lo_bible/17-EST.usfm

344 lines
78 KiB
Plaintext
Raw Permalink Blame History

This file contains invisible Unicode characters

This file contains invisible Unicode characters that are indistinguishable to humans but may be processed differently by a computer. If you think that this is intentional, you can safely ignore this warning. Use the Escape button to reveal them.

This file contains Unicode characters that might be confused with other characters. If you think that this is intentional, you can safely ignore this warning. Use the Escape button to reveal them.

\id EST
\ide UTF-8
\h ພ​ຣະ​ທຳ ເອ​ສະ​ເທີ
\toc1 ພ​ຣະ​ທຳ ເອ​ສະ​ເທີ
\toc2 ພ​ຣະ​ທຳ ເອ​ສະ​ເທີ
\toc3 est
\mt ພ​ຣະ​ທຳ ເອ​ສະ​ເທີ
\s5
\c 1
\p
\v 1 ເຫດການ ຊຶ່ງ ມີ ກ່າວ ໃນ ທີ່ ນີ້ ແມ່ນ ເກີດຂຶ້ນ ໃນ ຣາຊການ ຂອງ ກະສັດ ເຊເຊັດ ຜູ້ທີ່ໄດ້ ປົກຄອງ 127 ແຂວງ ຕັ້ງ ແຕ່ ອິນເດຍ ເຖິງ ຊູດານ.
\v 2 ໃນ ສະໄໝນັ້ນ ກະສັດ ເຊເຊັດໄດ້ ໃຊ ອໍານາດ ການປົກຄອງ ຈາກ ພຣະທີ່ ນັ່ງ ຂອງ ເພິ່ນທີ່ ເມືອງ ເອກຊູຊາ.
\s5
\v 3 ໃນ ຣາຊການ ປີ ທີ່ ສາມ ເພິ່ນ ໄດ້ ຈັດ ງານ ກິນ ລ້ຽງ ຢ່າງ ໃຫຍ່ ໂຕ ຂຶ້ນ ສໍາລັບ ບັນ ດາ ຂ້າ ຣາຊການ ແລະ ພວກ ບໍລິ ຫານງານ ທັງ ໝົດຂອງ ເພິ່ນ. ກອງທັບ ຂອງ ເປີເຊຍ ແລະ ເມເດຍ ກໍ່ ຢູ່ ໃນທີ່ ນັ້ນ ຕະຫລອດ ທັງ ບັນ ດາ ຜູ້ ປົກຄອງ ແຂວງ ແລະ ພວກ ຂຸນນາງ ປະຈາໍ ແຂວງ ຕ່າງໆ.
\v 4 ເປັນ ເວລາ ຫົກ ເດືອນ ເຕັມ ທີ່ ເພິ່ນ ໄດ້ ສະແດງ ຄວາມຮັ່ງມີ ຂອງ ສໍານັກ ແຫ່ງ ຈັກ ກະພັດ ຕະຫລອດ ທັງ ຄວາມ ງົດ ງາມ ແລະ ການ ຄອງອໍານາດໃຫ້ແກ່ ບັນດາຜູ້ທີ່ ຖືກເຊີນມາໄດ້ເຫັນ.
\s5
\v 5 ຫລັງ ຈາກນັ້ນ ກະສັດກໍ ໄດ້ ຈັດ ງານກິນລ້ຽງ ຢ່າງ ໃຫຍ່ ໂຕຂຶ້ນ ທີ່ ເມືອງເອກຊູຊາສໍາລັບ ທຸກ ຸຄົນ ບໍ່ ວ່າ ຮັ່ງ ມີ ຫລື ຍາກຈົນ. ງານກິນ ລ້ຽງນີ້ ໄດ້ຈັ ດ ຂື້ນ ໃນເດີ່ນ ຂອງສວນຂອງຣາຊວັງ ແລະດໍາ ເນີນ ໄປຕະຫລອດໜຶ່ງ ອາທິດ.
\v 6 ເດີ່ນ ຫຍ້າ ກໍ ຖືກ ຕົບແຕ່ງດ້ວຍຜ້າ ກັ້ງ ຝາຍ ສີຟ້າ ແລະສີ ຂາວ ຊຶ່ງ ໃຊ້ ເຊືອກຜ້າ ປ່ານສີ ມ້ວງເກາະໃສ່ເສົາ ຫີນ ອ່ອນດ້ວຍຮ່ວງເງິນ. ມີ ຕັ່ງ ນວມຍາວທີ່ ເຮັດ ດ້ວຍເງິນ ແລະຄໍາ ຕັ້ງ ໄວ້ ຕາມເດີ່ນ ຊຶ່ງ ປູດ້ວຍ ຫິນ ອ່ອນ ສີຂາວ, ຫິນ ມຸກສີ ແດງທີ່ ເຫລື້ອມໃສ ແລະເພັດສີ ຟ້າ.
\s5
\v 7 ເຄື່ອງດື່ມ ແມ່ນຖືກ ເຫຍັ້ນ ໃສ່ ຈອກຄໍາແຕ່ ລະອັນ ບໍ່ ຄືກັນ ແລະກະສັດ ກໍ ມີ ໃຈກ້ວາງຂວາງແຈກຢາຍເຫລົ້າ ອະງຸ່ນ ຂອງເພິ່ນ.
\v 8 ຜູ້ ທີ່ຖືກ ເຊີນ ມານັ້ນ ດື່ມ ໄດ້ ຕາມໃຈ ມັກ; ກະສັດ ໄດ້ສັ່ງຄົນ ຮັບໃຊ້ຂອງຕົນ ແຈກຢາຍແກ່ ທຸກຄົນໃຫ້ໄດ້ ດື່ມ ຕາມທີ່ ຕ້ອງການ. (ກ)
\s5
\v 9 ໃນເວລາດຽວກັນ ນັ້ນ ຣາຊີນີ ວາຊະຕີ ກໍໄດ້ ຈັດ ງານ ກິນ ລ້ຽງ ຢ່າງ ໃຫຍ່ ໂຕ ຂຶ້ນ ສໍາລັບບັນ ດາ ຜູ້ຍິງ ຢູ່ພາຍ ໃນວັງ.
\v 10 ໃນ ມື້ ທີ່ ເຈັດ ຂອງງານກິນລ້ຽງ ກະສັດມີອາຣົມ ເບີກບານ ມ່ວນ ຊື່ນ ຍ້ອນ ເຫລົ້າ ອະງຸ່ນ ທີ່ ເພິ່ນ ໄດ້ ດື່ມ. ສະນັ້ນເພິ່ນ ຈຶ່ງ ເອີ້ນ ເອົາ ຊາຍຕອນ ເຈັດ ຄົນ ທີ່ ເປັນ ຄົນ ຮັບ ໃຊ້ ສວນຕົວຂອງຕົນມາ ດັງນີ້: ເມຫູມານ, ບີຊະທາ, ຮັກໂບນາ, ບິກທາ, ຮາໂບນາ, ເຊທາເຣ ແລະ ກາກກັດ.
\v 11 ເພິ່ນ ໄດ້ ສັງພວກເຂົາ ໃຫ້ ພາ ນາງ ວາຊະຕີ ທີ່ ພວມ ໃສ່ ມົງ ກຸດ ແຫ່ງ ຣາຊີນີ ຢູ່ ນັ້ນມາຫາ ຕົນ. ຣາຊີນີ ເປັນຍີງທີ່ ງາມ ຫລາຍ ແລະ ກະສັດ ຢາກ ສະແດງ ໃຫ້ ບັນ ດາ ຂ້າຣາຊການ ແລະ ແຂກ ທຸກໆ ຄົນ ທີ່ ຖືກ ເຊີນ ມາ ນັ້ນ ໄດ້ ເຫັນ ຄວາມງາມ ຂອງ ຣາຊີນີ.
\s5
\v 12 ແຕ່ ເມື່ອ ບັນດາ ຄົນຮັບ ໃຊ້ ບອກ ຣາຊີນີ ຕາມຄໍາສັ່ງ ຂອງ ກະສັດ ແລ້ວຍານາງກໍປະຕິ ເສດທີ່ຈະມາ. ເລື້ອງນີ້ໄດ້ເຮັດໃຫ້ກະສັດຄຽດຮ້າຍ ຢ່າງໜັກ.
\s5
\v 13 ບັດນີ້ ເປັນທໍານຽມຂອງ ກະສັດ ທີ່ຈະຕ້ອງ ຖາມ ຄວາມ ເຫັນຈາກ ຜູ້ຊ່ຽວຊານ ທາງດ້ານກົດ ໝາຍ. ສະນັ້ນ ເພິ່ນ ຈຶ່ງໄດ້ເອີ້ນ ບັນດາ ທີ່ ປຶກສາ ຂອງ ເພິ່ນມາ ແລະ ຖາມ ວ່າ ຄວນ ຈະ ເຮັດ ຢ່າງໃດ.
\v 14 ພວກທີ່ ເພິ່ນຂໍຄໍາ ປຶກສານໍາເລື້ອຍໆ ມີ ດັ່ງນີ້: ກາກເຊນາ, ເຊດຖາ, ອັດມາທາ, ຕາກຊິດ, ເມເຣັດ, ມາກເຊນາ ແລະ ເມມູການ, ຄື ຂ້າຣາຊການ ຊາວ ເປີເຊຍ ແລະ ຊາວ ເມເດຍ ເຈັດຄົນທີ່ ເປັນພວກ ມີ ຕໍາແໜ່ງ ສູງສຸດ ໃນ ຈັກກະພົບ.
\v 15 ເພິ່ນໄດ້ ກ່າວແກ່ ພວກເຫລົ່ານີ້ວ່າ, “ເຮົາຄື ກະສັດແຫ່ງ ເຊເຊັດໄດ້ ໃຊ້ ຄົນໄປຫາຣາຊີນີ ວາຊະຕິ ພ້ອມດ້ວຍຄໍາສັ່ງ ແຕ່ຣາຊີນີ ບໍ່ຍອມ ຟັງຕາມ ກົດໝາຍ ແລ້ວ ພວກເຮົາຄວນເຮັດຢ່າງໃດຕໍ່ ນາງ?”
\s5
\v 16 ແລ້ວ ເມມູການ ກໍ ແຈ້ງ ແກ່ ກະສັດແລະ ພວກ ຂ້າຣາຊການ ດັ່ງ ນີ້: “ຣາຊີນີ ວາຊະຕີບໍ່ ພຽງແຕ່ໄດ້ ໝິ່ນປະໝາດ ກະສັດເທົ່ານັ້ນ ແຕ່ຍັງ ໄດ້ ໝິ່ນ ປະໝາດ ພວກຂ້າຣາຊການຂອງກະສັດ ຄືກັນ. ຕາມທີ່ ຈິງແລ້ວ ຣາຊີນີ ໝິ່ນປະໝາດ ຊາຍ ທຸກຄົນໃນຈັກກະພົບດ້ວຍ
\v 17 ຜູ້ຍິງທຸກຄົນທົວ ທັງຈັກກະພົບຈະເລີ້ມ ດູຖູກ ຜົວຂອງຕົນ ພໍ ເມື່ອ ໄດ້ຍິນສີ່ງທີ່ຣາຊີນີ ປະພຶດ. ພວກເຂົາຈະ ເວົ້າກັນ ວ່າ, ‘ກະສັດແຫ່ງ ເຊເຊັດໄດ້ ສັ່ງໃຫ້ ຣາຊີນີ ມາ ຫາ ເພິ່ນ ແຕ່ ຣາຊີນີ ປະຕິເສດ ທີ່ ຈະມາ.
\v 18 ເມື່ອເມຍ ຂອງບັນດາ ຂ້າຣາຊການປະຈາໍວັງທີ່ ເປີເຊຍ ແລະ ເມເດຍ ໄດ້ຍິນ ເຖິງຄວາມ ປະພຶດ ຂອງ ຣາຊີນີ ພວກເຂົາ ກໍ ຈະ ເວົ້າ ໃຫ້ ຜົວຟັງ ໃນ ມື້ ນັ້ນເອງ. ຢູ່ ທົ່ວທຸກບ່ອນ ເມຍ ກໍຈະບໍ່ ນັບ ຖື ຜົວແລະ ຜົວຈະໂກດຮ້າຍເມຍຂອງຕົນ.
\s5
\v 19 ຂ້າ ແດ່ ພະຣາຊາ ຖ້າ ທ່ານ ພໍໃຈ ຂໍ ຈົ່ງ ອອກ ດໍາລັດ ປະກາດ ເປັນທາງການ ວ່າ ຣາຊີນີ ວາຊະຕີ ຈະ ເຂົ້າ ມາ ຫາ ກະສັດ ບໍ່ ໄດ້ ອີກ ຕໍ່ໄປ. ຈົ່ງຂຽນ ຄໍາ ປະກາດ ນີ້ ໄວ້ໃນ ກົດໝາຍ ຂອງ ເປີເຊຍ ແລະ ເມເດຍ ເພື່ອວ່າ ຈະ ບໍ່ມີການ ລົບລ້າງ ໄດ້ ຈັກເທື່ອ. ແລ້ວໃຫ້ຍົກຕໍາແໜ່ງຣາຊີນີ ແກ່ ຍິງ ອື່ນ ທີ່ ດີ ກ່ວາ ນາງ.
