lo_bible/15-EZR.usfm

527 lines
105 KiB
Plaintext
Raw Permalink Blame History

This file contains ambiguous Unicode characters

This file contains Unicode characters that might be confused with other characters. If you think that this is intentional, you can safely ignore this warning. Use the Escape button to reveal them.

\id EZR
\ide UTF-8
\h ພ​ຣະ​ທຳ ເອ​ຊະ​ຣາ
\toc1 ພ​ຣະ​ທຳ ເອ​ຊະ​ຣາ
\toc2 ພ​ຣະ​ທຳ ເອ​ຊະ​ຣາ
\toc3 ezr
\mt ພ​ຣະ​ທຳ ເອ​ຊະ​ຣາ
\s5
\c 1
\p
\v 1 ໃນປີທາໍອິດທີ່ກະສັດ ໄຊຣັດ ແຫ່ງ ເປີເຊຍ ຂຶ້ນເປັນຈັກກະພັດ [ກ] ອົງພຣະຜູ້ເປັນເຈົ້າໄດ້ເຮັດໃຫ້ຖ້ອຍຄໍາທີ່ພຣະອົງກ່າວຜ່ານທາງຜູ້ທາໍນວາຍ ເຢເຣມີຢາ ກາຍເປັນຈິງ. ອົງພຣະຜູ້ເປັນເຈົ້າໄດ້ດົນໃຈກະສັດ ໄຊຣັດ ໃຫ້ອອກຄໍາສັ່ງແລະຂຽນຂໍ້ຄໍາສັ່ງນັ້ນສົ່ງອອກໄປ ແລະ ໃຫ້ອ່ານດັງ ໆ ຕາມທຸກບ່ອນທົ່ວຈັກກະພົບຂອງເພິ່ນ ໂດຍມີຂໍ້ຄວາມດັ່ງນີ້:
\v 2 “ຕໍ່ໄປນີ້ ແມ່ນຄໍາສັ່ງຂອງກະສັດ ໄຊຣັດ ຈັກກະພັດແຫ່ງເປີເຊຍ. ອົງພຣະຜູ້ເປັນເຈົ້າ ພຣະເຈົ້າແຫ່ງຟ້າສະຫວັນໄດ້ໃຫ້ຂ້າພະເຈົ້າປົກຄອງທົ່ວທັງໂລກນີ້ ແລະ ໃຫ້ຂ້າພະເຈົ້າຮັບຜິດຊອບສ້າງວິຫານ ຫລັງໜຶ່ງຂຶ້ນໃຫ້ພຣະອົງ ທີ່ນະຄອນເຢຣູຊາເລັມ ໃນຢູດາຍ.
\s5
\v 3 ຂໍໃຫ້ພຣະເຈົ້າສະຖິດຢູ່ນາໍພວກທ່ານ ຜູ້ທີ່ເປັນປະຊາຊົນຂອງພຣະອົງ. ພວກທ່ານຈະຕ້ອງໄປທີ່ນະຄອນເຢຣູຊາເລັມ ແລະ ສ້າງພຣະວິຫານຂອງອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງຊາດອິດສະຣາເອນ ຂຶ້ນໃໝ່ ຄື ພຣະເຈົ້າອົງທີ່ຄົນນະມັດສະການໃນນະຄອນ ເຢຣູຊາເລັມ.
\v 4 ຖ້າປະຊາຊົນຂອງພຣະອົງ ຜູ້ໃດທີ່ຢູ່ຕ່າງຖິ່ນຢາກກັບຄືນເມືອ ແລະ ຕ້ອງການຄວາມຊ່ວຍເຫລືອ ກໍໃຫ້ຄົນບ້ານໃກ້ເຮືອນຄຽງ ຊ່ວຍເຫລືອພວກເຂົາ. ຈົ່ງເອົາເງິນ ແລະ ຄໍາ, ສະບຽງອາຫານ ແລະ ຝູງສັດ, ຕະຫລອດທັງເຄື່ອງບູຊາໃຫ້ພວກເຂົາ ເພື່ອຈະຖວາຍໃນພຣະວິຫານຂອງ ພຣະເຈົ້າທີ່ນະຄອນເຢຣູຊາເລັມ.”
\s5
\v 5 ແລ້ວຫົວໜ້າຕະກຸນຕ່າງ ໆ ໃນເຜົ່າຢູດາ ແລະ ເຜົ່າເບັນຢາມິນ, ບັນດາປະໂຣຫິດ ແລະ ຊາວເລວີ, ພ້ອມທັງຄົນອື່ນ ໆ ທີ່ພຣະເຈົ້າດົນໃຈຕ່າງກໍໄດ້ຕຽມຕົວເພື່ອກັບໄປສ້າງພຣະວິຫານຂອງອົງພຣະຜູ້ເປັນເຈົ້າ ທີ່ນະຄອນເຢຣູຊາເລັມ.
\v 6 ຊາວບ້ານໃກ້ເຮືອນຄຽງທຸກຄົນໄດ້ຊ່ວຍເຫລືອ ໂດຍໃຫ້ສິ່ງຂອງ ແກ່ພວກເຂົາຫລາຍຢ່າງ ດັ່ງນີ້: ເຄື່ອງໃຊ້ທີ່ເປັນເງິນ, ເປັນຄໍາ, ສະບຽງ ອາຫານ, ຝູງສັດ, ສິ່ງຂອງມີຄ່າອື່ນ ໆ ນອກຈາກເຄື່ອງຖວາຍບູຊາ ດ້ວຍໃຈສະໝັກ ສໍາລັບພຣະວິຫານ.
\s5
\v 7 ຈັກກະພັດ ໄຊຣັດ ໄດ້ນາໍເອົາຖ້ວຍກັບຈອກທີ່ກະສັດ ເນບູກາດເນັດຊາ ໄດ້ຢຶດເອົາໄປຈາກພຣະວິຫານ ທີ່ນະຄອນເຢຣູຊາເລັມ ແລະ ໄດ້ເກັບສິ່ງເຫລົ່ານີ້ໄວ້ໃນວິຫານພະຂອງຕົນ ມອບຄືນໃຫ້ແກ່ພວກເຂົາ.
\v 8 ເພື່ອ​ເອົາຂອງເຫລົ່ານັ້ນສົ່ງໃຫ້ ມິດເຣດາດ ຫົວໜ້າຄັງຫລວງຜູ້ທີ່ເຮັດບັນຊີລາຍການສິ່ງຂອງໃຫ້ ເສັດບັດຊາ ຜູ້ປົກຄອງແຂວງຢູດາຍ
\s5
\v 9 ມີດັ່ງຕໍ່ໄປນີ້: \tr \tc1 ຖ້ວຍຄໍາ ສໍາລັບຖວາຍບູຊາ \tc2 30 ໃບ \tr \tc1 ຖ້ວຍເງິນສໍາລັບຖວາຍບູຊາ \tc2 1. 000 ໃບ \tr ]tc1 ຖ້ວຍຢ່າງອື່ນ \tc2 29 ໃບ \tr \tc1
\v 10 ຖ້ວຍນ້ອຍເປັນຄໍາ \tc2 30 ໃບ \tr \tc1 ຖ້ວຍນ້ອຍເປັນເງິນ \tc2 410 ໃບ \tr \tc1 ເຄື່ອງໃຊ້ອື່ນ ໆ \tc2 1. 000 ໃບ
\v 11 ຖ້​ວຍ​ຄຳ​ແລະ​ເງິນ​ລວມ​ທັງ​ໝົດ​ມີ 5. 400 ໃບ ພ້ອມ​ກັບ​ສິ່ງ​ອື່ນ ໆ ທີ່ ເສັດ​ບັດ​ຊາ ໄດ້​ນຳ​ກັບ​ຄືນ​ໄປ​ຕອນ​ທີ່​ເພິ່ນ​ເອງ ແລະ​ພວກ​ທີ່​ເປັນ​ຊະ​ເລີຍ​ໃນ​ຕ່າງ​ຖິ​່ນ ຄົນ​ອື່ນ ໆ ໄດ້​ອອກ​ມາ​ຈາກບາ​ບີ​ໂລນ ກັບ​ຄືນ​ສູ່​ນະ​ຄອນ​ເຢ​ຣູ​ຊາ​ເລັມ.
\s5
\c 2
\p
\v 1 ມີພວກທີ່ເປັນຊະເລີຍ ໃນຕ່າງຖິ່ນຫລາຍຄົນໄດ້ອອກຈາກແຂວງບາບີໂລນ ແລະ ກັບຄືນສູ່ນະຄອນເຢຣູຊາເລັມ ແລະ ແຂວງຢູດາຍ; ແຕ່ລະຄົນໄດ້ກັບຄືນສູ່ບ້ານເກີດເມືອງນອນຂອງໃຜລາວ. ຄອບຄົວຂອງພວກເຂົາໄດ້ເປັນຊະເລີຍ ແລະ ອາໄສຢູ່ໃນບາບີໂລນ ຕັ້ງແຕ່ຄາວທີ່ກະສັດເນບູກາດເນັດຊາ ໄດ້ຈັບພວກເຂົາໄປຍັງທີ່ນັ້ນ.
\v 2 ບັນດາຜູ້ນາໍຂອງພວກເຂົາ ມີດັ່ງນີ້: ເຊຣຸບບາເບນ, ໂຢຊວຍ, ເນເຫມີຢາ, ເສຣາອີຢາ, ເຣເອລາອີຢາ, ມໍເດໄກ, ບິນຊານ, ມີຊະປາ, ບິກໄຫວ, ເຣຫຸມ ແລະ ບາອານາ. ຕໍ່ໄປນີ້ ແມ່ນລາຍຊື່ຂອງຕະກຸນຕ່າງ ໆ ຂອງຊາດອິດສະຣາເອນ ພ້ອມທັງຈາໍນວນຄົນຂອງແຕ່ ລະຕະກຸນ ທີ່ໄດ້ກັບຄືນມາຈາກການເປັນຊະເລີຍ ໃນຕ່າງຖິ່ນ:
\s5
\v 3 ປາຣົດ - 2. 172 ຄົນ
\v 4 ເຊຟາຕີຢາ - 372 ຄົນ
\v 5 ອາຣາ - 775 ຄົນ
\v 6 ປາຮາດ ໂມອາບ (ເຊື້ອສາຍຂອງໂຢຊວຍ ແລະໂຢອາບ) - 2. 812 ຄົນ
\s5
\v 7 ເອລາມ - 1. 254 ຄົນ
\v 8 ຊັດຕຸ - 945 ຄົນ
\v 9 ຊັກກາຍ - 760 ຄົນ
\v 10 ບານີ - 642 ຄົນ
\s5
\v 11 ເບບາຍ - 623 ຄົນ
\v 12 ອາຊະກາດ - 1. 222 ຄົນ
\v 13 ອາໂດນີກໍາ - 666 ຄົນ
\v 14 ບິກໄຫວ - 2. 056 ຄົນ
\s5
\v 15 ອາດິນ - 454 ຄົນ
\v 16 ອາເຕ (ມີຊື່ໜຶ່ງອີກວ່າ ເຮເຊກີຢາ) - 98 ຄົນ
\v 17 ເບໄຊ - 323 ຄົນ
\v 18 ໂຢຣາ - 112 ຄົນ
\s5
\v 19 ຮາຊຸມ - 223 ຄົນ
\v 20 ກິບບາ - 95 ຄົນ
\v 21 ຄົນທີ່ບັນພະບຸລຸດໄດ້ອາໄສຢູ່ໃນເມືອງຕ່າງ ໆ ດັ່ງຕໍ່ໄປນີ້ ກໍໄດ້ກັບຄືນຄືກັນ: ເບັດເລເຮັມ - 123 ຄົນ
\v 22 ເນໂຕຟາ - 56 ຄົນ
\s5
\v 23 ອານາທົດ - 128 ຄົນ
\v 24 ອາຊະມາເວດ - 42 ຄົນ
\v 25 ກີຣີອາດ ເຢອາຣິມ, ເກຟີຣາ ແລະ ບີເອໂຣດ - 743 ຄົນ
\v 26 ຣາມາ ແລະ ເກບາ - 621 ຄົນ
\s5
\v 27 ມິກມາດ - 122 ຄົນ
\v 28 ເບັດເອນ ແລະ ອາອີ - 223 ຄົນ
\v 29 ເນໂບ - 52 ຄົນ
\v 30 ມັກບິດ - 156 ຄົນ
\s5
\v 31 ເອລາມ ພວກອື່ນ - 1. 254 ຄົນ
\v 32 ຮາຣິມ - 320 ຄົນ
\v 33 ໂລດ, ຮາດິດ ແລະ ໂອໂນ - 725 ຄົນ
\s5
\v 34 ເຢຣິໂກ - 345 ຄົນ
\v 35 ເຊນາຢາ - 3. 630 ຄົນ
\s5
\v 36 ຕໍ່ໄປນີ້ແມ່ນ ບັນຊີລາຍຊື່ຂອງຕະກຸນຂອງປະໂຣຫິດ ທີ່ໄດ້ກັບຄືນມາຈາກການ ເປັນຊະເລີຍໃນຕ່າງຖິ່ນ ມີດັ່ງນີ້: ເຢດາອີຢາ (ເຊື້ອສາຍຂອງເຢຊູອາ) - 973 ຄົນ
\v 37 ອິມເມ - 1. 052 ຄົນ
\v 38 ປັດຊູ - 1. 247 ຄົນ
\v 39 ຮາຣິມ - 1. 017 ຄົນ
\s5
\v 40 ຕະກຸນຕ່າງ ໆ ຂອງຊາວເລວີ ທີ່ໄດ້ກັບຄືນມາຈາກການເປັນຊະເລີຍໃນຕ່າງຖິ່ນ ມີດັ່ງນີ້: ເຢຊູອາ ແລະ ກາດມີເອນ (ເຊື້ອສາຍຂອງໂຮດາວີຢາ) - 74 ຄົນ
\v 41 ນັກດົນຕີຼ ປະຈໍາພຣະວິຫານ (ເຊື້ອສາຍຂອງອາສັບ) - 128 ຄົນ
\v 42 ຄົນເຝົ້າຍາມປະຈໍາພຣະວິຫານ (ເຊື້ອສາຍຂອງຊັນລຸມ, ອາເຕ, ຕານໂມນ, ອັກກຸບ, ຮາຕີຕາ, ແລະ ໂຊໄບ) - 139 ຄົນ
\s5
\v 43 ຕະກຸນຕ່າງ ໆ ຂອງຄົນເຮັດວຽກປະຈໍາພຣະວິຫານ ທີ່ໄດ້ກັບຄືນມາຈາກການເປັນຊະເລີຍໃນຕ່າງຖິ່ນ ມີດັ່ງນີ້: ຊີຮາ, ຮາຊູຟາ, ຕັບບາອົດ,
\v 44 ເກໂຣດ, ຊີອາຮາ, ປາໂດນ,
\v 45 ເລບານາ, ຮາກາບາ, ອັກກຸບ,
\v 46 ຮາກາບ, ຊາມໄລ, ຮານານ,
\s5
\v 47 ກິດເດນ, ກາຮາ, ເຣອາອີຢາ,
\v 48 ເຣຊິນ, ເນໂກດາ, ກັດຊໍາ,
\v 49 ອຸດຊາ, ປາເຊຢາ, ເບສາຍ,
\v 50 ອາຊະນາ, ເມອູນິມ, ເນຟີສິມ,
\s5
\v 51 ບັກບຸກ, ຮາກູຟາ, ຮາກຮູ,
\v 52 ບາສະລຸດ, ເມຮິດາ, ຮາກຊາ,
\v 53 ບາກໂກ, ສີເສຣາ, ເຕມາ,
\v 54 ເນຊີຢາ ແລະ ຮາຕີຟາ.
\s5
\v 55 ຕະກຸນຕ່າງ ໆ ຂອງຄົນຮັບໃຊ້ຂອງກະສັດໂຊໂລໂມນ ທີ່ໄດ້ກັບຄືນມາຈາກການເປັນຊະເລີຍໃນຕ່າງຖິ່ນ ມີດັ່ງນີ້: ໂສໄຕ, ຮາໂສເຟເຣດ, ເປຣູດາ,
\v 56 ຢາອາລາ, ດາກໂກນ, ກິດເດນ,
\v 57 ເຊຟາຕີຢາ, ຮັດຕິນ, ໂປເກເຣດ ຮັດເຊບາອິມ ແລະ ອາມ.
