lo_bible/14-2CH.usfm

1607 lines
381 KiB
Plaintext
Raw Permalink Blame History

This file contains ambiguous Unicode characters

This file contains Unicode characters that might be confused with other characters. If you think that this is intentional, you can safely ignore this warning. Use the Escape button to reveal them.

\id 2CH
\ide UTF-8
\h ພ​ຣະ​ທຳ ຂ່າວ​ຄາວ​ທີ​ສອງ
\toc1 ພ​ຣະ​ທຳ ຂ່າວ​ຄາວ​ທີ​ສອງ
\toc2 ພ​ຣະ​ທຳ ຂ່າວ​ຄາວ​ທີ​ສອງ
\toc3 2ch
\mt ພ​ຣະ​ທຳ ຂ່າວ​ຄາວ​ທີ​ສອງ
\s5
\c 1
\p
\v 1 ໂຊໂລໂມນ ລູກຊາຍຂອງກະສັດດາວິດໄດ້ປົກຄອງຊາດອິດສະຣາເອນຢ່າງໝັ້ນຄົງ ແລະອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງເພິ່ນກໍເຮັດໃຫ້ເພິ່ນມີອໍານາດຫລາຍຂຶ້ນ.
\s5
\v 2 ກະສັດໂຊໂລໂມນ ສັ່ງນາຍທະຫານທັງໝົດທີ່ບັນຊາກອງພັນ, ກອງຮ້ອຍ, ພວກຜູ້ຕັດສິນ, ພວກຜູ້ນາໍທັງຫລາຍ ແລະ ພວກຫົວໜ້າຄອບຄົວທຸກ ໆ ຄົນ ກັບປະຊາຊົນທັງໝົດ
\v 3 ໃຫ້ຕິດຕາມເພິ່ນໄປຍັງບ່ອນນະມັດສະການທີ່ກີເບໂອນ. ພວກເຂົາໄດ້ໄປຍັງທີ່ນັ້ນ ເພາະແມ່ນຫໍເຕັນບ່ອນອົງພຣະຜູ້ເປັນເຈົ້າສະຖິດຢູ່ ຊຶ່ງໂມເຊຄົນຮັບໃຊ້ຂອງພຣະອົງໄດ້ສ້າງຂຶ້ນໃນຖິ່ນແຫ້ງແລ້ງກັນດານ ໄດ້ຕັ້ງຢູ່ທີ່ນັ້ນ.
\v 4 ສ່ວນຫີບພັນທະສັນຍາຂອງພຣະເຈົ້ານັ້ນໄດ້ຕັ້ງຢູ່ນະຄອນເຢຣູຊາເລັມ ຄື ຮັກສາໄວ້ໃນຫໍເຕັນບ່ອນທີ່ ກະສັດດາວິດໄດ້ສ້າງຂຶ້ນ ເມື່ອເພິ່ນໄດ້ນາໍຫີບນັ້ນມາຈາກ ກີຣິອາດ ເຢອາຣິມ.
\v 5 ແທ່ນບູຊາທີ່ເຮັດດ້ວຍທອງສໍາຣິດຊຶ່ງ ເບຊາເລນ ລູກຊາຍຂອງອູຣິ ແລະ ຫລານຊາຍຂອງຮູເຣ ໄດ້ສ້າງຍັງຕັ້ງໄວ້ຢູ່ຕໍ່ໜ້າຫໍເຕັນ ບ່ອນອົງພຣະຜູ້ເປັນເຈົ້າສະຖິດຢູ່ທີ່ກີເບໂອນ. ກະສັດໂຊໂລໂມນ ແລະ ປະຊາຊົນທັງໝົດໄດ້ນະມັດສະການອົງພຣະຜູ້ເປັນເຈົ້າທີ່ນັ້ນ.
\s5
\v 6 ກະສັດໄດ້ນະມັດສະການອົງພຣະຜູ້ເປັນເຈົ້າ ໂດຍຖວາຍເຄື່ອງບູຊາຕ່າງ ໆ ເທິງແທ່ນບູຊາເປັນທອງສໍາຣິດ ທີ່ຕັ້ງຢູ່ຕໍ່ໜ້າຫໍເຕັນ; ເພິ່ນໄດ້ຂ້າສັດພັນໂຕ ແລະ ເຜົາຖວາຍບູຊາທັງໝົດ.
\v 7 ແລ້ວໃນຄືນນັ້ນ ພຣະເຈົ້າກໍໄດ້ປາກົດແກ່ກະສັດໂຊໂລໂມນ ແລະ ຖາມເພິ່ນວ່າ, “ເຈົ້າຕ້ອງການຢາກໃຫ້ເຮົາເອົາຫຍັງໃຫ້ແກ່ເຈົ້າ? ຈົ່ງຂໍມາເຖີດ.”
\s5
\v 8 ໂຊໂລໂມນ ຕອບວ່າ, “ພຣະອົງໄດ້ສໍາແດງຄວາມຮັກອັນຍິ່ງໃຫຍ່ແກ່ດາວິດ ພໍ່ຂອງຂ້ານ້ອຍຕະຫລອດມາ; ບັດນີ້ ພຣະອົງໄດ້ໃຫ້ຂ້ານ້ອຍຂຶ້ນເປັນກະສັດປົກຄອງແທນເພິ່ນ.
\v 9 ຂ້າແດ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງຂ້ານ້ອຍເອີຍ ຈົ່ງໃຫ້ຄໍາສັນຍາທີ່ພຣະອົງ ໄດ້ເຮັດໄວ້ກັບພໍ່ຂອງຂ້ານ້ອຍນັ້ນ ກາຍເປັນຈິງເທີ້ນ. ພຣະອົງໄດ້ແຕ່ງຕັ້ງຂ້ານ້ອຍໃຫ້ໄດ້ຂຶ້ນເປັນກະສັດ ເພື່ອປົກຄອງປະຊາຊົນຢ່າງຫລວງຫລາຍ ຈົນນັບບໍ່ຖ້ວນ
\v 10 ສະນັ້ນ ໂຜດປະທານສະຕິປັນຍາ ແລະ ຄວາມຮູ້ທີ່ຈາໍເປັນໃຫ້ແກ່ຂ້ານ້ອຍດ້ວຍ ເພື່ອຈະປົກຄອງພວກເຂົາໄດ້ ບໍ່ດັ່ງນັ້ນແລ້ວຂ້ານ້ອຍຈະປົກຄອງປະຊາຊົນອັນຫລວງຫລາຍຂອງພຣະອົງໄດ້ຢ່າງໃດ? ”
\v 11 ພຣະເຈົ້າໄດ້ຕອບໂຊໂລໂມນ ວ່າ, “ເຈົ້າເລືອກເອົາສິ່ງທີ່ຖືກຕ້ອງ. ແທນທີ່ຈະຂໍຄວາມຮັ່ງມີ ຫລື ຊັບສົມບັດ ຫລື ຊື່ສຽງ ຫລື ຄວາມຕາຍຂອງສັດຕູ ຫລື ໃຫ້ຊີວິດຂອງເຈົ້າເອງໝັ້ນຍືນ ແຕ່ເຈົ້າກັບຂໍສະຕິປັນຍາ ແລະ ຄວາມຮູ້ເພື່ອວ່າ ເຈົ້າຈະປົກຄອງປະຊາຊົນຂອງເຮົາໄດ້ ຊຶ່ງເຮົາໄດ້ຕັ້ງເຈົ້າໃຫ້ເປັນ ກະສັດຂອງພວກເຂົາ.
\s5
\v 12 ເຮົາຈະໃຫ້ເຈົ້າມີສະຕິປັນຍາ ແລະ ຄວາມຮອບຮູ້. ນອກຈາກນີ້ອີກ ເຮົາຍັງຈະໃຫ້ເຈົ້າຮັ່ງມີເປັນດີ ຕະຫລອດທັງມີຊັບສົມບັດ ແລະ ມີຊື່ສຽງລື່ນກວ່າກະສັດຄົນໃດ ໆ ທີ່ຢູ່ກ່ອນເຈົ້າ ຫລື ພາຍຫລັງເຈົ້າ. ”
\v 13 ດັ່ງນັ້ນ ກະສັດໂຊໂລໂມນ ຈຶ່ງໄດ້ຈາກ [ກ] ບ່ອນນະມັດສະການທີ່ກີເບໂອນ ຄື ບ່ອນທີ່ຕັ້ງຫໍເຕັນຂອງອົງພຣະຜູ້ເປັນເຈົ້າ ແລະ ກັບຄືນເມືອຍັງນະຄອນເຢຣູຊາເລັມ. ຢູ່ທີ່ນະຄອນເຢຣູຊາເລັມນັ້ນ ເພິ່ນໄດ້ປົກຄອງທົ່ວປະເທດອິດສະຣາເອນ.
\s5
\v 14 ເພິ່ນໄດ້ສ້າງກອງທັບຂຶ້ນ ໂດຍມີລົດຮົບໜຶ່ງພັນສີ່ຮ້ອຍຄັນ ແລະ ທະຫານມ້າສິບສອງພັນຄົນ. ເພິ່ນໄດ້ຮັກສາບາງສ່ວນໄວ້ປະຈາໍນະຄອນເຢຣູຊາເລັມ ແລະ ນອກນັ້ນ ເພິ່ນໄດ້ໃຫ້ປະຈາໍຢູ່ຕາມເມືອງຕ່າງ ໆ.
\v 15 ໃນຣາຊການຂອງເພິ່ນ ເງິນແລະຄໍາ ໃນນະຄອນເຢຣູຊາເລັມ ຖືວ່າເປັນຂອງທາໍມະດາ ດັ່ງດຽວກັບກ້ອນຫິນ ແລະ ໄມ້ແປກກໍມີເຕັມ ຖີເປັນຂອງທໍາມະດາດັ່ງດຽວ ກັບໄມ້ຕົ້ນໝາກເດື່ອ.
\v 16 ເຈົ້າໜ້າທີ່ຂອງ ກະສັດໄດ້ຄວບຄຸມການສົ່ງມ້າຈາກ ມຸຊະຣີ [ຂ] ແລະ ເມືອງຊີລີເຊຍ [ຄ] ໄປຂາຍນອກປະເທດ
\v 17 ຕະຫລອດທັງຄວບຄຸມລົດຮົບ ຈາກປະເທດເອຢິບ ໄປຍັງນອກປະເທດດ້ວຍ. ພວກເຂົາໄດ້ຈັດສົ່ງມ້າກັບລົດຮົບໄປ ໃຫ້ກະສັດຂອງຊາວຮິດຕີ ແລະ ກະສັດຂອງ ຊາວຊີເຣຍ ໂດຍຂາຍລົດຮົບ ຄັນລະຫົກຮ້ອຍຫລຽນເງິນ ແລະ ມ້າໂຕລະໜຶ່ງຮ້ອຍຫ້າສິບຫລຽນເງິນ. [ງ]
\s5
\c 2
\p
\v 1 ກະສັດໂຊໂລໂມນ ໄດ້ຕັດສິນໃຈສ້າງພຣະວິຫານ ໃຫ້ເປັນບ່ອນນະມັດສະການອົງພຣະຜູ້ເປັນເຈົ້າ ແລະ ສ້າງວັງເພື່ອຕົນເອງດ້ວຍ.
\v 2 ເພິ່ນໄດ້ໃຊ້ແຮງງານເຈັດສິບພັນຄົນ ເພື່ອຂົນສົ່ງວັດສະດຸກໍ່ສ້າງ ແລະ ແປດສິບພັນຄົນເພື່ອສະກັດຫິນ. ມີຫົວໜ້າສາມພັນຫົກຮ້ອຍຄົນ ເພື່ອຄວບຄຸມງານ.
\v 3 ໂຊໂລໂມນ ໄດ້ສັ່ງທູດນາໍຂ່າວໄປບອກກະສັດແຫ່ງຕີເຣ ວ່າ, “ຈົ່ງເຮັດທຸລະກິດກັບຂ້າພະເຈົ້າ ເໝືອນທ່ານໄດ້ເຮັດກັບກະສັດດາວິດ ພໍ່ຂອງຂ້າພະເຈົ້າ ເວລາທີ່ທ່ານໄດ້ຂາຍໄມ້ແປກເປັນທ່ອນ ເພື່ອສ້າງວັງຂອງເພິ່ນນັ້ນ.
\s5
\v 4 ຂ້າພະເຈົ້າຈະສ້າງພຣະວິຫານ ເພື່ອຖວາຍກຽດແກ່ພຣະນາມຂອງອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງຂ້າພະເຈົ້າ. ພຣະວິຫານນັ້ນ ຈະເປັນບ່ອນສັກສິດຊຶ່ງປະຊາຊົນຂອງ ຂ້າພະເຈົ້າ ແລະ ຂ້າພະເຈົ້າເອງຈະເຜົາເຄື່ອງຫອມນະມັດສະການພຣະອົງ ຄື ບ່ອນທີ່ພວກຂ້າພະເຈົ້າຈະຖວາຍເຂົ້າຈີ່ສັກສິດຕະຫລອດໄປ ແລະ ທັງຈະເປັນບ່ອນເຜົາເຄື່ອງຖວາຍທຸກ ໆ ເຊົ້າ ແລະ ທຸກ ໆ ແລງ ຕະຫລອດທັງວັນຊະບາໂຕ, ວັນສະຫລອງເດືອນຂຶ້ນໃໝ່ ແລະ ວັນສັກສິດອື່ນ ໆ ເປັນການຍ້ອງຍໍຖວາຍກຽດແກ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຮົາ. ພຣະອົງໄດ້ສັ່ງໃຫ້ຊາດອິດສະຣາເອນປະຕິບັດເຊັ່ນນີ້ ຕະຫລອດໄປ.
\v 5 ຂ້າພະເຈົ້າຕັ້ງໃຈຈະສ້າງ ພຣະວິຫານອັນໃຫຍ່ໂຕ ເພາະພຣະເຈົ້າຂອງພວກເຮົາຍິ່ງໃຫຍ່ກວ່າພະອື່ນ ໆ.
\s5
\v 6 ແຕ່ທີ່ຈິງແລ້ວ ບໍ່ມີຜູ້ໃດສ້າງພຣະວິຫານອັນໃຫຍ່ໂຕສໍາລັບພຣະອົງໄດ້ ເພາະຄວາມກວ້າງຂອງສະຫວັນທັງໝົດ ກໍຮອງຮັບພຣະອົງບໍ່ໄດ້. ຂ້າພະເຈົ້າຈະສ້າງພຣະວິຫານໃຫ້ພຣະອົງໄດ້ຢ່າງໃດ ນອກຈາກຈະສ້າງບ່ອນເຜົາເຄື່ອງຫອມຖວາຍແກ່ພຣະອົງເທົ່ານັ້ນ.
\v 7 ສະນັ້ນ ຂໍສົ່ງຊ່າງແກະສະຫລັກສີມື ດີດ້ານເຮັດເຄື່ອງຄໍາ, ເງິນ, ທອງສໍາຣິດ, ເຫລັກ ຕະຫລອດທັງເຮັດຜ້າສີຟ້າ, ສີມ່ວງ ແລະ ສີແດງ ຜູ້ໜຶ່ງມາໃຫ້ດ້ວຍ. ລາວຈະເຮັດ ວຽກຮ່ວມກັບພວກຊ່າງສີມືຂອງຢູດາ ແລະ ເຢຣູຊາເລັມ ທີ່ກະສັດດາວິດພໍ່ຂອງຂ້າພະເຈົ້າໄດ້ຄັດເລືອກໄວ້.
\s5
\v 8 ຂ້າພະເຈົ້າຮູ້ວ່າ ຊ່າງຕັດໄມ້ຂອງທ່ານມີສີມືດີສໍ່າໃດ. ດັ່ງນັ້ນ ຈົ່ງສົ່ງໄມ້ແປກ, ໄມ້ສົນ ແລະ ໄມ້ດູ່ຈາກເລບານອນ ມາໃຫ້ຂ້າພະເຈົ້າ.
\v 9 ສ່ວນຂ້າພະເຈົ້າກໍພ້ອມແລ້ວ ທີ່ຈະສົ່ງຄົນໄປຊ່ວຍເຫລືອພວກທ່ານ ໃນການຈັດຕຽມເອົາໄມ້ຈາໍນວນຫລວງຫລາຍນັ້ນ ຍ້ອນຂ້າພະເຈົ້າຕັ້ງໃຈຈະສ້າງວິຫານນີ້ໃີຫ້ໃຫຍ່ໂຕ ແລະ ສະຫງ່າງາມ.
\v 10 ຂ້າພະເຈົ້າຈະເປັນຝ່າຍສົ່ງສະບຽງອາຫານໃຫ້ຄົນຕັດໄມ້ຂອງທ່ານ ມີດັ່ງນີ້: ເຂົ້າບາເລ ສອງພັນໂຕນ, ເຂົ້າເດືອຍ ສອງພັນໂຕນ, ເຫລົ້ອະງຸ່ນ ສີ່ຮ້ອຍພັນລິດ ແລະ ນາໍ້ມັນໝາກກອກເທດ ສີ່ຮ້ອຍພັນລິດ.”
\s5
\v 11 ກະສັດຮີຣາມ ໄດ້ສົ່ງສານຕອບກະສັດໂຊໂລໂມນ ວ່າ, “ເພາະອົງພຣະຜູ້ເປັນເຈົ້າ ຮັກປະຊາຊົນຂອງພຣະອົງຈຶ່ງໄດ້ໃຫ້ທ່ານຂຶ້ນເປັນກະສັດຂອງພວກເຂົາ.
\v 12 ສັນລະເສີນອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງ ຊາດອິດສະຣາເອນ ພຣະຜູ້ສ້າງສະຫວັນ ແລະ ແຜ່ນດິນໂລກ ພຣະອົງໄດ້ໃຫ້ກະສັດດາວິດ ມີລູກຊາຍທີ່ສະຫລຽວສະຫລາດເຕັມລົ້ນດ້ວຍຄວາມເຂົ້າໃຈ ແລະ ຄວາມສາມາດ ຊຶ່ງບັດນີ້ ເປັນຜູ້ວາງແຜນສ້າງພຣະວິຫານ ສໍາລັບອົງພຣະຜູ້ເປັນເຈົ້າ ແລະ ທັງສ້າງວັງສໍາລັບຕົນເອງ.
\s5
\v 13 ຂ້າພະເຈົ້າຈະສົ່ງ ຮູຣາມ ນາຍຊ່າງສີມືທີ່ສະຫລຽວສະຫລາດໄປໃຫ້ທ່ານ.
\v 14 ແມ່ຂອງລາວເປັນຄົນໃນເຜົ່າດານ ແລະ ພໍ່ຂອງລາວເປັນຄົນພື້ນເມືອງໃນຕີເຣ ນີ້ເອງ. ລາວ ຊໍານານໃນດ້ານເຮັດເຄື່ອງຄໍາ, ເງິນ, ທອງສໍາຣິດ, ເຫລັກ, ຫິນ ແລະ ໄມ້. ລາວຮູ້ຈັກເຮັດຜ້າເປັນສີຟ້າ, ສີມ່ວງ ແລະ ສີແດງ ພ້ອມທັງປ່ານ. ລາວສາມາດແກະສະຫລັກໄດ້ທຸກແບບ ແລະ ສາມາດແກະສະຫລັກຕາມແບບ ທີ່ແນະນາໍໃຫ້ເຮັດໄດ້ດ້ວຍ. ຈົ່ງໃຫ້ລາວຮ່ວມວຽກງານກັບນາຍຊ່າງສີມືຂອງທ່ານ ແລະ ພວກທີ່ໄດ້ເຮັດວຽກໃຫ້ກະສັດດາວິດ ຜູ້ເປັນພໍ່ຂອງທ່ານ.
\s5
\v 15 ສະນັ້ນ ຈົ່ງຈັດສົ່ງສະບຽງອາຫານມາໃຫ້ພວກເຮົາ ຄື: ເຂົ້າບາເລ, ເຂົ້າເດືອຍ, ເຫລົ້າອະງຸ່ນ ແລະ ນາໍ້ມັນໝາກກອກເທດ ຕາມທີ່ທ່ານໄດ້ສັນຍາໄວ້ນັ້ນ.
\v 16 ພວກເຮົາຈະຕັດໄມ້ສົນສີດາທັງໝົດ ທີ່ທ່ານຕ້ອງການເຮັດເປັນແພ ແລະ ໄຫລນາໍ້ທະເລ ໄປໃຫ້ຮອດເມືອງຢົບປາ. ຈາກທີ່ນັ້ນ ທ່ານຈະຂົນໄປສູ່ນະຄອນເຢຣູຊາເລັມໄດ້. ”
\v 17 ກະສັດໂຊໂລໂມນ ໄດ້ຈົດສໍາມະໂນຄົວຊາວຕ່າງດ້າວທຸກຄົນ ທີ່ອາໄສຢູ່ໃນດິນແດນອິດສະຣາເອນເໝືອນກັນກັບກະສັດດາວິດ ພໍ່ຂອງຕົນໄດ້ເຮັດມາ. ຊາວຕ່າງດ້າວທັງໝົດມີໜຶ່ງແສນຫ້າສິບສາມພັນຫົກຮ້ອຍຄົນ.
\v 18 ເພິ່ນມອບໝາຍໃຫ້ເຈັດສິບພັນຄົນຂົນສົ່ງວັດສະດຸກໍ່ສ້າງ ແລະ ແປດສິບພັນຄົນສະກັດຫິນ ທີ່ເທິງພູເຂົາ ແລະ ໄດ້ຕັ້ງໃຫ້ສາມພັນຫົກຮ້ອຍຄົນ ເປັນຜູ້ຄວບຄຸມຄົນງານເພື່ອໃຫ້ເຮັດວຽກສໍາເລັດໜ້າທີ່.
\s5
\c 3
\p
\v 1 ກະສັດດາວິດ ພໍ່ຂອງໂຊໂລໂມນໄດ້ຫ້າງຫາບ່ອນສໍາລັບສ້າງພຣະວິຫານຂອງອົງພຣະຜູ້ເປັນເຈົ້າໄວ້ໃຫ້ແລ້ວ. ບ່ອນນັ້ນຢູ່ໃນນະຄອນເຢຣູຊາເລັມ ເທິງພູໂມຣີຢາ ຄືທີ່ລານເຂົ້າຂອງອາໂຣນາ ຊາວເຢບຸດ. ກະສັດໂຊໂລໂມນໄດ້ລົງມືກໍ່ສ້າງ
\v 2 ໃນເດືອນທີສອງຂອງປີທີສີ່ ທີ່ເພິ່ນໄດ້ຂຶ້ນເປັນກະສັດ.
\v 3 ພຣະວິຫານຂອງພຣະເຈົ້າ ທີ່ກະສັດໂຊໂລໂມນສ້າງນັ້ນ ຍາວຊາວເຈັດແມັດ ແລະ ກວ້າງເກົ້າແມັດ.
\s5
\v 4 ຫ້ອງຊື່ທາງເຂົ້າພຣະວິຫານ ກວ້າງເກົ້າແມັດ ແລະ ສູງສິບຫົກແມັດ. ທາງໃນຂອງຫ້ອງໂອບດ້ວຍຄໍາສົດ.
\v 5 ຫ້ອງໂຖງປູດ້ວຍໄມ້ແປກ ແລະ ໂອບດ້ວຍຄໍາເນື້ອດີ ໂດຍເຮັດລວດລາຍຕົ້ນຕານ ແລະ ແບບລູກໂສ້ໃສ່ດ້ວຍ.
\s5
\v 6 ກະສັດໄດ້ຕົບແຕ່ງພຣະວິຫານ ດ້ວຍຫິນ ອັນງົດງາມທີ່ມີຄ່າ ແລະ ດ້ວຍຄໍາ ທີ່ໄດ້ມາຈາກດິນແດນຂອງຊາວ ປາຣະວາອິມ.
\v 7 ເພິ່ນໃຊ້ຄໍາ ໂອບຝາຂອງພຣະວິຫານຕະຫລອດທັງຂື່ກັບທາງເຂົ້າ ແລະ ປະຕູ. ພວກນາຍຊ່າງໄດ້ແກະສະຫລັກ ເຄຣຸບ [ຈ] ໃສ່ຕາມຝາ.
\s5
\v 8 ສ່ວນຫ້ອງທາງໃນ ທີ່ເອີ້ນວ່າຫ້ອງສັກສິດທີ່ສຸດ ຊຶ່ງມີຂະໜາດເທົ່າກັນ ຄື: ຂ້າງລະເກົ້າແມັດ. ເພິ່ນໄດ້ໃຊ້ຄໍາຫລາຍກວ່າຊາວໂຕນ ເພື່ອໂອບຝາບ່ອນສັກສິດທີ່ສຸດ;
\v 9 ເພິ່ນໄດ້ໃຊ້ຄໍາ ໜັກປະມານຫ້າຮ້ອຍເຈັດສິບກາຼມ ເຮັດຕະປູ ແລະ ຝາຫ້ອງຊັ້ນເທິງ ກໍໂອບດ້ວຍຄໍາ ເຊັ່ນກັນ.
\s5
\v 10 ກະສັດຍັງໄດ້ໃຫ້ພວກຊ່າງຂອງຕົນໃຊ້ເຫລັກເຮັດ ເຄຣຸບ ສອງຕົນເຄືອບດ້ວຍຄໍາ ແລະ ເອົາໄປຕັ້ງໄວ້ໃນບ່ອນສັກສິດທີ່ສຸດ
\v 11-13 ໂດຍໃຫ້ຢືນຄຽງຂ້າງກັນ ຫັນໜ້າໃສ່ທາງປະຕູເຂົ້າ. ແຕ່ລະໂຕມີສອງປີກ ແຕ່ລະປີກຍາວສອງແມັດຊາວຫ້າເຊັນ ຊຶ່ງພືອອກຈຸກັນທາງກາງຫ້ອງ ແລະ ປີກອີກເບື້ອງໜຶ່ງຈຸຝາ ແຕ່ລະເບື້ອງໂດຍກາງປີກອອກກວ້າງໄດ້ເກົ້າແມັດ.
\v 14 ເພິ່ນໄດ້ໃຊ້ຜ້າປ່ານເນື້ອລະອຽດດີ ແລະ ຜ້າອື່ນ ໆ ເຮັດຜ້າກັ້ງສໍາລັບບ່ອນສັກສິດທີ່ສຸດ ຊຶ່ງໄດ້ຍ້ອມເປັນສີຟ້າ, ສີມ່ວງ ແລະ ສີແດງ ໂດຍປັກຮູບເຄຣຸບໃສ່.
\s5
\v 15 ກະສັດໄດ້ເຮັດເສົາສອງຕົ້ນ ແຕ່ລະຕົ້ນສູງ ສິບເຈັດແມັດ ແລະ ໄດ້ຕັ້ງໄວ້ທາງດ້ານໜ້າຂອງພຣະວິຫານ. ແຕ່ລະຕົ້ນມີຫົວເສົາສູງ ສອງແມັດເຄິ່ງ.
\v 16 ທີ່ຍອດເສົາຖືກຕົບແຕ່ງດ້ວຍລວດລາຍລູກໂສ້ ແລະ ໝາກພີລາເປັນທອງສໍາຣິດ ໜຶ່ງຮ້ອຍໜ່ວຍ. [ສ]
\v 17 ເສົານັ້ນໄດ້ຕັ້ງໄວ້ຢູ່ທາງດ້ານໜ້າ ທາງເຂົ້າຂອງພຣະວິຫານ ຄື ເສົາຕົ້ນທີໜຶ່ງທາງເບື້ອງໃຕ້ ຊື່ວ່າ ຢາກິນ [ຊ] ແລະ ເສົາຕົ້ນໜຶ່ງອີກ ທາງເບື້ອງເໜືອ ຊື່ວ່າ ໂບອາດ. [ຍ]
\s5
\c 4
\p
\v 1 ກະສັດໂຊໂລໂມນ ມີແທ່ນບູຊາແທ່ນໜຶ່ງທີ່ເຮັດດ້ວຍທອງສໍາຣິດ ຊຶ່ງແຕ່ລະຂ້າງແທກໄດ້ເກົ້າແມັດ ແລະສູງສີ່ແມັດເຄິ່ງ.
\v 2 ເພິ່ນຍັງໄດ້ເຮັດຂັນເປັນທອງສໍາຣິດ ເລິກສອງແມັດຊາວເຊັນ ແລະເສັ້ນຜ່ານກາງຍາວສີ່ແມັດສີ່ສິບເຊັນ ແລະລວງອ້ອມມີສິບສາມແມັດຊາວເຊັນ.
\v 3 ທີ່ຂອບອ້ອມຮອບຂັນດ້ານນອກ [ດ] ມີການຕົບແຕ່ງເປັນສອງແຖວ ຄື ແຖວເທິງຢອງແຖວລຸ່ມ. ການຕົບແຕ່ງນີ້ແມ່ນໄດ້ຫລໍ່ຮູບງົວໃຫ້ເປັນເນື້ອດຽວກັນກັບຂັນ.
\s5
\v 4 ຂັນນັ້ນຕັ້ງຢູ່ເທິງຫລັງງົວສິບສອງໂຕ ທີ່​ຫລໍ່ເປັນທອງສໍາຣິດ ໂດຍສາມໂຕໃດໄດ້ປິ່ນໜ້າໄປສູ່ແຕ່ລະທິດ.
\v 5 ຂັນນັ້ນໜາເຈັດສິບຫ້າມີລີແມັດ. ຂອບຂອງຂັນ ຄືກັນກັບຂອບຂອງຈອກ ມັນໂຄ້ງອອກເໝືອນກີບດອກໄມ້. ຂັນນັ້ນບັນຈຸນໍ້າໄດ້ປະມານ ຫົກສິບພັນລິດ.
\v 6 ພວກເຂົາໄດ້ເຮັດຂັນສິບໜ່ວຍ ຄື ຫ້າໜ່ວຍຕັ້ງໄວ້ຢູ່ທາງດ້ານໃຕ້ຂອງພຣະວິຫານ ແລະ ອີກຫ້າໜ່ວຍຕັ້ງໄວ້ທາງດ້ານເໜືອຂອງພຣະວິຫານ. ຂັນເຫລົ່ານີ້ມີໄວ້ເພື່ອລ້າງສ່ວນຕ່າງ ໆ ຂອງສັດທີ່ນາໍມາເຜົາຖວາຍບູຊາ. ນາໍ້ທີ່ຢູ່ໃນຖັງໃຫຍ່ແມ່ນໃຫ້ປະໂຣຫິດໃຊ້ສໍາລັບຊ ໍາລະລ້າງ.
\s5
\v 7 ພວກເຂົາໄດ້ໃຊ້ຄໍາເຮັດຕີນຮອງໂຄມໄຟສິບອັນ ຕາມແບບທີ່ໃຊ້ກັນທົ່ວໄປ ແລະໄດ້ນາໍໄປວາງໄວ້ໃນຫ້ອງໂຖງຂອງພຣະວິຫານ, ຂ້າງຂວາຫ້າໜ່ວຍ ແລະ ຂ້າງຊ້າຍຫ້າໜ່ວຍ.
\v 8 ພວກເຂົາໄດ້ເຮັດໂຕະສິບໜ່ວຍ ແລະ ໄດ້ນໍາໄປຕັ້ງໄວ້ໃນຫ້ອງໂຖງຂອງພຣະວິຫານຄືກັນ ຂ້າງຂວາຫ້າໜ່ວຍ ແລະຂ້າງຊ້າຍຫ້າໜ່ວຍ. ພວກເຂົາຍັງໄດ້ເຮັດຖ້ວຍຄໍາໜຶ່ງຮ້ອຍໃບ.
\s5
\v 9 ພວກເຂົາໄດ້ເຮັດເດີ່ນຂ້າງໃນສໍາລັບປະໂຣຫິດ ແລະ ເດີ່ນຂ້າງນອກໃຫ້ອີກດ້ວຍ. ປະຕູຂັ້ນລະຫວ່າງເດີ່ນທັງສອງນັ້ນ ເຮັດດ້ວຍທອງສໍາຣິດ.
\v 10 ສ່ວນຂັນນັ້ນໄດ້ຕັ້ງໄວ້ຢູ່ໃກ້ແຈທາງດ້ານຕາເວັນອອກສ່ຽງໃຕ້ຂອງພຣະວິຫານ.
\s5
\v 11 ຮູຣາມ ຍັງໄດ້ເຮັດໝໍ້, ຊວ້ານ ແລະ ຖ້ວຍ. ລາວໄດ້ເຮັດໝົດທຸກສິ່ງທີ່ຕົນໄດ້ສັນຍາໄວ້ກັບກະສັດໂຊໂລໂມນ ວ່າຈະເຮັດໃຫ້ສໍາເລັດສໍາລັບພຣະວິຫານ ມີດັ່ງນີ້:
\v 12 ເສົາສອງຕົ້ນ ຍອດເສົາສອງອັນສໍາລັບຄໍ້າເພດານທີ່ເປັນຮູບຖ້ວຍ, ລວດລາຍເທິງຍອດເສົາແຕ່ລະອັນເປັນຮູບລູກໂສ້,
\v 13 ໝາກພີລາເປັນທອງສໍາຣິດ ສີ່ຮ້ອຍໜ່ວຍລຽນສອງແຖວອ້ອມຍອດເສົາແຕ່ລະຕົ້ນ
\s5
\v 14 ກວຽນສິບລໍາ [ຕ] ອ່າງສິບໜ່ວຍ, ຂັນນາໍ້
\v 15 ງົວສິບສອງໂຕເພື່ອຮັບຂັນນາໍ້.
\v 16 ໝໍ້, ຊວ້ານ ແລະ ສ້ອມ. ຮູຣາມ ນາຍຊ່າງສີມືໄດ້ເຮັດສິ່ງເຫລົ່ານີ້ທັງໝົດ [ຖ] ດ້ວຍທອງສໍາຣິດເພື່ອໃຊ້ໃນວິຫານຂອງອົງພຣະຜູ້ເປັນເຈົ້າ ຕາມທີ່ກະສັດໂຊໂລໂມນໄດ້ສັ່ງທຸກປະການ.
\s5
\v 17 ກະສັດໄດ້ໃຫ້ພວກເຂົາ ເຮັດສິ່ງທັງໝົດນັ້ນ ທີ່ເຕົາຫລອມຢູ່ໃນຮ່ອມພູຂອງແມ່ນໍ້າຈໍແດນ ລະຫວ່າງເມືອງຊຸກໂກດ ແລະ ເມືອງເຊເຣດາ [ທ]
\v 18 ສະນັ້ນ ຈຶ່ງມີຫລາຍ ສິ່ງຊຶ່ງໄດ້ເຮັດໃນທີ່ນັ້ນ ໂດຍບໍ່ມີຜູ້ໃດກາໍນົດໄດ້ວ່າໃຊ້ທອງສໍາຣິດໜັກເທົ່າໃດ.
\s5
\v 19 ກະສັດໂຊໂລໂມນ ຍັງມີເຄື່ອງຕົບແຕ່ງພຣະວິຫານຂອງພຣະເຈົ້າ ທີ່ເຮັດດ້ວຍຄໍາ ເຊັ່ນກັນດັ່ງນີ້: ແທ່ນບູຊາ ແລະ ໂຕະໃສ່ເຂົ້າຈີ່ທີ່ຖວາຍໄວ້;
\v 20 ຕີນຮອງໂຄມໄຟ ແລະ ໂຄມໄຟທີ່ເຮັດດ້ວຍຄໍານາໍ້ໜຶ່ງ ຊຶ່ງໃຊ້ເພື່ອໄຕ້ ຢູ່ຕໍ່ໜ້າບ່ອນສັກສິດທີ່ສຸດຕາມແຜນຜັງ;
\v 21 ດອກໄມ້ທີ່ສໍາລັບຕົບແຕ່ງ, ໂຄມໄຟ ແລະ ຄີມ;
\v 22 ມີດຕັດໄສ້ຕະກຽງ, ຖ້ວຍ, ຊາມ ຮອງເຄື່ອງຫອມ ແລະ ໝໍ້ຂາງທີ່ໃສ່ຖ່ານໄຟແດງ. ສິ່ງທັງໝົດນີ້ໄດ້ເຮັດດ້ວຍຄໍາສົດ. ປະຕູ ຂ້າງນອກຂອງພຣະວິຫານ ແລະ ປະຕູເຂົ້າໄປຍັງບ່ອນສັກສິດທີ່ສຸດ ກໍໄດ້ໂອບດ້ວຍຄໍາເຊັ່ນກັນ.
\s5
\c 5
\p
\v 1 ເມື່ອກະສັດໂຊໂລໂມນ ໄດ້ສ້າງພຣະວິຫານຂອງອົງພຣະຜູ້ເປັນເຈົ້າສໍາເລັດແລ້ວ ເພິ່ນກໍເອົາເຄື່ອງທັງໝົດ ມີດັ່ງນີ້: ເງິນ, ຄໍາ ແລະ ເຄື່ອງອື່ນ ໆ ທີ່ພໍ່ຂອງເພິ່ນໄດ້ອຸທິດຖວາຍເຂົ້າໄປໄວ້ໃນຫ້ອງເກັບເຄື່ອງຂອງພຣະວິຫານຂອງພຣະເຈົ້າ.
\s5
\v 2 ແລ້ວກະສັດໂຊໂລໂມນ ກໍໄດ້ເອີ້ນປະຊຸມພວກຜູ້ນາໍທຸກເຜົ່າ ແລະ ທຸກຕະກຸນຂອງຊາດອິດສະຣາເອນ ທີ່ນະຄອນເຢຣູຊາເລັມ ເພື່ອນາໍຫີບພັນທະສັນຍາຂອງອົງພຣະຜູ້ເປັນເຈົ້າ ຈາກພູເຂົາຊີໂອນ ເມືອງຂອງດາວິດ [ນ] ມາຍັງພຣະວິຫານ.
\v 3 ພວກເຂົາທັງໝົດໄດ້ມາພ້ອມພຽງກັນ ໃນເວລາສະຫລອງເທດສະການປຸກຕູບຢູ່.
\s5
\v 4 ເມື່ອບັນດາຜູ້ນໍາໄດ້ມາເຕົ້າໂຮມກັນໝົດແລ້ວ ພວກເລວີກໍໄດ້ຍົກຫີບພັນທະສັນຍາ
\v 5 ແລະ ຫາມເຂົ້າໄປໃນພຣະວິຫານ. ບັນດາປະໂຣຫິດ ກັບ ພວກເລວີ ຍັງຍົກຍ້າຍຫໍເຕັນບ່ອນອົງພຣະຜູ້ເປັນເຈົ້າສະຖິດຢູ່ ແລະ ເຄື່ອງໃຊ້ທັງໝົດປະຈາໍຫໍເຕັນເຂົ້າໄປໃນພຣະວິຫານ.
\v 6 ກະສັດໂຊໂລໂມນ ແລະ ປະຊາຊົນຊາວອິດສະຣາເອນ ໄດ້ມາປະຊຸມກັນຕໍ່ໜ້າຫີບພັນທະສັນຍາ ແລະ ໄດ້ຖວາຍແກະ ແລະ ງົວຈາໍນວນຫລວງຫລາຍຈົນນັບບໍ່ຖ້ວນເປັນເຄື່ອງບູຊາ.
\s5
\v 7 ແລ້ວປະໂຣຫິດ ກໍຫາມຫີບພັນທະສັນຍາຂອງອົງພຣະຜູ້ເປັນເຈົ້າ ເຂົ້າໄປໃນພຣະວິຫານ ແລະ ເອົາຫີບວາງໄວ້ໃນບ່ອນສັກສິດທີ່ສຸດ ຄືຢູ່ລຸ່ມ ເຄຣຸບ.
\v 8 ປີກຂອງເຄຣຸບ ນັ້ນກາງອອກປົກຫີບພັນທະສັນຍາ ແລະ ໄມ້ຄານຫາມ.
\s5
\v 9 ຜູ້ທີ່ຢືນຢູ່ຊື່ໜ້າຂອງບ່ອນສັກສິດທີ່ສຸດ ຈຶ່ງຈະແນມເຫັນສົ້ນສຸດຂອງໄມ້ຫາມຫີບໄດ້ ແຕ່ຖ້າຈະເບິ່ງຈາກທີ່ອື່ນກໍຈະເບິ່ງບໍ່ເຫັນ. (ໄມ້ຄານຫາມ ຍັງຢູ່ທີ່ນັ້ນຈົນເທົ່າທຸກວັນນີ້.)
\v 10 ຢູ່ໃນຫີບພັນທະສັນຍານັ້ນ ມີພຽງແຕ່ຫິນສອງແຜ່ນ ຊຶ່ງໂມເຊໄດ້ໃສ່ລົງໄວ້ໃນນັ້ນ ທີ່ພູເຂົາຊີນາຍ ເມື່ອອົງພຣະຜູ້ເປັນເຈົ້າໄດ້ເຮັດພັນທະສັນຍາກັບປະຊາຊົນອິດສະຣາເອນ ໃນຄາວທີ່ພວກເຂົາກາໍລັງເດີນທາງອອກມາຈາກປະເທດເອຢິບ.
\s5
\v 11 ແລ້ວພວກປະໂຣຫິດ ກໍໄດ້ຖອຍອອກຈາກບ່ອນສັກສິດ. ພວກປະໂຣຫິດທັງໝົດທີ່ຢູ່ໃນທີ່ນັ້ນ ບໍ່ວ່າຢູ່ໃນໝວດໃດແມ່ນໄດ້ອຸທິດຖວາຍຕົວແລ້ວ.
\v 12 ຊາວເລວີ ທັງໝົດທີ່ເປັນນັກດົນຕຼີ ເຊັ່ນ: ອາສັບ, ເຮມານ ແລະ ເຢດູທູນ ແລະ ພວກລູກຊາຍຂອງພວກເຂົາ ຕະຫລອດທັງຍາດຕິພີ່ນ້ອງໂດຍຢືນຢູ່ທາງດ້ານທິດຕາເວັນອອກ ຕ່າງກໍໄດ້ນຸ່ງຜ້າປ່ານເນື້ອລະອຽດດີ ຕົບແສ່ງ ແລະ ດີດພິນຢູ່ໃກ້ແທ່ນບູຊາ. ພວກເຂົາມີປະໂຣຫິດ ໜຶ່ງຮ້ອຍຊາວຄົນ ເປົ່າແກປະສົມປະສານໄປນໍາ.
\v 13-14 ພວກເປົ່າແກ ແລະ ພວກນັກຮ້ອງໄດ້ບັນເລງດ້ວຍຄວາມສອດຄ່ອງກັນ ເປັນສຽງດຽວກັນ ເພື່ອຖວາຍຄໍາຍ້ອງຍໍສັນລະເສີນ ແລະ ໂມທະນາຂອບພຣະຄຸນ ແກ່ອົງພຣະຜູ້ເປັນເຈົ້າ. ໂດຍປະສົມປະສານໄປກັບສຽງແກ, ສຽງແສ່ງ ແລະ ສຽງເຄື່ອງດົນຕຼີອື່ນ ໆ; ພວກເຂົາໄດ້ເປ່ງສຽງຮ້ອງສັນລະເສີນພຣະເຈົ້າ ວ່າ, “ສັນລະເສີນອົງພຣະຜູ້ເປັນເຈົ້າ ເພາະພຣະອົງຊົງຄຸນງາມຄວາມດີ ແລະ ຄວາມຮັກຂອງພຣະອົງກໍດໍາລົງຢູ່ຕະຫລອດໄປເປັນນິດ. ” ໃນຂະນະທີ່ພວກປະໂຣຫິດກາໍລັງອອກຈາກພຣະວິຫານ ຂອງພຣະເຈົ້າໄປ ທັນໃດນັ້ນກໍມີເມກຫຸ້ມເຕັມຢູ່ ໂດຍມີແສງສຸກໃສບ່ອນອົງພຣະຜູ້ເປັນເຈົ້າສະຖິດ ສາດແສງແຈ້ງທົ່ວໄປ ແລະ ພວກເຂົາກໍດໍາເນີນພິທີນະມັດສະການຕໍ່ໄປບໍ່ໄດ້.
\s5
\c 6
\p
\v 1 ແລ້ວກະສັດໂຊໂລໂມນ ກໍໄດ້ພາວັນນາ ອະທິຖານ ວ່າ, “ຂ້າແດ່ອົງພຣະຜູ້ເປັນເຈົ້າ ພຣະອົງກ່າວວ່າ ພຣະອົງໄດ້ເລືອກທີ່ຢູ່ອາໄສ ຄືຢູ່ໃນເມກໜາ ແລະ ຄວາມມືດ.
\v 2 ບັດນີ້ ຂ້ານ້ອຍໄດ້ສ້າງພຣະວິຫານເປັນສະຖານທີ່ໃຫ້ພຣະອົງຢູ່ຕະຫລອດໄປ. ”
\v 3 ປະຊາຊົນອິດສະຣາເອນທັງໝົດກໍຢືນຢູ່ທີ່ນັ້ນ. ກະສັດ ໄດ້ຫັນໜ້າມາທາງພວກເຂົາ ແລະ ຂໍພຣະເຈົ້າອວຍພອນພວກເຂົາ.
\s5
\v 4 ເພິ່ນກ່າວວ່າ, “ສັນລະເສີນອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງຊາດອິດສະຣາເອນ ພຣະອົງຖືຮັກສາພັນທະສັນຍາທີ່ພຣະອົງໄດ້ເຮັດໄວ້ກັບດາວິດພໍ່ຂອງຂ້ານ້ອຍ ເມື່ອພຣະອົງໄດ້ກ່າວແກ່ເພິ່ນ ວ່າ,
\v 5 ‘ຕັ້ງແຕ່ຄາວທີ່ເຮົາໄດ້ນາໍປະຊາຊົນຂອງເຮົາອອກມາ ຈາກປະເທດເອຢິບ ຈົນເຖິງດຽວນີ້; ເຮົາບໍ່ໄດ້ເລືອກເອົາເມືອງໃດໃນດິນແດນອິດສະຣາເອນ ໃຫ້ເປັນສະຖານທີ່ໃນການສ້າງວິຫານ ເພື່ອນະມັດສະການເຮົາ; ແລະ ເຮົາກໍບໍ່ໄດ້ເລືອກເອົາຜູ້ໃດໃຫ້ນາໍພາປະຊາຊົນອິດສະຣາເອນຂອງເຮົາ.
\v 6 ແຕ່ບັດນີ້ ເຮົາໄດ້ເລືອກເອົານະຄອນເຢຣູຊາເລັມ ໃຫ້ເປັນບ່ອນທີ່ຄົນຈະນະມັດສະການເຮົາ ແລະ ເຮົາໄດ້ຕັ້ງດາວິດໃຫ້ເປັນຜູ້ປົກຄອງປະຊາຊົນຂອງເຮົາ.
\s5
\v 7 ຝ່າຍໂຊໂລໂມນ ກ່າວຕໍ່ໄປວ່າ, “ດາວິດພໍ່ຂອງຂ້າພະເຈົ້າເປັນຜູ້ວາງແຜນສ້າງພຣະວິຫານສໍາລັບພຣະນາມຂອງອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງຊາດອິດສະຣາເອນ
\v 8 ແຕ່ອົງພຣະຜູ້ເປັນເຈົ້າໄດ້ກ່າວແກ່ເພິ່ນວ່າ, ‘ເປັນການຖືກຕ້ອງທີ່ເຈົ້າຢາກສ້າງວິຫານເພື່ອເຮົາ,
\v 9 ແຕ່ເຈົ້າຈະບໍ່ໄດ້ເປັນຜູ້ສ້າງ. ແມ່ນລູກຊາຍຂອງເຈົ້າເອງ ທີ່ຈະເປັນຜູ້ສ້າງວິຫານຂອງເຮົາ.
\s5
\v 10 “ບັດນີ້ ອົງພຣະຜູ້ເປັນເຈົ້າໄດ້ຮັກສາຄໍາສັນຍາຂອງພຣະອົງແລ້ວ ຄື: ຂ້າພະເຈົ້າໄດ້ຂຶ້ນເປັນກະສັດຂອງຊາດອິດສະຣາເອນ ແທນພໍ່ຂອງຂ້າພະເຈົ້າ ແລະ ຂ້າພະເຈົ້າໄດ້ສ້າງພຣະວິຫານນີ້ ສໍາລັບພຣະນາມຂອງອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງຊາດອິດສະຣາເອນ.
\v 11 ຂ້າພະເຈົ້າໄດ້ເອົາຫີບພັນທະສັນຍາ ຊຶ່ງບັນຈຸແຜ່ນຫິນແຫ່ງພັນທະສັນຍາຂອງອົງພຣະຜູ້ເປັນເຈົ້າໄດ້ຕັ້ງໄວ້ກັບປະຊາຊົນອິດສະຣາເອນນັ້ນ ມາວາງໄວ້ໃນພຣະວິຫານຂອງອົງພຣະຜູ້ເປັນເຈົ້າ.”
\s5
\v 12 ແລ້ວຢ່່ຊ້ອງໜ້າປະຊາຊົນ ໂຊໂລໂມນໄດ້ຍ່າງຂຶ້ນໄປຢືນຢູ່ທາງດ້ານໜ້າຂອງແທ່ນບູຊາຂອງອົງພຣະຜູ້ເປັນເຈົ້າ ຍົກແຂນຂຶ້ນພາວັນນາອະທິຖານ.
\v 13 ໂຊໂລໂມນ ໄດ້ເຮັດແທ່ນທອງສໍາຣິດ ແລະ ນາໍເອົາແທ່ນນັ້ນໄປວາງໄວ້ທີ່ເດີ່ນ. ແທ່ນນັ້ນແຕ່ລະຂ້າງແທກໄດ້ສອງແມັດຊາວເຊັນ ແລະ ລວງສູງມີໜຶ່ງແມັດ ສາມສິບເຊັນ. ເພິ່ນໄດ້ຂຶ້ນໄປທີ່ເທິງແທ່ນນີ້ ຄຸເຂົ່າລົງຕໍ່ໜ້າປະຊາຊົນ ແລະ ຍົກມືຂຶ້ນສູ່ສະຫວັນ.
\s5
\v 14 ເພິ່ນພາວັນນາອະທິຖານວ່າ, “ຂ້າແດ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງຊາດອິດສະຣາເອນເອີຍ ທົ່ວທັງສະຫວັນກັບແຜ່ນດິນໂລກ ບໍ່ມີພະອື່ນໃດເໝືອນພຣະອົງ. ພຣະອົງຮັກສາພັນທະສັນຍາຂອງພຣະອົງ ທີ່ມີຕໍ່ປະຊາຊົນ ແລະ ສໍາແດງຄວາມຮັກຂອງພຣະອົງໃຫ້ພວກເຂົາເຫັນ ເວລາພວກເຂົາດໍາເນີນຊີວິດທີ່ເຊື່ອຟັງພຣະອົງດ້ວຍສຸດໃຈ.
\v 15 ພຣະອົງໄດ້ຮັກສາຄໍາສັນຍາ ທີ່ພຣະອົງໄດ້ກະທາໍໄວ້ກັບດາວິດ ພໍ່ຂອງຂ້ານ້ອຍ; ວັນນີ້ ທຸກຖ້ອຍຄໍານັ້ນກໍໄດ້ເປັນໄປຕາມພັນທະສັນຍາແລ້ວ.
\s5
\v 16 ຂ້າແດ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງຊາດອິດສະຣາເອນເອີຍ ບັດນີ້ ຈົ່ງຮັກສາຄໍາສັນຍາອື່ນ ໆ ທີ່ພຣະອົງໄດ້ເຮັດໄວ້ກັບພໍ່ຂອງຂ້ານ້ອຍເທີ້ນ ເມື່ອພຣະອົງໄດ້ບອກເພິ່ນວ່າ ‘ຈະມີຜູ້ໜຶ່ງຈາກເຊື້ອສາຍຂອງເພິ່ນເປັນກະສັດປົກຄອງຊາດອິດສະຣາເອນສືບໄປ’ ເມື່ອເຂົາໄດ້ປະຕິບັດຢ່າງຕັ້ງໜ້າຕາມກົດບັນຍັດຂອງພຣະອົງ ດັ່ງທີ່ເພິ່ນໄດ້ປະຕິບັດມານັ້ນ.
\v 17 ດັ່ງນັ້ນບັດນີ້ ຂ້າແດ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງຊາດອິດສະຣາເອນເອີຍ ໂຜດໃຫ້ທຸກສິ່ງເປັນຈິງຕາມທີ່ພຣະອົງ ໄດ້ສັນຍາໄວ້ກັບດາວິດ ຄົນຮັບໃຊ້ຂອງພຣະອົງເທີ້ນ.
\s5
\v 18 ແຕ່ພຣະເຈົ້າເອີຍ ພຣະອົງສະຖິດຢູ່ເທິງແຜ່ນດິນໂລກ ທ່າມກາງມະນຸດໄດ້ແທ້ບໍ? ແມ່ນແຕ່ຟ້າສະຫວັນທັງໝົດ ກໍບໍ່ໃຫຍ່ພໍທີ່ຈະ ຮັບພຣະອົງໄດ້; ສະນັ້ນ ພຣະວິຫານທີ່ຂ້ານ້ອຍໄດ້ສ້າງນີ້ ຈະໃຫຍ່ພໍສໍາລັບພຣະອົງໄດ້ຢ່າງໃດ?
\v 19 ຂ້າແດ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງຂ້ານ້ອຍເອີຍ ຂ້ານ້ອຍນີ້ເປັນຜູ້ຮັບໃຊ້ຂອງພຣະອົງ. ໂຜດຟັງຄໍາພາວັນນາ ອະທິຖານຂອງຂ້ານ້ອຍ ແລະ ຕອບຄໍາຂໍຮ້ອງຂອງຂ້ານ້ອຍດ້ວຍ.
\v 20 ຂໍພຣະອົງດູແລ ພຣະວິຫານນີ້ ທັງກາງເວັນ ແລະ ກາງຄືນ. ພຣະອົງໄດ້ສັນຍາວ່າ ທີ່ນີ້ຈະເປັນບ່ອນນະມັດສະການພຣະອົງ; ສະນັ້ນ ໂຜດຟັງຂ້ານ້ອຍດ້ວຍ ເມື່ອຂ້ານ້ອຍຫັນໜ້າມາຍັງພຣະວິຫານ ແລະ ພາວັນນາອະທິຖານ.
\s5
\v 21 ໂຜດຟັງຄໍາພາວັນນາອະທິຖານຂອງຂ້ານ້ອຍ ແລະ ຄໍາພາວັນນາອະທິຖານຂອງປະຊາຊົນອິດສະຣາເອນດ້ວຍ ເມື່ອພວກເຂົາຫັນໜ້າມາທາງສະຖານທີ່ນີ້ ແລະ ພາວັນນາອະທິຖານ. ທີ່ສະຫວັນຊັ້ນຟ້າ, ໂຜດຟັງພວກຂ້ານ້ອຍ ແລະ ຍົກໂທດໃຫ້ພວກຂ້ານ້ອຍດ້ວຍເທີ້ນ.
\s5
\v 22 ຖ້າມີຄົນໜຶ່ງຖືກກ່າວຫາວ່າ ເຮັດຜິດຕໍ່ຄົນອື່ນ ແລະ ຖືກນາໍມາຍັງແທ່ນບູຊາໃນພຣະວິຫານນີ້ ເພື່ອສາບານວ່າລາວບໍຣິສຸດ
\v 23 ເມື່ອນັ້ນຂໍພຣະອົງໂຜດຟັງທີ່ສະຫວັນຊັ້ນຟ້າ, ກະທາໍການ ແລະ ຕັດສິນບັນດາຂ້າຮັບໃຊ້ຂອງພຣະອົງ. ຈົ່ງລົງໂທດຜູ້ເຮັດຜິດ ແລະ ປ່ອຍຕົວຜູ້ບໍຣິສຸດດ້ວຍ.
\s5
\v 24 ເມື່ອປະຊາຊົນຂອງພຣະອົງ ພ່າຍແພ້ເຫລົ່າສັດຕູຂອງພວກເຂົາ ຍ້ອນພວກເຂົາໄດ້ເຮັດບາບຕໍ່ສູ້ພຣະອົງ; ຕໍ່ມາ ເມື່ອພວກເຂົາຕ່າວຄືນມາຫາພຣະອົງ ແລະ ເຂົ້າມາໃນພຣະວິຫານນີ້ ກາບພາວັນນາອະທິຖານຢ່າງຖ່ອມຕົວຖ່ອມໃຈ ເພື່ອຂໍພຣະອົງຍົກໂທດໃຫ້;
\v 25 ຂໍພຣະອົງໂຜດຟັງ ທີ່ສະຫວັນຊັ້ນຟ້າ, ໂຜດອະໄພການບາບປະຊາຊົນຂອງພຣະອົງ ແລະ ນາໍພວກເຂົາໄປຍັງດິນແດນຊຶ່ງພຣະອົງ ໄດ້ມອບໃຫ້ແກ່ພວກເຂົາ ແລະ ບັນພະບຸລຸດຂອງພວກເຂົານັ້ນດ້ວຍ.
