lo_bible/11-1KI.usfm

1564 lines
336 KiB
Plaintext
Raw Permalink Blame History

This file contains ambiguous Unicode characters

This file contains Unicode characters that might be confused with other characters. If you think that this is intentional, you can safely ignore this warning. Use the Escape button to reveal them.

\id 1KI
\ide UTF-8
\h ພ​ຣະ​ທຳ ກະ​ສັດ​ທີ​ໜຶ່ງ
\toc1 ພ​ຣະ​ທຳ ກະ​ສັດ​ທີ​ໜຶ່ງ
\toc2 ພ​ຣະ​ທຳ ກະ​ສັດ​ທີ​ໜຶ່ງ
\toc3 1ki
\mt ພ​ຣະ​ທຳ ກະ​ສັດ​ທີ​ໜຶ່ງ
\s5
\c 1
\p
\v 1 ມາບັດນີ້ ກະສັດດາວິດ ກໍເຖົ້າແກ່ຊະຣາຫລາຍແລ້ວ ເຖິງແມ່ນວ່າພວກຄົນຮັບໃຊ້ຫົ່ມຜ້າໃຫ້ເພິ່ນຫລາຍຜືນ ກໍຍັງບໍ່ອົບອຸ່ນ.
\v 2 ດັ່ງນັ້ນ ບັນດາຂ້າຣາຊການ ຈຶ່ງໄດ້ບອກເພິ່ນວ່າ, “ຂ້າແດ່ພະຣາຊາ ຂໍໃຫ້ພວກຂ້ານ້ອຍ ຊອກຫາຍິງສາວບໍຣິສຸດມາຢູ່ກັບທ່ານ ເພື່ອບົວລະບັດທ່ານ. ນາງຈະນອນຄຽງຂ້າງທ່ານ ເພື່ອທ່ານຈະໄດ້ອົບອຸ່ນ.”
\s5
\v 3 ແລ້ວການຊອກຫາຍິງສາວບໍຣິສຸດ ທີ່ສວຍງາມທົ່ວທັງປະເທດອິດສະຣາເອນ ກໍໄດ້ ມີຂຶ້ນ. ພວກເຂົາໄດ້ພົບນາງອາບີຊາກ ຍິງສາວຊາວຊູເນມ ແລະໄດ້ພານາງເຂົ້າມາຫາກະສັດ.
\v 4 ນາງອາບີຊາກ ເປັນຄົນງາມຫລາຍ. ນາງໄດ້ຢູ່ຄອຍຖ້າບົວລະບັດກະສັດ, ແຕ່ເພິ່ນບໍ່ໄດ້ສົມສູ່ກັບນາງ.
\s5
\v 5-6 ເມື່ອເຈົ້າອັບຊາໂລມ ໄດ້ຕາຍໄປນັ້ນ ອາໂດນີຢາ ລູກຊາຍກົກຂອງກະສັດດາວິດ ຜູ້ທີ່ໄດ້ກັບນາງຮັກກິດ ກໍຍັງມີຊີວິດຢູ່. ລາວເປັນຄົນຮູບຮ່າງງາມຫລາຍ. ກະສັດດາວິດ ບໍ່ເຄີຍຕໍາໜິຕິຕຽນລາວໃນເລື່ອງໃດ ໆ ທັງໝົດ ແລະ ລາວກໍທະເຍິທະຍານຢາກ ເປັນກະສັດ. ອາໂດນີຢາ ຕຽມເອົາລົດຮົບ, ມ້າ ແລະ ທະຫານຕິດຕາມຕົນໄປ ຫ້າສິບຄົນ.
\s5
\v 7 ລາວໄດ້ປຶກສາກັບ ໂຢອາບ ລູກຊາຍຂອງນາງເຊຣູອີຢາ ແລະກັບປະໂຣຫິດ ອາບີອາທາ ແລະ ທັງສອງຄົນນີ້ໄດ້ຕົກລົງຮ່ວມມືກັບລາວ.
\v 8 ແຕ່ປະໂຣຫິດ ຊາດົກ, ເບນາອີຢາ ລູກຊາຍຂອງເຢໂຮຍອາດາ, ຜູ້ທາໍນວາຍ ນາທານ, ຊີເມອີ, ເຣອີ, ແລະ ບັນດາທະຫານປ້ອງກັນຕົວກະສັດດາວິດ ບໍ່ໄດ້ເຂົ້າຂ້າງ ອາໂດນີຢາ.
\s5
\v 9 ຢູ່ມາມື້ໜຶ່ງ ອາໂດນີຢາ ໄດ້ຖວາຍສັດບູຊາ ເຊັ່ນ: ແກະ, ງົວ ແລະ ງົວໜຸ່ມໂຕອ້ວນພີດີ ທີ່ໂງ່ນຫິນງູ ໃກ້ກັບບໍ່ນໍ້າ ເອນ ໂຣເກນ. ລາວໄດ້ເຊີນບັນດາລູກຊາຍຄົນອື່ນ ໆ ຂອງກະສັດດາວິດ ພ້ອມທັງບັນດາຂ້າຣາຊການຂອງກະສັດ ທີ່ມາແຕ່ອານາຈັກຢູດາຍ ໄປຮ່ວມກິນລ້ຽງໃນການຖວາຍບູຊານີ້.
\v 10 ແຕ່ຄົນທີ່ລາວບໍ່ໄດ້ເຊີນໄປຮ່ວມ ມີດັ່ງນີ້: ໂຊໂລໂມນ ນ້ອງຊາຍຂອງຕົນ, ຜູ້ທາໍນວາຍ ນາທານ, ເບນາອີຢາ ແລະ ບັນດາທະຫານ ປ້ອງກັນຕົວກະສັດດາວິດ.
\s5
\v 11 ແລ້ວ ນາທານ ກໍໄປຫາຣາຊິນີ ບັດເຊບາ ແມ່ຂອງໂຊໂລໂມນ ແລະຖາມເພິ່ນວ່າ, “ຣາຊິນີໄດ້ຍິນບໍ່ວ່າ ອາໂດນີຢາ ລູກຊາຍຂອງຍານາງຮັກກິດ ໄດ້ແຕ່ງຕັ້ງຕົນເອງຂຶ້ນເປັນກະສັດ ແລະກະສັດດາວິດກໍບໍ່ຮູ້ຫຍັງເລີຍໃນເລື່ອງນີ້.
\v 12 ຖ້າຣາຊິນີຢາກຊ່ວຍຊີວິດຂອງຕົນເອງ ແລະໂຊໂລໂມນ ລູກຊາຍຂອງຣາຊິນີໄວ້ ແລ້ວຂ້ານ້ອຍຢາກຂໍແນະນໍາ
\s5
\v 13 ໃຫ້ຣາຊິນີ ໄປຫາກະສັດດາວິດ ໂດຍທັນທີ ແລະຖາມເພິ່ນວ່າ, ‘ຂ້າແດ່ພະຣາຊາ ທ່ານໄດ້ສັນຍາໄວ້ຢ່າງເດັດດ່ຽວ ກັບຂ້ານ້ອຍແລ້ວ ບໍ່ແມ່ນບໍວ່າ ໂຊໂລໂມນ ລູກຊາຍຂອງຂ້ານ້ອຍຈະເປັນກະສັດສືບແທນທ່ານ? ແລ້ວບັດນີ້ ເປັນຫຍັງ ອາໂດນີຢາ ຈຶ່ງໄດ້ຂຶ້ນເປັນກະສັດ?
\v 14 ແລະ ນາທານ ກໍເວົ້າຕື່ມວ່າ, “ເວລາ ຣາຊິນີກາໍລັງເວົ້າກັບກະສັດດາວິດ ຢູ່ນັ້ນ ຂ້ານ້ອຍຈະເຂົ້າໄປຢືນຢັນຄໍາເວົ້າຂອງຣາຊິນີ.”
\s5
\v 15 ດັ່ງນັ້ນຣາຊິນີ ບັດເຊບາ ຈຶ່ງເຂົ້າໄປຫາກະສັດ ຢູ່ໃນຫ້ອງນອນຂອງເພິ່ນ. ເພິ່ນເຖົ້າແກ່ຫລາຍແລ້ວ ແລະ ນາງອາບີຊາກ ຍິງສາວຊາວຊູເນມ ກໍກໍາລັງບົວລະບັດເພິ່ນຢູ່.
\v 16 ຣາຊິນີ ບັດເຊບາ ກົ້ມຂາບກະສັດ ແລະ ເພິ່ນຖາມນາງວ່າ, “ເຈົ້າຕ້ອງການຫຍັງ? ”
\v 17 ຣາຊິນີ ຕອບເພິ່ນວ່າ, “ຂ້າແດ່ຣາຊາເຈົ້າ ທ່ານໄດ້ສັນຍາຕໍ່ຂ້ານ້ອຍ ຢ່າງເດັດດ່ຽວ ໃນນາມຂອງອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງທ່ານແລ້ວວ່າ ໂຊໂລໂມນ ລູກຊາຍຂອງຂ້ານ້ອຍຈະໄດ້ຂຶ້ນເປັນກະສັດສືບແທນທ່ານ.
\s5
\v 18 ແຕ່ ອາໂດນີຢາ ຂຶ້ນເປັນກະສັດແທນແລ້ວ ທ່ານກໍບໍ່ຮູ້ຈັກກ່ຽວກັບເລື່ອງນີ້ເລີຍ.
\v 19 ລາວໄດ້ຖວາຍບູຊາ ງົວເຖິກ, ແກະ ແລະ ງົວນ້ອຍ ໂຕອ້ວນພີຫລາຍໂຕ. ລາວເຊີນພວກລູກຊາຍຂອງທ່ານ ປະໂຣຫິດອາບີອາທາ ແລະ ໂຢອາບ ຜູ້ບັນຊາການກອງທັບຂອງທ່ານ ໄປຮ່ວມໃນການກິນລ້ຽງ, ແຕ່ລາວບໍ່ໄດ້ເຊີນ ໂຊໂລໂມນ ລູກຊາຍຂອງທ່ານເລີຍ.
\s5
\v 20 ຂ້າແດ່ພະຣາຊາ ປະຊາຊົນອິດສະຣາເອນທັງໝົດ ກາໍລັງລໍຟັງທ່ານຢູ່ ວ່າທ່ານຈະໃຫ້ຜູ້ໃດຂຶ້ນເປັນກະສັດປົກຄອງ ແທນທ່ານ.
\v 21 ຖ້າທ່ານບໍ່ເຮັດຕາມທີ່ທ່ານ ໄດ້ສັນຍາໄວ້, ພໍທ່ານຕາຍໄປແລ້ວ ໂຊໂລໂມນ ລູກຊາຍຂອງຂ້ານ້ອຍ ແລະ ຂ້ານ້ອຍເອງກໍຈະຖືກກ່າວຫາ ວ່າເປັນພວກກະບົດ.”
\s5
\v 22 ເມື່ອ ນາທານ ໄດ້ມາເຖິງຣາຊວັງ ຣາຊິນີ ບັດເຊບາ ກໍພວມເວົ້າຢູ່.
\v 23 ແລ້ວ ມີຄົນມາລາຍງານກະສັດ ວ່າ, “ຜູ້ທໍານວາຍ ໄດ້ມາທີ່ນີ້ ” ແລະ ນາທານ ກໍໄດ້ເຂົ້າໄປກົ້ມຂາບຕໍ່ໜ້າກະສັດ.
\s5
\v 24 ແລ້ວ ນາທານ ກໍຖາມວ່າ, “ຂ້າແດ່ພະຣາຊາ ທ່ານໄດ້ປະກາດໄປວ່າ ອາໂດນີຢາ ຈະຕ້ອງເປັນກະສັດສືບແທນທ່ານ ຊັ້ນບໍ?
\v 25 ເພາະໃນວັນນີ້ເອງ ລາວໄດ້ໄປຖວາຍບູຊາ ງົວເຖິກ, ແກະ ແລະ ງົວນ້ອຍ ໂຕອ້ວນພີຫລາຍໂຕ. ລາວໄດ້ເຊີນພວກລູກຊາຍຂອງ ກະສັດທຸກຄົນ, ໂຢອາບ ຜູ້ບັນຊາການກອງທັບຂອງທ່ານ [ກ] ແລະ ປະໂຣຫິດອາບີອາທາ; ດຽວນີ້ພວກເຂົາພວມກິນລ້ຽງຮ່ວມກັບລາວ ພ້ອມທັງຮ້ອງໂຮວ່າ, ‘ຂໍໃຫ້ກະສັດອາໂດນີຢາ ຈົ່ງໝັ້ນຍືນ.
\s5
\v 26 ທ່ານເອີຍ ລາວບໍ່ໄດ້ເຊີນຂ້ານ້ອຍ ຫລື ປະໂຣຫິດ ຊາດົກ ເບນາອີຢາ ຫລື ໂຊໂລໂມນ.
\v 27 ທ່ານເຫັນດີນາໍສິ່ງທັງໝົດນີ້ ແລະ ບໍ່ບອກແມ່ນແຕ່ບັນດາຂ້າຣາຊການຂອງທ່ານ ໃຫ້ຮູ້ຈັກນາໍວ່າ ແມ່ນຜູ້ໃດຈະຂຶ້ນ ເປັນກະສັດປົກຄອງສືບແທນທ່ານ ມັນຈະເປັນໄປໄດ້ບໍ?”
\s5
\v 28 ກະສັດດາວິດ ກ່າວວ່າ, “ຈົ່ງເອີ້ນເອົາ ບັດເຊບາ ກັບຄືນເຂົ້າມາຂ້າງໃນພີ້. ” ຣາຊິນີຈຶ່ງໄດ້ເຂົ້າມາຢືນຢູ່ຕໍ່ໜ້າເພິ່ນ.
\v 29 ແລ້ວ ກະສັດກໍເວົ້າແກ່ຣາຊິນີ ວ່າ, “ເຮົາຂໍສັນຍາ ໂດຍອົງພຣະຜູ້ເປັນເຈົ້າ ອົງມີຊີວິດຢູ່ ຄື ອົງທີ່ໄດ້ຊ່ວຍກູ້ເອົາເຮົາ ຈາກຄວາມເດືອດຮ້ອນຕ່າງ ໆ ນາ ໆ
\v 30 ວ່າ ວັນນີ້ເຮົາຈະເຮັດ ຕາມຄໍາສັນຍາທີ່ເຮົາໄດ້ມີຕໍ່ເຈົ້າ ໃນນາມຂອງ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າແຫ່ງຊາດອິດສະຣາເອນ ໂຊໂລໂມນ ລູກຊາຍຂອງເຈົ້າ ຈະຂຶ້ນເປັນກະສັດປົກຄອງສືບແທນເຮົາ. ”
\v 31 ຣາຊິນີ ບັດເຊບາ ໄດ້ກົ້ມຂາບ ແລະ ເວົ້າວ່າ, “ຂໍໃຫ້ກະສັດຜູ້ເປັນເຈົ້າເໜືອຫົວຂອງຂ້ານ້ອຍ ຈົ່ງໝັ້ນຍືນຕະຫລອດໄປ.”
\s5
\v 32 ແລ້ວ ກະສັດດາວິດກໍສົ່ງຄົນໄປນາໍເອົາ ຊາດົກ, ນາທານ ແລະ ເບນາອີຢາ. ພວກເພິ່ນໄດ້ເຂົ້າມາ
\v 33 ແລະ ກະສັດກ່າວແກ່ພວກເພິ່ນ ວ່າ, “ຈົ່ງເອົາພວກຂ້າຣາຊການ ປະຈາໍວັງໄປກັບພວກເຈົ້າ ໃຫ້ໂຊໂລໂມນ ລູກຊາຍຂອງເຮົາ ຂີ່ລໍຂອງເຮົາ ແລ້ວແຫ່ລາວ ລົງໄປທີ່ບໍ່ນາໍ້ ກີໂຮນ
\v 34 ໃນທີ່ນັ້ນ ໃຫ້ຊາດົກ ແລະ ນາທານ ຫົດສົງແຕ່ງຕັ້ງລາວເປັນ ກະສັດແຫ່ງຊາດອິດສະຣາເອນ. ແລ້ວໃຫ້ເປົ່າແກ ແລະ ຮ້ອງໂຮຂຶ້ນວ່າ, ‘ຂໍໃຫ້ກະສັດ ໂຊໂລໂມນ ຈົ່ງໝັ້ນຍືນ.
\s5
\v 35 ໃຫ້ພວກເຈົ້າແຫ່ລາວຂຶ້ນມາ ແລະ ລາວຈະນັ່ງຢູ່ເທິງບັນລັງຂອງເຮົາ. ລາວຈະ ຂຶ້ນເປັນກະສັດສືບແທນເຮົາ ເພາະລາວເປັນ ຜູ້ທີ່ເຮົາໄດ້ເລືອກເອົາໃຫ້ປົກຄອງ ອິດສະຣາເອນ ແລະ ຢູດາຍ. ”
\v 36 ເບນາອີຢາ ຕອບວ່າ, “ຂ້ານ້ອຍຈະເຮັດຕາມທຸກຢ່າງ. ຂໍໃຫ້ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງກະສັດ ຮັບຮູ້ໃນເລື່ອງນີ້ດ້ວຍເທີ້ນ
\v 37 ອົງພຣະຜູ້ເປັນເຈົ້າ ໄດ້ສະຖິດຢູ່ກັບກະສັດຂອງ ຂ້ານ້ອຍຢ່າງໃດ ກໍຂໍໃຫ້ພຣະອົງສະຖິດຢູ່ກັບໂຊໂລໂມນ ຢ່າງນັ້ນ ແລະຂໍໃຫ້ຣາຊການຂອງກະສັດໂຊໂລໂມນ ຈົ່ງຈະເລີນຮຸ່ງເຮືອງ ກວ່າຣາຊການຂອງທ່ານເທີ້ນ.”
\s5
\v 38 ດັ່ງນັ້ນ ປະໂຣຫິດຊາດົກ, ຜູ້ທາໍນວາຍ ນາທານ, ເບນາອີຢາ ລູກຊາຍຂອງເຢໂຮຍອາດາ ແລະບັນດາທະຫານປ້ອງກັນຕົວກະສັດ ຈຶ່ງໃຫ້ໂຊໂລໂມນ ນັ່ງເທິງຫລັງລໍຂອງ ກະສັດດາວິດ ແລະ ແຫ່ເພິ່ນໄປທີ່ບໍ່ນໍ້າ ກີໂຮນ.
\v 39 ປະໂຣຫິດຊາດົກ ໄດ້ນາໍເອົານາໍ້ມັນໝາກກອກເທດ ຈາກຫໍເຕັນບ່ອນອົງພຣະຜູ້ເປັນເຈົ້າສະຖິດຢູ່ ຫົດສົງໂຊໂລໂມນ. ພວກເຂົາເປົ່າແກ ແລະ ປະຊາຊົນທັງໝົດກໍໄດ້ພາກັນຮ້ອງໂຮຂຶ້ນວ່າ, “ຂໍໃຫ້ກະສັດໂຊໂລໂມນ ຈົ່ງໝັ້ນຍືນ. ”
\v 40 ແລ້ວທຸກຄົນກໍໄດ້ຍ່າງຕາມເພິ່ນຄືນມາ ທັງຮ້ອງໂຮ ແລະ ເປົ່າຄຸ່ຍດ້ວຍຄວາມຍິນດີ ສຽງດັງຈົນແຜ່ນດິນສັ່ນສະເທືອນ.
\s5
\v 41 ເມື່ອອາໂດນີຢາ ແລະ ບັນດາແຂກຂອງຕົນພວມກິນລ້ຽງໃກ້ຈະແລ້ວ. ທຸກຄົນກໍໄດ້ຍິນສຽງດັງນັ້ນ. ເມື່ອໂຢອາບ ຍິນສຽງເປົ່າແກ ລາວຈຶ່ງຖາມຂຶ້ນວ່າ, “ສຽງທີ່ດັງຢູ່ໃນເມືອງນັ້ນ ແມ່ນສຽງຫຍັງ? ”
\v 42 ກ່ອນ ໂຢອາບ ເວົ້າຈົບ ໂຢນາທານລູກຊາຍຂອງປະໂຣຫິດ ອາບີອາທາ ກໍມາຮອດ. ອາໂດນີຢາ ກ່າວວ່າ, “ເຂົ້າມາຂ້າງໃນພີ້ດູ ເຈົ້າເປັນຄົນດີຜູ້ໜຶ່ງ ສະນັ້ນເຈົ້າຄົງນໍາເອົາ ຂ່າວດີມາບອກ.”
\s5
\v 43 ໂຢນາທານ ຕອບວ່າ, “ຢ້ານບໍ່ເປັນດັ່ງນັ້ນດອກ ເພາະກະສັດດາວິດໄດ້ແຕ່ງຕັ້ງ ໂຊໂລໂມນ ໃຫ້ຂຶ້ນເປັນກະສັດແລ້ວ.
\v 44 ເພິ່ນໄດ້ໃຫ້ປະໂຣຫິດຊາດົກ, ຜູ້ທາໍນວາຍ ນາທານ, ເບນາອີຢາ ລູກຊາຍຂອງເຢໂຮຍອາດາ ແລະ ທະຫານປ້ອງກັນຕົວເພິ່ນແຫ່ໂຊໂລໂມນໄປ. ພວກເຂົາໃຫ້ລາວນັ່ງເທິງຫລັງລໍຂອງກະສັດ
\v 45 ແລະ ຊາດົກ ກັບ ນາທານ ກໍໃຊ້ນໍ້າມັນສັກສິດ ຫົດສົງລາວໃຫ້ເປັນກະສັດ ທີ່ບໍ່ນໍ້າ ກີໂຮນ. ແລ້ວພວກເຂົາກໍກັບເຂົ້າໄປໃນເມືອງ ທັງໂຮ່ຮ້ອງດ້ວຍຄວາມ ຊົມຊື່ນຍິນດີ, ທຸກຄົນທີ່ຢູ່ໃນເມືອງນັ້ນກໍາລັງ ອຶກກະທຶກ ດັ່ງທີ່ທ່ານກາໍລັງໄດ້ຍິນສຽງນັ້ນແຫລະ.
\s5
\v 46 ບັດນີ້ ໂຊໂລໂມນ ໄດ້ນັ່ງເທິງບັນລັງຂອງກະສັດແລ້ວ.
\v 47 ຍິ່ງໄປກວ່ານີ້ອີກ ບັນດາຂ້າຣາຊການປະຈາໍວັງ ກໍໄດ້ໄປຖວາຍ ພອນແກ່ກະສັດດາວິດ ວ່າ, ‘ຂໍພຣະເຈົ້າຂອງທ່ານ ໂຜດ​ບັນດານໃຫ້ ໂຊໂລໂມນ ມີຊື່ສຽງຫລາຍກວ່າທ່ານ ແລະ ໃຫ້ຣາຊການຂອງກະສັດໂຊໂລໂມນ ຈະເລີນຮຸ່ງເຮືອງກວ່າ ຣາຊການຂອງທ່ານ. ແລ້ວກະສັດດາວິດ ກໍກົ້ມລົງນະມັດສະການພຣະເຈົ້າ ທີ່ຕຽງນອນຂອງເພິ່ນ
\v 48 ແລະ ພາວັນນາອະທິຖານວ່າ, ‘ຂໍໃຫ້ພວກເຮົາສັນລະເສີນອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງຊາດອິດສະຣາເອນ ເພາະວັນນີ້ ພຣະອົງໄດ້ໃຫ້ຜູ້ໜຶ່ງໃນເຊື້້ອສາຍ ຂອງຂ້ານ້ອຍ ຂຶ້ນເປັນກະສັດສືບແທນຂ້ານ້ອຍ ແລະ ໄດ້ໂຜດໃຫ້ຂ້ານ້ອຍມີຊີວິດຢູ່ ຈົນໄດ້ເຫັນການນີ້.
\s5
\v 49 ບັນດາແຂກຂອງອາໂດນີຢາ ພາກັນ ຢ້ານກົວ ແລະ ທຸກຄົນກໍລຸກຂຶ້ນໜີໄປຕາມ ທາງຂອງໃຜລາວ.
\v 50 ອາໂດນີຢາ ເກີດຢ້ານກະສັດໂຊໂລໂມນ ຫລາຍຈຶ່ງໄປທີ່ຫໍເຕັນບ່ອນອົງພຣະຜູ້ເປັນເຈົ້າສະຖິດຢູ່ ແລະ ຈັບທີ່ແຈຂອງແທ່ນບູຊາ. [ຂ]
\v 51 ໄດ້ມີຄົນ ມາບອກກະສັດໂຊໂລໂມນ ວ່າ, “ອາໂດນີຢາ ຢ້ານທ່ານຫລາຍ ແລະ ລາວພວມຈັບແຈ ແທ່ນບູຊາ ທັງເວົ້າວ່າ, ‘ກ່ອນອື່ນໝົດ ຂໍໃຫ້ກະສັດໂຊໂລໂມນ ສາບານກັບຂ້ອຍກ່ອນວ່າ ເພິ່ນຈະບໍ່ສັງຫານຂ້ອຍ.
\s5
\v 52 ກະສັດໂຊໂລໂມນ ຕອບວ່າ, “ຖ້າລາວ ສັດຊື່ແທ້ ແມ່ນແຕ່ຜົມເສັ້ນໜຶ່ງຂອງລາວກໍຈະບໍ່ຖືກແຕະຕ້ອງ; ແຕ່ຖ້າລາວບໍ່ສັດຊື່ ລາວຈະຕ້ອງຕາຍ. ”
\v 53 ແລ້ວກະສັດໂຊໂລໂມນ ກໍສົ່ງຄົນໄປນາໍເອົາ ອາໂດນີຢາ ມາຈາກແທ່ນບູຊາ. ອາໂດນີຢາ ໄດ້ໄປຫາກະສັດ ແລະ ກົ້ມຂາບລົງຕໍ່ໜ້າເພິ່ນ; ແລ້ວ ກະສັດກໍເວົ້າວ່າ, “ໃຫ້ເຈົ້າກັບຄືນເມືອເຮືອນສາ.”
\s5
\c 2
\p
\v 1 ເມື່ອກະສັດດາວິດ ໃກ້ຈະສິ້ນໃຈຕາຍ ເພິ່ນໄດ້ເອີ້ນ ໂຊໂລໂມນ ລູກຂອງຕົນມາ ແລະ ແນະນໍາສັ່ງສອນເປັນຄັ້ງສຸດທ້າຍ ວ່າ,
\v 2 “ເວລາແຫ່ງຄວາມຕາຍຂອງພໍ່ ໄດ້ມາ ເຖິງແລ້ວ ຈົ່ງກ້າຫານ ແລະ ເດັດດ່ຽວ
\v 3 ຈົ່ງເຮັດຕາມສິ່ງທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງເຈົ້າ ສັັ່ງເຈົ້າໃຫ້ເຮັດ; ຈົ່ງເຊື່ອຟັງກົດບັນຍັດ ແລະ ຄໍາສັ່ງທຸກຂໍ້ຂອງພຣະອົງ ຕາມທີ່ໄດ້ມີຂຽນໄວ້ໃນກົດບັນຍັດຂອງໂມເຊ ເພື່ອວ່າເຈົ້າຈະສໍາເລັດຜົນ ໃນທຸກສິ່ງທີ່ເຈົ້າເຮັດ.
\v 4 ‘ຖ້າເຈົ້າປະຕິບັດຕາມ ອົງພຣະຜູ້ເປັນເຈົ້າຈະຮັກສາພັນທະສັນຍາ ທີ່ ພຣະອົງໄດ້ເຮັດໄວ້ ເມື່ອພຣະອົງໄດ້ກ່າວວ່າ ລູກຫລານຂອງພໍ່ຈະປົກຄອງຊາດອິດສະຣາເອນ ຕໍ່ໄປ ຕາບໃດທີ່ພວກເຂົາຕັ້ງໜ້າເຊື່ອຟັງຂໍ້ຄໍາສັ່ງຂອງພຣະອົງຢ່າງສັດຊື່ ແລະ ດ້ວຍສຸດຈິດສຸດໃຈ.
\s5
\v 5 ຍັງມີເລື່ອງອື່ນອີກ ເຈົ້າຈື່ໄດ້ບໍສິ່ງທີ່ ໂຢອາບ ໄດ້ເຮັດຕໍ່ພໍ່ໂດຍໄດ້ຂ້າຜູ້ບັນຊາການ ກອງທັບຂອງຊາດອິດສະຣາເອນ ສອງຄົນ ຄື ອັບເນ ລູກຊາຍຂອງເນຣະ ແລະ ອາມາຊາ ລູກຊາຍຂອງເຢເທີ. ເຈົ້າຈື່ໄດ້ບໍວ່າ ລາວໄດ້ຂ້າພວກເຂົາໃນຍາມສະຫງົບສຸກ ເພື່ອແກ້ແຄ້ນໃຫ້ແກ່ພວກທີ່ຕາຍໄປໃນຍາມສົງຄາມ. ລາວຂ້າຄົນທີ່ບໍ່ມີຄວາມຜິດ [ຄ] ບັດນີ້ ພໍ່ຕ້ອງຮັບຜິດຊອບຕໍ່ການກະທາໍຂອງລາວ ແລະ ພໍ່ຕ້ອງຮັບຄວາມທໍລະມານ [ງ] ໃນຜົນກາໍນັ້ນ.
\v 6 ເຈົ້າຮູ້ດີວ່າ ຄວນຈະເຮັດຢ່າງໃດ; ເຈົ້າຄົງບໍ່ປ່ອຍໃຫ້ລາວຕາຍຢ່າງທໍາມະດາ.
\s5
\v 7 ແຕ່ເຈົ້າຈົ່ງເຮັດດີຕໍ່ພວກລູກຊາຍຂອງ ບັກຊິນໄລ ຊາວກີເລອາດ ແລະ ເບິ່ງແຍງຮັກສາພວກເຂົາ ເພາະພວກເຂົາໄດ້ເຮັດດີຕໍ່ພໍ່ເມື່ອພໍ່ໄດ້ປົບໜີຈາກ ອັບຊາໂລມ ອ້າຍຂອງເຈົ້າ.
\s5
\v 8 ຍັງມີອີກຜູ້ໜຶ່ງ ຊື່ວ່າ ຊີເມອີ ລູກຊາຍຂອງເກຣາ ຊາວເບັນຢາມິນ ຈາກເມືອງບາຮູຣີມ. ເມື່ອພໍ່ໄດ້ເດີນທາງໄປຍັງເມືອງ ມະຫານາອິມ ລາວໄດ້ປ້ອຍດ່າພໍ່ຢ່າງເຈັບແສບ. ແຕ່ເມື່ອລາວໄດ້ພົບພໍ່ທີ່ແມ່ນາໍ້ຈໍແດນ ພໍ່ໄດ້ສາບານຢ່າງໜັກແໜ້ນ ໃນນາມຂອງອົງພຣະຜູ້ເປັນເຈົ້າວ່າພໍ່ຈະບໍ່ຂ້າລາວ.
\v 9 ແຕ່ເຈົ້າບໍ່ຕ້ອງປ່ອຍລາວໄປຢ່າງບໍ່ໃສ່ໂທດ. ເຈົ້າ ເປັນຄົນມີປັນຍາ ເຈົ້າຮູ້ວ່າຄວນຈະເຮັດຢ່າງໃດ ຈົ່ງພິຈາລະນາໃຫ້ລາວຖືກໂທດປະຫານ.”
\s5
\v 10 ກະສັດດາວິດໄດ້ຕາຍໄປ ແລະ ຖືກຝັງໄວ້ຢູ່ໃນເມືອງຂອງດາວິດ.
\v 11 ເພິ່ນເປັນກະສັດປົກຄອງຊາດອິດສະຣາເອນ ເປັນເວລາສີ່ສິບປີ ແລະ ປົກຄອງຢູ່ທີ່ນະຄອນເຢຣູຊາເລັມ ເປັນເວລາສາມສິບສາມປີ.
\v 12 ກະສັດໂຊໂລໂມນ ຂຶ້ນເປັນກະສັດສືບແທນກະສັດດາວິດພໍ່ຂອງຕົນ ແລະ ອໍານາດໃນຕໍາແໜ່ງກະສັດຂອງເພິ່ນກໍດໍາລົງຢູ່ຢ່າງໝັ້ນຄົງ.
\s5
\v 13 ແລ້ວ ອາໂດນີຢາ ລູກຊາຍຂອງນາງຮັກກິດ ກໍໄດ້ໄປຫາຣາຊິນີ ບັດເຊບາ. ແມ່ຂອງກະສັດໂຊໂລໂມນ. ເພິ່ນຖາມລາວວ່າ, “ເຈົ້າມາຢາມຂ້ອຍຄັ້ງນີ້ ໃນຖານເປັນມິດບໍ? ” ລາວຕອບວ່າ, “ແມ່ນແລ້ວ. ”
\v 14 ແລ້ວລາວກໍເວົ້າຕື່ມວ່າ, “ຂ້ອຍຢາກຂໍຖາມເຈົ້າບາງຢ່າງ ແດ່ໄດ້ບໍ? ” ຣາຊິນີຖາມວ່າ, “ຖາມເລື່ອງຫຍັງ? ”
\v 15 ລາວຕອບວ່າ, “ເຈົ້າຄົງຮູ້ແລ້ວວ່າ ຂ້ອຍຄວນຈະໄດ້ເປັນກະສັດ ແລະ ທຸກຄົນໃນຊາດອິດສະຣາເອນ ກໍມີຄວາມຫວັງຢ່າງນັ້ນ, ແຕ່ເຫດການກັບກາຍມາເປັນຢ່າງ ອື່ນຄື ນ້ອງຊາຍຂອງຂ້ອຍໄດ້ຂຶ້ນເປັນກະສັດເພາະເປັນຄວາມປະສົງຂອງອົງພຣະຜູ້ເປັນເຈົ້າ.
\s5
\v 16 ບັດນີ້ ຂ້ອຍມີຄໍາຂໍຮ້ອງຢ່າງໜຶ່ງ; ຢ່າ ປະຕິເສດຂ້ອຍເລີຍ. ” ຣາຊິນີ ຖາມວ່າ, “ເຈົ້າ ຕ້ອງການຫຍັງ? ”
\v 17 ລາວຕອບວ່າ, “ກະລຸນາ ຂໍນໍາກະສັດໂຊໂລໂມນ ໃຫ້ເອົານາງອາບີຊາກ ຍິງສາວຊາວເມືອງຊູເນມ ມາ ເປັນເມຍຂອງຂ້ອຍ ຂ້ອຍຮູ້ວ່າເພິ່ນຄົງຈະບໍ່ປະຕິເສດເຈົ້າດອກ. ”
\v 18 ຣາຊິນີ ຕອບວ່າ, “ດີແລ້ວ ຂ້ອຍຈະຖາມກະສັດໃຫ້ເຈົ້າ.”
\s5
\v 19 ດັ່ງນັ້ນຣາຊິນີ ບັດເຊບາ ຈຶ່ງໄດ້ໄປຖາມກະສັດໃຫ້ ອາໂດນີຢາ. ກະສັດລຸກຢືນຂຶ້ນ ແລະກົ້ມຂາບແມ່. ແລ້ວເພິ່ນກໍນັ່ງລົງເທິງບັນລັງ ແລະ ສັ່ງຄົນໃຫ້ເອົາຕັ່ງມາໃຫ້ແມ່ນັ່ງເບື້ອງຂວາຂອງຕົນ.
\v 20 ຣາຊິນີ ກ່າວວ່າ, “ແມ່ຢາກຂໍຮ້ອງລູກ ສິ່ງນ້ອຍ ໆ ພຽງສິ່ງໜຶ່ງ; ຂໍລູກຢ່າປະຕິເສດແມ່ເລີຍ. ” ເພິ່ນຖາມວ່າ, “ແມ່ຢາກຂໍຫຍັງ? ລູກຈະບໍ່ປະຕິເສດແມ່ດອກ. ”
\v 21 ຣາຊິນີ ຕອບວ່າ, “ແມ່ຂໍລູກ ຍົກນາງອາບີຊາກ ໃຫ້ເປັນເມຍຂອງອາໂດນີຢາ ອ້າຍຂອງລູກສາເຖີດ.”
\s5
\v 22 ກະສັດຖາມຄືນວ່າ, “ເປັນຫຍັງ ແມ່ຈຶ່ງຂໍຮ້ອງລູກຍົກນາງອາບີຊາກ ໃຫ້ລາວເທົ່ານັ້ນ? ເປັນຫຍັງ ແມ່ບໍ່ຂໍໃຫ້ລູກຍົກບັນລັງໃຫ້ລາວ. ເພາະລາວເປັນອ້າຍຂອງລູກ ແລະປະໂຣຫິດ ອາບີອາທາ ກັບ ໂຢອາບ ກໍຢູ່ຝ່າຍລາວ” [ຈ]
\v 23 ແລ້ວກະສັດໂຊໂລໂມນ ກໍສັນຍາໃນນາມຂອງອົງພຣະຜູ້ເປັນເຈົ້າ ຢ່າງໜັກແໜ້ນວ່າ, “ຖ້າຂ້ານ້ອຍບໍ່ຂ້າ ອາໂດນີຢາ ຍ້ອນລາວກ້າຂໍຮ້ອງຢ່າງນີ້ ກໍໃຫ້ພຣະເຈົ້າສັງຫານຂ້ານ້ອຍສາເຖີດ
\s5
\v 24 ອົງພຣະຜູ້​ເປັນເຈົ້າໄດ້ແຕ່ງຕັ້ງຂ້ານ້ອຍ ໃຫ້ນັ່ງເທິງບັນລັງຂອງກະສັດດາວິດ ພໍ່ຂອງຂ້ານ້ອຍຢ່າງໝັ້ນຄົງ; ພຣະອົງໄດ້ຮັກສາພຣະສັນຍາ ໂດຍຍົກອານາຈັກໃຫ້ແກ່ຂ້ານ້ອຍ ແລະ ລູກຫລານຂອງຂ້ານ້ອຍ. ສະນັ້ນ ຂ້ານ້ອຍຂໍສາບານໃນນາມຂອງອົງພຣະຜູ້ເປັນເຈົ້າ ອົງຊົງຊີວິດຢູ່ວ່າ ອາໂດນີຢາ ຈະຕ້ອງຕາຍໃນວັນນີ້. ”
\v 25 ດັ່ງນັ້ນ ກະສັໂຊໂລໂມນ ຈຶ່ງສັ່ງເບນາອີຢາ ໃຫ້ຂ້າອາໂດນີຢາ.
\s5
\v 26 ແລ້ວ ກະສັດໂຊໂລໂມນ ກໍໄດ້ກ່າວຕໍ່ປະໂຣຫິດ ອາບີອາທາ ວ່າ, “ຈົ່ງກັບຄືນເມືອສູ່ ເມືອງອານາທົດ ບ້ານເດີມຂອງເຈົ້າ. ເຈົ້າສົມຄວນຈະຕາຍ ແຕ່ເຮົາຈະບໍ່ຂ້າເຈົ້າໃນເວລານີ້ ເພາະຄາວທີ່ເຈົ້າຢູ່ກັບກະສັດດາວິດພໍ່ເຮົານັ້ນ ເຈົ້າໄດ້ຮັບຜິດຊອບຫີບພັນທະສັນຍາຂອງພຣະເຈົ້າຢາເວ ອົງພຣະຜູ້ເປັນເຈົ້າ ແລະໄດ້ຮ່ວມສຸກຮ່ວມທຸກກັບເພິ່ນ. ”
\v 27 ແລ້ວ ກະສັດໂຊໂລໂມນກໍໄລ່ ອາບີອາທາ ອອກຈາກຕໍາແໜ່ງປະໂຣຫິດຂອງອົງພຣະຜູ້ເປັນເຈົ້າ. ເຫດການກໍເປັນຈິງ ຕາມທີ່ອົງພຣະ​ຜູ້​ເປັນເຈົ້າໄດ້ກ່າວໄວ້ ທີ່ເມືອງຊີໂລ ກ່ຽວກັບປະໂຣຫິດ ເອລີ ແລະພວກລູກຫລານຂອງເພິ່ນ.
