lo_bible/13-1CH.usfm

1651 lines
309 KiB
Plaintext
Raw Permalink Blame History

This file contains ambiguous Unicode characters

This file contains Unicode characters that might be confused with other characters. If you think that this is intentional, you can safely ignore this warning. Use the Escape button to reveal them.

\id 1CH
\ide UTF-8
\h ພ​ຣະ​ທຳ ຂ່າວ​ຄາວ​ທີ​ໜຶ່ງ
\toc1 ພ​ຣະ​ທຳ ຂ່າວ​ຄາວ​ທີ​ໜຶ່ງ
\toc2 ພ​ຣະ​ທຳ ຂ່າວ​ຄາວ​ທີ​ໜຶ່ງ
\toc3 1ch
\mt ພ​ຣະ​ທຳ ຂ່າວ​ຄາວ​ທີ​ໜຶ່ງ
\s5
\c 1
\p
\v 1 ອາດາມ ເປັນພໍ່ຂອງເຊດ, ເຊດ ເປັນພໍ່ຂອງເອໂນດ, ເອໂນດ ເປັນພໍ່ຂອງເກນານ,
\v 2 ເກນານ ເປັນພໍ່ຂອງມະຫາລາເລນ, ມະຫາລາເລນ ເປັນພໍ່ຂອງຢາເຣັດ.
\v 3 ຢາເຣັດ ເປັນພໍ່ຂອງເອນົກ ແລະ ເອນົກເປັນພໍ່ຂອງເມທູເຊລາ; ເມທູເຊລາ ເປັນພໍ່ຂອງລາເມັກ,
\v 4 ແລະ ລາເມັກ ເປັນພໍ່ຂອງໂນອາ. ໂນອາ ມີລູກຊາຍສາມຄົນດັ່ງນີ້: ເຊມ, ຮາມ ແລະ ຢາເຟດ.
\s5
\v 5 ພວກລູກຊາຍຂອງຢາເຟດ ມີດັ່ງນີ້: ໂກເມ, ມາກົກ, ມາດາຍ, ຢາວານ, ຕູບານ, ເມເຊັກ ແລະ ຕີຣາດ. ພວກນີ້ເປັນປູ່ຍ່າຕາຍາຍຕໍ່ ໆ ມາຂອງຊົນຊາດທີ່ໄດ້ໃສ່ຊື່ຂອງພວກເຂົາ.
\v 6 ເຊື້ອສາຍຂອງໂກເມ ມີດັ່ງນີ້: ຊາວອັດສະເກນາດ, ລີຟັດ ແລະ ໂຕກາມາ.
\v 7 ເຊື້ອສາຍຂອງຢາວານ ມີດັ່ງນີ້: ຊາວເອລີຊາ, ສະເປນ, ໄຊປຣັດ ແລະ ໂຣເດັດ.
\s5
\v 8 ພວກລູກຊາຍຂອງຮາມ ມີດັ່ງນີ້: ກູເຊ, ເອຢິບ ແລະ ລີເບຍ. ພວກນີ້ເປັນປູ່ຍ່າຕາຍາຍຕໍ່ ໆ ມາຂອງຊົນຊາດທີ່ໃສ່ຊື່ຂອງພວກເຂົາ.
\v 9 ເຊື້ອສາຍຂອງກູເຊ ມີດັ່ງນີ້: ຊາວເສບາ, ຮາວິລາ, ສັບຕາ, ຣາອາມາ ແລະ ສັບເຕກາ. ເຊື້ອສາຍຂອງຣາອາມາ ແມ່ນຊາວເຊບາ ແລະ ຊາວເດດານ.
\v 10 ກູເຊ ມີລູກຊາຍຜູ້ໜຶ່ງຊື່ວ່າ ນິມໂຣດ ແລະ ລາວໄດ້ກາຍເປັນນັກປົກຄອງຜູ້ຍິ່ງໃຫຍ່ ຄົນທາໍອິດໃນໂລກ.
\s5
\v 11 ເຊື້ອສາຍຂອງເອຢິບ ມີດັ່ງນີ້: ຊາວລູດີອາ, ອານາມ, ເລອາບ, ນັບຕູ,
\v 12 ປາທະຣູ, ກັດສະລູ ແລະ ຊາວກະເຣເຕ (ຊຶ່ງເປັນຕົ້ນຕະກຸນຂອງຊາວຟີລິດສະຕິນ).
\s5
\v 13 ພວກລູກຊາຍຂອງການາອານ ມີດັ່ງນີ້: ຊີໂດນ ແລະ ເຫັດ. ທັງສອງນີ້ເປັນປູ່ຍ່າຕາຍາຍ ຕໍ່ ໆ ມາຂອງຊົນຊາດທີ່ໃສ່ຊື່ຂອງພວກເຂົາ.
\v 14 ການາອານ ຍັງເປັນປູ່ຍ່າຕາຍາຍຂອງຊົນຊາດດັ່ງຕໍ່ໄປນີ້: ເຢບຸດ, ອາໂມ, ກີກາຊີ,
\v 15 ຮີວີ, ອາກ, ຊິນ,
\v 16 ອາກວາດີ, ເຊມາ ແລະ ຮາມັດ.
\s5
\v 17 ພວກລູກຊາຍຂອງເຊມ ມີດັ່ງນີ້: ເອລາມ, ອັດຊູເຣ, ອາກປັດສາດ, ລູດ, ອາຣາມ, ຮຸນ, ເກເຕີ ແລະ ເມເຊັກ. ພວກນີ້ເປັນປູ່ຍ່າຕາຍາຍຂອງຊົນຊາດ ຕໍ່ ໆ ມາທີ່ໃສ່ຊື່ຂອງພວກເຂົາ.
\v 18 ອາກປັດສາດ ເປັນພໍ່ ຂອງເຊຣາ ແລະ ເຊຣາ ເປັນພໍ່ຂອງເອເບ.
\v 19 ເອເບ ມີລູກຊາຍສອງຄົນ; ຜູ້ໜຶ່ງຊື່ວ່າ ເປເຫລັກ ແລະ ກ່ອນຈະໃສ່ຊື່ນີ້ກໍເພາະສະໄໝນັ້ນ ຄົນໃນໂລກໄດ້ແບ່ງແຍກກັນ. [ກ] ສ່ວນ ຜູ້ໜຶ່ງອີກຊື່ວ່າ ໂຢກທານ.
\s5
\v 20 ໂຢກທານ ເປັນພໍ່ຂອງ: ອານໂມດາດ, ເສເລັບ, ຮາຊາມາເວດ, ເຢຣາ,
\v 21 ຮາໂດຣາມ, ອູຊານ, ດີກະລາ,
\v 22 ເອບານ, ອາບີມາເອນ, ເສບາ,
\v 23 ໂອພີ, ຮາວີລາ ແລະ ໂຢບັບ, ຊົນຊາດທັງໝົດນີ້ເປັນເຊື້ອສາຍຂອງໂຢກທານ.
\s5
\v 24 ສາຍຄອບຄົວຕັ້ງແຕ່ເຊມ ຫາ ອັບຣາມ ມີດັ່ງນີ້: ເຊມ, ອາກປັດສາດ, ເຊຣາ,
\v 25 ເອເບ, ເປເຫລັກ, ເຣອູ,
\v 26 ເຊຣຸກ, ນາໂຮ, ເຕຣາ,
\v 27 ແລະ ອັບຣາມ (ເອີ້ນກັນອີກວ່າ ອັບຣາຮາມ).
\s5
\v 28 ອັບຣາຮາມ ມີລູກຊາຍສອງຄົນຊື່ວ່າ ອີຊາກ ແລະ ອິດຊະມາເອນ.
\v 29 ລູກຊາຍ ຂອງອິດຊະມາເອນ ໄດ້ກາຍເປັນຫົວໜ້າຂອງສິບສອງເຜົ່າມີດັ່ງນີ້: ເນບາໂຢດ, ເກດາ, ອັດເບເອນ, ມິບຊໍາ,
\v 30 ມີຊະມາ, ດູມາ, ມັດຊາ, ຮາດັດ, ເຕມາ,
\v 31 ເຢຕູຣະ, ນາຟິດ ແລະ ເກເດມາ, ພວກດັ່ງກ່າວເປັນລູກຊາຍຂອງອິດຊະມາເອນ.
\s5
\v 32 ອັບຣາຮາມ ມີເມຍນ້ອຍຄົນໜຶ່ງຊື່ວ່າ ເກຕູຣາ ແລະ ນາງໄດ້ເກີດລູກຊາຍຫົກຄົນມີດັ່ງນີ້: ຊິມຣັນ, ໂຢກຊານ, ເມດານ, ມີດີອານ, ອີຊະບາກ ແລະ ຊູອາ. ໂຢກຊານ ມີລູກຊາຍ ສອງຄົນດັ່ງນີ້: ເຊບາ ແລະ ເດດານ.
\v 33 ມີດີອານ ມີລູກຊາຍຫ້າຄົນດັ່ງນີ້: ເອຟາ, ເອເຟ, ຮານົກ, ອາບີດາ ແລະ ເອນດາອາ, ທັງໝົດນີ້ແມ່ນເຊື້ອສາຍຂອງເກຕູຣາ.
\s5
\v 34 ອີ​ຊ​າກ​ລູ​ກ​ຊາຍ​ຂອງ​ອັບ​ຣາ​ຮາມ ມີ​ລູກ​ຊາຍ​ສອງ​ຄົນ​ຊື່​ວ່າ ເອ​ຊາວ ແລະ ຢາ​ໂຄບ.
\v 35 ພວກ​ລູກ​ຊາຍ​ຂອງ​ຂອງ​ເອ​ຊາວ ມີ​ດັ່ງ​ນີ້: ເອ​​ລີ​ຟັດ, ເຣ​ອູ​ເອນ, ເຢ​ອູດ, ຢາ​ລາມ ແລະ ໂກ​ຣາ.
\v 36 ​ພວກ​ລູກ​ຊາຍ​ຂອງ​ເອ​ລີ​ຟັດ ມີ​ດັ່ງ​ນີ້: ເຕ​ມານ, ໂອ​ມາ, ເຊ​ຟີ, ຄາ​ຕາມ, ເກ​ນັດ, ຕິມ​ນາ ແລະ ອ​າ​ມາ​ເຫ​ລັກ.
\v 37 ພວກ​ລູກ​ຊາຍ​ຂອງ​ເຣ​ອູ​ເອນ ມີ​ດັ່ງ​ນີ້: ນາ​ຮາດ, ເຊ​ຣາ, ຊາມ​ນາ ແລະ ມິດ​ຊາ.
\s5
\v 38 ພວກລູກຊາຍຂອງເສອີ ມີດັ່ງນີ້: ໂລຕັນ, ໂຊບານ, ຊີເບໂອນ, ອານາ, ດີໂຊນ, ເອເຊີ ແລະ ດີຊານ
\v 39 ພວກລູກຊາຍຂອງໂລຕັນ ມີດັ່ງນີ້: ໂຮຣີ ແລະ ໂຮມາໍ. (ໂລຕັນ ມີນ້ອງສາວຜູ້ໜຶ່ງຊື່ວ່າ ຕີມນາ.)
\v 40 ພວກ ລູກຊາຍຂອງໂຊບານ ມີດັ່ງນີ້: ອາລີອານ, ມານາຮາດ, ເອບານ, ເຊຟີ ແລະ ໂອນາມ. ຊີເບໂອນ ມີລູກຊາຍສອງຄົນຊື່ວ່າ ອາອີຢາ ແລະ ອານາ.
\s5
\v 41 ພວກລູກຊາຍຂອງອານາ ມີດັ່ງນີ້: ດີໂຊນ ແລະ ດີໂຊນເປັນພໍ່ຂອງຮໍາຣານ, ເອຊະບານ, ອີທະຣານ ແລະ ເກຣານ.
\v 42 ພວກລູກຊາຍຂອງເອເສ ມີດັ່ງນີ້: ບິນຮານ, ສາອາວານ ແລະ ຢາອາການ. ພວກລູກຊາຍຂອງດີຊານ ມີດັ່ງນີ້: ອູເຊິ ແລະ ອາຣານ.
\s5
\v 43 ບັນດາກະສັດທີ່ໄດ້ປົກຄອງອານາຈັກ ເອໂດມ ສືບຕໍ່ກັນມາກ່ອນສະໄໝທີ່ມີກະສັດປົກຄອງໃນປະເທດອິດສະຣາເອນ ມີດັ່ງນີ້: ເບລາ ລູກຊາຍຂອງເບອໍ ຈາກເມືອງດິນຮາບາ.
\v 44 ເມື່ອເບລາຕາຍໄປແລ້ວ ໂຢບັບລູກຊາຍຂອງເສຣາ ຈາກເມືອງໂບຊະຣາ ກໍໄດ້ຂຶ້ນປົກຄອງແທນ.
\v 45 ເມື່ອໂຢບັບຕາຍໄປແລ້ວ ຮູຊາມຈາກເມືອງເຕມານ ກໍໄດ້ຂຶ້ນປົກຄອງແທນ.
\s5
\v 46 ເມື່ອຮູຊາມຕາຍໄປແລ້ວ ຮາດັດລູກຊາຍຂອງເບດັດ ຈາກເມືອງອາວິດ ກໍໄດ້ຂຶ້ນປົກຄອງແທນ. (ຜູທີ່ເອົາຊະນະຊາວມີດີອານ ຢູ່ໃນນາຂອງໂມອາບ).
\v 47 ເມື່ອຮາດັດຕາຍໄປແລ້ວ ຊາມລາຈາກເມືອງມາຊະເຣກາ ກໍໄດ້ຂຶ້ນປົກຄອງແທນ.
\v 48 ເມື່ອຊາມລາຕາຍໄປແລ້ວ ສາອູນຊາວແຄມແມ່ນໍ້າເມືອງເຣໂຫໂບດ ກໍໄດ້ຂຶ້ນປົກຄອງແທນ.
\s5
\v 49 ເມື່ອສາອູນຕາຍໄປແລ້ວ ບາອານຮານານລູກຊາຍຂອງອັກໂບ ກໍໄດ້ຂຶ້ນປົກຄອງແທນ.
\v 50 ເມື່ອບາອານ ຮານານ ຕາຍໄປແລ້ວ ຮາດັດຈາກເມືອງປາອີ ກໍໄດ້ຂຶ້ນປົກຄອງແທນ. (ເມຍຂອງເພິ່ນຊື່ວ່າ ເມເຮຕາເບັນ ຜູ້ເປັນລູກສາວຂອງມາຕະເຣັດ ແລະ ຫລານສາວຂອງເມຊາຮາບ). ແລະ ຮາດັດໄດ້ຕາຍໄປ
\s5
\v 51 ປະຊາຊົນໃນເອໂດມ ໄດ້ແບ່ງອອກເປັນຫລາຍເຜົ່າ ມີດັ່ງນີ້: ຕີມນາ, ອາລີອານ, ເຢເຫັດ,
\v 52 ໂອໂຮລີບາມາ, ເອລາ, ປີໂນນ,
\v 53 ເກນາດ, ເຕມານ, ມິບຊາຣະ,
\v 54 ມັກດິເອນ ແລະ ອີຣາມ, ພວກເຫລົ່ານີ້ ແມ່ນຊົນເຜົ່າຂອງເອໂດມ.
\s5
\c 2
\p
\v 1 ຢາໂຄບ ມີລູກຊາຍສິບສອງຄົນ ດັ່ງນີ້: ຣູເບັນ, ຊີເມໂອນ, ເລວີ, ຢູດາ, ອິດຊາຄາ, ເຊບູໂລນ,
\v 2 ດານ, ໂຢເຊັບ, ເບັນຢາມິນ, ເນັບທາລີ, ກາດ ແລະ ອາເຊ.
\s5
\v 3 ຢູດາ ມີລູກຊາຍຫ້າຄົນ. ລູກຊາຍສາມ ຄົນທີ່ເກີດຈາກນາງບັດຊູອາ ຊາວການາອານ ມີດັ່ງນີ້: ເອຣະ, ໂອນານ ແລະ ເຊຣາ. ເອຣະ ຜູ້ເປັນລູກຊາຍກົກຊົ່ວຮ້າຍຫລາຍ. ສະນັ້ນ ອົງພຣະຜູ້ເປັນເຈົ້າຈຶ່ງຂ້າລາວ.
\v 4 ລູກຊາຍສອງຄົນທ່ີ່ເກີດຈາກນາງຕາມາ ລູກໃພ້ຂອງຕົນມີດັ່ງນີ້: ເປເຣັດ ແລະ ເຊຣາ
\s5
\v 5 ເປເຣັດ ມີລູກຊາຍສອງຄົນຊື່ວ່າ ເຮັດຊະໂຣນ ແລະ ຮາມູນ.
\v 6 ເຊຣາ ນ້ອງຊາຍ ຂອງລາວມີລູກຊາຍຫ້າຄົນ ດັ່ງນີ້: ຊິມຣີ, ເອທານ, ເຮມານ, ການໂກນ ແລະ ດາຣາ.
\v 7 ອາການ [ຂ] ລູກຊາຍຂອງການໝີ ແລະ ໜຶ່ງໃນເຊື້ອສາຍຂອງເຊຣາ ໄດ້ນາໍຄວາມຈິບຫາຍມາຍັງປະຊາຊົນອິດສະຣາເອນ ໂດຍຮັກສາຂອງທີ່ປຸ້ນມາໄດ້ໄວ້ ຊຶ່ງຂອງເຫລົ່ານັ້ນໄດ້ມອບຖວາຍແລ້ວ.
\v 8 ເອທານ ມີລູກຊາຍຜູ້ໜຶ່ງຊື່ວ່າ ອາຊາຣີຢາ.
\s5
\v 9 ເຮັດຊະໂຣນ ມີລູກຊາຍສາມຄົນດັ່ງນີ້: ເຢຣາ ເມເອນ, ຣາມ ແລະ ເຄລູໄບ (ກາເຫລັບ).
\v 10 ສາຍຄອບຄົວທີ່ສືບຈາກ ຣາມ ເຖິງ ເຢຊີ ມີດັ່ງນີ້: ຣາມ ເປັນພໍ່ຂອງອາມມີນາດາບ, ອາມມີນາດາບ ເປັນພໍ່ຂອງນາໂຊນ, (ບຸກຄົນສໍາຄັນຂອງເຜົ່າຢູດາຍ)
\v 11 ນາໂຊນ ເປັນພໍ່ຂອງຊານມາ, ຊານມາ ເປັນພໍ່ຂອງໂບອາດ,
\v 12 ໂບອາດ ເປັນພໍ່ຂອງໂອເບັດ ແລະ ໂອເບັດ ເປັນພໍ່ຂອງເຢຊີ.
\s5
\v 13 ເຢຊີ ມີລູກຊາຍເຈັດຄົນ. ເມື່ອໄລ່ຕາມລໍາດັບອາຍຸແລ້ວ ມີດັ່ງນີ້: ເອລີອາບ, ອາບີນາດາບ, ສີເມອາ,
\v 14 ເນທາເນນ, ຣັດດາຍ,
\v 15 ໂອເຊມ ແລະ ດາວິດ.
\s5
\v 16 ເພິ່ນຍັງມີລູກສາວສອງຄົນ ດັ່ງນີ້: ນາງເຊຣູອີຢາ ແລະ ນາງອາບີກາຍ. ນາງເຊຣູອີຢາ ລູກສາວຂອງເຢຊີ ມີລູກຊາຍສາມຄົນ ດັ່ງນີ້: ອາບີໄຊ, ໂຢອາບ ແລະ ອາຊາເຮນ.
\v 17 ນາງອາບີກາຍ ລູກສາວຜູໜຶ່ງອີກໄດ້ແຕ່ງງານກັບເຢເທີ ຜູ້ສືບເຊື້ອສາຍມາຈາກອິດຊະມາເອນ ແລະ ພວກເຂົາມີລູກຊາຍຜູ້ໜຶ່ງຊື່ວ່າ ອາມາສາ.
\s5
\v 18 ກາເຫລັບ ລູກຊາຍຂອງເຮັດຊະໂຣນ ໄດ້ແຕ່ງງານກັບນາງອາຊູບາ ແລະ ມີລູກສາວຜູ້ໜຶ່ງຊື່ວ່າ ເຢຣີໂອດ. ນາງມີ [ຄ] ລູກຊາຍ ສາມຄົນດັ່ງນີ້: ເຢເຊ, ໂຊບັບ ແລະ ອາກໂດນ.
\v 19 ຫລັງຈາກອາຊູບາ ໄດ້ຕາຍໄປແລ້ວ ກາເຫລັບກໍໄດ້ແຕ່ງງານກັບເອຟຣັດ ແລະ ພວກເຂົາມີລູກຊາຍຜູ້ໜຶ່ງຊື່ວ່າ ຮູເຣ.
\v 20 ລູກຊາຍຂອງຮູເຣ ຊື່ວາ ອູຣິ ແລະຫລານຊາຍຊື່ວ່າ ເບຊາເລນ.
\s5
\v 21 ເມື່ອເຮັດຊະໂຣນ ມີອາຍຸໄດ້ຫົກສິບປີ ເພິ່ນໄດ້ແຕ່ງງານກັບລູກສາວຂອງມາກີ ນ້ອງສາວຂອງກີເລອາດ ພວກເຂົາມີລູກຊາຍຜູ້ໜຶ່ງຊື່ວ່າ ເສກຸບ,
\v 22 ແລະ ເສກຸບ ມີລູກຊາຍຜູໜຶ່ງຊື່ວ່າ ຢາອີ. ຢາອີໄດ້ປົກຄອງ [ງ] ຊາວສາມຫົວເມືອງໃນເຂດແດນກີເລອາດ
\s5
\v 23 ແຕ່ເພິ່ນໄດ້ໃຊ້ກາໍລັງຢຶດເອົາອານາຈັກຕ່າງ ໆ ຂອງເກຊູ ແລະ ຂອງອາຣາມ ຫົກສິບຕົວເມືອງ ລວມທັງໝູ່ບ້ານທັງຫລາຍຂອງຢາອີ ແລະ ເກນາດ ຕະຫລອດທັງຫົວເມືອງຕ່າງ ໆ ທີ່ຢູ່ອ້ອມແອ້ມນັ້ນ. ຊາວເມືອງທີ່ອາໄສຢູ່ທີ່ນັ້ນ ແມ່ນໄດ້ສືບເຊື້ອສາຍມາຈາກມາກີ ຜູ້ເປັນພໍ່ຂອງກີເລອາດ.
\v 24 ຫລັງຈາກ ເຮັດຊະໂຣນໄດ້ຕາຍໄປແລ້ວ ກາເຫລັບຜູ້ເປັນລູກຊາຍຈຶ່ງໄດ້ແຕ່ງງານກັບນາງເອຟຣັດ ເມຍໝ້າຍຂອງພໍ່ຕົນ. [ຈ] ພວກເຂົາມີລູກຊາຍຜູ້ໜຶ່ງຊື່່ວ່າ ອາຊະຮູ ຜູ້ທີ່ໄດ້ສ້າງເມືອງເຕກົວ.
\s5
\v 25 ເຢຣາເມເອນ ລູກຊາຍກົກຂອງເຮັດຊະໂຣນ ມີລູກຊາຍຫ້າຄົນດັ່ງນີ້: ຣາມ ເປັນລູກກົກ, ບູນາ, ໂອຣັນ, ໂອເຊມ ແລະ ອາຮີຢາ.
\v 26-27 ຣາມ ມີລູກຊາຍສາມ ຄົນດັ່ງນີ້: ມາອາ, ຢາມິນ ແລະ ເອເກ. ເຢຣາເມເອນ ມີເມຍອີກຜູ້ໜຶ່ງຊື່ວ່າ ອາຕາຣາ ແລະ ພວກເຂົາມີລູກຊາຍຜູ້ໜຶ່ງຊື່ວ່າ ໂອນານ.
\v 28 ໂອນານ ມີລູກຊາຍສອງຄົນຊື່ວ່າ ຊາມມາຍ ແລະ ຢາດາ ແລະ ຊາມມາຍມີລູກຊາຍສອງຄົນດັ່ງນີ້: ນາດາບ ແລະ ອາບີຊູ.
\s5
\v 29 ອາບີຊູ ໄດ້ແຕ່ງງານກັບຍິງຜູ້ໜຶ່ງຊື່ວ່າ ອາບີຮາຍ ແລະ ພວກເຂົາມີລູກຊາຍສອງຄົນດັ່ງນີ້: ອາບານ ແລະ ໂມລິດ.
\v 30 ນາດາບ ອ້າຍຂອງອາບີຊູ ມີລູກຊາຍສອງຄົນຊື່ວ່າ ເສເລັດ ແລະ ອັບປາອິມ, ແຕ່ ເສເລັດໄດ້ຕາຍໄປໂດຍບໍ່ມີລູກ.
\v 31 ອັບປາອິມ ເປັນພໍ່ຂອງອີຊີ ແລະ ອີຊີເປັນພໍ່ຂອງເຊຊານ ແລະ ເຊຊານ ເປັນພໍ່ຂອງອາຮະໄລ.
\v 32 ຢາດາ ນ້ອງຂອງຊາມມາຍ ມີລູກຊາຍສອງຄົນຊື່ວ່າ ເຢເທີ ແລະ ໂຢນາທານ; ແຕ່ ເຢເທີໄດ້ຕາຍໄປໂດຍບໍ່ມີລູກ.
\v 33 ໂຢນາທານ ມີລູກຊາຍສອງຄົນຊື່ວ່າ ເປເລດ ແລະ ຊາຊາ. ທັງໝົດນີ້ແມ່ນເຊື້ອສາຍຂອງເຢຣາເມເອນ.
\s5
\v 34 ເຊຊານ ບໍ່ມີລູກຜູ້ຊາຍ ມີແຕ່ລູກຜູ້ຍິງ ລາວມີຄົນຮັບໃຊ້ຊາຍ ຊາວເອຢິບຜູ້ໜຶ່ງຊື່ວ່າ ຢາຣະຮາ
\v 35 ແລະ ໄດ້ຍົກລູກສາວຄົນໜຶ່ງໃຫ້ແຕ່ງງານກັບຄົນຮັບໃຊ້ຜູ້ນີ້ ພວກເຂົາມີລູກຊາຍຜູ້ໜຶ່ງຊື່ວ່າ ອັດໄຕ.
\s5
\v 36 ສາຍຄອບຄົວແຕ່ ອັດໄຕ ເຖິງ ເອລີຊາມາ ມີດັ່ງນີ້: ອັດໄຕ ເປັນພໍ່ຂອງນາທານ, ນາທານ ເປັນພໍ່ຊາບັດ,
\v 37 ຊາບັດ ເປັນພໍ່ຂອງເອຟະລານ, ເອຟະລານ ເປັນພໍ່ຂອງໂອເບັດ,
\v 38 ໂອເບັດ ເປັນພໍ່ຂອງເຢຮູ, ເຢຮູ ເປັນພໍ່ຂອງອາຊາຣີຢາ,
\s5
\v 39 ອຸດຊີຢາ ເປັນພໍ່ຂອງເຮເລັດ, ເຮເລັດ ເປັນພໍ່ຂອງເອເລອາຊາ,
\v 40 ເອເລອາຊາ ເປັນພໍ່ຂອງສີສະໝາຍ, ສີສະໝາຍ ເປັນພໍ່ຂອງຊານລູມ
\v 41 ຊານລູມ ເປັນພໍ່ຂອງເຢກາມີຢາ ແລະ ເອລີຊາມາ.
\s5
\v 42 ລູກຊາຍກົກຂອງກາເຫລັບ ນ້ອງຂອງເຢຣາເມເອນ ຊື່ວ່າ ເມຊາ ລາວເປັນພໍ່ຂອງຊີເຟ. ຊີເຟ ເປັນພໍ່ຂອງມາເຣຊາ ແລະ ມາເຣຊາ ເປັນພໍ່ຂອງເຮັບໂຣນ. [ສ]
\v 43 ເຮັບໂຣນ ມີລູກຊາຍສີ່ຄົນດັ່ງນີ້: ໂກຣາ, ຕັບປູອາ, ເຣເກມ ແລະ ເຊມາ.
\v 44 ເຊມາ ເປັນພໍ່ຂອງຣາຮາມ ແລະ ເປັນປູ່ຂອງຢອກເກອາມ. ເຣເກມອ້າຍຂອງເຊມາ ເປັນພໍ່ຂອງຊາມມາຍ
\s5
\v 45 ຊາມມາຍ ເປັນພໍ່ຂອງມາໂອນ ແລະ ມາໂອນ ເປັນພໍ່ຂອງເບັດສູເຣ.
\v 46 ກາເຫລັບມີເມຍນ້ອຍຜູ້ໜຶ່ງຊື່ວ່າ ເອຟາ. ໂດຍທາງນາງເອຟາ ເພິ່ນມີລູກຊາຍສາມຄົນດັ່ງນີ້: ຮາຣານ, ໂມຊາ ແລະ ກາເຊັດ. ຮາຣານ ມີລູກຊາຍຜູ້ໜຶ່ງ ຄືກັນຊື່ວ່າ ກາເຊັດ.
\v 47 ມີຊາຍຄົນໜຶ່ງຊື່ວ່າ ຢາດາຍ. ລາວມີລູກຊາຍຢູ່ຫົກຄົນດັ່ງນີ້: ເຣເຄມ, ໂຢທາມ, ເກຊານ, ເປເລັດ, ເອຟາ ແລະ ຊາອາບ.
\s5
\v 48 ກາເຫລັບ ມີເມຍນ້ອຍຜູ້ອື່ນອີກ ຊື່ວ່າ ມາອາກາ ແລະ ນາງໄດ້ເກີດລູກຊາຍໃຫ້ເພິ່ນສອງຄົນດັ່ງນີ້: ເຊເບ ແລະ ຕີຮານາ.
\v 49 ຕໍ່ມາ ນາງກໍມີລູກຊາຍອີກສອງຄົນດັ່ງນີ້: ຊາອາບ ຜູ້ທີ່ໄດ້ສ້າງເມືອງມາດມານນາ ແລະ ເຊວາ ຜູ້ທີ່ໄດ້ສ້າງເມືອງມັກເບນາ ແລະ ກີເບອາ. ນອກນີ້ ກາເຫລັບຍັງມີລູກສາວຄົນໜຶ່ງຊຶ່ວ່າ ອັກຊາ.
\v 50 ຕໍ່ໄປນີ້ແມ່ນເຊື້ອສາຍຂອງ ກາເຫລັບ ອີກດັ່ງນີ້: ຮູເຣ ແມ່ນລູກຊາຍກົກຂອງກາເຫລັບ ທີ່ໄດ້ກັບນາງເອຟຣັດ ເມຍຂອງເພິ່ນ. ໂຊບານ ລູກຊາຍຂອງຮູເຣ ຜູ້ທີ່ໄດ້ສ້າງເມືອງກີຣິອາດ ເຢອາຣິມ.
\s5
\v 51 ຊານມາ ລູກຊາຍຜູ້ທີສອງ ຜູ້ທີ່ໄດ້ສ້າງເມືອງເບັດເລເຮັມ ແລະ ຮາເຣັບ ລູກຊາຍຜູ້ທີສາມ ຜູ້ທີ່ໄດ້ສ້າງເມືອງເບັດກາເດ.
\s5
\v 52 ໂຊບານ ຜູ້ທີ່ໄດ້ສ້າງເມືອງກີຣິອາດ ເຢອາຣິມ ເປັນບັນພະບຸລຸດຂອງປະຊາຊົນເມືອງຮາໂລເອ, ປະຊາຊົນເຄິ່ງໜຶ່ງຂອງຊາວເມນູໂຫດ,
\v 53 ແລະ ຕະກຸນຕ່າງ ໆ ທີ່ໄດ້ອາໄສ ຢູ່ໃນເມືອງກີຣິອາດ ເຢອາຣິມ ມີດັ່ງນີ້: ຊາວອີທາ, ປູທະ, ຊູມາ ແລະ ມິດຊະຣາ (ປະຊາຊົນໃນເມືອງຕ່າງ ໆ ຂອງ ໂສຣາ ແລະ ອັດສະຕາໂອນ ເປັນສະມາຊິກຂອງຄອບຄົວເຫລົ່ານີ້.)
\s5
\v 54 ຊານມາ ຜູ້ທີ່ໄດ້ສ້າງເມືອງເບັດເລເຮັມ ຊາວເນໂຕຟັດ ຊາວອາໂຣດ ເບັດໂຢອາບ ແລະ ເຄິ່ງໜຶ່ງຂອງຊາວມານາຮາດ ກັບຊາວໂຊເຣ.
\v 55 ຕະກຸນຕ່າງ ໆ ຂອງຜູ້ຊ່ຽວຊານທາງການຂຽນ ແລະ ລອກເອກະສານ ທີ່ອາໄສຢູ່ຕາມເມືອງຢາເບດ ມີດັ່ງນີ້: ຕີຣາດ, ຊີເມອາດ ແລະ ຊູກາ. ພວກເຂົາແມ່ນຊາວເກເນ ທີ່ໄດ້ແຕ່ງງານກັບຊາວເຣກາບ.
\s5
\c 3
\p
\v 1 ຕໍ່ໄປນີ້ແມ່ນລູກຊາຍຂອງກະສັດດາວິດ ຕາມລໍາດັບອາຍຸເກີດ ໃນເວລາທີ່ເພິ່ນໄດ້ອາໄສຢູ່ໃນເມືອງເຮັບໂຣນ ມີດັ່ງນີ້: ອໍາໂນນ ມີແມ່ຊື່ນາງອາຮີໂນອາມ ຊາວຢິດສະເຣນ. ດານີເອນ ມີແມ່ຊື່ນາງອາບີກາຍ ຊາວພູກາເມນ.
\v 2 ອັບຊາໂລມ ມີແມ່ຊື່ນາງມາອາກາ ລູກສາວຂອງກະສັດຕັນໄມ ແຫ່ງ ເມືອງເກຊູ. ອາໂດນີຢາ ມີແມ່ຊື່ນາງຮັກກິດ.
\v 3 ເຊຟາຕີຢາ ມີແມ່ຊື່ນາງອາບີຕານ. ອິດທະເຣອາມ ມີແມ່ຊື່ນາງເອກະລາ.
\s5
\v 4 ລູກທັງຫົກຄົນນັ້ນ ໄດ້ເກີດຢູ່ໃນເມືອງເຮັບໂຣນ ເວລາທີ່ກະສັດດາວິດໄດ້ປົກຄອງ ຢູ່ທີ່ນັ້ນເປັນເວລາເຈັດປີເຄິ່ງ. ກະສັດດາວິດໄດ້ປົກຄອງຢູ່ທີ່ນະຄອນເຢຣູຊາເລັມ ເປັນເວລາສາມສິບສາມປີ ແລະ ເພິ່ນໄດ້ລູກຊາຍ ອີກຫລາຍຄົນ. ນາງບັດເຊບາ ເມຍຂອງເພິ່ນລູກສາວຂອງອາມມີເອນ
\v 5 ໄດ້ເກີດລູກຊາຍສີ່ຄົນດັ່ງນີ້: ຊີເມອາ, ໂຊບັບ, ນາທານ ແລະ ໂຊໂລໂມນ.
\s5
\v 6 ເພິ່ນໄດ້ມີລູກຊາຍອື່ນ ໆ ອີກເກົ້າຄົນດັ່ງນີ້: ອິບຮາ, ເອລີຊາມາ, ເອລີເຟເລັດ,
\v 7 ໂນຄາ, ເນເຟັກ, ຢາຟີອາ,
\v 8 ເອລີຊາມາ, ເອລີອາດາ ແລະ ເອລີເຟເລັດ.
\v 9 ນອກຈາກລູກທັງໝົດເຫລົ່ານີ້ແລ້ວ ເພິ່ນຍັງມີລູກຊາຍຕັ້ງຫລາຍຄົນ ທີ່ໄດ້ເກີດຈາກບັນດາເມຍນ້ອຍ. ເພິ່ນໄດ້ມີລູກສາວຜູ້ໜຶ່ງອີກຊື່ວ່າ ຕາມາ.
\s5
\v 10 ຣາຊວົງຂອງກະສັດໂຊໂລໂມນ ແຕ່ພໍ່ຮອດລູກ ມີດັ່ງນີ້: ໂຊໂລໂມນ, ເຣໂຫໂບອາມ, ອາບີຢາ, ອາສາ, ເຢໂຮຊາຟັດ,
\v 11 ໂຢຣາມ, ອາຮາຊີຢາ, ໂຢອາດ,
\v 12 ອາມາຊີຢາ, ອຸດຊີຢາ, ໂຢທາມ,
\s5
\v 13 ອາຮາດ, ເຮເຊກີຢາ, ມານາເຊ,
\v 14 ອາໂມນ ແລະ ໂຢສີຢາ
\s5
\v 15 ໂຢສີຢາ ມີລູກຊາຍສີ່ຄົນຕາມລໍາດັບອາຍຸ ມີດັ່ງນີ້: ໂຢຮານັນ, ເຢໂຮຍອາກິມ, ເຊເດກີຢາ ແລະ ຊັນລູມ.
\v 16 ເຢໂຮຍອາກິມ ມີລູກຊາຍສອງຄົນດັ່ງນີ້: ເຢໂຮຍອາກິນ ແລະ ເຊເດກີຢາ.
\s5
\v 17 ຄົນເຫລົ່ານີ້ແມ່ນບັນດາເຊື້ອສາຍຂອງກະສັດເຢໂຮຍອາກິນ ທີ່ຖືກພວກບາບີໂລນ ຈັບໄປເປັນຊະເລີຍ. ກະສັດເຢໂຮຍອາກິນ ມີລູກຊາຍເຈັດຄົນດັ່ງນີ້: ເຊອານຕີເອນ,
\v 18 ມານກີຣາມ, ເປດາອີຢາ, ເຊນັດຊາ, ເຢກາມີຢາ, ໂຮຊາມາ ແລະ ເນດາບີຢາ.
\s5
\v 19 ເປດາອີຢາ ມີລູກຊາຍສອງຄົນດັ່ງນີ້: ເຊຣຸບບາເບນ ແລະ ຊີເມອີ. ເຊຣຸບບາເບນ ມີລູກຊາຍສອງຄົນດັ່ງນີ້: ເມຊູນລໍາ ແລະ ຮານານີຢາ ແລະ ມີລູກສາວຜູ້ໜຶ່ງຊື່ວ່າ ເຊໂລມິດ.
\v 20 ເພິ່ນຍັງມີລູກສາວຕື່ມອີກຫ້າຄົນ ດັ່ງນີ້: ຮາຊູບາ, ໂອເຮນ, ເບເຣກີຢາ, ຮາຊາດີຢາ ແລະ ຢູຊັບເຮເສັດ.
\v 21 ຮານານີຢາ ມີລູກຊາຍສອງຄົນ ດັ່ງນີ້: ເປລາຕີຢາ ແລະ ເຢຊາອີຢາ. ເຢຊາອີຢາເປັນພໍ່ຂອງເຣຟາອີຢາ ແລະ ເຣຟາອີຢາເປັນພໍ່ຂອງອາກນັນ. ອາກນັນເປັນພໍ່ຂອງໂອບາດີຢາ ແລະ ໂອບາດີຢາເປັນພໍ່ຂອງເຊການີຢາ. [ຊ]
\s5
\v 22 ເຊການີຢາ ມີລູກຊາຍຜູ້ໜຶ່ງຊື່ວ່າ ເຊມາອີຢາ ແລະ ມີຫລານຊາຍຫ້າຄົນ ດັ່ງນີ້: ຮັດຕຸຊະ, ອີການ, ບາຣີຢາ, ເນອາຣີຢາ ແລະ ຊາຟັດ.
\v 23 ເນອາຣີຢາ ມີລູກຊາຍສາມຄົນດັ່ງນີ້: ເອລີໂອນາຍ, ຮີຊະກີຢາ ແລະ ອາຊະຣີກາມ.
\v 24 ເອລີໂອນາຍ ມີລູກຊາຍເຈັດຄົນດັ່ງນີ້: ໂຮດາວີຢາ, ເອລີອາຊິບ, ເປລາອີຢາ, ອັກກຸບ, ໂຢຮານານ, ເດລາອີຢາ ແລະ ອານານີ.
\s5
\c 4
\p
\v 1 ຄົນເຫລົ່ານີ້ແມ່ນເຊື້ອສາຍບາງສ່ວນຂອງຢູດາ ມີດັ່ງນີ້: ເປເຣັດ, ເຮຊະໂຣນ, ການມີ, ຮູເຣ ແລະ ໂຊບານ.
\v 2 ໂຊບານເປັນພໍ່ຂອງເຣອາອີຢາ ແລະ ເຣອາອີຢາເປັນພໍ່ຂອງຢາຮາດ; ຢາຮາດເປັນພໍ່ຂອງອາຮູມາຍ ແລະ ລາຮາດ ຊຶ່ງເປັນບັນພະບຸລຸດຂອງຊົນຊາດໂຊຣາ.
\s5
\v 3-4 ຮູເຣ ແມ່ນລູກຊາຍກົກຂອງກາເຫລັບ ທີ່ໄດ້ກັບນາງເອຟຣັດ. ແມ່ນເຊື້ອສາຍຂອງຮູເຣ ທີ່ເປັນຜູ້ໄດ້ສ້າງເມືອງເບັດເລເຮັມ. ຮູເຣ ມີລູກຊາຍສາມຄົນດັ່ງນີ້: ເອຕາມ, ເປນູເອນ ແລະ ເອເຊ. ເອຕາມ ມີລູກຊາຍ [ຍ] ສາມຄົນດັ່ງນີ້: ຢິດສະເຣນ, ອີຊະມາ ແລະ ອີດະບັດ ແລະ ມີລູກສາວຜູ້ໜຶ່ງຊື່ວ່າ ຮັດເຊເລນໂປນີ. ເປນູເອນໄດ້ສ້າງເມືອງເກໂດເຣ ແລະ ເອເຊໄດ້ສ້າງເມືອງຮູສາ.
\s5
\v 5 ອາຊະຮູ ຜູ້ໄດ້ສ້າງເມືອງເຕກົວ ມີເມຍສອງຄົນດັ່ງນີ້: ເຮລາ ແລະ ນາອາຣາ.
\v 6 ລາວມີລູກຊາຍກັບນາງນາອາຣາ ສີ່ຄົນດັ່ງນີ້: ອາຮູດຊໍາ, ເຮເຟ, ເຕເມນີ ແລະ ຮາຫັດສະຕາຣີ.
\v 7 ແລະ ລາວຍັງມີລູກຊາຍກັບນາງເຮລາ ສາມຄົນດັ່ງນີ້: ເຊເຣດ, ອີຊະຮາດ ແລະ ເອທະນັນ.
\v 8 ໂກເຊ ເປັນພໍ່ຂອງອານຸບ ແລະ ໂຊເບບາ ແລະເປັນບັນພະບຸລຸດຂອງຕະກຸນຕ່າງ ໆ ທີ່ສືບເຊື້ອສາຍມາຈາກອາຮາເຮນ ລູກຊາຍຂອງຮາຣູມ.
\s5
\v 9 ມີຊາຍຄົນໜຶ່ງຊື່ວ່າ ຢາເບດ ແລະ ລາວໄດ້ຮັບການນັບຖືຫລາຍກວ່າໝູ່ໃນຄອບຄົວ. ແມ່ຂອງລາວໄດ້ໃສ່ຊື່ໃຫ້ວ່າ ຢາເບດ [ດ] ເພາະເມື່ອຄອດລາວອອກມານັ້ນ ນາງໄດ້ຮັບຄວາມເຈັບປວດຫລາຍ.
\v 10 ແຕ່ ຢາເບດ ໄດ້ພາວັນນາອະທິຖານຕໍ່ພຣະເຈົ້າແຫ່ງຊາດອິດສະຣາເອນ ວ່າ, “ໂອ ພຣະເຈົ້າເອີຍ ໂຜດອວຍພອນຂ້ານ້ອຍ ແລະ ໃຫ້ຂ້ານ້ອຍມີດິນແດນຢ່າງຫລວງຫລາຍແດ່ທ້ອນ. ໂຜດສະຖິດຢູ່ນາໍຂ້ານ້ອຍ ແລະ ຮັກສາຂ້ານ້ອຍ ໃຫ້ພົ້ນຈາກການຊົ່ວຮ້າຍນາ ໆ ປະການແດ່ທ້ອນ ຊຶ່ງອາດເຮັດໃຫ້ຂ້ານ້ອຍໄດ້ຮັບຄວາມ ເຈັບປວດ. ” ພຣະເຈົ້າໄດ້ໃຫ້ສິ່ງທີ່ລາວໄດ້ພາວັນນາອະທິຖານຂໍນັ້ນ.
\s5
\v 11 ກາເຫລັບ ອ້າຍຂອງຊູຮາ ມີລູກຊາຍຜູ້ໜຶ່ງຊື່ວ່າ ເມເຮຍ. ເມເຮຍເປັນພໍ່ຂອງເອຊະໂຕນ,
\v 12 ແລະ ເອຊະໂຕນ ມີລູກຊາຍສາມຄົນດັ່ງນີ້: ເບັດຣາພາ, ປາເຊອາ ແລະ ເຕຮີນນາ. ເຕຮີນນາເປັນຜູ້ສ້າງເມືອງນາຮາດ. ພວກເຊື້ອສາຍຂອງຄົນເຫລົ່ານີ້ໄດ້ອາໄສຢູ່ໃນເມືອງເຣກາ.
\s5
\v 13 ເກນາດ ມີລູກຊາຍສອງຄົນດັ່ງນີ້: ໂອທະນີເອນ ແລະ ເສຣາອີຢາ. ໂອທະນີເອນມີລູກຊາຍສອງຄົນ ເຊັ່ນກັນດັ່ງນີ້: ຮາທັດ ແລະ ເມໂອໂນທາຍ. [ຕ]
\v 14 ເມໂອໂນທາຍເປັນພໍ່ຂອງໂອຟະຣາ. ເສຣາອີຢາເປັນພໍ່ຂອງໂຢອາບ ຜູ້ທີ່ໄດ້ກໍ່ຕັ້ງບ້ານແຫ່ງຮ່ອມພູຊ່າງສີມື ຊຶ່ງເປັນບ່ອນທີ່ພວກນາຍຊ່າງສີມືທຸກຄົນອາໄສຢູ່.
\v 15 ກາເຫລັບລູກຊາຍຂອງເຢຟຸນເນ ມີລູກຊາຍສາມ ຄົນດັ່ງນີ້: ອີຣູ, ເອລາ ແລະ ນາອາມ. ເອລາເປັນພໍ່ຂອງເກນາດ.
\v 16 ເຢຮັນເລເລນ ມີລູກຊາຍສີ່ຄົນດັ່ງນີ້: ສີເຟ, ສີຟາ, ຕີຣິອາ ແລະ ອາຊາເຣນ.
