lo_bible/12-2KI.usfm

1393 lines
326 KiB
Plaintext
Raw Permalink Blame History

This file contains ambiguous Unicode characters

This file contains Unicode characters that might be confused with other characters. If you think that this is intentional, you can safely ignore this warning. Use the Escape button to reveal them.

\id 2KI
\ide UTF-8
\h ພ​ຣະ​ທຳ ກະ​ສັດ​ທີ​ສອງ
\toc1 ພ​ຣະ​ທຳ ກະ​ສັດ​ທີ​ສອງ
\toc2 ພ​ຣະ​ທຳ ກະ​ສັດ​ທີ​ສອງ
\toc3 2ki
\mt ພ​ຣະ​ທຳ ກະ​ສັດ​ທີ​ສອງ
\s5
\c 1
\p
\v 1 ຫລັງຈາກກະສັດອາຮາບ ແຫ່ງອິດສະຣາເອນ ໄດ້ຕາຍໄປແລ້ວ ດິນແດນໂມອາບກໍໄດ້ກະບົດຕໍ່ຊາດອິ​ດສະຣາເອນ.
\v 2 ກະສັດອາຮາຊີຢາ ແຫ່ງອິດສະຣາເອນໄດ້ຕົກຈາກລະບຽງວັງທີ່ຊາມາເຣຍ ແລະ ເຈັບໜັກ. ເພິ່ນໄດ້ສົ່ງບາງຄົນໄປປຶກສາ ບາອານເຊບຸບ ພະຂອງຊາວຟີລິດສະຕິນ ທີ່ເມືອງເອັກໂຣນ ເພື່ອຢາກຮູ້ວ່າຕົນຈະດີຫລືບໍ່.
\s5
\v 3 ແຕ່ເທວະດາຂອງອົງພຣະຜູ້ເປັນເຈົ້າ ໄດ້ສັ່ງເອລີຢາ ຜູ້ທາໍນວາຍຊາວຕີຊະເບ ໃຫ້ໄປຫາຄົນຂອງກະສັດອາຮາຊີຢາ ແລະ ຖາມພວກເຂົາວ່າ, “ເປັນຫຍັງ ພວກເຈົ້າຈຶ່ງຈະໄປ ປຶກສາ ບາອານເຊບຸບ ພະຂອງຊາວເອັກໂຣນ? ພວກເຈົ້າຄິດວ່າຢູ່ໃນຊາດອິດສະຣາເອນ ບໍ່ມີພຣະເຈົ້າຊັ້ນບໍ?
\v 4 ຈົ່ງໄປບອກກະສັດວ່າ ອົງພຣະຜູ້ເປັນເຈົ້າກ່າວ ດັ່ງນີ້: ‘ເຈົ້າຈະບໍ່ຫາຍດີຈາກການເຈັບເປັນນີ້ດອກ ເຈົ້າຈະຕາຍ. ” ດັ່ງນັ້ນ ເອລີຢາກໍໄດ້ໄປ.
\s5
\v 5 ແລະ ພວກທີ່ກະສັດໄດ້ໃຊ້ໄປນັ້ນ ກໍກັບຄືນເມືອຫາກະສັດ. ເພິ່ນຖາມພວກເຂົາວ່າ, “ເປັນຫຍັງ ພວກເຈົ້າຈຶ່ງກັບຄືນມາ. ”
\v 6 ພວກເຂົາຕອບວ່າ, “ພວກຂ້ານ້ອຍໄດ້ພົບຊາຍຄົນໜຶ່ງ ແລະ ລາວບອກພວກຂ້ານ້ອຍ ໃຫ້ກັບຄືນມາບອກທ່ານວ່າ ອົງພຣະຜູ້ເປັນເຈົ້າ ກ່າວຕໍ່ທ່ານດັ່ງນີ້: ‘ເປັນຫຍັງທ່ານ ຈົ່ງໃຊ້ຄົນໄປປຶກສາ ບາອານເຊບຸບ ພະຂອງຊາວ ເອັກໂຣນ? ທ່ານຄິດວ່າ ຢູ່ໃນຊາດອິດສະຣາເອນ ບໍ່ມີພຣະເຈົ້າຊັ້ນບໍ? ທ່ານຈະ ບໍ່ຫາຍດີຈາກການເຈັບເປັນນີ້ດອກ ທ່ານຈະຕາຍ.
\s5
\v 7 ກະສັດຖາມວ່າ, “ຊາຍຄົນນັ້ນມີລັກສະນະທ່າທາງຢ່າງໃດ? ”
\v 8 ພວກເຂົາຕອບເພິ່ນວ່າ, “ລາວນຸ່ງເສື້ອຄຸມ ທີ່ເຮັດດ້ວຍ ໜັງສັດ ແລະ ໃສ່ [ກ] ສາຍໜັງຮັດເລົາຄີງ. ” ກະສັດຮ້ອງຂຶ້ນວ່າ, “ແມ່ນເອລີຢາ ຊາວຕີຊະເບ.”
\s5
\v 9 ແລ້ວເພິ່ນກໍໄດ້ໃຊ້ນາຍ ທະຫານຜູ້ໜຶ່ງພ້ອມທັງທະຫານ ຫ້າສິບຄົນໄປຈັບເອລີຢາ. ນາຍທະຫານເຫັນເອລີຢາ ພວມນັ່ງຢູ່ເທິງເນີນພູ ລາວຈຶ່ງຮ້ອງໃສ່ເພິ່ນວ່າ, “ຄົນຂອງ ພຣະເຈົ້າເອີຍ ກະສັດສັ່ງໃຫ້ເຈົ້າລົງມາ. ”
\v 10 ເອລີຢາ ຕອບວ່າ, “ຖ້າຂ້ອຍເປັນຄົນຂອງ ພຣະເຈົ້າ ກໍໃຫ້ໄຟຈາກທ້ອງຟ້າ ຕົກມາໄໝ້ເຈົ້າ ແລະ ພວກທະຫານຂອງເຈົ້າ ໃຫ້ຕາຍສາ. ” ໃນທັນໃດ ໄຟຈາກທ້ອງຟ້າກໍຕົກມາ ໄໝ້ນາຍທະຫານ ແລະ ຄົນຂອງລາວຕາຍໝົດ.
\s5
\v 11 ກະສັດຈຶ່ງໄດ້ໃຊ້ນາຍທະຫານຄົນໜຶ່ງອີກ ພ້ອມທັງທະຫານຫ້າສິບຄົນໃຫ້ຂຶ້ນໄປ [ຂ] ຫາ ເອລີຢາ ແລະ ບອກເພິ່ນວ່າ, “ຄົນຂອງພຣະເຈົ້າເອີຍ ກະສັດສັ່ງເຈົ້າໃຫ້ລົງມາ ດຽວນີ້. ”
\v 12 ແຕ່ເອລີຢາ ຕອບວ່າ, “ຖ້າຂ້ອຍເປັນຄົນຂອງພຣະເຈົ້າ ກໍໃຫ້ໄຟຈາກ ທ້ອງຟ້າ ຕົກມາໄໝ້ເຈົ້າ ແລະ ພວກທະຫານ ຂອງເຈົ້າໃຫ້ຕາຍສາ. ” ໃນທັນໃດ ໄຟຂອງພຣະເຈົ້າກໍຕົກມາໄໝ້ນາຍທະຫານ ແລະ ຄົນຂອງລາວຕາຍໝົດ.
\s5
\v 13 ເທື່ອໜຶ່ງອີກກະສັດ ໄດ້ໃຊ້ນາຍທະຫານຜູ້ໜຶ່ງໄປພ້ອມທັງທະຫານ ຫ້າສິບຄົນ. ນາຍທະຫານໄດ້ຂຶ້ນໄປທີ່ເທິງເນີນພູ ຄຸເຂົ່າລົງຕໍ່ໜ້າເອລີຢາ ແລະ ວິງວອນຂໍຕໍ່ເພິ່ນວ່າ, “ຄົນຂອງພຣະເຈົ້າເອີຍ ຂໍໂຜດເມດຕາ ຂ້ານ້ອຍ ແລະ ຄົນຂອງຂ້ານ້ອຍແດ່ທ້ອນ ຈົ່ງໄວ້ຊີວິດຂອງພວກຂ້ານ້ອຍ ດ້ວຍເທີ້ນ
\v 14 ນາຍທະຫານສອງຄົນ ພ້ອມທັງຄົນຂອງເຂົາ ກໍໄດ້ຖືກຂ້າໝົດ ໂດຍໄຟຈາກທ້ອງຟ້າ; ແຕ່ ຂໍທ່ານໂຜດເມດຕາຂ້ານ້ອຍດ້ວຍ.”
\s5
\v 15 ເທວະດາຂອງອົງພຣະຜູ້ເປັນເຈົ້າ ໄດ້ກ່າວແກ່ເອລີຢາ ວ່າ, “ຈົ່ງລົງໄປກັບລາວ ແລະ ຢ່າຢ້ານ. ” ດັ່ງນັ້ນ ເອລີຢາ ຈຶ່ງໄປຫາ ກະສັດກັບນາຍທະຫານ
\v 16 ແລະ ກ່າວຕໍ່ ເພິ່ນວ່າ, “ອົງພຣະຜູ້ເປັນເຈົ້າ ໄດ້ກ່າວດັ່ງນີ້: ‘ຍ້ອນທ່ານໄດ້ໃຊ້ຄົນໄປປຶກສາ ບາອານເຊບຸບ ພະຂອງຊາວເອັກໂຣນ ທ່ານຈະບໍ່ຫາຍດີ ດອກ; ທ່ານຈະຕາຍ. ການກະທາໍຂອງທ່ານ ເປັນເໝືອນດັ່ງວ່າ, ຢູ່ໃນຊາດອິດສະຣາເອນ ນີ້ບໍ່ມີພຣະເຈົ້າ ທີ່ຈະປຶກສານໍາເລີຍ.
\s5
\v 17 ກະສັດອາຮາຊີຢາ ໄດ້ຕາຍໄປຕາມທີ່ອົງພຣະຜູ້ເປັນເຈົ້າ ໄດ້ກ່າວໄວ້ຜ່ານທາງເອລີຢາ. ເພິ່ນບໍ່ມີລູກຊາຍ; ສະນັ້ນ ໂຢຣາມ ນ້ອງຊາຍຂອງເພິ່ນ [ຄ] ຈຶ່ງຂຶ້ນເປັນກະສັດປົກຄອງແທນ ໃນຣາຊການປີທີສອງຂອງ ກະສັດເຢໂຮຣາມ ລູກຊາຍຂອງເຈົ້າເຢໂຮຊາຟັດ ກະສັດແຫ່ງຢູດາຍ.
\v 18 ສິ່ງອື່ນທີ່ກະສັດອາຮາຊີຢາ ໄດ້ກະທາໍແມ່ນໄດ້ ຖືກບັນທຶກໄວ້ໃນປື້ມປະຫວັດສາດຂອງບັນດາກະສັດແຫ່ງອິດສະຣາເອນ.
\s5
\c 2
\p
\v 1 ເວລາທີ່ອົງພຣະຜູ້ເປັນເຈົ້າ ໄດ້ຮັບເອົາເອລີຢາ ຂຶ້ນສູ່ສະຫວັນດ້ວຍລົມພະຍຸນັ້ນ ເອລີຢາ ແລະ ເອລີຊາ ໄດ້ເດີນທາງອອກຈາກ ເມືອງກິນການ.
\v 2 ເມື່ອເດີນທາງໄປນັ້ນ ເອລີຢາ ໄດ້ກ່າວແກ່ເອລີຊາ ວ່າ, “ຂໍໃຫ້ເຈົ້າຢູ່ ບ່ອນນີ້ ເພາະອົງພຣະຜູ້ເປັນເຈົ້າໄດ້ສັ່ງໃຫ້ຂ້ອຍໄປຍັງເມືອງເບັດເອນ. ” ແຕ່ເອລີຊາ ຕອບວ່າ, “ຂ້ານ້ອຍຂໍສາບານຢ່າງສັດຊື່ ຕໍ່ອົງພຣະຜູ້ເປັນເຈົ້າ ອົງຊົງຊີວິດຢູ່ ແລະ ຕໍ່ທ່ານວ່າ ຂ້ານ້ອຍຈະບໍ່ໜີໄປຈາກທ່ານ. ” ດັ່ງນັ້ນ ທັງສອງຈຶ່ງເດີນທາງຕໍ່ໄປ ຍັງເມືອງເບັດເອນ.
\s5
\v 3 ມີພວກຜູ້ທາໍນວາຍໝວດໜຶ່ງ ຢູ່ໃນເມືອງນັ້ນ ໄດ້ອອກໄປພົບເອລີຊາ ແລະ ຖາມວ່າ, “ເຈົ້າຮູ້ບໍວ່າ ວັນນີ້ອົງພຣະຜູ້ເປັນເຈົ້າຈະ ຮັບເອົານາຍຂອງເຈົ້າໄປຈາກເຈົ້າ? ” ເອລີຊາ ຕອບວ່າ, “ແມ່ນແລ້ວຂ້ອຍຮູ້ ແຕ່ຢ່າເວົ້າເຖິງເລື່ອງນີ້ເລີຍ. ”
\v 4 ແລ້ວເອລີຢາ ກໍໄດ້ກ່າວແກ່ເອລີຊາ ວ່າ, “ຂໍໃຫ້ເຈົ້າຢູ່ບ່ອນນີ້ ເພາະອົງພຣະຜູ້ເປັນເຈົ້າໄດ້ສັ່ງໃຫ້ຂ້ອຍໄປຍັງເມືອງ ເຢຣິໂກ. ” ແຕ່ເອລີຊາ ຕອບວ່າ, “ຂ້ານ້ອຍຂໍສາບານຢ່າງສັດຊື່ຕໍ່ອົງພຣະຜູ້ເປັນເຈົ້າ ອົງຊົງຊີວິດຢູ່ ແລະ ຕໍ່ທ່ານວ່າ ຂ້ານ້ອຍຈະບໍ່ໜີໄປຈາກທ່ານ. ” ດັ່ງນັ້ນ ທັງສອງຈຶ່ງເດີນທາງ ຕໍ່ໄປຍັງເມືອງເຢຣິໂກ.
\s5
\v 5 ມີພວກຜູ້ທາໍນວາຍໝວດໜຶ່ງ ຢູ່ໃນເມືອງນັ້ນໄດ້ອອກໄປຫາເອລີຊາ ແລະ ຖາມວ່າ, “ເຈົ້າຮູ້ບໍວ່າ ວັນນີ້ອົງພຣະຜູ້ເປັນເຈົ້າຈະຮັບເອົານາຍຂອງເຈົ້າ ໄປຈາກເຈົ້າ? ” ເອລີຊາ ຕອບວ່າ, “ແມ່ນແລ້ວຂ້ອຍຮູ້ ແຕ່ຢ່າເວົ້າເຖິງເລື່ອງນີ້ເລີຍ. ”
\v 6 ແລ້ວເອລີຢາ ກໍໄດ້ກ່າວແກ່ເອລີຊາ ອີກວ່າ, “ຂໍໃຫ້ເຈົ້າຢູ່ບ່ອນນີ້ ເພາະອົງພຣະຜູ້ເປັນເຈົ້າ ໄດ້ສັ່ງໃຫ້ຂ້ອຍໄປ ຍັງແມ່ນາໍ້ຈໍແດນ. ” ແຕ່ເອລີຊາ ຕອບວ່າ, “ຂ້ານ້ອຍຂໍສາບານຢ່າງສັດຊື່ຕໍ່ອົງພຣະຜູ້ເປັນເຈົ້າ ອົງຊົງຊີວິດຢູ່ ແລະ ຕໍ່ທ່ານວ່າ ຂ້ານ້ອຍຈະບໍ່ໜີໄປຈາກທ່ານ. ” ດັ່ງນັ້ນ ທັງສອງຈຶ່ງອອກເດີນທາງຕໍ່ໄປ
\s5
\v 7 ໂດຍມີພວກຜູ້ທາໍນວາຍຫ້າສິບຄົນ ຕິດຕາມໄປຈົນເຖິງແມ່ນາໍ້ຈໍແດນ. ເອລີຢາ ກັບ ເອລີຊາ ໄດ້ໄປຢືນຢູ່ໃກ້ແມ່ນາໍ້ ສ່ວນບັນດາຜູ້ທາໍນວາຍຫ້າສິບຄົນນັ້ນ ຢືນຢູ່ຫ່າງຈາກເພິ່ນທັງສອງ ໄປໜ້ອຍໜຶ່ງ.
\v 8 ແລ້ວເອລີຢາ ກໍໄດ້ແກ້ເສື້ອຄຸມຂອງເພິ່ນອອກ ມ້ວນເສື້ອຄຸມໄວ້ ແລະ ໃຊ້ເສື້ອຄຸມນັ້ນຟາດນໍ້າ ນາໍ້ໄດ້ແຍກອອກ ແລະ ເພິ່ນກັບເອລີຊາ ກໍຍ່າງຂ້າມດິນແຫ້ງໄປສູ່ຟາກໜຶ່ງອີກ.
\s5
\v 9 ໃນບ່ອນນັ້ນ ເອລີຢາໄດ້ກ່າວແກ່ເອລີຊາ ວ່າ, “ກ່ອນຂ້ອຍຈະຖືກຮັບຂຶ້ນໄປ ໃຫ້ເຈົ້າບອກຂ້ອຍມາເບິ່ງວ່າ ເຈົ້າຢາກໃຫ້ຂ້ອຍເຮັດຫຍັງ ສໍາລັບເຈົ້າແດ່? ” ເອລີຊາ ຕອບວ່າ, “ຂໍໃຫ້ຂ້ານ້ອຍໄດ້ຮັບຣິດອໍານາດສອງເທົ່າ ເພື່ອສືບແທນທ່ານແດ່ທ້ອນ. ” [ງ]
\v 10 ເອລີຢາ ຕອບຄືນວ່າ, “ເຈົ້າຮ້ອງຂໍ ໃນສິ່ງທີ່ເອົາໃຫ້ຍາກ, ແຕ່ເຈົ້າຈະໄດ້ສິ່ງນັ້ນ ຖ້າເຈົ້າເຫັນຂ້ອຍ ໃນຂະນະທີ່ຖືກຮັບຂຶ້ນໄປຈາກເຈົ້າ; ຖ້າເຈົ້າ ບໍ່ເຫັນຂ້ອຍ ເຈົ້າກໍຈະບໍ່ໄດ້ຮັບ.”
\s5
\v 11 ໃນຂະນະທີ່ທັງສອງພວມຍ່າງລົມກັນໄປນັ້ນ; ທັນໃດນັ້ນ ກໍມີຝູງມ້າໄຟ ແກ່ລົດມ້າໄຟຄັນໜຶ່ງແລ່ນຜ່າກາງທັງສອງໄປ ແລະ ລົມພະຍຸກໍພັດຫອບເອົາເອລີຢາ ຂຶ້ນສູ່ສະຫວັນ.
\v 12 ເອລີຊາ ເຫັນຈຶ່ງຮ້ອງໃສ່ເອລີຢາ ວ່າ, “ພໍ່ເອີຍ ພໍ່ເອີຍ ລົດຮົບແລະທະຫານມ້າຂອງຊາດອິດສະຣາເອນເອີຍ ທ່ານໄດ້ຈາກໄປ ແລ້ວໜໍ. ” ແລ້ວເອລີຊາ ກໍບໍ່ໄດ້ເຫັນເອລີຢາ ອີກຕໍ່ໄປ. ດ້ວຍຄວາມໂສກເສົ້າ ເອລີຊາຈຶ່ງຈີກເສື້ອຄຸມຂອງຕົນເປັນສອງຕ່ອນ.
\s5
\v 13 ແລ້ວເພິ່ນກໍຈັບເອົາເສື້ອຄຸມ ທີ່ຕົກລົງຈາກເອລີຢານັ້ນ ກັບຄືນໄປ ແລະ ຢືນຢູ່ທີ່ແຄມແມ່ນາໍ້ຈໍແດນ.
\v 14 ເພິ່ນເອົາເສື້ອຄຸມ ຂອງເອລີຢາ ຟາດນາໍ້ ແລະ ຖາມວ່າ, “ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງເອລີຢາ ຢູ່ທີ່ໃດ? ” ແລ້ວເພິ່ນກໍຟາດນໍ້າ ອີກເທື່ອໜຶ່ງ ແລະ ນໍ້າກໍແຍກອອກ ເພິ່ນຈຶ່ງຍ່າງຂ້າມຟາກໄປ.
\s5
\v 15 ພວກຜູ້ທາໍນວາຍຫ້າສິບຄົນ ຈາກເມືອງເຢຣິໂກ ເຫັນເພິ່ນ ພວກເຂົາຈຶ່ງເວົ້າວ່າ, “ຣິດອໍານາດຂອງເອລີຢາ ໄດ້ຢູ່ກັບເອລີຊາ ແລ້ວ. ” ພວກນັ້ນໄດ້ເຂົ້າໄປຫາເພິ່ນ ແລະ ກົ້ມຂາບລົງ
\v 16 ທັງເວົ້າວ່າ, “ພວກເຮົາໃນທີ່ນີ້ມີຢູ່ນາໍກັນຫ້າສິບຄົນ ລ້ວນແລ້ວແຕ່ເປັນຄົນແຂງແຮງທັງນັ້ນ. ໃຫ້ພວກເຮົາໄປຊອກຫານາຍຂອງທ່ານສາ. ບາງທີ ພຣະວິນຍານຂອງ ອົງພຣະຜູ້ເປັນເຈົ້າໄດ້ຫອບເອົານາຍຂອງທ່ານໄປ ປະໄວ້ຢູ່ເທິງພູເຂົາ ຫລື ຢູ່ຕາມຮ່ອມພູບາງແຫ່ງກໍໄດ້. ” ເອລີຊາ ຕອບວ່າ, “ບໍ່ ພວກເຈົ້າບໍ່ຈາໍເປັນຕ້ອງໄປ.”
\s5
\v 17 ແຕ່ພວກນັ້ນ ຍັງວິງວອນຂໍຢູ່ ຈົນເພິ່ນຍິນຍອມໃຫ້ໄປ. ພວກຫ້າສິບຄົນນີ້ໄດ້ອອກໄປຊອກຫາ ແຕ່ເໜືອຕະຫລອດໃຕ້ ເປັນເວລາສາມມື້ ແຕ່ກໍບໍ່ພົບເພິ່ນ.
\v 18 ພວກນັ້ນໄດ້ກັບຄືນມາຫາເອລີຊາ ທີ່ຄອຍຖ້າຢູ່ໃນ ເມືອງເຢຣິໂກ ແລະ ເພິ່ນກໍເວົ້າຕໍ່ພວກນັ້ນວ່າ, “ຂ້ອຍບອກພວກເຈົ້າແລ້ວວ່າ ບໍ່ຕ້ອງໄປ ບໍ່ແມ່ນບໍ?”
\s5
\v 19 ແລ້ວຊາວເມືອງເຢຣິໂກ ກໍໄປຫາເອລີຊາ ແລະ ເວົ້າກັບເພິ່ນວ່າ, “ທ່ານເອີຍ ທ່ານກໍຮູ້ຢູ່ແລ້ວວ່າ ທີ່ນີ້ເປັນເມືອງດີ, ແຕ່ນາໍ້ບໍ່ ດີ ຈຶ່ງເປັນເຫດໃຫ້ພວກຜູ້ຍິງຫລຸລູກ. ”
\v 20 ເອລີຊາ ຈຶ່ງສັ່ງພວກເຂົາວ່າ, “ເອົາເກືອໃສ່ ຖ້ວຍໃບໃໝ່ ໆ ມາໃຫ້ຂ້ອຍ. ” ພວກເຂົາກໍປະຕິບັດຕາມ.
\s5
\v 21 ເອລີຊາ ໄດ້ໄປທີ່ບໍ່ນາໍ້ ຫວ່ານເກືອໃສ່ນາໍ້ ແລະ ເວົ້າວ່າ, “ອົງພຣະຜູ້ເປັນເຈົ້າ ກ່າວດັ່ງນີ້: ‘ເຮົາໄດ້ເຮັດໃຫ້ນາໍ້ນີ້ດີສະອາດ ແລະ ນາໍ້ນີ້ຈະບໍ່ເປັນເຫດໃຫ້ຄົນຕາຍ ແລະ ຫລຸລູກ ອີກຕໍ່ໄປ.
\v 22 ຕັ້ງແຕ່ນັ້ນມາ ນາໍ້ກໍດີສະອາດ ຕາມທີ່ເອລີຊາໄດ້ກ່າວ.
\s5
\v 23 ແລ້ວເອລີຊາ ກໍຈາກເມືອງເຢຣິໂກ ໄປເມືອງເບັດເອນ. ເມື່ອເດີນທາງໄປນັ້ນ ມີເດັກຊາຍບາງຄົນມາແຕ່ໃນເມືອງ ຮ້ອງເຍາະເຍີ້ຍເພິ່ນ. ພວກເຂົາຮ້ອງຂຶ້ນວ່າ, “ຄົນຫົວລ້ານ ອອກໜີຈາກບ່ອນນີ້ສາ. ”
\v 24 ເອລີຊາ ອວ່າຍໜ້າມາຈ້ອງເບິ່ງພວກເຂົາ ແລະ ສາບແຊ່ງພວກເຂົາໃນນາມຂອງອົງພຣະຜູ້ເປັນເຈົ້າ. ແລ້ວກໍມີໝີແມ່ສອງໂຕອອກມາແຕ່ປ່າ ແລະ ຄຸບເດັກຊາຍສີ່ສິບສອງຄົນນັ້ນໃຫ້ໄດ້ຮັບບາດເຈັບຢ່າງໜັກ.
\v 25 ແລ້ວເອລີຊາ ກໍເດີນທາງຕໍ່ໄປຍັງພູເຂົາກາເມນ ແລະ ຕໍ່ມາເພິ່ນກໍໄດ້ກັບຄືນມາຍັງນະຄອນຊາມາເຣຍ.
\s5
\c 3
\p
\v 1 ໃນຣາຊການປີທີສິບແປດ ຂອງເຈົ້າເຢໂຮຊາຟັດ ກະສັດແຫ່ງຢູດາຍ ໂຢຣາມລູກຊາຍອາຮາບໄດ້ຂຶ້ນເປັນກະສັດແຫ່ງອິດສະຣາເອນ ເພິ່ນໄດ້ປົກຄອງຢູ່ທີ່ນະຄອນຊາມາເຣຍ ເປັນເວລາສິບສອງປີ.
\v 2 ເພິ່ນໄດ້ເຮັດບາບຕໍ່ສູ້ອົງພຣະຜູ້ເປັນເຈົ້າ ແຕ່ຍັງບໍ່ຮ້າຍແຮງເທົ່າກັບພໍ່ຂອງເພິ່ນ ຫລື ນາງເຢເຊເບນ ແມ່ຂອງເພິ່ນ; ເພິ່ນໄດ້ຮື້ຖອນຮູບ ພະບາອານ ທີ່ພໍ່ຂອງເພິ່ນໄດ້ສ້າງສໍາລັບຂາບໄຫວ້.
\v 3 ແຕ່ໂຢຣາມ ໄດ້ພາຊາວອິດສະຣາເອນເຮັດບາບຢ່າງບໍ່ຢຸດຢັ້ງ ຢ່າງດຽວກັບກະສັດເຢໂຣໂບອາມ ລູກຊາຍຂອງເນບັດ ກະສັດທີ່ປົກຄອງກ່ອນເພິ່ນ.
\s5
\v 4 ກະສັດເມຊາ ແຫ່ງໂມອາບ ໄດ້ລ້ຽງແກະໄວ້ຢ່າງຫລວງຫລາຍ; ແລະ ທຸກປີໃດ ເພິ່ນໄດ້ເສຍສ່ວຍ ໃຫ້ກະສັດແຫ່ງອິດສະຣາເອນ ລູກແກະໜຶ່ງແສນໂຕ ແລະ ຂົນແກະໜຶ່ງແສນໂຕ.
\v 5 ແຕ່ເມື່ອເຈົ້າອາຮາບ ກະສັດແຫ່ງອິດສະຣາເອນ ໄດ້ຕາຍໄປແລ້ວ ໂມອາບກໍໄດ້ກະບົດຕໍ່ອານາຈັກອິດສະຣາເອນ.
\v 6 ກະສັດໂຢຣາມ ຈຶ່ງອອກຈາກນະຄອນຊາມາເຣຍ ໄປທັນທີເພື່ອທ້ອນໂຮມເອົາທະຫານທັງໝົດຂອງເພິ່ນ.
\s5
\v 7 ເພິ່ນໄດ້ສົ່ງຄວາມໄປບອກກະສັດເຢໂຮຊາຟັດ ແຫ່ງຢູດາຍ ວ່າ, “ກະສັດແຫ່ງໂມອາບ ໄດ້ກະບົດຕໍ່ຂ້າພະເຈົ້າ ທ່ານຈະຮ່ວມກັບຂ້າພະເຈົ້າ ເຮັດເສິກຕໍ່ສູ້ລາວໄດ້ບໍ? ” ກະສັດເຢໂຮຊາຟັດ ຕອບວ່າ, “ ເຫັນດີ ຂ້າພະເຈົ້າເອງ ພ້ອມທີ່ຈະໄປກັບທ່ານ ລວມທັງທະຫານຂອງຂ້າພະເຈົ້າ ແລະ ຝູງມ້າຂອງຂ້າພະເຈົ້າດ້ວຍ.
\v 8 ພວກເຮົາຈະເຂົ້າໂຈມຕີ ທາງຖະໜົນເສັ້ນໃດ? ” ກະສັດໂຢຣາມ ຕອບວ່າ, “ພວກເຮົາຈະຜ່ານໄປທາງ ຖິ່ນແຫ້ງແລ້ງກັນດານເອໂດມ ໄປ.”
\s5
\v 9 ແລ້ວກະສັດໂຢຣາມ, ກະສັດແຫ່ງຢູດາຍ ແລະ ກະສັດແຫ່ງເອໂດມ ກໍຍົກທັບອອກໄປ. ຫລັງຈາກຍົກທັບໄປໄດ້ເຈັດມື້ແລ້ວ ພວກເຂົາກໍໝົດນາໍ້ດື່ມ ແລະ ບໍ່ມີນາໍ້ເຫລືອໃຫ້ພວກທະຫານ ຫລື ສັດກິນ.
\v 10 ກະສັດໂຢຣາມ ຮ້ອງຂຶ້ນວ່າ, “ພວກເຮົາຈະໄປທາງໃດດີ ອົພຣະຜູ້ເປັນເຈົ້າມອບພວກເຮົາສາມຄົນໄວ້ ໃນກາໍມືຂອງກະສັດແຫ່ງໂມອາບ ແລ້ວ.”
\s5
\v 11 ກະສັດເຢໂຮຊາຟັດ ຈຶ່ງຖາມວ່າ, “ຢູ່ທີ່ນີ້ມີຜູ້ທໍານວາຍ ພໍທີ່ພວກເຮົາຈະຖາມອົງພຣະຜູ້ເປັນເຈົ້າ ຜ່ານທາງເພິ່ນໄດ້ແດ່ບໍ? ” ນາຍທະຫານຄົນໜຶ່ງໃນກອງທັບຂອງກະສັດໂຢຣາມ ຕອບວ່າ, “ເອລີຊາ ລູກຊາຍຂອງຊາຟັດ ຢູ່ບ່ອນນີ້. ເພິ່ນເຄີຍເປັນຜູ້ຊ່ວຍຂອງເອລີຢາ. ”
\v 12 ກະສັດເຢໂຮຊາຟັດ ກ່າວວ່າ, “ລາວເປັນຜູ້ທາໍນວາຍແທ້. ” ດັ່ງນັ້ນ ກະສັດທັງສາມຈຶ່ງພາກັນໄປຫາເອລີຊາ.
\s5
\v 13 ເອລີຊາ ກ່າວຕໍ່ກະສັດແຫ່ງອິດສະຣາເອນ ວ່າ, “ຂ້ານ້ອຍຈະຊ່ວຍທ່ານ ເຮັດຫຍັງ? ຈົ່ງໄປປຶກສາພວກຜູ້ທາໍນວາຍ ເຫລົ່ານັ້ນ ທີ່ພໍ່ແມ່ຂອງທ່ານເຄີຍໄດ້ປຶກສາ ນັ້ນສາ. ” ແຕ່ກະສັດໂຢຣາມ ຕອບວ່າ, “ບໍ່ໄດ້ດອກ ເພາະແມ່ນອົງພຣະຜູ້ເປັນເຈົ້າ ທີ່ມອບພວກເຮົາກະສັດສາມຄົນນີ້ໄວ້ ໃນກາໍມືຂອງກະສັດແຫ່ງໂມອາບ. ”
\v 14 ເອລີຊາ ຕອບວ່າ, “ໂດຍອົງພຣະຜູ້ເປັນເຈົ້າ ອົງຊົງຊີວິດຢູ່ ອົງທີ່ຂ້ານ້ອຍຮັບໃຊ້ຢູ່ນີ້ ຂ້ານ້ອຍຂໍສາບານວ່າ ຖ້າຂ້ານ້ອຍບໍ່ນັບຖື ເຈົ້າເຢໂຮຊາຟັດ ກະສັດແຫ່ງຢູດາຍ ຜູ້ທີ່ເປັນພັນທະມິດຂອງທ່ານ ແລ້ວຂ້ານ້ອຍຈະບໍ່ຍອມກ່ຽວຂ້ອງກັບທ່ານແຕ່ຢ່າງໃດ.
\s5
\v 15 ບັດນີ້ ຈົ່ງນາໍນັກດົນຕຼີ ຄົນໜຶ່ງມາໃຫ້ຂ້ານ້ອຍ. ” ໃນຂະນະທີ່ນັກດົນຕຼີ ພວມດີດພິນຢູ່ນັ້ນ ຣິດເດດຂອງອົງພຣະຜູ້ເປັນເຈົ້າ ກໍໄດ້ລົງມາຄວບຄຸມເອລີຊາ
\v 16 ເພິ່ນຈຶ່ງກ່າວວ່າ, “ອົງພຣະຜູ້ເປັນເຈົ້າ ບອກວ່າ, ‘ໃຫ້ຂຸດຫລຸມຢູ່ຕາມຮ່ອງຫ້ວຍແລ້ງແຫ່ງນີ້.
\v 17 ເຖິງແມ່ນວ່າ ທ່ານຈະບໍ່ເຫັນຝົນ ຫລື ລົມ ຮ່ອງຫ້ວຍນີ້ກໍຈະເຕັມດ້ວຍນາໍ້. ທ່ານເອງ, ຝູງງົວ ແລະ ຝູງສັດຂອງທ່ານຈະມີນາໍ້ດື່ມພຽງພໍ.
\s5
\v 18 ເອລີຊາ ກ່າວຕໍ່ໄປວ່າ, “ອົງພຣະຜູ້ເປັນເຈົ້າກະທາໍການນີ້ ໄດ້ຢ່າງງ່າຍດາຍ ແລະ ພຣະອົງຈະໃຫ້ພວກທ່ານ ຮົບຊະນະພວກໂມອາບ.
\v 19 ທ່ານຈະໂຈມຕີເອົາເມືອງທັງໝົດອັນສວຍງາມ ທີ່ມີປ້ອມປ້ອງກັນໄດ້; ທ່ານຈະປໍ້າຕົ້ນໄມ້ທັງໝົດທີ່ມີໝາກລົງ, ຖົມບໍ່ ນາໍ້ທັງໝົດຂອງພວກເຂົາຖິ້ມ ແລະ ເອົາຫິນຖົມໄຮ່ນາທັງໝົດທີ່ອຸດົມສົມບູນຂອງພວກເຂົາ ເພື່ອເປັນການທາໍລາຍ.”
\s5
\v 20 ເຊົ້າມື້ໃໝ່ມາ ຕາມເວລາທີ່ຖວາຍເຄື່ອງບູຊາໃນຕອນເຊົ້າ ໄດ້ມີນາໍ້ໄຫລມາຈາກທາງເມືອງເອໂດມ ແລະ ມີນາໍ້ເຕັມຢູ່ທົ່ວທຸກບ່ອນ.
\s5
\v 21 ເມື່ອຊາວໂມອາບ ໄດ້ຍິນວ່າມີກະສັດສາມຄົນມາໂຈມຕີພວກຕົນ, ພວກເຂົາຈຶ່ງລະດົມເອົາຊາຍທຸກຄົນ ທີ່ສາມາດຖືອາວຸດ ໄດ້ ບໍ່ວ່າເຖົ້າແກ່ ຫລື ໜຸ່ມນ້ອຍ ແລະໃຫ້ທຸກຄົນໄປຕັ້ງທີ່ໝັ້ນ ປະຈາໍການຢູ່ຊາຍແດນ.
\v 22 ເມື່ອພວກເຂົາລຸກຂຶ້ນມາໃນຕອນເຊົ້າ ຕາເວັນໄດ້ສ່ອງແສງໃສ່ນໍ້າ ເຮັດໃຫ້ເບິ່ງນາໍ້ ເປັນສີແດງດັ່ງເລືອດ.
\v 23 ພວກເຂົາຈຶ່ງຮ້ອງຂຶ້ນວ່າ, “ແມ່ນເລືອດ! ສັດຕູທັງສາມກອງທັບນັ້ນ ຄົງໄດ້ຕໍ່ສູ້ແລະຂ້າກັນເອງ ໃຫ້ພວກເຮົາໄປປຸ້ນຄ້າຍຂອງພວກເຂົາເທາະ.”
\s5
\v 24 ແຕ່ພໍພວກເຂົາໄປເຖິງຄ້າຍຂອງພວກອິດສະຣາເອນ, ພວກອິດສະຣາເອນກໍອອກມາໂຈມຕີ ແລະ ໄລ່ພວກເຂົາກັບຄືນມາ. ພວກອິດສະຣາເອນສືບຕໍ່ໄລ່ຕາມ [ຈ] ຂ້າຊາວໂມອາບ
\v 25 ແລະ ທາໍລາຍເມືອງຕ່າງ ໆ ຂອງພວກເຂົາ. ເມື່ອຜ່ານໄຮ່ນາອັນອຸດົມສົມບູນຂອງຊາວໂມອາບໄປນັ້ນ ຊາວອິດສະຣາເອນແຕ່ລະຄົນກໍໄດ້ໂຍນກ້ອນຫິນ ໃສ່ຈົນໄຮ່ນາທັງໝົດເຕັມໄປດ້ວຍກ້ອນຫິນ; ພວກເຂົາຖົມບໍ່ນໍ້າ ແລະ ປໍ້າຕົ້ນໄມ້ທີ່ມີໝາກ ທັງໝົດລົງ. ໃນທີ່ສຸດ ມີແຕ່ເມືອງກີຣະເຮເຣັດ [ສ] ທີ່ຍັງເຫລືອຢູ່ ຊາວອິດສະຣາເອນຈື່ງເຂົ້າ ລ້ອມໄວ້ ແລະ ໂຈມຕີເອົາ.
\s5
\v 26 ເມື່ອກະສັດແຫ່ງໂມອາບ ຮູ້ວ່າຕົນເສຍໄຊ ໃຫ້ແກ່ສັດຕູແລ້ວ, ເພິ່ນກໍພາທະຫານດາບເຈັດຮ້ອຍຄົນຕີຜ່າວົງລ້ອມ ແລະ ປົບໜີໄປຫາກະສັດແຫ່ງຊີເຣຍ [ຊ] ແຕ່ກໍບໍ່ສໍາເລັດ.
\v 27 ສະນັ້ນ ເພິ່ນຈຶ່ງພາລູກຊາຍກົກຜູ້ທີ່ຈະ ຂຶ້ນເປັນກະສັດແທນຕົນນັ້ນໄປຖວາຍ ທີ່ເທິງກາໍແພງເມືອງ ເປັນເຄື່ອງບູຊາແກ່ພະຂອງຊາວໂມອາບ. ຊາວອິດສະຣາເອນເກີດຢ້ານກົວຈົນຕົວສັ່ນເຊັນ [ຍ] ຈຶ່ງຖອນໜີຈາກເມືອງ ແລະ ກັບຄືນໄປຍັງປະເທດຂອງຕົນ.
\s5
\c 4
\p
\v 1 ມີແມ່ໝ້າຍຜູ້ໜຶ່ງ ທີ່ຜົວຂອງນາງຢູ່ໃນກຸ່ມຜູ້ທາໍນວາຍ ໄດ້ໄປຫາເອລີຊາ ແລະ ຮ້ອງຂໍວ່າ, “ທ່ານເອີຍ ຜົວຂອງຂ້ານ້ອຍຕາຍໄປແລ້ວ ທ່ານກໍຮູ້ວ່າລາວເປັນຄົນຢໍາເກງພຣະເຈົ້າ ແຕ່ເຈົ້າໜີ້ໄດ້ມາເອົາລູກຊາຍສອງ ຄົນຂອງຂ້ານ້ອຍໄປເປັນທາດຮັບໃຊ້ ເພື່ອຈ່າຍຄ່າໜີ້ ທີ່ຜົວຂອງຂ້ານ້ອຍຕິດນັ້ນ. ”
\v 2 ເພິ່ນຖາມວ່າ, “ຈະໃຫ້ຂ້ອຍຊ່ວຍຫຍັງແດ່? ບອກມາດູວ່າ ເຈົ້າມີຫຍັງຢູ່ໃນເຮືອນ? ” ນາງຕອບວ່າ, “ບໍ່ມີຫຍັງເລີຍ ນອກຈາກນາໍ້ມັນໝາກກອກເທດ ແກ້ວນ້ອຍ ໆ ເທົ່ານັ້ນ.”
\s5
\v 3 ເອລີຊາ ບອກນາງວ່າ, “ໃຫ້ເຈົ້າໄປຂໍຢືມແກ້ວເປົ່າ ຈາກເພື່ອນບ້ານໃກ້ຄຽງໃຫ້ຫລາຍ ເທົ່າທີ່ຈະຫລາຍໄດ້.
\v 4 ແລ້ວໃຫ້ເຈົ້າກັບລູກຊາຍເຂົ້າໄປໃນເຮືອນ, ອັດປະຕູໄວ້ ແລະ ໃຫ້ເລີ່ມຖອກນໍ້າມັນໃສ່ແກ້ວເຫລົ່ານັ້ນ. ເມື່ອເຕັມແລ້ວ ໃຫ້ເອົາແຕ່ລະແກ້ວໄປຕັ້ງໄວ້ຕ່າງຫາກ.”
\s5
\v 5 ດັ່ງນັ້ນ ຍິງຜູ້ນີ້ຈຶ່ງພາລູກຊາຍສອງຄົນເຂົ້າໄປໃນເຮືອນ, ອັດປະຕູໄວ້ ແລະ ຖອກນາໍ້ ມັນໃສ່ແກ້ວທີ່ລູກຊາຍໄດ້ເອົາມາໃຫ້ຕົນນັ້ນ.
\v 6 ເມື່ອທຸກແກ້ວເຕັມໝົດແລ້ວ ນາງກໍຖາມຫາແກ້ວເປົ່າອີກ. ລູກຊາຍຄົນໜຶ່ງຂອງນາງ ຕອບວ່າ, “ນີ້ເປັນແກ້ວສຸດທ້າຍແລ້ວ. ” ແລ້ວນາໍ້ມັນໝາກກອກເທດ ກໍຢຸດໄຫລ.
\s5
\v 7 ນາງໄດ້ກັບໄປຫາຜູ້ທາໍນວາຍເອລີຊາ ແລະ ເພິ່ນໄດ້ບອກນາງວ່າ, “ຈົ່ງຂາຍນາໍ້ມັນໝາກກອກເທດ ທັງໝົດນີ້ ແລະ ຈ່າຍຄ່າໜີ້ຂອງເຈົ້າສາ ແລະ ເຈົ້າຍັງຈະມີເງິນເຫລືອພໍ ລ້ຽງຊີບຂອງເຈົ້າ ແລະ ລູກຊາຍທັງສອງຂອງເຈົ້າຕໍ່ໄປ.”
\s5
\v 8 ມື້ໜຶ່ງ ເອລີຊາໄດ້ໄປຍັງເມືອງຊູເນມ ບ່ອນທີ່ຍິງຊາວຊູເນມ ຜູ້ຮັ່ງມີຄົນໜຶ່ງອາໄສຢູ່. ນາງໄດ້ເຊີນເອລີຊາ ໄປຮັບປະທານອາຫານນາໍ ແລະ ຕັ້ງແຕ່ນັ້ນມາ ເອລີຊາ ກໍຮັບປະທານອາຫານທີ່ເຮືອນນາງ ທຸກເທື່ອທີ່ເພິ່ນໄປຍັງເມືອງຊູເນມ.
\v 9 ນາງໄດ້ເວົ້າກັບຜົວຂອງຕົນວ່າ, “ຂ້ອຍເຊື່ອວ່າຊາຍຜູ້ທີ່ມານີ້ເລື້ອຍ ໆ ເປັນຜູ້ບໍຣິສຸດຄົນໜຶ່ງຂອງພຣະເຈົ້າ.
\s5
\v 10 ໃຫ້ພວກເຮົາເຮັດຫ້ອງນ້ອຍ ຢູ່ເທິງຫລັງຄາພຽງ ຫາເອົາຕຽງ, ໂຕະ, ຕັ່ງ ແລະ ຕະກຽງ ໄປໄວ້ທີ່ນັ້ນ ແລະ ເມື່ອໃດເພິ່ນມາ ຢ້ຽມຢາມພວກເຮົາ ກໍໃຫ້ເພິ່ນພັກຢູ່ທີ່ນັ້ນ. ”
\v 11 ມື້ໜຶ່ງ ເອລີຊາໄດ້ກັບຄືນມາຍັງເມືອງຊູເນມ ແລະ ຂຶ້ນໄປພັກຜ່ອນທີ່ຫ້ອງຂອງເພິ່ນ.
\s5
\v 12 ເພິ່ນບອກໃຫ້ເກຮາຊິ ຄົນຮັບໃຊ້ຂອງເພິ່ນໄປເອີ້ນຍິງຄົນນັ້ນມາ, ເມື່ອນາງໄດ້ມາ ຢືນຢູ່ຕໍ່ໜ້າຂອງເພິ່ນແລ້ວ
\v 13 ເພິ່ນຈຶ່ງກ່າວແກ່ເກຮາຊິ ວ່າ, “ຈົ່ງຖາມນາງເບິ່ງດູ, ນາງຢາກໃຫ້ຂ້ອຍເຮັດຫຍັງໃຫ້ແດ່ ເພື່ອຕອບແທນຄວາມລໍາບາກ ທີ່ນາງໄດ້ເຮັດເພື່ອພວກເຮົາ ໂດຍຈັດຫາສິ່ງທີ່ຈາໍເປັນໃຫ້ພວກເຮົາຢ່າງນີ້. ບາງທີນາງອາດຢາກໃຫ້ຂ້ອຍໄປຫາກະສັດ ຫລື ຜູ້ບັນຊາການກອງທັບ ເພື່ອລາຍງານເຖິງຄຸນຄວາມດີຂອງນາງກໍໄດ້. ” ນາງຕອບວ່າ, “ຂ້ານ້ອຍມີທຸກສິ່ງທີ່ຕ້ອງການ ໃນທ່າມກາງຊົນຊາດຂອງຂ້ານ້ອຍ.”
\s5
\v 14 ເອລີຊາ ຈຶ່ງຖາມເກຮາຊິ ວ່າ, “ຖ້າດັ່ງນັ້ນ ຈະໃຫ້ຂ້ອຍເຮັດຫຍັງແດ່ເພື່ອນາງ? ” ລາວຕອບວ່າ, “ນາງບໍ່ມີລູກ ແລະ ຜົວຂອງນາງກໍເຖົ້າແກ່ແລ້ວ. ”
\v 15 ເອລີຊາ ສັ່ງວ່າ, “ບອກນາງມາພີ້ດູ. ” ນາງຈຶ່ງເຂົ້າມາຢືນຢູ່ທີ່ປາກປະຕູ
\v 16 ແລະ ເອລີຊາກໍບອກນາງວ່າ, “ປີໜ້າໃນເວລາດຽວກັນນີ້ ເຈົ້າຈະໄດ້ອູ້ມລູກຊາຍ. ” ນາງຮ້ອງອຸທານຂຶ້ນວ່າ, “ໂອ ທ່ານເອີຍ ກະລຸນາຢ່າຫລອກລວງຂ້ານ້ອຍເລີຍ ທ່ານເປັນຄົນຂອງພຣະເຈົ້າ.”
\s5
\v 17 ແຕ່ກໍເປັນໄປຕາມທີ່ເອລີຊາ ໄດ້ກ່າວໄວ້. ປີຕໍ່ມາໃນເວລາດຽວກັນນັ້ນ ນາງກໍເກີດລູກຊາຍຜູ້ໜຶ່ງ.
\v 18 ຫລາຍປີຕໍ່ມາ ເຊົ້າມື້ໜຶ່ງໃນລະດູກ່ຽວເຂົ້າ ເດັກຊາຍຄົນນີ້ໄດ້ອອກໄປທີ່ທົ່ງນາ ຫາພໍ່ຂອງຕົນທ່າມກາງພວກກ່ຽວເຂົ້າ.