\v 58 ຈາໍນວນເຊື້ອສາຍທັງໝົດຂອງຄົນເຮັດວຽກໃນພຣະວິຫານ ແລະ ຄົນຮັບໃຊ້ຂອງກະສັດ ໂຊໂລໂມນ ທີ່ໄດ້ກັບຄືນມາຈາກການເປັນຊະເລີຍໃນຕ່າງຖິ່ນ ມີທັງໝົດ 392 ຄົນ.
\s5
\v 59-60 ມີຢູ່ 652 ຄົນໃນຕະກຸນ ເດລາອີຢາ, ໂຕບີຢາ ແລະ ເນໂກດາ ທີ່ໄດ້ກັບຄືນມາຈາກເມືອງເຕັນເມລາ, ເຕນຮາກຊາ, ເຄຣຸບ, ອັດດານ ແລະ ອິມເມ; ແຕ່ພວກເຂົາພິສູດບໍ່ໄດ້ວ່າ ພວກຕົນເປັນເຊື້ອສາຍຂອງຊາວອິດສະຣາເອນ.
\s5
\v 61-62 ຕະກຸນຕ່າງ ໆ ຕໍ່ໄປນີ້ແມ່ນ ປະໂຣຫິດ ທີ່ບໍ່ມີເອກະສານເພື່ອພິສູດເຖິງບັນພະບຸລຸດຂອງຕົນ ມີດັ່ງນີ້: ຮາບາອີຢາ, ຮັກກົດ ແລະ ບາກຊິນໄລ. (ບັນພະບຸລຸດຂອງຕະກຸນຂອງ ບາກຊິນໄລ ທີ່ເປັນປະໂຣຫິດ ໄດ້ແຕ່ງງານກັບຍິງຜູ້ໜື່ງຈາກຕະກຸນ ບາກຊິນໄລ ແຫ່ງເມືອງກິລີອາດ ແລະ ໄດ້ໃສ່ຊື່ຕາມຕະກຸນພໍ່ເຖົ້າຂອງຕົນ.) ເນື່ອງຈາກຄົນເຫລົ່ານີ້ພິສູດບໍ່ໄດ້ວ່າ ແມ່ນຜູ້ໃດທີ່ເປັນບັນພະບຸລຸດຂອງຕົນ; ດັ່ງນັ້ນ ພວກເຂົາຈື່ງບໍ່ໄດ້ຮັບໃຊ້ເປັນປະໂຣຫິດ.
\v 63 ຜູ້ປົກຄອງຊາວຢິວ ໄດ້ສັ່ງບໍ່ໃຫ້ພວກເຂົາກິນອາຫານທີ່ ໄດ້ຖວາຍແກ່ພຣະເຈົ້າ ຈົນກວ່າຈະມີປະໂຣຫິດ ທີ່ສາມາດໃຊ້ອຸຣິມ ແລະ ທຸມມິມ. [ຂ]
\s5
\v 64 ພວກທີ່ເປັນຊະເລີຍໃນຕ່າງຖິ່ນ ທີ່ກັບຄືນມາສູ່ປະເທດທັງໝົດ 42. 360 ຄົນ
\v 65 ຄົນຮັບໃຊ້ຊາຍຍິງຂອງພວກເຂົາ 7. 337 ຄົນ; ນັກດົນຕຼີ ຊາຍຍິງ - 200 ຄົນ
\s5
\v 66 ມ້າ - 736 ໂຕ; ລໍ - 245 ໂຕ
\v 67 ອູດ - 435 ໂຕ; ລາ - 6. 720 ໂຕ
\s5
\v 68 ເມື່ອພວກທີ່ເປັນຊະເລີຍໃນຕ່າງຖິ່ນກັບຄືນມາຍັງພຣະວິຫານຂອງອົງພຣະຜູ້ເປັນເຈົ້າທີ່ນະຄອນເຢຣູຊາເລັມ ແລ້ວກໍໄດ້ມີຫົວໜ້າບາງຄົນຖວາຍເຄື່ອງບູຊາຕາມໃຈ ສະໝັກ ເພື່ອຊ່ວຍສ້າງພຣະວິຫານຂອງພຣະເຈົ້າ ຢູ່ໃນບ່ອນເດີມຂຶ້ນໃໝ່.
\v 69 ພວກເຂົາໄດ້ຖວາຍເພື່ອວຽກງານນີ້ ຫລາຍເທົ່າທີ່ຈະຫລາຍໄດ້ ຊຶ່ງຈາໍນວນທັງໝົດມີດັ່ງນີ້: ຄໍາ ປະມານ 500 ກິໂລກາຼມ, ເງິນ ປະມານ 2. 800 ກິໂລກາຼມ ແລະ ເສື້ອຄຸມຂອງປະໂຣຫິດ 100 ຜືນ.
\s5
\v 70 ບັນດາປະໂຣຫິດຊາວເລວີ ແລະ ປະຊາຊົນບາງພວກ ກໍໄດ້ຕັ້ງຖິ່ນຖານຢູ່ໃນ ຫລື ຢູ່ໃກ້ນະຄອນເຢຣູຊາເລັມ; [ຄ] ພວກ ນັກດົນຕຼີ, ພວກເຝົ້າຍາມພຣະວິຫານ ແລະ ພວກເຮັດວຽກປະຈໍາພຣະວິຫານ ກໍຕັ້ງຖິ່ນຖານຢູ່ໃນເມືອງ; ແລະ ຊາວອິດສະຣາເອນທີ່ຍັງເຫລືອ ກໍໄດ້ຕັ້ງຖິ່ນຖານຢູ່ໃນເມືອງທີ່ພວກບັນພະບຸລຸດຂອງພວກຕົນ ເຄີຍອາໄສຢູ່.
\s5
\c 3
\p
\v 1 ຕໍ່ມາ ໃນເດືອນທີເຈັດ ປະຊາຊົນອິດສະຣາເອນທັງໝົດ ກໍຕັ້ງຖິ່ນຖານຢູ່ຕາມ ບ້ານເມືອງຂອງໃຜລາວ. ແລ້ວພວກເຂົາທຸກຄົນກໍມາເຕົ້າໂຮມກັນທີ່ນະຄອນ ເຢຣູຊາເລັມ,
\v 2 ໂຢຊວຍ ລູກຊາຍຂອງ ເຢໂຮຊາດັກ, ໝູ່ເພື່ອນປະໂຣຫິດຂອງລາວ ແລະ ເຊຣຸບບາເບນ ລູກຊາຍຂອງ ເຊອັນທິເອນ ພ້ອມທັງຍາດຕິພີ່ນ້ອງ, ໄດ້ສ້າງແທ່ນບູຊາສໍາລັບພຣະເຈົ້າຂອງຊາດອິດສະຣາເອນ ຂື້ນໃໝ່ ເພື່ອວ່າພວກເຂົາຈະໄດ້ເຜົາເຄື່ອງບູຊາຖວາຍທີ່ເທິງແທ່ນນັ້ນ ຕາມຄໍາແນະນາໍ ທີ່ມີຂຽນໄວ້ ໃນກົດບັນຍັດຂອງໂມເຊ ຄົນຂອງພຣະເຈົ້າ.
\s5
\v 3 ເຖິງແມ່ນວ່າ [ງ] ພວກທີ່ກັບຄືນມາຈາກ ການເປັນຊະເລີຍໃນຕ່າງຖິ່ນ ຢ້ານກົວຊົນຊາດອື່ນທີ່ອາໄສຢູ່ໃນດິນແດນນັ້ນ ກໍຕາມ ແຕ່ພວກເຂົາຍັງສ້າງແທ່ນບູຊາ ຂຶ້ນໃໝ່ໄວ້ໃນບ່ອນເກົ່າຂອງມັນ. ແລ້ວພວກເຂົາກໍເຜົາເຄື່ອງຖວາຍບູຊາດ້ວຍໄຟ ແກ່ອົງພຣະຜູ້ເປັນເຈົ້າ ທີ່ເທິງແທ່ນນັ້ນອີກເທື່ອໜຶ່ງ ໃນທຸກເຊົ້າ ແລະ ທຸກແລງ.
\v 4 ພວກເຂົາສະຫລອງເທດສະການປຸກຕູບຢູ່ ຕາມລະບຽບທີ່ມີໄວ້; ແຕ່ລະມື້ ພວກເຂົາໄດ້ຖວາຍເຄື່ອງບູຊາຕາມ ຈາໍນວນທີ່ໄດ້ກາໍນົດໄວ້ສໍາລັບມື້ນັ້ນ;
\v 5 ນອກຈາກນີ້ແລ້ວ ພວກເຂົາກໍຍັງໄດ້ຖວາຍເຄື່ອງບູຊາເປັນປະຈໍາ ດັ່ງນີ້: ການບູຊາເຜົາ ທັງໝົດ ແລະ ຖວາຍເຄື່ອງບູຊາໃນມື້ເດືອນ ອອກໃໝ່ ແລະ ຕາມລະບຽບຂອງເທດສະການທຸກຄັ້ງ ທີ່ອົງພຣະຜູ້ເປັນເຈົ້າໄດ້ກາໍນົດໄວ້ໃຫ້ນະມັດສະການຕະຫລອດທັງເຄື່ອງບູຊາທັງໝົດ ທີ່ຖວາຍແກ່ອົງພຣະຜູ້ເປັນເຈົ້າ ຕາມໃຈສະໝັກຂອງໃຜລາວ.
\s5
\v 6 ເຖິງແມ່ນວ່າ ປະຊາຊົນຍັງບໍ່ໄດ້ເລີ່ມສ້າງພຣະວິຫານ ຂອງອົງພຣະຜູ້ເປັນເຈົ້າ ຂຶ້ນໃໝ່ກໍຕາມ ແຕ່ພວກເຂົາກໍໄດ້ເລີ່ມຕົ້ນເຜົາເຄື່ອງບູຊາ ຖວາຍແກ່ອົງພຣະຜູ້ເປັນເຈົ້າ ໃນມື້ທາໍອິດຂອງເດືອນທີເຈັດ.
\v 7 ຕໍ່ມາ ປະຊາຊົນກໍຈ່າຍເງິນໃຫ້ຊ່າງຕັດຫິນ ແລະ ຊ່າງໄມ້; ແລະ ໄດ້ເອົາອາຫານ, ເຄື່ອງດື່ມ ແລະ ນໍ້າມັນໝາກກອກເທດ ສົ່ງໄປຍັງເມືອງ ຕີເຣ ແລະ ຊີໂດນ ເພື່ອແລກປ່ຽນກັບໄມ້ແປກ ຈາກ ເລບານອນ ຊຶ່ງໄມ້ເຫລົ່ານີ້ໄດ້ຖືກນາໍມາທາງທະເລ ຈາກເມືອງ ຢົບປາ. ທຸກສິ່ງທີ່ໄດ້ລົງມືເຮັດນັ້ນ ແມ່ນໄດ້ຮັບອະນຸຍາດຈາກກະສັດໄຊຣັດ ຈັກກະພັດແຫ່ງເປີເຊຍ.
\s5
\v 8 ສະນັ້ນ ໃນເດືອນທີສອງຂອງປີຕໍ່ມາ ເມື່ອກັບມາຮອດບ່ອນຕັ້ງພຣະວິຫານຂອງພຣະເຈົ້າ ທີ່ນະຄອນເຢຣູຊາເລັມ ແລ້ວພວກເຂົາກໍໄດ້ລົງມືເຮັດວຽກໂລດ. ພວກເຫລົ່ານີ້ມີດັ່ງນີ້: ເຊຣຸບບາເບນ, ໂຢຊວຍ, ພີ່ນ້ອງຮ່ວມຊາດທີ່ເຫລືອຢູ, ບັນດາປະໂຣຫິດ ຊາວເລວີ ແລະ ທຸກຄົນທີ່ເປັນຊະເລີຍ ໃນຕ່າງຖິ່ນທີ່ໄດ້ ກັບຄືນມາຍັງນະຄອນ ເຢຣູຊາເລັມ ກໍໄດ້ຊ່ວຍໃນວຽກການນີ້. ຊາວເລວີ ທຸກຄົນທີ່ມີອາຍຸຊາວປີຂຶ້ນໄປ ກໍມີໜ້າທີ່ຮັບຜິດຊອບຕໍ່ການສ້າງພຣະວິຫານຂອງອົງພຣະຜູ້ເປັນ ເຈົ້າຂຶ້ນໃໝ່.
\v 9 ເຢຊູອາ ຄົນເລວີ ພ້ອມທັງພວກລູກຊາຍຂອງລາວ ແລະ ຍາດພີ່ນ້ອງ ແລະ ກັດມີເອນ ພ້ອມທັງພວກລູກຊາຍຂອງຕົນ (ຄື ຕະກຸນ ໂຮດາວີຢາ) [ຈ] ໄດ້ຮ່ວມມືກັນຮັບຜິດຊອບ ໃນການສ້າງພຣະວິຫານ ຂອງພຣະເຈົ້າຂຶ້ນໃໝ່. (ຊາວເລວີ ໄດ້ຮັບການຊ່ວຍເຫລືອຈາກຕະກຸນ ເຮນາດາດ.)
\s5
\v 10 ເມື່ອຄົນເຫລົ່ານີ້ ໄດ້ເລີ່ມຕົ້ນວາງຮາກຖານພຣະວິຫານຂອງອົງພຣະຜູ້ເປັນເຈົ້າ, ບັນດາປະໂຣຫິດທີ່ນຸ່ງເສື້ອຄຸມ ກໍຖືແກປະຈາໍໜ້າທີ່ຂອງພວກເຂົາ ສ່ວນພວກເລວີ ຈາກຕະກຸນ ອາສັບ ກໍຖືແສ່ງຢືນຢູ່ທີ່ນັ້ນ. ພວກເຂົາສັນລະເສີນອົງພຣະຜູ້ເປັນເຈົ້າ ຕາມຄໍາແນະນາໍສືບຕໍ່ກັນມາແຕ່ສະໄໝຂອງກະສັດ ດາວິດ.
\v 11 ພວກເຂົາຮ້ອງເພງສັນລະເສີນໂມທະນາ ຂອບພຣະຄຸນອົງພຣະຜູ້ເປັນເຈົ້າ ວ່າ: “ອົງພຣະຜູ້ເປັນເຈົ້າ ຊົງຄຸນງາມຄວາມດີ ແລະ ຄວາມຮັກ ທີ່ພຣະອົງມີແກ່ຊາດອິດສະຣາເອນ ກໍດໍາລົງຢູ່ຕະຫລອດໄປເປັນນິດ. ” ທຸກຄົນຕ່າງກໍຮ້ອງດ້ວຍສຸດຈິດສຸດໃຈສັນລະເສີນອົງພຣະຜູ້ເປັນເຈົ້າ ເພາະຮາກຖານຂອງພຣະວິຫານຂອງອົງພຣະຜູ້ເປັນເຈົ້າ ຖືກວາງລົງແລ້ວ.
\s5
\v 12 ແຕ່ຍັງມີປະໂຣຫິດ ຜູ້ອາວຸໂສຫລາຍຄົນ, ພວກເລວີ, ຫົວໜ້າຕະກຸນຕ່າງ ໆ ທີ່ເຄີຍເຫັນພຣະວິຫານຫລັງກ່ອນມາແລ້ວ ເມື່ອໄດ້ລໍເຝົ້າເບິ່ງການວາງຮາກຖານຂອງພຣະວິຫານຢູ່ນັ້ນ ຕ່າງກໍຮ້ອງໄຫ້ ແລະ ຄໍ່າຄວນ. ແຕ່ຄົນອື່ນຢູ່ໃນທີ່ນັ້ນ ພາກັນໂຮຮ້ອງຂຶ້ນດ້ວຍຄວາມຊົມຊື່ນຍິນດີ.
\v 13 ບໍ່ມີຜູ້ໃດ ບອກໄດ້ວ່າ ເປັນສຽງໂຮຮ້ອງຍິນດີ ຫລື ສຽງຮ້ອງໄຫ້ ເພາະສຽງນັ້ນດັງໂພດ ຈົນຜູ້ຢູ່ໄກ ໆ ກໍຍັງໄດ້ຍິນ.
