lo_bible/18-JOB.usfm

1986 lines
272 KiB
Plaintext
Raw Permalink Blame History

This file contains ambiguous Unicode characters

This file contains Unicode characters that might be confused with other characters. If you think that this is intentional, you can safely ignore this warning. Use the Escape button to reveal them.

\id JOB
\ide UTF-8
\h ພ​ຣະ​ທຳ​ໂຢບ
\toc1 ພ​ຣະ​ທຳ​ໂຢບ
\toc2 ພ​ຣະ​ທຳ​ໂຢບ
\toc3 job
\mt ພ​ຣະ​ທຳ​ໂຢບ
\s5
\c 1
\p
\v 1 ຢູ່ໃນ ດິນແດນ ອູເຊ [ກ] ມີຊາຍຜູ້ໜຶ່ງ ຊື່ວ່າ ໂຢບ. ລາວນະມັດສະການພຣະເຈົ້າ ແລະ ສັດຊື່ຕໍ່ ພຣະອົງ. ລາວເປັນຄົນດີ ແລະ ລະມັດລະວັງຕົວ ບໍ່ເຮັດຊົ່ວ.
\v 2 ໂຢບ ມີລູກຊາຍ ເຈັດຄົນ ແລະ ມີລູກສາວ ສາມຄົນ,
\v 3 ພ້ອມທັງມີແກະ ເຈັດພັນໂຕ, ອູດ ສາມພັນໂຕ, ງົວ ໜຶ່ງພັນໂຕ ແລະ ລໍ ຫ້າຮ້ອຍໂຕ. ເພິ່ນຍັງມີ ຄົນຮັບໃຊ້ ຈາໍນວນຫລວງຫລາຍ ແລະ ທັງເປັນຄົນຮັ່ງມີ ທີ່ສຸດ ຢູ່ທາງພາກ ຕາເວັນອອກ.
\s5
\v 4 ພວກລູກຊາຍ ຂອງ ໂຢບ ໄດ້ຕົກຜຽນ ກັນຈັດງານກິນລ້ຽງຂຶ້ນ ຊຶ່ງລູກຊາຍ ຄົນອື່ນ ໆ ກໍມີໜ້າຢູ່ໃນທີ່ນັ້ນ ທຸກຄົນ ແລະ ພວກເຂົາ ໄດ້ເຊີນນ້ອງສາວ ສາມຄົນ ມາຮ່ວມນາໍ ສະເໝີ.
\v 5 ຕອນເຊົ້າ ຫລັງຈາກງານກິນລ້ຽງ ເລີກແລ້ວ ທຸກເທື່ອ ໂຢບ ຈະຕື່ນແຕ່ ເຊົ້າມືດ ແລະ ຖວາຍເຄື່ອງເຜົາບູຊາ ສໍາລັບ ລູກແຕ່ລະຄົນ ເພື່ອຊໍາລະ ພວກເຂົາ ຈາກ ມົນທິນ. ເພິ່ນເຮັດເຊັ່ນນີ້ ເລື້ອຍໆ ເພາະເພິ່ນຄິດວ່າ ຜູ້ໜຶ່ງໃນພວກເຂົາ ອາດໄດ້ເຮັດບາບ ໂດຍປະໝາດ ພຣະເຈົ້າ ຢ່າງບໍ່ຮູ້ສຶກຕົວ ກໍໄດ້.
\s5
\v 6 ເມື່ອເຖິງມື້ ທີ່ພວກເທວະດາ ຂອງ ພຣະເຈົ້າ [ຂ] ເຂົ້າມາຊ້ອງໜ້າ ອົງພຣະຜູ້ເປັນເຈົ້າ ມານຊາຕານ [ຄ] ກໍມາໃນທ່າມກາງ ພວກເຂົາດ້ວຍ.
\v 7 ອົງພຣະຜູ້ເປັນເຈົ້າ ຖາມ ມານຊາຕານ ວ່າ, “ເຈົ້າໄປເຮັດຫຍັງ ມາ? ” ມານຊາຕານ ຕອບ ອົງພຣະຜູ້ເປັນເຈົ້າ ວ່າ, “ຂ້ານ້ອຍໄປຫັ້ນ ມານີ້ ທ່ອງທ່ຽວ ໄປມາ ທົ່ວໂລກ. ”
\v 8 ອົງພຣະຜູ້ເປັນເຈົ້າ ຖາມ ມານຊາຕານ ວ່າ, “ເຈົ້າໄດ້ສັງເກດເບິ່ງ ໂຢບ ຜູ້ຮັບໃຊ້ຂອງເຮົາບໍ? ເທິງແຜ່ນດິນໂລກນີ້ ບໍ່ ມີຜູ້ໃດ ທີ່ສັດຊື່ ແລະ ດີເທົ່າກັບລາວ. ລາວ ຢໍາເກງ ພຣະເຈົ້າ ແລະ ລະມັດລະວັງຕົວ ບໍ່ເຮັດຊົ່ວ.”
\s5
\v 9 ມານຊາຕານ ຖາມຄືນ ວ່າ, “ໂຢບ ຈະ ຢໍາເກງ ພຣະເຈົ້າ ບໍ ຖ້າລາວບໍ່ໄດ້ສິ່ງໃດ ເລີຍ?
\v 10 ພຣະອົງ ປົກປັກ ຮັກສາ ລາວ, ຄອບຄົວ ຂອງ ລາວ ແລະ ສິ່ງຂອງທີ່ລາວ ມີ ນັ້ນຕະຫລອດມາ. ພຣະອົງອວຍພອນ ທຸກໆ ສິ່ງທີ່ລາວເຮັດ ແລະ ໃຫ້ລາວມີຝູງງົວ ຈົນ ເຕັມເມືອງ.
\v 11 ແຕ່ບັດນີ້ ຖ້າວ່າ ພຣະອົງ ເອົາທຸກໆ ສິ່ງທີ່ລາວມີ ໄປໝົດ ລາວກໍຈະ ສາບແຊ່ງ ພຣະອົງ ຕໍ່ໜ້າໂລດ. ”
\v 12 ອົງ ພຣະຜູ້ເປັນເຈົ້າ ກ່າວຕໍ່ ມານຊາຕານ ວ່າ, “ຕົກລົງ ທຸກໆ ສິ່ງທີ່ລາວມີນັ້ນຢູ່ໃນ ອໍານາດ ຂອງເຈົ້າ ແຕ່ເຈົ້າ ບໍ່ຕ້ອງທາໍຮ້າຍຕົວ ໂຢບ. ” ແລ້ວ ມານຊາຕານ ກໍຈາກໄປ.
\s5
\v 13 ມື້ໜຶ່ງ ຂະນະທີ່ພວກລູກ ຂອງ ໂຢບ ກາໍລັງ ກິນລ້ຽງກັນຢູ່ໃນເຮືອນ ຂອງ ອ້າຍກົກ
\v 14 ມີຜູ້ໜຶ່ງ ແລ່ນມາ ແລະ ບອກຂ່າວ ແກ່ ໂຢບ ວ່າ, “ຂະນະທີ່ ພວກຂ້ານ້ອຍ ເອົາງົວ ໄຖ່ນາ ແລະ ລໍ ກໍກິນຫຍ້າຢູ່ໃກ້ໆ ນັ້ນ.
\v 15 ໃນທັນໃດນັ້ນ ກໍມີພວກ ເຊບາ [ງ] ເຂົ້າມາ ໂຈມຕີ ແລະ ລັກເອົາສັດໄປ ຈົນໝົດ. ພວກເຂົາໄດ້ຂ້າ ຄົນຮັບໃຊ້ ທຸກຄົນ ຂອງທ່ານ ເວັ້ນເສຍແຕ່ ຂ້ານ້ອຍ ນີ້ແຫລະ. ຂ້ານ້ອຍ ແມ່ນ ຜູ້ດຽວເທົ່ານັ້ນ ທີ່ລອດຊີວິດໜີ ມາບອກທ່ານ.”
\s5
\v 16 ລາວເວົ້າ ບໍ່ທັນຂາດຄໍາ ຄົນຮັບໃຊ້ ຜູ້ ອື່ນອີກ ກໍມາ ແລະ ເວົ້າວ່າ, “ຟ້າໄດ້ຜ່າ ແກະ ກັບ ຄົນລ້ຽງແກະ ຕາຍຈົນໝົດ. ຂ້ານ້ອຍ ແມ່ນຜູ້ດຽວ ເທົ່ານັ້ນ ທີ່ລອດຊີວິດໜີມາ ບອກ ທ່ານ. ”
\v 17 ລາວເວົ້າ ບໍ່ທັນຂາດຄໍາ ກໍມີຄົນ ຮັບໃຊ້ຜູ້ອື່ນ ເຂົ້າມາ ແລະ ເວົ້າວ່າ, “ມີພວກ ນັກປຸ້ນ ຊາວ ຄັນເດອາ [ຈ] ສາມກຸ່ມ ໄດ້ມາ ໂຈມຕີ ພວກຂ້ານ້ອຍ ພວກເຂົາໄດ້ເອົາ ອູດ ໄປໝົດ ແລະ ຂ້າຄົນຮັບໃຊ້ ທຸກຄົນ ຂອງທ່ານດ້ວຍ. ຂ້ານ້ອຍແມ່ນຜູ້ດຽວ ເທົ່ານັ້ນ ທີ່ ລອດຊີວິດໜີ ມາບອກ ທ່ານ.”
\s5
\v 18 ລາວເວົ້າ ບໍ່ທັນຂາດຄໍາ ຄົນຮັບໃຊ້ຜູ້ອື່ນ ກໍເຂົ້າມາ ແລະ ເວົ້າວ່າ, “ພວກລູກໆ ຂອງທ່ານ ກາໍລັງກິນລ້ຽງຢູ່ທີ່ເຮືອນ ຂອງ ອ້າຍກົກ
\v 19 ມີລົມພະຍຸ ພັດມາ ແຕ່ ທະເລຊາຍ. ລົມນີ້ ພັດເຮືອນຊານ ເພພັງລົງ ແລະ ທັບລູກຊາຍຍິງ ຂອງທ່ານ ຕາຍໝົດ. ຂ້ານ້ອຍ ແມ່ນຜູ້ດຽວ ເທົ່ານັ້ນ ທີ່ລອດຊີວິດໜີ ມາບອກ ທ່ານ.”
\s5
\v 20 ແລ້ວ ໂຢບ ກໍລຸກຂຶ້ນ ແລະ ຈີກເຄື່ອງນຸ່ງຫົ່ມຂອງຕົນ ດ້ວຍຄວາມທຸກໃຈ. ເພິ່ນ ແຖ ຜົມ ແລະ ກົ້ມຂາບ ລົງ ດິນ.
\v 21 ເພິ່ນເວົ້າ ວ່າ, “ຂ້ານ້ອຍໄດ້ອອກມາຈາກ ທ້ອງແມ່ ດ້ວຍຕົວເປົ່າ ແລະຂ້ານ້ອຍ ກໍຈະຈາກໂລກ ໄປດ້ວຍ ຕົວເປົ່າ. ອົງພຣະຜູ້ເປັນເຈົ້າໄດ້ ໂຜດໃຫ້ ແລະ ອົງພຣະຜູ້ເປັນເຈົ້າໄດ້ເອົາຄືນໄປ. ຂໍໃຫ້ ພຣະນາມ ຂອງ ອົງພຣະຜູ້ເປັນ ເຈົ້າ ເປັນທີ່ຍ້ອງຍໍ ສັນລະເສີນເທີ້ນ. ”
\v 22 ເຖິງແມ່ນວ່າ ສິ່ງທັງໝົດນັ້ນ ໄດ້ເກີດຂຶ້ນ ກໍຕາມ; ແຕ່ ໂຢບ ກໍບໍ່ໄດ້ເຮັດບາບ ໂດຍ ກ່າວໂທດ ພຣະເຈົ້າ ແຕ່ຢ່າງໃດ ເລີຍ.
\s5
\c 2
\p
\v 1 ເມື່ອເຖິງມື້ ທີ່ບັນດາ ເທວະດາ ຂອງ ພຣະເຈົ້າ ເຂົ້າມາຢູ່ຊ້ອງໜ້າ ອົງພຣະຜູ້ເປັນ ເຈົ້າອີກ ມານຊາຕານ ກໍຢູ່ໃນທີ່ນັ້ນ ທ່າມກາງ ພວກເທວະດາ.
\v 2 ອົງພຣະຜູ້ເປັນເຈົ້າ ຈຶ່ງຖາມ ມານຊາຕານ ວ່າ, “ເຈົ້າໄປໃສມາແດ່? ” ມານຊາຕານ ຕອບວ່າ, “ຂ້ານ້ອຍໄປຫັ້ນມານີ້ ີ້ທ່ອງທ່ຽວ ໄປມາ ທົ່ວໂລກ.”
\s5
\v 3 ອົງພຣະຜູ້ເປັນເຈົ້າຖາມ ມານຊາຕານ ວ່າ, “ເຈົ້າໄດ້ສັງເກດເບິ່ງ ໂຢບ ຜູ້ຮັບໃຊ້ ຂອງເຮົາບໍ? ໃນໂລກນີ້ ບໍ່ມີຜູ້ໃດ ທີ່ສັດຊື່ ແລະ ດີເທົ່າລາວ. ລາວຢໍາເກງ ພຣະເຈົ້າ ແລະ ລະມັດລະວັງຕົວ ບໍ່ເຮັດຊົ່ວ. ເຈົ້າໄດ້ ຊັກຊວນ ເຮົາໃຫ້ເຈົ້າໂຈມຕີລາວ ໂດຍບໍ່ມີເຫດຜົນຫຍັງ ແຕ່ ໂຢບ ກໍຍັງສັດຊື່ຕໍ່ເຮົາ.”
\s5
\v 4 ມານຊາຕານ ຈຶ່ງໂຕ້ຕອບ ອົງພຣະຜູ້ເປັນເຈົ້າ ຄືນວ່າ, “ມະນຸດ ຍ່ອມສະລະ ທຸກສິ່ງ ເພື່ອໃຫ້ຊີວິດຕົນ ຍັງຢູ່.
\v 5 ແຕ່ບັດນີ້ ຖ້າວ່າ ພຣະອົງ ໃຫ້ຕົວລາວເຈັບປວດ ລາວ ກໍຈະສາບແຊ່ງ ພຣະອົງ ຕໍ່ໜ້າໂລດ. ”
\v 6 ສະນັ້ນ ອົງພຣະຜູ້ເປັນເຈົ້າ ຈຶ່ງກ່າວຕໍ່ ມານຊາຕານ ວ່າ, “ຕົກລົງ ລາວຢູ່ໃຕ້ ອໍານາດ ຂອງ ເຈົ້າ ແຕ່ ເຈົ້າບໍ່ຕ້ອງຂ້າ ລາວ.”
\s5
\v 7 ແລ້ວ ຊາຕານ ກໍໜີອອກ ຈາກ ການ ຊ້ອງໜ້າ ອົງພຣະຜູ້ເປັນເຈົ້າໄປ ແລະ ເຮັດໃຫ້ ຮ່າງກາຍ ຂອງ ໂຢບ ເປັນບາດແຜ ເຕັມຕົວ.
\v 8 ໂຢບ ໄປນັ່ງຢູ່ໃກ້ໆ ກອງ ຂີ້ເຖົ່າ ແລະ ເອົາກະບີ້ງ ໝໍ້ແຕກ ຂູດຕາມເນື້ອຕົວ ຕົນເອງ.
\s5
\v 9 ເມຍຂອງ ໂຢບ ຈຶ່ງເວົ້າ ວ່າ, “ເຈົ້າ ຍັງ ຈະສັດຊື່ຢູ່ ອີກບໍ? ເປັນຫຍັງ ບໍ່ດ່າ ພຣະເຈົ້າ ແລະ ຕາຍເສຍ? ”
\v 10 ໂຢບ ຕອບ ວ່າ, “ເຈົ້າຢ່າເວົ້າ ແບບ ບໍ່ມີຄວາມຄິດຢ່າງນີ້ ແມ ເມື່ອພຣະເຈົ້າ ໃຫ້ຂອງດີ ແກ່ເຮົາ ເຮົາກໍຮັບ ເອົາໄວ້. ເມື່ອພຣະອົງ ໃຫ້ຄວາມລໍາບາກ ແກ່ ເຮົາ ເຮົາຈະຈົ່ມທຸກ ໄດ້ຢ່າງໃດ? ” ເຖິງແມ່ນ ໄດ້ ຮັບຄວາມທົນທຸກ ທັງໝົດ ນີ້ກໍຕາມ ແຕ່ ໂຢບ ກໍບໍ່ໄດ້ ເວົ້າຫຍັງ ຕໍ່ສູ້ ພຣະເຈົ້າ ເລີຍ.
\s5
\v 11 ໂຢບ ມີໝູ່ເພື່ອນຢູ່ ສາມ ຄົນ ດັ່ງນີ້: ເອລີຟັດ ຊາວ ເຕມານ, ບິນດັດ ຊາວ ຊູອາ ແລະ ໂຊພາ ຊາວ ນາອາມາ. ເມື່ອໄດ້ຍິນຂ່າວ ວ່າ, ໂຢບ ພວມທົນທຸກ ຢູ່ຢ່າງໜັກ ພວກເຂົາ ກໍຕັດສິນໃຈ ມາຢ້ຽມຢາມ ລາວ ເພື່ອເລົ້າໂລມໃຈ.
\s5
\v 12 ເມື່ອແນມເບິ່ງ ແຕ່ໄກ ພວກເຂົາ ກໍເຫັນ ໂຢບ; ແຕ່ພວກເຂົາ ຈື່ລາວ ບໍ່ໄດ້. ເມື່ອຈື່ລາວ ໄດ້ແລ້ວ ພວກເຂົາກໍພາກັນຮ້ອງໄຫ້ ຄວນຄາງ ທັງຈີກເສື້ອຜ້າ ຂອງຕົນ ດ້ວຍຄວາມທຸກໃຈ ແລະ ຫວ່ານຂີ້ຝຸ່ນດິນ ໄປໃນ ອາກາດ ກັບ ທັງໂຮຍໃສ່ ເທິງຫົວ ຂອງພວກຕົນດ້ວຍ.
\v 13 ແລ້ວພວກເຂົາ ກໍນັ່ງລົງກັບພື້ນດິນ ທີ່ນັ້ນ ນໍາລາວ ເປັນເວລາ ເຈັດ ວັນ ແລະ ເຈັດ ຄືນ ໂດຍ ບໍ່ເວົ້າຈາຫຍັງ ຈັກຄໍາ ຍ້ອນພວກເຂົາເຫັນ ໂຢບ ທົນທຸກຢ່າງໜັກ.
\s5
\c 3
\p
\v 1 ໃນທີ່ສຸດ ໂຢບ ກໍທາໍລາຍ ຄວາມງຽບ ແລະ ສາບແຊ່ງ ມື້ເກີດຂອງຕົນ.
\v 2-3 ຂ້າແດ່ພຣະເຈົ້າ ຈົ່ງສາບແຊ່ງ ວັນທີ່ຂ້ານ້ອຍ ເກີດມາ ຈົ່ງສາບແຊ່ງຄືນ ທີ່ຂ້ານ້ອຍມີຊີວິດຢູ່ ໃນທ້ອງ ແມ່ເຖີດ
\s5
\v 4 ຂ້າແດ່ພຣະເຈົ້າ ຂໍຊົງໂຜດປ່ຽນວັນນັ້ນ ສູ່ຄວາມມືດສາ ຢ່າຈົດຈາໍ ວັນນັ້ນເລີຍ ແຕ່ໃຫ້ ລືມໄລໄປສິ້ນ; ຢ່າໃຫ້ ແສງສະຫວ່າງສ່ອງແຈ້ງໃສ່ເລີຍ ແຕ່ຈົ່ງໃຫ້ ດັບສູນໄປຕະຫລອດ
\v 5 ຈົ່ງເຮັດໃຫ້ ວັນນັ້ນ ມົວເສົ້າ ມືດຕືບສາ ຂໍໃຫ້ເມກ ຫຸ້ມແສງອາທິດໃຫ້ມືດດໍາ ເຖີດ.
\s5
\v 6 ຈົ່ງລືບຄືນນັ້ນ ອອກຈາກຮອບປີ ໃຫ້ແດ່ນາ ຢ່າໄດ້ນັບເຂົ້າ ໄປໃນຮອບປີ ອີກຈັກເທື່ອ;
\v 7 ແຕ່ຈົ່ງເຮັດ ໃຫ້ຄືນນັ້ນ ກາຍເປັນໝັນ ໄປສາ ຢ່າໃຫ້ມີສຽງຮ້ອງໂຮ ຍິນດີຢ່າງໃດເລີຍເທາະ
\s5
\v 8 ຈົ່ງບອກ ໝໍມົນໃຫ້ ສາບແຊ່ງ ມື້ນັ້ນສາ ຄື ພວກທີ່ຮູ້ຈັກຄວບຄຸມ ເລວີອາທັນ ໄດ້. [ສ]
\v 9 ຂໍໃຫ້ດາວ ອາລຸນເຊົ້າ ອັບແສງບໍ່ສະຫວ່າງ ຂໍໃຫ້ຄືນນັ້ນ ບໍ່ຫວັງເຫັນ ອາລຸນ ເຊົ້າ ແຈ້ງມາ.
\v 10 ຈົ່ງສາບແຊ່ງຄືນນັ້ນ ທີ່ ນາໍຂ້ານ້ອຍ ໃຫ້ເກີດມາ ເພາະໄດ້ເຜີຍແບ ຄວາມລໍາບາກໜັກ ຂອງ ຂ້ານ້ອຍ.
\s5
\v 11 ຂ້ານ້ອຍຢາກຕາຍ ແຕ່ຄາວຢູ່ໃນທ້ອງ ມານດາ ຫລື ຕາຍ ແຕ່ເວລາທີ່ຂ້ານ້ອຍ ໄດ້ເກີດມາພຸ້ນ.
\v 12 ເປັນຫຍັງ ແມ່ຈຶ່ງອູ້ມ ຂ້ານ້ອຍໄວ້ ໃນຕັກເພິ່ນນໍ? ເປັນຫຍັງ ຈຶ່ງລ້ຽງ ຂ້ານ້ອຍ ໃຫ້ດູດນົມເພິ່ນ.
\s5
\v 13 ຖ້າຕາຍ ແຕ່ກີ້ປານນີ້ ກໍຄົງໄດ້ ພັກຜ່ອນດີ ນອນຢ່າງມີສຸກສະບາຍ ຢູ່ໃນທີ່ນັ້ນ
\v 14 ດັ່ງເຈົ້າກະສັດ ແລະ ນັກປົກຄອງ ຜູ້ຍິ່ງໃຫຍ່ ຜູ້ທີ່ໄດ້ສ້າງວັງ ເກົ່າແກ່ ຂຶ້ນໃໝ່ ໃຫ້ສວຍງາມ.
\s5
\v 15 ແລ້ວຂ້ານ້ອຍ ຈະໄດ້ນອນຫລັບ ດັ່ງບັນດາ ເຈົ້າຊາຍຜູ້ທີ່ມີ ເງິນຄໍາ ເຕັມອັ້ນ ຫໍໂຮງ ຂອງ ພວກເຂົາເຈົ້າ.
\v 16 ຫລືວ່າ ບໍ່ມີ ຂ້ານ້ອຍເລີຍ ກໍຄົງດີກວ່າ ໃຫ້ເປັນດັ່ງທາລົກ ວາຍຊີບ ຢູ່ໃນທ້ອງ ມານດາ.
\s5
\v 17 ໃນຂຸມຝັງສົບນັ້ນ ຄົນຊົ່ວໄດ້ ຢຸດການຊົ່ວຂອງຕົນ ຄົນເຮັດວຽກໜັກ ກໍນອນພັກຜ່ອນ ໃນທີ່ສຸດໄດ້.
\v 18 ແມ່ນແຕ່ ນັກໂທດ ກໍຍັງໄດ້ຮັບສັນຕິສຸກ ຫວິດຈາກສຽງ ສັ່ງສຽງຄຸມ ອັນຮ້າຍກາດ.
\v 19 ທຸກຄົນຈະ ຢູ່ຫັ້ນ ທັງຜູ້ມີຊື່ສຽງ ແລະ ບໍ່ມີຊື່ສຽງ ແລະ ພວກທາດ ກໍຈະມີອິດສະຫລະ ໃນທີ່ສຸ​ດໄດ້.
\s5
\v 20 ເປັນຫຍັງນໍ ຜູ້ທີ່ຢູ່ໃນຄວາມທົນທຸກ ເວດທະນາ ຍັງໄດ້ຮັບແສງສະຫວ່າງ? ເປັນ ຫຍັງ ຈຶ່ງໃຫ້ຊີວິດ ແກ່ຜູ້ທີ່ມີໃຈຂົມຂື່ນ?
\v 21 ພວກເຂົາ ລໍຄວາມຕາຍຢູ່ ແຕ່ບໍ່ເຫັນມາ ຈັກ ເທື່ອເລີຍ; ພວກເຂົາຕ້ອງການ ຂຸມຝັງສົບ ຫລາຍກວ່າຂຸມຊັບ.
\v 22 ພວກເຂົາ ຈະບໍ່ເປັນສຸກ ຈົນກວ່າຈະຕາຍໄປ ແລະ ຖືກຝັງ ໄວ້ ຢູ່ໃນຂຸມຝັງສົບຂອງພວກເຂົາເຈົ້າ;
\s5
\v 23 ພຣະເຈົ້າ ເຊື່ອງຊ້ອນ ອະນາຄົດ ຂອງ ພວກເຂົາ ແລະໄດ້ປິດລ້ອມ ພວກເຂົາໄວ້ ທຸກໆ ດ້ານ.
\v 24 ແທນທີ່ຂ້ານ້ອຍ ຈະກິນເຂົ້າ ແຕ່ ກັບໄວ້ທຸກ ແລະ ບໍ່ສາມາດຢຸດຢັ້ງ ຮ້ອງໄຫ້ຄໍ່າຄວນ ໄດ້ເລີຍ.
\s5
\v 25 ສິ່ງທີ່ຂ້ານ້ອຍ ຮູ້ສຶກຢ້ານ ກໍເລີຍເກີດ ເປັນຈິງ ທຸກສິ່ງທີ່ຂ້ານ້ອຍ ຢ້ານກົວ ກໍແຮ່ງມາ ຖືກຊໍ້າ.
\v 26 ຂ້ານ້ອຍ ບໍ່ມີສັນຕິສຸກ ທັງບໍ່ໄດ້ ພັກຜ່ອນ ແລະ ຄວາມເດືອດຮ້ອນ ບໍ່ມີບັ້ນ ສິ້ນສຸດເປັນ.”
\s5
\c 4
\p
\v 1-2 “ໂຢບ ເອີຍ ຖ້າຂ້ອຍເວົ້າຈະບໍ່ລົບກວນ ເຈົ້າບໍ? ຂ້ອຍອົດມິດເສີຍຕໍ່ໄປ ອີກບໍ່ໄດ້ແລ້ວ.
\v 3 ເຈົ້າເຄີຍ ສອນຄົນມາແລ້ວ ຕັ້ງຫລວງຫລາຍ ແລະ ຊ່ວຍຊູ ຜູ້ອ່ອນແຮງ ໃຫ້ເຂັ້ມແຂງຂຶ້ນ.
\s5
\v 4 ເມື່ອຄົນໜຶ່ງສະດຸດລົ້ມ ໝົດແຮງ ແລະ ເມື່ອຍອ່ອນ, ຄໍາບອກສອນ ຂອງເຈົ້າ ກໍຊ່ວຍ ຍູ ໃຫ້ເຂົາຢືນຂຶ້ນ.
\v 5 ບັດນີ້ ແມ່ນທີຂອງ ເຈົ້າ ທີ່ລໍາບາກ ຂັດສົນ ເຈົ້າສູ້ຈົນບໍ່ໄຫວ ຈຶ່ງເຮັດ​ໃຫ້​ເຈົ້າ​ມືນ​ງົງ​ຢູ່.
\v 6 ເຈົ້າ​ຢຳ​ເກງ​ພ​ຣະ​ເຈົ້າ ແລະ ຊີວິດກໍບໍ່ດ່າງພອຍ, ສະນັ້ນ ເຈົ້າຈົ່ງ ໝັ້ນໃຈ ແລະ ຫວັງໃຈເອົາໄວ້.
\s5
\v 7 ບັດນີ້ ເຈົ້າຈົ່ງຄິດ ທົບທວນ ເບິ່ງດູວ່າ ມີ ຄົນທາໍຊອບ ຜູ້ໃດເຄີຍພົບໄພພິບັດ.
\v 8-9 ຂ້ອຍເຄີຍເຫັນ ຄົນໄຖຄາດຄວາມຊົ່ວ ນາໆ ແລະ ປູກຝັງຄວາມຜິດ ດັ່ງເມັດຂອງ ພັນພືດ; ບັດນີ້ ກໍເລີຍເກັບກ່ຽວໄດ້ ສິ່ງຊົ່ວຮ້າຍແລະຜິດ ໆ ພຣະເຈົ້າໂກດຮ້າຍ ທັງ ທາໍລາຍ ພວກເຂົາດັ່ງພະຍຸກ້າ.
\s5
\v 10 ຄົນຊົ່ວແຜດສຽງຮ້ອງ ດັງກ້ອງ ດັ່ງໂຕ ສິງ, ແຕ່ພຣະເຈົ້າ ໃຫ້ພວກເຂົາມິດ ແລະ ຫັກ ແຂ້ວ ພວກເຂົາຖິ້ມ.
\v 11 ດັ່ງສິງໂຕ ມີແຮງ ກໍຍັງພິນາດ ເພາະຂາດເຫຍື່ອ ແລະ ລູກຂອງ ສິງ ກໍແຕກກະຈັດ ກະຈາຍໄປ.
\s5
\v 12 ຄັ້ງໜຶ່ງ ມີຖ້ອຍຄໍາ ມາເຖິງຂ້ອຍ ຢ່າງ ງຽບໆ ສຽງດັງ ຄ່ອຍໆ ຈົນຂ້ອຍເກືອບ ບໍ່ໄດ້ຍິນ.
\v 13 ດັ່ງຝັນຮ້າຍ ທີ່ກຸກກວນຂ້ອຍ ຕອນນອນຫລັບ ຂ້ອຍນອນຫລັບ ໆ ຕື່ນ ໆ ສັບສົນວຸ້ນວາຍໃຈຍ້ອນ.
\s5
\v 14 ຂ້ອຍຈຶ່ງມົວແຕ່ຢ້ານ ແລະ ຂົນລຸກ ເຕັມຕົວ; ທົ່ວທັງຮ່າງກາຍ ສັ່ນເຊັນດ້ວຍ ຄວາມຢ້ານ.
\v 15 ລົມເບົາ ໆ ພັດມາ ແຕະຕ້ອງ ໃບໜ້າຜ່ານໄປ ແລະ ຂົນລຸກ ຕາມຕົນ ຕົວ ສັ່ນເຊັນ ດ້ວຍຄວາມຢ້ານ.
\s5
\v 16 ຂ້ອຍເຫັນ ສິ່ງໜຶ່ງ ຢູ່ຫັ້ນ ຢືນຈຶ້ງຢູ່ບໍ່ເໜັງຕີງ; ຂ້ອຍສັກຕາເບິ່ງ ແຕ່ບອກບໍ່ໄດ້ ວ່າ ແມ່ນຫຍັງແທ້. ແລ້ວຂ້ອຍກໍໄດ້ຍິນສຽງ ໜຶ່ງ ພວມເວົ້າອອກມາ ເປັນສຽງທີ່ດັງ ມາຈາກຄວາມງຽບ ດັ່ງນີ້:
\v 17 ມີຜູ້ໃດແດ່ ຊອບທາໍ ໃນສາຍຕາ [ຊ] ຂອງພຣະເຈົ້າ ນໍ ຫລື ມີຜູ້ໃດແດ່ ບໍຣິສຸດ ຕໍ່ໜ້າ [ຍ] ອົງພຣະຜູ້ສ້າງ ຂອງຕົນໄດ້?
\s5
\v 18 ພຣະເຈົ້າ ບໍ່ໄວ້ໃຈ ຜູ້ຮັບໃຊ້ພຣະອົງ ໃນສະຫວັນ; ຊົງພົບແມ່ນແຕ່ ຄວາມຜິດໃນຝູງເທວະດານັ້ນ.
\v 19 ເຈົ້າຄິດວ່າ ພຣະອົງ ຈະໄວ້ວາງໃຈ ຕໍ່ສິ່ງທີ່ຖືກສ້າງ ຈາກດິນໜຽວ ຊັ້ນບໍ? ສິ່ງທີ່ເປັນຂີ້ດິນອາດ ຖືກຢຽບໝຸ່ນ ໃຫ້ ທະລາຍໄປ ດັ່ງແມງເມົ່າກໍໄດ້.
\s5
\v 20 ຄົນໜຶ່ງອາດມີ ຊີວິດຢູ່ໄດ້ໃນຍາມເຊົ້າ ແຕ່ຕາຍຢ່າງ ບໍ່ຄາດຄິດ ເມື່ອຕອນແລງ ມາຮອດ.
\v 21 ສິ່ງທັງໝົດ ທີ່ລາວມີຢູ່ ກໍສູນເສຍໄປໝົດ; ເມື່ອລາວຕາຍໄປ ກໍຍັງບໍ່ມີ ປັນຍາຊໍ້າ.”
\s5
\c 5
\p
\v 1 “ໂຢບ ເອີຍ ຈົ່ງສົ່ງສຽງເອີ້ນ ມີຜູ້ໃດຈະ ຕອບແດ່ ມີເທວະດາຕົນໃດ ທີ່ເຈົ້າຫັນໜ້າ ຫາໄດ້ບໍ?
\v 2 ຄວາມຮ້າຍ ຂ້າຄົນເບົາປັນຍາ, ຄວາມອິດສາ ຂ້າຄົນໂງ່.
\v 3 ຂ້ອຍ ໄດ້ເຫັນ ຄົນໂງ່ຈ້າ ແຕ່ເບິ່ງຄືວ່າ ໝັ້ນຄົງ ແຕ່ ເມື່ອຂ້ອຍຮ້ອງຂໍ ທັນໃດນັ້ນເຮືອນຂອງ ພວກເຂົາ ກໍຖືກສາບແຊ່ງ.
\s5
\v 4 ພວກລູກຊາຍພວກເຂົາ ບໍ່ເຄີຍພົບຄວາມປອດໄພ ຈົນບໍ່ມີຜູ້ໃດ ຈະຢືນສູ້ຄວາມ ທີ່ສານໃຫ້ພວກເຂົາໄດ້.
\v 5 ໂອ ຜົນ ເກັບກ່ຽວ ຂອງ ພວກເຂົານັ້ນ ຄົນຫິວ ກໍກິນເສຍ ແມ່ນແຕ່ສ່ວນ ທີ່ເອົາໜາມທຶບໄວ້ [ດ] ພວກເຂົາ ກໍເອົາໄປ. ຄົນທີ່ຫິວໂຫຍ ນັ້ນກໍຈະ ຢຶດຊັບສົມບັດ ຂອງ ລາວ ຈົນໝົດກ້ຽງ.
\s5
\v 6 ຄວາມຊົ່ວຊ້າ ບໍ່ໄດ້ງອກໃຫຍ່ຂຶ້ນ ຈາກ ດິນ ພື້ນດິນກໍບໍ່ໄດ້ຜະລິດ ຄວາມເດືອດຮ້ອນໃຫ້.
\v 7 ບໍ່ແມ່ນດອກ ແມ່ນຄົນທີ່ເຮັດໃຫ້ ຕົນເດືອດຮ້ອນເອງ ດັ່ງໝັດໄຟ ປິວອອກ ຈາກ ແປວໄຟ ນັ້ນແຫລະ. [ຕ]
\s5
\v 8 “ຖ້າຂ້ອຍ ເປັນເຈົ້າ ກໍຈະຂໍໃຫ້ພຣະເຈົ້າ ເບິ່ງແຍງ ແລະ ສະເໜີເລື່ອງລາວ ໃຫ້ພຣະອົງ ຮູ້.
\v 9 ພວກເຮົາເຂົ້າໃຈ ບໍ່ໄດ້ ສິ່ງຍິ່ງໃຫຍ່ ທີ່ ພຣະອົງກະທໍາ ແລະ ການອັດສະຈັນ ອັນບໍ່ມີ ທີ່ສິ້ນສຸດ ເປັນນັ້ນ.
\v 10 ພຣະອົງ ໃຫ້ຝົນ ຕົກມາ ໃສ່ທົ່ວທັງດິນແດນ ແລະ ໃຫ້ທົ່ງໄຮ່ ທົ່ງນາ ມີນາໍ້ເພື່ອຫລໍ່ລ້ຽງ.
\s5
\v 11 ຖືກຕ້ອງ ແມ່ນ ພຣະເຈົ້າຊົງຍົກຜູ້ທີ່ຖ່ອມຕົວລົງ ແລະ ຜູ້ທີ່ໄວ້ທຸກ ພຣະອົງກໍປະທານ ຄວາມປອດໄພໃຫ້.
\v 12-14 ພຣະອົງ ຂັດຂວາງແຜນການຊົ່ວ ຂອງ ຄົນສະຫລາດ ແກມໂກງ ແລະ ດັກຈັບ ຄົນທີ່ຫລັກແຫລມ ຕາມກົນອຸບາຍ ຂອງເຂົາເຈົ້າ ເພື່ອວ່າ ພວກເຂົາຈະບໍ່ໄດ້ເຮັດໃຫ້ ສໍາເລັດ ຜົນ; ເຖິງແມ່ນ ກາງເວັນ ພວກເຂົາ ກໍງົມຢູ່ ໃນຄວາມມືດ.
\v 15 ແຕ່ພຣະເຈົ້າ ຊ່ວຍຄົນທຸກ [ຖ] ໃຫ້ພົ້ນຈາກຕາຍ; ພຣະອົງຊ່ວຍຄົນ ຂັດສົນ ຈາກ ການຖືກກົດຂີ່.
\v 16 ພຣະອົງ ໃຫ້ຄົນ ທຸກລໍາບາກ ມີຄວາມຫວັງໃຈ ແລະ ຊົງງັບປາກ ຄົນຊົ່ວໃຫ້ ມິດງຽບ.
\s5
\v 17 ຄວາມສຸກ ເປັນຂອງຜູ້ທີ່ພຣະເຈົ້າ ຕີສອນເດີ ຢ່າໂກດເຄືອງໃຈ ເມື່ອພຣະອົງ ຕໍາໜິເຈົ້າ.
\v 18 ພຣະອົງພັນບາດແຜ ໃຫ້ ເພາະຊົງໃຫ້ ເກີດບາດເຈັບ; ມືພຣະອົງຂ້ຽນຕີ ແລະ ມືພຣະອົງປິ່ນປົວໃຫ້ ດີໄດ້.
\v 19 ພຣະອົງຈະຊ່ວຍເຈົ້າ ຈາກ ຖືກທາໍຮ້າຍ ຫລາຍຄັ້ງ ຫລາຍຫົນ;
\s5
\v 20 ເມື່ອ ມີຄວາມອຶດຢາກ ພຣະອົງຈະບໍ່ໃຫ້ຕາຍ ຍາມເສິກເສືອ ພຣະອົງຈະປ້ອງກັນ ເຈົ້າໄວ້.
\v 21 ພຣະເຈົ້າຊ່ວຍກູ້ເອົາເຈົ້າໄວ້ ຈາກ ຄົນນິນທາ; ພຣະອົງຈະຊ່ວຍເອົາ ເມື່ອຄວາມຈິບຫາຍ ມາຮອດ.
\v 22 ເຈົ້າຈະຍີ້ມ ຫົວໃສ່ຍາມ ລໍາບາກ ແລະ ອິດຫິວ ແລະບໍ່ຢ້ານກົວ ຕໍ່ສັດປ່າ ນາໆ ຊະນິດດ້ວຍ.
\s5
\v 23 ທົ່ງນາ ທີ່ເຈົ້າໄຖນັ້ນ ຈະບໍ່ມີຫິນ ເຈືອປົນ ໝູ່ສັດຮ້າຍ ກໍຈະບໍ່ມາວົນວາຍ ທາໍຮ້າຍເຈົ້າ.
\v 24 ແລ້ວເຈົ້າ ຈະຢູ່ໃນທີ່ພັກຢ່າງ ເຕັມປ່ຽມ ສຸກສັນ; ເມື່ອແນມເບິ່ງຝູງແກະ ກໍຢູ່ ສະບາຍ ຫາຍຮ້ອນ.
\v 25 ເຈົ້າຈະມີລູກເຕົ້າ ຫລວງຫລາຍ ເຫລືອຄະນານັບ ດັ່ງຫຍ້າຊ້ອນຂຽວ ຊອນລອນ ຕາມທົ່ງນາ.
\s5
\v 26 ເໝືອນດັ່ງເຂົ້າສຸກ ແລ້ວລໍເຖິງລະດູກ່ຽວ ເຈົ້າຈະມີອາຍຸ ຍືນໝັ້ນ ຈົນແກ່ຊະຣາ.
\v 27 ໂຢບ ເອີຍ ພວກເຮົາຮູ້ສິ່ງນີ້ ມາຕັ້ງແຕ່ ນານ ມັນເປັນຄວາມຈິງ ບັດນີ້ ຈົ່ງຮັບເອົາມັນ ໄວ້ເຖີດ.”
\s5
\c 6
\p
\v 1-2 “ຖ້າເອົາຄວາມເດືອດຮ້ອນ ຂ້ອຍ ຊັ່ງເທິງຊິງ ແລະ ຄວາມໂສກເສົ້າຂ້ອຍ ມາຕີລາຄາເບິ່ງ
\v 3 ກໍຈະໜັກຫລາຍກວ່າ ເມັດຊາຍ ທີ່ແຄມທະເລ ສະນັ້ນ ເຈົ້າຄົງບໍ່ຕົກໃຈ ຍ້ອນຂ້ອຍເວົ້າ ຢ່າງບ້າ ໆ.
\s5
\v 4 ລູກໜ້າໜ້ອງ ໄດ້ລາມໄປ ທົ່ວທັງຕົວຂ້ອຍເດີ ທີ່ພຣະເຈົ້າ ອົງຊົງຣິດອໍານາດ ຍິ່ງໃຫຍ່ ຍິງໃສ່ຂ້ອຍ. ພຣະເຈົ້າໄດ້ ນາໍສິ່ງທີ່ຂ້ອຍຢ້ານກົວ ທັງໝົດລຽນເປັນຖັນແຖວ ສຸມ ເຂົ້າມາ ຕໍ່ສູ້ຂ້ອຍ.
\v 5 ລໍປ່າ ດີໃຈ ໃນເມື່ອ ມັນມີ ຫຍ້າອ່ອນກິນ ງົວກໍມິດງຽບໄປ ເມື່ອ ມັນມີເຟືອງຫຍໍ້າ.
\v 6 ແຕ່ຜູ້ໃດກິນ ຂອງຈືດຈາງໄດ້ ບໍ່ໃສ່ເກືອແດ່? ເປືອກໄຂ່ຂາວ ນັ້ນ ັມັນມີຣົດຊາດ ຢ່າງໃດ?
\s5
\v 7 ອາຫານ ຢ່າງນັ້ນ ຂ້ອຍເອງກໍບໍ່ຢາກກິນ ອາຫານທີ່ກິນ ພັດເຮັດໃຫ້ຂ້ອຍ ເຈັບໂຊຊໍາ້. [ທ]
\v 8 ເປັນຫຍັງ ພຣະເຈົ້າບໍ່ຍອມໃຫ້ ສິ່ງທີ່ ຂ້ອຍ ຮ້ອງຂໍ? ເປັນຫຍັງ ຈຶ່ງບໍ່ຕອບຄໍາ ພາວັນນາ ອະທິຖານຂອງຂ້ອຍ?
\s5
\v 9-10 ຖ້າພຣະອົງເຮັດໄດ້ ຂ້າຂ້ອຍເສຍ ກໍຄົງ ຈະດີ ຖ້າຂ້ອຍຮູ້ວ່າ ພຣະອົງຈະຂ້າອີຫລີ ກໍເປັນການດີແທ້ ຂ້ອຍຈະກະໂດດ ໂລດເຕັ້ນ ຢ່າງຊົມຊື່ນຍິນດີ; ເຖິງແມ່ນວ່າ ຂ້ອຍມີຄວາມ ເຈັບປວດ ກໍຕາມ. ຂ້ອຍຮູ້ວ່າ ພຣະເຈົ້ານັ້ນ ເປັນອົງບໍຣິສຸດ; ຂ້ອຍບໍ່ເຄີຍຂັດຂວາງ ສິ່ງທີ່ ພຣະອົງໄດ້ສັ່ງ.
\v 11 ຂ້ອຍມີຊີວິດຢູ່ໄດ້ ແມ່ນຜູ້ໃດ ໃຫ້ເຫື່ອແຮງ? ຂ້ອຍຈະຢູ່ໄປ ເຮັດ ຫຍັງ ເມື່ອບໍ່ມີຄວາມຫວັງ ຈັກດີ້?
\s5
\v 12 ຂ້ອຍຖືກປະກອບຂຶ້ນ ດ້ວຍກ້ອນຫິນ ຊັ້ນບໍ? ຮ່າງກາຍຂ້ອຍ ເປັນທອງສໍາຣິດ ຫລື ນີ້?