\s5
\v 26 ເມື່ອພຣະອົງກັກຝົນບໍ່ໃຫ້ຕົກ ເພາະປະຊາຊົນຂອງພຣະອົງ ໄດ້ເຮັດບາບຕໍ່ສູ້ພຣະອົງ; ຕໍ່ມາ ເມື່ອພວກເຂົາຫັນໜ້າມາທາງພຣະວິຫານນີ້ ແລະ ພາວັນນາອະທິຖານຕໍ່ພຣະອົງຢ່າງຖ່ອມຕົວຖ່ອມໃຈແລ້ວ
\v 27 ຂໍພຣະອົງໂຜດຟັງ ທີ່ສະຫວັນຊັ້ນຟ້າ, ແລະ ອະໄພການບາບຂອງຜູ້ເປັນຂ້າຮັບໃຊ້ຂອງພຣະອົງ ຄື ປະຊາຊົນອິດສະຣາເອນ ແລະ ສັ່ງສອນພວກເຂົາໃຫ້ເຮັດໃນສິ່ງທີ່ຖືກຕ້ອງດ້ວຍ. ແລ້ວໂຜດສົ່ງຝົນລົງມາສູ່ດິນແດນນີ້ ຊື່ງພຣະອົງໄດ້ມອບໃຫ້ພວກບັນພະບຸລຸດຂອງພວກເຂົາ.
\s5
\v 28 ເມື່ອມີການອຶດຢາກເກີດຂຶ້ນໃນດິນແດນ ຫລືມີພະຍາດລະບາດ ຫລືມີພືດຜົນຖືກທາໍລາຍຍ້ອນລົມຮ້ອນພັດ ຫລື ຍ້ອນຝູງຕັກແຕນທາໍລາຍ ຫລື ເມື່ອປະຊາຊົນຂອງພຣະອົງຖືກສັດຕູໂຈມຕີ ຫລື ເມື່ອເກີດພະຍາດໂຣຄາ ຫລື ການເຈັບໄຂ້ໄດ້ປ່ວຍໃນທ່າມກາງພວກເຂົາ
\v 29 ໂຜດຟັງຄໍາພາວັນນາອະທິຖານຂອງພວກເຂົາດ້ວຍ. ຖ້າມີປະຊາຊົນອິດສະຣາເອນຂອງພຣະອົງ ຄົນໃດຄົນໜຶ່ງໂສກເສົ້າເຫງົາໃຈ ແລະ ເມື່ອພວກເຂົາຍົກມືຂອງພວກເຂົາ ພາວັນນາອະທິຖານ ປິ່ນໜ້າມາທາງພຣະວິຫານນີ້
\v 30 ຂໍພຣະອົງໂຜດຟັງທີ່ສະຫວັນຊັ້ນຟ້າ ບ່ອນພຣະອົງສະຖິດຢູ່ ແລະ ຍົກໂທດໃຫ້ເຂົາດ້ວຍເທີ້ນ. ພຣະອົງເທົ່ານັ້ນຮູ້ຈັກຄວາມຄິດ ແລະ ຈິດໃຈຂອງມະນຸດ. ໂຜດເຮັດກັບແຕ່ລະຄົນຕາມທີ່ເຂົາຄວນຈະໄດ້ຮັບເຖີດ
\v 31 ເພື່ອວ່າ ປະຊາຊົນຂອງພຣະອົງ ຈະໄດ້ຢໍາເກງແລະເຊື່ອຟັງພຣະອົງຕະຫລອດໄປ ຕາບໃດທີ່ພວກເຂົາຍັງອາໄສຢູ່ໃນດິນແດນ ຊຶ່ງພຣະອົງໄດ້ມອບໃຫ້ແກ່ບັນພະບຸລຸດຂອງພວກຂ້ານ້ອຍນັ້ນ.
\s5
\v 32 ເມື່ອຄົນຕ່າງດ້າວທີ່ອາໄສຢູ່ໃນແດນໄກ ໄດ້ຍິນວ່າພຣະອົງຍິ່ງໃຫຍ່ ແລະ ມີອໍານາດສໍ່າໃດ ແລະ ໄດ້ຮູ້ວ່າພຣະອົງພ້ອມທີ່ຈະ ຊ່ວຍພວກເຂົາສະເໝີ; ແລະ ຕໍ່ມາພວກເຂົາໄດ້ມາພາວັນນາອະທິຖານ ທີ່ພຣະວິຫານນີ້
\v 33 ຂໍພຣະອົງໂຜດຟັງ ທີ່ສະຫວັນຊັ້ນຟ້າ ບ່ອນພຣະອົງສະຖິດຢູ່ ໂຜດຟັງພວກເຂົາ ແລະ ເຮັດຕາມທີ່ພວກເຂົາຂໍຮ້ອງດ້ວຍ ເພື່ອວ່າປະຊາຊົນທົ່ວໂລກຈະໄດ້ຮູ້ຈັກນາມຊື່ຂອງ ພຣະອົງ ແລະ ຢໍາເກງພຣະອົງເໝືອນກັນ ກັບປະຊາຊົນອິດສະຣາເອນຂອງພຣະອົງ. ແລ້ວພວກເຂົາກໍຈະຮູ້ໄດ້ວ່າ ພຣະວິຫານທີ່ຂ້ານ້ອຍໄດ້ສ້າງຂຶ້ນນີ້ແມ່ນສະຖານທີ່ ທີ່ມະນຸດນະມັດສະການພຣະອົງ.
\s5
\v 34 ເມື່ອພຣະອົງສັ່ງປະຊາຊົນຂອງພຣະອົງ ໃຫ້ເຂົ້າໄປໃນສະໜາມຮົບ ເພື່ອຕໍ່ສູ້ເຫລົ່າສັດຕູ ແລະ ພວກເຂົາພາວັນນາອະທິຖານຫາພຣະອົງ ບໍ່ວ່າພວກເຂົາຢູ່ບ່ອນໃດກໍຕາມ ເມື່ອປິ່ນໜ້າມາຍັງເມືອງນີ້ ຊຶ່ງພຣະອົງໄດ້ເລືອກໄວ້ ແລະ ມາຍັງພຣະວິຫານນີ້ ຊຶ່ງຂ້ານ້ອຍໄດ້ສ້າງເພື່ອພຣະອົງ
\v 35 ໂຜດຟັງຄໍາພາວັນນາອະທິຖານຂອງພວກເຂົາດ້ວຍ. ທີ່ສະຫວັນຊັ້ນຟ້າ ໂຜດຟັງພວກເຂົາ ແລະ ໃຫ້ພວກເຂົາມີໄຊຊະນະດ້ວຍເຖີດ.
\s5
\v 36 ເມື່ອປະຊາຊົນຂອງພຣະອົງເຮັດບາບຕໍ່ສູ້ພຣະອົງ ແລະຕາມຄວາມຈິງແລ້ວ ບໍ່ມີຜູ້ ໃດເລີຍທີ່ບໍ່ເຮັດບາບ ໂດຍຄວາມໂກດຮ້າຍພຣະອົງໄດ້ປ່ອຍໃຫ້ເຫລົ່າສັດຕູເອົາຊະນະພວກເຂົາ ແລະ ຈັບພວກເຂົາໄປເປັນຊະເລີຍ ໃນດິນແດນແຫ່ງອື່ນ ເຖິງແມ່ນວ່າດິນແດນນັ້ນ ຈະຫ່າງໄກພຽງໃດກໍຕາມ
\v 37 ໂຜດ ຟັງຄໍາພາວັນນາ ອະທິຖານຂອງປະຊາຊົນຂອງພຣະອົງດ້ວຍ. ໃນດິນແດນນັ້ນ ຖ້າພວກເຂົາກັບໃຈແລະພາວັນນາ ອະທິຖານຫາພຣະອົງ ໂດຍສາລະພາບວ່າພວກເຂົາໄດ້ເຮັດບາບ ແລະ ຊົ່ວຊ້າສໍ່າໃດແລ້ວ; ຂ້າແດ່ອົງພຣະຜູ້ເປັນເຈົ້າ ໂຜດຟັງໍາພາວັນນາອະທິຖານຂອງພວກເຂົາດ້ວຍ.
\v 38 ທີ່ດິນແດນນັ້ນ ຖ້າພວກເຂົາຈິງໃຈກັບໃຈໃໝ່ແທ້ ແລະພາວັນນາອະທິຖານຫາພຣະອົງ ໂດຍປິ່ນໜ້າມາທາງເມືອງນີ້ ຊຶ່ງພຣະອົງໄດ້ເລືອໄວ້ ແລະ ມາຍັງພຣະວິຫານນີ້ ຊຶ່ງຂ້ານ້ອຍໄດ້ ສ້າງເພື່ອພຣະອົງ
\v 39 ໂຜດຟັງຄໍາພາວັນນາອະທິຖານຂອງພວກເຂົາດ້ວຍ. ທີ່ສະຫວັນຊັ້ນຟ້າບ່ອນພຣະອົງສະຖິດຢູ່ ໂຜດຟັງແລະເມດຕາພວກເຂົາ ພ້ອມທັງອະໄພຄວາມຜິດບາບຂອງປະຊາຊົນຂອງພຣະອົງດ້ວຍ.
\v 40 ຂ້າແດ່ພຣະເຈົ້າຂອງຂ້ານ້ອຍເອີຍ ບັດນີ້ ຂໍໂຜດຫລິງເບິ່ງ ແລະຟັງຄໍາພາວັນນາອະທິຖານ ທີ່ຂ້ານ້ອຍອຸທິດຖວາຍໃນທີ່ນີ້ດ້ວຍ.
\v 41 ບັດນີ້ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າເອີຍ ໂຜດລຸກຂຶ້ນ ແລະ ໂດຍຫີບພັນທະສັນຍາທີ່ເປັນສັນຍາລັກແຫ່ງຣິດອໍານາດຂອງພຣະອົງ ໂຜດເຂົ້າໄປໃນພຣະວິຫານ ແລະສະຖິດຢູ່ໃນທີ່ນັ້ນຕະຫລອດໄປເຖີດ. ຂ້າແດ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າເອີຍ ໂຜດອວຍພອນບັນດາປະໂຣຫິດຂອງພຣະອົງ ໃນທຸກ ໆ ສິ່ງທີ່ພວກເຂົາເຮັດ ແລະໂຜດໃຫ້ປະຊາຊົນຂອງພຣະອົງຊົມຊື່ນຍິນດີ ຍ້ອນຄຸນຄວາມດີຂອງພຣະອົງ ທີ່ມີຕໍ່ພວກເຂົານັ້ນ.
\v 42 ຂ້າແດ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າເອີຍ ໂຜດຢ່າໄດ້ປະຖິ້ມກະສັດທີ່ພຣະອົງໄດ້ເລືອກເອົາເລີຍ. ໂຜດຈົດຈາໍຄວາມຮັກ ທີ່ພຣະອົງໄດ້ມີຕໍ່ດາວິດ ຜູ້ຮັບໃຊ້ຂອງພຣະອົງແດ່ທ້ອນ. ” [ບ]
\s5
\c 7
\p
\v 1 ເມື່ອກະສັດໂຊໂລໂມນໄດ້ພາວັນນາອະທິຖານຈົບແລ້ວ ກໍມີໄຟລົງມາຈາກສະຫວັນລຸກໄໝ້ເຄື່ອງບູຊາຕ່າງ ໆ ແລະ ສະຫງ່າຣາສີຂອງອົງພຣະຜູ້ເປັນເຈົ້າ ກໍຫຸ້ມເຕັມຢູ່ທີ່ພຣະວິຫານ.
\v 2 ຍ້ອນວິຫານຂອງ ອົງພຣະຜູ້ເປັນເຈົ້າ ເຕັມດ້ວຍສະຫງ່າຣາສີຂອງອົງພຣະຜູ້ເປັນເຈົ້າ ບັນດາປະໂຣຫິດຈຶ່ງບໍ່ອາດເຂົ້າໄປໃນວິຫານຂອງອົງພຣະຜູ້ເປັນເຈົ້າໄດ້.
\v 3 ເມື່ອປະຊາຊົນອິດສະຣາເອນ ໄດ້ເຫັນໄຟລົງມາ ແລະ ສະຫງ່າຣາສີຂອງອົງ ພຣະຜູ້ເປັນເຈົ້າປົກຄຸມຢູ່ເຕັມພຣະວິຫານເຊັ່ນນັ້ນ; ພວກເຂົາກໍກາບລົງກັບພື້ນດິນ ແລະ ນະມັດສະການ ແລະ ໂມທະນາຂອບພຣະຄຸນອົງພຣະຜູ້ເປັນເຈົ້າ ທັງສັນລະເສີນຄຸນງາມຄວາມດີ ແລະ ຄວາມຮັກອັນໝັ້ນຄົງຂອງພຣະອົງດໍາລົງຢູ່ຕະຫລອດໄປເປັນນິດ.
\s5
\v 4 ແລ້ວກະສັດໂຊໂລໂມນ ພ້ອມກັບປະຊາຊົນທັງໝົດກໍໄດ້ຖວາຍເຄື່ອງບູຊາຕ່າງ ໆ ແກ່ອົງພຣະຜູ້ເປັນເຈົ້າ.
\v 5 ເພິ່ນໄດ້ຂ້າງົວຊາວສອງພັນໂຕ ແລະ ແກະໜຶ່ງຮ້ອຍຊາວພັນໂຕ ຖວາຍເພື່ອຄວາມສາມັກຄີທາໍ. ດັ່ງນັ້ນ ກະສັດແລະປະຊາຊົນທັງໝົດ ຈຶ່ງໄດ້ຖວາຍພຣະວິຫານແກ່ພຣະເຈົ້າ.
\v 6 ບັນດາ ປະໂຣຫິດ ໄດ້ຢືນປະຈາໍບ່ອນທີ່ຖືກມອບໝາຍໃຫ້ ແລະ ຊື່ໜ້າພວກເຂົາແມ່ນຊາວເລວີ ທີ່ພວມສັນລະເສີນອົງພຣະຜູ້ເປັນເຈົ້າ ດ້ວຍເຄື່ອງດົນຕຼີ ຊຶ່ງກະສັດດາວິດໄດ້ຈັດຫາໃຫ້ ແລະ ຮ້ອງເພງເລື່ອງຄວາມຮັກຂອງພຣະອົງ ດໍາລົງຢູ່ຕະຫລອດໄປເປັນນິດຕາມທີ່ກະສັດດາວິດໄດ້ມອບໝາຍໃຫ້. ໃນຂະນະທີ່ປະຊາຊົນກາໍລັງຢືນຢູ່ນັ້ນ ພວກປະໂຣຫິດກໍໄດ້ພາກັນເປົ່າແກ.
\s5
\v 7 ໂຊໂລໂມນ ໄດ້ຖວາຍສ່ວນກາງຂອງເດີ່ນເຂດດ້ານໜ້າຂອງພຣະວິຫານ ແລະ ຕໍ່ມາ ເພິ່ນໄດ້ຖວາຍເຄື່ອງບູຊາໃນທີ່ນັ້ນ ເປັນຕົ້ນ: ການບູຊາເຜົາທັງໝົດ, ພືດຜົນເປັນເມັດ ແລະ ໄຂມັນທີ່ໄດ້ມາຈາກເຄື່ອງຖວາຍເພື່ອຄວາມສາມັກຄີທາໍ. ເພິ່ນໄດ້ເຮັດເຊັ່ນນີ້ ເພາະແທ່ນບູຊາທອງສໍາຣິດຊຶ່ງເພິ່ນໄດ້ເຮັດນັ້ນນ້ອຍໂພດສໍາລັບບັນຈຸເຄື່ອງຖວາຍເຫລົ່ານັ້ນທັງໝົດ.
\s5
\v 8 ໂຊໂລໂມນ ກັບປະຊາຊົນອິດສະຣາເອນທັງໝົດໄດ້ສະຫລອງເທດສະການປຸກຕຸບຢູ່ ເປັນເວລາເຈັດວັນ. ປະຊາຊົນເປັນຈາໍນວນຫລວງຫລາຍທີ່ຢູ່ໄກ ຄື ຈາກທາງເໜືອສຸດຂອງຊ່ອງແຄບຮາມັດ ແລະ ເຂດແດນເບື້ອງໃຕ້ຂອງປະເທດເອຢິບ ກໍໄດ້ມາຮ່ວມ ນໍາ.
\v 9 ພວກເຂົາໄດ້ຢູ່ທີ່ນັ້ນເປັນເວລາເຈັດວັນ ເພື່ອອຸທິດຖວາຍແທ່ນບູຊາ ແລະ ຢູ່ອີກເຈັດວັນເພື່ອສະຫລອງເທດສະການ. ໃນມື້ສຸດທ້າຍ ພວກເຂົາໄດ້ສະຫລອງມື້ປິດງານ
\v 10 ແລະ ວັນຕໍ່ມາ ຄື ວັນທີຊາວສາມຂອງເດືອນທີເຈັດ ໂຊໂລໂມນໄດ້ໃຫ້ປະຊາຊົນກັບເມືອເຮືອນໃຜລາວ. ພວກເຂົາຊົມຊື່ນຍິນດີກັບຄໍາອວຍພອນ ທີ່ອົງພຣະຜູ້ເປັນເຈົ້າໄດ້ໃຫ້ແກ່ປະຊາຊົນອິດສະຣາເອນຂອງພຣະອົງ, ແກ່ດາວິດ ແລະ ແກ່ໂຊໂລໂມນ.
\s5
\v 11 ຫລັງຈາກ ກະສັດໂຊໂລໂມນໄດ້ສ້າງພຣະວິຫານຂອງອົງພຣະຜູ້ເປັນເຈົ້າ ແລະ ວັງຂອງເພິ່ນສໍາເລັດແລ້ວ ກະສັດໂຊໂລໂມນໄດ້ເຮັດຂ້າງໃນພຣະວິຫານຂອງອົງພຣະຜູ້ເປັນເຈົ້າ ແລະ ວັງຂອງເພິ່ນໃຫ້ສໍາເລັດຮຽບຮ້ອຍ ຕາມແບບແຜນທັງໝົດນັ້ນ,
\v 12 ຂະນະນັ້ນ ອົງພຣະຜູ້ເປັນເຈົ້າໄດ້ປາກົດຕໍ່ເພິ່ນໃນເວລາ ກາງຄືນ ແລະ ໄດ້ກ່າວຕໍ່ເພິ່ນວ່າ, “ເຮົາໄດ້ຍິນຄໍາພາວັນນາອະທິຖານຂອງເຈົ້າແລ້ວ ແລະ ເຮົາກໍຍິນດີຮັບເອົາພຣະວິຫານນີ້ ເພື່ອເປັນບ່ອນຖວາຍເຄື່ອງບູຊາແກ່ເຮົາ.
\s5
\v 13 ເມື່ອໃດເຮົາກັກຝົນບໍ່ໃຫ້ຕົກ ຫລື ສົ່ງຝູງຕັກແຕນມາກິນເຄື່ອງປູກຂອງຝັງ ຫລື ສົ່ງພະຍາດລະບາດມາສູ່ປະຊາຊົນຂອງເຮົາ,
\v 14 ຖ້າພວກເຂົາພາວັນນາອະທິຖານຫາເຮົາ ພ້ອມທັງກັບໃຈໃໝ່ ແລະ ຫັນໜີຈາກຄວາມຊົ່ວທີ່ພວກເຂົາກາໍລັງເຮັດຢູ່; ແລ້ວທີ່ສະຫວັນ ຊັ້ນຟ້າ ເຮົາກໍຈະຟັງຄໍາພາວັນນາອະທິຖານຂອງພວກເຂົາ, ໃຫ້ອະໄພການບາບຂອງພວກເຂົາ ແລະ ເຮັດໃຫ້ດິນແດນຂອງພວກເຂົາ ຈະເລີນຮຸ່ງເຮືອງຂຶ້ນໃໝ່.
\v 15 ເຮົາຈະ ເຝົ້າເບິ່ງພຣະວິຫານນີ້ ແລະ ຕຽມຟັງຄໍາພາວັນນາອະທິຖານຂອງທຸກ ໆ ຄົນທີ່ຮ້ອງຫາເຮົາໃນທີ່ນີ້
\s5
\v 16 ເພາະເຮົາໄດ້ເລືອກເອົາສະຖານທີ່ນີ້ ເປັນບ່ອນສັກສິດໃຫ້ພວກເຂົານະມັດສະການເຮົາຕະຫລອດໄປ. ເຮົາຈະເຝົ້າເບິ່ງສະຖານທີ່ ນີ້ ແລະ ປົກປັກຮັກສາຢູ່ທຸກເວລາ.
\v 17 ຖ້າເຈົ້າຮັບໃຊ້ເຮົາຢ່າງສັດຊື່ ດັ່ງທີ່ດາວິດພໍ່ຂອງເຈົ້າໄດ້ເຮັດມາ ຄື ເຊື່ອຟັງກົດບັນຍັດທັງຫລາຍຂອງເຮົາ ແລະ ຂັບຕາມທຸກ ໆ ສິ່ງທີ່ເຮົາໄດ້ສັ່ງເຈົ້າ,
\v 18 ເຮົາກໍຈະຮັກສາຄໍາສັນຍາ ທີ່ເຮົາໄດ້ເຮັດກັບດາວິດພໍ່ຂອງເຈົ້າ ຄື ເວລາທີ່ເຮົາໄດ້ບອກລາວວ່າ ‘ຊາດອິດສະຣາເອນ ຈະມີເຊື້ອສາຍຂອງລາວປົກຄອງປະເທດສືບ ໆ ໄປ.
\s5
\v 19 ແຕ່ຖ້າເຈົ້າ ແລະ ປະຊາຊົນຂອງເຈົ້າບໍ່ເຊື່ອຟັງກົດບັນຍັດ ແລະ ຂໍ້ຄໍາສັ່ງທີ່ເຮົາໄດ້ໃຫ້ພວກເຈົ້າ ແລະ ຫັນໄປຂາບໄຫວ້ບັນດາພະອື່ນ,
\v 20 ເຮົາກໍຈະຍົກຍ້າຍພວກເຈົ້າອອກຈາກດິນແດນ ຊຶ່ງເຮົາໄດ້ໃຫ້ພວກເຈົ້າ ແລະ ເຮົາຈະປະຖິ້ມພຣະວິຫານນີ້ ຊຶ່ງເຮົາໄດ້ເຮັດໃຫ້ເປັນສະຖານທີ່ສັກສິດ ເພື່ອນະມັດສະການເຮົາ. ປະຊາຊົນທົ່ວທຸກ ໆ ບ່ອນຈະຫຍໍ້ຫຍັນ ແລະ ໝິ່ນປະໝາດສະຖານທີ່ນີ້.
\v 21 ໃນເວລານີ້ ພຣະວິຫານເປັນທີ່ຍົກຍໍຢ່າງສູງສົ່ງແທ້, ແຕ່ແລ້ວໃນເວລານັ້ນ ທຸກ ໆ ຄົນທີ່ຜ່ານໄປກໍຈະສະດຸ້ງໃນໃຈ ແລະ ຖາມວ່າ, ‘ເປັນຫຍັງ ອົງພຣະຜູ້ເປັນເຈົ້າຈຶ່ງເຮັດກັບດິນແດນ ແລະ ພຣະວິຫານເຊັ່ນນີ້?
\v 22 ຄົນທັງຫລາຍຈະຕອບວ່າ, ‘ກໍເພາະພວກເຂົາປະຖິ້ມອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຂົາຜູ້ທີ່ໄດ້ນາໍພາ ບັນພະບຸລຸດຂອງພວກເຂົາອອກມາຈາກປະເທດເອຢິບ. ພວກເຂົາຈົງຮັກພັກດີຕໍ່ບັນ ດາພະອື່ນ ແລະ ຂາບໄຫວ້ພະເຫລົ່ານັ້ນ. ສະນັ້ນແຫລະ ພຣະອົງຈຶ່ງນາໍໄພພິບັດ ຫລາຍຢ່າງມາສູ່ພວກເຂົາ.
\s5
\c 8
\p
\v 1 ກະສັດໂຊໂລໂມນ ໄດ້ໃຊ້ເວລາຊາວປີ ເພື່ອສ້າງພຣະວິຫານ ແລະ ຣາຊວັງຂອງຕົນ.
\v 2 ເພິ່ນໄດ້ສ້າງເມືອງຕ່າງ ໆ ທີ່ກະສັດຮີຣາມ ມອບໃຫ້ເພິ່ນນັ້ນຂຶ້ນໃໝ່ ແລະ ໄດ້ສົ່ງຊາວອິດສະຣາເອນໄປຕັ້ງຖິ່ນຖານໃໝ່ຢູ່ທີ່ນັ້ນ.
\s5
\v 3 ເພິ່ນໄດ້ຢຶດເຂດແດນຂອງຮາມັດ ແລະ ໂຊບາ
\v 4 ພ້ອມທັງໄດ້ສ້າງປ້ອມປ້ອງກັນເມືອງປານມີຣາ ຢູ່ໃນຖິ່ນແຫ້ງແລ້ງກັນດານ. ເພິ່ນໄດ້ສ້າງເມືອງທັງໝົດໃນຮາມັດ ຂຶ້ນໃໝ່ ເພື່ອໃຊ້ເປັນສູນກາງສະສົມສະບຽງອາຫານ.
\s5
\v 5 ກະສັດໂຊໂລໂມນ ໄດ້ສ້າງເມືອງເຫລົ່ານີ້ຂຶ້ນໃໝ່ເຊັ່ນກັນ ດັ່ງນີ້: ເບັດໂຮໂຣນ ເບື້ອງເທິງ ແລະ ເບັດໂຮໂຣນ ເບື້ອງລຸ່ມ (ເມືອງທັງສອງນີ້ ໄດ້ມີປ້ອມປ້ອງກັນ ແລະ ມີກອນປະຕູເປັນເຫລັກແທ່ງ),
\v 6 ເມືອງບາອາລາດ, ເມືອງທັງໝົດທີ່ເພິ່ນໃຊ້ເປັນບ່ອນສະສົມສະບຽງອາຫານ ແລະ ເມືອງທັງຫລາຍ ບ່ອນທີ່ເພິ່ນໄດ້ສະສົມຝູງມ້າ ແລະ ລົດຮົບ. ເພິ່ນຍັງດໍາເນີນແຜນການກໍ່ສ້າງທັງໝົດຂອງເພິ່ນໃນນະຄອນເຢຣູຊາເລັມ, ໃນເລບານອນ, ຕະຫລອດທົ່ວທັງເຂດແດນທີ່ເພິ່ນປົກຄອງ.
\s5
\v 7 ໂຊໂລໂມນ ໄດ້ຮັບແຮງງານທັງໝົດນັ້ນ ມາຈາກເຊື້ອສາຍຂອງປະຊາຊົນການາອານ ທີ່ບໍ່ໄດ້ຖືກຂ້າ ເມື່ອຊາວອິດສະຣາເອນໄດ້ໄປຢຶດຄອງດິນແດນ. ປະຊາຊົນເຫລົ່ານັ້ນມີດັ່ງນີ້: ຊາວຮິດຕີ, ອາໂມ, ເປຣີຊີ, ຮິວີ ແລະ ຊາວ ເຢບຸດ.
\v 8 ບັນດາເຊື້ອສາຍຂອງປະຊາຊົນ ເຫລົ່ານັ້ນ ໄດ້ສືບຕໍ່ຕົກເປັນທາດຮັບໃຊ້ມາຈົນເຖິງສະໄໝປັດຈຸບັນນີ້.
\s5
\v 9 ຊາວອິດສະຣາເອນບໍ່ເຄີຍເປັນກາໍມະກອນອອກແຮງງານ; ແຕ່ພວກເຂົາເປັນທະຫານ, ຂ້າຣາຊການ, ຄົນຂັບລົດຮົບ ແລະ ທະຫານມ້າ.
\v 10 ມີຂ້າຣາຊການທັງໝົດ ສອງຮ້ອຍຫ້າສິບຄົນ ເປັນຜູ້ຮັບຜິດຊອບຄວບຄຸມກາໍມະກອນທີ່ເຮັດວຽກຕາມໂຄງການກໍ່ສ້າງຕ່າງ ໆ.
\s5
\v 11 ໂຊໂລໂມນ ໄດ້ຍ້າຍເມຍຂອງເພິ່ນລູກສາວຂອງກະສັດແຫ່ງເອຢິບ ອອກຈາກເມືອງຂອງດາວິດ ແລະ ໃຫ້ໄປຢູ່ໃນເຮືອນທີ່ເພິ່ນໄດ້ສ້າງສໍາລັບນາງໂດຍສະເພາະ. ເພິ່ນເວົ້າວ່າ, “ນາງບໍ່ສົມຄວນຢູ່ໃນວັງຂອງກະສັດແຫ່ງອິດສະຣາເອນ ເພາະບ່ອນໃດທີ່ມີຫີບພັນທະສັນຍາຂອງອົງພຣະຜູ້ເປັນເຈົ້າ ກໍເປັນບ່ອນສັກສິດ.”
\s5
\v 12 ໂຊໂລໂມນ ໄດ້ຖວາຍເຄື່ອງບູຊາແກ່ອົງພຣະຜູ້ເປັນເຈົ້າ ທີ່ເທິງແທ່ນບູຊາຂອງອົງພຣະຜູ້ເປັນເຈົ້າ ຊຶ່ງເພິ່ນໄດ້ສ້າງຂຶ້ນຕໍ່ໜ້າພຣະວິຫານ.
\v 13 ເພິ່ນໄດ້ເຜົາເຄື່ອງບູຊາ ຖວາຍຕາມກົດບັນຍັດຂອງໂມເຊ ທີ່ໄດ້ກາໍ ນົດໄວ້ ດັ່ງນີ້: ວັນຊະບາໂຕ, ວັນເດືອນອອກໃໝ່, ເທດສະການສາມປາງປະຈາໍປີ ຄື: ວັນເຂົ້າຈີ່ບໍ່ມີເຊື້ອແປ້ງ, ວັນສະຫລອງການເກັບກ່ຽວ ແລະ ເທດສະການປຸກຕູບຢູ່.
\s5
\v 14 ເພື່ອປະຕິບັດຕາມກົດລະບຽບທີ່ກະສັດດາວິດ ພໍ່ຂອງເພິ່ນໄດ້ວາງໄວ້ ເພິ່ນໄດ້ຈັດວຽກປະຈາໍວັນ ໃຫ້ແກ່ພວກປະໂຣຫິດ ແລະ ພວກເລວີ ທີ່ເປັນຜູ້ຊ່ວຍຮ້ອງເພງ ແລະ ເຮັດວຽກໃຫ້ພວກປະໂຣຫິດ. ເພິ່ນຍັງໄດ້ຈັດຕັ້ງໃຫ້ມີທະຫານເຝົ້າຍາມພຣະວິຫານ ເປັນໝວດ ໆ ເພື່ອເຮັດໜ້າທີ່ປະຈາໍວັນຢູ່ຕາມແຕ່ລະປະຕູເຂົ້າພຣະວິຫານ ຕາມຂໍ້ຄໍາສັ່ງຂອງກະສັດດາວິດ ຄົນຂອງພຣະເຈົ້າ.
\v 15 ຄໍາແນະນາໍຕ່າງ ໆ ຊຶ່ງກະສັດດາວິດໄດ້ມອບໃຫ້ແກ່ບັນດາປະໂຣຫິດ ແລະ ພວກເລວີກ່ຽວກັບຫ້ອງໄວ້ເຄື່ອງ ແລະ ກ່ຽວກັບເລື່ອງອື່ນ ໆ ກໍໄດ້ຖືກນາໍມາປະຕິບັດຢ່າງຕັ້ງໜ້າໂດຍທົ່ວເຖິງກັນ.
\s5
\v 16 ໃນທີ່ສຸດວຽກການທັງໝົດຂອງກະສັດ ໂຊໂລໂມນ ກໍສໍາເລັດ. ຈາກການວາງຮາກຖານພຣະວິຫານຂອງອົງພຣະຜູ້ເປັນເຈົ້າ ຈົນເຖິງການສ້າງພຣະວິຫານຂອງອົງພຣະຜູ້ເປັນເຈົ້າ ແລ້ວວຽກງານທັງໝົດແມ່ນໄດ້ບັນລຸຜົນໂດຍດີ.
\v 17 ແລ້ວໂຊໂລໂມນ ກໍໄດ້ໄປຍັງ ເອຊີໂອນເກເບ ແລະ ເອໂລດ ເມືອງທ່າເຮືອທີ່ແຄມອ່າວ ອາກາບາ ຢູ່ໃນດິນແດນຂອງເອໂດມ.
\v 18 ກະສັດຮີຣາມ ໄດ້ສົ່ງເຮືອຫລາຍລໍາພາຍໃຕ້ການຄວບຄຸມຂອງຂ້າຣາຊການຂອງເພິ່ນເອງ ພ້ອມທັງລູກເຮືອທີ່ມີຄວາມຊໍານິຊໍານານທາງທະເລມາໃຫ້ກະສັດໂຊໂລໂມນ. ພວກເຂົາໄດ້ແລ່ນເຮືອ ໄປກັບຂ້າຣາຊການຂອງໂຊໂລໂມນ ຈົນຮອດດິນແດນຂອງໂອເຟຍ ແລະ ໄດ້ນາໍຄໍາ ປະມານສິບຫົກໂຕນ ມາມອບໃຫ້ກະສັດໂຊໂລໂມນ.
\s5
\c 9
\p
\v 1 ຣາຊີນີແຫ່ງເຊບາ ໄດ້ຍິນເຖິງຊື່ສຽງຂອງ ກະສັດໂຊໂລໂມນ; ສະນັ້ນ ຣາຊີນີຈຶ່ງໄດ້ເດີນທາງມາຍັງນະຄອນເຢຣູຊາເລັມ ເພື່ອຖາມເຖິງບັນຫາທີ່ຍາກຫລາຍບັນຫາ ເພື່ອເປັນການທົດສອບ. ມີຄະນະຜູ້ຕິດຕາມຣາຊີນີ ມາຢ່າງຫລວງຫລາຍພ້ອມທັງນາໍເອົາເຄື່ອງເທດ, ເພັດພອຍ ແລະ ຄໍາ ເປັນຈາໍນວນຫລວງຫລາຍຂົນໃສ່ຫລັງອູດມາດ້ວຍ. ເມື່ອຣາຊີນີໄດ້ພົບກັບໂຊໂລໂມນ ຣາຊີນີກໍໄດ້ຖາມເພິ່ນທຸກບັນຫາທີ່ຣາຊີນີ ສາມາດຄິດໄດ້.
\v 2 ເພິ່ນໄດ້ຕອບຣາຊີນີ ທຸກບັນຫາ; ບໍ່ມີບັນຫາໃດຍາກເກີນກວ່າທີ່ເພິ່ນຈະອະທິບາຍ ບໍ່ໄດ້.
\s5
\v 3 ຣາຊີນີແຫ່ງເຊບາ ໄດ້ຍິນເຖິງປັນຍາຂອງກະສັດໂຊໂລໂມນ ແລະ ເຫັນຣາຊວັງທີ່ເພິ່ນໄດ້ສ້າງ.
\v 4 ຣາຊີນີ ໄດ້ເຫັນອາຫານທີ່ເທິງໂຕະຂອງເພິ່ນ, ທີ່ພັກອາໄສຂອງບັນດາ ຂ້າຣາຊການຂອງເພິ່ນ, ການຈັດຕັ້ງຕ່າງ ໆ ຂອງພະນັກງານໃນພະຣາຊວັງ ແລະ ເຄື່ອງແບບທີ່ພວກເຂົາໃສ່, ເຄື່ອງນຸ່ງຫົ່ມຂອງຄົນຮັບໃຊ້ທີ່ຢືນລໍບໍລິການໃນງານຕ່າງ ໆ ແລະ ເຄື່ອງບູຊາທີ່ເພິ່ນໄດ້ຖວາຍ [ປ] ໃນພຣະວິຫານ. ສິ່ງທັງໝົດນີ້ເຮັດໃຫ້ຣາຊີນີປະທັບໃຈ ຫລາຍທີ່ສຸດ.
\s5
\v 5 ຣາຊີນີກ່າວແກ່ກະສັດວ່າ, “ຄໍາເລົ່າລືທີ່ຂ້ານ້ອຍໄດ້ຍິນທີ່ປະເທດຂອງຂ້ານ້ອຍ ກ່ຽວກັບທ່ານ [ຜ] ແລະ ປັນຍາຂອງທ່ານນັ້ນກໍເປັນຄວາມຈິງແທ້ທຸກຢ່າງ
\v 6 ຂ້ານ້ອຍບໍ່ໄດ້ເຊື່ອຄໍາບອກເລົ່າຂອງພວກເຂົາ ຈົນກວ່າຂ້ານ້ອຍໄດ້ມາເຫັນໂດຍຕົນເອງ. ສິ່ງທີ່ຂ້ານ້ອຍໄດ້ຍິນມານັ້ນ ບໍ່ຮອດເຄິ່ງໜຶ່ງຂອງປັນຍາຂອງທ່ານເລີຍ. ທ່ານສະຫລຽວສະຫລາດຫລາຍກວ່າທີ່ພວກເຂົາໄດ້ເວົ້າມາ.
\s5
\v 7 ພະນັກງານ ຜູ້ທີ່ຮັບໃຊ້ທ່ານນັ້ນກໍມີຄວາມສຸກທີ່ໄດ້ເຂົ້າພົບທ່ານ ແລະ ໄດ້ຮັບສິດພິເສດຟັງຖ້ອຍຄໍາອັນສະຫລຽວ ສະຫລາດຂອງທ່ານ ກໍມີຄວາມສຸກຫລາຍ
\v 8 ສັນລະເສີນອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງທ່ານ ພຣະອົງສໍາແດງໃຫ້ທ່ານເຫັນວ່າ ພຣະອົງພໍໃຈໃນຕົວທ່ານຫລາຍສໍ່າໃດ ຈຶ່ງແຕ່ງຕັ້ງທ່ານໃຫ້ເປັນກະສັດ ເພື່ອປົກຄອງໃນ ນາມຊື່ຂອງພຣະອົງ. ເພາະພຣະອົງຮັກປະຊາຊົນອິດສະຣາເອນຂອງພຣະອົງ ແລະ ຢາກຈະຮັກສາພວກເຂົາໄວ້ຕະຫລອດໄປ ພຣະອົງຈຶ່ງໄດ້ແຕ່ງຕັ້ງທ່ານໃຫ້ເປັນກະສັດ ເພື່ອຖືຮັກສາກົດບັນຍັດ ແລະ ຄວາມຍຸດຕິທາໍໄວ້.”
\s5
\v 9 ຣາຊີນີ ໄດ້ມອບສິ່ງຂອງຕ່າງ ໆ ທີ່ໄດ້ນໍາ ມານັ້ນໃຫ້ແກ່ໂຊໂລໂມນ ດັ່ງນີ້: ຄໍາ ປະມານ ສີ່ໂຕນ, ເຄື່ອງເທດຈາໍນວນຫລວງຫລາຍ ແລະ ເພັດພອຍ. ຍັງບໍ່ເຄີຍມີເຄື່ອງເທດໃດ ໆ ທີ່ດີເທົ່າທຽມກັບຂອງຣາຊີນີແຫ່ງເຊບາ ໄດ້ນາໍມາມອບໃຫ້ໂຊໂລໂມນ.
\s5
\v 10 ຄົນຂອງກະສັດຮີຣາມ ແລະ ຂອງກະສັດໂຊໂລໂມນຍັງໄດ້ນາໍຄໍາ ມາຈາກໂອເຟຍ ແລະ ທັງໄດ້ນາໍເອົາໄມ້ຈັນ ແລະ ເພັດພອຍມາດ້ວຍ.
\v 11 ກະສັດໂຊໂລໂມນ ໄດ້ໃຊ້ໄມ້ນັ້ນເຮັດຂັ້ນໄດພຣະວິຫານ ແລະ ເຮັດວັງຂອງເພິ່ນເອງ ທັງເຮັດພິນນ້ອຍ ແລະ ພິນໃຫຍ່ ໃຫ້ພວກນັກດົນຕຼີ. ໃນດິນແດນແຫ່ງຢູດາຍບໍ່ເຄີຍເຫັນເຊັ່ນນີ້ມາກ່ອນເລີຍ.
\v 12 ກະສັດໂຊໂລໂມນ ໄດ້ມອບທຸກສິ່ງໃຫ້ຕາມທີ່ຣາຊີນີແຫ່ງເຊບາຂໍຮ້ອງ. ອັນນີ້ບໍ່ໄດ້ນັບສິ່ງທີ່ເພິ່ນໃຫ້ຕອບແທນຂອງຕ້ອນ [ຝ] ທີ່ນາງນາໍມາມອບໃຫ້ເພິ່ນ. ແລ້ວຣາຊີນີ ພ້ອມຄະນະຜູ້ຕິດຕາມກໍກັບຄືນເມືອສູ່ດິນແດນແຫ່ງເຊບາ.
\s5
\v 13 ທຸກ ໆ ປີໃດ ກະສັດໂຊໂລໂມນໄດ້ຮັບຄໍາ ໜັກກວ່າຊາວຫ້າໂຕນ
\v 14 ໂດຍບໍ່ນັບລາຍໄດ້ທີ່ເກັບພາສີຈາກພວກພໍ່ຄ້າ. ບັນດາກະສັດແຫ່ງອາຣາເບຍ ແລະ ຜູ້ປົກຄອງເມືອງ ຕ່າງ ໆ ໃນອິດສະຣາເອນໄດ້ນາໍຄໍາ ແລະ ເງິນມາມອບໃຫ້ເພິ່ນຄືກັນ.
\s5
\v 15 ກະສັດໂຊໂລໂມນ ໄດ້ເຮັດໂລ້ໃຫຍ່ສອງຮ້ອຍອັນ ແຕ່ລະອັນເຄືອບດ້ວຍຄໍາ ໜັກປະມານຫົກກິໂລກຼາມ
\v 16 ກັບເຮັດໂລ້ນ້ອຍສາມຮ້ອຍອັນ ແຕ່ລະອັນເຄືອບດ້ວຍຄໍາ ໜັກປະມານສາມກິໂລກຼາມ. ເພິ່ນເອົາໂລ້ທັງໝົດນັ້ນ ໄປວາງໄວ້ທີ່ຫ້ອງໂຖງແຫ່ງດົງເລບານອນ. [ພ]
\s5
\v 17 ກະສັດຍັງໄດ້ເຮັດບັນລັງທີ່ໃຫຍ່ໂຕດ້ວຍ. ບາງສ່ວນຂອງບັນລັງນັ້ນ ເຮັດດ້ວຍງາ ຊ້າງ ແລະ ນອກນັ້ນໂອບດ້ວຍຄໍາບໍຣິສຸດ.
\v 18 ບັນລັງນັ້ນ ມີຂັ້ນໄດຫົກຂັ້ນ ແລະ ມີອັນຮອງຕີນທີ່ໂອບດ້ວຍຄໍາ. ແຕ່ລະຂ້າງຂອງບັນລັງມີອັນຮອງແຂນ ແລະ ມີຮູບໂຕສິງຢືນຢູ່ແຕ່ລະຂ້າງ.
\s5
\v 19 ມີຮູບໂຕສິງສິບສອງໂຕ ຢູ່ເທິງຂັ້ນໄດນັ້ນ ຄື ແຕ່ລະຂັ້ນມີຮູບສິງແຕ່ລະຂ້າງ. ບໍ່ເຄີຍມີບັນລັງໃດເປັນເຊັ່ນນີ້ຢູ່ໃນຣາຊອານາຈັກອື່ນ ໆ ເລີຍ.
\v 20 ຈອກທີ່ໂຊໂລໂມນໃຊ້ດື່ມເຮັດດ້ວຍຄໍາທັງນັ້ນ ແລະ ເຄື່ອງໃຊ້ທັງໝົດໃນຫ້ອງໂຖງແຫ່ງດົງເລບານອນ ກໍເຮັດດ້ວຍ ຄໍາບໍຣິສຸດທັງໝົດ. ໃນສະໄໝຂອງໂຊໂລໂມນນັ້ນ ເງິນຖືວ່າເປັນຂອງບໍ່ມີຄ່າ.
\v 21 ເພິ່ນໄດ້ມີຂະບວນເຮືອແລ່ນທາງທະເລຮ່ວມກັບຂະບວນເຮືອຂອງກະສັດຮີຣາມ. ທຸກໆ ສາມປີໃດ ຂະບວນເຮືອເຫລົ່ານີ້ຈະກັບມາ ພ້ອມທັງນາໍເອົາຄໍາ, ເງິນ, ງາຊ້າງ, ລີງໃຫຍ່ ແລະ ລີງນ້ອຍມາດ້ວຍ.
\s5
\v 22 ກະສັດໂຊໂລໂມນ ໄດ້ຮັ່ງມີ ແລະ ສະຫລຽວສະຫລາດກວ່າກະສັດທັງໝົດໃນໂລກ.
\v 23 ບັນດາກະສັດທັງຫລາຍໄດ້ມາຂໍ ຄໍາປຶກສາກັບເພິ່ນ ເພື່ອຟັງປັນຍາທີ່ພຣະເຈົ້າໄດ້ໃຫ້ແກ່ເພິ່ນ.
\v 24 ກະສັດແຕ່ລະຄົນໄດ້ນາໍສິ່ງຂອງມາມອບໃຫ້ໂຊໂລໂມນ ດັ່ງນີ້: ເຄື່ອງໃຊ້ທີ່ເຮັດດ້ວຍເງິນ ແລະ ຄໍາ, ເສື້ອຜ້າ, ອາວຸດ, ເຄື່ອງເທດ, ມ້າ ແລະ ລໍ. ເຫດການເຊັ່ນນີ້ໄດ້ສືບຕໍ່ມາທຸກ ໆ ປີ.
\s5
\v 25 ກະສັດໂຊໂລໂມນ ມີບ່ອນໄວ້ລົດຮົບ ແລະ ມ້າສີ່ພັນບ່ອນ ແລະ ມີທະຫານມ້າສິບສອງພັນຄົນ. ເພິ່ນໄດ້ຮັກສາບາງສ່ວນໄວ້ຢູ່ໃນນະຄອນເຢຣູຊາເລັມ ແລະ ສ່ວນທີ່ເຫລືອນັ້ນ ເພິ່ນໄດ້ປະໄວ້ຢູ່ຕາມເມືອງອື່ນ ໆ.
\v 26 ເພິ່ນໄດ້ເປັນຜູ້ປົກຄອງສູງສຸດເໜືອກະສັດທັງໝົດໃນເຂດແດນ ຕັ້ງແຕ່ແມ່ນາໍ້ເອີຟຣັດ ເຖິງດິນແດນຟີລິດສະຕິນ ແລະ ຮອດຊາຍແດນຂອງປະເທດເອຢິບ.
\s5
\v 27 ໃນຣາຊການຂອງເພິ່ນ ເງິນໃນນະຄອນເຢຣູຊາເລັມຖືເປັນຂອງທາໍມະດາດັ່ງກ້ອນຫິນ ແລະ ໄມ້ແປກກໍມີເຕັມດັ່ງໄມ້ໝາກເດື່ອຕາມເນີນພູຂອງຢູດາຍ.
\v 28 ໂຊໂລໂມນໄດ້ສັ່ງມ້າມາຈາກມຸຊະຣີ [ຟ] ແລະ ມາຈາກປະເທດອື່ນ ໆ ດ້ວຍ.
\v 29 ປະຫວັດຂອງກະສັດໂຊໂລໂມນ ຕັ້ງແຕ່ຕົ້ນ ຈົນຈົບ ແມ່ນໄດ້ຖືກບັນທຶກໄວ້ໃນປຶ້ມປະຫວັດສາດຂອງຜູ້ທໍານວາຍນາທານ ໃນ ປຶ້ມຄໍາທໍານວາຍຂອງອາຮີຢາແຫ່ງຊີໂລ ແລະ ໃນປຶ້ມນິມິດຂອງຜູ້ທາໍນວາຍອິດໂດ ທີ່ກ່າວເຖິງຣາຊການຂອງກະສັດເຢໂຣໂບອາມ ລູກຊາຍຂອງເນບັດແຫ່ງອິດສະຣາເອນ ເຊັ່ນກັນ.
\v 30 ໂຊໂລໂມນໄດ້ປົກຄອງຢູ່ທີ່ນະຄອນເຢຣູຊາເລັມ ທົ່ວອິດສະຣາເອນເປັນເວລາສີ່ສິບປີ.
\v 31 ເພິ່ນໄດ້ຕາຍໄປ ແລະ ໄດ້ຖືກຝັງໄວ້ທີ່ເມືອງຂອງດາວິດ; ເຣໂຫໂບອາມ ລູກຊາຍຂອງເພິ່ນໄດ້ຂຶ້ນເປັນກະສັດປົກຄອງແທນ.
\s5
\c 10
\p
\v 1 ເຣໂຫໂບອາມ ໄດ້ໄປຍັງເມືອງຊີເຄມ ບ່ອນທີ່ປະຊາຊົນທັງໝົດທາງພາກເໜືອຂອງອິດສະຣາເອນໄດ້ມາເຕົ້າໂຮມກັນ ເພື່ອແຕ່ງຕັ້ງລາວໃຫ້ເປັນກະສັດ.
\v 2 ເມື່ອເຢໂຣໂບອາມ ລູກຊາຍຂອງເນບັດ ຜູ້ໄດ້ປົບໜີຈາກກະສັດໂຊໂລໂມນ ໄປຍັງປະເທດເອຢິບໄດ້ຍິນຂ່າວດັ່ງນີ້ ລາວກໍກັບຄືນມາປະເທດ.
\s5
\v 3 ປະຊາຊົນເຜົ່າທາງພາກເໜືອ ໄດ້ສົ່ງຄົນມາຫາລາວ ແລະ ພວກເຂົາທັງໝົດໄດ້ໄປຫາ ເຣໂຫໂບອາມ ແລະ ເວົ້າຕໍ່ເພິ່ນວ່າ,
\v 4 “ພໍ່ຂອງທ່ານ ໄດ້ໃຫ້ພວກເຮົາແບກຫາບພາລະໜັກໂພດ. ຖ້າທ່ານຊ່ວຍບັນເທົາພາລະນີ້ໃຫ້ເບົາລົງ ແລະ ເຮັດໃຫ້ພວກເຮົາສະດວກສະບາຍຂຶ້ນ ພວກເຮົາກໍຈະເປັນປະຊາຊົນທີ່ສັດຊື່ຂອງທ່ານ. ”
\v 5 ກະສັດເຣໂຫໂບອາມ ຕອບວ່າ, “ໃຫ້ເຮົາພິຈາລະນາເບິ່ງເລື່ອງນີ້ສາມວັນກ່ອນ. ແລ້ວໃຫ້ພວກເຈົ້າກັບມາຫາເຮົາໃໝ່. ” ດັ່ງນັ້ນ ພວກເຂົາຈຶ່ງພາກັນຈາກໄປ.
\s5
\v 6 ກະສັດເຣໂຫໂບອາມ ໄດ້ປຶກສາກັບຜູ້ອາວຸໂສ ທີ່ໄດ້ຮັບໃຊ້ເປັນທີ່ປຶກສາຂອງໂຊໂລໂມນ ພໍ່ຂອງຕົນ. ເພິ່ນຖາມວ່າ, “ພວກທ່ານຈະແນະນາໍເຮົາໃຫ້ບອກຄົນເຫລົ່ານີ້ຢ່າງໃດ? ”
\v 7 ພວກເຂົາຕອບວ່າ, “ຖ້າທ່ານເມດຕາຄົນເຫລົ່ານີ້ ແລະ ພະຍາຍາມເອົາໃຈພວກເຂົາ ໂດຍໃຫ້ຄໍາຕອບທີ່ພວກເຂົາພໍໃຈ ພວກເຂົາກໍຈະຮັບໃຊ້ທ່ານຢ່າງສັດຊື່ເລື້ອຍໄປ.”
\s5
\v 8 ແຕ່ເພິ່ນຊໍ້າບໍ່ເອົາໃຈໃສ່ກັບຄໍາແນະນາໍຂອງຜູ້ອາວຸໂສ ຈ່ຶ່ງໄປຮັບຄໍາປຶກສາຈາກຄົນໜຸ່ມທີ່ໄດ້ເຕີບໃຫຍ່ຂຶ້ນມາພ້ອມກັບຕົນ.
\v 9 ເພິ່ນຖາມພວກເຂົາວ່າ, “ພວກເຈົ້າຈະແນະນາໍເຮົາໃຫ້ເຮັດຢ່າງໃດ? ເຮົາຈະເວົ້າກັບປະຊາຊົນເຫລົ່ານີ້ ທີ່ໄດ້ມາຂໍຮ້ອງເຮົາຜ່ອນ ພາລະໜັກຂອງພວກເຂົາໃຫ້ເບົາລົງໄດ້ຢ່າງໃດ?”
\s5
\v 10 ພວກເຂົາຈຶ່ງຕອບວ່າ, “ທ່ານຄວນຈະບອກພວກເຂົາຢ່າງນີ້: ‘ນິ້ວກ້ອຍຂອງເຮົາກໍໃຫຍ່ກວ່າບັ້ນແອວຂອງພໍ່ເຮົາ.
\v 11 ຈົ່ງບອກພວກເຂົາວ່າ, ‘ພໍ່ຂອງເຮົາໄດ້ວາງພາລະໜັກເທິງພວກທ່ານ; ສ່ວນເຮົາຈະວາງພາລະ ໜັກກວ່ານັ້ນອີກ. ເພິ່ນຂ້ຽນພວກທ່ານດ້ວຍໄມ້ແສ້ທາໍມະດາ; ແຕ່ເຮົາຈະຂ້ຽນພວກທ່ານດ້ວຍໄມ້ແສ້ຕີງົວ.
\s5
\v 12 ສາມວັນຕໍ່ມາ ເຢໂຣໂບອາມ ແລະ ປະຊາຊົນທັງໝົດໍກໍໄດ້ກັບຄືນມາຫາກະສັດ ເຣໂຫໂບອາມ ຕາມທີ່ເພິ່ນໄດ້ບອກພວກເຂົາ.
\v 13 ກະສັດບໍ່ໄດ້ເອົາໃຈໃສ່ຕໍ່ຄໍາແນະນາໍຂອງບັນດາຜູ້ອາວຸໂສ ແລະ ໄດ້ກ່າວຕໍ່ປະຊາຊົນຢ່າງແຂງແຮງ
\v 14 ຕາມທີ່ພວກ ຄົນໜຸ່ມໄດ້ແນະນໍາແກ່ເພິ່ນນັ້ນ. ເພິ່ນໄດ້ເວົ້າ ວ່າ, “ພໍ່ຂອງເຮົາໄດ້ວາງພາລະໜັກເທິງພວກທ່ານ; ເຮົາເອງກໍຈະວາງພາລະໃຫ້ໜັກກວ່ານັ້ນອີກ. ເພິ່ນຂ້ຽນພວກທ່ານດ້ວຍໄມ້ແສ້ທາໍມະດາ; ແຕ່ເຮົາຈະຂ້ຽນພວກທ່ານດ້ວຍ ໄມ້ແສ້ຕີງົວ.”
\s5
\v 15 ສະນັ້ນແຫລະ ກະສັດຈຶ່ງບໍ່ໄດ້ເອົາໃຈໃສ່ຕໍ່ຄໍາຮ້ອງຂໍຂອງປະຊາຊົນ. ເຫດການນີ້ ເປັນມາແຕ່ພຣະເຈົ້າ ເພື່ອອົງພຣະຜູ້ເປັນເຈົ້າຈະໃຫ້ຖ້ອຍຄໍາຂອງພຣະອົງສໍາເລັດຕາມທີ່ພຣະອົງໄດ້ກ່າວແກ່ ເຢໂຣໂບອາມ ລູກຊາຍຂອງເນບັດ ໂດຍຜ່ານທາງຜູ້ທາໍນວາຍ ອາຮີຢາແຫ່ງຊີໂລ ກາຍເປັນຈິງ.
\s5
\v 16 ເມື່ອປະຊາຊົນໄດ້ເຫັນວ່າ ກະສັດບໍ່ຍອມຟັງພວກຕົນ ພວກເຂົາກໍພາກັນຮ້ອງຂຶ້ນວ່າ, “ພວກເຮົາບໍ່ມີສ່ວນໃນດາວິດ ບໍ່ມີສ່ວນໃນມໍຣະດົກຂອງລູກຊາຍຂອງເຢຊີ ຊາວອິດສະຣາເອນເ​ອີຍ ຈົ່ງພາກັນກັບເມືອບ້ານເຖີດ. ປະໃຫ້ເຣໂຫໂບອາມ ຮັບຜິດຊອບລາວເອງສາ. ” ດັ່ງນັ້ນ ປະຊາຊົນອິດສະຣາເອນຈຶ່ງໄດ້ກະບົດ
\v 17 ໂດຍປ່ອຍໃຫ້ເຣໂຫໂບອາມ ເປັນກະສັດປົກຄອງແຕ່ປະຊາຊົນທີ່ໄດ້ອາໄສຢູ່ໃນຢູດາຍເທົ່ານັ້ນ.