\v 19 ໃນທັນໃດນັ້ນ ລາວຮ້ອງໃສ່ພໍ່ວ່າ, “ລູກເຈັບຫົວ ລູກເຈັບຫົວ. ” ຜູ້ເປັນພໍ່ບອກຄົນຮັບໃຊ້ຜູ້ໜຶ່ງວ່າ, “ຈົ່ງອູ້ມເດັກໄປຫາ ແມ່ຂອງລາວສາ. ”
\v 20 ຄົນຮັບໃຊ້ອູ້ມເດັກກັບຄືນໄປຫາແມ່ຂອງລາວ. ຜູ້ເປັນແມ່ໄດ້ອູ້ມລູກໃສ່ຕັກຈົນເຖິງທ່ຽງ ແລ້ວເດັກນັ້ນກໍຕາຍໄປ.
\s5
\v 21 ນາງອູ້ມລູກຂຶ້ນໄປວາງໄວ້ເທິງຕຽງ ໃນຫ້ອງນອນຂອງເອລີຊາ, ອັດປະຕູໄວ້ ແລະ ອອກໜີໄປ.
\v 22 ແລ້ວນາງກໍເອີ້ນຜົວມາ ແລະ ບອກວ່າ, “ສົ່ງຄົນຮັບໃຊ້ຜູ້ໜຶ່ງກັບລໍມາໃຫ້ແດ່. ຂ້ອຍຈາໍເປັນຕ້ອງໄປຫາຄົນຂອງພຣະເຈົ້າ. ຂ້ອຍຈະກັບມາໄວເທົ່າທີ່ຈະໄວໄດ້.”
\s5
\v 23 ຜົວຂອງນາງຖາມວ່າ, “ເປັນຫຍັງ ເຈົ້າຕ້ອງໄປໃນວັນນີ້? ມັນບໍ່ແມ່ນວັນຊະບາໂຕ ຫລື ມື້ເທດສະການເດືອນອອກໃໝ່. ” [ດ] ນາງຕອບວ່າ, “ບໍ່ເປັນຫຍັງດອກ. ”
\v 24 ແລ້ວນາງກໍບອກໃຫ້ຄົນຮັບໃຊ້ເອົາອານໃສ່ຫລັງລໍ ແລະ ສັ່ງວ່າ, “ຈົ່ງບັງຄັບລໍໃຫ້ໄປໄວ ເທົ່າທີ່ຈະໄວໄດ້ ຢ່າໃຫ້ມັນແລ່ນຊ້າ ນອກຈາກຂ້ອຍຈະສັ່ງເຈົ້າ.”
\s5
\v 25 ດັ່ງນັ້ນ ນາງຈຶ່ງອອກເດີນທາງໄປຍັງພູ ກາເມນ ບ່ອນທີ່ເອລີຊາຢູ່. ເອລີຊາ ຫລຽວເຫັນນາງມາແຕ່ໄກ ເພິ່ນຈຶ່ງບອກເກຮາຊິ ຄົນຮັບໃຊ້ຂອງເພິ່ນວ່າ, “ເບິ່ງພຸ້ນດູ ມີຍິງຜູ້ໜຶ່ງມາຈາກເມືອງຊູເນມ
\v 26 ຮີບຟ້າວອອກໄປ ຕ້ອນຮັບ ແລະ ຖາມເບິ່ງວ່ານາງ ພ້ອມທັງຜົວ ແລະ ລູກຍັງສະບາຍດີຢູ່ບໍ? ” ນາງໄດ້ບອກເກຮາຊິ ວ່າທຸກສິ່ງຮຽບຮ້ອຍດີ
\s5
\v 27 ແຕ່ເມື່ອມາຮອດເອລີຊາແລ້ວ ນາງກໍກົ້ມຂາບລົງຕໍ່ໜ້າ ພ້ອມທັງຈັບຕີນຂອງເພິ່ນໄວ້. ເກຮາຊິ ພວມຈະດຶງນາງອອກ ແຕ່ເອລີຊາບອກວ່າ, “ປ່ອຍນາງເຖີດ ເຈົ້າບໍ່ເຫັນບໍວ່ານາງມີຄວາມທຸກໃຈ ຢ່າງໃຫຍ່ຫລວງ? ແລະ ອົງພຣະຜູ້ເປັນເຈົ້າກໍບໍ່ໄດ້ບອກໃຫ້ຂ້ອຍ ຮູ້ໃນເລື່ອງນີ້.”
\s5
\v 28 ນາງເວົ້າຕໍ່ເພິ່ນວ່າ, “ທ່ານເອີຍ ຂ້ານ້ອຍໄດ້ຂໍລູກຊາຍຄົນນີ້ ຈາກທ່ານຊັ້ນບໍ? ຂ້ານ້ອຍບອກແລ້ວວ່າ ຢ່າຫລອກລວງຂ້ານ້ອຍເລີຍ ບໍ່ແມ່ນບໍ? ”
\v 29 ເອລີຊາຫລຽວໄປທາງເກຮາຊິ ແລະເວົ້າວ່າ, “ໄວ ໆ! ຈົ່ງຖືເອົາໄມ້ເທົ້າຂອງຂ້ອຍ ແລະອອກເດີນທາງໄປ. ຖ້າເຈົ້າພົບໃຜ ກໍຢ່າຢຸດຖາມສະບາຍ ແລະຖ້າໃຜຖາມສະບາຍເຈົ້າ ກໍຢ່າເສຍເວລາຕອບ. ຈົ່ງກົງໄປທີ່ເຮືອນ ແລະວາງໄມ້ເທົ້າຂອງຂ້ອຍໃສ່ເທິງເດັກນັ້ນ.”
\s5
\v 30 ຍິງນັ້ນກ່າວແກ່ເອລີຊາ ວ່າ, “ຂ້ານ້ອຍຂໍສາບານຢ່າງສັດຊື່ຕໍ່ອົງພຣະຜູ້ເປັນເຈົ້າ ອົງຊົງຊີວິດຢູ່ ແລະ ຕໍ່ທ່ານວ່າຂ້ານ້ອຍຈະບໍ່ຈາກໄປ ໂດຍບໍ່ມີທ່ານໄປນາໍ. ” ດັ່ງນັ້ນ ເອລີຊາຈຶ່ງລຸກຂຶ້ນ ແລະ ອອກເດີນທາງກັບຄືນເມືອກັບນາງ.
\v 31 ເກຮາຊິ ໄດ້ອອກໄປກ່ອນ ແລະ ວາງໄມ້ເທົ້າຂອງເອລີຊາໃສ່ເທິງເດັກ ແຕ່ບໍ່ມີສຽງ ຫລື ອາການໃດ ໆ ທີ່ສະແດງໃຫ້ເຫັນວ່າ ເດັກນັ້ນມີຊີວິດຢູ່. ລາວຈຶ່ງກັບຄືນມາຫາເອລີຊາ ແລະ ບອກວ່າ, “ເດັກນ້ອຍນັ້ນບໍ່ໄດ້ ຟື້ນຂຶ້ນມາເລີຍ.”
\s5
\v 32 ເມື່ອເອລີຊາມາຮອດ ເພິ່ນຈຶ່ງຂຶ້ນໄປທີ່ເທິງຫ້ອງນອນພຽງຄົນດຽວ ແລະ ເຫັນເດັກນັ້ນ ນອນຕາຍຢູ່ເທິງຕຽງ.
\v 33 ເພິ່ນອັດປະຕູໄວ້ ແລະ ພາວັນນາອະທິຖານ ຕໍ່ອົງພຣະຜູ້ເປັນເຈົ້າ.
\v 34 ແລ້ວເພິ່ນກໍໄດ້ນອນຢຽດເຕັງເດັກນັ້ນ ໂດຍເອົາປາກຈຸປາກ, ຕາຈຸຕາ ແລະ ມືຈຸມືຂອງເດັກ. ໃນຂະນະທີ່ເພິ່ນຢຽດຕົວເຕັງເດັກຢູ່ນັ້ນ ຮ່າງກາຍຂອງເດັກກໍເລີ່ມອຸ່ນຂຶ້ນ.
\s5
\v 35 ເອລີຊາ ລຸກຂຶ້ນຍ່າງອ້ອມໄປມາໃນຫ້ອງ ແລ້ວກັບຄືນໄປຢຽດຕົວເຕັງເດັກນັ້ນອີກ. ເດັກຊາຍຈາມເຈັດເທື່ອ ແລະ ມືນຕາ.
\v 36 ເອລີຊາໄດ້ບອກເກຮາຊິ ໃຫ້ໄປເອີ້ນແມ່ຂອງເດັກ. ເມື່ອນາງເຂົ້າມາ ເພິ່ນຈຶ່ງກ່າວແກ່ ນາງວ່າ, “ນີ້ເດ ລູກຊາຍຂອງເຈົ້າ. ”
\v 37 ນາງກ້າວເຂົ້າໄປຫາເອລີຊາ ແລະ ກົ້ມຂາບທີ່ຕີນເພິ່ນ; ແລ້ວນາງກໍອູ້ມລູກຊາຍຂອງຕົນອອກໄປ.
\s5
\v 38 ມີຄັ້ງໜຶ່ງ ເມື່ອເກີດການອຶດຢາກຢູ່ທົ່ວທັງດິນແດນ ເອລີຊາໄດ້ກັບຄືນໄປຍັງເມືອງກິນການ. ໃນຂະນະທີ່ເພິ່ນພວມສອນພວກ ຜູ້ທາໍນວາຍໝວດໜຶ່ງຢູ່ນັ້ນ ເພິ່ນໄດ້ບອກໃຫ້ຄົນຮັບໃຊ້ຂອງຕົນ ເອົາໝໍ້ໃຫຍ່ໜ່ວຍໜຶ່ງໄປ ຄ້າງໃສ່ໄຟ ແລະ ເຮັດແກງໃຫ້ພວກເຂົາກິນ.
\v 39 ຄົນຮັບໃຊ້ຜູ້ໜຶ່ງໃນພວກເຂົາໄດ້ອອກໄປຫາເກັບຜັກຕາມທົ່ງນາ. ລາວພົບເຄືອປ່າ ຈຶ່ງເກັບເອົາໝາກຂອງມັນ ທີ່ເປັນຄືໝາກນາໍ້ເຕົ້າມາຕັ້ງຫລວງຫລາຍ ຈົນເກືອບແບກບໍ່ໄຫວ. ລາວນາໍເອົາເມືອປາດໃສ່ແກງ ໂດຍບໍ່ຮູ້ວ່າແມ່ນຫຍັງແທ້.
\s5
\v 40 ເຂົາຕັກແກງໃຫ້ຄົນກິນ, ແຕ່ພໍຄົນຊີມເບິ່ງແລ້ວ ພວກເຂົາກໍຮ້ອງໃສ່ເອລີຊາ ວ່າ, “ອາຫານນີ້ ເປັນຂອງເບື່ອ. ” ແລະ ບໍ່ມີໃຜສາມາດກິນໄດ້.
\v 41 ເອລີຊາຈຶ່ງບອກວ່າ, “ຈົ່ງເອົາແປ້ງໜ້ອຍໜຶ່ງມາ. ” ເພິ່ນຈຶ່ງໂຮຍ ແປ້ງນັ້ນລົງໃສ່ໝໍ້ ແລະ ເວົ້າວ່າ, “ຈົ່ງຕັກແກງໃຫ້ພວກເຂົາຕື່ມອີກ. ” ແລ້ວອາຫານນັ້ນ ກໍບໍ່ເປັນພິດອີກຕໍ່ໄປ.
\s5
\v 42 ຄັ້ງໜຶ່ງ ຍັງມີຊາຍຄົນໜຶ່ງມາຈາກເມືອງບາອານ ສາລີສາ ລາວໄດ້ນໍາເອົາເຂົ້າຈີ່ ຊາວກ້ອນ ທີ່ເຮັດດ້ວຍເຂົ້າບາເລ ທີ່ເກັບກ່ຽວໃໝ່ ໆ ໃນປີນັ້ນ ແລະ ຮວງເຂົ້າທີ່ຫາກໍຕັດໃໝ່ ໆ ມາໃຫ້ເອລີຊາ. ແລ້ວເອລີຊາກໍບອກຄົນຮັບໃຊ້ຂອງຕົນໃຫ້ນາໍອາຫານເຫລົ່ານີ້ໄປ ລ້ຽງຄົນຂອງພຣະເຈົ້າກຸ່ມໜຶ່ງ;
\v 43 ແຕ່ຄົນ ຮັບໃຊ້ຕອບວ່າ, “ທ່ານຄິດວ່າຈະພໍສໍາລັບຮ້ອຍຄົນຊັ້ນບໍ? ” ເອລີຊາຕອບວ່າ, “ຈົ່ງເອົາໄປໃຫ້ພວກເຂົາກິນ ເພາະອົງພຣະຜູ້ເປັນເຈົ້າ ກ່າວວ່າ ‘ພວກເຂົາຈະກິນອີ່ມ ແລະ ຍັງຈະມີ ເຫລືອຢູ່ອີກ.
\v 44 ດ່ັງນັ້ນ ຄົນຮັບໃຊ້ຈຶ່ງຈັດເອົາອາຫານໄປໃຫ້ພວກເຂົາ ແລະ ກໍເປັນດັ່ງທີ່ອົງພຣະຜູ້ເປັນເຈົ້າໄດ້ກ່າວ ພວກເຂົາທຸກຄົນໄດ້ກິນອີ່ມ ແລະ ຍັງມີເຫລືອຢູ່ອີກ.
\s5
\c 5
\p
\v 1 ນາອາມານ ຜູ້ບັນຊາການກອງທັບຊີເຣຍ ເປັນຄົນທີ່ກະສັດແຫ່ງຊີເຣຍ ນັບຖືຢ່າງສູງ ແລະ ໃຫ້ຄໍາຍ້ອງຍໍຊົມເຊີຍ ເພາະອົງພຣະຜູ້ເປັນເຈົ້າໄດ້ໃຫ້ລາວນາໍໄຊຊະນະ ມາສູ່ກອງທັບຊີເຣຍ. ລາວເປັນທະຫານຜູ້ສໍາຄັນ ແຕ່ລາວໄດ້ທົນທຸກຍ້ອນໂຣກຂີ້ທູດ.
\v 2 ມີຄັ້ງໜຶ່ງ ເມື່ອຊາວຊີເຣຍໄດ້ມາປຸ້ນສະດົມອານາຈັກອິດສະຣາເອນ ພວກຊີເຣຍໄດ້ຈັບເອົາເດັກຍິງຊາວອິດສະຣາເອນ ຄົນໜຶ່ງໄປ ແລະ ເດັກຄົນນີ້ໄດ້ເປັນຄົນຮັບໃຊ້ຂອງເມຍນາອາມານ.
\s5
\v 3 ມື້ໜຶ່ງນາງໄດ້ເວົ້າກັບນາຍຍິງຂອງຕົນ ວ່າ, “ຂ້ານ້ອຍຢາກໃຫ້ນາຍຜູ້ຊາຍໄປຫາຜູ້ທາໍນວາຍທີ່ນະຄອນຊາມາເຣຍ ເພິ່ນປິ່ນປົວພະຍາດຂອງນາຍໃຫ້ດີໄດ້. ”
\v 4 ເມື່ອນາອາມານ ໄດ້ຍິນເລື່ອງນີ້ ລາວຈຶ່ງໄປຫາກະສັດ ແລະ ບອກເພິ່ນຕາມທີ່ເດັກຍິງນັ້ນໄດ້ ເວົ້າ.
\s5
\v 5 ກະສັດບອກວ່າ, “ຈົ່ງໄປຫາກະສັດແຫ່ງ ອິດສະຣາເອນ ແລະ ຖືຈົດໝາຍນີ້ໄປໃຫ້ເພິ່ນ. ” ດັ່ງນັ້ນ ນາອາມານຈຶ່ງໄດ້ນາໍເອົາເງິນສາມສິບພັນແທ່ງ, ຄໍາ ຫົກພັນແທ່ງ, ພ້ອມທັງເຄື່ອງນຸ່ງທີ່ສວຍງາມ ສິບຊຸດ ແລະ ອອກເດີນທາງໄປ.
\v 6 ຈົດໝາຍທີ່ລາວຖືໄປນັ້ນ ມີເນື້ອຄວາມດັ່ງນີ້: “ຈົດໝາຍນີ້ແມ່ນແນະນາໍຕົວ ນາອາມານ ນາຍທະຫານຂອງຂ້າພະເຈົ້າ. ຂ້າພະເຈົ້າຢາກໃຫ້ທ່ານປິ່ນປົວພະຍາດຂອງລາວໃຫ້ດີ.”
\s5
\v 7 ເມື່ອກະສັດແຫ່ງອິດສະຣາເອນ ໄດ້ອ່ານຈົດໝາຍນັ້ນແລ້ວ, ເພິ່ນກໍຈີກເຄື່ອງນຸ່ງຂອງຕົນດ້ວຍຄວາມທຸກໃຈ ແລະ ຮ້ອງຂຶ້ນວ່າ, “ກະສັດແຫ່ງຊີເຣຍ ຫວັງຢາກໃຫ້ເຮົາປິ່ນປົວຊາຍຄົນນີ້ ໃຫ້ດີໄດ້ຢ່າງໃດ? ເພິ່ນຄິດວ່າ ເຮົາເປັນພຣະເຈົ້າ [ຕ] ທີ່ມີອໍານາດບອກໃຫ້ຕາຍ ຫລື ໃຫ້ເປັນໄດ້ຊັ້ນບໍ? ມັນເປັນການຈະແຈ້ງແລ້ວວ່າ ລາວຊອກຫາເລື່ອງເກາະຜິດກັບເຮົາ.”
\s5
\v 8 ເມື່ອຜູ້ທາໍນວາຍເອລີຊາ ໄດ້ຍິນເຖິງເຫດການທີ່ເກີດຂຶ້ນກັບກະສັດ ເພິ່ນຈຶ່ງສົ່ງຂ່າວໄປເຖິງກະສັດ ວ່າ, “ເປັນຫຍັງ ທ່ານຈຶ່ງເປັນທຸກໃຈແທ້? ຈົ່ງສົ່ງຊາຍຄົນນັ້ນມາຫາຂ້ານ້ອຍ ແລະ ຂ້ານ້ອຍຈະແນະນາໍລາວໃຫ້ຮູ້ວ່າ ຢູ່ທີ່ອານາຈັກອິດສະຣາເອນ ນີ້ມີຜູ້ທາໍນວາຍຄົນໜຶ່ງ. ”
\v 9 ດັ່ງນັ້ນ ນາອາມານພ້ອມທັງຝູງມ້າ ແລະ ລົດຮົບຈຶ່ງມາຢຸດຢູ່ທີ່ທາງເຂົ້າເຮືອນຂອງເອລີຊາ.
\v 10 ເອລີຊາ ໄດ້ສັ່ງຄົນຮັບໃຊ້ອອກມາບອກ ນາອາມານ ໃຫ້ໄປອາບນາໍ້ ທີ່ແມ່ນາໍ້ຈໍແດນ ເຈັດເທື່ອ ແລະ ເພິ່ນກໍຈະຫາຍດີເປັນປົກກະຕິ.
\s5
\v 11 ແຕ່ ນາອາມານໄດ້ໜີໄປພ້ອມທັງໃຈຮ້າຍໃຫຍ່ ແລະ ເວົ້າວ່າ, “ຂ້ອຍຄິດວ່າ ຢ່າງໜ້ອຍເພິ່ນກໍຄວນອອກມາຫາຂ້ອຍ ແລະ ພາວັນນາອະທິຖານ ອອກນາມຊື່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງເພິ່ນ, ວາງມືໃສ່ເທິງບ່ອນທີ່ເປັນພະຍາດ [ຖ] ແລະ ປິ່ນປົວຂ້ອຍ ໃຫ້ຫາຍດີຊັ້ນດອກ
\v 12 ຕາມຈິງແລ້ວ ແມ່ນໍ້າອາບານາ ແລະ ຟຣາປັກ ທີ່ດາມັສກັດກໍຍັງດີກວ່າແມ່ນາໍ້ຕ່າງ ໆ ຢູ່ໃນອິດສະຣາເອນນີ້ບໍ່ແມ່ນບໍ? ຂ້ອຍຄວນອາບນາໍ້ຢູ່ໃນແມ່ນາໍ້ເຫລົ່ານັ້ນ ແລະ ຄົງຫາຍດີແລ້ວ. ” ລາວຈຶ່ງກັບໄປດ້ວຍຄວາມໂມໂຫ.
\s5
\v 13 ບັນດາຄົນຮັບໃຊ້ຂອງລາວ ຈຶ່ງມາຫາ ແລະ ເວົ້າວ່າ, “ທ່ານເອີຍ ຖ້າຜູ້ທາໍນວາຍບອກທ່ານໃຫ້ເຮັດໃນສິ່ງທີ່ຍາກ ທ່ານກໍຄວນ ເຮັດ. ດຽວນີ້ເປັນຫຍັງທ່ານ ຈຶ່ງບໍ່ໄປອາບນາໍ້ຊໍາລະຕົວ ຕາມທີ່ເພິ່ນໄດ້ບອກນັ້ນ ແລະ ທ່ານກໍຈະຫາຍດີເປັນປົກກະຕິ? ”
\v 14 ດັ່ງນັ້ນ ນາອາມານຈຶ່ງລົງໄປທີ່ແມ່ນາໍ້ຈໍແດນ ຈຸ່ມຕົວລົງໃນນາໍ້ເຈັດຄັ້ ງ ຕາມຄໍາແນະນໍາຂອງຄົນຂອງພຣະເຈົ້າ ແລະ ລາວກໍຫາຍດີເປັນປົກກະຕິ. ເນື້ອໜັງຂອງລາວສະອາດເສາະໃສດີ ເປັນປົກກະຕິດັ່ງເນື້ອໜັງຂອງເດັກນ້ອຍ.
\s5
\v 15 ນາອາມານ ພ້ອມທັງຄົນຂອງຕົນໄດ້ກັບຄືນໄປຫາຄົນຂອງພຣະເຈົ້າ ແລະ ເວົ້າວ່າ, “ດຽວນີ້ ຂ້າພະເຈົ້າຮູ້ແລ້ວວ່າ ບໍ່ມີພຣະເຈົ້າອົງອື່ນ ນອກຈາກພຣະເຈົ້າຂອງຊາດອິດສະຣາເອນ; ສະນັ້ນ ທ່ານເອີຍກະລຸນາຮັບເອົາຂອງຂວັນຈາກຂ້າພະເຈົ້າ ດ້ວຍເຖີດ. ”
\v 16 ເອລີຊາ ຕອບວ່າ, “ໂດຍອົງພຣະຜູ້ເປັນເຈົ້າ ອົງຊົງຊີວິດຢູ່, ອົງທີ່ຂ້າພະເຈົ້າຮັບໃຊ້ຢູ່ນີ້ ຂ້າພະເຈົ້າຂໍສາບານວ່າ ຈະບໍ່ຍອມຮັບເອົາຂອງຂວັນໃດ ໆ. ” ນາອາມານ ໄດ້ຮຽກຮ້ອງໃຫ້ເພິ່ນຍອມຮັບເອົາ ແຕ່ເພິ່ນກໍບໍ່ຍອມ.
\s5
\v 17 ສະນັ້ນ ນາອາມານ ຈຶ່ງເວົ້າວ່າ, “ຖ້າທ່ານບໍ່ຍອມຮັບເອົາຂອງຂວັນ ຈາກຂ້າພະເຈົ້າແລ້ວ ກໍຂໍໃຫ້ຂ້າພະເຈົ້າເອົາດິນຈາກບ່ອນນີ້ເມືອເຮືອນນາໍ [ທ] ຈົນພໍກັບລໍສອງໂຕ ຈະບັນທຸກໄດ້. ເພາະຕັ້ງແຕ່ບັດນີ້ ເປັນຕົ້ນໄປ ຂ້າພະເຈົ້າຈະບໍ່ຖວາຍເຄື່ອງບູຊາ ຫລື ເຄື່ອງເຜົາບູຊາແກ່ພະໃດ ໆ ນອກຈາກອົງພຣະຜູ້ເປັນເຈົ້າ.
\v 18 ສະນັ້ນ ຂ້າພະເຈົ້າຈຶ່ງຫວັງວ່າ ອົງພຣະຜູ້ເປັນເຈົ້າຄົງຈະອະໄພໃຫ້ ໃນເວລາທີ່ຂ້າພະເຈົ້າຕິດຕາມກະສັດຂອງຂ້າພະເຈົ້າ ໄປຍັງວິຫານຂອງພະຣິມໂມນ ພະຂອງຊາວຊີເຣຍ ແລະ ຂາບໄຫວ້ພະນັ້ນ. ອົງພຣະຜູ້ເປັນເຈົ້າຄົງຈະອະໄພໃຫ້ ແກ່ຂ້າພະເຈົ້າຢ່າງແນ່ນອນ. ”
\v 19 ເອລີຊາ ກ່າວວ່າ, “ຈົ່ງໄປເປັນສຸກເຖີດ. ” ແລ້ວນາອາມານ ກໍຈາກໄປ. ເມື່ອເພິ່ນໄດ້ຈາກໄປ ບໍ່ໄກພໍເທົ່າໃດ,
\s5
\v 20 ເກຮາຊິ ຄົນຮັບໃຊ້ຂອງເອລີຊາ ກໍຄິດໃນໃຈວ່າ, “ນາຍຂອງເຮົາໄດ້ປ່ອຍໃຫ້ ນາອາມານ ໜີໄປລ້າ ໆ ໂດຍບໍ່ໄດ້ຫຍັງໝົດ ເພິ່ນຄວນຮັບເອົາສິ່ງຂອງ ທີ່ຄົນຊີເຣຍຜູ້ນັ້ນມອບໃຫ້. ໂດຍອົງພຣະຜູ້ເປັນເຈົ້າ ອົງຊົງຊີວິດຢູ່ ເຮົາຈະແລ່ນຕາມລາວໄປ ແລະ ເອົາບາງສິ່ງຈາກລາວ. ”
\v 21 ດັ່ງນັ້ນ ລາວຈຶ່ງໄດ້ ອອກເດີນທາງຕາມນາອາມານ ໄປ. ເມື່ອນາອາມານ ຫລຽວເຫັນຊາຍຄົນໜຶ່ງແລ່ນ ຕາມຫລັງຕົນມາ ລາວຈຶ່ງລົງຈາກລົດມ້າແລະ ໄປພົບເກຮາຊິ ທັງຖາມວ່າ, “ມີເລື່ອງຫຍັງ ເກີດຂຶ້ນຊັ້ນບໍ? ”
\v 22 ເກຮາຊິ ຕອບວ່າ, “ບໍ່ມີຫຍັງດອກ ແຕ່ນາຍຂອງຂ້ານ້ອຍ ສົ່ງຂ້ານ້ອຍມາບອກທ່ານວ່າ ໃນຫວ່າງກີ້ນີ້ເອງມີຜູ້ ທາໍນວາຍສອງຄົນ ໃນໝວດເຂດພູດອຍເອຟຣາອິມ ມາຮອດ ເອລີຊາຢາກໃຫ້ທ່ານເອົາເງິນສາມພັນແທ່ງ ແລະເສື້ອທີ່ສວຍງາມສອງຊຸດໃຫ້ພວກເພິ່ນ.”
\s5
\v 23 ນາອາມານຕອບຄືນວ່າ, “ຈົ່ງເອົາເງິນຫົກພັນແທ່ງໄປເທີ້ນ. ” ເພິ່ນເວົ້າເນັ້ນ ໃຫ້ຍອມຮັບໂດຍມັດເງິນໃສ່ສອງຖົງ ພ້ອມເສື້ອສວຍງາມສອງຊຸດ ແລະມອບໃຫ້ຄົນຮັບໃຊ້ສອງຄົນຂອງຕົນ. ເພິ່ນສົ່ງພວກເຂົາໃຫ້ອອກໄປກ່ອນໜ້າເກຮາຊິ.
\v 24 ເມື່ອພວກເຂົາມາເຖິງເນີນພູບ່ອນເອລີຊາຢູ່, ເກຮາຊິກໍແບກເອົາເສື້ອຜ້າ ແລະເງິນສອງຖົງນັ້ນ ເຂົ້າໄປເກັບໄວ້ໃນເຮືອນ. ແລ້ວລາວກໍສົ່ງບັນດາຄົນຮັບໃຊ້ຂອງນາອາມານ ກັບຄືນເມືອ.
\v 25 ເມື່ອເກຮາຊິກັບເຂົ້າມາໃນເຮືອນ ເອລີຊາຈຶ່ງຖາມລາວວ່າ, “ເຈົ້າມາແຕ່ໃສ? ” ລາວຕອບວ່າ, “ໂອ ບໍ່ໄດ້ໄປໃສມາດອກ ທ່ານເອີຍ.”
\s5
\v 26 ແຕ່ເອລີຊາ ກ່າວວ່າ, “ເມື່ອຊາຍຄົນນັ້ນລົງແຕ່ລົດມ້າມາຫາເຈົ້າ ຈິດວິນຍານຂອງຂ້ອຍບໍ່ໄດ້ຢູ່ໃນບ່ອນນັ້ນ ຊັ້ນບໍ? ນີ້ບໍ່ແມ່ນເວລາຮັບເອົາເງິນ ແລະ ເຄື່ອງນຸ່ງ, ສວນໝາກກອກເທດ ແລະ ສວນອະງຸ່ນ, ແກະ ແລະ ງົວ ຫລື ຄົນຮັບໃຊ້.
\v 27 ບັດນີ້ ພະຍາດຂອງນາອາມານ ຈະຕິດແປດເຈົ້າ, ທັງເຈົ້າ ແລະ ເຊື້ອສາຍຂອງເຈົ້າຈະເປັນພະຍາດນີ້ຕະຫລອດໄປ. ” ເມື່ອເກຮາຊິ ໄດ້ອອກໄປ ລາວກໍເປັນພະຍາດຂີ້ທູດ ໜັງຂອງລາວຂາວດັ່ງຫິມະ.
\s5
\c 6
\p
\v 1 ມີມື້ໜຶ່ງ ພວກຜູ້ທາໍນວາຍທີ່ຢູ່ພາຍໃຕ້ການດູແລຂອງເອລີຊາ ໄດ້ຈົ່ມຕໍ່ເພິ່ນວ່າ, “ບ່ອນທີ່ພວກເຮົາຢູ່ນີ້ນ້ອຍໂພດ
\v 2 ຈົ່ງອະນຸຍາດໃຫ້ພວກເຮົາໄປຕັດໄມ້ທີ່ແຄມຝັ່ງແມ່ນາໍ້ຈໍແດນ ເພື່ອວ່າພວກເຮົາຈະໄດ້ສ້າງບ່ອນຢູ່ອາໄສໃໝ່. ” ເອລີຊາຕອບວ່າ, “ຈົ່ງໄປສາ. ”
\v 3 ຜູ້ໜຶ່ງໃນພວກເຂົາຂໍຮ້ອງໃຫ້ເອລີຊາໄປນາໍ; ເພິ່ນກໍຕົກລົງ
\s5
\v 4 ແລະ ພວກເຂົາໄດ້ອອກເດີນທາງໄປດ້ວຍກັນ. ເມື່ອມາຮອດແຄມຝັ່ງແມ່ນໍ້າຈໍແດນ ແລ້ວ ພວກເຂົາຕ່າງກໍລົງມືເຮັດວຽກ.
\v 5 ຂະນະທີ່ຄົນໜຶ່ງໃນພວກເຂົາພວມຕັດໄມ້ຢູ່ນັ້ນ ຫົວຂວານເຫລັກຂອງລາວກໍຫລ່ອນຕົກລົງໄປໃນນາໍ້. ລາວຈຶ່ງຮ້ອງໃສ່ເອລີຊາ ວ່າ, “ທ່ານເອີຍ ຂ້ານ້ອຍຈະເຮັດຢ່າງໃດ ມັນເປັນຂວານທີ່ຢືມມາຊໍ້າ.”
\s5
\v 6 ເອລີຊາ ຖາມວ່າ, “ມັນຕົກຢູ່ບ່ອນໃດ? ” ຊາຍຄົນນັ້ນໄດ້ຊີ້ໃຫ້ເອລີຊາ ເບິ່ງບ່ອນຫົວຂວານຕົກ, ແລ້ວເອລີຊາກໍຕັດເອົາໄມ້ທ່ອນໜຶ່ງຖິ້ມລົງໄປໃນນໍ້າ ແລະ ເຮັດໃຫ້ຫົວຂວານນັ້ນຟູຂຶ້ນມາ.
\v 7 ເພິ່ນສັ່ງວ່າ, “ຈັບເອົາຂຶ້ນມາ. ” ແລະ ຊາຍຄົນນັ້ນກໍຢື້ມືລົງໄປ ແລະ ຈັບເອົາຫົວຂວານຂຶ້ນມາ.
\s5
\v 8 ຕໍ່ມາ ກະສັດແຫ່ງຊີເຣຍໄດ້ເຮັດເສິກຕໍ່ສູ້ ອານາຈັກອິດສະຣາເອນ. ເພິ່ນໄດ້ປະຊຸມກັບພວກຂ້າຣາຊການຂອງເພິ່ນ ແລະ ເລືອກເອົາບ່ອນໜຶ່ງເປັນບ່ອນຕັ້ງຄ້າຍ.
\v 9 ແຕ່ ເອລີຊາໄດ້ສົ່ງຂໍ້ຄວາມໄປບອກກະສັດແຫ່ງອິດສະຣາເອນ ເພື່ອເຕືອນເພິ່ນບໍ່ໃຫ້ໄປໃກ້ບ່ອນນັ້ນ ເພາະພວກຊີເຣຍໄດ້ຄອຍຖ້າດັກໂຈມຕີຢູ່ທີ່ນັ້ນ.
\s5
\v 10 ດັ່ງນັ້ນ ກະສັດແຫ່ງອິດສະຣາເອນ ຈຶ່ງເຕືອນທະຫານທີ່ຢູ່ໃນບ່ອນນັ້ນ ໃຫ້ລະມັດລະວັງຕົວ. ເຫດການຢ່າງນີ້ ໄດ້ເກີດຂຶ້ນຫລາຍຄັ້ງຫລາຍຄາວ.
\v 11 ກະສັດແຫ່ງຊີເຣຍ ເສຍໃຈຫຼາຍໃນເລື່ອງນີ້; ເພິ່ນຈຶ່ງໄດ້ເອີ້ນພວກນາຍທະຫານຂອງເພິ່ນ ມາຖາມວ່າ, “ມີໃຜແດ່ ໃນພວກເຈົ້າທີ່ເຂົ້າຂ້າງກະສັດແຫ່ງອິດສະຣາເອນ?”
\s5
\v 12 ນາຍທະຫານຄົນໜຶ່ງຕອບຂຶ້ນວ່າ, “ຂ້າແດ່ພະຣາຊາ ບໍ່ມີໃຜດອກ. ແມ່ນຜູ້ທາໍນວາຍເອລີຊາ ໄດ້ບອກກະສັດແຫ່ງອິດສະຣາເອນ ເຖິງເລື່ອງທີ່ທ່ານໄດ້ເວົ້າເປັນທາງສ່ວນຕົວ ແມ່ນແຕ່ໃນຫ້ອງນອນຂອງທ່ານ. ”
\v 13 ກະສັດສັ່ງວ່າ, “ຈົ່ງຊອກຫາວ່າລາວຢູ່ໃສ? ແລະ ເຮົາຈະໃຊ້ຄົນໄປຈັບລາວ. ” ເມື່ອມີຄົນມາບອກເພິ່ນວ່າ ເອລີຊາຢູ່ທີ່ເມືອງໂດທານ
\s5
\v 14 ເພິ່ນຈຶ່ງສົ່ງກອງທັບໃຫຍ່ໄປທີ່ນັ້ນ ພ້ອມທັງຝູງມ້າ ແລະ ລົດຮົບ. ພວກເຂົາໄປຮອດຕົວເມືອງໃນເວລາກາງຄືນ ແລະ ອ້ອມເມືອງໄວ້.
\v 15 ມື້ຕໍ່ມາ ຄົນຮັບໃຊ້ຂອງເອລີຊາ ໄດ້ລຸກຂຶ້ນແຕ່ເຊົ້າ ໆ ແລະ ອອກໄປທາງນອກເຮືອນ ລາວຈຶ່ງເຫັນກາໍລັງທະຫານຂອງຊີເຣຍ ພ້ອມດ້ວຍຝູງມ້າ ແລະ ລົດຮົບອ້ອມເມືອງຢູ່. ລາວຟ້າວກັບຄືນໄປຫາເອລີຊາ ແລະ ຮ້ອງຂຶ້ນວ່າ, “ທ່ານເອີຍ ຕາຍແລ້ວບັດນີ້ ພວກເຮົາຈະເຮັດຢ່າງໃດ? ”
\v 16 ເອລີຊາຕອບວ່າ, “ບໍ່ຕ້ອງຢ້ານ ຝ່າຍຂອງພວກເຮົາມີຫລາຍກວ່າຝ່າຍຂອງພວກເຂົາ.”
\s5
\v 17 ແລ້ວເພິ່ນກໍພາວັນນາ ອະທິຖານວ່າ, “ຂ້າແດ່ອົງພຣະຜູ້ເປັນເຈົ້າ ຂໍພຣະອົງເປີດຕາ ຄົນຮັບໃຊ້ຂອງຂ້ານ້ອຍຄົນນີ້ ໃຫ້ເຫັນກາໍລັງຝ່າຍເຮົາແດ່ທ້ອນ. ” ອົງພຣະຜູ້ເປັນເຈົ້າຕອບຄໍາພາວັນນາ ອະທິຖານຂອງເອລີຊາ. ເມື່ອຄົນຮັບໃຊ້ຂອງເພິ່ນຫລຽວຂຶ້ນໄປທີ່ເທິງພູ ລາວກໍເຫັນຝູງມ້າ ແລະ ລົດຮົບເປັນໄຟຢູ່ອ້ອມລ້ອມເອລີຊາ.
\v 18 ເມື່ອພວກຊີເຣຍ ເຂົ້າໂຈມຕີ ເອລີຊາກໍພາວັນນາອະທິຖານຕໍ່ ອົງພຣະຜູ້ເປັນເຈົ້າວ່າ, “ຂໍພຣະອົງເຮັດໃຫ້ພວກທະຫານເຫລົ່ານີ້ຕາບອດສາ. ” ພຣະອົງຕອບຄໍາພາວັນນາ ອະທິຖານຂອງເພິ່ນ ແລະ ເຮັດໃຫ້ພວກເຂົາຕາບອດ.
\v 19 ແລ້ວເອລີຊາ ກໍໄປຫາພວກເຂົາ ແລະ ເວົ້າວ່າ, “ພວກເຈົ້າມາຜິດທາງ; ນີ້ບໍ່ແມ່ນເມືອງທີ່ພວກເຈົ້າກາໍລັງຊອກຫາ. ຈົ່ງຕາມຂ້ອຍມາ ຂ້ອຍຈະນາໍພວກເຈົ້າໄປຫາຊາຍທີ່ພວກເຈົ້າ ພວມຊອກຫານັ້ນ. ” ແລ້ວເພິ່ນກໍນໍາພວກເຂົາໄປຍັງນະຄອນຊາມາເຣຍ.
\s5
\v 20 ພໍພວກເຂົາເຂົ້າໄປໃນນະຄອນຊາມາເຣຍ ເອລີຊາຈຶ່ງພາວັນນາ ອະທິຖານວ່າ, “ຂ້າແດ່ອົງພຣະຜູ້ເປັນເຈົ້າ ຂໍພຣະອົງເປີດຕາພວກເຂົາໃຫ້ເຫັນເທີ້ນ. ” ອົງພຣະຜູ້ເປັນເຈົ້າ ໄດ້ຕອບຄໍາພາວັນນາ ອະທິຖານຂອງເພິ່ນ; ພຣະອົງໃຫ້ພວກເຂົາເຫັນຮຸ່ງ ແລະ ພວກເຂົາຈຶ່ງເຫັນວ່າ ພວກຕົນພວມຢູ່ໃນນະຄອນຊາມາເຣຍ.
\v 21 ເມື່ອກະສັດແຫ່ງອິດສະຣາເອນ ເຫັນພວກຊີເຣຍ ເພິ່ນຈຶ່ງຖາມເອລີຊາ ວ່າ, “ພໍ່ເອີຍ ໃຫ້ເຮົາຂ້າພວກເຂົາບໍ? ໃຫ້ເຮົາຂ້າພວກເຂົາບໍ? ”
\s5
\v 22 ເພິ່ນຕອບວ່າ, “ບໍ່ແມ່ນ ແຕ່ທະຫານທີ່ທ່ານຈັບໄດ້ໃນສະໜາມຮົບ ກໍຢ່າຂ້າພວກເຂົາ. ຈົ່ງຫາອາຫານ ແລະ ນາໍ້ໃຫ້ພວກເຂົາກິນແລະດື່ມ ແລະ ປ່ອຍໃຫ້ພວກເຂົາກັບຄືນເມືອຫາກະສັດຂອງພວກເຂົາ. ”
\v 23 ດັ່ງນັ້ນ ກະສັດອິດສະຣາເອນ ຈຶ່ງໄດ້ຈັດຫາອາຫານ ລ້ຽງພວກເຂົາຢ່າງໃຫຍ່ໂຕ; ຫລັງຈາກ ພວກເຂົາກິນແລະດື່ມແລ້ວ, ກະສັດກໍສົ່ງພວກເຂົາກັບຄືນເມືອຫາກະສັດແຫ່ງຊີເຣຍ. ນັບຕັ້ງແຕ່ນັ້ນມາ ຊາວຊີເຣຍກໍຢຸດໂຈມຕີດິນແດນອິດສະຣາເອນ.
\s5
\v 24 ຕໍ່ມາ ກະສັດເບັນຮາດາດແຫ່ງຊີເຣຍ ໄດ້ນາໍເອົາກອງທັບທັງໝົດຂອງເພິ່ນໄປຕໍ່ສູ້ອານາຈັກອິດສະຣາເອນ ແລະ ອ້ອມນະຄອນຊາມາເຣຍ ໄວ້.
\v 25 ການປິດລ້ອມເມືອງໃນຄັ້ງນີ້ ເປັນເຫດໃຫ້ຕົວເມືອງເກີດການຂາດແຄນອາຫານເປັນຢ່າງໜັກ ຈົນວ່າຫົວລໍໂຕໜຶ່ງມີລາຄາແປດສິບຫລຽນເງິນ ແລະ ຂີ້ນົກກາງແກ [ນ] ສອງຮ້ອຍກາຼມ ມີລາຄາຫ້າຫລຽນເງິນ.
\v 26 ມື້ໜຶ່ງກະສັດແຫ່ງອິດສະຣາເອນ ກາໍລັງຍ່າງລຽບຕາມກາໍແພງເມືອງ. ແລ້ວກໍມີຍິງຄົນໜຶ່ງ ຮ້ອງໃສ່ເພິ່ນວ່າ, “ຂ້າແດ່ພະຣາຊາ ກະລຸນາຊ່ວຍຂ້ານ້ອຍແດ່ທ້ອນ.”
\s5
\v 27 ກະສັດຕອບວ່າ, “ຖ້າອົງພຣະຜູ້ເປັນເຈົ້າບໍ່ຊ່ວຍເຈົ້າແລ້ວ ເຮົາຈະຊ່ວຍເຈົ້າໄດ້ຢ່າງໃດ? ເຮົາມີເຂົ້າ ຫລື ເຫລົ້າອະງຸ່ນຊັ້ນບໍ?
\v 28 ເຈົ້າມີຄວາມເດືອດຮ້ອນຫຍັງ? ” ນາງຕອບວ່າ, “ມື້ກ່ອນນັ້ນ ຍິງຄົນນີ້ສະເໜີວ່າ ໃຫ້ກິນລູກຂອງຂ້ານ້ອຍກ່ອນ ແລ້ວໃນມື້ຕໍ່ໄປຈຶ່ງກິນລູກຂອງນາງ.
\v 29 ດັ່ງນັ້ນ ພວກເຮົາຈຶ່ງໄດ້ເອົາລູກຊາຍຂອງຂ້ານ້ອຍ ມາຈັດແຈ່ງເປັນອາຫານ. ໃນມື້ຕໍ່ມາ ຂ້ານ້ອຍບອກລາວວ່າ, ‘ພວກເຮົາຕ້ອງກິນລູກຊາຍຂອງເຈົ້າ’ ແຕ່ນາງໄດ້ເຊື່ອງລູກຊາຍນັ້ນໄວ້.”
\s5
\v 30 ເມື່ອໄດ້ຍິນດັ່ງນັ້ນ ກະສັດຈຶ່ງຈີກເຄື່ອງນຸ່ງຂອງຕົນດ້ວຍຄວາມທຸກໃຈ ແລະ ປະຊາຊົນທີ່ຢູ່ຕາມກາໍແພງ ກໍໄດ້ເຫັນເພິ່ນນຸ່ງເຄື່ອງທີ່ເຮັດດ້ວຍຜ້າກະສອບເຂົ້າ ຊ້ອນໄວ້ທາງໃນເຄື່ອງນຸ່ງຂອງເພິ່ນ.
\v 31 ເພິ່ນຮ້ອງຂຶ້ນວ່າ, “ຖ້າເອລີຊາບໍ່ຖືກຕັດຫົວກ່ອນວັນນີ້ໝົດໄປ ກໍຂໍໃຫ້ພຣະເຈົ້າປະຫານຊີວິດຂອງຂ້ານ້ອຍ ເສຍເຖີດ.”
\s5
\v 32 ແລ້ວເພິ່ນກໍໃຊ້ຄົນໄປນາໍເອົາເອລີຊາ. ໃນຂະນະດຽວກັນນັ້ນ ເອລີຊາພວມຢູ່ໃນເຮືອນກັບບັນດາເຖົ້າແກ່ບາງຄົນ ທີ່ໄດ້ມາຢ້ຽມຢາມເພິ່ນ. ກ່ອນທີ່ຄົນຂອງກະສັດມາຮອດ ເອລີຊາເວົ້າກັບບັນດາເຖົ້າແກ່ ວ່າ, “ຄາດຕະກອນຄົນນັ້ນ ພວມສົ່ງຄົນມາສັງຫານຂ້າພະເຈົ້າ ເມື່ອລາວມາຮອດທີ່ນີ້ແລ້ວ ໃຫ້ອັດປະຕູໄວ້ຢ່າໃຫ້ລາວເຂົ້າມາ. ສ່ວນກະສັດເອງຈະຕາມຄົນນີ້ ມາທີຫລັງ. ”
\v 33 ເອລີຊາເວົ້າຍັງບໍ່ທັນຈົບ, ກະສັດ [ບ] ກໍມາຮອດ ແລະ ກ່າວວ່າ, “ແມ່ນອົງພຣະຜູ້ເປັນເຈົ້າທີ່ໄດ້ນາໍເອົາຄວາມເດືອດຮ້ອນນີ້ມາສູ່ພວກເຮົາ ເຫດໃດຂ້າພະເຈົ້າຈຶ່ງຈະລໍຖ້າອົງພຣະຜູ້ເປັນເຈົ້າ ໃຫ້ດໍາເນີນການຢ່າງໃດຢ່າງໜຶ່ງ?”
\s5
\c 7
\p
\v 1 ເອລີຊາ ຕອບວ່າ, “ຈົ່ງຟັງຖ້ອຍຄໍາທີ່ອົງພຣະຜູ້ເປັນເຈົ້າກ່າວໃຫ້ດີ ອົງພຣະຜູ້ເປັນເຈົ້າກ່າວວ່າ, ມື້ອື່ນໃນເວລາດຽວກັນນີ້ ພວກທ່ານຈະສາມາດຊື້ເຂົ້າເດືອຍທີໜຶ່ງ ສາມກິໂລກຼາມ ຫລື ເຂົ້າບາເລ ຫົກກິໂລກາຼມ ເປັນເງິນຫລຽນດຽວ ຕາມລາຄາທ້ອງຕະຫລາດໃນນະຄອນຊາມາເຣຍ. ”
\v 2 ນາຍທະຫານປະຈາໍຕົວຂອງກະສັດໄດ້ເວົ້າຕໍ່ເອລີຊາ ວ່າ, “ເປັນໄປບໍ່ໄດ້ດອກ ເຖິງແມ່ນວ່າອົງພຣະຜູ້ເປັນເຈົ້າຈະເຮັດໃຫ້ເມັດເຂົ້າ [ປ] ຕົກລົງມາໃນທັນທີທັນໃດກໍຕາມ. ” ເອລີຊາ ຕອບວ່າ, “ທ່ານຈະໄດ້ເຫັນສິ່ງນີ້ເກີດຂຶ້ນເປັນແນ່ ແຕ່ທ່ານເອງຈະບໍ່ໄດ້ກິນອາຫານນີ້.”
\s5
\v 3 ຍັງມີຊາຍຂີ້ທູດສີ່ຄົນ ທີ່ຢູ່ນອກປະຕູເມືອງຊາມາເຣຍ. ພວກເຂົາເວົ້າກັນວ່າ, “ເປັນຫຍັງ ພວກເຮົາຈຶ່ງຕ້ອງລໍຖ້າຕາຍຢູ່ທີ່ນີ້?
\v 4 ຖ້າພວກເຮົາຕັດສິນໃຈເຂົ້າໄປໃນເມືອງ ພວກເຮົາຈະຕ້ອງຫິວຕາຍຢູ່ທີ່ນັ້ນ; ແຕ່ຖ້າພວກເຮົາຢູ່ບ່ອນນີ້ ພວກເຮົາກໍຈະຕ້ອງຕາຍຄືກັນ. ສະນັ້ນ ຈົ່ງໃຫ້ພວກເຮົາໄປຍັງຄ້າຍຂອງຊາວຊີເຣຍເທາະ; ຖ້າພວກເຂົາໄວ້ຊີວິດພວກເຮົາ ພວກເຮົາຍັງຈະມີຊີວິດຢູ່.”