\v 13 ຂ້ອຍບໍ່ມີກາໍລັງພໍ ທີ່ຈະຊ່ວຍຕົນ ເອງໄດ້ເລີຍ; ຂ້ອຍບໍ່ມີບ່ອນໄປຂໍຄວາມຊ່ວຍເຫລືອໄດ້ແລ້ວ.
\s5
\v 14 ໃນຍາມລໍາບາກ ເຊັ່ນນີ້ [ນ] ຂ້ອຍ ຢາກມີເພື່ອນ ທີ່ຊື່ສັດ ເຖິງວ່າຂ້ອຍປະຖິ້ມ​ ພຣະ​ເຈົ້າ​ໄປ ຫລືບໍ່ກໍຕາມ.
\v 15 ແຕ່ພວກເຈົ້າ ທໍລະຍົດຂ້ອຍ ດັ່ງສາຍນາໍ້ໂຄ້ງແຄງ ເໝືອນດັ່ງແມ່ນາໍ້ໄຫລ ລົ້ນລັ່ງມາ.
\v 16 ເມື່ອ ສິ້ນລະດູໜາວແລ້ວ ນາໍ້ຂຸ່ນກໍໄຫລມາ ເວລາ ທີ່ຫິມະ ແລະ ນາໍ້ແຂງເປື່ອຍລະລາຍ ໄປນັ້ນ
\v 17 ແຕ່ພໍເຖິງລະດູຮ້ອນ ກໍເຫືອດແຫ້ງໄປ ສາຍນາໍ້ ທີ່ຍາວກໍເຜີຍແບ ເພາະແຫ້ງແລ້ງ.
\s5
\v 18 ຂະບວນອູດ ຫລົງທາງ ຍ້ອນຫານາໍ້ ດື່ມບໍ່ມີ; ພວກເຂົາເລາະຫາ ແລະ ຕາຍຕາມ ຖິ່ນແຫ້ງແລ້ງ.
\v 19 ຂະບວນ ໂຕອູດ ຈາກ ເຕມາ ແລະ ເຊບາ ກໍຊອກຫາ ນໍ້າກິນ ແຕ່ກໍຜິດຫວັງທັງນັ້ນ
\v 20 ຄວາມຫວັງຂອງພວກເຂົານັ້ນ ຈຶ່ງສູນສິ້ນໄປໝົດ ທີ່ແຄມສາຍທາລາ ອັນແຫ້ງແລ້ງ.
\s5
\v 21 ສ່ວນພວກເຈົ້ານັ້ນ ກໍຄື [ບ] ແມ່ນາໍ້ເຫລົ່ານັ້ນບໍ່ມີຜິດ ເມື່ອເຫັນໂຊກຊາຕາຂ້ອຍ ກໍຖອຍໜີ ແລະຢ້ານ
\v 22 ປານວ່າ ຂ້ອຍຂໍພວກເຈົ້າ ໃຫ້ນາໍຂອງຂວັນມາ ຫລື ວ່າໄປຊື້ຈ້າງຈອບອອຍ ຜູ້ໃດ ຜູ້ໜຶ່ງໃຫ້
\v 23 ຫລື ວ່າ ເພື່ອຂໍພວກເຈົ້າໃຫ້ຊ່ວຍຂ້ອຍ ຈາກສັດຕູ ແລະ ປົດປ່ອຍຂ້ອຍໃຫ້ ຫວິດຈາກ ຜູ້ທີ່ກົດຂີ່.
\s5
\v 24 ຈົ່ງສັ່ງສອນ ແລະ ບອກຂ້ອຍວ່າ ຜິດຫຍັງ ຂ້ອຍຈະນັ່ງມິດງຽບ ຟັງພວກເຈົ້າ ວ່າກ່າວ.
\v 25 ຄໍາເວົ້າ ອັນສັດຊື່ນັ້ນ ເຮັດໃຫ້ ແນ່ນອນໃຈໃດ ແຕ່ພວກເຈົ້າພວມເວົ້າຄໍາ ໃນ ສິ່ງທີ່ຜິດທັງນັ້ນ.
\s5
\v 26 ພວກເຈົ້າ ຄິດວ່າຖ້ອຍຄໍາ ຂອງຂ້ອຍ ເປັນພຽງແຕ່ ລົມປາກຊື່ ໆ ຊັ້ນບໍ? ແລ້ວເປັນ ຫຍັງ ບໍ່ຕອບຄໍາເວົ້າ ອັນໝົດຫວັງ ນັ້ນ?
\v 27 ພວກເຈົ້າ ຈົກສະຫລາກ ເອົາເດັກກາໍພ້າ ເປັນທາດຮັບໃຊ້ ແລະ ສ້າງຮັ່ງຄູນມີ ເທິງ ຫລັງເພື່ອນສະໜິດໄດ້
\s5
\v 28 ຈົ່ງແນມເບິ່ງຂ້ອຍ ໃນໃບໜ້າແດ່ແມ ຂ້ອຍບໍ່ໄດ້ເວົ້າຕົວະ ໃດໆ ທັງສິ້ນ.
\v 29 ພວກເຈົ້າ ຄິດຜິດຫລາຍແລ້ວ ເຊົາເປັນຄົນ ອະຍຸດຕິທໍາ ສາເທາະ ຂໍຢ່າສູ່ຢຽດຫຍາມ ປະນາມຂ້ອຍ ຂ້ອຍນີ້ຍັງເປັນຄົນຊອບທາໍຢູ່ເດີ
\v 30 ແຕ່ພວກເຈົ້າ ພັດຄິດວ່າ ຂ້ອຍນັ້ນ ກາໍລັງເວົ້າ ຄວາມຕົວະ ຊັ້ນບໍ? ພວກເຈົ້າ ຄິດວ່າ ຂ້ອຍໄຈ້ແຍກ ມານຍາ ຕາມຄວາມເປັນຈິງບໍ່ໄດ້ ຫລືນີ້?
\s5
\c 7
\p
\v 1 ຊີວິດມະນຸດ ຍາກລໍາບາກ ດັ່ງເປັນ ທະຫານ ຄື ຊີວິດ ກໍາມະກອນ ທໍາງານ ແສນ ລໍາບາກ
\v 2 ເໝືອນຄົນເປັນ ເຮັດວຽກໜັກ ຫາທີ່ຮົ່ມເພິ່ງເຢັນໆ ດັ່ງຜູ້ອອກແຮງງານ ລໍຄອຍ ເອົາຄ່າຈ້າງ.
\v 3 ເດືອນແລ້ວ ເດືອນເລົ່າ ຊີວິດຂ້ອຍ ບໍ່ມີຫຍັງໝົດ; ຄືນແລ້ວ ຄືນເລົ່າ ນໍາຄວາມເສົ້າໂສກມາໃຫ້.
\s5
\v 4 ເວລາຜ່ານໄປ ຊ້າ ໆ ເມື່ອຂ້ອຍ ລົ້ມລົງ ນອນ; ຂ້ອຍກິ້ງໄປ ກິ້ງມາ ລໍເວລາ ໃຫ້ຮອດແຈ້ງ.
\v 5 ທົ່ວຮ່າງກາຍຂ້ອຍ ມີແຕ່ໂຕ ໜອນ ໄຕ່ໄປມາ; ມີແຕ່ເກັດບາດແຜ ບວມຊໍາ້ ນາໍ້ໜອງຍ້ອຍ.
\s5
\v 6 ວັນເວລາຂອງຂ້ອຍ ຜ່ານໄປ ໂດຍສິ້ນ ຫວັງ ຟ້າວຜ່ານໄປ ໄວກວ່າ ກະສວຍ ຕໍ່າຜ້າ.
\v 7 ຂ້າແດ່ພຣະເຈົ້າ ໂຜດຈົ່ງຈົດຈາໍ ຊີວິດ ຂອງຂ້ານ້ອຍ ວ່າ ເປັນພຽງແຕ່ ລົມຫາຍໃຈ ຄວາມຊົມຊື່ນຍິນດີ ຂອງຂ້ານ້ອຍ ນັ້ນໄດ້ສິ້ນ ສຸດໄປໝົດສາແລ້ວ.
\s5
\v 8 ດຽວນີ້ ພຣະອົງເຫັນຂ້ານ້ອຍແລ້ວ ແຕ່ ພຣະອົງຈະບໍ່ເຫັນອີກ ຕໍ່ໄປ. ຖ້າພຣະອົງ ແນມຫາຂ້ານ້ອຍ ຂ້ານ້ອຍກໍຈະຈາກໄປສາແລ້ວ.
\v 9-10 ດັ່ງເມກໝອກ ເລື່ອນລອຍ ຫາຍຈາກໄປ ດັ່ງມະນຸດເຮົາ ທີ່ຈໍາຕ້ອງ ພາກ ຈາກໄປນັ້ນ ຄັນຈາກໄປແລ້ວ ກໍຈະບໍ່ກັບຄືນ ມາເລີຍ ທຸກຄົນທີ່ຮູ້ເຂົາ ກໍຈະລືມໄລເຂົາ ໄປສິ້ນ.
\v 11 ຂ້ານ້ອຍຈະມິດງຽບຢູ່ ຢ່າງນີ້ບໍ່ໄດ້ຕີ້ ຂ້ານ້ອຍລະທົມທຸກ ຈຶ່ງຈາໍໃຈເວົ້າ ເຊັ່ນນີ້.
\s5
\v 12 ເປັນຫຍັງ ຈຶ່ງເຝົ້າຍາມຂ້ານ້ອຍຢູ່ຢ່າງນີ້ນໍ? ຄິດວ່າຂ້ານ້ອຍ ເປັນມັງກອນ [ປ] ວົນວຽນໃນທະເລ ຫລືນີ້?
\s5
\v 13 ເມື່ອຂ້ານ້ອຍ ເອ່ນຕົວເນີ້ງລົງ ພັກຜ່ອນ ຈັກຄາວແລະ ຊາວຫາທີ່ບັນເທົາ ຄວາມເຈັບປວດນັ້ນ.
\v 14 ແຕ່ພຣະອົງໃຫ້ ຝັນເຫັນແຕ່ ແນວຢ້ານກົວ ໂດຍ ສົ່ງນິມິດ ກວ່າໜຶ່ງອັນ ເຮັດໃຫ້ຝັນຮ້າຍ.
\v 15 ຂໍພຣະອົງ ບີບຄໍຂ້ານ້ອຍ ໃຫ້ຕາຍສາ ກໍດີກວ່າ ທົນທຸກຢູ່ໃນຮ່າງກາຍນີ້ ທີ່ແສນເວດທະນາ.
\s5
\v 16 ຂ້ານ້ອຍ ຍອມແລ້ວ ທັງເບື່ອໜ່າຍ ທີ່ ຈະຢູ່ຕໍ່ໄປ; ຊີວິດຂາດຄວາມໝາຍ ປ່ອຍໃຫ້ ຢູ່ຜູ້ດຽວ ສາເຖີດ.
\v 17 ເປັນຫຍັງ ມະນຸດຈຶ່ງ ສໍາຄັນຕໍ່ພຣະອົງ ແທ້ນໍ? ເປັນຫຍັງ ຈຶ່ງເອົາ ໃຈໃສ່ ຕໍ່ສິ່ງທີ່ພວກເຂົາເຮັດນັ້ນ?
\v 18 ພຣະອົງ ກວດເບິ່ງ ພວກເຂົາ ທຸກໆເຊົ້າ ແຕ່ ຮຸ່ງອາລຸນ ແລະ ທົດສອບເບິ່ງ ພວກເຂົາ ທຸກໆ ນາທີ ອີກຊໍາ້.
\s5
\v 19 ພຣະອົງ ເບິ່ງຂ້ານ້ອຍ ດົນແລ້ວ ຍັງບໍ່ ພໍບໍ? ຈົນຂ້ານ້ອຍ ບໍ່ມີເວລາກືນນໍ້າລາຍ ລົງ ຊໍາ້.
\v 20 ຖ້າຂ້ານ້ອຍ ເຮັດບາບຕໍ່ສູ້ພຣະອົງ ຈົ່ງບອກມາ ເບິ່ງດູ ວ່າໄດ້ເຮັດບາບ ຫຍັງແດ່? ເປັນຫຍັງ ຈຶ່ງເອົາຂ້ານ້ອຍ ເປັນເປົ້າໃຫ້ພຣະອົງ ທົດລອງ? ເພາະຂ້ານ້ອຍ ເປັນພາລະໜັກ ແກ່ພຣະອົງ ຫລືນີ້?
\s5
\v 21 ຈົນວ່າ ພຣະອົງຍົກໂທດໃຫ້ຂ້ານ້ອຍ ບໍ່ ໄດ້ບໍ? ຈົນພຣະອົງ ອະໄພຄວາມຜິດໃຫ້ ຂ້ານ້ອຍບໍ່ໄດ້. ຍັງບໍ່ດົນດອກ ຂ້ານ້ອຍຈະໄປຢູ່ ໃນຂຸມຝັງສົບ ຈາກໄປເມື່ອພຣະອົງ ແນມຫາ ຂ້ານ້ອຍຢູ່.”
\s5
\c 8
\p
\v 1-2 “ຈັກເທື່ອແລ້ວ ທີ່ພວກເຮົາທົນ ຟັງຖ້ອຍຄໍາ ດັ່ງນີ້ນໍ? ປານໃດຈຶ່ງຈະເຊົາເວົ້າ ຄໍາ ລົມ ໆ ແລ້ງ ໆ ເຊັ່ນນີ້?
\v 3 ພຣະເຈົ້າ ບໍ່ ເຄີຍບິດເບືອນ ຄວາມຍຸດຕິທາໍໃດໆ ພຣະອົງ ບໍ່ພາດພັ້ງ ຈາກສິ່ງທີ່ຖືກຕ້ອງ ຈັກເທື່ອ;
\s5
\v 4 ລູກໆ ຂອງເຈົ້າ ອາດໄດ້ເຮັດບາບ ຕໍ່ສູ້ພຣະອົງ ດັ່ງນັ້ນພຣະອົງຈຶ່ງໃສ່ໂທດ ທີ່ພວກເຂົາຄວນໄດ້ຮັບ.
\v 5 ແຕ່ບັດນີ້ ຈົ່ງຫັນມາພີ້ ແລະ ສູ້ຄະດີກັນເບິ່ງ ສູ້ຄະດີ ກັບພຣະເຈົ້າ ອົງ ຊົງຣິດອໍານາດ ຍິ່ງໃຫຍ່;
\s5
\v 6 ຖ້າເຈົ້າ ສັດຊື່ແທ້ ແລະ ເປັນຄົນບໍຣິສຸດ ແລ້ວ ພຣະເຈົ້າກໍຈະມາ ຊ່ວຍຊູເຈົ້າໄວ້ ທັງ ຈະປົວແປງເຈົ້າ ກັບຄອບຄົວ ຂຶ້ນໃໝ່ ພຣະອົງຈະໃຫ້ ບາໍເໜັດແກ່ເຈົ້າ ເຊັ່ນກັນ.
\v 7 ຊັບສິນຂອງເຈົ້າ ຈາກສິ່ງທີ່ໄດ້ເສຍໄປ ກໍບໍ່ ເທົ່າໃດດອກ ເມື່ອທຽບໃສ່ກັບ ທີ່ພຣະອົງຈະ ໃຫ້ເຈົ້າ ເທື່ອໃໝ່.
\s5
\v 8 ຈົ່ງຄົ້ນຫາ ສະຕິປັນຍາຂອງຄົນ ໃນ ສະໄໝບູຮານ ເບິ່ງແມ ຈົ່ງພິຈາລະນາ ຫາ ຄວາມຈິງ ທີ່ພໍ່ພວກເຮົາຮໍ່າຮຽນ ນັ້ນ.
\v 9 ຊີວິດພວກເຮົາສັ້ນ ພວກເຮົາບໍ່ຮູ້ຈັກຫຍັງເລີຍ ເໝືອນດັ່ງເງົາ ຜ່ານກາຍໄປ ເທິງແຜ່ນດິນໂລກ.
\v 10 ແຕ່ຂໍໃຫ້ ນັກປາດບູຮານ ໄດ້ສອນເຈົ້າແດ່ ຟັງສິ່ງທີ່ເພິ່ນເວົ້າ ແຈ້ງສູ່ເຈົ້າ ຟັງເບິ່ງແດ່ດູ:
\s5
\v 11 ຕົ້ນອໍ້ ເກີດບໍ່ໄດ້ ໃນບ່ອນບໍ່ມີນາໍ້; ເຮົາ ຈະບໍ່ພົບມັນໃນບຶງ ບ່ອນທີ່ບໍ່ມີຕົມໄດ້ດອກ.
\v 12 ຄັນນາໍ້ແຫ້ງ ມັນກໍຈະຫ່ຽວແຫ້ງໄປ ໃນ ຂະນະທີ່ມັນຍັງອ່ອນໆ ພໍຈະຕັດນາໍເອົາໄປໃຊ້ໄດ້.
\s5
\v 13 ຄົນບໍ່ເຊື່ອຖືພຣະເຈົ້າ ກໍປຽບດັ່ງຕົ້ນອໍ້ ນັ້ນແຫລະ ພວກເຂົາສິ້ນຫວັງໝົດ ເພາະ ພວກເຂົາລືມໄລ ພຣະເຈົ້າ.
\v 14-15 ພວກເຂົາວາງໃຈ ໃນເສັ້ນດ້າຍ ຄື ໄຍແມງມູມ ຖ້າເອື່ອຍອີງ ແຕ່ໄຍ ເຫດໃດມັນຈະຍືນຍົງ ຢູ່ໄດ້? ຖ້າໂຕແມງມູມນັ້ນ ພຽງແຕ່ຈັບເສັ້ນໄຍ ໄຍມັນກໍຊ່ວຍຊູ ໃຫ້ມັນຍືນຍົງຢູ່ບໍ່ໄດ້.
\s5
\v 16 ຄົນຊົ່ວ ງອກຂຶ້ນດັ່ງຕົ້ນຫຍ້າ ໃຕ້ແສງ ຕາເວັນ ດັ່ງຕົ້ນຫຍ້າ ແຜ່ຂະຫຍາຍ ທົ່ວທັງ ສວນນັ້ນ.
\v 17 ຮາກຂອງມັນຫຸ້ມຫໍ່ ອ້ອມ ກ້ອນຫິນ ແລະ ຈັບຫິນທຸກກ້ອນ ຢ່າງໄວວາ ໄວ້ໄດ້. [ຜ]
\v 18 ຖ້າພວກເຂົາ ຖືກທາໍລາຍ ຈາກບ່ອນ ທີ່ເຂົາອາໄສຢູ່, ຫຼັງຈາກນັ້ນ ພວກເຂົາກໍຈະຖືກປະຕິເສດ ໂດຍເວົ້າວ່າ, ‘ຂ້ອຍ ບໍ່ເຄີຍ ຮູ້ຈັກເຈົ້າ’
\s5
\v 19 ເທົ່ານັ້ນແຫລະ ທີ່ຄົນຊົ່ວໄດ້ຊົມຊື່ນ ຍິນດີ ບັດນີ້ ຄົນອື່ນກໍມາແທນບ່ອນ ພວກເຂົາ ສາແລ້ວ.
\v 20 ເບິ່ງແມ! ພຣະເຈົ້າຈະບໍ່ປະຖິ້ມຄົນ ທີ່ສັດຊື່ ຫລື ຊ່ວຍເຫລືອຄົນທີ່ໄດ້ ເຮັດຊົ່ວເອົາໄວ້.
\s5
\v 21 ພຣະອົງ ຈະຊ່ວຍເຈົ້າໃຫ້ຫົວເລາະ ອີກທີ ໃຫ້ສຽງໂຮຮ້ອງຍິນດີ ລົ້ນຈາກປາກຂອງເຈົ້າອີກ
\v 22 ແຕ່ພຣະອົງ ຈະໃຫ້ຜູ້ກຽດຊັງເຈົ້າ ຖືກອັບອາຍ ແລະ ເຮືອນຄົນຊົ່ວທັງ ຫລາຍ ຈະບໍ່ມີຕໍ່ໄປອີກ.”
\s5
\c 9
\p
\v 1-2 “ແມ່ນແລ້ວ ຂ້ອຍກໍຮູ້ທຸກສິ່ງ ທີ່ເຈົ້າເວົ້າ ມານັ້ນ ແຕ່ຈະຫາເຫດຜົນຫຍັງ ສູ້ຄະດີ ຕໍ່ໜ້າພຣະເຈົ້າໄດ້?
\v 3 ມີຜູ້ໃດແດ່ບໍ ທີ່ຖົກຖຽງກັບພຣະອົງ ໄດ້ເດ? ພຣະອົງຖາມ ພັນ ໆ ບັນຫາ ແລະ ບໍ່ມີຜູ້ໃດຕອບໄດ້. [ຝ]
\s5
\v 4 ພຣະເຈົ້າ ແສນສະຫລາດ ແລະ ຊົງຣິດ ອໍານາດຍິ່ງ ບໍ່ມີມະນຸດຄົນໃດ ສູ້ຄະດີ ກັບ ພຣະອົງໄດ້ດອກ.
\v 5 ພຣະອົງບໍ່ໄດ້ເຕືອນ ກ່ອນ ເມື່ອຊົງຍົກຍ້າຍພູເຂົາ, ພຣະອົງທາໍ ລາຍພູຜາ ໃນຄວາມໂກດຮ້າຍ.
\v 6 ພຣະອົງ ໃຫ້ໂລກ ໄຫວຫວັ່ນ ທັງພື້ນດິນສະເທືອນ ແລະ ໂງ່ນຫິນ ທີ່ອູ້ມຊູໂລກ ກໍຄອນແຄນ ດ້ວຍ.
\s5
\v 7 ພຣະອົງ ດຶງຕາເວັນໄວ້ໄດ້ ບໍ່ໃຫ້ມັນຂຶ້ນ ມາ ແລະ ໝູ່ດວງດາວ ບໍ່ໃຫ້ສ່ອງແສງ ຮຸ່ງ ແຈ້ງ.
\v 8 ບໍ່ມີຜູ້ໃດຊ່ວຍພຣະເຈົ້າ ຄຶງຂອບຟ້າ ກາງສະຫວັນ ຫລື ຢຽບຢໍ່າມັງກອນ ກັບ ຄືນສູ່ທະເລໄດ້. [ພ]
\v 9 ພຣະເຈົ້າແຂວນ ດວງດາວ ທີ່ທ້ອງຟ້າໃຫ້ສ່ອງແສງ: ດາວ ແຂ້ ດາວ ໄຖ ດາວ ລູກໄກ່ ແລະ ດາວ ທິດໃຕ້.
\s5
\v 10 ພວກເຮົາ ເຂົ້າໃຈ ບໍ່ໄດ້ ສິ່ງຍິ່ງໃຫຍ່ ທີ່ ຊົງກະທໍາ ແລະ ການອັດສະຈັນ ອັນບໍ່ມີທີ່ ສິ້ນສຸດ ເປັນໄດ້.
\v 11 ຖ້າພຣະເຈົ້າ ກາຍໄປ ໃກ້ໆ ເຮົາກໍບໍ່ເຫັນພຣະອົງ ຖ້າພຣະອົງມາ ຈົນຈຸ ເຮົາກໍແນມເຫັນພຣະອົງ ບໍ່ໄດ້.
\v 12 ພຣະອົງ ເອົາສິ່ງທີ່ຊົງຢາກໄດ້ ຜູ້ໃດຢຸດຢັ້ງ ໄດ້ນໍ; ບໍ່ມີຜູ້ໃດກ້າຖາມ ວ່າ, ‘ກາໍລັງເຮັດຫຍັງ?
\s5
\v 13 ພຣະເຈົ້າ ບໍ່ຢຸດຢັ້ງ ໃນຄວາມໂກດຮ້າຍ ຂອງ ພຣະອົງ ຜູ້ທີ່ຍິນດີ ໃນຄວາມ ຈອງຫອງ ຈະຖືກປາບລົງ
\v 14 ດັ່ງນັ້ນ ຂ້ອຍ ຈະຫາຄໍາຕອບພຣະອົງ ໄດ້ຢ່າງໃດ? ຈະເອົາ ຄໍາໂຕ້ຖຽງ ຫຍັງມາຕໍ່ສູ້ ພຣະອົງໄດ້.
\v 15 ສິ່ງທີ່ຂ້ອຍ ພໍເຮັດໄດ້ ເຖິງແມ່ນ ບໍ່ມີຄວາມຜິດ ຄຶ ຂໍຄວາມເມດຕາ ຈາກ ພຣະເຈົ້າ ຜູ້ພິພາກສາຂ້ອຍ.
\s5
\v 16 ເຖິງແມ່ນວ່າ ຖ້າພຣະອົງປ່ອຍໃຫ້ຂ້ອຍ ເວົ້າຈາ ຂ້ອຍບໍ່ເຊື່ອວ່າ ພຣະອົງຈະຟັງ ຄໍາຮ້ອງຂໍ ຂອງຂ້ອຍ.
\v 17 ພຣະອົງໃຊ້ພະຍຸ ມາທຸບຕີຂ້ອຍ ໃຫ້ເຈັບຊໍາ້ ທັງຕົວ ໂດຍ ປາສະຈາກ ເຫດຜົນ ໃດໆ ທັງນັ້ນ.
\v 18 ພຣະອົງບໍ່ປ່ອຍຂ້ອຍ ແມ່ນແຕ່ໃຫ້ໄດ້ ຫາຍໃຈ, ໃຫ້ຊີວິດຂ້ອຍ ເຕັມແຕ່ຄວາມ ລະທົມຂົມຂື່ນ.
\s5
\v 19 ຂ້ອຍຈະລອງໃຊ້ ກໍາລັງກັບພຣະເຈົ້າ ຊັ້ນບໍ? ຜູ້ໃດນໍ ຈະຊອກຫາ ບັງຄັບ ພຣະອົງ ໄດ້? ຂ້ອຍຈະນາໍ ພຣະອົງ ຂຶ້ນສານສູ້ຄວາມ ກັນບໍ່ໄດ້ຕີ້? ຜູ້ໃດແດ່ ຊອກນໍາ ພຣະອົງ ໃຫ້ ໄປຂຶ້ນສານໄດ້? [ຟ]
\v 20 ຂ້ອຍບໍຣິສຸດ ແລະ ສັດຊື່ ແຕ່ຄໍາເວົ້າຂອງຂ້ອຍ ຄື ມີຄວາມຜິດ ທຸກໆສິ່ງ ທີ່ຂ້ອຍເວົ້າ ກໍປາກົດ ວ່າ ປະນາມ ຂ້ອຍ.
\s5
\v 21 ຂ້ອຍບໍ່ຜິດແທ້ ສະນັ້ນແຫລະ ຈຶ່ງບໍ່ຫວັງຫຍັງ ຂ້ອຍເບື່ອໜ່າຍຊີວິດ ຂ້ອຍເອງ.
\v 22 ເປັນຜູ້ຜິດ ຫລື ຜູ້ຖືກ ມັນກໍບໍ່ສໍາຄັນຫຍັງ ເຖິງຢ່າງໃດ ພຣະເຈົ້າກໍຈະທາໍລາຍຖິ້ມ.
\v 23 ເມື່ອຄວາມຕາຍ ມາເຖິງ ຄົນທີ່ບໍ່ມີຄວາມຜິດ ພຣະອົງກໍຊົງຫົວເຢາະເຢີ້ຍ ໃສ່ເຂົາ.
\v 24 ພຣະເຈົ້າ ມອບໂລກນີ້ ໃຫ້ແກ່ຄົນຊົ່ວ ປົກຄອງ ແລະ ເຮັດໃຫ້ຜູ້ຕັດສິນຄວາມ ຕາບອດ ໝົດແລ້ວ. ຖ້າບໍ່ແມ່ນ ພຣະອົງ ເຮັດ ສິ່ງເຫລົ່ານີ້ ທັງໝົດ ແມ່ນຜູ້ໃດເດນໍ ທີ່ໄດ້ເຮັດ ສິ່ງເຫລົ່ານີ້.
\s5
\v 25 ມື້ຂອງຂ້ອຍ ຜ່ານໄປໄວ ດັ່ງນັກແລ່ນແຂ່ງ ຜ່ານໄປແຮງ ຢ່າງນັ້ນ ຫາອັນດີໄວ້ ບໍ່ມີເລີຍ.
\v 26 ຊີວິດຂ້ອຍ ຜ່ານໄປໄວ ດັ່ງຖືກ ລົມພັດເຮືອໃບ ໄວກວ່າ ນົກອິນຊີ ເຈີດລົງ ຂຸບ ກິນ ກະຕ່າຍ.
\s5
\v 27 ຂ້ອຍຄິດວ່າ ເມື່ອຂ້ອຍຍິ້ມຫົວໄດ້ ກໍເປັນສິ່ງທີ່ດີ ນັ້ນ ຄື ວິທີຊອກຫາ ລືມໄລ ຄວາມ ເຈັບປວດ;
\v 28 ຂ້ອຍຕົກໃຈ ຢ້ານ ຕໍ່ ໍຄວາມທຸກ ທັງໝົດ ຂອງຂ້ອຍ ເພາະຂ້ອຍຮູ້ວ່າ ພຣະອົງຈະຈົດຈາໍ ວ່າ ຂ້ອຍເປັນຄົນຜິດ.
\v 29 ຖ້າວ່າ ຂ້ອຍນີ້ ຄື ຄົນຜິດສໍາລັບພຣະອົງ ເປັນຫຍັງ ຈຶ່ງຕ້ອງມາລົບກວນ ຂ້ອຍ ຢ່າງນີ້?
\s5
\v 30 ເຖິງແມ່ນຂ້ອຍ ລ້າງຕົນເອງ ດ້ວຍສະບູ ຫລື ຊໍາລະລ້າງຕົນ ຈາກ ການບາບ.
\v 31 ພຣະເຈົ້າ ກໍຈະໂຍນຂ້ອຍ ໃສ່ໃນຫລຸມ ຂີ້ຕົມ, ເສື້ອຜ້າຂ້ອຍເອງ ກໍອັບອາຍຕົນຕົວຂ້ອຍ.
\s5
\v 32 ຖ້າພຣະເຈົ້າ ເປັນມະນຸດ ຂ້ອຍອາດ ຕອບພຣະອົງ ແລະ ພາກັນໄປສູ້ຄວາມຢູ່ ສານຕັດສິນໄດ້.
\v 33 ແຕ່ອັນນີ້ ບໍ່ມີຜູ້ໃດ ກ້າ ເປັນຄົນກາງໃຫ້ພວກເຮົາ ບໍ່ມີຜູ້ໃດ ຕັດສິນ ຄວາມ ໃຫ້ຂ້ອຍ ກັບ ພຣະເຈົ້າ ໄດ້.
\s5
\v 34 ຂ້າແດ່ພຣະເຈົ້າ ຂໍໂຜດຢຸດ ລົງໂທດ ຂ້ານ້ອຍສາ ເອົາຄວາມຢ້ານໃຫຍ່ ໄປຈາກ ຂ້ານ້ອຍສາ
\v 35 ຂ້ານ້ອຍບໍ່ຢ້ານທີ່ ຈະເວົ້າ ຢູ່ຢ່າງນີ້ ອີກຕໍ່ໄປ ເພາະຂ້ານ້ອຍຮູ້ຈິດໃຈ ຂອງຕົນເອງດີ ຢູ່ແລ້ວ.
\s5
\c 10
\p
\v 1 ຂ້ານ້ອຍ ເບື່ອໜ່າຍ ຊີວິດ ຂອງຕົນເອງ ໂຜດຟັງຄໍາຈົ່ມອັນຂົມຂື່ນ ແດ່ທ້ອນ.
\v 2 ຂ້າແດ່ພຣະເຈົ້າ ຂໍຢ່າກ່າວປະນາມຂ້ານ້ອຍ ເລີຍ ຂໍບອກແດ່ວ່າ ແມ່ນເລື່ອງຫຍັງ ທີ່ຊົງກ່າວຟ້ອງ?
\v 3 ເປັນການຖືກຕ້ອງ ແລ້ວຫລື ື ທີ່ພຣະອົງໂກດຮ້າຍ ເຊັ່ນນີ້? ຄື ດູໝິ່ນ ນິນທາ ຜູ້ທີ່ພຣະອົງ ໄດ້ສ້າງຂຶ້ນມາ ນັ້ນ? ແຕ່ ຊົງຫົວເລາະ ພໍໃຈ ກັບແຜນການ ທັງຫລາຍ ຂອງ ຄົນຊົ່ວຮ້າຍ?
\s5
\v 4-5 ພຣະອົງເບິ່ງສິ່ງທັງປວງນີ້ ດັ່ງ ມະນຸດເບິ່ງບໍ? ຊີວິດພຣະອົງ ສັ້ນ ຄື ຊີວິດ ມະນຸດ ເມື່ອໃດແດ່?
\v 6 ເປັນຫຍັງ ຈຶ່ງຄົ້ນ ຫາ ການບາບ ຂ້ານ້ອຍ ແລະ ຄອຍຈັບຜິດ ທຸກໆ ແນວ ຂອງຂ້ານ້ອຍ ນັ້ນ?
\v 7 ພຣະອົງ ຮູ້ດີວ່າ ຂ້ານ້ອຍ ບໍ່ມີຄວາມຜິດຫຍັງໝົດ ບໍ່ມີ ຜູ້ໃດ ຊ່ວຍຂ້ານ້ອຍ ໃຫ້ຫວິດຈາກ ພຣະອົງ ໄດ້.
\s5
\v 8 ມືພຣະອົງ ຫລໍ່ຫລອມຂ້ານ້ອຍ ແລະ ສ້າງຂຶ້ນມາ ບັດນີ້ [ມ] ມືອັນດຽວກັນນີ້ ພວມ ທາໍລາຍຂ້ານ້ອຍຖິ້ມ.
\v 9 ຈົ່ງຈົດຈາໍ ວ່າ ພຣະອົງສ້າງຂ້ານ້ອຍ ແຕ່ດິນໜຽວ [ຢ] ພຣະອົງ ຂ້ຽວຢຽບຂ້ານ້ອຍ ໃຫ້ເປັນຂີ້ຝຸ່ນດິນ ອີກ ຫລືນີ້?
\s5
\v 10 ພຣະອົງ ໃຫ້ເຫື່ອແຮງ ແກ່ພໍ່ຂອງຂ້ານ້ອຍ ເພື່ອໃຫ້ຂ້ານ້ອຍ ໄດ້ເກີດມາ ເພາະເພິ່ນ; ພຣະອົງໃຫ້ຂ້ານ້ອຍ ໄດ້ໃຫຍ່ຂຶ້ນມາ ໃນທ້ອງ ມານດາ ຂອງ ຂ້ານ້ອຍ ນັ້ນ.
\v 11 ພຣະອົງ ຫລໍ່ຕົວຂ້ານ້ອຍ ດ້ວຍກະດູກ ແລະ ເອັນ ແລະ ຫຸ້ມຫໍ່ທັງສອງ ດ້ວຍໜັງ ແລະ ກ້ອນຊີ້ນ.
\s5
\v 12 ພຣະອົງໄດ້ ໃຫ້ຊີວິດ ແລະ ຄວາມຮັກ ອັນໝັ້ນຄົງໃຫ້ ຂ້ານ້ອຍ ມີຊີວິດ ຍືນຍົງມາເຖິງປານນີ້.
\v 13 ແຕ່ບັດນີ້ ຂ້ານ້ອຍຮູ້ຕະຫລອດເວລາ ທີ່ຜ່ານມາ ພຣະອົງວາງແຜນລັບດັບຊີວາ ຂ້ານ້ອຍຖິ້ມ.
\v 14 ພຣະອົງລໍເບິ່ງການບາບ ທີ່ຂ້ານ້ອຍ ກະທາໍເພື່ອວ່າ ພຣະອົງຈະບໍ່ໃຫ້ ອະໄພ ການບາບ ນັ້ນ.
\s5
\v 15 ເມື່ອໃດ ທີ່ເຮັດບາບຕໍ່ພຣະອົງ ເມື່ອນັ້ນ ກໍເດືອດຮ້ອນ ທັນທີ ແຕ່ເມື່ອເຮັດຖືກ ພັດບໍ່ໄດ້ຮັບກຽດຊໍ້າ. ສໍາລັບຂ້ານ້ອຍ ນັ້ນ ຈຶ່ງມີແຕ່ ຄວາມອັບອາຍ [ຣ] ວຸ້ນວາຍຢູ່ກັບຄວາມ ທຸກໃຈ ຂອງ ຂ້ານ້ອຍ ເລື້ອຍໆ.
\v 16 ພຣະອົງ ບໍ່ປ່ອຍໃຫ້ ຂ້ານ້ອຍ ສໍາເລັດຜົນ ໃດໆ ພໍແຕ່ ໂປໂລ ຫົວຂຶ້ນມາ ພຣະອົງກໍຂົ່ມ ຫົວລົງໂລດ. ເພື່ອໃຫ້ເຈັບປວດ ຊົງຕາມລ່າ ຂ້ານ້ອຍ ດັ່ງສິງໂຕ ແລະ ເຮັດການອັດ ສະຈັນ ຕໍ່ສູ້ຂ້ານ້ອຍດ້ວຍ.
\s5
\v 17 ພຣະອົງ ມີຫລັກຖານ ຕໍ່ສູ້ຂ້ານ້ອຍຢູ່ ສະເໝີ ຄວາມໂກດຮ້າຍ ຂອງ ພຣະອົງ ກໍທະວີເລື້ອຍໆ; ເພື່ອຕໍ່ສູ້ຂ້ານ້ອຍ ພຣະອົງວາງ ແຜນການ ຢູ່ສະເໝີ ພ້ອມທີ່ຈະບຸກເຂົ້າໂຈມຕີ ຂ້ານ້ອຍ ເທື່ອໃໝ່.
\s5
\v 18 ຂ້າແດ່ພຣະເຈົ້າ ເປັນຫຍັງ ຈຶ່ງໃຫ້ຂ້ານ້ອຍ ເກີດມາ? ຂ້ານ້ອຍຄວນຕາຍກ່ອນທີ່ ບໍ່ ມີຜູ້ໃດເຫັນ ຂ້ານ້ອຍພຸ້ນ.
\v 19 ຄື ອອກແຕ່ ທ້ອງແມ່ ເລີຍໄປສູ່ຂຸມຝັງສົບ ຄົງຈະເປັນ ການດີ ທີ່ບໍ່ໄດ້ ມີຊີວິດຢູ່ຢ່າງນີ້.
\s5
\v 20 ບັດນີ້ ການທີ່ມີຊີວິດຢູ່ນັ້ນ ມັນສັ້ນເຫລືອເກີນ ໃຫ້ຂ້ານ້ອຍ ດີໃຈ ກັບ ເວລາ ທີ່ຍັງເຫລືອຢູ່ແດ່
\v 21 ຂ້ານ້ອຍຈະຈາກໄປ ໃນບໍ່ຊ້ານີ້ ແລະ ຈະບໍ່ກັບຄືນມາ ສູ່ດິນແດນ ອັນມືດມົວ ແລະ ເສົ້າໂສກ
\v 22 ດິນແດນ ທີ່ເຕັມໄປດ້ວຍ ຄວາມມືດ ແລະ ຄວາມຕາຍ, ບໍ່ ມີລະບົບລະບຽບ ເພາະທີ່ນັ້ນແຫລະ ຄວາມ ສະຫວ່າງ ເປັນເໝືອນດັ່ງຄວາມມືດຕຶບ.”
\s5
\c 11
\p
\v 1-2 “ຈະບໍ່ມີຜູ້ໃດ ຕອບຄໍາເວົ້າ ອັນໄຮ້ປະໂຫຍດ ນີ້ບໍ? ຄົນທີ່ເວົ້າຫລາຍ ຈະນັບວ່າຖືກຕ້ອງ ບໍ່ຫ່ອນໄດ້?
\v 3 ໂຢບ ເອີຍ ເຈົ້າຄິດວ່າ ພວກເຮົາຕອບເຈົ້າ ບໍ່ໄດ້ ຊັ້ນບໍ? ຄໍາທີ່ເຈົ້າເວົ້າ ຫຍໍ້ຫຍັນ ເຮັດໃຫ້ພວກເຮົາ ເວົ້າຫຍັງ ບໍ່ໄດ້ບໍ?
\s5
\v 4 ເຈົ້າອ້າງວ່າ, ‘ສິ່ງທີ່ຂ້ອຍເວົ້າ ລ້ວນແຕ່ຄວາມຈິງ’; ເຈົ້າອ້າງວ່າ, ‘ຂ້ອຍບໍຣິສຸດ ຕໍ່ສາຍຕາ ຂອງ ພຣະເຈົ້າ.
\v 5-6 ຂ້ອຍຢາກໃຫ້ ພຣະເຈົ້າຕອບເຈົ້າຫລາຍ ສໍ່າໃດ ພຣະອົງຈະໄດ້ບອກເຖິງ ປັນຍາ ຫລາຍຢ່າງ ກໍໄດ້; ມີຫລາຍສິ່ງເລິກໂພດ ສໍາລັບມະນຸດ ທີ່ຈະເຂົ້າໃຈ ພຣະເຈົ້າລົງ ໂທດ ໜ້ອຍກວ່າ ທີ່ເຈົ້າຄວນຈະໄດ້ຮັບ.
\s5
\v 7 ເຈົ້າຢັ່ງຮູ້ເຖິງ ຂອບເຂດ ແລະ ຄວາມ ຈາໍກັດ ຄວາມຍິ່ງໃຫຍ່ ແລະ ຣິດອໍານາດ ຂອງ ພຣະເຈົ້າ ໄດ້ຫລືບໍ່?
\v 8 ທ້ອງຟ້າ ມີ ຂອບເຂດ ເມື່ອໃດສໍາລັບພຣະເຈົ້າ ນໍ? ມັນກວ້າງໄກ ເກີນກວ່າເຈົ້າ ຈະຢື້ເຖິງໄດ້. ພຣະເຈົ້າ ຮູ້ທຸກສິ່ງໃນໂລກ ແຫ່ງ ຄວາມຕາຍແຕ່ ສໍາລັບເຈົ້າບໍ່ອາດ ຮູ້ເຖິງມັນໄດ້.
\v 9 ຄວາມຍິ່ງໃຫຍ່ ຂອງ ພຣະເຈົ້າໃຫຍ່ ກວ່າ ໂລກາ ກວ້າງຂວາງ ກວ່າ ທ້ອງ ມະຫາສະໝຸດ ເລິກ.
\s5
\v 10 ຖ້າພຣະເຈົ້າ ຈັບເຈົ້າ ແລະ ນໍາເຈົ້າ ຂຶ້ນສານ ຜູ້ໃດຈະກ້າຂັດຂວາງ ພຣະອົງ ໄດ້?
\v 11 ພຣະເຈົ້າຮູ້ວ່າ ມະນຸດ ບໍ່ມີຄຸນຄ່າ; ພຣະອົງເຫັນທຸກການ ກະທາໍຊົ່ວຂອງ ພວກເຂົາເຈົ້າ.
\v 12 ຄົນໂງ່ ເລີ່ມ ຈະມີປັນຍາ ໄດ້ກໍຕໍ່ເມື່ອໂຕ ລໍປ່າ ຖືກຄົນ ນາໍມັນມາ ຝຶກຫັດໃຫ້ ຮູ້ຄວາມໄດ້.
\s5
\v 13 ໂຢບ ເອີຍ ຈົ່ງມີຈິດໃຈ ຖືກຕ້ອງ ແລະ ໃຫ້ເຈົ້າສະແຫວງ ຫາ ພຣະເຈົ້າ ສາ
\v 14 ຈົ່ງກາໍຈັດ ຄວາມຊົ່ວຊ້າ ທັງໝົດ ແລະ ຄວາມຜິດ ອອກຈາກເຮືອນ ຂອງເຈົ້າ.
\s5
\v 15 ແລ້ວຈົ່ງປະເຊີນໜ້າ ກັບ ໂລກ ອີກ ຄັ້ງຢ່າງ ໜັກແໜ້ນ ໝັ້ນຄົງ ແລະ ກ້າຫານ.
\v 16 ແລ້ວຄວາມທຸກ ລໍາບາກ ກໍຈະຫາຍ ໄປໝົດ ດັ່ງນາໍ້ຖ້ວມ ທີ່ບົກລົງ ແລະ ບໍ່ມີຜູ້ໃດ ຈົດຈາໍອີກ.
\v 17 ຊີວິດເຈົ້າ ຈະສົດ ຊື່ນກວ່າ ແສງຕາເວັນ ແລະ ຊີວິດ ອັນມືດ ດໍາ ກໍຈະເປັນດັ່ງ ຮຸ່ງອາລຸນ ຍາມເຊົ້າ.
\s5
\v 18 ພຣະເຈົ້າ ຈະປົກປັກຮັກສາ ແລະ ໃຫ້ເຈົ້າ ໄດ້ພັກຜ່ອນ ເຈົ້າຈະຢູ່ຢ່າງ ປອດໄພໄດ້ ແລະ ເຕັມໄປດ້ວຍ ຄວາມຫວັງ.
\v 19 ເຈົ້າກໍບໍ່ຕ້ອງຢ້ານ ເຫລົ່າສັດຕູ ອີກຕໍ່ ໍໄປ; ແລະ ຈະມີຫລາຍຄົນ ໃຫ້ຄວາມຊ່ວຍເຫລືອເຈົ້າ.
\s5
\v 20 ສ່ວນຄົນຊົ່ວຊ້າ ນັ້ນ ຈະແນມຫາ ຜູ້ ຊ່ວຍຊູ ຜູ້ທີ່ພວກເຂົາ ຫວັງອາໄສ ກໍຈະ ເຮັດໃຫ້ ຜິດຫວັງ ເທົ່ານັ້ນ ແລະ ທາງທີ່ຈະ ຫລີກໜີ ຈາກໂພຍໄພ ກໍຈະບໍ່ມີ; ຄວາມຫວັງ ຢ່າງດຽວ ຂອງ ພວກເຂົາ ກໍຄື ຕາຍ ເທົ່ານັ້ນ.”