\v 18 ຕໍ່ມາ ກະສັດເຣໂຫໂບອາມ ໄດ້ໃຊ້ອາໂດຣາມ ຜູ້ຮັບຜິດຊອບດ້ານແຮງງານໄປຫາປະຊາຊົນອິດສະຣາເອນ; ແຕ່ພວກເຂົາໄດ້ໃຊ້ກ້ອນຫິນ ແກວ່ງໃສ່ເພິ່ນຈົນຕາຍ. ເມື່ອເປັນເຊັ່ນນີ້ ີເຣໂຫໂບອາມ ຈຶ່ງຟ້າວຂຶ້ນລົດມ້າ ແລະ ປົບໜີໄປຍັງນະຄອນເຢຣູຊາເລັມ.
\v 19 ຕັ້ງແຕ່ ນັ້ນມາ ປະຊາຊົນໃນທາງພາກເໜືອຂອງອິດສະຣາເອນ ຈຶ່ງໄດ້ກະບົດຕໍ່ເຊື້ອວົງຂອງດາວິດ.
\s5
\c 11
\p
\v 1 ເມື່ອກະສັດເຣໂຫໂບອາມ ໄດ້ມາຮອດນະຄອນເຢຣູຊາເລັມ ເພິ່ນຈຶ່ງສັ່ງໃຫ້ພວກທະຫານທີ່ເກັ່ງກ້າຈາກເຜົ່າເບັນຢາມິນ ແລະ ຈາກເຜົ່າຢູດາ ຈາໍນວນໜຶ່ງແສນແປດສິບພັນຄົນ ມາເຕົ້າໂຮມກັນ. ເພິ່ນຕັ້ງໃຈຈະໄປເຮັດເສິກ ແລະ ຢຶດອໍານາດຄືນຈາກເຜົ່າຕ່າງ ໆ ທາງພາກເໜືອຂອງອິດສະຣາເອນ.
\s5
\v 2 ແຕ່ອົງພຣະຜູ້ເປັນເຈົ້າໄດ້ບອກຜູ້ທາໍນວາຍເຊມາອີຢາ
\v 3 ນາໍເອົາຖ້ອຍຄໍາໄປບອກກະສັດເຣໂຫໂບອາມ ພ້ອມປະຊາຊົນທັງໝົດໃນເຜົ່າຢູດາ ແລະ ເບັນຢາມິນ ວ່າ,
\v 4 “ອົງພຣະຜູ້ເປັນເຈົ້າກ່າວວ່າ, ຢ່າໂຈມຕີພີ່ນ້ອງອິດສະຣາເອນຂອງພວກເຈົ້າເລີຍ. ພວກເຈົ້າທຸກຄົນກັບເມືອບ້ານເຮືອນໃຜລາວສາ. ນີ້ແມ່ນຄວາມປະສົງຂອງເຮົາເອງ ທີ່ເຮັດໃຫ້ສິ່ງເຫລົ່ານັ້ນເກີດຂຶ້ນ. ” ພວກເຂົາໄດ້ເຊື່ອຟັງຄໍາສັ່ງຂອງອົງພຣະຜູ້ເປັນເຈົ້າ ແລະ ບໍ່ໄດ້ໄປສູ້ຮົບເຢໂຣໂບອາມ.
\s5
\v 5 ເຣໂຫໂບອາມ ໄດ້ອາໄສຢູ່ໃນນະຄອນ ເຢຣູຊາເລັມ ແລະ ໄດ້ສ້າງປ້ອມປ້ອງກັນເມືອງຕ່າງ ໆ ຂອງຢູດາ ແລະ ເບັນຢາມິນ ຂຶ້ນດັ່ງນີ້:
\v 6 ເບັດເລເຮັມ, ເອຕາມ, ເຕກົວ,
\v 7 ເບັດສູເຣ, ໂຊໂກ, ອາດຸນລໍາ,
\v 8 ກາດ, ມາເຣຊາ, ສີເຟ,
\v 9 ອາໂດຣາອີມ, ລາກິດ, ອາເຊກາ,
\v 10 ໂຊຣາ, ໄອຢາໂລນ ແລະ ເຮັບໂຣນ.
\s5
\v 11 ເພິ່ນ​ໄດ້​ສ້າງປ້ອ​ມ​ປ້ອງ​ກັນ​ເມ​ືອງ​ໄວ້ຢ່າງ​ເຂັ້ມ​ແຂງ​ ​ແລະ​ໄດ້​ແຕ່ງ​ຕັ້ງ​ຜູ້​ບັນ​ຊາ​ການ​ໄວ້​ຕາມ​ແຕ່​ລະ​ເມືອງ ແລະ​ຢູ່​ໃນ​ແຕ່​ລະ​ເມືອງ ເພິ່ນ​ກໍ​ໄດ້​ສະ​ສົມ​ອາ​ຫານ, ນ້ຳ​ມັນ​ໝາກກອກ​ເທດ ແລະ​ເຫລົ້າ​ອະ​ງຸ່ນ,
\v 12 ຕະ​ຫລອດ​ທັງ​ຫອກ ແລະ​ໂລ້​ໄວ້​ເປັນ​ຈຳ​ນວນ​ຫລວງ​ຫລາຍ. ໂດຍ​ວິ​ທີນີ້ ເພິ່ນ​ຈຶ່ງ​ຮັກ​ສາ​ເຜົ່າ​ຢູ​ດາ​ແລະ​ເຜົ່າ​ເບັນ​ຢາ​ມິນ ໃຫ້​ຢູ່​ໃຕ້​ການ​ຄຸ້ມ​ຄອງ​ຂອງ​ຕົນ​ໄວ້​ໄດ້.
\s5
\v 13 ພວກປະໂຣຫິດ ກັບຊາວເລວີ ຈາກທົ່ວທຸກເຂດແດນຂອງອິດສະຣາເອນ ໄດ້ມາຍັງພາກໃຕ້ຂອງຢູດາຍ.
\v 14 ຊາວເລວີ ໄດ້ປະຖິ້ມທົ່ງລ້ຽງສັດກັບທີ່ດິນອື່ນ ໆ ຂອງພວກຕົນ ແລະ ໄດ້ຍົກຍ້າຍເຂົ້າມາອາໄສຢູ່ທີ່ຢູດາຍ ແລະ ນະຄອນເຢຣູຊາເລັມ ເພາະກະສັດເຢໂຣໂບອາມ ແຫ່ງອິດສະຣາເອນ ແລະ ຜູ້ຂຶ້ນປົກຄອງແທນເພິ່ນບໍ່ອະນຸຍາດໃຫ້ ພວກເຂົາຮັບໃຊ້ໃນຖານະເປັນປະໂຣຫິດຂອງອົງພຣະຜູ້ເປັນເຈົ້າ.
\v 15 ເຢໂຣໂບອາມ ໄດ້ແຕ່ງຕັ້ງປະໂຣຫິດຂຶ້ນໂດຍ ຕົນເອງ ເພື່ອໃຫ້ຮັບໃຊ້ໃນສະຖານທີ່ຂາບໄຫວ້ພະຂອງຊາວຕ່າງດ້າວ, ຂາບໄຫວ້ຜີສາດ ແລະ ຮູບງົວທີ່ພວກເຂົາໄດ້ສ້າງຂຶ້ນເປັນຮູບເຄົາຣົບ.
\s5
\v 16 ຈາກເຜົ່າທັງໝົດຂອງປະຊາຊົນອິດສະຣາເອນ ຜູ້ໃດທີ່ຢາກນະມັດສະການຢ່າງຈິງໃຈ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງ ຊາດອິດສະຣາເອນນັ້ນ ກໍໄດ້ຕິດຕາມຊາວເລວີ ໄປຍັງນະຄອນເຢຣູຊາເລັມ, ເພື່ອພວກເຂົາຈະຖວາຍບູຊາແກ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງບັນພະບຸລຸດຂອງພວກເຂົາ.
\v 17 ເລື່ອງນີ້ໄດ້ເຮັດໃຫ້ອານາຈັກຢູດາຍ ເຂັ້ມແຂງຂຶ້ນ ແລະ ເປັນເວລາເຖິງສາມປີທີ່ພວກເຂົາອູ້ມຊູກະສັດເຣໂຫໂບອາມ ລູກຊາຍຂອງໂຊໂລໂມນ ແລະ ໃຊ້ຊີວິດດັ່ງຢູ່ໃຕ້ການປົກຄອງຂອງກະສັດດາວິດ ແລະ ຂອງກະສັດໂຊໂລໂມນ.
\s5
\v 18 ເຣໂຫໂບອາມ ໄດ້ແຕ່ງງານກັບນາງມາຮາລັດ ລູກສາວຂອງເຢຣິໂມດ; ແລະ ເຢຣິໂມດ ເປັນລູກຊາຍຄົນໜຶ່ງຂອງກະສັດດາວິດ ທີ່ເກີດຈາກນາງອາບີກາຍ. ນາງອາບີກາຍ ເປັນລູກສາວຂອງເອລີອາບ ແລະ ເປັນຫລານສາວຂອງເຢຊີ.
\v 19 ນາງມີລູກຊາຍ ສາມຄົນດັ່ງນີ້: ເຢອຸດ, ເຊມາຣີອາ ແລະ ຊາຮາມ.
\s5
\v 20 ຕໍ່ມາ ເພິ່ນໄດ້ນາງມາອາກາ ລູກສາວ ຂອງອັບຊາໂລມ ມາເປັນເມຍ; ແລະ ເຂົາມີລູກຊາຍສີ່ຄົນນາໍກັນ ດັ່ງນີ້: ອາບີຢາ, ອັດໄຕ, ຊີຊາ ແລະ ເຊໂລມິດ.
\v 21 ເຣໂຫໂບອາມ ມີເມຍທັງໝົດສິບແປດຄົນ ແລະ ມີເມຍນ້ອຍຫົກສິບຄົນ; ເພິ່ນມີລູກຊາຍຊາວແປດຄົນ ແລະ ລູກສາວຫົກສິບຄົນ. ໃນບັນດາເມຍໃຫຍ່ ແລະ ເມຍນ້ອຍທັງໝົດນັ້ນ ເພິ່ນຮັກນາງມາອາກາ ຫລາຍກວ່າໝູ່
\s5
\v 22 ແລະ ເພິ່ນພໍໃຈນາໍ ອາບີຢາ ລູກຊາຍທີ່ເກີດຈາກນາງຫລາຍກວ່າພວກລູກຊາຍທັງໝົດ ໂດຍໄດ້ເລືອກໃຫ້ລາວຂຶ້ນເປັນກະສັດປົກຄອງແທນຕົນ.
\v 23 ເຣໂຫໂບອາມ ໄດ້ມອບຄວາມຮັບຜິດຊອບຕ່າງ ໆ ໃຫ້ພວກລູກຊາຍຂອງຕົນຢ່າງສະຫລຽວສະຫລາດທີ່ສຸດ ຄື: ເພິ່ນໃຫ້ພວກເຂົາຢູ່ຕາມເມືອງຕ່າງ ໆ ທີ່ມີປ້ອມປ້ອງກັນເມືອງທົ່ວອານາຈັກຢູດາຍ ແລະ ເບັນຢາມິນ. ເພິ່ນໄດ້ຈັດຫາສິ່ງຕ່າງ ໆ ໃຫ້ພວກເຂົາຢ່າງໃຈກວ້າງຂວາງ ແລະ ຫາເມຍໃຫ້ພວກເຂົາຕັ້ງຫລາຍຄົນ.
\s5
\c 12
\p
\v 1 ພໍ ເຣໂຫໂບອາມ ໄດ້ຂຶ້ນຄອງອໍານາດ ເປັນກະສັດແລ້ວ ເພິ່ນເອງແລະປະຊາຊົນກໍໄດ້ປະຖິ້ມກົດບັນຍັດຂອງອົງພຣະຜູ້ເປັນເຈົ້າ.
\s5
\v 2 ໃນຣາຊການປີທີຫ້າຂອງເຣໂຫໂບອາມ ອົງພຣະຜູ້ເປັນເຈົ້າໄດ້ລົງໂທດເພິ່ນ ຍ້ອນເພິ່ນບໍ່ສັດຊື່ຕໍ່ພຣະອົງ. ກະສັດຊີຊາກແຫ່ງເອຢິບ ໄດ້ບຸກໂຈມຕີນະຄອນເຢຣູຊາເລັມ
\v 3 ໂດຍມີກອງທັບທີ່ປະກອບດ້ວຍລົດຮົບໜຶ່ງພັນສອງຮ້ອຍຄັນ, ທະຫານມ້າຫົກສິບພັນຄົນ ແລະ ທະຫານຫລາຍເກີນກວ່າທີ່ຈະນັບໄດ້ ຄືມີທະຫານເອຢິບ, ລີບັງ, ຊຸກກິດ ແລະ ເອຕີໂອເປຍ ຮ່ວມຢູ່ດ້ວຍ.
\v 4 ເພິ່ນໄດ້ຢຶດເມືອງ ຕ່າງ ໆ ທີ່ມີປ້ອມປ້ອງກັນໃນຢູດາຍ ແລະ ບຸກໜ້າໄປຈົນເຖິງນະຄອນເຢຣູຊາເລັມ.
\s5
\v 5 ຜູ້ທໍານວາຍເຊມາອີຢາ ໄດ້ເຂົ້າໄປພົບກະສັດເຣໂຫໂບອາມ ພ້ອມກັບບັນດາຜູ້ນາໍຊາວຢູດາ ທີ່ໄດ້ມາເຕົ້າໂຮມກັນທີ່ນະຄອນເຢຣູຊາເລັມ ຍ້ອນປົບໜີຈາກກະສັດຊີຊາກ. ເພິ່ນໄດ້ກ່າວແກ່ພວກເຂົາວ່າ, “ຕໍ່ໄປນີ້ ແມ່ນຖ້ອຍຄໍາຂອງອົງພຣະຜູ້ເປັນເຈົ້າ ສໍາລັບພວກທ່ານ: ‘ພວກເຈົ້າໄດ້ປະຖິ້ມເຮົາ; ສະນັ້ນ ເຮົາຈຶ່ງຈະປະຖິ້ມພວກເຈົ້າໃຫ້ຊີຊາກ ຄືກັນ.
\v 6 ກະສັດແລະພວກຜູ້ນາໍທັງຫລາຍໄດ້ຍອມຮັບວ່າ ພວກຕົນໄດ້ເຮັດບາບ ແລະ ພວກເຂົາເວົ້າວ່າ, “ສິ່ງທີ່ອົງພຣະຜູ້ເປັນເຈົ້າກາໍລັງເຮັດຢູ່ນີ້ ເປັນການຖືກຕ້ອງ.”
\s5
\v 7 ເມື່ອອົງພຣະຜູ້ເປັນເຈົ້າໄດ້ເຫັນເຊັ່ນນີ້ ພຣະອົງຈຶ່ງກ່າວແກ່ ເຊມາອີຢາ ວ່າ, “ຍ້ອນພວກເຂົາໄດ້ຍອມຮັບວ່າ ພວກເຂົາໄດ້ເຮັດບາບ ເຮົາຈະບໍ່ທາໍລາຍພວກເຂົາ, ແຕ່ເມື່ອຊີຊາກ ເຂົ້າມາໂຈມຕີ ພວກເຂົາຈະລອດຊີວິດໄປໄດ້ຍາກເຕັມທີ. ນະຄອນເຢຣູຊາເລັມ ຈະບໍ່ໄດ້ຮັບຄວາມໂກດຮ້າຍຂອງເຮົາຢ່າງເຕັມຂະໜາດ.
\v 8 ແຕ່ຊີຊາກ ຈະເອົາຊະນະພວກເຂົາ ແລະພວກເຂົາກໍຈະໄດ້ຮຽນຮູ້ເຖິງຄວາມແຕກຕ່າງ ລະຫວ່າງ ການຮັບໃຊ້ເຮົາແລະການຮັບໃຊ້ບັນດາຜູ້ປົກຄອງຂອງໂລກນີ້.”
\s5
\v 9 ກະສັດຊີຊາກ ໄດ້ມາທີ່ນະຄອນເຢຣູຊາເລັມ ແລະ ກວາດເອົາຊັບສົມບັດຢູ່ໃນພຣະວິຫານຂອງອົງພຣະຜູ້ເປັນເຈົ້າ ແລະ ຣາຊວັງໄປຈົນໝົດ. ເພິ່ນໄດ້ກວາດເອົາທຸກສິ່ງລວມທັງໂລ້ຄໍາຂອງກະສັດໂຊໂລໂມນ ທີ່ໄດ້ເຮັດໄວ້.
\v 10 ຕໍ່ມາ ກະສັດເຣໂຫໂບອາມ ໄດ້ເຮັດໂລ້ເປັນທອງສໍາຣິດມາໄວ້ແທນ ແລະ ມອບໃຫ້ທະຫານທີ່ເຝົ້າຍາມປະຕູຣາຊວັງ ເປັນຜູ້ເບິ່ງແຍງ.
\s5
\v 11 ເມື່ອໃດທີ່ກະສັດເຂົ້າໄປໃນພຣະວິຫານຂອງອົງພຣະຜູ້ເປັນເຈົ້າ, ເມື່ອນັ້ນ ຄົນເຝົ້າຍາມປະຕູກໍຈະຖືໂລ້; ຫຼັງຈາກນັ້ນ ກໍຈະນາໍໄປໄວ້ໃນຫ້ອງທະຫານຍາມຄືເກົ່າ.
\v 12 ຍ້ອນເພິ່ນຍອມຈາໍນົນແກ່ອົງພຣະຜູ້ເປັນເຈົ້າ ພຣະອົງຈຶ່ງບໍ່ໂກດຮ້າຍເພິ່ນຮຸນແຮງ ຈົນຕ້ອງທາໍລາຍເພິ່ນ ແລະ ເຫດການໃນຢູດາຍ ຈຶ່ງເປັນໄປໂດຍດີ.
\s5
\v 13 ເຈົ້າເຣໂຫໂບອາມ ໄດ້ປົກຄອງຢູ່ທີ່ນະຄອນເຢຣູຊາເລັມ ແລະ ເປັນກະສັດທີ່ມີອໍານາດໝັ້ນຄົງດີ. ເພິ່ນໄດ້ຂຶ້ນເປັນກະສັດເມື່ອເພິ່ນອາຍຸໄດ້ສີ່ສິບເອັດປີ ແລະ ໄດ້ປົກຄອງເປັນເວລາສິບເຈັດປີ ຢູ່ທີ່ນະຄອນເຢຣູຊາເລັມ, ເມືອງທີ່ອົງພຣະຜູ້ເປັນເຈົ້າໄດ້ເລືອກເອົາຈາກເຂດແດນທັງໝົດ ໃນຊາດອິດສະຣາເອນ ເພື່ອໃຫ້ເປັນບ່ອນນະມັດສະການພຣະອົງ. ແມ່ຂອງກະສັດເຣໂຫໂບອາມ ຊື່ວ່າ ນາອາມາ ຈາກດິນແດນອໍາໂມນ.
\v 14 ເພິ່ນໄດ້ເຮັດໃນສິ່ງທີ່ຊົ່ວຊ້າ ເພາະເພິ່ນບໍ່ໄດ້ພະຍາຍາມເຮັດຕາມຄວາມປະສົງຂອງອົງພຣະຜູ້ເປັນເຈົ້າ.
\v 15 ປະຫວັດຂອງກະສັດເຣໂຫໂບອາມ ພ້ອມຄອບຄົວຕັ້ງແຕ່ຕົ້ນຈົນຈົບ ແມ່ນໄດ້ຖືກບັນທຶກໄວ້ ໃນປຶ້ມປະຫວັດສາດຂອງຜູ້ທໍານວາຍ ເຊມາອີຢາ ແລະ ປຶ້ມປະຫວັດສາດຂອງ ຜູ້ທໍານວາຍ ອິດໂດ. ເຣໂຫໂບອາມ ແລະ ເຢໂຣໂບອາມ ໄດ້ເຮັດເສິກກັນມາຕະຫລອດ.
\v 16 ເຣໂຫໂບອາມ ໄດ້ຕາຍໄປ ແລະໄດ້ຖືກຝັງໄວ້ທີ່ອຸບມຸງແຫ່ງກະສັດໃນເມືອງຂອງດາວິດ. ແລ້ວ ອາບີຢາ ລູກຊາຍຂອງເພິ່ນກໍໄດ້ຂຶ້ນເປັນກະສັດປົກຄອງແທນ.
\s5
\c 13
\p
\v 1 ໃນຣາຊການທີສິບແປດຂອງກະສັດ ເຢໂຣໂບອາມແຫ່ງອິດສະຣາເອນ ເຈົ້າອາບີຢາໄດ້ຂຶ້ນເປັນກະສັດແຫ່ງຢູດາຍ
\v 2 ແລະ ເພິ່ນໄດ້ປົກຄອງຢູ່ທີ່ນະຄອນເຢຣູຊາເລັມ ເປັນເວລາສາມປີ. ແມ່ຂອງເພິ່ນຊື່ວ່າ ມີກາອີຢາ ລູກສາວຂອງອູຣີເອນ ຊາວເມືອງກີເບອາ. ເສິກໄດ້ເກີດຂຶ້ນລະຫວ່າງອາບີຢາ ແລະ ເຢໂຣໂບອາມ.
\v 3 ອາບີຢາ ໄດ້ຍົກທັບອອກໄປໂຈມຕີ ໂດຍມີທະຫານສີ່ຮ້ອຍພັນຄົນ ແລະ ເຢໂຣໂບອາມ ກໍຍົກທັບອອກໄປຕໍ່ສູ້ໂດຍມີທະຫານ ແປດຮ້ອຍພັນຄົນ.
\s5
\v 4 ກອງທັບທັງສອງຝ່າຍ ໄດ້ມາປະເຊີນໜ້າກັນທີ່ເນີນພູຂອງເອຟຣາອິມ. ກະສັດອາບີຢາໄດ້ຂຶ້ນໄປທີ່ພູເຊມາຣາອິມ ແລະຮ້ອງໃສ່ເຢໂຣໂບອາມ ແລະຊາວອິດສະຣາເອນ ວ່າ,
\v 5 “ຈົ່ງຟັງຂ້າພະເຈົ້າໃຫ້ດີ ພວກທ່ານບໍ່ຮູ້ບໍວ່າ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງຊາດອິດສະຣາເອນ ໄດ້ເຮັດພັນທະສັນຍາອັນບໍ່ມີວັນລຶບລ້າງໄດ້ກັບດາວິດ ໂດຍໄດ້ມອບໃຫ້ເພິ່ນກັບເຊື້ອສາຍຂຶ້ນເປັນກະສັດປົກຄອງຊາດອິດສະຣາເອນ ຕະຫລອດໄປ?
\s5
\v 6 ເຢໂຣໂບອາມລູກຊາຍຂອງເນບັດ ໄດ້ະບົດຕໍ່ເຈົ້າໂຊໂລໂມນ ກະສັດຂອງລາວເອງ.
\v 7 ຕໍ່ມາ ລາວໄດ້ເຕົ້າໂຮມເອົາພວກນັກເລງໝວດໜຶ່ງມາບັງຄັບເຣໂຫໂບອາມ ລູກຊາຍຂອງໂຊໂລໂມນ ຜູ້ທີ່ຍັງໜຸ່ມນ້ອຍທັງຂາດປະສົບການທີ່ຈະຕໍ່ຕ້ານພວກເຂົາ.
\s5
\v 8 ບັດນີ້ ພວກທ່ານຄິດຈະຕໍ່ສູ້ກັບອໍານາດຂອງກະສັດທີ່ອົງພຣະຜູ້ເປັນເຈົ້າໄດ້ມອບໃຫ້ເຊື້ອສາຍຂອງກະສັດດາວິດ. ພວກທ່ານມີກອງທັບທີ່ໃຫຍ່ໂຕ ແລະທັງມີຮູບງົວຄໍາທີ່ໂຢໂຣໂບອາມໄດ້ສ້າງຂຶ້ນເປັນພະຂອງພວກທ່ານ.
\v 9 ພວກທ່ານໄດ້ຂັບໄລ່ບັນດາປະໂຣຫິດຂອງອົງພຣະຜູ້ເປັນເຈົ້າ ເຊື້ອສາຍຂອງອາໂຣນ ໃຫ້ອອກໜີໄປ ແລະພວກທ່ານຍັງໄດ້ຂັບໄລ່ຊາວເລວີ ໃຫ້ອອກໜີດ້ວຍ. ພວກທ່ານໄດ້ແຕ່ງຕັ້ງປະໂຣຫິດຂຶ້ນແທນພວກເຂົາ ໃນແບບດຽວກັນກັບຊົນຊາດອື່ນ ໆ ໄດ້ເຮັດ. ຄົນໃດທີ່ນາໍເອົາງົວເຖິກໜຸ່ມ ຫລື ແກະເຖິກເຈັດໂຕມາມອບໃຫ້ພວກທ່ານ ກໍໄດ້ຖືກແຕ່ງຕັ້ງໃຫ້ເປັນປະໂຣຫິດສໍາລັບພະຂອງພວກທ່ານ.
\s5
\v 10 ແຕ່ພວກເຮົາຍັງບົວລະບັດຮັບໃຊ້ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຮົາ ແລະບໍ່ໄດ້ປະຖິ້ມພຣະອົງ. ພວກປະໂຣຫິດທີ່ໄດ້ສືບເຊື້ອສາຍຈາກອາໂຣນ ກໍເຮັດໜ້າທີ່ຮັບໃຊ້ອົງພຣະຜູ້ເປັນເຈົ້າໂດຍມີຊາວເລວີ ຊ່ວຍພວກເຂົາ.
\v 11 ທຸກເຊົ້າ ແລະ ທຸກແລງ ພວກເຂົາໄດ້ຖວາຍເຄື່ອງຫອມ ແລະ ຂ້າສັດເຜົາທັງໂຕ ບູຊາແກ່ອົງພຣະຜູ້ເປັນເຈົ້າ. ພວກເຂົາຖວາຍເຂົ້າຈີ່ທີ່ເທິງໂຕະ ຊຶ່ງຖືກຊໍາລະໃຫ້ໝົດມົນທິນແລ້ວຕາມພິທີ ແລະ ທຸກແລງພວກເຂົາໄດ້ໄຕ້ຕະກຽງເທິງຫລັກຮອງຕະກຽງທີ່ເຮັດດ້ວຍຄໍາ. ພວກເຮົາປະຕິບັດຕາມສິ່ງທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຮົາໄດ້ສັ່ງໄວ້, ແຕ່ພວກທ່ານໄດ້ປະຖິ້ມພຣະອົງ.
\s5
\v 12 ພຣະເຈົ້າເອງເປັນຜູ້ນາໍພາຂອງພວກເຮົາ ແລະ ປະໂຣຫິດຂອງພຣະອົງກໍຢູ່ທີ່ນີ້ໂດຍມີແກຕຽມພ້ອມທີ່ຈະເປົ່າເພື່ອເອີ້ນພວກເຮົາເຂົ້າສູ້ຮົບພວກທ່ານ. ປະຊາຊົນ ອິດສະຣາເອນເອີຍ ຢ່າຕໍ່ສູ້ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງບັນພະບຸລຸດພວກທ່ານເທາະ ພວກທ່ານຕີຊະນະບໍ່ໄດ້ດອກ.”
\s5
\v 13 ຂະນະດຽວກັນນັ້ນ ເຢໂຣໂບອາມ ກໍໄດ້ສົ່ງທະຫານບາງສ່ວນຂອງຕົນ ມາດັກສະກັດທາງແນວຫລັງຂອງກອງທັບຢູດາ ສ່ວນພວກທີ່ເຫລືອກໍໄດ້ປະເຊີນໜ້າກັນທີ່ແນວໜ້າ.
\v 14 ພວກທະຫານຢູດາໄດ້ແນມໄປ ອ້ອມຮອບ ແລະ ເຫັນວ່າພວກຕົນຖືກປິດລ້ອມແລ້ວ. ພວກເຂົາຈຶ່ງຂໍຮ້ອງອົງພຣະຜູ້ ເປັນເຈົ້າໃຫ້ຊ່ວຍເຫລືອ ແລະ ພວກປະໂຣຫິດກໍເປົ່າແກຂຶ້ນ.
\v 15 ທະຫານຢູດາໄດ້ໂຮຮ້ອງຂຶ້ນ ແລະໂດຍການນາໍພາຂອງອາບີຢາ ພວກເຂົາໄດ້ບຸກໂຈມຕີສັດຕູ; ພຣະເຈົ້າໄດ້ເອົາຊະນະເຢໂຣໂບອາມ ແລະ ກອງທັບອິດສະຣາເອນ.
\s5
\v 16 ຊາວອິດສະຣາເອນໄດ້ປົບໜີຈາກຊາວຢູດາໄປ ແລະພຣະເຈົ້າໄດ້ໃຫ້ຊາວຢູດາມີອໍານາດເໜືອພວກເຂົາ.
\v 17 ອາບີຢາ ແລະກອງທັບຂອງຕົນໄດ້ຕີກອງທັບອິດສະຣາເອນ ໃຫ້ພ່າຍແພ້ຢ່າງໜັກ ຄືທະຫານທີ່ເກັ່ງກ້າຂອງກອງທັບອິດສະຣາເອນ ເຄິ່ງລ້ານຄົນໄດ້ຖືກຂ້າ.
\v 18 ສະນັ້ນແຫລະ ປະຊາຊົນຊາວ ຢູດາຈຶ່ງໄດ້ໄຊຊະນະເໜືອຊາວອິດສະຣາເອນ ເພາະພວກເຂົາໄດ້ເພິ່ງອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງບັນພະບຸລຸດຂອງພວກເຂົາ.
\v 19 ອາບີຢາ ໄດ້ໄລ່ຕິດຕາມກອງທັບຂອງເຢໂຣໂບອາມ ໄປແລະຢຶດຄອງເອົາບາງເມືອງຂອງເພິ່ນໄດ້ເຊັ່ນ: ເບັດເອນ, ເຢຊານາ ແລະເອັບຟະໂຣນ ພ້ອມທັງໝູ່ບ້ານຕ່າງ ໆ ທີ່ຢູ່ໃກ້ເມືອງເຫລົ່ານີ້.
\v 20 ເຢໂຣໂບອາມ ບໍ່ໄດ້ອໍານາດຂອງຕົນຄືນມາເລີຍ ຕະຫລອດຊົ່ວຣາຊການຂອງອາບີຢາ. ໃນທີ່ສຸດ ອົງພຣະຜູ້ເປັນເຈົ້າໄດ້ຕີເພິ່ນລົງ ແລະເພິ່ນໄດ້ຕາຍໄປ.
\v 21 ສ່ວນອາບີຢາ ນັ້ນຍິ່ງມີອໍານາດຫລາຍຂຶ້ນ. ເພິ່ນມີເມຍສິບສີ່ຄົນ ແລະ ມີລູກຊາຍຊາວສອງຄົນ ແລະ ມີລູກສາວສິບຫົກຄົນ.
\v 22 ປະຫວັດສາດຢ່າງອື່ນອີກຂອງກະສັດອາບີຢາ ຄືສິ່ງທີ່ເພິ່ນໄດ້ເວົ້າ ແລະ ໄດ້ເຮັດແມ່ນໄດ້ຖືກບັນທຶກໄວ້ໃນປຶ້ມປະຫວັດສາດຂອງຜູ້ທໍານວາຍ ອິດໂດ.
\s5
\c 14
\p
\v 1 ກະສັດອາບີຢາ ໄດ້ຕາຍໄປແລະຖືກຝັງໄວ້ຢູ່ໃນອຸບມຸງແຫ່ງກະສັດໃນເມືອງຂອງດາວິດ. ເຈົ້າອາຊາ ລູກຊາຍຂອງເພິ່ນໄດ້ຂຶ້ນເປັນກະສັດປົກຄອງແທນ; ແລະ ພາຍໃຕ້ການປົກຄອງຂອງອາຊາ ປະເທດຊາດຈຶ່ງສະຫງົບສຸກເປັນເວລາສິບປີ.
\v 2 ອາຊາ ໄດ້ໃຊ້ຊີວິດເປັນທີ່ພໍໃຈອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງເພິ່ນໂດຍໄດ້ເຮັດສິ່ງທີ່ຖືກຕ້ອງ ແລະ ດີງາມ.
\v 3 ເພິ່ນໄດ້ໂຄ່ນລົ້ມແທ່ນບູຊາ ຂອງຊາວຕ່າງດ້າວ ແລະ ບ່ອນຂາບໄຫວ້ຂອງຄົນບໍ່ນັບຖືພຣະເຈົ້າ ທັງໄດ້ທາໍລາຍເສົາ ຫິນສັກສິດ ແລະ ໄດ້ຕັດສັນຍາລັກຂອງຮູບເຈົ້າແມ່ອາເຊຣາ ລົງ.
\v 4 ເພິ່ນໄດ້ສັ່ງປະຊາຊົນຊາວຢູດາ ໃຫ້ເຮັດຕາມຄວາມປະສົງຂອງອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງບັນພະບຸລຸດຂອງພວກເຂົາ ແລະ ໃຫ້ເຊື່ອຟັງ ຄໍາສັ່ງສອນ ແລະ ຂໍ້ຄໍາສັ່ງຂອງພຣະອົງ.
\s5
\v 5 ຍ້ອນເພິ່ນໄດ້ລຶບລ້າງບ່ອນຂາບໄຫວ້ຂອງຄົນບໍ່ນັບຖືພຣະເຈົ້າ ແລະ ແທ່ນບູຊາເຄື່ອງຫອມຈາກເມືອງທັງໝົດຂອງຢູດາຍ ພາຍໃຕ້ການປົກຄອງຂອງເພິ່ນ ຢູດາຍຈຶ່ງເກີດມີຄວາມສະຫງົບສຸກ.
\v 6 ເພິ່ນໄດ້ສ້າງປ້ອມປ້ອງກັນເມືອງຕ່າງ ໆ ຂອງຢູດາຍໃນສະໄໝນັ້ນ ແລະ ເສິກສົງຄາມຈຶ່ງບໍ່ເກີດຂຶ້ນເປັນເວລາຫລາຍປີ ເພາະອົງພຣະຜູ້ເປັນເຈົ້າໄດ້ໃຫ້ເພິ່ນມີຄວາມສະຫງົບສຸກ.
\s5
\v 7 ເພິ່ນໄດ້ບອກປະຊາຊົນຊາວຢູດາ ວ່າ, “ໃຫ້ພວກເຮົາສ້າງປ້ອມປ້ອງກັນເມືອງໄວ້ ໂດຍສ້າງກາໍແພງ ແລະ ຫໍຄອຍຕ່າງ ໆ ແລະ ປະຕູເມືອງທີ່ມີກອນເປັນເຫລັກແທ່ງ. ພວກເຮົາຄຸ້ມຄອງດິນແດນໄດ້ ເພາະພວກເຮົາໄດ້ເຮັດຕາມຄວາມປະສົງຂອງອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຮົາ. ພຣະອົງໄດ້ປົກປັກຮັກສາພວກເຮົາ ແລະ ໄດ້ໃຫ້ພວກເຮົາມີຄວາມປອດໄພທຸກດ້ານ. ” ສະນັ້ນແຫລະ ພວກເຂົາຈຶ່ງໄດ້ດໍາເນີນການສ້າງສາ ແລະ ຈະເລີນຮຸ່ງເຮືອງຂຶ້ນ.
\v 8 ກະສັດອາຊາ ມີທະຫານສາມຮ້ອຍພັນຄົນຈາກເຜົ່າຢູດາ ຊຶ່ງປະກອບອາວຸດດ້ວຍໂລ້ ແລະ ຫອກ ແລະ ມີທະຫານສອງຮ້ອຍແປດສິບພັນຄົນຈາກເຜົ່າເບັນຢາມິນ ຊຶ່ງປະກອບອາວຸດດ້ວຍໂລ້ ແລະ ໜ້າທະນູ. ທຸກຄົນເປັນທະຫານທີ່ເກັ່ງກ້າ ແລະ ໄດ້ຮັບການຝຶກແອບເປັນຢ່າງດີ.
\s5
\v 9 ມີຊາວເອທີໂອເປຍ ຜູ້ໜຶ່ງຊື່ວ່າ ເຊຣາ; ລາວໄດ້ຮຸກຮານຢູດາຍ ໂດຍໄດ້ນາໍກອງທັບທີ່ມີທະຫານໜຶ່ງລ້ານຄົນ ພ້ອມທັງລົດຮົບສາມຮ້ອຍຄັນ ແລະໄດ້ບຸກໜ້າມາຮອດເມືອງມາເຣຊາ.
\v 10 ອາຊາ ໄດ້ຍົກທັບອອກໄປສູ້ຮົບເຊຣາ ແລະ ທັງສອງຝ່າຍໄດ້ຕັ້ງທີ່ໝັ້ນຢູ່ໃນຮ່ອມພູເຊຟາທາ ໃກ້ກັບເມືອງມາເຣຊາ.
\v 11 ອາຊາ ໄດ້ພາວັນນາອະທິຖານຫາອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງເພິ່ນວ່າ, “ຂ້າແດ່ອົງພຣະຜູ້ເປັນເຈົ້າ ພຣະອົງຊ່ວຍກອງທັບທີ່ອ່ອນແຮງໄດ້ຢ່າງງ່າຍດາຍ ໃຫ້ເທົ່າກັບກອງທັບທີ່ມີກາໍລັງ. ຂ້າແດ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງຂ້ານ້ອຍເອີຍ ບັດນີ້ໂຜດ ຊ່ວຍຊູພວກຂ້ານ້ອຍດ້ວຍ ເພາະພວກຂ້ານ້ອຍເຊື່ອໝັ້ນໃນພຣະອົງ ແລະ ໃນນາມຂອງພຣະອົງ ພວກຂ້ານ້ອຍຈຶ່ງອອກມາສູ້ຮົບກອງທັບອັນໃຫຍ່ໂຕຢ່າງນີ້. ຂ້າແດ່ອົງພຣະ ຜູ້ເປັນເຈົ້າ ພຣະອົງເປັນພຣະເຈົ້າຂອງພວກຂ້ານ້ອຍ; ບໍ່ມີຜູ້ໃດເລີຍທີ່ຈະຫວັງຊະນະ ພຣະອົງໄດ້.”
\s5
\v 12 ອົງພຣະຜູ້ເປັນເຈົ້າໄດ້ເອົາຊະນະກອງທັບຂອງຊາວເອທິໂອເປຍ ເມື່ອອາຊາແລະກອງທັບຊາວຢູດາບຸກໂຈມຕີພວກເຂົາ. ພວກເຂົາໄດ້ປົບໜີໄປ
\v 13 ແລະ ອາຊາ ພ້ອມດ້ວຍທະຫານຂອງຕົນໄດ້ໄລ່ຕາມພວກເຂົາໄປຈົນຮອດເມືອງເກຣາ. ທະຫານປະເທດເອທິໂອເປຍ ຕັ້ງຫລວງຫລາຍໄດ້ຖືກຂ້າຈົນລວບລວມທະຫານເຂົ້າມາສູ້ຮົບບໍ່ໄດ້. [ມ] ພວກເຂົາຖືກຕີໃຫ້ພ່າຍແພ້ ດ້ວຍອໍານາດຂອງອົງພຣະຜູ້ເປັນເຈົ້າ ແລະ ກອງທັບຂອງເພິ່ນ. ດັ່ງນັ້ນ ກອງທັບຈຶ່ງຢຶດເຄື່ອງຂອງມາໄດ້ຢ່າງຫລວງຫລາຍ.
\v 14 ແລ້ວພວກເຂົາ ກໍສາມາດທາໍລາຍເມືອງຕ່າງ ໆ ທີ່ຢູ່ອ້ອມແອ້ມຂອບເຂດເມືອງເກຣາ ເພາະປະຊາຊົນໃນທີ່ນັ້ນຢ້ານກົວອົງພຣະຜູ້ເປັນເຈົ້າຫລາຍ. ກອງທັບປຸ້ນສະດົມເມືອງ ແລະ ຢຶດສິ່ງຂອງຕ່າງ ໆ ມາໄດ້ຢ່າງຫລວງຫລາຍ.
\v 15 ພວກເຂົາໄດ້ໂຈມຕີຄ້າຍພັກຂອງຄົນລ້ຽງແກະບາງບ່ອນ ໂດຍໄດ້ຕ້ອນເອົາຝູງແກະ ແລະ ຝູງອູດ ໄປເປັນຈາໍນວນຫລວງຫລາຍ. ແລ້ວພວກເຂົາກໍກັບຄືນສູ່ນະຄອນເຢຣູຊາເລັມ.
\s5
\c 15
\p
\v 1 ພຣະວິນຍານຂອງພຣະເຈົ້າໄດ້ມາຄວບຄຸມອາຊາຣິຢາ ລູກຊາຍຂອງໂອເດັດ
\v 2 ແລະ ລາວໄດ້ເຂົ້າໄປພົບກະສັດອາຊາ. ລາວຮ້ອງຂຶ້ນວ່າ, “ຂ້າແດ່ພະຣາຊາ ແລະ ພວກທ່ານທີ່ເປັນຊາວຢູດາ ແລະ ຊາວເບັນຢາມິນເອີຍ ຈົ່ງຟັງຂ້ານ້ອຍເຖີດ ອົງພຣະ ຜູ້​ເປັນເຈົ້າຈະສະຖິດຢູ່ນາໍພວກທ່ານ ຕາບໃດທີ່ພວກທ່ານຢູ່ກັບພຣະອົງ. ຖ້າພວກທ່ານຊອກຫາພຣະອົງ ພຣະອົງກໍຈະໃຫ້ພວກທ່ານໄດ້ພົບພຣະອົງ; ແຕ່ຖ້າພວກທ່ານຫັນໜີຈາກພຣະອົງ ພຣະອົງກໍຈະປະຖິ້ມພວກທ່ານ.
\s5
\v 3 ດົນນານມາແລ້ວທີ່ຊາດອິດສະຣາເອນ ໄດ້ດໍາເນີນຊີວິດໂດຍບໍ່ມີພຣະເຈົ້າອົງທ່ຽງແທ້, ໂດຍບໍ່ມີບັນດາປະໂຣຫິດສິດສອນພວກເຂົາ ແລະ ໂດຍບໍ່ມີກົດບັນຍັດ.
\v 4 ແຕ່ເມື່ອພວກເຂົາພົບກັບຄວາມເດືອດຮ້ອນ, ພວກເຂົາຈຶ່ງໄດ້ຫັນມາຫາອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງຊາດອິດສະຣາເອນ. ພວກເຂົາຊອກຫາພຣະອົງ ແລະ ໄດ້ພົບພຣະອົງ.
\v 5 ໃນສະໄໝນັ້ນບໍ່ມີຜູ້ໃດໄປມາໄດ້ຢ່າງຕະຫລອດປອດໄພ, ເພາະມີຄວາມເດືອດຮ້ອນ ແລະ ຄວາມວຸ້ນວາຍຢູ່ທົ່ວທຸກບ່ອນໃນດິນແດນ.
\s5
\v 6 ຊົນຊາດໜຶ່ງກົດຂີ່ອີກຊົນຊາດໜຶ່ງ ແລະ ເມືອງໜຶ່ງກົດຂີ່ອີກເມືອງໜຶ່ງ, ເພາະພຣະເຈົ້າໄດ້ນາໍຄວາມເດືອດຮ້ອນ ແລະ ຄວາມຍາກລໍາບາກມາສູ່ພວກເຂົາ.
\v 7 ແຕ່ພວກທ່ານຕ້ອງເຂັ້ມແຂງ ແລະຢ່າທໍ້ຖອຍເລີຍ. ພາລະກິດທີ່ພວກທ່ານໄດ້ເຮັດນັ້ນ ຈະບໍ່ຂາດບາໍເໜັດ.”
\s5
\v 8 ເມື່ອອາຊາ ໄດ້ຍິນຄໍາທາໍນວາຍຂອງອາຊາຣີຢາ ລູກຊາຍຂອງ [ຢ] ໂອເດັດ ແລ້ວເພິ່ນກໍມີກາໍລັງໃຈຫລາຍຂຶ້ນ. ເພິ່ນໄດ້ທາໍລາຍຮູບເຄົາຣົບທັງໝົດໃນດິນແດນຢູດາຍ ແລະ ເບັນຢາມິນ ພ້ອມທັງຮູບເຄົາຣົບທັງໝົດ ຢູ່ໃນເມືອງຕ່າງ ໆ ທີ່ເພິ່ນຢຶດໄດ້ໃນເນີນພູຂອງເອຟຣາອິມ. ເພິ່ນຍັງໄດ້ສ້ອມແປງແທ່ນບູຊາຂອງອົງພຣະຜູ້ເປັນເຈົ້າທີ່ໄດ້ຕັ້ງຢູ່ໃນເດິ່ນຂອງພຣະວິຫານຂອງອົງພຣະຜູ້ເປັນເຈົ້າ.
\v 9 ມີປະຊາຊົນຫລາຍຄົນຈາກເຜົ່າເອຟຣາອິມ, ມານາເຊ ແລະ ຊີເມໂອນ ໄດ້ມາເຂົ້າກັບຝ່າຍອາຊາ ແລະ ພວກເຂົາກໍໄດ້ອາໄສຢູ່ໃນອານາຈັກຂອງເພິ່ນ ຍ້ອນພວກເຂົາເຫັນວ່າອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງເພິ່ນໄດ້ສະຖິດຢູ່ກັບເພິ່ນ. ອາຊາ ໄດ້ເອີ້ນຄົນ ທັງໝົດນັ້ນມາພ້ອມດ້ວຍຊາວຢູດາ ແລະ ຊາວເບັນຢາມິນ.
\s5
\v 10 ພວກເຂົາໄດ້ມາປະຊຸມກັນຢູ່ທີ່ນະຄອນເຢຣູຊາເລັມ ໃນເດືອນທີສາມຂອງຣາຊການ ປີທີສິບຫ້າຂອງກະສັດອາຊາ.
\v 11 ໃນມື້ນັ້ນ ພວກເຂົາໄດ້ຖວາຍບູຊາເຄື່ອງທີ່ຢຶດມາໄດ້ ແກ່ອົງພຣະຜູ້ເປັນເຈົ້າ ມີດັ່ງນີ້: ງົວເຈັດຮ້ອຍໂຕ ແລະ ແກະເຈັດພັນໂຕ.
\s5
\v 12 ພວກເຂົາໄດ້ຕັ້ງພັນທະສັນຍາວ່າ ພວກເຂົາຈະນະມັດສະການອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງບັນພະບຸລຸດຂອງພວກເຂົາດ້ວຍສຸດຈິດ ດ້ວຍສຸດໃຈ.
\v 13 ຜູ້ໃດຜູ້ໜຶ່ງບໍ່ວ່າໜຸ່ມຫລືແກ່ ແລະ ຊາຍຫລືຍິງ ກໍດີທີ່ບໍ່ນະມັດສະການພຣະອົງ ຈະຖືກລົງໂທດເຖິງຕາຍ.
\s5
\v 14 ພວກເຂົາພາກັນກ່າວຄໍາປະຕິຍານໃນ ນາມຂອງອົງພຣະຜູ້ເປັນເຈົ້າ ດ້ວຍສຽງດັງວ່າ ຈະເຮັດຕາມພັນທະສັນຍານັ້ນ ແລ້ວພວກເຂົາກໍໄດ້ໂຮຮ້ອງ ແລະ ເປົ່າແກຂຶ້ນ.
\v 15 ປະຊາຊົນຢູດາທັງໝົດຈຶ່ງມີຄວາມຍິນດີຫລາຍ ເພາະພວກເຂົາໄດ້ເຮັດພັນທະສັນຍາ ນີ້ດ້ວຍສຸດຈິດສຸດໃຈ. ພວກເຂົານະມັດສະການອົງພຣະຜູ້ເປັນເຈົ້າດ້ວຍ ຄວາມຊົມຊື່ນຍິນດີ ແລະ ພຣະອົງໄດ້ຮັບເອົາ ພວກເຂົາໄວ້ ແລ້ວກໍໃຫ້ພວກເຂົາມີຄວາມສະຫງົບສຸກຮອບດ້ານ.
\s5
\v 16 ກະສັດອາຊາ ໄດ້ປົດນາງມາອາກາ ແມ່ເຖົ້າຂອງຕົນອອກຈາກຕໍາແໜ່ງແມ່ຂອງຣາຊີນີ ເພາະນາງໄດ້ສ້າງຮູບເຄົາຣົບແຫ່ງ ຄວາມອຸດົມສົມບູນຂາບໄຫວ້ ຄືເຈົ້າແມ່ອາເຊຣາ. ອາຊາ ໄດ້ຕັດຮູບເຄົາຣົບນັ້ນລົງ, ຟັນເປັນທ່ອນ ໆ ແລະ ເຜົາຖິ້ມທີ່ຮ່ອມພູກິດໂຣນ.
\v 17 ເຖິງແມ່ນວ່າ ອາຊາ ບໍ່ໄດ້ທາໍ ລາຍບ່ອນຂາບໄຫວ້ຂອງຄົນບໍ່ນັບຖືພຣະເຈົ້າ ໃຫ້ໝົດສິ້ນໄປຈາກດິນແດນກໍຕາມ; ແຕ່ເພິ່ນກໍສັດຊື່ຕະຫລອດຊີວິດຂອງເພິ່ນ.
\v 18 ເພິ່ນໄດ້ນາໍເອົາສິ່ງຂອງທັງໝົດທີ່ ອາບີຢາ ພໍ່ຂອງເພິ່ນໄດ້ຖວາຍມາໄວ້ຢູ່ໃນພຣະວິຫານ ຂອງພຣະເຈົ້າ ຕະຫລອດທັງເຄື່ອງຄໍາ ແລະ ເຄື່ອງເງິນ ຊຶ່ງເພິ່ນເອງໄດ້ອຸທິດຖວາຍ.
\v 19 ເສິກສົງຄາມບໍ່ໄດ້ເກີດຂຶ້ນອີກຈົນເຖິງຣາຊການປີທີສາມສິບຫ້າຂອງກະສັດອາຊາ.
\s5
\c 16
\p
\v 1 ໃນຣາຊການປີທີສາມສິບຫົກຂອງກະສັດອາຊາ ແຫ່ງຢູດາຍ, ກະສັດບາອາຊາ ແຫ່ງອິດສະຣາເອນໄດ້ຮຸກຮານຢູດາຍ ແລະ ເລີ່ມສ້າງປ້ອມປ້ອງກັນເມືອງຣາມາ ເພື່ອຕັດການສັນຈອນເຂົ້າອອກຂອງຢູດາຍ.
\s5
\v 2 ດັ່ງນັ້ນ ອາຊາ ຈຶ່ງໄດ້ນາໍເງິນ ແລະ ຄໍາ ຈາກຄັງຢູ່ໃນພຣະວິຫານ ແລະ ຈາກວັງ ສົ່ງໄປຍັງເມືອງດາມັສກັດ, ໃຫ້ກະສັດເບັນຮາດາດ ແຫ່ງຊີເຣຍ ພ້ອມທັງຖ້ອຍຄໍາດັ່ງນີ້:
\v 3 “ໃຫ້ເຮົາທັງສອງມາເປັນພັນທະມິດກັນ ດັ່ງພໍ່ພວກເຮົາເຄີຍໄດ້ເປັນມາ. ເງິນ ແລະ ຄໍາ ນີ້ເປັນຂອງຂວັນສໍາລັບທ່ານ. ບັດນີ້ ຈົ່ງເຊົາ ເປັນພັນທະມິດກັບ ບາອາຊາ ກະສັດແຫ່ງອິດສະຣາເອນ ເພື່ອວ່າລາວຈະໄດ້ຖອນທະຫານຂອງລາວອອກໄປຈາກເຂດແດນຂອງເຮົາ.”
\s5
\v 4 ເບັນຮາດາດ ໄດ້ຕົກລົງເຮັດຕາມຄໍາ ສະເໜີຂອງອາຊາ ໂດຍໄດ້ສົ່ງບັນດານາຍ ທະຫານຜູ້ບັນຊາການກອງທັບໄປໂຈມຕີເມືອງຕ່າງ ໆ ຂອງອິດສະຣາເອນ. ພວກເຂົາໄດ້ຢຶດເມືອງຕ່າງ ໆ ເຊັ່ນ: ອີໂຢນ, ດານ, ອາເບນ ເບັດມາອາກາ ແລະ ເມືອງທັງໝົດຂອງເນັບທາລີ ທີ່ເປັນບ່ອນລໍາລຽງສະບຽງອາຫານ.
\v 5 ເມື່ອກະສັດບາອາຊາ ໄດ້ຍິນສິ່ງທີ່ເກີດຂຶ້ນ ເພິ່ນຈຶ່ງຢຸດສ້າງປ້ອມປ້ອງກັນເມືອງຣາມາ ແລະ ປະຖິ້ມວຽກງານໄປ.
\v 6 ແລ້ວກະສັດອາຊາ ຈຶ່ງເຕົ້າໂຮມຄົນທົ່ວຢູດາຍ ໃຫ້ຂົນຫິນແລະໄມ້ທ່ອນທີ່ ບາອາຊາໄດ້ໃຊ້ສ້າງເມືອງຣາມານັ້ນ ແລະ ນາໍເອົາວັດຖຸທັງໝົດນີ້ ໄປສ້າງປ້ອມປ້ອງກັນເມືອງເກບາ ແລະ ມີຊະປາ.
\s5
\v 7 ໃນຄັ້ງນັ້ນ ຜູ້ທາໍນວາຍຮານານີ ໄດ້ໄປພົບກະສັດອາຊາ ແລະ ກ່າວວ່າ, “ຍ້ອນທ່ານໄດ້ເພິ່ງກະສັດແຫ່ງຊີເຣຍ ແທນທີ່ຈະເພິ່ງອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງທ່ານ ອົງທີ່ເຮັດໃຫ້ກອງທັບຂອງກະສັດແຫ່ງອິດສະຣາເອນ [ຣ] ຖອຍໜີໄປຈາກທ່ານ.
\v 8 ຊາວເອທິໂອເປຍ ແລະ ຊາວລີເບຍ ມີກອງທັບອັນໃຫຍ່ໂຕ ພ້ອມທັງລົດຮົບເປັນຈາໍນວນຫລວງຫລາຍ ບໍ່ແມ່ນບໍ? ແຕ່ຍ້ອນທ່ານ ໄດ້ເພິ່ງອົງພຣະຜູ້ເປັນເຈົ້າ ພຣະອົງຈຶ່ງໃຫ້ທ່ານໄດ້ມີໄຊຊະນະເໜືອພວກເຂົາ.
\s5
\v 9 ອົງພຣະຜູ້ເປັນເຈົ້າໄດ້ເຝົ້າເບິ່ງທົ່ວໂລກນີ້ທັງໝົດ ເພື່ອໃຫ້ກາໍລັງແກ່ຜູ້ທີ່ມີຈິດໃຈສັດຊື່ຕໍ່ພຣະອົງ. ທ່ານໄດ້ເຮັດໃນສິ່ງທີ່ໂງ່ຈ້າທີ່ສຸດ; ສະນັ້ນແຫລະ ຕັ້ງແຕ່ບັດນີ້ໄປ ທ່ານຈະເຮັດເສິກຢູ່ບໍ່ຂາດ. ”
\v 10 ເລື່ອງນີ້ໄດ້ເຮັດໃຫ້ອາຊາ ໂກດຮ້າຍຜູ້ທາໍນວາຍຫລາຍ ຈົນເພິ່ນຈັບລາວລ່າມໂສ້ໄວ້. ໃນເວລາດຽວກັນນັ້ນ ເພິ່ນກໍຂົ່ມເຫັງປະຊາຊົນບາງຄົນຢ່າງທາລຸນ.
\s5
\v 11 ເຫດການທັງປວງໃນຣາຊການຂອງອາຊາ ຕັ້ງແຕ່ຕົ້ນຈົນຈົບແມ່ນໄດ້ຖືກບັນທຶກ ໄວ້ໃນປຶ້ມປະຫວັດສາດຂອງບັນດາກະສັດ ແຫ່ງຢູດາຍ ແລະ ອິດສະຣາເອນ.
\v 12 ໃນຣາຊການປີທີສາມສິບເກົ້າ ທີ່ອາຊາເປັນກະສັດ, ເພິ່ນໄດ້ເປັນລ່ອຍເພາະເກີດພະຍາດ ຢ່າງຮ້າຍແຮງທີ່ຕີນ, ແຕ່ເຖິງປານນັ້ນ ເພິ່ນບໍ່ໄດ້ຫັນມາຫາອົງພຣະຜູ້ເປັນເຈົ້າ, ແຕ່ຫັນໄປຫາໝໍໃຫ້ປິ່ນປົວ.