\v 20 ເມື່ອທົ່ວທັງຈັກກະພົບ ອັນ ກວ້າງໃຫຍ່ ໄພສານ ນີ້ ໄດ້ຍິນ ເຖິງ ຄໍາ ປະກາດ ຂອງທ່ານ ແລ້ວ; ຜູ້ຍິງ ທຸກຄົນ ກໍ ຈະ ປະຕິບັດຕໍ່ ຜົວຂອງຕົນດ້ວຍ ຄວາມນັບຖື ບໍ່ ວ່າ ຈະ ເປັນຄົນຮັ່ງມີ ຫລື ຍາກຈົນກໍຕາມ.”
\s5
\v 21 ກະສັດ ກັບພວກ ຂ້າຣາຊການ ເຫັນພ້ອມ ໃນ ຄວາມຄິດຢ່າງນີ້ ແລະ ກະສັດກໍໄດ້ ເຮັດ ຕາມທີ່ ເມມູການ ແນະນໍາ.
\v 22 ເພິ່ນໄດ້ສົ່ງຈົດໝາຍ ອອກ ໄປ ຕາມ ແຕ່ລະ ແຂວງ ໃນ ຣາຊອານາຈັກ ເປັນ ພາສາ ແລະ ວິທີຂຽນທີ່ໃຊ້ກັນຕາມ ແຂວງ ນັ້ນໆ ໂດຍບອກວ່າ, (ຂ) ຜົວທຸກຄົນຈະ ຕ້ອງ ເປັນນາຍ ຢູ່ ໃນ ເຮືອນ ຂອງຕົນ ແລະ ເວົ້າຈາ ດ້ວຍ ອໍານາດ ອັນເດັດຂາດ.
\s5
\c 2
\p
\v 1 ຕໍ່ມາ ເຖິງ ແມ່ນ ຄວາມ ຄຽດຮ້າຍ ຂອງ ກະສັດ ໄດ້ ເຢັນລົງ ແລ້ວກໍຕາມ ແຕ່ ເພິ່ນຍັງຄິດ ເຖິງຄວາມ ປະພຶດຂອງ ຣາຊີນີ ວາຊະຕີ ແລະທັງຄິດເຖິງຄໍາປະກາດ ຕໍ່ຕ້ານ ນາງ ດ້ວຍ.
\v 2 ສະນັ້ນທີ່ ປຶກສາຜູ້ ໃກ້ຊິດຂອງ ກະສັດບາງຄົນ ຈຶ່ງແນະນໍາເພິ່ນວ່າ, “ເຫດໃດ ທ່ານ ຈຶ່ງບໍ່ ໃຫ້ຄົນອອກ ໄປ ຊອກ ຫາ ຍິງສາວ ບາງຄົນຜູ້ ບໍຣິສຸດ ແລະ ສວຍງາມ?
\s5
\v 3 ທ່ານ ອາດ ແຕ່ງຕັ້ງພວກ ຂ້າຣາຊການ ໃນ ທຸກໆ ແຂວງຂອງຈັກກະພົບນີ້ແລະສັ່ງໃຫ້ພວກ ເຂົານໍາເອົາຍິງສາວທັງຫລາຍ ທີ່ສວຍງາມ ກວ່າ ໝູ່ມາຍັງບ່ອນ ຢູ່ຂອງ ພວກ ນາງ ສະໜົມທີ່ນະຄອນ ຊູຊາ ເມືອງ ເອກນີ້ ເຮໄກ ຊາຍຕອນ ຈະ ເປັນຜູ້ເບິ່ງແຍງ ພວກເຂົາ ແລະ ໃຫ້ ພວກເຂົາແຕ່ງໜ້າ ນວດ ຕົວຢ່າງ ສວຍງາມ.
\v 4 ແລ້ວກໍ ໃຫ້ ທ່ານ ເອົາຍິງຜູ້ໜຶ່ງ ທີ່ທ່ານ ມັກທີ່ສຸດ ມາ ເປັນ ຣາຊີນີ ແທນ ນາງ ວາຊະຕີ. ” ກະສັດເຫັນ ວ່າ ເປັນການແນະນຳທີ່ດີ; ສະນັ້ນ ເພິ່ນຈຶ່ງປະຕິບັດຕາມ.
\s5
\v 5 ໃນນະຄອນ ຊູຊານີ້ມີຄົນຢິວຜູ້ໜຶ່ງຊື່ວ່າ ມໍເດໄກ ລູກຊາຍ ຂອງ ຢາອີ; ລາວ ເປັນຄົນມາຈາກ ເຜົ່າເບັນຢາມິນ ແລະ ເປັນເຊື້ອ ສາຍ ຂອງ ກີເຊ ແລະ ຊີເມອີ.
\v 6 ເມື່ອ ກະສັດເນບູກາດເນັດຊາ ແຫ່ງ ບາບີໂລນ ໄດ້ ຈັບເຈົ້າ ເຢໂຮຍອາກິນ ກະສັດ ແຫ່ງ ຢູດາຍ ຈາກ ນະຄອນ ເຢຣູຊາເລັມ ມາເປັນຊະເລີຍ ພ້ອມທັງກຸ່ມ ຊະເລີຍອື່ນ ນັ້ນ ມໍເດໄກ ກໍ ຖືກຈັບມາ ກັບພວກເຂົາດ້ວຍ.
\s5
\v 7 ລາວມີ ພີ່ນ້ອງ ຄົນໜຶ່ງ ຊື່ ວ່າ ເອສະເທີ ແລະ ນາງ ມີ ຊື່ ເປັນພາສາ ເຮັບເຣີ ວ່າ ຮາດາຊາ; ນາງ ເປັນຍິງສາວ ທີ່ ມີ ຮູບຮ່າງ ສວຍງາມ. ເມື່ອ ພໍ່ແມ່ ນາງ ຕາຍໄປ ມໍເດໄກ ໄດ້ ຮັບເອົາ ນາງ ມາ ລ້ຽງ ເປັນ ດັ່ງ ລູກສາວ ຂອງຕົນເອງ.
\s5
\v 8 ເມື່ອກະສັດໄດ້ ອອກ ດໍາລັດ ໃໝ່ແລ້ວ ກໍໄດ້ ມີຍິງສາວ ຫລາຍ ຄົນຖືກ ນໍາຕົວມາ ທີ່ນະຄອນ ຊູຊາ ແລະ ເອສະເທີ ກໍ່ ຮວມ ຢູ່ກັບພວກເຂົາດ້ວຍ. ນາງ ຖືກພາມາຢູ່ໃນ ວັງພາຍໃຕ້ ຄວາມ ດູແລ ຂອງ ເຮໄກ ຜູ້ຮັບຜິດຊອບໂຮງຂອງ ພວກ ນາງ ສະໜົມ.
\v 9 ເຮໄກ ພໍໃຈ ໃນ ຕົວນາງ ເອສະເທີ ແລະໃຫ້ຄວາມ ກະລຸນາແກ່ນາງ. ເຮໄກ ຈຶ່ງເລີ້ມຕົບແຕ່ງ ຄວາມງາມ ຂອງ ນາງ ໂດຍ ການ ນວດຮ່າງກາຍ ແລະໃຫ້ນາງ ກິນອາຫານ ພິເສດ. ລາວ ໃຫ້ ນາງ ຢູ່ໃນ ບ່ອນ ດີທີ່ ສຸດ ໃນ ໂຮງ ຂອງ ພວກ ນາງ ສະໜົມແລະ ແຕ່ງຕັ້ງຜູ້ຍິງ ເຈັດຄົນ ເປັນພິເສດ ຈາກ ວັງໃຫ້ ເປັນ ຜູ້ຮັບໃຊ້ນາງ.
\s5
\v 10 ສ່ວນ ມໍເດໄກ ກໍໄດ້ ແນະນໍານາງ ເອສະເທີ ໃຫ້ປິດ ເປັນຄວາມ ລັບເລື້ອງ ທີ່ ຕົນເປັນຄົນຢິວ.
\v 11 ທຸກ ມື້ໃດ ມໍເດໄກ ໄດ້ຍ່າງໄປມາຕໍ່ໜ້າເດີ່ນ ຂອງໂຮງ ພວກ ນາງ ສະໜົມເພື່ອຢາກ ຮູ້ວ່າ ເອສະເທີ ເປັນຢູ່ຢ່າງໃດ ແລະ ຈະມີຫຍັງເກີດຂຶ້ນກັບນາງ.
\s5
\v 12 ຕາມທຳມະດາແລ້ວ ການຕົບແຕ່ງຄວາມງາມຂອງ ຜູ້ຍິງມີກຳ ນົດໄດ້ໜຶ່ງປີຄື: ຫົກເດືອນ ເປັນການນວດກາຍດ້ວຍ ນາໍ້ ມັນກຳຍານ ແລະ ອີກຫົກເດືອນ ຕໍ່ມາ ເປັນ ການ ນວດ ດ້ວຍນໍ້າມັນ ຫອມ. ຫລັງຈາກນີ້ ຍິງແຕ່ ລະຄົນແມ່ນ ຈະຖືກນຳ ຕົວເປັນຜຽນ ເຂົ້າໄປຫາກະສັດ ເຊເຊັດ.
\v 13 ຕ່ອນທີ່ນາງ ອອກ ຈາກ ໂຮງ ຂອງ ພວກ ນາງ ສະໜົມໄປຍັງວັງນັ້ນ ນາງ ນຸ່ງຫຍັງກໍໄດ້ຕາມໃຈ.
\s5
\v 14 ນາງໄປທີ່ນັ້ນ ໃນເວລາຄຳແລະເຊົ້າມື້ໃໝ່ ມາ ນາງຖືກນຳ ຕົວໄປ ຍັງໂຮງຂອງນາງສະໜົມແຫ່ງ ອື່ນແລະ ໃຫ້ ຢູ່ພາຍໃຕ້ການ ດູແລ ຂອງ ຊາອາຊະກາດ ຊາຍຕອນ ຜູ້ກຳກັບບັນດາເມຍນ້ອຍ ຂອງ ກະສັດ. ນາງຈະບໍ່ໄດ້ ເຂົ້າ ໄປ ຫາ ກະສັດ ອີກ ນອກຈາກ ວ່າ ກະສັດ ພໍໃຈ ໃນ ຕົວນາງ ແລະ ເອີ້ນ ຊື່ຂອງ ນາງ ໃຫ້ເຂົ້າໄປຫາ.
\s5
\v 15 ເວລາ ຂອງ ເອສະເທີ ທີ່ຈະ ເຂົ້າໄປ ຫາ ກະສັດກໍໄດ້ມາເຖິງ. ເອສະເທີ ເປັນ ລູກສາວ ຂອງ ອາບໄຮ ແລະ ເປັນຍາດຕພີ່ນ້ອງຂອງ ມໍເດໄກ ພໍ່ລ້ຽງ ຂອງ ນາງ. ເມື່ອທຸກຄົນເຫັນເອສະເທີ ຕ່າງ ກໍ ຊົມເຊີຍນາງ. ເມື່ອຜຽນ ຂອງ ນາງ ມາ ເຖິງນາງ ໄດ້ ນຸ່ງ ເຄື່ອງ ຕາມ ຄໍາແນະນາໍ ຂອງ ເຮໄກ ຊາຍຕອນ ຜູ້ ທີ່ຮັບຜິດຊອບ ໂຮງ ຂອງ ພວກ ນາງ ສະໜົມ.
\v 16 ສະນັ້ນ ໃນ ຣາຊການ ປີທີ່ ເຈັດຂອງ ກະສັດ ເຊເຊັດໃນເດຶອນ ທີ່ສິບອັນກົງກັບເດືອນ ເຕເບັດນາງ ເອສະເທີ ກໍ ໄດ້ ຖືກນຳ ຕົວເຂົ້າໄປໃນວັງເພື່ອ ພົບກະສັດ.
\s5
\v 17 ກະສັດ ພໍໃຈ ນາງ ຫລາຍກວ່າ ຍິງ ສາວ ຄົນອື່ນໆ ແລະ ນາງ ໄດ້ ຮັບຄວາມ ກະລຸນາ ແລະ ຄວາມ ຮັກ ໄຄ່ ຈາກ ກະສັດ ຫລາຍກວ່າ ຍິງ ສາວ ຄົນອື່ນໆ. ເພິ່ນສວມ ມົງກຸດໃສ່ຫົວນາງແລະແຕ່ງ ຕັ້ງນາງ ໃຫ້ ເປັນຣາຊີນີ ແທນຣາຊີນີ ວາຊະຕີ.