\s5
\v 28 ເມື່ອໂຢອາບ ໄດ້ຍິນເຖິງເລື່ອງທີ່ເກີດຂຶ້ນ. (ເຖິງແມ່ນວ່າ ລາວບໍ່ໄດ້ສະໜັບສະໜູນ ອັບຊາໂລມ, ແຕ່ລາວໄດ້ສະໜັບສະໜູນ ອາໂດນີຢາ.) ດັ່ງນັ້ນ ລາວຈຶ່ງປົບໜີໄປຍັງຫໍເຕັນ ບ່ອນອົງພຣະຜູ້ເປັນເຈົ້າ ສະຖິດຢູ່ ແລະ ຈັບແຈຂອງແທ່ນບູຊາ. [ສ]
\v 29 ເມື່ອກະສັດໂຊໂລໂມນ ຮູ້ຂ່າວວ່າ ໂຢອາບ ໄດ້ໜີເຂົ້າໄປໃນຫໍເຕັນ ທີ່ແທ່ນບູຊາ ເພິ່ນຈຶ່ງໃຊ້ຄົນໄປຖາມ ໂຢອາບ ວ່າເປັນຫຍັງ ລາວຈຶ່ງປົບມາທີ່ແທ່ນບູຊານີ້. ໂຢອາບ ຕອບວ່າ, ລາວປົບໜີມາຫາອົງພຣະຜູ້ເປັນເຈົ້າ ເພາະຢ້ານກະສັດໂຊໂລໂມນ. ສະນັ້ນ ກະສັດໂຊໂລໂມນ ຈຶ່ງສັ່ງເບນາອີຢາ [ຊ] ໄປຂ້າໂຢອາບ;
\s5
\v 30 ເບນາອີຢາ ໄດ້ໄປຍັງຫໍເຕັນ ບ່ອນອົງພຣະຜູ້ເປັນເຈົ້າສະຖິດຢູ່ ແລະ ເວົ້າຕໍ່ໂຢອາບ ວ່າ, “ກະສັດສັ່ງເຈົ້າໃຫ້ອອກມາ. ” ໂຢອາບ ຕອບວ່າ, “ບໍ່ຂ້ອຍຈະຕາຍຢູ່ທີ່ນີ້. ” ເບນາອີຢາ ຈຶ່ງກັບຄືນໄປບອກກະສັດ ຕາມທີ່ໂຢອາບໄດ້ເວົ້າ.
\v 31 ກະສັດໂຊໂລໂມນ ຕອບວ່າ, “ຈົ່ງເຮັດຕາມທີ່ໂຢອາບໄດ້ເວົ້າ ຂ້າລາວແລະຝັງລາວເສຍ. ແລ້ວຄອບຄົວພໍ່ເຮົາ ແລະ ເຮົາເອງກໍຈະບໍ່ໄດ້ຮັບຜິດຊອບໃນການຄາດຕະກາໍ ທີ່ໂຢອາບໄດ້ເຮັດ ເມື່ອລາວໄດ້ຂ້າຄົນໂດຍບໍ່ມີຄວາມຜິດ.
\s5
\v 32 ອົງພຣະຜູ້ເປັນເຈົ້າ ຈະລົງໂທດໂຢອາບ ຍ້ອນລາວໄດ້ຂ້າຄົນ [ຍ] ໂດຍທີ່ກະສັດດາວິດ ພໍ່ຂອງເຮົາບໍ່ຮູ້ຈັກນາໍ. ໂຢອາບ ໄດ້ຂ້າຜູ້ທີ່ບໍ່ມີຄວາມຜິດສອງຄົນ ທີ່ເກັ່ງກ້າກວ່າຕົນ ຄື ອັບເນ ຜູ້ບັນຊາການກອງທັບແຫ່ງອິ​ດສະຣາເອນ ແລະ ອາມາຊາ ຜູ້ບັນຊາການກອງທັບແຫ່ງຢູດາຍ.
\v 33 ໂທດຂ້າຄົນນີ້ ກໍຈະຕົກຖືກໂຢອາບ ກັບລູກຫລານຂອງລາວຕະຫລອດໄປ. ແຕ່ອົງພຣະຜູ້ເປັນເຈົ້າຈະໃຫ້ລູກຫລານຂອງກະສັດດາວິດ ຂຶ້ນຄອງບັນລັງສືບແທນເພິ່ນຕໍ່ໄປ.”
\s5
\v 34 ດັ່ງນັ້ນ ເບນາອີຢາ ຈຶ່ງໄປທີ່ຫໍເຕັນບ່ອນອົງພຣະຜູ້ເປັນເຈົ້າສະຖິດຢູ່ ແລະຂ້າໂຢອາບ ແລ້ວຝັງລາວໄວ້ໃນທີ່ດິນຂອງລາວ ເອງນອກເມືອງ.
\v 35 ກະສັດໄດ້ແຕ່ງຕັ້ງ ເບນາອີຢາ ໃຫ້ເປັນຜູ້ບັນຊາການກອງທັບແທນໂຢອາບ ແລະ ແຕ່ງຕັ້ງ ຊາດົກ ໃຫ້ເປັນປະໂຣຫິດແທນອາບີອາທາ.
\s5
\v 36 ຕໍ່ມາກະສັດໄດ້ສົ່ງຄົນໄປຫາ ຊີເມອີ ແລະບອກລາວວ່າ, “ໃຫ້ເຈົ້າສ້າງເຮືອນຢູ່ເອງ ທີ່ນະຄອນເຢຣູຊາເລັມ ໃຫ້ຢູ່ທີ່ນັ້ນ ແລະ ຢ່າໜີອອກຈາກເມືອງໄປໃສ.
\v 37 ຖ້າເຈົ້າໜີອອກໄປກາຍຫ້ວຍກິດໂຣນ ເຈົ້າຈະຕ້ອງຕາຍເປັນແນ່ ແລະ ເຈົ້າກໍຈະເປັນຜູ້ຮັບຜິດເອງ. ”
\v 38 ຊີເມອີ ຕອບວ່າ, “ກະສັດກ່າວມານັ້ນ ແມ່ນດີແລ້ວ ຂ້ານ້ອຍຈະປະຕິບັດຕາມທີ່ທ່ານ ໄດ້ກ່າວ. ” ດັ່ງນັ້ນ ລາວຈຶ່ງໄດ້ຢູ່ໃນນະຄອນ ເຢຣູຊາເລັມ ເປັນເວລາດົນນານ.
\s5
\v 39 ສາມປີຕໍ່ມາ ມີທາດຮັບໃຊ້ຂອງຊີເມອີ ສອງຄົນໄດ້ປົບໜີໄປຫາເຈົ້າອາກີເຊ ລູກຊາຍຂອງມາອາກາ ກະສັດແຫ່ງເມືອງກາດ. ເມື່ອຊີເມອີ ຮູ້ວ່າທັງສອງຢູ່ເມືອງກາດ
\v 40 ລາວ ຈຶ່ງຂີ່ລໍໄປຫາກະສັດອາກີເຊ ທີ່ເມືອງກາດ ເພື່ອໄປຊອກຫາທາດຮັບໃຊ້ຂອງຕົນ. ລາວ ໄດ້ພົບພວກເຂົາ ແລະ ນາໍກັບຄືນມາ.
\s5
\v 41 ເມື່ອກະສັດໂຊໂລໂມນ ໄດ້ຍິນວ່າ ຊີເມອີ ເຮັດດັ່ງນັ້ນ
\v 42 ເພິ່ນຈຶ່ງໃຊ້ຄົນໄປເອີ້ນ ຊີເມອີ ໃຫ້ມາຫາແລະຖາມວ່າ, “ເຮົາໄດ້ໃຫ້ເຈົ້າສາບານ ໃນນາມຂອງອົງພຣະຜູ້ເປັນເຈົ້າ ແລ້ວວ່າບໍ່ໃຫ້ເຈົ້າອອກໄປຈາກນະຄອນເຢຣູຊາເລັມ. ເຮົາໄດ້ເຕືອນເຈົ້າແລ້ວວ່າ ຖ້າເຈົ້າອອກໄປ ເຈົ້າຈະຕ້ອງຕາຍເປັນແນ່, ເຈົ້າ ກໍຕົກລົງແລ້ວບໍ່ແມ່ນບໍ ວ່າເຈົ້າຈະເຊື່ອຟັງເຮົາ?
\s5
\v 43 ເຫດໃດ ເຈົ້າຈຶ່ງບໍ່ເຮັດຕາມຄໍາສັນຍາ ແລະ ບໍ່ເຊື່ອຟັງຄໍາສັ່ງຂອງເຮົາ?
\v 44 ເຈົ້າກໍຮູ້ດີເຖິງຄວາມຜິດທຸກຢ່າງ ທີ່ເຈົ້າໄດ້ເຮັດຕໍ່ກະສັດດາວິດພໍ່ຂອງເຮົາ. ອົງພຣະຜູ້ເປັນເຈົ້າ ຈະລົງໂທດເຈົ້າ ທີ່ເຈົ້າໄດ້ເຮັດດັ່ງນີ້.
\s5
\v 45 ແຕ່ພຣະອົງຈະອວຍພອນເຮົາ ແລະ ຈະເຮັດໃຫ້ອານາຈັກຂອງກະສັດດາວິດ ໝັ້ນຄົງຕະຫລອດໄປ. ”
\v 46 ແລ້ວກະສັດກໍໄດ້ສັ່ງໃຫ້ເບນາອີຢາ ນາໍເອົາຊີເມອີ ອອກໄປຂ້າ. ບັດນີ້ ກະສັດໂຊໂລໂມນ ໄດ້ຄວບຄຸມອໍານາດທັງໝົດເປັນທີ່ສໍາເລັດ.
\s5
\c 3
\p
\v 1 ກະສັດໂຊໂລໂມນ ໄດ້ເປັນພັນທະມິດກັບກະສັດແຫ່ງເອຢິບ ໂດຍການແຕ່ງງານກັບລູກສາວຂອງເພິ່ນ. ກະສັດໂຊໂລໂມນ ໄດ້ພານາງໄປຢູ່ໃນເມືອງຂອງດາວິດ ຈົນເພິ່ນສ້າງຣາຊວັງ, ພຣະວິຫານ ແລະ ກາໍແພງອ້ອມນະຄອນເຢຣູຊາເລັມ ສໍາເລັດ.
\v 2 ສ່ວນພຣະວິຫານ ກໍຍັງບໍ່ທັນໄດ້ສ້າງສໍາລັບ ອົງພຣະຜູ້ເປັນເຈົ້າເທື່ອ. ດັ່ງນັ້ນ ປະຊາຊົນຈຶ່ງຍັງຖວາຍເຄື່ອງບູຊາ ຕາມແທ່ນບູຊາຕ່າງ ໆ.
\v 3 ກະສັດໂຊໂລໂມນ ຮັກອົງພຣະຜູ້ເປັນເຈົ້າ ແລະ ປະຕິບັດຕາມຄໍາແນະນາໍ ຂອງກະສັດດາວິດພໍ່ຂອງຕົນ; ແຕ່ເພິ່ນຍັງໄດ້ຂ້າສັດ ແລະຖວາຍບູຊາຕາມແທ່ນບູຊາຕ່າງ ໆ ທີ່ເທິງພູເຊັ່ນດຽວກັນ.
\s5
\v 4 ໃນຄັ້ງໜຶ່ງ ກະສັດໂຊໂລໂມນ ໄດ້ໄປຍັງ ເມືອງກີເບໂອນ ເພື່ອຖວາຍເຄື່ອງບູຊາ ເພາະແທ່ນບູຊາໃນເມືອງນີ້ ມີຊື່ສຽງສໍາຄັນຫລາຍ. ໃນເວລາຜ່ານມາ ເພິ່ນເຄີຍຖວາຍເຄື່ອງເຜົາບູຊາ ໃນບ່ອນນີ້ເປັນພັນ ໆ ເທື່ອແລ້ວ.
\v 5 ໃນຄືນນັ້ນ ອົງພຣະຜູ້ເປັນເຈົ້າໄດ້ປາກົດຕໍ່ເພິ່ນທາງຄວາມຝັນ ແລະ ຖາມເພິ່ນວ່າ, “ເຈົ້າຢາກໄດ້ຫຍັງຈາກເຮົາ?”
\s5
\v 6 ໂຊໂລໂມນ ຕອບວ່າ, “ພຣະອົງໄດ້ສໍາແດງຄວາມຮັກອັນຍິ່ງໃຫຍ່ ຕໍ່ກະສັດດາວິດ ພໍ່ຂອງຂ້ານ້ອຍ ຜູ້ຮັບໃຊ້ຂອງພຣະອົງເລື້ອຍມາ. ພໍ່ຂອງຂ້ານ້ອຍເປັນຄົນດີ, ຈົງຮັກພັກດີ ແລະສັດຊື່ຕໍ່ຄວາມສໍາພັນ ທີ່ມີກັບພຣະອົງ. ພຣະອົງສືບຕໍ່ສໍາແດງຄວາມຮັກອັນຍິ່ງໃຫຍ່ ແລະ ໝັ້ນຄົງຕໍ່ເພິ່ນໂດຍໃຫ້ເພິ່ນມີລູກຊາຍ ເປັນຜູ້ປົກຄອງສືບແທນເພິ່ນໃນວັນນີ້.
\s5
\v 7 ຂ້າແດ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງຂ້ານ້ອຍ ພຣະອົງໄດ້ໃຫ້ຂ້ານ້ອຍຂຶ້ນເປັນກະສັດສືບແທນພໍ່ຂອງຂ້ານ້ອຍ ຄື ດາວິດ ເຖິງແມ່ນວ່າຂ້ານ້ອຍຍັງໜຸ່ມ ແລະ ບໍ່ຮູ້ຈັກວ່າຈະປົກຄອງຢ່າງໃດ.
\v 8 ຂ້ານ້ອຍຢູ່ທ່າມກາງປະຊາຊົນທີ່ພຣະອົງໄດ້ເລືອກໄວ້ໃຫ້ເປັນພວກຂອງພຣະອົງ ຄືພວກສໍາຄັນຫລາຍ ທີ່ມີຈາໍນວນຫລວງຫລາຍຈົນນັບບໍ່ໄດ້.
\v 9 ສະນັ້ນ ຂໍພຣະອົງໂຜດໃຫ້ສະຕິປັນຍາແກ່ຂ້ານ້ອຍ ເພື່ອຈະປົກຄອງປະຊາຊົນຂອງພຣະອົງ ຢ່າງຍຸດຕິທາໍ ແລະ ເພື່ອຈະຮູ້ຈັກຄວາມແຕກຕ່າງລະຫວ່າງ ຄວາມດີ ແລະ ຄວາມຊົ່ວ. ຖ້າບໍ່ດັ່ງນັ້ນແລ້ວ ຂ້ານ້ອຍຈະປົກຄອງປະຊາຊົນທີ່ສໍາຄັນຫລາຍຂອງພຣະອົງນີ້ໄດ້ຢ່າງໃດ?”
\s5
\v 10 ພຣະເຈົ້າຢາເວ ພໍໃຈນາໍກະສັດ ໂຊໂລໂມນ ທີ່ໄດ້ຂໍຮ້ອງຢ່າງນີ້
\v 11 ພຣະອົງກ່າວແກ່ເພິ່ນວ່າ, “ຍ້ອນເຈົ້າບໍ່ໄດ້ຂໍ ຊີວິດຍືນຍາວ ບໍ່ໄດ້ຂໍຄວາມຮັ່ງມີ ຫລື ຂໍຊີວິດຂອງເຫລົ່າສັດຕູ, ແຕ່ເຈົ້າຂໍສະຕິປັນຍາໃນການປົກຄອງຢ່າງເປັນທໍາ
\v 12 ເຮົາຈະເຮັດ ຕາມສິ່ງທີ່ເຈົ້າໄດ້ຂໍມາ. ເຮົາຈະໃຫ້ເຈົ້າມີສະຕິປັນຍາ ແລະ ຄວາມເຂົ້າໃຈເໜືອກວ່າຄົນໃດ ໆ ທີ່ເຄີຍມີມາກ່ອນ ແລະ ຈະບໍ່ມີຜູ້ໃດມີສະຕິປັນຍາຄືເຈົ້າ ອີກຈັກເທື່ອ.
\s5
\v 13 ເຮົາຍັງຈະໃຫ້ເຈົ້າ ໃນສິ່ງທີ່ເຈົ້າບໍ່ຂໍດ້ວຍ ຄືຕະຫລອດຊົ່ວຊີວິດຂອງເຈົ້າ ເຈົ້າຈະຮັ່ງມີ ແລະ ມີກຽດເໜືອກວ່າກະສັດຄົນໃດ ໆ.
\v 14 ຖ້າເຈົ້າເຊື່ອຟັງເຮົາ ແລະ ຖືຮັກສາບັນດາກົດບັນຍັດ ທັງຂໍ້ຄໍາສັ່ງຂອງເຮົາ ດັ່ງດາວິດພໍ່ຂອງເຈົ້າໄດ້ປະຕິບັດມາ ເຮົາຈະໃຫ້ເຈົ້າມີຊີວິດຍືນຍາວ.”
\s5
\v 15 ກະສັດໂຊໂລໂມນ ຮູ້ເມື່ອຂຶ້ນ ແລະ ຮູ້ຈັກແຈ້ງວ່າ, ພຣະເຈົ້າໄດ້ກ່າວແກ່ຕົນທາງ ຄວາມຝັນ. ແລ້ວເພິ່ນກໍກັບຄືນມາທີ່ນະຄອນເຢຣູຊາເລັມ ແລະ ໄປຢືນຕໍ່ໜ້າຫີບພັນທະສັນຍາຂອງອົງພຣະຜູ້ເປັນເຈົ້າ ຖວາຍເຄື່ອງເຜົາບູຊາ ແລະ ເຄື່ອງບູຊາເພື່ອຄວາມສາມັກຄີທາໍ. ຫລັງຈາກນັ້ນ ເພິ່ນກໍໄດ້ຈັດງານກິນລ້ຽງສໍາລັບພວກຂ້າຣາຊການທຸກຄົນຂອງເພິ່ນ.
\s5
\v 16 ມື້ໜຶ່ງ ມີຍິງໂສເພນີສອງຄົນ ໄດ້ເຂົ້າມາສະເໜີຕົວຕໍ່ກະສັດໂຊໂລໂມນ.
\v 17 ຜູ້ທີໜຶ່ງໄດ້ເວົ້າວ່າ, “ຂ້າແດ່ພະຣາຊາ ຍິງຄົນນີ້ແລະຂ້ານ້ອຍຢູ່ເຮືອນຫລັງດຽວກັນ. ຂ້ານ້ອຍ ໄດ້ອອກລູກຢູ່ໃນເຮືອນເປັນຜູ້ຊາຍ ໃນຂະນະທີ່ນາງກໍຢູ່ທີ່ນັ້ນ.
\s5
\v 18 ຫລັງຈາກທີ່ຂ້ານ້ອຍອອກລູກ ມາໄດ້ສອງມື້ແລ້ວ ມື້ທີສາມຍິງຄົນນີ້ກໍອອກລູກ ເປັນຜູ້ຊາຍຄືກັນ. ບໍ່ມີຜູ້ໃດຢູ່ໃນເຮືອນນອກຈາກຂ້ານ້ອຍ ພຽງແຕ່ສອງຄົນເທົ່ານັ້ນ.
\v 19 ແລ້ວຄືນໜຶ່ງ ຍິງຜູ້ນີ້ກໍບັງເອີນກິ້ງໄປ ເຕັງລູກຂອງຕົນ ຈົນລູກຫາຍໃຈບໍ່ອອກແລະຕາຍໄປ.
\v 20 ໃນຕອນກາງຄືນນັ້ນ ນາງໄດ້ ລຸກຂຶ້ນມາ ແລະ ອູ້ມເອົາລູກຂອງຂ້ານ້ອຍອອກຈາກຂ້າງຂອງຂ້ານ້ອຍ ເອົາໄປໃສ່ບ່ອນນອນຂອງນາງ ໃນຂະນະທີ່ຂ້ານ້ອຍນອນຫລັບຢູ່. ແລ້ວເອົາລູກຊາຍຂອງນາງທີ່ ຕາຍແລ້ວນັ້ນ ມາວາງໃສ່ບ່ອນນອນຂອງຂ້ານ້ອຍ.
\s5
\v 21 ເຊົ້າມື້ໃໝ່ມາ ເມື່ອຂ້ານ້ອຍລຸກຂຶ້ນມາ ວ່າຈະເອົານົມໃຫ້ລູກກິນ ກໍເຫັນວ່າລູກຕາຍ ເສຍແລ້ວ. ເມື່ອຂ້ານ້ອຍເບິ່ງລູກນັ້ນຄັກ ໆ ກໍເຫັນວ່າ ບໍ່ແມ່ນລູກຂອງຂ້ານ້ອຍ. ”
\v 22 ແຕ່ ຍິງຜູ້ທີສອງ ໄດ້ເວົ້າຂຶ້ນວ່າ, “ລູກຜູ້ຍັງມີຊີວິດຢູ່ນີ້ແມ່ນລູກຂອງຂ້ອຍ ແລະ ຜູ້ຕາຍແມ່ນລູກຂອງເຈົ້າ. ” ຍິງຜູ້ທາໍອິດຕອບວ່າ, “ລູກຜູ້ຕາຍແມ່ນລູກຂອງເຈົ້າ ຜູ້ຍັງມີຊີວິດຢູ່ນີ້ແມ່ນລູກຂອງຂ້ອຍ. ” ທັງສອງໄດ້ຖົກຖຽງກັນຢູ່ຕໍ່ໜ້າກະສັດ.
\s5
\v 23 ແລ້ວກະສັດໂຊໂລໂມນ ກໍເວົ້າວ່າ, “ແຕ່ລະຄົນໃນພວກເຈົ້າ ຕ່າງກໍທວງເອົາວ່າ ລູກຜູ້ຍັງມີຊີວິດຢູ່ນີ້ ແມ່ນລູກຂອງຕົນ ແລະ ຜູ້ຕາຍແມ່ນລູກຂອງຜູ້ອື່ນ. ”
\v 24 ດັ່ງນັ້ນ ເພິ່ນຈຶ່ງສັງຄົນໄປເອົາດາບມາ ພໍເມື່ອເຂົາເອົາດາບມາແລ້ວ
\v 25 ເພິ່ນກໍສັ່ງວ່າ, “ຈົ່ງຕັດເດັກນ້ອຍຜູ້ຍັງມີຊີວິດຢູ່ນັ້ນ ອອກເປັນສອງຕ່ອນ ແລະ ປັນໃຫ້ຍິງທັງສອງຄົນນີ້ຜູ້ລະຕ່ອນ.”
\s5
\v 26 ຜູ້ເປັນແມ່ແທ້ ມີຈິດໃຈເຕັມໄປດ້ວຍຄວາມຮັກ ຕໍ່ລູກຊາຍຂອງຕົນ ຈຶ່ງໄດ້ເວົ້າກັບກະສັດ ວ່າ, “ຂ້າແດ່ພະຣາຊາ ກະລຸນາຢ່າຂ້າເດັກນີ້ເລີຍ ເອົາໃຫ້ນາງສາ. ” ແຕ່ຍິງຄົນອື່ນໄດ້ບອກວ່າ, “ຢ່າເອົາມັນໃຫ້ຜູ້ໃດເລີຍ ຕັດເປັນສອງຕ່ອນສາ. ”
\v 27 ແລ້ວກະສັດໂຊໂລໂມນ ກໍສັ່ງວ່າ, “ຢ່າຂ້າເດັກນ້ອຍນັ້ນ ເອົາໃຫ້ຍິງຜູ້ທີໜຶ່ງນັ້ນສາ ເພາະນາງເປັນແມ່ ທີ່ແທ້ຈິງຂອງເດັກ. ”
\v 28 ເມື່ອປະຊາຊົນອິດສະຣາເອນ ໄດ້ຍິນຄໍາຕັດສິນຂອງກະສັດໂຊໂລໂມນ ແລ້ວພວກເຂົາທຸກຄົນຕ່າງກໍໃຫ້ຄວາມນັບຖືຢ່າງສູງສົ່ງ ແລະ ຢ່າງເຕັມຈິດເຕັມໃຈແກ່ເພິ່ນ ເພາະພວກເຂົາຮູ້ວ່າພຣະເຈົ້າ​ໃຫ້ເພິ່ນໄດ້ຮັບສະຕິປັນຍາ ເພື່ອຕັດສິນຄະດີຢ່າງຍຸດຕິທໍາ.
\s5
\c 4
\p
\v 1 ເຈົ້າໂຊໂລໂມນ ເປັນກະສັດຂອງຊົນຊາດອິດສະຣາເອນທັງໝົດ
\v 2 ແລະ ບັນດາຂ້າຣາຊການຊັ້ນຜູ້ໃຫຍ່ຂອງເພິ່ນ ມີດັ່ງນີ້: ອາຊາຣີຢາ ລູກຊາຍຂອງຊາດົກ ເປັນປະໂຣຫດິ.
\v 3 ເອລີໂຮເຣັບ ແລະ ອາຮີຢາ ລູກຊາຍຂອງຊີຊາ ເປັນເລຂາທິການ ປະຈາໍຣາຊວັງ. ເຢໂຮຊາຟັດ ລູກຊາຍຂອງອາຮີລຸດ ເປັນຜູ້ກໍາກັບເອກະສານຕ່າງ ໆ.
\v 4 ເບນາອີຢາ ລູກຊາຍຂອງເຢໂຮຍອາດາ ເປັນຜູ້ບັນຊາການກອງທັບ. ຊາດົກ ແລະ ອາບີອາທາ ເປັນພວກປະໂຣຫິດ.
\s5
\v 5 ອາຊາຣີຢາ ລູກຊາຍຂອງນາທານ ເປັນຫົວໜ້າຜູ້ປົກຄອງແຂວງຕ່າງ ໆ. ປະໂຣຫິດຊາບຸດ ລູກຊາຍຂອງນາທານ ເປັນທີ່ປຶກສາຂອງກະສັດ.
\v 6 ອາຮີຊາ ເປັນຜູ້ກາໍກັບບັນດາຄົນຮັບໃຊ້ຢູ່ໃນວັງ. ອາໂດນີຣໍາ ລູກຊາຍຂອງອັບດາ ເປັນຜູ້ຄວບຄຸມແຮງງານ.
\s5
\v 7 ກະສັດໂຊໂລໂມນ ໄດ້ແຕ່ງຕັ້ງຜູ້ປົກຄອງແຂວງສິບສອງຄົນ ໄວ້ຢູ່ໃນປະເທດ ອິດສະຣາເອນ. ພວກນີ້ເປັນພວກທີ່ຈັດສະບຽງອາຫານຈາກທ້ອງຖິ່ນຂອງຕົນ ສໍາລັບກະສັດ ແລະ ສໍານັກຂອງເພິ່ນ. ແຕ່ລະຄົນຕ້ອງຮັບຜິດຊອບຈັດຫາສະບຽງອາຫານໃຫ້ກຸ້ມເດືອນໜຶ່ງຕໍ່ປີ.
\v 8 ຕໍ່ໄປນີ້ ແມ່ນລາຍຊື່ຂອງພວກຂ້າຣາຊການສິບສອງຄົນ ແລະ ເຂດທ້ອງຖິ່ນທີ່ພວກເຂົາຮັບຜິດຊອບ ມີດັ່ງນີ້: ເບນເຮີ ຮັບຜິດຊອບເຂດພູດອຍເອຟຣາອິມ.
\v 9 ເບັນເດເກ ຮັບຜິດຊອບເມືອງມາກາດ, ຊາອານບິນ, ເບັດເຊເມດ, ເອໂລນ ແລະ ເບັດຮານານ.
\v 10 ເບັນເຮເສັດ ຮັບຜິດຊອບເມືອງອາຣຸບໂບດ, ໂຊໂກ ແລະ ເຂດແດນເຮເຟ ທັງໝົດ.
\s5
\v 11 ເບນາບີນາດາບ ຜູ້ທີ່ແຕ່ງງານກັບຕາຟາດ ລູກສາວຂອງກະສັດໂຊໂລໂມນ ຮັບຜິດຊອບອານາເຂດເມືອງໂດເຣ ທັງໝົດ.
\v 12 ບາອານາ ລູກຊາຍຂອງອາຮີລຸດ ຮັບຜິດຊອບເມືອງຕາອານາກ, ເມກດິໂດ ແລະ ທົ່ວທັງອານາເຂດໃກ້ກັບເມືອງເບັດສານ ໃກ້ເມືອງສາເຣທານ ທາງທິດໃຕ້ເມືອງຢິດສະເຣນ ຈົນເຖິງອາເບັນ ເມໂຮລາ ແລະ ເມືອງໂຢກເມອາມ.
\v 13 ເບັນເກເບ ຮັບຜິດຊອບເມືອງຮາໂມດ ໃນກີເລອາດ ໝູ່ບ້ານຕ່າງ ໆ ໃນກີເລອາດ ທີ່ເປັນຂອງຕະກຸນຢາອີ ເຊື້ອສາຍຄົນໜຶ່ງຂອງມານາເຊ ແລະ ອານາເຂດອັກໂກບ ຢູ່ໃນບາຊານ ຫົກສິບເມືອງໃຫຍ່ ຊຶ່ງລ້ວນແຕ່ມີປ້ອ້ມປ້ອງກັນອັນແໜ້ນໜາ ທັງມີກອນປະຕູເມືອງທີ່ເຮັດດ້ວຍ ທອງສໍາຣິດ.
\v 14 ອາຮີນາດາບ ລູກຊາຍຂອງອິດໂດ ຮັບຜິດຊອບເຂດທ້ອງຖິ່ນມະຫານາອິມ.
\s5
\v 15 ອາຮີມາອາດ ຜູ້ທີ່ໄດ້ແຕ່ງງານກັບນາງ ບາເສມາດ ລູກສາວອີກຄົນໜຶ່ງຂອງກະສັດໂຊໂລໂມນ ຮັບຜິດຊອບເຂດແດນເນັບທາລີ.
\v 16 ບາອານາ ລູກຊາຍຂອງຮູຊາຍ ຮັບຜິດຊອບອານາເຂດອາເຊ ແລະ ເມືອງເບອາໂລດ;
\v 17 ເຢໂຮຊາຟັດ ລູກຊາຍຂອງປາຣູອາ ຮັບຜິດຊອບເຂດແດນອິດສະຄາ.
\s5
\v 18 ຊີເມອີ ລູກຊາຍຂອງເອລາ ຮັບຜິດຊອບເຂດແດນເບັນຢາມິນ.
\v 19 ເກເບ ລູກຊາຍຂອງອູຣິ ຮັບຜິດຊອບອານາເຂດ ກີເລອາດ ຊຶ່ງເຈົ້າສີໂຫນ ກະສັດຂອງຊາວອາໂມດ ແລະ ເຈົ້າໂອກ ກະສັດຂອງຊາວບາຊານ ໄດ້ເປັນຜູ້ປົກຄອງມາກ່ອນ. ນອກຈາກສິບສອງຄົນນີ້ ຍັງມີຜູ້ກວດຣາຊການຄົນໜຶ່ງ ທີ່ເບິ່ງແຍງທົ່ວທັງດິນແດນ.
\s5
\v 20 ປະຊາຊົນຊາວອິດສະຣາເອນ ແລະ ຊາວຢູດາ ມີຈາໍນວນຫລວງຫລາຍດັ່ງເມັດຊາຍຕາມຝັ່ງທະເລ; ພວກເຂົາກິນ ແລະ ດື່ມຢ່າງຊົມຊື່ນຍິນດີ.
\v 21 ອານາຈັກຂອງກະສັດໂຊໂລໂມນ ລວມເອົາທັງຊົນຊາດຕ່າງ ໆ ຕັ້ງແຕ່ແມ່ນາໍ້ເອີຟຣັດ ໄປຈົນເຖິງດິນແດນ ຂອງປະເທດເອຢິບ. ພວກນີ້ເສຍສ່ວຍ ແລະ ຍອມຢູ່ໃຕ້ອໍານາດຕະຫລອດຊົ່ວຊີວິດຂອງເພິ່ນ.
\v 22 ສະບຽງອາຫານທີ່ກະສັດໂຊໂລໂມນ ຕ້ອງການໃນແຕ່ລະມື້ ມີດັ່ງນີ້: ແປ້ງລະອຽດຫົກໂຕນ, ອາຫານສິບສອງໂຕນ,
\v 23 ງົວຕຸ້ຍພີສິບໂຕ, ງົວລ້ຽງຈາກທົ່ງນາຊາວໂຕ, ແກະໜຶ່ງຮ້ອຍໂຕ. ນອກຈາກນີ້ຍັງມີກວາງ, ມັ່ງ, ໂອງ ແລະ ໄກ່ໂຕອ້ວນພີ.
\s5
\v 24 ກະສັດໂຊໂລໂມນ ໄດ້ປົກຄອງດິນແດນທັງໝົດທາງທິດຕາເວັນຕົກ ຂອງແມ່ນາໍ້ ເອີຟຣັດ ຕັ້ງແຕ່ທິບສາ ໄປຈົນເຖິງເມືອງກາຊາ ທາງທິດຕາເວັນຕົກ. ກະສັດທຸກຄົນທີ່ປົກຄອງຢູ່ທາງທິດຕາເວັນຕົກ ຂອງແມ່ນາໍ້ເອີຟຣັດ ຕ່າງກໍຍອມຢູ່ໃຕ້ອໍານາດຂອງກະສັດໂຊໂລໂມນ ແລະ ເພິ່ນເອງກໍຢູ່ຢ່າງສະຫງົບສຸກກັບປະເທດໃກ້ຄຽງທັງໝົດ.
\v 25 ຕາບໃດທີ່ກະສັດໂຊໂລໂມນຍັງມີຊີວິດຢ່ ູ ປະຊາຊົນທົ່ວທັງຢູດາຍ ແລະ ອິດສະຣາເອນ ຕ່າງກໍຢູ່ກັນຢ່າງປອດໄພ, ແຕ່ລະຄອບຄົວກໍມີສວນອະງຸ່ນ ແລະ ສວນໝາກເດື່ອເທດ ເປັນຂອງຕົນເອງ.
\s5
\v 26 ກະສັດໂຊໂລໂມນ ຍັງມີມ້າສໍາລັບລົດຮົບສີ່ໝື່ນໂຕ ແລະ ມີທະຫານມ້າສິບສອງພັນຄົນ
\v 27 ພວກຜູ້ປົກຄອງສິບສອງຄົນ ຕ່າງກໍຮັບໜ້າທີ່ໃນແຕ່ລະເດືອນ ເພື່ອລໍາລຽງສະບຽງອາຫານ ໃຫ້ກະສັດໂຊໂລໂມນ ແລະ ທຸກຄົນທີ່ກິນຢູ່ໃນວັງ. ພວກເຂົາຈັດສົ່ງທຸກສິ່ງໃຫ້ຕາມທີ່ເພິ່ນຕ້ອງການ.
\v 28 ຜູ້ປົກຄອງ ແຕ່ລະຄົນ ຍັງໄດ້ແບ່ງປັນເຂົ້າເດືອຍ ແລະ ເຟືອງຂອງຕົນສໍາລັບມ້າ ປະຈາໍລົດຮົບ ແລະ ສໍາລັບໃຫ້ສັດໃຊ້ໃນບ່ອນຕ່າງ ໆ ຕາມທີ່ຕ້ອງການ. [ດ]
\s5
\v 29 ພຣະເຈົ້າໄດ້ໂຜດປະທານສະຕິປັນຍາກັບຄວາມເຂົ້າໃຈຢ່າງພິເສດ ແລະ ຄວາມຮູ້ ຢ່າງລົ້ນເຫລືອໃຫ້ແກ່ກະສັດໂຊໂລໂມນ.
\v 30 ກະສັດໂຊໂລໂມນ ສະຫລາດກວ່າພວກນັກປາດຊາວຕາເວັນອອກ ຫລື ພວກນັກປາດໃນປະເທດເອຢິບ.
\v 31 ເພິ່ນເປັນຜູ້ສະຫລາດກວ່າຄົນທັງປວງ ຄືສະຫລາດກວ່າ ເອທານ ຊາວເອຊະຣາ, ເຮມານ, ການໂກນ ແລະ ດາກດາ, ບັນດາລູກຊາຍຂອງມາໂຮນ ແລະຊື່ສຽງຂອງເພິ່ນກໍຊ່າລືໄປທົ່ວປະເທດໃກ້ຄຽງ.
\s5
\v 32 ເພິ່ນໄດ້ແຕ່ງສຸພາສິດ ສາມພັນບົດ ແລະແຕ່ງເພງໜຶ່ງພັນຫ້າບົດ.
\v 33 ເພິ່ນໄດ້ບັນລະຍາຍເຖິງເລື່ອງຕົ້ນໄມ້ ແລະພືດຜົນຕ່າງ ໆ ນັບແຕ່ຕົ້ນແປກທີ່ພູເລບານອນ ຈົນເຖິງຕົ້ນຫູສົບ ທີ່ເກີດຂຶ້ນຕາມກາໍແພງ; ເພິ່ນເວົ້າເຖິງເລື່ອງສັດ, ນົກ, ສັດເລືອຄານ ແລະ ປາ.
\v 34 ບັນດາກະສັດທົ່ວທັງໂລກທີ່ໄດ້ຍິນເຖິງຄວາມສະຫລາດຂອງກະສັດໂຊໂລໂມນ ຕ່າງກໍໄດ້ສົ່ງຄົນມາຟັງສະຕິປັນຍາຂອງເພິ່ນ.
\s5
\c 5
\p
\v 1 ເຈົ້າຮີຣາມ ກະສັດແຫ່ງເມືອງຕີເຣ ໄດ້ສົ່ງບັນດາຜູ້ຮັບໃຊ້ໄປຫາກະສັດໂຊໂລໂມນ ເພາະເພິ່ນໄດ້ຍິນວ່າ ເຈົ້າໂຊໂລໂມນຂຶ້ນ ເປັນກະສັດສືບແທນພໍ່ຂອງເພິ່ນ ເພາະເຈົ້າ ຮີຣາມ ກໍເປັນມິດກັບກະສັດດາວິດເລື້ອຍມາ.
\v 2 ກະສັດໂຊໂລໂມນ ຈຶ່ງສົ່ງຄໍາຕອບໄປບອກກະສັດຮີຣາມ ດັ່ງນີ້:
\v 3 “ທ່ານກໍຮູ້ຢູ່ແລ້ວວ່າ ຍ້ອນເກີດສົງຄາມຢູ່ຢ່າງບໍ່ລົດລະ ກະສັດດາວິດພໍ່ຂອງຂ້າພະເຈົ້າ ຈຶ່ງຕ້ອງສູ້ຮົບ ບັນດາປະເທດອ້ອມຮອບນັ້ນ ທີ່ເປັນສັດຕູ; ເພິ່ນບ່ໍ່ອາດສ້າງພຣະວິຫານ ເພື່ອນະມັດສະການອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງເພິ່ນໄດ້ ຈົນກວ່າພຣະເຈົ້າໃຫ້ເພິ່ນຊະນະສັດຕູທັງຫລາຍຂອງເພິ່ນ.