\s5
\v 13 ສອງປີຕໍ່ມາ ເພິ່ນໄດ້ຕາຍໄປ
\v 14 ແລະ ໄດ້ຖືກຝັງໄວ້ໃນອຸບມຸງເປັນໂງ່ນຫິນຊຶ່ງເພິ່ນໄດ້ສັ່ງໃຫ້ເຈາະໄວ້ສໍາລັບເພິ່ນເອງ ທີ່ເມືອງຂອງດາວິດ. ພວກເຂົາໄດ້ໃຊ້ເຄື່ອງເທດກັບນາໍ້ມັນຫອມຕົບແຕ່ງຮ່າງກາຍຂອງ ເພິ່ນສໍາລັບຝັງ ແລະ ພວກເຂົາໄດ້ສ້າງໄຟ ກອງໃຫຍ່ສໍາລັບໄວ້ທຸກໃຫ້ເພິ່ນ.
\s5
\c 17
\p
\v 1 ເຈົ້າເຢໂຮຊາຟັດ ໄດ້ຂຶ້ນເປັນກະສັດແທນກະສັດອາຊາພໍ່ຂອງຕົນ ແລະ ໄດ້ເສີມສ້າງຖານະຂອງຕົນໃຫ້ເຂັ້ມແຂງຂຶ້ນ ເພື່ອຕໍ່ ສູ້ຊາດອິດສະຣາເອນ.
\v 2 ເພິ່ນໄດ້ວາງທະຫານປະຈາໍປ້ອມປ້ອງກັນເມືອງຕ່າງ ໆ ໃນຢູດາ, ຕາມນອກເມືອງ ໃນຢູດາຍ ແລະ ຕາມເມືອງຕ່າງ ໆ ທີ່ອາຊາຢຶດໄດ້ໃນເຂດແດນຂອງເຜົ່າເອຟຣາອິມ.
\s5
\v 3 ອົງພຣະຜູ້ເປັນເຈົ້າໄດ້ອວຍພອນກະສັດເຢໂຮຊາຟັດ ເພາະເພິ່ນໄດ້ເຮັດຕາມແຕ່ຕອນຕົ້ນແບບຢ່າງຂອງພໍ່ເພິ່ນ ແລະ ບໍ່ໄດ້ຂາບໄຫວ້ພະບາອານ.
\v 4 ເພິ່ນໄດ້ຮັບໃຊ້ພຣະເຈົ້າຂອງພໍ່ຂອງເພິ່ນ ໂດຍເຮັດຕາມຂໍ້ຄໍາສັ່ງຂອງພຣະອົງ ແລະ ບໍ່ໄດ້ປະພຶດຕາມ ວິທີທາງທີ່ກະສັດອິດສະຣາເອນ ໄດ້ປະພຶດ.
\s5
\v 5 ອົງພຣະຜູ້ເປັນເຈົ້າໄດ້ໃຫ້ເຢໂຮຊາຟັດ ຄອບຄອງທົ່ວຢູດາຍ ຢ່າງໝັ້ນຄົງ ແລະ ປະຊາຊົນທົ່ວປະເທດກໍໄດ້ນາໍຂອງຂວັນມາໃຫ້ເພິ່ນຈົນກາຍເປັນຄົນຮັ່ງມີ ແລະ ມີກຽດຍິ່ງ.
\v 6 ເພິ່ນພາກພູມໃຈຫລາຍທີ່ໄດ້ຮັບໃຊ້ ອົງພຣະຜູ້ເປັນເຈົ້າ ແລະ ໄດ້ທາໍລາຍບ່ອນ ຂາບໄຫວ້ຂອງຄົນບໍ່ນັບຖືພຣະເຈົ້າ ແລະ ສັນຍາລັກຂອງເຈົ້າແມ່ອາເຊຣາ ໃນຢູດາຍຢ່າງໝົດສິ້ນ.
\s5
\v 7 ໃນຣາຊການປີທີສາມ ເພິ່ນໄດ້ສົ່ງພວກ ເຈົ້າໜ້າທີ່ໄປສັ່ງສອນຕາມເມືອງຕ່າງ ໆ ໃນຢູດາຍ ມີດັ່ງນີ້: ເບັນຮາຍ, ໂອບາດີຢາ, ເຊກາຣິຢາ, ເນທາເນນ ແລະ ມີກາອີຢາ.
\v 8 ພວກເຂົາມີຊາວເລວີ ເກົ້າຄົນ ແລະ ປະໂຣຫິດ ສອງຄົນຕິດຕາມໄປດ້ວຍ. ຊາວເລວີ ມີດັ່ງນີ້: ເຊມາອີຢາ, ເນທານີຢາ, ເຊບາດີຢາ, ອາຊາເຮນ, ເຊມີຣາໂມດ, ເຢໂຮນາທານ, ອາໂດນີຢາ, ໂຕບີຢາ ແລະ ໂຕບາໂດນີຢາ; ແລະ ປະໂຣຫິດມີດັ່ງນີ້: ເອລີຊາມາ ແລະ ເຢໂຮຣາມ.
\v 9 ພວກເພິ່ນໄດ້ນາໍໜັງສືກົດ ບັນຍັດຂອງອົງພຣະຜູ້ເປັນເຈົ້າໄປສັ່ງສອນ ປະຊາຊົນໃນເມືອງຕ່າງ ໆ ທົ່ວຢູດາຍ.
\s5
\v 10 ອົງພຣະຜູ້ເປັນເຈົ້າໄດ້ບັນດານໃຫ້ອານາຈັກຕ່າງ ໆ ທີ່ຢູ່ອ້ອມແອ້ມນັ້ນຢ້ານກົວຈົນບໍ່ກ້າເຮັດເສິກຕໍ່ສູ້ກະສັດເຢໂຮຊາຟັດ.
\v 11 ຊາວຟີລິດສະຕິນບາງຄົນໄດ້ນາໍເອົາເງິນ ແລະ ຂອງຂວັນຕ່າງ ໆ ເປັນຈາໍນວນຫລວງຫລາຍມາມອບໃຫ້ເຢໂຮຊາຟັດ ແລະ ຊາວອາຣັບບາງຄົນກໍໄດ້ນາໍແກະເຖິກ ຈາໍນວນເຈັດພັນເຈັດຮ້ອຍໂຕ ແລະ ແບ້ເຖິກເຈັດພັນເຈັດຮ້ອຍໂຕ ມາມອບໃຫ້ເພິ່ນ.
\s5
\v 12 ດັ່ງນັ້ນ ເຢໂຮຊາຟັດຈຶ່ງຄອງອໍານາດຫລາຍຂຶ້ນ. ເພິ່ນໄດ້ສ້າງປ້ອມປ້ອງກັນເມືອງ ຕ່າງ ໆ ທົ່ວຢູດາຍ
\v 13 ເພື່ອເປັນບ່ອນສະສົມສະບຽງອາຫານໄວ້ຢ່າງຫລວງຫລາຍ. ໃນນະຄອນເຢຣູຊາເລັມ ເພິ່ນໄດ້ໃຫ້ນາຍທະຫານທີ່ເກັ່ງກ້າປະຈາໍການຢູ່
\s5
\v 14 ຕາມຕະກຸນຂອງພວກເຂົາ. ອາດນາ ໄດ້ເປັນຜູ້ບັນຊາການທະຫານໃນຕະກຸນຢູດາ ແລະ ເພິ່ນມີທະຫານຢູ່ໃຕ້ບັນຊາການຂອງເພິ່ນຈໍານວນສາມແສນຄົນ.
\v 15 ຜູ້ທີ່ມີຕໍາແໜ່ງຮອງລົງມາແມ່ນ ເຢໂຮຮານັນ ເພິ່ນມີທະຫານຈາໍນວນສອງຮ້ອຍແປດສິບພັນຄົນ
\v 16 ແລະ ຜູ້ທີສາມແມ່ນ ອາມາສີຢາ ລູກຊາຍຂອງຊີກະຣີ ເພິ່ນມີທະຫານຈາໍນວນສອງແສນຄົນ. (ອາມາສີຢາ ໄດ້ສະໝັກເຂົ້າ ຮັບໃຊ້ອົງພຣະຜູ້ເປັນເຈົ້າ.)
\v 17 ຜູ້ບັນຊາການທະຫານ ຈາກຕະກຸນເບັນຢາມິນ ແມ່ນເອລີອາດາ ທະຫານຜູ້ເກັ່ງກ້າ ເພິ່ນບັນຊາທະຫານຈາໍນວນ ສອງແສນຄົນຊຶ່ງປະກອບອາວຸດດ້ວຍໂລ້ ແລະ ໜ້າທະນູ.
\v 18 ຜູ້ບັນຊາການຄົນຮອງລົງມາແມ່ນ ເຢໂຮຊາບັດ ເພິ່ນມີທະຫານຈາໍນວນ ໜຶ່ງແສນແປດສິບພັນຄົນ ຊຶ່ງໄດ້ຮັບການຝຶກອາວຸດພ້ອມເຂົ້າສູ້ຮົບ.
\v 19 ຄົນເຫລົ່ານີ້ ໄດ້ຮັບໃຊ້ກະສັດຢູ່ໃນນະຄອນເຢຣູຊາເລັມ ແລະ ນອກເໜືອຈາກນີ້ອີກ ເພິ່ນໄດ້ໃຫ້ທະຫານຄົນອື່ນ ໆ ປະຈາໍການຢູ່ຕາມເມືອງ ຕ່າງ ໆ ທີ່ມີປ້ອມປ້ອງກັນໃນຢູດາຍ.
\s5
\c 18
\p
\v 1 ເມື່ອກະສັດເຢໂຮຊາຟັດ ແຫ່ງຢູດາຍໄດ້ ຮັ່ງມີ ແລະ ມີຊື່ສຽງໂດ່ງດັງຂຶ້ນ ເພິ່ນໄດ້ຈັດໃຫ້ຄົນໃນຣາຊວົງຂອງຕົນແຕ່ງງານກັບຄົນໃນຣາຊວົງຂອງກະສັດອາຮາບ ແຫ່ງອິດສະຣາເອນ.
\v 2 ຫລາຍປີຕໍ່ມາ ເຢໂຮຊາຟັດໄດ້ໄປທີ່ນະຄອນຊາມາເຣຍ ເພື່ອຢ້ຽມຢາມອາຮາບ. ເພື່ອເປັນກຽດແກ່ເຢໂຮຊາຟັດ ແລະ ຜູ້ທີ່ຕິດຕາມ, ອາຮາບໄດ້ຂ້າແກະ ແລະ ງົວຫລາຍໂຕ ເພື່ອຈັດງານຮັບຕ້ອນ. ເພິ່ນໄດ້ພະຍາຍາມຊັກຊວນເຢໂຮຊາຟັດ ໃຫ້ຮ່ວມກັບຕົນໂຈມຕີເມືອງຣາໂມດ ໃນແຂວງກີເລອາດ.
\v 3 ເພິ່ນຖາມວ່າ, “ທ່ານຈະໄປໂຈມຕີເມືອງຣາໂມດ ນາໍຂ້າພະເຈົ້າບໍ? ” ເຢໂຮຊາຟັດ ຕອບວ່າ, “ຖ້າທ່ານພ້ອມເມື່ອໃດ ຂ້າພະເຈົ້າແລະກອງທັບຂອງຂ້າພະເຈົ້າ ກໍພ້ອມເຊັ່ນກັນ. ພວກເຮົາຈະຮ່ວມກັບພວກທ່ານ.”
\s5
\v 4 ແລ້ວເພິ່ນກໍເວົ້າຕື່ມວ່າ, “ແຕ່ກ່ອນອື່ນ ຂໍໃຫ້ພວກເຮົາປຶກສາອົງພຣະຜູ້ເປັນເຈົ້າກ່ອນ. ”
\v 5 ສະນັ້ນ ອາຮາບຈຶ່ງໄດ້ເອີ້ນບັນດາຜູ້ທາໍນວາຍທັງໝົດມາ ມີປະມານສີ່ຮ້ອຍຄົນ ແລະ ຖາມພວກເຂົາວ່າ, “ພວກເຮົາຄວນຈະໄປໂຈມຕີເມືອງຣາໂມດ ຫລືບໍ່? ” ພວກເຂົາຕອບວ່າ, “ໄປໂຈມຕີໂລດ ພຣະເຈົ້າຈະໃຫ້ທ່ານມີໄຊຊະນະ.”
\s5
\v 6 ແຕ່ ເຢໂຮຊາຟັດຖາມວ່າ, “ບໍ່ມີຜູ້ທາໍນວາຍຄົນອື່ນ ໆ ອີກບໍ ທີ່ພວກເຮົາຈະປຶກສາ ອົງພຣະຜູ້ເປັນເຈົ້າໄດ້? ”
\v 7 ອາຮາບຕອບວ່າ, “ຍັງມີອີກຜູ້ໜຶ່ງ ຊື່ວ່າ ມີກາອີຢາ ລູກຊາຍຂອງອິມລາ. ແຕ່ຂ້າພະເຈົ້າກຽດຊັງລາວ ເພາະລາວບໍ່ເຄີຍທາໍນວາຍສິ່ງທີ່ດີສໍາລັບຂ້າພະເຈົ້າຈັກເທື່ອ; ລາວມີແຕ່ທາໍນວາຍສິ່ງທີ່ບໍ່ດີສໍາລັບຂ້າພະເຈົ້າສະເໝີ. ” ເຢໂຮຊາຟັດຕອບວ່າ, “ທ່ານບໍ່ຄວນກ່າວຢ່າງນັ້ນ. ”
\v 8 ດັ່ງນັ້ນ ກະສັດອາຮາບຈຶ່ງເອີ້ນເຈົ້າໜ້າທີ່ປະຈາໍຣາຊວັງມາ ແລະ ບອກລາວໃຫ້ໄປນາໍມີກາອີຢາ ເຂົ້າມາພົບໃນທັນທີ.
\s5
\v 9 ກະສັດທັງສອງທີ່ນຸ່ງເຄື່ອງເຕັມຍົດໄດ້ນັ່ງເທິງບັນລັງຂອງຕົນ ທີ່ລານຟາດເຂົ້ານອກປະຕູນະຄອນຊາມາເຣຍ ແລະ ຜູ້ທາໍນວາຍກໍກໍາລັງທາໍນວາຍຢູ່ຕໍ່ໜ້າພວກເພິ່ນ.
\v 10 ເຊເດກີຢາ ລູກຊາຍຂອງເຄນາອານາ ເປັນຜູ້ໜຶ່ງໃນພວກເຂົາ; ລາວໄດ້ໃຊ້ເຫລັກເຮັດເປັນເຂົາ ແລະ ບອກກະສັດອາຮາບ ວ່າ, “ອັນນີ້ແມ່ນສິ່ງທີ່ອົງພຣະຜູ້ເປັນເຈົ້າໄດ້ກ່າວ ເຈົ້າຈະຕໍ່ສູ້ຊາວຊີເຣຍ ດ້ວຍສິ່ງເຫລົ່ານີ້ ແລະ ພວກເຂົາຈະພ່າຍແພ້ຢ່າງສິ້ນເຊີງ. ”
\v 11 ພວກຜູ້ທາໍນວາຍຄົນອື່ນ ໆ ທັງໝົດກໍເວົ້າເປັນສຽງດຽວກັນວ່າ, “ຈົ່ງຍົກທັບໄປຕີເມືອງ ຣາໂມດ ທັນທີ ແລະທ່ານຈະຕີຊະນະ; ເພາະ ອົງພຣະຜູ້ເປັນເຈົ້າຈະໃຫ້ທ່ານມີໄຊຊະນະ.”
\s5
\v 12 ໃນລະຫວ່າງນັ້ນ ເຈົ້າໜ້າທີ່ຜູ້ທີ່ໄດ້ໄປນາໍມີກາອີຢາ ນັ້ນກໍເວົ້າຕໍ່ມີກາອີຢາ ວ່າ, “ຜູ້ທາໍນວາຍຄົນອື່ນ ໆ ໄດ້ທາໍນວາຍຄວາມສໍາເລັດໃຫ້ແກ່ກະສັດແລ້ວ ແລະ ເຈົ້າກໍຄວນຈະທາໍນວາຍແບບດຽວກັນກັບພວກເຂົາ. ”
\v 13 ແຕ່ມີກາອີຢາ ຕອບວ່າ, “ອົງພຣະຜູ້ເປັນເຈົ້າມີຊີວິດຢູ່ສັນໃດ ຂ້າພະເຈົ້າຈະເວົ້າຕາມທີ່ພຣະເຈົ້າໄດ້ບອກໃຫ້ຂ້າພະເຈົ້າເວົ້າສັນນັ້ນ. ”
\v 14 ເມື່ອເພິ່ນໄດ້ມາປາກົດຕົວຢູ່ຕໍ່ໜ້າກະສັດອາຮາບ ແລ້ວກະສັດຈຶ່ງຖາມເພິ່ນວ່າ, “ມີກາອີຢາ ກະສັດເຢໂຮຊາຟັດແລະເຮົາຄວນຈະໄປໂຈມຕີເມືອງຣາໂມດ ຫລືບໍ່? ” ມີກາອີຢາ ຕອບວ່າ, “ໂຈມຕີໂລດ ແນ່ນອນທ່ານຈະຕີຊະນະ. ແລະ ພວກເຂົາຈະຖືກມອບໄວ້ໃນກາໍມືຂອງພວກທ່ານ.”
\s5
\v 15 ແຕ່ກະສັດຕອບລາວວ່າ, “ເວລາເຈົ້າ ເວົ້າກັບເຮົາໃນນາມຂອງອົງພຣະຜູ້ເປັນເຈົ້າ ຈົ່ງເວົ້າຄວາມຈິງແມ ເຮົາໄດ້ບອກເຈົ້າມາຈັກເທື່ອແລ້ວ? ”
\v 16 ມີກາອີຢາ ຕອບວ່າ, “ຂ້າພະເຈົ້າໄດ້ເຫັນກອງທັບອິດສະຣາເອນ ແຕກກະຈັດກະຈາຍໄປທົ່ວຈ້າຍພູ ດັ່ງຝູງແກະທີ່ບໍ່ມີຜູ້ລ້ຽງ. ແລະ ອົງພຣະຜູ້ເປັນເຈົ້າໄດ້ເວົ້າວ່າ, ‘ຄົນເຫລົ່ານີ້ບໍ່ມີຜູ້ນາໍ; ຈົ່ງໃຫ້ພວກເຂົາກັບເມືອບ້ານເຮືອນຢ່າງສັນຕິເຖີດ.
\s5
\v 17 ອາຮາບ ໄດ້ກ່າວຕໍ່ ເຢໂຮຊາຟັດ ວ່າ, “ດັ່ງທີ່ຂ້າພະເຈົ້າໄດ້ບອກທ່ານແລ້ວວ່າ ລາວ ບໍ່ເຄີຍທໍານວາຍສິ່ງທີ່ດີສໍາລັບຂ້າພະເຈົ້າເລີຍ; ລາວມີແຕ່ທໍານວາຍສິ່ງທີ່ບໍ່ດີສໍາລັບຂ້າພະເຈົ້າສະເໝີ. ”
\v 18 ມີກາອີຢາ ເວົ້າຕໍ່ໄປວ່າ, “ບັດນີ້ ຈົ່ງຟັງສິ່ງທີ່ອົງພຣະຜູ້ເປັນເຈົ້າກ່າວ ຂ້າພະເຈົ້າໄດ້ເຫັນອົງພຣະຜູ້ເປັນເຈົ້ານັ່ງຢູ່ເທິງບັນລັງໃນສະຫວັນ ພ້ອມເທວະດາທັງໝົດ ກໍກາໍລັງຢືນຢູ່ທີ່ຂ້າງຂອງພຣະອົງ.
\s5
\v 19 ອົງພຣະຜູ້ເປັນເຈົ້າຖາມວ່າ, ‘ຜູ້ໃດຈະຫລອກລວງອາຮາບ ໃຫ້ໄປຖືກຂ້າທີ່ຣາໂມດ? ເທວະດາບາງຕົນເວົ້າຢ່າງນີ້ ແລະ ຕົນອື່ນກໍເວົ້າຢ່າງອື່ນ,
\s5
\v 20 ແລ້ວກໍມີວິນຍານດວງໜຶ່ງກ້າວອອກໄປທາງໜ້າ ຫຍັບເຂົ້າໃກ້ອົງພຣະຜູ້ເປັນເຈົ້າ ແລະ ເວົ້າວ່າ, ‘ຂ້ານ້ອຍເອງຈະລໍ້ລວງລາວ. ອົງພຣະຜູ້ເປັນເຈົ້າ ຖາມວ່າ, ‘ດ້ວຍວິທີໃດ?
\v 21 ວິນຍານດວງນັ້ນ ຕອບວ່າ, ‘ຂ້ານ້ອຍຈະໄປເຮັດໃຫ້ພວກຜູ້ທາໍນວາຍຂອງອາຮາບ ເວົ້າຕົວະ. ອົງພຣະຜູ້ເປັນເຈົ້າ ຈຶ່ງເວົ້າວ່າ, ‘ຈົ່ງໄປລໍ້ລວງລາວສາ ເຈົ້າຈະເຮັດໄດ້ສໍາເລັດ.
\s5
\v 22 ແລະ ມີກາອີຢາ ກໍມ້ວນທ້າຍວ່າ, “ເຫດການກໍເປັນຢ່າງນີ້ແຫລະ ອົງພຣະຜູ້ເປັນເຈົ້າໄດ້ເຮັດໃຫ້ພວກຜູ້ທໍານວາຍເຫລົ່ານີ້ ເວົ້າຕົວະຕໍ່ທ່ານ. ແຕ່ພຣະອົງໄດ້ປະກາດວ່າ ທ່ານຈະປະສົບກັບໄພພິບັດ.”
\s5
\v 23 ແລ້ວຜູ້ທາໍນວາຍ ເຊເດກີຢາ ກໍອອກໄປຫາ ມີກາອີຢາ ແລະຕົບໜ້າລາວ ພ້ອມທັງຖາມວ່າ, “ພຣະວິນຍານຂອງອົງພຣະຜູ້ເປັນເຈົ້າ ອອກຈາກຂ້ອຍໄປເວົ້າກັບເຈົ້າເມື່ອໃດ? ”
\v 24 ມີກາອີຢາ ຕອບວ່າ, “ເຈົ້າຈະຮູ້ເມື່ອເຈົ້າໄປລີ້ຢູ່ໃນຫ້ອງເບື້ອງຫລັງຕຶກ.”
\s5
\v 25 ແລ້ວກະສັດອາຮາບ ກໍສັ່ງເຈົ້າໜ້າທີ່ຜູ້ໜຶ່ງຂອງເພິ່ນວ່າ, “ຈັບ ມີກາອີຢາ ໄປຫາອາໂມນຜູ້ປົກຄອງເມືອງ ແລະ ນາໍລາວໄປຫາເຈົ້າຊາຍໂຢອາດ.
\v 26 ໃຫ້ເຈົ້າບອກເຂົາ ຈັບລາວຂັງຄຸກໄວ້ ແລະ ໃຫ້ກິນແຕ່ເຂົ້າກັບນໍ້າເທົ່ານັ້ນ ຈົນກວ່າເຮົາກັບຄືນມາຢ່າງປອດໄພ. ”
\v 27 ມີກາອີຢາ ຮ້ອງຂຶ້ນວ່າ, “ຖ້າທ່ານ ກັບຄືນມາຢ່າງປອດໄພ ກໍແມ່ນອົງພຣະຜູ້ເປັນເຈົ້າ ບໍ່ໄດ້ເວົ້າຜ່ານທາງຂ້ານ້ອຍ. ” ລາວເວົ້າຕື່ມວ່າ, “ທຸກຄົນຈົ່ງຈາໍສິ່ງທີ່ຂ້ານ້ອຍໄດ້ເວົ້າເຖີດ.”
\s5
\v 28 ແລ້ວເຈົ້າອາຮາບ ກະສັດແຫ່ງອິດສະຣາເອນ ແລະ ເຈົ້າເຢໂຮຊາຟັດ ກະສັດແຫ່ງຢູດາຍ ກໍໄດ້ໄປໂຈມຕີເມືອງຣາໂມດ ໃນດິນແດນຂອງກີເລອາດ.
\v 29 ອາຮາບ ໄດ້ເວົ້າກັບ ເຢໂຮຊາຟັດ ວ່າ, “ເມື່ອພວກເຮົາເຂົ້າສູ້ຮົບ ຂ້າພະເຈົ້າຈະປອມຕົວ, ແຕ່ໃຫ້ທ່ານນຸ່ງເຄື່ອງກະສັດ. ” ດັ່ງນັ້ນ ກະສັດແຫ່ງອິດສະຣາເອນ ຈຶ່ງໄດ້ປອມຕົວອອກສູ້ຮົບ.
\v 30 ກະສັດແຫ່ງຊີເຣຍ ໄດ້ສັ່ງຜູ້ບັນຊາການລົດຮົບ ບໍ່ໃຫ້ໂຈມຕີຄົນໃດນອກຈາກກະສັດແຫ່ງອິດສະຣາເອນ.
\s5
\v 31 ສະນັ້ນ ເມື່ອພວກເຂົາໄດ້ເຫັນກະສັດເຢໂຮຊາຟັດ ທັງໝົດຈຶ່ງຄິດວ່າເພິ່ນແມ່ນກະສັດແຫ່ງອິດສະຣາເອນ; ແລະ ພວກເຂົາຈຶ່ງຫັນມາໂຈມຕີແຕ່ເພິ່ນ, ແຕ່ ເຢໂຮຊາຟັດໄດ້ຮ້ອງຂຶ້ນແລ້ວ ອົງພຣະຜູ້ເປັນເຈົ້າກໍຊ່ວຍກູ້ເອົາເພິ່ນ ແລະ ໄດ້ເຮັດໃຫ້ການໂຈມຕີນັ້ນຫ່າງອອກໄປຈາກເພິ່ນ.
\v 32 ເມື່ອຜູ້ບັນຊາການລົດຮົບໄດ້ເຫັນວ່າ ເພິ່ນບໍ່ແມ່ນກະສັດແຫ່ງອິດສະຣາເອນ; ສະນັ້ນ ພວກເຂົາຈຶ່ງເຊົາໄລ່ໂຈມຕີ.
\s5
\v 33 ແຕ່ໂດຍບັງເອີນ ທະຫານຊີເຣຍຜູ້ໜຶ່ງໄດ້ຍິງລູກທະນູໄປຖືກກະສັດອາຮາບ ທະລຸ ເຂົ້າລະຫວ່າງບ່ອນຕໍ່ຂອງເສື້ອເຫລັກ. ເພິ່ນໄດ້ຮ້ອງໃສ່ທະຫານຜູ້ທີ່ຂັບລົດຮົບຂອງເພິ່ນວ່າ, “ເຮົາຖືກຍິງ ລ້ຽວລົດອອກຈາກສະໜາມຮົບດຽວນີ້ສາ. ”
\v 34 ໃນຂະນະທີ່ການສູ້ຮົບກາໍລັງດຸເດືອດຢູ່ນັ້ນ ກະສັດອາຮາບຍັງຄໍ້າຕົວຢູ່ເທິງລົດຮົບ ປະເຊີນໜ້າສູ້ຮົບທະຫານຊີເຣຍ. ພໍຕາເວັນຕົກດິນ ເພິ່ນກໍສິ້ນໃຈຕາຍ.
\s5
\c 19
\p
\v 1 ກະສັດເຢໂຮຊາຟັດ ແຫ່ງຢູດາຍ ໄດ້ກັບຄືນມາສູ່ວັງຂອງຕົນ ທີ່ນະຄອນເຢຣູຊາເລັມ ໄດ້ຢ່າງປອດໄພ.
\v 2 ມີຜູ້ທາໍນວາຍຄົນໜຶ່ງຊື່ວ່າເຢຮູ ລູກຊາຍຂອງຮານານ ໄດ້ເຂົ້າໄປພົບເພິ່ນ ແລະເວົ້າວ່າ, “ທ່ານຄິດວ່າ ເປັນການຖືກຕ້ອງຊັ້ນບໍທີ່ຊ່ວຍຄົນຊົ່ວຊ້າ ແລະ ເຂົ້າຂ້າງຄົນທີ່ກຽດຊັງອົງພຣະຜູ້ເປັນເຈົ້າ? ” ສິ່ງທີ່ທ່ານໄດ້ເຮັດນັ້ນ ເປັນເຫດໃຫ້ອົງພຣະຜູ້ເປັນເຈົ້າໂກດຮ້າຍທ່ານ.
\v 3 ແຕ່ເຖິງຢ່າງໃດກໍຕາມ, ທ່ານກໍໄດ້ເຮັດບາງສິ່ງທີ່ດີງາມ; ທ່ານໄດ້ທາໍລາຍສັນຍາລັກຂອງເຈົ້າແມ່ອາເຊຣາ ຊຶ່ງປະຊາຊົນໄດ້ຂາບໄຫວ້ ແລະທ່ານໄດ້ພະຍາຍາມເຮັດຕາມພຣະປະສົງຂອງພຣະເຈົ້າ.”
\s5
\v 4 ເຖິງແມ່ນວ່າ ກະສັດເຢໂຮຊາຟັດ ໄດ້ອາໄສຢູ່ທີ່ນະຄອນເຢຣູຊາເລັມ, ແຕ່ເພິ່ນກໍໄດ້ອອກໄປຢ້ຽມຢາມປະຊາຊົນສະເໝີ, ຕັ້ງແຕ່ເບເອນເຊບາ ທາງພາກໃຕ້ຈົນຮອດສົ້ນສຸດຂອງເຂດພູດອຍ ເອຟຣາອິມ ທາງພາກເໜືອ ເພື່ອຮຽກຮ້ອງປະຊາຊົນໃຫ້ຄືນມາຫາ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງບັນພະບຸລຸດຂອງພວກເຂົາ.
\v 5 ເພິ່ນໄດ້ແຕ່ງຕັ້ງພວກຜູ້ຕັດສິນປະຈາໍແຕ່ລະເມືອງຂອງຢູດາຍ ທີ່ມີປ້ອມປ້ອງກັນ
\s5
\v 6 ແລະ ໄດ້ແນະນາໍພວກເຂົາວ່າ, “ເມື່ອກ່າວຄໍາຕັດສິນນັ້ນ ຈົ່ງລະວັງໃຫ້ດີ; ພວກທ່ານບໍ່ໄດ້ເຮັດຕາມອໍານາດຂອງມະນຸດ, ແຕ່ ເຮັດຕາມອໍານາດຂອງອົງພຣະຜູ້ເປັນເຈົ້າ ແລະ ພຣະອົງສະຖິດຢູ່ນາໍພວກທ່ານ ເມື່ອພວກທ່ານກ່າວຄໍາຕັດສິນລົງໂທດ.
\v 7 ຈົ່ງຢໍາເກງອົງພຣະຜູ້ເປັນເຈົ້າ ແລະ ປະພຶດຢ່າງລະມັດລະວັງ, ຍ້ອນວ່າ ອົງພຣະຜູ້ເປັນເຈົ້າພຣະເຈົ້າຂອງພວກເຮົາ ບໍ່ຜ່ອນຜັນຄວາມຜິດໃດ ໆ ຫລື ຕັດສິນເຂົ້າຂ້າງ ຫລື ຮັບສິນຈ້າງລາງວັນໃດ ໆ ທັງສິ້ນ.”
\s5
\v 8 ໃນນະຄອນເຢຣູຊາເລັມ ເຢໂຮຊາຟັດໄດ້ແຕ່ງຕັ້ງຊາວເລວີ, ພວກປະໂຣຫິດ ແລະ ຊາວເມືອງຊັ້ນຜູ້ນາໍບາງຄົນໃຫ້ເປັນຜູ້ຕັດສິນຄວາມ ໃນກໍລະນີທີ່ກ່ຽວຂ້ອງກັບການຝ່າຝືນກົດບັນຍັດຂອງອົງພຣະຜູ້ເປັນເຈົ້າ ຫລື ການຂັດແຍ່ງທາງດ້ານກົດໝາຍລະຫວ່າງປະຊາຊົນໃນເມືອງ. [ລ]
\v 9 ເພິ່ນໄດ້ໃຫ້ຄໍາແນະນາໍແກ່ພວກເຂົາ ດັ່ງນີ້: “ພວກທ່ານຕ້ອງ ປະຕິບັດໜ້າທີ່ຂອງພວກທ່ານ ດ້ວຍຄວາມຢໍາເກງອົງພຣະຜູ້ເປັນເຈົ້າ ແລະ ເຊື່ອຟັງພຣະອົງຢ່າງສັດຊື່ໃນທຸກ ໆ ສິ່ງທີ່ພວກທ່ານເຮັດ.
\s5
\v 10 ເມື່ອໃດທີ່ຊາວເມືອງອື່ນ ໆ ນາໍຄະດີຂ້າຄົນ ຫລື ການຝ່າຝືນກົດໝາຍ ຫລື ຝ່າຝືນຄໍາສັ່ງ ມາຍັງພວກທ່ານ; ພວກທ່ານຕ້ອງແນະນາໍພວກເຂົາຢ່າງລະມັດລະວັງ ວ່າພວກເຂົາຄວນປະພຶດຢ່າງໃດ ໃນລະຫວ່າງການສອບສວນ ເພື່ອວ່າພວກເຂົາຈະບໍ່ເປັນຝ່າຍຜິດໂດຍເຮັດບາບຕໍ່ສູ້ອົງພຣະຜູ້ເປັນເຈົ້າ. ເວັ້ນເສຍແຕ່ພວກທ່ານຂືນເຮັດເທົ່ານັ້ນ ພວກທ່ານກັບພວກພີ່ນ້ອງຊາວເມືອງ ກໍຈະຖືກອົງພຣະຜູ້ເປັນເຈົ້າໂກດຮ້າຍຢ່າງໜັກ. ແຕ່ຖ້າພວກທ່ານປະຕິບັດຕາມໜ້າທີ່ຂອງພວກທ່ານ ພວກທ່ານກໍຈະບໍ່ເປັນຝ່າຍຜິດ.
\s5
\v 11 ມະຫາປະໂຣຫິດ ອາມາຣິຢາ ຈະມີອໍານາດສູງສຸດໃນທຸກ ໆ ຄະດີກ່ຽວກັບກິດຈະການວຽກງານຂອງອົງພຣະຜູ້ເປັນເຈົ້າ ແລະ ເຊບາດີຢາ ລູກຊາຍຂອງອິດຊະມາເອນ ທີ່ເປັນຜູ້ປົກຄອງຂອງຢູດາຍ ຈະມີອໍານາດເດັດຂາດ ກ່ຽວກັບຄະດີດ້ານພົນລະເຮືອນ. ຊາວເລວີ ຕ້ອງຮັບຜິດຊອບ ເບິ່ງວ່າຄໍາຕັດສິນຂອງສານນັ້ນ ໄດ້ຖືກປະຕິບັດຕາມຫລືບໍ່. ຈົ່ງກ້າຫານ ແລະ ເຮັດຕາມຄໍາແນະນາໍເຫລົ່ານີ້ ແລະຂໍໃຫ້ອົງພຣະ ຜູ້ເປັນເຈົ້າ ສະຖິດນາໍຝ່າຍທີ່ຖືກຕ້ອງ.”
\s5
\c 20
\p
\v 1 ຊ່ວງເວລາຕໍ່ມາ ໄດ້ມີກອງທັບຂອງພວກ ໂມອາບ ແລະ ຂອງພວກອໍາໂມນ ພ້ອມດ​້ວຍພວກເມີນິດ [ວ] ພັນທະມິດຂອງພວກເຂົາໄດ້ເຂົ້າມາຮຸກຮານ ຢູດາຍ.
\v 2 ມີຜູ້ນາໍຂ່າວບາງຄົນໄດ້ເຂົ້າມາແຈ້ງຕໍ່ກະສັດເຢໂຮຊາຟັດ ວ່າ, “ມີກອງທັບໃຫຍ່ຈາກເອໂດມ ໄດ້ເຄື່ອນມາທາງຟາກໜຶ່ງອີກຂອງທະເລຕາຍ ເພື່ອໂຈມຕີທ່ານ. ພວກເຂົາໄດ້ຢຶດເມືອງຮາຊາໂຊນ ຕາມາ ໄດ້ແລ້ວ. ” (ແມ່ນຊື່ໜຶ່ງອີກຂອງເມືອງ ເອນເກດີ.)
\s5
\v 3 ເຢໂຮຊາຟັດ ຢ້ານຈຶ່ງພາວັນນາອະທິຖານ ຂໍໃຫ້ອົງພຣະຜູ້ເປັນເຈົ້ານາໍພາ. ແລ້ວເພິ່ນກໍໄດ້ສັ່ງໃຫ້ປະຊາຊົນອົດອາຫານ ທົ່ວປະເທດ.
\v 4 ປະຊາຊົນໃນຢູດາຍ ໄດ້ຟ້າວມາຮວມຊຸມນຸມກັນ ເພື່ອສະແຫວງຫາ ອົງພຣະຜູ້ເປັນເຈົ້າ ແລະ ພວກເຂົາໄດ້ມາຈາກແຕ່ລະເມືອງໃນຢູດາຍ ເພື່ອຈະໄດ້ສະແຫວງຫາອົງພຣະຜູ້ເປັນເຈົ້າ.
\s5
\v 5 ປະຊາຊົນຢູດາ ແລະ ຊາວນະຄອນເຢຣູຊາເລັມ ໄດ້ມາເຕົ້າໂຮມກັນຢູ່ທີ່ເດີ່ນຂອງພຣະວິຫານຂອງອົງພຣະຜູ້ເປັນເຈົ້າ. ເຢໂຮຊາຟັດ ໄດ້ລຸກຢືນຂື້ນຕໍ່ໜ້າປະຊາຊົນ
\v 6 ແລະ ພາວັນນາອະທິຖານດ້ວຍສຽງດັງວ່າ, “ຂ້າແດ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງບັນພະບຸລຸດຂອງພວກຂ້ານ້ອຍເອີຍ ພຣະອົງປົກຄອງຢູ່ເທິງສະຫວັນ ເໜືອຊົນຊາດທັງໝົດໃນໂລກ. ພຣະອົງຊົງຣິດອໍານາດ, ຊົງຣິດເດດ ແລະຊົງຍິ່ງໃຫຍ່ ທັງບໍ່ມີຜູ້ໃດຕໍ່ຕ້ານພຣະອົງໄດ້.
\v 7 ພຣະອົງເປັນພຣະເຈົ້າຂອງພວກຂ້ານ້ອຍ. ເມື່ອປະຊາຊົນ ອິດສະຣາເອນຂອງພຣະອົງ ໄດ້ຍ້າຍເຂົ້າມາໃນດິນແດນນີ້ ພຣະອົງໄດ້ຂັບໄລ່ປະຊາຊົນທີ່ອາໄສຢູ່ທີ່ນີ້ອອກໄປ ແລະ ໄດ້ມອບດິນແດນ ໃຫ້ແກ່ເຊື້ອສາຍຂອງອັບຣາຮາມ ມິດສະຫາຍຂອງພຣະອົງ ໃຫ້ເປັນມໍຣະດົກຂອງພວກເພິ່ນຕະຫລອດໄປ.
\s5
\v 8 ພວກເພິ່ນໄດ້ອາໄສຢູ່ທີ່ນີ້ ແລະໄດ້ສ້າງ ພຣະວິຫານແຫ່ງໜຶ່ງ ເພື່ອຍ້ອງຍໍໃຫ້ກຽດພຣະອົງ
\v 9 ໂດຍຮູ້ວ່າຖ້າມີໄພພິບັດໃດ ໆ ຈະມາທາໍລາຍ ເພື່ອລົງໂທດພວກເພິ່ນເຊັ່ນ: ເສິກ, [ຫ] ພະຍາດລະບາດ, ຫລື ຄວາມອຶດຢາກ; ແລ້ວພວກເພິ່ນກໍມາ ແລະ ຢືນຢູ່ຕໍ່ໜ້າພຣະວິຫານນີ້ໄດ້ ຄື ບ່ອນທີ່ພວກເພິ່ນນະມັດສະການພຣະອົງ. ພວກເພິ່ນພາວັນນາ ອະທິຖານຫາພຣະອົງໄດ້ໃນຄາວມີຄວາມເດືອດຮ້ອນ ແລະ ພຣະອົງກໍຈະຟັງພວກເພິ່ນພ້ອມທັງຈະຊ່ວຍກູ້ເອົາພວກເພິ່ນໄວ້.
\s5
\v 10 ບັດນີ້ ຊາວອໍາໂມນ, ຊາວໂມອາບ ແລະ ຊາວເອໂດມ ໄດ້ມາໂຈມຕີພວກຂ້ານ້ອຍ. ເມື່ອບັນພະບຸລຸດຂອງພວກຂ້ານ້ອຍໄດ້ອອກມາຈາກປະເທດເອຢິບ ພຣະອົງບໍ່ອະນຸຍາດໃຫ້ພວກເພິ່ນເຂົ້າໄປໃນດິນແດນ ເຫລົ່ານີ້; ດັ່ງນັ້ນ ບັນພະບຸລຸດຂອງພວກຂ້ານ້ອຍ ຈຶ່ງໄດ້ໂຄ້ງຜ່ານໄປໂດຍບໍ່ໄດ້ທໍາລາຍພວກເຂົາ.
\v 11 ພວກເຂົາຕອບແທນພວກ ຂ້ານ້ອຍ ໂດຍວິທີນີ້ບໍ? ພວກເຂົາມາເພື່ອຂັບໄລ່ພວກຂ້ານ້ອຍ ໃຫ້ອອກໄປຈາກດິນແດນຊຶ່ງພຣະອົງໄດ້ມອບໃຫ້ພວກຂ້ານ້ອຍ.
\s5
\v 12 ພຣະອົງເປັນພຣະເຈົ້າຂອງພວກຂ້ານ້ອຍ ຈົ່ງລົງໂທດພວກເຂົາເຖີດ ສໍາລັບພວກຂ້ານ້ອຍນັ້ນເຮັດຫຍັງບໍ່ໄດ້ແລ້ວ ກັບກອງທັບອັນໃຫຍ່ໂຕ ຊຶ່ງກາໍລັງມາໂຈມຕີພວກຂ້ານ້ອຍ. ພວກຂ້ານ້ອຍບໍ່ຮູ້ຈັກຈະເຮັດຢ່າງໃດ ໄດ້ແຕ່ຂໍເພິ່ງພຣະອົງໃຫ້ຊ່ວຍເຫລືອເທົ່ານັ້ນ. ”
\v 13 ຜູ້ຊາຍຊາວຢູດາ ທັງໝົດພ້ອມທັງເມຍ ແລະ ລູກຂອງພວກເຂົາຕ່າງກໍພາກັນຢືນຢູ່ຊ້ອງພຣະພັກຂອງອົງພຣະຜູ້ເປັນເຈົ້າ.
\s5
\v 14 ພຣະວິນຍານຂອງອົງພຣະຜູ້ເປັນເຈົ້າ ໄດ້ລົງມາເທິງຄົນເລວີ ຜູ້ໜຶ່ງທີ່ຢູ່ໃນທ່າມກາງ ປະຊາຊົນນັ້ນ. ລາວຊື່ວ່າ ຢາຮາຊີເອນ ລູກຊາຍຂອງເຊກາຣີຢາ; ລາວເປັນສະມາຊິກຢູ່ໃນຕະກຸນຂອງອາສັບ ແລະສືບເຊື້ອສາຍມາຈາກອາສັບ ທາງ ມັດຕານີຢາ, ເຢອີເອນ ແລະ ເບນາອີຢາ.
\v 15 ຢາຮາຊີເອນໄດ້ເວົ້າວ່າ, “ຂ້າແດ່ພະຣາຊາ ຕະຫລອດທັງປະຊາຊົນຊາວຢູດາ ແລະ ຊາວເຢຣູຊາເລັມ ດ້ວຍອົງພຣະຜູ້ເປັນເຈົ້າກ່າວຕໍ່ທ່ານທັງຫລາຍ ດັ່ງນີ້ວ່າ, ‘ບໍ່ຕ້ອງຢ້ານ ແລະຢ່າສູ່ຕົກໃຈຕໍ່ກອງທັບໃຫຍ່ນັ້ນ. ການສູ້ຮົບຂຶ້ນຢູ່ ກັບພຣະເຈົ້າ ແຕ່ບໍ່ແມ່ນຂຶ້ນຢູ່ກັບທ່ານ.
\s5
\v 16 ຈົ່ງໂຈມຕີພວກເຂົາໃນມື້ອື່ນ ເມື່ອພວກເຂົາຍົກທັບມາຮອດຊ່ອງແຄບຂອງແດນຊີຊະ. ທ່ານຈະພົບພວກເຂົາທີ່ສົ້ນສຸດຂອງຮ່ອມພູ ທີ່ນາໍໄປສູ່ຖິ່ນແຫ້ງແລ້ງກັນດານຂອງເມືອງເຢຣູເອນ.
\v 17 ທ່ານບໍ່ຈາໍເປັນຕ້ອງອອກໄປສູ້ຮົບໃນຄັ້ງນີ້. ໃຫ້ທ່ານພຽງແຕ່ປະຈາໍທີ່ ລໍຄອຍຢູ່ທີ່ນັ້ນ ແລະທ່ານຈະເຫັນວ່າແມ່ນອົງພຣະຜູ້ເປັນເຈົ້າທີ່ໄດ້ໃຫ້ທ່ານມີໄຊຊະນະ. ຊາວຢູດາ ແລະ ຊາວນະຄອນເຢຣູຊາເລັມເອີຍ ຢ່າສົງໄສ ຫລື ຢ້ານກົວເລີຍ. ຈົ່ງອອກໄປສູ້ຮົບ ແລະ ອົງພຣະຜູ້ເປັນເຈົ້າ ຈະສະຖິດຢູ່ກັບພວກທ່ານ.”
\s5
\v 18 ແລ້ວກະສັດເຢໂຮຊາຟັດ ກໍໄດ້ກົ້ມຂາບລົງກັບພື້ນດິນ ແລະ ປະຊາຊົນຢູດາ ແລະ ປະຊາຊົນເຢຣຊາເລັມ ທັງໝົດໄດ້ກົ້ມຂາບລົງຊ້ອງພຣະພັກອົງພຣະຜູ້ເປັນເຈົ້າ ແລະ ນະມັດສະການອົງພຣະຜູ້ເປັນເຈົ້າ.
\v 19 ບັນດາສະມາຊິກຊາວເລວີ ໃນຕະກຸນໂກຮາດ ແລະ ໂກຣາ ໄດ້ລຸກຢືນຂຶ້ນແລະສັນລະເສີນອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງຊາດອິດສະຣາເອນ ດ້ວຍສຽງດັງ.
\s5
\v 20 ມື້ຕໍ່ມາ ແຕ່ເຊົ້າ ໆ ປະຊາຊົນໄດ້ອອກໄປຍັງຖິ່ນແຫ້ງແລ້ງກັນດານທີ່ ເຕກົວ. ກ່ອນພວກເຂົາຈະອອກໄປ ກະສັດເຢໂຮຊາຟັດ ໄດ້ກ່າວແກ່ພວກເຂົາ ດ້ວຍຖ້ອຍຄໍາເຫລົ່ານີ້: “ນັກຮົບຊາວຢູດາ ແລະ ຊາວນະຄອນເຢຣູຊາເລັມເອີຍ ຈົ່ງໄວ້ວາງໃຈໃນອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກທ່ານ ແລະ ພວກທ່ານຈະຢືນຢູ່ໄດ້ຢ່າງໝັ້ນຄົງ. ຈົ່ງເຊື່ອໝັ້ນ ສິ່ງທີ່ຜູ້ທາໍນວາຍບອກພວກທ່ານ ແລະ ພວກທ່ານຈະເຮັດສໍາເລັດໜ້າທີ່. ”
\v 21 ຫລັງຈາກໄດ້ປຶກສາຫາລື ກັບປະຊາຊົນ ແລ້ວກະສັດກໍໄດ້ສັ່ງໃຫ້ນັກດົນຕຼີ ນຸ່ງເສື້ອຄຸມ ຊຶ່ງພວກເຂົາໄດ້ນຸ່ງໃນໂອກາດອັນສັກສິດເທົ່ານັ້ນ ແລະ ຍ່າງນາໍໜ້າກອງທັບໄປ ທັງຮ້ອງເພງສໍາລັບອົງພຣະຜູ້ເປັນເຈົ້າວ່າ, “ສັນລະເສີນອົງພຣະຜູ້ເປັນເຈົ້າ ຄວາມຮັກຂອງພຣະອົງດໍາລົງຢູ່ຕະຫລອດໄປເປັນນິດ.”
\s5
\v 22 ເມື່ອພວກເຂົາເລີ່ມຕົ້ນຮ້ອງເພງແລະສັນລະເສີນ ແລ້ວອົງພຣະຜູ້ເປັນເຈົ້າກໍໄດ້ບັນດານໃຫ້ຂ້າເສິກທີ່ມາຮຸກຮານນັ້ນແຕກຕື່ນຕົກໃຈ.
\v 23 ຊາວອໍາໂມນ ແລະ ຊາວໂມອາບ ໄດ້ໂຈມຕີກອງທັບຂອງຊາວເອໂດມ ແລະ ໄດ້ທາໍລາຍພວກເຂົາຈົນໝົດສິ້ນ. ແລ້ວພວກເຂົາກໍໄດ້ຫັນມາສູ້ຮົບກັນແລະກັນ ຢ່າງບ້າຄັ່ງ.
\s5
\v 24 ເມື່ອກອງທັບຊາວຢູດາ ໄດ້ມາຮອດທີ່ຫໍຄອຍໃນຖິ່ນແຫ້ງແລ້ງກັນດານ ພວກເຂົາໄດ້ແນມເບິ່ງຂ້າເສິກ ແລະໄດ້ເຫັນວ່າທັງໝົດ ຕາຍນອນເດຍລະດາດຢູ່ ໂດຍບໍ່ມີຜູ້ໃດລອດຊີວິດໄປໄດ້ແມ່ນແຕ່ຄົນດຽວ.
\s5
\v 25 ກະສັດເຢໂຮຊາຟັດ ແລະ ທະຫານຂອງເພິ່ນໄດ້ເຂົ້າໄປຢຶດເຄື່ອງຂອງ ມາໄດ້ຢ່າງຫລວງຫລາຍ ມີດັ່ງນີ້: ຝູງງົວ, [ອ] ສະບຽງອາຫານ, ເຄື່ອງນຸ່ງຫົ່ມ ແລະ ເຄື່ອງ ມີຄ່າອື່ນ ໆ. ພວກເຂົາໃຊ້ເວລາສາມວັນ ເພື່ອຮິບໂຮມເອົາເຄື່ອງຂອງນັ້ນ, ແຕ່ກໍຍັງມີຫລາຍຢູ່ຈົນພວກເຂົາເກັບເອົາໝົດທຸກຢ່າງບໍ່ໄດ້.
\v 26 ໃນວັນທີສີ ່ ພວກເຂົາໄດ້ມາໂຮມກັນທີ່ຮ່ອມພູ ເບຣາກາ ແລະ ໄດ້ສັນລະເສີນອົງພຣະຜູ້ເປັນເຈົ້າ ສໍາລັບທຸກ ໆ ສິ່ງທີ່ພຣະອົງໄດ້ກະທາໍການ. ດັ່ງນັ້ນ ຮ່ອມພູນີ້ຈຶ່ງໄດ້ມີຊື່ວ່າ ເບຣາກາ. [ຮ]
\s5
\v 27 ເຢໂຮຊາຟັດ ໄດ້ຍົກທັບກັບຄືນມາຍັງນະຄອນເຢຣູຊາເລັມ ຢ່າງມີໄຊກໍເພາະອົງພຣະຜູ້ເປັນເຈົ້າ ໄດ້ເອົາຊະນະເຫລົ່າສັດຕູຂອງພວກເຂົາ.
\v 28 ເມື່ອມາຮອດໃນເມືອງ ພວກເຂົາກໍຍ່າງມຸ່ງໜ້າສູ່ພຣະວິຫານຂອງ ອົງພຣະຜູ້ເປັນເຈົ້າ ພ້ອມທັງດີດພິນ ແລະ ເປົ່າແກດັງກ້ອງສະໜັ່ນ.
\s5
\v 29 ທຸກຊົນຊາດທີ່ໄດ້ຍິນວ່າ ອົງພຣະຜູ້ເປັນເຈົ້າໄດ້ເອົາຊະນະເຫລົ່າສັດຕູຂອງຊາດອິດສະຣາເອນຢ່າງໃດ ພວກເຂົາຕ່າງກໍຢ້ານກົວພຣະເຈົ້າ
\v 30 ສະນັ້ນ ເຢໂຮຊາຟັດຈຶ່ງໄດ້ປົກຄອງຢ່າງສັນຕິສຸກ ແລະ ພຣະເຈົ້າໄດ້ໃຫ້ເພິ່ນມີຄວາມປອດໄພຮອບດ້ານ.
\s5
\v 31 ເຈົ້າເຢໂຮຊາຟັດ ໄດ້ຂຶ້ນເປັນກະສັດ ແຫ່ງຢູດາຍ ເມື່ອເພິ່ນອາຍຸໄດ້ສາມສິບຫ້າປີ ແລະ ປົກຄອງຢູ່ທີ່ນະຄອນເຢຣູຊາເລັມ ເປັນເວລາຊາວຫ້າປີ. ແມ່ຂອງເພິ່ນຊື່ວ່າ ອາຊຸບາ ລູກສາວຂອງຊີນຮີ.
\v 32 ເພິ່ນໄດ້ເຮັດໃນສິ່ງທີ່ຖືກຕ້ອງຕໍ່ສາຍຕາຂອງອົງພຣະຜູ້ເປັນເຈົ້າ ເຊັ່ນດຽວກັນກັບພໍ່ຂອງເພິ່ນ;
\v 33 ແຕ່ ບ່ອນຂາບໄຫວ້ຂອງຄົນບໍ່ນັບຖືພຣະເຈົ້າ ຫລາຍບ່ອນຍັງບໍ່ໄດ້ຖືກທາໍລາຍ. ສ່ວນປະຊາຊົນກໍຍັງບໍ່ທັນໄດ້ກັບມາ ນະມັດສະການພຣະເຈົ້າຂອງບັນພະບຸລຸດ ຂອງພວກເຂົາຢ່າງສຸດຈິດສຸດໃຈເທື່ອ.
\s5
\v 34 ສິ່ງອື່ນ ໆ ທີ່ກະສັດເຢໂຮຊາຟັດໄດ້ກະທາໍຕັ້ງແຕ່ຣາຊການບັ້ນຕົ້ນ ຈົນເຖິງບັ້ນປາຍ ແມ່ນໄດ້ຖືກບັນທຶກໄວ້ໃນປຶ້ມປະຫວັດສາດ ຂອງເຢຮູ ລູກຊາຍຂອງຮານານີ ຊຶ່ງເປັນສ່ວນໜຶ່ງຂອງປຶ້ມປະຫວັດສາດຂອງບັນດາກະສັດແຫ່ງອິດສະຣາເອນ.
\s5
\v 35 ມີຄັ້ງໜຶ່ງກະສັດເຢໂຮຊາຟັດ ແຫ່ງຢູດາ ໄດ້ເປັນພັນທະມິດກັບກະສັດອາຮາຊີຢາ ແຫ່ງອີດສະຣາເອນ ຜູ້ທີ່ໄດ້ກະທາໍຊົ່ວໄວ້ຢ່າງຫລວງຫລາຍ.
\v 36 ທີ່ທ່າເຮືອຂອງເມືອງເອຊີໂອນເກເບ ພວກເພິ່ນໄດ້ສ້າງເຮືອເດີນທະເລ.
\v 37 ແຕ່ ເອລີເອເຊ ລູກຊາຍຂອງໂດດາວາຮູ ຊາວເມືອງມາເຣຊາ ໄດ້ຕັກເຕືອນເຢໂຮຊາຟັດ ວ່າ, “ຍ້ອນທ່ານເປັນພັນທະມິດກັບອາຮາຊີຢາ ອົງພຣະຜູ້ເປັນເຈົ້າຈະທາໍລາຍສິ່ງທີ່ທ່ານໄດ້ສ້າງຂຶ້ນມານັ້ນ. ” ຕໍ່ມາ ເຮືອເຫລົ່ານັ້ນກໍແຕກ ແລະ ແລ່ນບໍ່ໄດ້ຈັກລໍາ.