\s5
\c 4
\p
\v 1 ພວກສັດຕູຂອງຊາວຢູດາ ແລະ ຊາວເບັນຢາມິນ ໄດ້ຍິນວ່າພວກທີ່ເປັນຊະເລີຍໃນ ຕ່າງຖິ່ນໄດ້ກັບຄືນມາ ແລະ ກາໍລັງສ້າງພຣະວິຫານຂອງອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງຊາດອິດສະຣາເອນ ຂຶ້ນໃໝ່.
\v 2 ດັ່ງນັ້ນ ພວກເຂົາຈຶ່ງໄປຫາ ເຊຣຸບບາເບນ ແລະ ພວກຫົວໜ້າຂອງຕະກຸນຕ່າງ ໆ ແລະ ກ່າວວ່າ, “ຂໍໃຫ້ພວກເຮົາໄດ້ຮ່ວມຊ່ວຍສ້າງ ພຣະວິຫານດ້ວຍ. ພວກເຮົາແລະພວກທ່ານ ກໍນະມັດສະການພຣະເຈົ້າອົງດຽວກັນ ແລະ ເຄີຍໄດ້ເຜົາເຄື່ອງບູຊາແກ່ພຣະອົງ ແຕ່ຄາວທີ່ກະສັດ ເອຊາຮັດໂດນ ຈັກກະພັດແຫ່ງອັດຊີເຣຍ ໄດ້ສົ່ງພວກເຮົາມາຢູ່ທີ່ນີ້.”
\s5
\v 3 ເຊຣຸບບາເບນ, ໂຢຊວຍ ແລະ ພວກຫົວໜ້າຂອງຕະກຸນຕ່າງ ໆ ໄດ້ຕອບພວກເຂົາ ວ່າ, “ພວກເຮົາບໍ່ຕ້ອງການໃຫ້ພວກເຈົ້າຊ່ວຍ ສ້າງພຣະວິຫານ ສໍາລັບພຣະເຈົ້າຂອງພວກເຮົາດອກ. ພວກເຮົາຈະສ້າງພຣະວິຫານ ຂອງອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງຊາດ ອິດສະຣາເອນ ຂຶ້ນເອງ ຕາມຄໍາສັ່ງຂອງ ກະສັ ໄຊຣັດ ຈັກກະພັດແຫ່ງເປີເຊຍ.”
\s5
\v 4 ແລ້ວປະຊາຊົນ ທີ່ໄດ້ຢູ່ໃນດິນແດນນັ້ນ ກໍພະຍາຍາມເຮັດໃຫ້ຊາວຢິວ ຢ້ານກົວ ແລະ ທໍ້ຖອຍໃຈ ເພື່ອໃຫ້ພວກເຂົາເຊົາສ້າງພຣະວິຫານ.
\v 5 ພວກເຂົາຍັງໄດ້ໃຫ້ສິນບົນແກ່ ພວກຂ້າຣາຊການ ເປີເຊຍ ເພື່ອໃຫ້ດໍາເນີນ ການຕໍ່ຕ້ານພວກຢິວ. ພວກເຂົາສືບຕໍ່ເຮັດຢູ່ ຢ່າງນີ້ຕະຫລອດຣາຊການຂອງຈັກກະພັດ ໄຊຣັດ ຈົນເຖິງຣາຊການຂອງຈັກກະພັດ ດາຣິອຸດ. [ສ]
\v 6 ໃນຣາຊການຂອງຈັກກະພັດ ເຊເຊັດ ເຫລົ່າສັດຕູຂອງປະຊາຊົນທີ່ຢູ່ໃນແຂວງຢູດາຍ ແລະ ນະຄອນເຢຣູຊາເລັມ ໄດ້ນາໍຂໍ້ກ່າວຫາຂຽນເປັນລາຍລັກອັກສອນ ມາຕໍ່ສູ້ພວກເຂົາ.
\s5
\v 7 ແລະຕໍ່ມາອີກ ໃນຣາຊການຂອງ ອາກຕາເຊເຊັດ ຈັກກະພັດແຫ່ງເປີເຊຍ ບິດຊະຣາມ, ມິດເຣດາດ, ຕາເບເອນ ແລະຜູ້ຮ່ວມງານຂອງພວກເຂົາ ໄດ້ຂຽນຈົດໝາຍ ໄປຫາຈັກກະພັດ. ຈົດໝາຍສະບັບນີ້ ຂຽນຂຶ້ນເປັນພາສາ ອາຣາມິກ [ຊ] ແລະ ກໍຕ້ອງມີຜູ້ແປໃນເວລາອ່ານ. [ຍ]
\v 8 ເຊັ່ນດຽວກັນ ເຣຮູມ ຜູ້ປົກຄອງແຂວງ ແລະ ຊິມໄຊ ເລຂາທິການປະຈາໍແຂວງ ກໍໄດ້ຂຽນຈົດໝາຍ ຕໍ່ໄປນີ້ຫາຈັກກະພັດ ອາກຕາເຊເຊັດ ກ່ຽວກັບນະຄອນເຢຣູຊາເລັມ ໂດຍມີຂໍ້ຄວາມ ດັ່ງນີ້:
\s5
\v 9 “ຈາກ ເຣຮູມ ຜູ້ປົກຄອງແຂວງ, ຈາກ ຊິມໄຊ ເລຂາທິການປະຈາໍແຂວງ, ຈາກຜູ້ຮ່ວມງານຂອງພວກເຂົາ, ຈາກພວກຜູ້ຕັດສິນ ແລະ ຈາກບັນດາຂ້າຣາຊການຄົນອື່ນ ໆ ທັງໝົດ ທີ່ມາຈາກຖິ່ນຖານ ເອເຣັກ, ບາບີໂລນ ແລະ ຊູຊາ ທີ່ດິນແດນ ເອລາມ,
\v 10 ພ້ອມທັງປະຊາຊົນອື່ນ ໆ ທີ່ຖືກເຈົ້າອາຊູບານີປານ ຜູ້ຍິ່ງໃຫຍ່ ແລະ ມີອໍານາດ ໄດ້ຍົກຍ້າຍພວກເຂົາອອກຈາກບ້ານເກີດ ເມືອງນອນ ໃຫ້ມາຕັ້ງຫລັກແຫລ່ງຢູ່ໃນ ນະຄອນຊາມາເຣຍ ແລະ ຕາມບ່ອນອື່ນ ໆ ໃນແຂວງທາງພາກຕາເວັນຕົກຂອງແມ່ນໍ້າ ເອີຟຣັດ. ” [ດ]
\s5
\v 11 ໃຈຄວາມຂອງຈົດໝາຍນັ້ນ ມີຖ້ອຍຄໍາ ດັ່ງຕໍ່ໄປນີ້: “ຈາກບັນດາຜູ້ຮັບໃຊ້ຂອງທ່ານ ທີ່ຢູ່ທາງພາກຕາເວັນຕົກຂອງແມ່ນາໍ້ ເອີຟຣັດ ຂໍຮຽນຈັກກະພັດ ອາກຕາເຊເຊັດ.
\v 12 ພວກຂ້ານ້ອຍຂໍຮຽນໃຫ້ທ່ານຊາບວ່າ ຊາວຢິວ ແຕ່ແຄວ້ນອື່ນ ໆ ຂອງທ່ານ ທີ່ໄດ້ມາຢູ່ໃນບ່ອນນີ້ ໄດ້ຕັ້ງຖິ່ນຖານຢູ່ໃນນະຄອນເຢຣູຊາເລັມ ແລະທັງໄດ້ສ້າງເມືອງຊົ່ວຊ້າ ແລະ ເມືອງຂອງພວກກະບົດຂຶ້ນໃໝ່. ພວກເຂົາເລີ່ມສ້າງກາໍແພງເມືອງຂຶ້ນໃໝ່ ແລະອີກບໍ່ດົນກໍຈະສໍາເລັດ.
\s5
\v 13 ຂ້າແດ່ພະຣາຊາ ຖ້າເມືອງນີ້ຖືກສ້າງຂຶ້ນໃໝ່ ແລະກາໍແພງເມືອງຖືກສ້າງສໍາເລັດແລ້ວ ປະຊາຊົນຈະຢຸດເສຍສ່ວຍ ແລະລາຍໄດ້ຂອງຫລວງກໍຈະລົດໜ້ອຍຖອຍລົງ.
\s5
\v 14 ດຽວນີ້ ຍ້ອນພວກຂ້ານ້ອຍຢູ່ໃຕ້ບັງຄັບ ຂອງທ່ານ ພວກຂ້ານ້ອຍຈຶ່ງບໍ່ຢາກຈະເຫັນ ເຫດການນີ້ເກີດຂຶ້ນ; ດັ່ງນັ້ນ ພວກຂ້ານ້ອຍຈຶ່ງຂໍໃຫ້ຄໍາແນະນໍາ ວ່າ:
\v 15 ທ່ານຈົ່ງອອກຄໍາສັ່ງໃຫ້ຄົ້ນຫາເອກະສານ ຊຶ່ງບັນພະບຸລຸດຂອງທ່ານໄດ້ເກັບມ້ຽນໄວ້. ຖ້າທ່ານຄົ້ນເບິ່ງ ທ່ານກໍຈະເຫັນວ່າ ເມືອງນີ້ໄດ້ເກີດມີການ ກະບົດຢູ່ເລື້ອຍ ໆ ແລະ ຕັ້ງແຕ່ສະໄໝກ່ອນເປັນຕົ້ນມາ ບັນດາກະສັດ ແລະບັນດາຜູ້ປົກຄອງແຂວງໄດ້ຮັບຄວາມເດືອດຮ້ອນຢູ່ສະເໝີ. ປະຊາຊົນກໍເປັນຜູ້ທີ່ປົກຄອງຍາກ. ດ້ວຍເຫດນີ້ແຫລະ ເມືອງນີ້ຈຶ່ງຖືກທໍາລາຍ.
\v 16 ສະນັ້ນ ພວກຂ້ານ້ອຍຈຶ່ງຂໍຢືນຢັນວ່າ, ຖ້າເມືອງນີ້ຖືກສ້າງຂຶ້ນໃໝ່ ແລະກາໍແພງຖືກສ້າງສໍາເລັດແລ້ວ ທ່ານກໍຈະບໍ່ສາມາດຄວບຄຸມເຂດທາງພາກທິດຕາເວັນຕົກຂອງແມ່ນາໍ້ ເອີຟຣັດ ໄດ້ອີກຕໍ່ໄປ.”
\s5
\v 17 ຈັກກະພັດຈຶ່ງສົ່ງຈົດໝາຍຕອບມາ ໂດຍມີຖ້ອຍຄໍາ ດັ່ງນີ້: “ຂໍຄໍານັບມາຍັງ ເຣຮູມ ຜູ້ປົກຄອງແຂວງ, ຊິມໄຊ ເລຂາປະຈາໍແຂວງ, ພ້ອມດ້ວຍຜູ້ຮ່ວມງານ ທີ່ຢູ່ໃນນະຄອນຊາມາເຣຍ ແລະ ໃນດິນແດນອື່ນ ໆ ທາງພາກຕາເວັນຕົກຂອງແມ່ນາໍ້ ເອີຟຣັດ.
\v 18 ຈົດໝາຍທີ່ພວກທ່ານໄດ້ສົ່ງມານັ້ນ ກໍໄດ້ມີຜູ້ແປ ແລະ ອ່ານສູ່ຂ້າພະເຈົ້າຟັງແລ້ວ
\v 19 ຂ້າພະເຈົ້າຈຶ່ງອອກຄໍາສັ່ງໃຫ້ທາໍການສອບສວນ ແລະ ໄດ້ພົບໂດຍແທ້ຈິງວ່າ ຕັ້ງແຕ່ບູຮານມາ ນະຄອນເຢຣູຊາເລັມ ໄດ້ກະບົດຕໍ່ສິດອໍານາດຂອງກະສັດ ແລະ ກໍເຄີຍເປັນບ່ອນທີ່ເຕັມໄປດ້ວຍພວກກະບົດ ແລະ ພວກ ທີ່ສ້າງຄວາມເດືອດຮ້ອນ.
\s5
\v 20 ບັນດາກະສັດຜູ້ມີອໍານາດໃຫຍ່ ໄດ້ຂຶ້ນ ຄອງຢູ່ທີ່ນັ້ນ ແລະ ໄດ້ປົກຄອງທົ່ວແຂວງທັງໝົດທາງພາກຕາເວັນຕົກຂອງແມ່ນາໍ້ ເອີຟຣັດ ໂດຍໃຊ້ອິດທິພົນເກັບພາສີ ແລະ ຫາລາຍໄດ້.
\v 21 ສະນັ້ນ ຈົ່ງໃຫ້ທ່ານອອກຄໍາສັ່ງແກ່ຄົນເຫລົ່ານັ້ນ ໃຫ້ຢຸດສ້າງເມືອງຂຶ້ນໃໝ່ ຈົນກວ່າຂ້າພະເຈົ້າຈະໃຫ້ຄໍາສັ່ງໃໝ່ອີກ.
\v 22 ໃຫ້ປະຕິບັດຕາມນີ້ ໃນທັນທີທັນໃດໂລດ ເພື່ອວ່າຂ້າພະເຈົ້າຈະບໍ່ເສຍຜົນປະໂຫຍດ ກ່ຽວກັບເລື່ອງນີ້ຕໍ່ໄປ.”
\s5
\v 23 ພໍຈົດໝາຍຂອງຈັກກະພັດ ອາກຕາເຊເຊັດ ຖືກອ່ານສູ່ ເຣຮູມ, ຊິມໄຊ ແລະຜູ້ຮ່ວມງານຂອງພວກເຂົາ; ພວກເຂົາກໍຟ້າວໄປຍັງນະຄອນເຢຣູຊາເລັມ ແລະໃຊ້ອໍານາດບັງຄັບຊາວຢິວ ໃຫ້ເຊົາສ້າງເມືອງຂຶ້ນໃໝ່.
\v 24 ການສ້າງພຣະວິຫານຂອງພຣະເຈົ້າ ໄດ້ຢຸດສະຫງັກລົງ ແລະ ຄ້າງຄາຢູ່ຢ່າງນັ້ນ ຈົນເຖິງຣາຊການປີທີສອງ ຂອງຈັກກະພັດ ດາຣິອຸດ ແຫ່ງເປີເຊຍ.
\s5
\c 5
\p
\v 1 ໃນເວລານັ້ນ ໄດ້ມີຜູ້ທາໍນວາຍສອງຄົນ ຄື: ຮັກກາຍ ແລະ ເຊກາຣີຢາ ລູກຊາຍຂອງ ອິດໂດ ໄດ້ກ່າວໃນນາມຂອງພຣະເຈົ້າແຫ່ງ ຊາດອິດສະຣາເອນ ຕໍ່ຊາວຢິວທີ່ອາໄສຢູ່ໃນ ແຂວງຢູດາຍ ແລະ ນະຄອນເຢຣູຊາເລັມ.
\v 2 ເມື່ອ ເຊຣຸບບາເບນ ລູກຊາຍຂອງ ເຊອານຕີເອນ ແລະ ໂຢຊວຍ ລູກຊາຍຂອງ ເຢໂຮຊາດັກ ໄດ້ຍິນຖ້ອຍຄໍາຂອງເພິ່ນ ພວກເຂົາຈຶ່ງເລີ່ມກໍ່ສ້າງພຣະວິຫານຂອງພຣະເຈົ້າ ໃນນະຄອນເຢຣູຊາເລັມ ຂຶ້ນໃໝ່ ແລະ ຜູ້ທໍານວາຍຂອງພຣະເຈົ້າ ສອງຄົນນີ້ກໍໄດ້ຊ່ວຍເຫລືອພວກເຂົາ.
\s5
\v 3 ພໍດີໃນເວລາດຽວກັນນັ້ນ ຕັດເຕໄນ ຜູ້ປົກຄອງພາກຕາເວັນຕົກຂອງແມ່ນາໍ້ ເອີຟຣັດ, ເຊຕາກໂບເຊໄນ ແລະ ບັນດາເຈົ້າໜ້າທີ່ດ້ວຍກັນໄດ້ມາຍັງນະຄອນເຢຣູຊາເລັມ ແລະຖາມວ່າ, “ແມ່ນຜູ້ໃດທີ່ສັ່ງໃຫ້ພວກເຈົ້າ ກໍ່ສ້າງພຣະວິຫານ ແລະຈັດຫາເຄື່ອງມາຕົບແຕ່ງ? ”
\v 4 ພວກເຂົາ [ຕ] ຍັງຖາມເຖິງຊື່ຂອງທຸກຄົນທີ່ຊ່ວຍການກໍ່ສ້າງນິ້ດ້ວຍ.
