ແລະ ຄິດ ເຖິງ ພຣະອົງ ຕະຫລອດ ທັງ ຄືນ
\s5
\v 7 ເພາະ ພຣະອົງ ເປັນ ພຣະ ຜູ້ໂຜດຊ່ວຍ ສະເໝີ ມາ ຂ້ານ້ອຍ ຈຶ່ງ ຮ້ອງເພງ ຍິນ ດີ ໃຕ້ ຮົ່ມ ປີກຂອງ ພຣະເຈົ້າ.
\v 8 ຂ້ານ້ອຍ ຕິດ ພັນ ຢູ່ ກັບ ພຣະອົງ ສະເໝີ ແລະ ມື ຂອງ ພຣະອົງ ກໍ ຮັກ ສາ ຂ້ານ້ອຍ ໄວ້ ໃຫ້ ປອດໄພ.
\s5
\v 9 ພວກ ທີ່ ກາໍ ລັງ ຊອກ ຫາ ສັງ ຫານ ຂ້ານ້ອຍ ກໍ ຈະ ຕ້ອງ ລົງ ໄປ ສູ່ ແດນ ມໍຣະນາ ພຸ້ນ.
\v 10 ພວກເຂົາ ຈະ ຖືກ ຂ້າ ໃນ ສະໜາມຮົບ ຊາກສົບ ຂອງ ພວກເຂົາ ກໍ ຈະ ຖືກ ໝາປ່າ ກັດກິນ.
\s5
\v 11 ສ່ວນ ກະສັດ ນັ້ນ ກໍ ຈະ ຊົມ ຊື່ນ ຍິນ ດີ ເພາະວ່າ ພຣະເຈົ້າ ໃຫ້ ໄຊຊະນະ ແກ່ ເພິ່ນ. ຄົນທັງຫລາຍ ທີ່ ສັນຍາ ໃນ ພຣະນາມ ຂອງ ພຣະເຈົ້າ ກໍ ຈະ ຍ້ອງຍໍ ສັນລະເສີນ ພຣະອົງ ແຕ່ ປາກ ຂອງ ຄົນ ຂີ້ຕົວະ ຈະ ຖືກ ງັບໄວ້.
\s5
\c 64
\p
\v 1 ຂ້າແດ່ ພຣະເຈົ້າ ຂ້ານ້ອຍ ເດືອດຮ້ອນ ແລ້ວ ໂຜດ ຟັງ ຄໍາພາວັນນາ ອະທິຖານ ຂອງ ຂ້ານ້ອຍ ດ້ວຍ ເພາະ ຂ້ານ້ອຍ ຢ້ານກົວ ເຫລົ່າ ສັດຕູ ໂຜດ ຊ່ວຍກູ້ ເອົາ ຊີວິດ ຂອງ ຂ້ານ້ອຍ ດ້ວຍ.
\v 2 ຂໍ ຊົງ ໂຜດ ຄຸ້ມ ຄອງ ຂ້ານ້ອຍ ຈາກ ແຜນ ອຸບາຍ ຂອງ ຄົນ ຊົ່ວ ຮ້າຍ ຈາກ ຝູງຄົນ ທີ່ ຊົ່ວ ຮ້າຍ ທັງ ຫລາຍ ນັ້ນ.
\s5
\v 3 ພວກເຂົາ ຝຶກຝົນ ລີ້ນ ໃຫ້ ແຫຼມຄົມ ດັ່ງ ດາບ ທັ່ງ ຄໍາເວົ້າ ອອກ ມາ ດັ່ງ ຍິງ ໜ້າ ລູກທະນູ.
\v 4 ພວກເຂົາ ວ່ອງໄວ ໃນ ການ ແຜ່ ຄວາມ ຕົວະຍົວະ ຢ່າງ ຂາດ ຄວາມອາຍ ແລະ ພວກເຂົາ ທາໍ ລາຍ ຄົນ ດີ ດ້ວຍ ຄໍາເວົ້າ ອັນ ໂຫດຮ້າຍ ຢ່າງ ບໍ່ ຢ້ານກົວ.
\s5
\v 5 ພວກເຂົາ ໜູນໃຈ ກັນແລະກັນ ເຖິງ ແຜນການ ຊົ່ວ ຂອງ ພວກເຂົາ ພວກເຂົາ ປຶກ ສາ ກັນ ເຖິງ ບ່ອນ ທີ່ ພວກເຂົາ ຈະ ຫ້າງ ແຮ້ວໃສ່. ແລ້ວ ພວກເຂົາ ກໍ ເວົ້າ ຕໍ່ ກັນແລະກັນເຖິງ ແຜນການ ອັນຊົ່ວ ຊ້າ ຂອງ ພວກເຂົາ ວ່າ, “ບໍ່ ມີ ຜູ້ໃດ ດອກ ທີ່ ເຫັນ ພວກເຮົາ ໄດ້. ”
\v 6 ພວກເຂົາ ວາງແຜນ ຊົ່ວ ແລະ ເວົ້າ ວ່າ, “ເປັນ ແຜນການ ທີ່ ດີ ເລີດ. ” ຈິດໃຈ ແລະ ຄວາມ ນຶກຄິດ ຂອງ ມະນຸດ ກໍ ເລີກ ລັບ ບໍ່ ມີ ຜູ້ໃດ ຢັ່ງ ຮູ້ ໄດ້ ເລີຍ.
\s5
\v 7 ແຕ່ ພຣະເຈົ້າ ຍິງ ລູກໜ້າ ຂອງ ພຣະອົງ ໃສ່ ພວກເຂົາ ແລະ ໃນທັນ ໃດ ພວກເຂົາ ກໍ ບາດເຈັບ.
\v 8 ພຣະອົງ ຈະ ທາໍ ລາຍ ພວກເຂົາ ຍ້ອນ ຄໍາເວົ້າ ຂອງ ພວກເຂົາ ເອງ (ຍ) ທຸກຄົນ ທີ່ ເຫັນ ພວກເຂົາ ຕ່າງ ກໍ ແກວ່ງຫົວ.
\v 9 ພວກເຂົາ ຈະ ຢ້ານ ເມື່ອ ຄິດ ເຖິງ ສິ່ງ ທີ່ ພຣະເຈົ້າ ໄດ້ ກະທາໍ ແລະ ຈະ ບອກ ເຖິງ ກິດຈະການ ຂອງ ພຣະອົງ.
\s5
\v 10 ສ່ວນ ຄົນ ຊອບທາໍ ນັ້ນ ຈະ ຊົມຊື່ນ ຍິນດີ ຍ້ອນ ສິ່ງ ທີ່ ອົງພຣະ ຜູ້ ເປັນເຈົ້າ ໄດ້ ກະທໍາ ນັ້ນ. ພວກເຂົາ ຈະ ພົບ ຄວາມ ປອດໄພ ໃນ ພຣະອົງ ຄົນ ຊອບທາໍ ທຸກຄົນ ຈະ ຍ້ອງຍໍ ສັນລະເສີນ ພຣະອົງ.
\s5
\c 65
\p
\v 1 ຂ້າແດ່ ພຣະເຈົ້າ ຖືກ ຕ້ອງ ແລ້ວ ສໍາລັບ ພວກເຮົາ ທີ່ ຈະ ຍ້ອງຍໍ ສັນລະເສີນ ພຣະອົງ ໃນ ພູເຂົາ ຊີໂອນ ນັ້ນ ແລະ ຮັກສາ ຄໍາສັນຍາ ຂອງ ເຮົາ ທັງ ຫລາຍ ຊຶ່ງ ໄດ້ ມີ ຕໍ່ ພຣະອົງ ນັ້ນ
\v 2 ກໍ ເພາະ ພຣະອົງ ຕອບ ຄໍາ ພາວັນນາ ອະທິຖານ ຄົນ ທົ່ວໂລກ ຈະ ມາ ຫາ ພຣະອົງ ເມື່ອ ພວກເຂົາ ມີ ຜິດ ບາບ.
\v 3 ຄວາມ ຜິດບາບ ນັ້ນ ເຮັດ ໃຫ້ ພວກ ຂ້ານ້ອຍ (ຕ) ພ່າຍແພ້ ໄປ ແຕ່ ພຣະອົງ ໃຫ້ ອະໄພ ພວກ ຂ້ານ້ອຍ ຢ່າງ ໝົດສີ້ນ.
\s5
\v 4 ຄວາມສຸກ ເປັນ ຂອງ ຜູ້ ທີ່ ພຣະອົງ ໄດ້ ເລືອກ ເອົາ ໃຫ້ ເຂົ້າ ມາ ອາໄສ ຢູ່ ໃນ ຫໍ ນະມັດສະການ ໄດ້. ພວກ ຂ້ານ້ອຍ ຈະ ອີ່ມ ບໍຣິບູນ ດ້ວຍ ຂອງ ດີ ທັງ ພຣະພອນ ນາໆ ຈາກ ພຣະວິຫານ ອັນ ສັກ ສິດ ນັ້ນ.
\s5
\v 5 ພຣະອົງ ຕອບ ພວກ ຂ້ານ້ອຍ ໂດຍ ໃຫ້ ຄວາມ ມີໄຊ ແລະ ຊ່ວຍເຫລືອ ໂດຍ ການ ອັດສະຈັນ ຕ່າງໆ. ປະຊາຊົນ ທົ່ວ ໂລກ ແລະ ທີ່ ຟາກ ນາໍ້ ທີ່ ຫ່າງ ໄກ ກໍ ພາ ກັນ ເຊື່ອ ວາງໃຈ ໃນ ພຣະອົງ.
\s5
\v 6 ພຣະອົງ ຕັ້ງ ພູ ຜາ ໄວ້ ດ້ວຍ ພະລັງ ຂອງ ພຣະອົງ ຊຶ່ງ ສໍາແດງ ໃຫ້ ເຫັນ ຣິດທະນຸພາບ ອັນຍິ່ງໃຫຍ່ ຂອງ ພຣະອົງ.
\v 7 ພຣະອົງ ເຮັດ ໃຫ້ ຄື້ນ ທະເລ ອັນປັ່ນ ປ່ວນ ສະຫງົບ ລົງ ສຽງ ອຶກກະທຶກ ຂອງ ປະຊາຊົນ ມິດງຽບ.
\s5
\v 8 ທົ່ວ ທັງ ໂລກ ຕົກ ສະທ້ານ ຢ້ານກົວ ຕໍ່ ສິ່ງ ອັດສະຈັນ ອັນຍິ່ງໃຫຍ່ ທີ່ ພຣະອົງ ໄດ້ ກະທາໍ ຈາກ ສົ້ນ ໂລກ ເບື້ອງນີ້ ເຖິງ ສົ້ນ ໂລກ ເບື້ອງນັ້ນ ພຣະ ຣາຊກິດ ຂອງ ພຣະອົງ ຈະ ນາໍ ສຽງ ໂຮຮ້ອງ ຍິນດີ ມາ.
\v 9 ພຣະອົງ ເປັນ ຜູ້ ຈັດ ທຸກ ສິ່ງ ໃຫ້ ແກ່ ແຜ່ນດິນ ໂດຍ ສົ່ງ ນາໍ້ ຝົນ ໃຫ້ ຕົກ ລົງ ສູ່ ພິພົບ ໂລກ ພຣະອົງບັນດານ ໃຫ້ ດິນ ແດນ ອຸດົມ ແລະ ຮັ່ງ ມີ ໂດຍ ມີ ນາໍ້ ລໍ່ລ້ຽງ ປັດຖະພີ ໃຫ້ ມີ ຜົນ ລະປູກ.
\s5
\v 10 ຕໍ່ ໄປ ນີ້ ແຫລະ ຄື ສິ່ງ ທີ່ ພຣະອົງ ໄດ້ ກະທາໍ: ນາ ທີ່ ໄຖ ແລ້ວ ກໍ ມີ ຝົນ ຫົດ ດິນ ໃຫ້ ຊຸ່ມປຽກ ພຣະອົງ ເຮັດ ໃຫ້ ມີ ດິນ ອ່ອນ ດ້ວຍ ຫ່າ ຝົນ ຊຶ່ງ ເຮັດ ໃຫ້ ກ້າ ເບ້ຍ ເກີດ ມີ ຂຶ້ນ.
\v 11 ພຣະຄຸນ ຄວາມດີ ຂອງ ພຣະອົງ ນັ້ນ ເຮັດ ໃຫ້ ເກັບ ກ່ຽວ ໄດ້ ຢ່າງ ອຸດົມ ສົມ ບູນ ບໍ່ ວ່າ ພຣະອົງ ຈະ ໄປ ທີ່ ໃດ ກໍ ອຸດົມ ສົມບູນ ທີ່ ນັ້ນ.
\v 12 ທົ່ງ ຫຍ້າ ທັງ ຫລາຍ ກໍ ເຕັມ ໄປ ດ້ວຍ ຝູງສັດ ຕາມ ເນີນ ພູ ກໍ ມີ ຄວາມ ຊົມ ຊື່ນ ຍິນ ດີ.
\s5
\v 13 ຝູງ ແກະ ເຕັມຢູ່ ຕາມ ທົ່ງ ຫຍ້າ ຕາມ ຮ່ອມ ພູ ເຕັມ ໄປ ດ້ວຍ ເມັດ ພືດ ພັນ ທັນຍາຫານ ສັບພະທຸກສິ່ງ ກໍ ເປັ່ງ ສຽງ ຮ້ອງລໍາ ທາໍ ເພງ ດ້ວຍ ຄວາມ ເບີກບານ ຊົມຊື່ນ.
\s5
\c 66
\p
\v 1 ປະຊາຊົນ ທົ່ວ ໂລກ ເອີຍ ຈົ່ງ ຍ້ອງຍໍ ສັນລະເສີນ ພຣະເຈົ້າ ຈົ່ງ ໂຮຮ້ອງ ຍິນດີ ສັນ ລະເສີນ ເຖີດ
\v 2 ຈົ່ງ ຮ້ອງເພງ ຖວາຍ ແກ່ ພຣະນາມ ອັນ ຊົງ ສະຫງ່າຣາສີ ຂອງ ພຣະອົງ ຈົ່ງ ຖວາຍ ຄໍາ ຍ້ອງຍໍ ສັນລະເສີນ ພຣະອົງ ຢ່າງ ຊົມ ຊື່ນ ຍິນດີ ເຖີດ
\s5
\v 3 ຈົ່ງ ເວົ້າ ຕໍ່ ພຣະເຈົ້າ ວ່າ, “ສິ່ງ ທີ່ ພຣະອົງ ກະທາໍ ນັ້ນ ກໍ ອັດສະຈັນ ທີ່ ສຸດ ຄື ຣິດທານຸພາບ ຍິ່ງ ໃຫຍ່ ຈົນສັດຕູ ກົ້ມ ຂາບ ຕໍ່ໜ້າ ພຣະອົງ ດ້ວຍ ຄວາມຢ້ານ.
\v 4 ທຸກຄົນ ທີ່ ແຜ່ນດິນ ໂລກ ນະມັດສະການ ພຣະອົງ ພວກເຂົາ ຮ້ອງເພງ ຍ້ອງຍໍ ສັນລະເສີນ ພຣະອົງ.
\s5
\v 5 ຈົ່ງ ມາ ເບິ່ງ ສິ່ງ ທີ່ ພຣະເຈົ້າ ໄດ້ ຊົງ ກະທາໍ ການ ອັດສະຈັນ ທີ່ ຊົງ ກະທາໍ ທ່າມກາງ ມະນຸດ.
\v 6 ພຣະອົງ ໄດ້ ປ່ຽນ ທະເລ ເລິກ ໃຫ້ ເປັນ ດິນແຫ້ງ ໄປ ປູ່ຍ່າຕາຍາຍ ຂອງ ພວກເຮົາ ໄດ້ ຍ່າງ ຂ້າມ ນໍ້າ ນັ້ນ ຢູ່ ທີ່ ນັ້ນ ພວກເພິ່ນ ຕ່າງ ກໍ ຊົມ ຊື່ນ ຍິນດີ ເພາະ ສິ່ງ ທີ່ ພຣະອົງ ໄດ້ ກະທໍາ ນັ້ນ.
\v 7 ພຣະອົງ ປົກ ຄອງ ດ້ວຍ ຣິດທານຸພາບ ຂອງ ພຣະອົງ ສືບໆໄປ ແລະ ພຣະເນດ ຂອງ ພຣະອົງ ເຝົ້າເບິ່ງ ຊົນຊາດ ທັງຫຼາຍ ບໍ່ ໃຫ້ ລຸກຂຶ້ນ ຕໍ່ສູ້ ພຣະອົງ.
\s5
\v 8 ຈົ່ງ ຍ້ອງຍໍ ສັນລະເສີນ ພຣະເຈົ້າ ຂອງ ພວກເຮົາ ເຖີດ ບັນດາ ຊົນຊາດ ເອີຍ ຈົ່ງໃຫ້ ທຸກຄົນ ໄດ້ຍິນ ສຽງ ຍ້ອງຍໍ ສັນລະເສີນ ນັ້ນ.
\v 9 ພຣະອົງ ໄດ້ ໃຫ້ ພວກເຮົາ ມີ ຊີວິດ ຢູ່ ແລະ ບໍ່ ໄດ້ ປ່ອຍ ໃຫ້ ພວກເຮົາ ລົ້ມລົງ.
\s5
\v 10 ຂ້າແດ່ ພຣະເຈົ້າ ພຣະອົງ ທົດ ລອງ ເບິ່ງ ພວກ ຂ້ານ້ອຍ ເໝືອນ ດັ່ງ ເງີນ ຖືກ ໄຟ ຊໍາລະ ດ້ວຍ ໄຟ ສັນໃດ ພຣະອົງ ກໍ ຊົງ ຊໍາລະ ພວກ ຂ້ານ້ອຍ ສັນນັ້ນ.
\v 11 ພຣະອົງ ປະ ໃຫ້ ພວກ ຂ້ານ້ອຍ ຖືກ ແຮ້ວທີ່ ພວກເຂົາ ດັກ ແລະ ວາງ ພາລະໜັກ ໃສ່ ຫລັງ ດ້ວຍ.
\v 12 ພຣະອົງ ປະ ໃຫ້ ສັດຕູ ຢຽບຢໍ່າ ພວກ ຂ້ານ້ອຍ ລົງ ຢູ່ ໃຕ້ ພື້ນ ຕີນ ເຂົາ ເຈົ້າ ພວກ ຂ້າ ນ້ອຍ ໄດ້ ຜ່ານ ນາໍ້ ຖ້ວມ ແລະ ໄຟ ແຕ່ ບັດ ນີ້ ພຣະອົງ ນາໍ ມາ ເຖິງ ທີ່ ປອດໄພ ແລ້ວ. (ທ)
\s5
\v 13 ຂ້ານ້ອຍ ຈະ ນາໍ ເຄື່ອງ ເຜົາ ບູຊາ ມາ ຍັງ ເຮືອນ ທີ່ ພຣະອົງ ສະຖິດ ແລະ ຖວາຍ ຕາມ ທີ່ ໄດ້ ສັນຍາ ໄວ້.
\v 14 ຂ້ານ້ອຍ ຈະ ຖວາຍ ແກ່ ພຣະອົງ ຕາມ ທີ່ ຂ້ານ້ອຍ ໄດ້ເວົ້າ ໄວ້ ເມື່ອ ຂ້ານ້ອຍ ຕົກ ຢູ່ ໃນ ຄວາມ ເດືອດຮ້ອນ.
\v 15 ຂ້ານ້ອຍ ຈະ ເຜົາ ແກະ ຖວາຍ ທີ່ ແທ່ນບູຊາ ຂ້ານ້ອຍ ຈະ ຖວາຍ ແບ້ ກັບ ງົວ ເຖິກ ແລະ ຄວັນ ໄຟ ກໍ ຈະ ຂຶ້ນ ສູ່ ທ້ອງຟ້າ.
\s5
\v 16 ທຸກຄົນ ທີ່ ຢໍາເກງ ພຣະເຈົ້າ ຈົ່ງ ມາ ຟັງ ເອົາ ສາ ຂ້ອຍ ຈະ ບອກ ສິ່ງ ທີ່ ພຣະອົງ ໄດ້ ເຮັດ ເພື່ອ ຂ້ອຍ.
\v 17 ຂ້ອຍ ໄດ້ ຂໍຮ້ອງ ພຣະອົງ ໃຫ້ ຊ່ວຍເຫລືອ ຂ້ອຍ ຍ້ອງຍໍ ສັນລະເສີນ ພຣະອົງ ດ້ວຍ ບົດເພງ ຕ່າງໆ.
\v 18 ຖ້າຂ້ອຍ ເມີນ ເສີຍ ຕໍ່ ບາບ ທີ່ ຂ້ອຍ ໄດ້ ເຮັດ ເອງ ພຣະເຈົ້າ ຢາເວ ກໍ ຄົງ ບໍ່ຟັງ ສຽງ ຂ້ອຍ ດອກ.
\s5
\v 19 ແຕ່ ພຣະເຈົ້າ ໄດ້ຍິນ ສຽງ ຂ້ອຍ ຢ່າງ ແທ້ຈິງ ພຣະອົງ ໄດ້ຍິນ ຄໍາພາວັນ ນາ ອະທິຖານ ຂອງຂ້ອຍ.
\v 20 ຂໍ ໃຫ້ ພຣະເຈົ້າ ເປັນ ທີ່ ຍ້ອງຍໍ ສັນລະເສີນ ເພາະ ພຣະອົງ ຊົງ ຟັງ ຄໍາພາວັນ ນາ ອະທິຖານ ຂອງຂ້ອຍ ຫລື ບໍ່ ໄດ້ ຖອນ ຄວາມຮັກ ອັນ ໝັ້ນຄົງ ໜີໄປ ຈາກ ຂ້ອຍ.
\s5
\c 67
\p
\v 1 ຂໍ ພຣະເຈົ້າ ຊົງ ໂຜດ ອີດູ ແລະ ອວຍພອນ ພວກ ຂ້ານ້ອຍ ດ້ວຍ ໂຜດ ແນມເບີ່ງ ພວກ ຂ້ານ້ອຍ ດ້ວຍ ຄວາມ ເມດຕາ ແດ່ ທ້ອນ
\v 2 ເພື່ອ ທົ່ວ ທັງ ໂລກນີ້ຈະ ຮູ້ຈັກ ພຣະປະສົງ ມະນຸດ ຊາດ ຈະ ຮູ້ ວ່າ ພຣະອົງ ຊ່ວຍ ໃຫ້ ພົ້ນໄດ້.
\s5
\v 3 ຂ້າແດ່ ພຣະເຈົ້າ ຂໍ ໃຫ້ ປະຊາຊາດ ຍ້ອງຍໍ ສັນລະເສີນ ພຣະອົງ ຂໍ ໃຫ້ ທຸກ ຊາດ ທຸກ ພາສາ ຍ້ອງຍໍ ສັນລະເສີນ ພຣະອົງ ເທີ້ນ.
\v 4 ຂໍ ໃຫ້ ຊົນຊາດ ຕ່າງໆ ຊົມຊື່ນ ແລະ ຍິນດີ ຮ່ວມ ກັນ ຮ້ອງເພງ ຢ່າງ ເບີກ ບານ ເຖີດ ເພາະ ພຣະອົງ ຕັດສິນ ບັນດາ ຊົນຊາດ ຢ່າງ ຍຸດຕິທໍາ ແລະ ນາໍ ພາ ແຕ່ ລະ ຊົນຊາດ ເທິງ ແຜ່ນດິນ ໂລກ ນີ້.
\s5
\v 5 ຂ້າແດ່ ພຣະເຈົ້າ ຂໍ ໃຫ້ ປະຊາຊາດ ຍ້ອງຍໍ ສັນລະເສີນ ພຣະອົງ ຂໍ ໃຫ້ ທຸກ ຊາດ ທຸກ ພາສາ ຍ້ອງຍໍ ສັນ ລະເສີນ ພຣະອົງ ເທີ້ນ.
\v 6 ທີ່ ດິນ ເກີດ ຜົນ ລະປູກ ໃຫ້ ໄດ້ ເກັບກ່ຽວ, ພຣະເຈົ້າ, ພຣະເຈົ້າຂອງ ພວກເຮົາ ໄດ້ ອວຍພຣະພອນ ແກ່ ພວກເຮົາ.
\s5
\v 7 ພຣະເຈົ້າ ໄດ້ ອວຍພອນ ແກ່ ພວກເຮົາ ຂໍ ໃຫ້ ປະຊາຊົນ ທັງ ໝົດ ທົ່ວ ທຸກບ່ອນ ຈົ່ງ ຖວາຍ ພຣະກຽດ ແດ່ ພຣະອົງ.
\s5
\c 68
\p
\v 1 ພຣະເຈົ້າ ລຸກ ຂຶ້ນ ແລະ ຕີ ສັດຕູ ແຕກ ກະຈັດ ກະຈາຍ ພວກ ທີ່ ກຽດຊັງ ພຣະອົງ ກໍ ປົບໜີ ຢ່າງ ພ່າຍແພ້.
\v 2 ພຣະອົງ ໄລ່ ພວກເຂົາ ໜີໄປ ດັ່ງ ຄວັນ ໄຟ ຖືກ ລົມ ພັດ ພ່າຍ ເໝືອນ ຂີ້ເຜິ້ງ ທີ່ ເປື່ອຍ ໃນ ໄຟ ຄົນ ຊົ່ວ ກໍ ຕາຍ ຢູ່ ຊ້ອງໜ້າ ພຣະເຈົ້າ.
\v 3 ແຕ່ ຄົນ ຊອບທາໍ ດີໃຈ ແລະ ຊົມຊື່ນ ຢູ່ ຊ້ອງໜ້າ ພຣະອົງ ພວກເຂົາ ສຸກໃຈ ແລະ ໂຮຮ້ອງ ຢ່າງ ມ່ວນຊື່ນ.
\s5
\v 4 ຈົ່ງ ຮ້ອງເພງ ແດ່ ພຣະເຈົ້າ ຈົ່ງ ຮ້ອງເພງ ຍ້ອງຍໍ ສັນລະເສີນ ພຣະນາມ ຂອງ ພຣະອົງ ຈົ່ງ ຕຽມ ທາງ ໃຫ້ ຜູ້ ຊົງ ຂີ່ ເມກ ເປັນ ພາຫະນະ. (ປ) ອົງພຣະຜູ້ເປັນເຈົ້າ ແມ່ນ ນາມ ຂອງ ພຣະອົງ ຈົ່ງ ຊົມຊື່ນ ຍິນດີ ຢູ່ ຊ້ອງໜ້າ ພຣະອົງ ເຖີດ.
\v 5 ພຣະເຈົ້າ ຜູ້ ທີ່ ສະຖິດ ຢູ່ ໃນ ພຣະວິຫານ ອັນສັກສິດ ຂອງ ພຣະອົງ ເປັນຫ່ວງ ເປັນໃຍ ລູກກາໍພ້າ ແລະ ປ້ອງກັນ ຮັກສາ ແມ່ໝ້າຍ.
\v 6 ພຣະອົງ ໃຫ້ ຄົນ ເປົ່າປ່ຽວ ມີ ເຮືອນ ຢູ່ອາໄສ ແລະ ໃຫ້ ນັກ ໂທດ ດີໃຈ ເພາະມີ ອິດສະຫລະພາບ. ສ່ວນ ພວກ ກະບົດນັ້ນ ຈະ ຕ້ອງ ໄປ ອາໄສ ຢູ່ ໃນ ດິນແດນ ທີ່ ມີ ແຕ່ ຄວາມ ເປົ່າປ່ຽວ.
\s5
\v 7 ຂ້າແດ່ ພຣະເຈົ້າ ເມື່ອ ພຣະອົງ ນາໍ ໜ້າ ປະຊາຊົນ ໄປ ເມື່ອ ຄາວ ເດີນ ຂ້າມ ຖິ່ນ ແຫ້ງແລ້ງ ກັນດານ ນັ້ນ
\v 8 ແຜ່ນດິນໂລກ ໄດ້ ຫວັ່ນ ໄຫວ ໄປ ໝົດ ແລະ ທ້ອງຟ້າ ກໍ ເທ ຫ່າຝົນ ລົງ ມາ ຕໍ່ໜ້າ ພຣະເຈົ້າ, ພຣະເຈົ້າ ແຫ່ງ ພູເຂົາ ຊີນາຍ (ຜ) ຕໍ່ໜ້າ ພຣະເຈົ້າ, ພຣະເຈົ້າ ແຫ່ງ ຊາດ ອິດສະຣາເອນ.
\s5
\v 9 ພຣະອົງ ໄດ້ ເທ ຫ່າຝົນ ລົງ ໃສ່ ຢ່າງ ອຸດົມ ສົມບູນ ໃຫ້ ດິນ ແດນ ທີ່ ຊຸດໂຊມ ອຸດົມ ສົມບູນ ຂຶ້ນໃໝ່
\v 10 ປະຊາຊົນ ໄດ້ ສ້າງ ເຮືອນຊານ ບ້ານຊ່ອງ ຢູ່ອາໄສ ດ້ວຍ ພຣະຄຸນ ຄວາມດີຂອງພຣະອົງ ພຣະອົງ ຈັດຕຽມ ໃຫ້ ແກ່ ຄົນທຸກຍາກ ຂັດ ສົນ ໃຫ້ ມີ ຢູ່ ມິກິນ.
\s5
\v 11 ພຣະເຈົ້າ ຢາເວ ໄດ້ ອອກ ຄໍາສັ່ງ ບັນ ຊາ ແລະ ບັນດາ ຜູ້ຍິງ ກໍ ນາໍ ໄປ ປະກາດ ວ່າ
\v 12 ກະສັດ ກັບກອງທັບ ກາໍລັງ ແລ່ນ ປົບ ໜີໄປ ພວກຜູ້ຍິງ ໃນ ເຮືອນ ກໍ ແບ່ງ ສິ່ງ ທີ່ ພວກເຂົາ ຢຶດໄດ້
\v 13 (ເປັນ ຫຍັງ ບາງຄົນ ໃນ ພວກເຈົ້າ ຈຶ່ງ ຢູ່ ໃນ ຄອກ ແກະ ມື້ ທີ່ ສູ້ຮົບນັ້ນ?) ເຖິງ ປານ ນັ້ນ ເໝືອນ ດັ່ງ ນົກ ກາງແກ ໃຊ້ ເງິນ ເຄືອບ ປີກ ແລະ ຂົນ ຂອງ ມັນ ເຄືອບ ດ້ວຍ ຄໍາສົດ.
\s5
\v 14 ເມື່ອ ອົງ ຊົງຣິດ ອໍານາດ ຍິ່ງໃຫຍ່ ເຮັດ ໃຫ້ ບັນດາ ກະສັດ ທັງ ຫຼາຍ ແຕກ ກະຈັດ ກະຈາຍ ໄປ ຢູ່ ທີ່ ນັ້ນ ມັນ ກໍ ເໝືອນ ຫິມະ ຕົກ ຢູ່ ເທິງ ພູເຂົາ ຊານໂມນ.
\v 15 ບາຊານ ເປັນ ພູເຂົາ ໃຫຍ່ ທີ່ ແຂງແກ່ນ ຫລາຍ ເປັນ ພູ ທີ່ ມີ ຫລາຍ ຈອມ ຫລາຍຍອດ
\v 16 ໂອ ພູເຂົາ ຫຼາຍຍອດ ເອີຍ ເປັນ ຫຍັງ ເຈົ້າ ຈຶ່ງ ອິດສາ ໃສ່ ທີ່ ເທິງ ພູ (ຝ) ບ່ອນ ທີ່ ພຣະເຈົ້າ ເອງ ໄດ້ ເລືອກ ເປັນ ບ່ອນ ຢູ່? ອົງ ພຣະ ຜູ້ ເປັນ ເຈົ້າ ຈະ ຢູ່ ທີ່ ນັ້ນ ຕະຫລອດໄປ.
\s5
\v 17 ດ້ວຍ ລົດຮົບ ຢ່າງດີ ພັນໆ ຄັນ ຂອງ ພຣະອົງ ນັ້ນ ພຣະເຈົ້າ ຢາເວ ສະເດັດ ມາ ຈາກ ພູເຂົາ ຊີນາຍ (ພ) ສູ່ ສະຖານທີ່ ບໍຣິສຸດ.
\v 18 ພຣະອົງ ຂຶ້ນ ໄປ ສູ່ ບ່ອນ ສູງສຸດ ໂດຍ ນາໍ ພວກ ຊະເລີຍ ຫລາຍ ຄົນ ມາ ພ້ອມ ກັບ ພຣະອົງ ພຣະອົງ ຮັບ ເອົາ ຂອງຂວັນ ຈາກ ພວກ ກະບົດ ຕໍ່ສູ້ອົງພຣະຜູ້ ເປັນເຈົ້າ ພຣະເຈົ້າຈະ ຢູ່ ທີ່ ນັ້ນ.
\s5
\v 19 ຈົ່ງ ຍ້ອງຍໍ ສັນລະເສີນ ພຣະເຈົ້າຢາເວ ຜູ້ ທີ່ ແບກ ພາລະໜັກ ຂອງ ພວກເຮົາ ທຸກມື້ ທຸກຄືນ ພຣະອົງ ເປັນ ພຣະເຈົ້າ ຜູ້ ຊ່ວຍກູ້ ເອົາ ພວກເຮົາ ໃຫ້ ພົ້ນ.
\v 20 ພຣະເຈົ້າ ຂອງ ພວກເຮົາ ນັ້ນ ເປັນພຣະເຈົ້າ ແຫ່ງ ຄວາມ ລອດພົ້ນ. ພຣະເຈົ້າ ພຣະເຈົ້າຢາເວ ຊ່ວຍກູ້ ໃຫ້ ພົ້ນ ຈາກ ຕາຍ ໄດ້.
\v 21 ແນ່ນອນ ພຣະເຈົ້າ ຈະ ຕີ ກະໂຫລກ ຫົວ ພວກ ສັດຕູ ຂອງ ພຣະອົງ ໃຫ້ ໝຸ່ນ ທະລາຍ ຄື ພວກ ທີ່ ຂືນ ດໍາເນີນ ຊີວິດ ໃນ ທາງ ແຫ່ງ ຄວາມ ຜິດບາບ ຂອງ ເຂົາເຈົ້າ.
\s5
\v 22 ພຣະເຈົ້າ ຢາເວ ຊົງ ກ່າວ ວ່າ, “ເຮົາ ຈະ ນາໍ ສັດຕູ ຂອງ ພວກເຈົ້າ ໃຫ້ ຄືນ ມາ ຈາກ ບາຊານ ເຮົາ ຈະ ນາໍ ເອົາ ພວກເຂົາ ໃຫ້ ກັບ ຄືນ ມາ ຈາກ ບ່ອນ ເລິກ ສຸດ ຂອງ ມະຫາສະໝຸດ ນັ້ນ
\v 23 ເພື່ອ ວ່າ ພວກເຈົ້າ ຈະ ໄດ້ ລູຍ ເລືອດ ຂອງ ພວກເຂົາ ໄປ ແລະ ຝູງ ໝາ ກໍ ຈະ ໄດ້ ເລຍ ກິນ ຕາມ ໃຈຊອບ.”
\s5
\v 24 ຂ້າແດ່ ພຣະເຈົ້າ ທຸກຄົນ ໄດ້ ເຫັນ ຂະບວນ ແຫ່ ໄຊຊະນະ ຂອງ ພຣະອົງ ຜູ້ ທີ່ ເປັນ ກະສັດ ຂອງ ຂ້ານ້ອຍ ແຫ່ ໄປ ສ່ ູ ສະຖານທີ່ ສັກສິດ ຂອງ ພຣະອົງ ນັ້ນ.
\v 25 ພວກນັກຮ້ອງຢູ່ດ້ານໜ້າ ພວກດົນຕຼີ ຢູ່ດ້ານຫລັງ ທາງກາງ ມີ ພວກ ຍິງ ສາວໜຸ່ມ ກາໍ ລັງ ຕີ ກອງ ໄປ ພ້ອມ.
\s5
\v 26 “ຈົ່ງ ຍ້ອງຍໍ ສັນລະເສີນ ພຣະເຈົ້າ ເຖີດ ຄົນ ທັງ ຫລາຍ ທີ່ ເປັນ ຊາດ ອີດສະຣາເອນ ເອີຍ ຈົ່ງ ຍ້ອງຍໍ ສັນລະເສີນ ພຣະເຈົ້າ ຢາເວ ໃນ ທີ່ ຊຸມນຸມຊົນ ທັງຫລາຍ. ”
\v 27 ເບັນຢາມິນ ເປັນ ເຜົ່າ ນ້ອຍ ທີ່ ສຸດ ໃຫ້ ມາ ກ່ອນ ແລ້ວຜູ້ນາໍ ເຜົ່າຢູດາ ພ້ອມ ໝວດ ໝູ່ ຂອງ ພວກຕົນ ທັງ ພວກຜູ້ນາໍ ເຜົ່າ ເຊບູໂລນ ແລະ ເນັບທາລີ ກໍ ໃຫ້ ພາກັນ ເດີນ ຕິດ ຕາມ ໄປ ນາໍ ດ້ວຍ
\s5
\v 28 ຂ້າແດ່ ພຣະເຈົ້າ ຂໍ ຊົງ ໂຜດ ສໍາແດງ ຣິດອໍານາດ ຂອງ ພຣະອົງ; ໂອ ພຣະເຈົ້າ ດັ່ງ ທີ່ ພຣະອົງ ເຄີຍ ກະທາໍ ເພື່ອ ນໍາພາ ພວກ ຂ້ານ້ອຍ ນັ້ນ.
\v 29 ຈາກ ພຣະວິຫານ ຂອງ ພຣະອົງ ໃນ ນະຄອນ ເຢຣູຊາເລັມ ບ່ອນ ທີ່ ບັນດາ ກະສັດ ນາໍ ຂອງຂວັນ ມາ ຖວາຍ ໃຫ້ ພຣະອົງ.
\s5
\v 30 ຈົ່ງ ນາບຂູ່ ສັດປ່າ ທີ່ ຢູ່ ທ່າມກາງ ຕົ້ນ ອໍ້ ທັງຫລາຍ ຄື ຝູງ ງົວເຖິກ ແລະ ລູກ ຂອງ ມັນ ທີ່ ຢູ່ ທ່າມກາງ ບັນດາ ຊົນຊາດ ທັງປວງ ຈົນກວ່າ ພວກເຂົາ ທັງໝົດ ຈະ ຍອມ ຢູ່ ໃຕ້ ບັງຄັບ ແລະ ນາໍ ເອົາ ເງິນ ມາ ຖວາຍ ຈົ່ງ ຕີ ພວກເຂົາ ໃຫ້ ແຕກ ກະຈັດ ກະຈາຍ ຄື ພວກ ທີ່ ມັກເຮັດ ເສິກ ສົງຄາມ.
\v 31 ບັນດາ ຄະນະທູດ ຈະ ມາ ຈາກ ເອຢິບ ຊາວ ເອທິໂອເປຍ ຈະ ຍົກ ມື ພາວັນນາ ອະທິຖານ ຫາ ພຣະເຈົ້າ.
\s5
\v 32 ຈົ່ງ ຮ້ອງເພງ ຖວາຍ ແກ່ ພຣະເຈົ້າ ເຖີດ ບັນດາ ອານາຈັກ ແຫ່ງ ໂລກ ເອີຍ ຈົ່ງ ຮ້ອງເພງ ຖວາຍ ຄໍາ ຍ້ອງຍໍ ສັນລະເສີນ ແກ່ ພຣະເຈົ້າ ຢາເວ ເຖີດ
\v 33 ຜູ້ ໃຊ້ ທ້ອງຟ້າ ເປັນ ພາຫະນະ ຄື ຜູ້ ໃຊ້ ທ້ອງຟ້າ ແຕ່ ດຶກດໍາບັນ. ຈົ່ງ ຟັງ ຜູ້ ທີ່ ເປັ່ງ ສຽງ ຮ້ອງ ດ້ວຍ ຣິດ ອໍານາດ.
\s5
\v 34 ຈົ່ງ ປະກາດ ເຖິງ ຣິດທານຸພາບ ຂອງ ພຣະເຈົ້າ ພຣະສະຫງ່າຣາສີ ທີ່ ປົກ ຄຸມ ເໜືອ ອິດສະຣາເອນ ແລະ ຄວາມ ຍິ່ງໃຫຍ່ ຂອງ ພຣະອົງ ຢູ່ ເໜືອ ທ້ອງຟ້າ.
\v 35 ພຣະເຈົ້າ ພຣະອົງ ເປັນ ທີ່ ໜ້າ ຢໍາເກງ ໃນ ພຣະວິຫານ ອັນສັກສິດ ຂອງ ພຣະອົງ ແຕ່ ພຣະວິຫານ ອັນສັກສິດ ຂອງ ພຣະອົງ ນັ້ນ ຄື ພຣະເຈົ້າ ແຫ່ງ ຊາດ ອິດສະຣາເອນ ຜູ້ ໃຫ້ ພະລັງ ແລະ ອໍານາດ ແກ່ ປະຊາຊົນ ຂອງ ພຣະອົງ.
\s5
\c 69
\p
\v 1 ຂ້າແດ່ ພຣະເຈົ້າ ຂໍ ຊົງ ໂຜດ ຊ່ວຍ ຂ້ານ້ອຍ ດ້ວຍ ເພາະ ນາໍ້ ມາກ ຂຶ້ນ ຖ້ວມ ຮອດ ຄໍ ແລ້ວ.
\v 2 ຂ້ານ້ອຍ ກໍາລັງ ຈົມ ລົງ ໃນ ຂີ້ຕົມ ທີ່ ບໍ່ ມີ ພື້ນ ຢັນ ຂ້ານ້ອຍ ຈົມ ຢູ່ ໃນ ນໍ້າ ເລິກ ແລະ ຄື້ນ ກໍ ກາໍ ລັງ ດຶງ ຂ້ານ້ອຍ ລົງ.
\s5
\v 3 ຂ້ານ້ອຍ ອິດອ່ອນ ຍ້ອນ ຮ້ອງຂໍ ໃຫ້ ຊ່ວຍເຫລືອ ຈົນ ລໍາຄໍ ຂ້ານ້ອຍ ເຈັບປວດ ຍ້ອນ. ສ່ວນ ສາຍຕາ ຂ້ານ້ອຍ ນັ້ນ ກໍ ອ່ອນແຮງ ລົງ ເພາະ ມົວ ແຕ່ ແນມ ຫາ ພຣະອົງ ມາ ຊ່ວຍ.
\v 4 ພວກ ທີ່ ກຽດຊັງ ຂ້ານ້ອຍ ໂດຍ ບໍ່ ມີ ເຫດຜົນ ຫຍັງ ກໍ ມີ ຫລາຍກວ່າ ເສັ້ນຜົມ ທີ່ ຫົວ ຂອງ ຂ້ານ້ອຍ. ສັດຕູ ຂອງ ຂ້ານ້ອຍ ຫາ ເລື່ອງ ໃສ່ ໂດຍ ເວົ້າ ຕົວະ ພວກເຂົາ ແຂງແຮງ ຫລາຍ ໝາຍ ທີ່ ຈະ ທໍາລາຍ. ສິ່ງ ທີ່ ຂ້ານ້ອຍ ບໍ່ ໄດ້ ລັກ ຫລື ໂລບ ເອົາ ໄປ ຊໍ້າ ຖືກ ບັງຄັບ ໃຫ້ ສົ່ງ ຄືນ ສິ່ງນັ້ນ.
\s5
\v 5 ຂ້າແດ່ ພຣະເຈົ້າ ຂ້ານ້ອຍ ເຊື່ອງ ຄວາມ ຜິດບາບ ຈາກ ພຣະອົງ ບໍ່ໄດ້ ດອກ ຂ້ານ້ອຍ ໂງ່ຈ້າ ສໍ່າໃດ ພຣະອົງ ກໍ ຮູ້ ແລ້ວ.
\v 6 ໂອ ຂ້າແດ່ ພຣະເຈົ້າ ຢາເວ ພຣະຜູ້ ເປັນ ເຈົ້າ ອົງ ຊົງ ຣິດອໍານາດ ຍິ່ງໃຫຍ່ ເອີຍ ຂໍ ຢ່າ ໃຫ້ ຜູ້ ໄວ້ວາງໃຈ ໃນ ພຣະອົງ ຖືກ ອັບອາຍ ຍ້ອນ ຂ້ານ້ອຍ ໂອ ຂ້າແດ່ ພຣະເຈົ້າ ແຫ່ງ ອິດສະຣາເອນ ເອີຍ ຂໍຢ່າໃຫ້ ຜູ້ ນະມັດສະການ ພຣະອົງ ເສຍ ຍ້ອນ ຂ້ານ້ອຍ ດ້ວຍ.
\s5
\v 7 ແມ່ນ ເຫັນ ແກ່ ພຣະອົງ ຂ້ານ້ອຍ ຈຶ່ງ ຖືກ ໝິ່ນປະໝາດ ແລະ ຖືກ ອັບອາຍ ຂາຍໜ້າດ້ວຍ.
\v 8 ຂ້ານ້ອຍ ເປັນ ດັ່ງ ຄົນ ແປກໜ້າຕໍ່ ພີ່ນ້ອງ ຂອງຕົນ ເປັນດັ່ງ ຄົນ ຕ່າງດ້າວ ຕໍ່ ຄອບຄົວ ຂອງຕົນເອງ ດ້ວຍ.
\v 9 ການ ອຸທິດຕົວ ຕໍ່ ພຣະວິຫານ ລຸກ ໄໝ້ ຄືໄຟ ຢູ່ ພາຍ ໃນ ຄໍາໝິ່ນ ປະໝາດ ຂອງ ຜູ້ ທີ່ ເຍາະເຍີ້ຍ ພຣະອົງ ກໍ ຖືກ ຂ້ານ້ອຍ ແລ້ວ.
\s5
\v 10 ເມື່ອ ຂ້ານ້ອຍ ອົດອາຫານ ແລະ ຖ່ອມຕົວ ລົງ (ມ) ຄົນກໍໝິ່ນປະໝາດ ຂ້ານ້ອຍ ຫຼາຍຂຶ້ນ;
\v 11 ເມື່ອ ຂ້ານ້ອຍ ນຸ່ງ ຜ້າ ກະສອບເຂົ້າ ໄວ້ທຸກ ຄົນ ກໍ ຫົວຂວັນ ເຍາະເຍີ້ຍ ຂ້ານ້ອຍ ຊໍ້າ.
\v 12 ຄົນ ເວົ້າ ເລື່ອງ ຂ້ານ້ອຍ ນັ້ນ ຕາມ ຫົນທາງ ແລະ ຄົນ ຂີ້ເຫລົ້າ ກໍ ແຕ່ງເພງ ຮ້ອງ ສຽດສີ ໃສ່ ຂ້ານ້ອຍ.
\s5
\v 13 ຂ້າແດ່ ອົງພຣະຜູ້ ເປັນ ເຈົ້າ ຂ້ານ້ອຍ ຈະ ພາວັນນາ ອະທິຖານ ຫາ ພຣະອົງ ຂ້າແດ່ ພຣະເຈົ້າ ໂຜດ ຕອບ ຕາມ ເວລາ ທີ່ ພຣະອົງ ໄດ້ ຊົງເລືອກໄວ້ ດ້ວຍ ຄວາມຮັກ ອັນຍິ່ງ ໃຫຍ່ ໂຜດ ຕອບ ຂ້ານ້ອຍ ໂຜດ ຮັກສາ ຄໍາສັນຍາ ທີ່ ວ່າ ຈະ ຊ່ວຍກູ້ ໃຫ້ ພົ້ນ.
\v 14 ໂຜດ ຊ່ວຍ ຂ້ານ້ອຍ ຈາກ ການ ຈົມ ລົງ ໃນ ບຶງ ຂີ້ຕົມ ໃຫ້ ປອດໄພ ຈາກ ນາໍ້ ເລິກ ແລະ ສັດຕູ ແດ່ ທ້ອນ.
\v 15 ຂໍ ຢ່າ ໃຫ້ ນາໍ້ ນອງ ໄຫລ ຖ້ວມ ຂ້ານ້ອຍ ຂໍ ຢ່າ ໃຫ້ ລົ້ມ ລົງ ໃນ ຂຸມຝັງ ສົບ ເລີຍ.
\s5
\v 16 ຂ້າແດ່ ອົງພຣະຜູ້ ເປັນ ເຈົ້າ ໃນ ພຣະຄຸນ ຄວາມດີ ແຫ່ງ ຄວາມຮັກ ອັນ ໝັ້ນຄົງ ຂອງ ພຣະອົງ ນັ້ນ ຂໍ ຊົງ ຕອບ ຂ້ານ້ອຍ ດ້ວຍ ແລະ ໃນ ຄວາມ ເມດຕາ ອັນ ຍິ່ງ ໃຫຍ່ ຂອງ ພຣະອົງ ໂຜດ ຕອບ ແລະ ຫັນ ມາ ຫາ ຂ້ານ້ອຍ ດ້ວຍ
\v 17 ຂໍ ຢ່າ ຫັນ ໜີ ຈາກ ຜູ້ຮັບໃຊ້ ຂອງ ພຣະອົງ ເລີຍ ບັດນີ້ ຂໍ ຊົງ ໂຜດ ຕອບ ດ້ວຍ ເພາະ ເດືອດຮ້ອນ ທີ່ ສຸດ ແລ້ວ
\s5
\v 18 ຂໍ ຊົງ ໂຜດ ມາ ຫາ ດ້ວຍ ແລະ ຊ່ວຍ ໃຫ້ ພົ້ນ ໄພ ແດ່ ໂຜດ ຊ່ວຍ ກູ້ ເອົາ ຂ້ານ້ອຍ ໃຫ້ ພົ້ນ ຈາກ ພວກ ສັດຕູ ຂອງ ຂ້ານ້ອຍ ດ້ວຍ.
\v 19 ພຣະອົງ ຮູ້ ວ່າ ຂ້ານ້ອຍ ຖືກ ໝິ່ນ ປະໝາດ ສໍ່າໃດ ແລະ ທັງ ຖືກ ອັບອາຍ ຂາຍໜ້າ ສ່ຳໃດ ດ້ວຍ. ນອກນີ້ ຂ້ານ້ອຍ ກໍ ຍັງ ຖືກ ເສຍກຽດ ຫລາຍ ພຣະອົງ ເຫັນ ສັດ ຕູ ທັງໝົດ ຂອງ ຂ້ານ້ອຍ ໄດ້.
\s5
\v 20 ຄໍາ ໝິ່ນ ປະໝາດ ເຮັດ ໃຫ້ ຈິດໃຈ ຂອງ ຂ້ານ້ອຍ ເມື່ອຍ ອິດອ່ອນ ຫລາຍ ແລະ ເຮັດ ໃຫ້ ຂ້ານ້ອຍ ໝົດ ຫວັງ ດ້ວຍ. ຂ້ານ້ອຍ ຫວັງ ວ່າ ຈະ ມີ ຜູ້ ເຫັນ ອົກ ເຫັນ ໃຈ ຫວັງ ຕໍ່ ຜູ້ ເລົ້າໂລມ ໃຈ ແຕ່ ກໍ ບໍ່ ເຫັນ ປານນີ້.
\v 21 ເມື່ອ ຂ້ານ້ອຍ ຫິວ ເຂົ້າ ພວກເຂົາ ພັດຍື່ນ ຢາພິດ ໃຫ້ ກິນ ເມື່ອ ຫິວ ນາໍ້ ພວກເຂົາ ພັດ ເອົາ ນາໍ້ ສົ້ມ ໃຫ້ ດື່ມ.
\s5
\v 22 ຂໍ ໃຫ້ ງານລ້ຽງ ອັນ ໃຫຍ່ ໂຕ ນັ້ນ ທາໍ ລາຍ ພວກເຂົາ ລົງ ຂໍ ໃຫ້ ການລ້ຽງ ອັນ ສັກ ສິດ ເຮັດ ໃຫ້ ພວກເຂົາ ຫລົ້ມ ຈົມ ເຖີດ.
\v 23 ຂໍ ພຣະອົງ ເຮັດ ໃຫ້ ພວກເຂົາ ຕາບອດ ໄປ ຂໍ ໃຫ້ ຫລັງ ຂອງ ພວກເຂົາ ກົ່ງ ຢູ່ ເລື້ອຍໆ ໄປ.
\s5
\v 24 ຈົ່ງ ຖອກເທ ຄວາມ ໂກດຮ້າຍ ຂອງ ພຣະອົງ ໃສ່ ພວກເຂົາ ຈົ່ງ ປ່ອຍ ຄວາມ ໂກດແຄ້ນ ໄລ່ ຄຸບ ພວກເຂົາ ເຖີດ.
\v 25 ຂໍ ໃຫ້ ຄ້າຍພັກ ຂອງ ພວກເຂົາ ເປັນ ຖິ່ນ ແຫ້ງ ແລ້ງ ກັນດານ ຂໍ ຢ່າ ໃຫ້ ມີ ຜູ້ໃດ ລອດຕາຍ ໃນ ຜ້າເຕັນ ຂອງ ເຂົາ ເຈົ້າ.
\s5
\v 26 ເພາະ ພວກເຂົາ ຂົ່ມ ເຫັງ ພວກ ທີ່ ພຣະອົງ ໄດ້ ລົງໂທດທັນ ພວກເຂົາ ເວົ້າ ເລື່ອງ ທົນທຸກ ຂອງ ຜູ້ ທີ່ ຊົງ ໃຫ້ ເຈັບປວດ.
\v 27 ຂໍ ຊົງໂຜດ ບັນທຶກ ບາບ ທັງໝົດ ຂອງ ພວກເຂົາ ໄວ້ ດ້ວຍ ຂໍ ຢ່າ ໃຫ້ ພວກເຂົາ ມີ ສ່ວນ ໃນ ຄວາມພົ້ນ.
\s5
\v 28 ໃນ ທະບຽນ ແຫ່ງ ຊີວິດ ຂໍ ໃຫ້ ຊື່ ຂອງ ພວກເຂົາ ຖືກ ລືບ ຂໍ ຢ່າ ຈົດຊື່ ຂອງ ພວກເຂົາ ເຂົ້າ ໃນ ທະບຽນ ແຫ່ງ ບັນດາ ຄົນຊອບທໍາ.
\v 29 ຂ້າແດ່ ພຣະເຈົ້າ ແຕ່ ຂ້ານ້ອຍ ຍັງ ເຈັບ ປວດ ສິ້ນ ຫວັງ ໂຜດ ຍົກ ຂ້ານ້ອຍ ຂຶ້ນ ແລະ ຊ່ວຍ ໃຫ້ ພົ້ນໄພ ດ້ວຍ.
\s5
\v 30 ຂ້ານ້ອຍ ຈະ ຍ້ອງຍໍ ສັນລະເສີນ ພຣະນາມ ຂອງ ພຣະເຈົ້າ ດ້ວຍ ບົດເພງ ຂ້ານ້ອຍ ຈະ ປະກາດ ໂດຍ ການ ໂມທະນາ ຂອບພຣະຄຸນ ຣິດທານຸພາບ ຂອງ ພຣະອົງ.
\v 31 ການນີ້ ຈະ ເຮັດ ໃຫ້ ອົງພຣະ ຜູ້ ເປັນເຈົ້າ ພໍໃຈ ກວ່າ ການ ຖວາຍບູຊາ ງົວ ຫລື ຖວາຍບູຊາ ງົວ ເຖິກ ເປັນ ໂຕ ແກ່ ພຣະອົງ ນັ້ນ.
\s5
\v 32 ເມື່ອ ພວກ ທີ່ ຖືກ ກົດ ຂີ່ ໄດ້ ເຫັນ ການນີ້ ກໍຈະ ດີໃຈ ຜູ້ ທີ່ນະມັດສະການ ພຣະເຈົ້າ ກໍໄດ້ ຄໍາເລົ້າໂລມ ໃຈ ດ້ວຍ.
\v 33 ອົງພຣະ ຜູ້ ເປັນເຈົ້າ ຮັບ ຟັງ ຜູ້ຂັດ ສົນ ພາວັນນາ ອະທິຖານ ຫາ ພຣະອົງ ແລະ ບໍ່ ລືມ ໄລ ປະຊາຊົນ ຂອງ ພຣະອົງ ຢູ່ ໃນ ຄຸກ.
\s5
\v 34 ໂອ ຟ້າສະຫວັນ ກັບ ແຜ່ນດິນ ໂລກ ເອີຍ ທະເລ ກັບ ທຸກສິ່ງ ໃນ ນັ້ນ ເອີຍ ຈົ່ງ ຍ້ອງຍໍ ສັນລະເສີນ ພຣະອົງ
\v 35 ພຣະອົງ ຈະ ຊ່ວຍ ນະຄອນ ເຢຣູຊາເລັມ ໃຫ້ ພົ້ນໄພ ແລະ ສ້າງ ເມືອງ ຂອງ ຢູດາ ຂຶ້ນ ໃໝ່. ທີ່ ນັ້ນ ປະຊາຊົນ ຕ່າງ ກໍ ຈະ ໄດ້ ຢູ່ ອາໄສ ເປັນ ກາໍ ມະສິດ ດິນແດນ ສໍາລັບ ເຂົາ ເຈົ້າ.
\v 36 ພວກ ລູກຫລານ ຂອງ ຜູ້ຮັບໃຊ້ ພຣະອົງ ຈະ ໄດ້ ຮັບມູນ ມໍຣະດົກ ແລະ ພວກ ທີ່ ຮັກ ພຣະອົງ ກໍ ຈະ ໄດ້ ຢູ່ ໃນທີ່ ນັ້ນ.
\s5
\c 70
\p
\v 1 ໂອ ຂ້າແດ່ ພຣະເຈົ້າ ຂໍ ຊົງ ໂຜດ ຊ່ວຍ ຂ້ານ້ອຍ ໃຫ້ ພົ້ນ ແດ່ ຂ້າແດ່ ອົງ ພຣະ ຜູ້ ເປັນ ເຈົ້າ ໂຜດ ຊ່ວຍ ຂ້ານ້ອຍ ດຽວນີ້ ເທີ້ນ.
\v 2 ຂໍ ໃຫ້ ພວກ ທີ່ ຊອກ ສັງ ຫານ ຂ້ານ້ອຍ ນັ້ນ ພ່າຍແພ້ ແລະ ສັບສົນ ວຸ້ນວາຍ. ຂໍ ໃຫ້ ຄົນ ທີ່ ດີ ໃຈ ຍ້ອນ ເຫັນ ຂ້ານ້ອຍ ເດືອດຮ້ອນ ຖອຍໜີ ອອກ ໄປ ແລະ ຖືກ ອັບ ອາຍ ຂາຍໜ້າ.
\v 3 ຂໍ ໃຫ້ ຄົນ ທີ່ ຫົວ ເຍາະເຍີ້ຍ ຂ້ານ້ອຍ ນັ້ນ ຕົກຕະລຶງ ໄປ ຍ້ອນ ພວກເຂົາ ພ່າຍແພ້.
\s5
\v 4 ຂໍ ໃຫ້ ທຸກຄົນ ທີ່ ມາຫາ ພຣະອົງ ຊົມ ຊື່ນ ຍິນດີ. ຂໍໃຫ້ ທຸກຄົນ ໂມທະນາ ຂອບພຣະຄຸນ ທີ່ ຊົງ ຊ່ວຍ ເຂົາ ໃຫ້ ພົ້ນ ຂໍ ໃຫ້ ທຸກຄົນ ກ່າວ ຢູ່ ຢ່າງ ສະໝໍ່າ ສະເໝີ ວ່າ, “ພຣະເຈົ້າ ຍິ່ງໃຫຍ່! ”
\v 5 ໂອ ຂ້າແດ່ ພຣະເຈົ້າ ຂ້ານ້ອຍ ອ່ອນແຮງ ທັງ ລໍາບາກ ຫຼາຍ ຂ້າແດ່ ອົງພຣະ ຜູ້ ເປັນເຈົ້າ ເອີຍ ຂໍ ຊົງ ໂຜດ ມາ ຊ່ວຍ ຂ້ານ້ອຍ ໃຫ້ ພົ້ນ ໄວໆ ດ້ວຍ ເຖີດ.
\s5
\c 71
\p
\v 1 ຂ້າແດ່ ອົງພຣະ ຜູ້ ເປັນເຈົ້າ ຂ້ານ້ອຍ ມາ ຫາ ເພື່ອ ຂໍ ໃຫ້ ພຣະອົງ ປົກປ້ອງ ຄຸ້ມ ຄອງ ຂໍ ຢ່າ ໄດ້ ປະປ່ອຍ ຂ້ານ້ອຍ ໃຫ້ ພ່າຍແພ້ ເລີຍ
\v 2 ເພາະ ພຣະອົງ ສັດ ຊື່ ແລະ ທ່ຽງທາໍ ໂຜດ ມາ ຊ່ວຍ ກອບກູ້ ເອົາ ຂ້ານ້ອຍ ດ້ວຍ ໂຜດ ຫງ່ຽງ ຫູ ຟັງ ແລະ ຊ່ວຍ ໃຫ້ ຂ້ານ້ອຍ ພົ້ນ ແດ່ ທ້ອນ
\v 3 ໂຜດ ເປັນ ບ່ອນ ລີ້ ອັນປອດໄພ ສໍາລັບ ຂ້ານ້ອຍ ແລະ ໂຜດ ເປັນ ປ້ອມ (ຣ) ອັນໝັ້ນຄົງ ເພື່ອ ຄຸ້ມຄອງ ຂ້າ ນ້ອຍ ເພາະ ພຣະອົງ ເປັນ ທີ່ ເພິ່ງ ແລະ ທີ່ ປ້ອງກັນ ຂອງ ຂ້ານ້ອຍ.
\s5
\v 4 ຂ້າແດ່ ພຣະເຈົ້າ ຂອງ ຂ້ານ້ອຍ ຂໍ ຊົງ ໂຜດ ຊ່ວຍກູ້ ຈາກ ຄົນ ຊົ່ວ ຮ້າຍ ຈາກ ອໍານາດ ຂອງ ຄົນ ໂຫດຮ້າຍ ແລະ ຊົ່ວ ຊາມ.
\v 5 ຂ້າແດ່ ພຣະເຈົ້າຢາເວ ອົງພຣະ ຜູ້ເປັນເຈົ້າ ເອີຍ ຂ້ານ້ອຍ ມອບ ຄວາມຫວັງ ໄວ້ ກັບ ພຣະອົງ ຂ້ານ້ອຍ ໄດ້ ໄວ້ວາງໃຈ ໃນ ພຣະອົງ ຕັ້ງ ແຕ່ ຂ້ານ້ອຍ ຍັງ ເປັນ ຄົນໜຸ່ມ.
\s5
\v 6 ຂ້ານ້ອຍ ເພິ່ງ ພຣະອົງ ຊົ່ວ ຊີວິດ ສືບ ມາ ພຣະອົງ ຈຶ່ງ ໄດ້ ຮັກສາ ຂ້ານ້ອຍ ໄວ້ (ລ) ຕັ້ງ ແຕ່ ມື້ ເກີດ ກໍ ຄຸ້ມ ຄອງ ຕະຫລອດມາ ຈຶ່ງ ຂໍ ຍ້ອງຍໍ ສັນລະເສີນ ພຣະອົງ ຕໍ່ໄປ ເລື້ອຍໆ.
\v 7 ຊີວິດ ຂ້ານ້ອຍ ໄດ້ ເປັນ ຕົວຢ່າງ ໃຫ້ ຫລາຍ ຄົນ ເພາະ ພຣະອົງ ເປັນ ທີ່ ປ້ອງກັນ ອັນເຂັ້ມ ແຂງ ໃຫ້ ແກ່ ຂ້ານ້ອຍ.
\s5
\v 8 ຕະຫລອດ ວັນ ຂ້ານ້ອຍ ຍ້ອງຍໍ ສັນລະເສີນ ພຣະອົງ ແລະ ກ່າວ ເຖິງ ສະຫງ່າຣາສີ ຂອງ ພຣະອົງ.
\v 9 ດຽວນີ້ ຂ້ານ້ອຍ ເຖົ້າ ແກ່ ຊະຣາ ຂໍ ຢ່າ ປະປ່ອຍ ຂ້ານ້ອຍ ດຽວ ນີ້ ກໍ ອ່ອນແຮງ ຂໍ ຢ່າ ປະຖິ້ມ ຂ້ານ້ອຍ ເລີຍ.
\s5
\v 10 ເຫລົ່າ ສັດຕູ ຢາກ ເອົາ ຊີວິດ ຂ້ານ້ອຍ ເສຍ ພວກເຂົາ ເວົ້າ ກັນ ແລະ ວາງ ອຸບາຍ ຕໍ່ສູ້ ຂ້ານ້ອຍ ຢູ່.
\v 11 ພວກເຂົາ ເວົ້າ ກັນ ວ່າ, “ພຣະເຈົ້າ ປະຖິ້ມ ລາວ ແລ້ວ ໃຫ້ ພວກເຮົາ ຕາມ ໄປ ຈັບ ເອົາ ລາວ ເທາະ ເພາະ ບໍ່ ມີ ຜູ້ ໃດ ທີ່ ຈະ ມາ ຊ່ວຍເຫລືອ ເອົາ ລາວ ຫລື ຊ່ວຍກູ້ ເອົາ ລາວ ໄວ້ ອີກ ແລ້ວ.”
\s5
\v 12 ຂ້າແດ່ ພຣະເຈົ້າ ຂໍ ຢ່າ ຢູ່ ຫ່າງໄກ ຈາກ ຂ້ານ້ອຍ ເລີຍ ເທາະ ໂອ ຂ້າແດ່ ພຣະເຈົ້າ ຂອງ ຂ້ານ້ອຍ ເອີຍ ຂໍ ຊົງ ໂຜດ ຟ້າວ ມາ ຊ່ວຍ ຂ້ານ້ອຍ ດ້ວຍ.
\v 13 ຂໍ ໃຫ້ ຄົນ ທີ່ ໂຈມຕີ ຂ້ານ້ອຍ ພ່າຍແພ້ ເສຍ ແລະ ໃຫ້ ຖືກ ທາໍລາຍດ້ວຍ ຂໍໃຫ້ ຄົນ ທີ່ ຊອກ ທາໍຮ້າຍ ຂ້ານ້ອຍ ຖືກ ອັບອາຍ ແລະ ໃຫ້ ພວກເຂົາ ເສື່ອມເສຍ ກຽດຕິຍົດ.
\s5
\v 14 ຂ້ານ້ອຍ ມີ ຫວັງ ຢູ່ ໃນ ພຣະອົງ ເລື້ອຍໄປ ແລະ ຈະ ຍ້ອງຍໍ ສັນລະເສີນ ພຣະອົງ ຫລາຍກວ່າ ເກົ່າ.
\v 15 ຂ້ານ້ອຍ ຈະ ກ່າວ ເຖິງ ພຣະຄຸນ ຄວາມດີ ແລະ ຈະ ເວົ້າ ເຖິງ ຄວາມພົ້ນ ຢູ່ ຕະຫລອດ ວັນ ຄື ຄວາມ ຊ່ວຍ ໃຫ້ ພົ້ນໄພ ຂອງ ພຣະອົງ ເຖິງ ແມ່ນ ວ່າ ຂ້ານ້ອຍ ບໍ່ ສາມາດ ເຂົ້າໃຈ ໄດ້ ທັງ ໝົດ ກໍຕາມ.
\v 16 ຂ້ານ້ອຍ ຈະ ເຂົ້າ ໄປ ໃນ ຣິດອໍານາດ ພຣະອົງ ຄື ພຣະເຈົ້າ ຢາເວ ພຣະເຈົ້າ ຂ້ານ້ອຍ ຈະ ປະກາດ ເຖິງ ພຣະຄຸນ ຄວາມດີ ຄື ຄຸນຄວາມດີ ຂອງ ພຣະອົງ ແຕ່ ເທົ່າ ນັ້ນ.
\s5
\v 17 ພຣະອົງ ໄດ້ ສັ່ງ ສອນ ຂ້ານ້ອຍ ຕັ້ງ ແຕ່ ຍັງ ໜຸ່ມ ມາ ແລະ ຂ້ານ້ອຍ ຍັງ ສືບ ຕໍ່ ກ່າວ ເຖິງ ກິດຈະການ ອັນອັດສະຈັນ ຂອງ ພຣະອົງ ຢູ່ ສະເໝີ.
\v 18 ໂອ ພຣະເຈົ້າ ເອີຍ ບັດນີ້ ຂ້ານ້ອຍ ເຖົ້າແກ່ ແລະ ຜົມ ຫງອກ ກໍ ຫລາຍ ຂໍ ຢ່າ ປະຖິ້ມ ຂ້ານ້ອຍ ໄປເລີຍ ໃນ ຂະນະທີ່ ຂ້ານ້ອຍ ປະກາດ ເຖິງ ຣິດອໍານາດ ແລະ ຄວາມ ຍິ່ງ ໃຫຍ່ ຂອງ ພຣະອົງ ແກ່ ຄົນ ລຸ້ນຕໍ່ໄປຟັງ ຂໍພຣະອົງ ຢູ່ ນາໍ ຂ້ານ້ອຍ ດ້ວຍ.
\s5
\v 19 ຂ້າແດ່ ພຣະເຈົ້າ ຄວາມ ຊອບທໍາ ຂອງ ພຣະອົງ ກໍ ສູງສົ່ງ ຫລາຍ ສູງສຸດ ຈົນ ຈຸ ຟ້າສະຫວັນ ພຣະອົງໄດ້ ກະທາໍ ສິ່ງ ທີ່ ໃຫຍ່ ຍິ່ງ ຫລາຍ ປະການ ຊຶ່ງ ບໍ່ ມີ ຜູ້ໃດ ເລີຍ ເປັນ ເໝືອນ ພຣະອົງ.
\v 20 ພຣະອົງ ໄດ້ ໃຫ້ ຂ້ານ້ອຍ ລໍາບາກ ແລະ ທົນ ທຸກ ແຕ່ ພຣະອົງ ຈະ ເສີມ ສ້າງ ເຫື່ອ ແຮງ ຂຶ້ນ ໃໝ່. ພຣະອົງ ຈະ ຮັກ ສາ ຂ້ານ້ອຍ ໄວ້ ແລະ ໃຫ້ ພົ້ນໄພ ຈາກ ບ່ອນ ເລິກ ແຫ່ງ ຂຸມຝັງ ສົບ ນັ້ນ.
\s5
\v 21 ພຣະອົງ ຈະ ເຮັດ ໃຫ້ ຂ້ານ້ອຍ ມີ ກຽດ ຫລາຍ ມີ ຫລາຍກວ່າ ທີ່ ຂ້ານ້ອຍ ເຄີຍ ມີ ມາ ກ່ອນ ທັງ ຈະ ປະເລົ້າ ປະໂລມ ຂ້ານ້ອຍ ຄືນ ໃໝ່ ອີກ
\v 22 ແມ່ນແທ້ ຂ້ານ້ອຍ ຈະ ດີດ ກິດຕາ ຍ້ອງຍໍ ສັນລະເສີນ ພຣະອົງ ຂ້າແດ່ ພຣະເຈົ້າ ຂອງ ຂ້ານ້ອຍ ຂ້ານ້ອຍ ຈະ ຍ້ອງຍໍ ສັນລະເສີນ ຄວາມສັດຊື່ ຂອງ ພຣະອົງ ດ້ວຍ ກິດຕາ (ວ) ຂ້ານ້ອຍ ຈະ ຮ້ອງ ຍ້ອງຍໍ ພຣະອົງ ຄື ອົງ ບໍຣິສຸດ ຂອງ ຊາດ ອິດສະຣາເອນ ນັ້ນ.
\s5
\v 23 ຂ້ານ້ອຍ ຈະໂຮຮ້ອງ ຢ່າງ ຊົມຊື່ນ ຍິນ ດີ ໃນ ຂະນະທີ່ ດີດ ກິດຕາ ຖວາຍ ແກ່ ພຣະອົງ ນັ້ນ ຂ້ານ້ອຍ ຈະ ຮ້ອງເພງ ດ້ວຍ ສຸດຈິດ ສຸດໃຈ ເພາະ ພຣະອົງ ໄດ້ ຊ່ວຍ ຂ້ານ້ອຍ ໃຫ້ ໄດ້ ພົ້ນ.
\v 24 ຂ້ານ້ອຍ ຈະ ເວົ້າ ເຖິງ ຄວາມ ຊອບທໍາ ຂອງ ພຣະອົງ ຕະຫລອດ ວັນ ເພາະ ຜູ້ ທີ່ ພະຍາຍາມ ທາໍ ຮ້າຍ ຂ້ານ້ອຍ ໄດ້ ພ່າຍແພ້ ແລະ ເສຍກຽດ ແລ້ວ.
\s5
\c 72
\p
\v 1 ຂ້າແດ່ ພຣະເຈົ້າ ຂໍ ຊົງ ໂຜດ ສັ່ງ ສອນ ກະສັດ ໃຫ້ ຕັດ ສິນ ດ້ວຍ ຄວາມຊອບທາໍ ຂໍ ຊົງໂຜດ ແບ່ງປັນ ຄວາມ ຍຸດຕິທໍາ ຂອງ ພຣະອົງ ນັ້ນ ໃຫ້ ແກ່ ເພິ່ນ ດ້ວຍ
\v 2 ເພື່ອ ວ່າ ຈະ ໄດ້ ປົກ ຄອງ ຄົນ ຂອງ ເພິ່ນ ຢ່າງ ຍຸດຕິທໍາ ແລະ ພວກ ທີ່ ຖືກ ກົດ ຂີ່ ຂົ່ມ ເຫັງ ດ້ວຍຄວາມຊອບທາໍໄດ້.
\v 3 ຂໍ ໃຫ້ ດິນ ແດນ ໄດ້ ນາໍ ຄວາມ ຈະເລີນ ຮຸ່ງເຮືອງ ມາ ຂໍ ໃຫ້ ດິນ ແດນ ປະສົບ ແຕ່ ຄວາມ ຊອບທາໍ ເຖີດ.
\s5
\v 4 ຂໍ ໃຫ້ ກະສັດ ຕັດ ສິນ ຄົນ ທຸກຈົນ ດ້ວຍ ຄວາມ ເປັນທໍາ ຂໍ ໃຫ້ ຊ່ວຍຊູ ຜູ້ ທີ່ ຂັດ ສົນ ແລະ ເອົາ ຊະນະ ຜູ້ ທີ່ ກົດ ຂີ່.
\v 5 ຕາບໃດ ທີ່ ດວງອາທິດ ແລະ ດວງຈັນ ຍັງ ສ່ອງ ແສງ ສະຫວ່າງ ຂໍ ໃຫ້ ປະຊາຊົນ ໄດ້ ນະມັດ ສະການ ພຣະອົງ ສືບໆໄປ ເຖີດ.
\s5
\v 6 ຂໍ ໃຫ້ ກະສັດ ເປັນ ດັ່ງ ນໍ້າ ຝົນ ທີ່ ຕົກ ໃສ່ ທົ່ງ ນາ ເປັນ ດັ່ງ ຫ່າຝົນ ທີ່ ຕົກ ໃສ່ ດິນ ແດນ ດ້ວຍ.
\v 7 ຂໍ ໃຫ້ ຄວາມ ຊອບທໍາ ຈະເລີນ ຂຶ້ນ ໃນ ຄາວ ທີ່ ເພິ່ນ ຍັງ ມີ ຊີວິດ ຢູ່ ຂໍ ໃຫ້ ຄວາມ ຈະເລີນ ຍືນ ຍົງ ຢູ່ ເທົ່າ ດວງຈັນ ຍັງ ສ່ອງແສງ.
\s5
\v 8 ອານາຈັກ ຈະ ຂະຫຍາຍ ແຕ່ ທະເລ ນີ້ ຫາ ທາງ ອື່​ນ ໄກ ຈາກ ແມ່ ນາໍ້ ເອຟີຣັດ ຈົນ ເຖິງ ທີ່ ສຸດ ປາຍ ແຜ່ນດິນ ໂລກ.
\v 9 ປະຊາຊົນ ທີ່ ຖິ່ນ ແຫ້ງ ແລ້ງ ກັນດານ ຈະ ຂາບລົງ ຕໍ່ໜ້າເພິ່ນ ພວກສັດຕູ ກໍ ຈະ ລົ້ມລົງ ກັບ ພື້ນ ເຊັ່ນ ດຽວ ກັນ.
\v 10 ກະສັດ ຂອງ ສະເປນ ແລະ ເກາະ ດອນ ທັງ ຫລາຍ ຕ່າງ ກໍ ຈະ ນາໍ ຂອງ ບັນນາການ ມາ ມອບ ໃຫ້ ເພິ່ນ. ບັນດາ ກະສັດ ແຫ່ງ ອາຣາເບຍ ແລະ ເອທິໂອເປຍ ກໍ ຈະ ນາໍ ເອົາ ເຄື່ອງ ຖວາຍ ມາ ມອບ ໃຫ້.
\s5
\v 11 ກະສັດ ທຸກຄົນ ຈະ ກົ້ມ ຂາບລົງ ຕໍ່ໜ້າ ເພິ່ນ ບັນດາ ຊົນຊາດ ທັງໝົດ ຈະ ຮັບ ໃຊ້ ເພິ່ນ.
\v 12 ເພິ່ນ ຊ່ວຍກູ້ ເອົາ ຄົນ ທຸກ ທີ່ ຮ້ອງຂໍ ໃຫ້ ຊ່ວຍເຫລືອ ຄື ພວກ ທີ່ ມີ ຄວາມ ຂັດສົນ ແລະ ພວກ ທີ່ ຖືກ ປະຖິ້ມ.
\s5
\v 13 ເພິ່ນ ແຜ່ ຄວາມ ເມດຕາ ແກ່ ຄົນ ອ່ອນແອ ຄົນ ລໍາບາກ ແລະ ຄົນ ຍາກຈົນ ເພິ່ນ ຊ່ວຍ ຊີວິດ ຂອງ ຜູ້ ຂັດ ສົນ ທຸກໆຄົນ ໃຫ້ ເຂົາ ໄດ້ ຮັບ ຄວາມພົ້ນ.
\v 14 ເພິ່ນ ຊ່ວຍກູ້ ເອົາ ພວກເຂົາ ຈາກ ການ ກົດ ຂີ່ ແລະ ການ ທໍາລາຍ ຊີວິດ ພວກເຂົາ ມີຄ່າ ແພງ ປະເສີດ ຫລາຍ ສໍາລັບ ເພິ່ນ.
\s5
\v 15 ຂໍ ໃຫ້ ກະສັດ ນັ້ນ ຈົ່ງ ໝັ້ນ ຍືນ ຂໍ ໃຫ້ ຄົນຖວາຍ ຄໍາ ຈາກ ອາຣາເບຍ ແກ່ ເພິ່ນ ດ້ວຍ ຂໍ ໃຫ້ ຄົນ ພາວັນນາ ອະທິຖານ ສໍາລັບ ເພິ່ນ ຢູ່ ຕະຫລອດ ເວລາ ຂໍ ໃຫ້ ພຣະພອນ ຖອກເທ ລົງສູ່ ເພິ່ນ ຢູ່ ເລື້ອຍໆ
\v 16 ຂໍ ໃຫ້ ດິນແດນ ນັ້ນ ເຕັມ ໄປ ດ້ວຍ ເຂົ້າ ຂໍ ໃຫ້ ເນີນ ພູ ທັງ ຫຼາຍ ນັ້ນ ເຕັມ ໄປ ດ້ວຍ ຜົນລະປູກ ເກີດ ໝາກຜົນ ຫຼວງຫຼາຍ ເໝືອນດັ່ງ ມີ ຢູ່ ທີ່ ເນີນ ພູ ເລບານອນ ແລະ ໃຫ້ ເມືອງ ຕ່າງໆ ເຕັມ ໄປ ດ້ວຍ ປະຊາຊົນ ເໝືອນດັ່ງ ທົ່ງ ນາ ທີ່ ເຕັມ ໄປ ດ້ວຍ ຫຍ້າ.
\s5
\v 17 ຂໍ ໃຫ້ ນາມ ກະສັດ ນັ້ນ ຢ່າ ເປັນ ທີ່ ລືມໄລໄປ ຂໍໃຫ້ ຊື່ສຽງ ເພິ່ນ ຍືນ ຍົງ ດັ່ງ ດວງອາທິດ ຂໍໃຫ້ ທຸກຊົນຊາດຂໍພຣະເຈົ້າ ອວຍພອນພວກຕົນ ເໝືອນ ດັ່ງ ທີ່ ພຣະອົງ ໄດ້ ອວຍພອນ ແກ່ ກະສັດ ນັ້ນ. (ອ)
\s5
\v 18 ຈົ່ງ ຍ້ອງຍໍ ສັນລະເສີນ ອົງ ພຣະ ຜູ້ ເປັນ ເຈົ້າ ພຣະເຈົ້າ ແຫ່ງ ຊາດ ອິດສະຣາເອນ ພຣະອົງ ເທົ່ານັ້ນ ທີ່ ກະທາໍ ສິ່ງ ອັດສະຈັນ ເຫລົ່າ ນີ້.