\s5
\v 5 ເມື່ອໃກ້ຈະຄໍ່າ ຊາຍຂີ້ທູດທັງສີ່ ກໍໄດ້ໄປຍັງຄ້າຍຂອງຊາວຊີເຣຍ; ແຕ່ພໍໄປເຖິງ ກໍເຫັນວ່າບໍ່ມີຈັກຄົນຢູ່ໃນທີ່ນັ້ນ.
\v 6 ພຣະເຈົ້າ ຢາເວ ໄດ້ບັນດານໃຫ້ຊາວຊີເຣຍ ໄດ້ຍິນສິ່ງໜຶ່ງດັ່ງສຽງກອງທັບໃຫຍ່ ທີ່ມີທັງມ້າ ແລະ ລົດຮົບ ແລະຊາວຊີເຣຍຈຶ່ງຄິດວ່າ ກະສັດແຫ່ງອິດສະຣາເອນ ໄດ້ຈ້າງກະສັດຂອງຊາວ ຮິດຕີ ແລະ ກະສັດແຫ່ງເອຢິບໃຫ້ຍົກທັບມາໂຈມຕີພວກຕົນ.
\s5
\v 7 ໃນຄືນນັ້ນ ຊາວຊີເຣຍໄດ້ປົບໜີເອົາຕົວລອດ ຈົນໄດ້ປະຜ້າເຕັນ, ມ້າ, ລໍ ແລະ ຄ້າຍຂອງພວກເຂົາໄວ້ຢ່າງນັ້ນ.
\v 8 ເມື່ອຊາຍຂີ້ທູດທັງສີ່ມາຮອດແຄມຄ້າຍ ພວກເຂົາໄດ້ເຂົ້າໄປໃນຜ້າເຕັນ ທັງກິນແລະດື່ມ ອາຫານທີ່ມີໃນທີ່ນັ້ນ ແລະ ເກັບເອົາ ເງິນ, ຄໍາ ແລະ ເຄື່ອງນຸ່ງທີ່ພວກເຂົາໄດ້ພົບ; ແລ້ວພວກເຂົາກໍອອກໜີໄປ ແລະ ເຊື່ອງສິ່ງຂອງເຫລົ່ານີ້ໄວ້ ໃນບ່ອນອື່ນ; ພວກເຂົາກັບຄືນເຂົ້າໄປໃນຜ້າເຕັນອື່ນ ແລະ ເຮັດຄືເກົ່າ.
\s5
\v 9 ແຕ່ແລ້ວພວກເຂົາກໍເວົ້າກັນວ່າ, “ພວກເຮົາບໍ່ສົມຄວນເຮັດຢ່າງນີ້ ເມື່ອພວກເຮົາມີຂ່າວດີ ພວກເຮົາບໍ່ຄວນອໍາໄວ້. ຖ້າພວກເຮົາຄອຍຖ້າຈົນເຖິງມື້ເຊົ້າ ຈຶ່ງຈະບອກເລື່ອງນີ້ ພວກເຮົາຕ້ອງຖືກໂທດເປັນແນ່. ໃຫ້ພວກເຮົາໄປບອກນາຍທະຫານຂອງກະສັດຮູ້ດຽວນີ້. ”
\v 10 ສະນັ້ນ ພວກເຂົາຈຶ່ງອອກໄປຈາກຄ້າຍຂອງຊາວຊີເຣຍ ກັບຄືນໄປນະຄອນຊາມາເຣຍ ແລະ ຮ້ອງບອກທະຫານຍາມປະຕູ ວ່າ, “ພວກຂ້ອຍໄດ້ໄປຍັງຄ້າຍທະຫານ ຊີເຣຍ. ແຕ່ບໍ່ເຫັນມີໃຜ ແລະ ບໍ່ໄດ້ຍິນສຽງໃຜ ເລີຍ ມ້າແລະລໍ ກໍຍັງຜູກໄວ້ຢູ່ ແລະຜ້າເຕັນກໍຢູ່ໃນສະພາບເດີມ. ”
\v 11 ທະຫານຍາມໄດ້ປະກາດຂ່າວອອກໄປ ແລະ ໄດ້ລາຍງານໄປຍັງຣາຊວັງ.
\s5
\v 12 ເວລານັ້ນ ຍັງເປັນຕອນກາງຄືນ ແຕ່ກະສັດໄດ້ລຸກຂຶ້ນ ແລະ ສັ່ງພວກຂ້າຣາຊການ ວ່າ, “ເຮົາຈະບອກພວກເຈົ້າວ່າ ຊາວຊີເຣຍມີແຜນການຢ່າງໃດ ພວກເຂົາຮູ້ເຖິງການອຶດຢາກຢູ່ບ່ອນນີ້; ສະນັ້ນ ພວກເຂົາຈຶ່ງໜີ ຈາກຄ້າຍ ໄປລີ້ຢູ່ໃນເຂດບ້ານນອກ. ພວກເຂົາຄິດວ່າ ພວກເຮົາຈະອອກໜີຈາກເມືອງໄປຊອກຫາອາຫານ ແລ້ວພວກເຂົາກໍຈະຈັບພວກເຮົາທັງເປັນ ແລະ ຈະຢຶດເອົາເມືອງ. ”
\v 13 ຂ້າຣາຊການຜູ້ໜຶ່ງຂອງກະສັດ ຈຶ່ງເວົ້າວ່າ, “ເຖິງຢ່າງໃດກໍຕາມ ປະຊາຊົນໃນເມືອງນີ້ຢູ່ໃນທ່າໝົດຫວັງ ດັ່ງຄົນທີ່ຕາຍແລ້ວ; ສະນັ້ນ ຂໍໃຫ້ພວກເຮົາສົ່ງຄົນຂີ່ມ້າຫ້າໂຕ ທີ່ຍັງເຫລືອຢູ່ນີ້ ໄປເບິ່ງວ່າແມ່ນຫຍັງໄດ້ເກີດຂຶ້ນແທ້. ” [ຜ]
\s5
\v 14 ພວກເຂົາຈຶ່ງເລືອກເອົາບາງຄົນ ແລ້ວກະສັດກໍສົ່ງພວກເຂົາຂຶ້ນລົດມ້າສອງຄັນ ພ້ອມທັງແນະນາໍໃຫ້ໄປເບິ່ງວ່າ ມີຫຍັງເກີດຂຶ້ນແທ້ກັບກອງທັບຊີເຣຍ.
\v 15 ເຂົາທັງຫລາຍຈຶ່ງໄດ້ຕິດຕາມໄປຈົນເຖິງແມ່ນາໍ້ຈໍແດນ. ເມື່ອເດີນທາງໄປນັ້ນ ພວກເຂົາພົບເຫັນເຄື່ອງນຸ່ງ ແລະ ເຄື່ອງໃຊ້ທີ່ຊາວຊີເຣຍ ໄດ້ປະຖິ້ມໄວ້ຕາມທາງ ຕອນພວກເຂົາໄດ້ປົບໜີໄປ. ຄົນເຫລົ່ານີ້ຈຶ່ງກັບມາລາຍງານຕໍ່ກະສັດ.
\s5
\v 16 ຝ່າຍຊາວຊາມາເຣຍ ກໍຟ້າວອອກໄປເກັບກວາດ ເອົາເຄື່ອງຂອງໃນຄ້າຍຂອງຊາວຊີເຣຍ. ເຫດການກໍເປັນໄປຕາມທີ່ອົງພຣະຜູ້ເປັນເຈົ້າໄດ້ກ່າວໄວ້ ຄື ເຂົ້າເດືອຍທີໜຶ່ງ ສາມ ກິໂລກຼາມ ຫລື ເຂົ້າບາເລ ຫົກກິໂລກາຼມ ຂາຍໃນລາຄາເປັນເງິນ ຫລຽນດຽວ
\v 17 ບັງເອີນ ກະສັດແຫ່ງອິດສະຣາເອນ ໄດ້ໃຫ້ນາຍທະຫານປະຈໍາຕົວຂອງເພິ່ນເປັນຜູ້ເຝົ້າຍາມປະຕູເມືອງ. ນາຍທະຫານຜູ້ນີ້ຖືກປະຊາຊົນຢຽບຕາຍ ຊຶ່ງເປັນໄປຕາມທີ່ເອລີຊາ ໄດ້ບອກໄວ້ກ່ອນ ຕອນທີ່ກະສັດໄປຫາເພິ່ນນັ້ນ.
\s5
\v 18 ເອລີຊາ ໄດ້ບອກກະສັດໃນເວລານັ້ນ ວ່າ, “ເຂົ້າເດືອຍທີໜຶ່ງ ສາມກິໂລກາຼມ ຫລື ເຂົ້າບາເລ ຫົກກິໂລກາຼມ ຈະຂາຍໃນລາຄາເປັນເງິນ ຫລຽນດຽວ ຕາມລາຄາທ້ອງຕະຫລາດໃນນະຄອນຊາມາເຣຍ. ”
\v 19 ກ່ຽວກັບເລື່ອງນີ້ ນາຍທະຫານຈຶ່ງຕອບວ່າ, “ເປັນໄປບໍ່ໄດ້ດອກ ເຖິງວ່າອົງພຣະຜູ້ເປັນເຈົ້າຈະເຮັດໃຫ້ເມັດເຂົ້າ [ຝ] ຕົກລົງມາໃນທັນທີທັນໃດກໍຕາມ. ” ແລ້ວເອລີຊາ ກໍຕອບວ່າ, “ທ່ານຈະໄດ້ເຫັນເຫດການເກີດຂຶ້ນເປັນແນ່ ແຕ່ທ່ານເອງຈະບໍ່ໄດ້ກິນອາຫານນີ້. ”
\v 20 ເຫດການໄດ້ເກີດຂຶ້ນກັບນາຍທະຫານຜູ້ ນີ້ຄື ລາວຖືກປະຊາຊົນຢຽບຕາຍທີ່ປະຕູເມືອງ.
\s5
\c 8
\p
\v 1 ບັດນີ້ ເອລີຊາໄດ້ບອກຍິງຢູ່ໃນເມືອງຊູເນມ ຜູ້ທີ່ເພິ່ນໄດ້ເຮັດໃຫ້ລູກຊາຍຂອງນາງ ເປັນຄືນມາສູ່ຊີວິດນັ້ນວ່າ, “ອົງພຣະຜູ້ເປັນເຈົ້າ ພວມໄດ້ສົ່ງການອຶດຢາກມາເທິງດິນແດນນີ້ ເປັນເວລາເຈັດປີ." ທັງບອກໃຫ້ນາງ ແລະ ຄອບຄົວໜີໄປຢູ່ທີ່ອື່ນ.
\v 2 ນາງໄດ້ປະຕິບັດຕາມຄໍາແນະນາໍຂອງເອລີຊາ ແລະ ໄດ້ພາຄອບຄົວໜີໄປຢູ່ຟີລິດສະຕິນ ເປັນເວລາເຈັດປີ.
\s5
\v 3 ໃນທ້າຍປີທີເຈັດ ນາງໄດ້ກັບຄືນມາຍັງອານາຈັກອິດສະຣາເອນ ແລະ ເຂົ້າໄປຫາກະສັດ ເພື່ອຂໍເອົາເຮືອນ ແລະທີ່ດິນຂອງນາງຄືນ.
\v 4 ນາງພົບກະສັດກາໍລັງເວົ້າກັບເກຮາຊິ ຄົນຮັບໃຊ້ຂອງເອລີຊາ; ກະສັດຢາກຮູ້ເຖິງເລື່ອງທີ່ເອລີຊາ ເຮັດການອັດສະຈັນນັ້ນ.
\s5
\v 5 ຂະນະທີ່ເກຮາຊິ ພວມບອກກະສັດວ່າ, ເອລີຊາໄດ້ເຮັດໃຫ້ຄົນຕາຍເປັນຄືນມາສູ່ຊີວິດຢ່າງໃດນັ້ນ ນາງກໍເຂົ້າມາຫາກະສັດ. ເກຮາຊິ ຈຶ່ງເວົ້າກັບກະສັດວ່າ, “ຂ້າແດ່ພະຣາຊາ ນີ້ເດຄືຍິງຜູ້ນັ້ນ ແລະຜູ້ນີ້ແມ່ນລູກຊາຍຂອງນາງ ທີ່ເອລີຊາໄດ້ເຮັດໃຫ້ເປັນຄືນມາສູ່ ຊີວິດ. ”
\v 6 ໃນການຕອບຄໍາຖາມຂອງກະສັດ ນາງໄດ້ຢືນຢັນເລື່ອງທີ່ເກຮາຊິ ເລົ່າສູ່ກະສັດຟັງ. ດັ່ງນັ້ນ ກະສັດຈຶ່ງເອີ້ນເອົາຂ້າຣາຊການຜູ້ໜຶ່ງມາ ແລະບອກໃຫ້ເອົາສິ່ງຂອງທຸກຢ່າງທີ່ເປັນຂອງນາງຄືນໃຫ້ນາງ ພ້ອມທັງໃຫ້ໄລ່ລາຄາພືດຜົນທັງໝົດ ທີ່ໄດ້ຈາກໄຮ່ນາຂອງນາງ ພາຍໃນເຈັດປີທີ່ນາງບໍ່ຢູ່ນັ້ນຄືນໃຫ້ນາງດ້ວຍ.
\s5
\v 7 ມີຄັ້ງໜຶ່ງ ເອລີຊາໄດ້ໄປຍັງນະຄອນດາມັສກັດ ໃນຂະນະທີ່ກະສັດເບັນຮາດາດ ກາໍລັງໄຂ້ຢູ່. ເມື່ອມີຄົນມາບອກກະສັດວ່າ ເອລີຊາມາໃນທີ່ນັ້ນ
\v 8 ເພິ່ນຈຶ່ງກ່າວແກ່ ຮາຊາເອນ ຂ້າຣາຊການຄົນໜຶ່ງຂອງຕົນວ່າ, “ຈົ່ງນາໍເອົາຂອງຂວັນນີ້ ໄປໃຫ້ຜູ້ທາໍນວາຍ ເພື່ອຂໍເພິ່ນຖາມອົງພຣະຜູ້ເປັນເຈົ້າວ່າ ເຮົາຈະຫາຍປ່ວຍ ຫລືບໍ່. ”
\v 9 ດັ່ງນັ້ນ ອາຊາເຮນຈຶ່ງຈັດເອົາຜະລິດທະພັນ ທຸກຊະນິດຢ່າງດີທີ່ສຸດໃນນະຄອນດາມັສກັດ ບັນທຸກໃສ່ຫລັງອູດສີ່ສິບໂຕ ໄປຫາເອລີຊາ. ເມື່ອຮາຊາເອນເຫັນເອລີຊາ ລາວກໍກ່າວແກ່ເພິ່ນວ່າ, “ກະສັດເບັນຮາດາດ ຜູ້ຮັບໃຊ້ຂອງທ່ານໄດ້ສົ່ງຂ້ານ້ອຍມາຖາມທ່ານວ່າ ເພິ່ນຈະຫາຍປ່ວຍຫລືບໍ່?”
\s5
\v 10 ເອລີຊາ ຕອບວ່າ, “ອົງພຣະຜູ້ເປັນເຈົ້າ ເປີດເຜີຍໃຫ້ເຮົາຮູ້ແລ້ວວ່າ ກະສັດຈະຕາຍ, ແຕ່ໃຫ້ເຈົ້າໄປບອກເພິ່ນວ່າ ເພິ່ນຈະຫາຍປ່ວຍ. ”
\v 11 ແລ້ວເອລີຊາ ກໍຈ້ອງເບິ່ງໜ້າຂອງຮາຊາເອນ ດ້ວຍສາຍຕາອັນເຂັ້ມຂືມ ຈົນລາວຢ້ານ ແລະ ຮູ້ສຶກບໍ່ສະບາຍໃຈ. ທັນໃດນັ້ນ ເອລີຊາກໍຮ້ອງໄຫ້ຂຶ້ນ.
\v 12 ຮາຊາເອນ ຖາມວ່າ, “ເປັນຫຍັງທ່ານຈຶ່ງຮ້ອງໄຫ້? ເອລີຊາ ຕອບວ່າ, “ເພາະເຮົາຮູ້ວ່າທ່ານຈະເຮັດສິ່ງທີ່ໂຫດຮ້າຍຕໍ່ປະຊາຊົນອິດສະຣາເອນ ທ່ານຈະຈູດເຜົາປ້ອມປ້ອງກັນເມືອງ, ປະຫານຊີວິດຊາຍສະກັນ, ຕົບຕີເດັກນ້ອຍໃຫ້ເຖິງຕາຍ ແລະ ຜ່າທ້ອງພວກແມ່ມານ.”
\s5
\v 13 ຮາຊາເອນ ຕອບວ່າ, “ດ້ວຍເຫດໃດ ຂ້ານ້ອຍຈຶ່ງຈະມີອໍານາດເຖິງພຽງນັ້ນ ຂ້ານ້ອຍບໍ່ມີຄວາມສໍາຄັນຫຍັງ. ” ເອລີຊາ ຕອບຄືນວ່າ, “ອົງພຣະຜູ້ເປັນເຈົ້າໄດ້ໃຫ້ຂ້າພະເຈົ້າຮູ້ວ່າ ທ່ານຈະເປັນກະສັດແຫ່ງຊີເຣຍ. ”
\v 14 ຮາຊາເອນ ໄດ້ກັບຄືນໄປຫາກະສັດເບັນຮາດາດ ແລະ ເພິ່ນກໍຖາມລາວວ່າ, “ເອລີຊາ ບອກເຈົ້າວ່າຢ່າງໃດແດ່? ” ຮາຊາເອນ ຕອບວ່າ, “ເພິ່ນບອກຂ້ານ້ອຍວ່າ ທ່ານຈະຫາຍປ່ວຍແທ້. ”
\v 15 ແຕ່ໃນມື້ຕໍ່ມາ ຮາຊາເອນ ໄດ້ໃຊ້ຜ້າຫົ່ມຈຸ່ມນາໍ້ ແລະ ເອົາໄປປົກໜ້າກະສັດຈົນຕາຍ. ແລ້ວຮາຊາເອນ ກໍຂຶ້ນເປັນກະສັດແຫ່ງຊີເຣຍ ແທນ ເບັນຮາດາດ.
\s5
\v 16 ໃນຣາຊການປີທີຫ້າຂອງໂຢຣາມ ລູກຊາຍຂອງອາຮາບ ກະສັດແຫ່ງອິດສະຣາເອນ [ພ] ເຈົ້າເຢໂຮຣາມ ລູກຊາຍຂອງເຈົ້າເຢໂຮຊາຟັດ ກໍໄດ້ເປັນກະສັດແຫ່ງຢູດາຍ
\v 17 ເມື່ອເພິ່ນອາຍຸໄດ້ສາມສິບສອງປີ ແລະ ປົກຄອງຢູ່ທີ່ນະຄອນເຢຣູຊາເລັມ ເປັນເວລາແປດປີ.
\s5
\v 18 ຍ້ອນເມຍຂອງເພິ່ນເປັນລູກສາວຂອງ ກະສັດອາຮາບ ກະສັດເຢໂຮຣາມ ຈຶ່ງຕິດຕາມແບບຢ່າງອັນຊົ່ວຮ້າຍຂອງບັນດາກະສັດແຫ່ງອິດສະຣາເອນ ເໝືອນກັນກັບຄອບຄົວຂອງກະສັດອາຮາບ. ເພິ່ນໄດ້ເຮັດບາບຕໍ່ສູ້ອົງພຣະຜູ້ເປັນເຈົ້າ
\v 19 ແຕ່ອົງພຣະຜູ້ເປັນເຈົ້າ ບໍ່ຢາກທາໍລາຍອານາຈັກຢູດາຍ ເນື່ອງຈາກພຣະອົງໄດ້ສັນຍາໄວ້ກັບກະສັດດາວິດ ຜູ້ຮັບໃຊ້ຂອງພຣະອົງວ່າ ລູກຫລານຂອງເພິ່ນຈະຂຶ້ນປົກຄອງສືບຕໍ່ໄປ.
\s5
\v 20 ໃນຣາຊການຂອງກະສັດເຢໂຮຣາມ ນັ້ນ ເອໂດມໄດ້ກະບົດຕໍ່ຢູດາຍ ແລະ ກາຍເປັນອານາຈັກເອກະລາດ.
\v 21 ດັ່ງນັ້ນ ກະສັດເຢໂຮຣາມ ຈຶ່ງຍົກທັບພ້ອມລົດຮົບທັງໝົດໄປເມືອງຊາອີ. ໃນຕອນກາງຄືນ ກະສັດເຢໂຮຣາມ ກັບຜູ້ບັນຊາການລົດຮົບໄດ້ຕີຜ່າວົງລ້ອມຂອງກອງທັບຊາວເອໂດມ ຊຶ່ງໄດ້ປິດລ້ອມພວກເພິ່ນໄວ້; ສ່ວນພວກທະຫານຂອງເພິ່ນນັ້ນ ໄດ້ກະຈັດກະຈາຍໜີຄືນເມືອເຮືອນຂອງໃຜລາວ.
\s5
\v 22 ຕັ້ງແຕ່ນັ້ນມາ ເອໂດມກໍບໍ່ໄດ້ຂຶ້ນກັບ [ຟ] ອານາຈັກຢູດາຍ ອີກຕໍ່ໄປ. ໃນໄລຍະ ເວລາດຽວກັນນີ້ ເມືອງຣິບລາ ກໍເປັນກະບົດດ້ວຍ.
\v 23 ສິ່ງອື່ນທີ່ກະສັດເຢໂຮຣາມ ໄດ້ກະທາໍແມ່ນໄດ້ຖືກບັນທຶກໄວ້ໃນປື້ມປະຫວັດສາດຂອງບັນດາກະສັດແຫ່ງຢູດາຍ.
\v 24 ກະສັດເຢໂຮຣາມ ໄດ້ຕາຍໄປ ແລະ ໄດ້ຖືກຝັງໄວ້ຢູ່ໃນອຸບມຸງແຫ່ງກະສັດ ທີ່ເມືອງຂອງດາວິດ. ແລ້ວອາຮາຊີຢາ ລູກຊາຍຂອງເພິ່ນ ກໍຂຶ້ນເປັນກະສັດປົກຄອງແທນ.
\s5
\v 25 ໃນຣາຊການປີທີສິບສອງຂອງເຈົ້າໂຢຣາມ ລູກຊາຍຂອງເຈົ້າອາຮາບ ກະສັດແຫ່ງອິດສະຣາເອນ; ເຈົ້າອາຮາຊີຢາ ລູກຊາຍຂອງເຈົ້າເຢໂຮອາດ ໄດ້ຂຶ້ນເປັນກະສັດແຫ່ງຢູດາຍ
\v 26 ເມື່ອເພິ່ນອາຍຸໄດ້ຊາວສອງປີ ແລະ ໄດ້ປົກຄອງຢູ່ທີ່ນະຄອນເຢຣູຊາເລັມເປັນເວລາໜຶ່ງປີ. ແມ່ຂອງເພິ່ນ ຊື່ວ່າ ອາທາລີຢາ ລູກສາວຂອງກະສັດອາຮາບ ແລະ ຫລານສາວຂອງກະສັດອົມຣີ ແຫ່ງອິດສະຣາເອນ.
\v 27 ຍ້ອນກະສັດອາຮາຊີຢາ ເປັນດອງກັນກັບກະສັດອາຮາບ ເພິ່ນຈຶ່ງໄດ້ເຮັດບາບ ຕໍ່ສູ້ອົງພຣະຜູ້ເປັນເຈົ້າ ເໝືອນກັນກັບຄອບຄົວຂອງກະສັດອາຮາບ
\s5
\v 28 ກະສັດອາຮາຊີຢາ ໄດ້ຮ່ວມມືກັບກະສັດໂຢຣາມ ແຫ່ງອິດສະຣາເອນ ເຮັດເສິກຕໍ່ສູ້ກະສັດຮາຊາເອນ ແຫ່ງຊີເຣຍ. ກອງທັບທັງສອງຝ່າຍໄດ້ຍົກທັບໄປປະທະກັນ ທີ່ເມືອງຣາໂມດ ໃນກິເລອາດ ແລະ ກະສັດໂຢຣາມ ໄດ້ຖືກບາດເຈັບໃນສະໜາມຮົບ.
\v 29 ເພິ່ນໄດ້ກັບຄືນເມືອເມືອງຢິດສະເຣນ ເພື່ອປິ່ນປົວບາດແຜຂອງຕົນ ແລະ ກະສັດອາຮາຊີຢາ ກໍໄດ້ໄປຢ້ຽມຢາມເພິ່ນຢູ່ໃນເມືອງນີ້.
\s5
\c 9
\p
\v 1 ໃນໄລຍະນັ້ນເອງ ຜູ້ທາໍນວາຍເອລີຊາ ໄດ້ເອີ້ນຜູ້ທາໍນວາຍໜຸ່ມຄົນໜຶ່ງມາ ແລະ ບອກວ່າ, “ຈົ່ງຕຽມຕົວໄປຍັງເມືອງຣາໂມດ ໃນກີເລອາດ. ໃຫ້ເອົາແກ້ວນາໍ້ມັນໝາກກອກເທດນີ້ໄປນາໍ
\v 2 ເມື່ອໄປຮອດພຸ້ນແລ້ວ ໃຫ້ຊອກຫາເຢຮູ ລູກຊາຍເຢໂຮຊາຟັດ ແລະ ຫລານຊາຍນິມຊີ. ໃຫ້ພາລາວອອກໜີຈາກ ໝູ່ເພື່ອນໄປໃນຫ້ອງສ່ວນຕົວຕ່າງຫາກ,
\v 3 ຖອກນາໍ້ມັນໝາກກອກເທດ ນີ້ໃສ່ຫົວລາວ ແລະ ເວົ້າວ່າ, ‘ອົງພຣະຜູ້ເປັນເຈົ້າປະກາດວ່າ, ພຣະອົງຫົດສົງເຈົ້າໃຫ້ເປັນກະສັດແຫ່ງ ອິດສະຣາເອນ. ແລ້ວໃຫ້ເຈົ້າອອກໜີໄປ ຈາກເມືອງໄວເທົ່າທີ່ຈະໄວ້ໄດ້.”
\s5
\v 4 ດັ່ງນັ້ນ ຜູ້ທາໍນວາຍໜຸ່ມຄົນນີ້ ຈຶ່ງໄປຍັງເມືອງຣາໂມດ.
\v 5 ໃນທີ່ນັ້ນ ລາວໄດ້ພົບພວກນາຍທະຫານພວມປະຊຸມກັນຢູ່. ລາວເວົ້າວ່າ, “ທ່ານເອີຍ ຂ້າພະເຈົ້າມີຂ່າວດີສໍາລັບທ່ານ. ” ເຢຮູ ຖາມວ່າ, “ໃນພວກເຮົານີ້ ທ່ານຢາກເວົ້າກັບຜູ້ໃດ? ” ລາວຕອບວ່າ, “ກັບທ່ານນັ້ນແຫລະ. ”
\v 6 ແລ້ວທັງສອງກໍເຂົ້າໄປຂ້າງໃນ. ຜູ້ທາໍນວາຍໜຸ່ມໄດ້ຖອກນາໍ້ມັນໝາກກອກເທດໃສ່ຫົວ ເຢຮູ ແລະ ກ່າວແກ່ລາວວ່າ, “ອົງພຣະຜູ້ເປັນເຈົ້າ ພຣະເຈົ້າແຫ່ງຊາດອິດສະຣາເອນ ປະກາດວ່າ, ‘ເຮົາຫົດສົງເຈົ້າໃຫ້ເປັນກະສັດຂອງຊາວອິດສະຣາເອນ ປະຊາຊົນຂອງເຮົາ
\s5
\v 7 ເຈົ້າຕ້ອງຂ້າກະສັດຜູ້ເປັນນາຍຂອງເຈົ້າ ຄື ລູກຊາຍຂອງອາຮາບ ເພື່ອເປັນການລົງໂທດນາງເຢເຊເບນ ທີ່ໄດ້ຂ້າພວກຜູ້ທາໍນວາຍ ແລະ ຜູ້ຮັບໃຊ້ຄົນອື່ນ ໆ ຂອງເຮົາ.
\v 8 ຄອບຄົວທັງໝົດຕະຫລອດທັງເຊື້ອສາຍຂອງອາຮາບ ຕ້ອງຕາຍ; ເຮົາຈະກາໍຈັດຊາຍທຸກຄົນ ບໍ່ວ່າໜຸ່ມຫລືແກ່ໃນຄອບຄົວຂອງລາວ ໃຫ້ໝົດສິ້ນໄປ.
\s5
\v 9 ເຮົາຈະເຮັດຕໍ່ຄອບຄົວຂອງລາວ ດັ່ງທີ່ໄດ້ເຮັດຕໍ່ຄອບຄົວເຢໂຣໂບອາມ ກະສັດແຫ່ງ ອິດສະຣາເອນ ແລະຕໍ່ບາອາຊາ ກະສັດແຫ່ງອິດສະຣາເອນ.
\v 10 ສົບຂອງນາງເຢເຊເບນ ຈະບໍ່ໄດ້ຖືກຝັງໄວ້, ແຕ່ຈະຖືກໝາຢູ່ໃນເຂດແດນຢິດສະເຣນ ກັດກິນ. ” ຫລັງຈາກເວົ້າຈົບແລ້ວ ຜູ້ທາໍນວາຍໜຸ່ມກໍອອກຈາກຫ້ອງ ແລະ ໜີໄປ.
\s5
\v 11 ເຢຮູ ໄດ້ກັບຄືນມາຫາພວກໝູ່ນາຍທະຫານຂອງຕົນ ແລ້ວພວກເຂົາກໍຖາມລາວ ວ່າ, “ທຸກສິ່ງເປັນໄປໂດຍດີບໍ່? ຄົນບ້າຜູ້ນັ້ນຕ້ອງການຫຍັງຈາກເຈົ້າ? ” ເຢຮູ ຕອບວ່າ, “ພວກທ່ານຮູ້ດີວ່າ ລາວຢາກໄດ້ຫຍັງ. ”
\v 12 ພວກເຂົາຕອບວ່າ, “ບໍ່ ພວກຂ້ອຍບໍ່ຮູ້ ບອກມາເບິ່ງດູວ່າ ລາວເວົ້າຫຍັງແດ່? ” ເຢຮູ ຕອບວ່າ, “ລາວໄດ້ບອກຂ້ອຍວ່າ, ‘ອົງພຣະຜູ້ເປັນເຈົ້າປະກາດດັ່ງນີ້: ເຮົາຫົດສົງເຈົ້າ ໃຫ້ເປັນກະສັດແຫ່ງອິດສະຣາເອນ.
\v 13 ໃນທັນໃດນັ້ນ ໝູ່ເພື່ອນນາຍທະຫານຂອງເຢຮູ ກໍເອົາເສື້ອຄຸມຂອງພວກຕົນ ປູໃສ່ຂັ້ນໄດໃຫ້ເຢຮູ ຢືນຢຽບ. ພວກເຂົາເປົ່າແກ ແລະຮ້ອງ ຂຶ້ນວ່າ, “ເຢຮູ ເປັນກະສັດ.”
\s5
\v 14-15 ແລ້ວເຢຮູ ກໍວາງແຜນກະບົດຕໍ່ກະສັດໂຢຣາມ ທີ່ພວມອາໄສຢູ່ໃນເມືອງຢິດສະເຣນ ບ່ອນທີ່ເພິ່ນພັກຟື້ນຈາກການປິ່ນປົວບາດແຜ ຊຶ່ງເພິ່ນໄດ້ຮັບໃນສະໜາມຮົບທີ່ເມືອງຣາໂມດ ຕໍ່ສູ້ເຈົ້າຮາຊາເອນກະສັດແຫ່ງຊີເຣຍ. ເຢຮູເວົ້າກັບເພື່ອນນາຍທະຫານຂອງຕົນວ່າ, “ຖ້າພວກທ່ານຢູ່ຝ່າຍຂ້າພະເຈົ້າ ຢ່າໃຫ້ຜູ້ໜຶ່ງຜູ້ໃດ ລັກລອບໜີອອກຈາກເມືອງຣາໂມດ ເພື່ອໄປເຕືອນຊາວ ຢິດສະເຣນໄດ້ເປັນເດັດຂາດ. ”
\v 16 ແລ້ວ ເຢຮູ ກໍຂຶ້ນລົດມ້າຂອງຕົນຂີ່ອອກໄປຍັງເມືອງຢິດສະເຣນ. ຝ່າຍໂຢຣາມ ກໍຍັງບໍ່ທັນຫາຍດີເທື່ອ ແລ້ວເຈົ້າອາຮາຊີຢາກະສັດແຫ່ງຢູດາຍກໍຍັງຢ້ຽມຢາມເພິ່ນຢູ່ທີ່ນັ້ນ.
\s5
\v 17 ທະຫານຍາມຜູ້ໜຶ່ງ ທີ່ຢູ່ເທິງຫໍຄອຍເມືອງຢິດສະເຣນ ໄດ້ເຫັນເຢຮູ ກັບພວກທະຫານຂອງລາວມຸ່ງໜ້າໃກ້ເຂົ້າມາ. ລາວຮ້ອງຂຶ້ນວ່າ, “ຂ້ານ້ອຍເຫັນບາງຄົນກາໍລັງຂີ່ມ້າມາ. ” ກະສັດໂຢຣາມ ສັ່ງວ່າ, “ສົ່ງທະຫານມ້າອອກໄປເບິ່ງດູວ່າ ພວກເຂົາເປັນມິດ ຫລື ເປັນສັດຕູ. ”
\v 18 ຜູ້ນາໍຂ່າວໄດ້ຂີ່ມ້າອອກໄປພົບເຢຮູ ແລະ ຖາມລາວວ່າ, “ກະສັດຢາກຮູ້ຈັກວ່າ ທ່ານມາໃນຖານະເປັນມິດ ຫລືບໍ່? ” ເຢຮູ ຕອບວ່າ, “ບໍ່ແມ່ນທຸລະຂອງເຈົ້າ ຈົ່ງຕາມຂ້ອຍມາ. ” ທະຫານຢູ່ເທິງຫໍຄອຍໄດ້ລາຍງານວ່າ, “ຜູ້ນາໍຂ່າວໄດ້ໄປຮອດຄົນກຸ່ມນັ້ນແລ້ວ ແຕ່ລາວບໍ່ໄດ້ກັບຄືນມາ.”
\s5
\v 19 ເພິ່ນສົ່ງຜູ້ນາໍຂ່າວຄົນໜຶ່ງອອກໄປອີກ ແລະ ຖາມເຢຮູ ຢ່າງດຽວກັນ. ເຢຮູ ຕອບຄືເກົ່າອີກວ່າ, “ບໍ່ແມ່ນທຸລະຂອງເຈົ້າ ຈົ່ງຕາມຂ້ອຍມາ. ”
\v 20 ທະຫານຍາມລາຍງານຕື່ມວ່າ, “ຜູ້ນາໍຂ່າວໄດ້ໄປຮອດຄົນກຸ່ມນັ້ນແລ້ວ, ແຕ່ລາວບໍ່ໄດ້ກັບຄືນມາ. ” ລາວເວົ້າຕໍ່ໄປວ່າ, “ຫົວໜ້າກຸ່ມຜູ້ຂັບລົດມ້າ ມານັ້ນເປັນດັ່ງຄົນບ້າ ເບິ່ງຄືແມ່ນ ເຢຮູ.”
\s5
\v 21 ກະສັດໂຢຣາມ ສັ່ງວ່າ, “ຕຽມລົດຮົບຂອງເຮົາໄວ້ໃຫ້ພ້ອມ. ” ເມື່ອຕຽມພ້ອມແລ້ວ ກະສັດໂຢຣາມ ແລະ ກະສັດອາຮາຊີຢາ ກໍຂີ່ລົດຮົບຄົນລະຄັນອອກໄປພົບເຢຮູ. ທັງສອງພົບກັບເຢຮູ ທີ່ທົ່ງນາຂອງນາໂບດ.
\v 22 ກະສັດໂຢຣາມ ຖາມລາວວ່າ, “ທ່ານມາຢ່າງ ສັນຕິ ຫລືບໍ່? ” ເຢຮູຕອບວ່າ, “ຈະມີສັນຕິໄດ້ຢ່າງໃດ ເມື່ອຍັງມີການຝຶກເວດມົນກົນຄາຖາ ແລະ ການຂາບໄຫວ້ຮູບພະທີ່ເຢເຊເບນ ແມ່ຂອງທ່ານໄດ້ເລີ່ມຂຶ້ນ?”
\s5
\v 23 ກະສັດໂຢຣາມ ລ້ຽວລົດມ້າປົບໜີ ພ້ອມທັງຮ້ອງຂຶ້ນວ່າ, “ອາຮາຊີຢາ ເອີຍ ພວກນີ້ເປັນກະບົດ. ”
\v 24 ເຢຮູ ຍິງທະນູຈົນສຸດກໍາລັງຂອງຕົນ ແລະ ລູກທະນູຖືກຫລັງຂອງໂຢຣາມ ຈົນຊອດຫົວໃຈ. ໂຢຣາມລົ້ມລົງຕາຍໃນລົດມ້າຂອງເພິ່ນ
\s5
\v 25 ແລະ ເຢຮູໄດ້ເວົ້າຕໍ່ ບິດການ ນາຍທະຫານປະຈາໍຕົວຂອງຕົນວ່າ, “ເອົາສົບຂອງ ລາວໂຍນໃສ່ທົ່ງນາຂອງນາໂບດ. ເຈົ້າຈື່ໄດ້ ບໍວ່າ ຕອນເຮົາທັງສອງຂີ່ມ້າຕາມຫລັງກະສັດ ອາຮາບ ພໍ່ຂອງໂຢຣາມໄປນັ້ນ ອົງພຣະຜູ້ເປັນເຈົ້າໄດ້ກ່າວຕໍ່ສູ້ກະສັດອາຮາບ ດ້ວຍຖ້ອຍຄໍາ ດັ່ງນີ້:
\v 26 ‘ເຮົາໄດ້ເຫັນເຈົ້າຂ້ານາໂບດ ກັບພວກລູກຊາຍຂອງລາວມື້ວານນີ້. ເຮົາຈຶ່ງສັນຍາວ່າຈະລົງໂທດເຈົ້າໃນທົ່ງນາ ບ່ອນດຽວກັນນີ້. ’ອົງພຣະຜູ້ເປັນເຈົ້າກ່າວດັ່ງນີ້” ດັ່ງນັ້ນ ເຢຮູຈຶ່ງສັ່ງໃຫ້ນາຍທະຫານປະຈາໍ ຕົວຂອງຕົນວ່າ, “ຈົ່ງເອົາສົບຂອງໂຢຣາມ ໂຍນໃສ່ໃນທົ່ງນາຂອງນາໂບດ ເພື່ອໃຫ້ເປັນໄປຕາມທີ່ອົງພຣະຜູ້ເປັນເຈົ້າ ໄດ້ສັນຍາໄວ້.”
\s5
\v 27 ເມື່ອກະສັດອາຮາຊີຢາ ເຫັນເຫດການເກີດຂຶ້ນເຊັ່ນນີ້ ຈຶ່ງຂັບລົດມ້າປົບໜີໄປທາງເມືອງເບັດຮາການ ແລະ ເຢຮູໄດ້ໄລ່ຕາມເພິ່ນໄປ. ເຢຮູ ສັ່ງທະຫານຂອງຕົນວ່າ, “ໃຫ້ຂ້າລາວຄືກັນ” ແລະ ພວກເຂົາໄດ້ເຮັດໃຫ້ເພິ່ນບາດເຈັບ [ມ] ໃນຂະນະທີ່ເພິ່ນຂີ່ລົດມ້າໜີໄປທາງເມືອງກູເຣ ໃກ້ກັບເມືອງອິບເລອາມ, ແຕ່ກະສັດອາຮາຊີຢາ ຍັງທົນປົບໜີຕໍ່ໄປ ຈົນເຖິງເມືອງເມກິດໂດ ແລະ ຕາຍຢູ່ທີ່ນັ້ນ.
\v 28 ພວກນາຍທະຫານຂອງ ເພິ່ນໄດ້ນາໍເອົາສົບໃສ່ລົດຮົບ ຄືນເມືອຍັງນະຄອນເຢຣູຊາເລັມ ແລະ ຝັງສົບຂອງເພິ່ນໄວ້ໃນອຸບມຸງ ແຫ່ງກະສັດທີ່ເມືອງຂອງດາວິດ.
\s5
\v 29 ເຈົ້າອາຮາຊີຢາ ໄດ້ຂຶ້ນເປັນກະສັດແຫ່ງຢູດາຍ ໃນຣາຊການປີທີສິບເອັດຂອງໂຢຣາມ ລູກຊາຍຂອງກະສັດອາຮາບ ກະສັດແຫ່ງອິດສະຣາເອນ
\s5
\v 30 ເຢຮູ ໄດ້ມາຮອດເມືອງຢິດສະເຣນ. ນາງເຢເຊເບນໄດ້ຍິນທຸກເລື່ອງທີ່ເກີດຂຶ້ນ ນາງກໍແຕ້ມຄິ້ວ ແຕ່ງຜົມ ແລະ ຢືນແນມເບິ່ງໄປທາງປ່ອງຢ້ຽມວັງ.
\v 31 ຂະນະທີ່ເຢຮູ ຜ່ານປະຕູເມືອງມາ ນາງກໍຮ້ອງໃສ່ວ່າ, “ສິມຣີ [ຢ] ຜູ້ລອບສັງຫານນາຍຂອງຕົນ ເຈົ້າມາເຮັດຫຍັງຢູ່ນີ້? ”
\v 32 ເຢຮູ ຫລຽວຂຶ້ນໄປ ແລະ ຮ້ອງໃສ່ວ່າ, “ແມ່ນໃຜຢູ່ຝ່າຍຂ້າພະເຈົ້າແດ່? ” ໃນຂະນະນັ້ນ ໄດ້ມີນາຍທະຫານປະຈາໍວັງສາມຄົນ ພວມຫລຽວເບິ່ງລາວທາງປ່ອງຢ້ຽມ
\s5
\v 33 ລາວຈຶ່ງຮ້ອງບອກພວກເຂົາວ່າ, “ໂຍນນາງລົງມານີ້”. ພວກເຂົາໄດ້ໂຍນນາງລົງ ແລະ ເລືອດນາງໄດ້ຟົ້ງຖືກຝາ ແລະ ຖືກຝູງມ້າ. ເຢຮູຂັບລົດມ້າຂອງຕົນຢຽບຊາກສົບຂອງນາງ
\v 34 ເຂົ້າໄປໃນວັງ ແລະ ຮັບປະທານອາຫານຢູ່ທີ່ນັ້ນ. ແລ້ວລາວກໍສັ່ງວ່າ, “ເອົາຍິງຊົ່ວຊ້າຄົນນັ້ນໄປຝັງເສຍ ເຖິງຢ່າງໃດນາງກໍເປັນລູກສາວຂອງກະສັດ.”
\s5
\v 35 ແຕ່ພວກທີ່ອອກໄປຝັງສົບຂອງນາງບໍ່ໄດ້ພົບຫຍັງໝົດ ນອກຈາກກະໂຫລກຫົວ, ກະດູກມື ແລະ ກະດູກຕີນ.
\v 36 ເມື່ອພວກເຂົາມາລາຍງານເຫດການນີ້ຕໍ່ເຢຮູ ລາວຈຶ່ງເວົ້າຂຶ້ນວ່າ, “ອົງພຣະຜູ້ເປັນເຈົ້າໄດ້ບອກວ່າ ສິ່ງເຫລົ່ານີ້ຈະຕ້ອງເກີດຂຶ້ນ ຄາວທີ່ພຣະອົງກ່າວແກ່ເອລີຊາ ຊາວຕີຊະເບ ຜູ້ຮັບໃຊ້ຂອງພຣະອົງວ່າ, ‘ຝູງໝາຈະກັດກິນຊາກສົບຂອງນາງເຢເຊເບນ ທີ່ເຂດແດນຢິດສະເຣນ.
\v 37 ສ່ວນທີ່ເຫລືອຈາກຊາກສົບຂອງນາງ ກໍຈະຖືກກະຈັດກະຈາຍໄປຕາມບ່ອນນັ້ນ ດັ່ງຂີ້ສັດເພື່ອຈະບໍ່ມີໃຜຢືນຢັນໄດ້ວ່າ ເປັນຊາກສົບຂອງນາງ.
\s5
\c 10
\p
\v 1 ກະສັດອາຮາບ ມີລູກຫລານເຈັດສິບຄົນ ທີ່ນະຄອນຊາມາເຣຍ. ເຢຮູໄດ້ຂຽນຈົດໝາຍ ສົ່ງໄປຫາບັນດາຜູ້ປົກຄອງເມືອງ, [ຣ] ບັນດາຜູ້ນາໍປະຊາຊົນ ແລະບັນດາຜູ້ເບິ່ງແຍງລູກຫລານຂອງກະສັດອາຮາບ. ຈົດໝາຍນັ້ນ ມີເນື້ອຄວາມດັ່ງນີ້:
\v 2 “ພວກທ່ານຜູ້ມີໜ້າທີ່ເບິ່ງແຍງລູກຫລານຂອງກະສັດ ພວກທ່ານມີພຽບພ້ອມທັງລົດຮົບ, ມ້າ, ອາວຸດ ແລະ ເມືອງຕ່າງ ໆ ທີ່ມີປ້ອມປ້ອງກັນອັນແໜ້ນໜາ. ດັ່ງນັ້ນ ເມື່ອພວກທ່ານໄດ້ຮັບຈົດໝາຍນີ້ແລ້ວ
\v 3 ຂໍໃຫ້ພວກທ່ານເລືອກເອົາຜູ້ໜຶ່ງທີ່ມີຄຸນສົມບັດດີ ໃນບັນດາລູກຫລານຂອງກະສັດ, ແຕ່ງຕັ້ງລາວໃຫ້ເປັນກະສັດ ແລະໃຫ້ລາວຕໍ່ສູ້ເພື່ອປ້ອງກັນລາວເອງ.”
\s5
\v 4 ແລ້ວພວກຜູ້ປົກຄອງນະຄອນຊາມາເຣຍ ຕ່າງກໍຢ້ານກົວຫລາຍ ຈຶ່ງເວົ້າກັນວ່າ, “ພວກເຮົາຈະຄັດຄ້ານເຢຮູ ໄດ້ຢ່າງໃດ ໃນເມື່ອກະສັດໂຢຣາມ ແລະ ກະສັດອາຮາຊີຢາ ກໍຍັງຕໍ່ຕ້ານລາວບໍ່ໄດ້. ”
\v 5 ສະນັ້ນ ຂ້າຣາຊການຜູ້ກາໍກັບຣາຊວັງ ແລະ ຂ້າຣາຊການຜູ້ປົກຄອງເມືອງ ພ້ອມດ້ວຍຜູ້ນາໍປະຊາຊົນ ແລະ ພວກຜູ້ເບິ່ງແຍງລູກຫລານຂອງກະສັດ ຈຶ່ງສົ່ງຄວາມໄປຫາເຢຮູ ວ່າ, “ພວກຂ້າພະເຈົ້າເປັນຜູ້ຮັບໃຊ້ທ່ານ ແລະ ພ້ອມແລ້ວທີ່ຈະປະຕິບັດຕາມທຸກສິ່ງທີ່ ທ່ານສັ່ງ. ແຕ່ພວກຂ້າພະເຈົ້າຈະບໍ່ແຕ່ງຕັ້ງ ຜູ້ໃດຜູ້ໜຶ່ງໃຫ້ເປັນກະສັດ; ຈົ່ງເຮັດຕາມທີ່ທ່ານເຫັນວ່າດີທີ່ສຸດເຖີດ.”
\s5
\v 6 ແລ້ວເຢຮູ ກໍໄດ້ຂຽນຈົດໝາຍໄປຫາພວກເຫລົ່ານີ້ອີກວ່າ, “ຖ້າພວກທ່ານຢູ່ຝ່າຍຂ້າພະເຈົ້າ ແລະພ້ອມທີ່ຈະປະຕິບັດຕາມຄໍາສັ່ງ, ມື້ອື່ນໃນເວລາດຽວກັນນີ້ ຂໍໃຫ້ເອົາຫົວພວກລູກຫລານກະສັດອາຮາບ ມາໃຫ້ຂ້າພະເຈົ້າທີ່ເມືອງຢິດສະເຣນນີ້. ” ລູກຫລານ ເຈັດສິບຄົນຂອງກະສັດອາຮາບ ຢູ່ໃຕ້ການ ດູແລເບິ່ງແຍງຂອງບັນດາຜູ້ນາໍຂອງນະຄອນຊາມາເຣຍ ຜູ້ລ້ຽງດູພວກເຂົາມາຈົນໃຫຍ່.
\v 7 ເມື່ອໄດ້ຮັບຈົດໝາຍຂອງເຢຮູແລ້ວ, ບັນດາຜູ້ນາໍນະຄອນຊາມາເຣຍ ກໍຂ້າລູກຫລານ ຂອງກະສັດອາຮາບ ທັງໝົດເຈັດສິບຄົນ, ເອົາຫົວພວກເຂົາໃສ່ກະຕ່າ ແລະ ສົ່ງໄປໃຫ້ເຢຮູ ທີ່ເມືອງຢິດສະເຣນ.