\s5
\v 4 ແຕ່ບັດນີ້ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງຂ້າພະເຈົ້າ ໄດ້ໃຫ້ຄວາມສະຫງົບສຸກ ແກ່ຊາຍແດນຂອງຂ້າພະເຈົ້າ. ຂ້າພະເຈົ້າບໍ່ມີສັດຕູ ແລະ ບໍ່ມີໂພຍໄພໃດ ໆ ມາລົບກວນ.
\v 5 ດັ່ງນັ້ນ ຂ້າພະເຈົ້າໄດ້ຕັດສິນໃຈສ້າງພຣະວິຫານສໍາລັບພຣະນາມຊື່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງຂ້າພະເຈົ້າ ດັ່ງທີ່ອົງພຣະຜູ້ເປັນເຈົ້າໄດ້ສັນຍາຕໍ່ກະສັດດາວິດ ພໍ່ຂອງຂ້າພະເຈົ້າວ່າ, ‘ລູກຊາຍຂອງເຈົ້າ ຜູ້ທີ່ເຮົາຈະໃຫ້ເປັນກະສັດສືບແທນເຈົ້ານັ້ນ ຈະສ້າງວິຫານສໍາລັບນາມຊື່ຂອງເຮົາ.
\s5
\v 6 ດັ່ງນັ້ນ ຂໍທ່ານຈົ່ງສົ່ງຄົນຂອງທ່ານ ໄປຍັງພູເລບານອນ ເພື່ອຕັດຕົ້ນແປກໃຫ້ຂ້າພະເຈົ້າດ້ວຍ. ຄົນຂອງຂ້າພະເຈົ້າຈະເຮັດວຽກກັບພວກເຂົາ ແລະ ຂ້າພະເຈົ້າກໍຈະຈ່າຍ ເງິນໃຫ້ຕາມທີ່ທ່ານຄິດລາຄາ. ທ່ານກໍຮູ້ດີແລ້ວວ່າ ຄົນຂອງຂ້າພະເຈົ້າບໍ່ຊ່າງຕັດໄມ້ໄດ້ດີດັ່ງຄົນຂອງທ່ານ.”
\s5
\v 7 ເມື່ອກະສັດຮີຣາມ ໄດ້ຮັບຄໍາຕອບຈາກກະສັດໂຊໂລໂມນ ເພິ່ນກໍພໍໃຈທີ່ສຸດ ແລະ ກ່າວວ່າ, “ວັນນີ້ ຂໍສັນລະເສີນອົງພຣະຜູ້ເປັນເຈົ້າ ທີ່ໃຫ້ກະສັດດາວິດ ມີລູກຊາຍຜູ້ສະຫລາດຂຶ້ນເປັນກະສັດປົກຄອງຊົນຊາດ ອັນໃຫຍ່ນີ້ແທນເພິ່ນ. ”
\v 8 ແລ້ວກະສັດຮີຣາມ ກໍສົ່ງຂໍຄວາມໄປບອກກະສັດໂຊໂລໂມນ ວ່າ, “ຂ້າພະເຈົ້າໄດ້ຮັບຄໍາຕອບ ຈາກທ່ານແລ້ວ ຂ້າພະເຈົ້າພ້ອມທີ່ຈະເຮັດ ທຸກສິ່ງຕາມທີ່ທ່ານຂໍຮ້ອງ. ຂ້າພະເຈົ້າຈະຈັດຫາໄມ້ແປກ ແລະ ໄມ້ສົນໃຫ້.
\s5
\v 9 ຄົນຂອງຂ້າພະເຈົ້າຈະນາໍໄມ້ເຫລົ່ານັ້ນ ຈາກພູເລບານອນ ລົງສູ່ທະເລ ແລະ ມັດເປັນແພລ່ອງຕາມທະເລ ໄປຍັງບ່ອນທີ່ທ່ານໄດ້ເລືອກໄວ້. ໃນທີ່ນັ້ນ ຄົນຂອງຂ້າພະເຈົ້າຈະແກ້ມັດໄມ້ອອກ ແລະ ໃຫ້ຄົນຂອງທ່ານຮັບຜິດຊອບຕໍ່ໄປ. ສ່ວນພາລະຂອງທ່ານ ຂໍທ່ານລໍາລຽງອາຫານໃຫ້ຄົນຂອງຂ້າພະເຈົ້າ.”
\s5
\v 10 ດັ່ງນັ້ນ ກະສັດຮີຣາມ ຈຶ່ງໄດ້ຈັດສົ່ງໄມ້ແປກ ແລະ ໄມ້ສົນທັງໝົດໄປໃຫ້ຕາມທີ່ກະສັດໂຊໂລໂມນ ຕ້ອງການ.
\v 11 ສ່ວນກະສັດໂຊໂລໂມນ ກໍສົ່ງສະບຽງອາຫານໄປ ລ້ຽງຄົນຂອງກະສັດຮີຣາມ ທຸກປີມີດັ່ງນີ້: ເຂົ້າເດືອຍສີ່ພັນໂຕນ ແລະ ນໍ້າມັນໝາກກອກເທດສົດ ສີ່ພັນລິດ. [ຕ]
\v 12 ອົງພຣະຜູ້ເປັນເຈົ້າໄດ້ໂຜດສະຕິປັນຍາໃຫ້ແກ່ກະສັດ ໂຊໂລໂມນ ຕາມທີ່ພຣະອົງໄດ້ສັນຍາໄວ້ກັບເພິ່ນ. ຄວາມສະຫງົບສຸກໄດ້ເກີດມີຂຶ້ນລະຫວ່າງກະສັດຮີຣາມ ແລະ ກະສັດໂຊໂລໂມນ ທັງສອງຈຶ່ງມີຂໍ້ຕົກລົງຕໍ່ກັນ.
\s5
\v 13 ກະສັດໂຊໂລໂມນ ໄດ້ເກນເອົາຄົນງານສາມສິບພັນຄົນ ຈາກທົ່ວທັງອານາຈັກອິດສະຣາເອນ
\v 14 ແລະແຕ່ງຕັ້ງ ອາໂດນີລໍາ ໃຫ້ເປັນຜູ້ກາໍກັບພວກເຂົາ. ເພິ່ນແບ່ງຄົນງານນີ້ອອກເປັນສາມພວກ ຄື ພວກລະສິບພັນຄົນ, ແຕ່ລະພວກໃຊ້ເວລາເຮັດວຽກຢູ່ທີ່ພູ ເລບານອນ ໜຶ່ງເດືອນ ແລະ ກັບຄືນເມືອຢູ່ເຮືອນສອງເດືອນ.
\s5
\v 15 ກະສັດໂຊໂລໂມນ ຍັງມີຄົນຕັດຫິນຢູ່ເທິງພູແປດສິບພັນຄົນ ແລະ ຄົນຂົນຫິນເຈັດສິບພັນຄົນ;
\v 16 ນອກນີ້ອີກ ເພິ່ນຍັງໃຫ້ມີບັນດາຫົວໜ້າຄົນງານ ສາມພັນສາມຮ້ອຍຄົນ ເປັນຜູ້ກາໍກັບວຽກການຂອງພວກເຂົາ.
\s5
\v 17 ຕາມຄໍາສັ່ງຂອງກະສັດໂຊໂລໂມນ ພວກເຂົາໄດ້ສະກັດຫິນກ້ອນໃຫຍ່ງາມດີ ເພື່ອໃຊ້ເປັນຮາກຖານຂອງພຣະວິຫານ.
\v 18 ຄົນງານຂອງກະສັດໂຊໂລໂມນ ແລະ ຄົນງານຂອງກະສັດຮີຣາມ ພ້ອມທັງຄົນທີ່ມາຈາກເມືອງບິບໂລ ໄດ້ຈັດຕຽມກ້ອນຫິນ ແລະ ໄມ້ເພື່ອສ້າງພຣະວິຫານ.
\s5
\c 6
\p
\v 1 ຫລັງຈາກທີ່ປະຊາຊົນຊາວອິດສະຣາເອນ ໄດ້ອອກມາຈາກປະເທດເອຢິບ ເປັນເວລາສີ່ຮ້ອຍແປດສິບປີແລ້ວ ໃນຣາຊການປີທີສີ່ຂອງກະສັດໂຊໂລໂມນ ແຫ່ງຊາດອິດສະຣາເອນ ຄື ເດືອນທີສອງອັນ ກົງກັບເດືອນຊີເຟ ເພິ່ນໄດ້ເລີ່ມຕົ້ນສ້າງພຣະວິຫານຂອງອົງພຣະຜູ້ເປັນເຈົ້າ.
\v 2 ຂ້າງໃນພຣະວິຫານຂອງອົງພຣະຜູ້ເປັນເຈົ້າ ທີ່ກະສັດໂຊໂລໂມນສ້າງ ມີລວງຍາວຊາວເຈັດແມັດ; ກວ້າງເກົ້າແມັດ ແລະ ສູງສິບສາມແມັດເຄິ່ງ.
\s5
\v 3 ຫ້ອງຊື່ທາງປະຕູເຂົ້າ ເລິກສີ່ແມັດເຄິ່ງ ແລະ ກວ້າງເກົ້າແມັດ ຊຶ່ງກວ້າງເທົ່າກັບຕົວພຣະວິຫານ.
\v 4 ສ່ວນຝາກໍາແພງຂອງພຣະວິຫານ ເພິ່ນໄດ້ສ້າງວົງກົບປ່ອງຢ້ຽມກວ້າງທາງດ້ານໃນ, ແຕ່ແຄບທາງດ້ານນອກ.
\s5
\v 5 ດ້ານຂ້າງ ແລະ ດ້ານຫລັງພຣະວິຫານ ຕໍ່ຈາກລະບຽງດ້ານຂ້າງນອກ ເພິ່ນໄດ້ສ້າງ ຫ້ອງສາມຊັ້ນ ຊຶ່ງແຕ່ລະຊັ້ນສູງສອງແມັດ ຊາວເຊັນ.
\v 6 ຫ້ອງຊັ້ນລຸ່ມກວ້າງສອງແມັດ ຊາວເຊັນ; ຫ້ອງຊັ້ນກາງກວ້າງສອງແມັດ ເຈັດສິບເຊັນ ແລະ ຫ້ອງຊັ້ນເທິງກວ້າງສາມແມັດ ສິບເຊັນ. ຝາຂອງພຣະວິຫານໃນແຕ່ລະຊັ້ນ ບາງກວ່າຊັ້ນລຸ່ມຂຶ້ນໄປ ເພື່ອວ່າແຕ່ລະຫ້ອງຈະຕໍ່ກັນໂດຍບໍ່ຕ້ອງໃຊ້ໄມ້ຂາງ.
\s5
\v 7 ຫິນທີ່ສ້າງພຣະວິຫານນີ້ ໄດ້ຈັດຕຽມມາ ຈາກບ່ອນຂຸດຫິນ ເພື່ອວ່າໃນຂະນະທີ່ກາໍລັງທາໍການກໍ່ສ້າງຢູ່ນັ້ນ ຈະບໍ່ໄດ້ມີສຽງດັງຂອງຄ້ອນຕີ, ຂວານ ຫລື ເຄື່ອງມືຕ່າງ ໆ ທີ່ເປັນເຫລັກ.
\v 8 ທາງເຂົ້າຫ້ອງຊັ້ນລຸ່ມ [ຖ] ທີ່ຕໍ່ຕົວພຣະວິຫານອອກໄປສູ່ທາງໃຕ້ຂອງພຣະວິຫານນີ້ ມີຂັ້ນໄດຂຶ້ນໄປຫາຊັ້ນທີສອງ ແລະ ຊັ້ນທີສາມ.
\s5
\v 9 ສະນັ້ນ ກະສັດໂຊໂລໂມນ ຈຶ່ງສ້າງພຣະວິຫານສໍາເລັດລົງ. ເພິ່ນໃຊ້ໄມ້ແປກເຮັດຂື່ ແລະ ເພດານ.
\v 10 ຊານຂອງຫ້ອງສາມຊັ້ນ ແຕ່ລະຊັ້ນ [ທ] ທີ່ຕໍ່ຕົວພຣະວິຫານອອກໄປ ສູງສອງແມັດ ຊາວເຊັນ ຊຶ່ງສ້າງຕິດຝາຂອງພຣະວິຫານ ໂດຍໃຊ້ໄມ້ແປກເປັນໄມ້ຂາງ.
\s5
\v 11 ອົງພຣະຜູ້ເປັນເຈົ້າ ໄດ້ກ່າວແກ່ກະສັດໂຊໂລໂມນ ວ່າ,
\v 12 “ຖ້າເຈົ້າປະຕິບັດຕາມ ກົດບັນຍັດ ແລະ ຄໍາສັ່ງທຸກຂໍ້ຂອງເຮົາ ເຮົາຈະປະຕິບັດຕໍ່ເຈົ້າ ຕາມຄໍາສັນຍາທີ່ເຮົາໄດ້ມີ ໄວ້ກັບດາວິດພໍ່ຂອງເຈົ້າ.
\v 13 ເຮົາຈະຢູ່ກັບ ປະຊາຊົນຊາວອິດສະຣາເອນຂອງເຮົາ ໃນວິຫານທີ່ເຈົ້າກາໍລັງສ້າງຢູ່ນີ້ ແລະ ເຮົາຈະບໍ່ປະຖິ້ມພວກເຂົາຈັກເທື່ອ.”
\s5
\v 14 ດັ່ງນັ້ນ ກະສັດໂຊໂລໂມນ ຈຶ່ງໄດ້ສ້າງ ພຣະວິຫານສໍາເລັດຮຽບຮ້ອຍ.
\v 15 ຝາຂ້າງ ໃນຂອງພຣະວິຫານ ຕັ້ງແຕ່ພື້ນຈົນຈຸເພດານ ແມ່ນເຮັດດ້ວຍແປ້ນໄມ້ແປກ ແລະ ພື້ນກໍປູດ້ວຍໄມ້ສົນ.
\s5
\v 16 ຫ້ອງທາງໃນ ເອີ້ນວ່າຫ້ອງບໍຣິສຸດທີ່ສຸດ ໄດ້ສ້າງຢູ່ທາງຫລັງພຣະວິຫານ ຊຶ່ງຍາວໄດ້ເກົ້າແມັດ ແລະ ຂັ້ນດ້ວຍແປ້ນໄມ້ແປກ ຕັ້ງແຕ່ພື້ນຈົນຈຸເພດານ. [ນ]
\v 17 ຫ້ອງທີ່ຢູ່ຕໍ່ໜ້າຫ້ອງບໍຣິສຸດທີ່ສຸດ ຍາວສິບແປດແມັດ.
\v 18 ສ່ວນແປ້ນໄມ້ແປກ ກໍຖືກແກະສະຫລັກລວດລາຍ ເປັນຮູບໝາກນາໍ້ເຕົ້າ ແລະ ຮູບດອກໄມ້; ຝາຂ້າງໃນທັງໝົດ ແມ່ນແອ້ມດ້ວຍໄມ້ແປກ ເພື່ອບໍ່ໃຫ້ເຫັນຫິນ.
\s5
\v 19 ຫ້ອງຊັ້ນໃນ ທາງຫລັງພຣະວິຫານ ແມ່ນໄດ້ສ້າງໃຫ້ເປັນບ່ອນໄວ້ຫີບພັນທະສັນຍາຂອງອົງພຣະຜູ້ເປັນເຈົ້າ.
\v 20 ຫ້ອງຊັ້ນໃນນີ້ ຍາວເກົ້າແມັດ ກວ້າງເກົ້າແມັດ ສູງເກົ້າແມັດ ແລະ ໂອບດ້ວຍຄໍານາໍ້ໜຶ່ງ. ສ່ວນແທ່ນບູຊາ ກໍແອ້ມດ້ວຍໄມ້ແປກ. [ບ]
\s5
\v 21 ທາງຂ້າງໃນຂອງພຣະວິຫານ ແມ່ນໄດ້ ໃຊ້ຄໍາໂອບ ແລະ ມີໂສ້ຄໍາຂວາງຂັ້ນທາງເຂົ້າຫ້ອງຊັ້ນໃນຂອງພຣະວິຫານ ຊຶ່ງຫ້ອງນີ້ກໍໄດ້ ໃຊ້ຄໍາໂອບ ເຊັ່ນດຽວກັນ.
\v 22 ທົ່ວທັງພາຍໃນຂອງພຣະວິຫານໄດ້ໃຊ້ຄໍາໂອບ ລວມທັງແທ່ນບູຊາໃນຫ້ອງບໍຣິສຸດທີ່ສຸດນັ້ນດ້ວຍ.
\s5
\v 23 ເພິ່ນສ້າງເຄຣຸບ [ປ] ສອງຕົນ ດ້ວຍໄມ້ ໝາກກອກເທດ ແລະປະໄວ້ໃນຫ້ອງບໍຣິສຸດທີ່ສຸດ, ແຕ່ລະຕົນສູງສີ່ແມັດ ສີ່ສິບເຊັນ.
\v 24-26 ເຄຣຸບ ທັງສອງຕົນນີ້ ມີຮູບຮ່າງຂະໜາດດຽວກັນ. ແຕ່ລະຕົນມີປີກສອງປີກ ແຕ່ລະປີກຍາວສອງແມັດ ຊາວເຊັນ ເພື່ອວ່າໃຫ້ໄລຍະແຕ່ສົ້ນປີກເບື້ອງໜຶ່ງໄປຫາສົ້ນປີກອີກເບື້ອງໜຶ່ງຍາວສີ່ແມັດ ສີ່ສິບເຊັນ.
\s5
\v 27 ເພິ່ນວາງເຄຣຸບ ທັງສອງນີ້ໄວ້ຄ້ຽງຂ້າງກັນໃນຫ້ອງບໍຣິສຸດທີ່ສຸດ ເພື່ອປີກຂອງສັດທັງສອງຕົນນີ້ ຈະຈຸໃສ່ກັນກົງກັບໃຈກາງຂອງຫ້ອງ ແລະ ໃຫ້ປີກອີກຂ້າງໜຶ່ງນັ້ນຈຸຝາ.
\v 28 ເຄຣຸບ ທັງສອງຕົນນີ້ ແມ່ນໄດ້ໃຊ້ຄໍາໂອບ.
\s5
\v 29 ຝາຫ້ອງໂຖງ ກັບຫ້ອງຊັ້ນໃນ ທັງໝົດໃນພຣະວິຫານໄດ້ແກະສະຫລັກເປັນຮູບເຄຣຸບ, ຮູບຕົ້ນຕານ ແລະ ຮູບດອກໄມ້.
\v 30 ແມ່ນແຕ່ພື້ນຂອງພຣະວິຫານ ກໍໃຊ້ຄໍາປູ.
\s5
\v 31 ປະຕູສອງຊັ້ນ ເຮັດດ້ວຍໄມ້ໝາກກອກເທດ ຊຶ່ງເປັນປະຕູຂັ້ນທາງເຂົ້າຫ້ອງບໍຣິສຸດ ທີ່ສຸດ; ຈອມປະຕູກໍເປັນຮູບໂຄ້ງປາຍແຫລມ.
\v 32 ເພິ່ນໄດ້ສ້າງບານປະຕູທັງສອງນີ້ ດ້ວຍໄມ້ໝາກກອກເທດ ແກະສະຫລັກຮູບເຄຣຸບ, ຮູບຕົ້ນຕານ ແລະ ຮູບດອກໄມ້. ປະຕູ, ເຄຣຸບ ແລະ ຮູບຕົ້ນຕານ ລ້ວນແຕ່ໃຊ້ຄໍາໂອບທັງໝົດ.
\s5
\v 33 ສ່ວນຂອບປະຕູທາງເຂົ້າຫ້ອງໂຖງນັ້ນ ເປັນຮູບສີ່ຫລ່ຽມຍາວ ແລະ ເຮັດດ້ວຍໄມ້ໝາກກອກເທດ.
\v 34 ມີປະຕູພັບສອງອັນເຮັດດ້ວຍໄມ້ສົນ
\v 35 ແລະ ເອ້ດ້ວຍຮູບເຄຣຸບ, ຮູບຕົ້ນຕານ ແລະ ຮູບດອກໄມ້ ຊຶ່ງບັນດາຊ່າງໄດ້ໃຊ້ຄໍາໂອບເທົ່າກັນໝົດ.
\s5
\v 36 ຢູ່ຕໍ່ໜ້າພຣະວິຫານ ເພິ່ນໄດ້ສ້າງເດີ່ນອ້ອມດ້ວຍກໍາແພງລຽນຫິນສາມກ້ອນເປັນຊັ້ນໜຶ່ງ ແລະ ທຸກຊັ້ນໃດ ກໍໄດ້ສອດໄມ້ຂາງ ທີ່ເປັນໄມ້ແປກໃສ່.
\s5
\v 37 ກະສັດໂຊໂລໂມນ ໄດ້ສ້າງພື້ນຖານຂອງພຣະວິຫານໃນເດືອນທີສອງ ອັນກົງກັບເດືອນຊີເຟ ໃນຣາຊການປີທີສີ່ຂອງເພິ່ນ.
\v 38 ການສ້າງພຣະວິຫານໄດ້ສໍາເລັດລົງຢ່າງ ຮຽບຮ້ອຍ ຕາມແຜນການທີ່ໄດ້ກະໄວ້ໃນເດືອນທີແປດ ອັນກົງກັບເດືອນບູເລ ໃນຣາຊການປີທີສິບເອັດຂອງກະສັດໂຊໂລໂມນ. ກະສັດໂຊໂລໂມນໄດ້ໃຊ້ເວລາເຈັດປີ ໃນການສ້າງພຣະວິຫານນີ້.
\s5
\c 7
\p
\v 1 ກະສັດໂຊໂລໂມນ ຍັງໄດ້ສ້າງວັງສໍາລັບ ຕົນເອງ ແລະ ເພິ່ນໄດ້ໃຊ້ເວລາເຖິງສິບສາມປີ ຈຶ່ງສ້າງສໍາເລັດ.
\v 2-3 ເພິ່ນສ້າງຫ້ອງໂຖງແຫ່ງດົງເລບານອນ [ຜ] ຊຶ່ງຍາວສີ່ສິບສີ່ແມັດ ກວ້າງຊາວສອງແມັດ ແລະ ສູງສິບສາມແມັດເຄິ່ງ. ມີເສົາໄມ້ແປກສາມແຖວ [ຝ] ແຖວລະສິບຫ້າເສົາ ຊຶ່ງມີຂື່ເປັນໄມ້ແປກ ກາດໃສ່ເສົາເຫລົ່ານີ້. ສ່ວນເພດານ ແມ່ນໄດ້ເຮັດດ້ວຍໄມ້ແປກທັງນັ້ນ ຊຶ່ງຕໍ່ອອກໄປຮອດເພດານຫ້ອງໄວ້ເຄື່ອງຂອງ ແລະ ມີເສົາຄໍ້າ.
\v 4 ແຕ່ລະຝາທັງສອງເບື້ອງ ມີປ່ອງຢ້ຽມສາມປ່ອງ.
\v 5 ຂອບປະຕູ ແລະ ຂອບປ່ອງຢ້ຽມທັງຫລາຍ [ພ] ເປັນຮູບສີ່ຫລ່ຽມຍາວ. ປ່ອງຢ້ຽມສາມປ່ອງຂອງແຕ່ລະຝາ ປິ່ນໜ້າໃສ່ກັນ.
\s5
\v 6 ຫ້ອງໂຖງລະຫວ່າງເສົາຍາວຊາວສອງແມັດ ກວ້າງສິບສາມແມັດເຄິ່ງ ແລະ ລະບຽງ ທາງໜ້າກໍມີຫລັງຄາ ແລະ ມີເສົາຄໍ້າ.
\s5
\v 7 ຫ້ອງບັນລັງ ຊຶ່ງເອີ້ນອີກວ່າ ຫ້ອງຕັດສິນຄວາມ ເປັນບ່ອນທີ່ກະສັດໂຊໂລໂມນ ຕັດສິນຄະດີຕ່າງ ໆ. ຫ້ອງນີ້ປູ ແລະ ແອ້ມດ້ວຍໄມ້ແປກຕັ້ງແຕ່ພື້ນຈົນຈຸເພດານ. [ຟ]
\s5
\v 8 ບໍຣິເວນທີ່ກະສັດໂຊໂລໂມນຢູ່ນັ້ນແມ່ນ ໄດ້ສ້າງຂຶ້ນ ໃນເດີ່ນອີກແຫ່ງໜຶ່ງທີ່ທາງເບື້ອງຫລັງຂອງຫ້ອງຕັດສິນຄວາມ. ຫ້ອງນີ້ແມ່ນໄດ້ສ້າງແບບດຽວກັບຕົວຕຶກອື່ນ ໆ. ເພິ່ນໄດ້ສ້າງເຮືອນແບບດຽວກັນນີ້ ໃຫ້ເມຍຂອງເພິ່ນຜູ້ທີ່ເປັນລູກສາວຂອງກະສັດແຫ່ງເອຢິບ.
\s5
\v 9 ຫໍໂຮງຕ່າງ ໆ ພ້ອມທັງເດີ່ນໃຫຍ່ແມ່ນໄດ້ສ້າງດ້ວຍຫິນອັນມີຄ່າ ທີ່ເລືອກສັນຢ່າງດີ ຕັ້ງແຕ່ພື້ນຖານຂອງຕຶກ ຈົນເຖິງຂອບຫລັງຄາ. ຫິນນີ້ໄດ້ຕັດມາຈາກບໍ່ຫິນ ແລະ ວັດແທກທັງຂ້າງໃນ ແລະ ທັງຂ້າງນອກ ແລະ ໃຊ້ເລື່ອຍຕັດ.
\v 10 ພື້ນຖານຕ່າງ ໆ ແມ່ນສ້າງດ້ວຍຫິນກ້ອນໃຫຍ່ ຊຶ່ງໄດ້ຕັດມາຈາກບໍ່ຫິນ. ບາງກ້ອນກໍຍາວໄດ້ສີ່ຫາຫ້າແມັດ.
\s5
\v 11 ຢູ່ເທິງຫິນເຫລົ່ານີ້ ມີຫິນຢ່າງອື່ນອີກ ທີ່ໄດ້ຕັດອອກມາຕາມຂະໜາດ ແລະ ມີຂື່ເປັນໄມ້ແປກ.
\v 12 ເດີ່ນຂອງຣາຊວັງ, ເດີ່ນຂ້າງໃນຂອງພຣະວິຫານ ແລະ ຫ້ອງຊື່ກັບທາງເຂົ້າພຣະວິຫານ ມີກໍາແພງເປັນຫິນ ຄື ລຽນຫິນທີ່ຕັດນັ້ນສາມກ້ອນເປັນຊັ້ນໜຶ່ງ ແລະ ແຕ່ລະຊັ້ນກໍໄດ້ວາງໄມ້ຂາງທີ່ເປັນໄມ້ແປກໃສ່.
\s5
\v 13 ກະສັດໂຊໂລໂມນ ໄດ້ສົ່ງຄົນໄປນາໍເອົາຊາຍຄົນໜຶ່ງ; ຊາຍຄົນນີ້ຊື່ວ່າ ຮູຣາມ ຊ່າງສີມືຜູ້ທີ່ອາໄສຢູ່ໃນເມືອງຕີເຣ. ລາວເປັນຊ່າງສີມືທີ່ຊໍານິຊໍານານ ກ່ຽວກັບທອງສໍາຣິດ.
\v 14 ພໍ່ຂອງລາວເປັນໄທເມືອງຕີເຣ ຜູ້ທີ່ໄດ້ຕາຍໄປແລ້ວນັ້ນ ກໍເປັນຊ່າງສີມືກ່ຽວກັບທອງສໍາຣິດເໝືອນກັນ. ແມ່ຂອງລາວເປັນຄົນມາຈາກເຜົ່າເນັບທາລີ. ຮູຣາມ ເປັນຊ່າງສີມືທີ່ມີສະຕິປັນຍາ ແລະ ເປັນຜູ້ມີປະສົບການ. ລາວໄດ້ສະໜອງຕາມຄໍາເຊີນຂອງກະສັດໂຊໂລໂມນ ທີ່ໃຫ້ລາວຮັບຜິດຊອບວຽກງານ ກ່ຽວກັບທອງສໍາຣິດທັງໝົດ.
\s5
\v 15 ຮູຣາມ ຫລໍ່ເສົາທອງສໍາຣິດສອງຕົ້ນ ແຕ່ລະຕົ້ນສູງແປດແມັດ ແລະ ລວງອ້ອມ [ມ] ມີຫ້າແມັດ ສາມສິບເຊັນ. ເສົານີ້ຕັ້ງຢູ່ທີ່ທາງເຂົ້າຂອງພຣະວິຫານ.
\v 16 ລາວຍັງໄດ້ເຮັດຫົວເສົາສອງອັນໃສ່ເທິງຈອມເສົາ ແຕ່ລະ ອັນສູງໄດ້ສອງແມັດ ຊາວເຊັນ.
\v 17 ຈອມເສົາແຕ່ລະອັນ ແມ່ນເອ້ດ້ວຍສາຍສ້ອຍທີ່ຖັກເປັນລວດລາຍ [ຢ]
\s5
\v 18 ແລະ ໝາກພິລາທີ່ເຮັດດ້ວຍທອງສໍາຣິດສອງແຖວ.
\v 19 ຫົວເສົານີ້ ເປັນເໝືອນຮູບດອກບົວ ສູງໜຶ່ງແມັດ ແປດສິບເຊັນ.
\s5
\v 20 ເພິ່ນເອົາຫົວເສົານີ້ ວາງໃສ່ບ່ອນມົນທົນຊຶ່ງຢູ່ເທິງສາຍສ້ອຍທີ່ຕົບແຕ່ງ, ແຕ່ລະ [ຣ] ຫົວເສົາມີຮູບໝາກພິລາສອງຮ້ອຍຮູບ ລຽນອ້ອມເປັນສອງແຖວ.
\v 21 ຮູຣາມ ໄດ້ ຕັ້ງເສົາສອງຕົ້ນນີ້ຂຶ້ນ ຕໍ່ໜ້າທາງເຂົ້າຂອງພຣະວິຫານ. ເສົາຢູ່ທາງດ້ານໃຕ້ຊື່ວ່າ ຢາກິນ [ລ] ແລະ ເສົາຢູ່ທາງດ້ານເໜືອຊື່ວ່າ ໂບອາດ. [ວ]
\v 22 ທີ່ເທິງຈອມຫົວເສົາ ມີຮູບດອກບົວ ເປັນທອງສໍາຣິດ. ດັ່ງນັ້ນແຫລະ ວຽກງານການສ້າງເສົາ ຈຶ່ງສໍາເລັດເສັດສິ້ນລົງ.
\s5
\v 23 ຮູຣາມ ຍັງໄດ້ເຮັດຂັນທອງສໍາຣິດສູງ ສອງແມັດ ຊາວເຊັນ ປາກກວ້າງສີ່ແມັດ ສີ່ສິບ ເຊັນ ແລະ ລວງອ້ອມສິບສາມແມັດ ຊາວເຊັນ.
\v 24 ຢູ່ອ້ອມຂອບນອກຂອງຂັນ [ຫ] ມີຮູບໝາກນາໍ້ເຕົ້າທອງສໍາຣິດສອງແຖວ ທີ່ຫລໍ່ຕິດກັບຂັນ.
\s5
\v 25 ຂັນນີ້ວາງໃສ່ເທິງຮູບງົວທອງສໍາຣິດ ສິບສອງໂຕ ທີ່ປິ່ນໜ້າອອກນອກ. ແຕ່ລະສາມໂຕໃດ ໄດ້ອວ່າຍໜ້າອອກໄປສູ່ແຕ່ລະທິດທາງ.
\v 26 ຂັນນີ້ໜາໄດ້ເຈັດເຊັນເຄິ່ງ. ຂອບຂັນຄືກັບຂອບຈອກຊຶ່ງທາງນອກແກະສະຫລັກເໝືອນກັບດອກບົວ. ຂັນໜ່ວຍນີ້ບັນຈຸນາໍ້ໄດ້ສີ່ໝື່ນລິດ.
\s5
\v 27 ຮູຣາມ ຍັງໄດ້ສ້າງກວຽນທອງສໍາຣິດ ສິບຄັນ, ແຕ່ລະຄັນຍາວໜຶ່ງແມັດແປດສິບເຊັນ ແລະກວ້າງໜຶ່ງແມັດແປດສິບເຊັນ ແລະສູງໜຶ່ງແມັດສາມສິບເຊັນ.
\v 28 ກວຽນນີ້ແມ່ນເຮັດດ້ວຍແຜ່ນທອງສໍາຣິດ ເປັນຮູບສີ່ຫລ່ຽມ ແລະໃສ່ຂອບ.
\v 29 ແຜ່ນເຫລົ່ານີ້ມີຮູບສິງ, ຮູບງົວ ແລະເຄຣຸບ. ຢູ່ຕາມຂອບທາງເທິງ ແລະທາງລຸ​່ມຂອງຮູບສິງ ແລະຮູບງົວ ມີຮູບພວງມະໄລຢ່າງງົດງາມ.
\s5
\v 30 ກວຽນແຕ່ລະຄັນ ມີລໍ້ທອງສໍາຣິດສີ່ລໍ້ ແລະມີເພົາເປັນທອງສໍາຣິດ. ທີ່ແຈທັງສີ່ນັ້ນເປັນທອງສໍາຣິດຄໍາອ່າງໄວ້; ເຄື່ອງຄໍ້ານີ້ໄດ້ຕົບແຕ່ງດ້ວຍກົງຈັກສັບເປັນລວດລາຍ.
\v 31 ຢູ່ເທິງກວຽນມີຂອບມົນ ໆ ສໍາລັບຕັ້ງອ່າງ ຊຶ່ງສູງສີ່ສິບຫ້າເຊັນ ນັບຈາກຂ້າງເທິງຂອງກວຽນລົງໄປ ແລະ ເລິກລົງໄປສິບແປດເຊັນ. ຂອບນີ້ໄດ້ແກະສະຫລັກ ເປັນລວດລາຍອ້ອມຮອບ.
\s5
\v 32 ກົງລໍ້ທັງສີ່ທີ່ຢູ່ລຸ່ມຖັງ ສູງຫົກສິບຫົກເຊັນ ແລະມີເພົາເປັນທ່ອນດຽວກັນກັບກວຽນ.
\v 33 ລໍ້ທັງໝົດເໝືອນກັບລໍ້ລົດຮົບ; ເພົາ, ກົງ, ດີ້ວ ແລະ ດຸມລໍ້ ແມ່ນເຮັດດ້ວຍທອງສໍາຣິດທັງນັ້ນ.
\s5
\v 34 ກວຽນແຕ່ລະຄັນ ມີຂາຄໍ້າສີ່ຂາທີ່ແຈເບື້ອງລຸ່ມຂອງມັນ ຊຶ່ງເປັນທ່ອນດຽວກັນກັບກວຽນ.
\v 35 ຢູ່ເທິງປາກກວຽນແຕ່ລະຄັນ ມີແຂບອ້ອມຍາວໄດ້ຊາວສອງເຊັນ. ຂາຄໍ້າແລະແຜ່ນຝາດ້ານຂ້າງ ແມ່ນເຮັດເປັນທ່ອນດຽວກັນກັບກວຽນ.
\s5
\v 36 ຂາຄໍ້າ ແລະແຜ່ນເຫລົ່ານີ້ໄດ້ຄວັດແກະສະຫລັກເຄຣຸບ, ຮູບສິງ ແລະຮູບຕົ້ນຕານ ບໍ່ວ່າບ່ອນໃດທີ່ເປັນວ່າງ ກໍມີຮູບພວງມະໄລອ້ອມຢູ່ໄປທົ່ວ.
\v 37 ຮູຣາມ ໄດ້ສ້າງກວຽນ ທັງໝົດຢ່າງນີ້ ຄື ທຸກຄັນແມ່ນເປັນແບບດຽວກັນໝົດ ແລະມີຂະໜາດຮູບຮ່າງຢ່າງດຽວກັນ.
\s5
\v 38 ຮູຣາມ ເຮັດອ່າງສິບໜ່ວຍ. ອ່າງໜ່ວຍ ໜຶ່ງສໍາລັບກວຽນລໍາໜຶ່ງ. ແຕ່ລະໜ່ວຍກວ້າງໜຶ່ງແມັດ ແປດສິບເຊັນ ແລະ ບັນຈຸນາໍ້ໄດ້ແປດຮ້ອຍລິດ.
\v 39 ລາວໄດ້ເອົາກວຽນຫ້າລໍາຕັ້ງໄວ້ ທາງທິດໃຕ້ຂອງພຣະວິຫານ ແລະ ອີກຫ້າລໍາຕັ້ງໄວ້ທາງທິດເໜືອ. ສ່ວນອ່າງທອງສໍາຣິດນັ້ນ ລາວໄດ້ເອົາໄປຕັ້ງໄວ້ຢູ່ທີ່ແຈ ທາງທິດຕາເວັນອອກຂອງພຣະວິຫານ.
\s5
\v 40-45 ຮູຣາມ ຍັງໄດ້ເຮັດໝໍ້, ຊວ້ານ ແລະ ຖ້ວຍ. ລາວສ້າງທຸກສິ່ງສໍາລັບພຣະວິຫານຂອງອົງພຣະຜູ້ເປັນເຈົ້າ ໃຫ້ກະສັດໂຊໂລໂມນເປັນທີ່ສໍາເລັດ. ລາວໄດ້ສ້າງສິ່ງດັ່ງຕໍ່ໄປນີ້: ເສົາສອງຕົ້ນ ຫົວເສົາຮັບເພດານສອງອັນທີ່ເປັນຮູບຖ້ວຍ ສາຍສ້ອຍທີ່ຖັກເປັນລາຍຮູບໂສ້ຂອງແຕ່ລະເສົາ ຮູບໝາກພິລາ ທອງສໍາຣິດ ສີ່ຮ້ອຍໜ່ວຍ ແຖວລະຮ້ອຍໜ່ວຍ ເປັນສອງແຖວອ້ອມ ແຕ່ລະເສົາກວຽນ ສິບລໍາ ອ່າງສິບໜ່ວຍ ຂັນໃຫຍ່ຮູບງົວສິບສອງໂຕສໍາລັບຄໍ້າຂັນໃຫຍ່ ໝໍ້, ຊວ້ານ ແລະ ຖ້ວຍ ເຄື່ອງທຸກຢ່າງສໍາລັບພຣະວິຫານທີ່ຮູ ຣາມໄດ້ເຮັດໃຫ້ກະສັດໂຊໂລໂມນ ນັ້ນເປັນທອງສໍາຣິດທີ່ຂັດຢ່າງດີທັງນັ້ນ.
\s5
\v 46 ກະສັດໄດ້ສັ່ງໃຫ້ເຮັດສິ່ງເຫລົ່ານີ້ ທີ່ໂຮງຫລອມຢູ່ລະຫວ່າງເມືອງຊຸກໂກດ ແລະ ເມືອງຊາເຣທານ ໃນຮ່ອມພູຈໍແດນ.