\v 18 ແລ້ວ ກະສັດ ກໍ ຈັດ ງານ ກິນລ້ຽງ ຢ່າງ ໃຫຍ່ ໂຕ ຂຶ້ນ ເພື່ອເປັນກຽດ ແກ່ ນາງ ເອສະເທີແລະ ໄດ້ເຊີນບັນດາຂ້າຣາຊການພ້ອມທັງພວກບໍລິຫານ ທຸກຄົນຂອງຕົນມາ ຮ່ວມ ໃນ ງານ ນີ້. ເພິ່ນ ໄດ້ ປະກາດ ໃຫ້ ມື້ ນັ້ນ ເປັນມື້ຢຸດພັກ (ຄ) ໃນ ທຸກ ແຂວງ ແລະ ເພິ່ນໄດ້ແຈກ ຂອງຂວັນໃຫ້ຄົນຢ່າງ ໃຈ ກວ້າງຂວາງ ສັມກັບເປັນກະສັດ.
\s5
\v 19 ໃນ ເວລາ ດຽວກັນນັ້ນກະສັດ ກໍ ແຕ່ງຕັ້ງ ມໍເດໄກ ໃຫ້ ຮັບຕຳແໜ່ງ ບໍລິຫານ ຣາຊການ.
\v 20 ສ່ວນ ເອສະເທີ ນາງ ຍັງບໍ່ທັນໄດ້ ໃຫ້ ຜູ້ໃດ ຮູ້ ວ່າ ຕົນເປັນຄົນຢິວ. ມໍເດໄກ ບອກ ນາງ ບໍ່ ໃຫ້ ບອກ ຜູ້ໃດ ໝົດແລະນາງ ກໍຟັງຄວາມຂອງມໍເດໄກ ໃນ ເລື້ອງນີ້ ດັ່ງນາງໄດ້ ເຄີຍ ຟັງຄວາມ ຂອງ ລາວ ມາ ຕັ້ງແຕ່ ຍັງນ້ອຍ ໃນ ຄາວ ທີ່ ຢູ່ໃຕ້ ຄວາມດູແລຂອງລາວນັ້ນ.
\v 21 ໃນລະຫວ່າງທີ່ ມໍເດໄກຮັບຕຳແໜ່ງ ຢູ່ໃນ ວັງນັ້ນ ກໍມີຊາຍຕອນ ສອງ ຄົນຄື: ບິກທານ ແລະ ເຕເຣເຊ ເປັນຄົນເຝົ້າ ປະຕູ ຫ້ອງ ນອນຂອງ ກະສັດ. ພວກເຂົາເປັນ ສັດຕູຕໍ່ກະສັດເຊເຊັດແລະວາງແຜນທີ່ຈະຂ້າເພິ່ນ.
\s5
\v 22 ມໍເດໄກ ຮູ້ເລື້ອງ ນີ້ ຈຶ່ງບອກ ໃຫ້ຣາຊີນີ ເອສະເທີ ຮູ້ນາໍ ນາງ ໄດ້ບອກກະສັດໃນເລື້ອງ ທີ ່ ມໍເດໄກ ໄດ້ ຮູ້ນັ້ນ.
\v 23 ກະສັດໄດ້ ສັ່ງໃຫ້ ມີ ການ ສືບສວນ ແລະ ພົບ ວ່າ ຄໍາ ລາຍງານ ນັ້ນ ເປັນ ຄວາມຈິງ; ສະນັ້ນ ຊາຍ ທັງສອງ ຈຶ່ງຖືກ ແຂວນຄໍ ທີ່ເທິງ ຫລັກໄມ້. ແລ້ວກະສັດກໍໄດ້ ສັ່ງ ໃຫ້ ຈົດເຫດການ ນີ້ ໄວ້ເປັນທາງການໃນ ປຶ້ມບັນ ທຶກຂອງ ຈັກກະພົບ.
\s5
\c 3
\p
\v 1 ໃນເວລາ ຕໍ່ມາ ກະສັດເຊເຊັດໄດ້ເລື່ອນຊັ້ນ ຊາຍ ຄົນໜຶ່ງ ຊື່ວ່າ ຮາມານ ເປັນລູກຊາຍ ຂອງ ຮາມເມດາທາ ເປັນເຊື້ອສາຍ ຄົນໜຶ່ງຂອງອາກັກ. (ງ) ໃຫ້ ມີ ຕໍາແໜ່ ງ ສູງຂຶ້ນ ແລະ ໃຫ້ ນັ່ງ ສູງກວ່າ ເຈົ້າ ນາຍ ທັງຫລາຍທີ່ຢູ່ນຳກັນ.
\v 2 ກະສັດໄດ້ ສັ່ງໃຫ້ບັນດາ ຂ້າຣາຊການ ທັງໝົດຂອງຕົນສະແດງ ຄວາມ ເຄົາຣົບຕໍ່ຮາມານ ໂດຍໃຫ້ຄຸເຂົ່າ ກົ້ມຂາບລາວ. ທຸກຄົນກໍໄດ້ເຮັດຕາມ, ແຕ່ມໍເດໄກ ບໍ່ຍອມ ເຮັດຕາມ.
\s5
\v 3 ຂ້າຣາຊການ ຄົນອື່ນຈຶ່ງຖາມ ລາວ ວ່າ, “ເປັນຫຍັງເຈົ້າບໍ່ຍອມ ຟັງຄຳສັງ ຂອງກະສັດ? ”
\v 4 ທຸກໆ ມື້ໃດ ພວກເຂົາ ກໍຊັກຊວນລາວໃຫ້ຍອມ ເຮັດຕາມ ແຕ່ລາວບໍ່ຍອມ ຟັງຄວາມ ຂອງ ພວກເຂົາ. ລາວ ອະທິບາຍວ່າ, “ຂ້ອຍ ເປັນຄົນຢິວ ຂ້ອຍ ບໍ່ອາດ ກົ້ມຂາບ ຮາມານໄດ້ດອກ. ” ສະນັ້ນ ພວກເຂົາຈຶ່ງໄປບອກໃຫ້ ຮາມານ ຮູ້ ໃນ ເລື້ອງນີ້ ເພື່ອຢາກຈະຮູ້ວ່າລາວຈະ ທົນຕໍ່ການທີ່ມໍເດໄກ ປະພຶດໄດ້ຢ່າງໃດ.
\s5
\v 5 ເມື່ອຮາມານ ຮູ້ວ່າ ມໍເດໄກ ບໍ່ຄຸເຂົ່າກົ້ມຂາບ ຕົນລາວ ກໍ ໂກດຮ້າຍ ຫຼາຍ
\v 6 ແລະເມື່ອຮູ້ອີກ ວ່າ ມໍເດໄກເປັນຄົນຢິວລາວ ຈຶ່ງຕັດສິນໃຈ ລົງໂທດ ບໍ່ ແມ່ນແຕ່ ມໍເດໄກ ຄົນ ດຽວ ເທົ່ານັ້ນ ແຕ່ ລົງໂທດ ຫລາຍ ຄົນ. ລາວ ວາງແຜນ ຂ້າ ຊາວຢິວທຸກຄົນທີ່ຢູ່ທົ່ວໄປໃນຈັກກະພົບເປີເຊຍ.
\s5
\v 7 ໃນຣາຊການ ປີທີ່ສິບສອງຂອງກະສັດເຊເຊັດໃນເດືອນ ໜຶ່ງ ອັນກົງກັບເດືອນ ນີຊານ ຮາມານໄດ້ສັ່ງໃຫ້ໃຊ້ ສະຫລາກ (ຊຶ່ງເອີ້ນກັນວ່າ, “ປູຣິມ ”) ເພື່ອຫາມື້ ດີ, ເດືອນ ດີໃນ ການດໍາເນີນ ແຜນ ປອງຮາ້ຍຂອງຕົນ. ແລ້ວກໍຕົກຖືກວັນທີ່ສິບ ສາມຂອງເດືອນສິບສອງອັນກົງກັບເດືອນອາດາກ.
\s5
\v 8 ຮາມານ ຈຶ່ງບອກ ກະສັດວ່າ, “ຍັງມີຄົນຊາດ ໜຶ່ງທີ່ກະຈັດກະຈາຍຢູ່ທົ່ວໄປ ຕາມທຸກ ແຂວງ ໃນ ຈັກກະພົບຂອງທ່ານ. ພວກເຂົາຢຶດຖືປະເພນີ ທີ່ບໍ່ຄືກັບຄົນອື່ນໆ. ຍິ່ງໄປກວ່າ ນີ້ ອີກພວກເຂົາບໍ່ ໄດ້ປະຕິບັດຕາມ ກົດໝາຍ ຂອງ ຈັກກະພົບ; ດັ່ງນັ້ນຈຶ່ງບໍ່ເປັນ ຜົນດີ ທີ່ທ່ານ ຕ້ອງ ອົດທົນກັບ ຄົນເຫລົ່ານີ້.
\v 9 ຂ້າແດ່ ພະຣາຊາ ຖ້າທ່ານເຫັນ ພ້ອມ ຂໍ ທ່ານ ຈົ່ງອອກ ຄໍາສັ່ງສັງຫານ ຄົນເຫລົ່າ ນີ້ເສຍ. ຖ້າທ່ານ ເຮັດຕາມ ຂ້ານ້ອຍ ຂໍຮັບຮອງວ່າ ຈະສາມາດ ນຳເງິນ340 ໂຕນ ເຂົ້າມາໄວ້ໃນ ຄັງ ຫລວງ ໄດ້ເພື່ອບໍລິຫານ ຣາຊການຂອງຈັກກະພົບ.”
\s5
\v 10 ກະສັດຈຶ່ງຖອດ ແຫວນຂອງເພິ່ນອອກ ຊຶ່ງ ໃຊ້ປະທັບ ຂໍ້ປະກາດໃຫ້ເປັນທາງການ ແລະ ໄດ້ ມອບປະກາດນັ້ນໃຫ້ ສັດຕູຂອງ ຊາວຢິວຄືຮາມານ ລູກຊາຍ ຂອງ ຮາມເມດາທາ ຜູ້ ເປັນ ເຊື້ອສາຍ ຂອງ ອາກັກ.
\v 11 ກະສັດໄດ້ບອກ ລາວ ວ່າ, “ປະຊາຊົນແລະເງິນຂອງ ພວກເຂົາກໍ ເປັນຂອງ ເຈົ້າຈົ່ງເຮັດກັບພວກເຂົາ ຕາມ ໃຈຊອບ ເທີ້ນ.”
\s5
\v 12 ດັ່ງນັ້ນ ໃນວັນທີສິບສາມຂອງເດືອນທີ່ໜຶ່ງ ຮາມານ ຈຶ່ງເອີ້ນພວກເລຂາທິການຂອງກະສັດ ມາ ແລະ ໃຫ້ພວກເຂົາຂຽນ ແລະ ແປ ປະກາດ ນັ້ນອອກ ເປັນຫລາຍ ພາສາ ຕາມ ແບບ ຂຽນທີ່ມີ ໃຊ້ໃນ ຈັກກະພົບແລະສົ່ງໃຫ້ ພວກຜູ້ປົກຄອງ ແຂວງ, ພວກ ຜູ້ ປົກ ຄອງ ເມືອງ ແລະ ພວກ ຂ້າ ຣາຊການ ທຸກຄົນ. ປະກາດ ນີ້ ໄດ້ອອກ ໃນ ນາມ ຂອງ ກະສັດ ເຊເຊັດແລະ ປະທັບຕາ ໃສ່ ດ້ວຍ ແຫວນຂອງ ເພິ່ນ.
\v 13 ພວກ ຜູ້ນຳຂ່າວກໍແລ່ນ ນຳ ເອົາປະກາດ ນີ້ ໄປ ຍັງທົ່ວທຸກ ແຂວງ ໃນ ຈັກກະພົບ. ໃນ ປະກາດ ນັ້ນມີເນື້ອຄວາມ ວ່ າ ໃນ ມື້ ທີ່ກຳນົດໄວ້ ຄືວັນທີສິບສາມ ຂອງ ເດືອນ ອາດາກ ຄົນຢິວທຸກຄົນບໍ່ວ່າ ໜຸ່ມ ຫລືເຖົ້າ ແມ່ຍິງ ຫລື ເດັກນ້ອຍ ຕ້ອງຖືກຂ້າຖິ້ມໝົດ. ພວກເຂົາຈະ ຕ້ອງ ຖືກປະຫານໝູ່ຢ່າງ ບໍ່ປານີ ແລະ ສິ່ງຂອງ ຂອງພວກເຂົາຈະຕ້ອງຖືກຢຶດ.
\s5
\v 14 ຄໍາປະກາດ ໄດ້ຖືກແຈ້ງໄປ ທົ່ວທຸກແຂວງ ເພື່ອວ່າ ທຸກຄົນຈະຕຽມພ້ອມ ເມື່ອມື້ນັ້ນມາເຖິງ.
\v 15 ຄໍາປະກາດ ທາງຣາຊການ ໄດ້ຖືກແຈ້ງ ອອກໄປ ທົ່ວເມືອງ ເອກຊູຊາ ພວກຜູ້ນາໍ ຂ່າວກໍແລ່ນ ນາໍເອົາຂ່າວ ໄປຍັງແຂວງ ຕ່າງໆ ຕາມ ຄໍາສັ່ງຂອງກະສັດ. ສ່ວນກະສັດ ແລະ ຮາມານ ກໍນັ່ງ ດ່ື່ມເຫຼົ້າ ໃນຂະນະທີ່ເມືອງເອກຊູຊາ ເກີດສັບສົນ ວຸ້ນວາຍ ຢູ່ນັ້ນ.