\s5
\v 8 ເມື່ອມີຄົນບອກເຢຮູ ວ່າຫົວພວກລູກຫລານກະສັດອາຮາບ ຖືກນາໍມາຮອດແລ້ວ ເພິ່ນກໍສັ່ງໃຫ້ເອົາຫົວເຫລົ່ານັ້ນ ກອງຂຶ້ນເປັນສອງກອງທີ່ປະຕູເມືອງ ແລະ ປະໄວ້ຢູ້ຫັ້ນຈົນເຖິງມື້ອື່ນເຊົ້າ.
\v 9 ມື້ເຊົ້າມາ ເຢຮູໄດ້ໄປທີ່ປະຕູເມືອງ ແລະ ກ່າວຕໍ່ພວກທີ່ຢູ່ໃນບ່ອນນັ້ນວ່າ, “ຂ້າພະເຈົ້າເອງເປັນຜູ້ກະບົດຕໍ່ກະສັດໂຢຣາມ ແລະ ໄດ້ຂ້າເພິ່ນ; ພວກທ່ານບໍ່ແມ່ນຜູ້ຮັບຜິດຊອບໃນເລື່ອງນີ້, ແຕ່ແມ່ນໃຜທີ່ຂ້າຄົນເຫລົ່ານີ້?
\s5
\v 10 ນີ້ກໍສະແດງໃຫ້ເຫັນວ່າ ທຸກສິ່ງທີ່ອົງພຣະຜູ້ເປັນເຈົ້າໄດ້ກ່າວກ່ຽວກັບພວກລູກຫລານຂອງກະສັດອາຮາບ ໄດ້ກາຍເປັນຈິງ. ອົງພຣະຜູ້ເປັນເຈົ້າໄດ້ເຮັດຕາມທີ່ພຣະອົງໄດ້ສັນຍາໄວ້ຜ່ານທາງຜູ້ທາໍນວາຍເອລີຢາ. ”
\v 11 ແລ້ວເຢຮູ ກໍໄດ້ຂ້າຍາດຕິພີ່ນ້ອງຄົນອື່ນ ໆ ທັງໝົດຂອງກະສັດອາຮາບ ທີ່ຢູ່ໃນເມືອງຢິດສະເຣນ ທັງຂ້າພວກນາຍທະຫານທຸກຄົນ, ໝູ່ເພື່ອນທີ່ໃກ້ຊິດ ແລະ ພວກປະໂຣຫິດດ້ວຍ; ບໍ່ມີໃຜເຫລືອຢູ່ເລີຍ.
\s5
\v 12 ຕໍ່ມາ ເຢຮູກໍອອກຈາກເມືອງຢິດສະເຣນ ໄປຍັງນະຄອນຊາມາເຣຍ. ເມື່ອຕາມທາງໄປຮອດບ່ອນທີ່ເອີ້ນວ່າ, “ຄ້າຍຜູ້ລ້ຽງແກະ. ”
\v 13 ເພິ່ນກໍພົບພວກຍາດຕິພີ່ນ້ອງຂອງກະສັດອາຮາຊີຢາແຫ່ງຢູດາຍ ຈຶ່ງຖາມວ່າ, “ພວກເຈົ້າແມ່ນໃຜ? ” ພວກເຂົາຕອບວ່າ, “ພວກເຮົາແມ່ນຍາດຕິພີ່ນ້ອງຂອງກະສັດອາຮາຊີຢາ ພວກເຮົາພວມໄປເມືອງຢິດສະເຣນ ເພື່ອຢ້ຽມຢາມລູກຫລານຍານາງເຢເຊເບນ ແລະ ເຊື້ອວົງທຸກຄົນຂອງກະສັດ. ”
\v 14 ເຢຮູ ສັ່ງວ່າ, “ໃຫ້ຈັບພວກເຂົາທັງເປັນ. ” ພວກທະຫານໄດ້ໄລ່ຈັບພວກເຂົາ ແລະ ເຢຮູໄດ້ຂ້າພວກເຂົາໃກ້ກັບຂຸມຢູ່ທີ່ນັ້ນ. ຄົນເຫລົ່ານີ້ລວມທັງໝົດມີສີ່ສິບສອງຄົນ ແລະ ບໍ່ມີໃຜລອດຊີວິດ.
\s5
\v 15 ແລ້ວເຢຮູ ກໍໄດ້ອອກເດີນທາງຕໍ່ໄປ ເມື່ອຕາມທາງໄປນັ້ນ ເພິ່ນໄດ້ພົບໂຢນາດາບ ລູກຊາຍຂອງເຣກາບ. ເຢຮູ ຈຶ່ງຄໍານັບລາວ ແລະເວົ້າວ່າ, “ທ່ານແລະຂ້າພະເຈົ້າ ມີຄວາມຄິດແບບດຽວກັນ ທ່ານຈະສະໜັບສະໜູນຂ້າພະເຈົ້າ ຫລືບໍ່? ” ໂຢນາດາບຕອບວ່າ, “ຈະສະໜັບສະໜູນ. ” ເຢຮູບອກວ່າ, “ຖ້າດັ່ງນັ້ນ ຍື່ນມືຂອງທ່ານມາເບິ່ງດູ” ທັງສອງຈັບມືກັນ ແລະ ເຢຮູໄດ້ດຶງເອົາໂຢນາດາບ ຂຶ້ນລົດມ້າໄປນາໍຕົນ
\v 16 ທັງກ່າວວ່າ, “ໄປກັບຂ້າພະເຈົ້າ ແລະ ທ່ານຈະເຫັນດ້ວຍຕົນເອງວ່າ ຂ້າພະເຈົ້າມີຄວາມສັດຊື່ຕໍ່ອົງພຣະຜູ້ເປັນ ເຈົ້າສໍ່າໃດ? ” ທັງສອງໄດ້ຂີ່ລົດມ້າໄປນະຄອນຊາມາເຣຍ ດ້ວຍກັນ.
\v 17 ເມື່ອືໄປຮອດທີ່ນັ້ນແລ້ວ ເຢຮູໄດ້ຂ້າຍາດຕິພີ່ນ້ອງທຸກຄົນຂອງກະສັດອາຮາບ ໂດຍບໍ່ເຫລືອຈັກຄົນ. ນີ້ຄືເຫດການທີ່ເກີດຂຶ້ນຕາມທີ່ອົງພຣະຜູ້ເປັນເຈົ້າໄດ້ບອກໄວ້ກັບເອລີຢາ.
\s5
\v 18 ເຢຮູ ໄດ້ເອີ້ນເອົາຊາວຊາມາເຣຍ ທຸກຄົນມາ ແລະ ບອກວ່າ, “ກະສັດອາຮາບ ໄດ້ຮັບໃຊ້ພະບາອານພຽງແຕ່ໜ້ອຍດຽວ ສ່ວນຂ້າພະເຈົ້າຈະຮັບໃຊ້ພະບາອານ ຫລາຍກວ່າ ເພິ່ນອີກ.
\v 19 ຈົ່ງເອີ້ນເອົາບັນດາຜູ້ທາໍນວາຍພະບາອານ ທຸກຄົນມາພ້ອມທັງຜູ້ທີ່ຂາບໄຫວ້ພະນີ້ ຕະຫລອດບັນດາປະໂຣຫິດຂອງພະບາອານ ທຸກຄົນດ້ວຍ. ຢ່າໄດ້ຍົກເວັ້ນຜູ້ໃດເລິຍ; ຂ້າພະເຈົ້າຈະຖວາຍເຄື່ອງບູຊາອັນຍິ່ງໃຫຍ່ແກ່ພະບາອານ ແລະ ຜູ້ໃດກໍຕາມທີ່ບໍ່ ຍອມມາກໍຈະຖືກຂ້າ. ” (ນີ້ເປັນກົນຫລອກລວງຂອງເຢຮູ ຄວາມຈິງແລ້ວເພິ່ນໝາຍຈະຂ້າທຸກຄົນທີ່ຂາບໄຫວ້ພະບາອານ.)
\v 20 ແລ້ວເຢຮູ ກໍອອກຄໍາສັ່ງວ່າ, “ຈົ່ງປະກາດຕັ້ງມື້ຂາບໄຫວ້ ເພື່ອເປັນການໃຫ້ກຽດພະບາອານ. ” ແລ້ວການປະກາດກໍມີຂຶ້ນ
\s5
\v 21 ແລະ ເຢຮູໄດ້ອອກຄໍາສັ່ງໄປທົ່ວດິນແດນອິດສະຣາເອນ. ພວກທີ່ຂາບໄຫວ້ພະບາອານ ກໍພາກັນມາ ແລະ ບໍ່ມີໃຜທີ່ບໍ່ຍອມມາ. ທຸກຄົນໄດ້ເຂົ້າໄປໃນວິຫານພະບາອານ ຈົນເຕັມທົ່ວທຸກບ່ອນ.
\v 22 ແລ້ວເຢຮູ ກໍສັ່ງໃຫ້ປະໂຣຫິດ ທີ່ເປັນຜູ້ຮັບຜິດຊອບເສື້ອຄຸມສັກສິດ ນາໍເອົາເສື້ອຄຸມອອກມາແຈກໃຫ້ພວກທີ່ຂາບໄຫວ້ນັ້ນນຸ່ງ.
\s5
\v 23 ຫລັງຈາກນັ້ນ ເຢຮູ ແລະ ໂຢນາດາບ ລູກຊາຍຂອງເຣກາບ ກໍເຂົ້າໄປໃນວິຫານ ແລະ ກ່າວຕໍ່ທຸກຄົນໃນທີ່ນັ້ນວ່າ, “ຈົ່ງໃຫ້ແນ່ໃຈວ່າ ມີແຕ່ຜູ້ຂາບໄຫວ້ພະບາອານເທົ່ານັ້ນຢູ່ທີ່ນີ້ ແລະ ຢ່າໃຫ້ຄົນທີ່ນະມັດສະການ ອົງພຣະຜູ້ເປັນເຈົ້າເຂົ້າມາ ໃນບ່ອນນີ້. ”
\v 24 ແລ້ວເຢຮູ ກັບ ໂຢນາດາບ ກໍໄດ້ເຂົ້າໄປຂ້າງໃນ ເພື່ອຖວາຍເຄື່ອງບູຊາ ແລະ ເຄື່ອງເຜົາບູຊາຕໍ່ພະບາອານ. ເຢຮູ ວາງທະຫານແປດສິບຄົນໄວ້ທາງນອກວິຫານ ແລະ ໄດ້ແນະນາໍພວກເຂົາວ່າ, “ພວກເຈົ້າຕ້ອງຂ້າຄົນເຫລົ່ານີ້ທັງໝົດ; ຜູ້ໃດຜູ້ໜຶ່ງທີ່ປ່ອຍໃຫ້ຄົນໃດ ຄົນໜຶ່ງປົບໜີໄປໄດ້ ຈະຕ້ອງຊົດໃຊ້ດ້ວຍຊີວິດຕົນເອງ.”
\s5
\v 25 ພໍເຢຮູ ຖວາຍເຄື່ອງບູຊາແລ້ວ ເພິ່ນກໍ ສັ່ງພວກທະຫານຍາມ ແລະ ບັນດານາຍທະຫານ ວ່າ, “ຈົ່ງເຂົ້າໄປຂ້າພວກເຂົາທຸກຄົນ, ຢ່າໃຫ້ມີໃຜລອດໄປໄດ້. ” ພວກເຂົາຊັກດາບອອກຂ້າທຸກຄົນ ແລະ ລາກຊາກສົບອອກໄປຂ້າງນອກ. ຫລັງຈາກນັ້ນ ກໍເຂົ້າໄປຍັງຫ້ອງຊັ້ນໃນວິຫານ
\v 26 ດຶງເອົາເສົາສັກສິດຢູ່ໃນທີ່ນັ້ນອອກມາເຜົາ.
\v 27 ພວກເຂົາໄດ້ທາໍລາຍເສົາສັກສິດ, ວິຫານ ແລະ ເຮັດໃຫ້ເປັນວິດຖ່າຍ ຊຶ່ງຍັງມີຢູ່ເທົ່າທຸກວັນນີ້
\v 28 ການທີ່ເຢຮູ ໄດ້ກວາດລ້າງພວກທີ່ຂາບໄຫວ້ພະບາອານ ຢູ່ໃນຊາດອິດສະຣາເອນ ກໍເປັນດັ່ງນີ້ແຫລະ.
\s5
\v 29 ແຕ່ເພິ່ນໄດ້ເຮັດບາບຕາມແບບຢ່າງຂອງກະສັດເຢໂຣໂບອາມ ຜູ້ທີ່ນາໍພາອານາຈັກອິດສະຣາເອນ ເຮັດບາບໂດຍຂາບໄຫວ້ຮູບງົວຄໍາ ທີ່ຖືກສ້າງຂຶ້ນໄວ້ໃນເມືອງ ເບັດເອນ ແລະ ເມືອງດານ.
\v 30 ອົງພຣະຜູ້ເປັນເຈົ້າກ່າວຕໍ່ເຢຮູ ວ່າ, “ເຈົ້າໄດ້ເຮັດຕໍ່ພວກ ລູກຫລານອາຮາບ ທຸກສິ່ງຕາມທີ່ເຮົາຕ້ອງການໃຫ້ເຈົ້າເຮັດ. ດັ່ງນັ້ນ ເຮົາຈຶ່ງຂໍສັນຍາວ່າ, ພວກລູກຫລານຂອງເຈົ້າຈະຂຶ້ນເປັນກະສັດປົກຄອງອານາຈັກອິດສະຣາເອນ ຈົນເຖິງສີ່ຊົ່ວເຊັ່ນຄົນ. ”
\v 31 ແຕ່ເຢຮູ ບໍ່ໄດ້ເຊື່ອຟັງກົດບັນຍັດຂອງອົງພຣະຜູ້ເປັນເຈົ້າ ພຣະເຈົ້າແຫ່ງຊາດອິດສະຣາເອນ ດ້ວຍສຸດຈິດສຸດໃຈຂອງເພິ່ນ. ເພິ່ນໄດ້ເອົາແບບຢ່າງ ຂອງເຢໂຣໂບອາມ ຜູ້ທີ່ໄດ້ນາໍພາຊາດອິ​ດສະຣາເອນ ເຮັດບາບ.
\s5
\v 32 ໃນເວລານັ້ນ ອົງພຣະຜູ້ເປັນເຈົ້າໄດ້ເລີ່ມເຮັດໃຫ້ເຂດແດນຂອງຊາດອິດສະຣາເອນ ແຄບລົງ. ກະສັດຮາຊາເອນ ແຫ່ງຊີເຣຍ ໄດ້ຕີເອົາເຂດແດນຂອງຊາດອິດສະຣາເອນ ໄດ້ຫລາຍບ່ອນຄື:
\v 33 ທາງທິດຕາເວັນອອກຂອງແມ່ນາໍ້ຈໍແດນ ຈົນຮອດທາງທິດໃຕ້ຂອງເມືອງອາໂຣເອ ຕາມຝັ່ງແມ່ນາໍ້ອາກໂນນ ລວມທັງເຂດແດນຕ່າງ ໆ ໃນກີເລອາດ ແລະ ບາຊານ ບ່ອນທີ່ຊາວເຜົ່າກາດ, ເຜົ່າຣູເບັນ ແລະ ເຜົ່າມານາເຊຕາເວັນອອກອາໄສຢູ່.
\s5
\v 34 ສິ່ງອື່ນ ໆ ທີ່ເຢຮູໄດ້ກະທາໍ ຕະຫລອດ ທັງເລື່ອງຄວາມອົງອາດກ້າຫານຂອງເພິ່ນ ແມ່ນໄດ້ຖືກບັນທຶກໄວ້ໃນປື້ມປະຫວັດສາດ ຂອງບັນດາກະສັດແຫ່ງຊາດອິດສະຣາເອນ.
\v 35 ເພິ່ນໄດ້ຕາຍໄປ ແລະ ຖືກຝັງໄວ້ທີ່ນະຄອນຊາມາເຣຍ. ເຢໂຮອາຮາດ ລູກຊາຍຂອງເພິ່ນໄດ້ຂຶ້ນເປັນກະສັດປົກຄອງແທນ.
\v 36 ເຢຮູ ເປັນກະສັດແຫ່ງອິດສະຣາເອນ ແລະ ປົກຄອງຢູ່ທີ່ນະຄອນຊາມາເຣຍ ເປັນເວລາຊາວແປດປີ.
\s5
\c 11
\p
\v 1 ເມື່ອອາທາລີຢາ ແມ່ຂອງກະສັດອາຮາຊີຢາ ຮູ້ວ່າລູກຊາຍຂອງຕົນຖືກຂ້າ; ຍານາງຈຶ່ງອອກຄໍາສັ່ງປະຫານເຊື້ອວົງຂອງກະສັດທຸກຄົນ.
\v 2 ແຕ່ໂຢອາດ ລູກຊາຍຂອງກະສັດອາຮາຊີຢາ ປົບໜີໄປໄດ້. ລາວເກືອບຖືກຂ້າພ້ອມກັບພວກອື່ນ ໆ, ແຕ່ເຢໂຮເຊບາ ປ້າຂອງລາວຊ່ວຍຊີວິດລາວໄວ້ ໄດ້. ເຢໂຮເຊບາ ເປັນລູກສາວຂອງກະສັດໂຢຣາມ ແລະ ເປັນນ້ອງຕ່າງແມ່ຂອງກະສັດອາຮາຊີຢາ. ນາງເຢໂຮເຊບາ ໄດ້ພາໂຢອາດ ກັບແມ່ລ້ຽງຂອງລາວ ເຂົ້າໄປໃນຫ້ອງນອນທີ່ພຣະວິຫານ ແລະ ເຊື່ອງລາວໄວ້ຈາກຍານາງ ອາທາລີຢາ ເພື່ອວ່າລາວຈະບໍ່ໄດ້ຖືກຂ້າ.
\v 3 ເຢໂຮເຊບາ ໄດ້ເປັນຜູ້ດູແລເບິ່ງແຍງ ໂຢອາດ ແລະ ເຊື່ອງລາວໄວ້ຢູ່ໃນພຣະວິຫານຂອງອົງພຣະຜູ້ເປັນເຈົ້າ ເປັນເວລາຫົກປີ ໃນໄລຍະທີ່ຍານາງອາທາລີຢາ ເປັນຣາຊີນີ ປົກຄອງຢູ່ນັ້ນ.
\s5
\v 4 ແຕ່ໃນປີທີເຈັດ ປະໂຣຫິດເຢໂຮຍອາດາ ໄດ້ສົ່ງຄົນໄປນາໍເອົາພວກນາຍທະຫານ ທີ່ຮັບຜິດຊອບຄົນຍາມປະຈາໍກະສັດ ແລະ ນາຍຍາມປະຈາໍວັງ ໃຫ້ມາທີ່ພຣະວິຫານ. ເພິ່ນໄດ້ເຮັດຂໍ້ຕົກລົງກັບພວກເຂົາ ໂດຍໃຫ້ສາບານວ່າ ຈະເຮັດຕາມແຜນ ທີ່ເພິ່ນວາງໄວ້. ເພິ່ນພາໂຢອາດ ລູກຊາຍຂອງກະສັດອາຮາຊີຢາ ອອກມາພົບພວກເຂົາ;
\v 5 ແລະ ເພິ່ນໄດ້ໃຫ້ຄໍາສັ່ງແກ່ພວກເຂົາ ດັ່ງນີ້: “ເມື່ອພວກທ່ານມາປະຕິບັດໜ້າທີ່ ໃນວັນຊະບາໂຕ, ໃຫ້ຄົນໜຶ່ງສ່ວນສາມໃນພວກທ່ານເຝົ້າຍາມຣາຊວັງ;
\v 6 ໃຫ້ສ່ວນໜຶ່ງຢືນຍາມປະຕູເມືອງຊູເຣ ແລະ ໃຫ້ສ່ວນທີສາມ ຢືນເຝົ້າປະຕູເມືອງ ທາງດ້ານຫລັງຂອງພວກ ທະຫານຍາມອື່ນ ໆ. [ລ]
\s5
\v 7 ສ່ວນສອງໝວດ ທີ່ອອກຈາກເວນຍາມໃນວັນຊະບາໂຕ ໃຫ້ຢືນຍາມທີ່ພຣະວິຫານ ເພື່ອປ້ອງກັນກະສັດ.
\v 8 ພວກທ່ານຈົ່ງປ້ອງກັນຮັກສາກະສັດໂຢອາດ, ຕຽມດາບອອກຈາກຝັກ ແລະ ໃຫ້ຢູ່ກັບເພິ່ນໃນທຸກທີ່ ທຸກບ່ອນ ທີ່ເພິ່ນໄປ. ຜູ້ໃດຜູ້ໜຶ່ງທີ່ເຂົ້າມາໃກ້ ໃຫ້ຂ້າຜູ້ນັ້ນໂລດ.”
\s5
\v 9 ພວກນາຍທະຫານ ໄດ້ປະຕິບັດຕາມຄໍາແນະນາໍຂອງເຢໂຮຍອາດາ ແລະ ນໍາເອົາພວກທະຫານມາຫາເພິ່ນ ຄື ພວກທະຫານທີ່ອອກຈາກເວນຍາມ ໃນວັນຊະບາໂຕ ແລະ ພວກທະຫານທີ່ເຂົ້າເວນຍາມ.
\v 10 ເຢໂຮຍອາດາ ໄດ້ເອົາຫອກຫລາຍດວງ [ວ] ແລະ ໂລ້ ຕ້ານທານຂອງກະສັດດາວິດ ທີ່ໄດ້ເກັບຮັກສາໄວ້ໃນພຣະວິຫານນັ້ນ ມອບໃຫ້ພວກນາຍທະຫານ.
\s5
\v 11 ເພິ່ນໄດ້ວາງທະຫານທີ່ຖືດາບ ຕຽມພ້ອມໄວ້ອ້ອມທາງໜ້າພຣະວິຫານ ເພື່ອປ້ອງກັນກະສັດ.
\v 12 ແລ້ວເຢໂຮຍອາດາ ກໍພາໂຢອາດ ອອກມາ, ສວມມົງກຸດໃສ່ຫົວໃຫ້ເພິ່ນ ແລະ ມອບກົດບັນຍັດການປົກຄອງ ຊຶ່ງເປັນເອກະສານສະແດງເຖິງຕໍາແໜ່ງຂອງກະສັດໃຫ້ເພິ່ນ. ໂຢອາດ ໄດ້ຮັບການຫົດສົງແຕ່ງຕັ້ງໃຫ້ເປັນກະສັດ. ປະຊາຊົນພາກັນຕົບມື ແລະ ຮ້ອງໂຮຂຶ້ນວ່າ, “ຂໍກະສັດຈົ່ງໝັ້ນຍືນ.”
\s5
\v 13 ເມື່ອຣາຊີນີ ໄດ້ຍິນສຽງຂອງພວກທະຫານ ແລະ ປະຊາຊົນ, ຍານາງກໍຟ້າວໄປຍັງພຣະວິຫານຂອງອົງພຣະຜູ້ເປັນເຈົ້າ ບ່ອນທີ່ປະຊາຊົນກາໍລັງຊຸມນຸມກັນຢູ່.
\v 14 ຍານາງຫລຽວເຫັນກະສັດຄົນໃໝ່ຢືນໃກ້ເສົາທາງເຂົ້າພຣະວິຫານຕາມທາໍນຽມທີ່ມີມາ. ພວກນາຍທະຫານແລະພວກເປົ່າແກໄດ້ອ້ອມກະສັດໄວ້ ແລະ ປະຊາຊົນຕ່າງກໍຮ້ອງໂຮດ້ວຍຄວາມຊົມຊື່ນຍິນດີ ແລະ ທັງເປົ່າແກສຽງດັງສະໜັ່ນ. ຍານາງອາທາລີຢາໄດ້ຈີກເສື້ອຂອງຕົນດ້ວຍຄວາມທຸກໃຈຢ່າງໜັກ ແລະຮ້ອງຂຶ້ນວ່າ, “ພວກກະບົດ ພວກກະບົດ.”
\s5
\v 15 ເຢໂຮຍອາດາ ບໍ່ຢາກໃຫ້ຍານາງອາທາລີຢາ ຖືກຂ້າຢູ່ໃນບໍລິເວນພຣະວິຫານຂອງອົງພຣະຜູ້ເປັນເຈົ້າ ສະນັ້ນເພິ່ນຈຶ່ງບອກ ພວກນາຍທະຫານວ່າ, “ພານາງຜ່ານແຖວທະຫານຍາມອອກໄປ ແລະ ໃຫ້ຂ້າທຸກຄົນທີ່ພະຍາຍາມຊ່ວຍກູ້ເອົານາງໄວ້. ”
\v 16 ພວກເຂົາໄດ້ຈັບເອົານາງ ພາໄປຍັງຣາຊວັງ ແລະ ຂ້ານາງເສຍທີ່ປະຕູຄອກມ້າ.
\s5
\v 17 ປະໂຣຫິດເຢໂຮຍອາດາ ໄດ້ໃຫ້ກະສັດໂຢອາດ ແລະ ປະຊາຊົນເຮັດພັນທະສັນຍາ ຕໍ່ອົງພຣະຜູ້ເປັນເຈົ້າວ່າ ພວກຕົນຈະເປັນປະຊາຊົນຂອງອົງພຣະຜູ້ເປັນເຈົ້າ; ເພິ່ນຍັງໄດ້ເຮັດພັນທະສັນຍາ ລະຫວ່າງກະສັດ ແລະ ປະຊາຊົນ.
\v 18 ແລ້ວປະຊາຊົນກໍໄປມ້າງ ວິຫານພະບາອານຖິ້ມ; ພວກເຂົາທຸບແທ່ນບູຊາ ແລະ ຮູບເຄົາຣົບພ້ອມທັງໄດ້ຂ້າມັດຕານ ປະໂຣຫິດພະບາອານ ຕໍ່ໜ້າແທ່ນບູຊາ. ຕໍ່ມາ ເຢໂຮຍອາດາ ກໍຈັດໃຫ້ມີທະຫານຍາມປະຈາໍໜ້າທີ່ຢູ່ໃນພຣະວິຫານ,
\s5
\v 19 ແລ້ວເພິ່ນເອງ ພ້ອມທັງບັນດານາຍ ທະຫານ, ນາຍຍາມປະຈໍາຕົວກະສັດ ແລະ ພວກນາຍຍາມປະຈາໍວັງ ກໍໄດ້ແຫ່ກະສັດອອກຈາກພຣະວິຫານຂອງອົງພຣະຜູ້ເປັນເຈົ້າ ໄປຍັງຣາຊວັງຕິດຕາມໄປດ້ວຍປະຊາຊົນ. ເຈົ້າໂຢອາດ ຜ່ານໄປທາງປະຕູທີ່ມີທະຫານຍາມ ແລະ ຂຶ້ນນັ່ງເທິງບັນລັງຂອງ ກະສັດ.
\v 20 ປະຊາຊົນທຸກຄົນຕ່າງກໍເຕັມ ໄປດ້ວຍຄວາມຊົມຊື່ນຍິນດີ ແລະ ນະຄອນ ເຢຣູຊາເລັມກໍມີຄວາມສະຫງົບສຸກ ສ່ວນນາງອາທາລີຢາ ນັ້ນໄດ້ຖືກຂ້າໃນຣາຊວັງ.
\s5
\v 21 ເຈົ້າໂຢອາດ ຂຶ້ນເປັນກະສັດແຫ່ງຢູດາຍ ເມື່ອເພິ່ນອາຍຸໄດ້ເຈັດປີ.
\s5
\c 12
\p
\v 1 ໃນຣາຊການປີທີເຈັດຂອງເຈົ້າເຢຮູ ກະສັດແຫ່ງອິດສະຣາເອນ ເຈົ້າໂຢອາດໄດ້ຂຶ້ນເປັນກະສັດແຫ່ງຢູດາຍ ແລະ ໄດ້ປົກຄອງ ຢູ່ທີ່ນະຄອນເຢຣູຊາເລັມ ເປັນເວລາສີ່ສິບປີ. ແມ່ຂອງເພິ່ນຊື່ວ່າ ຊີບີຢາ ຊາວເມືອງເບເອນເຊບາ.
\v 2 ເພິ່ນໄດ້ເຮັດໃນສິ່ງທີ່ອົງພຣະຜູ້ເປັນເຈົ້າພໍໃຈຕະຫລອດຊົ່ວຊີວິດຂອງເພິ່ນ ເພາະມີປະໂຣຫິດເຢໂຮຍອາດາ ເປັນຜູ້ແນະນາໍເພິ່ນ.
\v 3 ແຕ່ເຖິງຢ່າງໃດ ກໍຕາມສະຖານທີ່ຂາບໄຫວ້ຂອງຄົນຕ່າງຊາດ ຍັງບໍ່ໄດ້ຖືກທາໍລາຍເທື່ອ ແລະ ປະຊາຊົນກໍຍັງສືບຕໍ່ຖວາຍເຄື່ອງບູຊາ ແລະ ເຜົາເຄື່ອງຫອມຢູ່ ທີ່ນັ້ນ.
\s5
\v 4 ແລ້ວກະສັດໂຢອາດ ກໍໄດ້ເອີ້ນພວກປະໂຣຫິດມາພົບ ແລະ ໄດ້ສັ່ງພວກເຂົາໃຫ້ທ້ອນໂຮມເອົາເງິນທີ່ຄົນໄດ້ຈ່າຍຄ່າເຄື່ອງຖວາຍບູຊາ ໃນພຣະວິຫານຕາມທາໍນຽມພ້ອມທັງຈ່າຍຄ່າເຄື່ອງຖວາຍບູຊາເປັນປະຈາໍ ແລະ ເງິນທີ່ປະຊາຊົນໄດ້ຖວາຍຕາມໃຈສະໝັກ.
\v 5 ປະໂຣຫິດແຕ່ລະຄົນຕ້ອງໄດ້ຮັບຜິດຊອບເງິນ ຊຶ່ງໄດ້ຮັບຈາກຜູ້ທີ່ພວກຕົນທາໍພິທີໃຫ້ ແລະໃຫ້ນາໍເງິນເຫລົ່ານີ້ ໄປສ້ອມແປງພຣະວິຫານຕາມຄວາມຈໍາເປັນ.
\s5
\v 6 ແຕ່ພວກປະໂຣຫິດບໍ່ໄດ້ສ້ອມແປງພຣະວິຫານບ່ອນໃດໝົດຕະຫລອດເວລາຊາວສາມປີ ໃນຣາຊການຂອງກະສັດໂຢອາດ.
\v 7 ດັ່ງນັ້ນ ກະສັດໂຢອາດ ຈຶ່ງເອີ້ນປະໂຣຫິດ ເຢໂຮຍອາດາ ແລະ ປະໂຣຫິດຄົນອື່ນ ໆ ມາຖາມວ່າ, “ເປັນຫຍັງ ພວກທ່ານຈຶ່ງບໍ່ສ້ອມແປງພຣະວິຫານ? ຕັ້ງແຕ່ເວລານີ້ຕໍ່ໄປ ພວກທ່ານຢ່າເກັບເງິນທີ່ພວກທ່ານໄດ້ຮັບມາ ນັ້ນໄວ້, ແຕ່ຈົ່ງມອບເງິນນັ້ນໃຫ້ຕໍ່ໄປ ເພື່ອຈະ ໄດ້ນາໍໄປໃຊ້ໃນການສ້ອມແປງພຣະວິຫານ. ”
\v 8 ພວກປະໂຣຫິດຕົກລົງເຫັນພ້ອມ ແລະ ຍັງຕົກລົງທີ່ຈະສ້ອມແປງພຣະວິຫານດ້ວຍ.
\s5
\v 9 ແລ້ວເຢໂຮຍອາດາ ກໍເອົາຫີບໜ່ວຍໜຶ່ງມາເຈາະ ຮູໃສ່ຝາຫີບ ແລະ ນາໍເອົາໄປວາງໄວ້ໃກ້ກັບແທ່ນບູຊາ ຢູ່ເບື້ອງຂວາທາງເຂົ້າພຣະວິຫານ. ພວກປະໂຣຫິດ ຜູ້ມີໜ້າທີ່ຢູ່ທາງເຂົ້ານັ້ນໄດ້ເອົາເງິນທັງໝົດຂອງພວກທີ່ມານະມັດສະການ ໃສ່ໄວ້ໃນຫີບ.
\v 10 ເມື່ອເງິນເຕັມຫີບແລ້ວ ເລຂາທິການປະຈາໍວັງ ແລະ ປະໂຣຫິດໃຫຍ່ ກໍເອົາເງິນນັ້ນໄປຫລອມ ແລະ ຊັ່ງເບິ່ງ. [ຫ]
\s5
\v 11 ຫລັງຈາກຈົດຈາໍນວນເງິນ ຕາມອັດຕາແລ້ວ ພວກເຂົາກໍໄດ້ມອບເງິນຈາໍນວນນັ້ນ ໃຫ້ພວກທີ່ກາໍກັບວຽກການໃນພຣະວິຫານ. ເງິນສ່ວນນີ້ ເປັນຄ່າຈ່າຍໃຫ້ພວກຊ່າງໄມ້, ພວກກໍ່ສ້າງ,
\v 12 ພວກຊ່າງກໍ່ດິນເຜົາ ແລະ ພວກຊ່າງຕັດຫິນ ເພື່ອໃຫ້ຊື້ໄມ້ ແລະ ຫິນສໍາລັບໃຊ້ໃນການສ້ອມແປງພຣະວິຫານຂອງອົງພຣະຜູ້ເປັນເຈົ້າ ແລະ ຈ່າຍໃນສິ່ງທີ່ຈາໍເປັນ.
\s5
\v 13 ສ່ວນເງິນເຫລົ່ານີ້ ພວກເຂົາບໍ່ໄດ້ໃຊ້ໃນການຈ່າຍສໍາລັບຄ່າເຮັດຈອກ, ຖ້ວຍ, ແກ, ມີດຕັດສໍາລັບຕັດໄສ້ຕະກຽງ ຫລື ເຄື່ອງໃຊ້ອື່ນ ໆ ທີ່ເປັນເງິນ ຫລື ຄໍາ.
\v 14 ແຕ່ພວກເຂົາໄດ້ນາໍໄປໃຊ້ສະເພາະ ໃນການໃຊ້ຈ່າຍ ສໍາລັບຄ່າແຮງງານ ແລະ ຊື້ວັດຖຸສໍາລັບໃຊ້ໃນການສ້ອມແປງພຣະວິຫານ.
\s5
\v 15 ພວກທີ່ກາໍກັບວຽກງານນີ້ ເປັນພວກທີ່ສັດຊື່ທີ່ສຸດ; ສະນັ້ນັ ເພິ່ນຈຶ່ງບໍ່ຈາໍເປັນໃຫ້ພວກເຂົາເຮັດບັນຊີການເງິນ.
\v 16 ເງິນທີ່ໄດ້ມາຈາກເຄື່ອງຖວາຍໃນການຊໍາລະຄືນ ແລະ ໄດ້ຈາກເຄື່ອງຖວາຍໃນການລຶບລ້າງບາບນັ້ນ ພວກເຂົາບໍ່ໄດ້ເກັບໃສ່ຫີບໄວ້; ເງິນສ່ວນນີ້ເປັນຂອງພວກປະໂຣຫິດ.
\s5
\v 17 ໃນເວລານັ້ນ ກະສັດຮາຊາເອນ ແຫ່ງຊີເຣຍ ໄດ້ບຸກໂຈມຕີເມືອງກາດ ແລະ ໄດ້ຮັບໄຊຊະນະ ແລ້ວເພິ່ນກໍຕັດສິນໃຈໂຈມຕີນະຄອນເຢຣູຊາເລັມ.
\v 18 ກະສັດໂຢອາດ ແຫ່ງຢູດາຍໄດ້ເກັບເອົາເຄື່ອງຖວາຍທັງໝົດ ທີ່ບັນດາກະສັດຄົນກ່ອນ ໄດ້ອຸທິດຖວາຍແກ່ພຣະວິຫານຂອງອົງພຣະຜູ້ເປັນເຈົ້າ. ເຄື່ອງເຫລົ່ານັ້ນ ມີດັ່ງນີ້: ເຄື່ອງຖວາຍຈາກກະສັດ ເຢໂຮຊາຟັດ, ຈາກກະສັດເຢໂຮຣາມ ແລະ ຈາກກະສັດອາຮາຊີຢາ ພ້ອມທັງເຄື່ອງຖວາຍ ຂອງເພິ່ນເອງ ແລະ ຄໍາທັງໝົດ ທີ່ມີໃນຄັງຂອງພຣະວິຫານ ແລະ ມີໃນຣາຊວັງ. ແລ້ວ ເພິ່ນກໍສົ່ງເຄື່ອງທັງໝົດນັ້ນ ໄປເປັນຂອງຂວັນໃຫ້ແກ່ກະສັດຮາຊາເອນ ເພື່ອໃຫ້ຍົກທັບຂອງເພິ່ນຖອຍໜີໄປຈາກນະຄອນ ເຢຣູຊາເລັມ.
\s5
\v 19 ສິ່ງອື່ນ ໆ ທີ່ກະສັດໂຢອາດ ໄດ້ກະທາໍແມ່ນໄດ້ຖືກບັນທຶກໄວ້ໃນປື້ມປະຫວັດສາດ ຂອງບັນດາກະສັດແຫ່ງຢູດາຍ.
\v 20-21 ບັນດາຂ້າຣາຊການຂອງກະສັດໄດ້ວາງແຜນກະບົດຕໍ່ເພິ່ນ ແລ້ວມີສອງຄົນໃນພວກເຂົາ ຄື ໂຢຊາການ ລູກຊາຍຂອງຊີເມອາດ ແລະ ເຢໂຮຊາບັດ ລູກຊາຍຂອງໂສເມເຣ ໄດ້ຂ້າກະສັດໂຢອາດ ຢູ່ໃນວັງທີ່ຖືກສ້າງຂຶ້ນໃນດິນແດນທາງທິດຕາເວັນອອກ ຂອງນະຄອນເຢຣູຊາເລັມ ຕາມເສັ້ນທາງໄປເມືອງຊີນລາ. ສົບຂອງກະສັດໂຢອາດ ໄດ້ຖືກຝັງໄວ້ທີ່ອຸບມຸງແຫ່ງກະສັດ ໃນເມືອງຂອງດາວິດ. ແລ້ວເຈົ້າອາມາຊີຢາ ລູກຊາຍຂອງເພິ່ນກໍຂຶ້ນເປັນ ກະສັດປົກຄອງແທນ.
\s5
\c 13
\p
\v 1 ໃນຣາຊການປີທີຊາວສາມຂອງເຈົ້າໂຢອາດ ລູກຊາຍຂອງເຈົ້າອາຮາຊີຢາ ກະສັດ ແຫ່ງຢູດາຍ; ເຢໂຮອາຮາດ ລູກຊາຍຂອງເຢຮູ ໄດ້ຂຶ້ນເປັນກະສັດແຫ່ງອິດສະຣາເອນ ແລະ ໄດ້ປົກຄອງຢູ່ທີ່ນະຄອນຊາມາເຣຍ ເປັນເວລາສິບເຈັດປີ.
\v 2 ເພິ່ນໄດ້ເຮັດບາບ ຕໍ່ສູ້ອົງພຣະຜູ້ເປັນເຈົ້າ ແລະ ນາໍພາຊາວອິດສະຣາເອນ ຕົກໃນບາບ ດັ່ງເຈົ້າເຢໂຣໂບອາມ ລູກຊາຍຂອງເນບັດ ກະສັດຜູ້ ປົກຄອງມາກ່ອນ; ເພິ່ນບໍ່ຢຸດຢັ້ງກະທໍາໃນສິ່ງທີ່ຊົ່ວຊ້າ.
\s5
\v 3 ສະນັ້ນ ອົງພຣະຜູ້ເປັນເຈົ້າ ຈຶ່ງໂກດຮ້າຍຊາວອິດສະຣາເອນ ແລະ ປ່ອຍໃຫ້ກະສັດຮາຊາເອນ ແຫ່ງຊີເຣຍ ແລະ ກະສັດເບັນຮາດາດ ລູກຊາຍຂອງເພິ່ນຊະນະອານາຈັກອິດສະຣາເອນ ຕະຫລອດມາ.
\v 4 ແລ້ວກະສັດເຢໂຮອາຮາດ ກໍພາວັນນາອະທິຖານ ຕໍ່ອົງພຣະຜູ້ເປັນເຈົ້າ; ແລະ ອົງພຣະຜູ້ເປັນເຈົ້າ ໄດ້ຫລິງເຫັນເຖິງກະສັດຊີເຣຍ ກົດຂີ່ຊາວອິດສະຣາເອນຢ່າງໜັກ ຈຶ່ງຕອບຄໍາພາວັນນາອະທິຖານຂອງເພິ່ນ.
\v 5 ອົງພຣະຜູ້ເປັນເຈົ້າ ໄດ້ສົ່ງຜູ້ນາໍຄົນໜຶ່ງມາໃຫ້ອານາຈັກ ອິດສະຣາເອນ ເພື່ອປົດປ່ອຍພວກເຂົາອອກ ຈາກກໍາມືຂອງຊາວຊີເຣຍ. ດັັງນັ້ນ ຊາວອິດ ສະຣາເອນ ຈຶ່ງຢູ່ຢ່າງສະຫງົບສຸກ ເໝືອນດັ່ງ ແຕ່ກ່ອນ.
\s5
\v 6 ແຕ່ພວກເຂົາຍັງບໍ່ເຊົາເຮັດການບາບ ຊຶ່ງກະສັດເຢໂຣໂບອາມ ໄດ້ນາໍພາຊາວອິດສະຣາເອນເຮັດ ພວກເຂົາໄດ້ສືບຕໍ່ [ອ] ເຮັດບາບຢູ່ເລື້ອຍ ແລະ ຮູບເຈົ້າແມ່ອາເຊຣາ ກໍຍັງຢູ່ໃນນະຄອນຊາມາເຣຍ.
\v 7 ກະສັດເຢໂຮອາຮາດ ບໍ່ມີກາໍລັງທະຫານເຫລືອຢູ່ເລີຍ ນອກຈາກທະຫານມ້າຫ້າສິບຄົນ, ລົດຮົບສິບຄັນ ແລະ ທະຫານລາບສິບພັນ ຄົນ ເພາະກະສັດແຫ່ງຊີເຣຍໄດ້ຢຽບຢໍ່າທາໍ ລາຍພວກເຂົາຖິ້ມ ດັ່ງຢຽບຂີ້ຝຸ່ນດິນ.
\s5
\v 8 ສິ່ງອື່ນທີ່ກະສັດເຢໂຮອາຮາດ ໄດ້ກະທາໍ ພ້ອມທັງເລື່ອງຄວາມອົງອາດກ້າຫານຂອງເພິ່ນ ແມ່ນໄດ້ຖືກບັນທຶກໄວ້ໃນປື້ມປະຫວັດສາດຂອງບັນດາກະສັດແຫ່ງອິດສະຣາເອນ.
\v 9 ເພິ່ນໄດ້ຕາຍໄປ ແລະ ໄດ້ຖືກຝັງໄວ້ທີ່ນະຄອນຊາມາເຣຍ. ແລ້ວເຈົ້າເຢໂຮອາດ ລູກຊາຍຂອງເພິ່ນກໍຂຶ້ນເປັນກະສັດປົກຄອງແທນ.
\s5
\v 10 ໃນຣາຊການປີທີສາມສິບເຈັດ ຂອງເຈົ້າໂຢອາດ ກະສັດແຫ່ງຢູດາຍ; ເຈົ້າເຢໂຮອາດ ລູກຊາຍຂອງເຈົ້າເຢໂຮອາຮາດ ໄດ້ຂຶ້ນເປັນກະສັດແຫ່ງອິດສະຣາເອນ. ເພິ່ນໄດ້ປົກຄອງຢູ່ທີ່ນະຄອນຊາມາເຣຍ ເປັນເວລາສິບຫົກປີ.
\v 11 ເພິ່ນເຮັດບາບຕໍ່ສູ້ອົງພຣະຜູ້ເປັນເຈົ້າເຊັ່ນກັນ ແລະ ໄດ້ຕິດຕາມແບບຢ່າງ ອັນຊົ່ວຮ້າຍຂອງກະສັດເຢໂຣໂບອາມ ລູກຊາຍຂອງເນບັດ ຜູ້ທີ່ໄດ້ນາໍອານາຈັກອິດສະຣາເອນເຮັດບາບ.
\s5
\v 12 ສິ່ງອື່ນທີ່ກະສັດເຢໂຮອາດ ໄດ້ກະທາໍຕະຫລອດທັງວິລະກາໍ ໃນການຕໍ່ສູ້ກັບກະສັດອາມາຊີຢາ ແຫ່ ງຢູດາຍ ແມ່ນໄດ້ຖືກບັນທຶກໄວ້ໃນປື້ມປະຫວັດສາດ ຂອງບັນດາກະສັດແຫ່ງອິດສະຣາເອນ.
\v 13 ກະສັດເຢໂຮອາດ ໄດ້ຕາຍໄປ ແລະ ໄດ້ຖືກຝັງໄວ້ໃນອຸບມຸງຂອງກະສັດ ທີ່ນະຄອນຊາມາເຣຍ. ແລ້ວເຈົ້າເຢໂຣໂບອາມ ທີສອງ ລູກຊາຍຂອງເພິ່ນກໍຂຶ້ນເປັນກະສັດປົກຄອງແທນ.
\s5
\v 14 ຜູ້ທາໍນວາຍເອລີຊາ ໄດ້ປ່ວຍດ້ວຍພະຍາດອັນຮ້າຍແຮງ. ໃນຂະນະທີ່ເພິ່ນພວມ ນອນຄອຍຂາດໃຈຕາຍຢູ່ນັ້ນ ເຈົ້າເຢໂຮອາດ ກະສັດແຫ່ງອິດສະຣາເອນ ກໍມາຢ້ຽມເພິ່ນ. ກະສັດຮ້ອງໄຫ້ ແລະ ທັງເວົ້າວ່າ, “ພໍ່ເອີຍ ພໍ່ເອີຍ ພໍ່ຜູ້ເປັນກາໍລັງປ້ອງກັນອັນເຂັ້ມແຂງຂອງອິດສະຣາເອນ ເອີຍ. ”
\v 15 ເອລີຊາໄດ້ສັ່ງກະສັດເຢໂຮອາດ ວ່າ, “ເອົາໜ້າທະນູ ແລະລູກສອນມານີ້. ” ກະສັດກໍປະຕິບັດຕາມ.
\v 16 ແລ້ວເອລີຊາ ກໍບອກໃຫ້ເພິ່ນຕຽມຍິງ. ກະສັດໄດ້ເຮັດຕາມເອລີຊາ ເອົາມືຂອງເພິ່ນວາງທີ່ເທິງມືຂອງກະສັດ.
\s5
\v 17 ກະສັດເປີດປ່ອງຢ້ຽມທາງດ້ານຊີເຣຍ ອອກຕາມຄໍາແນະນາໍຂອງຜູ້ທາໍນວາຍ. ເອລີຊາສັ່ງວ່າ, “ຈົ່ງຍິງທະນູອອກໄປ. ” ພໍກະສັດຍິງທະນູອອກໄປ ຜູ້ທໍານວາຍກໍຮ້ອງ ຂຶ້ນວ່າ, “ທ່ານເປັນລູກທະນູຂອງອົງພຣະຜູ້ເປັນເຈົ້າ ຜູ້ທີ່ຈະຕີຊະນະຊີເຣຍ. ທ່ານຈະຕໍ່ສູ້ຊາວຊີເຣຍ ທີ່ອາເຟັກ ຈົນຊະນະພວກເຂົາ. ”
\v 18 ແລ້ວເອລີຊາ ກໍໄດ້ສັ່ງກະສັດໃຫ້ເອົາລູກທະນູອອກມາຕີພື້ນດິນ. ກະສັດເອົາລູກທະນູຕີພື້ນດິນ ສາມເທື່ອແລ້ວກໍຢຸດ.
\v 19 ເອລີຊາໃຈຮ້າຍໃຫ້ກະສັດ ແລະ ເວົ້າວ່າ, “ທ່ານຄວນຕີເຖິງຫ້າ ຫລື ຫົກເທື່ອ ທ່ານຈຶ່ງຈະຕິຊະນະຊາວຊີເຣຍຢ່າງສິ້ນເຊີງ; ແຕ່ບັດນີ້ທ່ານຈະຊະນະພວກເຂົາໄດ້ພຽງແຕ່ສາມຄັ້ງເທົ່ານັ້ນ.”
\s5
\v 20 ເອລີຊາ ໄດ້ຕາຍໄປ ແລະ ໄດ້ຖືກຝັງໄວ້. ແຕ່ລະປີ ຊາວໂມອາບໄດ້ບຸກລຸກດິນແດນຂອງຊາດອິດສະຣາເອນ.