\s5
\v 17-18 ເອຊະຣາ ມີລູກຊາຍສີ່ຄົນດັ່ງນີ້: ເຢເທ, ເມເຣດ, ເອເຟ ແລະ ຢາໂລນ. ເມເຣດໄດ້ແຕ່ງງານກັບບີທີຢາ ລູກສາວຂອງກະສັດຟາໂຣ ແຫ່ງປະເທດເອຢິບ; ແລະ ພວກເຂົາມີລູກສາວຄົນໜຶ່ງຊື່ວ່າ ມີຣີອາມ ແລະ ມີລູກຊາຍສອງຄົນຊື່ວ່າ ຊາມມາຍ ແລະ ອີຊະບາ. ອີຊະບາໄດ້ສ້າງເມືອງເອຊະເຕມົວ. ເມເຣດຍັງໄດ້ແຕ່ງງານກັບຍິງຄົນໜຶ່ງໃນເຜົ່າຢູດາ ເຊັ່ນກັນ ແລະ ພວກເຂົາມີລູກຊາຍສາມຄົນດັ່ງນີ້: ເຢເຣັດ ຜູ້ໄດ້ສ້າງເມືອງເກໂດເຣ; ເຮເບ ຜູ້ໄດ້ສ້າງເມືອງໂຊໂກ; ແລະ ເຢກູທິເອນ ຜູ້ໄດ້ສ້າງເມືອງຊາໂນອາ.
\s5
\v 19 ໂຮດີຢາ ໄດ້ແຕ່ງງານກັບເອື້ອຍຂອງນາຮາມ. ເຊື້ອສາຍຂອງພວກເຂົາໄດ້ກໍ່ຕັ້ງຕະກຸນຄາມ ຊຶ່ງໄດ້ອາໄສຢູ່ໃນເມືອງເກລີອາ ແລະ ຕະກຸນມາອາກາດ ໄດ້ອາໄສຢູ່ໃນເມືອງເອຊະເຕມົວ. [ຖ]
\v 20 ຊີໂມນ ມີລູກຊາຍສີ່ຄົນດັ່ງນີ້: ອາມໂນນ, ຣິນນາ, ເບນຮານານ ແລະ ຕີໂລນ. ອີຊີ ມີລູກຊາຍສອງຄົນດັ່ງນີ້: ໂຊເຫັດ ແລະ ເບນໂຊເຫັດ.
\s5
\v 21 ເຊລາ ແມ່ນລູກຊາຍຄົນໜຶ່ງໃນບັນດາລູກຊາຍທັງຫລາຍຂອງຢູດາ. ເຊື້ອສາຍຂອງເພິ່ນມີດັ່ງນີ້: ເອຣະ ຜູ້ທີ່ໄດ້ສ້າງເມືອງເລກາ; ລາອາດາ ຜູ້ທີ່ໄດ້ສ້າງເມືອງມາເລຊາ; ຕະກຸນ ຂອງຊ່າງຕໍ່າຜ້າຜູ້ທີ່ໄດ້ອາໄສຢູ່ເມືອງເບັດອາເຊເບອາ;
\v 22 ໂຢກີມ ແລະ ປະຊາຊົນທີ່ໄດ້ອາໄສຢູ່ໃນເມືອງໂກເຊບາ; ແລະ ໂຢອາດ ກັບ ສາຣາບ ຜູ້ທີ່ໄດ້ແຕ່ງງານກັບຍິງຊາວໂມອາບ; ແລະ ຕໍ່ມາໄດ້ຕັ້ງຖິ່ນຖານຢູ່ເລີຍທີ່ເບັດເລເຮັມ. [ທ] (ສ່ວນຂະນົບທາໍນຽມເຫລົ່ານີ້ ເປັນເລື່ອງບູຮານຫລາຍ.)
\v 23 ພວກເຂົາ ເປັນຊ່າງປັ້ນໝໍ້ຮັບໃຊ້ກະສັດ ແລະ ໄດ້ອາໄສ ຢູ່ໃນເມືອງເນຕາອີມ ແລະ ເຄເດຣາ.
\s5
\v 24 ຊີີເມ​ໂອນ ມີ​ລູກ​ຊາຍ​ຫ້າ​ຄົນ ດັ່ງ​ນີ້: ເນມູເອນ, ຢາມິນ, ຢາຣິບ, ເຊຣາ ແລະ ຊາອູເລ.
\v 25 ລູກຊາຍຂອງຊາອູເລ ແມ່ນ ຊານລູມ, ຫລານຊາຍຂອງເພິ່ນແມ່ນ ມິບຊາມ ແລະເຫລັນຂອງເພິ່ນແມ່ນ ມີຊະມາ.
\v 26 ແລ້ວເຊື້ອສາຍທີ່ສືບຕໍ່ຈາກມີຊະມາ ມີດັ່ງນີ້: ຮາມມູເອນ, ຊັກກູເຣ ແລະ ຊີເມອີ.
\s5
\v 27 ຊີເມອີ ມີລູກຊາຍສິບຫົກຄົນ ແລະ ລູກສາວຫົກຄົນ ແຕ່ພີ່ນ້ອງຂອງລາວມີລູກບໍ່ຫລາຍຄົນ ແລະເຜົ່າຊີເມໂອນ ບໍ່ມີຄົນເພີ່ມຂຶ້ນຫລາຍເທົ່າກັບເຜົ່າຢູດາ.
\v 28 ນັບ ລົງໄປເຖິງສະໄໝຂອງກະສັດດາວິດ ເຊື້ອສາຍຂອງຊີເມໂອນ ໄດ້ອາໄສຢູ່ໃນເມືອງ ດັ່ງຕໍ່ໄປນີ້: ເບເອນເຊບາ, ໂມລາດາ, ຮາຊາສູອານ,
\s5
\v 29 ບີນຮາ, ເອເຊມ, ໂຕລາດ,
\v 30 ເບທູເອນ, ໂຮມາ, ຊິກລັກ,
\v 31 ເບັດມັກກະໂບດ, ຮາຊາສູຊິມ, ເບັດບີຣີ ແລະ ຊາອາຣາອິມ.
\s5
\v 32 ພວກເຂົາຍັງໄດ້ອາໄສຢູ່ໃນບ່ອນອື່ນ ໆ ອີກດັ່ງນີ້: ເອຕາມ, ອາອິນ, ຣີມໂມນ, ໂຕເກນ ແລະ ອາຊານ,
\v 33 ແລະບ້ານທັງຫລາຍທີ່ຢູ່ອ້ອມແອ້ມນັ້ນ ໄກໄປຈົນເຖິງທິດຕາເວັນຕົກສ່ຽງໃຕ້ຂອງເມືອງບາອາລາດ. ນີ້ແຫລະຄື ການບັນທຶກສໍາມະໂນຄົວ ແລະ ບ່ອນຕ່າງ ໆ ທີ່ພວກເຂົາອາໄສຢູ່.
\s5
\v 34 ບຸກຄົນດັ່ງຕໍ່ໄປນີ້ ແມ່ນຫົວໜ້າຕະກຸນຂອງພວກເຂົາ ມີດັ່ງນີ້: ເມໂຊບັບ, ຢາມເຫລັກ, ໂຢຊາ ຜູ້ເປັນລູກຊາຍຂອງອາມາຊີຢາ,
\v 35 ໂຢເອນ, ເຢຮູ (ເປັນລູກຊາຍຂອງໂຢຊີບີອາ, ຫລານຊາຍຂອງເສຣາອີຢາ, ເຫລັນຂອງອາຊີເອນ),
\v 36 ເອລີໂອນາຍ, ຢາອາກາບົດ, ເຢໂຊຮາຍຢາ, ອາຊາອີຢາ, ອາດີເອນ, ເຢຊີມີເອນ, ເບນາອີຢາ.
\v 37 ຊີຊາ (ລູກຊາຍຂອງຊິບຟີ, ຫລານຊາຍຂອງອັນໂລນ, ເຊື້ອສາຍຂອງເຢດາອີອາ, ຊິມຣີ ແລະ ເຊມາອີຢາ).
\v 38 ຊື່ເຫຼົ່ານີ້ ເປັນຜູ້ນາໍໃນຄອບຄົວ ຍ້ອນຄອບຄົວຂອງພວກເຂົາສືບຕໍ່ເພີ່ມຂຶ້ນ,
\s5
\v 39 ພວກເຂົາຈຶ່ງໄດ້ແຜ່ຜາຍກະຈາຍອອກໄປທາງທິດຕາເວັນຕົກ ເກືອບຮອດເກຣາ [ນ] ແລະ ໄດ້ລ້ຽງຝູງແກະຂອງພວກເຂົາຢູ່ທາງພາກຕາເວັນອອກຂອງຮ່ອມພູ ໃນບ່ອນທີ່ຕັ້ງເມືອງຢູ່.
\v 40 ພວກເຂົາໄດ້ພົບທົ່ງຫຍ້າຢ່າງ ອຸດົມສົມບູນ ທັງກວ້າງຂວາງ ແລະ ງຽບສະຫງົບດີຢູ່ນອກເມືອງ. ປະຊາຊົນທີ່ໄດ້ອາໄສຢູ່ກ່ອນພວກເຂົາ ແມ່ນຊາວຮາມ.
\v 41 ໃນສະໄໝຂອງກະສັດເຮເຊກີຢາ ແຫ່ງອານາຈັກຢູດາຍ ພວກຜູ້ຊາຍທີ່ມີຊື່ໃນຂ້າງ ເທິງນັ້ນ ໄດ້ໄປຍັງເມືອງເກຣາ ແລະ ທາໍລາຍ ເຕັນກັບຕູບຂອງປະຊາຊົນທີ່ອາໄສ ຢູ່ທີ່ນັ້ນ. [ບ] ພວກເຂົາຂັບໄລ່ປະຊາຊົນເຫລົ່ານັ້ນອອກໄປ ແລະ ໄດ້ຕັ້ງຫລັກແຫລ່ງຢູ່ທີ່ນັ້ນຢ່າງຖາວອນ ຍ້ອນບ່ອນນີ້ມີດິນທີ່ອຸດົມສົມບູນ ສໍາລັບຝູງແກະຂອງພວກເຂົາ.
\s5
\v 42 ຄົນໃນເຜົ່າຂອງຊີເມໂອນ ອື່ນ ໆ ຫ້າຮ້ອຍຄົນໄດ້ພາກັນໄປທີ່ທາງທິດຕາເວັນອອກ ຂອງເມືອງເອໂດມ. ພວກຜູ້ນາໍຂອງພວກເຂົາຜູ້ທີ່ເປັນລູກຊາຍຂອງອີຊີ ມີດັ່ງນີ້: ເປລາຕີຢາ, ເນອາຣີຢາ, ເຣຟາອີຢາ ແລະ ອຸດຊີເອນ.
\v 43 ຢູ່ໃນທີ່ນັ້ນ ພວກເຂົາໄດ້ສັງຫານຊາວອາມາເຫລັກ ຜູ້ທີ່ລອດຊີວິດມາ ໄດ້ ແລະໄດ້ອາໄສຢູ່ທີ່ນັ້ນຈົນເຖິງທຸກວັນນີ້.
\s5
\c 5
\p
\v 1 ບຸກຄົນເຫລົ່ານີ້ ແມ່ນເຊື້ອສາຍຂອງຣູເບັນ ຜູ້ເປັນລູກຊາຍກົກຂອງຢາໂຄບ. (ຍ້ອນຣູເບັນ ໄດ້ລັກນອນນາໍເມຍນ້ອຍຄົນໜຶ່ງຂອງພໍ່ຕົນ ລາວຈຶ່ງໄດ້ສູນເສຍສິດທິການເປັນອ້າຍກົກ ແລະ ສິດທິນັ້ນໄດ້ຖືກມອບໝາຍໃຫ້ແກ່ໂຢເຊັບ.
\v 2 ແຕ່ຢ່າງໃດກໍດີ ແມ່ນເຜົ່າຢູດາທີ່ໄດ້ເຂັ້ມແຂງທີ່ສຸດ ແລະ ໃຫ້ຜູ້ປົກຄອງຄົນໜຶ່ງ ສືບມາຈາກເຜົ່ານີ້ແກ່ເຜົ່າທັງໝົດ.)
\v 3 ຣູເບັນ ລູກຊາຍກົກຂອງຢາໂຄບ ມີລູກຊາຍສີ່ຄົນດັ່ງນີ້: ຮານົກ, ປານລູ, ເຮັດສະໂຣນ ແລະ ການໝີ.
\s5
\v 4 ບຸກຄົນເຫລົ່ານີ້ ແມ່ນເຊື້ອສາຍຂອງໂຢເອນ, ແຕ່ເຊັ່ນໜຶ່ງຫາເຊັ່ນໜຶ່ງດັ່ງນີ້: ເຊມາອີຢາ, ໂກກ, ຊີເມອີ,
\v 5 ມີກາ, ເຣອາອີຢາ, ບາອານ ແລະ ເລເອຣາ
\v 6 ຕີກະລາດ ປີເລເສ ຈັກກະພັດແຫ່ງອັດຊີເຣຍໄດ້ຈັບ ເບເອຣາ ຜູ້ເປັນຫົວໜ້າເຜົ່າ ແລະ ໄດ້ເອົາລາວໄປເປັນຊະເລີຍ.
\s5
\v 7 ບັນທຶກສໍາມະໂນຄົວຂອງຕະກຸນຕ່າງ ໆ ໃນເຜົ່າຣູເບັນ ມີດັ່ງນີ້: ເຢອີເອນ, ເຊກະຣີຢາ,
\v 8 ແລະ ເບລາ ລູກຊາຍອາຊາ ແລະ ຫລານຊາຍເຊມາ ໃນຕະກຸນໂຢເອນ. ຕະກຸນນີ້ໄດ້ອາໄສຢູ່ທີ່ອາໂຣເອ ແລະ ທີ່ເຂດແດນ, ແຕ່ຕອນເໜືອໄປເຖິງເນໂບ ແລະ ບາອານ ເມໂອນ.
\v 9 ພວກເຂົາມີຝູງສັດຢ່າງຫລວງຫລາຍ ໃນດິນແດນກີເລອາດ. ດັ່ງນັ້ນ ພວກເຂົາຈຶ່ງເຂົ້າຢຶດເອົາດິນແດນທາງທິດຕາເວັນອອກ ໄກໄປຈົນເຖິງຖິ່ນແຫ້ງແລ້ງກັນດານ ແລະ ເລີຍໄປຈຸແມ່ນາໍ້ເອີຟຣັດ.
\s5
\v 10 ໃນສະ​ໄໝຂອງກະສັດໂຊນ ເຜົ່າຣູເບັນໄດ້ໂຈມຕີພວກຮັກກິດ, ສັງຫານພວກເຂົາໃນສະໜາມຮົບ ແລະ ຢຶດຄອງເອົາດິນແດນຂອງພວກເຂົາໃນພາກຕາເວັນອອກຂອງກີເລອາດ.
\s5
\v 11 ເຜົ່າກາດ ໄດ້ອາໄສຢູ່ທາງພາກເໜືອເຜົ່າຣູເບັນ ໃນດິນແດນຂອງບາຊານ ຈົນໄປເຖິງພາກຕາເວັນອອກສຸດຂອງສາເລກາ.
\v 12 ໂຢເອນ ເປັນຕົ້ນຕະກຸນທີ່ສໍາຄັນທີໜຶ່ງ ແລະ ຊາຟາມ ເປັນຕະກຸນສໍາຄັນທີສອງ. ຢານາຍ ແລະ ຊາຟັດ ໄດ້ເປັນຕົ້ນຕະກຸນອື່ນ ໆ ອີກໃນບາຊານ.
\v 13 ບັນດາສະມາຊິກອື່ນ ໆ ຂອງເຜົ່າ ລວມເປັນເຈັດຕະກຸນ ມີດັ່ງນີ້: ມີກາເອນ, ເມຊຸນລໍາ, ເຊບາ, ໂຢຣາຍ, ຢາການ, ຊີອາ ແລະ ເອເບ.
\s5
\v 14 ພວກເຂົາແມ່ນເຊື້ອສາຍຂອງອາບີຮາຍ ລູກຊາຍຂອງຮູຣິ. ປູ່ຍ່າຕາຍາຍຂອງພວກເຂົາເມື່ອໄລ່ຄືນຫລັງ ມີດັ່ງນີ້: ອາບີຮາຍ ເປັນລູກຊາຍຂອງຮູຣິ, ຮູຣິ ເປັນລູກຊາຍຂອງຢາໂຣອາ, ຢາໂຣອາ ເປັນລູກຊາຍຂອງກີເລອາດ, ກີເລອາດ ເປັນລູກຊາຍຂອງມີກາເອນ, ມີກາເອນ ເປັນລູກຊາຍຂອງເຢຊີຊາຍ, ເຢຊີຊາຍ ເປັນລູກຊາຍຂອງຢາໂດ, ຢາໂດ ເປັນລູກຊາຍຂອງ ບູເຊ.
\v 15 ອາຮີ ລູກຊາຍຂອງອັບດີເອນ ແລະ ຫລານຊາຍຂອງກູນີ ເປັນຫົວໜ້າຂອງຕະກຸນເຫລົ່ານັ້ນ.
\s5
\v 16 ພວກເຂົາໄດ້ອາໄສໃນເຂດແດນ ບາຊານ ແລະ ກີເລອາດ ໃນເມືອງທັງຫລາຍໃນທີ່ນັ້ນ ແລະ ຕາມທົ່ງຫຍ້າຂອງຊາໂລນ.
\v 17 ບັນທຶກເຫລົ່ານີ້ ໄດ້ຖືກຮິບໂຮມໄວ້ໃນສະໄໝຂອງກະສັດໂຢທາມ ແຫ່ງຢູດາຍ ແລະ ກະສັດເຢໂຣໂບອາມ ແຫ່ງອິດສະຣາເອນ.
\s5
\v 18 ໃນເຜົ່າຣູເບັນ, ກາດ ແລະ ມານາເຊເຄິ່ງເຜົ່າ ມີທະຫານທີ່ຝຶກແອບຢ່າງດີໃນການໃຊ້ໂລ້, ດາບ ແລະ ທະນູ ຈາໍນວນສີ່ສິບສີ່ພັນເຈັດຮ້ອຍຫົກສິບຄົນ.
\v 19 ພວກເຂົາໄດ້ເຮັດເສິກຕໍ່ສູ້ພວກຮັກກິດຂອງເຜົ່າເຢທົວ, ນາຟິດ ແລະ ໂນດາບ.
\s5
\v 20 ພວກເຂົາໄວ້ວາງໃຈໃນພຣະເຈົ້າ ແລະ ພາວັນນາອະທິຖານຂໍພຣະອົງຊ່ວຍເຫລືອ ແລະ ພຣະເຈົ້າໄດ້ຕອບຄໍາພາວັນນາອະທິຖານຂອງພວກເຂົາ; ພຣະອົງໃຫ້ພວກເຂົາເອົາຊະນະພວກຮັກກິດ ແລະ ພັນທະມິດ.
\v 21 ພວກເຂົາໄດ້ຢຶດມາຈາກ ພວກສັດຕູ ມີດັ່ງນີ້: ອູດ ຫ້າສິບພັນໂຕ, ແກະ ສອງຮ້ອຍຫ້າສິບພັນໂຕ ແລະ ລໍ ສອງພັນໂຕ ພ້ອມທັງຊະເລີຍເສິກອີກ ໜຶ່ງແສນຄົນ.
\v 22 ພວກເຂົາໄດ້ຂ້າສັດຕູຢ່າງຫລວງຫລາຍ ເພາະການເຮັດເສິກຄັ້ງນີ້ ແມ່ນພຣະເຈົ້າພໍໃຈໃຫ້ເຮັດ ແລະ ພວກເຂົາໄດ້ເຂົ້າໄປອາໄສຢູ່ ໃນດິນແດນນີ້ ຈົນຖືກກວາດໄປເປັນຊະເລີຍ ໃນຕ່າງຖິ່ນ. [ປ]
\s5
\v 23 ປະຊາຊົນມານາເຊເຄິ່ງເຜົ່າຕາເວັນອອກ ໄດ້ຕັ້ງຖິ່ນຖານຢູ່ທີ່ເຂດແດນຂອງບາຊານ ຈົນໄປເຖິງພາກເໜືອຂອງບາອານເຮີໂມນ, ເຊນີ ແລະ ທີ່ພູເຮີໂມນ; ແລະ ປະຊາຊົນຂອງພວກເຂົາໄດ້ເພີ່ມຂຶ້ນຢ່າງຫລວງຫລາຍ.
\v 24 ບຸກຄົນດັ່ງຕໍ່ໄປນີ້ ແມ່ນຫົວໜ້າຂອງຕະກຸນຕ່າງ ໆ ມີດັ່ງນີ້: ເອເຟ, ອີຊີ, ເອລີເອນ, ອາຊະຣິເອນ, ເຢເຣມີຢາ, ໂຮດາວີຢາ ແລະ ຢາດີເອນ. ພວກເຂົາທັງໝົດເປັນທະຫານທີ່ເກັ່ງກ້າ ແລະ ເປັນຜູ້ນາໍຕະກຸນ ທີ່ມີຊື່ສຽງດີ.
\s5
\v 25 ແຕ່ປະຊາຊົນບໍ່ສັດຊື່ຕໍ່ພຣະເຈົ້າຂອງປູ່ ຍ່າຕາຍາຍພວກເຂົາ ແລະ ໄດ້ປະຖິ້ມພຣະອົງໄປຂາບໄຫວ້ບັນດາພະຊົນຊາດອື່ນ ທີ່ພຣະເຈົ້າໄດ້ຂັບໄລ່ໜີອອກໄປຈາກດິນແດນ.
\v 26 ດັ່ງນັ້ນ ພຣະເຈົ້າຈຶ່ງບັນດານໃຫ້ ຈັກກະພັດປູນ ແຫ່ງອັດຊີເຣຍ (ມີຊື່ອື່ນອີກ ວ່າ ຕີກະລາດ- ປີເລເສ) ມາຮຸກຮານປະເທດຂອງພວກເຂົາ. ເພິ່ນໄດ້ຈັບເຜົ່າຣູເບັນ, ກາດ, ມານາເຊເຄິ່ງເຜົ່າຕາເວັນອອກ ໄປເປັນຊະເລີຍ ແລະ ໃຫ້ພວກເຂົາໄດ້ຕັ້ງຫລັກແຫລ່ງຢູ່ຈົນເຖິງທຸກວັນນີ້ໃນຮັນລາ, ຮາບໍແລະ ຮາຣາ ແລະຕາມລໍາແມ່ນາໍ້ໂກຊານ.
\s5
\c 6
\p
\v 1 ເລວີ ມີລູກຊາຍສາມຄົນດັ່ງນີ້: ເກໂຊນ, ໂກຮາດ ແລະ ເມຣາຣີ.
\v 2 ໂກຮາດ ມີລູກຊາຍສີ່ຄົນດັ່ງນີ້: ອາມຣາມ, ອີຊະຮາ, ເຮັບໂຣນ ແລະ ອຸດຊີເອນ.
\v 3 ອໍາຣາມ ມີລູກຊາຍສອງຄົນດັ່ງນີ້: ອາໂຣນ ແລະ ໂມເຊ ແລະ ລູກສາວຜູ້ໜຶ່ງຊື່ວ່າ ມີຣີອາມ. ອາໂຣນ ມີລູກຊາຍສີ່ຄົນດັ່ງນີ້: ນາດາບ, ອາບີຮູ, ເອເລອາຊາ ແລະ ອີທາມາ.
\s5
\v 4 ລໍາດັບເຊື້ອສາຍຈາກເຊັ່ນໜຶ່ງ ຫາອີກເຊັ່ນໜຶ່ງຂອງເອເລອາຊາ ມີດັ່ງນີ້: ເອເລອາຊາ ເປັນພໍ່ຂອງຟີເນຮາ, ຟີເນຮາ ເປັນພໍ່ຂອງອາບີຊູອາ,
\v 5 ອາບີຊູອາ ເປັນພໍ່ຂອງບຸກກີ, ບຸກກີ ເປັນພໍ່ຂອງອຸດຊີ
\v 6 ອຸດຊີ ເປັນພໍ່ຂອງເຊຣາຮີຢາ, ເຊຣາຮີຢາ ເປັນພໍ່ຂອງເມຣາອີໂຢດ,
\s5
\v 7 ເມຣາອີໂຢດ ເປັນພໍ່ຂອງອາມາຣີຢາ, ອາມາຣີຢາ ເປັນພໍ່ຂອງອາຮີຕຸບ,
\v 8 ອາຮີຕຸບ ເປັນພໍ່ຂອງຊາດົກ, ຊາດົກ ເປັນພໍ່ຂອງອາຮີມາອາດ,
\v 9 ອາຮີມາອາດ ເປັນພໍ່ຂອງອຸດຊີຢາ, ອຸດຊີຢາ ເປັນພໍ່ຂອງໂຢຮານານ,
\s5
\v 10 ອາຊາຣີຢາ (ຜູ້ທີ່ໄດ້ຮັບໃຊ້ຢູ່ໃນພຣະວິຫານ ຊຶ່ງກະສັດໂຊໂລໂມນໄດ້ສ້າງຂຶ້ນທີ່ນະຄອນເຢຣູຊາເລັມ),
\v 11 ອາຊາຣີຢາ ເປັນພໍ່ຂອງອາມາຣີຢາ, ອາມາຣີຢາ ເປັນພໍ່ຂອງອາຮີຕຸບ,
\v 12 ອາຮີຕຸບ ເປັນພໍ່ຂອງ ຊາດົກ, ຊາດົກເປັນພໍ່ຂອງຊານລູມ,
\s5
\v 13 ຊານລູມ ເປັນພໍ່ຂອງຮິນກີຢາ, ຮິນກີຢາ ເປັນພໍ່ຂອງອາສາຣີຢາ,
\v 14 ອາສາຣີຢາ ເປັນພໍ່ຂອງເຊຣາອີຢາ, ເຊຣາອີຢາ ເປັນພໍ່ຂອງເຢໂຮຊາດັກ.
\v 15 ອົງພຣະຜູ້ເປັນເຈົ້າໄດ້ໃຫ້ກະສັດເນບູກາດເນັດຊາ ກວາດຕ້ອນເອົາເຢໂຮຊາດັກ ພ້ອມທັງປະຊາຊົນອື່ນ ໆ ຂອງອານາຈັກຢູດາຍ ແລະ ນະຄອນເຢຣູຊາເລັມ ໄປເປັນຊະເລີຍໃນຕ່າງຖິ່ນ.
\s5
\v 16 ເລວີ ມີລູກຊາຍສາມຄົນດັ່ງນີ້: ເກໂຊນ, ໂກຮາດ ແລະ ເມຣາຣີ.
\v 17 ພວກເຂົາແຕ່ລະຄົນ ກໍມີລູກຊາຍເຊັ່ນກັນ. ເກໂຊນ ເປັນພໍ່ຂອງລີບີນ ແລະ ຊີເມອີ;
\v 18 ໂກຮາດ ເປັນພໍ່​ຂອງອາມຣາມ, ອີຊະຮາ, ເຮັບໂຣນ ແລະ ອຸດຊີເອນ;
\s5
\v 19 ເມຣາຣີ ເປັນພໍ່ຂອງມາຮະລີ ແລະ ມູຊີ.
\v 20 ບຸກຄົນເຫລົ່ານີ້ ແມ່ນເຊື້ອສາຍຈາກເຊັ່ນໜຶ່ງຫາອີກເຊັ່ນໜຶ່ງຂອງເກໂຊນ ມີດັ່ງນີ້: ລູກຊາຍຂອງເກໂຊນ ແມ່ນ ລິບນີ, ລູກຊາຍ ຂອງລິບນີ ແມ່ນ ຢາຮາດ, ລູກຊາຍຂອງຢາຮາດ ແມ່ນ ຊິມມາ,
\v 21 ລູກຊາຍຂອງຊິມມາ ແມ່ນ ໂຢອາ, ລູກຊາຍຂອງໂຢອາ ແມ່ນ ອິດໂດ, ລູກຊາຍຂອງອິດໂດ ແມ່ນ ເຊຣາ, ລູກຊາຍຂອງເຊຣາ ແມ່ນ ເຢອາເທຣາຍ.
\s5
\v 22 ບຸກຄົນເຫລົ່ານີ້ ແມ່ນເຊື້ອສາຍຈາກເຊັ່ນໜຶ່ງຫາອີກເຊັ່ນໜຶ່ງຂອງໂກຮາດ ມີດັ່ງນີ້: ລູກຊາຍຂອງໂກຮາດ ແມ່ນ ອາມມີນາດາບ, ລູກຊາຍຂອງອາມມີນາດາບ ແມ່ນ ໂກຣາ, ລູກຊາຍຂອງໂກຣາ ແມ່ນ ອັດຊີເຣ,
\v 23 ລູກຊາຍຂອງອັດຊີເຣ ແມ່ນ ເອນການາ, ລູກຊາຍຂອງເອນການາ ແມ່ນ ເອບີອາຊັບ, ລູກຊາຍຂອງເອບີອາຊັບ ແມ່ນ ອັດຊີເຣ,
\v 24 ລູກຊາຍຂອງອັດຊີເຣ ແມ່ນ ຕາຮາດ, ລູກຊາຍຂອງຕາຮາດ ແມ່ນ ອູຣິເອນ, ລູກຊາຍຂອງອູຣິເອນ ແມ່ນ ອຸດຊີຢາ, ລູກຊາຍຂອງອຸດຊີຢາ ແມ່ນ ຊາອູນ.
\s5
\v 25 ເອນການາ ມີລູກຊາຍສອງຄົນດັ່ງນີ້: ອາມາໄຊ ແລະ ອາຮີມົດ.
\v 26 ບຸກຄົນເຫລົ່ານີ້ ແມ່ນເຊື້ອສາຍຈາກເຊັ່ນໜຶ່ງຫາອີກເຊັ່ນໜຶ່ງຂອງອາຮີມົດ ມີດັ່ງນີ້: ລູກຊາຍຂອງອາຮີມົດ ແມ່ນ ເອນການາ, ລູກຊາຍຂອງເອນການາ ແມ່ນ ໂສໄພ, ລູກຊາຍຂອງໂສໄພ ແມ່ນ ນາຮາດ,
\v 27 ລູກຊາຍຂອງນາຮາດ ແມ່ນ ເອລີອາບ, ລູກຊາຍຂອງເອລີອາບ ແມ່ນ ເຢໂຣຮາມ, ລູກຊາຍຂອງເຢໂຣຮາມ ແມ່ນ ເອນການາ.
\s5
\v 28 ຊາມູເອນ ມີລູກຊາຍສອງຄົນດັ່ງນີ້: ໂຢເອນ [ຜ] ຜູ້ເປັນອ້າຍກົກ ແລະ ອາບີຢາ ຜູ້ເປັນນ້ອງຊາຍ.
\v 29 ບຸກຄົນເຫລົ່ານີ້ແມ່ນເຊື້ອສາຍຈາກເຊັ່ນໜຶ່ງຫາອີກເຊັ່ນໜຶ່ງຂອງ ເມຣາຣີ ມີດັ່ງນີ້: ມາຮະລີ, ລູກຊາຍຂອງມາຮະລີ ແມ່ນ ລິບນີ, ລູກຊາຍຂອງລິບນີ ແມ່ນ ຊີເມອີ, ລູກຊາຍຂອງຊີເມອີ ແມ່ນ ອຸດຊາ,
\v 30 ລູກຊາຍຂອງອຸດຊາ ແມ່ນ ຊີເມອາ, ລູກຊາຍຂອງຊີເມອາ ແມ່ນ ຮັກກິຢາ, ລູກຊາຍຂອງຮັກກິຢາ ແມ່ນ ອາຊາອີຢາ.
\s5
\v 31 ບຸກຄົນເຫລົ່ານີ້ ແມ່ນພວກທີ່ກະສັດ ດາວິດໃຫ້ຮັບຜິດຊອບບ່ອນນະມັດສະການ ໃນພຣະວິຫານຂອງອົງພຣະຜູ້ເປັນເຈົ້າ ທີ່ນະຄອນເຢຣູຊາເລັມ ຫລັງຈາກທີ່ໄດ້ຍ້າຍຫີບພັນທະສັນຍາເຂົ້າໄປໄວ້ຢູ່ໃນນັ້ນ.
\v 32 ພວກເຂົາໄດ້ປ່ຽນຜຽນກັນເປັນປະຈາໍ ທີ່ຫໍເຕັນບ່ອນອົງພຣະຜູ້ເປັນເຈົ້າສະຖິດຢູ່ ກ່ອນເວລາທີ່ກະສັດໂຊໂລໂມນ ໄດ້ສ້າງພຣະວີຫານຢູ່ໃນນະຄອນເຢຣູຊາເລັມ.
\s5
\v 33 ສາຍຄອບຄົວຂອງຜູ້ທີ່ໄດ້ຮັບມອບໝາຍຕໍາແໜ່ງ ມີດັ່ງນີ້: ຕະກຸນໂກຮາດ: ສາຍ ຄອບຄົວຂອງລາວ ເມື່ອນັບຄືນໄປຫາຢາໂຄບ ມີດັ່ງນີ້: ເຮມານ ເປັນຜູ້ນາໍຂອງກຸ່ມຮ້ອງເພງ ໝວດທີໜຶ່ງເປັນລູກຊາຍຂອງໂຢເອນ, ໂຢເອນ ເປັນລູກຊາຍຂອງຊາມູເອນ,
\v 34 ຊາມູເອນ ຜູ້ເປັນລູກຊາຍຂອງເອນການາ ຜູ້ເປັນລູກຊາຍຂອງເຢໂຣຮາມ ຜູ້ເປັນລູກຊາຍຂອງເອລີເອນ ຜູ້ເປັນລູກຊາຍຂອງໂຕອາ
\v 35 ຜູ້ເປັນລູກຊາຍຂອງສຸບ ຜູ້ເປັນລູກຊາຍຂອງເອນການາ ຜູ້ເປັນລູກຊາຍຂອງມາຮາດ ຜູ້ເປັນລູກຊາຍຂອງອາມາໄຊ
\s5
\v 36 ຜູ້ເປັນລູກຊາຍຂອງເອນການາ ຜູ້ເປັນລູກຊາຍຂອງໂຢເອນ ຜູ້ເປັນລູກຊາຍຂອງອາສາຣີຢາ ຜູ້ເປັນລູກຊາຍຂອງເຊຟານີຢາ
\v 37 ຜູ້ເປັນລູກຊາຍຂອງຕາຮາດ ຜູ້ເປັນລູກຊາຍຂອງອັດຊີເຣ ຜູ້ເປັນລູກຊາຍຂອງເອບີອາຊັບ ຜູ້ເປັນລູກຊາຍຂອງໂກຣາ
\v 38 ຜູ້ເປັນລູກຊາຍຂອງອີຊະຮາ ຜູ້ເປັນລູກຊາຍຂອງໂກຮາດ ຜູ້ເປັນລູກຊາຍຂອງເລວີ ຜູ້ເປັນລູກຊາຍຂອງຢາໂຄບ.
\s5
\v 39 ອາສັບ ເປັນຜູ້ນາໍກຸ່ມຮ້ອງເພງໝວດທີສອງ. ສາຍຄອບຄົວຂອງລາວ ເມື່ອນັບຄືນຫລັງໄປຫາເລວີ ມີດັ່ງນີ້: ອາສັບ ຜູ້ເປັນລູກຊາຍຂອງເບເຣກີຢາ ຜູ້ເປັນລູກຊາຍຂອງຊີເມອາ
\v 40 ຜູ້ເປັນລູກຊາຍຂອງມີກາເອນ ຜູ້ເປັນລູກຊາຍຂອງບາອາເຊຢາ ຜູ້ເປັນລູກຊາຍຂອງໂກຣາ ຜູ້ເປັນລູກຊາຍຂອງມານກີຢາ
\v 41 ຜູ້ເປັນລູກຊາຍຂອງເອທະນີ ຜູ້ເປັນລູກຊາຍຂອງເຊຣາ ຜູ້ເປັນລູກຊາຍຂອງ ອາດາອີຢາ
\v 42 ຜູ້ເປັນລູກຊາຍຂອງເອທານ ຜູ້ເປັນລູກຊາຍຂອງຊິມມາ ຜູ້ເປັນລູກຊາຍຂອງຊີເມອີ
\v 43 ຜູ້ເປັນລູກຊາຍຂອງຢາຮາດ ຜູ້ເປັນລູກຊາຍຂອງເກໂຊນ ຜູ້ເປັນລູກຊາຍຂອງເລວີ.
\s5
\v 44 ເອທານ ຄົນໃນຕະກຸນເມຣາຣີ ເປັນຜູ້ນໍາກຸ່ມຮ້ອງເພງໝວດທີສາມ. ສາຍຄອບຄົວຂອງລາວ ເມື່ອນັບຄືນຫລັງຫາເລວີ ມີດັ່ງນີ້: ເອທານ ຜູ້ເປັນລູກຊາຍຂອງກີຊີ ຜູ້ເປັນລູກຊາຍຂອງອັບດີ ຜູ້ເປັນລູກຊາຍຂອງມັນລຸກ
\v 45 ຜູ້ເປັນລູກຊາຍຂອງຮາຊາບີຢາ ຜູ້ເປັນລູກຊາຍຂອງອາມາຊີຢາ ຜູ້ເປັນລູກຊາຍຂອງຮິນກີຢາ
\v 46 ຜູ້ເປັນລູກຊາຍຂອງອາມຊີ ຜູ້ເປັນລູກຊາຍຂອງບານີ ຜູ້ເປັນລູກຊາຍຂອງເຊເມ
\v 47 ຜູ້ເປັນລູກຊາຍຂອງມາຮະລີ ຜູ້ເປັນລູກຊາຍຂອງມູຊີ ຜູ້ເປັນລູກຊາຍຂອງເມຣາຣີ ຜູ້ເປັນລູກຊາຍຂອງເລວີ.
\s5
\v 48 ຝ່າຍພວກພີ່ນ້ອງຊາວເລວີຂອງພວກເຂົາ ກໍໄດ້ຖືກມອບໝາຍໃຫ້ຮັບໜ້າທື່ອື່ນ ໆ ໃນບ່ອນນະມັດສະການ.
\s5
\v 49 ອາໂຣນ ແລະ ເຊື້ອສາຍຂອງຕົນເປັນຜູ້ເຜົາເຄື່ອງຫອມ ແລະ ເຜົາເຄື່ອງບູຊາຕ່າງ ໆ ເທິງແທ່ນບູຊາ. ພວກເຂົາຮັບຜິດຊອບຕໍ່ ການນະມັດສະການທຸກຢ່າງ ໃນບ່ອນສັກສິດ ທີ່ສຸດ ແລະ ສໍາລັບການຖວາຍບູຊາຕ່າງ ໆ ເພື່ອພຣະເຈົ້າຈະຍົກບາບໃຫ້ແກ່ຊາດອິດສະຣາເອນ ພວກເຂົາໄດ້ເຮັດສິ່ງທັງໝົດນີ້ ຕາມຄໍາແນະນໍາຂອງໂມເຊ ຜູ້ຮັບໃຊ້ຂອງພຣະເຈົ້າ.
\s5
\v 50 ເຊື້ອສາຍຂອງອາໂຣນ ມີດັ່ງນີ້: ລູກຊາຍຂອງອາໂຣນ ແມ່ນ ເອເລອາຊາ, ລູກຊາຍຂອງເອເລອາຊາ ແມ່ນ ຟີເນຮາ, ລູກຊາຍຂອງຟີເນຮາ ແມ່ນ ອາບີຊູອາ,
\v 51 ລູກຊາຍຂອງອາບີຊູອາ ແມ່ນ ອາບຸກກີ, ລູກຊາຍຂອງອາບຸກກີ ແມ່ນ ອຸດຊີ, ລູກຊາຍຂອງອຸດຊີ ແມ່ນ ເຊຣາຮີຢາ,
\v 52 ລູກຊາຍຂອງເຊຣາຮີຢາ ແມ່ນ ເມຣາອີໂຢດ, ລູກຊາຍຂອງເມຣາອີໂຢດ ແມ່ນ ອາມາຣີຢາ, ລູກຊາຍຂອງອາມາຣີຢາ ແມ່ນ ອາຮີຕຸບ,
\v 53 ລູກຊາຍຂອງອາຮີຕຸບ ແມ່ນ ຊາດົກ, ລູກຊາຍຂອງຊາດົກ ແມ່ນ ອາຮີມາອາດ.
\s5
\v 54 ຕໍ່ໄປນີ້ ແມ່ນເຂດແດນທີ່ໄດ້ຖືກມອບໃຫ້ເຊື້ອສາຍຂອງອາໂຣນ ຕະກຸນໂກຮາດ. ພວກເຂົາເປັນຜູ້ທາໍອິດທີ່ໄດ້ຮັບສ່ວນຂອງດິນແດນ ຊຶ່ງໄດ້ມອບໃຫ້ຊາວເລວີ.
\v 55 ເຂດແດນນີ້ລວມເອົາທັງເຮັບໂຣນ ໃນເຂດແດນຂອງຢູດາຍ ແລະ ທົ່ງຫຍ້າຊຶ່ງຢູ່ອ້ອມຮອບນັ້ນ.
\v 56 ແຕ່ທົ່ງນາ ແລະ ໝູ່ບ້ານຕ່າງ ໆ ທີ່ເປັນຂອງຕົວເມືອງນັ້ນ ໄດ້ຖືກມອບໝາຍໃຫ້ແກ່ກາເຫລັບ ລູກຊາຍຂອງເຢຟຸນເນ.
\s5
\v 57-59 ເມືອງຕ່າງ ໆ ທີ່ໄດ້ຖືກມອບໝາຍໃຫ້ເຊື້ອສາຍຂອງອາໂຣນ ມີດັ່ງນີ້: ເຮັບໂຣນ ເມືອງລີ້ໄພ, [ຝ] ຢັດຕີ ແລະ ເມືອງທັງຫລາຍຂອງລິບນາ, ເອຊະເຕມົວ, ຮີເລນ, ເດບີ, ອາຊານ ແລະ ເບັດເຊເມດ, ຕະຫລອດທັງທົ່ງລ້ຽງສັດໃນແຕ່ລະບ່ອນດ້ວຍ.
\v 60 ໃນເຂດແດນຂອງເຜົ່າເບັນຢາມິນ ພວກເຂົາໄດ້ຮັບມອບເມືອງ ແລະ ທົ່ງຫຍ້າ ດັ່ງຕໍ່ໄປນີ້: ເກບາ, ອາເລເມັດ ແລະ ອານາທົດ. ເມື່ອລວມແລ້ວມີສິບສາມເມືອງ ສໍາລັບຄອບຄົວທັງໝົດຂອງພວກເຂົາອາໄສຢູ່.
\s5
\v 61 ສິບເມືອງໃນເຂດແດນຂອງມານາເຊ ເຄິ່ງເຜົ່າຕາເວັນຕົກ ໄດ້ຖືກມອບໝາຍໃຫ້ແກ່ຕະກຸນຂອງໂກຮາດ ໂດຍການໃຊ້ສະຫລາກສໍາລັບແຕ່ລະຄອບຄົວທີ່ຍັງເຫລືອຢູ່.
\v 62 ຕະກຸນເກໂຊນ ແຕ່ລະຄອບຄົວໄດ້ຮັບມອບໝາຍສິບສາມເມືອງໃນເຂດແດນຂອງເຜົ່າອິດຊາຄາ, ອາເຊ, ເນັບທາລີ ແລະ ມານາເຊ ໃນບາຊານ.
\s5
\v 63 ໂດຍວິທີດຽວກັນ ຕະກຸນເມຣາຣີ ໄດ້ຮັບມອບໝາຍສິບສອງເມືອງໃນເຂດແດນຂອງເຜົ່າຣູເບັນ, ກາດ ແລະ ເຊບູໂລນ.
\v 64 ໂດຍວິທີນີ້ ປະຊາຊົນອິດສະຣາເອນໄດ້ມອບໝາຍຕົວເມືອງຕ່າງ ໆ ໃຫ້ພວກເລວີອາໄສຢູ່ພ້ອມທັງທົ່ງຫຍ້າອ້ອມຕົວເມືອງນັ້ນດ້ວຍ.
\v 65 (ເມືອງຕ່າງ ໆ ຂອງເຜົ່າຢູດາຍ ຊີເມໂອນ ແລະ ເບັນຢາມິນ ທີ່ໄດ້ກ່າວມານັ້ນ ແມ່ນໄດ້ຖືກມອບໝາຍໃຫ້ໂດຍການໃຊ້ສະຫລາກ ຄືກັນ.)
\s5
\v 66 ບາງຄອບຄົວໃນຕະກຸນໂກຮາດ ກໍໄດ້ຮັບມອບໝາຍຕົວເມືອງ ແລະ ທົ່ງຫຍ້າຕ່າງ ໆ ຢູ່ໃນເຂດແດນຂອງເຜົ່າເອຟຣາອິມ ເຊັ່ນ:
\v 67 ຊີເຄມ, ເມືອງລີ້ໄພ ໃນເນີນພູຂອງເອຟຣາອິມ, ເກເຊ,
\v 68 ໂຢກເມອາມ, ເບັດ ໂຮໂຣນ,
\v 69 ອາຍຢາໂລນ ແລະ ກາດຣິມໂມນ.
\s5
\v 70 ໃນເຂດແດນຂອງມານາເຊ ເຄິ່ງເຜົ່າຕາເວັນຕົກ ພວກເຂົາໄດ້ຮັບມອບໝາຍເມືອງ ຕ່າງ ໆ ຂອງອາເນ ແລະ ບີເລອາມ ຕະຫລອດທັງທົ່ງຫຍ້າທີ່ຢູ່ອ້ອມຮອບນັ້ນດ້ວຍ.
\s5
\v 71 ຄອບຄົວຕ່າງ ໆ ໃນຕະກຸນເກໂຊນ ໄດ້ຮັບມອບໝາຍຕົວເມືອງຕ່າງ ໆ ພ້ອມທັງທົ່ງຫຍ້າທີ່ຢູ່ອ້ອມຮອບນັ້ນ ມີດັ່ງນີ້: ໃນເຂດແດນມານາເຊ ເຄິ່ງເຜົ່າຕາເວັນອອກ ໂກລານ ໃນບາຊານ ແລະ ອັດຊະທາໂຣດ.
\v 72 ໃນເຂດແດນອິດຊາຄາ: ເກເດັດ, ດາເບຣາດ,
\v 73 ຣາໂມດ ແລະ ອາເນມ ພ້ອມທັງທົ່ງຫຍ້າທີ່ຢູ່ອ້ອມຮອບນັ້ນ.
\s5
\v 74 ໃນເຂດແດນອາເຊ: ມາຊັນ, ອັບໂດນ ພ້ອມທັງທົ່ງຫຍ້າທີ່ຢູ່ອ້ອມຮອບນັ້ນ,
\v 75 ຮູກົກ ແລະ ເຣໂຮບ ພ້ອມທັງທົ່ງຫຍ້າທີ່ຢູ່ອ້ອມຮອບນັ້ນ.