\s5
\c 4
\p
\v 1 ເມື່ອມໍເດໄກ ໄດ້ຮູ້ເຖິງເລື້ອງທັງໝົດນັ້ນ ແລ້ວ ລາວກໍຈີກເຄື່ອງນຸງ ຂອງຕົນ ດ້ວຍ ຄວາມ ຂົມຂື່ນໃຈ. ແລ້ວລາວ ກໍ ນຸ່ງເຄື່ອງ ທີ່ເຮັດດ້ວຍ ຜ້າກະສອບເຂົ້າ, ເອົາຂີ້ເຖົ່າໂຮຍໃສ່ຫົວແລະຍ່າງ ຜ່ານເມືອງໄປທັງຄ່ຳຄວນດ້ວຍສຽງດັງແລະຢ່າງ ຂົມຂື່ນ
\v 2 ຈົນ ມາ ຮອດ ປະຕູ ທາງ ເຂົ້າ ວັງ. ລາວ ເຂົ້າ ໄປ ຂ້າງ ໃນວັງບໍ່ໄດ້ ເພາະ ຜູ້ນຸ່ງເຄື່ອງ ທີ່ເຮັດດ້ວຍ ຜ້າກະສອບເຂົ້າບໍ່ໄດ້ ຮັບອະນຸຍາດ ໃຫ້ ເຂົ້າໄປໃນ ວັງ.
\v 3 ທົ່ວ ທຸກ ແຂວງ ບ່ອນ ໃດທີ່ ໄດ້ຍິນເຖິງປະກາດ ຂອງ ກະສັດກໍມີສຽງ ຮ້ອງໄຫ້ໄວ້ທຸກຢູ່ໃນ ທ່າມ ກາງ ຊາວຢິວ. ພວກເຂົາອົດອາຫານ ຮ້ອງໄຫ້, ຄ່ຳຄວນ ແລະ ເກືອບ ທຸກຄົນໃນ ພວກເຂົາໄດ້ນຸ່ງ ເຄື່ອງ ທີ່ ເຮັດດ້ວຍ ຜ້າກະສອບເຂົ້າແລະ ນອນ ກິ້ງເກືອກ ຢູ່ໃນຂີ້ເຖົ່າ.
\s5
\v 4 ເມື່ອສາວໃຊ້ຂອງ ນາງ ເອສະເທີ ແລະ ພວກ ຊາຍຕອນ ໄດ້ມາ ບອກ ເອສະເທີ ເຖິງສີງ ທີ່ ມໍເດໄກ ກຳ ລັງກະທຳ ນາງກໍ ເປັນທຸກໃຈ ຫລາຍ. ນາງ ໄດ້ສົ່ງ ເຄື່ອງນຸ່ງ ໄປ ໃຫ້ ມໍເດໄກ ໃສ່ ແທນ ຜ້າ ກະສອບເຂົ້າ ແຕ່ ລາວ ບໍ່ຍອມ ຮັບ.
\v 5 ແລ້ວ ນາງ ກໍ ເອີ້ນ ເອົາ ຮາທາດ ມາ ພົບ ຄື ຊາຍຕອນ ຜູ້ ທີ່ໄດ້ ຮັບ ການ ແຕ່ງຕັ້ງຈາກ ກະສັດໃຫ້ເປັນຄົນຮັບໃຊ້ ຂອງ ນາງ. ນາງ ໄດ້ ບອກ ໃຫ້ ລາວ ໄປ ຖາມ ມໍເດໄກ ເບິ່ງ ວ່າ ມີ ເລື້ອງ ຫຍັງ ເກີດຂຶ້ນ ແລະ ດ້ວຍເຫດໃດ.
\s5
\v 6 ຮາທາດ ກໍ ໄປ ຫາ ມໍເດໄກ ທີ່ສີ່ ແຍກ ກາງເມືອງ ທາງ ເຂົ້າວັງ.
\v 7 ມໍເດໄກ ໄດ້ບອກ ລາວ ທຸກສິ່ງຕາມ ທີ່ເກີດຂຶ້ນນັ້ນແລະ ບອກ ເຖິງ ຈາໍ ນວນ ເງິນ ທີ່ຮາມານ ໄດ້ ສັນຍາ ຈະ ໃສ່ ໃນຄັງຫລວງ ຖ້າຊາວຢິວທຸກຄົນຖືກຂ້າ.
\v 8 ລາວ ຍັງ ເອົາ ສໍາເນົາ ປະກາດ ສັ່ງທຳລາຍ ລ້າງຜານ ຊາວຢິວ ທີ່ອອກດໍາລັດໃນ ນະຄອນ ຊູຊາ ໃຫ້ຮາທາດ. ມໍເດໄກ ຂໍ ລາວ ໃຫ້ ຖືເອົາສໍາເນົາປະກາດ ໄປ ຫາ ເອສະເທີ ແລະ ອະທິບາຍ ສະຖານະການສູ່ ນາງ ຟັງ ແລະ ບອກ ນາງ ໄປ ຂໍຮ້ອງ ນຳ ກະສັດໃຫ້ເມດຕາ ຊົນຊາດ ຂອງ ນາງ.
\s5
\v 9 ຮາທາດ ໄດ້ປະຕິບັດຕາມ
\v 10 ແລະ ເອສະເທີ ກໍໃຫ້ລາວ ນຳ ເອົາຖ້ອຍຄຳ ຄືນມາ ບອກ ມໍເດໄກວ່າ:
\v 11 “ຖ້າຜູ້ໃດ ຜູ້ໜຶ່ງ ບໍ່ວ່າ ຊາຍ ຫລື ຍິງ ທີ່ເຂົ້າ ໄປໃນເດີ່ນຂອງ ວັງເພື່ອ ພົບ ກະສັດ ໂດຍ ບໍ່ໄດ້ ຖືກ ເອີ້ນ ມາ ຈະ ຕ້ອງ ຕາຍ. ນັ້ນແຫລະ ຄື ກົດໝາຍ; ທຸກໆ ຄົນນັບຕັ້ງແຕ່ ພວກ ທີ່ປຶກສາ ຂອງ ກະສັດຈົນເຖິງປະຊາຊົນ ຕາມ ແຂວງ ຕ່າງໆ ກໍ ຮູ້ຈັກ ກົດໝາຍ ນີ້. ມີ ທາງດຽວ ທີ່ເວັ້ນຈາກ ກົດໝາຍ ນີ້ ໄດ້ ຄື ຖ້າກະສັດຍື່ນໄມ້ຄ້ອນເທົ້າ ຄໍາ ຂອງ ເພິ່ນໃສ່ ຜູ້ໃດ ເພິ່ນ ຈະ ໄວ້ ຊີວິດຂອງ ຜູ້ນັ້ນ. ແຕ່ ເປັນເວລາ ໜຶ່ງເດືອນ ແລ້ວທີ່ກະສັດບໍ່ໄດ້ ເອີ້ນ ຂ້ອຍ ເຂົ້າໄປ ຫາ ເພິ່ນ. ”
\v 12 ເມື່ອມໍເດໄກ ຮັບຂ່າວ ຈາກ ເອສະເທີ
\s5
\v 13 ລາວ ຈຶ່ງສົ່ງຄຳເຕືອນ ໄປ ບອກ ນາງດັ່ງນີ້: “ຢ່າ ຄິດວາດພາບ ເອົາວ່າ ເຈົ້າປອດໄພ ກວ່າ ຊາວຢິວຄົນອື່ນໆ ເພາະ ເຈົ້າຢູ່ໃນ ວັງ.
\v 14 ໃນ ເວລາ ຢ່າງ ນີ້ ຖ້າ ເຈົ້າ ມິດງຽບຢູ່ ສະຫວັນ ຈະ ຊ່ວຍເຫລືອພວກຢິວ ແລະ ພວກເຂົາຈະຖືກຊ່ວຍ ໃຫ້ ພົ້ນ ຝ່າຍ ເຈົ້າ ຈະ ຕາຍ ແລະ ຄອບຄົວ ຂອງ ພໍ່ເຈົ້າ ກໍ ຈະ ເຖິງ ຈຸດຈົບ. ບາງທີ ການ ທີ່ເຈົ້າ ໄດ້ ເປັນຣາຊີນີ ກໍເພື່ອ ໃນ ຍາມ ຄັບຂັນເຊັ່ນນີ້ແຫລະ ໃຜ ຈະ ຮູ້ໄດ້? ”
\s5
\v 15 ແລ້ວເອສະເທີ ກໍສົ່ງ ຄວາມໄ ປບອກມໍເດໄກວ່າ:
\v 16 “ຈົ່ງໄປທ້ອນໂຮມເອົາພວກຢິວໃນນະຄອນຊູຊາ; ໃຫ້ ພາກັນຖືສິນອົດອາຫານ ແລະອະທິຖານເພື່ອຂ້ອຍ. ຢ່າກິນຫລື ດື່ມຫຍັງພາຍໃນສາມມື້ ສາມ ຄືນ. ຂ້ອຍກັບສາວໃຊ້ຂອງຂ້ອຍກໍຈະປະຕິບັດຢ່າງ ດຽວກັນ. ຫລັງຈາກນີ້ ຂ້ອຍຈະໄປຫາກະສັດເຖິງແມ່ນວ່າຈະເປັນການ ຝ່າຝືນກົດໝາຍກໍ ຕາມ. ຖ້າຂ້ອຍ ຕາຍຍ້ອນກະທຳ ເຊັ່ນນີ້ຂ້ອຍກໍຍອມ. ”
\v 17 ແລ້ວມໍເດໄກ ກໍໄປເຮັດທຸກສິ່ງຕາມທີ່ເອສະເທີ ໄດ້ບອກຕົນນັ້ນ.
\s5
\c 5
\p
\v 1 ໃນ ມື້ທີສາມທີ່ຣາຊີນີ ເອສະເທີ ຖືສິນອົດອາຫານ ຣາຊີນີ ໄດ້ນຸ່ງ ຊຸດຣາຊີນີ ອອກ ໄປ ຢືນ ຢູ່ໃນ ເດີ່ນຂອງ ວັງແລະ ຫັນໜ້າໄປ ທາງ ຫ້ອງ ບັນລັງ. ສ່ວນ ກະສັດກໍ່ນັ່ງເທິງບັນລັງຂ້າງ ໃນ ແລະ ຫັນໜ້າ ໄປ ສູ່ທາງ ເຂົ້າ.
\v 2 ເມື່ອກະສັດຫລຽວເຫັນຣາຊີນີ ເອສະເທີຢືນຢູ່ຂ້າງ ນອກ ເພິ່ນ ກໍ ມີຄວາມ ເມດຕາ ແລະ ເດ່ ໄມ້ຄ້ອນເທົ້າຄໍາ ຂອງ ເພິ່ນໃສ່ຣາຊີນີ. ແລ້ວ ຣາຊີນີ ກໍ ຂຶ້ນ ມາ ຈັບ ສົ້ນ ໄມ້ຄ້ອນເທົ້ານັ້ນ.
\s5
\v 3 ກະສັດຖາມ ວ່າ, “ຣາຊີນີ ເອສະເທີ ເອີຍມີ ເລື້ອງ ຫຍັງ ບໍ? ບອກ ເຮົາ ມາ ເບິ່ງດູ ວ່າ ເຈົ້າ ຕ້ອງການ ຫຍັງແລະ ຢາກ ຈະ ໃຫ້ເຮົາເຮັດຫຍັງແມ່ນແຕ່ ຈັກກະພົບເຄິ່ງໜຶ່ງເຮົາກໍຍົກໃຫ້ໄດ້. ”
\v 4 ເອສະເທີ ຕອບວ່າ, “ຂ້າແດ່ ພະຣາຊາ ຖ້າທ່ານ ພໍໃຈ ຂ້ານ້ອຍ ຢາກ ໃຫ້ ທ່ານ ແລະ ຮາມານ ໄປ ເປັນແຂກ ໃນງານກິນລ້ຽງ ທີ່ຂ້ານ້ອຍຈະຈັດຂຶ້ນ ສໍາລັບທ່ານໃນຄືນນີ້. ”
\s5
\v 5 ແລ້ວກະສັດກໍໄດ້ ສັ່ງຮາມານໃຫ້ເຂົ້າມາພົບໃນທັນທີ ເພື່ອພວກ ຕົນຈະໄດ້ໄປເປັນແຂກ ຂອງ ເອສະເທີ. ແລ້ວກະສັດກັບຮາມານ ກໍໄດ້ໄປ ໃນ ງານກິນລ້ຽງຂອງ ເອສະເທີ.
\v 6 ກະສັດ ຖາມ ນາງ ໃນເວລາທີ່ດື່ມ ເຫລົ້າ ອະງຸ່ນ ຢູ່ນັ້ນ ວ່າ, “ບອກ ເຮົາ ມາ ດູ ວ່າ ເຈົ້າຢາກໄດ້ຫັຍງ? ແລະ ເຈົ້າຈະໄດ້ຮັບ. ເຮົາຈະໃຫ້ຕາມທີ່ເຈົ້າຂໍຮ້ອງແມ່ນແຕ່ ຈັກກະພົບເຄິ່ງໜື່ງກະຈະໃຫ້ເຈົ້າໄດ້.”