\s5
\c 21
\p
\v 1 ເຈົ້າເຢໂຮຊາຟັດ ໄດ້ຕາຍໄປ ແລະ ໄດ້ຖືກຝັງໄວ້ໃນອຸບມຸງ ແຫ່ງກະສັດໃນເມືອງຂອງດາວິດ ແລະ ເຢໂຮຣາມ ລູກຊາຍຂອງເພິ່ນໄດ້ຂຶ້ນເປັນກະສັດປົກຄອງແທນ.
\v 2 ເຈົ້າເຢໂຮຣາມ ລູກຊາຍຂອງເຈົ້າເຢໂຮຊາຟັດ ແຫ່ງຢູດາຍ ມີນ້ອງຊາຍຢູ່ຫົກຄົນ ດັ່ງນີ້: ອາຊາຣີຢາ, ເຢຮິເອນ, ເຊກາຣີຢາ, ອາຊາຣີຢາຮູ, ມີກາເອນ ແລະ ເຊຟາຕີຢາ.
\v 3 ບິດາຂອງພວກເຂົາໄດ້ມອບຄໍາ, ເງິນ ແລະ ເຄື່ອງມີຄ່າອື່ນ ໆ ຢ່າງຫລວງຫລາຍໃຫ້ແກ່ພວກເຂົາ ແລະ ໄດ້ຕັ້ງພວກເຂົາໃຫ້ປົກຄອງເມືອງຕ່າງ ໆ ໃນຢູດາຍ ທີ່ມີປ້ອມປ້ອງກັນ. ແຕ່ຍ້ອນ ເຢໂຮຣາມ ເປັນອ້າຍກົກ ເຈົ້າເຢໂຮຊາຟັດຈຶ່ງມອບໃຫ້ລາວ ຂຶ້ນເປັນຜູ້ປົກຄອງແທນ.
\s5
\v 4 ເມື່ອເຢໂຮຣາມ ໄດ້ມີອໍານາດຄວບຄຸມ ທົ່ວອານາຈັກຢ່າງໝັ້ນຄົງແລ້ວ ລາວກໍຂ້າພວກນ້ອງຊາຍທັງໝົດ ພ້ອມດ້ວຍຂ້າຣາຊການອິດສະຣາເອນບາງຄົນ.
\v 5 ເຈົ້າ[ເຢໂຮຣ​າມ]ໄດ້ຂຶ້ນເປັນກະສັດເມື່ອເພິ່ນອາຍຸ ໄດ້ສາມສິບສອງປີ ແລະ ໄດ້ປົກຄອງຢູ່ທີ່ນະຄອນເຢຣູຊາເລັມ ເປັນເວລາແປດປີ.
\s5
\v 6 ເພິ່ນໄດ້ເຮັດຕາມແບບຢ່າງອັນຊົ່ວຊ້າຂອງກະສັດອາຮາບ ແລະ ກະສັດອື່ນ ໆ ຂອງຊາດອິດສະຣາເອນ ເພາະເພິ່ນໄດ້ແຕ່ງງານ ກັບລູກສາວຄົນໜຶ່ງຂອງອາຮາບ. ເພິ່ນໄດ້ເຮັດບາບຕໍ່ສູ້ອົງພຣະຜູ້ເປັນເຈົ້າ
\v 7 ແຕ່ອົງພຣະຜູ້ເປັນເຈົ້າ ບໍ່ຢາກທາໍລາຍເຊື້ອວົງຂອງດາວິດ ເພາະພຣະອົງໄດ້ເຮັດພັນທະສັນຍາໄວ້ກັບດາວິດ ໂດຍໄດ້ສັນຍາວ່າເຊື້ອສາຍຂອງເພິ່ນຈະສືບຕໍ່ປົກຄອງສືບ ໆ ໄປ.
\s5
\v 8 ໃນລະຫວ່າງຣາຊການຂອງເຈົ້າ[ເຢໂຮຣາມ]ນັ້ນ ເອໂດມໄດ້ກະບົດຕໍ່ຢູດາຍ ແລະ ໄດ້ກາຍເປັນອານາຈັກເອກະລາດ.
\v 9 ດັ່ງນັ້ນ ເຢໂຮຣາມ ພ້ອມທັງນາຍທະຫານຂອງເພິ່ນ ຈຶ່ງໄດ້ນາໍລົດຮົບ ອອກໄປຮຸກຮານ ເອໂດມ. ກອງທັບຂອງເອໂດມ ໄດ້ປິດລ້ອມພວກເຂົາໄວ້, ແຕ່ໃນຕອນກາງຄືນພວກເຂົາໄດ້ຕີຜ່າວົງລ້ອມ ອອກມາໄດ້ ແລະ ປົບໜີໄປ.
\v 10 ແຕ່ນັ້ນມາ ເອໂດມ ກໍໄດ້ແຍກເປັນອານາຈັກເອກະລາດ ຈາກ [ກ] ອານາຈັກຢູດາຍ. ໃນ ເວລານັ້ນ ເມືອງຣິບລາ ໄດ້ກະບົດຄືກັນຍ້ອນເຢໂຮຣາມ ໄດ້ປະຖິ້ມອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງບັນພະບຸລຸດຂອງຕົນ.
\s5
\v 11 ເພິ່ນໄດ້ສ້າງແມ່ນແຕ່ບ່ອນຂາບໄຫວ້ຂອງຄົນບໍ່ນັບຖືພຣະເຈົ້າ ໄວ້ຕັ້ງຫລາຍບ່ອນ ຢູ່ທີ່ເທິງພູຂອງຢູດາຍ ຊຶ່ງເປັນການນໍາພາ ປະຊາຊົນຊາວຢູດາ ແລະ ຊາວນະຄອນເຢຣູຊາເລັມ ໃຫ້ເຮັດບາບຕໍ່ສູ້ອົງພຣະຜູ້ເປັນເຈົ້າ.
\s5
\v 12 ຜູ້ທາໍນວາຍເອລີຢາ ໄດ້ສົ່ງຈົດໝາຍ ສະບັບໜຶ່ງມາຍັງ ເຢໂຮຣາມ ໂດຍມີຖ້ອຍຄໍາ ດັ່ງນີ້: “ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງດາວິດ ຜູ້ເປັນບັນພະບຸລຸດຂອງທ່ານ ປະນາມທ່ານ ເພາະທ່ານບໍ່ໄດ້ເຮັດຕາມແບບຢ່າງ ຂອງກະສັດເຢໂຮຊາຟັດ ບິດາຂອງທ່ານ ແລະ ຂອງກະສັດອາຊາ ພໍ່ປູ່ຂອງທ່ານ.
\v 13 ແຕ່ທ່ານກັບໄປເຮັດຕາມແບບຢ່າງຂອງກະສັດແຫ່ງອິດສະຣາເອນ ແລະໄດ້ນາໍພາປະຊາຊົນຢູດາ ແລະ ນະຄອນເຢຣູຊາເລັມບໍ່ໃຫ້ສັດຊື່ຕໍ່ພຣະເຈົ້າ ເໝືອນກັນກັບອາຮາບ ແລະ ຜູ້ສືບຕໍ່ແທນລາວໄດ້ນາໍພາຊາດອິດສະຣາເອນ ໄປໃນທາງບໍ່ສັດຊື່. ທ່ານຂ້າແມ່ນແຕ່ພວກນ້ອງຊາຍທ່ານເອງ ຜູ້ທີ່ດີລື່ນທ່ານ.
\v 14 ຜົນກາໍທີ່ໄດ້ຮັບກໍຄື ອົງພຣະຜູ້ເປັນເຈົ້າຈະລົງໂທດຢ່າງໜັກຕໍ່ປະຊາຊົນ, ລູກແລະເມຍຂອງທ່ານ, ພ້ອມທັງຈະທາໍລາຍ ສິ່ງຂອງ ຂອງທ່ານດ້ວຍ.
\v 15 ສ່ວນທ່ານເອງກໍຈະຖືກທໍລະມານ ດ້ວຍພະຍາດລໍາໄສ້ ຊຶ່ງຈະນັບມື້ນັບຮ້າຍແຮງຂຶ້ນ.”
\s5
\v 16 ພວກຟີລິດສະຕິນ ກັບ ຊາວອາຣັບ ບາງພວກໄດ້ອາໄສຢູ່ໃກ້ແຄມຝັ່ງທະເລ ບ່ອນທີ່ຊາວເອທິໂອເປຍໄດ້ຕັ້ງຖິ່ນຖານຢູ່ນັ້ນ. ອົງພຣະຜູ້ເປັນເຈົ້າໄດ້ບັນດານໃຫ້ພວກເຂົາໄປເຮັດເສິກຕໍ່ສູ້ເຈົ້າເຢໂຮຣາມ.
\v 17 ພວກເຂົາໄດ້ຮຸກຮານຢູດາຍ, ປຸ້ນສະດົມຣາຊວັງ ແລະຈັບເອົາລູກເມຍທັງໝົດຂອງກະສັດໄປເປັນຊະເລີຍ; ຍົກເວັ້ນແຕ່ເຈົ້າອາຮາຊີຢາ ລູກຊາຍຫລ້າຂອງເພິ່ນເທົ່ານັ້ນ.
\s5
\v 18 ຫລັງຈາກນີ້ແລ້ວ ອົງພຣະຜູ້ເປັນເຈົ້າ ໄດ້ນາໍພະຍາດລໍາໄສ້ຢ່າງເຈັບປວດມາສູ່ກະສັດ.
\v 19 ພະຍາດນີ້ຮ້າຍແຮງໜັກຂຶ້ນ ເປັນເວລາສອງປີ ຈົນໃນທີ່ສຸດກະສັດໄດ້ຕາຍໄປຢ່າງທໍລະມານ. ພົນລະເມືອງບໍ່ໄດ້ກໍ່ໄຟ ໄວ້ທຸກໃຫ້ເພິ່ນ ດັ່ງພວກເຂົາໄດ້ເຮັດແກ່ບັນພະບຸລຸດຂອງເພິ່ນ.
\v 20 ເຈົ້າເຢໂຮອາດ ໄດ້ຂຶ້ນເປັນກະສັດ ເມື່ອເພິ່ນອາຍຸໄດ້ສາມສິບ ສອງປີ ແລະໄດ້ປົກຄອງຢູ່ທີ່ນະຄອນເຢຣູຊາເລັມ ເປັນເວລາແປດປີ. ໂດຍບໍ່ມີຜູ້ໃດເສຍໃຈນາໍເພິ່ນ ເມື່ອເພິ່ນຕາຍໄປ. ພວກເຂົາໄດ້ຝັງເພິ່ນໄວ້ໃນເມືອງຂອງດາວິດ, ແຕ່ບໍ່ໄດ້ຝັງໄວ້ໃນອຸບມຸງແຫ່ງກະສັດ.
\s5
\c 22
\p
\v 1 ຊາວອາຣັບ ບາງພວກໄດ້ເຂົ້າປຸ້ນວັງ ແລະ ຂ້າລູກຊາຍຂອງກະສັດເຢໂຮຣາມ ທຸກຄົນຍົກເວັ້ນແຕ່ເຈົ້າອາຮາຊີຢາ ຜູ້ທີ່ເປັນລູກຊາຍຫລ້າ. ບັດນີ້ປະຊາຊົນທີ່ນະຄອນເຢຣູຊາເລັມ ໄດ້ແຕ່ງຕັ້ງເຈົ້າອາຮາຊີຢາໃຫ້ຂຶ້ນເປັນກະສັດປົກຄອງແທນພໍ່.
\v 2-3 ເຈົ້າອາຮາຊີຢາໄດ້ຂຶ້ນເປັນກະສັດ ເມື່ອເພິ່ນອາຍຸໄດ້ຊາວສອງປີ [ຂ] ແລະໄດ້ປົກຄອງຢູ່ທີ່ນະຄອນເຢຣູຊາເລັມ ພຽງແຕ່ປີດຽວ. ອາຮາຊີຢາ ໄດ້ປະພຶດຕາມແບບຢ່າງຂອງຄອບຄົວຂອງກະສັດອາຮາບ ຄືກັນ; ໃນເມື່ອນາງອາທາລີຢາ ແມ່ຂອງເພິ່ນຜູ້ເປັນລູກສາວ ຂອງກະສັດອາຮາບ ແລະ ຫລານສາວຂອງກະສັດອົມຣີ ແຫ່ງອິດສະຣາເອນໄດ້ໃຫ້ຄໍາ ປຶກສາຊຶ່ງຊັກນາໍເພິ່ນໃຫ້ເຮັດຊົ່ວ.
\s5
\v 4 ເພິ່ນໄດ້ເຮັດບາບຕໍ່ສູ້ອົງພຣະຜູ້ເປັນເຈົ້າ ເພາະຫລັງຈາກທີ່ພໍ່ຂອງເພິ່ນໄດ້ຕາຍໄປແລ້ວ ສະມາຊິກຄົນອື່ນ ໆ ໃນຄອບຄົວຂອງອາຮາບ ກໍໄດ້ຂຶ້ນມາເປັນທີ່ປຶກສາ ແລະ ພວກເຂົາໄດ້ນາໍເພິ່ນໄປສູ່ຄວາມຈິບຫາຍ.
\v 5 ໂດຍກະທໍາຕາມຄໍາແນະນາໍຂອງພວກເຂົາ ເພິ່ນໄດ້ຮ່ວມກັບກະສັດໂຢຣາມ ແຫ່ງອິດສະຣາເອນ ເຮັດເສິກຕໍ່ສູ້ກະສັດອາຊາເຮນ ແຫ່ງຊີເຣຍ. ກອງທັບທັງສອງໄດ້ປະທະ ກັນທີ່ເມືອງຣາໂມດ ໃນແຂວງກີເລອາດ ແລະ ກະສັດໂຢຣາມ ໄດ້ຮັບບາດເຈັບໃນສະໜາມຮົບ.
\s5
\v 6 ເພິ່ນໄດ້ກັບຄືນມາຍັງນະຄອນຢິດສະເຣນ ເພື່ອປິ່ນປົວບາດແຜ ແລະ ອາຮາຊີຢາໄດ້ໄປຢ້ຽມຢາມເພິ່ນຢູ່ທີ່ນັ້ນ.
\s5
\v 7 ພຣະເຈົ້າໄດ້ໃຊ້ການມາຢ້ຽມຢາມໂຢຣາມ ໃນຄັ້ງນີ້ນາໍເອົາຄວາມຈິບຫາຍມາສູ່ອາຮາຊີຢາ. ໃນຂະນະທີ່ອາຮາຊີຢາ ພັກຢູ່ໃນທີ່ນັ້ນ ເພິ່ນເອງແລະໂຢຣາມໄດ້ປະເຊີນໜ້າກັບຊາຍຄົນໜຶ່ງຊື່ວ່າ ເຢຮູ ລູກຊາຍຂອງນິມຊີ. ອົງພຣະຜູ້ເປັນເຈົ້າໄດ້ເລືອກເອົາລາວຂຶ້ນມາ ເພື່ອທາໍລາຍເຊື້ອວົງຂອງອາຮາບ.
\v 8 ຂະນະທີ່ເຢຮູ ພວມມາລົງໂທດຄົນໃນເຊື້ອວົງຕາມຄໍາສັ່ງຂອງພຣະເຈົ້ານັ້ນ ເພິ່ນກໍມາພົບຄົນໝວດໜຶ່ງປະກອບດ້ວຍຜູ້ນາໍຂອງຊາວຢູດາ ແລະ ພວກຫລານຊາຍຂອງອາຮາຊີຢາ ທີ່ຮ່ວມເດີນທາງມາດ້ວຍ. ເຢຮູ ໄດ້ຂ້າພວກເຂົາໝົດທຸກຄົນ.
\s5
\v 9 ແລ້ວລາວກໍໄດ້ຄົ້ນຫາ ອາຮາຊີຢາ ແລະ ຮູ້ວ່າເພິ່ນໄດ້ໄປລີ້ຢູ່ນະຄອນຊາມາເຣຍ. ພວກເຂົາໄດ້ນາໍຕົວເພິ່ນມາຫາ ເຢຮູ ແລະລາວໄດ້ປະຫານຊີວິດເພິ່ນເສຍ. ແຕ່ພວກເຂົາໄດ້ຝັງສົບຂອງເພິ່ນໄວ້ຢ່າງມີກຽດ ເພາະ ເຫັນແກ່ກະສັດເຢໂຮຊາຟັດ ພໍ່ປູ່ຂອງເພິ່ນ, ຜູ້ທີ່ໄດ້ເຮັດທຸກ ໆ ສິ່ງຕາມທ່ີ່ເພິ່ນສາມາດເຮັດໄດ້ ເພື່ອຮັບໃຊ້ອົງພຣະຜູ້ເປັນເຈົ້າ. ບໍ່ມີຜູ້ໃດໃນຣາຊວົງຂອງອາຮາຊີຢາ ຍັງເຫລືອຢູ່ເພື່ອໃຫ້ປົກຄອງອານາຈັກຕໍ່ໄປ.
\s5
\v 10 ເມື່ອອາທາລີຢາ ແມ່ຂອງກະສັດອາຮາຊີຢາ ໄດ້ຮູ້ວ່າລູກຊາຍຂອງຕົນຖືກປະຫານແລ້ວ, ນາງຈຶ່ງສັ່ງໃຫ້ຂ້າທຸກຄົນໃນຣາຊວົງຂອງກະສັດແຫ່ງຢູດາຍ.
\v 11 ອາຮາຊີຢາ ມີນ້ອງສາວຕ່າງແມ່ຜູ້ໜຶ່ງຊື່ວ່າ ເຢໂຮຊາເບອາ ຜູ້ທີ່ໄດ້ແຕ່ງງານກັບປະໂຣຫິດ ເຢໂຮຍອາດາ. ນາງໄດ້ຊ່ວຍຊີວິດຂອງໂຢອາດ, ລູກຊາຍຄົນໜຶ່ງຂອງອາຮາຊີຢາ ໄວ້ຢ່າງລັບ ໆ ໂດຍໄດ້ນາໍລາວອອກໜີໄປ ຈາກເຈົ້າຊາຍຄົນອື່ນ ໆ ທີ່ກາໍລັງຈະຖືກຂ້າ ແລະ ເອົາໄປລີ້ລ້ຽງໄວ້ຢູ່ໃນຫ້ອງນອນຂອງພຣະວິຫານຂອງພຣະເຈົ້າ. ນາງໄດ້ຊ່ວຍຊີວິດເຈົ້າຊາຍໂຢອາດ ໂດຍເຊື່ອງລາວໄວ້ ໃຫ້ພົ້ນຈາກເງື້ອມມືຂອງນາງອາທາລີຢາ.
\v 12 ໂຢອາດ ຖືກເຊື່ອງຢູ່ຢ່າງນັ້ນເປັນເວລາ ຫົກປີ ໃນເວລາທີ່ນາງອາທາລີຢາ ຂື້ນເປັນຣາຊີນີປົກຄອງອານາຈັກ.
\s5
\c 23
\p
\v 1 ຫລັງຈາກທີ່ຖ້າຢູ່ເປັນເວລາຫົກປີ ປະໂຣຫິດ ເຢໂຮຍອາດາ ກໍເຫັນວ່າເຖິງເວລາແລ້ວ ທີ່ຈະດໍາເນີນການຢ່າງໃດຢ່າງໜຶ່ງ. ເພິ່ນໄດ້ເຮັດສັນຍາລັບກັບນາຍທະຫານຫ້າຄົນ ມີດັ່ງນີ້: ອາຊາຣີຢາ ລູກຊາຍຂອງເຢໂຣຮາມ, ອິດຊະມາເອນ ລູກຊາຍຂອງເຢໂຮຮານານ, ອາຊາຣີຢາ ລູກຊາຍຂອງໂອເບັດ, ມາອາເຊອີຢາ ລູກຊາຍຂອງອາດາອີຢາ ແລະ ເອລີຊາຟັດ ລູກຊາຍຂອງຊີກະຣີ.
\v 2 ພວກເຂົາໄດ້ເດີນທາງໄປຍັງເມືອງຕ່າງ ໆ ທົ່ວຢູດາຍ ແລະ ໄດ້ນາໍເອົາຊາວເລວີ ພ້ອມທັງຫົວໜ້າທຸກຄົນມາຍັງນະຄອນເຢຣູຊາເລັມ ກັບພວກເຂົາ.
\v 3 ພວກເຂົາທັງໝົດໄດ້ມາ ເຕົ້າໂຮມກັນ ທີ່ພຣະວິຫານຂອງພຣະເຈົ້າ ແລະ ໃນທີ່ນັ້ນພວກເຂົາໄດ້ເຮັດພັນທະສັນຍາກັບໂຢອາດ ລູກຊາຍຂອງກະສັດ. ເຢໂຮຍອາດາໄດ້ກ່າວແກ່ພວກເຂົາວ່າ, “ນີ້ເປັນລູກຊາຍຂອງກະສັດ ຄົນທີ່ຜ່ານມາແລ້ວ. ບັດນີ້ ລາວຈະຕ້ອງຂຶ້ນເປັນກະສັດຕາມທີ່ອົງພຣະຜູ້ເປັນເຈົ້າໄດ້ສັນຍາໄວ້ວ່າ ເຊື້ອສາຍ ຂອງກະສັດດາວິດ ຈະຕ້ອງເປັນດັ່ງນັ້ນ.
\s5
\v 4 ນີ້ແມ່ນສິ່ງທີ່ພວກເຮົາຈະຕ້ອງເຮັດ: ເມື່ອ ພວກປະໂຣຫິດ ກັບພວກເລວີ ມາປະຕິບັດໜ້າທີ່ໃນວັນຊະບາໂຕ ໃຫ້ແບ່ງພວກເຂົາອອກເປັນສາມໝວດ ດັ່ງນີ້: ໝວດທີໜຶ່ງ ໃຫ້ຮັກສາປະຕູພຣະວິຫານ
\v 5 ໝວດທີສອງ ໃຫ້ຮັກສາປະຕູຣາຊວັງ ແລະ ສ່ວນທີ່ເຫລືອຢູ່ນັ້ນ ໃຫ້ປະຈາໍທີ່ປະຕູໂຂງ. ປະຊາຊົນທຸກຄົນຈະຕ້ອງມາໂຮມກັນ ທີ່ເດີ່ນຂອງພຣະວິຫານຂອງອົງພຣະຜູ້ເປັນເຈົ້າ.
\s5
\v 6 ຢ່າໃຫ້ຜູ້ໃດເຂົ້າໄປໃນພຣະວິຫານຂອງອົງພຣະຜູ້ເປັນເຈົ້າເດັດຂາດ ນອກຈາກພວກ ປະໂຣຫິດ ກັບພວກເລວີ ທີ່ປະຕິບັດໜ້າທີ່ຂອງພວກເຂົາເທົ່ານັ້ນ. ພວກເຂົາອາດເຂົ້າໄປໄດ້ເພາະພວກເຂົາໄດ້ອຸທິດຕົວແລ້ວ ສ່ວນ ປະຊາຊົນຄົນອື່ນ ໆ ຕ້ອງຄອຍຖ້າຟັງຄໍາແນະນາໍຂອງອົງພຣະຜູ້ເປັນເຈົ້າ ຢູ່ຂ້າງນອກ.
\v 7 ໃຫ້ຊາວເລວີ ຢື່ນຢູ່ຮັກສາກະສັດຢ່າງໃກ້ຊິດ ແລະ ໃຫ້ຕຽມພ້ອມທີ່ຈະຊັກດາບ ແລະ ໃຫ້ຢູ່ກັບກະສັດໃນທຸກບ່ອນທີ່ເພິ່ນໄປ. ຜູ້ໃດຜູ້ໜຶ່ງທີ່ພະຍາຍາມເຂົ້າໄປໃນພຣະວິຫານ ໃຫ້ຂ້າຜູ້ນັ້ນໂລດ.”
\s5
\v 8 ຊາວເລວີ ແລະຊາວຢູດາ ໄດ້ເຮັດຕາມຄໍາແນະນາໍຂອງເຢໂຮຍອາດາ. ເມື່ອພວກ ຜູ້ຊາຍເຮັດໜ້າທີ່ຂອງພວກເຂົາ ໃນວັນຊະບາໂຕແລ້ວ ພວກເຂົາບໍ່ໄດ້ກັບເມືອ; ດັ່ງນັ້ນ ນາຍທະຫານທີ່ບັນຊາການຈຶ່ງມີຄົນເຂົ້າເວນຍາມແລະຫວິດຈາກເວນຍາມຢູ່ຮ່ວມດ້ວຍ.
\v 9 ເຢໂຮຍອາດາ ໄດ້ເອົາໂລ້ ແລະ ຫອກຂອງກະສັດດາວິດ ທີ່ເພິ່ນໄດ້ມອບແກ່ພຣະວິຫານຂອງພຣະເຈົ້ານັ້ນ ໃຫ້ພວກນາຍທະຫານ.
\s5
\v 10 ເພິ່ນໃຫ້ຄົນຂອງຕົນປະຈາໍທີ່ ຖືດາບຕຽມພ້ອມຢູ່ອ້ອມພຣະວິຫານ ເພື່ອຮັກສາກະສັດ.
\v 11 ແລ້ວເຢໂຮຍອາດາ ກໍໄດ້ນາໍ ໂຢອາດ ອອກມາ; ເພິ່ນສວມມົງກຸດໃຫ້ເພິ່ນແລະ ມອບກົດໝາຍປົກຄອງສະບັບໜຶ່ງໃຫ້ເພິ່ນ ເພື່ອສະແດງວ່າໄດ້ຮັບການແຕ່ງຕັ້ງໃຫ້ຂຶ້ນເປັນກະສັດ. ໂຢອາດ ໄດ້ຂຶ້ນເປັນກະສັດ ດ້ວຍວິທີນີ້ແຫລະ. ປະໂຣຫິດ ເຢໂຮຍອາດາ ແລະ ລູກຊາຍຂອງເພິ່ນໄດ້ໃຊ້ນໍ້າມັນສັກສິດ ຫົດສົງໂຢອາດ ແລະ ທຸກຄົນຕ່າງກໍຮ້ອງຂຶ້ນ ວ່າ, “ຂໍໃຫ້ກະສັດຈົ່ງໝັ້ນຍືນ!”
\s5
\v 12 ເມື່ອນາງອາທາລີຢາ ໄດ້ຍິນປະຊາຊົນ ໂຮຮ້ອງອວຍພອນກະສັດ ນາງຈຶ່ງຟ້າວໄປທີ່ພຣະວິຫານຂອງອົງພຣະຜູ້ເປັນເຈົ້າ ບ່ອນທີ່ປະຊາຊົນໄດ້ມາເຕົ້າໂຮມກັນຢູ່.
\v 13 ໃນທີ່ນັ້ນ ຍານາງໄດ້ເຫັນກະສັດຜູ້ໃໝ່ ທີ່ທາງເຂົ້າ ພຣະວິຫານ ຢືນຢູ່ຂ້າງເສົາທີ່ໄດ້ຈັດໄວ້ສະເພາະກະສັດ ແລະ ມີນາຍທະຫານໃນກອງທັບ ແລະກອງດູລິຍາງ ຢືນອ້ອມຢູ່. ປະຊາຊົນທັງໝົດພາກັນໂຮຮ້ອງຢ່າງຊົມຊື່ນຍິນດີ ແລະ ສຽງແກກໍດັງຂຶ້ນ ແລະ ພວກນັກດົນຕຼີປະຈາໍພຣະວິຫານ ກໍບັນເລງເພງເປັນ ການສະຫລອງ. ນາງໄດ້ຈີກເສື້ອຂອງຕົນຢ່າງເປັນທຸກໃຈ ແລະ ຮ້ອງຂຶ້ນວ່າ, “ຄົນທໍລະຍົດ ຄົນທໍລະຍົດ.”
\s5
\v 14 ປະໂຣຫິດ ເຢໂຮຍອາດາ ໄດ້ເອີ້ນບັນດານາຍທະຫານໃນກອງທັບມາ ແລະ ສັ່ງວ່າ, “ເອົານາງອອກໄປລະຫວ່າງແຖວທະຫານສາ ແລະ ຂ້າທຸກຄົນທີ່ພະຍາຍາມຊ່ວຍກູ້ເອົານາງ. ” ສໍາລັບປະໂຣຫິດໄດ້ກ່າວວ່າ, “ຢ່າປະຫານຊີວິດນາງໃນພຣະວິຫານ ຂອງອົງພຣະຜູ້ເປັນເຈົ້າ. ”
\v 15 ພວກເຂົາໄດ້ຈັບນາງໄປຍັງຣາຊວັງ ແລະໄດ້ປະຫານນາງເສຍທີ່ປະຕູຄອກມ້າຂອງຣາຊວັງນັ້ນເອງ.
\s5
\v 16 ປະໂຣຫິດ ເຢໂຮຍອາດາ ໂດຍມີກະສັດໂຢອາດ ພ້ອມປະຊາຊົນເຂົ້າຮ່ວມໄດ້ເຮັດພິທີຕັ້ງພັນທະສັນຍາວ່າ ພວກເຂົາຈະ ເປັນປະຊາຊົນຂອງອົງພຣະຜູ້ເປັນເຈົ້າ.
\v 17 ແລ້ວທຸກຄົນກໍໄປຍັງບ່ອນຂາບໄຫວ້ພະບາອານ ແລະມ້າງມັນລົງ. ພວກເຂົາທັບແທ່ນບູຊາ ແລະ ເທວະຮູບໃນທີ່ນັ້ນຖິ້ມ ແລະໄດ້ຂ້າມັດທານ ປະໂຣຫິດພະບາອານ ຕໍ່ໜ້າແທ່ນບູຊານັ້ນ.
\s5
\v 18 ເຢໂຮຍອາດາ ໄດ້ຕັ້ງພວກປະໂຣຫິດ ແລະ ຊາວເລວີ ໃຫ້ດູແລວຽກງານໃນພຣະວິຫານຂອງອົງພຣະຜູ້ເປັນເຈົ້າ. ພວກເຂົາໄດ້ຮັບມອບໝາຍໃຫ້ເຮັດຕາມຄໍາສັ່ງ ທີ່ກະສັດດາວິດ ໄດ້ບົ່ງໄວ້ໂດຍໃຫ້ເຜົາເຄື່ອງບູຊາ ຖວາຍແກ່ອົງພຣະຜູ້ເປັນເຈົ້າ ຕາມກົດບັນຍັດ ຂອງໂມເຊ. ນອກຈາກນີ້ແລ້ວ ພວກເຂົາຍັງເປັນຜູ້ຮັບຜິດຊອບຝ່າຍດົນຕຼີ ແລະພິທີສະຫລອງ.
\v 19 ເຢໂຮຍອາດາ ໄດ້ຈັດໃຫ້ມີ ຄົນເຝົ້າຍາມພຣະວິຫານຂອງອົງພຣະຜູ້ເປັນເຈົ້າ ເພື່ອປ້ອງກັນບໍ່ໃຫ້ຜູ້ໃດຜູ້ໜຶ່ງທີ່ເປັນມົນທິນເຂົ້າໄປໃນທີ່ນັ້ນ.
\s5
\v 20 ບັນດານາຍທະຫານໃນກອງທັບ, ພົນລະເມືອງຂັ້ນຜູ້ນາໍ, ເຈົ້າໜ້າທີ່ຕ່າງ ໆ ພ້ອມທັງປະຊາຊົນທັງຫລາຍ ໄດ້ເຂົ້າຮ່ວມກັບເຢໂຮຍອາດາ ໃນການນາໍພາກະສັດຈາກ ພຣະວິຫານຂອງອົງພຣະຜູ້ເປັນເຈົ້າໄປທີ່ພະຣາຊວັງ. ພວກເຂົາໄດ້ເຂົ້າໄປທາງປະຕູໂຂງ ແລະ ກະສັດກໍໄດ້ຂຶ້ນໄປນັ່ງທີ່ບັນລັງ.
\v 21 ປະຊາຊົນທັງໝົດຕ່າງກໍຊົມຊື່ນຍິນດີຢ່າງເຕັມລົ້ນ ແລະ ບ້ານເມືອງຈຶ່ງມີຄວາມສະຫງົບສຸກ ຍ້ອນວ່າບັດນີ້ນາງອາທາລີຢາ ໄດ້ຖືກປະຫານເສຍແລ້ວ.
\s5
\c 24
\p
\v 1 ເຈົ້າໂຢອາດ ໄດ້ຂຶ້ນເປັນກະສັດແຫ່ງຢູດາຍ ເມື່ອເພິ່ນອາຍຸໄດ້ເຈັດປີ ແລະ ໄດ້ປົກຄອງຢູ່ທີ່ນະຄອນເຢຣູຊາເລັມ ເປັນເວລາສີ່ສິບປີ. ແມ່ຂອງເພິ່ນຊື່ວ່າ ຊີບີຢາ ຊາວເມືອງເບເອນເຊບາ.
\v 2 ເພິ່ນໄດ້ເຮັດສິ່ງທີ່ອົງພຣະຜູ້ເປັນເຈົ້າພໍໃຈ ຕາບໃດທີ່ປະໂຣຫິດ ເຢໂຮຍອາດາ ຍັງມີຊີວິດຢູ່.
\v 3 ເຢໂຮຍອາດາ ໄດ້ເລືອກເມຍສອງຄົນໃຫ້ກະສັດໂຢອາດ ແລະ ພວກນາງກໍໄດ້ເກີດລູກຊາຍ ແລະ ລູກ ຍິງຕັ້ງຫລາຍຄົນໃຫ້ເພິ່ນ.
\s5
\v 4 ຫລັງຈາກທີ່ເພິ່ນໄດ້ເປັນກະສັດ ໄປຊົ່ວໄລຍະໜຶ່ງແລ້ວ ໂຢອາດກໍໄດ້ຕັດສິນໃຈສ້ອມແປງພຣະວິຫານຂອງອົງພຣະຜູ້ເປັນເຈົ້າ.
\v 5 ເພິ່ນໄດ້ສັ່ງໃຫ້ບັນດາປະໂຣຫິດ ແລະ ຊາວເລວີ ໄປຍັງເມືອງຕ່າງ ໆ ໃນຢູດາຍ ແລະແຜ່ເງິນຈາກປະຊາຊົນທັງໝົດເພື່ອຈະໄດ້ເງິນພຽງພໍ ສໍາລັບສ້ອມແປງພຣະວິຫານຂອງພຣະເຈົ້າແຕ່ລະປີ. ເຢໂຮຍອາດາ ບອກພວກເຂົາໃຫ້ລົງມືສ້ອມແປງໂດຍໄວ, ແຕ່ຊາວເລວີ ຍັງຊັກຊ້າຢູ່;
\s5
\v 6 ສະນັ້ນ ເພິ່ນຈຶ່ງໄດ້ເອີ້ນບັນດາຜູ້ນາໍຂອງພວກເຂົາມາຍັງນະຄອນເຢຣູຊາເລັມ ແລະ ຖາມວ່າ, “ເປັນຫຍັງ ພວກເຈົ້າຈຶ່ງບໍ່ເບິ່ງແຍງຊາວເລວີ ໃຫ້ເກັບເງິນເສຍສ່ວຍໃນຢູດາຍ ແລະ ນະຄອນເຢຣູຊາເລັມ ຕາມທີ່ໂມເຊ ຄົນຮັບໃຊ້ຂອງອົງພຣະຜູ້ເປັນເຈົ້າຮຽກຮ້ອງປະຊາຊົນອິດສະຣາເອນ ຄືໃຫ້ໃຊ້ຈ່າຍສໍາລັບ ຫໍເຕັນແຫ່ງພັນທະສັນຍາ? ”
\v 7 ຄົນຂອງນາງອາທາລີຢາ ຍິງຊົ່ວຮ້າຍຜູ້ນີ້​ [ງ] ໄດ້ເຮັດໃຫ້ພຣະວິຫານຂອງອົງພຣະຜູ້ເປັນເຈົ້າເສື່ອມເສຍ ແລະ ເສົ້າໝອງໂດຍພວກເຂົາໄດ້ໃຊ້ເຄື່ອງບໍຣິສຸດຕ່າງ ໆ ໃນພຣະວິຫານຂອງອົງ ພຣະຜູ້ເປັນເຈົ້າ ໄປໃຊ້ສໍາລັບພິທີຂາບໄຫວ້ພະບາອານ.
\s5
\v 8 ກະສັດໄດ້ສັ່ງຊາວເລວີ ໃຫ້ເຮັດຫີບຖວາຍໜ່ວຍໜຶ່ງ ແລະ ເອົາວາງໄວ້ທາງປະຕູເຂົ້າພຣະວິຫານຂອງອົງພຣະຜູ້ເປັນເຈົ້າ.
\v 9 ພວກເຂົາໄດ້ປະກາດໄປທົ່ວນະຄອນເຢຣູຊາເລັມ ແລະ ຢູດາຍ ເພື່ອໃຫ້ທຸກຄົນນາໍ ຂອງມາເປັນການເສຍສ່ວຍແກ່ອົງພຣະຜູ້ເປັນເຈົ້າ ຕາມທີ່ໂມເຊ ຂ້າຮັບໃຊ້ຂອງພຣະເຈົ້າໄດ້ເຄີຍແຜ່ກັນມາແລ້ວຄັ້ງໜຶ່ງໃນຖິ່ນແຫ້ງແລ້ງກັນດານ.
\v 10 ການກະທາໍເຊັ່ນນີ້ ເຮັດໃຫ້ປະຊາຊົນພ້ອມທັງພວກຜູ້ນາໍຂອງພວກເຂົາພໍໃຈຫລາຍ ແລະ ພວກເຂົາໄດ້ນາໍເງິນເສຍສ່ວຍມາ ແລະ ຖວາຍຈົນເຕັມຫີບ.
\s5
\v 11 ທຸກ ໆ ວັນ ຊາວເລວີ ຈະຕ້ອງນາໍຫີບຖວາຍໄປຍັງເຈົ້າໜ້າທີ່ຂອງກະສັດຜູ້ຮັບຜິດຊອບໃນເລື່ອງນີ້. ເມື່ອເງິນເຕັມຫີບ ຖວາຍຍາມໃດ ເລຂາທິການຂອງຣາຊວັງ ແລະ ຜູ້ຕາງໜ້າມະຫາປະໂຣຫິດ ຈະເອົາເງິນ ອອກຈາກຫີບຍາມນັ້ນ ແລະ ນາໍຫີບໄປໄວ້ບ່ອນເກົ່າ. ສະນັ້ນ ພວກເຂົາຈຶ່ງແຜ່ເງິນໄດ້ເປັນຈາໍນວນຫລວງຫລາຍ.
\v 12 ແລ້ວກະສັດ ແລະ ເຢໂຮຍອາດາ ກໍຈະມອບເງິນນີ້ ໃຫ້ຜູ້ຮັບຜິດຊອບວຽກງານພຣະວິຫານຂອງ ອົງພຣະຜູ້ເປັນເຈົ້າ ແລະ ພວກເຂົາໄດ້ຈ້າງຊ່າງຫິນ, ຊ່າງໄມ້ ເພື່ອສ້ອມແປງພຣະວິຫານ ຂອງອົງພຣະຜູ້ເປັນເຈົ້າ ພ້ອມທັງຊ່າງເຫຼັກ ແລະ ຊ່າງທອງ ເພື່ອສ້ອມແປງພຣະວິຫານ ຂອງອົງພຣະຜູ້ເປັນເຈົ້າ.
\s5
\v 13 ພວກຄົນງານທັງໝົດຕ່າງກໍເຮັດວຽກ ຢ່າງໜັກໜ່ວງ ພວກເຂົາໄດ້ສ້ອມແປງພຣະວິຫານຂອງພຣະເຈົ້າຂຶ້ນໃໝ່ຈົນເຂົ້າສູ່ສະພາບເດີມ ແລະ ແໜ້ນໜາກວ່າເກົ່າ.
\v 14 ເມື່ອການສ້ອມແປງສໍາເລັດຮຽບຮ້ອຍແລ້ວ ຄໍາແລະເງິນທີ່ຍັງເຫລືອນັ້ນ ກໍຖືກມອບໃຫ້ກະສັດ ແລະ ເຢໂຮຍອາດາ ເພື່ອໃຊ້ເຮັດຖ້ວຍ ແລະ ເຄື່ອງໃຊ້ອື່ນ ໆ ສໍາລັບພຣະວິຫານຂອງອົງພຣະຜູ້ເປັນເຈົ້າ. ຕາບໃດທີ່ເຢໂຮຍອາດາ ຍັງມີຊີວິດຢູ່ ການຖວາຍເຄື່ອງບູຊາກໍມີຢ່າງສະໝາໍ່ສະເໝີທີ່ພຣະວິຫານຂອງອົງພຣະຜູ້ເປັນເຈົ້າ.
\s5
\v 15 ຫລັງຈາກອາຍຸໄດ້ໜຶ່ງຮ້ອຍສາມສິບປີ ເພິ່ນກໍໄດ້ຕາຍໄປ.
\v 16 ພວກເຂົາໄດ້ຝັງສົບ ເພິ່ນໄວ້ໃນອຸບມຸງແຫ່ງກະສັດ ໃນເມືອງຂອງດາວິດ ເພື່ອລະນຶກເຖິງຄຸນງາມຄວາມດີ ທີ່ເພິ່ນໄດ້ເຮັດສໍາລັບປະຊາຊົນອິດສະຣາເອນ, ສໍາລັບພຣະເຈົ້າ ແລະ ສໍາລັບພຣະວິຫານຂອງພຣະອົງ.
\s5
\v 17 ແຕ່ພໍເມື່ອ ເຢໂຮຍອາດາ ໄດ້ຕາຍໄປແລ້ວ ບັນດາຜູ້ນາໍຂອງຢູດາ ຈຶ່ງຊັກຊວນກະສັດໂຢອາດ ໃຫ້ເຊື່ອຟັງພວກເຂົາ.
\v 18 ສະນັ້ນປະຊາຊົນຈຶ່ງໄດ້ເຊົານະມັດສະການຢູ່ ໃນພຣະວິຫານຂອງອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງບັນພະບຸລຸດຂອງພວກເຂົາ ແລະ ພວກເຂົາໄດ້ເລີ່ມຕົ້ນຂາບໄຫວ້ຮູບເຄົາຣົບ ແລະ ຮູບເຈົ້າແມ່ອາເຊຣາ. ຄວາມສໍານຶກຜິດໃນການບາບຂອງພວກເຂົາ ໃນຄັ້ງນີ້ໄດ້ເຮັດໃຫ້ອົງພຣະຜູ້ເປັນເຈົ້າໂກດຮ້າຍຢູດາຍ ແລະ ນະຄອນເຢຣູຊາເລັມ.
\v 19 ສະນັ້ນ ອົງພຣະຜູ້ເປັນເຈົ້າ ຈຶ່ງໃຊ້ບັນດາຜູ້ທາໍນວາຍ ມາເຕືອນພວກເຂົາ ໃຫ້ກັບມາຫາພຣະອົງ ແຕ່ປະຊາຊົນບໍ່ເຊື່ອຟັງ.
\s5
\v 20 ແລ້ວພຣະວິນຍານຂອງພຣະເຈົ້າ ໄດ້ຄວບຄຸມ ເຊກາຣີຢາ ລູກຊາຍຂອງປະໂຣຫິດ ເຢໂຮຍອາດາ. ເພິ່ນໄດ້ຢືນຂຶ້ນໃນບ່ອນທີ່ປະຊາຊົນເຫັນເພິ່ນໄດ້ ແລະ ຮ້ອງຂຶ້ນວ່າ, “ພຣະເຈົ້າຖາມວ່າ, ເປັນຫຍັງພວກທ່ານຈຶ່ງບໍ່ ເຊື່ອຟັງຂໍ້ຄໍາສັ່ງຂອງອົງພຣະຜູ້ເປັນເຈົ້າ ແລະ ກາໍລັງນາໍເອົາຄວາມຈິບຫາຍມາສູ່ພວກທ່ານເອງ ພວກທ່ານໄດ້ປະຖິ້ມອົງພຣະຜູ້ເປັນເຈົ້າ. ສະນັ້ນພຣະອົງຈຶ່ງຈະປະຖິ້ມພວກທ່ານ ເໝືອນກັນ. ”
\v 21 ກະສັດໂຢອາດ ໄດ້ຮ່ວມຄິດຮ້າຍຕໍ່ສູ້ ເຊກາຣີຢາ ແລະຕາມຄໍາສັ່ງກະສັດ ປະຊາຊົນໄດ້ແກວ່ງກ້ອນຫິນໃສ່ລາວ ໃນເດີ່ນພຣະວິຫານຂອງອົງພຣະຜູ້ເປັນເຈົ້າ.
\v 22 ກະສັດໄດ້ລືມໄລຄຸນງາມຄວາມດີທີ່ ເຢໂຮຍອາດາ ພໍ່ຂອງເຊກາຣີຢາ ໄດ້ເຮັດໄວ້ແກ່ຕົນ ຈົນເພິ່ນຕ້ອງປະຫານເຊກາຣີຢາ. ກ່ອນເຊກາຣີຢາໃກ້ຈະສິ້ນໃຈຕາຍ ເພິ່ນໄດ້ຮ້ອງຂຶ້ນວ່າ, “ຂໍໃຫ້ອົງພຣະຜູ້ເປັນເຈົ້າ ເບິ່ງສິ່ງທີ່ທ່ານກາໍລັງເຮັດ ແລະ ລົງໂທດທ່ານດ້ວຍ.”
\s5
\v 23 ພໍເຖິງລະດູໃບໄມ້ລົ່ນໃນປີນັ້ນເອງ ກອງທັບຂອງຊີເຣຍ ໄດ້ມາໂຈມຕີຢູດາຍ ແລະນະຄອນເຢຣູຊາເລັມ. ພວກເຂົາໄດ້ຂ້າພວກຜູ້ນາໍໝົດທຸກຄົນ ແລະ ໄດ້ປຸ້ນເອົາເຄື່ອງຂອງກັບຄືນໄປຍັງນະຄອນດາມັສກັດ ຢ່າງຫລວງຫລາຍ.
\v 24 ກອງທັບຊີເຣຍ ເປັນກອງທັບນ້ອຍ ແຕ່ອົງພຣະຜູ້ເປັນເຈົ້າໃຫ້ພວກເຂົາເອົາຊະນະກອງທັບໃຫຍ່ຂອງຢູດາຍ ເພາະປະຊາຊົນໄດ້ປະຖິ້ມອົງພຣະຜູ້ ເປັນເຈົ້າ ພຣະເຈົ້າຂອງບັນພະບຸລຸດຂອງພວກເຂົາ. ກະສັດໂຢອາດ ໄດ້ຖືກລົງໂທດ ດ້ວຍວິທີນີ້ແຫລະ.
\s5
\v 25 ເພິ່ນໄດ້ຮັບບາດເຈັບຢ່າງສາຫັດ ແລະ ເມື່ອສັດຕູຖອຍກັບໄປແລ້ວ ຂ້າຣາຊການຂອງເພິ່ນສອງຄົນກໍໄດ້ຄົບຄິດກັນວາງອຸບາຍ ແລະ ສັງຫານເພິ່ນເສຍເທິງຕຽງນອນ ເພື່ອແກ້ແຄ້ນແທນໃຫ້ລູກຊາຍ [ຈ] ຂອງປະໂຣຫິດ ເຢໂຮຍອາດາ ຜູ້ທີ່ເພິ່ນໄດ້ສັ່ງໃຫ້ປະຫານນັ້ນ. ເພິ່ນຖືກຝັງໄວ້ໃນເມືອງຂອງດາວິດ, ແຕ່ບໍ່ແມ່ນໃນອຸບມຸງແຫ່ງກະສັດ.
\v 26 ຜູ້ທີ່ວາງແຜນຂ້າເພິ່ນນັ້ນແມ່ນ ຊາບັດ ລູກຊາຍຂອງຍິງຊາວອໍາໂມນ ຊື່ວ່າ ຊິມເມອາດ ແລະ ເຢໂຮຊາບັດ ລູກຊາຍຂອງຍິງຊາວໂມອາບ ຊື່ວ່າ ສິມຣິດ.
\s5
\v 27 ບົດວິຈານຂອງໜັງສືແຫ່ງກະສັດບັນຈຸ ເລື່ອງຂອງລູກຊາຍຂອງກະສັດໂຢອາດ, ຄໍາທໍານວາຍຕ່າງ ໆ ທີ່ໄດ້ກ່າວຕໍ່ສູ້ເພິ່ນ ແລະ ບົດບັນທຶກກ່ຽວກັບການທີ່ເພິ່ນໄດ້ສ້າງພຣະວິຫານຂອງພຣະເຈົ້າຂຶ້ນໃໝ່. ເຈົ້າອາມາຊີຢາ ລູກຊາຍຂອງເພິ່ນໄດ້ຂຶ້ນເປັນກະສັດປົກຄອງ ແທນ.
\s5
\c 25
\p
\v 1 ເຈົ້າອາມາຊີຢາ ຂຶ້ນເປັນກະສັດເມື່ອເພິ່ນອາຍຸໄດ້ຊາວຫ້າປີ ແລະ ໄດ້ປົກຄອງຢູ່ທີ່ນະຄອນເຢຣູຊາເລັມ ເປັນເວລາຊາວເກົ້າປີ. ແມ່ຂອງເພິ່ນຊື່ວ່າ ເຢໂຮອັດດານ ຊາວນະຄອນເຢຣູຊາເລັມ.
\v 2 ເພິ່ນໄດ້ເຮັດສິ່ງທີ່ອົງພຣະຜູ້ເປັນເຈົ້າພໍໃຈ ແຕ່ບໍ່ໄດ້ເຮັດດ້ວຍຄວາມເຕັມໃຈ.
\s5
\v 3 ເມື່ອເພິ່ນໄດ້ຂຶ້ນກໍາອໍານາດຢ່າງໝັ້ນຄົງແລ້ວ ເພິ່ນກໍສັງຫານຂ້າຣາຊການທີ່ໄດ້ຂ້າພໍ່ຂອງເພິ່ນ.
\v 4 ເຖິງຢ່າງໃດກໍຕາມເພິ່ນບໍ່ໄດ້ ຂ້າລູກຂອງພວກເຂົາ, ແຕ່ເພິ່ນໄດ້ປະຕິບັດ ຕາມກົດບັນຍັດຂອງໂມເຊ ທີ່ອົງພຣະຜູ້ເປັນເຈົ້າໄດ້ສັ່ງໄວ້ວ່າ, “ພໍ່ແມ່ຈະບໍ່ຖືກປະຫານ ຍ້ອນລູກເຮັດຜິດ ແລະ ລູກກໍຈະບໍ່ຖືກປະຫານຍ້ອນພໍ່ແມ່ເຮັດຜິດ; ຜູ້ໃດເຮັດຜິດ ໃຫ້ປະຫານຜູ້ນັ້ນ.”
\s5
\v 5 ກະສັດອາມາຊີຢາ ໄດ້ເກນເອົາຜູ້ຊາຍທັງໝົດຈາກເຜົ່າຢູດາ ແລະ ເຜົ່າເບັນຢາມິນ ເຂົ້າເປັນທະຫານໃນກອງທັບຕາມຕະກຸນຂອງພວກເຂົາ ແລະ ຕັ້ງນາຍທະຫານບັນຊາການປະຈາໍກອງພັນ ແລະ ກອງຮ້ອຍ. ການເກນນີ້ໄດ້ລວມເອົາຜູ້ຊາຍທັງໝົດ ຕັ້ງແຕ່ອາຍຸຊາວປີຂຶ້ນໄປ ຊຶ່ງລວມແລ້ວມີສາມແສນຄົນ. ພວກເຂົາເປັນທະຫານທີ່ໄດ້ ຖືກຄັດເລືອກເອົາສະເພາະ ໃຫ້ຕຽມພ້ອມເພື່ອສູ້ຮົບ ແລະ ຊໍານິຊໍານານໃນການໃຊ້ຫອກ ແລະ ໃຊ້ໂລ້.
\v 6 ນອກຈາກນີ້ ເພິ່ນຍັງໄດ້ຈ້າງທະຫານມາຈາກອິດສະຣາເອນ ໜຶ່ງແສນຄົນ ໃນລາຄາເງິນປະມານສີ່ໂຕນ.
\s5
\v 7 ແຕ່ມີຜູ້ທາໍນວາຍຄົນໜຶ່ງໄດ້ໄປພົບກະສັດ ແລະ ບອກເພິ່ນວ່າ, “ຢ່າເອົາທະຫານ ອິດສະຣາເອນເຫລົ່ານີ້ໄປກັບທ່ານເລີຍ. ອົງພຣະຜູ້ເປັນເຈົ້າ ຈະບໍ່ສະຖິດຢູ່ກັບທະຫານທີ່ມາຈາກອານາຈັກເໜືອ.
\v 8 ທ່ານອາດຄິດວ່າ ພວກເຂົາຈະເຮັດໃຫ້ທ່ານເຂັ້ມແຂງຂຶ້ນ [ສ] ໃນສະໜາມຮົບ, ແຕ່ແມ່ນພຣະເຈົ້າຕ່າງຫາກ ທີ່ມີອໍານາດຊີ້ຂາດຄວາມມີໄຊ ຫລື ການພ່າຍແພ້ ແລະພຣະອົງຈະເຮັດໃຫ້ສັດຕູເອົາຊະນະທ່ານ.”
\s5
\v 9 ອາມາຊີຢາ ຖາມຜູ້ທາໍນວາຍວ່າ, “ສ່ວນ ເງິນທີ່ເຮົາໄດ້ຈ່າຍໃຫ້ພວກເຂົາແລ້ວນັ້ນເດ ເຮົາຈະເຮັດຢ່າງໃດ? ” ຜູ້ທໍານວາຍຕອບວ່າ, “ອົງພຣະຜູ້ເປັນເຈົ້າສົ່ງຄືນໃຫ້ທ່ານໄດ້ຫລາຍກວ່ານັ້ນ. ”
\v 10 ດັ່ງນັ້ນ ກະສັດອາມາຊີຢາ ຈຶ່ງສົ່ງທະຫານທີ່ຮັບຈ້າງນັ້ນກັບຄືນເມືອ. ພວກເຂົາກັບຄືນເມືອເຮືອນ ໂດຍທີ່ຕ່າງຄົນຕ່າງກໍຄຽດແຄ້ນຢ່າງຂົມຂື່ນ ໃຫ້ປະຊາຊົນຊາວຢູດາ.
\s5
\v 11 ອາມາຊີຢາ ສຸມທຸກຄວາມກ້າຫານຂອງຕົນ ແລະ ນາໍພາກອງທັບອອກໄປຍັງຮ່ອມພູເກືອ. ໃນທີ່ນັ້ນ ພວກເຂົາໄດ້ດໍາເນີນການສູ້ຮົບ ແລະໄດ້ຂ້າທະຫານເອໂດມ ສິບພັນຄົນ
\v 12 ແລະ ທັງຈັບເປັນຊະເລີຍໄດ້ອີກສິບພັນຄົນ. ພວກເຂົານາໍຊະເລີຍເສິກເຫລົ່ານັ້ນ ຂຶ້ນໄປຍັງຈອມຜາທີ່ເມືອງເສລາ ແລະ ຍູ້ພວກເຂົາໃຫ້ຕົກລົງໃນເຫວຕາຍ.
\s5
\v 13 ໃນເວລາດຽວກັນນັ້ນ ບັນດາທະຫານອິດສະຣາເອນ ທີ່ອາມາຊີຢາບໍ່ຍອມໃຫ້ໄປເຮັດເສິກນາໍນັ້ນໄດ້ໂຈມຕີເມືອງຕ່າງ ໆ ຂອງຢູດາຍ ລະຫວ່າງເມືອງຊາມາເຣຍ ແລະ ເມືອງເບັດໂຮໂຣນ. ພວກເຂົາໄດ້ຂ້າຜູ້ຊາຍ ສາມພັນຄົນ ແລະ ປຸ້ນສະດົມເອົາສິ່ງຂອງຕິດຕົວໄປນໍາຢ່າງຫລວງຫລາຍ.
\s5
\v 14 ເມື່ອກະສັດອາມາຊີຢາ ກັບມາແຕ່ປາບພວກເອໂດມ ແລ້ວເພິ່ນກໍໄດ້ນາໍເອົາຮູບເຄົາຣົບຂອງພວກເຂົາມານໍາດ້ວຍ. ເພິ່ນໄດ້ຕັ້ງ ມັນຂຶ້ນຂາບໄຫວ້ ແລະເຜົາເຄື່ອງຫອມບູຊາມັນ.
\v 15 ການເຮັດເຊັ່ນນີ້ ພາໃຫ້ອົງພຣະຜູ້​ເປັນເຈົ້າໂກດຮ້າຍ; ສະນັ້ນ ພຣະອົງຈຶ່ງໄດ້ໃຊ້ຜູ້ທາໍນວາຍຄົນໜຶ່ງໄປຫາອາມາຊີຢາ. ຜູ້ທາໍນວາຍໄດ້ຖາມເພິ່ນວ່າ, “ເປັນຫຍັງ ທ່ານຈຶ່ງຂາບໄຫວ້ພະຕ່າງຊາດ ທີ່ຊ່ວຍແມ່ນແຕ່ປະຊາຊົນຂອງຕົນເອງຈາກອໍານາດຂອງທ່ານບໍ່ໄດ້?”