\v 76 ໃນເຂດແດນເນັບທາລີ: ເກເດັດ ໃນຄາລີເລ, ຮາມໂມນ ແລະ ກີຣິອາດທາອິມ ພ້ອມທັງທົ່ງຫຍ້າທີ່ຢູ່ອ້ອມຮອບນັ້ນ.
\s5
\v 77 ສ່ວນຄອບຄົວຕ່າງ ໆ ໃນຕະກຸນເມຣາຣີ ທີ່ຍັງເຫລືອຢູ່ນັ້ນກໍໄດ້ຮັບມອບໝາຍເມືອງຕ່າງ ໆ ພ້ອມທັງທົ່ງຫຍ້າທີ່ຢູ່ອ້ອມຮອບນັ້ນດ້ວຍ ມີດັ່ງນີ້: ໃນເຂດແດນເຊບູໂລນ: ຣີມໂມໂນ ແລະ ຕາໂບເຣ.
\v 78 ໃນເຂດແດນຣູເບັນ ທາງຝັ່ງເບື້ອງຕາເວັນອອກຂອງແມ່ນາໍ້ ຈໍແດນ ເລີຍໄປທາງເມືອງເຢຣິໂກ: ເບເຊ ຢູ່ເທິງພູພຽງ, ຢາຮະສາ ພ້ອມທັງທົ່ງຫຍ້າທີ່ຢູ່ອ້ອມຮອບນັ້ນ,
\v 79 ເກເດໂມດ ແລະ ເມຟາອາດ ພ້ອມທັງທົ່ງຫຍ້າທີ່ຢູ່ອ້ອມຮອບນັ້ນ.
\s5
\v 80 ໃນເຂດແດນຂອງກາດ: ຣາໂມດ ໃນກີເລອາດ, ມະຫານາອິມ ພ້ອມທັງທົ່ງຫຍ້າທີ່ຢູ່ອ້ອມຮອບນັ້ນ,
\v 81 ເຮັດຊະໂບນ ແລະ ຢາເຊ ພ້ອມທັງທົ່ງຫຍ້າທີ່ຢູ່ອ້ອມຮອບນັ້ນ.
\s5
\c 7
\p
\v 1 ອິດຊາຄາ ມີລູກຊາຍສີ່ຄົນດັ່ງນີ້: ໂຕລາ, ປູອາ, ຢາຊຸບ ແລະ ຊີມໂຣນ.
\v 2 ໂຕລາ ມີລູກຊາຍຫົກຄົນດັ່ງນີ້: ອຸດຊີ, ເຣຟາອີຢາ, ເຢຣິເອນ, ຢາມາຍ, ອີບະຊາມ ແລະ ເຊມູເອນ. ພວກເຂົາເປັນຫົວໜ້າຄອບຄົວຕ່າງ ໆ ໃນຕະກຸນໂຕລາ ແລະ ເປັນທະຫານທີ່ມີຊື່ສຽງດີ. ໃນສະໄໝຂອງກະສັດດາວິດ ເຊື້ອສາຍຂອງພວກເຂົາມີຊາວສອງພັນຫົກຮ້ອຍຄົນ.
\v 3 ອຸດຊີ ມີລູກຊາຍຜູ້ໜຶ່ງຊື່ວ່າ ອີສະຣາຮີຢາ. ອີສະຣາຮີຢາ ແລະ ລູກຊາຍສີ່ຄົນຂອງລາວ ມີດັ່ງນີ້: ມີກາເອນ, ໂອບາດີຢາ, ໂຢເອນ ແລະ ອິດຊີຢາ. ພວກເຂົາເປັນຫົວໜ້າຄອບຄົວໝົດທຸກຄົນ.
\s5
\v 4 ພວກເຂົາໄດ້ເມຍຫລາຍຄົນ ຈຶ່ງມີລູກຢ່າງຫລວງຫລາຍ ຈົນບັນດາເຊື້ອສາຍຂອງ ພວກເຂົາເປັນທະຫານໄດ້ ມີສາມສິບຫົກພັນຄົນ.
\v 5 ຈໍານວນທາງການຂອງຊາຍສະກັນ ໃນຄອບຄົວຂອງເຜົ່າອິດຊາຄາ ທີ່ເປັນທະຫານໄດ້ ມີແປດສິບເຈັດພັນຄົນ.
\s5
\v 6 ເບັນຢາມິນ ມີລູກຊາຍສາມຄົນດັ່ງນີ້: ເບລາ, ເບເຄ ແລະ ເຢດີອາເອນ.
\v 7 ເບລາ ມີລູກຊາຍຫ້າຄົນດັ່ງນີ້: ເອສະໂບນ, ອຸດຊີ, ອຸດຊີເອນ, ເຢຣິໂມດ ແລະ ອີຣິ. ພວກເຂົາເປັນຫົວໜ້າຄອບຄົວຕ່າງ ໆ ໃນຕະກຸນ ແລະ ເປັນທະຫານທີ່ມີຊື່ສຽງດີ. ຊາຍສະກັນໃນເຊື້ອສາຍຂອງພວກເຂົາທີ່ເປັນທະຫານໄດ້ ມີຊາວສອງພັນສາມສິບສີ່ຄົນ.
\s5
\v 8 ເບເຄ ມີລູກຊາຍເກົ້າຄົນດັ່ງນີ້: ເສມີຣາ, ໂຢອາດ, ເອລີເອເຊ, ເອເລໂອນາຍ, ໂອມະຣີ, ເຢເຣໂມດ, ອາບີຢາ, ອານາທົດ ແລະ ອາເລເມັດ.
\v 9 ຈໍານວນທາງການຂອງ ຊາຍສະກັນໃນເຊື້ອສາຍພວກເຂົາ ທີ່ເປັນທະຫານໄດ້ມີຊາວພັນສອງຮ້ອຍຄົນ.
\v 10 ເຢດີອາເອນ ມີລູກຊາຍຜູ້ໜຶ່ງຊື່ວ່າ ບິນຮານ; ແລະ ບິນຮານມີລູກຊາຍເຈັດຄົນດັ່ງນີ້: ເຢອຸດ, ເບັນຢາມິນ, ເອຮຸດ, ເຄນາອານາ, ເສທັນ, ຕາກຊິດ ແລະ ອາຮິຊາຮາ.
\s5
\v 11 ພວກເຂົາໄດ້ເປັນຫົວໜ້າຄອບຄົວຕ່າງໆ ໃນຕະກຸນ ແລະເປັນທະຫານທີ່ມີຊື່ສຽງດີ. ຈາໍນວນຊາຍສະກັນໃນເຊື້ອສາຍຂອງພວກເຂົາທີ່ເປັນທະຫານໄດ້ມີສິບເຈັດພັນສອງຮ້ອຍຄົນ.
\v 12 ຊຸບປິມ ແລະ ຮຸບປິມກໍລວມຢູ່ໃນເຜົ່ານີ້ເຊັ່ນກັນ. ດານ ມີລູກຊາຍຜູ້ໜຶ່ງຊື່ວ່າ ຮູຊິມ. [ພ]
\s5
\v 13 ເນັບທາລີ ມີລູກຊາຍສີ່ຄົນດັ່ງນີ້: ຢາຮະຊີເອນ, ກູນີ, ເຢເຊ ແລະ ຊັນລູມ. (ພວກເຂົາເປັນເຊື້ອສາຍຂອງນາງບິນຮາ.) [ຟ]
\s5
\v 14 ມານາເຊ ມີລູກຊາຍສອງຄົນ ທີ່ເກີດຈາກເມຍນ້ອຍຊາວອາຣາມ ມີດັ່ງນີ້: ອາຊະຣິເອນ ແລະ ມາກີ. ມາກີເປັນພໍ່ຂອງກີເລອາດ,
\v 15 ມາກີ ໄດ້ຫາເມຍໃຫ້ຮຸບປິມ ແລະ ຊຸບປິມ ຜູ້ລະຄົນ. ເອື້ອຍຂອງລາວຊື່ວ່າ ມາອາກາ. ລູກຊາຍຜູ້ທີສອງຂອງມາກີ ຊື່ວ່າ ເຊໂລເຟຮັດ ແລະ ເຊໂລເຟຮັດ ມີແຕ່ລູກສາວເທົ່ານັ້ນ.
\v 16 ມາອາກາ ເມຍຂອງມາກີ ມີລູກຊາຍສອງຄົນຊື່ວ່າ ເປເຣັດ ແລະ ເຊເຣັດ. ເປເຣັດ ມີລູກຊາຍສອງຄົນຊື່ວ່າ ອູລາມ ແລະ ເຣເກມ,
\s5
\v 17 ແລະ ອູລາມ ມີລູກຊາຍຜູ້ໜຶ່ງຊື່ວ່າ ເບດານ. ບຸກຄົນທັງໝົດເຫລົ່ານີ້ແມ່ນເຊື້ອ ສາຍຂອງກີເລອາດ ລູກຊາຍຂອງມາກີ ແລະ ຫລານຊາຍຂອງມານາເຊ.
\v 18 ຮາມໂມເລເກັດ ເອື້ອຍຂອງກີເລອາດ ມີລູກຊາຍສາມ ຄົນດັ່ງນີ້: ອີໂສດ, ອາບີເອເຊ ແລະ ມາລາ.
\v 19 ເຊມີດາ ມີລູກຊາຍສີ່ຄົນດັ່ງນີ້: ອາຮີອານ, ຊີເຄມ, ລີຄີ ແລະ ອານີອາມ.
\s5
\v 20 ບຸກຄົນເຫລົ່ານີ້ ແມ່ນເຊື້ອສາຍຈາກເຊັ່ນໜຶ່ງຫາອີກເຊັ່ນໜຶ່ງຂອງເອຟຣາອິມ ມີດັ່ງນີ້: ຊູເທລາ, ເບເຣັດ, ລູກຊາຍຂອງເບເຣັດ ແມ່ນ ຕາຮາດ, ລູກຊາຍຂອງຕາຮາດ ແມ່ນ ເອເລອາດາ, ລູກຊາຍຂອງເອເລອາດາ ແມ່ນ ຕາຮາດ
\v 21 ລູກຊາຍຂອງຕາຮາດ ແມ່ນ ຊາບາດ, ລູກຊາຍຂອງຊາບາດ ແມ່ ນ ຊູເທລາ. ນອກຈາກນີ້, ເອຟຣາອິມ ຍັງມີລູກຊາຍຄົນອື່ນອີກດັ່ງນີ້: ເອເຊ ແລະ ເອເລອາດ ຜູ້ທີ່ໄດ້ຖືກຂ້າຕາຍ ເມື່ອຊອກຫາລັກເອົາຝູງງົວຂອງຊາວກາດ.
\v 22 ເອຟຣາອິມ ພໍ່ຂອງ ພວກເຂົາໄດ້ໄວ້ທຸກໃຫ້ເປັນເວລາຫລາຍມື້ ແລະ ພວກພີ່ນ້ອງກໍໄດ້ມາເລົ້າໂລມໃຈລາວ.
\s5
\v 23 ແລ້ວລາວກໍສົມສູ່ກັບເມຍຂອງຕົນອີກ ນາງຈຶ່ງຖືພາ ແລະ ເກີດລູກຊາຍຜູ້ໜຶ່ງ. ເຂົາຈຶ່ງໃສ່ຊື່ໃຫ້ລາວວ່າ ເບຣີອາມ ເພາະຄວາມເດືອດຮ້ອນທີ່ໄດ້ເກີດຂຶ້ນ ກັບຄອບຄົວຂອງພວກເຂົານັ້ນ.
\v 24 ເອຟຣາອິມ ມີລູກສາວ ຄົນໜຶ່ງຊື່ວ່າ ເຊເອລາ. ນາງໄດ້ສ້າງເມືອງຕ່າງ ໆ ຢູ່ທາງເບັດໂຮໂຣນ ຕອນເທິງ ແລະ ຕອນລຸ່ມ ແລະ ອຸດເຊັນ ສີເອຣາ.
\s5
\v 25 ເອຟຣາອິມ ຍັງມີລູກຊາຍຜູ້ໜຶ່ງຊື່ວ່າ ເຣຟາ. ເຊື້ອສາຍຂອງລາວດັ່ງນີ້: ລູກຊາຍຂອງເຣຟາ ແມ່ນ ເຣເຊັບ, ລູກຊາຍຂອງເຣເຊັບ ແມ່ນ ເຕລາ, ລູກຊາຍຂອງເຕລາ ແມ່ນ ຕາຮານ,
\v 26 ລູກຊາຍຂອງຕາຮານ ແມ່ນ ລາດານ, ລູກຊາຍຂອງລາດານ ແມ່ນ ອາມມາຮຸດ, ລູກຊາຍຂອງອາມມາຮຸດ ແມ່ນ ເອລີຊາມາ,
\v 27 ລູກຊາຍຂອງເອລີຊາມາ ແມ່ນ ນູນ, ລູກຊາຍຂອງນູນ ແມ່ນ ໂຢຊວຍ
\s5
\v 28 ເຂດແດນທີ່ພວກເຂົາຕັ້ງຫລັກແຫ່ຼງຢູ່ນັ້ນ ລວມເອົາທັງເບັດເອນ ແລະ ຕົວເມືອງຕ່າງ ໆ ທີ່ຢູ່ອ້ອມແອ້ມຈົນເຖິງທາງທິດຕາເວັນອອກ ຂອງ ນາອາຣານ ເລີຍໄປຮອດ ທິດຕາເວັນຕົກ ເກເຊ ແລະ ຕົວເມືອງຕ່າງ ໆ ທີ່ຢູ່ອ້ອມແອ້ມນັ້ນ. ເຂດແດນນີ້ໄດ້ລວມເອົາ ເມືອງທັງຫລາຍຂອງຊີເຄມ ແລະ ໄອຢາ ຕະຫລອດທັງເມືອງຕ່າງ ໆ ທີ່ຢູ່ອ້ອມແອ້ມນັ້ນດ້ວຍ.
\v 29 ເຊື້ອສາຍຂອງມານາເຊ ໄດ້ປົກຄອງເມືອງຕ່າງ ໆ ດັ່ງນີ້: ເບັດເຊອານ, ຕາອານັກ, ເມຄິດໂດ ແລະ ໂດເຣ, ຕະຫລອດທັງເມືອງຕ່າງ ໆ ທີ່ຢູ່ອ້ອມແອ້ມນັ້ນດ້ວຍ. ເມືອງທັງໝົດເຫລົ່ານີ້ ແມ່ນບ່ອນທີ່ເຊື້ອສາຍຂອງໂຢເຊັບ ລູກຊາຍຂອງຢາໂຄບ ອາໄສຢູ່.
\s5
\v 30 ບຸກຄົນເຫລົ່ານີ້ ແມ່ນເຊື້ອສາຍຂອງອາເຊ. ອາເຊ ມີລູກຊາຍຢູ່ສີ່ຄົນດັ່ງນີ້: ອິມມາ, ອີຊະວາ, ອີຊະວີ ແລະ ເບຣິອາ ແລະ ມີລູກສາວຜູ້ໜຶ່ງຊື່ວ່າ ເຊຣາ.
\v 31 ສ່ວນ ເບຣິອາ ນັ້ນມີລູກຊາຍຢູ່ສອງຄົນຊື່ວ່າ ເຮເບ ແລະ ມັນກີເອນ. (ມັນກີເອນ ຜູ້ເປັນພໍ່ຂອງບີຣະເຊດ.)
\v 32 ເຮເບ ມີລູກຊາຍສາມຄົນດັ່ງນີ້: ຢາຟະເລດ, ໂຊເມ ແລະ ໂຮທາມ ແລະ ມີລູກສາວຜູ້ໜຶ່ງຊື່ວ່າ ຊູອາ.
\s5
\v 33 ຢາຟະເລດ ມີລູກຊາຍສາມຄົນເຊັ່ນກັນດັ່ງນີ້: ປາສັກ, ບີລະຮັນ ແລະ ອາຊະວາດ.
\v 34 ສ່ວນ ໂຊເມ ນ້ອງຊາຍຂອງລາວນັ້ນ ມີລູກຊາຍດັ່ງນີ້: ອາຮີ, ໂລຮະກາ, ເຢຮຸບບາ ແລະ ອາຣາມ.
\v 35 ໂຮທາມ [ຢ] ນ້ອງຊາຍຂອງລາວມີລູກຊາຍສີ່ຄົນດັ່ງນີ້: ໂຊພາ, ອີມນາ, ເຊເຫລັດ ແລະ ອາມານ.
\s5
\v 36 ເຊື້ອສາຍຂອງໂຊພາ ມີດັ່ງນີ້: ຊູອາ, ຮັກເນເຟ, ຊູອານ, ເບຣີ, ອິມຣາ
\v 37 ເບເຊ, ໂຫດ, ຊາມມາ, ສິນສາ, ອີທະຣານ, ເບເອຣາ.
\v 38 ສ່ວນເຊື້ອສາຍຂອງເຢເທີ ມີດັ່ງນີ້: ເຢຟຸນເນ, ປີຊະປາ, ອາຣາ,
\s5
\v 39 ແລະ ເຊື້ອສາຍຂອງອຸນລາ ມີດັ່ງນີ້: ອາຣາ, ຮານນິເອນ, ຣີຊີອາ.
\v 40 ຄົນທັງໝົດເຫລົ່ານີ້ ແມ່ນເຊື້ອສາຍຂອງອາເຊ. ພວກເຂົາທັງໝົດເປັນຫົວໜ້າຄອບຄົວ ທັງເປັນນັກຮົບທີ່ເກັ່ງກ້າ ແລະ ເປັນຜູ້ນາໍທີ່ສໍາຄັນ. ຈາໍນວນຊາຍສະກັນໃນເຊື້ອສາຍຂອງອາເຊ ທີ່ເປັນທະຫານໄດ້ມີຊາວຫົກພັນຄົນ.
\s5
\c 8
\p
\v 1 ເບັນຢາມິນ ມີລູກຊາຍຫ້າຄົນ ຊຶ່ງຕາມລໍາດັບອາຍຸແລ້ວ ມີດັ່ງນີ້: ເບລາ, ອາຊະເບັນ, ອາຮາຣາ,
\v 2 ໂນຮາ ແລະ ຣາຟາ.
\v 3 ເຊື້ອສາຍຂອງເບລາ ມີດັ່ງນີ້: ອັດດາ, ເກຣາ, ອາບີຮຸດ,
\v 4 ອາບີຊູອາ, ນາອາມານ, ອາໂຮຢາ,
\v 5 ເກຣາ, ເຊຟູຟານ ແລະ ຮູຣາມ.
\s5
\v 6-7 ເຊື້ອສາຍຂອງເອຮຸດ ມີດັ່ງນີ້: ນາອາມານ, ອາຮີຢາ, ເກຣາ. ພວກເຂົາເປັນຫົວໜ້າຄອບຄົວທີ່ອາໄສຢູ່ໃນເກບາ ແຕ່ຖືກບັງຄັບໃຫ້ອອກໄປອາໄສຢູ່ທີ່ມານາຮາດ. ເກຣາ ພໍ່ຂອງອຸດຊາ ແລະ ອາຮີຮຸດ ໄດ້ເປັນຜູ້ນາໍພາໃນການຍົກຍ້າຍເທື່ອນີ້.
\s5
\v 8-9 ຊາຮາຣາອິມ ໄດ້ຢ່າຮ້າງກັບນາງຮູຊິມ ແລະ ບາອາຣາ ເມຍທັງສອງຂອງຕົນ. ຕໍ່​ມາເມື່ອລາວໄດ້ອາໄສຢູ່ໃນດິນແດນໂມອາບ ລາວໄດ້ແຕ່ງງານກັບນາງໂຮເດັດ ແລະ ມີລູກຊາຍເຈັດຄົນດັ່ງນີ້: ໂຢບັບ, ຊີບີຢາ, ເມສາ, ມັນກາມ,
\v 10 ເຢອູດ, ສາຄີຢາ ແລະ ມີຣະມາ. ລູກຊາຍຂອງລາວທຸກຄົນໄດ້ເປັນຜູ້ນາໍຄອບຄົວ.
\v 11 ເພິ່ນມີລູກຊາຍ ສອງຄົນນາໍນາງຮູຊິມ ເຊັ່ນກັນດັ່ງນີ້: ອາບີຕູບ ແລະ ເອນປາອານ.
\s5
\v 12 ເອນປາອານ ມີລູກຊາຍສາມຄົນດັ່ງນີ້: ເອເບ, ມີຊາມ ແລະ ເຊເມັດ. ແມ່ນ ເຊເມັດນີ້ເອງທີ່ເປັນຜູ້ສ້າງເມືອງຕ່າງ ໆ ຂອງ ໂອໂນ ແລະ ໂລດ ຕະຫລອດທັງໝູ່ບ້ານຕ່າງ ໆ ທີ່ຢູ່ອ້ອມແອ້ມນັ້ນ.
\v 13 ເບຣິອາ ແລະ ເຊມາ ເປັນຫົວໜ້າຄອບຄົວຕ່າງ ໆ ທີ່ຕັ້ງຫລັກແຫລ່ງຢູ່ໃນເມືອງໄອຢາໂລນ ແລະ ໄດ້ຂັບໄລ່ປະຊາຊົນທີ່ເຄີຍອາໄສຢູ່ໃນເມືອງກາດ ອອກໄປ.
\s5
\v 14 ເຊື້ອສາຍຂອງເບຣິອາ ມີດັ່ງນີ້: ອາຮີໂອ, ຊາຊັກ, ເຢເຣໂມດ,
\v 15 ເຊບາດີຢາ, ອາຣາດ, ເອເດ,
\v 16 ມີກາເອນ, ອີຊະປາ ແລະ ໂຢຮາ.
\v 17 ເຊື້ອສາຍຂອງເອັນປາອັນ ມີດັ່ງນີ້: ເຊບາດີຢາ, ເມຊຸນລໍາ, ຮີຊະກິ, ເຮເບ,
\v 18 ອີສະເມຣາຍ, ອີຊະລິຢາ ແລະ ໂຢບັບ.
\s5
\v 19 ເຊື້ອສາຍຂອງຊີເມອີ ມີດັ່ງນີ້: ຢາກີມ, ຊີກະຣີ, ຊັບດີ,
\v 20 ເອລີເອນາຍ, ຊິນເລໄທ, ເອລີເອນ,
\v 21 ອາດາອີຢາ, ເບຣາອີຢາ ແລະ ຊິມຣາດ.
\s5
\v 22 ເຊື້ອສາຍຂອງຊາຊັກ ມີດັ່ງນີ້: ອີຊະປັນ, ເອເບ, ເອລີເອນ,
\v 23 ອັບໂດນ, ຊີກະຣີ, ຮານານ,
\v 24 ຮານານີຢາ, ເອລາມ, ອັນໂທທີຢາ,
\v 25 ອິບເດອີຢາ ແລະ ເປນູເອນ.
\s5
\v 26 ເຊື້ອສາຍຂອງເຢໂຣຮາມ ມີດັ່ງນີ້: ຊາມເຊໄຣ, ເຊຮາຣິຢາ, ອາທະລິຢາ,
\v 27 ຢາອາເຣຊີຢາ, ເອລີຢາ ແລະ ຊີກະຣີ.
\v 28 ຄົນເຫລົ່ານີ້ແມ່ນບັນພະບຸລຸດ ທີ່ເປັນຫົວໜ້າຄອບຄົວຕ່າງ ໆ ແລະ ເຊື້ອສາຍຄົນສໍາຄັນຂອງພວກເຂົາ ທີ່ໄດ້ອາໄສຢູ່ໃນນະຄອນເຢຣູຊາເລັມ.
\s5
\v 29 ເຢອີເອນ [ຣ] ເປັນພໍ່ຂອງກີເບໂອນ ແລະ ໄດ້ອາໄສຢູ່ກີເບໂອນ. ເມຍຂອງລາວຊື່ວ່າ ມາອາກາ,
\v 30 ແລະ ລູກຊາຍກົກຂອງລາວຊື່ວ່າ ອັບໂດນ. ລູກຊາຍຄົນອື່ນ ໆ ຂອງລາວມີດັ່ງນີ້: ຊຸຣະ, ກີເຊ, ບາອານ, ເນຣະ, [ລ] ນາດາບ,
\v 31 ເກໂດເຣ, ອາຮີໂອ, ເຊເກ,
\s5
\v 32 ແລະ ມີກະໂລດ ຜູ້ເປັນພໍ່ຂອງຊີເມຢາ. ເຊື້ອສາຍຂອງພວກເຂົາໄດ້ອາໄສຢູ່ໃນນະຄອນເຢຣູຊາເລັມ ໃກ້ຄຽງກັບຄອບຄົວອື່ນ ໆ ໃນຕະກຸນຂອງພວກເຂົາ.
\v 33 ເນຣະ ເປັນພໍ່ຂອງກີເຊ ແລະ ກີເຊເປັນພໍ່ຂອງກະສັດໂຊນ. ກະສັດໂຊນ ມີລູກຊາຍສີ່ຄົນດັ່ງນີ້: ໂຢນາທານ, ມັນກີຊູຢາ, ອາບີນາດາບ ແລະ ເອຊະບາອານ. [ວ]
\v 34 ໂຢນາທານ ເປັນພໍ່ ຂອງເມຣິບ ບາອານ [ຫ] ແລະ ເມຣີບ ບາອານເປັນພໍ່ຂອງມີກາ.
\s5
\v 35 ມີກາ ມີລູກຊາຍສີ່ຄົນດັ່ງນີ້: ປີທອນ, ເມເຫລັກ, ຕາເຣອາ ແລະ ອາຮາດ.
\v 36 ອາຮາດເປັນພໍ່ຂອງເຢໂຮອາດດາ ແລະ ເຢໂຮອາດດາ ມີລູກຊາຍສາມຄົນດັ່ງນີ້: ອາເລເມດ, ອາສະມາເວດ ແລະ ຊິມຣີ. ຊິມຣີເປັນພໍ່ຂອງໂມຊາ,
\v 37 ໂມຊາ ເປັນພໍ່ຂອງບີເນອາ, ບີເນອາ ເປັນພໍ່ຂອງຣາພາ, ຣາພາ ເປັນພໍ່ຂອງເອເລອາຊາ ແລະ ເອເລອາຊາ ເປັນພໍ່ຂອງອາເຊນ.
\s5
\v 38 ອາເຊນ ມີລູກຊາຍຫົກຄົນດັ່ງນີ້: ອາຊະຣິກາມ, ໂບເກຣູ, ອິດຊະມາເອນ, ເຊອາຣິຢາ, ໂອບາດີຢາ ແລະ ຮານານ.
\v 39 ເອເຊັກນ້ອງຊາຍຂອງອາເຊນ ມີລູກຊາຍສາມຄົນດັ່ງນີ້: ອູລາມ, ເຢອຸດ ແລະ ເອລີເຟເລັດ.
\v 40 ລູກຊາຍຂອງອູລາມ ເປັນນັກຮົບທີ່ເກັ່ງກ້າ ແລະ ນັກຍິງທະນູ. ລາວມີລູກຊາຍ ແລະ ຫລານຊາຍທັງໝົດໜຶ່ງຮ້ອຍຫ້າສິບຄົນ. ຊື່ທັງໝົດທີ່ມີຢູ່ຂ້າງເທິງນັ້ນ ແມ່ນບັນດາລູກຫຼານຂອງເຜົ່າເບັນຢາມິນ.
\s5
\c 9
\p
\v 1 ຊາວອິດສະຣາເອນ ທັງໝົດທີ່ຂຶ້ນທະບຽນລາຍຊື່ຂອງຕົນ ຕາມຄອບຄົວຕ່າງ ໆ ແມ່ນໄດ້ຖືກບັນທຶກໄວ້ໃນປຶ້ມປະຫວັດສາດຂອງບັນດາກະສັດແຫ່ງອິດສະຣາເອນ ຕາມການແຈ້ງໃຫ້ຊາບນີ້. ຊາວຢູດາ ໄດ້ຖືກຈັບໄປເປັນຊະເລີຍທີ່ນະຄອນບາບີໂລນ ເປັນການລົງໂທດເພາະພວກເຂົາໄດ້ເຮັດບາບ.
\v 2 ພວກທາໍອິດທີ່ກັບຄືນມາສູ່ທີ່ດິນຂອງຕົນຕາມເມືອງຕ່າງ ໆ ມີທັງຊາວອິດສະຣາເອນຄົນທາໍ ມະດາ, ປະໂຣຫິດ, ຊາວເລວີ ແລະ ຄົນຮັບໃຊ້ໃນພຣະວິຫານ ຮວມຢູ່ດ້ວຍ.
\v 3 ປະຊາຊົນຈາກເຜົ່າຢູດາ, ເບັນຢາມິນ, ເອຟຣາອິມ ແລະ ມານາເຊ ໄດ້ໄປອາໄສຢູ່ໃນນະຄອນເຢຣູຊາເລັມ.
\s5
\v 4-6 ເຜົ່າຢູດາຫົກຮ້ອຍເກົ້າສິບຄອບຄົວ ໄດ້ໄປອາໄສຢູ່ໃນນະຄອນເຢຣູຊາເລັມ. ເຊື້ອສາຍຂອງເປເຣັດ ລູກຊາຍຂອງຢູດາ ມີຜູ້ນາໍຊື່ວ່າ ອູໄທ ເປັນລູກຊາຍຂອງອາມມີຮຸດ ແລະ ຫລານຊາຍຂອງອົມຣີ. ສ່ວນບັນພະບຸລຸດຄົນອື່ນ ໆ ຂອງລາວນັ້ນ ແມ່ນອິມຣີ ແລະ ບານີ. ເຊື້ອສາຍຂອງເສລາ ລູກຊາຍຂອງຢູດາ ມີຜູ້ນາໍຊື່ວ່າ ອາຊາອີຢາ ຜູ້ເປັນຫົວໜ້າຄອບຄົວຂອງລາວເອງ. ເຊື້ອສາຍຂອງເຊຣາ ລູກຊາຍຂອງຢູດາ ມີຜູ້ນາໍຊື່ວ່າ ເຢອູເອນ.
\s5
\v 7-8 ສະມາຊິກຂອງເຜົ່າເບັນຢາມິນ ທີ່ອາໄສຢູ່ໃນນະຄອນເຢຣູຊາເລັມ ມີດັ່ງນີ້: ຊັນລູ ເປັນລູກຊາຍຂອງເມຊຸນລໍາ, ເມຊຸນລໍາ ເປັນລູກຊາຍຂອງໂຮດາວິຢາ ແລະ ໂຮດາວິຢາ ເປັນລູກຊາຍຂອງຮັດເຊນູຢາ ອິບເນອີຢາເປັນລູກຊາຍຂອງເຢໂຣຮາມ ເອລາເປັນລູກຊາຍຂອງອຸດຊີ ແລະ ຫລານຊາຍຂອງມີກະຣີ ເມຊຸນລໍາເປັນລູກຊາຍຂອງເຊຟະຕິຢາ ແລະ ຫລານຊາຍຂອງເຣອູເອນ ແລະ ເຣອູເອນເປັນລູກຊາຍຂອງອິບນີຢາ.
\v 9 ເຜົ່າເບັນຢາມິນເກົ້າຮ້ອຍຫ້າສິບຫົກຄອບຄົວ ໄດ້ອາໄສຢູ່ທີ່ນັ້ນ. ຊາຍທຸກຄົນທີ່ໄດ້ມີຊື່ຢູ່ຂ້າງເທິງນັ້ນ ເປັນຫົວໜ້າຄອບຄົວທັງໝົດ.
\s5
\v 10 ຕໍ່ໄປນີ້ແມ່ນບັນດາປະໂຣຫິດ ທີ່ໄດ້ອາໄສຢູ່ໃນນະຄອນເຢຣູຊາເລັມ ມີດັ່ງນີ້: ເຢດາອີອາ, ເຢໂຮຍອາຣິບ ແລະ ຢາກິນ
\v 11 ອາຊາຣິຢາ ເປັນລູກຊາຍຂອງຮີນກີຢາ (ຫົວໜ້າເຈົ້າໜ້າທີ່ປະຈາໍພຣະວິຫານຂອງອົງພຣະຜູ້ເປັນເຈົ້າ), ຜູ້ເປັນລູກຊາຍຂອງເມຊຸນລໍາ, ຜູ້ເປັນລູກຊາຍຂອງຊາດົກ, ຜູ້ເປັນລູກຊາຍຂອງເມໄຣຢົດ, ຜູ້ເປັນລູກຊາຍຂອງອາຮີຕຸບ
\s5
\v 12 ແລະ ອາດາອຢາ ເປັນລູກຊາຍຂອງເຢໂຣຮາມ, ຜູ້ເປັນລູກຊາຍຂອງປັດຊູ, ຜູ້ເປັນລູກຊາຍຂອງມັນກີຢາ, ແລະ ມາອາໄຊ ເປັນລູກຊາຍຂອງອາດີເອນ, ຜູ້ເປັນລູກຊາຍຂອງຢາຮະເຊຣາ, ຜູ້ເປັນລູກຊາຍຂອງເມຊຸນລໍາ, ຜູ້ເປັນລູກຊາຍຂອງເມຊິນ ເລມິດ, ຜູ້ເປັນລູກຊາຍຂອງອິມເມ.
\v 13 ບັນດາປະໂຣຫິດຜູ້ເປັນຫົວໜ້າຄອບຄົວ ມີລວມທັງໝົດໜຶ່ງພັນເຈັດຮ້ອຍຫົກສິບຄົນ. ພວກເຂົາລ້ວນແລ້ວແຕ່ຊ່ຽວຊານກັບວຽກງານ ທີ່ໄດ້ປະຕິບັດໃນພຣະວິຫານຂອງອົງພຣະຜູ້ເປັນເຈົ້າ.
\s5
\v 14 ຕໍ່ໄປນີ້ແມ່ນຊາວເລວີ ທີ່ໄດ້ອາໄສຢູ່ໃນ ນະຄອນເຢຣູຊາເລັມ ມີດັ່ງນີ້: ເຊມາອີຢາ ເປັນລູກຊາຍຂອງຮັດຊຸບ, ຜູ້ເປັນລູກຊາຍຂອງອາຊະຣີກາມ, ຜູ້ເປັນລູກຊາຍຂອງຮາສາບີຢາ ແຫ່ງຕະກຸນເມຣາຣີ
\v 15 ແລະ ບັກບັກກາ, ເຮເຣັດ ແລະ ຄາລັນ, ມັດຕານີຢາ ລູກຊາຍຂອງມີກາ, ຜູ້ເປັນລູກຊາຍຂອງຊີກະຣີ, ຜູ້ເປັນລູກຊາຍຂອງອາສັບ
\v 16 ແລະ ໂອບາດີຢາ ລູກຊາຍຂອງເຊມາອີຢາ, ຜູ້ເປັນລູກຊາຍຂອງຄາລັນ, ຜູ້ເປັນລູກຊາຍຂອງເຢດູທູນ ແລະ ເບເຣກີຢາ ລູກຊາຍຂອງອາສາ ແລະ ຫລານຊາຍຂອງເອນການາ ຜູ້ໄດ້ອາໄສຢູ່ໃນເຂດແດນທີ່ເປັນເມືອງຂອງເນໂຕຟາ.
\s5
\v 17 ຕໍ່ໄປນີ້ແມ່ນຄົນເຝົ້າຍາມພຣະວິຫານ ທີ່ໄດ້ອາໄສຢູ່ໃນນະຄອນເຢຣູຊາເລັມ ມີດັ່ງນີ້: ຊັນລູມ, ອັກກຸບ, ຕັນໂມນ ແລະ ອາຮີມານ. ຊັນລູມ ເປັນຜູ້ນາໍຂອງພວກເຂົາ.
\v 18 ນັບລົງໄປເຖິງສະໄໝນັ້ນ ບັນດາສະມາຊິກໃນຕະກຸນຂອງພວກເຂົາ ແມ່ນໄດ້ຕັ້ງກອງປະຈາໍການ ທາງດ້ານຕາເວັນອອກຂອງພຣະວິຫານ ທີ່ປະຕູເຂົ້າຂອງກະສັດ. [ອ] ແຕ່ກ່ອນພວກເຂົາໄດ້ຢືນເຝົ້າຍາມທີ່ທາງ ປະຕູເຂົ້າຄ້າຍຂອງຊາວເລວີ.
\v 19 ຊັນລູມ ລູກຊາຍຂອງໂກເຣ ແລະ ຫລານຊາຍຂອງເອບີອາຊັບ ພ້ອມດ້ວຍພວກພີ່ນ້ອງໃນຕະກຸນໂກຣາ ຮັບຜິດຊອບເຝົ້າຍາມປະຕູເຂົ້າຫໍເຕັນ ບ່ອນອົງພຣະຜູ້ເປັນເຈົ້າສະຖິດຢູ່; ເຊັ່ນດຽວ ກັນກັບພວກບັນພະບຸລຸດຂອງພວກເຂົາ ທີ່ໄດ້ ເຄີຍປະຕິບັດມາ ສະໄໝທີ່ພວກເຂົາໄດ້ຮັບຜິດຊອບຄ້າຍພັກຂອງອົງພຣະຜູ້ເປັນເຈົ້າ.
\s5
\v 20 ຟີເນຮາ ລູກຊາຍຂອງເອເລອາຊາ ໄດ້ເຄີຍປົກຄອງພວກເຂົາມາຄັ້ງໜຶ່ງ. ຂໍໃຫ້ອົງພຣະຜູ້ເປັນເຈົ້າສະຖິດຢູ່ນາໍລາວດ້ວຍ
\v 21 ເຊກາຣີຢາ ລູກຊາຍຂອງເມເຊເລມີຢາ ເຊັ່ນດຽວກັນເປັນຄົນເຝົ້າຍາມປະຕູເຂົ້າຫໍເຕັນ ບ່ອນອົງພຣະຜູ້ເປັນເຈົ້າສະຖິດຢູ່.
\s5
\v 22 ຜູ້ທີ່ໄດ້ຖືກເລືອກໃຫ້ເຝົ້າຍາມປະຕູ ເຂົ້າ ແລະ ທາງເຂົ້າ ມີສອງຮ້ອຍສິບສອງຄົນ. ພວກເຂົາໄດ້ຖືກຈົດຊື່ເຂົ້າບັນຊີ ຕາມບ້ານຕ່າງ ໆ ທີ່ພວກເຂົາໄດ້ອາໄສຢູ່. ແມ່ນກະສັດ ດາວິດ ແລະຜູ້ທາໍນວາຍຊາມູເອນ ທີ່ໄດ້ໃຫ້ບັນພະບຸລຸດຂອງພວກເຂົາ ຮັບໜ້າທີ່ນີ້.
\v 23 ພວກເຂົາແລະເຊື້ອສາຍ ໄດ້ສືບຕໍ່ເຝົ້າຍາມປະຕູພຣະວິຫານ.
\v 24 ປະຕູນັ້ນປິ່ນໜ້າໃສ່ທຸກທິດ ເຊັ່ນ: ເໜືອ, ໃຕ້, ຕາເວັນອອກ ແລະ ຕາເວັນຕົກ ແລະ ແຕ່ລະປະຕູກໍມີນາຍຍາມເຝົ້າຢູ່.
\s5
\v 25 ຄົນເຝົ້າຍາມເຫລົ່ານີ້ ມີພີ່ນ້ອງທີ່ໄດ້ອາໄສຢູ່ໃນບ້ານ ເປັນຜູ້ຊ່ວຍ ແລະ ໄດ້ປ່ຽນຜຽນກັນມາເຝົ້າຍາມທຸກ ໆ ເຈັດວັນ.
\v 26 ນາຍເຝົ້າຍາມສີ່ຄົນ ແມ່ນຊາວເລວີ ແລະ ພວກເຂົາມີຄວາມຮັບຜິດຊອບຢ່າງເດັດຂາດ. ພວກເຂົາຮັບຜິດຊອບຫ້ອງຕ່າງ ໆ ແລະ ຊັບສົມບັດຕ່າງ ໆ ທີ່ເປັນຂອງພຣະວິຫານຂອງອົງພຣະຜູ້ເປັນເຈົ້າ.
\v 27 ພວກເຂົາຢູ່ໃກ້ກັບພຣະວິຫານຂອງອົງພຣະຜູ້ເປັນເຈົ້າ ເພາະແມ່ນໜ້າ​ທີ່ຂອງພວກເຂົາ ທີ່ຈະຮັກສາ ແລະ ໄຂປະຕູທີ່ທາງເຂົ້າໃນທີ່ນັ້ນທຸກ ໆ ເຊົ້າ.
\s5
\v 28 ຊາວເລວີ ອື່ນ ໆ ຮັບຜິດຊອບເຄື່ອງໃຊ້ ຕ່າງ ໆ ທີ່ໄດ້ໃຊ້ໃນການນະມັດສະການ. ພວກເຂົາກວດນັບທຸກເທື່ອ ທີ່ມີຜູ້ເອົາອອກໄປໃຊ້ ແລະ ເອົາມາສົ່ງຄືນ.
\v 29 ຄົນອື່ນ ຮັບເບິ່ງແຍງເຄື່ອງໃຊ້ສັກສິດອື່ນ ໆ ແລະ ດູແລແປ້ງ, ເຫລົ້າອະງຸ່ນ, ນາໍ້ມັນໝາກກອກເທດ, ເຄື່ອງຫອມ ແລະ ເຄື່ອງເທດ.
\s5
\v 30 ແຕ່ຄວາມຮັບຜິດຊອບປຸງເຄື່ອງເທດນັ້ນ ແມ່ນໜ້າທີ່ຂອງພວກປະໂຣຫິດ.
\v 31 ຄົນເລວີຜູ້ໜຶ່ງຊື່ ມັດຕີທີຢາ ລູກຊາຍກົກຂອງ ຊັນລູມ ແຫ່ງຕະກຸນໂກຣາ ເປັນຜູ້ຮັບຜິດຊອບເຄື່ອງປີ້ງຖວາຍ. [ຮ]
\v 32 ສະມາຊິກໃນຕະກຸນຂອງໂກຮາດ ເປັນຜູ້ຮັບຜິດຊອບຈັດແຈ່ງເຂົ້າຈີ່ສັກສິດ [ກ] ສໍາລັບພຣະວິຫານທຸກ ໆ ວັນຊະບາໂຕ.
\s5
\v 33 ຊາວເລວີ ບາງຄອບຄົວຮັບຜິດຊອບ ດົນຕຼີ ໃນພຣະວິຫານ. ຫົວໜ້າຄອບຄົວເຫລົ່ານີ້ໄດ້ຢູ່ໃນຕຶກອື່ນ ໆ ຂອງພຣະວິຫານ ແລະ ໄດ້ຖືກຍົກເວັ້ນຈາກໜ້າທີ່ອື່ນ ໆ ຍ້ອນພວກເຂົາຮັບຜິດຊອບເຮັດວຽກ ທັງເວັນ ແລະ ທັງຄືນ.
\v 34 ພວກຜູ້ຊາຍທີ່ໄດ້ກ່າວຊື່ ມານັ້ນ ແມ່ນຫົວໜ້າຄອບຄົວຊາວເລວີທັງຫລາຍ ຕາມເຊື້ອສາຍບັນພະບຸລຸດຂອງພວກເຂົາ. ພວກເຂົາເປັນຜູ້ນາໍທີ່ໄດ້ອາໄສຢູ່ໃນນະຄອນເຢຣູຊາເລັມ.
\s5
\v 35 ເຢອີເອນ ໄດ້ສ້າງເມືອງກີເບໂອນ ແລະ ໄດ້ຕັ້ງຫລັກແຫລ່ງຢູ່ທີ່ນັ້ນ. ເມຍຂອງເພິ່ນຊື່ວ່າ ມາອາກາ.
\v 36 ລູກຊາຍກົກຂອງເພິ່ນຊື່ວ່າ ອັບໂດນ ແລະ ລູກຊາຍຄົນອື່ນ ໆ ຂອງເພິ່ນມີດັ່ງນີ້: ຊູຣະ, ກີເຊ, ບາອານ, ເນຣະ, ນາດາບ,
\v 37 ເກໂດເຣ, ອາຮີໂອ, ເຊກາຣີຢາ ແລະ ມີກາໂລດ,
\s5
\v 38 ຜູ້ເປັນພໍ່ຂອງຊີເມອາ. ເຊື້ອສາຍຂອງ ເພິ່ນໄດ້ອາໄສຢູ່ໃນນະຄອນເຢຣູຊາເລັມ ໃກ້ກັບຄອບຄົວອື່ນ ໆ ໃນຕະກຸນຂອງພວກເຂົາ.
\v 39 ເນຣະ ເປັນພໍ່ຂອງກີເຊ ແລະ ກີເຊ ເປັນພໍ່ຂອງໂຊນ. ໂຊນ ມີລູກຊາຍສີ່ຄົນດັ່ງນີ້: ໂຢນາທານ, ມັນກີຊູຢາ, ອາບີນາດາບ ແລະ ເອຊະບາອານ. [ຂ]
\v 40 ສ່ວນ ໂຢນາທານ ນັ້ນເປັນພໍ່ຂອງເມຣິບ ບາອານ, [ຄ] ແລະ ເມຣິບ ບາອານ ເປັນພໍ່ຂອງມີກາ.
\s5
\v 41 ມີກາ ມີລູກຊາຍສີ່ຄົນດັ່ງນີ້: ປີໂທນ, ເມເຫລັກ, ຕາເຣອາ ແລະ ອາຮາດ. [ງ]
\v 42 ອາຮາດ ເປັນພໍ່ຂອງຢາຣາ ແລະ ຢາຣາ ມີລູກຊາຍສາມຄົນດັ່ງນີ້: ອາເລເມດ, ອາສະມາເວດ ແລະ ຊິມຣີ. ຊິມຣີເປັນພໍ່ຂອງໂມຊາ,
\v 43 ໂມຊາ ເປັນພໍ່ຂອງບີເນອາ, ບີເນອາ ເປັນພໍ່ຂອງເຣຟາອີຢາ, ເຣຟາອີຢາ ເປັນພໍ່ຂອງເອເລອາຊາ ແລະ ເອເລອາຊາ ເປັນພໍ່ຂອງອາເຊນ.
\v 44 ອາເຊນ ມີລູກຊາຍຫົກຄົນດັ່ງນີ້: ອາຊະຣິກາມ, ໂບເກຣູ, ອິດຊະມາເອນ, ເຊອາຣິຢາ, ໂອບາດີຢາ ແລະ ຮານານ.
\s5
\c 10
\p
\v 1 ພວກຟີລິດສະຕິນ ໄດ້ເຮັດເສິກກັບພວກ ອິດສະຣາເອນ ທີ່ເທິງພູເຂົາກິນໂບອາ. ພວກ ອິດສະຣາເອນໄດ້ຖືກຂ້າຢ່າງຫລວງຫລາຍໃນທີ່ນັ້ນ ແລະ ສ່ວນທີ່ເຫລືອຢູ່ກັບກະສັດໂຊນເອງ ພ້ອມດ້ວຍລູກຊາຍຂອງເພິ່ນ ຕ່າງກໍໄດ້ປົບໜີໄປ.