\v 5 ແຕ່ພຣະເຈົ້າໄດ້ເຝົ້າເບິ່ງແຍງຮັກສາພວກຫົວໜ້າຂອງຊາວຢິວຢູ່ ພວກ ເຈົ້າໜ້າທີ່ຊາວເປີເຊຍ ຈຶ່ງຕັດສິນໃຈບໍ່ກະທາໍ ສິ່ງໃດລົງໄປ ຈົນກວ່າພວກເຂົາຈະໄດ້ຂຽນຈົດໝາຍໄປຫາຈັກກະພັດ ດາຣິອຸດ ແລະຮັບຄໍາຕອບຈາກເພິ່ນເສຍກ່ອນ.
\s5
\v 6 ພວກເຂົາໄດ້ສົ່ງລາຍງານໄປຫາຈັກກະພັດ ໂດຍມີຖ້ອຍຄໍາດັ່ງນີ້:
\v 7 “ຮຽນ ຈັກກະພັດ ດາຣິອຸດ ຂໍທ່ານຈົ່ງປົກຄອງຢ່າງສັນຕິສຸກເຖີດ
\s5
\v 8 ພວກຂ້ານ້ອຍຢາກຂໍຮຽນໃຫ້ທ່ານຊາບວ່າ, ພວກຂ້ານ້ອຍໄດ້ໄປຍັງແຂວງຢູດາຍ ແລະກໍພົບວ່າ ພຣະວິຫານຂອງພຣະເຈົ້າອົງ ຍິ່ງໃຫຍ່ໄດ້ຖືກສ້າງຂຶ້ນອີກແລ້ວ ດ້ວຍຫິນກ້ອນໃຫຍ່ ແລະດ້ວຍໄມ້ຂາງທີ່ກາດເທິງກາໍແພງ. ວຽກງານການກໍ່ສ້າງນີ້ໄດ້ດໍາເນີນໄປດ້ວຍຄວາມພາກພຽນທີ່ສຸດ ແລະ ກ້າວໜ້າໄປໂດຍດີ.
\v 9 ແລ້ວພວກຂ້ານ້ອຍກໍໄດ້ຖາມບັນດາຫົວໜ້າຂອງຄົນເຫລົ່ານັ້ນ ວ່າ, ‘ແມ່ນຜູ້ໃດໃຫ້ສິດທິ ແກ່ພວກເຂົາສ້າງພຣະວິຫານນີ້ ຂຶ້ນໃໝ່ ແລະ ຈັດຫາເຄື່ອງມາຕົບແຕ່ງ?
\v 10 ພວກຂ້ານ້ອຍຍັງໄດ້ຖາມເຖິງຊື່ຂອງພວກເຂົາ ເພື່ອຈະລາຍງານໃຫ້ທ່ານໄດ້ວ່າ ແມ່ນຜູ້ໃດເປັນຫົວໜ້າໃນ ວຽກການນີ້.
\s5
\v 11 ພວກເຂົາຈຶ່ງຕອບວ່າ, ‘ພວກຂ້ານ້ອຍເປັນຜູ້ຮັບໃຊ້ຂອງພຣະເຈົ້າແຫ່ງຟ້າສະຫວັນ ແລະ ແຜ່ນດິນໂລກ ແລະພວກຂ້ານ້ອຍກາໍລັງກໍ່ສ້າງພຣະວິຫານຂຶ້ນໃໝ່ ຕາມແບບເດີມ ແລະໄດ້ຖືກຕົບແຕ່ງຕາມແບບເກົ່າຕາມທີ່ ກະສັດແຫ່ງຊາດອິດສະຣາເອນ ຜູ້ມີອໍານາດໄດ້ສ້າງຂຶ້ນຕັ້ງດົນນານມາແລ້ວ.
\s5
\v 12 ແຕ່ເນື່ອງຈາກວ່າ ບັນພະບຸລຸດຂອງພວກຂ້ານ້ອຍເຮັດໃຫ້ພຣະເຈົ້າແຫ່ງຟ້າສະຫວັນໂກດຮ້າຍ ພຣະອົງຈຶ່ງໃຫ້ກະສັດ ເນບູກາດເນັດຊາ ແຫ່ງບາບີໂລນ ກະສັດຈາກເຊື້ອສາຍຂອງກັນເດອານ ຕີຊະນະພວກເພິ່ນ. ພຣະວິຫານໄດ້ຖືກທາໍລາຍ ແລ້ວປະຊາຊົນກໍຖືກກວາດເອົາໄປເປັນຊະເລີຍໃນ ບາບີໂລນ,
\v 13 ຕໍ່ມາ ໃນປີທາໍອິດທີ່ກະສັດ ໄຊຣັດ ຂຶ້ນເປັນຈັກກະພັດແຫ່ງບາບີໂລນ ເພິ່ນໄດ້ອອກຄໍາສັ່ງໃຫ້ສ້າງພຣະວິຫານຂອງ ພຣະເຈົ້າຂຶ້ນໃໝ່.
\s5
\v 14 ເພິ່ນໄດ້ເອົາເຄື່ອງໃຊ້ປະຈາໍພຣະວິຫານ ທີ່ເປັນຄໍາ ແລະເປັນເງິນ ຊຶ່ງກະສັດ ເນບູກາດເນັດຊາ ໄດ້ຢຶດເອົາໄປຈາກພຣະວິຫານທີ່ນະຄອນເຢຣູຊາເລັມ ແລະເອົາໄປໄວ້ຢູ່ໃນວິຫານທີ່ນະຄອນບາບີໂລນ ນັ້ນກັບຄືນມາ. ຈັກກະພັດ ໄຊຣັດ ໄດ້ສົ່ງເຄື່ອງເຫລົ່ານີ້ ໃຫ້ຊາຍຄົນໜຶ່ງຊື່ວ່າ ເສັດບັດຊາ ຜູ້ທີ່ເພິ່ນໄດ້ແຕ່ງຕັ້ງໃຫ້ເປັນຜູ້ປົກຄອງແຂວງຢູດາຍ.
\v 15 ຈັກກະພັດໃຫ້ລາວນາໍເຄື່ອງເຫລົ່ານີ້ ກັບຄືນໄປໄວ້ໃນພຣະວິຫານທີ່ນະຄອນເຢຣູຊາເລັມ ແລະໃຫ້ສ້າງພຣະວິຫານຂອງພຣະເຈົ້າ ຂຶ້ນໃໝ່ຢູ່ບ່ອນເກົ່າຂອງມັນ.
\s5
\v 16 ດັ່ງນັ້ນ ເສັດບັດຊາ ຈຶ່ງວາງຮາກຖານ ພຣະວິຫານຂອງພຣະເຈົ້າ ແລະດໍາເນີນການກໍ່ສ້າງມາຈົນເຖິງບັດນີ້ ແຕ່ກໍຍັງບໍ່ທັນແລ້ວເທື່ອ.
\s5
\v 17 ບັດນີ້ ຖ້າທ່ານເຫັນຊອບ ຂໍໃຫ້ທາໍການຄົ້ນເບິ່ງເອກະສານຂອງບັນດາກະສັດ ທີ່ນະຄອນບາບີໂລນ ເພື່ອຈະໄດ້ຮູ້ວ່າກະສັດ ໄຊຣັດ ໄດ້ອອກຄໍາສັ່ງໃຫ້ສ້າງພຣະວິຫານຂອງພຣະເຈົ້ານີ້ ຂຶ້ນໃໝ່ຫລືບໍ່ ແລ້ວຂໍທ່ານບອກໃຫ້ຂ້ານ້ອຍຮູ້ດ້ວຍວ່າ ຄວາມປະສົງຂອງທ່ານກ່ຽວກັບເລື່ອງນີ້ ຄືອັນໃດ.”
\s5
\c 6
\p
\v 1 ດັ່ງນັ້ນ ຈັກກະພັດດາຣິອຸດ ຈຶ່ງໄດ້ອອກຄໍາສັ່ງໃຫ້ຄົ້ນຫາເອກະສານປະຈາໍວັງ ທີ່ມ້ຽນໄວ້ຢູ່ໃນແຂວງບາບີໂລນ.
\v 2 ແລ້ວໜັງສືມ້ວນໜຶ່ງກໍຖືກຄົ້ນພົບໃນເມືອງເອັກບາທານາ ແຂວງເມເດຍ ຊຶ່ງມີຖ້ອຍຄໍາດັ່ງຕໍ່ໄປນີ້:
\s5
\v 3 “ໃນຣາຊການປີທີໜຶ່ງຂອງກະສັດ ໄຊຣັດ ເພິ່ນໄດ້ອອກຄໍາສັ່ງໃຫ້ສ້າງພຣະວິຫານຂອງພຣະເຈົ້າ ຂຶ້ນໃໝ່ທີ່ນະຄອນເຢຣູຊາເລັມ ເພື່ອໃຫ້ເປັນບ່ອນເຜົາເຄື່ອງຖວາຍບູຊາ. ພຣະວິຫານນັ້ນ ໃຫ້ສູງໄດ້ຊາວເຈັດແມັດ ແລະໃຫ້ກວ້າງໄດ້ຊາວເຈັດແມັດ.
\v 4 ສ່ວນຝານັ້ນ ໃຫ້ສ້າງດ້ວຍຫິນເປັນສາມຊັ້ນ ຊຶ່ງທຸກສາມຊັ້ນໃດໃຫ້ມີໄມ້ກາດຢູ່ເທິງອັນໜຶ່ງ. ຄ່າໃຊ້ຈ່າຍທັງໝົດໃຫ້ຕົກເປັນເງິນຂອງຄັງຫລວງ.
\v 5 ສ່ວນເຄື່ອງໃຊ້ເປັນເງິນ ແລະ ເປັນຄໍາ ຊຶ່ງກະສັດເນບູກາດເນັດ ຊາ ໄດ້ເອົາມາຈາກພຣະວິຫານຂອງພຣະເຈົ້າ ໃນນະຄອນເຢຣູຊາເລັມ ນັ້ນໃຫ້ນາໍເອົາຄືນໄປໄວ້ບ່ອນເກົ່າທີ່ພຣະວິຫານຂອງພຣະເຈົ້າ ໃນນະຄອນເຢຣູຊາເລັມ.”
\s5
\v 6 ແລ້ວກະສັດ ດາຣິອຸດ ກໍໄດ້ສົ່ງຄໍາຕອບ ມາດັ່ງນີ້: “ເຖິງ ຕັດເຕໄນ ຜູ້ປົກຄອງພາກຕາເວັນຕົກຂອງແມ່ນາໍ້ເອີຟຣັດ ພ້ອມທັງ ເຊຕາກໂບເຊໄນ ລວມທັງບັນດາເຈົ້າໜ້າທີ່ຢູ່ໃນທີ່ນັ້ນ ຢ່າສູ່ວົນນາໍເລື່ອງພຣະວິຫານຂອງພຣະເຈົ້າ ແລະຢ່າສູ່ຫຍຸ້ງກ່ຽວໃນການກໍ່ສ້າງນີ້ເລີຍ.
\v 7 ຈົ່ງປ່ອຍໃຫຜູ້ປົກຄອງແຂວງຢູດາຍ ແລະພວກຜູ້ນາໍຊາວຢິວ ສ້າງວິຫານຂອງພຣະເຈົ້າຂຶ້ນໃໝ່ຢູ່ໃນບ່ອນເກົ່ານັ້ນ ເສຍ.
\s5
\v 8 ດັ່ງນັ້ນແຫລະ, ເຮົາຈຶ່ງສັ່ງໃຫ້ພວກທ່ານ ຊ່ວຍພວກເຂົາສ້າງພຣະວິຫານຂອງພຣະເຈົ້າ ຂຶ້ນໃໝ່. ຄ່າໃຊ້ຈ່າຍໃຫ້ເອົາໄດ້ທັນທີຈາກຄັງຫລວງ ທີ່ເປັນເງິນໄດ້ມາຈາກການເສຍສ່ວຍປະຈາໍແຂວງ ທາງພາກຕາເວັນຕົກຂອງແມ່ນາໍ້ເອີຟຣັດ ເພື່ອວ່າວຽກ ນີ້ຈະດໍາເນີນໄປ ຢ່າງບໍ່ມີການຢຸດສະງັກ.
\v 9 ທຸກ ໆ ວັນ ພວກທ່ານຕ້ອງຈັດຫາລູກງົວເຖິກ, ແກະ, ຫລື ລູກແກະ ເພື່ອເປັນເຄື່ອງບູ ຊາຖວາຍແກ່ພຣະເຈົ້າແຫ່ງຟ້າສະຫວັນ ພ້ອມທັງເຂົ້າເດືອຍ, ເກືອ, ເຫລົ້າອະງຸ່ນ ແລະ ນໍ້າມັນໝາກກອກເທດ ໃຫ້ແກ່ບັນດາປະໂຣຫິດ ທີ່ນະຄອນເຢຣູຊາເລັມ ຕາມຄວາມຕ້ອງການ.
\v 10 ການເຮັດຢ່າງນີ້ ກໍເພື່ອພວກເຂົາຈະໄດ້ຖວາຍເຄື່ອງບູຊາໃຫ້ ເປັນທີ່ ພໍພຣະໄທພຣະເຈົ້າແຫ່ງຟ້າສະຫວັນ ແລະໃຫ້ພາວັນນາອະທິຖານ ຂໍພຣະພອນຈາກພຣະເຈົ້າສໍາລັບເຮົາ ແລະ ສໍາລັບບັນດາ ພວກລູກຊາຍຂອງເຮົາດ້ວຍ.
\s5
\v 11 ເຮົາສັ່ງຕໍ່ໄປວ່າ ຖ້າຜູ້ໃດຜູ້ໜຶ່ງບໍ່ປະຕິບັດຕາມຄໍາສັ່ງນີ້ ກໍໃຫ້ຖອນໄມ້ຂື່ເຮືອນ ຂອງຜູ້ນັ້ນອອກ ແລະແຫລມປາຍໄມ້ຂື່ນັ້ນສຽບໃສ່ໃຫ້ທະລຸຮ່າງກາຍຂອງລາວ. ເຮືອນຂອງລາວຈະກາຍເປັນກອງຂີ້ເຫຍື້ອ.
\v 12 ຂໍພຣະເຈົ້າຜູ້ເລືອກເອົານະຄອນເຢຣູຊາເລັມ ໃຫ້ເປັນບ່ອນທີ່ຄົນນະມັດສະການພຣະອົງ; ຈົ່ງກາໍຈັດກະສັດຄົນໃດ ຫລື ຊົນຊາດໃດທີ່ລະເມີດຄໍາສັ່ງ ແລະ ປອງທາໍລາຍພຣະວິຫານໃນທີ່ນັ້ນ. ເຮົາຄື ດາຣິອຸດ ເປັນຜູ້ອອກ ຄໍາສັ່ງນີ້. ຈົ່ງປະຕິບັດໃຫ້ຄົບຖ້ວນຕາມນັ້ນ ທຸກປະການ.”
\s5
\v 13 ແລ້ວຜູ້ປົກຄອງຕັດເຕໄນ, ເຊຕາກໂບເຊໄນ, ພ້ອມທັງບັນດາເຈົ້າໜ້າທີ່ດ້ວຍກັນ ກໍ ປະຕິບັດຕາມຄໍາສັ່ງຂອງຈັກກະພັດທຸກປະການ.
\v 14 ພວກຜູ້ນາໍຊາວຢູດາ ໄດ້ກໍ່ສ້າງພຣະວິຫານຢ່າງກ້າວໜ້າດີ ໂດຍໄດ້ຮັບການໜູນໃຈຈາກຜູ້ທາໍນວາຍຮັກກາຍ ແລະ ເຊກາຣີຢາ. ພວກເຂົາໄດ້ກໍ່ສ້າງພຣະວິຫານສໍາເລັດ ຕາມຄໍາສັ່ງຂອງພຣະເຈົ້າແຫ່ງຊາດອິດສະຣາເອນ ແລະຂອງບັນດາ ຈັກກະພັດແຫ່ງເປີເຊຍ ຄື: ໄຊຣັດ, ດາຣິອຸດ ແລະ ອາກຕາເຊເຊັດ.