\s5
\v 16 ອາມາຊີຢາ ເວົ້າຕັດບົດວ່າ, “ເຮົາແຕ່ງຕັ້ງເຈົ້າໃຫ້ເປັນທີ່ປຶກສາຂອງກະສັດເມື່ອໃດ? ຈົ່ງຢຸດເວົ້າແມ ຫລື ຈະໃຫ້ເຮົາຂ້າເຈົ້າເສຍ. ” ແຕ່ຜູ້ທໍານວາຍເວົ້າສວນຂຶ້ນ ແລະ ບອກເພິ່ນວ່າ, “ບັດນີ້ ຂ້ານ້ອຍຮູ້ວ່າພຣະເຈົ້າໄດ້ຕັດສິນໃຈທາໍລາຍທ່ານແລ້ວ ເພາະທ່ານໄດ້ເຮັດສິ່ງທັງໝົດນີ້ ແລະຍັງບໍ່ຍອມຟັງຄໍາ ຕັກເຕືອນຂອງຂ້ານ້ອຍ.”
\s5
\v 17 ກະສັດອາມາຊີຢາ ແຫ່ງຢູດາຍກັບທີ່ປຶກສາຂອງເພິ່ນໄດ້ວາງອຸບາຍຕໍ່ສູ້ອານາຈັກ ອິດສະຣາເອນ. ເພິ່ນໄດ້ໃຊ້ທູດນາໍຂ່າວໄປບອກກະສັດເຢໂຮອາດ ແຫ່ງອິດສະຣາເອນ ລູກຊາຍຂອງເຢໂຮອາຮາດ ແລະ ຫລານຊາຍຂອງເຢຮູ ໂດຍທ້າທາຍເພິ່ນໃຫ້ອອກມາຕໍ່ສູ້. [ຊ]
\s5
\v 18 ເຢໂຮອາດ ໄດ້ຕອບອາມາຊີຢາ ຄືນໄປດັ່ງນີ້: “ມີຄັ້ງໜຶ່ງຕົ້ນໜາມທີ່ເທິງພູເລບານອນ ໄດ້ສົ່ງຂ່າວມາຫາຕົ້ນສົນສີດາ ວ່າ, ‘ຈົ່ງໃຫ້ລູກສາວຂອງເຈົ້າແຕ່ງງານ ກັບລູກຊາຍຂອງເຮົາເຖີດ. ແລ້ວກໍມີສັດປ່າໂຕໜຶ່ງຜ່ານມາ ແລະ ຢຽບຢໍ່າຕົ້ນໜາມນັ້ນລົງ.
\v 19 ບັດນີ້ ອາມາຊີຢາເອີຍ ທ່ານຄຸຍໂມ້ວ່າ ທ່ານໄດ້ເອົາຊະນະຊາວເອໂດມ; ແຕ່ຂ້າພະເຈົ້າຂໍແນະນາໍທ່ານ ໃຫ້ຢູ່ເຮືອນສາດີກວ່າ. ເປັນຫຍັງ ຈຶ່ງດີ້ນຮົນຫາຄວາມເດືອດຮ້ອນທີ່ຈະນາໍຄວາມຈິບຫາຍມາສູ່ທ່ານເອງ ແລະ ປະຊາຊົນຂອງທ່ານ?”
\s5
\v 20 ແຕ່ ອາມາຊີຢາ ບໍ່ຍອມຟັງ. ມັນແມ່ນພຣະປະສົງຂອງພຣະເຈົ້າ ທີ່ຈະເຮັດໃຫ້ອາມາຊີຢາ ພ່າຍແພ້ ເພາະເພິ່ນໄດ້ຂາບໄຫວ້ ຮູບເຄົາຣົບຂອງຊາວເອໂດມ.
\v 21 ດັ່ງນັ້ນ ກະສັດເຢໂຮອາດ ແຫ່ງອິດສະຣາເອນ ຈຶ່ງເຮັດເສິກຕໍ່ສູ້ກະສັດອາມາຊີຢາ ແຫ່ງຢູດາຍ. ກອງທັບຂອງສອງຝ່າຍໄດ້ປະເຊີນໜ້າກັນຢູ່ ທີ່ເມືອງເບັດເຊເມັດ ໃນຢູດາຍ
\v 22 ກອງທັບຂອງຢູດາໄດ້ພ່າຍແພ້ໄປ ແລະ ທະຫານກໍປົບເມືອເຮືອນໃຜລາວ.
\s5
\v 23 ເຢໂຮອາດ ຈັບ ອາມາຊີຢາ ໄດ້ແລະນາໍຕົວມາຍັງນະຄອນເຢຣູຊາເິ່ຍ ແມດັ. ເພິ່ນໄດ້ຮື້​ກຳ​ແພງ​ເມືອງ​ຖິ້ມ, ຕັ້ງ​ແຕ​່​ປະ​ຕູ​ເອ​ຟ​ຣາ​ອິມ ຈົນ​ເຖິງ​ປະ​ຕູ​ແຈ​ເມືອງ ຊຶ່ງ​ຍາວ​ປະ​ມານ​ສອງ​ຮ້ອຍ​ແມັດ.
\v 24 ເພິ່ນ​ໄດ້ປຸ້ນເອົາຄໍາ, ເງິນທັງໝົດຢູ່ໃນພຣະວິຫານຂອງພຣະເຈົ້າ ແລະ ເຄື່ອງໃຊ້ຕ່າງ ໆ ທີ່ເຊື້ອສາຍຂອງໂອເບັດເອໂດມ ເປັນຄົນເຝົ້າຮັກສາ ແລະ ຊັບສົມບັດໃນຣາຊວັງ. ເພິ່ນຍັງຈັບຕົວປະກັນຫລາຍຄົນຄືນໄປຍັງນະຄອນຊາມາເຣຍ.
\s5
\v 25 ກະສັດອາມາຊີຢາ ແຫ່ງຢູດາຍ ມີອາຍຸຍືນຍົງຢູ່ອີກສິບຫ້າປີ ຫລັງຈາກທີ່ກະສັດເຢໂຮອາດ ແຫ່ງອິດສະຣາເອນໄດ້ຕາຍໄປ.
\v 26 ສິ່ງອື່ນ ໆ ທີ່ອາມາຊີຢາໄດ້ເຮັດໃນຣາຊການຂອງເພິ່ນຕັ້ງແຕ່ບັ້ນຕົ້ນຈົນເຖິງບັ້ນປາຍ ແມ່ນໄດ້ຖືກບັນທຶກໄວ້ໃນປຶ້ມປະຫວັດສາດຂອງກະສັດແຫ່ງຢູດາຍ ແລະ ອິດສະຣາເອນ.
\s5
\v 27 ຕັ້ງແຕ່ສະໄໝທີ່ເພິ່ນໄດ້ກະບົດຕໍ່ສູ້ອົງພຣະຜູ້ເປັນເຈົ້າ ການວາງອຸບາຍໂຄ່ນລົ້ມເພິ່ນທີ່ນະຄອນເຢຣູຊາເລັມ ກໍເກີດມີຂຶ້ນ. ໃນທີ່ສຸດ ເພິ່ນໄດ້ປົບໄປຍັງເມືອງລາກິດ, ແຕ່ສັດຕູຂອງເພິ່ນໄດ້ຕາມໄປຍັງທີ່ນັ້ນ ແລະ ສັງຫານເພິ່ນເສຍ.
\v 28 ສົບຂອງເພິ່ນໄດ້ຖືກບັນທຸກໃສ່ຫລັງມ້າ ແລະ ນາໍມາຍັງນະຄອນເຢຣູຊາເລັມ. ແລ້ວກໍຖືກຝັງໄວ້ໃນ ອຸບມຸງແຫ່ງກະສັດໃນເມືອງຂອງດາວິດ.
\s5
\c 26
\p
\v 1 ປະຊາຊົນທັງໝົດໃນຢູດາຍ ໄດ້ເລືອກ ເອົາເຈົ້າອຸດຊີຢາ ອາຍຸສິບຫົກປີ ລູກຊາຍຂອງອາມາຊີຢາ ໃຫ້ຂຶ້ນເປັນກະສັດປົກຄອງແທນ.
\v 2 ຫລັງຈາກ ອາມາຊີຢາໄດ້ຕາຍໄປແລ້ວ ອຸດຊີຢາໄດ້ຢຶດເອໂລດ ຄືນແລະໄດ້ສ້າງເມືອງຂຶ້ນໃໝ່.
\v 3 ເຈົ້າອຸດຊີຢາ ໄດ້ຂຶ້ນເປັນກະສັດ ເມື່ອເພິ່ນອາຍຸສິບຫົກປີ ແລະ ໄດ້ປົກຄອງຢູ່ທີ່ນະຄອນເຢຣູຊາເລັມ ເປັນເວລາຫ້າສິບສອງປີ. ແມ່ຂອງເພິ່ນຊື່ວ່າ ເຢໂກລີຢາ ຊາວນະຄອນເຢຣູຊາເລັມ.
\s5
\v 4 ໂດຍນໍາແບບຢ່າງຂອງພໍ່ຂອງຕົນ ເພິ່ນໄດ້ເຮັດໃນສິ່ງທີ່ອົງພຣະຜູ້ເປັນເຈົ້າພໍໃຈ.
\v 5 ຕາບໃດທີ່ ເຊກາຣີຢາ ທີ່ປຶກສາຝ່າຍສາສະໜາມີຊີວິດຢູ່ ເພິ່ນໄດ້ຮັບໃຊ້ອົງພຣະຜູ້ເປັນເຈົ້າຢ່າງສັດຊື່ ແລະ ພຣະເຈົ້າກໍໄດ້ອວຍພອນເພິ່ນ.
\s5
\v 6 ອຸດຊີຢາ ໄດ້ໄປເຮັດເສິກຕໍ່ສູ້ຊາວຟີລິດສະຕິນ. ເພິ່ນໄດ້ຮື້ກາໍແພງເມືອງກາດ, ຢັບ ເນດ ແລະ ອາສະໂດດ ໃຫ້ເພພັງລົງ ແລະ ໄດ້ສ້າງເມືອງທີ່ມີປ້ອມປ້ອງກັນຂຶ້ນ ໃນເມືອງຕ່າງ ໆ ໃກ້ເມືອງອາສະໂດດ ແລະ ໃນເມືອງທັງຫລາຍຂອງດິນແດນຟີລິດສະຕິນ.
\v 7 ພຣະເຈົ້າໄດ້ໃຫ້ເພິ່ນເອົາຊະນະພວກຟີລິດສະຕິນ, ພວກອາຣັບ ທີ່ອາໄສຢູ່ໃນເມືອງເກີດບາອານ ແລະພວກເມີນນິດ.
\v 8 ຊາວອໍາໂມນ ໄດ້ເສຍສ່ວຍໃຫ້ອຸດຊີຢາ ແລະ ເພິ່ນເປັນກະສັດທີ່ມີອໍານາດຫລາຍ ຈົນຊື່ສຽງຂອງເພິ່ນໄດ້ໂດ່ງດັງໄປຮອດເອຢິບ.
\s5
\v 9 ອຸດຊີຢາ ໄດ້ສ້າງປ້ອມປ້ອງກັນລ້ອມນະຄອນເຢຣູຊາເລັມ ໄວ້ຢ່າງແໜ້ນໜາ ໂດຍເສີມສ້າງຫໍຄອຍໄວ້ຢູ່ຕາມປະຕູແຈຕ່າງ ໆ ຕາມປະຕູຮ່ອມພູ ແລະ ບ່ອນທີ່ກາໍແພງໂຄ້ງ.
\v 10 ເພິ່ນໄດ້ສ້າງຫໍຄອຍ ທີ່ມີປ້ອມປ້ອງກັນ ນອກເມືອງເຊັ່ນກັນ ພ້ອມທັງໄດ້ຂຸດອ່າງເກັບນາໍ້ໄວ້ດ້ວຍ ຍ້ອນເພິ່ນມີຝູງງົວຢ່າງຫລວງຫລາຍ ຢູ່ຕາມຈ້າຍພູ ແລະ ຕາມທົ່ງພຽງ. ຍ້ອນເພິ່ນມັກການປູກຝັງ ເພິ່ນຈຶ່ງສົ່ງເສີມປະຊາຊົນໃຫ້ປູກຕົ້ນອະງຸ່ນ ຕາມເມືອງພູດອຍ ແລະ ໃຫ້ເຮັດສວນຕາມດິນທີ່ ອຸດົມສົມບູນ.
\s5
\v 11 ເພິ່ນມີກອງທັບໃຫຍ່ ພ້ອມທີ່ຈະດໍາເນີນການສູ້ຮົບ. ທະບຽນຝ່າຍທະຫານ ແມ່ນຖືກກາໍກັບໂດຍເລຂາທິການສອງທ່ານ ຄື: ເຢອີເອນ ແລະ ມາອາເຊອີຢາ ພາຍໃຕ້ການກວດກາຂອງຮານານີຢາ ຜູ້ບັນຊາການກອງພົນໜຶ່ງຂອງກະສັດ.
\v 12 ໃນກອງທັບມີນາຍທະຫານບັນຊາການທັງໝົດ ສອງພັນຫົກຮ້ອຍຄົນ.
\v 13 ພວກເຂົາບັນຊາ ທະຫານສາມແສນເຈັດພັນຫ້າຮ້ອຍຄົນ ທີ່ສາມາດສູ້ຮົບສັດຕູຂອງກະສັດ ໄດ້ຢ່າງມີປະສິດທິພາບ.
\s5
\v 14 ອຸດຊີຢາ ປະກອບອາວຸດໃຫ້ທະຫານ ດ້ວຍໂລ້, ຫອກ, ໝວກເຫລັກ, ເສື້ອ​ເຫລັກ, ໜ້າ​ກັບ​ລູກ​ທະ​ນູ, ກ້ອນ​ຫິນ​ແລະ​ກະ​ຖຸນ.
\v 15 ຢູ່​ໃນ​ນະ​ຄອນເຢຣູຊາເລັມ ນັກປະດິດຄິດສ້າງຂອງເພິ່ນໄດ້ເຮັດອາວຸດຍິງລູກສອນ ແລະ ແກວ່ງກ້ອນຫິນໃຫຍ່ຈາກຫໍຄອຍ ແລະ ຈາກແຈກາໍແພງເມືອງອອກໄປ. ຊື່ສຽງຂອງ ເພິ່ນໄດ້ຊ່າລືອອກໄປທົ່ວທຸກບ່ອນ ແລະ ຍ້ອນໄດ້ຮັບການຊ່ວຍຊູມາຈາກພຣະເຈົ້າ ເພິ່ນຈຶ່ງມີອໍານາດຫລາຍ.
\s5
\v 16 ແຕ່ເມື່ອກະສັດອຸດຊີຢາ ໄດ້ມີອໍານາດເຂັ້ມແຂງແລ້ວ ເພິ່ນກໍຈອງຫອງຂຶ້ນ ອັນເປັນເຫດໃຫ້ເພິ່ນຫລົ້ມຈົມ. ເພິ່ນໄດ້ໝິ່ນປະໝາດ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງເພິ່ນໂດຍເຂົ້າໄປໃນພຣະວິຫານຂອງອົງພຣະຜູ້ເປັນເຈົ້າ ເພື່ອເຜົາເຄື່ອງຫອມຖວາຍບູຊາທີ່ແທ່ນໂດຍຕົນເອງ.
\v 17 ປະໂຣຫິດ ອາຊາຣີຢາ ຈຶ່ງຕາມກະສັດໄປ ຕິດຕາມດ້ວຍປະໂຣຫິດຂອງອົງພຣະຜູ້ເປັນເຈົ້າທີ່ເຂັ້ມແຂງ ແລະ ໃຈ ກ້າອີກສິບແປດຄົນ
\v 18 ເພື່ອສະກັດກັ້ນເພິ່ນໄວ້. ພວກເຂົາເວົ້າວ່າ, “ອຸດຊີຢາ ທ່ານບໍ່ມີສິດທີ່ຈະເຜົາເຄື່ອງຫອມຖວາຍແກ່ອົງພຣະຜູ້ເປັນເຈົ້າ. ມີແຕ່ປະໂຣຫິດທີ່ສືບເຊື້ອສາຍຈາກອາໂຣນ ຜູ້ທີ່ໄດ້ອຸທິດຕົວແລ້ວເທົ່ານັ້ນ ຖວາຍເຄື່ອງຫອມນີ້ໄດ້. ຈົ່ງອອກໄປ ຈາກບ່ອນສັກສິດດຽວນີ້. ທ່ານໄດ້ໝິ່ນປະໝາດອົງພຣະຜູ້ເປັນເຈົ້າ ພຣະເຈົ້າ ແລະ ພຣະອົງຈະບໍ່ອວຍພອນທ່ານຕໍ່ໄປ.”
\s5
\v 19 ອຸດຊີຢາ ກາໍລັງຖືເຄື່ອງຫອມຢືນຢູ່ຂ້າງແທ່ນບູຊາໃນພຣະວິຫານຂອງອົງພຣະຜູ້ເປັນເຈົ້າ. ເພິ່ນກິ້ວໂກດພວກປະໂຣຫິດ ແລະ ທັນໃດນັ້ນພະຍາດຂີ້ທູດ ກໍໄດ້ແຕກອອກມາ ທາງໜ້າຜາກຂອງເພິ່ນ.
\v 20 ອາຊາຣີຢາ ກັບບັນດາປະໂຣຫິດຄົນອື່ນ ໆ ຈ້ອງເບິ່ງໜ້າຜາກຂອງກະສັດ ດ້ວຍຄວາມຢ້ານກົວຫລາຍ ແລະ ບັງຄັບໃຫ້ເພິ່ນອອກໜີໄປຈາກທີ່ນັ້ນ. ຍ້ອນອົງພຣະຜູ້ເປັນເຈົ້າລົງໂທດ ເພິ່ນຈຶ່ງຮີບໜີໄປ.
\s5
\v 21 ນັບຕັ້ງແຕ່ນັ້ນມາ ກະສັດອຸດຊີຢາ ກໍເປັນມົນທິນຕະຫລອດຊີວິດ ຍ້ອນພະຍາດຂອງເພິ່ນ. ໂດຍບໍ່ສາມາດເຂົ້າໄປໃນພຣະວິຫານອີກຕໍ່ໄປ ເພິ່ນຈຶ່ງພັກຢູ່ໃນວັງຕ່າງຫາກ ແລະ ພົ້ນຈາກໜ້າທີ່ທັງໝົດ ຊຶ່ງໃນເວລານັ້ນແມ່ນ ໂຢທາມ ລູກຊາຍຂອງເພິ່ນເປັນຜູ້ ບໍລິຫານຣາຊການແຜ່ນດິນແທນ.
\s5
\v 22 ຜູ້ທາໍນວາຍ ເອຊາຢາ ລູກຊາຍຂອງອາໂມດ ໄດ້ບັນທຶກສິ່ງອື່ນ ໆ ທັງໝົດທີ່ກະສັດອຸດຊີຢາໄດ້ເຮັດໃນຣາຊການຂອງເພິ່ນ.
\v 23 ອຸດຊີຢາ ໄດ້ຕາຍໄປ ແລະ ຖືກຝັງໄວ້ໃນປ່າຊ້າຂອງກະສັດ, ແຕ່ຍ້ອນເປັນພະຍາດ ສົບຂອງເພິ່ນຈຶ່ງບໍ່ໄດ້ຖືກຝັງໄວ້ໃນ ອຸບມຸງແຫ່ງກະສັດ. ໂຢທາມ ລູກຊາຍຂອງເພິ່ນໄດ້ຂຶ້ນເປັນກະສັດປົກຄອງແທນ.
\s5
\c 27
\p
\v 1 ເຈົ້າໂຢທາມ ໄດ້ຂຶ້ນເປັນກະສັດ ເມື່ອເພິ່ນອາຍຸຊາວຫ້າປີ ແລະ ໄດ້ປົກຄອງຢູ່ທີ່ນະຄອນເຢຣູຊາເລັມ ເປັນເວລາສິບຫົກປີ. ແມ່ຂອງເພິ່ນຊື່ວ່າ ເຢຣູຊາ ລູກສາວຂອງຊາດົກ.
\v 2 ເພິ່ນໄດ້ເຮັດສິ່ງທີ່ອົງພຣະຜູ້ເປັນເຈົ້າພໍໃຈ ເໝືອນກັນກັບພໍ່ຂອງເພິ່ນໄດ້ເຮັດ ແຕ່ວ່າບໍ່ຄືກັນ. ເພິ່ນບໍ່ໄດ້ເຮັດບາບໂດຍເຜົາ ເຄື່ອງຫອມ [ຍ] ຖວາຍໃນພຣະວິຫານຂອງອົງພຣະຜູ້ເປັນເຈົ້າ. ແຕ່ປະຊາຊົນຍັງສືບຕໍ່ ເຮັດບາບຢູ່.
\s5
\v 3 ແມ່ນ ໂຢທາມ ທີ່ເປັນຜູ້ສ້າງປະຕູທາງ ດ້ານເໜືອຂອງ​ພ​ຣະ​ວິ​ຫານ​ຂອງ​ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ ແລະ ຂະຫຍາຍກາໍແພງເມືອງໃນບໍລິເວນຂອງນະຄອນເຢຣູຊາເລັມ ຊື່ວ່າໂອເຟນ.
\v 4 ເພິ່ນໄດ້ສ້າງເມືອງຕ່າງ ໆ ທີ່ເທິງພູຂອງຢູດາຍ ແລະ ໄດ້ສ້າງປ້ອມປ້ອງກັນເມືອງ ແລະ ຫໍຄອຍຫລາຍບ່ອນໄວ້ໃນປ່າ.
\s5
\v 5 ເພິ່ນໄດ້ຕໍ່ສູ້ກະສັດອໍາໂມນ ໂດຍໄດ້ຕີກອງທັບໃຫ້ພ່າຍແພ້ໄປ. ແລ້ວເພິ່ນກໍໄດ້ບັງຄັບໃຫ້ຊາວອໍາໂມນ ເສຍສ່ວຍແຕ່ລະປີຕະຫລອດສາມປີ ດັ່ງນີ້: ເງິນປະມານສີ່ໂຕນ, ເຂົ້າໜຶ່ງພັນໂຕນ ແລະ ເຂົ້າເດືອຍໜຶ່ງພັນໂຕນ.
\s5
\v 6 ໂຢທາມ ມີອໍານາດເຂັ້ມແຂງຂຶ້ນ ເພາະເພິ່ນເຊື່ອຟັງອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງເພິ່ນຢ່າງສັດຊື່.
\v 7 ເຫດການອື່ນ ໆ ໃນຣາຊການຂອງເພິ່ນເຊັ່ນ: ການເຮັດເສິກ ແລະ ນະໂຍບາຍການປົກຄອງອານາຈັກ ແມ່ນໄດ້ຖືກບັນທຶກໄວ້ໃນປຶ້ມປະຫວັດສາດຂອງບັນດາກະສັດແຫ່ງອິດສະຣາເອນ ແລະ ຢູດາຍ.
\s5
\v 8 ໂຢທາມ ໄດ້ຂຶ້ນເປັນກະສັດ ເມື່ອເພິ່ນອາຍຸຊາວຫ້າປີ ແລະ ໄດ້ປົກຄອງຢູ່ທີ່ນະຄອນເຢຣູຊາເລັມ ເປັນເວລາສິບຫົກປີ.
\v 9 ເພິ່ນໄດ້ຕາຍໄປ ແລະ ໄດ້ຖືກຝັງໄວ້ໃນເມືອງຂອງດາວິດ. ເຈົ້າອາຮາດ ລູກຊາຍຂອງເພິ່ນໄດ້ຂຶ້ນເປັນກະສັດປົກຄອງແທນ.
\s5
\c 28
\p
\v 1 ເຈົ້າອາຮາດ ໄດ້ຂຶ້ນເປັນກະສັດເມື່ອເພິ່ນອາຍຸຊາວປີ ແລະ ໄດ້ປົກຄອງຢູ່ທີ່ນະຄອນເຢຣູຊາເລັມ ເປັນເວລາສິບຫົກປີ. ເພິ່ນບໍ່ໄດ້ເຮັດຕາມແບບຢ່າງຂອງກະສັດດາວິດ ບັນພະບຸລຸດຂອງເພິ່ນ; ແຕ່ເພິ່ນໄດ້ເຮັດສິ່ງທີ່ອົງພຣະຜູ້ເປັນເຈົ້າ ບໍ່ພໍພຣະໄທ
\v 2 ຄື ເຮັດຕາມແບບຢ່າງຂອງບັນດາກະສັດແຫ່ງອິດສະຣາເອນ. ເພິ່ນສ້າງຮູບພະບາອານ ເປັນໂລຫະຂຶ້ນ,
\s5
\v 3 ເຜົາເຄື່ອງຫອມບູຊາຢູ່ໃນຮ່ອມພູຮິນໂນມ ແລະ ເຜົາແມ່ນແຕ່ລູກຊາຍຂອງຕົນເອງ ເປັນເຄື່ອງບູຊາໃຫ້ຮູບເຄົາຣົບຕາມຮີດຄອງອັນໜ້າລັງກຽດຂອງປະຊາຊົນ ຊຶ່ງອົງພຣະຜູ້ເປັນເຈົ້າໄດ້ຂັບໄລ່ອອກໄປຈາກດິນແດນ ຄາວທີ່ປະຊາຊົນອິດສະຣາເອນ ໄດ້ບຸກໜ້າເຂົ້າມານັ້ນ.
\v 4 ຢູ່ຕາມບ່ອນຂາບໄຫວ້ຂອງຄົນບໍ່ນັບຖືພຣະເຈົ້າ, ຢູ່ຕາມເນີນພູ ແລະ ຢູ່ຕາມຮົ່ມກົກໄມ້ໃບຂຽວຕ່າງ ໆ ອາຮາດ ໄດ້ເຜົາສັດແລະເຄື່ອງຖວາຍບູຊາ.
\s5
\v 5 ຍ້ອນກະສັດອາຮາດໄດ້ເຮັດບາບ, ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງເພິ່ນຈຶ່ງໄດ້ໃຫ້ ກະສັດຊີເຣຍ ຮົບຊະນະເພິ່ນ ແລະ ນາໍເອົາຊາວຢູດາຈໍານວນຫລວງຫລາຍໄປເປັນຊະເລີຍຍັງນະຄອນດາມັສກັດ. ອົງພຣະຜູ້ເປັນເຈົ້າໄດ້ໃຫ້ ເປກາ ລູກຊາຍຂອງເຣມາລີອາ ກະສັດແຫ່ງອິດສະຣາເອນ ຮົບຊະນະອາຮາດ ຄືກັນ
\v 6 ແລະ ໄດ້ຂ້າທະຫານຢູດາ ທີ່ເກັ່ງກ້າໜຶ່ງຮ້ອຍຊາວພັນຄົນໃນມື້ດຽວ. ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງບັນພະບຸລຸດຂອງພວກເຂົາໄດ້ອະນຸຍາດໃຫ້ສິ່ງເຫລົ່ານີ້ເກີດຂຶ້ນ, ເພາະປະຊາຊົນຢູດາ ໄດ້ປະຖິ້ມພຣະອົງ.
\s5
\v 7 ມີທະຫານອິດສະຣາເອນຄົນໜຶ່ງຊື່ວ່າ ຊີກະຣີ; ລາວໄດ້ຂ້າມາອາເຊຢາ ລູກຊາຍຂອງກະສັດອາຮາດ, ອາຊະຣິກາໍ ເປັນຫົວໜ້າກົມປົກຄອງປະຈາໍວັງ ແລະ ເອນການາ ເປັນຜູ້ຮອງກະສັດ.
\v 8 ເຖິງແມ່ນວ່າ ຊາວຢູດາ ເປັນພີ່ນ້ອງຮ່ວມຊາດດຽວກັນກໍຕາມ ແຕ່ກອງທັບອິດສະຣາເອນກໍໄດ້ຈັບຜູ້ຍິງ ພ້ອມທັງເດັກນ້ອຍສອງຮ້ອຍພັນຄົນໄປເປັນຊະເລີຍ ແລະ ນໍາພວກເຂົາກັບຄືນມາຍັງນະຄອນຊາມາເຣຍ ຮ່ວມກັບສິ່ງຂອງເປັນຈາໍນວນຫລວງຫລາຍ ຊຶ່ງພວກເຂົາຢຶດມາໄດ້ນັ້ນ.
\s5
\v 9 ມີຊາຍຜູ້ໜຶ່ງຊື່ວ່າ ໂອເດັດ. ລາວເປັນຜູ້ທາໍນວາຍຂອງອົງພຣະຜູ້ເປັນເຈົ້າ ທີ່ນະຄອນຊາມາເຣຍ. ລາວມາພົບກອງທັບອິດສະຣາເອນ ທີ່ກາໍລັງກັບເຂົ້າມາໃນເມືອງ ພ້ອມທັງຊະເລີຍເສິກຊາວຢູດາ. ເພິ່ນກ່າວວ່າ, “ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງບັນພະບຸລຸດຂອງພວກທ່ານ ໄດ້ໂກດຮ້າຍຊາວຢູດາ ແລະ ໃຫ້ພວກທ່ານເອົາຊະນະພວກເຂົາ. ແຕ່ບັດນີ້ ພຣະອົງໄດ້ຍິນວ່າພວກທ່ານໄດ້ສັງຫານພວກເຂົາຢ່າງໂຫດຮ້າຍ.
\v 10 ມາບັດນີ້ ພວກທ່ານຕັ້ງໃຈເຮັດໃຫ້ຜູ້ຊາຍ ແລະ ຜູ້ຍິງເຢຣູຊາເລັມ ແລະ ຢູດາ ຕົກເປັນທາດຮັບໃຊ້ຂອງພວກທ່ານອີກ. ພວກທ່ານບໍ່ຮູ້ ຫລື ບໍ່ວ່າ ພວກທ່ານໄດ້ເຮັດບາບຕໍ່ສູ້ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກທ່ານເໝືອນກັນ?
\v 11 ຈົ່ງຟັງໃຫ້ດີ ຊະເລີຍເສິກເຫລົ່ານີ້ແມ່ນອ້າຍເອື້ອຍນ້ອງຂອງພວກທ່ານເອງ. ຈົ່ງປ່ອຍພວກເຂົາໄປສາ ຫລື ຈະໃຫ້ອົງພຣະຜູ້ເປັນເຈົ້າໂກດຮ້າຍ ແລະ ລົງໂທດພວກທ່ານຢ່າງຮຸນແຮງ.”
\s5
\v 12 ຜູ້ນາໍຂອງອານາຈັກເໜືອສີ່ຄົນ ຄື: ອາຊາຣິຢາ ລູກຊາຍຂອງໂຢຮານານ, ເບເຣກີຢາ ລູກຊາຍຂອງເມຊິນເລໂມດ, ເຢຮີຊະກິຢາ ລູກຊາຍຂອງຊານລູມ ແລະ ອາມາຊາ ລູກຊາຍຂອງຮັດໄລ ໄດ້ຄັດຄ້ານການກະທາໍຂອງຝ່າຍກອງທັບເໝືອນກັນ.
\v 13 ພວກເຂົາໄດ້ເວົ້າວ່າ, “ຢ່ານາໍຊະເລີຍເສິກ ເຫລົ່ານັ້ນມາທີ່ນີ້ ພວກເຮົາໄດ້ເຮັດບາບຕໍ່ສູ້ອົງພຣະຜູ້ເປັນເຈົ້າ ແລະ ໄດ້ເຮັດໃຫ້ພຣະອົງ ໂກດຮ້າຍພໍທີ່ພຣະອົງຈະລົງໂທດພວກເຮົາໄດ້. ບັດນີ້ ພວກທ່ານຢາກເຮັດສິ່ງທີ່ທະວີຄວາມຜິດຂອງພວກເຮົາໃຫ້ເພີ່ມຂຶ້ນອີກ.”
\s5
\v 14 ດັ່ງນັ້ນ ກອງທັບຈຶ່ງສົ່ງພວກຊະເລີຍ ແລະ ສິ່ງຂອງທີ່ພວກເຂົາໄດ້ຢຶດມານັ້ນໃຫ້ປະຊາຊົນ ແລະ ບັນດາຜູ້ນາໍຂອງພວກເຂົາ
\v 15 ແລະ ຊາຍສີ່ຄົນໄດ້ຖືກແຕ່ງຕັ້ງໃຫ້ຮັບຜິດຊອບຢາຍເຄື່ອງນຸ່ງຫົ່ມ ທີ່ຢຶດມານັ້ນໃຫ້ພວກຊະເລີຍ. ພວກເຂົາໄດ້ເອົາເຄື່ອງໃຫ້ພວກຊະເລີຍນຸ່ງ, ເອົາເກີບໃຫ້ພວກເຂົາໃສ່, ໃຫ້ພວກເຂົາກິນ ແລະ ດື່ມ ແລະ ທານໍ້າມັນໝາກກອກເທດໃສ່ບາດແຜໃຫ້. ຄົນທີ່ອ່ອນແຮງຍ່າງບໍ່ໄດ້ແມ່ນໃຫ້ຂີ່ລໍ ແລະ ພວກຊະເລີຍເສິກທັງໝົດ ຈຶ່ງຖືກນາໍກັບຄືນເມືອ ຍັງເຂດແດນຂອງຢູດາຍ ທ່ີ່ເມືອງເຢຣິໂກ ເມືອງຕົ້ນຕານ. ແລ້ວພວກອິດສະຣາເອນກໍໄດ້ກັບມາຍັງນະຄອນຊາມາເຣຍ.
\s5
\v 16-17 ຊາວເອໂດມ ໄດ້ເລີ່ມເຂົ້າມາປຸ້ນສະດົມຢູດາຍອີກ ແລະ ພວກເຂົາກໍໄດ້ຈັບ ຫລາຍຄົນໄປເປັນຊະເລີຍ; ສະນັ້ນ ກະສັດອາຮາດ ຈຶ່ງຂໍໃຫ້ຕີກະລາດ ປີເລເສ ຈັກກະພັດແຫ່ງອັດຊີເຣຍມາຊ່ວຍເຫລືອ.
\v 18 ໃນເວລາດຽວກັນນັ້ນ ຊາວຟີລິດສະຕິນ ກໍໄດ້ປຸ້ນສະດົມເມືອງຕ່າງ ໆ ທາງທິດຕາເວັນຕົກຂອງຕີນພູ ແລະ ທາງທິດໃຕ້ຂອງຢູດາຍ. ພວກເຂົາໄດ້ຢຶດເມືອງຕ່າງ ໆ ດັ່ງນີ້: ເບັດເຊເມັດ, ໄອຢາໂລນ ແລະ ເກເດໂຣດ ແລະ ເມືອງຕ່າງ ໆ ຂອງໂຊໂກ, ຕີມນາ ແລະ ກິມໂຊ, ພ້ອມທັງໝູ່ບ້ານຕ່າງ ໆ ແລະ ຕັ້ງຖິ່ນຖານຢູ່ທີ່ນັ້ນຢ່າງຖາວອນ.
\s5
\v 19 ຍ້ອນກະສັດອາຮາດ ແຫ່ງຢູດາຍໄດ້ຝ່າຝືນສິດທິຂອງປະຊາຊົນຂອງຕົນເອງ ແລະ ໄດ້ໝິ່ນປະໝາດອົງພຣະຜູ້ເປັນເຈົ້າ; ອົງພຣະຜູ້ເປັນເຈົ້າ ຈຶ່ງນາໍເອົາຄວາມເດືອດຮ້ອນມາສູ່ຢູດາຍ.
\v 20 ແທນທີ່ຈັກກະພັດ ແຫ່ງອັດຊີເຣຍຈະຊ່ວຍກະສັດອາຮາດ ເພິ່ນກັບຫັນມາຕໍ່ຕ້ານ ແລະ ໄດ້ສ້າງຄວາມເດືອດຮ້ອນໃຫ້ອີກ.
\v 21 ສະນັ້ນ ອາຮາດ ຈຶ່ງໄດ້ນາໍເອົາຄໍາ ຈາກພຣະວິຫານຂອງອົງພຣະຜູ້ເປັນເຈົ້າ, ຈາກຣາຊວັງ ແລະ ຈາກບ້ານເຮືອນບັນດາຜູ້ນາໍປະຊາຊົນ ຂົນໄປໃຫ້ຈັກກະພັດ; ແຕ່ເຖິງປານນັ້ນ ຈັກກະພັດກໍຍັງບໍ່ຍອມໃຫ້ຄວາມຊ່ວຍເຫລືອ.
\s5
\v 22 ເມື່ອຄວາມເດືອດຮ້ອນມາຈົນເຖິງທີ່ສຸດ ອາຮາດກໍຍິ່ງເຮັດບາບຕໍ່ສູ້ອົງພຣະຜູ້ເປັນເຈົ້າຫລາຍຂຶ້ນ.
\v 23 ເພິ່ນໄດ້ຖວາຍບູຊາແກ່ບັນດາພະຂອງຊາວຊີເຣຍ ຜູ້ຊະນະຕົນ. ເພິ່ນເວົ້າວ່າ, “ພະຂອງຊາວຊີເຣຍ ຊ່ວຍກະສັດຊີເຣຍໄດ້; ສະນັ້ນ ຖ້າເຮົາຖວາຍບູຊາແກ່ພະເຫລົ່ານັ້ນ ພະເຫລົ່ານັ້ນກໍຈະຊ່ວຍເຮົາເໝືອນກັນ. ” ການກະທາໍເຊັ່ນນີ້ ແມ່ນນາໍເອົາ ຄວາມຈິບຫາຍມາສູ່ເພິ່ນເອງ ແລະ ອານາຈັກຂອງເພິ່ນດ້ວຍ.
\s5
\v 24 ນອກເໜືອໄປກວ່ານີ້ ອາຮາດໄດ້ໂຮມເອົາເຄື່ອງໃຊ້ໃນພຣະວິຫານຂອງພຣະເຈົ້າ ແລະ ທັບເຄື່ອງໃຊ້ໃນພຣະວິຫານຂອງພຣະເຈົ້າເປັນປ່ຽງ ໆ, ອັດພຣະວິຫານຂອງພຣະເຈົ້າໄວ້ ແລະ ຕັ້ງແທ່ນບູຊາຂຶ້ນທົ່ວນະຄອນເຢຣູຊາເລັມ.
\v 25 ຕາມເມືອງໃຫຍ່ ແລະ ນ້ອຍທຸກ ໆ ແຫ່ງໃນຢູດາຍ ເພິ່ນໄດ້ສ້າງບ່ອນຂາບໄຫວ້ຂອງຄົນບໍໍນັບຖືພຣະເຈົ້າ ເພື່ອໃຊ້ເປັນບ່ອນເຜົາເຄື່ອງຫອມຖວາຍບູຊາ ແກ່ພະຕ່າງຊາດ. ດ້ວຍວິທີນີ້ແຫລະ ເພິ່ນຈຶ່ງໄດ້ເຮັດໃຫ້ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງບັນພະບຸລຸດຂອງເພິ່ນໂກດຮ້າຍ.
\s5
\v 26 ເຫດການອື່ນ ໆ ທັງໝົດໃນຣາຊການຂອງເພິ່ນ ຕັ້ງແຕ່ບັ້ນຕົ້ນຈົນເຖິງບັ້ນປາຍ ແມ່ນໄດ້ຖືກບັນທຶກໄວ້ໃນປຶ້ມປະຫວັດສາດຂອງບັນດາກະສັດແຫ່ງຢູດາຍ ແລະ ອິດສະຣາເອນ.
\v 27 ກະສັດອາຮາດໄດ້ຕາຍໄປ ແລະ ສົບຂອງເພິ່ນໄດ້ຖືກຝັງໄວ້ໃນນະຄອນເຢຣູຊາເລັມ ແຕ່ບໍ່ໄດ້ຝັງໄວ້ໃນອຸບມຸງແຫ່ງກະສັດ. ເຈົ້າເຮເຊກີຢາ ລູກຊາຍຂອງເພິ່ນໄດ້ຂຶ້ນເປັນກະສັດປົກຄອງແທນ.
\s5
\c 29
\p
\v 1 ເຈົ້າເຮເຊກີຢາ ໄດ້ຂຶ້ນເປັນກະສັດແຫ່ງຢູດາຍ ເມື່ອເພິ່ນອາຍຸຊາວຫ້າປີ ແລະ ໄດ້ປົກຄອງຢູ່ນະຄອນເຢຣູຊາເລັມ ເປັນເວລາຊາວເກົ້າປີ. ແມ່ຂອງເພິ່ນຊື່ວ່າ ອາບີຢາ ລູກສາວຂອງເຊກາຣີຢາ.
\v 2 ໂດຍເຮັດຕາມແບບຢ່າງຂອງກະສັດດາວິດ ຜູ້ເປັນບັນພະບຸລຸດ ເພິ່ນໄດ້ກະທາໍໃນສິ່ງທີ່ອົງພຣະຜູ້ເປັນເຈົ້າພໍພຣະໄທ.
\s5
\v 3 ໃນເດືອນທີໜຶ່ງຂອງປີແຫ່ງເຈົ້າເຮເຊກີຢາ ໄດ້ຂຶ້ນເປັນກະສັດນັ້ນ ເພິ່ນໄດ້ເປີດປະຕູພຣະວິຫານຂອງອົງພຣະຜູ້ເປັນເຈົ້າອີກໃໝ່ ແລະ ລົງມືສ້ອມແປງປະຕູເຫລົ່ານັ້ນ.
\v 4 ເພິ່ນໄດ້ເຕົ້າໂຮມເອົາປະໂຣຫິດໝວດໜຶ່ງ ແລະ ພວກເລວີ ທາງດ້ານທິດຕາເວັນອອກຂອງພຣະວິຫານ
\v 5 ແລະ ໂອ້ລົມກັບພວກເຂົາຢູ່ໃນນັ້ນວ່າ, “ພວກທ່ານຊາວເລວີ ຈົ່ງອຸທິດພວກທ່ານເອງ ແລະ ຈົ່ງຊໍາລະພຣະວິຫານຂອງອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງບັນພະບຸລຸດຂອງພວກທ່ານ. ຈົ່ງຍົກຍ້າຍທຸກ ໆ ສິ່ງທີ່ເປັນມົນທິນອອກໄປ ຈາກສະຖານທີ່ບໍຣິສຸດ.
\s5
\v 6 ບັນພະບຸລຸດຂອງພວກເຮົາບໍ່ສັດຊື່ຕໍ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຮົາ ແລະ ໄດ້ເຮັດສິ່ງທີ່ພຣະອົງບໍ່ພໍພຣະໄທ. ພວກເພິ່ນໄດ້ປະຖິ້ມພຣະອົງ ແລະ ປິ່ນຫລັງໃຫ້ແກ່ທີ່ສະຖິດຂອງອົງພຣະຜູ້ເປັນເຈົ້າ.
\v 7 ພວກເພິ່ນໄດ້ອັດປະຕູພຣະວິຫານ, ໄດ້ປ່ອຍໃຫ້ຕະກຽງມອດ ແລະ ບໍ່ໄດ້ເຜົາເຄື່ອງຫອມຖວາຍ ຫລື ເຜົາບູຊາໃນສະຖານທີ່ບໍຣິສຸດຂອງພຣະເຈົ້າ ແຫ່ງຊາດອິດສະຣາເອນ.
\s5
\v 8 ເພາະເລື່ອງນີ້ ອົງພຣະຜູ້ເປັນເຈົ້າຈຶ່ງໂກດຮ້າຍຢູດາ ແລະ ນະຄອນເຢຣູຊາເລັມ ແລະ ສິ່ງທີ່ພຣະອົງໄດ້ເຮັດຕໍ່ອານາຈັກທັງສອງນັ້ນ ພາໃຫ້ທຸກຄົນຕົກໃຈຢ້ານກົວຫລາຍ. ພວກທ່ານກໍຮູ້ຈັກສິ່ງນີ້ດີ.
\v 9 ພໍ່ຂອງພວກເຮົາໄດ້ຖືກຂ້າໃນສະໜາມຮົບ ແລະ ເມຍກັບລູກຂອງພວກເຮົາກໍຖືກຈັບໄປເປັນຊະເລີຍ.
\s5
\v 10 ບັດນີ້ ຂ້າພະເຈົ້າໄດ້ຕັດສິນໃຈທີ່ຈະເຮັດພັນທະສັນຍາກັບອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງຊາດອິດສະຣາເອນ ເພື່ອວ່າພຣະອົງຈະບໍ່ໂກດຮ້າຍພວກເຮົາຕໍ່ໄປ.
\v 11 ລູກທັງຫລາຍຂອງເຮົາເອີຍ ຢ່າສູ່ມົວຊັກຊ້າຢູ່ເລີຍ. ພວກທ່ານແມ່ນຜູ້ໜຶ່ງທີ່ອົງພຣະຜູ້ເປັນເຈົ້າໄດ້ເລືອກເອົາ ເພື່ອເຜົາເຄື່ອງຫອມຖວາຍແກ່ພຣະອົງ ແລະ ນາໍພາປະຊາຊົນເຂົ້ານະມັດສະການພຣະອົງ.”
\s5
\v 12 ພວກເລວີ ທີ່ມີໜ້າໃນທີ່ນັ້ນ ມີດັ່ງນີ້: ຈາກຕະກຸນໂກຮາດ, ມາຮາດ ລູກຊາຍຂອງອາມາໄຊ ແລະ ໂຢເອນ ລູກຊາຍຂອງອາຊາຣິຢາ; ຈາກຕະກຸນເມຣາຣີ, ກີເຊ ລູກຊາຍຂອງອັບດີ ແລະ ອາຊະຣິຢາ ລູກຊາຍຂອງເຢຮານເລເລນ; ຈາກຕະກຸນເກໂຊນ, ໂຢອາ ລູກຊາຍຂອງຊິມມາ ແລະ ເອເດນ ລູກຊາຍຂອງໂຢອາ
\v 13 ຈາກ ຕະກຸນເອລີຊາຟັນ, ຊິມຣີ ແລະ ເຢອູເອນ; ຈາກຕະກຸນອາສັບ, ເຊກາຣີຢາ ແລະ ມັດຕານີຢາ
\v 14 ຈາກຕະກຸນເຮມັນ, ເຢຮູເອນ ແລະ ຊີເມອີ ຈາກຕະກຸນເຢດູທູນ, ເຊມາອີຢາ ແລະ ອຸດຊີເອນ
\s5
\v 15 ຄົນເຫລົ່ານີ້ ໄດ້ເອີ້ນພີ່ນ້ອງຊາວເລວີຂອງພວກເຂົາມາປະຊຸມກັນ ແລະ ພວກເຂົາທຸກຄົນໄດ້ເຮັດພິທີຊໍາລະຕົນໃຫ້ໝົດມົນທິນ. ແລ້ວໂດຍປະຕິບັດຕາມຄໍາສັ່ງຂອງກະສັດ ພວກເຂົາໄດ້ຊໍາລະພຣະວິຫານຂອງອົງພຣະຜູ້ເປັນເຈົ້າ ໃຫ້ໝົດມົນທິນຕາມກົດບັນຍັດຂອງອົງພຣະຜູ້ເປັນເຈົ້າ. [ດ]
\v 16 ພວກປະໂຣຫິດໄດ້ເຂົ້າໄປຊໍາລະທາງໃນຂອງພຣະວິຫານຂອງອົງພຣະຜູ້ເປັນເຈົ້າ ແລະ ພວກເຂົາໄດ້ຂົນທຸກສິ່ງທີ່ເປັນມົນທິນໃນພຣະວິ​ຫານ​ຂອງ​ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ ອອກ​ມາ​ກອງ​ໄວ້​ທີ່​ເດີ່ນ. ພວກ​ເລ​ວີ ໄດ້​ຂົນ​ສິ່ງ​ທີ່​ເປັນ​ມົນ​ທິນ​ເຫລົ່າ​ນັ້ນ​ໄປ​ຖິ້ມລົງໃນຮ່ອມພູ ກິດໂຣນ ຢູ່ນອກເມືອງ.
\v 17 ການລົງມືຊໍາລະພຣະວິຫານນີ້ໄດ້ເລີ່ມຂຶ້ນໃນວັນທີໜຶ່ງຂອງເດືອນ ທີໜຶ່ງ ແລະ ພໍເຖິງວັນທີແປດກໍສໍາເລັດໝົດ ລວມທັງຫ້ອງທີ່ທາງເຂົ້າພຣະວິຫານຂອງອົງພຣະຜູ້ເປັນເຈົ້າ. ແລ້ວພວກເຂົາກໍຕຽມພຣະວິຫານຂອງອົງພຣະຜູ້ເປັນເຈົ້າໄວ້ສໍາລັບການ ນະມັດສະການອີກແປດວັນຈົນເຖິງວັນທີສິບຫົກຂອງເດືອນ ຈຶ່ງສໍາເລັດທັງໝົດ.
\s5
\v 18 ພວກເລວີ ໄດ້ລາຍງານໃຫ້ກະສັດເຮເຊກີຢາ ຮູ້ດັ່ງນີ້: “ພວກຂ້ານ້ອຍໄດ້ເຮັດສໍາເລັດພິທີຊໍາລະພຣະວິຫານຂອງອົງພຣະຜູ້ເປັນເຈົ້າທັງໝົດແລ້ວ, ມີແທ່ນເຜົາບູຊາ ແລະ ເຄື່ອງໃຊ້ເທິງແທ່ນທັງໝົດ, ໂຕະໃສ່ເຂົ້າຈີ່ ແລະ ເຄື່ອງໃຊ້ເທິງໂຕະທັງໝົດ.
\v 19 ພວກຂ້ານ້ອຍຍັງໄດ້ນາໍເຄື່ອງໃຊ້ທັງໝົດຊຶ່ງກະສັດ ອາຮາດ ໄດ້ເອົາໄປໃນສະໄໝທີ່ເພິ່ນບໍ່ສັດຊື່ ຕໍ່ພຣະເຈົ້ານັ້ນຄືນມາ ແລະ ພວກຂ້ານ້ອຍ ໄດ້ອຸທິດຖວາຍແກ່ພຣະເຈົ້າ ຄືນໃໝ່ອີກ. ສິ່ງທັງໝົດນັ້ນໄດ້ວາງໄວ້ຢູ່ຊ້ອງໜ້າອົງພຣະຜູ້ເປັນເຈົ້າ ທີ່ແທ່ນບູຊາແລ້ວ.”
\s5
\v 20 ໂດຍບໍ່ຊັກຊ້າ ກະສັດເຮເຊກີຢາໄດ້ເອີ້ນຊາວເມືອງຊັ້ນຫົວໜ້າມາປະຊຸມ ແລະ ພວກເຂົາຈຶ່ງພ້ອມພາກັນໄປທີ່ພຣະວິຫານ ຂອງອົງພຣະຜູ້ເປັນເຈົ້າ.
\v 21 ເພື່ອເປັນການລຶບລ້າງການບາບຂອງຣາຊວົງ ລວມທັງຂອງປະຊາຊົນຢູດາ ແລະ ຊໍາລະພຣະວິຫານ ພວກເຂົາໄດ້ຖວາຍງົວເຖິກເຈັດໂຕ, ແກະເຖິກເຈັດໂຕ, ລູກແກະ ເຈັດໂຕ ແລະ ແບ້ເຈັດໂຕ. ເພິ່ນບອກບັນດາປະໂຣຫິດທີ່ເປັນເຊື້ອສາຍຂອງອາໂຣນ ໃຫ້ຖວາຍສັດເຫລົ່ານັ້ນທີ່ແທ່ນບູຊາ.
\s5
\v 22 ພວກປະໂຣຫິດ ໄດ້ຂ້າງົວເຖິກກ່ອນແລ້ວ ກໍຂ້າແກະເຖິກກັບລູກແກະ ແລະ ຊິດເລືອດຂອງສັດແຕ່ລະໂຕໃສ່ແທ່ນບູຊາ.
\v 23 ໃນທີ່ສຸດ ພວກເຂົາໄດ້ນາໍແບ້ມາໃຫ້ກະສັດ ແລະ ຜູ້ທີ່ມານະມັດສະການເພື່ອໃຫ້ວາງມືໃສ່ມັນ.
\v 24 ແລ້ວບັນດາປະໂຣຫິດ ຈຶ່ງໄດ້ຂ້າແບ້ ແລະ ຖອກເລືອດໃສ່ແທ່ນບູຊາ ເພື່ອລຶບລ້າງການບາບຂອງປະຊາຊົນທຸກຄົນ ເພາະກະສັດໄດ້ສັ່ງໃຫ້ຖວາຍເຄື່ອງເຜົາບູຊາ ແລະ ຖວາຍເຄື່ອງບູຊາເພື່ອລຶບລ້າງການບາບຂອງປະຊາຊົນອິດສະຣາເອນທັງໝົດ.
\s5
\v 25 ກະສັດໄດ້ເຮັດຕາມຄໍາແນະນາໍ ທີ່ອົງພຣະຜູ້ເປັນເຈົ້າໄດ້ໃຫ້ແກ່ກະສັດດາວິດ ໂດຍຜ່ານທາງກາດຜູ້ທາໍນວາຍຂອງກະສັດ ແລະ ຜ່ານທາງຜູ້ທາໍນວາຍ ນາທານ; ເພິ່ນໄດ້ໃຫ້ຊາວເລວີ ປະຈາໍຢູ່ໃນພຣະວິຫານຂອງອົງພຣະຜູ້ເປັນເຈົ້າ ໂດຍໃຫ້ມີພິນ ແລະ ມີແສ່ງ
\v 26 ເຄື່ອງດົນຕຼີ ດັ່ງສະໄໝຂອງກະສັດດາວິດໄດ້ເຮັດ. ພວກປະໂຣຫິດໄດ້ຢືນຖືແກຕຽມພ້ອມຢູ່ທີ່ນັ້ນຄືກັນ.
\s5
\v 27 ເຮເຊກີຢາ ໄດ້ສັ່ງໃຫ້ຖວາຍເຄື່ອງເຜົາບູຊາ ແລະ ພໍພິທີເລີ້ມ​ຂຶ້ນ ປະ​ຊາ​ຊົນ​ຕ່າງ​ກໍ​ຮ້ອງ​ເພງ​ສັນ​ລະ​ເສີນ​ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ; ສ່ວນ​ບັນ​ດາ​ນັກ​ດົນ​ຕຼີ​ກໍ​ຕັ້ງ​ຕົ້ນ​ເປົ່າ​ແກ ແລະ​ຫລິ້ນເຄື່ອງດົນຕຼີອື່ນ ໆ ອີກ.
\v 28 ທຸກ ໆ ຄົນທີ່ຢູ່ໃນທີ່ນັ້ນໄດ້ເຂົ້າຮ່ວມໃນການນະມັດ ສະການ ແລະ ສຽງຮ້ອງພ້ອມສຽງເສບກໍສືບຕໍ່ ກັນໄປ ຈົນກວ່າການຖວາຍບູຊາໄດ້ສໍາເລັດລົງ.
\s5
\v 29 ແລ້ວກະສັດເຮເຊກີຢາ ພ້ອມດ້ວຍປະຊາຊົນທັງໝົດ ກໍໄດ້ຄຸເຂົ່າລົງນ້ອມນະມັດສະການພຣະເຈົ້າ.
\v 30 ກະສັດພ້ອມດ້ວຍພວກຜູ້ນາໍຂອງປະຊາຊົນໃນຊາດ ໄດ້ບອກໃຫ້ຊາວເລວີ ຮ້ອງເພງຖວາຍແກ່ອົງພຣະຜູ້ເປັນເຈົ້າ ຄື ເພງສັນລະເສີນທີ່ກະສັດດາວິດ ແລະ ຜູ້ທາໍນວາຍອາຊັບໄດ້ແຕ່ງໄວ້. ສະນັ້ນທຸກຄົນຈຶ່ງຮ້ອງເພງດ້ວຍຄວາມຊົມຊື່ນ ຍິນດີ ເມື່ອພວກເຂົາຄຸເຂົ່າລົງນ້ອມນະມັດສະການພຣະເຈົ້າ.
\s5
\v 31 ເຮເຊກີຢາ ກ່າວແກ່ປະຊາຊົນວ່າ, “ບັດນີ້ ເມື່ອພວກເຈົ້າໄດ້ຊໍາລະຕົນໃຫ້ໝົດມົນທິນແລ້ວ ຈົ່ງນາໍເຄື່ອງບູຊາມາຖວາຍໂມທະນາ ຂອບພຣະຄຸນອົງພຣະຜູ້ເປັນເຈົ້າ. ” ພວກເຂົາກໍໄດ້ປະຕິບັດຕາມ ແລະ ຍັງມີບາງຄົນໄດ້ນາໍສັດມາຂ້າ ເພື່ອເຜົາບູຊາດ້ວຍຄວາມສະໝັກໃຈ.