\v 2 ແຕ່ພວກເຂົາຖືກພວກ ຟີລິດສະຕິນຈັບໄດ້ ພ້ອມທັງລູກຊາຍສາມຄົນຂອງກະສັດໂຊນ ດັ່ງນີ້: ໂຢນາທານ, ອາບີນາດາບ ແລະ ມັນກີຊູຢາ. ພວກຟີລິດສະຕິນໄດ້ຂ້າພວກເຂົາຖິ້ມ.
\v 3 ການສູ້ຮົບປິດລ້ອມກະສັດໂຊນ ໜັກໜ່ວງຫລາຍ ແລະ ເພິ່ນເອງກໍຖືກລູກທະນູຂອງສັດຕູ ບາດເຈັບ ສາຫັດ.
\s5
\v 4 ເພິ່ນກ່າວແກ່ຊາຍໜຸ່ມຜູ້ທີ່ຖືອາວຸດຂອງເພິ່ນວ່າ, “ຊັກດາບອອກມາຂ້າຂ້ອຍສາ ເພື່ອພວກຟີລິດສະຕິນຜູ້ບໍ່ນັບຖືພຣະເຈົ້າ ຈະບໍ່ໄດ້ ສົມນໍ້າໜ້າຂ້ອຍ. ” ແຕ່ຊາຍໜຸ່ມຜູ້ນັ້ນຢ້ານຫລາຍ ຈຶ່ງບໍ່ກ້າຂ້າເພິ່ນ. ດັ່ງນັ້ນ ກະສັດໂຊນ ຈຶ່ງຊັກດາບອອກມາ ແລະ ຂ້າຕົນເອງເສຍ.
\s5
\v 5 ເມື່ອຊາຍໜຸ່ມຜູ້ນັ້ນເຫັນວ່າ ກະສັດໂຊນໄດ້ຕາຍແລ້ວ, ລາວຈຶ່ງໃຊ້ດາບແທງຕົນເອງຕາຍໄປຕາມເພິ່ນ.
\v 6 ກະສັດໂຊນ ແລະ ລູກຊາຍສາມຄົນຂອງເພິ່ນໄດ້ຕາຍໄປ ດັ່ງນີ້ແຫລະ ແລະ ບໍ່ມີເຊື້ອສາຍຄົນໃດຂອງເພິ່ນໄດ້ປົກຄອງປະເທດໃນເວລາຕໍ່ມາ.
\s5
\v 7 ເມື່ອພວກອິດສະຣາເອນ ທີ່ອາໄສຢູ່ໃນຮ່ອມພູຢິດສະເຣນ ໄດ້ຍິນວ່າກອງທັບອິດສະຣາເອ ໄດ້ປົບໜີ ແລະ ກະສັດໂຊນ ພ້ອມທັງພວກລູກຊາຍຂອງເພິ່ນກໍໄດ້ຕາຍແລ້ວ; ສະນັ້ນ ພວກເຂົາຈຶ່ງພາກັນປະເມືອງ ແລະ ປົບໜີໄປ. ແລ້ວພວກຟີລິດສະຕິນກໍໄດ້ເຂົ້າມາຢຶດເອົາເມືອງ.
\v 8 ມື້ຕໍ່ມາຫລັງຈາກ ເຊົາສູ້ຮົບແລ້ວ ພວກຟີລິດສະຕິນກໍໄປແກ້ເອົາເຄື່ອງຈາກຊາກສົບ ແລະ ພວກເຂົາໄດ້ພົບສົບຂອງກະສັດໂຊນ ພ້ອມທັງສົບຂອງ ພວກລູກຊາຍນອນດອຍຢູ່ທີ່ເທິງພູເຂົາກິນໂບອາ.
\s5
\v 9 ພວກເຂົາຈຶ່ງຕັດເອົາຫົວຂອງກະສັດໂຊນ ພ້ອມທັງປົດເຄື່ອງຮົບອອກ ແລ້ວກໍສົ່ງຄົນນາໍຂ່າວດີໄປທົ່ວດິນແດນຟີລິດສະຕິນ ບອກຊາວຟີລິດສະຕິນ ແລະ ພະຂອງພວກເຂົາ.
\v 10 ພວກເຂົາໄດ້ເອົາອາວຸດເພິ່ນໄປ ບັນຈຸໄວ້ໃນວິຫານແຫ່ງໜຶ່ງຂອງພວກເຂົາ ແລະ ເອົາຫົວຂອງກະສັດໂຊນຫ້ອຍໄວ້ໃນ ວິຫານຂອງພະ ດາໂກນ.
\s5
\v 11 ເມື່ອຊາວເມືອງຢາເບັດ ໃນແຂວງກີເລອາດ ໄດ້ຍິນສິ່ງທີ່ພວກຟີລິດສະຕິນໄດ້ເຮັດຕໍ່ກະສັດໂຊນ
\v 12 ບັນດາທະຫານຜູ້ເກັ່ງກ້າທີ່ສຸດ ກໍໄດ້ໄປເອົາສົບຂອງກະສັດໂຊນ ແລະ ສົບຂອງພວກລູກຊາຍຂອງເພິ່ນກັບຄືນມາຍັງ ຢາເບັດ. ພວກເຂົາໄດ້ຝັງສົບ ເຫລົ່ານັ້ນໄວ້ຢູ່ກ້ອງຕົ້ນໂອກ ແລະ ຖືສິນອົດອາຫານເຈັດວັນ.
\s5
\v 13 ກະສັດໂຊນໄດ້ຕາຍໄປ ກໍເພາະເພິ່ນບໍ່ ສັດຊື່ຕໍ່ອົງພຣະຜູ້ເປັນເຈົ້າ. ເພິ່ນບໍ່ເຊື່ອຟັງຂໍ້ຄໍາສັ່ງຂອງອົງພຣະຜູ້ເປັນເຈົ້າ; ເພິ່ນໄດ້ປຶກສານາໍວິນຍານຂອງຄົນຕາຍ
\v 14 ແທນທີ່ຈະປຶກສານາໍອົງພຣະຜູ້ເປັນເຈົ້າ. ດັ່ງນັ້ນ ອົງພຣະຜູ້ເປັນເຈົ້າຈຶ່ງໄດ້ຂ້າເພິ່ນ ແລະ ມອບອານາຈັກໃຫ້ດາວິດ ລູກຊາຍຂອງເຢຊີ ຂຶ້ນປົກຄອງແທນ.
\s5
\c 11
\p
\v 1 ປະຊາຊົນອິດສະຣາເອນທັງໝົດ ໄດ້ໄປຫາດາວິດ ທີ່ນະຄອນເຮັບໂຣນ ແລະ ກ່າວແກ່ເພິ່ນວ່າ, “ພວກເຮົາເປັນເລືອດເນື້ອເຊື້ອໄຂດຽວກັນ.
\v 2 ໃນອະດີດທີ່ຜ່ານມາ ເຖິງແມ່ນໂຊນຍັງເປັນກະສັດຢູ່ ເພິ່ນກໍໄດ້ນາໍພາ ປະຊາຊົນອິດສະຣາເອນ ອອກສູ້ຮົບ ແລະ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງເພິ່ນໄດ້ສັນ ຍາກັບເພິ່ນໃຫ້ນາໍພາປະຊາຊົນຂອງພຣະອົງ ແລະ ເປັນຜູ້ປົກຄອງຂອງພວກເຂົາ. ”
\v 3 ດັ່ງນັ້ນ ຜູ້ນາໍທັງໝົດຂອງຊາດອິດສະຣາເອນ ຈຶ່ງມາຫາດາວິດທີ່ເຮັບໂຣນ. ເພິ່ນໄດ້ເຮັດສັນຍາເປັນພັນທະມິດກັບພວກເຂົາ. ພວກເຂົາໄດ້ໃຊ້ນາໍ້ມັນສັກສິດຫົດສົງເພິ່ນ ແລະ ແຕ່ງຕັ້ງເພິ່ນໃຫ້ເປັນກະສັດແຫ່ງຊາດອິດສະຣາເອນ ຕາມທີ່ອົງພຣະຜູ້ເປັນເຈົ້າໄດ້ສັນຍາໄວ້ຜ່ານທາງ ຊາມູເອນ.
\s5
\v 4 ກະສັດດາວິດ ພ້ອມດ້ວຍຊາວອິດສະຣາເອນ ໄດ້ໄປໂຈມຕີນະຄອນເຢຣູຊາເລັມ. ໃນສະໄໝນັ້ນ ນະຄອນເຢຣູຊາເລັມ ມີຊື່ວ່າ ເຢບູ; ແລະ ຊາວເຢບຸດ ປະຊາຊົນພື້ນເມືອງຂອງດິນແດນນີ້ ຍັງໄດ້ອາໄສຢູ່ທີ່ນັ້ນ.
\v 5 ຊາວເຢບຸດ ທ້າທາຍດາວິດ ວ່າ ເພິ່ນຈະບຸກເຂົ້າໄປຢຶດເອົາເມືອງນີ້ບໍ່ໄດ້ຈັກເທື່ອ; ແຕ່ດາວິດໄດ້ຢຶດປ້ອມເມືອງຊີໂອນ ແລະ ປ້ອມນີ້ຈຶ່ງຖືກປ່ຽນຊື່ມາເປັນ “ເມືອງຂອງດາວິດ. ”
\v 6 ດາວິດໄດ້ເວົ້າວ່າ, “ຜູ້ທາໍອິດທີ່ຂ້າຄົນເຢບຸດ ຈະໄດ້ເປັນຜູ້ບັນຊາການທະຫານ” ສະນັ້ນ ໂຢອາບ ລູກຊາຍຂອງນາງເຊຣູອີຢາ ຈຶ່ງເປັນຜູ້ນາໍພາບຸກໂຈມຕີເມືອງນີ້ ແລະ ໄດ້ເປັນຜູ້ບັນຊາການທະຫານ.
\s5
\v 7 ເພາະກະສັດດາວິດ ໄດ້ເຂົ້າໄປອາໄສຢູ່ໃນປ້ອມນີ້; ສະນັ້ນ ທີ່ນັ້ນຈຶ່ງມີຊື່ວ່າ, “ເມືອງຂອງດາວິດ. ”
\v 8 ເພິ່ນໄດ້ສ້າງເມືອງຂຶ້ນໃໝ່ ໂດຍເລີ່ມຕົ້ນແຕ່ປ້ອມທີ່ມີຊື່ວ່າ ມິນໂລ ທາງທິດຕາເວັນອອກຂອງເນີນພູ ແລະ ໂຢອາບ ໄດ້ສ້ອມແປງສ່ວນທີ່ເຫລືອຂອງຫົວເມືອງ.
\v 9 ກະສັດດາວິດ ມີອໍານາດເຂັ້ມ ແຂງຍິ່ງ ໆ ຂຶ້ນ ເພາະອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດຍິ່ງໃຫຍ່ໄດ້ສະຖິດຢູ່ກັບເພິ່ນ.
\s5
\v 10 ຕໍ່ໄປນີ້ ແມ່ນລາຍຊື່ທະຫານຜູ້ທີ່ມີຊື່ສຽງຂອງກະສັດດາວິດ. ໂດຍຮ່ວມກັບປະຊາຊົນອິດສະຣາເອນ ສ່ວນອື່ນ ໆ ທະຫານເຫລົ່ານີ້ໄດ້ຊ່ວຍດາວິດ ໃຫ້ໄດ້ຂຶ້ນເປັນກະສັດຕາມທີ່ອົງພຣະຜູ້ເປັນເຈົ້າໄດ້ສັນຍາ; ແລະ ພວກເຂົາຍັງໄດ້ຊ່ວຍຮັກສາໃຫ້ ອານາຈັກຂອງເພິ່ນໝັ້ນຄົງດ້ວຍ.
\v 11 ຄົນທໍາອິດ ແມ່ນ ຢາໂຊເບອາມ ເປັນລູກຊາຍຂອງຮາກະໂມນ ຜູ້ທີ່ເປັນຫົວໜ້າ “ຈອມສາມ ທະຫານເອກ. ” [ຈ] ລາວໃຊ້ຫອກສູ້ຮົບກັບສັດຕູສາມຮ້ອຍຄົນ ແລະ ໄດ້ຂ້າພວກເຂົາ ຖິ້ມໝົດໃນບັ້ນຮົບດຽວ.
\s5
\v 12 ຜູ້ທີ່ມີຊື່ສຽງຕໍ່ມາຂອງ “ຈອມສາມ ທະຫານເອກ” ແມ່ນ ເອເລອາຊາ ລູກຊາຍຂອງໂດໂດ ແຫ່ງຕະກຸນ ອາໂຮ.
\v 13 ລາວໄດ້ສູ້ຮົບພວກຟີລິດສະຕິນ ໃຫ້ກະສັດດາວິດ ໃນບັ້ນຮົບປັດດາມິມ; ລາວກາໍລັງຢູ່ໃນທົ່ງນາເຂົ້າບາເລ ເມື່ອຊາວອິດສະຣາເອນໄດ້ລ່າຖອຍໜີໄປ
\v 14 ສ່ວນລາວພ້ອມດ້ວຍຄົນຂອງຕົນ ກໍຢືນຕໍ່ສູ້ຊາວຟີລິດສະຕິນ ຢູ່ກາງທົ່ງນາ. ອົງພຣະຜູ້ເປັນເຈົ້າໄດ້ໃຫ້ລາວຮົບຊະນະເປັນຄັ້ງຍິ່ງໃຫຍ່.
\s5
\v 15 ມື້ໜຶ່ງມີສາມຄົນ ໃນຈາໍນວນທະຫານ ເອກສາມສິບຄົນ ໄດ້ໄປທີ່ໂງ່ນຫິນແຫ່ງໜຶ່ງໃກ້ກັບຖໍ້າ ອາດຸນລໍາ ບ່ອນທີ່ກະສັດດາວິດຢູ່ ຂະນະທີ່ພວກຟີລິດສະຕິນກຸ່ມໜຶ່ງໄດ້ຕັ້ງຄ້າຍ ຢູ່ທີ່ຮ່ອມພູ ເຣຟາອິມ.
\v 16 ໃນເວລານັ້ນ ກະສັດດາວິດໄດ້ພັກຢູ່ໃນປ້ອມປ້ອງກັນ ທີ່ເທິງເນີນພູ ແລະ ພວກຟີລິດສະຕິນໝວດໜຶ່ງ ຢຶດເອົາເມືອງເບັດເລເຮັມໄດ້.
\v 17 ກະສັດ ດາວິດຄິດຮອດບ້ານ ຈຶ່ງເວົ້າວ່າ, “ຜູ້ໃດໜໍຈະ ໄປເອົານາໍ້ຈາກສ້າງ ທີ່ປະຕູເມືອງເບັດເລເຮັມ ມາໃຫ້ເຮົາດື່ມ!”
\s5
\v 18 ສາມທະຫານເອກ ໄດ້ຕີຝ່າຄ້າຍທະຫານຟີລິດສະຕິນ ໄປຕັກນາໍ້ທີ່ສ້າງມາໃຫ້ກະສັດດາວິດ. ເພິ່ນດື່ມບໍ່ລົງ ແຕ່ກັບຖອກນາໍ້ລົງດິນ ຖວາຍແກ່ອົງພຣະຜູ້ເປັນເຈົ້າ
\v 19 ແລະ ທັງເວົ້າວ່າ, “ເຮົາບໍ່ອາດຈະດື່ມນໍ້ານີ້ໄດ້ດອກ ມັນເທົ່າກັບດື່ມເລືອດຂອງຄົນເຫລົ່ານີ້ທີ່ໄດ້ສ່ຽງຊີວິດຂອງພວກເຂົາ! ” ສະນັ້ນ ເພິ່ນຈຶ່ງປະຕິເສດທີ່ຈະດື່ມ. ອັນນີ້ແມ່ນວິລະກາໍຂອງຈອມສາມທະຫານເອກ.
\s5
\v 20 ອາບີໄຊ ນ້ອງຊາຍຂອງໂຢອາບ ເປັນຫົວໜ້າຂອງ “ທະຫານເອກສາມສິບຄົນ. [ສ] ລາວໄດ້ໃຊ້ຫອກຕໍ່ສູ້ສັດຕູສາມຮ້ອຍຄົນ ແລະ ໄດ້ຂ້າພວກເຂົາຕາຍໝົດ ແລະ ລາວຈຶ່ງໄດ້ກາຍເປັນຜູ້ມີຊື່ສຽງໃນທ່າມກາງທະຫານເອກສາມຄົນ. ” [ຊ]
\v 21 ລາວເປັນຜູ້ມີຊື່ສຽງທີ່ສຸດຢູ່ໃນ “ທະຫານເອກສາມສິບຄົນ” [ຍ] ແລະ ເປັນຜູ້ນາໍຂອງເຂົາ ແຕ່ລາວບໍ່ມີຊື່ສຽງເທົ່າ “ຈອມສາມທະຫານເອກ.”
\s5
\v 22 ເບນາອີຢາ ລູກຊາຍຂອງເຢໂຮຍອາດາ ຊາວກັບຊີເອນ ກໍເປັນທະຫານທີ່ມີຊື່ສຽງຜູ້ໜຶ່ງ; ລາວໄດ້ສ້າງວິລະກາໍໄວ້ຫລາຍຢ່າງ ຮວມທັງໄດ້ຂ້ານັກຮົບຜູ້ທີ່ຍິ່ງໃຫຍ່ຂອງຊາວໂມອາບ ສອງຄົນ. ມີຄັ້ງໜຶ່ງ ເປັນມີ້ຫິມະຕົກ ລາວໄດ້ລົງໄປໃນຫລຸມ ແລະ ໄດ້ຂ້າສິງໂຕໜຶ່ງ.
\v 23 ລາວໄດ້ຂ້າຊາວເອຢິບຄົນໜຶ່ງ ສູງປະມານສອງແມັດເຄິ່ງ ທີ່ຖືຫອກດວງບັກໃຫຍ່. ເບນາອີຢາ ໄດ້ໃຊ້ໄມ້ຄ້ອນສູ້ຮົບເພື່ອຍາດເອົາຫອກຈາກມືຂອງຄົນເອຢິບ ແລະ ໃຊ້ຫອກນັ້ນ ຂ້າຄົນເອຢິບຜູ້ນັ້ນ.
\s5
\v 24 ສິ່ງເຫລົ່ານີ້ແຫລະ ຄື ວິລະກາໍທີ່ເບນາອີຢາ ຄົນໜຶ່ງໃນ “ທະຫານເອກສາມສິບຄົນ” [ດ] ໄດ້ສ້າງໄວ້.
\v 25 ລາວເປັນຄົນໜຶ່ງທີ່ເດັ່ນ ໃນທ່າມກາງ “ທະຫານເອກສາມສິບຄົນ” ແຕ່ບໍ່ມີຊື່ສຽງເທົ່າກັບ “ຈອມສາມທະຫານເອກ. ” ກະສັດດາວິດໄດ້ເອົາລາວ ເປັນທະຫານປ້ອງກັນຕົວເພິ່ນ.
\s5
\v 26 ພວກທີ່ມີຊື່ຕໍ່ໄປນີ້ ແມ່ນທະຫານດີເດັ່ນ ມີດັ່ງນີ້: ອາຊາເຮນ ນ້ອງຊາຍຂອງໂຢອາບ, ເອນຮານານ ລູກຊາຍຂອງໂດໂດ ເປັນຊາວເມືອງເບັດເລເຮັມ,
\v 27 ຊາມໂມດ ຊາວຮາໂຣດ, ເຮເລດ ຊາວເປເຫລັດ,
\v 28 ອີຣາ ລູກຊາຍຂອງອິກເກເຊ ຊາວເຕກົວ, ອາບີເອເຊ ຊາວອານາທົດ,
\v 29 ຊິບເບກາຍ ຊາວຮູສາ, ອີໄລ ຊາວອາໂຮ,
\s5
\v 30 ມະຫາໄຣ ຊາວເນໂຕຟາ, ເຮເຫລັດ ລູກຊາຍຂອງບາອານາເຮ ຊາວເນໂຕຟາ,
\v 31 ອີໄທ ລູກຊາຍຂອງຣີໄບ ຊາວກີເບອາ ໃນເຜົ່າເບັນຢາມິນ, ເບນາອີຢາ ຊາວປີຣາໂທນ,
\v 32 ຮູໄຣ ຊາວຮ່ອມພູໃກ້ເມືອງກາອັດ, ອາບີເອນ ຊາວອາຣະບາ,
\v 33 ອາສະມາເວດ ຊາວບາຮູຣູມ, ເອລີຢາບາ ຊາວຊາອັນໂບນ,
\s5
\v 34 ຮາເສມ [ຕ] ຊາວກີໂຊນ, ໂຢນາທານ ລູກຊາຍຂອງຊາກີ ຊາວຮາຣາເຣ,
\v 35 ອາຮີອາມ ລູກຊາຍຂອງຊາກາ ຊາວຮາຣາເຣ, ເອລີຟັນ ລູກຊາຍຂອງອູເຣ,
\v 36 ເຮເຟ ຊາວເມກາຣາ, ອາຮີຢາ ຊາວເປໂລນ,
\v 37 ເຮຊະໂຣ ຊາວພູກາເມນ, ນາອາໄຣ ລູກຊາຍຂອງເອຊະໄບ,
\s5
\v 38 ໂຢເອນ ນ້ອງຊາຍຂອງນາທານ, ມິບຮາຣະ ລູກຊາຍຂອງຮາກະຣີ,
\v 39 ເຊເຫລັກ ຊາວອໍາໂມນ, ນາຮາໄຣ ຄົນຖືອາວຸດໃຫ້ໂຢອາບ ຊາວເບເອໂຣດ,
\v 40 ອີຣາ ແລະ ຄາເຣັບ ຊາວອິດຕຣີ,
\v 41 ອູຣິຢາ ຊາວຮິດຕີ, ຊາບັດ ລູກຊາຍຂອງອາຮະໄລ,
\s5
\v 42 ອາດີນາ ລູກຊາຍຂອງຊີຊາ (ຜູ້ນາໍຄົນໜຶ່ງຂອງເຜົ່າຣູເບັນ ກັບທະຫານສາມສິບຄົນ),
\v 43 ຮານານ ລູກຊາຍຂອງມາອາກາ, ໂຢຊາຟັດ ຊາວມີທານ,
\v 44 ອຸດຊີອາ ຊາວ ອາສະເຕຣາ, ຊາມມາ ແລະ ເຢອີເອນ ລູກຊາຍຂອງໂຮທານ ຊາວອາໂຣເອ,
\s5
\v 45 ເຢດີອາເອນ ແລະ ໂຢຮາ ລູກຊາຍຂອງຊິມຣີ ຊາວຕີເຊ,
\v 46 ເອລີເອນ ຊາວມາຮາວາ, ເຢຣີໄບ ແລະ ໂຢຊາວີຢາ ລູກຊາຍຂອງເອນນາອານ, ອີມານ ຊາວໂມອາບ,
\v 47 ເອລີເອນ, ໂອເບັດ ແລະ ຢາອາສີເອນ ຊາວໂຊບາ. [ຖ]
\s5
\c 12
\p
\v 1 ດາວິດ ໄດ້ອາໄສຢູ່ເມືອງຊິກລັກ ບ່ອນທີ່ເພິ່ນໄດ້ໄປຊ່ອນຕົວຢູ່ຈາກກະສັດໂຊນ. ໃນທີ່ນັ້ນໄດ້ມີທະຫານຜູ້ເກັ່ງກ້າສາມາດໃນຫລາຍໆ ດ້ານທີ່ໄວ້ໃຈໄດ້;
\v 2 ພວກເຂົາແມ່ນສະມາຊິກໃນເຜົ່າເບັນຢາມິນ ເຜົ່າດຽວກັນກັບກະສັດໂຊນ ໄດ້ມາຮ່ວມກັບດາວິດ. ພວກເຂົາສາມາດໃຊ້ແຂນຊ້າຍ ຫລື ແຂນຂວາຍິງທະນູ ຫລື ແກວ່ງກ້ອນຫິນໄດ້.
\s5
\v 3 ພວກເຂົາຢູ່ພາຍໃຕ້ການບັງຄັບບັນຊາຂອງອາຮີເອເຊ ແລະ ໂຢອາດ ລູກຊາຍຂອງເຊມາອາ ຈາກເມືອງກີເບອາ. ຄົນເຫລົ່ານີ້ລ້ວນແຕ່ເປັນທະຫານທັງນັ້ນ ມີດັ່ງນີ້: ເຢຊີເອນ ແລະ ເປເລດ ລູກຊາຍຂອງອາຊະມາເວດ ເບຣາກາ ແລະ ເຢຮູ ຊາວອານາທົດ
\v 4 ອີຊະມາອີຢາ ຊາວກີເບໂອນ ທະຫານເອກຜູ້ໜຶ່ງ ແລະ ເປັນຜູ້ນາໍຄົນໜຶ່ງຂອງ “ຈອມສາມທະຫານເອກ” ເຢເຣມີຢາ, ຢາຮາສີເອນ, ໂຢຮັນນານ ແລະ ໂຢສາບັດ ຊາວເຄເດລາ
\s5
\v 5 ເອລູໄຊ, ເຢຣິໂມດ, ເບອາລີຢາ, ເຊມາຣິຢາ ແລະ ເຊຟາຕີຢາ ຊາວຮາລິບ
\v 6 ເອນການາ, ອິດຊີຢາ, ອາຊາເຣນ, ໂຢເອເຊ ແລະ ຢາໂຊເບອາມ ແຫ່ງຕະກຸນໂກຣາ
\v 7 ໂຢເອລາ ແລະ ເຊບາດີຢາ ລູກຊາຍຂອງເຢໂຣຮາມ ຊາວເກໂດເຣ
\s5
\v 8 ຄົນເຫລົ່ານີ້ແມ່ນທະຫານ ທີ່ມີຊື່ສຽງ ແລະ ຊໍານິຊໍານານໃນການຮົບຈາກເຜົ່າກາດ ທີ່ໄດ້ເຂົ້າຮ່ວມກັບທະຫານຂອງດາວິດ ເມື່ອເພິ່ນຢູ່ໃນປ້ອມທີ່ຖິ່ນແຫ້ງແລ້ງກັນດານ. ພວກເຂົາເກັ່ງກ້າ ແລະ ຊ່ຽວຊານໃນການໃຊ້ໂລ້ແລະຫອກ ເບິ່ງໂຫດຮ້າຍເໝືອນສິງ ແລະ ວ່ອງໄວເໝືອນກວາງທີ່ເທິງພູເຂົາ.
\s5
\v 9 ພວກເຂົາໄດ້ຮັບຕໍາແໜ່ງຕາມລໍາດັບຂັ້ນ ດັ່ງນີ້: ເອເຊ ເປັນຫົວໜ້າ, ໂອບາດີຢາ ທີສອງ, ເອລີອາບ ທີສາມ,
\v 10 ມີຊະມັນນາ ທີສີ່, ເຢເຣມີຢາ ທີຫ້າ,
\v 11 ອັດໄຕ ທີຫົກ, ເອລີເອນ ທີເຈັດ,
\v 12 ໂຢຮານັນ ທີແປດ, ເອນຊາບັດ ທີເກົ້າ,
\v 13 ເຢເຣມີຢາ ທີສິບແລະ ມັກກະບານໄນ ທີສິບເອັດ.
\s5
\v 14 ຄົນເຫລົ່ານີ້ຈາກເຜົ່າກາດ ບາງຄົນໄດ້ເປັນນາຍທະຫານຊັ້ນຜູ້ໃຫຍ່ ບັງຄັບບັນຊາກອງພັນ ແລະ ພວກອື່ນຍັງເປັນນາຍທະຫານຊັ້ນຜູ້ນ້ອຍ ບັງຄັບບັນຊາກອງຮ້ອຍ.
\v 15 ໃນເດືອນທາໍອິດຂອງປີໜຶ່ງ ເມື່ອນາໍ້ຂຶ້ນເຕັມຝັ່ງຂອງແມ່ນາໍ້ຈໍແດນ ພວກເຂົາໄດ້ຂ້າມແມ່ນາໍ້ໄປຂັບໄລ່ປະຊາຊົນ ຜູ້ທີ່ໄດ້ອາໄສຢູ່ທາງຝັ່ງຕາເວັນອອກ ແລະ ຕາເວັນຕົກໃຫ້ກະຈັດກະຈາຍໄປ.
\s5
\v 16 ຄັ້ງໜຶ່ງ ມີທະຫານໜຶ່ງໝວດຈາກເຜົ່າເບັນຢາມິນ ແລະ ເຜົ່າຢູດາ ໄດ້ອອກໄປຫາດາວິດທີ່ປ້ອມ.
\v 17 ດາວິດ ໄດ້ອອກໄປພົບແລະກ່າວແກ່ພວກເຂົາວ່າ, “ຖ້າພວກເຈົ້າມາຖານມິດ ເພື່ອຊ່ວຍເຫລືອເຮົາ ເຮົາກໍຍິນດີຕ້ອນຮັບພວກທ່ານໄວ້ຢູ່ທີ່ນີ້ ແລະເຂົ້າຮ່ວມກັບພວກເຮົາໄດ້, ແຕ່ຖ້າພວກທ່ານຕັ້ງໃຈມາເພື່ອຫັກຫລັງເຮົາ ແລະ ມອບເຮົາໃຫ້ສັດຕູ ເຖິງແມ່ນວ່າເຮົາບໍ່ພະຍາຍາມທາໍຮ້າຍພວກທ່ານກໍຕາມ, ແຕ່ພຣະເຈົ້າຂອງບັນພະບຸລຸດຂອງພວກເຮົາ ກໍຈະຮູ້ຈັກກ່ຽວກັບເລື່ອງນີ້ ແລະ ຈະລົງໂທດພວກທ່ານເອງ.”
\s5
\v 18 ພຣະວິນຍານຂອງພຣະເຈົ້າໄດ້ຄວບຄຸມອາມາໄຊ ຊຶ່ງໃນເວລາຕໍ່ມາໄດ້ເປັນຜູ້ບັນຊາການຂອງ “ທະຫານເອກສາມສິບຄົນ." ລາວໄດ້ຮ້ອງຕອບວ່າ, “ດາວິດ ລູກຊາຍຂອງເຢຊີ ເອີຍ ພວກເຮົາຢູ່ຝ່າຍທ່ານ ຂໍໃຫ້ທ່ານກັບຜູ້ຊ່ວຍຂອງທ່ານ ຈົ່ງມີສັນຕິສຸກ, ສັນຕິສຸກຢູ່ກັບທ່ານ ພຣະເຈົ້າຢູ່ຝ່າຍທ່ານແລ້ວ. ” ແລ້ວດາວິດກໍຕ້ອນຮັບພວກເຂົາ ແລະ ເພິ່ນໄດ້ໃຫ້ພວກເຂົາເປັນນາຍທະຫານປະຈາໍ ກອງທັບຂອງຕົນ.
\s5
\v 19 ທະຫານບາງຄົນຈາກເຜົ່າມານາເຊ ໄດ້ໄປເຂົ້າກັບຝ່າຍດາວິດ ເມື່ອເພິ່ນຍົກທັບໄປກັບພວກຟີລິດສະຕິນ ເພື່ອສູ້ຮົບກະສັດໂຊນ. ທີ່ຈິງແລ້ວ ເພິ່ນບໍ່ໄດ້ຊ່ວຍພວກຟີລິດສະຕິນ ເພາະກະສັດຂອງພວກຟີລິດສະຕິນຢ້ານວ່າ ດາວິດຈະຫັກຫລັງພວກຕົນ ແລະ ເຂົ້າຝ່າຍໂຊນ ນາຍເກົ່າຂອງລາວ; ດັ່ງນັ້ນ ພວກເຂົາຈຶ່ງສົ່ງເພິ່ນກັບເມືອສິກລັກ.
\v 20 ພວກມີຊື່ດັ່ງຕໍ່ໄປນີ້ ແມ່ນທະຫານຈາກເຜົ່າມານາເຊ ທີ່ເຂົ້າກັບຝ່າຍດາວິດ ຄາວເພິ່ນຖືກໄລ່ຄືນເມືອນັ້ນ ມີດັ່ງນີ້: ອັດນາ, ໂຢຊາບັດ, ເຢດີອາເອນ, ມີກາເອນ, ໂຢຊາບັດ, ເອລີຮູ ແລະ ຊິນເລໄທ. ພວກເຫລົ່ານີ້ລ້ວນແຕ່ເປັນນາຍພັນທີ່ບັນຊາການທະຫານໃນເຜົ່າມານາເຊ.
\s5
\v 21 ພວກເຂົາໄດ້ຮັບໃຊ້ດາວິດ ໃນຖານະເປັນນາຍທະຫານໃນກອງທັບຂອງເພິ່ນ [ທ] ເພາະພວກເຂົາລ້ວນແຕ່ເປັນນາຍທະຫານທີ່ເກັ່ງກ້າ. ຕໍ່ມາພວກເຂົາໄດ້ເປັນນາຍທະຫານໃນກອງທັບອິດສະຣາເອນ.
\v 22 ແຕ່ລະມື້ ໄດ້ມີທະຫານໃໝ່ມາເຂົ້າຮ່ວມ ເປັນກາໍລັງກັບກອງທະຫານຂອງດາວິດສະເໝີ ຈົນວ່າກາຍເປັນກອງທັບທີ່ໃຫຍ່ໂຕ ເໝືອນເປັນກອງທັບ ກອງໜຶ່ງຂອງພຣະເຈົ້າ.
\s5
\v 23 ເມື່ອດາວິດຢູ່ທີ່ເຮັບໂຣນນັ້ນ ມີທະຫານທີ່ຮັບການຝຶກແອບແລ້ວ ຫລາຍຄົນໄດ້ເຂົ້າຮ່ວມໃນກອງທັບຂອງເພິ່ນ ເພື່ອຊ່ວຍເພິ່ນໃຫ້ໄດ້ຂຶ້ນເປັນກະສັດແທນໂຊນ ຕາມທີ່ອົງພຣະຜູ້ເປັນເຈົ້າໄດ້ສັນຍາໄວ້. ຈາໍນວນ ທະຫານຈາກເຜົ່າຕ່າງ ໆ ມີດັ່ງນີ້:
\v 24 ຈາກ ເຜົ່າຢູດາ: ຫົກພັນແປດຮ້ອຍຄົນ ເປັນທະຫານທີ່ໄດ້ປະກອບອາວຸດຢ່າງດີ ມີໂລ້ແລະຫອກ;
\v 25 ຈາກເຜົ່າຊີເມໂອນ: ເຈັດພັນໜຶ່ງຮ້ອຍຄົນ ເປັນທະຫານທີ່ໄດ້ຮັບການ ຝຶກແອບເປັນຢ່າງດີ
\s5
\v 26 ຈາກເຜົ່າເລວີ: ສີ່ພັນຫົກຮ້ອຍຄົນ;
\v 27 ພວກທີ່ຕິດຕາມເຢໂຮຍອາດາ ເຊື້ອສາຍຂອງອາໂຣນ: ສາມພັນເຈັດຮ້ອຍຄົນ;
\v 28 ພວກພີ່ນ້ອງຂອງຊາດົກ ນັກຮົບໜຸ່ມແໜ້ນທີ່ມີຄວາມສາມາດສູງ: ຫົວໜ້າຊາວສອງຄົນ;
\s5
\v 29 ຈາກເຜົ່າເບັນຢາມິນ (ເຜົ່າຂອງກະສັດໂຊນເອງ): ສາມພັນຄົນ (ຄົນສ່ວນຫລາຍໃນ ເຜົ່າເບັນຢາມິນ ຍັງຈົງຮັກພັກດີຕໍ່ກະສັດໂຊນຢູ່);
\v 30 ຈາກເຜົ່າເອຟຣາອິມ: ຊາວພັນແປດຮ້ອຍຄົນ ເປັນທະຫານທີ່ມີຊື່ສຽງດີ ໃນຕະກຸນຂອງພວກເຂົາ;
\v 31 ຈາກເຜົ່າມານາເຊຕາເວັນຕົກ: ສິບແປດພັນຄົນ ເປັນທະຫານທີ່ເລືອກເຟັ້ນຂຶ້ນສະເພາະ ເພື່ອຊ່ວຍດາວິດໃຫ້ຂຶ້ນເປັນກະສັດ;
\s5
\v 32 ຈາກເຜົ່າອິດຊາຄາ: ຫົວໜ້າສອງຮ້ອຍຄົນ ພ້ອມທັງທະຫານທີ່ຢູ່ໃຕ້ການບັນຊາ ຂອງພວກເຂົາ (ບັນດາຜູ້ນາໍເຫລົ່ານີ້ຮູ້ວ່າ ຊາວອິດສະຣາເອນຄວນຈະເຮັດຫຍັງ ແລະ ເຮັດເວລາໃດດີທີ່ສຸດ);
\v 33 ຈາກເຜົ່າເຊບູໂລນ: ຫ້າສິບພັນຄົນ ເປັນທະຫານທີ່ສັດຊື່ ແລະໄວ້ວາງໃຈໄດ້ ພ້ອມທີ່ຈະສູ້ຮົບໄດ້ຮັບການຝຶກຫັດໃຫ້ໃຊ້ອາວຸດທຸກຊະນິດ;
\s5
\v 34 ຈາກເຜົ່າເນັບທາລີ: ໜຶ່ງພັນຄົນລ້ວນແຕ່ຫົວໜ້າ ພ້ອມດ້ວຍທະຫານໂລ້ແລະຫອກ ສາມສິບເຈັດພັນຄົນ;
\v 35 ຈາກເຜົ່າດານ: ຊາວແປດພັນຫົກຮ້ອຍຄົນ ເປັນທະຫານທີ່ໄດ້ຮັບການຝຶກແອບແລ້ວ;
\s5
\v 36 ຈາກເຜົ່າອາເຊ: ສີ່ສິບພັນຄົນ ພ້ອມແລ້ວທີ່ຈະສູ້ຮົບ;
\v 37 ເຜົ່າຕ່າງ ໆ ທາງທິດຕາເວັນຕົກຂອງແມ່ນໍ້າຈໍແດນ ເຊັ່ນ (ຣູເບັນ, ກາດ ແລະ ມານາເຊເຄິ່ງເຜົ່າຕາເວັນອອກ): ໜຶ່ງຮ້ອຍຊາວພັນຄົນ ພວກນີ້ເປັນທະຫານທີ່ໄດ້ຮັບການຝຶກໃຫ້ໃຊ້ອາວຸດທຸກຊະນິດ.
\s5
\v 38 ພວກທະຫານເຫລົ່ານີ້ ໄດ້ໄປທີ່ເຮັບໂຣນ ຕຽມພ້ອມສູ້ຮົບເພື່ອຕັ້ງໃຈຊ່ວຍດາວິດ ໃຫ້ຂຶ້ນເປັນກະສັດປົກຄອງຊາດອິດສະຣາເອນທັງໝົດ. ສ່ວນປະຊາຊົນອິດສະຣາເອນ ທີ່​ເຫລືອຢູ່ນັ້ນກໍລ້ວນແລ້ວແຕ່ເປັນນໍ້າໜຶ່ງໃຈດຽວກັນ.
\v 39 ພວກເຂົາໄດ້ຢູ່ກັບດາວິດ ໃນທີ່ນັ້ນສາມມື້ ແລະ ພີ່ນ້ອງຊາວເມືອງໄດ້ຈັດຫາອາຫານ ແລະ ເຄື່ອງດື່ມມາລ້ຽງຕ້ອນຮັບພວກເຂົາ.
\v 40 ແມ່ນແຕ່ຈາກທີ່ໄກອອກໄປທາງເໜືອຂອງບັນດາເຜົ່າ ອິດຊາຄາ, ເຊບູໂລນ ແລະ ເນັບທາລີ, ປະຊາຊົນກໍໃຊ້ລໍ, ອູດ, ລາ ແລະ ງົວ ຕ່າງອາຫານມາຊ່ວຍ ເຊັ່ນ: ແປ້ງເຂົ້າ, ໝາກເດື່ອ, ໝາກອະງຸ່ນ, ເຫລົ້າອະງຸ່ນ ແລະ ນໍ້າມັນ ໝາກກອກເທດ. ພວກເຂົາໄດ້ນາໍງົວ ແລະ ແກະ ມາຂ້າກິນດ້ວຍ. ທັງໝົດນີ້ແມ່ນການ ສະແດງອອກເຖິງຄວາມຊົມຊື່ນຍິນດີນາໍກັນ ທົ່ວທັງປະເທດ.
\s5
\c 13
\p
\v 1 ກະສັດດາວິດ ໄດ້ປຶກສາກັບນາຍທະຫານ ທີ່ບັນຊາການກອງພັນ ແລະ ກອງຮ້ອຍທຸກຄົນ.
\v 2 ແລ້ວເພິ່ນກໍປະກາດຕໍ່ປະຊາຊົນອິດສະຣາເອນທັງໝົດ ວ່າ, “ຖ້າພວກທ່ານເຫັນດີ ແລະເປັນຄວາມປະສົງຂອງອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຮົາ ກໍໃຫ້ພວກເຮົາໃຊ້ຄົນນາໍຂ່າວເຫລົ່ານີ້ອອກໄປບອກພີ່ນ້ອງຮ່ວມຊາດຂອງພວກເຮົາ ລວມກັບພວກປະໂຣຫິດ ແລະ ພວກເລວີ ໃນເມືອງຂອງພວກເຂົາໃຫ້ມາເຕົ້າໂຮມກັນທີ່ນີ້ກັບພວກເຮົາ.
\v 3 ແລ້ວພວກເຮົາກໍຈະພາກັນໄປເອົາຫີບພັນທະສັນຍາຂອງພຣະເຈົ້າ ທີ່ໄດ້ຖືກລືມໄລ ຄາວໂຊນເປັນກະສັດນັ້ນ. ”
\v 4 ປະຊາຊົນຕ່າງກໍຊົມຊື່ນຍິນດີ ແລະ ເຫັນພ້ອມດ້ວຍ.
\s5
\v 5 ສະນັ້ນ ກະສັດດາວິດຈຶ່ງໄດ້ເຕົ້າໂຮມ ປະຊາຊົນອິດສະຣາເອນຈາກທົ່ວປະເທດ ຄືຕັ້ງແຕ່ຊາຍແດນຂອງປະເທດເອຢິບ ດ້ານໃຕ້ ຈົນຮອດຊ່ອງແຄບຮາມັດທາງດ້ານເໜືອ ເພື່ອໄປເອົາຫີບພັນທະສັນຍາຈາກເມືອງກີຣິອາດເຢອາຣິມ ມາຍັງນະຄອນເຢຣູຊາເລັມ.
\v 6 ກະສັດດາວິດ ແລະປະຊາຊົນໄດ້ໄປຍັງເມືອງບາອາລາ, ເມືອງກີຣິອາດເຢອາຣິມ, ຊຶ່ງຢູ່ໃນເຂດແດນຂອງຢູດາຍ ເພື່ອນາໍເອົາຫີບພັນທະສັນຍາຂອງພຣະເຈົ້າກັບມາ ຊຶ່ງມີນາມຊື່ຂອງອົງພຣະຜູ້ເປັນເຈົ້າຢູ່ເທິງເຄຣຸບ ນັ້ນ.
\s5
\v 7 ພວກເຂົາໄດ້ນາໍຫີບພັນທະສັນຍາຂອງພຣະເຈົ້າ ອອກຈາກເຮືອນຂອງອາບີນາດາບ ມາວາງໄວ້ທີ່ເທິງກວຽນໃໝ່ລໍາໜຶ່ງ
\v 8 ໃນຂະນະທີ່ ອຸດຊາ ແລະ ອາຮີໂອ ຂັບກວຽນໄປນັ້ນ, ກະສັດດາວິດ ແລະ ປະຊາຊົນທັງຫລາຍ, ຕ່າງກໍຟ້ອນຢ່າງສຸດໃຈເພື່ອຖວາຍກຽດແກ່ພຣະເຈົ້າ. ພວກເຂົາຮ້ອງເພງທັງບັນເລງດົນຕຼີ ເຊັ່ນ: ພິນ, ກອງ, ແສ່ງ ແລະ ແກ.
\s5
\v 9 ເມື່ອຂະບວນແຫ່ມາຮອດລານຟາດເຂົ້າຂອງກີໂດນ ງົວເລີຍຕໍາສະດຸດ ແລະ ອຸດຊາ ຈັບຫີບພັນທະສັນຍາໄວ້.
\v 10 ໃນທັນໃດນັ້ນ ອົງພຣະຜູ້ເປັນເຈົ້າກໍໂກດຮ້າຍ ອຸດຊາ ແລະ ເຮັດໃຫ້ລາວຕາຍ ເພາະລາວແຕະຕ້ອງ ຫີບພັນທະສັນຍາ. ລາວໄດ້ສິ້ນໃຈຕາຍຢູ່ທີ່ນັ້ນຊ້ອງໜ້າພຣະເຈົ້າ
\v 11 ແລະ ກະສັດດາວິດກໍໃຈຮ້າຍ ຍ້ອນອົງພຣະຜູ້ເປັນເຈົ້າໄດ້ລົງໂທດ ອຸດຊາ ເຖິງຕາຍ. ສະນັ້ນ ບ່ອນນີ້ຈຶ່ງເອີ້ນວ່າ ເປເຣັດ ອຸດຊາ [ນ] ມາຈົນເຖິງເທົ່າທຸກວັນນີ້.
\s5
\v 12 ແລ້ວກະສັດດາວິດ ກໍຢ້ານກົວພຣະເຈົ້າ ຈຶ່ງຖາມວ່າ, “ບັດນີ້ ເຮົາຈະເອົາຫີບພັນທະສັນຍາຂອງພຣະເຈົ້າ ໄປນາໍເຮົາໄດ້ຢ່າງໃດ? ”
\v 13 ສະນັ້ນ ກະສັດດາວິດຈຶ່ງບໍ່ນາໍເອົາຫີບນີ້ໄປຍັງນະຄອນເຢຣູຊາເລັມ, ແຕ່ ເພິ່ນໄດ້ປະໄວ້ທີ່ເຮືອນຂອງຊາຍຜູ້ໜຶ່ງຊື່ວ່າ ໂອເບັດ ເອໂດມ ຊາວເມືອງກາດ.
\v 14 ຫີບພັນທະສັນຍາຂອງພຣະເຈົ້າຖືກປະໄວ້ທີ່ນັ້ນ ແລະ ອົງພຣະຜູ້ເປັນເຈົ້າກໍໄດ້ອວຍພອນ ຄອບຄົວຂອງໂອເບັດ ເອໂດມ ຕະຫລອດທັງທຸກ ໆ ສິ່ງທີ່ລາວໄດ້ມີຢູ່.