\s5
\v 7 ເອສະເທີ ຕອບວ່າ,
\v 8 “ຖ້າພະຣາຊາ ເມດຕາ ພໍທີ່ຈະ ໃຫ້ຕາມ ຄຳຂໍຮ້ອງ ຂອງຂ້ານ້ອຍ ໄດ້ແລ້ວ ຂ້ານ້ອຍ ຢາກ ໃຫ້ທ່ານ ກັບຮາມານ ມາ ເປັນແຂກ ໃນງານກິນລ້ຽງທີ ່ ຂ້ານ້ອຍ ຈະ ຈັດຂຶ້ນ ອີກ ສໍາລັບ ທ່ານ ໃນ ມື້ອື່ນ. ໃນເວລານັ້ນແຫລະ ຂ້ານ້ອຍຈື່ງຈະບອກ ທ່ານວ່າ ຂ້ານ້ອຍ ຕ້ອງການ ຫຍັງ.”
\s5
\v 9 ເມື່ອຮາມານ ອອກ ຈາກ ງານກິນລ້ຽງ ໄປ ລາວ ກໍ ດີໃຈ ແລະມີອາຣົມດີ. ແຕ່ແລ້ວລາວກໍ ເຫັນ ມໍເດໄກ ຢູ່ທາງ ເຂົ້າວງັ. ໃນຂະນະທີ່ລາວ ຍ່າງຜ່ານໄປນັ້ນ ມໍເດໄກບໍ່ໄດ້ລຸກຂຶ້ນຫລືສະແດງ ຄວາມ ເຄົາຣົບແຕ່ຢ່າງໃດ ລາວຈຶ່ງໂກດຮ້າຍ ມໍເດໄກ ທີ່ສຸດ.
\v 10 ແຕ່ ລາວ ໄດ້ລະງັບຕົວເອງ ໄວ້ແລະ ຍ່າງ ເມືອເຮືອນ. ແລ້ວລາວ ກໍເຊີນເອົາ ໝູ່ຂອງ ລາວ ມາ ຍັງເຮືອນ ແລະ ຂໍ ໃຫ້ ນາງ ເຊເຣເຊ ເມຍ ຂອງຕົນມາ ຮ່ວມ ນາໍ ພວກເຂົາ ດ້ວຍ.
\v 11 ລາວ ໄດ້ເວົ້າອວດ ຕໍ່ພວກເຂົາວ່າ ຕົນເປັນຄົນ ຮັ່ງມີ ແລະ ມີ ລູກຊາຍ ຫລາຍ ຄົນ ແລະ ວ່າ ກະສັດ ໄດ້ ແຕ່ງຕັ້ງ ຕົນໃຫ້ເປັນ ຂ້າຣາຊການ ຊັ້ນສູງ ແລະ ບອກ ວ່າ ຕົນເປັນຄົນ ສໍາຄັນກວ່າ ຂ້າຣາຊການຄົນອື່ນໆ ຂອງ ກະສັດ.
\s5
\v 12 ຮາມານ ເວົ້າຕໍ່ໄປ ອີກວ່າ, “ຍິ່ງໄປກວ່າ ນີ້ ອີກ ຣາຊີນີ ເອສະເທີ ຍັງໄດ້ຈັດງານກິນລ້ຽງ ສໍາລັບ ກະສັດແລະ ຂ້ອຍເອງ ແຕ່ ເທົ່ານັ້ນ ແລະ ຣາຊີນີ ຍັງໄດ້ເຊີນກະສັດ ແລະ ຂ້ອຍ ໄປ ອີກ ໃນ ມື້ອື່ນ.
\v 13 ແຕ່ສິ່ງເຫລົ່ານີ້ ບໍ່ມີຄວາມໝາຍຫຍັງ ຕໍ່ຂ້ອຍດອກ ຕາບໃດ ທີ່ຂ້ອຍ ເຫັນ ວ່ າ ມໍເດໄກ ຄົນ ຢິວ ຜູ້ນັ້ນ ຍັງນັ່ງຢູ່ທີ່ທາງ ເຂົ້າຂອງ ວັງ.”
\s5
\v 14 ດັ່ງນັ້ນ ເມຍຂອງ ລາວ ພ້ອມທັງ ໝູ່ເພື່ອນ ຈຶ່ງແນະນາໍ ວ່າ, “ເປັນຫຍັງທ່ານຈຶ່ງບໍ່ໃຫ້ເຂົາສ້າງ ບ່ອນ ແຂວນຄໍ ຂຶ້ນ ສູງ 22 ແມັດ? ແລະໃນ ມື້ອື່ນ ເຊົ້າ ໃຫ້ທ່ານຂໍນຳກະສັດ ແຂວນຄໍ ມໍເດໄກໃສ່ ຫັ້ນ ແລ້ວຈຶ່ງໄປ ໃນ ງານກິນລ້ຽງ ດ້ວຍ ຄວາມ ສະບາຍໃຈ. ” ຮາມານ ຄິດວ່າ ເປັນຄວາມຄິດທີ່ ດີ; ສະນັ້ນລາວຈຶ່ງໃຫ້ເຂົາສ້າງບ່ອນແຂວນຄໍຂຶ້ນ.
\s5
\c 6
\p
\v 1 ໃນຄືນນັ້ນ ກະສັດນອນ ບໍ່ຫລັບເພິ່ນຈຶ່ງໃຫ້ ຂ້າຣາຊການ ນຳ ເອົາປຶ້ມບັນທຶກ ລາຍງານ ຂອງ ຈັກກະພົບມາ ອ່ານ ສູ່ຟັງ.
\v 2 ຕອນທີ່ພວກ ເຂົາໄດ້ອ່ານນັ້ນ ມີທັງເລື້ອງຂອງມໍເດໄກທີ່ຮູ້ເຖິງ ການ ວາງແຜນ ສັງຫານ ກະສັດຄືການປອງຮ້າຍ ຊຶ່ງຊາຍຕອນ ສອງຄົນ ຄື ບິກທານາແລະເຕເຣເຊ ຄົນ ເຝົ້າຫ້ອງ ຂອງ ກະສັດໄດ້ ເຮັດຂຶ້ນໃນວັງ.
\v 3 ກະສັດ ຖາມ ຂຶ້ນວ່າ, “ພວກເຮົາໄດ້ໃຫ້ກຽດ ແລະ ລາງວັນແກ່ ມໍເດໄກ ຢ່າງໃດ ໃນ ເລື້ອງນີ້? ” ພວກ ຄົນຮັບໃຊ້ຂອງ ເພິ່ນຕອບວ່າ, “ຍັງບໍ່ທັນໃຫ້ລາງວັນ ຫຍັງ ເລີຍ.”
\s5
\v 4 ກະສັດ ຖາມ ວ່າ, “ມີ ຂ້າຣາຊການ ຄົນໃດ ແດ່ ຢູ່ໃນ ວັງ? ” ໃນເວລານັ້ນ ຮາມານຫາກໍ ເຂົ້າ ມາ ໃນ ເດີ່ນຂອງ ວັງ; ລາວໄດ້ມາຂໍໃຫ້ກະສັດ ແຂວນຄໍ ມໍເດໄກ ໃສ່ ເທິງບ່ອນ ແຂວນຄໍ ທີ່ຖືກ ສ້າງ ໄວ້ຢ່າງ ຮຽບຮ້ອຍ ແລ້ວ.
\v 5 ດັ່ງນັ້ນພວກ ຄົນ ຮັບໃຊ້ ຈຶ່ງຕອບວ່າ, “ຮາມານ ຢູ່ນີ້ ເດ ລາວ ກຳລັງລໍ ຖ້າພົບທ່ານ ຢູ່. ” ກະສັດ ກ່າວວ່າ, “ບອກ ໃຫ້ ລາວ ເຂົ້າມາທີ່ນີ້. ”
\v 6 ດັ່ງນັ້ນ ຮາມານຈຶ່ງ ເຂົ້າ ມາ ແລະ ກະສັດ ກໍກ່າວແກ່ລາວວ່າ, “ມີ ຄົນ ຜູ້ໜຶ່ງທີ່ເຮົາຢາກ ຍ້ອງຍໍໃຫ້ກຽດ ລາວ ທີ່ ສຸດ. ເຮົາຄວນ ເຮັດຢ່າງໃດ ເພື່ອຊາຍ ຄົນນີ້? ” ຮາມານ ຄິດໃຈວ່າ, “ບັດນີ້ ແມ່ນຜູ້ໃດນໍ ທີ່ກະສັດຢາກ ຍ້ອງຍໍ ໃຫ້ກຽດ ຫລາຍທີ່ສຸດ ນັ້ນ? ກໍຕ້ອງ ແມ່ນ ເຮົານີ້ແຫລະ.”
\s5
\v 7-8 ສະນັ້ນ ລາວຈຶ່ງຕອບ ກະສັດວ່າ, “ຈົ່ງ ເອົາ ເສື້ອຄຸມ ຂອງ ພະຣາຊາ ນຸ່ງ ໃຫ້ ຊາຍ ຄົນ ນັ້ນ ຄື ເສື້ອຄຸມ ທີ່ທ່ານເອງນຸ່ງ ນັ້ນ. ຈົ່ງເອົາເຄື່ອງເອ້ (ຈ) ປະຈາໍວັງ ເອ້ໃສ່ເທິງມ້າຂອງທ່ານ.
\v 9 ໃຫ້ຜູ້ໜຶ່ງ ໃນພວກຂຸນນາງ ຊັ້ນສູງຂອງທ່ານ ເປັນຜູ້ ຊ່ວຍ ນຸ່ງ ເຄື່ອງ ໃຫ້ ລາວ ແລ້ວ ໃຫ້ ລາວ ຂຶ້ນ ຂີ່ມ້າຜ່ານ ກາງເມືອງໄປ. ໃຫ້ເຈົ້ານາຍ ຄົນ ນັ້ນປ່າວ ປະກາດ ໃນ ຂະນະທີ່ພວກເຂົາຍ່າງ ໄປ ວ່າ, ‘ເບິ່ງ ແມ! ກະສັດ ໃຫ້ລາງວັນແກ່ ຜູ້ທີ່ເພິ່ນ ຢາກ ຍ້ອງຍໍໃຫ້ກຽດ ກໍ ເປັນຢ່າງນີ້ແຫລະ.
\s5
\v 10 ແລ້ວກະສັດ ກໍ່ ກ່າວ ແກ່ ຮາມານ ວ່າ, “ຈົ່ງ ຟ້າວ ໄປ ເອົາເຄື່ອງນຸ່ງ ແລະ ມ້າມາແລະມອບ ກຽດ ນີ້ໃຫ້ ແກ່ ມໍເດໄກ ຄົນຢິວ. ຈົ່ງເຮັດທຸກສິ່ງ ສໍາລັບລາວ ຕາມ ທີ່ເຈົ້າ ໄດ້ ແນະນຳມາ. ເຈົ້າ ຈະ ພົບລາວ ນັ່ງຢູ່ທີ່ທາງ ເຂົ້າວັງ. ”
\v 11 ສະນັ້ນ ຮາມານ ຈື່ງໄດ້ເອົ້າເສື້ອຄຸມ ແລະ ມ້າມາ ແລະນຸ່ງ ເສື້ອ ນັ້ນໃຫ້ແກ່ ມໍເດໄກ. ຝ່າຍມໍເດໄກກໍຂຶ້ນຂີ່ມ້າ ແລະ ຮາມານ ກໍເປັນຜູ້ຈູງມ້າຍ່າງໄປທົ່ວກາງເມືອງ ທັງປະກາດ ໃຫ້ ປະຊາຊົນຊາບ ວ່າ: “ເບິ່ງ ແມ! ກະສັດ ໃຫ້ລາງວັນ ແກ່ ຜູ້ທີ່ເພິ່ນຢາກຍ້ອງຍໍ ໃຫ້ກຽດ ກໍ ເປັນດັ່ງນີ້ແຫລະ.”
\s5
\v 12 ແລ້ວ ມໍເດໄກ ກໍ ກັບຄືນ ໄປ ທີ່ທາງ ເຂົ້າ ວັງ ແລະ ໃນຂະນະ ດຽວກັນນັ້ນ ຮາມານກໍຟ້າວ ກັບຄືນເມືອທັງອັດໜ້າ ຂອງຕົນ ໄວ້ດ້ວຍ ຄວາມ ອັບອາຍ.