\v 47 ກະສັດໂຊໂລໂມນ ບໍ່ໄດ້ຊັ່ງຕວງເບິ່ງເຄື່ອງທອງສໍາຣິດເຫລົ່ານີ້ ເພາະມັນມີຫລາຍໂພດ. ດັ່ງນັ້ນ ຈຶ່ງບໍ່ຮູ້ວ່າມັນຊັ່ງໄດ້ເທົ່າໃດແທ້.
\s5
\v 48 ກະສັດໂຊໂລໂມນ ຍັງໄດ້ເຮັດເຄື່ອງໃຊ້ສໍາລັບພຣະວິຫານຂອງອົງພຣະຜູ້ເປັນເຈົ້າດ້ວຍຄໍາ ມີດັ່ງນີ້: ແທ່ນບູຊາ, ໂຕະສໍາລັບ ໃສ່ເຂົ້າຈີ່ ຖວາຍແກ່ພຣະເຈົ້າ,
\v 49 ໂຕະ ຮອງຕີນຕະກຽງສິບໜ່ວຍ ຕັ້ງຢູ່ຕໍ່ໜ້າບ່ອນ ບໍຣິສຸດທີ່ສຸດ ຄື ຫ້າໜ່ວຍຢູ່ທາງໃຕ້ ແລະ ອີກ ຫ້າໜ່ວຍຢູ່ທາງເໜືອ; ດອກໄມ້, ຕະກຽງ ແລະ ເຄື່ອງຄີບ;
\s5
\v 50 ຈອກ, ມີດຕັດສໍາລັບຕັດໃສ້ຕະກຽງ, ຊາມ, ຖ້ວຍສໍາລັບໃສ່ເຄື່ອງຫອມ, ໝໍ້ສໍາລັບໃສ່ຖ່ານໄຟແດງ, ບານພັບປະຕູບ່ອນບໍຣິສຸດທີ່ສຸດ ແລະ ບານພັບປະຕູທາງນອກພຣະວິຫານ. ສິ່ງເຫລົ່ານີ້ໄດ້ໃຊ້ຄໍາເຮັດທັງໝົດ.
\s5
\v 51 ເມື່ອກະສັດໂຊໂລໂມນ ເຮັດທຸກສິ່ງສໍາລັບພຣະວິຫານຂອງອົງພຣະຜູ້ເປັນເຈົ້າ ສໍາເລັດລົງແລ້ວ ເພິ່ນໄດ້ນາໍເອົາເງິນ, ຄໍາ ແລະ ເຄື່ອງໃຊ້ຕ່າງ ໆ ທີ່ກະສັດດາວິດພໍ່ຂອງຕົນໄດ້ອຸທິດຖວາຍນັ້ນໄປມ້ຽນໄວ້ຢູ່ໃນຫ້ອງເກັບ ເຄື່ອງຂອງພຣະວິຫານຂອງອົງພຣະຜູ້ເປັນເຈົ້າ.
\s5
\c 8
\p
\v 1 ແລ້ວກະສັດໂຊໂລໂມນ ກໍໄດ້ເຊີນບັນດາຜູ້ນາໍເຜົ່າກັບຕະກຸນຕ່າງ ໆ ຂອງຊາດອິດສະຣາເອນທັງໝົດ ມາປະຊຸມກັນຢູ່ທີ່ນະຄອນເຢຣູຊາເລັມ ເພື່ອນໍາເອົາຫີບພັນທະສັນຍາຂອງອົງພຣະຜູ້ເປັນເຈົ້າ ຈາກພູເຂົາຊີໂອນ ເມືອງຂອງດາວິດໄປຍັງພຣະວິຫານ.
\v 2 ພວກເຂົາທັງໝົດໄດ້ມາເຕົ້າໂຮມກັນໃນ ງານສະຫລອງວັນປຸກຕູບຢູ່ ໃນເດືອນທີເຈັດ ອັນກົງກັນກັບເດືອນເອທານິມ.
\s5
\v 3 ເມື່ອບັນດາຜູ້ນາໍທຸກຄົນໄດ້ມາໂຮມກັນ ແລ້ວ ບັນດາປະໂຣຫິດກໍໄດ້ຍົກເອົາຫີບພັນທະສັນຍາ
\v 4 ແລະ ພວກເຂົາໄດ້ຫາມຫີບພັນທະສັນຍາຂອງອົງພຣະຜູ້ເປັນເຈົ້າ ມາໄວ້ທີ່ພຣະວິຫານ; ຊາວເລວີ ແລະ ບັນດາປະໂຣຫິດຍັງໄດ້ຍົກຍ້າຍຫໍເຕັນ ພ້ອມທັງເຄື່ອງໃຊ້ທັງໝົດປະຈາໍຫໍເຕັນ ເຂົ້າມາຍັງພຣະວິຫານດ້ວຍ.
\v 5 ກະສັດໂຊໂລໂມນ ແລະ ປະຊາຊົນອິດສະຣາເອນທັງໝົດ ໄດ້ມາປະຊຸມກັນຢູ່ຕໍ່ໜ້າຫີບພັນທະສັນຍາ. ເພິ່ນໄດ້ຖວາຍແກະ ແລະ ງົວຈາໍນວນຫລວງຫລາຍ ຈົນນັບບໍ່ຖ້ວນ ເປັນເຄື່ອງບູຊາ.
\s5
\v 6 ແລ້ວບັນດາປະໂຣຫິດ ກໍຫາມເອົາຫີບ ພັນທະສັນຍາຂອງອົງພຣະຜູ້ເປັນເຈົ້າເຂົ້າມາ ໃນພຣະວິຫານ ແລະ ນາໍໄປວາງໄວ້ຢູ່ໃນບ່ອນບໍຣິສຸດທີ່ສຸດ ຄື ຢູ່ລຸ່ມເຄຣຸບ.
\v 7 ປີກ ຂອງເຄຣຸບ ເດ່ອອກໄປປົກຫີບພັນທະສັນຍາ ແລະ ໄມ້ຄານຫາມ.
\v 8 ຜູ້ທີ່ຢືນຢູ່ຊື່ໜ້າບ່ອນບໍຣິສຸດທີ່ສຸດ ຈະແນມເຫັນສົ້ນຂອງໄມ້ ຄານຫາມນັ້ນ, ແຕ່ຜູ້ທີ່ເບິ່ງຈາກຂ້າງນອກເຂົ້າມາຈະບໍ່ເຫັນ. (ໄມ້ຄານຫາມ ຍັງຢູ່ໃນທີ່ ນັ້ນຈົນເທົ່າທຸກວັນນີ້).
\s5
\v 9 ໃນຫີບພັນທະສັນຍານັ້ນ ມີແຕ່ຫິນສອງແຜ່ນ ຊຶ່ງໂມເຊໄດ້ໃສ່ໄວ້ໃນນັ້ນ ຄາວຢູ່ທີ່ພູເຂົາຊີນາຍ ເມື່ອອົງພຣະຜູ້ເປັນເຈົ້າໄດ້ເຮັດພັນທະສັນຍາກັບປະຊາຊົນອິດສະຣາເອນ ໃນຂະນະທີ່ພວກເຂົາກາໍລັງອອກມາຈາກປະເທດເອຢິບ.
\v 10 ເມື່ອບັນດາປະໂຣຫິດ ກາໍລັງອອກໄປຈາກພຣະວິຫານ ໃນທັນໃດນັ້ນກໍມີເມກຫຸ້ມຢູ່ເຕັມພຣະວິຫານ
\v 11 ແລະ ພວກເຂົາກໍບໍ່ສາມາດກັບຄືນໄປ ປະກອບໜ້າທີ່ໄດ້ ເພາະມີແສງສຸກໃສແຫ່ງສະຫງ່າຣາສີຂອງອົງພຣະຜູ້ເປັນເຈົ້າ ປົກເຕັມໄປທົ່ວພຣະວິຫານຂອງອົງພຣະຜູ້ເປັນເຈົ້າ.
\s5
\v 12 ແລ້ວກະສັດໂຊໂລໂມນ ກໍໄດ້ພາວັນນາອະທິຖານ ວ່າ, “ຂ້າແດ່ອົງພຣະຜູ້ເປັນເຈົ້າ ໃນທ້ອງຟ້າພຣະອົງໄດ້ໃຫ້ມີດວງຕາເວັນ [ອ] ແຕ່ພຣະອົງໄດ້ເລືອກສະຖິດຢູ່ໃນເມກ ແລະ ໃນຄວາມມືດ.
\v 13 ຂ້ານ້ອຍໄດ້ສ້າງພຣະວິຫານອັນສະຫງ່າງາມ ໃຫ້ພຣະອົງຢູ່ເປັນສະຖານທີ່ສໍາລັບພຣະອົງຈະສະຖິດຢູ່ຕະຫລອດໄປ.”
\s5
\v 14 ໃນຂະນະທີ່ປະຊາຊົນຢືນຢູ່ນັ້ນ ກະສັດໂຊໂລໂມນ ກໍໄດ້ຫັນໜ້າມາທາງພວກເຂົາ ແລະ ຂໍພຣະເຈົ້າອວຍພອນພວກເຂົາ.
\v 15 ເພິ່ນກ່າວວ່າ, “ສັນລະເສີນອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງຊາດອິດສະຣາເອນ ພຣະອົງໄດ້ຮັກສາຄໍາສັນຍາກັບກະສັດດາວິດ ພໍ່ຂອງຂ້າພະເຈົ້າ ຄື ພຣະອົງໄດ້ບອກເພິ່ນວ່າ,
\v 16 ‘ຕັ້ງແຕ່ຄາວທີ່ເຮົາໄດ້ນາໍປະຊາຊົນຂອງເຮົາ ອອກມາຈາກປະເທດເອຢິບນັ້ນ ເຮົາບໍ່ໄດ້ເລືອກເອົາເມືອງໃດ ໆ ໃນດິນແດນທັງໝົດຂອງຊາດອິດສະຣາເອນ ເປັນບ່ອນສ້າງພຣະວິຫານ ເພື່ອໃຫ້ມະນຸດ ນະມັດສະການເຮົາ. ແຕ່ເຮົາໄດ້ເລືອກເອົາ ດາວິດ ໃຫ້ເປັນຜູ້ປົກຄອງປະຊາຊົນຂອງເຮົາ.
\s5
\v 17 ແລ້ວກະສັດໂຊໂລໂມນ ກໍກ່າວຕໍ່ໄປວ່າ, “ກະສັດດາວິດ ພໍ່ຂອງຂ້າພະເຈົ້າໄດ້ວາງແຜນສ້າງພຣະວິຫານສໍາລັບນະມັດສະການອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງຊາດອິດສະຣາເອນ
\v 18 ແຕ່ອົງພຣະຜູ້ເປັນເຈົ້າ ໄດ້ກ່າວແກ່ເພິ່ນວ່າ, ‘ເປັນການດີທີ່ເຈົ້າຕັ້ງໃຈ ຢາກສ້າງວິຫານສໍາລັບເຮົາ,
\v 19 ແຕ່ເຈົ້າຈະບໍ່ໄດ້ສ້າງ. ແມ່ນລູກຊາຍຂອງເຈົ້າ ທີ່ຈະເປັນຜູ້ສ້າງວິຫານແກ່ເຮົາ.
\s5
\v 20 ບັດນີ້ ອົງພຣະຜູ້ເປັນເຈົ້າກໍໄດ້ຮັກສາ ພັນທະສັນຍາຂອງພຣະອົງແລ້ວ ຄື ຂ້າພະເຈົ້າໄດ້ຂຶ້ນເປັນກະສັດ ສືບແທນພໍ່ຂອງຂ້າພະເຈົ້າ ແລະ ໄດ້ເປັນຜູ້ສ້າງພຣະວິຫານສໍາລັບນະມັດສະການອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງຊາດອິດສະຣາເອນ.
\v 21 ຂ້າພະເຈົ້າຍັງໄດ້ຈັດບ່ອນໃນພຣະວິຫານ ໄວ້ສໍາລັບຫີບພັນທະສັນຍາ ຊຶ່ງບັນຈຸແຜ່ນຫິນແຫ່ງພັນທະສັນຍາ ທີ່ອົງພຣະຜູ້ເປັນເຈົ້າ ໄດ້ມີໄວ້ກັບພວກປູ່ຍ່າຕາຍາຍຂອງພວກເຮົາ ຄື ເມື່ອພຣະອົງໄດ້ນໍາພາພວກເພິ່ນອອກມາ ຈາກປະເທດເອຢິບນັ້ນ.”
\s5
\v 22 ແລ້ວກະສັດໂຊໂລໂມນ ກໍເຂົ້າໄປຢືນຢູ່ ຕໍ່ໜ້າແທ່ນບູຊາ ຊ້ອງໜ້າປະຊາຊົນ. ໃນທີ່ນັ້ນເພິ່ນຍົກມືຂຶ້ນ
\v 23 ແລະ ພາວັນນາອະທິຖານ ວ່າ, “ຂ້າແດ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງຊາດອິດສະຣາເອນ ໃນສະຫວັນຊັ້ນຟ້າເບື້ອງເທິງ ແລະ ໃນແຜ່ນດິນໂລກເບື້ອງລຸ່ມ ບໍ່ມີພະໃດເໝືອນພຣະອົງ ພຣະອົງຮັກສາພັນທະສັນຍາຂອງພຣະອົງ ທີ່ມີຕໍ່ປະຊາຊົນຂອງພຣະອົງ ແລະ ສະແດງຄວາມຮັກຂອງພຣະອົງຕໍ່ພວກເຂົາ ເມື່ອພວກເຂົາດໍາເນີນຊີວິດຢ່າງເຊື່ອຟັງພຣະອົງ ດ້ວຍໝົດຈິດໝົດໃຈ.
\v 24 ພຣະອົງໄດ້ຮັກສາ ພັນທະສັນຍາຂອງພຣະອົງ ທີ່ມີໄວ້ກັບກະສັດ ດາວິດ ພໍ່ຂອງຂ້ານ້ອຍ; ວັນນີ້ພຣະອົງໄດ້ປະຕິບັດຕາມຄໍາສັນຍານັ້ນທຸກຖ້ອຍຄໍາ.
\s5
\v 25 ບັດນີ້ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງຊາດອິດສະຣາເອນເອີຍ ຂ້ານ້ອຍພາວັນນາອະທິຖານຕໍ່ພຣະອົງໃຫ້ຮັກສາຄໍາສັນຍາ ອື່ນ ໆ ທີ່ພຣະອົງມີໄວ້ກັບພໍ່ຂອງຂ້ານ້ອຍ ເມື່ອພຣະອົງໄດ້ບອກເພິ່ນວ່າ ຈະມີຜູ້ໜຶ່ງຈາກເຊື້ອສາຍຂອງເພິ່ນຂຶ້ນເປັນກະສັດປົກຄອງ ຊາດອິດສະຣາເອນເລື້ອຍ ໆ ໄປ ຖ້າພວກເຂົາຕັ້ງໃຈເຊື່ອຟັງພຣະອົງ ດັ່ງທີ່ເພິ່ນໄດ້ປະຕິບັດມາ.
\v 26 ສະນັ້ນ ພຣະເຈົ້າຂອງຊາດອິດສະຣາເອນເອີຍ ບັດນີ້ໂຜດໃຫ້ທຸກສິ່ງເປັນຈິງຕາມທີ່ພຣະອົງໄດ້ສັນຍາໄວ້ກັບກະສັດດາວິດ ພໍ່ຂອງຂ້ານ້ອຍຜູ້ຮັບໃຊ້ຂອງພຣະອົງດ້ວຍເທີ້ນ.
\s5
\v 27 ໂອ ພຣະເຈົ້າເອີຍ ແຕ່ພຣະອົງຢາກຢູ່ໃນແຜ່ນດິນໂລກນີ້ ແທ້ບໍ? ແມ່ນແຕ່ຟ້າສະຫວັນທັງໝົດ ກໍບໍ່ໃຫຍ່ພໍທີ່ຈະຮັບພຣະອົງ ໄດ້ ແລ້ວພຣະວິຫານທີ່ຂ້ານ້ອຍສ້າງນີ້ຈະໃຫຍ່ພຽງພໍສໍາລັບພຣະອົງໄດ້ຢ່າງໃດ?
\v 28 ຂ້າແດ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງຂ້ານ້ອຍ ຂ້ານ້ອຍເປັນຄົນຮັບໃຊ້ຂອງພຣະອົງ. ຂໍໂຜດຟັງຄໍາພາວັນນາ ອະທິຖານ ແລະ ຕອບຄໍາຮ້ອງຂໍຂອງຂ້ານ້ອຍໃນວັນນີ້ດ້ວຍເທີ້ນ.
\s5
\v 29 ຂໍພຣະອົງໂຜດດູແລຮັກສາພຣະວິຫານນີ້ ທັງກາງເວັນ ແລະ ກາງຄືນ ເພາະບ່ອນນີ້ເປັນບ່ອນທີ່ພຣະອົງໄດ້ເລືອກໄວ້ໃຫ້ ເປັນສະຖານທີ່ນະມັດສະການພຣະອົງ. ເມື່ອໃດຂ້ານ້ອຍຫັນໜ້າມາທາງພຣະວິຫານນີ້ ແລະ ພາວັນນາອະທິຖານ ຂໍໂຜດຟັງຂ້ານ້ອຍດ້ວຍເທີ້ນ.
\v 30 ຂໍໂຜດຟັງຄໍາພາວັນນາ ອະທິຖານຂອງຂ້ານ້ອຍ ແລະ ຄໍາພາວັນນາ ອະທິຖານຂອງປະຊາຊົນຂອງພຣະອົງ ໃນເມື່ອພວກເຂົາຫັນໜ້າມາທາງພຣະວິຫານນີ້ ແລະ ພາວັນນາອະທິຖານ. ຂໍໂຜດຟັງພວກ ຂ້ານ້ອຍຈາກສະຫວັນຊັ້ນຟ້າ ບ່ອນພຣະອົງສະຖິດຢູ່ ແລະ ຍົກໂທດໃຫ້ແກ່ພວກຂ້ານ້ອຍ ດ້ວຍເທີ້ນ.
\s5
\v 31 ເມື່ອໃດມີຜູ້ໜຶ່ງຖືກກ່າວຫາ ວ່າເປັນຄົນເຮັດຜິດຕໍ່ຜູ້ອື່ນ ແລະ ຖືກນາໍມາທີ່ແທ່ນບູຊາຂອງພຣະອົງໃນພຣະວິຫານນີ້ ເພື່ອສາບານວ່າ ລາວບໍ່ມີຄວາມຜິດ
\v 32 ເມື່ອນັ້ນ ທີ່ສະຫວັນຊັ້ນຟ້າ ຂໍໂຜດຟັງ ແລະ ຕັດສິນພວກຜູ້ຮັບໃຊ້ຂອງພຣະອົງດ້ວຍເຖີດ. ຈົ່ງລົງໂທດຜູ້ທີ່ເຮັດຜິດຕາມທີ່ລາວສົມຄວນ ຈະໄດ້ຮັບ ແລະ ປົດປ່ອຍຜູ້ທີ່ບໍ່ມີຄວາມຜິດ ໄປດ້ວຍເທີ້ນ.
\s5
\v 33 ເມື່ອໃດ ປະຊາຊົນອິດສະຣາເອນຂອງພຣະອົງ ພ່າຍແພ້ສັດຕູຂອງພວກເຂົາ ຍ້ອນເຮັດບາບຕໍ່ສູ້ພຣະອົງ; ແລະ ເມ່ື່ອພວກເຂົາຕ່າວຄືນມາຫາພຣະອົງທີ່ພຣະວິຫານນີ້ ແລະ ຖ່ອມຕົວພາວັນນາອະທິຖານ ຫາພຣະອົງ ເພື່ອຂໍພຣະອົງຍົກໂທດໃຫ້.
\v 34 ເມື່ອນັ້ນ ທີ່ສະຫວັນຊັ້ນຟ້າ ຂໍໂຜດຟັງພວກເຂົາດ້ວຍ. ຂໍໂຜດຍົກບາບໃຫ້ປະຊາຊົນຂອງພຣະອົງ ແລະ ນາໍພວກເຂົາກັບຄືນໄປຍັງດິນແດນທີ່ພຣະອົງໄດ້ມອບໃຫ້ປູ່ຍ່າຕາຍາຍຂອງພວກເຂົານັ້ນ ດ້ວຍເທີ້ນ.
\s5
\v 35 ເມື່ອໃດ ປະຊາຊົນຂອງພຣະອົງ ໄດ້ເຮັດບາບຕໍ່ສູ້ພຣະອົງ ແລະ ພຣະອົງກໍໄດ້ກັກຝົນບໍ່ໃຫ້ຕົກ; ແລະຕໍ່ມາ ເມື່ອພວກເຂົາກັບໃຈ ຫັນໜ້າມາທາງພຣະວິຫານນີ້ ຖ່ອມຕົວພາວັນນາອະທິຖານຫາພຣະອົງ,
\v 36 ເມື່ອນັ້ນ ທີ່ສະຫວັນຊັ້ນຟ້າ ຂໍໂຜດຟັງພວກເຂົາດ້ວຍ. ຂໍໂຜດຍົກບາບຂອງກະສັດ ແລະ ຂອງປະຊາຊົນອິດສະຣາເອນ ແລະ ສອນພວກເຂົາໃຫ້ເຮັດໃນສິ່ງທີ່ຖືກຕ້ອງ. ຂໍໂຜດສົ່ງຝົນ ລົງມາຍັງດິນແດນຂອງພຣະອົງ ທີ່ໄດ້ຖືກມອບໃຫ້ເປັນກໍາມະສິດອັນຕະຫລອດໄປແກ່ປະຊາຊົນຂອງພຣະອົງ ດ້ວຍເທີ້ນ.
\s5
\v 37 ເມື່ອມີການອຶດຢາກເກີດຂຶ້ນໃນດິນແດນ ຫລື ມີໂຣກລະບາດ ຫລື ມີພືດຜົນຖືກທາໍລາຍຍ້ອນລົມຮ້ອນພັດ ຫລື ຍ້ອນຝູງຕັກແຕນ ຫລື ເມື່ອປະຊາຊົນຂອງພຣະອົງ ຖືກໂຈມຕີ ຫລື ເມື່ອມີໂຣກໄພ້ໄຂ້ເຈັບເກີດ ຂຶ້ນທ່າມກາງພວກເຂົາ
\v 38 ຂໍໂຜດຟັງຄຳພາວັນນາອະທິຖານຂອງພວກເຂົາດ້ວຍ. ຖ້າປະຊາຊົນອິດສະຣາເອນຂອງພຣະອົງ ຄົນໃດໂສກເສົ້າເຫງົາໃຈ ແລະ ຍົກມືຂຶ້ນພາວັນນາອະທິຖານມາທາງພຣະວິຫານນີ້
\s5
\v 39 ຂໍໂຜດຟັງຄໍາພາວັນນາອະທິຖານຂອງພວກເຂົາດ້ວຍ. ທີ່ສະຫວັນຊັ້ນຟ້າບ່ອນພຣະອົງສະຖິດຢູ່ ຂໍໂຜດຟັງ ແລະ ຍົກໂທດ ແລະ ຊ່ວຍເຫລືອພວກເຂົາ ດ້ວຍເທີ້ນ. ພຣະອົງເທົ່ານັ້ນທີ່ຮູ້ຈັກຄວາມຄິດໃນຈິດໃຈມະນຸດ. ຂໍໂຜດເຮັດກັບແຕ່ລະຄົນ ຕາມທີ່ເຂົາສົມຄວນຈະໄດ້ຮັບ ດ້ວຍເທີ້ນ.
\v 40 ເພື່ອປະຊາຊົນຂອງພຣະອົງ ຈະໄດ້ເຊື່ອຟັງພຣະອົງຕະຫລອດໄປ ເມື່ອພວກເຂົາອາໄສຢູ່ໃນດິນແດນທີ່ພຣະອົງໄດ້ມອບໃຫ້ແກ່ປູ່ຍ່າຕາຍາຍຂອງພວກເຂົານັ້ນ.
\s5
\v 41-42 ເມື່ອຄົນຕ່າງດ້າວຜູ້ໜຶ່ງ ຢູ່ໃນດິນແດນທີ່ຫ່າງໄກ ໄດ້ຍິນຊື່ສຽງຂອງພຣະອົງ ແລະ ໄດ້ຍິນເຖິງສິ່ງຍິ່ງໃຫຍ່ທີ່ພຣະອົງໄດ້ເຮັດຕໍ່ປະຊາຊົນຂອງພຣະອົງ ແລ້ວເຂົ້າມາ ນະມັດສະການ ແລະ ພາວັນນາອະທິຖານຕໍ່ ພຣະອົງທີ່ພຣະວິຫານນີ້
\v 43 ຂໍໂຜດຟັງຄໍາພາວັນນາອະທິຖານຂອງເຂົາດ້ວຍ. ທີ່ສະຫວັນຊັ້ນຟ້າ ບ່ອນພຣະອົງສະຖິດຢູ່ ຂໍໂຜດຟັງເຂົາ ແລະ ເຮັດຕາມທີ່ເຂົາຮ້ອງຂໍ ດ້ວຍເທີ້ນ ເພື່ອວ່າປະຊາຊົນທົ່ວໂລກຈະຮູ້ຈັກ ແລະ ເຊື່ອຟັງພຣະອົງເໝືອນດັ່ງປະຊາຊົນອິດສະຣາເອນຂອງພຣະອົງ. ແລ້ວພວກເຂົາກໍຈະຮູ້ວ່າ ພຣະວິຫານທີ່ຂ້ານ້ອຍ ໄດ້ສ້າງນີ້ ແມ່ນບ່ອນທີ່ມະນຸດນະມັດສະການພຣະອົງ.
\s5
\v 44 ເມື່ອພຣະອົງສັ່ງປະຊາຊົນຂອງພຣະອົງເຂົ້າໄປສູ່ສະໜາມຮົບ ເພື່ອຕໍ່ສູ້ເຫລົ່າສັດຕູຂອງພວກເຂົາ ແລະ ພາວັນນາອະທິຖານຫາພຣະອົງ ບໍ່ວ່າຢູ່ບ່ອນໃດກໍຕາມ ໂດຍປິ່ນໜ້າມາທາງເມືອງ ບ່ອນທີ່ພຣະອົງໄດ້ເລືອກໄວ້ ແລະ ມາທາງພຣະວິຫານບ່ອນນີ້ ທີ່ຂ້ານ້ອຍໄດ້ສ້າງສໍາລັບພຣະອົງ
\v 45 ຂໍໂຜດຟັງຄໍາພາວັນນາອະທິຖານຂອງພວກເຂົາດ້ວຍ. ທີ່ສະຫວັນຊັ້ນຟ້າ ຂໍໂຜດຟັງພວກເຂົາ ແລະໃຫ້ພວກເຂົາມີໄຊຊະນະດ້ວຍເທີ້ນ.
\s5
\v 46 ເມື່ອປະຊາຊົນຂອງພຣະອົງເຮັດບາບ ຕໍ່ສູ້ພຣະອົງ ເພາະບໍ່ມີຜູ້ໃດທີ່ບໍ່ໄດ້ເຮັດບາບ ແລ້ວພຣະອົງກໍໄດ້ໂກດຮ້າຍ ຈຶ່ງປ່ອຍໃຫ້ເຫລົ່າສັດຕູເອົາຊະນະພວກເຂົາ ແລະ ຈັບພວກເຂົາໄປເປັນຊະເລີຍ ຢູ່ໃນດິນແດນອື່ນບາງແຫ່ງ ເຖິງແມ່ນວ່າດິນແດນນັ້ນຈະຢູ່ໄກ ເທົ່າໃດກໍຕາມ
\v 47 ຂໍໂຜດຟັງຄໍາພາວັນນາ ອະທິຖານຂອງປະຊາຊົນຂອງພຣະອົງດ້ວຍ. ໃນດິນແດນນັ້ນ ຖ້າພວກເຂົາກັບໃຈໃໝ່ ແລະ ພາວັນນາອະທິຖານຫາພຣະອົງ ໂດຍສາລະພາບວ່າ ພວກເຂົາເປັນຄົນບາບ ແລະ ຊົ່ວຊ້າ; ຂໍໂຜດຟັງຄໍາພາວັນນາອະທິຖານຂອງພວກເຂົາ ດ້ວຍເທີ້ນ
\s5
\v 48 ຢູ່ໃນດິນແດນນັ້ນ ຖ້າພວກເຂົາກັບໃຈໃໝ່ ຢ່າງຈິງໃຈແທ້ ແລະ ພາວັນນາອະທິຖານຫາພຣະອົງ ໂດຍປິ່ນໜ້າມາຍັງດິນແດນທີ່ພຣະອົງໄດ້ມອບໃຫ້ແກ່ພວກປູ່ຍ່າຕາຍາຍຂອງພວກຂ້ານ້ອຍ ຄື ເມືອງທີ່ພຣະອົງໄດ້ເລືອກໄວ້ ແລະ ປິ່ນໜ້າມາທາງພຣະວິຫານນີ້ ທີ່ຂ້ານ້ອຍໄດ້ສ້າງສໍາລັບພຣະອົງ
\s5
\v 49 ຂໍໂຜດຟັງຄໍາພາວັນນາອະທິຖານຂອງພວກເຂົາດ້ວຍ. ທີ່ສະຫວັນຊັ້ນຟ້າ ບ່ອນພຣະອົງສະຖິດຢູ່ ຂໍໂຜດຟັງ ແລະ ເມດຕາພວກເຂົາດ້ວຍເທີ້ນ
\v 50 ຂໍໂຜດຍົກບາບທັງໝົດກັບການກະບົດຕ່າງ ໆ ຂອງພວກເຂົາ ທີ່ຕໍ່ສູ້ພຣະອົງ ຂໍໃຫ້ເຫລົ່າສັດຕູປະຕິບັດຕໍ່ພວກເຂົາດ້ວຍຄວາມເມດຕາ ດ້ວຍເທີ້ນ
\s5
\v 51 ພວກເຂົາເປັນປະຊາຊົນຂອງພຣະອົງ ຜູ້ທີ່ພຣະອົງໄດ້ນາໍອອກມາຈາກປະເທດເອຢິບ ບ່ອນທີ່ເປັນດັ່ງຂຸມນາຣົກນັ້ນ.
\v 52 ໂອ ຂ້າແດ່ພຣະເຈົ້າຢາເວ ອົງພຣະຜູ້ເປັນເຈົ້າເອີຍ ຂໍພຣະອົງຫລຽວເບິ່ງປະຊາຊົນອິດສະຣາເອນ ແລະ ກະສັດຂອງພວກເຂົາດ້ວຍຄວາມເຫັນອົກເຫັນໃຈ ເລື້ອຍໄປເຖີດ ແລະ ເມື່ອໃດທີ່ພວກເຂົາຮ້ອງຂໍໃຫ້ພຣະອົງຊ່ວຍເຫລືອ ຂໍໂຜດຟັງຄໍາພາວັນນາອະທິຖານຂອງພວກເຂົາ ດ້ວຍເທີ້ນ
\v 53 ພຣະອົງໄດ້ແຍກພວກເຂົາອອກຈາກຊົນຊາດ ທັງໝົດໃນໂລກ ເພື່ອໃຫ້ເປັນປະຊາຊົນຂອງພຣະອົງ ດັ່ງທີ່ພຣະອົງໄດ້ບອກຜ່ານທາງ ໂມເຊ ຜູ້ຮັບໃຊ້ຂອງພຣະອົງ ຄາວທີ່ພຣະອົງ ໄດ້ນາໍພາປູ່ຍ່າຕາຍາຍຂອງພວກຂ້ານ້ອຍ ອອກມາຈາກປະເທດເອຢິບນັ້ນ.”
\s5
\v 54 ຫລັງຈາກທີ່ກະສັດໂຊໂລໂມນ ໄດ້ພາວັນນາອະທິຖານຕໍ່ອົງພຣະຜູ້ເປັນເຈົ້າ ສິ້ນສຸດລົງແລ້ວ ເພິ່ນໄດ້ຢືນຂຶ້ນຕໍ່ໜ້າແທ່ນບູຊາບ່ອນທີ່ເພິ່ນຄຸເຂົ່າລົງ ແລະຍົກມືຂຶ້ນນັ້ນ.
\v 55 ເພິ່ນຂໍພອນຈາກພຣະເຈົ້າສໍາລັບຊຸມນຸມປະຊາຊົນອິດສະຣາເອນທັງໝົດໃນທີ່ນັ້ນດ້ວຍສຽງດັງ. ເພິ່ນກ່າວວ່າ,
\v 56 “ສັນລະເສີນອົງພຣະຜູ້ເປັນເຈົ້າ ທີ່ໂຜດໃຫ້ປະຊາຊົນຂອງພຣະອົງ ມີຄວາມສະຫງົບສຸກ ຕາມທີ່ພຣະອົງໄດ້ສັນຍາໄວ້. ພຣະອົງໄດ້ຮັກ ສາຄໍາສັນຍາທັງໝົດ ທີ່ມີໄວ້ຜ່ານທາງໂມເຊ ຜູ້ຮັບໃຊ້ຂອງພຣະອົງ.
\s5
\v 57 ຂໍໃຫ້ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຮົາ ສະຖິດຢູ່ທ່າມກາງພວກເຮົາ ດັ່ງທີ່ພຣະອົງໄດ້ສະຖິດຢູ່ກັບປູ່ຍ່າຕາຍາຍ ຂອງພວກເຮົານັ້ນເຖີດ; ຂໍພຣະອົງຢ່າປະຖິ້ມພວກເຮົາ;
\v 58 ຂໍພຣະອົງບັນດານໃຫ້ພວກເຮົາເຊື່ອຟັງພຣະອົງ ເພື່ອວ່າພວກເຮົາຈະດໍາເນີນຊີວິດຕາມທີ່ພຣະອົງຕ້ອງການໃຫ້ດໍາເນີນ ແລະຖືຮັກສາກົດບັນຍັດ ແລະຄໍາສັ່ງທຸກຂໍ້ທີ່ພຣະອົງໄດ້ມອບໃຫ້ປູ່ຍ່າຕາຍາຍຂອງພວກເຮົາ.
\s5
\v 59 ຂໍໃຫ້ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຮົາ ໂຜດຈົດຈາໍຄໍາພາວັນນາອະທິຖານທີ່ຂ້ານ້ອຍ ພາວັນນາອະທິຖານຂໍຕໍ່ ພຣະອົງນີ້ຕະຫລອດໄປເທີ້ນ ຂໍພຣະອົງໂຜດ ເມດຕາປະຊາຊົນອິດສະຣາເອນ ແລະ ກະສັດຂອງພວກເຂົາຕາມຄວາມຕ້ອງການຂອງພວກເຂົາ ໃນແຕ່ລະວັນດ້ວຍ.
\v 60 ດັ່ງນັ້ນແຫລະ ຊົນຊາດທັງໝົດໃນໂລກນີ້ຈຶ່ງຈະຮູ້ວ່າ ອົງພຣະຜູ້ເປັນເຈົ້າເທົ່ານັ້ນທີ່ເປັນພຣະເຈົ້າ ແລະບໍ່ມີພະອື່ນອີກ.
\v 61 ຂໍໃຫ້ພວກທ່ານຜູ້ເປັນຊົນຊາດຂອງພຣະອົງ ຈົ່ງສັດຊື່ຕໍ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຮົາ ໂດຍເຊື່ອຟັງກົດບັນຍັດ ແລະຄໍາສັ່ງທຸກຂໍ້ຂອງພຣະອົງ ດັ່ງທີ່ພວກທ່ານໄດ້ປະຕິບັດໃນທຸກວັນນີ້.”
\s5
\v 62 ແລ້ວກະສັດໂຊໂລໂມນ ພ້ອມທັງທຸກຄົນກໍຖວາຍເຄື່ອງບູຊາຕ່າງ ໆ ຊ້ອງພຣະພັກອົງພຣະຜູ້ເປັນເຈົ້າ.
\v 63 ເພິ່ນໄດ້ຂ້າງົວຊາວສອງພັນໂຕ ແລະ ແກະໜຶ່ງຮ້ອຍຊາວພັນໂຕ ຖວາຍເພື່ອຄວາມສາມັກຄີທໍາ. ກະສັດໂຊໂລໂມນ ແລະ ປະຊາຊົນອິດສະຣາ ເອນທັງໝົດ ຈຶ່ງໄດ້ອຸທິດຖວາຍພຣະວິຫານ ແກ່ອົງພຣະຜູ້ເປັນເຈົ້າ.
\s5
\v 64 ໃນວັນດຽວກັນນັ້ນ ເພິ່ນຍັງໄດ້ຖວາຍສ່ວນທາງກາງເດີ່ນຫຍ້າ ຄື ເຂດທາງໜ້າພຣະວິຫານ ແລ້ວໃນທີ່ນັ້ນເພິ່ນໄດ້ເຜົາສັດທັງໂຕຖວາຍບູຊາ, ຖວາຍພືດຜົນເປັນເມັດ ແລະ ຖວາຍໄຂມັນຂອງສັດ ໃຫ້ເປັນເຄື່ອງບູຊາ ເພື່ອຄວາມສາມັກຄີທາໍ. ເພິ່ນໄດ້ເຮັດດັ່ງນີ້ ກໍເພາະແທ່ນບູຊາທອງສໍາຣິດນ້ອຍໂພດ ສໍາລັບເຄື່ອງຖວາຍເຫລົ່ານີ້ທັງໝົດ.
\s5
\v 65 ທີ່ພຣະວິຫານ ກະສັດໂຊໂລໂມນ ແລະ ປະຊາຊົນອິດສະຣາເອນທັງໝົດໄດ້ສະເຫລີມສະຫລອງເທດສະການປຸກຕູບຢູ່ ເປັນເວລາ ເຈັດວັນ. [ຮ] ປະຊາຊົນຈາໍນວນຫລວງຫລາຍໄດ້ມາຮ່ວມນາໍ ຄືມາແຕ່ທາງເໜືອສຸດຂອງຊ່ອງແຄບຮາມັດ ແລະ ເຂດແດນທາງໃຕ້ຂອງປະເທດເອຢິບ.
\v 66 ໃນວັນທີແປດ ກະສັດໂຊໂລໂມນ ໄດ້ໃຫ້ປະຊາຊົນກັບເມືອບ້ານເຮືອນຂອງໃຜລາວ. ພວກເຂົາທຸກຄົນຕ່າງກໍຊົມເຊີຍເພິ່ນ ແລະ ກັບຄືນເມືອຢ່າງຊົມຊື່ນຍິນດີ ເພາະຄໍາອວຍພອນທັງໝົດທີ່ອົງພຣະຜູ້ເປັນເຈົ້າ ໄດ້ປະທານໃຫ້ແກ່ກະສັດດາວິດ ຜູ້ຮັບໃຊ້ຂອງພຣະອົງ ແລະ ໃຫ້ແກ່ປະຊາຊົນອິດສະຣາເອນຂອງພຣະອົງ.
\s5
\c 9
\p
\v 1 ຫລັງຈາກກະສັດໂຊໂລໂມນສ້າງພຣະວິຫານ, ຣາຊວັງ ແລະທຸກ ໆ ສິ່ງທີ່ເພິ່ນຢາກສ້າງນັ້ນສໍາເລັດລົງແລ້ວ;
\v 2 ອົງພຣະຜູ້ເປັນເຈົ້າກໍໄດ້ປາກົດຕໍ່ເພິ່ນອີກ ດັ່ງທີ່ພຣະອົງໄດ້ປາກົດທີ່ເມືອງກີເບໂອນ ນັ້ນ.