\v 21 ແຕ່ມີຄັ້ງໜຶ່ງ ໃນພິທີຝັງສົບຄົນທີ່ໄປຝັງສົບໄດ້ເຫັນກອງໂຈນໂມອາບ ໝວດໜຶ່ງ ພວກເຂົາຈຶ່ງໂຍນສົບລົງໄປໃນອຸບມຸງຂອງເອລີຊາ ແລະ ແລ່ນປົບໜີໄປ. [ຮ] ພໍສົບນັ້ນ ໄປຖືກກະດູກຂອງເອລີຊາ ຊາຍຜູ້ຕາຍກໍເປັນຄືນມາສູ່ຊີວິດ ແລະລຸກຢືນຂຶ້ນ.
\s5
\v 22 ກະສັດຮາຊາເອນ ແຫ່ງຊີເຣຍ ໄດ້ກົດຂີ່ຊາວອິດສະຣາເອນ ຕະຫລອດຣາຊການຂອງກະສັດເຢໂຮອາຮາດ.
\v 23 ແຕ່ອົງພຣະຜູ້ເປັນເຈົ້າ ຍັງເມດຕາປານີພວກເຂົາ. ພຣະອົງບໍ່ຍອມໃຫ້ພວກເຂົາຖືກທາໍລາຍ ແຕ່ໄດ້ຊ່ວຍເຫລືອພວກເຂົາໄວ້ ເພາະພຣະອົງໄດ້ເຮັດພັນທະສັນຍາໄວ້ກັບອັບຣາຮາມ, ອີຊາກ ແລະ ຢາໂຄບ. ພຣະອົງບໍ່ໄດ້ລືມໄລປະຊາຊົນຂອງພຣະອົງເລີຍ.
\v 24 ເມື່ອເຈົ້າຮາຊາເອນ ກະສັດແຫ່ງຊີເຣຍ ໄດ້ຕາຍໄປແລ້ວ; ເບັນຮາດາດ ລູກຊາຍຂອງເພິ່ນກໍຂຶ້ນເປັນກະສັດປົກຄອງແທນ.
\v 25 ແລ້ວກະສັດເຢໂຮອາດ ແຫ່ງອິດສະຣາເອນ ກໍໄດ້ຊະນະກະສັດເບັນຮາດາດ ສາມຄັ້ງ ທັງຢຶດເອົາເມືອງຕ່າງ ໆ ຄືນໄດ້ ຊຶ່ງກະສັດເບັນຮາດາດ ໄດ້ຢຶດໄປໃນຣາຊການຂອງກະສັດເຢໂຮອາຮາດ ພໍ່ຂອງກະສັດເຢໂຮອາດ.
\s5
\c 14
\p
\v 1 ໃນຣາຊການປີທີສອງຂອງເຈົ້າເຢໂຮອາດ ລູກຊາຍຂອງກະສັດເຢໂຮອາຮາດ ແຫ່ງອິດສະຣາເອນ; ເຈົ້າອາມາຊີຢາ ລູກຊາຍຂອງເຈົ້າໂຢອາດ ໄດ້ຂຶ້ນເປັນກະສັດແຫ່ງຢູດາຍ
\v 2 ເມື່ອເພິ່ນອາຍຸໄດ້ຊາວຫ້າປີແລະປົກຄອງຢູ່ທີ່ນະຄອນເຢຣູຊາເລັມ ເປັນເວລາຊາວເກົ້າປີ. ແມ່ຂອງເພິ່ນເປັນຊາວເຢຣູຊາເລັມ ຊື່ວ່າ ເຢໂຮອັດດິນ.
\v 3 ກະສັດ ອາມາຊີຢາ ໄດ້ເຮັດໃນສິ່ງທີ່​ພຣະເຈົ້າພໍໃຈ ແຕ່ບໍ່ເປັນດັ່ງກະສັດດາວິດ ບັນພະບຸລຸດຂອງ ເພິ່ນ; ເພິ່ນເຮັດຕາມທີ່ກະສັດໂຢອາດ ພໍ່ຂອງເພິ່ນໄດ້ເຮັດມາ.
\s5
\v 4 ເພິ່ນບໍ່ໄດ້ມ້າງສະຖານທີ່ຂາບໄຫວ້ພະຂອງຄົນຕ່າງຊາດຖິ້ມ ແລະ ປະຊາຊົນຍັງສືບຕໍ່ຖວາຍເຄື່ອງບູຊາ ແລະ ເຜົາເຄື່ອງຫອມຢູ່ທີ່ ນັ້ນ.
\v 5 ພໍກະສັດອາມາຊີຢາ ໄດ້ມີອໍານາດ ໝັ້ນຄງົ ແລ້ວເພິ່ນກໍປະຫານພວກຂ້າຣາຊການຜູ້ທີ່ໄດ້ຂ້າພໍ່ຂອງເພິ່ນ.
\s5
\v 6 ເຖິງຢ່າງໃດກໍຕາມເພິ່ນບໍ່ໄດ້ຂ້າລູກ ໆ ຂອງພວກເຂົາ ແຕ່ເຮັດຕາມທີ່ອົງພຣະຜູ້ເປັນເຈົ້າໄດ້ສັ່ງໄວ້ໃນກົດບັນຍັດຂອງໂມເຊ ວ່າ: “ພໍ່ແມ່ ບໍ່ຄວນຖືກຂ້າຍ້ອນລູກເຮັດຜິດ ແລະ ລູກກໍບໍ່ຄວນຖືກຂ້າຍ້ອນ ພໍ່ແມ່ເຮັດຜິດ; ແລະ ຜູ້ໃດເຮັດຜິດ ກໍໃຫ້ຜູ້ນັ້ນຖືກຂ້າ. ”
\v 7 ກະສັດອາມາຊີຢາ ຂ້າທະຫານຊາວເອໂດມ ສິບພັນຄົນໃນຮ່ອມພູເກືອ; ເພິ່ນຢຶດເອົາເມືອງເສລາໄດ້ ແລະ ເອີ້ນຊື່ເມືອງນີ້ວ່າ ໂຢກເທເອນ ຊຶ່ງຊື່ນີ້ຍັງມີຢູ່ເທົ່າທຸກວັນນີ້.
\s5
\v 8 ຕໍ່ມາກະສັດອາມາຊີຢາ ໄດ້ສົ່ງຄະນະທູດໄປຫາເຈົ້າເຢໂຮອາດ ກະສັດແຫ່ງອິດສະຣາເອນ ເພື່ອທ້າທາຍເພິ່ນໃຫ້ຕໍ່ສູ້. [ກ]
\v 9 ແຕ່ກະສັດເຢໂຮອາດ ໄດ້ສົ່ງຂໍ້ຄວາມຕອບຄືນວ່າ, “ຍັງມີຄັ້ງໜຶ່ງພຸ່ມໜາມຢູ່ເທິງພູເຂົາເລບານອນ ໄດ້ສົ່ງຂໍ້ຄວາມໄປຫາຕົ້ນແປກ ວ່າ, ‘ຂໍໃຫ້ລູກສາວເຈົ້າແຕ່ງງານກັບລູກຊາຍຂ້ອຍ. ພໍສັດປ່າຜ່ານມາ ມັນກໍໄດ້ຢຽບພຸ່ມໜາມນັ້ນຖິ້ມ.
\v 10 ອາມາຊີຢາ ເອີຍ ດຽວນີ້ເຈົ້າໄດ້ຊະນະຊາວເອໂດມ ແລະ ເຈົ້າກໍ ເຕັມໄປດ້ວຍຄວາມອວດຕົວ. ສະນັ້ນ ຈົ່ງພໍໃຈໃນຊື່ສຽງຂອງເຈົ້າເອງ ແລະ ຢູ່ໃນເຮືອນນັ້ນແຫລະ. ເປັນຫຍັງ ຈຶ່ງສ້າງຄວາມເດືອດຮ້ອນ ທີ່ຈະນາໍເອົາຄວາມຈິບຫາຍມາສູ່ເຈົ້າ ແລະ ປະຊາຊົນຂອງເຈົ້າເອງ?”
\s5
\v 11 ແຕ່ກະສັດອາມາຊີຢາ ບໍ່ຍອມຟັງ. ດັ່ງນັ້ນ ກະສັດເຢໂຮອາດ ພ້ອມທັງທະຫານຂອງຕົນ ຈຶ່ງໄດ້ຍົກທັບອອກໄປຕໍ່ສູ້ກະສັດອາມາຊີຢາ ທີ່ເບັດເຊເມດ ໃນຢູດາຍ.
\v 12 ກອງທັບຂອງກະສັດອາມາຊີຢາ ໄດ້ພ່າຍແພ້ ແລະ ທະຫານຂອງເພິ່ນກໍປົບໜີກັບເມືອບ້ານ ເຮືອນໃຜລາວ.
\s5
\v 13 ກະສັດເຢໂຮອາດ ໄດ້ຈັບກະສັດອາມາຊີຢາ ໄປເປັນຊະເລີຍ; ແລ້ວກໍບຸກໜ້າເຂົ້າໄປຈົນເຖິງນະຄອນເຢຣູຊາເລັມ ແລະ ທາໍລາຍກາໍແພງເມືອງ ຕັ້ງແຕ່ປະຕູເມືອງເອຟຣາອິມ ຈົນເຖິງປະຕູແຈຂອງກໍາແພງ ເປັນໄລຍະຍາວເກືອບສອງຮ້ອຍແມັດ.
\v 14 ເພິ່ນໄດ້ຢຶດເອົາເງິນ ແລະ ຄໍາທັງໝົດທີ່ເພິ່ນພົບເຫັນເຄື່ອງໃຊ້ໃນພຣະວິຫານ ແລະ ຊັບສົມບັດທັງໝົດໃນຣາຊວັງ ແລະ ຂົນເຄື່ອງ ເຫລົ່ານີ້ເມືອນະຄອນຊາມາເຣຍ. ເພິ່ນຍັງໄດ້ຈັບເອົາຄົນໄປ ເປັນຕົວປະກັນດ້ວຍ.
\s5
\v 15 ສິ່ງອື່ນທີ່ກະສັດເຢໂຮອາດ ໄດ້ກະທາໍ ຕະຫລອດທັງວິລະກາໍ ໃນການເຮັດເສິກກັບເຈົ້າອາມາຊີຢາ ກະສັດແຫ່ງຢູດາຍ ແມ່ນໄດ້ຖືກບັນທຶກໄວ້ ໃນປື້ມປະຫວັດສາດຂອງບັນດາກະສັດແຫ່ງອິດສະຣາເອນ.
\v 16 ກະສັດເຢໂຮອາດ ໄດ້ຕາຍໄປ ແລະ ຖືກຝັງໄວ້ໃນອຸບມຸງຂອງກະສັດ ທີ່ນະຄອນຊາມາເຣຍ. ແລ້ວເຈົ້າເຢໂຣໂບອາມ ທີສອງ ລູກຊາຍ ຂອງເພິ່ນກໍຂຶ້ນເປັນກະສັດປົກຄອງແທນ.
\s5
\v 17 ຫລັງຈາກທີ່ເຈົ້າເຢໂຮອາດ ກະສັດແຫ່ງອິດສະຣາເອນ ໄດ້ຕາຍໄປແລ້ວ; ເຈົ້າອາມາຊີຢາ ກະສັດແຫ່ງຢູດາຍ ກໍມີຊີວິດຢູ່ຕໍ່ໄປອີກ ສິບຫ້າປີ.
\v 18 ສິ່ງອື່ນທີ່ເຈົ້າອາມາຊີຢາ ໄດ້ກະທາໍແມ່ນໄດ້ຖືກບັນທຶກໄວ້ໃນປື້ມປະຫວັດສາດຂອງບັນດາກະສັດແຫ່ງຢູດາຍ.
\v 19 ແລ້ວກໍມີການປອງຮ້າຍຂຶ້ນ ຢູ່ໃນນະຄອນເຢຣູຊາເລັມ ເພື່ອລອບສັງຫານ ເຈົ້າອາມາຊີຢາ. ເພິ່ນໄດ້ປົບໜີໄປຍັງເມືອງ ລາກິດ ແຕ່ພວກສັດຕູໄດ້ໄລ່ຕາມໄປທັນ ຈຶ່ງຂ້າເພິ່ນເສຍ ໃນທີ່ນັ້ນ.
\s5
\v 20 ພວກເຂົາເອົາສົບຂອງເພິ່ນໃສ່ຫລັງມ້າກັບຄືນມາ ຍັງນະຄອນເຢຣູຊາເລັມ ແລະ ຝັງໄວ້ໃນອຸບມຸງ ແຫ່ງກະສັດທີ່ເມືອງຂອງດາວິດ.
\v 21 ປະຊາຊົນຊາວຢູດາຍ ຈຶ່ງສວມມົງກຸດໃຫ້ອາຊາຣີຢາ ລູກຊາຍຂອງເພິ່ນ ຜູ້ທີ່ມີອາຍຸ ສິບຫົກປີ ຂຶ້ນເປັນກະສັດ.
\v 22 ກະສັດອາຊາຣີຢາ ໄດ້ຕີເອົາເມືອງເອລັດ ຄືນມາໄດ້ ແລະ ສ້າງເມືອງນີ້ຂຶ້ນໃໝ່ ຫລັງຈາກທີ່ພໍ່ຂອງເພິ່ນຕາຍໄປແລ້ວ.
\s5
\v 23 ໃນ​ຣາ​ຊ​ການ​ປີ​ທີ​ສິບ​ຫ້າ​ຂອງ​ເຈົ້າ​ອາ​ມາ​ຊິີຢາ ລູກ​ຊາຍ​ຂອງ​ເຈົ້າ​ໂຢ​ອາດ ກະ​ສັດ​ແຫ່ງ​ຢູ​ດາຍ; ເຈົ້າ​ເຢ​ໂຣ​ໂບ​ອາມ ລູກ​ຊາຍ​ຂອງ​ເຈົ້າ​ເຢ​ໂຣ​ອາດ​ໄດ້​ຂຶ້ນ​ເປັນ​ກະ​ສັດ​ແຫ່ງ​ອິດ​ສະ​ຣາ​ເອນ ແລະ​ປົກ​ຄອງ​ຢູ່​ທີ່​ນະ​ຄອນ​ຊາ​ມາ​ເຣຍ ເປ​ັນ​ເວ​ລາ​ສີ່​ສິບ​ເອັດ​ປີ.
\v 24 ເພິ່ນ​ໄດ້​ເຮັດ​ບາບ​ຕໍ່​ສູ້​ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ ໂດຍ​ນຳ​ຕາມ​ແບບ​ຢ່າງ​ອັນ​ຊົ່ວ​ຮ້າຍ​ຂອງ​ເຈົ້າ​ເຢ​ໂຣ​ໂບ​ອາມ ລູກ​ຊາຍ​ຂອງ​ເນ​ບັດກະ​ສັດ​ຄົນ​ກ່ອນ ທີ່​ເປັນ​ຜູ້​ນຳ​ອາ​ນາ​ຈັກ​ອິດ​ສະ​ຣາ​ເອນ​ເຮັດ​ບາບ.
\v 25 ກະ​ສັດ​ເຢ​ໂຣ​ໂບ​ອາມ​ທີ​ສອງ ໄດ້​ຢຶດ​ເອົາ​ເຂດ​ແດນ​ທັງ​ໝົດ ທີ່​ເປັນ​ຂອງ​ຊາວ​ອິດ​ສະ​ຣາ​ເອນ​ຄືນ ຕັ້ງ​ແຕ່​ທາງ​ຜ່ານ​ຊ່ອງ​ແຄບ​ຮາ​ມັດ ຢູ່​ທາງ​ພາກ​ເໜືອ ຈົນ​ເຖິງ​ທະ​ເລ​ຕາຍ​ທາງ​ໃຕ້. ເຫດ​ການນີ້ ເປັນ​ໄປ​ຕາມ​ທີ່​ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ ພ​ຣະ​ເຈົ້າ​ຂອງ​ຊາດ​ອິດ​ສະ​ຣາ​ເອນ​ໄດ້​ສັນ​ຍາ​ໄວ້ ຜ່ານ​ທາງ​ຜູ້​ຮັບ​ໃຊ້​ຂອງ​ພ​ຣະ​ອົງ ຄື​ຜູ້​ທຳ​ນ​ວາຍ​ໂຢ​ນາ ລູກ​ຊາຍ​ຂອງ​ອາ​ມິດ​ໄຕ ຊາວ​ເມືອງ​ກາດ​ເຮ​ເຟ.
\s5
\v 26 ອົງພຣະຜູ້ເປັນເຈົ້າ ໄດ້ເຫັນຊາວອິດສະຣາເອນເດືອດຮ້ອນ [ຂ] ຢ່າງທົນທຸກໜັກ ແລະບໍ່ມີໃຜຊ່ວຍເຫລືອພວກເຂົາ.
\v 27 ແຕ່ອົງພຣະຜູ້ເປັນເຈົ້າບໍ່ປະສົງຈະທໍາລາຍອານາຈັກອິດສະຣາເອນ ໃຫ້ສູນສິ້ນຕະຫລອດໄປ. ດັ່ງນັ້ນ ພຣະອົງຈຶ່ງຊ່ວຍກູ້ເອົາພວກເຂົາໄວ້ ຜ່ານທາງກະສັດເຢໂຣໂບອາມທີສອງນີ້.
\s5
\v 28 ສິ່ງອື່ນ ທີ່ກະສັດເຢໂຣໂບອາມທີສອງ ໄດ້ກະທາໍ ພ້ອມທັງວິລະກາໍໃນສະໜາມຮົບ ແລະ ການຕີເອົາເມືອງດາມັສກັດ ແລະ ເມືອງ ຮາມັດ ຄືນມາເປັນຂອງອານາຈັກອິດສະຣາເອນ [ຄ] ແມ່ນໄດ້ຖືກບັນທຶກໄວ້ ໃນປື້ມປະຫວັດສາດ ຂອງບັນດາກະສັດແຫ່ງອິດສະຣາເອນ.
\v 29 ກະສັດເຢໂຣໂບອາມໄດ້ຕາຍໄປ ແລະ ສົບຂອງເພິ່ນໄດ້ຖືກຝັງໄວ້ໃນອຸບມຸງຂອງກະສັດ. ແລ້ວເຈົ້າເຊກາຣີຢາ ລູກຊາຍຂອງເພິ່ນກໍຂຶ້ນເປັນກະສັດປົກຄອງແທນ.
\s5
\c 15
\p
\v 1 ໃນຣາຊການ ປີທີຊາວເຈັດຂອງເຈົ້າເຢໂຣໂບອາມທີສອງ ກະສັດແຫ່ງອິດສະຣາເອນ; ເຈົ້າອຸດຊີຢາ ລູກຊາຍຂອງເຈົ້າອາມາຊີຢາ ໄດ້ຂຶ້ນເປັນກະສັດແຫ່ງຢູດາຍ
\v 2 ເມື່ອເພິ່ນອາຍຸໄດ້ສິບຫົກປີ ແລະ ໄດ້ປົກຄອງຢູ່ທີ່ນະຄອນເຢຣູຊາເລັມ ເປັນເວລາຫ້າສິບສອງປີ. ແມ່ຂອງເພິ່ນຊື່ວ່າ ເຢໂກລີຢາ ຊາວນະຄອນເຢຣູຊາເລັມ.
\v 3 ກະສັດອຸດຊີຢາ ໄດ້ເຮັດໃນສິ່ງທີ່ພຣະເຈົ້າພໍໃຈ ຕາມແບບຢ່າງພໍ່ຂອງເພິ່ນ.
\s5
\v 4 ແຕ່ບ່ອນຂາບໄຫວ້ພະຂອງຄົນຕ່າງຊາດ ຍັງບໍ່ໄດ້ຖືກທາໍລາຍ ແລະ ປະຊາຊົນກໍຍັງສືບຕໍ່ຖວາຍເຄື່ອງບູຊາ ແລະ ເຜົາເຄື່ອງຫອມຢູ່ທີ່ນັ້ນ.
\v 5 ອົງພຣະຜູ້ເປັນເຈົ້າໄດ້ລົງໂທດກະສັດອຸດຊີຢາ ໂດຍໃຫ້ເປັນໂຣກຂີ້ທູດ ຕະຫລອດຊົ່ວຊີວິດ. ເພິ່ນຢູ່ໃນວັງຕ່າງຫາກ ແລະ ອອກຈາກວຽກການທຸກຢ່າງໃນຂະນະທີ່ໂຢທາມ ລູກຊາຍຂອງເພິ່ນປົກຄອງອານາຈັກແທນ.
\s5
\v 6 ສິ່ງອື່ນທີ່ກະສັດອຸດຊີຢາ ໄດ້ກະທາໍແມ່ນໄດ້ຖືກບັນທຶກໄວ້ໃນປື້ມປະຫວັດສາດຂອງບັນດາກະສັດແຫ່ງຢູດາຍ.
\v 7 ເພິ່ນໄດ້ຕາຍໄປ ແລະ ຖືກຝັງໄວ້ໃນອຸບມຸງແຫ່ງກະສັດ ທີ່ເມືອງຂອງດາວິດ; ແລ້ວເຈົ້າໂຢທາມ ລູກຊາຍຂອງເພິ່ນ ກໍຂຶ້ນເປັນກະສັດປົກຄອງແທນ.
\s5
\v 8 ໃນຣາຊການປີທີສາມສິບແປດ ຂອງເຈົ້າອຸດຊີຢາ ກະສັດແຫ່ງຢູດາຍ; ເຈົ້າເຊກາຣີຢາ ລູກຊາຍຂອງເຈົ້າເຢໂຣໂບອາມທີສອງ ໄດ້ຂຶ້ນເປັນກະສັດແຫ່ງອິດສະຣາເອນ ແລະ ປົກຄອງຢູ່ທີ່ນະຄອນຊາມາເຣຍ ເປັນເວລາຫົກເດືອນ.
\v 9 ເຈົ້າເຊກາຣີຢາ ໄດ້ເປັນດັ່ງກະສັດຜູ້ກ່ອນ ໂດຍເຮັດບາບຕໍ່ສູ້ອົງພຣະຜູ້ເປັນເຈົ້າ. ເພິ່ນປະພຶດຕາມແບບຢ່າງອັນຊົ່ວຮ້າຍຂອງກະສັດເຢໂຣໂບອາມ ລູກຊາຍ ຂອງເນບັດ ຜູ້ທີ່ນາໍພາຊາດອິດສະຣາເອນ ຕົກໃນບາບ.
\s5
\v 10 ຕໍ່ມາ ຊານລູມ ລູກຊາຍຂອງຢາເບັດ ໄດ້ກະບົດຕໍ່ກະສັດເຊກາຣີຢາ ແລະ ຂ້າເພິ່ນເສຍທີ່ ອິບເລອາມ [ງ] ແລ້ວຕັ້ງຕົນເອງຂຶ້ນເປັນກະສັດປົກຄອງແທນ.
\v 11 ສິ່ງອື່ນທີ່ກະສັດເຊກາຣີຢາ ໄດ້ກະທາໍແມ່ນໄດ້ຖືກ ບັນທຶກໄວ້ໃນປື້ມປະຫວັດສາດຂອງບັນດາກະສັດແຫ່ງອິດສະຣາເອນ
\v 12 ສະນັ້ນແຫລະ ເຫດການຈຶ່ງເປັນໄປຕາມຄໍາສັນຍາ ທີ່ອົງພຣະຜູ້ເປັນເຈົ້າ ໄດ້ມີໄວ້ກັບກະສັດເຢຮູ ວ່າ, “ລູກຫລານຂອງເຈົ້າຈະເປັນກະສັດແຫ່ງ ອິດສະຣາເອນ ເຖິງສີ່ຊົ່ວເຊັ່ນຄົນ. ” [ຈ]
\s5
\v 13 ໃນຣາຊການປີທີສາມສິບເກົ້າ ຂອງເຈົ້າອຸດຊີຢາ ກະສັດແຫ່ງຢູດາຍ; ຊານລູມ ລູກຊາຍຂອງຢາເບັດ ໄດ້ຂຶ້ນເປັນກະສັດແຫ່ງ ອິດສະຣາເອນ ເພິ່ນໄດ້ປົກຄອງຢູ່ທີ່ນະຄອນຊາມາເຣຍ ເປັນເວລາໜຶ່ງເດືອນ.
\v 14 ແລ້ວ ເມນາເຮມ ລູກຊາຍຂອງກາດີ ກໍໄດ້ອອກຈາກເມືອງຕີຣະຊາ ໄປຍັງນະຄອນຊາມາເຣຍ. ລາວໄດ້ຂ້າ ຊານລູມ ແລະຕັ້ງຕົນເອງຂຶ້ນເປັນກະສັດປົກຄອງແທນ.
\s5
\v 15 ສິ່ງອື່ນທີ່ກະສັດຊານລູມ ໄດ້ກະທາໍ ພ້ອມທັງເລື່ອງທີ່ເພິ່ນເປັນກະບົດ ແມ່ນໄດ້ຖືກບັນທຶກໄວ້ໃນປື້ມປະຫວັດສາດ ຂອງບັນດາກະສັດແຫ່ງອິດສະຣາເອນ.
\v 16 ເມື່ອເມນາເຮມ ໄດ້ອອກຈາກເມືອງຕີຣະຊາ ໄປນັ້ນເພິ່ນໄດ້ທາໍລາຍເມືອງຕັບປູອາ [ສ] ຖິ້ມຈົນໝົດສິ້ນ, ປະຫານປະຊາຊົນຢູ່ໃນເມືອງ ແລະຕາມເຂດແດນທີ່ຢູ່ອ້ອມແອ້ມເມືອງນັ້ນ ເພາະຊາວເມືອງນີ້ ບໍ່ຍອມຈາໍນົນຕໍ່ເພິ່ນ. ເພິ່ນໄດ້ຜ່າທ້ອງຂອງພວກຜູ້ຍິງຖືພາ.
\s5
\v 17 ໃນຣາຊການປີທີສາມສິບເກົ້າ ຂອງເຈົ້າອຸດຊີຢາ ກະສັດແຫ່ງຢູດາຍ; ເມນາເຮມ ລູກຊາຍຂອງກາດີ ໄດ້ຂຶ້ນເປັນກະສັດປົກຄອງອານາຈັກອິດສະຣາເອນ. ເພິ່ນໄດ້ປົກຄອງຢູ່ທີ່ນະຄອນຊາມາເຣຍ ເປັນເວລາສິບປີ.
\v 18 ເພິ່ນໄດ້ເຮັດບາບຕໍ່ສູ້ອົງພຣະຜູ້ເປັນເຈົ້າ ໂດຍປະພຶດຕາມແບບຢ່າງອັນຊົ່ວຮ້າຍຂອງກະສັດເຢໂຣໂບອາມ ລູກຊາຍຂອງເນບັດຜູ້ ທີ່ນາໍພາອານາຈັກອິດສະຣາເອນ ຕົກໃນບາບຕະຫລອດຊົ່ວຊີວິດຂອງເພິ່ນ.
\s5
\v 19 ຕີກະລາດ ປີເລເສ ກະສັດແຫ່ງອັດຊີເຣຍໄດ້ບຸກລຸກອານາຈັກອິດສະຣາເອນ. ແລ້ວກະສັດເມນາເຮມ ກໍໄດ້ມອບເງິນໃຫ້ເພິ່ນ ສາມສິບແປດໂຕນ ເພື່ອສະໜັບສະໜູນຕົນໃຫ້ມີອໍານາດໄດ້ປົກຄອງຕໍ່ໄປ.
\v 20 ກະສັດເມນາເຮມ ໄດ້ເງິນເຫລົ່ານີ້ມາຈາກຄົນຮັ່ງມີ ໃນອານາຈັກອິດສະຣາເອນ ໂດຍບັງຄັບແຕ່ລະຄົນ ໃຫ້ມອບເງິນຜູ້ລະຫ້າສິບແທ່ງແກ່ຕົນ; ແລ້ວ ຕີກະລາດປີເລເສ ກໍກັບຄືນປະເທດຂອງຕົນ.
\s5
\v 21 ສິ່ງອື່ນທີ່ກະສັດເມນາເຮມ ໄດ້ກະທາໍ ແມ່ນໄດ້ຖືກບັນທຶກໄວ້ໃນປື້ມປະຫວັດສາດ ຂອງບັນດາກະສັດແຫ່ງອິດສະຣາເອນ
\v 22 ເພິ່ນໄດ້ຕາຍໄປ ແລະ ຖືກຝັງໄວ້. ແລ້ວ ເປກາຮີຢາ ລູກຊາຍຂອງເພິ່ນກໍຂຶ້ນເປັນກະສັດປົກຄອງແທນ.
\s5
\v 23 ໃນຣາຊການປີທີຫ້າສິບ ຂອງເຈົ້າອຸດຊີຢາ ກະສັດແຫ່ງຢູດາຍ; ເປກາຮີຢາ ລູກຊາຍຂອງເຈົ້າເມນາເຮມ ໄດ້ຂຶ້ນເປັນກະສັດ ແຫ່ງອິດສະຣາເອນ. ເພິ່ນປົກຄອງຢູ່ທີ່ນະຄອນຊາມາເຣຍ ເປັນເວລາສອງປີ.
\v 24 ເພິ່ນໄດ້ເຮັດບາບຕໍ່ສູ້ອົງພຣະຜູ້ເປັນເຈົ້າ ໂດຍປະພຶດຕາມແບບຢ່າງອັນຊົ່ວຮ້າຍຂອງ ກະສັດເຢໂຣໂບອາມ ລູກຊາຍຂອງເນບັດ ຜູ້ທີ່ນາໍພາອານາຈັກອິດສະຣາເອນ ເຮັດບາບ.
\s5
\v 25 ຕໍ່ມາ ໄດ້ມີນາຍທະຫານໃນກອງທັບຂອງກະສັດເປກາຮີຢາ ຜູ້ໜຶ່ງຊື່ວ່າ ເປກາ ລູກຊາຍຂອງເຣມາລີຢາ ໄດ້ວາງແຜນກັບຊາວກີເລອາດ ຫ້າສິບຄົນ, ສັງຫານກະສັດເປກາຮີຢາ ທີ່ປ້ອມຍາມຂ້າງໃນຂອງຣາຊວັງ [ຊ] ໃນນະຄອນຊາມາເຣຍ ແລະ ຕັ້ງຕົນເອງ ຂຶ້ນເປັນກະສັດປົກຄອງແທນ.
\v 26 ສິ່ງອື່ນທີ່ກະສັດເປກາຮີຢາ ໄດ້ກະທາໍແມ່ນໄດ້ຖືກບັນທຶກໄວ້ໃນປື້ມປະຫວັດສາດຂອງບັນດາກະສັດແຫ່ງອິດສະຣາເອນ.
\s5
\v 27 ໃນຣາຊການປີທີຫ້າສິບສອງຂອງເຈົ້າອຸດຊີຢາ ກະສັດແຫ່ງຢູດາຍ; ເປກາ ລູກຊາຍ ຂອງເຈົ້າເຣມາລີຢາ ໄດ້ຂຶ້ນເປັນກະສັດປົກຄອງອານາຈັກອິດສະຣາເອນ. ເພິ່ນໄດ້ປົກຄອງຢູ່ທີ່ນະຄອນຊາມາເຣຍ ເປັນເວລາຊາວປີ.
\v 28 ເພິ່ນໄດ້ເຮັດບາບຕໍ່ສູ້ອົງພຣະຜູ້ເປັນເຈົ້າ ໂດຍປະພຶດຕາມແບບຢ່າງອັນຊົ່ວຮ້າຍຂອງກະສັດເຢໂຣໂບອາມ ລູກຊາຍ ຂອງເນບັດ ຜູ້ທີ່ນາໍພາອານາຈັກອິດສະຣາເອນ ຕົກໃນບາບ.
\s5
\v 29 ໃນຄາວທີ່ເຈົ້າເປກາ ໄດ້ເປັນກະສັດນັ້ນ ຕີກະລາດ ປີເລເສ ຈັກກະພັດແຫ່ງອັດຊີເຣຍ ໄດ້ຢຶດເອົາເມືອງຕ່າງ ໆ ດັ່ງນີ້: ເມືອງອີໂຢນ, ເມືອງອາເບັນ ເບັດມາອາກາ, ເມືອງຢາໂນອາ, ເມືອງເກເດັດ, ເມືອງຮາໂຊ, ເຂດແດນທັງໝົດຂອງກີເລອາດ, ຄາລີເລ ແລະ ເນັບທາລີ ແລະໄດ້ນາໍເອົາປະຊາຊົນໄປເປັນຊະເລີຍ ທີ່ອັດຊີເຣຍ.
\v 30 ໃນ ຣາຊການປີທີຊາວ ຂອງເຈົ້າໂຢທາມ ລູກຊາຍຂອງເຈົ້າອຸດຊີຢາ ກະສັດແຫ່ງຢູດາຍ; ເຈົ້າໂຮເຊອາ ລູກຊາຍຂອງເອລາ ໄດ້ກະບົດຕໍ່ກະສັດເປກາ. ລາວໄດ້ສັງຫານເພິ່ນ ແລະ ຕັ້ງຕົນເອງຂຶ້ນເປັນກະສັດປົກຄອງແທນ.
\v 31 ສິ່ງອື່ນທີ່ກະສັດເປກາ ໄດ້ກະທາໍແມ່ນໄດ້ຖືກບັນທຶກໄວ້ໃນປື້ມປະຫວັດສາດຂອງບັນດາກະສັດແຫ່ງອິດສະຣາເອນ.
\s5
\v 32 ໃນຣາຊການປີທີສອງຂອງເຈົ້າເປກາ ລູກຊາຍຂອງເຈົ້າເຣມາລີຢາ ກະສັດແຫ່ງອິດສະຣາເອນ; ເຈົ້າໂຢທາມ ລູກຊາຍຂອງເຈົ້າອຸດຊີຢາ ໄດ້ຂຶ້ນເປັນກະສັດປົກຄອງ ອານາຈັກຢູດາຍ
\v 33 ເມື່ອເພິ່ນອາຍຸໄດ້ຊາວຫ້າປີ ແລະ ໄດ້ປົກຄອງຢູ່ທີ່ນະຄອນ ເຢຣູຊາເລັມ ເປັນເວລາສິບຫົກປີ. ແມ່ຂອງເພິ່ນຊື່ວ່າ ເຢຣູຊາ ລູກສາວຂອງຊາດົກ.
\s5
\v 34 ກະສັດໂຢທາມ ໄດ້ປະພຶດຕາມແບບຢ່າງຂອງກະສັດອຸດຊີຢາ ພໍ່ຂອງເພິ່ນໂດຍເຮັດໃນສິ່ງທີ່ອົງພຣະຜູ້ເປັນເຈົ້າພໍໃຈ.
\v 35 ແຕ່ເພິ່ນຍັງບໍ່ໄດ້ທາໍລາຍບ່ອນຂາບໄຫວ້ພະຂອງຄົນຕ່າງຊາດ ແລະ ປະຊາຊົນຍັງສືບຕໍ່ຖວາຍເຄື່ອງບູຊາ ແລະ ເຜົາເຄື່ອງຫອມຢູ່ ທີ່ນັ້ນ. ກະສັດໂຢທາມ ໄດ້ເປັນຜູ້ສ້າງປະຕູ ພຣະວິຫານດ້ານເໜືອ.
\v 36 ສິ່ງອື່ນທີ່ກະສັດໂຢທາມ ໄດ້ກະທາໍແມ່ນໄດ້ຖືກບັນທຶກໄວ້ໃນປື້ມປະຫວັດສາດຂອງບັນດາກະສັດແຫ່ງຢູດາຍ.
\v 37 ໃນຣາຊການຂອງກະສັດ ໂຢທາມ ອົງພຣະຜູ້ເປັນເຈົ້າໄດ້ສົ່ງເຈົ້າເຣຊິນ ກະສັດແຫ່ງຊີເຣຍ ກັບເຈົ້າເປກາ ກະສັດແຫ່ງອິດສະຣາເອນ ມາໂຈມຕີອານາຈັກຢູດາຍ ເປັນຄັ້ງທາໍອິດ.
\v 38 ກະສັດໂຢທາມ ໄດ້ຕາຍໄປ ແລະ ຖືກຝັງໄວ້ໃນອຸບໂມງແຫ່ງກະສັດ ໃນເມືອງຂອງດາວິດ. ແລ້ວເຈົ້າອາຮາດ ລູກຊາຍຂອງເພິ່ນກໍຂຶ້ນເປັນກະສັດ ປົກຄອງແທນ.
\s5
\c 16
\p
\v 1 ໃນຣາຊການປີທີສິບເຈັດ ຂອງເຈົ້ເປກາ ກະສັດແຫ່ງອິດສະຣາເອນ; ເຈົ້າອາຮາດ ລູກຊາຍຂອງເຈົ້າໂຢທາມ ໄດ້ຂຶ້ນເປັນກະສັດແຫ່ງຢູດາຍ
\v 2 ເມື່ອເພິ່ນອາຍຸໄດ້ຊາວປີ ແລະໄດ້ປົກຄອງຢູທີ່ນະຄອນເຢຣູຊາເລັມ ເປັນເວລາສິບຫົກປີ. ເພິ່ນບໍ່ໄດ້ປະພຶດຕາມ ແບບຢ່າງອັນດີງາມຂອງກະສັດດາວິດ ບັນພະບຸລຸດຂອງເພິ່ນ, ແຕ່ເພິ່ນໄດ້ກະທາໍໃນສິ່ງທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງເພິ່ນບໍ່ພໍໃຈ
\s5
\v 3 ແລະປະພຶດຕາມແບບຢ່າງຂອງບັນດາ ກະສັດແຫ່ງອິດສະຣາເອນ. ເພິ່ນໄດ້ເຜົາແມ່ນແຕ່ລູກຊາຍຂອງຕົນເອງ ຖວາຍບູຊາແກ່ບັນດາຮູບເຄົາຣົບ ໂດຍຮຽນເອົາແບບຢ່າງຂອງປະຊາຊົນ ທີ່ອົງພຣະຜູ້ເປັນເຈົ້າໄດ້ຂັບໄລ່ອອກໜີ ໃນຄາວທີ່ຊາວອິດສະຣາເອນໄດ້ບຸກໜ້າເຂົ້າມານັ້ນ.
\v 4 ກະສັດອາຮາດ ຖວາຍເຄື່ອງເຜົາບູຊາ ແລະເຜົາເຄື່ອງຫອມໃນບ່ອນຂາບໄຫວ້ພະຂອງຄົນຕ່າງຊາດ ຢູ່ເທິງພູເຂົາ ແລະຢູ່ໃຕ້ຮົ່ມໄມ້ທຸກຕົ້ນ.
\s5
\v 5 ເຈົ້າເຣຊິນ ກະສັດແຫ່ງຊີເຣຍ ແລະເຈົ້າເປກາ ກະສັດແຫ່ງອິດສະຣາເອນ ໄດ້ໂຈມຕີນະຄອນເຢຣູຊາເລັມ ແລະລ້ອມເມືອງໄວ້ ແຕ່ກໍຊະນະກະສັດອາຮາດ ບໍ່ໄດ້.
\v 6 ໃນເວລາດຽວກັນນັ້ນ ກະສັດແຫ່ງເອໂດມ [ຍ] ໄດ້ຕີເອົາເມືອງເອລາດ ຄືນມາໄດ້ ແລະໄດ້ຂັບໄລ່ ຊາວຢູດາທີ່ອາໄສຢູ່ໃນບ່ອນນັ້ນອອກໄປ. ຊາວເອໂດມ ໄດ້ຕັ້ງຖິ່ນຖານຢູ່ໃນເມືອງເອລາດ ແລະຍັງອາໄສຢູ່ໃນທີ່ນັ້ນຕະຫລອດມາ.
\s5
\v 7 ແລ້ວກະສັດອາຮາດ ກໍສົ່ງຄະນະທູດໄປ ຫາເຈົ້າຕີກະລາດ ປີເລເສ ຈັກກະພັດແຫ່ງອັດຊີເຣຍ ໂດຍມີຖ້ອຍຄໍາດັ່ງນີ້: “ຂ້າພະເຈົ້າ ຄືຜູ້ຮັບໃຊ້ທີ່ສັດຊື່ຂອງທ່ານ ຂໍທ່ານກະລຸນາມາຊ່ວຍກູ້ເອົາຂ້າພະເຈົ້າ ຈາກອໍານາດຂອງກະສັດແຫ່ງຊີເຣຍ ແລະກະສັດແຫ່ງອິດສະຣາເອນ ທີ່ກາໍລັງໂຈມຕີຂ້າພະເຈົ້າ ແດ່ທ້ອນ. ”
\v 8 ກະສັດອາຮາດ ໄດ້ເອົາເງິນກັບຄໍາຈາກພຣະວິຫານ ແລະຄັງຂອງຣາຊວັງແລະ ສົ່ງໄປເປັນຂອງຂວັນໃຫ້ແກ່ຈັກກະພັດແຫ່ງອັດຊີເຣຍ.
\v 9 ເພື່ອຕອບຄຳຂໍຮ້ອງຂອງກະສັດອາຮາດ ກະສັດຕີກະລາດປີເລເສ ໄດ້ຍົກທັບໄປຕໍ່ສູ້ນະຄອນດາມັສກັດ, ຢຶດເອົາເມືອງ, ຂ້າກະສັດເຣຊິນ ແລະຈັບເອົາປະຊາຊົນໄປເປັນຊະເລີຍ ທີ່ເມືອງກີເຣ.
\s5
\v 10 ເມື່ອກະສັດອາຮາດ ໄປຍັງນະຄອນດາມັສກັດ ເພື່ອພົບຈັກກະພັດຕີກະລາດ ປີເລເສ ເພິ່ນໄດ້ເຫັນແທ່ນບູຊາຢູ່ທີ່ນັ້ນ ຈຶ່ງສົ່ງແບບແທ່ນບູຊາ ພ້ອມທັງລາຍລະອຽດທຸກຢ່າງໄປໃຫ້ປະໂຣຫິດ ອູຣີຢາ.
\v 11 ດັ່ງນັ້ນ ອູຣີຢາ ຈຶ່ງສ້າງແທ່ນບູຊາຄ້າຍຄືກັນ ແລະ ໄດ້ສ້າງໃຫ້ສໍາເລັດກ່ອນທີ່ກະສັດອາຮາດ ກັບຄືນມາ.
\v 12 ເມື່ອກະສັດອາຮາດ ໄດ້ກັບຄືນມາຈາກນະຄອນດາມັສກັດ ເພິ່ນກໍເຫັນວ່າ ແທ່ນບູຊາໄດ້ສ້າງສໍາເລັດແລ້ວ;
\s5
\v 13 ສະນັ້ນ ເພິ່ນຈຶ່ງເຜົາສັດຖວາຍ ແລະ ຖວາຍພືດຜົນເປັນເມັດທີ່ເທິງແທ່ນບູຊານັ້ນ ແລະ ໄດ້ຖອກເຫລົ້າອະງຸ່ນພ້ອມທັງເລືອດ ເປັນເຄື່ອງຖວາຍບູຊາ ໃສ່ເທິງແທ່ນນັ້ນ ເພື່ອຄວາມສາມັກຄີທາໍ.
\v 14 ສ່ວນແທ່ນບູຊາ ທອງສໍາຣິດ ທີ່ຖືກອຸທິດຖວາຍແກ່ອົງພຣະຜູ້ເປັນເຈົ້າ ແມ່ນຕັ້ງຢູ່ລະຫວ່າງແທ່ນບູຊາໃໝ່ ແລະ ພຣະວິຫານ; ສະນັ້ນ ກະສັດອາຮາດຈຶ່ງໄດ້ຍ້າຍແທ່ນບູຊານັ້ນ ໄປຕັ້ງໄວ້ຢູ່ທາງຂ້າງເໜືອຂອງແທ່ນບູຊາໃໝ່.
\s5
\v 15 ແລ້ວເພິ່ນກໍໄດ້ສັ່ງ ອູຣີຢາ ວ່າ, “ແຕ່ບັດນີ້ໄປ ໃຫ້ເຈົ້າໃຊ້ແທ່ນບູຊາໃຫຍ່ຂອງເຮົານີ້ ສໍາລັບການເຜົາຖວາຍບູຊາ ໃນຕອນເຊົ້າ ແລະ ການຖວາຍພືດຜົນເປັນເມັດໃນຕອນແລງ, ສໍາລັບເຄື່ອງບູຊາພືດຜົນເປັນເມັດຂອງກະສັດ ແລະ ຂອງປະຊາຊົນ ແລະ ສໍາລັບການຖວາຍເຫລົ້າອະງຸ່ນຂອງປະຊາຊົນ. ໃຫ້ນາໍເອົາເລືອດສັດທຸກໂຕ ທີ່ຖືກຖວາຍເປັນເຄື່ອງບູຊາຖອກໃສ່ເທິງແທ່ນບູຊານີ້. ສ່ວນແທ່ນບູຊາທີ່ເປັນທອງສໍາຣິດນັ້ນ ຈົ່ງປະໄວ້ໃຫ້ເຮົາເພື່ອໃຊ້ຖວາຍບູຊາສິ່ງສັກສິດ. ”
\v 16 ອູຣີຢາ ໄດ້ປະຕິບັດຕາມຄໍາສັ່ງຂອງກະສັດທຸກປະການ.
\s5
\v 17 ກະສັດອາຮາດ ໄດ້ມ້າງກວຽນທອງສໍາຣິດ ທີ່ໃຊ້ໃນພຣະວິຫານ ແລະ ໄດ້ຍ້າຍຂັນໃຫຍ່ລົງຈາກກວຽນ. ເພິ່ນຍັງເອົາອ່າງທອງສໍາຣິດອອກຈາກຫລັງງົວທອງ ສິບສອງໂຕ ແລ້ວເອົາໄປຕັ້ງໄວ້ຢູ່ເທິງຮາກຖານທີ່ເຮັດດ້ວຍຫິນ.
\v 18 ເພື່ອເຮັດໃຫ້ຈັກກະພັດແຫ່ງອັດຊີເຣຍພໍໃຈ ກະສັດອາຮາດຍັງໄດ້ຍ້າຍທີ່ຕັ້ງບັນລັງຂອງກະສັດ ແລະ ປິດທາງເຂົ້າສ່ວນຕົວທີ່ກະສັດໃຊ້ເຂົ້າໄປໃນພຣະວິຫານນັ້ນເສຍ.
\s5
\v 19 ສິ່ງອື່ນທີ່ກະສັດອາຮາດ ໄດ້ກະທາໍແມ່ນໄດ້ບັນທຶກໄວ້ ໃນປື້ມປະຫວັດສາດຂອງບັນດາກະສັດແຫ່ງຢູດາຍ.
\v 20 ກະສັດອາຮາດ ໄດ້ຕາຍໄປ ແລະ ຖືກຝັງໄວ້ໃນອຸບມຸງແຫ່ງກະສັດທີ່ເມືອງຂອງດາວິດ. ແລ້ວເຈົ້າ ເຮເຊກີຢາ ລູກຊາຍຂອງເພິ່ນກໍຂຶ້ນເປັນກະສັດປົກຄອງແທນ.
\s5
\c 17
\p
\v 1 ໃນຣາຊການປີທີສິບສອງ ຂອງເຈົ້າອາຮາດ ກະສັດແຫ່ງຢູດາຍ; ເຈົ້າໂຮເຊຢາ ລູກຊາຍຂອງເອລາ ໄດ້ຂຶ້ນເປັນກະສັດແຫ່ງອິດສະຣາເອນ ແລະ ໄດ້ປົກຄອງຢູ່ທີ່ນະຄອນຊາມາເຣຍ ເປັນເວລາເກົ້າປີ.
\v 2 ເພິ່ນໄດ້ເຮັດບາບຕໍ່ສູ້ອົງພຣະຜູ້ເປັນເຈົ້າ, ແຕ່ກໍຍັງບໍ່ຫລາຍເທົ່າກັບບັນດາກະສັດທີ່ໄດ້ປົກຄອງອານາຈັກອິດສະຣາເອນ ມາກ່ອນເພິ່ນ.
\v 3 ຈັກກະພັດ ຊານມາເນເຊ ແຫ່ງອັດຊີເຣຍໄດ້ເຮັດເສິກຕໍ່ສູ້ເພິ່ນ; ກະສັດໂຮເຊຢາ ຈຶ່ງຍອມຈາໍນົນຕໍ່ກະສັດຊານມາເນເຊ ແລະ ເສຍສ່ວຍໃຫ້ເພິ່ນທຸກປີ.
\s5
\v 4 ແຕ່ຢູ່ມາໃນປີໜຶ່ງ ກະສັດໂຮເຊຢາ ໄດ້ສົ່ງທູດໄປຫາເຈົ້າໂສ ກະສັດແຫ່ງເອຢິບ [ດ] ເພື່ອຂໍຄວາມຊ່ວຍເຫລືອຈາກເພິ່ນ ແລະ ຢຸດເສຍສ່ວຍປະຈາໍປີ ໃຫ້ແກ່ອັດຊີເຣຍ. ເມື່ອກະສັດຊານມາເນເຊ ຮູ້ຂ່າວນີ້ ເພິ່ນກໍຈັບກະສັດໂຮເຊຢາ ໄປຂັງຄຸກໄວ້.
\v 5 ກະສັດຊານມາເນເຊ ໄດ້ບຸກໂຈມຕີອານາຈັກອິດສະຣາເອນ ແລະ ໄດ້ທາໍການປິດລ້ອມ ນະຄອນຊາມາເຣຍ ໄວ້ເປັນເວລາສາມປີ.