\v 19 ຂໍ ໃຫ້ ພຣະນາມ ອັນ ຊົງຣິດ ຂອງ ພຣະອົງ ນັ້ນ ຈົ່ງ ເປັນ ທີ່ ຍ້ອງຍໍ ສັນລະເສີນ ຕະຫລອດໄປ ຂໍ ໃຫ້ ພຣະສະຫງ່າຣາສີ ຈົ່ງ ເຕັມ ໄປ ທົ່ວ ແຜ່ນດິນ ໂລກ. ອາແມນ ອາແມນ
\v 20 ຄໍາພາວັນນາ ອະທິຖານ ຂອງ ດາວິດ ລູກຊາຍ ຂອງ ເຢຊີ ກໍ ເປັນ ທີ່ ສິ້ນ ສຸດ ຈົບ ລົງ ເທົ່າ ນີ້ ແຫລະ.
\s5
\c 73
\p
\v 1 ພຣະເຈົ້າ ຊົງ ຄຸນຄວາມດີ ແກ່ ອິດສະຣາເອນ ຄື ແກ່ ພວກ ທີ່ ມີ ຈິດໃຈ ບໍຣິສຸດ ຜຸດຜ່ອງ.
\v 2 ແຕ່ ຂ້ານ້ອຍ ເກືອບ ສູນເສຍ ຄວາມ ໝັ້ນໃຈ ຄວາມເຊື່ອ ຂອງ ຂ້ານ້ອຍ ເກືອບ ໝົດສິ້ນໄປ
\v 3 ເພາະ ຂ້ານ້ອຍ ໄດ້ ອິດສາ ຄົນຈອງຫອງ ເມື່ອ ຂ້ານ້ອຍ ເຫັນວ່າ ທຸກສິ່ງ ເປັນໄປ ໂດຍ ດີ ແກ່ ຄົນຊົ່ວຮ້າຍ ນັ້ນ.
\s5
\v 4 ພວກເຂົາ ບໍ່ ໄດ້ ທົນ ທຸກ ຕໍ່ ຄວາມ ເຈັບ ປວດ ໃດໆ ທັງຮ່າງກາຍ ຂອງ ພວກເຂົາ ກໍ ປົກກະຕິ ດີ ແລະ ມີ ສຸຂະພາບ ສົມບູນ ດີ ດ້ວຍ.
\v 5 ພວກເຂົາ ບໍ່ ໄດ້ ທົນທຸກ ດັ່ງ ຄົນ ອື່ນ ເລີຍ ທັງ ບໍ່ ເຄີຍ ເດືອດຮ້ອນ ດັ່ງ ຄົນ ອື່ນ ດ້ວຍ.
\s5
\v 6 ສະນັ້ນ ຄວາມ ຈອງຫອງ ຈຶ່ງ ກ້ຽວ ຄໍ ເໝືອນ ດັ່ງ ສາຍສ້ອຍ ຄ້ອງ ຄໍ ພວກເຂົາ ແລະ ຄວາມ ຮຸນແຮງ ຫຸ້ມ ຕົວ ພວກເຂົາ ເໝືອນ ດັ່ງ ສວມ ເສື້ອຄຸມ
\v 7 ຈິດໃຈ ຂອງ ພວກເຂົາ ເທ ແຕ່ ຄວາມ ຊົ່ວ ຮ້າຍ ອອກ ມາ (ກ) ແລະ ຄວາມຄິດ ກໍ ມີ ແຕ່ ອຸບາຍ ອັນຊົ່ວ ຮ້າຍ.
\s5
\v 8 ພວກເຂົາ ຫົວຂວັນ ໃສ່ ຄົນ ອື່ນ ແລະເວົ້າ ແຕ່ ສິ່ງ ບໍ່ດີ ພວກເຂົາ ຈອງຫອງ ແລະ ວາງແຜນ ກົດ ຂີ່ຂົ່ມ ເຫັງ ຄົນອື່ນ.
\v 9 ພວກເຂົາເວົ້າ ຄວາມ ຊົ່ວ ຊ້າ ຕໍ່ ພຣະເຈົ້າ ຜູ້ ທີ່ ຢູ່ ເທິງ ສະຫວັນ ແລະ ອອກ ຄໍາສັ່ງ ຢ່າງ ຈອງຫອງ ໃສ່ ມະນຸດ ໃນ ໂລກ
\s5
\v 10 ສະນັ້ນ ແຫຼະ ປະຊາຊົນ ຂອງ ພຣະເຈົ້າ ຈຶ່ງ ຫັນ ໄປ ຫາ ພວກເຂົາ ແລະ ເຊື່ອ ຟັງ ຢ່າງ ຮ້ອນຮົນ ໃນ ສິ່ງ ທີ່ ພວກເຂົາ ເວົ້າ ນັ້ນ. (ຂ)
\v 11 ພວກເຂົາ ເວົ້າ ກັນ ວ່າ, “ພຣະເຈົ້າ ບໍ່ ຫ່ອນ ຈະ ຮູ້ ເຫັນ ພຣະເຈົ້າ ອົງ ສູງສຸດ ຈະ ບໍ່ ຮູ້ ເລື່ອງ ຫຍັງ ດອກ. ”
\v 12 ຝ່າຍ ຄົນຊົ່ວຮ້າຍ ນັ້ນ ກໍ ເປັນຢ່າງນີ້ ແຫລະ ພວກເຂົາ ມັ່ງ ຄັ່ງ ສົມບູນ ແລະ ມີ ຫລາຍ ຂຶ້ນ ເລື້ອຍໆ.
\s5
\v 13 ແລ້ວມັນມີ ປະໂຫຍດ ຫຍັງ ທີ່ ຂ້ານ້ອຍ ຮັກສາ ຕົນໃຫ້ ບໍຣິສຸດ ແລະ ທັງ ບໍ່ ເຄີຍ ໄດ້ ສ້າງ ບາບ ດ້ວຍ.
\v 14 ພຣະອົງ ເຮັດ ໃຫ້ ຂ້ານ້ອຍ ໄດ້ ທົນ ທຸກ ຕະຫຼອດ ວັນ ແລະ ຖືກ ຂົ່ມເຫັງ ທຸກໆເຊົ້າ.
\v 15 ຖ້າ ວ່າ ຂ້ານ້ອຍ ໄດ້ ເວົ້າ ຢ່າງນັ້ນ, ຂ້ານ້ອຍ ຈະ ບໍ່ ໄດ້ ປະຕິບັດ ສົມກັບ ເປັນ ປະຊາຊົນ ຂອງ ພຣະອົງ.
\s5
\v 16 ຂ້ານ້ອຍ ໄດ້ ພະຍາຍາມ ຄິດເຖີງ ບັນຫາ ນີ້ ຈົນ ສຸດ ຄວາມ ສາມາດ ແຕ່ ພັດ ຍາກ ເກີນໄປ ທີ່ຈະ ເຂົ້າໃຈ ໄດ້.
\v 17 ຈົນກວ່າ ຂ້ານ້ອຍ ໄດ້ ເຂົ້າ ໄປ ໃນ ວິຫານ ຂອງ ພຣະເຈົ້າ ແລ້ວ ຂ້ານ້ອຍ ກໍ ເຂົ້າໃຈ ສິ່ງ ທີ່ ຈະ ເກີດ ກັບ ຄົນ ຊົ່ວ ຮ້າຍ.
\s5
\v 18 ພຣະອົງ ຈະ ໃຫ້ ພວກເຂົາ ຢູ່ ຕາມ ບ່ອນ ທີ່ ຈະ ພະລາດ ມື່ນ ແລະ ຈະ ເຮັດ ໃຫ້ ພວກເຂົາ ຖືກທາໍ ລາຍ ໄປ ໝົດສິ້ນ.
\v 19 ພວກເຂົາ ໄດ້ ຖືກ ທາໍລາຍ ຖິ້ມ ໃນ ຊົ່ວ ອຶດ ຫັນໃຈດຽວ ພວກເຂົາ ໄດ້ ລົງ ໄປ ສູ່ ຈຸດຈົບ ອັນໜ້າຢ້ານ.
\v 20 ຂ້າແດ່ ພຣະເຈົ້າຢາເວ ພວກເຂົາ ເປັນ ເໝືອນ ຄວາມຝັນ ທີ່ ຫາຍໄປ ໃນ ຕອນເຊົ້າ ເມື່ອ ພຣະອົງ ຕື່ນ ຂຶ້ນ ພວກເຂົາ ກໍ ສູນຫາຍ ໄປ ແລ້ວ.
\s5
\v 21 ເມື່ອ ຂ້ານ້ອຍ ມີ ຄວາມ ຂົມຂື່ນ ໃນ ຈິດໃຈ ຂ້ານ້ອຍ ກໍ ເກີດ ມີ ຄວາມ ຮູ້ສຶກ ອັນ ລະທົມ ຂົມຂື່ນ ໃນ ຈິດວິນຍານ.
\v 22 ຂ້າ ນ້ອຍ ນີ້ ໂງ່ຈ້າ ດັ່ງ ສັດເດຍລະສານ ແລະ ບໍ່ ເຂົ້າໃຈ ກ່ຽວກັບ ພຣະອົງ ແທ້ ໆ
\s5
\v 23 ແຕ່ ປານ ນັ້ນ ກໍ ຢູ່ໃກ້ຊິດ ພຣະອົງ ເລື້ອຍ ມາ ພຣະອົງ ຈັບ ມື ຂວາ ຈູງ ຂ້ານ້ອຍ ໄປ ບໍ່ ຂາດ.
\v 24 ພຣະອົງ ນາໍ ພາ ຂ້ານ້ອຍ ດ້ວຍ ຄໍາແນະນາໍ ຂອງ ພຣະອົງ ແລະ ໃນ ບັ້ນປາຍ ພຣະອົງ ຈະ ຕອບ ຂ້ານ້ອຍ ດ້ວຍ ກຽດຕິຍົດ.
\s5
\v 25 ນອກຈາກ ພຣະອົງ ແລ້ວ ຂ້ານ້ອຍ ມີ ໃຜ ແດ່ ໃນ ສະຫວັນ? ເມື່ອ ມີ ພຣະອົງ ຂ້ານ້ອຍ ຕ້ອງການ ຢາກ ໄດ້ ຫຍັງ ອີກ ແດ່ ໃນ ໂລກນີ້?
\v 26 ແມ່ນວ່າ ຈິດໃຈ ແລະ ຮ່າງກາຍ ອ່ອນແຮງ ກໍຕາມ ແຕ່ ພຣະເຈົ້າ ເປັນ ກາໍ ລັງ ຂອງ ຂ້ານ້ອຍ ແລະ ເປັນ ທຸກສິ່ງ ທີ່ ຂ້ານ້ອຍ ຕ້ອງການ ຢູ່ ເລື້ອຍໆ.
\s5
\v 27 ແມ່ນແທ້ ຜູ້ ທີ່ ປະຖິ້ມ ພຣະອົງ ຈະ ຕ້ອງ ພິນາດໄປ ພຣະອົງ ຈະ ທາໍ ລາຍ ຄົນ ບໍ່ ສັດຊື່ ຕໍ່ ພຣະອົງ ນັ້ນ.
\v 28 ແຕ່ ສໍາລັບ ຂ້າ ນ້ອຍ ແລ້ວ ເປັນ ຄວາມສຸກ ໃນ ໃຈ ແທ້ ທີ່ ຢູ່ ໃກ້ຊິດ ພຣະເຈົ້າ ຂ້ານ້ອຍ ໄດ້ ພົບ ການ ຄຸ້ມ ຄອງ ຢູ່ ໃນ ພຣະເຈົ້າ ຢາເວ ພຣະເຈົ້າ ເພື່ອ ຈະ ປະກາດ ທຸກສິ່ງ ທີ່ ພຣະອົງ ໄດ້ ກະທາໍ ນັ້ນ.
\s5
\c 74
\p
\v 1 ຂ້າແດ່ ພຣະເຈົ້າ ເຫດໃດ ຈຶ່ງ ປະຖິ້ມ ຢ່າງ ນີ້? ຈະ ຄຽດ ຮ້າຍ ປະຊາຊົນ ຂອງ ພຣະອົງ ສືບ ໄປ ຫລືນີ້?
\v 2 ຂໍ ຊົງ ໂຜດ ຈົດຈໍາ ປະຊາຊົນ ຂອງ ພຣະອົງ ທີ່ ພຣະອົງ ໄດ້ ເລືອກເອົາ ແຕ່ ດົນນານ ມາ ແລ້ວ ຄື ພວກ ທີ່ ພຣະອົງ ໄດ້ ນາໍ ອອກ ຈາກ ການ ເປັນທາດ ມາ ເປັນ ຊົນເຜົ່າ ຂອງ ພຣະອົງ ນັ້ນ. ຈົ່ງ ລະນຶກ ຄິດເຖິງ ພູເຂົາ ຊີໂອນ ຊຶ່ງ ຄັ້ງ ໜຶ່ງ ພຣະອົງ ເຄີຍສະຖິດ ຢູ່.
\s5
\v 3 ຈົ່ງ ຍ່າງ ເລາະ ເບິ່ງ ສິ່ງ ຫັກ ເພພັງ ທັງໝົດ ນັ້ນ ດູ ສັດຕູ ຂອງ ພວກ ຂ້ານ້ອຍ ໄດ້ ທາໍ ລາຍ ທຸກສິ່ງ ໃນ ພຣະວິຫານ ໝົດສິ້ນ.
\v 4 ພວກ ສັດ ຕູ ຂອງ ພຣະອົງ ໄດ້ ໂຮຮ້ອງ ຢ່າງ ມີໄຊໂຢ ໃນ ພຣະວິຫານ ພວກເຂົາ ໄດ້ ປັກ ທຸງ ໄວ້ ໃນທີ່ນັ້ນ ເພື່ອ ເປັນເຄື່ອງໝາຍ ແຫ່ງ ໄຊຊະນະ.
\v 5 ພວກເຂົາ ນັ້ນ ເປັນ ເໝືອນ ຄົນຕັດໄມ້ (ງ) ທີ່ກໍາລັງ ປໍ້າ ຕົ້ນໄມ້ ດ້ວຍ ຂວານ ຂອງ ພວກເຂົາ.
\v 6 ດ້ວຍ ຂວານ ແລະ ຄ້ອນຕີ ນັ້ນ ພວກເຂົາ ໄດ້ ລົງ ມືທັບປະຕູ ໄມ້ ທີ່ ແກະສະຫລັກ ຈົນໝຸ່ນ ທະລາຍ.
\s5
\v 7 ພວກເຂົາ ໄດ້ ທາໍ ລາຍ ແລະ ເຜົາຜານ ພຣະວິຫານ ເຮັດໃຫ້ ຫໍ ນະມັດສະການ ໝົ່ນ ໝອງ ໄປ.
\v 8 ພວກເຂົາ ຢຽບຢໍ່າ ພວກຂ້ານ້ອຍ ໃຫ້ ໝົດສິ້ນໄປ ໂດຍ ຈູດ ເຜົາ ສະຖານທີ່ ບໍຣິສຸດ ໃນ ດິນແດນ ທຸກໆ ບ່ອນ.
\s5
\v 9 ເຄື່ອງ ສັກສິດ ທຸກຢ່າງ ກໍໄດ້ ສູນເສຍ ໄປ ບໍ່ ມີ ຜູ້ທາໍນວາຍ ຈັກຄົນ ທີ່ ຫລົງ ເຫລືອ ຢູ່.
\v 10 ຂ້າແດ່ ພຣະເຈົ້າ ສັດຕູ ຈະ ຫົວ ຂວັນ ໃສ່ ດົນປານໃດ? ພວກເຂົາ ຈະ ໝິ່ນ ປະໝາດ ພຣະອົງ ສືບໄປ ຫລືນີ້?
\v 11 ດ້ວຍເຫດໃດ ພຣະອົງ ຈຶ່ງ ບໍ່ ຍື່ນ ມື ເຂົ້າ ມາ ຊ່ວຍ ພວກ ຂ້ານ້ອຍ? ເພາະເຫດໃດ ພຣະອົງ ຈຶ່ງ ເອົາ ມື ຂັດຫລັງ ໄວ້? (ຈ)
\s5
\v 12 ພຣະອົງ ຄື ກະສັດ ຂອງ ພວກ ຂ້ານ້ອຍ ແຕ່ ເດີມ ພຣະອົງ ໄດ້ ໃຫ້ ຄວາມ ຊ່ວຍເຫລືອ ຕັ້ງ ຫລາຍ ເທື່ອ.
\v 13 ທະເລ ຖືກແຍກ ດ້ວຍ ຣິດທານຸພາບ ຂອງ ພຣະອົງ ແລະ ຢຽບ ທາໍ ລາຍ ຫົວມັງກອນ ສັດໃຫຍ່ ໃນ ທະເລ
\s5
\v 14 ຄື ໄດ້ ຢຽບ ຫົວໂຕ ມັງ ກອນ ຊື່ ວ່າ ເລວີອາທານ (ສ) ແລະ ເອົາ ຊາກສົບ ນັ້ນ ໃຫ້ ເປັນ ອາຫານ ຂອງ ສັດ (ຊ) ທີ່ ຖິ່ນ ແຫ້ງ ແລ້ງ ກັນດານ ພຸ້ນ.
\v 15 ພຣະອົງ ໄດ້ ເຮັດ ໃຫ້ ລໍານາໍ້ ແລະ ນາໍ້ ພຸ ຫລັ່ງ ໄຫລ ພຣະອົງ ເຮັດ ໃຫ້ ນາໍ້ ເຊ ບົກ ແຫ້ງ ລົງໄດ້.
\s5
\v 16 ພຣະອົງ ໄດ້ ນິຣະມິດ ສ້າງ ກາງເວັນ ແລະ ກາງຄືນ ດວງອາທິດ ແລະ ດວງເດືອນ ກໍໄດ້ ຖືກ ຕັ້ງ ໄວ້.
\v 17 ພຣະອົງ ຈັດເຂດ ຕ່າງໆ ໄວ້ ໃນ ແຜ່ນດິນ ໂລກ ຍາມຮ້ອນ ແລະ ຍາມ ໜາວ ກໍໄດ້ ຖືກ ກາໍ ນົດ ໄວ້.
\s5
\v 18 ໂອ ອົງພຣະຜູ້ ເປັນເຈົ້າ ເອີຍ ແຕ່ ໂຜດ ຈົດຈາໍ ວ່າ ພວກ ສັດຕູ ໄດ້ ຫົວຂວັນ ໃສ່ ພຣະອົງ ພວກເຂົາ ດູໝິ່ນ ຫຍໍ້ຫຍັນ ພຣະອົງ ເພາະວ່າ ພວກເຂົາ ບໍ່ ນັບຖື ພຣະເຈົ້າ.
\v 19 ຂໍ ຢ່າ ປະຖິ້ມ ຄົນ ຂອງ ພຣະອົງ ທີ່ ຂາດ ຜູ້ ຊ່ວຍ ຈາກພວກສັດຕູ ຜູ້ໂຫດຮ້າຍຂອງພວກເຂົາ ນັ້ນ; ຂໍ ຢ່າ ລືມໄລ ປະຊາຊົນ ທີ່ ຖືກ ຂົ່ມ ເຫັງ ເພາະ ພວກເຂົາ ເປັນ ປະຊາຊົນ ຂອງ ພຣະເຈົ້າ
\s5
\v 20 ຂໍ ຊົງ ໂຜດ ຈື່ ຈາໍ ພັນທະສັນຍາ ຂອງ ພຣະອົງ ທີ່ ມີ ໄວ້ ກັບພວກ ຂ້ານ້ອຍ ແດ່ ທ້ອນ ເພາະ ຕາມ ດິນດອນ ທຸກແຫ່ງ ທີ່ ມືດ ນັ້ນ ກໍ ເຕັມ ແຕ່ ການ ຮຸນແຮງ.
\v 21 ຂໍ ຢ່າ ໃຫ້ ຄົນ ທີ່ ຖືກ ຂົ່ມເຫັງ ນັ້ນ ໄດ້ ຮັບຄວາມ ອັບອາຍ ຂໍ ໃຫ້ ຄົນທຸກ ແລະ ຄົນຂັດສົນໄດ້ ຍ້ອງຍໍ ສັນລະເສີນ ພຣະອົງ ເຖີດ.
\s5
\v 22 ຂ້າແດ່ ພຣະເຈົ້າ ຂໍ ຊົງ ໂຜດ ລຸກຂຶ້ນ ຕໍ່ສູ້ ຄະດີ ຂອງ ພຣະອົງ ແລະ ຈີ່ ວ່າ ຄົນ ບໍ່ ນັບຖື ພຣະອົງ ຫົວຂວັນ ໃສ່ ພຣະອົງ ທຸກໆ ວັນ.
\v 23 ຂໍ ຢ່າ ຊົງ ລືມສຽງ ໂຮຮ້ອງ ຢ່າງ ຮ້າຍກາດ ຂອງ ພວກ ສັດຕູ ຂອງ ພຣະອົງ ພວກເຂົາ ຮ້ອງ ຢ່າງ ລຽນຕິດ ຕໍ່ສູ້ ພຣະອົງ ຢູ່.
\s5
\c 75
\p
\v 1 ໂອ ຂ້າແດ່ ພຣະເຈົ້າ ເອີຍ ພວກ ຂ້ານ້ອຍ ຂໍ ຖວາຍ ຄໍາ ໂມທະນາ ຂອບພຣະຄຸນ ພຣະອົງ, ພວກ ຂ້ານ້ອຍ ຂໍ ຖວາຍ ຄໍາ ໂມທະນາ ຂອບພຣະຄຸນ ພຣະອົງ ແລະ ປະກາດ ວ່າ ພຣະອົງ ຍິ່ງໃຫຍ່ ທີ່ ສຸດ ແລະ ບອກ ເຖິງ (ດ) ການ ອັດສະຈັນ ຊຶ່ງ ພຣະອົງ ໄດ້ ກະທໍາ ນັ້ນ.
\v 2 ພຣະເຈົ້າ ຊົງກ່າວ ວ່າ, “ເຮົາ ໄດ້ ຕັ້ງ ເວລາ ໄວ້ ສໍາລັບ ການ ພິພາກສາ ເຮົາ ຈະ ຕັດສິນ ຢ່າງ ຍຸດຕິທໍາ.
\v 3 ເຖິງ ແມ່ນ ວ່າ ສັບພະທຸກສິ່ງ ທີ່ ມີ ຊີວິດ ນັ້ນ ສັ່ນ ສະທ້ານ ຢ້ານກົວ ກໍຕາມ ແຜ່ນດິນ ໂລກ ຄອນແຄນ ກໍຕາມ ແຕ່ ເຮົາ ຈະ ຮັກສາ ພື້ນ ຖານ ມັນ ໃຫ້ ໝັ້ນ ຄົງຢູ່.
\s5
\v 4 ເຮົາ ບອກ ຄົນ ຊົ່ວ ຮ້າຍ ບໍ່ ໃຫ້ ຈອງຫອງ
\v 5 ແລະ ບອກ ພວກເຂົາ ໃຫ້ ຢຸດ ອວດອ້າງ. ”
\v 6 ການຕັດ ສິນ ນັ້ນ ບໍ່ ໄດ້ ມາ ຈາກ ທິດຕາເວັນ ອອກ ຫລື ທິດຕາເວັນ ຕົກ ທິດເໜືອ ຫລື ທິດໃຕ້; (ຕ)
\s5
\v 7 ແຕ່ ແມ່ນ ພຣະເຈົ້າ ເປັນ ຜູ້ ຕັດ ສິນ ຄວາມ ໂດຍລົງໂທດ ໃສ່ ບາງຄົນ ແລະ ປ່ອຍ ບາງຄົນ ໃຫ້ ພົ້ນ ຜິດ ໄດ້.
\v 8 ອົງ ພຣະ ຜູ້ ເປັນ ເຈົ້າ ຖື ຈອກ ຢູ່ ໃນ ມື ຊຶ່ງ ເຕັມ ໄປ ດ້ວຍ ເຫລົ້າ ອະງຸ່ນ ປຸກ ແຫ່ງ ຄວາມ ໂກດຮ້າຍ. ພຣະອົງ ເທ ເຫລົ້າ ນັ້ນ ແລະ ຄົນ ຊົ່ວ ຮ້າຍ ທັງຫລາຍ ໄດ້ ດື່ມ ທຸກຄົນ ພວກເຂົາ ດື່ມ ກັນ ໝົດ ຈົນ ຢອດ ສຸດທ້າຍ.
\s5
\v 9 ແຕ່ ຂ້ານ້ອຍ ຈະ ບໍ່ ຢຸດ ກ່າວ ເຖິງ ພຣະເຈົ້າ ຂອງ ຢາໂຄບ ຫລື ເຊົາ ຮ້ອງເພງ ຍ້ອງຍໍ ສັນລະເສີນ ພຣະອົງ ຈັກເທື່ອ.
\v 10 ພຣະອົງ ຈະ ທາໍ ລາຍ ອໍານາດ ຂອງ ຄົນ ຊົ່ວ ຮ້າຍ ແຕ່ ອໍານາດ ຂອງ ຄົນຊອບທາໍ ຈະ ທະວີ ຂຶ້ນ.
\s5
\c 76
\p
\v 1 ພຣະເຈົ້າ ເປັນ ທີ່ ຮູ້ຈັກ ກັນ ໃນ ຢູດາ ພຣະນາມ ກໍ ເປັນ ທີ່ ຍົກ ຍໍ ໃນ ອິດສະຣາເອນ.
\v 2 ພຣະອົງ ມີ ທີ່ ປະທັບ ຢູ່ ທີ່ ນະຄອນ ເຢຣູຊາເລັມ ແລະ ມີ ທີ່ ສະຖິດ ທີ່ ເທິງ ພູເຂົາ ຊີໂອນ ດ້ວຍ.
\v 3 ທີ່ ນັ້ນ ພຣະອົງ ໄດ້ ທາໍ ລາຍ ອາວຸດ ເຮັດ ສົງຄາມ ເຊັ່ນ: ລູກທະນູ ໂລ້ປ້ອງກັນ ແລະ ດາບ.
\s5
\v 4 ພຣະອົງ ຊົງສະຫງ່າຣາສີ ຍິ່ງໃຫຍ່ ສູງສົ່ງ ເໜືອ ພູເຂົາ ທັງປວງ.
\v 5 ພວກ ທະຫານ ທີ່ ອົງອາດ ເກັ່ງ ກ້າ ຂອງ ພວກເຂົາ ຕ່າງ ກໍ ຖືກ ປຸ້ນຈົນສິ່ງ ຂອງ ໝົດກ້ຽງ ແລະ ບັດນີ້ ນອນຫລັບຢູ່ ເພາະສິ້ນລົມຫາຍໃຈ ກາໍ ລັງວັງຊາ ທີ່ ມີ ກໍ ໃຊ້ ການ ບໍ່ ໄດ້.
\s5
\v 6 ໂອ ພຣະເຈົ້າ ຂອງ ຢາໂຄບ ເມື່ອ ພຣະອົງ ຂູ່ຂວັນ ມ້າ ແລະ ຄົນ ຂີ່ ກໍ ລົ້ມ ລົງ ສິ້ນໃຈ ຕາຍ ຕາມໆກັນ.
\v 7 ແຕ່ ພຣະອົງ ເປັນ ທີ່ ຢ້ານກົວ ຢໍາເກງ ຂອງ ທຸກຄົນ. ເມື່ອ ພຣະອົງ ໂກດຮ້າຍ ບໍ່ ມີ ຜູ້ໃດ ກ້າ ຢືນ ຢູ່ ຊ້ອງໜ້າ ພຣະອົງ
\s5
\v 8 ຈາກ ຟ້າສະຫວັນ ພຣະອົງ ປະກາດ ຕັດ ສິນ ທົ່ວ ທັງ ໂລກ ກໍ ຢ້ານກົວ ແລະ ມິດງຽບ
\v 9 ເມື່ອ ພຣະອົງ ລຸກ ຂຶ້ນ ປະກາດ ຄໍາ ຕັດສິນ ເພື່ອ ຊ່ວຍ ທຸກຄົນ ທີ່ ຖືກ ກົດ ຂີ່ ເທິງ ແຜ່ນດິນ ໂລກ ໃຫ້ ພົ້ນ.
\s5
\v 10 ຄວາມ ໂກດຮ້າຍ ຂອງ ມະນຸດ ກໍ ເປັນ ພຽງແຕ່ ການ ຍ້ອງຍໍ ສັນລະເສີນ ພຣະອົງເທົ່ານັ້ນ. ຜູ້ທີ່ລອດຊີວິດ ຈາກ ການ ເສິກ ຈະ ສະຫລອງ ໄຊຊະນະ ຂອງ ອົງພຣະຜູ້ ເປັນ ເຈົ້າ. (ທ)
\s5
\v 11 ຈົ່ງ ຖວາຍ ແກ່ ອົງ ພຣະ ຜູ້ ເປັນ ເຈົ້າ ພຣະເຈົ້າ ຂອງເຈົ້າ ຕາມ ທີ່ ໄດ້ ສັນຍາ ໄວ້ ຈົ່ງໃຫ້ ຊົນຊາດ ໃກ້ຄຽງ ນາໍຂອງຂວັນ ມາ ຖວາຍ ແກ່ ພຣະອົງ ສາ ເພາະ ພຣະອົງ ໃຫ້ ມະນຸດ ຢໍາເກງ ພຣະອົງ ແລ້ວ.
\v 12 ພຣະອົງ ໃຫ້ ກະສັດ ຜູ້ ຈອງຫອງ ຖ່ອມຕົວ ແລະ ກະສັດ ຜູ້ ຍິ່ງ ໃຫຍ່ ເກີດ ມີ ຄວາມຢ້ານ.
\s5
\c 77
\p
\v 1 ຂ້ານ້ອຍ ຮ້ອງທຸກ ຕໍ່ ພຣະເຈົ້າ ດ້ວຍ ສຽງ ອັນດັງ, ຂ້ານ້ອຍ ຮ້ອງຫາ ຕໍ່ ພຣະເຈົ້າ ດ້ວຍ ສຽງ ອັນດັງ ພຣະອົງ ໄດ້ຍິນ ສຽງ ຂອງ ຂ້ານ້ອຍ.
\s5
\v 2 ເມື່ອ ຢູ່ ໃນ ຄາວ ລໍາບາກ ເດືອດຮ້ອນ ຂັດສົນ ຂ້ານ້ອຍ ກໍໄດ້ ພາວັນນາ ອະທິຖານ ຫາ ພຣະເຈົ້າ ຢາເວ ຂ້ານ້ອຍ ຍົກມື ຂຶ້ນ ພາວັນນາ ອະທິຖານ ຫາ ພຣະອົງ ທັງ ຄືນ ແຕ່ ຄວາມ ເລົ້າໂລມ ໃຈ ກໍ ບໍ່ເຫັນ ມາ ປານ ນີ້
\v 3 ເມື່ອ ຂ້ານ້ອຍ ຄິດເຖິງ ພຣະເຈົ້າ ກໍ ຖອນ ຫາຍໃຈ ເມື່ອ ຄິດຕຶກຕອງ ກໍ ອ່ອນ ກາໍ ລັງ ໃຈ ໄປ ດ້ວຍ.
\s5
\v 4 ພຣະອົງ ເຮັດ ໃຫ້ ຂ້ານ້ອຍ ນອນ ບໍ່ ຫລັບ ທັງ ຄືນ ຂ້ານ້ອຍ ທຸກໃຈ ຫລາຍ ຈົນ ເວົ້າ ຈາ ຫຍັງ ບໍ່ ໄດ້.
\v 5 ຂ້ານ້ອຍ ຫວນ ຄິດ ເຖິງ ເມື່ອ ວັນ ຄືນ ທີ່ ຜ່ານ ໄປ ແລະ ຈື່ ຈໍາ ເດືອນ ປີ ທີ່ ຜ່ານ ມາ ນັ້ນ.
\s5
\v 6 ຂ້ານ້ອຍ ນອນ ໃຊ້ ຄວາມ ຄິດຢ່າງໜັກ (ບ) ທັງຄືນ ຂ້ານ້ອຍ ຄິດຕຶກຕອງ ແລະ ຖາມ ຕົນເອງ ດັ່ງ ນີ້:
\v 7 “ພຣະເຈົ້າ ຢາເວ ຈະ ປະ ພວກເຮົາ ເລື້ອຍໆ ຊັ້ນ ບໍ? ພຣະອົງ ຈະ ບໍ່ ພໍ ໃຈ ນາໍ ອີກ ຕໍ່ໄປ ຫລືນີ້?
\s5
\v 8 ພຣະອົງ ເຊົາ ຮັກ ພວກເຮົາ ແລ້ວ ຊັ້ນ ບໍ? ຄໍາສັນຍາ ຂອງ ພຣະອົງ ບໍ່ ຢັ້ງ ຢືນ ຕໍ່ໄປ ອີກ ຫລືນີ້?
\v 9 ພຣະເຈົ້າ ຫລົງ ລືມ ພຣະຄຸນ ທີ່ ມີ ຕໍ່ ພວກເຮົາ ແລ້ວ ຫລືນີ້? ຄວາມ ໂກດຮ້າຍ ແທນ ຄວາມ ເມດຕາ ແລ້ວ ຫລືນີ້?”
\s5
\v 10 ແລ້ວ ຂ້ານ້ອຍ ເວົ້າ ວ່າ, “ສິ່ງ ທີ່ ເຮັດ ໃຫ້ ປວດລ້າວ ທີ່ ສຸດ ຄື ວ່າ ພຣະເຈົ້າ ບໍ່ ມີ ຣິດອໍານາດ ຕໍ່ໄປ ແລ້ວ. ” (ປ)
\s5
\v 11 ຂ້ານ້ອຍ ຈະ ຈົດຈາໍ ອົງພຣະຜູ້ ເປັນ ເຈົ້າ ສິ່ງ ອັນຍິ່ງ ໃຫຍ່ ທີ່ ພຣະອົງ ໄດ້ ກະທາໍ ນັ້ນ. ຂ້ານ້ອຍ ຈະ ຄິດ ເຖິງ ການ ອັດສະຈັນ ທີ່ພຣະອົງ ໄດ້ ເຮັດ ຜ່ານ ມາ ນັ້ນ.
\v 12 ຂ້າ ນ້ອຍ ຈະ ຄິດ ເຖິງ ທຸກສິ່ງ ທີ່ ຊົງ ໄດ້ ກະທາໍ ຄິດ ຄໍານງຶ ເຖິງ ທຸກສິ່ງ ທີ່ ປ່ຽມ ດ້ວຍ ຣິດທານຸພາບ ຂອງ ພຣະອົງ.
\s5
\v 13 ຂ້າແດ່ ພຣະເຈົ້າ ທຸກສິ່ງ ທີ່ ພຣະອົງ ເຮັດ ກໍ ບໍຣິສຸດ ບໍ່ ມີ ພະ ຕົນໃດ ທີ່ ຍິ່ງໃຫຍ່ ເໜືອ ກວ່າ ພຣະອົງ ໄດ້.
\v 14 ພຣະອົງ ເປັນ ພຣະເຈົ້າ ທີ່ ເຮັດ ການ ອັດສະຈັນ ບັນດາ ຊົນຊາດ ກໍໄດ້ ເຫັນ ຣິດທານຸພາບ ອັນ ຍິ່ງໃຫຍ່ ຂອງ ພຣະອົງ.
\v 15 ດ້ວຍ ພຣະກາໍລັງ ພຣະອົງ ໄດ້ ໃຫ້ ພວກ ຂ້ານ້ອຍ ພົ້ນໄພ ຄື ບັນດາ ເຊື້ອສາຍ ຂອງ ໂຢເຊັບ ແລະ ຂອງ ຢາໂຄບ.
\s5
\v 16 ຂ້າແດ່ ພຣະເຈົ້າ ເມື່ອນໍ້າ ເຫັນ ພຣະອົງແລ້ວ ກໍ ເກີດ ຢ້ານກົວ ບ່ອນ ເລີກ ໃນ ທ້ອງ ທະເລ ກໍ ສັ່ນ ສະເທືອນ ດ້ວຍ.
\v 17 ເມກ ໝອກ ໄດ້ ຖອກເທ ຫ່າຝົນ ລົງມາ ຟ້າ ກໍ ຮ້ອງ ສຽງດັງ ກ້ອງ ກັງວານ ໄປ ທົ່ວ ທ້ອງຟ້າ ນະພາ ແລະ ຟ້າ ກໍ ແມບເຫລື້ອມ ໂດຍ ສົ່ງ ແສງ ໄປ ທົ່ວ ທຸກ ທິດ.
\s5
\v 18 ຟ້າຜ່າ ໄດ້ ສົ່ງ ສຽງ ຮ້ອງ ດັງ ກຶກ ກ້ອງ ອອກ ໄປ ແລະ ແສງ ຟ້າແມບເຫອຼື້ມ ເຮັດ ໃຫ້ ໂລກ ຮຸ່ງ ສະຫວ່າງ ສະໄຫວ ແຜ່ນດິນ ໂລກ ກໍ ຫວັ່ນ ໄຫວ ສະທ້ານ ສະເທືອນ.
\v 19 ພຣະອົງ ຍ່າງ ເທິງ ຄື້ນ ນາໍ້ ຂ້າມ ທ້ອງ ທະເລ ໄປ ແຕ່ ບໍ່ ມີ ຮອຍ ບາດ ຍ່າງ ຂອງ ພຣະອົງ ໃຫ້ ປາກົດ ເປັນ ທີ່ ເຫັນ ໄດ້.
\v 20 ດັ່ງ ຄົນ ລ້ຽງແກະ ຜູ້ໜຶ່ງ ທີ່ ນາໍ ປະຊາຊົນ ຂອງຕົນ ໂດຍ ມີ ໂມເຊ ແລະ ອາໂຣນ ເປັນ ຜູ້ ຮັບ ຜິດຊອບ.
\s5
\c 78
\p
\v 1 ປະຊາຊົນ ຂອງເຮົາ ເອີຍ ຈົ່ງ ຟັງ ຄໍາສັ່ງ ສອນ ຂອງເຮົາ ເດີ ຈົ່ງ ງ່ຽງ ຫູ ຟັງ ໃຫ້ ດີ ສິ່ງ ທີ່ ເຮົາ ຈະ ກ່າວ
\v 2 ແລະ ເຮົາ ຈະ ກ່າວ ຖ້ອຍຄໍາ ທີ່ ມີ ປັນຍາ ອະທິບາຍ ຄໍາ ເລິກ ລັບ ໃນ ອະດີດ
\s5
\v 3 ເປັນ ສິ່ງ ທີ່ ພວກເຮົາ ໄດ້ຍິນ ແລະ ໄດ້ ຮູ້ ເຫັນ ຄື ເລື່ອງລາວ ທີ່ ພໍ່ ພວກເຮົາ ໄດ້ ບອກ ນັ້ນ.
\v 4 ພວກເຮົາ ຈະ ບໍ່ ອໍາ ໄວ້ ຈາກ ລູກໆ ຂອງ ພວກເຮົາ ຈົ່ງ ບອກ ເຊື້ອສາຍ ທີ່ ເກີດ ມາ ພາຍ ຫລັງ ນັ້ນ ເຖິງ ຣິດທານຸພາບ ແລະ ສິ່ງ ຍິ່ງ ໃຫຍ່ ທັງ ຫລາຍ ຕະຫລອດ ທັງ ສິ່ງ ອັດສະຈັນ ທີ່ ພຣະອົງ ກະທາໍ ນັ້ນ.
\s5
\v 5 ພຣະອົງ ໄດ້ ມອບ ກົດບັນຍັດ ໃຫ້ ຄົນ ອິດສະຣາເອນ ແລະ ມອບ ຂໍ້ຄໍາສັ່ງ ໃຫ້ ເຊື້ອ ສາຍ ຂອງ ຢາໂຄບ
\v 6 ເພື່ອ ວ່າ ເຊື້ອ ສາຍ ຕໍ່ ໆ ມາ ນັ້ນ ຈະ ໄດ້ ຮຽນຮູ້ ເອົາ ແລະ ບອກ ລູກຫລານ ຕໍ່ໄປ ຕາມ ຜຽນ ຂອງ ເຂົາເຈົ້າ.
\s5
\v 7 ໂດຍ ວິທີນີ້ ພວກເຂົາ ຈະ ໄດ້ ວາງໃຈ ໃນ ພຣະເຈົ້າ ເໝືອນກັນ ແລະ ບໍ່ ລືມ ສິ່ງ ທີ່ ພຣະອົງ ໄດ້ ກະທາໍ ແຕ່ ເຊື່ອຟັງ ຂໍ້ຄໍາສັ່ງ ຂອງ ພຣະອົງ.
\v 8 ພວກເຂົາ ຈະ ບໍ່ ເປັນ ດັ່ງພວກ ປູ່ຍ່າຕາຍາຍ ຄື ພວກ ຄົນ ກະບົດ ແລະ ຄົນ ບໍ່ເຊື່ອຟັງ ນັ້ນ ເປັນ ພວກ ທີ່ ບໍ່ ໄວ້ວາງໃຈ ໃນ ພຣະເຈົ້າ ຢ່າງ ໝັ້ນ ຄົງ ແລະ ເປັນ ພວກ ທີ່ ບໍ່ ຊື່ ຕົງ ຕໍ່ ພຣະອົງ ທັງນັ້ນ.
\s5
\v 9 ພວກ ເອຟຣາອິມ ທີ່ ຖືອາວຸດ ໜ້າ ແລະ ທະນູ ຕ່າງ ກໍໄດ້ ແລ່ນ ປົບ ໜີໄປ ຈາກ ສະໜາມຮົບ.
\v 10 ພວກເຂົາ ບໍ່ ໄດ້ ຖືຮັກ ສາ ພັນທະສັນຍາ ຂອງ ພຣະເຈົ້າ ພວກເຂົາ ບໍ່ ເຄີຍໄດ້ ເຮັດ ຕາມ ກົດບັນຍັດ ຂອງ ພຣະອົງ.
\v 11 ພວກເຂົາ ຫຼົງ ລືມ ສິ່ງ ທີ່ ພຣະອົງ ໄດ້ ກະທາໍ ຄື ການ ອັດສະຈັນ ທີ່ ພຣະອົງ ໄດ້ ເຮັດ ນັ້ນ.
\s5
\v 12 ພຣະເຈົ້າ ໄດ້ ຊົງ ກະທາໍ ສິ່ງ ອັດສະຈັນ ທີ່ ໂຊອານ ໃນ ເອຢິບ ຂະນະທີ່ ປູ່ ຍ່າຕາຍາຍ ຂອງ ພວກເຂົາ ເບິ່ງ ຢູ່ ນັ້ນ.
\v 13 ພຣະອົງ ໄດ້ ແຍກ ນາໍ້ ທະເລ ແລະ ໄດ້ ນາໍ ພວກເຂົາ ຜ່ານ ໄປ ພຣະອົງ ໄດ້ ເຮັດ ໃຫ້ ນໍ້າ ແຍກ ຕັ້ງ ຂຶ້ນ ເປັນ ກໍາແພງ.
\v 14 ພຣະອົງໄດ້ ນາໍ ພວກເຂົາ ໄປ ດ້ວຍ ເສົາ ເມກ ໃນ ເວລາ ກາງເວັນ ແລະ ດ້ວຍ ເສົາ ໄຟ ໃນ ເວລາ ກາງຄືນ.
\s5
\v 15 ພຣະອົງ ໄດ້ ຜ່າ ໂງ່ນຫີນ ໃນ ຖິ່ນ ແຫ້ງ ແລ້ງ ກັນດານ ແລະ ເຮັດ ໃຫ້ ນໍ້າ ໄຫລ ອອກ ຈາກ ກ້ອນຫິນ ກາຍເປັນ ລໍາທານ ເລິກ ມາ ໃຫ້ ພວກເຂົາ ໄດ້ ດື່ມ.
\v 16 ພຣະອົງ ໄດ້ ເຮັດ ໃຫ້ ນາໍ້ ໄຫລ ອອກ ຈາກ ຫິນ ຜາຊັນ ແລະ ນາໍ້ ກໍ ໄຫລ ອອກ ມາ ເປັນ ກະແສ ນາໍ້.
\s5
\v 17 ແຕ່ ພວກເຂົາ ຍັງ ສືບ ຕໍ່ ເຮັດ ບາບ ຕໍ່ ໍສູ້ ພຣະອົງ ເລື້ອຍມາ ແລະ ທີ່ ຖິ່ນ ແຫ້ງແລ້ງ ກັນດານ ນັ້ນ ພວກເຂົາ ກໍໄດ້ ກະບົດ ຕໍ່ສູ້ ອົງ ສູງສຸດ.
\v 18 ພວກເຂົາ ທົດລອງ ພຣະເຈົ້າ ໂດຍ ເຈດຕະນາ ເພື່ອ ຂໍ ອາຫານ ກິນ ຕາມ ຄວາມຢາກ ຂອງ ພວກເຂົາ.
\s5
\v 19 ພວກເຂົາ ຕໍ່ສູ້ ພຣະເຈົ້າ ໂດຍ ເວົ້າ ວ່າ, “ພຣະເຈົ້າ ໃຫ້ ອາຫານ ໃນ ຖິ່ນ ແຫ້ງ ແລ້ງກັນດານ ໄດ້ ຫລືນີ້?
\v 20 ເປັນຄວາມຈິງ ແທ້ ທີ່ ພຣະອົງ ໄດ້ ຕີ ໂງ່ນຫິນ ແລະ ນໍ້າ ໄດ້ ໄຫລ ອອກ ມາ ເປັນ ດັ່ງ ກະແສ ນໍ້າ ແຕ່ ພຣະອົງ ຍັງ ຈະ ສາມາດ ເອົາ ເຂົ້າຈີ່ ໃຫ້ ພວກເຮົາ ໄດ້ ບໍ? ແລະ ເອົາ ຊີ້ນ ໃຫ້ ປະຊາຊົນ ກິນ ໄດ້ ຫລື ບໍ່?”
\s5
\v 21 ສະນັ້ນ ອົງ ພຣະ ຜູ້ ເປັນ ເຈົ້າ ຈຶ່ງ ໂກດຮ້າຍ ອອກ ເມື່ອ ພຣະອົງ ໄດ້ຍິນ ສຽງ ຈົ່ມ ຂອງ ເຂົາ ເຈົ້າ. ພຣະອົງ ໄດ້ ໂຈມຕີ ປະຊາຊົນ ຂອງ ພຣະອົງ ດ້ວຍ ໄຟ ແລະ ພຣະອົງ ໄດ້ ຕໍ່ສູ້ ພວກເຂົາ ໂດຍ ຄວາມ ໂກດຮ້າຍ
\v 22 ເພາະວ່າ ພວກເຂົາ ບໍ່ໄດ້ ມີຄວາມເຊື່ອ ໃນ ພຣະອົງ ເລີຍ ແລະ ບໍ່ ເຄີຍ ເຊື່ອ ວ່າ ພຣະອົງ ຈະ ຊ່ວຍ ໃຫ້ ພົ້ນ ໄດ້.
\s5
\v 23 ແຕ່ ພຣະອົງ ໄດ້ ກ່າວ ແກ່ ທ້ອງຟ້າ ເບື້ອງ ເທິງ ແລະ ໄດ້ ສັ່ງ ທ້ອງຟ້າ ໃຫ້ ໄຂ ປະຕູ ອອກ
\v 24 ພຣະອົງ ໄດ້ ສົ່ງ ເມັດ ເຂົ້າ ຄື ມານາ ລົງ ຈາກ ສະຫວັນ ຕົກ ລົງ ມາ ໃຫ້ ພວກເຂົາ ໄດ້ ກິນ ອີ່ມ ທ້ອງ.
\v 25 ດັ່ງ ນັ້ນ ພວກເຂົາ ຈຶ່ງ ໄດ້ ກິນອາຫານຂອງເທວະດາ ພຣະເຈົ້າ ໄດ້ ໃຫ້ ພວກເຂົາ ກິນ ຕາມ ຄວາມ ຕ້ອງການ ຂອງ ພວກເຂົາ.
\s5
\v 26 ພຣະອົງ ໄດ້ ເຮັດ ໃຫ້ ລົມ ພັດ ມາ ຈາກ ທິດຕາເວັນ ອອກ ລົມ ທາງທິດ ໃຕ້ ກໍພັດມາ ດ້ວຍ ຣິດອໍານາດ ຂອງ ພຣະອົງ
\v 27 ພຣະອົງ ໄດ້ ສົ່ງ ນົກ ຂຸ້ມ ລົງ ມາ ໃຫ້ ປະຊາຊົນ ຂອງ ພຣະອົງ ຢ່າງ ຫລວງຫລາຍ ດັ່ງ ເມັດຊາຍ ຢູ່ ຕາມ ຝັ່ງ.
\v 28 ພຣະເຈົ້າ ໄດ້ ເຮັດ ໃຫ້ ຝູງ ນົກຂຸ້ມ ຕົກ ຕາມ ຄ້າຍ ຂອງ ພວກເຂົາ ຢູ່ ອ້ອມແອ້ມ ຜ້າເຕັນ ທັງຫຼາຍ ດ້ວຍ.
\s5
\v 29 ສະນັ້ນ ປະຊາຊົນ ຈຶ່ງ ກິນ ນົກ ນັ້ນ ຢ່າງ ອີ່ມ ໜາໍ ສໍາລານ ພຣະເຈົ້າ ໄດ້ ໃຫ້ ກິນ ຕາມ ທີ່ ພວກເຂົາ ຕ້ອງການ.
\v 30 ແຕ່ ພວກເຂົາ ຍັງ ຫິວ ກະຫາຍ ບໍ່ ອີ່ມ ພໍ ໃນ ຂະນະທີ່ ອາຫານ ຍັງ ເຕັມ ຢູ່ ໃນ ປາກ ນັ້ນ
\s5
\v 31 ແລ້ວ ຄວາມ ໂກດຮ້າຍ ຂອງ ພຣະເຈົ້າ ກໍ ລະເບີດໃສ່ ພວກເຂົາ ແລະ ຂ້າ ຊາຍ ສະກັນ ຊາວອິດສະຣາເອນ ທີ່ ເກັ່ງກ້າ ທີ່ ສຸດ ຖິ້ມ.
\v 32 ເຖິງ ປານນັ້ນ ປະຊາຊົນ ກໍ ຍັງ ໄດ້ ເຮັດບາບ ຕາມເຄີຍ ແລະ ບໍ່ ໄວ້ວາງໃຈ ໃນ ສິ່ງ ອັດສະຈັນ ທີ່ ຊົງ ໄດ້ ກະທໍາ.
\s5
\v 33 ສະນັ້ນ ພຣະອົງ ຈຶ່ງ ໄດ້ ໃຫ້ ການ ເປັນ ຢູ່ຂອງ ພວກເຂົາ ສິ້ນສຸດ ລົງ ດັ່ງ ລົມ ຫາຍໃຈ ແລະ ເຮັດ ໃຫ້ ຊີວິດ ຂອງ ພວກເຂົາ ຈົບ ລົງ ຍ້ອນ ຄວາມ ຫລົ້ມຈົມ ຢ່າງ ກະທັນຫັນ.
\v 34 ເທື່ອໃດ ທີ່ ພຣະອົງ ໄດ້ ຂ້າ ບາງຄົນ ໃນ ພວກເຂົາ ຄົນ ທີ່ ເຫລືອ ກໍ ຫັນ ກັບ ມາ ຫາ ພຣະອົງ ເທື່ອ ນັ້ນ. ພວກເຂົາ ໄດ້ ກັບ ມາ ດ້ວຍ ສໍານຶກ ຜິດ ຢູ່ ໃນ ຈິດໃຈ ແລະ ພາວັນນາ ອະທິຖານ ຕໍ່ ພຣະເຈົ້າ ດ້ວຍ ຈິດໃຈ ຮ້ອນຮົນ ຍິ່ງ.
\s5
\v 35 ພວກເຂົາ ລະນຶກ ໄດ້ ວ່າ ພຣະເຈົ້າ ຄື ພຣະຜູ້ ຄຸ້ມຄອງ ຂອງ ພວກເຂົາ ພຣະ ຜູ້ ຊົງ ຣິດທານຸພາບ ສູງສຸດ ຄື ພຣະຜູ້ໄຖ່ ຂອງ ພວກເຂົາ.
\v 36 ແຕ່ ຄໍາເວົ້າ ຂອງ ພວກເຂົາ ເປັນ ຄໍາຕົວະ ທັງໝົດ ບໍ່ ມີ ຄໍາເວົ້າ ຄໍາ ໃດໆ ທີ່ ເປັນ ຄໍາຈິງ ຈັກຢ່າງ.
\v 37 ພວກເຂົາ ບໍ່ ໄດ້ ສັດ ຊື່ ແລະ ຈົງ ຮັກ ພັກ ດີ ຕໍ່ ພຣະອົງ ບໍ່ສັດຊື່ ຕໍ່ ພັນທະສັນຍາ ຂອງ ພຣະອົງ.
\s5
\v 38 ແຕ່ ພຣະເມດຕາ ນັ້ນ ຍັງ ມີ ຢູ່ ຕໍ່ ໄປ ສໍາລັບ ພວກເຂົາ ພຣະອົງ ອະໄພ ການບາບ ຂອງ ພວກເຂົາ ແລະ ບໍ່ ໄດ້ ທາໍ ລາຍ ພວກເຂົາ ອີກ. ພຣະອົງ ຢັບ ຢັ້ງ ຄວາມ ໂກດຮ້າຍ ຫລາຍເທື່ອ ຫລາຍທີ ແລະ ອົດກັ້ນ ຄວາມ ໂມໂຫ ຂອງ ພຣະອົງ ໄວ້ ດ້ວຍ.
\s5
\v 39 ພຣະອົງ ນຶກ ໄດ້ ວ່າ ພວກເຂົາ ເປັນ ພຽງແຕ່ ມະນຸດ ທີ່ ຕາຍເປັນ ດັ່ງ ລົມ ທີ່ ພັດ ຜ່ານ ມາ ແລະ ພັດລ່ວງຫາຍ ໄປ ເທົ່າ ນັ້ນ.
\v 40 ໃນ ຖິ່ນ ແຫ້ງ ແລ້ງ ກັນດານ ພວກເຂົາ ກະບົດ ເລື້ອຍ ມາ ເຮັດ ໃຫ້ ພຣະອົງ ເສຍໃຈ ຫລາຍເທື່ອ ຫລາຍທີ
\v 41 ພວກເຂົາ ໄດ້ ທົດລອງ ພຣະເຈົ້າ ຫລາຍເທື່ອ ໂດຍ ເຮັດ ໃຫ້ ອົງບໍຣິສຸດ ແຫ່ງ ຊາດ ອິດສະຣາເອນ ຊອກຊໍ້າ.
\s5
\v 42 ພວກເຂົາ ໄດ້ ຫຼົງ ລືມ ຣິດອໍານາດ ອັນ ຍິ່ງໃຫຍ່ ຂອງ ພຣະອົງ ແລະ ວັນ ທີ່ ພຣະອົງ ໄດ້ ຊົງ ຊ່ວຍກູ້ ເອົາ ພວກເຂົາ ຈາກ ສັດຕູ
\v 43 ກິດຈະການ ຍິ່ງ ໃຫຍ່ ກັບ ສິ່ງ ອັດສະຈັນ ຂອງ ພຣະອົງ ທີ່ ທົ່ງ ພຽງ ເມືອງ ໂຊອານ ໃນ ເອຢິບ ນັ້ນ.
\s5
\v 44 ພຣະອົງ ໄດ້ ເຮັດ ໃຫ້ ນາໍ້ ກາຍເປັນ ເລືອດ ໄຫລ ນອງ ຕາມ ຫ້ວຍຮ່ອງ ກໍ ບໍ່ ມີ ນາໍ້ ໃຫ້ ຊາວ ເອຢິບ ດື່ມ.
\v 45 ພຣະອົງ ໄດ້ ສົ່ງ ຝູງ ຮີ້ນ ມາ ທໍລະມານ ພວກເຂົາ ແລະ ໄດ້ ສົ່ງ ຝູງ ກົບ ມາ ທາໍ ລາຍ ດິນແດນ ດ້ວຍ.
\v 46 ພຣະອົງ ໄດ້ ສົ່ງ ຝູງຕັກ ແຕນ ມາ ທາໍ ລາຍ ເຄື່ອງປູກ ຂອງຝັງ ທັງ ທາໍລາຍ ທົ່ງ ໄຮ່ ທົ່ງ ນາ ຂອງ ເຂົາ ເຈົ້າ ດ້ວຍ.
\s5
\v 47 ພຣະອົງ ໄດ້ ທາໍລາຍ ຕົ້ນ ອະງຸ່ນ ດ້ວຍ ໝາກເຫັບ ແລະ ພຣະອົງ ໄດ້ ທໍາລາຍ ຕົ້ນ ໝາກເດື່ອ ຂອງ ພວກເຂົາ ດ້ວຍ ນາໍ້ ກ້າມ.
\v 48 ພຣະອົງ ໄດ້ ຂ້າຝູງງົວ ຂອງ ພວກເຂົາ ໂດຍ ໃຫ້ ໝາກເຫັບ ຕົກ ມາ ແລະ ໄດ້ ຂ້າຝູງແກະ ຂອງ ພວກເຂົາ ໂດຍ ໃຫ້ ມີ ຟ້າຜ່າ (ຝ)
\v 49 ພຣະອົງ ໄດ້ ເຮັດ ໃຫ້ ພວກເຂົາ ທຸກໃຈ ຢ່າງ ໃຫຍ່ຫລວງ ໂດຍ ໄດ້ ເທ ຄວາມ ໂກດຮ້າຍ ລົງ ໃສ່ ເຂົາ ເຈົ້າ ແລະ ທັງ ຄວາມ ໂກດແຄ້ນ ຢ່າງ ຮຸນແຮງ ທີ່ ສຸດ ດັ່ງ ທູດ ແຫ່ງ ຄວາມຕາຍ ສຸມກັນ ມາ ໃສ່.
\s5
\v 50 ພຣະອົງ ບໍ່ ໄດ້ ອົດກັ້ນ ຄວາມໂກດຮ້າຍ ໄວ້ ເລີຍ ໂດຍ ບໍ່ ໄວ້ ຊີວິດ ແຕ່ ຂ້າຖິ້ມ ດ້ວຍ ໂຣກລະບາດ.
\v 51 ພຣະອົງ ໄດ້ ຂ້າ ລູກຊາຍກົກ ທຸກຄົນ ຂອງ ພວກເຂົາ ຂອງ ທຸກໆ ຄອບຄົວ ໃນ ເອຢິບ ນັ້ນ.
\s5
\v 52 ແລ້ວ ພຣະອົງ ກໍ ນາໍ ພາ ປະຊາຊົນ ຂອງ ພຣະອົງ ດັ່ງ ຄົນ ລ້ຽງແກະ ນາໍ ຝູງແກະ ອອກ ໄປ ນັ້ນ ໂດຍ ໄດ້ ນາໍ ໜ້າ ພວກເຂົາ ອອກ ໄປ ຜ່ານ ທະເລ ຊາຍ ທີ່ ແຫ້ງ ແລ້ງ.
\v 53 ພຣະອົງ ໄດ້ ນາໍ ພາ ພວກເຂົາ ໄປ ຢ່າງ ປອດໄພ ພວກເຂົາ ຈຶ່ງ ບໍ່ ຢ້ານກົວ, ແຕ່ ນາໍ້ ທະເລ ໄດ້ ໄຫລ ຖ້ວມ ສັດຕູ ຂອງ ເຂົາເຈົ້າ
\s5
\v 54 ພຣະອົງ ໄດ້ ພາ ໄປ ສູ່ ດິນແດນ ບໍຣິສຸດ ຂອງ ພຣະອົງ ສູ່ ພູ ທັງຫລາຍ ທີ່ ພຣະຫັດຂວາ ຂອງ ພຣະອົງ ໄດ້ ນິຣະມິດ ໄວ້.
\v 55 ພຣະອົງ ໄລ່ ຄົນ ພື້ນເມືອງ ໜີ ຂະນະທີ່ ປະຊາຊົນ ບຸກໜ້າ ເຂົ້າ ໄປ ໂດຍ ໄດ້ ແບ່ງປັນດິນແດນ ໃຫ້ ເປັນກາໍມະສິດ ແກ່ ທຸກ ເຜົ່າ ຂອງ ອິດສະຣາເອນ ແລະ ໃຫ້ ປະຊາຊົນ ຂອງ ພຣະອົງ ໄດ້ ມີ ທີ່ຢູ່ ອາໄສ.
\s5
\v 56 ແຕ່ ພວກເຂົາ ໄດ້ ພາກັນ ກະບົດ ໂດຍ ທົດລອງ ພຣະອົງ ຄື ທົດສອບ ພຣະເຈົ້າ ອົງ ຊົງຣິດທານຸພາບ ສູງສຸດ.
\v 57 ພວກເຂົາ ບໍ່ ໄດ້ ເຊື່ອຟັງ ຂໍ້ຄໍາສັ່ງ ຂອງ ພຣະອົງ ເລີຍ ແລະ ບໍ່ ໄດ້ ສັດຊື່ ດັ່ງ ບັນພະບຸລຸດ ຂອງ ເຂົາເຈົ້າ ຄື ເປັນ ພວກ ທີ່ ຂາດ ຄວາມ ໄວ້ວາງໃຈ ແລະ ຄົດ ດັ່ງ ລູກໜ້າ ທະນູ ບ້ຽວ.
\s5
\v 58 ພວກເຂົາ ກຸກກວນ ພຣະອົງ ໃຫ້ ໂກດຮ້າຍ ສະເໝີ ມາ ໂດຍ ມີ ບ່ອນ ຂາບໄຫວ້ ຂອງ ຄົນ ບໍ່ ນັບ ຖື ພຣະເຈົ້າ ແລະ ພວກເຂົາ ໄດ້ ເຮັດ ໃຫ້ ພຣະອົງ ເຄືອງໃຈ ຫລາຍ ຍ້ອນ ຮູບເຄົາຣົບ ທີ່ ພວກເຂົາ ໄດ້ ເຮັດ ຂຶ້ນ ນັ້ນ.
\v 59 ເມື່ອ ເຫັນ ເຊັ່ນນີ້ ພຣະເຈົ້າ ກໍ ກິ້ວໂກດ ຫລາຍ ສະນັ້ນ ພຣະອົງ ຈຶ່ງ ປະລະ ປະຊາຊົນ ຂອງ ພຣະອົງ ໝົດ ສິ້ນ.
\s5
\v 60 ພຣະອົງ ຍັງ ໄດ້ ປະຖິ້ມ ຫໍເຕັນ ທີ່ ເມືອງ ຊີໂລ (ພ) ຊຶ່ງ ເປັນ ທີ່ ປະທັບ ຂອງ ພຣະອົງ ໃນ ທ່າມກາງ ເຂົາເຈົ້າ.
\v 61 ພຣະອົງໃຫ້ ສັດຕູ ຢຶດ ຫີບ ພັນທະສັນຍາ ຊຶ່ງ ເປັນ ເຄື່ອງໝາຍ ສັນຍາລັກ ແຫ່ງ ພຣະ ສະຫງ່າຣາສີ.
\s5
\v 62 ພຣະອົງ ໄດ້ ໂກດຮ້າຍ ປະຊາຊົນ ທີ່ ຊົງ ໄດ້ ເລືອກເອົາ ແລະ ປ່ອຍ ໃຫ້ ເຫລົ່າ ສັດຕູ ສັງຫານ ເຂົາເຈົ້າ.
\v 63 ໃນ ທີ່ ສູ້ຮົບ ພວກ ຊາຍໜຸ່ມ ໄດ້ ຖືກ ຂ້າຢ່າງຫລວງຫລາຍ ແລະ ພວກ ຍິງສາວ ກໍ ບໍ່ ມີ ຜູ້ໃດ ແຕ່ງງານ ນາໍ ດ້ວຍ.
\s5
\v 64 ປະໂຣຫິດ ກໍ ຕາຍ ດ້ວຍ ຄົມ ດາບ ແລະ ຍິງ ໝ້າຍ ຂອງ ພວກເຂົາ ກໍ ບໍ່ ມີ ການ ໄວ້ທຸກ ໃຫ້ ເຂົາ ເຈົ້າ.
\v 65 ໃນທີ່ສຸດ ພຣະເຈົ້າຢາເວ ກໍ ຕື່ນຂຶ້ນ ເໝືອນດັ່ງ ຄົນ ທີ່ ຕື່ນ ຈາກ ຫລັບ ນອນ ດັ່ງ ຊາຍ ຜູ້ໜຶ່ງ ທີ່ ແຂງແຮງ ຍ້ອນ ລິດ ເຫລົ້າ ອະງຸ່ນ.
\v 66 ພຣະອົງ ໄດ້ ຂັບໄລ່ ພວກ ສັດຕູ ໃຫ້ ພ່າຍແພ້ ຖອຍຄືນ ໄປ ຢ່າງ ອັບອາຍ ຕະຫຼອດໄປ.
\s5
\v 67 ແລ້ວ ພຣະອົງ ໄດ້ ປະຖິ້ມ ເຊື້ອ ສາຍ ຂອງ ໂຢເຊັບ ພຣະອົງ ບໍ່ ໄດ້ ເລືອກເອົາ ເຜົ່າ ເອຟຣາອິມ ດ້ວຍ.
\v 68 ແຕ່ ພຣະອົງ ຊໍ້າ ພັດ ເລືອກເອົາ ເຜົ່າ ຢູດາ ແທນ ທັງ ພູເຂົາ ຊີໂອນ ຊຶ່ງ ພຣະອົງ ຮັກ ຫລາຍ ທີ່ ສຸດ ນັ້ນ.
\v 69 ໃນທີ່ ນັ້ນ ພຣະອົງ ໄດ້ ສ້າງ ພຣະວິຫານ ຂອງ ພຣະອົງ ເປັນ ດັ່ງ ບ່ອນ ຂອງ ພຣະອົງ ຢູ່ ເທິງ ສະຫວັນ ຊັ້ນ ຟ້າ ດັ່ງ ທີ່ ແຜ່ນດິນ ໂລກ ພຣະອົງ ສ້າງ ຜາສາດ ຢ່າງ ໝັ້ນ ຄົງ ໃຫ້ ດໍາລົງ ຢູ່ ທຸກຍຸກ ທຸກສະໄໝ ໄດ້.
\s5
\v 70 ພຣະອົງ ໄດ້ ເລືອກ ດາວິດ ໃຫ້ ເປັນ ຜູ້ຮັບໃຊ້ ຂອງ ພຣະອົງ ໂດຍ ໄດ້ ເອົາ ເພິ່ນ ມາ ຈາກ ທົ່ງ ລ້ຽງແກະ ພຸ້ນ
\v 71 ຄື ບ່ອນ ທີ່ ເພິ່ນ ໄດ້ ເຝົ້າເບິ່ງ ຝູງແກະ ຂອງ ເພິ່ນ ແລະ ພຣະອົງ ໄດ້ ຫົດ ສົງ ຕັ້ງ ເພິ່ນ ໃຫ້ ເປັນ ຜູ້ນາໍ ຄື ເປັນ ກະສັດ ຂອງ ຊາດ ອິດສະຣາເອນ ເປັນ ຜູ້ ລ້ຽງດູ ປະຊາຊົນ ຂອງ ພຣະເຈົ້າ.
\v 72 ດາວິດ ໄດ້ ດູແລ ດ້ວຍ ໃຈ ທ່ຽງທາໍ ແລະ ບໍ່ເຫັນແກ່ຕົວ ແລະ ນາໍ ພາ ດ້ວຍ ພິກໄຫວ ອັນສະຫລາດ.
\s5
\c 79
\p
\v 1 ໂອ ພຣະເຈົ້າ ເອີຍ ຄົນ ບໍ່ ນັບຖື ພຣະເຈົ້າ ໄດ້ ຮຸກຮານ ດິນແດນ ຂອງ ພຣະອົງ ວິຫານ ຂອງ ພຣະອົງ ເສື່ອມເສຍ ສັກສີ ແລະ ນະຄອນ ເຢຣູຊາເລັມ ກໍ ຖືກ ທໍາລາຍ.
\v 2 ພວກເຂົາ ໄດ້ ປະ ຊາກສົບ ປະຊາຊົນ ຂອງ ພຣະອົງ ໃຫ້ ຝູງ ແຮ້ງ ກິນ ແລະ ສັດປ່າ ກໍ ກິນ ຊາກສົບ ຜູ້ຮັບໃຊ້ ຂອງ ພຣະເຈົ້າ.
\v 3 ເລືອດ ຄົນ ທີ່ ສັດຊື່ ຕໍ່ ພຣະອົງ ນັ້ນ ຫລັ່ງ ໄຫລ ອອກ ມາ ດັ່ງ ສາຍ ທາລາ ທົ່ວ ນະຄອນ ເຢຣູຊາເລັມ ແລ້ວ.
\s5
\v 4 ຊົນຊາດ ທີ່ ຢູ່ ອ້ອມຮອບ ໄດ້ ດູ່ໝິ່ນ ພວກຂ້ານ້ອຍ ພວກເຂົາ ຕ່າງ ກໍ ຫົວຂວັນ ແລະ ຫຍໍ້ຫຍັນ ໃສ່ ພວກ ຂ້ານ້ອຍ ດ້ວຍ.
\v 5 ຂ້າແດ່ ອົງພຣະຜູ້ ເປັນເຈົ້າ ພຣະອົງ ຈະ ໂກດຮ້າຍ ພວກຂ້ານ້ອຍ ຕະຫຼອດໄປບໍ? ສິ່ງນັ້ນ ຈະ ເປັນ ໄຟ ເຜົາ ຜານ ສືບ ຕໍ່ໄປ ຫລືນີ້?
\s5
\v 6 ຈົ່ງ ໂກດຮ້າຍ ຊົນຊາດ ທີ່ ບໍ່ ເຊື່ອ ພຣະອົງ ສາ ຄື ປະ​ຊາ​ຊົນ​ທີ່ບໍ່​ພາ​ວັນ​ນາ​ອະ​ທິ​ຖານ ໃນພຣະນາມ ຂອງ ພຣະອົງ.
\v 7 ເພາະ ພວກເຂົາ ໄດ້ ຂ້າປະຊາຊົນ ຂອງ ພຣະອົງ ທໍາລາຍດິນແດນໃຫ້ ຮົກຮ້າງ ເພພັງ ໄປສິ້ນ.
\s5
\v 8 ຂໍ ຢ່າ ລົງໂທດ ພວກ ຂ້ານ້ອຍ ຍ້ອນ ການບາບ ຂອງ ພວກ ປູ່ຍ່າຕາຍາຍ ເພາະ ພວກ ຂ້ານ້ອຍ ສິ້ນຫວັງ ໂຜດ ເມດຕາ ແດ່ ທ້ອນ.
\v 9 ຂ້າແດ່ ພຣະເຈົ້າ ຂໍ ຊົງ ໂຜດ ຊ່ວຍເຫລືອ ພວກຂ້ານ້ອຍ ແລະ ຊ່ວຍ ພວກ ຂ້ານ້ອຍ ໃຫ້ ພົ້ນ ດ້ວຍ. ຂໍ ຊ່ວຍກູ້ ເອົາ ພວກ ຂ້ານ້ອຍ ແລະ ອະໄພ ບາບ ໃຫ້ ແດ່ ເພື່ອ ເຫັນ ແກ່ ພຣະກຽດ ແລະ ສັກສີ ຂອງ ພຣະອົງ.
\s5
\v 10 ເປັນຫຍັງ ບັນດາ ຊົນຊາດ ຈຶ່ງ ຖາມ ຂ້ານ້ອຍ ວ່າ, “ພຣະເຈົ້າ ຂອງເຈົ້າ ຢູ່ໃສ? ” ຂໍ ຊົງໂຜດ ລົງໂທດ ພວກເຂົາ ໃຫ້ໄດ້ເຫັນ ແດ່ ທ້ອນ ເພາະ ການນອງເລືອດ ຂອງ ຜູ້ຮັບໃຊ້ ຂອງ ພຣະອົງ ນັ້ນ.
\v 11 ຂໍ ຊົງ ໂຜດ ຟັງ ສຽງ ເຈັບປວດ ຄວນຄາງ ຂອງ ພວກ ນັກໂທດ ແລະ ໂດຍ ຣິດອໍານາດ ອັນຍິ່ງ ໃຫຍ່ ໂຜດ ໄວ້ຊີວິດ ຜູ້ ຖືກໂທດປະຫານ.
\s5
\v 12 ຂ້າແດ່ ພຣະເຈົ້າຢາເວ ຂໍ ຊົງ ໂຜດ ແກ້ແຄ້ນ ຊົນຊາດ ອື່ນ ເຈັດ ຄັ້ງ ຍ້ອນ ການ ດູໝິ່ນ ນິນທາ ທີ່ ພວກເຂົາ ເຮັດ ຕໍ່ ພຣະອົງ ນັ້ນ.
\v 13 ແລ້ວ ພວກຂ້ານ້ອຍ ທີ່ ເປັນ ປະຊາຊົນ ຂອງ ພຣະອົງ ນັ້ນ ຄື ເປັນ ຝູງແກະ ຂອງ ພຣະອົງ ຈະ ໂມທະນາ ຂອບພຣະຄຸນ ພຣະອົງ ຕະຫລອດໄປ ເປັນນິດ ແລະ ຈະ ຍ້ອງຍໍ ສັນລະເສີນ ພຣະອົງ ທຸກຍຸກ ທຸກສະໄໝ.
\s5
\c 80
\p
\v 1 ໂອ ພຣະຜູ້ລ້ຽງ ຂອງ ອິດສະຣາເອນ ເອີຍ ຂໍຊົງໂຜດຮັບຟັງ ພວກຂ້ານ້ອຍດ້ວຍເຖີດ ຜູ້ລ້ຽງຝູງແກະ ຂອງ ພຣະອົງ ເອີຍ ໂຜດ ຟັງ ຄື ຜູ້ ນັ່ງເທິງ ບັນລັງ ເໜືອ ບັນດາ ເຄຣຸບ (ຢ)
\v 2 ຜູ້ ປາກົດ ພຣະອົງ ເອງ ແກ່ ເຜົ່າ ເອຟຣາອິມ ແກ່ ເຜົ່າ ເບັນຢາມິນ ແລະ ເຜົ່າ ມານາເຊ ນັ້ນ. ຂໍຊົງໂຜດ ໃຫ້ ພວກຂ້ານ້ອຍ ເຫັນ ພຣະກາໍລັງ ແດ່ ແລະ ມາ ຊ່ວຍ ພວກ ຂ້ານ້ອຍ ໃຫ້ ພົ້ນ ແດ່ ທ້ອນ
\v 3 ຂ້າແດ່ ພຣະເຈົ້າ ຂໍ ຊົງ ໂຜດ ນາໍ ພວກ ຂ້ານ້ອຍ ກັບຄືນ ມາ ຂໍ ຊົງໂຜດ ເມດຕາ ແລ້ວ ພວກ ຂ້ານ້ອຍ ກໍ ຈະ ໄດ້ ພົ້ນ
\s5
\v 4 ຂ້າແດ່ ອົງ ພຣະຜູ້ ເປັນເຈົ້າ ພຣະເຈົ້າ ອົງຊົງ ຣິດອໍານາດ ຍິ່ງໃຫຍ່ ດົນປານໃດ ທີ່ ຍັງ ຊົງ ໂກດຮ້າຍ ຕໍ່ ຄໍາພາວັນນາ ອະທິຖານ ຂອງ ປະຊາຊົນ ພຣະອົງ ນັ້ນ?
\v 5 ພຣະອົງ ໄດ້ ເຮັດ ໃຫ້ ພວກ ຂ້ານ້ອຍ ກິນເຂົ້າ ກັບ ນໍ້າ ຕາ ແລະ ເອົາ ນາໍ້ຕາ ຈອກ ບັກໃຫຍ່ ມາໃຫ້ ດື່ມ.
\v 6 ພຣະອົງ ປ່ອຍ ໃຫ້ ຊົນຊາດ ໃກ້ຄຽງ ມາ ຮຸກຮານ ດິນແດນ ແລະ ໃຫ້ ພວກຂ້ານ້ອຍ ຖືກ ພວກເຂົາ ດູໝິ່ນ.
\s5
\v 7 ຂ້າແດ່ ພຣະເຈົ້າ ອົງຊົງຣິດອໍານາດ ຍິ່ງ ໃຫຍ່ ເອີຍ ຂໍ ຊົງໂຜດ ນາໍ ພວກຂ້ານ້ອຍ ກັບ ຄືນມາ ແດ່ ທ້ອນ ຂໍຊົງໂຜດໃຫ້ ຄວາມເມດຕາແກ່ ພວກຂ້ານ້ອຍແດ່ ແລ້ວ ພວກຂ້ານ້ອຍ ກໍ ຈະພົ້ນໄພ
\v 8 ພຣະອົງ ໄດ້ ເອົາ ເຄືອ ອະງຸ່ນ ອອກ ມາ ຈາກ ປະເທດ ເອຢິບ ແລ້ວ ພຣະອົງ ໄດ້ ຂັບໄລ່ ຊົນຊາດ ຕ່າງໆ ໜີຈາກ ດິນແດນ ຂອງ ພວກເຂົາ ແລະ ເອົາ ເຄືອ ອະງຸ່ນ ມາ ປູກ ໄວ້ ແທນ ໃນ ດິນແດນ ນັ້ນ.
\s5
\v 9 ພຣະອົງ ໄດ້ ຖາງ ປ່າ ແລະ ພວນດິນຄືນ ໃໝ່ ໃຫ້ ດີ ສາໍລັບ ໃຫ້ ເຄືອ ອະງຸ່ນ ປົ່ງງາມດີ ມັນມີຮາກ ຢັ່ງ ລົງເລິກ ຫລາຍ ແລະ ແຜ່ ຜາຍ ອອກ ໄປ ທົ່ວ ທັງ ຜືນ ແຜ່ນດິນ ນັ້ນ.
\v 10 ຫົ່ມ ຂອງ ມັນ ປົກ ຫຸ້ມ ພູ ໄວ້ ໄດ້ ແລະ ເຄືອ ຂອງ ມັນ ກໍ ປົກຄຸມ ຕົ້ນ ສົນໃຫຍ່ ທີ່ ສຸດ ໄດ້.
\v 11 ສ່ວນ ງ່າ ໄດ້ ແຜ່ ໄປ ຮອດ ທະເລ ເມດີແຕຣາເນ ແລະ ໄປ ໄກ ສຸດ ຈົນຮອດ ແມ່ນໍ້າ ເອີຟຣັດ.
\s5
\v 12 ເປັນຫຍັງ ພຣະອົງ ຈຶ່ງ ທໍາລາຍ ຮົ້ວ ອ້ອມ ນັ້ນ ລົງ? ບັດນີ້ ໃຜ ໆ ຜ່ານ ໄປ ກໍ ລັກ ເອົາ ໝາກ ຂອງ ມັນໄດ້.
\v 13 ແລ້ວຝູງ ໝູປ່າ ກໍໄດ້ ມາ ຢຽບຢໍ່າ ທາໍ ລາຍ ມັນ ລົງ ແລະ ສັດປ່າ ທັງຫລາຍ ກໍ ມາ ກັດກິນ ມັນ ດ້ວຍ.
\s5
\v 14 ຂ້າແດ່ ພຣະເຈົ້າ ອົງຊົງ ຣິດອໍານາດ ຍິ່ງໃຫຍ່ ເອີຍ ຂໍ ຊົງ ໂຜດ ຫລຽວລົງ ຈາກ ສະຫວັນ ແລະ ມາ ຊ່ວຍຊູ ດ້ວຍ
\v 15 ຂໍ ຊົງ ໂຜດ ມາ ຊ່ວຍ ເຄືອ ອະງຸ່ນ ທີ່ ພຣະອົງ ຊົງ ໄດ້ ປູກໄວ້ ໃຫ້ ພົ້ນໄພ ຄື ເບ້ຍອະງຸ່ນ ທີ່ ພຣະອົງ ໄດ້ ໃຫ້ ຈະເລີນ ໃຫຍ່ ຈົນ ເຂັ້ມ ແຂງ ນັ້ນ
\v 16 ສັດຕູ ຂອງ ພວກຂ້ານ້ອຍ ໄດ້ ຕັດ ມັນ ລົງ ແລະ ຈູດ ມັນ ຖິ້ມ ຂໍ ພຣະອົງຫລຽວເບິ່ງ ດ້ວຍ ຄວາມໂກດຮ້າຍ ແລະ ທາໍ ລາຍ ພວກເຂົາ ດ້ວຍ
\s5
\v 17 ຂໍ ຊົງໂຜດ ປົກ ປ້ອງ ຄຸ້ມ ຄອງ ປະຊາຊົນ ຂອງ ພຣະອົງ ທີ່ ຊົງ ເລືອກເອົາ ຄືຊົນຊາດ ທີ່ ພຣະອົງ ໄດ້ ເຮັດ ໃຫ້ ເຂັ້ມແຂງ ນັ້ນ.