\s5
\v 3 ອົງພຣະຜູ້ເປັນເຈົ້າໄດ້ກ່າວແກ່ເພິ່ນວ່າ, “ເຮົາໄດ້ຍິນຄໍາພາວັນນາອະທິຖານຂອງເຈົ້າແລ້ວ ເຮົາຂໍຮັບເອົາວິຫານທີ່ເຈົ້າໄດ້ສ້າງນີ້ ໃຫ້ເປັນບ່ອນນະມັດສະການເຮົາຕະຫລອດໄປ. ເຮົາຈະເບິ່ງແຍງຮັກສາ ແລະ ປ້ອງກັນວິຫານນັ້ນຕະຫລອດເວລາ.
\s5
\v 4 ຖ້າເຈົ້າຮັບໃຊ້ເຮົາຢ່າງສັດຊ່ື່ ແລະຢ່າງໝົດຈິດໝົດໃຈ ດັ່ງດາວິດພໍ່ຂອງເຈົ້າ ເຮົາກໍຈະຮັກສາຄໍາສັນຍາທີ່ເຮົາໄດ້ມີໄວ້ກັບດາວິດ ພໍ່​ຂອງເຈົ້າ; ແລະ ຖ້າເຈົ້າເຊື່ອຟັງກົດບັນຍັດຕ່າງ ໆ ຂອງເຮົາ ແລະເຮັດທຸກສິ່ງທີ່ເຮົາໄດ້ ສັ່ງເຈົ້າ,
\v 5 ເຮົາກໍຈະຮັກສາຄໍາສັນຍາທີ່ເຮົາໄດ້ມີໄວ້ກັບດາວິດ ພໍ່ຂອງເຈົ້າເມື່ອເຮົາບອກລາວວ່າ, ‘ຊາດອິດສະຣາເອນ ຈະມີຄົນໃນເຊື້ອສາຍຂອງເຈົ້າປົກຄອງເລື້ອຍໄປ.
\s5
\v 6 ຖ້າເຈົ້າ ຫລື ເຊື້ອສາຍຂອງເຈົ້າເຊົາຕິດຕາມເຮົາ ແລະ ບໍ່ເຊື່ອຟັງບັນດາກົດບັນຍັດ ແລະ ຂໍ້ຄໍາສັ່ງຂອງເຮົາທີ່ໄດ້ໃຫ້ແກ່ພວກເຈົ້າ, ແຕ່ໄປຮັບໃຊ້ ແລະ ຂາບໄຫວ້ບັນດາພະອື່ນ;
\v 7 ແລ້ວເຮົາກໍຈະຕັດປະຊາຊົນອິດສະຣາເອນຂອງເຮົາ ອອກຈາກດິນແດນທີ່ເຮົາໄດ້ໃຫ້ພວກເຂົານັ້ນ. ເຮົາຈະປະຖິ້ມວິຫານນີ້ ຊຶ່ງເຮົາໄດ້ໃຫ້ເປັນບ່ອນສັກສິດ ເພື່ອນະມັດສະການເຮົາຄືກັນ. ປະຊາຊົນທົ່ວທຸກແຫ່ງຈະດູຖູກ ແລະໝິ່ນປະໝາດຊາດອິດສະຣາເອນ.
\s5
\v 8 ວິຫານນີ້ຈະກາຍເປັນກອງສິ່ງທີ່ຮົກຮ້າງເພພັງ [ກ] ແລະທຸກ ໆ ຄົນທີ່ຜ່ານໄປມາຈະງຶດງໍ້ສະດຸ້ງຕົກໃຈ. ແລ້ວພວກເຂົາກໍຈະຖາມວ່າ, ‘ເປັນຫຍັງອົງພຣະຜູ້ເປັນເຈົ້າ ຈຶ່ງເຮັດຕໍ່ດິນແດນ ແລະພຣະວິຫານຢ່າງນີ້?
\v 9 ຄົນທັງຫລາຍຈະຕອບວ່າ, ‘ເພາະພວກເຂົາໄດ້ປະຖິ້ມອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຂົາ ຜູ້ທີ່ນາໍພາປູ່ຍ່າຕາຍາຍຂອງພວກເຂົາອອກມາຈາກປະເທດເອຢິບ. ພວກເຂົາຫຼົງໄຫລຕິດຕາມບັນດາພະອື່ນ ແລະຂາບໄຫວ້ພວກມັນ. ດັ່ງນັ້ນແຫລະ ອົງພຣະຜູ້ເປັນເຈົ້າ ຈຶ່ງໄດ້ນາໍໄພພິບັດມາສູ່ພວກເຂົາ.
\s5
\v 10 ກະສັດໂຊໂລໂມນ ໄດ້ໃຊ້ເວລາຊາວປີ ໃນການສ້າງພຣະວິຫານ ກັບ ຣາຊວັງຂອງເພິ່ນ.
\v 11 ເຈົ້າຮີຣາມ ກະສັດແຫ່ງຕີເຣ ໄດ້ເປັນຜູ້ຈັດຫາໄມ້ແປກ, ໄມ້ສົນ ແລະ ຄໍາ, ສົ່ງໄປໃຫ້ກະສັດໂຊໂລໂມນ ຕາມທີ່ເພິ່ນຕ້ອງການໃນການສ້າງຂອງເພິ່ນ. ຫລັງຈາກ ໄດ້ສ້າງສໍາເລັດແລ້ວ ກະສັດໂຊໂລໂມນ ກໍໄດ້ມອບຊາວຫົວເມືອງ ທີ່ຢູ່ໃນຂົງເຂດຄາລີເລ ໃຫ້ກະສັດຮີຣາມ.
\s5
\v 12 ເມື່ອກະສັດຮີຣາມ ໄປກວດກາເບິ່ງເມືອງເຫລົ່ານີ້ແລ້ວ ເພິ່ນກໍບໍ່ມັກ.
\v 13 ສະນັ້ນ ເພິ່ນຈຶ່ງກ່າວຕໍ່ກະສັດໂຊໂລໂມນ ວ່າ, “ອ້າຍເອີຍ ເຈົ້າມອບເມືອງແບບນີ້ບໍໃຫ້ຂ້ອຍ? ” ເພາະເຫດຜົນດັ່ງກ່າວນັ້ນ ໃນທຸກວັນນີ້ ຄົນຈຶ່ງຍັງເອີ້ນຂົງເຂດນີ້ວ່າ ກາບູນ. [ຂ]
\v 14 ກະສັດຮີຣາມ ໄດ້ສົ່ງຄໍາໄປໃຫ້ກະສັດໂຊໂລໂມນ ໜັກເກືອບຫ້າພັນກິໂລກາຼມ.
\s5
\v 15 ກະສັດໂຊໂລໂມນ ໄດ້ເກນເອົາຄົນງານມາສ້າງພຣະວິຫານ ແລະ ຣາຊວັງ ທັງຖົມດິນຢູ່ທາງທິດຕາເວັນອອກຂອງເມືອງ ແລະ ສ້າງກາໍແພງເມືອງ. ເພິ່ນຍັງໄດ້ໃຊ້ຄົນງານພວກນີ້ສ້າງເມືອງຮາໂຊ, ເມກິດໂດ ແລະ ເກເຊ. (
\v 16 ກະສັດແຫ່ງເອຢິບ ໄດ້ມາບຸກໂຈມຕີ ແລະຢຶດເອົາເມືອງເກເຊ ນີ້ໄດ້ ເພິ່ນໄດ້ຂ້າຊາວເມືອງ ແລະ ເຜົາເມືອງຖິ້ມ. ແລ້ວເພິ່ນກໍມອບເມືອງນີ້ ໃຫ້ເປັນຂອງຂວັນແກ່ລູກສາວໃນເວລານາງແຕ່ງງານ ກັບ ກະສັດໂຊໂລໂມນ
\s5
\v 17 ແລະ ກະສັດໂຊໂລໂມນ ໄດ້ສ້າງເມືອງນີ້ຂຶ້ນໃໝ່.) ເພິ່ນໄດ້ໃຊ້ພວກຄົນງານຂອງເພິ່ນສ້າງເມືອງເບັດໂຮໂຣນ ເບື້ອງລຸ່ມ
\v 18 ເມືອງບາອາລາດ, ເມືອງຕາມາ ໃນຖິ່ນແຫ້ງແລ້ງກັນດານຂອງອານາຈັກຢູດາຍ
\v 19 ແລະ ອີກຫລາຍເມືອງ ສໍາລັບໄວ້ສະບຽງອາຫານ ຫລາຍເມືອງສໍາລັບໄວ້ມ້າ ແລະ ລົດຮົບທັງຫລາຍຂອງເພິ່ນ ແລະ ສໍາລັບທຸກສິ່ງທີ່ເພິ່ນຢາກຈະສ້າງໃນນະຄອນເຢຣູຊາເລັມ, ໃນເລບານອນ ແລະ ໃນທີ່ບ່ອນຕ່າງ ໆ ຂອງອານາຈັກຂອງເພິ່ນ.
\s5
\v 20-21 ພວກຄົນງານທີ່ກະສັດໂຊໂລໂມນ ໄດ້ເກນເອົານີ້ ແມ່ນເຊື້ອສາຍຂອງຊາວການາອານ ທີ່ຊາວອິດສະຣາເອນ ໄດ້ໄວ້ຊີວິດຂອງພວກເຂົາ ຕອນທີ່ຢຶດເອົາດິນແດນຂອງພວກເຂົານັ້ນ. ພວກເຫລົ່ານີ້ມີດັ່ງນີ້: ຊາວອາໂມ, ຊາວຮິດຕີ, ຊາວເປຣິຊີ ແລະ ຊາວເຢບຸດ; ລູກຫລານຂອງພວກເຫລົ່ານີ້ ຍັງສືບຕໍ່ເປັນທາດຮັບໃຊ້ມາຈົນເທົ່າທຸກວັນນີ້.
\s5
\v 22 ກະສັດໂຊໂລໂມນ ບໍ່ໄດ້ໃຊ້ຊາວອິດສະຣາເອນ ເປັນທາດຮັບໃຊ້ ແຕ່ໃຫ້ເປັນທະຫານ, ຂ້າຣາຊການ, ຜູ້ບັນຊາການກອງທັບ, ຜູ້ບັງຄັບກອງລົດຮົບ ແລະ ທະຫານມ້າ.
\s5
\v 23 ມີຫົວໜ້າພະນັກງານ ຫ້າຮ້ອຍຫ້າສິບຄົນ ຄວບຄຸມຄົນງານທີ່ສ້າງອາຄານຕ່າງ ໆ ໃຫ້ກະສັດໂຊໂລໂມນ.
\s5
\v 24 ກະສັດໂຊໂລໂມນ ໄດ້ຖົມດິນຢູ່ທາງທິດຕາເວັນອອກຂອງເມືອງ ຫລັງຈາກທີ່ເມຍຂອງເພິ່ນ ຄື ລູກສາວຂອງກະສັດເອຢິບ ໄດ້ຍ້າຍຈາກເມືອງຂອງດາວິດ ໄປຢູ່ວັງທີ່ເພິ່ນໄດ້ສ້າງໃຫ້ນາງ.
\s5
\v 25 ກະສັດໂຊໂລໂມນ ໄດ້ຖວາຍເຄື່ອງເຜົາບູຊາ ແລະ ເຄື່ອງບູຊາເພື່ອຄວາມສາມັກຄີທາໍທີ່ເທິງແທ່ນບູຊາ ຊຶ່ງເພິ່ນໄດ້ສ້າງຖວາຍ ແກ່ອົງພຣະຜູ້ເປັນເຈົ້າ ປີລະສາມຄັ້ງ. ເພິ່ນຍັງໄດ້ເຜົາເຄື່ອງຫອມບູຊາ [ຄ] ຖວາຍຕໍ່​ໜ້າອົງພຣະຜູ້ເປັນເຈົ້າ. ດັ່ງນັ້ນ ເພິ່ນຈຶ່ງສ້າງພຣະວິຫານສໍາເລັດ.
\s5
\v 26 ກະສັດໂຊໂລໂມນ ຍັງໄດ້ສ້າງກອງທັບເຮືອ ທີ່ເອຊີໂອນເກເບ ໃກ້ກັບ ເອໂລດ ຢູ່ແຄມຝັ່ງຂອງອ່າວອາກາບາ ໃນດິນແດນເອໂດມ.
\v 27 ສ່ວນກະສັດຮີຣາມ ກໍສົ່ງທະຫານທີ່ຊ່ຽວຊານຈາກກອງທັບເຮືອຂອງເພິ່ນໄປຮັບໃຊ້ໜ້າທີ່ການກັບທະຫານຂອງກະສັດໂຊໂລໂມນ.
\v 28 ພວກເຂົາຂີ່ເຮືອໄປເມືອງໂອເຟຍ ແລະໄດ້ນາໍເອົາຄໍາໜັກປະມານສິບຫ້າໂຕນ ມາໃຫ້ກະສັດໂຊໂລໂມນ.
\s5
\c 10
\p
\v 1 ຣາຊີນີແຫ່ງເຊບາ ໄດ້ຍິນເຖິງຊື່ສຽງຂອງ ກະສັດໂຊໂລໂມນ [ງ] ຣາຊີນີຈຶ່ງເດີນທາງມາ ຍັງນະຄອນເຢຣູຊາເລັມ ເພື່ອທົດສອບເພິ່ນດ້ວຍບັນຫາຫຍຸ້ງຍາກຫລາຍຢ່າງ.
\v 2 ຣາຊີນີໄດ້ນາໍເອົາບໍລິວານຢ່າງຫລວງຫລາຍມານາໍ ພ້ອມທັງບັນທຸກເຄື່ອງເທດ, ເພັດພອຍ ແລະຄໍາເປັນຈາໍນວນຫລາຍໃສ່ຫລັງອູດມາ. ເມື່ອຣາຊີນີກັບກະສັດໂຊໂລໂມນ ໄດ້ພົບກັນແລ້ວ ຣາຊີນີກໍຖາມເພິ່ນທຸກບັນຫາທີ່ຣາຊີນີ ສາມາດຄິດອອກໄດ້.
\s5
\v 3 ກະສັດໂຊໂລໂມນ ຕອບໄດ້ທຸກບັນຫາ; ບໍ່ມີເລື່ອງໃດຍາກເກີນກວ່າ ທີ່ເພິ່ນຈະອະທິບາຍ.
\v 4 ຣາຊີນີແຫ່ງເຊບາ ຮູ້ສຶກປະທັບໃຈ ໃນສະຕິປັນຍາຂອງກະສັດໂຊໂລໂມນ ແລະເຫັນຣາຊວັງ ທີ່ເພິ່ນໄດ້ສ້າງ.
\v 5 ຣາຊີນີເຫັນອາຫານທີ່ເທິງໂຕະຂອງເພິ່ນ, ສໍານັກຂອງຂ້າຣາຊການ, ການຈັດລະບຽບຂອງຂ້າຣາຊການປະຈາໍວັງ ກັບເຄື່ອງແບບທີ່ພວກເຂົານຸ​່ງ ພວກທີ່ລໍຮັບໃຊ້ເພິ່ນໃນງານກິນລ້ຽງຕ່າງ ໆ ແລະເ ຄື່ອງບູຊາທີ່ເພິ່ນຖວາຍຢູ່ໃນພຣະວິຫານ. ສິ່ງທັງໝົດນີ້ເຮັດໃຫ້ຣາຊີນີງຶດງໍ້ ແລະປະຫລາດໃຈຫລາຍ.
\s5
\v 6 ຣາຊີນີຈຶ່ງກ່າວແກ່ກະສັດ ວ່າ, “ຄໍາເລົ່າລືທີ່ຂ້ານ້ອຍໄດ້ຍິນ ຢູ່ໃນປະເທດຂອງຂ້ານ້ອຍເອງ ກ່ຽວກັບທ່ານ [ຈ] ແລະ ສະຕິປັນຍາຂອງທ່ານນັ້ນ ກໍເປັນຈິງແທ້
\v 7 ແຕ່ຂ້ານ້ອຍບໍ່ເຊື່ອຈົນໄດ້ມາເຫັນດ້ວຍຕົນເອງ ສິ່ງທີ່ຂ້ານ້ອຍໄດ້ຍິນນັ້ນ ບໍ່ຮອດເຄິ່ງໜຶ່ງຂອງສະຕິປັນຍານີ້; ທ່ານມີສະຕິປັນຍາ ແລະຊັບສົມບັດຫລາຍກວ່າທີ່ຂ້ານ້ອຍໄດ້ຍິນມາ.
\s5
\v 8 ບັນດາຄົນ [ສ] ຂອງທ່ານກໍເປັນສຸກແທ້ ແລະ ພວກທີ່ລໍຮັບໃຊ້ທ່ານກໍເປັນສຸກ ທີ່ມີໂອກາດໄດ້ຍິນຖ້ອຍຄໍາແຫ່ງປັນຍາຂອງທ່ານ.
\v 9 ສັນລະເສີນອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງທ່ານ ພຣະອົງໄດ້ສໍາແດງໃຫ້ເຫັນວ່າ ພຣະອົງພໍໃຈນາໍທ່ານຫລາຍທີ່ສຸດ ຈຶ່ງແຕ່ງຕັ້ງທ່ານໃຫ້ເປັນກະສັດແຫ່ງຊາດອິດສະຣາເອນ. ເພາະຄວາມຮັກຂອງພຣະອົງ ສໍາລັບຊາດອິດສະຣາເອນ ມີຕະຫລອດໄປ ພຣະອົງຈຶ່ງໄດ້ແຕ່ງຕັ້ງທ່ານໃຫ້ເປັນກະສັດຂອງພວກເຂົາ ເພື່ອທ່ານຈະຮັກສາກົດບັນຍັດ ແລະຄວາມຍຸດຕິທາໍໄວ້.
\s5
\v 10 ແລ້ວ ຣາຊີນີກໍໄດ້ຖວາຍຂອງຂວັນ ທີ່ນໍາມາໃຫ້ກະສັດໂຊໂລໂມນ ຊຶ່ງມີຄໍາໜັກປະມານຫ້າໂຕນ ແລະ ເຄື່ອງເທດກັບເພັດພອຍ ເປັນຈາໍນວນຫລວງຫລາຍ. ເຄື່ອງເທດທີ່ຣາຊີນີໄດ້ມອບໃຫ້ກະສັດໂຊໂລໂມນນັ້ນ ມີຫລາຍກວ່າທຸກຄັ້ງທີ່ເພິ່ນເຄີຍໄດ້ຮັບມາ.
(
\s5
\v 11 ນອກຈາກນີ້ແລ້ວ ຍັງມີຂະບວນເຮືອຂອງກະສັດຮີຣາມ ທີ່ບັນທຸກຄໍາມາແຕ່ໂອເຟຍ ແລະ ທັງໄດ້ນາໍເອົາໄມ້ຈັນ ແລະ ເພັດເປັນຈາໍນວນຫລວງຫລາຍ ມາຈາກທີ່ນັ້ນດ້ວຍ.
\v 12 ກະສັດໂຊໂລໂມນ ໄດ້ໃຊ້ໄມ້ນີ້ເຮັດຮາວໃນພຣະວິຫານ ແລະ ຣາຊວັງ ແລະ ເຮັດພິນນ້ອຍ ແລະ ພິນໃຫຍ່ໃຫ້ພວກນັກດົນຕຼີ. ໄມ້ນີ້ແມ່ນໄມ້ຈັນຊັ້ນດີທີ່ສຸດ ທີ່ສົ່ງເຂົ້າໄປໃນອິດສະຣາເອນ ແລະ ບໍ່ມີຜູ້ໃດໄດ້ເຫັນໄມ້ ຈັນຢ່າງນີ້ອີກເລີຍ.)
\s5
\v 13 ກະສັດໂຊໂລໂມນ ໄດ້ມອບຂອງຂວັນໃຫ້ຣາຊີນີແຫ່ງເຊບາ ຕາມທາໍນຽມ; ນອກນີ້ເພິ່ນຍັງມອບທຸກສິ່ງຕາມທີ່ຣາຊີນີຂໍຮ້ອງ. ແລ້ວຣາຊີນີພ້ອມທັງຄະນະຜູ້ຕິດຕາມ ກໍໄດ້ກັບຄືນເມືອຍັງດິນແດນແຫ່ງເຊບາ.
\s5
\v 14 ທຸກປີໃດ ກະສັດໂຊໂລໂມນໄດ້ຮັບຄໍາ ໜັກເກືອບເຖິງຊາວຫ້າໂຕນ
\v 15 ໂດຍບໍ່ນັບການເສຍສ່ວຍຕ່າງ ໆ [ຊ] ຈາກພວກພໍ່ຄ້າ, ຈາກກາໍໄລທີ່ໄດ້ມາຈາກການຄ້າ ແລະ ຈາກເຄື່ອງບັນນາການ ທີ່ບັນດາກະສັດແຫ່ງອາຣາເບຍ ແລະ ພວກຜູ້ປົກຄອງເຂດຕ່າງ ໆ ໃນປະເທດອິດສະຣາເອນ ໄດ້ສົ່ງມາໃຫ້.
\s5
\v 16 ກະສັດໂຊໂລໂມນ ຍັງໄດ້ເຮັດໂລ້ໃຫຍ່ ສອງຮ້ອຍອັນ; ແຕ່ລະອັນເຄືອບດ້ວຍຄໍາ ໜັກເກືອບເຖິງເຈັດກິໂລກາຼມ.
\v 17 ເພິ່ນຍັງໄດ້ສ້າງໂລ້ນ້ອຍອີກສາມຮ້ອຍອັນ; ແຕ່ລະອັນເຄືອບດ້ວຍຄໍາໜັກເກືອບສອງກິໂລກາຼມ. ເພິ່ນໄດ້ເອົາໂລ້ເຫລົ່ານີ້ ໄປໄວ້ໃນຫ້ອງໂຖງແຫ່ງດົງເລບານອນ. [ຍ]
\s5
\v 18 ເພິ່ນຍັງໄດ້ສ້າງບັນລັງທີ່ໃຫຍ່ໂຕ. ບາງສ່ວນຂອງບັນລັງນີ້ ໄດ້ເຮັດດ້ວຍງາຊ້າງ ແລະ ນອກນັ້ນ ກໍເຄືອບດ້ວຍຄໍານາໍ້ໜຶ່ງ.
\v 19-20 ບັນລັງນີ້ ມີຂັ້ນໄດຫົກຂັ້ນ ທຸກຂັ້ນໃດມີຮູບສິງຢູ່ສອງຟາກຂ້າງ ຊຶ່ງລວມທັງໝົດແລ້ວ ມີຮູບສິງຢູ່ສິບສອງໂຕ. ຢູ່ທາງເບື້ອງຫລັງຂອງບັນລັງມີຮູບຫົວງົວ ແລະ ຂ້າງບ່ອນວາງແຂນ ແຕ່ລະເບື້ອງກໍມີຮູບສິງ. ບໍ່ມີອານາຈັກໃດທີ່ມີບັນລັງຢ່າງນີ້.
\s5
\v 21 ຈອກທັງໝົດທີ່ກະສັດໂຊໂລໂມນ ໃຊ້ດື່ມແມ່ນໄດ້ເຮັດດ້ວຍຄໍາ ແລະເຄື່ອງໃຊ້ທຸກຢ່າງທີ່ຢູ່ໃນຫ້ອງໂຖງແຫ່ງດົງເລບານອນ ກໍເຮັດດ້ວຍຄໍານາໍ້ໜຶ່ງ. ບໍ່ມີສິ່ງໃດທີ່ເຮັດດ້ວຍເງິນ ເພາະເງິນໃນສະໄໝຂອງກະສັດໂຊໂລໂມນ ຖືວ່າເປັນຂອງບໍ່ມີຄ່າ.
\v 22 ກະສັດໂຊໂລໂມນຍັງມີຂະບວນເຮືອ ທີ່ແລ່ນໄປກັບຂະບວນເຮືອຂອງກະສັດຮີຣາມ. ໃນທຸກສາມປີໃດ ຂະບວນເຮືອຂອງເພິ່ນໄດ້ແລ່ນກັບຄືນມາ ທັງບັນທຸກເອົາຄໍາ, ເງິນ, ງາຊ້າງ, ລີງໃຫຍ່ ແລະລີງນ້ອຍມານາໍດ້ວຍ.
\s5
\v 23 ກະສັດໂຊໂລໂມນຮັ່ງມີ ແລະ ສະຫລາດຫລາຍກວ່າກະສັດອື່ນ ໆ.
\v 24 ທົ່ວທັງໂລກກໍຢາກມາຟັງສະຕິປັນຍາ ທີ່ພຣະເຈົ້າໂຜດໃຫ້ເພິ່ນນັ້ນ.
\v 25 ຜູ້ທີ່ມາກໍໄດ້ນາໍຂອງຂວັນມາມອບໃຫ້ເພິ່ນ ຊຶ່ງເປັນສິ່ງທີ່ເຮັດດ້ວຍເງິນ ແລະ ຄໍາ, ເສື້ອຜ້າ, ອາວຸດ, ເຄື່ອງເທດ, ມ້າ ແລະ ລໍ. ເຫດການດັ່ງນີ້ ເປັນມາທຸກປີ.
\s5
\v 26 ກະສັດໂຊໂລໂມນ ໄດ້ຮວບຮວມລົດມ້າ ແລະ ມ້າ; ເພິ່ນມີລົດມ້າໜຶ່ງພັນສີ່ຮ້ອຍຄັນ ແລະ ມີມ້າສິບສອງພັນໂຕ. ເພິ່ນໄດ້ເອົາລົດມ້າ ແລະ ມ້າບາງສ່ວນໄວ້ໃນນະຄອນເຢຣູຊາເລັມ ແລະ ສ່ວນທີ່ເຫລືອນັ້ນ ກໍປະຈາໍໄວ້ຕາມຫົວເມືອງຕ່າງ ໆ.
\v 27 ໃນຣາຊການຂອງເພິ່ນນັ້ນ ເງິນຖືເປັນຂອງທາໍມະດາ ດັ່ງກ້ອນຫິນໃນນະຄອນເຢຣູຊາເລັມ ແລະ ຕົ້ນແປກກໍມີຫລວງຫລາຍ, ແຕ່ຖືເປັນທໍາມະດາ ດັ່ງຕົ້ນໝາກເດື່ອເທດ ທີ່ເກີດຢູ່ຕາມຕີນພູຂອງນະຄອນເຢຣູຊາເລັມ.
\s5
\v 28 ຝູງມ້າຂອງກະສັດ ໄດ້ມາຈາກມຸດສະຣິ [ດ] ແລະ ກີລີເກຍ [ຕ] ບ່ອນທີ່ບັນດາຕົວແທນຂອງກະສັດໄດ້ໄປຫາຊອກຊື້ໃຫ້ເພິ່ນ.
\v 29 ສ່ວນລົດຮົບທີ່ໄດ້ນໍາເຂົ້າມາແຕ່ປະເທດເອຢິບນັ້ນ ຄັນລະຫົກຮ້ອຍຫລຽນເງິນ ແລະ ມ້າໂຕລະໜຶ່ງຮ້ອຍຫ້າສິບຫລຽນເງິນ. ຕົວແທນເຫລົ່ານີ້ຍັງໄດ້ສົ່ງມ້າ ແລະ ລົດຮົບເຂົ້າໄປຂາຍໃຫ້ກະສັດຂອງຊາວຮິດຕີ ແລະ ຂອງຊາວຊີເຣຍ.
\s5
\c 11
\p
\v 1 ກະສັດໂຊໂລໂມນ ໄດ້ເກີດມີຄວາມຮັກໄຄ່ກັບຍິງສາວຊາວຕ່າງຊາດຫລາຍຄົນ. ນອກຈາກລູກສາວຂອງກະສັດເອຢິບແລ້ວ ເພິ່ນຍັງມີເມຍຄົນຮິດຕີ, ຄົນໂມອາບ, ຄົນອໍາໂມນ, ຄົນເອໂດມ ແລະ ຄົນຊີໂດນ.
\v 2 ເພິ່ນເອົາຍິງເຫລົ່ານີ້ມາເປັນເມຍ ແມ່ນວ່າອົງພຣະຜູ້ເປັນເຈົ້າ ໄດ້ສັ່ງຊາວອິດສະຣາເອນບໍ່ໃຫ້ແຕ່ງງານກັບຍິງເຫລົ່ານີ້ ເພາະພວກເຂົາຈະເຮັດໃຫ້ຊາວອິດສະຣາເອນ ສັດຊື່ຕໍ່ບັນດາພະອື່ນ.
\s5
\v 3 ກະສັດໂຊໂລໂມນ ມີເມຍທີ່ເປັນເຈົ້າຍິງເຈັດຮ້ອຍຄົນ ແລະ ຍັງມີເມຍນ້ອຍສາມຮ້ອຍຄົນ. ພວກຍິງເຫລົ່ານີ້ໄດ້ເຮັດໃຫ້ເພິ່ນຫັນໜີຈາກພຣະເຈົ້າ
\v 4 ແລະ ເມື່ອເຖິງເວລາເພິ່ນເຖົ້າແກ່ແລ້ວ ພວກນາງກໄດ້ນາໍພາເພິ່ນໄປຂາບໄຫວ້ບັນດາພະຕ່າງຊາດ. ເພິ່ນບໍ່ໄດ້ສັດຊື່ຕໍ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງເພິ່ນດັ່ງກະສັດດາວິດ ພໍ່ຂອງເພິ່ນ.
\s5
\v 5 ເພິ່ນໄດ້ຂາບໄຫວ້ເຈົ້າແມ່ອັດຊະຕາກ ຂອງຊາວຊີໂດນ ແລະ ພະມິນກົມ ທີ່ໜ້າລັງກຽດຂອງຊາວອໍາໂມນ.
\v 6 ເພິ່ນໄດ້ເຮັດບາບຕໍ່ສູ້ອົງພຣະຜູ້ເປັນເຈົ້າ ແລະ ບໍ່ໄດ້ຈິງໃຈຕໍ່ພຣະອົງ ດັ່ງກະສັດດາວິດ ພໍ່ຂອງເພິ່ນ.
\s5
\v 7 ຢູ່ເທິງພູເຂົາທາງທິດຕາເວັນອອກຂອງນະຄອນເຢຣູຊາເລັມ ກະສັດໂຊໂລໂມນໄດ້ສ້າງບ່ອນຂາບໄຫ້ວພະເມໂກດ ພະທີ່ໜ້າລັງກຽດຂອງຊາວໂມອາບ ແລະ ສ້າງບ່ອນຂາບໄຫວ້ພະມິນກົມ ພະທີ່ໜ້າລັງກຽດຂອງຊາວອໍາໂມນ.
\v 8 ເພິ່ນຍັງໄດ້ສ້າງບ່ອນຂາບໄຫວ້ ໃຫ້ບັນດາເມຍຕ່າງຊາດຂອງເພິ່ນທຸກຄົນ ເພື່ອໃຫ້ພວກເຂົາເຜົາເຄື່ອງຫອມ ແລະ ຖວາຍບູຊາແກ່ບັນດາພະຂອງພວກເຂົາ.
\s5
\v 9-10 ແມ່ນວ່າ ພຣະເຈົ້າຂອງຊາດອິດສະຣາເອນໄດ້ປາກົດຕໍ່ໂຊໂລໂມນ ເຖິງສອງຄັ້ງ ແລະ ສັ່ງເພິ່ນບໍ່ໃຫ້ຂາບໄຫວ້ບັນດາ ພະຕ່າງຊາດກໍຕາມ; ໂຊໂລໂມນກໍບໍ່ໄດ້ເຊື່ອຟັງອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງເພິ່ນ ເພິ່ນໄດ້ຫັນໜີຈາກພຣະອົງ. ດັ່ງນັ້ນ ອົງພຣະຜູ້ເປັນເຈົ້າ ຈຶ່ງຄຽດຮ້າຍກະສັດໂຊໂລໂມນ
\s5
\v 11 ເຫດສະນັ້ນ ອົງພຣະຜູ້ເປັນເຈົ້າຈຶ່ງກ່າວຕໍ່ໂຊໂລໂມນ ວ່າ, “ຍ້ອນເຈົ້າຝ່າຝືນພັນທະສັນຍາ ທີ່ມີໄວ້ກັບເຮົາຢ່າງເຈດຕະນາ ແລະ ບໍ່ເຊື່ອຟັງຂໍ້ຄໍາສັ່ງຂອງເຮົາ ເຮົາສັນຍາວ່າ ເຮົາຈະເອົາອານາຈັກຂອງເຈົ້າໄປຈາກເຈົ້າ ແລະ ຈະຍົກໃຫ້ຄົນໜຶ່ງໃນບັນດາຂ້າຣາຊການຂອງເຈົ້າ.
\v 12 ແຕ່ເຖິງຢ່າງໃດກໍຕາມ ເພື່ອເຫັນແກ່ດາວິດພໍ່​ຂອງເຈົ້າ ເຮົາຈະບໍ່ເຮັດຕາມສິ່ງທີ່ກ່າວມານີ້ໃນຊົ່ວຊີວິດຂອງເຈົ້າ ແຕ່ມັນຈະເກີດຂື້ນໃນຣາຊການຂອງລູກຊາຍຂອງເຈົ້າ.
\v 13 ເຮົາຈະບໍ່ເອົາ ອານາຈັກທັງໝົດໄປຈາກລາວ; ແຕ່ເຮົາຈະຈົ່ງເຜົ່າໜຶ່ງໄວ້ ໃຫ້ລາວເພື່ອເຫັນແກ່ດາວິດຜູ້ຮັບໃຊ້ຂອງເຮົາ ແລະ ເພື່ອເຫັນແກ່ນະຄອນເຢຣູຊາເລັມ ເມືອງທີ່ເຮົາໄດ້ເລືອກໄວ້ເປັນຂອງເຮົາ.”
\s5
\v 14 ດັ່ງນັ້ນ ອົງພຣະຜູ້ເປັນເຈົ້າ ຈຶ່ງໄດ້ເຮັດໃຫ້ ຮາດາດ ຄົນໜຶ່ງໃນຄອບຄົວຂອງກະສັດແຫ່ງເອໂດມ ເປັນສັດຕູຕໍ່ກະສັດໂຊໂລໂມນ.
\v 15-16 ດົນນານມາແລ້ວ ກ່ອນເຫດການນີ້ ເມື່ອກະສັດດາວິດໄດ້ເອົາຊະນະເອໂດມ ໂຢອາບຜູ້ບັນຊາການຂອງເພິ່ນໄດ້ໄປທີ່ເມືອງນັ້ນ ເພື່ອຝັງສົບຄົນຕາຍ. ລາວກັບພວກທະຫານຂອງລາວໄດ້ຄ້າງຢູ່ໃນເອໂດມ ເປັນເວລາຫົກເດືອນ ໃນຂະນະທີ່ພວກເຂົາຢູ່ໃນທີ່ນັ້ນ ພວກເຂົາໄດ້ຂ້າຜູ້ຊາຍທຸກຄົນໃນເມືອງເອໂດມ
\v 17 ເວັ້ນໄວ້ແຕ່ ຮາດາດ ກັບຄົນຮັບໃຊ້ຊາວເອໂດມ ບາງຄົນຂອງພໍ່ຕົນທີ່ປົບໜີໄປຍັງປະເທດເອຢິບ. (ໃນຄາວນັ້ນ ຮາດາດ ຍັງເປັນເດັກນ້ອຍຢູ່.)
\s5
\v 18 ພວກເຂົາໄດ້ອອກຈາກເມືອງມີດີອານ ໄປຍັງເມືອງປາຣານ ຊຶ່ງມີຊາວປາຣານ ບາງຄົນໄດ້ຮ່ວມໄປນາໍດ້ວຍ. ແລ້ວພວກເຂົາກໍໄດ້ເດີນທາງໄປຍັງປະເທດເອຢິບ ແລະ ໄປເຝົ້າກະສັດຟາໂຣ; ກະສັດຜູ້ນີ້ໄດ້ເອົາດິນແດນບາງຕອນ ແລະ ເຮືອນຫລັງໜຶ່ງໃຫ້ຮາດາດ ແລະ ຈັດຫາສະບຽງອາຫານໃຫ້ລາວ.
\v 19 ຮາດາດ ເປັນທີ່ພໍໃຈຂອງກະສັດຟາໂຣ; ສະນັ້ນ ກະສັດຈຶ່ງຍົກນ້ອງເມຍຂອງຕົນ ຄື ນ້ອງສາວຂອງຣາຊີນີ ຕາເປເນັດ ໃຫ້ເປັນເມຍຂອງລາວ.
\s5
\v 20 ນາງມີລູກຊາຍຜູ້ໜຶ່ງກັບຮາດາດ ຊື່ວ່າ ເກນູບັດ; ຣາຊີນີ ຕາເປເນັດ ໄດ້ລ້ຽງດູເດັກນີ້ໄວໃນຣາຊວັງ ບ່ອນດຽວກັນກັບບັນດາລູກຊາຍຂອງກະສັດ.
\v 21 ຕໍ່ມາ ເມື່ອຮາດາດໄດ້ຍິນຂ່າວວ່າ ກະສັດດາວິດໄດ້ຕາຍໄປແລ້ວ ແລະ ໂຢອາບ ຜູ້ບັນຊາການກອງທັບຂອງເພິ່ນກໍຕາຍໄປດ້ວຍ; ສະນັ້ນລາວຈຶ່ງເວົ້າ ກັບກະສັດວ່າ, “ກະລຸນາໃຫ້ຂ້ານ້ອຍກັບເມືອປະເທດຂອງຂ້ານ້ອຍສາ. ”
\v 22 ກະສັດຖາມວ່າ, “ເຮົາເຮັດໃຫ້ເຈົ້າຂາດເຂີນ ສິ່ງໜຶ່ງສິ່ງໃດຊັ້ນບໍ? ດ້ວຍເຫດໃດເຈົ້າຈຶ່ງຢາກກັບ ເມືອຍັງປະເທດຂອງເຈົ້າ? ” ຮາດາດ ຕອບກະສັດວ່າ, “ຂໍໃຫ້ຂ້ານ້ອຍໄດ້ກັບເມືອກ່ອນ. ” ແລ້ວລາວກໍໄດ້ກັບເມືອປະເທດຂອງຕົນ. [ຖ] ພໍຮາດາດໄດ້ຂຶ້ນເປັນກະສັດແຫ່ງເອໂດມ ແລ້ວລາວໄດ້ກາຍເປັນຄົນຊົ່ວຮ້າຍ ແລະ ທັງເປັນສັດຕູຜູ້ຮ້າຍກາດຂອງຊາດອິດສະຣາເອນ. [ທ]
\s5
\v 23 ພຣະເຈົ້າຍັງໄດ້ເຮັດໃຫ້ ເຣຊົນ ລູກຊາຍຂອງເອລີອາດາ ເປັນສັດຕູຕໍ່ກະສັດໂຊໂລໂມນ. ເຣຊົນໄດ້ປົບໜີຈາກເຈົ້າຮາດາເດເຊ ນາຍຂອງຕົນຜູ້ທີ່ເປັນກະສັດແຫ່ງໂຊບາ
\v 24 ແລະ ໄດ້ກາຍເປັນຫົວໜ້າຂອງພວກກອງໂຈນ. (ເຫດການນີ້ ໄດ້ເກີດຂຶ້ນຫລັງຈາກກະສັດດາວິດ ໄດ້ເອົາຊະນະຮາດາເດເຊ ແລະ ຂ້າຊາວຊີເຣຍ ຜູ້ເປັນພັນທະມິດຂອງລາວ.) ເຣຊົນ ແລະ ພັກພວກຂອງລາວໄດ້ໄປຢູ່ໃນເມືອງດາມັສກັດ ແລ້ວພັກພວກຂອງລາວກໍໄດ້ແຕ່ງຕັ້ງລາວໃຫ້ເປັນກະສັດແຫ່ງຊີເຣຍ.