\v 6 ຊຶ່ງເປັນປີທີເກົ້າແຫ່ງຣາຊການຂອງກະສັດໂຮເຊຢາ; ຈັກກະພັດແຫ່ງອັດຊີເຣຍ [ຕ] ໄດ້ຢຶດເອົານະຄອນຊາມາເຣຍ ແລະ ນາໍຊາວອິດສະຣາເອນໄປເປັນຊະເລີຍທີ່ອັດຊີເຣຍ. ເພິ່ນໄດ້ເອົາພວກເຫລົ່ານີ້ ບາງຄົນໄປໄວ້ຢູ່ໃນເມືອງຮາລາ, ໃຫ້ບາງຄົນຢູ່ໃກ້ແມ່ນາໍ້ຮາໂບ ໃນເຂດໂກຊານ ແລະ ໃຫ້ບາງຄົນຢູ່ໃນເມືອງຕ່າງ ໆ ຂອງແຂວງເມເດຍ.
\s5
\v 7 ການທີ່ນະຄອນຊາມາເຣຍ ແຕກກໍຍ້ອນຊາວອິດສະຣາເອນໄດ້ເຮັດບາບຕໍ່ສູ້ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຂົາ ອົງທີ່ຊ່ວຍກູ້ເອົາພວກເຂົາອອກຈາກອໍານາດຂອງກະສັດແຫ່ງເອຢິບ ແລະ ໄດ້ນາໍພາພວກເຂົາອອກມາຈາກປະເທດເອຢິບ. ພວກເຂົາໄດ້ຂາບໄຫວ້ບັນດາພະອື່ນ
\v 8 ແລະ ໄດ້ປະພຶດຕາມປະເພນີຂອງປະຊາຊົນທີ່ອົງພຣະຜູ້ເປັນເຈົ້າໄດ້ຂັບໄລ່ອອກໄປ ໃນຂະນະທີ່ປະຊາຊົນຂອງພຣະອົງ ບຸກໜ້າເຂົ້າມານັ້ນ ແລະ ທັງໄດ້ຢຶດຖືທາໍນຽມທີ່ກະສັດແຫ່ງອິດສະຣາເອນ ໄດ້ນາໍມາປະຕິບັດ. [ຖ]
\s5
\v 9 ຊາວອິດສະຣາເອນ ໄດ້ເຮັດ [ທ] ສິ່ງຕ່າງ ໆ ໃນທີ່ລັບລີ້ ຊຶ່ງເປັນການຕໍ່ສູ້ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຂົາ. ພວກເຂົາສ້າງບ່ອນຂາບໄຫວ້ພະຂອງຄົນຕ່າງຊາດ ໄວ້ຕາມເມືອງຕ່າງ ໆ ຕັ້ງແຕ່ໝູ່ບ້ານນ້ອຍ ຈົນເຖິງຫົວເມືອງໃຫຍ່.
\v 10 ພວກເຂົາໄດ້ຕັ້ງເສົາສັກສິດ ແລະ ຮູບເຈົ້າແມ່ອາເຊຣາ ໄວ້ຕາມເທິງເນີນພູຕ່າງ ໆ ແລະ ຢູ່ໃຕ້ຕົ້ນໄມ້ໃຫຍ່ທຸກກົກ.
\s5
\v 11 ພວກເຂົາໄດ້ເຜົາເຄື່ອງຫອມເທິງແທ່ນບູຊາຂອງພະຕ່າງຊາດ ຕາມແບບຢ່າງຂອງປະຊາຊົນທີ່ອົງພຣະຜູ້ເປັນເຈົ້າ ໄດ້ໄລ່ໜີຈາກ ດິນແດນນັ້ນ. ພວກເຂົາເຮັດໃຫ້ອົງພຣະຜູ້ເປັນເຈົ້າໂກດຮ້າຍໃຫຍ່ ດ້ວຍການກະທາໍອັນຊົ່ວຮ້າຍທັງໝົດຂອງພວກເຂົາ
\v 12 ແລະບໍ່ເຊື່ອຟັງຂໍ້ຄໍາສັ່ງຂອງອົງພຣະຜູ້ເປັນເຈົ້າ ທີ່ບໍ່ໃຫ້ຂາບໄຫວ້ຮູບເຄົາຣົບ.
\s5
\v 13 ອົງພຣະຜູ້ເປັນເຈົ້າໄດ້ສົ່ງພວກຜູ້ທາໍນວາຍ ແລະຜູ້ທີ່ໄດ້ຮັບນິມິດ ໃຫ້ໄປເຕືອນຊາວ ອິດສະຣາເອນ ກັບຊາວຢູດາ ວ່າ, “ຈົ່ງປະຖິ້ມ ຄວາມປະພຶດຊົ່ວຂອງພວກເຈົ້າ ແລະ ເຊື່ອຟັງຂໍ້ຄໍາສັ່ງຂອງເຮົາ ຊຶ່ງມີຢູ່ໃນກົດບັນຍັດທີ່ເຮົາໄດ້ໃຫ້ພວກປູ່ຍ່າຕາຍາຍຂອງພວກເຈົ້າ ແລະ ຜ່ານທາງຜູ້ທາໍນວາຍ ຜູ້ຮັບໃຊ້ຂອງເຮົາ.”
\s5
\v 14 ແຕ່ພວກເຂົາບໍ່ເຊື່ອຟັງ; ພວກເຂົາດື້ດ້ານດັ່ງປູ່ຍ່າຕາຍາຍຂອງພວກເຂົາ ຜູ້ທີ່ບໍ່ໄດ້ ເຊື່ອວາງໃຈໃນອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກຕົນ.
\v 15 ພວກເຂົາບໍ່ເຊື່ອຟັງຄໍາແນະນາໍຂອງພຣະອົງ, ພວກເຂົາບໍ່ຖືຮັກສາ ພັນທະສັນຍາ ທີ່ພຣະອົງເຮັດໄວ້ກັບພວກປູ່ຍ່າຕາຍາຍຂອງພວກເຂົາ ແລະ ພວກເຂົາບໍ່ເອົາໃຈໃສ່ຕໍ່ຄໍາຕັກເຕືອນຂອງພຣະອົງ. ພວກເຂົາຂາບໄຫວ້ບັນດາຮູບເຄົາຣົບ ທີ່ໄຮ້ຄ່າຈົນກາຍເປັນຄົນໄຮ້ຄ່າເອງ ແລະ ພວກເຂົາໄດ້ເຮັດຕາມທາໍນຽມຂອງຊົນຊາດ ທີ່ຢູ່ອ້ອມຮອບພວກເຂົາ ໂດຍບໍ່ເຊື່ອຟັງຄໍາສັ່ງຂອງອົງພຣະຜູ້ເປັນເຈົ້າ ທີ່ບໍ່ໃຫ້ເອົາແບບຢ່າງຂອງຊົນຊາດເຫລົ່ານັ້ນ.
\s5
\v 16 ພວກເຂົາປະຖິ້ມຄໍາສັ່ງທຸກຂໍ້ຂອງອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຂົາ ແລະ ໄດ້ໃຊ້ໂລຫະຫລໍ່ຮູບງົວສອງໂຕຂຶ້ນມາຂາບໄຫວ້; ພວກເຂົາຍັງໄດ້ເຮັດຮູບຂອງເຈົ້າແມ່ອາເຊຣາ, ຂາບໄຫວ້ຕາເວັນ ເດືອນ ດາວ ແລະ ຮັບໃຊ້ພະບາອານ.
\v 17 ພວກເຂົາໄດ້ ເອົາລູກຊາຍ ແລະ ລູກສາວຂອງພວກເຂົາເຜົາເປັນເຄື່ອງບູຊາຖວາຍແກ່ພະຂອງຊາວຕ່າງຊາດ; ພວກເຂົາປຶກສາໝໍຜີ ແລະ ໝໍມໍ; ພວກເຂົາຕັ້ງໜ້າຕັ້ງຕາເຮັດສິ່ງທີ່ຊົ່ວຊ້າ ໃນສາຍຕາຂອງອົງພຣະຜູ້ເປັນເຈົ້າ ຊຶ່ງເປັນການ ເຮັດໃຫ້ພຣະອົງໂກດຮ້າຍໃຫຍ່.
\v 18 ດ້ວຍເຫດນີ້ ອົງພຣະຜູ້ເປັນເຈົ້າຈຶ່ງໂກດຮ້າຍຊາວອິດສະຣາເອນ ແລະ ກາໍຈັດພວກເຂົາໃຫ້ໜີ ຫ່າງຈາກສາຍຕາຂອງພຣະອົງ ໂດຍຈົ່ງໄວ້ແຕ່ອານາຈັກຢູດາຍ ພວກດຽວເທົ່ານັ້ນ.
\s5
\v 19 ແມ່ນແຕ່ຊາວຢູດາ ກໍບໍ່ໄດ້ເຊື່ອຟັງບັນດາກົດບັນຍັດຂອງອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຂົາ; ພວກເຂົາໄດ້ປະຕິບັດຕາມແບບຢ່າງຮີດຄອງປະເພນີ ທີ່ຊາວອິດສະຣາເອນ ລອກແບບມານັ້ນ.
\v 20 ອົງພຣະຜູ້ເປັນເຈົ້າໄດ້ປະຖິ້ມຊາດອິດສະຣາເອນທັງໝົດ ໂດຍລົງໂທດ ແລະ ມອບພວກເຂົາໄວ້ໃນກາໍມືຂອງເຫລົ່າສັດຕູ ຜູ້ໂຫດຫ້ຽມ ຈົນໃນທີ່ສຸດພຣະອົງໄດ້ຂັບໄລ່ ພວກເຂົາໃຫ້ໜີຫ່າງຈາກສາຍຕາຂອງພຣະອົງ.
\s5
\v 21 ຫລັງຈາກທີ່ພຣະອົງໄດ້ແຍກ ອານາຈັກອິດສະຣາເອນ ອອກຈາກອານາຈັກຢູດາຍ ແລ້ວ; ພວກອິດສະຣາເອນກໍແຕ່ງຕັ້ງເຢໂຣໂບອາມ ລູກຊາຍຂອງເນບັດ ໃຫ້ເປັນກະສັດ. ກະສັດເຢໂຣໂບອາມ ໄດ້ເຮັດໃຫ້ພວກເຂົາປະຖິ້ມອົງພຣະຜູ້ເປັນເຈົ້າ ແລະ ນາໍ ພາພວກເຂົາຕົກໃນບາບອັນຮ້າຍແຮງ.
\v 22 ພວກອິດສະຣາເອນໄດ້ເຮັດຕາມຢ່າງກະສັດ ເຢໂຣໂບອາມ ແລະ ສືບຕໍ່ເຮັດບາບທຸກຢ່າງ ຕາມທີ່ເພິ່ນໄດ້ເຮັດ
\v 23 ຈົນໃນທີ່ສຸດ ອົງພຣະຜູ້ເປັນເຈົ້າໄດ້ຂັບໄລ່ພວກເຂົາໃຫ້ໜີຫ່າງຈາກສາຍຕາຂອງພຣະອົງ, ຕາມທີ່ພຣະອົງໄດ້ຕັກເຕືອນໄວ້ ຜ່ານທາງຜູ້ທາໍນວາຍ ຜູ້ຮັບໃຊ້ຂອງພຣະອົງ. ດັ່ງນັ້ນ ປະຊາຊົນອິດສະຣາເອນ ຈຶ່ງໄດ້ຖືກກວາດໄປເປັນຊະເລີຍ ທີ່ອັດຊີເຣຍ ຈົນເຖິງເທົ່າທຸກວັນນີ້.
\s5
\v 24 ກະສັດອັດຊີເຣຍ ໄດ້ນາໍເອົາປະຊາຊົນ ແຕ່ຫົວເມືອງຕ່າງ ໆ ຂອງນະຄອນບາບີໂລນ, ເມືອງກຸດ, ເມືອງອິບວາ, ເມືອງຮາມັດ ແລະ ເມືອງເຊຟາກວາອີມ ໃຫ້ມາຕັ້ງຖິ່ນຖານຢູ່ເມືອງຕ່າງ ໆ ຂອງນະຄອນຊາມາເຣຍ [ນ] ແທນພວກອິດສະຣາເອນ ທີ່ໄດ້ຖືກກວາດໄປເປັນຊະເລີຍນັ້ນ. ພວກເຂົາໄດ້ເຂົ້າມາຄອບຄອງດິນແດນ ແລະ ອາໄສຢູ່ໃນຫົວເມືອງເຫລົ່ານີ້.
\v 25 ຕອນທີ່ພວກເຂົາ ມາຕັ້ງຖິ່ນຖານຢູ່ໃໝ່ ພວກເຂົາບໍ່ໄດ້ນະມັດ ສະການອົງພຣະຜູ້ເປັນເຈົ້າ; ດັ່ງນັ້ນ ອົງພຣະຜູ້ເປັນເຈົ້າ ຈຶ່ງສົ່ງຝູງສິງມາກັດກິນພວກເຂົາບາງຄົນ.
\v 26 ມີຄົນມາບອກກະສັດອັດຊີເຣຍ ວ່າ, “ປະຊາຊົນທີ່ເພິ່ນໃຫ້ມາຕັ້ງຖິ່ນຖານຢູ່ໃນເມືອງຕ່າງ ໆ ຂອງນະຄອນ ຊາມາເຣຍ ນັ້ນບໍ່ຮູ້ຈັກກົດບັນຍັດຂອງພຣະ ໃນດິນແດນນີ້; ສະນັ້ນແຫລະ ພຣະນັ້ນຈຶ່ງສົ່ງຝູງສິງມາກັດກິນພວກເຂົາ.”
\s5
\v 27 ດັ່ງນັ້ນ ກະສັດອັດຊີເຣຍ ຈຶ່ງໄດ້ອອກ ຄໍາສັ່ງວ່າ, “ຈົ່ງສົ່ງປະໂຣຫິດຜູ້ໜຶ່ງທີ່ເປັນຊະເລີຍຂອງເຮົາ ກັບຄືນເມືອ ແລະ ໃຫ້ລາວ [ບ] ຢູ່ພຸ້ນເພື່ອສັ່ງສອນປະຊາຊົນເຖິງກົດບັນຍັດຂອງພຣະໃນດິນແດນນັ້ນ. ”
\v 28 ແລ້ວປະໂຣຫິດອິດສະຣາເອນ ຜູ້ໜຶ່ງທີ່ຖືກກວາດມາຈາກນະຄອນຊາມາເຣຍ ກໍໄດ້ໄປຢູ່ໃນເມືອງເບັດເອນ ແລະ ສັ່ງສອນວິທີນະມັດສະການອົງພຣະຜູ້ເປັນເຈົ້າ ໃຫ້ປະຊາຊົນ.
\s5
\v 29 ແຕ່ປະຊາຊົນທີ່ຕັ້ງຖິ່ນຖານຢູ່ນະຄອນຊາມາເຣຍ ຍັງສືບຕໍ່ສ້າງຮູບເຄົາຣົບ ເປັນສ່ວນຕົວ ແລະ ພວກເຂົາເອົາຮູບນັ້ນໄວ້ໃນບ່ອນສັກສິດທີ່ຊາວອິດສະຣາເອນ ໄດ້ສ້າງນັ້ນ. ພວກເຂົາແຕ່ລະໝວດຕ່າງກໍໄດ້ສ້າງຮູບເຄົາຣົບ ແລະ ຕັ້ງໄວ້ໃນຫົວເມືອງຕ່າງ ໆ ທີ່ພວກຕົນອາໄສຢູ່.
\v 30 ຊາວບາບີໂລນ ໄດ້ສ້າງຮູບພະ ຊຸກໂກດ ເບໂນດ; ຊາວກຸດ ໄດ້ສ້າງຮູບພະ ເນການ; ຊາວຮາມັດໄດ້ສ້າງຮູບ ພະ ອາຊີມາ;
\v 31 ຊາວອິບວາ ໄດ້ສ້າງຮູບ ພະ ນິບຮາດ ແລະພະ ຕາກຕັກ; ສ່ວນຊາວເຊຟາກວາອິມ ນັ້ນໄດ້ເຜົາລູກຂອງຕົນຖວາຍບູຊາແກ່ຮູບພະ ອັດຣໍາເມເຫລັກ ແລະຮູບພະ ອານາມເມເຫລັກ.
\s5
\v 32 ຄົນເຫລົ່ານີ້ ໄດ້ນະມັດສະການອົງພຣະຜູ້ເປັນເຈົ້າຄືກັນ ແລະ ໄດ້ເລືອກເອົາຄົນ ຊະນິດຕ່າງ ໆ ໃນພວກເຂົາເອງໃຫ້ເປັນປະໂຣຫິດຢູ່ໃນບ່ອນຂາບໄຫວ້ ພະຂອງຄົນຕ່າງຊາດ ແລະ ໃຫ້ຖວາຍເຄື່ອງບູຊາຕ່າງ ໆ ສໍາລັບພວກເຂົາໃນທີ່ນັ້ນ.
\v 33 ສະນັ້ນແຫລະ ພວກເຂົາຈຶ່ງນະມັດສະການອົງພຣະຜູ້ເປັນເຈົ້າແດ່ ແຕ່ກໍຍັງຂາບໄຫວ້ບັນດາຮູບພະຂອງພວກເຂົາຢູ່ ຕາມຮີດຄອງຂອງດິນແດນທີ່ຕົນໄດ້ໜີມານັ້ນ.
\s5
\v 34 ທຸກວັນນີ້ ພວກເຂົາຍັງເຮັດຕາມຮີດຄອງເກົ່າຢູ່. ພວກເຂົາບໍ່ໄດ້ນະມັດສະການ ອົງພຣະຜູ້ເປັນເຈົ້າ ແລະ ບໍ່ໄດ້ເຊື່ອຟັງກົດບັນຍັດ ຫລື ຂໍ້ຄໍາສັ່ງທີ່ອົງພຣະຜູ້ເປັນເຈົ້າໄດ້ ມີໄວ້ແກ່ເຊື້ອສາຍຂອງຢາໂຄບ ຜູ້ທີ່ພຣະອົງໃສ່ຊື່ໃຫ້ວ່າ ອິດສະຣາເອນ.
\v 35 ອົງພຣະ ຜູ້ເປັນເຈົ້າ ໄດ້ເຮັດພັນທະສັນຍາກັບພວກເຂົາ ແລະ ສັ່ງວ່າ: “ຢ່າຂາບໄຫວ້ບັນດາພະອື່ນ; ຢ່າກົ້ມຂາບ ຫລື ບົວລະບັດຮັບໃຊ້ ຫລື ຖວາຍບູຊາແກ່ພະເຫລົ່ານັ້ນ.
\s5
\v 36 ພວກເຈົ້າຕ້ອງນະມັດສະການ ອົງພຣະຜູ້ເປັນເຈົ້າ ຜູ້ທີ່ໄດ້ນາໍພວກເຈົ້າອອກມາຈາກປະເທດເອຢິບ ດ້ວຍກໍາລັງ ແລະ ຣິດອໍານາດອັນຍິ່ງໃຫຍ່; ພວກເຈົ້າຕ້ອງກົ້ມຂາບເຮົາ ແລະ ຖວາຍບູຊາແກ່ເຮົາ.
\v 37 ພວກເຈົ້າ ຕ້ອງເຊື່ອຟັງບັນດາກົດບັນຍັດ ແລະ ຂໍ້ຄໍາສັ່ງ ຂອງເຮົາ ທີ່ໄດ້ມີຂຽນໄວ້ໃຫ້ພວກເຈົ້ານັ້ນຕະຫລອດໄປ. ພວກເຈົ້າຢ່າຂາບໄຫວ້ບັນດາພະອື່ນ
\v 38 ແລະ ຢ່າລືມໄລພັນທະສັນຍາ ທີ່ເຮົາໄດ້ມີໄວ້ກັບພວກເຈົ້າ. ພວກເຈົ້າຢ່າໄດ້ຂາບໄຫວ້ບັນດາພະອື່ນ.
\s5
\v 39 ພວກເຈົ້າຕ້ອງນະມັດສະການ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ແລະ ພຣະອົງຈະຊ່ວຍກູ້ເອົາພວກເຈົ້າໃຫ້ພົ້ນຈາກ ເຫລົ່າສັດຕູຂອງພວກເຈົ້າ. ”
\v 40 ແຕ່ປະຊາຊົນເຫລົ່ານີ້ ບໍ່ຍອມຟງັ ແລະ ພວກເຂົາຍັງສືບຕໍ່ປະຕິບັດຕາມຮີດຄອງເກົ່າຂອງພວກເຂົາຢູ່.
\v 41 ສະນັ້ນປະຊາຊົນເຫລົ່ານັ້ນ ຈຶ່ງໄດ້ນະມັດສະການອົງພຣະຜູ້ເປັນເຈົ້າແດ່ ແຕ່ກໍຍັງຂາບໄຫວ້ຮູບພະຂອງພວກເຂົາຄືກັນ ແລະ ທຸກວັນນີ້ ບັນດາລູກຫລານຂອງພວກເຂົາກໍຍັງສືບຕໍ່ເຮັດຄືເກົ່າ ຕາມທີ່ບັນພະບຸລຸດ ຂອງພວກເຂົາໄດ້ເຮັດມາ.
\s5
\c 18
\p
\v 1 ໃນຣາຊການປີທີສາມຂອງເຈົ້າໂຮເຊຢາ ລູກຊາຍຂອງເຈົ້າເອລາ ກະສັດແຫ່ງອິດສະຣາເອນ; ເຈົ້າເຮເຊກີຢາ ລູກຊາຍ ຂອງກະສັດອາຮາດ ໄດ້ຂຶ້ນປົກຄອງອານາຈັກຢູດາຍ
\v 2 ເມື່ອເພິ່ນອາຍຸໄດ້ຊາວຫ້າປີ ແລະໄດ້ປົກຄອງຢູ່ທີ່ນະຄອນເຢຣູຊາເລັມ ເປັນເວລາຊາວເກົ້າປີ. ແມ່ຂອງເພິ່ນຊື່ວ່າ ອາບີຢາ ລູກສາວຂອງເຊກາຣີຢາ.
\v 3 ເພິ່ນເຮັດແຕ່ສິ່ງທີ່ອົງພຣະຜູ້ເປັນເຈົ້າພໍໃຈ ໂດຍເອົາຕາມແບບຢ່າງຂອງກະສັດດາວິດ ຜູ້ເປັນບັນພະບຸລຸດຂອງເພິ່ນ.
\s5
\v 4 ເພິ່ນໄດ້ທາໍລາຍບ່ອນຂາບໄຫວ້ຂອງ ພະຕ່າງຊາດ, ໄດ້ທັບເສົາສັກສິດ ແລະ ຕັດຮູບຂອງເຈົ້າແມ່ອາເຊຣາ. ເພິ່ນຍັງໄດ້ທັບຮູບ ງູທອງສໍາຣິດ ທີ່ໂມເຊໄດ້ຫລໍ່ຂຶ້ນ ຊື່ວ່າ ເນຮູຊະຕານ. ມາຈົນເຖິງເວລານັ້ນ ປະຊາຊົນອິດສະຣາເອນຍັງເຜົາເຄື່ອງຫອມບູຊາຮູບງູທອງນີ້ຢູ່.
\v 5 ກະສັດເຮເຊກີຢາ ໄວ້ວາງໃຈໃນອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງຊາດອິດສະຣາເອນ; ຢູ່ໃນອານາຈັກຢູດາຍ ບໍ່ເຄີຍມີກະສັດຄົນໃດຄືເພິ່ນ ບໍ່ວ່າຜູ້ທີ່ໄດ້ປົກຄອງມາກ່ອນເພິ່ນ ຫລືນາໍຫລັງເພິ່ນກໍຕາມ.
\s5
\v 6 ເພິ່ນສັດຊື່ຕໍ່ອົງພຣະຜູ້ເປັນເຈົ້າ, ເຊື່ອຟັງພຣະອົງສະເໝີ ແລະ ຖືຮັກສາຄໍາສັ່ງທຸກຂໍ້ທີ່ອົງພຣະຜູ້ເປັນເຈົ້າໄດ້ມອບໃຫ້ແກ່ໂມເຊນັ້ນ ຢ່າງລະມັດລະວັງ.
\v 7 ດັ່ງນັ້ນ ອົງພຣະຜູ້ເປັນເຈົ້າ ຈຶ່ງສະຖິດຢູ່ກັບເພິ່ນ ແລະ ທຸກສິ່ງທີ່ເພິ່ນເຮັດ ກໍສໍາເລັດຜົນ. ເພິ່ນໄດ້ກະບົດຕໍ່ຈັກກະພັດອັດຊີເຣຍ ແລະ ບໍ່ຍອມຢູ່ໃຕ້ອໍານາດຂອງເພິ່ນອີກຕໍ່ໄປ.
\v 8 ເພິ່ນໄດ້ຊະນະ ພວກຟີລິດສະຕິນ ແລະ ປຸ້ນສະດົມບ່ອນຕັ້ງຖິ່ນຖານຂອງພວກເຂົາ ເລີ່ມແຕ່ບ້ານນ້ອຍ ໆ ຈົນເຖິງເມືອງໃຫຍ່ ລວມທັງເມືອງກາຊາ ແລະ ທົ່ວທັງເຂດແດນນັ້ນດ້ວຍ.
\s5
\v 9 ໃນຣາຊການປີທີສີ່ ຂອງກະສັດເຮເຊກີຢາ ຊຶ່ງເປັນຣາຊການປີທີເຈັດ ຂອງກະສັດໂຮເຊຢາ ແຫ່ງອິດສະຣາເອນ; ເຈົ້າ ຊານມາເນເຊ ກະສັດແຫ່ງອັດຊີເຣຍ ໄດ້ບຸກຮຸກອານາຈັກອິດສະຣາເອນ ແລະ ປິດລ້ອມນະຄອນຊາມາເຣຍໄວ້.
\v 10 ເມື່ອປິດລ້ອມຢູ່ເຖິງສາມປີ ນະຄອນຊາມາເຣຍກໍແຕກ; ຊຶ່ງເປັນຣາຊການປີທີຫົກຂອງກະສັດເຮເຊກີຢາ ແລະ ຣາຊການປີທີເກົ້າຂອງກະສັດໂຮເຊຢາ.
\s5
\v 11 ຈັກກະພັດແຫ່ງອັດຊີເຣຍ [ປ] ໄດ້ນາໍ ເອົາຊາວອິດສະຣາເອນ ໄປເປັນຊະເລີຍຢູ່ທີ່ປະເທດອັດຊີເຣຍ. ເພິ່ນໄດ້ເອົາພວກເຫລົ່ານີ້ ບາງຄົນໄປຕັ້ງຖິ່ນຖານຢູ່ໃນເມືອງຮາລາ, ໃຫ້ບາງຄົນຢູ້ໃກ້ແມ່ນໍ້າຮາໂບ ໃນເຂດໂກຊານ ແລະ ໃຫ້ບາງຄົນຢູ່ໃນເມືອງຕ່າງ ໆ ຂອງຊາວມີເດຍ.
\v 12 ນະຄອນຊາມາເຣຍ ແຕກກໍເພາະຊາວອິດສະຣາເອນ ບໍ່ໄດ້ເຊື່ອຟັງອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຂົາ, ແຕ່ໄດ້ລະເມີດພັນທະສັນຍາ ທີ່ພຣະອົງໄດ້ເຮັດໄວ້ກັບພວກເຂົາ ແລະ ບໍ່ເຊື່ອຟັງກົດບັນຍັດ ທັງໝົດທີ່ໂມເຊ ຜູ້ຮັບໃຊ້ຂອງອົງພຣະຜູ້ເປັນເຈົ້າ ໄດ້ມອບໃຫ້ແກ່ພວກເຂົານັ້ນ. ພວກເຂົາບໍ່ຍອມຟງັ ແລະ ບໍ່ຍອມປະຕິບັດຕາມ.
\s5
\v 13 ໃນຣາຊການປີທີສິບສີ່ ຂອງກະສັດເຮເຊກີຢາ; ເຈົ້າເຊັນນາເກຣິບ ກະສັດແຫ່ງອັດຊີເຣຍ ໄດ້ໂຈມີຕີປ້ອມປ້ອງກັນເມືອງຕ່າງ ໆ ໃນອານາຈັກຢູດາຍ ແລະ ຢຶດເອົາເມືອງໄດ້.
\v 14 ກະສັດເຮເຊກີຢາ ໄດ້ສົ່ງສານໄປຫາກະສັດເຊັນນາເກຣິບ ຜູ້ທີ່ຢູ່ໃນເມືອງລາກິດ ໂດຍມີຂໍ້ຄວາມດັ່ງນີ້: “ຂ້າພະເຈົ້າໄດ້ເຮັດຜິດແລ້ວ; ກະລຸນາຢຸດໂຈມຕີສາ ແລະ ຂ້າພະເຈົ້າຈະຍອມຈ່າຍທຸກສິ່ງຕາມທີ່ທ່ານຂໍຮ້ອງມາ. ” ຈັກກະພັດຕອບວ່າ ກະສັດເຮເຊກີຢາຕ້ອງສົ່ງເງິນສິບໂຕນ ແລະ ຄໍາໜຶ່ງ ໂຕນ ໃຫ້ເພິ່ນ.
\v 15 ກະສັດເຮເຊກີຢາ ໄດ້ສົ່ງເງິນທັງໝົດຈາກພຣະວິຫານຂອງອົງພຣະຜູ້ເປັນເຈົ້າ ແລະ ຈາກຄັງໃນຣາຊວັງໄປໃຫ້;
\s5
\v 16 ເພິ່ນຍັງໄດ້ລອກເອົາຄໍາ ຈາກບານປະຕູຕ່າງ ໆ ຂອງພຣະວິຫານຂອງອົງພຣະຜູ້ເປັນເຈົ້າ ແລະ ຄໍາ ທີ່ເພິ່ນເອງໄດ້ໃຊ້ໂອບປະຕູທັງຫລາຍນັ້ນ ສົ່ງໄປໃຫ້ກະສັດເຊັນນາເກຣິບ.
\v 17 ກະສັດແຫ່ງອັດຊີເຣຍ ໄດ້ສົ່ງກອງທັບໃຫຍ່ແຕ່ເມືອງລາກິດ ໄປໂຈມຕີກະສັດເຮເຊກີຢາ ທີ່ນະຄອນເຢຣູຊາເລັມ; ກອງທັບນີ້ ບັນຊາການໂດຍນາຍທະຫານສາມຄົນ ມີດັ່ງນີ້: ຜູ້ບັນຊາການສູງສຸດ, ຜູ້ບັນຊາການກອງທັບ ແລະ ຮອງຜູ້ບັນຊາການສູງສຸດ ທີ່ເປັນຜູ້ບັນຊາການແນວຮົບ. ເມື່ອມາຮອດນະຄອນເຢຣູຊາເລັມ ແລ້ວພວກເຂົາ ກໍເຂົ້າຢຶດເອົາຖະໜົນຊ່າງຕໍ່າຜ້າ ໂດຍຜ່ານໄປທາງທໍ່ນາໍ້ທີ່ໄຫລມາແຕ່ສະນາໍ້ ເບື້ອງເໜືອ.
\v 18 ແລ້ວພວກເຂົາກໍສັ່ງຄົນໄປຫາ ກະສັດເຮເຊກີຢາ ໂດຍມີຂ້າຣາຊການສາມ ຄົນໄດ້ອອກມາພົບເຂົາ ມີດັ່ງນີ້: ເອລີອາກິມ ລູກຊາຍຂອງຮິນກີຢາ ຜູ້ຮັບຜິດຊອບຣາຊວັງ; ເສັບນາ ເລຂາທິການປະຈໍາວັງ ແລະ ໂຢອາ ລູກຊາຍຂອງອາຊັບ ຜູ້ຮັບຜິດຊອບບັນທຶກລາຍງານທົ່ວໄປ.
\s5
\v 19 ຜູ້ໜຶ່ງໃນພວກຂ້າຣາຊການອັດຊີເຣຍ ກ່າວແກ່ສາມຄົນນີ້ ວ່າ, “ຈັກກະພັດຢາກຈະຮູ້ວ່າ ແມ່ນຫຍັງທີ່ເຮັດໃຫ້ກະສັດເຮເຊກີຢາ ໝັ້ນໃຈແທ້.
\v 20 ເພິ່ນຖາມວ່າ, ທ່ານຄິດວ່າ ຄໍາເວົ້າໃຊ້ແທນຝີມືແລະອໍານາດຂອງທະຫານ ໄດ້ຊັ້ນບໍ? ທ່ານຄິດວ່າ ໃຜແດ່ຈະຊ່ວຍທ່ານໃຫ້ກະບົດຕໍ່ອັດຊີເຣຍໄດ້?
\v 21 ທ່ານຫວັງໃຫ້ປະເທດເອຢິບ ຊ່ວຍເຫລືອຊັ້ນບໍ? ແຕ່ກໍຄົງເປັນດັ່ງເອົາໄມ້ອໍ້ ໃຊ້ເປັນໄມ້ເທົ້າ; ມັນຈະຫັກ ແລະ ປັກມືຂອງທ່ານ ເອງ. ກະສັດປະເທດເອຢິບ ກໍເປັນດັ່ງນີ້ແຫລະ ສໍາລັບຜູ້ທີ່ໄປເອື່ອຍອີງອາໄສເພິ່ນ.”
\s5
\v 22 ຂ້າຣາຊການອັດຊີເຣຍ ຜູ້ນັ້ນໄດ້ເວົ້າຕໍ່ໄປວ່າ, “ບາງທີ ທ່ານອາດຈະບອກຂ້າພະເຈົ້າ ວ່າທ່ານກໍາລັງເພິ່ງພາອາໄສ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກທ່ານກໍໄດ້? ບໍ່ແມ່ນເຮເຊກີຢາບໍທີ່ໄດ້ທາໍລາຍພະ ທັງຫລາຍຖິ້ມ ເມື່ອເພິ່ນໄດ້ບອກປະຊາຊົນ ຊາວຢູດາຍ ແລະ ຊາວເຢຣູຊາເລັມ ໃຫ້ນະມັດສະການ ທີ່ແທ່ນບູຊາໃນນະຄອນເຢຣູຊາເລັມ ແຕ່ເທົ່ານັ້ນ.
\v 23 ຂ້າພະເຈົ້າ ຂໍທ້າທາຍກັບທ່ານ ໃນນາມຂອງຈັກກະພັດ. ຂ້າພະເຈົ້າຈະເອົາມ້າສອງພັນໂຕໃຫ້ທ່ານ ຖ້າຫາກທ່ານຊອກຫາຄົນ ຂີ່ໄດ້ຫລາຍເທົ່າກັບຈາໍນວນມ້າ
\s5
\v 24 ທ່ານບໍ່ສໍ່າກັບຂ້າຣາຊການອັດຊີເຣຍ ຊັ້ນຕໍ່າ ໆ, ແຕ່ປານນັ້ນ ທ່ານຍັງຢາກໃຫ້ຊາວເອຢິບ ສົ່ງລົດມ້າ ແລະ ທະຫານມ້າໃຫ້.
\v 25 ທ່ານຄົງຄິດວ່າ ຂ້າພະເຈົ້າມາໂຈມຕີ ແລະ ທາໍລາຍປະເທດຂອງທ່ານ ປາດສະຈາກຄໍາສັ່ງຂອງອົງພຣະຜູ້ເປັນເຈົ້າ ຊັ້ນບໍ? ອົງພຣະຜູ້ເປັນເຈົ້າເອງ ທີ່ໄດ້ບອກຂ້າພະເຈົ້າໃຫ້ມາໂຈມຕີ ແລະ ທໍາລາຍປະເທດຂອງທ່ານ.”
\s5
\v 26 ແລ້ວ ເອລີອາກິມ, ເສັບນາ ແລະ ໂຢອາ ກໍໄດ້ບອກຂ້າຣາຊການຜູ້ນັ້ນວ່າ, “ທ່ານເອີຍ ເວົ້າພາສາອາຣາມິກ ກໍໄດ້ເພາະພວກຂ້າພະເຈົ້າເຂົ້າໃຈຢູ່. ຢ່າເວົ້າພາສາ ເຮັບເຣີເທາະ ເພາະທຸກຄົນຢູ່ເທິງກາໍແພງພວມຟັງຢູ່. ”
\v 27 ຂ້າຣາຊການຜູ້ນັ້ນ ຕອບ ຄືນວ່າ, “ພວກທ່ານຄິດວ່າ ຈັກກະພັດສົ່ງຂ້າພະເຈົ້າມາ ແລະ ບອກເລື່ອງເຫລົ່ານີ້ແກ່ພວກທ່ານ ແລະ ກະສັດຂອງພວກທ່ານ ແຕ່ເທົ່ານັ້ນຊັ້ນບໍ? ບໍ່ແມ່ນດອກ ຂ້າພະເຈົ້າຢາກ ເວົ້າໃຫ້ພວກທີ່ນັ່ງຢູ່ເທິງກາໍແພງນັ້ນໄດ້ຍິນນາໍດ້ວຍ ເພາະພວກເຂົາຈະກິນຂີ້ ແລະກິນຍ່ຽວຂອງຕົນເອງ ເໝືອນກັນກັບພວກທ່ານ ນັ້ນແຫລະ.”
\s5
\v 28 ແລ້ວຂ້າຣາຊການຜູ້ນີ້ກໍໄດ້ລຸກຢືນແລະ ຮ້ອງຂຶ້ນເປັນພາສາເຮັບເຣີ ວ່າ, “ຈົ່ງຟັງ ສິ່ງທີ່ຈັກກະພັດອັດຊີເຣຍ ກໍາລັງບອກພວກທ່ານ.
\v 29 ເພິ່ນເຕືອນພວກທ່ານ ຢ່າໃຫ້ກະສັດເຮເຊກີຢາ ຫລອກລວງພວກທ່ານເລີຍ. ກະສັດເຮເຊກີຢາ ຊ່ວຍພວກທ່ານບໍ່ໄດ້ດອກ.
\v 30 ຢ່າໃຫ້ເຮເຊກີຢາ ຊັກຈູງພວກທ່ານໄປເພິ່ງພາອາໄສອົງພຣະຜູ້ເປັນເຈົ້າເລີຍ. ໂດຍກ່າວວ່າ ອົງພຣະຜູ້ເປັນເຈົ້າຈະຊ່ວຍພວກທ່ານໃຫ້ພົ້ນ ແລະ ຢ່າໄດ້ຄິດວ່າ ພຣະອົງຈະຢຸດຢັ້ງກອງທັບອັດຊີເຣຍຂອງພວກເຮົາ ບໍ່ໃຫ້ຢຶດເອົາເມືອງຂອງພວກທ່ານ.
\s5
\v 31 ຢ່າຟັງຄວາມຂອງກະສັດເຮເຊກີຢາ. ຈັກກະພັດອັດຊີເຣຍ ສັ່ງພວກທ່ານໃຫ້ອອກຈາກເມືອງມາຍອມຈາໍນົນ. ເພິ່ນຈະອະນຸຍາດໃຫ້ພວກທ່ານທຸກຄົນກິນໝາກອະງຸ່ນ ຈາກເຄືອອະງຸ່ນຂອງພວກທ່ານເອງ, ໝາກເດື່ອຈາກຕົ້ນເດື່ອຂອງພວກທ່ານເອງ ແລະ ດື່ມນາໍ້ຈາກສ້າງຂອງພວກທ່ານເອງ
\v 32 ຈົນກວ່າຈັກກະພັດຈະຈັດຫາບ່ອນ ໃຫ້ພວກທ່ານ ຕັ້ງຖິ່ນຖານຢູ່ໃນປະເທດໜຶ່ງ ຊຶ່ງຄ້າຍຄືກັບປະເທດຂອງພວກທ່ານເອງ ບ່ອນທີ່ມີສວນອະງຸ່ນ ເພື່ອເຮັດເຫລົ້າອະງຸ່ນ ແລະ ມີເຂົ້າ ເພື່ອເຮັດເຂົ້າຈີ່; ເປັນດິນແດນແຫ່ງໝາກກອກເທດ, ນໍ້າມັນໝາກກອກ ແລະ ນໍ້າເຜິ້ງ. ຖ້າພວກທ່ານປະຕິບັດຕາມຄໍາສັ່ງຂອງ ເພິ່ນ ພວກທ່ານກໍຈະບໍ່ຕາຍ ແຕ່ມີຊີວິດຢູ່. ຢ່າ ປ່ອຍໃຫ້ເຮເຊກີ​ຢາ ຫລອກລວງພວກທ່ານໃຫ້ຄິດວ່າ ອົງພຣະຜູ້ເປັນເຈົ້າຈະຊ່ວຍກູ້ເອົາ ພວກທ່ານ.
\s5
\v 33 ບັນດາພະຂອງຊົນຊາດອື່ນ ໆ ຊ່ວຍປະເທດຂອງ​ພວກ​ເຂົາ​ຈາກຈັກ​ກະ​ພັດ​ອັດ​ຊີ​ເຣຍ ໄດ້​ບໍ?
\v 34 ດຽວນີ້​ ພະເຫລົ່ານີ້ຢູ່ໃສ? ຄືພະຂອງເມືອງຮາມັດ ແລະ ເມືອງອາກປັດ? ພະຂອງເມືອງເຊຟາກວາອີມ, ເມືອງເຮນາ ແລະ ເມືອງອິບວາ ຢູ່ໃສ? ມີພະຕົນໃດຕົນໜຶ່ງບໍ ທີ່ຊ່ວຍນະຄອນຊາມາເຣຍໄວ້ໄດ້?
\v 35 ໃນບັນດາພະເຫລົ່ານີ້ ບໍ່ມີພະຕົນໃດເລີຍ ທີ່ຊ່ວຍປະເທດຂອງພວກເຂົາ ໃຫ້ພົ້ນຈາກຈັກກະພັດຂອງພວກເຮົາໄດ້. ຖ້າດັ່ງນັ້ນ ແມ່ນຫຍັງ ທີ່ໃຫ້ພວກທ່ານຄິດວ່າ ອົງພຣະຜູ້ເປັນເຈົ້າຈະຊ່ວຍນະຄອນເຢຣູຊາເລັມ ໄວ້ໄດ້?”
\s5
\v 36 ປະຊາຊົນໄດ້ພາກັນມິດງຽບ ຕາມທີ່ກະສັດເຮເຊກີຢາ ໄດ້ສັ່ງພວກເຂົາໄວ້; ພວກເຂົາບໍ່ຕອບຫຍັງຈັກຄໍາ.
\v 37 ແລ້ວ ເອລີອາກິມ, ເສັບນາ ແລະ ໂຢອາ ຕ່າງກໍຈີກເສື້ອ ຂອງຕົນເອງດ້ວຍຄວາມໂສກເສົ້າເສຍໃຈ ແລະ ໄປລາຍງານຕໍ່ກະສັດ ຕາມທີ່ຂ້າຣາຊການອັດຊີເຣຍໄດ້ເວົ້າ.
\s5
\c 19
\p
\v 1 ພໍກະສັດເຮເຊກີຢາ ໄດ້ຍິນຄໍາລາຍງານ ເພິ່ນກໍຈີກເຄື່ອງນຸ່ງຂອງຕົນ ດ້ວຍຄວາມໂສກເສົ້າເສຍໃຈ, ນຸ່ງຜ້າກະສອບເຂົ້າ ແລະໄປຍັງພຣະວິຫານຂອງອົງພຣະຜູ້ເປັນເຈົ້າ.
\v 2 ເພິ່ນໄດ້ສັ່ງໃຫ້ເອລີອາກິມ ຂ້າຣາຊການຜູ້ຮັບຜິດຊອບວັງ; ເສັບນາ ເລຂາທິການປະຈາໍວັງ; ແລະພວກປະໂຣຫິດຜູ້ອາວຸໂສໄປຫາ ຜູ້ທາໍນວາຍເອຊາຢາ ລູກຊາຍຂອງອາໂມດ. ພວກນີ້ຕ່າງກໍນຸ່ງຜ້າກະສອບເຂົ້າຄືກັນ.
\s5
\v 3 ນີ້ແມ່ນຖ້ອຍຄໍາ ທີ່ເພິ່ນໄດ້ບອກໃຫ້ພວກເຂົາເວົ້າກັບເອຊາຢາ: “ວັນນີ້ ເປັນມື້ແຫ່ງຄວາມທົນທຸກ; ພວກຂ້າພະເຈົ້າຖືກລົງໂທດ ແລະຖືກອັບອາຍຂາຍໜ້າ. ພວກຂ້າພະເຈົ້າເປັນດັ່ງຍິງທີ່ພວມຈະຄອດລູກ, ແຕ່ບໍ່ມີແຮງເບັ່ງລູກອອກ.
\v 4 ຈັກກະພັດອັດຊີເຣຍ ໄດ້ສົ່ງຂ້າຣາຊການຊັ້ນສູງຂອງເພິ່ນມາເວົ້າໝິ່ນປະໝາດພຣະເຈົ້າ ອົງຊົງຊີວິດຢູ່. ຂໍໃຫ້ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງທ່ານໄດ້ຍິນຄໍາໝິ່ນປະໝາດນີ້ ແລະລົງໂທດຜູ້ທີ່ກ່າວດ້ວຍ. ສະນັ້ນ ຈົ່ງພາວັນນາອະທິຖານຕໍ່ພຣະເຈົ້າສໍາລັບປະຊາຊົນຂອງພວກເຮົາ ທີ່ລອດຊີວິດຢູ່ນີ້ ດ້ວຍເທີ້ນ.”
\s5
\v 5 ເມື່ອເອຊາຢາ ໄດ້ຮັບຂ່າວຈາກກະສັດເຮເຊກີຢາ ແລ້ວ
\v 6 ເພິ່ນກໍໄດ້ສົ່ງຄໍາຕອບ ຄືນໄປວ່າ, “ອົງພຣະຜູ້ເປັນເຈົ້າ ບອກທ່ານວ່າ ‘ຢ່າຊູ່ຢ້ານຖ້ອຍຄໍາທັງຫລາຍ ທີ່ທ່ານໄດ້ຍິນຊຶ່ງຂ້າຣາຊການຂອງກະສັດອັດຊີເຣຍ ໄດ້ກ່າວປະຈານເຮົາ.
\v 7 ເຮົາຈະບັນດານໃຫ້ຈັກກະພັດໄດ້ຍິນຂ່າວຊ່າລື ຊຶ່ງຈະເຮັດໃຫ້ລາວກັບຄືນເມືອປະເທດຂອງລາວ ແລະ ເຮົາຈະເຮັດໃຫ້ລາວຖືກຂ້າ ຢູ່ທີ່ນັ້ນ.
\s5
\v 8 ຂ້າຣາຊການອັດຊີເຣຍໄດ້ຍິນວ່າ ຈັກກະພັດໄດ້ອອກແຕ່ເມືອງລາກິດໄປ ແລະກາໍລັງສູ້ຮົບຢູ່ໃກ້ ໆ ກັບເມືອງຣິບລາ ລາວຈຶ່ງໄປປຶກສານາໍເພິ່ນຢູ່ທີ່ນັ້ນ.
\v 9 ຂ່າວໄດ້ຊ່າລືໄປເຖິງຫູຊາວອັດຊີເຣຍ ວ່າກອງທັບປະເທດເອຢິບ ກາໍລັງມາໂຈມຕີພວກເຂົາ ຊຶ່ງນາໍໂດຍກະສັດຕີຮາກາ ແຫ່ງເອທີໂອເປຍ. ເມື່ອຈັກກະພັດໄດ້ຍິນເຖິງຂ່າວນີ້ ເພິ່ນຈຶ່ງສົ່ງຈົດໝາຍໄປບອກກະສັດເຮເຊກີຢາ ແຫ່ງຢູດາຍ ວ່າ,
\s5
\v 10 “ຢ່າໃຫ້ພຣະເຈົ້າຂອງທ່ານ ອົງທີ່ທ່ານໄວ້ວາງໃຈນັ້ນຫລອກລວງທ່ານ ໂດຍເວົ້າວ່ານະຄອນເຢຣູຊາເລັມ ຈະບໍ່ຕົກຢູ່ໃນກາໍມືຂອງເຮົາ
\v 11 ທ່ານຄົງໄດ້ຍິນແລ້ວວ່າ ຈັກກະພັດແຫ່ງອັດຊີເຣຍ ເຮັດຕໍ່ປະເທດທີ່ເພິ່ນຕັ້ງໃຈທາໍລາຍນັ້ນຢ່າງໃດ. ທ່ານຄິດວ່າ ທ່ານໜີໄປໄດ້ຊັ້ນບໍ?
\s5
\v 12 ບັນພະບຸລຸດຂອງຂ້າພະເຈົ້າ ໄດ້ທາໍລາຍເມືອງໂກຊານ, ຮາຣານ ແລະ ເຣເຊັບ ແລະໄດ້ຂ້າຊາວເມືອງເບັດເອເດັນ ທີ່ອາໄສ ຢູ່ໃນເມືອງເຕລັດຊາ ແລະ ບໍ່ມີພະຕົນໃດໃນບັນດາພະຂອງພວກເຂົາ ຊ່ວຍພວກເຂົາໄວ້ໄດ້.
\v 13 ບັນດາກະສັດແຫ່ງເມືອງຮາມັດ, ອັກປັດ, ເຊຟາກວາອີມ, ເຮນາ ແລະ ອີວາ ໄປໃສໝົດແລ້ວ?”