\v 18 ພວກ ຂ້ານ້ອຍ ຈະ ບໍ່ ຫັນ ໜີໄປ ອີກ ຈັກ ເທື່ອ ຂໍ ຊົງ ໂຜດ ໃຫ້ ມີຊີວິດ ຢູ່ ແລະ ຈະ ໄດ້ ຍ້ອງຍໍ ສັນລະເສີນ ພຣະອົງ.
\s5
\v 19 ຂ້າແດ່ ອົງພຣະຜູ້ ເປັນເຈົ້າ ພຣະເຈົ້າ ອົງຊົງຣິດອໍານາດ ຍິ່ງ ໃຫຍ່ ເອີຍ ຂໍ ຊົງ ໂຜດ ນາໍ ພວກ ຂ້ານ້ອຍ ໃຫ້ ກັບຄືນ ມາ ແດ່ ທ້ອນ ຂໍ ຊົງໂຜດ ໃຫ້ ຄວາມ ເມດຕາ ແກ່ ພວກຂ້ານ້ອຍ ແລ້ວ ພວກຂ້ານ້ອຍ ກໍ ຈະ ໄດ້ ພົ້ນໄພ.
\s5
\c 81
\p
\v 1 ຈົ່ງ ຮ້ອງເພງ ຢ່າງ ຊົມຊື່ນ ຍິນດີ ຖວາຍ ແກ່ ພຣະເຈົ້າ ຂອງ ພວກເຮົາ. ຈົ່ງຮ້ອງເພງ ຍ້ອງຍໍ ສັນລະເສີນ ແກ່ ພຣະເຈົ້າ ຂອງ ຢາໂຄບ.
\v 2 ຈົ່ງ ເລີ່ມ ຕົ້ນ ບັນເລງ ດົນຕຼີ ແລະ ຕີກອງ ຢ່າງ ອອນຊອນ ຈົ່ງ ດີດ ກິດຕາ ແລະ ກະຈັບ ປ່ີ່ (ລ)
\v 3 ຈົ່ງ ເປົ່າ ແກ ເປັນ ການ ສະຫລອງ ເທດສະການ ເມື່ອ ຮອດ ມື້ ເດືອນ ອອກ ໃໝ່ ແລະ ເດືອນ ເພັງ ເຕັມ ດວງ.
\s5
\v 4 ອັນນີ້ ເປັນກົດບັນຍັດ ຂອງ ຊາດ ອິດສະຣາເອນ ເປັນ ຂໍ້ຄໍາສັ່ງ ແຫ່ງ ພຣະເຈົ້າ ຂອງ ຢາໂຄບ.
\v 5 ພຣະອົງ ໄດ້ ຕັ້ງ ໃຫ້ ເປັນ ຂໍ້ຄໍາສັ່ງ ຂອງ ໂຢເຊັບ ເມື່ອ ພຣະອົງ ໄດ້ ໂຈມຕີ ດິນແດນ ຂອງ ເອຢິບ ນັ້ນ. ຂ້ອຍ ໄດ້ຍິນ ສຽງ ໜຶ່ງ ທີ່ ບໍ່ ມີ ຜູ້ໃດ ຮູ້ຈັກສຽງ ນັ້ນ ໄດ້ ກ່າວ ຈາ ອອກ ມາ ດັ່ງນີ້:
\s5
\v 6 “ເຮົາໄດ້ ເອົາ ພາລະໜັກ ອອກ ຈາກ ບ່າ ພວກເຈົ້າ ເຮົາໄດ້ ໃຫ້ ພວກເຈົ້າ ວາງ ຫາບ ດິນ ຈີ່ ລົງ ແລ້ວ.
\v 7 ເມື່ອ ມີ ຄວາມ ເດືອດຮ້ອນ ພວກເຈົ້າ ໄດ້ ເອີ້ນ ຫາເຮົາ ເຮົາກໍໄດ້ ຊ່ວຍກູ້ ເອົາ ພວກເຈົ້າ ໃຫ້ ໄດ້ ພົ້ນ. ຈາກ ທີ່ ລັບລີ້ ມີລົມພະຍຸ ເຮົາ ໄດ້ ຕອບ ພວກເຈົ້າ ທີ່ ແມ່ນາໍ້ ເມຣີບາ ເຮົາ ໄດ້ ທົດ ລອງ ພວກເຈົ້າ.
\s5
\v 8 ປະຊາຊົນ ຂອງເຮົາ ເອີຍ ຈົ່ງ ຟັງ ຄໍາ ເຕືອນ ຂອງເຮົາ ຊາວ ອິດສະຣາເອນ ເອີຍ ເຮົາຢາກ ໃຫ້ ພວກເຈົ້າ ຟັງ ເຮົາ ເວົ້າ
\v 9 ໃນ ເຮືອນ ຂອງ ພວກເຈົ້າ ຢ່າ ໃຫ້ ມີ ພະອື່ນ ໃດ ຢ່າ ໄດ້ ຂາບໄຫວ້ ມັນເດັດຂາດ
\v 10 ເຮົາ ຄື ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງ ພວກເຈົ້າ ຜູ້ໄດ້ ນໍາ ພວກເຈົ້າ ອອກ ມາ ຈາກ ປະເທດ ເອຢິບ ນັ້ນ ຈົ່ງອ້າປາກ ຂອງ ເຈົ້າ ໃຫ້ ກວ້າງ ແລະ ເຮົາ ຈະ ປ້ອນ ເຈົ້າ ໃຫ້ ອີ່ມ.
\s5
\v 11 ແຕ່​ປະ​ຊາ​ຊົນ​ຂອງ​ເຮົາ ບໍ່​ຍອມ​ຮັບ​ຟັງ​ເຮົາ​ເລີຍ ຊາວ​ອິດ​ສະ​ຣາ​ເອນບໍ່​ເຄີຍ​ເຊື່ອ​ຟັງ​ເຮົາ​ຈັກ​ເທື່ອ.
\v 12 ສະນັ້ນ ເຮົາ ຈຶ່ງ ປ່ອຍ ໃຫ້ ພວກເຂົາ ດື້ດຶງ ຕາມໃຈ ໃຫ້ ເຮັດ ຕາມ ລໍາ​ພັງ ໃຈ ໃນ ສິ່ງ ທີ່ ພວກເຂົາມັກ.
\s5
\v 13 ເຮົາ ຢາກ ໃຫ້ ປະຊາຊົນ ຂອງເຮົາ ຍອມ ເຊື່ອ ຟັງເຮົາ ຄື ຢາກ ໃຫ້ ເຊື່ອ ຟັງ ຖ້ອຍຄໍາ ທີ່ ເຮົາ ເວົ້າ
\v 14 ແລ້ວ ເຮົາ ກໍ ຈະ ເອົາ ຊະນະ ສັດຕູ ຂອງ ພວກເຂົາ ໃຫ້ ທັນ ທີ ແລະ ຈະ ປາບ ສັດຕູ ຂອງ ພວກເຂົາ ທັງ ໝົດ ໃຫ້ ລາບຄາບ.
\s5
\v 15 ຄົນ ທີ່ ກຽດຊັງ ອົງພຣະຜູ້ ເປັນ ເຈົ້າ ຈະ ຕ້ອງ ກົ້ມ ຂາບ ພຣະອົງ ຢ່າງ ຢ້ານຢໍາ ແລະ ໂທດກາໍ ຂອງ ພວກເຂົາ ຈະ ມີ ຢູ່ ຕະຫລອດ.
\v 16 ແຕ່ ເຮົາ ຈະ ປ້ອນ ພວກເຈົ້າ ດ້ວຍ ເຂົ້າ ຊະນິດ ດີທີ່ສຸດ ແລະ ໃຫ້ ກິນ ອີ່ມ ໜາໍ ສໍາລານ ດ້ວຍ ນາໍ້ ເຜິ້ງ ປ່າ.”
\s5
\c 82
\p
\v 1 ພຣະເຈົ້າ ຊົງ ປົກ ຄອງ ໃນ ສະພາ ແຫ່ງ ສະຫວັນ ນັ້ນ ພຣະອົງ ພິພາກສາ ໃນ ທ່າມກາງ ບັນດາ ພະ ທັງ ຫຼາຍ ວ່າ,
\v 2 “ພວກທ່ານ ຕ້ອງ ຢຸດຕິ ການຕັດສິນ ອັນບໍ່ ຍຸດຕິທໍາ ແລະ ຕ້ອງ ເຊົາ ເປັນ ພັກພວກ ຂອງ ຄົນ ຊົ່ວ ຮ້າຍ
\s5
\v 3 ຈົ່ງ ປ້ອງກັນ ສິດທິ ຄົນທຸກ ແລະ ລູກກາໍ ພ້າ ທັງຫລາຍ ຈົ່ງສຸພາບ ແກ່ ຄົນຂັດສົນ ແລະ ຂາດ ທີ່ ເພິ່ງ.
\v 4 ຈົ່ງ ຊ່ວຍກູ້ເອົາ ພວກເຂົາ ເຫລົ່ານັ້ນ ທັງໝົດ ຈາກ ອໍານາດ ຂອງ ບັນດາ ຄົນ ຊົ່ວຮ້າຍ.
\s5
\v 5 ພວກເຈົ້າ ໂງ່ຈ້າ ແລະ ບໍ່ຮູ້ຈັກຫຍັງ ທັງ ຍ່າງ ໄປມາ ໃນ ຄວາມມືດ ແລະ ຄວາມ ຍຸດຕິທາໍ ໄດ້ ສູນເສຍ ໄປ ຈາກ ໂລກນີ້.
\s5
\v 6 ເຮົາ ກ່າວ ວ່າ, ‘ພວກເຈົ້າ ຄື ບັນດາ ພະ ທັງຫຼາຍ ເປັນພວກລູກຊາຍ ອົງສູງສຸດ ທັງ ໝົດ.
\v 7 ແຕ່ ພວກເຈົ້າ ພັດເປັນ ດັ່ງ ມະນຸດ ທາໍມະດາ ແລະ ຈະສິ້ນຊີວາ ລົງ ດັ່ງ ເຈົ້າຊາຍ ຄົນໜຶ່ງ.”
\s5
\v 8 ຂ້າແດ່ ພຣະເຈົ້າ ຂໍ ຈົ່ງ ສະເດັດ ມາ ປົກ ຄອງ ໂລກນີ້ ເພາະຊົນຊາດ ທັງໝົດ ເປັນ ຂອງ ພຣະອົງ.
\s5
\c 83
\p
\v 1 ຂ້າແດ່ ພຣະເຈົ້າ ຂໍຢ່າ ສືບ ຕໍ່ ມິດງຽບ ຂໍ ຢ່າ ເສີຍ ເມີຍ ແລະ ຢ່າ ມິດ ຢູ່
\v 2 ເບິ່ງດູ ສັດຕູ ຂອງ ພຣະອົງ ກາໍລັງ ກໍ່ການຈາລະຈົນ ຄົນທີ່ກຽດຊັງ ພຣະອົງ ກາໍລັງ ກໍ່ ການ ກະບົດ ຂຶ້ນ.
\s5
\v 3 ພວກເຂົາ ວາງແຜນ ປອງຮ້າຍ ປະຊາຊົນ ຂອງ ພຣະອົງ ແລະ ວາງອຸບາຍ ຕໍ່ສູ້ ຄົນ ທີ່ ພຣະອົງ ຄຸ້ມຄອງ ໄວ້.
\v 4 ພວກເຂົາ ເວົ້າ ກັນວ່າ, “ມາເຖີດ ມາທາໍລາຍ ຊາດ ນີ້, ຢ່າໃຫ້ ມີຊື່ ຊາດອິດສະຣາເອນ ຕໍ່ໄປ ອີກ. ”
\v 5 ແລ້ວພວກເຂົາ ກໍ ເຫັນ ພ້ອມ ຕາມ ແຜນການ ໂດຍ ເຕົ້າໂຮມ ກັນ ເປັນ ພັນທະມິດ ຕໍ່ສູ້ ພຣະອົງ.
\s5
\v 6 ມີ ຊາວເອໂດມ ແລະ ຊາວອິດຊະມາເອນ ຊາວໂມອາບ ກໍ ມີ ໜ້າ ແລະ ຊາວຮາກິດ ກໍ ຮ່ວມ ຢູ່ດ້ວຍ.
\v 7 ຊາວເກບານ ຊາວອໍາໂມນ ຊາວອາມາເຫລັກ ແລະ ຊາວຟີລິດສະຕິນ ພ້ອມ ກັບ ຊາວຕີເຣ.
\s5
\v 8 ຊາວອັດຊີເຣຍ ຜູ້ເຂັ້ມແຂງ ກໍ ເປັນພັນ ທະມິດ ຝ່າຍ ຊາວອໍາໂມນ ຊາວໂມອາບ ເຊື້ອສາຍ ຂອງ ໂລດ.
\s5
\v 9 ຈົ່ງ ເຮັດ ຕໍ່ ພວກເຂົາ ດັ່ງ ທີ່ ພຣະອົງ ໄດ້ ກະທາໍ ຕໍ່ ຊາວມີດີອານ ຕໍ່ ຊີເຊຣາ ແລະ ຢາບິນ ທີ່ ແມ່ນາໍ້ ກີໂຊນ ນັ້ນ.
\v 10 ພຣະອົງ ໄດ້ ເອົາ ຊະນະ ພວກ ເຂົາ ເຈົ້າ ທີ່ ເອນໂດເຣ ແລະ ຊາກສົບ ຂອງ ພວກເຂົາ ກໍ ເນົ່າ ເໝັນ ເຕັມ ພື້ນ.
\s5
\v 11 ຈົ່ງ ເຮັດ ຕໍ່ ພວກຜູ້ນາໍ ພວກເຂົາ ເໝືອນ ດັ່ງເຮັດຕໍ່ໂອເຣັບ ແລະ ເສເອັບ ຕໍ່ ບັນດາ ຜູ້ປົກຄອງ ດັ່ງ ເຊບາ ແລະ ຊານມູນາ ດ້ວຍ.
\v 12 ພວກເຂົາ ເວົ້າ ອວດ ກັນວ່າ, “ພວກເຮົາ ຈະ ຢດຶ ເອົາ ດິນແດນ ຂອງ ພຣະເຈົ້າ ມາ ເປັນ ຂອງ ພວກເຮົາ ເອງ ໃຫ້ ໄດ້. ”
\s5
\v 13 ຂ້າແດ່ ພຣະເຈົ້າ ຂອງ ຂ້ານ້ອຍ ຈົ່ງ ໃຫ້ ພວກເຂົາ ແຕກ ຜຸພ່າຍ ດັ່ງ ຂີ້ຝຸ່ນດິນ ໃຫ້ ເປັນ ດັ່ງ ເຟືອງ ທີ່ ຖືກ ລົມ ພັດ ປິວໄປ ນັ້ນ.
\v 14 ເໝືອນດັ່ງ ໄຟ ທີ່ ໄໝ້ ເຜົາ ປ່າດົງ ພົງ ໄພ ເໝືອນດັ່ງ ແປວໄຟ ທີ່ ໄໝ້ ເນີນພູ ຢູ່ ນັ້ນ.
\v 15 ຈົ່ງ ສົ່ງລົມພະຍຸ ມາ ຂັບໄລ່ ພວກເຂົາ ໃຫ້ ປົບໜີໄປ
\s5
\v 16 ຂ້າແດ່ ອົງພຣະຜູ້ ເປັນເຈົ້າ ຈົ່ງ ໃຫ້ ພວກເຂົາ ອັບອາຍ ທີ່ ສຸດ ແລະ ໃຫ້ ພວກເຂົາ ສະແຫວງຫາ ພຣະນາມ ຂອງ ພຣະອົງ.
\v 17 ຈົ່ງ ໃຫ້ ພວກເຂົາ ພ່າຍແພ້ ແລະ ຢ້ານຢໍາ ສືບ ໆໄປ ຈົ່ງ ໃຫ້ ພວກເຂົາ ຕາຍ ຢ່າງ ເສຍ ສັກສີ ຈົນໝົດສິ້ນ.
\s5
\v 18 ຈົ່ງ ໃຫ້ ພວກເຂົາ ຮູ້ ວ່າ ພຣະອົງ ຜູ້ ມີ ນາມຊື່ ເປັນອົງພຣະຜູ້ ເປັນເຈົ້າ ພຽງແຕ່ ອົງ ດຽວ ເປັນ ຜູ້ປົກຄອງ ສູງສຸດ ທົ່ວ ຜືນແຜ່ນດິນ ໂລກ ນີ້.
\s5
\c 84
\p
\v 1 ຂ້າແດ່ ອົງພຣະຜູ້ເປັນເຈົ້າ ອົງຊົງ ຣິດອໍານາດ ຍິ່ງໃຫຍ່ ຂ້ານ້ອຍ ຮັກພຣະວິຫານ ຫລາຍ ທີ່ ສຸດ.
\v 2 ຂ້ານ້ອຍ ປາຖະໜາ ຢາກຢູ່ໃນ ວິຫານ ຂອງ ອົງພຣະຜູ້ເປັນເຈົ້າ. ຈິດໃຈ ຂ້ານ້ອຍ ຈະ ຂັບຮ້ອງ ບົດເພງ ຢ່າງ ຊົມຊື່ນ ຖວາຍ ແກ່ ພຣະເຈົ້າ ອົງຊົງ ຊີວິດ ຢູ່ ດ້ວຍ ສຸດຈິດ ສຸດໃຈ.
\s5
\v 3 ແມ່ນແຕ່ ນົກຈອກ ກໍ ສ້າງຮັງ ແລະ ນົກ ແອ່ນ ກໍ ມີ ຮັງ ຂອງຕົນ ຕ່າງ ກໍ ຮັກສາ ລູກນ້ອຍ ໄວ້ ຢູ່ໃກ້ ແທ່ນບູຊາ ຂອງ ພຣະອົງ. ຂ້າແດ່ ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດ ຍິ່ງ ໃຫຍ່ ຈອມກະສັດ ຂອງ ຂ້ານ້ອຍ ແລະ ພຣະເຈົ້າ ຂອງ ຂ້ານ້ອຍ.
\v 4 ພວກ ທີ່ ອາໄສ ຢູ່ ໃນ ພຣະວິຫານ ນັ້ນ ມີ ຄວາມສຸກ ທີ່ ສຸດ ພວກເຂົາ ຮ້ອງເພງ ຍ້ອງຍໍ ສັນລະເສີນ ພຣະອົງ ບໍ່ ຂາດ.
\s5
\v 5 ຄວາມສຸກ ເປັນ ຂອງ ຜູ້ ທີ່ ໄດ້ ເຫື່ອ ແຮງ ມາ ຈາກ ພຣະອົງ ຄື ຜູ້ ມີ ຈິດໃຈ ຮ້ອນຮົນ ໄປ ນະມັດສະການ ທີ່ ພູເຂົາ ຊີໂອນ ນັ້ນ.
\v 6 ເມື່ອ ພວກເຂົາ ຜ່ານ ຮ່ອມພູ ແຫ້ງແລ້ງ ທີ່ ບາກາ ບ່ອນ ນັ້ນ ກໍ ກາຍເປັນ ນາໍ້ພຸ ຝົນ ຕົ້ນລະດູ ໃຫ້ ເຕັມ ດ້ວຍ ສະນາໍ້.
\s5
\v 7 ພວກເຂົາ ມີ ເຫື່ອແຮງ ຂຶ້ນ ຂະນະທີ່ ເດີນທາງ ໄປ ທີ່ ພູເຂົາ ຊີໂອນ ຈະ ພົບເຫັນ ພຣະເຈົ້າ ຜູ້ ຊົງຢູ່ ເໜືອ ບັນດາ ພະ ທັງຫຼາຍ.
\v 8 ຂ້າແດ່ ອົງພຣະ ຜູ້ເປັນເຈົ້າ ອົງຊົງ ຣິດ ອໍານາດ ຍິ່ງໃຫຍ່ ເອີຍ ໂຜດ ຟັງ ຄໍາພາວັນ ນາ ອະທິຖານ ຂອງ ຂ້ານ້ອຍ ດ້ວຍ ເຖີດ ໂອ ພຣະເຈົ້າ ຂອງ ຢາໂຄບ ເອີຍ ຂໍ ຊົງ ໂຜດ ຮັບ ຟັງ ຂ້ານ້ອຍ ດ້ວຍ.
\v 9 ຂ້າແດ່ ພຣະເຈົ້າ ຜູ້ ຊົງ ເປັນ ໂລ້ ຂອງ ພວກ ຂ້ານ້ອຍ ຂໍ ຊົງ ແນມ ແລະ ຫລຽວ ເບິ່ງ ຜູ້ ທີ່ ພຣະອົງ ໄດ້ ຫົດສົງ ເອົານັ້ນ.
\v 10 ຢູ່ໃນ ພຣະວິຫານ ຂອງ ພຣະອົງ ພຽງແຕ່ ວັນດຽວ ກໍດີ ກວ່າ ພັນວັນ ຢູ່ ໃນ ທີ່ ອື່ນ ໆ. ໄດ້ ຢືນ ຢູ່ ທີ່ ປະຕູ ພຣະວິຫານ ຂອງ ພຣະເຈົ້າ ກໍດີ ກວ່າ ໄດ້ ຢູ່ ໃນ ເຮືອນ ຂອງ ຄົນ ຊົ່​ວ ຮ້າຍ.
\s5
\v 11 ອົງພຣະຜູ້ ເປັນເຈົ້າ ພຣະເຈົ້າ ເປັນ ຕາເວັນ ແລະ ເປັນ ໂລ້ກາໍບັງ ຊົງ ປະທານ ພຣະຄຸນ ແລະ ສະຫງ່າຣາສີ. ດ້ວຍ ຄວາມ ເມດຕາ ແລະ ກຽດສັກສີ ອົງພຣະຜູ້ ເປັນເຈົ້າ ໃຫ້ ຂອງ ດີ ແກ່ ຜູ້ ທີ່ ເດີນ ຕາມ ທາງ ອັນ ຊອບທາໍ ຢ່າງ ບໍ່ ອັ້ນ.
\v 12 ຂ້າແດ່ ອົງພຣະ ຜູ້ ເປັນເຈົ້າ ອົງຊົງຣິດອໍານາດ ຍິ່ງ ໃຫຍ່ ເອີຍ ຄວາມສຸກ ເປັນ ຂອງ ຜູ້ ທີ່ ໄວ້ວາງໃຈ ໃນ ພຣະອົງ.
\s5
\c 85
\p
\v 1 ຂ້າແດ່ ອົງພຣະຜູ້ເປັນເຈົ້າ ຂໍ ຊົງ ໂຜດ ເມດຕາ ດິນແດນ ຂອງ ພຣະອົງ ພຣະອົງໄດ້ ໂຜດ ໃຫ້ ອິດສະຣາເອນ ຮຸ່ງເຮືອງ ຂຶ້ນໃໝ່.
\v 2 ພຣະອົງ ໄດ້ ອະໄພ ການບາບ ໃຫ້ ປະຊາຊົນ ແລະ ຍົກໂທດ ຍົກ ຜິດ ທຸກຢ່າງ ໃຫ້ ເຂົາເຈົ້າ.
\s5
\v 3 ຄວາມ ໂກດຮ້າຍ ຂອງ ພຣະອົງ ກໍ ບໍ່ ມີ ຕໍ່ ພວກເຂົາ ຕໍ່ໄປ ຄວາມ ກິ້ວໂກດ ຂອງ ພຣະອົງ ກໍ ຖືກ ຖອນ ຖິ້ມ ແລ້ວ.
\v 4 ໂອ ຂ້າແດ່ ພຣະເຈົ້າ ແຫ່ງ ຄວາມພົ້ນ ຂອງ ພວກ ຂ້ານ້ອຍ ຂໍ ຊົງ ໂຜດ ນາໍ ພວກ ຂ້ານ້ອຍ ຄືນ ບ້ານ ໂຜດ ລະຖິ້ມ ຄວາມ ບໍ່ ພໍ ໃຈ ທີ່ ພຣະອົງ ມີ ຕໍ່ ພວກ ຂ້ານ້ອຍ ນັ້ນ ເຖີດ.
\v 5 ພຣະອົງ ຈະໂກດຮ້າຍ ຕະຫລອດໄປ ຊັ້ນ ບໍ? ຄວາມ ໂກດຮ້າຍ ຈະ ບໍ່ ສຸດ ເປັນ ຈັກ ເທື່ອ ຫລືນີ້?
\s5
\v 6 ຂໍ ຊົງ ໂຜດ ເຮັດ ໃຫ້ ພວກ ຂ້ານ້ອຍ ເຂັ້ມແຂງ ຂຶ້ນ ໃໝ່ ແດ່ ແລະ ປະຊາຊົນ ຂອງ ພຣະເຈົ້າ ຈະ ຍ້ອງຍໍ ສັນລະເສີນ ພຣະອົງ.
\v 7 ໂຜດ ໃຫ້ ຄວາມຮັກ ອັນໝັ້ນ ຄົງ ຂອງ ອົງພຣະຜູ້ເປັນເຈົ້າ ໄດ້ ດໍາລົງຢູ່ນໍາ ແລະ ຊ່ວຍ ພວກຂ້ານ້ອຍ ໃຫ້ ພົ້ນໄພ ດ້ວຍ.
\s5
\v 8 ຂ້ານ້ອຍ ຟັງ ສິ່ງ ທີ່ ພຣະເຈົ້າ ອົງພຣະຜູ້ເປັນເຈົ້າ ກ່າວ ຈາ ພຣະອົງ ຊົງ ສັນຍາ ໃຫ້ ຄວາມສັນຕິສຸກ ແກ່ ພວກຂ້ານ້ອຍ ນັ້ນ ຄື ໃຫ້ ປະຊາຊົນ ຂອງ ພຣະອົງ ມີ ຄວາມ ສະຫງົບ ສຸກ ຖ້າພວກຂ້ານ້ອຍ ບໍ່ ເຮັດ ສິ່ງ ທີ່ ໂງ່ຈ້າ ອີກ.
\v 9 ແທ້ຈິງ ແລ້ວ ພຣະອົງ ຕຽມພ້ອມ ທີ່ ຈະ ຊ່ວຍຊູ ຜູ້ ຖວາຍ ກຽດ ແກ່ ພຣະອົງ ໃຫ້ ພົ້ນໄພ ໄດ້ ແລະ ສະຫງ່າຣາສີ ຂອງ ພຣະອົງ ຈະ ດໍາລົງ ຢູ່ ຕໍ່ໄປ ໃນ ດິນແດນ ຂອງ ພວກ ຂ້ານ້ອຍ ນັ້ນ.
\s5
\v 10 ຄວາມຮັກ ກັບ ຄວາມສັດ ຊື່ ຈະ ພົບ ພໍ້ກັນ ຄວາມຊອບທໍາ ແລະ ສັນຕິສຸກ ຈະ ກອດ ກັນ ໄວ້.
\v 11 ຄວາມສັດຊື່ ຂອງ ຄົນ ຈະ ຟົ້ງ ຈາກ ແຜ່ນດິນ ຂຶ້ນ ໄປ ແລະ ສະຫວັນ ຈະ ສ່ອງ ຄວາມ ຊອບທໍາ ຂອງ ພຣະເຈົ້າ ລົງ ມາ.
\s5
\v 12 ອົງ ພຣະຜູ້ ເປັນເຈົ້າ ຈະ ເຮັດ ໃຫ້ ພວກເຮົາ ຈະເລີນ ຮຸ່ງເຮືອງ ດິນແດນ ຂອງ ພວກເຮົາ ຈະໄດ້ ເກັບ ກ່ຽວ ຢ່າງດີ.
\v 13 ຄວາມ ຊອບທາໍ ຈະ ໄປ ກ່ອນ ໜ້າ ພຣະອົງ ແລະ ຈັດ ຕຽມ ຫົນ ທາງ ໄວ້ ສໍາລັບ ພຣະອົງ ດ້ວຍ.
\s5
\c 86
\p
\v 1 ຂ້າແດ່ ອົງ ພຣະຜູ້ເປັນເຈົ້າ ຂໍຊົງ ໂຜດ ຟັງ ແລະ ຕອບ ຂ້ານ້ອຍ ດ້ວຍ ເພາະຂາດທີ່ເພິ່ງ ແລະ ອິດອ່ອນ ກາໍລັງ.
\v 2 ເພາະ ຂ້ານ້ອຍ ສັດ ຊື່ ຕໍ່ ພຣະອົງ ຂໍ ຊົງໂຜດ ໃຫ້ ຂ້ານ້ອຍ ພົ້ນ ຈາກ ຄວາມຕາຍ ແດ່ ທ້ອນ ຂໍ ຊົງ ໂຜດ ຊ່ວຍ ຜູ້ ຮັບໃຊ້ ຢ່າງ ຂ້ານ້ອຍ ໃຫ້ ພົ້ນໄພ ຄື ຜູ້ ທີ່ ໄວ້ວາງໃຈ ໃນ ພຣະອົງ ນັ້ນ. ພຣະອົງ ເປັນ ພຣະເຈົ້າ ຂອງ ຂ້ານ້ອຍ.
\s5
\v 3 ຂ້າແດ່ ພຣະເຈົ້າຢາເວ ໂຜດ ເມດຕາ ແດ່ ຂ້ານ້ອຍ ພາວັນນາ ອະທິຖານ ຫາ ພຣະອົງ ຕະຫລອດ ວັນ.
\v 4 ຂ້າແດ່ ພຣະເຈົ້າຢາເວ ຂໍ ຊົງໂຜດ ໃຫ້ ຜູ້ຮັບໃຊ້ ໄດ້ ຊົມ ຊື່ນ ຍິນດີ ເພາະຈິດໃຈ ຂອງ ຂ້ານ້ອຍ ຈົດຈໍ່ ໃນ ພຣະອົງ.
\s5
\v 5 ຂ້າແດ່ ພຣະເຈົ້າຢາເວ ພຣະອົງດີ ຕໍ່ ພວກຂ້ານ້ອຍ ແທ້ໆ ທັງ ຍົກໂທດ ໃຫ້ ອະໄພ ແກ່ ຂ້ານ້ອຍ ດ້ວຍ. ຊົງເຕັມ ໄປ ດ້ວຍ ຄວາມຮັກ ອັນ ໝັ້ນ ຄົງຕໍ່ ທຸກຄົນ ທີ່ ພາວັນນາ ອະທິຖານ ຫາ ພຣະອົງ ນັ້ນ.
\v 6 ຂ້າແດ່ ອົງ ພຣະຜູ້ ເປັນ ເຈົ້າ ຂໍ ຊົງ ໂຜດ ຟັງ ຄໍາພາວັນນາ ອະທິຖານ ແດ່ ຂໍ ຊົງ ໂຜດ ຟັງ ຂ້ານ້ອຍ ຮ້ອງຂໍ ໃຫ້ ຊ່ວຍຊູ ແດ່ ທ້ອນ.
\v 7 ເມື່ອ ຂ້ານ້ອຍ ເດືອດຮ້ອນ ກໍ ຮ້ອງຫາ ພຣະອົງ ເພາະ ພຣະອົງ ຕອບ ຕາມ ຄໍາພາວັນນາ ອະທິຖານ ໄດ້.
\s5
\v 8 ຂ້າແດ່ ພຣະເຈົ້າຢາເວ ບໍ່ ມີ ພະ ໃດ ທີ່ ເປັນ ດັ່ງ ພຣະອົງ ບໍ່ ມີ ຜູ້ໃດ ເຮັດໃນ ສິ່ງ ທີ່ ພຣະອົງ ເຮັດ ນັ້ນ ໄດ້.
\v 9 ຂ້າແດ່ ພຣະເຈົ້າ ຢາເວ ທຸກ ຊົນຊາດ ທີ່ ພຣະອົງ ໄດ້ ສ້າງ ຈະ ກົ້ມຂາບ ພຣະອົງ ພວກເຂົາ ຈະ ຮ້ອງເພງ ຍ້ອງຍໍ ສັນລະເສີນ ຖວາຍ ພຣະກຽດ ແດ່ ພຣະນາມ ຂອງ ພຣະອົງ.
\s5
\v 10 ພຣະອົງ ຊົງ ຣິດອໍານາດ ແລະ ເຮັດ ສິ່ງ ອັດສະຈັນ ພຣະອົງ ເທົ່ານັ້ນ ທີ່ ເປັນ ພຣະເຈົ້າ.
\v 11 ຂ້າແດ່ ອົງພຣະຜູ້ ເປັນ ເຈົ້າ ຂໍ ຊົງ ໂຜດ ສັ່ງສອນ ສິ່ງ ທີ່ ຢາກ ໃຫ້ ຂ້ານ້ອຍ ເຮັດ ແລະ ຂ້ານ້ອຍ ຈະ ເຊື່ອ ຟັງ ດ້ວຍ ຈິງໃຈ ຂໍ ຊົງ ໂຜດ ບອກສອນ ຂ້ານ້ອຍ ໃຫ້ ຮູ້ຮັບໃຊ້ ພຣະອົງ ແດ່ ແລະ ຂ້ານ້ອຍ ກໍ ຈະ ໄດ້ ຮັບໃຊ້ ຢ່າງ ສຸດໃຈ.
\v 12 ຂ້າແດ່ ພຣະເຈົ້າຢາເວ ພຣະເຈົ້າ ຂອງ ຂ້ານ້ອຍ ເອີຍ ຂ້ານ້ອຍ ຈະສັນລະເສີນ ພຣະອົງ ດ້ວຍ ສຸດໃຈ ຂ້ານ້ອຍ ຈະ ປະກາດ ຄວາມ ຍິ່ງ ໃຫຍ່ ຂອງ ພຣະອົງ ຕະຫລອດໄປ ເປັນນິດ.
\s5
\v 13 ຄວາມຮັກ ອັນໝັ້ນ ຄົງ ຂອງ ພຣະອົງ ກໍ ຍິ່ງໃຫຍ່ ສໍາລັບ ຂ້ານ້ອຍ ພຣະອົງ ຊ່ວຍກູ້ ຂ້ານ້ອຍ ໃຫ້ ຫວິດ ຈາກ ຂຸມຝັງ ສົບ ແລ້ວ.
\v 14 ຂ້າແດ່ ພຣະເຈົ້າ ຄົນຈອງຫອງ ກາໍລັງ ເຂົ້າ ມາ ຕໍ່ສູ້ຂ້ານ້ອຍ ຂ້ານ້ອຍ ມີ ເລື່ອງ ກັບ ໝູ່ ຄົນ ທີ່ ໂຫດຮ້າຍ ຄື ຜູ້ ທີ່ ປອງ ທາໍ ຮ້າຍ ເພື່ອ ຈະ ສັງຫານ ຂ້ານ້ອຍ ເສຍ ເປັນ ຜູ້ ທີ່ ບໍ່ ເອົາ ໃຈໃສ່ ຕໍ່ ພຣະອົງ ເລີຍ.
\s5
\v 15 ຂ້າແດ່ ພຣະເຈົ້າຢາເວ ແຕ່ ພຣະອົງ ເປັນ ພຣະເຈົ້າ ຊົງ ພຣະເມດຕາ ຊົງ ຄວາມຮັກ ບໍ່ ຮ້າຍ ງ່າຍ ທັງ ປານີ ອົດກັ້ນ ແລະ ສັດ ຊື່ ຢູ່ ສະເໝີ.
\v 16 ຂໍ ຊົງ ໂຜດ ຫັນ ມາ ຫາ ຂ້ານ້ອຍ ແລະ ເມດຕາ ຂ້ານ້ອຍ ແດ່ ຂໍ ຊົງ ໂຜດ ຊູ ກໍາລັງ ຂຶ້ນ ໃຫ້ ພົ້ນ ຈາກ ໂພຍໄພ ແດ່ ທ້ອນ ເພາະວ່າ ຂ້ານ້ອຍ ນີ້ ກໍໄດ້ ຮັບ ໃຊ້ ພຣະອົງ ເໝືອນດັ່ງ ທີ່ ແມ່ ຂອງ ຂ້ານ້ອຍ ເຄີຍໄດ້ ປະຕິບັດ ມາ ນັ້ນ.
\v 17 ຂໍ ຊົງ ໂຜດ ໃຫ້ ຂ້ານ້ອຍ ໄດ້ ເຫັນ ພຣະຄຸນ ຄວາມດີ ຂອງ ພຣະອົງ ແດ່ ເພື່ອ ພວກ ທີ່ ກຽດຊັງ ຂ້ານ້ອຍ ຈະ ໄດ້ ອັບອາຍ ຂາຍໜ້າ ເມື່ອ ພວກເຂົາ ເຫັນວ່າ ອົງພຣະຜູ້ເປັນເຈົ້າ ໄດ້ ຊົງ ໃຫ້ ຄວາມ ເລົ້າໂລມ ໃຈ ແກ່ ຂ້ານ້ອຍ ແລະ ໃຫ້ ຄວາມ ຊ່ວຍຊູ ແກ່ ຂ້ານ້ອຍ.
\s5
\c 87
\p
\v 1 ອົງພຣະຜູ້ ເປັນເຈົ້າ ໄດ້ ສ້າງ ພຣະ ນະຄອນ ໄວ້ ເທິງ ພູເຂົາ ອັນ ສັກສິດ ນັ້ນ
\v 2 ພຣະອົງ ຮັກ ນະຄອນ ເຢຣູຊາເລັມ ຫລາຍກວ່າ ທີ່ ອື່ນໃດ ໃນ ດິນແດນ ອິດສະຣາເອນ ນັ້ນ.
\v 3 ນະຄອນ ຂອງ ພຣະເຈົ້າ ເອີຍ ຈົ່ງ ຟັງ ສິ່ງ ອັດສະຈັນ ທີ່ ພຣະອົງ ກ່າວ ເຖິງ ເຈົ້າ:
\s5
\v 4 ເມື່ອ ເຮົາ ຈົດລາຍຊື່ ຊົນຊາດ ທີ່ ເຊື່ອ ຟັງເຮົາ ເຮົາຈະຮວມ ເອົາ ຊາວເອຢິບ ແລະ ຊາວ ບາບີໂລນ ດ້ວຍ ຊາວຟີລິດສະຕິນ, ຊາວ ຕີເຣ ແລະ ເອຕີໂອເປຍ ຈະ ນັບເຂົ້າ ເປັນ ຊາວ ນະຄອນ ເຢຣູຊາເລັມ ດ້ວຍ.
\s5
\v 5 ກ່ຽວກັບ ພູເຂົາ ຊີໂອນ ນັ້ນ ຈະ ມີ ຄໍາ ກ່າວ ດັ່ງ ນີ້ ວ່າ: ບັນດາ ຊົນຊາດ ທັງຫຼາຍ ເປັນ ຂອງ ພູ ນີ້ ແລະ ພຣະຜູ້ຊົງ ຣິດທານຸພາບ ຍິ່ງໃຫຍ່ ຈະ ເຮັດ ໃຫ້ ພູ ນີ້ ເຂັ້ມ ແຂງ ຂຶ້ນ.
\v 6 ອົງພຣະຜູ້ເປັນເຈົ້າ ຈະ ຈົດລາຍຊື່ຄົນທັງຫລາຍ ແລະ ຮວມ ເອົາ ພວກເຂົາ ເຂົ້າ ເປັນ ປະຊາຊົນ ຂອງ ນະຄອນ ເຢຣູຊາເລັມ ດ້ວຍ.
\s5
\v 7 ພວກເຂົາ ຕ່າງ ກໍ ຈະ ຟ້ອນ ແລະ ຮ້ອງລໍາ ທາໍ ເພງ ວ່າ, “ບໍ່ເກີດ ແຫ່ງ ພຣະພອນ ທັງສິ້ນ ກໍ ຢູ່ ໃນ ພູເຂົາ ຊີໂອນ.”
\s5
\c 88
\p
\v 1 ໂອ ຂ້າແດ່ ອົງພຣະຜູ້ ເປັນເຈົ້າ ພຣະເຈົ້າ ແຫ່ງຄວາມພົ້ນ ຂອງ ຂ້ານ້ອຍ ເອີຍ ຂ້ານ້ອຍ ມາ ເຝົ້າ ຢູ່ ຕໍ່ໜ້າ ພຣະອົງ ຮ້ອງໄຫ້ ທັງເວັນ ທັງ ຄືນ.
\v 2 ຂໍ ຊົງໂຜດ ຟັງ ຄໍາພາວັນນາ ອະທິຖານ ຂອງ ຂ້ານ້ອຍ ດ້ວຍ ຂໍ ຊົງ ໂຜດ ຟັງ ຄໍາຮ້ອງຂໍ ໃຫ້ ຊ່ວຍເຫລືອ ແດ່ ທ້ອນ
\s5
\v 3 ຄວາມ ເດືອດຮ້ອນ ຫຼາຍ ຢ່າງ ນັ້ນ ໄດ້ ຕົກ ຖືກ ຂ້ານ້ອຍ ແລ້ວ ຈົນ ຂ້ານ້ອຍ ເກືອບ ຕາຍ.
\v 4 ຂ້ານ້ອຍ ເປັນ ດັ່ງ ຄົນ ທີ່ ຢູ່ ໃກ້ ຄວາມຕາຍ; ກໍາລັງ ວັງຊາ ທັງໝົດ ກໍ ສູນເສຍ ໄປ ສິ້ນ. [ງ]
\s5
\v 5 ຂ້ານ້ອຍ ຖືກ ປະຖິ້ມ ໄວ້ ໃນ ທ່າມກາງ ຄົນ ຕາຍ ນອນ ຢູ່ ໃນ ຂຸມຝັງສົບ ເໝືອນດັ່ງ ຄົນ ທີ່ ຖືກ ຂ້າເປັນ ຄົນ ທີ່ ຖືກ ປະຖິ້ມ ແລະ ຖືກ ລືມ ໄລ ໄປ ໝົດ ເປັນ ຄົນ ທີ່ ພຣະອົງ ຊ່ວຍເຫລືອ ຫຍັງ ບໍ່ໄດ້ແລ້ວ.
\v 6 ພຣະອົງ ໄດ້ ໂຍນ ຂ້ານ້ອຍ ຖິ້ມ ລົງ ໃນ ອຸບມຸງ ເລິກ ສຸດ ໃນ ຂຸມ ບ່ອນ ມືດ ໜາ ແລະ ເລິກ ທີ່ ສຸດ ດ້ວຍ.
\s5
\v 7 ຄວາມ ໂກດຮ້າຍ ຂອງ ພຣະອົງ ໄດ້ ທັບ ເຕັງ ຂ້ານ້ອຍ ລົງຢ່າງໜັກ ແລະ ຂ້ານ້ອຍ ຖືກ ຢຽບ ໃຫ້ ໝຸ່ນ ດ້ວຍ ຄື້ນ ແຫ່ງ ຄວາມ ໂກດຮ້າຍ.
\s5
\v 8 ພຣະອົງ ໄດ້ ເຮັດ ໃຫ້ ໝູ່ເພື່ອນ ຜູ້ ໃກ້ຊິດ ຂອງ ຂ້ານ້ອຍ ປະຖິ້ມ ຂ້ານ້ອຍ ໄປ ຂ້ານ້ອຍ ຖືກ ພວກເຂົາ ກຽດຊັງ ແລະ ຖືກ ຂັງ ໄວ້ ຈົນ ໜີໄປ ບໍ່ໄດ້
\s5
\v 9 ສາຍ ຕາ ຂ້ານ້ອຍ ກໍ ຄ່ອຍໆ ມືດ ມົວ ໄປ ເພາະ ຄວາມທຸກໃຈ ໄດ້ ບີບຄັ້ນ ຂ້ານ້ອຍ ໄວ້ ຂ້າແດ່ອົງພຣະຜູ້ເປັນເຈົ້າ ຂ້ານ້ອຍ ຮ້ອງຫາ ພຣະອົງ ຢູ່ ທຸກວັນ ໂດຍຍົກມື ຂຶ້ນ ພາວັນນາອະທິຖານຫາພຣະອົງ.
\v 10 ການ ອັດສະຈັນ ນັ້ນ ສໍາລັບ ຄົນຕາຍ ຊັ້ນ ບໍ? ພວກເຂົາ ຄືນ ຂຶ້ນມາ ແລະ ຍ້ອງຍໍ ສັນລະເສີນ ພຣະອົງ ໄດ້ ຫລືບໍ່?
\s5
\v 11 ຄົນຕາຍ ຈະ ກ່າວ ເຖິງ ຄວາມຮັກ ອັນ ໝັ້ນຄົງ ຂອງ ພຣະອົງ ເປັນ ບໍ ພວກເຂົາ ຈະ ປະກາດ ເຖິງ ຄວາມຮັກ ອັນ ໝັ້ນ ຄົງ ຂອງ ພຣະອົງ ໃນ ຂຸມຝັງ ສົບ ໄດ້ ຫລື? ຫລື ຈະ ກ່າວ ເຖິງ ຄວາມ ສັດ ຊື່ ຂອງ ພຣະອົງ ໃນ ແດນ ແຫ່ງ ຄວາມພິນາດ ໄດ້ ຫລືບໍ່?
\v 12 ພວກເຂົາ ເຫັນ ສິ່ງ ອັດສະຈັນ ທີ່ ພຣະອົງ ໄດ້ ຊົງ ກະທໍາ ໃນ ບ່ອນ ແຫ່ງ ຄວາມມືດ ໄດ້ ຫລື? ຫລື ພຣະຄຸນ ຄວາມດີ ໃນ ແດນ ຖືກ ລືມ ໄລ ໄດ້ ຫລື ບໍ່?
\s5
\v 13 ຂ້າແດ່ ອົງພຣະຜູ້ເປັນເຈົ້າ ຂ້ານ້ອຍ ຮ້ອງຫາ ໃຫ້ ຊ່ວຍຊູ ຂ້ານ້ອຍ ພາວັນນາ ອະທິຖານ ຫາ ພຣະອົງ ຢູ່ ທຸກໆເຊົ້າ.
\v 14 ຂ້າແດ່ ອົງພຣະຜູ້ ເປັນເຈົ້າ ເຫດໃດ ພຣະອົງ ຈຶ່ງ ປະຖິ້ມ ຂ້ານ້ອຍ? ເປັນຫຍັງ ພຣະອົງ ຈຶ່ງ ຫັນໜ້າ ໜີໄປ ຈາກ ຂ້ານ້ອຍ ເສຍ?
\s5
\v 15 ແຕ່ ຍັງໜຸ່ມ ນັ້ນ ຂ້ານ້ອຍ ທົນທຸກ ເກືອບ ຕາຍ ອິດອ່ອນ ໝົດກາໍລັງ [ຈ] ຍ້ອນ ຖືກ ລົງ ໂທດ ຈາກ ພຣະອົງ.
\v 16 ຄວາມ ກິ້ວໂກດ ຂອງ ພຣະອົງ ຢຽບຢໍ່າ ຂ້ານ້ອຍ ລົງ ການ ໂຈມຕີ ອັນໜັກ ກໍ ທາໍລາຍ ຂ້ານ້ອຍ ແລ້ວ.
\s5
\v 17 ຂ້ານ້ອຍ ຖືກອ້ອມຮອບ ດັ່ງ ນາໍ້ ຖ້ວມ ຕະຫລອດ ວັນ ມັນອ້ອມຮອບ ຂ້ານ້ອຍ ໄວ້ ທຸກ ດ້ານ.
\v 18 ພຣະອົງ ໄດ້ ເຮັດ ໃຫ້ ເພື່ອນ ທີ່ ໃກ້ຊິດ ຂອງ ຂ້ານ້ອຍ ປະຖິ້ມ ຂ້ານ້ອຍ ໄປ ແລະ ເພື່ອນ ຂອງ ຂ້ານ້ອຍ ກໍ ຄື ຄວາມມືດ ເທົ່ານັ້ນ.
\s5
\c 89
\p
\v 1 ຂ້າແດ່ ອົງພຣະຜູ້ເປັນເຈົ້າ ຂ້ານ້ອຍ ຈະ ຂັບຮ້ອງ ບົດເພງ ເຖິງ ພຣະຄຸນ ຄວາມດີ ຢູ່ ເລື້ອຍໆ. ຂ້ານ້ອຍ ຈະປະກາດ ຄວາມສັດ ຊື່ຂອງ ພຣະອົງ ຕະຫລອດໄປ ເປັນນິດ.
\v 2 ຂ້ານ້ອຍ ຮູ້ວ່າ ຄວາມຮັກ ຂອງ ພຣະອົງ ມີ ຢູ່ ຕະຫຼອດ ເວລາ ແລະ ຄວາມສັດຊື່ ຂອງ ພຣະອົງ ກໍ ຍືນ ຍົງ ຢູ່ ຄໍາ້ ຟ້າ.
\s5
\v 3 ພຣະອົງ ກ່າວ ວ່າ, “ເຮົາເຮັດ ພັນ ທະສັນຍາ ໄວ້ ກັບ ມະນຸດ ທີ່ ເຮົາ ໄດ້ ເລືອກເອົາ ພວກເຂົາ ນັ້ນ ຄື ໄດ້ ເຮັດ ໄວ້ ກັບ ດາວິດ ຜູ້ຮັບໃຊ້ ຂອງເຮົາ, ເຮົາໄດ້ໃຫ້ ຄໍາສັນຍາ ກັບ ລາວ ດັ່ງນີ້:
\v 4 ‘ເຊື້ອສາຍເຈົ້າ ຄົນໜຶ່ງ ຈະ ເປັນ ກະສັດ ເລື້ອຍໄປ ເຊື້ອ ວົງ ເຈົ້າ ຈະ ຖືກ ສະຫງວນ ໄວ້ ຕະຫລອດໄປ.
\s5
\v 5 ຂ້າແດ່ ອົງພຣະຜູ້ ເປັນເຈົ້າ ຟ້າສະຫວັນ ຮ້ອງ ຍົກຍ້ອງ ສັນລະເສີນ ສິ່ງ ງຶດ ງໍ້ ອັດສະຈັນ ຂອງ ພຣະອົງ ຜູ້ ບໍຣິສຸດ ກໍ ຍົກ ຍ້ອງ ສັນລະເສີນ ຄວາມສັດຊື່ ຂອງ ພຣະອົງ.
\v 6 ໃນ ສະຫວັນ ບໍ່ ມີ ຜູ້ໃດ ເໝືອນ ອົງ ພຣະຜູ້ ເປັນເຈົ້າ ບໍ່ ມີ ຊາວ ສະຫວັນ ຄົນໃດ ຈະ ເທົ່າ ທຽມ ອົງພຣະຜູ້ເປັນເຈົ້າ ໄດ້.
\s5
\v 7 ພຣະເຈົ້າ ຊົງ ເປັນ ທີ່ ຢ້ານກົວ ໃນ ຊຸມຊົນ ຂອງ ພວກ ບໍຣິສຸດ ທັງຫຼາຍ ແລະ ທຸກຄົນ ກໍ ຢືນ ຢູ່ ຢ່າງ ເກງກົວ ສຸດຂີດ ຕໍ່ ພຣະອົງ ນັ້ນ.
\v 8 ອົງພຣະຜູ້ ເປັນເຈົ້າ ພຣະເຈົ້າ ອົງຊົງຣິດອໍານາດ ຍິ່ງໃຫຍ່ ເອີຍ ບໍ່ ມີ ຜູ້ໃດ ທີ່ ມີອໍານາດ ຍິ່ງໃຫຍ່ ດັ່ງ ພຣະອົງ ໄດ້. ອົງພຣະຜູ້ເປັນເຈົ້າ ເອີຍ ພຣະອົງ ຊົງ ສັດຊື່ ໃນສັບພະທຸກສິ່ງ.
\s5
\v 9 ພຣະອົງ ປົກຄອງ ທະເລ ກວ້າງ ທີ່ ມີ ກາໍ ລັງແຮງ ແລະເຮັດໃຫ້ ຄື້ນ ແຫ່ງຄວາມໂມໂຫງ ຽບລົງ ໄດ້.
\v 10 ພຣະອົງ ໄດ້ ຢຽບ ມັງກອນ ຣາຮາບ [ຊ] ແລະ ຂ້າໃຫ້ຕາຍ ໄດ້ເອົາຊະນະ ພວກສັດຕູ ດ້ວຍ ຣິດທານຸພາບ ຂອງ ພຣະອົງ.
\s5
\v 11 ສະຫວັນ ແລະ ແຜ່ນດິນ ໂລກ ເປັນ ຂອງ ພຣະອົງ ພຣະອົງໄດ້ສ້າງໂລກ ແລະ ທຸກສິ່ງ ທີ່ ຢູ່ ໃນ ນັ້ນ.
\v 12 ພຣະອົງ ໄດ້ ສ້າງ ທິດໃຕ້ ທິດເໜືອ ພູ ຕາໂບ ກັບ ເຮີໂມນ ຕ່າງ ກໍ ຮ້ອງຢ່າງ ຊົມຊື່ນ ຍິນດີ ຍົກຍໍ ພຣະອົງດ້ວຍ.
\s5
\v 13 ພຣະອົງ ຊົງຣິດອໍານາດ ເຫລືອ ຫລາຍ ທີ່ ສຸດ ກາໍລັງ ຂອງ ພຣະອົງ ກໍ ຍິ່ງໃຫຍ່ ຫລາຍແທ້ໆ.
\v 14 ຄວາມ ຊອບທາໍ ກັບ ຄວາມ ຍຸດຕິທາໍ ນັ້ນ ແມ່ນ ຮາກຖານ ແຫ່ງ ອານາຈັກ ຂອງ ພຣະອົງ ຄວາມຮັກ ແລະ ຄວາມສັດຊື່ ກໍກ້າວເດີນ ໄປ ຂ້າງໜ້າ ພຣະອົງ.
\s5
\v 15 ຂ້າແດ່ ອົງພຣະຜູ້ ເປັນເຈົ້າ ຄວາມສຸກ ເປັນຂອງ ຜູ້ ທີ່ ນະມັດສະການ ພຣະອົງ ດ້ວຍ ສຽງ ເພງ ພວກເຂົາດໍາເນີນຢູ່ ໃນ ຄວາມ ສະຫວ່າງ ແຫ່ງ ພຣະເມດຕາ ຂອງ ພຣະອົງ.
\v 16 ຍ້ອນ ພຣະອົງ ພວກເຂົາ ຈຶ່ງ ຊົມຊື່ນ ຍິນດີ ຕະຫລອດ ວັນ ແລະ ພວກເຂົາ ຍ້ອງຍໍ ສັນລະເສີນ ຄວາມ ຍຸດຕິທໍາ ຂອງ ພຣະອົງ.
\s5
\v 17 ພຣະອົງ ໃຫ້ ພວກ ຂ້ານ້ອຍ ມີໄຊ ຢ່າງ ໃຫຍ່ຫລວງ ໃນ ຄວາມຮັກ ຂອງ ພຣະອົງ ເຮັດ ໃຫ້ ພວກຂ້ານ້ອຍ ມີ ກໍາລັງ ຂຶ້ນ.
\v 18 ແທ້ຈິງ ແລ້ວ ໂລ້ກາໍບັງ ຂອງເຮົາ ທັງຫຼາຍ ຄື ອົງພຣະຜູ້ ເປັນ ເຈົ້າ ພຣະມະຫາກະສັດ ອົງ ບໍຣິສຸດ ແຫ່ງ ຊາດ ອິດສະຣາເອນ ໄດ້ ໃຫ້ ກະສັດ ແກ່ ພວກຂ້ານ້ອຍ.
\s5
\v 19 ດົນນານ ມາແລ້ວ ທີ່ ພຣະອົງ ກ່າວ ທາງ ນິມິດ ຄວາມຝັນ ຕໍ່ ບັນດາ ຜູ້ຮັບໃຊ້ ທີ່ ສັດຊື່ ຂອງ ພຣະອົງ ນັ້ນ ວ່າ, “ເຮົາໄດ້ ຖອກເທ ພະກາໍລັງ ໃຫ້ ນັກຮົບ ຄົນໜຶ່ງ ທີ່ ມີ ຊື່ ສຽງ ດີ ແລະ ມອບ ບັນລັງ ໃຫ້ ຜູ້ໜຶ່ງ ທີ່ ເຮົາ ໄດ້ ເລືອກໄວ້ ຈາກ ໄພ່ ພົນ ທັງປວງ.
\v 20 ເຮົາ ໄດ້ ເຮັດ ໃຫ້ ດາວິດ ຜູ້ຮັບໃຊ້ ຂອງເຮົາ ເປັນ ກະສັດ ໂດຍ ໃຊ້ ນາໍ້ມັນ ສັກສິດ ຫົດສົງ ແຕ່ງຕັ້ງ.
\v 21 ກາໍລັງ ອໍານາດ ຂອງເຮົາ ຈະ ຢູ່ກັບລາວ ເລື້ອຍໆ ໄປ ຣິດອໍານາດ ຂອງເຮົາ ຈະໃຫ້ ລາວ ເຂັ້ມແຂງ ດ້ວຍ.
\v 22 ສັດຕູ ຂອງລາວ ຈະໂຈມຕີ ລາວ ແຕ່ ຈະ ບໍ່ ສໍາເລັດ ເລີຍ ຄົນຊົ່ວຮ້າຍ ຈະ ເອົາ ຊະນະ ລາວ ບໍ່ ໄດ້ ້ ຈັກເທື່ອ.
\v 23 ເຮົາ ຈະຢຽບຢໍ່າ ທາໍລາຍ ພວກ ສັດຕູ ຂອງ ລາວ ແລະ ຂ້າທຸກໆຄົນ ທີ່ ກຽດຊັງ ລາວ ຖິ້ມ.
\s5
\v 24 ເຮົາ ຈະຮັກແລະ ສັດຊື່ ຕໍ່ ລາວ ຈະ ໃຫ້ ລາວ ໄຊຊະນະ ເໜືອ ສັດຕູ ຢູ່ ເລື້ອຍໆ.
\v 25 ເຮົາ ຈະ ໃຫ້ ອານາຈັກ ຂອງ ລາວ ແຜ່ ຂະຫຍາຍ ອອກ ໄປ ຈາກ ທະເລ ເມດີແຕຣາເນ ເຖິງ ແມ່ ນາໍ້ ເອີຟຣັດ.
\v 26 ລາວ ຈະ ຮ້ອງ ຕໍ່ ເຮົາ ວ່າ, “ພຣະອົງ ເປັນ ພຣະບິດາ ແລະ ເປັນ ພຣະເຈົ້າ ຂອງ ຂ້ານ້ອຍ ແລະ ເປັນ ພຣະສີລາ ແຫ່ງຄວາມພົ້ນ ຂອງ ຂ້ານ້ອຍ.”
\s5
\v 27 ເຮົາ ຈະ ເຮັດ ໃຫ້ ລາວ ເປັນ ລູກຊາຍກົກ ຂອງເຮົາ ເປັນ ຜູ້ ຍິ່ງໃຫຍ່ ກວ່າ ບັນດາ ກະສັດ ທັງ ສິ້ນ.
\v 28 ເຮົາຈະ ຮັກສາ ຄໍາສັນຍາ ຂອງເຮົາ ທີ່ ມີ ຕໍ່ ລາວ ໄວ້ ສະເໝີ ແລະ ພັນທະສັນຍາ ຂອງເຮົາ ຈະ ຢູ່ ກັບ ລາວ ຕະຫລອດໄປ.
\v 29 ຜູ້ ໜຶ່ງ ໃນ ເຊື້ອສາຍ ຂອງ ລາວ ຈະ ເປັນ ກະສັດ ປົກ ຄອງ ເລື້ອຍໄປ ແລະ ເຊື້ອສາຍ ຂອງ ລາວ ກໍ ຈະ ຍືນ ຍົງ ຢູ່ ຄໍ້າ ຟ້າ.
\s5
\v 30 ແຕ່ ຖ້າເຊື້ອສາຍ ລາວ ບໍ່ ເຊື່ອ ຟັງ ກົດ ບັນຍັດ ຂອງເຮົາ ແລະ ບໍ່ ດໍາເນີນ ຊີວິດ ຕາມ ຂໍ້ຄໍາສັ່ງ ຂອງເຮົາ ນັ້ນ.
\v 31 ຖ້າພວກເຂົາ ບໍ່ ເອົາໃຈໃສ່ ຕໍ່ ຄໍາແນະນາໍ ຂອງເຮົາ ແລະ ທັງ ບໍ່ ຮັກສາ ຂໍ້ຄໍາສັ່ງ ຂອງເຮົາ ດ້ວຍ.
\v 32 ແລ້ວເຮົາ ກໍ ຈະ ລົງໂທດ ຍ້ອນ ການບາບ ຂອງ ພວກເຂົາ ເຮົາຈະເຮັດ ໃຫ້ ໄດ້ ທົນທຸກ ຍ້ອນ ຄວາມຜິດ ນັ້ນ.
\s5
\v 33 ແຕ່ ເຮົາ ຈະ ບໍ່ ຢຸດຢັ້ງ ທີ່ ຈະ ໃຫ້ ຄວາມຮັກ ແກ່ ດາວິດ ຫລື ລົບລ້າງ ຄໍາສັນຍາ ທີ່ ມີ ກັບ ລາວ ນັ້ນ ຖິ້ມ.
\v 34 ເຮົາ ຈະ ບໍ່ ລະເມີດ ພັນທະສັນຍາ ທີ່ ມີໄວ້ ກັບລາວ ຫລື ຖອນ ຄໍາສັນຍາ ທີ່ ເຮົາ ເຮັດໄວ້ ກັບລາວ ນັ້ນ.
\s5
\v 35 ເຮົາ ປະຕິຍານ ຢ່າງ ເດັດຂາດ ໂດຍ ພຣະນາມ ອັນບໍຣິສຸດ ຂອງເຮົາ ວ່າ, “ເຮົາ ຈະ ບໍ່ ຕົວະ ດາວິດ ຈັກເທື່ອ.
\v 36 ເຊີ້ອສາຍ ຂອງ ລາວ ກໍ ຈະ ສືບ ຕໍ່ ແພ່ ຜາຍ ໄປຕະຫຼອດ ອານາຈັກ ກໍ ຈະ ຜ່ອງໃສ ດັ່ງ ຕາເວັນ ສ່ອງແຈ້ງ.
\v 37 ອານາຈັກນັ້ນຈະ ຍືນຍົງຢູ່ ເໝືອນດັ່ງ ດວງຈັນ ທີ່ ເປັນ ພະຍານ ອັນສັດຊື່ ຢູ່ ເທິງ ທ້ອງຟ້າ.”
\s5
\v 38 ແຕ່ ພຣະອົງ ໂກດຮ້າຍ ຕໍ່ ກະສັດ ທີ່ ພຣະອົງ ເລືອກເອົາ ພຣະອົງໄດ້ ປະຖິ້ມ ລາວ ແລະ ບໍ່ ຮັບເອົາ ລາວ ດ້ວຍ.
\v 39 ພຣະອົງ ຍົກເລີກ ພັນທະສັນຍາ ກັບ ຜູ້ຮັບໃຊ້ ຂອງ ພຣະອົງ ແລະ ໂຍນ ມົງກຸດ ຂອງ ລາວ ໃສ່ ຂີ້ຕົມ ດ້ວຍ.
\v 40 ສ່ວນ ກາໍແພງ ເມືອງ ຂອງ ລາວ ນັ້ນ ພຣະອົງ ກໍ ມ້າງ ລົງ ປ່ອຍ ໃຫ້ ປ້ອມຍາມ ເມືອງ ຮົກຮ້າງ ເພພັງ ໝົດ ສິ້ນ.
\s5
\v 41 ທຸກຄົນ ທີ່ ຍ່າງ ຜ່ານ ກໍ ລັກເອົາ ເຄື່ອງຂອງ ແລະ ເພື່ອນບ້ານ ທັງໝົດ ກໍ ຫົວເຍາະເຍີ້ຍ.
\v 42 ພຣະອົງ ໄດ້ ເຮັດ ໃຫ້ ເຫລົ່າ ສັດຕູ ໄດ້ ມີໄຊ ໂດຍ ເຮັດ ໃຫ້ ພວກເຂົາ ດີໃຈ ທຸກຖ້ວນໜ້າ.
\v 43 ພຣະອົງ ໃຫ້ ອາວຸດ ຂອງ ລາວ ໃຊ້ ການ ບໍ່ ໄດ້ ເລີຍ ພຣະອົງ ໄດ້ ໃຫ້ ລາວເ ສຍໄຊຢູ່ໃນສະໜາມຮົບ.
\s5
\v 44 ສ່ວນ ຍົດສັກ ແຫ່ງ ກະສັດ [ຍ] ກໍ ຖືກ ເອົາ ໜີໄປ ແລະ ໂຄ່ນລົ້ມ ບັນລັງ ລົງ ເຖິງ ພື້ນ.
\v 45 ພຣະອົງ ເຮັດ ໃຫ້ ລາວ ເຖົ້າ ແກ່ ໄວ ກວ່າ ອາຍຸ ສັງຂານ ແລະ ໃຫ້ ພົບພານ ກັບ ຄວາມ ອັບອາຍ ຢ່າງ ຫລາຍ ເຫຼືອ ລົ້ນ.
\s5
\v 46 ຂ້າແດ່ ອົງພຣະຜູ້ເປັນເຈົ້າ ພຣະອົງ ຈະ ລີ້ໜ້າ ໄປ ດົນປານໃດ? ຄວາມ ໂກດຮ້າຍ ຂອງ ພຣະອົງ ຈະ ລຸກໄໝ້ ໄປ ດົນປານໃດ ອີກ?
\v 47 ຂໍ ຊົງໂຜດ ລະນຶກ ເຖິງ ຂ້ານ້ອຍ ວ່າ ຊີວິດ ນີ້ ສັ້ນຫລາຍ ຈົ່ງ ຈົດຈາໍ ໄວ້ ວ່າ ມະນຸດ ຖືກ ສ້າງ ໃຫ້ ຕາຍເປັນ ທຸກຄົນ.
\v 48 ແມ່ນ ຜູ້ໃດ ຈະ ມີ ຊີວິດ ຢູ່ ຄໍາ້ ຟ້າ ໄດ້? ມະນຸດ ຈະ ຮັກສາ ຕົນໃຫ້ ພົ້ນຈາກ ຂຸມຝັງ ສົບໄດ້ ຢ່າງ ໃດ ແດ່?
\s5
\v 49 ຂ້າແດ່ ພຣະເຈົ້າ ຢາເວ ຄວາມຮັກ ອັນ ໝັ້ນ ຄົງ ຂອງ ພຣະອົງ ແຕ່ກ່ອນ ນັ້ນ ໄປໃສ ໝົດ? ຄໍາສັນຍາ ທີ່ ພຣະອົງ ມີ ໄວ້ ກັບ ດາວິດ ນັ້ນ ຢູ່ໃສ ແລ້ວ?
\v 50 ຂ້າແດ່ ພຣະເຈົ້າ ຢາເວ ຂໍ ຢ່າ ລືມ ວ່າ ຂ້ານ້ອຍ ຜູ້ຮັບໃຊ້ ຖືກ ດູໝິ່ນ ສໍ່າໃດ ແລະ ທົນ ຕໍ່ ຄໍາສາບແຊ່ງ [ດ] ຂອງ ຄົນ ບໍ່ເຊື່ອ ພຣະເຈົ້າ.
\v 51 ຂ້າແດ່ ອົງພຣະຜູ້ ເປັນເຈົ້າ ພວກສັດຕູ ຂອງ ພຣະອົງ ໄດ້ ໝິ່ນປະໝາດ ກະສັດ ຜູ້ ທີ່ພຣະອົງ ໄດ້ ເລືອກເອົາ ໃນ ທຸກບ່ອນ ທີ່ ເພິ່ນ ໄປ ນັ້ນ.
\s5
\v 52 ຈົ່ງ ຍ້ອງຍໍ ສັນລະເສີນ ອົງພຣະຜູ້ ເປັນເຈົ້າ ຕະຫລອດໄປ ເປັນນິດ ອາແມນ ອາແມນ
\s5
\c 90
\p
\v 1 ຂ້າແດ່ ຂ້າແດ່ ພຣະເຈົ້າຢາເວ ພຣະອົງ ເປັນ ທີ່ ເພິ່ງ ຂອງ ພວກຂ້ານ້ອຍ ຕະຫລອດໄປ.
\v 2 ກ່ອນ ທີ່ ພູຜາ ປ່າໄມ້ ຖືກ ສ້າງ ຂຶ້ນ ມາ ກ່ອນ ທີ່ ໂລກ ເຮົາ ດໍາລົງ ຄົງ ຕົວ ຢູ່ ຢ່າງ ນີ້ ພຣະອົງ ເປັນ ພຣະເຈົ້າ ອົງ ເປັນຢູ່ ຊົ່ວ ນິຣັນການ ແລະ ເປັນ ພຣະເຈົ້າ ທີ່ ດໍາລົງ ຢູ່ ສືບໄປ ເປັນນິດ.
\s5
\v 3 ພຣະອົງ ບອກ ໃຫ້ ມະນຸດ ຄືນ ໄປ ສູ່ ບ່ອນ ທີ່ ເຂົາ ມາ ແລະ ປ່ຽນ ມະນຸດ ໃຫ້ ກັບຄືນ ເປັນ ຂີ້ຝຸ່ນ ດິນອີກ.
\v 4 ສໍາລັບ ພຣະອົງ ແລ້ວ ພັນ ປີ ກໍເທົ່າ ກັບ ມື້ ໜຶ່ງ ເໝືອນ ດັ່ງ ມື້ວານ ນີ້ ທີ່ ຜ່ານ ໄປ ສັ້ນ ໆ ໃນ ຕອນ ກາງຄືນ.
\s5
\v 5 ພຣະອົງ ກວາດ ພວກຂ້ານ້ອຍ ໜີໄປ ເໝືອນດັ່ງ ນໍ້າ ຖ້ວມ ຊີວິດ ຈຶ່ງ ເປັນ ດັ່ງ ຄວາມຝັນເທົ່ານັ້ນ. ພວກຂ້ານ້ອຍ ເປັນ ດັ່ງ ຕົ້ນຫຍ້າ ທີ່ ເກີດຂຶ້ນ ມາ ຄື ຫຍ້າ ທີ່ ປົ່ງ ຂຶ້ນ ມາ ໃນ ເວລາ ຕອນເຊົ້າ
\v 6 ຊຶ່ງ ໃຫຍ່ ຂຶ້ນ ແລ້ວ ກໍ ແຕກ ດອກ ອອກບານ ແລະ ຫ່ຽວແຫ້ງ ຕາຍໄປ ໃນ ເວລາ ຕອນຄໍ່າ ມາຮອດ.
\s5
\v 7 ພວກຂ້ານ້ອຍ ຖືກທາໍລາຍ ໂດຍ ຄວາມ ໂກດຮ້າຍ ຂອງ ພຣະອົງ ແລະ ຫວາດຫວັ່ນ ຕົກໃຈກົວ ຍ້ອນ ພຣະອົງ ກິ້ວໂກດ.
\v 8 ພຣະອົງ ເປີດ ເຜີຍ ການບາບ ຂອງ ພວກ ຂ້າ ນ້ອຍ ຕໍ່ໜ້າພຣະອົງ ຄື ການບາບ ອັນລັບລີ້ ຊຶ່ງ ພຣະອົງ ເຫັນໄດ້.
\s5
\v 9 ຄວາມ ໂກດຮ້າຍ ຂອງ ພຣະອົງ ນັ້ນ ເຮັດໃຫ້ ຊີວິດ ຂ້ານ້ອຍ ສັ້ນລົງ ມັນເຊື່ອມ ສະຫຼາຍ ໄປ ດັ່ງ ສາຍລົມ.
\v 10 ພວກຂ້ານ້ອຍ ມີ ຊີວິດ ຢູ່ ພຽງແຕ່ ເຈັດ ສິບ ປີ ອາດຮອດ ແປດສິບ ປີ ຖ້າ ມີ ເຫື່ອ ແຮງ ຢູ່ ແຕ່ ຊ່ວງ ໄລຍະ ອາຍຸ ນັ້ນ ກໍ ພົບ ຄວາມ ລໍາບາກ ແລະ ເຮັດໃຫ້ ລະທົມ ທຸກໃຈ ໃນບໍ່ຊ້າ ຊີວິດ ຈະຈົບລົງ ແລະ ຕາຍໄປ ເທົ່າ ນັ້ນ.
\s5
\v 11 ໃຜ ຮູ້ ຣິດແຫ່ງ ຄວາມໂກດຮ້າຍ ອັນ ເຕັມ ຂະນາດ ຂອງ ພຣະອົງ ໄດ້? ຜູ້ໃດ ຮູ້ ວ່າ ຄວາມ ໂກດຮ້າຍ ຂອງ ພຣະອົງ ໄດ້ ນາໍ ພາ ຄວາມ ໜ້າຢ້ານ ສໍ່າໃດ ແທ້?
\v 12 ຂໍ ຊົງ ໂຜດ ສັ່ງສອນ ຂ້ານ້ອຍ ດ້ວຍວ່າ ຊີວິດ ນີ້ ສັ້ນ ຫລາຍ ເພື່ອ ວ່າ ພວກຂ້ານ້ອຍ ຈະກາຍເປັນ ຄົນສະຫລາດ.
\v 13 ຂ້າແດ່ ອົງພຣະຜູ້ ເປັນເຈົ້າ ພຣະອົງ ຈະໂກດຮ້າຍ ຢູ່ ອີກ ດົນປານໃດ? ໂຜດ ເມດຕາ ອີດູ ຜູ້ຮັບ ໃຊ້ ຂອງ ພຣະອົງ ດ້ວຍ
\s5
\v 14 ໃນ ທຸກໆເຊົ້າ ໂຜດໃຫ້ ພວກຂ້ານ້ອຍ ເຕັມ ໄປ ດ້ວຍ ຄວາມຮັກ ອັນ ໝັ້ນຄົງ ຂອງ ພຣະອົງ ດ້ວຍ ເພື່ອ ວ່າ ຈະ ໄດ້ ຮ້ອງເພງ ແລະ ຊົມຊື່ນ ຍິນດີ ຕະຫລອດ ຊົ່ວຊີວິດ ຂອງ ພວກ ຂ້ານ້ອຍ ນັ້ນ.
\v 15 ບັດນີ້ ໂຜດ ປະທານ ຄວາມສຸກ ແກ່ ພວກຂ້ານ້ອຍ ໃຫ້ ສົມກັບຄວາມ ໂສກເສົ້າ ທີ່ ພວກຂ້ານ້ອຍ ໄດ້ ຮັບດ້ວຍ ຕາມ ໄລຍະ ເວລາ ແຫ່ງ ປີ ທັງຫຼາຍ ທີ່ ພວກຂ້ານ້ອຍ ຈົມຢູ່ ໃນ ຄວາມ ທຸກ ລໍາບາກ.
\v 16 ຂໍ ຊົງ ໂຜດ ໃຫ້ ພວກ ຂ້ານ້ອຍ ຜູ້ຮັບໃຊ້ ຂອງ ພຣະອົງ ໄດ້ ເຫັນ ຄວາມ ຍິ່ງ ໃຫຍ່ ຂອງ ພຣະອົງ ຄື ສິ່ງ ອັດສະຈັນ ທີ່ ພຣະອົງ ໄດ້ ກະທໍາ ນັ້ນ ຂໍ ຊົງ ໂຜດ ໃຫ້ ເຊື້ອສາຍ ຂອງ ຂ້ານ້ອຍ ໄດ້ ເຫັນ ເໝືອນກັນ ໃນ ຣິດທານຸພາບ ຂອງ ພຣະອົງ ນັ້ນ.
\s5
\v 17 ພຣະເຈົ້າຢາເວ ພຣະເຈົ້າ ຂອງ ພວກຂ້ານ້ອຍ ເອີຍ ຂໍ ຊົງ ໂຜດ ປະທານ ພຣະພອນ ໃຫ້ ດໍາລົງ ຢູ່ ນາໍ ພວກ ຂ້ານ້ອຍ ແດ່ ທ້ອນ ຂໍ ຊົງໂຜດ ປະທານ ຄວາມ ສໍາເລັດ ຜົນ ໃຫ້ ພວກຂ້ານ້ອຍ ໃນ ທຸກສິ່ງ ທີ່ ພວກຂ້ານ້ອຍ ກະທາໍ ນັ້ນ.
\s5
\c 91
\p
\v 1 ຜູ້ໃດ ທີ່ ໄປ ເພິ່ງ ພຣະເຈົ້າ ສໍາລັບ ຄວາມ ປອດໄພ ແລະ ຜູ້ ທີ່ ຢູ່ ພາຍໃຕ້ ການ ຄຸ້ມ ຄອງ ຂອງ ອົງ ຊົງ ຣິດອໍານາດ ຍິ່ງ ໃຫຍ່
\v 2 ຜູ້ນັ້ນ ກໍ ຕ້ອງ ເວົ້າ ກັບ ອົງ ພຣະ ຜູ້ ເປັນ ເຈົ້າ ວ່າ, “ພຣະອົງ ປ້ອງກັນ ແລະ ຄຸ້ມ ຄອງ ຂ້ານ້ອຍ. ພຣະອົງ ເປັນ ພຣະເຈົ້າ ຂອງ ພວກ ຂ້ານ້ອຍ ພວກຂ້ານ້ອຍ ໄວ້ວາງໃຈ ໃນ ພຣະອົງ.”
\s5
\v 3 ພຣະອົງ ຈະ ຮັກສາ ເຈົ້າ ໃຫ້ ພົ້ນ ໂພຍໄພ ອັນ ລີ້ລັບ ແລະ ຈາກ ພະຍາດ ອັນຮ້າຍແຮງ ອັນເຖິງຕາຍ.
\v 4 ພຣະອົງ ຈະ ປົກ ຕຸ້ມ ເຈົ້າ ໄວ້ ດ້ວຍ ປີກ ຂອງ ພຣະອົງ ແລະ ເຈົ້າ ຈະ ປອດໄພ ເພາະ ພຣະອົງ ຮັກ ສາໄວ້. ຄວາມສັດຊື່ ຂອງ ພຣະອົງ ນັ້ນ ຈະ ປົກປ້ອງ ຄຸ້ມຄອງ ແລະ ທັງ ຈະ ປ້ອງກັນ ຮັກ ສາ ເຈົ້າ ໄວ້ ດ້ວຍ.
\s5
\v 5 ເຈົ້າ ບໍ່ ຕ້ອງ ຢ້ານ ອັນຕະລາຍ ໃນ ເວລາ ກາງຄືນ ຫລື ການຫລອນ ໂຈມຕີ ໃນ ເວລາ ກາງເວັນ ດ້ວຍ.
\v 6 ຫລື ໂຣກ ລະບາດ ທີ່ ເກີດ ຂຶ້ນ ໃນ ເວລາ ມືດ ມົນ ຫລື ມານຮ້າຍ ທີ່ ຂ້າ ຄົນ ໃນ ເວລາ ກາງເວັນ ນັ້ນ.
\v 7 ອາດ ຈະ ມີ ພັນ ຄົນ ລົ້ມ ລົງ ແລະ ສິ້ນໃຈ ຕາຍ ຢູ່ ຂ້າງ ເຈົ້າ ສິບ ພັນ ຄົນ ຢູ່ ອ້ອມຮອບ ເຈົ້າ ແຕ່ ເຈົ້າ ຈະ ບໍ່ ຖືກ ທາໍ ຮ້າຍ.
\s5
\v 8 ເຈົ້າ ຈະ ສັງເກດ ເບິ່ງ ດ້ວຍ ຕາ ຂອງເຈົ້າ ເທົ່ານັ້ນ ແລະ ເຫັນ ຄົນ ຊົ່ວ ຮ້າຍ ຖືກ ໂທດ ຢ່າງໃດ ແດ່?
\v 9 ເຈົ້າ ໄດ້ ຮັບ ເອົາ ອົງ ພຣະ ຜູ້ ເປັນ ເຈົ້າ ເປັນ ຜູ້ ປ້ອງກັນ ຂອງເຈົ້າ [ຖ] ຄື ຮັບ ເອົາ ພຣະເຈົ້າ ອົງ ສູງສຸດ ເປັນ ຜູ້ ຄຸ້ມ ຄອງ ເຈົ້າ.
\s5
\v 10 ສະນັ້ນ ແຫລະ ເຈົ້າ ຈຶ່ງ ບໍ່ ໄດ້ ປະສົບ ໄພພິບັດ ໃດໆ ແລະຄວາມໂຫດຮ້າຍ ກໍຈະບໍ່ມາໃກ້ ເຮືອນເຈົ້າ.
\v 11 ພຣະອົງ ຈະ ສັ່ງ ໃຫ້ ຝູງເທວະດາ ມາ ຄຸ້ມ ຄອງ ເພື່ອ ປົກປ້ອງ ຮັກສາ ທຸກບ່ອນ ທີ່ ເຈົ້າ ໄປ ນັ້ນ.