\v 15 ພວກເຂົາໄດ້ກໍ່ສ້າງພຣະວິຫານສໍາເລັດ ໃນມື້ທີສາມຂອງເດືອນອາດາ ໃນຣາຊການປີທີຫົກຂອງຈັກກະພັດ ດາຣິອຸດ.
\s5
\v 16 ແລ້ວປະຊາຊົນອິດສະຣາເອນ ພວກ ປະໂຣຫິດຊາວເລວີ ແລະ ຄົນອື່ນ ໆ ທັງໝົດ ທີ່ກັບຄືນມາຈາກການເປັນຊະເລີຍໃນຕ່າງຖິ່ນ ກໍໄດ້ຮ່ວມກັນອຸທິດຖວາຍພຣະວິຫານຂອງພຣະເຈົ້າ ດ້ວຍຄວາມຊົມຊຶ່ນຍິນດີ.
\v 17 ສໍາລັບການອຸທິດຖວາຍພຣະວິຫານຂອງພຣະເຈົ້ານີ້ ພວກເຂົາໄດ້ຖວາຍງົວເຖິກໜຶ່ງຮ້ອຍໂຕ, ແກະເຖິກສອງຮ້ອຍໂຕ, ລູກແກະເຖິກສີ່ຮ້ອຍໂຕ ເປັນເຄື່ອງບູຊາ ແລະ ພວກເຂົາໄດ້ຖວາຍແບ້ເຖິກສິບສອງໂຕ ເປັນການລົບລ້າງບາບ ຄື ໂຕໜຶ່ງສໍາລັບເຜົ່າໜຶ່ງ.
\v 18 ພວກເຂົາຍັງໄດ້ແຕ່ງຕັ້ງບັນດາປະໂຣຫິດ ແລະຊາວເລວີ ໃຫ້ເປັນຜູ້ເຮັດວຽກໃນໜ້າທີ່ ຂອງພວກເຂົາ ເພື່ອຮັບໃຊ້ພຣະເຈົ້າທີ່ນະຄອນເຢຣູຊາເລັມ ຕາມຄໍາແນະນາໍທີ່ໄດ້ ມີບັນທຶກໄວ້ຢູ່ໃນໜັງສືຂອງໂມເຊ.
\s5
\v 19 ປະຊາຊົນທີ່ກັບຄືນມາຈາກການເປັນ ຊະເລີຍໃນຕ່າງຖິ່ນ ໄດ້ສະຫລອງປັດສະຄາ ໃນວັນທີສິບສີ່ ຂອງເດືອນທີໜຶ່ງໃນປີຕໍ່ມາ.
\v 20 ພວກປະໂຣຫິດ ແລະ ຊາວເລວີ ທຸກຄົນໄດ້ຊໍາລະຕົນໃຫ້ບໍຣິສຸດຕາມກົດບັນຍັດ. ຊາວເລວີ ໄດ້ຂ້າລູກແກະເປັນເຄື່ອງບູຊາ ໃນວັນປັດສະຄາ ສໍາລັບປະຊາຊົນທັງໝົດທີ່ໄດ້ກັບຄືນມາ, ສໍາລັບພວກປະໂຣຫິດ ແລະ ສໍາລັບພວກເຂົາເອງ.
\s5
\v 21 ຜູ້ທີ່ມີສິດກິນເຄື່ອງຖວາຍບູຊານັ້ນ ມີດັ່ງນີ້: ພວກອິດສະຣາເອນທຸກຄົນທີ່ໄດ້ກັບຄືນມາຈາກການເປັນຊະເລີຍໃນຕ່າງຖິ່ນ ແລະ ທຸກຄົນທີ່ເຊົາເຮັດຕາມຄົນບໍ່ນັບຖືພຣະເຈົ້າ ທີ່ອາໄສຢູ່ໃນດິນແດນ ແລະ ຜູ້ທີ່ມາ ນະມັດສະການອົງພຣະຜູ້ເປັນເຈົ້າ ພຣະເຈົ້າ ຂອງຊາດອິດສະຣາເອນ.
\v 22 ພວກເຂົາ ສະຫລອງເທດສະການເຂົ້າຈີ່ບໍ່ມີເຊື້ອແປ້ງ ຢ່າງຊົມຊື່ນຍິນດີ ເປັນເວລາເຈັດວັນ ເພາະວ່າອົງພຣະຜູ້ເປັນເຈົ້າໄດ້ເຮັດໃຫ້ຈັກກະພັດ ອັດຊີເຣຍ [ຖ] ພໍໃຈໃນພວກຕົນ ແລະ ເພິ່ນໄດ້ສະໜັບສະໜູນການສ້າງພຣະວິຫານຂອງພຣະເຈົ້າແຫ່ງຊາດອິດສະຣາເອນ ຂຶ້ນໃໝ່.
\s5
\c 7
\p
\v 1 ຫລາຍປີຕໍ່ມາເມື່ອ ອາກຕາເຊເຊັດ ເປັນຈັກກະພັດແຫ່ງເປີເຊຍ ໄດ້ມີຊາຍຄົນໜຶ່ງຊື່ວ່າ ເອຊະຣາ. ລາວສືບເຊື້ອສາຍມາຈາກ ມະຫາປະໂຣຫິດ ອາໂຣນ ຕາມດັ່ງນີ້: ເອຊະຣາ ເປັນລູກຊາຍຂອງເສຣາອີຢາ, ເສຣາອີຢາ ເປັນລູກຊາຍຂອງອາຊາຣິຢາ, ອາຊາຣິຢາ ເປັນລູກຊາຍຂອງຮິນກີຢາ,
\v 2 ຮິນກີຢາ ເປັນລູກຊາຍຂອງຊານລູມ, ຊານລູມ ເປັນ ລູກຊາຍຂອງຊາດົກ, ຊາດົກ ເປັນລູກຊາຍ ຂອງອາຮີຕຸບ,
\v 3 ອາຮີຕຸບ ເປັນລູກຊາຍ ຂອງອາມາຣີຢາ, ອາມາຣີຢາ ເປັນລູກຊາຍ ຂອງອາຊາຣີຢາ, ອາຊາຣີຢາ ເປັນລູກຊາຍ ຂອງເມຣາອີໂຢດ,
\v 4 ເມຣາອີໂຢດ ເປັນລູກຊາຍຂອງເຊຣາຮີຢາ, ເຊຣາຮີຢາ ເປັນ ລູກຊາຍຂອງອຸດຊີ, ອຸດຊີ ເປັນລູກຊາຍຂອງບຸກກີ,
\v 5 ບຸກກີ ເປັນລູກຊາຍຂອງອາບີຊູອາ, ອາບີຊູອາ ເປັນລູກຊາຍຂອງຟີເນຮາ, ຟີເນຮາ ເປັນລູກຊາຍຂອງເອເລອາຊາ, ເອເລອາຊາ ເປັນລູກຊາຍຂອງອາໂຣນ.
\s5
\v 6-7 ເອຊະຣາ ເປັນຜູ້ຮອບຮູ້ດ້ານກົດບັນຍັດຊຶ່ງອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງຊາດອິດສະຣາເອນ ໄດ້ມອບໃຫ້ໂມເຊ. ຍ້ອນເອຊະຣາ ເປັນຜູ້ມີພຣະພອນຂອງພຣະເຈົ້າ ຈັກກະພັດ ຈຶ່ງໃຫ້ທຸກສິ່ງຕາມທີ່ລາວຂໍຮ້ອງ. ໃນຣາຊການປີທີເຈັດຂອງກະສັດ ອາກຕາເຊເຊັດ ເອຊະຣາໄດ້ເດີນທາງຈາກບາບີໂລນມາຍັງນະຄອນເຢຣູຊາເລັມ ພ້ອມທັງຊາວອິດສະຣາເອນ ພວກໜຶ່ງທີ່ປະກອບດ້ວຍບັນດາປະໂຣຫິດຊາວເລວີ, ພວກນັກດົນຕຼີປະຈາໍວິຫານ, ພວກເຝົ້າຍາມພຣະວິຫານ ແລະ ພວກຄົນງານ.
\s5
\v 8-9 ພວກເຂົາໄດ້ຈາກບາບີໂລນໃນມື້ ທີໜຶ່ງຂອງເດືອນໜຶ່ງ ແລະດ້ວຍຄວາມຊ່ວຍເຫລືອຂອງພຣະເຈົ້າ ພວກເຂົາໄດ້ມາຮອດນະຄອນເຢຣູຊາເລັມ ໃນມື້ທີໜຶ່ງຂອງເດືອນຫ້າ ໃນປີທີເຈັດຂອງກະສັດນັ້ນ.
\v 10 ເອຊະຣາ ໄດ້ອຸທິດຊີວິດຂອງຕົນ ສຶກສາຮໍ່າຮຽນກົດບັນຍັດຂອງອົງພຣະຜູ້ເປັນ ເຈົ້າ ປະຕິບັດຕາມກົດບັນຍັດນັ້ນ ແລະໄດ້ສອນກົດບັນຍັດ ແລະລະບຽບການທັງໝົດໃຫ້ແກ່ປະຊາຊົນອິດສະຣາເອນ.
\s5
\v 11 ກະສັດອາກຕາເຊເຊັດ ໄດ້ມອບຈົດໝາຍໃຫ້ເອຊະຣາ ປະໂຣຫິດ ແລະ ນັກຮຽນຮູ້ຜູ້ທີ່ມີຄວາມຮອບຮູ້ດ້ານກົດບັນຍັດ ແລະ ຂໍ້ຄໍາສັ່ງທີ່ອົງພຣະຜູ້ເປັນເຈົ້າ ໄດ້ມອບໃຫ້ແກ່ຊາດອິດສະຣາເອນ. ຈົດໝາຍນັ້ນ ມີຖ້ອຍຄໍາດັ່ງຕໍ່ໄປນີ້:
\v 12 “ຈາກຈັກກະພັດ ອາກຕາເຊເຊັດ [ທ] ເຖິງ ປະໂຣຫິດເອຊະຣາ ນັກຮຽນຮູ້ດ້ານກົດບັນຍັດຂອງພຣະເຈົ້າແຫ່ງຟ້າສະຫວັນ. [ນ]
\v 13 ບັດນີ້ ເຮົາໄດ້ອອກຄໍາສັ່ງທົ່ວຈັກກະພົບ ໃຫ້ປະຊາຊົນອິດສະຣາເອນທຸກຄົນ, ບັນດາປະໂຣຫິດ ແລະ ຊາວເລວີ ຜູ້ມີໃຈປາຖະໜາ ຢາກຈະໄປຍັງນະຄອນເຢຣູຊາເລັມ ໃຫ້ໄປນາໍທ່ານໄດ້.
\s5
\v 14 ເຮົາພ້ອມດ້ວຍ ທີ່ປຶກສາຂອງເຮົາເຈັດຄົນ ໄດ້ສົ່ງທ່ານໄປສືບສວນເບິ່ງສະຖານະການ ໃນນະຄອນເຢຣູຊາເລັມ ແລະ ແຂວງຢູດາຍ ເພື່ອຢາກຮູ້ວ່າກົດບັນຍັດຂອງພຣະເຈົ້າຂອງທ່ານ ຊຶ່ງໄດ້ຖືກມອບໝາຍໃຫ້ແກ່ທ່ານນັ້ນ ຖືກປະຕິບັດຕາມ ໄດ້ດີສໍ່າໃດ.
\v 15 ທ່ານຈົ່ງເອົາເຄື່ອງຖວາຍ ເປັນເງິນ ແລະ ຄໍາ ໄປນາໍ ຊຶ່ງເຮົາພ້ອມດ້ວຍ ທີ່ປຶກສາຂອງເຮົາ ຢາກຈະຖວາຍແກ່ພຣະເຈົ້າຂອງຊາດອິດສະຣາເອນ ອົງທີ່ສະຖິດຢູ່ໃນນະຄອນເຢຣູຊາເລັມ.
\v 16 ສ່ວນເງິນ ແລະ ຄໍາ ທັງໝົດທີ່ທ່ານຮວບຮວມ ມາໄດ້ຈາກທົ່ວແຂວງບາບີໂລນ ແລະ ເຄື່ອງ ຖວາຍຊຶ່ງຊາວອິດສະຣາເອນ ແລະ ບັນດາ ປະໂຣຫິດຂອງພວກເຂົາໄດ້ຖວາຍແກ່ພຣະວິຫານຂອງພຣະເຈົ້າຂອງພວກເຂົາ ທີ່ນະຄອນເຢຣູຊາເລັມ ນັ້ນກໍໃຫ້ທ່ານເອົາໄປ ນໍາຄືກັນ.
\s5
\v 17 ທ່ານຈົ່ງຈ່າຍເງິນນີ້ ຢ່າງລະມັດລະວັງ ເພື່ອຊື້ລູກງົວເຖິກ, ແກະເຖິກ, ລູກແກະ, ເຂົ້າ, ເຫລົ້າອະງຸ່ນ ແລະ ໃຫ້ເອົາສິ່ງເຫລົ່ານີ້ຖວາຍ ເທິງແທ່ນບູຊາ ທີ່ພຣະວິຫານຂອງພຣະເຈົ້າຂອງທ່ານ ໃນນະຄອນເຢຣູຊາເລັມ.
\v 18 ທ່ານອາດຈະເອົາເງິນ ແລະ ຄໍາ ທີ່ຍັງເຫລືອຢູ່ນີ້ໄປໃຊ້ຕາມທີ່ທ່ານ ແລະ ເພື່ອນຮ່ວມຊາດຂອງທ່ານເຫັນສົມຄວນ ແຕ່ໃຫ້ເປັນໄປຕາມຄວາມປະສົງຂອງພຣະເຈົ້າຂອງພວກທ່ານ.
\s5
\v 19 ທ່ານຈົ່ງຖວາຍເຄື່ອງໃຊ້ທຸກຢ່າງທີ່ທ່ານໄດ້ຮັບສໍາລັບການບົວລະບັດພຣະວິຫານຂອງພຣະເຈົ້າຂອງທ່ານ ຈົ່ງເອົາໄປວາງໄວ້ຕໍ່ໜ້າພຣະເຈົ້າ ທີ່ເຢຣູຊາເລັມ.
\v 20 ແລະ ສິ່ງອື່ນ ໆ ອີກທີ່ທ່ານຕ້ອງການສໍາລັບພຣະວິຫານຂອງພຣະເຈົ້າຂອງທ່ານ ທ່ານສາມາດເອົາຈາກຄັງຫລວງໄດ້.
\s5
\v 21 ເຮົາໄດ້ອອກຄໍາສັ່ງເຖິງບັນດາຂ້າຣາຊການຄັງເງິນທັງໝົດ ຢູ່ແຂວງພາກ ຕາເວັນຕົກຂອງແມ່ນໍ້າ ເອີຟຣັດ ໃຫ້ຈັດຫາ ທຸກສິ່ງຢ່າງຮີບດ່ວນ ຕາມຄວາມຕ້ອງການແກ່ ເອຊະຣາ ຜູ້ເປັນປະໂຣຫິດ ແລະ ນັກຮຽນຮູ້ດ້ານກົດບັນຍັດຂອງພຣະເຈົ້າແຫ່ງຟ້າສະຫວັນ
\v 22 ຈົນເຖິງກໍານົດເປັນເງິນຈາໍນວນປະມານ ສາມພັນສີ່ຮ້ອຍ ກິໂລກາຼມ, ເຂົ້າເດືອຍ ສິບພັນ ກິໂລກຼາມ, ເຫລົ້າອະງຸ່ນ ສອງພັນ ລິດ, ນາໍ້ມັນໝາກກອກເທດ ສອງພັນ ລິດ ແລະ ເກືອໃຫ້ເອົາຕາມທີ່ຕ້ອງການ.
\v 23 ທ່ານຕ້ອງຈັດຫາທຸກ ໆ ສິ່ງຢ່າງ ລະມັດລະວັງ ຕາມທີ່ພຣະເຈົ້າແຫ່ງຟ້າສະຫວັນ ຕ້ອງການສໍາລັບພຣະວິຫານຂອງພຣະເຈົ້າແຫ່ງຟ້າສະຫວັນ ແລະໃຫ້ແນ່ໃຈວ່າ ພຣະອົງຈະບໍ່ໂກດຮ້າຍເຮົາ ຫລື ຕໍ່ຜູ້ທີ່ຂຶ້ນປົກຄອງແທນເຮົາ.