\s5
\v 32 ພວກເຂົາໄດ້ນາໍງົວເຖິກເຈັດສິບໂຕ, ແກະເຖິກໜຶ່ງຮ້ອຍໂຕ ແລະ ລູກແກະສອງຮ້ອຍໂຕມາ ເຜົາບູຊາຖວາຍແກ່ອົງພຣະຜູ້ເປັນເຈົ້າ;
\v 33 ພວກເຂົາໄດ້ນາໍງົວເຖິກຫົກຮ້ອຍໂຕ ແລະ ແກະເຖິກສາມພັນໂຕມາ ເປັນເຄື່ອງບູຊາ ເພື່ອໃຫ້ປະຊາຊົນກິນ.
\s5
\v 34 ເມື່ອບໍ່ມີປະໂຣຫິດພຽງພໍ ທີ່ຈະຂ້າສັດ ເຫລົ່ານີ້ຊາວເລວີ ຈຶ່ງໄດ້ຂ້າຊ່ວຍຈົນວຽກງານ ສໍາເລັດຮຽບຮ້ອຍ. ໃນເວລານັ້ນມີປະໂຣຫິດຫລາຍຄົນໄດ້ເຮັດພິທີຊໍາລະຕົນໃຫ້ໝົດມົນທິນຕື່ມອີກ. (ຊາວເລວີ ຍິ່ງມີໃຈສັດຊື່ຫລາຍຂຶ້ນໃນການປະພຶດຕົນ ບໍ່ໃຫ້ເປັນມົນທິນຕາມກົດບັນຍັດ.)
\s5
\v 35 ນອກເໜືອຈາກການຖວາຍບູຊາດ້ວຍ ການເຜົາທັງໝົດແລ້ວ ພວກປະໂຣຫິດຍັງຮັບຜິດຊອບເຜົາໄຂມັນ ຊຶ່ງໄດ້ມາຈາກເຄື່ອງຖວາຍບູຊາ ທີ່ປະຊາຊົນໄດ້ກິນ ແລະ ສໍາລັບຖອກເຫລົ້າອະງຸ່ນຖວາຍພ້ອມກັບເຄື່ອງເຜົາບູຊາອີກ. ສະນັ້ນແຫລະ ການນະມັດສະການໃນພຣະວິຫານຂອງອົງພຣະຜູ້ເປັນເຈົ້າ ຈຶ່ງໄດ້ຮັບການຟື້ນຟູຂຶ້ນໃໝ່.
\v 36 ກະສັດເຮເຊກີຢາ ແລະ ປະຊາຊົນພາກັນຊົມຊື່ນຍິນດີ ເພາະພຣະເຈົ້າໄດ້ຊ່ວຍໃຫ້ເຮັດສິ່ງທັງໝົດນີ້ ສໍາເລັດຜົນຢ່າງວ່ອງໄວ.
\s5
\c 30
\p
\v 1-3 ເນື່ອງຈາກປະຊາຊົນບໍ່ອາດຈະສະຫລອງປັດສະຄາ ຕາມກໍານົດໃນ ເດືອນທີໜຶ່ງໄດ້ ເພາະປະໂຣຫິດທີ່ຊໍາລະຕົນໃຫ້ໝົດມົນທິນແລ້ວນັ້ນ ຍັງບໍ່ມີພຽງພໍ ແລະ ປະຊາຊົນສ່ວນຫລາຍກໍຍັງບໍ່ທັນໄດ້ມາ ເຕົ້າໂຮມກັນທີ່ນະຄອນເຢຣູຊາເລັມ. ດັ່ງນັ້ນ ກະສັດເຮເຊກີຢາ, ບັນດາຂ້າຣາຊການ ແລະ ປະຊາຊົນໃນນະຄອນເຢຣູຊາເລັມ ຈຶ່ງໄດ້ຕົກລົງກັນສະຫລອງງານນີ້ ໃນເດືອນທີສອງ. ສ່ວນກະສັດກໍໄດ້ປະກາດໄປຍັງປະຊາຊົນອິດສະຣາເອນ ແລະ ຢູດາ ໃຫ້ຮູ້ທົ່ວເຖິງກັນ. ເພິ່ນໄດ້ເອົາໃຈໃສ່ເປັນພິເສດແກ່ເຜົ່າເອຟຣາອິມ ແລະ ມານາເຊ ໂດຍສົ່ງຈົດໝາຍໄປເຊີນພວກເຂົາໃຫ້ມາທີ່ພຣະວິຫານຂອງອົງພຣະຜູ້ເປັນເຈົ້າ ໃນນະຄອນເຢຣູຊາເລັມ ເພື່ອສະຫລອງປັດສະຄາ ເປັນການຍ້ອງຍໍໃຫ້ກຽດອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງຊາດອິດສະຣາເອນ.
\s5
\v 4 ກະສັດ ແລະ ປະຊາຊົນຕ່າງກໍພໍໃຈນາໍແຜນການນີ້
\v 5 ສະນັ້ນ ພວກເຂົາຈຶ່ງເຊີນປະຊາຊົນອິດສະຣາເອນທັງໝົດມາຮ່ວມເປັນຈາໍນວນຫລວງຫລາຍ ກວ່າສະໄໝກ່ອນ ຄືເລີ່ມແຕ່ເມືອງດານ ທາງທິດຕາເວັນອອກ ຈົນຮອດເມືອງເບເອນເຊບາ ທາງທິດໃຕ້ ເພື່ອໃຫ້ພ້ອມກັນມາຍັງນະຄອນເຢຣູຊາເລັມ ສະຫລອງປັດສະຄາ ຕາມທີ່ກົດບັນຍັດໄດ້ບົ່ງໄວ້.
\s5
\v 6 ພວກຜູ້ສົ່ງຂ່າ​ວ ກໍໄດ້ອອກໄປທົ່ວທັງອານາຈັກຢູດາຍ ແລະ ອິດສະຣາເອນ ຕາມຄໍາສັ່ງຂອງກະສັດ ແລະ ບັນດາຂ້າຣາຊການຂອງເພິ່ນ, ໃນບັດເຊີນນັ້ນມີຖ້ອຍຄໍາ ດັ່ງນີ້: “ປະຊາຊົນອິດສະຣາເອນເອີຍ ພວກທ່ານຜູ້ທີ່ໄດ້ລອດຈາກການຮຸກຮານຂອງກອງທັບອັດຊີເຣຍ; ບັດນີ້ ຈົ່ງກັບຄືນມາຫາອົງພຣະຜູ້ເປັນເຈົ້າ ພຣະເຈົ້າທີ່ອັບຣາຮາມ, ອີຊາກ ແລະ ຢາໂຄບນະມັດສະການ ແລະ ພຣະອົງກໍຈະກັບຄືນມາຫາພວກທ່ານ.
\s5
\v 7 ຢ່າເປັນດັ່ງປູ່ຍ່າຕາຍາຍຂອງພວກທ່ານ ແລະ ພວກພີ່ນ້ອງອິດສະຣາເອນ ພວກທີ່ບໍ່ສັດຊື່ຕໍ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງບັນພະບຸລຸດຂອງພວກເຂົາ. ພວກທ່ານກໍເຫັນແລ້ວວ່າ ພຣະອົງລົງໂທດພວກເຂົາໜັກສໍ່າໃດ.
\v 8 ຢ່າດື້ດຶງດັ່ງພວກເຂົາ ແຕ່ຈົ່ງເຊື່ອຟັງອົງພຣະຜູ້ເປັນເຈົ້າ. ຈົ່ງມາຍັງພຣະວິຫານ ທີ່ນະຄອນເຢຣູຊາເລັມ ບ່ອນທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກທ່ານໄດ້ ເຮັດໃຫ້ເປັນບ່ອນບໍຣິສຸດຕະຫລອດໄປ ແລະ ນະມັດສະການພຣະອົງ ເພື່ອພຣະອົງຈະບໍ່ໂກດຮ້າຍພວກທ່ານຕໍ່ໄປ.
\v 9 ຖ້າພວກທ່ານກັບຄືນມາຫາອົງພຣະຜູ້ເປັນເຈົ້າແລ້ວ ພວກທີ່ຈັບພີ່ນ້ອງຂອງພວກທ່ານໄປເປັນ ຊະເລີຍນັ້ນ ກໍຈະມີຈິດໃຈເມດຕາຕໍ່ພວກເຂົາ ແລະ ສົ່ງພວກເຂົາກັບຄືນມາ. ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກທ່ານ ຊົງພຣະຄຸນ ແລະ ມີໃຈເມດຕາກະລຸນາ ແລະ ຖ້າພວກທ່ານກັບຄືນມາຫາພຣະອົງ ພຣະອົງກໍຈະຮັບເອົາພວກທ່ານໄວ້.”
\s5
\v 10 ພວກສົ່ງຂ່າວ ໄດ້ໄປທຸກ ໆ ເມືອງໃນເຂດແດນຂອງເຜົ່າເອຟຣາອິມ ແລະ ມານາເຊ ແລະ ໄກອອກໄປຈົນຮອດທາງເໜືອຂອງເຜົ່າເຊບູໂລນ ແຕ່ປະຊາຊົນຫົວເລາະ ແລະເຍາະເຍີ້ຍພວກເຂົາ.
\v 11 ຢ່າງໃດກໍຕາມ ຍັງມີບາງຄົນຈາກເຜົ່າອາເຊ, ມານາເຊ ແລະ ເຊບູໂລນ ຍິນດີຈະມາຍັງ ນະຄອນເຢຣູຊາເລັມ.
\v 12 ພຣະເຈົ້າໄດ້ກະທາໍໃນທ່າມກາງພວກຢູດາເຊັ່ນກັນ ແລະ ໃຫ້ ພວກເຂົາເປັນນໍ້າໜຶ່ງໃຈດຽວກັນ ຕັ້ງໃຈເຮັດຕາມພຣະປະສົງໂດຍປະຕິບັດຕາມຄໍາສັ່ງຂອງກະສັດ ແລະ ພວກຂ້າຣາຊການຂອງເພິ່ນ.
\s5
\v 13 ໃນເດືອນທີສອງ ໄດ້ມີປະຊາຊົນຢ່າງຫ ລວງຫລາຍມາເຕົ້າໂຮມກັນຢູ່ທີ່ນະຄອນເຢຣູຊາເລັມ ເພື່ອສະຫລອງເທດສະການ ເຂົ້າຈີ່ບໍ່ມີເຊື້ອແປ້ງ.
\v 14 ພວກເຂົາເລີ່ມຕົ້ນໂດຍເອົາແທ່ນທັງໝົດ ທີ່ໃຊ້ຖວາຍເຄື່ອງບູຊາ ແລະ ເຄື່ອງຫອມໃນນະຄອນເຢຣູຊາເລັມ ໂຍນລົງໃນຮ່ອມພູ ກິດໂຣນ.
\v 15 ແລະ ໃນມື້ທີສິບສີ່ຂອງເດືອນນັ້ນ ພວກເຂົາໄດ້ຂ້າລູກແກະສໍາລັບຖວາຍບູຊາໃນປັດສະຄາ. ປະໂຣຫິດ ແລະ ຊາວເລວີ ທີ່ບໍ່ໄດ້ ຊໍາລະຕົນໃຫ້ໝົດມົນທິນ ກໍຮູ້ສຶກລະອາຍໃຈ; ສະນັ້ນ ພວກເຂົາຈຶ່ງຊໍາລະຕົນໃຫ້ບໍຣິສຸດ ແລະ ບັດນີ້ ພວກເຂົາຖວາຍເຄື່ອງເຜົາບູຊາ ໃນພຣະວິຫານຂອງອົງພຣະຜູ້ເປັນເຈົ້າໄດ້.
\s5
\v 16 ພວກເຂົາໄດ້ເຂົ້າປະຈາໍໜ້າທີ່ຂອງຕົນໃນພຣະວິຫານ ຕາມຄໍາແນະນາໍທີ່ມີຢູ່ໃນກົດບັນຍັດຂອງໂມເຊ ຄົນຂອງພຣະເຈົ້າ. ຊາວເລວີ ໄດ້ນາໍເລືອດສັດສໍາລັບບູຊານັ້ນ ມາໃຫ້ປະໂຣຫິດຊິດໃສ່ແທ່ນບູຊາ.
\v 17 ເພາະວ່າ ມີຫລາຍຄົນໃນປະຊາຊົນນັ້ນ ທີ່ຍັງບໍ່ໄດ້ຊໍາລະຕົນໃຫ້ບໍຣິສຸດ ພວກເຂົາຈຶ່ງຂ້າແກະຖວາຍສໍາລັບປັດສະຄາ ບໍ່ໄດ້; ສະນັ້ນ ຊາວເລວີຈຶ່ງໄດ້ຂ້າແກະປັດສະຄາ ສໍາລັບທຸກຄົນທີ່ຍັງເປັນມົນທິນ ເພື່ອເຮັດໃຫ້ເຂົາບໍຣິສຸດ ແກ່ອົງພຣະຜູ້ເປັນເຈົ້າ.
\s5
\v 18 ນອກຈາກນີ້ ຍັງມີຫລາຍຄົນທີ່ມາຈາກ ເຜົ່າເອຟຣາອິມ, ມານາເຊ, ອິດຊາຄາ ແລະ ເຊບູໂລນ ຍັງບໍ່ໄດ້ເຮັດພິທີຊໍາລະຕົນໃຫ້ໝົດມົນທິນ; ສະນັ້ນ ພວກເຂົາຈຶ່ງໄດ້ເຮັດພິທີນີ້ຢ່າງບໍ່ຖືກຕ້ອງ. ກະສັດເຮເຊກີຢາ ຈຶ່ງພາວັນນາອະທິຖານເພື່ອພວກເຂົາວ່າ,
\v 19 “ຂ້າແດ່ອົງພຣະຜູ້ເປັນເຈົ້າ ຜູ້ປະເສີດເອີຍ ຂໍຊົງໂຜດຍົກໂທດໃຫ້ຜູ້ທີ່ເຕັມໃຈສະແຫວງຫາ ພຣະເຈົ້າ, ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງບັນພະບຸລຸດຂອງພວກເຂົາ ເຖິງແມ່ນວ່າ ພວກເຂົາຍັງເປັນມົນທິນຢູ່ກໍຕາມ. ”
\v 20 ອົງພຣະຜູ້ເປັນເຈົ້າ ໄດ້ຕອບຄໍາພາວັນນາອະທິຖານຂອງເຮເຊກີຢາ; ພຣະອົງໄດ້ຍົກໂທດໃຫ້ປະຊາຊົນ ແລະ ບໍ່ເຮັດໃຫ້ພວກເຂົາເປັນອັນຕະລາຍແຕ່ຢ່າງໃດ.
\s5
\v 21 ປະຊາຊົນ ທີ່ມາເຕົ້າໂຮມກັນຢູ່ໃນນະຄອນເຢຣູຊາເລັມ ໄດ້ສະຫລອງເທດສະການກິນເຂົ້າຈີ່ບໍ່ມີເຊື້ອແປ້ງດ້ວຍ ຄວາມຊົມຊື່ນຍິນດີ ເປັນເວລາເຈັດວັນ ແລະ ແຕ່ລະວັນພວກເລວີ ແລະ ບັນດາປະໂຣຫິດ ຕ່າງກໍສັນລະເສີນອົງພຣະຜູ້ເປັນເຈົ້າ ດ້ວຍສຸດກາໍລັງຂອງພວກເຂົາ. [ຕ]
\v 22 ເຮເຊກີຢາ ໄດ້ຊົມເຊີຍຊາວເລວີ ທີ່ມີຄວາມສາມາດສູງໃນການນາໍພາ ການນະມັດສະການອົງພຣະຜູ້ເປັນເຈົ້າໃນຄັ້ງນີ້. ຫລັງຈາກເຈັດວັນໃນລະຫວ່າງທີ່ພວກເຂົາຖວາຍເຄື່ອງບູຊາ ເພື່ອສັນລະເສີນອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງບັນພະບຸລຸດຂອງພວກເຂົາຢູ່ນັ້ນ
\s5
\v 23 ພວກເຂົາທຸກຄົນໄດ້ຕົກລົງກັນ ສະຫລອງຕໍ່ອີກເຈັດວັນ. ສະນັ້ນ ພວກເຂົາຈຶ່ງສະຫລອງດ້ວຍຄວາມຊົມຊື່ນຍິນດີ.
\v 24 ກະສັດເຮເຊກີຢາ ໄດ້ປະກອບສ່ວນງົວເຖິກໜຶ່ງພັນໂຕ ແລະ ແກະເຖິກເຈັດພັນໂຕ ເພື່ອໃຫ້ປະຊາຊົນຂ້າກິນ ແລະ ບັນດາຂ້າຣາຊການຂອງເພິ່ນກໍໄດ້ຊ່ວຍງົວເຖິກໜຶ່ງພັນໂຕ ແລະ ແກະເຖິກໜຶ່ງພັນໂຕ. ມີປະໂຣຫິດເປັນຈາໍນວນຫລວງຫລາຍ ໄດ້ຊໍາລະຕົນໃຫ້ໝົດມົນທິນ.
\s5
\v 25 ສະນັ້ນ ທຸກຄົນຈຶ່ງຊົມຊື່ນຍິນດີ ເປັນຕົ້ນ: ປະຊາຊົນຊາວຢູດາ, ບັນດາປະໂຣຫິດ ຊາວເລວີ, ປະຊາຊົນທີ່ມາແຕ່ທາງທິດເໜືອ, ຕະຫລອດທັງຊາວຕ່າງດ້າວ ທີ່ໄດ້ຕັ້ງຖິ່ນຖານຢູ່ຢ່າງຖາວອນໃນອານາຈັກຢູດາຍ ແລະ ອິດສະຣາເອນ.
\v 26 ນະຄອນເຢຣູຊາເລັມ ຈຶ່ງຟົດຟື້ນໄປດ້ວຍຄວາມຊົມຊື່ນຍິນດີອັນໃຫຍ່ ເພາະບໍ່ເຄີຍມີເຫດການເຊັ່ນນີ້ ເກີດຂຶ້ນນັບຕັ້ງແຕ່ສະໄໝຂອງກະສັດໂຊໂລໂມນ ລູກຊາຍຂອງດາວິດເປັນຕົ້ນມາ.
\v 27 ພວກປະໂຣຫິດ ແລະ ຊາວເລວີ ໄດ້ຂໍອົງພຣະຜູ້ເປັນເຈົ້າອວຍພອນປະຊາຊົນ. ພຣະເຈົ້າຜູ້ສະຖິດ ຢູ່ໃນສະຫວັນ ໄດ້ຍິນສຽງພາວັນນາອະທິຖານຂອງພວກເຂົາ ແລະ ພຣະອົງຈຶ່ງຮັບເອົາຄໍາພາວັນນາອະທິຖານເຫລົ່ານັ້ນ.
\s5
\c 31
\p
\v 1 ຫລັງຈາກເທດສະການສະຫລອງສິ້ນສຸດ ລົງແລ້ວ ປະຊາຊົນອິດສະຣາເອນທັງໝົດໄດ້ໄປຍັງເມືອງຕ່າງ ໆ ໃນຢູດາຍ ແລະ ໄດ້ທັບເສົາຫິນ, ຟັນສັນຍາລັກຂອງເຈົ້າແມ່ອາເຊຣາ ແລະ ທາໍລາຍແທ່ນບູຊາ ພ້ອມທັງບ່ອນຂາບໄຫວ້ອື່ນ ໆ ຖິ້ມໝົດ. ຕາມເມືອງຕ່າງ ໆ ຂອງຢູດາຍ ແລະ ເຂດແດນຕ່າງ ໆ ຂອງເຜົ່າເບັນຢາມິນ, ເອຟຣາອິມ ແລະ ມານາເຊ ພວກເຂົາກໍໄດ້ເຮັດຄືກັນ; ແລ້ວພວກເຂົາກໍແຍກຍ້າຍກັນກັບຄືນເມືອເຮືອນຂອງໃຜລາວ.
\s5
\v 2 ກະສັດເຮເຊກີຢາ ໄດ້ຈັດຕັ້ງຄະນະປົກຄອງປະໂຣຫິດ ແລະ ຊາວເລວີ ຂຶ້ນໃໝ່ຕາມໜ້າທີ່ສະເພາະຂອງໃຜລາວ. ໜ້າທີ່ເຫລົ່ານັ້ນ ລວມເອົາທັງການເຜົາຖວາຍບູຊາ ແລະ ການຖວາຍເພື່ອຄວາມສາມັກຄີທາໍ, ການປະກອບສ່ວນໃນພິທີນະມັດສະການທີ່ພຣະວິຫານ ແລະ ການຖວາຍຄໍາຍົກຍໍສັນລະເສີນ ແລະ ການໂມທະນາຂອບພຣະຄຸນ ໃນສ່ວນຕ່າງ ໆ ຂອງພຣະວິຫານ.
\v 3 ເພິ່ນໄດ້ຈັດຫາສັດຈາກຝູງແກະ ແລະ ຝູງງົວຂອງເພິ່ນເອງມາ ເພື່ອເຜົາຖວາຍບູຊາທຸກ ໆ ເຊົ້າ ແລະ ທຸກ ໆ ແລງສໍາລັບຖວາຍໃນວັນຊະບາໂຕ, ໃນວັນສະຫລອງເດືອນຂຶ້ນໃໝ່ ແລະໃນເທດສະການອື່ນ ໆ ທີ່ກົດບັນຍັດຂອງອົງພຣະຜູ້ເປັນເຈົ້າໄດ້ບົ່ງໄວ້.
\s5
\v 4 ນອກຈາກນີ້ອີກກະສັດຍັງບອກປະຊາຊົນໃນນະຄອນເຢຣູຊາເລັມ ໃຫ້ນາໍເຄື່ອງຖວາຍຊຶ່ງໄດ້ກາໍນົດໄວ້ສໍາລັບພວກປະໂຣຫິດ ແລະ ຊາວເລວີ ນັ້ນມາເພື່ອພວກເຂົາຈະໄດ້ອຸທິດເວລາທັງໝົດໃສ່ການປະຕິບັດ ຕາມກົດບັນຍັດຂອງອົງພຣະຜູ້ເປັນເຈົ້າບົ່ງໄວ້.
\v 5 ພໍກະສັດໄດ້ປະກາດອອກເທົ່ານັ້ນ ປະຊາຊົນອິດສະຣາເອນກໍໄດ້ນາໍຂອງຂວັນ ມາຖວາຍ ດັ່ງນີ້: ເຂົ້າເມັດງາມ, ເຫລົ້າອະງຸ່ນ, ນໍ້າມັນໝາກກອກເທດ, ນາໍ້ເຜິ້ງ ແລະ ພືດຜົນຊະນິດຕ່າງ ໆ ຈາກທົ່ງນາ ແລະ ພວກເຂົາຍັງໄດ້ນາໍໜຶ່ງສ່ວນສິບ [ຖ] ຂອງສັບພະທຸກສິ່ງທີ່ພວກເຂົາມີ ມາຖວາຍຄືກັນ.
\s5
\v 6 ປະຊາຊົນທຸກຄົນທີ່ໄດ້ອາໄສຢູ່ໃນເມືອງ ຕ່າງ ໆ ຂອງຢູດາຍ ຕ່າງກໍນາໍໜຶ່ງສ່ວນສິບຂອງງົວ ແລະ ແກະໃນຝູງມາຖວາຍ ແລະພວກເຂົາຍັງໄດ້ນາໍຂອງຂວັນຢ່າງຫລວງຫລາຍ ມາອຸທິດຖວາຍແກ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຂົາ.
\v 7 ເຄື່ອງຖວາຍນັ້ນ ໄດ້ເລີ່ມກອງສູງຂຶ້ນໃນເດືອນທີສາມ ແລະ ສືບຕໍ່ນາໍມາຈົນຮອດເດືອນທີສີ່.
\v 8 ເມື່ອກະສັດເຮເຊກີຢາ ແລະ ຂ້າຣາຊການຂອງເພິ່ນເຫັນເຄື່ອງຖວາຍ ທີ່ຄົນນາໍມາຢ່າງຫລວງຫລາຍເຊັ່ນນີ້ ຈຶ່ງສັນລະເສີນອົງພຣະຜູ້ເປັນເຈົ້າ ແລະ ຊົມເຊີຍປະຊາຊົນອິດສະຣາເອນ.
\s5
\v 9 ກະສັດໄດ້ຖາມບັນດາປະໂຣຫິດ ແລະ ຊາວເລວີ ເຖິງເຄື່ອງຖວາຍນັ້ນ;
\v 10 ແລະ ອາຊາຣີຢາ ກັບ ມະຫາປະໂຣຫິດຜູ້ທີ່ສືບເຊື້ອສາຍຈາກຊາດົກ ໄດ້ກ່າວແກ່ກະສັດວ່າ, “ນັບຕັ້ງແຕ່ປະຊາຊົນເລີ່ມນາໍເຄື່ອງມາຖວາຍ ໃນພຣະວິຫານຂອງອົງພຣະຜູ້ເປັນເຈົ້າ ພວກເຮົາມີອາຫານການກິນຢ່າງພຽງພໍ ແລະ ຍັງມີໄວ້ສໍາລອງອີກຢ່າງຫລວງຫລາຍ. ພວກເຮົາມີເຄື່ອງຂອງທັງໝົດນີ້ ເພາະອົງພຣະຜູ້ເປັນເຈົ້າໄດ້ອວຍພອນປະຊາຊົນຂອງພຣະອົງ. ”
\v 11 ຕາມຄໍາສັ່ງຂອງກະສັດ, ພວກເຂົາໄດ້ຕຽມຫ້ອງມ້ຽນເຄື່ອງໄວ້ໃນບໍລິເວນພຣະວິຫານຂອງອົງພຣະຜູ້ເປັນເຈົ້າ
\v 12 ແລະ ເອົາຂອງຂວັນກັບໜຶ່ງສ່ວນສິບທັງໝົດ ທີ່ຄົນໄດ້ນາໍມາຖວາຍສະສົມໄວ້ໃນທີ່ນັ້ນ. ພວກເຂົາໄດ້ແຕ່ງຕັ້ງຊາວເລວີ ຄົນໜຶ່ງໃຫ້ເປັນຜູ້ຮັບຜິດຊອບ ຊື່ວ່າ ໂກນານີຢາ ແລະໃຫ້ ຊີເມອີ ນ້ອງຊາຍຂອງລາວເປັນຜູ້ຊ່ວຍ.
\v 13 ພວກເຂົາມອບໝາຍໜ້າທີ່ໃຫ້ຊາວເລວີ ສິບຄົນເຮັດວຽກນາໍພວກເຂົາ ມີດັ່ງນີ້; ເຢຮີເອນ, ອາຊາຊີຢາ, ນາຮາດ, ອາຊາເຮນ, ເຢຣິໂມດ, ໂຢຊາບັດ, ເອລີເອນ, ອິດຊະມາກີຢາ, ມາຮາດ ແລະ ເບນາອີຢາ. ຄົນທັງໝົດນັ້ນ ແມ່ນຢູ່ພາຍໃຕ້ອໍານາດຂອງກະສັດ ເຮເຊກີຢາ ແລະ ມະຫາປະໂຣຫິດ ອາຊາຣີຢາ.
\s5
\v 14 ມີຄົນເລວີ ຜູ້ໜຶ່ງຊື່ວ່າ ໂກເຣ ລູກຊາຍຂອງອີມນາ ທີ່ເປັນນາຍເຝົ້າຍາມປະຕູທາງດ້ານຕາເວັນອອກ ເປັນຜູ້ຮັບຜິດຊອບໃນການຮັບເຄື່ອງຖວາຍດ້ວຍເຕັມໃຈແກ່ພຣະເຈົ້າ ເພື່ອຈະແຈກຢາຍເຄື່ອງຖວາຍຂອງອົງພຣະຜູ້ເປັນເຈົ້າ ແລະ ສິ່ງຂອງບໍຣິສຸດ ທີ່ສຸດທັງຫລາຍ.
\v 15 ໃນເມືອງຕ່າງ ໆ ບ່ອນທີ່ມີປະໂຣຫິດອາໄສຢູ່ກໍມີຄົນເລວີອື່ນ ໆ ຮັບຜິດຊອບໜ້າທີ່ນີ້ຢ່າງສັດຊື່ ດັ່ງນີ້: ເອເດນ, ມີນີອາມິນ, ເຢຊູອາ, ເຊມາອີຢາ, ອາມາຣີຢາ ແລະ ເຊການີຢາ. ພວກເຂົາໄດ້ແຈກອາຫານໃຫ້ແກ່ພີ່ນ້ອງຊາວເລວີເທົ່າກັນ ຕາມໜ້າທີ່ການຂອງພວກເຂົາ
\s5
\v 16 ແລະ ບໍ່ແມ່ນຕາມແຕ່ລະຕະກຸນ. ພວກເຂົາໄດ້ເອົາສ່ວນໜຶ່ງໃຫ້ແກ່ເພດຊາຍທຸກຄົນ ທີ່ມີອາຍຸສາມສິບປີ [ທ] ຂຶ້ນໄປຄືຜູ້ທີ່ຮັບຜິດຊອບແຕ່ລະວັນໃນພຣະວິຫານຂອງ ອົງພຣະຜູ້ເປັນເຈົ້າ ຕາມຕໍາແໜ່ງຂອງພວກເຂົາ.
\s5
\v 17 ພວກປະໂຣຫິດໄດ້ຮັບມອບໝາຍໜ້າທີ່ຕາມແຕ່ລະຕະກຸນ ແລະ ຊາວເລວີຜູ້ມີອາຍຸຊາວປີຂຶ້ນໄປກໍໄດ້ຮັບມອບໝາຍໜ້າທີ່ ຕາມທີ່ຕົນສັງກັດຢູ່.
\v 18 ທຸກຄົນໄດ້ຈົດຊື່ລົງທະບຽນພ້ອມກັບເມຍ, ລູກ ແລະ ຄົນອື່ນ ໆ ທີ່ຢູ່ໃຕ້ການເບິ່ງແຍງຂອງຕົນ; ເພື່ອຄວາມ ສັດຊື່ຂອງພວກເຂົາ ພວກເຂົາຈະຕ້ອງຊໍາລະ ຕົວຂອງພວກເຂົາໃຫ້ບໍຣິສຸດ.
\v 19 ໃນ ທ່າມກາງພວກປະໂຣຫິດ ທີ່ອາໄສຢູ່ຕາມເມືອງຕ່າງ ໆ ຊຶ່ງຖືກມອບໃຫ້ເປັນກໍາມະສິດ ຂອງເຊື້ອສາຍອາໂຣນ ຫລື ໃນບ່ອນລ້ຽງສັດ ທີ່ເປັນຂອງເມືອງນັ້ນ ກໍມີຄົນຮັບຜິດຊອບ ແຈກຢາຍອາຫານໃຫ້ຜູ້ຊາຍທຸກ ໆ ຄົນໃນຄອບຄົວຂອງປະໂຣຫິດ ແລະ ໃຫ້ທຸກ ໆ ຄົນໃນຕະກຸນເລວີ ທີ່ໄດ້ລົງບັນຊີລາຍຊື່ໄວ້
\s5
\v 20 ທົ່ວທັງຢູດາຍ ກະສັດເຮເຊກີຢາໄດ້ເຮັດສິ່ງທີ່ດີ ແລະຖືກຕ້ອງ ແລະພໍພຣະໄທອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງເພິ່ນ.
\v 21 ທຸກສິ່ງທີ່ເພິ່ນໄດ້ເຮັດສໍາລັບພຣະວິຫານຂອງພຣະເຈົ້າ, ໃນການປະຕິບັດຕາມກົດບັນຍັດ ໃນຂໍ້ຄໍາສັ່ງທັງຫລາຍ, ໃນການສະແຫວງຫາພຣະເຈົ້າຂອງເພິ່ນ ເພິ່ນໄດ້ເຮັດດ້ວຍໝົດຈິດໃຈຂອງເພິ່ນ ແລະ ເພິ່ນໄດ້ຈະເລີນຮຸ່ງເຮືອງຂື້ນ.
\s5
\c 32
\p
\v 1 ຫລັງຈາກທີ່ກະສັດເຮເຊກີຢາ ໄດ້ຮັບໃຊ້ ພຣະເຈົ້າຢ່າງສັດຊື່ຕາມທີ່ກ່າວມາແລ້ວນັ້ນ; ເຊັນນາເກຣິບ ຈັກກະພັດແຫ່ງອັດຊີເຣຍກໍໄດ້ມາຮຸກຮານອານາຈັກຢູດາຍ. ເພິ່ນໄດ້ປິດລ້ອມເມືອງຕ່າງ ໆ ທີ່ມີປ້ອມປ້ອງກັນ ແລະ ສັ່ງໃຫ້ກອງທັບຂອງເພິ່ນທະລຸກາໍແພງເມືອງ.
\s5
\v 2 ເມື່ອເຮເຊກີຢາ ເຫັນວ່າເຊັນນາເກຣິບຕັ້ງໃຈຈະໂຈມຕີນະຄອນເຢຣູຊາເລັມ ຄືກັນ
\v 3-4 ເພິ່ນແລະບັນດາຂ້າຣາຊການຂອງເພິ່ນໄດ້ຕັດສິນໃຈຕັນບ່ອນລໍາລຽງນໍ້າທີ່ນອກເມືອງ ເພື່ອບໍ່ໃຫ້ພວກອັດຊີເຣຍມີນໍ້າດື່ມ ເມື່ອພວກເຂົາຍົກທັບເຂົ້າມາໃກ້ນະຄອນເຢຣູຊາເລັມ. ດັ່ງນັ້ນ ບັນດາຂ້າຣາຊການຈຶ່ງນາໍປະຊາຊົນຈາໍນວນຫລວງຫລາຍ ໄປຖົມບໍ່ນາໍ້ທັງໝົດເພື່ອບໍ່ໃຫ້ມີນາໍ້ໄຫລອອກມາ.
\s5
\v 5 ກະ​ສັດ​ຍັງ​ໄດ້​ສ້ອມ​ແປ​ງ​ກຳ​ແພງ​ປ້ອງ​ກັນ​ເມືອງ​ໃຫ້​ເຂັ້​ມ​ແຂງ​ຂື້ນ ໂດຍ​ສ້າງ​ຫ​ໍ​ຄອຍ​ໄວ້​ຕາມ​ເທິ​ງ​ກຳ​ແພງ [ນ] ແລະ​ກໍ່​ສ້າງ​ກຳ​ແພງ​ຮອບນອກ​ອີກ​. ນອກ​ຈາກນີ້ ເພິ່ນ​ຍັງ​ໄດ້​ສ້ອມ​ແປງ​ບ່ອນ​ປ້ອງ​ກັນ​ທີ່​ມີ​ຢູ່​ທົ່ວ​ໄປ ທາງ​ດ້ານ​ທິດ​ຕາ​ເວັນ​ອອກ​ຂອງ​ນະ​ຄອນ​ເຢ​ຣູ​ຊາ​ເລັມ ຕາມ​ບໍ​ລິ​ເວນ​ທີ່​ເກົ່າ​ແກ່. ເພິ່ນ​ຍັງ​ເຮັດ​ຫອກ​ແລະ​ໂລ້​ເປັນ​ຈຳ​ນວນ​ຫລວງ​ຫລາຍ​ໄວ້​ອີກ.
\s5
\v 6 ເພິ່ນໄດ້ເກນຜູ້ຊາຍໃນນະຄອນທຸກຄົນ ໃຫ້ເຂົ້າປະຈາໍການ ໂດຍໃຫ້ຢູ່ໃຕ້ການບັນຊາຂອງນາຍທະຫານໃນກອງທັບ ແລະ ເອີ້ນພວກເຂົາໃຫ້ມາປະຊຸມກັນທີ່ສີ່ແຍກໃຈກາງ ເມືອງ. ແລ້ວເພິ່ນກໍໄດ້ກ່າວໜູນໃຈພວກເຂົາວ່າ,
\v 7 “ຈົ່ງເດັດດ່ຽວ ແລະ ກ້າຫານ ແລະຢ່າສູ່ຢ້ານຈັກກະພັດອັດຊີເຣຍ ຫລື ກອງທັບທີ່ລາວນາໍມາ. ພວກເຮົາມີອໍານາດຫລາຍກວ່າພວກເຂົາ.
\v 8 ພວກເຂົາມີອໍານາດຂອງມະນຸດ ແຕ່ພວກເຮົາມີອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຮົາຊ່ວຍຊູ ແລະ ຕໍ່ສູ້ເພື່ອພວກເຮົາ. ” ເມື່ອໄດ້ຍິນຖ້ອຍຄໍາທີ່ກະສັດຂອງພວກເຂົາກ່າວ ປະຊາຊົນກໍມີກໍາລັງໃຈຂຶ້ນ.
\s5
\v 9 ຕໍ່ມາ ຂະນະທີ່ເຊັນນາເກຣິບ ແລະ ກອງທັບຂອງຕົນຍັງຢູ່ທີ່ເມືອງລາກິດ ເພິ່ນໄດ້ສົ່ງສານມາຫາກະສັດເຮເຊກີຢາ ແລະ ປະຊາຊົນຊາວຢູດາ ທີ່ອາໄສຢູ່ໃນນະຄອນເຢຣູຊາເລັມກັບເພິ່ນ ໂດຍມີຖ້ອຍຄໍາດັ່ງນີ້:
\v 10 “ຂ້າພະເຈົ້າເຊັນນາເກຣິບ ຈັກກະພັດແຫ່ງ[ອັດ]ຊີເຣຍ ຂໍຖາມວ່າແມ່ນສິ່ງໃດທີ່ເຮັດ ໃຫ້ພວກເຈົ້າໝັ້ນໃຈ ຍັງຢູ່ໃນນະຄອນເຢຣູຊາເລັມ ທີ່ຖືກປິດລ້ອມນີ້.
\s5
\v 11 ເຮເຊກີຢາ ບອກພວກເຈົ້າວ່າອົງພຣະ ຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ຈະຊ່ວຍກູ້ພວກເຈົ້າຈາກອໍານາດຂອງພວກເຮົາ, ແຕ່ ເຮເຊກີຢາພວມຫລອກລວງພວກເຈົ້າ ແລະ ຈະພາພວກເຈົ້າຕາຍຍ້ອນອຶດເຂົ້າ ແລະ ຫິວນໍ້າ.
\v 12 ລາວເປັນຜູ້ທີ່ທາໍລາຍສະຖານທີ່ສູງ ແລະ ແທ່ນບູຊາຕ່າງ ໆ ຂອງພຣະອົງ ແຕ່ແລ້ວລາວກໍບອກປະຊາຊົນຊາວຢູດາ ກັບຊາວນະຄອນເຢຣູຊາເລັມ ນະມັດສະການ ແລະ ເຜົາຖວາຍບູຊາທີ່ເທິງແທ່ນບູຊາພຽງແຫ່ງດຽວ.
\s5
\v 13 ພວກເຈົ້າບໍ່ຮູ້ບໍວ່າ ບັນພະບຸລຸດຂອງເຮົາ ແລະ ເຮົາເອງໄດ້ເຮັດຕໍ່ຊົນຊາດອື່ນຢ່າງໃດ? ພະຂອງຊົນຊາດອື່ນ ໆ ຊ່ວຍປະຊາຊົນຂອງພວກເຂົາຈາກຈັກກະພັດອັດຊີເຣຍໄດ້ບໍ?
\v 14 ພະທັງໝົດຂອງຊົນຊາດເຫລົ່ານັ້ນ ເຄີຍຊ່ວຍປະເທດຂອງຕົນຈາກພວກເຮົາເມື່ອໃດ? ແລ້ວແມ່ນຫຍັງ ທີ່ເຮັດໃຫ້ພວກເຈົ້າຄິດວ່າ ພຣະເຈົ້າຂອງພວກເຈົ້າຊ່ວຍພວກເຈົ້າໄດ້?
\v 15 ບັດນີ້ ຢ່າປ່ອຍໃຫ້ເຮເຊກີຢາຫລອກລວງ ຫລື ນາໍພາ ພວກເຈົ້າໄປໃນທາງຜິດຢ່າງນັ້ນເລີຍ. ຢ່າສູ່ເຊື່ອລາວ ບໍ່ມີພະຂອງຊົນຊາດໃດດອກ ທີ່ສາມາດຊ່ວຍປະຊາຊົນຂອງຕົນຈາກຈັກກະພັດອັດຊີເຣຍໄດ້. ສະນັ້ນ ຈຶ່ງແນ່ນອນ ທີ່ສຸດວ່າພຣະຂອງພວກເຈົ້າກໍຊ່ວຍພວກເຈົ້າບໍ່ໄດ້ຄືກັນ.”
\s5
\v 16 ບັນດາຂ້າຣາຊການອັດຊີເຣຍ ເວົ້າສິ່ງທີ່ຕໍ່າຊ້າຕໍ່ສູ້ອົງພຣະຜູ້ເປັນເຈົ້າ ພຣະເຈົ້າແລະ ຕໍ່ສູ້ກະສັດເຮເຊກີຢາ ຜູ້ຮັບໃຊ້ຂອງພຣະອົງ.
\v 17 ເພິ່ນຍັງໄດ້ຂຽນຈົດໝາຍໝິ່ນປະໝາດອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງຊາດອິດສະຣາເອນ ມີຖ້ອຍຄໍາຕໍ່ສູ້ພຣະອົງວ່າ, “ພະຂອງຊົນຊາດອື່ນນັ້ນ ບໍ່ໄດ້ຊ່ວຍປະຊາຊົນຂອງຕົນຈາກອໍານາດຂອງເຮົາ ແລະ ພຣະເຈົ້າຂອງເຮເຊກີຢາ ຈະຊ່ວຍປະຊາຊົນຂອງຕົນຈາກເຮົາ ບໍ່ໄດ້ຄືກັນ.”
\s5
\v 18 ຂ້າຣາຊການໄດ້ຮ້ອງກ່າວຖ້ອຍຄໍາເຫລົ່ານີ້ເປັນພາສາເຮັບເຣີ ໃສ່ປະຊາຊົນນະຄອນເຢຣູຊາເລັມ ທີ່ຢູ່ເທິງກາໍແພງເມືອງ ເພື່ອນາບຂູ່ໃຫ້ຢ້ານ ແລະໃຫ້ເສຍກາໍລັງໃຈ; ແລ້ວພວກເຂົາກໍຈະເຂົ້າຢຶດເມືອງໄດ້ຢ່າງງ່າຍດາຍ.
\v 19 ພວກເຂົາໄດ້ເວົ້າໃສ່ພຣະເຈົ້າຂອງຊາວນະຄອນເຢຣູຊາເລັມ ຢ່າງດຽວກັບບັນດາພະຂອງຊົນຊາດອື່ນ ຄື ພະເປັນຮູບປັ້ນທີ່ມືມະນຸດໄດ້ສ້າງຂຶ້ນ.
\s5
\v 20 ແລ້ວກະສັດເຮເຊກີຢາ ແລະຜູ້ທາໍນວາຍເອຊາຢາ ລູກຊາຍຂອງອາໂມດ ກໍໄດ້ພາວັນນາອະທິຖານໃນເລື່ອງນັ້ນ ແລະຮ້ອງໄຫ້ຫາຟ້າສະຫວັນ.
\v 21 ອົງພຣະຜູ້ເປັນເຈົ້າຈຶ່ງ ໃຊ້ເທວະດາຕົນໜຶ່ງມາຂ້າທະຫານ ແລະ ນາຍທະຫານຂອງກອງທັບອັດຊີເຣຍ. ສະນັ້ນ ຈັກກະພັດຈຶ່ງໄດ້ກັບຄືນເມືອປະເທດຢ່າງອັບອາຍຂາຍໜ້າ. ມື້ໜຶ່ງ ເມື່ອເພິ່ນຍັງຢູ່ໃນວິຫານພະຂອງເພິ່ນ ລູກຊາຍເພິ່ນບາງຄົນໄດ້ໃຊ້ດາບສັງຫານເພິ່ນເສຍ.
\s5
\v 22 ດັ່ງນັ້ນ ອົງພຣະຜູ້ເປັນເຈົ້າ ຈຶ່ງໄດ້ຊ່ວຍກູ້ເອົາກະສັດເຮເຊກີຢາ ແລະ ປະຊາຊົນ ຊາວອິດສະຣາເອນ ຈາກອໍານາດຂອງເຊັນນາເກຣິບ ຈັກກະພັດແຫ່ງອັດຊີເຣຍ ແລະ ຈາກເຫລົ່າສັດຕູອື່ນ ໆ ອີກຂອງເພິ່ນ. ພຣະອົງໄດ້ເຮັດໃຫ້ປະຊາຊົນຢູ່ຢ່າງສະຫງົບສຸກ [ບ] ກັບປະເທດໃກ້ຄຽງ.
\v 23 ມີຫລາຍ ຄົນໄດ້ມາຍັງນະຄອນເຢຣູຊາເລັມ ເພື່ອນາໍເຄື່ອງຂອງມາຖວາຍແກ່ອົງພຣະຜູ້ເປັນເຈົ້າ ພ້ອມທັງນາໍຂອງຂວັນມາໃຫ້ເຮເຊກີຢາດ້ວຍ; ສະນັ້ນ ຕັ້ງແຕ່ນັ້ນມາຊົນຊາດທັງຫລາຍຈຶ່ງຍ້ອງຍໍໃຫ້ກຽດເຮເຊກີຢາ.
\s5
\v 24 ໃນເວລານັ້ນ ກະສັດເຮເຊກີຢາໄດ້ລົ້ມປ່ວຍໜັກເກືອບຈະສິ້ນໃຈຕາຍ. ເພິ່ນຈຶ່ງພາວັນນາອະທິຖານອົງພຣະຜູ້ເປັນເຈົ້າ ແລະ ພຣະອົງໄດ້ສໍາແດງໝາຍສໍາຄັນໃຫ້ຮູ້ວ່າ ເພິ່ນຈະດີ.
\v 25 ແຕ່ ເຮເຊກີຢາມີໃຈຈອງຫອງຂຶ້ນ, ເພິ່ນຈຶ່ງບໍ່ໄດ້ສະແດງຄວາມຮູ້ບຸນຄຸນໃນສິ່ງທີ່ເພິ່ນໄດ້ຮັບ, ຄວາມໂກດຮ້າຍຂອງພຣະອົງ ຈຶ່ງລົງມາເຖິງເພິ່ນ, ເຖິງຢູດາ ພ້ອມນະຄອນເຢຣູຊາເລັມ ກໍໄດ້ຮັບຄວາມ ລໍາບາກ.
\v 26 ແຕ່ໃນທີ່ສຸດເຮເຊກີຢາ ແລະ ປະຊາຊົນຊາວນະຄອນເຢຣູຊາເລັມ ໄດ້ຖ່ອມຕົວລົງ; ສະນັ້ນອົງພຣະຜູ້ເປັນເຈົ້າຈຶ່ງບໍ່ໄດ້ລົງ ໂທດປະຊາຊົນ ຈົນກວ່າເຮເຊກີຢາໄດ້ຕາຍໄປ.
\s5
\v 27 ກະສັດເຮເຊກີຢາ ໄດ້ກາຍເປັນຜູ້ຮັ່ງມີ ແລະ ທຸກຄົນກໍຍ້ອງຍໍໃຫ້ກຽດເພິ່ນ. ເພິ່ນໄດ້ສ້າງຫ້ອງມ້ຽນຊັບສົມບັດທັງຫລາຍ ຄື ເງິນ, ຄໍາ, ແກ້ວປະເສີດ, ເຄື່ອງເທດ, ໂລ້ ແລະ ຂອງມີຄ່າອື່ນ ໆ.
\v 28 ນອກຈາກນີ້ ເພິ່ນຍັງສ້າງຫ້ອງມ້ຽນເຂົ້າ, ເຫລົ້າອະງຸ່ນ, ນາໍ້ມັນໝາກກອກເທດ; ສ້າງຄອກງົວ ແລະ ຄອກແກະ.
\v 29 ນອກເໜືອຈາກສິ່ງເຫລົ່ານີ້ທັງ ໝົດ ພຣະເຈົ້າຍັງໃຫ້ເພິ່ນມີແກະ ແລະ ງົວຢ່າງຫລວງຫລາຍຕື່ມ ແລະ ຊັບສົມບັດອື່ນ ໆ ອີກມາກມາຍ ຈົນເພິ່ນສ້າງຫລາຍເມືອງຂຶ້ນໃໝ່.
\s5
\v 30 ແມ່ນກະສັດເຮເຊກີຢາ ທີ່ເປັນຜູ້ອັດຮູນໍ້າທີ່ໄຫລໄປຍັງເມືອງກີໂຫນ ແລະ ເຮັດຮູນາໍ້ໃຫ້ໄຫລໄປຕາມອຸບມຸງ ຜ່ານກໍາແພງຂອງນະຄອນເຢຣູຊາເລັມ. ເຮເຊກີຢາໄດ້ເຮັດທຸກສິ່ງເປັນຜົນສໍາເລັດ
\v 31 ແລະ ແມ່ນແຕ່ຄະນະທູດຊາວບາບີໂລນ ກໍຍັງມາສອບຖາມເພິ່ນກ່ຽວກັບເຫດການອັນແປກປະຫລາດ ທີ່ເກີດຂຶ້ນໃນອານາຈັກຂອງເພິ່ນ. ພຣະເຈົ້າໄດ້ປ່ອຍໃຫ້ເພິ່ນດໍາເນີນການໂດຍຕົນເອງ ເພື່ອລອງເບິ່ງນິໄສໃຈຄໍຂອງເພິ່ນ.
\s5
\v 32 ສິ່ງອື່ນ ໆ ອີກທີ່ກະສັດເຮເຊກີຢາ ໄດ້ເຮັດຕະຫລອດທັງການດີທັງຫລາຍຂອງເພິ່ນ ແມ່ນໄດ້ຖືກບັນທຶກໄວ້ໃນໜັງສືນິມິດຂອງຜູ້ທາໍນວາຍ ເອຊາຢາ ລູກຊາຍຂອງອາໂມດ ແລະ ໃນປຶ້ມປະຫວັດສາດຂອງບັນດາກະສັດ ແຫ່ງຢູດາ ແລະ ອິດສະຣາເອນ.
\v 33 ເຮເຊກີຢາໄດ້ຕາຍໄປ ແລະ ຖືກຝັງໄວ້ທີ່ສ່ວນ ເທິງຂອງອຸບມຸງແຫ່ງກະສັດ. ປະຊາຊົນທັງໝົດໃນອານາຈັກຢູດາຍ ແລະ ອິດສະຣາເອນ ໄດ້ເທີດທູນໃຫ້ກຽດເພິ່ນຢ່າງສູງເມື່ອເພິ່ນຕາຍໄປ. ແລ້ວເຈົ້າມານາເຊ ລູກຊາຍຂອງເພິ່ນກໍຂຶ້ນເປັນກະສັດປົກຄອງແທນ.
\s5
\c 33
\p
\v 1 ເຈົ້າມານາເຊ ໄດ້ຂຶ້ນເປັນກະສັດແຫ່ງຢູດາຍ ເມື່ອເພິ່ນອາຍຸສິບສອງປີ ແລະ ໄດ້ປົກຄອງຢູ່ທີ່ນະຄອນເຢຣູຊາເລັມ ເປັນເວລາ ຫ້າສິບຫ້າປີ.
\v 2 ເພິ່ນໄດ້ປະຕິບັດຕາມພິທີການຕ່າງ ໆ ຂອງຊົນຊາດທີ່ອົງພຣະຜູ້ເປັນເຈົ້າໄດ້ຂັບໄລ່ອອກໄປຈາກດິນແດນ ເມື່ອປະຊາຊົນຂອງພຣະອົງໄດ້ບຸກໜ້າເຂົ້າໄປນັ້ນ ມານາເຊໄດ້ເຮັດບາບຕໍ່ສູ້ອົງພຣະຜູ້ເປັນເຈົ້າ.
\v 3 ເພິ່ນໄດ້ສ້າງບ່ອນຂາບໄຫວ້ຂອງຄົນບໍ່ນັບຖືພຣະເຈົ້າ ຊຶ່ງເຮເຊກີຢາພໍ່ຂອງເພິ່ນໄດ້ທາໍລາຍນັ້ນຂຶ້ນໃໝ່. ເພິ່ນຍັງສ້າງແທ່ນບູຊາສໍາລັບຂາບໄຫວ້ພະບາອານ, ສ້າງຮູບເຈົ້າແມ່ອາເຊຣາ ແລະ ຂາບໄຫວ້ ຕາເວັນ, ເດືອນ, ດາວ.
\s5
\v 4 ເພິ່ນຍັງສ້າງແທ່ນບູຊາຂອງຄົນບໍ່ນັບຖືພຣະເຈົ້າຂຶ້ນໃນພຣະວິຫານຂອງອົງພຣະຜູ້ເປັນເຈົ້າ ບ່ອນທີ່ອົງພຣະຜູ້ເປັນເຈົ້າ ໄດ້ກ່າວໄວ້ວ່າຈະຕ້ອງເປັນທີ່ນະມັດສະການພຣະອົງຕະຫລອດໄປ.
\v 5 ຢູ່ໃນເດີ່ນສອງບ່ອນຂອງພຣະວິຫານຂອງອົງພຣະຜູ້ເປັນເຈົ້າ ເພິ່ນໄດ້ສ້າງແທ່ນບູຊາສໍາລັບຂາບໄຫວ້ ຕາເວັນ, ເດືອນ, ດາວ.
\v 6 ເພິ່ນຍັງເຜົາລູກຊາຍຂອງຕົນເປັນເຄື່ອງບູຊາ ຢູ່ໃນຮ່ອມພູຮິນໂນມ. ເພິ່ນໄດ້ຝຶກເວດມົນຄາຖາ ແລະ ປຶກສາໝໍມໍ. ເພິ່ນໄດ້ເຮັດບາບຢ່າງໃຫຍ່ຫລວງຕໍ່ສູ້ອົງພຣະຜູ້ເປັນເຈົ້າ ແລະ ເຮັດໃຫ້ພຣະອົງໂກດຮ້າຍ.
\s5
\v 7 ເພິ່ນຍັງເອົາເທວະຮູບ ມາໄວ້ໃນພຣະວິຫານຂອງພຣະເຈົ້າ ບ່ອນທີ່ພຣະເຈົ້າໄດ້ກ່າວແກ່ດາວິດ ແລະ ໂຊໂລໂມນ ລູກຊາຍຂອງເພິ່ນວ່າ, “ໃນນະຄອນເຢຣູຊາເລັມ ຄື ໃນວິຫານນີ້ແມ່ນບ່ອນທີ່ເຮົາໄດ້ເລືອກເອົາໃນ ທ່າມກາງເຂດແດນທັງໝົດ ໃນສິບສອງເຜົ່າຂອງຊາດອິດສະຣາເອນ ໃຫ້ເປັນບ່ອນທີ່ຄົນ ນະມັດສະການເຮົາ.
\v 8 ແລະ ຖ້າປະຊາຊົນອິດສະຣາເອນເຮັດຕາມຂໍ້ຄໍາສັ່ງທັງໝົດຂອງເຮົາ ແລະ ຮັກສາກົດບັນຍັດທີ່ໂມເຊ ຂ້າຮັບໃຊ້ຂອງເຮົາໄດ້ມອບໃຫ້ແກ່ພວກເຂົາແລ້ວ ເຮົາກໍຈະບໍ່ອະນຸຍາດໃຫ້ພວກເຂົາຖືກຂັບໄລ່ ອອກໜີໄປຈາກດິນແດນ ທີ່ເຮົາໄດ້ມອບໃຫ້ ແກ່ບັນພະບຸລຸດຂອງພວກເຂົາ. ”
\v 9 ມານາເຊ ໄດ້ນາໍພາປະຊາຊົນຊາວຢູດາ ເຮັດ ບາບໜັກຫລາຍຂຶ້ນກວ່າຊົນຊາດອື່ນ ໆ ທີ່ອົງພຣະຜູ້ເປັນເຈົ້າໄດ້ຂັບໄລ່ອອກໄປຈາກດິນແດນ ເມື່ອປະຊາຊົນຂອງພຣະອົງໄດ້ບຸກໜ້າເຂົ້າມານັ້ນ.
\s5
\v 10 ເຖິງແມ່ນວ່າ ອົງພຣະຜູ້ເປັນເຈົ້າໄດ້ເຕືອນມານາເຊ ແລະ ປະຊາຊົນຂອງພຣະອົງແລ້ວກໍດີ ແຕ່ພວກເຂົາກໍບໍ່ຍອມຟັງ.
\v 11 ສະນັ້ນ ອົງພຣະຜູ້ເປັນເຈົ້າຈຶ່ງໃຫ້ຜູ້ບັນຊາການກອງທັບອັດຊີເຣຍ ມາຮຸກຮານຢູດາຍ. ພວກເຂົາໄດ້ຈັບມານາເຊ ເອົາເບັດເກາະຄໍເພິ່ນທັງລ່າມໂສ້ ແລະ ນາໍເພິ່ນໄປຍັງ ນະຄອນບາບີໂລນ.