\s5
\c 12
\p
\v 1-2 “ແມ່ນແລ້ວ ພວກເຈົ້າ ຄື ສຽງ ຂອງ ປະຊາຊົນ. ເມື່ອພວກເຈົ້າຕາຍ ປັນ ຍາ ກໍຈະຕາຍ ກັບພວກເຈົ້າ.
\v 3 ແຕ່ຂ້ອຍ ນີ້ກໍຮູ້ຈັກຄິດ ດັ່ງ ພວກເຈົ້າ ຄືກັນ ຂ້ອຍ ກໍບໍ່ມີທາງ ທີ່ຈະອ່ອນແຕ້ມໃຫ້ ພວກເຈົ້າ; ສິ່ງທັງໝົດ ທີ່ພວກເຈົ້າ ໄດ້ພາກັນ ເວົ້າມາ ໃຜໆກໍຮູ້ຈັກກັນດີ ທັງໝົດ ສາແລ້ວ.
\s5
\v 4 ແມ່ນວ່າ ໝູ່ຄູ່ເຍາະເຍີ້ຍຂ້ອຍ ເວລານີ້ກໍຕາມ ຫົວຫຍໍ້ຫຍັນ ແມ່ນວ່າ ຂ້ອຍເປັນ ຜູ້ຖືກຕ້ອງ; ທັງ ໆ ທີ່ຂ້ອຍນີ້ ບໍ່ມີຂໍ້ຕໍາໜີ ຫຍັງໝົດ ແຕ່ຄົງ​ມີເວລາ ທີ່ພຣະເຈົ້າຈະ ຕອບຄໍາ ພາວັນນາ ອະທິຖານ ຂອງຂ້ອຍ.
\v 5 ພວກເຈົ້າ ບໍ່ໄດ້ທົນທຸກ ແຕ່ກໍຫົວ ຂວັນໃສ່ຂ້ອຍນໍ, ພວກເຈົ້າ ຕ່ອຍຕົບຕີ ຄົນທີ່ໃກ້ ຈະລົ້ມຢູ່ແລ້ວ.
\v 6 ແຕ່ຄົນຂີ້ລັກ ແລະ ບໍ່ມີພຣະເຈົ້າ ກໍຍັງມີສັນຕິສຸກ, ແມ່ນ ວ່າ ພະຂອງເຂົາ ຄື ກໍາລັງ ຂອງ ເຂົາເອງ.
\s5
\v 7 ແມ່ນແຕ່ ຝູງນົກ ແລະ ຝູງສັດ ກໍຍັງ ສາມາດ ສອນພວກເຈົ້າ ໄດ້ຫລາຍຢ່າງ;
\v 8 ຈົ່ງຖາມ ສັດທີ່ເທິງໂລກ ແລະ ສັດໃນ ທະເລ ເຖິງປັນຍາ ຊຶ່ງສັດເຫລົ່ານັ້ນມີແດ່.
\s5
\v 9 ສັດເຫລົ່ານັ້ນ ທັງໝົດຕ່າງ ກໍຮູ້ເຖິງ ຄວາມຈິງວ່າ ອົງພຣະຜູ້ເປັນເຈົ້າໄດ້ສ້າງ ພວກເຂົາມາ ທັງສິ້ນ.
\v 10 ແມ່ນ ພຣະເຈົ້າ ທີ່ຊີ້ນາໍສັບພະທຸກສິ່ງ ທີ່ສ້າງມາຊີວິດຂອງທຸກໆຄົນ ຢູ່ໃນຣິດອໍານາດ ຂອງ ພຣະອົງ.
\s5
\v 11 ແຕ່ດັ່ງລີ້ນພວກເຈົ້າ ມັກຊີມຣົດ ອາຫານ ສັນໃດ ຫູພວກເຈົ້າ ກໍຄັນ ມັກຟັງ ຄໍາ ຄົນເວົ້າ ສັນນັ້ນ.
\s5
\v 12-13 ຄົນເຖົ້າແກ່ແລ້ວ ກໍຖືວ່າ ມີປັນຍາ ແຕ່ພຣະເຈົ້າ ມີທັງສະຕິປັນຍາ ແລະ ຣິດເດດ. ຄົນເຖົ້າແກ່ແລ້ວ ກໍຖື ວ່າ ມີຄວາມ ເຂົ້າໃຈ ຢ່າງເລິກເຊິ່ງ ແຕ່ພຣະເຈົ້າ ເຂົ້າໃຈ ຢ່າງເລິກເຊິ່ງດີ ແລະ ທັງມີຣິດ ເດດ ທີ່ກະທາໍການໄດ້.
\v 14 ເມື່ອພຣະເຈົ້າ ມ້າງລົງແລ້ວ ມີຜູ້ໃດເດ ຈະກໍ່ຂຶ້ນ ໃໝ່ ໄດ້ແດ່? ແລະ ຜູ້ທີ່ພຣະອົງ ຄຸມຂັງ ໃຜຈະປົດປ່ອຍໄດ້?
\v 15 ເມື່ອພຣະເຈົ້າ ກັກ ຝົນຄວາມແຫ້ງແລ້ງ ກໍມີຂຶ້ນ; ເມື່ອ ພຣະອົງ ໃຫ້ຝົນລິນຫລັ່ງ ນໍ້າຖ້ວມ ກໍມາເຖິງ.
\s5
\v 16 ພຣະເຈົ້າ ເຂັ້ມແຂງ ແລະ ໄຊຊະນະ ສະເໝີໄປ ຜູ້ຖືກລໍ້ລວງ ແລະ ຜູ້ຫລອກລວງ ກໍຢູ່ໃນພຣະອົງ.
\v 17 ພຣະອົງ ເອົາປັນຍາໄປຈາກ ພວກຜູ້ປົກຄອງ ແລະ ໃຫ້ພວກຜູ້ນາໍເຮັດ ເໝືອນ ຄົນໂງ່ຈ້າ.
\v 18 ພຣະອົງ ປົດບັນດາ ກະສັດລົງຈາກບັນລັງ ແລະ ເຮັດໃຫ້ພວກເຂົາຕົກເປັນຊະເລີຍ ທັງນັ້ນ;
\s5
\v 19 ພຣະອົງ ເຮັດໃຫ້ພວກປະໂຣຫິດ ຍ່າງໄປ ຕີນເປົ່າ ແລະ ໂຄ່ນລົ້ມ ຜູ້ມີອໍານາດ ລົງໃນທັນທີ.
\v 20 ພຣະອົງ ເຮັດ ໃຫ້ ຄໍາເວົ້າຈາກປາກ ຂອງ ຜູ້ໃຫ້ຄໍາປຶກສາ ມິດງຽບໄປ ແລະ ເຮັດໃຫ້ສະຕິປັນຍາ ໜີໄປຈາກຊາຍ ຊະຣາ ດ້ວຍ.
\v 21 ພຣະອົງ ເຮັດໃຫ້ ຜູ້ມອໍານາດ ໄດ້ຮັບຄວາມ ອັບອາຍ ແລະ ເຮັດໃຫ້ພວກນັກປົກຄອງ ໝົດກາໍລັງ ໄປສິ້ນ.
\s5
\v 22 ພຣະອົງ ເຮັດໃຫ້ແສງແຈ້ງ ສ່ອງໃນ ບ່ອນມືດມົນ ແລະ ບ່ອນທີ່ມີຄວາມຕາຍ ໄດ້ຮັບຊີວິດ.
\v 23 ພຣະອົງ ເຮັດໃຫ້ຊົນຊາດເຂັ້ມແຂງ ແລະ ຍິ່ງໃຫຍ່ ແຕ່ເຮັດໃຫ້ພວກເຂົາພ່າຍແພ້ ແລະ ທາໍລາຍ ພວກເຂົາຕໍ່ມາ.
\s5
\v 24 ພຣະອົງ ເຮັດໃຫ້ພວກຜູ້ນາໍ ໂງ່ຈ້າ ໄປໝົດ; ແລະ ເຮັດໃຫ້ ສັບສົນວຸ້ນວາຍ ເສຍ ສະຕິໄປ ໝົດສິ້ນ;
\v 25 ພວກເຂົາ ງົມ ທາວໄປໃນຄວາມມືດ ແລະ ໂຊເຊ ດັ່ງນັກ ດື່ມສຸຣາ ມືນເມົາ ທີ່ຍ່າງ ເຊຊັດ ໄປນັ້ນ.
\s5
\c 13
\p
\v 1-2 ທຸກໆສິ່ງທີ່ພວກເຈົ້າເວົ້າ ຂ້ອຍ ເຄີຍໄດ້ຍິນມາ ຂ້ອຍເຂົ້າໃຈດີ ທັງໝົດ ສິ່ງ ທີ່ພວກເຈົ້າ ເວົ້າມານັ້ນ; ຂ້ອຍກໍຮູ້ຫລາຍ ເທົ່າທີ່ພວກເຈົ້າຮູ້ ສິ່ງນັ້ນ ຄືກັນ ຂ້ອຍບໍ່ມີ ທາງທີ່ຈະອ່ອນແຕ້ມໃຫ້ ພວກເຈົ້າດອກ
\s5
\v 3 ແຕ່ຄໍາໂຕ້ຖຽງຂອງຂ້ອຍ ແມ່ນ ກັບ ພຣະເຈົ້າເດີ ຂ້ອຍໂຕ້ແຍ້ງ ຄະດີ ກັບ ພຣະອົງ ບໍ່ແມ່ນກັບ ພວກເຈົ້າ.
\v 4 ພວກເຈົ້າ ປິດບັງຄວາມໂງ່ໄວ້ ດ້ວຍຄໍາຕົວະ ຫລາຍຢ່າງ; ພວກເຈົ້າເປັນດັ່ງ ນາຍໝໍ ທີ່ ປົວຜູ້ໃດ ໃຫ້ຫາຍດີບໍ່ໄດ້.
\v 5 ຄົງເປັນ ການດີກວ່າ ຖ້າພວກເຈົ້າ ບໍ່ຕ້ອງເວົ້າຫຍັງ ແລະ ຜູ້​ອື່ນອາດຍັງຄິດວ່າ ພວກເຈົ້າ ສະຫລາດ.
\s5
\v 6 ຈົ່ງຟັງໃຫ້ດີ ໃນຂະນະທີ່ຂ້ອຍ ຖະແຫລງ ຄະດີ ແລະຈົ່ງຕັ້ງໃຈຟັງ ໃຫ້ດີ ຂໍ້ໂຕ້ແຍ້ງຂອງຂ້ອຍ.
\v 7 ເປັນຫຍັງ ພວກເຈົ້າ ຈຶ່ງພາກັນເວົ້າຊົ່ວຮ້າຍ ແລະ ຄວາມ ບໍ່ຈິງນໍ? ພວກເຈົ້າຄິດວ່າ ຄໍາເວົ້າ ຂອງ ພວກເຈົ້າ ຈະເຮັດໃຫ້ພຣະເຈົ້າ ໄດ້ຮັບຜົນ ປະໂຫຍດ ຊັ້ນບໍ?
\v 8 ພວກເຈົ້າກາໍລັງ ປົກປ້ອງ ພຣະອົງໄວ້ຊັ້ນບໍ? ພວມຈະໄປ ສານ ໂຕ້ຄະດີແທນພຣະອົງ ຫລືນີ້?
\s5
\v 9 ຖ້າພຣະເຈົ້າເບິ່ງ ພວກເຈົ້າດີໆ ຢ່າງ ໃກ້ຊິດແລ້ວ ພຣະອົງຈະພົບຫຍັງດີແດ່ ໃນ ພວກເຈົ້າ ຫລືບໍ່? ພວກເຈົ້າຄິດວ່າ ຈະ ຫລອກລວງ ພຣະອົງໄດ້ຊັ້ນບໍ? ເໝືອນດັ່ງ ທີ່ພວກເຈົ້າ ຫລອກລວງ ຄົນອື່ນ ໆ ຫລືນີ້?
\v 10 ເຖິງວ່າ ຄວາມລໍາອຽງ ຂອງ ພວກເຈົ້າ ຖືກປິດບັງ ພຣະອົງກໍຍັງຈະຕໍາໜິ ຢ່າງຮຸນແຮງຕໍ່ພວກເຈົ້າ.
\s5
\v 11 ແຕ່ຢ່າ ປະໝາດຣິດເດດ ຂອງ ພຣະເຈົ້າເດີ ເພາະຣິດອໍານາດ ເຮັດໃຫ້ ພວກເຈົ້າ ຢ້ານກົວ.
\v 12 ສຸພາສິດ ຂອງ ພວກເຈົ້າ ໄຮ້ປະໂຫຍດ ດັ່ງຂີ້ເຖົ່າໄຟ ຂໍ້ໂຕ້ແຍ້ງ ທີ່ພວກເຈົ້າກ່າວໄປ ກໍເປັນດັ່ງຂີ້ຕົມ.
\s5
\v 13 ຈົ່ງມິດ ແລະ ປ່ອຍໂອກາດ ໃຫ້ ຂ້ອຍ ເວົ້າເສຍທີ ໃຫ້ຜົນທີ່ຈະຕາມມາ ເກີດຂຶ້ນເອງ ສາເຖີດ.
\v 14 ຂ້ອຍພ້ອມແລ້ວ [ຫ] ທີ່ຈະປະເຊີນ ທຸກແນວ ແມ່ນຈະສ່ຽງຊີວິດ ຂອງຕົນ ກໍຍິນຍອມ ທັງນັ້ນ.
\v 15 ຂ້ອຍສິ້ນຫວັງແລ້ວ ເປັນຫຍັງ ພຣະເຈົ້າບໍ່ຂ້າ ຂ້ອຍສາ? ຂ້ອຍກາໍລັງ ຖະແຫລງ ຄະດີຂອງຂ້ອຍຕໍ່ພຣະອົງ.
\s5
\v 16 ບາງທີ ຂ້ອຍອາດກ້າ ພໍທີ່ຊ່ວຍຂ້ອຍເອງໄດ້ ຈະດີ ໃນເມື່ອຄົນຊົ່ວຊ້າ ເຂົາບໍ່ຫານສູ້ໜ້າກັບ ພຣະເຈົ້າ.
\v 17 ບັດນີ້ ຈົ່ງ ຟັງສິ່ງທີ່ຂ້ອຍ ຈະເວົ້ານັ້ນ ໃຫ້ ດີ ໆ ຈົ່ງ ງ່ຽງຫູຟັງໃຫ້ດີ ຄໍາອະທິບາຍ ຂອງຂ້ອຍ.
\s5
\v 18 ຂ້ອຍພ້ອມແລ້ວ ທີ່ຈະແຈ້ງ ຖະແຫລງຄະດີ ເພາະຂ້ອຍຮູ້ດີວ່າ ຂ້ອຍ ເປັນຝ່າຍ ທີ່ຖືກຕ້ອງ.
\v 19 ຂ້າແດ່ ພຣະເຈົ້າ ພຣະອົງຈະມາກ່າວຟ້ອງ ກ່າວໂທດ ໃສ່ຂ້ານ້ອຍ ແທ້ບໍ? ຖ້າພຣະອົງ ກ່າວ ຂ້ານ້ອຍອີຫລີ ຂ້ານ້ອຍກໍຂໍມິດ ແລະ ຂໍຕາຍ ເທົ່ານັ້ນ.
\s5
\v 20 ຂໍໃຫ້ຂ້ານ້ອຍ ໄດ້ຖາມຈັກສອງ ສາມ ຢ່າງແດ່ ຂ້ານ້ອຍຈະບໍ່ປິດບັງ ຫຍັງໄວ້ຈາກ ພຣະອົງເລີຍ.
\v 21 ໂຜດຢຸດລົງໂທດ ຂ້ານ້ອຍສາເທາະ ຢ່າສູ່ຢຽບຢໍ່າ ຂ້ານ້ອຍ ໃຫ້ຕ້ອງຢ້ານກົວເລີຍ
\v 22 ຂ້າແດ່ພຣະເຈົ້າ ຂໍ ພຣະອົງ ກ່າວກ່ອນໂລດ ແລະ ຂ້ານ້ອຍ ຈະ ຕອບ ຫລື ຈະໃຫ້ຂ້ານ້ອຍ ຖະແຫລງ ແລ້ວພຣະອົງ ຈຶ່ງຈະຕອບ.
\s5
\v 23 ແມ່ນ ຜິດບາບ ຫຍັງແດ່ ທີ່ຂ້ານ້ອຍ ໄດ້ ກະທາໍ? ແມ່ນໂທດກາໍ ຫຍັງທີ່ພຣະອົງ ໄດ້ກ່າວຟ້ອງ?
\v 24 ເປັນຫຍັງ ຈຶ່ງເມີນໜ້າໜີໄປຈາກ ຂ້ານ້ອຍ ນີ້? ເປັນຫຍັງ ຈຶ່ງເຮັດຕໍ່ ຂ້ານ້ອຍ ດັ່ງສັດຕູ ຄູ່ອາຄາດ.
\v 25 ຂ້ານ້ອຍ ເປັນພຽງໃບໄມ້ ເຫດສັນໃດ ຈຶ່ງເຮັດໃຫ້ ຂ້າ ນ້ອຍ ຢ້ານກົວພຣະອົງ ກາໍລັງໂຈມຕີ ແລະ ຕໍ່ຕ້ານ ເຟືອງແຫ້ງເທົ່ານັ້ນ.
\s5
\v 26 ພຣະອົງ ກ່າວຟ້ອງຢ່າງຂົມຂື່ນ ຕໍ່ສູ້ຂ້າ ນ້ອຍ ແມ່ນແຕ່ໃນສິ່ງທີ່ຂ້ານ້ອຍ ໄດ້ເຮັດແຕ່ ຍັງໜຸ່ມພຸ້ນ.
\v 27 ພຣະອົງ ລ່າມໂສ້ ຂ້ານ້ອຍໄວ້ ເປັນຢ່າງດີ; ຈອບເບິ່ງ ທຸກໆ ນາທີ ແລະ ຊອມເບິ່ງທຸກບາດຍ່າງ.
\v 28 ທີ່ສຸດແລ້ວ ຂ້ານ້ອຍກໍຊຸດໂຊມ ດັ່ງສິ່ງທີ່ເນົ່າເໝັນ ເປັນດັ່ງຜືນຜ້າ ທີ່ມອດ ກັດກິນ ລາມໄປທົ່ວ ແລ້ວ.
\s5
\c 14
\p
\v 1 ແຕ່ເກີດ ພວກເຮົາກໍອ່ອນແອ ແລະຢູ່ ແຕ່ໜ້ອຍວັນ ທັງເຕັມໄປດ້ວຍ ຄວາມຫຍຸ້ງຍາກໃຈ.
\v 2 ພວກເຮົາໃຫຍ່ ແລະ ຫ່ຽວແຫ້ງໄປ ດັ່ງດອກໄມ້ປ່າ ພວກເຮົາ ສູນສິ້ນ ຫາຍໄປເໝືອນດັ່ງເງົາ.
\v 3 ຂ້າແດ່ ພຣະເຈົ້າ ພຣະອົງຈ້ອງເບິ່ງຂ້ານ້ອຍຢູ່ ຢ່າງນີ້ ບໍ? ຫລື ຈະນໍາຂຶ້ນສານ ແລະ ພິຈາລະນາ ລົງໂທດ?
\s5
\v 4 ບໍ່ມີຜູ້ໃດຫ່ອນນາໍເອົາສິ່ງສະອາດ ອອກ ມາຈາກສິ່ງທີ່ເປື້ອນເປິໄດ້.
\v 5 ຊົ່ວຊີວິດ ຂອງພວກຂ້ານ້ອຍນັ້ນ ຖືກກາໍນົດໄວ້ ແຕ່ຫົວທີ ຄື ຈໍານວນ ເດືອນ ປີ ທີ່ພວກຂ້ານ້ອຍຈະມີ ຊີວິດຢູ່.
\v 6 ໂຜດ ປິ່ນໜ້າໜີ ຈາກພວກຂ້ານ້ອຍ ແລະ ປ່ອຍພວກຂ້ານ້ອຍໃຫ້ຢູ່ໂດດດ່ຽວສາ [ວ] ໃຫ້ພວກຂ້ານ້ອຍ ຊື່ນບານ ໃຈ ກັບ ຊີວິດອັນລໍາບາກ ຢູ່ນັ້ນ. [ຫ]
\s5
\v 7 ສໍາລັບຕົ້ນໄມ້ ເມື່ອຖືກປໍາ້ ແລ້ວກໍຍັງມີ ຄວາມຫວັງ; ມັນຄືນມີຊີວິດ ແລະ ງອກງາມ ຂຶ້ນໃໝ່ໄດ້.
\v 8 ເຖິງແມ່ນວ່າ ຮາກເຫງົ້າ ຂອງມັນ ຈະເຖົ້າແກ່ ແລະ ຕໍຕາຍແລ້ວ ໃນ ພື້ນດິນ ກໍຕາມ.
\v 9 ເມື່ອຖືກນາໍ້ໜ້ອຍໜຶ່ງຮວດ ກໍມີຊີວິດ ເປັນຄືນມາ ແລະ ເບີກບານ ແຈ່ມໃສ ຄື ກັບເວລາຍັງໜຸ່ມນ້ອຍ.
\s5
\v 10 ແຕ່ເມື່ອມະນຸດຕາຍ ແລ້ວ ແມ່ນໄປສູ່ ຈຸດຈົບ; ຄັນເຂົາຕາຍໄປ ແລ້ວ ເຂົາຈະໄປໃສ ຕໍ່ອີກ?
\v 11 ເໝືອນດັ່ງຫ້ວຍນາໍ້ ທີ່ເຊົາຢຸດໄຫລ ແລະ ດັ່ງໜອງບຶງ ທີ່ເຫືອດແຫ້ງໄປ ໝົດສິ້ນ
\v 12 ຄົນຕາຍແລ້ວ ຢ່າຫວັງເລີຍ ຈະເປັນຄືນມາໃໝ່ ໃນເມື່ອທ້ອງຟ້າຄົງຢູ່ ຢ່າງນີ້ ເຂົາຈະບໍ່ຕື່ນມາເລີຍ ເຂົາຈະບໍ່ເໜັງຕີງ ຈັກດີ້ ແລະ ບໍ່ກະດິກ ກະດຽມແລະ ຈະບໍ່ ຕື່ນຂຶ້ນ ຈາກນອນຫລັບຈັກເທື່ອ.
\s5
\v 13 ຂ້ານ້ອຍຢາກໃຫ້ ຖືກເຊື່ອງໄວ້ ທີ່ໂລກ ຄົນຕາຍ ຄື ເຊື່ອງຂ້ານ້ອຍໄວ້ ໃນແດນມໍຣະນາພຸ້ນ; ຈົນໃຫ້ເຖິງມື້ ທີ່ພຣະອົງເຊົາໂກດຮ້າຍຂ້ານ້ອຍ ຊຶ່ງພຣະອົງຈະຈົດຈາໍຂ້ານ້ອຍ ໄດ້ຄືເກົ່າ.
\v 14 ຖ້າຄົນຕາຍແລ້ວ ເຂົາຈະ ຄືນມີຊີວິດ ອີກບໍ? ແຕ່ຂ້ານ້ອຍຈະລໍຄອຍໃຫ້ ວັນ ເວລານັ້ນດີຂຶ້ນ ລໍຄອຍຢູ່ຈົນກວ່າ ວັນ ເວລານັ້ນ ຈະມາເຖິງ ຄື ວັນຄວາມທຸກລະທົມ ຈະສິ້ນສູນຈາກໄປ.
\s5
\v 15 ແລ້ວພຣະອົງ ຈະເອີ້ນ ແລະ ຂ້ານ້ອຍ ກໍຈະຕອບພຣະອົງ, ພຣະອົງຈະພໍໃຈນາໍ ຜູ້ທີ່ ພຣະອົງໄດ້ສ້າງຂຶ້ນນັ້ນ.
\v 16 ແລ້ວພຣະອົງ ຈະຈ້ອງເບິ່ງຂ້ານ້ອຍ ທຸກບາດຍ່າງບາດຕີນ ແຕ່ຈະບໍ່ເບິ່ງການບາບ ທີ່ຂ້ານ້ອຍເຄີຍ ກະທໍານັ້ນ
\v 17 ພຣະອົງຈະອະໄພ ການບາບ ແລະ ເອົາມັນໜີໄປ; ພຣະອົງຈະລຶບໃຫ້ກ້ຽງ ຄວາມຜິດ ທີ່ຂ້ານ້ອຍໄດ້ກະທໍານັ້ນ.
\s5
\v 18 ຄົງມີເວລາ ທີ່ພູຜາ ທະລາຍໄປ ເປັນປ່ຽງໆ ໃດ ແລະ ໜ້າຜາ ຖືກຍ້າຍໄປຈາກ ບ່ອນຂອງມັນນັ້ນ.
\v 19 ນາໍ້ຈະໄຫລເຊາະ ໂງ່ນຫິນ ໃຫ້ທະລາຍລົງ ແລະ ຝົນຫ່າໃຫຍ່ ຈະລ້າງພື້ນດິນລົງດ້ວຍ; ດັ່ງນັ້ນແຫລະ ພຣະອົງຈະທາໍລາຍ ທຸກຄວາມຫວັງ ທີ່ມະນຸດ ຄິດຄອບຄອງຢູ່ໃນຊີວິດ ຂອງ ເຂົາເຈົ້າ.
\s5
\v 20 ພຣະອົງຊະນະໄດ້ ແລະ ສົ່ງເຂົາລ່ວງລັບໄປເລີຍ; ພຣະອົງປ່ຽນແປງສີໜ້າເຂົາ ແລະ ສົ່ງເຂົາໄປເສຍ.
\v 21 ພວກລູກຊາຍ ລາວ ໄດ້ກຽດ ແຕ່ລາວ ພັດບໍ່ຮູ້ນໍາ ທັງບໍ່ມີຜູ້ໃດບອກລາວ ເມື່ອເຂົາຖືກຂາຍຂີ້ໜ້າ.
\v 22 ລາວຮູ້ສຶກເຈັບປວດ ພຽງແຕ່ ໃນຕົນຕົວເອງ ແລະ ໂສກເສົ້າຢູ່ໃນຈິດໃຈ ລາວເອງ ເທົ່ານັ້ນ.”
\s5
\c 15
\p
\v 1-2 “ໂຢບ ເອີຍ ຄໍາເວົ້າເຈົ້າໄຮ້ປະໂຫຍດ ແທ້ນໍ ໄຮ້ປະໂຫຍດ ອີຫລີ ຄໍາທີ່ເຈົ້າເວົ້າອອກມານັ້ນ
\v 3 ບໍ່ມີຄົນສະຫລາດ ຜູ້ໃດ ເຄີຍເວົ້າ ດັ່ງເຈົ້າເວົ້າມາ ຫລື ປ້ອງກັນ ຕົນເອງດ້ວຍຖ້ອຍຄໍາ ທີ່ໄຮ້ສາລະຄືນີ້.
\s5
\v 4 ຖ້າເປັນ ຄືເຈົ້າເວົ້າ ບໍ່ມີຜູ້ໃດ ຈະຢໍາເກງ ພຣະເຈົ້າເດີ ທັງບໍ່ມີໃຜ ຈະພາວັນນາ ອະທິຖານຫາພຣະເຈົ້າ.
\v 5 ຄວາມຊົ່ວຊ້າ ຂອງເຈົ້າ ສະແດງອອກແຈ້ງໃນຖ້ອຍຄໍາ ທີ່ເຈົ້າໄດ້ກ່າວອອກມາ; ເຈົ້າກາໍລັງພະຍາຍາມ ປົກປິດມັນດ້ວຍຖ້ອຍຄໍາ ອັນແຫລມຄົມ ຂອງເຈົ້າ.
\v 6 ບໍ່ຈໍາເປັນສໍາລັບຂ້ອຍ ທີ່ຈະເວົ້າ ປະນາມ ຜູ້ໃດ; ຄໍາທີ່ເຈົ້າເວົ້າອອກມາ ກໍ ປະນາມເຈົ້າເອງແລ້ວ.
\s5
\v 7 ເຈົ້າຄິດວ່າ ເຈົ້າເກີດເປັນມະນຸດ ຄົນທາໍ ອິດຊັ້ນບໍ? ເຈົ້າຢູ່ໃສ ເມື່ອພຣະເຈົ້າສ້າງ ພູຜາ ນັ້ນ?
\v 8 ເຈົ້າລັກຟັງພຣະເຈົ້າ ເວົ້າຕຽມ ແຜນການ ຊັ້ນບໍ? ເຈົ້າແມ່ນ ຜູ້ດຽວບໍ ທີ່ມີສະຕີປັນຍາ ຂອງ ມະນຸດ?
\v 9 ມີສິ່ງໃດແດ່ ບໍທີ່ເຈົ້າຮູ້ ຊຶ່ງພວກເຮົາ ບໍ່ຮູ້ແດ່? ມີສິ່ງໃດ ທີ ່ ເຈົ້າເຂົ້າໃຈ ຊຶ່ງບໍ່ເປັນທີ ່ ກະຈ່າງແຈ້ງ ແກ່ ເຮົາ.
\s5
\v 10 ພວກເຮົາ ຮຽນຮູ້ປັນຍາ ນາໍຄົນຜົມ ຫງອກ ອາຍຸສູງ ຄື ພວກທີ່ເກີດມາກ່ອນ ບິດາ ຂອງເຈົ້າ ເກີດມາພຸ້ນ.
\v 11 ພຣະເຈົ້າໃຫ້ ຄໍາເລົ້າໂລມ ເປັນຫຍັງຈຶ່ງບໍ່ຮັບເອົາ ເປັນຄໍາ ອ່ອນໂຍນ ຂອງພຣະອົງ ທີ່ພວກເຮົາມອບ ໃຫ້.
\s5
\v 12 ແຕ່ເຈົ້າ ພັດຕື່ນເຕັ້ນ ມີທ່າທີ ບໍ່ດີຕໍ່ ພວກເຮົາ ເຈົ້າແນມເບິ່ງພວກເຮົາ ດ້ວຍ ຄວາມໂກດຮ້າຍ.
\v 13 ເມື່ອເຈົ້າ ມີອາຣົມ ຮ້າຍໃສ່ພຣະເຈົ້າ ນັ້ນນາ ເຈົ້າກໍລັ່ນແຕ່ ວາຈາ ປະນາມ ພຣະອົງທັງນັ້ນ.
\v 14 ມະນຸດ ເປັນຜູ້ບໍຣິສຸດ ແລະ ຜຸດຜ່ອງ ແທ້ໆ ບໍ? ຄົນໃດ ເປັນຜູ້ຊອບທາໍ ຕໍ່ສາຍຕາ ພຣະເຈົ້າໄດ້?
\s5
\v 15 ເປັນຫຍັງ ພຣະເຈົ້າຈຶ່ງບໍ່ວາງໃຈ ເທວະດາ ຂອງ ພຣະອົງ ເອງ ໃນສາຍຕາ ພຣະອົງ ເຂົາກໍບໍ່ບໍຣິສຸດ ຜຸດຜ່ອງ.
\v 16 ແລະ ມະນຸດ ກໍດື່ມສິ່ງຊົ່ວຮ້າຍ ດັ່ງດື່ມນາໍ້ ກິນ ແມ່ນແລ້ວ ມະນຸດມີມົນທິນ ແລະ ຊຸດໂຊມ ທຸກວັນ.
\s5
\v 17 ໂຢບ ເອີຍ ບັດນີ້ ຈົ່ງຟງັ ໃນສິ່ງທີ່ຂ້ອຍ ຮູ້ຈັກສາ ຂ້ອຍຈະເລົ່າສູ່ເຈົ້າ ຟັງສິ່ງທີ່ຂ້ອຍ ໄດ້ຄົ້ນພົບ.
\v 18 ພວກທີ່ສະຫລາດ ໄດ້ສອນ ຂ້ອຍໃຫ້ຮູ້ຈັກ ຄວາມຈິງ ທີ່ມີມາແຕ່ ບັນພະບຸລຸດຂອງເຂົາເຈົ້າ; ແລະ ພວກເຂົາ ກໍ ບໍ່ໄດ້ ປິດອໍາ ຫຍັງໄວ້ເລີຍ ແມ່ນແຕ່ຄວາມ ລັບເລິກ ໃດໆ ທັງນັ້ນ.
\s5
\v 19 ດິນແດນ ຂອງ ເຂົາເຈົ້າ ເປັນອິດສະຫລະ ເສລີ; ບໍ່ມີຄົນຕ່າງດ້າວ ໃດໆ ນາໍ ພວກເຂົາຫ່າງໄກ ຈາກ ພຣະເຈົ້າ.
\v 20 ຄົນ ຊົ່ວຮ້າຍ ທີ່ມັກຂົ່ມເຫັງ ຜູ້ໃດ ຜູ້ໜຶ່ງກໍຕາມ ຈະໄດ້ ຖືກທໍລະມານ ຕະຫລອດ ຊົ່ວຊີວິດ.
\v 21 ສຽງແຫ່ງຄວາມຢ້ານ ຈະຮ້ອງແຜດໃສ່ຫູ ເຂົາ ຄົນຂີ້ລັກຈະໂຈມຕີ ເມື່ອຕົນຄິດວ່າ ປອດໄພແລ້ວ.
\s5
\v 22 ພວກເຂົາ ບໍ່ມີຫວັງ ປົບລອດໄປຈາກ ຄວາມມືດຕຶບ ເພາະໃນທີ່ໜຶ່ງ ທີ່ໃດ ມີດາບ ຄອຍ ສັງຫານ ພວກເຂົາຢູ່
\v 23 ແລະຝູງ ແຮ້ງ [ອ] ກໍຄອຍຖ້າ [ຮ] ກິນຊາກສົບ ຂອງ ພວກເຂົາ, ພວກເຂົາຮູ້ວ່າ ອະນາຄົດ ຂອງ ພວກຕົນ ມືດມົນ ສໍ່າໃດ ແລ້ວ
\v 24 ຄວາມ ຈິບຫາຍ ດັ່ງກອງທັບໃຫຍ່ ຂອງ ກະສັດ ກໍບຸກລັດ ເຂົ້າມາ ເພື່ອໂຈມຕີ ພວກເຂົາ ຢູ່ບໍ່ຢຸດຢັ້ງ.
\s5
\v 25 ຜູ້ທີ່ຍົກກາໍປັ້ນໃສ່ ພຣະຜູ້ສູງສຸດ ກໍເປັນ ດັ່ງນີ້ແຫລະ ຄື ຜູ້ທີ່ດູໝິ່ນພຣະເຈົ້າ ອົງຊົງຣິດ ອໍານາດ ຍິ່ງໃຫຍ່.
\v 26-27 ຄົນເຊັ່ນນັ້ນ ມັກໂອ້ອວດ ແລະ ເປັນ ກະບົດ ພວກເຂົາຍົກໂລ້ ຂຶ້ນ ຕ້ານທານ ພຣະເຈົ້າ ຢ່າງ ດື້ດ້ານ; ເພາະ ພວກເຂົານັ້ນ ໜ້າເຫລື້ອມ ເບັ່ງອ້າງອວດ ສີສັນ ຈຶ່ງບຸກບືນ ສຸດກາໍລັງ ຕ້ານຢັນ ກັບ ພຣະເຈົ້າ.
\s5
\v 28 ນີ້ ຄືຄົນທີ່ໄດ້ ຢຶດເຮືອນ ຂອງ ຜູ້ທີ່ໜີໄປ ຈາກ ເມືອງ ແຕ່ເສິກຈະ ທາໍລາຍເມືອງ ແລະ ເຮືອນ ເຫລົ່ານັ້ນ
\s5
\v 29 ພວກເຂົາ ຈະຮັ່ງມີ ເປັນດີ ຂຶ້ນ ດົນ ນານ ບໍ່ໄດ້ຫລາຍຊ່ວງ ສິ່ງທັງປວງ ທີ່ພວກເຂົາມີຢູ່ນັ້ນ ຈະຍືນໝັ້ນບໍ່ໄດ້ຕໍ່ໄປ. ພວກເຂົາ ຈະບໍ່ມີອໍານາດ ຫລື ອິດທິພົນຢູ່ໃນດິນແດນ ແມ່ນແຕ່ ເງົາຂອງ ພວກເຂົາເອງ ກໍ [ກ] ຈະ ຍຸບຍອບ ຫາຍໄປຊໍ້າ
\v 30 ພວກເຂົາຈະ ປົບໜີໄປຈາກຄວາມມືດດໍາ ໄດ້ຢ່າງໃດ ຕົ້ນໄມ້ ທີ່ຖືກໄຟ ເຜົາ ງ່າ ມັນກໍຖືກເຜົາ ດ້ວຍ ບັດນີ້ ສິ່ງຈະຕາມມານັ້ນ ກໍຈະເປັນ ດັ່ງນີ້ແຫລະ ລົມຈະ ພັດໂຊຍ ມາໃສ່ດອກໄມ້ ບານ [ຂ] ໃຫ້ດັບສິ້ນ.
\s5
\v 31 ຖ້າພວກເຂົາ ໂງ່ຈ້າ ພໍຈະວາງໃຈ ເຊື່ອໃນ ຄວາມອະທໍາ ແມ່ນຄວາມອະທາໍ ນັ້ນແຫລະ ຈະມອບລາງວັນໃຫ້.
\v 32 ກ່ອນ ເວລາມາຮອດ ພວກເຂົາ ກໍຈະຫ່ຽວແຫ້ງໄປ ຄື ດັ່ງງ່າໄມ້ ຕາຍ ແລະ ບໍ່ຂຽວສົດຊື່ນ ຂຶ້ນມາ ໄດ້ອີກ.
\v 33 ພວກເຂົາ ຈະເປັນດັ່ງຕົ້ນ ອະງຸ່ນ ທີ່ໝາກຫລົ່ນກ່ອນລະດູ ດັ່ງດອກ ໝາກກອກເທດ ທັງຈູມ ແລະ ບານ ຕົກລົງ ຈາກຕົ້ນ.
\s5
\v 34 ຄົນທີ່ບໍ່ເຊື່ອຖື ພຣະເຈົ້າ ນັ້ນຈະບໍ່ມີຮອດເຊື້ອສາຍ ໄຟຈະເຜົາຜານເຮືອນ ທີ່ສ້າງ ດ້ວຍຊັບສິນ ຊື້ຈ້າງ.
\v 35 ພວກເຂົາ ສ້າງ ແຜນການ ໃຫ້ເກີດຄວາມເດືອດຮ້ອນ ແລະ ກະທາໍ ໃນສິ່ງຊົ່ວຊ້າ ໃນຈິດໃຈ ຂອງ ພວກເຂົານັ້ນ ເຕັມໄປດ້ວຍການຫລອກລວງ ແລະ ຕົວະຕົ້ມ.
\s5
\c 16
\p
\v 1-2 “ຂ້ອຍເຄີຍໄດ້ຍິນຄໍາເວົ້າ ຢ່າງນີ້ ມາຫລາຍແລ້ວ ຄໍາເລົ້າໂລມໃຈ ທີ່ພວກເຈົ້າ ໃຫ້ມາ ຊໍ້າທໍລະມານຂ້ອຍ.
\v 3 ພວກເຈົ້າ ຈະສືບຕໍ່ເວົ້າ ຢ່າງນີ້ໄປ ເລື້ອຍໆ ຊັ້ນບໍ? ເປັນ ຫຍັງ ພວກເຈົ້າ ເວົ້າບໍ່ສຸດເປັນຈັກເທື່ອ?
\s5
\v 4 ຖ້າພວກເຈົ້າ ເປັນຂ້ອຍ ແລະ ຂ້ອຍ ເປັນພວກເຈົ້າ ເບິ່ງດູ ຂ້ອຍກໍຮູ້ເວົ້າ ທຸກແນວ ທີ່ພວກເຈົ້າ ເວົ້າມານັ້ນ. ຂ້ອຍອາດແກວ່ງຫົວ ປະຕິເສດຢ່າງຫລັກແຫລມ ໃຫ້ພວກເຈົ້າ ຈົມ ລົງໂດຍ ຄໍາເວົ້າ ດັ່ງທີ່ນາໍ້ໄຫລຖ້ວມ.
\v 5 ຂ້ອຍຈະເຮັດໃຫ້ ພວກເຈົ້າ ເຂັ້ມແຂງ ດ້ວຍ ຄໍາແນະນໍາ ແລະ ສືບຕໍ່ເລົ້າໂລມໃຈ ດ້ວຍ ຄໍາເວົ້າຕ່າງໆ.
\s5
\v 6 ແຕ່ ຄໍາເວົ້າໃດໆ ຂອງຂ້ອຍ ກໍບໍ່ອາດຊ່ວຍໄດ້ເລີຍ ຖ້າຂ້ອຍມິດ ມັນກໍບໍ່ຊ່ວຍຂ້ອຍ ທຸເລົາເຈັບປວດໄດ້.
\v 7 ຂ້າແດ່ ພຣະເຈົ້າ ພຣະອົງໄດ້ເຮັດໃຫ້ ຂ້ານ້ອຍ ຊຸດໂຊມ ລົງ ພຣະອົງໄດ້ປ່ອຍໃຫ້ ຄອບຄົວ ຂອງ ຂ້ານ້ອຍ ຖືກຂ້າ.
\v 8 ພຣະອົງໄດ້ຈັບຂ້ານ້ອຍ ມັດ ແລະ ຢຶດຕົວ ຂ້ານ້ອຍນາໍ ພຣະອົງເປັນທັງ ສັດຕູ ແລະ ຄູ່ປໍລະປັກດ້ວຍ. ຂ້ານ້ອຍ ຜອມ ຊູບຊີບ ເຫັນແຕ່ກະດູກ ຕິດໜັງ ຄົນດູຖູກ ກຽດຊັງ ຖືເປັນຄວາມຜິດ ທັງສິ້ນ.
\s5
\v 9 ໂດຍຄວາມ ໂກດຮ້າຍ ພຣະເຈົ້າ ໄດ້ຈີກ ຂ້ອຍທັງເປັນ ພຣະອົງເບິ່ງເຫັນ ແຕ່ຄວາມ ກຽດຊັງ ສໍາລັບຂ້ອຍ.
\v 10 ຄົນເວົ້າ ຫຍໍ້ຫຍັນຂ້ອຍ ທັງດູຖູກ ຖາກຖາງ ລ້ອມຂ້ອຍໄວ້ທຸກທາງ ແລະ ຕົບໜ້າຂ້ອຍ ດ້ວຍ.
\s5
\v 11 ພຣະເຈົ້າ ໄດ້ມອບຂ້ອຍໃຫ້ ຄົນຊົ່ວ ພຣະອົງ ໄດ້ປະຖິ້ມຂ້ອຍໄວ້ ໃນກາໍມືຂອງ ພວກຊົ່ວຮ້າຍ.
\v 12 ຂ້ອຍພວມໃຊ້ ຊີວິດຢູ່ ຢ່າງ ສັນຕິສຸກ ແຕ່ພຣະອົງ ພັດກາໍ ຄໍຫອຍ ຂ້ອຍ ຈັບຈຶ້ງໄວ້; ທັງຕົບຕີຂ້ອຍ ດ້ວຍ ແລະ ຢຽບຢໍ່າຂ້ອຍລົງ ຊົງໃຊ້ຂ້ອຍ ເປັນເປົ້າໝາຍ ສໍາລັບຝຶກແອບ
\s5
\v 13 ແລະ ຍິງລູກທະນູ ໃສ່ຂ້ອຍ ທຸກດ້ານ ທຸກແຈ ທະລຸ ຊອດ ຕັບໄຕ ໂດຍ ບໍ່ເມດຕາ ຂ້ອຍ ຈັກດີ້; ນາໍ້ບີ ທີ ່ຕັບຂ້ອຍ ກໍໄຫລຍ້ອຍ ຢອດລົງດິນ ຂ້ອຍດີ້ນຊັກ ເພາະບາດເຈັບ ສາຫັດແທ້ໆ
\v 14 ພຣະອົງເຮັດ ໃຫ້ຂ້ອຍເຈັບ ຊໍ້າແລ້ວ ຊໍ້າອີກ ດັ່ງທະຫານ ຜູ້ໂຫດຮ້າຍ ໂຈມຕີ ຢ່າງກຽດຊັງຍິ່ງ.
\s5
\v 15 ຂ້ອຍ ນຸ່ງຜ້າ ກະສອບເຂົ້າ ໂສກເສົ້າ ແລະ ທຸກໃຈ ໃນຂີ້ຝຸ່ນດິນ ຂ້ອຍນັ່ງຢູ່ທີ່ນັ້ນ ຢ່າງ ພ່າຍແພ້.
\v 16 ຂ້ອຍເຝົ້າ ແຕ່ຮ້ອງໄຫ້ ຈົນຕາກາໍ່ ຕາແດງ ຕາຕູບ ຕາໂປ ເຫັນແຕ່ ແສງມືດດໍາ ຮອບດ້ານ.
\v 17 ແຕ່ຂ້ອຍ ບໍ່ໄດ້ ເຮັດຜິດຍ້ອນ ຄວາມຮຸນແຮງ ເລີຍ ຂ້ອຍເຄີຍພາວັນນາ ອະທິຖານ ຂໍດ້ວຍຄວາມ ຈິງໃຈ ຕໍ່ ພຣະເຈົ້າ.