\s5
\c 14
\p
\v 1 ກະສັດຮີຣາມແຫ່ງຕີເຣ ໄດ້ສົ່ງຄະນະທູດການຄ້າ ມາພົບກະສັດດາວິດ. ເພິ່ນໄດ້ຈັດຫາໄມ້ສົນສີດາ ແລະ ຊ່າງກໍ່ ຊ່າງໄມ້ ມາເພື່ອສ້າງວັງໃຫ້ກະສັດດາວິດ.
\v 2 ສະນັ້ນ ກະສັດດາວິດຈຶ່ງຮູ້ວ່າອົງພຣະຜູ້ເປັນເຈົ້າໄດ້ຕັ້ງເພິ່ນໃຫ້ເປັນກະສັດຂອງຊາດອິດສະຣາເອນ ແລະ ເຮັດໃຫ້ອານາຈັກຂອງເພິ່ນຈະເລີນຮຸ່ງເຮືອງ ເພື່ອເຫັນແກ່ປະຊາຊົນທັງຫລາຍ.
\s5
\v 3 ໃນນະຄອນເຢຣູຊາເລັມ ນີ້ເອງທີ່ກະສັດດາວິດໄດ້ມີເມຍຕື່ມອີກຫລາຍຄົນ ແລະ ໄດ້ມີລູກຊາຍກັບລູກສາວຕື່ມອີກຫລາຍຄົນ.
\v 4 ລູກທີ່ເພິ່ນໄດ້ໃນນະຄອນເຢຣູຊາເລັມ ມີດັ່ງນີ້: ຊາມມູຢາ, ໂຊບັບ, ນາທານ, ໂຊໂລໂມນ,
\v 5 ອິບຮາ, ເອລີຊູອາ, ເອັນເປເຫລັດ,
\v 6 ໂນຄາ, ເນເຟັກ, ຢາເຟຍ,
\v 7 ເອລີຊາມາ, ເບລີອາດາ, [ບ] ແລະ ເອລີເຟເລັດ.
\s5
\v 8 ເມື່ອພວກຟີລິດສະຕິນໄດ້ຍິນວ່າ ບັດນີ້ ດາວິດໄດ້ຮັບການຫົດສົງໃຫ້ຂຶ້ນເປັນກະສັດ ປົກຄອງທົ່ວທັງອິດສະຣາເອນ ແລ້ວພວກເຂົາຈຶ່ງຍົກທັບມາເພື່ອຈັບກຸມເພິ່ນ. ສະນັ້ນ ກະສັດດາວິດຈຶ່ງຍົກທັບອອກໄປປະເຊີນໜ້າກັບພວກເຂົາ.
\v 9 ພວກຟີລິດສະຕິນໄດ້ມາຮອດຮ່ອມພູເຣຟາອິມ ແລະ ເລີ່ມຕົ້ນປຸ້ນສະດົມ.
\s5
\v 10 ກະສັດດາວິດ ໄດ້ທູນຖາມພຣະເຈົ້າວ່າ, “ຂ້ານ້ອຍຄວນຈະເຂົ້າໂຈມຕີພວກຟີລິດສະຕິນ ຫລືບໍ່? ພຣະອົງຈະໃຫ້ຂ້ານ້ອຍໄຊຊະນະເໜືອພວກເຂົາ ຫລືບໍ່? ” ອົງພຣະຜູ້ເປັນເຈົ້າຕອບວ່າ, “ຈົ່ງຂຶ້ນໄປ ເຮົາຈະໃຫ້ເຈົ້າມີໄຊເໜືອພວກເຂົາ. ”
\v 11 ສະນັ້ນ ກະສັດດາວິດຈຶ່ງເຂົ້າໂຈມຕີພວກເຂົາທີ່ບາອານ ເປຣາຊິມ ແລະໄດ້ຮົບຊະນະພວກເຂົາ. ເພິ່ນເວົ້າວ່າ, “ພຣະເຈົ້າໄດ້ໃຊ້ຂ້າພະເຈົ້າ ຕີກອງທັບຂອງສັດຕູໃຫ້ທະລຸໄປ ດັ່ງກະແສນໍ້າ ທີ່ໄຫລມາໃສ່. ” ດັ່ງນັ້ນ ເພິ່ນຈຶ່ງເອີ້ນບ່ອນນັ້ນວ່າ ບາອານ ເປຣາຊິມ. [ປ]
\v 12 ເມື່ອພວກຟີລິດສະຕິນປົບໜີໄປນັ້ນ, ພວກເຂົາໄດ້ປະຮູບເຄົາຣົບໄວ້ ແລະ ກະສັດດາວິດໄດ້ສັ່ງໃຫ້ ເຜົາຮູບເຫລົ່ານັ້ນຖິ້ມໝົດ.
\s5
\v 13 ຢູ່ມາບໍ່ນານ ພວກຟີລິດສະຕິນກໍໄດ້ກັບມາທີ່ຮ່ອມພູ ແລະ ເລີ່ມປຸ້ນສະດົມອີກ.
\v 14 ກະສັດດາວິດໄດ້ປຶກສາກັບພຣະເຈົ້າອີກ ແລະ ພຣະເຈົ້າໄດ້ຕອບເພິ່ນວ່າ, “ຢ່າເຂົ້າໂຈມຕີພວກເຂົາທາງດ້ານນີ້, ແຕ່ໃຫ້ອ້ອມໄປ ຕຽມໂຈມຕີພວກເຂົາດ້ານອື່ນຢູ່ໃກ້ກັບປ່າຕົ້ນໂພ.
\s5
\v 15 ເມື່ອເຈົ້າໄດ້ຍິນສຽງຍ່າງເທິງປາຍຕົ້ນໄມ້ ໃຫ້ເຂົ້າໂຈມຕີໂລດ ເພາະເຮົາຈະຍ່າງນາໍໜ້າເຈົ້າອອກໄປ ເພື່ອຕີກອງທັບພວກຟີລິດສະຕິນ ໃຫ້ພ່າຍແພ້. ”
\v 16 ກະສັດດາວິດ ໄດ້ເຮັດຕາມສິ່ງທີ່ພຣະເຈົ້າໄດ້ສັ່ງ; ສະນັ້ນ ເພິ່ນຈຶ່ງໄດ້ໄລ່ພວກຟີລິດສະຕິນໜີຈາກກີເບໂອນ ໄປຈົນຮອດເມືອງເກເຊ.
\v 17 ຊື່ສຽງຂອງກະສັດດາວິດຊ່າລືໄປທົ່ວທຸກແຫ່ງ ແລະ ອົງພຣະຜູ້ເປັນເຈົ້າໄດ້ເຮັດໃຫ້ຊົນຊາດຕ່າງ ໆ ເກີດມີຄວາມຢ້ານກົວເພິ່ນ.
\s5
\c 15
\p
\v 1 ກະສັດດາວິດ ໄດ້ສ້າງສໍານັກຫລາຍຫລັງສໍາລັບຕົນທີ່ເມືອງຂອງດາວິດ. [ຜ] ເພິ່ນຍັງໄດ້ຈັດຕຽມບ່ອນໄວ້ຫີບພັນທະສັນຍາຂອງພຣະເຈົ້າ ແລະ ສ້າງເຕັນສໍາລັບບັນຈຸຫີບຢູ່ທີ່ນັ້ນ.
\v 2 ແລ້ວເພິ່ນກໍກ່າວວ່າ, “ໃຫ້ພວກເລວີ ເທົ່ານັ້ນຫາມຫີບພັນທະສັນຍາ ເພາະພວກເຂົາແມ່ນພວກດຽວທີ່ອົງພຣະຜູ້ເປັນເຈົ້າ ໄດ້ເລືອກໄວ້ເພື່ອຫາມຫີບພັນທະສັນຍາຂອງພຣະເຈົ້າ ແລະ ຮັບໃຊ້ພຣະອົງຕະຫລອດໄປ.
\v 3 ສະນັ້ນ ກະສັດດາວິດຈຶ່ງເອີ້ນປະຊາຊົນອິດສະຣາເອນທັງໝົດ ມາຍັງນະຄອນເຢຣູຊາເລັມ ເພື່ອນາໍເອົາຫີບພັນທະສັນຍາຂອງອົງພຣະຜູ້ເປັນເຈົ້າໄປຍັງບ່ອນທີ່ໄດ້ຖືກຈັດຕຽມໄວ້ແລ້ວ.
\s5
\v 4 ແລ້ວເພິ່ນກໍເຊີນເອົາພວກເຊື້ອສາຍຂອງອາໂຣນ ແລະ ເອີ້ນເອົາເຊື້ອສາຍຂອງພວກເລວີ.
\v 5 ຄົນເລວີ ຈາກຕະກຸນໂກຮາດ ແມ່ນ ອູຣີເອນ ເບິ່ງແຍງສະມາຊິກໜຶ່ງຮ້ອຍຊາວຄົນ ໃນຕະກຸນຂອງຕົນເອງ;
\v 6 ຈາກຕະກຸນເມຣາຣີ ແມ່ນ ອາຊາອີຢາ ເບິ່ງແຍງສອງຮ້ອຍຊາວຄົນ;
\s5
\v 7 ຈາກຕະກຸນເກໂຊນ ແມ່ນ ໂຢເອນ ເບິ່ງແຍງໜຶ່ງຮ້ອຍສາມສິບຄົນ;
\v 8 ຈາກ ຕະກຸນເອລີຊາຟັນ ແມ່ນ ເຊມາອີຢາ ເບິ່ງແຍງສອງຮ້ອຍຄົນ;
\v 9 ຈາກຕະກຸນເຮັບໂຣນ ແມ່ນ ເອລີເອນ ເບິ່ງແຍງແປດສິບຄົນ;
\v 10 ແລະ ຈາກຕະກຸນອຸດຊີເອນ ແມ່ນ ອາມມີນາດາບ ເບິ່ງແຍງໜຶ່ງຮ້ອຍສິບສອງ ຄົນ.
\s5
\v 11 ກະສັດດາວິດ ໄດ້ເອີ້ນເອົາປະໂຣຫິດຊາດົກ ແລະ ອາບີອາທາ ເພື່ອໃຫ້ເຂົ້າມາພົບເພິ່ນ ພ້ອມດ້ວຍຊາວເລວີຫົກຄົນ ດັ່ງນີ້: ອູຣີເອນ, ອາຊາອີຢາ, ໂຢເອນ, ເຊມາອີຢາ, ເອລີເອນ ແລະ ອາມມີນາດາບ.
\v 12 ເພິ່ນກ່າວແກ່ພວກເລວີ ວ່າ, “ພວກເຈົ້າເປັນຜູ້ນາໍ ບັນດາຕະກຸນຊາວເລວີ. ຈົ່ງຊໍາລະຕົນເອງ ໃຫ້ສະອາດ ແລະ ພີ່ນ້ອງເລວີຄົນອື່ນດ້ວຍ ເພື່ອພວກເຈົ້າຈະນາໍຫີບພັນທະສັນຍາຂອງ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າແຫ່ງຊາດອິດສະຣາເອນ ມາຍັງບ່ອນທີ່ຖືກຈັດຕຽມໄວ້ ແລ້ວໄດ້.
\s5
\v 13 ຍ້ອນພວກເຈົ້າບໍໍໄດ້ໄປທີ່ນັ້ນເທື່ອທາໍອິດ ເພື່ອຫາມຫີບພັນທະສັນຍາ; ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຮົາຈຶ່ງໄດ້ລົງໂທດພວກເຮົາ ເພາະບໍ່ໄດ້ນະມັດສະການ ພຣະອົງຕາມທີ່ສົມຄວນ. ”
\v 14 ແລ້ວບັນດາປະໂຣຫິດ ແລະ ພວກເລວີ ກໍຊໍາລະຕົນເອງໃຫ້ສະອາດ ເພື່ອຈະຍົກຍ້າຍຫີບພັນທະສັນຍາຂອງອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງຊາດອິດສະຣາເອນ.
\v 15 ພວກເລວີໄດ້ໃຊ້ໄມ້ຄານຫາມຫີບພັນທະສັນຍາຂອງ ພຣະເຈົ້າ ແບກໃສ່ບ່າຕາມທີ່ອົງພຣະຜູ້ເປັນເຈົ້າ ໄດ້ສັ່ງຜ່ານທາງໂມເຊ.
\s5
\v 16 ກະສັດດາວິດ ໄດ້​ສັ່ງ​ບັນ​ດາ​ຜູ້​ນຳ​ໃຫ້​ມອບ​ໝາຍ​ໜ້າ​ທີ່​ແກ່ພວກເລວີ ເພື່ອຮ້ອງລໍາ ທາໍເພງ ແລະ ບັນເລງດົນຕຼີຢ່າງມ່ວນຊື່ນ ຄື ດີດພິນ ແລະ ຕົບແສ່ງໄປພ້ອມ.
\v 17 ພວກເຂົາໄດ້ເລືອກເອົານັກດົນຕຼີ ຈາກຕະກຸນຂອງ ພວກນັກຮ້ອງໃຫ້ຕົບແສ່ງທຸ້ມ ມີດັ່ງນີ້: ເຮມານ ລູກຊາຍຂອງໂຢເອນ, ອາສັບ ລູກຊາຍຂອງເບເຣກີຢາ ທີ່ເປັນພີ່ນ້ອງຂອງລາວ ເອງ ແລະ ເອທານ ລູກຊາຍຂອງກູຊາອີຢາ ແຫ່ງຕະກຸນເມຣາຣີ. ເພື່ອເປັນການປະກອບສ່ວນຊ່ວຍກັນ.
\v 18 ພວກເຂົາໄດ້ເລືອກ ເອົາຊາວເລວີ ໃຫ້ດີດພິນສຽງສູງ ມີດັ່ງນີ້: ເຊກາຣີຢາ, ຢາອາຊີເອນ, ເຊມີຣາໂມດ, ເຢຮີເອນ, ອຸນນີ, ເອລີອາບ, ເບນາອີຢາ ແລະ ມາອາເຊຢາ. ພວກເຂົາໄດ້ເລືອກເອົາຊາວ ເລວີ ໃຫ້ດີດພິນສຽງຕໍ່າ ມີດັ່ງນີ້: ມັດຕີທີຢາ, ເອລີເຟເລຮູ, ມິກເນອີຢາ, ຜູ້ເຝົ້າຍາມພຣະວິຫານໄດ້ແກ່: ໂອເບັດ ເອໂດມ ແລະ ເຢອີເອນ.
\s5
\v 19 ນັກຮ້ອງມີ ເຮມານ, ອາສັບ ແລະ ເອທານ
\v 20 ເຊກາຣີຢາ, ອາຊີເອນ, ເສມີຣາໂມດ, ເຢຮີເອນ, ອຸນນີ, ເອລີອາບ, ມາອາເສຢາ ແລະ ເບນາອີຢາ ຫຼິ້ນພິນໃຫຍ່ຕາມສໍານຽງອາລາໂມດ;
\v 21 ແຕ່ ມັນຕີທີຢາ ເອລີເຟເລຮູ, ມິກເນຢາ, ໂອເບດ ເອໂດມ, ເຢອີເອນ ແລະ ອາຊາຊີຢາ ເປັນຜູ້ດີດພິນຄູ່ຕາມສໍານຽງຊີມີນິດ.
\s5
\v 22 ເນື່ອງຈາກວ່າ ເກນານີຢາ ມີສີມືດີທາງດ້ານດົນຕຼີ ລາວຈຶ່ງຖືກເລືອກໃຫ້ເປັນຄົນເບິ່ງແຍງພວກນັກດົນຕຼີຊາວເລວີ.
\v 23 ເບເຣກີຢາ ແລະ ເອນການາ ໄດ້ຖືກຮັບເລືອກໃຫ້ເປັນຜູ້ເຝົ້າຍາມຫີບພັນທະສັນຍາ.
\v 24 ບັນດາປະໂຣຫິດ ເຊບານີຢາ, ໂຢຊາຟັດ, ເນທາເນນ, ອາມາໄຊ, ເຊກາຣີຢາ, ເບນາອີຢາ ແລະ ເອລີເອເຊ ໄດ້ຖືກເລືອກໃຫ້ເປັນຜູ້ ເປົ່າແກນໍາໜ້າຫີບພັນທະສັນຍາຂອງພຣະເຈົ້າ. ໂອເບັດ ເອໂດມ ແລະ ເຢຮີຢາ ໄດ້ຖືກຮັບເລືອກໃຫ້ເປັນຜູ້ເຝົ້າຍາມຫີບພັນທະສັນຍາດ້ວຍ.
\s5
\v 25 ສະນັ້ນກະສັດດາວິດ, ບັນດາຜູ້ນາໍຊາດ ອິດສະຣາເອນ ແລະພວກຜູ້ບັນຊາການກອງທັບຈຶ່ງໄດ້ໄປຍັງເຮືອນຂອງໂອເບັດ ເອໂດມ ເພື່ອນາໍເອົາຫີບພັນທະສັນຍາຂອງອົງພຣະຜູ້ເປັນເຈົ້າ. ພວກເຂົາໄດ້ຈັດງານສະຫລອງຢ່າງໃຫຍ່ໂຕຂຶ້ນ.
\v 26 ພວກເຂົາໄດ້ຖວາຍງົວເຖິກເຈັດໂຕ ກັບ ແກະເຖິກເຈັດໂຕ ເພື່ອເປັນການແນ່ໃຈວ່າພຣະເຈົ້າຈະຊ່ວຍພວກເລວີ ໃຫ້ຫາມຫີບພັນທະສັນຍາ ຂອງອົງພຣະຜູ້ເປັນເຈົ້າໄປໄດ້
\s5
\v 27 ກະສັດດາວິດ ໄດ້ນຸ່ງເຄື່ອງທີ່ເຮັດດ້ວຍ ຜ້າປ່ານເນື້ອລະອຽດດີ ເຊັ່ນດຽວກັບ ເກນາອີຢາ ຫົວໜ້າວົງດົນຕຼີກັບພວກນັກດົນຕຼີ ທີ່ຫາມຫີບພັນທະສັນຍາ. ກະສັດດາວິດຍັງໄດ້ນຸ່ງເສື້ອຄຸມສັ້ນ ເອໂຟດ ດ້ວຍ.
\v 28 ສະນັ້ນ ຊາວອິດສະຣາເອນທັງໝົດ ຈຶ່ງແຫ່ຫີບພັນທະສັນຍາຂອງອົງພຣະຜູ້ເປັນເຈົ້າ ມາເຖິງນະຄອນເຢຣູຊາເລັມ ດ້ວຍສຽງໂຮຮ້ອງຊົມຊື່ນຍິນດີ ພ້ອມທັງເປົ່າແກ, ເປົ່າເຂົາສັດ, ຕົບແສ່ງ ແລະດີດພິນ.
\s5
\v 29 ໃນຂະນະທີ່ນາໍຫີບພັນທະສັນຍາຂອງອົງພຣະຜູ້ເປັນເຈົ້າ ເຂົ້າໄປໃນເມືອງນັ້ນ ນາງ ມີການ ຜູ້ເປັນລູກສາວຂອງກະສັດໂຊນ ໄດ້ແນມເບິ່ງໄປທາງປ່ອງຢ້ຽມໄດ້ເຫັນກະສັດດາວິດ ຟ້ອນແລະເຕັ້ນດ້ວຍຄວາມຊົມຊື່ນຍິນດີ ນາງຈຶ່ງດູຖູກໝິ່ນປະໝາດເພິ່ນຫລາຍທີ່ສຸດ.
\s5
\c 16
\p
\v 1 ພວກເຂົາໄດ້ນາໍຫີບພັນທະສັນຍາຂອງພຣະເຈົ້າໄປຍັງເຕັນ ຊຶ່ງກະສັດດາວິດໄດ້ຈັດຕຽມໄວ້ ແລະ ນໍາເອົາຫີບເຂົ້າໄປໄວ້ໃນທີ່ນັ້ນ. ແລ້ວພວກເຂົາກໍໄດ້ຖວາຍເຄື່ອງບູຊາ ແລະ ຖວາຍບູຊາ ເພື່ອຄວາມສາມັກຄີທໍາແກ່ພຣະເຈົ້າ.
\v 2 ຫລັງຈາກກະສັດດາວິດ ໄດ້ຖວາຍເຄື່ອງບູຊາແລ້ວ ໃນນາມຂອງອົງພຣະຜູ້ເປັນເຈົ້າ ເພິ່ນໄດ້ອວຍພອນປະຊາຊົນ
\v 3 ແລະ ແຈກຢາຍອາຫານໃຫ້ພວກເຂົາທຸກຄົນ. ເພິ່ນໄດ້ເອົາເຂົ້າຈີ່ຢາຍໃຫ້ຜູ້ຊາຍ ແລະ ຜູ້ຍິງໃນຊາດອິດສະຣາເອນ ຄົນລະກ້ອນ, ຊີ້ນປີ້ງ ຄົນລະຕ່ອນ, [ຝ] ແລະ ໝາກອະງຸ່ນແຫ້ງ.
\s5
\v 4 ກະສັດດາວິດ ໄດ້ແຕ່ງຕັ້ງຊາວເລວີບາງຄົນເປັນຜູ້ນາໍໃນການນະມັດສະການອົງພຣະຜູ້ເປັນເຈົ້າແຫ່ງຊາດອິດສະຣາເອນ ຕໍ່ໜ້າຫີບພັນທະສັນຍາຂອງອົງພຣະຜູ້ເປັນເຈົ້າ ໂດຍຮ້ອງເພງສັນລະເສີນພຣະອົງ.
\v 5 ອາສັບ ໄດ້ຖືກແຕ່ງຕັ້ງໃຫ້ເປັນຫົວໜ້າ ແລະ ເຊກາຣີຢາ ເປັນຜູ້ຮອງ. ເຢອີເອນ, ເຊມີຣາໂມດ, ເຢຮີເອນ, ມັດຕີທີຢາ, ເອລີອາບ, ເບນາອີຢາ, ໂອເບັດເອໂດມ ແລະ ເຢເອນ ເປັນພວກດີດພິນ. ອາສັບ ເປັນຜູ້ຕົບແສ່ງ,
\v 6 ແລະ ປະໂຣຫິດສອງຄົນ ຄື ເບນາອີຢາ ແລະ ຢາຮາຊີເອນ ເຮັດໜ້າທີ່ເປົ່າແກຢູ່ຕໍ່ໜ້າຫີບພັນທະສັນຍາຂອງພຣະເຈົ້າ ຢ່າງສະໝໍ່າສະເໝີ.
\s5
\v 7 ນີ້ເປັນເທື່ອທາໍອິດທີ່ກະສັດດາວິດ ໄດ້ໃຫ້ອາສັບ ແລະ ພີ່ນ້ອງຊາວເລວີຂອງລາວຮັບຜິດຊອບຮ້ອງເພງສັນລະເສີນອົງພຣະຜູ້ເປັນເຈົ້າ.
\v 8 ຈົ່ງໂມທະນາຂອບພຣະຄຸນ ອົງພຣະຜູ້ເປັນເຈົ້າ ຈົ່ງຮ້ອງອອກນາມຊື່ຂອງພຣະອົງ ຈົ່ງປະກາດຄວາມຍິ່ງໃຫຍ່ຂອງພຣະອົງ ຈົ່ງບອກຊົນຊາດທັງຫລາຍ ສິ່ງທີ່ພຣະອົງໄດ້ກະທໍານັ້ນ.
\v 9 ຈົ່ງຮ້ອງເພງສໍາລັບພຣະອົງ ຈົ່ງຮ້ອງເພງສັນລະເສີນແດ່ພຣະອົງ ຈົ່ງບອກສິ່ງໜ້າງຶດງໍ້ທີ່ພຣະອົງໄດ້ກະທາໍ.
\s5
\v 10 ຈົ່ງດີໃຈທີ່ພວກເຮົາໄດ້ເປັນຂອງພຣະອົງ; ໃຫ້ທຸກຄົນຊົມຊື່ນຍິນດີນະມັດສະການພຣະອົງ
\v 11 ຈົ່ງຊອກຫາ ອົງພຣະຜູ້ເປັນເຈົ້າໃຫ້ຊ່ວຍເຫລືອ ແລະ ນະມັດສະການພຣະອົງສືບໄປເລື້ອຍ ໆ.
\s5
\v 12-13 ພວກເຊື້ອສາຍຂອງຢາໂຄບ ຜູ້ຮັບໃຊ້ຂອງພຣະອົງເອີຍ ຄື ເຊື້ອສາຍຂອງຊາດອິດສະຣາເອນ ຜູ້ທີ່ພຣະເຈົ້າໄດ້ເລືອກໄວ້ ຈົ່ງຈື່ຈາໍການອັດສະຈັນທີ່ພຣະເຈົ້າໄດ້ກະທາໍ ແລະ ການຕັດສິນທີ່ພຣະອົງໄດ້ປະກາດນັ້ນ.
\v 14 ພຣະອົງເປັນອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຮົາ ການຕັດສິນທັງຫລາຍຂອງພຣະອົງ ກໍຢູ່ທົ່ວໄປໃນໂລກນີ້.
\s5
\v 15 ຢ່າລືມພັນທະສັນຍາຂອງພຣະອົງຈັກເທື່ອ ທີ່ພຣະອົງໄດ້ຕັ້ງໄວ້ໃຫ້ຍືນຍົງຕະຫລອດໄປ
\v 16 ຄື ພັນທະສັນຍາທີ່ເຮັດໄວ້ກັບອັບຣາຮາມ ແລະ ບັນດາຄໍາສັນຍາທີ່ເຮັດໄວ້ກັບອີຊາກ.
\v 17 ພຣະອົງໄດ້ເຮັດພັນທະສັນຍາ ກັບ ຢາໂຄບ ຄື ສິ່ງໜຶ່ງທີ່ຈະຍືນຍົງຄົງຢູ່ເປັນນິດ.
\v 18 ພຣະອົງກ່າວວ່າ, “ເຮົາຈະມອບດິນແດນການາອານ ໃຫ້ດິນແດນນັ້ນ ຈະເປັນກາໍມະສິດຂອງພວກເຈົ້າເທົ່ານັ້ນ.”
\s5
\v 19 ຄົນຂອງພຣະເຈົ້າ ມີຈາໍນວນໜ້ອຍ ເປັນຄົນຕ່າງດ້າວຢູ່ໃນການາອານນັ້ນ.
\v 20 ພວກເຂົາທ່ອງທ່ຽວຈາກປະເທດນີ້ ສູ່ທີ່ອື່ນໄກ ຈາກອານາຈັກນີ້ໄປສູ່ອານາຈັກອື່ນອີກ.
\v 21 ແຕ່ພຣະອົງບໍ່ຍອມໃຫ້ຜູ້ໃດກົດຂີ່ພວກເຂົາ ພຣະອົງເຕືອນກະສັດໃຫ້ປົກປ້ອງພວກເຂົາໄວ້ວ່າ,
\v 22 “ຢ່າສູ່ທາໍຮ້າຍຜູ້ຮັບໃຊ້ທີ່ເຮົາເລືອກເອົາຢ່າສູ່ແຕະຕ້ອງຜູ້ທາໍນວາຍ ຂອງເຮົານັ້ນ.”
\s5
\v 23 ທົ່ວໂລກເອີຍ ຈົ່ງຮ້ອງເພງຖວາຍແດ່ ອົງພຣະຜູ້ເປັນເຈົ້າຂອງພວກເຮົາທຸກມື້ ຈົ່ງປະກາດຂ່າວດີທີ່ໄດ້ຊ່ວຍພວກເຮົາໃຫ້ພົ້ນ.
\v 24 ຈົ່ງປະກາດ ພຣະສະຫງ່າຣາສີແກ່ຊົນທັງຊາດເດີ ແລະ ການອັດສະຈັນແກ່ທຸກຄົນດ້ວຍ.
\s5
\v 25 ອົງພຣະຜູ້ເປັນເຈົ້າ ຊົງຍິ່ງໃຫຍ່ຫລາຍ ແລະ ຄວນເປັນທີ່ສັນລະເສີນຢ່າງສູງສົ່ງ; ພຣະອົງຄວນເປັນທີ່ຍົກຍໍສັນລະເສີນໃຫ້ກຽດສັກສີ ກວ່າພະອື່ນ ໆ ທັງສິ້ນ.
\v 26 ບັນດາ ພະຂອງຊົນຊາດອື່ນນັ້ນ ເປັນພະຈອມປອມ ທັງໝົດ ແຕ່ອົງພຣະຜູ້ເປັນເຈົ້າຂອງພວກເຮົາ ເປັນຜູ້ສ້າງສະຫວັນຊັ້ນຟ້າ.
\v 27 ສະຫງ່າຣາສີ ແລະ ກຽດຕິຍົດນັ້ນ ກໍອ້ອມລ້ອມເຕັມຢູ່ໃນພຣະອົງ ຣິດອໍານາດແລະຄວາມຊົມຊື່ນຍິນດີ ກໍມີເຕັມຢູ່ໃນພຣະວິຫານດ້ວຍ.
\s5
\v 28 ຈົ່ງສັນລະເສີນ ອົງພຣະຜູ້ເປັນເຈົ້າເຖີດ ມວນມະນຸດທົ່ວທັງໂລກາ ຈົ່ງສັນລະເສີນສະຫງ່າຣາສີ ແລະ ຄວາມຍິ່ງໃຫຍ່ຂອງອົງພຣະຜູ້ເປັນເຈົ້າພຣະເຈົ້າ.
\v 29 ຈົ່ງຍົກຍໍນາມອັນຍິ່ງໃຫຍ່ຂອງອົງພຣະຜູ້ເປັນເຈົ້າ ໂດຍນາໍເຄື່ອງບູຊາມາທີ່ພຣະວິຫານດ້ວຍ. ຈົ່ງກົ້ມຂາບຕໍ່ໜ້າອົງທີ່ບໍຣິສຸດ ເມື່ອພຣະອົງມາປາກົດໃນສະພາບນັ້ນ; [ພ]
\s5
\v 30 ທົ່ວໂລກ ຈົ່ງສະທ້ານຢູ່ຊ້ອງໜ້າພຣະອົງ ແຜ່ນດິນໂລກຄົງຢູ່ກັບທີ່ເຄື່ອນຍ້າຍບໍ່ໄດ້.
\v 31 ຈົ່ງຊົມຊື່ນຍິນດີເຖີດ ແຜ່ນດິນໂລກ ແລະ ທ້ອງຟ້າເອີຍ ຈົ່ງບອກຊົນຊາດທັງຫລາຍວ່າ, “ອົງພຣະຜູ້ເປັນເຈົ້າ ແມ່ນຈອມກະສັດ.”
\s5
\v 32 ທ້ອງທະເລກັບທຸກສິ່ງໃນນັ້ນ ຈົ່ງສົ່ງສຽງສະໜັ່ນຫວັ່ນໄຫວ ໃຫ້ທົ່ງນາກັບທຸກສິ່ງທີ່ຢູ່ໃນນັ້ນ ຈົ່ງພາກັນຊົມຊື່ນຍິນດີເທີ້ນ
\v 33 ຕົ້ນໄມ້ໃນປ່າຈະໂຮຮ້ອງ ແລະ ຍິນດີ ເມື່ອພຣະອົງມາປົກຄອງແຜ່ນດິນໂລກ.
\s5
\v 34 ຈົ່ງໂມທະນາຂອບພຣະຄຸນ ອົງພຣະຜູ້ເປັນເຈົ້າ ເພາະພຣະອົງຊົງຄຸນຄວາມດີ ແລະ ຄວາມຮັກຂອງພຣະອົງ ກໍດໍາລົງຢູ່ຕະຫລອດໄປເປັນນິດ.
\v 35 ຈົ່ງກ່າວວ່າ, “ຂ້າແດ່ພຣະເຈົ້າ ພຣະຜູ້ຊ່ວຍຂອງພວກຂ້ານ້ອຍເອີຍ ໂຜດຊ່ວຍພວກຂ້ານ້ອຍແດ່ ໂຜດ ເຕົ້າໂຮມພວກຂ້ານ້ອຍໄວ້ສາ ໂຜດຊ່ວຍກູ້ພວກຂ້ານ້ອຍຈາກບັນດາຊົນຊາດທັງຫລາຍດ້ວຍ ເພື່ອວ່າພວກຂ້ານ້ອຍຈະໄດ້ໂມທະນາຂອບພຣະຄຸນ ແກ່ນາມອັນບໍຣິສຸດຂອງພຣະອົງ ແລະ ຍົກຍໍສັນລະເສີນສະຫງ່າຣາສີຂອງພຣະອົງ.”
\s5
\v 36 ຈົ່ງຍົກຍໍສັນລະເສີນອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງຊາດອິດສະຣາເອນ ຈົ່ງຍົກຍໍສັນລະເສີນພຣະອົງ ແຕ່ບັດນີ້ແລະສືບໆ ໄປເທີ້ນ. ແລ້ວປະຊາຊົນທຸກ ໆ ຄົນຕ່າງກໍເວົ້າວ່າ, “ອາແມນ” ແລະ ໄດ້ພ້ອມພາກັນຍ້ອງຍໍ ສັນລະເສີນອົງພຣະຜູ້ເປັນເຈົ້າ.
\s5
\v 37 ກະສັດດາວິດ ໄດ້ຕັ້ງໃຫ້ອາສັບ ແລະ ພີ່ນ້ອງຊາວເລວີຂອງລາວເບິ່ງແຍງການ ນະມັດສະການຢ່າງຖາວອນ ໃນບ່ອນທີ່ຫີບພັນທະສັນຍາຂອງອົງພຣະຜູ້ເປັນເຈົ້າ ຖືກຮັກສາໄວ້. ພວກເຂົາໄດ້ເຮັດໜ້າທີ່ຂອງພວກຕົນຢູ່​ໃນທີ່ນັ້ນສະໝໍ່າສະເໝີ.
\v 38 ໂອເບັດເອໂດມ ລູກຊາຍເຢດູທູນ ແລະ ຫົກສິບແປດ ຄົນໃນຕະກຸນຂອງລາວເປັນຜູ້ຊ່ວຍ. ໂຮຊາ ແລະ ໂອເບັດເອໂດມ ເປັນຜູ້ເຝົ້າຍາມປະຕູເຂົ້າ.
\v 39 ແຕ່ປະໂຣຫິດ ຊາດົກ ແລະ ພີ່ນ້ອງປະໂຣຫິດອື່ນ ໆ ໄດ້ດູແລບ່ອນນະມັດສະການອົງພຣະຜູ້ເປັນເຈົ້າທີ່ກີເບໂອນ.
\s5
\v 40 ທຸກເຊົ້າ ແລະ ທຸກແລງ ພວກເພິ່ນໄດ້ເຜົາສັດທັງໂຕຖວາຍແກ່ອົງພຣະຜູ້ເປັນເຈົ້າ ເທິງແທ່ນບູຊາ ໂດຍປະຕິບັດຕາມທີ່ໄດ້ມີຂຽນໄວ້ໃນກົດບັນຍັດ ທີ່ອົງພຣະຜູ້ເປັນເຈົ້າໄດ້ໃຫ້ ແກ່ຊາດອິດສະຣາເອນ.
\v 41 ໃນທີ່ນັ້ນ ເຮມານ ແລະ ເຢດູທູນ ກັບຄົນອື່ນ ໆ ທີ່ໄດ້ຮັບເລືອກຂຶ້ນໂດຍພິເສດ ພ້ອມດ້ວຍພວກ ປະໂຣຫິດຈະຮ້ອງເພງສັນລະເສີນ ຄວາມຮັກ ອັນຕະຫລອດໄປຂອງອົງພຣະຜູ້ເປັນເຈົ້າ.
\s5
\v 42 ເຮມານ ແລະ ເຢດູທູນ ໄດ້ເຮັດໜ້າທີ່ເປົ່າແກ, ຕົບແສ່ງ ແລະ ຫລີ້ນເຄື່ອງດົນຕຼີອື່ນ ໆ ເມື່ອຮ້ອງເພງສັນລະເສີນ. ສະມາຊິກໃນຕະກຸນເຢດູທູນ ໄດ້ເປັນຜູ້ເຝົ້າຍາມປະຕູເຂົ້າ.
\v 43 ເມື່ອຈົບພິທີແລ້ວ ທຸກຄົນກໍກັບເມືອເຮືອນຂອງຕົນ ແລະ ກະສັດດາວິດກໍກັບເມືອຢູ່ນາໍຄອບຄົວຂອງເພິ່ນ.
\s5
\c 17
\p
\v 1 ບັດນີ້ ກະສັດດາວິດໄດ້ອາໄສຢູ່ໃນວັງແລ້ວ. ມື້ໜຶ່ງເພິ່ນໄດ້ສັ່ງໃຫ້ຜູ້ທາໍນວາຍນາທານ ເຂົ້າມາພົບ ແລະ ເວົ້າວ່າ, “ເຮົາຢູ່ໃນວັງທີ່ສ້າງດ້ວຍໄມ້ສົນສີດາ, ແຕ່ຫີບພັນທະສັນຍາຂອງອົງພຣະຜູ້ເປັນເຈົ້າ ຍັງຖືກຮັກສາໄວ້ຢູ່ໃນຫໍເຕັນ. ”
\v 2 ນາທານ ຕອບວ່າ, “ຈົ່ງກະທາໍໃນສິ່ງທີ່ທ່ານເຫັນຊອບເທີ້ນ ເພາະພຣະເຈົ້າສະຖິດຢູ່ກັບທ່ານ.”
\s5
\v 3 ແຕ່ໃນຄືນນັ້ນ ອົງພຣະຜູ້ເປັນເຈົ້າໄດ້ກ່າວແກ່ນາທານ ວ່າ,
\v 4 “ຈົ່ງໄປບອກດາວິດ ຜູ້ຮັບໃຊ້ຂອງເຮົາວ່າ ເຮົາເວົ້າກັບລາວດັ່ງນີ້: ‘ເຈົ້າບໍ່ແມ່ນຜູ້ທີ່ຈະສ້າງວິຫານໃຫ້ເຮົາຢູ່.
\v 5 ນັບຕັ້ງແຕ່ເຮົາໄດ້ຊ່ວຍກູ້ເອົາປະຊາຊົນອິດສະຣາເອນ ອອກມາຈາກປະເທດເອຢິບ ຈົນເຖິງເທົ່າທຸກມື້ນີ້ ເຮົາບໍ່ໄດ້ຢູ່ໃນວິຫານ; ເຮົາໄດ້ຢູ່ໃນເຕັນ ແລະ ຍ້າຍທີ່ໄປເລື້ອຍ ໆ.
\v 6 ຕະຫລອດການເດີນທາງ ໄປກັບປະຊາຊົນຊາດອິດສະຣາເອນນັ້ນ ເຮົາບໍ່ເຄີຍເອີ່ຍປາກຖາມພວກຜູ້ນາໍຜູ້ໃດຜູ້ໜຶ່ງ ທີ່ເຮົາໄດ້ແຕ່ງຕັ້ງນັ້ນວ່າ ເປັນຫຍັງພວກເຂົາຈຶ່ງບໍ່ສ້າງວິຫານ ທີ່ເຮັດດ້ວຍໄມ້ສົນສີດາໃຫ້ເຮົາຢູ່.
\s5
\v 7 ດັ່ງນັ້ນ ຈົ່ງບອກດາວິດຜູ້ຮັບໃຊ້ຂອງເຮົາວ່າ ອົງພຣະຜູ້ເປັນເຈົ້າອົງຊົງຣິດອໍານາດຍິ່ງໃຫຍ່ ກ່າວດັ່ງນີ້: ‘ເຈົ້າເປັນຄົນລ້ຽງແກະຢູ່ຕາມທົ່ງນາ ແລະ ເຮົາໄດ້ເອົາເຈົ້າມາປົກຄອງຊາດອິດສະຣາເອນ ປະຊາຊົນຂອງເຮົາ.
\v 8 ເຮົາໄດ້ຢູ່ກັບເຈົ້າທຸກທີ່ທຸກບ່ອນ ທີ່ເຈົ້າໄປ ແລະ ໄດ້ເອົາຊະນະສັດຕູທັງຫລາຍຂອງເຈົ້າ ເມື່ອເຈົ້າບຸກໜ້າເຂົ້າໄປ. ເຮົາຈະສ້າງເຈົ້າໃຫ້ມີຊື່ສຽງ ແລະ ເປັນຜູ້ນາໍຄົນຍິ່ງໃຫຍ່ທີ່ສຸດໃນໂລກ.
\s5
\v 9-10 ເຮົາໄດ້ເລືອກເອົາບ່ອນໜຶ່ງ ເພື່ອໃຫ້ຊາວອິດສະຣາເອນ ປະຊາຊົນຂອງເຮົາ ໄດ້ຕັ້ງຖິ່ນຖານຢູ່ຊຶ່ງເປັນບ່ອນທີ່ພວກເຂົາຈະອາໄສຢູ່ ໂດຍບໍ່ມີການກົດຂີ່ຂົ່ມເຫັງ ອີກຕໍ່ໄປ. ນັບຕັ້ງແຕ່ພວກເຂົາໄດ້ເຂົ້າມາຢູ່ໃນດິນແດນນີ້ ພວກເຂົາໄດ້ຖືກປະຊາຊົນທີ່ໂຫດຮ້າຍເຂົ້າມາບຸກຮຸກໂຈມຕີ ແຕ່ເລື່ອງເຊັ່ນນີ້ ຈະບໍ່ໃຫ້ເກີດມີຂຶ້ນອີກ. ເຮົາສັນຍາວ່າ ເຮົາຈະປາບສັດຕູທັງຫລາຍຂອງເຈົ້າ ແລະ ໃຫ້ເຈົ້າມີເຊື້ອສາຍສືບ ໆ ຕໍ່ກັນໄປ.
\s5
\v 11 ເມື່ອເຈົ້າຕາຍໄປ ແລະ ຖືກຝັງໄວ້ຢູ່ກັບບັນດາບັນພະບຸລຸດຂອງເຈົ້າແລ້ວ ເຮົາຈະໃຫ້ລູກຊາຍຜູ້ໜຶ່ງ ໃນບັນດາລູກຊາຍຂອງເຈົ້າຂຶ້ນເປັນກະສັດ ແລະ ເຮົາຈະຮັກສາອານາຈັກຂອງລາວໃຫ້ເຂັ້ມແຂງ.
\v 12 ລາວ ຈະເປັນຜູ້ສ້າງວິຫານສໍາລັບເຮົາ ແລະ ເຮົາຈະໃຫ້ຄວາມແນ່ໃຈວ່າ ເຊື້ອວົງຂອງລາວຍັງສືບຕໍ່ປົກຄອງຕະຫລອດໄປ.
\s5
\v 13 ເຮົາຈະເປັນພໍ່ຂອງລາວ ແລະ ລາວຈະເປັນລູກຊາຍຂອງເຮົາ. ເຮົາຈະບໍ່ຖອນການອຸ້ມຊູລາວ ດັ່ງທີ່ເຮົາໄດ້ເຮັດກັບໂຊນ ຜູ້ທີ່ເຮົາໄດ້ປົດອອກຈາກການເປັນກະສັດ ເພື່ອໃຫ້ເຈົ້າຂຶ້ນເປັນກະສັດແທນ.
\v 14 ເຮົາຈະຕັ້ງລາວໃຫ້ດູແລປະຊາຊົນຂອງເຮົາ ແລະ ອານາຈັກຂອງເຮົາຕະຫລອດໄປ. ເຊື້ອວົງຂອງລາວຈະບໍ່ສິ້ນສຸດເປັນຈັກເທື່ອ.
\v 15 ນາທານ ໄດ້ບອກກະສັດດາວິດທຸກ ໆ ສິ່ງຕາມທີ່ພຣະເຈົ້າໄດ້ສັ່ງຕົນ.
\s5
\v 16 ແລ້ວກະສັດດາວິດ ກໍເຂົ້າໄປໃນຫໍເຕັນບ່ອນທີ່ອົງພຣະຜູ້ເປັນເຈົ້າສະຖິດຢູ່. ແລະ ນັ່ງລົງແລະພາວັນນາອະທິຖານວ່າ, “ຂ້າແດ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າເອີຍ ຂ້ານ້ອຍບໍ່ສົມຄວນກັບສິ່ງທີ່ພຣະອົງໄດ້ກະທາໍເພື່ອຂ້ານ້ອຍເລີຍ; ແມ່ນແຕ່ກັບຄອບຄົວຂອງຂ້ານ້ອຍດ້ວຍ.
\v 17 ແຕ່ບັດນີ້ ພຣະອົງຊໍ້າຈະຍັງເຮັດຫລາຍໄປກວ່ານັ້ນອີກ; ຂ້າແດ່ພຣະເຈົ້າ ພຣະອົງໄດ້ສັນຍາໄວ້ກັບເຊື້ອສາຍຂອງຂ້ານ້ອຍໃນພາຍຄັ້ງໜ້າ ຂ້າແດ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ ພຣະອົງໄດ້ເຮັດກັບຂ້ານ້ອຍ ດັ່ງເຮັດກັບບູລຸດຜູ້ຍິ່ງໃຫຍ່ຄົນໜຶ່ງ. [ຟ]
\v 18 ຂ້ານ້ອຍຈະເວົ້າຢ່າງໃດກັບພຣະອົງຕື່ມອີກ ພຣະອົງຮູ້ຈັກຂ້ານ້ອຍດີ ແລະ ໃນ ຂະນະດຽວກັນພຣະອົງກໍໃຫ້ກຽດຂ້ານ້ອຍ ຜູ້ເປັນຄົນຮັບໃຊ້ຂອງພຣະອົງ.
\s5
\v 19 ຂ້າແດ່ອົງພຣະຜູ້ເປັນເຈົ້າ ການທີ່ພຣະອົງກະທາໍເຊັ່ນນີ້ກັບຂ້ານ້ອຍ ຍ້ອນວ່າ ແມ່ນຄວາມປະສົງ ແລະ ເປົ້າໝາຍຂອງພຣະອົງ ທີ່ຢາກຈະໃຫ້ຂ້ານ້ອຍຮູ້ເຖິງຄວາມ ຍິ່ງໃຫຍ່ຂອງຂ້ານ້ອຍໃນອະນາຄົດ.
\v 20 ຂ້າແດ່ອົງພຣະຜູ້ເປັນເຈົ້າ ບໍ່ມີຜູ້ໃດເລີຍທີ່ເປັນດັ່ງພຣະອົງ; ພວກຂ້ານ້ອຍຮູ້ຢູ່ສະເໝີວ່າ ພຣະອົງເທົ່ານັ້ນທີ່ເປັນພຣະເຈົ້າ.
\v 21 ບໍ່ມີຊົນຊາດໃດໃນໂລກນີ້ ທີ່ເປັນດັ່ງຊາດອິດສະຣາເອນ ຄື ເປັນຊາດທີ່ພຣະອົງໄດ້ຊ່ວຍກູ້ອອກຈາກການເປັນທາດຮັບໃຊ້ ເພື່ອຍົກພວກເຂົາຂຶ້ນເປັນປະຊາຊົນຂອງພຣະອົງ. ພາລະກິດອັນຍິ່ງໃຫຍ່ ແລະ ອັດສະຈັນທີ່ພຣະອົງໄດ້ເຮັດເພື່ອພວກເຂົານັ້ນ ເຮັດໃຫ້ຊື່ສຽງຂອງພຣະອົງຊ່າລືໄປທົ່ວທັງໂລກນີ້. ພຣະອົງໄດ້ຊ່ວຍກູ້ເອົາປະຊາຊົນ ຂອງພຣະອົງອອກມາຈາກປະເທດເອຢິບ ແລະ ໄດ້ຂັບໄລ່ຊົນຊາດອື່ນອອກໜີ ເມື່ອປະຊາຊົນຂອງພຣະອົງບຸກໜ້າເຂົ້າໄປ.