\s5
\v 12 ຝູງ ເທວະດາ ຈະ ໃຊ້ ມື ຫອບ ອູ້ມ ເຈົ້າ ໄວ້ ບໍ່ ໃຫ້ ຕົກ ເພື່ອ ບໍ່ໃຫ້ ຕີນ ຂອງ ເຈົ້າ ເຈັບ ປວດ ຍ້ອນ ຕໍາ ກ້ອນຫິນ.
\v 13 ເຈົ້າ ຈະ ເອົາ ຊະນະ ສິງ ໂຕ ຮ້າຍ ແລະ ງູພິດ ທັງ ຫລາຍ ໂດຍ ຢຽບຢໍ່າ ມັນລົງ ຢູ່ ໃຕ້ ຕີນ ເຈົ້າ.
\s5
\v 14 ພຣະເຈົ້າ ກ່າວ ວ່າ, “ເຮົາ ຈະ ຊ່ວຍ ຜູ້ ທີ່ ຮັກ ເຮົາ ໃຫ້ ພົ້ນໄພ ແລະ ປົກ ປ້ອງ ຮັກ ສາ ຜູ້ ທີ່ ຍອມ ຮັບ ຮູ້ ນາມຊື່ ຂອງເຮົາ. ”
\v 15 ເຮົາ ຈະ ຂານ ຕອບ ເມື່ອ ພວກເຂົາ ເອີ້ນ ຫາ ເຮົາ ເຮົາ ຈະ ຢູ່ ນາໍ ເມື່ອ ພວກເຂົາ ເດືອດຮ້ອນ. ເຮົາ ຈະ ຊ່ວຍກູ້ ເອົາ ພວກເຂົາ ໃຫ້ ພົ້ນໄພ ທັງ ຈະ ໃຫ້ ຍົດສັກ ແກ່ ເຂົາເຈົ້າ ດ້ວຍ.
\v 16 ເຮົາ ຈະ ໃຫ້ ອາຍຸ ຍືນ ໝັ້ນ ເປັນ ລາງວັນ ແກ່ ພວກເຂົາ ແລະ ເຮົາ ຈະ ຊ່ວຍ ພວກເຂົາ ໃຫ້ ໄດ້ ພົ້ນ.
\s5
\c 92
\p
\v 1 ເປັນ ການດີແທ້ ທີ່ ໂມທະນາ ຂອບພຣະຄຸນ ອົງພຣະຜູ້ເປັນເຈົ້າ ເປັນ ການດີແທ້ ທີ່ ໄດ້ ຍົກຍໍ ສັນລະເສີນ ພຣະນາມ ອົງ ສູງສຸດ.
\v 2 ໃນ ທຸກໆເຊົ້າ ຈະໄດ້ ປະກາດ ຄວາມຮັກ ອັນໝັ້ນ ຄົງ ແລະ ທຸກໆ ຄືນ ຈະ ໄດ້ ປະກາດ ຄວາມສັດ ຊື່ ຂອງ ພຣະເຈົ້າ
\v 3 ດ້ວຍ ດົນຕຼີ ຈາກ ເຄື່ອງເສບ ເປັນສາຍ ໂດຍ ສຽງ ກິດຕາ [ນ] ບັນເລງ ເພງ ພ້ອມ.
\s5
\v 4 ຂ້າແດ່ ອົງພຣະຜູ້ ເປັນເຈົ້າ ການກະທາໍ ອັນມີ ຣິດອໍານາດ ຂອງ ພຣະອົງ ເຮັດ ໃຫ້ ຂ້ານ້ອຍ ດີໃຈ ຫລາຍ ເພາະ ສິ່ງ ທີ່ ພຣະອົງ ໄດ້ ກະທາໍ ແກ່ ຂ້ານ້ອຍ ຂ້ານ້ອຍ ຈຶ່ງ ຮ້ອງເພງ ຢ່າງ ເບີກບານ ມ່ວນຊື່ນ.
\v 5 ຂ້າແດ່ ອົງພຣະຜູ້ ເປັນເຈົ້າ ກິດຈະການ ຂອງ ພຣະອົງ ຍິ່ງໃຫຍ່ ຄວາມນຶກຄິດ ຂອງ ພຣະອົງ ກໍ ເລິກ ສຸດຍອດ.
\s5
\v 6 ອັນນີ້ ເປັນ ສິ່ງ ທີ່ ຄົນ ໂງ່ ບໍ່ສາມາດ ຮູ້ຈັກຄົນ ເບົາປັນຍາ ບໍ່ ສາມາດ ເຂົ້າໃຈ ໄດ້
\v 7 ຄົນຊົ່ວຮ້າຍ ອາດ ປົ່ງ ຂຶ້ນ ດັ່ງ ຕົ້ນ ຫຍ້າ ທັງ ຫລາຍ ຄົນ ທີ່ ເຮັດ ຜິດ ອາດ ຈະເລີນ ຮຸ່ງເຮືອງ ຂຶ້ນ ກໍໄດ້
\s5
\v 8 ຂ້າແດ່ ອົງພຣະຜູ້ ເປັນເຈົ້າ ແຕ່ ພວກເຂົາ ຈະ ຖືກ ທາໍ ລາຍ ໃຫ້ ດັບສູນ ໄປ ໝົດ ເພາະ ພຣະອົງ ຊົງ ຣິດອໍານາດ ຍິ່ງໃຫຍ່ ຕະຫລອດການ.
\v 9 ພວກຂ້ານ້ອຍ ຮູ້ວ່າ ສັດຕູ ຂອງ ພຣະອົງ ຈະຕາຍ ແລະ ຄົນຊົ່ວ ຮ້າຍ ທັງໝົດ ກໍ ຈະ ຕ້ອງ ພ່າຍແພ້.
\s5
\v 10 ພຣະອົງ ໄດ້ ໃຫ້ ຂ້ານ້ອຍ ແຂງແຮງ ດັ່ງ ງົວປ່າ ແລະ ອວຍພອນ ໃຫ້ ໄດ້ ຮັບ ຄວາມສຸກ.
\v 11 ຂ້ານ້ອຍ ໄດ້ ເຫັນ ເຫລົ່າ ສັດຕູ ພ່າຍແພ້ ໄປ ແລະ ໄດ້ຍິນ ພວກຄົນ ຊົ່ວຮ້າຍ ຮ້ອງໄຫ້.
\s5
\v 12 ຄົນ ຊອບທໍາ ນັ້ນ ຈະ ຈະເລີນ ຂຶ້ນ ດັ່ງ ຕົ້ນ ຕານ ຈະ ໃຫຍ່ ຂຶ້ນ ດັ່ງ ຕົ້ນ ແປກ ທີ່ ເລບານອນ ນັ້ນ.
\v 13 ພວກເຂົາ ເປັນ ດັ່ງ ຕົ້ນໄມ້ ທີ່ ປູກ ໄວ້ ໃນ ເດິ່ນ ພຣະວິຫານ ຂອງ ພຣະເຈົ້າ ເກີດດອກ ອອກຜົນ ໃນ ຜາສາດ ຂອງ ອົງພຣະຜູ້ເປັນເຈົ້າ.
\s5
\v 14 ເມື່ອ ອາຍຸ ແກ່ ກໍ ຍັງ ເກີດ ໝາກ ຢ່າງ ຫລວງຫລາຍ ໃບ ກໍ ຍັງ ຂຽວ ງາມດີ ທັງ ແຂງແຮງ ຢູ່ເລື້ອຍ.
\v 15 ເພື່ອ ສະແດງ ວ່າ ອົງພຣະຜູ້ ເປັນເຈົ້າ ຊົງທ່ຽງທາໍ ພຣະອົງ ຊົງ ເປັນ ຫິນສີລາ ຂອງ ຂ້ານ້ອຍ ແລະ ໃນ ພຣະອົງ ນັ້ນ ບໍ່ ມີ ຄວາມ ອະທໍາ.
\s5
\c 93
\p
\v 1 ອົງພຣະຜູ້ ເປັນເຈົ້າ ຊົງເປັນ ກະສັດ ອົງພຣະຜູ້ເປັນເຈົ້າ ຊົງ ຫົ່ມ ດ້ວຍ ພຣະສະຫງ່າຣາສີ ແລະ ພະລັງ. ແຜ່ນດິນ ໂລກ ຕັ້ງ ຢູ່ ບ່ອນ ເກົ່າ ຢ່າງ ໝັ້ນ ຄົງ ດີ ແລະ ບໍ່ ສາມາດ ເໜັງ ຕີງ ຍ້າຍ ໄປມາ ໄດ້.
\v 2 ພຣະບັນລັງ ຂອງ ພຣະອົງ ກໍ ຕັ້ງ ໝັ້ນ ຄົງກ່ອນ ມີ ເວລາ ເກີດ ຂຶ້ນ ພຣະອົງ ກໍ ເປັນ ຢູ່ ແລ້ວ.
\s5
\v 3 ຂ້າແດ່ ອົງພຣະຜູ້ ເປັນເຈົ້າ ມະຫາສະໝຸດ ເລິກ ກໍ ສົ່ງ ສຽງ ກ້ອງສະໜັ່ນ ຫວັ່ນໄຫວ.
\v 4 ອົງພຣະຜູ້ ເປັນເຈົ້າ ເປັນ ຜູ້ປົກຄອງ ອົງສູງສຸດ ຜູ້ ສະຖິດ ຢູ່ ໃນ ສະຫວັນ ມີ ອໍານາດ ຍິ່ງໃຫຍ່ ກວ່າ ສຽງ ກຶກກ້ອງ ຂອງ ມະຫາສະໝຸດ ຊົງຣິດທານຸພາບ ກວ່າ ຄື້ນ ຂອງທະເລ ດ້ວຍ.
\s5
\v 5 ຂ້າແດ່ ອົງພຣະຜູ້ ເປັນເຈົ້າ ກົດບັນຍັດ ຂອງ ພຣະອົງ ດໍາລົງ ຢູ່ ສືບ ໆໄປ ພຣະວິຫານ ກໍ ບໍຣິສຸດ ຕະຫລອດໄປ ເປັນນິດ.
\s5
\c 94
\p
\v 1 ຂ້າແດ່ ອົງພຣະຜູ້ ເປັນເຈົ້າ ພຣະອົງ ເປັນ ພຣະເຈົ້າ ແຫ່ງ ການ ຕອບແທນ ຂໍ ໃຫ້ຣັດສະໝີ ຂອງ ພຣະອົງ ສ່ອງແຈ້ງ ມາ.
\v 2 ພຣະອົງ ເປັນ ຜູ້ຕັດສິນ ມະນຸດ ທຸກໆຄົນ ໂຜດ ລຸກ ຂຶ້ນ ລົງໂທດ ຄົນຈອງຫອງ ຕາມ ທີ່ ເຂົາ ສົມຄວນ ໄດ້ ຮັບ.
\s5
\v 3 ຂ້າແດ່ ອົງພຣະຜູ້ ເປັນເຈົ້າ ສ່ວນ ຄົນຊົ່ວຮ້າຍ ນັ້ນ ຈະ ດີໃຈ ໄປ ດົນນານ ເທົ່າ ໃດ? ພວກເຂົາ ຈະ ຢູ່ ອີກດົນປານໃດ ນໍ?
\v 4 ຜູ້ຂ້າຄົນນັ້ນ ຈະ ຈອງຫອງ ໄປ ເຫິງ ປານໃດ? ຄູຍໂມ້ ເຖິງ ອາດຊະຍາກາໍ ຂອງ ພວກເຂົາ ໄປ ອີກ ນານ ເທົ່າໃດ?
\s5
\v 5 ຂ້າແດ່ ອົງພຣະຜູ້ ເປັນເຈົ້າ ພວກເຂົາ ຢຽບຢໍ່າ ປະຊາຊົນ ຂອງ ພຣະອົງ ກົດຂີ່ ພວກ ທີ່ ເປັນ ຂອງ ພຣະເຈົ້າ.
\v 6 ພວກເຂົາ ຂ້າແມ່ໝ້າຍ ແລະ ລູກກາໍ ພ້າ ທັງຫລາຍ ແລະ ຄົນຕ່າງດ້າວ ທີ່ ຢູ່ ໃນ ດິນແດນ ດ້ວຍ.
\v 7 ພວກເຂົາ ເວົ້າ ກັນວ່າ, “ອົງພຣະຜູ້ ເປັນເຈົ້າ ບໍ່ ເຫັນ ພວກເຮົາ ດອກ ພຣະເຈົ້າ ແຫ່ງ ອິດສະຣາເອນ ບໍ່ ຫົວຊາ ດອກ.”
\s5
\v 8 ປະຊາຊົນ ຂອງຂ້ອຍ ເອີຍ ເຫດໃດ ຈຶ່ງ ໂງ່ ຢ່າງນີ້? ເມື່ອໃດ ພວກເຈົ້າ ຈະ ຮໍ່າຮຽນ ເປັນຄົນສະຫລາດ?
\v 9 ພຣະເຈົ້າ ຊົງສ້າງ ຫູ ພວກເຮົາ ໄວ້ ພຣະອົງ ຈະ ບໍ່ ໄດ້ຍິນ ຊັ້ນບໍ? ພຣະອົງ ສ້າງ ຕາ ພວກເຮົາ ພຣະອົງ ຈະ ເຫັນ ບໍ່ ໄດ້ ຫລື?
\s5
\v 10 ພຣະອົງ ວາງລະບຽບ ໃຫ້ ແກ່ ຊົນ ຊາດ ທັງຫລາຍ ພຣະອົງ ຈະ ບໍ່ ລົງໂທດ ພວກເຂົາ ຫລື? [ບ] ພຣະອົງ ເປັນ ຄູ ສັ່ງ ສອນ ມະນຸດ ທຸກຄົນ ພຣະອົງ ບໍ່ ມີ ຄວາມຮູ້ ໃດໆ ຫລື?
\v 11 ອົງພຣະຜູ້ ເປັນເຈົ້າ ຮູ້ວ່າ ພວກເຂົາ ຄິດຢ່າງໃດ ທັງ ຮູ້ ເຫດຜົນ ຂອງ ພວກເຂົາ ວ່າ ບໍ່ ມີ ປະໂຫຍດ.
\s5
\v 12 ຂ້າແດ່ ອົງພຣະຜູ້ ເປັນເຈົ້າ ຄວາມສຸກ ເປັນຂອງ ຜູ້ ທີ່ ພຣະອົງ ຕີສອນ ຄື ຜູ້ ທີ່ ພຣະອົງ ສັ່ງສອນ ກົດບັນຍັດ ໃຫ້ ນັ້ນ.
\v 13 ພຣະອົງ ໃຫ້ ພວກເຂົາ ໄດ້ ພັກຜ່ອນ ເມື່ອ ຄາວ ເດືອດຮ້ອນ ມາເຖິງ ຈົນກວ່າ ພຣະອົງ ຈະ ຂຸດ ຂຸມ ດັກຈັບ ຄົນ ຊົ່ວ ຮ້າຍ.
\s5
\v 14 ອົງພຣະຜູ້ ເປັນເຈົ້າ ຈະບໍ່ປະປ່ອຍ ປະຊາຊົນ ຂອງ ພຣະອົງ ຈະ ບໍ່ ປະຖິ້ມ ຄົນ ໃດໆ ຜູ້ ທີ່ ເປັນ ຂອງ ພຣະອົງ.
\v 15 ຄວາມ ຍຸດຕິທາໍ ນັ້ນ ຈະ ກັບ ໄປ ຫາ ຄົນ ຊອບທໍາ ແລະ ຄົນ ທ່ຽງທໍາ ກໍ ຈະ ສະໜັບສະໜູນ ການນີ້.
\v 16 ແມ່ນ ໃຜໄດ້ ຢືນ ຕໍ່ຕ້ານ ຄົນ ຊົ່ວ ຮ້າຍ ແທນ ຂ້າພະເຈົ້າ? ແມ່ນ ໃຜ ໄດ້ ເຂົ້າຂ້າງ ຂ້າພະເຈົ້າ ຕໍ່ສູ້ ຄົນເຮັດຊົ່ວ?
\s5
\v 17 ຖ້າພຣະເຈົ້າ ບໍ່ໄດ້ ຊ່ວຍເຫລືອ ຂ້ານ້ອຍ ໄວ້ ທັນ ປານ ນີ້ ກໍ ຄົງ ລົງ ສູ່ ແດນ ແຫ່ງ ຄວາມງຽບ. [ປ]
\v 18 ອົງພຣະຜູ້ ເປັນ ເຈົ້າ ເອີຍ ຂ້ານ້ອຍ ກາໍລັງ ລົ້ມ ແຕ່ ຄວາມຮັກ ອັນໝັ້ນຄົງ ຂອງ ພຣະອົງ ກໍ ຊ່ວຍຊູ ຂ້ານ້ອຍ ໃຫ້ ລຸກຂຶ້ນ.
\v 19 ເມື່ອໃດ ທີ່ ຂ້ານ້ອຍ ອຸກອັ່ງກັງວົນ ໃນ ຈິດໃຈ ພຣະອົງ ກໍ ເລົ້າໂລມ ຂ້ານ້ອຍ ໃຫ້ ມີ ໃຈ ຊົມຊື່ນ.
\s5
\v 20 ຜູ້ປົກຄອງ ທີ່ ຊົ່ວຮ້າຍ ຈະ ຮ່ວມມື ກັບ ພຣະອົງ ໄດ້ ຫລື? ຄື ຜູ້ ທີ່ ແຕ່ງ ກົດບັນຍັດ ອັນ ບໍ່ ຍຸດຕິທໍາ ນັ້ນ.
\v 21 ພວກເຂົາ ວາງແຜນ ປອງຮ້າຍ ຕໍ່ສູ້ ຄົນດີ ລົງໂທດ ຄົນ ບໍ່ ມີ ຄວາມຜິດ ໃຫ້ ເຖິງ ແກ່ ຊີວິດ.
\s5
\v 22 ແຕ່ ອົງພຣະຜູ້ ເປັນເຈົ້າ ເປັນປ້ອມ ປ້ອງກັນ ອັນເຂັ້ມແຂງ ຂອງ ຂ້ານ້ອຍ ແລະ ພຣະເຈົ້າ ຂອງ ຂ້ານ້ອຍ ເປັນ ຫິນດານ ຄຸ້ມ ຄອງ ຮັກສາ ຊຶ່ງ ຂ້ານ້ອຍ ເຂົ້າ ໄປ ລີ້ໄພ.
\v 23 ຍ້ອນ ຄວາມ ຊົ່ວ ຮ້າຍ ພຣະອົງ ຈະ ລົງ ໂທດ ພວກເຂົາ ຍ້ອນ ການບາບ ຂອງ ພວກເຂົາ ພຣະອົງ ຈະທາໍລາຍ ພວກເຂົາຖິ້ມ. ອົງພຣະຜູ້ ເປັນເຈົ້າ ພຣະເຈົ້າ ຂອງ ຂ້ານ້ອຍ ຈະ ທາໍລາຍ ພວກເຂົາຖິ້ມ.
\s5
\c 95
\p
\v 1 ຈົ່ງ ມາ ຍ້ອງຍໍ ສັນລະເສີນ ອົງພຣະຜູ້ ເປັນເຈົ້າ ເຖີດ ຈົ່ງຮ້ອງເພງ ຖວາຍ ແກ່ ພຣະຜູ້ ຄຸ້ມຄອງ ຢ່າງ ຊົມຊື່ນ ຍິນດີ.
\v 2 ຈົ່ງ ເຂົ້າ ມາ ເຝົ້າ ພຣະອົງ ດ້ວຍ ການ ໂມທະນາ ຂອບພຣະຄຸນ ຮ້ອງເພງ ຢ່າງ ຊື່ນໃຈ ຍ້ອງຍໍ ສັນລະເສີນ ພຣະອົງ.
\v 3 ເພາະ ອົງພຣະຜູ້ ເປັນເຈົ້າ ຄື ພຣະເຈົ້າ ອົງຊົງ ຣິດຍິ່ງໃຫຍ່ ເປັນກະສັດ ອົງຊົງຍິ່ງໃຫຍ່ ເໜືອ ພະທັງ ປວງ.
\s5
\v 4 ພຣະອົງ ປົກຄອງ ຢູ່ ເໜືອ ແຜ່ນດິນ ໂລກ ທັງໝົດ ຈາກ ຖໍາ້ ເລິກ ສຸດ ຈົນ ເຖິງ ຍອດພູ ສູງສຸດ ພຸ້ນ.
\v 5 ພຣະອົງ ປົກຄອງ ເໜືອ ນໍ້າ ທະເລ ທີ່ ພຣະອົງ ໄດ້ ສ້າງ ຕະຫລອດ ທັງ ແຜ່ນດິນ ທີ່ ພຣະຫັດ ຂອງ ພຣະອົງ ໄດ້ ສ້າງ.
\s5
\v 6 ຈົ່ງ ເຂົ້າ ມາ ກົ້ມ ຂາບ ນະມັດສະການ ພຣະອົງ ຄຸເຂົ່າ ລົງ ຕໍ່ໜ້າ ພຣະຜູ້ ສ້າງ ຂອງ ພວກເຮົາ ຄື ອົງພຣະຜູ້ ເປັນເຈົ້າ.
\v 7 ດ້ວຍວ່າ, ພຣະອົງ ເປັນ ພຣະເຈົ້າ ຂອງ ເຮົາ ທັງ ຫລາຍ ແລະ ພວກເຮົາ ກໍ ເປັນ ປະຊາຊົນ ຂອງ ພຣະອົງ ດ້ວຍ ຄື ເປັນ ໄພ່ ພົນ ທີ່ ພຣະອົງ ຊົງ ເຝົ້າເບິ່ງ ຮັກສາ ເປັນ ຝູງແກະ ທີ່ ຊົງລ້ຽງດູ.
\s5
\v 8 ວັນນີ້ ຈົ່ງເຊື່ອ ຟັງ ສິ່ງ ທີ່ ພຣະອົງ ກ່າວ “ຢ່າດື້ດ້ານ ດັ່ງ ປູ່ຍ່າຕາຍາຍ ຂອງ ພວກເຈົ້າ ໄດ້ ເຮັດ ທີ່ ເມຣີບາ ນັ້ນ ເໝືອນ ດັ່ງ ພວກເພິ່ນ ໄດ້ ເຮັດ ໃນ ຖິ່ນ ແຫ້ງແລ້ງ ກັນດານ ທີ່ ມາຊາ ນັ້ນ.
\v 9 ທີ່ ນັ້ນ ພວກເຂົາ ໄດ້ ພິສູດ ແລະ ທົດລອງ ເບິ່ງ ເຮົາ ເຖິງ ວ່າ ໄດ້ ເຫັນ ສິ່ງທີ່ເຮົາ ໄດ້ ກະທາໍ ແກ່ ພວກເຂົາ ແລ້ວ ກໍຕາມ.
\s5
\v 10 ຕະຫລອດ ສີ່ ສິບ ປີ ເຮົາ ເບື່ອ ໜ່າຍ ປະຊາຊົນ ເຫົ່ຼາ ນີ້ ເຮົາ ຈຶ່ງ ກ່າວ ວ່າ, ‘ພວກເຂົາ ບໍ່ ສັດ ຊື່ ແລະ ຝ່າຝືນ ຂໍ້ຄໍາສັ່ງ ຢູ່ເລື້ອຍ.
\v 11 ສະນັ້ນ ດ້ວຍ ຄວາມໂກດຮ້າຍ ເຮົາ ຈຶ່ງ ສັນຍາ ວ່າ ‘ພວກເຈົ້າ ຈະ ບໍ່ ໄດ້ ເຂົ້າ ໄປ ສູ່ບ່ອນ ພັກເຊົາ ຂອງເຮົາ ຈັກເທື່ອ.
\s5
\c 96
\p
\v 1 ຈົ່ງ ຮ້ອງເພງ ບົດໃໝ່ ຖວາຍ ແກ່ ອົງ ພຣະຜູ້ ເປັນເຈົ້າ ທົ່ວທັງໂລກ ເອີຍ ຈົ່ງ ຮ້ອງເພງຖວາຍ ແກ່ ອົງພຣະຜູ້ ເປັນເຈົ້າ.
\v 2 ຈົ່ງ ຮ້ອງເພງ ຖວາຍ ແດ່ ອົງພຣະຜູ້ ເປັນເຈົ້າ ແລະ ຍ້ອງຍໍ ສັນລະເສີນ ພຣະນາມຂອງ ພຣະອົງ ທຸກໆ ມື້ ຈົ່ງປະກາດ ຂ່າວ ດີ ເລື່ອງ ພຣະອົງ ຊ່ວຍຊູ ພວກເຮົາ ໃຫ້ ພົ້ນ.
\s5
\v 3 ຈົ່ງ ປະກາດ ພຣະສະຫງ່າຣາສີ ແກ່ ຊົນຊາດ ທັງຫລາຍ ແລະ ພຣະຣາຊກິດ ຍິ່ງໃຫຍ່ ແກ່ມວນ ມະນຸດຊາດ.
\v 4 ອົງພຣະຜູ້ ເປັນ ເຈົ້າ ຍິ່ງໃຫຍ່ ແລະ ເປັນ ທີ່ ຍົກຍໍ ຢ່າງສູງ ເປັນ ຜູ້ ສົມຄວນ ຮັບກຽດ ສັກສີ ເໜືອ ບັນດາ ພະອື່ນ ໆ.
\s5
\v 5 ພະຂອງຊົນຊາດ ອື່ນນັ້ນ ເປັນພຽງແຕ່ ຮູບເຄົາຣົບ ສ່ວນ ອົງພຣະຜູ້ເປັນເຈົ້າ ໄດ້ ສ້າງ ຟ້າສະຫວັນ.
\v 6 ກຽດສັກສີ ແລະ ຣິດອໍານາດ ກໍ ອ້ອມຮອບ ພຣະອົງ ອໍານາດ ທັງສະຫງ່າຣາສີ ກໍເຕັມພຣະວິຫານ ດ້ວຍ.
\s5
\v 7 ຈົ່ງ ຍ້ອງຍໍ ສັນລະເສີນ ອົງພຣະຜູ້ ເປັນ ເຈົ້າ ຊາວໂລກ ເອີຍ ຈົ່ງ ຍ້ອງຍໍ ພຣະ ສະຫງ່າຣາສີ ແລະ ຣິດທານຸພາບ.
\v 8 ຈົ່ງ ຍ້ອງຍໍ ສັນລະເສີນ ພຣະນາມ ອັນສູງສົ່ງ ຂອງ ອົງພຣະຜູ້ ເປັນເຈົ້າ ຈົ່ງ ນາໍ ເຄື່ອງບູຊາ ມາຖວາຍ ໃນ ພຣະວິຫານ ເຖີດ.
\s5
\v 9 ຈົ່ງ ກົ້ມຂາບ ຢູ່ ຊ້ອງໜ້າ ອົງພຣະຜູ້ ເປັນ ເຈົ້າ ເມື່ອ ອົງບໍຣິສຸດ ມາປາກົດ [ຜ] ທົ່ວ ແຜ່ນດິນໂລກ ເອີຍ ສັ່ນເຊັນ ຕໍ່ໜ້າ ພຣະອົງ ເຖີດ.
\v 10 ຈົ່ງ ກ່າວ ແກ່ ຊົນຊາດ ທັງປວງ ວ່າ, “ອົງພຣະຜູ້ ເປັນເຈົ້າ ເປັນຈອມຣາຊາ ແຜ່ນດິນ ໂລກ ໄດ້ ຖືກ ຕັ້ງ ໄວ້ ຢູ່ບ່ອນ ເກົ່າ ຢ່າງ ໝັ້ນ ຄົງ ແລະ ບໍ່ ຫວັ່ນ ໄຫວ. ພຣະອົງຈະ ຕັດສິນ ປະຊາຊົນ ທັງປວງ ດ້ວຍ ຄວາມ ຍຸດຕິທາໍ.”
\s5
\v 11 ຈົ່ງ ຍິນດີ ເຖີດ ແຜ່ນດິນໂລກ ແລະ ທ້ອງຟ້າ ເອີຍ ທະເລ ແລະ ທຸກສິ່ງ ທີ່ ຢູ່ໃນ ນັ້ນ ຈົ່ງ ສົ່ງສຽງ ສະໜັ່ນ
\v 12 ທົ່ງນາ ແລະ ທຸກສິ່ງ ຢູ່ ໃນນັ້ນ ຈົ່ງ ຊົມຊື່ນ ຍິນດີ ຕົ້ນໄມ້ ໃນ ປ່າດົງ ພົງໄພ ຈະ ໂຮຮ້ອງ ຢ່າງ ຊື່ນ ຊົມ ຍິນ ດີ
\v 13 ເມື່ອ ອົງພຣະຜູ້ເປັນເຈົ້າ ມາ ປົກຄອງ ຄົນໂລກນີ້ ພຣະອົງ ຈະປົງຄອງ ຢ່າງ ສັດຊື່ ແລະ ເປັນທາໍ ແລະ ຈະ ຕັດສິນ ປະຊາຊົນ ທັງຫລາຍ ດ້ວຍ ຄວາມຈິງ ຂອງ ພຣະອົງ.
\s5
\c 97
\p
\v 1 ອົງພຣະຜູ້ ເປັນເຈົ້າ ເປັນກະສັດ ແຜ່ນດິນໂລກ ຈົ່ງເບີກບານໃຈ ເກາະ ທັງຫລາຍ ຕາມ ທະເລ ເອີຍ ຈົ່ງ ຊື່ນ ໃຈ ຍິນ ດີ ເຖີດ.
\v 2 ເມກ ໝອກ ແລະ ມືດ ກໍ ອ້ອມຮອບ ພຣະອົງ ພຣະອົງ ປົກຄອງ ຢ່າງ ຊອບທໍາ ແລະ ຍຸດຕິທໍາ.
\s5
\v 3 ໄຟ ຟົ້ງ ໄປ ລ່ວງໜ້າ ພຣະອົງ ແລະ ເຜົາ ຜານ ພວກ ສັດຕູ ທີ່ ອ້ອມ ພຣະອົງ ໄວ້ ທຸກ ດ້ານ.
\v 4 ຟ້າແມບ ເຮັດໃຫ້ ໂລກ ສະຫວ່າງ ສະໄຫວ ແຜ່ນດິນໂລກ ແລເຫັນ ຈຶ່ງ ສັ່ນ ສະທ້ານ ຢ້ານກົວ.
\v 5 ພູ ເຈື່ອນ ດັ່ງ ຂີ້ເຜິ້ງ ເປື່ອຍ ຢູ່ ຕໍ່ໜ້າ ອົງພຣະຜູ້ ເປັນເຈົ້າ ຕໍ່ໜ້າ ພຣະເຈົ້າ ຢາເວ ທົ່ວ ທັງແຜ່ນດິນໂລກ.
\s5
\v 6 ຟ້າສະຫວັນ ປະກາດ ວ່າ ພຣະອົງຊົງ ຊອບທາໍ ແລະ ທຸກ ຊົນຊາດ ກໍ ເຫັນ ສະຫງ່າຣາສີ ຂອງ ພຣະອົງ ດ້ວຍ.
\v 7 ທຸກຄົນ ທີ່ ຂາບໄຫວ້ ຮູບເຄົາຣົບ ຕ່າງ ກໍ ຖືກ ອັບອາຍ ບັນດາ ພະທັງຫລາຍ ຈຶ່ງ ກົ້ມຂາບລົງ [ຝ] ຕໍ່ໜ້າພຣະອົງ.
\v 8 ຂ້າແດ່ ອົງພຣະຜູ້ ເປັນ ເຈົ້າ ປະຊາຊົນຊາວ ພູເຂົາ ຊີໂອນ ຍິນດີ ແລະ ເມືອງ ຕ່າງໆ ໃນ ຢູດາ ກໍ ຊົມຊື່ນ ຍິນດີ ດ້ວຍ. ຍ້ອນການຕັດສິນ ຂອງ ພຣະອົງ ຍຸດຕິທາໍ.
\s5
\v 9 ຂ້າແດ່ ອົງພຣະຜູ້ ເປັນເຈົ້າ ອົງຍິ່ງໃຫຍ່ ສູງສຸດ ເພາະ ພຣະອົງ ຊົງປົກຄອງ ທົ່ວ ແຜ່ນດິນໂລກ ນີ້ ແລະ ຍິ່ງໃຫຍ່ ກວ່າ ພະ ທັງໝົດ.
\v 10 ອົງພຣະຜູ້ ເປັນເຈົ້າ ຮັກພວກ ທີ່ ກຽດຊັງ ຄວາມຊົ່ວ [ພ] ພຣະອົງ ຄຸ້ມຄອງ ຊີວິດ ປະຊາຊົນ ຂອງ ພຣະອົງໄວ້ ພຣະອົງ ຊ່ວຍກູ້ ເອົາ ພວກເຂົາ ອອກ ຈາກ ຄວາມ ຊົ່ວ ຮ້າຍ.
\v 11 ແສງ ສະຫວ່າງ ສ່ອງແຈ້ງ ໃສ່ ຄົນຊອບທາໍ ຄວາມຊົມຊື່ນ ຍິນດີ ກໍ ມີ ແກ່ ຄົນດີ ດ້ວຍ.
\s5
\v 12 ຈົ່ງ ຍິນດີ ເຖີດ ຜູ້ຊອບທາໍ ທັງຫລາຍ ເພາະ ທຸກສິ່ງ ທີ່ ອົງພຣະຜູ້ເປັນເຈົ້າ ໄດ້ ກະທາໍນັ້ນ. ຈົ່ງ ຈົດຈາໍ ແລະໂມທະນາ ຂອບພຣະຄຸນ ຄວາມ ບໍຣິສຸດ ຂອງ ພຣະອົງ ເຖີດ.
\s5
\c 98
\p
\v 1 ຈົ່ງ ຮ້ອງເພງ ບົດໃໝ່ ຖວາຍ ແກ່ ອົງພຣະຜູ້ ເປັນເຈົ້າ ເພາະ ສິ່ງ ອັນໜ້າ ງຶດ ງໍ້ ອັດ ສະຈັນ ທີ່ ພຣະອົງ ໄດ້ ກະທໍາ ນັ້ນ. ຍ້ອນ ຣິດ ເດດ ອໍານາດ ແລະ ພຣະກາໍລັງ ອັນບໍຣິສຸດ ພຣະອົງ ໄດ້ ນາໍ ໄຊຊະນະ ມາ ສູ່ ພຣະອົງ ເອງ.
\v 2 ອົງພຣະຜູ້ ເປັນເຈົ້າ ໄດ້ ປະກາດ ໄຊຊະນະ ຂອງ ພຣະອົງ ໃຫ້ ບັນດາ ຊົນ ຊາດ ຮູ້ວ່າ ພຣະອົງ ຊ່ວຍ ໃຫ້ ພົ້ນໄດ້.
\s5
\v 3 ພຣະອົງ ໄດ້ ຮັກສາ ຄໍາສັນຍາ ຂອງ ພຣະອົງ ໄວ້ ກັບ ຄົນອິດສະຣາເອນ ດ້ວຍ ຄວາມສັດ ຊື່ ແລະ ຄວາມຮັກ ອັນໝັ້ນຄົງ ນັ້ນ. ສ່ວນ ປະຊາຊົນ ທົ່ວທຸກບ່ອນ ຕ່າງ ກໍໄດ້ ຮູ້ ໄດ້ເຫັນໄຊຊະນະ ທີ່ ພຣະເຈົ້າ ຂອງ ພວກເຮົາ ນາໍມາ ນັ້ນ.
\v 4 ທົ່ວທັງແຜ່ນດິນໂລກ ເອີຍ ຈົ່ງ ຍ້ອງຍໍ ສັນລະເສີນ ອົງພຣະຜູ້ ເປັນເຈົ້າ ຈົ່ງໂຮຮ້ອງ ຍິນດີ ເປັນການ ສັນລະເສີນ ເຖີດ.
\s5
\v 5 ຈົ່ງ ດີດກິດຕາ [ມ] ແລະ ຈົ່ງ ບັນເລງ ເພງ ສັນລະເສີນ ຖວາຍ ຄໍາສັນລະເສີນ ແກ່ ອົງພຣະຜູ້ ເປັນເຈົ້າ
\v 6 ຈົ່ງ ໂຮຮ້ອງ ຍິນດີ ທັງ ເປົ່າແກ ແລະ ເຂົາສັດ ສັນລະເສີນ ອົງພຣະຜູ້ ເປັນເຈົ້າ ຂອງ ພວກເຮົາ ຄື ຈອມກະສັດ ຂອງ ພວກເຮົາ.
\s5
\v 7 ທະເລ ກັບ ທຸກສິ່ງ ຢູ່ ໃນ ນັ້ນ ກໍ ສະໜັ່ນ ຫວັ່ນໄຫວ ແຜ່ນດິນໂລກ ແລະ ທຸກຄົນ ກໍ ຮ້ອງລໍາ ທາໍ ເພງ ຂຶ້ນ.
\v 8 ຈົ່ງ ຕົບ ມື ກັນ ເຖີດ ແມ່ນາໍ້ ທັງຫລາຍ ເອີຍ ເນີນ ພູ ຈົ່ງ ພາກັນ ຮ້ອງ ດ້ວຍ ຄວາມ ຍິນດີ ຕໍ່ໜ້າ ອົງ ພຣະຜູ້ ເປັນເຈົ້າ.
\v 9 ເພາະ ພຣະອົງ ກໍາລັງ ປົກຄອງ ຄົນ ທຸກ ຊາດ ທຸກ ພາສາ ໃນ ໂລກ ເຮົາ ເພື່ອ ພິພາກສາ ຕັດສິນ ຢ່າງ ເປັນທາໍ ແລະ ສັດຊື່.
\s5
\c 99
\p
\v 1 ອົງພຣະຜູ້ ເປັນເຈົ້າ ເປັນ ເຈົ້າກະສັດ ແລະ ມະນຸດ ກໍ ສະທ້ານ ຢ້ານກົວ. ພຣະອົງ ນັ່ງ ເທິງບັນລັງ ເໜືອ ເຄຣຸບ ແລະ ແຜ່ນດິນ ກໍ ສະທ້ານ ຫວັ່ນໄຫວ.
\v 2 ອົງພຣະຜູ້ເປັນເຈົ້າ ຊົງຍິ່ງໃຫຍ່ ໃນ ຊີໂອນ ຄື ພຣະອົງ ເປັນ ອົງ ສູງສຸດ ເໜືອ ທົ່ວ ທຸກ ຊົນຊາດ.
\v 3 ທຸກຄົນຈະ ຍ້ອງຍໍ ສັນລະເສີນ ພຣະນາມ ອັນຍິ່ງ ໃຫຍ່ ແລະ ສູງສົ່ງ ຊຶ່ງ ເປັນ ທີ່ ຄວນ ຢ້ານຢໍາ ແລະ ບໍຣິສຸດ ດ້ວຍ.
\s5
\v 4 ກະສັດ ຜູ້ ຊົງອໍານາດ ຍິ່ງໃຫຍ່ [ຢ] ເພາະ ພຣະອົງ ຮັກ ການ ກະທາໍ ທີ່ ເປັນ ທາໍ ແລະ ໃຫ້ ມີ ຄວາມ ຍຸດຕິທາໍ ໃນ ຊາດ ອິດສະຣາເອນ ພຣະອົງ ໄດ້ ນາໍ ຄວາມຊອບທາໍ ແລະ ຄວາມເປັນທາໍ ມາໃຫ້.
\v 5 ຈົ່ງຍ້ອງຍໍ ສັນລະເສີນ ອົງພຣະຜູ້ ເປັນເຈົ້າ ພຣະເຈົ້າ ຂອງ ພວກເຮົາ ຈົ່ງນະມັດສະການ ອົງບໍຣິສຸດ ຕໍ່ໜ້າ ພຣະບັນລັງ ເຖີດ.
\s5
\v 6 ທັງ ໂມເຊ ແລະ ອາໂຣນ ຕ່າງ ກໍ ເປັນ ປະໂຣຫິດ ແລະ ຊາມູເອນ ກໍໄດ້ ເປັນ ຜູ້ໜຶ່ງ ທີ່ ພາວັນນາ ອະທິຖານ ຫາ ນາມຊື່ ຂອງ ພຣະອົງ, ຕ່າງ ກໍ ໄດ້ ຮ້ອງຫາ ອົງພຣະ ຜູ້ ເປັນເຈົ້າ ໃຫ້ ຊ່ວຍຊູ ຝ່າຍ ພຣະອົງ ກໍໄດ້ ຕອບ ພວກເພິ່ນ.
\v 7 ຈາກ ເສົາເມກ ພຣະອົງໄດ້ ກ່າວ ກັບພວກເພິ່ນ ພວກເພິ່ນ ໄດ້ ເຊື່ອ ຟັງ ກົດບັນຍັດ ແລະ ຂໍ້ຄໍາສັ່ງ ຂອງ ພຣະອົງ.
\s5
\v 8 ໂອ ອົງພຣະຜູ້ ເປັນເຈົ້າ ພຣະເຈົ້າ ຂອງ ພວກ ຂ້ານ້ອຍ ເອີຍ ພຣະອົງ ຊົງ ຕອບ ຄໍາພາວັນນາ ອະທິຖານ ປະຊາຊົນ ຂອງ ພຣະອົງ ແລ້ວ. ພຣະອົງ ໄດ້ ຊີ້ໃຫ້ ເຫັນ ວ່າ ພຣະອົງ ເປັນ ພຣະເຈົ້າ ທີ່ ໃຫ້ ອະໄພ ແມ່ນ ວ່າ ພຣະອົງ ລົງໂທດ ຍ້ອນ ການບາບ ກໍຕາມ.
\v 9 ຈົ່ງ ຍ້ອງຍໍ ສັນລະເສີນ ອົງພຣະ ຜູ້ ເປັນເຈົ້າ ພຣະເຈົ້າ ຂອງ ພວກເຮົາ ຈົ່ງ ນະມັດສະການ ທີ່ ເນີນ ພູ ສັກສິດ ຂອງ ພຣະອົງ. [ຣ] ດ້ວຍວ່າ, ອົງພຣະຜູ້ ເປັນເຈົ້າ ພຣະເຈົ້າ ຂອງ ພວກເຮົາ ເປັນພຣະເຈົ້າ ອົງ ຊົງບໍຣິສຸດ.
\s5
\c 100
\p
\v 1 ທົ່ວທັງໂລກ ເອີຍ ຈົ່ງ ຮ້ອງເພງ ຖວາຍ ຄໍາສັນລະເສີນ ແກ່ ອົງພຣະຜູ້ ເປັນເຈົ້າ.
\v 2 ຈົ່ງ ນະມັດສະການ ອົງພຣະຜູ້ ເປັນເຈົ້າ ຢ່າງ ຊົມຊື່ນ ຍິນດີ ມາ ຮ້ອງເພງ ອັນມ່ວນຊື່ນ ຢູ່ ຊ້ອງໜ້າ ພຣະອົງ.
\s5
\v 3 ຈົ່ງ ຮູ້ຈັກ ວ່າ ອົງພຣະຜູ້ ເປັນເຈົ້າ ຄື ພຣະເຈົ້າ ຜູ້ສ້າງ ພວກເຮົາ ພວກເຮົາເປັນ ໄພ່ພົນ ແລະ ຝູງແກະ ຂອງ ພຣະອົງ.
\s5
\v 4 ຈົ່ງ ເຂົ້າ ໄປ ປະຕູ ພຣະວິຫານ ດ້ວຍ ຈິດໃຈ ໂມທະນາ ຂອບພຣະຄຸນ ຈົ່ງ ເຂົ້າ ໄປ ໃນ ເດີ່ນ ພຣະວິຫານ ດ້ວຍ ການ ຍ້ອງຍໍ ສັນ ລະເສີນ. ຈົ່ງຖວາຍ ຄໍາໂມທະນາ ຂອບພຣະຄຸນ ແລະ ຍ້ອງຍໍ ສັນລະເສີນ ພຣະນາມ ຂອງ ພຣະອົງ ເຖີດ.
\v 5 ອົງພຣະຜູ້ ເປັນເຈົ້າ ຊົງຄຸນ ຄວາມດີ ແລະ ຄວາມຮັກ ແລະ ຄວາມສັດຊື່ ຂອງ ພຣະອົງ ກໍ ດໍາລົງຢູ່ ສືບໄປ ເປັນນິດ.
\s5
\c 101
\p
\v 1 ຂ້າແດ່ ອົງພຣະຜູ້ເປັນເຈົ້າ ຂ້ານ້ອຍ ຈະ ຮ້ອງເພງ ເຖິງ ຄວາມສັດຊື່ ແລະ ຄວາມ ເປັນທໍາ ຂອງ ພຣະອົງ.
\s5
\v 2 ຂ້ານ້ອຍ ຈະ ດໍາເນີນ ຊີວິດ ໂດຍ ບໍ່ ມີ ຄວາມຜິດ ເມື່ອໃດເດ ພຣະອົງ ຈະມາພົບ? ຢູ່ ໃນ ເຮືອນ ຂ້ານ້ອຍ ຈະ ດໍາເນີນ ຊີວິດ ຢູ່ ຢ່າງ ບໍຣິສຸດ ຈະ ບໍ່ໂຍະຍານ ໃຫ້ ເລີຍ ກັບ ຄວາມ ຊົ່ວຊ້າ.
\v 3 ຂ້ານ້ອຍ ຈະ ບໍ່ກະທາໍ ຊົ່ວ ອີກຈັກເທື່ອ ຂ້ານ້ອຍ ກຽດຊັງ ການກະທາໍ ຂອງ ຄົນທີ່ຫັນໜີ ຈາກ ພຣະເຈົ້າ ແລະ ຈະ ບໍ່ກ່ຽວຂ້ອງ ສິ່ງໃດໆ ກັບ ເຂົາເຈົ້າ.
\s5
\v 4 ຂ້ານ້ອຍ ຈະ ບໍ່ຢູ່ໃກ້ ກັບຄົນ ບໍ່ ຈິງໃຈ [ຫ] ທັງຈະບໍ່ ກ່ຽວພັນ ກັບຄວາມ ຊົ່ວຮ້າຍ. [ອ]
\v 5 ຂ້ານ້ອຍ ຈະກາໍຈັດ ທຸກຄົນ ທີ່ ຊັບຊິບ ເລື່ອງບໍ່ດີ ແລະ ຈະບໍ່ໂຍະຍານ ໃຫ້ ແກ່ ຄົນອວດຕົວ ຈອງຫອງ ດ້ວຍ.
\v 6 ຂ້ານ້ອຍ ຈະເຫັນພ້ອມ ກັບຄົນສັດຊື່ ຕໍ່ ພຣະອົງ ແລະ ຈະໃຫ້ ພວກເຂົາ ອາໄສ ຢູ່ ກັບຂ້ານ້ອຍ. ຄົນ ທີ່ ດໍາເນີນ ຊີວິດ ຢ່າງສັດຊື່ ແທ້ຈິງ ກໍ ຈະ ໄດ້ ຮັບອະນຸຍາດ ໃຫ້ ຮັບໃຊ້ ຂ້ານ້ອຍ ໄດ້.
\s5
\v 7 ຈະ ບໍ່ມີຄົນ ຂີ້ຕົວະ ເຫລືອຢູ່ໃນວັງ ຂອງ ຂ້ານ້ອຍເລີຍ ຄົນໜ້າຊື່ ໃຈຄົດ ຈະຢູ່ຕໍ່ໜ້າ ຂ້ານ້ອຍ ບໍ່ໄດ້.
\v 8 ແຕ່ ລະມື້ ຂ້ານ້ອຍ ຈະ ທາໍລາຍ ຄົນຊົ່ວຮ້າຍ ຢູ່ໃນດິນແດນ ຂອງ ພວກຂ້ານ້ອຍ. ຂ້ານ້ອຍ ຈະຂັບໄລ່ ຄົນຊົ່ວ ທັງໝົດອອກໄປ ຈາກ ນະຄອນຂອງອົງພຣະຜູ້ເປັນເຈົ້າ.
\s5
\c 102
\p
\v 1 ຂ້າແດ່ ອົງພຣະຜູ້ເປັນເຈົ້າ ຂໍໂຜດ ຟັງ ຄໍາພາວັນນາ ອະທິຖານແດ່ ໂຜດຟັງຄໍາ ຂໍຮ້ອງ ໃຫ້ ຊ່ວຍຊູ ຂອງ ຂ້ານ້ອຍ ດ້ວຍ.
\v 2 ເມື່ອ ຂ້ານ້ອຍ ເດືອດຮ້ອນ ຂໍຢ່າ ປິ່ນໜ້າໜີໄປຈາກຂ້ານ້ອຍ ເມື່ອຂ້ານ້ອຍ ຮ້ອງຫາ ໂຜດ ຟັງ ແລະ ຟ້າວຕອບ ດ້ວຍ.
\s5
\v 3 ຊີວິດ ຂ້ານ້ອຍນັ້ນ ຫາຍໄປ ດັ່ງ ຄວັນ ໄຟ ຮ່າງກາຍ ກໍ ຖືກເຜົາ ດັ່ງຢູ່ໃນເຕົາອົບ ຮ້ອນ.
\v 4 ຂ້ານ້ອຍ ຖືກ ຕີ ຈົນລົ້ມ ດັ່ງຫຍ້າ ທີ່ ຫ່ຽວແຫ້ງໄປ ຂ້ານ້ອຍ ບໍ່ຢາກ ກິນ ຫຍັງ ທັງເຂົ້າ ແລະ ນໍ້າ.
\s5
\v 5 ຂ້ານ້ອຍ ຮ້ອງໄຫ້ ຄວນຄາງ ດ້ວຍສຽງດັງແລະຈ່ອຍຜອມ ເຫັນແຕ່ໜັງຕິດກະດູກ.
\v 6 ຂ້ານ້ອຍ ຄື ນົກປ່າ ໃນ ຖິ່ນແຫ້ງແລ້ງ ກັນດານ ດັ່ງ ນົກເຄົ້າ ໃນບ່ອນຮົກຮ້າງ ເພພັງ ນັ້ນ.
\s5
\v 7 ເມື່ອ ຂ້ານ້ອຍ ເນີ້ງຕົວລົງ ກໍ ນອນ ບໍ່ ຫລັບ ດັ່ງນົກງອຍ ຢູ່ດຽວດາຍ ທີ່ ຫລັງຄາເຮືອນ ນັ້ນ.
\v 8 ສັດຕູ ດູໝິ່ນປະໝາດ ຂ້ານ້ອຍ ທັງເວັນ ທັງຄືນ ໂດຍໃຊ້ ຊື່ຂ້ານ້ອຍ ເປັນຄໍາສາບແຊ່ງ.
\s5
\v 9-10 ເພາະ ພຣະອົງ ຄຽດຮ້າຍ ກິ້ວໂກດຂ້ານ້ອຍ ອາຫານທີ່ຂ້ານ້ອຍກິນ ກໍຄື ຂີ້ເຖົ່າໄຟ ເທົ່ານັ້ນ ແລະ ເຄື່ອງດື່ມ ກໍຈະປົນ ກັບນໍ້າຕາ ພຣະອົງຍົກຂ້ານ້ອຍຂຶ້ນ ແລະ ໂຍນລົງດ້ວຍ.
\s5
\v 11 ຊີວິດຂ້ານ້ອຍ ເປັນດັ່ງເງົາ ໃນຕອນແລງ ຂ້ານ້ອຍເປັນດັ່ງຫຍ້າ ທີ່ ຫ່ຽວແຫ້ງ.
\v 12 ຂ້າແດ່ອົງພຣະຜູ້ ເປັນເຈົ້າ ແຕ່ພຣະອົງ ເປັນກະສັດ ສືບໄປ ທຸກຊົ່ວເຊັ່ນຄົນ ຈະ ລະນຶກ ເຖິງ ພຣະອົງຢູ່ບໍ່ຂາດ.
\s5
\v 13 ພຣະອົງ ຈະລຸກຂຶ້ນມາ ດໍາເນີນການ ແລະ ຈະສົງສານ ພູເຂົາ ຊີໂອນ ດ້ວຍ. ເວລາ ແຫ່ງ ພຣະເມດຕາ ໄດ້ມາສູ່ເມືອງນີ້ແລ້ວ ເວລາ ທີ່ກາໍນົດໄວ້ ກໍມາຮອດ ມາເຖິງແລ້ວ.
\v 14 ພວກຜູ້ຮັບໃຊ້ ຂອງພຣະອົງ ຮັກເມືອງ ນີ້ຫລາຍ ແມ່ນວ່າ ຖືກທາໍລາຍ ມາແລ້ວ ກໍຕາມ, ແຕ່ເຂົາເຫລົ່ານັ້ນ ກໍຍັງ ເມດຕາ ສົງສານ ເຖິງວ່າ ເປັນເມືອງ ຮົກຮ້າງ ເພພັງ ກໍຕາມ.
\v 15 ຊົນຊາດ ທັງປວງ ຈະຢ້ານຢໍາ ພຣະເຈົ້າ ກະສັດທັງຫລາຍ ໃນໂລກ ຈະຢ້ານຢໍາ ຣິດເດດອໍານາດ ຂອງພຣະອົງ.
\v 16 ເມື່ອພຣະເຈົ້າ ສ້າງຊີໂອນ ຂຶ້ນໃຫມ່ ມະນຸດ ຈະໄດ້ເຫັນ ຄວາມຍິ່ງໃຫຍ່ ຂອງ ພຣະອົງ.
\s5
\v 17 ຝ່າຍປະຊາຊົນ ທີ່ຖືກ ປະຖິ້ມ ນັ້ນ ພຣະອົງ ຈະ ຟັງ ແລະ ຈະໄດ້ຍິນ ຄໍາພາວັນນາ ອະທິຖານ ຂອງເຂົາເຈົ້າ.
\v 18 ຈົ່ງ ບັນ ທຶກ ສິ່ງທີ່ຊົງກະທາໍ ໃຫ້ແກ່ຄົນລຸ້ນຫລັງ ເພື່ອ ວ່າ ຄົນທີ່ບໍ່ທັນເກີດມາ ຈະໄດ້ຍ້ອງຍໍ ສັນລະເສີນ ອົງພຣະຜູ້ເປັນເຈົ້າ.
\s5
\v 19 ອົງພຣະຜູ້ເປັນເຈົ້າ ແລເບິ່ງຈາກບ່ອນ ບີຣິສຸດ ທີ່ສູງ ຄື ເບິ່ງແຜ່ນດິນໂລກເຮົາ ຈາກ ຟ້າສະຫວັນ.
\v 20 ພຣະອົງໄດ້ຍິນພວກນັກໂທດ ຮ້ອງຄວນຄາງ ແລະ ໃຫ້ ຄົນມີໂທດ ປະຫານ ຖືກປົດປ່ອຍ.
\s5
\v 21 ດັ່ງນັ້ນ ພຣະນາມ ຂອງ ອົງພຣະຜູ້ເປັນ ເຈົ້າ ຈຶ່ງຈະຖືກປະກາດ ໃນ ພູເຂົາ ຊີໂອນ ແລະ ຈະເປັນທີ່ ຍ້ອງຍໍ ສັນລະເສີນ ໃນ ນະຄອນ ເຢຣູຊາເລັມ.
\v 22 ເມື່ອ ບັນດາ ຊົນຊາດ ແລະ ອານາຈັກ ມາຮວມກັນ ເພື່ອນ້ອມ ນະມັດສະການ ອົງພຣະຜູ້ເປັນເຈົ້າ.
\s5
\v 23 ເມື່ອ ຍັງໜຸ່ມ ພຣະອົງໄດ້ ກະທາໍ ໃຫ້ຂ້ານ້ອຍ ອ່ອນແອ ແລະ ໄດ້ ບັນດານ ໃຫ້ ຊີວິດຂ້ານ້ອຍ ສັ້ນເຂົ້າ.
\v 24 ຂ້າແດ່ ພຣະເຈົ້າ ຢ່າເອົາຂ້ານ້ອຍໄປດຽວນີ້ ເພາະວ່າ ຍັງບໍ່ໄດ້ ເຖົ້າແກ່ຊະຣາ ເທື່ອ.
\s5
\v 25 ພຣະອົງ ດໍາລົງ ຢູ່ ສືບໆໄປ. ພຣະອົງ ສ້າງແຜ່ນດິນໂລກ ແຕ່ດົນນານແລ້ວ ແລະ ພຣະອົງໄດ້ສ້າງຟ້າສະຫວັນ ດ້ວຍມື ຂອງ ພຣະອົງເອງ.
\v 26 ຟ້າດິນຈະສະຫລາຍ ແຕ່ ພຣະອົງ ຈະດໍາລົງຢູ່ ສິ່ງເຫລົ່ານີ້ ຈະເກົ່າ ແລະ ຂາດໄປ ດັ່ງເຄື່ອງນຸ່ງຫົ່ມ. ພຣະອົງຈະ ໂຍນ ມັນຖິ້ມ ດັ່ງໂຍນ ເຄື່ອງນຸ່ງ ອອກໄປ ແລະ ມັນກໍຈະສູນຫາຍ ສະຫລາຍໄປສິ້ນ.
\v 27 ແຕ່ ພຣະອົງຍັງເປັນຢູ່ ຢ່າງເດີມສະເໝີໄປ ຊີວິດຂອງພຣະອົງ ກໍບໍ່ສິ້ນສຸດ ເປັນຈັກເທື່ອ.
\s5
\v 28 ລູກຫລານ ຂອງ ພວກຂ້ານ້ອຍ ນັ້ນຈະ ຢູ່ຢ່າງປອດໄພ ເຊື້ອສາຍຈະປອດໄພ ເພາະ ພຣະອົງປົກປ້ອງຄຸ້ມຄອງ.
\s5
\c 103
\p
\v 1 ຈິດວິນຍານ ຂອງຂ້ານ້ອຍ ເອີຍ ຈົ່ງຍ້ອງຍໍ ສັນລະເສີນ ອົງພຣະຜູ້ເປັນເຈົ້າ ທຸກສິ່ງທີ່ຢູ່ພາຍໃນຂ້ານ້ອຍ. ຈົ່ງຍ້ອງຍໍ ສັນລະເສີນ ພຣະນາມ ບໍຣິສຸດ ຂອງພຣະອົງ
\v 2 ຈິດວິນຍານ ຂອງຂ້ານ້ອຍ ເອີຍ ຈົ່ງຍ້ອງຍໍ ສັນລະເສີນ ອົງພຣະຜູ້ເປັນເຈົ້າ ຢ່າ ລືມໄລ ພຣະຄຸນ ຄວາມດີ ຂອງ ພຣະອົງ.
\s5
\v 3 ພຣະອົງ ຍົກການບາບ ຂອງ ຂ້ານ້ອຍ ໃຫ້ ໝົດໄປ ແລະ ປິ່ນປົວພະຍາດ ທຸກ ຊະນິດຂອງຂ້ານ້ອຍ.
\v 4 ພຣະອົງ ຮັກສາ ຂ້ານ້ອຍ ໄວ້ຈາກຂຸມຝັງສົບ ທັງອວຍພອນ ດ້ວຍຄວາມຮັກ ແລະ ຄວາມເມດຕາ.
\v 5 ພຣະອົງເຮັດໃຫ້ ຊີວິດ ຂອງຂ້ານ້ອຍ [ຂ] ເຕັມ ດ້ວຍ ສິ່ງທີ່ດີ ໃຫ້ຂ້ານ້ອຍ ໜຸ່ມແໜ້ນ ແຂງແຮງ ດັ່ງນົກອິນຊີ ນັ້ນ.
\s5
\v 6 ອົງພຣະຜູ້ເປັນເຈົ້າ ຕັດສິນເຂົ້າຂ້າງ ຜູ້ທີ່ ຖືກຂົ່ມເຫັງ ແລະ ມອບສິດທີ່ພວກເຂົາ ຄວນ ມີ ໃຫ້ພວກເຂົາເຈົ້າ.
\v 7 ພຣະອົງໄດ້ ໃຫ້ ໂມເຊ ຮູ້ເຫັນແຜນການ ຂອງ ພຣະອົງ ໃຫ້ ຊາວ ອິດສະຣາເອນ ເຫັນ ພຣະຣາຊກິດ ອັນ ຍິ່ງໃຫຍ່.
\v 8 ອົງພຣະຜູ້ເປັນເຈົ້າ ເຕັມໄປ ດ້ວຍຄວາມເມດຕາອີດູ ເຕັມດ້ວຍຄວາມຮັກ ອັນໝັ້ນຄົງແລະຊ້າໃນການຮ້າຍ.
\s5
\v 9 ພຣະອົງ ບໍ່ສືບຕໍ່ ຕໍາໜິ ຕິຕຽນ ສະໝີໄປ ພຣະອົງ ບໍ່ໂກດຮ້າຍ ໄປຕະຫລອດ.
\v 10 ພຣະອົງ ບໍ່ໄດ້ ລົງໂທດ ພວກເຮົາ ຕາມທີ່ສົມຄວນ ຫລື ບໍ່ຕອບແທນ ໃນການບາບ ແລະ ຄວາມຜິດດ້ວຍ.
\s5
\v 11 ຟ້າສະຫວັນ ສູງເໜືອແຜ່ນດິນໂລກຫລາຍເທົ່າໃດ ພຣະອົງກໍຮັກຜູ້ ທີ່ຢໍາເກງ ພຣະອົງ ສູງຫລາຍເທົ່ານັ້ນ.
\v 12 ທິດຕາເວັນອອກ ໄກຈາກທິດຕາເວັນຕົກ ເທົ່າ ໃດ ພຣະອົງ ກໍຍົກການບາບ ຂອງ ພວກເຮົາ ໄປໄກ ເທົ່ານັ້ນ.
\v 13 ພໍ່ ເມດຕາ ກະລຸນາ ລູກໆ ຫລາຍເທົ່າໃດ ພຣະອົງ ກໍເມດຕາ ຜູ້ ທີ່ ໃຫ້ກຽດພຣະອົງ ຫລາຍເທົ່ານັ້ນ.
\s5
\v 14 ພຣະອົງ ຮູ້ດີວ່າ ພວກເຮົາຖືກສ້າງມາ ຢ່າງໃດ ແລະ ຈົດຈາໍໄວ້ວ່າ ພວກເຮົາເປັນ ພຽງແຕ່ ຂີ້ຝຸ່ນດິນ ເທົ່ານັ້ນ.
\v 15 ສ່ວນ ມະນຸດນັ້ນ ຊີວິດຂອງພວກເຂົາ ເໝືອນຕົ້ນ ຫຍ້າ ທີ່ເກີດ ແລະ ບານ ເໝືອນ ດອກໄມ້ ຕາມທ້ອງທົ່ງນາ.
\v 16 ແລ້ວ ລົມກໍພັດ ແລະ ເຮັດໃຫ້ສູນຫາຍໄປ ບໍ່ມີຜູ້ໃດ ເຫັນຮ່ອງຮອຍ ມັນຕໍ່ໄປອີກ.
\s5
\v 17 ແຕ່ ຄວາມຮັກຂອງອົງພຣະຜູ້ເປັນເຈົ້າ ດໍາລົງ ຢູ່ ສືບໆໄປ ສໍາລັບ ທຸກຄົນ ທີ່ ຍ້ອງຍໍ ໃຫ້ກຽດ ພຣະອົງ ແລະ ຄວາມ ຊອບທາໍ ຂອງ ພຣະອົງ ກໍ ດໍາລົງຢູ່ຕະຫລອດ ທຸກຊົ່ວເຊັ່ນ ລູກ ເຊັ່ນຫລານ
\v 18 ຄື ເປັນຂອງ ຜູ້ ທີ່ ສັດ ຊື່ ຕໍ່ພັນທະສັນຍາ ຂອງ ພຣະອົງ ແລະ ຂອງ ຜູ້ ທີ່ເຊື່ອຟັງ ຂໍ້ຄໍາສັ່ງ ຂອງ ພຣະອົງ.
\v 19 ອົງພຣະຜູ້ເປັນເຈົ້າ ຕັ້ງພຣະບັນລັງໄວ້ ຢູ່ໃນ ຟ້າສະຫວັນ ຊົງ ເປັນກະສັດ ປົກຄອງ ເໜືອ ສັບພະທຸກສິ່ງ.
\s5
\v 20 ຈົ່ງ ຍ້ອງຍໍ ສັນລະເສີນ ອົງພຣະຜູ້ ເປັນ ເຈົ້າ ເຖີດ ພວກເທວະດາ ຜູ້ແຂງແຮງ ແລະ ມີ ຣິດອໍານາດ ຍິ່ງໃຫຍ່ ເອີຍ ຄື ຜູ້ທີ່ເຊື່ອຟັງ ຂໍ້ຄໍາສັ່ງ ຂອງ ພຣະອົງ ຜູ້ທີ່ຍອມຟັງ ສິ່ງທີ່ພຣະອົງຊົງກ່າວ.
\v 21 ຈົ່ງ ຍ້ອງຍໍ ສັນລະເສີນ ອົງພຣະຜູ້ ເປັນເຈົ້າ ເຖີດ ກອງທັບທັງຫລາຍ ຂອງ ພຣະອົງ ຜູ້ມີຣິດ ເອີຍ ຄື ຜູ້ຮັບໃຊ້ ທີ່ ປະຕິບັດຕາມ ພຣະປະສົງ ຂອງ ພຣະອົງ ນັ້ນ.
\v 22 ຂໍ ອົງພຣະຜູ້ເປັນເຈົ້າ ຈົ່ງເປັນທີ່ຍ້ອງຍໍ ສັນລະເສີນ ທຸກສິ່ງ ທີ່ ຖືກສ້າງມາ ຈົ່ງຍ້ອງຍໍ ສັນລະເສີນ ພຣະເຈົ້າ. ຈົ່ງ ຍ້ອງຍໍ ສັນລະເສີນ ພຣະເຈົ້າ ໃນ ທຸກບ່ອນ ທີ່ ພຣະອົງ ປົກຄອງ ຈິດວິນຍານ ຂອງ ຂ້ານ້ອຍເອີຍ ຈົ່ງ ຍົກຍໍ ອົງພຣະຜູ້ເປັນເຈົ້າ ເຖີດ.
\s5
\c 104
\p
\v 1 ຈິດໃຈ ຂອງຂ້ອຍ ເອີຍ ຈົ່ງ ຍ້ອງຍໍ ສັນລະເສີນ ອົງພຣະຜູ້ ເປັນເຈົ້າ ໂອ ອົງພຣະຜູ້ ເປັນເຈົ້າ ພຣະເຈົ້າ ຂອງ ຂ້ານ້ອຍ ເອີຍ ພຣະອົງ ຊົງ ຍິ່ງໃຫຍ່. ພຣະອົງ ຫົ່ມສະຫງ່າຣາສີ ແລະ ກຽດຕິຍົດ.
\v 2 ພຣະອົງ ຫຸ້ມຫໍ່ ພຣະອົງເອງ ດ້ວຍແສງຣັດສະໝີ ພຣະອົງ ກາງສະຫວັນ ຊັ້ນຟ້າ ດັ່ງກາງຜ້າເຕັນ
\v 3 ສ້າງບ່ອນຢູ່ ຂອງ ພຣະອົງ ເທິງນາໍ້ ທັງ ຫລາຍ ຄື ພຣະອົງ ໃຊ້ ກ້ອນເມກ ເປັນມ້າ ແລະ ຢູ່ເທິງປີກລົມ ຂີ່ເຫາະໄປ.
\s5
\v 4 ພຣະອົງ ໃຊ້ ລົມ ໃຫ້ ເປັນ ຜູ້ ສົ່ງຂ່າວ ຂອງ ພຣະອົງ ແລະ ໃຫ້ແສງຟ້າແມບເຫລື້ອມ ເປັນ ຜູ້ຮັບໃຊ້.
\v 5 ພຣະອົງ ຕັ້ງແຜ່ນດິນ ໂລກ ເທິງຮາກຖານ ອັນໝັ້ນຄົງ ແລະ ຈະ ບໍ່ ຖືກ ເຄື່ອນຍ້າຍໄປ ສູ່ ທີ່ ໃດ ຈັກເທື່ອ.
\s5
\v 6 ພຣະອົງ ໃຫ້ ມະຫາສະໝຸດ ຫຸ້ມຫໍ່ ດັ່ງ ເຄື່ອງນຸ່ງຫົ່ມຮ່າງກາຍ ແລະ ໃຫ້ ນາໍ້ ປົກຄຸມ ຢູ່ເທິງ ຖ້ວມ ພູ ທັງຫລາຍໄວ້.
\v 7 ແຕ່ ເມື່ອ ພຣະອົງ ນາບຂູ່ນໍ້າ ມັນກໍຫລົບໜີໄປ ເວລາ ມັນໄດ້ຍິນສຽງ ພຣະອົງຮ້ອງ ສັ່ງມັນ ກໍໄຫລ ໄປໂລດ.
\s5
\v 8 ມັນໄຫລ ຜ່ານ ພູ ຕ່າງໆ ສູ່ ຮ່ອມພູ ທັງ ຫລາຍ ຄື ສູ່ ບ່ອນ ທີ່ ພຣະອົງ ໄດ້ ສ້າງໄວ້ ສຳລັບມັນນັ້ນ.
\v 9 ພຣະອົງ ຕັ້ງເຂດແດນ ໄວ້ ເພື່ອ ບໍ່ໃຫ້ນໍ້າ ໄຫລເຂົ້າມາ ເພື່ອວ່າ ບໍ່ ໃຫ້ນໍ້າໄຫລ ຖ້ວມແຜ່ນດິນໂລກ ອີກ.
\s5
\v 10 ພຣະອົງ ສ້າງນາໍ້ພຸ ໃຫ້ໄຫລໄປ ຕາມ ຮ່ອມພູ ແລະ ໃຫ້ ແມ່ນາໍ້ ໄຫລຜ່ານ ລະຫວ່າງ ເນີນພູ ດ້ວຍ.
\v 11 ເປັນບ່ອນ ທີ່ ບັນດາ ສັດປ່າ ກິນນາໍ້ ຕາມລໍາທານ ແລະ ລໍປ່າ ທັງຫລາຍ ກໍ ບັນເທົາ ກະຫາຍ ນໍ້າ.
\v 12 ໃນ ທ່າມກາງ ຕົ້ນໄມ ທີ່ຢູ່ໃກ້ແຄມ ລໍາທານ ຝູງນົກສ້າງຮັງ ພ້ອມ ທັງສົ່ງສຽງ ຮໍ່າຮ້ອງ.
\s5
\v 13 ຈາກ ທ້ອງຟ້າ ພຣະອົງ ໃຫ້ ຝົນຕົກໃສ່ ພູ ທັງຫລາຍ ແລະ ພຣະພອນ ກໍເຕັມໄປ ທົ່ວ ທັງແຜ່ນດິນໂລກ.
\v 14 ພຣະອົງ ເຮັດໃຫ້ ຫຍ້າ ເກີດຂຶ້ນ ສໍາລັບ ຝູງສັດ ແລະ ພືດພັນ ສໍາລັບ ໃຫ້ມະນຸດ ເພາະປູກ
\v 15 ພຣະອົງ ເຮັດໃຫ້ ຫຍ້າເກີດຂຶ້ນ ສໍາລັບ ຝູງສັດ ແລະ ພືດພັນ ສໍາລັບ ໃຫ້ ມະນຸດ ເພາະປູກ ແລະ ຜະລິດ ເຫລົ້າອະງຸ່ນ ທີ່ໃຫ້ ຄວາມມ່ວນຊື່ນ
\s5
\v 16 ສ່ວນ ຕົ້ນແປກ ທີ່ ເລບານອນ ກໍ ຮັບ ນາໍ້ຝົນຫລາຍ ເປັນຕົ້ນໄມ້ ທີ່ ພຣະເຈົ້າ ອົງຍິ່ງ ໃຫຍ່ ໄດ້ປູກໄວ້.
\v 17 ເທິງຕົ້ນໄມ້ ນັ້ນ ຝູງນົກ ໄດ້ເຮັດຮັງ ຂອງ ພວກມັນ ເປັນຮັງນົກ ຍາງ ຢູ່ເທິງຕົ້ນສົນນັ້ນ.
\v 18 ແບ້ ປ່າ ກໍອາໄສ ຢູ່ ຕາມເທິງ ພູ ທັງຫລາຍ ແລະ ກະຕ່າຍ ກໍ ຫລົບລີ້ ຢູ່ ຕາມໜ້າຜາ ນັ້ນ.
\s5
\v 19 ພຣະອົງ ໄດ້ ສ້າງ ດວງເດືອນ ເພື່ອ ໝາຍ ເດືອນ ປີ ແລະ ດວງຕາເວັນ ເພື່ອໃຫ້ ຮູ້ ເວລາ ຕັ້ງໄວ້.
\v 20 ພຣະອົງ ໄດ້ ສົ່ງຄວາມມືດ ມາເປັນຕອນກາງຄືນ ຊຶ່ງເປັນເວລາ ທີ່ ສັດປ່າ ອອກໄປທ່ອງທ່ຽວ.
\s5
\v 21 ສິງໜຸ່ມ ແຜດສຽງຮ້ອງ ເວລາອອກ ຊອກຫາກິນ ໂດຍຊອກຫາ ອາຫານ ທີ່ ພຣະເຈົ້າ ຈັດໄວ້ໃຫ້.
\v 22 ເມື່ອ ຕາເວັນຂຶ້ນ ພວກມັນ ກໍ ກັບຄືນ ສູ່ ຖິ່ນເດີມ ແລະ ເອ່ນ ຕົວລົງນອນ ຢູ່ ຕາມເຫວ ຕາມຖໍາ້.
\s5
\v 23 ແລ້ວມະນຸດ ກໍ ອອກໄປ ເຮັດວຽກງານ ຂອງຕົນ ແລະ ເຮັດວຽກ ຕໍ່ໄປຈົນຕະຫລອດ ຮອດຄໍ່າ.
\v 24 ຂ້າແດ່ ອົງພຣະຜູ້ ເປັນເຈົ້າ ພຣະອົງ ໄດ້ ສ້າງຫລາຍສິ່ງ ຫລາຍແນວ ພຣະອົງ ໄດ້ສ້າງ ສັບພະທຸກສິ່ງ ໃນ ຈັກກະວານ ນີ້. ພຣະອົງໄດ້ສ້າງ ສິ່ງເຫລົ່າ ນີ້ ຢ່າງສະຫລາດ ແຜ່ນດິນໂລກ ກໍ ເຕັມດ້ວຍ ສິ່ງ ທີ່ ພຣະອົງ ໄດ້ສ້າງ.
\s5
\v 25 ມີ ມະຫາສະໝຸດ ອັນເລິກ ກວ້າງໃຫຍ່ ໄພສານ ບ່ອນ ສັດນ້ອຍໃຫຍ່ ທັງຫລາຍ ອາໄສ ຢູ່ນັບ ບໍ່ຖ້ວນ.
\v 26 ເຮືອ ແລ່ນໄປມາ ແລະ ເງືອກ ກໍ ລອຍ ຫລີ້ນ ສະບາຍ ຊຶ່ງ ເປັນ ສັດໃຫຍ່ ທີ່ ພຣະອົງ ໄດ້ ສ້າງ ຂຶ້ນ ມາ ນັ້ນ. [ງ]
\s5
\v 27 ສັດທັງໝົດ ເຫລົ່ານັ້ນ ເພິ່ງພາ ອາໄສ ພຣະອົງ ເປັນຜູ້ໃຫ້ ອາຫານ ໃນຍາມພວກມັນ ຢາກ.
\v 28 ພວກມັນ ກິນອາຫານ ທິ້ ພຣະອົງ ເປັນຜູ້ຈັດຫາ ແມ່ນພຣະອົງ ທີ່ໃຫ້ ອາຫານ ກິນອີ່ມທ້ອງ.
\s5
\v 29 ເວລາ ພຣະອົງຫັນໜ້າໜີ ມັນກໍເກີດ ຢ້ານກົວ ເມື່ອຖອດ ລົມຫາຍໃຈຄືນ ພວກມັນ ກໍຕາຍ ແລະ ກັບກາຍເປັນ ຂີ້ດິນ ອີກ.
\v 30 ແຕ່ ເມື່ອພຣະອົງ ສົ່ງວິນຍານ ຂອງ ພຣະອົງ ອອກໄປ [ຈ] ພວກມັນ ກໍ ຖືກສ້າງຂຶ້ນມາ ແລະ ພຣະອົງ ກໍ ປ່ຽນໂສມໜ້າ ຂອງ ແຜ່ນດິນໂລກ ຄືນໃໝ່.
\s5
\v 31 ຂໍໃຫ້ ພຣະເຈົ້າ ໄດ້ ຮັບກຽດສັກສີ ຕະຫລອດໄປ ຂໍໃຫ້ ພຣະເຈົ້າ ພໍໃຈນໍາ ສິ່ງ ທີ່ ່ຖືກສ້າງມາ ນັ້ນ.
\v 32 ພໍ ຫລຽວເບິ່ງ ແຜ່ນດິນໂລກ ມັນກໍສັ່ນສະເທືອນ ພໍ ພຣະອົງ ແຕະຕ້ອງ ພູ ຄວັນໄຟ ກໍ ຟົ້ງອອກໂລດ.
\s5
\v 33 ຂ້ານ້ອຍ ຈະ ຮ້ອງເພງ ແກ່ ອົງພຣະຜູ້ເປັນເຈົ້າ ຖວາຍເປັນຄໍາສັນລະເສີນ ຕະຫລອດ ຊົ່ວຊີວິດ ຕາບໃດ ທີ່ ຊີວິດ ຍັງ ມີ ຢູ່ ຂ້ານ້ອຍ ຈະຮ້ອງເພງ ສັນລະເສີນ ພຣະເຈົ້າ ຂອງ ຂ້ານ້ອຍ.
\v 34 ຂໍ ໃຫ້ ບົດເພງ ນັ້ນ ຈົ່ງ ເປັນ ທີ່ ພໍໃຈ ພຣະອົງ ຂ້ານ້ອຍ ຊົມຊື່ນ ຍິນດີ ໃນ ອົງພຣະຜູ້ເປັນເຈົ້າ.
\s5
\v 35 ຂໍ ໃຫ້ ຄົນບາບ ຖືກທາໍລາຍ ສ້ຽງຈາກ ໂລກນີ້ ສາ ຂໍຢ່າສູ່ໃຫ້ ມີ ຄົນຊົ່ວຫລົງ ເຫລືອ ຢູ່ ຕໍ່ໄປ ອີກ. ຈິດວິນຍານ ຂອງ ຂ້ານ້ອຍ ເອີຍ ຈົ່ງຍົກຍໍ ສັນລະເສີນ ອົງພຣະຜູ້ເປັນເຈົ້າ ຈົ່ງ ຍ້ອງຍໍ ສັນລະເສີນ ອົງພຣະຜູ້ເປັນເຈົ້າ ເຖີດ.
\s5
\c 105
\p
\v 1 ຈົ່ງ ໂມທະນາ ຂອບພຣະຄຸນ ອົງພຣະຜູ້ເປັນເຈົ້າ ຈົ່ງປະກາດ ຄວາມຍິ່ງໃຫຍ່ ຂອງ ພຣະອົງ ຈົ່ງບອກ ຊົນຊາດ ທັງຫລາຍ ໃນ ສິ່ງ ທີ່ ພຣະອົງ ໄດ້ ກະທາໍ ນັ້ນ.
\v 2 ຈົ່ງ ຮ້ອງເພງ ຖວາຍແກ່ ພຣະອົງ ຈົ່ງກ່າວ ເຖິງສິ່ງ ອັດສະຈັນ ທີ່ ຊົງໄດ້ ກະທາໍ ນັ້ນ.
\v 3 ຈົ່ງ ເບີກບານໃຈ ພວກທີ່ ເປັນຂອງພຣະອົງ ທຸກຄົນທີ່ນະມັດສະການ ອົງພຣະຜູ້ເປັນເຈົ້າ ຈົ່ງ ຊື່ນໃຈ ຍິນດີ ເທີ້ນ.
\s5
\v 4 ຈົ່ງໄປຫາອົງພຣະຜູ້ເປັນເຈົ້າ ຂໍຄວາມຊ່ວຍເຫລືອ ແລະ ສືບຕໍ່ ນະມັດສະການ ພຣະອົງເລື້ອຍໆ.
\v 5-6 ພວກເຈົ້າ ຜູ້ເປັນລູກຫລານ ຂອງ ອັບຣາຮາມ ຜູ້ຮັບໃຊ້ ຂອງ ພຣະອົງເອີຍ ພວກເຈົ້າ ຜູ້ເປັນເຊື້ອສາຍ ຂອງ ຢາໂຄບ ຜູ້ທີ່ ພຣະອົງຊົງເລືອກໄວ້ ຈົ່ງຈົດຈາໍ ການ ອັດສະຈັນ ທີ່ ພຣະອົງ ໄດ້ຊົງກະທໍາ ແລະ ການ ພິພາກສາ ທີ່ ພຣະອົງ ໄດ້ ມອບ ໃຫ້.
\s5
\v 7 ພຣະອົງ ແມ່ນ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ ຂອງ ພວກເຮົາ ຂໍ້ຄໍາສັ່ງ ຂອງ ພຣະອົງໃຊ້ ກັນຢູ່ທົ່ວໂລກ.