\s5
\v 18 ໂອ ແຜ່ນດິນ ເອີຍ ຢ່າປົກປິດຄວາມຜິດ ທີ່ເຮັດຕໍ່ຂ້ອຍເດີ ຢ່າໃຫ້ສຽງຮ້ອງຂໍ ຄວາມເປັນທາໍ ມິດຫາຍໄປຈ້ອຍ
\v 19 ທີ່ເທິງສະຫວັນ ຊັ້ນຟ້າ ຄົງຍັງມີ ຜູ້ໃດ ຜູ້ໜຶ່ງ ທີ່ຢືນຢູ່ເພື່ອຂ້ອຍ ແລະ ເຂົ້າຂ້າງຂ້ອຍ ສະເໝີ.
\s5
\v 20 ໝູ່ເພື່ອນ ຂອງຂ້ອຍ ຕ່າງກໍພາກັນ ຫຍໍ້ຫຍັນ ນາໍ້ຕາຂ້ອຍ ຈຶ່ງຫລັ່ງລິນ ເມື່ອເງີຍ ໜ້າ ຫາພຣະເຈົ້າ.
\v 21 ຂ້ອຍຢາກໃຫ້ ມີຄົນ ກາງຜູ້ໜຶ່ງ ຮ້ອງຂໍ ຕໍ່ພຣະເຈົ້າ ເດ ແມ່ນຜູ້ໜຶ່ງ ທີ່ຈະສູ້ ຄະດີ ໃຫ້ເພື່ອນຂອງຕົນໄດ້.
\v 22 ບັດນີ້ ວັນເດືອນປີ ຂອງຂ້ອຍ ກາໍລັງ ຜ່ານພົ້ນ ໄປ ຂ້ອຍພວມຍ່າງໄປ ຕາມທາງ ອັນບໍ່ມີວັນ ກັບມາອີກ.
\s5
\c 17
\p
\v 1 ຈຸດຈົບ ຂອງຂ້ອຍ ມາໃກ້ຂ້ອຍ ຫາຍໃຈ ຝືດເຕັມທີ ຂ້ອຍບໍ່ມີຫຍັງເຫລືອຢູ່ ນອກຈາກ ຂຸມຝັງສົບ ເທົ່ານັ້ນ.
\v 2 ທຸກຄົນທີ່ມັກ ຫຍໍ້ຫຍັນຂ້ອຍ ກໍຢູ່ອ້ອມຂ້າງຂ້ອຍ ແລະ ຕາຂອງ ຂອງຂ້ອຍ ກໍຈັບຈ້ອງຢູ່ທີ່ການ ຍຸຍົງ ຂອງ ເຂົາ.
\v 3 ຂ້າແດ່ ພຣະເຈົ້າ ຂ້ານ້ອຍນີ້ ຈິງໃຈ ແທ້ໆ ຈົ່ງຮັບເອົາຖ້ອຍຄໍາ ຂອງ ຂ້ານ້ອຍແດ່ ທ້ອນ ແລະ ບໍ່ມີຄົນອື່ນໃດ ອີກແລ້ວທີ່ ສະໜັບສະໜູນ ສິ່ງທີ່ຂ້ານ້ອຍ ໄດ້ເວົ້ານັ້ນ.
\s5
\v 4 ພຣະອົງ ໄດ້ອັດຕາພວກເຂົາໄວ້ ຕໍ່ເຫດ ແລະ ຜົນບັດນີ້ ຢ່າປ່ອຍໃຫ້ພວກເຂົາ ໄດ້ ມີໄຊ ເໜືອຂ້ານ້ອຍທ້ອນ
\v 5 ໃນສຸພາສິດ ອັນເກົ່າແກ່ ກ່າວໄວ້ວ່າ, ຄົນທໍລະຍົດ ໝູ່ເພື່ອນ ເພາະເຫັນແກ່ເງິນ ແລະ ລູກເຕົ້າຂອງ ພວກເຂົາ ກໍເກັບກ່ຽວການ ທົນທຸກ ເພາະເລື່ອງນີ້. [ງ]
\s5
\v 6 ບັດນີ້ ຄົນເອົາສຸພາສິດ ນີ້ມາຕໍ່ສູ້ຂ້ອຍ ທັນທີ ມາໃນທ່າບໍ່ດີ ໂດຍຖົ່ມນໍ້າລາຍ ໃສ່ໜ້າ ຂ້ອຍ.
\v 7 ຄວາມໂສກເສົ້າ ເຮັດໃຫ້ຂ້ອຍ ເກືອບຕາບອດໄປ ແຂນຂາຂ້ອຍ ລີບລົງ ເໝືອນດັ່ງເງົາ.
\v 8 ຜູ້ທີ່ອ້າງຕົນວ່າ ສັດຊື່ກໍ ສະດຸ້ງ ຕົກໃຈ ຢ້ານກົວ ທັງໝົດ ປະນາມຂ້ອຍ ວ່າເປັນຄົນ ບໍ່ນັບຖືພຣະເຈົ້າ.
\s5
\v 9 ຂໍໃຫ້ຄົນຊອບທໍາ ນັ້ນ ມີຄວາມອົດທົນ ດົນນານ ຂໍໃຫ້ຜູ້ ທີ່ມີສະອາດດີ ມີໃຈເຂັ້ມແຂງ ເຖິງສອງເທົ່າ.
\v 10 ແຕ່ຖ້າພວກເຂົາ ທັງໝົດ ມາຢືນຢູ່ຊ້ອງໜ້າ ກໍຈະບໍ່ພົບພວກເຂົາ ແມ່ນແຕ່ ຄົນດຽວ ເປັນຜູ້ສະຫລາດ.
\s5
\v 11 ວັນຂອງຂ້ອຍ ໄດ້ຜ່ານໄປ ແລະ ແຜນການ ຂອງຂ້ອຍ ກໍລົ້ມລະລາຍ ຄວາມຫວັງ ທີ່ຂ້ອຍມີ ກໍສິ້ນສະຫລາຍໄປດ້ວຍ.
\v 12 ແຕ່ໝູ່ເພື່ອນຂ້ອຍ ຊໍ້າເວົ້າ ທັງຄືນທັງ ເວັນວ່າ, ‘ແສງແຈ້ງໃກ້ເຂົ້າມາ’ ແຕ່ຂ້ອຍຮູ້ວ່າ, ‘ຍັງຢູ່ໃນຄວາມມືດມົນ.
\s5
\v 13 ຄວາມຫວັງຢ່າງດຽວ ຂອງຂ້ອຍ ຄື ແດນມໍຣະນາ ບ່ອນທີ່ຂ້ອຍ ຈະຢຽດຕົວລົງ ນອນຢູ່ໃນຄວາມມືດ.
\v 14 ຂ້ອຍຈະເອີ້ນ ຂຸມຝັງສົບວ່າ, ‘ເປັນບິດາ’ ເອີ້ນໂຕໜອນ ທີ່ກັດກິນວ່າ, ‘ເປັນແມ່ ແລະ ເອື້ອຍ.
\v 15 ມີບ່ ອນໃດ ແດ່ທີ່ຂ້ອຍ ພໍຈະມີຄວາມຫວັງ? ມີໃຜ ຍັງເຫັນ ຄວາມຫວັງ ສໍາລັບຂ້ອຍ ແດ່ບໍ?
\v 16 ຄວາມຫວັງຈະ ບໍ່ລົງໄປນໍາຂ້ອຍ [ຈ] ຕອນທີ່ຂ້ອຍ ລົງໄປ ຍັງແດນ ມໍຣະນາ ພຸ້ນ.”
\s5
\c 18
\p
\v 1-2 “ໂຢບ ເອີຍຄົນຄືເຈົ້າ ມິດເລີຍສາ ໄດ້ຫລືບໍ່? ພວກເຮົາຈະເວົ້າ ຕໍ່ໄປກັບເຈົ້າ ຖ້າ ເຈົ້າ ມິດແລະຟັງ.
\s5
\v 3 ພວກເຈົ້າ ຈະປ່ອຍໃຫ້ໂຢບ ຄິດວ່າ ພວກເຮົາ ຄື ສັດຊັ້ນບໍ? ຫລື ພວກເຈົ້າ ຄິດວ່າພວກເຮົາ ເປັນຄົນໂງ່ຈ້າ.
\v 4 ໂຢບ ເອີຍທີ ່ເຈົ້າ ໂກດຮ້າຍ ມັນທາໍລາຍເຈົ້າເອງ ແຜ່ນດິນ ໂລກ ຈະສັ່ນສະເທືອນ ຍ້ອນຄວາມໂກດຮ້າຍ ຂອງເຈົ້າ ບໍ? ຫລື ກ້ອນຫິນ ຈະເຄື່ອນຍ້າຍ ຈາກທີ່ຂອງມັນໄດ້ບໍ?
\s5
\v 5 ແສງແຈ້ງ ຂອງຄົນຊົ່ວນັ້ນ ຈະຖືກມອດມິດໄປ ແປວໄຟ ຂອງ ພວກເຂົາ ກໍຈະບໍ່ສ່ອງແສງຂຶ້ນ ມາອີກ.
\v 6 ແສງແຈ້ງ ໃນຜ້າເຕັນ ຂອງພວກເຂົາ ຈະມອດໄປ ດັ່ງຕະກຽງດັບ ແລະຈົມຢູ່ໃນຄວາມມືດ.
\s5
\v 7 ບາດກ້າວ ຂອງ ພວກເຂົາ ໜັກແໜ້ນ ແຕ່ບັດນີ້ຕໍາສະດຸດ; ພວກເຂົາລົ້ມລົງ ດ້ວຍ ອຸບາຍ ຂອງ ພວກເຂົາເອງ.
\v 8 ພວກເຂົາ ຍ່າງໄປ ຖືກຕາໜ່າງ ເພາະຕີນ ຂອງ ພວກ ເຂົາເອງ ແລະ ພວກເຂົາ ກໍຍ່າງ ພະເນຈອນ ໄປສູ່ບ້ວງແຮ້ວ;
\s5
\v 9 ແຮ້ວທີ່ວາງໄວ້ນັ້ນ ຈະຈັບທີ່ຂະໜ່ອງ ຂອງ ພວກເຂົາ ແລະ ຕົວພວກເຂົາເອງ ກໍຈະ ຖືກຫິ້ວຂຶ້ນ.
\v 10 ທີ່ເທິງ ໜ້າດິນ ນັ້ນມີແຮ້ວ ທີ່ຖືກຫ້າງໄວ້ ຢ່າງດີ ຖືກວາງໄວ້ຕາມທາງ ທີ່ລາວຍ່າງໄປມາ ນັ້ນ.
\v 11 ອ້ອມຮອບຕົວ ລາວນັ້ນ ຄວາມຢ້ານໃຫຍ່ ລໍຄອຍ ມັນຕິດ ຕາມ ລາວໄປໃນທຸກໆ ບາດກ້າວ.
\s5
\v 12 ລາວເຄີຍ ຮັ່ງມີຂຶ້ນ ແຕ່ບັດນີ້ ຊໍ້າພັດ ອຶດຫິວ; ຄວາມຈິບຫາຍ ຢືນລໍຄອຍ ຢູ່ຂ້າງໆ ລາວນັ້ນ.
\v 13 ພະຍາດ ເຖິງຕາຍ ກໍລາມ ໄປທົ່ວຮ່າງກາຍ ເຮັດໃຫ້ ແຂນຂາ ລາວ ເປື່ອຍເໝັນຄາວຍ້ອນ.
\s5
\v 14 ລາວຖືກຖອນ ອອກຈາກ ເຕັນທີ່ຢູ່ຢ່າງ ປອດໄພ ຖືກນາໍມາ ຢູ່ຊ້ອງໜ້າເຈົ້າ ແຫ່ງ ຄວາມຕາຍ ແລ້ວ.
\v 15 ບັດນີ້ ຜູ້ໃດ ສາມາດ ຢູ່ໃນຜ້າເຕັນ ຂອງຕົນ [ສ] ຫລັງຈາກທີ່ຄົນໂຮຍມາດ ລົງຂ້າເຊື້ອພະຍາດ ທີ່ນັ້ນ. [ຊ]
\s5
\v 16 ສະນັ້ນ ລາວຈຶ່ງເປັນດັ່ງ ຕົ້ນໄມ້ ທີ່ກາໍລັງຈະຕາຍ ຮາກເຫງົ້າ ກິ່ງກ້ານ ທັງຫລາຍ ກໍ ຫ່ຽວແຫ້ງໄປສິ້ນ.
\v 17 ໃນບ້ານເມືອງ ແລະ ຕ່າງຖິ່ນ ຊື່ສຽງລາວ ກໍໝົດໄປ ບໍ່ມີຜູ້ໃດ ທີ່ຈະ ຈົດຈາໍລາວໄວ້ ຕໍ່ໄປອີກແລ້ວ.
\s5
\v 18 ລາວຈະຖືກ ຂັບໄລ່ ອອກຈາກດິນແດນ ຄົນເປັນ ຄື ຖືກຂັບໄລ່ຈາກ ແສງແຈ້ງ ເຂົ້າສູ່ຄວາມມືດ.
\v 19 ລາວຈະບໍ່ມີ ລູກເຕົ້າ ສືບເຊື້ອສາຍ ໃຫ້ລາວເລີຍ ຈະບໍ່ມີຜູ້ໃດ ລອດຊີວິດຢູ່ໃນບ້ານເຮືອນ ຂອງ ລາວດ້ວຍ.
\v 20 ແຕ່ຕາເວັນອອກ ເຖິງຕາເວັນຕົກ ຕ່າງກໍໄດ້ຍິນເຖິງ ຊາຕາກາໍ ລາວຈຶ່ງຂົນລຸກ ແລະ ສັ່ນ ເຊັນດ້ວຍ.
\s5
\v 21 ຊາຕາກໍາ ຂອງ ຄົນຊົ່ວນັ້ນ ກໍເປັນດັ່ງ ນີ້ແຫລະ ຄື ຜູ້ທີ່ບໍ່ໄດ້ ບົວລະບັດ ພຣະເຈົ້າ ຂອງຕົນຢ່າງ ຖືກຕ້ອງ.”
\s5
\c 19
\p
\v 1-2 “ເປັນຫຍັງ ພວກເຈົ້າ ຈຶ່ງສືບຕໍ່ເວົ້າ ທໍລະມານຂ້ອຍນໍ? ແລະເຮັດໃຫ້ຂ້ອຍ ລະທົມໃຈດ້ວຍຄໍາເວົ້າ ເຫລົ່ານັ້ນ.
\s5
\v 3 ພວກເຈົ້າ ໝິ່ນປະໝາດຂ້ອຍ ຊໍ້າຕື່ມ ຢ່າງເຖິງໃຈ ແລະບໍ່ອັບອາຍ ຕໍ່ສິ່ງທີ່ພວກເຈົ້າ ໄດ້ ກ່າວຮ້າຍນັ້ນ.
\v 4 ເຖິງແມ່ນວ່າ ຖ້າຂ້ອຍເຮັດຜິດພາດ ກໍຕາມ ເຮັດໃຫ້ພວກເຈົ້າ ເຄືອງຈິດ ແລະ ຊໍ້າໃຈ ຫຍັງຍ້ອນ?
\s5
\v 5 ທີ່ຈິງແລ້ວ ພວກເຈົ້າ ຂົ່ມຂ້ອຍ ເພື່ອຍົກ ພວກເຈົ້າເອງ ໃຊ້ຄວາມທົນທຸກ ທີ່ຂ້ອຍມີ ເປັນພິລຸດ ຈັບຜິດຂ້ອຍ.
\v 6 ພວກເຈົ້າ ບໍ່ເຫັນບໍ່ວ່າ ແມ່ນພຣະເຈົ້າທີ່ໄດ້ທໍາການ ພຣະອົງໄດ້ວາງແຜນ ເພື່ອດັກຈັບຂ້ອຍ ຢ່າງນີ້.
\s5
\v 7 ຂ້ອຍປະທ້ວງ ຕໍ່ຄວາມຮຸນແຮງ ແຕ່ບໍ່ມີ ຜູ້ໃດ ຟັງເລີຍ ບໍ່ມີຜູ້ໃດໄດ້ຍິນຄໍາຮ້ອງຂໍ ຄວາມຍຸດຕິທາໍ ສໍາລັບຂ້ອຍ.
\v 8 ພຣະເຈົ້າ ກີດກັ້ນ ຫົນທາງ ຂ້ອຍຈຶ່ງຜ່ານໄປ ບໍ່ໄດ້ ພຣະອົງອັດຫົນທາງຂອງຂ້ອຍ ໃນຄວາມມືດ.
\v 9 ພຣະອົງໄດ້ ເອົາຊັບສິນ ທັງໝົດຂອງຂ້ອຍ ໜີໄປ ທັງໄດ້ທາໍລາຍ ຊື່ສຽງຂອງຂ້ອຍ ດ້ວຍ.
\s5
\v 10 ພຣະອົງໃຊ້ໄມ້ຕີຂ້ອຍ ທຸກປ່ອງ ທຸກແຈ ແລະ ໃຫ້ຄວາມຫວັງຫ່ຽວແຫ້ງຕາຍ ດັ່ງຕົ້ນໄມ້.
\v 11 ພຣະເຈົ້າໂກດຮ້າຍ ແລະ ຕໍ່ສູ້ຂ້ອຍ ຢ່າງໂມໂຫ ພຣະອົງເຮັດກັບຂ້ອຍ ດັ່ງເປັນສັດຕູ ຄູ່ອາຄາດ.
\v 12 ພຣະອົງສົ່ງກອງທັບມາໂຈມຕີຂ້ອຍໂດຍກົງ ພວກເຂົາ ຂຸດຕະຄອງ ລົງປິດລ້ອມຜ້າເຕັນຂ້ອຍໄວ້.
\s5
\v 13 ພຣະເຈົ້າໄດ້ເຮັດໃຫ້ ຄອບຄົວ ຂອງຂ້ອຍ ປະຖິ້ມຂ້ອຍໝົດ ຂ້ອຍເປັນຄົນແປກໜ້າ ຕໍ່ຜູ້ທີ່ເຄີຍ ຮູ້ຈັກຂ້ອຍນັ້ນ;
\v 14 ຍາດຕິພີ່ນ້ອງ ແລະ ໝູ່ເພື່ອນມິດສະຫາຍຂອງຂ້ອຍ ຕ່າງກໍພາກັນໜີໄປຈາກຂ້ອຍ ຢ່າງໝົດສິ້ນ.
\s5
\v 15 ຜູ້ທີ່ເຄີຍເປັນແຂກ ໃນບ້ານຂອງຂ້ອຍ ກໍລືມຂ້ອຍໝົດ ສາວໃຊ້ຖືຂ້ອຍເປັນຄົນແປກໜ້າ ແລະ ຕ່າງດ້າວ.
\v 16 ເມື່ອຂ້ອຍເອີ້ນ ຫາຄົນຮັບໃຊ້ ເຂົາກໍບໍ່ຍອມຂານ ເຖິງແມ່ນ ຂ້ອຍ ຮ້ອງຂໍໃຫ້ຊ່ວຍ ກໍຕາມ.
\s5
\v 17 ເມຍຂອງຂ້ອຍ ຢືນສູ້ ກັບກິ່ນລົມ ຫາຍໃຈ ບໍ່ໄດ້ເລີຍ ແລະ ອ້າຍນ້ອງ ຄີງ ໆ ຂອງຂ້ອຍເອງ ກໍບໍ່ກາຍມາໃກ້.
\v 18 ແມ່ນແຕ່ພວກເດັກນ້ອຍ ກໍເຮັດໃສ່ຂ້ອຍ ຢ່າງຫຍໍ້ຫຍັນ ຖ້າຂ້ອຍອ້າປາກເວົ້າຈາ ພວກເຂົາກໍຫົວເລາະເຍາະເຍີ້ຍ.
\v 19 ໝູ່ເພື່ອນ ທີ່ສະໜິດ ແນມເບິ່ງຂ້ອຍ ຢ່າງກຽດຊັງຄົນທີ່ຂ້ອຍ ຍັງຮັກຫລາຍ ທີ່ສຸດ ກໍຫັນມາຕໍ່ສູ້ຂ້ອຍ.
\s5
\v 20 ຕາມຕົນຕົວຂອງຂ້ອຍ ກໍເຫັນແຕ່ ກະດູກ ຕິດໜັງ; ຂ້ອຍຍັງລອດຊີວິດຢູ່ມາ ໄດ້ ພຽງແຕ່ພາງໆ ເທົ່ານັ້ນ. [ຍ]
\v 21 ພວກເຈົ້າ ເປັນເພື່ອນຂ້ອຍ ສົງສານຂ້ອຍ ແດ່ແມ ມືພຣະເຈົ້າ ທຸບຕີຂ້ອຍໃຫ້ ລົ້ມລົງສາແລ້ວ.
\v 22 ເປັນຫຍັງ ພວກເຈົ້າຈຶ່ງຂົ່ມເຫັງຂ້ອຍ ເໝືອນພວກເຈົ້າເປັນ ພຣະເຈົ້າ? ພວກເຈົ້າ ຍັງບໍ່ສົມໃຈ ຫລື ທີ່ໄດ້ທໍລະມານຂ້ອຍ?
\s5
\v 23 ຂ້ອຍຢາກໃຫ້ມີ ຜູ້ໃດຜູ້ໜຶ່ງ ຈົດຄໍາເວົ້າ ຂອງຂ້ອຍໄວ້ເດ ແລະ ບັນທຶກ ຄໍາເວົ້າ ສິ່ງທັງ ໝົດໃສ່ໄວ້ ໃນປຶ້ມ
\v 24 ຫລືໃຊ້ປາກກາ ສະຫລັກຄໍາເວົ້າຂອງຂ້ອຍໄວ້ສືບໄປ ແລະ ຂຽນ ໄວ້ທີ່ໂງ່ນຫິນໃຫ້ ຄົງມີໄປຕະຫລອດ. [ດ]
\s5
\v 25 ແຕ່ຂ້ອຍຮູ້ ຜູ້ໜຶ່ງຢູ່ໃນສະຫວັນ ສະຖານ ຜູ້ທີ່ຈະມາໃນທີ່ສຸດປ້ອງກັນ ຊີວິດຂ້ອຍໄວ້.
\v 26 ແມ່ນວ່າ ເນື້ອກາຍຂ້ອຍ ຈະ ຖືກພະຍາດ ກັດກິນ ເມື່ອຍັງຢູ່ໃນຮ່າງກາຍ [ຕ] ຂ້ອຍຈະໄດ້ເຫັນພຣະເຈົ້າ. [ຖ]
\v 27 ຂ້ອຍຈະເຫັນພຣະອົງດ້ວຍຕາ ຂອງຂ້ອຍ ເອງ ພຣະອົງຈະບໍ່ເປັນຄົນແປກໜ້າ ສໍາລັບ ຂ້ອຍ. ຄວາມກ້າຫານຂອງຂ້ອຍໄດ້ ເຫີຍ ຮາດ ຂາດໄປຍ້ອນ ພວກເຈົ້າໄດ້ຖາມຂ້ອຍ ວ່າດັ່ງນີ້:
\s5
\v 28 ‘ພວກເຮົາທໍລະມານລາວ ໄດ້ຢ່າງໃດ ນໍ? ພວກເຈົ້າຫາທາງ ແກ້ຕົວເພື່ອຈະໂຈມຕີ ຂ້ອຍ.
\v 29 ແຕ່ບັດນີ້ ໃຫ້ພວກເຈົ້າ ພາກັນ ຢ້ານດາບແດ່ແມ ຄື ດາບທີ່ຈະຖືກນາໍສູ່ ຄວາມໂກດຮ້າຍ ຂອງ ພຣະເຈົ້າ ເພື່ອຈະມາ ຕໍ່ສູ້ບາບກາໍ ທີ່ພວກເຈົ້າໄດ້ ກະທາໍ ເພື່ອພວກເຈົ້າ ຈະໄດ້ຮູ້ວ່າ ມີຜູ້ໜຶ່ງຕັດສິນຄວາມໃຫ້. ” [ທ]
\s5
\c 20
\p
\v 1-2 “ໂຢບ ເອີຍ ເຈົ້າໄດ້ເຮັດໃຫ້ຂ້ອຍ ລໍາຄານໃຈ ບັດນີ້ຂ້ອຍ ອົດທົນບໍ່ໄຫວ ຈຶ່ງຈະໂຕ້ຕອບເຈົ້າ.
\v 3 ສິ່ງທີ່ເຈົ້າໄດ້ເວົ້ານັ້ນ ແມ່ນ ຄໍາດູຖູກນິນທາ ແຕ່ຂ້ອຍຮູ້ດີຢູ່ແລ້ວ ວ່າຈະ ຕອບເຈົ້າ ຢ່າງໃດ.
\s5
\v 4 ເຈົ້າກໍຮູ້ແລ້ວວ່າ ຕັ້ງແຕ່ສະໄໝ ບູຮານ ເມື່ອມະນຸດ ເຮົາຖືກ ວາງທີ່ເທິງແຜ່ນດິນໂລກ
\v 5 ຄົນຊົ່ວຊ້າ ນັ້ນຈະມີໄຊຊະນະຢູ່ຊົ່ວຄາວ ພວກເຂົາຈະ ພົບຄວາມສຸກ ໃນໄລຍະສັ້ນ ໆ ເທົ່ານັ້ນ.
\s5
\v 6 ເຖິງແມ່ນ ພວກເຂົາໃຫຍ່ສູງສົ່ງ ຈຸທ້ອງຟ້າຈົນວ່າ ຫົວຂອງພວກເຂົາ ຈຸເມກ
\v 7 ແຕ່ ພວກເຂົາ ກໍຈະຖືກພັດຖິ້ມ ເໝືອນດັ່ງຂີ້ຝຸ່ນ ດິນ ຄົນທີ່ເຄີຍຮູ້ຈັກ ຈະຖາມກັນວ່າ, ‘ພວກເຂົາໄປໃສແລ້ວ?
\s5
\v 8 ພວກເຂົາຈະສະຫລາຍໄປ ດັ່ງຄວາມຝັນ ດັ່ງນິມິດໃນຕອນກາງຄືນ ທີ່ຈະບໍ່ເຫັນມັນ ອີກ.
\v 9 ຄົນຊົ່ວຈະສູນຫາຍໄປ ຈາກຖິ່ນຖານ ຂອງຕົນ ບ່ອນທີ່ພວກເຂົາ ເຄີຍຢູ່ອາໄສ ກໍຈະບໍ່ເຫັນພວກເຂົາ ອີກເລີຍ.
\s5
\v 10 ຊັບສິນ ທີ່ພວກເຂົາມີ ນັ້ນ ຈະລົດນ້ອຍ ຖອຍລົງ ລູກເຕົ້າຂອງພວກເຂົາ ຈາໍໃຈຈ່າຍ ຄືນໃຫ້ຄົນທຸກ.
\v 11 ຮ່າງກາຍ ຂອງ ພວກເຂົາເຄີຍໜຸ່ມແໜ້ນ ແລະແຂງແຮງ ແຕ່ ກໍຈະ ຖືກປ່ຽນແປງ ໃຫ້ເປັນຂີ້ຝຸ່ນດິນໄວໆ ນີ້.
\s5
\v 12-13 ຄວາມຊົ່ວຮ້າຍ ມີ ຣົດຊາດ ແຊບນົວ ໃນປາກ ຂອງພວກເຂົາ ແລະ ເຊື່ອງ ມັນໄວ້ ພາຍໃນຂອງພວກເຂົາ.
\v 14 ແຕ່ ໃນກະເພາະ ພວກເຂົາແລ້ວ ອາຫານທີ່ແຊບ ນັ້ນ ເປັນພິດໄພ ຍິ່ງກວ່າ ຢາເບື່ອ.
\s5
\v 15 ຄົນຊົ່ວ ຮາກອອກແຕ່ຊັບສິນ ທີ່ຕົນໄດ້ ລັກມາ; ພຣະເຈົ້າເອົາຄືນ ແມ່ນແຕ່ ຍັງຄາຢູ່ ໃນກະເພາະ.
\v 16 ສິ່ງທີ່ຄົນຊົ່ວ ກືນກິນ ນັ້ນ ດັ່ງກືນຢາພິດ ລົງໄປ; ມັນຂ້າ ພວກເຂົາໃຫ້ ຕາຍເໝືອນຖືກ ງູພິດ ຕອດ.
\s5
\v 17 ພວກເຂົາ ຈະບໍ່ຢູ່ລອດ ເພື່ອຊົມນໍ້າມັນ ໝາກກອກ ຫລັ່ງໄຫລ [ນ] ຫລື ນາໍ້ເຜິ້ງ ແລະ ນາໍ້ນົມ ທີ່ຈະໄຫລ ດັ່ງສາຍນາໍ້.
\v 18 ພວກເຂົາຈະຕ້ອງ ສົ່ງຄືນທຸກສິ່ງທີ່ພວກເຂົາໄດ້ ຫາມາ; ພວກເຂົາຈະບໍ່ມີໂອກາດ ຊື່ນຊົມ ກັບ ຊັບສິນຂອງຕົນຊໍ້າ
\v 19 ເພາະ ພວກເຂົາ ຂູດຮີດ ແລະ ລະເລີຍ ຕໍ່ຄົນຍາກຈົນທັງບຽດຢຶດເຮືອນ ຄົນທີ່ຕົນບໍ່ໄດ້ສ້າງມາ ນັ້ນ.
\s5
\v 20 ພວກເຂົາໂລບມາກ ໂລພາ ບໍ່ພໍເປັນ ຈັກເທື່ອ ຈຶ່ງຮັກສາ ຊັບສົມບັດ ໃດໆ ໄວ້ ບໍ່ໄດ້ ເລີຍ.
\v 21 ເມື່ອພວກເຂົາ ກິນເຂົ້າ ກໍບໍ່ໃຫ້ເຫລືອໄວ້ ຈັກຢ່າງ ແຕ່ບັດນີ້ ຄວາມຮຸ່ງເຮືອງ ຂອງພວກເຂົາ ກໍມາສູ່ຈຸດຈົບ.
\v 22 ແມ່ນວ່າ ພວກເຂົາ ຈະສໍາເລັດ ສູງສົ່ງສໍ່າໃດ ກໍຕາມ ແຕ່ພວກເຂົາກໍຈະຍາກຈົນ ໜັກລົງເທົ່ານັ້ນ.
\s5
\v 23 ຈົ່ງປ່ອຍ ພວກເຂົາ ກິນໃຫ້ສົມຈິດໃຈ ມັກ ສາເທາະ ເພາະພຣະເຈົ້າຈະລົງໂທດ ຢ່າງໂກດຮ້າຍໜັກ.
\v 24 ເມື່ອພວກເຂົາ ພະຍາຍາມ ປົບໜີ ຈາກດາບ ຂອງ ສັດຕູ ລູກ ໜ້າທະນູທອງ ກໍຈະມາຖືກພວກເຂົາໂລດ.
\v 25 ລູກທະນູ ຈະທະລຸຊອດ ຮ່າງກາຍ ຂອງ ພວກເຂົາ; ຕົນຕົວຂອງພວກເຂົາ ກໍເປິເປື້ອນ ໄປດ້ວຍເລືອດ. ເມື່ອໃດຖອດ ທະນູອອກ ຈາກຫົວໃຈ ຂອງ ພວກເຂົາ ຄວາມຢ້ານ ຕາຍ ກໍມາສິງສູ່ ພວກເຂົາເມື່ອນັ້ນ.
\s5
\v 26 ທຸກໆສິ່ງທີ່ພວກເຂົາ ໄດ້ສະສົມໄວ້ໄດ້ ທັງໝົດກໍຈະຖືກທາໍລາຍຖິ້ມ ຈົນກ້ຽງ; ໄຟ ທີ່ບໍ່ໄຕ້ໂດຍມື ມະນຸດ ຈະເຜົາຜານ ພວກເຂົາ ກັບ ຄອບຄົວຂອງພວກເຂົາ ໃຫ້ດັບສິ້ນ.
\v 27 ສະຫວັນ ເຜີຍແບ ບາບຂອງພວກເຂົາ ໃຫ້ເຫັນ; ແຜ່ນດິນໂລກ ກໍເປັນພະຍານ ຕໍ່ສູ້ ພວກເຂົາດ້ວຍ.
\s5
\v 28 ຊັບສິນ ຂອງ ພວກເຂົາ ທຸກຢ່າງ ຈະ ຖືກ ທໍາລາຍ ໄປ ຍ້ອນ ພຣະເຈົ້າ ໂກດຮ້າຍ ໜັກ ດັ່ງ ນໍ້າໄຫລ ຖ້ວມ.
\v 29 ຊາຕາກໍາ ຂອງ ບັນດາ ຄົນຊົ່ວ ກໍ ເປັນ ດັ່ງນີ້ແຫລະ ພຣະເຈົ້າ ໃຫ້ ພວກເຂົາ ໄດ້ ຮັບເຄາະກາໍ ເຫລົ່ານັ້ນ.”
\s5
\c 21
\p
\v 1-2 “ຈົ່ງຟັງດີໆ ເຖີດ ສິ່ງທີ່ຂ້ອຍຈະ ເວົ້າອອກໄປ ຂ້ອຍບໍ່ລໍຄໍາເລົ້າໂລມໃຈ ຈາກ ພວກເຈົ້າອີກແລ້ວ.
\v 3 ຈົ່ງໃຫ້ໂອກາດ ຂ້ອຍເວົ້າ ຕໍ່ໄປຕື່ມແດ່ ເມື່ອເວົ້າສົມໃຈແລ້ວ ຈະເຍາະເຍີ້ຍຂ້ອຍ ກໍເອົາເລີຍ.
\s5
\v 4 ການໂຕ້ຖຽງ ຂອງຂ້ອຍ ບໍ່ແມ່ນກັບ ຄົນ ຕາຍເປັນ ຂ້ອຍມີເຫດຜົນ ພຽງພໍ ທີ່ຂ້ອຍອົດກັ້ນບໍ່ໄດ້.
\v 5 ແນມເບິ່ງຂ້ອຍ ຢ່າງນີ້ ແລ້ວຍັງບໍ່ພຽງພໍ ອີກບໍ? ຈຶ່ງກຶ້ງຕາ ເບິ່ງຢ່າງຕົກ ຕະລຶງ ມິດງຽບ?
\v 6 ເມື່ອຄິດເຖິງ ສິ່ງທີ່ໄດ້ເກີດຂຶ້ນ ກັບຂ້ອຍຫັ້ນນາ ຂ້ອຍກໍ ງົງທົ່ວຮ່າງກາຍກໍສັ່ນເຊັນ ໄປໝົດສິ້ນ.
\s5
\v 7 ເປັນຫຍັງ ພຣະເຈົ້າ ຈຶ່ງປ່ອຍ ໃຫ້ຄົນບໍ່ ດີຍັງມີຊີວິດຢູ່ ຈົນພວກເຂົາເຖົ້າແກ່ຊະຣາ ຈົນຮຸ່ງເຮືອງຂຶ້ນ ແລະ ຮັ່ງມີນໍ?
\v 8 ພວກເຂົາມີລູກເຕົ້າ ແລະ ພວກເຫລົ່າຫລານ ເຫລັນມີຊີວິດ ຈົນເຫັນພວກເຂົາໃຫຍ່ກ້າໜ້າບານ ທັງນັ້ນ.
\v 9 ພຣະເຈົ້າບໍ່ໄດ້ ໃຫ້ບ້ານເຮືອນ ຂອງ ພວກເຂົາ ຖືກທໍາລາຍ ພວກເຂົາ ບໍ່ ເຄີຍມີຊີວິດຢູ່ ໂດຍຢ້ານກົວ ຜູ້ໃດຊໍ້າ.
\s5
\v 10 ທຸກເທື່ອ ທີ່ງົວເຖິກ ຖືເຊີງນັ້ນ ກໍຕັ້ງທ້ອງ ທຸກໂຕ ແລະ ເກີດລູກອອກມາ ຢ່າງ ບໍ່ຫລຸຫລອດ ຈັກໂຕດ້ວຍ.
\v 11 ພວກເຂົາ ປ່ອຍໃຫ້ ລູກເຕົ້າ ແລ່ນຫລີ້ນ ຍົ່ວ ໆ ດັ່ງຝູງແກະ ລູກຫລານ ຂອງ ພວກເຂົາເຕັ້ນກະໂດດ ໄປມາ ຢ່າງມ່ວນຊື່ນ
\v 12 ທັງຮ້ອງລໍາ ທາໍ ເພງ ຕາມຈັງຫວະ ຂອງ ສຽງກອງ ພ້ອມທັງ ສຽງພິນ ແລະ ສຽງຂຸ່ຍ ອີກດ້ວຍ.
\s5
\v 13 ພວກເຂົາ ໃຊ້ຊີວິດຢູ່ຢ່າງ ມີສັນຕິສຸກ ແລະ ຕາຍຢ່າງສະບາຍ ໂດຍທີ່ບໍ່ໄດ້ ທົນ ທຸກ.
\v 14 ຄົນຊົ່ວບອກພຣະເຈົ້າ ປ່ອຍ ພວກເຂົາໃຫ້ຢູ່ຕາມລໍາພັງ ພວກເຂົາບໍ່ຕ້ອງການ ຮູ້ຈັກ ແມ່ນແຕ່ພຣະປະສົງ ຂອງ ພຣະອົງຊໍ້າ.
\v 15 ພວກເຂົາຄິດວ່າ ບໍ່ຈາໍ ເປັນທີ່ຕ້ອງ ຮັບໃຊ້ ພຣະເຈົ້າ ເດີ ທັງບໍ່ສຳ ຄັນຫຍັງ ທີ່ຈະພາວັນນາອະທິຖານ ຫາພຣະເຈົ້າ.
\s5
\v 16 ພວກເຂົາອ້າງ ເຖິງຜົນສໍາເລັດໂດຍ ກາໍລັງ ຂອງພວກເຂົາເອງ ແມ່ນແຕ່ແນວຄິດ ຂອງພວກເຂົາ ຂ້ອຍກໍຍອມຮັບ ເອົາບໍ່ໄດ້.
\v 17 ແສງທຽນຊີວິດ ຂອງຄົນຊົ່ວ ດັບໄປ ເລື້ອຍໆ ຊັ້ນບໍ? ຄວາມຈິບຫາຍ ກໍມາເຖິງ ພວກເຂົາ ເລື້ອຍໆ ຫລືບໍ່? ເມື່ອພຣະເຈົ້າ ໂກດຮ້າຍ ແຜດສຽງໃສ່ ຄົນຊົ່ວທັງຫລາຍ
\v 18 ພຣະອົງ ພັດພວກເຂົາ ຖິ້ມດັ່ງຂີ້ແກບ ຖືກ ລົມພັດ ບໍ? ດັ່ງພະຍຸບ້າ ພັດຂີ້ຝຸ່ນ ຟົ້ງ ກະເດັນໜີ ໄປຫລືບໍ່?
\s5
\v 19 ພຣະເຈົ້າຈະ ບໍ່ລົງໂທດ ລູກຍ້ອນບາບກາໍຂອງພໍ່. ແຕ່ພຣະເຈົ້າ ເປັນຜູ້ລົງໂທດ ຄົນ ທີ່ເຮັດບາບ ນັ້ນເອງ, ເພື່ອສະແດງ ໃຫ້ເຫັນວ່າ ພວກເຂົາເອງ ໄດ້ເຮັດບາບ.
\v 20 ໃຫ້ຄົນບາບ ຫາບແບກ ໂທດກາໍ ຂອງ ພວກເຂົາ ເອງ; ໃຫ້ພວກເຂົາ ຊີມຄວາມໂກດຮ້າຍ ຂອງ ພຣະເຈົ້າ ອົງຊົງຣິດອໍານາດ ຍິ່ງໃຫຍ່.
\v 21 ເມື່ອຄົນຜູ້ໜຶ່ງ ຈົບສິ້ນຊີວິດ ຂອງຕົນໄປ ມັນ ຫຍຸ້ງກ່ຽວຫຍັງ ກັບຊີວິດ ຂອງ ລູກ ລາວ ນັ້ນ?
\s5
\v 22 ຜູ້ໃດ ຜູ້ໜຶ່ງ ສັ່ງສອນ ພຣະເຈົ້າ ໄດ້ບໍ? ຜູ້ທີ່ຕັດສິນ ແມ່ນ ພຣະອົງ ທີ່ຢູ່ເບື້ອງເທິງພຸ້ນ
\v 23-24 ບາງຄົນແຂງແຮງ ຢູ່ຮອດມື້ເຂົາຕາຍ ຕາຍງ່າຍທັງສຸກໃຈ ແລະ ຮ່າງກາຍ ກໍອ້ວນພີຢູ່.
\s5
\v 25 ບາດຄົນອື່ນນັ້ນ ພັດບໍ່ມີຄວາມສຸກ ຫຍັງເລີຍ; ເຂົາມີຊີວິດຢູ່ ແລະ ຕາຍໄປ ໂດຍ ຂົມຂື່ນໃຈ ແທ້ໆ.
\v 26 ທຸກຄົນກໍລ້ວນແຕ່ ຕາຍ ແລະ ຖືກຝັງ; ມີໂຕໜອນ ຫຸ້ມຕົນຕົວ ຄືກັນທັງນັ້ນ.
\s5
\v 27 ຈົ່ງລະວັງໄວ້ ຂ້ອຍຮູ້ ຄວາມຄິດ ພວກເຈົ້າທັງໝົດ ຄື ຄວາມຄິດ ເຕັມແຕ່ ອຸບາຍ ທີ່ພວກເຈົ້າ ມີຢູ່ນັ້ນ.
\v 28 ພວກເຈົ້າ ຖາມວ່າ, ‘ເຮືອນຜູ້ຍິ່ງໃຫຍ່ ບັດນີ້ຢູ່ໃສ? ຄື ຜູ້ຍິ່ງໃຫຍ່ ທີ່ໄດ້ ປະຕິບັດແຕ່ການຊົ່ວຮ້າຍນັ້ນ?
\s5
\v 29 ພວກເຈົ້າ ບໍ່ເຄີຍຖາມ ຄົນທ່ອງທ່ຽວ ແດ່ບໍ? ພວກເຈົ້າ ບໍ່ຮູ້ຈັກຄໍາພະຍານ ຂອງ ພວກເຂົາ ຫລື
\v 30 ວ່າ ຄົນຊົ່ວຖືກ ສະຫງວນ ໄວ້ສໍາລັບຄວາມຈິບຫາຍ ແລະ ພວກເຂົາ ຈະຖືກນໍາໄປໃນວັນ ແຫ່ງ ຄວາມ ໂກດຮ້າຍ.
\s5
\v 31 ບໍ່ມີຜູ້ໃດ ກ້າຟ້ອງກ່າວຫາ ຄົນຊົ່ວຕໍ່ໜ້າພວກເຂົາເລີຍ ຫລື ໃຫ້ພວກເຂົາ ຈ່າຍ ຄືນໂທດກາໍ ທີ່ພວກເຂົາ ກະທໍານັ້ນ.
\v 32 ເມື່ອຖືກຫາມ ໄປສູ່ຫລຸມ ບ່ອນ ພວກເຂົາ ຖືກຝັງກໍຍັງມີ ຄົນຢືນຄອຍ ອ້ອມເຝົ້າ ຂຸມຝັງສົບ ໄວ້
\v 33 ມີຫລາຍພັນຄົນ ເຂົ້າຮ່ວມ ໃນພິທີ ຝັງສົບ ແມ່ນແຕ່ດິນກໍຢູ່ເທິງຮ່າງກາຍ ພວກເຂົາຢ່າງສຸພາບ.
\s5
\v 34 ຄໍາເລົ້າໂລມ ຂອງ ພວກເຈົ້ານັ້ນ ບໍ່ມີ ຄຸນຄ່າ ທຸກຄໍາຕອບ ທີ່ພວກເຈົ້າ ເວົ້າມາເປັນ ຄໍາຕົວະ ທັງນັ້ນ.”
\s5
\c 22
\p
\v 1-2 “ມະນຸດ ທີ່ຕ້ອງຕາຍ ຈະເປັນ ປະໂຫຍດ ອັນໃດ ສໍາລັບ ພຣະເຈົ້າ? ແມ່ນ ມະນຸດ ທີ່ສະຫລາດ ທີ່ສຸດ ກໍເປັນປະໂຫຍດ ສໍາລັບ ລາວເອງ ເທົ່ານັ້ນ?
\v 3 ທີ່ເຈົ້າເຮັດ ຖືກຕ້ອງ ນັ້ນເປັນປະໂຫຍດຫຍັງແກ່ ພຣະເຈົ້າ? ຫລື ທີ່ເຈົ້າເຮັດດີ ຮອບຄອບ ນັ້ນ ຊ່ວຍຫຍັງ ພຣະອົງ ໄດ້ແດ່?
\s5
\v 4 ມັນບໍ່ແມ່ນຍ້ອນເຈົ້າ ຢໍາເກງ ພຣະເຈົ້າ ດອກຫລື ທີ່ພຣະອົງ ຕໍ່ສູ້ເຈົ້າ ແລະ ນໍາເຈົ້າ ຂຶ້ນສານນັ້ນ.
\v 5 ແຕ່ຍ້ອນເຈົ້າ ຕ່າງຫາກ ທີ່ ໄດ້ເຮັດບາບໄວ້ຫລາຍ ຍ້ອນຄວາມຊົ່ວ ທັງໝົດ ທີ່ເຈົ້າ ໄດ້ກະທາໍໄວ້.