\v 13 ລາວ ໄດ້ບອກ ສີ່ງ ທີ່ ໄດ້ເກີດ ຂຶ້ນທັງໝົດແກ່ ເມຍ ແລະ ໝູ່ເພື່ອນ ຂອງ ລາວ. ແລ້ວເມຍ ລາວ ພ້ອມທັງໝູ່ເພື່ອນ ຜູ້ທີ່ ສະຫລາດ ກໍ ບອກ ລາວ ວ່າ, “ທ່ານ ກໍາລັງ ສູນເສຍ ອໍານາດ ໃຫ້ແກ່ ມໍເດໄກ. ລາວ ເປັນຄົນຢິວທ່ານ ຈະ ເອົາ ຊະນະ ລາວ ບໍ່ ໄດ້ດອກ. ລາວ ຈະ ຕ້ອງ ເອົາ ຊະນະ ທ່ານ ຢ່າງ ແນ່ນອນ. ”
\v 14 ຂະນະທີ່ພວກເຂົາກຳ ລັງເວົ້າ ກັນຢູ່ນັ້ນ ຊາຍຕອນ ຢູ່ໃນ ວັງ ກໍ ມາຮອດ ແລະ ຟ້າວ ພາ ຮາມານ ໄປ ໃນ ງານກິນລ້ຽງ ຂອງ ຣາຊີນີ ເອສະເທີ.
\s5
\c 7
\p
\v 1 ສະນັ້ນ ກະສັດກັບ ຮາມານ ຈຶ່ງໄປຮັບປະທານອາຫານໃນງານລ້ຽງຂອງຣາຊີນີ ເອສະເທີ
\v 2 ເປັນ ຄັ້ງທີສອງ. ໃນ ຂະນະທີ່ດື່ມ ເຫລົ້າອະງຸ່ນຢູ່ນັ້ນ ກະສັດກໍຖາມ ນາງ ອີກວ່າ, “ບັດນີ້ ຣາຊີນີ ເອສະເທີ ເອີຍເຈົ້າຢາກໄດ້ຫຍັງ? ຈົ່ງບອກເຮົາມາເບິ່ງດູ ແລະເຈົ້າກໍຈະໄດ້ຮັບສິ່ງນັ້ນ. ແມ່ນແຕ່ຈັກກະພົບເຄິ່ງໜຶ່ງເຮົາກໍຈະມອບ ໃຫ້ ເຈົ້າໄດ້. ”
\s5
\v 3 ແລ້ວຣາຊີນີ ເອສະເທີກໍຕອບວ່າ, “ຖ້າພະຣາຊາ ພໍໃຈອະນຸຍາດ ໃຫ້ຕາມ ຄໍາ ຂໍຮ້ອງ ຢ່າງ ຖ່ອມຕົວຂອງ ຂ້ານ້ອຍນີ້ ແລ້ວຄວາມ ປາຖະໜາ ຂອງຂ້ານ້ອຍ ກໍຄືວ່າ: ໃຫ້ ຂ້ານ້ອຍກັບປະຊາຊົນຂອງຂ້ານ້ອຍມີຊີວິດຢູ່.
\v 4 ປະຊາຊົນຂອງ ຂ້ານ້ອຍ ແລະຂ້ານ້ອຍເອງໄດ້ຖືກຂາຍ ເພື່ອໃຫ້ຖືກ ສັງຫານໝູ່. ຖ້າບໍ່ມີຫຍັງຮ້າຍແຮງກວ່າ ການຖືກ ຂາຍ ໄປເປັນທາດຮັບໃຊ້ ຂ້ານ້ອຍຈະມິດຢູ່ ແລະ ຈະບໍ່ລົບກວນ ທ່ານໃນ ເລື້ອງ ນີ້; (ສ) ແຕ່ພວກຂ້າ ນ້ອຍກຳລັງຈະຖືກທຳລາຍລ້າງຜານໃຫ້ສູສິ້ນໄປ. ”
\v 5 ແລ້ວກະສັດ ເຊເຊັດກໍຖາມ ຣາຊີນີວ່າ, “ຜູ້ໃດ ທີ່ບັງອາດ ເຮັດຢ່າງນີ້? ຄົນ ນັ້ນ ຢູ່ໃສ?”
\s5
\v 6 ເອສະເທີ ຕອບວ່າ, “ສັດຕູ ຂອງ ພວກ ຂ້າ ນ້ອຍ ຜູ້ຂົ່ມເຫັງ ພວກຂ້ານ້ອຍ ກໍ ຄືຮາມານ ຊາຍ ຊົ່ວຊ້າຄົນນີ້ ” ຮາມານ ປະເຊີນໜ້າກັບກະສັດແລະ ຣາຊີນີ ດ້ວຍ ຄວາມ ສະທ້ານ ຢ້ານກົວຈົນ ຕົວສັ່ນ.
\v 7 ກະສັດ ລຸກ ຢືນ ຂຶ້ນທັງໃຈຮ້າຍ ຫລາຍ ແລະ ອອກ ຈາກ ຫ້ອງ ໜີໄປຂ້າງ ນອກທີ່ ສວນອຸທະຍານ. ຮາມານເຫັນວ່າ ກະສັດຕັ້ງໃຈ ຈະລົງໂທດ ຕົນ ເພາະ ເລື້ອງ ນີ້; ສະນັ້ນ ລາວຈຶ່ງ ຢູ່ຮ້ອງຂໍ ຣາຊີນີ ເອສະເທີ ໃຫ້ ໄວ້ ຊີວິດຕົນ.
\s5
\v 8 ລາວ ພວມ ກົ້ມຕົວລົງໃສ່ ຕັ່ງນວມຍາວບ່ອນ ທີ່ຣາຊີນີ ເອສະເທີນັ່ງຢູ່ນັ້ນ ເພື່ອຂໍຄວາມເມດຕາ ພໍດີຖືກກັບເວລາ ທີ່ກະສັດກັບຄືນມາຈາກສວນ ແລະ ເຂົ້າໄປໃນ ຫ້ອງ. ເມື່ອເຫັນ ດັ່ງນີ້ ແລ້ວ ກະສັດຈຶ່ງຮ້ອງ ຂຶ້ນວ່າ, “ຄົນນີ້ ກຳລັງຈະ ຂົ່ມຂືນ ຣາຊີນີ ຕໍ່ໜ້າເຮົາຢູ່ທີ່ວັງ ຂອງເຮົາ ບໍ? ” ກະສັດ ເວົ້າຍັງບໍ່ ທັນຂາດຄຳ ບັນດາ ຊາຍຕອນ ກໍເອົາ ຜ້າຄຸມ ຫົວຮາມານໄວ້.
\s5
\v 9 ແລ້ວຄົນໜຶ່ງໃນ ພວກ ຊາຍຕອນ ທີ່ຊື່ວ່າ ຮານໂບນາ ກໍໄດ້ເວົ້າວ່າ, “ຍິ່ງໄປ ກວ່າ ນີ້ ອີກ ຮາມານ ຍັງໄດ້ສ້າງ ບ່ອນ ແຂວນຄໍ ສູງ ຊາວສອງ ແມັດທີ່ເຮືອນ ຂອງ ລາວ ເພື່ອລາວ ຈະ ໄດ້ ແຂວນ ຄໍ ມໍເດໄກ ຜູ້ທີ່ຊ່ວຍ ຊີວິດຂອງ ພະຣາຊາ. ” ກະສັດສັ່ງວ່າ, “ແຂວນຄໍ ຮາມານໃສ່ ບ່ອນ ນັ້ນ. ”
\v 10 ດັ່ງນັ້ນຮາມານ ຈຶ່ງຖືກແຂວນຄໍ ໃສ່ ບ່ອນ ທີ່ລາວ ເອງ ໄດ້ສ້າງ ຂຶ້ນເພື່ອແຂວນຄໍ ມໍເດໄກ. ແລ້ວຄວາມ ໂກດຮ້າຍ ຂອງ ກະສັດ ກໍໄດ້ ເຢັນລົງ.
\s5
\c 8
\p
\v 1 ໃນ ມື້ ດຽວກັນ ນັ້ນ ກະສດັ ເຊເຊັດ ໄດ້ມອບ ຊັບສິນທັງ ໝົດ ຂອງ ຮາມານ ສັດຕູ ຂອງ ຊາວຢິວໃຫ້ແກ່ ຣາຊີນີ ເອສະເທີ. ຣາຊີນີ ເອສະເທີ ບອກ ກະສັດວ່າ ມໍເດໄກ ເປັນຍາດພີ່ນ້ອງ ຂອງຕົນແລະ ຕັ້ງແຕ່ ນັ້ນ ມາ ມໍເດໄກ ກໍ ໄດ້ ຮັບ ອະນຸຍາດ ໃຫ້ເຂົ້າພົບກະສັດໄດ້.
\v 2 ກະສັດຈຶ່ງ ຖອດ ແຫວນ ທີ່ ມີ ກາປະທັບມອບ ໃຫ້ ມໍເດໄກ (ແຫວນ ນີ້ ໄດ້ ເອົາຄືນມາ ຈາກ ຮາມານ). ຣາຊີນີ ເອສະເທີ ຍັງໄດ້ມອບ ຊັບສິນຂອງ ຮາມານ ໃຫ້ ມໍເດໄກ ເປັນຜູ້ຮັບຜິດຊອບ.
\s5
\v 3 ຕໍ່ມາ ຣາຊີນີ ເອສະເທີ ກໍໄດ້ ກ່າວ ແກ່ ກະສັດອີກໂດຍ ຂາບລົງທີ່ຕີນຂອງ ເພິ່ນທັງຮ້ອງ ໄຫ້. ຣາຊີນີ ຮ້ອງ ຂໍ ເພິ່ນໃຫ້ເຮັດສິ່ງໃດສິ່ງໜຶ່ງລົງ ໄປ ເພື່ອຢຸດຢັ້ງແຜນການ ອັນ ຊົ່ວຮ້າຍ ຂອງ ຮາມານ ເຊື້ອສາຍ ຂອງ ອາກັກ (ຊ) ຜູ້ທີ່ໄດ້ ປະພຶດ ຊົ່ວ ຕໍ່ສູ້ ຊາວຢິວ.
\v 4 ກະສັດ ເດ່ ໄມ້ເທົ້າຄໍາ ໃສ່ ຣາຊີນີ ຣາຊີນີ ຈຶ່ງລຸກ ຂຶ້ນເວົ້າວ່າ,
\s5
\v 5 “ຂ້າແດ່ ພະຣາຊາ ຖ້າທ່ານ ພໍໃຈ ແລະເປັນ ຫ່ວງ ຂ້ານ້ອຍ ແລະ ຖ້າທ່ານ ເຫັນວ່າ ເປັນການ ຖືກຕ້ອງ ກໍຂໍ ທ່ານ ອອກ ຄໍາສັ່ງເປັນ ທາງການ ເພື່ອກີດກັ້ນບໍ່ ໃຫ້ ຄໍາສັ່ງຂອງ ຮາມານ ຖືກນາໍໄປ ປະຕິບັດ ຄື ຄຳສັ່ງຂອງ ລູກຊາຍ ຂອງ ຮາມເມດາທາ ຜູ້ທີ່ ເປັນ ເຊື້ອສາຍ ຂອງ ອາກັກ ເພື່ອ ທາໍ ລາຍ ລ້າງຜານ ຊາວຢິວທຸກຄົນໃນຈັກກະພົບນີ້.
\v 6 ຂ້ານ້ອຍຈະທົນຢູ່ໄດ້ຢ່າງໃດ ຖ້າຄວາມພິ ນາດນີ້ມາ ເຖິງຊົນຊາດ ຂອງຂ້ານ້ອຍ ແລະ ຍາດຕິພີ່ນ້ອງ ຂອງ ຂ້ານ້ອຍ ຕ້ອງ ຖືກຂ້າ?”
\s5
\v 7 ແລ້ວກະສັດ ເຊເຊັດກໍ່ກ່າວແກ່ຣາຊີນີ ເອສະເທີແລະ ມໍເດໄກ ຄົນຢິວວ່າ, “ເບິ່ງແມ! ເຮົາ ໄດ້ແຂວນ ຄໍ ຮາມານ ຜູ້ ທີ່ວາງແຜນ ຕໍ່ສູ້ຊາວຢິວ ແລະ ເຮົາກໍ ເອົາຊັບສິນຂອງລາວໃຫ້ແກ່ເອສະເທີ ແລ້ວ.
\v 8 ແຕ່ວ່າ ການປະກາດ ທີ່ບົ່ງອອກ ໄປ ໃນ ນາມ ຂອງ ກະສັດແລະ ທັງປະທັບຕາ ດ້ວຍ ກາປະທັບຂອງ ກະສັດນັ້ນຈະ ລົບລ້າງ ບໍ່ໄດ້. ເຖິງ ຢ່າງ ໃດ ກໍຕາມ ໃຫ້ ຣາຊີນີ ຂຽນ ຈົດໝາຍ ໄປ ຫາ ຊາວຢິວຕາມ ໃຈຊອບ ໃຫ້ຂຽນ ໃນ ນາມ ຂອງເຮົາແລະ ປະທັບກາ ຂອງ ກະສັດໃສ່.”