\s5
\v 22 ພຣະອົງໄດ້ເຮັດໃຫ້ຊາດອິດສະຣາເອນ ເປັນປະຊາຊົນຂອງພຣະອົງ ຕະຫລອດໄປ ແລະ ພຣະອົງ ອົງເປັນອົງພຣະ ຜູ້ເປັນເຈົ້າກໍເປັນພຣະເຈົ້າຂອງພວກເຂົາ.
\v 23 ຂ້າແດ່ອົງພຣະຜູ້ເປັນເຈົ້າ ບັດນີ້ຂໍໃຫ້ເປັນໄປຕາມຄໍາສັນຍາ ທີ່ພຣະອົງໄດ້ກ່າວໄວ້ກ່ຽວກັບຂ້ານ້ອຍ ແລະ ເຊື້ອສາຍຂອງຂ້ານ້ອຍເຖີດ ແລະ ຈົ່ງເຮັດຕາມທີ່ພຣະອົງໄດ້ກ່າວໄວ້ນັ້ນດ້ວຍ.
\v 24 ຊື່ສຽງຂອງພຣະອົງ ຈະຊ່າລືປາກົດ ແລະ ປະຊາຊົນຂອງພຣະອົງ ຈະເວົ້າຕະຫລອດໄປວ່າ ‘ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດຍິ່ງໃຫຍ່ ພຣະເຈົ້າຂອງຊາດອິດສະຣາເອນ. ແລ້ວພຣະອົງກໍຈະປົກປັກຮັກສາຍາດວົງຂອງຂ້ານ້ອຍຕະຫລອດໄປ.
\s5
\v 25 ຂ້ານ້ອຍກ້າພາວັນນາອະທິຖານ ເຊັ່ນນີ້ຕໍ່ພຣະອົງ ຄື ອົງເປັນພຣະເຈົ້າຂອງຂ້ານ້ອຍ ເພາະພຣະອົງໄດ້ເປີດເຜີຍເລື່ອງທັງໝົດນີ້ໃຫ້ຂ້ານ້ອຍ ຜູ້ເປັນຄົນຮັບໃຊ້ຂອງພຣະອົງຮູ້ຈັກ ແລະ ພຣະອົງຍັງບອກວ່າ, ຈະ ເຮັດໃຫ້ເຊື້ອສາຍຂອງຂ້ານ້ອຍ ໄດ້ເປັນກະສັດ.
\v 26 ອົງພຣະຜູ້ເປັນເຈົ້າ ພຣະອົງເປັນພຣະເຈົ້າ; ແລະ ພຣະອົງໄດ້ຕັ້ງຄໍາສັນຍາອັນປະເສີດເລີດລໍ້າ ສໍາລັບຂ້ານ້ອຍ.
\v 27 ຂ້ານ້ອຍຂໍໃຫ້ພຣະອົງອວຍພອນ ເຊື້ອສາຍຂອງຂ້ານ້ອຍ ເພື່ອພວກເຂົາຈະສືບຕໍ່ຊົມຊື່ນຍິນດີໃນພຣະເມດຕາກະລຸນາ. ອົງພຣະຜູ້ເປັນເຈົ້າ ພຣະອົງໄດ້ອວຍພອນພວກເຂົາ ແລະ ຂໍໃຫ້ພຣະພອນນັ້ນ ດໍາລົງຢູ່ກັບພວກເຂົາຕະຫລອດໄປເທີ້ນ.”
\s5
\c 18
\p
\v 1 ຕໍ່ມາ ກະສັດດາວິດໄດ້ໂຈມຕີພວກຟີລິດສະຕິນອີກ ແລະ ໄດຮົບຊະນະພວກເຂົາ. ເພິ່ນໄດ້ຢຶດເອົາເມືອງກາດ ແລະ ໝູ່ບ້ານທີ່ຢູ່ ອ້ອມແອ້ມນັ້ນ.
\v 2 ເພິ່ນຍັງໄດ້ເອົາຊະນະຊາວໂມອາບ. ພວກເຂົາໄດ້ຕົກຢູ່ໃຕ້ອໍານາດຂອງເພິ່ນ ແລະ ໄດ້ເສຍສ່ວຍໃຫ້ເພິ່ນ.
\s5
\v 3 ຕໍ່ມາ ກະສັດດາວິດໄດ້ໂຈມຕີກະສັດຮາດາເດເຊ ແຫ່ງຊີເຣຍຂອງໂຊບາ ເພາະຮາດາເດເຊ ພະຍາຍາມຢຶດເອົາເຂດແດນທາງດ້ານເໜືອຂອງແມ່ນາໍ້ເອີຟຣັດ.
\v 4 ກະສັດດາວິດ ຢຶດລົດຮົບໄດ້ພັນຄັນ ແລະ ຈັບທະຫານມ້າໄດ້ເຈັດພັນຄົນ ແລະ ທະຫານ ລາບຊາວພັນຄົນ, ແຕ່ເພິ່ນຮັກສາມ້າ ແລະ ລົດຮົບໄວ້ພຽງແຕ່ຮ້ອຍຄັນເທົ່ານັ້ນ ແລະ ສ່ວນມ້າທີ່ເຫລືອນັ້ນ ເພິ່ນຕັດເອັນຄະໜ່ອງໝົດ.
\s5
\v 5 ເມື່ອຊາວຊີເຣຍແຫ່ງດາມັສກັດ ໄດ້ສົ່ງກອງທັບມາຊ່ວຍກະສັດຮາດາເດເຊ ກະສັດດາວິດກໍດັກໂຈມຕີ ແລະ ຂ້າທະຫານຊາວສອງພັນຄົນ.
\v 6 ແລ້ວເພິ່ນກໍຕັ້ງຄ້າຍທະຫານຢູ່ໃນເຂດແດນຂອງພວກເຂົາ. ພວກເຂົາໄດ້ຕົກຢູ່ໃຕ້ອໍານາດຂອງເພິ່ນ ແລະ ໄດ້ ເສຍສ່ວຍໃຫ້ເພິ່ນ. ອົງພຣະຜູ້ເປັນເຈົ້າໄດ້ໃຫ້ກະສັດດາວິດ ເອົາຊະນະທຸກ ໆ ບ່ອນ.
\s5
\v 7 ກະສັດດາວິດ ໄດ້ຢຶດເອົາໂລ້ຄໍາຊຶ່ງຂ້າຣາຊການຂອງກະສັດຮາດາເດເຊ ໄດ້ຖືໄປນໍານັ້ນມາຍັງນະຄອນເຢຣູຊາເລັມ.
\v 8 ເພິ່ນໄດ້ຂົນເອົາທອງສໍາຣິດ ເປັນຈາໍນວນຫລວງຫລາຍມາຈາກເມືອງຕິບຮາດ ແລະ ເມືອງກູນ ຊຶ່ງຢູ່ພາຍໃຕ້ການປົກຄອງຂອງກະສັດຮາດາເດເຊ. (ຕໍ່ມາ ກະສັດໂຊໂລໂມນໄດ້ເອົາທອງສໍາຣິດເຫລົ່ານີ້ ມາເຮັດຖັງນໍ້າ, ເສົາ ແລະ ເຄື່ອງໃຊ້ຕ່າງ ໆ ສໍາລັບພຣະວິຫານ.)
\s5
\v 9 ກະສັດໂຕອີ ແຫ່ງຮາມັດ ໄດ້ຍິນວ່າກະສັດດາວິດ ໄດ້ເອົາຊະນະກອງທັບທັງໝົດຂອງກະສັດຮາດາເດເຊ.
\v 10 ສະນັ້ນ ເພິ່ນຈຶ່ງສົ່ງໂຢຣາມ ລູກຊາຍຂອງເພິ່ນມາອວຍພອນກະສັດດາວິດ ແລະ ສະແດງ ຄວາມດີໃຈນາໍ ທີ່ເພິ່ນໄດ້ເອົາຊະນະກະສັດຮາດາເດເຊ ຜູ້ທີ່ເຈົ້າໂຕອີໄດ້ສູ້ຮົບມາຕັ້ງຫລາຍຄັ້ງແລ້ວ. ໂຢຣາມ ໄດ້ນາໍຂອງຂວັນທີ່ເຮັດດ້ວຍຄໍາ, ເງິນ ແລະ ທອງສໍາຣິດມາມອບໃຫ້ກະສັດດາວິດ.
\v 11 ກະສັດດາວິດ ໄດ້ຖວາຍສິ່ງເຫລົ່ານັ້ນ ພ້ອມດ້ວຍເງິນ ແລະ ຄໍາ ທີ່ເພິ່ນຢຶດມາໄດ້ຈາກຊົນຊາດຕ່າງ ໆ ເພື່ອໃຊ້ໃນການນະມັດສະການພຣະເຈົ້າ; ເປັນຕົ້ນໄດ້ມາແຕ່ເອໂດມ, ໂມອາບ, ອໍາໂມນ, ຟີລິດສະຕິນ ແລະ ອາມາເຫລັກ.
\s5
\v 12 ອາບີໄຊ ລູກຊາຍນາງເຊຣູອີຢາ ໄດ້ເອົາຊະນະຊາວເອໂດມ ຢູ່ໃນຮ່ອມພູເກືອ ໂດຍໄດ້ຂ້າສັດຕູສິບແປດພັນຄົນ.
\v 13 ລາວໄດ້ຕັ້ງຄ້າຍທະຫານຢູ່ທົ່ວດິນແດນເອໂດມ ແລະ ປະຊາຊົນໃນທີ່ນັ້ນໄດ້ຕົກຢູ່ໃຕ້ອໍ​ານາດຂອງກະສັດດາວິດ. ອົງພຣະຜູ້ເປັນເຈົ້າໄດ້ໃຫ້ກະສັດດາວິດຮົບຊະນະ ໃນທຸກທີ່ທຸກບ່ອນທີ່ເພິ່ນເຮັດເສິກ.
\s5
\v 14 ກະສັດດາວິດ ໄດ້ປົກຄອງທົ່ວທັງປະເທດອິດສະຣາເອນ ແລະໃຫ້ປະຊາຊົນຂອງຕົນໄດ້ຮັບຄວາມທ່ຽງທາໍ ແລະ ຄວາມຍຸດຕິທາໍສະເໝີມາ.
\v 15 ໂຢອາບ ອ້າຍຂອງອາບີໄຊ ເປັນຜູ້ບັນຊາການທະຫານ; ເຢໂຮຊາຟັດ ລູກຊາຍຂອງອາຮີລຸດເປັນຜູ້ຮັບຜິດຊອບດ້ານເອກະສານຕ່າງ ໆ;
\v 16 ຊາດົກ ລູກຊາຍຂອງອາຮີຕຸບ ແລະ ອາຮີເມເຫລັກ ລູກຊາຍຂອງອາບີອາທາ ທັງສອງຄົນເປັນປະໂຣຫິດ; ເສຣາອີຢາ [ມ] ເປັນເລຂາທິການປະຈໍາຣາຊສໍານັກ;
\v 17 ເບນາອີຢາ ລູກຊາຍຂອງເຢໂຮຍອາດາເປັນຜູ້ປ້ອງກັນຕົວກະສັດດາວິດ; ແລະ ບັນດາລູກຊາຍຂອງກະສັດດາວິດ ດໍາລົງຕໍາແໜ່ງສູງເພື່ອຮັບໃຊ້ພໍ່ຂອງຕົນ.
\s5
\c 19
\p
\v 1 ຕໍ່ມາ ນາຮາດກະສັດແຫ່ງອໍາໂມນ ໄດ້ຕາຍໄປ ແລະ ຮານູນ ລູກຊາຍຂອງເພິ່ນໄດ້ ຂຶ້ນເປັນກະສັດແທນ.
\v 2 ກະສັດດາວິດ ຈຶ່ງເວົ້າວ່າ, “ເຮົາຕ້ອງສະແດງຄວາມເປັນມິດອັນສັດຊື່ຕໍ່ຮານູນ ດັ່ງທີ່ນາຮາດ ພໍ່ຂອງລາວໄດ້ປະຕິບັດຕໍ່ເຮົາ. ” ດັ່ງນັ້ນ ເພິ່ນຈຶ່ງສົ່ງຄະນທູດໄປສະແດງຄວາມເສົ້າໂສກເສຍໃຈ ແລະ ໄວ້ອາໄລນາໍ. ເມື່ອຄະນະທູດໄດ້ມາຮອດນະຄອນອໍາໂມນ ແລະ ຂໍເຂົ້າພົບກະສັດຮານູນ
\v 3 ພວກຜູ້ນາໍຊາວອໍາໂມນ ຈຶ່ງໄປບອກກະສັດວ່າ, “ທ່ານຄິດວ່າກະສັດດາວິດ ສົ່ງຄະນະທູດມາສະແດງການໄວ້ອາໄລນາໍທ່ານໃນເວລານີ້ ເປັນການໃຫ້ກຽດພໍ່ຂອງທ່ານບໍ? ແນ່ນອນ ບໍ່ແມ່ນດອກ ເພິ່ນສົ່ງພວກເຂົາມາ ຍັງທີ່ນີ້ ເພື່ອສອດແນມເບິ່ງເມືອງພວກເຮົາ ເພື່ອວ່າເພິ່ນຈະສາມາດຮົບຊະນະພວກເຮົາໄດ້.”
\s5
\v 4 ດັ່ງນັ້ນ ຮານູນ ຈຶ່ງຈັບຄະນະທູດຂອງກະສັດດາວິດ ແລະ ຕັດໜວດຂ້າງໜຶ່ງອອກ ທັງຕັດຂາສົ້ງຈົນຈາໍກະໂພກ ແລະ ສົ່ງພວກເຂົາກັບຄືນເມືອ.
\v 5 ພວກເຂົາອັບອາຍ ຫລາຍ ຈົນບໍ່ກ້າກັບຄືນເມືອ. ເມື່ອກະສັດດາວິດ ໄດ້ຍິນເຖິງເລື່ອງທີ່ເກີດຂຶ້ນ ເພິ່ນຈຶ່ງສັ່ງຄວາມໄປບອກພວກເຂົາໃຫ້ພັກຢູ່ເມືອງ ເຢຣິໂກ ແລະ ບໍ່ໃຫ້ກັບຄືນມາຈົນກວ່າ ໜວດປົ່ງເສຍກ່ອນ.
\s5
\v 6 ກະສັດຮານູນ ແລະ ຊາວອໍາໂມນ ຮູ້ສຶກວ່າພວກຕົນໄດ້ສາງສັດຕູກັບກະສັດດາວິດແລ້ວ. ດັ່ງນັ້ນພວກເຂົາຈຶ່ງຈ່າຍເງິນປະມານສາມສິບສີ່ພັນກິໂລກາຼມ ເພື່ອຈ້າງເອົາລົດຮົບ ພ້ອມຄົນຂັບຈາກເມໂຊໂປຕາເມຍ ຕອນເທິງ ແລະ ຈາກນະຄອນມາອາກາ ແລະ ໂຊບາ ແຫ່ງຊີເຣຍ.
\v 7 ລົດຮົບສາມສິບສອງພັນ ຄັນ ທີ່ຖືກຈ້າງມາ ແລະ ກອງທັບຂອງກະສັດມາອາກາ ໄດ້ຕັ້ງຄ້າຍຢູ່ໃກ້ເມືອງເມເດບາ. ແລ້ວຊາວອໍາໂມນກໍໄດ້ອອກມາຈາກເມືອງຕ່າງ ໆ ຂອງພວກເຂົາເພື່ອຕຽມສູ້ຮົບ.
\s5
\v 8 ເມື່ອກະສັດດາວິດ ໄດ້ຍິນສິ່ງທີ່ເກີດຂຶ້ນ ເພິ່ນຈຶ່ງສົ່ງໂຢອາບ ພ້ອມດ້ວຍກອງທັບທັງໝົດອອກໄປ.
\v 9 ພວກອໍາໂມນເຄື່ອນທັບມາຕັ້ງທີ່ໝັ້ນຢູ່ທາງເຂົ້າຂອງຣາມາ ເມືອງເອກຂອງພວກເຂົາ; ແລະ ບັນດາກະສັດທີ່ມາຊ່ວຍນັ້ນ ກໍຕັ້ງທີ່ໝັ້ນຂອງພວກຕົນຢູ່ນອກຕົວເມືອງ.
\s5
\v 10 ໂຢອາບ ໄດ້ເຫັນວ່າກອງທັບຂອງສັດຕູ ຈະໂຈມຕີທາງດ້ານໜ້າ ແລະ ດ້ານຫລັງ; ສະນັ້ນເພິ່ນຈຶ່ງເລືອກເອົາທະຫານອິດສະຣາເອນ ຜູ້ທີ່ເກັ່ງກ້າທີ່ສຸດໄປຕັ້ງທີ່ໝັ້ນ ຢູ່ປະເຊີນໜ້າກັບທະຫານຊີເຣຍ.
\v 11 ສ່ວນທະຫານທີ່ເຫລືອນັ້ນ ເພິ່ນໄດ້ມອບໃຫ້ຢູ່​ໃຕ້ການບັງຄັບບັນຊາຂອງອາບີໄຊ ນ້ອງຊາຍຂອງຕົນ. ລາວໄດ້ຕັ້ງທີ່ໝັ້ນຢູ່ປະເຊີນໜ້າກັບຊາວອໍາໂມນ.
\s5
\v 12 ໂຢອາບ ເວົ້າກັບລາວວ່າ, “ຖ້າເຈົ້າເຫັນວ່າພວກຊີເຣຍເອົາຊະນະຂ້ອຍ ໃຫ້ເຈົ້າມາຊ່ວຍຂ້ອຍ. ແຕ່ຖ້າພວກອໍາໂມນເອົາຊະນະເຈົ້າ ຂ້ອຍຈະໄປຊ່ວຍເຈົ້າ.
\v 13 ຈົ່ງເຂັ້ມແຂງແລະກ້າຫານ ໃຫ້ພວກເຮົາສູ້ຮົບຢ່າງເດັດດ່ຽວ ເພື່ອປະຊາຊົນຂອງພວກເຮົາ ແລະ ເພື່ອຫົວເມືອງຕ່າງ ໆ ຂອງພຣະເຈົ້າ. ຂໍໃຫ້ພຣະເຈົ້າກະທໍາການຂອງພຣະອົງດ້ວຍເທີ້ນ.”
\s5
\v 14 ແລ້ວໂຢອາບ ກັບທະຫານຂອງຕົນກໍຍົກທັບເຂົ້າໄປໂຈມຕີພວກຊີເຣຍ ແລະ ພວກເຂົາຕ່າງກໍແຕກພ່າຍໜີໄປ.
\v 15 ເມື່ອພວກອໍາໂມນ ເຫັນວ່າພວກຊີເຣຍປົບໜີໄປແລ້ວ ພວກເຂົາກໍແລ່ນປົບໜີຈາກອາບີໄຊ ແລະ ຖອຍເຂົ້າໄປໃນເມືອງ. ແລ້ວໂຢອາບ ກໍກັບຄືນມາຍັງນະຄອນເຢຣູຊາເລັມ.
\s5
\v 16 ພວກຊີເຣຍ ເຫັນວ່າພວກຕົນໄດ້ພ່າຍແພ້ໃຫ້ແກ່ພວກອິດສະຣາເອນແລ້ວ; ສະນັ້ນ ພວກເຂົາຈຶ່ງນາໍເອົາກອງທະຫານມາຈາກເມືອງຕ່າງ ໆ ທີ່ຢູ່ທາງທິດຕາເວັນອອກຂອງແມ່ນາໍ້ເອີຟຣັດ ແລະ ໃຫ້ຢູ່ໃຕ້ການບັນຊາຂອງໂສບັກ ຜູ້ບັນຊາການກອງທັບຂອງກະສັດແຫ່ງໂຊບາ.
\v 17 ເມື່ອກະສັດດາວິດໄດ້ຍິນເຊັ່ນນັ້ນ ເພິ່ນຈຶ່ງຮວບຮວມເອົາທະຫານອິດສະຣາເອນທັງໝົດ ຂ້າມແມ່ນາໍ້ຈໍແດນໄປ ແລະ ໄດ້ຕັ້ງທີ່ໝັ້ນຢູ່ປະເຊີນໜ້າກັບກອງທັບຊີເຣຍ. ການສູ້ຮົບກັນໄດ້ເລີ່ມຂຶ້ນ
\s5
\v 18 ແລະ ພວກອິດສະຣາເອນໄດ້ໄລ່ກອງທັບຊີເຣຍ ໃຫ້ລ່າຖອຍໜີໄປ. ກະສັດດາວິດ ແລະ ທະຫານຂອງເພິ່ນໄດ້ຂ້າທະຫານຂັບລົດຮົບເຈັດພັນຄົນ ແລະ ທະຫານລາບສີ່ສິບພັນຄົນ. ພວກເຂົາຍັງໄດ້ຂ້າໂສບັກ ຜູ້ບັນຊາການກອງທັບຊີເຣຍດ້ວຍ.
\v 19 ເມື່ອພວກທີ່ຂຶ້ນກັບກະສັດຮາດາເດເຊ ເຫັນວ່າພວກຕົນໄດ້ພ່າຍແພ້ໃຫ້ແກ່ຊາດອິດ ສະຣາເອນ ແລ້ວຕ່າງກໍໄດ້ເຮັດສັນຍາສະຫງົບເສິກກັບກະສັດດາວິດ ແລະ ຍອມຢູ່ໃຕ້ອໍານາດການປົກຄອງຂອງເພິ່ນ. ພວກຊີເຣຍຈຶ່ງບໍ່ຍອມຊ່ວຍເຫລືອ ພວກອໍາໂມນ ອີກຕໍ່ໄປຈັກເທື່ອ.
\s5
\c 20
\p
\v 1 ຕໍ່ມາ ໃນລະດູໃບໄມ້ປົ່ງອັນເປັນເວລາທີ່ບັນດາກະສັດເຄີຍເຮັດເສິກ ໂຢອາບ ໄດ້ນາໍກອງທັບໄປຮຸກຮານປະເທດອໍາໂມນ; ແຕ່ ກະສັດດາວິດ ຍັງພັກຢູ່ນະຄອນເຢຣູຊາເລັມ. ພວກເຂົາໄດ້ປິດລ້ອມເມືອງຣັບບາ ໄວ້ທັງໂຈມຕີ ແລະ ທາໍລາຍເມືອງ.
\s5
\v 2 ຮູບເຄົາຣົບໂມເຫລັກຂອງຊາວມິນໂກມ [ຢ] ສວມມົງກຸດຄໍາໜັກປະມານສາມສິບສີ່ກິໂລກຼາມ. ຢູ່ໃນມົງກຸດນັ້ນມີເພັດເມັດໜຶ່ງຊຶ່ງກະສັດດາວິດ ໄດ້ແກະເອົາອອກມາໃສ່ມົງກຸດ ຂອງຕົນ. ເພິ່ນໄດ້ຢຶດເອົາສິ່ງຂອງຊຶ່ງປຸ້ນມາໄດ້ຈາກເມືອງນັ້ນ ເປັນຈາໍນວນຫລວງຫລາຍ.
\v 3 ເພິ່ນໄດ້ກວາດເອົາປະຊາຊົນ ໃນເມືອງນັ້ນມາເຮັດວຽກເລື່ອຍໄມ້, ຕັດຫິນ ແລະ ຕັດໄມ້ດັ່ງທີ່ໄດ້ເຮັດກັບຊາວອໍາໂມນ ໃນເມືອງຕ່າງ ໆ. ແລ້ວເພິ່ນກໍໄດ້ຍົກທັບກັບຄືນສູ່ນະຄອນເຢຣູຊາເລັມ.
\s5
\v 4 ຕໍ່ມາ ຊາດອິດສະຣາເອນໄດ້ເຮັດເສິກ ກັບພວກຟີລິດສະຕິນອີກທີ່ເກເຊ. ໃນການ ສູ້ຮົບຄັ້ງນີ້ ຊິບເບກາຍ ຊາວເມືອງຮູຊາໄດ້ຂ້າຄົນຮ່າງໃຫຍ່ຜູ້ໜຶ່ງຊື່ວ່າ ຊິບປາຍ ແລະ ພວກຟີລິດສະຕິນກໍໄດ້ພ່າຍແພ້.
\v 5 ໃນການສູ້ຮົບກັບຊາວຟີລິດສະຕິນ ຄັ້ງໜຶ່ງອີກ ເອນຮານານ ລູກຊາຍຂອງຢາອີ ໄດ້ຂ້າລາຮະມີ ນ້ອງຊາຍຂອງໂກລີອາດ ຊາວເມືອງກາດ ຜູ້ທີ່ມີຫອກດ້າມໜາເທົ່າກັບໄມ້ກາໍພັ້ນຫູກ.
\s5
\v 6 ຕໍ່ມາ ໄດ້ມີເສິກເກີດຂຶ້ນອີກຄັ້ງໜຶ່ງ ທີ່ເມືອງກາດ. ໃນຄັ້ງນີ້ ໄດ້ມີຄົນຮ່າງໃຫຍ່ຜູ້ໜຶ່ງ ມີນິ້ວມື ແລະ ນິ້ວຕີນເບື້ອງລະຫົກນິ້ວ. ລາວສືບເຊື້ອສາຍມາຈາກຄົນຮ່າງໃຫຍ່ ແຕ່ສະໄໝບູຮານ.
\v 7 ລາວທ້າທາຍຊາວອິດສະຣາເອນ; ແລະ ໂຢນາທານ ລູກຊາຍຂອງອ້າຍກະສັດດາວິດໄດ້ຂ້າລາວ.
\v 8 ຄົນທັງສາມນີ້ສືບເຊື້ອສາຍມາຈາກຄົນຮ່າງໃຫຍ່ ທີ່ເມືອງກາດ. ກະສັດດາວິດ ແລະ ທະຫານຂອງເພິ່ນໄດ້ຂ້າຄົນເຫລົ່ານີ້.
\s5
\c 21
\p
\v 1 ຊາຕານ ຢາກນາໍຄວາມເດືອດຮ້ອນມາສູ່ປະຊາຊົນອິດສະຣາເອນ. ດັ່ງນັ້ນ ມັນຈຶ່ງໄດ້ເຮັດໃຫ້ກະສັດດາວິດຕັດສິນໃຈນັບຈາໍນວນປະຊາຊົນ.
\v 2 ກະສັດດາວິດໄດ້ໃຫ້ຄໍາສັ່ງແກ່ໂຢອາບ ແລະ ນາຍທະຫານຄົນອື່ນ ໆ ວ່າ, “ຈົ່ງໄປໃຫ້ທົ່ວດິນແດນອິດສະຣາເອນ ຕັ້ງແຕ່ເໜືອຕະຫລອດໃຕ້ຂອງປະເທດ ແລະ ຈົ່ງນັບຈາໍນວນປະຊາຊົນ. ເຮົາຢາກຮູ້ວ່າມີຈາໍນວນເທົ່າໃດ? ”
\v 3 ໂຢອາບ ຈຶ່ງຕອບວ່າ, “ຂໍອົງພຣະຜູ້ເປັນເຈົ້າ ຈົ່ງບັນດານໃຫ້ມີປະຊາຊົນອິດສະຣາເອນ ເພີ່ມຂຶ້ນຫລາຍກວ່າປັດຈຸບັນນີ້ຮ້ອຍເທົ່າເຖີດ ຂ້າແດ່ພະຣາຊາ ພວກເຂົາລ້ວນແຕ່ເປັນຄົນຮັບໃຊ້ຂອງທ່ານ. ດ້ວຍເຫດໃດ ທ່ານຈຶ່ງຢາກເຮັດສິ່ງນີ້ ແລະ ໃຫ້ປະຊາຊົນທັງຊາດມີຄວາມຜິດດ້ວຍ.”
\s5
\v 4 ແຕ່ກະສັດກໍບອກໃຫ້ໂຢອາບ ເຮັດຕາມຄໍາສັ່ງ. ໂຢອາບ ໄດ້ເດີນທາງໄປທົ່ວປະເທດ ອິດສະຣາເອນ ແລ້ວລາວກໍກັບຄືນມາຍັງນະຄອນເຢຣູຊາເລັມ.
\v 5 ລາວໄດ້ລາຍງານໃຫ້ກະສັດດາວິດ ຮູ້ຈາໍນວນຊາຍສະກັນທັງໝົດທີ່ເປັນທະຫານໄດ້ມີດັ່ງນີ້: ທີ່ດິນແດນ ອິດສະຣາເອນ ໜຶ່ງລ້ານໜຶ່ງຮ້ອຍພັນຄົນ ແລະ ທີ່ດິນແດນຢູດາຍສີ່ຮ້ອຍເຈັດສິບພັນຄົນ.
\s5
\v 6 ຍ້ອນໂຢອາບ ບໍ່ເຫັນພ້ອມກັບຄໍາສັ່ງຂອງກະສັດ ເພິ່ນຈຶ່ງບໍ່ໄດ້ນັບຈາໍນວນຄົນໃນເຜົ່າເລວີ ແລະ ເຜົ່າເບັນຢາມິນ.
\v 7 ພຣະເຈົ້າບໍ່ພໍໃຈໃນສິ່ງທີ່ໄດ້ເຮັດໄປນັ້ນ. ດັ່ງນັ້ນ ພຣະອົງຈຶ່ງລົງໂທດປະຊາຊົນອິດສະຣາເອນ.
\v 8 ກະສັດດາວິດໄດ້ກ່າວແກ່ພຣະເຈົ້າວ່າ, “ຂ້ານ້ອຍເຮັດບາບຢ່າງຮ້າຍແຮງທີ່ໄດ້ເຮັດສິ່ງນີ້ ໂຜດຍົກໂທດໃຫ້ຂ້ານ້ອຍດ້ວຍເຖີດ. ຂ້ານ້ອຍໄດ້ກະທາໍໃນສິ່ງທີ່ ໂງ່ຈ້າແທ້ ໆ.”
\s5
\v 9 ແລ້ວອົງພຣະຜູ້ເປັນເຈົ້າ ກໍບອກກາດ ຜູ້ທຳນວາຍປະຈໍາກະສັດດາວິດ ວ່າ,
\v 10 “ຈົ່ງໄປບອກດາວິດວ່າ ເຮົາໃຫ້ລາວເລືອກ ເອົາສາມຢ່າງ. ແລ້ວເຮົາກໍຈະເຮັດຕາມຢ່າງ ທີ່ລາວໄດ້ເລືອກເອົານັ້ນ.”
\s5
\v 11 ກາດໄປພົບກະສັດດາວິດ ແລະ ບອກ ເພິ່ນຕາມສິ່ງທີ່ອົງພຣະຜູ້ເປັນເຈົ້າໄດ້ເວົ້ານັ້ນ ແລະ ຖາມເພິ່ນວ່າ, “ທ່ານຈະເລືອກເອົາຢ່າງໃດ?
\v 12 ຄື ເກີດການອຶດຢາກສາມປີ; ແລ່ນປົບໜີຈາກກອງທັບສັດຕູ ສາມເດືອນ; ໃຫ້ອົງພຣະຜູ້ເປັນເຈົ້າໃຊ້ດາບໂຈມຕີ ແລະ ນາໍໂຣກລະບາດມາສູ່ດິນແດນຂອງທ່ານສາມມື້ ໂດຍໃຫ້ເທວະດາຂອງອົງພຣະຜູ້ເປັນເຈົ້າ ນາໍເອົາຄວາມຕາຍມາສູ່ທົ່ວທັງຊາດອິດສະຣາເອນ. ທ່ານຈະໃຫ້ຄໍາຕອບຢ່າງໃດແກ່ພຣະອົງ?”
\s5
\v 13 ກະສັດດາວິດ ຈຶ່ງຕອບວ່າ, “ເຮົາຕົກຢູ່ໃນສະພາບຈົນຕາແຈແທ້ ໆ ແຕ່ເຮົາບໍ່ຕ້ອງການໃຫ້ມະນຸດລົງໂທດໃຫ້ອົງພຣະຜູ້ເປັນເຈົ້າເອງລົງໂທດເຮົາສາ ເພາະພຣະອົງ ມີໃຈເມດຕາ. ”
\v 14 ດັ່ງນັ້ນ ອົງພຣະຜູ້ເປັນເຈົ້າຈຶ່ງສົ່ງພະຍາດລະບາດມາສູ່ປະເທດອິດສະຣາເອນ ແລະ ເຈັດສິບພັນຄົນໄດ້ຕາຍໄປ.
\v 15 ແລ້ວພຣະເຈົ້າກໍສົ່ງເທວະດາມາ ເພື່ອຈະທໍາລາຍນະຄອນເຢຣູຊາເລັມ ແຕ່ພຣະອົງປ່ຽນໃຈ ແລະ ສັ່ງເທວະດາວ່າ, “ຢຸດ! ຊໍ່ານີ້ກໍພໍແລ້ວ. ” ໃນຂະນະນັ້ນ ເທວະດາກາໍ ລັງຢືນຢູ່ໃກ້ລານຟາດເຂົ້າຂອງອາໂຣນາ ຊາວເຢບຸດ.
\s5
\v 16 ກະສັດດາວິດ ໄດ້ເຫັນເທວະດາຂອງ ອົງພຣະຜູ້ເປັນເຈົ້າຂອງຕົນນັ້ນຢືນຢູ່ໃນອາກາດໂດຍຖືດາບຢູ່ໃນມື ຕຽມພ້ອມທີ່ຈະທາໍລາຍນະຄອນເຢຣູຊາເລັມ. ແລ້ວກະສັດດາວິດ ແລະ ບັນດາຜູ້ນາໍປະຊາຊົນທຸກຄົນລ້ວນແຕ່ໃສ່ເຄື່ອງທີ່ເຮັດດ້ວຍຜ້າກະສອບເຂົ້າ ໄດ້ຂາບລົງດິນ.
\v 17 ກະສັດດາວິດ ພາວັນນາອະທິຖານວ່າ, “ ຂ້ານ້ອຍເປັນຜູ້ເຮັດຜິດ. ຂ້ານ້ອຍເປັນຜູ້ອອກຄໍາສັ່ງໃຫ້ນັບຈາໍນວນປະຊາຊົນ. ຄົນຍາກຈົນເຫລົ່ານີ້ໄດ້ເຮັດຜິດຫຍັງ? ຂ້າແດ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງຂ້ານ້ອຍເອີຍ ໂຜດລົງໂທດຂ້ານ້ອຍກັບຄອບຄົວຂອງຂ້ານ້ອຍສາ ແລະ ໄວ້ຊີວິດປະຊາຊົນຂອງພຣະອົງດ້ວຍເຖີດ.”
\s5
\v 18 ເທວະດາຂອງອົງພຣະຜູ້ເປັນເຈົ້າບອກ ກາດ ໃຫ້ສັ່ງກະສັດດາວິດໄປສ້າງແທ່ນບູຊາ ແທ່ນໜຶ່ງຖວາຍແກ່ອົງພຣະຜູ້ເປັນເຈົ້າ ທີ່ລານຟາດເຂົ້າຂອງອາໂຣນາ.
\v 19 ກະສັດ ດາວິດໄດ້ປະຕິບັດຕາມຄໍາສັ່ງຂອງອົງພຣະຜູ້ເປັນເຈົ້າ ແລະ ເພິ່ນໄດ້ໄປທີ່ນັ້ນຕາມທີ່ ກາດໄດ້ບອກ.
\v 20 ອາໂຣນາ ແລະ ລູກຊາຍສີ່ຄົນຂອງຕົນພວມຟາດເຂົ້າຢູ່ໃນລານຂອງຕົນ ແລະ ເມື່ອພວກເຂົາໄດ້ເຫັນເທວະດາກໍພາກັນແລ່ນໜີໄປລີ້.
\s5
\v 21 ເມື່ອອາໂຣນາ ເຫັນກະສັດດາວິດກາໍລັງມາ ລາວຈຶ່ງຟ້າວອອກຈາກລານເຂົ້າໄປຫາເພິ່ນ ແລະ ຂາບລົງຕ້ອນຮັບ.
\v 22 ກະສັດດາວິດກ່າວແກ່ລາວວ່າ, “ຈົ່ງຂາຍ ລານເຂົ້ານີ້ໃຫ້ເຮົາສາ ເພື່ອເຮົາຈະໄດ້ສ້າງແທ່ນບູຊາຖວາຍແກ່ອົງພຣະຜູ້ເປັນເຈົ້າ ແລະ ພະຍາດລະບາດຈະໄດ້ເຊົາ. ເຮົາຈະຈ່າຍຄ່າລານເຂົ້າໃຫ້ເຈົ້າເຕັມລາຄາ.”
\s5
\v 23 ອາໂຣນາ ຕອບວ່າ, “ຂ້າແດ່ພະຣາຊາ ຈົ່ງເອົາໄປເຖີດ ແລະ ກະທາໍຕາມທີ່ທ່ານປະສົງ. ທີ່ນີ້ມີງົວເພື່ອເຜົາທີ່ເທິງແທ່ນບູຊາ ແລະ ມີໄມ້ຟືນທີ່ລານ ເພື່ອໃຊ້ເປັນຟືນເຜົາ ພ້ອມທັງມີເຂົ້າ ເພື່ອໃຊ້ເປັນເຄື່ອງຖວາຍບູຊາດ້ວຍ. ຂ້ານ້ອຍຂໍມອບໃຫ້ທ່ານທັງໝົດ. ”
\v 24 ແຕ່ກະສັດຕອບວ່າ, “ບໍ່ ເຮົາຈະຈ່າຍໃຫ້ເຈົ້າເຕັມລາຄາ ເຮົາຈະບໍ່ຖວາຍບູຊາສິ່ງທີ່ເຮົາໄດ້ລ້າຈາກເຈົ້າ ເປັນເຄື່ອງບູຊາໃຫ້ແກ່ອົງພຣະຜູ້ເປັນເຈົ້າດອກ.”
\s5
\v 25 ເພິ່ນໄດ້ຈ່າຍຄ່າລານເຂົ້າໃຫ້ອາໂຣນາ ຫົກຮ້ອຍຫລຽນຄໍາ.
\v 26 ໃນທີ່ນັ້ນ ເພິ່ນໄດ້ສ້າງແທ່ນບູຊາແທ່ນໜຶ່ງ ໃຫ້ອົງພຣະຜູ້ເປັນເຈົ້າ ພ້ອມທັງໄດ້ຖວາຍເຄື່ອງເຜົາບູຊາ ແລະ ຖວາຍບູຊາເພື່ອຄວາມສາມັກຄີທາໍ. ເພິ່ນໄດ້ພາວັນນາອະທິຖານຕໍ່ອົງພຣະຜູ້ເປັນເຈົ້າ ແລະ ພຣະອົງໄດ້ຕອບຄໍາພາວັນນາອະທິຖານຂອງເພິ່ນ ໂດຍສົ່ງໄຟລົງມາແຕ່ສະຫວັນໄໝ້ເຄື່ອງຖວາຍ ທີ່ເທິງແທ່ນບູຊານັ້ນ.
\v 27 ອົງພຣະຜູ້ເປັນເຈົ້າໄດ້ສັ່ງເທວະດາໃຫ້ເອົາດາບມ້ຽນໄວ້ ແລະ ເທວະດາຕົນນັ້ນກໍໄດ້ເຊື່ອຟັງພຣະອົງ.
\s5
\v 28 ເມື່ອກະສັດດາວິດ ເຫັນວ່າອົງພຣະຜູ້ເປັນເຈົ້າໄດ້ຕອບຄໍາພາວັນນາອະທິຖານຂອງຕົນເຊັ່ນນີ້; ສະນັ້ນ ເພິ່ນຈຶ່ງໄດ້ຖວາຍເຄື່ອງບູຊາເທິງແທ່ນບູຊາ ທີ່ລານຟາດເຂົ້າຂອງອາໂຣນາ.
\v 29 ໃນເວລານັ້ນ ຫໍເຕັນບ່ອນອົງພຣະຜູ້ເປັນເຈົ້າສະຖິດຢູ່ ຊຶ່ງໂມເຊໄດ້ສ້າງຂຶ້ນທີ່ຖິ່ນແຫ້ງແລ້ງກັນດານ ແລະ ແທ່ນບູຊາທີ່ໃຊ້ເພື່ອຖວາຍເຄື່ອງເຜົາບູຊາ ກໍຍັງຢູ່ໃນບ່ອນນະມັດສະການທີ່ກີເບໂອນ;
\v 30 ແຕ່ກະສັດດາວິດໄປນະມັດສະການພຣະເຈົ້າທີ່ນັ້ນບໍ່ໄດ້ ເພາະເພິ່ນຢ້ານດາບຂອງເທວະດາຂອງອົງພຣະຜູ້ເປັນເຈົ້າ.
\s5
\c 22
\p
\v 1 ດັ່ງນັ້ນ ກະສັດດາວິດຈຶ່ງກ່າວວ່າ, “ບ່ອນນີ້ຈະເປັນ​ທີ່ຕັ້ງວິຫານຂອງອົງພຣະຜູ້ເປັນເຈົ້າ ພຣະເຈົ້າ. ນີ້ແມ່ນແທ່ນບູຊາທີ່ຊາວອິດສະຣາເອນໃຊ້ເພື່ອເຜົາເຄື່ອງບູຊາ. ”
\v 2 ກະສັດດາວິດໄດ້ສັ່ງໃຫ້ຊາວຕ່າງດ້າວທັງໝົດ ທີ່ອາໄສຢູ່ໃນຊາດອິດສະຣາເອນ ມາເຕົ້າໂຮມກັນ ແລະ ໃຫ້ພວກເຂົາເຮັດວຽກ. ບາງຄົນໃນພວກເຂົາໄດ້ຕຽມສະກັດຫິນເພື່ອສ້າງພຣະວິຫານ.
\s5
\v 3 ເພິ່ນຈັດຫາເຫລັກເປັນຈໍານວນຫລວງຫລາຍ ສໍາລັບເຮັດຕະປູກັບບານພັບ ເພື່ອໃຊ້ຈັບປະຕູໄມ້ ແລະ ທອງສໍາຣິດເປັນຈາໍນວນຫລວງຫລາຍ ຈົນເກີນກວ່າທີ່ຈະຊັ່ງນາໍ້ໜັກໄດ້.
\v 4 ຊາວຕີເຣ ກັບຊາວຊີໂດນ ໄດ້ນາໍໄມ້ສົນສີດາເປັນທ່ອນຈາໍນວນຫລວງຫລາຍມາໃຫ້.
\v 5 ກະສັດດາວິດຄິດວ່າ, “ພຣະວິຫານທີ່ໂຊໂລໂມນ ລູກຊາຍເຮົາ ຈະສ້າງຂຶ້ນສໍາລັບອົງພຣະຜູ້ເປັນເຈົ້າ ນີ້ຕ້ອງງາມແລະເປັນທີ່ຊ່າລືກັນໄປທົ່ວໂລກ, ແຕ່ລາວຍັງໜຸ່ມ ແລະ ຂາດປະສົບການ. ດັ່ງນັ້ນ ເຮົາຈຶ່ງຕ້ອງເປັນຜູ້ຈັດຕຽມສິ່ງຕ່າງ ໆ ໄວ້ໃຫ້ລາວ. ” ສະນັ້ນກະສັດດາວິດຈຶ່ງໄດ້ຈັດຫາວັດສະດຸກໍ່ສ້າງໄວ້ເປັນຈາໍນວນຫລວງຫລາຍ ກ່ອນເພິ່ນຕາຍໄປ.
\s5
\v 6 ກະສັດດາວິດໄດ້ເອີ້ນໂຊໂລໂມນ ລູກຊາຍຂອງເພິ່ນມາ ແລະ ສັ່ງລາວໃຫ້ສ້າງວິຫານສໍາລັບອົງພຣະຜູ້ເປັນເຈົ້າ ພຣະເຈົ້າແຫ່ງຊາດອິດສະຣາເອນ.
\v 7 ກະສັດດາວິດກ່າວແກ່ລາວວ່າ, “ລູກເອີຍ ພໍ່ຢາກຈະສ້າງ ວິຫານເພື່ອຍ້ອງຍໍໃຫ້ກຽດອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພໍ່.
\v 8 ແຕ່ອົງພຣະຜູ້ເປັນເຈົ້າ ໄດ້ບອກພໍ່ວ່າ ພໍ່ໄດ້ຂ້າຄົນຢ່າງຫລວງຫລາຍ ແລະ ເຮັດເສິກມາຕະຫລອດ. ສະນັ້ນ ເພາະ ການນອງເລືອດທັງໝົດທີ່ພໍ່ໄດ້ກ້ະທາໍມານັ້ນແຫລະ ພຣະອົງຈຶ່ງບໍ່ໃຫ້ພໍ່ສ້າງວິຫານສໍາລັບພຣະອົງ.
\s5
\v 9 ເຖິງຢ່າງໃດກໍຕາມ, ພຣະອົງໄດ້ສັນຍາກັບພໍ່ວ່າ ‘ເຈົ້າຈະມີລູກຊາຍຜູ້ໜຶ່ງ ຜູ້ທີ່ຈະປົກຄອງປະເທດຢ່າງສະຫງົບສຸກ ເພາະເຮົາຈະໃຫ້ລາວຢູ່ເຢັນເປັນສຸກ ພົ້ນຈາກສັດຕູທັງປວງ. ລາວຈະຊື່ວ່າ ໂຊໂລໂມນ [ຣ] ເພາະໃນອານາຈັກຂອງລາວ ເຮົາຈະໃຫ້ຊາດອິດສະຣາເອນຢູ່ເຢັນເປັນສຸກ ແລະ ມີຄວາມປອດໄພ.
\v 10 ລາວຈະເປັນຜູ້ສ້າງວິຫານໃຫ້ເຮົາ ແລະ ລາວຈະເປັນລູກຊາຍຂອງເຮົາ ແລະ ເຮົາຈະເປັນພໍ່ຂອງລາວ. ເຊື້ອວົງຂອງລາວຈະປົກຄອງຊາດອິດສະຣາເອນຕະຫລອດໄປ.
\s5
\v 11 ກະສັດດາວິດ ກ່າວຕໍ່ໄປວ່າ, “ບັດນີ້ລູກເອີຍ ຂໍໃຫ້ອົງພຣະຜູ້ເປັນເຈົ້າສະຖິດຢູ່ກັບເຈົ້າ ແລະ ຂໍໃຫ້ເຈົ້າຈະເລີນຂຶ້ນເຖີດ ເພື່ອເຈົ້າຈະສ້າງວິຫານສໍາລັບອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງເຈົ້າໃຫ້ສໍາເລັດ.