\s5
\v 6 ເພື່ອໃຫ້ ພີ່ນ້ອງ ຂອງເຈົ້າ ຄືນໜີ້ ທີ່ພວກເຂົາໄດ້ຢືມໄປ ເຈົ້າເອົາເຄື່ອງນຸ່ງ ຂອງ ພວກເຂົາ ແລະ ບໍ່ປະຫຍັງ ໃຫ້ພວກເຂົານຸ່ງ.
\v 7 ເຈົ້າ ບໍ່ຍອມແມ່ນແຕ່ ໃຫ້ນໍ້າ ແກ່ຜູ້ຫິວກະຫາຍ ແລະ ປະຕິເສດລ້ຽງດູ ແມ່ນແຕ່ ຜູ້ອຶດຢາກ.
\v 8 ເຈົ້າໄດ້ໃຊ້ ອໍານາດ ແລະ ຕໍາແໜ່ງ ຢ່າງຜິດ ໆ ເພື່ອຢຶດດິນດອນ ບ່ອນທາໍມາຫາກິນ ທັງໝົດນັ້ນ.
\s5
\v 9 ເຈົ້າບໍ່ພຽງແຕ່ ປະຕິເສດ ຊ່ວຍແມ່ໝ້າຍ ທັງຫລາຍ ແຕ່ເຈົ້າຍັງໄດ້ປຸ້ນ ແລະ ຂົ່ມເຫັງ ເດັກກາໍພ້າ ດ້ວຍ.
\v 10 ສະນັ້ນ ບັດນີ້ ຢູ່ອ້ອມຕົວເຈົ້າ ຈຶ່ງເຕັມແຕ່ ສິ່ງດັກຈັບ ໃນທັນ ໃດເຈົ້າກໍເຕັມໄປ ແຕ່ຄວາມຢ້ານ.
\v 11 ມັນ ແຮ່ງ ມືດມົວຍິ່ງຂຶ້ນ ຈົນເຈົ້າ ເບິ່ງບໍ່ເຫັນມັນ ມັນມາດັ່ງນາໍ້ໄຫລ ພັດຖ້ວມ ທັບເທິງຕົວເຈົ້າ.
\s5
\v 12 ພຣະເຈົ້າບໍ່ໄດ້ ສະຖິດຢູ່ທີ່ສະຫວັນ ບ່ອນສູງສຸດບໍ? ແລະ ແນມເບິ່ງໝູ່ດວງດາວ ທີ່ຢູ່ບ່ອນ ສູງ ໆ ພຸ້ນ?
\v 13 ເຈົ້າຊໍ້າພັດ ຖາມ ວ່າ, ‘ພຣະເຈົ້າຮູ້ໄດ້ ຢ່າງໃດ? ກ້ອນເມກ ບັງ ພຣະອົງໄວ້ ຈະຕັດສິນຂ້ອຍ ໄດ້ຢ່າງໃດ?
\v 14 ເຈົ້າຄິດວ່າ ເມກອັນໜາບັງ ພຣະອົງ ບໍ່ໃຫ້ ເຫັນເຈົ້າບໍ ເມື່ອພຣະອົງ ຍ່າງເທິງວົງໂຄ້ງ ຂອງ ຂອບຟ້າ.
\s5
\v 15 ເຈົ້າໄດ້ຕັດສິນໃຈ ຍ່າງໃນຮ່ອມແຫ່ງ ເສັ້ນທາງ ບ່ອນທີ່ຄົນຊົ່ວທັງຫລາຍໄດ້ ເດີນ ຕາມສະເໝີນັ້ນ?
\v 16 ແມ່ນວ່າ ກ່ອນເວລາ ຂອງ ພວກເຂົາ ມາຮອດ ມາເຖິງ ພວກເຂົາ ກໍ ຖືກ ນໍ້າຖ້ວມ ກວາດລ້າງໄປ ຈົນໝົດສິ້ນ.
\v 17 ຄົນປະຖິ້ມພຣະເຈົ້າ ກໍເປັນເຊັ່ນນີ້ແຫລະ ແລະ ຄິດວ່າ ພຣະອົງຈະເຮັດຫຍັງໃຫ້ ພວກເຂົາບໍ່ໄດ້.
\s5
\v 18 ແທ້ຈິງ ແມ່ນພຣະເຈົ້າ ທີ່ໄດ້ ເຮັດໃຫ້ ພວກເຂົາຮຸ່ງເຮືອງ ຂ້ອຍຈຶ່ງບໍ່ເຂົ້າໃຈ ຄວາມຄິດຂອງຄົນຊົ່ວ ເຊັ່ນນັ້ນ.
\v 19 ຄົນດີ ກໍດີໃຈ ໄດ້ ແລະ ຄົນບໍ່ຜິດ ກໍຫົວເລາະ ເມື່ອພວກເຂົາ ໄດ້ເຫັນຄົນຊົ່ວຖືກຕັດສິນ.
\v 20 ສິ່ງຂອງທີ່ ຄົນຊົ່ວມີນັ້ນ ກໍຖືກທາໍລາຍຖິ້ມໝົດ ແລະ ໄຟ ກໍເຜົາຜານ ສິ່ງທັງປວງ ທີ່ຍັງເຫລືອຢູ່.
\s5
\v 21 ໂຢບ ເອີຍ ບັດນີ້ຈົ່ງຄືນດີ ກັບ ພຣະເຈົ້າສາ ແລະ ທຸກສິ່ງກໍຈະເປັນໄປ ໂດຍ ດີສໍາລັບເຈົ້າ. ຢ່າສູ່ເຮັດກັບພຣະເຈົ້າ ຄື ພຣະອົງເປັນສັດຕູໃດ ຖ້າເຮັດໄດ້ ພຣະອົງ ກໍ ຈະອວຍພອນເຈົ້າ.
\v 22 ຈົ່ງຮັບຄໍາສັ່ງສອນ ທີ່ຊົງມອບໃຫ້ເຈົ້າ ນັ້ນສາ ແລະ ຮັກສາ ພຣະທາໍໄວ້ຢູ່ໃນຈິດໃຈ ຂອງເຈົ້າ.
\s5
\v 23 ຈົ່ງກັບມາຫາພຣະເຈົ້າ ດ້ວຍຄວາມຖ່ອມໃຈ ບໍ່ໃຫ້ທຸກ ຄວາມຊົ່ວສິ້ນສູນໄປຈາກ ເຮືອນ ຂອງເຈົ້າ.
\v 24 ຈົ່ງໂຍນຄໍາ ຂອງ ເຈົ້າຖິ້ມອອກໄປສາ ໂຍນຄໍາບໍຣິສຸດ ທີ່ເຈົ້າມີ ໃສ່ຫ້ວຍ ທີ່ແລ້ງນໍ້າ.
\v 25 ຈົ່ງໃຫ້ ພຣະເຈົ້າ ອົງຊົງຣິດອໍານາດ ຍິ່ງໃຫຍ່ ເປັນຄໍາ ຂອງ ເຈົ້າສາ ແລະ ໃຫ້ພຣະອົງ ເປັນເງິນກອງສູງໆ ສໍາລັບເຈົ້າ.
\s5
\v 26 ແລ້ວເຈົ້າ ກໍຈະໄດ້ໄວ້ວາງໃຈ ໃນພຣະອົງສືບໄປ ທັງເຂົ້າໃຈພຣະອົງ ເປັນບໍ່ແຫ່ງຄວາມຍິນດີ ຂອງເຈົ້າ.
\v 27 ເມື່ອເຈົ້າ ພາວັນນາ ອະທິຖານຫານັ້ນ ພຣະອົງກໍຈະ ຊົງຕອບເຈົ້າ ຈະຮັກສາຄໍາສາບານ ທີ່ເຈົ້າໄດ້ ເຮັດໄວ້.
\v 28 ເຈົ້າຈະເຮັດສໍາເລັດ ໃນທຸກສິ່ງທີ່ເຈົ້າ ກະທາໍ ແສງແຈ້ງຈະສ່ອງໃສ ໃນ ທາງເດີນ ຂອງເຈົ້າ.
\s5
\v 29 ພຣະເຈົ້າ ຂົ່ມຄົນຈອງຫອງ [ປ] ໃຫ້ພວກເຂົາໄດ້ຕົກຕໍ່າ ແລະຊ່ວຍຊູ ຄົນຖ່ອມໃຈ ໃຫ້ ຢູ່ໄດ້ຢ່າງປອດໄພ.
\v 30 ພຣະອົງ ຈະຊ່ວຍກູ້ເອົາ ຖ້າເຈົ້າບໍ່ມີຄວາມຜິດ [ຜ] ຖ້າສິ່ງທີ່ເຈົ້າ ກະທາໍເປັນການຖືກຕ້ອງ. ” [ຝ]
\s5
\c 23
\p
\v 1-2 “ຄໍາຈົ່ມທຸກຂອງຂ້ອຍ ໃນມື້ນີ້ກໍຂົມຂື່ນ; ການທີ່ຂ້ອຍຖືກຕີ ກໍຍັງໜັກກວ່າ ການຮ້ອງຄາງ ຂອງຂ້ອຍ.
\s5
\v 3 ຂ້ອຍຢາກຮູ້ເດ ວ່າ ຂ້ອຍຈະພົບພຣະອົງ ໄດ້ຢູ່ໃສ? ແລະຂ້ອຍຈະໄປພົບ ພຣະອົງ ຢູ່ທີ່ ນັ້ນ.
\v 4 ຂ້ອຍຈະຖະແຫລງຄະດີ ຂອງຂ້ອຍ ຕໍ່ໜ້າພຣະອົງ ແລະ ຂ້ອຍຈະໃຫ້ປາກ ຂອງຂ້ອຍເຕັມໄປດ້ວຍການໂຕ້ແຍ້ງ.
\v 5 ຂ້ອຍຢາກຈະຮູ້ສິ່ງທີ່ພຣະອົງ ຕ້ອງເວົ້າອອກມາ ແລະ ພຣະອົງຈະຕອບຂ້ອຍ ຢ່າງໃດແດ່.
\s5
\v 6 ພຣະອົງໃຊ້ພຣະກາໍລັງທຸກຢ່າງ ຕໍ່ສູ້ຂ້ອຍບໍ? ບໍ່ແມ່ນດອກ ພຣະອົງຈະຟັງຕາມ ທີ່ຂ້ອຍໄດ້ເວົ້າ.
\v 7 ໃນທີ່ນັ້ນ ຄົນຊອບທາໍ ຈະ ອ້າງເຫດຜົນ ກັບ ພຣະເຈົ້າ ໄດ້ໝົດ, ແລະ ຂ້ອຍຈະພົ້ນຈາກ ການພິພາກສາ ຂອງຂ້ອຍ [ພ] ຕະຫລອດໄປ.
\s5
\v 8 ຂ້ອຍໄດ້ຊອກ ຄົ້ນຫາ ທາງທິດຕາເວັນ ອອກ ແຕ່ພຣະເຈົ້າ ບໍ່ຢູ່ໃນທີ່ນັ້ນເລີຍ; ເມື່ອ ຂ້ອຍໄດ້ຊອກ ຄົ້ນຫາ ທາງທິດຕາເວັນຕົກ ຂ້ອຍ ກໍບໍ່ໄດ້ພົບພຣະອົງ ໃນທີ່ນັ້ນ.
\v 9 ພຣະເຈົ້າ ດໍາເນີນການທັງທິດໃຕ້ ແລະ ທິດເໜືອ ແຕ່ຂ້ອຍກໍຍັງບໍ່ໄດ້ເຫັນພຣະອົງ ເຊັ່ນກັນດ້ວຍ.
\s5
\v 10 ແຕ່ພຣະເຈົ້າ ຊົງຮູ້ທາງ ທີ່ຂ້ອຍ ກ້າວໄປ ເມື່ອພຣະອົງຊົງທົດສອບຂ້ອຍ ແລ້ວພຣະອົງຈະພົບວ່າ ຂ້ອຍບໍຣິສຸດເໝືອນຄໍາ.
\v 11 ຂ້ອຍຕາມທາງ ຂອງ ພຣະອົງ ຢ່າງ ສັດຊື່ ແລະ ບໍ່ມີທ່າທີ ຫັນເຫ ໄປມາ ຕາມ ທາງ ໃດໆ ອີກ.
\v 12 ຂ້ອຍເຮັດຕາມເລື້ອຍໆ ສິ່ງທີ່ພຣະເຈົ້າ ໄດ້ສັ່ງມາ ຂ້ອຍເຮັດຕາມ ພຣະປະສົງ ບໍ່ແມ່ນຕາມໃຈຂ້ອຍ.
\s5
\v 13 ພຣະອົງ ບໍ່ມີວັນປ່ຽນແປງ ຜູ້ໃດນໍ ຈະ ປ່ຽນພຣະອົງໄດ້ ຫລື ຢັບຢັ້ງພຣະອົງ ໃນສິ່ງທີ່ ພຣະອົງຢາກເຮັດ.
\v 14 ພຣະອົງຈະໃຫ້ ແຜນການ ທີ່ພຣະອົງວາງໄວ້ ສໍາລັບຂ້ອຍ ສໍາເລັດຜົນ ຊົງເປັນໜຶ່ງໃນຫລາຍໆ ແຜນການ ທີ່ພຣະອົງ ມີນັ້ນ.
\s5
\v 15 ຂ້ອຍສັ່ນເຊັນ ຕໍ່ໜ້າພຣະເຈົ້າ ດ້ວຍ ຄວາມຢ້ານ ອັນໃຫຍ່ ຍິ່ງຄິດຫລາຍ ກໍຍິ່ງຢ້ານພຣະອົງ ຫລາຍຂຶ້ນ.
\v 16-17 ພຣະເຈົ້າອົງຊົງຣິດອໍານາດ ຍິ່ງໃຫຍ່ນັ້ນ ທາໍ ລາຍຄວາມ ກ້າຫານຂອງຂ້ອຍລົງ ແລະ ເຮັດໃຫ້ຂ້ອຍ ຢ້ານກົວຫລາຍ ຕໍ່ຣິດອໍານາດ ຂອງ ພຣະເຈົ້າ ແມ່ນພຣະເຈົ້າ ແລະ ບໍ່ແມ່ນຄວາມມືດທີ່ເຮັດໃຫ້ຂ້ອຍ ຢ້ານກົວ ເຖິງວ່າ ຄວາມມືດເຮັດໃຫ້ຕາຂ້ອຍ ບອດກໍຕາມ.
\s5
\c 24
\p
\v 1 ເປັນຫຍັງ ພຣະເຈົ້າ ບໍ່ຕັ້ງເວລາໄວ້ ເພື່ອຕັດສິນນໍ ຄື ຕັ້ງມື້ຕັດສິນຄົນ ຜູ້ທີ່ຮັບໃຊ້ພຣະອົງນັ້ນ?
\s5
\v 2 ຄົນຍົກຍ້າຍຫຼັກແດນ ເພື່ອຢາກໄດ້ທີ່ດິນ ຫລາຍ ພວກເຂົາລັກແກະຂອງຜູ້ອື່ນ ແລະ ລວມໄວ້ ໃນຝູງແກະຂອງຕົນ.
\v 3 ລໍຂອງ ພວກເດັກກາໍພ້າ ພວກເຂົາກໍຢຶດເອົາໄປ ທັງຢຶດງົວ ຂອງແມ່ໝ້າຍ ຈົນນາງຫາເງິນມາໃຊ້ ໜີ້.
\v 4 ພວກເຂົາ ກີດກັ້ນ ຄົນທຸກຈາກສິດທິ ທີ່ເຂົາຄວນມີ ໃຊ້ກາໍລັງຕໍ່ຄົນຂັດສົນໃຫ້ ແລ່ນ ໜີໄປລີ້ຊ່ອນ.
\s5
\v 5 ສະນັ້ນ ຄົນທຸກ ເປັນດັ່ງລໍປ່າ ທີ່ຫາກິນ ຕາມຖິ່ນກັນດານ ບໍ່ມີບ່ອນອື່ນໃດ ພໍຫາ ອາຫານ ໃຫ້ລູກ ຂອງ ພວກເຂົາໄດ້.
\v 6 ພວກເຂົາຕ້ອງໄດ້ ເກັບເລັມ ເມັດເຂົ້າ ໃນນາ ທີ່ພວກເຂົາບໍ່ໄດ້ ເປັນເຈົ້າຂອງ [ຟ] ແລະ ເກັບເລັມ ໝາກອະງຸ່ນໃນສວນ ຂອງ ຄົນທີ່ຊົ່ວຮ້າຍ.
\v 7 ກາງຄືນ ພວກເຂົານອນໂດຍ ບໍ່ມີຫຍັງຕູ້ມຫົ່ມ ບໍ່ມີຫຍັງຫົ່ມຕູ້ມ ໃຫ້ອົບອຸ່ນ ຈາກຄວາມໜາວ.
\s5
\v 8 ພວກເຂົາ ຊຸ່ມປຽກດ້ວຍຝົນ ຫລັ່ງລົງມາ ຈາກເທິງພູ ພວກເຂົາບຽດກັນຢູ່ຂ້າງໂງ່ນຫິນ ທີ່ໃຊ້ ກາໍບັງນັ້ນ.
\v 9 ຄົນຊົ່ວ ເອົາເດັກນ້ອຍ ທີ່ຂາດພໍ່ໄປ ເປັນທາດຮັບໃຊ້ ຂອງຕົນ ແລະ ເອົາລູກຂອງຄົນຈົນ ເປັນຄ່າຈ່າຍໜີ້.
\v 10 ແຕ່ຄົນທຸກ ຕ້ອງອອກໄປໂດຍບໍ່ມີເຄື່ອງນຸ່ງຖື ພວກເຂົາຕ້ອງ ອຶດຫິວເມື່ອພວກຕົນກາໍລັງກ່ຽວເຂົ້າ.
\s5
\v 11 ພວກເຂົາບີບ ໝາກກອກເທດ ໃຫ້ເປັນ ນາໍ້ມັນ ແລະໄດ້ບີບໝາກອະງຸ່ນ ໃຫ້ເປັນເຫລົ້າ ແຕ່ພວກເຂົາເອງນັ້ນ ພັດບໍ່ໄດ້ກິນຫຍັງ ຕ່າງກໍພາກັນຫິວກະຫາຍ ທັງນັ້ນ.
\v 12 ຄົນບາດເຈັບ ກາໍລັງຈະຕາຍ ຮ້ອງໄຫ້ ໃນ ເມືອງ ແຕ່ພຣະເຈົ້າ ບໍ່ຕອບຄໍາພາວັນນາ ອະທິຖານ ຂອງ ພວກເຂົາເຈົ້າ.
\s5
\v 13 ຄົນຊົ່ວຮ້າຍ ເປັນພວກທີ່ກະບົດ ຕໍ່ຄວາມສະຫວ່າງ ແລະ ບໍ່ໄດ້ຢູ່ໃນທາງ ຂອງ ຄວາມສະຫວ່າງ.
\v 14 ຕອນເຊົ້າ ຄາດຕະກອນ ລຸກຂຶ້ນໄປຂ້າຄົນຈົນ ແລະ ຕອນກາງຄືນ ພວກເຂົາກໍອອກໄປຫາຊອກ ປຸ້ນຈີ້.
\s5
\v 15 ຄົນຫລີ້ນຊູ້ ລໍຖ້າຕາເວັນ ລັບຂອບຟ້າ ມາເຖິງ ພວກເຂົາອັດໜ້າຕົນ ເພື່ອບໍ່ໃຫ້ ຄົນ ໃດຈາໍ ພວກເຂົາໄດ້.
\v 16 ກາງຄືນ ຂະໂມຍງັດແງະ ແລະເຂົ້າໃນເຮືອນຄົນ ແຕ່ກາງເວັນ ພວກເຂົາ ຫລົບຫລີກຕົນ ຈາກແສງແຈ້ງ.
\v 17 ພວກເຂົາຢ້ານ ແສງສະຫວ່າງ ໃນຕອນ ກາງເວັນ ແຕ່ຄວາມມືດໃນຕອນ ກາງຄືນ ບໍ່ເຮັດໃຫ້ພວກເຂົາ ຢ້ານຈັກດີ້. (ໂຊພາ) [ມ]
\s5
\v 18 ຄົນຊົ່ວຊ້າ ຈະຖືກນໍ້າຖ້ວມ ພັດໄປ ຈົນໝົດ ແລະ ທີ່ດິນຂອງພວກເຂົາ ກໍເປັນທີ່ສາບແຊ່ງ ພວກເຂົາບໍ່ສົນໃຈວຽກງານ ໃນ ສວນອະງຸ່ນນັ້ນ ຕໍ່ໄປອີກ.
\v 19 ດັ່ງຫິມະ ເປື່ອຍຍ້ອຍ ເມື່ອຖືກຂອງຮ້ອນແຮງ ດັ່ງນັ້ນ ຄົນບາບ ຖືກຫາຍໄປຈາກ ຖິ່ນຂອງຄົນເປັນ.
\s5
\v 20 ບັດນີ້ ແມ່ນແຕ່ແມ່ຂອງພວກເຂົາ ກໍຈະ ຈົດຈາໍພວກເຂົາ ບໍ່ໄດ້ເລີຍ ພວກເຂົາຖືກ ໜອນເຈາະ ແລະ ທໍາລາຍລົົງດັ່ງໄມ້ໂດກ.
\v 21 ເຫດເກີດຂຶ້ນຍ້ອນ ພວກເຂົາກົດຂີ່ ແມ່ໝ້າຍທັງຫລາຍ ແລະ ບໍ່ໄດ້ມີຄວາມເມດຕາ ຕໍ່ຍິງທີ່ບໍ່ມີລູກ.
\s5
\v 22 ດ້ວຍພຣະກາໍລັງ ພຣະອົງທາໍລາຍຄົນ ໃຫຍ່ ຄົນໂຕ ພຣະເຈົ້າລົງມື ດໍາເນີນການ ແລະ ຄົນຊົ່ວກໍຕາຍກ້ຽງ.
\v 23 ພຣະອົງ ອາດປ່ອຍ ພວກເຂົາໃຫ້ມີຊີວິດຢູ່ຢ່າງປອດໄພ ແຕ່ພຣະອົງເຝົ້າແນມເບິ່ງພວກເຂົາ ທຸກເວລາ ບໍ່ຂາດ.
\s5
\v 24 ຄົນຊົ່ວ ຈະຮຸ່ງເຮືອງຂຶ້ນ ພຽງຊົ່ວໄລຍະ ໜ້ອຍດຽວ ແຕ່ແລ້ວພວກເຂົາກໍຫ່ຽວແຫ້ງ ຕາຍໄປ ດັ່ງຕົ້ນຫຍ້າ ເໝືອນດັ່ງຝັກ ຕ່າງໆ ຂອງ ໝາກສາລີ ທີ່ຄົນຕັດລົງ ແລະ ໂຍນມັນ ຖິ້ມສາແລ້ວ.
\v 25 ມີຜູ້ໃດແດ່ ທີ່ບໍ່ຍອມຮັບ ສິ່ງທີ່ຂ້ອຍ ໄດ້ເວົ້າມາ? ຫລື ພິສູດ ສິ່ງທີ່ຂ້ອຍເວົ້າຈາ ບໍ່ແມ່ນຄວາມຈິງດອກ? ” [ບິນດາດ]
\s5
\c 25
\p
\v 1-2 “ພຣະເຈົ້າ ຊົງຣິດເດດ ອໍານາດ ທຸກຊາດຕ້ອງຢໍາເກງ ຊົງຮັກສາອານາຈັກ ສະຫວັນ ໃຫ້ມີສັນຕິສຸກ.
\v 3 ມີຜູ້ໃດແດ່ ນັບ ໄດ້ ບັນດາເທວະດາ ທີ່ຮັບໃຊ້ພຣະອົງ? ມີບ່ອນໃດ ທີ່ແສງສຸກໃສ ຂອງ ພຣະເຈົ້າສ່ອງໃສ່ ບໍ່ໄດ້?
\s5
\v 4 ມີຄົນໃດແດ່ ເຮັດຖືກຕ້ອງ ໃນສາຍຕາ ຂອງພຣະເຈົ້າ? ຄົນທີ່ເກີດຈາກຜູ້ຍິງ ຈະບໍຣິສຸດ ໄດ້ຢ່າງໃດ?
\v 5 ໃນສາຍຕາ ພຣະອົງແລ້ວ ແມ່ນແຕ່ເດືອນ ກໍບໍ່ແຈ້ງ ເທົ່າທັງດວງດາວຕ່າງໆດ້ວຍ ກໍບໍ່ໃສແຈ້ງ.
\v 6 ແລ້ວຄົນທີ່ເປັນແຕ່ ດັກແດ້ ແລະ ຕົວໜອນ ເດ? ພວກເຂົາຈະມີຄຸນຄ່າຫຍັງ ຕໍ່ສາຍຕາ ຂອງພຣະເຈົ້າ? ” [ໂຢບ]
\s5
\c 26
\p
\v 1-2 “ພວກເຈົ້າ ຊ່າງຊ່ວຍເຫລືອຂ້ອຍ ດີແທ້ໆ ນໍ ຄືມີຕໍ່ຄົນຍາກຈົນ ຜູ້ທີ່ອ່ອນແຮງ ດັ່ງຂ້ອຍນີ້
\v 3 ຄໍາແນະນາໍ ທີ່ເຈົ້າໃຫ້ນັ້ນຊ່າງດີ ເຫລືອຫລາຍ ແບ່ງປັນຄວາມຮູ້ ທີ່ເຈົ້າມີໃຫ້ ຄົນໂງ່ຈ້າ ດັ່ງຂ້ອຍນີ້
\v 4 ພວກເຈົ້າ ຄິດວ່າ ຜູ້ໃດຈະໄດ້ຍິນທຸກ ຄໍາເວົ້າ ພວກເຈົ້າ ເດ? ຜູ້ໃດ ໄດ້ບັນດົນໃຈ ໃຫ້ພວກເຈົ້າ ເວົ້າ ເຊັ່ນນີ້? ” (ບິນດາດ) [ຢ]
\s5
\v 5 “ວິນຍານ ຂອງ ຄົນຕາຍນັ້ນ ກໍສັ່ນເຊັນ ໃນນໍ້າທັງຫລາຍ ໃຕ້ພື້ນແຜ່ນດິນໂລກ.
\v 6 ແດນມໍຣະນາ ກໍເປີດແບ ອອກຢູ່ຕໍ່ໜ້າ ພຣະອົງ ບໍ່ມີຜ້າປົກຄຸມ ບັງຈາກສາຍຕາ ຂອງ ພຣະເຈົ້າ.
\s5
\v 7 ພຣະເຈົ້າ ໄດ້ພືທ້ອງຟ້າ ອອກສູ່ທາງທິດເໜືອ ແລະ ແຂວນແຜ່ນດິນໂລກ ໄວ້ໃນທີ່ວ່າງເປົ່າ.
\v 8 ແມ່ນ ພຣະເຈົ້າ ທີ່ເຮັດໃຫ້ ເມກ ເຕັມດ້ວຍ ນໍ້າຝົນ ແລະ ຮັກສາ ບໍ່ໃຫ້ຟົ້ງໄປ ໂດຍມີນາໍ້ໜັກ ເກີນໂພດ.
\s5
\v 9 ພຣະອົງ ປົກບັງ ແສງສ່ອງ ຂອງເດືອນ ເຕັມດວງ ໂດຍດຶງ ເມກທັງຫລາຍ ມາເປັນ ຜ້າກັ້ງ ບັງໄວ້.
\v 10 ພຣະອົງ ໄດ້ແຍກແສງແຈ້ງ ອອກຈາກມືດ ທັງໝົດ ໂດຍໃຊ້ວົງວຽນ ໜຶ່ງເຄື່ອນໄຫວ ຢູ່ເທິງທະເລ ກວ້າງ.
\s5
\v 11 ເມື່ອພຣະອົງ ນາບຂູ່ເສົາຄໍ້າຟ້າ ທັງຫລາຍ ເສົານັ້ນ ກໍຄອນແຄນ ສັ່ນເຊັນ ດ້ວຍຄວາມຢ້ານ.
\v 12 ກາໍລັງຂອງພຣະເຈົ້າ ເອົາຊະນະ ແມ່ນແຕ່ ທະເລ [ຣ] ໂດຍ ຄວາມຊໍານານ ທໍາລາຍ ຣາຮາບ ຜີບໍລິສາດ. [ລ]
\s5
\v 13 ລົມຫາຍໃຈ ຂອງພຣະອົງ ເຮັດໃຫ້ທ້ອງຟ້າ ແຈ່ມໃສ ແລະ ມືພຣະອົງ ທີ່ໃຊ້ຂ້າໄລ່ ຜີບໍລິສາດ ໜີໄປໄດ້. [ວ]
\v 14 ແຕ່ສິ່ງທີ່ກ່າວມານີ້ ເປັນພຽງແຕ່ກ່າວ ເຖິງອໍານາດ ພຽງເລັກນ້ອຍຂອງພຣະອົງ ເປັນພຽງແຕ່ ສຽງຊິ່ມຄ່ອຍໆ ທີ່ພວກເຮົາ ໄດ້ຍິນ ເທົ່ານັ້ນ. ຖ້າດັ່ງນັ້ນ ຜູ້ໃດແດ່ ທີ່ມີຄວາມເຂົ້າໃຈ ເຖິງ ຄວາມຍິ່ງໃຫຍ່ ອັນແທ້ຈິງ ຂອງ ພຣະເຈົ້າ ໄດ້ແດ່?”
\s5
\c 27
\p
\v 1-2 “ຂ້ອຍຂໍສາບານ ຕໍ່ ພຣະເຈົ້າ ອົງຊົງຊີວິດຢູ່ ແລະ ຊົງຣິດອໍານາດ ຍິ່ງໃຫຍ່ ອົງທີ່ບໍ່ຍອມໃຫ້ ຄວາມຍຸດຕິທາໍ ແລະ ນາໍຊີວິດ ອັນລະທົມ ແກ່ຂ້ອຍ.
\v 3 ຕາບໃດ ທີ່ຂ້ອຍນີ້ ຍັງພໍມີຊີວິດຢູ່ ທີ່ພຣະເຈົ້າໂຜດ ໃຫ້ຂ້ອຍມີ ລົມຫາຍໃຈ
\s5
\v 4 ສົບປາກຂ້ອຍ ຈະບໍ່ຍອມເວົ້າ ຄວາມຊົ່ວ ໃດໆ ເລີຍ ລີ້ນຂ້ອຍຈະບໍ່ຍອມ ເວົ້າຕົວະ ຈັກເທື່ອດ້ວຍ.
\v 5 ຂ້ອຍຈະບໍ່ເວົ້າ ວ່າ ຄົນດັ່ງ ພວກເຈົ້າ ເປັນຝ່າຍຖືກເລີຍ ຂ້ອຍຈະຢືນຢັນ ວ່າ ຂ້ອຍບໍ່ຜິດ ຈົນເທົ່າວັນຕາຍພຸ້ນ.
\s5
\v 6 ຂ້ອຍຈະບໍ່ຍົກເລີກ ສິດຮຽກຮ້ອງ ວ່າ ຂ້ອຍບໍ່ຜິດ ຈິດສໍານຶກຂ້ອຍ ຍັງແຈ່ມໃສ ແລະ ຜຸດຜ່ອງຢູ່.
\v 7 ຂໍໃຫ້ຄົນທີ່ຕໍ່ຕ້ານ ແລະ ຕໍ່ສູ້ ກັບຂ້ອຍ ທັງໝົດ ຖືກລົງໂທດ ດັ່ງຄົນຊົ່ວຊາມ ແລະ ຄົນອະທາໍເຖີດ.
\s5
\v 8 ຄົນບໍ່ເຊື່ອຖືພຣະເຈົ້າ ນັ້ນມີຄວາມຫວັງ ຫຍັງແດ່? ໃນໂມງທີ່ພຣະເຈົ້າ ຖາມເອົາຊີວິດ ຂອງພວກເຂົາ?
\v 9 ເມື່ອຄວາມເດືອດຮ້ອນ ແລ່ນມາຕໍາພວກເຂົາ ພຣະເຈົ້າຈະຟັງສຽງ ຂອງພວກເຂົາ ຫລືບໍ່?
\v 10 ພວກເຂົາ ປາຖະໜາ ແຕ່ຄວາມຊົມຊື່ນຍິນດີ ຈຶ່ງໄດ້ພາວັນນາອະທິຖານຫາພຣະອົງ ຢູ່ບໍ່ຂາດ.
\s5
\v 11 ຂໍໃຫ້ຂ້ອຍ ສັ່ງສອນ ພວກເຈົ້າ ແດ່ວ່າ ຣິດອໍານາດ ຂອງ ພຣະເຈົ້າ ຍິ່ງໃຫຍ ສໍ່າໃດ ແລະ ອະທິບາຍ ເຖິງແຜນການ ຊຶ່ງພຣະເຈົ້າ ອົງຊົງຣິດອໍານາດ ຍິ່ງໃຫຍ່ໄດ້ວາງໄວ້.
\v 12 ແຕ່ທີ່ສຸດນັ້ນ ພວກເຈົ້າກໍບໍ່ໄດ້ ເຫັນດ້ວຍຕົນເອງ; ເປັນຫຍັງ ພວກເຈົ້າ ຈຶ່ງເວົ້າ ສິ່ງທີ່ເຫລວໄຫລ ຢ່າງນີ້? ” (ໂຊພາ) [ຫ]
\s5
\v 13 ຕໍ່ໄປນີ້ ແມ່ນສິ່ງທີ່ ພຣະເຈົ້າ ອົງຊົງຣິດອໍານາດ ຍິ່ງໃຫຍ່ ຈະກະທາໍ ພຣະອົງຈະ ລົງໂທດ ຄົນຊົ່ວທັງຫລາຍ ແລະ ຄົນມັກຮຸນແຮງ ຢ່າງໃດແດ່.
\v 14 ພວກເຂົາອາດ ມີ ລູກຊາຍ ຫລາຍຄົນກໍໄດ້ ແຕ່ຈະຖືກຂ້າທັງໝົດ ໃນເສິກສົງຄາມ ລູກໆ ຂອງ ພວກເຂົາຈະອຶດຫິວ ເພາະບໍ່ມີອາຫານ ການກິນ ພໍໃຫ້ອີ່ມທ້ອງ.
\s5
\v 15 ພວກທີ່ລອດຊີວິດ ກໍຈະຕາຍດ້ວຍ ພະຍາດ ໂຣຄາ ແມ່ນແຕ່ ເມຍໝ້າຍ ຂອງ ພວກເຂົາ ກໍຈະບໍ່ໄວ້ທຸກໃຫ້.
\v 16 ພວກຄົນ ຊົ່ວຊ້າ ອາດຈະມີເງິນ ຫລວງຫລາຍ ແລະ ມີເຄື່ອງນຸ່ງຫົ່ມ ເກີນຄວາມຈາໍເປັນດ້ວຍ.
\v 17 ເຂົາຈະທ້ອນໂຮມມັນ, ແຕ່ຄົນຊອບທາໍ ຈະໄດ້ນຸ່ງຫົ່ມ ເຄື່ອງນັ້ນ ຄົນສັດຊື່ຈະໄດ້ໃຊ້ເງິນ ຂອງ ພວກເຂົາ.
\s5
\v 18 ຄົນຊົ່ວສ້າງເຮືອນໄວ້ ດັ່ງໄຍແມງມຸມ [ອ] ຫລື ດັ່ງຕູບ ຂອງ ທາດຮັບໃຊ້ ຄົນໜຶ່ງ ພວມເຝົ້າຍາມ ທົ່ງເຂົ້າ.
\v 19 ເປັນເທື່ອສຸດທ້າຍ [ຮ] ທີ່ເຂົາເຈົ້າ ຈະເອ່ນຕົວນອນ ກັບ ຄວາມຮັ່ງມີ ເມື່ອຕື່ນຂຶ້ນມາ ກໍພົບວ່າ ຊັບສິນ ຫັບຫາຍ ໄປສິ້ນ.
\s5
\v 20 ຄວາມຢ້ານໃຫຍ່ ຈະຫລອນມາ ດັ່ງນາໍ້ ຖ້ວມນາ ລົມຕອນກາງຄືນ ຈະພັດພາ ພວກເຂົາໄປສິ້ນ.
\v 21 ລົມຈາກທິດຕາເວັນອອກ ຈະພັດພວກເຂົາໄປ ໃຫ້ໄກ ຮື້ຮາກຖານ ຂອງ ພວກເຂົາ ໂຍນຖິ້ມຢ່າງຮ້າຍກາດ.
\s5
\v 22 ມັນຈະພັດລົງໃສ່ ພວກເຂົາ ໂດຍບໍ່ມີ ຄວາມປານີ ຂະນະທີ່ພວກເຂົາ ພະຍາຍາມ ປົບໜີໄປຢ່າງສຸດຂີດ.
\v 23 ລົມໂຫ່ຮ້ອງ ໃສ່ ພວກເຂົາ ເມື່ອພວມແລ່ນໜີໄປ ໂດຍເຮັດໃຫ້ ຢ້ານກົວອໍານາດ ທີ່ທາໍລາຍ ພວກເຂົາໄດ້.
\s5
\c 28
\p
\v 1 ກ່ອນຈະຂຸດ ເອົາເງິນໄດ້ ມັນຕ້ອງມີ ເໝືອງແຮ່ ກ່ອນຈະເຮັດໃຫ້ຄໍາ ບໍຣິສຸດໄດ້ຕ້ອງມີ ບ່ອນຫລອມ.
\v 2 ມະນຸດ ຂຸດເອົາ ເຫລັກ ອອກມາຈາກ ພື້ນດິນ ແລະ ຈາກກ້ອນຫິນ, ມະນຸດ ຂຸດເອົາທອງແດງໄດ້.
\s5
\v 3 ມະນຸດ ສໍາຫລວດ ກວດເບິ່ງ ຄວາມມືດ ອັນຕຶບໜາ ຄົ້ນຫາ ໃນຄວາມເລິກ ຂອງ ຫິນ ຢູ່ພື້ນແຜ່ນດິນໂລກ.
\v 4 ໄກຈາກ ທີ່ຄົນຢູ່ ຫລື ຕີນຍ່າງຍ້າຍໄປມາ ມະນຸດຊອກຫາ ບໍ່ແຮ່ ໂດຍຂຸດເປັນທາງ ລອດພື້ນ ທີ່ນັ້ນ ພວກເຂົາເຮັດວຽກ ຢ່າງໂດດດ່ຽວ ປ່ຽວໃຈ ຕິດຫ້ອຍ ຢູ່ກັບເຊືອກ ທີ່ຢ່ອນພວກເຂົາລົງໃນ ຫລຸມນັ້ນ.
\s5
\v 5 ອາຫານ ການກິນ ເກີດຈາກພື້ນແຜ່ນດິນ ແຕ່ໃນບ່ອນດຽວກັນ, ທຸກສິ່ງກໍຖືກຈີກ ໃຫ້ໝຸ່ນ.
\v 6 ຫິນຂອງແຜ່ນດິນໂລກ ບັນຈຸແກ້ວ ໄພທູນ ແລະ ຝຸ່ນຂອງຂີ້ດິນ ກໍບັນຈຸຄໍາດ້ວຍ.
\s5
\v 7 ບໍ່ມີແຫລວ ໂຕໃດດອກ ເຫັນທາງໄປສູ່ ບໍ່ແຮ່ ບໍ່ມີແຮ້ງໂຕໃດດອກ ບິນຜ່ານເທິງມັນ ໄດ້ເລີຍ.
\v 8 ບໍ່ມີໂຕສິງ ຫລື ສັດຮ້າຍ ອື່ນໆ ໂຕໃດເລີຍ ທີ່ເຄີຍທ່ຽວໄປ ຜ່ານທາງ ທີ່ໂດດດ່ຽວນີ້ໄດ້.
\s5
\v 9 ແຕ່ມະນຸດນັ້ນ ກ້າຂຸດໂງ່ນຫິນ ອັນແຂງ ທັງກ້າຂຸດ ພູເຂົາຫລາຍໆ ໜ່ວຍ ອອກຈາກ ຕີນພູໄດ້.
\v 10 ເມື່ອພວກເຂົາ ຂຸດເປັນຖໍ້າ ຜ່ານໂງ່ນຫິນ ເຂົ້າໄປ ພວກເຂົາກໍໄດ້ ຄົ້ນພົບ ຫິນ ນາໆ ຊະນິດທີ່ປະເສີດ.
\v 11 ພວກເຂົາ ຂຸດ ໄປສູ່ແຫລ່ງເກີດ ແມ່ນາໍ້ ທັງຫລາຍ [ຂ] ແລະ ນາໍສິ່ງທີ່ຖືກປິດບັງ ອອກສູ່ແສງແຈ້ງໄດ້.
\s5
\v 12 ແຕ່ ປັນຍານັ້ນ ຈະຊອກຫາໄດ້ຢູ່ໃສ? ຢູ່ທີ່ໃດ ພວກເຮົາຈະ ຮຽນເອົາ ຄວາມເຂົ້າໃຈ ໄດ້?
\v 13 ປັນຍາ ຊອກຫາພົບ ບໍ່ໄດ້ໃນທ່າມກາງມະນຸດ ເດີ ບໍ່ມີຜູ້ໃດເຄີຍ ຮູ້ຈັກຄຸນຄ່າ ອັນແທ້ຈິງຂອງ ປັນຍາໄດ້.
\v 14 ທະເລ ເລິກກວ້າງ ແລະ ມະຫາ ສະໝຸດ ກວ້າງໃຫຍ່ ເວົ້າວ່າ, ‘ປັນຍາ ກໍບໍ່ອາດ ຫາພົບໄດ້ ຢູ່ໃນທີ່ນັ້ນ.
\s5
\v 15-16 ປັນຍາ ຊື້ເອົາບໍ່ໄດ້ ດ້ວຍເງິນ ຫລື ຄໍາ ຄໍາກັບເພັດພອຍ ບໍຣິສຸດ ກໍມີຄ່າທຽບ ປັນຍາ ບໍ່ໄດ້.
\v 17 ປັນຍາ ນັ້ນມີຄຸນຄ່າ ຫລາຍກວ່າ ຄໍາ ກວ່າ ອ່າງຄໍາ ຢ່າງດີ ຫລື ແກ້ວບໍຣິສຸດ ທີ່ໃສແຈ້ງ.
\s5
\v 18 ຄຸນຄ່າ ຂອງ ປັນຍາ ນັ້ນ ມີຫລາຍ ເຫລືອລົ້ນ ກວ່າ ເພັດນິນຈິນດາ ຫລື ທັບທີມ ດ້ວຍ.
\v 19 ພອຍ ສີເຫລືອງ ນໍ້າໜຶ່ງ ທັງ ຄໍາ ນໍ້າໜຶ່ງ ກໍດີ ກໍທຽບເທົ່າກັບ ຄຸນຄ່າ ຂອງ ປັນຍາ ບໍ່ໄດ້.
\s5
\v 20 ຖ້າດັ່ງນັ້ນ ແຫລ່ງ ຂອງ ປັນຍາ ນັ້ນຢູ່ ບ່ອນໃດ? ພວກເຮົາ ຈະຮຽນເອົາ ຄວາມ ເຂົ້າໃຈ ຢູ່ທີ່ໃດໄດ້?
\v 21 ບໍ່ມີສິ່ງທີ່ມີ ຊີວິດ ຢູ່ ຈະສາມາດເຫັນປັນຍາ ແມ່ນແຕ່ ນົກບິນ ໄປມາໃນທ້ອງຟ້າອາກາດ.
\v 22 ແມ່ນແຕ່ ຄວາມຕາຍ ແລະ ການທໍາລາຍ ກໍດີ ‘ກໍຍັງຮັບ ວ່າ ໄດ້ຍິນພຽງແຕ່ສຽງເລົ່າລືກັນເທົ່ານັ້ນ.
\s5
\v 23 “ພຣະເຈົ້າ ເທົ່ານັ້ນ ທີ່ຮູ້ຈັກຊ່ອງທາງ ຮູ້ຈັກບ່ອນທີ່ ມະນຸດຈະຫາພົບປັນຍາ ໄດ້.
\v 24 ເພາະ ພຣະອົງ ເຫັນແຜ່ນດິນໂລກ ທີ່ສຸດ ປາຍ ເຫັນສິ່ງທັງຫລາຍ ທີ່ຢູ່ໃຕ້ຟ້າເທິງແຜ່ນດິນໂລກ.
\v 25 ເມື່ອພຣະເຈົ້າ ໄດ້ໃຫ້ ອໍານາດ ແກ່ລົມພັດຜ່ານ ແລະ ໄດ້ກາໍນົດ ເຂດໝາຍ ຂອງ ທ້ອງທະເລ ກວ້າງ.
\s5
\v 26 ເມື່ອ ພຣະເຈົ້າ ຕັດສິນ ຊີ້ຂາດ ບ່ອນທີ່ຝົນຈະຕົກ ກໍານົດ ທິດທາງ ແສງຟ້າແມບ ຜ່າ ຜ່ານ ໄປນັ້ນ.
\v 27 ເມື່ອນັ້ນ ພຣະອົງ ໄດ້ເຫັນຊອບ ຕໍ່ສິ່ງນີ້ ທັງໝົດ ຍ້ອນເຫັນປັນຍາ ແລະ ພິສູດ ຄຸນຄ່າ ຂອງ ປັນຍາ ນັ້ນ.
\v 28 ພຣະເຈົ້າ ໄດ້ກ່າວອອກ ເປັນຖ້ອຍ ເປັນຄໍາ ແກ່ມວນມະນຸດ ທັງຫລາຍ ດັ່ງຕໍ່ລົງໄປນີ້: ‘ເພື່ອຈະມີປັນຍາ ຕ້ອງຢໍາເກງພຣະເຈົ້າ ຢາເວ ເພື່ອຈະເຂົ້າໃຈ ຕ້ອງຫັນໜີຈາກ ຄວາມຊົ່ວຊ້າ.