\v 25 ລາວ ເປັນສັດຕູຄົນໜຶ່ງຂອງຊາດອິດສະຣາເອນ ຕະຫລອດເວລາທີ່ກະສັດໂຊໂລໂມນ ຍັງມີຊີວິດຢູ່. ລາວໄດ້ສ້າງຄວາມວຸ້ນວາຍເໝືອນດັ່ງຮາດາດໄດ້ເຮັດ; ລາວໄດ້ກຽດຊັງຊາດອິດສະຣາເອນ ແລະ ປົກຄອງເໜືອຊີເຣຍ.
\s5
\v 26 ເຢໂຣໂບອາມ ຄົນໃນຣາຊການຂອງ ກະສັດໂຊໂລໂມນ ເປັນສັດຕູຜູ້ໜຶ່ງຂອງເພິ່ນເຊັ່ນກັນ. ລາວເປັນລູກຊາຍຂອງເນບັດ ຊາວເມືອງເຊເຣດາ ໃນເຜົ່າເອຟຣາອິມ. ແມ່ຂອງລາວເປັນໝ້າຍ ຊື່ວ່າ ເຊຣູຢາ.
\v 27 ຕໍ່ໄປນີ້ແມ່ນເລື່ອງລາວການກະບົດຂອງ ເຢໂຣໂບອາມ: ກະສັດໂຊໂລໂມນໄດ້ຖົມດິນແດນທາງທິດຕາເວັນອອກຂອງນະຄອນເຢຣູຊາເລັມ ແລະໄດ້ສ້ອມແປງກາໍແພງເມືອງ.
\s5
\v 28 ເຢໂຣໂບອາມ ເປັນຊາຍໜຸ່ມທີ່ເກັ່ງກ້າ ເມື່ອກະສັດໂຊໂລໂມນໄດ້ສັງເກດເຫັນວ່າ ລາວເປັນຊາຍໜຸ່ມທີ່ເອົາໃຈໃສ່ຕໍ່ວຽກງານ ເພິ່ນຈຶ່ງແຕ່ງຕັ້ງລາວ ໃຫ້ເປັນຜູ້ກາໍກັບແຮງງານທັງໝົດຂອງເຜົ່າມານາເຊ ແລະ ເຜົ່າເອຟຣາອິມ.
\v 29 ມື້ໜຶ່ງໃນຂະນະທີ່ເຢໂຣໂບອາມ ເດີນທາງໄປຈາກນະຄອນເຢຣູຊາເລັມ ຜູ້ທາໍນວາຍອາກີຢາແຫ່ງເມືອງຊີໂລ ກໍໄດ້ໄປພົບລາວຕາມລໍາພັງ ທີ່ຖະໜົນນອກເມືອງ.
\v 30 ອາກີຢາ ໄດ້ແກ້ເສື້ອຄຸມໃໝ່ທີ່ຕົນນຸ່ງນັ້ນອອກ ແລ້ວຈີກເປັນສິບສອງຕ່ອນ
\s5
\v 31 ແລະ ກ່າວແກ່ເຢໂຣໂບອາມ ວ່າ, “ໃຫ້ເຈົ້າເອົາໄປສິບຕ່ອນ ເພາະອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງຊາດອິດສະຣາເອນ ກ່າວແກ່ເຈົ້າວ່າ, ‘ເບິ່ງແມ ເຮົາຈະເອົາອານາຈັກໄປຈາກໂຊໂລໂມນ ແລະ ຍົກໃຫ້ເຈົ້າສິບເຜົ່າ.
\v 32 ເຮົາຈະຈົ່ງເຜົ່າໜຶ່ງໄວ້ໃຫ້ລາວ ເພື່ອເຫັນແກ່ດາວິດ ຜູ້ຮັບໃຊ້ຂອງເຮົາ ແລະ ເພື່ອເຫັນແກ່ນະຄອນເຢຣູຊາເລັມ ນະຄອນທີ່ເຮົາໄດ້ເລືອກໄວ້ເປັນຂອງເຮົາຈາກດິນແດນທັງໝົດຂອງຊາດອິດສະຣາເອນ.
\v 33 ຍ້ອນໂຊໂລໂມນໄດ້ປະຖິ້ມເຮົາ ແລະ ໄດ້ [ນ] ຂາບໄຫວ້ບັນດາພະຂອງຊາວຕ່າງຊາດ ເຊັ່ນ ເຈົ້າແມ່ອັດຊະຕາກ ພະຂອງຊາວຊີໂດນ; ເຄໂມດ ພະຂອງຊາວໂມອາບ; ມິນກົມ ພະຂອງຊາວອໍາໂມນ. ໂຊໂລໂມນໄດ້ [ບ] ຂາດ ຄວາມເຊື່ອຟັງທີ່ມີຕໍ່ເຮົາ; ລາວເຮັດຜິດ ແລະ ບໍ່ໄດ້ຖືຮັກສາບັນດາກົດບັນຍັດ ແລະ ຂໍ້ຄໍາສັ່ງຂອງເຮົາ, ດັ່ງດາວິດ ພໍ່ຂອງລາວໄດ້ປະຕິບັດມາ.
\s5
\v 34 ແຕ່ເຮົາຈະບໍ່ເອົາອານາຈັກໄປໝົດຈາກລາວ ເພາະເຮົາຍັງຈະໃຫ້ລາວມີອໍານາດ ໄປຕະຫລອດຊົ່ວຊີວິດຂອງລາວ. ເຮົາຈະເຮັດເຊັ່ນນີ້ ເພາະເຫັນແກ່ດາວິດ ຜູ້ຮັບໃຊ້ຂອງເຮົາ ທີ່ເຮົາໄດ້ເລືອກເອົາ ແລະ ເປັນຜູ້ທີ່ ໄດ້ຖືຮັກສາບັນດາຂໍ້ຄໍາສັ່ງຂອງເຮົາ.
\v 35 ເຮົາຈະເອົາອານາຈັກໄປຈາກລູກຊາຍຂອງໂຊໂລໂມນ ແລະ ໃຫ້ເຈົ້າປົກຄອງສິບເຜົ່າ;
\v 36 ເຮົາຍັງຈະໃຫ້ເຜົ່າໜຶ່ງແກ່ລູກຊາຍຂອງລາວ ເພື່ອດາວິດຜູ້ຮັບໃຊ້ຂອງເຮົາ ຈະມີໂຄມໄຟດວງໜຶ່ງຕັ້ງຢູ່ຕໍ່ໜ້າເຮົາ ຢູ່ໃນນະຄອນເຢຣູຊາເລັມສະເໝີ ຊຶ່ງເປັນນະຄອນທີ່ເຮົາ ໄດ້ເລືອກໃຫ້ນາມຊື່ຂອງເຮົາ ຕັ້ງຢູ່ທີ່ນັ້ນ.
\s5
\v 37 ເຢໂຣໂບອາມເອີຍ ເຮົາຈະໃຫ້ເຈົ້າເປັນກະສັດຂອງອິດສະຣາເອນ ແລະ ເຈົ້າຈະປົກຄອງທົ່ວທັງເຂດແດນ ຕາມທີ່ເຈົ້າຕ້ອງການ.
\v 38 ຖ້າເຈົ້າເຊື່ອຟັງເຮົາທຸກຢ່າງ, ປະຕິບັດຕາມບັນດາກົດບັນຍັດຂອງເຮົາ ແລະ ເຮັດໃຫ້ເຮົາພໍໃຈໂດຍປະຕິບັດ ຕາມຂໍ້ຄໍາສັ່ງຂອງເຮົາ ດັ່ງດາວິດຜູ້ຮັບໃຊ້ຂອງເຮົາ ໄດ້ປະຕິບັດນັ້ນ ເຮົາກໍຈະຢູ່ກັບເຈົ້າ ເລື້ອຍໄປ. ເຮົາຈະໃຫ້ເຈົ້າເປັນກະສັດຂອງອິດສະຣາເອນ ແລະ ຈະໃຫ້ມີເຊື້ອສາຍ ປົກຄອງສືບແທນເຈົ້າ ດັ່ງທີ່ເຮົາໄດ້ປະຕິບັດຕໍ່ດາວິດນັ້ນ.
\v 39 ຍ້ອນໂຊໂລໂມນເຮັດບາບ ເຮົາຈະລົງໂທດເຊື້ອສາຍຂອງດາວິດ, ແຕ່ບໍ່ແມ່ນຕະຫລອດໄປ.
\s5
\v 40 ດັ່ງນັ້ນແຫລະ, ກະສັດໂຊໂລໂມນຈຶ່ງຫາວິທີຂ້າເຢໂຣໂບອາມ; ແຕ່ເຢໂຣໂບອາມ ໄດ້ປົບໜີໄປຫາເຈົ້າຊີຊາກ ກະສັດແຫ່ງເອຢິບ ແລະ ຢູ່ໃນປະເທດນີ້ຈົນກະສັດໂຊໂລໂມນຕາຍ.
\s5
\v 41 ສິ່ງອື່ນ ໆ ທີ່ກະສັດໂຊໂລໂມນໄດ້ເຮັດ, ບໍ່ວ່າວຽກການ ແລະ ສະຕິປັນຍາຂອງເພິ່ນ ແມ່ນໄດ້ຖືກບັນທຶກໄວ້ໃນປຶ້ມປະຫວັດສາດຂອງກະສັດໂຊໂລໂມນ.
\v 42 ກະສັດໂຊໂລໂມນ ປົກຄອງຢູ່ທີ່ນະຄອນເຢຣູຊາເລັມ ເໜືອປະເທດອິດສະຣາເອນ ເປັນເວລາສີ່ສິບປີ.
\v 43 ເພິ່ນໄດ້ຕາຍໄປ ແລະ ຖືກຝັງໄວ້ທີ່ເມືອງຂອງດາວິດ. ເຣໂຫໂບອາມ ລູກຊາຍ ຂອງເພິ່ນໄດ້ຂຶ້ນເປັນກະສັດແທນ.
\s5
\c 12
\p
\v 1 ເຣໂຫໂບອາມ ໄດ້ໄປຍັງເມືອງຊີເຄມ ບ່ອນທີ່ປະຊາຊົນອິດສະຣາເອນ ທາງພາກເໜືອໄດ້ເຕົ້າໂຮມກັນ ເພື່ອແຕ່ງຕັ້ງເພິ່ນໃຫ້ເປັນກະສັດ.
\v 2 ເມື່ອເຢໂຣໂບອາມ ລູກຊາຍຂອງເນບັດ ຜູ້ທີ່ໄດ້ໄປອາໄສຢູ່ໃນປະເທດເອຢິບ ຍ້ອນປົບໜີຈາກກະສັດໂຊໂລໂມນ ໄດ້ຍິນຂ່າວນີ້; ລາວຈຶ່ງໄດ້ກັບຄືນມາຈາກ [ປ] ປະເທດເອຢິບ.
\s5
\v 3 ປະຊາຊົນໃນເຜົ່າທາງພາກເໜືອ ໄດ້ເຊີນລາວມາ ແລ້ວພວກເຂົາທຸກຄົນກໍໄປຫາເຣໂຫໂບອາມ ແລະ ເວົ້າຕໍ່ເພິ່ນວ່າ,
\v 4 “ກະສັດໂຊໂລໂມນ ພໍ່ຂອງທ່ານໄດ້ປະຕິບັດຕໍ່ພວກເຮົາຢ່າງຮຸນແຮງໂພດ ແລະ ໃຫ້ພວກເຮົາແບກພາລະໜັກເກີນໄປ. ຖ້າທ່ານຊ່ວຍບັນເທົາພາລະນີ້ ໃຫ້ເບົາບາງລົງ ແລະ ເຮັດໃຫ້ພວກເຮົາມີຊີວິດສະບາຍຂຶ້ນ ພວກເຮົາກໍຈະເປັນປະຊາຊົນທີ່ສັດຊື່ຕໍ່ທ່ານ. ”
\v 5 ກະສັດເຣໂຫໂບອາມ ຕອບວ່າ, “ໃຫ້ພວກເຈົ້າກັບຄືນມາໃໝ່ ພາຍໃນສາມມື້ ແລະ ເຮົາຈະໃຫ້ຄໍາຕອບແກ່ພວກເຈົ້າ. ” ດັ່ງນັ້ນ ພວກເຂົາຈຶ່ງໄດ້ຈາກໄປ.
\s5
\v 6 ກະສັດເຣໂຫໂບອາມ ໄດ້ຂໍຄໍາປຶກສາຈາກບັນດາຜູ້ອາວຸໂສ ທີ່ເຄີຍຮັບໃຊ້ກະສັດໂຊໂລໂມນ ພໍ່ຂອງຕົນ. ເພິ່ນຖາມວ່າ, “ພວກທ່ານຈະແນະນາໍເຮົາ ໃຫ້ຕອບປະຊາຊົນເຫລົ່ານີ້ຢ່າງໃດ? ”
\v 7 ພວກເຂົາຕອບວ່າ, “ຖ້າທ່ານຢາກຈະຮັບໃຊ້ປະຊາຊົນເຫລົ່ານີ້ໃຫ້ດີ ຈົ່ງຕອບຕາມຄວາມຂໍຮ້ອງຂອງພວກເຂົາ ແລະ ພວກເຂົາກໍຈະຮັບໃຊ້ທ່ານຢ່າງສັດຊື່ເລື້ອຍໄປ.”
\s5
\v 8 ແຕ່ກະສັດບໍ່ຫົວຊາ ຕໍ່ຄໍາແນະນາໍຂອງພວກຜູ້ອາວຸໂສເຫລົ່ານັ້ນ. ເພິ່ນໄດ້ໄປຫາພວກຄົນໜຸ່ມທີ່ເຕີບໃຫຍ່ຂຶ້ນມາພ້ອມກັບຕົນ ແລະ ເວລານີ້ເປັນທີ່ປຶກສາຂອງເພິ່ນ.
\v 9 ເພິ່ນຖາມວ່າ, “ພວກເຈົ້າຈະໃຫ້ຄໍາແນະນາໍ ເຮົາເຮັດຢ່າງໃດ? ເຮົາຈະກ່າວແກ່ປະຊາຊົນທີ່ມາຂໍໃຫ້ຜ່ອນຜັນພາລະຂອງພວກເຂົາຢ່າງໃດ?”
\s5
\v 10 ພວກເຂົາຕອບວ່າ, “ທ່ານຄວນບອກພວກເຂົາຢ່າງນີ້: ນີ້ວກ້ອຍຂອງເຮົາ ກໍໃຫຍ່ກວ່າແອວພໍ່ຂອງເຮົາ. ”
\v 11 ໃຫ້ບອກພວກເຂົາວ່າ, “ພໍ່ຂອງເຮົາໄດ້ວາງພາລະໜັກໃຫ້ພວກທ່ານ; ເຮົາຈະວາງພາລະໜັກຫລາຍກວ່ານັ້ນອີກ. ເພິ່ນໄດ້ໃຊ້ໄມ້ແສ້ຕີພວກທ່ານ ແຕ່ເຮົາຈະຂ້ຽນພວກທ່ານ ດ້ວຍໄມ້ແສ້ທີ່ມີໄລເຫຼັກ.”
\s5
\v 12 ສາມມື້ຕໍ່ມາ ເຢໂຣໂບອາມ ພ້ອມກັບປະຊາຊົນທັງໝົດກໍກັບຄືນມາຫາກະສັດ ເຣໂຫໂບອາມ ຕາມທີ່ເພິ່ນໄດ້ບອກພວກເຂົາ.
\v 13 ກະສັດບໍ່ຍອມຮັບເອົາຄໍາແນະນາໍຂອງພວກຜູ້ອາວຸໂສ ແລະ ໄດ້ຕອບປະຊາຊົນຢ່າງຮຸນແຮງ
\v 14 ຕາມທີ່ພວກຄົນໜຸ່ມໄດ້ແນະນາໍເພິ່ນນັ້ນ. ເພິ່ນເວົ້າວ່າ, “ພໍ່ຂອງເຮົາໄດ້ວາງພາລະໜັກໃຫ້ພວກທ່ານ; ເຮົາແຮ່ງຈະວາງພາລະໜັກຫລາຍກວ່ານັ້ນອີກ. ເພິ່ນໄດ້ຕີພວກທ່ານ ດ້ວຍໄມ້ແສ້, ແຕ່ເຮົາຈະຂ້ຽນພວກທ່ານ ດ້ວຍໄມ້ແສ້ທີ່ມີໄລເຫຼັກ.”
\s5
\v 15 ແມ່ນຄວາມປະສົງຂອງອົງພຣະຜູ້ເປັນເຈົ້າ ທີ່ໄດ້ໃຫ້ເຫດການເຊັ່ນນີ້ເກີດຂຶ້ນ ເພື່ອໃຫ້ສໍາເລັດຕາມຄໍາສັນຍາທີ່ພຣະອົງໄດ້ກ່າວໄວ້ກັບ ເຢໂຣໂບອາມ ລູກຊາຍຂອງເນບັດ ຜ່ານທາງຜູ້ທາໍນວາຍ ອາຮີຢາ ແຫ່ງເມືອງຊີໂລ. ສະນັ້ນແຫລະ ກະສັດຈຶ່ງບໍ່ຍອມຮັບຄໍາຮ້ອງທຸກຂອງປະຊາຊົນ.
\s5
\v 16 ເມື່ອປະຊາຊົນທັງປວງ ໄດ້ເຫັນວ່າກະສັດບໍ່ຟັງຄວາມຂອງພວກເຂົາ; ປະຊາຊົນຈຶ່ງທູນຕອບກະສັດວ່າ, “ພວກຂ້ານ້ອຍມີສ່ວນອັນໃດກັບດາວິດ? ພວກຂ້ານ້ອຍທັງຫຼາຍ ບໍ່ມີສ່ວນໃນມໍຣະດົກຂອງລູກຊາຍຂອງເຢຊີ ຊາວອິດສະຣາເອນເອີຍ ຈົ່ງກັບໄປຍັງເຕັນຂອງຕົນເທີ້ນ ດາວິດເອີຍ ຈົ່ງດູແລ ຣາຊວົງຂອງທ່ານເອງ ສາເຖີດ. ” ຊາວອິດສະຣາເອນ ຈຶ່ງໄດ້ຈາກໄປຍັງເຕັນຂອງ ພວກເຂົາ.
\v 17 ໂດຍປ່ອຍໃຫ້ເຈົ້າເຣໂຫໂບອາມ ເປັນກະສັດປົກຄອງພຽງແຕ່ປະຊາຊົນ ອິດສະຣາເອນ ທີ່ອາໄສຢູ່ໃນເຂດແດນຢູດາຍ ເທົ່ານັ້ນ.
\s5
\v 18 ແລ້ວກະສັດເຣໂຫໂບອາມ ກໍໃຊ້ອາໂດຣາມ ຜູ້ຮັບຜິດຊອບດ້ານແຮງງານ ໃຫ້ໄປຫາຊາວອິດສະຣາເອນ; ແຕ່ພວກເຂົາໄດ້ແກວ່ງກ້ອນຫິນໃສ່ລາວຈົນຕາຍ. ເມື່ອເປັນເຊັ່ນນີ້ ກະສັດເຣໂຫໂບອາມ ຈຶ່ງຟ້າວຂຶ້ນລົດມ້າ ແລະ ປົບໜີໄປຍັງນະຄອນເຢຣູຊາເລັມ.
\v 19 ນັບຕັ້ງແຕ່ນັ້ນມາ ປະຊາຊົນຂອງອານາຈັກເໜືອແຫ່ງຊາດອິດສະຣາເອນ ກໍໄດ້ກະບົດຕໍ່ເຊື້ອວົງຂອງກະສັດດາວິດ.
\s5
\v 20 ເມື່ອປະຊາຊົນອິດສະຣາເອນ ຮູ້ວ່າເຢໂຣໂບອາມ ໄດ້ກັບຄືນມາແຕ່ເອຢິບແລ້ວ ພວກເຂົາກໍເຊີນລາວ ເຂົ້າມາຮ່ວມປະຊຸມກັບປະຊາຊົນ ແລະ ແຕ່ງຕັ້ງລາວໃຫ້ເປັນກະສັດຂອງຊາວອິດສະຣາເອນ. ສະນັ້ນ ຈຶ່ງມີແຕ່ເຜົ່າຢູດາເທົ່ານັ້ນ ທີ່ຍັງສັດຊື່ຕໍ່ເຊື້ອວົງຂອງກະສັດດາວິດ.
\s5
\v 21 ເມື່ອກະສັດ ເຣໂຫໂບອາມ ໄດ້ມາຮອດ ນະຄອນເຢຣູຊາເລັມ ແລ້ວເພິ່ນກໍເອີ້ນເອົາທະຫານຜູ້ເກັ່ງກ້າ ຈາກເຜົ່າຢູດາ ແລະ ເບັນຢາມິນ ໜຶ່ງຮ້ອຍແປດສິບພັນຄົນ. ເພິ່ນຕັ້ງໃຈຈະໄປເຮັດເສິກເພື່ອຍາດແຍ່ງເອົາເຜົ່າທາງພາກເໜືອຂອງຊາດອິດສະຣາເອນ ໃຫ້ຄືນມາຢູ່ໃຕ້ອໍານາດຂອງຕົນ.
\s5
\v 22 ແຕ່ພຣະເຈົ້າໄດ້ບອກໃຫ້ຜູ້ທາໍນວາຍ ເຊມາອີຢາ
\v 23 ນາໍເອົາຖ້ອຍຄໍາໄປບອກກະສັດເຣໂຫໂບອາມ ລູກຊາຍກະສັດໂຊໂລໂມນ ກັບປະຊາຊົນທັງໝົດຂອງເຜົ່າຢູດາ ແລະ ເບັນຢາມິນ ດັ່ງຕໍ່ໄປນີ້:
\v 24 “ຢ່າໂຈມຕີປະຊາຊົນອິດສະຣາເອນ ພີ່ນ້ອງຂອງພວກເຈົ້າເອງເລີຍ. ພວກເຈົ້າທຸກຄົນກັບບ້ານສາ. ແມ່ນເຮົາເອງທີ່ເຮັດໃຫ້ເກີດເຫດການເຊັ່ນນີ້. ” ພວກເຂົາທັງໝົດໄດ້ເຊື່ອຟັງຄໍາສັ່ງຂອງອົງພຣະຜູ້ເປັນເຈົ້າ ແລະ ຕ່າງກໍໄດ້ກັບຄືນເມືອ ຕາມຄໍາສັ່ງຂອງອົງພຣະຜູ້ເປັນເຈົ້າ.
\s5
\v 25 ກະສັດເຢໂຣໂບອາມ ແຫ່ງອິດສະຣາເອນ ໄດ້ສ້າງປ້ອມປ້ອງກັນເມືອງຊີເຄມ ໃນເຂດພູດອຍເອຟຣາອິມ ແລະ ອາໄສຢູ່ທີ່ນັ້ນຊົ່ວຄາວ. ແລ້ວເພິ່ນກໍໄດ້ອອກຈາກບ່ອນນີ້ໄປສ້າງປ້ອມປ້ອງກັນເມືອງເປນູເອນ.
\v 26-27 ເພິ່ນເວົ້າກັບຕົນເອງວ່າ, “ເມື່ອສະພາບການເປັນຄືແນວນີ້ ຖ້າປະຊາຊົນຂອງເຮົາໄປຖວາຍເຄື່ອງບູຊາ ແກ່ອົງພຣະຜູ້ເປັນເຈົ້າທີ່ພຣະວິຫານຂອງນະຄອນເຢຣູຊາເລັມ; ພວກເຂົາຈະປ່ຽນໃຈໄປເປັນພວກຂອງເຣໂຫໂບອາມ ແຫ່ງຢູດາຍ ແລະ ຈະຂ້າເຮົາເສຍ.”
\s5
\v 28 ເມື່ອຄິດໄດ້ດັ່ງນັ້ນແລ້ວ ເພິ່ນຈຶ່ງສ້າງຮູບງົວຄໍາສອງໂຕ ແລະ ກ່າວແກ່ປະຊາຊົນວ່າ, “ພວກເຈົ້າໄດ້ໄປນະມັດສະການ ທີ່ນະຄອນເຢຣູຊາເລັມ ເປັນເວລາດົນນານພໍສົມຄວນ. ປະຊາຊົນອິດສະຣາເອນເອີຍ ນີ້ເດຄືບັນດາພະຂອງພວກເຈົ້າ ທີ່ໄດ້ນາໍພວກເຈົ້າອອກມາຈາກປະເທດເອຢິບ. ”
\v 29 ແລ້ວເພິ່ນກໍເອົາຮູບງົວຄໍາໂຕໜຶ່ງຕັ້ງໄວ້ທີ່ເມືອງເບັດເອນ ແລະ ອີກໂຕໜຶ່ງຕັ້ງໄວ້ທີ່ເມືອງດານ.
\v 30 ດັ່ງນັ້ນ ປະຊາຊົນຈຶ່ງເຮັດບາບໂດຍໄປຂາບໄຫວ້ ທີ່ເມືອງເບັດເອນ ແລະ ທີ່ເມືອງດານ. [ຜ]
\s5
\v 31 ກະສັດເຢໂຣໂບອາມ ຍັງໄດ້ສ້າງບ່ອນຂາບໄຫວ້ຢູ່ເທິງຈອມພູ ແລະ ໄດ້ແຕ່ງຕັ້ງເອົາຄົນຈາກຄອບຄົວຕ່າງ ໆ ມາເປັນປະໂຣຫິດ ໂດຍບໍ່ໄດ້ເລືອກເອົາຄົນເຜົ່າເລວີ.
\v 32 ກະສັດເຢໂຣໂບອາມ ໄດ້ກາໍນົດໃຫ້ມີພິທີສະຫລອງທາງສາສະໜາ ໃນວັນທີສິບຫ້າເດືອນແປດ ເໝືອນດັ່ງມື້ສະຫລອງທີ່ອານາຈັກຢູດາຍ. ເທິງແທ່ນບູຊາທີ່ເບັດເອນ ເພິ່ນໄດ້ຖວາຍເຄື່ອງບູຊາ ແກ່ຮູບງົວຄໍາທີ່ເພິ່ນຫລໍ່ຂຶ້ນນັ້ນ ແລະ ເພິ່ນໄດ້ແຕ່ງຕັ້ງປະໂຣຫິດບາງຄົນໃຫ້ຮັບໃຊ້ຢູ່ໃນບ່ອນຂາບໄຫວ້ ທີ່ເພິ່ນໄດ້ສ້າງຂຶ້ນນັ້ນຄືກັນ.
\s5
\v 33 ໃນວັນທີສິບຫ້າເດືອນແປດ ຄືວັນທີ່ກະສັດໄດ້ກາໍນົດເອົາເອງ ເພິ່ນໄດ້ໄປທີ່ເບັດເອນ ແລະ ຖວາຍເຄື່ອງບູຊາໂດຍຕົນເອງ ທີ່ເທິງແທ່ນ ໃນເທດສະການສະຫລອງທີ່ເພິ່ນໄດ້ຕັ້ງຂຶ້ນເອງສໍາລັບປະຊາຊົນອິດສະຣາເອນ.
\s5
\c 13
\p
\v 1 ຍັງມີຜູ້ທາໍນວາຍຄົນໜຶ່ງຈາກຢູດາຍ ທີ່ໄດ້ຮັບຄໍາສັ່ງຈາກພຣະເຈົ້າ ໃຫ້ໄປຍັງເມືອງເບັດເອນ. ເພິ່ນໄດ້ມາຮອດບ່ອນນັ້ນ ໃນຂະນະທີ່ກະສັດເຢໂຣໂບອາມ ພວມຢືນຖວາຍເຄື່ອງບູຊາທີ່ແທ່ນ.
\v 2 ຕາມຄໍາສັ່ງຂອງອົງພຣະຜູ້ເປັນເຈົ້າ ຜູ້ທາໍນວາຍໄດ້ຕິຕຽນແທ່ນບູຊາ ວ່າ, “ໂອ ແທ່ນບູຊາ ແທ່ນບູຊາ ເອີຍ! ອົງພຣະຜູ້ເປັນເຈົ້າ ກ່າວດັ່ງນີ້: ‘ມີເດັກນ້ອຍຄົນໜຶ່ງຈະເກີດມາ ໃນຄອບຄົວຂອງດາວິດ ທີ່ຈະຊື່ວ່າ ໂຢສີຢາ. ລາວຈະປະຫານບັນດາປະໂຣຫິດ ທີ່ຮັບໃຊ້ພະຂອງຄົນຕ່າງຊາດ ເທິງແທ່ນບູຊານີ້ ແລະ ຜູ້ທີ່ຖວາຍເຄື່ອງບູຊາເທິງແທ່ນບູຊານີ້ ແລະ ລາວ ກໍຈະເຜົາກະດູກຄົນໃສ່ເທິງເຈົ້າ.
\v 3 ແລ້ວ ຜູ້ທໍານວາຍ ເວົ້າຕໍ່ໄປວ່າ, “ນີ້ເປັນໝາຍສໍາຄັນວ່າ ອົງພຣະຜູ້ເປັນເຈົ້າໄດ້ກ່າວວ່າ, ‘ແທ່ນບູຊານີ້ ຈະແຕກພັງທະລາຍລົງ ແລະ ຂີ້ເຖົ່າປົນໄຂມັນທີ່ເທິງແທ່ນນີ້ ກໍຈະກະຈັດກະຈາຍໄປ.
\s5
\v 4 ເມື່ອກະສັດເຢໂຣໂບອາມ ໄດ້ຍິນດັ່ງນີ້ ເພິ່ນກໍຊີ້ໜ້າຜູ້ທໍານວາຍຜູ້ນັ້ນ ແລະ ສັ່ງວ່າ, “ຈັບຊາຍຄົນນີ້ໄວ້. ” ໃນທັນໃດນັ້ນ ແຂນຂອງກະສັດກໍລ່ອຍຈົນພັບຄືນບໍ່ໄດ້.
\v 5 ແທ່ນບູຊາກໍແຕກພັງທະລາຍລົງ ຢ່າງກະທັນຫັນ ແລະ ຂີ້ເຖົ່າປົນໄຂມັນກໍຕົກລົງດິນ ຊຶ່ງເປັນໄປຕາມທີ່​ຜູ້ທາໍນວາຍໄດ້ກ່າວຖ້ອຍຄໍາຂອງ ອົງພຣະຜູ້ເປັນເຈົ້າໄວ້ກ່ອນນັ້ນ.
\s5
\v 6 ກະສັດເຢໂຣໂບອາມ ໄດ້ກ່າວແກ່ຜູ້ທາໍນວາຍ ວ່າ, “ກະລຸນາພາວັນນາອະທິຖານ ຂໍອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງທ່ານໃຫ້ຮັກສາແຂນຂອງເຮົາໃຫ້ດີ ແດ່ທ້ອນ. ” ຜູ້ທາໍນວາຍໄດ້ພາວັນນາອະທິຖານ ຕໍ່ອົງພຣະຜູ້ເປັນເຈົ້າ ແລະ ແຂນຂອງກະສັດກໍດີເປັນປົກກະຕິເໝືອນເດີມ.
\v 7 ແລ້ວກະສັດກໍກ່າວແກ່ຜູ້ທາໍນວາຍວ່າ, “ເຊີນເມືອຮັບປະທານອາຫານ ໃນວັງນໍາເຮົາເທີ້ນ ແລະ ເຮົາຈະໃຫ້ບາໍເໜັດແກ່ທ່ານ ໃນສິ່ງທີ່ທ່ານໄດ້ກະທໍາ.”
\s5
\v 8 ຜູ້ທາໍນວາຍຕອບວ່າ, “ເຖິງແມ່ນວ່າ ທ່ານຈະເອົາຊັບສິນຂອງທ່ານ ເຄິ່ງໜຶ່ງໃຫ້ຂ້າພະເຈົ້າ ຂ້າພະເຈົ້າກໍຈະບໍ່ຍອມໄປກັບທ່ານ ຫລື ກິນ ແລະ ດື່ມຫຍັງກັບທ່ານ.
\v 9 ເພາະອົງພຣະຜູ້ເປັນເຈົ້າ ໄດ້ສັ່ງຂ້າພະເຈົ້າບໍ່ໃຫ້ກິນ ແລະ ດື່ມສິ່ງໃດໝົດ ແລະ ທັງບໍ່ໃຫ້ກັບເມືອທາງເສັ້ນເກົ່າອີກ. ”
\v 10 ດັ່ງນັ້ນ ລາວຈຶ່ງບໍ່ໄດ້ກັບຄືນເມືອ ຕາມທາງເສັ້ນເກົ່າ, ແຕ່ກັບໄປທາງເສັ້ນອື່ນ.
\s5
\v 11 ໃນເວລານັ້ນ ຍັງມີຜູ້ທາໍນວາຍຜູ້ເຖົ້າຄົນໜຶ່ງຢູ່ໃນເມືອງເບັດເອນ. ພວກລູກຊາຍ [ຝ] ຂອງເພິ່ນໄດ້ມາບອກເຖິງເລື່ອງທີ່ຜູ້ທາໍນວາຍຈາກຢູດາຍ ໄດ້ກະທາໍທີ່ເມືອງເບັດເອນໃນມື້ນັ້ນ ຕະຫລອດທັງຖ້ອຍຄໍາທີ່ເພິ່ນໄດ້ກ່າວແກ່ກະສັດເຢໂຣໂບອາມ.
\v 12 ຜູ້ເປັນພໍ່ຖາມວ່າ, “ເມື່ອເພິ່ນໜີໄປນັ້ນ ເພິ່ນໄປທາງໃດ? ” ພວກລູກບອກພໍ່ວ່າ, [ພ] “ທາງນັ້ນ. ”
\v 13 ແລ້ວເພິ່ນກໍສັ່ງພວກລູກວ່າ, “ໃຫ້ ຕຽມອານໃສ່ຫລັງລໍໃຫ້ເພິ່ນ. ” ພວກເຂົາໄດ້ເຮັດຕາມທີ່ພໍ່ໄດ້ສັ່ງ ແລະພໍ່ກໍຂີ່ລໍອອກໄປ.
\s5
\v 14 ເພິ່ນໄດ້ໄປຕາມທາງທີ່ຜູ້ທາໍນວາຍຈາກຢູດາຍໄປນັ້ນ ແລະພົບເພິ່ນພວມນັ່ງຢູ່ກ້ອງຕົ້ນໂອກຕົ້ນໜຶ່ງ. ເພິ່ນຖາມວ່າ, “ທ່ານນີ້ບໍເປັນຜູ້ທາໍນວາຍຈາກຢູດາຍ? ” ຊາຍຄົນນັ້ນຕອບວ່າ, “ແມ່ນແລ້ວ. ”
\v 15 ເພິ່ນກ່າວເຊີນວ່າ, “ເຊີນໄປທີ່ເຮືອນຮັບປະທານອາຫານກັບຂ້າພະເຈົ້າເທີ້ນ. ”
\v 16 ແຕ່ຜູ້ທາໍນວາຍຈາກຢູດາຍ ຕອບວ່າ, “ຂ້າພະເຈົ້າເມືອກັບທ່ານ ແລະ ຮັບເອົາການຕ້ອນຮັບຈາກທ່ານບໍ່ໄດ້ດອກ. ຂ້າພະເຈົ້າບໍ່ຕ້ອງການກິນ ຫລື ດື່ມຫຍັງກັບທ່ານຢູ່ບ່ອນນີ້
\v 17 ເພາະອົງພຣະຜູ້ເປັນເຈົ້າ ໄດ້ສັ່ງຂ້າພະເຈົ້າວ່າ ບໍ່ໃຫ້ກິນແລະດື່ມຫຍັງ ແລະ ທັງບໍ່ໃຫ້ກັບຄືນເມືອຕາມ ທາງເສັ້ນເກົ່າ.”
\s5
\v 18 ແລ້ວຜູ້ທາໍນວາຍຜູ້ເຖົ້າຈາກເບັດເອນ ກໍກ່າວແກ່ລາວວ່າ, “ຂ້າພະເຈົ້າເອງກໍເປັນຜູ້ທາໍນວາຍເໝືອນກັບທ່ານ ອົງພຣະຜູ້ເປັນເຈົ້າ ສັ່ງໃຫ້ເທວະດາຕົນໜຶ່ງມາບອກຂ້າພະເຈົ້າ ໃຫ້ພາທ່ານເມືອເຮືອນ ເພື່ອໃຫ້ທ່ານໄດ້ກິນ ແລະດື່ມ, ” ແຕ່ຜູ້ທໍານວາຍຜູ້ເຖົ້າຄົນນີ້ເວົ້າຕົວະ.
\v 19 ດັ່ງນັ້ນ ຜູ້​ທາໍນວາຍຈາກຢູດາຍ ຈຶ່ງເມືອເຮືອນກັບຜູ້ທາໍນວາຍຜູ້ເຖົ້າຄົນນີ້ ຮ່ວມຮັບປະທານອາຫານນາໍເພິ່ນ.
\s5
\v 20 ໃນຂະນະທີ່ທັງສອງພວມນັ່ງຮັບປະທານອາຫານຮ່ວມກັນຢູ່ນັ້ນ ອົງພຣະຜູ້ເປັນເຈົ້າໄດ້ບອກຖ້ອຍຄໍາ ແກ່ຜູ້ທໍານວາຍຜູ້ເຖົ້າ
\v 21 ແລະ ເພິ່ນກໍຮ້ອງໃສ່ຜູ້ທາໍນວາຍຈາກຢູດາຍ ວ່າ, “ອົງພຣະຜູ້ເປັນເຈົ້າກ່າວວ່າ ຍ້ອນທ່ານບໍ່ໄດ້ເຊື່ອຟັງຖ້ອຍຄໍາຂອງອົງພຣະຜູ້ເປັນເຈົ້າ ແລະ ບໍ່ໄດ້ປະຕິບັດຕາມສິ່ງທີ່ພຣະອົງໄດ້ສັ່ງທ່ານ.
\v 22 ແຕ່ທ່ານໄດ້ກັບຄືນໄປ ແລະ ຮັບປະທານອາຫານໃນບ່ອນທີ່ພຣະອົງສັ່ງຫ້າມບໍ່ໃຫ້ກິນ. ຍ້ອນເລື່ອງນີ້ ທ່ານຈະຖືກຂ້າ ແລະ ສົບຂອງທ່ານຈະບໍ່ໄດ້ ຖືກຝັງໄວ້ໃນຂຸມຝັງສົບປະຈາໍຄອບຄົວຂອງທ່ານ.”
\s5
\v 23 ຫລັງຈາກທັງສອງກິນອີ່ມແລ້ວ ຜູ້ທາໍນວາຍຜູ້ເຖົ້າ ກໍຕຽມອານໃສ່ຫລັງລໍໃຫ້ຜູ້ທາໍນວາຍຈາກຢູດາຍ ຂີ່ໄປ.
\v 24 ເມື່ອໄປຕາມທາງ ໄດ້ມີສິງໂຕໜຶ່ງອອກມາກັດເພິ່ນຕາຍ. ສົບຂອງເພິ່ນນອນຢຽດຢູ່ກາງຖະໜົນ ສ່ວນລໍ ກັບສິງກໍໄດ້ຢືນຢູ່ໃກ້ຂ້າງເພິ່ນໃນທີ່ນັ້ນ.