\s5
\v 24 ທ່ານບໍ່ຄວນເກັບພາສີ ຈາກພວກປະໂຣຫິດ, ພວກເລວີ, ພວກນັກດົນຕຼີ, ພວກຄົນເຝົ້າຍາມ, ພວກຄົນງານ ແລະ ຄົນອື່ນ ໆ ທີ່ມີສ່ວນກ່ຽວຂ້ອງກັບພຣະວິຫານຂອງພຣະເຈົ້າ.
\s5
\v 25 ເອຊະຣາ ເອີຍ ທ່ານຈົ່ງໃຊ້ສະຕິປັນຍາ ທີ່ພຣະເຈົ້າຂອງທ່ານໂຜດໃຫ້ນັ້ນ ແຕ່ງຕັ້ງບັນດາຜູ້ບໍລິຫານ ແລະ ຜູ້ຕັດສິນຄວາມ ເພື່ອປົກຄອງປະຊາຊົນທັງໝົດໃນພາກຕາເວັນຕົກຂອງແມ່ນາໍ້ ເອີຟຣັດ ຄືຜູ້ທີ່ດໍາລົງຊີວິດຢູ່ຕາມກົດບັນຍັດຂອງພຣະເຈົ້າຂອງທ່ານ. ທ່ານຕ້ອງສັ່ງສອນກົດບັນຍັດນີ້ ໃຫ້ແກ່ຜູ້ທີ່ຍັງບໍ່ທັນຮູ້ຈັກ.
\v 26 ຖ້າຜູ້ໃດບໍ່ເຊື່ອຟັງກົດບັນຍັດຂອງພຣະເຈົ້າຂອງທ່ານ ຫລື ກົດໝາຍຕ່າງ ໆ ຂອງຈັກກະພົບ ຜູ້ນັ້ນຈະຕ້ອງຖືກລົງໂທດທັນທີ ດັ່ງນີ້: ໂດຍການປະຫານຊີວິດ, ຖືກເນລະເທດ, ຖືກຢຶດຊັບສິນ ຫລື ຖືກຄຸກ.”
\s5
\v 27 ແລ້ວ ເອຊະຣາ ກໍກ່າວວ່າ, “ສັນລະເສີນອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງປູ່ຍ່າຕາຍາຍຂອງພວກຂ້ານ້ອຍ ພຣະອົງໄດ້ເຮັດໃຫ້ຈັກກະພັດ ເຕັມໃຈຍ້ອງຍໍໃຫ້ກຽດແກ່ພຣະວິຫານຂອງອົງພຣະຜູ້ເປັນເຈົ້າໃນນະຄອນເຢຣູຊາເລັມ.
\v 28 ໂດຍ ພຣະຄຸນຂອງພຣະເຈົ້າ, ຂ້ານ້ອຍຈຶ່ງໄດ້ຮັບຄວາມກະລຸນາຈາກຈັກກະພັດ, ຈາກບັນດາ ທີ່ປຶກສາຂອງເພິ່ນ ແລະຈາກບັນດາຂ້າຣາຊການຜູ້ມີອໍານາດທຸກຄົນຂອງເພິ່ນ; ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງຂ້ານ້ອຍໄດ້ໃຫ້ຂ້ານ້ອຍມີຄວາມກ້າຫານ ແລະ ຂ້ານ້ອຍ ຈຶ່ງສາມາດຊັກຊວນເອົາຫົວໜ້າຕະກຸນຕ່າງ ໆ ຂອງຊາດອິດສະຣາເອນ ຫລາຍຄົນໃຫ້ກັບຄືນມາດ້ວຍກັນກັບຂ້ານ້ອຍ.”
\s5
\c 8
\p
\v 1 ຕໍ່ໄປນີ້ ແມ່ນລາຍຊື່ຫົວໜ້າຂອງຕະກຸນ ຕ່າງ ໆ ທີ່ຖືກຈັບໄປເປັນຊະເລີຍໃນບາບີໂລນ, ແຕ່ໄດ້ກັບຄືນມາຍັງນະຄອນເຢຣູຊາເລັມ ນາໍ ເອຊະຣາໃນຄາວທີ່ກະສັດ ອາກຕາເຊເຊັດ ເປັນຈັກກະພັດ ຄື:
\v 2 ເກໂຊນ, ຕະກຸນຟີເນຮາ ດານີເອນ, ຕະກຸນອີທາມາ ຮັດຕຸຊະ ລູກຊາຍຂອງເຊການີຢາ, ຕະກຸນດາວິດ
\v 3 ເຊກາຣີຢາ, ຕະກຸນປາຣົດ, ພ້ອມທັງພວກຜູ້ຊາຍໃນຕະກຸນຂອງຕົນອີກ 150 ຄົນ (ທຸກຄົນມີທະບຽນບັນທຶກບອກເຖິງບັນພະບຸລຸດຂອງພວກເຂົາ)
\s5
\v 4 ເອລີໂຮນາຍ ລູກຊາຍຂອງເຊຣາຮີຢາ, ຕະກຸນປາຮາດ ໂມອາບ ພ້ອມທັງຜູ້ຊາຍ 200 ຄົນ
\v 5 ເຊການີຢາ ລູກຊາຍຂອງຢາຮາສີເອນ, ຕະກຸນຊັດຕຸ, [ບ] ພ້ອມທັງພວກຜູ້ຊາຍ 300 ຄົນ
\v 6 ເອເບັດ ລູກຊາຍຂອງໂຢນາທານ, ຕະກຸນອາດິນ, ພ້ອມທັງພວກ ຜູ້ຊາຍ 50 ຄົນ
\v 7 ເຢຊາອີຢາ ລູກຊາຍຂອງອາທາລີຢາ, ຕະກຸນເອລາມ, ພ້ອມທັງພວກຜູ້ຊາຍ 70 ຄົນ
\s5
\v 8 ເຊບາດີຢາ ລູກຊາຍຂອງມີກາເອນ, ຕະກຸນເຊຟາຕີຢາ, ພ້ອມທັງພວກຜູ້ຊາຍ 80 ຄົນ
\v 9 ໂອບາດີຢາ ລູກຊາຍຂອງເຢຮີເອນ, ຕະກຸນໂຢອາບ, ພ້ອມທັງພວກຜູ້ຊາຍ 218 ຄົນ
\v 10 ເຊໂລມິດ ລູກຊາຍຂອງໂຢຊີຟີຢາ, ຕະກຸນບານີ, [ປ] ພ້ອມທັງພວກຜູ້ຊາຍ 160 ຄົນ
\v 11 ເຊກາຣີຢາ ລູກຊາຍຂອງເບບາຍ, ຕະກຸນເບບາຍ, ພ້ອມທັງພວກຜູ້ຊາຍ 28 ຄົນ
\s5
\v 12 ໂຢຮານານ ລູກຊາຍຂອງຮັກກາຕານ, ຕະກຸນອາຊະກາດ, ພ້ອມທັງຜູ້ຊາຍ 110 ຄົນ
\v 13 ເອລີເຟເລັດ, ເຢຮູເອນ ແລະ ເຊມາອີຢາ, ຕະກຸນອາໂດນີກາໍ, ພ້ອມທັງພວກຜູ້ຊາຍ 60 ຄົນ (ພວກນີ້ໄດ້ກັບຄືນມານາໍຫລັງ)
\v 14 ອູໄທ ແລະ ສັກກູເຣ, ຕະກຸນບິກໄຫວ, ພ້ອມທັງພວກຜູ້ຊາຍ 70 ຄົນ
\s5
\v 15 ຕໍ່ມາ ຂ້າພະເຈົ້າກໍໄດ້ຮວບຮວມເອົາຄົນທັງໝົດໄປຢູ່ໃກ້ຫ້ວຍນາໍ້ ຊຶ່ງໄຫລໄປສູ່ເມືອງອາຮາວາ ແລະ ຕັ້ງຄ້າຍພັກຢູ່ບ່ອນນັ້ນ ເປັນເວລາສາມວັນ. ຂ້າພະເຈົ້າໄດ້ພົບວ່າ ມີພວກປະໂຣຫິດຢູ່ໃນທ່າມກາງພວກນີ້ ແຕ່ບໍ່ມີຊາວເລວີ.
\v 16 ດັ່ງນັ້ນ ຂ້າພະເຈົ້າຈຶ່ງໃຊ້ຄົນໄປເອີ້ນເອົາຫົວໜ້າເກົ້າຄົນມາ ດັ່ງນີ້: ເອລີເອເຊ, ອາຣີເອນ, ເຊມາອີຢາ, ເອນນາທານ, ຢາຣິບ, ເອນນາທານ, ນາທານ, ເຊກາຣີຢາ ແລະ ເມຊຸນລໍາ, ພ້ອມທັງຄູສອນສອງຄົນ ຄື ໂຢອີອາຣິບ ແລະ ເອນນາທານ.
\s5
\v 17 ຂ້າພະເຈົ້າໄດ້ສົ່ງພວກເຫລົ່ານີ້ໄປຫາ ອິດໂດ ຫົວໜ້າຊຸມນຸມຂອງປະຊາຊົນ ທີ່ ກາຊີຟີອາ ເພື່ອຂໍໃຫ້ລາວກັບພວກຜູ້ຮ່ວມງານ ຂອງລາວ ຄື ຄົນທີ່ເຮັດວຽກຢູ່ໃນວິຫານໃຫ້ສົ່ງຄົນມາຮັບໃຊ້ທີ່ພຣະວິຫານຂອງພຣະເຈົ້າຂອງເຮົາ.
\s5
\v 18 ດ້ວຍພຣະຄຸນຂອງພຣະເຈົ້າ ພວກເຂົາໄດ້ສົ່ງ ເຊເຣບີຢາ ຜູ້ທີ່ມີຄວາມສາມາດມາໃຫ້ຂ້າພະເຈົ້າ ລາວເປັນຄົນເລວີ ຈາກຕະກຸນເມຣາຣີ; ພວກລູກຊາຍ ແລະ ອ້າຍນ້ອງຂອງລາວ ທັງໝົດສິບແປດຄົນ ກໍມານາໍດ້ວຍ.
\v 19 ພວກເຂົາຍັງສົ່ງ ຮາຊາບີຢາ ແລະ ເຢາອີຢາ ຈາກຕະກຸນເມຣາຣີ ພ້ອມດ້ວຍຍາດພີ່ນ້ອງຂອງລາວອີກ ຊາວຄົນ ມານໍາ.
\v 20 ນອກຈາກຄົນເຫລົ່ານີ້ແລ້ວ ກໍຍັງມີຄົນງານ ປະຈາໍພຣະວິຫານ ອີກສອງຮ້ອຍຊາວຄົນ ຊຶ່ງບັນພະບຸລຸດເປັນພວກທີ່ກະສັດດາວິດ ແລະ ພວກຂ້າຣາຊການຂອງເພິ່ນໄດ້ແຕ່ງຕັ້ງໃຫ້ເປັນຜູ້ຊ່ວຍເຫລືອຊາວເລວີ. ຄົນພວກນີ້ທັງ ໝົດມີຊື່ຈົດໄວ້ທັງນັ້ນ.
\s5
\v 21 ຢູ່ທີ່ນັ້ນໃກ້ຫ້ວຍ ອາຮາວາ ຂ້າພະເຈົ້າໄດ້ອອກຄໍາສັ່ງໃຫ້ທຸກຄົນຖືສິນອົດອາຫານ ແລະ ຖ່ອມຕົວລົງຕໍ່ພຣະເຈົ້າຂອງພວກເຮົາ ເພື່ອຂໍໃຫ້ພຣະອົງນາໍພາໃນການເດີນທາງ ແລະ ໃຫ້ປົກປັກຮັກສາພວກເຮົາ ພ້ອມທັງລູກ ໆ ຂອງພວກເຮົາ ແລະ ເຂົ້າຂອງທັງໝົດທີ່ພວກເຮົາມີຢູ່.
\v 22 ຂ້າພະເຈົ້າບໍ່ກ້າຂໍທະຫານມ້າຈາກຈັກກະພັດ ໃຫ້ມາຮັກສາພວກເຮົາ ຈາກສັດຕູໃນການເດີນທາງ ເພາະຂ້າພະເຈົ້າໄດ້ບອກເພິ່ນວ່າ ພຣະເຈົ້າຂອງພວກເຮົາອວຍພອນທຸກ ໆ ຄົນທີ່ໄວ້ວາງໃຈໃນພຣະອົງ, ແຕ່ພຣະອົງບໍ່ພໍໃຈແລະລົງໂທດ ທຸກ ໆ ຄົນທີ່ຫັນໜີຈາກພຣະອົງ.
\v 23 ດັ່ງນັ້ນ ພວກເຮົາຈຶ່ງໄດ້ຖືສິນອົດອາຫານ ແລະ ພາວັນນາອະທິຖານ ເພື່ອຂໍການປົກປັກຮັກສາຈາກພຣະເຈົ້າ ແລະ ພຣະອົງກໍຕອບ ຄໍາພາວັນນາ ອະທິຖານຂອງພວກເຮົາ.
\s5
\v 24 ຂ້າພະເຈົ້າໄດ້ເລືອກເອົາ ເຊເຣບີຢາ, ຮາຊາບີຢາ ແລະ ຄົນອື່ນ ໆ ອີກສິບຄົນຈາກພວກປະໂຣຫິດ ຊັ້ນຜູ້ນາໍ.
\v 25 ແລ້ວຂ້າພະເຈົ້າກໍໄດ້ສັ່ງເອົາເງິນຄໍາ ເຄື່ອງໃຊ້ຊຶ່ງຈັກກະພັດ, ພວກທີ່ປຶກສາ, ບັນດາຂ້າຣາຊການຂອງເພິ່ນ ແລະ ປະຊາຊົນອິດສະຣາເອນ ໄດ້ມອບໃຫ້ນັ້ນນາໍໄປໃຊ້ໃນພຣະວິຫານຂອງພຣະເຈົ້າ ແລະ ຂ້າພະເຈົ້າ ໄດ້ມອບສິ່ງຂອງເຫລົ່ານີ້ໃຫ້ພວກປະໂຣຫິດ.
\s5
\v 26-27 ຕໍ່ໄປນີ້ ແມ່ນສິ່ງທີ່ຂ້າພະເຈົ້າໄດ້ມອບໃຫ້ພວກເຂົາ: ເງິນ - 25 ໂຕນ ເຄື່ອງໃຊ້ເປັນເງິນ 100 ອັນ, ໜັກ - 70 ກິໂລກາຼມ ຄໍາ, ໜັກ - 3. 400 ກິໂລກາຼມ ຖ້ວຍຄໍາ 20 ໃບ, ໜັກ - 8, 4 ກິໂລກາຼມ ຖ້ວຍທອງສໍາຣິດ ຢ່າງດີ ສອງໃບ ມີຄ່າເທົ່າກັບຖ້ວຍຄໍາ
\s5
\v 28 ຂ້າພະເຈົ້າໄດ້ບອກພວກເຂົາວ່າ, “ພວກທ່ານໄດ້ອຸທິດຕົນໃຫ້ແກ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງປູ່ຍ່າຕາຍາຍຂອງພວກທ່ານ ເໝືອນກັນກັບເຄື່ອງໃຊ້ທັງໝົດ ທີ່ເປັນເງິນ ແລະ ຄໍາ ຊຶ່ງພວກທ່ານໄດ້ນາໍມາຖວາຍ ແກ່ອົງພຣະຜູ້ເປັນເຈົ້າ ດ້ວຍໃຈສັດທາ.