\s5
\c 29
\p
\v 1 ແລ້ວ ໂຢບ ກໍໄດ້ເລີ່ມເວົ້າຈາອີກ. [ໂຢບ]
\v 2 “ອີກຄັ້ງໜຶ່ງ ຖ້າຊີວິດຂອງຂ້ອຍ ຄືເກົ່າ ຄືຫລັງ ຄັ້ງທີ່ພຣະເຈົ້າ ໄດ້ປົກປັກຮັກສາ ເບິ່ງແຍງ ຢູ່ນັ້ນ.
\v 3 ພຣະເຈົ້າ ຢູ່ກັບຂ້ອຍ ທັງໃຫ້ແສງແຈ້ງ ສະເໝີມາ ເມື່ອຂ້ອຍໄດ້ທຽວທາງ ຜ່ານຜ່າ ຄວາມມືດ.
\s5
\v 4 ຄື ມື້ທັງຫລາຍ ທີ່ຂ້ອຍໄດ້ຈະເລີນຮຸ່ງເຮືອງ ໄມຕີຈິດ ຂອງ ພຣະເຈົ້າ ປົກປັກຮັກ ສາ ບ້ານເຮືອນ ຂອງຂ້ອຍ.
\v 5 ຄັ້ງນັ້ນ ພຣະເຈົ້າ ອົງຍິ່ງໃຫຍ່ ຢູ່ນາໍຂ້ອຍເລື້ອຍໆ ມາ ລູກເຕົ້າ ຂອງຂ້ອຍ ທັງໝົດ ກໍຢູ່ພ້ອມພຽງ ຮຽງໜ້າ.
\v 6 ຝູງງົວ ແລະ ແບ້ ຕ່າງກໍຜະລິດ ນໍ້ານົມ ສົມບູນດີ ຕົ້ນໝາກກອກເທດ ກໍເກີດ ໃນດິນ ມີ ຫິນແກມ ເກືອ.
\s5
\v 7 ເທື່ອໃດ ທີ່ເຖົ້າແກ່ ໃນເມືອງ ນັດພົບປະຊຸມກັນ ເທື່ອນັ້ນ ຂ້ອຍກໍມີໜ້າ ຢູ່ນາໍ ໃນທີ່ ປະຊຸມຜູ້ໜຶ່ງ.
\v 8 ຊາວໜຸ່ມ ຜີກຕົວອອກ ເມື່ອພວກເຂົາ ເຫັນຂ້ອຍຍ່າງມາ ແລະ ພວກຄົນແກ່ຊະຣາ ກໍລຸກຢືນຂຶ້ນ ຄໍານັບ.
\s5
\v 9-10 ພວກຜູ້ນໍາ ປະຊາຊົນ ຕ່າງກໍ ຢຸດເວົ້າ ທັນທີ ແມ່ນແຕ່ຄົນທີ່ສໍາຄັນ ກໍຍັງມິດງຽບ.
\s5
\v 11 ທຸກໆ ຄົນ ທີ່ໄດ້ເຫັນຂ້ອຍ ຫລື ໄດ້ຍິນ ຂ້ອຍເວົ້າຈາ ຕ່າງກໍພາກັນ ເວົ້າຍ້ອງຍໍ ເຖິງ ສິ່ງທີ່ຂ້ອຍໄດ້ເວົ້າ.
\v 12 ເມື່ອຄົນທຸກ ຮ້ອງໃຫ້ຊ່ວຍ ຂ້ອຍກໍຊ່ວຍເຫລືອພວກເຂົາ ຂ້ອຍໄດ້ຊ່ວຍເຫລືອ ຜູ້ຂາດທີ່ເພິ່ງ ຄື ລູກກາໍພ້າ.
\v 13 ຄົນຂັດສົນ ທີ່ສຸດນັ້ນ ຕ່າງກໍກ່າວ ຊົມເຊີຍ ຂ້ອຍເຄີຍຊ່ວຍ ໃຫ້ຄວາມປອດໄພ ແກ່ແມ່ໝ້າຍ.
\s5
\v 14-15 ຂ້ອຍເຮັດດ້ວຍ ຄວາມສັດຊື່ ແລະ ທ່ຽງທາໍ ຂ້ອຍເປັນຕີນ ໃຫ້ຄົນເສຍຂາ ຂ້ອຍເປັນຕາ ໃຫ້ຄົນຕາບອດ.
\v 16 ຂ້ອຍນີ້ ເປັນດັ່ງພໍ່ຜູ້ໜຶ່ງຂອງ ຄົນຍາກຈົນ ແລະ ເຂົ້າຂ້າງ ຄົນຕ່າງແດນ ທີ່ຖືກເດືອດຮ້ອນ.
\s5
\v 17 ຂ້ອຍທາໍລາຍ ອໍານາດ ຂອງ ຄົນໂຫດຮ້າຍ ສາມານ ແລະ ໄດ້ຊ່ວຍກູ້ເອົາຜູ້ ທີ່ ເປັນເຫຍື່ອ ຂອງ ເຂົາເຈົ້າ.
\v 18 ຂ້ອຍເຄີຍ ຕັ້ງໃຈໄວ້ ເລື້ອຍໆ ວ່າ ຈະມີອາຍຸ ຍືນຍາວ ແລະ ຈະຕາຍທີ່ເຮືອນ ຢ່າງສຸກກາຍ ສະບາຍ ໃຈລົ້ນ.
\v 19 ຂ້ອຍ​ເປັນ​ດັ່ງ​ຕົ້ນ​ໄມ້​ທີ່​ຮາກມ​ີ​ນ້ຳ​ລໍ່​ລ້ຽງສະເໝີ ຊຶ່ງກິ່ງກ້ານ ທັງຫລາຍ ກໍຊຸ່​ມ ຊື່ນດ້ວຍ ນາໍ້ຄ້າງ.
\s5
\v 20 ທຸກໆ ຄົນ ຕ່າງກໍໃຫ້ ຄໍາຊົມເຊີຍ ຢ່າງບໍ່ລົດລະ ແລະ ກາໍລັງຂອງຂ້ອຍ ກໍບໍ່ເຄີຍ ຂາດໄປຈັກເທື່ອ.
\v 21 ເມື່ອຂ້ອຍ ກ່າວ ແນະນາໍຂຶ້ນ ປະຊາຊົນຕ່າງ ກໍມິດງຽບ ແລະ ຕັ້ງຈິດໃຈຟັງ ແທ້ໆ ໃນສິ່ງທີ່ຂ້ອຍ ໄດ້ເວົ້າໄປ.
\v 22 ເມື່ອຂ້ອຍ ເວົ້າສຸດແລ້ວ ພວກເຂົາ ກໍບໍ່ ມີຫຍັງເວົ້າແຖມ ຄໍາເວົ້າ ຂອງຂ້ອຍ ເພີ່ມນໍ້າໜັກ ໃຫ້ດັ່ງນາໍ້ຝົນຢາດຍ້ອຍ.
\s5
\v 23 ທຸກໆຄົນ ຕ່າງກໍນ້ອມ ຍອມຮັບສິ່ງທີ່ຂ້ອຍ ໄດ້ເວົ້າຈາ ດັ່ງພວກພໍ່ນາ ຍິນດີຮັບເອົາ ນາໍ້ຝົນໃນລະດູແລ້ງ.
\v 24 ຂ້ອຍຍີ້ມໃສ່ ຄົນ ທີ່ບໍ່ເຊື່ອໝັ້ນ ໃນຕົນເອງ ໃບໜ້າຂ້ອຍ ເບີກບານ ກໍໃຫ້ກາໍລັງໃຈ ພວກເຂົາໄດ້.
\s5
\v 25 ຂ້ອຍເປັນຜູ້ຮັບຜິດຊອບ ແລະ ຕັດສິນໃຈ ແລະ ໃຊ້ຊີວິດນາໍພາ ພວກເຂົາດັ່ງກະສັດ ຄົນໜຶ່ງ. ຊຶ່ງນາໍພາ ໝູ່ໝວດໃນກອງທັບ ຂອງຕົນ ທັງໃຫ້ຄໍາເລົ້າໂລມ ໃນຍາມສິ້ນຫວັງ ແລະ ອຸກອັ່ງ.
\s5
\c 30
\p
\v 1 ແຕ່ ບັດນີ້ຂ້ອຍ ຊໍ້າຖືກຫົວເລາະ ຫຍໍ້ຫຍັນໂດຍເດັກນ້ອຍ ສາມັນ ທີ່ບໍ່ນັບຖື ອາຍຸ ຂອງຂ້ອຍ; ພໍ່ຂອງພວກເຂົາ ສະໄໝກ່ອນ ເຄີຍເປັນຄົນບໍ່ສໍາຄັນຫຍັງ ບໍ່ສົມກັບຝູງໝາ ທີ່ເຝົ້າ ຝູງແກະ ຂອງຂ້ອຍຊໍ້າ.
\v 2 ພວກເຂົາ ເປັນຄົນໝົດເຫື່ອ ແລະ ໝົດແຮງ ອ່ອນແອ ເກີນທີ່ຈະເຮັດວຽກ ສໍາລັບຂ້ອຍໄດ້.
\v 3 ພວກເຂົາ ອຶດຫິວ ທຸກໄຮ້ ຈົນ ຫຍໍ້າ ກິນຮາກໄມ້ຕາຍ ໃນປ່າທີ່ໂດດດ່ຽວ ປ່ຽວຄົນ ໃນຕອນກາງຄືນ.
\s5
\v 4 ພວກເຂົາ ຫລົກພັນໄມ້ ໃນຖິ່ນແຫ້ງແລ້ງ ກັນດານ ກິນແມ່ນແຕ່ຮາກໄມ້ ຈາງໆ ຂອງ ໄມ້ຍູກວາດ
\v 5 ທຸກໆຄົນຮ້ອງໄລ່ ພວກເຂົາ ໃຫ້ໜີໄປ ດັ່ງພວກເຂົາ ກາໍລັງຮ້ອງໄລ່ ໃສ່ ໂຈນ ທີ່ມາປຸ້ນ.
\v 6 ເຂົາເຈົ້າຕ້ອງໄດ້ ອາໄສ ຢູ່ໃນຖໍ້າຫິນ ໃນຫລຸມທີ່ຂຸດໄວ້ ໃກ້ໆກັບໜ້າ ຜານັ້ນ.
\s5
\v 7 ຢູ່ນອກປ່າ ຕ່າງໆ ພວກເຂົາພາກັນ ຫອນດັ່ງຝູງໝາ ແລະ ກໍບຽດຍັດກັນຢູ່ພາຍໃຕ້ພຸ້ມໄມ້.
\v 8 ແມ່ນພວກຄົນບໍ່ມີຄ່າ ແລະ ບໍ່ມີຊື່ສຽງຫຍັງເລີຍ ພວກເຂົາຖືກຂັບໄລ່ ໃຫ້ ໜີອອກໄປຈາກ ດິນແດນດ້າວ.
\s5
\v 9 ບັດນີ້ ພວກເຂົາ ກໍມາລ້ອມ ຫົວເຍາະເຍີ້ຍໃສ່ຂ້ອຍຄືນ ຂ້ອຍເປັນພຽງ ຄໍາເວົ້າ ອັນຕະຫລົກ ຂອງ ເຂົາເຈົ້າ.
\v 10 ພວກເຂົາຫັນຫລັງໃສ່ຂ້ອຍ ດ້ວຍຄວາມລັງກຽດ ແກມຊັງ ຫລື ຢ່າງບໍ່ລໍາຄານເລີຍ ທີ່ຖົ່ມນໍ້າ ລາຍໃສ່ໜ້າຂ້ອຍ.
\v 11 ຍ້ອນພຣະເຈົ້າ ເຮັດໃຫ້ຂ້ອຍ ອ່ອນແຮງ ຂາດຜູ້ຊ່ວຍ ພວກເຂົາ ຈຶ່ງຫັນມາ ຕໍ່ສູ້ຢ່າງ ບ້າເລືອດ ຄຶກຄະນອງ.
\s5
\v 12 ຄົນເຫລົ່ານີ້ ຕ່າງກໍຕັ້ງໜ້າມາ ໂຈມຕີຂ້ອຍ ອີຫລີ ພວກເຂົາກົດດັນຂ້ອຍ ໃຫ້ແລ່ນ ໜີ ແລະ ຕຽມບຸກໃນບັ້ນທ້າຍ.
\v 13 ພວກເຂົາຕັດທາງຂ້ອຍປົບໜີ ແລະ ພະຍາຍາມ ທາໍລາຍຂ້ອຍຕື່ມ ແລະ ບໍ່ມີຜູ້ໃດເລີຍ ທີ່ຈະ ຕ້ານທານ [ຄ] ພວກເຂົາໄວ້ໄດ້.
\s5
\v 14 ພວກເຂົ​າ ບຸກໂຈມຕີຂ້ອຍ ແມ່ນແຕ່ ທີ່ ຫລຸມ ປ້ອງກັນ ຫັນໜ້າໃສ່ ຢ່າງຫ້າວຫານ ຜ່ານ ທີ່ຫັກເພພັງມາໄດ້.
\v 15 ຄວາມ ຢ້ານກົວ ລຽນແຖວກັນມາ ປົກຄຸມ ເຕັມຕຶບ ໜາ ຢູ່ເທິງຊີວິດຂອງຂ້ອຍ. ກຽດຂອງຂ້ອຍ ດັບສິ້ນ ດັ່ງລົມພັດຜ່ານ ກາຍໄປ ແລະ ຄວາມ ຮຸ່ງເຮືອງ ລັບຫາຍ ດັ່ງເມກໝອກ.
\s5
\v 16 ມາບັດນີ້ ຂ້ອຍກໍາລັງ ໃກ້ຈະສິ້ນໃຈ ຕາຍ ແຕ່ຂ້ອຍຍັງບໍ່ໄດ້ ບັນເທົາ ຕໍ່ການທົນ ທຸກຂອງຂ້ອຍ.
\v 17 ກາງຄືນ ກະດູກ ຂອງຂ້ອຍ ເຈັບປວດ ທັງໝົດ ເຈັບປວດ ຢ່າງທໍລະມານ ບໍ່ເຄີຍເຊົາຈັກເທື່ອ.
\s5
\v 18 ພຣະເຈົ້າ ຈັບຄໍເສື້ອຂ້ອຍໄວ້ ຍົກຕົວ ຂ້ອຍຂຶ້ນສູງ ບິດເຄື່ອງນຸ່ງ ຂອງຂ້ອຍນາໍ ຈົນ ບໍ່ເປັນຮູບຊົງຍ້ອນ.
\v 19 ພຣະອົງໂຍນ ຂ້ອຍ ລົງໃສ່ໃນຂີ້ຕົມ ຂ້ອຍບໍ່ດີກວ່າ ສິ່ງທີ່ຊຸດໂຊມ ອັນເປິເປື້ອນ.
\s5
\v 20 ຂ້າແດ່ພຣະເຈົ້າ ຂ້ານ້ອຍຮ້ອງຫາ ພຣະອົງ, ແຕ່ຄໍາຕອບບໍ່ມີ ເມື່ອຂ້ານ້ອຍ ພາວັນນາ ອະທິຖານຫາ ພຣະອົງກໍບໍ່ເອົາໃຈໃສ່.
\v 21 ພຣະອົງໄດ້ ເຮັດກັບຂ້ານ້ອຍ ຢ່າງໂຫດຮ້າຍ ທາລຸນ ພຣະອົງໄດ້ນາໍຈ່ອງລ້າງ ຈ່ອງຜານ ໂດຍໃຊ້ທຸກອໍານາດ.
\s5
\v 22 ພຣະອົງໄດ້ໃຫ້ ລົມພັດຂ້ານ້ອຍ ໃຫ້ໜີ ໄປໄກ ພຣະອົງໂຍນຂ້ານ້ອຍ ໃນທ່າມກາງ ພະຍຸຮ້າຍ.
\v 23 ຂ້ານ້ອຍຮູ້ວ່າ ພຣະອົງ ພວມສົ່ງຂ້ານ້ອຍ ໄປສູ່ຄວາມຕາຍ ໄປສູ່ ເຄາະກາໍ ທີ່ຮັກສາໄວ້ ສໍາລັບ ທຸກໆຄົນນັ້ນ.
\s5
\v 24 ເປັນຫຍັງ ພຣະອົງຈຶ່ງໂຈມຕີ ຄົນສິ້ນ ເນື້ອ ປະດາຕົວ ຄົນໜຶ່ງ ທີ່ບໍ່ມີຫຍັງ ພຽງແຕ່ ຂໍໃຫ້ເມດຕາ ເທົ່ານັ້ນ? [ງ]
\v 25 ຂ້ານ້ອຍບໍ່ໄດ້ຮ້ອງໄຫ້ ກັບຄົນທຸກໄຮ້ເຂັນໃຈບໍ? ແລະ ບໍ່ ໄດ້ໂສກເສົ້າ ເສຍໃຈ ກັບຄົນທີ່ຂັດສົນ ຫລືນີ້?
\v 26 ຂ້ານ້ອຍຫວັງໄດ້ຮັບແສງແຈ້ງ ແລະ ຄວາມສຸກ ແຕ່ຄວາມເດືອດຮ້ອນ ແລະ ມືດໜາ ກໍມາແທນທີ່.
\s5
\v 27 ຂ້ານ້ອຍຖືກຈີກ ໂດຍຄວາມເຈັບປວດ ແລະ ອຸກອັ່ງໃຈ ຂ້ານ້ອຍ ກາໍລັງ ທົນທຸກທໍລະມານກາຍ ມື້ແລ້ວ ມື້ເລົ່າ.
\v 28 ຂ້ານ້ອຍໄປມາ ໃນຄວາມມືດ ໂດຍບໍ່ມີແສງແຈ້ງ ເລີຍ ຢືນຂຶ້ນໃນທ່າມກາງ ປະຊາຊົນ ຮ້ອງຂໍ ໃຫ້ຊົດຊ່ວຍ.
\v 29 ສຽງຂອງຂ້ານ້ອຍ ໂສກເສົ້າ ທັງໂດດດ່ຽວ ປ່ຽວໃຈ ດັ່ງສຽງໝາໄນ ແລະ ສຽງນົກກະຈອກເທດ.
\s5
\v 30 ເນື້ອໜັງຂ້ານ້ອຍ ບວມຊໍ້າ ເຕັມທົ່ວທັງ ຕົນຕົວ ຂ້ານ້ອຍກາໍລັງໄຂ້ໜັກ ຮ່າງກາຍຮ້ອນ ດັ່ງໄຟເຜົາໄໝ້.
\v 31 ຄັ້ງໜຶ່ງບ່ອນທີ່ຂ້ານ້ອຍ ໄດ້ຍິນສຽງເພງ ອັນມ່ວນຊື່ນ ບັດນີ້ ຂ້ານ້ອຍພັດໄດ້ຍິນແຕ່ ສຽງຮ້ອງໄຫ້ໄວ້ທຸກ.
\s5
\c 31
\p
\v 1 ຂ້ອຍໄດ້ເຮັດສັນຍາ ຢ່າງໜຶ່ງໜັກແໜ້ນ ຈິງໃຈ ຄື ບໍ່ແນມເບິ່ງຜູ້ຍິງດ້ວຍຕັນຫາຄວາມຢາກ.
\v 2 ພຣະເຈົ້າອົງຍິ່ງໃຫຍ່ ເຮັດຫຍັງ ໃຫ້ ພວກເຮົາແດ່ບໍ? ພຣະອົງສະໜອງ ການກະທໍາຂອງຄົນ ຢ່າງໃດແດ່?
\s5
\v 3 ພຣະອົງສົ່ງຄວາມພິນາດ ແລະ ຄວາມ ຈິບຫາຍ ມາທາໍລາຍຄົນທັງຫລາຍ ທີ່ເຮັດ ການຊົ່ວຮ້າຍ.
\v 4 ພຣະເຈົ້າຮູ້ທຸກໆສິ່ງທີ່ຂ້ອຍໄດ້ກະທາໍ ພຣະອົງເຫັນທຸກໆ ບາດຕີນທີ່ຂ້ອຍກ້າວໄປນັ້ນ.
\s5
\v 5 ຂ້ອຍສາບານ ໄດ້ວ່າ ບໍ່ເຄີຍກະທາໍຊົ່ວ ໃດໆ ແລະ ບໍ່ໄດ້ພະຍາຍາມ ຫລອກລວງຄົນ ໃດໆ ທັງນັ້ນ.
\v 6 ຂ້ອຍໃຫ້ພຣະເຈົ້າ ຊັ່ງເບິ່ງ ໂດຍຕາຊິງ ອັນທ່ຽງທໍາ ພຣະອົງກໍຈະໄດ້ຮູ້ຈັກວ່າ ຂ້ອຍສັດຊື່ສໍ່າໃດ ແທ້.
\s5
\v 7 ຖ້າຂ້ອຍຫັນປ່ຽນ ຈາກທິດທາງເດີນ ຄື ທິດທາງເດີນ ອັນຍຸດຕິທາໍ ແລະ ຖືກຕ້ອງ; ຫລື ປ່ອຍຕົວເອງໃຫ້ຄວາມຊົ່ວຈ່ອງດຶງໄປ ຖ້າມືຂ້ອຍ ດ່າງພອຍ ດ້ວຍຮອຍເປື້ອນເປິ ໃດໆ ນັ້ນ
\v 8 ກໍຂໍໃຫ້ຜົນລະປູກ ຂອງຂ້ອຍ ຖືກທາໍລາຍໝົດ ຫລື ໃຫ້ຄົນອື່ນ ໆ ກິນ ອາຫານ ທີ່ຂ້ອຍໄດ້ປູກໄວ້.
\s5
\v 9 ຖ້າຂ້ອຍຖືກເມຍ ຂອງ ເພື່ອນບ້ານຈ່ອງດຶງໄປ ລໍຖ້າຊ່ອນຕົວຢູ່ນອກ ປະຕູເຮືອນ ຂອງນາງ ນັ້ນ;
\v 10 ແລ້ວຈົ່ງໃຫ້ເມຍ ຂອງຂ້ອຍເຮັດກິນໃຫ້ຊາຍອື່ນ ໃຫ້ນາງມີຊາຍອື່ນ ເປັນຄູ່ຊ້ອນ ນອນທີ່ຕຽງຂອງລາວ.
\s5
\v 11 ຄວາມຊົ່ວເຊັ່ນນີ້ ຄວນຖືກລົງໂທດ ໃຫ້ ໜັກ ໆ ຄື ໃຫ້ລົງໂທດເຖິງຕາຍ ຜູ້ທີ່ໄດ້ກະທາໍ ເຊັ່ນນີ້.
\v 12 ນັ້ນຈະເປັນດັ່ງໄຟຮ້ອນ ໃນ ນະຣົກ ເຜົາຜານ ພວມທາໍລາຍທຸກສິ່ງ ທຸກ ອັນທີ່ຂ້ອຍ ຄອບຄອງ ຢູ່ນັ້ນ.
\s5
\v 13 ເມື​່ອຄົນຮັບໃຊ້ ຜູ້ໜຶ່ງຂອງຂ້ອຍ ໄດ້ຕໍ່ ໍວ່າ ຕໍ່ຂານ ຂ້ອຍກໍຟັງ ແລະ ເຮັດກັບລາວຢ່າງ ທ່ຽງທາໍແທ້.
\v 14 ຖ້າບໍ່ເຮັດເຊັ່ນນີ້ ຈະ ສູ້ໜ້າກັບພຣະເຈົ້າ ໄດ້ຢ່າງໃດ? ຂ້ອຍຈະ ເວົ້າແນວໃດ ເມື່ອພຣະເຈົ້າ ມາຕັດສິນຂ້ອຍ?
\v 15 ພຣະເຈົ້າອົງທີ່ໄດ້ສ້າງຂ້ອຍ ກໍແມ່ນ ອົງດຽວກັນກັບ ອົງທີ່ໄດ້ສ້າງສັນ ພວກຄົນ ຮັບໃຊ້ຂອງຂ້ອຍ.
\s5
\v 16 ຂ້ອຍບໍ່ເຄີຍ ປະຕິເສດ ຊ່ວຍເຫລືອ ຄົນຍາກຈົນ ຂ້ອຍບໍ່ເຄີຍ ປະໃຫ້ແມ່ໝ້າຍ ສິ້ນ ຫວັງຈັກເທື່ອ
\v 17 ຫລື ຂ້ອຍກິນເຂົ້າ ແລະ ອາຫານ ແຕ່ຄົນດຽວ ໂດຍບໍ່ຍອມຫລຽວແລ ພວກລູກກາໍພ້າ.
\v 18 ລູກກາໍພ້າ ໄວໜຸ່ມ ໃຫ້ກຽດຂ້ອຍ ດັ່ງພໍ່ຜູ້ໜຶ່ງຊຶ່ງ ຂ້ອຍໄດ້ໜູນຫລັງພວກເຂົາມາຕະຫລອດ. [ຈ]
\s5
\v 19 ເມື່ອຂ້ອຍພົບຄົນໜຶ່ງ ທີ່ລໍາບາກ ແລະ ຂັດສົນ ຍາກຈົນ ເກີນກວ່າ ພວກເຂົາຈະຊື້ ເຄື່ອງນຸ່ງຫົ່ມໄດ້
\v 20 ຂ້ອຍກໍເອົາເສື້ອ ເປັນ ຂົນແກະ ໃຫ້ລາວນຸ່ງ ຊຶ່ງໄດ້ມາຈາກ ຝູງແກະ ຂອງຂ້ອຍເອງ. ແລ້ວລາວ ກໍກ່າວຍ້ອງຂ້ອຍ ທັງຮັກຫໍ່ຊົມເຊີຍ ດ້ວຍຄໍາເວົ້າຈາກສ່ວນເລິກ ຈິດໃຈລາວນັ້ນ.
\v 21 ຖ້າຂ້ອຍຍົກແຂນຂຶ້ນ ຕໍ່ສູ້ເດັກກາໍພ້າຜູ້ໜຶ່ງ ເພາະເຫັນວ່າ ຂ້ອຍມີກາໍລັງ ເອົາຊະນະ ພວກເຂົາໄດ້
\s5
\v 22 ກໍຂໍໃຫ້ແຂນ ຂອງຂ້ອຍຫັກລົງກັບທີ່ ຂໍ ໃຫ້ມັນຫລຸດ ທັນທີອອກຈາກຂໍ້ຕໍ່ທີ່ບ່າໄຫລ່.
\v 23 ເພາະວ່າຂ້ອຍຢ້ານ ພຣະເຈົ້າ ລົງໂທດ ທັນຈຶ່ງບໍ່ກ້າ ທີ່ຈະກະທາໍ ສິ່ງໃດໆ ເຊັ່ນນັ້ນ.
\s5
\v 24 ຂ້ອຍບໍ່ໄດ້ໃຫ້ຄໍາ ເປັນຄວາມຫວັງ ຂອງຂ້ອຍ ຫລື ວ່າ ໃຫ້ຄໍາບໍຣິສຸດ ເປັນຄວາມ ໝັ້ນໃຈ ຂອງຂ້ອຍ.
\v 25 ຂ້ອຍບໍ່ໄດ້ ຊົມຊື່ນຍ້ອນຊັບສົມບັດ ທີ່ຂ້ອຍມີ ຄື ໃນເຄື່ອງຂອງ ທັງຫລາຍ ທີ່ຂ້ອຍມີຢູ່ນັ້ນ.
\s5
\v 26 ຂ້ອຍບໍ່ເຄີຍ ຂາບໄຫວ້ ດວງອາທິດ ທີ່ ສ່ອງໃສ ຫລື ດວງຈັນ ເຕັມດວງ ທີ່ສະຫງ່າງາມ ນັ້ນ.
\v 27 ຂ້ອຍບໍ່​ເຄີຍ​ຖືກ​ຈ່ອງ​ໄປ​ຍົກ​ຍໍ​ ສິ່ງ​ເຫລົ່າ​ນັ້ນ​ເລີຍ​ໂດຍ​ຈູບ​ມື ໃຫ້​ຄວາມ​ເຄົາ​ຣົບ​ແກ່​ສິ່ງ​ເຫລົ່າ​ນັ້ນ.
\v 28 ບາບ ຢ່າງນີ້ສົມຄວນ ໄດ້ຮັບໂທດເຖິງຕາຍ ເພາະ ຫັກຫລັງພຣະເຈົ້າອົງຊົງຣິດອໍານາດ ຍິ່ງໃຫຍ່.
\s5
\v 29 ຂ້ອຍບໍ່ເຄີຍ ສົມນາໍ້ໜ້າເມື່ອສັດຕູ ໄດ້ ທົນທຸກ ຫລື ພໍໃຈນາໍທີ່ພວກເຂົາ ໄດ້ປະສົບ ຄວາມຈິບຫາຍ.
\v 30 ຂ້ອຍບໍ່ກ້າ ແມ່ນແຕ່ ຈະເຮັດບາບ ໃດໆ ເພື່ອສາບແຊ່ງພວກເຂົາ ໂດຍໃຫ້ພຣະເຈົ້າດັບຊີວິດ.
\s5
\v 31 ທຸກໆ ຄົນທີ່ເຮັດວຽກໃຫ້ຂ້ອຍ ພວກເຂົາຮູ້ເລື່ອງນີ້ດີ ວ່າຂ້ອຍມີໃຈ ຕ້ອນຮັບຄົນ ແປກໜ້າຢູ່ເລື້ອຍໆ.
\v 32 ຄົນທຽວທາງນັ້ນ ຂ້ອຍເຊີນພວກເຂົາ ໃຫ້ເຂົ້າພັກ ໃນເຮືອນ ແລະ ບໍ່ເຄີຍປ່ອຍໃຫ້ນອນ ຕາມຫົນທາງຈັກເທື່ອ.
\s5
\v 33 ຄົນອື່ນນັ້ນ ພະຍາຍາມ ເຊື່ອງຊ້ອນ ບາບຕົນເອງ ແຕ່ຂ້ອຍບໍ່ເຄີຍ ປິດບັງບາບ ຂອງຂ້ອຍ ຈັກເທື່ອ.
\v 34 ຂ້ອຍບໍ່ເຄີຍຄິດ ຢ້ານ ຕໍ່ສິ່ງໃດໆ ເລີຍ ຄື ສິ່ງທີ່ຄົນມັກເວົ້າ ເລົ່າ ລືກັນນັ້ນ; ຂ້ອຍບໍ່ເຄີຍມິດງຽບ ຫລື ອັດປະຕູ ຂັງຕົວເອງ ເພາະຢ້ານກົວຕໍ່ຄໍາເວົ້າ ສຽດສີ ນິນທານັ້ນ.
\s5
\v 35 ໂອ ຂ້ອຍຢາກໃຫ້ມີຜູ້ໜຶ່ງ ໄດ້ຍິນສິ່ງທີ່ ຂ້ອຍເວົ້າເດ ຂ້ອຍຢືນຢັນ ສິ່ງທີ່ຂ້ອຍໄດ້ ເວົ້າ ໄປນັ້ນໄດ້ ຂໍໃຫ້ພຣະເຈົ້າ ອົງຊົງຣິດອໍານາດ ຍິ່ງໃຫຍ່ ກະລຸນາໂຕ້ຕອບຂ້ອຍ ມາໃຫ້ຂ້ອຍ ຮູ້ຈັກແດ່. ຖ້າຄໍາ ກ່າວຫາ ທີ່ຄູ່ຄວາມໄດ້ນາໍ ມາ ຕໍ່ສູ້ຂ້ອຍ ຖືກບັນທຶກລົງ ເພື່ອຂ້ອຍຈະໄດ້ ເຫັນ.
\v 36 ຂ້ອຍຈະຖືມັນໄວ້ ຢູ່ເທິງບ່າໄຫລ່ ຢ່າງ ທະນົງຕົວ ແລະ ເອົາສຸບໄວ້ເທິງຫົວ ດັ່ງ ມົງກຸດ ໜ່ວຍໜຶ່ງ.
\v 37 ຂ້ອຍຈະເວົ້າ ຕໍ່ ພຣະເຈົ້າ ທຸກສິ່ງທີ່ຂ້ອຍໄດ້ກະທໍາ ແລະ ເງີຍ ຫົວຂຶ້ນສູງ ຢູ່ຊ້ອງໜ້າ ພຣະເຈົ້າ.
\s5
\v 38 ຖ້າຂ້ອຍໄດ້ລັກເອົາ ທີ່ດິນ ຊຶ່ງປູກຝັງ ກິນ ຢຶດທີ່ດິນຈາກເຈົ້າຂອງເດີມ ທີ່ມີສິດອັນ ຖືກຕ້ອງ
\v 39 ຖ້າຂ້ອຍໄດ້ກິນອາຫານ ທີ່ໄດ້ ໃຫຍ່ຂຶ້ນມາ ແຕ່ປ່ອຍໃຫ້ພວກພໍ່ນາ ຕາຍອຶດຕາຍຢາກ
\v 40 ກໍຂໍໃຫ້ມີຕົ້ນຫຍ້າ ງອກ ແທນຕົ້ນເຂົ້າບະເລ ຂໍໃຫ້ມີຫຍ້າ ໜາມງອກ ແທນເຂົ້າເດືອຍ ເຖີດ. ” ຄໍາເວົ້າ ຂອງ ໂຢບ ຈົບລົງພຽງເທົ່ານີ້.
\s5
\c 32
\p
\v 1 ຍ້ອນວ່າ ໂຢບ ແນ່ໃຈໃນຄວາມບໍຣິສຸດ ຂອງຕົນ ຄົນທັງສາມ ຈຶ່ງບໍ່ໄດ້ພະຍາຍາມ ໂຕ້ຕອບ ລາວອີກ.
\v 2 ແຕ່ມີຄົນໜຶ່ງ ທີ່ຢືນ ຢູ່ໃກ້ໆ ໂຢບ ນັ້ນທີ່ຊື່ວ່າ ເອລີຮູ ລາວ ຄວບຄຸມ ຄວາມຮ້າຍ ຂອງຕົນບໍ່ໄດ້ ອີກຕໍ່ໄປ ເພາະ ໂຢບ ກາໍລັງອ້າງເຫດຜົນ ຂອງຕົນ ຢ່າງເໝາະສົມ ແລະ ພວມກ່າວຫາ ພຣະເຈົ້າ. (ເອລີຮູ ເປັນລູກຊາຍ ຂອງ ບາຣາເກນ ເຊື້ອສາຍ ຄົນໜຶ່ງຂອງ ບູຊີ ແລະ ສັງກັດຢູ່ໃນ ຕະກຸນ ຂອງ ຣາມ.)
\s5
\v 3 ລາວໃຈຮ້າຍ ໃຫ້ເພື່ອນຂອງ ໂຢບ ສາມ ຄົນດ້ວຍ. ພວກເຂົາຫາຄໍາເວົ້າ ມາຕອບ ໂຢບ ບໍ່ໄດ້ ຈຶ່ງເຮັດໃຫ້ເຫັນ ຄືວ່າ ພຣະເຈົ້າ ເປັນຝ່າຍຜິດ.
\v 4 ເພາະ ເອລີຮູ ເປັນຜູ້ໜຸ່ມ ກວ່າ ທຸກຄົນ ໃນທີ່ນັ້ນ ລາວຈຶ່ງຄອຍຖ້າຈົນ ທຸກໆຄົນເວົ້າ ໝົດສາກ່ອນ.
\v 5 ເມື່ອລາວ ເຫັນວ່າ ຊາຍ ທັງສາມຕອບ ໂຢບ ບໍ່ໄດ້ແລ້ວ ລາວຈຶ່ງໃຈຮ້າຍຂຶ້ນ
\s5
\v 6 ແລະ ເລີ່ມຕົ້ນເວົ້າ. [ເອລີຮູ] “ຂ້ອຍຍັງ ໜຸ່ມນ້ອຍ ແລະ ພວກເຈົ້າອາວຸໂສ ດັ່ງນັ້ນ ຂ້ອຍຈຶ່ງຢ້ານ ທີ່ຈະບອກສິ່ງທີ່ຂ້ອຍຄິດ.
\v 7 ຂ້ອຍຄິດວ່າ ພວກເຈົ້າຄວນ ຈະເປັນຜູ້ເວົ້າ ຈາ ແບ່ງປັນ ປັນຍາ ຂອງຄົນທີ່ອາວຸໂສ ໃຫ້.
\s5
\v 8 ແຕ່ແມ່ນ ວິນຍານ ຂອງພຣະເຈົ້າ ອົງ ຊົງຣິດອໍານາດ ຍິ່ງໃຫຍ່ ທີ່ໄດ້ ມາຫາມະນຸດ ແລະ ໃຫ້ປັນຍາ ແກ່ເຂົາເຈົ້າ.
\v 9 ບໍ່ແມ່ນ ວ່າເຖົ້າແກ່ແລ້ວ ຈະເປັນຄົນມີ ປັນຍາ ຫລື ຊ່ວຍພວກເຂົາ ໃຫ້ຮູ້ຈັກວ່າ ສິ່ງໃດແດ່ ທີ່ຖືກ ຕ້ອງ.
\v 10 ສະນັ້ນ ບັດນີ້ຈຶ່ງຢາກ ໃຫ້ພວກເຈົ້າ ຟັງຂ້ອຍ ລອງເບິ່ງ ຈົ່ງໃຫ້ຂ້ອຍບອກ ພວກເຈົ້າ ສິ່ງທີ່ຂ້ອຍຄິດ ໃນໃຈ.
\s5
\v 11 ເວລາ ທີ່ພວກເຈົ້າ ເວົ້າກັນນັ້ນ ຂ້ອຍກໍອົດທົນຟັງ ເພາະຂ້ອຍຫວັງຈະໄດ້ຍິນຄໍາ ໂຕ້ຖຽງ ອັນເລິກລັບ.
\v 12 ແຕ່ບໍ່ມີຜູ້ໃດ ໃນ ພວກເຈົ້າ ຕິຕຽນ ໂຢບ ໄດ້ເລີຍ; ຕ່າງກໍບໍ່ພິສູດ ໃຫ້ເຫັນວ່າ ບໍ່ມີຜົນໃນສິ່ງທີ່ ໂຢບ ເວົ້າ.
\s5
\v 13 ພວກເຈົ້າ ອ້າງວ່າ ຄົ້ນພົບປັນຍາ ໄດ້ ຢ່າງໃດ? ພຣະເຈົ້າຕ້ອງຕອບ ໂຢບ ໄປ ເພາະພວກເຈົ້າ ຕອບບໍ່ໄດ້.
\v 14 ໂຢບ ໂຕ້ຖຽງ ກັບ ພວກເຈົ້າ ບໍ່ແມ່ນ ກັບ ຂ້ອຍເດີແຕ່ຂ້ອຍ ຈະບໍ່ຕອບ ແບບດຽວ ກັບທີ່ພວກເຈົ້າ ໄດ້ຕອບ.
\s5
\v 15 ໂຢບ ເອີຍຄໍາເວົ້ານັ້ນ ໄດ້ເຮັດໃຫ້ ພວກເຂົາ ຜິດພາດໄປ ພວກເຂົາບໍ່ມີຄໍາຕອບ ໃດໆ ມາໃຫ້ເຈົ້າອີກແລ້ວ.
\v 16 ຈະໃຫ້ຂ້ອຍ ລໍຖ້າລ້າ ໆ ເມື່ອພວກເຂົາ ມິດງຽບ ຊັ້ນບໍ? ພວກເຂົາຢືນຢູ່ ທີ່ນີ້ໂດຍ ບໍ່ມີຫຍັງເວົ້າ ຕໍ່ເຈົ້າ ອີກແລ້ວ.
\s5
\v 17 ບັດນີ້ ຂ້ອຍຈະລອງ ໃຫ້ຄໍາຕອບ ຂອງຂ້ອຍເອງ ແລະ ບອກເຈົ້າ ທຸກໆສິ່ງຕາມ ທີ່ຂ້ອຍຄິດເຫັນນັ້ນ.
\v 18 ຂ້ອຍອົດທົນ ໄວ້ ໄດ້ຍາກ ເພາະຢາກເວົ້າອອກມາ ຂ້ອຍກີດກັ້ນຖ້ອຍຄໍາ ທີ່ຈະເວົ້ານັ້ນ ບໍ່ໄດ້.
\v 19 ຖ້າ ຂ້ອຍ ບໍ່ມີໂອກາດ ທີ່ຈະໄດ້ເວົ້າຈາ ກໍຈະ ລະເບີດອອກ ດັ່ງເຫລົ້າອະງຸ່ນໃໝ່ ລົ້ນຖົງ ໜັງ.
\s5
\v 20 ຖ້າປ່ອຍໃຫ້ຂ້ອຍເວົ້າ ກໍຈະຄ່ອຍ ບັນ ເທົາລົງ ໃຫ້ຂ້ອຍຢືນກົງຢູ່ ຊື່ ໆ ຕໍ່ໄປແມ່ນບໍ່ໄດ້.
\v 21 ການໂຕ້ຖຽງນີ້ ຂ້ອຍຈະບໍ່ເຂົ້າຂ້າງ ອອກຂາ ຂ້ອຍຈະບໍ່ປະຈົບ ປະແຈງ ຄົນໃດໆ ທັງນັ້ນ.
\v 22 ຂ້ອຍກໍບໍ່ຮູ້ວ່າ ຈະປະຈົບ ປະແຈງ ຢ່າງໃດກັນ ພຣະເຈົ້າຕ້ອງ ລົງໂທດ ທັນຂ້ອຍ ຖ້າເຮັດເຊັ່ນນັ້ນ.
\s5
\c 33
\p
\v 1 ໂຢບ ເອີຍ ບັດນີ້ຈົ່ງຕັ້ງໃຈຟັງ ໃຫ້ດີ ໆ ຟັງສິ່ງທັງໝົດ ທີ່ຂ້ອຍຕ້ອງເວົ້າ.
\v 2 ຂ້ອຍກາໍລັງ ອ້າປາກ ກ່າວໄຂວາຈາ ຖ້ອຍຄໍາ ຕ່າງໆ ນາໆ ກໍຢູ່ທີ່ຮີມສົບ ຂອງຂ້ອຍ.
\v 3 ຄໍາເວົ້າ ທັງໝົດຂອງຂ້ອຍ ຈິງໃຈ ແລະ ສັດຊື່ ຄື ຂ້ອຍ ພວມຈະເວົ້າ ຄວາມຈິງ ທຸກປະການ.
\s5
\v 4 ວິນຍານ ຂອງ ພຣະເຈົ້າ ໄດ້ສ້າງຂ້ອຍ ຂຶ້ນມາ ວິນຍານ ຂອງ ພຣະອົງໄດ້ໃຫ້ຊີວິດ ແກ່ຂ້ອຍ.
\v 5 ຈົ່ງຕອບຂ້ອຍ ມາໂລດ ຖ້າ ເຈົ້າຕອບໄດ້ຄືນ ຈົ່ງຈັດຕຽມໃຫ້ດີ ໆ ຫລັກຖານ ຢືນຢັນຂອງເຈົ້າ.
\s5
\v 6 ຕໍ່ສາຍຕາພຣະເຈົ້າ ເຈົ້າແລະຂ້ອຍ ເທົ່າທຽມກັນ ເຮົາທັງສອງ ຖືກສ້າງມາຈາກ ດິນ ໜຽວທັງນັ້ນ.
\v 7 ສະນັ້ນ ບໍ່ຕ້ອງຢ້ານຂ້ອຍ ດ້ວຍເຫດຜົນໃດໆ ເລີຍ ຂ້ອຍຈະບໍ່ໃຊ້ອໍານາດ ໃດໆ ເກີນຂອບເຂດ ກັບເຈົ້າ.
\s5
\v 8 ບັດນີ້ ຫູ ຂ້ອຍໄດ້ຍິນ ສິ່ງທີ່ເຈົ້າ ໄດ້ເວົ້າ ມາທຸກໆ ຖ້ອຍວາຈາ ຈາກສົບປາກ ຂອງເຈົ້າ ວ່າ:
\v 9 ‘ຂ້ອຍເປັນຝ່າຍຖືກ ເພາະບໍ່ໄດ້ເຮັດ ຜິດຫຍັງ ຂ້ອຍເປັນຜູ້ບໍຣິສຸດ ແລະ ບໍ່ໄດ້ເຮັດ ບາບ ໃດໆ ທັງນັ້ນ.
\s5
\v 10 ແຕ່ ພຣະເຈົ້າຫາເລື່ອງໃສ່ຂ້ອຍ ສໍາລັບ ໂຈມຕີ ແລະ ໃສ່ຮ້າຍປ້າຍສີ ດັ່ງຂ້ອຍເປັນ ສັດຕູຜູ້ໜຶ່ງ.
\v 11 ພຣະອົງລ່າມໂສ້ຂ້ອຍໄວ້ ແລະ ບໍ່ໃຫ້ຂ້ອຍໄປໃສ ພຣະອົງເບິ່ງຂ້ອຍ ເຄື່ອນໄຫວ ທຸກໆ ບາດກ້າວ.
\v 12 ໂຢບ ເອີຍ ແຕ່ຂ້ອຍຂໍບອກ ວ່າ ເຈົ້າເປັນຝ່າຍຜິດ ພຣະເຈົ້າຊົງຣິດໃຫຍ່ ຍິ່ງກວ່າ ມະນຸດ ໃດໆ ທັງນັ້ນ.