\v 12 ແລະ ຂໍອົງພຣະຜູ້ເປັນເຈົ້າ ໂຜດໃຫ້ເຈົ້າມີຄວາມເຂົ້າໃຈອັນເລິກເຊິ່ງ ແລະ ປະກອບດ້ວຍສະຕິປັນຍາ ແລະ ຕັ້ງເຈົ້າໄວ້ເພື່ອປົກຄອງຊາດອິດ ສະຣາເອນ ແລະ ໃຫ້ເຈົ້າຖືຮັກສາກົດບັນຍັດ ຂອງອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງເຈົ້າ.
\v 13 ຖ້າເຈົ້າຍອມເຮັດຕາມກົດບັນຍັດທັງໝົດ ຊຶ່ງອົງພຣະຜູ້ເປັນເຈົ້າໄດ້ມອບໃຫ້ໂມເຊ ສໍາລັບຊາດອິດສະຣາເອນນັ້ນ ເຈົ້າກໍຈະຈະເລີນຂຶ້ນ. ຈົ່ງເດັດດ່ຽວແລະກ້າຫານ ຢ່າໃຫ້ສິ່ງໃດສິ່ງໜຶ່ງເຮັດໃຫ້ເຈົ້າຕ້ອງຢ້ານກົວເລີຍ.
\s5
\v 14 ສໍາລັບການສ້າງພຣະວິຫານຂອງອົງພຣະຜູ້ເປັນເຈົ້ານັ້ນ ພໍ່ໄດ້ລົງແຮງສະສົມຄໍາ ໄວ້ແລ້ວຫລາຍກວ່າສາມພັນສີ່ຮ້ອຍໂຕນ ແລະ ເງິນ ອີກຫລາຍກວ່າສາມສິບສີ່ພັນໂຕນ. ນອກນີ້ຍັງມີທອງສໍາຣິດ ແລະ ເຫລັກ ທີ່ຖືກຈັດຫາໄວ້ໂດຍບໍ່ຈາໍກັດຈາໍນວນແລ້ວ. ພໍ່ຍັງໄດ້ຈັດຫາໄມ້ ແລະ ຫິນໄວ້ເຊັ່ນດຽວກັນ ແຕ່ເຈົ້າຕ້ອງຫາມາຕື່ມອີກ.
\s5
\v 15 ເຈົ້າມີຄົນເຮັດວຽກຢ່າງຫລວງຫລາຍ. ຄົນເຫລົ່ານັ້ນເປັນຊ່າງສະກັດຫິນ ຊ່າງກໍ່ ແລະ ຊ່າງໄມ້ ພ້ອມທັງຊ່າງສີມືທຸກຊະນິດ ເຊັ່ນ:
\v 16 ຊ່າງຄໍາ, ຊ່າງເງິນ, ຊ່າງທອງສໍາຣິດ ແລະ ຊ່າງເຫລັກ. ບັດນີ້ ຈົ່ງລົງມືສ້າງພຣະວິຫານສາ ຂໍອົງພຣະຜູ້ເປັນເຈົ້າສະຖິດຢູ່ນໍາເຈົ້າເທີ້ນ.”
\s5
\v 17 ກະສັດດາວິດສັ່ງພວກຜູ້ນາໍໝົດທຸກຄົນ ໃຫ້ຊ່ວຍໂຊໂລໂມນ
\v 18 ເພິ່ນກ່າວວ່າ, “ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ໄດ້ສະຖິດຢູ່ນາໍພວກເຈົ້າ ແລະ ໄດ້ໃຫ້ພວກເຈົ້າມີຄວາມສະຫງົບສຸກຮອບດ້ານ. ພຣະອົງໄດ້ໃຫ້ຂ້າພະເຈົ້າຮົບຊະນະຊົນຊາດທັງປວງ ທີ່ອາໄສຢູ່ໃນດິນແດນນີ້; ບັດນີ້ ພວກເຂົາຢູ່ໃຕ້ອໍານາດຂອງອົງພຣະຜູ້ເປັນເຈົ້າ ແລະ ໃຕ້ອໍານາດຂອງພວກເຈົ້າ ຊຶ່ງເປັນໄພ່ພົນຂອງພຣະອົງ.
\v 19 ສະນັ້ນ ຈົ່ງຮັບໃຊ້ອົງພຣະຜູ້ ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ດ້ວຍສຸດໃຈແລະສຸດຈິດ. [ລ] ຈົ່ງລົງມືກໍ່ສ້າງພຣະວິຫານຂອງອົງພຣະຜູ້ເປັນເຈົ້າ ພຣະເຈົ້າ ເພື່ອຈະໄດ້ບັນຈຸຫີບພັນທະສັນຍາຂອງອົງພຣະຜູ້ເປັນເຈົ້າ ແລະ ເຄື່ອງສັກສິດອື່ນ ໆ ທີ່ໃຊ້ໃນການນະມັດສະການພຣະອົງ ໄວ້ໃນທີ່ນັ້ນ.”
\s5
\c 23
\p
\v 1 ເມື່ອກະສັດດາວິດໄດ້ແກ່ຊະຣາຫລາຍແລ້ວ ເພິ່ນໄດ້ແຕ່ງຕັ້ງໂຊໂລໂມນ ລູກຊາຍຂອງເພິ່ນໃຫ້ຂຶ້ນເປັນກະສັດຂອງຊາດອິດສະຣາເອນ ແທນເພິ່ນ.
\v 2 ກະສັດດາວິດໄດ້ເອີ້ນຜູ້ນາໍຊາດອິດສະຣາເອນທັງໝົດ ປະໂຣຫິດທຸກຄົນ ແລະ ພວກເລວີ ທັງໝົດມາປະຊຸມກັນ.
\v 3 ເພິ່ນໄດ້ນັບຈາໍນວນຜູ້ຊາຍຊາວເລວີ ທັງໝົດທີ່ມີອາຍຸສາມສິບປີຂຶ້ນຶໄປ. ຈາໍນວນທັງໝົດມີສາມສິບແປດພັນຄົນ.
\s5
\v 4 ກະສັດມອບໝາຍຊາວສີ່ພັນຄົນ ໃຫ້ບໍລິຫານວຽກງານ ໃນພຣະວິຫານຂອງອົງພຣະຜູ້ເປັນເຈົ້າ; ຫົກພັນຄົນ ໃຫ້ຮັກສາທະບຽນ ແລະ ຕັດສິນຂໍ້ໂຕ້ແຍ້ງຕ່າງ ໆ;
\v 5 ສີ່ພັນຄົນໃຫ້ເຮັດໜ້າທີ່ເຝົ້າຍາມ ແລະ ອີກສີ່ພັນຄົນສໍາລັບສັນລະເສີນ ອົງພຣະຜູ້ເປັນເຈົ້າ ໂດຍໃຊ້ເຄື່ອງດົນຕຼີ ທີ່ກະສັດດາວິດໄດ້ຈັດຫາໄວ້ສໍາລັບນະມັດສະການພຣະເຈົ້າ ໂດຍສະເພາະ.
\v 6 ກະສັດດາວິດໄດ້ແບ່ງພວກເລວີ ອອກເປັນສາມໝວດຕາມຕະກຸນຂອງ ພວກເຂົາ ດັ່ງນີ້: ເກໂຊນ, ໂກຮາດ ແລະ ເມຣາຣີ
\s5
\v 7 ເກໂຊນ ມີລູກຊາຍສອງຄົນດັ່ງນີ້: ລາດານ ແລະ ຊີເມອີ.
\v 8 ລາດານ ມີລູກຊາຍສາມຄົນດັ່ງນີ້: ເຢຮີເອນ, ເຊທາມ ແລະ ໂຢເອນ,
\v 9 ຜູ້ທີ່ເປັນຫົວໜ້າຕະກຸນ ຊຶ່ງສືບເຊື້ອສາຍມາຈາກ ລາດານ. (ຊີເມອີ ມີລູກຊາຍສາມຄົນດັ່ງນີ້: ເຊໂລໂມດ, ຮາສີເອນ ແລະ ຮາຣານ.) [ວ]
\s5
\v 10-11 ຊີເມອີ ມີລູກຊາຍສີ່ຄົນຕາມ ລໍາດັບອາຍຸດັ່ງນີ້: ຢາຮາດ, ຊີນາ, ເຢອຸດ ແລະ ເບຣິອາ. ເຢອຸດ ແລະ ເບຣິອາ ບໍ່ໄດ້ມີເຊື້ອສາຍຫລາຍ. ດັ່ງນັ້ນ ທັງສອງຈຶ່ງໄດ້ນັບເຂົ້າເປັນຕະກຸນດຽວ.
\s5
\v 12 ໂກຮາດ ມີລູກຊາຍສີ່ຄົນດັ່ງນີ້: ອາມຣາມ, ອີຊະຮາ, ເຮັບໂຣນ ແລະ ອຸດຊີເອນ.
\v 13 ອາມຣາມ ລູກຊາຍ ກກົ ຂອງ ເພ່ ນິ ເປນັ ພ່ ຂໍ ອງ ອາໂຣນ ແລະ ໂມເຊ. (ອາໂຣນ ແລະ ເຊື້ອສາຍຂອງລາວໄດ້ຖືກແຍກອອກຢູ່ຕ່າງຫາກ ເພື່ອເບິ່ງແຍງເຄື່ອງສັກສິດຕ່າງ ໆ ຕະຫລອດໄປເຊັ່ນ: ເຜົາເຄື່ອງຫອມຕ່າງ ໆ ໃນການນະມັດສະການ ອົງພຣະຜູ້ເປັນເຈົ້າ, ຮັບໃຊ້ພຣະອົງ ແລະ ອວຍພອນປະຊາຊົນ ໃນນາມຂອງພຣະອົງ.
\v 14 ແຕ່ພວກລູກຊາຍຂອງໂມເຊ ຄົນຂອງພຣະເຈົ້ານັ້ນນັບເຂົ້າກັບພວກເລວີ.)
\s5
\v 15 ໂມເຊ ມີລູກຊາຍສອງຄົນດັ່ງນີ້: ເກໂຊນ ແລະ ເອລີເອເຊ.
\v 16 ຜູ້ນາໍໃນບັນດາລູກຊາຍຂອງເກໂຊນ ແມ່ນ ເຊບູເອນ.
\v 17 ເອລີເອເຊ ມີລູກຊາຍພຽງຄົນດຽວເທົ່ານັ້ນຊື່ວ່າ ເຣຮາບີຢາ ແຕ່ ເຣຮາບີຢາ ມີເຊື້ອສາຍຫລາຍຄົນ.
\v 18 ອີຊະຮາ ລູກຊາຍຜູ້ທີສອງຂອງໂກຮາດ ຫົວໜ້າຕະກຸນມີ ລູກຊາຍຜູ້ໜຶ່ງຊື່ວ່າ ເຊໂລມິດ.
\s5
\v 19 ເຮັບໂຣນ ລູກຊາຍຜູ້ທີສາມຂອງໂກຮາດ ມີລູກຊາຍສີ່ຄົນດັ່ງນີ້: ເຢລິອາ, ອາມາຣີຢາ, ເຢຮາສີເອນ ແລະ ເຢກາມີອາມ.
\v 20 ອຸດຊີເອນ ລູກຊາຍຜູ້ທີສີ່ຂອງໂກຮາດ ມີລູກຊາຍສອງຄົນດັ່ງນີ້: ມີກາ ແລະ ອິດຊີຢາ.
\s5
\v 21 ເມຣາຣີ ມີລູກຊາຍສອງຄົນດັ່ງນີ້: ມາຮະລີ ແລະ ມູຊີ. ມາຮະລີ ມີລູກຊາຍສອງຄົນເຊັ່ນດຽວກັນ ດັ່ງນີ້: ເອເລອາຊາ ແລະ ກີເສ,
\v 22 ແຕ່ ເອເລອາຊາ ໄດ້ຕາຍໄປໂດຍບໍ່ມີລູກຊາຍ ແລະ ມີແຕ່ລູກສາວ. ພວກລູກສາວຂອງລາວໄດ້ແຕ່ງງານກັບລູກຊາຍຂອງກີເສ ພີ່ນ້ອງຕົນເອງ.
\v 23 ມູຊີ ລູກຊາຍຜູ້ທີສອງຂອງເມຣາຣີ ມີລູກຊາຍສາມຄົນ ດັ່ງນີ້: ມາຮະລີ, ເອເດ ແລະ ເຢເຣໂມດ.
\s5
\v 24 ຄົນເຫລົ່ານີ້ ເປັນເຊື້ອສາຍຂອງເລວີ ຕາມຕະກຸນ ແລະ ຄອບຄົວທີ່ທຸກຄົນໄດ້ຖືກຈົດຊື່ໄວ້ໃນບັນຊີຂອງໃຜລາວ. ແຕ່ລະຄົນໃນເຊື້ອສາຍຂອງລາວ ທີ່ມີອາຍຸຕັ້ງແຕ່ຊາວປີຂຶ້ນໄປ ກໍມີສ່ວນໃນວຽກງານຂອງອົງພຣະຜູ້ເປັນເຈົ້າ ຢູ່ໃນວິຫານຂອງພຣະອົງ.
\v 25 ກະສັດດາວິດເວົ້າວ່າ, “ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງຊາດອິດສະຣາເອນ ໄດ້ໃຫ້ປະຊາຊົນຂອງພຣະອົງ ຢູ່ເຢັນເປັນສຸກ ແລະ ພຣະອົງເອງກໍຈະສະຖິດຢູ່ທີ່ນະຄອນເຢຣູຊາເລັມຕະຫລອດໄປ.
\v 26 ດັ່ງນັ້ນ ຈຶ່ງບໍ່ມີຄວາມຈາໍເປັນທີ່ພວກເລວີ ຕ້ອງຫາມຫໍເຕັນ ບ່ອນພຣະເຈົ້າສະຖິດຢູ່ ແລະ ເຄື່ອງໃຊ້ໃນການນະມັດສະການອີກຕໍ່ໄປ.”
\s5
\v 27 ຕາມຫລັກຄໍາແນະນາໍ ເທື່ອສຸດທ້າຍຂອງກະສັດດາວິດ ແລ້ວຄົນເລວີທີ່ມີອາຍຸ ຊາວປີຂຶ້ນໄປຕ້ອງຈົດຊື່ເຂົ້າຮັບໃຊ້ໃນວຽກງານ.
\v 28 ພວກເຂົາໄດ້ຮັບມອບໝາຍ ໜ້າທີ່ດັ່ງຕໍ່ໄປນີ້: ຊ່ວຍປະໂຣຫິດທີ່ສືບເຊື້ອສາຍມາຈາກອາໂຣນ ກ່ຽວກັບການນະມັດສະການໃນພຣະວິຫານຂອງອົງພຣະ ຜູ້ເປັນເຈົ້າ ຮັກສາບົວລະບັດເດີ່ນ ແລະ ຫ້ອງ ຕ່າງ ໆ ຂອງພຣະວິຫານ ແລະ ຮັກສາສິ່ງສັກສິດທຸກຢ່າງ ໃນວິຫານຂອງພຣະເຈົ້າ;
\v 29 ຮັບຜິດຊອບເຂົ້າຈີ່ທີ່ຖວາຍແກ່ພຣະເຈົ້າ, ແປ້ງເຂົ້າທີ່ໃຊ້ໃນການຖວາຍບູຊາ, ເຂົ້າໜົມທີ່ບໍ່ມີເຊື້ອແປ້ງ, ເຄື່ອງປີ້ງບູຊາ ແລະ ແປ້ງເຂົ້າປະສົມນາໍ້ມັນໝາກກອກເທດ; ຊັ່ງ ແລະ ຕັກຕວງເຄື່ອງຖວາຍໃນພຣະວິຫານ;
\s5
\v 30 ແລະ ພວກເຂົາຈະຕ້ອງຢືນຮັບໃຊ້ເພື່ອໂມທະນາຂອບພຣະຄຸນ ແລະ ຍ້ອງຍໍສັນລະເສີນອົງພຣະຜູ້ເປັນເຈົ້າ ທຸກ ໆ ເຊົ້າ ແລະ ທຸກ ໆ ແລງ
\v 31 ແລະ ເມື່ອໃດທີ່ມີການເຜົາບູຊາດ້ວຍໄຟ ຖວາຍແກ່ອົງພຣະຜູ້ເປັນເຈົ້າ ໃນວັນຊະບາໂຕ, ວັນຂຶ້ນເດືອນໃໝ່ ແລະ ວັນອື່ນ ໆ ອີກ. ກົດຕ່າງ ໆ ນີ້ໄດ້ເຮັດໄວ້ຢ່າງສະເພາະເຈາະຈົງຕໍ່ຈາໍນວນຄົນເລວີ ທີ່ໄດ້ຖືກມອບໝາຍໃຫ້ເຮັດວຽກນີ້. ຊາວເລວີໄດ້ຖືກມອບໝາຍໃຫ້ປະຕິບັດໜ້າທີ່ ນະມັດສະການອົງພຣະຜູ້ເປັນເຈົ້າສືບໄປ.
\s5
\v 32 ພວກເຂົາຮັບຜິດຊອບຊ່ວຍພີ່ນ້ອງຂອງພວກເຂົາເບິ່ງແຍງຫໍເຕັນ ບ່ອນອົງພຣະຜູ້ເປັນເຈົ້າສະຖິດຢູ່ ແລະ ພຣະວິຫານ; ແລະ ຊ່ວຍບັນດາປະໂຣຫິດທີ່ສືບເຊື້ອສາຍມາຈາກ ອາໂຣນ ໃນການນະມັດສະການ.
\s5
\c 24
\p
\v 1 ຄົນເຫລົ່ານີ້ ໄດ້ສືບເຊື້ອສາຍມາຈາກອາໂຣນ. ອາໂຣນ ມີລູກຊາຍສີ່ຄົນດັ່ງນີ້: ນາດາບ, ອາບີຮູ, ເອເລອາຊາ ແລະ ອີທາມາ.
\v 2 ນາດາບ ແລະ ອາບີຮູ ຕາຍໄປກ່ອນພໍ່ ແລະ ບໍ່ໄດ້ສືບເຊື້ອສາຍໃຫ້ຜູ້ໃດເລີຍ; ດັ່ງນັ້ນ ເອເລອາຊາ ແລະ ອີທາມາ ນ້ອງຂອງພວກເຂົາຈຶ່ງຂຶ້ນເປັນປະໂຣຫິດ.
\v 3 ກະສັດດາວິດຈັດເຊື້ອສາຍຂອງອາໂຣນ ເປັນສອງ ໝວດຕາມໜ້າທີ່ການຂອງພວກເຂົາ. ຊາດົກຜູ້ສືບເຊື້ອສາຍມາຈາກເອເລອາຊາ ແລະ ອາຮີເມເຫລັກ ຜູ້ສືບເຊື້ອສາຍມາຈາກອີທາມາ ເປັນຜູ້ຊ່ວຍເພິ່ນໃນວຽກງານນີ້.
\s5
\v 4 ເຊື້ອສາຍຂອງເອເລອາຊາ ໄດ້ຖືກແບ່ງອອກເປັນສິບຫົກໝວດ ສ່ວນເຊື້ອສາຍຂອງອີທາມາ ໄດ້ຖືກແບ່ງອອກເປັນແປດໝວດ; ການເຮັດເຊັ່ນນີ້ ເພາະເຊື້ອສາຍຂອງເອເລອາຊາ ມີເພດຊາຍເປັນຫົວໜ້າຄອບຄົວຫລາຍກວ່າ.
\v 5 ໃນເມື່ອທັງເຊື້ອສາຍຂອງເອເລອາຊາ ແລະ ອີທາມາ ມີເຈົ້າໜ້າທີ່ໃນພຣະວິຫານ ແລະ ຜູ້ນາໍທາງດ້ານຈິດວິນຍານ ໃນທ່າມກາງພວກເຂົາ. ດັ່ງນັ້ນ ການມອບໝາຍໜ້າທີ່ຈຶ່ງໃຊ້ສະຫລາກ.
\s5
\v 6 ເຊື້ອສາຍຂອງເອເລອາຊາ ແລະຂອງອີທາມາ ໄດ້ປ່ຽນຜຽນກັນໃຊ້ສະຫລາກ. ແລ້ວພວກເຂົາກໍໄປຈົດຊື່ນາໍເຊມາອີຢາ ລູກຊາຍຂອງເນທາເນນ ຜູ້ເປັນເລຂາທິການຂອງຊາວເລວີ. ກະສັດ, ບັນດາຂ້າຣາຊການ, ປະໂຣຫິດຊາດົກ, ອາຮີເມເຫລັກ ຜູ້ເປັນລູກຊາຍຂອງອາບີອາທາ ແລະ ບັນດາຫົວໜ້າຄອບຄົວຂອງປະໂຣຫິດ ແລະ ຂອງຊາວ ເລວີ ທັງໝົດຕ່າງກໍຮູ້ເຫັນເປັນພະຍານນາໍ.
\s5
\v 7-18 ຕໍ່ໄປແມ່ ນ ຊາວສີ່ຄອບຄົວທີ່ໄດ້ຖືກມອບໝາຍໜ້າທີ່ໃຫ້ຮັບຜິດຊອບ ເປັນລໍາດັບດັ່ງນີ້: ທີໜຶ່ງ ເຢໂຮຍອາຣິບ; ທີສອງ ເຢດາອີອາ; ທີສາມ ຮາຣິມ; ທີສີ່ ເຊໂອຣິມ; ທີຫ້າ ມັນກີຢາ; ທີຫົກ ມີຢາມິນ; ທີເຈັດ ຮັກກົດ; ທີແປດ ອາບີຢາ; ທີເກົ້າ ເຢຊູອາ; ທີສິບ ເຊການີອາ; ທີສິບເອັດ ເອລີອາຊິບ; ທີສິບສອງ ຢາກິມ; ທີສິບສາມ ຮຸບປາ; ທີສິບສີ່ ເຢເສເບອັບ; ທີສິບຫ້າ ບີລະກາ; ທີສິບຫົກ ອີມເມ; ທີສິບເຈັດ ເຮຊີຣະ; ທີສິບແປດ ຮັບປີເຊດ; ທີສິບເກົ້າ ເປທະຮີຢາ; ທີຊາວ ເຢເຮເກນ; ທີຊາວເອັດ ຢາກິນ; ທີຊາວສອງ ກາມູນ; ທີຊາວສາມ ເດລາອີຢາ; ທີຊາວສີ່ ມາອາຊີອາ.
\s5
\v 19 ຄົນເຫລົ່ານີ້ ໄດ້ຖືກຈົດຊື່ໄວ້ຕາມໜ້າທີ່ ຊຶ່ງໄດ້ຮັບມອບໝາຍໃຫ້ເຮັດໃນພຣະວິຫານຂອງອົງພຣະຜູ້ເປັນເຈົ້າ ແລະ ເຮັດໜ້າທີ່ຊຶ່ງອາໂຣນ ບັນພະບຸລຸດຂອງພວກເຂົາໄດ້ວາງໄວ້; ເພື່ອປະຕິບັດຕາມຂໍ້ຄໍາສັ່ງຂອງອົງພຣະຜູ້ເປັນເຈົ້າ ພຣະເຈົ້າແຫ່ງຊາດອິດສະຣາເອນ.
\s5
\v 20 ຄົນເຫລົ່ານີ້ ເປັນຫົວໜ້າຄອບຄົວ ທີ່ສືບເຊື້ອສາຍມາຈາກເລວີ ມີດັ່ງນີ້: ເຢເດອີຢາ ເຊື້ອສາຍຂອງອາມຣາມ ສືບມາທາງເຊບູເອນ;
\v 21 ອີຊີຢາ ເຊື້ອສາຍຂອງເຣຮາບີຢາ;
\v 22 ຢາຮັດ ເຊື້ອສາຍຂອງອີຊະຮາ ສືບມາທາງເຊໂລໂມດ;
\s5
\v 23 ເຢຣິຢາ, ອາມາຣິຢາ, ເຢຮາຊີເອນ ແລະ ເຢກາມີອາມ ລ ູກຊາຍຂອງເຮັບໂຣນ ຕາມລໍາດັບອາຍຸ;
\v 24 ຊາເມຍ ເຊື້ອສາຍຂອງອຸດຊີເອນ ສືບມາທາງມີກາ;
\v 25 ເຊກາຣີຢາ ເຊື້ອສາຍຂອງອຸດຊີເອນ ສືບມາທາງອິດຊີຢາ. ລາວເປັນນ້ອງຊາຍຂອງມີກາ;
\s5
\v 26 ມາຮະລີ, ມູຊີ ແລະ ຢາອາຊີຢາ, ເຊື້ອສາຍຂອງເມຣາຣີ.
\v 27 ສ່ວນ ຢາອາຊີຢາ ນັ້ນມີລູກຊາຍສາມຄົນດັ່ງນີ້: ໂຊຮາມ, ຊັກກູເຣ ແລະ ອິບຣີ.
\v 28-29 ມາຮະລີ ມີລູກຊາຍສອງຄົນ: ເອເລອາຊາ ແລະ ກີເຊ. ເອເລອາຊາ ບໍ່ມີລູກຊາຍ ແຕ່ກີເຊນັ້ນມີລູກຊາຍຜູ້ໜຶ່ງຊື່ວ່າ ເຢຣາເມເອນ.
\v 30 ສ່ວນມູຊີ ນັ້ນມີລູກຊາຍ ສາມຄົນດັ່ງນີ້: ມາຮະລີ, ເອເດ ແລະ ເຢຣີໂມດ. ຄົນເຫລົ່ານີ້ແມ່ນຄອບຄົວຕ່າງ ໆ ຂອງຊາວເລວີ.
\s5
\v 31 ຫົວໜ້າຂອງແຕ່ລະ ຄອບຄົວ ແລະ ນ້ອງຊາຍຂອງພວກເຂົາກໍເໝືອນກັນ ໄດ້ໃຊ້ສະຫລາກເລືອກເອົາໜ້າທີ່ຊຶ່ງໄດ້ຖືກມອບໝາຍໃຫ້ ເໝືອນກັນກັບຍາດຕິພີ່ນ້ອງຂອງພວກເຂົາ ຄື ບັນດາປະໂຣຫິດທີ່ສືບເຊື້ອສາຍມາຈາກອາໂຣນ ໄດ້ປະຕິບັດຕໍ່ໜ້າກະສັດດາວິດ, ຊາດົກ, ອາຮີເມເຫລັກ ແລະ ບັນດາຫົວໜ້າຄອບຄົວຂອງປະໂຣຫິດ ແລະ ຂອງຊາວເລວີ ຕ່າງກໍໄດ້ຮູ້ເຫັນ ເປັນພະຍານນາໍ.
\s5
\c 25
\p
\v 1 ກະສັດດາວິດ ແລະ ບັນດາຜູ້ນາໍຂອງຊາວເລວີ ໄດ້ເລືອກຫົວໜ້າຕະກຸນເພື່ອໃຫ້ນາໍ ການນະມັດສະການ ມີດັ່ງນີ້: ອາສັບ, ເຮມານ ແລະ ເຢດູທູນ. ພວກເຂົາປະກາດຖ້ອຍຄໍາ ຂອງພຣະເຈົ້າ ປະສົມປະສານກັບການບັນເລງພິນ ແລະ ຕົບແສ່ງ. ລາຍຊື່ຂອງບຸກຄົນ ທີ່ໄດ້ຖືກຄັດເລືອກ ໃຫ້ນາໍການນະມັດສະການ ພ້ອມກັບໜ້າທີ່ຂອງແຕ່ລະກຸ່ມທີ່ຕົນສັງກັດຢູ່ ມີດັ່ງນີ້:
\v 2 ລູກຊາຍສີ່ຄົນຂອງອາສັບ ມີດັ່ງນີ້: ສັກກູເຣ, ໂຢເຊັບ, ເນທານີຢາ ແລະ ອາຊາເຣລາ. ພວກເຂົາຢູ່ໃຕ້ການຊີ້ນາໍຂອງອາສັບ ຜູ້ປະກາດຖ້ອຍຄໍາ ຂອງພຣະເຈົ້າ ເມື່ອກະສັດສັ່ງການ.
\v 3 ລູກຊາຍຫົກຄົນຂອງເຢດູທູນ ມີດັ່ງນີ້: ເກດາລີຢາ, ເຊຣີ, ເຢຊາອີຢາ, ຊີເມອີ, ຮາຊາບີຢາ ແລະ ມັດຕີທີຢາ. ພາຍໃຕ້ການຊີ້ນາໍຂອງພໍ່ຕົນ ພວກເຂົາໄດ້ປະກາດຖ້ອຍຄໍາຂອງພຣະເຈົ້າ ປະສົມປະສານກັບການບັນເລງພິນ ເພື່ອໂມທະນາຂອບພຣະຄຸນ ແລະ ຮ້ອງເພງສັນລະເສີນອົງພຣະຜູ້ເປັນເຈົ້າ.
\s5
\v 4 ລູກຊາຍສິບສີ່ຄົນຂອງເຮມານ ມີດັ່ງນີ້: ບຸກກີຢາ, ມັດຕານີຢາ, ອຸດຊີເອນ, ເສບູເອນ, ເຢຣິໂມດ, ຮານານິຢາ, ຮານານີ, ເອລີອາທາ, ກິດດັນຕີ, ໂລມັມຕີ ເອເຊ, ໂຢຊະເບກາສາ, ມັນໂລທີ, ໂຮທີຣະ ແລະ ມາຫາຊີອົດ.
\v 5 ພຣະເຈົ້າໄດ້ໃຫ້ເຮມານ ຜູ້ທາໍນວາຍຂອງກະສັດມີລູກຊາຍສິບສີ່ຄົນນີ້ ກັບລູກສາວອີກ ສາມຄົນ ຕາມທີ່ພຣະອົງໄດ້ສັນຍາໄວ້ ເພື່ອໃຫ້ຣິດອໍານາດແກ່ເຮມານ.
\s5
\v 6 ລູກຊາຍທຸກຄົນຕົບແສ່ງກັບດີດພິນ ພາຍໃຕ້ການຊີ້ນາໍຂອງຜູ້ເປັນພໍ່ ເພື່ອປະສົມປະສານການນະມັດສະການ ໃນພຣະວິຫານຂອງອົງພຣະຜູ້ເປັນເຈົ້າ. ສ່ວນອາສັບ, ເຢດູທູນ ແລະ ເຮມານ ແມ່ນຢູ່ໃຕ້ຄໍາສັ່ງຂອງກະສັດ.
\v 7 ຊາຍຊາວສີ່ຄົນນີ້ ລ້ວນແລ້ວແຕ່ ເປັນຜູ້ຊ່ຽວຊານ; ແລະ ພີ່ນ້ອງຊາວເລວີ ກໍລ້ວນແລ້ວແຕ່ເປັນນັກດົນຕຼີ ທີ່ໄດ້ຮັບການ ຝຶກຊ້ອມຖວາຍແກ່ອົງພຣະຜູ້ເປັນເຈົ້າມາແລ້ວ. ພວກເຂົາມີທັງໝົດສອງຮ້ອຍແປດສິບ ແປດຄົນ.
\v 8 ພວກເຂົາໃຊ້ສະຫລາກ ບໍ່ວ່າສໍາລັບຜູ້ໜຸ່ມ ຫລື ຜູ້ແກ່ ບໍ່ວ່າສໍາລັບຜູ້ທີ່ຊໍານານ ຫລື ເລີ່ມຕົ້ນໃໝ່ກໍຕາມ ເພື່ອຮັບໜ້າທີ່ມອບໝາຍ.
\s5
\v 9 ສະຫລາກທີໜຶ່ງ ໄດ້ແກ່ ໂຢເຊັບ ຄອບຄົວອາສັບ; ທີສອງ ໄດ້ແກ່ ເກດາລີຢາ ພ້ອມທັງພວກພີ່ນ້ອງກັບພວກລູກຊາຍຂອງຕົນ ມີສິບສອງຄົນ;
\v 10 ທີສາມ ໄດ້ແກ່ ສັກກູເຣ ພ້ອມທັງພວກລູກຊາຍ ກັບພວກພີ່ນ້ອງ ຂອງຕົນ ມີສິບສອງຄົນ;
\v 11 ທີສີ່ ໄດ້ແກ່ ອິດຊະຣີ ພ້ອມທັງພວກລູກຊາຍ ກັບພວກພີ່ນ້ອງຂອງຕົນ ມີສິບສອງຄົນ;
\v 12 ທີຫ້າ ໄດ້ແກ່ ເນທານີຢາ ພ້ອມທັງພວກລູກຊາຍ ກັບພວກພີ່ນ້ອງຂອງຕົນ ມີສິບສອງຄົນ;
\s5
\v 13 ທີຫົກ ໄດ້ແກ່ ບຸກກີຢາ ພ້ອມທັງພວກ ລູກຊາຍ ກັບພວກພີ່ນ້ອງຂອງຕົນ ມີສິບສອງຄົນ;
\v 14 ທີເຈັດ ໄດ້ແກ່ ເຢຊາເຣລາ ພ້ອມທັງພວກລູກຊາຍ ກັບພວກພີ່ນ້ອງຂອງຕົນ ມີສິບສອງຄົນ;
\v 15 ທີແປດ ໄດ້ແກ່ ເຢສາອີຢາ ພ້ອມທັງພວກລູກຊາຍ ກັບພວກພີ່ນ້ອງຂອງຕົນ ມີສິບສອງຄົນ;
\v 16 ທີເກົ້າ ໄດ້ແກ່ ມັດຕານີຢາ ພ້ອມທັງພວກລູກຊາຍ ກັບພວກພີ່ນ້ອງຂອງຕົນ ມີສິບສອງຄົນ;
\s5
\v 17 ທີສິບ ໄດ້ແກ່ ສີເມອີ ພ້ອມທັງພວກລູກຊາຍ ກັບພວກພີ່ນ້ອງຂອງຕົນ ມີສິບສອງ ຄົນ;
\v 18 ທີສິບເອັດ ໄດ້ແກ່ ອາຊາເຣນ ພ້ອມທັງພວກລູກຊາຍ ກັບພວກພີ່ນ້ອງຂອງຕົນ ມີສິບສອງຄົນ;
\v 19 ທີສິບສອງ ໄດ້ແກ່ ຮາສາບີຢາ ພ້ອມທັງພວກລູກຊາຍ ກັບພວກ ພີ່ນ້ອງຂອງຕົນ ມີສິບສອງຄົນ;
\v 20 ທີສິບສາມ ໄດ້ແກ່ ຊູບາເອນ ພ້ອມທັງພວກລູກຊາຍ ກັບພວກພີ່ນ້ອງຂອງຕົນ ມີສິບສອງຄົນ;
\s5
\v 21 ທີສິບສີ່ ໄດ້ແກ່ ມັດຕີທີຢາ ພ້ອມທັງພວກລູກຊາຍ ກັບພວກພີ່ນ້ອງຂອງຕົນ ມີສິບສອງຄົນ;
\v 22 ທີສິບຫ້າ ໄດ້ແກ່ ເຢເຣໂມດ ພ້ອມທັງພວກລູກຊາຍ ກັບພວກພີ່ນ້ອງຂອງຕົນ ມີສິບສອງຄົນ;
\v 23 ທີສິບຫົກ ໄດ້ແກ່ ຮານານີຢາ ພ້ອມທັງພວກລູກຊາຍ ກັບພວກ ພີ່ນ້ອງຂອງຕົນ ມີສິບສອງຄົນ;
\v 24 ທີສີບເຈັດ ໄດ້ແກ່ ໂຢສະເບກາສາ ພ້ອມທັງພວກ ລູກຊາຍ ກັບພວກພີ່ນ້ອງຂອງຕົນ ມີສິບສອງຄົນ;
\s5
\v 25 ທີສິບແປດ ໄດ້ແກ່ ຮານານີ ພ້ອມທັງ ພວກລູກຊາຍ ກັບພວກພີ່ນ້ອງຂອງຕົນ ມີສິບສອງຄົນ;
\v 26 ທີສິບເກົ້າ ໄດ້ແກ່ ມັນໂລທີ ພ້ອມທັງພວກລູກຊາຍ ກັບພວກພີ່ນ້ອງຂອງຕົນ ມີສິບສອງຄົນ;
\v 27 ທີຊາວ ໄດ້ແກ່ ເອລີອາທາ ພ້ອມທັງພວກລູກຊາຍ ກັບພວກ ພີ່ນ້ອງຂອງຕົນ ມີສິບສອງຄົນ;
\v 28 ທີຊາວເອັດ ໄດ້ແກ່ ໂຮທີຣະ ພ້ອມທັງພວກລູກຊາຍ ກັບພວກພີ່ນ້ອງຂອງຕົນ ມີສິບສອງຄົນ;
\s5
\v 29 ທີຊາວສອງ ໄດ້ແກ່ ກິດດານຕີ ພ້ອມທັງພວກລູກຊາຍ ກັບພວກພີ່ນ້ອງຂອງຕົນ ມີສິບສອງຄົນ;
\v 30 ທີຊາວສາມ ໄດ້ແກ່ ມາຮາຊີອົດ ພ້ອມທັງພວກລູກຊາຍ ກັບພວກພີ່ນ້ອງຂອງຕົນ ມີສິບສອງຄົນ;
\v 31 ທີຊາວສີ່ ໄດ້ແກ່ ໂຣມາມຕີເອເຊ ພ້ອມທັງພວກລູກຊາຍ ກັບພວກພີ່ນ້ອງຂອງຕົນ ມີສິບສອງຄົນ.
\s5
\c 26
\p
\v 1 ຄົນເລວີ ເຫລົ່ານີ້ມີໜ້າທີ່ເຝົ້າຍາມພຣະວິຫານ. ຈາກຕະກຸນຂອງໂກຣາ ແມ່ນ ເມເສເລມີຢາ ລູກຊາຍຂອງໂກເຣໃນຄອບຄົວຂອງອາສັບ.
\v 2 ລາວມີລູກຊາຍເຈັດຄົນຕາມ ລໍາດັບອາຍຸ ດັ່ງນີ້: ເຊກາຣີຢາ, ເຢດີອາເອນ, ເຊບາດີຢາ, ຢາທະນິເອນ,
\v 3 ເອລາມ, ເຢໂຮຮານັນ ແລະ ເອລີເອໂຮນາຍ.
\s5
\v 4 ພຣະເຈົ້າໄດ້ອວຍພອນ ໂອເບັດເອໂດມ ໃຫ້ມີລູກຊາຍແປດຄົນຕາມລໍາດັບອາຍຸ ດັ່ງ ນີ້: ເຊມາອີຢາ, ເຢໂຮຊາບັດ, ໂຢອາ, ສາກາ, ເນທາເນນ,
\v 5 ອາມມີເອນ, ອິດຊາຄາ ແລະ ເປອູນເລໄທ.
\s5
\v 6-7 ເຊມາອີຢາ ລູກຊາຍກົກ ຂອງ ໂອເບັດເອໂດມ ມີລູກຊາຍຫົກຄົນດັ່ງນີ້: ໂອທະນີ, ເຣຟາເອນ, ໂອເບັດ, ເອນຊາບັດ, ເອລີຮູ ແລະ ເຊມາກີຢາ. ພວກເຂົາເປັນຄົນສໍາຄັນ ໃນຕະກຸນ ເພາະພວກເຂົາມີຄວາມສາມາດສູງ; ສອງຄົນສຸດທ້າຍນີ້ຍິ່ງມີຄວາມສາມາດເລີດ.
\s5
\v 8 ຄອບຄົວຂອງໂອເບັດ ເອໂດມ ສືບທອດຜູ້ມີຄວາມສາມາດສູງໃຫ້ທັງໝົດ ຫົກສິບສອງຄົນ ເພື່ອປະກອບສ່ວນເຂົ້າໃນ ວຽກງານດ້ານນີ້.
\v 9 ຄອບຄົວຂອງເມເຊເລມີຢາ ສືບທອດຜູ້ມີຄວາມສາມາດໃຫ້ ສິບແປດຄົນ.
\s5
\v 10 ໂຮສາ ຈາກຕະກຸນເມຣາຣີ ມີລູກຊາຍ ສີ່ຄົນດັ່ງນີ້: ຊີມຣີ (ພໍ່ຂອງລາວໄດ້ຕັ້ງລາວ ໃຫ້ເປັນຫົວໜ້າ ເຖິງແມ່ນວ່າບໍ່ແມ່ນອ້າຍກົກກໍຕາມ),
\v 11 ຮິນກີຢາ, ເຕບາລີຢາ ແລະ ເຊກາຣີຢາ. ສະມາຊິກທັງໝົດໃນຄອບຄົວຂອງໂຮສາ ທີ່ເປັນຜູ້ເຝົ້າຍາມພຣະວິຫານມີ ສິບສາມຄົນ.
\s5
\v 12 ຄົນເຝົ້າຍາມໃນພຣະວິຫານຂອງອົງພຣະຜູ້ເປັນເຈົ້າ ໄດ້ຖືກແບ່ງອອກເປັນໝວດຕາມຄອບຄົວ ແລະພວກເຂົາໄດ້ຖືກມອບໝາຍໜ້າທີ່ໃນພຣະວິຫານ ດັ່ງຄົນເລວີ ອື່ນ ໆ.
\v 13 ແຕ່ລະຄອບຄົວຈະໃຊ້ສະຫລາກເອົາວ່າຕົນຈະຮັບຜິດຊອບປະຕູດ້ານໃດ ໂດຍບໍ່ຄໍານຶງເຖິງວ່າ ຄອບຄົວມີຄົນຫລາຍ ຫລື ຄົນໜ້ອຍ.
\v 14 ເຊເລມີຢາ ຮັບສະຫລາກຖືກປະຕູດ້ານຕາເວັນອອກ ແລະ ເຊກາຣີຢາ ຜູ້ໃຫ້ຄໍາປຶກສາທີ່ດີຕະຫລອດມາ ກໍໄດ້ຮັບສະຫລາກຖືກປະຕູດ້ານເໜືອ.
\s5
\v 15 ໂອເບັດ ເອໂດມ ໄດ້ຮັບສະຫລາກຖືກປະຕູດ້ານໃຕ້ ແລະ ພວກລູກຊາຍຂອງລາວໄດ້ຮັບສະຫລາກຖືກເຝົ້າຍາມຫ້ອງເກັບເຄື່ອງ.
\v 16 ຊຸບປິມ ແລະໂຮສາ ໄດ້ຮັບສະຫລາກຖືກປະຕູດ້ານຕາເວັນຕົກ ແລະປະຕູຊັນເລເກັດ ທີ່ຖະໜົນຂ້າງເທິງ. ໜ້າທີ່ເຝົ້າຍາມນັ້ນໄດ້ຖືກແບ່ງຜຽນເຂົ້າຮັບໜ້າທີ່ສືບຕໍ່ກັນໄປ.
\s5
\v 17 ທາງດ້ານຕາເວັນອອກ ແຕ່ລະມື້ມີຄົນເຝົ້າຍາມຫົກຄົນ; ທາງດ້ານເໜືອມີສີ່ຄົນແລະທາງດ້ານໃຕ້ມີສີ່ຄົນ. ທີ່ຫ້ອງໄວ້ເຄື່ອງມີຄົນເຝົ້າຍາມສີ່ຄົນ ຫ້ອງລະສອງຄົນ.
\v 18 ບ່ອນໃກ້ຕຶກທາງດ້ານຕາເວັນຕົກ ມີຄົນເຝົ້າຍາມສີ່ຄົນ ທີ່ຖະໜົນມີສອງຄົນ ແລະທີ່ຕົວຕຶກມີສອງຄົນ.
\v 19 ອັນນີ້ແມ່ນການມອບໝາຍໜ້າທີ່ເຝົ້າຍາມໃຫ້ແກ່ຕະກຸນໂກຣາ ແລະ ເມຣາຣີ.
\s5
\v 20 ຊາວເລວີ ອື່ນ ໆ [ວ] ມີໜ້າທີ່ເບິ່ງແຍງຄັງຂອງພຣະວິຫານຂອງພຣະເຈົ້າ ແລະ ຫ້ອງໄວ້ຂອງທີ່ໄດ້ອຸທິດຖວາຍແລ້ວ.
\v 21 ລາດານ ລູກຊາຍຜູ້ໜຶ່ງຂອງເກໂຊນ ເປັນບັນພະບຸລຸດຄອບຄົວຕາມໝວດຕ່າງ ໆ ລວມທັງຄອບຄົວຂອງເຢຮີເອລີ ລູກຊາຍຂອງຕົນ.
\v 22 ລູກຊາຍອີກສອງຄົນຂອງລາດານ ເຊດທາມ ແລະ ໂຢເອນ ເປັນຜູ້ເບິ່ງແຍງຄັງພຣະວິຫານຂອງອົງພຣະຜູ້ເປັນເຈົ້າ ແລະ ຫ້ອງໄວ້ເຄື່ອງ.
\s5
\v 23 ໜ້າທີ່ຕ່າງ ໆ ນີ້ຍັງໄດ້ຖືກມອບໝາຍໃຫ້ເຊື້ອສາຍຂອງອາມຣາມ, ອີຊະຮາ, ເຮັບໂຣນ ແລະ ອຸດຊີເອນ.
\v 24 ເຊບູເອນ ຄົນໃນຕະກຸນເກໂຊນ ຜູ້ທີ່ເປັນລູກຊາຍຂອງໂມເຊ ໄດ້ເປັນຫົວໜ້າເຈົ້າໜ້າທີ່ຮັບຜິດຊອບຄັງຂອງພຣະວິຫານ.
\v 25 ໂດຍເປັນດອງກັນກັບເອລີເອເຊ ນ້ອງຊາຍຂອງເກໂຊນ ລາວຈື່ງເປັນພີ່ນ້ອງກັບເຊໂລມິດ. ເອລີເອເຊ ເປັນພໍ່ຂອງເຣຮາບີຢາ, ເຣຮາບີຢາ ເປັນພໍ່ຂອງເຢຊາອີຢາ, ເຢຊາອີຢາ ເປັນພໍ່ຂອງໂຢຣາມ, ໂຢຣາມ ເປັນພໍ່ຂອງຊີກະຣີ, ຊີກະຣີ ເປັນພໍ່ຂອງເຊໂລມິດ.
\s5
\v 26 ເຊໂລມິດ ແລະ ສະມາຊິກໃນຄອບຄົວຂອງລາວ ເປັນຜູ້ເບິ່ງແຍງຂອງຖວາຍທັງໝົດ ທີ່ກະສັດດາວິດ, ບັນດາຫົວໜ້າຄອບຄົວຕ່າງ ໆ, ບັນດາຜູ້ນາໍຕະກຸນໃນໝວດຕ່າງ ໆ ແລະ ບັນດານາຍທະຫານໃນກອງທັບໄດ້ອຸທິດຖວາຍ.
\v 27 ພວກເຂົານາໍເອົາຂອງທີ່ຢຶດໄດ້ ຈາກສະໜາມຮົບ ແລະ ອຸທິດຖວາຍສິ່ງເຫລົ່ານັ້ນເພື່ອໃຊ້ໃນພຣະວິຫານຂອງອົງພຣະຜູ້ເປັນເຈົ້າ.