\v 29 ຂໍໃຫ້ພວກທ່ານຮັກສາສິ່ງຂອງເຫລົ່ານີ້ໄວ້ ໃຫ້ດີ ຈົນກວ່າພວກທ່ານໄປຮອດພຣະວິຫານຂອງອົງພຣະຜູ້ເປັນເຈົ້າ. ຢູ່ທີ່ນັ້ນໃນຫ້ອງຂອງປະໂຣຫິດ ໃຫ້ພວກທ່ານຊັ່ງເບິ່ງນາໍ້ໜັກສິ່ຂອງເຫລົ່ານີ້ ແລະ ມອບໃຫ້ບັນດາຜູ້ນາໍ ປະໂຣຫິດຊາວເລວີ ແລະ ຜູ້ນາໍຂອງປະຊາຊົນອິດສະຣາເອນ ໃນນະຄອນເຢຣູຊາເລັມ. ”
\v 30 ດັ່ງນັ້ນ ພວກປະໂຣຫິດ ແລະ ຊາວເລວີ ຈຶ່ງກາໍກັບເອົາເງິນ, ຄໍາ ແລະ ເຄື່ອງໃຊ້ນັ້ນ ໄປຍັງພຣະວິຫານຂອງພຣະເຈົ້າ ທີ່ນະຄອນເຢຣູຊາເລັມ.
\s5
\v 31 ພວກເຮົາໄດ້ຍົກຍ້າຍແຕ່ຫ້ວຍ ອາຮາວາ ໄປຍັງນະຄອນເຢຣູຊາເລັມ ໃນວັນ ທີສິບສອງຂອງເດືອນໜຶ່ງ. ຕະຫລອດການ ເດີນທາງນັ້ນ ພຣະເຈົ້າຂອງພວກເຮົາໄດ້ສະຖິດຢູ່ນາໍ ແລະ ປົກປັກຮັກສາພວກເຮົາ ຈາກສັດຕູທີ່ມາດັກໂຈມຕີ.
\v 32 ເມື່ອພວກເຮົາໄປເຖິງນະຄອນເຢຣູຊາເລັມ ແລ້ວກໍໄດ້ພັກຢູ່ທີ່ນັ້ນເປັນເວລາສາມມື້.
\s5
\v 33 ພໍເຖິງມື້ທີສີ່ ພວກເຮົາໄດ້ໄປໃນພຣະວິຫານຂອງພຣະເຈົ້າຂອງພວກເຮົາ ເພື່ອຊັ່ງເບິ່ງເງິນ, ຄໍາ ແລະ ເຄື່ອງໃຊ້ ແລ້ວກໍມອບສິ່ງເຫລົ່ານີ້ໃຫ້ປະໂຣຫິດ ເມເຣໂມດ ລູກຊາຍຂອງອູຣີຢາ. ເອເລອາຊາ ລູກຊາຍຂອງຟີເນຮາ ກໍໄດ້ຢູ່ກັບລາວໃນທີ່ນັ້ນດ້ວຍ ພ້ອມກັບຊາວເລວີ ສອງຄົນ ຄື ໂຢຊາບັດ ລູກຊາຍຂອງເຢຊູອາ ແລະ ໂນອານີຢາ ລູກຊາຍຂອງ ບິນນູອີ.
\v 34 ທຸກ ໆ ສິ່ງຖືກນັບ ແລະ ຊັ່ງເບິ່ງນາໍ້ໜັກ ພ້ອມທັງຖືກເຮັດບັນຊີບັນທຶກໄວ້ ຢ່າງຮຽບຮ້ອຍໃນມື້ດຽວກັນນັ້ນ.
\s5
\v 35 ແລ້ວທຸກຄົນທີ່ກັບຄືນມາຈາກການ ເປັນຊະເລີຍ ໃນຕ່າງຖິ່ນກໍໄດ້ນາໍເອົາເຄື່ອງຖວາຍມາເຜົາບູຊາ ແກ່ພຣະເຈົ້າຂອງຊາດ ອິດສະຣາເອນ. ພວກເຂົາຖວາຍທັງໝົດມີ: ງົວເຖິກສິບສອງໂຕ ເປັນຕົວແທນແກ່ຊາວອິດສະຣາເອນ, ແກະເຖິກ ເກົ້າສິບຫົກໂຕ, ລູກແກະ ເຈັດສິບເຈັດໂຕ, ພວກເຂົາຍັງຖວາຍແບ້ອີກສິບສອງໂຕ ສັດທັງໝົດນີ້ ຖວາຍແກ່ອົງພຣະຜູ້ເປັນເຈົ້າ ເປັນເຄື່ອງບູຊາໄຖ່ບາບສໍາລັບພວກເຂົາເອງ.
\v 36 ພວກເຂົາຍັງໄດ້ເອົາເອກະສານ ທີ່ຈັກກະພັດມອບ ໃຫ້ນັ້ນໄປໃຫ້ຜູ້ປົກຄອງ ແລະ ບັນດາຂ້າຣາຊການຂອງແຂວງທາງພາກຕາເວັນຕົກຂອງແມ່ນໍ້າ ເອີຟຣັດ. ສະນັ້ນ ພວກເຂົາຈຶ່ງໃຫ້ຄວາມຊ່ວຍເຫຼືອປະຊາຊົນ ແລະ ເພື່ອພຣະວິຫານຂອງພຣະເຈົ້າ.
\s5
\c 9
\p
\v 1 ຫລັງຈາກທຸກສິ່ງໄດ້ສໍາເລັດແລ້ວ ກໍມີພວກຜູ້ນາໍຂອງຊາວອິດສະຣາເອນ ບາງຄົນໄດ້ມາຫາຂ້າພະເຈົ້າ ແລະ ບອກວ່າ, “ປະຊາຊົນບັນດາປະໂຣຫິດ ແລະ ຊາວເລວີ ບໍ່ໄດ້ຮັກສາຕົວຄື: ບໍ່ແຍກອອກຈາກປະຊາຊົນທີ່ຢູ່ໃນປະເທດໃກ້ຄຽງນີ້ເຊັ່ນ: ອໍາໂມນ, ໂມອາບ ແລະ ເອຢິບ ຫລື ຈາກຊາວການາອານ, ຮິດຕີ, ເປຣີຊີ, ເຢບຸດ ແລະ ອາໂມ. ພວກເຂົາໄດ້ເຮັດໃນສິ່ງທີ່ໜ້າກຽດຊັງ ເໝືອນກັນກັບພວກນີ້ໄດ້ເຮັດ.
\v 2 ຜູ້ຊາຍຊາວຢິວໄດ້ແຕ່ງງານກັບພວກຜູ້ຍິງຕ່າງຊາດ; ດັ່ງນັ້ນ ປະຊາຊົນຜູ້ບໍຣິສຸດຂອງພຣະເຈົ້າ ຈຶ່ງກາຍເປັນປະຊາຊົນຜູ້ບໍ່ບໍຣິສຸດ. ບັນດາຜູ້ນາໍ ແລະ ບັນດາຂ້າຣາຊການໄດ້ເປັນຕົວການ ໃນເລື່ອງນີ້.”
\s5
\v 3 ເມື່ອຂ້າພະເຈົ້າໄດ້ຍິນດັ່ງນີ້ ຂ້າພະເຈົ້າກໍຈີກເຄື່ອງນຸ່ງດ້ວຍຄວາມສິ້ນຫວັງ, ດຶງຜົມ ແລະ ໜວດ ແລະນັ່ງລົງດ້ວຍຄວາມເປັນທຸກໃຈ.
\v 4 ຂ້າພະເຈົ້ານັ່ງເປັນທຸກໃຈຢູ່ຈົນເຖິງເວລາຖວາຍເຄື່ອງບູຊາໃນຍາມແລງ ແລະ ປະຊາຊົນກໍມາອ້ອມຮອບຂ້າພະເຈົ້າ ຄື ທຸກຄົນທີ່ຢ້ານຢໍາໃນສິ່ງທີ່ພຣະເຈົ້າຂອງຊາດອິດສະຣາເອນ ກ່າວໄວ້ກ່ຽວກັບການບາບຂອງພວກທີ່ໄດ້ກັບຄືນມາຈາກເປັນຊະເລີຍ ໃນຕ່າງຖິ່ນ.
\s5
\v 5 ເມື່ອເຖິງເວລາເຜົາບູຊາໃນຍາມແລງ ຂ້າພະເຈົ້າໄດ້ລຸກຂຶ້ນຈາກບ່ອນທີ່ຂ້າພະເຈົ້ານັ່ງລົງເປັນທຸກໃຈ ແລະ ຍັງນຸ່ງເສື້ອຂາດຢູ່. ຂ້າພະເຈົ້າຄຸເຂົ່າລົງພາວັນນາ ອະທິຖານ ໂດຍຍົກມືຂຶ້ນຫາອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງຂ້າພະເຈົ້າ.
\v 6 ຂ້າພະເຈົ້າກ່າວວ່າ, “ຂ້າແດ່ພຣະເຈົ້າຂອງຂ້ານ້ອຍ ຂ້ານ້ອຍລະອາຍທີ່ຈະເງີຍໜ້າຂຶ້ນສູ່ຊ້ອງໜ້າພຣະອົງ. ບາບຂອງພວກຂ້ານ້ອຍສູງຂຶ້ນເໜືອຫົວແລ້ວ; ມັນສູງຈຸຟ້າ.
\s5
\v 7 ພວກຂ້ານ້ອຍທີ່ເປັນປະຊາຊົນຂອງພຣະອົງ ໄດ້ເຮັດບາບຢ່າງໃຫຍ່ຫລວງຕັ້ງແຕ່ຄາວປູ່ຍ່າຕາຍາຍຂອງພວກຂ້ານ້ອຍ ຈົນມາເຖິງປັດຈຸບັນນີ້. ຍ້ອນບາບຂອງພວກຂ້ານ້ອຍ, ບັນດາກະສັດ ແລະ ບັນດາປະໂຣຫິດ ຂອງພວກຂ້ານ້ອຍຈຶ່ງໄດ້ຕົກຢູ່ໃນອໍານາດ ຂອງກະສັດຕ່າງຊາດ. ດັ່ງນັ້ນ ພວກຂ້ານ້ອຍ ຈຶ່ງຖືກຂ້າ, ຖືກປຸ້ນ ແລະ ຖືກຈັບໄປເປັນຊະເລີຍ. ພວກຂ້ານ້ອຍໄດ້ຮັບຄວາມອັບອາຍ ຂາຍໜ້າທີ່ສຸດ ແລະ ກໍຍັງອັບອາຍຢູ່ເທົ່າທຸກວັນນີ້.
\s5
\v 8 ຂ້າແດ່ອົງພຣະຜູ່ເປັນເຈົ້າ ພຣະເຈົ້າຂອງພວກຂ້ານ້ອຍ ພຣະອົງມີພຣະຄຸນຕໍ່ພວກຂ້ານ້ອຍທີ່ສຸດ ພຣະອົງໃຫ້ພວກຂ້ານ້ອຍບາງຄົນໜີພົ້ນຈາກການເປັນທາດຮັບໃຊ້ ແລະ ດໍາເນີນຊີວິດຢ່າງປອດໄພຢູ່ໃນບ່ອນສັກສິດນີ້. ພຣະອົງໄດ້ໂຜດໃຫ້ພວກຂ້ານ້ອຍໜີພົ້ນຈາກການເປັນທາດຮັບໃຊ້ມາໄດ້ ແລະ ທັງໃຫ້ພວກຂ້ານ້ອຍມີຊີວິດໃໝ່.
\v 9 ພວກຂ້ານ້ອຍໄດ້ເປັນທາດຮັບໃຊ້, ແຕ່ພຣະເຈົ້າບໍ່ໄດ້ປ່ອຍໃຫ້ພວກຂ້ານ້ອຍເປັນທາດຮັບໃຊ້ຕໍ່ໄປ. ພຣະອົງໄດ້ເຮັດໃຫ້ບັນດາ ຈັກກະພັດແຫ່ງເປີເຊຍ ພໍໃຈໃນພວກຂ້ານ້ອຍ ແລະ ໃຫ້ພວກເພິ່ນອະນຸຍາດແກ່ພວກຂ້ານ້ອຍມີຊີວິດຢູ່ຕໍ່ໄປ ເພື່ອສ້າງພຣະວິຫານ ຂອງພຣະເຈົ້າຂຶ້ນໃໝ່ ຊຶ່ງແຕ່ກ່ອນເປັນບ່ອນ ທີ່ຮົກຮ້າງເພພັງ ແລະ ໃຫ້ພວກຂ້ານ້ອຍ ອາໄສຢູ່ໃນແຂວງຢູດາຍ ແລະ ໃນນະຄອນ ເຢຣູຊາເລັມ ຢ່າງປອດໄພ.
\s5
\v 10 ຂ້າແດ່ພຣະເຈົ້າຂອງພວກຂ້ານ້ອຍ ແຕ່ບັດນີ້ ພວກຂ້ານ້ອຍຈະເວົ້າຢ່າງໃດ ເມື່ອເຫດການໄດ້ເປັນໄປຢ່າງນີ້? ພວກຂ້ານ້ອຍໄດ້ຝ່າຝືນຂໍ້ຄໍາສັ່ງຂອງພຣະອົງອີກແລ້ວ
\v 11 ຊຶ່ງພຣະອົງໄດ້ມອບໃຫ້ພວກຂ້ານ້ອຍ ຜ່ານທາງພວກຜູ້ທາໍນວາຍ ຜູ້ຮັບໃຊ້ຂອງພຣະອົງ. ພວກເພິ່ນບອກພວກຂ້ານ້ອຍວ່າ, ‘ດິນແດນທີ່ພວກຂ້ານ້ອຍຈະຢຶດເອົານັ້ນ ເປັນດິນແດນທີ່ມີມົນທິນ ເພາະຄົນຢູ່ໃນບ່ອນນັ້ນ ໄດ້ເຮັດໃນສິ່ງທີ່ໜ້າກຽດ ແລະ ສົກກະປົກຢູ່ທົ່ວໄປ.
\v 12 ພວກເພິ່ນໄດ້ບອກວ່າ, ‘ພວກຂ້ານ້ອຍບໍ່ຕ້ອງແຕ່ງງານກັບຄົນເຫລົ່ານີ້ເລີຍ ແລະ ຢ່າຊ່ວຍພວກເຂົາໃຫ້ຈະເລີນ ຫລື ປະສົບຄວາມສໍາເລັດແຕ່ຢ່າງໃດ ຖ້າພວກຂ້ານ້ອຍຢາກມີຄວາມຊົມຊື່ນໃນດິນແດນ ແລະ ຢາກໃຫ້ດິນແດນນີ້ ຕົກທອດໄປເຖິງພວກລູກຫລານຕະຫລອດໄປ.
\s5
\v 13 ເຖິງແມ່ນວ່າ ທຸກສິ່ງໄດ້ເກີດຂຶ້ນກັບພວກຂ້ານ້ອຍ ເພື່ອເປັນການລົງໂທດເພາະບາບ ແລະ ຄວາມຜິດທີ່ພວກຂ້ານ້ອຍໄດ້ເຮັດກໍຕາມ ພວກຂ້ານ້ອຍກໍຍັງຮູ້ດີວ່າພຣະອົງ ຄື ພຣະເຈົ້າຂອງພວກຂ້ານ້ອຍ ໄດ້ລົງໂທດພວກຂ້ານ້ອຍນີ້ ໜ້ອ້ຍກວ່າທີ່ພວກຂ້ານ້ອຍ ສົມຄວນຈະໄດ້ຮັບ ແລະ ອະນຸຍາດໃຫ້ພວກ ຂ້ານ້ອຍຍັງມີຊີວິດຢູ່.
\v 14 ດ້ວຍເຫດໃດ ພວກຂ້ານ້ອຍຈຶ່ງບໍ່ເຮັດຕາມຂໍ້ຄໍາສັ່ງຂອງພຣະອົງອີກ ແລະ ແຕ່ງງານກັບພວກຄົນຊົ່ວຊ້າເຫລົ່ານີ້? ຖ້າພວກຂ້ານ້ອຍເຮັດລົງໄປ ພຣະອົງກໍຈະໂກດຮ້າຍທີ່ສຸດ ຈົນຈະທໍາລາຍພວກຂ້ານ້ອຍຢ່າງໝົດສິ້ນໄດ້ ແລະ ຈະບໍ່ໃຫ້ ຜູ້ໃດລອດຊີວິດຢູ່ໄດ້.
\s5
\v 15 ຂ້າແດ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າແຫ່ງຊາດອິດສະຣາເອນ ພຣະອົງຊົງຍຸດຕິທາໍ, ແຕ່ພຣະອົງກໍປ່ອຍພວກຂ້ານ້ອຍໃຫ້ຍັງມີຊີວິດຢູ່. ພວກຂ້ານ້ອຍຂໍສາລະພາບຄວາມຜິດຂອງພວກຂ້ານ້ອຍຕໍ່ພຣະອົງ; ພວກຂ້ານ້ອຍບໍ່ມີສິດຫຍັງ ທີ່ຈະເຂົ້າມາຢູ່ຊ້ອງໜ້າພຣະອົງ.”