\s5
\v 13 ເປັນຫຍັງເຈົ້າ ຫາເລື່ອງໃສ່ ພຣະເຈົ້າ ຢ່າງນັ້ນນໍ? ວ່າ ພຣະອົງບໍ່ຕອບ ຄໍາຮ້ອງທຸກ ຂອງຜູ້ໃດ ທັງນັ້ນ?
\v 14 ເຖິງວ່າ ພຣະເຈົ້າ ເວົ້າແລ້ວ ເວົ້າອີກພຽງໃດ ກໍດີ ກໍບໍ່ມີຜູ້ໃດ ໃສ່ໃຈ ຕໍ່ສິ່ງທີ່ພຣະອົງ ເວົ້ານັ້ນ.
\v 15 ຕອນ ກາງຄືນ ເມື່ອມະນຸດນອນຫລັບ ສະໜິດ ພຣະເຈົ້າເວົ້າໃນຄວາມຝັນ ແລະ ໃນນິມິດ ຕ່າງໆ.
\s5
\v 16 ພຣະອົງເຮັດໃຫ້ ພວກເຂົາຟັງຖ້ອຍຄໍາ ຂອງ ພຣະອົງ ພວກເຂົາກໍຢ້ານກົວ ຈົນງົງ ໃນ ຄໍາເຕືອນ ຂອງ ພຣະເຈົ້າ.
\v 17 ພຣະເຈົ້າ ເວົ້າ ເພື່ອໃຫ້ພວກເຂົາຢຸດ ເຮັດຊົ່ວເສຍທີ ຊ່ວຍພວກເຂົາ ໃຫ້ພົ້ນຈາກ ການເປັນຜູ້ຈອງຫອງ ພອງຕົວຂຶ້ນ.
\v 18 ພຣະອົງ ຈະ ບໍ່ປ່ອຍໃຫ້ ພວກເຂົາ ຖືກທາໍລາຍໄປ ພຣະອົງໄດ້ຊ່ວຍ ພວກເຂົາໃຫ້ລອດຕາຍ ມາໄດ້.
\s5
\v 19 ພຣະອົງດັດແປງ ຄົນໜຶ່ງໃໝ່ ໂດຍໃຫ້ ພວກເຂົາ ເຈັບປ່ວຍ ຮ່າງກາຍ ກັບ ຮູບຊົງ ຂອງ ພວກເຂົາ ກໍເຈັບປວດທັງນັ້ນ.
\v 20 ຄົນເຈັບປ່ວຍນັ້ນ ເບື່ອທີ່ຈະກິນອາຫານ ແມ່ນແຕ່ອາຫານດີທີ່ສຸດ ກໍເບິ່ງເປັນໜ້າເບື່ອ.
\s5
\v 21 ຮ່າງກາຍ ຂອງ ພວກເຂົາ ນັ້ນ ຊຸດໂຊມ ຈົນເບິ່ງບໍ່ເຫັນຫຍັງ ມີແຕ່ກະດູກ ຕິດໜັງຈົນ ເບິ່ງເຫັນທຸກຊີກ.
\v 22 ພວກເຂົາ ກາໍລັງຍ່າງ ເຂົ້າໃກ້ ໄປສູ່ບ່ອນຄົນຕາຍ ຍັງແດນມໍຣະນາ ຄື ໂລກ ແຫ່ງ ຄວາມຕາຍ ພຸ້ນ.
\s5
\v 23 ບາງທີ ໃນບ່ອນນັ້ນ ຈະມີເທວະດາ ຕົນ ໜຶ່ງມາ ຊ່ວຍກອບກູ້ເອົາ ພວກເຂົາໄວ້ ກໍເປັນ. ຄື ເທວະດາ ຕົນໜຶ່ງຂອງພຣະເຈົ້າ ໃນ ບັນດາເທວະດາ ຫລາຍພັນຕົນ ຜູ້ທີ່ເຮັດໃຫ້ ຄົນລະນຶກ ຄິດເຖິງໜ້າທີ່ ຂອງເຂົາເຈົ້າ.
\v 24 ໃນຄວາມເມດຕາ ເທວະດາຈຶ່ງກ່າວ ວ່າ, ‘ຢ່າສູ່ກັກ ພວກເຂົາໄວ້ ແຕ່ຈົ່ງປ່ອຍໄປສາ ຢ່າໃຫ້ພວກເຂົາ ຕ້ອງລົງໄປໃນແດນມໍຣະນາ ນີ້ ຄື ຄ່າໄຖ່ ເພື່ອປົດປ່ອຍ ພວກເຂົາໃຫ້ເປັນ ອິດສະຫລະ.
\s5
\v 25 ດັ່ງນັ້ນ ຕົນຕົວເພິ່ນຈຶ່ງໜຸ່ມແໜ້ນ ແຂງແຮງໃໝ່ ຈະກາຍເປັນດັ່ງ ມື້ ຄາວທີ່ເພິ່ນ ຍັງໄວເຍົາ.
\v 26 ເມື່ອເພິ່ນພາວັນນາ ອະທິຖານ ດ້ວຍຈິດໃຈ ຖ່ອມຕົວລົງ ພຣະອົງ ກໍຈະຕອບ ໂດຍກົງ ຄໍາພາວັນນາ ອະທິຖານ ນັ້ນ; ເພິ່ນຈະນະມັດສະການ ພຣະເຈົ້າ ຢ່າງຊົມຊື່ນຍິນດີ ແລ້ວສິ່ງ ດີໆ ພຣະເຈົ້າຈະຈັດ ຫາຄືນໃຫ້ ເພິ່ນອີກ.
\s5
\v 27 ແຕ່ ລະຄົນຈະກ່າວ ອອກມາ ວ່າ, ‘ຂ້ອຍໄດ້ເຮັດບາບ ຂ້ອຍບໍ່ໄດ້ເຮັດສິ່ງຊອບທໍາ, ແຕ່ພຣະເຈົ້າ ໄດ້ໄວ້ຊີວິດ.
\v 28 ພຣະເຈົ້າໄດ້ຮັກສາຂ້ອຍ ບໍ່ໃຫ້ໄປສູ່ແດນ ມໍຣະນາ ແລະ ໃຫ້ຂ້ອຍຍັງມີຊີວິດ ຊີວາ ຢູ່ຕໍ່ໄປ ອີກ.
\s5
\v 29 ສິ່ງທັງໝົດນີ້ ພຣະເຈົ້າໄດ້ເຮັດຕໍ່ ມະນຸດເຮົາ ເທື່ອແລ້ວ ເທື່ອເລົ່າ ຊໍ້າແລ້ວ ຊໍ້າ ອີກ.
\v 30 ພຣະອົງນໍາ ພວກເຂົາ ອອກມາ ຈາກ ຂຸມຝັງສົບ ແລະ ໃຫ້ພວກເຂົາ ມີແສງ ສະຫວ່າງ ແຫ່ງ ຊີວິດ.
\s5
\v 31 ໂຢບ ເອີຍ ບັດນີ້ຈົ່ງຟັງ ຂ້ອຍກໍາລັງ ເວົ້າ ນີ້ແມ ຈົ່ງມິດງຽບສາ ແລະ ປ່ອຍໃຫ້ຂ້ອຍ ເວົ້າ.
\v 32 ແຕ່ຖ້າເຈົ້າ ມີສິ່ງຈະເວົ້າຈາ ໃຫ້ ບອກຂ້ອຍມາ ຂ້ອຍຈະຮັບຮູ້ ຢ່າງຍິນດີ ເມື່ອ ເຈົ້າເວົ້າຖືກຕ້ອງ.
\v 33 ແຕ່ຖ້າບໍ່ມີ ຈົ່ງມິດ ງຽບ ແລະ ຟັງຂ້ອຍເວົ້າ ຕໍ່ໄປ ຂ້ອຍຈະສອນ ເຈົ້າ ວ່າ ເປັນຄົນມີປັນຍາໄດ້ຢ່າງໃດ.”
\s5
\c 34
\p
\v 1-2 “ພວກເຈົ້າ ເປັນຄົນສະຫລາດ ແລະ ຫລັກແຫລມ ບັດນີ້ ຈົ່ງພາກັນຟັງສິ່ງທີ່ ຂ້ອຍຈະເວົ້າ.
\v 3 ພວກເຈົ້າຮູ້ວ່າ ອາຫານ ແຊບ ເມື່ອພວກເຈົ້າຊີມມັນ ແຕ່ເມື່ອໄດ້ຍິນ ຄໍາເວົ້າ ອັນມີປັນຍາ ພັດເຂົ້າໃຈ ບໍ່ໄດ້.
\s5
\v 4 ສະນັ້ນ ຈົ່ງຊອກຫາ ສິ່ງທີ່ຊອບທາໍ ເບິ່ງດູ ແລະ ຊອກຮູ້ນາໍກັນ ສິ່ງໃດທີ່ຖືກຕ້ອງ.
\v 5 ໂຢບ ອ້າງຕົນວ່າ ເປັນຄົນ ບໍ່ມີຄວາມຜິດວ່າ ພຣະເຈົ້າ ບໍ່ຍອມໃຫ້ ຄວາມຍຸດຕິທາໍ ແກ່ຕົນໄດ້.
\v 6 ລາວຖາມ ວ່າ, ‘ຂ້ອຍຕົວະ ວ່າ ຂ້ອຍມີຜິດໄດ້ ຢ່າງໃດ? ທັງ ໆ ທີ່ຂ້ອຍເປັນ ຄົນຊອບທາໍ, ຂ້ອຍບາດເຈັບສາຫັດ ແຕ່ຂ້ອຍບໍ່ໄດ້ເຮັດບາບ.
\s5
\v 7 ພວກເຈົ້າ ເຄີຍເຫັນຜູ້ໃດແດ່ ຄື ໂຢບ ຄົນນີ້ບໍ? ລາວບໍ່ໃຫ້ຄວາມນັບຖືຕໍ່ ພຣະເຈົ້າ ຈັກເທື່ອ.
\v 8 ລາວເປັນດັ່ງພັກພວກ ຄົນຊົ່ວຮ້າຍ ທັງຫລາຍ ແລະ ວົນວຽນໄປມາ ກັບ ພວກຄົນບາບ.
\v 9 ລາວເວົ້າວ່າ, ‘ຈະມີສິ່ງດີ ຫຍັງແດ່ ກັບຕົວລາວເອງ ທີ່ພະຍາຍາມ ເຮັດຕາມພຣະປະສົງ ຂອງ ພຣະເຈົ້າ.
\s5
\v 10 ຈົ່ງຟັງຂ້ອຍເວົ້າ ພວກເຈົ້າຜູ້ເຂົ້າໃຈ ເອີຍ ພຣະເຈົ້າອົງຍິ່ງໃຫຍ່ ບໍ່ຫ່ອນຈະເຮັດ ຜິດພາດໄດ້?
\v 11 ພຣະອົງໃຫ້ບາໍເໜັດ ມະນຸດ ໃນສິ່ງທີ່ພວກເຂົາກະທໍາ ແລະ ເຮັດ ຕໍ່ພວກເຂົາສົມກັບ ສິ່ງທີ່ພວກເຂົາ ຄວນໄດ້ຮັບ.
\v 12 ພຣະເຈົ້າອົງຍິ່ງໃຫຍ່ນັ້ນ ບໍ່ເຄີຍ ເຮັດຊົ່ວຫຍັງເລີຍ ພຣະອົງບໍ່ເຄີຍ ອະຍຸດຕິທາໍກັບຜູ້ໃດ ຜູ້ໜຶ່ງທັງນັ້ນ.
\s5
\v 13 ພຣະເຈົ້າ ໄດ້ຮັບອໍານາດ ມາຈາກຜູ້ໃດ ຜູ້ໜຶ່ງຊັ້ນບໍ? ຜູ້ໃດຜູ້ໜຶ່ງໄດ້ ໃຫ້ພຣະອົງເບິ່ງແຍງໂລກເຮົາ ຫລື ນີ້?
\v 14 ຖ້າພຣະເຈົ້າ ສົນໃຈໃນແຕ່ພຣະອົງເອງ ແລະ ເອົາລົມຫາຍໃຈ ຄືນໄປ ຢ່າງ ໝົດສິ້ນ
\v 15 ແລ້ວທຸກໆ ຄົນທີ່ມີຊີວິດຢູ່ ກໍຈະຕາຍໄປໝົດ ຕ່າງກໍຈະພາກັນ ກັບຄືນ ເປັນຂີ້ຝຸ່ນດິນອີກ.
\s5
\v 16 ບັດນີ້ ຈົ່ງຟັງຂ້ອຍ ຖ້າເຈົ້າເປັນຄົນມີປັນຍາ ແລະ ຈົ່ງເອົາໃຈໃສ່ ໃຫ້ດີຕໍ່ສິ່ງທີ ່ ຂ້ອຍຈະເວົ້າ.
\v 17 ພວກເຈົ້າ ກໍາລັງ ປະນາມ ພຣະເຈົ້າ ອົງຍຸດຕິທໍາ ບໍ? ເຈົ້າຄິດ ວ່າ ພຣະອົງຊັງຄວາມຍຸດຕິທາໍ ຫລື ນີ້?
\s5
\v 18 ພຣະອົງປະນາມ ກະສັດ ແລະ ຜູ້ປົກຄອງ ທັງຫລາຍ ເມື່ອພວກເຂົາ ສິ້ນຄຸນຄ່າ ຫລື ເຮັດໃນສິ່ງທີ່ຊົ່ວຊ້າ.
\v 19 ພຣະອົງ ບໍ່ໄດ້ເຂົ້າຂ້າງ ພວກນັກປົກຄອງເລີຍ ທັງບໍ່ເຄີຍ ເຫັນດີນາໍ ຄົນຮັ່ງມີດ້ວຍ ຄື ຄົນຮັ່ງມີ ທີ່ເອົາ ປຽບຄົນຍາກຈົນ ເພາະທຸກໆ ຄົນແມ່ນ ພຣະອົງໄດ້ສ້າງ.
\v 20 ຄົນໜຶ່ງອາດຕາຍ ກະທັນຫັນ ໃນຕອນກາງຄືນ ພຣະເຈົ້າຕີມະນຸດ ໃຫ້ລົ້ມລົງ ແລະ ເຂົາກໍຕາຍໂລດ ພຣະອົງຂ້າມະນຸດ ໄດ້ຢ່າງແສນງ່າຍດາຍ ໂດຍ ບໍ່ໄດ້ໃຊ້ຄວາມພະຍາຍາມ ຫຍັງຈັກດີ້.
\s5
\v 21 ທີ່ຈິງ ພຣະອົງເຝົ້າເບິ່ງການກະທໍາ ຂອງທຸກຄົນ ຂີດໝາຍການເດີນໄປຂອງ ມະນຸດ ທຸກບາດກ້າວ.
\v 22 ບໍ່ມີຄວາມມືດ ອັນໃດ ທີ່ຈະມືດໜາຫລາຍພໍ ທີ່ຈະປິດບັງ ຄົນບາບໜາ ຈາກພຣະເຈົ້າ ໄວ້ໄດ້.
\v 23 ພຣະເຈົ້າ ບໍ່ຈໍາເປັນຕັ້ງເວລາໃດ ເວລາໜຶ່ງ [ສ] ໄວ້ ເພື່ອຈະນໍາມະນຸດຂຶ້ນໄປຍັງສານ ຕັດສິນ.
\s5
\v 24 ພຣະອົງ ບໍ່ຈາໍເປັນຕ້ອງ ໄປສືບສວນ ໃດໆ ໝົດ ເພື່ອຍ້າຍພວກຜູ້ນາໍ ແລະ ເອົາ ຄົນອື່ນມາສັບຊ້ອນ.
\v 25 ເພາະວ່າ ພຣະອົງ ຮູ້ສິ່ງທີ່ພວກເຂົາໄດ້ກະທາໍ ພຣະອົງໂຄ່ນລົ້ມ ແລະ ທາໍລາຍພວກເຂົາ ໃນກາງຄືນໂລດ.
\s5
\v 26 ພຣະອົງລົງໂທດ ໃນຄວາມຊົ່ວຊ້າ ຂອງພວກເຂົາ ຄື ໃນບ່ອນທີ່ທຸກຄົນ ເບິ່ງເຫັນ ພວກເຂົາໄດ້
\v 27 ເພາະເຂົາຍົກເລີກ ທີ່ຈະ ຕິດຕາມພຣະອົງໄປ ແລະ ບໍ່ໄດ້ໃສ່ໃຈຕໍ່ຂໍ້ ບັນຊາຂອງພຣະເຈົ້າ.
\v 28 ພວກເຂົາບັງຄັບ ຄົນທຸກໄຮ້ ທີ່ຮ້ອງຫາພຣະເຈົ້າໃຫ້ຊ່ວຍຊູ ແລະ ພຣະອົງ ກໍໄດ້ຍິນຄໍາຮ້ອງຂໍ ຂອງເຂົາເຈົ້າ.
\s5
\v 29 ຖ້າພຣະເຈົ້າ ຕັດສິນໃຈ ບໍ່ເຮັດສິ່ງໜຶ່ງສິ່ງໃດ ກໍບໍ່ມີຜູ້ໃດ ຕິຕຽນ ວ່າກ່າວພຣະອົງໄດ້. ຖ້າພຣະອົງ ເຊື່ອງໜ້າມະນຸດ ກໍຂາດທີ່ ເພິ່ງພາອາໄສ ແຕ່ພຣະອົງບັງຄັບທຸກຊາດ ແລະ ທຸກພາສາໄດ້.
\v 30 ບໍ່ມີຫຍັງ ທີ່ຊົນຊາດ ຕ່າງໆເຮັດໄດ້ ເພື່ອປ້ອງກັນຄົນ ບໍ່ນັບຖື ພຣະເຈົ້າ ໃຫ້ມາປົກຄອງຢ່າງກົດຂີ່.
\s5
\v 31 ໂຢບ ເອີຍ ເຈົ້າສາລະພາບບາບ ຕໍ່ ພຣະເຈົ້າ ແລ້ວບໍ? ແລະໄດ້ສັນຍາ ວ່າ ເຈົ້າເອງຈະບໍ່ເຮັດບາບອີກ?
\v 32 ເຈົ້າໄດ້ຂໍໃຫ້ ພຣະເຈົ້າ ຊີ້ຄວາມຜິດຂອງເຈົ້າ ແລ້ວບໍ? ແລະ ຕົກລົງປົງໃຈ ຈະເຊົາເຮັດຊົ່ວແລ້ວ ຫລື ບໍ່?
\v 33 ໃນເມື່ອເຈົ້າຄັດຄ້ານ ຕໍ່ສິ່ງທີ່ພຣະເຈົ້າກະທາໍ ເຈົ້າຫວັງໃຫ້ພຣະອົງ ເຮັດຕາມເຈົ້າຕ້ອງການ ໄດ້ບໍ່? ການຕັດສິນໃຈ ແມ່ນເຈົ້າ ແລະ ບໍ່ແມ່ນຂ້ອຍເດີ ບັດນີ້ ຈົ່ງບອກພວກເຮົາມາວ່າ ເຈົ້າຄິດຢ່າງໃດ ແລ້ວ?
\s5
\v 34 ຄົນໃດ ທີ່ສໍານຶກຕົນໄດ້ ກໍຈະຍິນຍອມ ແນ່ນອນ ຄົນໃດທີ່ມີປັນຍາ ກໍຈະໄດ້ຍິນຂ້ອຍ ເວົ້າ
\v 35 ໂຢບ ກາໍລັງເວົ້າມາ ຈາກຄວາມ ໂງ່ງ່າວ ຂອງຕົນ ແລະ ສິ່ງທີ່ລາວເວົ້າມາ ບໍ່ມີແກ່ນສານ ຈັກດີ້.
\s5
\v 36 ຈົ່ງຄິດເບິ່ງຄັກໆ ທຸກສິ່ງທີ່ ໂຢບ ໄດ້ ເວົ້າມາ ພວກເຈົ້າຈະເຫັນວ່າ ລາວເວົ້າຈາດັ່ງຄົນຊົ່ວຊ້າ.
\v 37 ໃນບາບຂອງລາວນັ້ນ ລາວພັດຕື່ມການກະບົດ ຢູ່ຕໍ່ໜ້າພວກເຮົາ ທັງໝົດ ລາວເຍາະເຍີ້ຍ ພຣະເຈົ້າ.”
\s5
\c 35
\p
\v 1-2 “ໂຢບ ເອີຍ ບໍ່ເປັນການຖືກຕ້ອງ ທີ່ເຈົ້າ ກ່າວຈາ ວ່າ ເຈົ້າບໍ່ມີຄວາມຜິດ ຕໍ່ສາຍຕາຂອງພຣະເຈົ້າ
\v 3 ເຈົ້າຖາມ ວ່າ, ‘ທີ່ ຂ້ອຍເຮັດບາບ ສະເທືອນ ພຣະອົງ ບໍ? ຂ້ອຍ ໄດ້ຜົນປະໂຫຍດຫຍັງ ຖ້າຂ້ອຍສາລະພາບ ບາບ?
\s5
\v 4 ຂ້ອຍພວມຈະຫາ ຂໍ້ແກ້ ໂດຍເປັນຄໍາ ປາໄສໂຕ້ຕອບເຈົ້າ ກັບ ເພື່ອນຝູງ ພ້ອມດຽວກັນໂລດ.
\v 5 ຈົ່ງແຫງນເບິ່ງທ້ອງຟ້າ ແລະ ເມກໝອກ ເບິ່ງດູ ວ່າມັນຢູ່ສູງກວ່າ ສໍ່າໃດ ກັນແທ້
\s5
\v 6 ຖ້າເຈົ້າ ເຮັດບາບ ກໍບໍ່ທາໍຮ້າຍພຣະເຈົ້າ ຫຍັງໝົດ ຖ້າເຮັດຜິດຫລາຍເທື່ອ ມັນສະເທືອນຫຍັງແກ່ພຣະເຈົ້າ?
\v 7 ທີ່ເປັນຜູ້ຊອບທາໍນັ້ນ ເຈົ້າຊ່ວຍຫຍັງພຣະເຈົ້າ ໄດ້ແດ່? ບໍ່ມີຫຍັງ ທີ່ພຣະອົງ ຕ້ອງການຈາກເຈົ້າ ຈັກດີ້.
\v 8 ແມ່ນຄົນອື່ນ ທີ່ທົນທຸກຈາກ ການບາບທີ່ເຈົ້າ ໄດ້ກະທາໍ ຄຸນງາມຄວາມດີ ທີ່ເຈົ້າ ກະທາໍມາ ກໍຄືຊ່ວຍພວກເຂົາ ເທົ່ານັ້ນ.
\s5
\v 9 ເມື່ອມະນຸດ ຖືກກົດຂີ່ ພວກເຂົາກໍໄດ້ ແຕ່ຄວນຄາງ ພວກເຂົາຮ້ອງຫາຄົນ ຜູ້ທີ່ຊ່ວຍເຫລືອ ພວກເຂົາໄດ້.
\v 10 ແຕ່ພວກເຂົາ ບໍ່ກັບມາຫາພຣະເຈົ້າ ພຣະຜູ້ສ້າງພວກເຂົາ ຜູ້ທີ່ໃຫ້ຄວາມຫວັງແກ່ພວກເຂົາ ໃນ ຍາມມືດມົນນັ້ນ.
\v 11 ພວກເຂົາບໍ່ກັບມາ ຫາພຣະເຈົ້າ ຜູ້ທີ່ໃຫ້ພວກເຂົາ ມີປັນຍາ ຄື ສະຫລາດ ກວ່າ ຝູງສັດ ແລະ ຝູງນົກດ້ວຍ.
\s5
\v 12 ພວກເຂົາ ຮ້ອງຫາພຣະເຈົ້າ ໃຫ້ຊ່ວຍ ແຕ່ພຣະອົງບໍ່ຕອບພວກເຂົາ ເພາະພວກເຂົາ ເປັນຄົນຈອງຫອງ ແລະ ເປັນຄົນຊົ່ວຊ້າ.
\v 13 ເປັນການບໍ່ມີປະໂຫຍດ ທີ່ພວກເຂົາ ຈະ ຮ້ອງອອກມາ ພຣະເຈົ້າອົງຍິ່ງໃຫຍ່ ບໍ່ຫລຽວແລ ແລະບໍ່ໄດ້ຍິນພວກເຂົາຊໍ້າ.
\v 14 ໂຢບ ເອີຍ ເຈົ້າວ່າ ເຈົ້າເບິ່ງພຣະເຈົ້າ ບໍ່ໄດ້ເລີຍ ແຕ່ ຈົ່ງອົດທົນ ລໍຄອຍ ສູ້ຄະດີ ຊ້ອງໜ້າ ພຣະເຈົ້າ.
\s5
\v 15 ເຈົ້າຄິດວ່າ ພຣະເຈົ້າ ບໍ່ລົງໂທດທັນ ຫລື ພຣະອົງບໍ່ສົນໃຈ ຕໍ່ ບາບອັນເລັກນ້ອຍ.
\v 16 ບໍ່ມີປະໂຫຍດ ສໍາລັບເຈົ້າ ທີ່ຈະເວົ້າຕໍ່ ໄປ ເປັນການຈະແຈ້ງແລ້ວ ວ່າ ເຈົ້າບໍ່ເຂົ້າໃຈ ໃນສິ່ງທີ່ເຈົ້າເວົ້າ.”
\s5
\c 36
\p
\v 1-2 “ຈົ່ງອົດທົນຟັງຂ້ອຍເວົ້າ ຕໍ່ໄປ ຈັກໜ່ອຍແດ່ ແລະ ສິ່ງທີ່ຂ້ອຍເວົ້າ ເພື່ອເຫັນແກ່ພຣະເຈົ້າ.
\v 3 ຄວາມຮອບຮູ້ຂ້ອຍກວ້າງ ຂ້ອຍຈະໃຊ້ສິ່ງທີ່ຮູ້ມາ ເພື່ອໃຫ້ຮູ້ວ່າ ພຣະເຈົ້າ ພຣະຜູ້ສ້າງຂ້ອຍ ຍຸດຕິທາໍ ແທ້.
\s5
\v 4 ບໍ່ມີສິ່ງໃດ ທີ່ຂ້ອຍເວົ້າ ກັບ ພວກເຈົ້າ ເປັນຄວາມບໍ່ຈິງ ພວກເຈົ້າໄດ້ເຫັນກັບຕາ ຄົນສະຫລາດຈິງ ໆ ຜູ້ໜຶ່ງ.
\v 5 ພຣະເຈົ້າ ຍິ່ງໃຫຍ່ແທ້ ພຣະອົງບໍ່ລໍ້ລວງ ຜູ້ໃດ; ບໍ່ມີສິ່ງໃດເລີຍ ທີ່ພຣະອົງ ເຂົ້າໃຈບໍ່ໄດ້.
\s5
\v 6 ພຣະອົງ ບໍ່ປ່ອຍໃຫ້ຄົນບາບ ມີຊີວິດຢູ່ຕໍ່ ໄປ ແລະພຣະອົງເຮັດຕໍ່ຄົນຈົນ ຢ່າງຍຸດຕິທາໍ ເລື້ອຍໆ.
\v 7 ພຣະອົງປົກປ້ອງ ຄົນຊອບທາໍ ໃຫ້ໄດ້ຮັບກຽດ ສືບໄປ ພຣະອົງໃຫ້ພວກເຂົາ ໄດ້ປົກຄອງ ດັ່ງກະສັດຜູ້ຍິ່ງໃຫຍ່.
\s5
\v 8 ແຕ່ຖ້າປະຊາຊົນ ຖືກລ່າມໂສ້ ແລະ ຄຸມຂັງທົນທຸກ ສໍາລັບສິ່ງທີ່ພວກເຂົາ ໄດ້ເຮັດ ນັ້ນ
\v 9 ພຣະເຈົ້າກໍສໍາແດງ ໃຫ້ພວກເຂົາ ເຫັນການບາບ ຂອງ ພວກເຂົາ ພ້ອມທັງ ຄວາມອວດອ້າງ ຈອງຫອງດ້ວຍ.
\s5
\v 10 ພຣະອົງເຮັດໃຫ້ ພວກເຂົາໄດ້ຍິນຄໍາ ຕັກເຕືອນ ຂອງ ພຣະອົງ ເພື່ອໃຫ້ພາກັນ ຫັນ ໜີ ຈາກຄວາມຊົ່ວຊ້າ.
\v 11 ຖ້າພວກເຂົາ ເຊື່ອຟັງພຣະເຈົ້າ ແລະ ຮັບໃຊ້ພຣະອົງ ພວກເຂົາກໍໃຊ້ ຊີວິດຢ່າງສະຫງົບສຸກ ແລະ ຮຸ່ງເຮືອງໄດ້.
\v 12 ແຕ່ຖ້າບໍ່ດັ່ງນັ້ນ ກໍຈະຕາຍ ເສຍ ຢ່າງໂງ່ງ່າວ ແລະ ຈະຂ້າມແມ່ນໍ້າ ເຂົ້າໄປສູ່ແດນ ມໍຣະນາ.
\s5
\v 13 ຄົນບໍ່ນັບຖືພຣະເຈົ້າ ກໍສືບຕໍ່ໃຈໂມໂຫ ແມ່ນແຕ່ຖືກໂທດທັນ ກໍບໍ່ ພາວັນນາອະທິຖານ ຂໍໃຫ້ຊ່ວຍ.
\v 14 ພວກເຂົາຕາຍໄປ ເມື່ອຍັງໜຸ່ມແໜ້ນ ແຂງແຮງດີ ຊີວິດຊຸດໂຊມ ລົງເສື່ອມເສຍກຽດ ແລະ ສັກສີ ດ້ວຍ.
\s5
\v 15 ແຕ່ພຣະເຈົ້າ ສອນມະນຸດ ຜ່ານການ ທົນທຸກໃດ ແລະ ໃຊ້ຄວາມທຸກໃຈ ເພື່ອເປີດ ຕາພວກເຂົາເຈົ້າ.
\v 16 ພຣະເຈົ້າໄດ້ນາໍ ພວກເຈົ້າ ອອກຈາກອຸບປະສັກແລະ ໃຫ້ມ່ວນຊື່ນຢູ່ກັບຄວາມປອດໄພໄດ້. ທີ່ເທິງໂຕະຂອງເຈົ້າ ເຕັມໄປດ້ວຍຂອງດີ ມີອາຫານການກິນ ຢ່າງເຫລືອລົ້ນ.
\s5
\v 17 ແຕ່ມາດຽວນີ້ ເຈົ້າພັດໄດ້ຮັບໂທດກາໍ ຄື ໂທດກາໍ ທີ່ຄົນຊົ່ວສົມຄວນໄດ້ຮັບ.
\v 18 ຈົ່ງລະວັງຢ່າໃຫ້ ສິນຈ້າງລາງວັນ ຫລອກລວງ ຫລື ຄວາມຮັ່ງມີພາເຈົ້າໄປທາງ ຜິດຍ້ອນ.
\s5
\v 19 ສຽງຮ້ອງຂອງເຈົ້າ ຈະບໍ່ຊ່ວຍເຈົ້າ ໃຫ້ ດີຂຶ້ນເລີຍ ບັດນີ້ ກໍາລັງຂອງເຈົ້າ ທັງໝົດ ກໍຊ່ວຍຫຍັງບໍ່ໄດ້.
\v 20 ຢ່າຫວັງວ່າ ກາງຄືນ ນັ້ນຈະມາເຖິງເລີຍ ຄື ເວລາທີ່ຊົນຊາດ ທັງຫລາຍ ຈະຈິບຫາຍນັ້ນ.
\v 21 ຈົ່ງລະວັງ ຢ່າຫັນໜ້າໄປ ຫາຄວາມຊົ່ວ ເຈົ້າທົນທຸກຢູ່ ນັ້ນ ກໍເພື່ອກີດກັ້ນຈາກສິ່ງນີ້ແຫລະ.
\s5
\v 22 ຈົ່ງຈົດຈໍາ ໄວ້ວ່າ ພຣະເຈົ້າຊົງຣິດຍິ່ງໃຫຍ່ ສໍ່າໃດ ພຣະອົງເປັນພຣະອາຈານ ຜູ້ໃຫຍ່ ຍິ່ງແທ້ໆ.
\v 23 ບໍ່ມີຜູ້ໃດ ບອກ ພຣະເຈົ້າ ໄດ້ວ່າຕ້ອງເຮັດຢ່າງໃດ ຫລື ກ່າວຫາ ວ່າ ພຣະອົງເຮັດສິ່ງທີ່ຊົ່ວຊ້າ.
\v 24 ພຣະອົງເປັນທີ່ຍົກຍໍ ເລື້ອຍໆ ໃນສິ່ງທີ່ຊົງກະທໍາ ເຈົ້າກໍເຊັ່ນກັນ ຕ້ອງຍົກຍ້ອງ ສັນລະເສີນ ພຣະເຈົ້າ.
\s5
\v 25 ທຸກໆ ຄົນຕ່າງກໍໄດ້ເຫັນສິ່ງທີ່ ພຣະອົງ ກະທາໍ ແຕ່ພວກເຮົາ ເບິ່ງເຫັນພຽງຢູ່ໄກໆ ເທົ່ານັ້ນ. [ຊ]
\v 26 ພວກເຮົາຮູ້ບໍ່ໄດ້ ຄວາມ ຍິ່ງໃຫຍ່ ຂອງ ພຣະອົງ ທັງໝົດ ຫລື ນັບຈາໍນວນປີ ທັງຫລາຍ ຂອງ ພຣະອົງໄດ້.
\s5
\v 27 ແມ່ນພຣະເຈົ້າ ທີ່ເອົານາໍ້ຈາກແຜ່ນດິນໂລກເຮົາ ແລະ ປ່ຽນໃຫ້ເປັນເມັດຝົນ ຕົກລົງມາຍັງໂລກ.
\v 28 ພຣະອົງເຮັດໃຫ້ຝົນຕົກ ຈາກກ້ອນເມກ ທັງຫລາຍ ເປັນສາຍຝົນ ຫລັ່ງ ລິນລົງມາ ສໍາລັບມະນຸດ.
\v 29 ບໍ່ມີຜູ້ໃດຮູ້ວ່າ ກ້ອນເມກເຄື່ອນຍ້າຍ ໄປມາ ຢ່າງໃດ ຫລື ສຽງຟ້າຮ້ອງ ຜ່ານທ້ອງຟ້າ ບ່ອນພຣະເຈົ້າ ຢູ່ນັ້ນ.
\s5
\v 30 ພຣະອົງ ສົ່ງຟ້າແມບເຫລື້ອມ ຜ່ານ ທ້ອງຟ້າໄປ ແຕ່ຄວາມເລິກທ້ອງທະເລ ກໍຍັງ ຄົງດໍາມືດ.
\v 31 ພຣະເຈົ້າລ້ຽງ [ຍ] ມະນຸດ ເຊັ່ນດຽວກັນ ໂດຍ ຈັດຫາອາຫານ ໃຫ້ມີຢ່າງ ອຸດົມສົມບູນໄວ້.
\s5
\v 32 ພຣະອົງຈັບຟ້າແມບເຫລື້ອມ ໄວ້ດ້ວຍ ມືພຣະອົງ ແລະ ສັ່ງໃຫ້ມັນຜ່າ ຖືກຈຸດ ທີ່ໝາຍໄວ້.
\v 33 ສຽງຟ້າຮ້ອງປະກາດບອກ ວ່າ, ລົມພະຍຸ ກາໍລັງມາ ແລະ ຝູງງົວ ກໍຮູ້ວ່າ ລົມກາໍລັງພັດມາໃກ້.
\s5
\c 37
\p
\v 1 ລົມພະຍຸ ເຮັດໃຫ້ຫົວໃຈຂ້ອຍ ເຕັ້ນຄອນແຄນ ເຕັ້ນສຸດແຮງ ຢ່າງຂາດການຢັບຢັ້ງ.
\v 2 ຈົ່ງຟັງສຽງພຣະເຈົ້າ ພວກເຈົ້າທັງຫລາຍ ສຽງຟ້າຮ້ອງ ທີ່ດັງອອກມາຈາກປາກພຣະເຈົ້າ.
\v 3 ພຣະອົງສົ່ງຟ້າແມບເຫລື້ອມ ຜ່ານທ້ອງຟ້າ ໄປຈາກສົ້ນໜຶ່ງ ຂອງ ໂລກາ ໄປສູ່ສົ້ນໜຶ່ງອີກ.
\s5
\v 4 ແລ້ວກໍໄດ້ຍິນສຽງຮ້ອງ ກ້ອງສະໜັ່ນ ຂອງພຣະອົງ ຄື ສຽງດັງກ້ອງ ດ້ວຍຣິດອໍານາດ ຂອງຟ້າຮ້ອງພໍສຽງ ຂອງ ພຣະເຈົ້າ ດັງກ້ອງກັງວານ ສິ່ງທັງໝົດ ກໍມີແສງເຫລື້ອມໃສ ແມບມາບ.
\v 5 ຄໍາສັ່ງຂອງພຣະເຈົ້າ ໃຫ້ເກີດສິ່ງປະຫລາດໃຈ ຄື ສິ່ງອັດສະຈັນ ທີ່ພວກເຮົາ ເຂົ້າໃຈບໍ່ໄດ້.
\v 6 ພຣະອົງສົ່ງຫິມະ ໃຫ້ຕົກລົງມາຍັງໂລກາ ສົ່ງກະແສນາໍ້ ມາເປັນຝົນໃຫ້ ໂຮຍຮໍາ ຊຸ່ມປຽກ.
\s5
\v 7 ພຣະອົງໃຫ້ວຽກງານ ຂອງ ພວກເຮົາ ຢຸດສະງັກລົງ; ພຣະອົງສໍາແດງໃຫ້ພວກເຮົາ ເຫັນສິ່ງທີ່ພຣະອົງເຮັດໄດ້. [ດ]
\v 8 ແມ່ນແຕ່ ສັດປ່າຕ່າງ ກໍຫາບ່ອນຫລົບລີ້ ກັນໝົດ ແລະ ພາກັນເຂົ້າໄປນອນ ໃນບ່ອນທີ່ມັນເຄີຍຊົ້ນ.
\v 9 ແຕ່ທາງທິດໃຕ້ພຸ້ນ ລົມພະຍຸ ພວມພັດມາ ອາກາດໜາວເຢັນ ກໍມາແຕ່ທາງທິດເໜືອພຸ້ນ.
\s5
\v 10 ລົມຫາຍໃຈ ພຣະເຈົ້າເຮັດໃຫ້ນໍ້າກ້າມ ທັງໝົດ ປ່ຽນໃຫ້ນໍ້າທັງຫລາຍ ກາຍເປັນນໍ້າແຂງໄດ້.
\v 11 ພຣະອົງບັນທຸກ ນໍ້າໝອກມາພ້ອມຄວາມຊຸ່ມເຢັນ ໃຫ້ແສງຟ້າແມບ ກະຈາຍໃສ່ ກຸ່ມເມກໝອກ [ຕ]
\s5
\v 12 ມັນເຄື່ອນໄປມາ ໄດ້ຕາມພຣະປະສົງ ແລະ ເຮັດສິ່ງທັງໝົດ ຕາມທີ່ສັ່ງ ສິ່ງເຫລົ່ານີ້ ເກີດຂຶ້ນທົ່ວໂລກ ປັດຖະພີ ໃນທຸກທີ່ທຸກແຫ່ງ ຕາມພຣະປະສົງນັ້ນ.
\v 13 ພຣະເຈົ້າ ສົ່ງຝົນ ລົງໃຫ້ຫົດພື້ນແຜ່ນດິນ ອາດສົ່ງມາລົງໂທດຄົນ ຫລື ໃຫ້ຄວາມຮັກກໍໄດ້.
\s5
\v 14 ໂຢບ ເອີຍ ຢຸດຄິດບຸດໜຶ່ງ ຈົ່ງຟັງຂ້ອຍ ຕໍ່ໄປເທາະ ຈົ່ງພິເຄາະ ສິ່ງອັດສະຈັນ ທີ່ພຣະເຈົ້າ ກະທາໍນັ້ນ.
\v 15 ເຈົ້າຮູ້ຈັກວ່າ ພຣະເຈົ້າໃຫ້ຄໍາສັ່ງ ຢ່າງໃດບໍ? ຈາກເມກ ພຣະອົງເຮັດໃຫ້ຟ້າແມບເຫລື້ອມ ຮູ້ບໍ?
\s5
\v 16 ເຈົ້າຮູ້ວ່າ ກ້ອນເມກລອຍ ຢູ່ເທິງເວຫາ ບໍ? ການອັນອັດສະຈັນ ຄື ສີມືຂອງພຣະເຈົ້າ ແມ່ນບໍ?
\v 17 ເຈົ້າຮູ້ສຶກເຈັບປວດ ກໍເພາະ ຖືກຮ້ອນ ເຜົາຜານ ເມື່ອລົມທາງທິດໃຕ້ ພັດມາ ກະຮໍ່າ ທົ່ວປະເທດ.
\s5
\v 18 ເຈົ້າຊ່ວຍພຣະເຈົ້າ ພືທ້ອງຟ້າອອກ ໄດ້ບໍ? ເຮັດໃຫ້ແຂງຈັດດັ່ງໂລຫະ ຖືກຂັດໃຫ້ ເຫລື້ອມ?
\v 19 ສອນພວກເຮົາ ສິ່ງທີ່ຈະ ເວົ້າ ກັບ ພຣະເຈົ້າ ແດ່ແມ ແຕ່ຄວາມຄິດພວກເຮົາ ກໍເປົ່າບໍ່ມີຫຍັງ ຈະເວົ້າອີກ.
\v 20 ຂ້ອຍບໍ່ຢາກຖາມ ວ່າ ຈະເວົ້າ ກັບ ພຣະເຈົ້າ ຢ່າງໃດ ເປັນຫຍັງຂ້ອຍ ໃຫ້ໂອກາດ ພຣະອົງ ທາໍລາຍຂ້ອຍຖິ້ມ?
\s5
\v 21 ບັດນີ້ ແສງແຈ້ງໃນທ້ອງຟ້າ ກໍກາໍລັງ ສຸກໃສ ເຫລື້ອມໃສ ເກີນໄປກວ່າ ທີ່ພວກເຮົາ ແນມເບິ່ງໄດ້; ທ້ອງຟ້ານັ້ນ ກໍຖືກກວາດ ໃຫ້ອອກໜີໄປ ຖືກກວາດ ຈົນກ້ຽງໃສ ຈາກລົມທີ່ມາພັດຜ່ານ.
\v 22 ແສງທອງ ສ່ອງຈາກ ທາງທິດເໜືອ ໃຫ້ເຫັນພຣະສະຫງ່າຣາສີ ກໍ ເຕັມພາຍໃນພວກເຮົາ ຈົນຢ້ານ.
\s5
\v 23 ອໍານາດ ຂອງ ພຣະເຈົ້ານັ້ນແສນຍິ່ງໃຫຍ່ຫລາຍ ຊຶ່ງພວກເຮົາ ເຂົ້າມາໃກ້ຊິດ ພຣະອົງບໍ່ໄດ້; ພຣະອົງຊົງຍຸດຕິທາໍແທ້ ແລະ ທ່ຽງທາໍ ຍິ່ງໃຫຍ່ ພຣະອົງໄດ້ເຮັດກັບມະນຸດ ໂດຍສິ່ງເຫລົ່ານີ້ແຫລະ.
\v 24 ດັ່ງນັ້ນ ມະນຸດ ຕ້ອງໃຫ້ຄວາມຢໍາເກງພຣະອົງ ພຣະອົງລະເລີຍ ຕໍ່ຜູ້ທີ່ຖືຕົນເປັນຄົນສະຫລາດ.”
\s5
\c 38
\p
\v 1 ແລ້ວອົງພຣະຜູ້ເປັນເຈົ້າ ກໍໄດ້ຕອບ ໂຢບ ອອກມາຈາກລົມພະຍຸ.
\v 2 “ເຈົ້າຄືຜູ້ ໃດ ທີ່ກ້າຖາມ ເຖິງສະຕິປັນຍາ ຂອງເຮົາ ດ້ວຍຄວາມໂງ່ ແລະ ຄໍາເວົ້າເຫລວໄຫລ ຂອງເຈົ້າ?
\v 3 ບັດນີ້ ຈົ່ງລຸກຢືນຂຶ້ນ ດັ່ງລູກ ຜູ້ຊາຍຜູ້ໜຶ່ງ ແລະ ຕອບຄໍາ ທີ່ເຮົາຈະຖາມເຈົ້າ ເບິ່ງດູ
\s5
\v 4 ເມື່ອເຮົາສ້າງ ຈັກກະວານ ນັ້ນ ເຈົ້າຢູ່ບ່ອນນັ້ນບໍ? ຖ້າເຈົ້າຮູ້ຫລວງຫລາຍ ຈົ່ງບອກ ເຮົາມາເບິ່ງ.
\v 5 ຜູ້ໃດຊີ້ຂາດ ວ່າ ໂລກ ກວ້າງເທົ່າໃດ? ເຈົ້າຮູ້ບໍ? ຜູ້ໃດ ເໜັ່ງສາຍ ແທກເທິງນັ້ນ? ຕອບມາ ເບິ່ງ?
\s5
\v 6 ຜູ້ໃດ ຖືເສົາ [ຖ] ທັງຫລາຍໄວ້ ທີ່ໃຊ້ຄໍ້າ ຈັກກະວານ? ຜູ້ໃດ ວາງຮາກຖານເສົາຫິນ ຂອງຈັກກະວານ ໄວ້?
\v 7 ໃນຮຸ່ງເຊົ້າ ຂອງ ວັນນັ້ນໝູ່ດວງດາວ ຮ້ອງເພງ ນໍາກັນ ພວກ ເທວະດາ ຂອງ ພຣະອົງ [ທ] ກໍເປັ່ງສຽງໂຮຮ້ອງຍິນດີ ທັງນັ້ນ.