\s5
\v 9 ເຫດການ ນີ້ໄດ້ເກີດຂຶ້ນໃນ ວັນທີ23 ຂອງ ເດືອນ ທີສາມ ອັນກົງກັບເດືອນ ຊີວານ. ມໍເດໄກ ໄດ້ ເອີ້ນເອົາ ພວກ ເລຂາທິການ ຂອງ ກະສັດ ແລະ ບອກ ໃຫ້ ພວກເຂົາຂຽນ ຈົດໝາຍ ເຖິງ ຊາວຢິວ ແລະ ເຖິງພວກ ຜູ້ປົກຄອງ ແຂວງ, ພວກ ຜູ້ປົກຄອງ ເມືອງ ແລະ ພວກ ຂ້າຣາຊການ ໃນ 127 ແຂວງ, ຄື ຕັ້ງ ແຕ່ ອິນເດຍ ຈົນເຖິງ ຊູດານ. ພວກ ເລຂາທິການ ໄດ້ຂຽນ ຈົດໝາຍ ເຖິງ ແຕ່ລະ ແຂວງ ຕາມ ພາສາ ແລະ ວິທີຂຽນ ໃນ ແຂວງນັ້ນ ແລະ ໄດ້ ຂຽນ ໄປ ເຖິງຊາວຢິວ ເປັນພາສາ ແລະ ວິທີ ຂຽນ ຂອງ ຊາວຢິວ.
\s5
\v 10 ມໍເດໄກ ໄດ້ ໃຫ້ພວກເຂົາ ຂຽນ ຈົດໝາຍ ນັ້ນ ໃນ ນາມ ຂອງ ກະສັດ ເຊເຊັດແລະ ປະທັບ ກາ ຂອງ ກະສັດໃສ່. ຈົດໝາຍ ໄດ້ຖືກສົ່ງ ໄປ ໂດຍ ພວກ ຂີ່ມ້າໂຕ ໄວ ທີ່ສຸດ ຈາກ ຄອກ ມ້າ ຂອງ ກະສັດ.
\v 11 ໃນ ຈົດໝາຍ ເຫລົ່ານັ້ນໄດ້ ອະທິບາຍ ວ່າ ກະສັດໄດ້ ອະນຸຍາດ ໃຫ້ ຊາວຢິວ ຢູ່ໃນ ທຸກ ເມືອງ ຈັດລະບຽບ ການ ປ້ອງກັນຕົວເອງ. ຖ້າພວກເຂົາພ້ອມ ທັງລູກ ເມຍ ຖືກໂຈມຕີ ດ້ວຍ ກອງທັບ ຈາກ ຊົນ ຊາດ ໃດ ຫລື ແຂວງໃດ ກໍ ໃຫ້ ພວກເຂົາຕໍ່ສູ້ຄືນ ແລະ ທຳ ລາຍ ຄົນ ທີ່ ໂຈມຕີເຫລົາ ນັ້ນ; ໃຫ້ຂ້າພວກເຂົາຖິ້ມຢ່າງບໍ່ ໃຫ້ ເຫລືອ ທັງຢຶດ ຊັບສິນຂອງ ພວກເຂົາໄດ້.
\v 12 ຄຳສັງນີ້ ໃຫ້ ໃຊ້ ໄດ້ ໃນ ທຸກໆ ແຂວງ ຂອງ ເປີເຊຍ ຕາມ ມື້ທີ່ຕັ້ງໄວ້ ໃຫ້ ເປັນມື້ ຂ້າຊາວຢິວ ຄື ໃນ ວັນທີ ສິບສາມ ຂອງ ເດືອນ ອາດາກ ອັນ ກົງ ກັບ ເດືອນ ທີສິບສອງ.
\s5
\v 13 ຈົ່ງປະກາດ ເປັນກົດໝາຍ ໃຫ້ທຸກຄົນໃນ ແຕ່ ລະ ແຂວງ ໄດ້ ຮູ້ເພື່ອວ່າ ເມື່ອ ເຖິງມື້ນັ້ນ ຊາວຢິວຈະ ໄດ້ຕຽມ ແກ້ແຄ້ນ ສັດຕູ ຂອງ ພວກເຂົາ.
\v 14 ຕາມ ຄຳສັ່ງຂອງ ກະສັດ ພວກ ສົ່ງຂ່າວໄດ້ ຂີ່ມ້າອອກ ໄປ ຢ່າງ ວ່ອງໄວ. ຄໍາສັ່ງນີ້ໄດ້ ຖືກ ແຈ້ງ ໃຫ້ຄົນ ທີ່ ເມືອງ ເອກຊູຊາ ຮູ້ຄືກັນ.
\s5
\v 15 ແລ້ວ ມໍເດໄກ ກໍ ອອກ ຈາກ ວັງ. ລາວ ນຸ່ງ ເສື້ອ ລ່າມ ສີຟ້າ ແລະ ສີຂາວ ຂອງ ກະສັດ ແລະ ເສື້ອ ຄຸມ ທີ່ເຮັດດ້ວຍ ຜ້າປ່ານ ສີມວງ ເນື້ອ ລະອຽດ ດີ ທັງ ສວມ ມົງກຸດ ຄໍາ ອັນງົດງາມ. ແລ້ວຄົນຕາມ ຖະໜົນ ໃນ ນະຄອນ ຊູຊາ ຕ່າງ ກໍ ຮ້ອງໂຮ ຂຶ້ນ ດ້ວຍ ຄວາມ ຊົມຊື່ນ ຍິນດີ.
\v 16 ພວກ ຢິວ ທີ່ຢູ່ໃນ ນັ້ນກໍ ດີ ໃຈ ແລະ ຊົມຊື່ນຍິນ ດີ, ເປັນສຸກໃຈ ແລະ ໄດ້ ຮັບກຽດ.
\v 17 ບໍ່ວ່າ ຢູ່ ໃນ ເມືອງໃດ ຫລື ແຂວງໃດ ກໍຕາມ ເມື່ອຄໍາ ປະກາດ ຂອງ ກະສັດໄດ້ອ່ານ ອອກ ໄປ ໃນ ທຸກ ບ່ອນ ຊາວຢິວກໍ ຖືເປັນ ມື້ ຢຸດພັກທີ່ຊົມຊືນຍິນດີ ໂດຍ ຈັດໃຫ້ ມີການ ກິນລ້ຽງ ແລະ ການມ່ວນຊື່ນ. ຕາມ ທີ່ຈິງແລ້ວໄດ້ ມີຫລາຍ ຄົນໃນ ຊາດອື່ນໆ ອີກ ທີ່ກາຍເປັນຢິວ ເພາະ ບັດນີ້ ພວກເຂົາ ຕ່າງ ກໍ ຢ້ານກົວ ພວກ ຢິວ.
\s5
\c 9
\p
\v 1 ເມື່ອ ຮອດ ວັນ ທີ ສິບສາມ ຂອງ ເດືອນ ອາດາກ ຄືມື້ ທີ່ປະກາດ ເປັນທາງການ ຂອງ ກະສັດ ມີ ຜົນ ໃຊ້ ໄດ້ແມ່ນ ມື້ ທີ່ ເຫລົ່າ ສັດຕູ ຂອງ ພວກ ຢິວ ຫວັງຈະ ມີ ອຳນາດ ເໜືອພວກເຂົາ. ແຕ່ ພວກ ຢິວ ກັບມີ ອຳນາດ ເໜືອພວກ ສັດຕູ.
\v 2 ໃນ ຄຸ້ມຂອງ ຊາວຢິວຢູ່ຕາມ ທຸກໆ ເມືອງ (ຍ) ໃນ ຈັກກະພົບຊາວຢິວ ກໍໄດ້ ຈັດຕຽມ ໂຈມຕີທຸກຄົນ ທີ່ພະຍາຍາມ ທຳຮ້າຍ ພວກ ຕົນ. ປະຊາຊົນທຸກທີ່ທຸກບ່ອນ ເກີດຢ້ານກົວພວກເຂົາ ແລະບໍ່ມີຜູ້ໃດ ກ້າທຳອັນຕະລາຍ ແກ່ ພວກເຂົາ.
\s5
\v 3 ຕາມ ທີ່ຈິ່ງ ແລ້ວ ບັນດາ ຂ້າຣາຊການ ປະຈຳ ແຂວງ ທຸກຄົນຄື: ພວກ ຜູ້ປົກຄອງ ແຂວງ, ພວກ ຜູ້ປົກຄອງ ເມືອງ ແລະ ພວກ ຜູ້ຕ່າງໜ້າ ຂອງ ກະສັດຕ່າງ ກໍໄດ້ ຊ່ວຍເຫລືອ ຊາວ ຢິວ ເພາະ ທຸກຄົນ ຕ່າງ ກໍ ຢ້ານກົວ ມໍເດໄກ.
\v 4 ບັດ ນີ້ກໍ ເປັນ ທີ່ຮູ້ຈັກກັນດິ ທົ່ວທັງຈັກກະພົບແລ້ວວ່າ ມໍເດໄກ ມີ ອໍານາດ ໃນຣາຊວັງແລະ ມີ ອໍານາດ ຫລາຍ ຂຶ້ນເລື້ອຍໆ.
\v 5 ດັ່ງນັ້ນ ຊາວຢິວຈຶ່ງ ປະຕິບັດຕໍ່ ສັດຕູ ຕາມໃຈ ມັກ. ພວກເຂົາໄດ້ໃຊ ດາບ ໂຈມຕີ ພວກ ສັດຕູ ແລະ ສັງຫານ ພວກເຂົາ.
\s5
\v 6 ຢ່ ູພາຍ ໃນ ເມືອງ ເອກຊູຊາ ເອງ ຊາວຢິວ ໄດ້ ຂ້າຫ້າຮ້ອຍ ຄົນ.
\v 7 ສັດຕູ ຂອງ ຊາວຢິວ ຖືກຂ້າມີ ດັ່ງ ນີ້: ປາກຊານດາທາ, ດານໂຟນ, ອາຊະປາທາ,
\v 8 ໂປລາທາ, ອາດາລີອາ, ອາຣີດາທາ,
\v 9 ປາກມາຊະຕາ, ອາຣີໄຊ, ອາຣີໄດ ແລະ ໄວຊາທາ.
\v 10 ລວມ ຢູ່ໃນ ພວກນີ້ມີ ລູກຊາຍ ສິບຄົນຂອງ ຮາມານ ຜູ້ເປັນ ລູກຊາຍ ຂອງ ຮາມເມດາທາ. ແຕ່ ການ ປຸ້ນສະດົມ ບໍ່ມີ ເກີດຂຶ້ນ ເລີຍ.
\s5
\v 11 ໃນ ມື້ດຽວກັນນັ້ນ ໄດ້ມີຄົນ ມາລາຍງານຕໍ່ ກະສັດ ເຖິງ ຈຳ ນວນ ຜູ້ ທີ່ຖືກ ຂ້າໃນ ເມືອງ ເອກຊູຊາ.
\v 12 ແລ້ວ ກະສັດ ກໍໄດ້ບອກ ຣາຊີນີ ເອສະເທີ ວ່າ, “ພຽງແຕ່ ໃນ ເມືອງ ຊູຊາ ພວກຢິວ ໄດ້ຂ້າຫ້າຮ້ອຍ ຄົນລວມ ທັງລູກຊາຍ ສິບ ຄົນຂອງ ຮາມານ ດ້ວຍ ແລະ ຢູ່ຕາມ ແຂວງ ຕ່າງໆ ພວກເຂົາຈະ ເຮັດຢ່າງໃດນໍ ບັດນີ້ ເຈົ້າຢາກໄດ້ ຫຍັງແດ່? ແລະ ເຈົ້າກໍ ຈະ ໄດ້ຕາມໃຈ ມັກ. ບອກ ເຮົາມາ ອີກດູ ວ່າ ເຈົ້າຢາກ ໄດ້ຫຍັງແລະ ເຈົ້າກໍຈະໄດ້ສິ່ງນັ້ນ.”
\s5
\v 13 ຣາຊີນີ ເອສະເທີ ຕອບ ວ່ າ, “ຂ້າແດ່ ພະຣາຊາ ຖ້າທ່ານພໍໃຈ ຂໍໂຜດ ອະນຸຍາດ ໃຫ້ ຊາວຢິວໃນ ເມືອງ ຊູຊາ ເຮັດ ໃນມື້ອື່ນສິ່ງທີ່ພວກເຂົາ ໄດ້ຮັບອະນຸຍາດ ໃຫ້ເຮັດໃນວັນນີ້ ແລະ ຂໍ ສັ່ງ ໃຫ້ແຂວນ ສົບລູກຊາຍ ຮາມານ ສິບ ຄົນໄວ້ ທີ່ ບ່ອນ ແຂວນຄໍ. ”
\v 14 ກະສັດ ໄດ້ສັ່ງໃຫ້ ປະຕິ ບັດ ຕາມນັ້ນ ແລະ ຄໍາ ປະກາດ ກໍ ຖືກ ນຳ ອອກ ໃຊ້ ທີ່ເມືອງ ຊູຊາ. ສົບລູກຊາຍ ຂອງ ຮາມານ ສິບ ຄົນຖືກແຂວນ ໄວ້ ໃຫ້ຄົນເຫັນ.