\s5
\v 14 ກະສັດເຮເຊກີຢາ ຮັບເອົາຈົດໝາຍ ຈາກມືຂອງພວກຜູ້ນາໍຂ່າວມາອ່ານ. ແລ້ວເພິ່ນກໍໄປຍັງພຣະວິຫານຂອງອົງພຣະຜູ້ເປັນເຈົ້າ ພືຈົດໝາຍນັ້ນອອກຊ້ອງໜ້າອົງພຣະຜູ້ເປັນເຈົ້າ
\v 15 ແລະ ພາວັນນາອະທິຖານ ວ່າ, “ຂ້າແດ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າແຫ່ງຊາດອິດສະຣາເອນເອີຍ ພຣະອົງນັ່ງຢູ່ເທິງບັນລັງຂອງພຣະອົງເໜືອເຄຣຸບ ພຣະອົງເທົ່ານັ້ນ ເປັນພຣະເຈົ້າທີ່ປົກຄອງທຸກອານາຈັກ ທົ່ວໂລກນີ້. ພຣະອົງໄດ້ສ້າງຟ້າສະຫວັນ ແລະແຜ່ນດິນໂລກ.
\s5
\v 16 ຂ້າແດ່ອົງພຣະຜູ້ເປັນເຈົ້າ ຂໍຊົງໂຜດຫງ່ຽງຫູຟັງ, ຂ້າແດ່ອົງພຣະຜູ້ເປັນເຈົ້າ ເວລານີ້ຂໍຫລຽວເບິ່ງເຫດການທີ່ກາໍລັງເກີດຂຶ້ນ ກັບພວກຂ້ານ້ອຍດ້ວຍ. ໂຜດຟັງຖ້ອຍຄໍາທັງໝົດ ທີ່ ເຊັນນາເກຣິບ ກາໍລັງກ່າວໝິ່ນປະໝາດ ພຣະເຈົ້າ ຜູ້ຊົງຊີວິດຢູ່.
\v 17 ຂ້າແດ່ອົງພຣະຜູ້ເປັນເຈົ້າ ພວກຂ້ານ້ອຍທັງໝົດຮູ້ຈັກວ່າ ຈັກກະພັດແຫ່ງອັດຊີເຣຍໄດ້ທາໍລາຍຫລາຍຊົນຊາດມາແລ້ວ ແລະ ເຮັດໃຫ້ດິນແດນຕ່າງ ໆ ຂອງພວກເຂົາ ຮົກຮ້າງວ່າງເປົ່າ
\v 18 ແລະທັງໄດ້ເຜົາພະຕ່າງ ໆ ຂອງຊົນຊາດເຫລົ່ານີ້ຖິ້ມດ້ວຍ ເພາະພະເຫລົ່ານັ້ນບໍ່ແມ່ນພຣະເຈົ້າ ເປັນພຽງແຕ່ພະທີ່ມະນຸດສ້າງຂຶ້ນມາ ດ້ວຍໄມ້ແລະດ້ວຍຫິນເທົ່ານັ້ນ.
\s5
\v 19 ຂ້າແດ່ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກຂ້ານ້ອຍເອີຍ ບັດນີ້ຂໍພຣະອົງຊ່ວຍກູ້ເອົາພວກຂ້ານ້ອຍ ຈາກຊາວອັດຊີເຣຍດ້ວຍເຖີດ ເພື່ອວ່າຊົນຊາດຕ່າງ ໆ ໃນໂລກຈະຮູ້ວ່າພຣະອົງຊົງເປັນອົງພຣະຜູ້ເປັນເຈົ້າອົງດຽວເທົ່ານັ້ນ ທີ່ເປັນພຣະເຈົ້າ.”
\s5
\v 20 ແລ້ວເອຊາຢາ ກໍສັ່ງຄວາມໄປຫາ ກະສັດເຮເຊກີຢາ ເພື່ອ​ຕອບຄໍາພາວັນນາ ອະ​ທິຖານຂອງເພິ່ນ
\v 21 ໂດຍບອກວ່າ, “ອົງພຣະຜູ້ເປັນເຈົ້າ ໄດ້ກ່າວດັ່ງນີ້: ‘ເຊັນນາເກຣິບເອີຍ ນະຄອນເຢຣູຊາເລັມຫົວຂວັນໃສ່ເຈົ້າ.
\v 22 ເຈົ້າຄິດວ່າ ເຈົ້າພວມກ່າວໝິ່ນປະໝາດ ແລະ ເຍາະເຍີ້ຍໃສ່ໃຜ? ເຈົ້າບໍ່ໄດ້ໃຫ້ຄວາມເຄົາຣົບແກ່ເຮົາ ພຣະເຈົ້າອົງບໍຣິສຸດຂອງຊາດອິດສະຣາເອນ.
\s5
\v 23 ເຈົ້າໄດ້ສົ່ງພວກຜູ້ນາໍຂ່າວຂອງເຈົ້າໄປ ເວົ້າອວດໃສ່ເຮົາວ່າ ດ້ວຍກອງລົດຮົບທັງໝົດ ເຈົ້າໄດ້ໄປຢຶດຄອງພູສູງເລບານອນ ຫລາຍໜ່ວຍ. ເຈົ້າເວົ້າອວດວ່າ ຢູ່ທີ່ນັ້ນເຈົ້າໄດ້ຕັດຕົ້ນແປກທີ່ສູງສຸດລົງ ແລະ ຕົ້ນແປກເທດ ທີ່ສວຍງາມທີ່ສຸດລົງ ແລະ ບອກວ່າເຈົ້າໄດ້ເຂົ້າໄປໃນປ່າເລິກທີ່ສຸດ.
\v 24 ເຈົ້າເວົ້າອວດວ່າ ເຈົ້າໄດ້ຂຸດນາໍ້ສ້າງຕ່າງ ໆ ໄດ້ດື່ມນາໍ້ໃນຕ່າງ ແດນ ແລະ ວ່າຕີນທະຫານຂອງເຈົ້າໄດ້ຢຽບ ຢໍ່າແມ່ນໍ້າຕ່າງ ໆ ໃນເອຢິບຈົນບົກ.
\s5
\v 25 ເຈົ້າບໍ່ເຄີຍໄດ້ຍິນບໍວ່າ ເຮົາໄດ້ຕຽມແຜນການທັງໝົດນີ້ໄວ້ແຕ່ດົນແລ້ວ? ແລະດຽວນີ້ ເຮົາກໍປະຕິບັດຕາມແຜນການນັ້ນ. ເຮົາໃຫ້ເຈົ້າມີອໍານາດ ເພື່ອທາໍລາຍເມືອງທີ່ມີປ້ອມປ້ອງກັນອັນແໜ້ນໜາ ໃຫ້ເພພັງລົງເປັນກອງຫິນ.
\v 26 ປະຊາຊົນທີ່ອາໄສຢູ່ໃນບ່ອນນັ້ນຂາດອໍານາດ; ພວກເຂົາຢ້ານກົວຕົວສັ່ນເຊັນ ຕົກສະເງີ້ຈົນຫລົງສະຕິ. ພວກເຂົາປຽບດັ່ງຫຍ້າທີ່ທົ່ງນາ ຫລື ຫຍ້າທີ່ປົ່ງຂຶ້ນຕາມ ຫລັງຄາເຮືອນ ທີ່ຖືກກະແສລົມຮ້ອນຈາກທິດຕາເວັນອອກພັດໃຫ້ແຫ້ງໄປ. [ຜ]
\s5
\v 27 ແຕ່ເຮົາຮູ້ຈັກທຸກຢ່າງກ່ຽວກັບເຈົ້າ ບໍ່ວ່ ເຈົ້າເຮັດຫຍັງ ຫລື ໄປໃສ ເຮົາຮູ້ວ່າເຈົ້າກຽດຊັງເຮົາຫລາຍ.
\v 28 ເຮົາໄດ້ຮັບຄໍາລາຍງານກ່ຽວກັບຄວາມອວດອ້າງຂອງເຈົ້າ; ບັດນີ້ ເຮົາຈະເອົາຂໍເກາະດັງເຈົ້າ ແລະ ເອົາເຫລັກງັບປາກເຈົ້າ ແລະ ຈະນາໍເຈົ້າກັບຄືນເມືອທາງເສັ້ນເກົ່າ.
\s5
\v 29 ແລ້ວ ເອຊາຢາ ກໍກ່າວແກ່ກະສັດເຮເຊກີຢາ ວ່າ, “ນີ້ແມ່ນ ເຄື່ອງໝາຍເຖິງສິ່ງ ທີ່ຈະເກີດຂຶ້ນ. ໃນປີນີ້ແລະປີໜ້າ ທ່ານຈະໄດ້ກິນແຕ່ເຂົ້າທີ່ເກີດຂຶ້ນຕາມປ່າເທົ່ານັ້ນ, ແຕ່ໃນປີຕໍ່ໄປ ທ່ານຈະໄດ້ປູກພືດ ແລະ ເກັບກ່ຽວ ແລະ ຈະໄດ້ປູກຕົ້ນອະງຸ່ນກັບກິນໝາກຂອງມັນ.
\v 30 ຊາວຢູດາ ທີ່ຍັງລອດຊີວິດຢູ່ ຈະເປັນດັ່ງຕົ້ນໄມ້ ທີ່ຢັ່ງຮາກເລິກລົງໃນພື້ນດິນ ແລະ ເກີດໝາກ.
\v 31 ໃນນະຄອນເຢຣູຊາເລັມ ກັບທີ່ເທິງພູເຂົາຊີໂອນ ຈະເຫັນຄົນມີຊີວິດຢູ່ຕໍ່ໄປ ເພາະອົງພຣະຜູ້ເປັນເຈົ້າຕັ້ງໃຈໃຫ້ເຫດການນີ້ເກີດຂຶ້ນ.
\s5
\v 32 ອົງພຣະຜູ້ເປັນເຈົ້າໄດ້ກ່າວເຖິງຈັກກະພັດແຫ່ງອັດຊີເຣຍ ດັ່ງນີ້: ‘ລາວຈະບໍ່ໄດ້ເຂົ້າໄປເມືອງນີ້ ຫລື ຈະບໍ່ໄດ້ຍິງລູກທະນູໃສ່ເລີຍ. ບໍ່ມີທະຫານຄົນໃດທີ່ຖືໂລ້ຕ້ານທານ ຈະເຂົ້າໄປໃກ້ເມືອງນີ້ໄດ້ ແລະ ທັງຈະບໍ່ໄດ້ສ້າງກອງດິນອ້ອມເມືອງ ເພື່ອປີນຂຶ້ນໄປເລີຍ.
\v 33 ລາວຈະກັບຄືນເມືອຕາມທາງເສັ້ນເກົ່າທີ່ລາວມາ ໂດຍຈະບໍ່ໄດ້ເຂົ້າໄປໃນເມືອງນີ້.
\v 34 ເຮົາຈະປ້ອງກັນຮັກສາເມືອງນີ້ໄວ້ ເພື່ອກຽດແລະສັກສີຂອງເຮົາ ແລະ ເພື່ອເຫັນແກ່ ດາວິດຜູ້ຮັບໃຊ້ທີ່ສັດຊື່ຂອງເຮົາ.
\s5
\v 35 ໃນຄືນນັ້ນ ເທວະດາຂອງອົງພຣະຜູ້ເປັນເຈົ້າ ໄດ້ລົງມາຂ້າທະຫານໜຶ່ງຮ້ອຍແປດສິບຫ້າພັນຄົນ ທີ່ຄ້າຍທະຫານອັດຊີເຣຍ. ຕື່ນເຊົ້າມື້ໃໝ່ມາ ໄດ້ມີຊາກສົບຢາຍເດຍລະດາດ ຢູ່ໃນທີ່ນັ້ນ.
\v 36 ແລ້ວເຈົ້າເຊັນນາເກຣິບ ຈັກກະພັດແຫ່ງອັດຊີເຣຍ ຈຶ່ງຍົກທັບຂອງຕົນຖອຍຄືນສູ່ນະຄອນຫລວງ ນີເນເວ.
\v 37 ມື້ໜຶ່ງເມື່ອເພິ່ນພວມຂາບໄຫວ້ພະທີ່ວິຫານ ພະນີຊະຣົກ ພະຂອງເພິ່ນ; ອັດຣໍາເມເຫລັກ ແລະ ສາເຣເຊ ກໍໄດ້ຂ້າເພິ່ນເສຍ. ສອງຄົນນີ້ເປັນລູກຊາຍຂອງເພິ່ນເອງ. ແລ້ວພວກເຂົາກໍປົບໜີໄປປະເທດອາຣາຣັດ. ລູກຊາຍຂອງເພິ່ນອີກຄົນໜຶ່ງຊື່ວ່າ ເອສາຮັດໂດນ ໄດ້ຂຶ້ນເປັນຈັກກະພັດປົກຄອງແທນ.
\s5
\c 20
\p
\v 1 ປະມານເວລາດຽວກັນນີ້ ກະສັດເຮເຊກີຢາ ໄດ້ປ່ວຍແລະເກືອບຕາຍ. ຜູ້ທາໍນວາຍເອຊາຢາ ລູກຊາຍຂອງອາໂມດ ໄດ້ໄປຫາເພິ່ນ ແລະເວົ້າວ່າ, “ອົງພຣະຜູ້ເປັນເຈົ້າສັ່ງທ່ານໃຫ້ຈັດທຸກສິ່ງຮຽບຮ້ອຍ ເພາະທ່ານຈະບໍ່ຫາຍດີ ຈົ່ງຕຽມຕົວຕາຍ. ”
\v 2 ກະສັດເຮເຊກີຢາປິ່ນໜ້າໃສ່ຝາ ແລະພາວັນນາ ອະທິຖານຕໍ່ອົງພຣະຜູ້ເປັນເຈົ້າວ່າ,
\v 3 “ຂ້າແດ່ອົງພຣະຜູ້ເປັນເຈົ້າ ພຣະອົງຈົດຈາໍບໍວ່າຂ້ານ້ອຍໄດ້ບົວລະບັດຮັບໃຊ້ພຣະອົງດ້ວຍຄວາມສັດຊື່ ແລະຈົງຮັກພັກດີ; ຂ້ານ້ອຍໄດ້ພະຍາຍາມປະຕິບັດຕາມຄວາມປະສົງຂອງພຣະອົງສະເໝີມາ. ” ແລ້ວເພິ່ນກໍຮ້ອງໄຫ້ຢ່າງຂົມຂື່ນ.
\s5
\v 4 ສ່ວນເອຊາຢາ ໄດ້ອໍາລາຈາກກະສັດໄປ ກ່ອນທີ່ເພິ່ນຜ່ານພົ້ນເດີ່ນຣາຊວັງ ອົງພຣະຜູ້ເປັນເຈົ້າໄດ້ບອກເພິ່ນວ່າ,
\v 5 “ຈົ່ງກັບຄືນໄປຫາກະສັດເຮເຊກີຢາ ຜູ້ປົກຄອງປະຊາຊົນຂອງເຮົາວ່າ, ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງດາວິດ ບັນພະບຸລຸດຂອງເຈົ້າໄດ້ບອກດັ່ງນີ້ວ່າ, ‘ເຮົາໄດ້ຍິນຄໍາພາວັນນາ ອະທິຖານຂອງເຈົ້າ ແລະ ເຫັນນໍ້າຕາຂອງເຈົ້າ. ເຮົາຈະໃຫ້ເຈົ້າຫາຍປ່ວຍ ແລະ ໃນມື້ທີສາມເຈົ້າຕ້ອງໄປຍັງພຣະວິຫານຂອງອົງພຣະຜູ້ເປັນເຈົ້າ.
\s5
\v 6 ເຮົາຈະໃຫ້ເຈົ້າມີຊີວິດຢູ່ຕໍ່ໄປອີກສິບຫ້າປີ. ເຮົາຈະຊ່ວຍກູ້ເອົາເຈົ້າ ພ້ອມທັງນະຄອນເຢຣູຊາເລັມ ໃຫ້ພົ້ນຈາກອໍານາດຂອງກະສັດ ແຫ່ງອັດຊີເຣຍ. ເຮົາຈະປ້ອງກັນນະຄອນນີ້ໄວ້ເພື່ອກຽດສັກສີຂອງເຮົາເອງ ແລະ ຍ້ອນຄໍາສັນຍາ ທີ່ເຮົາໄດ້ມີໄວ້ກັບດາວິດ ຜູ້ຮັບໃຊ້ຂອງເຮົາ.
\v 7 ແລ້ວ ເອຊາຢາ ກໍບອກຄົນຮັບໃຊ້ຂອງກະສັດໃຫ້ເອົາແປ້ງໜຽວທີ່ໃຊ້ໝາກເດື່ອເຮັດ ທາໃສ່ຕຸ່ມຝີຂອງກະສັດ ເພື່ອເພິ່ນຈະໄດ້ຫາຍດີ. [ຝ]
\s5
\v 8 ກະສັດເຮເຊກີຢາ ຖາມວ່າ, “ອັນໃດຈະເປັນເຄື່ອງໝາຍ ທີ່ຈະພິສູດໃຫ້ເຫັນວ່າ ອົງພຣະຜູ້ເປັນເຈົ້າຈະປິ່ນປົວຂ້າພະເຈົ້າໃຫ້ດີ ແລະ ໃນມື້ທີສາມ ຂ້າພະເຈົ້າຈະໄປຍັງພຣະວິຫານຂອງອົງພຣະຜູ້ເປັນເຈົ້າ ຕາມທີ່ໄດ້ກ່າວນັ້ນ? ”
\v 9 ເອຊາຢາ ຕອບວ່າ, “ອົງພຣະຜູ້ເປັນເຈົ້າ ຈະໃຫ້ທ່ານໄດ້ເຫັນເຄື່ອງໝາຍເພື່ອພິສູດວ່າ ພຣະອົງຈະຮັກສາຄໍາສັນຍາຂອງພຣະອົງ ຄື: ເງົາຕາເວັນທີ່ໄດ້ຄືບໜ້າໄປແລ້ວສິບຂັ້ນ ຫລື ຈະໃຫ້ຢ້ອນຄືນມາສິບຂັ້ນ? [ພ]
\s5
\v 10 ກະສັດເຮເຊກີຢາ ຕອບວ່າ, “ເປັນການ ງ່າຍທີ່ຈະໃຫ້ເງົາຍ້າຍຂຶ້ນໄປອີກສິບຂັ້ນ; ໃຫ້ເງົາຖອຍລົງສິບຂັ້ນສາ” [ຟ]
\v 11 ຜູ້ທາໍນວາຍເອຊາຢາ ພາວັນນາອະທິຖານຫາອົງພຣະຜູ້ເປັນເຈົ້າ; ສະນັ້ນ ພຣະອົງຈຶ່ງເຮັດໃຫ້ເງົາຖອຍຫລັງເທິງຂັ້ນໄດໂມງ [ມ] ສິບຂັ້ນທີ່ຖືກສ້າງຂຶ້ນໂດຍກະສັດອາຮາດ.
\s5
\v 12 ປະມານເວລາດຽວກັນນັ້ນ ເມໂຣດັກ ບາລາດານ ລູກຊາຍຂອງບາລາດານ ກະສັດແຫ່ງບາບີໂລນ ໄດ້ຍິນວ່າກະສັດເຮເຊກີຢາປ່ວຍ; ເພິ່ນຈຶ່ງສົ່ງຈົດໝາຍ ແລະ ຂອງຂວັນມາໃຫ້.
\v 13 ສ່ວນກະສັດເຮເຊກີຢາ ກໍໄດ້ຕ້ອນຮັບຄະນະທູດ ແລະ ພາພວກເຂົາເຂົ້າໄປເບິ່ງຊັບສົມບັດຂອງຕົນ ເຊັ່ນ: ເງິນ, ຄໍາ, ເຄື່ອງເທດ ແລະ ນາໍ້ຫອມ, ຕະຫລອດອາວຸດ ຍຸດທະພັນທັງໝົດຂອງຕົນ. ບໍ່ມີບ່ອນໃດຢູ່ໃນຫ້ອງເກັບເຄື່ອງຕ່າງ ໆ ແລະ ບ່ອນອື່ນ ໆ ໃນຣາຊອານາຈັກ ທີ່ເພິ່ນບໍ່ໄດ້ພາພວກເຂົາໄປເບິ່ງ.
\s5
\v 14 ແລ້ວຜູ້ທາໍນວາຍເອຊາຢາ ກໍໄດ້ໄປຫາກະສັດເຮເຊກີຢາ ແລະ ຖາມວ່າ, “ຄົນເຫລົ່ານີ້ມາແຕ່ໃສ ແລະ ພວກເຂົາໄດ້ເວົ້າຫຍັງກັບທ່ານແດ່? ” ກະສັດເຮເຊກີຢາ ຕອບວ່າ, “ພວກເຂົາມາຈາກເມືອງໄກ ຈາກບາບີໂລນ. ”
\v 15 ຜູ້ທາໍນວາຍເອຊາຢາ ຖາມວ່າ, “ພວກເຂົາໄດ້ເຫັນຫຍັງແດ່ ຢູ່ໃນວັງນີ້? ” ກະສັດເຮເຊກີຢາ ຕອບວ່າ, “ພວກເຂົາໄດ້ເຫັນທຸກສິ່ງ. ບໍ່ມີສິ່ງໃດຢູ່ໃນຫ້ອງເກັບເຄື່ອງ ທີ່ຂ້າພະເຈົ້າບໍ່ໄດ້ພາພວກເຂົາໄປເບິ່ງ.”
\s5
\v 16 ແລ້ວເອຊາຢາ ກໍບອກກະສັດວ່າ, “ຈົ່ງຟັງຖ້ອຍຄໍາຂອງອົງພຣະຜູ້ເປັນເຈົ້າເທີ້ນວ່າ ດັ່ງນີ້:
\v 17 ເວລາໜຶ່ງຈະມາເຖິງ ທີ່ທຸກ ໆ ສິ່ງຢູ່ໃນວັງນີ້ ຄື ທຸກ ໆ ສິ່ງທີ່ປູ່ຍ່າຕາຍາຍຂອງທ່ານໄດ້ສະສົມໄວ້ຈົນເທົ່າທຸກວັນນີ້ ຈະ ຖືກຂົນໄປຍັງບາບີໂລນ ຈະບໍ່ມີຫຍັງເຫລືອຢູ່ເລີຍ ອົງພຣະຜູ້ເປັນເຈົ້າກ່າວດັ່ງນີ້.
\v 18 ລູກຊາຍຂອງທ່ານເອງ ບາງຄົນກໍຈະຖືກຈັບໄປ ແລະ ກາຍເປັນຊາຍຕອນ ເພື່ອຮັບໃຊ້ຢູ່ ໃນວັງຂອງກະສັດແຫ່ງບາບີໂລນ.”
\s5
\v 19 ກະສັດເຮເຊກີຢາ ເຂົ້າໃຈເລື່ອງນີ້ໃນຄວາມໝາຍທີ່ວ່າ ຄວາມສະຫງົບສຸກກັບຄວາມປອດໄພຈະມີຢູ່ຕະຫລອດຊົ່ວຊີວິດຂອງເພິ່ນ; ດັ່ງນັ້ນ ເພິ່ນຈຶ່ງຕອບເອຊາຢາ ວ່າ, “ຖ້ອຍຄໍາຂອງອົງພຣະຜູ້ເປັນເຈົ້າ ທີ່ທ່ານໄດ້ບອກກັບຂ້າພະເຈົ້ານີ້ ດີຫລາຍ. ”
\v 20 ສິ່ງອື່ນທີ່ກະສັດເຮເຊກີຢາ ໄດ້ກະທາໍຕະຫລອດທັງຄວາມອົງອາດກ້າຫານຂອງເພິ່ນ ແລະ ທັງເລື່ອງທີ່ເພິ່ນໄດ້ສ້າງອ່າງນາໍ້ ແລະ ຂຸດບໍ່ນໍ້າ ເພື່ອເອົານາໍ້ເຂົ້າໄປໃນເມືອງ; ທັງໝົດນີ້ ແມ່ນໄດ້ຖືກບັນທຶກໄວ້ໃນປື້ມປະຫວັດສາດ ຂອງບັນດາກະສັດແຫ່ງຢູດາຍ.
\v 21 ກະສັດເຮເຊກີຢາ ໄດ້ຕາຍໄປ ແລ້ວເຈົ້າມານາເຊ ລູກຊາຍຂອງເພິ່ນກໍໄດ້ຂຶ້ນເປັນກະສັດປົກຄອງແທນ.
\s5
\c 21
\p
\v 1 ເຈົ້າມານາເຊ ໄດ້ຂຶ້ນເປັນກະສັດແຫ່ງຢູດາຍ ເມື່ອເພິ່ນມີອາຍຸໄດ້ສິບສອງປີ ແລະ ໄດ້ປົກຄອງຢູ່ທີ່ນະຄອນເຢຣູຊາເລັມ ເປັນເວລາຫ້າສິບຫ້າປີ. ແມ່ຂອງເພິ່ນຊື່ວ່າ ເຮັບ ຊີບາ.
\v 2 ກະສັດມານາເຊ ໄດ້ເຮັດບາບຕໍ່ສູ້ອົງພຣະຜູ້ເປັນເຈົ້າ ໂດຍປະພຶດຕາມແບບຢ່າງອັນໜ້າກຽດຊັງຂອງຊົນຊາດ ທີ່ອົງພຣະຜູ້ເປັນເຈົ້າໄດ້ຂັບໄລ່ອອກໜີຈາກດິນແດນ ກ່ອນທີ່ປະຊາຊົນຂອງພຣະອົງໄດ້ບຸກໜ້າເຂົ້າມານັ້ນ.
\v 3 ເພິ່ນສ້າງບ່ອນຂາບໄຫວ້ພະຂອງຄົນຕ່າງຊາດຂຶ້ນໃໝ່ ທີ່ກະສັດເຮເຊກີຢາ ພໍ່ຂອງເພິ່ນໄດ້ທາໍລາຍໄປແລ້ວນັ້ນ; ເພິ່ນສ້າງແທ່ນບູຊາສໍາລັບຂາບໄຫວ້ ພະບາອານ ແລະ ສ້າງຮູບຂອງເຈົ້າແມ່ອາເຊຣາ ດັ່ງເຈົ້າອາຮາບ ກະສັດແຫ່ງອິດສະຣາເອນໄດ້ເຮັດມານັ້ນ. ກະສັດມານາເຊ ຍັງໄດ້ຂາບໄຫວ້ຕາເວັນ ເດືອນດາວ ອີກດ້ວຍ.
\s5
\v 4 ເພິ່ນໄດ້ສ້າງແທ່ນບູຊາຕ່າງ ໆ ເພື່ອຂາບໄຫວ້ຮູບພະຂອງຄົນຕ່າງຊາດ ໄວ້ທີ່ພຣະວິຫານຂອງອົງພຣະຜູ້ເປັນເຈົ້າ ບ່ອນທີ່ອົງ​ພຣະຜູ້ເປັນເຈົ້າ ບອກວ່າ, ໃຫ້ເປັນບ່ອນນະມັດສະການພຣະອົງ.
\v 5 ເພິ່ນຍັງໄດ້ສ້າງແທ່ນບູຊາຕ່າງ ໆ ເພື່ອຂາບໄຫວ້ຕາເວັນ ເດືອນດາວ ໃສ່ເດີ່ນທັງສອງແຫ່ງທີ່ພຣະວິຫານ.
\v 6 ເພິ່ນໄດ້ຖວາຍລູກຊາຍຂອງຕົນໃຫ້ເປັນເຄື່ອງຖວາຍບູຊາ. ເພິ່ນທາໍພິທີຖາມສິ່ງສັກສິດ ແລະ ຝຶກເວດມົນກະຖາ ແລະ ປຶກສາ [ຢ] ພວກໝໍດູ ແລະ ໝໍຜີ. ເພິ່ນໄດ້ເຮັດບາບຢ່າງໃຫຍ່ຫລວງ ຕໍ່ສູ້ອົງພຣະຜູ້ເປັນເຈົ້າ ແລະ ເຮັດໃຫ້ພຣະອົງໂກດຮ້າຍ.
\s5
\v 7 ເພິ່ນຕັ້ງຮູບເຈົ້າແມ່ອາເຊຣາ ໄວ້ຢູ່ໃນພຣະວິຫານຊຶ່ງເປັນບ່ອນທີ່ອົງພຣະຜູ້ເປັນເຈົ້າບອກໄວ້ກັບກະສັດດາວິດ ແລະ ກະສັດໂຊໂລໂມນ ລູກຊາຍຂອງເພິ່ນວ່າ, “ໃນນະຄອນເຢຣູຊາເລັມນີ້ ຄື ທີ່ພຣະວິຫານນີ້ ເປັນບ່ອນທີ່ເຮົາໄດ້ເລືອກເອົາຈາກເຂດແດນ ທັງໝົດຂອງຊາວອິດສະຣາເອນ ສິບສອງເຜົ່າ ເພື່ອໃຫ້ເປັນບ່ອນນະມັດສະການເຮົາ.
\v 8 ຖ້າປະຊາຊົນອິດສະຣາເອນ ຈະເຊື່ອຟັງຄໍາສັ່ງທຸກຂໍ້ຂອງເຮົາ ທັງຖືຮັກສາກົດບັນຍັດທັງໝົດ ທີ່ໂມເຊ ຜູ້ຮັບໃຊ້ຂອງເຮົາໄດ້ມອບ ໃຫ້ພວກເຂົາ; ເຮົາຈະບໍ່ໃຫ້ພວກເຂົາຖືກຂັບໄລ່ອອກໜີໄປ ຈາກດິນແດນຊຶ່ງເຮົາໄດ້ມອບໃຫ້ພວກປູ່ຍ່າຕາຍາຍຂອງພວກເຂົາ ນັ້ນ. ”
\v 9 ແຕ່ປະຊາຊົນຢູດາ ບໍ່ໄດ້ເຊື່ອຟັງ ແລະ ກະສັດມານາເຊ ຍັງໄດ້ນາໍພວກເຂົາ ເຮັດການບາບ ອັນໜັກໜ່ວງກວ່າພວກຊົນຊາດທີ່ອົງພຣະຜູ້ເປັນເຈົ້າ ໄດ້ຂັບໄລ່ໃຫ້ອອກ ໜີຈາກດິນແດນ ເມື່ອປະຊາຊົນຂອງພຣະອົງ ບຸກໜ້າເຂົ້າມານັ້ນ.
\s5
\v 10 ອົງພຣະຜູ້ເປັນເຈົ້າ ໄດ້ກ່າວຜ່ານທາງພວກຜູ້ທາໍນວາຍ ຜູ້ຮັບໃຊ້ຂອງພຣະອົງວ່າ,
\v 11 “ກະສັດມານາເຊ ໄດ້ເຮັດສິ່ງທີ່ໜ້າກຽດຊັງເຫລົ່ານີ້; ເປັນສິ່ງທີ່ຊົ່ວຮ້າຍຫລາຍກວ່າຊາວການາອານໄດ້ເຮັດ; ລາວໄດ້ນາໍປະຊາຊົນຢູດາໃຫ້ຕົກໃນບາບ ດ້ວຍການສ້າງຮູບເຄົາຣົບຕ່າງ ໆ.
\v 12 ສະນັ້ນ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງຊາດອິດສະຣາເອນ ຈຶ່ງຈະນາໍຄວາມພິນາດມາສູ່ນະຄອນເຢຣູຊາເລັມ ແລະອານາຈັກຢູດາຍ ແລະ ຜູ້ໃດທີ່ໄດ້ຍິນກ່ຽວກັບການນີ້ ກໍຈະຕົກສະເງີ້.
\s5
\v 13 ເຮົາຈະລົງໂທດນະຄອນເຢຣູຊາເລັມ ດັ່ງທີ່ເຮົາໄດ້ເຮັດຕໍ່ນະຄອນຊາມາເຣຍ, ຕໍ່ກະສັດອາຮາບ ແຫ່ງອິດສະຣາເອນ ແລະຕໍ່ພວກລູກຫລານຂອງລາວ. ເຮົາຈະກວາດລ້າງປະຊາຊົນ ທີ່ນະຄອນເຢຣູຊາເລັມໃຫ້ ໝົດກ້ຽງໄປ ໃຫ້ສະອາດດັ່ງຈານທີ່ເຊັດໃຫ້ແຫ້ງ ແລະ ຂວໍ້າໄວ້.
\v 14 ເຮົາຈະປະຖິ້ມພວກທີ່ຍັງມີຊີວິດຢູ່ ແລະ ຈະມອບພວກເຂົາໄວ້ໃນກາໍມືຂອງເຫລົ່າສັດຕູ ຜູ້ທີ່ຈະຮົບ ຊະນະພວກເຂົາ ແລະ ຈະປຸ້ນສະດົມດິນແດນ ຂອງພວກເຂົາ.
\v 15 ເຮົາຈະເຮັດສິ່ງເຫລົ່ານີ້ຕໍ່ປະຊາຊົນຂອງເຮົາ ເພາະພວກເຂົາໄດ້ເຮັດບາບຕໍ່ສູ້ເຮົາ ແລະເຮັດໃຫ້ເຮົາໂກດຮ້າຍ ຕັ້ງແຕ່ຄາວທີ່ພວກປູ່ຍ່າຕາຍາຍຂອງພວກເຂົາ ໄດ້ອອກມາຈາກປະເທດເອຢິບ ຈົນເຖິງທຸກວັນນີ້.”
\s5
\v 16 ກະສັດມານາເຊ ຂ້າຄົນທີ່ບໍ່ມີຄວາມຜິດຢ່າງຫລວງຫລາຍ ຈົນວ່າຖະໜົນຕ່າງ ໆ ທີ່ນະຄອນເຢຣູຊາເລັມ ນອງໄປດ້ວຍເລືອດ; ເພິ່ນໄດ້ກະທາໍການນີ້ ຕື່ມໃສ່ກັບການນາໍພາຊາວຢູດາ ໃຫ້ຂາບໄຫວ້ຮູບເຄົາຣົບ ອັນເປັນເຫດໃຫ້ພວກເຂົາເຮັດບາບ ຕໍ່ສູ້ອົງພຣະຜູ້ເປັນເຈົ້າ.
\v 17 ສິ່ງອື່ນທີ່ກະສັດມານາເຊ ໄດ້ກະທາໍຕະຫລອດທັງເລື່ອງການກະທາໍບາບຂອງເພິ່ນ ແມ່ນໄດ້ຖືກບັນທຶກໄວ້ໃນປື້ມປະຫວັດສາດຂອງບັນດາກະສັດ ແຫ່ງຢູດາຍ.
\v 18 ກະສັດມານາເຊ ໄດ້ຕາຍໄປ ພ້ອມກັບປູ່ຍ່າຕາຍາຍຂອງເພິ່ນ ແລະ ໄດ້ຖືກຝັງໄວ້ໃນສວນຂອງຣາຊວັງ ຄືສວນຂອງອູຊາ. ແລ້ວເຈົ້າອາໂມນ ລູກຊາຍຂອງເພິ່ນກໍຂຶ້ນເປັນກະສັດປົກຄອງແທນ.
\s5
\v 19 ເຈົ້າອາໂມນ ເປັນກະສັດແຫ່ງຢູດາຍ ເມື່ອເພິ່ນອາຍຸໄດ້ຊາວສອງປີ. ເພິ່ນປົກຄອງທີ່ນະຄອນເຢຣູຊາເລັມ ເປັນເວລາສອງປີ ແມ່ຂອງເພິ່ນຊື່ວ່າ ເມຊຸນເລເມດ ລູກສາວຂອງຮາຣຸດ ຊາວເມືອງຢົດບາ.
\v 20 ກະສັດອາໂມນ ໄດ້ເຮັດບາບຕໍ່ສູ້ອົງພຣະຜູ້ເປັນເຈົ້າ ເໝືອນກັນກັບກະສັດມານາເຊ ພໍ່ຂອງຕົນ.
\s5
\v 21 ເພິ່ນໄດ້ຮຽນເອົາແບບຢ່າງນາໍພໍ່ຂອງເພິ່ນ ແລະຂາບໄຫວ້ຮູບເຄົາຣົບທີ່ພໍ່ຂອງເພິ່ນໄດ້ຂາບໄຫວ້.
\v 22 ເພິ່ນປະຕິເສດອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງປູ່ຍ່າຕາຍາຍຂອງເພິ່ນ ແລະບໍ່ເຊື່ອຟັງຄໍາສັ່ງຂອງພຣະອົງ.
\v 23 ບັນດາຂ້າຣາຊການຂອງກະສັດອາໂມນ ໄດ້ວາງແຜນກະບົດຕໍ່ເພິ່ນ ແລະໄດ້ຂ້າເພິ່ນເສຍຢູ່ໃນວັງ.
\s5
\v 24 ແຕ່ຊາວຢູດາຍ ໄດ້ຂ້າພວກທີ່ເປັນກະບົດຕໍ່ກະສັດອາໂມນ ແລະແຕ່ງຕັ້ງເຈົ້າໂຢສີຢາ ລູກຊາຍຂອງເພິ່ນໃຫ້ຂຶ້ນເປັນກະສັດປົກຄອງແທນ.
\v 25 ສິ່ງອື່ນທີ່ກະສັດອາໂມນ ໄດ້ກະທາໍແມ່ນໄດ້ຖືກບັນທຶກໄວ້ໃນ ປື້ມປະຫວັດສາດຂອງບັນດາກະສັດແຫ່ງຢູດາຍ.
\v 26 ກະສັດອາໂມນ ໄດ້ຖືກຝັງໄວ້ ໃນສວນຂອງອູຊາ; ແລ້ວເຈົ້າໂຢສີຢາ ລູກຊາຍຂອງເພິ່ນກໍຂຶ້ນເປັນກະສັດປົກຄອງແທນ.
\s5
\c 22
\p
\v 1 ເຈົ້າໂຢສີຢາ ຂຶ້ນເປັນກະສັດປົກຄອງອານາຈັກຢູດາຍ ເມື່ອເພິ່ນອາຍຸໄດ້ແປດປີ. ເພິ່ນໄດ້ປົກຄອງຢູ່ທີ່ນະຄອນເຢຣູຊາເລັມ ເປັນເວລາສາມສິບເອັດປີ. ແມ່ຂອງເພິ່ນຊື່ວ່າ ເຢດີດາ ລູກສາວຂອງອາດາຢາ ຊາວໂບຊະກາດ.
\v 2 ກະສັດໂຢສີຢາ ເຮັດໃນສິ່ງທີ່ອົງພຣະຜູ້ເປັນເຈົ້າພໍໃຈ; ເພິ່ນເຮັດຕາມແບບຢ່າງຂອງກະສັດດາວິດ ບັນພະບຸລຸດຂອງເພິ່ນ ໂດຍເຊື່ອຟັງຢ່າງເຄັ່ງຄັດກົດບັນຍັດທັງໝົດຂອງພຣະເຈົ້າ.
\s5
\v 3 ໃນຣາຊການປີທີສິບແປດ ຂອງກະສັດໂຢສີຢາ ເພິ່ນໄດ້ໃຊ້ເລຂາທິການປະຈາໍວັງ ຊາຟານ ລູກຊາຍຂອງອາຊາລີຢາ ແລະ ຫລານຊາຍຂອງເມຊຸນລໍາ ໄປທີ່ພຣະວິຫານ ຂອງອົງພຣະຜູ້ເປັນເຈົ້າ ໂດຍສັ່ງວ່າ,
\v 4 “ຈົ່ງໄປຫາມະຫາປະໂຣຫິດ ຮີນກີຢາ ແລະ ໃຫ້ເພິ່ນລາຍງານກ່ຽວກັບເງິນ ທີ່ພວກປະໂຣຫິດປະຈາໍໜ້າທີ່ໃນທາງເຂົ້າພຣະວິຫານ ຂອງອົງພຣະຜູ້ເປັນເຈົ້າໄດ້ເກັບຈາກປະຊາຊົນ.
\v 5 ຈົ່ງບອກເພິ່ນເອົາເງິນໃຫ້ບັນ ດາຄົນງານ ຜູ້ທີ່ຮັບຜິດຊອບສ້ອມແປງພຣະວິຫານຂອງອົງພຣະຜູ້ເປັນເຈົ້າ.
\s5
\v 6 ພວກເຂົາຕ້ອງຈ່າຍເງິນນີ້ ໃຫ້ແກ່ພວກ ຊ່າງໄມ້, ພວກກໍ່ສ້າງ, ພວກຊ່າງກໍ່ດິນເຜົາ ແລະ ຊື້ໄມ້ ແລະ ຫິນສໍາລັບການສ້ອມແປງ.
\v 7 ພວກທີ່ຮັບຜິດຊອບວຽກງານນັ້ນ ເປັນຄົນສັດຊື່; ສະນັ້ນ ຈຶ່ງບໍ່ຈາໍເປັນໃຫ້ພວກເຂົາ ເຮັດບັນຊີການເງິນ.”
\s5
\v 8 ຊາຟານ ໄດ້ນາໍເອົາຄໍາສັ່ງຂອງກະສັດ ໄປບອກມະຫາປະໂຣຫິດ ຮີນກີຢາ; ແລ້ວເພິ່ນກໍບອກຊາຟານ ວ່າເພິ່ນໄດ້ພົບປື້ມກົດບັນຍັດໃນວິຫານຂອງອົງພຣະຜູ້ເປັນເຈົ້າ. ເພິ່ນໄດ້ເອົາປື້ມນັ້ນໃຫ້ຊາຟານອ່ານ.
\v 9 ຊາຟານ ໄດ້ກັບຄືນມາລາຍງານຕໍ່ກະສັດວ່າ, “ພວກຜູ້ຮັບໃຊ້ຂອງທ່ານ ໄດ້ເອົາເງິນໃນພຣະວິຫານໃຫ້ແກ່ພວກຄົນງານທີ່ຮັບຜິດຊອບໃນການສ້ອມແປງແລ້ວ. ”
\v 10 ຕໍ່ມາ ຊາຟານໄດ້ກ່າວຕໍ່ໄປວ່າ, “ມະຫາປະໂຣຫິດ ຮີນກີຢາ ໄດ້ເອົາປື້ມຫົວນີ້ໃຫ້ຂ້ານ້ອຍ. ” ແລ້ວຊາຟານ ກໍໄດ້ອ່ານກົດບັນຍັດ ໃນປື້ມນັ້ນສູ່ກະສັດຟັງ.
\s5
\v 11 ເມື່ອກະສັດໄດ້ຍິນເນື້ອຄວາມໃນປື້ມນັ້ນ ເພິ່ນຈຶ່ງຈີກເຄື່ອງນຸ່ງຂອງຕົນດ້ວຍຄວາມໂສກເສົ້າເສຍໃຈ
\v 12 ແລ້ວເພິ່ນໄດ້ອອກຄໍາສັ່ງແກ່ມະຫາປະໂຣຫິດ ຮີນກີຢາ, ອາຮີກໍາ ລູກຊາຍຂອງຊາຟານ, ອັກໂບ ລູກຊາຍຂອງ ມີກາອີຢາ, ຊາຟານ ເລຂາທິການປະຈາໍວັງ ແລະ ອາຊາອີຢາ ຜູ້ລໍຮັບໃຊ້ຂອງກະສັດ. ຄໍາສັ່ງນັ້ນ ມີຂໍ້ຄວາມດັ່ງຕໍ່ໄປນີ້:
\v 13 “ຈົ່ງໄປ ປຶກສາອົງພຣະຜູ້ເປັນເຈົ້າແທນເຮົາ ແລະປະຊາຊົນຊາວຢູດາທຸກຄົນ ກ່ຽວກັບຄໍາສັ່ງສອນໃນປື້ມນີ້. ອົງພຣະຜູ້ເປັນເຈົ້າໂກດຮ້າຍພວກເຮົາ ເພາະປູ່ຍ່າຕາຍາຍຂອງພວກເຮົາບໍ່ໄດ້ປະຕິບັດຕາມຖ້ອຍຄໍາ ທີ່ໄດ້ມີຂຽນ ໄວ້ໃນປຶ້ມນີ້.”
\s5
\v 14 ປະໂຣຫິດ ຮິນກີຢາ, ອາຮີກາໍ, ອັກໂບ, ຊາຟານ ແລະ ອາຊາອີຢາ ໄດ້ໄປປຶກສາຜູ້ທາໍ ນວາຍຍິງຄົນໜຶ່ງ ຢູ່ທາງເຂດໃໝ່ຂອງນະຄອນເຢຣູຊາເລັມ ຊື່ວ່າ ຮຸນດາ. (ຜົວຂອງນາງຮຸນດາ ຊື່ວ່າ ຊານລູມ ລູກຊາຍຂອງຕິກວາ ແລະ ຫລານຊາຍຂອງຮາກຮັດ; ຊານລູມ ເປັນຜູ້ຮັກສາເສື້ອຄຸມປະຈາໍພຣະວິຫານ.) ຄົນເຫລົ່ານີ້ໄດ້ເລົ່າເຫດການສູ່ນາງຟັງ.
\v 15 ດັ່ງນັ້ນ ນາງຮຸນດາ ຈຶ່ງບອກພວກເຂົານາໍຖ້ອຍຄໍາໄປບອກກະສັດ ແລະມອບ ໃຫ້ເພິ່ນ
\v 16 ຖ້ອຍຄໍາຈາກອົງພຣະຜູ້ເປັນເຈົ້າດັ່ງນີ້: “ເຮົາຈະລົງໂທດນະຄອນເຢຣູຊາເລັມ ພ້ອມທັງປະຊາຊົນທຸກຄົນໃນເມືອງ ຕາມທີ່ມີຖ້ອຍຄໍາຂຽນໄວ້ໃນປື້ມທີ່ກະສັດໄດ້ອ່ານນັ້ນ.
\s5
\v 17 ພວກເຂົາໄດ້ຖິ້ມເຮົາ ແລະ ໄປຖວາຍ ເຄື່ອງບູຊາແກ່ບັນດາພະອື່ນ ຊຶ່ງເຮັດໃຫ້ເຮົາໂກດຮ້າຍໃນທຸກສິ່ງທີ່ພວກເຂົາໄດ້ເຮັດດ້ວຍມືຂອງພວກເຂົານັ້ນ. ຄວາມໂກດຮ້າຍຂອງເຮົາລຸກຂຶ້ນຕໍ່ສູ້ນະຄອນເຢຣູຊາເລັມ ແລະ ຈະບໍ່ດັບລົງ.
\v 18 ສໍາລັບກະສັດຢູດາ ທີ່ໄດ້ໃຊ້ພວກເຈົ້າໄປຖາມອົງພຣະຜູ້ເປັນເຈົ້າ ເຈົ້າທັງຫລາຍຈົ່ງກ່າວດັ່ງນີ້ວ່າ, ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງຊາດອິດສະຣາເອນ ກ່າວ ວ່າ, ‘ດ້ວຍຖ້ອຍຄໍາທັງຫລາຍທີ່ເຈົ້າໄດ້ຍິນ
\v 19 ເພາະເຈົ້າໄດ້ຍອມຟັງ ແລະເຈົ້າໄດ້ຖ່ອມຕົວຕໍ່ໜ້າເຮົາ ເຈົ້າຈີກເຄື່ອງນຸ່ງຂອງເຈົ້າ ແລະຮ້ອງໄຫ້ ເມື່ອເຈົ້າໄດ້ຍິນເຖິງການຂູ່ເຂັນ ທີ່ເຮົາຈະລົງໂທດນະຄອນເຢຣູຊາເລັມ ແລະ ປະຊາຊົນໃນເມືອງ. ເຮົາຈະເຮັດໃຫ້ເມືອງນີ້ເປັນໜ້າຢ້ານກົວ ຄືເປັນບ່ອນທີ່ຄົນຈະໃຊ້ຊື່ເມືອງນີ້ ເປັນຄໍາສາບແຊ່ງ. ແຕ່ເຮົາໄດ້ຍິນຄໍາພາວັນນາ ອະທິຖານຂອງເຈົ້າ
\s5
\v 20 ແລະການລົງໂທດທີ່ເຮົາພວມນາໍມາສູ່ນະຄອນເຢຣູຊາເລັມນີ້ ຈະບໍ່ມາເຖິງຈົນກວ່າເຈົ້າຈະຕາຍໄປ. ເຮົາຈະໃຫ້ເຈົ້າຕາຍໄປຢ່າງສະຫງົບສຸກ. ” ແລ້ວຊາຍເຫລົ່ານັ້ນ ກໍນໍາເອົາ ຖ້ອຍຄໍານີ້ໄປບອກກະສັດໂຢສີຢາ.
\s5
\c 23
\p
\v 1 ກະສັດໂຢສີຢາ ໄດ້ເອີ້ນພວກຫົວໜ້າຂອງຊາວຢູດາ ແລະຊາວເຢຣູຊາເລັມ ທັງໝົດມາປະຊຸມກັບເພິ່ນ.
\v 2 ແລ້ວກະສັດ ກໍໄດ້ເຂົ້າໄປທີ່ພຣະວິຫານຂອງອົງພຣະຜູ້ເປັນເຈົ້າ ຕິດຕາມໂດຍພວກປະໂຣຫິດ ແລະພວກຜູ້ທາໍນວາຍ ແລະປະຊາຊົນທຸກຄົນ ທັງຜູ້ຮັ່ງມີແລະຜູ້ຍາກຈົນ. ກະສັດໄດ້ອ່ານທຸກ ຖ້ອຍຄໍາໃນປື້ມພັນທະສັນຍາ ທີ່ໄດ້ພົບໃນພຣະວິຫານຂອງອົງພຣະຜູ້ເປັນເຈົ້ານັ້ນ ຊ້ອງໜ້າພວກເຂົາທຸກຄົນ.