\s5
\v 8 ຜູ້ໃດ ອັດປະຕູໄວ້ ເພື່ອຕັນຟອງນາໍ້ ທະເລ [ນ] ເມື່ອລະເບີດອອກ ມາຈາກທ້ອງ ປັດຖະພີ ນັ້ນ?
\v 9 ແມ່ນເຮົານີ້ ທີ່ໃຊ້ກ້ອນ ເມກ ຫຸ້ມຫໍ່ນາໍ້ທະເລ ແລະ ຫຸ້ມນາໍ້ທະເລ ຫລວງ ໄວ້ຢູ່ໃນຄວາມມືດ.
\s5
\v 10 ເຮົາໄດ້ກາໍນົດເຂດໄວ້ ສໍາລັບນາໍ້ ທະເລ ແລະ ຮັກສາມັນ ທັງອັດປະຕູ ລົງໄລ ຕັນໄວ້.
\v 11 ເຮົາບອກ ວ່າ, ‘ຢຸດຢູ່ນີ້ ແລະ ຢ່າໄປໄກອີກເລີຍ ຟອງຂອງເຈົ້າ ທີ່ຄຶກຄະນອງ ໃຫ້ຢຸດຢູ່ພຽງນີ້.
\s5
\v 12 ໂຢບ ເອີຍ ຊົ່ວຊີວິດນັ້ນ ເຈົ້າເຄີຍບໍ ທີ່ໃຫ້ຄໍາສັ່ງ ໃຫ້ມື້ເວັນ ກາຍເປັນມື້ເຊົ້າຮຸ່ງ ອາລຸນ?
\v 13 ເຈົ້າເຄີຍ ສັ່ງວັນຮຸ່ງເຊົ້າ ໃຫ້ຄອງແຜ່ນດິນໂລກບໍ? ແລະ ສັ່ນຄົນຊົ່ວໃຫ້ ອອກມາ ຈາກບ່ອນທີ່ພວກເຂົາລີ້?
\s5
\v 14 ແສງແດດ ເຮັດໃຫ້ ພູແລະຮ່ອມພູ ປາກົດຂຶ້ນມາ ດັ່ງຮອຍ ພັບເສື້ອຜ້າ ຖືກປະທັບຕາໃສ່ດິນໜຽວນັ້ນ.
\v 15 ແສງແຈ້ງມື້ ເວັນນັ້ນ ແຈ້ງໂພດ ສໍາລັບ ຄົນບໍ່ດີ ແລະ ຈາໍ ກັດພວກເຂົາ ບໍ່ໃຫ້ເຮັດສິ່ງທີ່ໂຫດຮ້າຍ.
\s5
\v 16 ເຈົ້າເຄີຍໄປຍັງ ນໍ້າພຸ ໃນພື້ນທະເລ ເລິກບໍ? ເຈົ້າເຄີຍຍ່າງ ເທິງໜ້ານາໍ້ໃນ ມະຫາສະໝຸດ ຫລື ບໍ່?
\v 17 ມີຜູ້ໃດແດ່ ເຄີຍຊີ້ໃຫ້ເຈົ້າ ເຫັນປະຕູ ທັງຫລາຍ? ທີ່ເຝົ້າ ຄວາມມືດຕຶບ ຂອງແດນມໍຣະນາ ນັ້ນ?
\v 18 ເຈົ້າຄິດໄດ້ບໍວ່າ ໂລກນີ້ ກວ້າງໃຫຍ່ ສໍ່າໃດ? ຖ້າເຈົ້າຮູ້ຈັກ ຈົ່ງຕອບເຮົາມາເບິ່ງ.
\s5
\v 19 ເຈົ້າຮູ້ວ່າ ແສງສະຫວ່າງນັ້ນ ມາແຕ່ໃສ ບໍ? ຫລື ແຫລ່ງແຫ່ງຄວາມມືດຕຶບຢູ່ໃສກັນ ແທ້?
\v 20 ເຈົ້າບອກ ບໍ່ໄດ້ວ່າ ມັນຈະໄປໄກ ຮອດໃສ? ຫລື ສັ່ງມັນໃຫ້ ກັບຄືນມາໄດ້ ອີກ ບໍ?
\v 21 ເຮົາແນ່ໃຈ ວ່າໄດ້ ເພາະເຈົ້າເຖົ້າແກ່ອາວຸໂສ ແລະ ໄດ້ຢູ່ທີ່ນັ້ນເອງ ເມື່ອໂລກນີ້ ຖືກສ້າງຂຶ້ນ
\s5
\v 22 ເຈົ້າເຄີຍໄດ້ ໄປຢ້ຽມ ບ່ອນມ້ຽນ ຂອງ ຕ່າງໆ ບໍ? ຄື ບ່ອນທີ່ເຮົາ ເກັບຮັກສາ ຫິມະ ແລະ ໝາກເຫັບນັ້ນ?
\v 23 ເຮົາຕຽມມັນໄວ້ ສໍາລັບເວລາ ເດືອດຮ້ອນ ມາເຖິງ ສໍາລັບມື້ສູ້ ຮົບ ແລະ ມື້ເຮັດເສິກ ສົງຄາມ ນັ້ນ.
\v 24 ເຈົ້າເຄີຍໄດ້ ໄປບ່ອນ ທີ່ຕາເວັນຂຶ້ນມາ ບໍ? ຫລື ໄປບ່ອນ ທີ່ລົມທິດຕາເວັນອອກ ພັດມາ ນັ້ນ?
\s5
\v 25 ຜູ້ໃດ ເປັນຜູ້ຂຸດປ່ອງ ໃຫ້ນາໍ້ຝົນຕົກລົງມາ ແລະ ແປງທາງທຽວ ສໍາລັບໃຫ້ ຟ້າຜ່າ?
\v 26 ຜູ້ໃດ ເປັນຜູ້ເຮັດໃຫ້ ຝົນຕົກ ໃນທີ່ບໍ່ມີ ຄົນຢູ່ອາໄສ? ໃນຖິ່ນແຫ້ງແລ້ງ ກັນດານ ບ່ອນບໍ່ມີຜູ້ໃດຢູ່?
\v 27 ຜູ້ໃດໃຫ້ນາໍ້ ລໍ່ລ້ຽງບ່ອນ ທີ່ແຫ້ງແລ້ງ ແລະ ຫິວໂຫຍ ເພື່ອວ່າ ຕົ້ນຫຍ້າ ທັງຫລາຍ ຈະງອກ ຂຶ້ນມາໄດ້?
\s5
\v 28 ອັນວ່າ ນໍ້າຝົນນັ້ນ ມັນມີບິດາ ບໍ? ແລະ ພໍ່ຂອງ ນາໍ້ຄ້າງ ເດ ແມ່ນຜູ້ໃດ ກັນແທ້?
\v 29 ນາໍ້ແຂງນັ້ນ ເກີດມາຈາກແມ່ ຄົນໃດ? ແມ່ ຂອງ ນາໍ້ກ້ອນ ເດ ແມ່ນຜູ້ໃດກັນແທ້?
\v 30 ເມື່ອນາໍ້ທັງຫລາຍ ແຂງກ້າມ ກາຍເປັນສີລາ ເມື່ອພື້ນມະຫາສະໝຸດ ກາຍເປັນນາໍ້ກ້າມ?
\s5
\v 31 ເຈົ້າມັດດາວ ໄກ່ນ້ອຍ ໃຫ້ມັນເຂົ້າກັນ ໄດ້ບໍ? ຫລື ແກ້ເຄື່ອງມັດ ດາວໄຖ ໃຫ້ຫລຸດ ໄດ້ຫລື ບໍ່?
\v 32 ເຈົ້ານາໍ ດວງດາວ ອອກມາ ຕາມລະດູການ ບໍ? ແລະ ນາໍທາງ ດາວແຂ້ ກັບລູກ ໄດ້ຫລື ບໍ່?
\v 33 ເຈົ້າຮູ້ກົດໝາຍ ທີ່ ປົກຄອງ ສະຫວັນ ຊັ້ນຟ້າບໍ? ແລະ ເຈົ້ານາໍ ມາປະຕິບັດໃນໂລກນີ້ ໄດ້ ຫລື ບໍ່?
\s5
\v 34 ເຈົ້າຮ້ອງ ສັ່ງກ້ອນເມກ ຕ່າງໆ ໄດ້ບໍ? ແລະ ເຮັດໃຫ້ລະລາຍ ເປັນເມັດຝົນໄດ້ ຫລື ບໍ່?
\v 35 ຖ້າເຈົ້າ ສັ່ງຟ້າແມບເຫລື້ອມ ໃຫ້ມັນອອກໄປ ຍິນດີຮັບໃຊ້ ມັນຕອບ ບໍ? ເມື່ອມາຫາເຈົ້າ
\s5
\v 36 ຜູ້ໃດບອກ ອີບິດ [ບ] ເມື່ອແມ່ນາໍ້ ນິນ ໄຫລຖ້ວມ ຝັ່ງໄປ ຫລື ຜູ້ໃດບອກ ໄກ່ຜູ້ ວ່າ ຝົນຈະຕົກມາ ສູ່ໂລກ?
\v 37 ຜູ້ໃດແດ່ ມີປັນຍາ ພໍທີ່ຈະນັບກ້ອນເມກ ໄດ້ນໍ? ແລະ ງ່ຽງ ມັນຂວໍ້າ ລົງມາເປັນຝົນໄດ້?
\v 38 ເມື່ອຂີ້ດິນແຂງແກ່ນ ເໝືອນ ດັ່ງເຫລັກໄຫລ [ປ] ເມື່ອດິນໃນທົ່ງນາ ກອງເປັນໂພນຈູມປວກ?
\s5
\v 39 ເຈົ້າຫາອາຫານ ໃຫ້ຝູງ ໂຕສິງ ກິນໄດ້ ບໍ? ແລະໃຫ້ ສິງໜຸ່ມ ກິນອີ່ມ ຈົນເຊົາຫິວໄດ້ ຫລືບໍ່?
\v 40 ເມື່ອຝູງສິງ ລີ້ຊ່ອນ ຢູ່ໃນຖໍ້າ ຂອງພວກມັນ ຫລື ນອນລໍຄອຍ ຢູ່ໃນບ່ອນ ຂອງ ມັນນັ້ນ.
\s5
\v 41 ຜູ້ໃດ ລ້ຽງນົກ ກະເວົາ ເມື່ອມັນຫິວ ບິນໄປມາ ເມື່ອລູກນ້ອຍ ຮ້ອງຂໍ ອາຫານ ນາໍເຮົາ ນັ້ນ?
\s5
\c 39
\p
\v 1 ເຈົ້າຮູ້ບໍວ່າ ແບ້ແມ່ ທີ່ເທິງພູເຂົາ ເກີດມາ ເມື່ອໃດ? ເຈົ້າໄດ້ເຝົ້າເບິ່ງກວາງ ອອກລູກ ຫລື ບໍ່?
\v 2 ເຈົ້າຮູ້ວ່າ ມັນມີທ້ອງ ດົນນານ ປານໃດ ບໍ? ເຈົ້າຮູ້ວ່າ ເວລາໃດ ມັນເກີດ ມາ ຫລື ບໍ່?
\s5
\v 3 ເຈົ້າ​ຮູ້​ວ່າ​ມັ​ນ​ໝູບ​ໂຕ​ລົງ​ເມື່ອ​ໃດ​ກັນ​ບໍ? ເມື່ອໃດ ເກີດລູກມາ ຢູ່ໃນໂລກນີ້ ຫລື ບໍ່?
\v 4 ໃນກາງປ່າ ລູກນ້ອຍ ມັນໃຫຍ່ຂຶ້ນ ແລະ ເຂັ້ມແຂງ ພວກມັນໜີໄປ ແລະ ບໍ່ກັບຄືນມາ ອີກ.
\s5
\v 5 ຜູ້ໃດ ໄດ້ໃຫ້ອິດສະລະພາບ ແກ່ ລໍປ່າ ທັງຫລາຍ? ຜູ້ໃດ ປ່ອຍໃຫ້ລໍປ່າ ແລ່ນໄປຢ່າງ ກະໂດດ ໂລດເຕັ້ນ?
\v 6 ເຮົາໃຫ້ ຖິ່ນແຫ້ງແລ້ງ ເປັນທີ່ອາໄສ ຂອງ ພວກມັນ ແລະ ປ່ອຍໃຫ້ຢູ່ຕາມ ທົ່ງພຽງ ທີ່ມີດິນເຄັມນັ້ນ.
\s5
\v 7 ພວກມັນຢູ່ໄກ ຈາກເມືອງ ທີ່ອຶກກະທຶກ ສັບສົນ ແລະ ບໍ່ມີຜູ້ໃດ ເອົາມັນມາ ຝຶກແອບ ເຮັດວຽກໄດ້.
\v 8 ເນີນພູ ແມ່ນທົ່ງຫຍ້າ ບ່ອນທີ່ມັນຫາຢູ່ ຫາກິນ ຄື ຊອກຫາ ພືດໃບຂຽວ ມາກິນເປັນອາຫານໄດ້.
\s5
\v 9 ຄວາຍປ່າ ນັ້ນ ມັນຈະເຮັດວຽກໃຫ້ເຈົ້າ ບໍ? ມັນຈະຄ້າງຄືນຢູ່ ໃນຄອກ ຂອງເຈົ້າ ຫລື ບໍ່?
\v 10 ເຈົ້າມັດໂຕໜຶ່ງໄວ້ ແລະ ໃສ່ແອກ ໃຫ້ໄຖນາ ໄດ້ບໍ? ຫລື ເຮັດໃຫ້ ແກ່ຄາດ ໃນນາຂອງເຈົ້າໄດ້ຫລື ບໍ່?
\s5
\v 11 ເຈົ້າເພິ່ງກາໍລັງ ອັນຍິ່ງໃຫຍ່ ຂອງມັນ ໄດ້ບໍ? ຫວັງໄດ້ມາ ເຮັດວຽກໜັກ ໃຫ້ເຈົ້າໄດ້ ຫລື ບໍ່?
\v 12 ເຈົ້າຫວັງໃຫ້ມັນ ແກ່ຜົນລະປູກ ໄປໄວ້ໄດ້ບໍ? ແລະ ຮິບໂຮມ ເມັດເຂົ້າ ໃນລານໄວ້ໄດ້ ຫລືບໍ່?
\s5
\v 13 ​ປີກນົກກະຈອກເທດ ພືອອກໄດ້ໄວ ສໍ່າໃດ ແຕ່ມັນບິນດັ່ງນົກກະສາດໍາ ບໍ່ໄດ້.
\v 14 ນົກກະຈອກເທດ ປ່ອຍໄຂ່ມັນໄວ້ ຢູ່ເທິງໜ້າ ດິນ ເພື່ອຄວາມຮ້ອນ ໃນດິນຊ່ວຍ ຟັກໄຂ່ ໃຫ້ ມັນໄດ້.
\v 15 ມັນບໍ່ຮູ້ວ່າ ຕີນ ຂອງ ພວກມັນ ຈະຢຽບໄຂ່ມັນ ຫລື ສັດປ່າ ໂຕໜຶ່ງຢຽບໄຂ່ ນັ້ນໃຫ້ແຕກ.
\s5
\v 16 ມັນເຮັດ ຄື ວ່າ ໄຂ່ນັ້ນ ບໍ່ເປັນຂອງມັນ ເລີຍ ແລະ ບໍ່ເຄີຍຫ່ວງໃຍ ວ່າ ເຫື່ອແຮງຈະເສຍໄປ ລ້າ ໆ.
\v 17 ແມ່ນເຮົ​າ ນີ້ແຫລະ ທີ່ ໄດ້ເຮັດໃຫ້ມັນໂງ່ງ່າວ ແລະ ບໍ່ໃຫ້ມັນ ມີສະຕິປັນຍາ ຫຍັງຈັກດີ້.
\v 18 ແຕ່ເມື່ອມັນເລີ່ມ ກ້າວແລ່ນອອກໄປ [ຜ] ມັນກໍຈະຫົວໃສ່ ຄົນທີ່ ຂີ່ມ້າຫອບໄປນັ້ນ.
\s5
\v 19 ໂຢບ ເອີຍ ແມ່ນເຈົ້າບໍ ທີ່ເຮັດໃຫ້ ມ້າ ແຂງແຮງ ແລະ ໃຫ້ມັນມີຂົນ ຫຸ້ມຄໍ ຂອງມັນ ນັ້ນ?
\v 20 ເຈົ້າເຮັດໃຫ້ ມ້າຫອບ ດັ່ງຕັກ ແຕນເຕັ້ນໄດ້ບໍ? ດ້ວຍສຽງຮ້ອງ ຂອງມັນ ເຮັດໃຫ້ ຄົນຢ້ານ ຫລື ບໍ່?
\s5
\v 21 ໂບກຕີນ ມັນຄວັດ ພື້ນດິນ ທີ່ຮ່ອມພູ ຢ່າງກະຫາຍ; ຮີບຮ້ອນເຂົ້າສູ່ເສິກ ຢ່າງສຸດ ກາໍລັງຂອງມັນນັ້ນ.
\v 22 ມັນບໍ່ຮູ້ວ່າ ຄວາມຢ້ານ ໝາຍຄວາມວ່າ ຢ່າງໃດ? ແລະ ບໍ່ມີດາບດວງໃດ ທີ່ຈະໃຫ້ມັນຫັນຄືນໄດ້.
\v 23 ພວກຄົນ ຂີ່ມ້າ ຜູ້ທີ່ຖືອາວຸດ ຢູ່ໃນມື ດາດກັນ ດັງຕອບແສງ ຕາເວັນ ມາບໆ.
\s5
\v 24 ເຂົາສັ່ນຢ່າງ ຕື່ນເຕັ້ນ ເມື່ອມ້າຫອບ ແລ່ນໄປ ເມື່ອສຽງແກດັງ ມັນກໍຢືນເສີຍຢູ່ຕໍ່ ໄປ ບໍ່ໄດ້.
\v 25 ເມື່ອສຽງແກດັງຂຶ້ນ ມັນກໍ ຮ້ອງຂຶ້ນ ຄືກັນ ມັນສາມາດ ດົມກິ່ນຂອງ ການ ສູ້ຮົບໄດ້. ແມ່ນແຕ່ກ່ອນໄປຮອດ ສະໜາມຮົບ ກໍຕາມ ມັນກໍໄດ້ຍິນ ນາຍທະຫານ ຮ້ອງສັ່ງໃຫ້ສູ້ຮົບ.
\s5
\v 26 ແຫລວ ໂຕໜຶ່ງນັ້ນ ມັນຮຽນບິນ ນໍາເຈົ້າ ບໍ? ເມື່ອມັນພືປີກບິນອອກໄປທາງທິດໃຕ້?
\s5
\v 27 ແຮ້ງໂຕໜຶ່ງນັ້ນ ລໍຖ້າຄໍາສັ່ງຈາກເຈົ້າ ບໍ? ເພື່ອສ້າງຮັງ ຂອງມັນ ທີ່ພູສູງນັ້ນ?
\v 28 ມັນສ້າງຮັງມັນ ຢູ່ທີ່ເທິງໂງ່ນຫິນສູງ ໃຊ້ຈອມຜາສູງ ເປັນປ້ອມ ຫໍຄອຍ ແນມເບິ່ງ.
\s5
\v 29 ມັນເຝົ້າແນມເບິ່ງ ຈາກທີ່ນັ້ນ ທັງທີ່ໃກ ທີ່ໄກ ເພື່ອຄາບເຫຍື່ອ ກິນເປັນອາຫານ ຂອງ ມັນໄດ້.
\v 30 ໂຕແຮ້ງໂຮມກັນຢູ່ອ້ອມຊາກສົບທັງຫລາຍ ແລະ ໂຕແຮ້ງໜຸ່ມ ກໍພາກັນ ດູດກິນເລືອດ.”
\s5
\c 40
\p
\v 1-2 “ໂຢບ ເອີຍ ເຈົ້າທ້າທາຍ ແມ່ແຕ່ ພຣະເຈົ້າ ອົງຊົງຣິດອໍານາດ ຍິ່ງໃຫຍ່ ມາບັດນີ້ ເຈົ້າຈະປ່ຽນໃຈ ແລະ ເຊົາ ຫລື ຈະໃຫ້ເຮົາ ເອົາຄໍາຕອບ ຈາກເຈົ້າ?”
\s5
\v 3-4 “ຂ້າແດ່ ອົງພຣະຜູ້ເປັນເຈົ້າ ຂ້ານ້ອຍ ເວົ້າໄປຢ່າງ ໂງ່ຈ້າ ຂ້ານ້ອຍຈະຕອບ ພຣະອົງ ໄດ້ຢ່າງໃດ? ຂ້ານ້ອຍຈະບໍ່ພະຍາຍາມ ເວົ້າສິ່ງໃດໆ ຕໍ່ໄປອີກແລ້ວ.
\v 5 ຂ້ານ້ອຍເວົ້າຫລາຍແລ້ວ ແລະ ຈະບໍ່ເວົ້າອີກ ຕໍ່ໄປ ຂ້ານ້ອຍຂໍຢືນຢັນວ່າ ຈະບໍ່ຂໍເວົ້າຫຍັງ ອີກ.”
\s5
\v 6 ແລ້ວ ອົງພຣະຜູ້ເປັນເຈົ້າ ກໍໄດ້ກ່າວແກ່ ໂຢບ ອອກມາຈາກລົມພະຍຸ ເທື່ອໜຶ່ງອີກ.
\v 7 “ບັດນີ້ ຈົ່ງລຸກຢືນຂຶ້ນ ດັ່ງລູກຜູ້ຊາຍ ຜູ້ໜຶ່ງ ຕອບຄໍາຖາມ ທີ່ເຮົາຈະຖາມເຈົ້າ ມາເບີ່ງດູ.
\s5
\v 8 ເຈົ້າກາໍລັງລອງ ພິສູດເບິ່ງວ່າ ເຮົາບໍ່ທ່ຽງທາໍ ບໍ? ຫາວ່າ ເຮົາເປັນຝ່າຍຜິດ ເຈົ້າເປັນຝ່າຍຖືກ ຫລື ນີ້?
\v 9 ເຈົ້າເຂັ້ມແຂງ ເທົ່າກັນກັບເຮົາ ບໍ? ສຽງເຈົ້າ ກ້ອງສະໜັ່ນ ດັ່ງສຽງ ຂອງເຮົາ ຫລື ບໍ່?
\s5
\v 10 ຖ້າດັ່ງນັ້ນ ຈົ່ງລຸກຂຶ້ນດ້ວຍກຽດສັກສີ ເອົາສະຫງ່າງາມ ແລະ ສະຫງ່າຣາສີ ຫຸ້ມຕົວ ເຈົ້າໄວ້.
\v 11 ຈົ່ງຈ້ອງຕາ ເບິ່ງຄົນທີ່ອວດອົ່ງ ຈອງຫອງ ເທຄວາມໂກດຮ້າຍເຈົ້າລົງໃຫ້ພວກເຂົາອ່ອນນ້ອມ.
\s5
\v 12 ແມ່ນແລ້ວ ຈົ່ງຈ້ອງຕາເບິ່ງ ຢຽບຢໍ່າ ພວກເຂົາລົງຢຽບ ຄົນຊົ່ວໃຫ້ໝຸ່ນທະລາຍ ໃນ ບ່ອນທີ່ພວກເຂົາຢືນຢູ່ນັ້ນ.
\v 13 ຝັງພວກເຂົາ ທັງໝົດໄວ້ ຢູ່ໃນພື້ນດິນສາ ມັດພວກເຂົາໄວ້ກັບແດນ ມໍຣະນາ ເຖີດ.
\v 14 ແລ້ວ ເຮົາຈະເປັນຜູ້ທາໍອິດ ທີ່ຈະກ່າວຊົມເຊີຍ ຍອມຮັບວ່າ ເຈົ້າເອງເປັນຜູ້ໄດ້ໄຊຊະນະ.
\s5
\v 15 ຈົ່ງເບິ່ງ ເບເຮໂມດ [ຝ] ທີ່ເຮົາສ້າງ ດັ່ງ ໄດ້ສ້າງເຈົ້າມາ ມັນກໍກິນຫຍ້າ ເໝືອນກັນ ກັບ ງົວໂຕໜຶ່ງ
\v 16 ແຕ່ໃນຮ່າງກາຍນັ້ນ ມັນມີ ກາໍລັງ ເຫລືອຫລາຍ ອໍານາດ ຫຍັງນໍ ທີ່ຢູ່ໃນ ກ້າມຊີ້ນ ຂອງມັນນັ້ນ
\s5
\v 17 ຫາງຂອງມັນ ຊີ້ຂຶ້ນ ດັ່ງຕົ້ນສົນສີດາ ກ້າມຊີ້ນ ໃນຂາຂອງມັນ ກໍແຂງແຮງ ພີລຶກ.
\v 18 ກະດູກ ຂອງ ມັນນັ້ນ ແຂງ ຄື ກັບທອງເຫລືອງ ແລະ ຂາ ກໍ ແຂງ ຫລາຍ ຄື ກັນ ກັບ ເຫລັກທ່ອນ.
\s5
\v 19 ຊ່າງປະຫລາດ ແທ້ໆ ທຸກໆສິ່ງທີ່ເຮົາ ໄດ້ ສ້າງມາ ມີແຕ່ພຣະຜູ້ສ້າງຂອງມັນ ເອົາ ຊະນະ ມັນໄດ້.
\v 20 ເນີນພູ ຕ່າງໆ ມີອາຫານ ສໍາລັບໄວ້ ລ້ຽງມັນ ສັດປ່າ ທັງຫລາຍ ກໍພາກັນມາ ແລ່ນ ຫລີ້ນ. [ພ]
\v 21 ແຕ່ມັນຢຽດລົງນອນ ຢູ່ທີ່ກ້ອງຕົ້ນພຸ່ມໜາມ ແລະ ລີ້ຢູ່ທ່າມກາງຕົ້ນອໍ້ ໃນໜອງໃຫຍ່.
\s5
\v 22 ຕົ້ນໜາມ ແລະ ຕົ້ນໄຄ ຕາມແມ່ນໍ້າ ລໍາທານ ກໍແມ່ນຮົ່ມ ເປັນທີ່ພັກເຊົາ ແກ່ມັນທັງນັ້ນ.
\v 23 ມັນບໍ່ຢ້ານ ເມື່ອແມ່ນໍ້າໄຫລ ຊຸ ມັນໄປ ມັນມິດງຽບສະໜິດ ເມື່ອນາໍ້ໄຫລຊັດ ຖືກໜ້າ.
\v 24 ຜູ້ໃດ ເຮັດໃຫ້ຕາມັນ ບອດ ແລະ ຈັບກຸມ ໄດ້ແດ່? ຫລື ຜູ້ໃດ ເອົາບ້ວງ ຄ້ອງ ຮູດັງມັນ ດຶງໄວ້ໄດ້ນໍ?
\s5
\c 41
\p
\v 1 ຜູ້ໃດແດ່ຈັບ ເລວີອາທັນ [ຟ] ໄດ້ດ້ວຍ ສາຍເບັດ ນໍ? ຫລື ມັດລີ້ນມັນ ດ້ວຍເຊືອກໄວ້ ໄດ້?
\v 2 ເຈົ້າເອົາເຊືອກ ຄ້ອງຮູດັງມັນໄວ້ໄດ້ ບໍ? ຫລື ໃຊ້ຂໍເກາະຄາງມັນ ຄຸມໄວ້ໄດ້ ຫລື ບໍ່?
\v 3 ມັນຈະຂໍຮ້ອງເຈົ້າ ໃຫ້ປ່ອຍມັນ ໄປບໍ? ມັນຈະຂໍໃຫ້ເຈົ້າ ເມດຕາມັນ ຫລື ບໍ່?
\s5
\v 4 ມັນຈະຍິນຍອມ ເຮັດຂໍ້ຕົກລົງ ກັບ ເຈົ້າບໍ? ແລະ ສັນຍາຈະຍອມ ຮັບໃຊ້ເຈົ້າ ສືບໄປ ຫລືບໍ່?
\v 5 ເຈົ້າຈະມັດມັນໄວ້ ດັ່ງມັດນົກລ້ຽງ ໄດ້ບໍ? ເພື່ອເປັນສິ່ງເພີດເພີນ ໃຫ້ສາວຮັບໃຊ້ ຂອງເຈົ້າ?
\v 6 ຄົນຫາປານັ້ນ ຈະຕໍ່ລອງກັບ ມັນໄດ້ບໍ? ພໍ່ຄ້າຈະຕັດເປັນຕ່ອນ ຂາຍທີ່ຕະຫລາດ ໄດ້ຫລື ບໍ່?
\s5
\v 7 ເຈົ້າເອົາຫອກສຽບໜັງ ຂອງ ມັນໄດ້ບໍ? ຫລື ໃຊ້ຫລາວ ແທງຫົວຂອງມັນໄດ້ ຫລື ບໍ່?
\v 8 ລອງບາຍ ມັນເບິ່ງເທື່ອໜຶ່ງ ຈະບໍ່ຢາກລອງອີກເລີຍ ຖ້າເຈົ້າເຄີຍ ຕໍ່ສູ້ມັນ ເຈົ້າຈະລືມ ບໍ່ລົງຈັກເທື່ອ
\v 9 ມະນຸດ ໝົດຫວັງ ທີ່ຈະ ປາບ ມັນໃຫ້ຮູ້ຄວາມ ພໍຫລຽວເຫັນມັນ ກໍຫງາຍຫລັງ ລົງກັບພື້ນ.
\s5
\v 10 ເມື່ອ ມັນຕື່ນຂຶ້ນ ມັນກໍໂຫດຮ້າຍ ເຫລືອຫລາຍ ບໍ່ມີຜູ້ໃດ ກ້າຢືນຢູ່ ສູ້ໜ້າກັບມັນ ໄດ້.
\v 11 ຜູ້ໃດແດ່ ໂຈມຕີມັນໄດ້ ແລະ ຍັງ ຢູ່ຢ່າງປອດໄພ? ບໍ່ມີຜູ້ໃດ ໃນທົ່ວໂລກນີ້ ທີ່ສາມາດ ເຮັດໄດ້. [ມ]
\v 12 ຂໍໃຫ້ເຮົາບອກເຈົ້າ ກ່ຽວກັບ ຂາ ຂອງ ມັນ ເລົ່າເຖິງຄວາມ ຍິ່ງໃຫຍ່ ແລະ ເຫື່ອແຮງມັນ ພ້ອມ.
\s5
\v 13 ບໍ່ມີຜູ້ໃດ ເອົາເຄື່ອງ ຊັ້ນນອກມັນ ມາຈີກໄດ້ເລີຍ ຫລື ແທງເຂົ້າໃນເສື້ອຫຸມເກາະ ຢູ່ທີ່ມັນນຸ່ງ ນັ້ນໄດ້.
\v 14 ຜູ້ໃດ ເຮັດໃຫ້ມັນ ອ້າຄາງກະໄຕ ໄດ້ແດ່ ຊຶ່ງມີແຕ່ແຂ້ວຄົມໜ້າ ສະຍົດ ສະຍອງ ຂວັນ?
\v 15 ທີ່ຫລັງ [ຣ] ມັນນັ້ນ ເຮັດດ້ວຍໂລ້ ເປັນແຖວໆ ຜູກມັດ ເຂົ້າກັນ ແລະ ແຂງສໍ່າກັບຫິນ ເປັນກ້ອນ.
\s5
\v 16 ແຕ່ລະອັນ ຕິດເຂົ້າກັນໄດ້ ໜາແໜ້ນ ກັບຕົວ ແມ່ນແຕ່ລົມ ກໍພັດຜ່ານ ທາງກາງ ເຂົ້າໄປ ບໍ່ໄດ້.
\v 17 ທັງໝົດນັ້ນ ຜູກກັນເຂົ້າ ສະໜິດແໜ້ນ ທີ່ສຸດ ຊຶ່ງບໍ່ມີສິ່ງໃດ ດຶງມັນ ອອກເປັນ ປ່ຽງໆ ໄດ້.
\v 18 ໄຟ ມາບແມບ ຂຶ້ນ ເມື່ອມັນຈາມ ອອກມາ ຕາມັນກໍລຸກແດງ ເປັນແສງ ດັ່ງຕາເວັນ ກາໍລັງຂຶ້ນ.
\s5
\v 19 ແປວໄຟ ອອກມາຈາກ ທາງໃນປາກ ຂອງມັນ ແລະ ມີກະແສໄຟ ກະຈາຍ ອອກມາ ພ້ອມ.
\v 20 ຄວັນ ກໍຟົ້ງອອກ ມາຈາກທາງ ຮູດັງ ຂອງມັນ ດັ່ງຄວັນໄຟ ໄໝ້ຫຍ້າຄາ ທີ່ຟົ້ງ ຂຶ້ນຈາກໃຕ້ກົ້ນໝໍ້.
\v 21 ລົມຫາຍໃຈ ມັນຕິດໄຟ ໃຫ້ລຸກໄໝ້ ໄດ້ໃຫຍ່ ເປັນແປວໄຟ ທີ່ພົ່ນອອກຈາກ ໃນປາກຂອງມັນ.
\s5
\v 22 ຄໍຂອງມັນ ນັ້ນ ມີອໍານາດ ຢ່າງ ມະຫາສານ ຊຶ່ງທຸກຄົນ ທີ່ພົບກໍຢ້ານກົວ ຕົວສັ່ນເຊັນ ທັງນັ້ນ.
\v 23 ໃນໜັງມັນ ນັ້ນ ບໍ່ມີຈຸດອ່ອນ ບ່ອນໃດເລີຍ ມັນແຂງແກ່ນ ເຫລືອຫລາຍ ຊໍ່າກັບເຫລັກກ້າ.
\v 24 ຈິດໃຈ ມັນ ແຂງກະດ້າງ ແລະ ບໍ່ຢ້ານຫຍັງເລີຍ ບໍ່ເຄີຍຈາໍນົນຕໍ່ຜູ້ໃດ ແລະ ແຂງດັ່ງຫິນໂມ້ແປ້ງ.
\s5
\v 25 ເມື່ອລຸກຂຶ້ນ ຜູ້ແຂງແຮງ ທີ່ສຸດ [ລ] ກໍ ຍັງສັ່ນເຊັນ; ພວກເຂົາ ສິ້ນຫວັງໝົດ ແລະ ຕ່າງ ກໍເກີດຢ້ານ.
\v 26 ບໍ່ມີດາບ ໃດໆ ເຮັດ ໃຫ້ມັນບາດເຈັບໄດ້ເລີຍ ແມ່ນແຕ່ ຫອກ ຫລື ລູກທະນູ ຫລື ຫລາວ ກໍບໍ່ໄດ້.
\v 27 ສໍາລັບ ມັນແລ້ວ ໂລຫະ ນັ້ນເປັນຄືກັບເຟືອງ ແລະ ທອງເຫລືອງ ກໍ ອ່ອນດັ່ງໄມ້ໂດກ.
\s5
\v 28 ບໍ່ມີລູກໜ້າ ທະນູ ໃດໆ ຈະເຮັດໃຫ້ ມັນ ແລ່ນໜີໄປ ເອົາກ້ອນຫິນ ແກວ່ງໃສ່ມັນ ກໍສໍ່າ ກັບຕີ ຕໍເຟືອງ ເທົ່ານັ້ນ.
\v 29 ໄມ້ຄ້ອນ ກໍ ເປັນພຽງແຕ່ ຕໍເຟືອງ ສໍາລັບມັນ ແລະ ມັນຫົວເລາະ ຫຍໍ້ຫຍັນ ເມື່ອຄົນຊັດຫອກໃສ່.
\v 30 ທ້ອງມັນເປັນດັ່ງປ່ຽງເສດ ໝໍ້ແຕກ ອັນຄົມ ໆ ມັນບຸ ຂີ້ຕົມໄປ ດັ່ງຄາດ ທີ່ກາໍລັງຄາດ. [ວ]
\s5
\v 31 ມັນເຮັດໃຫ້ ທະເລ ຟອງຂຶ້ນ ດັ່ງນາໍ້ ຮ້ອນຟົດ ແລະ ຟອງເປັນຈູມປວກ ດັ່ງນໍ້າຟົດ ໃນໝໍ້ກາ.
\v 32 ມັນປະທາງ ເຫລື້ອມ ແມບມາບ ໄວ້ເບື້ອງຫລັງ ຂອງມັນ ແລະ ປ່ຽນນໍ້າ ທະເລ ໃຫ້ເປັນຟອງ ສີຂາວ ປຸມປວກ.
\s5
\v 33 ບໍ່ມີສິ່ງໃດ ໃນໂລກນີ້ ຈະປຽບກັບມັນ ໄດ້ເລີຍ ມັນເປັນສັດທີ່ຖືກສ້າງມາ ບໍ່ໃຫ້ມີຄວາມຢ້ານ.
\v 34 ມັນຫຍໍ້ຫຍັນ ສັດຕ່າງໆ ທີ່ທະນົງຕົວທີ່ສຸດ ເປັນກະສັດ ບັນດາສັດທຸກໂຕ ທີ່ອາໄສ ຢູ່ໃນປ່າ.”
\s5
\c 42
\p
\v 1 ແລ້ວ ໂຢບ ກໍໄດ້ຕອບ ອົງພຣະຜູ້ເປັນ ເຈົ້າ.
\v 2 “ຂ້າແດ່ ອົງພຣະຜູ້ເປັນເຈົ້າ ຂ້ານ້ອຍຮູ້ວ່າ ພຣະອົງຊົງຣິດອໍານາດ ຍິ່ງໃຫຍ່ ແລະ ພຣະອົງເຮັດທຸກໆ ສິ່ງຕາມໃຈມັກ ດ້ວຍ.
\v 3 ພຣະອົງ ກ່າວ ວ່າ, ‘ເປັນຫຍັງ ກ້າຖາມ ເຖິງ ພຣະປັນຍາ ເພາະຂ້ານ້ອຍເອງໂງ່ຈ້າ ທີ່ສຸດ ຫັ້ນແຫລ້ວ. ຂ້ານ້ອຍໄດ້ເວົ້າ ເຖິງ ສິ່ງທີ່ຂ້ານ້ອຍບໍ່ເຂົ້າໃຈເຖິງສິ່ງທີ່ອັດສະຈັນ ຍິ່ງໃຫຍ່ ທີ່ຂ້ານ້ອຍຈະຮູ້ໄດ້.
\s5
\v 4 ພຣະອົງ ໄດ້ບອກໃຫ້ຂ້ານ້ອຍຟັງ ເມື່ອພຣະອົງ ເວົ້າຈາ ແລະ ໃຫ້ຊອກຕອບ ຄໍາຖາມ ທີ່ພຣະອົງຖາມນັ້ນ.
\v 5 ແລ້ວກໍພຽງແຕ່ໄດ້ຮູ້ສິ່ງທີ່ຄົນອື່ນໄດ້ບອກຂ້ານ້ອຍ ແຕ່ ບັດນີ້ ຂ້ານ້ອຍເຫັນພຣະອົງ ດ້ວຍຕາແລ້ວ.
\v 6 ດັ່ງນັ້ນ ຂ້ານ້ອຍຈຶ່ງອັບອາຍ ຕໍ່ສິ່ງທີ່ໄດ້ ກ່າວຈາ ຂ້ານ້ອຍເສຍໃຈ ຈຶ່ງນັ່ງທີ່ຂີ້ຝຸ່ນດິນ ແລະ ຂີ້ເຖົ່າ.”
\s5
\v 7 ຫລັງຈາກ ອົງພຣະຜູ້ເປັນເຈົ້າ ໄດ້ກ່າວ ຕໍ່ ໂຢບ ສຸດແລ້ວ ພຣະອົງກໍກ່າວຕໍ່ ເອລີຟັດ ວ່າ, “ເຮົາໃຈຮ້າຍ ໃຫ້ເຈົ້າ ແລະ ເພື່ອນສອງ ຄົນ ຂອງເຈົ້າ ເພາະພວກເຈົ້າບໍ່ໄດ້ເວົ້າ ຄວາມຈິງ ກ່ຽວກັບເຮົາ ຕາມວິທີທີ່ ໂຢບ ຄົນ ຮັບໃຊ້ຂອງເຮົາໄດ້ເວົ້າ.
\v 8 ບັດນີ້ ຈົ່ງເອົາ ງົວເຖິກ ເຈັດໂຕ ແລະ ແກະເຖິກ ເຈັດໂຕ ໄປໃຫ້ ໂຢບ ເພື່ອເຜົາບູຊາ ສໍາລັບ ຄວາມຜິດຂອງພວກເຈົ້າ. ໂຢບ ຈະພາວັນນາອະທິຖານ ສໍາລັບພວກເຈົ້າ ແລະ ເຮົາຈະຕອບຄໍາພາວັນນາອະທິຖານ ຂອງລາວ ແລະ ເຮົາຈະບໍ່ເອົາໂທດ ຕາມທີ່ພວກເຈົ້າ ຄວນໄດ້ຮັບ. ພວກເຈົ້າ ບໍ່ໄດ້ເວົ້າ ຄວາມຈິງກ່ຽວກັບເຮົາ ດັ່ງທີ່ ໂຢບ ໄດ້ເວົ້າ. ”
\v 9 ເອລີຟັດ ຊາວ ເຕມານ, ບິນດັດ ຊາວ ຊູອາ ແລະ ໂຊພາ ຊາວ ນາອາມາ ກະທາໍຕາມສິ່ງທີ່ ອົງພຣະຜູ້ເປັນເຈົ້າ ໄດ້ບອກພວກເຂົາ ແລະ ອົງພຣະຜູ້ເປັນເຈົ້າ ກໍໄດ້ຕອບຄໍາພາວັນນາ ອະທິຖານ ຂອງ ໂຢບ.
\s5
\v 10 ຕໍ່ມາ ຫລັງຈາກ ໂຢບ ໄດ້ພາວັນນາ ອະທິຖານ ສໍາລັບເພື່ອນທັງ ສາມ ຄົນແລ້ວ ອົງພຣະຜູ້ເປັນເຈົ້າ ໄດ້ເຮັດໃຫ້ ໂຢບ ຈະເລີນ ຮຸ່ງເຮືອງຂຶ້ນໃໝ່ ໂດຍໃຫ້ເພິ່ນຮັ່ງມີ ຕື່ມອີກ ເຖິງສອງເທົ່າ ໃນສິ່ງທີ່ເພິ່ນເຄີຍມີມາກ່ອນ.
\v 11 ພວກອ້າຍ ເອື້ອຍ ນ້ອງ ຂອງ ໂຢບ ແລະ ພວກໝູ່ເພື່ອນ ເກົ່າແກ່ ຕ່າງກໍໄດ້ມາຢ້ຽມຢາມ ໂຢບ ແລະ ກິນລ້ຽງສະຫລອງ ທີ່ເຮືອນຂອງເພິ່ນ. ພວກເຂົາໄດ້ສະແດງ ຄວາມເຫັນອົກເຫັນໃຈ ແລະ ເລົ້າໂລມ ເພິ່ນ ສໍາລັບຄວາມເດືອດຮ້ອນ ທັງໝົດ ທີ່ອົງພຣະ ຜູ້ເປັນເຈົ້າ ໄດ້ນາໍມາສູ່ເພິ່ນ, ແຕ່ລະຄົນໃນ ພວກເຂົາໄດ້ ເອົາເງິນ ບາງສ່ວນ ແລະ ແຫວນຄໍາ ຜູ້ລະວົງໃຫ້ ໂຢບ.
\s5
\v 12 ອົງພຣະຜູ້ເປັນເຈົ້າ ໄດ້ອວຍພອນ ຊີວິດບັ້ນປາຍຂອງ ໂຢບ ຫລາຍກວ່າ ພຣະອົງໄດ້ອວຍພອນ ຊີວິດບັ້ນຕົ້ນ ຂອງເພິ່ນ. ໂຢບ ມີແກະ ສິບສີ່ພັນໂຕ, ອູດ ຫົກພັນໂຕ, ງົວ ສອງພັນໂຕ ແລະ ລໍ ໜຶ່ງພັນໂຕ.
\v 13 ເພິ່ນໄດ້ມີລູກຊາຍ ເຈັດຄົນ ແລະ ລູກສາວ ສາມຄົນ.
\v 14 ເພິ່ນໄດ້ໃສ່ຊື່ ລູກສາວກົກ ວ່າ ເຢມີມາ, ລູກສາວ ຜູ້ທີສອງ ວ່າ ເກຊີຢາ ແລະ ລູກສາວ ຜູ້ນ້ອຍ ວ່າ ເກເຣັນຮັບປຸກ. [ຫ]
\s5
\v 15 ບໍ່ມີຍິງຜູ້ໃດ ໃນໂລກນີ້ ທີ່ງາມເທົ່າກັບ ລູກສາວ ຂອງ ໂຢບ. ພໍ່ຂອງພວກເຂົາ ໄດ້ແບ່ງສ່ວນ ມໍຣະດົກ ໃຫ້ຄືກັນກັບອ້າຍ ຂອງ ພວກເຂົາ.
\v 16 ຫລັງຈາກນັ້ນມາ ໂຢບ ກໍມີ ຊີວິດຢູ່ອີກ ໜຶ່ງຮ້ອຍສີ່ສິບປີ ນານພໍເຫັນ ຫລານ ເຫລັນ ຂອງຕົນ.
\v 17 ແລ້ວເພິ່ນກໍໄດ້ຕາຍໄປ ເມື່ອເຖົ້າແກ່ ຫລາຍທີ່ສຸດ.