\v 28 ເຊໂລມິດ ກັບຄອບຄົວຂອງລາວ ເປັນຜູ້ເບິ່ງແຍງທຸກສິ່ງທີ່ໄດ້ອຸທິດຖວາຍ ເພື່ອໃຊ້ໃນພຣະວິຫານ ລວມທັງຂອງຖວາຍຊຶ່ງຜູ້ທາໍນວາຍຊາມູເອນ, ກະສັດໂຊນ, ອັບເນ ຜູ້ເປັນລູກຊາຍຂອງເນຣະ ແລະ ໂຢອາບ ຜູ້ເປັນລູກຊາຍຂອງນາງເຊຣູອີຢາ ໄດ້ນາໍມາຖວາຍ.
\s5
\v 29 ໃນຈໍານວນເຊື້ອສາຍຂອງອີຊະຮາ ນັ້ນ ເກນານີຢາ ກັບລູກຊາຍຂອງລາວໄດ້ຖືກມອບໝາຍໜ້າທີ່ການບໍລິຫານ ຄື ຮັກສາບັນທຶກ ແລະ ແກ້ໄຂການຜິດຖຽງກັນຂອງປະຊາຊົນອິດສະຣາເອນ.
\v 30 ໃນຈໍານວນ ເຊື້ອສາຍຂອງເຮັບໂຣນ ນັ້ນ ຮາຊາບີຢາ ແລະ ພີ່ນ້ອງຂອງລາວໜຶ່ງພັນເຈັດຮ້ອຍຄົນ ລ້ວນແຕ່ເດັ່ນ ໆ ທັງນັ້ນ ເຮັດໜ້າທີ່ບໍລິຫານ ຈັດການວຽກງານຂອງອົງພຣະຜູ້ເປັນເຈົ້າ ພິທີກາໍ ແລະ ດ້ານພົນລະເຮືອນໃນປະເທດ ອິດສະຣາເອນ ທາງຝັ່ງຕາເວັນຕົກຂອງແມ່ນາໍ້ຈໍແດນ.
\s5
\v 31 ເຢຣິຢາ ເປັນຫົວໜ້າໃນເຊື້ອສາຍຂອງເຮັບໂຣນ. ໃນຣາຊການປີທີສີ່ສິບຂອງກະສັດດາວິດ ໄດ້ມີການສືບສວນເບິ່ງສາຍຄອບຄົວ ຂອງເຮັບໂຣນ ຕະຫລອດທັງທະຫານຜູ້ທີ່ເກ່ັງກ້າຂອງຄອບຄົວນີ້ ທີ່ຍັງມີຊີວິດຢູ່ ທີ່ອາໄສໃນເຂດແດນຂອງເມືອງກີເລອາດ.
\v 32 ກະສັດດາວິດ ໄດ້ເລືອກເອົາບັນດາຫົວໜ້າຄອບຄົວທີ່ເກັ່ງກ້າຈາກພີ່ນ້ອງຂອງເຢຣີຢາ ສອງພັນເຈັດຮ້ອຍຄົນ ເພື່ອໃຫ້ເຮັດໜ້າທີ່ບໍລິຫານທາງດ້ານກິດຈະການຂອງພຣະເຈົ້າ ແລະ ດ້ານພົນລະເຮືອນທ່າມກາງຊາວອິດສະຣາເອນ ທີ່ທາງຝັ່ງຕາເວັນອອກຂອງແມ່ນາໍ້ຈໍແດນ ເຊັ່ນ: ໃນເຂດແດນຕ່າງ ໆ ຂອງຣູເບັນ, ກາດ ແລະ ມານາເຊ ເຄິ່ງເຜົ່າຕາເວັນອອກ.
\s5
\c 27
\p
\v 1 ຕໍ່ໄປນີ້ ແມ່ນລາຍຊື່ຂອງບັນດາ ຫົວໜ້າຄອບຄົວ ແລະບັນດາຫົວໜ້າຕະກຸນ ພ້ອມທັງບັນດາເຈົ້າໜ້າທີ່ອິດສະຣາເອນ ທີ່ໄດ້ບໍລິຫານວຽກງານຂອງຣາຊອານາຈັກ. ທຸກ ໆ ເດືອນໃນແຕ່ລະປີໃດ ໄດ້ມີໝວດຕ່າງໆ ຊາວສີ່ພັນຄົນປະຕິບັດໜ້າທີ່ພາຍໃຕ້ຜູ້ບັນຊາການປະຈາໍເດືອນນັ້ນ ໆ.
\s5
\v 2-15 ລາຍ​ຊື່​ດັ່ງ​ຕໍ່​ລົງ​ໄປ​ນີ້ ແມ່ນ​ບັນ​ດາ​ຜູ້​ບັນ​ຊາ​ການ​ຂອງ​ແຕ່​ລະ​ເດືອນ ມີ​ດັ່ງ​ນີ້: ເດືອນ​ທີ​ໜຶ່ງ: ຢາ​ໂຊ​ເບ​ອາມ ລູກ​ຊາຍ​ຂອງ​ຊັບ​ດີ​ເອນ (ລາວ​ເປັນ​ສະ​ມາ​ຊິກ​ຂອງ​ຕະ​ກູນ​ເປ​ເຣັດ ຊຶ່ງ​ເປັນ​ສ່ວນ​ໜຶ່ງ​ຂອງ​ເຜົ່າ​ຢູ​ດາ). ເດືອນ​ທີ​ສອງ: ໂດ​ດາຍ ເຊື້ອ​ສາຍ​ຄົນ​ໜຶ່ງ​ຂອງ​ອາ​ໂຮ​ຮີ (ມີ​ກາ​ໂລດເປັນ​ຜູ້​ຮອງ) [ຫ]. ເດືອນ​ທີ​ສາມ: ເບ​ນາ​ອີ​ຢາ ລູກ​ຊາຍ​ຂອງ​ປະ​ໂລ​ຫິດ​ເຢ​ໂຮຍ​ອາ​ດາ; ລາວ​ໄດ້​ເປັນ​ຫົວ​ໜ້າ​ຂອງ​ທະ​ຫາ​ນ​ເອກ​ສາມ​ສິບ​ຄົນ" (ອາ​ມິດ​ຊາ​ບັດ ຜູ້​ເປັນ​ລູກ​ຊາຍ​ຂອງ​ເບ​ນາ​ອີ​ຢາ ໄດ້​ຂຶ້ນ​ເປັນ​ຜູ້​ບັນ​ຊ​າ​ການ​ຂອງ​ໝວດນີ້​ແທນ​ພໍ່​ຂອງ​ຕົນ). ເດ​ືອນ​ທີ​ສີ່: ອາ​ຊາ​ເຮນ ນ້ອງ​ຊາຍ​ຂອງ​ໂຢ​ອາບ (ເຊ​ບາ​ອີ​ຢາ ຜູ້​ເປັນ​ລູກ​ຊາຍ​ໄດ້​ຂຶ້ນ​ແທນ​ລາວ). ເດືອນ​ທີ​ຫ້າ: ຊາມ​ຮູດ ເຊື້ອ​ສາຍ​ຜູ້​ໜຶ່ງ​ຂອງ​ອີ​ຊະ​ຣາ. ເດ​ືອນ​ທີ​ຫົກ: ອີ​ຣາ ລູກ​ຊາຍ​ຂອງ​ອິກ​ເກັດ ຊາວ​ເມ​ືອງ​ເຕ​ກົວ. ເດ​ືອນ​ທີ​ເຈັດ: ເຮ​ເລດ ຊາວ​ເອ​ຟ​ຣາ​ອີມ ຈາກ​ເມືອງ​ເປ​ໂລນ. ເດືອນ​ທີ​ແປດ: ຊິບ​ເບ​ກາຍ ຊາວ​ຮູ​ຊາ (ລາວ​ເປັນ​ສະ​ມາ​ຊິກ​ຄົນ​ໜຶ່ງ​ໃນ​ຕະ​ກູນ​ເຊ​ຣາ ຊຶ່ງ​ເປັນ​ສ່ວນ​ໜຶ່ງ​ຂອງ​ເຜົ່າ​ຢູ​ດາ). ເດືອນ​ທີ​ເກົ້າ: ອາ​ບີ​ເອ​ເຊ ຊາວ​ເມືອງ​ອາ​ນາ​ທົດ​ໃນ​ເຂດ​ແດນ​ຂອງ​ເຜົ່າ​ເບັນ​ຢາ​ມິນ. ເດືອນ​ທີ​ສິບ: ມາ​ຫາ​ໄຣ ຊາວ​ເມືອງ​ເນ​ໂຕ​ຟາ ລ​າວ​ເປັນ​ສະ​ມາ​ຊິກ​ຄົນ​ໜຶ່ງ​ຂອງ​ຕະ​ກູນ ເຊ​ຣາ. ເດືອນ​ທີ​ສິບ​ເອັດ: ເບ​ນາ​ອີ​ຢາ ຊາວ​ເມືອງ​ປີ​ຣະ​ໂທ​ໃນ​ເຂດ​ແດນ​ຂອງ​ເຜົ່າ​ເອ​ຟ​ຣາ​ອີມ. ເດືອນ​ທີ​ສິບ​ສອງ: ເຮນ​ດາ​ອິນ ຊາວ​ເມືອງ​ເນ​ໂຕ​ຟາ (ລາວ​ເປັນ​ເຊື້ອ​ສາຍ​ຜູ້​ໜຶ່ງ​ຂອງ​ໂອ​ທະ​ນີ​ເອນ).
\s5
\v 16-22 ຕໍ່ໄປນີ້ ແມ່ນລາຍຊື່ຂອງຜູ້ບໍລິຫານງານຂອງບັນດາເຜົ່າອິດສະຣາເອນ ມີດັ່ງນີ້. ຣູເບັນ: ເອລີເອເຊ ລູກຊາຍຂອງຊີກະຣີ. ຊີເມໂອນ: ເຊຟາຕີຢາ ລູກຊາຍຂອງມາອາກາ. ເລວີ: ຮາຊາບີຢາ ລູກຊາຍຂອງເກມູເອນ ອາໂຣນ ຊາດົກ. ຢູດາ: ເອລີຮູ ອ້າຍຂອງກະສັດດາວິດ ອິດຊາຄາ ໂອມະຣີ ລູກຊາຍຂອງມີກາເອນ. ເຊບູໂລນ: ອີຊະມາອີຢາ ລູກຊາຍຂອງໂອບາດີຢາ. ເນັບທາລີ: ເຢຣີໂມດ ລູກຊາຍຂອງອາຊະຣີເອນ. ເອຟຣາອິມ: ໂຮເຊອາ ລູກຊາຍຂອງອາຊາຊີຢາ. ມານາເຊ ເຄິ່ງເຜົ່າຕາເວັນຕົກ: ໂຢເອນ ລູກຊາຍຂອງເປດາອີຢາ. ມານາເຊ ເຄິ່ງເຜົ່າຕາເວັນອອກ: ອິດໂດ ລູກຊາຍຂອງເຊກາຣີຢາ. ເບັນຢາມິນ: ຢາອາສີເອນ ລູກຊາຍຂອງອັບເນ. ດານ: ອາຊາເຣນ ລູກຊາຍຂອງເຢໂຣຮາມ
\s5
\v 23 ກະສັດບໍ່ໄດ້ຈົດຊື່ປະຊາຊົນ ຜູ້ມີອາຍຸຕໍ່າກວ່າຊາວປີລົງໄປ ເພາະອົງພຣະຜູ້ເປັນເຈົ້າໄດ້ສັນຍາວ່າ ຈະໃຫ້ປະຊາຊົນອິດສະຣາເອນ ມີຈາໍນວນຫລວງຫລາຍດັ່ງດວງດາວໃນທ້ອງຟ້າ.
\v 24 ໂຢອາບ ລູກຊາຍຂອງນາງເຊຣູອີຢາ ໄດ້ລົງມືຈົດຊື່ປະຊາຊົນ ແຕ່ເພິ່ນເຮັດບໍ່ສໍາເລັດ. ພຣະເຈົ້າໄດ້ລົງໂທດຊາດອິດສະຣາເອນ ຍ້ອນການຈົດຊື່ຈາໍນວນປະຊາຊົນນີ້; ດັ່ງນັ້ນ ຕົວເລກອັນແທ້ຈິງຈຶ່ງບໍ່ໄດ້ຖືກບັນທຶກໄວ້ໃນເອກະສານທາງການຂອງກະສັດດາວິດ.
\s5
\v 25-31 ຕໍ່ໄປນີ້ ແມ່ນລາຍຊື່ຂອງຜູ້ບໍລິຫານຊັບສົມບັດຂອງກະສັດ ມີດັ່ງນີ້: ຫ້ອງເກັບເຄື່ອງຂອງກະສັດ: ອາຊະມາເວດ ລູກຊາຍຂອງອາດີເອນ ຫ້ອງເກັບເຄື່ອງທ້ອງຖິ່ນ: ໂຢນາທານ ລູກຊາຍຂອງອຸດຊີຢາ. ຜູ້ດູແລຄົນເຮັດນາ: ເອຊະຣີ ລູກຊາຍຂອງເກລຸບ. ຜູ້ດູແລຄົນເຮັດສວນອະງຸ່ນ: ຊີເມອີ ຊາວເມືອງຣາມາ. ຜູ້ດູແລຫ້ອງໄວ້ເຫລົ້າອະງຸ່ນ: ຊັບດີ ຊາວເມືອງເຊຟາມ. ຜູ້ດູແລຄົນເຮັດສວນໝາກກອກເທດ ແລະ ໝາກເດື່ອ (ທີ່ຕີນພູດ້ານທິດຕາເວັນຕົກ): ບາອານຮານານ ຊາວເມືອງເກເດ. ຜູ້ດູແລຫ້ອງໄວ້ນາໍ້ມັນໝາກກອກເທດ: ໂຢອາດ. ຜູ້ດູແລຄົນລ້ຽງສັດໃນທົ່ງຫຍ້າຊາໂຣນ: ຊິດໄຣ ຊາວເມືອງຊາໂຣນ. ຜູ້ດູແລຝູງສັດຢູ່ໃນຮ່ອມພູ: ຊາຟັດ ລູກຊາຍຂອງອາດະໄລ. ຜູ້ດູແລຝູງອູດ: ໂອບິນ ຊາວອິດຊະມາເອນ. ຜູ້ດູແລຝູງລໍ: ເຢເດອີອາ ຊາວເມືອງເມໂຣໂນດ. ຜູ້ດູ ແລຝູງແກະ ແລະ ຝູງແບ້: ຢາຊິດ ຊາວເມືອງຮັກຣິດ.
\s5
\v 32 ໂຢນາທານ ລູງຂອງກະສັດດາວິດ ເປັນທີ່ປຶກສາທີ່ສະຫລຽວສະຫລາດ ແລະ ທັງເປັນນັກຮຽນຮູ້ຜູ້ໜຶ່ງ. ເພິ່ນເອງ ແລະ ເຢຮີເອນ ລູກຊາຍຂອງຮັກໂມນີ ເປັນຜູ້ກາໍກັບການສຶກສາຂອງພວກລູກຂອງກະສັດ.
\v 33 ອາຮີໂຕເຟນ ເປັນທີ່ປຶກສາຂອງກະສັດ ແລະ ຮູຊາຍ ຊາວເມືອງຮັກກິດ ເປັນເພື່ອນແລະທັງເປັນທີ່ປຶກສາຂອງກະສັດດາວິດ.
\v 34 ຫລັງຈາກ ອາຮີໂຕເຟນ ໄດ້ຕາຍໄປແລ້ວ ອາບີອາທາ ແລະ ເຢໂຮຍອາດາ ລູກຊາຍຂອງເບນາອີຢາ ກໍໄດ້ຂຶ້ນເປັນທີ່ປຶກສາແທນ. ສ່ວນໂຢອາບ ນັ້ນໄດ້ເປັນຜູ້ບັນຊາການທະຫານສູງສຸດ.
\s5
\c 28
\p
\v 1 ກະສັດໄດ້ສັ່ງບັນດາຂ້າຣາຊການທັງໝົດໃນຊາດອິດສະຣາເອນ ໃຫ້ມາປະຊຸມ ກັນທີ່ນະຄອນເຢຣູຊາເລັມ. ດັ່ງນັ້ນ ຂ້າຣາຊການທັງໝົດຂອງເຜົ່າຕ່າງ ໆ, ບັນດາ ຂ້າຣາຊການຜູ້ທີ່ໄດ້ບໍລິຫານວຽກການຂອງ ອານາຈັກ ບັນດາຜູ້ນາໍຂອງຕະກຸນຕ່າງ ໆ, ບັນດາເຈົ້າໜ້າທີ່ ຜູ້ເບິ່ງແຍງຊັບສົມບັດ ແລະ ສັດຂອງກະສັດ ແລະຂອງບັນດາລູກຊາຍຂອງເພິ່ນ ຕະຫລອດທັງບັນດາຂ້າຣາຊການໃນວັງ, ພວກທະຫານທີ່ເກັ່ງກ້າ, ພວກນັກຮຽນຮູ້ ແລະ ບັນດາຜູ້ອາວຸໂສ ກໍໄດ້ມາເຕົ້າໂຮມກັນຢູ່ທີ່ນະຄອນເຢຣູຊາເລັມ.
\s5
\v 2 ກະສັດດາວິດ ໄດ້ຢືນຂຶ້ນຕໍ່ໜ້າພວກເຂົາ ແລະ ກ່າວແກ່ທີ່ປະຊຸມວ່າ, “ເພື່ອນຮ່ວມຊາດ ທັງຫລາຍ ຈົ່ງຟັງເທີ້ນ ຂ້າພະເຈົ້າຕ້ອງການສ້າງພຣະວິຫານອັນຖາວອນ ເພື່ອໄວ້ຫີບພັນທະສັນຍາ ໃຫ້ເປັນທີ່ຮອງຕີນພຣະເຈົ້າຂອງພວກເຮົາ. ຂ້າພະເຈົ້າໄດ້ຫ້າງຫາທຸກສິ່ງໄວ້ພ້ອມແລ້ວ ເພື່ອຖວາຍກຽດແກ່ພຣະອົງ
\v 3 ແຕ່ພຣະເຈົ້າໄດ້ຫ້າມຂ້າພະເຈົ້າໄວ້ ເພາະຂ້າພະເຈົ້າເປັນນັກຮົບ ແລະ ໄດ້ເຮັດໃຫ້ເລືອດຕົກຢ່າງຫລວງຫລາຍ.
\s5
\v 4 ອົງພຣະຜູ້ເປັນເຈົ້າ ພຣະເຈົ້າແຫ່ງຊາດອິດສະຣາເອນ ໄດ້ເລືອກຂ້າພະເຈົ້າ ແລະ ເຊື້ອສາຍຂອງຂ້າພະເຈົ້າໃຫ້ປົກຄອງຊາດອິດສະຣາເອນຕະຫລອດໄປ. ພຣະອົງໄດ້ເລືອກເອົາເຜົ່າຢູດາ ໃຫ້ເປັນຫົວໜ້ານາໍພາ ແລະ ຈາກເຜົ່າຢູດາ ພຣະອົງໄດ້ເລືອກເອົາຄອບຄົວຂອງຂ້າພະເຈົ້າ. ຈາກພີ່ນ້ອງທັງໝົດໃນຄອບຄົວຂອງຂ້າພະເຈົ້າ ພຣະອົງພໍໃຈນໍາຂ້າພະເຈົ້າ ແລະ ແຕ່ງຕັ້ງຂ້າພະເຈົ້າໃຫ້ຂຶ້ນເປັນກະສັດປົກຄອງທົ່ວທັງໝົດຊາດອິດສະຣາເອນ.
\v 5 ອົງພຣະຜູ້ເປັນເຈົ້າໄດ້ໃຫ້ຂ້າພະເຈົ້າມີລູກຊາຍຫລາຍຄົນ ແລະ ໃນພວກລູກຊາຍທັງໝົດຂອງຂ້າພະເຈົ້ານັ້ນ ພຣະອົງກໍໄດ້ເລືອກເອົາໂຊໂລໂມນ ໃຫ້ຂຶ້ນເປັນຜູ້ປົກຄອງຊາດອິດສະຣາເອນ ຣາຊອານາຈັກຂອງອົງພຣະຜູ້ເປັນເຈົ້າ.
\s5
\v 6 ພຣະອົງໄດ້ກ່າວແກ່ຂ້າພະເຈົ້າ ວ່າ, ‘ໂຊໂລໂມນ ລູກຊາຍຂອງເຈົ້າເທົ່ານັ້ນຈະເປັນຜູ້ສ້າງວິຫານຂອງເຮົາ. ເຮົາໄດ້ເລືອກເອົາລາວໃຫ້ເປັນລູກຊາຍຂອງເຮົາ ແລະ ເຮົາຈະເປັນພໍ່ຂອງລາວ.
\v 7 ເຮົາຈະເຮັດໃຫ້ອານາຈັກຂອງລາວຍືນຍົງໄປຕະຫລອດ ຖ້າລາວສືບຕໍ່ເຊື່ອຟັງ ຢ່າງເອົາໃຈໃສ່ກົດບັນຍັດທຸກບົດ ແລະ ຄໍາສັ່ງທຸກຂໍ້ຂອງເຮົາ ດັ່ງທີ່ລາວປະຕິບັດໃນເວລານີ້.
\s5
\v 8 ສະນັ້ນ ປະຊາຊົນຂອງຂ້າພະເຈົ້າເອີຍ ບັດນີ້ ໂດຍຊ້ອງໜ້າອົງພຣະຜູ້ເປັນເຈົ້າຂອງພວກເຮົາ ຕໍ່ການໄດ້ຍິນພຣະເຈົ້າຂອງພວກເຮົາ ແລະຢູ່ຕໍ່ໜ້າທີ່ປະຊຸມຂອງຊາວອິດສະຣາເອນທັງໝົດນີ້; ຂ້າພະເຈົ້າຈຶ່ງຂໍສັ່ງພວກທ່ານທຸກຄົນ ໃຫ້ເຊື່ອຟັງຢ່າງເອົາໃຈໃສ່ຕາມທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຮົາ ໄດ້ສັ່ງພວກເຮົາໄວ້ທຸກປະການ; ເພື່ອວ່າພວກທ່ານຈະໄດ້ສືບຕໍ່ເປັນກາໍ ມະສິດດິນແດນ ອັນອຸດົມສົມບູນ ແລະ ຮັ່ງມີ ຊຶ່ງພວກທ່ານຈະໄດ້ສືບທອດໃຫ້ເຊັ່ນຕໍ່ ໆ ໄປໄດ້.”
\s5
\v 9 ຕໍ່ມາ ເພິ່ນໄດ້ກ່າວແກ່ໂຊໂລໂມນ ວ່າ, “ລູກເອີຍ ເຈົ້າຈົ່ງຮໍ່າຮຽນໃຫ້ຮູ້ຈັກພຣະເຈົ້າ ອົງທີ່ພໍ່ໄດ້ຮັບໃຊ້ນີ້ໃຫ້ດີ ໆ ແລະ ຈົ່ງບົວລະບັດຮັບໃຊ້ພຣະອົງດ້ວຍສຸດໃຈ ແລະ ສຸດຄວາມຄິດ. ພຣະອົງຮູ້ຄວາມຄິດ ແລະ ຄວາມປາຖະໜາທັງໝົດຂອງພວກເຮົາ. ຖ້າເຈົ້າສະແຫວງຫາພຣະອົງ ພຣະອົງກໍຈະໃຫ້ເຈົ້າໄດ້ພົບກັບພຣະອົງ, ແຕ່ຖ້າເຈົ້າຫັນໜ້າໜີໄປຈາກພຣະອົງ ພຣະອົງກໍຈະປະຖິ້ມເຈົ້າຕະຫລອດໄປ.
\v 10 ເຈົ້າຕ້ອງຮັບຮູ້ວ່າ ອົງພຣະຜູ້ເປັນເຈົ້າ ໄດ້ເລືອກເອົາເຈົ້າໃຫ້ເປັນຜູ້ສ້າງວິຫານອັນສັກສິດຂອງພຣະອົງ. ບັດນີ້ ຈົ່ງລົງມືເຮັດດ້ວຍຄວາມເດັດດ່ຽວ ແລະ ກ້າຫານເທີ້ນ.”
\s5
\v 11 ກະສັດດາວິດ ໄດ້ມອບແຜນຜັງການສ້າງພຣະວິຫານທັງໝົດແກ່ໂຊໂລໂມນ ຄ ືແຜນຜັງຫ້ອງໄວ້ເຄື່ອງ ແລະ ຫ້ອງອື່ນ ໆ ແລະ ຫ້ອງບໍຣິສຸດທີ່ສຸດ ບ່ອນທີ່ພຣະເຈົ້າຍົກຜິດຍົກບາບໃຫ້.
\v 12 ເພິ່ນໄດ້ບອກໃຫ້ໂຊໂລໂມນ ຮູ້ແຜນຜັງທີ່ເພິ່ນໄດ້ຄິດໃນໃຈກ່ຽວກັບເດີ່ນພຣະວິຫານຂອງອົງພຣະຜູ້ເປັນເຈົ້າ ແລະ ຫ້ອງອື່ນ ໆ ທີ່ອ້ອມຮອບເດີ່ນພຣະວິຫານຂອງພຣະເຈົ້າ ແລະ ຫ້ອງໄວ້ຂອງສໍາລັບເຄື່ອງໃຊ້ໃນພຣະວິຫານ ແລະ ເຄື່ອງທີ່ອຸທິດຖວາຍ.
\s5
\v 13 ກະສັດດາວິດ ໄດ້ມອບໃຫ້ໂຊໂລໂມນ ມີລະບຽບການຈັດຕັ້ງຂອງບັນດາປະໂຣຫິດ ແລະ ຂອງພວກເລວີ ໃນການຮັບໃຊ້ໃນພຣະວິຫານຂອງອົງພຣະຜູ້ເປັນເຈົ້າ ແລະ ຮັກສາເຄື່ອງໃຊ້ທັງໝົດປະຈາໍພຣະວິຫານຂອງອົງພຣະຜູ້ເປັນເຈົ້າ.
\v 14 ເພິ່ນໄດ້ແນະນາໍວ່າ ຈະໃຊ້ເງິນ ແລະ ຄໍາ ໜັກເທົ່າໃດເພື່ອເຮັດເຄື່ອງໃຊ້,
\v 15 ເຮັດຕະກຽງແຕ່ລະໜ່ວຍ ແລະ ລໍາຕະກຽງແຕ່ລະອັນ;
\s5
\v 16 ເຮັດໂຕະເປັນເງິນ ແລະ ໂຕະເປັນຄໍາ ເພື່ອຈະວາງເຂົ້າຈີ່ຖວາຍ.
\v 17 ເພິ່ນຍັງແນະນາໍວ່າຈະໃຊ້ຄໍາ ເທົ່າໃດເພື່ອເຮັດສ້ອມ, ຖ້ວຍ ແລະ ໄຫ, ຕະຫລອດທັງຈະໃຊ້ເງິນ ແລະ ຄໍາ ເທົ່າໃດສໍາລັບເຮັດຈານ,
\s5
\v 18 ແລະ ຈະໃຊ້ຄໍາສົດ ເທົ່າໃດສໍາລັບເຮັດແທ່ນບູຊາເພື່ອເຜົາເຄື່ອງຫອມ ພ້ອມທັງເຮັດ ລົດມ້າສໍາລັບເຄຣຸບ ຊຶ່ງມີປີກພືອອກ ທີ່ເທິງຫີບພັນທະສັນຍາຂອງອົງພຣະຜູ້ເປັນເຈົ້າ.
\v 19 ກະສັດດາວິດໄດ້ເວົ້າວ່າ, “ທັງໝົດນັ້ນມີຢູ່ ໃນແຜນຜັງຕາມຄໍາແນະນາໍ ທີ່ອົງພຣະຜູ້ເປັນ ເຈົ້າເອງໄດ້ບອກພໍ່ປະຕິບັດໃຫ້ສໍາເລັດ.”
\s5
\v 20 ກະສັດດາວິດໄດ້ສັ່ງໂຊໂລໂມນ ລູກຊາຍຂອງເພິ່ນວ່າ, “ຈົ່ງເດັດດ່ຽວ ແລະ ກ້າຫານ. ຈົ່ງລົງມືເຮັດວຽກ ແລະ ຢ່າໃຫ້ມີສິ່ງໃດສິ່ງໜຶ່ງຂັດຂວາງເຈົ້າເລີຍ. ອົງພຣະຜູ້ເປັນເຈົ້າ ພຣະເຈົ້າອົງທີ່ພໍ່ໄດ້ບົວລະບັດຮັບໃຊ້ນັ້ນ ຈະສະຖິດຢູ່ນາໍເຈົ້າ. ພຣະອົງຈະບໍ່ປະຖິ້ມເຈົ້າ ແຕ່ພຣະອົງຈະຢູ່ນາໍເຈົ້າ ຈົນກວ່າເຈົ້າຈະສ້າງພຣະວິຫານຂອງອົງພຣະຜູ້ເປັນເຈົ້າສໍາເລັດ.
\v 21 ບັນດາປະໂຣຫິດ ແລະ ພວກເລວີ ໄດ້ຮັບມອບໝາຍໜ້າທີ່ໃຫ້ຮັບຜິດຊອບໃນພຣະວິຫານ. ຊ່າງສີມືທຸກ ໆ ຂະແໜງກໍຍິນດີຈະຊ່ວຍເຫລືອເຈົ້າ ແລະ ປະຊາຊົນທັງໝົດພ້ອມບັນດາພວກຜູ້ນາໍກໍຢູ່ໃຕ້ຄໍາສັ່ງຂອງເຈົ້າ.”
\s5
\c 29
\p
\v 1 ແລ້ວກະສັດດາວິດກໍປະກາດ ຕໍ່ທີ່ປະຊຸມທັງໝົດວ່າ, “ໂຊໂລໂມນ ລູກຊາຍຂອງຂ້າພະເຈົ້າແມ່ນຜູ້ທີ່ພຣະເຈົ້າໄດ້ເລືອກເອົາ, ແຕ່ລາວຍັງໜຸ່ມ ແລະ ຂາດປະສົບການ. ພາລະກິດນີ້ເປັນວຽກທີ່ຍິ່ງໃຫຍ່ຫລາຍ ເພາະບໍ່ແມ່ນວຽກສໍາລັບສ້າງຣາຊວັງໃຫ້ມະນຸດຢູ່, ແຕ່ເປັນວຽກທີ່ສ້າງວິຫານສໍາລັບອົງພຣະຜູ້ເປັນເຈົ້າ ພຣະເຈົ້າ.
\v 2 ຂ້າພະເຈົ້າໄດ້ພະຍາຍາມຈັດຕຽມວັດສະດຸຕ່າງ ໆ ໄວ້ສໍາລັບສ້າງພຣະວິຫານ ເປັນຕົ້ນ: ຄໍາ, ເງິນ, ທອງສໍາຣິດ, ເຫລັກ, ໄມ້, ຫິນມີຄ່າ ແລະ ພອຍ, ຫິນລາຍ ແລະ ຫິນອ່ອນ ເປັນຈາໍນວນຫລວງຫລາຍ.
\s5
\v 3 ນອກຈາກສິ່ງທັງໝົດທີ່ໄດ້ຖືກຈັດຫາໄວ້ນັ້ນ ຂ້າພະເຈົ້າຍັງໄດ້ມອບເງິນ ແລະ ຄໍາ ຈາກຊັບສົມບັດສ່ວນຕົວຂອງຂ້າພະເຈົ້າໃຫ້ຕື່ມ ເພາະຂ້າພະເຈົ້າຮັກວິຫານຂອງພຣະເຈົ້າ.
\v 4-5 ຂ້າພະເຈົ້າມອບຄໍາສົດກວ່າໜຶ່ງຮ້ອຍໂຕນ ແລະ ເງິນສົດສອງຮ້ອຍຫົກສິບຫ້າໂຕນ ສໍາລັບໃຊ້ຕົບແຕ່ງຝາຂອງພຣະວິຫານ ແລະ ສໍາລັບເຮັດສິ່ງຂອງຕ່າງ ໆ ທີ່ພວກຊ່າງສີມືຈະລົງມືເຮັດ. ບັດນີ້ ຜູ້ໃດອີກແດ່ ທີ່ມີໃຈເຫລື້ອມໃສສັດທາຢາກຖວາຍແກ່ອົງພຣະຜູ້ເປັນເຈົ້າ?”
\s5
\v 6 ແລ້ວບັນດາຫົວໜ້າຕະກຸນຕ່າງ ໆ, ບັນດາເຈົ້າໜ້າທີ່ຂອງເຜົ່າຕ່າງ ໆ, ບັນດາຜູ້ບັນຊາການກອງທັບ ແລະ ບັນດາຜູ້ບໍລິຫານຊັບສົມບັດຂອງກະສັດ ກໍໄດ້ສະໝັກໃຈຖວາຍສິ່ງຂອງເພື່ອວຽກງານການກໍ່ສ້າງພຣະວິຫານ
\v 7 ດັ່ງຕໍ່ໄປນີ້: ຄໍາ ໜຶ່ງຮ້ອຍເກົ້າສິບໂຕນ, ເງິນ ສາມຮ້ອຍແປດສິບໂຕນ, ທອງສໍາຣິດ ຫົກຮ້ອຍເຈັດສິບຫ້າໂຕນ ແລະ ເຫລັກ ສາມພັນເຈັດຮ້ອຍຫ້າສິບໂຕນ.
\s5
\v 8 ສ່ວນຜູ້ທີ່ມີ ຫິນມີຄ່າ ກໍໄດ້ຖວາຍໃຫ້ຄັງພຣະວິຫານຂອງອົງພຣະຜູ້ເປັນເຈົ້າ ຊຶ່ງເຢຮີເອນ ຄົນເລວີໃນຕະກຸນເກໂຊນ ເປັນຜູ້ບໍ ລິຫານ.
\v 9 ປະຊາຊົນຖວາຍດ້ວຍໃຈເຫລື້ອມໃສສັດທາ ໃຫ້ແກ່ອົງພຣະຜູ້ເປັນເຈົ້າ ແລະ ພວກເຂົາຕ່າງກໍມີຄວາມຊົມຊື່ນຍິນດີທີ່ມີຄົນຖວາຍຢ່າງຫລວງຫລາຍ. ສ່ວນກະສັດດາວິດຍິ່ງມີຄວາມສຸກໃຈຫລາຍທີ່ສຸດ.
\s5
\v 10 ກະສັດດາວິດໄດ້ສັນລະເສີນອົງພຣະຜູ້ເປັນເຈົ້າ ຕໍ່ໜ້າທີ່ປະຊຸມທັງຫລາຍ. ເພິ່ນກ່າວວ່າ, “ຂ້າແດ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າແຫ່ງອິດສະຣາເອນ ບັນພະບຸລຸດຂອງຂ້ານ້ອຍ ຂໍໃຫ້ພຣະອົງຈົ່ງໄດ້ຮັບຄໍາຍົກຍໍສັນລະເສີນຕະຫລອດໄປເທີ້ນ
\v 11 ຂ້າແດ່ອົງພຣະຜູ້ເປັນເຈົ້າ ພຣະອົງຊົງຍິ່ງໃຫຍ່ ແລະ ຊົງຣິດເດດ, ມີໄຊຊະນະ, ງົດງາມ ແລະ ເຕັມປ່ຽມດ້ວຍສະຫງ່າຣາສີ. ທຸກ ໆ ສິ່ງໃນສະຫວັນຊັ້ນຟ້າ ແລະ ທີ່ເທິງແຜ່ນດິນໂລກກໍເປັນຂອງພຣະອົງ ຂ້າແດ່ອົງພຣະຜູ້ເປັນເຈົ້າ ພຣະອົງເປັນຈອມກະສັດປົກຄອງເໜືອສັບພະທຸກສິ່ງ.
\s5
\v 12 ຄວາມຮັ່ງມີ ແລະ ຊັບສົມບັດທັງໝົດກໍມາຈາກພຣະອົງທັງສິ້ນ; ພຣະອົງປົກປ້ອງຄຸ້ມຄອງສັບພະທຸກສິ່ງດ້ວຍກາໍລັງ ແລະ ຣິດເດດຂອງພຣະອົງເອງ ແລະ ພຣະອົງບັນດານໃຫ້ຜູ້ໃດຜູ້ໜຶ່ງຍິ່ງໃຫຍ່ ແລະ ເຂັ້ມແຂງໄດ້.
\v 13 ບັດນີ້ ພຣະເຈົ້າຂອງຂ້ານ້ອຍເອີຍ ພວກຂ້ານ້ອຍຂໍໂມທະນາຂອບພຣະຄຸນ ແລະ ຍ້ອງຍໍສັນລະເສີນພຣະນາມອັນຮຸ່ງເຮືອງຂອງພຣະອົງ.
\s5
\v 14 ຕາມທີ່ຈິງແລ້ວ ປະຊາຊົນຂອງພຣະອົງແລະຂ້ານ້ອຍເອງຈະຖວາຍສິ່ງໃດ ໆ ໃຫ້ແກ່ພຣະອົງບໍ່ໄດ້ດອກ ເພາະທຸກສິ່ງເປັນຂອງຂວັນມາຈາກພຣະອົງທັງສິ້ນ ແລະ ພວກ ຂ້ານ້ອຍກໍພຽງແຕ່ຖວາຍສິ່ງທີ່ເປັນຂອງພຣະອົງຄືນໃຫ້ພຣະອົງເທົ່ານັ້ນ.
\v 15 ພວກ ຂ້ານ້ອຍມີຊີວິດທີ່ຜ່ານມາ ດັ່ງຄົນທີ່ຖືກເນລະເທດ ແລະ ຄົນຕ່າງດ້າວເໝືອນບັນພະບຸລຸດຂອງພວກຂ້ານ້ອຍທີ່ເຄີຍເປັນມາ. ຊີວິດຂອງພວກຂ້ານ້ອຍປຽບດັ່ງເງົາ ທີ່ຜ່ານພົ້ນໄປ ແລະ ພວກຂ້ານ້ອຍກໍບໍ່ອາດຫລີກລ້ຽງຈາກຄວາມຕາຍໄດ້.
\s5
\v 16 ຂ້າແດ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກຂ້ານ້ອຍເອີຍ ພວກຂ້ານ້ອຍໄດ້ນາໍເອົາຊັບສົມບັດທັງໝົດນີ້ ມາສ້າງພຣະວິຫານເພື່ອເປັນການຍ້ອງຍໍໃຫ້ກຽດພຣະນາມອັນບໍຣິສຸດຂອງພຣະອົງ; ແຕ່ສິ່ງເຫລົ່ານັ້ນລ້ວນແຕ່ມາຈາກພຣະອົງ ແລະ ເປັນຂອງພຣະອົງທັງສິ້ນ.
\v 17 ຂ້າແດ່ພຣະເຈົ້າຂອງຂ້ານ້ອຍ ຂ້ານ້ອຍຮູ້ວ່າພຣະອົງທົດສອບເບິ່ງຈິດໃຈຂອງມະນຸດທຸກຄົນ ແລະ ພໍໃຈກັບປະຊາຊົນ ທີ່ເປັນນາໍ້ໜຶ່ງໃຈດຽວກັນ. ຂ້ານ້ອຍຂໍມອບສິ່ງທັງໝົດນີ້ ໃຫ້ພຣະອົງດ້ວຍໃຈເຫລື້ອມໃສສັດທາ ແລະ ຂ້ານ້ອຍເຫັນວ່າປະຊາຊົນທີ່ມາ ເຕົ້າໂຮມກັນທີ່ນີ້ ພວກເຂົາມີຄວາມສຸກໃຈຫລາຍສໍ່າໃດທີ່ໄດ້ນາໍເອົາເຄື່ອງຂອງມາຖວາຍແກ່ພຣະອົງ.
\s5
\v 18 ຂ້າແດ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງອັບຣາຮາມ, ອີຊາກ ແລະ ຢາໂຄບ ບັນພະບຸລຸດຂອງຂ້ານ້ອຍເອີຍ ຂໍໂຜດຮັກສາການອຸທິດຕົວຢ່າງນີ້ໄວ້ ໃຫ້ເຂັ້ມແຂງຢູ່ໃນຈິດໃຈປະຊາຊົນຂອງພຣະອົງຕະຫລອດໄປ ແລະ ຮັກສາພວກເຂົາໃຫ້ສັດຊື່ຕໍ່ພຣະອົງສືບ ໆ ໄປດ້ວຍເທີ້ນ.
\v 19 ຂໍໂຜດໃຫ້ໂຊໂລໂມນ ລູກຊາຍຂອງຂ້ານ້ອຍມີໃຈປາຖະໜາອັນເຕັມລົ້ນ ທີ່ຈະປະຕິບັດຕາມທຸກ ໆ ສິ່ງທີ່ພຣະອົງໄດ້ສັ່ງ ແລະ ທີ່ຈະສ້າງພຣະວິຫານຊຶ່ງຂ້ານ້ອຍໄດ້ຈັດຕຽມໄວ້ແລ້ວນີ້ດ້ວຍ.”
\s5
\v 20 ແລ້ວກະສັດດາວິດ ກໍໄດ້ສັ່ງປະຊາຊົນ ວ່າ, “ຈົ່ງຍ້ອງຍໍສັນລະເສີນອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າສາ” ແລະ ທີ່ປະຊຸມທັງໝົດກໍຍ້ອງຍໍສັນລະເສີນ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າແຫ່ງບັນພະບຸລຸດຂອງພວກເຂົາ ພ້ອມທັງໄດ້ຂາບລົງ ແລະ ຍ້ອງຍໍໃຫ້ກຽດແກ່ອົງພຣະຜູ້ເປັນເຈົ້າ ແລະ ກະສັດຂອງພວກຕົນ.
\v 21 ມື້ຕໍ່ມາ ພວກເຂົາໄດ້ຂ້າສັດຖວາຍບູຊາໃຫ້ແກ່ອົງພຣະຜູ້ເປັນເຈົ້າກ່ອນ ແລ້ວຈຶ່ງນາໍມາໃຫ້ປະຊາຊົນ. ພວກເຂົາຍັງຂ້າສັດເຜົາທັງໂຕຖວາຍທີ່ເທິງແທ່ນບູຊາ ເຊັ່ນ: ງົວເຖິກໜຶ່ງພັນໂຕ, ແກະເຖິກໜຶ່ງພັນໂຕ ແລະ ລູກແກະໜຶ່ງພັນໂຕ. ພວກເຂົາຍັງໄດ້ນາໍເຫລົ້າອະງຸ່ນມາຖວາຍຄືກັນ.
\s5
\v 22 ສະນັ້ນ ພວກເຂົາຈຶ່ງສຸກໃຈຫລາຍໃນມື້ນັ້ນ ໃນເມື່ອໄດ້ກິນ ແລະ ໄດ້ດື່ມຢູ່ຊ້ອງໜ້າອົງພຣະຜູ້ເປັນເຈົ້າ. ອັນນີ້ ເປັນເທື່ອທີສອງທີ່ພວກເຂົາໄດ້ປະກາດແຕ່ງຕັ້ງໂຊໂລໂມນ ໃຫ້ຂຶ້ນເປັນກະສັດ. ໃນນາມຂອງອົງພຣະຜູ້ເປັນເຈົ້າ ພວກເຂົາໃຊ້ນາໍ້ມັນສັກສິດຫົດສົງເຈີມໂຊໂລໂມນ ໃຫ້ຂຶ້ນເປັນຜູ້ປົກຄອງຂອງພວກເຂົາ ແລະ ແຕ່ງຕັ້ງຊາດົກ ໃຫ້ເປັນປະໂຣຫິດຂອງພວກເຂົາ.
\v 23 ດັ່ງນັ້ນ ໂຊໂລໂມນ ຈຶ່ງໄດ້ຂຶ້ນເປັນກະສັດແທນດາວິດ ພໍ່ຂອງຕົນຜູ້ທີ່ອົງພຣະຜູ້ເປັນເຈົ້າໄດ້ຕັ້ງຂຶ້ນ. ເພິ່ນເປັນກະສັດທີ່ປະສົບຄວາມສໍາເລັດ ແລະ ປະຊາຊົນອິດສະຣາເອນທັງຊາດ ກໍເຊື່ອຟັງເພິ່ນ.
\s5
\v 24 ບັນດາເຈົ້າໜ້າທີ່ ແລະ ນາຍພົນທະຫານທັງຫລາຍ ຕະຫລອດທັງລູກຊາຍ ທັງໝົດຂອງກະສັດດາວິດ ຕ່າງກໍໄດ້ສັນຍາວ່າ ຈະສັດຊື່ຕໍ່ກະສັດໂຊໂລໂມນ.
\v 25 ອົງພຣະຜູ້ເປັນເຈົ້າໄດ້ເຮັດໃຫ້ຊົນຊາດທັງໝົດເກງກົວກະສັດໂຊໂລໂມນ ແລະ ພຣະອົງໄດ້ບັນດານໃຫ້ເພິ່ນມີກຽດຍິ່ງໃຫຍ່ກວ່າກະສັດໃດ ໆ ທີ່ປົກຄອງປະເທດອິດສະຣາເອນ.
\s5
\v 26 ກະສັດດາວິດ ລູກຊາຍຂອງເຢຊີໄດ້ປົກຄອງທົ່ວທັງຊາດອິດສະຣາເອນ
\v 27 ເປັນເວລາສີ່ສິບປີ. ເພິ່ນປົກຄອງຢູ່ທີ່ເຮັບໂຣນ ເຈັດປີ ແລະ ຢູ່ທີ່ນະຄອນເຢຣູຊາເລັມ ສາມສິບສາມປີ.
\v 28 ເພິ່ນໄດ້ຕາຍໄປເມື່ອເຖົ້າແກ່ຊະຣາຫລາຍ ແລ້ວທັງຮັ່ງມີ ແລະ ໄດ້ຮັບຄວາມເຄົາຣົບນັບຖືຢ່າສູງ. ໂຊໂລໂມນ ລູກຊາຍຂອງເພິ່ນໄດ້ຂຶ້ນເປັນກະສັດແທນ.
\s5
\v 29 ປະຫວັດຂອງກະສັດດາວິດ ແຕ່ຕົ້ນຈົນຈົບແມ່ນໄດ້ຖືກບັນທຶກໄວ້ໃນບົດບັນທຶກຂອງຜູ້ທໍານວາຍສາມຄົນ ດັ່ງນີ້: ຊາມູເອນ, ນາທານ ແລະ ກາດ.
\v 30 ບົດບັນທຶກນັ້ນໄດ້ບອກເຖິງການປົກຄອງອໍານາດ ແລະ ເຫດການທີ່ເກີດຂຶ້ນແກ່ເພິ່ນ, ແກ່ຊາດອິດສະຣາເອນ ແລະ ແກ່ອານາຈັກທັງຫລາຍທີ່ຢູ່ອ້ອມຮອບນັ້ນ.