\v 8 ພຣະອົງ ຈະ ຮັກສາ ພັນທະສັນຍາ ຂອງ ພຣະອົງ ສືບໆໄປ ເປັນ ພຣະສັນຍາ ສໍາລັບ ຫລາຍ ຊົ່ວພັນເຊັ່ນ ຄົນ.
\s5
\v 9 ພຣະອົງ ຈະຮັກສາ ຄໍາຕົກລົງ ທີ່ ມີ ກັບ ອັບຣາຮາມ ແລະ ຄໍາສັນຍາ ທີ່ ມີ ກັບ ອີຊາກ.
\v 10 ພຣະເຈົ້າ ໄດ້ເຮັດ ພັນທະສັນຍາ ກັບ ຢາໂຄບ ຄືກັນ ເປັນພັນທະສັນຍາ ຢ່າງດຽວ ທີ່ ມີຢູ່ເປັນນິດ.
\v 11 ພຣະອົງ ໄດ້ ກ່າວ ວ່າ, “ເຮົາຈະມອບ ການາອານ ໃຫ້ ເປັນກໍາມະສິດ ຂອງ ພວກເຈົ້າ ແຕ່ ເທົ່ານັ້ນ.”
\s5
\v 12 ປະຊາຊົນ ຂອງ ພຣະເຈົ້າ ມີ ຈາໍນວນ ໜ້ອຍ ເປັນຄົນຕ່າງດ້າວ ທີ່ ອາໄສ ຢູ່ ໃນດິນແດນ ການາອານ ນັ້ນ.
\v 13 ພວກເພິ່ນ ທ່ອງທ່ຽວ ຈາກ ປະເທດ ນີ້ ສູ່ປະເທດ ອື່ນ ຈາກ ອານາຈັກ ນີ້ ໄປ ສູ່ ອານາຈັກ ອື່ນອີກ.
\s5
\v 14 ພຣະອົງ ບໍ່ໃຫ້ ຜູ້ໃດ ກົດຂີ່ ພວກເພິ່ນ ເພື່ອ ປົກປ້ອງ ພຣະອົງໄດ້ ເຕືອນ ບັນດາ ກະສັດ ດັ່ງນີ້:
\v 15 “ຢ່າທາໍຮ້າຍ ຜູ້ຮັບໃຊ້ທີ່ ເຮົາໄດ້ ເລືອກເອົາ ຢ່າແຕະຕ້ອງ ຜູ້ທາໍນວາຍ ຂອງເຮົາ.”
\s5
\v 16 ພຣະອົງ ສົ່ງການ ອຶດຢາກ ມາສູ່ ປະເທດ ຂອງ ພວກເພິ່ນ ແລະ ໄດ້ ເອົາ ອາຫານ ທັງໝົດ ໜີໄປ ດ້ວຍ.
\v 17 ແຕ່ ພຣະອົງ ໄດ້ ສົ່ງຊາຍ ຄົນໜຶ່ງ ໄປກ່ອນໜ້າ ພວກເພິ່ນ ຄື ໂຢເຊັບ ຜູ້ ທີ່ ໄດ້ ຖືກຂາຍໃຫ້ ໄປ ເປັນທາດ.
\s5
\v 18 ຕີນຂອງເພິ່ນ ຖືກພວກເຂົາ ລ່າມໂສ້ ແລະ ຄໍຂອງເພິ່ນ ກໍ ຖືກ ພວກເຂົາ ໃສ່ ປອກເຫລັກ
\v 19 ຈົນສິ່ງ ທີ່ເພິ່ນ ໄດ້ທາໍນວາຍ ນັ້ນ ກາຍເປັນຈິງ ຖ້ອຍຄໍາ ຂອງ ອົງພຣະຜູ້ເປັນເຈົ້າ ຈຶ່ງ ພິສູດ ວ່າ ເພິ່ນຖືກຕ້ອງ.
\s5
\v 20 ແລ້ວກະສັດແຫ່ງ ເອຢິບ ກໍໄດ້ ປົດປ່ອຍໃຫ້ເພິ່ນໄປ ຜູ້ປົກຄອງ ນາໆ ຊາດ ໄດ້ປ່ອຍເພິ່ນໃຫ້ເປັນອິດສະຫລະ.
\v 21 ເພິ່ນໄດ້ ຖືກແຕ່ງຕັ້ງ ໃຫ້ ຮັບຜິດຊອບ ລັດຖະບານ ເພິ່ນໄດ້ ປົກຄອງ ປະຊາຊົນ ທົ່ວ ທັງແດນດ້າວ
\v 22 ທັງມີອໍານາດ ເໜືອ ຂ້າຣາຊການ ທັງໝົດ ມີອໍານາດ ແນະນາໍ ທີ່ ປຶກສາ ຂອງ ກະສັດ ດ້ວຍ.
\v 23 ແລ້ວ ຢາໂຄບ ກໍໄດ້ ໄປ ຍັງ ເອຢິບ ແລະ ໄດ້ ຕັ້ງ ຖິ່ນຖານ ຢູ່ ໃນທີ່ ນັ້ນ.
\s5
\v 24 ອົງພຣະຜູ້ ເປັນເຈົ້າ ໄດ້ ໃຫ້ ປະຊາຊົນ ຂອງ ພຣະອົງ ທະວີ ຫລາຍ ຂຶ້ນ ແລະ ໃຫ້ ພວກເຂົາ ເຂັ້ມແຂງ ກວ່າ ພວກສັດຕູ ດ້ວຍ.
\v 25 ຊາວ ເອຢິບ ຈຶ່ງ ກຽດຊັງ ປະຊາຊົນ ຂອງ ພຣະອົງ ແລະ ໃຊ້ ອຸບາຍ ຕໍ່ ພວກ ຜູ້ຮັບໃຊ້ ຂອງ ພຣະອົງ ດ້ວຍ.
\v 26 ແລ້ວ ພຣະອົງ ກໍໄດ້ສົ່ງ ໂມເຊ ຜູ້ຮັບໃຊ້ ຂອງ ພຣະອົງ ໄປ ແລະສົ່ງ ອາໂຣນ ຜູ້ ທີ່ ພຣະອົງ ໄດ້ ເລືອກໄວ້.
\v 27 ທັງສອງ ໄດ້ ກະທາໍ ຣິດ ທານຸພາບ ຂອງ ພຣະອົງ ໃຫ້ ເຫັນໂດຍ ໄດ້ເຮັດການ ອັດສະຈັນ ຕ່າງໆ ໃນ ປະເທດ ເອຢິບ ນັ້ນ.
\s5
\v 28 ພຣະອົງ ໄດ້ ສົ່ງ ຄວາມມືດ ມາ ຍັງ ເອຢິບ ແຕ່ຊາວ ເອຢິບ ບໍ່ ໄດ້ ເຊື່ອຟັງ [ສ] ຂໍ້ຄໍາສັ່ງ ຂອງ ພຣະອົງ.
\v 29 ພຣະອົງ ໄດ້ ປ່ຽນ ນໍ້າ ໃຫ້ ກາຍເປັນ ເລືອດ ໄຫລ ນອງ ແລະ ໄດ້ ເຮັດ ໃຫ້ ປາຕາຍ ໝົດກ້ຽງ.
\v 30 ປະເທດ ຂອງ ພວກເຂົາ ໄດ້ ຖືກ ຝູງ ກົບ ມາ ຮາວີ ແມ່ນແຕ່ ໃນ ວັງ ກໍ ເຕັມ ໄປ ດ້ວຍ ຝູງ ກົບ ທັງ ນັ້ນ.
\s5
\v 31 ພຣະອົງ ໄດ້ ສັ່ງ ໃຫ້ ຝູງຮີ້ນ ແລະ ຝູງເຫລືອກ ມາ ມີ ຈາໍນວນ ມາກມາຍ ໄຕ່ ຢູ່ ທົ່ວ ປະເທດ.
\v 32 ພຣະອົງ ສົ່ງ ໝາກເຫັບ ແລະ ຟ້າ ແມບເຫລື້ອມ ແທນ ທີ່ ຈະ ເປັນ ນາໍ້ຝົນ ລົງ ມາ ຍັງ ດິນແດນ ນັ້ນ.
\v 33 ພຣະອົງ ທໍາລາຍ ເຄືອ ອະງຸ່ນ ແລະ ຕົ້ນ ເດື່ອເທດ ແລະ ເຮັດ ໃຫ້ ຕົ້ນໄມ້ ຕ່າງໆ ຫັກ ລົ້ມ ລົງ ໝົດ ສິ້ນ.
\s5
\v 34 ພຣະອົງໄດ້ ໃຫ້ ຄໍາສັ່ງ ແລະ ຝູງຕັກແຕນ ກໍໄດ້ ມາ ພວກມັນ ມາ ຢ່າງ ມະຫາສານ ຈົນນັບບໍ່ໄດ້.
\v 35 ພວກມັນ ກິນ ພືດພັນ ທັງໝົດ ທີ່ ໄດ້ ເກີດ ໃນ ດິນແດນ ແລະ ກິນ ຜົນລະປູກ ທຸກແນວ ຕາມ ພື້ນດິນ ນັ້ນ.
\v 36 ພຣະອົງ ໄດ້ ຂ້າລູກຊາຍກົກ ທັງ ຫລາຍ ຂອງ ທຸກໆ ຄອບຄົວ ໃນ ເອຢິບ ຖິ້ມ.
\s5
\v 37 ແລ້ວ ພຣະອົງ ກໍໄດ້ ນາໍພວກ ອິດສະຣາເອນ ອອກໄປ ພວກເຂົາ ໄດ້ ຖືເອົາ ເງິນ ແລະ ຄໍາ ໄປນາໍດ້ວຍ, ທຸກຄົນ ຕ່າງ ກໍ ມີ ສຸຂະພາບ ແຂງແຮງດີ ພ້ອມທັງ ມີ ກາໍລັງ ເຂັ້ມແຂງ ດີ ດ້ວຍ.
\v 38 ຊາວ ເອຢິບ ຕ່າງ ກໍ ເກີດ ຄວາມຢ້ານ ຢ່າງ ໃຫຍ່ຫລວງ ຕ່າງ ກໍ ດີໃຈ ເມື່ອ ເຫັນ ພວກເຂົາ ໜີໄປ ແລ້ວ.
\v 39 ພຣະອົງ ໄດ້ ໃຊ້ ເມກ ປົກ ບັງ ປະຊາຊົນ ຂອງ ພຣະອົງ ແລະ ໃຊ້ ໄຟ ເພື່ອ ເປັນແສງ ສະຫວ່າງ ໃນ ເວລາ ກາງຄືນ.
\s5
\v 40 ພວກເພິ່ນ [ຊ] ຮຽກຮ້ອງ ແລະ ພຣະອົງໄດ້ສົ່ງ ນົກຂຸ້ມ ມາ ພຣະອົງປະທານ ອາຫານ ຈາກ ສະຫວັນ ໃຫ້ ພວກເພິ່ນ ຢ່າງ ອຸດົມ ສົມບູນ.
\v 41 ພຣະອົງ ໄດ້ ແຍກ ຫິນ ແລະ ນາໍ້ໄດ້ ໄຫລພຸ້ງ ອອກ ມາ ມັນໄຫລ ຜ່ານ ຖິ່ນ ແຫ້ງແລ້ງ ກັນດານ ເໝືອນ ດັ່ງ ແມ່ ນາໍ້.
\v 42 ພຣະອົງ ໄດ້ ລະນຶກ ເຖິງ ພຣະສັນຍາ ອັນສັກສິດ ທີ່ ມີ ຕໍ່ ອັບຣາຮາມ ຜູ້ຮັບໃຊ້ ຂອງ ພຣະອົງ.
\s5
\v 43 ສະນັ້ນ ພຣະອົງ ໄດ້ ນາໍ ປະຊາຊົນ ທີ່ ຊົງໄດ້ ເລືອກໄວ້ ນັ້ນ ອອກ ໄປ ພວກເພິ່ນ ໄດ້ ຮ້ອງເພງ ແລະ ໂຮຮ້ອງ ຢ່າງ ຊົມຊື່ນ ຍິນດີ.
\v 44 ພຣະອົງ ໄດ້ ຍົກດິນແດນ ຂອງ ຊົນຊາດ ອື່ນໃຫ້ ພວກເພິ່ນ ແລະ ໃຫ້ ຢຶດເອົາ ໄຮ່ ນາ ຂອງ ຄົນເຫຼົ່ົານັ້ນ
\v 45 ເພື່ອວ່າ ປະຊາຊົນ ຂອງ ພຣະອົງ ຈະ ເຊື່ອ ຟັງກົດບັນຍັດ ແລະ ຖືຮັກສາ ຂໍ້ຄໍາສັ່ງ ທັງໝົດ ຂອງ ພຣະອົງ. ຈົ່ງ ຍ້ອງຍໍ ສັນລະເສີນ ອົງພຣະຜູ້ ເປັນເຈົ້າ ເຖີດ.
\s5
\c 106
\p
\v 1 ຈົ່ງ ຍ້ອງຍໍ ສັນລະເສີນ ອົງພຣະຜູ້ເປັນເຈົ້າ ຈົ່ງໂມທະນາ ຂອບພຣະຄຸນ ອົງພຣະຜູ້ເປັນເຈົ້າ ເພາະພຣະອົງ ຊົງດີ ຕໍ່ ໄພ່ພົນຂອງ ພຣະອົງ ແລະ ຄວາມຮັກ ຂອງ ພຣະອົງ ກໍ ດໍາລົງຢູ່ ສືບໆໄປ ເປັນນິດ.
\v 2 ຜູ້ໃດ ສາມາດ ບອກ ໄດ້ ເຖິງ ສິ່ງ ຍິ່ງໃຫຍ່ ທີ່ ອົງພຣະຜູ້ ເປັນເຈົ້າ ໄດ້ ກະທາໍ? ຫລື ຜູ້ໃດ ສາມາດ ຍ້ອງຍໍ ສັນລະເສີນ ພຣະອົງ ຢ່າງ ເຖິງຈິດ ເຖິງໃຈໄດ້?
\s5
\v 3 ຄວາມສຸກ ເປັນ ຂອງ ຜູ້ທີ່ເຊື່ອຟັງ ຂໍ້ຄໍາສັ່ງ ຂອງ ພຣະອົງ ຄື ຜູ້ ທີ່ ປະຕິບັດ ຕາມ ສິ່ງ ຖືກຕ້ອງ ຢູ່ ເລື້ອຍໆ.
\v 4 ຂ້າແດ່ ອົງພຣະຜູ້ເປັນເຈົ້າ ຂໍຊົງໂຜດ ລະນຶກ ເຖິງ ຂ້ານ້ອຍ ດ້ວຍ ເມື່ອພຣະອົງ ຊ່ວຍຊູ ໄພ່ພົນ ຂອງ ພຣະອົງ. ຂໍຊົງໂຜດຮວມເອົາ ຂ້ານ້ອຍ ເຂົ້າ ນາໍ ເມື່ອພຣະອົງຊ່ວຍ ພວກເຂົາ ໃຫ້ ພົ້ນ.
\v 5 ຂໍຊົງໂຜດ ໃຫ້ ໄດ້ເຫັນ ຄວາມຈະເລີນ ຮຸ່ງເຮືອງ ຂອງຜູ້ທີ່ເປັນໄພ່ພົນ ຂອງ ພຣະອົງ ດ້ວຍ ແລະ ໃຫ້ ໄດ້ ມີ ສ່ວນ ໃນ ຄວາມສຸກ ຂອງ ພວກເຂົາ ຄື ໄດ້ ພາກພູມໃຈ ນາໍ ຊົນຊາດຂອງ ພຣະອົງ.
\s5
\v 6 ພວກຂ້ານ້ອຍ ໄດ້ ເຮັດບາບ ຄື ກັບ ປູ່ຍ່າຕາຍາຍ ແລະ ໄດ້ ກະທາໍຜິດ ແລະ ປະພຶດ ຢ່າງ ຊົ່ວຮ້າຍ.
\v 7 ປູ່ຍ່າຕາຍາຍ ຂອງ ພວກ ຂ້ານ້ອຍ ໃນ ເອຢິບ ບໍ່ໄດ້ ເຂົ້າໃຈ ເຖິງ ພຣະ ຣາຊກິດ ອັນຍິ່ງໃຫຍ່, ພວກເພິ່ນ ລືມໄລ ຄວາມຮັກ ທີ່ ພຣະອົງໂຜດໃຫ້ເຫັນ ແລະໄດ້ ກະບົດຕໍ່ສູ້ ອົງຊົງຣິດອໍານາດ ຍິ່ງໃຫຍ່ ທີ່ ທະເລແດງ [ຍ]
\s5
\v 8 ແຕ່ ເພາະ ພຣະອົງ ໄດ້ ສັນຍາ ພຣະອົງ ຈຶ່ງ ຊ່ວຍ ພວກເພິ່ນ ໃຫ້ ພົ້ນໄພ ເພື່ອ ສໍາແດງ ໃຫ້ ເຫັນ ເຖິງ ຣິດທານຸພາບ ຂອງ ພຣະອົງ.
\v 9 ພຣະອົງ ສັ່ງ ທະເລແດງ ໃຫ້ ແຫ້ງ ລົງ ໝົດ ແລະ ນໍາ ປະຊາຊົນ ຂອງ ພຣະອົງ ຂ້າມ ໄປ ຕາມ ເທິງ ດິນແຫ້ງ.
\s5
\v 10 ພຣະອົງ ໄດ້ ຊ່ວຍ ໃຫ້ ພົ້ນຈາກ ຄົນ ທີ່ ກຽດຊັງ ພວກເພິ່ນ ພຣະອົງ ໄດ້ ຊ່ວຍກູ້ ເອົາ ພວກເພິ່ນ ຈາກ ເຫລົ່າ ສັດຕູ ດ້ວຍ.
\v 11 ແຕ່ ເຫລົ່າ ສັດຕູ ຂອງ ພວກເພິ່ນໄດ້ ຈົມນາໍ້ ຕາຍ ຈົນ ບໍ່ ມີ ຜູ້ໃດ ໃນ ພວກເຂົາ ເຫລືອຢູ່.
\v 12 ແລ້ວ ປະຊາຊົນ ກໍໄດ້ ເຊື່ອ ຄໍາສັນຍາ ຂອງ ພຣະອົງ ຕ່າງ ກໍ ຮ້ອງເພງ ສັນລະເສີນ ຖວາຍ ແກ່ ພຣະອົງ.
\s5
\v 13 ແຕ່ ພວກເພິ່ນ ພັດໄດ້ ລືມໄລ ສິ່ງ ທີ່ ພຣະອົງ ໄດ້ເຮັດ ໂດຍໄວ ແລະ ໄດ້ ກະທາໍ ໄປ ໂດຍ ບໍ່ ຂໍຄໍາແນະນາໍ ຈາກ ພຣະອົງ.
\v 14 ໃນ ຖິ່ນແຫ້ງແລ້ງ ກັນດານ ພວກເພິ່ນ ເຕັມແຕ່ຕັນຫາ ພາໂລ ຈຶ່ງ ຖື ຕົວເປັນເຫດ ເອົາ ພຣະເຈົ້າ ມາທົດສອບ.
\v 15 ສະນັ້ນ ພຣະອົງ ຈຶ່ງ ໃຫ້ ຕາມ ທີ່ ພວກເພິ່ນ ໄດ້ ຂໍ ແຕ່ ໄດ້ ສົ່ງພະຍາດ ອັນຮ້າຍແຮງ ມາ ໃນ ທ່າມກາງ ພວກເພິ່ນ.
\s5
\v 16 ໃນ ຖິ່ນ ແຫ້ງແລ້ງ ກັນດານ ນັ້ນ ພວກເຂົາ ອິດສາ ໂມເຊ ທັງ ອາໂຣນ ຜູ້ຮັບໃຊ້ ຂອງ ອົງພຣະຜູ້ເປັນເຈົ້າ ອົງບໍຣິສຸດ ດ້ວຍ.
\v 17 ແລ້ວແຜ່ນດິນ ກໍໄດ້ ຍະ ແລະ ກືນກິນ ດາທານ ທັງໄດ້ຖົມ ອາບີຣາມ ກັບ ຄອບຄົວ ຂອງ ພວກເຂົາ ດ້ວຍ.
\v 18 ໄຟ ໄດ້ຕົກມາ ຖືກ ໝູ່ ຄະນະ ຂອງ ພວກເຂົາ ແລ້ວ ກໍ ໄໝ້ ເຜົາຜານ ປະຊາຊົນ ຜູ້ຊົ່ວຮ້າຍ.
\s5
\v 19 ທີ່ ພູເຂົາ ຊີນາຍ ພວກເຂົາ ໄດ້ ສ້າງ ຮູບ ໜຶ່ງ ເປັນງົວຄໍາ ແລະ ພາກັນ ຂາບໄຫວ້ ຮູບປັ້ນ ເປັນງົວຄໍາ ນັ້ນ.
\v 20 ພວກເຂົາ ເອົາ ພຣະເຈົ້າ ຜູ້ເປັນກຽດສັກສີ ຂອງ ພວກຕົນ ປ່ຽນ ກັບ ຮູບສັດເດຍລະສານ ທີ່ ກິນຫຍ້າ ໂຕໜຶ່ງ.
\v 21 ພວກເຂົາ ໄດ້ ລືມໄລ ພຣະເຈົ້າ ຜູ້ ທີ່ ຊ່ວຍໃຫ້ ພົ້ນໄພ ດ້ວຍຣິດ ທານຸພາບ ໃນ ເອຢິບ ນັ້ນ.
\s5
\v 22 ສິ່ງ ທີ່ ພຣະອົງ ໄດ້ ເຮັດ ນັ້ນ ໜ້າອັດ ສະຈັນ ຫລາຍ ເປັນສິ່ງ ປະຫລາດ ໃຈ ທີ່ ເກີດ ຂຶ້ນ ໃນ ທະເລແດງ ນັ້ນ
\v 23 ເມື່ອ ພຣະອົງ ບອກ ວ່າ ຈະ ທາໍ ລາຍ ປະຊາຊົນ ຂອງ ພຣະອົງ ໂມເຊ ຄົນ ທີ່ ຊົງ ໄດ້ ເລືອກເອົາ ກໍ ລຸກ ຂຶ້ນ ຂັດຄ້ານ ໄວ້. ເພິ່ນ ໄດ້ ຢັບຢັ້ງ ຄວາມ ໂກດຮ້າຍ ຂອງ ພຣະອົງ ໂດຍ ບໍ່ ໃຫ້ ຊາວ ອິດສະຣາເອນ ຖືກ ທາໍລາຍ.
\s5
\v 24 ແລ້ວພວກເຂົາ ກໍໄດ້ ປະຕິເສດ ດິນແດນ ທີ່ ໃຫ້ ພໍໃຈ ເພາະ ບໍ່ ໄດ້ ເຊື່ອ ຟັງ ຄໍາສັນຍາ ຂອງ ພຣະອົງ.
\v 25 ພວກເຂົາ ອາໄສ ຜ້າເຕັນຢູ່ ແລະ ຈົ່ມວ່າ ຢ່າງ ບໍ່ ພໍໃຈ ແລະ ບໍ່ ຍອມ ຟັງສຽງ ຂອງ ອົງພຣະຜູ້ເປັນເຈົ້າ.
\s5
\v 26 ສະນັ້ນ ພຣະອົງ ຈຶ່ງ ໃຊ້ ຖ້ອຍຄໍາ ເຕືອນ ຢ່າງ ແຂງແຮງ ວ່າ ພວກເຂົາ ຈະ ຕາຍ ໃນ ຖິ່ນແຫ້ງແລ້ງ ກັນດານ ນັ້ນ
\v 27 ແລະ ຈະໃຫ້ ລູກຫລານ ແຕກໄປ ຢູ່ ທ່າມກາງ ຄົນ ທີ່ ບໍ່ນັບຖື ພຣະເຈົ້າ ໂດຍ ປ່ອຍ ໃຫ້ ຕາຍ ຢູ່ ໃນ ປະເທດ ຕ່າງດ້າວ.
\s5
\v 28 ແລ້ວທີ່ ເປອໍ ພວກເຂົາ ກໍໄດ້ ຮ່ວມ ຂາບໄຫວ້ ພະບາອານ ແລະ ໄດ້ ຖວາຍ ເຄື່ອງບູຊາ ແກ່ ພະ ທີ່ ບໍ່ ມີ ຊີວິດ.
\v 29 ພວກເຂົາ ເຮັດໃຫ້ ອົງພຣະຜູ້ເປັນເຈົ້າ ໂກດຮ້າຍ ໂດຍ ກະທໍາຜິດ ແລະ ພະຍາດ ອັນ ຮ້າຍແຮງ ກໍ ໄດ້ ລະບາດ ເຂົ້າ ໄປ ໃນ ທ່າມກາງ ພວກ ເຂົາເຈົ້າ.
\s5
\v 30 ແຕ່ ຟີເນຮາ ໄດ້ ລຸກ ຂຶ້ນ ລົງໂທດ ຜູ້ ທີ່ ເຮັດຜິດ ແລ້ວໂຣກລະບາດ ກໍ ໄດ້ ຢຸດ ສະໜິດ ຈົນ ສິ້ນ.
\v 31 ພຣະອົງ ຈຶ່ງ ຖື ວ່າ ລາວ ນັ້ນ ຊອບທາໍ ສະເໝີ ມາຕະຫລອດ ຈາກ ຄົນເຊັ່ນນີ້ ເຖິງ ຄົນເຊັ່ນ ໜ້າ ສືບໆໄປ.
\s5
\v 32 ທີ່ ບໍ່ ນາໍ້ ເມຣິບາ ພວກເຂົາ ໄດ້ ເຮັດ ໃຫ້ ອົງພຣະຜູ້ ເປັນເຈົ້າ ໂກດຮ້າຍ ແລະ ໂມເຊ ກໍ ເດືອດຮ້ອນ ນາໍ ເພາະ ເລື່ອງ ນັ້ນ.
\v 33 ພວກເຂົາ ໄດ້ ເຮັດ ໃຫ້ ເພິ່ນ ຂົມຂື່ນ ລະທົມໃຈ ຈົນເພິ່ນ ໄດ້ ເວົ້າ ຈາ ໄປ ໂດຍ ບໍ່ ທັນໄດ້ ຄິດສາກ່ອນ.
\v 34 ພວກເຂົາ ບໍ່ໄດ້ ຂ້າ ຄົນ ທີ່ ບໍ່ນັບຖື ພຣະເຈົ້າ ເຫລົ່ານັ້ນ ໝົດ ຕາມ ທີ່ ອົງພຣະຜູ້ ເປັນເຈົ້າ ໄດ້ ຊົງບັນຊາ ໄວ້,
\v 35 ແຕ່ ພັດໄດ້ ແຕ່ງງານ ກັບ ພວກ ເຂົາເຈົ້າ ແລະ ເອົາ ວິທີ ປ່າເຖື່ອນ ຂອງ ພວກເຂົາ ມາ ປະຕິບັດ ຕາມ.
\v 36 ພວກເຂົາ ໄດ້ ຂາບໄຫວ້ ຮູບເຄົາຣົບ ທັງຫລາຍ ເປັນເຫດ ແຫ່ງ ຄວາມ ຈິບຫາຍ ທີ່ ພວກເຂົາ ໄດ້ ຮັບ.
\s5
\v 37 ພວກເຂົາ ໄດ້ ຖວາຍ ລູກ ຊາຍ ຍິງ ຂອງ ຕົນເອງ ໃຫ້ ເປັນ ເຄື່ອງ ບູຊາ ແກ່ ຮູບປັ້ນ ຂອງ ຊາວ ການາອານ ນັ້ນ.
\v 38 ພວກເຂົາ ໄດ້ ຂ້າເດັກນ້ອຍ ເຫລົ່ານັ້ນ ທີ່ ບໍ່ ມີ ຄວາມຜິດ ແລະ ດິນແດນ ກໍ ເປັນມົນທິນ ຍ້ອນການນັ້ນ.
\v 39 ພວກເຂົາ ເປັນມົນທິນ ຍ້ອນ ພວກເຂົາ ກະທາໍ ຜິດ ແລະ ເປັນ ຄົນ ທີ່ ບໍ່ສັດຊື່ ຕໍ່ ພຣະເຈົ້າ.
\s5
\v 40 ສະນັ້ນ ອົງພຣະຜູ້ ເປັນເຈົ້າ ຈຶ່ງໂກດຮ້າຍ ໄພ່ພົນ ຂອງ ພຣະອົງ ພຣະອົງເບື່ອ ໜ່າຍ ກຽດຊັງ ພວກເຂົາເຈົ້າ.
\v 41 ພຣະອົງ ຈຶ່ງ ປະໃຫ້ ຢູ່ ໃຕ້ ອໍານາດ ຂອງ ຄົນທີ່ບໍ່ ນັບຖື ພຣະອົງ ແລະ ສັດຕູ ກໍໄດ້ ມາ ປົກຄອງ ເໜືອ ພວກເຂົາເຈົ້າ.
\s5
\v 42 ພວກເຂົາ ຖືກ ກົດຂີ່ ໂດຍ ສັດຕູ ແລະ ພວກເຂົາ ກໍ ຕົກ ຢູ່ ໃຕ້ ອໍານາດ ຂອງ ເຫລົ່າ ສັດຕູ ຈົນ ໝົດສິ້ນ.
\v 43 ຫລາຍ ຄັ້ງ ພຣະອົງໄດ້ ຊ່ວຍກູ້ ປະຊາຊົນ ຂອງ ພຣະອົງ, ແຕ່ ພວກເຂົາ ພັດເລືອກ ກະບົດ ຕໍ່ ພຣະອົງ ຈຶ່ງ ຈົມຢູ່ໃນ ການບາບ ຂອງ ພວກເຂົາເອງ.
\s5
\v 44 ເຖິງປານນັ້ນ ພຣະອົງ ກໍ ຍັງຟັງສຽງ ຮ້ອງທູນ ຂອງ ພວກເຂົາ, ຈຶ່ງ ກັບມາ ສົນໃຈ ໃນ ຄວາມທຸກ ຂອງ ພວກເຂົາ
\v 45 ເພື່ອ ເຫັນແກ່ ພວກເຂົາ ພຣະອົງ ຈຶ່ງ ຈົດຈາໍ ພັນທະສັນຍາ ຂອງ ພຣະອົງ ຍ້ອນ ຄວາມຮັກ ອັນ ໝັ້ນຄົງ ຂອງ ພຣະອົງ ພຣະອົງ ຈຶ່ງ ຊົງ ເມດຕາ ພວກ ເຂົາເຈົ້າ.
\v 46 ພຣະອົງ ໄດ້ ເຮັດໃຫ້ ພວກ ທີ່ ກົດຂີ່ ພວກເຂົາ ເມດຕາ ສົງສານ ພວກ ເຂົາເຈົ້າ ດ້ວຍ.
\s5
\v 47 ໂອ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງ ພວກຂ້ານ້ອຍ ເອີຍ ຂໍ ຊົງ ໂຜດ ຊ່ວຍ ໃຫ້ ພົ້ນໄພ ແລະ ນໍາ ຄືນ ມາ ຈາກ ທ່າມກາງ ບັນດາ ຊົນຊາດດ້ວຍ ເພື່ອວ່າ ຈະໄດ້ ໂມທະນາ ຂອບພຣະຄຸນ ແລະ ສັນລະເສີນ ພຣະນາມ ອັນບໍຣິສຸດ ນັ້ນ.
\v 48 ຈົ່ງ ຍ້ອງຍໍ ສັນລະເສີນ ອົງພຣະຜູ້ ເປັນເຈົ້າ ພຣະເຈົ້າ ຂອງ ຊາດ ອິດສະຣາເອນ ຈົ່ງ ຍ້ອງຍໍ ສັນລະເສີນ ພຣະອົງ ບັດນີ້ ແລະ ຕະຫລອດໄປ ໃຫ້ ທຸກຄົນ ກ່າວ ວ່າ, “ອາແມນ. ” ຈົ່ງ ຍ້ອງຍໍ ສັນລະເສີນ ອົງພຣະຜູ້ເປັນເຈົ້າ.
\s5
\c 107
\p
\v 1 ຈົ່ງໂມທະນາ ຂອບພຣະຄຸນ ອົງພຣະຜູ້ ເປັນເຈົ້າ ເພາະພຣະຄຸນຄວາມດີ ຄວາມຮັກ ຂອງ ພຣະອົງ ດໍາລົງ ຢູ່ ຕະຫລອດໄປ ເປັນນິດ.
\v 2 ບັນດາຄົນ ທີ່ພຣະອົງ ຊ່ວຍຊູ ໃຫ້ ພົ້ນໄພ ເອີຍ ຈົ່ງທ່ອງຈາໍ ຖ້ອຍຄໍາ ຂອງ ອົງ ພຣະຜູ້ເປັນເຈົ້າ ນີ້ເຖີດ. ຜູ້ທີ່ພຣະອົງໄດ້ ຊ່ວຍກູ້ ອອກຈາກ ເງື້ອມມື ຂອງສັດຕູ
\v 3 ແລະ ໄດ້ ນາໍກັບຄືນມາ ຈາກ ຕ່າງ ປະເທດ ຄື ຈາກ ທິດຕາເວັນອອກ ແລະ ຈາກ ທິດຕາເວັນຕົກ ຈາກ ທິດເໜືອ ແລະ ຈາກ ທິດໃຕ້. [ດ]
\s5
\v 4 ໃນ ຖິ່ນແຫ້ງແລ້ງ ກັນດານ ທີ່ ປ່ຽວ ມີ ຄົນທ່ຽວໄປມາ ແຕ່ ກໍ ບໍ່ອາດ ພົບທາງ ທີ່ ຈະ ເຂົ້າໄປ ໃນເມືອງ ນັ້ນໄດ້.
\v 5 ພວກເຂົາ ພາກັນຫິວເຂົ້າ ກະຫາຍນາໍ້ ເຕັມທີ ຄວາມຫວັງ ທັງໝົດ ທີ່ມີ ກໍໄດ້ ສູນໄປສິ້ນ.
\v 6 ເມື່ອ ເດືອດຮ້ອນ ຈຶ່ງຮ້ອງຫາ ອົງພຣະຜູ້ ເປັນເຈົ້າ ໃຫ້ ຊ່ວຍຊູ ພຣະອົງ ກໍ ຊ່ວຍຊູ ພວກເຂົາ ໃຫ້ ພົ້ນ ຈາກ ຄວາມ ທຸກໂສກ.
\v 7 ພຣະອົງໄດ້ນາໍ ພວກເຂົາ ມຸ້ງໜ້າໄປ ຕາມ ທາງ ຊື່ ຍັງ ນະຄອນ ໜຶ່ງ ບ່ອນທີ່ ພວກເຂົາ ອາໄສ ຢູ່ ໄດ້.
\s5
\v 8 ພວກເຂົາ ຕ້ອງ ໂມທະນາ ຂອບພຣະຄຸນ ອົງພຣະຜູ້ ເປັນເຈົ້າ ຍ້ອນຄວາມຮັກ ອັນໝັ້ນຄົງ ຂອງ ພຣະອົງ ສໍາລັບການ ອັດ ສະຈັນ ທີ່ ຊົງໄດ້ ເຮັດໃຫ້ ພວກເຂົານັ້ນ.
\v 9 ພຣະອົງ ກະທາໍ ໃຫ້ ຜູ້ຫິວນາໍ້ ກິນອີ່ມຢ່າງ ພໍໃຈ ແຕ່ໃຫ້ຜູ້ຫິວເຂົ້າ ເຕັມໄປດ້ວຍ ຂອງດີ ທຸກຢ່າງ.
\v 10 ບາງຄົນຢູ່ໃນ ຄວາມມືດ ຢ່າງ ໂສກເສົ້າ ລະທົມໃຈ ຄື ນັກໂທດ ທັງຫລາຍ ທີ່ ທົນທຸກ ເພາະຖືກ ລ່າມໂສ້
\s5
\v 11 ເພາະໄດ້ ກະບົດ ຕໍ່ຂໍ້ຄໍາສັ່ງ ອົງຊົງຣິດ ອໍານາດ ສູງສຸດ ທັງປະຕິເສດ ຄໍາແນະນາໍ ຂອງ ພຣະອົງດ້ວຍ.
\v 12 ພວກເຂົາ ອິດເມື່ອຍ ຍ້ອນເຮັດວຽກການໜັກ ພວກເຂົາ ລົ້ມລົງ ແລະ ບໍ່ມີຜູ້ໃດ ຊ່ວຍໄດ້.
\v 13 ເມື່ອ ເດືອດຮ້ອນ ຈຶ່ງຮ້ອງຫາ ອົງພຣະຜູ້ ເປັນເຈົ້າ ໃຫ້ຊ່ວຍ ພຣະອົງກໍຊ່ວຍ ພວກເຂົາ ໃຫ້ ພົ້ນ ຈາກ ຄວາມທຸກໂສກ.
\s5
\v 14 ພຣະອົງ ເຮັດໃຫ້ ພົ້ນໂສກເສົ້າ ແລະ ມືດມົວ ແລະ ຫັກໂສ້ ທີ່ໄດ້ ລ່າມ ພວກເຂົາ ໃຫ້ ເປັນຕ່ອນໆ.
\v 15 ພວກເຂົາ ຕ້ອງ ໂມທະນາ ຂອບພຣະຄຸນ ອົງພຣະຜູ້ ເປັນ ເຈົ້າ ຍ້ອນຄວາມຮັກ ອັນໝັ້ນຄົງ ຂອງ ພຣະອົງສໍາລັບການອັດສະຈັນ ທີ່ ຊົງໄດ້ ເຮັດໃຫ້ ພວກເຂົານັ້ນ.
\v 16 ພຣະອົງມ້າງ ປະຕູ ເຮັດ ດ້ວຍ ທອງສໍາຣິດ ຢ່າງດີ ແລະ ຫັກທ່ອນເຫລັກ ຈົນໝຸ່ນ ສະຫລາຍໄປ.
\s5
\v 17 ບາງຄົນ ໂງ່ຈ້າ ທົນທຸກ ຍ້ອນ ການບາບ ຂອງຕົນ ຍ້ອນ ຄວາມ ຊົ່ວຮ້າຍ ທີ່ ຕົນ ໄດ້ ກະທາໍ ໄວ້.
\v 18 ພວກເຂົາ ອ່ອນແຮງ ໂພດ ຈົນ ບໍ່ ຢາກ ກິນຫຍັງເລີຍ ທັງຢູ່ ໃກ້ຊິດ ກັບຮ່ອມ ແຫ່ງ ຄວາມຕາຍ ດ້ວຍ.
\v 19 ເມື່ອ ເດືອດຮ້ອນ ຈຶ່ງຮ້ອງຫາ ອົງພຣະຜູ້ເປັນເຈົ້າ ໃຫ້ ຊ່ວຍຊູ ພຣະອົງ ກໍ ຊ່ວຍພວກເຂົາໃຫ້ ພົ້ນຈາກ ຄວາມ ທຸກໂສກ.
\s5
\v 20 ໂດຍ ຂໍ້ຄໍາສັ່ງຂອງພຣະອົງ ພະຍາດ ຂອງ ພວກເຂົາໄດ້ ຫາຍດີ ພຣະອົງໄດ້ ຊ່ວຍ ພວກເຂົາ ໃຫ້ ພົ້ນຈາກ ຂຸມຝັງສົບ.
\v 21 ພວກເຂົາຕ້ອງ ໂມທະນາ ຂອບພຣະຄຸນ ອົງພຣະຜູ້ ເປັນເຈົ້າ ຍ້ອນຄວາມຮັກ ອັນໝັ້ນ ຄົງ ຂອງ ພຣະອົງ ສໍາລັບການ ອັດສະຈັນ ທີ່ ຊົງ ໄດ້ ເຮັດໃຫ້ ພວກເຂົາ ນັ້ນ.
\v 22 ພວກເຂົາ ຕ້ອງ ໂມທະນາ ຂອບພຣະຄຸນ ດ້ວຍ ການ ຖວາຍ ເຄື່ອງບູຊາ ແລະ ດ້ວຍບົດເພງ ອັນ ຍິນດີ ທີ່ ກ່າວເຖິງ ພຣະຣາຊກິດ ນັ້ນ.
\s5
\v 23 ບາງຄົນ ຂີ່ ເຮືອທ່ອງທ່ຽວ ໄປມາ ໃນ ມະຫາສະໝຸດ ຫາ ລ້ຽງ ຊີວິດຕົນຕາມທ້ອງ ທະເລ ກວ້າງ.
\v 24 ພວກເຂົາໄດ້ ເຫັນ ສິ່ງ ທີ່ ອົງພຣະຜູ້ ເປັນເຈົ້າ ກະທາໍ ຄື ສິ່ງອັດສະຈັນ ທີ່ ຊົງເຮັດ ເທິງ ຄື້ນ ທະເລ ນັ້ນ.
\s5
\v 25 ພໍ ພຣະອົງ ໃຫ້ ຄໍາສັ່ງ ລົມອັນແຮງກ້າ ກໍ ເລີ່ມພັດມາ ຟອງຄື້ນທະເລ ກໍ ເຄື່ອນໄຫວ ໄປມາ ໂລດ.
\v 26 ເຮືອໂຍກ ຂຶ້ນສູ່ ທ້ອງຟ້າ ໂຍບ ລົງສູ່ທ້ອງທະເລ ໃນອັນຕະລາຍ ຢ່າງນີ້ ມະນຸດ ກໍ ຂາດຄວາມກ້າຫານ.
\v 27 ພວກເຂົາ ຍ່າງ ສະດຸດ ລົ້ມ ແລະ ໂຊເຊ ດັ່ງຄົນເມົາ ເຫຼົ້າ ຄວາມຊໍານານຂອງພວກເຂົາ ລ້ວນແຕ່ ໄຮ້ປະໂຫຍດ.
\s5
\v 28 ເມື່ອ ເດືອດຮ້ອນ ຈຶ່ງ ຮ້ອງຫາ ອົງ ພຣະຜູ້ ເປັນເຈົ້າ ໃຫ້ ຊ່ວຍຊູ ພຣະອົງ ກໍ ຊ່ວຍ ພວກເຂົາ ໃຫ້ ພົ້ນ ຈາກ ຄວາມ ທຸກໂສກ.
\v 29 ພຣະອົງ ເຮັດ ໃຫ້ ພະຍຸ ອັນ ບ້າຄັ່ງ ຢຸດ ນິ້ງ ສະຫງັດລົງ ແລະ ຄື້ນໃນທະເລ ກໍມິດງຽບ ໝົດສິ້ນ.
\v 30 ເພາະ ຄວາມງຽບ ສະຫງັດ ນັ້ນ ພວກເຂົາ ຕ່າງ ກໍ ດີໃຈ, ແລ້ວ ພຣະອົງ ກໍ ນາໍພວກເຂົາ ມາ ຮອດ ທ່າ ເຮືອ ຕາມ ທີ່ ພວກເຂົາ ຕ້ອງການ.
\s5
\v 31 ພວກເຂົາ ຕ້ອງໂມທະນາ ຂອບພຣະຄຸນ ອົງພຣະຜູ້ ເປັນເຈົ້າ ຍ້ອນ ຄວາມຮັກອັນໝັ້ນ ຄົງ ສໍາລັບ ການ ອັດສະຈັນ ທີ່ ຊົງໄດ້ ກະທາໍໃຫ້ ພວກເຂົານັ້ນ.
\v 32 ພວກເຂົາຕ້ອງ ປະກາດ ຄວາມ ຍິ່ງໃຫຍ່ ໃນ ທີ່ ຊຸມນຸມຊົນ ແລະ ຍ້ອງຍໍ ສັນລະເສີນ ພຣະອົງ ຕໍ່ກອງປະຊຸມ ພວກຜູ້ນາໍ.
\s5
\v 33 ພຣະອົງ ໄດ້ເຮັດ ໃຫ້ ແມ່ ນໍ້າ ບົກແຫ້ງ ໝົດ ແລະ ເຮັດໃຫ້ ນາໍ້ພຸ ເຊົາໄຫລ ດ້ວຍ.
\v 34 ພຣະອົງໄດ້ ເຮັດໃຫ້ ດິນດີ ກາຍເປັນດິນ ເຄັມໄປໝົດ ເພາະຄວາມຊົ່ວ ຂອງ ພວກ ທີ່ ອາໄສ ຢູ່ ໃນທີ່ ນັ້ນ.
\v 35 ພຣະອົງ ໃຫ້ ມີ ໜອງ ນໍ້າ ໃນ ຖິ່ນແຫ້ງແລ້ງ ກັນດານ ແລະ ມີ ນາໍ້ ບໍ່ໄຫລ ໃນ ດິນແຫ້ງແລ້ງ.
\s5
\v 36 ພຣະອົງ ໃຫ້ ຜູ້ອຶດຢາກ ຕັ້ງ ຫລັກ ແຫລ່ງ ຢູ່ ອາໄສ ໃນທີ່ ນັ້ນ ພວກເຂົາ ໄດ້ ສ້າງ ນະຄອນ ອາໄສ ຢູ່.
\v 37 ພວກເຂົາ ໄຖ ນາ ແລະ ຫວ່ານກ້າ ທັງ ປູກ ຕົ້ນ ອະງຸ່ນ ແລະ ໄດ້ ເກັບຜົນລະປູກ ຢ່າງ ອຸດົມ ສົມບູນ ຍິ່ງ.
\v 38 ພຣະອົງ ອວຍພອນ ຄົນຂອງ ພຣະອົງ ໃຫ້ ມີຫລາຍ ແລະ ຮັກສາ ຝູງສັດ ຂອງ ພວກເຂົາ ບໍ່ ໃຫ້ ຫລຸດໜ້ອຍ.
\s5
\v 39 ເມື່ອໄພ່ພົນຂອງພຣະເຈົ້າ ພ່າຍແພ້ ແລະ ອັບອາຍ ຍ້ອນ ຖືກ ກົດຂີ່ ຢ່າງ ທາລຸນ ແລະ ຖືກ ທົນທຸກ.
\v 40 ພຣະອົງໄດ້ ໝີ່ນປະໝາດ ຜູ້ ທີ່ ກົດຂີ່ ພວກເຂົາ ແລະ ໃຫ້ ທຽວໄປ ໃນ ຖິ່ນ ແຫ້ງແລ້ງ ກັນດານ ອັນເປົ່າປ່ຽວ.
\s5
\v 41 ແຕ່ ພຣະອົງ ຊ່ວຍກູ້ ເອົາ ຄົນທີ່ ລໍາບາກ ເຂັນໃຈ ແລະ ເຮັດໃຫ້ ຄອບຄົວ ຂອງ ພວກເຂົາ ເພີ່ມທະວີ ດັ່ງ ຝູງສັດຕ່າງໆ.
\v 42 ເມື່ອ ຄົນຊອບທາໍ ເຫັນເຫດການ ນີ້ ຕ່າງ ກໍ ດີ ໃຈ ແຕ່ ຄົນຊົ່ວຮ້າຍທຸກຄົນ ຕ່າງກໍ ງັບປາກມິດງຽບ.
\v 43 ຂໍ ໃຫ້ ຄົນ ມີ ປັນຍາ ຄິດເຖິງ ສິ່ງເຫລົ່າ ນີ້ ດີ ໆ ຂໍໃຫ້ ພວກເຂົາ ພິຈາລະນາ ເບິ່ງຄວາມຮັກ ອັນໝັ້ນຄົງຂອງອົງພຣະຜູ້ ເປັນເຈົ້າ.
\s5
\c 108
\p
\v 1 ຂ້າແດ່ພຣະເຈົ້າ ຂ້ານ້ອຍ ເຊື່ອວາງໃຈ ໃນ ພຣະອົງຢ່າງຄົບຖ້ວນ ຂ້ານ້ອຍຈະຮ້ອງເພງ ຍ້ອງຍໍ ສັນລະເສີນ ພຣະອົງ
\v 2 ຈິດວິນຍານ ຂອງຂ້ອຍ ເອີຍ ຈົ່ງຕື່ນຂຶ້ນ ກິດ ຕາ ແລະ ກະຈັບປີ່ [ຖ] ຂ້ອຍຈະປຸກ ຕາເວັນ ໃຫ້ ລຸກ ຂຶ້ນ ມາ.
\s5
\v 3 ຂ້າແດ່ ອົງພຣະຜູ້ເປັນເຈົ້າ ຂ້ານ້ອຍ ຈະ ໂມທະນາ ຂອບພຣະຄຸນ ພຣະອົງ ໃນ ທ່າມກາງ ຊົນຊາດ ທັງຫລາຍ. ຈະຍ້ອງຍໍ ສັນ ລະເສີນ ພຣະອົງ ໃນ ທ່າມກາງ ຊົນທຸກຊາດ ທຸກພາສາ ດ້ວຍ.
\v 4 ຄວາມຮັກ ອັນ ໝັ້ນຄົງ ນັ້ນ ກໍ ສູງສົ່ງ ເຖິງຟ້າສະຫວັນ ແລະ ຄວາມສັດຊີ່ ຂອງ ພຣະອົງ ກໍ ສູງຈຸທ້ອງຟ້າ.
\s5
\v 5 ຂ້າແດ່ ພຣະເຈົ້າ ຂໍໃຫ້ ຣິດທານຸພາບ ຂອງ ພຣະອົງ ປາກົດ ທີ່ ທ້ອງຟ້າ ແລະ ພຣະ ສະຫງ່າຣາສີ ປາກົດ ທົ່ວທັງແຜ່ນດິນໂລກ.
\v 6 ຂໍໂຜດ ຊ່ວຍໃຫ້ພົ້ນ ໂດຍ ກໍາລັງ ຂອງ ພຣະອົງ ແລະ ຕອບ ຄໍາພາວັນນາ ອະທິຖານ ຂອງ ຂ້ານ້ອຍ ແດ່ ເພື່ອວ່າ ປະຊາຊົນ ທີ່ ພຣະອົງ ຮັກນັ້ນ ຈະ ຖືກ ຊ່ວຍກູ້ ເອົາໄດ້.
\s5
\v 7 ຈາກ ພຣະວິຫານ ອັນສັກສິດ ນັ້ນ [ທ] ພຣະເຈົ້າ ກ່າວ ວ່າ, “ຄວາມມີໄຊ ໄດ້ ຢູ່ໃນ ກາໍມື ຂອງເຮົາດ້ວຍ ຄວາມມີໄຊ ນັ້ນ ເຮົາ ຈະ ແຍກ ເອົາ ເມືອງ ຊີເຄມ ແລະ ແບ່ງ ຮ່ອມພູ ຊຸກໂກດ ໃຫ້ ປະຊາຊົນ ຂອງເຮົາດ້ວຍ.
\v 8 ກີເລອາດ ເປັນ ຂອງເຮົາ ແລະ ມານາເຊ ກໍ ຄືກັນ ເອຟຣາອິມ ຄື ໝວກ ແລະ ຢູດາ ຄື ຕະບອງ ຄອງ ອໍານາດ.
\s5
\v 9 ແຕ່ ເຮົາຈະໃຊ້ ໂມອາບ ເປັນ ດັ່ງ ຊາມ ລ້າງສ່ວຍ ແລະ ຈະ ໂຍນ ເກີບ ຂອງເຮົາ ໃສ່ ເອໂດມ ໃຫ້ ເປັນ ເຄື່ອງໝາຍ ວ່າ ເຮົາ ເປັນ ເຈົ້າ ຂອງ ດິນແດນ ເຮົາ ຈະ ໂຮຮ້ອງ ມີໄຊ ເໜືອຊາວ ຟີລິດສະຕິນ ດ້ວຍ. ”
\v 10 ຜູ້ໃດ ຈະພາ ໄປ ເມືອງ ທີ່ ມີ ປ້ອມປ້ອງກັນ? ຜູ້ໃດ ຈະນໍາຂ້ານ້ອຍໄປຍັງ ເອໂດມ ນັ້ນ?
\s5
\v 11 ໂອ ພຣະເຈົ້າ ພຣະອົງປະຖິ້ມ ພວກຂ້ານ້ອຍ ແທ້ບໍ? ພຣະອົງຈະບໍ່ໄປຮົບ ກັບກອງທັບຂອງ ພວກຂ້ານ້ອຍ ບໍ?
\v 12 ໂຜດ ຊ່ວຍ ຕໍ່ສູ້ ເຫລົ່າສັດຕູແດ່ ມະນຸດບໍ່ສາມາດ ຊ່ວຍໄດ້ ເລີຍ.
\v 13 ເມື່ອ ພຣະເຈົ້າ ຢູ່ ຝ່າຍ ພວກຂ້ານ້ອຍ ພວກຂ້ານ້ອຍ ຈະມີໄຊ ພຣະອົງ ຈະເອົາຊະນະ ເຫລົ່າສັດຕູ ຂອງ ພວກຂ້ານ້ອຍ ໃຫ້ໄດ້.
\s5
\c 109
\p
\v 1 ຂ້າແດ່ ພຣະເຈົ້າ ແຫ່ງ ຄໍາສັນລະເສີນ ຂໍ ຢ່າ ເມີນເສີຍ ມິດງຽບ ໄປເລີຍ.
\v 2 ຄົນ ຂີ້ຕົວະ ແລະ ຄົນຊົ່ວຮ້າຍ ໂຈມຕີ ຂ້ານ້ອຍ ຢູ່ ພວກເຂົາ ໃຊ້ ຄວາມ ບໍ່ຈິງ ເວົ້າ ຕໍ່ສູ້ ຂ້ານ້ອຍ ຢູ່.
\v 3 ຄໍາເວົ້າ ທີ່ ພວກເຂົາ ເວົ້າໃສ່ ນັ້ນ ມີ ແຕ່ ສິ່ງຊົ່ວຮ້າຍ ແລະ ຄໍາເວົ້າ ທີ່ ໂຈມຕີ ກໍ ບໍ່ ມີ ເຫດຜົນຫຍັງ.
\s5
\v 4 ພວກເຂົາ ຕໍ່ຕ້ານ ເຖິງ ແມ່ນວ່າ ຂ້ານ້ອຍ ຮັກພວກເຂົາ ແລະ ພາວັນນາ ອະທິຖານ ເພື່ອພວກເຂົາ [ບ] ຢູ່ບໍ່ຂາດ.
\v 5 ພວກເຂົາ ຕອບສະໜອງ ໂດຍ ຄວາມຊົ່ວແທນ ຄວາມດີ ແລະ ໃຊ້ຄວາມກຽດຊັງ ຕອບແທນ ຄວາມຮັກ.
\s5
\v 6 ຂໍ ຊົງໂຜດ ເລືອກເອົາ ຄົນ ອະທໍາ ມາ ຕັດສິນ ເຂົາ ແລະໃຫ້ ສັດຕູ ຄົນໜຶ່ງ ຂອງເຂົາ ຟ້ອງເຂົາ ຄືນສາ.
\v 7 ຂໍໃຫ້ ເຂົາຖືກ ຕັດສິນ ວ່າ ເປັນຜູ້ ມີ ຄວາມຜິດ ແມ່ນແຕ່ ຄໍາພາວັນນາ ອະທິຖານ ຂອງ ເຂົາ ກໍ ຂໍໃຫ້ ຖື ວ່າ ຜິດ ດ້ວຍ
\s5
\v 8 ຂໍ ໃຫ້ຊີວິດ ຂອງ ເຂົານັ້ນ ຈົບສິ້ນລົງ ຢ່າງ ໄວວາ ເພື່ອໃຫ້ ຄົນອື່ນ ມາຮັບໜ້າທີ່ ແທນເຂົາ.
\v 9 ຂໍໃຫ້ ລູກ ຂອງ ເຂົາກາຍເປັນກາໍພ້າພໍ່ ແລະ ຂໍໃຫ້ ເມຍ ຂອງ ເຂົາ ກາຍເປັນ ນາງໝ້າຍ ເຊັ່ນກັນ.
\v 10 ຂໍໃຫ້ ລູກ ຂອງເຂົາ ນັ້ນ ຂາດ ເຮືອນຢູ່ ແລະ ຂໍທານ ກິນ ຂໍໃຫ້ຖືກໄລ່ໜີ [ປ] ຈາກ ບ່ອນ ເພພັງ ທີ່ ພວກເຂົາຢູ່.
\s5
\v 11 ຂໍ ໃຫ້ ເຈົ້າໜີ້ ຂົນເອົາຊັບສິນ ທີ່ ເຂົາ ມີ ໜີໄປໝົດ ໃຫ້ຄົນແປກໜ້າຂົນເອົາ ທຸກສິ່ງ ທີ່ ເຂົາຫາມາໄດ້.
\v 12 ຂໍຢ່າໃຫ້ ຜູ້ໃດ ຜູ້ໜຶ່ງ ສະແດງ ຄວາມ ອີດູຕົນເຂົາ ຫືລ ສົງສານ ລູກ ຂອງ ເຂົາ ທີ່ ປະໄວ້ ໃຫ້ ເປັນກາໍພ້າ.
\v 13 ຂໍ ໃຫ້ ລູກຫລານ ຂອງ ເຂົາ ທຸກຄົນ ນັ້ນ ຕາຍໄປ ໝົດ ສິ້ນ ໃຫ້ ຊື່ ສຽງ ຂອງ ເຂົາ ສູນສິ້ນ ໄປ ໃນ ຄົນ ລຸ້ນ ຫລັງ ເຖີດ.
\s5
\v 14 ຂໍ ໃຫ້ ອົງ ພຣະ ຜູ້ ເປັນ ເຈົ້າ ຈົດ ຈາໍ ຄວາມຊົ່ວ ປູ່ຍ່າຕາຍາຍ ຂອງ ເຂົາ ຢ່າ ອະໄພ ການບາບ ຂອງ ແມ່ ເຂົາ ຈັກ ເທື່ອ.
\v 15 ຂໍ ໃຫ້ ອົງ ພຣະ ຜູ້ ເປັນ ເຈົ້າ ຈົດ ຈາໍ ການບາບ ຂອງ ພວກເຂົາ ຢູ່ ສະເໝີ ແຕ່ ຂໍ ໃຫ້ ພວກເຂົາ ເອງ ຖືກ ລືມ ໄລ ໄປ ຢ່າງ ໝົດສິ້ນ.
\v 16 ສໍາລັບ ຄົນ ຢ່າງ ນີ້ ບໍ່ ເຄີຍ ຄີດ ເມດຕາ ສົງ ສານ ຜູ້ໃດ ເຂົາ ກົດ ຂີ່ ທັງ ຂ້າ ຄົນ ຂັດ ສົນ ແລະ ຂາດ ທີ່ ເພິ່ງ.
\s5
\v 17 ຂໍ ໃຫ້ ເຂົາ ຖືກ ປ້ອຍດ່າ ເພາະ ມັກ ສາບແຊ່ງ ຄົນ ຢ່າ ໃຫ້ ມີ ຜູ້ໃດ ອວຍພອນ ເຂົາ ຍ້ອນ ເຂົາ ບໍ່ ເຄີຍ ອວຍພອນ ຄົນ ອື່ນ.
\v 18 ຄໍາ ປ້ອຍດ່າ ຂອງ ເຂົາ ນັ້ນ ຖື ເປັນ ຂອງ ທາໍ ມະດາ ເໝືອນກັບ ວ່າ ມັນ ເປັນ ຄື ການ ນຸ່ງ ເສື້ອຜ້າ. ຂໍ ໃຫ້ ຄໍາສາບແຊ່ງ ເປັນ ດັ່ງ ນາໍ້ ເຂົ້າ ໄປ ໃນ ຮ່າງກາຍ ແລະ ໃຫ້ ເປັນ ດັ່ງ ນໍ້າ ມັນ ຊືມ ເຂົ້າ ໃນ ກະດູກ ດ້ວຍ.
\s5
\v 19 ຂໍ ໃຫ້ ມັນຫຸ້ມ ຫໍ່ ຕົນຕົວ ໄວ້ ເໝືອນດັ່ງ ເຄື່ອງນຸ່ງຖື ແລະ ອ້ອມ ເຂົາ ຢູ່ ສະເໝີ ດັ່ງ ສາຍ ຮັດ ແອວ ໄວ້.
\v 20 ຂ້າແດ່ ອົງ ພຣະ ຜູ້ ເປັນ ເຈົ້າ ຂໍ ຊົງ ໂຜດ ລົງ ໂທດ ສັດ ຕູ ຢ່າງ ນີ້ ເຖີດ ຄື ພວກ ທີ່ ເວົ້າ ຊົ່ວຊ້າ ຕໍ່ ສູ້ ຂ້ານ້ອຍ ນັ້ນ.
\s5
\v 21 ແຕ່ ອົງ ພຣະ ຜູ້ ເປັນ ເຈົ້າ ພຣະເຈົ້າ ຢາເວ ຂອງ ຂ້ານ້ອຍ ເອີຍ ໂຜດ ຊ່ວຍຊູ ຂ້າ ນ້ອຍ ຕາມ ທີ່ ຊົງ ສັນຍາ ໄວ້ ເພາະ ຄວາມຮັກ ຂອງ ພຣະອົງ ດີເລີດ ປະເສີດ ຫລາຍ ໂຜດ ຊ່ວຍກູ້ ເອົາ ຂ້ານ້ອຍ ໄວ້ ດ້ວຍ.
\v 22 ຂ້ານ້ອຍ ລໍາບາກ ແລະ ຂັດ ສົນ ທີ່ ສຸດ ເຈັບ ປວດ ໃຈ ໜັກ ໜາ.
\v 23 ຂ້ານ້ອຍ ເກືອບ ສາບສູນ ໄປ ເປັນ ດັ່ງ ເງົາ ໃນ ຕອນຄໍ່າ ນັ້ນ ຂ້ານ້ອຍ ຖືກ ພັດ ໃຫ້ ໜີ ໄປ ດັ່ງ ແມງໄມ້.
\s5
\v 24 ຫົວເຂົ່າ ຂອງ ຂ້ານ້ອຍ ກໍ ເມື່ອຍອ່ອນ ແຮງ ເພາະ ອົດອາຫານ ຂ້ານ້ອຍ ຈຶ່ງ ມີ ແຕ່ ໜັງ ຕິດກະດູກ.
\v 25 ເມື່ອ ຄົນ ເຫັນ ແລ້ວ ເຂົາ ກໍ ເຍາະເຍີ້ຍ ຫົວຂວັນ ເຂົາ ແກວ່ງຫົວ ຢ່າງ ດູຖູກ ໝິ່ນ ປະໝາດ.
\s5
\v 26 ໂອ ອົງພຣະຜູ້ ເປັນເຈົ້າ ພຣະເຈົ້າ ຂອງ ຂ້ານ້ອຍ ໂຜດ ຊ່ວຍຊູ ຂ້ານ້ອຍ ດ້ວຍ ຍ້ອນ ຄວາມຮັກ ອັນ ໝັ້ນຄົງ ຂອງ ພຣະອົງ ໂຜດ ຊ່ວຍຊູ ຂ້ານ້ອຍ ໃຫ້ ພົ້ນ ດ້ວຍ.
\v 27 ໂອ ອົງພຣະຜູ້ ເປັນເຈົ້າ ເອີຍ ໂຜດ ເຮັດ ໃຫ້ ພວກ ສັດຕູ ໄດ້ ຮູ້ ແລະ ໄດ້ ເຫັນ ວ່າ ພຣະອົງ ເປັນ ຜູ້ ຊ່ວຍຊູ ຂ້ານ້ອຍ ໃຫ້ ພົ້ນໄພ.
\s5
\v 28 ພວກເຂົາ ພາກັນ ຢາກ ສາບແຊ່ງ ນິນ ທາ ຂ້ານ້ອຍ ແຕ່ ພຣະອົງ ຈະ ອວຍພອນ ແກ່ ຂ້ານ້ອຍ ໄດ້. ຂໍໃຫ້ ພວກ ທີ່ ຂົ່ມ ເຫັງ ຂ້ານ້ອຍ ນັ້ນ ພ່າຍແພ້ ໜີໄປ [ຜ] ແລະ ໃຫ້ ຜູ້ຮັບໃຊ້ ຂອງ ພຣະອົງ ຊົມຊື່ນ ຍິນດີ ເຖີດ.
\v 29 ຂໍ ໃຫ້ ພວກ ສັດຕູ ເຕັມໄປ ແຕ່ ຄວາມ ອັບອາຍ ແລະ ໃຫ້ ຫົ່ມ ຄວາມ ອັບອາຍ ດັ່ງ ຫົ່ມ ເສື້ອ ຜ້າ.
\s5
\v 30 ຂ້ານ້ອຍ ຈະໂມທະນາ ຂອບພຣະຄຸນ ອົງ ພຣະ ຜູ້ ເປັນ ເຈົ້າ ດ້ວຍ ສຽງດັງ ແລະ ຈະ ຍ້ອງຍໍ ສັນລະເສີນ ພຣະອົງ ໃນ ທີ່ ຊຸມນຸມຊົນ ນັ້ນ
\v 31 ເພາະ ພຣະອົງ ປົກ ປ້ອງ ຄຸ້ມ ຄອງ ຄົນ ຍາກ ຄົນຈົນ ແລະ ຊ່ວຍ ພວກເຂົາ ໃຫ້ ພົ້ນ ຈາກ ຄົນ ທີ່ ຢາກ ຂ້າ ພວກເຂົາ ນັ້ນ.
\s5
\c 110
\p
\v 1 ອົງ ພຣະ ຜູ້ ເປັນ ເຈົ້າ ກ່າວ ແກ່ ພຣະເຈົ້າ ຢາເວ ຂອງ ຂ້າ ນ້ອຍ ວ່າ, “ຈົ່ງ ນັ່ງ ທີ່ ກາໍ້ ຂວາ ມື ຂອງເຮົາ ຈົນ ກວ່າ ເຮົາ ໄດ້ ມອບ ເຫລົ່າ ສັດຕູ ໃຫ້ ກົ້ມ ລົງ ຢູ່ ໃຕ້ ຕີນ ຂອງ ເຈົ້າ.”
\s5
\v 2 ຈາກ ພູເຂົາ ຊີໂອນ, ພຣະອົງ ຈະ ແຜ່ ອໍານາດ ແຫ່ງ ກະສັດ ໂດຍ ກ່າວ ວ່າ, “ຈົ່ງ ປົກ ຄອງ ສັດ ຕູ ຂອງເຈົ້າ. ”
\v 3 ໃນ ມື້ ທີ່ ເຈົ້າ ຕໍ່ສູ້ ເຫລົ່າ ສັດຕູ ໝູ່ມານ ປະຊາຊົນ ຈະ ຂານ ອາສາ ເຂົ້າ ຮັບໃຊ້ ເຈົ້າ. ຊາຍໜຸ່ມ ຈະ ມາ ຫາ ເຈົ້າ ທີ່ ເນີນ ພູ ສັກ ສິດ [ພ] ດັ່ງ ນາໍ້ ຄ້າງ ຢອດ ລົງ ໃນ ຍາມ ເຊົ້າ ຕູ່.
\s5
\v 4 ອົງ ພຣະ ຜູ້ ເປັນ ເຈົ້າ ສັນ ຍາ ໄວ້ ຢ່າງ ເດັດ ດ່ຽວ ພຣະອົງ ຈະ ບໍ່ ຄືນ ຄໍາ ເປັນ ຈັກ ເທື່ອ ຄື ວ່າ, “ເຈົ້າ ຈະ ໄດ້ ເປັນ ປະໂຣຫິດ ສືບ ໆໄປ ຕາມ ແບບ ດຽວ ກັນ ກັບ ເມຄີເຊເດັກ. ” [ຟ]
\s5
\v 5 ພຣະເຈົ້າ ຢາເວ ຢູ່ ທີ່ ກາໍ້ ຂວາ ມື ຂອງ ທ່ານໃດ ບັນດາກະສັດ ຈະ ເສຍໄຊ ເມື່ອ ພຣະອົງ ໃຈຮ້າຍ.
\v 6 ພຣະອົງ ຈະ ພິພາກສາ ລົງໂທດ ຊົນຊາດ ທັງ ຫລາຍ ແລະເຮັດໃຫ້ ຊາກສົບ ຢາຍຢູ່ ເຕັມ ສະໜາມຮົບ. ພຣະອົງ ຈະ ທາໍ ລາຍ ພວກ ກະສັດ ໃຫ້ ໝຸ່ນ ທະລາຍ ໄປ ຕາຍ ຢຽດຢາຍ ກັນ ຢູ່ ເຕັມ ແຜ່ນດິນໂລກ.
\s5
\v 7 ກະສັດ ຈະ ດື່ມ ນໍ້າ ໃນ ຫ້ວຍ ທີ່ ໄຫລ ຜ່ານ ໃກ້ ຫົນ ທາງ ແລ້ວ ຈະ ມີ ກາໍ ລັງ ວັງ ຊາ ຢືນ ຢ່າງ ມີໄຊ ໄດ້.
\s5
\c 111
\p
\v 1 ຈົ່ງ ຍ້ອງຍໍ ສັນລະເສີນ ອົງ ພຣະ ຜູ້ ເປັນ ເຈົ້າ ຂ້ານ້ອຍ ຈະໂມທະນາ ຂອບພຣະຄຸນ ອົງ ພຣະ ຜູ້ ເປັນ ເຈົ້າ ດ້ວຍ ສຸດຈິດ ສຸດໃຈ ຂອງ ຂ້ານ້ອຍ ໃນ ທີ່ ຊຸມນຸມຊົນ ຂອງ ພຣະອົງ.
\v 2 ສິ່ງ ທີ່ ອົງພຣະ ຜູ້ ເປັນເຈົ້າ ກະທໍາ ນັ້ນ ກໍ ປະຫລາດ ໃຈ ຫລາຍ ທຸກຄົນ ທີ່ ຊົມຊື່ນ ຍິນດີ ກໍ ຢາກ ເຂົ້າໃຈ ໃນ ການ ກະທາໍ [ນ].
\v 3 ທຸກສິ່ງ ທີ່ ພຣະອົງ ກະທາໍ ນັ້ນ ເຕັມ ດ້ວຍກຽດສັກສີ ຄວາມ ຊອບທາໍ ຊົງ ມີ ຢູ່ ສືບ ໄປ ເປັນ ນິດ.
\s5
\v 4 ອົງພຣະ ຜູ້ ເປັນເຈົ້າ ຢາກ ໃຫ້ ພຣະ ຣາຊກິດ ອັນ ອັດສະຈັນ ຂອງ ພຣະອົງ ເປັນ ທີ່ ຈົດຈາໍ ເພາະ ພຣະອົງ ມີ ໃຈ ເມດຕາ ແລະ ກະລຸນາ ດ້ວຍ.
\v 5 ພຣະອົງ ໂຜດ ອາຫານ ໃຫ້ ຜູ້ ທີ່ ຢໍາເກງ ພຣະອົງ ແລະ ບໍ່ ໃຫ້ ລືມ ພັນທະສັນຍາ ຂອງ ພຣະອົງ ຈັກເທື່ອ.
\v 6 ພຣະອົງ ໄດ້ ສໍາແດງ ຣິດທານຸພາບ ໃຫ້ ປະຊາຊົນ ຂອງ ພຣະອົງ ໄດ້ ເຫັນໃຫ້ ດິນ ແດນ ຂອງ ຄົນ ຕ່າງດ້າວ ເປັນ ກໍາມະສິດ ແກ່ ພວກເຂົາ.
\s5
\v 7 ທຸກສິ່ງ ທີ່ ພຣະອົງ ຊົງ ກະທາໍ ນັ້ນ ກໍ ສັດຊື່ ແລະ ທ່ຽງທໍາ ຂໍ້ຄໍາສັ່ງ ທຸກ ຂໍ້ ກໍເປັນ ທີ່ ໄວ້ວາງໃຈ ໄດ້
\v 8 ຊຶ່ງ ດໍາລົງ ຢູ່ ໄດ້ ຕະຫລອດ ທຸກຍຸກ ທຸກສະໄໝ ທັງ ເປັນ ຄວາມຈິງ ແລະ ຄວາມ ຊອບທາໍ ດ້ວຍ.
\v 9 ພຣະອົງ ມາ ປົດປ່ອຍ ແລະ ຕັ້ງ ພັນທະສັນ ຍາ ອັນ ຕະຫລອດໄປ ໄວ້ ກັບ ເຂົາ ເຈົ້າ. ພຣະນາມ ຂອງ ພຣະອົງ ກໍ ບໍຣິສຸດ ແລະ ໜ້າ ຢໍາເກງ.
\s5
\v 10 ຄວາມ ຢໍາເກງ ອົງພຣະ ຜູ້ ເປັນເຈົ້າ [ມ] ເປັນ ບໍ່ ເກີດ ແຫ່ງ ສະຕິປັນຍາ ຜູ້ ທີ່ ເຊື່ອຟັງ ຂໍ້ຄໍາສັ່ງ ຈະ ເຂົ້າໃຈ ຢ່າງ ເລິກ ເຊີ່ງ ຄໍາ ຍ້ອງຍໍ ສັນລະເສີນ ຈົ່ງ ມີ ແກ່ ພຣະອົງ ຕະຫລອດໄປ.
\s5
\c 112
\p
\v 1 ຈົ່ງ ຍ້ອງຍໍ ສັນລະເສີນ ອົງ ພຣະ ຜູ້ ເປັນ ເຈົ້າ ຄວາມສຸກ ເປັນ ຂອງ ຜູ້ ທີ່ ຢໍາເກງ ອົງ ພຣະ ຜູ້ ເປັນ ເຈົ້າ ຄື ຜູ້ ທີ່ ເຊື່ອຟັງ ຂໍ້ຄໍາສັ່ງ ຂອງ ພຣະອົງ ດ້ວຍ ໃຈ ຊົມ ຊື່ນ ຍິນ ດີ
\v 2 ລູກ ຂອງ ພວກເຂົາ ນັ້ນ ຈະ ມີ ອໍານາດ ຢູ່ ໃນ ດິນແດນ ຕະຫຼອດ ທັງ ເຊື້ອສາຍ ກໍ ຈະ ໄດ້ ຮັບ ພຣະພອນ ດ້ວຍ.
\s5
\v 3 ຄອບຄົວ ຂອງ ຄົນ ນີ້ ຈະ ຮັ່ງ ມີ ເປັນ ດີ ແລະ ຈະ ຈະເລີນ ຮຸ່ງເຮືອງ ເລື້ອຍໆ
\v 4 ແສງ ສະຫວ່າງ ສ່ອງແຈ້ງ ໃນ ຄວາມມືດ ສໍາລັບ ຄົນ ສັດ ຊື່ ຄື ພວກຄົນ ທີ່ ເມດຕາປານີ ແລະ ເຮັດ ຖືກ ຕ້ອງ.
\v 5 ຄວາມສຸກ ເປັນ ຂອງ ຜູ້ ທີ່ ມີ ໃຈ ເຜື່ອ ແຜ່ ແລະ ໃຫ້ ຢືມ ຄື ຜູ້ ທີ່ ດໍາເນີນ ທຸລະກີດ ດ້ວຍ ຄວາມສັດຊື່.
\s5
\v 6 ສ່ວນ ຄົນຊອບທາໍ ນັ້ນ ລາວ ຈະ ບໍ່ ຫລົ້ມ ຈົມ ລົງ ເລີຍ ລາວ ຈະ ເປັນ ທີ່ ຈົດ ຈາໍ ແກ່ ທຸກຄົນ ຕະຫລອດໄປ.
\v 7 ລາວ ບໍ່ ຢ້ານ ຕໍ່ ຂ່າວ ບໍ່ ດີ ທີ່ ມີ ມາເຖິງ ຄວາມເຊື່ອ ລາວ ເຂັ້ມ ແຂງ ເພາະ ລາວ ໄວ້ວາງໃຈ ໃນ ອົງ ພຣະ ຜູ້ ເປັນ ເຈົ້າ.
\s5
\v 8 ລາວ ບໍ່ ກັງ ວົນ ໃຈ ແລະ ຢ້ານກົວ ຕໍ່ ສິ່ງ ໃດໆ ລາວ ແນ່ ໃຈ ວ່າ ຈະ ໄດ້ ເຫັນ ສັດຕູ ພ່າຍແພ້.
\v 9 ລາວ ໃຫ້ ທານ ຢ່າງ ເຜື່ອ ແຜ່ ແກ່ ຄົນ ຂັດສົນ ແລະ ຄວາມ ເມດຕາ ກໍ ບໍ່ ເຄີຍ ລົດໜ້ອຍ ລົງ ລາວ ຈະ ມີ ອໍານາດ ທັງ ຈະ ມີ ຄົນ ເຄົາ ຣົບ ນັບ ຖື ດ້ວຍ.
\s5
\v 10 ເມື່ອ ຄົນ ຊົ່ວ ເຫັນ ການ ນີ້ ແລ້ວ ກໍ ເກີດ ຄວາມ ບໍ່ ພໍ ໃຈ ຈຶ່ງ ມີ ໃຈ ຢາກ ຮ້າຍ ດ້ວຍ ຄວາມ ກຽດຊັງ ຍິ່ງ. ຝ່າຍ ຄົນ ຊົ່ວ ຊ້າ ນັ້ນ ຈະ ສູນຫາຍ ໄປ ໃນ ທີ່ ສຸດ ແລະ ຄວາມ ປາຖະໜາ ຂອງ ພວກເຂົາ ກໍ ສູນຫາຍ ໄປ ດ້ວຍ.
\s5
\c 113
\p
\v 1 ຈົ່ງ ຍ້ອງຍໍ ສັນລະເສີນ ອົງ ພຣະ ຜູ້ ເປັນ ເຈົ້າ ພວກທ່ານ ຜູ້ຮັບໃຊ້ ຂອງ ອົງ ພຣະ ຜູ້ ເປັນ ເຈົ້າ ເອີຍ ຈົ່ງ ພາກັນ ຍ້ອງຍໍ ສັນລະເສີນ ພຣະນາມ ຂອງ ອົງ ພຣະ ຜູ້ ເປັນ ເຈົ້າ.
\v 2 ຂໍ ໃຫ້ ພຣະນາມ ຂອງ ອົງ ພຣະ ຜູ້ເປັນ ເຈົ້າ ເປັນ ທີ່ ຍົກຍໍ ສັນລະເສີນ ໃນ ບັດນີ້ ແລະ ຕະຫລອດໄປ ເປັນນິດ ເທີ້ນ.
\s5
\v 3 ຈາກ ທິດ ຕາເວັນ ອອກ ໄປ ຫາ ທິດ ຕາເວັນ ຕົກ ຈົ່ງ ຍ້ອງຍໍ ສັນລະເສີນ ພຣະນາມ ຂອງ ອົງ ພຣະ ຜູ້ ເປັນ ເຈົ້າ.
\v 4 ອົງພຣະ ຜູ້ ເປັນ ເຈົ້າ ປົກ ຄອງ ຢູ່ ເໜືອ ຊົນ ຊາດ ທັງ ຫລາຍ ພຣະ ສະຫງ່າຣາສີ ກໍ ຢູ່ ເໜືອ ສະຫວັນ ຊັ້ນຟ້າ.
\s5
\v 5 ບໍ່ ມີ ໃຜ ທີ່ ເປັນ ດັ່ງ ອົງ ພຣະ ຜູ້ ເປັນ ເຈົ້າ ພຣະເຈົ້າ ຂອງ ພວກເຮົາ ພຣະອົງ ຢູ່ໃນບ່ອນສູງສຸດທີ່ ທາງເບື້ອງເທິງ ພຸ້ນ,
\v 6 ແຕ່ ພຣະອົງ ຫລຽວລົງ ມາ ເບິ່ງ ຟ້າສະຫວັນ ແລະ ແຜ່ນດິນ ໂລກ.
\s5
\v 7 ພຣະອົງ ຍົກຍໍ ຄົນທຸກ ຂຶ້ນ ຈາກ ຂີ້ຝຸ່ນ ດິນ ຍົກ ຄົນ ຂັດສົນ ຈາກ ຄວາມ ທຸກ ລໍາບາກ
\v 8 ແລະ ເຮັດ ໃຫ້ ພວກເຂົາໄດ້ ເປັນ ເພື່ອນ ພວກ ເຈົ້າ ຊາຍ ຄື ເຈົ້າ ຊາຍ ທັງ ຫລາຍ ທີ່ ເປັນ ປະຊາຊົນ ຂອງ ພຣະເຈົ້າ.
\s5
\v 9 ພຣະອົງ ໃຫ້ກຽດ ຍິງ ທີ່ ບໍ່ ມີ ລູກ ໂດຍ ໃຫ້ ນາງ ມີ ເຮືອນ ຢູ່ ໃຫ້ ນາງ ມີ ຄວາມສຸກ ໂດຍ ໃຫ້ ນາງ ມີ ລູກ. ຈົ່ງ ຍ້ອງຍໍ ສັນລະເສີນ ອົງພຣະ ຜູ້ ເປັນເຈົ້າ.