\s5
\v 12 ເມື່ອໄດ້ທົນທຸກຢູ່ເຊັ່ນນັ້ນ ເພິ່ນຈຶ່ງຖ່ອມຕົວລົງ ແລະ ຫັນມາຫາອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງເພິ່ນ ແລະ ຖ່ອມຕົວລົງຫລາຍຕໍ່ໜ້າພຣະເຈົ້າຂອງບັນພະບຸລຸດຂອງເພິ່ນ ແລະ ໄດ້ພາວັນນາອະທິຖານຕໍ່ພຣະອົງ.
\v 13 ພຣະເຈົ້າຮັບເອົາຄໍາພາວັນນາອະທິຖານຂອງມານາເຊ ໂດຍເຮັດໃຫ້ເພິ່ນກັບມາຍັງນະຄອນເຢຣູຊາເລັມ ເພື່ອປົກຄອງອານາຈັກ ອີກ. ເຫດການນີ້ໄດ້ເຮັດໃຫ້ເພິ່ນມີຄວາມແນ່ໃຈວ່າ ອົງພຣະຜູ້ເປັນເຈົ້າແມ່ນພຣະເຈົ້າ.
\s5
\v 14 ຫລັງຈາກນີ້ ມານາເຊ ໄດ້ຕໍ່ກາໍແພງ ຮອບນອກຂອງເມືອງດາວິດ ທາງດ້ານຕາເວັນອອກໃຫ້ສູງຂຶ້ນ ຕັ້ງແຕ່ຈຸດໜຶ່ງໃນຮ່ອມພູໃກ້ກັບນາໍ້ພຸ ກີໂຫນ ທາງທິດເໜືອຈົນເຖິງປະຕູໜອງປາ ແລະ ຮອດບໍລິເວນຂອງເມືອງທີ່ມີຊື່ວ່າ ໂອເຟນ. ເພິ່ນຍັງໃຫ້ນາຍ ທະຫານໃນກອງທັບປະຈາໍການຢູ່ຕາມແຕ່ລະເມືອງໃນຢູດາຍ ທີ່ມີປ້ອມປ້ອງກັນ.
\v 15 ເພິ່ນໄດ້ຮື້ພະຕ່າງຊາດ ແລະ ເທວະຮູບທີ່ຕົນ ໄດ້ນາໍມາໄວ້ໃນທີ່ນັ້ນອອກໄປຈາກພຣະວິຫານຂອງອົງພຣະຜູ້ເປັນເຈົ້າ; ເພິ່ນໄດ້ຮື້ແທ່ນບູຊາທັງໝົດທີ່ເພິ່ນໄດ້ສ້າງເທິງພູ ບ່ອນທີ່ພຣະວິຫານຂອງອົງພຣະຜູ້ເປັນເຈົ້າຕັ້ງຢູ່ ແລະ ທີ່ອື່ນ ໆ ອີກໃນນະຄອນເຢຣູຊາເລັມ ເອົາໄປຖິ້ມທີ່ນອກເມືອງ.
\s5
\v 16 ເພິ່ນຍັງໄດ້ສ້ອມແປງແທ່ນບູຊາຂອງອົງພຣະຜູ້ເປັນເຈົ້າຄືນໃໝ່ ແລະ ເພິ່ນໄດ້ຖວາຍບູຊາເພື່ອຄວາມສາມັກຄີທາໍ ແລະ ເພື່ອໂມທະນາຂອບພຣະຄຸນ ທີ່ເທິງແທ່ນບູຊານັ້ນ. ເພິ່ນໄດ້ສັ່ງໃຫ້ປະຊາຊົນຊາວຢູດາ ທັງໝົດນະມັດສະການອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງຊາດອິດສະຣາເອນ.
\v 17 ເຖິງແມ່ນວ່າປະຊາຊົນຍັງສືບຕໍ່ຖວາຍເຄື່ອງ ບູຊາຕາມບ່ອນນະມັດສະການອື່ນ ໆ ກໍຕາມ; ແຕ່ພວກເຂົາກໍຖວາຍບູຊາແກ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຂົາເທົ່ານັ້ນ.
\s5
\v 18 ສິ່ງອື່ນ ໆ ອີກທີ່ກະສັດມານາເຊ ໄດ້ເຮັດລວມທັງຄໍາພາວັນນາອະທິຖານ ທີ່ເພິ່ນໄດ້ສະເໜີຕໍ່ພຣະເຈົ້າຂອງເພິ່ນ ແລະ ຖ້ອຍຄໍາຂອງຜູ້ທາໍນວາຍທີ່ໄດ້ເວົ້າກັບເພິ່ນ ໃນນາມຂອງອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງຊາດອິດສະຣາເອນ ນັ້ນ; ທັງໝົດແມ່ນ ໄດ້ຖືກບັນທຶກໄວ້ໃນປຶ້ມປະຫວັດສາດຂອງບັນດາກະສັດແຫ່ງອິດສະຣາເອນ.
\v 19 ຄໍາພາວັນນາອະທິຖານຂອງກະສັດ ພ້ອມທັງຄໍາຕອບຂອງພຣະເຈົ້າ ແລະ ເລື່ອງການເຮັດບາບຕ່າງ ໆ ກ່ອນເພິ່ນກັບໃຈໃໝ່ ເຊັ່ນ: ການກະທາໍຊົ່ວຂອງເພິ່ນ, ບ່ອນຂາບໄຫວ້ຂອງຄົນບໍ່ນັບຖືພຣະເຈົ້າ ສັນຍາລັກຂອງເຈົ້າແມ່ອາເຊຣາ ຊຶ່ງເພິ່ນໄດ້ເຮັດຂຶ້ນ ແລະ ຮູບເຄົາຣົບທີ່ເພິ່ນຂາບໄຫວ້ ແມ່ນໄດ້ບັນທຶກໄວ້ໃນປຶ້ມປະຫວັດສາດຂອງພວກຜູ້ທໍານວາຍ.
\v 20 ມານາເຊ ໄດ້ຕາຍໄປ ແລະ ຖືກຝັງໄວ້ໃນ ຣາຊວັງ ແລະ ເຈົ້າອາໂມນ ລູກຊາຍຂອງເພິ່ນໄດ້ຂຶ້ນເປັນກະສັດປົກຄອງແທນ.
\s5
\v 21 ເຈົ້າອາໂມນ ໄດ້ຂຶ້ນເປັນກະສັດແຫ່ງຢູດາຍ ເມື່ອເພິ່ນອາຍຸຊາວສອງປີ ແລະ ໄດ້ປົກຄອງຢູ່ທີ່ນະຄອນເຢຣູຊາເລັມ ເປັນເວລາສອງປີ.
\v 22 ດັ່ງກະສັດມານາເຊຜູ້ເປັນພໍ່ ເພິ່ນເຮັດບາບຕໍ່ສູ້ອົງພຣະຜູ້ເປັນເຈົ້າ ແລະ ຂາບໄຫວ້ຮູບເຄົາຣົບທີ່ພໍ່ຂອງຕົນໄດ້ຂາບໄຫວ້.
\v 23 ແຕ່ຕ່າງກັບພໍ່ຄືເພິ່ນບໍ່ຍອມຖ່ອມໃຈ ແລະ ຫັນມາຫາອົງພຣະຜູ້ເປັນເຈົ້າ ແລະ ຍິ່ງເຮັດບາບຫລາຍກວ່າພໍ່ອີກຊໍ້າ.
\s5
\v 24 ບັນດາຂ້າຣາຊການຂອງອາໂມນ ໄດ້ວາງແຜນສັງຫານເພິ່ນຢູ່ໃນຣາຊວັງ.
\v 25 ຕໍ່ມາ ປະຊາຊົນຊາວຢູດາໄດ້ຂ້າພວກທີ່ສັງຫານອາໂມນ ແລ້ວພວກເຂົາກໍໄດ້ແຕ່ງຕັ້ງ ເຈົ້າໂຢສີຢາ ລູກຊາຍຂອງເພິ່ນໃຫ້ຂຶ້ນເປັນ ກະສັດປົກຄອງແທນ.
\s5
\c 34
\p
\v 1 ເຈົ້າໂຢສີຢາ ໄດ້ຂຶ້ນເປັນກະສັດແຫ່ງຢູດາຍ ເມື່ອເພິ່ນອາຍຸແປດປີ ແລະ ໄດ້ປົກຄອງຢູ່ທີ່ນະຄອນເຢຣູຊາເລັມ ເປັນເວລາສາມສິບເອັດ ປີ.
\v 2 ເພິ່ນໄດ້ເຮັດໃນສິ່ງທີ່ອົງພຣະຜູ້ເປັນເຈົ້າພໍພຣະໄທ ຄື ເພິ່ນກະທາໍຕາມແບບຢ່າງຂອງກະສັດດາວິດ ບັນພະບຸລຸດຂອງເພິ່ນ ໂດຍໄດ້ປະຕິບັດຕາມກົດບັນຍັດທັງໝົດຂອງພຣະເຈົ້າ ຢ່າງເຄັ່ງຄັດ.
\v 3 ໃນຣາຊການປີທີແປດ ທີ່ໂຢສີຢາເປັນກະສັດ ຄື ໃນເວລາທີ່ເພິ່ນຍັງເປັນເດັກນ້ອຍຢູ່ນັ້ນ ເພິ່ນເລີ່ມຕົ້ນນະມັດສະການ ພຣະເຈົ້າຂອງກະສັດດາວິດ ບັນພະບຸລຸດຂອງເພິ່ນ. ສີ່ປີຕໍ່ມາ ເພິ່ນເລີ່ມຕົ້ນທາໍລາຍບ່ອນຂາບໄຫວ້ພະຂອງຄົນບໍ່ນັບຖືພຣະເຈົ້າ ສັນຍາລັກຂອງເຈົ້າແມ່ອາເຊຣາ ແລະຮູບເຄົາຣົບອື່ນ ໆ ທັງໝົດ.
\s5
\v 4 ໂດຍພາຍໃຕ້ການຊີ້ນາໍຂອງກະສັດ ຄົນຂອງເພິ່ນໄດ້ທາໍລາຍແທ່ນບູຊາທັງໝົດທີ່ເປັນບ່ອນຂາບໄຫວ້ພະບາອານ ຈົນໝຸ່ນທະລາຍ ແລະ ຮື້ແທ່ນເຜົາເຄື່ອງຫອມທີ່ຢູ່ໃກ້ນັ້ນລົງ. ພວກເຂົາໄດ້ບົດໃຫ້ໝຸ່ນ ຄື: ຮູບເຈົ້າແມ່ອາເຊຣາ ແລະ ຮູບເຄົາຣົບອື່ນ ໆ ທັງໝົດ; ແລ້ວກໍໂຮຍຂີ້ຝຸ່ນນັ້ນໃສ່ເທິງຂຸມຝັງສົບຂອງຄົນທີ່ຖືກເຜົາບູຊາໃຫ້ພະເຫລົ່ານັ້ນ.
\v 5 ເພິ່ນໄດ້ເຜົາກະດູກພວກປະໂຣຫິດຂອງຄົນບໍ່ນັບຖືພຣະເຈົ້າ ທີ່ເທິງແທ່ນບູຊາບ່ອນພວກເຂົາຂາບໄຫວ້. ເພິ່ນໄດ້ຊໍາລະອານາຈັກ ຢູດາຍ ແລະ ນະຄອນເຢຣູຊາເລັມໃຫ້ໝົດສິ້ນ ມົນທິນ ໂດຍການເຮັດສິ່ງທັງໝົດນັ້ນ.
\s5
\v 6 ເພິ່ນເຮັດເໝືອນກັນໃນເມືອງຕ່າງ ໆ ແລະໃນບໍລິເວນທີ່ຖືກທາໍລາຍຂອງມານາເຊ, ເອຟຣາອິມ ແລະ ຊີເມໂອນ ແລະ ຈົນຮອດເໜືອສຸດຂອງເນັບທາລີ
\v 7 ທົ່ວເຂດແດນທາງພາກເໜືອຂອງອານາຈັກ ເພິ່ນໄດ້ທາໍລາຍຈົນໝຸ່ນທະລາຍ ແທ່ນບູຊາທັງຫລາຍ ແລະສັນຍາລັກເຈົ້າແມ່ອາເຊຣາ, ບົດຮູບເຄົາຣົບໃຫ້ໝຸ່ນ ແລະທັບແທ່ນເຜົາເຄື່ອງຫອມໃຫ້ ແຕກເປັນປ່ຽງ ໆ. ແລ້ວເພິ່ນກໍໄດ້ກັບຄືນມາຍັງນະຄອນເຢຣູຊາເລັມ.
\s5
\v 8 ໃນຣາຊການປີທີສິບແປດ ຫລັງຈາກທີ່ເພິ່ນໄດ້ຊໍາລະດິນແດນ ແລະ ພຣະວິຫານ ໂດຍໃຫ້ຢຸດຂາບໄຫວ້ຕາມຢ່າງຄົນບໍ່ນັບຖືພຣະເຈົ້າແລ້ວ ກະສັດໂຢສີຢາ ໄດ້ສົ່ງສາມຄົນມີດັ່ງນີ້: ຊາຟັນ ລູກຊາຍຂອງອາຊາລີຢາ, ມາອາເຊຢາ ຜູ້ປົກຄອງນະຄອນເຢຣູຊາເລັມ ແລະ ໂຢອາ ລູກຊາຍຂອງໂຢອາຮັດ ຂ້າຣາຊການຊັ້ນສູງ ເພື່ອໄປ້ສ້ອມແປງພຣະວິຫານຂອງອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງເພິ່ນ.
\v 9 ເງິນຖວາຍທີ່ຊາວເລວີ ເກັບໃນພຣະວິຫານຂອງພຣະເຈົ້ານັ້ນແມ່ນໄດ້ຖືກມອບໃຫ້ມະຫາປະໂຣຫິດ ຮິນກີຢາ. (ເງິນນີ້ໄດ້ເກັບຈາກຊາວເອຟຣາອິມ ແລະ ມານາເຊ ລວມທັງປະຊາຊົນໃນອານາຈັກທາງພາກເໜືອ ແລະ ຈາກປະຊາຊົນຊາວຢູດາ ຄື ຊາວເບັນຢາມິນ ແລະ ຊາວນະຄອນເຢຣູຊາເລັມ.)
\s5
\v 10 ເງິນນີ້ໄດ້ຖືກສົ່ງໄປໃຫ້ຊາຍສາມຄົນ ທີ່ຮັບຜິດຊອບສ້ອມແປງພຣະວິຫານຂອງອົງພຣະຜູ້ເປັນເຈົ້າ ພວກເຂົາເອົາເງິນນີ້ໄປໃຫ້
\v 11 ຊ່າງໄມ້ ແລະ ຊ່າງກໍ່ ເພື່ອຊື້ຫິນແລະຊື້ໄມ້ສໍາລັບສ້ອມແປງອາຄານ ທີ່ກະສັດຂອງຢູດາຍ ໄດ້ປ່ອຍໃຫ້ເພພັງລົງ.
\s5
\v 12 ຄົນທີ່ໄດ້ເຮັດວຽກສ້ອມແປງ ລ້ວນແຕ່ເປັນຄົນສັດຊື່. ພວກເລວີສີ່ຄົນທີ່ເປັນຜູ້ຄວບຄຸມກວດກາວຽກງານ ມີດັ່ງນີ້: ຢາຮັດ ແລະ ໂອບາດີຢາ ຈາກຕະກຸນເມຣາຣີ, ເຊກາຣີຢາ ແລະ ເມຊຸນລໍາ ຈາກຕະກຸນໂກຮາດ. (ຊາວເລວີ ກໍລ້ວນແລ້ວແຕ່ເປັນນັກດົນຕຼີ ທີ່ມີສີມືດີ.)
\v 13 ຊາວເລວີຄົນອື່ນ ໆ ແມ່ນຮັບຜິດຊອບຂົນສົ່ງວັດສະດຸກໍ່ສ້າງ ແລະ ຄວບຄຸມຄົນງານໃນຂະແໜງວຽກຕ່າງ ໆ ທີ່ພວກເຂົາສັງກັດຢູ່; ສ່ວນຄົນອື່ນນັ້ນ ເປັນຜູ້ຮັກສາເອກະສານ ຫລື ເຮັດໜ້າທີ່ເຝົ້າຍາມ.
\s5
\v 14 ຂະນະທີ່ນາໍເງິນອ ກມາຈາກຄັງຂອງພຣະວິຫານຂອງອົງພຣະຜູ້ເປັນເຈົ້ານັ້ນ ປະໂຣຫິດ ຮິນກີຢາ ໄດ້ພົບໜັງສືກົດບັນຍັດຂອງອົງພຣະຜູ້ເປັນເຈົ້າ ເປັນກົດບັນຍັດທີ່ພຣະເຈົ້າໄດ້ມອບໃຫ້ແກ່ໂມເຊ.
\v 15 ເພິ່ນໄດ້ກ່າວແກ່ຊາຟັນ ວ່າ, “ເຮົາໄດ້ພົບໜັງສືກົດບັນຍັດນີ້ ຢູ່ໃນພຣະວິຫານຂອງອົງພຣະຜູ້ເປັນເຈົ້າ. ” ເພິ່ນໄດ້ມອບໜັງສືນັ້ນໃຫ້ຊາຟັນ
\v 16 ແລະ ຊາຟັນກໍໄດ້ນາໍໄປໃຫ້ກະສັດ. ລາວລາຍງານວ່າ, “ພວກຂ້ານ້ອຍປະຕິບັດ ທຸກສິ່ງສໍາເລັດແລ້ວ ຕາມທີ່ທ່ານໄດ້ສັ່ງນັ້ນ.
\s5
\v 17 ພວກຂ້ານ້ອຍໄດ້ເອົາເງິນທີ່ມ້ຽນໄວ້ ໃນພຣະວິຫານຂອງອົງພຣະຜູ້ເປັນເຈົ້າໄປໃຫ້ພວກຄົນງານ ແລະ ຜູ້ຄຸມງານ. ”
\v 18 ແລ້ວລາວກໍເວົ້າຕື່ມວ່າ, “ຂ້ານ້ອຍໄດ້ຖືໜັງສື ທີ່ປະໂຣຫິດ ຮິນກີຢາ ໄດ້ມອບໃຫ້ຂ້ານ້ອຍມານາໍ. ” ແລ້ວລາວກໍອ່ານໜັງສືນັ້ນ ດ້ວຍສຽງດັງສູ່ກະສັດຟັງ.
\v 19 ເມື່ອກະສັດໄດ້ຍິນຊາຟັນ ອ່ານໜັງສືນັ້ນສູ່ຟັງ ເພິ່ນຈຶ່ງຈີກເສື້ອຂອງຕົນຢ່າງເປັນທຸກໃຈ
\s5
\v 20 ແລະ ໄດ້ໃຫ້ຄໍາສັ່ງດັ່ງຕໍ່ໄປນີ້ແກ່ ຮິນກີຢາ, ອາຮີກາໍ ລູກຊາຍຂອງມີກາອີຢາ, ຊາຟັນ, ອັບໂດນ [ປ] ລູກຊາຍຂອງມີກາອີຢາ, ຊາຟັນ ເລຂາທິການປະຈາໍວັງ ແລະ ອາຊາອີຢາ ຜູ້ລໍຮັບໃຊ້ປະຈາໍກະສັດ ວ່າ,
\v 21 “ຈົ່ງໄປປຶກສາອົງພຣະຜູ້ເປັນເຈົ້າເພື່ອເຮົາ ແລະ ປະຊາຊົນຜູ້ທີ່ຍັງເຫລືອຢູ່ໃນອານາຈັກ ອິດສະຣາເອນ ແລະ ຢູດາຍ ໂດຍໃຫ້ຖາມເບິ່ງເຖິງຄໍາສັ່ງສອນໃນໜັງສືນີ້. ອົງພຣະຜູ້ເປັນເຈົ້າໄດ້ໂກດຮ້າຍພວກເຮົາ ເພາະບັນພະບຸລຸດຂອງພວກເຮົາບໍ່ໄດ້ເຊື່ອຟັງຖ້ອຍຄໍາຂອງອົງພຣະຜູ້ເປັນເຈົ້າ ແລະ ບໍ່ໄດ້ປະຕິບັດຕາມສິ່ງທີ່ພຣະອົງໄດ້ກ່າວໄວ້ ໃນໜັງສືນີ້.”
\s5
\v 22 ເພື່ອປະຕິບັດຕາມຄໍາສັ່ງຂອງກະສັດ ຮິນກີຢາກັບຄົນອື່ນ ໆ ໄດ້ໄປປຶກສາຜູ້ທາໍນວາຍຍິງຄົນໜຶ່ງຊື່ວ່າ ຮູນດາ. ນາງອາໄສຢູ່ເຂດສ້າງໃໝ່ຂອງນະຄອນເຢຣູຊາເລັມ. (ຊັນລຸມ ຜົວຂອງນາງເປັນລູກຊາຍຂອງຕີກະວາ ແລະ ຫລານຊາຍຂອງຮາກຮາ. ລາວເປັນຜູ້ຮັບຜິດຊອບເຄື່ອງນຸ່ງໃນພຣະວິຫານ.) ພວກເຂົາເລົ່າເລື່ອງທີ່ໄດ້ເກີດຂຶ້ນສູ່ນາງຟັງ
\s5
\v 23 ແລະ ນາງໄດ້ບອກພວກເຂົາໃຫ້ກັບ ຄືນ ເມືອຫາກະສັດພ້ອມທັງໄດ້ມອບ
\v 24 ຖ້ອຍຄໍາຂອງອົງພຣະຜູ້ເປັນເຈົ້າກ່າວວ່າ ດັ່ງນີ້: “ເຮົາຈະລົງໂທດນະຄອນເຢຣູຊາເລັມ ແລະ ຊາວນະຄອນທັງໝົດດ້ວຍຄໍາສາບແຊ່ງ ທີ່ມີຂຽນໄວ້ຢູ່ໃນໜັງສືນີ້ທີ່ໄດ້ອ່ານຕໍ່ໜ້າກະສັດຢູດາ.
\v 25 ພວກເຂົາປະຖິ້ມເຮົາ ແລະ ໄປຖວາຍເຄື່ອງບູຊາໃຫ້ບັນດາພະອື່ນ ແລະ ເຮັດໃຫ້ເຮົາໂກດຮ້າຍ ຍ້ອນສິ່ງທັງໝົດ ທີ່ພວກເຂົາໄດ້ເຮັດ. ເຮົາໂກດຮ້າຍນະຄອນເຢຣູຊາເລັມ ຢ່າງບໍ່ມີມື້ສິ້ນສຸດ.
\s5
\v 26 ສໍາລັບກະສັດຢູດາ ທີ່ໄດ້ໃຊ້ພວກທ່ານໄປຖາມອົງພຣະຜູ້ເປັນເຈົ້າ ແລ້ວທ່ານທັງຫລາຍຈົ່ງກ່າວດັ່ງນີ້ວ່າ, ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງຊາດອິດສະຣາເອນ ກ່າວດັ່ງນີ້: ຍ້ອນເຈົ້າເຊື່ອຟັງໃນຖ້ອຍຄໍາທັງຫລາຍທີ່ເຮົາໄດ້ຂຽນໄວ້ໃນໜັງສືນັ້ນ
\v 27 ແລະ ເຈົ້າໄດ້ກັບໃຈໃໝ່ ທັງຖ່ອມຕົວລົງຕໍ່ໜ້າເຮົາ ໂດຍຈີກເສື້ອຂອງເຈົ້າເອງ ແລະ ຮ້ອງໄຫ້ ເມື່ອເຈົ້າໄດ້ຍິນວ່າເຮົາໄດ້ນາບຂູ່ຈະລົງໂທດນະຄອນເຢຣູຊາເລັມ ແລະ ຊາວນະຄອນຢ່າງໃດ. ເຮົາຈຶ່ງໄດ້ຍິນຄໍາພາວັນນາ ອະທິຖານຂອງເຈົ້າ
\v 28 ແລະ ການລົງໂທດທີ່ເຮົາຈະນາໍມາສູ່ນະຄອນເຢຣູຊາເລັມນັ້ນຈະບໍ່ມາເຖິງເຈົ້າ ຈົນກວ່າ ເຈົ້າຕາຍໄປ. ເຮົາຈະໃຫ້ເຈົ້າຕາຍຢ່າງສະຫງົບສຸກ. ” ແລ້ວພວກເຂົາກໍກັບຄືນມາ ບອກກະສັດໂຢສີຢາ ຕາມນັ້ນ.
\s5
\v 29 ກະສັດໂຢສີຢາ ໄດ້ເອີ້ນຜູ້ນາໍທັງໝົດຂອງຢູດາ ແລະ ນະຄອນເຢຣູຊາເລັມ ມາ
\v 30 ແລະ ໄດ້ພ້ອມກັນໄປທີ່ພຣະວິຫານຂອງອົງພຣະຜູ້ເປັນເຈົ້າ ຕິດຕາມດ້ວຍພວກປະໂຣຫິດ ຊາວເລວີ ແລະ ປະຊາຊົນຜູ້ຮັ່ງມີ ແລະ ຍາກຈົນ. ກະສັດໄດ້ອ່ານໜັງສືພັນທະສັນຍາ ຊຶ່ງໄດ້ພົບໃນພຣະວິຫານຂອງອົງພຣະຜູ້ເປັນເຈົ້າ ນັ້ນດ້ວຍສຽງດັງຕໍ່ໜ້າພວກເຂົາທັງໝົດ.
\s5
\v 31 ເພິ່ນຢືນຂຶ້ນທີ່ຂ້າງເສົາ ບ່ອນທີ່ຖືກຈັດໄວ້ສໍາລັບເພິ່ນ [ຜ] ແລະ ເຮັດພັນທະສັນຍາ ວ່າ ຈະເຊື່ອຟັງພຣະອົງ, ຈະຖືຮັກສາກົດບັນຍັດ ແລະ ຂໍ້ຄໍາສັ່ງຂອງພຣະອົງດ້ວຍສຸດໃຈ ແລະ ສຸດຈິດ, [ຝ] ແລະ ຈະປະຕິບັດຕາມ ຂໍ້ຮຽກຮ້ອງຊຶ່ງໄດ້ຄັດຕິດມາກັບພັນທະສັນຍາ ທີ່ໄດ້ມີຂຽນໄວ້ໃນໜັງສືນີ້.
\v 32 ເພິ່ນໃຫ້ຊາວເບັນຢາມິນ ແລະ ຄົນອື່ນ ໆ ທຸກຄົນທີ່ມີໜ້າໃນນະຄອນເຢຣູຊາເລັມ ສັນຍາວ່າຈະຮັກສາພັນທະສັນຍານັ້ນ. ດັ່ງນັ້ນ ປະຊາຊົນຊາວເຢຣູຊາເລັມ ຈຶ່ງເຮັດຕາມເງື່ອນໄຂຂອງພັນທະສັນຍາຂອງພຣະເຈົ້າ ທີ່ພວກເຂົາໄດ້ເຮັດໄວ້ກັບພຣະເຈົ້າຂອງບັນພະບຸລຸດຂອງພວກເຂົາທຸກປະການ.
\s5
\v 33 ກະສັດໂຢສີຢາ ໄດ້ທາໍລາຍຮູບເຄົາຣົບ ອັນໜ້າລັງກຽດທັງໝົດ ຊຶ່ງມີຢູ່ໃນດິນແດນທີ່ເປັນກາໍມະສິດຂອງຊາວອິດສະຣາເອນ. ເມື່ອໃດທີ່ເພິ່ນຍັງມີຊີວິດຢູ່ ເພິ່ນກໍຮຽກຮ້ອງປະຊາຊົນໃຫ້ຮັບໃຊ້ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງບັນພະບຸລຸດພວກເຂົາ.
\s5
\c 35
\p
\v 1 ກະສັດໂຢສີຢາ ໄດ້ສະຫລອງປັດສະຄາທີ່ນະຄອນເຢຣູຊາເລັມ ເພື່ອຍ້ອງຍໍໃຫ້ກຽດອົງພຣະຜູ້ເປັນເຈົ້າ; ໃນມື້ທີສິບສີ່ຂອງເດືອນທີໜຶ່ງ, ເພິ່ນໄດ້ຂ້າສັດສໍາລັບການສະຫລອງ.
\v 2 ເພິ່ນໄດ້ມອບໝາຍໜ້າທີ່ໃຫ້ພວກປະໂຣຫິດ ຜູ້ທີ່ເຮັດວຽກໃນພຣະວິຫານຂອງອົງພຣະຜູ້ເປັນເຈົ້າ ແລະໃຫ້ກາໍລັງໃຈພວກເຂົາ ເພື່ອໃຫ້ເຮັດໄດ້ດີ.
\s5
\v 3 ເພິ່ນຍັງໄດ້ແນະນາໍຊາວເລວີ ຄູສອນຂອງຊາດອິດສະຣາເອນ ຜູ້ທີ່ໄດ້ຊໍາລະຕົວບໍຣິສຸດແກ່ອົງພຣະຜູ້ເປັນເຈົ້າ ວ່າ, “ຈົ່ງເອົາຫີບພັນທະສັນຍາອັນບໍຣິສຸດເຂົ້າໄປໄວ້ໃນພຣະວິຫານທີ່ກະສັດໂຊໂລໂມນ ລູກຊາຍຂອງດາວິດ ໄດ້ສ້າງຂຶ້ນ. ພວກເຈົ້າບໍ່ຕ້ອງຫາມຫີບພັນທະສັນຍາ ໄປທີ່ນັ້ນທີ່ນີ້ອີກຕໍ່ໄປ, ແຕ່ໃຫ້ພວກເຈົ້າບົວລະບັດຮັບໃຊ້ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ແລະປະຊາຊົນອິດສະຣາເອນຂອງພຣະອົງ.
\v 4 ຈົ່ງເຂົ້າໄປປະຈໍາຕໍາແໜ່ງຂອງພວກເຈົ້າຢູ່ໃນພຣະວິຫານເປັນຕະກຸນ ຕາມຄວາມຮັບຜິດຊອບທີ່ກະສັດດາວິດ ກັບກະສັດໂຊໂລໂມນ ລູກຊາຍຂອງເພິ່ນໄດ້ມອບໝາຍໃຫ້;
\s5
\v 5 ແລະຈົ່ງຕຽມການພວກເຈົ້າເອງ ເພື່ອວ່າພວກເຈົ້າບາງຄົນຈະໄດ້ມີໂອກາດຊ່ວຍແຕ່ລະຄອບຄົວຂອງຊາວອິດສະຣາເອນ.
\v 6 ໃຫ້ພວກເຈົ້າຂ້າລູກແກະ ແລະ ລູກແບ້ເຖິກ ສໍາລັບປັດສະຄາ. ບັດນີ້ ຈົ່ງເຮັດພິທີຊໍາລະພວກເຈົ້າເອງໃຫ້ໝົດມົນທິນ ແລະຈົ່ງຕຽມເຄື່ອງເຜົາບູຊາ ເພື່ອພີ່ນ້ອງຊາວອິດສະຣາເອນຂອງພວກເຈົ້າ ຈະເຮັດຕາມຄໍາແນະນາໍຊຶ່ງອົງພຣະຜູ້ເປັນເຈົ້າໄດ້ມອບໃຫ້ ຜ່ານທາງໂມເຊນັ້ນ.”
\s5
\v 7 ເພື່ອໃຫ້ປະຊາຊົນໃຊ້ສໍາລັບສະຫລອງ ປັດສະຄາ ກະສັດໂຢສີຢາໄດ້ບໍລິຈາກສັດຈາກຝູງສັດຂອງເພິ່ນ ມີດັ່ງນີ້: ລູກແກະ ແລະ ລູກແບ້ເຖິກ ສາມສິບພັນໂຕ ແລະ ງົວເຖິກ ສາມພັນໂຕ.
\v 8 ສ່ວນຂ້າຣາຊການຂອງເພິ່ນກໍຍັງໄດ້ບໍລິຈາກໃຫ້ປະຊາຊົນ, ພວກ ປະໂຣຫິດ ແລະ ຊາວເລວີ ໄດ້ໃຊ້ດ້ວຍ. ສໍາລັບຂ້າຣາຊການຜູ້ທີ່ຮັບຜິດຊອບພຣະວິຫານຂອງພຣະເຈົ້າ ມີດັ່ງນີ້: ມະຫາປະໂຣຫິດ ຮິນກີຢາ, ເຊກາຣີຢາ ແລະ ເຢຮີເອນ ກໍໄດ້ບໍລິຈາກລູກແກະ ກັບລູກແບ້ເຖິກ ສອງພັນຫົກຮ້ອຍໂຕ ແລະ ງົວເຖິກສາມຮ້ອຍໂຕ ເພື່ອ ເຜົາບູຊາໃນການສະຫລອງນັ້ນ.
\v 9 ບັນດາ ຜູ້ນາໍຂອງຊາວເລວີ ມີດັ່ງນີ້: ໂກນາອີຢາ, ເຊມາອີຢາ ແລະ ເນທາເນນ ນ້ອງຊາຍຂອງຕົນ, ຮາຊາບີຢາ, ເຢອີເອນ ແລະ ໂຢຊາບັດ ກໍໄດ້ບໍລິຈາກລູກແກະ ກັບລູກແບ້ ຫ້າພັນໂຕ ແລະ ງົວເຖິກ ຫ້າຮ້ອຍໂຕ ໃຫ້ຊາວເລວີເຜົາຖວາຍບູຊາ.
\s5
\v 10 ເມື່ອໄດ້ຕຽມທຸກສິ່ງສໍາລັບປັດສະຄາແລ້ວ ປະໂຣຫິດ ແລະ ຊາວເລວີ ກໍໄດ້ເຂົ້າປະຈາໍໜ້າທີ່ຂອງໃຜລາວ ຕາມຄໍາສັ່ງຂອງກະສັດ.
\v 11 ຫລັງຈາກທີ່ໄດ້ຂ້າລູກແກະແລະລູກແບ້ເຖິກແລ້ວ ຊາວເລວີກໍໄດ້ລອກໜັງສັດອອກ ແລະປະໂຣຫິດໄດ້ຊິດເລືອດສັດນັ້ນ ໃສ່ເທິງແທ່ນບູຊາ.
\v 12 ແລ້ວພວກເຂົາກໍແບ່ງປະຊາຊົນອອກເປັນໝວດຕາມຄອບຄົວ ແລະເອົາສັດທີ່ຈະເປັນເຄື່ອງບູຊານັ້ນຢາຍໃຫ້ເພື່ອເຂົາຈະໄດ້ຖວາຍຕາມຄໍາແນະນໍາໃນກົດບັນຍັດຂອງໂມເຊ.
\s5
\v 13 ຊາວເລວີ ປົງເຄື່ອງເຜົາບູຊາຂອງປັດສະຄາ ຕາມກົດລະບຽບ ແລະ ຕົ້ມເຄື່ອງບູຊາອັນບໍຣິ​ສຸດໃນໝໍ້, ໃນການາໍ້ ແລະໃນໝໍ້ຂາງ ແລະ ຟ້າວຢາຍຊີ້ນນັ້ນໃຫ້ປະຊາຊົນ.
\v 14 ຫລັງຈາກຢາຍແລ້ວ ຊາວເລວີກໍໄດ້ຈັດຕຽມຊີ້ນສໍາລັບຕົນ ແລະສໍາລັບພວກປະໂຣຫິດທີ່ສືບເຊື້ອສາຍຈາກອາໂຣນ. ສໍາລັບພວກປະໂຣຫິດແລ້ວພວກເຂົາຫຍຸ້ງຢູ່ກັບວຽກນີ້ ຈົນຮອດກາງຄືນ ໂດຍເຜົາສັດທັງໂຕ ແລະໄຂມັນເປັນເຄື່ອງບູຊາ.
\s5
\v 15 ຕາມຄໍາສັ່ງຂອງກະສັດດາວິດ ນັກດົນຕຼີຊາວເລວີໃນຕະກຸນອາສັບ ຕ່າງກໍເຂົ້າປະຈໍາທີ່ຂອງຕົນ ມີດັ່ງນີ້: ອາສັບ, ເຮມານ ແລະ ເຢດູທູນ ຜູ້ທາໍນວາຍປະຈາໍກະສັດ. ຜູ້ເຝົ້າຍາມປະຕູພຣະວິຫານກໍບໍ່ໄດ້ປະລະໜ້າທີ່ຂອງຕົນ ເພາະຊາວເລວີຄົນອື່ນ ໆ ໄດ້ຈັດຕຽມປັດສະຄາເພື່ອພວກຕົນ.
\s5
\v 16 ສະນັ້ນ ຕາມຄໍາສັ່ງຂອງກະສັດໂຢສີຢາ ໃນມື້ນັ້ນທຸກສິ່ງທີ່ເຮັດເພື່ອ ນະມັດສະການອົງພຣະຜູ້ເປັນເຈົ້າ ເຊັ່ນ: ຢຶດຖືພິທີສະຫລອງປັດສະຄາ ແລະເຜົາເຄື່ອງຖວາຍບູຊາທີ່ເທິງແທ່ນກໍສໍາເລັດລົງ.
\v 17 ປະຊາຊົນທັງໝົດທີ່ໄດ້ມາທີ່ນັ້ນ ຕ່າງກໍສະຫລອງປັດສະຄາ ແລະ ເທດສະການເຂົ້າ ຈີ່ບໍ່ມີເຊື້ອແປ້ງ ເປັນເວລາເຈັດວັນ.
\s5
\v 18 ນັບມາແຕ່ສະໄໝຂອງຜູ້ທາໍນວາຍຊາມູເອນ ບໍ່ເຄີຍໄດ້ສະຫລອງປັດສະຄາເຊັ່ນນີ້ເລີຍ. ບໍ່ມີກະສັດຄົນໃດໃນອະດີດທີ່ໄດ້ສະຫລອງປັດສະຄາ ດັ່ງທີ່ກະສັດໂຢສີຢາໄດ້ສະຫລອງ ໂດຍມີພວກປະໂຣຫິດ ຊາວເລວີ ແລະ ປະຊາຊົນຊາວຢູດາ ຊາວອິດສະຣາເອນ ແລະ ຊາວເຢຣູຊາເລັມ ເປັນຜູ້ໃຫ້ການຮ່ວມໄມ້ຮ່ວມມື
\v 19 ການສະຫລອງນີ້ໄດ້ຖືກຈັດຂຶ້ນ ໃນຣາຊການປີທີສິບແປດ ທີ່ໂຢສີຢາເປັນກະສັດ.
\s5
\v 20 ຫລັງຈາກທີ່ກະສັດໂຢສີຢາ ໄດ້ເຮັດສິ່ງເຫລົ່ານີ້ທັງໝົດສໍາລັບພຣະວິຫານແລ້ວ ກະສັດເນໂກແຫ່ງເອຢິບ ໄດ້ຍົກທັບມາເພື່ອໂຈມຕີເມືອງກາກເກມິດ ທີ່ແມ່ນາໍ້ເອີຟຣັດ. ໂຢສີຢາໄດ້ພະຍາຍາມຢັບຢັ້ງເພິ່ນໄວ້
\v 21 ແຕ່ ເນໂກໄດ້ສົ່ງສານມາຍັງໂຢສີຢາ ໂດຍມີຖ້ອຍຄໍາດັ່ງນີ້: “ກະສັດແຫ່ງຢູດາຍເອີຍ ເສິກທີ່ຂ້າພະເຈົ້າກາໍລັງເຮັດຢູ່ນີ້ ບໍ່ກ່ຽວຂ້ອງກັບທ່ານ. ຂ້າພະເຈົ້າບໍ່ໄດ້ມາຕໍ່ສູ້ທ່ານ, ແຕ່ມາຕໍ່ ສູ້ເຫລົ່າສັດຕູຂອງຂ້າພະເຈົ້າ ເພາະພຣະເຈົ້າໄດ້ບອກຂ້າພະເຈົ້າໃຫ້ຮີບລົງມືເຮັດ. ພຣະເຈົ້າຢູ່ຝ່າຍຂ້າພະເຈົ້າ; ສະນັ້ນຢ່າພະຍາຍາມ ຂັດຂວາງຂ້າພະເຈົ້າເລີຍ ທ່ານຢາກໃຫ້ພຣະອົງທໍາລາຍທ່ານບໍ?”
\s5
\v 22 ແຕ່ ໂຢສີຢາຕັ້ງໃຈທີ່ຈະສູ້ຮົບ. ເພິ່ນບໍ່ຍອມຟັງສິ່ງທີ່ພຣະເຈົ້າໄດ້ກ່າວຜ່ານທາງກະສັດເນໂກ; ດັ່ງນັ້ນ ເພິ່ນຈຶ່ງປອມຕົວເຂົ້າ ສູ້ຮົບທີ່ທົ່ງພຽງຂອງເມືອງເມກິດໂດ.
\s5
\v 23 ໃນລະຫວ່າງການສູ້ຮົບຢູ່ນັ້ນ ກະສັດໂຢສີຢາໄດ້ຖືກລູກໜ້າທະນູຂອງທະຫານປະເທດເອຢິບ. ເພິ່ນໄດ້ສັ່ງທະຫານທີ່ຮັບໃຊ້ຕົນວ່າ, “ຈົ່ງເອົາເຮົາໜີໄປ ເຮົາເຈັບປວດຫລາຍ”.
\v 24 ພວກເຂົາອູ້ມເພິ່ນອອກຈາກ ລົດຮົບຂອງເພິ່ນໄປໃສ່ລົດຮົບຄັນທີສອງໃນທີ່ນັ້ນ ແລະ ນາໍເພິ່ນກັບເມືອສູ່ນະຄອນເຢຣູຊາເລັມ. ເພິ່ນໄດ້ຕາຍໃນທີ່ນີ້ ແລະໄດ້ຖືກຝັງໄວ້ໃນອຸບມຸງແຫ່ງກະສັດ. ປະຊາຊົນທັງໝົດໃນຢູດາຍ ແລະ ນະຄອນເຢຣູຊາເລັມໄດ້ໄວ້ທຸກໃຫ້ເພິ່ນ.
\s5
\v 25 ຜູ້ທາໍນວາຍເຢເຣມີຢາ ໄດ້ປະພັນບົດເພງໄວ້ອາໄລອາວອນສໍາລັບກະສັດໂຢສີຢາ. ຕໍ່ມາໄດ້ກາຍເປັນປະເພນີ ໃນປະເທດອິດສະຣາເອນ ທີ່ທັງຊາຍແລະຍິງຈະໃຊ້ເພງນີ້ເມື່ອພວກຕົນໄວ້ທຸກໃຫ້ແກ່ເພິ່ນ. ເພງນີ້ມີຢູ່ໃນຊຸດຂອງເພງອາໄລອາວອນ.
\v 26 ທຸກໆ ສິ່ງທີ່ກະສັດໂຢສີຢາໄດ້ເຮັດເຊັ່ນ: ການອຸທິດຕົນໃຫ້ແກ່ອົງພຣະຜູ້ເປັນເຈົ້າ, ການທີ່ເພິ່ນເຊື່ອຟັງກົດບັນຍັດ
\v 27 ແລະ ປະຫວັດຕັ້ງແຕ່ຕົ້ນຈົນເພິ່ນຕາຍໄປ, ທັງໝົດນີ້ແມ່ນໄດ້ຖືກບັນທຶກໄວ້ໃນປຶ້ມປະຫວັດສາດຂອງ ບັນດາກະສັດແຫ່ງອິດສະຣາເອນ ແລະ ຢູດາຍ.
\s5
\c 36
\p
\v 1 ປະຊາຊົນຊາວຢູດາຍ ໄດ້ເລືອກເຈົ້າເຢໂຮອາຮາດ ລູກຊາຍຂອງກະສັດໂຢສີຢາ ໂດຍໃຊ້ນາໍ້ມັນສັກສິດຫົດສົງເພິ່ນໃຫ້ຂຶ້ນເປັນກະສັດປົກຄອງໃນນະຄອນເຢຣູຊາເລັມ.
\v 2 ເມື່ອເຈົ້າເຢໂຮອາຮາດ ໄດ້ຂຶ້ນເປັນກະສັດ ແຫ່ງຢູດາຍນັ້ນ ເພິ່ນອາຍຸຊາວສາມປີ ແລະ ໄດ້ປົກຄອງຢູ່ທີ່ນະຄອນເຢຣູຊາເລັມ ພຽງສາມເດືອນ.
\s5
\v 3 ກະສັດເນໂກ ແຫ່ງເອຢິບໄດ້ຈັບເພິ່ນໄປເປັນຊະເລີຍ ແລະ ບັງຄັບໃຫ້ຢູດາຈ່າຍເງິນຈາໍນວນສາມພັນສີ່ຮ້ອຍກິໂລກາຼມ ແລະ ຄໍາສາມສິບສີ່ກິໂລກຼາມ ເປັນຄ່າໜີ້ສິນ.
\v 4 ເນໂກ ໄດ້ແຕ່ງຕັ້ງເຈົ້າເອລີອາກິມ ນ້ອງຊາຍຂອງເຢໂຮອາຮາດ ໃຫ້ຂຶ້ນເປັນກະສັດແຫ່ງຢູດາຍ ໂດຍປ່ຽນຊື່ໃໝ່ໃຫ້ເພິ່ນວ່າ ເຢໂຮຍອາກິມ. ສ່ວນເຢໂຮອາຮາດ ນັ້ນໄດ້ຖືກເນໂກ ນາໍຕົວໄປຍັງເອຢິບ.
\s5
\v 5 ເຈົ້າເຢໂຮຍອາກິມ ໄດ້ຂຶ້ນເປັນກະສັດແຫ່ງຢູດາຍ ເມື່ອເພິ່ນອາຍຸຊາວຫ້າປີ ແລະ ໄດ້ປົກຄອງຢູ່ທີ່ນະຄອນເຢຣູຊາເລັມ ເປັນເວລາສິບເອັດປີ. ເພິ່ນໄດ້ເຮັດບາບຕໍ່ສູ້ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງເພິ່ນ.
\v 6 ກະສັດເນບູກາດເນັດຊາ ແຫ່ງບາບີໂລນໄດ້ຮຸກຮານຢູດາຍ, ຈັບ ເຢໂຮຍອາກິມ ແລະ ລ່າມໂສ້ເພິ່ນນາໍໄປຍັງບາບີໂລນ.
\v 7 ເນບູກາດເນັດຊາ ໄດ້ນາໍຊັບສົມບັດບາງສ່ວນຢູ່ໃນພຣະວິຫານຂອງອົງພຣະຜູ້ເປັນເຈົ້າໄປໄວ້ທີ່ວັງຂອງຕົນ ໃນນະຄອນບາບີໂລນ.
\s5
\v 8 ທຸກ ໆ ສິ່ງທີ່ກະສັດເຢໂຮຍອາກິມ ໄດ້ເຮັດລວມທັງການກະທາໍອັນໜ້າກຽດໜ້າຊັງ ແລະ ອັນຊົ່ວຮ້າຍຕ່າງ ໆ ແມ່ນໄດ້ຖືກບັນທຶກໄວ້ໃນປຶ້ມປະຫວັດສາດຂອງກະສັດແຫ່ງອິດສະຣາເອນ ແລະ ຢູດາຍ. ເຈົ້າເຢໂຮຍອາກິນ ລູກຊາຍຂອງເພິ່ນໄດ້ຂຶ້ນເປັນກະສັດປົກຄອງແທນ.
\s5
\v 9 ເຈົ້າເຢໂຮຍອາກິນ ຂຶ້ນເປັນກະສັດແຫ່ງຢູດາຍ ເມື່ອເພິ່ນອາຍຸສິບແປດປີ [ພ] ແລະໄດ້ປົກຄອງຢູ່ທີ່ນະຄອນເຢຣູຊາເລັມ ເປັນເວລາສາມເດືອນກັບສິບມື້. ເພິ່ນໄດ້ເຮັດບາບຕໍ່ສູ້ອົງພຣະຜູ້ເປັນເຈົ້າຫລາຍໂພດ.
\v 10 ເມື່ອຮອດລະດູໃບໄມ້ປົ່ງກະສັດເນບູກາເນັດຊາ ໄດ້ນາໍເຢໂຮຍອາກິນ ໄປເປັນຊະເລີຍທີ່ບາບີໂລນ ພ້ອມທັງນາໍຊັບສົມບັດໃນຣາຊວັງ ໄປກ້ຽງ. ແລ້ວເພິ່ນກໍແຕ່ງຕັ້ງເຊເດກີຢາ ລູງ [ຟ] ຂອງເຢໂຮຍອາກິນ ໃຫ້ຂຶ້ນເປັນກະສັດ ປົກຄອງຢູດາຍ ແລະ ເຢຣູຊາເລັມແທນ.
\s5
\v 11 ເຈົ້າເຊເດກີຢາ ເພິ່ນຂຶ້ນເປັນກະສັດແຫ່ງຢູດາຍ ເມື່ອເພິ່ນອາຍຸຊາວເອັດປີ ແລະໄດ້ປົກຄອງຢູ່ທີ່ນະຄອນເຢຣູຊາເລັມ ເປັນເວລາສິບເອັດປີ.
\v 12 ເພິ່ນໄດ້ເຮັດບາບຕໍ່ ສູ້ອົງພຣະຜູ້ເປັນເຈົ້າ ແລະບໍ່ຍອມຖ່ອມໃຈເຊື່ອຟັງຖ້ອຍຄໍາຂອງອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງເພິ່ນ ທີ່ກ່າວຜ່ານທາງຜູ້ທາໍນວາຍເຢເຣມີຢາ.
\s5
\v 13 ເຊເດກີຢາ ໄດ້ກະບົດຕໍ່ກະສັດເນບູກາເນັດຊາ ຜູ້ທີ່ໄດ້ບັງຄັບເພິ່ນໃຫ້ສາບານໃນນາມຂອງພຣະເຈົ້າ ວ່າຈະຍອມສັດຊື່. ເພິ່ນດື້ດຶງບໍ່ຍອມກັບໃຈໃໝ່ ແລະ ຄືນມາຫາ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງຊາດອິດສະຣາເອນ.
\v 14 ນອກຈາກນີ້ອີກ ບັນດາຜູ້ນາໍຂອງຢູດາຍ ບັນດາປະໂຣຫິດ ແລະ ປະຊາຊົນຕ່າງກໍໄດ້ເຮັດບາບຕາມແບບຢ່າງຂອງຊົນຊາດ ທີ່ອ້ອມຮອບພວກເຂົານັ້ນ ໂດຍຂາບໄຫວ້ຮູບເຄົາຣົບ; ສະນັ້ນ ພວກເຂົາຈຶ່ງໄດ້ເຮັດໃຫ້ພຣະວິຫານຂອງອົງ ພຣະຜູ້ເປັນເຈົ້າ ບ່ອນທີ່ພຣະອົງເຮັດໃຫ້ບໍຣິສຸດນັ້ນ ເປັນມົນທິນ.
\s5
\v 15 ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງບັນພະບຸລຸດຂອງພວກເຂົາ ໄດ້ສືບຕໍ່ໃຊ້ຜູ້ທາໍນວາຍຫລາຍຄົນມາເຕືອນປະຊາຊົນຂອງພຣະອົງ ເພາະພຣະອົງບໍ່ປະສົງຈະທາໍລາຍພວກເຂົາ ແລະ ທີ່ສະຖິດຂອງພຣະອົງ.
\v 16 ແຕ່ພວກເຂົາໄດ້ຫົວເຍາະເຍີ້ຍໃສ່ພວກຜູ້ນາໍຂ່າວຂອງພຣະເຈົ້າ ໂດຍບໍ່ຍອມຮັບເອົາຖ້ອຍຄໍາຂອງພຣະອົງ ແລະ ຫົວຂວັນໃສ່ຜູ້ທາໍນວາຍຂອງພຣະອົງ; ຈົນໃນທີ່ສຸດ ອົງພຣະຜູ້ເປັນເຈົ້າໄດ້ໂກດຮ້າຍປະຊາຊົນຂອງພຣະອົງຫລາຍຍິ່ງຂຶ້ນ ຈົນບໍ່ມີຜູ້ໃດໜີພົ້ນໄປໄດ້.
\s5
\v 17 ສະນັ້ນ ພຣະອົງຈຶ່ງໄດ້ນາໍເອົາກະສັດແຫ່ງບາບີໂລນ ມາໂຈມຕີພວກເຂົາ. ກະສັດໄດ້ຂ້າຊາຍໜຸ່ມຊາວຢູດາ ແມ່ນແຕ່ໃນພຣະວິຫານ. ເພິ່ນບໍ່ໄດ້ເມດຕາຕໍ່ຜູ້ໃດຜູ້ໜຶ່ງເລີຍ, ບໍ່ວ່າໜຸ່ມ ຫລື ແກ່, ຊາຍຫລືຍິງ, ເຈັບປ່ວຍ ຫລື ຢູ່ດີມີແຮງ. ພຣະເຈົ້າໄດ້ມອບພວກເຂົາໃຫ້ຢູ່ໃຕ້ອໍານາດຂອງເພິ່ນ.
\s5
\v 18 ກະສັດແຫ່ງບາບີໂລນ ໄດ້ປຸ້ນສະດົມ ພຣະວິຫານຂອງພຣະເຈົ້າ, ຄັງຂອງພຣະວິຫານ, ຊັບສົມບັດຂອງກະສັດຕະຫລອດທັງຂອງພວກຂ້າຣາຊການ ແລະ ນາໍເອົາສິ່ງທັງໝົດໄປຍັງນະຄອນບາບີໂລນ.
\v 19 ເພິ່ນໄດ້ເຜົາພຣະວິຫານຂອງພຣະເຈົ້າ ແລະ ນະຄອນຕະຫລອດທັງຫໍປະສາດຣາຊວັງ ແລະ ຊັບສົມບັດໝົດກ້ຽງ ແລ້ວເພິ່ນກໍໄດ້ທາໍລາຍກໍາແພງເມືອງຖິ້ມ.
\s5
\v 20 ເພິ່ນໄດ້ນາໍພວກທີ່ລອດຊີວິດໄປຍັງນະຄອນບາບີໂລນ ເພື່ອເອົາໄປເປັນທາດຮັບໃຊ້ເພິ່ນ ແລະ ເຊື້ອສາຍຂອງເພິ່ນຈົນອານາຈັກເປີເຊຍ ຮຸ່ງເຮືອງຂຶ້ນ.
\v 21 ສະນັ້ນ ສິ່ງທີ່ອົງພຣະຜູ້ເປັນເຈົ້າໄດ້ກ່າວລ່ວງໜ້າ ຜ່ານທາງຜູ້ທາໍນວາຍເຢເຣມີຢາ ຈຶ່ງກາຍເປັນຈິງ ຄືວ່າ: ດິນແດນຈະຮ້າງວ່າງເປົ່າເປັນເວລາເຈັດສິບປີ ເພື່ອຊົດເຊີຍການພັກຜ່ອນສໍາລັບວັນຊະບາໂຕ [ມ] ຊຶ່ງພວກເຂົາບໍ່ໄດ້ຢຶດຖື.
\s5
\v 22 ໃນປີທີໜຶ່ງ ຊຶ່ງເຈົ້າໄຊຣັດແຫ່ງເປີເຊຍ ໄດ້ຂຶ້ນເປັນຈັກກະພັດ [ຢ] ອົງພຣະຜູ້ເປັນເຈົ້າ ໄດ້ເຮັດຕາມທີ່ພຣະອົງໄດ້ກ່າວໄວ້ຜ່ານທາງ ຜູ້ທາໍນວາຍເຢເຣມີຢາ. ພຣະອົງໄດ້ບັນດານໃຫ້ໄຊຣັດ ອອກຄໍາສັ່ງປະກາດໄປທົ່ວທຸກ ໆ ບ່ອນໃນຈັກກະພົບ ໂດຍມີຖ້ອຍຄໍາດັ່ງນີ້
\v 23 “ນີ້ແມ່ນຄໍາສັ່ງຂອງເຈົ້າໄຊຣັດ ຈັກກະພັດແຫ່ງເປີເຊຍ. ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງຟ້າສະຫວັນ ໄດ້ເຮັດໃຫ້ຂ້າພະເຈົ້າປົກຄອງທົ່ວໂລກ ແລະ ໄດ້ເຮັດໃຫ້ຂ້າພະເຈົ້າ ຮັບຜິດຊອບໃນການສ້າງພຣະວິຫານ ທີ່ນະຄອນເຢຣູຊາເລັມຂຶ້ນໃໝ່. ບັດນີ້ ພວກທ່ານທັງໝົດທີ່ເປັນປະຊາຊົນຂອງພຣະອົງ ເອີຍ ຈົ່ງໄປທີ່ນັ້ນ ແລະ ຂໍໃຫ້ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກທ່ານ ສະຖິດຢູ່ກັບພວກທ່ານເທີ້ນ.”