\s5
\v 3 ເພິ່ນໄດ້ຢືນທີ່ຂ້າງເສົາບ່ອນທີ່ຖືກຈັດໄວ້ ສໍາລັບເພິ່ນ ແລະໄດ້ເຮັດພັນທະສັນຍາຕໍ່ໜ້າອົງພຣະຜູ້ເປັນເຈົ້າ ວ່າຈະເຊື່ອຟັງອົງພຣະຜູ້ເປັນເຈົ້າ, ຈະຖືຮັກສາກົດບັນຍັດ ແລະ ຂໍ້ຄໍາສັ່ງຂອງພຣະອົງດ້ວຍສຸດໃຈ ແລະສຸດຈິດແລະຈະປະຕິບັດຕາມຄໍາຮຽກຮ້ອງທີ່ມີຂັດຕິດ ຢູ່ໃນພັນທະສັນຍາ ຕາມທີ່ໄດ້ມີຂຽນໄວ້ໃນປື້ມນັ້ນ. ຝ່າຍປະຊາຊົນທຸກຄົນຕ່າງກໍໄດ້ສັນຍາວ່າ ຈະຖືຮັກສາພັນທະສັນຍານັ້ນ.
\s5
\v 4 ແລ້ວກະສັດໂຢສີຢາ ກໍໄດ້ສັ່ງໃຫ້ມະຫາປະໂຣຫິດ ຮີນກີຢາ, ບັນດາປະໂຣຫິດຮອງ ແລະ ພວກທະຫານຍາມປະຈໍາໜ້າທີ່ທາງເຂົ້າພຣະວິຫານ ໃຫ້ນາໍເອົາສິ່ງຂອງທັງໝົດທີ່ໄດ້ໃຊ້ໃນການຂາບໄຫວ້ພະບາອານ, ເຈົ້າແມ່ອາເຊຣາ ແລະ ດວງດາວ ອອກໄປຈາກພຣະວິຫານຂອງອົງພຣະຜູ້ເປັນເຈົ້າ. ກະສັດໄດ້ຈູດສິ່ງເຫລົ່ານີ້ຢູ່ນອກເມືອງໃກ້ກັບຮ່ອມພູກິດໂຣນ ແລ້ວເພິ່ນກໍໃຫ້ຄົນເອົາຂີ້ເຖົ່າໄປຍັງເມືອງເບັດເອນ.
\v 5 ເພິ່ນປົດຕໍາແໜ່ງພວກປະໂຣຫິດ ທີ່ບັນດາກະສັດແຫ່ງຢູດາຍ ໄດ້ແຕ່ງຕັ້ງໃຫ້ຖວາຍເຄື່ອງບູຊາ [ຣ] ທີ່ແທ່ນບູຊາຂອງພະຕ່າງຊາດ ຊຶ່ງມີຢູ່ໃນ ເມືອງຕ່າງ ໆ ຂອງຢູດາຍ ແລະຕາມບ່ອນຕ່າງ ໆ ທີ່ໃກ້ກັບນະຄອນເຢຣູຊາເລັມ ຄືປະໂຣຫິດທຸກຄົນທີ່ຖວາຍເຄື່ອງບູຊາແກ່ພະບາອານ, ດວງຕາເວັນ, ດວງເດືອນ ແລະ ດວງດາວຕ່າງ ໆ.
\s5
\v 6 ເພິ່ນຍ້າຍຮູບເຈົ້າແມ່ອາເຊຣາ ອອກ ຈາກເມືອງ ແລະ ເອົາໄປໄວ້ຢູ່ໃນຮ່ອມພູ ກິດໂຣນ, ຈູດເຜົາມັນຖິ້ມ, ບົດໃຫ້ໝຸ່ນເປັນຂີ້ເຖົ່າ ແລະໂຮຍໃສ່ຕາມບ່ອນຝັງສົບ.
\v 7 ເພິ່ນທາໍລາຍບ່ອນຢູ່ຂອງພວກໂສເພນີ ໃນບໍລິເວນພຣະວິຫານ. [ລ] ຊຶ່ງເປັນບ່ອນທີ່ພວກຜູ້ຍິງຕໍ່າຜ້າເຮັດເສື້ອຄຸມ ໃຊ້ໃນການຂາບໄຫວ້ເຈົ້າແມ່ອາເຊຣາ.
\s5
\v 8 ກະສັດໂຢສີຢາ ໄດ້ນາໍບັນດາປະໂຣຫິດ ທັງໝົດທີ່ຢູ່ໃນເມືອງຕ່າງ ໆ ຂອງຢູດາຍ ແລະຢູ່ທົ່ວທຸກບ່ອນໃນດິນແດນ ທີ່ເພິ່ນໄດ້ທາໍ ລາຍແທ່ນບູຊາຕ່າງ ໆ ຊຶ່ງພວກເຂົາຖວາຍ ເຄື່ອງບູຊາໃສ່ນັ້ນ ມາຍັງນະຄອນເຢຣູຊາເລັມ. ເພິ່ນຍັງໄດ້ມ້າງແທ່ນບູຊາທີ່ອຸທິດຖວາຍແກ່ຜີປີສາດແບ້ ໃກ້ປະຕູເມືອງທີ່ ໂຢຊວຍຜູ້ປົກຄອງເມືອງໄດ້ສ້າງຂຶ້ນ. ແທ່ນບູຊານີ້ຢູ່ທາງເບື້ອງຊ້າຍຂອງປະຕູໃຫຍ່ທາງ ເຂົ້າເມືອງ.
\v 9 ພວກປະໂຣຫິດເຫລົ່ານັ້ນບໍ່ມີສິດຮັບໃຊ້ຢູ່ແທ່ນບູຊາຂອງອົງພຣະຜູ້ເປັນເຈົ້າ ແຕ່ໄດ້ຮັບອະນຸຍາດໃຫ້ກິນເຂົ້າຈີ່ບໍ່ມີເຊື້ອແປ້ງ ດັ່ງປະໂຣຫິດຄົນອື່ນ ໆ.
\s5
\v 10 ກະສັດໂຢສີຢາ ຍັງໄດ້ທາໍລາຍໂຕເຟັດ ບ່ອນຂາບໄຫວ້ຮູບພະຕ່າງ ໆ ຂອງຊາວຕ່າງຊາດທີ່ຮ່ອມພູຮີນໂນມ ເພື່ອວ່າຈະບໍ່ມີຜູ້ໃດເອົາລູກຊາຍ ຫລື ລູກສາວຂອງຕົນໄປເຜົາຖວາຍບູຊາໃຫ້ພະໂມເຫລັກ.
\v 11 ເພິ່ນຍັງໄດ້ເອົາຝູງມ້າ ທີ່ກະສັດແຫ່ງຢູດາຍອຸທິດ ຖວາຍໃນການຂາບໄຫວ້ດວງອາທິດນັ້ນໜີໄປ ແລະ ເຜົາລົດມ້າທີ່ໃຊ້ໃນການຂາບໄຫວ້ ນີ້ດ້ວຍ. (ມ້າກັບລົດມ້ານີ້ ໄດ້ເອົາໄວ້ຢູ່ໃນເດິ່ນພຣະວິຫານໃກ້ກັບປະຕູ ແລະ ໃກ້ບ່ອນຢູ່ຂອງນາທານເມເຫລັກ ຂ້າຣາຊການຊັ້ນຜູ້ໃຫຍ່ຄົນໜຶ່ງ.)
\s5
\v 12 ເພິ່ນໄດ້ທາໍລາຍແທ່ນບູຊາທີ່ກະສັດແຫ່ງຢູດາຍ ໄດ້ສ້າງໄວ້ເທິງຫລັງຄາພຽງ ຂອງຣາຊວັງ ທີ່ຢູ່ເໜືອສໍານັກຂອງກະສັດອາຮາດ ພ້ອມທັງແທ່ນບູຊາສອງແທ່ນທີ່ກະສັດມານາເຊ ໄດ້ສ້າງໄວ້ໃນເດີ່ນຂອງພຣະວິຫານຂອງອົງພຣະຜູ້ເປັນເຈົ້າ; ເພິ່ນທຸບແທ່ນບູຊາເຫລົ່ານີ້ອອກເປັນປ່ຽງ ໆ [ວ] ແລະໂຍນຖິ້ມໃນຮ່ອມພູກິດໂຣນ.
\v 13 ກະສັດໂຢສີຢາ ໄດ້ທາໍລາຍແທ່ນບູຊາຕ່າງ ໆ ທີ່ກະສັດໂຊໂລໂມນ ໄດ້ສ້າງຂຶ້ນຢູ່ທາງທິດຕາເວັນອອກຂອງນະຄອນເຢຣູຊາເລັມ ຄື ທາງທິດໃຕ້ຂອງພູເຂົາໝາກກອກເທດ [ຫ] ຊຶ່ງເປັນບ່ອນສໍາລັບຂາບໄຫວ້ຮູບເຄົາຣົບທີ່ໜ້າກຽດ ຄື: ຮູບເຈົ້າແມ່ອັດຊະຕາກຂອງຊາວຊີໂດນ, ພະເກໂມດຂອງຊາວໂມອາບ ແລະ ພະໂມເຫລັກຂອງຊາວອໍາໂມນ.
\v 14 ກະສັດໂຢສີຢາ ໄດ້ຕັດເສົາຫິນເປັນທ່ອນ ໆ ແລະດຶງຮູບເຈົ້າແມ່ອາເຊຣາ ລົງ; ແລະ ເພິ່ນໄດ້ເອົາກະດູກຄົນຕາຍຖົມໃສ່ດິນບ່ອນທີ່ພວກເຂົາຢືນຢູ່ນັ້ນ.
\s5
\v 15 ກະສັດໂຢສີຢາ ຍັງໄດ້ມ້າງ ແລະ ທາໍລາຍບ່ອນຂາບໄຫວ້ທີ່ເບັດເອນ ຊຶ່ງຖືກສ້າງ ຂຶ້ນໂດຍກະສັດເຢໂຣໂບອາມ ລູກຊາຍຂອງເນບັດ ຜູ້ທີ່ໄດ້ນາໍຊາວອິດສະຣາເອນ ຕົກໃນບາບ. ກະສັດໂຢສີຢາ ດຶງແທ່ນບູຊານັ້ນລົງ, ທຸບຫິນຂອງແທ່ນບູຊານັ້ນເປັນປ່ຽງ ໆ, [ອ] ແລະ ທັບຈົນໝຸ່ນເປັນຂີ້ຝຸ່ນດິນ; ເພິ່ນຍັງເຜົາ ຮູບເຈົ້າແມ່ອາເຊຣາ ຖິ້ມດ້ວຍ.
\v 16 ແລ້ວກະສັດໂຢສີຢາ ກໍຫລຽວອ້ອມໄປມາຈຶ່ງເຫັນຂຸມຝັງສົບຕ່າງ ໆ ທີ່ເທິງເນີນພູ; ສະນັ້ນເພິ່ນຈຶ່ງໃຫ້ພວກເຂົາເອົາກະດູກອອກຈາກອຸບມຸງເຫລົ່ານັ້ນ ໄປເຜົາເທິງແທ່ນບູຊາ. ເພິ່ນໄດ້ເຮັດເຊັ່ນນີ້ ເປັນການທາໍລາຍແທ່ນບູຊາໃຫ້ເປັນມົນທິນຕາມທີ່ຜູ້ທາໍນວາຍຂອງອົງພຣະຜູ້ເປັນເຈົ້າໄດ້ກ່າວໄວ້ແຕ່ດົນນານມາແລ້ວ ໃນໄລຍະເທດສະການທີ່ກະສັດ ເຢໂຣໂບອາມ ໄດ້ຢືນຢູ່ທີ່ຂ້າງແທ່ນບູຊາ. ກະສັດໂຢສີຢາ ຫລຽວອ້ອມໄປມາຈຶ່ງເຫັນອຸບມຸງຂອງຜູ້ທາໍນວາຍ [ຮ] ຜູ້ທີ່ໄດ້ກ່າວໄວ້ລ່ວງໜ້າກ່ຽວກັບເລື່ອງນີ້.
\s5
\v 17 ເພິ່ນຖາມວ່າ, “ນັ້ນແມ່ນອຸບມຸງຝັງສົບຂອງໃຜ? ” ປະຊາຊົນຊາວເບັດເອນ ຕອບວ່າ, “ແມ່ນຂຸມຝັງສົບຂອງຜູ້ທາໍນວາຍ ທີ່ມາຈາກຢູດາຍ ແລະກ່າວໄວ້ລ່ວງໜ້າເຖິງສິ່ງທີ່ທ່ານກາໍລັງກະທາໍຕໍ່ແທ່ນບູຊານີ້. ”
\v 18 ເພິ່ນສັ່ງວ່າ, “ປ່ອຍໄວ້ຢ່າງນັ້ນແຫລະ ບໍ່ຕ້ອງເອົາກະດູກລາວອອກມາ. ” ດັ່ງນັ້ນ ຈຶ່ງບໍ່ມີຜູ້ໃດ ເອົາກະດູກນັ້ນອອກມາ ພ້ອມທັງກະດູກຂອງຜູ້ທາໍນວາຍມາຈາກນະຄອນຊາມາເຣຍ.
\s5
\v 19 ຕາມທຸກເມືອງຂອງອິດສະຣາເອນ ກະສັດໂຢສີຢາ ໄດ້ທາໍລາຍບ່ອນຂາບໄຫວ້ພະຕ່າງຊາດທັງໝົດ ທີ່ບັນດາກະສັດແຫ່ງອິດສະຣາເອນ ໄດ້ສ້າງໄວ້ ຄືຜູ້ທີ່ກໍ່ໃຫ້ຄວາມໂກດຮ້າຍຂອງອົງພຣະຜູ້ເປັນເຈົ້າລຸກຂຶ້ນໃຫຍ່. ເພິ່ນໄດ້ທາໍລາຍແທ່ນບູຊາທັງໝົດນີ້ ດັ່ງທີ່ໄດ້ເຮັດຕໍ່ແທ່ນບູຊາໃນເມືອງເບັດເອນ.
\v 20 ເພິ່ນໄດ້ຂ້າປະໂຣຫິດທຸກຄົນຂອງ ຊາວຕ່າງຊາດ ເທິງແທ່ນບູຊາບ່ອນທີ່ພວກເຂົາຮັບໃຊ້ນັ້ນ ແລະ ເພິ່ນຍັງໄດ້ເຜົາກະດູກ ຄົນໃສ່ເທິງແທ່ນບູຊາທຸກບ່ອນ. ແລ້ວເພິ່ນກໍໄດ້ກັບຄືນສູ່ນະຄອນເຢຣູຊາເລັມ.
\s5
\v 21 ກະສັດໂຢສີຢາ ໄດ້ສັ່ງປະຊາຊົນວ່າ, “ຈົ່ງສະເຫລີມສະຫລອງເທດສະການປັດສະຄາ ເພື່ອຍົກຍໍໃຫ້ກຽດອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກທ່ານ ຕາມທີ່ໄດ້ມີຂຽນໄວ້ໃນປື້ມແຫ່ງພັນທະສັນຍາ. ”
\v 22 ນັບຕັ້ງແຕ່ສະໄໝພວກຜູ້ປົກຄອງມາ ກໍຍັງບໍ່ ມີກະສັດແຫ່ງອິດສະຣາເອນ ຫລື ແຫ່ງຢູດາຍ ຄົນໃດທີ່ໄດ້ສະເຫລີມສະຫລອງເທດສະການ ປັດສະຄາ ແບບນີ້.
\v 23 ໃນທີ່ສຸດ ໃນຣາຊການປີທີສິບແປດຂອງກະສັດໂຢສີຢາ ເພິ່ນໄດ້ຈັດໃຫ້ມີການສະເຫລີມສະຫລອງ ເທດສະການປັດສະຄາ ທີ່ນະຄອນເຢຣູຊາເລັມ.
\s5
\v 24 ເພື່ອບັງຄັບປະຊາຊົນໃຫ້ປະຕິບັດຕາມກົດບັນຍັດ ທີ່ມີຂຽນໄວ້ໃນປື້ມຊຶ່ງມະຫາປະໂຣຫິດຮີນກີຢາ ໄດ້ພົບຢູ່ໃນພຣະວິຫານນັ້ນ; ກະສັດໂຢສີຢາ ໄດ້ກາໍຈັດພະຕ່າງ ໆ ແລະ ສິ່ງທີ່ໃຊ້ຂາບໄຫວ້ ໃຫ້ສິ້ນຈາກນະຄອນເຢຣູຊາເລັມ ແລະ ສ່ວນອື່ນ ໆ ຂອງຢູດາຍ ເຊັ່ນ: ໝໍຜີ, ໝໍມໍ, ພະປະຈາໍເຮືອນ, ຮູບເຄົາຣົບ ແລະທຸກສິ່ງທີ່ໃຊ້ໃນການຂາບໄຫວ້ພະຕ່າງຊາດ.
\v 25 ບໍ່ເຄີຍມີກະສັດຄົນໃດ ຄືເພິ່ນທີ່ປົກຄອງມາກ່ອນ ທີ່ໄດ້ຮັບໃຊ້ອົງພຣະ ຜູ້ເປັນເຈົ້າດ້ວຍສຸດໃຈ, ດ້ວຍສຸດຈິດ ແລະ ດ້ວຍສຸດກາໍລັງ ໂດຍເຊື່ອຟັງກົດບັນຍັດທັງໝົດຂອງໂມເຊ; ບໍ່ມີກະສັດຄົນໃດທີ່ເຮັດຄື ເພິ່ນໃນເວລາຕໍ່ມາ.
\s5
\v 26 ແຕ່ຄວາມໂກດຮ້າຍອັນໃຫຍ່ຂອງອົງພຣະຜູ້ເປັນເຈົ້າ ຍັງລຸກຂຶ້ນຕໍ່ສູ້ຢູດາຍ ໂດຍສິ່ງທີ່ກະສັດມານາເຊ ໄດ້ກະທາໍແລະຈົນເຖິງປານນີ້ ຄວາມໂກດຮ້າຍນັ້ນກໍຍັງບໍ່ສິ້ນສຸດ.
\v 27 ອົງພຣະຜູ້ເປັນເຈົ້າກ່າວວ່າ, “ເຮົາຈະເຮັດຕໍ່ຢູດາ ດັ່ງທີ່ໄດ້ເຮັດຕໍ່ອິດສະຣາເອນ ຄື: ເຮົາຈະກາໍຈັດຊາວຢູດາ ໃຫ້ພົ້ນຈາກສາຍຕາຂອງເຮົາ ແລະເຮົາຈະບໍ່ຍອມຮັບເອົານະຄອນເຢຣູຊາເລັມ ນະຄອນທີ່ເຮົາໄດ້ເລືອກໄວ້ ແລະວິຫານບ່ອນທີ່ເຮົາບອກວ່າ ໃຫ້ເປັນບ່ອນນະມັດສະການເຮົາ.”
\s5
\v 28 ສິ່ງອື່ນທີ່ກະສັດໂຢສີຢາ ໄດ້ກະທາໍແມ່ນໄດ້ຖືກບັນທຶກໄວ້ໃນປື້ມປະຫວັດສາດ ຂອງບັນດາກະສັດແຫ່ງຢູດາຍ.
\v 29 ໃນ ລະຫວ່າງທີ່ກະສັດໂຢສີຢາ ໄດ້ເປັນກະສັດຢູ່ນັ້ນ; ກະສັດເນໂກ ແຫ່ງປະເທດເອຢິບໄດ້ຍົກທັບໄປຍັງແມ່ນໍ້າເອີຟຣັດ ເພື່ອຊ່ວຍກະສັດແຫ່ງອັດຊີເຣຍ. ກະສັດໂຢສີຢາ ໄດ້ພະຍາຍາມຢັບຢັ້ງກອງທັບແຫ່ງເອຢິບ ໄວ້ທີ່ເມກິດໂດ ແຕ່ເພິ່ນໄດ້ຖືກຂ້າໃນສະໜາມຮົບ.
\v 30 ພວກຂ້າຣາຊການຈຶ່ງໄດ້ນາໍເອົາສົບຂອງເພິ່ນໃສ່ລົດມ້າ ກັບຄືນມາຍັງນະຄອນເຢຣູຊາເລັມ ແລະ ຝັງໄວ້ໃນບ່ອນຝັງສົບຂອງກະສັດ. ແລ້ວຊາວຢູດາກໍເລືອກເອົາເຢໂຮອາຮາດ ລູກຊາຍຂອງເພິ່ນ ແລະ ຫົດສົງແຕ່ງຕັ້ງໃຫ້ຂຶ້ນເປັນກະສັດປົກຄອງແທນ.
\s5
\v 31 ເຈົ້າເຢໂຮອາຮາດ ຂຶ້ນເປັນກະສັດປົກຄອງອານາຈັກຢູດາຍ ເມື່ອເພິ່ນອາຍຸໄດ້ຊາວສາມປີ ແລະໄດ້ປົກຄອງຢູ່ທີ່ນະຄອນເຢຣູຊາເລັມ ເປັນເວລາສາມເດືອນ. ແມ່ຂອງເພິ່ນຊື່ວ່າ ຮາມູຕານ ລູກສາວຂອງເຢເຣມີຢາ ຊາວເມືອງຣິບລາ.
\v 32 ເພິ່ນໄດ້ເຮັດບາບຕໍ່ສູ້ອົງພຣະຜູ້ເປັນເຈົ້າ ຕາມແບບຢ່າງບັນພະບຸລຸດຂອງເພິ່ນ.
\v 33 ຣາຊການ ຂອງເພິ່ນໄດ້ສິ້ນສຸດລົງ ເມື່ອເຈົ້າເນໂກ ກະສັດແຫ່ງເອຢິບໄດ້ຈັບເພິ່ນໄປ ເປັນຊະເລີຍທີ່ເມືອງລິບນາ ໃນດິນແດນຮາມັດ ແລະ ທັງໄດ້ບັງຄັບຊາວຢູດາໃຫ້ຈ່າຍເງິນເປັນຈາໍນວນສາມພັນສີ່ຮ້ອຍກິໂລກາຼມ ແລະ ຄໍາສາມສິບສີ່ກິໂລກາຼມ ເພື່ອເປັນເຄື່ອງບັນນາການ.
\s5
\v 34 ກະສັດເນໂກ ແຕ່ງຕັ້ງເອລີອາກິມ ລູກຊາຍຂອງກະສັດໂຢສີຢາ ໃຫ້ຂຶ້ນເປັນກະສັດແຫ່ງຢູດາຍແທນ ແລະ ທັງໄດ້ປ່ຽນຊື່ໃໝ່ໃຫ້ລາວວ່າ ເຢໂຮຍອາກິມ. ກະສັດເຢໂຮອາຮາດ ຖືກນໍາຕົວໄປຍັງປະເທດເອຢິບ ໂດຍກະສັດເນໂກ ແລະ ເພິ່ນໄດ້ຕາຍຢູ່ທີ່ນັ້ນ.
\v 35 ກະສັດເຢໂຮຍອາກິມ ໄດ້ເກັບພາສີນາໍປະຊາຊົນຕາມສ່ວນຄວາມຮັ່ງມີຂອງພວກເຂົາ ເພື່ອເປັນການຫາເງິນເປັນເຄື່ອງບັນນາການ ຕາມທີ່ກະສັດປະເທດເອຢິບຕ້ອງການ.
\s5
\v 36 ເຈົ້າເຢໂຮຍອາກິມ ເປັນກະສັດແຫ່ງຢູດາຍ ເມື່ອເພິ່ນອາຍຸໄດ້ຊາວຫ້າປີ ແລະ ໄດ້ປົກຄອງຢູ່ທີ່ນະຄອນເຢຣູຊາເລັມ ເປັນເວລາສິບເອັດປີ. ແມ່ຂອງເພິ່ນຊື່ວ່າ ເຊບີດາ ລູກສາວຂອງເປດາຢາ ຊາວເມືອງຣູມາ.
\v 37 ກະສັດເຢໂຮຍອາກິມ ໄດ້ເຮັດບາບຕໍ່ສູ້ອົງພຣະຜູ້ເປັນເຈົ້າ ຕາມແບບຢ່າງແຫ່ງບັນພະບຸລຸດຂອງເພິ່ນ.
\s5
\c 24
\p
\v 1 ໃນຂະນະທີ່ເຈົ້າເຢໂຮຍອາກິມ ເປັນກະສັດເຈົ້າເນບູກາດເນັດຊາ ກະສັດແຫ່ງບາບີໂລນ ໄດ້ບຸກຮຸກຢູດາຍ ແລະ ກະສັດເຢໂຮຍອາກິມ ໄດ້ຖືກບັງຄັບໃຫ້ຍອມຢູ່ພາຍໃຕ້ ການປົກຄອງຂອງເພິ່ນເປັນເວລາສາມປີ ແລ້ວເພິ່ນກໍໄດ້ກະບົດ.
\v 2 ອົງພຣະຜູ້ເປັນເຈົ້າົໄດ້ສົ່ງກອງທັບຊາວບາບີໂລນ, ຊີເຣຍ, ໂມອາບ ແລະ ອໍາໂມນ ມາຕໍ່ສູ້ກະສັດເຢໂຮຍອາກິມ ເພື່ອທາໍລາຍຢູດາ ຕາມທີ່ອົງພຣະຜູ້ເປັນເຈົ້າ ໄດ້ກ່າວໄວ້ຜ່ານທາງພວກຜູ້ທາໍນວາຍ ຜູ້ຮັບໃຊ້ຂອງພຣະອົງ.
\s5
\v 3 ເຫດການນີ້ໄດ້​ເກີດ​ຂຶ້ນ​ຕາມ​ຄຳ​ສັ່ງ​ຂອງ​ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ ເພື່ອກາໍຈັດປະຊາຊົນຢູດາ ໃຫ້ພົ້ນຈາກສາຍຕາຂອງພຣະອົງ ເພາະການບາບທັງໝົດທີ່ກະສັດມານາເຊ ໄດ້ເຮັດນັ້ນ
\v 4 ແລະ ໂດຍສະເພາະແລ້ວຍ້ອນເພິ່ນໄດ້ຂ້າຄົນທີ່ບໍ່ມີຄວາມຜິດ ຈົນຖະໜົນນະຄອນເຢຣູຊາເລັມ ນອງໄປດ້ວຍເລືອດ. ອົງພຣະຜູ້ເປັນເຈົ້າບໍ່ອາດຍົກໂທດໃຫ້ກະສັດມານາເຊ ໃນເລື່ອງນີ້ໄດ້.
\s5
\v 5 ສິ່ງອື່ນທີ່ກະສັດເຢໂຮຍອາກິມ ໄດ້ກະທາໍແມ່ນໄດ້ຖືກບັນທຶກໄວ້ໃນປື້ມປະຫວັດສາດຂອງບັນດາກະສັດແຫ່ງຢູດາຍ.
\v 6 ກະສັດເຢໂຮຍອາກິມ ໄດ້ຕາຍໄປ; ແລ້ວເຈົ້າເຢໂຮຍອາກິນ ລູກຊາຍຂອງເພິ່ນກໍໄດ້ຂຶ້ນເປັນກະສັດປົກຄອງແທນ.
\s5
\v 7 ກະສັດເອຢິບ ບໍ່ໄດ້ຍົກທັບຂອງເພິ່ນອອກຈາກປະເທດເອຢິບອີກ ເພາະດຽວນີ້ກະສັດແຫ່ງບາບີໂລນໄດ້ຄອບຄອງ ເຂດແດນທັງໝົດທີ່ເຄີຍເປັນຂອງປະເທດເອຢິບ ຕັ້ງແຕ່ແມ່ນາໍ້ເອີຟຣັດ ຈົນເຖິງຊາຍແດນເຂດເໜືອຂອງປະເທດເອຢິບ.
\s5
\v 8 ເຈົ້າເຢໂຮຍອາກິນ ໄດ້ຂຶ້ນເປັນກະສັດແຫ່ງຢູດາຍ ເມື່ອເພິ່ນອາຍຸໄດ້ສິບແປດປີ ແລະໄດ້ປົກຄອງຢູ່ທີ່ນະຄອນເຢຣູຊາເລັມ ເປັນເວລາສາມເດືອນ. ແມ່ຂອງເພິ່ນຊື່ວ່າ ເນຮູສະຕາ ລູກສາວຂອງເອນນາທານ ຊາວນະຄອນເຢຣູຊາເລັມ.
\v 9 ກະສັດເຢໂຮຍອາກິນ ໄດ້ເຮັດບາບຕໍ່ສູ້ອົງພຣະຜູ້ເປັນເຈົ້າ ຕາມແບບຢ່າງພໍ່ຂອງເພິ່ນ.
\s5
\v 10 ໃນຣາຊການຂອງເພິ່ນນັ້ນ ໄດ້ມີກອງທັບບາບີໂລນ ຊຶ່ງບັນຊາການໂດຍພວກນາຍທະຫານຂອງກະສັດເນບູກາດເນັດຊາ ໄດ້ຍົກທັບມາໂຈມຕີນະຄອນເຢຣູຊາເລັມ ແລະປິດລ້ອມເມືອງໄວ້.
\v 11 ໃນຂະນະທີ່ເມືອງຖືກປິດລ້ອມຢູ່ນັ້ນ ກະສັດເນບູກາດເນັດຊາ ໄດ້ມາທີ່ນະຄອນເຢຣູຊາເລັມ.
\v 12 ກະສັດເຢໂຮຍອາກິນພ້ອມທັງແມ່, ພວກລູກຊາຍ, ພວກນາຍທະຫານ ແລະ ພວກຂ້າຣາຊການປະຈາໍວັງ ກໍພາກັນຈາໍນົນຕໍ່ກະສັດແຫ່ງບາບີໂລນ. ໃນຣາຊການປີທີແປດຂອງກະສັດເນບູກາດເນັດ ຊາ ເພິ່ນໄດ້ຈັບເອົາກະສັດເຢໂຮຍອາກິນ ໄປເປັນຊະເລີຍ
\s5
\v 13 ແລະ ທັງໄດ້ກວາດລ້າງເອົາຊັບສົມບັດທັງໝົດໃນພຣະວິຫານຂອງອົງພຣະຜູ້ເປັນເຈົ້າ ແລະໃນຣາຊວັງໄປຍັງນະຄອນບາບີໂລນ ຕາມທີ່ອົງພຣະຜູ້ເປັນເຈົ້າໄດ້ກ່າວໄວ້ ກະສັດເນບູກາດເນັດຊາໄດ້ທຸບເອົາເຄື່ອງໃຊ້ທັງໝົດທີ່ເປັນຄໍາ ຊຶ່ງກະສັດໂຊໂລໂມນ ໄດ້ເຮັດໄວ້ໃນພຣະວິຫານຂອງອົງພຣະຜູ້ເປັນເຈົ້າ.
\v 14 ກະສັດເນບູກາດເນັດຊາ ກວາດຕ້ອນເອົາຄົນໄປເປັນຊະເລີຍ ມີດັ່ງນີ້: ປະຊາຊົນເຢຣູຊາເລັມ, ພວກເຈົ້ານາຍທັງໝົດໃນວັງ ແລະ ພວກຊົນຊັ້ນຜູ້ມີຄວາມຮູ້ສູງທຸກຄົນ, ທັງໝົດມີຈາໍນວນສິບພັນຄົນ. ເພິ່ນຍັງໄດ້ກວາດເອົາພວກຄົນງານ ທີ່ມີຝີມືດີ ີພ້ອມທັງພວກຊ່າງເຫລັກໄປດ້ວຍ; ແລະ ໄດ້ປະແຕ່ຄົນຍາກຈົນເທົ່ານັ້ນໄວ້ໃນຢູດາຍ.
\s5
\v 15 ແລ້ວກະສັດເນບູກາດເນັດຊາ ກໍໄດ້ຈັບເອົາກະສັດເຢໂຮຍອາກິນ ໄປເປັນຊະເລີຍທີ່ນະຄອນບາບີໂລນ ພ້ອມທັງແມ່ຂອງເພິ່ນ, ພວກເມຍ, ພວກຂ້າຣາຊການ ແລະ ບັນດາ ຊົນຊັ້ນຜູ້ມີຄວາມຮູ້ສູງຂອງຢູດາຍ.
\v 16 ກະສັດເນບູກາດເນັດຊາ ໄດ້ກວາດເອົາຄົນສໍາຄັນໄປຍັງນະຄອນບາບີໂລນ ມີດ້ວຍກັນທັງໝົດເຈັດພັນຄົນ ແລະພວກທີ່ມີຝີມືດີໜຶ່ງພັນຄົນ ຊຶ່ງລ້ວນແຕ່ເປັນຄົນແຂງແຮງ ແລະເປັນທະຫານໄດ້ທັງນັ້ນ.
\v 17 ຕໍ່ມາກະສັດເນບູກາດເນັດຊາ ໄດ້ແຕ່ງຕັ້ງມັດຕານີຢາ ລູງຂອງເຢໂຮຍອາກິນ ໃຫ້ເປັນກະສັດປົກຄອງ ອານາຈັກຢູດາຍ ແລະ ໄດ້ປ່ຽນຊື່ໃຫ້ເພິ່ນໃໝ່ວ່າ ເຊເດກີຢາ.
\s5
\v 18 ເຈົ້າເຊເດກີຢາ ຂຶ້ນເປັນກະສັດແຫ່ງຢູດາຍ ເມື່ອເພິ່ນອາຍຸໄດ້ຊາວເອັດປີ ແລະ ໄດ້ປົກຄອງຢູ່ທີ່ນະຄອນເຢຣູຊາເລັມ ເປັນ ເວລາສິບເອັດປີ. ແມ່ຂອງເພິ່ນຊື່ວ່າ ຮາມູຕານ ລູກສາວຂອງເຢເຣມີຢາ ຊາວເມືອງຣິບລາ.
\v 19 ກະສັດເຊເດກີຢາ ໄດ້ເຮັດບາບຕໍ່ສູ້ອົງພຣະຜູ້ເປັນເຈົ້າ ຕາມທີ່ກະສັດເຢໂຮຍອາກິມ ໄດ້ເຮັດ.
\v 20 ອົງພຣະຜູ້ເປັນເຈົ້າໄດ້ໂກດຮ້າຍປະຊາຊົນເຢຣູຊາເລັມ ແລະ ຢູດາ ຢ່າງໜັກ; ສະນັ້ນ ພຣະອົງຈຶ່ງຂັບໄລ່ພວກເຂົາໃຫ້ໜີພົ້ນຈາກສາຍຕາຂອງພຣະອົງ.
\s5
\c 25
\p
\v 1 ແລ້ວເຈົ້າເຊເດກີຢາ ກໍໄດ້ກະບົດຕໍ່ກະສັດເນບູກາດເນັດຊາ ແຫ່ງບາບີໂລນ; ດັ່ງນັ້ນ ເນບູກາດເນັດຊາ ຈຶ່ງໄດ້ຍົກທັບມາ ໂຈມຕີນະຄອນເຢຣູຊາເລັມ ໃນວັນທີສິບ ເດືອນສິບ ປີທີເກົ້າ ໃນຣາຊການຂອງກະສັດເຊເດກີຢາ. ພວກເຂົາໄດ້ຕັ້ງຄ້າຍຕາມນອກເມືອງ ແລະ ກໍ່ສ້າງກາໍແພງປິດລ້ອມເມືອງໄວ້.
\v 2 ເມືອງນີ້ໄດ້ຖືກປິດລ້ອມໄວ້ ຈົນເຖິງຣາຊການປີທີສິບເອັດຂອງກະສັດເຊເດກີຢາ.
\v 3 ຕໍ່ມາໃນວັນທີເກົ້າ ຂອງເດືອນສີ່ [ກ] ຂອງປີດຽວກັນນັ້ນ ໄດ້ເກີດການອຶດຢາກຢ່າງຮ້າຍແຮງ ຈົນປະຊາຊົນບໍ່ມີຫຍັງກິນ
\s5
\v 4 ເຖິງແມ່ນວ່າ ຊາວບາບີໂລນໄດ້ປິດລ້ອມເມືອງໄວ້ກໍຕາມ ພວກທະຫານທັງໝົດກໍລັກໜີໄປໄດ້ໃນເວລາກາງຄືນ. ພວກເຂົາໄດ້ໜີໄປທາງສວນຂອງກະສັດຜ່ານໄປທາງປະຕູເມືອງ ທີ່ຕິດກັບກາໍແພງສອງດ້ານ ແລະ ປົບໄປທາງຮ່ອມພູຈໍແດນ.
\v 5 ແຕ່ກອງທັບບາບີໂລນໄດ້ໄລ່ຕາມກະສັດເຊເດກີຢາ ໄປແລະຈັບເພິ່ນໄດ້ໃນທົ່ງນາ ໃກ້ກັບເມືອງເຢຣິໂກ; ສ່ວນພວກທະຫານຕ່າງກໍໄດ້ໜີປະເພິ່ນ.
\s5
\v 6 ພວກເຂົາໄດ້ຈັບກະສັດເຊເດກີຢາ ໄປຫາກະສັດເນບູກາດເນັດຊາ ຢູ່ໃນເມືອງລິບລາ ແລະ ເນບູກາດເນັດຊາ ກໍໄດ້ພິພາກສາໂທດເພິ່ນຢູ່ທີ່ນັ້ນ.
\v 7 ພວກລູກຊາຍຂອງເພິ່ນໄດ້ຖືກຂ້າຕໍ່ໜ້າເພິ່ນ; ແລ້ວເນບູກາເນັດຊາກໍໄດ້ໃຫ້ເຂົາເຈາະໜ່ວຍຕາເຊເດກີຢາ, ລ່າມໂສ້ເພິ່ນໄວ້ ແລະ ນາໍເພິ່ນໄປຍັງນະຄອນບາບີໂລນ.
\s5
\v 8 ໃນວັນທີເຈັດເດືອນຫ້າຂອງປີທີສິບເກົ້າ ໃນຣາຊການຂອງກະສັດເນບູກາເນັດຊາ ແຫ່ງບາບີໂລນ ເນບູຊາຣາດານ ຜູ້ເປັນທີ່ປຶກສາ ແລະ ຜູ້ບັນຊາການກອງທັບຂອງເພິ່ນໄດ້ເຂົ້າໄປໃນນະຄອນເຢຣູຊາເລັມ.
\v 9 ລາວໄດ້ຈູດພຣະວິຫານຂອງອົງພຣະຜູ້ເປັນເຈົ້າ, ຣາຊວັງ ແລະ ເຮືອນຂອງບຸກຄົນສໍາຄັນຢູ່ໃນນະຄອນເຢຣູຊາເລັມ
\v 10 ພວກ ທະຫານຂອງລາວໄດ້ຮື້ກາໍແພງເມືອງລົງ.
\s5
\v 11 ແລ້ວເນບູຊາຣາດານ ກໍຈັບປະຊາຊົນ ທີ່ຍັງເຫລືອຄ້າງຢູ່ໃນເມືອງ, ພວກຄົນງານທີ່ມີຝີມືດີ [ຂ] ທີ່ຍັງເຫລືອຢູ່ ແລະ ພວກທີ່ມາຍິນຍອມຕໍ່ພວກບາບີໂລນ ໄປເປັນຊະເລີຍທີ່ບາບີໂລນ;
\v 12 ແຕ່ເພິ່ນໄດ້ປະຄົນຍາກຈົນທີ່ສຸດບາງຄົນໄວ້ ຄືພວກທີ່ບໍ່ມີໄຮ່ນາໃນຢູດາຍ ແລະໃຫ້ພວກເຂົາເຮັດສວນອະງຸ່ນແລະເຮັດນາ.
\s5
\v 13 ຊາວບາບີໂລນ ໄດ້ທັບເສົາທອງສໍາຣິດ ແລະ ລົດລໍ້ໃນພຣະວິຫານຂອງອົງພຣະຜູ້ເປັນເຈົ້າ ອອກເປັນປ່ຽງ ໆ ພ້ອມທັງຂັນໃຫຍ່ທອງສໍາຣິດ; ພວກເຂົາກໍຂົນເອົາທອງສໍາຣິດທັງໝົດໄປຍັງນະຄອນບາບີໂລນ.
\v 14 ພວກເຂົາຍັງຂົນເອົາສິ່ງເຫລົ່ານີ້ໄປນາໍ ເຊັ່ນ: ຊວ້ານ, ກ່ອງໃສ່ຂີ້ເຖົ່າໄຟ ທີ່ໃຊ້ທາໍຄວາມສະອາດແທ່ນບູຊາ, ມີດຕັດໄສ້ຕະກຽງ, ຖ້ວຍໃຊ້ໂຕ່ງເລືອດຈາກແທ່ນບູຊາ, ຖ້ວຍສໍາລັບເຜົາເຄື່ອງຫອມ ແລະ ເຄື່ອງທອງສໍາຣິດທຸກ ອັນທີ່ໃຊ້ໃນພິທີການທີ່ພຣະວິຫານ.
\v 15 ພວກເຂົາໄດ້ຂົນເອົາທຸກສິ່ງທີ່ເຮັດດ້ວຍເງິນພ້ອມທັງຖ້ວຍນ້ອຍ ແລະ ໝໍ້ໃສ່ຖ່ານໄຟ ໄປດ້ວຍ.
\s5
\v 16 ເຄື່ອງທອງສໍາຣິດ ທີ່ກະສັດໂຊໂລໂມນ ໄດ້ເຮັດໄວ້ໃນພຣະວິຫານຂອງອົງພຣະຜູ້ເປັນເຈົ້າ ມີດັ່ງນີ້: ເສົາສອງຕົ້ນ, ລົດລໍ້, ອ່າງໃຫຍ່ ແລະ ເຄື່ອງເຫລົ່ານີ້ໜັກຫລາຍເກີນກວ່າທີ່ຈະຊັ່ງໄດ້.
\v 17 ເສົາສອງຕົ້ນ ທີ່ຄືກັນ, ແຕ່ລະຕົ້ນສູງແປດແມັດ ຊຶ່ງມີຫົວເສົາເປັນທອງສໍາຣິດ ສູງໜຶ່ງແມັດສາມສິບເຊັນ ແຕ່ລະຍອດເສົາເປັນຮູບຕາໜ່າງທອງສໍາຣິດອ້ອມ ທີ່ເຮັດດ້ວຍໝາກພິລາທອງສໍາຣິດ.
\s5
\v 18 ນອກຈາກນີ້ແລ້ວ ເນບູຊາຣາດານ ຜູ້ບັນຊາການທະຫານກໍໄດ້ຈັບເອົາຄົນໄປເປັນຊະເລີຍ ເຊັ່ນ: ມະຫາປະໂຣຫິດເສຣາອີຢາ, ເຊຟານີຢາ ຮອງມະຫາປະໂຣຫິດ ແລະ ຂ້າຣາຊການຜູ້ສໍາຄັນຂອງພຣະວິຫານ ສາມຄົນ.
\v 19 ສ່ວນພາຍໃນເມືອງນັ້ນ ເພິ່ນຈັບເອົານາຍທະຫານທີ່ເຄີຍບັນຊາການກອງທັບ ທີ່ປຶກສາສ່ວນຕົວຂອງກະສັດຫ້າຄົນ ທີ່ຍັງຢູ່ໃນເມືອງ, ຮອງຜູ້ບັນຊາການທີ່ຮັບຜິດຊອບບັນທຶກລາຍງານການທະຫານ ແລະ ຄົນສໍາຄັນອື່ນ ໆ ອີກຫົກສິບຄົນ.
\s5
\v 20 ເນບູຊາຣາດານ ໄດ້ຈັບພວກເຂົາໄປຫາກະສັດແຫ່ງບາບີໂລນ ທີ່ເມືອງຣິບລາ
\v 21 ໃນຂົງເຂດຮາມັດ. ກະສັດໄດ້ຂ້ຽນຕີພວກເຂົາ ແລະ ຂ້າພວກເຂົາເສຍໃນທີ່ນັ້ນ. ດັ່ງນັ້ນ ປະຊາຊົນຊາວຢູດາ ຈຶ່ງໄດ້ຖືກກວາດລ້າງອອກຈາກດິນແດນຂອງພວກຕົນ ໄປເປັນຊະເລີຍໃນຕ່າງຖິ່ນ.
\s5
\v 22 ກະສັດເນບູກາດເນັດຊາ ແຫ່ງບາບີໂລນ ໄດ້ແຕ່ງຕັ້ງເກດາລີຢາ ລູກຊາຍ ຂອງອາຮີກໍາ ແລະ ຫລານຊາຍຂອງຊາຟານ ໃຫ້ຂຶ້ນເປັນຜູ້ປົກຄອງແຂວງຢູດາຍ; ແລະ ໄດ້ໃຫ້ເພິ່ນເປັນຜູ້ຮັບຜິດຊອບທຸກຄົນທີ່ບໍ່ໄດ້ຖືກຈັບໄປຍັງບາບີໂລນ.
\v 23 ເມື່ອພວກນາຍທະຫານ ແລະ ພົນທະຫານຢູດາ ທີ່ບໍ່ໄດ້ຍອມຈາໍນົນໄດ້ຍິນເຖິງເລື່ອງນີ້ ພວກເຂົາກໍໄປສົມທົບກັບເກດາລີຢາ ທີ່ເມືອງມີຊະປາ. ພວກນາຍທະຫານນີ້ ມີດັ່ງນີ້: ອິດຊະມາເອນ ລູກຊາຍຂອງເນທານີອາ, ໂຢຮານານ ລູກຊາຍຂອງກາເຣອາ, ເສຣາອີຢາ ລູກຊາຍຂອງຕັນຮູເມັດ ຊາວເມືອງເນໂຕຟາ ແລະ ຢາອາຊານີອາ ຊາວເມືອງມາອາກາ.
\v 24 ເກດາລີຢາ ໄດ້ກ່າວຕໍ່ພວກເຫລົ່ານີ້ວ່າ, “ເຮົາຂໍບອກພວກທ່ານວ່າ ພວກທ່ານບໍ່ຕ້ອງຢ້ານ ພວກຂ້າຣາຊການຊາວບາບີໂລນດອກ. ຈົ່ງຕັ້ງຫລັກແຫລ່ງຢູ່ໃນດິນແດນນີ້ ຮັບໃຊ້ກະສັດບາບີໂລນ ແລະ ທຸກສິ່ງກໍຈະເປັນໄປດ້ວຍດີ ສໍາລັບພວກທ່ານ.”
\s5
\v 25 ແຕ່ໃນເດືອນທີເຈັດຂອງປີນັ້ນ ອິດຊະມາເອນ ລູກຊາຍຂອງເນທານີອາ ແລະ ຫລານຊາຍຂອງເອລີຊາມາ ຜູ້ທີ່ເປັນເຊື້ອສາຍຂອງກະສັດ ພ້ອມທັງທະຫານສິບ ຄົນໄດ້ເຂົ້າໄປໃນເມືອງມີຊະປາ ແລະ ໂຈມຕີເຈົ້າເມືອງເກດາລີຢາ ແລ້ວຂ້າເພິ່ນເສຍ. ລາວຍັງໄດ້ຂ້າຊາວອິດສະຣາເອນ ແລະ ຊາວບາບີໂລນ ທີ່ຢູ່ໃນບ່ອນນັ້ນດ້ວຍ.
\v 26 ຊາວອິດສະຣາເອນທັງໝົດກັບຄົນຮັ່ງມີ ແລະ ຄົນທຸກຈົນ ພ້ອມທັງພວກນາຍທະຫານ ຕ່າງກໍປົບໜີໄປຍັງປະເທດເອຢິບ ເພາະຢ້ານຊາວບາບີໂລນ.
\s5
\v 27 ໃນປີທີ່ເຈົ້າເອວິນ ເມໂຣດັກ ໄດ້ຂຶ້ນເປັນກະສັດແຫ່ງບາບີໂລນນັ້ນ ເພິ່ນໄດ້ສະແດງຄວາມເມດຕາຕໍ່ເຈົ້າເຢໂຮຍອາກິນ ກະສັດແຫ່ງຢູດາຍ ໂດຍປ່ອຍເພິ່ນອອກຈາກຄຸກ. ເຫດການນີ້ໄດ້ເກີດຂຶ້ນໃນວັນທີຊາວເຈັດຂອງເດືອນສິບສອງ ໃນປີທີສາມສິບເຈັດ ຫລັງຈາກທີ່ກະສັດເຢໂຮຍອາກິນ ຖືກຈັບໄປເປັນຊະເລີຍ.
\s5
\v 28 ກະສັດເອວິນ ເມໂຣດັກ ໄດ້ປະຕິບັດຕໍ່ເພິ່ນເປັນຢ່າງດີ ແລະໃຫ້ເພິ່ນມີຕໍາແໜ່ງອັນມີກຽດໃຫຍ່ກວ່າກະສັດອື່ນ ໆ ທີ່ຕົກເປັນຊະເລີຍພ້ອມກັບເພິ່ນໃນບາບີໂລນ.
\v 29 ດັ່ງນັ້ນ ກະສັດເຢໂຮຍອາກິນ ຈຶ່ງໄດ້ຮັບອະນຸຍາດໃຫ້ປ່ຽນເຄື່ອງນຸ່ງນັກໂທດ ແລະ ໃຫ້ຮັບປະທານອາຫານຮ່ວມໂຕະກັບກະສັດ ຕະຫລອດຊົ່ວຊີວິດຂອງເພິ່ນ.
\v 30 ແຕ່ລະມື້ ຕະຫລອດຊົ່ວຊີວິດ ເພິ່ນໄດ້ຮັບເງິນເບ້ຍລ້ຽງເປັນປະຈາໍຕາມຄວາມຕ້ອງການ.