\s5
\c 114
\p
\v 1 ເມື່ອ ປະຊາຊົນ ອິດສະຣາເອນ ອອກ ມາ ຈາກ ເອຢິບ ເມື່ອ ເຊື້ອສາຍ ຢາໂຄບ ອອກ ໜີ ຈາກ ດິນແດນ ຄົນຕ່າງຊາດ.
\v 2 ເຜົ່າ ຢູດາ ກາຍເປັນ ປະຊາຊົນ ຂອງ ພຣະເຈົ້າ ອົງບໍຣິສຸດ ອິດສະຣາເອນ ກາຍເປັນ ກໍາມະສິດ ຂອງ ພຣະເຈົ້າ.
\s5
\v 3 ທະເລແດງ ໄດ້ ຫລຽວເບິ່ງ ແລະ ປົບ ໜີໄປ ແມ່ນາໍ້ ຈໍແດນ ໄດ້ ຢຸດ ໄຫລ ແລ້ວ ກໍ ໄຫລ ຄືນ ມາ ອີກ.
\v 4 ໜ່ວຍ ພູ ກະໂດດ ເຕັ້ນ ດັ່ງ ຝູງ ແບ້ເຖິກ ແລະ ພູນ້ອຍ ກໍ ເຕັ້ນ ຂຶ້ນ ລົງ ດັ່ງ ແກະນ້ອຍ.
\s5
\v 5 ມີ ຫຍັງ ນໍ ທີ່ ເກີດຂຶ້ນ ໂອ ເຈົ້າ ທະເລ ເອີຍ ຈຶ່ງ ເຮັດ ໃຫ້ ເຈົ້າ ປົບ ໜີ ເປີດ ໄປ ຢ່າງ ນັ້ນ? ໂອ ແມ່ນາໍ້ ຈໍແດນ ເອີຍ ເຈົ້າ ເດ ເປັນ ຈັ່ງໃດ? ເປັນ ຫຍັງ ຈຶ່ງ ຢຸດ ໄຫລ ແລະ ໄຫລ ຄືນ ມາ ອີກ?
\v 6 ພູເຂົາ ເອີຍ ເປັນ ຫຍັງ ຈຶ່ງ ເຕັ້ນ ດັ່ງ ຝູງ ແບ້ເຖິກ? ພູນ້ອຍ ເອີຍ ເປັນ ຫຍັງ ຈຶ່ງ ເຕັ້ນ ດັ່ງ ແກະນ້ອຍ?
\v 7 ແຜ່ນດິນ ໂລກ ເອີຍ ຈົ່ງ ສັ່ນສະເທືອນ ຕໍ່ໜ້າ ພຣະເຈົ້າ ຢາເວ, ຢູ່ ຕໍ່ໜ້າ ພຣະເຈົ້າ ຂອງ ຢາໂຄບ.
\s5
\v 8 ຜູ້ ຊົງປ່ຽນ ໂງ່ນຫິນ ໃຫ້ ກາຍເປັນ ສະ ທີ່ ມີ ນາໍ້ ອອກບໍ່ ແລະ ປ່ຽນ ເນີນຜາ ໃຫ້ ເປັນ ບໍ່ນາໍ້ ພຸ ໄຫລ ອອກ ມາ.
\s5
\c 115
\p
\v 1 ຂ້າແດ່ ອົງພຣະ ຜູ້ ເປັນ ເຈົ້າ ຂໍ ກຽດສັກ ສີ ຈົ່ງ ເປັນ ຂອງ ພຣະອົງ ພຽງແຕ່ ເທົ່ານັ້ນ ບໍ່ ເປັນ ຂອງ ພວກ ຂ້ານ້ອຍ ເລີຍ ກໍ ເພາະ ຄວາມຮັກ ອັນ ໝັ້ນ ຄົງ ແລະ ຄວາມ ສັດຈິງ ຂອງ ພຣະອົງ.
\v 2 ເປັນ ຫຍັງ ບັນດາ ຊົນ ຊາດ ຈຶ່ງ ຖາມ ວ່າ, “ພຣະເຈົ້າ ຂອງ ພວກເຈົ້າ ຢູ່ ໃສ?”
\s5
\v 3 ພຣະເຈົ້າ ຂອງ ພວກ ຂ້ານ້ອຍ ຢູ່ ເທິງ ສະຫວັນ ພຣະອົງ ປາຖະໜາ ສິ່ງໃດ ກໍ ກະທາໍ ສິ່ງ ນັ້ນ.
\v 4 ພະ ຂອງ ພວກເຂົາ ນັ້ນ ເຮັດ ດ້ວຍ ເງິນ ດ້ວຍ ຄໍາ ຖືກ ສ້າງ ຂຶ້ນ ມາ ດ້ວຍ ມື ຂອງ ມະນຸດ
\s5
\v 5 ພະ ເຫລົ່າ ນີ້ ມີ ປາກ ແຕ່ ພັດ ເວົ້າ ຈາ ບໍ່ ເປັນ, ພະ ເຫລົ່າ ນີ້ ມີ ຕາ ແຕ່ ເບິ່ງ ບໍ່ ເຫັນ.
\v 6 ພະ ເຫລົ່າ ນີ້ ມີ ຫູ ແຕ່ ບໍ່ ໄດ້ຍິນ, ພະ ເຫລົ່າ ນີ້ ມີ ດັງ ແຕ່ ດົມ ກິ່ນ ບໍ່ ໄດ້.
\s5
\v 7 ພະ ເຫລົ່າ ນີ້ ມີ ມື ແຕ່ ຈັບ ບາຍ ບໍ່ ເປັນ, ພະ ເຫລົ່າ ນີ້ ມີ ຕີນ ແຕ່ ຍ່າງ ໄປມາ ບໍ່ ໄດ້, ພະ ເຫລົ່າ ນີ້ ເຮັດ ໃຫ້ ມີ ສຽງ ອອກ ຈາກ ລໍາຄໍ ບໍ່ ໄດ້.
\v 8 ຂໍ ໃຫ້ ທຸກຄົນ ທີ່ ສ້າງ ພວກ ພະ ແລະ ໄວ້ໃຈ ໃນ ມັນ ຈົ່ງ ກາຍເປັນ [ຢ] ດັ່ງ ຮູບປັ້ນ ເຫລົ່າ ນັ້ນ ເຖີດ.
\s5
\v 9 ຊາວ ອິດສະຣາເອນ ເອີຍ ຈົ່ງ ໄວ້ວາງໃຈ ໃນ ອົງ ພຣະ ຜູ້ ເປັນ ເຈົ້າ ພຣະອົງ ໃຫ້ ຄວາມ ຊ່ວຍເຫລືອ ແລະ ຄຸ້ມ ຄອງ ໄດ້.
\v 10 ບັນດາ ປະໂຣຫິດ ເອີຍ ຈົ່ງ ໄວ້ວາງໃຈ ໃນ ອົງ ພຣະ ຜູ້ ເປັນ ເຈົ້າ ພຣະອົງ ໃຫ້ ຄວາມ ຊ່ວຍເຫລືອ ແລະ ຄຸ້ມ ຄອງ ໄດ້.
\v 11 ທຸກຄົນ ທີ່ ຢໍາເກງ ອົງພຣະ ຜູ້ ເປັນເຈົ້າ ຈົ່ງ ໄວ້ວາງໃຈ ໃນ ອົງ ພຣະ ຜູ້ ເປັນ ເຈົ້າ ເຖີດ ພຣະອົງ ໃຫ້ ຄວາມ ຊ່ວຍເຫລືອ ແລະ ເປັນ ໂລ້ກາໍ ບັງ.
\s5
\v 12 ອົງພຣະ ຜູ້ ເປັນເຈົ້າ ລະນຶກເຖິງ ພວກເຮົາ ແລະ ຈະ ອວຍພອນ ພວກເຮົາ ພຣະອົງ ຈະ ອວຍພອນ ພວກ ອິດສະຣາເອນ ແລະ ປະໂຣຫິດ ທຸກຄົນ ດ້ວຍ.
\v 13 ພຣະອົງ ຈະ ອວຍພອນ ທຸກຄົນ ທີ່ ຢໍາເກງ ອົງພຣະ ຜູ້ ເປັນເຈົ້າ ທັງ ຜູ້ໃຫຍ່ ແລະ ຜູ້ນ້ອຍ.
\v 14 ຂໍ ອົງພຣະ ຜູ້ ເປັນເຈົ້າ ໂຜດ ໃຫ້ ພວກເຈົ້າ ມີ ລູກຫລານ ຫລາຍ ທັງ ພວກເຈົ້າ ແລະ ເຊື້ອ ສາຍ ຂອງ ພວກເຈົ້າ ດ້ວຍ.
\s5
\v 15 ຂໍ ໃຫ້ ພວກເຈົ້າ ໄດ້ ຮັບພອນ ຈາກ ອົງພຣະຜູ້ ເປັນ ເຈົ້າ ຄື ຜູ້ສ້າງ ສະຫວັນ ແລະ ແຜ່ນດິນໂລກ.
\v 16 ຟ້າສະຫວັນ ເປັນ ຂອງ ອົງ ພຣະ ຜູ້ ເປັນ ເຈົ້າ ເທົ່ານັ້ນ ແຕ່ ພຣະອົງ ໄດ້ ປະທານ ແຜ່ນດິນໂລກ ໃຫ້ ແກ່ ມະນຸດ.
\s5
\v 17 ຄົນ ຕາຍ ຈະ ບໍ່ ໄດ້ ຍ້ອງຍໍ ສັນລະເສີນ ອົງພຣະ ຜູ້ ເປັນ ເຈົ້າ ຫລື ຄົນ ທີ່ ລົງ ໄປ ສູ່ ແດນ ແຫ່ງ ຄວາມງຽບ [ຣ] ແລ້ວ ກໍ ເຊັ່ນ ກັນ.
\v 18 ແຕ່ ພວກເຮົາ ຜູ້ ທີ່ ມີ ຊີວິດ ຢູ່ນີ້ ຈະໂມທະນາ ຂອບພຣະຄຸນ ອົງພຣະ ຜູ້ ເປັນ ເຈົ້າ ທັງ ໃນ ປັດຈຸບັນ ແລະ ຕະຫລອດໄປ ເປັນ ນິດ. ຈົ່ງ ຍ້ອງຍໍ ສັນລະເສີນ ອົງ ພຣະ ຜູ້ ເປັນ ເຈົ້າ ເຖີດ.
\s5
\c 116
\p
\v 1 ຂ້ານ້ອຍ ຮັກ ອົງ ພຣະ ຜູ້ ເປັນ ເຈົ້າ ເພາະ ພຣະອົງ ໄດ້ຍິນ ສຽງ ຂອງ ຂ້ານ້ອຍ ຮ້ອງຫາ ພຣະອົງ ຊົງ ຟັງ ຄໍາ ພາວັນນາ ອະທິຖານ ຂອງ ຂ້ານ້ອຍ.
\v 2 ພຣະອົງ ຟັງ ຂ້ານ້ອຍ ທຸກໆເທື່ອ ເມື່ອ ຂ້ານ້ອຍ ຮ້ອງຫາ ພຣະອົງ.
\s5
\v 3 ຂ້ານ້ອຍ ຖືກ ລ້ອມ ດ້ວຍ ອັນຕະລາຍ ເຖິງ ຕາຍ ຈຶ່ງ ຢູ່ ໃຕ້ ເງົາ ແຫ່ງ ແດນ ມໍຣະນາ ນັ້ນ. ມັນ ຮັດບີບໄວ້ ຈົນ ອຶດ ອັດ ໃນ ຈິດ ໃຈ ຈຶ່ງ ມີ ແຕ່ ຢ້ານກົວ ແລະ ໂສກເສົ້າ.
\v 4 ແລ້ວ ຂ້ານ້ອຍ ກໍ ຮ້ອງຫາ ອົງ ພຣະ ຜູ້ ເປັນ ເຈົ້າ ໃຫ້ ຊ່ວຍຊູ ວ່າ, “ຂ້າແດ່ ອົງ ພຣະ ຜູ້ ເປັນ ເຈົ້າ ຂໍ ຊົງ ໂຜດ ຊ່ວຍ ຂ້ານ້ອຍ ໃຫ້ ພົ້ນ ດ້ວຍ.”
\s5
\v 5 ອົງພຣະ ຜູ້ ເປັນເຈົ້າ ຊົງ ສັດຊື່ ແລະ ຊົງ ຄຸນຄວາມດີ ພຣະເຈົ້າ ຂອງ ພວກເຮົາ ຊົງ ເມດຕາ ກະລຸນາ ຢ່າງ ເຕັມ ລົ້ນ.
\v 6 ອົງພຣະ ຜູ້ ເປັນເຈົ້າ ປົກ ປ້ອງ ຜູ້ ຂາດ ທີ່ ເພິ່ງ ພາ ເມື່ອ ຂ້ານ້ອຍ ຢູ່ ໃນ ອັນຕະລາຍ ພຣະອົງ ໄດ້ ຊ່ວຍ ໄວ້.
\s5
\v 7 ຈິດໃຈ ຂອງ ຂ້ານ້ອຍ ເອີຍ ຈົ່ງ ເຊື່ອ ໝັ້ນ ເຖີດ ເພາະ ອົງພຣະ ຜູ້ ເປັນເຈົ້າ ຊົງ ປະທານ ຄວາມດີ ແກ່ ເຈົ້າ ແລ້ວ.
\v 8 ພຣະອົງ ໄດ້ ຊ່ວຍ ຂ້ານ້ອຍ ໃຫ້ ພົ້ນ ຈາກ ຕາຍ ລະງັບ ນາໍ້ຕາ ແລະ ຊ່ວຍ ຂ້ານ້ອຍ ບໍ່ ໃຫ້ ພ່າຍແພ້.
\s5
\v 9 ດັ່ງ ນັ້ນ ຂ້ານ້ອຍ ຈຶ່ງ ຍ່າງ ຢູ່ ຊ້ອງໜ້າ ອົງ ພຣະ ຜູ້ ເປັນ ເຈົ້າ ໃນ ໂລກ ມະນຸດ ຂອງ ຜູ້ ມີ ຊີວິດ ຢູ່ ນີ້.
\v 10 ຂ້ານ້ອຍ ສືບຕໍ່ ເຊື່ອໝັ້ນ ເຖິງ ແມ່ນ ໄດ້ ເວົ້າຈາ ວ່າ, “ຂ້ານ້ອຍ ຖືກ ຢຽບລົງ ຢ່າງ ໝົດສິ້ນ. ”
\v 11 ເຖິງ ແມ່ນ ຂ້ານ້ອຍ ເຄີຍ ຢ້ານ ແລະ ເວົ້າ ວ່າ, “ບໍ່ມີ ຜູ້ໃດ ເປັນ ທີ່ ໄວ້ວາງໃຈ ໄດ້ ເລີຍ.”
\s5
\v 12 ຍ້ອນ ພຣະຄຸນ ຄວາມດີ ທີ່ ມີ ຕໍ່ ຂ້າ ນ້ອຍ ທຸກປະການ ຂ້ານ້ອຍ ຈະ ຖວາຍ ຫຍັງ ແດ່ ແກ່ ອົງ ພຣະ ຜູ້ ເປັນ ເຈົ້າ?
\v 13 ຂ້ານ້ອຍ ຈະ ຖວາຍ ເຫລົ້າ ອະງຸ່ນ ຢ່າງດີ ແກ່ ອົງ ພຣະ ຜູ້ ເປັນ ເຈົ້າ ເພື່ອ ຂອບພຣະຄຸນ ພຣະອົງ ທີ່ ຊ່ວຍ ຊູ ຂ້ານ້ອຍ ໃຫ້ ພົ້ນ.
\v 14 ຂ້ານ້ອຍ ຈະ ຖວາຍ ສິ່ງ ທີ່ ໄດ້ ສັນຍາ ໄວ້ ກັບ ອົງ ພຣະ ຜູ້ ເປັນ ເຈົ້າ ໃນ ທີ່ ຊຸມນຸມຊົນ ທັງປວງ ຂອງ ພຣະອົງ ນັ້ນ.
\v 15 ຄວາມຕາຍ ແຫ່ງ ໄພ່ ພົນ ຂອງ ພຣະເຈົ້າ ເປັນ ສິ່ງ ປະເສີດ ໃນ ສາຍ ພຣະເນດ ຂອງ ອົງ ພຣະ ຜູ້ ເປັນ ເຈົ້າ.
\s5
\v 16 ຂາ້ ແດ່ ອົງ ພຣະ ຜູ້ ເປັນ ເຈົ້າ ຂ້ານ້ອຍ ເປັນ ຜູ້ຮັບໃຊ້ ຂອງ ພຣະອົງ ແລະ ບົວ ລະບັດ ຮັບໃຊ້ ພຣະອົງ ເໝືອນ ດັ່ງ ທີ່ ແມ່ ຂອງ ຂ້ານ້ອຍ ໄດ້ ປະຕິບັດມາ ພຣະອົງ ໄດ້ ຊ່ວຍ ຂ້ານ້ອຍ ໃຫ້ ພົ້ນຕາຍ ໄດ້.
\v 17 ຂ້ານ້ອຍ ຈະ ຖວາຍ ເຄື່ອງ ບູຊາ ໂມທະນາ ຂອບພຣະຄຸນ ພຣະອົງ ແລະ ຈະ ຮ້ອງ ອອກ ພຣະນາມ ຂອງ ອົງ ພຣະ ຜູ້ ເປັນ ເຈົ້າ ດ້ວຍ.
\s5
\v 18-19 ຂ້ານ້ອຍ ຈະ ຖວາຍ ຕາມ ທີ່ ໄດ້ ສັນຍາ ຕໍ່ ອົງ ພຣະ ຜູ້ ເປັນ ເຈົ້າ ໃນ ທີ່ ຊຸມນຸມຊົນ ທັງປວງ ຂອງ ພຣະອົງ ໃນ ທີ່ ນະມັດສະການ ອັນ ສັກສິດ ທີ່ ພຣະວິຫານ ຂອງ ອົງ ພຣະ ຜູ້ ເປັນ ເຈົ້າ ແຫ່ງ ນະຄອນ ເຢຣູຊາເລັມ ນັ້ນ. ຈົ່ງ ຍ້ອງຍໍ ສັນລະເສີນ ອົງ ພຣະ ຜູ້ ເປັນ ເຈົ້າ.
\s5
\c 117
\p
\v 1 ທຸກ ຊົນຊາດ ເອີຍ ຈົ່ງ ຍ້ອງຍໍ ສັນລະເສີນ ອົງພຣະ ຜູ້ ເປັນເຈົ້າ ຄົນທຸກຊາດ ພາສາ ເອີຍ ຈົ່ງ ຍ້ອງຍໍ ສັນລະເສີນ ພຣະອົງ.
\v 2 ຄວາມຮັກ ຂອງ ພຣະອົງ ສໍາລັບ ພວກເຮົາ ກໍ ໃຫຍ່ຫລວງ ແລະ ຄວາມສັດຊື່ ຂອງ ອົງ ພຣະ ຜູ້ ເປັນ ເຈົ້າ ກໍ ດໍາລົງ ຢູ່ ຕະຫລອດ ໄປ ເປັນ ນິດ. ຈົ່ງ ຍ້ອງຍໍ ສັນລະເສີນ ອົງພຣະ ຜູ້ ເປັນເຈົ້າ.
\s5
\c 118
\p
\v 1 ຈົ່ງ ໂມທະນາ ຂອບພຣະຄຸນ ອົງ ພຣະ ຜູ້ ເປັນ ເຈົ້າ ເພາະ ພຣະອົງ ປະເສີດ ເພາະ ຄວາມຮັກ ໝັ້ນ ຄົງ ຂອງ ພຣະອົງ ດໍາລົງ ຢູ່ ສືບໄປ ເປັນນິດ.
\v 2 ຂໍ ໃຫ້ ປະຊາຊົນ ຊາດ ອິດສະຣາເອນ ກ່າວ ວ່າ, “ຄວາມຮັກ ຂອງ ພຣະອົງ ດໍາລົງ ຢູ່ ສືບໄປ ເປັນນິດ.”
\s5
\v 3 ຂໍ ໃຫ້ ພວກ ປະໂຣຫິດ ຂອງ ພຣະເຈົ້າ ພາກັນ ກ່າວ ວ່າ, “ຄວາມຮັກ ໝັ້ນ ຄົງ ຂອງ ພຣະອົງ ດໍາລົງ ຢູ່ ສືບໄປ ເປັນນິດ. ”
\v 4 ຂໍ ໃຫ້ ຜູ້ ທີ່ ຢໍາເກງ ອົງ ພຣະ ຜູ້ ເປັນ ເຈົ້າ ທຸກຄົນ ຈົ່ງ ກ່າວ ວ່າ, “ຄວາມຮັກ ໝັ້ນ ຄົງ ຂອງ ພຣະອົງ ດໍາລົງ ຢູ່ ສືບໄປ ເປັນນິດ.”
\s5
\v 5 ຂ້ານ້ອຍ ໄດ້ ຮ້ອງຫາ ອົງພຣະ ຜູ້ ເປັນເຈົ້າ ໃນ ຍາມ ທຸກຮ້ອນ ເຂັນໃຈ ອົງ ພຣະ ຜູ້ ເປັນ ເຈົ້າ ໄດ້ ຕອບ ຄໍາ ຮ້ອງຂໍ ຂອງ ຂ້ານ້ອຍ ແລະ ປົດປ່ອຍ ຂ້ານ້ອຍ ໃຫ້ ພົ້ນ.
\v 6 ອົງ ພຣະ ຜູ້ ເປັນ ເຈົ້າ ຢູ່ ນາໍຂ້ານ້ອຍ ຂ້ານ້ອຍຈະ ບໍ່ ຢ້ານກົວ ເລີຍ ແມ່ນ ຜູ້ໃດ ເຮັດ ຫຍັງ ໃຫ້ ຂ້ານ້ອຍ ໄດ້?
\v 7 ແມ່ນ ອົງ ພຣະ ຜູ້ ເປັນ ເຈົ້າ ທີ່ ໄດ້ ໃຫ້ ຄວາມ ອູ້ມຊູ ແກ່ ຂ້ານ້ອຍ ຂ້ານ້ອຍ ຈະ ໄດ້ ເຫັນ ພວກ ສັດ ຕູ ພ່າຍແພ້.
\s5
\v 8 ການ ໄວ້ວາງໃຈ ໃນ ອົງ ພຣະ ຜູ້ ເປັນ ເຈົ້າ ເປັນ ການດີ ດີກວ່າ ທ່ີ່ຈະ ເພີ່ງ ພາ ອາໄສ ມະນຸດ.
\v 9 ການ ໄວ້ວາງໃຈ ໃນ ອົງ ພຣະ ຜູ້ ເປັນ ເຈົ້າ ເປັນ ການດີ ດີກວ່າ ທີ່ ຈະ ເພິ່ງ ພາ ອາໄສ ຜູ້ນາໍ ທີ່ ເປັນ ມະນຸດ.
\s5
\v 10 ພວກ ສັດຕູ ໄດ້ ອ້ອມ ຂ້ານ້ອຍ ໄວ້ ຕັ້ງຫລວງຫລາຍ ແຕ່ ຂ້ານ້ອຍ ໄດ້ ທາໍ ລາຍ ພວກເຂົາ ດ້ວຍ ພຣະນາມ ຂອງ ອົງ ພຣະ ຜູ້ ເປັນ ເຈົ້າ
\v 11 ພວກເຂົາ ໄດ້ ອ້ອມ ຂ້ານ້ອຍ ໄວ້ ທຸກໆ ດ້ານ ແຕ່ ຂ້ານ້ອຍ ໄດ້ ທາໍ ລາຍ ພວກເຂົາ ດ້ວຍ ພຣະນາມ ຂອງ ອົງພຣະ ຜູ້ ເປັນເຈົ້າ.
\v 12 ພວກເຂົາ ບຸກໂຈມຕີ ຂ້ານ້ອຍ ດັ່ງ ຝູງ ເຜິ້ງ ຫຸ້ມ ໂຈມຕີ ແຕ່ ພວກເຂົາ ຖືກ ດັບ ຊີວີ ຢ່າງ ວ່ອງໄວ ໝົດ ສີ້ນ ຄື ຖືກ ດັບສູນ ໄປ ກ້ຽງ ດັ່ງ ຫຍ້າ ແຫ້ງ ທີ່ ຖືກ ໄຟ ຂ້ານ້ອຍ ໄດ້ ທາໍ ລາຍ ພວກເຂົາ ດ້ວຍ ພຣະນາມ ຂອງ ອົງ ພຣະ ຜູ້ ເປັນ ເຈົ້າ.
\s5
\v 13 ຂ້ານ້ອຍ ຖືກ ໂຈມຕີ ຢ່າງ ໂຫດຫ້ຽມ ໃຫ້ ພ່າຍແພ້ ໄປ ແຕ່ ອົງ ພຣະ ຜູ້ ເປັນ ເຈົ້າ ໄດ້ ຊ່ວຍຊູ ເອົາ ຂ້ານ້ອຍ ໄວ້ ໄດ້.
\v 14 ອົງພຣະ ຜູ້ ເປັນເຈົ້າ ໃຫ້ ຂ້ານ້ອຍ ມີ ອໍານາດ ແຂງແຮງ ຂຶ້ນ ໃໝ່ ພຣະອົງ ໄດ້ ຊ່ວຍຊູ ຂ້ານ້ອຍ ໃຫ້ ຫວິດ ພົ້ນ ໂພຍໄພ.
\s5
\v 15 ຈົ່ງ ຟັງ ສຽງ ປະຊາຊົນ ຂອງ ພຣະເຈົ້າ ໂຮຮ້ອງ ຍິນດີ ເພາະ ຄວາມມີໄຊ ທີ່ ຜ້າເຕັນ ຂອງ ເຂົາ ເຈົ້າ ຣິດທານຸພາບ ຂອງ ພຣະເຈົ້າ ນັ້ນ ຍິ່ງ ໃຫຍ່ ຫລາຍ ອົງ ພຣະ ຜູ້ ເປັນ ເຈົ້າ ກາໍ ໄຊຊະນະ ຄັ້ງ ຍິ່ງ ໃຫຍ່.
\v 16 ຣິດທານຸພາບ ຂອງ ອົງພຣະ ຜູ້ ເປັນເຈົ້າ ໄດ້ ນາໍ ໄຊຊະນະ ມາ ສູ່ ພວກເຮົາ ຄື ອໍານາດ ອັນ ຍິ່ງ ໃຫຍ່ ຂອງ ອົງພຣະ ຜູ້ ເປັນເຈົ້າ ໃນ ສະໜາມຮົບ
\s5
\v 17 ແທນ ທີ່ ຂ້ານ້ອຍ ຈະ ສິ້ນ ຊີວິດ ແຕ່ ຂ້ານ້ອຍ ຈະ ມີ ຊີວິດ ຢູ່ ແລະ ປະກາດ ສິ່ງ ທີ່ ອົງພຣະ ຜູ້ ເປັນເຈົ້າ ໄດ້ ຊົງ ກະທໍາ.
\v 18 ອົງພຣະ ຜູ້ ເປັນເຈົ້າ ໄດ້ ລົງໂທດ ຢ່າງໜັກ ແຕ່ ພຣະອົງ ບໍ່ ໄດ້ ປະປ່ອຍ ຂ້ານ້ອຍ ໃຫ້ ສິ້ນ ຊີວິດ.
\s5
\v 19 ຈົ່ງ ເປີດ ປະຕູ ແຫ່ງ ຄວາມ ຊອບທາໍ ໃຫ້ ຂ້ານ້ອຍ ຂ້ານ້ອຍ ຈະ ໄປ ຖວາຍ ໂມທະນາ ຂອບພຣະຄຸນ ແກ່ ອົງພຣະ ຜູ້ ເປັນເຈົ້າ.
\v 20 ນີ້ ຄື ປະຕູ ແຫ່ງ ອົງພຣະ ຜູ້ ເປັນເຈົ້າ ຜູ້ ທີ່ ຈະ ເຂົ້າ ໄປ ເຖິງ ໄດ້ ມີ ແຕ່ ຄົນ ຊອບທາໍ ເທົ່າ ນັ້ນ.
\v 21 ຂ້ານ້ອຍ ໂມທະນາ ຂອບພຣະຄຸນ ພຣະອົງ ເພາະ ພຣະອົງ ໄດ້ຍິນ ສຽງ ທີ່ ຂ້ານ້ອຍ ຮ້ອງຫາ ແລ້ວ ແລະ ໄດ້ ໂຜດ ໃຫ້ ຂ້ານ້ອຍ ມີໄຊ ຊະນະ ແລ້ວ.
\s5
\v 22 ຫິນ ທີ່ ຊ່າງກໍ່ ໄດ້ ໂຍນ ຖິ້ມ ແລ້ວ ເພາະ ຖື ວ່າ ໄຮ້ ຄ່າ ກໍ ກາຍເປັນ ຫິນ ເສົາ ເອກ ສໍາຄັນ ກວ່າໝູ່ໝົດ.
\v 23 ເລື່ອງນີ້ ແມ່ນອົງພຣະຜູ້ເປັນເຈົ້າ ທີ່ ໄດ້ ກະທາໍ ການ ຊຶ່ງ ເປັນ ການ ອັດສະຈັນ ປະຈັກ ຕາ ແທ້ໆ.
\s5
\v 24 ວັນນີ້ ເປັນ ວັນ ທີ່ ອົງ ພຣະ ຜູ້ ເປັນ ເຈົ້າ ໃຫ້ ຄວາມ ມີໄຊ ຈົ່ງ ຊົມ ຊື່ນ ຍິນ ດີ ແລະ ສະຫລອງ ກັນ ເຖີດ.
\v 25 ຂ້າ ແດ່ ອົງ ພຣະ ຜູ້ ເປັນ ເຈົ້າ ຂໍ ຊົງ ໂຜດ ຊ່ວຍ ຂ້ານ້ອຍ ໃຫ້ ພົ້ນ ເຖີດ ຂ້າແດ່ ອົງ ພຣະ ຜູ້ ເປັນ ເຈົ້າ ໂຜດ ປະທານ ຄວາມ ສໍາເລັດ ໃຫ້ ແກ່ ພວກ ຂ້ານ້ອຍ ແດ່ ທ້ອນ.
\s5
\v 26 ຂໍ ໃຫ້ ທ່ານ ຜູ້ ທີ່ ມາ ໃນ ພຣະນາມ ຂອງ ອົງ ພຣະ ຜູ້ ເປັນ ເຈົ້າ ຈົ່ງ ໄດ້ ຮັບ ພຣະພອນ ຂ້ານ້ອຍ ທັງ ຫລາຍ ອວຍພອນ ທ່ານ ຈາກ ພຣະວິຫານ ແຫ່ງ ອົງ ພຣະ ຜູ້ ເປັນ ເຈົ້າ.
\v 27 ອົງ ພຣະ ຜູ້ ເປັນ ເຈົ້າ ເປັນ ພຣະເຈົ້າ ພຣະອົງ ດີ ຕໍ່ ພວກເຮົາ. ຈົ່ງ ຖື ກິ່ງ ໄມ້ ແລະ ເລີ່ມ ສະຫລອງ ເທດສະການ ຈົ່ງ ພາກັນ ຍ່າງ ເປັນ ຂະບວນ ອ້ອມ ແທ່ນບູຊາ ເຖີດ.
\v 28 ພຣະອົງ ເປັນ ພຣະເຈົ້າ ຂອງ ຂ້ານ້ອຍ ຂ້ານ້ອຍໂມທະນາ ຂອບພຣະຄຸນ ພຣະອົງ ແລະ ຈະ ປະກາດ ຄວາມ ຍິ່ງ ໃຫຍ່ ຂອງ ພຣະອົງ.
\s5
\v 29 ຈົ່ງ ໂມທະນາ ຂອບພຣະຄຸນ ອົງພຣະ ຜູ້ ເປັນເຈົ້າ ເພາະ ພຣະອົງ ປະເສີດ ຄວາມຮັກ ໝັ້ນ ຄົງ ຂອງ ພຣະອົງ ດໍາລົງ ຢູ່ ສືບໄປ ເປັນນິດ.
\s5
\c 119
\p
\v 1 ຄວາມສຸກ ເປັນ ຂອງ ຜູ້ ທີ່ ດໍາເນີນ ຊີວິດ ຢ່າງ ບໍ່ ມີ ຄວາມຜິດ ຄື ຜູ້ ທີ່ ດໍາເນີນ ຊີວິດ ຕາມ ກົດບັນຍັດ ຂອງ ອົງພຣະ ຜູ້ ເປັນເຈົ້າ.
\v 2 ຄວາມສຸກ ເປັນ ຂອງ ຜູ້ ທີ່ ເຮັດ ຕາມ ຄໍາສັ່ງ ຂອງ ພຣະອົງ ຜູ້ ທີ່ ສະແຫວງຫາພຣະອົງ ດ້ວຍສຸດຈິດ ສຸດໃຈ.
\s5
\v 3 ພວກເຂົາ ບໍ່ ເຄີຍ ປະພຶດ ຜິດ ພາດ ຈັກ ເທື່ອ ເລີຍ ແຕ່ ເດີນ ຕາມ ທາງ ຂອງ ພຣະອົງ.
\v 4 ພຣະອົງ ໄດ້ ມອບ ກົດ ບັນ ຍັດ ໃຫ້ ແລະ ບອກ ໃຫ້ ພວກ ຂ້ານ້ອຍ ເຊື່ອ ຟັງ ກົດບັນຍັດ ນັ້ນ ຢ່າງ ສັດຊື່.
\s5
\v 5 ຂ້ານ້ອຍ ຫວ​ັງ ວ່າ ຈະ ໄດ້ ສັດຊື່ ສະເໝີໄປ ໂດຍ ການ ຖື ຮັກສາ ຂໍ້ ຄໍາສັ່ງສອນ ຂອງ ພຣະອົງ ນັ້ນ.
\v 6 ຖ້າ ຂ້ານ້ອຍ ເອົາໃຈໃສ່ ຕໍ່ ຂໍ້ຄໍາສັ່ງ ທຸກຢ່າງ ຂອງ ພຣະອົງ ຂ້ານ້ອຍ ກໍ ຈະ ບໍ່ໄດ້ ຖືກ ອັບອາຍ ຂາຍໜ້າ.
\s5
\v 7 ເມື່ອ ຮຽນຮູ້ ການຕັດສິນ ອັນຊອບທາໍ ຂອງ ພຣະອົງ ຂ້ານ້ອຍ ຈະ ຍົກ ຍໍ ພຣະອົງ ດ້ວຍ ຈິດໃຈ ອັນບໍຣິສຸດ.
\v 8 ຂ້ານ້ອຍ ຈະ ຢຶດ ໝັ້ນ ຕາມ ກົດ ບັນ ຍັດ ຂອງ ພຣະອົງ ຂໍ ຢ່າ ປະປ່ອຍ ຂ້ານ້ອຍ ຈັກເທື່ອ ເລີຍ.
\s5
\v 9 ຄົນໜຸ່ມສາວຮັກສາຊີວິດ ໃຫ້ ບໍຣິສຸດໄດ້ ຢ່າງໃດ? ກໍ ໂດຍ ເຊື່ອຟັງ ຂໍ້ຄໍາສັ່ງ ຂອງ ພຣະເຈົ້າ.
\v 10 ຂ້ານ້ອຍສະແຫວງຫາຮັບ ໃຊ້ ພຣະອົງ ດ້ວຍສຸດໃຈ ຂໍຊົງ ໂຜດ ຮັກສາ ຂ້ານ້ອຍ ຢ່າ ໃຫ້ ຝ່າຝືນ ກົດບັນຍັດ ຂອງ ພຣະອົງ.
\s5
\v 11 ຂ້ານ້ອຍ ຖື ຮັກສາ ຖ້ອຍຄໍາ ຂອງ ພຣະອົງ ໄວ້ ຢູ່ ໃນ ຈິດໃຈ ເພື່ອ ວ່າ ຈະ ບໍ່ ໄດ້ ເຮັດບາບ ຕໍ່ສູ້ ພຣະອົງ.
\v 12 ຂ້າແດ່ ອົງ ພຣະ ຜູ້ ເປັນ ເຈົ້າ ຂ້ານ້ອຍ ຍ້ອງຍໍ ສັນລະເສີນ ພຣະອົງ ຂໍ ຊົງ ໂຜດ ສັ່ງ ສອນ ວິທີທາງ ຂອງ ພຣະອົງ ໃຫ້ ຂ້ານ້ອຍ ດ້ວຍ.
\s5
\v 13 ຂ້ານ້ອຍ ຈະ ປະກາດ ເຖິງ ກົດໝາຍ ທີ່ ພຣະອົງ ໄດ້ ຊົງ ກ່າວ ນັ້ນ ທຸກປະການ.
\v 14 ຂ້ານ້ອຍ ຍິນດີ ຂັບຕາມ ຂໍ້ຄໍາສັ່ງ ຂອງ ພຣະອົງ ຫລາຍກວ່າ ຍິນດີ ໃນ ຄວາມຮັ່ງ ມີ ອັນໃຫຍ່ ຫລວງ ນັ້ນ.
\s5
\v 15 ຂ້ານ້ອຍ ສຶກສາ ຄັກ ແນ່ ຄໍາສອນ ທັງ ຫລາຍ ຂອງ ພຣະອົງ ຂ້ານ້ອຍ ພິຈາລະນາ ເຖິງ ຄໍາສັ່ງສອນ ທັງຫລາຍ ຂອງ ພຣະອົງ.
\v 16 ຂ້ານ້ອຍ ປິຕິຍິນ ດີ ໃນ ກົດບັນຍັດ ທັງ ຫລາຍ ຂອງ ພຣະອົງ ຂ້ານ້ອຍ ຈະ ບໍ່ລືມໄລ ຂໍ້ຄໍາສັ່ງ ຂອງ ພຣະອົງ ຢ່າງ ເດັດຂາດ.
\s5
\v 17 ຂໍ ຊົງ ໂຜດ ພໍພຣະໄທ ໃນ ຜູ້ຮັບໃຊ້ ຂອງ ພຣະອົງ ເພື່ອ ຂ້ານ້ອຍ ຈະ ມີ ຊີວິດ ຢູ່ ແລະ ເຊື່ອ ຟັງ ຄໍາສັ່ງ ສອນ ຂອງ ພຣະອົງ.
\v 18 ຂໍ ຊົງ ໂຜດ ເປີດ ຕາ ຂອງ ຂ້ານ້ອຍ ເພື່ອ ຂ້ານ້ອຍ ຈະ ໄດ້ ເຫັນ ຄວາມຈິງ ອັນ ອັດ ສະຈັນ ຢູ່ ໃນ ກົດບັນຍັດ ນັ້ນ.
\s5
\v 19 ຂ້ານ້ອຍ ຢູ່ ໃນ ແຜ່ນດິນ ໂລກ ພຽງແຕ່ ຊົ່ວຄາວ ຂໍ ຢ່າ ປິດບັງ ກົດບັນຍັດ ຂອງ ພຣະອົງ ຈາກ ຂ້ານ້ອຍ ເລີຍ.
\v 20 ຈິດໃຈ ຂອງ ຂ້ານ້ອຍ ກໍ ລະທົມທຸກ ດ້ວຍ ຄວາມ ປາຖະໜາ ຢາກ ຮູ້ ການຕັດສິນ ຂອງ ພຣະອົງ ທຸກ ເວລາ.
\s5
\v 21 ພຣະອົງ ຕິຕຽນ ວ່າ ກ່າວ ຄົນ ຈອງຫອງ ສາບແຊ່ງ ຄົນບໍ່ເຊື່ອຟັງ ຂໍ້ຄໍາສັ່ງ ດ້ວຍ.
\v 22 ຂໍ ປົດປ່ອຍ ຂ້ານ້ອຍ ໃຫ້ ພົ້ນ ຈາກ ຄົນ ນິນທາ ເພາະ ຂ້ານ້ອຍ ໄດ້ ຮັກສາ ກົດບັນຍັດ.
\s5
\v 23 ພວກ ຜູ້ປົກຄອງ ຮ່ວມໃຈ ກັນປອງຮ້າຍ ຂ້ານ້ອຍ ແຕ່ ຂ້ານ້ອຍ ຈະ ພາວັນນາ ຂໍ້ຄໍາສັ່ງ ຂອງພຣະອົງ.
\v 24 ຄໍາແນະນາໍ ຂອງ ພຣະອົງ ເຮັດ ໃຫ້ ຂ້ານ້ອຍ ຍິນດີ ຈຶ່ງ ຢຶດ ຖື ເປັນ ທີ່ ປຶກສາ ທີ່ ດີ ມາ ຕະຫລອດ.
\s5
\v 25 ຂ້ານ້ອຍ ນອນຢຽດ ຢູ່ ຢ່າງ ພ່າຍແພ້ ໃນ ຂີ້ຝຸ່ນ ດິນ ຂໍ ຊົງໂຜດ ໃຫ້ ຊີວິດ ໃໝ່ ຕາມ ທີ່ ພຣະອົງ ຊົງສັນຍາ ໄວ້ ດ້ວຍ.
\v 26 ຂ້າ ນ້ອຍ ຍອມຮັບ ທຸກສິ່ງ ທີ່ ໄດ້ ກະທາໍ ມາ ຂໍ ຊົງ ໂຜດ ສັ່ງ ສອນ ຂ້ານ້ອຍ ໃຫ້ ຮ້ ູ ວິຖີທາງ ຂອງ ພຣະອົງ ດ້ວຍ.
\s5
\v 27 ຂໍ ຊົງໂຜດ ຊ່ວຍ ຂ້ານ້ອຍ ໃຫ້ ເຂົ້າໃຈ ໃນ ກົດບັນຍັດ ທັງຫລາຍ ເພື່ອ ຈະ ໄດ້ ລໍາລຶກ ເຖິງ ຄໍາສັ່ງສອນ [ລ] ອັນດີເລີດ.
\v 28 ຈິດໃຈ ຂອງ ຂ້ານ້ອຍ ອິດອ່ອນ ຍ້ອນ ຄວາມ ໂສກເສົ້າ ຂໍ ຊົງໂຜດ ໃຫ້ ກາໍລັງ ຂ້ານ້ອຍ ຕາມ ທີ່ ພຣະອົງສັນຍາ ໄວ້ ດ້ວຍ.
\s5
\v 29 ຂໍ ຊົງໂຜດ ຮັກສາ ຂ້ານ້ອຍ ໄວ້ ບໍ່ ໃຫ້ ເດີນໄປ ໃນ ທາງ ຜິດ ແລະ ດ້ວຍ ພຣະຄຸນ ຄວາມດີ ຂອງ ພຣະອົງ ຂໍ ຊົງໂຜດ ສັ່ງສອນ ກົດບັນຍັດ ໃຫ້ ຂ້ານ້ອຍ ດ້ວຍ.
\v 30 ຂ້າ ນ້ອຍ ໄດ້ ເລືອກ ທາງ ແຫ່ງ ຄວາມ ເຊື່ອ ຟັງ ແລະ ຍອມຮັບ ເອົາ ການຕັດສິນ ຂອງ ພຣະອົງ.
\s5
\v 31 ຂ້າແດ່ ອົງ ພຣະ ຜູ້ ເປັນ ເຈົ້າ ຂ້ານ້ອຍ ເຮັດ ຕາມ ທີ່ ພຣະອົງ ໄດ້ ແນະນາໍ ຂໍ ຢ່າ ໃຫ້ ຂ້ານ້ອຍ ໄດ້ ຮັບຄວາມ ອັບອາຍ ເລີຍ.
\v 32 ຂ້ານ້ອຍ ຈະ ເຊື່ອຟັງ ຂໍ້ຄໍາສັ່ງ ຂອງ ພຣະອົງ ຢ່າງ ຮ້ອນຮົນ ເພາະ ພຣະອົງ ຈະໃຫ້ ຂ້ານ້ອຍ ເຂົ້າໃຈ ຕື່ມ ອີກ.
\s5
\v 33 ຂ້າແດ່ ອົງພຣະ ຜູ້ ເປັນ ເຈົ້າ ຂໍ ຊົງ ໂຜດ ສັ່ງສອນ ຂ້ານ້ອຍ ໃຫ້ ຮູ້ ຄວາມໝາຍ ຂອງ ກົດບັນຍັດ ເພື່ອ ຈະໄດ້ ປະຕິບັດ ຕາມ ຈົນເຖິງ ທີ່ ສຸດ.
\v 34 ຂໍ ຊົງ ໂຜດ ອະທິບາຍ ກົດບັນຍັດນັ້ນ ເພື່ອ ຈະ ໄດ້ ເຮັດ ຕາມ ຂ້າ ນ້ອຍ ຈະ ຖື ຮັກສາ ກົດ ບັນຍັດ ນັ້ນ ດ້ວຍ ສຸດຈິດ ສຸດໃຈ.
\s5
\v 35 ຂໍ ຊົງ ໂຜດ ຮັກສາ ຂ້ານ້ອຍ ໃຫ້ ເຮັດ ຕາມ ຂໍ້ຄໍາສັ່ງ ຂອງ ພຣະອົງ ເພາະ ໃນ ນັ້ນ ຂ້ານ້ອຍ ໄດ້ ພົບ ຄວາມສຸກ.
\v 36 ຂໍ ຊົງ ໂຜດ ໃຫ້ ຂ້ານ້ອຍ ມີ ໃຈ ປາຖະໜາ ຢາກ ເຊື່ອ ຟັງ ກົດບັນຍັດ ຂອງ ພຣະອົງ ແທນ ທີ່ ຈະ ຢາກ ໄດ້ ແຕ່ ຄວາມຮັ່ງ ມີ.
\s5
\v 37 ຂໍ ຊົງ ໂຜດ ຮັກສາ ຂ້ານ້ອຍ ບໍ່ ໃຫ້ ເອົາ ໃຈໃສ່ ຕໍ່ ສິ່ງ ອະນິຈັງ ຂໍ ຊົງ ໂຜດ ຮັກ ສາ ຊີວິດ ຂອງ ຂ້ານ້ອຍ ຕາມ ພຣະທໍາ ຂອງ ພຣະອົງ.
\v 38 ຂໍ ຊົງ ໂຜດ ຮັກສາ ກົດບັນ ຍັດ ໄວ້ ກັບ ຜູ້ຮັບໃຊ້ ຂອງ ພຣະອົງ ຄື ຄໍາສັນຍາ ທີ່ ຊົງ ມີ ໄວ້ ກັບ ຜູ້ ທີ່ ເຊື່ອ ຟັງ ພຣະອົງ.
\s5
\v 39 ຂໍ ຊົງ ໂຜດ ຊ່ວຍ ໃຫ້ ພົ້ນ ຈາກ ຄໍາ ດູຖູກ ອັນ ໜ້າ ຢ້ານກົວ ເພາະ ຂໍ້ຄໍາສັ່ງ ຂອງ ພຣະອົງ ນັ້ນ ດີ.
\v 40 ຂ້ານ້ອຍ ຕ້ອງການ ເຊື່ອຟັງ ຂໍ້ຄໍາສັ່ງ ຂອງ ພຣະອົງ ເພາະ ພຣະອົງ ຊອບທໍາ ໂຜດ ປະທານ ຊີວິດ ໃໝ່ ດ້ວຍ.
\s5
\v 41 ຂ້າແດ່ ອົງ ພຣະ ຜູ້ ເປັນ ເຈົ້າ ຂໍ ຊົງ ໂຜດ ສໍາແດງ ໃຫ້ ຂ້ານ້ອຍ ຮູ້ວ່າ ພຣະອົງ ຮັກ ຂ້ານ້ອຍ ຫລາຍ ສໍ່າໃດ ດ້ວຍ. ໂຜດ ຊ່ວຍ ຂ້ານ້ອຍ ໃຫ້ ໄດ້ ພົ້ນໄພ ຕາມ ຄໍາສັນ ຍາ ຂອງ ພຣະອົງ ດ້ວຍ.
\v 42 ແລ້ວ ຂ້ານ້ອຍ ກໍ ຈະ ຕອບ ຄົນ ທີ່ ດູຖູກ ໄດ້ ສົມໃຈ ເພາະ ຂ້ານ້ອຍ ໄວ້ວາງໃຈ ໃນ ຖ້ອຍຄໍາ ຂອງ ພຣະເຈົ້າ.
\s5
\v 43 ໂຜດ ໃຫ້ ຂ້ານ້ອຍ ເວົ້າ ແຕ່ ຄວາມຈິງ ທຸກ ເວລາ ເພາະ ຄວາມຫວັງ ມີ ຢູ່ ໃນ ການ ຕັດສິນ ຂອງ ພຣະເຈົ້າ.
\v 44 ຂ້ານ້ອຍ ຈະ ເຊື່ອ ຟັງ ກົດບັນຍັດ ຕະຫລອດ ເວລາ ແລະ ຈະ ບໍ່ ລືມ ໄລ ກົດບັນຍັດ ນັ້ນ ຈັກເທື່ອ.
\s5
\v 45 ຂ້ານ້ອຍ ຈະ ໃຊ້ ຊີວິດ ໃນ ເສລີພາບ ຢ່າງ ຄົບເຕັມ ເພາະ ຂ້ານ້ອຍ ພະຍາຍາມ ເຮັດ ຕາມ ຂໍ້ຄໍາສັ່ງ ຂອງ ພຣະອົງ.
\v 46 ຂ້ານ້ອຍ ຈະ ປະກາດ ຂໍ້ຄໍາສັ່ງ ແກ່ ກະສັດ ແລະ ຈະ ບໍ່ ອັບອາຍ ຢ່າງໃດ ທັງ ສິ້ນ.
\s5
\v 47 ຂ້ານ້ອຍ ສຸກໃຈ ໃນ ການ ເຊື່ອຟັງ ຂໍ້ຄໍາສັ່ງ ຂອງ ພຣະອົງ ເພາະ ຂ້ານ້ອຍ ຮັກ ຂໍ້ຄໍາສັ່ງ ນັ້ນ ຫລາຍ.
\v 48 ຂ້ານ້ອຍ ເຄົາຣົບ ແລະ ຮັກ ຂໍ້ຄໍາສັ່ງ ຂອງ ພຣະອົງ ແລະ ຈະ ພາວັນນາ ເຖິງ ຂໍ້ ຄໍາແນະນາໍ ນັ້ນ.
\s5
\v 49 ຂໍ ຊົງ ໂຜດ ຈື່ ຈາໍ ພຣະສັນຍາ ທີ່ ມີ ກັບ ຜູ້ຮັບໃຊ້ ຂອງ ພຣະອົງ ຊຶ່ງ ໃຫ້ ຄວາມຫວັງ ແກ່ ຂ້ານ້ອຍ ໄດ້.
\v 50 ແມ່ນແຕ່ ໃນ ຍາມ ລໍາບາກ ກໍໄດ້ ຮັບຄໍາ ໜູນ ໃຈ ເພາະ ພຣະສັນຍາ ໃຫ້ ຊີວິດ ແກ່ ຂ້ານ້ອຍ ໄດ້.
\s5
\v 51 ຄົນ ຈອງຫອງ ຫຍໍ້ຫຍັນ ຂ້ານ້ອຍ ສະເໝີມາ ແຕ່ ຂ້ານ້ອຍ ບໍ່ ໄດ້ ຫັນໜີ ຈາກ ກົດບັນຍັດ.
\v 52 ຂ້າແດ່ ອົງພຣະ ຜູ້ ເປັນ ເຈົ້າ ຂ້ານ້ອຍ ຈື່ ຈາໍ ການຕັດສິນ ຂອງ ພຣະອົງ ຜ່ານ ມາ ສິ່ງນັ້ນ ຍັງ ໜູນໃຈ ຈົນ ເຖິງ ບັດນີ້.
\s5
\v 53 ເມື່ອ ເຫັນ ຄົນ ຊົ່ວ ຮ້າຍ ຝ່າຝືນ ກົດ ບັນຍັດ ຂອງ ພຣະອົງ ຂ້ານ້ອຍ ເອງ ກໍ ເຕັມ ໄປ ດ້ວຍ ຄວາມ ໂກດຮ້າຍ.
\v 54 ຊົ່ວ ຊີວິດ ອັນ ສັ້ນ ໆ ໃນໂລກ ທີ່ ຂ້ານ້ອຍ ດໍາລົງ ຢູ່ ມີ ເພງ ຫລາຍ ບົດ ກ່າວ ເຖິງ ຂໍ້ຄໍາສັ່ງ ທີ່ ຂ້ານ້ອຍ ປະພັນ.
\s5
\v 55 ຂ້າ ແດ່ ອົງ ພຣະ ຜູ້ ເປັນ ເຈົ້າ ກາງຄືນ ຂ້ານ້ອຍ ຄິດເຖິງ ພຣະອົງ ແລະ ຕຶກຕອງ ເຖິງ ກົດບັນຍັດ ນັ້ນ.
\v 56 ຂ້ານ້ອຍ ຄົ້ນພົບ ຄວາມສຸກ ຂອງ ຂ້ານ້ອຍ ໂດຍ ການ ເຊື່ອ ຟັງ ຂໍ້ຄໍາສັ່ງ ຂອງ ພຣະອົງ.
\s5
\v 57 ຂ້າແດ່ ອົງ ພຣະ ຜູ້ ເປັນ ເຈົ້າ ພຣະອົງ ຄື ທຸກສິ່ງ ທີ່ ຂ້ານ້ອຍ ຕ້ອງການ ຂ້ານ້ອຍ ຂໍ ສັນຍາ ວ່າ ຈະ ເຊື່ອ ຟັງ ຖ້ອຍຄໍາ ຂອງ ພຣະອົງ.
\v 58 ຂ້ານ້ອຍ ທູນ ຂໍ ຕໍ່ ພຣະອົງ ດ້ວຍ ສຸດຈິດ ສຸດໃຈ ຂໍ ຊົງໂຜດ ເມດຕາ ຂ້ານ້ອຍ ຕາມ ທີ່ ພຣະອົງ ໄດ້ ສັນຍາ ໄວ້ ນັ້ນ.
\s5
\v 59 ຂ້ານ້ອຍ ພິຈາລະນາ ຄວາມປະພຶດ ທີ່ຜ່ານ ມາ ຈຶ່ງ ຂໍ ສັນຍາ ວ່າ ຈະ ເຮັດ ຕາມ ຖ້ອຍຄໍາ ຂອງ ພຣະອົງ.
\v 60 ດັ່ງ ນັ້ນ ໂດຍ ບໍ່ຊັກຊ້າ ຂ້ານ້ອຍ ຈຶ່ງ ຟ້າວ ລົງ ມື ຄື ເຊື່ອຟັງ ຂໍ້ຄໍາສັ່ງ ຂອງ ພຣະອົງ.
\s5
\v 61 ຄົນຊົ່ວ ຫ້າງ ແຮ້ວ ໃສ່ ຂ້ານ້ອຍ ເລື້ອຍມາ ແຕ່ ຂ້ານ້ອຍ ບໍ່ໄດ້ ລືມໄລ ກົດບັນຍັດ.
\v 62 ກາງຄືນ ຂ້ານ້ອຍ ລຸກມາ ຖວາຍ ຄໍາ ຍ້ອງຍໍ ສັນລະເສີນ ພຣະອົງ ສໍາລັບ ການຕັດສິນ ອັນ ຍຸດຕິທໍາ ຂອງ ພຣະອົງ.
\s5
\v 63 ຂ້ານ້ອຍ ເປັນ ເພື່ອນ ກັບ ທຸກຄົນ ທີ່ ຮັບໃຊ້ ພຣະອົງ ແລະ ກັບ ທຸກຄົນ ທີ່ ເຊື່ອ ຟັງ ກົດບັນຍັດ ດ້ວຍ.
\v 64 ຂ້າແດ່ ອົງ ພຣະ ຜູ້ ເປັນ ເຈົ້າ ແຜ່ ນດິນໂລກ ເຕັມດັວຍ ຄວາມຮັກ ອັນ ໝັ້ນ ຄົງ ຂອງ ພຣະອົງ ຂໍ ຊົງ ໂຜດ ສັ່ງສອນ ຂໍ້ຄໍາສັ່ງ ໃຫ້ ຂ້ານ້ອຍ ດ້ວຍ.
\s5
\v 65 ຂ້າແດ່ ອົງ ພຣະ ຜູ້ ເປັນ ເຈົ້າ ພຣະອົງ ຮັກສາ ຄໍາສັນຍາ ຂອງ ພຣະອົງ ແລະ ພຣະອົງ ຊົງ ດີ ຕໍ່ ຂ້ານ້ອຍ ຊຶ່ງ ເປັນ ຜູ້ຮັບໃຊ້ຂອງ ພຣະອົງ.
\v 66 ຂໍ ພຣະອົງ ປະທານ ປັນຍາ ແລະ ຄວາມຮູ້ ຄວາມ ເຂົ້າໃຈ ໃຫ້ ແກ່ ຂ້ານ້ອຍ ເພາະ ຂ້ານ້ອຍ ໄວ້ວາງໃຈ ໃນ ຂໍ້ຄໍາສັ່ງ ຂອງ ພຣະອົງ.
\s5
\v 67 ແຕ່ ກ່ອນ ພຣະອົງ ລົງ ໂທດ ເພາະ ຂ້າ ນ້ອຍ ໄດ້ ເຮັດ ຜິດ ແຕ່ ບັດ ນີ້ ຂ້ານ້ອຍ ເຊື່ອ ຟັງ ຖ້ອຍຄໍາ ຂອງ ພຣະອົງ.
\v 68 ພຣະອົງ ມີ ໃຈ ເຜື່ອ ແຜ່ ເພາະ ພຣະຄຸນ ຄວາມດີ ຂໍ ຊົງ ໂຜດ ສັ່ງສອນ ຂໍ້ຄໍາສັ່ງ ແກ່ ຂ້ານ້ອຍ ດ້ວຍ.
\s5
\v 69 ຄົນ ຈອງຫອງ ຫາ ແຕ່ ເລື່ອງ ຕົວະ ໃສ່ ຂ້ານ້ອຍ ແຕ່ ຂ້ານ້ອຍ ເຊື່ອຟັງ ຂໍ້ຄໍາສັ່ງ ຂອງ ພຣະອົງ ດ້ວຍ ສຸດຈິດ ສຸດໃຈ.
\v 70 ຄົນ ເຫລົ່ານີ້ ບໍ່ ໄດ້ ມີ ຄວາມ ເຂົ້າໃຈ ຫຍັງ ເລີຍ ແຕ່ ຂ້ານ້ອຍ ພົບ ຄວາມສຸກ ໃນ ກົດບັນຍັດ ຂອງ ພຣະອົງ.
\s5
\v 71 ການ ຖືກ ລົງໂທດ ນັ້ນ ເປັນ ການດີ ແກ່ ຂ້ານ້ອຍ ເພາະ ເຮັດ ໃຫ້ ຂ້ານ້ອຍ ຮຽນຮູ້ ເຖິງ ຂໍ້ຄໍາສັ່ງ ຂອງ ພຣະອົງ.
\v 72 ກົດບັນ ຍັດ ທີ່ ພຣະອົງໃຫ້ ມີຄວາມໝາຍ ແກ່ ຂ້ານ້ອຍ ຫລາຍກວ່າ ເງິນ ຄໍາ ທັງ ໝົດ ທີ່ ມີ ຢູ່ ໃນ ໂລກນີ້.
\s5
\v 73 ພຣະອົງ ໄດ້ ສ້າງ ຂ້ານ້ອຍ ທັງ ຮັກ ສາ ຂ້ານ້ອຍ ໃຫ້ ປອດໄພ ຂໍ ຊົງ ໂຜດ ໃຫ້ ຂ້ານ້ອຍ ເຂົ້າໃຈ ເພື່ອ ຮຽນຮູ້ ເອົາ ກົດບັນຍັດ ຂອງ ພຣະອົງ.
\v 74 ພວກ ທີ່ ຢ້ານຢໍາ ພຣະອົງ ເມື່ອ ເຫັນ ຂ້ານ້ອຍ ກໍ ຈະ ດີໃຈ ເພາະ ຂ້ານ້ອຍ ໄວ້ວາງໃຈ ໃນ ຄໍາສັນຍາ ຂອງ ພຣະອົງ ນັ້ນ.
\s5
\v 75 ຂ້າແດ່ ອົງ ພຣະ ຜູ້ ເປັນ ເຈົ້າ ຂ້ານ້ອຍ ຮູ້ວ່າ ພຣະອົງ ຕັດສິນ ທ່ຽງທໍາ ຂ້ານ້ອຍ ຖືກ ລົງ ໂທດ ກໍ ເພາະ ພຣະອົງ ຊົງ ສັດຊື່.
\v 76 ຂໍ ໃຫ້ ຄວາມຮັກ ອັນ ໝັ້ນຄົງ ນັ້ນ ເລົ້າໂລມ ໃຈ ຂ້ານ້ອຍ ດັ່ງ ທີ່ ພຣະອົງ ໄດ້ ສັນຍາ ກັບ ຂ້ານ້ອຍ ຜູ້ຮັບໃຊ້ ຂອງ ພຣະອົງ.
\s5
\v 77 ຂໍ ຊົງ ໂຜດ ເມດຕາ ຂ້ານ້ອຍ ດ້ວຍ ເພື່ອ ຂ້ານ້ອຍ ຈະ ມີ ຊີວິດ ຢູ່ ຍ້ອນ ກົດບັນຍັດ ຂອງ ພຣະອົງ ນັ້ນ ຂ້ານ້ອຍ ຈຶ່ງ ພົບ ຄວາມສຸກ.
\v 78 ຂໍ ໃຫ້ ຄົນ ຈອງຫອງ ຖືກ ຂາຍໜ້າ ຍ້ອນ ຫາເລື່ອງ ບໍ່ ຈິງ ໃສ່ ຂ້ານ້ອຍ ຂ້ານ້ອຍ ຈະ ພາວັນນາ ຂໍ ຄໍາສັ່ງສອນ ຂອງ ພຣະອົງ ນັ້ນ.
\s5
\v 79 ຂໍ ໃຫ້ ຜູ້ ທີ່ ຢໍາເກງ ພຣະອົງ ມາ ຫາ ຂ້ານ້ອຍ ຄື ທຸກຄົນ ທີ່ ຮູ້ຈັກ ຄໍາສັ່ງ ຂອງ ພຣະເຈົ້າ.
\v 80 ຂໍ ຊົງ ໂຜດ ໃຫ້ ຂ້ານ້ອຍ ໄດ້ ເຊື່ອຟັງ ຂໍ້ຄໍາສັ່ງ ຂອງ ພຣະອົງ ຢ່າງ ຄົບ ຖ້ວນ ແລະ ໃຫ້ ຂ້ານ້ອຍ ຫວິດ ຈາກ ການ ອັບອາຍ ຂາຍໜ້າ.
\s5
\v 81 ຈິດໃຈ ຂອງ ຂ້ານ້ອຍ ອິດອ່ອນ ຍ້ອນ ຄອຍຖ້າ ໃຫ້ ພຣະອົງ ມາ ຊ່ວຍເຫລືອ ຂ້ານ້ອຍ ມອບ ຄວາມ ໄວ້ວາງໃຈ ຂອງ ຂ້ານ້ອຍ ໃນ ຖ້ອຍຄໍາ ຂອງ ພຣະອົງ.
\v 82 ຕາ ຂອງ ຂ້ານ້ອຍ ກໍ ອິດເມື່ອຍ ຍ້ອນ ລໍຖ້າ ພຣະສັນຍາ, ຂ້ານ້ອຍ ຖາມ ວ່າ, “ເວລາ ໃດ ນໍ ພຣະອົງ ຈະ ຊ່ວຍ ຂ້ານ້ອຍ ໃຫ້ ພົ້ນໄພ?”
\s5
\v 83 ຂ້ານ້ອຍ ໃຊ້ ການ ບໍ່ ໄດ້ ດັ່ງ ຖົງ ເຫລົ້າ ອະງຸ່ນ ໄຮ້ ຄ່າ, ແຕ່ ປານນັ້ນ ຂ້ານ້ອຍ ກໍ ບໍ່ ໄດ້ ລືມໄລ ຂໍ້ຄໍາສັ່ງ ຂອງ ພຣະອົງ.
\v 84 ຂ້ານ້ອຍ ຈະ ຕ້ອງ ລໍຖ້າ ຢູ່ ດົນ ປານໃດ? ເມື່ອ ໃດ ນໍ ພຣະອົງ ຈະ ຕັດສິນ ລົງໂທດ ຜູ້ ທີ່ ມັກ ຂົ່ມເຫັງ ນັ້ນ?
\s5
\v 85 ຄົນ ຈອງຫອງ ຄື ຜູ້ ທີ່ ບໍ່ ເຊື່ອ ຟັງ ກົດ ບັນຍັດ ຂອງ ພຣະອົງ ຍາດ ກັນ ຂຸດ ຂຸມ ເພື່ອ ຈະ ດັກ ຈັບ ຂ້ານ້ອຍ ໄວ້
\v 86 ຂໍ້ຄໍາສັ່ງ ທັງ ໝົດ ລ້ວນແຕ່ ເປັນ ຄວາມຈິງ ຂ້ານ້ອຍ ຖືກ ຄົນ ຂີ້ຕົວະ ຂົ່ມ ເຫັງ ໂຜດ ຊ່ວຍ ຂ້ານ້ອຍ ດ້ວຍ.
\s5
\v 87 ພວກເຂົາ ເກືອບ ສັງ ຫານ ຂ້າ ນ້ອຍ ໄດ້ ຢ່າງ ສໍາເລັດຜົນ ແຕ່ ຂ້ານ້ອຍ ບໍ່ ໄດ້ ລືມໄລ ຂໍ້ຄໍາສັ່ງ ຂອງ ພຣະອົງ ເລີຍ
\v 88 ຍ້ອນ ຄວາມຮັກ ອັນ ໝັ້ນຄົງ ຂອງ ພຣະອົງ ຂໍ ຊົງ ໂຜດ ພຣະຄຸນ ຄວາມດີ ໃຫ້ ຂ້ານ້ອຍ ດ້ວຍ ເພື່ອ ວ່າ ຂ້ານ້ອຍ ຈະ ໄດ້ ເຊື່ອ ຟັງ ກົດ ບັນ ຍັດ ຂອງ ພຣະອົງ ນັ້ນ.
\s5
\v 89 ຂ້າແດ່ ອົງພຣະຜູ້ ເປັນ ເຈົ້າ ຖ້ອຍຄໍາ ຂອງ ພຣະອົງ ນັ້ນ ດໍາລົງຢູ່ ສືບໄປ ເປັນ ພຣະຄໍາ ອັນ ຊົ່ວ ນິຣັນ ໃນ ຟ້າສະຫວັນ.
\v 90 ຄວາມສັດຊື່ ຂອງ ພຣະອົງ ດໍາລົງ ຢູ່ ທຸກຍຸກ ທຸກສະໄໝ ພຣະອົງ ຕັ້ງ ໂລກ ໃນ ທີ່ ຂອງ ມັນ ແລະ ຍັງ ຢູ່ ທີ່ ນັ້ນ.
\s5
\v 91 ທຸກສິ່ງ ທີ່ ມີ ຢູ່ ເຖິງທຸກ ວັນ ນີ້ ກໍ ຍ້ອນ ຂໍ້ຄໍາສັ່ງ ຂອງ ພຣະອົງ ເພາະ ທຸກສິ່ງ ລ້ວນແຕ່ ເປັນ ເຄື່ອງມື ຮັບໃຊ້ ພຣະອົງ.
\v 92 ຖ້າ ກົດບັນຍັດ ຂອງ ພຣະອົງ ບໍ່ ເປັນ ບໍ່ ເກີດ ໃຫ້ ຄວາມ ຊົມ ຊື່ນ ຍິນ ດີ ຂ້ານ້ອຍ ກໍ ມີ ແຕ່ ຈະ ຕາຍໄປ ຍ້ອນ ຄວາມ ທົນທຸກ.
\s5
\v 93 ຂ້ານ້ອຍ ຈະ ບໍ່ປະຖິ້ມ ຄໍາແນະນໍາ ຂອງ ພຣະອົງ ຈັກເທື່ອ ເພາະ ຄໍາແນະນາໍ ນັ້ນ ຊົງ ຊ່ວຍ ໃຫ້ ຊີວິດ ແກ່ ຂ້ານ້ອຍ.
\v 94 ໂຜດ ຊ່ວຍ ຂ້ານ້ອຍ ໃຫ້ ພົ້ນ ແດ່ ຂ້ານ້ອຍ ເປັນ ຂອງ ພຣະອົງ ແລະ ຂ້ານ້ອຍ ພະຍາຍາມ ທີ່ ຈະ ເຮັດ ຕາມ ຂໍ້ຄໍາສັ່ງ ຂອງ ພຣະອົງ.
\s5
\v 95 ຄົນ ຊົ່ວ ຮ້າຍ ຄອຍຖ້າ ສັງ ຫານ ຂ້ານ້ອຍ ເລື້ອຍໄປ ແຕ່ ຂ້ານ້ອຍ ໄດ້ ຕຶກ ຕອງ ເຖິງ ກົດບັນຍັດ ຂອງ ພຣະອົງ.
\v 96 ຂ້ານ້ອຍ ໄດ້ ຮຽນຮູ້ ວ່າ ທຸກສິ່ງ ມີ ຂອບເຂດ ຈໍາກັດ ແຕ່ ຂໍ້ຄໍາສັ່ງ ຂອງ ພຣະອົງ ສົມ ບູນ ດີເລີດ.
\s5
\v 97 ຂ້ານ້ອຍ ຮັກ ກົດບັນຍັດ ຂອງ ພຣະອົງ ຫລວງຫລາຍ ທີ່ ສຸດ ຂ້ານ້ອຍ ພາວັນນາ ເຖິງ ກົດບັນຍັດ ຢູ່ ຕະຫລອດ ວັນ.
\v 98 ຂໍ້ຄໍາສັ່ງ ຂອງ ພຣະອົງ ນັ້ນ ຢູ່ ກັບຂ້ານ້ອຍ ຕະຫລອດ ມາ ແລະ ເຮັດ ໃຫ້ ມີ ປັນຍາ ກວ່າ ເຫລົ່າ ສັດ ຕູ ໄດ້.
\s5
\v 99 ຂ້ານ້ອຍ ເຂົ້າໃຈ ຫລາຍກວ່າ ຄູ ອາຈານ ເພາະ ຂ້ານ້ອຍ ພາວັນນາ ເຖິງ ຄໍາແນະນາໍ ຂອງ ພຣະອົງ.
\v 100 ຂ້ານ້ອຍ ມີ ປັນຍາ ກວ່າ ຄົນ ເຖົ້າແກ່ ຊະຣາ ເພາະ ຂ້ານ້ອຍ ຍອມ ເຊື່ອຟັງ ຂໍ້ຄໍາສັ່ງ ຂອງ ພຣະອົງ.
\s5
\v 101 ຂ້ານ້ອຍ ໄດ້ ເວັ້ນ ຈາກ ການ ກະທາໍ ຊົ່ວ ທຸກຢ່າງ ເພາະ ຂ້ານ້ອຍ ຕ້ອງການ ເຊື່ອ ຟັງ ຖ້ອຍຄໍາ ຂອງ ພຣະອົງ.
\v 102 ຂ້ານ້ອຍ ບໍ່ໄດ້ ປະຖິ້ມ ຂໍ້ ແນະນາໍ ຈັກຢ່າງ ເລີຍ. ດ້ວຍວ່າ, ຄູສອນ ຂອງ ຂ້ານ້ອຍ ຄື ພຣະອົງ.
\s5
\v 103 ຣົດຊາດ ແຫ່ງ ຖ້ອຍຄໍາ ຂອງ ພຣະອົງ ຫວານຊື່ນ ເຫລືອຫລາຍ ບໍ່ ມີ ສີ່ງ ໃດ ປຽບປານ ຄື ຫວານ ຫລາຍກວ່າ ນໍ້າ ເຜິ້ງ ທີ່ ຢູ່ ໃນ ປາກ ຂອງ ຂ້ານ້ອຍ.
\v 104 ຂ້ານ້ອຍ ມີ ປັນຍາ ໄດ້ ກໍຍ້ອນ ກົດບັນຍັດ ຂອງ ພຣະອົງ ດັ່ງນັ້ນ ຂ້ານ້ອຍ ຈຶ່ງ ກຽດຊັງ ການ ກະທາໍ ຊົ່ວ ທຸກຢ່າງ.
\s5
\v 105 ຖ້ອຍຄໍາ ຂອງ ພຣະອົງ ເປັນ ແສງ ໂຄມ ນາໍ ທາງ ໃຫ ຂ້ານ້ອຍ ແລະ ແສງແຈ້ງ ສໍາລັບ ທາງເດີນ ໃຫ້ ຂ້ານ້ອຍ.
\v 106 ຂ້ານ້ອຍ ຈະ ຢຶດ ໝັ້ນ ຄໍາສັນຍາ ທີ່ ໄດ້ ມີໄວ້ ແລະ ເຊື່ອ ຟັງ ຄໍາແນະນາໍ ອັນຖືກ ຕ້ອງ ຂອງ ພຣະອົງ.
\s5
\v 107 ຂ້າແດ່ ອົງພຣະຜູ້ ເປັນ ເຈົ້າ ຂ້ານ້ອຍ ຖືກ ລໍາບາກ ຂໍ ຊົງ ໂຜດ ຮັກສາ ຊີວິດ ຂ້ານ້ອຍ ຕາມ ທີ່ ພຣະອົງ ໄດ້ ສັນຍາ ໄວ້ ດ້ວຍ.
\v 108 ຂ້າແດ່ ອົງພຣະ ຜູ້ ເປັນ ເຈົ້າ ຂໍ ຊົງ ໂຜດ ຮັບ ຄໍາ ໂມທະນາ ຂອບພຣະຄຸນ ແລະ ໂຜດ ສັ່ງ ສອນ ກົດບັນຍັດ ຂອງ ພຣະອົງ ໃຫ້ ຂ້ານ້ອຍ ດ້ວຍ.
\s5
\v 109 ຂ້ານ້ອຍ ພ້ອມ ແລ້ວ ທີ່ ຈະ ສ່ຽງ ຊີວິດ ສະເໝີໄປ, ແຕ່ ຂ້ານ້ອຍ [ວ] ບໍ່ ໄດ້ ລືມ ໄລ ກົດບັນຍັດ ຂອງ ພຣະອົງ.
\v 110 ເຖິງ ແມ່ນ ຄົນຊົ່ວຮ້າຍ ຫ້າງ ແຮ້ວ ໃສ່ ຂ້ານ້ອຍ ກໍຕາມ ແຕ່ ຂ້ານ້ອຍ ກໍ ບໍ່ໄດ້ ຝ່າຝືນ ຂໍ້ຄໍາສັ່ງ ຂອງ ພຣະອົງ.
\s5
\v 111 ບັນດາ ກົດບັນຍັດ ຂອງ ພຣະອົງ ເປັນ ມໍຣະດົກ ຂອງ ຂ້ານ້ອຍ ຕະຫລອດໄປ. ຊຶ່ງ ເປັນ ຄວາມ ຊົມຊື່ນ ຍິນດີ ໃນ ຈິດໃຈ ຂອງ ຂ້ານ້ອຍ ຢູ່ເລື້ອຍ.
\v 112 ຂ້ານ້ອຍ ໄດ້ ຕັດສິນໃຈ ແລ້ວ ທີ່ ຈະ ເຊື່ອ ຟັງ ກົດບັນຍັດ ຈົນ ເຖິງ ວັນ ທີ່ ຂ້ານ້ອຍ ຕາຍໄປ.
\s5
\v 113 ຂ້ານ້ອຍ ກຽດຊັງ ຄົນ ໜ້າໄຫວ ຫລັງ ຫລອກ ທີ່ສຸດ ແຕ່ ຂ້ານ້ອຍ ຮັກສຸດໃຈ ກົດ ບັນຍັດ ຂອງ ພຣະອົງ.
\v 114 ພຣະອົງ ເປັນ ຜູ້ ປົກປ້ອງ ຄຸ້ມຄອງ ແຕ່ ໃດໆ ມາ ຂ້ານ້ອຍ ຈຶ່ງ ຝາກ ຄວາມຫວັງ ໄວ້ ໃນ ຄໍາສັນຍາ ຂອງ ພຣະອົງ.
\s5
\v 115 ຈົ່ງ ໜີ ຈາກ ຂ້ອຍ ເຖີດ ເຈົ້າ ຄົນ ຊົ່ວ ຮ້າຍ ເອີຍ ຝ່າຍ ຂ້ອຍ ຈະ ເຊື່ອຟັງ ຂໍ້ຄໍາສັ່ງ ພຣະເຈົ້າ ຂອງຂ້ອຍ.
\v 116 ຂໍ ຊົງ ໂຜດ ໃຫ້ ກາໍລັງ ຂ້ານ້ອຍ ຕາມ ທີ່ ພຣະອົງ ໄດ້ ສັນຍາ ໄວ້ ເພື່ອ ຈະ ມີ ຊີວິດ ຢູ່ ແລະ ຢ່າ ໃຫ້ ຂ້ານ້ອຍ ອັບອາຍ ຂາຍໜ້າ ໃນ ຄວາມຫວັງ ຂອງ ຂ້ານ້ອຍ.
\s5
\v 117 ຂໍ ຊົງ ໂຜດ ອູ້ມ ຊູ ຂ້ານ້ອຍ ໄວ້ ແລະ ຈະປອດໄພ ຂ້ານ້ອຍ ຈະ ເອົາໃຈໃສ່ ຕໍ່ ຂໍ້ຄໍາສັ່ງ ຂອງ ພຣະອົງ ຢູ່ ເລື້ອຍໄປ.
\v 118 ພຣະອົງ ໄດ້ ປະຖິ້ມ ຄົນທີ່ບໍ່ ເຊື່ອ ຟັງ ກົດບັນ ຍັດ ຂອງ ພຣະອົງ ແຜນການ ຫລອກລວງ ຂອງ ພວກເຂົາ ກໍ ໄຮ້ປະໂຫຍດ.
\s5
\v 119 ພຣະອົງ ໂຍນຄົນ ຊົ່ວ ດັ່ງ ຄົນ ໂຍນຂີ້ເຫຍື້ອ ຖິ້ມ ໄປ ດ້ວຍເຫດນີ້ ຂ້ານ້ອຍ ຈຶ່ງ ຮັກຄໍາແນະນາໍ ຂອງ ພຣະອົງ.
\v 120 ຂ້ານ້ອຍ ຢ້ານ ພຣະອົງ ຈົນ ຕົວສັ່ນ ແລະ ຂ້າ ນ້ອຍ ຢ້ານ ການຕັດສິນ ຂອງ ພຣະອົງ ຫລາຍ ທີ່ສຸດ.
\s5
\v 121 ຂ້ານ້ອຍ ເຮັດ ສິ່ງ ທີ່ ຖືກ ຕ້ອງ ແລະ ຍຸດຕິທາໍ ຂໍ ຢ່າ ປະຖິ້ມ ຂ້ານ້ອຍ ໃຫ້ ພວກ ສັດຕູ ຂອງ ຂ້ານ້ອຍ.
\v 122 ຈົ່ງ ສັນຍາ ວ່າ ພຣະອົງ ຈະ ຊ່ວຍ ຜູ້ຮັບໃຊ້ ຂອງ ພຣະອົງ ຢ່າ ປ່ອຍ ໃຫ້ ຄົນຈອງຫອງ ຂົ່ມ ເຫັງ ຂ້ານ້ອຍ ທ້ອນ
\s5
\v 123 ຕາ ກໍ ອິດເມື່ອຍ ຍ້ອນ ຄອງຫາ ໃຫ້ ຊ່ວຍເຫລືອ ເພື່ອ ປົດປ່ອຍ ໃຫ້ ເປັນ ເສລີ ຕາມ ທີ່ ໄດ້ ສັນຍາ ໄວ້.
\v 124 ຂໍ ຊົງ ໂຜດ ກະທໍາ ດ້ວຍ ຄວາມຮັກ ອັນ ໝັ້ນຄົງ ຂອງ ພຣະອົງ ຕໍ່ ຂ້ານ້ອຍ ໂຜດ ສິດສອນ ຂໍ້ຄໍາສັ່ງ ຂອງ ພຣະອົງ ໃຫ້ ຂ້ານ້ອຍ ດ້ວຍ.
\s5
\v 125 ຂ້ານ້ອຍ ເປັນ ຜູ້ຮັບໃຊ້ ຂອງ ພຣະອົງ ໂຜດ ໃຫ້ ຄວາມ ເຂົ້າໃຈ ເພື່ອ ຂ້ານ້ອຍ ຈະ ໄດ້ ຮູ້ ຂໍ້ຄໍາສັ່ງ ຂອງ ພຣະອົງ.
\v 126 ເຖິງ ເວລາ ແລ້ວ ທີ່ ອົງ ພຣະ ຜູ້ ເປັນ ເຈົ້າ ຕ້ອງ ລົງ ມື ເພາະ ມະນຸດ ບໍ່ ເຊື່ອ ຟັງ ກົດບັນຍັດ ຂອງ ພຣະອົງ.