\s5
\c 10
\p
\v 1 ໃນຂະນະທີ່ ເອຊະຣາ ກໍາລັງກົ້ມພາວັນນາ ອະທິຖານ ຕໍ່ໜ້າພຣະວິຫານຂອງພຣະເຈົ້າ ທັງຮ້ອງໄຫ້ ແລະ ສາລະພາບບາບ ເຫລົ່ານີ້ຢູ່, ກໍມີຊາວອິດສະຣາເອນເປັນໝູ່ໃຫຍ່ ທັງຊາຍຍິງ ແລະ ເດັກນ້ອຍໄດ້ມາອ້ອມຮອບເພິ່ນ ທັງຮ້ອງໄຫ້ຢ່າງຂົມຂື່ນ.
\v 2 ແລ້ວ ເຊການີຢາ ລູກຊາຍຂອງເຢຮີເອນ ຈາກຕະກຸນເອລາມ ກໍເວົ້າກັບ ເອຊະຣາ ວ່າ, “ພວກຂ້ານ້ອຍຂາດຄວາມເຊື່ອໃນພຣະເຈົ້າ ຂອງພວກຂ້ານ້ອຍ ໂດຍໄປແຕ່ງງານກັບຜູ້ຍິງຕ່າງຊາດ; ແຕ່ເຖິງຢ່າງໃດກໍດີ ຊາດອິດສະຣາເອນ ຍັງມີຄວາມຫວັງຢູ່.
\s5
\v 3 ບັດນີ້ ພວກຂ້ານ້ອຍຕ້ອງເຮັດພັນທະສັນຍາ ອັນຈິງຈັງຕໍ່ພຣະເຈົ້າຂອງພວກຂ້ານ້ອຍ ວ່າ ພວກຂ້ານ້ອຍຈະສົ່ງຜູ້ຍິງເຫລົ່ານີ້ກັບພວກລູກໜີໄປ. ພວກຂ້ານ້ອຍຈະຂໍເຮັດຕາມທ່ານ ແລະ ຄົນອື່ນ ໆ ທີ່ເຄົາຣົບນັບຖື ຄໍາສັ່ງຂອງພຣະເຈົ້າ. ພວກຂ້ານ້ອຍຈະເຮັດຕາມທີ່ກົດບັນຍັດກ່າວໄວ້.
\v 4 ແມ່ນຄວາມຮັບຜິດຊອບຂອງທ່ານ ທີ່ຕ້ອງລົງມືດໍາເນີນການ. ສ່ວນພວກຂ້ານ້ອຍແລ້ວ ຈະໜູນຫລັງທ່ານ; ສະນັ້ນທ່ານຈົ່ງລົງມືດໍາເນີນການໂລດ.”
\s5
\v 5 ສະນັ້ນ ເອຊະຣາ ຈຶ່ງເລີ່ມລົງມືດໍາເນີນການ ໂດຍໃຫ້ຫົວໜ້າພວກປະໂຣຫິດຊາວເລວີ ແລະ ປະຊາຊົນທັງໝົດສາບານ ວ່າ ພວກຕົນຈະປະຕິບັດຕາມທີ່ ເຊການີຢາ ສະເໜີມາ.
\v 6 ແລ້ວ ເອຊະຣາ ກໍໄດ້ອອກຈາກດ້ານໜ້າຂອງພຣະວິຫານ ຂອງພຣະເຈົ້າໄປຫາບ່ອນທີ່ ເຢໂຮຮານານ ລູກຊາຍຂອງເອລີອາຊິບ ອາໄສຢູ່ ແລະ ຄ້າງຄືນ [ຜ] ຢູ່ທີ່ນັ້ນ ທັງໂສກເສົ້າ ແລະ ຮ້ອງໄຫ້ ເພາະຄວາມບໍ່ສັດຊື່ຂອງພວກທີ່ກັບຄືນມາ ຈາກການເປັນຊະເລີຍໃນຕ່າງຖິ່ນ ເພິ່ນບໍ່ກິນ ຫລື ດື່ມຫຍັງໝົດ.
\s5
\v 7 ມີຄົນຖືຄໍາສັ່ງໄປທົ່ວນະຄອນເຢຣູຊາເລັມ ແລະ ແຂວງຢູດາຍ ວ່າທຸກຄົນທີ່ກັບຄືນມາຈາກການເປັນຊະເລີຍໃນຕ່າງຖິ່ນ ໃຫ້ມາໂຮມກັນຢູ່ທີ່ນະຄອນເຢຣູຊາເລັມ
\v 8 ໂດຍຄໍາສັ່ງຂອງພວກຫົວໜ້າປະຊາຊົນ. ຖ້າຜູ້ໃດບໍ່ຍອມມາ ພາຍໃນສາມວັນ ກໍໃຫ້ຢຶດເອົາຊັບສິນຂອງຜູ້ນັ້ນ ແລະ ຜູ້ນັ້ນຈະເສຍສິດໃນການເປັນສະມາຊິກຂອງຊຸມນຸມປະຊາຊົນ.
\s5
\v 9 ພາຍໃນສາມວັນ ຄື ວັນທີຊາວຂອງເດືອນເກົ້າ ໃຫ້ຜູ້ຊາຍທຸກຄົນທີ່ຢູ່ໃນເຂດແດນຂອງເຜົ່າຢູດາ ແລະ ເບັນຢາມິນ ມາທ້ອນໂຮມກັນ ທີ່ເດີ່ນພຣະວິຫານຂອງພຣະເຈົ້າ ຢູ່ໃນນະຄອນເຢຣູຊາເລັມ. ມື້ນັ້ນຝົນຕົກໜັກ ຍ້ອນປາກົດການຂອງດິນຟ້າອາກາດ ແລະ ຄວາມສໍາຄັນຂອງການປະຊຸມ ທຸກຄົນຈຶ່ງຕົກສະທ້ານຢ້ານກົວຈົນຕົວສັ່ນ.
\v 10 ປະໂຣຫິດ ເອຊະຣາ ໄດ້ຢືນຂຶ້ນເວົ້າຕໍ່ພວກເຂົາວ່າ, “ພວກທ່ານຂາດຄວາມເຊື່ອ ແລະ ໄດ້ນາໍເອົາ ຄວາມຜິດມາສູ່ຊາດອິດສະຣາເອນ ຍ້ອນການແຕ່ງງານກັບຜູ້ຍິງຕ່າງຊາດ.
\s5
\v 11 ບັດນີ້ ໃຫ້ພວກທ່ານສາລະພາບບາບ ຕໍ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງປູ່ຍ່າຕາຍາຍຂອງພວກທ່ານ ແລະ ປະພຶດໃຫ້ພຣະອົງພໍພຣະໄທ. ຈົ່ງແຍກຕົວອອກຈາກ ຄົນຕ່າງຊາດ ທີ່ອາໄສຢູ່ໃນດິນແດນຂອງພວກເຮົາ ແລະ ກາໍຈັດພວກເມຍຕ່າງຊາດຂອງພວກເຈົ້າ ໃຫ້ອອກໜີໄປເສຍ.”
\s5
\v 12 ປະຊາຊົນໄດ້ຮ້ອງຕອບຂຶ້ນວ່າ, “ພວກ ຂ້ານ້ອຍຈະປະຕິບັດຕາມທຸກສິ່ງທີ່ທ່ານເວົ້າມາ. ”
\v 13 ແຕ່ພວກເຂົາເວົ້າຕື່ມອີກ ວ່າ, “ປະຊາຊົນມີມາກມາຍ, ຝົນກໍຕົກແຮງ, ພວກ ຂ້ານ້ອຍບໍ່ອາດຢືນຢູ່ນອກນີ້ໄດ້ດອກ. ມັນບໍ່ແມ່ນເປັນເລື່ອງທີ່ຈະເຮັດໃຫ້ແລ້ວ ໃນມື້ໜຶ່ງ ຫລື ສອງມື້ ເພາະມີຫລາຍຄົນໃນພວກຂ້ານ້ອຍໄດ້ພົວພັນໃນບາບນີ້
\s5
\v 14 ໃຫ້ບັນດາຂ້າຣາຊການຂອງພວກເຮົາ ທີ່ຢູ່ໃນນະຄອນເຢຣູຊາເລັມ ນີ້ຮັບຜິດຊອບເລື່ອງນີ້ສາ. ແລ້ວໃຫ້ຜູ້ທີ່ມີເມຍຄົນຕ່າງຊາດ ພ້ອມທັງພວກຫົວໜ້າ ແລະ ພວກຜູ້ຕັດສິນທີ່ຢູ່ໃນເມືອງ ນັດກັນມາໃໝ່ຕາມເວລາທີ່ກາໍນົດໄວ້. ດ້ວຍວິທີນີ້ກໍຈະເຮັດໃຫ້ພຣະເຈົ້າຂອງພວກເຮົາ ເຊົາໂກດຮ້າຍໃນເລື່ອງນີ້. ”
\v 15 ບໍ່ມີຜູ້ໃດຄັດຄ້ານແຜນການນີ້ ນອກຈາກ ໂຢນາທານ ລູກຊາຍຂອງອາຊາເຮນ ແລະ ຢາຮະເຊອີຢາ ລູກຊາຍຂອງຕິກວາ. ທັງສອງ ໄດ້ຮັບການສະໜັບສະໜູນຈາກ ເມຊຸນລໍາ ແລະ ຊັບເບທາຍ ຄົນເລວີ.
\s5
\v 16 ພວກທີ່ກັບຄືນມາຈາກການເປັນຊະເລີຍໃນຕ່າງຖິ່ນ ກໍຍອມຮັບເອົາແຜນການນີ້; ດັ່ງນັ້ນປະໂຣຫິດ ເອຊະຣາ ຈຶ່ງແຕ່ງຕັ້ງ [ຝ] ຄົນໃນທ່າມກາງບັນດາຫົວໜ້າຕະກຸນ ໃຫ້ຈົດຊື່ຂອງພວກເຂົາ. ພວກເຂົາໄດ້ເລີ່ມສືບສວນໃນວັນທີໜຶ່ງຂອງເດືອນສິບ
\v 17 ແລະ ພາຍໃນສາມເດືອນຕໍ່ມາ ການສືບສວນ ກ່ຽວກັບທຸກ ໆ ຄະດີຂອງຜູ້ຊາຍທີ່ມີເມຍຕ່າງຊາດກໍໄດ້ສິ້ນສຸດລົງ.
\s5
\v 18 ຕໍ່ໄປນີ້ ແມ່ນລາຍຊື່ຂອງພວກຜູ້ຊາຍ ທີ່ມີເມຍຕ່າງຊາດ ມີດັ່ງນີ້: ພວກປະໂຣຫິດ ລາຍຊື່ຕາມຕະກຸນ: ຕະກຸນໂຢຊວຍ ແລະ ພວກອ້າຍນ້ອງຂອງລາວ ທີ່ເປັນລູກຊາຍຂອງໂຢຊາດັກ: ມາອາເຊຢາ, ເອລີເອເຊ, ຢາຣິບ ແລະ ເກດາລີຢາ.
\v 19 ພວກເຂົາໄດ້ສັນຍາວ່າຈະຢ່າຮ້າງເມຍ ແລະ ໄດ້ຖວາຍ ແກະເຖິກໂຕໜຶ່ງ ເປັນເຄື່ອງບູຊາເພື່ອລົບລ້າງບາບຂອງພວກຕົນ.
\s5
\v 20 ຕະກຸນ ອິມເມ: ຮານານີ ແລະ ເຊບາດີຢາ
\v 21 ຕະກຸນ ຮາຣິມ: ມາອາເຊອີຢາ, ເອລີຢາ, ເຊມາອີຢາ, ເຢຮິເອນ ແລະ ອາຊາຣິຢາ
\v 22 ຕະກຸນ ປັດຊູ: ເອລີໂອນາຍ, ມາອາເຊອີຢາ, ອິດຊະມາເອນ, ເນທາເນນ, ໂຢຊາບັດ ແລະ ເອລາຊາ
\s5
\v 23 ຊາວເລວີ: ໂຢຊາບັດ, ຊີເມອີ, ເກລາອີຢາ (ມີຊື່ອີກ ວ່າ ເກລີຕາ), ເປທາຮີຢາ, ຢູດາ ແລະ ເອລີເອເຊ
\v 24 ນັກດົນຕຼີ: ເອລີອາຊິບ ພວກເຝົ້າຍາມພຣະວິຫານ: ຊານລູມ, ເຕເລັມ ແລະ ອູຣິ
\v 25 ຄົນອື່ນ ໆ: ຕະກຸນ ປາຣົດ: ຣາມີຢາ, ອິດຊີຢາ, ມັນກີຢາ, ມີຢາມິນ, ເອເລອາຊາ, ມັນກີຢາ ແລະ ເບນາອີຢາ
\s5
\v 26 ຕະກຸນ ເອລາມ: ມັດຕານີຢາ, ເຊກາຣີຢາ, ເຢຮິເອນ, ອັບດີ, ເຢເຣໂມດ ແລະ ເອລີຢາ
\v 27 ຕະກຸນ ຊັດຕຸ: ເອລີໂອນາຍ, ເອລີອາຊິບ, ມັດຕານີຢາ, ເຢເຣໂມດ, ຊາບັດ ແລະ ອາຊີຊາ
\v 28 ຕະກຸນ ເບບາຍ ເຢໂຮຮານານ, ຮານານີຢາ, ຊັບບາຍ ແລະ ອັດໄລ
\v 29 ຕະກຸນ ບານີ: ເມຊຸນລໍາ, ມັນລຸກ, ອາດາອີຢາ, ຢາຊຸບ, ເຊອານ ແລະ ເຢເຣໂມດ
\s5
\v 30 ຕະກຸນ ປາຮາດ ໂມອາບ: ອັດນາ, ເກລານ, ເບນາອີຢາ, ມາອາເຊຢາ, ມາຕານີຢາ, ເບຊາເລນ, ບິນນູອີ ແລະ ມານາເຊ
\v 31 ຕະກຸນ ຮາຣິມ: ເອລີເອເຊ, ອິດສີຢາ, ມັນກີຢາ, ເຊມາອີຢາ, ຊີເມໂອນ,
\v 32 ເບັນຢາມິນ, ມັນລຸກ ແລະ ເຊມາຣີຢາ
\s5
\v 33 ຕະກຸນ ຮາຊຸມ: ມັດເຕໄນ, ມັດຕາຕາ, ຊາບັດ, ເອລີເຟເລັດ, ເຢເຣມາຍ, ມານາເຊ ແລະ ຊີເມອີ
\v 34 ຕະກຸນ ບານີ: ມາອາດາຍ, ອໍາຣາມ, ຢູເອນ,
\v 35 ເບນາອີຢາ, ເບເດອີຢາ, ເກລູຮີ
\v 36 ວານີຢາ, ເມເຣໂມດ, ເອລີອາຊິບ
\s5
\v 37 ມັດຕານີຢາ, ມັດຕານາຍ ແລະ ຢາອາຊູ
\v 38 ຕະກຸນ ບິນນູອີ: ຊີເມອີ,
\v 39 ເຊລີມີຢາ, ນາທານ, ອາດາອີຢາ,
\v 40 ມັກນາເດບາຍ, ຊາຊາຍ, ຊາຣາຍ,
\s5
\v 41 ອາຊາເຣນ, ເຊເລມີຢາ, ເຊມາຣີຢາ,
\v 42 ຊານລູມ, ອາມາຣີຢາ ແລະ ໂຢເຊັບ
\v 43 ຕະກຸນ ເນໂບ: ເຢອີເອນ, ມັດຕີທີອາ, ຊາບັດ, ເຊບີນາ, ຢັດດາຍ, ໂຢເອນ ແລະ ເບນາອີຢາ
\v 44 ຜູ້ຊາຍເຫລົ່ານີ້ທັງໝົດໄດ້ມີເມຍ ຄົນຕ່າງຊາດ. ພວກເຂົາໄດ້ຢ່າຮ້າງກັບເມຍ ແລະ ສົ່ງເມຍແລະລູກຂອງພວກເຂົາໜີໄປ. [ພ]