\s5
\v 15 ແລະ ໃນ ວັນ ທີ່ສິບສີ່ຂອງ ເດືອນ ອາດາກ ຊາວຢິວຢູ່ໃນ ເມືອງ ຊູຊາ ໄດ້ ຮວມ ປະ ຊຸມກັນອີກແລະ ໄດ້ ຂ້າ ຄົນ ໃນ ເມືອງ ຕື່ມ ສາມຮ້ອຍ ຄົນ. ແຕ່ ພວກເຂົາ ບໍ່ໄດ້ ປຸ້ນ ສະດົມ ເອົາສິ່ງ ຂອງ ໃດໆ ເລີຍ.
\v 16 ໃນລະຫວ່າງນັ້ນ ຝ່າຍ ຊາວຢິວ ທີ່ ຢູ່ຕາມ ແຂວງ ຕ່າງໆ ກໍໄດ້ ຈັດລະບຽບການ ປ້ອງກັນ ຕົວເອງ. ພວກເຂົາກຳຈັດ ລ້າງຜານ ສັດຕູ ໂດຍ ໄດ້ ຂ້າພວກ ທີ່ກຽດຊັງພວກ ຕົນເຈັດສິບຫ້າພັນຄົນ. ແຕ່ພວກເຂົາບໍ່ໄດ້ ປຸ້ນສະດົມເອົາ ສິ່ງຂອງ ໃດໆ ເລີຍ.
\s5
\v 17 ເຫດການ ນີ້ ໄດ້ເກີດຂຶ້ນໃນ ວັນທີສິບສາມ ຂອງ ເດືອນ ອາດາກ. ມື້ ຕໍ່ມາ ເປັນວັນທີ ສິບສີ່; ໃນວັນນີ້ ບໍ່ມີ ການ ຂ້າຟັນກັນອີກ ແລ້ວພວກເຂົາ ກໍ ກິນລ້ຽງ ສະຫລອງ ກັນຢ່າງ ຊົມຊື່ນຍິນດີ.
\v 18 ແຕ່ ຊາວຢິວ ໃນ ນະຄອນ ຊູຊາ ໄດ້ ຖືເອົາ ວັນທີ ສິບ ຫ້າເປັນມື້ ພັກ ເພາະ ໃນ ວັນ ທີ ສິບ ສາມ ແລະ ສິບສີ່ພວກເຂົາໄດ້ຂ້າສັດຕູ ແລະ ຢຸດ ການ ຂ້າໃນ ວັນທີ ສິບຫ້າ.
\v 19 ດ້ວຍເຫດນີ້ ແຫລະ ຊາວຢິວທີ່ຢູ່ໃນ ເມືອງນ້ອຍ ຕ່າງໆ ຈຶ່ງຖື ເອົາ ວັນທີ ສິບຫ້າຂອງ ເດືອນອາດາກເປັນມື້ ພັກ ຢ່າງ ເບີກບານໃຈ ຄື ເປັນເວລາ ງານລ້ຽງ ແລະ ເອົາອາຫານ ໃຫ້ເປັນຂອງຂວັນແກ່ ກັນແລະກັນ.
\s5
\v 20 ແລ້ວ ມໍເດໄກ ກໍໄດ້ ບັນທຶກ ເຫດການ ທັງຫລາຍ ນີ້ ໄວ້ແລະ ສົ່ງຈົດໝາຍ ໄປ ຫາ ຊາວຢິວ ທຸກຄົນ ບໍ່ວ່າ ຢູ່ໃກ້ຫລື ຢູ່ໄກ ທົ່ວທັງຈັກ ກະພົບເປີເຊຍ.
\v 21 ເພິ່ນໄດ້ ສັ່ງໃຫ້ພວກເຂົາຖື ເອົາວັນ ທີ ສິບສີ່ ແລະ ສິບຫ້າຂອງ ເດືອນ ອາດາກ ເປັນມື້ ພັກໃນ ແຕ່ ລະປີ.
\v 22 ມື້ເຫລົ່ານີ້ ເປັນມື້ ທີ່ຊາວ ຢິວ ໄດ້ ກຳ ຈັດລ້າງຜານ ສັດຕູ ຂອງ ພວກເຂົາ; ເປັນເດືອນ ທີ່ ປ່ຽນ ຈາກ ເວລາ ແຫ່ງ ຄວາມ ໂສກເສົ້າ ແລະ ການ ສູນເສຍ ຄວາມຫວັງມາ ເປັນ ຄວາມ ປິຕິ ຍິນດີ ແລະ ຄວາມ ເບີກບານ ໃຈ. ພວກເຂາົ ໄດ້ຮັບເອົາຄໍາ ສັ່ງ ນັ້ນ ແລະ ຖືເອົາມື້ ເຫລົ່ານີ້ເປັນ ມື້ ກິນ ລ້ຽງ ສັງສັນ ໃຫ້ ອາຫານ ເປັນຂອງຂວັນ ແກ່ ກັນແລະກັນ ແລະ ແກ່ ຄົນ ຍາກຈົນ.
\s5
\v 23 ດັ່ງນັ້ນ ຊາວຢິວ ຈຶ່ງປະຕິບັດ ຕາມ ຄໍາແນະນຳ ຂອງ ມໍເດໄກ ແລະ ການ ສະຫລອງນີ້ຈຶ່ງ ກາຍເປັນ ທຳນຽມ ປະຈຳປີ.
\v 24 ຮາມານ ລູກຊາຍ ຂອງ ຮາເມດາທາ ເປັນ ເຊື້ອສາຍ ຂອງ ອາກັກແລະ ເປັນສັດຕູ ຂອງ ຊາວຢິວ. ລາວ ໄດ້ ໃຊ້ສະຫລາກ (ຊຶ່ງ ເອິ້ນ ກັນວ່າ ປູຣິມ) ເພື່ອ ຊອກ ຫາ ມື້ ທຳ ລາຍ ລ້າງຜານ ຊາວຢິວ; ລາວ ວາງແຜນ ທໍາລາຍ ລ້າງຜານ ພວກເຂົາ ໃຫ້ ດັບ ສິ້ນໄປ.
\v 25 ແຕ່ ເອສະເທີ ໄດ້ ເຂົ້າ ໄປ ຫາ ກະສັດ ແລະ ກະສັດໄດ້ ອອກ ຄຳສັ່ງ ເປັນລາຍລັກອັກສອນ ໃຫ້ ຮາມານ ໄດ້ ຮັບ ໂທດ ດ້ວຍ ເຄາະກຳທີ່ ລາວ ໄດ້ ວາງ ແຜນການ ໄວ້ ສໍາລັບ ຊາວຢິວ ຄື ລາວ ພ້ອມ ດ້ວຍ ລູກຊາຍ ສິບຄົນ ຂອງ ລາວ ຖືກ ແຂວນຄໍ ເທິງຫລັກ.
\s5
\v 26 ດ້ວຍເຫດນີ້ ແຫລະ ຄົນຈຶ່ງເອີ້ນມື້ ພັກນີ້ ວ່າ ປູຣິມ. ຍ້ອນຈົດໝາຍຂອງ ມໍເດໄກແລະຍ້ອນ ເຫດການ ທຸກຢ່າງ ທີ່ ໄດ້ ເກີດຂຶ້ນ ກັບ ພວກເຂົາ
\v 27 ຊາວຢິວຈຶ່ງໄດ້ ຕັ້ງກົດລະບຽບ ໄວ້ສຳລັບ ພວກເຂົາເອງ, ສໍາລັບ ເຊື້ອສາຍ ຂອງ ພວກເຂົາແລະ ສໍາລັບຜູ້ ທີ່ ໄດ້ ເຂົ້າຮ່ວມ ກັບພວກເຂົາ ໃນ ທຸກ ປີ ໃດ ເມື່ອເຖິງກຳນົດ ຂອງ ສອງວັນນີ້ ແລ້ວ ໃຫ້ ມີການ ຢຶດ ຖືຢ່າງ ສະໝ່ຳ ສະເໝີຕາມ ຄໍາແນະນໍາ ຂອງ ມໍເດໄກ.
\v 28 ໄດ້ ມີການ ລົງ ມະຕິກັນວ່າ ໃຫ້ ຊາວຢິວທຸກໆ ຄອບຄົວ ແຕ່ ລະ ຍຸກ ສະໄໝ ໃນ ທຸກໆ ແຂວງ ແລະ ທຸກໆ ເມືອງ ຈົດຈຳແລະ ຢຶດຖືມື້ ປູຣິມ ນີ້ ຕະຫລອດໄປ.
\s5
\v 29 ແລ້ວ ຣາຊີນີ ເອສະເທີ ລູກສາວຂອງ ອາບີຮາຍ ພ້ອມ ທັງ ມໍເດໄກ ກໍ ຍັງ ໄດ້ ຂຽນ ຈົດໝາຍ ສະບັບ ໜຶ່ງອີກ ເປັນ ທາງການ ບົ່ງສິດ ຂອງ ຣາຊີນີ ຢ່າງ ເຕັມສ່ວນ ຮັບ ຮອງ ຈົດໝາຍ ກ່ຽວກັບ ປູຣິມ ຊຶ່ງມໍເດໄກ ໄດ້ ຂຽນ ໄປ ກ່ອນນັ້ນ.
\s5
\v 30 ຈົດໝາຍ ນີ້ ຖືກ ສົ່ງ ໄປ ຍັງ ຊາວຢິວ ທຸກຄົນ ແລະ ທັງສົ່ງ ສໍາເນົາ ໄປ ໃຫ້ ໜຶ່ງ ຮ້ອຍ ຊາວເຈັດ ແຂວງ ໃນ ຈັກກະພົບ ເປີເຊຍ. ຈົດໝາຍ ນັ້ນ ໄດ້ ມີ ຄຳອວຍພອນ ຄວາມ ສະຫງົບສຸກ ແລະ ຄວາມ ປອດໄພ ແກ່ ຊາວຢິວ
\v 31 ແລະ ທັງແນະນຳ ພວກເຂົາ ພ້ອມ ທັງເຊື້ອ ສາຍ ໃຫ້ ຢຶດ ຖື ປູຣິມ ຕາມ ມື້ ທີ່ ໄດ້ ກຳ ນົດໄວ້ ໃຫ້ ເປັນ ກົດລະບຽບ ໃນ ການ ຖືສິນ ອົດອາຫານ ແລະ ເວລາ ໂສກເສົ້າ ໄວ້ທຸກ. ຄຳສັ່ງ ນີ້ ແມ່ນ ຖືກ ປະກາດ ໃຫ້ ໃຊ້ ໂດຍ ມໍເດໄກ ແລະ ຣາຊີນີ ເອສະເທີ.
\v 32 ຄໍາສັ່ງ ຂອງ ຣາຊີນີ ເອສະເທີ ເປັນ ການ ຢືນຢັນ ຮັບຮອງ ກົດ ລະບຽບ ຂອງ ເທດສະການ ປູຣິມ ຕາມ ທີ່ ໄດ້ ມີບັນທຶກໄວ້ ໃນ ໜັງ ສືມ້ວນ.
\s5
\c 10
\p
\v 1 ກະສັດ ເຊເຊັດ ໄດ້ ກຳນົດ ພາສີ ແຮງງານ ແກ່ ຄົນທີ່ຢູ່ຕາມ ຊາຍຝັ່ງ ທະເລ ຂອງ ຈັກກະພົບ ແລະ ຄົນທີ່ຢູ່ພາຍ ໃນ ຈັກກະພົບ.
\v 2 ພາລະກິດ ອັນ ສໍາຄັນແລະ ຍິ່ງ ໃຫຍ່ ທັງໝົດທີ່ ເພິ່ນ ໄດ້ ກະທຳແລະ ເລື້ອງລາວ ທັງໝົດຂອງ ການ ແຕ່ງຕັ້ງ ມໍເດໄກ ໃຫ້ ເປັນຂ້າຣາຊການ ຊັ້ນ ຜູ້ໃຫຍ່ ແມ່ນ ໄດ້ຖືກບັນທຶກ ໄວ້ ໃນ ປຶ້ມ ປະຫວັດສາດ ທາງ ຣາຊການ ຂອງ ບັນດາ ກະສັດ ແຫ່ງ ເປີເຊຍ ແລະ ເມເດຍ.
\s5
\v 3 ມໍເດໄກ ຄົນ ຢິວ ຜູ້ ນີ້ ແມ່ນ ຜູ້ດຽວ ເທົ່ານັ້ນ ທີ່ ໄດ້ ຮັບຕໍາແໜ່ງ ເປັນ ຜູ້ ຮອງ ຈາກກະສັດ ເຊເຊັດ. ເພິ່ນໄດ້ຮັບ ການ ຍ້ອງຍໍ ໃຫ້ກຽດ ແລະ ເປັນ ທີ່ ພໍໃຈ ຂອງ ພີ່ ນ້ອງ ຊາວຢິວ. ເພິ່ນ ເຮັດ ວຽກ ເພື່ອ ຜົນ ປະໂຫຍດຂອງ ຊົນຊາດຂອງເພິ່ນ ແລະ ເພື່ອຄວາມ ປອດໄພຂອງ ລູກຫລານ ເຊັ່ນ ຕໍ່ມາທັງໝົດ.