\s5
\v 127 ຂ້ານ້ອຍ ຮັກ ຂໍ້ຄໍາສັ່ງ ຫລາຍກວ່າ ຄໍາ ຮັກ ຂໍ້ຄໍາສັ່ງ ແທ້ໆ ຫລາຍກວ່າ ຄໍາ ນາໍ້ ໜຶ່ງ.
\v 128 ດັ່ງ ນັ້ນ ຂ້ານ້ອຍ ຈຶ່ງ ເຮັດ ຕາມ ທຸກ ຄໍາແນະນາໍ ຂອງ ພຣະອົງ [ຫ] ເພາະວ່າ ຂ້ານ້ອຍ ກຽດຊັງ ການ ປະພຶດ ຜິດ ທຸກຢ່າງ.
\s5
\v 129 ຄໍາສັ່ງ ສອນ ຂອງ ພຣະອົງ ເປັນ ທີ່ ອັດສະຈັນ ຂ້ານ້ອຍ ເຊື່ອ ຟັງ ດ້ວຍ ສຸດຈິດ ສຸດໃຈ.
\v 130 ການ ອະທິບາຍ ຂໍ້ ຄໍາສັ່ງ ສອນ ຂອງ ພຣະອົງ ໃຫ້ ແສງ ສະຫວ່າງ ແລະ ນາໍ ປັນຍາ ໃຫ້ ແກ່ ພວກ ຄົນ ໂງ່ຈ້າ ດ້ວຍ.
\s5
\v 131 ຂ້ານ້ອຍ ປາຖະໜາ ຢາກ ໄດ້ ຂໍ້ຄໍາສັ່ງ ຂອງ ພຣະອົງ ແລະ ຂ້ານ້ອຍ ອ້າ ປາກ ດ້ວຍ ຄວາມ ຫິວກະຫາຍ.
\v 132 ໂຜດ ແລເບິ່ງ ຂ້ານ້ອຍ ດ້ວຍ ຄວາມ ເມດຕາ ເໝືອນ ດັ່ງ ພຣະອົງ ກະທາໍ ຕໍ່ ທຸກຄົນ ທີ່ ຮັກ ພຣະອົງ ນັ້ນ.
\s5
\v 133 ໂຜດ ຮັກສາ ຂ້ານ້ອຍ ບໍ່ ໃຫ້ ລົ້ມ ຕາມ ທີ່ ພຣະອົງ ໄດ້ ສັນຍາ ຢ່າ ໃຫ້ ສິ່ງ ຊົ່ວ ຮ້າຍ ມີ ໄຊຊະນະ ເໜືອ ຂ້ານ້ອຍ. ໂຜດຮັກ ສາ ຂ້ານ້ອຍ ບໍ່ ໃຫ້ ລົ້ມ ຕາມ ທີ່ ພຣະອົງ ໄດ້ ສັນຍາ ຢ່າ ໃຫ້ ສິ່ງ ຊົ່ວຮ້າຍ ມີ ໄຊຊະນະ ເໜືອ ຂ້ານ້ອຍ.
\v 134 ຂໍ ຊົງໂຜດ ຊ່ວຍ ຂ້ານ້ອຍ ຈາກ ຄົນ ມັກ ກົດ ຂີ່ ເພື່ອ ວ່າ ຈະ ໄດ້ ເຊື່ອຟັງ ຂໍ້ຄໍາສັ່ງ ຂອງ ພຣະອົງ.
\s5
\v 135 ຂໍ ຊົງໂຜດ ສະຖິດ ຢູ່ ນາໍ ຂ້ານ້ອຍ ທັງ ອວຍພອນ ຂ້ານ້ອຍ ດ້ວຍ. ແລະ ສັ່ງ ສອນ ຂ້ານ້ອຍ ໃຫ້ ຮູ້ ກົດບັນຍັດ ຂອງ ພຣະອົງ ແດ່ ທ້ອນ.
\v 136 ນາໍ້ ຕາ ຂ້ານ້ອຍ ໄຫລຫລັ່ງ ດັ່ງສາຍ ລໍາທານ ຍ້ອນ ມະນຸດ ບໍ່ເຊື່ອ ຟັງ ກົດບັນຍັດ ຂອງ ພຣະອົງ.
\s5
\v 137 ຂ້າແດ່ ອົງ ພຣະ ຜູ້ ເປັນ ເຈົ້າ ພຣະອົງ ຊົງ ຍຸດຕິທາໍ ແລະ ກົດບັນຍັດ ທັງ ຫລາຍ ຂອງ ພຣະອົງ ກໍ ຍຸດຕິທາໍ ດ້ວຍ.
\v 138 ບັນດາ ກົດລະບຽບ ທີ່ ພຣະອົງ ໄດ້ ໃຫ້ ມາ ເປັນ ມາດຕາ ທີ່ ທ່ຽງທາໍ ແລະ ຖືກ ຕ້ອງ.
\s5
\v 139 ຂ້ານ້ອຍ ໂກດຮ້າຍ ຫຼາຍ ດັ່ງ ໄຟ ເຜົາ ຜານ ເພາະ ເຫລົ່າ ສັດຕູ ໄດ້ ເມີນເສີຍ ຕໍ່ ຂໍ້ຄໍາສັ່ງ ຂອງ ພຣະອົງ.
\v 140 ຄໍາສັນຍາ ຂອງ ພຣະອົງ ນັ້ນ ຄັກ ແນ່ ແທ້ ຂ້ານ້ອຍ ຮັກ ພຣະສັນຍາ ຫລາຍ ທີ່ ສຸດ.
\s5
\v 141 ຂ້ານ້ອຍ ຄົນ ຕໍ່າຕ້ອຍ ຖືກ ດູໝິ່ນ ຫຍໍ້ຫຍັນ, ແຕ່ ເຊື່ອ ໝັ້ນ ໃນ ຄໍາສັ່ງສອນ ຂອງ ພຣະອົງ.
\v 142 ຄວາມ ຍຸດຕິທໍາ ຂອງ ພຣະອົງ ຈະ ຍືນຍົງ ຢູ່ ສືບໄປ ແລະ ກົດບັນຍັດ ຂອງ ພຣະອົງ ກໍ ເປັນ ຄວາມຈິງ ຢູ່ເລື້ອຍ.
\s5
\v 143 ຂ້ານ້ອຍ ເດືອດຮ້ອນ ແລະ ໂສກເສົ້າ ເຕັມທີ, ແຕ່ ຂໍ້ຄໍາສັ່ງ ຂອງ ພຣະອົງ ໄດ້ ນາໍ ຄວາມ ເບີກບານໃຈ ມາ ໃຫ້.
\v 144 ຄໍາແນະນາໍ ຂອງ ພຣະອົງ ນັ້ນ ເປັນ ຄວາມຈິງ ຢູ່ ສືບໄປ ໂຜດ ໃຫ້ ຂ້ານ້ອຍ ໄດ້ ເຂົ້າໃຈແລະຈະມີ ຊີວິດ ຢູ່.
\s5
\v 145 ຂ້າແດ່ ອົງ ພຣະ ຜູ້ ເປັນ ເຈົ້າ ຂ້ານ້ອຍ ຮ້ອງຫາ ດ້ວຍ ສຸດໃຈ ໂຜດ ຕອບ ຂ້ານ້ອຍ ດ້ວຍ ເພື່ອ ຈະ ໄດ້ ເຊື່ອຟັງ ຂໍ້ຄໍາສັ່ງ ຂອງ ພຣະອົງ.
\v 146 ຂ້ານ້ອຍ ຮ້ອງຫາ ໃຫ້ ຊ່ວຍຊູ ໂຜດ ຊ່ວຍ ດ້ວຍ ແລະ ຂ້ານ້ອຍ ກໍ ຈະ ໄດ້ ຖືຮັກສາ ກົດບັນຍັດ ຂອງ ພຣະອົງ.
\s5
\v 147 ກ່ອນ ຕາເວັນ ຂຶ້ນ ຂ້ານ້ອຍ ກໍ ຮ້ອງຫາ ພຣະອົງ ໃຫ້ ຊ່ວຍຊູ ຂ້ານ້ອຍ ຂໍ ຝາກ ຄວາມຫວັງ ໄວ້ ໃນ ພຣະສັນຍາ ຂອງ ພຣະອົງ ດ້ວຍ.
\v 148 ຂ້ານ້ອຍ ນອນ ບໍ່ ໄດ້ ແລະ ຕື່ນ ຂຶ້ນ ທັງ ຄືນ ຂ້ານ້ອຍ ມີ ແຕ່ ພາວັນນາ ເຖິງ ຄໍາແນະນາໍ ຂອງ ພຣະອົງ.
\s5
\v 149 ຂ້າແດ່ ອົງພຣະ ຜູ້ ເປັນ ເຈົ້າ ຍ້ອນ ຄວາມຮັກ ອັນ ໝັ້ນຄົງ ນັ້ນ ໂຜດ ຟັງ ທັງ ເມດຕາ ແລະ ຮັກສາ ຊີວິດ ຂອງ ຂ້ານ້ອຍ ໄວ້ ດ້ວຍ.
\v 150 ຜູ້ ຂົ່ມເຫັງ ທີ່ ໂຫດຮ້າຍ ຫຍັບ ເຂົ້າ ມາ ໃກ້ ເຕັມ ທີ ຄື ພວກ ທີ່ ບໍ່ ເຄີຍ ຖື ຮັກ ສາ ກົດບັນຍັດ ຂອງ ພຣະອົງ.
\s5
\v 151 ຂ້າແດ່ ອົງ ພຣະ ຜູ້ ເປັນ ເຈົ້າ ແຕ່ ພຣະອົງ ຢູ່ ໃກ້ຊິດ ຂ້ານ້ອຍ ຄໍາສັ່ງ ທຸກ ຂໍ້ ຂອງ ພຣະອົງ ລ້ວນແຕ່ ຍືນຍົງ ຢູ່ ຕະຫລອດ.
\v 152 ຂ້ານ້ອຍ ໄດ້ ຮຽນຮູ້ ເຖິງ ຄໍາແນະນາໍ ຂອງ ພຣະອົງ ແຕ່ ດົນ ພຣະອົງ ເຮັດ ໃຫ້ ຄໍາແນະນໍາ ເຫຼົ່ານັ້ນ ດໍາລົງ ຢູ່ ຕະຫລອດໄປ
\s5
\v 153 ຂໍ ຊົງ ໂຜດ ເບິ່ງ ຂ້ານ້ອຍ ທົນ ທຸກ ແລະ ຊ່ວຍ ຂ້ານ້ອຍ ໃຫ້ ພົ້ນ ແດ່ ເພາະ ຂ້ານ້ອຍ ບໍ່ ໄດ້ ປະຖິ້ມ ກົດບັນຍັດ ຂອງ ພຣະອົງ.
\v 154 ຂໍ ຊົງ ໂຜດ ເປັນ ທະນາຍຄວາມ ແກ້ ຄະດີ ໃຫ້ ຂ້ານ້ອຍ ແລະ ປ່ອຍ ຂ້ານ້ອຍ ໃຫ້ ເປັນອິດສະຫລະ. ໂຜດ ຊ່ວຍ ໃຫ້ ພົ້ນ ຕາມ ທີ່ ໄດ້ ສັນຍາ ໄວ້ ດ້ວຍ.
\s5
\v 155 ຄົນຊົ່ວຮ້າຍ ຈະ ບໍ່ ໄດ້ ຖືກ ຊ່ວຍກູ້ ໃຫ້ ພົ້ນໄພ ເພາະ ພວກເຂົາ ບໍ່ ໄດ້ ເຊື່ອ ຟັງ ກົດບັນຍັດ ຂອງ ພຣະອົງ.
\v 156 ຂ້າແດ່ ອົງ ພຣະ ຜູ້ ເປັນ ເຈົ້າ ຄວາມ ເອັນ ດູ ຂອງ ພຣະອົງ ນັ້ນ ກໍ ຍິ່ງ ໃຫຍ່ ໂຜດ ສໍາແດງ ຄວາມ ເມດຕາ ຂອງ ພຣະອົງ ແລະ ຊ່ວຍ ຂ້ານ້ອຍ ໃຫ້ ພົ້ນໄພ ດ້ວຍ.
\s5
\v 157 ສັດຕູ ແລະ ຜູ້ ຂົ່ມ ເຫັງ ນັ້ນ ມີ ຢູ່ຫລວງຫລາຍ ແຕ່ ຂ້ານ້ອຍ ບໍ່ ລະເລີຍ ທີ່ ຈະ ເຊື່ອ ຟັງ ກົດບັນຍັດ ຂອງ ພຣະອົງ.
\v 158 ເມື່ອ ເບິ່ງ ຄົນ ທໍລະຍົດ ນີ້ ກໍ ໜ້າ ເບື່ອ ເຕັມ ທີ ເພາະວ່າ ພວກເຂົາ ບໍ່ ໄດ້ ເຊື່ອຟັງ ຂໍ້ຄໍາສັ່ງ ຂອງ ພຣະອົງ.
\s5
\v 159 ຂ້າແດ່ ອົງພຣະ ຜູ້ ເປັນ ເຈົ້າ ພຣະອົງ ຮູ້ວ່າ ຂ້ານ້ອຍ ຮັກຄໍາແນະນາໍ ຂອງ ພຣະອົງ ຫລາຍ ເທົ່າໃດ ຄວາມຮັກ ຂອງ ພຣະອົງ ບໍ່ ເຄີຍ ປ່ຽນແປງ ສະນັ້ນ ຂໍ ຊົງ ໂຜດ ຊ່ວຍ ຂ້ານ້ອຍ ໃຫ້ ພົ້ນໄພ ດ້ວຍ ເຖີດ.
\v 160 ແກ່ນແທ້ ຂອງ ກົດບັນຍັດ ລ້ວນແຕ່ ເປັນ ຄວາມຈິງ ການຕັດສິນ ອັນ ຍຸດຕິທໍາ ຂອງ ພຣະອົງ ກໍ ດໍາລົງ ຢູ່ ສືບ ໄປ ເປັນ ນິດ.
\s5
\v 161 ຄົນ ທີ່ ມີ ອໍານາດ ໂຈມຕີ ຂ້ານ້ອຍ ຢ່າງ ບໍ່ ຍຸດຕິທາໍ ແຕ່ ຂ້ານ້ອຍ ເຄົາຣົບ ນັບ ຖື ຖ້ອຍຄໍາ ຂອງ ພຣະອົງ.
\v 162 ຂ້ານ້ອຍ ສຸກໃຈ ຍ້ອນ ຄໍາສັນຍາ ຂອງ ພຣະອົງ ມີ ຄວາມສຸກ ຫລາຍ ເໝືອນດັ່ງ ຄົນ ທີ່ ພົບ ສົມ ບັດ ອັນ ມັ່ງ ຄັ່ງ.
\s5
\v 163 ຂ້ານ້ອຍ ກຽດຊັງ ການ ຕົວະຍົວະ ທຸກປະການ, ແຕ່ ຂ້ານ້ອຍ ຮັກ ກົດບັນຍັດ ຂອງ ພຣະອົງ.
\v 164 ຂ້ານ້ອຍ ໂມທະນາ ຂອບພຣະຄຸນ ພຣະອົງ ມື້ ໜຶ່ງ ເຈັດ ເທື່ອ ຍ້ອນ ການຕັດສິນ ອັນຍຸດຕິທາໍ ຂອງ ພຣະອົງ ນັ້ນ.
\s5
\v 165 ຄົນ ທີ່ ຮັກ ກົດບັນຍັດ ກໍ ມີ ຄວາມ ປອດໄພ ດີ ແລະ ບໍ່ ມີ ສີ່ງໃດ ທີ່ ເຮັດ ໃຫ້ ພວກເຂົາ ລົ້ມ ລົງ ໄດ້.
\v 166 ຂ້າແດ່ ອົງ ພຣະ ຜູ້ ເປັນ ເຈົ້າ ຂ້ານ້ອຍ ລໍຖ້າ ພຣະອົງ ຊ່ວຍ ໃຫ້ ພົ້ນໄພ ສະນັ້ນ ຂ້ານ້ອຍ ຈຶ່ງ ໄດ້ ເຮັດ ຕາມ ຂໍ້ຄໍາສັ່ງ ຂອງ ພຣະອົງ.
\s5
\v 167 ຈິດວິນຍານ ຂອງ ຂ້ານ້ອຍ ເຊື່ອ ຟັງ ຄໍາສັ່ງ ຂອງ ພຣະອົງ ແລະ ຮັກ ຄໍາສັ່ງ ສອນ ນັ້ນ ຢ່າງ ສຸດຈິດສຸດໃຈ.
\v 168 ຂ້ານ້ອຍ ຂັບ ຕາມ ຂໍ້ຄໍາສັ່ງ ຂອງ ພຣະອົງ ແລະ ຄໍາແນະນໍາ ຂອງ ພຣະອົງ ພຣະອົງ ຊົງ ຮູ້ ເຫັນ ທຸກສິ່ງ ທີ່ ຂ້ານ້ອຍ ກະທາໍ ນັ້ນ.
\s5
\v 169 ຂ້າແດ່ ອົງ ພຣະ ຜູ້ ເປັນ ເຈົ້າ ຂໍ ຊົງ ໂຜດ ໃຫ້ ສີ່ງ ທີ່ ທູນ ຂໍ ນັ້ນ ຂຶ້ນ ເຖິງ ພຣະອົງ ໂຜດ ໃຫ້ ຂ້ານ້ອຍ ເຂົ້າໃຈ ຕາມ ທີ່ ໄດ້ ສັນ ຍາ ໄວ້ ດ້ວຍ.
\v 170 ໂຜດ ຮັບ ຟັງ ຄໍາພາວັນນາ ອະທິຖານ ຂໍ ຂອງ ຂ້ານ້ອຍ ດ້ວຍ ໂຜດ ຊ່ວຍ ຂ້ານ້ອຍ ໃຫ້ ພົ້ນ ຕາມ ຄໍາສັນຍາ ຂອງ ພຣະອົງ ດ້ວຍ.
\s5
\v 171 ຂ້ານ້ອຍ ຈະ ຍ້ອງຍໍ ສັນລະເສີນ ພຣະອົງ ຢູ່ ສະເໝີໄປ ເພາະ ພຣະອົງ ສັ່ງ ສອນ ຂ້ານ້ອຍ ໃຫ້ ຮູ້ ກົດບັນຍັດ ຂອງ ພຣະອົງ.
\v 172 ຂ້ານ້ອຍ ຈະ ຮ້ອງເພງ ທີ່ ກ່ າວ ເຖິງ ກົດບັນຍັດ ເພາະ ຂໍ້ຄໍາສັ່ງ ຂອງ ພຣະອົງ ຖືກ ຕ້ອງ ແລະ ທ່ຽງທໍາ.
\s5
\v 173 ຂໍ ພຣະອົງ ຕຽມພ້ອມ ມາ ຊ່ວຍເຫລືອ ຂ້ານ້ອຍ ເພາະ ຂ້ານ້ອຍ ໄດ້ເລືອກ ທີ່ ຈະ ເຮັດ ຕາມ ຂໍ້ຄໍາສັ່ງ ຂອງ ພຣະອົງ.
\v 174 ໂອ ຂ້າແດ່ ອົງພຣະ ຜູ້ ເປັນ ເຈົ້າ ຂ້ານ້ອຍ ຄອງຄອຍ ການ ໂຜດ ຊ່ວຍ ຂອງ ພຣະອົງ ຫວັງ ແຕ່ ໃຫ້ ພຣະອົງ ຊ່ວຍຊູ. ຂ້ານ້ອຍ ພົບຄວາມສຸກ ໃນ ກົດບັນຍັດ ຂອງ ພຣະອົງ.
\s5
\v 175 ຂໍ ຊົງ ໂຜດ ຮັກສາ ຊີວິດ ຂອງ ຂ້າ ນ້ອຍ ໄວ້ ດ້ວຍ ເພື່ອ ຈະ ສາມາດ ຍ້ອງຍໍ ສັນ ລະເສີນ ພຣະອົງ ຂໍ ໃຫ້ ຂໍ້ ຄໍາແນະນາໍ ຂອງ ພຣະອົງ ຊ່ວຍຊູ ຂ້ານ້ອຍ ດ້ວຍ.
\v 176 ຂ້ານ້ອຍ ຫລົງ ທາງ ເໝືອນດັ່ງ ແກະ ທີ່ ຫລົງ ເສຍໄປ. ສະນັ້ນ ຂໍ ພຣະອົງ ຊອກ ຫາ ຂ້ານ້ອຍ ແດ່ ທ້ອນ ຄື ຊອກ ຫາ ຜູ້ຮັບໃຊ້ ຂອງ ພຣະອົງ ເພາະ ຂ້ານ້ອຍ ບໍ່ ໄດ້ ປະຖິ້ມ ຂໍ້ຄໍາສັ່ງ ຂອງ ພຣະອົງ ຈັກເທື່ອ.
\s5
\c 120
\p
\v 1 ເມື່ອ ຂ້ານ້ອຍ ເດືອດຮ້ອນ ຂ້ານ້ອຍ ກໍ ໄຫວ້ວອນ ຫາ ອົງ ພຣະ ຜູ້ ເປັນ ເຈົ້າ ໃຫ້ ຊ່ວຍເຫຼືອ ແລະ ພຣະອົງ ກໍ ຊົງ ຕອບ ຂ້ານ້ອຍ.
\v 2 ຂ້າແດ່ ອົງພຣະ ຜູ້ ເປັນ ເຈົ້າ ຂໍ ຊົງ ໂຜດ ຊ່ວຍ ຂ້ານ້ອຍ ໃຫ້ ພົ້ນ ຈາກ ຄົນ ຂີ້ຕົວະ ແລະ ຄົນ ຫລອກລວງ ດ້ວຍ.
\s5
\v 3 ພວກ ຄົນ ຂີ້ຕົວະ ເອີຍ ພວກເຈົ້າ ສະສົມ ອັນໃດ ໄວ້ ແກ່ ຕົນ ແດ່? ພຣະອົງ ຈະ ລົງ ໂທດ ພວກເຈົ້າ ຢ່າງໃດ ຮູ້ບໍ່?
\v 4 ກໍ ດ້ວຍລູກໜ້າ ທະນູ ອັນແຫລມຄົມ ຂອງນັກຮົບ ແລະ ຖ່ານໄຟ ແດງ ໄໝ້ ເຜົາ ຜານ ແນ່ ນອນ.
\s5
\v 5 ການອາໄສຢູ່ ທ່າມກາງພວກເຈົ້າ ກໍ ຊົ່ວ ເທົ່າ ກັບ ຢູ່ ນາໍ ຊາວເມເຊັກ ຫລື ນາໍ ປະຊາຊົນ ແຫ່ງເກດາ ນັ້ນ. [ອ]
\v 6 ຂ້ານ້ອຍ ໄດ້ ອາໄສ ຢູ່ ນາໍ ປະຊາຊົນ ທີ່ ກຽດຊັງ ສັນ ຕິສຸກ,
\v 7 ເມື່ອ ເອີ່ຍ ປາກ ເວົ້າ ເຖິງ ຄວາມ ສະຫງົບສຸກ ພວກເຂົາ ກໍ ເອີ່ຍ ວາຈາ ເຖີງ ເສິກ ສົງຄາມ ທັນທີ.
\s5
\c 121
\p
\v 1 ຂ້ານ້ອຍ ຫລຽວ ຂຶ້ນ ໄປ ເທິງ ພູ ທັງ ຫລາຍ ຈະ ມີ ຜູ້ໃດ ແດ່ ບໍ ພໍ ຊ່ວຍເຫລືອ ຂ້ານ້ອຍ ໄດ້?
\v 2 ຄວາມ ຊ່ວຍເຫລືອ ຂອງ ຂ້ານ້ອຍ ຈະ ມາ ແຕ່ ອົງ ພຣະ ຜູ້ ເປັນ ເຈົ້າ ອົງ ທີ່ໄດ້ ສ້າງ ສະຫວັນ ແລະ ແຜ່ນດິນໂລກ.
\s5
\v 3 ພຣະອົງ ຈະ ບໍ່ຍອມ ໃຫ້ ເຈົ້າ ພະລາດ ລົ້ມ ລົງ ໄປ ພຣະຜູ້ຄຸ້ມຄອງ ຈະ ປົກປັກ ຮັກສາ ເຈົ້າ ໄວ້.
\v 4 ພຣະອົງເປັນ ຜູ້ ປົກ ປ້ອງ ຄຸ້ມ ຄອງ ຊາດ ອິດສະຣາເອນ ພຣະອົງ ບໍ່ໄດ້ ເຊືອບນອນ ຫລັບ ໄປ ຈັກເທື່ອ.
\s5
\v 5 ອົງພຣະ ຜູ້ ເປັນເຈົ້າ ຈະ ເຝົ້າ ຮັກສາ ເຈົ້າ ໄວ້ ອົງພຣະ ຜູ້ ເປັນ ເຈົ້າ ຢູ່ ຄຽງ ຂ້າງ ເພື່ອ ປົກ ປ້ອງ ເຈົ້າ ໄວ້.
\v 6 ຕາເວັນ ຈະ ບໍ່ ເປັນ ອັນຕະລາຍ ແກ່ ເຈົ້າ ໃນ ກາງເວັນ ດວງເດືອນ ກໍ ຈະ ບໍ່ ເປັນອັນຕະລາຍ ໃນ ກາງຄືນ.
\s5
\v 7 ອົງພຣະ ຜູ້ ເປັນເຈົ້າ ຈະ ປົກປ້ອງ ເຈົ້າ ໃຫ້ ພົ້ນ ຈາກ ໂພຍໄພ ທັງ ຈະ ເຝົ້າ ຮັກສາ ເຈົ້າ ໃຫ້ ຢູ່ ຢ່າງ ປອດໄພ ໄດ້.
\v 8 ອົງ ພຣະ ຜູ້ ເປັນ ເຈົ້າ ຈະ ປົກ ປ້ອງ ຄຸ້ມ ຄອງ ເຈົ້າ ໃນ ການ ໄປມາ ຂອງເຈົ້າ ຕັ້ງ ແຕ່ ບັດນີ້ ແລະ ສືບໆໄປ ເປັນນິດ.
\s5
\c 122
\p
\v 1 ຊ່າງ ດີໃຈ ແທ້ໆ ເມື່ອ ພວກເຂົາ ເຊີນຊວນ ຂ້ານ້ອຍ ດັ່ງ ນີ້ ວ່າ, “ໃຫ້ ພວກເຮົາ ພາກັນ ຂຶ້ນ ໄປ ຍັງ ຜາສາດ ຂອງ ອົງ ພຣະ ຜູ້ເປັນ ເຈົ້າ. ”
\v 2 ເຢຣູຊາເລັມ ເອີຍ ພວກເຮົາ ກາໍລັງ ຢືນ ຢູ່ ໃນ ປະຕູ ກໍາແພງ ຂອງເຈົ້າ
\v 3 ນະຄອນ ເຢຣູຊາເລັມ ເປັນ ເມືອງ ທີ່ ໄດ້ ສ້ອມແປງ ຂຶ້ນໃໝ່ ຊຶ່ງ ເປັນ ລະບຽບ ຮຽບຮ້ອຍ ສະອາດ ງາມຕາ.
\s5
\v 4 ທີ່ ນີ້ ເປັນ ບ່ອນ ບັນດາ ເຜົ່າ ແຫ່ງ ຊາດ ອິດສະຣາເອນ ມາ ຖວາຍ ຂອບພຣະຄຸນ ແດ່ ອົງ ພຣະຜູ້ ເປັນ ເຈົ້າ ຕາມ ຄໍາສັ່ງ ຂອງ ພຣະອົງ.
\v 5 ທີ່ ນີ້ ຍັງ ເປັນ ບ່ອນ ທີ່ ບັນດາ ກະສັດ ແຫ່ງ ຊາດ ອິດສະຣາເອນ ໄດ້ ນັ່ງ ຕັດ ສິນ ຄວາມ ປະຊາຊົນ ຂອງຕົນ ດ້ວຍ.
\s5
\v 6 ຈົ່ງ ພາວັນນາ ອະທິຖານ ເພື່ອ ໃຫ້ ນະຄອນ ເຢຣູຊາເລັມ ມີ ຄວາມ ສະຫງົບສຸກ “ຈົ່ງ ຈະເລີນ ເທີ້ນ ທຸກຄົນ ທີ່ ຮັກ ນະຄອນ ເຢຣູຊາເລັມ ເອີຍ
\v 7 ຂໍ ໃຫ້ ຄວາມ ສະຫງົບ ສຸກ ນັ້ນ ມີ ຢູ່ ພາຍໃນ ກາໍ ແພງ ແລະ ຂໍ ໃຫ້ ມີ ຄວາມ ປອດໄພ ດີ ຢູ່ ໃນ ບັນດາ ວັງ ດ້ວຍ.”
\s5
\v 8 ເພາະ ເຫັນ ແກ່ ໝູ່ ເພື່ອນ ແລະ ຍາດຕິພີ່ນ້ອງ ຂອງ ຂ້ານ້ອຍ, ຂ້ານ້ອຍ ຈຶ່ງ ກ່າວ ກັບ ນະຄອນ ເຢຣູຊາເລັມ ວ່າ, “ຈົ່ງ ມີ ຄວາມ ສະຫງົບສຸກ ເຖີດ. ”
\v 9 ເພາະ ເຫັນ ແກ່ ຜາສາດ ຂອງ ອົງ ພຣະ ຜູ້ ເປັນ ເຈົ້າ ພຣະເຈົ້າ ຂອງ ພວກເຮົາ, ຂ້ານ້ອຍ ຈຶ່ງ ພາວັນນາ ອະທິຖານ ເພື່ອ ຄວາມຈະເລີນ ຮຸ່ງເຮືອງ ຂອງທ່ານ.
\s5
\c 123
\p
\v 1 ຂ້ານ້ອຍ ແຫງນ ໜ້າ ແນມຫາ ພຣະອົງ ຂ້ານ້ອຍ ແຫງນ ສູ່ ສະຫວັນ ບ່ອນ ທີ່ ພຣະອົງ ປົກຄອງ ຢູ່ ນັ້ນ.
\v 2 ດັ່ງ ຄົນ ຮັບ ໃຊ້ ຜູ້ໜຶ່ງ ເພິ່ງ ພາ ອາໄສ ນາຍ ຂອງຕົນ ດັ່ງ ສາວໃຊ້ ຜູ້ໜຶ່ງ ເພິ່ງ ອີງ ນາຍຍິງ ຂອງຕົນ ນັ້ນ. ໂອ ອົງພຣະ ຜູ້ ເປັນເຈົ້າ ພຣະເຈົ້າ ຂອງ ພວກ ຂ້ານ້ອຍ ເອີຍ ຈະ ແນມຫາ ຈົນ ພຣະເມດຕາ ມາຮອດ.
\s5
\v 3 ຂ້າແດ່ ອົງພຣະຜູ້ ເປັນ ເຈົ້າ ຂໍ ຊົງໂຜດ ເມດຕາ ພວກ ຂ້ານ້ອຍ ແດ່ ທ້ອນ ເພາະພວກຂ້ານ້ອຍນັ້ນ ຖືກ ຫຍໍ້ຫຍັນ ຢ່າງໜັກ.
\v 4 ດົນນານ ແລ້ວ ທີ່ ຖືກ ເຍາະເຍີ້ຍ ຈາກ ຄົນ ຮັ່ງ ມີ ແລະ ຖືກ ດູໝິ່ນ ຈາກ ຄົນ ກົດ ຂີ່ ທີ່ ຈອງຫອງ ດ້ວຍ.
\s5
\c 124
\p
\v 1 ຈະ ເປັນ ຢ່າງ ໃດ ເມື່ອ ອົງ ພຣະ ຜູ້ ເປັນ ເຈົ້າ ບໍ່ ຢູ່ ຝ່າຍ ພວກເຮົາ? ໂອ ຊາດ ອີດສະຣາເອນ ເອີຍ ຈົ່ງ ຕອບ ມາ ເບິ່ງ!
\v 2 ຖ້າ ອົງ ພຣະ ຜູ້ ເປັນ ເຈົ້າ ບໍ່ ຢູ່ ຝ່າຍ ພວກເຮົາ ເມື່ອ ເຫລົ່າ ສັດຕູ ໄດ້ ບຸກ ເຂົ້າ ມາ ໂຈມຕີ ນັ້ນ.
\v 3 ພວກເຂົາ ກໍ ຈະ ກືນ ກິນ ພວກເຮົາ ທັງ ເປັນ ຈົນ ໝົດ ກ້ຽງ ເພາະ ຄວາມ ຄຽດແຄ້ນ ໃຫຍ່ ຕໍ່ສູ້ ພວກເຮົາ ນັ້ນ.
\s5
\v 4 ແລ້ວ ກະແສ ນາໍ້ ຖ້ວມ ກໍ ຈະ ພັດ ພວກເຮົາ ໄປ ນາໍ້ ຈະ ໄຫລ ມາ ຖ້ວມ ພວກເຮົາ
\v 5 ທັງ ກະແສ ຄື້ນ ນາໍ້ ອັນຮ້າຍແຮງ ກໍ ຈະ ພັດ ເອົາ ພວກເຮົາ ຈົມ ລົງ ໄປ ໃນ ນາໍ້.
\s5
\v 6 ຈົ່ງ ໂມທະນາ ຂອບພຣະຄຸນ ອົງ ພຣະ ຜູ້ ເປັນ ເຈົ້າ ທີ່ ພຣະອົງ ບໍ່ໃຫ້ ສັດຕູ ທາໍລາຍ ພວກເຮົາ ໄດ້.
\v 7 ພວກເຮົາ ໜີໄປ ໄດ້ ດັ່ງ ນົກ ໜີ ຈາກ ແຮ້ວ ນາຍພານ. ແຮ້ວ ຂາດ ໄປ ແລະ ພວກເຮົາ ກໍ ເປັນ ອິດສະຫລະ
\s5
\v 8 ຄວາມ ຊ່ວຍຊູ ຂອງ ພວກເຮົາ ນັ້ນ ມາ ຈາກ ອົງ ພຣະ ຜູ້ ເປັນ ເຈົ້າ ຜູ້ ໄດ້ ສ້າງ ສະຫວັນ ແລະ ແຜ່ນດິນໂລກ.
\s5
\c 125
\p
\v 1 ຜູ້ ທີ່ ໄວ້ວາງໃຈໃນອົງພຣະຜູ້ເປັນເຈົ້າ ກໍ ເປັນ ດັ່ງ ພູເຂົາ ຊີໂອນ ທີ່ ບໍ່ ມີ ຫຍັງ ເຮັດ ໃຫ້ ສະເທືອນ ແລະ ເຄື່ອນຍ້າຍໄດ້.
\v 2 ເມື່ອ ພູ ຕ່າງໆ ໄດ້ ອ້ອມ ນະຄອນ ເຢຣູຊາເລັມ ໄວ້ ສັນໃດ ອົງ ພຣະ ຜູ້ ເປັນ ເຈົ້າ ກໍ ອ້ອມຮອບ ປະຊາຊົນ ຂອງ ພຣະອົງ ໄວ້ ສັນນັ້ນ.
\v 3 ຄົນຊົ່ວ ຈະ ບໍ່ ປົກຄອງ ດິນແດນ ຄົນຊອບທາໍ ເລື້ອຍໄປ ຖ້າ ເປັນດັ່ງ ນັ້ນ ຄົນ ຊອບທາໍ ກໍ ອາດ ຈະ ຍື່ນ ມື ກະທາໍ ຊົ່ວ ຄືກັນ.
\s5
\v 4 ຂ້າແດ່ ອົງພຣະ ຜູ້ ເປັນ ເຈົ້າ ຂໍ ຊົງ ໂຜດ ເຮັດ ດີ ຕໍ່ ຜູ້ ທີ່ ເຮັດ ດີ ດ້ວຍ ຄື ຜູ້ ທີ່ ເຊື່ອຟັງ ຂໍ້ຄໍາສັ່ງ ຂອງ ພຣະອົງ,
\v 5 ແຕ່ ບັນດາ ຜູ້ ທີ່ ດໍາເນີນ ຕາມ ທາງຄົດ ຂອງ ເຂົາ ອົງພຣະ ຜູ້ ເປັນ ເຈົ້າ ກໍ ຈະ ຊົງ ລົງ ໂທດ ເຂົາ ພ້ອມ ກັບ ການກະທາໍ ຊົ່ວ ຂອງ ເຂົາ ເອງ. ຂໍ ໃຫ້ ຊົນ ຊາດ ອິດສະຣາເອນ ຈົ່ງ ມີ ແຕ່ ຄວາມສຸກ ເທີ້ນ.
\s5
\c 126
\p
\v 1 ເມື່ອ ອົງ ພຣະ ຜູ້ ເປັນ ເຈົ້າ ນາໍ ພວກເຮົາ ຄືນ ມາ ສູ່ ນະຄອນ ເຢຣູຊາເລັມ [ຂ] ເລື່ອງ ທັງ ໝົດ ຈຶ່ງ ເປັນ ດັ່ງ ຄວາມຝັນ
\s5
\v 2 ພວກ ຂ້ານ້ອຍ ຫົວເລາະ ຢ່າງ ບໍ່ ຢຸດ ບໍ່ ເຊົາ ທັງ ສົ່ງ ສຽງ ອັນ ດັງ ໂຮຮ້ອງ ຍີນດີ ຢ່າງໃຫຍ່ ແລ້ວ ຊົນຊາດ ອື່ນໆ ກໍ ເວົ້າ ເຖິງ ພວກເຮົາ ວ່າ, “ອົງພຣະ ຜູ້ ເປັນ ເຈົ້າ ເຮັດ ສິ່ງ ຍິ່ງ ໃຫຍ່ ໃຫ້ ພວກເຂົາ ແລ້ວ. ”
\v 3 ອົງພຣະ ຜູ້ ເປັນເຈົ້າ ໄດ້ ຊົງ ກະທາໍ ສິ່ງ ຍິ່ງ ໃຫຍ່ ສໍາລັບ ພວກເຮົາ, ພວກເຮົາ ທຸກຄົນ ຕ່າງ ກໍ ມີ ຄວາມສຸກ ຫລາຍ ທີ່ ສຸດ.
\s5
\v 4 ຂ້າແດ່ ອົງ ພຣະ ຜູ້ ເປັນ ເຈົ້າ ຂໍ ຊົງໂຜດ ເຮັດ ໃຫ້ ຈະເລີນ ຮຸ່ງເຮືອງ ຄືນ ໃໝ່ [ຄ] ດັ່ງ ສາຍຝົນ ຄືນ ມາ ສູ່ ຫ້ວຍນໍ້າ ທີ່ ເຫືອດແຫ້ງ.
\v 5 ຂໍ ໃຫ້ ພວກ ທີ່ ຮ້ອງໄຫ້ ໃນ ຂະນະທີ່ ຫວ່ານ ລົງ ໄປ ໄດ້ ຮິບໂຮມ ເກັບ ກ່ຽວ ຢ່າງ ຊົມ ຊື່ນ ຍິນດີ ເຖີດ.
\v 6 ພວກ ທີ່ ຮ້ອງໄຫ້ ຂະນະທີ່ ຫາບ ເມັດພືດ ອອກ ໄປ ຈະ ໄດ້ ນາໍ ຜົນ ເກັບກ່ຽວ ມາ ດ້ວຍ ການ ຮ້ອງເພງ ຢ່າງ ຊື່ນ ຊົມ ຍິນ ດີ.
\s5
\c 127
\p
\v 1 ຖ້າ ອົງ ພຣະ ຜູ້ ເປັນ ເຈົ້າ ບໍ່ ກໍ່ ບ້ານ ສ້າງ ເຮືອນ ຊານ, ວຽກການ ຄົນ ກໍ່ ສ້າງ ທັງ ໝົດ ກໍ ໄຮ້ປະໂຫຍດ. ຖ້າອົງພຣະ ຜູ້ ເປັນ ເຈົ້າ ບໍ່ ປ້ອງກັນ ບ້ານເມືອງ, ທະຫານ ຢືນ ຍາມ ກໍ ໃຊ້ ການ ຫຍັງ ບໍ່ໄດ້.
\v 2 ມັນ ໄຮ້ປະໂຫຍດ ທີ່ ນອນເດິກ ລຸກເຊົ້າ ທຸກ ວັນ ໂດຍ ເຮັດ ວຽກ ທາໍ ງານ ໜັກເພື່ອຫາ ລ້ຽງຊີບ ເພາະ ຜູ້ ທີ່ ພຣະອົງ ຊົງ ຮັກ ຈຶ່ງ ຈັດ ໃຫ້ ຕາມ ທີ່ ຕ້ອງການ ໃນ ຂະນະທີ່ ພັກຜ່ອນ ຢ່າງ ສຸກ ສະບາຍ ຢູ່ ນັ້ນ.
\s5
\v 3 ເດັກນ້ອຍ ຄື ຂອງຂວັນ ທີ່ ອົງ ພຣະ ຜູ້ ເປັນ ເຈົ້າ ໂຜດ ປະທານ ພວກເຂົາ ຄື ພອນ ອັນ ແທ້ຈິງ.
\v 4 ຜູ້ ທີ່ ມີ ລູກ ຫລາຍ ຄົນ ເມື່ອ ຍັງ ໜຸ່ມ ກໍ ເທົ່າ ກັບ ທະຫານ ມີ ລູກທະນູ ຫລາຍ ອັນ ໃນ ບັ້ງ.
\v 5 ຄວາມສຸກ ເປັນ ຂອງ ຄົນ ທີ່ ມີ ທະນູ ຫລາຍ ລູກ ໃນ ມື ເມື່ອ ປະເຊີນ ກັບ ສັດຕູ ໃນ ທີ່ ຕັດສີນ ຈະ ບໍ່ ພ່າຍແພ້.
\s5
\c 128
\p
\v 1 ຄວາມສຸກ ເປັນ ຂອງ ຜູ້ ທີ່ ຢ້ານຢໍາ ອົງ ພຣະ ຜູ້ ເປັນ ເຈົ້າ ຄື ຜູ້ ທີ່ ໃຊ້ ຊີວິດ ເຮັດ ຕາມ ກົດບັນຍັດ ຂອງ ພຣະອົງ.
\v 2 ເຈົ້າ ຈະ ທາໍ ມາ ຫາກິນ ດ້ວຍ ເຫື່ອ ແຮງ ຂອງເຈົ້າ ເຈົ້າຈະ ມີ ຄວາມສຸກ ແລະ ມີ ຄວາມ ຈະເລີນ ຂຶ້ນ.
\s5
\v 3 ເມຍ ເຈົ້າ ນັ້ນ ຈະ ເປັນ ດັ່ງ ຕົ້ນ ອະງຸ່ນ ພັນ ດີ ທີ່ ມີ ໝາກດົກງາມ ໃນ ບ້ານ ເຮືອນ ຂອງເຈົ້າ ແລະ ພວກ ລູກຊາຍ ທີ່ ນັ່ງ ຢູ່ ອ້ອມຂ້າງ ອ້ອມແອວ ກໍ ເປັນ ດັ່ງ ແຖວ ຕົ້ນ ກອກເທດໜຸ່ມ ຢູ່ ອ້ອມຮອບ ເຈົ້າ.
\v 4 ດັ່ງນີ້ແຫລະ ຄົນ ທີ່ ຢໍາເກງ ອົງພຣະ ຜູ້ ເປັນເຈົ້າ ຈະ ໄດ້ ຮັບ ພຣະພອນ.
\v 5 ຂໍ ໃຫ້ ອົງພຣະ ຜູ້ ເປັນເຈົ້າ ອວຍພອນ ເຈົ້າ ຈາກ ພູເຂົາ ຊີໂອນ ຂໍ ໃຫ້ ເຈົ້າ ເຫັນ ຄວາມ ຈະເລີນ ຮຸ່ງເຮືອງ ຂອງ ນະຄອນ ເຢຣູຊາເລັມ ຕະຫລອດ ຊີວິດ ຂອງເຈົ້າ.
\v 6 ຂໍ ໃຫ້ ເຈົ້າ ມີ ຊີວິດ ຢູ່ ຢ່າງ ຍືນຍາວ ຈົນ ໄດ້ ເຫັນ ລູກຫລານ ເຫລັນ ຫລ້ອນ ຂໍໃຫ້ ສັນຕີສຸກຈົ່ງ ມີ ແກ່ ຊາດອິດ ສະຣາເອນເທີ້ນ.
\s5
\c 129
\p
\v 1 ໃຫ້ ອິດສະຣາເອນ ກ່າວ ເຖີດ ວ່າ, “ພວກເຂົາ ໄດ້ ໃຫ້ ຂ້ານ້ອຍ ທຸກຍາກ ຢ່າງໜັກ ຕັ້ງແຕ່ ຍັງ ໜຸ່ມນ້ອຍ ເປັນ ຕົ້ນມາ
\v 2 ພວກເຂົາ ຂົ່ມ ເຫັງ ຢ່າງ ໂຫດຮ້າຍ ແຕ່ ຄາວ ຍັງ ໜຸ່ມ ມາ ແຕ່ ວ່າ ພວກເຂົາ ເອົາ ຊະນະ ຂ້ານ້ອຍ ບໍ່ ໄດ້ເລີຍ.
\v 3 ພວກເຂົາ ຂີດ ຫລັງ ຂອງ ຂ້ານ້ອຍ ໃຫ້ ເປັນ ຮອຍ ບາດແຜ ໃຫ້ ເປັນ ດັ່ງ ຮອຍ ດິນ ນາ ທີ່ ຖືກ ໄຖ ແລ້ວ.
\s5
\v 4 ແຕ່ ອົງ ພຣະ ຜູ້ ເປັນ ເຈົ້າ ເປັນ ອົງ ທີ່ ຊອບທໍາ ໄດ້ ປົດປ່ອຍ ໃຫ້ ຫລຸດພົ້ນ ຈາກ ການ ເປັນທາດ. ”
\v 5 ຂໍ ໃຫ້ ທຸກໆ ຄົນ ທີ່ ກຽດຊັງ ພູເຂົາ ຊີໂອນ ພ່າຍແພ້ ແລະ ຖືກ ຂັບ ໄລ່ ຄືນ ໄປ ເຖີດ.
\s5
\v 6 ຂໍ ໃຫ້ ພວກເຂົາ ທັງໝົດ ເປັນ ດັ່ງ ຫຍ້າ ທີ່ ປົ່ງ ຕາມ ຫລັງຄາ ຊຶ່ງ ຫ່ຽວແຫ້ງ ຕາຍໄປ ກ່ອນ ມັນ ຈະ ໃຫຍ່ ຂຶ້ນ.
\v 7 ບໍ່ ມີ ຜູ້ ໃດ ຮວບຮວມ ມັນ ໄດ້ ພໍ ກໍາ ມື ຫລື ຂົນ ເອົາ ໜີໄປ ພໍ ເປັນ ມັດໄດ້.
\v 8 ບໍ່ ມີ ຜູ້ໃດ ຈັກຄົນ ທີ່ ກ້າວ ຍ່າງ ກາຍ ໄປ ຈະ ສາມາດ ກ່າວ ຕໍ່ ພວກເຂົາ ໄດ້ ວ່າ, “ຂໍ ໃຫ້ ອົງ ພຣະ ຜູ້ ເປັນ ເຈົ້າ ອວຍພອນ ພວກເຈົ້າ ເດີ ເຮົາ ຂໍ ອວຍພອນ ພວກເຈົ້າ ໃນ ພຣະນາມ ຂອງ ອົງ ພຣະ ຜູ້ ເປັນ ເຈົ້າ.
\s5
\c 130
\p
\v 1 ຂ້າແດ່ ອົງ ພຣະ ຜູ້ ເປັນ ເຈົ້າ ເມື່ອ ຂ້ານ້ອຍ ທຸກໂສກ ເພາະ ສິ້ນຫວັງ ຈຶ່ງ ຮ້ອງຫາ ພຣະອົງ.
\v 2 ໂອ ພຣະເຈົ້າ ຢາເວ ເອີຍ ຂໍ ຊົງ ໂຜດ ຟັງ ສຽງ ຮ້ອງໄຫ້ ຂອງ ຂ້ານ້ອຍ ດ້ວຍ ໂຜດ ຟັງ ສຽງ ຂອງ ຂ້ານ້ອຍ ເອີ້ນ ຫາ ໃຫ້ ຊ່ວຍຊູ ແດ່ ທ້ອນ.
\s5
\v 3 ຖ້າອົງພຣະ ຜູ້ ເປັນ ເຈົ້າ ບັນ ທຶກ ການບາບ ຂອງ ພວກ ຂ້ານ້ອຍ ໂອ ພຣະເຈົ້າ ຢາເວ ເອີຍ ແມ່ນ ຜູ້ໃດ ນໍ ຈະ ໜີ ພົ້ນ ໄດ້ ຈາກ ການລົງ ໂທດ ນີ້?
\v 4 ແຕ່ ພຣະອົງ ຍົກ ໂທດ ໃຫ້ ແກ່ ພວກ ຂ້ານ້ອຍ ເພື່ອ ວ່າ ພວກ ຂ້ານ້ອຍ ຈະ ໄດ້ ຢໍາເກງ ຢູ່ ຊ້ອງໜ້າ ຂອງ ພຣະອົງ.
\s5
\v 5 ຂ້ານ້ອຍ ລໍ ຖ້າ ຢ່າງ ຮ້ອນຮົນ ໃຫ້ ອົງ ພຣະ ຜູ້ ເປັນ ເຈົ້າ ຊ່ວຍຊູ ແລະ ໄວ້ວາງໃຈ ໃນ ຖ້ອຍຄໍາ ຂອງ ພຣະອົງ.
\v 6 ຂ້ານ້ອຍ ຄອງຄອຍ ຖ້າ ພຣະເຈົ້າ ຢາເວ ດ້ວຍ ຈິດໃຈ ຮ້ອນຮົນ ຍິ່ງ ກວ່າ ຄົນ ເຝົ້າ ຍາມ ຄອງຄອຍ ຖ້າໃຫ້ ເຖິງ ຮຸ່ງເຊົ້າ.
\s5
\v 7 ອິດສະຣາເອນ ເອີຍ ຈົ່ງ ວາງໃຈ ໃນ ອົງ ພຣະ ຜູ້ ເປັນ ເຈົ້າ ເພາະ ຄວາມຮັກ ຂອງ ອົງພຣະ ຜູ້ ເປັນເຈົ້າ ນັ້ນ ໝັ້ນ ຄົງ. ແລະ ພຣະອົງ ກໍ ຕັ້ງໃຈ ທີ່ ຈະ ຊ່ວຍ ໃຫ້ ພົ້ນໄພ ຢູ່ ສະເໝີ
\v 8 ພຣະອົງ ຈະ ໄຖ່ ປະຊາຊົນ ອິດສະຣາເອນ ຂອງ ພຣະອົງ ໃຫ້ ພົ້ນ ຈາກ ການບາບ ທຸກຢ່າງ ຂອງ ພວກ ເຂົາເຈົ້າ.
\s5
\c 131
\p
\v 1 ຂ້າແດ່ ອົງພຣະ ຜູ້ ເປັນເຈົ້າ ຂ້ານ້ອຍ ເຊົາ ອວດດີ ອວດເດັ່ນ ແລ້ວ ແລະ ຫັນໜີ ຈາກ ຄວາມ ຂີ້ອົ່ງຈອງຫອງ ດ້ວຍ. ຂ້ານ້ອຍ ບໍ່ ຫ່ວງ ໃນ ຄວາມ ເປັນ ໃຫຍ່ ເປັນ ໂຕ ຫລື ໃນ ເລື່ອງ ໃດໆ ທີ່ ເກີນ ກາໍ ລັງ ປັນຍາ ນັ້ນ.
\s5
\v 2 ແຕ່ ຂ້ານ້ອຍ ມີ ຄວາມ ພໍໃຈ ແລະ ສັນ ຕິສຸກ ດັ່ງ ເດັກ ນ້ອຍ ທີ່ ນອນຫລັບ ສະບາຍ ຫາຍ ຮ້ອນ ໃນ ອ້ອມກອດ ມານດາ ຜູ້ ເປັນ ແມ່ ດັ່ງນັ້ນແຫລະ ຂ້ານ້ອຍ ຈຶ່ງ ສະຫງົບ ງຽບ ຢູ່ ໃນ ຈິດໃຈ.
\v 3 ອິດສະຣາເອນ ເອີຍ ຈົ່ງ ຫວັງ ໃຈ ໃນ ອົງ ພຣະ ຜູ້ ເປັນ ເຈົ້າ ແຕ່ ບັດ ນີ້ ແລະ ສືບ ໆໄປ ເປັນ ນິດ.
\s5
\c 132
\p
\v 1 ຂ້າແດ່ ອົງພຣະ ຜູ້ ເປັນ ເຈົ້າ ຂໍ ຢ່າ ລືມໄລ ດາວິດ ແລະ ຄວາມ ລໍາບາກ ທຸກຢ່າງ ທີ່ ເພິ່ນ ໄດ້ ທົນ ນັ້ນ.
\v 2 ຂ້າແດ່ ອົງ ພຣະ ຜູ້ ເປັນ ເຈົ້າ ໂຜດ ຈື່ ຈາໍ ສິ່ງ ທີ່ ເພິ່ນ ໄດ້ ສັນຍາ ສາບານ ກັບ ພຣະເຈົ້າ ອົງ ຍິ່ງ ໃຫຍ່ ຂອງ ຢາໂຄບ ວ່າ,
\s5
\v 3-4 “ຂ້ານ້ອຍ ຈະ ບໍ່ ເມືອ ບ້ານ ຫລື ເຂົ້າ ໄປ ນອນ ແລະ ຈະ ບໍ່ ພັກຜ່ອນ ຫລື ເຊືອບຫລັບ ໄປ ດ້ວຍ
\v 5 ຈົນ ກວ່າ ຂ້ານ້ອຍ ຈັດຫາ ສະຖານທີ່ ໃຫ້ ອົງ ພຣະ ຜູ້ ເປັນ ເຈົ້າ ສະຖິດ ຄື ທີ່ ຢູ່ ສໍາລັບ ອົງ ມີ ຣິດ ອໍານາດ ຍິ່ງ ໃຫຍ່ ຂອງ ຢາໂຄບ.”
\s5
\v 6 ທີ່ ເບັດເລເຮັມ ພວກເຮົາ ໄດ້ຍິນ ເຖິງ ຫີບ ພັນທະສັນຍາ ທີ່ ທົ່ງ ນາ ເຢອາຣິມ ພວກເຮົາ ໄດ້ ພົບ ຫີບ ນີ້.
\v 7 ພວກເຮົາ ກ່າວ ວ່າ, “ຈົ່ງ ໄປ ທີ່ ຜາສາດ ຂອງ ພຣະອົງ ໃຫ້ ເຮົາ ພາກັນ ຂາບລົງ ນະມັດສະການ ຕໍ່ໜ້າ ພຣະ ບັນລັງ ຂອງ ພຣະອົງ. ”
\v 8 ຂ້າແດ່ ອົງ ພຣະ ຜູ້ ເປັນ ເຈົ້າ ຂໍ ຊົງ ສະເດັດ ມາ ຍັງ ພຣະວິຫານ ພ້ອມ ກັບ ຫີບ ພັນທະສັນຍາ ຊຶ່ງ ເປັນ ສັນຍາລັກ ແຫ່ງ ຣິດອໍານາດ ຂອງ ພຣະອົງ ແລະ ສະຖິດ ຢູ່ ບ່ອນ ນີ້ ຕະຫລອດໄປ ເປັນນິດ.
\s5
\v 9 ຂໍ ໃຫ້ ພວກ ປະໂຣຫິດ ກະທາໍ ສິ່ງ ທີ່ ຖືກ ຕ້ອງ ສະເໝີໄປ ຂໍ ໃຫ້ ປະຊາຊົນ ທຸກຄົນ ຂອງ ພຣະອົງ ໂຮຮ້ອງ ຍິນດີ ເຖີດ.
\v 10 ພຣະອົງ ໄດ້ ສັນຍາ ກັບ ດາວິດ ຜູ້ຮັບໃຊ້ ຂອງ ພຣະອົງ ຂໍ ຢ່າ ປະຖິ້ມ ກະສັດ ທີ່ ໄດ້ ຊົງ ຫົດສົງ.
\s5
\v 11 ອົງພຣະ ຜູ້ ເປັນເຈົ້າ ໄດ້ ເຮັດ ສັນຍາ ອັນໜັກແໜ້ນ ໄວ້ ກັບ ດາວິດ ເປັນ ຄໍາສັນຍາ ທີ່ ພຣະອົງ ບໍ່ ຖອນ ຄືນ ເປັນ ວ່າ, “ເຮົາ ຈະ ຕັ້ງ ລູກຊາຍ ຂອງເຈົ້າ ຄົນ ໜຶ່ງ ໃຫ້ ເປັນ ກະສັດ ແລະ ລາວ ຈະ ປົກຄອງ ສືບຕໍ່ ແທນ ເຈົ້າ. ”
\v 12 ຖ້າ ລູກຊາຍ ຂອງເຈົ້າ ສັດຊື່ ຕໍ່ ພັນທະສັນຍາ ຂອງເຮົາ ຕະຫລອດ ທັງ ຂໍ້ຄໍາສັ່ງ ທີ່ ເຮົາ ໄດ້ ໃຫ້ ແກ່ ພວກເຂົາ ນັ້ນ ແລ້ວ ລູກຊາຍ ຂອງ ພວກເຂົາ ກໍ ຈະ ໄດ້ ເປັນ ກະສັດ ຄືກັນ ເພື່ອ ສືບຕໍ່ ເປັນ ກະສັດ ທຸກຍຸກ ທຸກສະໄໝ ແທນ ເຈົ້າ.
\s5
\v 13 ອົງພຣະ ຜູ້ ເປັນເຈົ້າ ໄດ້ ເລືອກເຟັ້ນ ເອົາ ພູເຂົາ ຊີໂອນ ພຣະອົງ ຕ້ອງການ ເຮັດ ໃຫ້ ພູນີ້ ເປັນ ທີ່ ປະທັບ ຂອງ ພຣະອົງ.
\v 14 ພຣະອົງ ໄດ້ ກ່າວ ວ່າ, “ນີ້ແມ່ນ ບ່ອນ ທີ່ ເຮົາ ຈະ ຢູ່ ອາໄສ ນີ້ແມ່ນ ບ່ອນ ທີ່ ເຮົາ ຈະ ປົກ ຄອງ ຕະຫລອດໄປ.
\s5
\v 15 ເຮົາ ຈະ ຈັດຫາ ໃຫ້ ພູເຂົາ ຊີໂອນ ຕາມ ທີ່ ຕ້ອງການ ຄົນ ທຸກຈົນ ຈະ ມີ ອາຫານ ກິນ ອີ່ມ ທ້ອງ.
\v 16 ເຮົາ ຈະ ອວຍພອນ ທຸກສິ່ງ ທີ່ ປະໂຣຫິດ ກະທາໍ ຊາວ ເມືອງ ຈະ ຮ້ອງລໍາ ທາໍ ເພງ ຢ່າງ ຊົມ ຊື່ນ.
\s5
\v 17 ຢູ່ ທີ່ ນີ້ ເຮົາ ຈະ ຕັ້ງ ເຊື້ອ ສາຍ ດາວິດ ຜູ້ໜຶ່ງ ເປັນ ກະສັດ ຜູ້ ຍິ່ງ ໃຫຍ່ ເຮົາ ຈະ ຮັກ ສາ ການປົກຄອງ ຂອງ ກະສັດ ຜູ້ ທີ່ ເຮົາ ໄດ້ ຫົດສົງໄວ້.
\v 18 ເຮົາ ຈະ ໃຫ້ ເຫລົ່າ ສັດຕູ ຂອງ ລາວ ໄດ້ ຖືກ ອັບອາຍ ແຕ່ ອານາຈັກ ຂອງ ລາວ ຈະ ຈະເລີນ ຮຸ່ງເຮືອງ ຂຶ້ນ.”
\s5
\c 133
\p
\v 1 ເປັນ ການດີ ແທ້ໆຊ່າງ ສຸກໃຈ ອີຫລີ ທີ່ ປະຊາຊົນ ຂອງ ພຣະເຈົ້າ ຢູ່ ຮ່ວມກັນ ດ້ວຍ ຄວາມ ປອງດອງ ຢ່າງນີ້
\s5
\v 2 ດັ່ງ ນາໍ້ມັນ ເຈີມ ອັນປະເສີດ ທີ່ ໄຫລ ລົງ ຈາກ ຫົວແລະໜວດ ຂອງ ອາໂຣນ ແລະ ຕາມ ຄໍ ເສື້ອຄຸມ ຂອງ ເພິ່ນ.
\v 3 ເປັນ ດັ່ງ ນາໍ້ ໝອກ ຄ້າງ ທີ່ ເທີງ ພູເຂົາ ເຮີໂມນ ຕົກລົງ ອາບ ຊີໂອນ ເມືອງ ທີ່ ຕັ້ງ ຢູ່ ເນີນ ພູ ນັ້ນ ຊຶ່ງ ອົງ ພຣະ ຜູ້ ເປັນ ເຈົ້າ ໄດ້ ສັນຍາ ເຖິງ ພຣະພອນ ຂອງ ພຣະອົງ ທີ່ ໃຫ້ ມີ ຊີວິດ ດໍາລົງ ຢູ່ ຢ່າງ ບໍ່ສຸດສິ້ນ.
\s5
\c 134
\p
\v 1 ບັນດາ ຜູ້ຮັບໃຊ້ ຂອງ ອົງ ພຣະ ຜູ້ ເປັນ ເຈົ້າ ຜູ້ ທີ່ ຮັບໃຊ້ ຢູ່ ໃນ ພຣະວິຫານ ຂອງ ອົງພຣະ ຜູ້ ເປັນເຈົ້າ ໃນ ເວລາ ກາງຄືນ ຈົ່ງ ມາ ຍ້ອງຍໍ ສັນລະເສີນ ອົງພຣະ ຜູ້ ເປັນ ເຈົ້າ ເຖີດ
\v 2 ຈົ່ງ ຍົກ ມື ຂອງທ່ານ ຂຶ້ນ ພາວັນນາ ອະທິຖານ ໃນ ພຣະວິຫານ ແລະ ຈົ່ງ ຍ້ອງຍໍ ສັນລະເສີນ ອົງ ພຣະ ຜູ້ ເປັນເຈົ້າ.
\s5
\v 3 ຂໍ ໃຫ້ ອົງ ພຣະ ຜູ້ ເປັນ ເຈົ້າ ຜູ້ ສ້າງ ສະຫວັນ ແລະ ແຜ່ນດິນ ໂລກ ໂຜດ ອວຍພອນ ທ່ານ ຈາກ ພູເຂົາ ຊີໂອນ ເທີ້ນ.
\s5
\c 135
\p
\v 1 ຈົ່ງ ຍ້ອງຍໍ ສັນລະເສີນ ອົງ ພຣະ ຜູ້ ເປັນ ເຈົ້າ ຈົ່ງ ຍ້ອງຍໍ ສັນລະເສີນ ພຣະນາມ ຂອງ ອົງພຣະ ຜູ້ ເປັນເຈົ້າ ເຖີດ ພວກເຈົ້າ ຜູ້ ຮັບໃຊ້ ຂອງ ອົງພຣະ ຜູ້ ເປັນເຈົ້າ ເອີຍ ຈົ່ງ ຍ້ອງຍໍ ສັນລະເສີນ ພຣະນາມ ຂອງ ພຣະອົງ.
\v 2 ພວກເຈົ້າ ຜູ້ ທີ່ ຢືນ ຢູ່ ໃນ ຜາສາດ ຂອງ ອົງ ພຣະ ຜູ້ ເປັນ ເຈົ້າ ຄື ຢູ່ ໃນ ວິຫານ ພຣະເຈົ້າ ຂອງ ພວກເຮົາ.
\s5
\v 3 ຈົ່ງ ຍ້ອງຍໍ ສັນລະເສີນ ອົງ ພຣະ ຜູ້ ເປັນ ເຈົ້າ ເພາະອົງພຣະຜູ້ເປັນເຈົ້າ ຊົງ ເມດຕາ [ຊ] ຈົ່ງ ຮ້ອງເພງ ຍ້ອງຍໍ ສັນລະເສີນ ພຣະນາມ ຂອງ ພຣະອົງ ເພາະ ຊົງ ເມດຕາ.
\v 4 ອົງພຣະ ຜູ້ ເປັນເຈົ້າ ໄດ້ເລືອກ ຢາໂຄບ ໃຫ້ ເປັນຄົນຂອງພຣະອົງເອງ ຊາວ ອິດສະຣາເອນ ໃຫ້ເປັນກາໍມະສິດ ຂອງ ພຣະອົງ.
\s5
\v 5 ຂ້ານ້ອຍ ຮູ້ ວ່າ ອົງ ພຣະ ຜູ້ ເປັນ ເຈົ້າ ຂອງ ພວກເຮົາ ຍິ່ງໃຫຍ່ ຫລາຍ ພຣະເຈົ້າ ຢາເວ ຂອງ ພວກເຮົາ ເປັນ ອົງ ຍິ່ງໃຫຍ່ ເໜືອ ກວ່າ ບັນດາ ພະອື່ນ ໃດ ທັງ ສິ້ນ.
\v 6 ອົງ ພຣະ ຜູ້ ເປັນ ເຈົ້າ ກະທາໍ ທຸກສິ່ງ ຕາມ ພຣະປະສົງ ໃນ ສະຫວັນ ແລະ ທີ່ ແຜ່ນດິນ ໂລກ ທັງ ໃນ ທ້ອງ ທະເລ ເລິກ ແລະ ທ່າມກາງ ມະຫາສະໝຸດ ອັນກວ້າງໃຫຍ່ ຄືກັນ.
\s5
\v 7 ພຣະອົງ ນາໍ ເອົາ ເມກໝອກ ອັນ ມືດ ຄື້ມ ມາ ຈາກ ຂອບຟ້າ ສົ້ນສຸດ ແຫ່ງ ແຜ່ນດິນ ໂລກ ເຮັດ ໃຫ້ ຟ້າແມບເຫລື້ອມ ໃນ ທ່າມກາງ ພະຍຸຝົນ ແລະ ປ່ອຍ ໃຫ້ ລົມ ພັດ ມາ ຈາກ ບ່ອນ ຢູ່ ຂອງມັນ ນັ້ນ.
\s5
\v 8 ພຣະອົງ ໄດ້ ຂ້າ ລູກຫົວ ປີ ທັງ ຫລາຍ ໃນ ປະເທດ ເອຢິບ ບໍ່ ວ່າ ຂອງ ຄົນ ແລະ ຂອງ ສັດ ກໍ ເຊັ່ນ ດຽວ ກັນ.
\v 9 ໃນທີ່ ນັ້ນ ພຣະອົງ ໄດ້ ສໍາແດງ ການ ປະຕິຫານ ແລະ ການ ອັດສະຈັນ ເພື່ອ ລົງ ໂທດ ກະສັດ ຟາໂຣ ແລະ ຂ້າຣາຊການ ຂອງເພິ່ນ.
\s5
\v 10 ພຣະອົງ ໄດ້ ທາໍລາຍ ຫລາຍ ຊົນຊາດ ໃຫ້ ແຕກ ກະຈັດ ກະຈາຍ ແລະ ໄດ້ ຂ້າບັນ ດາ ກະສັດ ຜູ້ ທີ່ ມີ ອໍານາດ
\v 11 ຄື ເຈົ້າ ສີໂຫນ ຜູ້ ເປັນ ກະສັດ ຂອງ ຊາວ ອາໂມ ເຈົ້າໂອກ ກະສັດ ແຫ່ງ ບາຊານ ແລະ ກະສັດ ທຸກຄົນ ໃນ ການາອານ ດ້ວຍ.
\s5
\v 12 ພຣະອົງ ໄດ້ ໃຫ້ ປະຊາຊົນ ຂອງ ພຣະອົງ ຢຶດ ດິນແດນ ຂອງ ພວກເຂົາ ໃຫ້ ຊາວ ອິດສະຣາເອນ ໄດ້ ຮັບ ກາໍມະສິດ ເໜືອ ດິນແດນ ນັ້ນ.
\v 13 ຂ້າແດ່ ອົງພຣະ ຜູ້ ເປັນ ເຈົ້າ ຊື່ ສຽງ ຂອງ ພຣະອົງ ຈະ ເປັນ ທີ່ ຈົດ ຈາໍ ຕະຫລອດໄປ ຂ້າແດ່ ອົງພຣະ ຜູ້ ເປັນເຈົ້າ ທຸກ ຊົ່ວເຊັ່ນຄົນ ຈະ ລະນຶກ ຄິດ ເຖິງ ພຣະອົງ ຕະຫລອດໄປ.
\s5
\v 14 ອົງພຣະ ຜູ້ ເປັນເຈົ້າ ຈະ ປ້ອງກັນ ປະຊາຊົນ ຂອງ ພຣະອົງ ຈະ ເມດຕາ ສົງ ສານ ພວກ ຜູ້ຮັບໃຊ້ ຂອງ ພຣະອົງ.
\v 15 ພະ ຂອງ ບັນດາ ຊົນຊາດ ເຮັດດ້ວຍ ເງິນ ດ້ວຍ ຄໍາ ຖືກ ສ້າງ ຂຶ້ນ ມາ ໂດຍ ມື ມະນຸດ.
\v 16 ພະເຫລົ່ານັ້ນ ມີ ປາກ ແຕ່ ພັດ ເວົ້າຈາ ບໍ່ ເປັນ, ພະເຫລົ່າ ນັ້ນ ມີ ຕາ ແຕ່ ພັດເຫັນ ຮຸ່ງ ບໍ່ໄດ້.
\v 17 ພະເຫລົ່າ ນັ້ນ ມີ ຫູ ແຕ່ ພັດ ຟັງ ບໍ່ ໄດ້ຍິນຫຍັງ ພະເຫລົ່ານັ້ນ ຫາຍໃຈ ເຂົ້າອອກ ບໍ່ ໄດ້.
\v 18 ຂໍ ໃຫ້ ທຸກຄົນ ທີ່ ສ້າງ ແລະ ໄວ້ວາງໃຈ ໃນ ມັນ ຈົ່ງ ກາຍເປັນ ດັ່ງ [ຍ] ຮູບປັ້ນ ທີ່ ພວກເຂົາ ໄດ້ ສ້າງ ນັ້ນ
\s5
\v 19 ຊາວ ອິດສະຣາເອນ ເອີຍ ຈົ່ງ ຍ້ອງຍໍ ສັນລະເສີນ ອົງ ພຣະ ຜູ້ ເປັນ ເຈົ້າ ປະໂຣຫິດ ຂອງ ພຣະເຈົ້າ ເອີຍ ຈົ່ງ ຍ້ອງຍໍ ສັນລະເສີນ ອົງພຣະ ຜູ້ ເປັນເຈົ້າ ເທີ້ນ.
\v 20 ຊາວ ເລວີ ເອີຍ ຈົ່ງ ຍ້ອງຍໍ ສັນລະເສີນ ອົງ ພຣະ ຜູ້ ເປັນ ເຈົ້າ ເຖີດ ເຈົ້າ ຜູ້ ທີ່ ຢໍາເກງ ອົງ ພຣະ ຜູ້ ເປັນ ເຈົ້າ ຈົ່ງ ຍ້ອງຍໍ ສັນລະເສີນ ອົງ ພຣະ ຜູ້ ເປັນ ເຈົ້າ ເທີ້ນ.
\v 21 ທີ່ ເທິງ ພູເຂົາ ຊີໂອນ ຈົ່ງ ຍ້ອງຍໍ ສັນລະເສີນ ອົງ ພຣະ ຜູ້ ເປັນ ເຈົ້າ ໃນ ນະຄອນ ເຢຣູຊາເລັມ ບ່ອນ ທີ່ ພຣະອົງ ປະທັບ ຢູ່ ນັ້ນ. ຈົ່ງ ຍ້ອງຍໍ ສັນລະເສີນ ອົງພຣະ ຜູ້ ເປັນເຈົ້າ ເຖີດ.
\s5
\c 136
\p
\v 1 ຈົ່ງ ໂມທະນາ ຂອບພຣະຄຸນ ອົງພຣະ ຜູ້ ເປັນເຈົ້າ ເພາະ ພຣະອົງ ຊົງ ຄຸນຄວາມດີ ຄວາມຮັກ ໝັ້ນ ຄົງ ຂອງ ພຣະອົງ ດໍາລົງ ຢູ່ ສືບໄປ ເປັນນິດ.
\v 2 ຈົ່ງ ໂມທະນາ ຂອບພຣະຄຸນ ພຣະເຈົ້າ ອົງ ຍິ່ງ ໃຫຍ່ ເໜືອ ພະ ທັງ ຫລາຍ ຄວາມຮັກ ໝັ້ນ ຄົງ ຂອງ ພຣະອົງ ດໍາລົງ ຢູ່ ສືບໄປ ເປັນນິດ.
\v 3 ຈົ່ງ ໂມທະນາ ຂອບພຣະຄຸນ ພຣະເຈົ້າ ຢາເວ ອົງ ເໜືອ ເຈົ້າ ນາຍ ທັງ ຫລາຍ ຄວາມຮັກ ໝັ້ນ ຄົງ ຂອງ ພຣະອົງ ດໍາລົງ ຢູ່ ສືບໄປ ເປັນນິດ.
\s5
\v 4 ພຣະອົງ ເທົ່ານັ້ນ ທີ່ ເຮັດ ການ ອັດ ສະຈັນ ອັນຍິ່ງ ໃຫຍ່ ຄວາມຮັກ ໝັ້ນ ຄົງ ຂອງ ພຣະອົງ ດໍາລົງ ຢູ່ ສືບໄປ ເປັນນິດ.
\v 5 ພຣະອົງ ໄດ້ ສ້າງ ແຜ່ນດິນ ໂລກ ດ້ວຍ ພຣະ ສະຕິປັນຍາ ຄວາມຮັກ ໝັ້ນ ຄົງ ຂອງ ພຣະອົງ ດໍາລົງ ຢູ່ ສືບໄປ ເປັນນິດ.
\s5
\v 6 ພຣະອົງ ໄດ້ ສ້າງ ແຜ່ນດິນໂລກ ເໜືອ ນາໍ້ ເລິກ ທັງຫລາຍ ຄວາມຮັກ ໝັ້ນ ຄົງ ຂອງ ພຣະອົງ ດໍາລົງ ຢູ່ ສືບໄປ ເປັນນິດ.
\v 7 ພຣະອົງ ໄດ້ ສ້າງ ດວງສະຫວ່າງ ທັງ ຫລາຍ ຄວາມຮັກ ໝັ້ນ ຄົງ ຂອງ ພຣະອົງ ດໍາລົງ ຢູ່ ສືບໄປ ເປັນນິດ.
\s5
\v 8 ພຣະອົງ ໃຫ້ ດວງອາທິດ ປົກ ຄອງ ໃນ ຕອນ ກາງເວັນ ຄວາມຮັກ ໝັ້ນ ຄົງ ຂອງ ພຣະອົງ ດໍາລົງ ຢູ່ ສືບໄປ ເປັນນິດ.
\v 9 ເດືອນ ແລະ ດາວ ທັງ ຫລາຍ ປົກຄອງ ໃນ ຕອນ ກາງຄືນ ຄວາມຮັກ ໝັ້ນ ຄົງ ຂອງ ພຣະອົງ ດໍາລົງ ຢູ່ ສືບໄປ ເປັນນິດ.
\s5
\v 10 ພຣະອົງ ໄດ້ ຂ້າ ພວກ ລູກຊາຍກົກ ຂອງ ຊາວ ເອຢິບ ຄວາມຮັກ ໝັ້ນ ຄົງ ຂອງ ພຣະອົງ ດໍາລົງ ຢູ່ ສືບໄປ ເປັນນິດ.
\v 11 ພຣະອົງ ໄດ້ ນາໍ ຄົນ ອິດສະຣາເອນ ອອກ ຈາກ ປະເທດ ເອຢິບ ຄວາມຮັກ ໝັ້ນ ຄົງ ຂອງ ພຣະອົງ ດໍາລົງ ຢູ່ ສືບໄປ ເປັນນິດ.
\v 12 ດ້ວຍ ມື ອັນຊົງ ຣິດ ແລະ ແຂນ ທີ່ ຊົງ ຣິດ ອໍານາດ ຂອງ ພຣະອົງ ຄວາມຮັກ ໝັ້ນ ຄົງ ຂອງ ພຣະອົງ ດໍາລົງ ຢູ່ ສືບໄປ ເປັນນິດ.
\s5
\v 13 ພຣະອົງ ໄດ້ ແຍກ ທະເລແດງ ອອກ ຈາກ ກັນ ໃຫ້ ເປັນ ທາງ ຄວາມຮັກ ໝັ້ນ ຄົງ ຂອງ ພຣະອົງ ດໍາລົງ ຢູ່ ສືບໄປ ເປັນນິດ.
\v 14 ພຣະອົງ ໄດ້ ນາໍ ຄົນ ຂອງ ພຣະອົງ ຜ່ານ ທະເລແດງ ຄວາມຮັກ ໝັ້ນ ຄົງ ຂອງ ພຣະອົງ ດໍາລົງ ຢູ່ ສືບໄປ ເປັນນິດ.
\v 15 ແຕ່ ໄດ້ ໃຫ້ ກະສັດ ກັບ ກອງທັບ ເອຢິບ ຈົມນໍ້າ ຄວາມຮັກ ໝັ້ນ ຄົງ ຂອງ ພຣະອົງ ດໍາລົງ ຢູ່ ສືບໄປ ເປັນນິດ.
\s5
\v 16 ພຣະອົງ ໄດ້ ນາໍ ປະຊາຊົນ ຂອງ ພຣະອົງ ຜ່ານ ຖິ່ນ ແຫ້ງ ແລ້ງ ກັນດານ ຄວາມຮັກ ໝັ້ນ ຄົງ ຂອງ ພຣະອົງ ດໍາລົງ ຢູ່ ສືບໄປ ເປັນນິດ.
\v 17 ພຣະອົງ ໄດ້ ຂ້າ ກະສັດ ທັງຫລາຍ ຜູ້ ມີ ອໍານາດ ຄວາມຮັກ ໝັ້ນ ຄົງ ຂອງ ພຣະອົງ ດໍາລົງ ຢູ່ ສືບໄປ ເປັນນິດ.
\s5
\v 18 ພຣະອົງ ໄດ້ ຂ້າ ກະສັດ ທັງ ຫລາຍ ຜູ້ ມີ ຊື່ສຽງ ຄວາມຮັກ ໝັ້ນ ຄົງ ຂອງ ພຣະອົງ ດໍາລົງ ຢູ່ ສືບໄປ ເປັນນິດ.
\v 19 ຄື ເຈົ້າ ສີໂຫນ ຜູ້ ທີ່ ເປັນ ກະສັດ ຂອງ ຊາວ ອາໂມ ຄວາມຮັກ ໝັ້ນ ຄົງ ຂອງ ພຣະອົງ ດໍາລົງ ຢູ່ ສືບໄປ ເປັນນິດ.
\v 20 ແລະ ເຈົ້າໂອກ ຜູ້ ທີ່ ເປັນ ກະສັດ ຂອງ ຊາວ ບາຊານ ຄວາມຮັກ ໝັ້ນ ຄົງ ຂອງ ພຣະອົງ ດໍາລົງ ຢູ່ ສືບໄປ ເປັນນິດ.
\s5
\v 21 ພຣະອົງ ປະທານ ດິນແດນ ຂອງ ພວກເຂົາ ໃຫ້ ແກ່ ໄພ່ພົນ ຂອງ ພຣະອົງ ຄວາມຮັກ ໝັ້ນ ຄົງ ຂອງ ພຣະອົງ ດໍາລົງ ຢູ່ ສືບໄປ ເປັນນິດ.
\v 22 ພຣະອົງ ປະທານ ດິນແດນ ແກ່ ອິດສະຣາເອນ ຜູ້ຮັບໃຊ້ ຂອງ ພຣະອົງ ຄວາມຮັກ ໝັ້ນ ຄົງ ຂອງ ພຣະອົງ ດໍາລົງ ຢູ່ ສືບໄປ ເປັນນິດ.
\v 23 ເມື່ອ ພວກເຮົາ ປະລາໄຊ ພຣະອົງ ບໍ່ໄດ້ ລືມ ໄລ ພວກເຮົາ ຄວາມຮັກ ໝັ້ນ ຄົງ ຂອງ ພຣະອົງ ດໍາລົງ ຢູ່ ສືບໄປ ເປັນນິດ.
\s5
\v 24 ພຣະອົງ ໄດ້ ປົດ ປ່ອຍ ພວກເຮົາ ໃຫ້ ພົ້ນ ຈາກ ເຫລົ່າ ສັດຕູ ຄວາມຮັກ ໝັ້ນ ຄົງ ຂອງ ພຣະອົງ ດໍາລົງ ຢູ່ ສືບໄປ ເປັນນິດ.