\v 25 ມີຜູ້ຄົນໄດ້ຜ່ານໄປ ແລະ ເຫັນສົບຂອງເພິ່ນໃນຫົນທາງ ທັງໂຕສິງກໍຢືນຢູ່ຂ້າງສົບນັ້ນ ພວກເຂົາຈຶ່ງໄປຍັງເມືອງເບັດເອນ ບ່ອນທີ່ຜູ້ທາໍນວາຍຜູ້ເຖົ້າຢູ່ ແລະໄດ້ລາຍງານຕາມ ທີ່ພວກຕົນໄດ້ເຫັນ.
\s5
\v 26 ເມື່ອຜູ້ທາໍນວາຍຜູ້ເຖົ້າ ໄດ້ຍິນກ່ຽວກັບເຫດການນີ້ ເພິ່ນຈຶ່ງເວົ້າວ່າ, “ນັ້ນຄືຜູ້ທາໍນວາຍທີ່ບໍ່ຟັງຄໍາສັ່ງຂອງອົງພຣະຜູ້ເປັນເຈົ້າ. ດ້ວຍເຫດນີ້ແຫລະ ອົງພຣະຜູ້ເປັນເຈົ້າຈຶ່ງສົ່ງສິງມາຄຸບ ແລະ ກັດເພິ່ນຕາຍຕາມທີ່ພຣະອົງໄດ້ກ່າວໄວ້. ”
\v 27 ແລ້ວເພິ່ນກໍເວົ້າແກ່ພວກ ລູກຊາຍຂອງຕົນວ່າ, “ຕຽມອານໃສ່ຫລັງລໍໃຫ້ພໍ່ແດ່. ” ພວກເຂົາກໍປະຕິບັດຕາມ
\v 28 ແລະ ເພິ່ນກໍຂີ່ລໍອອກໄປ ແລະ ພົບສົບຂອງຜູ້ທາໍນວາຍນອນຢຽດໃນຫົນທາງ ຊຶ່ງມີລໍ ແລະ ສິງຢືນຢູ່ທີ່ນັ້ນ. ສິງບໍ່ໄດ້ກັດກິນຊາກສົບ ຫລື ຕໍ່ສູ້ລໍແຕ່ຢ່າງໃດ.
\s5
\v 29 ຜູ້ທາໍນວາຍຜູ້ເຖົ້າຍົກເອົາສົບຂຶ້ນໃສ່ຫລັງລໍ ແລະ ນາໍກັບເມືອເມືອງເບັດເອນ ເພື່ອເຮັດພິທີໄວ້ທຸກ ແລະ ຝັງສົບຜູ້ທໍານວາຍຄົນນັ້ນ.
\v 30 ເພິ່ນຝັງໃສ່ຂຸມຝັງສົບປະຈາໍຄອບຄົວຂອງເພິ່ນເອງ. ແລ້ວເພິ່ນກັບພວກລູກຊາຍ ກໍໄວ້ທຸກໃຫ້ ແລະ ກ່າວລໍາພັນວ່າ, “ນ້ອງຊາຍຂອງຂ້ອຍເອີຍ ນ້ອງຊາຍຂອງຂ້ອຍເອີຍ!”
\s5
\v 31 ຫລັງຈາກການຝັງສົບແລ້ວ ໆ ຜູ້ທາໍນວາຍຜູ້ເຖົ້າກໍເວົ້າຕໍ່ພວກລູກຊາຍຂອງຕົນວ່າ, “ເມື່ອພໍ່ຕາຍໄປ ໃຫ້ຝັງສົບພໍ່ໃສ່ຂຸມນີ້ ແລະ ເອົາສົບພໍ່ນອນໃກ້ກັບເພິ່ນນີ້ເດີ. ”
\v 32 ຖ້ອຍຄໍາທີ່ລາວໄດ້ກ່າວໄວ້ ຕາມຄໍາສັ່ງຂອງອົງພຣະຜູ້ເປັນເຈົ້າ ເພື່ອຕໍ່ສູ້ແທ່ນບູຊາໃນເມືອງເບັດເອນ ແລະ ຕໍ່ສູ້ບ່ອນຂາບໄຫວ້ຕ່າງໆ ຢູ່ໃນເມືອງຊາມາເຣຍ ນີ້ຈະເກີດເປັນຈິງແທ້.
\s5
\v 33 ເຈົ້າເຢໂຣໂບອາມ ກະສັດແຫ່ງອິດສະຣາເອນ ຍັງບໍ່ເລີກການກະທາໍຊົ່ວຂອງຕົນ, ເພິ່ນຍັງສືບຕໍ່ເລືອກເອົາພວກປະໂຣຫິດ ຈາກຄອບຄົວຂອງຄົນທາໍມະດາ ໃຫ້ຮັບໃຊ້ທີ່ແທ່ນບູຊາ ຊຶ່ງເພິ່ນໄດ້ສ້າງຂຶ້ນນັ້ນ.
\v 34 ບາບທີ່ເພິ່ນໄດ້ກະທາໍນັ້ນ ໄດ້ນາໍເອົາການທາໍລາຍ ແລະ ຄວາມຈິບຫາຍມາສູ່ຍາດວົງຂອງເພິ່ນເອງ.
\s5
\c 14
\p
\v 1 ໃນເວລານັ້ນ ອາບີຢາ ລູກຊາຍຂອງກະສັດເຢໂຣໂບອາມ ໄດ້ລົ້ມປ່ວຍ.
\v 2 ເພິ່ນ ຈຶ່ງກ່າວແກ່ເມຍຂອງຕົນວ່າ, “ໃຫ້ເຈົ້າປອມຕົວເພື່ອບໍ່ໃຫ້ຜູ້ໃດຈື່ເຈົ້າໄດ້ ແລະ ໄປຍັງເມືອງຊີໂລ ບ່ອນທີ່ຜູ້ທາໍນວາຍ ອາຮີຢາ ອາໄສຢູ່ ຄື ຜູ້ທີ່ໄດ້ບອກຂ້ອຍວ່າ ຂ້ອຍຕ້ອງໄດ້ເປັນກະສັດແຫ່ງອິດສະຣາເອນ.
\v 3 ໃຫ້ເຈົ້າເອົາເຂົ້າຈີ່ສິບກ້ອນ, ເຂົ້າໜົມບາງຢ່າງ ແລະ ໄຫນໍ້າເຜິ້ງໄປໃຫ້. ໃຫ້ເຈົ້າຖາມລາວວ່າ ແມ່ນຫຍັງທີ່ພວມເກີດຂຶ້ນກັບລູກຊາຍຂອງ ພວກເຮົາ ແລະ ລາວຈະບອກໃຫ້ເຈົ້າຮູ້,”
\s5
\v 4 ດັ່ງນັ້ນ ຜູ້ເປັນເມຍຈຶ່ງໄປຫາ ອາຮີຢາ ທີ່ເມືອງຊີໂລ. ສ່ວນອາຮີຢາ ກໍເຖົ້າແກ່ຫລາຍ ຈົນຕາບໍ່ເຫັນຮຸ່ງ.
\v 5 ອົງພຣະຜູ້ເປັນເຈົ້າໄດ້ບອກອາຮີຢາ ວ່າ, “ເມຍຂອງເຢໂຣໂບອາມ ກາໍລັງເດີນທາງມາຫາ ເພື່ອຖາມກ່ຽວກັບເລື່ອງລູກຊາຍຂອງນາງທີ່ປ່ວຍຢູ່ນັ້ນ. ” ແລ້ວອົງພຣະຜູ້ເປັນເຈົ້າ ກໍໄດ້ບອກຄໍາເວົ້າແກ່ອາຮີຢາ. ເມື່ອເມຍຂອງກະສັດເຢໂຣໂບອາມມາຮອດ ນາງກໍທໍາທ່າເຮັດເປັນຄົນອື່ນ.
\s5
\v 6 ແຕ່ເມື່ອອາຮີຢາ ໄດ້ຍິນສຽງບາດຕີນຂອງນາງມາຮອດ ທີ່ປະຕູແລ້ວ ເພິ່ນຈຶ່ງເວົ້າວ່າ, “ເຂົ້າມາທາງໃນພີ້ ຂ້ອຍຮູ້ວ່າເຈົ້າເປັນ ເມຍຂອງເຢໂຣໂບອາມ ເປັນຫຍັງຈຶ່ງທາໍທ່າເປັນຄົນອື່ນ? ຂ້ອຍມີຂ່າວຮ້າຍທີ່ຈະບອກເຈົ້າ.
\v 7 ໃຫ້ເຈົ້າໄປບອກເຢໂຣໂບອາມ ຕາມຖ້ອຍຄໍາຂອງອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງຊາດອິດສະຣາເອນ ດັ່ງນີ້: ‘ເຮົາໄດ້ເລືອກເອົາເຈົ້າ ຈາກທ່າມກາງປະຊາຊົນ ແລະ ເຮັດໃຫ້ເປັນຜູ້ປົກຄອງປະຊາຊົນອິດສະຣາເອນຂອງເຮົາ.
\v 8 ເຮົາໄດ້ເອົາອານາຈັກຈາກເຊື້ອສາຍຂອງດາວິດ ໃຫ້ເຈົ້າ. ແຕ່ເຈົ້າບໍ່ໄດ້ເປັນດັ່ງດາວິດ ຜູ້ຮັບໃຊ້ ຂອງເຮົາ. ລາວເປັນຜູ້ສັດຊື່ຕໍ່ເຮົາຢ່າງໝົດຈິດໝົດໃຈ, ເຊື່ອຟັງຂໍ້ຄໍາສັ່ງຂອງເຮົາ ແລະ ເຮັດຕາມທີ່ເຮົາເຫັນດີເທົ່ານັ້ນ.
\s5
\v 9 ສ່ວນເຈົ້ານັ້ນ ເຈົ້າໄດ້ເຮັດບາບຫລາຍກວ່າພວກທີ່ປົກຄອງເມືອງມາກ່ອນ. ເຈົ້າໄດ້ປະຕິເສດເຮົາ ແລະ ເຮັດໃຫ້ເຮົາໂກດຮ້າຍ ໂດຍສ້າງຮູບເຄົາຣົບ ແລະ ຫລໍ່ຮູບພະຕ່າງ ໆ ເພື່ອຂາບໄຫວ້.
\v 10 ດ້ວຍເຫດນີ້ ເຮົາຈຶ່ງຈະນາໍເອົາໄພພິບັດມາສູ່ຍາດວົງຂອງເຈົ້າ ແລະ ຈະຂ້າຜູ້ຊາຍທຸກຄົນທີ່ເປັນເຊື້ອສາຍຂອງເຈົ້າ ບໍ່ວ່າເປັນທາດຮັບໃຊ້ ຫລື ຄົນທາໍມະດາກໍຕາມ ເຮົາຈະກາໍຈັດຄອບຄົວຂອງເຈົ້າອອກໄປໃຫ້ໝົດ. ພວກເຂົາຈະຖືກກວາດອອກໄປ ດັ່ງກວາດຂີ້ສັດ.
\s5
\v 11 ຄົນໃດໃນຄອບຄົວຂອງເຈົ້າ ທີ່ຕາຍໃນເມືອງ ກໍຈະຖືກໝາກັດກິນ ແລະ ຄົນໃດທີ່ຕາຍຢູ່ນອກເມືອງ ກໍຈະຖືກແຮ້ງເຈາະກິນ. ສໍາລັບອົງພຣະຜູ້ເປັນເຈົ້າໄດ້ກ່າວດັ່ງນີ້ແຫລະ.
\v 12 ແລ້ວ ອາຮີຢາ ກໍກ່າວແກ່ເມຍຂອງເຢໂຣໂບອາມ ຕໍ່ໄປວ່າ, “ບັດນີ້ ຈົ່ງກັບເມືອສາ. ພໍເຈົ້າຍ່າງກ້າວເຂົ້າໄປໃນເມືອງ ລູກຊາຍຂອງເຈົ້າກໍຈະຕາຍ.
\v 13 ປະຊາຊົນອິດສະຣາເອນທັງໝົດ ຈະໄວ້ທຸກໃຫ້ລາວ ແລະ ຝັງສົບລາວໄວ້. ມີແຕ່ລາວຄົນດຽວໃນຄອບຄົວຂອງເຢໂຣໂບອາມ ທີ່ຈະຖືກຝັງໄວ້ຢ່າງດີ ເພາະແມ່ນລາວຜູ້ດຽວເທົ່ານັ້ນ ທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງຊາດອິດສະຣາເອນ ພໍໃຈນາໍ.
\s5
\v 14 ອົງພຣະຜູ້ເປັນເຈົ້າ ຈະແຕ່ງຕັ້ງກະສັດ ຄົນໜຶ່ງຂຶ້ນປົກຄອງອານາຈັກອິດສະຣາເອນ ຜູ້ທີ່ຈະເຮັດໃຫ້ເຊື້ອວົງຂອງເຢໂຣໂບອາມ ສິ້ນສຸດໄປ. [ຟ]
\v 15 ອົງພຣະຜູ້ເປັນເຈົ້າຈະລົງໂທດຊາດອິດສະຣາເອນ ແລະ ຊົນຊາດນີ້ ຈະສັ່ນສະເທືອນເໝືອນຕົ້ນອໍ້ຢູ່ໃນນາໍ້. ພຣະອົງຈະຖອນຮາກປະຊາຊົນແຫ່ງຊາດ ອິດສະຣາເອນ ອອກແຕ່ດິນແດນອັນດີນີ້ ທີ່ພຣະອົງໄດ້ມອບໃຫ້ພວກປູ່ຍ່າຕາຍາຍຂອງ ພວກເຂົາ; ແລະ ພຣະອົງຈະເຮັດໃຫ້ພວກເຂົາກະຈັດກະຈາຍ ເລີຍຟາກແມ່ນາໍ້ເອີຟຣັດໄປຍ້ອນພວກເຂົາໄດ້ເຮັດໃຫ້ພຣະອົງໂກດຮ້າຍ ໂດຍໄດ້ສ້າງຮູບເຄົາຣົບຂອງເຈົ້າແມ່ອາເຊຣາ.
\v 16 ພຣະອົງຈະປະຖິ້ມຊາດອິດສະຣາເອນ ເພາະກະສັດເຢໂຣໂບອາມ ໄດ້ເຮັດບາບ ແລະ ໄດ້ນາໍປະຊາຊົນອິດສະຣາເອນໃຫ້ເຮັດບາບ.”
\s5
\v 17 ແລ້ວເມຍຂອງກະສັດເຢໂຣໂບອາມ ກໍໄດ້ກັບຄືນເມືອຍັງເມືອງຕີຣະຊາ. ພໍນາງຍ່າງເຂົ້າໄປໃນເຮືອນ ລູກຊາຍຂອງນາງກໍຕາຍ.
\v 18 ປະຊາຊົນອິດສະຣາເອນ ພາກັນໄວ້ທຸກໃຫ້ ແລະ ຝັງສົບລາວໄວ້. ທຸກຢ່າງໄດ້ເປັນໄປຕາມທີ່ອົງພຣະຜູ້ເປັນເຈົ້າ ໄດ້ກ່າວໄວ້ຜ່ານທາງຜູ້ທາໍນວາຍອາຮີຢາ ຜູ້ຮັບໃຊ້ຂອງພຣະອົງ.
\s5
\v 19 ສິ່ງອື່ນ ໆ ທີ່ກະສັດເຢໂຣໂບອາມ ໄດ້ກະທາໍ ຄືສົງຄາມທີ່ເພິ່ນໄດ້ເຮັດ ແລະ ການປົກຄອງທີ່ເພິ່ນໄດ້ດໍາເນີນການ ແມ່ນໄດ້ຖືກ ບັນທຶກໄວ້ໃນປຶ້ມປະຫວັດສາດຂອງບັນດາ ກະສັດແຫ່ງອິດສະຣາເອນ.
\v 20 ກະສັດເຢໂຣໂບອາມໄດ້ປົກຄອງເປັນເວລາຊາວສອງປີ. ເພິ່ນໄດ້ຕາຍໄປ ແລະ ສົບຂອງເພິ່ນໄດ້ຖືກຝັງໄວ້ ແລ້ວນາດາບລູກຊາຍຂອງເພິ່ນກໍໄດ້ຂຶ້ນເປັນກະສັດປົກຄອງແທນ.
\s5
\v 21 ເມື່ອກະສັດ ເຣໂຫໂບອາມ ລູກຊາຍຂອງກະສັດໂຊໂລໂມນ ຂຶ້ນເປັນກະສັດແຫ່ງຢູດາຍນັ້ນ ເພິ່ນມີອາຍຸສີ່ສິບເອັດປີ ແລະ ປົກຄອງເປັນເວລາສິບເຈັດປີ ຢູ່ທີ່ນະຄອນເຢຣູຊາເລັມ, ນະຄອນທີ່ອົງພຣະຜູ້ເປັນເຈົ້າ ໄດ້ເລືອກໄວ້ ຈາກເຂດແດນທັງໝົດຂອງຊາດອິດສະຣາເອນ ເພື່ອໃຫ້ເປັນບ່ອນນະມັດສະການພຣະອົງ. ແມ່ຂອງກະສັດເຣໂຫໂບອາມ ຊື່ວ່າ ນາອາມາ ຊາວອໍາໂມນ.
\v 22 ປະຊາຊົນຢູດາ ໄດ້ເຮັດບາບຕໍ່ສູ້ອົງພຣະຜູ້ເປັນເຈົ້າ ໜັກກວ່າທີ່ພວກປູ່ຍ່າຕາຍາຍຂອງພວກເຂົາ ໄດ້ເຮັດມາ ຊຶ່ງເປັນການຍົວະເຍົ້າ ໃຫ້ພຣະອົງໂກດຮ້າຍ.
\s5
\v 23 ພວກເຂົາໄດ້ສ້າງບ່ອນຂາບໄຫວ້ຮູບເຄົາຣົບ, ຕັ້ງເສົາຫິນສັກສິດຂຶ້ນ ແລະ ສ້າງສັນຍາລັກຂອງເຈົ້າແມ່ອາເຊຣາ ຂຶ້ນຢູ່ເທິງພູ ແລະ ຢູ່ກ້ອງຕົ້ນໄມ້.
\v 24 ຮ້າຍໄປກວ່ານີ້ອີກ ຍັງມີຊາຍ ແລະ ຍິງເປັນໂສເພນີຢູ່ໃນບ່ອນຂາບໄຫວ້ພະຕ່າງຊາດນີ້. ປະຊາຊົນຢູດາ ໄດ້ປະພຶດໃນສິ່ງທີ່ໜ້າລະອາຍ ແບບຕ່າງ ໆ ນາ ໆ ເໝືອນຊົນຊາດທີ່ອົງພຣະຜູ້ເປັນເຈົ້າ ໄດ້ຂັບໄລ່ອອກໜີໄປໃນຕອນທີ່ຊາວອິດສະຣາເອນ ບຸກໜ້າເຂົ້າມາໃນດິນແດນ.
\s5
\v 25 ໃນຣາຊການປີທີຫ້າຂອງກະສັດເຣໂຫໂບອາມ ກະສັດຊີຊາກແຫ່ງເອຢິບ ໄດ້ໂຈມຕີ ນະຄອນເຢຣູຊາເລັມ.
\v 26 ເພິ່ນໄດ້ເອົາຊັບສົມບັດທັງໝົດຈາກຣາຊວັງໄປ ລວມທັງໂລ້ຄໍາທີ່ກະສັດໂຊໂລໂມນໄດ້ເຮັດນັ້ນ.
\s5
\v 27 ດ້ວຍເຫດນັ້ນ ກະສັດເຣໂຫໂບອາມ ຈຶ່ງໄດ້ເຮັດໂລ້ທອງສໍາຣິດໄວ້ແທນ, ແລ້ວມອບໃຫ້ພວກນາຍທະຫານປະຈາໍວັງ ເກັບຮັກສາໄວ້.
\v 28 ເທື່ອໃດທີ່ກະສັດເຣໂຫໂບອາມ ໄປທີ່ພຣະວິຫານ, ເທື່ອນັ້ນທະຫານກໍຖືໂລ້ໄປນາໍ ແລະເອົາມາຄືນໄວ້ໃນຫ້ອງທະຫານຍາມຄືເກົ່າ.
\s5
\v 29 ສິ່ງອື່ນ ໆ ທີ່ກະສັດເຣໂຫໂບອາມໄດ້ກະທາໍ ແມ່ນໄດ້ຖືກບັນທຶກໄວ້ໃນປຶ້ມປະຫວັດສາດຂອງບັນດາກະສັດແຫ່ງຢູດາຍ.
\v 30 ຕະຫລອດເວລາເຫລົ່ານີ້ ກະສັດເຣໂຫໂບອາມ ແລະ ກະສັດເຢໂຣໂບອາມ ໄດ້ເຮັດເສິກຕໍ່ສູ້ກັນຢູ່ບໍ່ຂາດ
\v 31 ກະສັດເຣໂຫໂບອາມ ໄດ້ຕາຍໄປ ແລະ ສົບຂອງເພິ່ນໄດ້ຖືກຝັງໄວ້ຢູ່ໃນອຸບມຸງຂອງກະສັດ ທີ່ເມືອງຂອງດາວິດ. (ແມ່ຂອງເພິ່ນເປັນຊາວອໍາໂມນ ຊື່ວ່າ ນາອາມາ). ແລ້ວເຈົ້າອາບີຢາ ລູກຊາຍຂອງເພິ່ນກໍໄດ້ຂຶ້ນເປັນກະສັດປົກຄອງແທນ.
\s5
\c 15
\p
\v 1 ໃນຣາຊການປີທີສິບແປດຂອງກະສັດ ເຢໂຣໂບອາມ ແຫ່ງອິດສະຣາເອນ ເຈົ້າອາບີຢາ ໄດ້ຂຶ້ນເປັນກະສັດແຫ່ງຢູດາຍ
\v 2 ແລະ ເພິ່ນໄດ້ປົກຄອງຢູ່ທີ່ນະຄອນເຢຣູຊາເລັມ ເປັນເວລາສາມປີ. ແມ່ຂອງເພິ່ນຊື່ວ່າ ມາອາກາ ລູກສາວຂອງເຈົ້າອັບບີຊາໂລມ.
\v 3 ກະສັດອາບີຢາ ໄດ້ເຮັດບາບເໝືອນກັນກັບພໍ່ຂອງເພິ່ນ ແລະ ບໍ່ໄດ້ສັດຊື່ຢ່າງໝົດຈິດໝົດໃຈ ຕໍ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງເພິ່ນ ດັ່ງກະສັດດາວິດປູ່ທວດຂອງຕົນ.
\s5
\v 4 ແຕ່ເພື່ອເຫັນແກ່ກະສັດດາວິດ ອົງພຣະ ຜູ້ເປັນເຈົ້າໄດ້ໃຫ້ ອາບີຢາ ມີລູກຊາຍຄົນໜຶ່ງ ແລະ ໃຫ້ລູກຊາຍຄົນນີ້ປົກຄອງຢູ່ທີ່ນະຄອນເຢຣູຊາເລັມ ສືບຕໍ່ຈາກເພິ່ນເພື່ອຮັກສານະຄອນເຢຣູຊາເລັມ ໄວ້ໃຫ້ໝັ້ນຄົງຕໍ່ໄປ.
\v 5 ອົງພຣະຜູ້ເປັນເຈົ້າໄດ້ກະທາໍຢ່າງນີ້ ເພາະກະສັດດາວິດໄດ້ເຮັດໃຫ້ພຣະອົງພໍໃຈ ແລະ ບໍ່ໄດ້ຂືນຄໍາສັ່ງໃດ ໆ ຂອງພຣະອົງ, ນອກຈາກເລື່ອງຂອງອູຣີຢາ ຊາວຮິດຕີເທົ່ານັ້ນ.
\v 6 ເສິກລະຫວ່າງກະສັດເຣໂຫໂບອາມ ແລະ ກະສັດເຢໂຣໂບອາມ ໄດ້ເກີດຂຶ້ນ ຢ່າງລຽນຕິດຕະຫລອດຊົ່ວຣາຊການຂອງກະສັດອາບີຢາ.
\s5
\v 7 ສິ່ງອື່ນ ໆ ທີ່ກະສັດອາບີຢາ ໄດ້ກະທາໍແມ່ນໄດ້ຖືກບັນທຶກໄວ້ໃນປຶ້ມປະຫວັດສາດຂອງບັນດາກະສັດແຫ່ງຢູດາຍ.
\v 8 ກະສັດອາບີຢາ ໄດ້ຕາຍໄປ ແລະສົບຂອງເພິ່ນໄດ້ຖືກຝັງໄວ້ຢູ່ໃນເມືອງຂອງດາວິດ. ແລ້ວເຈົ້າອາຊາ ລູກຊາຍຂອງເພິ່ນກໍໄດ້ຂຶ້ນເປັນກະສັດ ປົກຄອງແທນ.
\s5
\v 9 ໃນຣາຊການປີທີຊາວຂອງກະສັດເຢໂຣໂບອາມ ແຫ່ງອິດສະຣາເອນ, ເຈົ້າອາຊາ ໄດ້ຂຶ້ນເປັນກະສັດແຫ່ງຢູດາຍ;
\v 10 ແລະ ເພິ່ນໄດ້ປົກຄອງຢູ່ທີ່ນະຄອນເຢຣູຊາເລັມ ເປັນເວລາສີ່ສິບເອັດປີ. ແມ່ເຖົ້າຂອງເພິ່ນຊື່ວ່າ ມາອາກາ ລູກສາວຂອງເຈົ້າອັບບີຊາໂລມ.
\v 11 ກະສັດອາຊາ ໄດ້ເຮັດທຸກສິ່ງທີ່ອົງພຣະຜູ້ເປັນເຈົ້າພໍໃຈ, ດັ່ງທີ່ກະສັດດາວິດ ບັນພະບຸລຸດຂອງເພິ່ນໄດ້ເຮັດມາ.
\s5
\v 12 ເພິ່ນໄດ້ຂັບໄລ່ບັນດາໂສເພນີ ທັງຊາຍແລະຍິງທີ່ຮັບໃຊ້ຢູ່ໃນບ່ອນຂາບໄຫວ້ພະຂອງຊາວຕ່າງຊາດ ອອກໜີໄປໝົດຈາກດິນແດນ. ເພິ່ນຍັງໄດ້ກໍາຈັດຮູບເຄົາຣົບທັງໝົດ ຖິ້ມ ຊຶ່ງພວກຜູ້ປົກຄອງຄົນກ່ອນໄດ້ສ້າງໄວ້.
\v 13 ເພິ່ນໄດ້ປົດນາງມາອາກາ ແມ່ເຖົ້າຂອງເພິ່ນອອກຈາກຕໍາແໜ່ງການເປັນແມ່ຂອງຣາຊີນີ; ເພາະນາງໄດ້ສ້າງຮູບເຄົາຣົບອັນຊົ່ວຊ້າລາມົກຂອງເຈົ້າແມ່ອາເຊຣາ. ກະສັດອາຊາ ໄດ້ທັບມ້າງຮູບເຄົາຣົບ ແລະ ຈູດມັນຖິ້ມທີ່ຮ່ອມພູກິດໂຣນ.
\s5
\v 14 ເຖິງແມ່ນວ​່າ ກະສັດອາຊາ ບໍ່ໄດ້ທາໍລາຍບ່ອນຂາບໄຫວ້ຂອງຊາວຕ່າງຊາດທັງໝົດຖິ້ມກໍຕາມ, ແຕ່ເພິ່ນກໍຍັງສັດຊື່ຕໍ່ອົງພຣະຜູ້ເປັນເຈົ້າຕະຫລອດຊົ່ວຊີວິດຂອງເພິ່ນ.
\v 15 ເພິ່ນເອົາສິ່ງຂອງທີ່ພໍ່ຂອງເພິ່ນໄດ້ອຸທິດຖວາຍ ແກ່ອົງພຣະຜູ້ເປັນເຈົ້າ ພ້ອມດ້ວຍເຄື່ອງໃຊ້ເປັນຄໍາ ແລະ ເປັນເງິນທີ່ເພິ່ນເອງໄດ້ອຸທິດຖວາຍນັ້ນ ໄປໄວ້ຢູ່ໃນພຣະວິຫານ.
\s5
\v 16 ເຈົ້າອາຊາ ກະສັດແຫ່ງຢູດາຍ ແລະ ເຈົ້າບາອາຊາ ກະສັດແຫ່ງອິດສະຣາເອນໄດ້ເຮັດເສິກ ຕໍ່ສູ້ກັນຢູ່ບໍ່ຂາດ.
\v 17 ກະສັດບາອາຊາ ໄດ້ບຸກຮຸກອານາຈັກຢູດາຍ ແລະ ເລີ່ມລົງມືສ້າງປ້ອມປ້ອງກັນເມືອງ ໃຫ້ເຂັ້ມແຂງເພື່ອບໍ່ໃຫ້ຄົນຂອງກະສັດອາຊາ ເຂົ້າແລະອອກໄປມາໃນອານາຈັກຢູດາຍໄດ້.
\s5
\v 18 ສະນັ້ນ ກະສັດອາຊາ ຈຶ່ງເອົາເງິນແລະ ຄໍາ ທັງໝົດທີ່ເຫລືອຢູ່ໃນພຣະວິຫານ ແລະ ຢູ່ໃນຣາຊວັງໃຫ້ພວກຂ້າຣາຊການບາງຄົນຂອງເພິ່ນເດີນທາງໄປເມືອງດາມັສກັດ ເພື່ອມອບໃຫ້ເຈົ້າເບັນຮາດາດ ກະສັດແຫ່ງຊີເຣຍ ຜູ້ທີ່ເປັນລູກຊາຍຂອງຕາບຣິມໂມນ ແລະ ຫລານຊາຍຂອງເຮຊີໂອນ ພ້ອມດ້ວຍຖ້ອຍຄໍາດັ່ງນີ້:
\v 19 “ຂໍໃຫ້ພວກເຮົາເປັນພັນທະມິດກັນຕາມທີ່ພໍ່ຂອງພວກເຮົາເຄີຍໄດ້ ເປັນມານັ້ນ. ເງິນແລະຄໍາ ເຫລົ່ານີ້ເປັນຂອງຂວັນສໍາລັບທ່ານ. ຂໍໃຫ້ທ່ານເລີກເປັນພັນທະມິດ ກັບ ບາອາຊາ ກະສັດແຫ່ງອິດສະຣາເອນ ເພື່ອວ່າລາວຈະໄດ້ຖອນ ກອງທັບຂອງລາວອອກໄປຈາກເຂດແດນ ຂອງຂ້າພະເຈົ້າ.”
\s5
\v 20 ກະສັດເບັນຮາດາດ ໄດ້ຕົກລົງຕາມຂໍ້ສະເໜີຂອງກະສັດອາຊາ. ເພິ່ນໄດ້ສົ່ງຜູ້ບັນຊາການກອງທັບຂອງເພິ່ນ ພ້ອມດ້ວຍພວກທະຫານໄປໂຈມຕີຫົວເມືອງຕ່າງ ໆ ໃນອານາຈັກອິດສະຣາເອນ. ພວກເຂົາຢຶດເອົາຫົວເມືອງຕ່າງ ໆ ໄດ້ມີດັ່ງນີ້: ເມືອງອີໂຢນ, ດານ, ອາເບັນ ເບັດມາອາກາ, ເຂດທີ່ຢູ່ໃກ້ ທະເລຄາລີເລ ແລະ ເຂດແດນທັງໝົດຂອງເນັບທາລີ.
\v 21 ເມື່ອກະສັດບາອາຊາ ໄດ້ຍິນເຖິງສິ່ງທີ່ເກີດຂຶ້ນ ເພິ່ນກໍຢຸດສ້າງປ້ອມປ້ອງກັນເມືອງຣາມາ ແລະ ເດີນທາງໄປເມືອງຕີຣະຊາ.
\v 22 ຕໍ່ມາ ກະສັດອາຊາໄດ້ອອກຄໍາສັ່ງໄປທົ່ວອານາຈັກຢູດາຍ ຮຽກຮ້ອງທຸກຄົນໂດຍບໍ່ມີການຍົກເວັ້ນ ເພື່ອຊ່ວຍຂົນເອົາຫິນ ແລະ ໄມ້ທີ່ກະສັດບາອາຊາ ໃຊ້ສ້າງເມືອງນັ້ນອອກໜີໄປ. ກະສັດອາຊາ ໄດ້ໃຊ້ອຸບປະກອນເຫລົ່ານີ້ສ້າງປ້ອມປ້ອງກັນເມືອງ ມີຊະປາ ແລະ ເມືອືງເກບາ ຢູ່ໃນເຂດແດນ ເບັນຢາມິນ.
\s5
\v 23 ສິ່ງອື່ນ ໆ ທີ່ກະສັດອາຊາ ໄດ້ກະທາໍ, ວິລະກາໍຕ່າງ ໆ ແລະ ການສ້າງເມືອງທັງຫລາຍແມ່ນໄດ້ຖືກບັນທຶກໄວ້ໃນປຶ້ມປະຫວັດສາດຂອງບັນດາກະສັດແຫງ່ຢູດາຍ. ແຕ່ເມື່ອກະສັດອາຊາເຖົ້າແກ່ ເພິ່ນເປັນພະຍາດທີ່ຕີນຈົນກາຍເປັນລ່ອຍ.
\v 24 ກະສັດອາຊາ ໄດ້ຕາຍໄປ ແລະ ສົບຂອງເພິ່ນ ໄດ້ຖືກຝັງໄວ້ຢູ່ໃນອຸບມຸງຂອງກະສັດ ທີ່ເມືອງຂອງດາວິດ. ແລ້ວເຈົ້າເຢໂຮຊາຟັດ ລູກຊາຍຂອງເພິ່ນກໍໄດ້ຂຶ້ນເປັນກະສັດປົກຄອງແທນ.
\s5
\v 25 ໃນຣາຊການປີທີສອງຂອງເຈົ້າອາຊາ ກະສັດແຫ່ງຢູດາຍ; ເຈົ້ານາດາບ ລູກຊາຍຂອງກະສັດເຢໂຣໂບອາມ ໄດ້ຂຶ້ນເປັນກະສັດແຫ່ງອິດສະຣາເອນ ແລະ ໄດ້ປົກຄອງເປັນເວລາສອງປີ.
\v 26 ເພິ່ນໄດ້ເຮັດບາບຕໍ່ສູ້ອົງພຣະຜູ້ເປັນເຈົ້າ ແລະ ນາໍພາຊາວອິດສະຣາເອນ ເຮັດບາບດັ່ງທີ່ພໍ່ຂອງເພິ່ນໄດ້ເຮັດມາ.
\s5
\v 27 ກະສັດບາອາຊາ ລູກຊາຍຂອງອາຮີຢາ ຄົນຂອງເຜົ່າອິດຊາຄາ ໄດ້ວາງແຜນຂ້ານາດາບ ໃນຄາວທີ່ເພິ່ນກັບພວກທະຫານຂອງເພິ່ນໄດ້ຍົກທັບມາອ້ອມເມືອງກິບເບໂທນ ໃນຟີລິດສະຕິນ.
\v 28 ເຫດການນີ້ໄດ້ເກີດຂຶ້ນໃນຣາຊການປີທີສາມຂອງເຈົ້າອາຊາ ກະສັດແຫ່ງຢູດາຍ. ດັ່ງນັ້ນ ເຈົ້າບາອາຊາຈຶ່ງຂຶ້ນເປັນກະສັດປົກຄອງ ອານາຈັກອິດສະຣາເອນ ແທນກະສັດນາດາບ.
\s5
\v 29 ພໍເມື່ອເຈົ້າບາອາຊາ ໄດ້ຂຶ້ນເປັນກະສັດແລ້ວ, ເພິ່ນກໍໄດ້ຂ້າທຸກຄົນໃນຄອບຄົວຂອງກະສັດເຢໂຣໂບອາມ. ເລື່ອງນີ້ ເປັນໄປຕາມຖ້ອຍຄໍາຂອງອົງພຣະຜູ້ເປັນເຈົ້າ ທີ່ກ່າວຜ່ານທາງຜູ້ຮັບໃຊ້ຂອງພຣະອົງ ຄື ຜູ້ ທາໍນວາຍອາຮີຢາ ຊາວເມືອງຊີໂລ ວ່າທຸກຄົນໃນຄອບຄົວຂອງເຢໂຣໂບອາມ ຈະຖືກຂ້າ ແລະ ຈະບໍ່ມີຜູ້ໃດເຫລືອຢູ່.
\v 30 ເຫດການ ເປັນເຊັ່ນນີ້ ເພາະກະສັດເຢໂຣໂບອາມ ເຮັດໃຫ້ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງຊາດອິດສະຣາເອນໂກດຮ້າຍ ໂດຍເຮັດບາບ ແລະ ນໍາພາຊາວອິດສະຣາເອນເຮັດບາບ.
\s5
\v 31 ສິ່ງອື່ນ ໆ ທີ່ກະສັດນາດາບໄດ້ກະທາໍ ແມ່ນໄດ້ຖືກບັນທຶກໄວ້ໃນປຶ້ມປະຫວັດສາດ ຂອງບັນດາກະສັດແຫ່ງອິດສະຣາເອນ.
\v 32 ເຈົ້າອາຊາ ກະສັດແຫ່ງຢູດາຍ ແລະ ເຈົ້າບາອາຊາ ກະສັດແຫ່ງອິດສະຣາເອນ ໄດ້ເຮັດເສິກຕໍ່ສູ້ກັນຕະຫລອດເວລາທີ່ທັງສອງຍັງຄອງອໍານາດຢູ່.
\s5
\v 33 ໃນຣາຊການປີທີສາມຂອງເຈົ້າອາຊາ ກະສັດແຫ່ງຢູດາຍ, ບາອາຊາ ລູກຊາຍຂອງອາຮີຢາ ໄດ້ຂຶ້ນເປັນກະສັດປົກຄອງປະເທດອິດສະຣາເອນ ນະຄອນຕີຣະຊາ ເປັນເວລາຊາວສີ່ປີ.
\v 34 ແຕ່ເພິ່ນໄດ້ເຮັດບາບຕໍ່ສູ້ອົງພຣະຜູ້ເປັນເຈົ້າ ແລະ ນາໍພາຊາວອິດສະຣາເອນ ເຮັດບາບດັ່ງທີ່ກະສັດເຢໂຣໂບອາມ ໄດ້ເຮັດມາ.
\s5
\c 16
\p
\v 1 ຕໍ່ມາ ອົງພຣະຜູ້ເປັນເຈົ້າ ໄດ້ກ່າວແກ່ຜູ້ທາໍນວາຍເຢຮູ ລູກຊາຍຂອງຮານານ ໃຫ້ບອກກະສັດບາອາຊາ ວ່າ,
\v 2 “ເຈົ້າເປັນຄົນຕໍ່າຕ້ອຍ ແຕ່ເຮົາໄດ້ໃຫ້ເຈົ້າເປັນຜູ້ນາໍປະຊາຊົນອິດສະຣາເອນຂອງເຮົາ. ບັດນີ້ ເຈົ້າໄດ້ເຮັດບາບເໝືອນກັນກັບເຢໂຣໂບອາມ ແລະ ນໍາພາປະຊາຊົນຂອງເຮົາເຮັດບາບ. ບາບຂອງພວກເຂົາໄດ້ເຮັດໃຫ້ເຮົາໂກດຮ້າຍ.