\v 25 ພຣະອົງ ປະທານ ອາຫານ ໃຫ້ ທຸກສິ່ງ ທີ່ ມີ ຊີວິດ ຢູ່ ຄວາມຮັກ ໝັ້ນ ຄົງ ຂອງ ພຣະອົງ ດໍາລົງ ຢູ່ ສືບໄປ ເປັນນິດ.
\v 26 ຈົ່ງ ໂມທະນາ ຂອບພຣະຄຸນ ພຣະເຈົ້າ ແຫ່ງ ຟ້າ ສະຫວັນ ຄວາມຮັກ ໝັ້ນ ຄົງ ຂອງ ພຣະອົງ ດໍາລົງ ຢູ່ ສືບໄປ ເປັນນິດ.
\s5
\c 137
\p
\v 1 ພວກ ຂ້ານ້ອຍ ນັ່ງ ຢູ່ ທີ່ ແຄມ ນາໍ້ ຂອງ ບາບີໂລນ ຕ່າງ ກໍ ຮ້ອງໄຫ້ ຮໍ່າໄຮ ເມື່ອ ຄິດ ເຖິງ ພູເຂົາ ຊີໂອນ ນັ້ນ.
\v 2 ພວກ ຂ້ານ້ອຍ ຫ້ອຍ ກະຈັບ ປີ່ ແຂວນ ໄວ້ ກ້ອງ ຕົ້ນໄມ້.
\s5
\v 3 ຄົນ ທີ່ ຈັບ ພວກເຮົາ ໄປ ນັ້ນ ໄດ້ ບອກ ໃຫ້ ຮ້ອງເພງ ວ່າ, “ຮ້ອງເພງ ກ່ຽວກັບ ພູເຂົາ ຊີໂອນ ສູ່ ພວກເຮົາ ຟັງ ແດ່. ”
\v 4 ພວກ ຂ້າ ນ້ອຍ ຈະ ຮ້ອງເພງ ຖວາຍ ແກ່ ອົງ ພຣະ ຜູ້ ເປັນ ເຈົ້າ ໃນ ດິນແດນ ຕ່າງດ້າວ ໄດ້ ຢ່າງໃດ?
\s5
\v 5 ຖ້າ ຂ້ອຍ ລືມໄລ ເຈົ້າ ໂອ ນະຄອນ ເຢຣູຊາເລັມ ເອີຍ ຂໍ ຢ່າ ໃຫ້ ຂ້ອຍ ດີດ ກິດຕາ [ດ] ໄດ້ ຕໍ່ໄປ ອີກ.
\v 6 ຖ້າ ຂ້ອຍ ຈົດຈາໍ ເຈົ້າ ບໍ່ໄດ້ ຄື ບໍ່ ເຄີຍ ຄິດ ເຖິງ ວ່າ ເຈົ້າ ເປັນ ບໍ່ ແຫ່ງ ຄວາມ ຊົມຊື່ນ ຍິນດີ ກໍ ຢ່າ ໃຫ້ ຂ້ອຍ ຮ້ອງເພງ ໄດ້ ຕໍ່ໄປ.
\s5
\v 7 ຂ້າ ແດ່ ອົງ ພຣະ ຜູ້ ເປັນ ເຈົ້າ ຂໍ ຈົ່ງ ຈົດ ຈາໍ ສິ່ງ ທີ່ ຊາວ ເອໂດມ ໄດ້ ເຮັດ ໃນ ມື້ ທີ່ ນະຄອນ ເຢຣູຊາເລັມ ໄດ້ ຖືກ ຢຶດ ນັ້ນ. ຂໍ ຈົ່ງ ຈົດ ຈາໍ ຖ້ອຍຄໍາ ທີ່ ພວກເຂົາ ເວົ້າ ກັນ ຢູ່ ສະເໝ ວ່າ, “ຈົ່ງ ທາໍ ລາຍ ມັນ ຖິ້ມ ໃຫ້ ດັບ ສູນ.”
\s5
\v 8 ບາບີໂລນ ເອີຍ ເຈົ້າ ກໍ ຈະ ຖືກ ທາໍ ລາຍ ເໝືອນກັນ ຄວາມສຸກ ເປັນ ຂອງ ຜູ້ ທີ່ ຕອບ ສະໜອງ ເຈົ້າ ຄືນ ໃນ ສິ່ງ ທີ່ ເຈົ້າ ໄດ້ ເຮັດ ແກ່ ພວກເຮົາ ນັ້ນ
\v 9 ແລະ ຜູ້ ທີ່ ເອົາ ພວກ ລູກນ້ອຍ ຂອງເຈົ້າ ໄປ ຈັບ ຟາດ ພວກເຂົາ ໃສ່ ໂງ່ນຫິນ.
\s5
\c 138
\p
\v 1 ຂ້າແດ່ ອົງພຣະ ຜູ້ ເປັນເຈົ້າ ຂ້ານ້ອຍ ໂມທະນາ ຂອບພຣະຄຸນ ພຣະອົງ ດ້ວຍ ສຸດໃຈ ຂ້ານ້ອຍ ຮ້ອງເພງ ຍ້ອງຍໍ ສັນລະເສີນ ພຣະອົງ ຕໍ່ໜ້າ ບັນດາ ພະ ທັງຫຼາຍ.
\v 2 ຂ້ານ້ອຍ ຂາບລົງ ຫັນໜ້າ ໃສ່ ພຣະວິຫານ ອັນ ບໍຣິສຸດ ແລະ ຍ້ອງຍໍ ສັນລະເສີນ ພຣະນາມ ຂອງ ພຣະອົງ ເພາະ ຄວາມຮັກ ອັນ ໝັ້ນ ຄົງ ແລະ ຄວາມສັດຊື່ ຂອງ ພຣະອົງ ເພາະ ພຣະນາມ ແລະ ຖ້ອຍຄໍາ ຂອງ ພຣະອົງ ເປັນ ທີ່ ເທີດ ທູນ ຢ່າງ ສູງສົ່ງ. [ຖ]
\s5
\v 3 ເມື່ອ ຮ້ອງຫາ ພຣະອົງ ກໍ ຕອບ ໂດຍ ໃຫ້ ຂ້ານ້ອຍ ມີ ເຫື່ອ ແຮງ ດ້ວຍ ກາໍ ລັງ ແລະ ຣິດອໍານາດ ຂອງ ພຣະອົງ.
\v 4 ຂ້າແດ່ ອົງ ພຣະຜູ້ເປັນເຈົ້າ ກະສັດ ທັງຫລາຍ ໃນ ໂລກ ຈະ ຍົກຍໍ ພຣະອົງ ເພາະ ພວກເຂົາ ໄດ້ຍິນ ເຖິງ ຄໍາສັນຍາ ຂອງ ພຣະອົງ.
\s5
\v 5 ພວກເຂົາ ຈະ ຮ້ອງເພງ ເຖິງ ກິດຈະການ ທີ່ ອົງ ພຣະ ຜູ້ ເປັນ ເຈົ້າ ໄດ້ ຊົງ ກະທາໍ ແລະ ເຖິງ ສະຫງ່າຣາສີ ອັນຍິ່ງ ໃຫຍ່ ຂອງ ອົງພຣະຜູ້ ເປັນເຈົ້າ.
\v 6 ເຖິງວ່າ ຢູ່ ທີ່ ສູງສຸດ ອົງ ພຣະ ຜູ້ ເປັນ ເຈົ້າ ກໍ ເຝົ້າ ເບິ່ງ ຜູ້ ທີ່ ຖ່ອມໃຈ ເຖິງ ວ່າ ຢູ່ ໄກແສນໄກ ພຣະອົງ ກໍ ເຫັນ ຄົນ ຈອງຫອງ ໄດ້
\s5
\v 7 ເມື່ອ ຄວາມ ເດືອດຮ້ອນ ອ້ອມຮອບ ຂ້ານ້ອຍ ພຣະອົງ ກໍ ຮັກສາ ຂ້ານ້ອຍ ໃຫ້ ປອດໄພ ໄດ້. ພຣະອົງ ຂັດຂວາງ ສັດຕູ ຜູ້ ໂຫດຮ້າຍ ໃຈ ອໍາມະຫິດ ແລະ ຊ່ວຍ ໃຫ້ ຂ້ານ້ອຍ ພົ້ນໄພ ດ້ວຍ ຣິດອໍານາດ ຂອງ ພຣະອົງ.
\v 8 ຂ້າແດ່ ອົງພຣະ ຜູ້ ເປັນ ເຈົ້າ ພຣະອົງ ຈະ ກະທາໍ ທຸກສິ່ງ ຕາມ ທີ່ ໄດ້ ສັນ ຍາ ຄວາມຮັກ ໝັ້ນ ຄົງ ຂອງ ພຣະອົງ ດໍາລົງ ຢູ່ ສືບໄປ ເປັນນິດ. ຂໍ ຈົ່ງ ດໍາເນີນ ພຣະ ຣາຊກິດ ຂອງ ພຣະອົງ ໃຫ້ ສໍາເລັດ ຄົບຖ້ວນ ສາ ຊຶ່ງ ພຣະອົງ ໄດ້ ເລີ່ມ ດ້ວຍ ສີມືຂອງ ພຣະອົງ ນັ້ນ.
\s5
\c 139
\p
\v 1 ຂ້າແດ່ ອົງພຣະ ຜູ້ ເປັນເຈົ້າ ພຣະອົງ ໄດ້ ກວດເບິ່ງ ຂ້ານ້ອຍ ແລະ ພຣະອົງ ກໍ ຮູ້ຈັກ ຮອດ ສ່ວນເລິກ ໃນ ຈິດ ໃຈ ຂອງ ຂ້ານ້ອຍ ນັ້ນ.
\v 2 ພຣະອົງ ຮູ້ ທຸກໆສິ່ງ ທີ່ ຂ້ານ້ອຍ ກະທາໍ ໄປ ເຖິງ ວ່າ ຢູ່ໄກແສນໄກ ກໍ ເຂົ້າໃຈ ຄວາມ ນຶກ ຄິດ ຂອງ ຂ້ານ້ອຍ ໄດ້.
\s5
\v 3 ພຣະອົງ ເຫັນ ຂ້ານ້ອຍ ໄດ້ ເຖິງ ແມ່ນ ວ່າ ຂ້ານ້ອຍ ກາໍລັງ ເຮັດ ວຽກງານ ຫລື ພັກຜ່ອນ ພຣະອົງ ຮູ້ຈັກ ການກະທາໍ ທຸກຢ່າງ ຂອງ ຂ້ານ້ອຍ ໄດ້.
\v 4 ຂ້າແດ່ ອົງພຣະ ຜູ້ ເປັນ ເຈົ້າ ແມ່ນ ວ່າ ກ່ອນ ທີ່ ຂ້ານ້ອຍ ເວົ້າ ຄໍາ ໃດໆ ອອກ ມາ ພຣະອົງ ກໍ ຮູ້ ລ່ວງໜ້າ ສິ່ງ ທີ່ ຂ້ານ້ອຍ ຈະ ເວົ້າ ນັ້ນ.
\v 5 ພຣະອົງ ສະຖິດ ຢູ່ ນາໍ ຂ້ານ້ອຍ ຮອບດ້ານ ໃນ ທຸກ ສະຖານະການ ພຣະອົງ ຄຸ້ມ ຄອງ ຂ້ານ້ອຍ ໄວ້ ດ້ວຍ ຣິດອໍານາດ ຂອງ ພຣະອົງ.
\v 6 ພຣະອົງ ຮູ້ຈັກ ຂ້ານ້ອຍ ຢ່າງ ເລິກ ເຊິ່ງ ທີ່ ສຸດ ເໜືອກວ່າ ຄວາມ ເຂົ້າໃຈ ຂອງ ຂ້ານ້ອຍ ອີກ.
\s5
\v 7 ຂ້ານ້ອຍ ຈະ ປົບ ໜີ ຈາກ ພຣະອົງ ໄປ ທາງ ໃດ? ຈະ ໜີໄປ ໃສ ເພື່ອ ຫລີກ ຈາກ ສາຍ ຕາ ຂອງ ພຣະອົງ ໄດ້?
\v 8 ຖ້າ ຂຶ້ນ ໄປ ທີ່ ສະຫວັນ ພຣະອົງ ກໍ ຢູ່ ທີ່ ນັ້ນ ແລ້ວ ເດ ຖ້າ ລົງໄປ ໃນ ພິພົບ ຄົນ ຕາຍ ພຣະອົງ ກໍ ຢູ່ ທີ່ ນັ້ນ ດ້ວຍ.
\s5
\v 9 ຖ້າ ບິນ ໄປ ຮອດ ທິດ ຕາເວັນ ອອກ ຫລື ໄປ ຕັ້ງ ຖິ່ນ ຖານ ທີ່ ທາງ ທິດຕາເວັນ ຕົກ ພຸ້ນ.
\v 10 ພຣະອົງ ກໍ ຈະ ຢູ່ ທີ່ ນັ້ນ ເພື່ອ ນາໍ ພາ ຂ້ານ້ອຍ ແລະ ຢູ່ ທີ່ ນັ້ນ ເພື່ອ ຊ່ວຍຊູ ຂ້ານ້ອຍ ເຊັ່ນ ກັນ.
\s5
\v 11 ຖ້າ ຂ້ານ້ອຍ ຂໍຮ້ອງ ຄວາມມືດ ໃຫ້ປົກ ບັງ ຂ້ານ້ອຍ ຫລື ໃຫ້ ແສງ ສະຫວ່າງ ກາຍເປັນ ຄວາມມືດ ອ້ອມ ຂ້ານ້ອຍ ໄວ້,
\v 12 ແຕ່ ຄວາມມືດ ນັ້ນ ກໍ ບໍ່ ມືດ ສໍາລັບ ພຣະອົງ ກາງຄືນ ກໍ ກາຍເປັນ ແສງແຈ້ງ ຄື ກາງເວັນ ໄດ້. ສໍາລັບ ພຣະອົງ ບໍ່ ແຕກຕ່າງ ຢ່າງໃດ ແຕ່ ທັງມືດ ແລະ ແຈ້ງ ກໍ ເປັນ ຢ່າງ ດຽວກັນ ທັງ ສິ້ນ.
\s5
\v 13 ທຸກ ສ່ວນ ໃນ ຮ່າງກາຍ ຂອງ ຂ້ານ້ອຍ ແມ່ນ ພຣະອົງ ໄດ້ ສ້າງ ມາ ໄດ້ ປະກອບ ທຸກ ສ່ວນ ເຂົ້າ ກັນ ແຕ່ ຢູ່ ໃນ ທ້ອງ ແມ່.
\v 14 ຂ້ານ້ອຍ ຍ້ອງຍໍ ສັນລະເສີນ ພຣະອົງ ເພາະ ພຣະອົງ ເປັນ ທີ່ ຢ້ານຢໍາ ທຸກສິ່ງ ທີ່ ພຣະອົງ ຊົງ ກະທາໍ ນັ້ນ ປະຫລາດ ໃຈ ແທ້ໆ ແລະ ຊ່າງ ເປັນໜ້າ ອັດສະຈັນ ໃຈ ຢ່າງ ຍິ່ງ ໃຫຍ່ ຂ້ານ້ອຍ ຮູ້ ເຖິງ ທຸກ ກິດຈະການ ນັ້ນ ຢູ່ ເຕັມໃຈ.
\s5
\v 15 ເມື່ອ ສ້າງ ກະດູກ ຂອງ ຂ້ານ້ອຍ ປະກອບ ເຂົ້າ ກັນ ຢ່າງ ລະມັດ ລະວັງ ຢູ່ ໃນ ທ້ອງ ມານດາ ນັ້ນ ເມື່ອ ໃຫຍ່ ຂຶ້ນ ຢູ່ ໃນ ທ້ອງ ມານດາ ຢ່າງ ບໍ່ ມີ ຜູ້ໃດ ເຫັນ ພຣະອົງ ກໍ ຮູ້ ວ່າ ຂ້ານ້ອຍ ເປັນ ຢູ່ ໃນທີ່ ນັ້ນ.
\v 16 ກ່ອນ ຂ້ານ້ອຍ ໄດ້ ເກີດ ສາຍຕາ ຂອງ ພຣະອົງ ກໍ ແນມເຫັນ ຂ້ານ້ອຍ ຢູ່ ແລ້ວ. ວັນ ທັງຫລາຍ ທີ່ ຖືກ ກໍານົດ ໃຫ້ ນັ້ນ ກໍ ຊົງ ບັນທຶກ ໄວ້ ໝົດ ກ່ອນ ທີ່ ວັນໃດໆ ໃນ ວັນ ເຫລົ່າ ນີ້ ຍັງ ບໍ່ ເລີ່ມຂຶ້ນ.
\s5
\v 17 ຂ້າແດ່ ພຣະເຈົ້າ ທີ່ ຈະ ເຂົ້າໃຈ ຄວາມຄິດ ຂອງ ພຣະອົງ ໄດ້ ກໍຍາກ ຫລາຍ [ນ] ເພາະ ຄວາມຄິດ ຂອງ ພຣະອົງ ນັ້ນ ເລິກ ລັບ ເກີນ ທີ່ ຈະ ຢັ່ງ ຮູ້ ໄດ້.
\v 18 ຖ້າ ຂ້ານ້ອຍ ນັບ ຄວາມຄິດ ຂອງ ພຣະອົງ ໄດ້ ກໍ ດີ ຄົງ ມີ ຫລວງຫລາຍ ກວ່າ ເມັດ ດິນ ຊາຍ ຫລາຍເທົ່າ ເຖິງແມ່ນວ່າ ຂ້ານ້ອຍ ນັບ ໄດ້ ກໍ ດີ ຂ້ານ້ອຍ ກໍ ຍັງ ເຂົ້າໃຈ ພຣະອົງ ບໍ່ ໄດ້. [ບ]
\s5
\v 19 ຂ້າແດ່ ພຣະເຈົ້າ ຂ້ານ້ອຍ ຢາກ ໃຫ້ ພຣະອົງ ຂ້າ ຄົນຊົ່ວຮ້າຍ ໝົດ ແລະ ຢາກ ໃຫ້ ຜູ້ຂ້າຄົນ ໜີ ໄກ ໄປ ຈາກ ດ້ວຍ.
\v 20 ພວກເຂົາ ເວົ້າ ສິ່ງ ຊົ່ວ ຮ້າຍ ຕ່າງໆ ກ່ຽວກັບ ພຣະອົງ ຄື ເວົ້າ ຕໍ່ ສູ້ ພຣະນາມ [ປ] ດ້ວຍ ຄໍາເວົ້າ ອັນ ຊົ່ວຊ້າ.
\s5
\v 21 ຂ້າແດ່ ອົງ ພຣະ ຜູ້ ເປັນ ເຈົ້າ ຂ້ານ້ອຍ ກຽດຊັງ ຜູ້ ທີ່ ກຽດຊັງ ພຣະອົງ ທີ່ ສຸດ ແລະ ສົມ ນາໍ້ ໜ້າ ຜູ້ ທີ່ ກະບົດ ຄົດ ລ້ຽວ ຕໍ່ ພຣະອົງ.
\v 22 ຂ້ານ້ອຍ ກຽດຊັງ ພວກເຂົາ ຫລາຍ ຈົນ ບໍ່ ມີ ສິ່ງ ໃດ ປຽບປານ ແລະ ຖື ພວກເຂົາ ນັ້ນ ເປັນ ສັດຕູ ຂອງ ຂ້ານ້ອຍ ດ້ວຍ.
\s5
\v 23 ຂ້າແດ່ ພຣະເຈົ້າ ຂໍ ຊົງ ໂຜດ ກວດກາ ເບິ່ງ ຂ້ານ້ອຍ ແລະ ຮູ້ ຈິດໃຈຂອງ ຂ້ານ້ອຍ, ຂໍ ຊົງໂຜດ ທົດສອບ ເບິ່ງ ຂ້ານ້ອຍ ແລະ ຄົ້ນ ເບິ່ງ ຄວາມ ນຶກຄິດ ຂອງ ຂ້ານ້ອຍ ໄດ້.
\v 24 ໂຜດ ກວດເບິ່ງ ວ່າ ຂ້ານ້ອຍ ມີ ຄວາມຊົ່ວ ຢ່າງໃດ, ໂຜດ ນາໍ ຂ້ານ້ອຍ ຕາມ ທາງ ນິຣັນ ດອນ ຂອງ ພຣະອົງ ດ້ວຍ. [ຜ]
\s5
\c 140
\p
\v 1 ຂ້າ ແດ່ ອົງພຣະຜູ້ ເປັນ ເຈົ້າ ຂໍ ຊົງ ໂຜດ ຊ່ວຍ ໃຫ້ ຂ້ານ້ອຍ ພົ້ນ ຈາກ ຄົນ ເຮັດ ຊົ່ວ ແດ່ ໂຜດ ຮັກສາ ຂ້ານ້ອຍ ໃຫ້ ປອດໄພ ຈາກ ຄົນໂຫດຮ້າຍ ແດ່ ທ້ອນ.
\v 2 ພວກເຂົາ ຄິດ ວາງແຜນ ຮ້າຍ ໃສ່ ຂ້ານ້ອຍ ຢູ່ ເລື້ອຍໄປ ແລະ ຍຸແຍ່ ໃຫ້ ຄົນ ຜິດຖຽງກັນ ຢູ່ ຕະຫລອດ.
\v 3 ລີ້ນ ຂອງ ພວກເຂົາ ຂ້າ ຄົນ ໄດ້ ເໝືອນ ດັ່ງ ລີ້ນ ງູ ຄໍາເວົ້າ ຂອງ ພວກເຂົາ ກໍ ເປັນ ດັ່ງ ພິດງູເຫົ່າ.
\s5
\v 4 ຂ້າແດ່ ອົງ ພຣະ ຜູ້ ເປັນ ເຈົ້າ ຂໍ ຊົງ ໂຜດ ຄຸ້ມຄອງ ຂ້ານ້ອຍ ໃຫ້ ພົ້ນ ຈາກ ອໍານາດ ຂອງ ຄົນຊົ່ວ,
\v 5 ຄົນຈອງຫອງ ໄດ້ ຫ້າງ ແຮ້ວ ໃຫ້ ຂ້ານ້ອຍ ຖືກ ຈັບ ແລະ ວາງ ບ້ວງ ດັກຈັບ ຕາມ ທາງ ທີ່ ໄປ ນັ້ນ.
\s5
\v 6 ຂ້ານ້ອຍ ກ່າວ ຕໍ່ ອົງ ພຣະ ຜູ້ ເປັນ ເຈົ້າ ວ່າ, “ພຣະອົງ ເປັນ ພຣະເຈົ້າ ຂອງ ຂ້ານ້ອຍ. ຂ້າແດ່ ອົງພຣະ ຜູ້ ເປັນ ເຈົ້າ ຂໍ ຊົງໂຜດ ຟັງ ຄໍາຮ້ອງຂໍ ໃຫ້ ຊ່ວຍເຫລືອ ຂອງ ຂ້ານ້ອຍ ດ້ວຍ. ”
\v 7 ຂ້າແດ່ ອົງພຣະ ຜູ້ ເປັນ ເຈົ້າ ພຣະເຈົ້າ ຢາເວ ຂອງ ຂ້ານ້ອຍ ຜູ້ ປ້ອງກັນ ທີ່ ເຂັ້ມ ແຂງ ຂອງ ຂ້ານ້ອຍ ເອີຍ ພຣະອົງ ໄດ້ ປົກປ້ອງ ຄຸ້ມຄອງ ຂ້ານ້ອຍ ໃນ ສະໜາມຮົບ.
\v 8 ຂ້າແດ່ ອົງ ພຣະ ຜູ້ ເປັນ ເຈົ້າ ຂໍ ຢ່າ ໃຫ້ ຄົນຊົ່ວ ໄດ້ ຕາມ ທີ່ ພວກເຂົາ ຕ້ອງການ ຢ່າ ໃຫ້ ແຜນການ ຮ້າຍ ຂອງ ພວກເຂົາ ພົບ ຄວາມ ສໍາເລັດຜົນ.
\s5
\v 9 ຢ່າ ໃຫ້ ພວກ ສັດຕູ ມີ ໄຊຊະນະ ເໜືອ ຂ້ານ້ອຍ ໄດ້ ເລີຍ [ພ] ໂຜດ ໃຫh ຄໍາ ນາບຂູ່ ຂອງ ພວກເຂົາ ຕໍ່ສູ້ ພວກເຂົາ ຄືນເຖີດ.
\v 10 ຂໍ ໃຫ້ ຖ່ານໄຟ ແດງ ລຸກ ໄໝ້ ຕົກ ຖືກ ພວກເຂົາ ທັງ ໃຫ້ ພວກເຂົາ ຕົກ ລົງ ໃນ ຂຸມ ແລະ ຢ່າ ໃຫ້ ຂຶ້ນ ມາ ໄດ້.
\v 11 ຂໍ ໃຫ້ ຜູ້ ທີ່ ໃສ່ ຮ້າຍ ປ້າຍສີ ຄົນອື່ນ ຢ່າ ໄດ້ ເຮັດ ສໍາເລັດຜົນ ຂໍໃຫ້ ສິ່ງ ຊົ່ວຮ້າຍ ຕິດຕາມ ແລະ ທາໍ ລາຍ ພວກເຂົາ ຖິ້ມ.
\s5
\v 12 ຂ້ານ້ອຍ ຮູ້ ວ່າ ອົງພຣະ ຜູ້ ເປັນເຈົ້າ ປ້ອງກັນ ຄົນທຸກຈົນ ແລະ ສິດທິ ຂອງ ຄົນ ຂັດສົນ ດ້ວຍ.
\v 13 ຝ່າຍ ຄົນ ຊອບທໍາ ນັ້ນ ຈະ ຍ້ອງຍໍ ສັນລະເສີນ ພຣະອົງ ຢ່າງ ຈິງໃຈ ພວກເຂົາ ຈະ ໄດ້ ອາໄສ ຢູ່ ຊ້ອງໜ້າ ພຣະອົງ.
\s5
\c 141
\p
\v 1 ຂ້າແດ່ ອົງພຣະ ຜູ້ ເປັນເຈົ້າ ຂ້ານ້ອຍ ຮ້ອງຫາ ພຣະອົງ ບັດນີ້ ໂຜດ ຊ່ວຍເຫລືອ ແລະ ໂຜດ ຟັງ ຂ້ານ້ອຍ ດ້ວຍ ເມື່ອ ຂ້ານ້ອຍ ຮ້ອງຫາ ພຣະອົງ.
\v 2 ຂໍໃຫ້ ຄໍາພາວັນນາ ອະທິຖານ ຂອງ ຂ້ານ້ອຍ ເປັນ ດັ່ງ ເຄື່ອງຫອມ ບູຊາ ແລະ ຍໍມື ຂຶ້ນໄຫວ້ວອນ ເປັນ ດັ່ງ ເຄື່ອງ ຖວາຍບູຊາ ໃນ ຕອນແລງ ເຖີດ.
\s5
\v 3 ຂ້າແດ່ ອົງ ພຣະ ຜູ້ ເປັນ ເຈົ້າ ຂໍ ຊົງ ໂຜດ ຕັ້ງ ຍາມ ເຝົ້າ ທີ່ ປາກ ຂອງ ຂ້ານ້ອຍ ໂຜດ ໃຫ້ ມີ ຜູ້ປ້ອງກັນ ຍາມ ທີ່ ປະຕູ ປາກ ເຖີດ.
\v 4 ໂຜດ ຮັກສາ ຂ້ານ້ອຍ ໄວ້ ບໍ່ ໃຫ້ ຢາກ ກະທາໍ ຜິດ ທັງ ສົມ ຮູ້ ຮ່ວມຄິດ ກັບ ການກະທາໍ ຂອງ ຄົນຊົ່ວຮ້າຍ. ຂໍ ຢ່າ ສູ່ ໃຫ້ ຂ້ານ້ອຍ ໄດ້ ເຂົ້າ ໄປ ຮ່ວມ ໃນ ງານ ບ່ອນ ທີ່ ພວກເຂົາ ສັງສັນ ກິນລ້ຽງ ກັນ ນັ້ນ ຈັກເທື່ອ.
\s5
\v 5 ຝ່າຍ ຄົນດີ ອາດ ລົງໂທດ ແລະ ຕໍາໜີ ຕິ ຕຽນ ດ້ວຍ ຄວາມຫວັງ ດີ ຕໍ່ ຂ້ານ້ອຍ ກໍໄດ້, ແຕ່ ຂ້ານ້ອຍ ຈະ ບໍ່ ຍອມ ຮັບກຽດ ຈາກ ຄົນ ຊົ່ວ ເລີຍ ເພາະ ຂ້ານ້ອຍ ຍັງ ພາວັນນາ ອະທິຖານ ຕໍ່ສູ້ ການກະທາໍ ຊົ່ວ ຂອງ ພວກເຂົາຢູ່.
\v 6 ເມື່ອ ເຈົ້ານາຍ ຂອງ ພວກເຂົາ ຈະ ຖືກໂຍນ ລົງຈາກ ໜ້າຜາ ປະຊາຊົນ ຈະ ຍອມ ຮັບ ຄໍາເວົ້າ ຂອງ ຂ້ານ້ອຍ ວ່າ ເປັນ ຈິງ ຕາມ ທີ່ ກ່າວ ນັ້ນ.
\v 7 ດັ່ງ ໄມ້ ທີ່ ຖືກ ຜ່າ ແລະ ຕັດເປັນ ທ່ອນໆ ຢ່າງໃດ ກະດູກ ຂອງ ພວກເຂົາ ກໍ ຖືກ ຊະຊາຍ ໄປ ທີ່ ແຄມ ຂຸມຝັງ ສົບ ຢ່າງນັ້ນ.
\s5
\v 8 ຂ້າແດ່ ອົງພຣະ ຜູ້ ເປັນເຈົ້າ ພຣະເຈົ້າ ຢາເວ ຂອງ ຂ້ານ້ອຍ ເອີຍ ຂ້ານ້ອຍ ຍັງ ສືບ ຕໍ່ ໄວ້ວາງໃຈ ໃນ ພຣະອົງ. ຂ້ານ້ອຍ ຊອກຫາ ການ ຄຸ້ມຄອງ ຈາກ ພຣະອົງ ຂໍ ພຣະອົງ ຊົງ ໂຜດ ຊ່ວຍ ຊີວິດ ຂອງ ຂ້ານ້ອຍ ດ້ວຍ.
\v 9 ຂໍ ຊົງ ໂຜດ ຄຸ້ມ ຄອງ ຂ້ານ້ອຍ ຈາກ ບ້ວງແຮ້ວ ທີ່ຖືກ ຫ້າງ ໄວ້ ແລະ ຈາກ ຕາໜ່າງ ທີ່ ຄົນຊົ່ວ ຫ້າງ ໃສ່ ຂ້ານ້ອຍ.
\v 10 ຂໍ ໃຫ້ ຄົນ ຊົ່ວ ຮ້າຍ ຖືກ ບ້ວງແຮ້ວ ຂອງ ພວກເຂົາ ເອງ ແຕ່ ໃຫ້ ຂ້ານ້ອຍ ເວັ້ນໄປ ຢ່າງ ປອດໄພ ເຖີດ.
\s5
\c 142
\p
\v 1 ຂ້ານ້ອຍ ຮ້ອງຫາ ອົງ ພຣະ ຜູ້ ເປັນ ເຈົ້າ ດ້ວຍ ສຽງ ຄໍ່າຄວນ ແລະ ພາວັນນາ ອະທິຖານ ຂໍ ອົງພຣະ ຜູ້ ເປັນເຈົ້າ ດ້ວຍ ສຽງ ປາກ ຂອງ ຂ້ານ້ອຍ.
\v 2 ຂ້ານ້ອຍ ນາໍ ຄໍາ ຮ້ອງທຸກ ມາ ສະເໜີ ຕໍ່ ພຣະອົງ ແລະ ບອກ ຄວາມ ເດືອດຮ້ອນ ທັງ ໝົດ ທີ່ ມີ.
\s5
\v 3 ເມື່ອ ໃດ ຂ້ານ້ອຍ ເກີດ ຄວາມ ທໍ້ຖອຍ ໃຈ ພຣະອົງ ກໍ ຮູ້ ວ່າ ຂ້ານ້ອຍ ຄວນ ເຮັດ ຢ່າງ ໃດ. ຕາມ ຫົນທາງ ທີ່ ຂ້ານ້ອຍ ຍ່າງ ທຽວ ໄປ ສັດຕູ ກໍ ຫ້າງ ແຮ້ວ ເພື່ອ ດັກຈັບ ຂ້ານ້ອຍ ໄວ້.
\v 4 ເມື່ອ ຂ້ານ້ອຍ ຫລຽວເບິ່ງ ທາງຂ້າງ ກໍ ບໍ່ເຫັນ ມີ ຜູ້ໃດ ຢູ່ ທີ່ ນັ້ນ ເລີຍ ເພື່ອ ຊ່ວຍ ຂ້ານ້ອຍ ໃຫ້ ພົ້ນໄພ ແລະ ປົກ ປ້ອງ ຄຸ້ມຄອງ ຂ້ານ້ອຍ ໄວ້.
\v 5 ຂ້າແດ່ ອົງ ພຣະ ຜູ້ ເປັນເຈົ້າ ຂ້ານ້ອຍ ຮ້ອງຫາ ພຣະອົງ ພຣະອົງ ເປັນ ຜູ້ ຄຸ້ມຄອງ ທີ່ ເປັນສຸດ ປາຖະໜາ ໃນ ຊີວິດ ນີ້.
\s5
\v 6 ໂຜດ ຟັງ ຄໍາຮ້ອງຂໍ ໃຫ້ ຊ່ວຍເຫລືອ ແດ່ ເພາະ ຂ້ານ້ອຍ ຈົມ ຢູ່ ໃນ ຄວາມ ສິ້ນຫວັງ ໂຜດ ຊ່ວຍ ໃຫ້ ພົ້ນ ຈາກ ສ້ດຕູ ທັງຫລາຍ ເພາະ ພວກເຂົາ ແຂງແຮງ ຫລາຍກວ່າ ຂ້າ ນ້ອຍ.
\v 7 ຂໍ ຊົງ ໂຜດ ປົດປ່ອຍ ຂ້ານ້ອຍ ໃຫ້ ພົ້ນ ຈາກ ຄວາມ ທຸກ ລໍາບາກ [ຢ] ແລ້ວ ຂ້ານ້ອຍ ກໍ ຈະ ກ່າວ ຍ້ອງຍໍ ສັນລະເສີນ ພຣະອົງ ໃນ ທີ່ ຊຸມນຸມ ປະຊາຊົນ ຂອງ ພຣະອົງ ເພາະວ່າ ຄຸນຄວາມດີ ຂອງ ພຣະອົງ ທີ່ ຊົງ ມີ ແກ່ ຂ້ານ້ອຍ ນັ້ນ.
\s5
\c 143
\p
\v 1 ຂ້າແດ່ ອົງພຣະ ຜູ້ ເປັນ ເຈົ້າ ໂຜດ ຟັງ ຄໍາພາວັນນາ ອະທິຖານ ຂອງ ຂ້ານ້ອຍ ແດ່ ໃນ ຄວາມ ຊອບທໍາ ຂອງ ພຣະອົງ ໂຜດ ຟັງ ແດ່ ທ້ອນ. ໂຜດຟັງ ຄໍາຮ້ອງຂໍ ໃຫ້ ພຣະອົງ ຊ່ວຍ ແກ້ ຄະດີ ໃນ ຄວາມ ສັດຊື່ ຂອງ ພຣະອົງ ໂຜດ ຕອບ ຂ້ານ້ອຍ ດ້ວຍ.
\v 2 ຂໍ ຢ່າ ໃຫ້ ຂ້ານ້ອຍ ຜູ້ຮ້ບໃຊ້ ຂອງ ພຣະອົງ ຖືກ ການ ທົດລອງ ບໍ່ ມີ ຜູ້ໃດ ທີ່ ບໍ່ ມີ ຄວາມຜິດ ໃນ ສາຍ ຕາ ຂອງ ພຣະອົງ.
\s5
\v 3 ຝ່າຍ ສັດຕູ ນັ້ນ ພວກເຂົາ ກໍຕາມ ລ້າງຜານ ແລະ ຢຽບຢໍ່າ ຂ້ານ້ອຍ ຢ່າງ ທາລຸນ. ພວກເຂົາ ໄດ້ ກັກຂັງ ຂ້ານ້ອຍ ໄວ້ ໃນ ຄຸກ ອັນມືດໜາ ຂ້ານ້ອຍ ເປັນດັ່ງ ຄົນຕາຍ ດົນ ນານ ມາ ແລ້ວ.
\v 4 ສະນັ້ນ ຂ້ານ້ອຍ ຈຶ່ງ ທໍ້ຖອຍໃຈ ເພາະ ຂ້ານ້ອຍ ຜິດຫວັງ ເຕັມທົນ ເສຍແລ້ວ.
\s5
\v 5 ເມື່ອ ລະນຶກເຖິງ ວັນ ທີ່ ໄດ້ ຜ່ານ ພົ້ນ ໄປ ຄິດເຖິງ ທຸກສິ່ງ ທີ່ ພຣະອົງ ໄດ້ ກະທາໍ ທັງ ພາລະກິດ ທຸກຢ່າງ ດ້ວຍ.
\v 6 ຂ້ານ້ອຍ ຍົກ ມື ຂຶ້ນ ພາວັນນາ ອະທິຖານ ຫາ ພຣະອົງ ຈິດໃຈ ຫິວກະຫາຍ ພຣະອົງ ດັ່ງ ດິນແຫ້ງ ແລ້ງ.
\s5
\v 7 ຂ້າແດ່ ອົງພຣະຜູ້ ເປັນເຈົ້າ ບັດນີ້ ຂໍຊົງ ໂຜດ ຕອບ ຂ້ານ້ອຍ ດ້ວຍ ເຖີດ ຂ້ານ້ອຍ ໄດ້ ສູນສິ້ນ ຄວາມຫວັງ ທັງໝົດ ເສຍແລ້ວ. ຂໍ ພຣະອົງ ຢ່າ ຫັນໜ້າ ໜີໄປ ຈາກ ຂ້ານ້ອຍ ເລີຍ ບໍ່ດັ່ງນັ້ນ ຂ້ານ້ອຍ ຈະ ຕ້ອງ ໄປ ຢູ່ ແດນ ມໍຣະນາ.
\v 8 ທຸກໆເຊົ້າ ໂຜດ ເຕືອນ ເຖິງ ຄວາມຮັກ ອັນ ໝັ້ນ ຄົງ ເພາະ ຂ້ານ້ອຍ ໄວ້ວາງໃຈ ໃນ ພຣະອົງ ແລ້ວ. ຄໍາພາວັນນາ ອະທິຖານ ຂອງ ຂ້ານ້ອຍ ກໍ ຂຶ້ນ ໄປຮອດ ພຣະອົງ ໂຜດຊີ້ທາງ ແກ່ ຂ້ານ້ອຍ ເພື່ອ ກ້າວ ເດີນ ໄປ ດ້ວຍ.
\s5
\v 9 ຂ້າແດ່ ອົງ ພຣະ ຜູ້ ເປັນເຈົ້າ ຂ້ານ້ອຍ ຊອກ ຫາ ການ ຄຸ້ມຄອງ ຈາກ ພຣະອົງ ໂຜດ ຊ່ວຍກູ້ ຂ້ານ້ອຍ ຈາກ ສັດຕູ ແດ່ທ້ອນ.
\v 10 ຈົ່ງ ສັ່ງສອນ ຂ້ານ້ອຍ ໃຫ້ ຮູ້ ເຖິງ ພຣະປະສົງ ເພາະ ພຣະອົງ ເປັນ ພຣະເຈົ້າ ຂອງ ຂ້ານ້ອຍ. ຂໍໃຫ້ ພຣະວິນຍານ ນັ້ນ ນາໍ ຂ້ານ້ອຍ ໄປ ຍັງບ່ອນ ບໍ່ ມີ ອຸປະສັກ ແລະ ທາງ ອັນ ລາບລື້ນ.
\s5
\v 11 ຂ້າແດ່ ອົງພຣະ ຜູ້ ເປັນເຈົ້າ ຂໍຊົງໂຜດ ຊ່ວຍກູ້ ຂ້ານ້ອຍ ຕາມ ທີ່ ໄດ້ ສັນຍາ ໂດຍ ຄຸນຄວາມດີ ຂອງ ພຣະອົງ ຂໍ ຊົງ ໂຜດ ໃຫ້ ພົ້ນຈາກ ຄວາມ ເດືອດຮ້ອນ ດ້ວຍ.
\v 12 ຍ້ອນ ຄວາມຮັກ ຂອງ ພຣະອົງ ທີ່ ມີ ແຕ່ ໃດໆ ມາ ໂຜດ ສັງຫານ ສັດຕູ ທັງຫຼາຍ ຂອງ ຂ້ານ້ອຍ ດ້ວຍ ຕະຫລອດ ທັງ ທາໍລາຍ ຜູ້ ທີ່ ກົດຂີ່ ຂ້ານ້ອຍ ທຸກຄົນ ເພາະວ່າ ຂ້ານ້ອຍ ເປັນ ຜູ້ຮັບໃຊ້ ຂອງ ພຣະອົງ.
\s5
\c 144
\p
\v 1 ສັນລະເສີນ ອົງ ພຣະ ຜູ້ ເປັນ ເຈົ້າ ຜູ້ ຄຸ້ມຄອງ ຂອງ ຂ້ານ້ອຍ ພຣະອົງ ຝຶກ ຂ້ານ້ອຍ ໃຫ້ ສູ້ຮົບ ແລະ ຕຽມ ຂ້ານ້ອຍ ໃຫ້ ເຮັດ ສົງຄາມ.
\v 2 ພຣະອົງ ເປັນ ຜູ້ ປົກປ້ອງ ແລະ ຜູ້ ຄຸ້ມຄອງ ຂ້ານ້ອຍ ເປັນ ຜູ້ ຊວຍ ໃຫ້ ພົ້ນໄພ ແລະ ເປັນ ທີ່ ກາໍບັງ ດ້ວຍ. ຂ້ານ້ອຍ ປອດໄພ ໄດ້ ໂດຍ ໄວ້ວາງໃຈ ໃນ ພຣະອົງ ແລະ ປາບ ຊົນຊາດ ທັງຫລາຍ ໃຫ້ ຢູ່ ໃຕ້ ອໍານາດ ຂອງ ພຣະອົງ.
\s5
\v 3 ຂ້າແດ່ ອົງພຣະ ຜູ້ ເປັນເຈົ້າ ມະນຸດ ແມ່ນ ຜູ້ໃດ ທີ່ ພຣະອົງ ຕ້ອງ ເອົາໃຈໃສ່ ມະນຸດ ທາໍມະດາ ເປັນຫຍັງ ພຣະອົງ ຈຶ່ງ ເອົາໃຈໃສ່ ພວກເຂົາ?
\v 4 ມະນຸດ ນັ້ນ ເປັນ ເໝືອນ ດັ່ງ ລົມຫາຍໃຈ ວັນທັງຫລາຍ ຂອງ ເຂົາ ກໍ ເໝືອນ ດັ່ງ ເງົາ ມືດ ຜ່ານ ກາຍໄປ ນັ້ນ.
\s5
\v 5 ຂ້າແດ່ ອົງພຣະ ຜູ້ ເປັນເຈົ້າ ໂຜດ ແຍກ ທ້ອງຟ້າ ອອກ ແລະ ສະເດັດ ລົງ ມາ ໂຜດ ແຕະຕ້ອງ ພູຜາ ແລະ ຄວັນໄຟ ກໍ ຈະ ພຸ່ງ ອອກ ມາ.
\v 6 ໂຜດ ສົ່ງ ຟ້າແມບ ຂັບໄລ່ ພວກ ສັດຕູ ຂອງ ພຣະອົງ ໃຫ້ ແຕກ ກະຈັດ ກະຈາຍ ໂຜດ ຍິງ ລູກທະນູ ຂອງ ພຣະອົງ ໄລ່ ພວກເຂົາ ໃຫ້ ພ່າຍ ໜີໄປ.
\s5
\v 7 ໂຜດ ຍື່ນ ມື ຂອງ ພຣະອົງ ລົງ ມາ ຈາກ ເບື້ອງເທິງ ແລະ ດຶງ ຂ້ານ້ອຍ ຂຶ້ນ ຈາກ ນໍ້າ ເລິກ ດ້ວຍ. ໂຜດ ຊ່ວຍກູ້ ຂ້ານ້ອຍ ໃຫ້ ພົ້ນ ຈາກ ອໍານາດ ຂອງ ສັດຕູ ຄື ຈາກ ອໍານາດ ຂອງ ຊົນຊາດ ຕ່າງດ້າວ.
\v 8 ພວກ ນີ້ ບໍ່ ເຄີຍເວົ້າ ຄວາມຈິງ ແຕ່ປະການ ໃດ ເວົ້າຕົວະຢູ່ເລື້ອຍ ແມ່ນແຕ່ ຄໍາສາບານກໍຕາມ.
\s5
\v 9 ຂ້າແດ່ ພຣະເຈົ້າ ຂ້ານ້ອຍ ຈະ ຮ້ອງເພງ ບົດໃໝ່ ທັງດີດກິດຕາ [ວ] ແລະ ຮ້ອງເພງ ຖວາຍ ແກ່ ພຣະອົງ.
\v 10 ພຣະອົງ ໃຫ້ ໄຊຊະນະ ແກ່ ກະສັດທັງຫລາຍ ແລະ ຊ່ວຍກູ້ ເອົາ ດາວິດ ຜູ້ຮັບໃຊ້ ຂອງ ພຣະອົງ ໄວ້
\v 11 ຂໍ ຊົງ ໂຜດ ຊ່ວຍ ໃຫ້ ຂ້ານ້ອຍ ພົ້ນ ຈາກ ສັດຕູ ຜູ້ໂຫດຮ້າຍ ແລະ ຈາກ ອໍານາດ ຂອງ ຊາວ ຕ່າງດ້າວ ຄື ຜູ້ ທີ່ ບໍ່ ເຄີຍ ເວົ້າ ຄວາມຈງິ ແຕ່ ປະການ ໃດ ເວົ້າ ຕົວະ ຢູ່ ເລື້ອຍ ແມ່ນແຕ່ ຄໍາ ສາບານ ກໍຕາມ.
\s5
\v 12 ຂໍ ໃຫ້ ລູກຊາຍ ຂອງ ຂ້ານ້ອຍ ເປັນ ດັ່ງ ຕົ້ນໄມ້ ໃຫຍ່ ທີ່ ໃຫຍ່ ຂຶ້ນ ຢ່າງ ທ່ຽງທາໍ ໃນ ໄວໜຸ່ມ ຂອງ ເຂົາເຈົ້າ. ຂໍ ໃຫ້ ລູກສາວ ຂອງ ຂ້ານ້ອຍ ເປັນດັ່ງ ເສົາ ຕົ້ນໃຫຍ່ ທີ່ ຖືກ ປະດັບໄວ້ ເອ້ ໃນ ພະຣາຊວັງ.
\v 13 ຂໍ ໃຫ້ ເລົ້າ ເຕັມໄປ ດ້ວຍ ພືດ ຜົນ ນາໆ ຊະນິດ ຂໍ ໃຫ້ ຝູງແກະ ອອກລູກ ໄດ້ ເປັນ ພັນ ໆ ຕາມ ທົ່ງ ເຖີດ.
\s5
\v 14 ຂໍ ໃຫ້ ຝູງງົວ ຂອງ ພວກ ຂ້ານ້ອຍ ອອກລູກ ໃຫ້ ຫລາຍຂຶ້ນ ຂໍ ຢ່າ ໃຫ້ ມີ ສຽງ ຮ້ອງໄຫ້ ຮໍ່າໄຮ ຕາມ ທ້ອງ ຖະໜົນ ດ້ວຍ.
\v 15 ຄວາມສຸກ ເປັນຂອງ ຊົນຊາດ ທີ່ ຢູ່ ຝ່າຍ ຄວາມຈິງ ເປັນ ຂອງ ປະຊາຊົນ ທີ່ ມີ ອົງ ພຣະ ຜູ້ ເປັນເຈົ້າ ເປັນພຣະເຈົ້າ ຂອງ ພວກເຂົາ.
\s5
\c 145
\p
\v 1 ຂ້ານ້ອຍ ຈະປະກາດ ຄວາມ ຍິ່ງໃຫຍ່ ຂອງ ພຣະອົງ ພຣະເຈົ້າ ແລະ ກະສັດ ຂອງ ຂ້ານ້ອຍ ເອີຍ. ຂ້ານ້ອຍ ຈະໂມທະນາ ຂອບພຣະຄຸນ ພຣະອົງ ສືບໄປ ເປັນນິດ.
\v 2 ຂ້າ ນ້ອຍ ຈະໂມທະນາ ຂອບພຣະຄຸນ ພຣະອົງ ທຸກໆ ວັນ ແລະ ຈະ ຍົກຍໍ ພຣະອົງ ສືບໄປ ເປັນນິດ.
\v 3 ອົງພຣະ ຜູ້ ເປັນເຈົ້າ ຜູ້ຍິ່ງ ໃຫຍ່ ແລະ ເປັນທີ່ຍ້ອງຍໍ ສັນລະເສີນ ຢ່າງ ສູງສົ່ງ. ຄວາມ ຍິ່ງໃຫຍ່ ຂອງ ພຣະອົງນັ້ນ ເໜືອກວ່າ ຄວາມ ເຂົ້າໃຈ ໄດ້.
\s5
\v 4 ຈົ່ງ ໃຫ້ ຄົນ ຊົ່ວອາຍຸນີ້ ເວົ້າ ເຖິງ ພຣະ ຣາຊກິດ ຂອງ ພຣະອົງ ສູ່ຄົນ ອີກ ຊົ່ວ ອາຍຸໜຶ່ງ ຟັງ ແລະ ປະກາດ ກິດຈະການ ອັນຍິ່ງ ໃຫຍ່ ທີ່ ຊົງໄດ້ ກະທໍາ ນັ້ນ.
\v 5 ພວກເຂົາ ຈະ ກ່າວ ເຖິງຣິດອໍານາດ ທັງ ສະຫງ່າຣາສີ ຂອງ ພຣະອົງ ຂ້ານ້ອຍ ຈະ ຮໍ່າເພິງ ເຖິງ ການອັດສະຈັນ ນັ້ນ.
\s5
\v 6 ພວກເຂົາ ຈະ ເວົ້າ ເຖິງ ຣິດອໍານາດ ອັນຍິ່ງໃຫຍ່ ທີ່ ພຣະອົງ ໄດ້ ກະທາໍ ແລະ ຂ້ານ້ອຍ ຈະ ປະກາດ ເຖິງ ຣິດທານຸພາບ ອັນຍິ່ງ ໃຫຍ່ ຂອງ ພຣະອົງ.
\v 7 ພວກເຂົາ ຈະ ເວົ້າ ເຖິງ ຄຸນຄວາມດີ ຂອງ ພຣະອົງ ແລະ ສັນລະເສີນ ຄວາມ ຍຸດຕິທໍາ ຂອງ ພຣະອົງ.
\s5
\v 8 ອົງພຣະ ຜູ້ ເປັນເຈົ້າ ເປັນ ຄວາມຮັກ ແລະ ຄວາມ ເມດຕາ ໂກດຮ້າຍຊ້າ ແລະ ມີ ຄວາມຮັກ ອັນໝັ້ນຄົງ.
\v 9 ອົງພຣະຜູ້ເປັນເຈົ້າ ກະທາໍ ດີ ຕໍ່ ມະນຸດ ທຸກໆຄົນ ແລະ ສົງ ສານ ຕໍ່ ສັບພະທຸກສິ່ງ ທີ່ ພຣະອົງ ໄດ້ ສ້າງ ນັ້ນ.
\s5
\v 10 ຂ້າແດ່ ອົງພຣະ ຜູ້ ເປັນເຈົ້າ ທຸກສິ່ງ ທີ່ ຖືກສ້າງ ມາ ຈະ ຍ້ອງຍໍ ສັນລະເສີນ ພຣະອົງ ແລະ ປະຊາຊົນ ຂອງ ພຣະອົງ ຈະ ໂມທະນາ ຂອບພຣະຄຸນ ແດ່ ພຣະອົງ.
\v 11 ພວກເຂົາ ຈະ ກ່າວ ເຖິງ ພຣະ ຣາຊອໍານາດ ຂອງ ພຣະອົງ ແລະ ບອກ ເຖິງ ອໍານາດ ອັນຍິ່ງໃຫຍ່ ຂອງ ພຣະອົງ.
\v 12 ເພື່ອ ທຸກຄົນ ຈະ ໄດ້ ຮູ້ ກິດຈະການ ອັນຍິ່ງໃຫຍ່ ຣິດອໍານາດ ແລະ ຣັດສະໝີ ແຫ່ງ ຣາຊອານາຈັກ ຂອງ ພຣະອົງ.
\s5
\v 13 ການ ຄອງ ອໍານາດ ຂອງ ພຣະອົງ ດໍາລົງ ຢູ່ ຕະຫລອດໄປ ແລະ ອໍານາດ ຂອງ ພຣະອົງ ກໍ ຍືນຍົງ ໄປຕະຫລອດ. ອົງພຣະ ຜູ້ເປັນເຈົ້າ ສັດຊື່ ຕໍ່ ຄໍາສັນຍາ ຂອງ ພຣະອົງ ພຣະອົງ ມີ ໃຈ ເມດຕາ ຕໍ່ ການກະທໍາ ທັງສິ້ນ.
\s5
\v 14 ອົງພຣະ ຜູ້ ເປັນເຈົ້າ ຊ່ວຍ ຄົນທີ່ຢູ່ ໃນ ຄວາມ ເດືອດຮ້ອນ ຂັດສົນ ແລະ ອູ້ມຊູ ຄົນ ທີ່ ລົ້ມລົງ ໃຫ້ ເຂົາ ລຸກຂຶ້ນໃໝ່.
\v 15 ທຸກໆ ສິ່ງ ທີ່ມີຊີວິດ ຢູ່ ກໍ ເບິ່ງ ພຣະອົງ ດ້ວຍ ຄວາມຫວັງ ລໍຖ້າ ພຣະອົງ ໃຫ້ ອາຫານ ຕາມ ທີ່ ຕ້ອງການ ນັ້ນ.
\v 16 ພຣະອົງ ໂຜດ ໃຫ້ ພວກເຂົາ ຢ່າງ ພຽງພໍ ແລະ ໃຫ້ ສົມຄວາມປະສົງ ທຸກຄົນ ດ້ວຍ.
\s5
\v 17 ອົງ ພຣະ ຜູ້ ເປັນ ເຈົ້າ ເປັນ ຄວາມ ຊອບທາໍ ໃນ ທຸກສິ່ງ ໃນ ທາງ ຂອງ ພຣະອົງ. ແລະ ຊົງ ເມດຕາ ໃນ ການ ກະທໍາ ທຸກຢ່າງ.
\v 18 ອົງ ພຣະ ຜູ້ ເປັນ ເຈົ້າ ຢູ່ ໃກ້ຊິດ ທຸກໆ ຄົນ ທີ່ ຮ້ອງຫາ ພຣະອົງ ຄື ຜູ້ ທີ່ ຮ້ອງຫາ ພຣະອົງ ຢ່າງ ຈິງໃຈແທ້.
\v 19 ທຸກຄົນ ທີ່ ໃຫ້ກຽດ ພຣະອົງ ກໍໄດ້ ຕາມ ທີ່ ຕ້ອງການ ພຣະອົງ ໄດ້ຍິນ ສຽງ ພວກເຂົາ ຮ້ອງໄຫ້ ແລະ ຊ່ວຍ ເຂົາ ໃຫ້ ພົ້ນ.
\s5
\v 20 ອົງ ພຣະ ຜູ້ ເປັນ ເຈົ້າ ປົກປັກຮັກສາ ຜູ້ ທີ່ ຮັກພຣະອົງ ທຸກຄົນ ແຕ່ ພຣະອົງ ຈະ ທາໍ ລາຍ ຜູ້ ຊົ່ວຮ້າຍ ທຸກຄົນ ຖິ້ມ.
\v 21 ຂ້ານ້ອຍ ຈະ ຍ້ອງຍໍ ສັນລະເສີນ ພຣະອົງຢູ່ສະເໝີ ຄື ຈະ ສັນລະເສີນ ອົງ ພຣະ ຜູ້ ເປັນເຈົ້າ ຢູ່ ເລື້ອຍ ໆ. ຂໍ ໃຫ້ ທຸກສິ່ງ ທີ່ ຖືກສ້າງ ມາ ຈົ່ງ ຍ້ອງຍໍ ສັນລະເສີນ ພຣະນາມ ອັນ ບໍຣິສຸດ ຂອງ ພຣະອົງ ຕະຫລອດໄປ ເຖີດ.
\s5
\c 146
\p
\v 1 ຈົ່ງ ຍ້ອງຍໍ ສັນລະເສີນ ອົງ ພຣະ ຜູ້ ເປັນເຈົ້າ ຈິດວິນຍານ ຂອງ ຂ້ອຍ ເອີຍ ຈົ່ງ ຍ້ອງຍໍ ສັນລະເສີນ ອົງພຣະ ຜູ້ ເປັນເຈົ້າ ເຖີດ.
\v 2 ຂ້ອຍ ຈະ ຍ້ອງຍໍ ສັນລະເສີນ ອົງພຣະ ຜູ້ ເປັນເຈົ້າ ຕາບໃດ ທີ່ ມີ ຊີວິດ ຢູ່ ຂ້ອຍ ຈະ ຮ້ອງເພງ ຖວາຍ ແກ່ ພຣະເຈົ້າ ຂອງ ຂ້ອຍ ຊົ່ວຊີວິດ ຂ້ອຍ.
\s5
\v 3 ຢ່າມອບ ຄວາມຫວັງ ຂອງເຈົ້າ ໄວ້ ໃນ ບັນດາຜູ້ນາໍ ບໍ່ມີມະນຸດ ຄົນໃດ ອາດ ຊ່ວຍ ເຈົ້າ ໃຫ້ ພົ້ນ ໄດ້.
\v 4 ເວລາ ພວກເຂົາ ຕາຍ ກໍ ຈະ ກັບຄືນ ເປັນ ຂີ້ຝຸ່ນ ດິນແລ້ວ ແຜນການ ຂອງ ພວກເຂົາ ທັງໝົດ ກໍ ເຖິງ ທີ່ ຈົບສິ້ນ.
\s5
\v 5 ຄວາມສຸກ ເປັນ ຂອງ ຜູ້ ທີ່ ພຣະເຈົ້າ ຂອງ ຢາໂຄບ ຊ່ວຍຊູ ຜູ້ທີ່ເພິ່ງ ໃນ ອົງພຣະ ຜູ້ ເປັນເຈົ້າ ພຣະເຈົ້າຂອງເຂົາເຈົ້າ
\v 6 ຜູ້ ສ້າງ ສະຫວັນ, ແຜ່ນດິນໂລກ, ນາໍ້ທະເລ ທັງ ທຸກສິ່ງ ຢູ່ໃນນັ້ນ ພຣະອົງ ຮັກສາ ພຣະສັນຍາ ສະເໝີ.
\s5
\v 7 ພຣະອົງ ຕັດສິນ ເຂົ້າ ຂ້າງ ຜູ້ ທີ່ ຖືກ ຂົ່ມ ເຫັງ ແລະ ໂຜດ ອາຫານ ໃຫ້ ແກ່ ຜູ້ ທີ່ ອຶດ ຫິວ. ອົງພຣະ ຜູ້ ເປັນເຈົ້າ ປົດປ່ອຍ ນັກໂທດ ໃຫ້ ເປັນອິດສະຫລະ ເສລີ
\v 8 ອົງພຣະ ຜູ້ ເປັນເຈົ້າ ໃຫ້ ຄົນຕາບອດ ໄດ້ ມີ ໂອກາດ ເຫັນ ຮຸ່ງ ອີກ. ອົງພຣະ ຜູ້ ເປັນເຈົ້າ ຍົກຍໍ ທຸກຄົນ ທີ່ ໄດ້ ລົມລົງ ໃຫ້ ລຸກຂຶ້ນໃໝ່ ອົງພຣະ ຜູ້ ້ເປັນເຈົ້າ ຮັກຜູ້ ທີ່ດໍາເນີນ ຊີວິດ ໃນ ທາງ ຊອບທາໍ ນັ້ນ.
\s5
\v 9 ອົງພຣະ ຜູ້ ເປັນເຈົ້າ ປົກປ້ອງ ຄຸ້ມຄອງ ຊາວ ຕ່າງດ້າວ ທັງຫລາຍ ທີ່ ອາໄສ ຢູ່ ໃນ ປະເທດ ຂອງ ພວກເຮົາ ນັ້ນ. ພຣະອົງ ຊ່ວຍ ລູກກາໍພ້າ ທັງຫລາຍ ແລະ ແມ່ໝ້າຍ, ແຕ່ ທາໍ ລາຍ ແຜນການ ຂອງ ຄົນຊົ່ວຮ້າຍ.
\v 10 ອົງ ພຣະ ຜູ້ ເປັນເຈົ້າ ເປັນ ກະສັດ ສືບ ໄປ ພູເຂົາ ຊີໂອນ ເອີຍ ພຣະເຈົ້າ ຂອງເຈົ້າ ຈະ ປົກຄອງ ສືບໆໄປ ເປັນນິດ. ຈົ່ງຍ້ອງຍໍ ສັນລະເສີນ ອົງ ພຣະ ຜູ້ ເປັນເຈົ້າ ເຖີດ.
\s5
\c 147
\p
\v 1 ຈົ່ງ ຍ້ອງຍໍ ສັນລະເສີນ ອົງພຣະ ຜູ້ ເປັນ ເຈົ້າ ການ ຮ້ອງເພງ ຍ້ອງຍໍ ສັນລະເສີນ ພຣະເຈົ້າ ຂອງ ພວກເຮົາ ນັ້ນ ເປັນ ການດີ ການ ຍ້ອງຍໍ ສັນລະເສີນ ພຣະອົງ ເປັນ ທີ່ ຍິນດີ ແລະ ຖືກຕ້ອງ.
\s5
\v 2 ອົງພຣະ ຜູ້ ເປັນເຈົ້າ ກາໍລັງ ສ້າງ ນະຄອນ ເຢຣູຊາເລັມ ຂຶ້ນໃໝ່ ພຣະອົງກາໍ ລັງນາໍ ພວກທີ່ຖືກຈັບໄປ ນັ້ນ ກັບຄືນມາ.
\v 3 ພຣະອົງປິ່ນປົວ ຄົນ ທີ່ ມີ ຄວາມ ບວບຊໍາ້ ໃນ ຈິດໃຈ ແລະ ພັນ ບາດແຜ ໃຫ້ ແກ່ ເຂົາເຈົ້າ.
\s5
\v 4 ແມ່ນ ພຣະອົງ ເທົ່ານັ້ນ ທີ່ ກາໍນົດ ດວງດາວ ທັງຫລາຍ ແລະ ເອີ້ນ ດາວ ນັ້ນ ຕາມ ຊື່ ທີ່ ພຣະອົງ ໃສ່ ໃຫ້.
\v 5 ພຣະເຈົ້າ ຢາເວ ຂອງ ພວກເຮົາ ຍິ່ງໃຫຍ່ ແລະ ຊົງ ຣິດອໍານາດ ຫລາຍ ບໍ່ ມີ ຜູ້ໃດ ທີ່ ຊັ່ງຊາ ສະຕິປັນຍາ ຂອງ ພຣະອົງ ໄດ້.
\s5
\v 6 ອົງພຣະ ຜູ້ເປັນເຈົ້າ ຍົກ ຜູ້ ທີ່ ຖ່ອມຕົວ ສ່ວນ ຄົນຊົ່ວຮ້າຍ ທັງຫລາຍ ພຣະອົງ ຢຽບຢໍ່າ ລົງ ແລະ ທາໍລາຍ ຖິ້ມ.
\v 7 ຈົ່ງ ຮ້ອງເພງ ຍ້ອງຍໍ ສັນລະເສີນ ອົງພຣະ ຜູ້ ເປັນເຈົ້າ ຈົ່ງ ດີດ ກີດຕາ [ອ] ຈົ່ງ ບັນເລງ ເພງ ຖວາຍ ແກ່ ພຣະເຈົ້າ ຂອງ ພວກເຮົາ.
\s5
\v 8 ພຣະອົງ ໃຫ້ ເມກ ປົກຄຸມ ທົ່ວ ທ້ອງຟ້າ ແລະ ໃຫ້ ຝົນ ແກ່ ຜືນແຜ່ນດິນ ທັງຫຍ້າ ທີ່ ເກີດ ຕາມ ເນີນພູ ດ້ວຍ.
\v 9 ພຣະອົງ ຈັດຫາ ອາຫານ ການກິນ ແກ່ ຝູງສັດ ແລະ ລ້ຽງ ລູກກາ ຮ້ອງ ເມື່ອ ມັນ ຫິວໂຫຍ.
\s5
\v 10 ຄວາມ ພໍໃຈ ຂອງ ພຣະອົງ ບໍ່ ແມ່ນ ຢູ່ ໃນມ້າ ທີ່ ມີ ກໍາລັງ ຫລື ຄວາມ ສຸກໃຈ ບໍ່ ແມ່ນຢູ່ ໃນຂາຂອງມະນຸດ,
\v 11 ແຕ່ ຄວາມ ພໍໃຈ ຂອງ ອົງພຣະ ຜູ້ ເປັນເຈົ້າ ຢູ່ນາໍ ຜູ້ ທີ່ ຢໍາເກງ ພຣະອົງ ຄື ຜູ້ ທີ່ ໄວ້ວາງໃຈ ໃນ ຄວາມຮັກ ອັນໝັ້ນ ຄົງ ຂອງ ພຣະອົງ.
\s5
\v 12 ໂອ ນະຄອນ ເຢຣູຊາເລັມ ເອີຍ ຈົ່ງ ຍ້ອງຍໍ ສັນລະເສີນ ອົງພຣະ ຜູ້ ເປັນເຈົ້າ ເຖີດ ໂອ ພູເຂົາ ຊີໂອນ ເອີຍ ຈົ່ງ ຍ້ອງຍໍ ສັນລະເສີນ ພຣະເຈົ້າ ຂອງເຈົ້າ ເຖີດ.
\v 13 ພຣະອົງ ຮັກສາ ປະຕູ ເມືອງ ຂອງເຈົ້າ ໃຫ້ ເຂັ້ມແຂງ ພຣະອົງ ອວຍພອນ ປະຊາຊົນ ຂອງເຈົ້າ.
\v 14 ພຣະອົງ ຮັກສາ ຊາຍແດນ ຂອງເຈົ້າ ໃຫ້ ປອດໄພ ແລະ ໃຫ້ ເຈົ້າ ອີ່ມ ໜາໍ ສໍາລານ ດ້ວຍ ເຂົ້າບາເລ ອັນ ດີເລີດ.
\s5
\v 15 ພຣະອົງ ໃຫ້ ຄໍາສັ່ງ ແກ່ ແຜ່ນດິນໂລກເຮົາ ສິ່ງທີ່ ພຣະອົງ ກ່າວ ອອກ ໄປ ກໍ ສໍາເລັດ ຜົນໂລດ.
\v 16 ພຣະອົງ ໄດ້ ບັນດານ ໃຫ້ ຫິມະ ຕົກລົງ ມາ ດັ່ງດອກ ຝ້າຍ ຂາວໆ ທີ່ ແຜ່ຢາຍ ເຕັມຕາມພື້ນ ແລະ ໃຫ້ ນໍ້າ ຄ້າງ ເຫລື້ອມໆ ກະຈາຍ ທົ່ວ ໜ້າດິນ ດັ່ງ ຝຸ່ນ ລະອອງ ທີ່ ລອຍ ຢູ່ ຕາມ ໜ້າດິນ ນັ້ນ.
\s5
\v 17 ໝາກເຫັບ ທີ່ ພຣະອົງ ສົ່ງ ລົງ ມາ ກໍ ແຂງ ດັ່ງ ຂີ້ຫິນ ແລະ ບໍ່ ມີ ຜູ້ໃດ ທົນໜາວ ທີ່ ພຣະອົງ ສົ່ງ ມາ ນັ້ນໄດ້.
\v 18 ເມື່ອ ພຣະອົງ ສັ່ງ ນາໍ້ກ້ອນ ກໍ ເປື່ອຍ ລະລາຍ ໄປ ເມື່ອ ພຣະອົງ ສົ່ງ ລົມ ມາ ນາໍ້ ກໍ ໄຫລ ຖ້ວມ.
\s5
\v 19 ພຣະອົງ ໃຫ້ ຖ້ອຍຄໍາ ແກ່ ປະຊາຊົນ ຂອງ ພຣະອົງ ໃຫ້ ຄໍາແນະນາໍ ແລະ ກົດບັນ ຍັດແກ່ ອິດສະຣາເອນ ນັ້ນ.
\v 20 ພຣະອົງ ບໍ່ໄດ້ ເຮັດເຊັ່ນ ນີ້ ສໍາລັບ ຊົນຊາດ ອື່ນໃດ ພວກເຂົາ ຈຶ່ງ ບໍ່ໄດ້ ຮູ້ຈັກກົດບັນຍັດ. ຈົ່ງ ຍ້ອງຍໍ ສັນລະເສີນ ອົງພຣະ ຜູ້ ເປັນເຈົ້າ ເຖີດ.
\s5
\c 148
\p
\v 1 ຈາກ ຟ້າສະຫວັນ ຈົ່ງ ຍ້ອງຍໍ ສັນລະເສີນ ອົງພຣະຜູ້ ເປັນເຈົ້າ ຊາວສະຫວັນ ຊັ້ນຟ້າເອີຍ ຈົ່ງ ຍ້ອງຍໍ ສັນລະເສີນ ອົງພຣະຜູ້ ເປັນເຈົ້າ.
\v 2 ບັນດາ ເທວະດາ ພ້ອມ ທັງກອງທັບ ທັງໝົດ ຂອງ ພຣະອົງ ທີ່ ເມືອງ ສະຫວັນ ຈົ່ງພາກັນຍ້ອງຍໍ ສັນລະເສີນ ພຣະອົງ ເທີ້ນ.
\s5
\v 3 ດວງຕາເວັນ ດວງເດືອນ ພ້ອມ ດວງດາວ ທັງຫລາຍ ທີ່ ສ່ອງແສງ ແຈ້ງໃສ ຈົ່ງ ຍ້ອງຍໍ ສັນລະເສີນ ພຣະອົງ ເທີ້ນ.
\v 4 ສະຫວັນຊັ້ນຟ້າ ທີ່ ສູງສຸດ ແລະ ນາໍ້ ທີ່ ເບື້ອງເທິງ [ຮ] ຈົ່ງພາກັນ ຍ້ອງຍໍ ສັນລະເສີນ ພຣະອົງເທີ້ນ.
\s5
\v 5 ພຽງແຕ່ ພຣະອົງ ສັ່ງ ເທົ່ານັ້ນ ທຸກສິ່ງ ເຫລົ້ານີ້ ກໍ ຖືກ ສ້າງ ຂຶ້ນ ມາ.
\v 6 ໂດຍ ພຣະ ຄໍາສັ່ງ ເຫລົ່ານີ້ ຈຶ່ງ ຄົງຢູ່ ບ່ອນເ​ກົ່າ ສືບໄປ ແລະ ກໍ ບໍ່ລະເມີດ ຄໍາສັ່ງ ໃດ ໆ ທັງນັ້ນ. [ກ]
\s5
\v 7 ຈົ່ງ ຍ້ອງຍໍ ສັນລະເສີນ ອົງພຣະຜູ້ ເປັນເຈົ້າ ເຖີດ ສັດໃນທ້ອງ ທະເລ ກັບ ມະຫາສະໝຸດ ເລິກ ທັງຫລາຍ ຈາກ ແຜ່ນດິນໂລກ ເຮົານີ້
\v 8 ຟ້າແມບເຫລື້ອມ ນໍ້າໝອກ ຫິມະ ແລະ ໝາກເຫັບ ພ້ອມ ທັງ ລົມແຮງ ທີ່ ເຊື່ອ ຟັງຄໍາສັ່ງ ຂອງ ພຣະອົງ
\s5
\v 9 ບັນດາ ພູນ້ອຍ ພູໃຫຍ່ ພ້ອມດ້ວຍ ຕົ້ນໄມ້ ທັງຫລາຍ ແລະ ປ່າດົງ ພົງໄພ
\v 10 ສັດບ້ານ ສັດປ່າ ທຸກໂຕ ພ້ອມທັງສັດຍ່າງຍ້າຍ ເລືອຄານ ແລະ ຝູງນົກ
\s5
\v 11 ບັນດາ ກະສັດ ແລະ ປະຊາຊົນ ທຸກຖ້ວນໜ້າ ບັນດາ ເຈົ້າ ຊາຍ ແລະ ພວກ ເຈົ້າ ນາຍ ແຫ່ງ ໂລກນີ້
\v 12 ທັງຊາຍໜຸ່ມ ຍິງ ສາວ ແລະ ພວກຜູ້ເຖົ້າ ພ້ອມທັງ ພວກເດັກ ນ້ອຍ
\s5
\v 13 ຂໍ ໃຫ້ ສິ່ງ ທັງໝົດ ເຫຼົ່ານີ້ ຈົ່ງ ຍ້ອງຍໍ ສັນລະເສີນ ພຣະນາມ ຂອງ ອົງພຣະຜູ້ ເປັນ ເຈົ້າ ເພາະພຣະນາມ ຂອງ ພຣະອົງ ຍິ່ງໃຫຍ່ ກວ່າ ນາມ ໃດໆ ທັງສິ້ນ. ພຣະສະຫງ່າຣາສີ ຂອງ ພຣະອົງ ສູງສົ່ງ ເໜືອ ແຜ່ນດິນ ໂລກ ແລະ ທັງຢູ່ເໜືອ ສະຫວັນ.
\v 14 ພຣະອົງ ໃຫ້ ຊົນຊາດ ຂອງ ພຣະອົງ ໄດ້ ເຂັ້ມ ແຂງ ຂຶ້ນ ອີກ ໃໝ່ ເພື່ອ ປະຊາຊົນ ທັງປວງ ຈະ ໄດ້ ຍ້ອງຍໍ ສັນລະເສີນ ພຣະອົງ ຄື ຊາດອິດສະຣາເອນ ພວກທີ່ຮັກຍິ່ງ ຂອງ ພຣະອົງ. ຈົ່ງ ຍ້ອງຍໍ ສັນລະເສີນ ອົງພຣະຜູ້ເປັນເຈົ້າ ເຖີດ.
\s5
\c 149
\p
\v 1 ຈົ່ງ ຍ້ອງຍໍ ສັນລະເສີນ ອົງພຣະຜູ້ ເປັນ ເຈົ້າ ຈົ່ງ ຮ້ອງເພງ ບົດໃໝ່ ຖວາຍ ແກ່ ອົງພຣະຜູ້ ເປັນເຈົ້າ ຈົ່ງ ຍ້ອງຍໍ ສັນລະເສີນ ພຣະອົງ ໃນ ທີ່ ປະຊຸມ ພວກ ທີ່ ສັດຊື່.
\s5
\v 2 ຈົ່ງ ເບີກ ບານໃຈ ໃນ ພຣະຜູ້ ສ້າງ ເຖີດ ຊາດ ອິດສະຣາເອນ ເອີຍ ຊາວ ພູເຂົາ ຊີໂອນ ເອີຍ ຈົ່ງ ຊື່ນໃຈ ຍິນດີ ໃນ ກະສັດ ຂອງ ພວກເຈົ້າ.
\v 3 ຈົ່ງ ຍ້ອງຍໍ ສັນລະເສີນ ພຣະນາມ ຂອງ ພຣະອົງ ດ້ວຍ ການ ຟ້ອນລໍາ ທາໍເພງ ຈົ່ງ ຕີກອງ ແລະ ດີດ ກິດຕາ. [ຂ] ຍ້ອງຍໍ ສັນ ລະເສີນ ພຣະອົງ
\s5
\v 4 ອົງພຣະຜູ້ເປັນເຈົ້າ ຊື່ນບານໃຈ ແທ້ ໃນ ປະຊາຊົນ ຂອງພຣະອົງ ພຣະອົງໃຫ້ກຽດ ຜູ້ ທີ່ ຖ່ອມຕົວ ໂດຍ ໃຫ້ ເຂົາ ໄດ້ ໄຊຊະນະ.
\v 5 ຂໍໃຫ້ ປະຊາຊົນ ຂອງ ພຣະເຈົ້າ ຊື່ນບານ ໃຈ ໃນ ໄຊຊະນະ ຂອງ ເຂົາເຈົ້າ ແລະ ພາກັນ ຮ້ອງເພງ ຕະຫລອດ ຄືນ ຢ່າງ ຊົມ ຊື່ນ ໃນ ຈິດໃຈ ເຖີດ.
\s5
\v 6 ຂໍ ໃຫ້ ຍ້ອງຍໍ ສັນລະເສີນ ພຣະເຈົ້າ ດ້ວຍ ສຽງດັງ ທັງ ຖື ດາບ ອັນ ຄົມ ຢູ່ ໃນ ມື ຂອງ ພວກເຂົາ ດ້ວຍ
\v 7 ເພື່ອ ເອົາ ຊະນະ ຊົນຊາດ ທັງຫລາຍ ແລະ ລົງໂທດ ຄົນທຸກ ຊາດ ທຸກ ພາສາ ນັ້ນ
\s5
\v 8 ເພື່ອ ເອົາ ໂສ້ ລ່າມ ບັນດາ ກະສັດ ຂອງ ພວກເຂົາ ແລະ ໃຊ້ ໂສ້ ເຫລັກ ຮັດ ຜູ້ນາໍ ຂອງ ພວກເຂົາ ໄວ້
\v 9 ເພື່ອ ລົງ ໂທດ ຊົນ ຊາດ ຕາມ ທີ່ ພຣະເຈົ້າ ໄດ້ ບັນຊາ ນີ້ ແມ່ນ ໄຊຊະນະ ແຫ່ງ ປະຊາຊົນ ຂອງ ພຣະເຈົ້າ. ຈົ່ງຍ້ອງຍໍ ສັນລະເສີນ ອົງພຣະຜູ້ ເປັນເຈົ້າ ເຖີດ.
\s5
\c 150
\p
\v 1 ຈົ່ງ ຍ້ອງຍໍ ສັນລະເສີນ ອົງພຣະຜູ້ ເປັນ ເຈົ້າ ຈົ່ງ ຍ້ອງຍໍ ສັນລະເສີນ ພຣະເຈົ້າ ໃນ ວິຫານ ຂອງ ພຣະອົງ ຈົ່ງ ຍ້ອງຍໍ ສັນລະເສີນ ພຣະກາໍລັງ ໃນ ສະຫວັນ ຊັ້ນ ຟ້າ
\v 2 ຈົ່ງ ຍ້ອງຍໍ ສັນລະເສີນ ພຣະອົງ ເພາະ ສິ່ງ ຍິ່ງ ໃຫຍ່ ທີ່ ໄດ້ ຊົງ ກະທາໍ ຈົ່ງ ຍ້ອງຍໍ ສັນລະເສີນ ຄວາມ ຍິ່ງ ໃຫຍ່ ສູງສຸດ ຂອງ ພຣະອົງ.
\s5
\v 3 ຈົ່ງ ຍ້ອງຍໍ ສັນລະເສີນ ພຣະອົງ ໂດຍ ເປົ່າ ແກ ສຽງ ດັງ ໆ ຈົ່ງຍ້ອງຍໍ ສັນລະເສີນ ພຣະອົງ ໂດຍ ດີດກິດຕາ ແລະ ໝາກ ກະຈັບ ປີ່ [ຄ]
\v 4 ຈົ່ງ ຕີກອງ ແລະ ຟ້ອນລໍາ ຍ້ອງຍໍ ສັນລະເສີນ ພຣະອົງ ຈົ່ງ ດີດກິດຕາ [ງ] ແລະ ເປົ່າ ຂຸ່ຍ ຍ້ອງຍໍ ສັນລະເສີນ ພຣະອົງ.
\v 5 ຈົ່ງ ຍ້ອງຍໍ ສັນລະເສີນ ພຣະອົງ ດ້ວຍ ການ ຕົບ ຊິ່ງ ຈົ່ງ ຍ້ອງຍໍ ສັນລະເສີນ ພຣະອົງ ດ້ວຍ ການ ຕົບແສ່ງ.
\s5
\v 6 ຂໍ ໃຫ້ ທຸກສິ່ງ ທີ່ ຫາຍໃຈ ຢູ່ ນັ້ນ ຈົ່ງ ຍ້ອງຍໍ ສັນລະເສີນ ອົງພຣະຜູ້ ເປັນເຈົ້າ ຈົ່ງ ຍ້ອງຍໍ ສັນລະເສີນ ອົງພຣະຜູ້ ເປັນເຈົ້າ ເຖີດ.