\s5
\v 3 ດັ່ງນັ້ນ ເຮົາຈະກໍາຈັດເຈົ້າ ແລະ ຄອບຄົວຂອງເຈົ້າ ດັ່ງທີ່ເຮົາໄດ້ເຮັດຕໍ່ເຢໂຣໂບອາມ ລູກຊາຍຂອງເນບັດ.
\v 4 ຄົນໃດໃນຄອບຄົວຂອງເຈົ້າ ທີ່ຕາຍໃນເມືອງຈະ ຖືກໝາກັດກິນ ແລະ ຄົນໃດທີ່ຕາຍຢູ່ນອກເມືອງກໍຈະຖືກແຮ້ງເຈາະກິນ.
\s5
\v 5 ສິ່ງອື່ນ ໆ ທີ່ກະສັດບາອາຊາ ໄດ້ກະທາໍຕະຫລອດທັງວິລະກາໍຕ່າງ ໆ ຂອງເພິ່ນ ແມ່ນໄດ້ຖືກບັນທຶກໄວ້ໃນປຶ້ມປະຫວັດສາດ ຂອງບັນດາກະສັດແຫ່ງອິດສະຣາເອນ.
\v 6 ກະສັດບາອາຊາ ໄດ້ຕາຍໄປຢູ່ກັບບັນພະບຸລຸດຂອງຕົນ ແລະ ສົບຂອງເພິ່ນໄດ້ ຖືກຝັງໄວ້ທີ່ນະຄອນຕີຣະຊາ. ແລ້ວເຈົ້າເອລາ ລູກຊາຍຂອງເພິ່ນກໍໄດ້ຂຶ້ນເປັນກະສັດປົກຄອງແທນ.
\s5
\v 7 ເມື່ອອົງພຣະຜູ້ເປັນເຈົ້າ ໄດ້ກ່າວຕໍ່ສູ້ກະສັດບາອາຊາ ແລະ ຄອບຄົວຂອງເພິ່ນ, ໂດຍກ່າວຜ່ານທາງຜູ້ທໍານວາຍເຢຮູ ລູກຊາຍຂອງຮານານີ ນັ້ນ ເພາະເຫດຜົນສອງປະການ ດັ່ງນີ້: ປະການທີໜຶ່ງຍ້ອນກະສັດບາອາຊາ ກັບຄອບຄົວຂອງເພິ່ນໄດ້ເຮັດບາບຕໍ່ສູ້ພຣະອົງ ແລະ ຍົວະເຍົ້າອົງພຣະຜູ້ເປັນເຈົ້າ ໃຫ້ໂກດຮ້າຍ ໂດຍເຮັດສິ່ງທີ່ຊົ່ວຊ້າເໝືອນກັນກັບກະສັດເຢໂຣໂບອາມ ແລະ ຄອບຄົວ; ປະການທີສອງ ຍ້ອນເພິ່ນເອງໄດ້ສັງຫານເຊື້ອສາຍທັງໝົດຂອງເຈົ້າເຢໂຣໂບອາມ.
\s5
\v 8 ໃນຣາຊການປີທີຊາວຫົກຂອງເຈົ້າອາຊາ ກະສັດແຫ່ງຢູດາຍ; ເຈົ້າເອລາ ລູກຊາຍຂອງກະສັດບາອາຊາ ໄດ້ຂຶ້ນປົກຄອງອານາຈັກອິດສະຣາເອນ. ເພິ່ນໄດ້ປົກຄອງຢູ່ທີ່ນະຄອນຕີຣະຊາ ເປັນເວລາສອງປີ.
\v 9 ແຕ່ວ່າ ຊິມຣີ ນາຍທະຫານຄົນໜຶ່ງທີ່ເປັນຜູ້ຄວບຄຸມລົດຮົບໄດ້ວາງອຸບາຍຕໍ່ສູ້ເພິ່ນ. ໃນມື້ ໜຶ່ງທີ່ນະຄອນຕີຣະຊາ ກະສັດເອລາ ພວມນັ່ງດື່ມເຫລົ້າຈົນເມົາຢູ່ໃນເຮືອນຂອງອາຣະຊາ ຜູ້ເບິ່ງແຍງຮັກສາວັງ.
\v 10 ຊິມຣີ ໄດ້ເຂົ້າມາລອບຂ້າກະສັດເອລາ ຢູ່ໃນເຮືອນນັ້ນ ແລະ ຕັ້ງຕົວຂຶ້ນເປັນກະສັດປົກຄອງແທນເພິ່ນ. ເຫດການນີ້ ໄດ້ເກີດຂຶ້ນໃນຣາຊການປີທີຊາວເຈັດຂອງເຈົ້າອາຊາ ກະສັດແຫ່ງຢູດາຍ.
\s5
\v 11 ພໍເມື່ອຊິມຣີ ໄດ້ຂຶ້ນເປັນກະສັດແລ້ວ, ລາວກໍຂ້າທຸກຄົນໃນຄອບຄົວຂອງກະສັດບາອາຊາ. ຊາຍທຸກຄົນທີ່ເປັນຍາດພີ່ນ້ອງ ແລະໝູ່ເພື່ອນຂອງກະສັດບາອາຊາ ກໍຖືກຂ້າໝົດ.
\v 12 ຊິມຣີ ໄດ້ຂ້າທຸກຄົນໃນຄອບຄົວຂອງກະສັດບາອາຊາ ຊຶ່ງເປັນໄປຕາມຖ້ອຍຄໍາຂອງອົງພຣະຜູ້ເປັນເຈົ້າ ທີ່ໄດ້ກ່າວຜ່ານທາງຜູ້ທາໍນວາຍເຢຮູ.
\v 13 ຍ້ອນກະສັດບາອາຊາ ແລະ ເອລາ ລູກຊາຍຂອງຕົນໄດ້ຂາບໄຫວ້ຮູບເຄົາຣົບ ແລະນາໍພາຊາວອິດສະຣາເອນເຮັດບາບ ຊຶ່ງເປັນການຍົວະເຍົ້າອົງພຣະຜູ້ເປັນເຈົ້າ ພຣະເຈົ້າແຫ່ງຊາດອິດສະຣາເອນໃຫ້ໂກດຮ້າຍ.
\s5
\v 14 ສິ່ງອື່ນ ໆ ທີ່ກະສັດເອລາ ໄດ້ກະທາໍແມ່ນໄດ້ຖືກບັນທຶກໄວ້ ໃນປຶ້ມປະຫວັດສາດຂອງບັນດາກະສັດແຫ່ງອິດສະຣາເອນ.
\s5
\v 15 ໃນຣາຊການປີທີຊາວເຈັດຂອງເຈົ້າ ອາຊາ ກະສັດແຫ່ງຢູດາຍ, ຊິມຣີ ໄດ້ຂຶ້ນປົກຄອງຢູ່ທີ່ນະຄອນຕີຣະຊາ ເໜືອອານາຈັກອິດສະຣາເອນເປັນເວລາເຈັດວັນ. ໃນເວລານັ້ນກອງທັບຂອງຊາວອິດສະຣາເອນ ພວມອ້ອມເມືອງກິບເບໂອນ ໃນຟີລິດສະຕິນ
\v 16 ແລະ ເມື່ອໄດ້ຍິນວ່າ ຊິມຣີ ໄດ້ວາງອຸບາຍ ຕໍ່ສູ້ກະສັດ ແລະ ໄດ້ລອບສັງຫານກະສັດແລ້ວ; ພວກເຂົາທຸກຄົນຈຶ່ງປະກາດແຕ່ງຕັ້ງ ອົມຣີ ຜູ້ບັນຊາການກອງທັບຂອງພວກເຂົາ ໃຫ້ຂຶ້ນເປັນກະສັດແຫ່ງອິດສະຣາເອນ.
\v 17 ອົມຣີໄດ້ຍົກທັບອອກແຕ່ເມືອງກິບເບໂອນ ໄປອ້ອມນະຄອນຕີຣະຊາໄວ້.
\s5
\v 18 ເມື່ອຊິມຣີ ເຫັນວ່າເມືອງຖືກຕີແຕກແລ້ວ, ເພິ່ນຈຶ່ງເຂົ້າໄປໃນປ້ອມປ້ອງກັນວັງ ແລະ ໄດ້ຈູດຣາຊວັງຖິ້ມ ແລະ ຕາຍໄປໃນກອງໄຟນັ້ນ.
\v 19 ເຫດການເປັນໄປດັ່ງນີ້ ກໍຍ້ອນເພິ່ນໄດ້ເຮັດບາບ ຕໍ່ສູ້ອົງພຣະຜູ້ເປັນເຈົ້າ, ໂດຍນາໍພາຊາວອິດສະຣາເອນ ເຮັດບາບດັ່ງກະສັດເຢໂຣໂບອາມ ຜູ້ປົກຄອງຄົນກ່ອນ.
\v 20 ສິ່ງອື່ນ ໆ ທີ່ກະສັດຊິມຣີ ໄດ້ກະທາໍ, ຕະຫລອດທັງການວາງແຜນກະບົດ ຂອງເພິ່ນ ແມ່ນໄດ້ຖືກບັນທຶກໄວ້ໃນປຶ້ມ ປະຫວັດສາດຂອງບັນດາກະສັດແຫ່ງອິດສະຣາເອນ.
\s5
\v 21 ປະຊາຊົນອິດສະຣາເອນ ໄດ້ແຕກແຍກກັນ. ບາງຄົນຢາກຕັ້ງຕິບນີ ລູກຊາຍຂອງກີນາດ ໃຫ້ຂຶ້ນເປັນກະສັດ; ແຕ່ບາງຄົນຍັງພໍໃຈກັບອົມຣີ ຢູ່.
\v 22 ແຕ່ໃນທີ່ສຸດ ພວກທີ່ຕິດຕາມອົມຣີ ກໍໄດ້ຊະນະ. ຕິບນີ ໄດ້ຕາຍໄປ ແລະ ອົມຣີ ຈຶ່ງຂຶ້ນເປັນກະສັດປົກຄອງແທນ.
\s5
\v 23 ໃນຣາຊການປີທີສາມສິບເອັດ ຂອງເຈົ້າອາຊາ ກະສັດແຫ່ງຢູດາຍ, ອົມຣີ ໄດ້ຂຶ້ນ ເປັນກະສັດປົກຄອງອານາຈັກອິດສະຣາເອນ; ແລະ ເພິ່ນໄດ້ປົກຄອງຢູ່ເປັນເວລາສິບສອງ ປີ. ຫົກປີທາໍອິດນັ້ນ ເພິ່ນໄດ້ປົກຄອງຢູ່ທີ່ນະຄອນຕີຣະຊາ.
\v 24 ແລະ ຕໍ່ມາ ເພິ່ນໄດ້ ຊື້ເນີນພູ ຊາມາເຣຍ ເປັນລາຄາຫົກພັນຫລຽນ ເງິນ ຈາກຊາຍຄົນໜຶ່ງຊື່ວ່າ ເຊເມ. ກະສັດອົມຣີ ໄດ້ສ້າງປ້ອມປ້ອງກັນອ້ອມພູນີ້ ແລະ ທັງສ້າງເມືອງຂຶ້ນໃນບ່ອນນີ້. ເພິ່ນໃສ່ຊື່ເມືອງ ນີ້ ຕາມຊື່ຂອງເຊເມ ເຈົ້າຂອງຄົນເກົ່າຂອງເນີນພູນີ້ວ່າ ຊາມາເຣຍ.
\s5
\v 25 ກະສັດອົມຣີ ໄດ້ເຮັດບາບຕໍ່ສູ້ອົງພຣະຜູ້ເປັນເຈົ້າຢ່າງຮ້າຍແຮງກວ່າຄົນອື່ນ ໆ ທີ່ປົກຄອງກ່ອນເພິ່ນ.
\v 26 ເພິ່ນໄດ້ເຮັດບາບ ດັ່ງກະສັດເຢໂຣໂບອາມ ລູກຊາຍຂອງເນບັດ ໄດ້ເຮັດ, ເພິ່ນໄດ້ເຮັດບາບໂດຍນາໍພາຊາວ ອິດສະຣາເອນ ໄປຂາບໄຫວ້ຮູບເຄົາຣົບ ຊຶ່ງເປັນການຍົວະເຍົ້າອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງຊາດອິດສະຣາເອນ ໃຫ້ໂກດຮ້າຍ.
\s5
\v 27 ສິ່ງອື່ນ ໆ ທີ່ກະສັດອົມຣີ ໄດ້ກະທາໍພ້ອມທັງຄວາມສໍາເລັດທຸກຢ່າງຂອງເພິ່ນ ແມ່ນໄດ້ຖືກບັນທຶກໄວ້ໃນປຶ້ມປະຫວັດສາດຂອງບັນດາກະສັດແຫ່ງອິດສະຣາເອນ.
\v 28 ກະສັດອົມຣີ ໄດ້ຕາຍໄປ ແລະ ຖືກຝັງໄວ້ ທີ່ຊາມາເຣຍ. ແລ້ວເຈົ້າອາຮາບ ລູກຊາຍຂອງເພິ່ນກໍຂຶ້ນເປັນກະສັດປົກຄອງແທນ.
\s5
\v 29 ໃນຣາຊການປີທີສາມສິບແປດຂອງເຈົ້າອາຊາ ກະສັດແຫ່ງຢູດາຍ; ເຈົ້າອາຮາບ ລູກຊາຍຂອງກະສັດອົມຣີ ໄດ້ຂຶ້ນເປັນກະສັດແຫ່ງອິດສະຣາເອນ. ເພິ່ນປົກຄອງຢູ່ທີ່ນະຄອນຊາມາເຣຍ ເປັນເວລາຊາວສອງປີ.
\v 30 ເຈົ້າອາຮາບ ລູກຊາຍຂອງກະສັດອົມຣີ ໄດ້ເຮັດບາບຕໍ່ສູ້ອົງພຣະຜູ້ເປັນເຈົ້າ ຢ່າງຮ້າຍແຮງກວ່າຄົນໃດ ໆ ທີ່ປົກຄອງມາກ່ອນເພິ່ນ.
\s5
\v 31 ການທີ່ເຮັດບາບ ດັ່ງກະສັດເຢໂຣໂບອາມ ນັ້ນຍັງບໍ່ພຽງພໍ; ເພິ່ນໄດ້ເຮັດບາບໄປຫລາຍກວ່ານັ້ນອີກ ໂດຍເອົານາງເຢເຊເບນ ມາເປັນເມຍ ນາງເປັນລູກສາວຂອງເອັດບາອານ ກະສັດແຫ່ງຊີໂດນ ແລະ ເພິ່ນຂາບໄຫວ້ພະບາອານ.
\v 32 ເພິ່ນໄດ້ສ້າງວິຫານສໍາລັບພະບາອານ ທີ່ນະຄອນຊາມາເຣຍ, ສ້າງແທ່ນບູຊາຂຶ້ນ ແລະ ເອົາແທ່ນບູຊາມາໄວ້ໃນວິຫານ.
\v 33 ນອກຈາກນີ້ ເພິ່ນຍັງສ້າງຮູບເຈົ້າແມ່ອາເຊຣາ. ເພິ່ນຍົວະເຍົ້າອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງຊາວອິດສະຣາເອນ ໃຫ້ໂກດຮ້າຍຫລາຍກວ່າ ກະສັດແຫ່ງອິດສະຣາເອນຄົນອື່ນ ໆ ທີ່ໄດ້ເຮັດມາ.
\s5
\v 34 ໃນຣາຊການຂອງເພິ່ນ, ຮີເອນ ຊາວເມືອງເບັດເອນ ໄດ້ສ້າງເມືອງເຢຣິໂກ ຂຶ້ນໃໝ່. ຂະນະທີ່ຮີເອນ ສ້າງພື້ນຖານຂອງເມືອງເຢຣີໂກຂຶ້ນນັ້ນ ອາບີຣາມ ລູກຊາຍກົກຂອງເພິ່ນກໍຕາຍ ແລະ ຂະນະທີ່ເພິ່ນສ້າງປະຕູເມືອງຂຶ້ນນັ້ນ, ເຊກຸບ ລູກຊາຍຫລ້າຂອງ ເພິ່ນກໍຕາຍອີກ. ເຫດການນີ້ ແມ່ນຖືກຕ້ອງ ຕາມຖ້ອຍຄໍາຂອງອົງພຣະຜູ້ເປັນເຈົ້າ ທີ່ບອກໄວ້ຜ່ານທາງໂຢຊວຍ ລູກຊາຍຂອງນູນ.
\s5
\c 17
\p
\v 1 ຍັງມີຜູ້ທາໍນວາຍຄົນໜຶ່ງຊື່ວ່າ ເອລີຢາ ໄທເມືອງຕີຊະເບ ໃນເຂດກີເລອາດ ໄດ້ບອກກະສັດອາຮາບ ວ່າ, “ໃນນາມຂອງອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງຊາດອິດສະຣາເອນ ອົງມີຊີວິດຢູ່ ທີ່ຂ້ານ້ອຍຮັບໃຊ້ຢູ່ນີ້; ໃນສອງ ຫລື ສາມປີຂ້າງໜ້າ ຈະບໍ່ມີນໍ້າໝອກ ຫລື ນໍ້າຝົນ ຈົນກວ່າຂ້ານ້ອຍຈະສັ່ງໃຫ້ມີ.”
\s5
\v 2 ແລ້ວອົງພຣະຜູ້ເປັນເຈົ້າ ກໍໄດ້ກ່າວແກ່ ເອລີຢາ ວ່າ,
\v 3 "ຈົ່ງ​ອອກ​ຈາກ​ບ່ອນນີ້​ໄປ​ທາງ​ທິດ​ຕາ​ເວັນ​ອອກ ແລ​ໄປ​ລີ້ຢູ່ທີ່ຫ້ວຍເກຣິດ ທາງທິດຕາເວັນອອກຂອງແມ່ນາໍ້ຈໍແດນ.
\v 4 ໃນຫ້ວຍຈະມີນາໍ້ໃຫ້ເຈົ້າດື່ມ ແລະ ເຮົາຈະສົ່ງໂຕກາ ນໍາເອົາອາຫານມາໃຫ້ເຈົ້າກິນຢູ່ທີ່ນັ້ນ.”
\s5
\v 5 ເອ​ລີ​ຢາ ຈຶ່ງ​ປະ​ຕິ​ບັດ​ຕາມ​ທີ່​ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ​ສັ່ງ ແລະ​ເພິ່ນ​ໄດ້​ໄປ​ພັກ​ຢູ່​ທີ່​ນ້ຳ​ຫ້ວຍ​ເກ​ຣິດ.
\v 6 ເພິ່ນ​ດື່ມ​ນ້ຳ​ຈາກ​ຫ້ວຍ ແລ​ະ​ຝູງ​ກາ​ກໍ​ໄດ້​ນຳ​ເອົາ​ເຂົ້າ​ກັບ​ຊີ້ນ​ມາ​ໃຫ້​ເພິ່ນ​ກິນ​ທຸກ​ເຊົ້າ​ແລະ​ທຸກ​ແລງ.
\v 7 ຫລັງ​ຈາກນັ້ນມາບໍ່​ດົນ ນ້ຳ​ໃນ​ຫ້​ວຍ​ກຳ​ແຫ້ງ​ເພາະ​ຝົນ​ບໍ່​ຕົກ.
\s5
\v 8 ແລ້ວອົງພຣະຜູ້ເປັນເຈົ້າ ກໍໄດ້ກ່າວແກ່ເອລີຢາ ວ່າ,
\v 9 “ບັດນີ້ ຈົ່ງໄປຍັງເມືອງຊາເຣຟັດ ຢູ່ໃກ້ກັບເມືອງຊີໂດນ ແລະພັກຢູ່ທີ່ນັ້ນ. ເຮົາໄດ້ສັ່ງໃຫ້ແມ່ໝ້າຍຜູ້ໜຶ່ງຢູ່ໃນເມືອງນີ້ ເປັນຜູ້ລ້ຽງເຈົ້າ. ”
\v 10 ດັ່ງນັ້ນ ເອລີຢາຈຶ່ງອອກເດີນທາງໄປຍັງເມືອງຊາເຣຟັດ; ແລະເມື່ອມາຮອດປະຕູເມືອງ ເພິ່ນກໍເຫັນແມ່ໝ້າຍຜູ້ໜຶ່ງກາໍລັງເກັບຟືນຢູ່. ເພິ່ນຈຶ່ງກ່າວແກ່ນາງວ່າ, “ຂ້ອຍຂໍດື່ມນາໍ້ແດ່”,
\s5
\v 11 ແຕ່ໃນຂະນະທີ່ນາງກໍາລັງໄປເອົານໍ້ານັ້ນ ເພິ່ນເອີ້ນໃສ່ນາງວ່າ, “ເອົາເຂົ້າຈີ່ຈັກປ່ຽງມານາໍແດ່ເດີ. ”
\v 12 ນາງຕອບວ່າ, “ໃນນາມຂອງອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງທ່ານ ອົງມີຊີວິດຢູ່ ຂ້ານ້ອຍຂໍສາບານວ່າ ຂ້ານ້ອຍບໍ່ ມີເຂົ້າຈີ່ເລີຍ. ຂ້ານ້ອຍມີແຕ່ແປ້ງກາໍດຽວໃນຖ້ວຍ ແລະ ນາໍ້ມັນໝາກກອກເທດໜ້ອຍໜຶ່ງໃນໄຫ. ຂ້ານ້ອຍມາທີ່ນີ້ ເພື່ອເກັບເອົາຟືນຈັກ ສອງ ຫລື ສາມດົ້ນເມືອເຮືອນ ເພື່ອຄົວສິ່ງທີ່ມີ ີເຫລືອຢູ່ເລັກນ້ອຍ ສໍາລັບຂ້ານ້ອຍ ແລະ ລູກຊາຍ. ອາຫານຄາບນີ້ຈະເປັນຄາບສຸດທ້າຍຂອງພວກຂ້ານ້ອຍ ແລ້ວຕໍ່ໄປພວກຂ້ານ້ອຍ ກໍຈະຫິວຕາຍ. ”
\v 13 ແຕ່ເອລີຢາ ກ່າວແກ່ນາງວ່າ, “ຢ່າກັງວົນເລີຍ ຈົ່ງໄປຈັດແຈ່ງອາຫານຂອງເຈົ້າສາ. ແຕ່ກ່ອນອື່ນໝົດ ໃຫ້ເຈົ້າເຮັດເຂົ້າຈີ່ກ້ອນນ້ອຍ ໆ ຕາມທີ່ເຈົ້າມີນັ້ນ ມາໃຫ້ຂ້ອຍກິນກ່ອນ ແລະ ເຫລືອນັ້ນ ຈຶ່ງເຮັດໃຫ້ເຈົ້າກັບລູກຊາຍຂອງເຈົ້າກິນ.
\s5
\v 14 ເພາະອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງຊາດອິດສະຣາເອນ ກ່າວໄວ້ວ່າ: ຖ້ວຍນີ້ຈະບໍ່ຂາດແປ້ງເຂົ້າ ແລະ ໄຫນີ້ຈະບໍ່ຂາດນໍ້າມັນ ກ່ອນມື້ທີ່ອົງພຣະຜູ້ເປັນເຈົ້າ ຈະສົ່ງຝົນລົງມາ. ”
\v 15 ແມ່ໝ້າຍໄດ້ໄປເຮັດຕາມ ທີ່ເອລີຢາໄດ້ບອກ ແລະ ເຂົາທຸກຄົນກໍມີອາຫານພຽງພໍ ເປັນເວລາຫລາຍວັນ.
\v 16 ທຸກຢ່າງເປັນໄປຕາມທີ່ອົງພຣະຜູ້ເປັນເຈົ້າໄດ້ ສັນຍາຜ່ານທາງເອລີຢາ ຄື ຖ້ວຍບໍ່ໄດ້ຂາດແປ້ງເຂົ້າ ແລະ ໄຫກໍບໍ່ໄດ້ຂາດນາໍ້ມັນ.
\s5
\v 17 ຢູ່ມາ ລູກຊາຍຂອງແມ່ໝ້າຍໄດ້ເປັນໄຂ້ ອາການປ່ວຍຂອງລາວໜັກລົງທຸກຂະນະ ຈົນໃນທີ່ສຸດ ລາວໄດ້ຕາຍໄປ.
\v 18 ຜູ້ເປັນແມ່ຈຶ່ງເວົ້າກັບເອລີຢາ ວ່າ, “ທ່ານຜູ້ເປັນຄົນຂອງພຣະເຈົ້າ ເປັນຫຍັງທ່ານຈຶ່ງເຮັດກັບຂ້ານ້ອຍແບບນີ້? ທ່ານມານີ້ ເພື່ອທົບທວນໃຫ້ຫວນລະນຶກເຖິງບາບຂອງຂ້ານ້ອຍແຕ່ເກົ່າກ່ອນ ແລະ ເປັນເຫດໃຫ້ລູກຊາຍຂອງຂ້ານ້ອຍຕາຍດ້ວຍ?”
\s5
\v 19 ເອລີຢາ ກ່າວວ່າ, “ຈົ່ງເອົາລູກຂອງເຈົ້າ ມາໃຫ້ຂ້ອຍ. ” ເພິ່ນຮັບເອົາລູກຈາກມືຂອງແມ່ໝ້າຍ ອູ້ມຂຶ້ນໄປເທິງຫ້ອງນອນ [ມ] ບ່ອນ ທີ່ເພິ່ນພັກຢູ່ ແລະ ວາງເດັກນ້ອຍຜູ້ນີ້ລົງເທິງຕຽງ.
\v 20 ແລ້ວເພິ່ນກໍພາວັນນາອະທິຖານ ຕໍ່ອົງພຣະຜູ້ເປັນເຈົ້າ ວ່າ, “ຂ້າແດ່ອົງພຣະຜູ້ ເປັນເຈົ້າ ພຣະເຈົ້າຂອງຂ້ານ້ອຍ ເປັນຫຍັງພຣະອົງຈຶ່ງໄດ້ເຮັດຕໍ່ແມ່ໝ້າຍຄົນນີ້ ຢ່າງຮ້າຍແຮງແທ້ ນາງເປັນຜູ້ທີ່ເບິ່ງແຍງຂ້ານ້ອຍ ຢ່າງດີ ແລະ ດຽວນີ້ພຣະອົງໄດ້ຂ້າລູກຊາຍຂອງນາງ. ”
\v 21 ເອລີຢາ ນອນຢຽດເທິງຮ່າງກາຍຂອງເດັກນ້ອຍນີ້ ສາມເທື່ອ ແລະ ພາວັນນາອະທິຖານຕໍ່ອົງພຣະຜູ້ເປັນເຈົ້າ ວ່າ, “ຂ້າແດ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງຂ້ານ້ອຍ ຂໍໂຜດຊ່ວຍເດັກຄົນນີ້ ໃຫ້ມີຊີວິດຄືນ ມາແດ່ທ້ອນ.”
\s5
\v 22 ອົງພຣະຜູ້ເປັນເຈົ້າ ໄດ້ຕອບຄໍາພາວັນນາອະທິຖານຂອງເອລີຢາ; ເດັກນ້ອຍກໍເລີ່ມຫາຍໃຈ ແລະ ມີຊີວິດຄືນມາອີກ.
\v 23 ເອລີຢາ ນາໍເອົາເດັກນ້ອຍລົງມາຫາແມ່ຂອງລາວທີ່ຊັ້ນລຸ່ມ ແລະ ເວົ້າວ່າ, “ນີ້ເດ ລູກຊາຍຂອງເຈົ້າຍັງມີຊີວິດຢູ່. ”
\v 24 ແມ່ໝ້າຍໄດ້ກ່າວຕໍ່ເອລີຢາ ວ່າ, “ບັດນີ້ ຂ້ານ້ອຍຮູ້ແລ້ວວ່າ ທ່ານເປັນຄົນຂອງພຣະເຈົ້າ; ແລະ ອົງພຣະຜູ້ເປັນເຈົ້າ ໄດ້ກ່າວຜ່ານທາງທ່ານຢ່າງແທ້ຈິງ.”
\s5
\c 18
\p
\v 1 ຕໍ່ມາ ໃນປີທີສາມຂອງການແຫ້ງແລ້ງ ອົງພຣະຜູ້ເປັນເຈົ້າໄດ້ກ່າວແກ່ເອລີຢາ ວ່າ, “ຈົ່ງໄປສະເໜີຕົວຕໍ່ອາຮາບ ແລະ ເຮົາຈະສົ່ງຝົນລົງມາ. ”
\v 2 ດັ່ງນັ້ນ ເອລີຢາ ຈຶ່ງອອກເດີນທາງໄປ. ການອຶດຢາກໃນນະຄອນຊາມາເຣຍ ຮ້າຍແຮງທີ່ສຸດ.
\s5
\v 3 ກະສັດອາຮາບ ໄດ້ສັ່ງໃຫ້ໂອບາດຢາ ຜູ້ກາໍກັບເບິ່ງແຍງຣາຊວັງ ເຂົ້າມາຫາຕົນ. (ໂອບາດີຢາ ເປັນຜູ້ທີ່ນະມັດສະການອົງພຣະຜູ້ເປັນເຈົ້າ ຢ່າງເຄັ່ງຄັດທີ່ສຸດ
\v 4 ໃນ ສະໄໝຍານາງ ເຢເຊເບນ ໄດ້ຂ້າຜູ້ທາໍນວາຍຂອງອົງພຣະຜູ້ເປັນເຈົ້າ ໂອບາດີຢາໄດ້ເອົາພວກຜູ້ທາໍນວາຍໜຶ່ງຮ້ອຍຄົນໄປເຊື່ອງໄວ້ຢູ່ໃນຖໍ້າ ບ່ອນລະຫ້າສິບຄົນ ແລະ ໄດ້ນາໍເອົາອາຫານ ແລະ ນາໍ້ໄປລ້ຽງພວກເຫລົ່ານີ້.)
\s5
\v 5 ກະສັດອາຮາບ ໄດ້ສັ່ງໂອບາດີຢາ ວ່າ, “ຈົ່ງອອກໄປຊອກຫາບໍ່ນໍ້າ ແລະ ຫ້ວຍຮ່ອງຢູ່ໃນດິນແດນ. ໃຫ້ພວກເຈົ້າຄົ້ນຫາຫຍ້າໃຫ້ພຽງພໍ ເພື່ອລ້ຽງຝູງມ້າ ແລະ ຝູງລໍຂອງພວກເຮົາໃຫ້ມີຊີວິດຢູ່. ບາງທີພວກເຮົາບໍ່ຈໍາເປັນຕ້ອງຂ້າຝູງສັດເຫລົ່ານີ້ເລີຍກໍໄດ້. ”
\v 6 ແລ້ວພວກເຂົາກໍຕົກລົງກັນວ່າ ຜູ້ໃດຈະໄປສໍາຫລວດດິນແດນສ່ວນໃດແດ່ ແລະ ຕ່າງກໍອອກໄປຄົນລະທິດທາງ.
\s5
\v 7 ຂະນະທີ່ໂອບາດີຢາ ໄດ້ເດີນທາງໄປນັ້ນ ທັນໃດລາວກໍພົບເອລີຢາ; ລາວຈື່ເພິ່ນໄດ້ຈຶ່ງກາບລົງຄໍານັບ ແລະ ຖາມເພິ່ນວ່າ, “ທ່ານທີ່ເຄົາຣົບ ທ່ານແມ່ນເອລີຢາ ນາຍຂອງຂ້ານ້ອຍແທ້ບໍ? ”
\v 8 ເພິ່ນຕອບວ່າ, “ແມ່ນແລ້ວ ຂ້ອຍແມ່ນເອລີຢາ ຈົ່ງໄປບອກກະສັດ ນາຍຂອງເຈົ້າວ່າ ເອລີຢາ ຢູ່ທີ່ນີ້.”
\s5
\v 9 ໂອບາດີຢາ ຕອບວ່າ, “ຂ້ານ້ອຍໄດ້ເຮັດຜິດຫຍັງແດ່ ທ່ານຈຶ່ງຢາກໃຫ້ຂ້ານ້ອຍໄດ້ຮັບອັນຕະລາຍ ໂດຍໃຫ້ກະສັດອາຮາບສັງຫານຂ້ານ້ອຍຖິ້ມ?
\v 10 ໂດຍອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງທ່ານ ອົງມີຊີວິດຢູ່ ຂ້ານ້ອຍຂໍສາບານວ່າ, ກະສັດໄດ້ໃຫ້ຄົນຊອກຄົ້ນຫາທ່ານ ໃນທຸກປະເທດທົ່ວໂລກ. ຖ້າຜູ້ປົກຄອງປະເທດຄົນໃດ ລາຍງານວ່າ ທ່ານບໍ່ໄດ້ຢູ່ໃນປະເທດຂອງເຂົາ ກະສັດອາຮາບ ກໍໄດ້ບອກໃຫ້ຜູ້ປົກຄອງຄົນນັ້ນ ສາບານວ່າ ຕົນເອງບໍ່ໄດ້ພົບທ່ານ.
\v 11 ບັດນີ້ ທ່ານຢາກໃຫ້ຂ້ານ້ອຍໄປຫາເພິ່ນ ແລະ ບອກເພິ່ນວ່າ ທ່ານຢູ່ທີ່ນີ້ຊັ້ນບໍ?
\s5
\v 12 ພໍຂ້ານ້ອຍຈາກໄປແລ້ວ ຈະເປັນຢ່າງໃດເດ ຖ້າພຣະວິນຍານຂອງອົງພຣະຜູ້ເປັນເຈົ້າພາທ່ານໜີໄປ ຍັງບ່ອນທີ່ຄົນບໍ່ຮູ້ຈັກ? ເມື່ອຂ້ານ້ອຍບອກກະສັດອາຮາບ ວ່າ ທ່ານຢູ່ທີ່ນີ້, ແຕ່ເພິ່ນບໍ່ພົບທ່ານເພິ່ນກໍຈະສັງຫານຂ້ານ້ອຍເສຍ. ທ່ານຄົງຮູ້ແລ້ວວ່າຂ້ານ້ອຍເປັນຜູ້ທີ່ນະມັດສະການ ອົງພຣະຜູ້ເປັນເຈົ້າຢ່າງເຄັ່ງຄັດຕັ້ງແຕ່ນ້ອຍມາ.
\v 13 ທ່ານເຄີຍໄດ້ຍິນບໍ່ວ່າ ເມື່ອຣາຊີນີ ເຢເຊເບນ ໄດ້ຂ້າຜູ້ທາໍນວາຍຂອງອົງພຣະຜູ້ເປັນເຈົ້າ ຂ້ານ້ອຍໄດ້ເອົາຜູ້ທາໍນວາຍຂອງອົງພຣະຜູ້ເປັນເຈົ້າ ໜຶ່ງຮ້ອຍຄົນໄປເຊື່ອງໄວ້ຢູ່ໃນຖໍ້າບ່ອນ ລະຫ້າສິບຄົນ ແລະ ໄດ້ນາໍເອົາອາຫານກັບນາໍ້ໄປລ້ຽງພວກເພິ່ນ.
\s5
\v 14 ແຕ່ບັດນີ້ ເປັນຫຍັງທ່ານຈຶ່ງສັ່ງໃຫ້ຂ້ານ້ອຍໄປບອກກະສັດວ່າ ທ່ານຢູ່ທີ່ນີ້? ເພິ່ນຈະຂ້າ ຂ້ານ້ອຍເປັນແນ່. ”
\v 15 ເອລີຢາ ຕອບວ່າ, “ໂດຍອົງພຣະຜູ້ເປັນເຈົ້າອົງຊົງຣິດອໍານາດຍິ່ງໃຫຍ່ ອົງທີ່ຂ້ອຍຮັບໃຊ້ຢູ່ນີ້ ຂ້ອຍຂໍສັນຍາວ່າ ຂ້ອຍຈະຕ້ອງໄປສະເໜີຕົວຕໍ່ກະສັດອາຮາບ ໃນວັນນີ້.”
\s5
\v 16 ດັ່ງນັ້ນ ໂອບາດີຢາ ຈຶ່ງໄປບອກກະສັດອາຮາບ ໃຫ້ຮູ້, ສ່ວນກະສັດອາຮາບ ກໍມາພົບກັບເອລີຢາ.
\v 17 ພໍເຫັນ ເອລີຢາ ເພິ່ນກໍກ່າວວ່າ, “ເຈົ້າຢູ່ນີ້ເອງ ເຈົ້າຜູ້ສ້າງຄວາມເດືອດຮ້ອນຫລາຍທີ່ສຸດໃນອານາຈັກອິດສະຣາເອນ.”
\s5
\v 18 ເອລີຢາ ຕອບວ່າ, “ຂ້ານ້ອຍບໍ່ແມ່ນຜູ້ສ້າງຄວາມເດືອດຮ້ອນແກ່ອິດສະຣາເອນດອກ ແມ່ນທ່ານ ແລະ ພໍ່ຂອງທ່ານເອງຕ່າງຫາກ ເພາະທ່ານບໍ່ໄດ້ເຊື່ອຟັງຄໍາສັ່ງຂອງອົງພຣະຜູ້ເປັນເຈົ້າ ແລະ ໄດ້ຂາບໄຫວ້ຮູບເຄົາຣົບຂອງພະບາອານ.
\v 19 ບັດນີ້ ທ່ານຈົ່ງສັ່ງໃຫ້ປະຊາຊົນອິດສະຣາເອນທຸກຄົນໄປພົບຂ້ານ້ອຍເທິງພູເຂົາ ກາເມນ ພ້ອມທັງພວກຜູ້ທາໍນວາຍຂອງພະບາອານ ສີ່ຮ້ອຍຫ້າສິບຄົນ ແລະ ພວກຜູ້ທາໍນວາຍຂອງເຈົ້າ ແມ່ອາເຊຣາ ສີ່ຮ້ອຍຄົນທີ່ຣາຊີນີ ເຢເຊເບນ ເຄີຍຮ່ວມໂຕະອາຫານນໍາ.
\s5
\v 20 ດັ່ງນັ້ນ ກະສັດອາຮາບ ຈຶ່ງເອີ້ນເອົາຊາວອິດສະຣາເອນທຸກຄົນ ແລະ ພວກຜູ້ທາໍນວາຍຂອງພະບາອານ ທັງໝົດຂຶ້ນໄປພົບກັນທີ່ເທິງພູເຂົາກາເມນ.
\v 21 ເອລີຢາ ໄດ້ຂຶ້ນໄປຢືນຢູ່ຕໍ່ໜ້າປະຊາຊົນ ແລະ ກ່າວວ່າ, “ພວກທ່ານຈະໃຊ້ເວລາ ອີກນານເທົ່າໃດຈຶ່ງຈະຕັດສິນໃຈ? ຖ້າອົງພຣະຜູ້ເປັນເຈົ້າແມ່ນ ພຣະເຈົ້າ ຈົ່ງນະມັດສະການພຣະອົງ; ຖ້າພະບາອານ ແມ່ນພຣະເຈົ້າຈຶ່ງຂາບໄຫວ້ພະບາອານ. ” ແຕ່ປະຊາຊົນບໍ່ຕອບເພິ່ນຢ່າງໃດ ໝົດ.
\s5
\v 22 ແລ້ວເອລີຢາ ກໍກ່າວຕໍ່ໄປວ່າ, “ຂ້າພະເຈົ້າຜູ້ດຽວ ທີ່ເປັນຜູ້ທາໍນວາຍຂອງອົງພຣະຜູ້ເປັນເຈົ້າ ທີ່ຍັງເຫລືອຢູ່, ແຕ່ສ່ວນພວກຜູ້ທາໍນວາຍຂອງພະບາອານນັ້ນ ມີສີ່ຮ້ອຍຫ້າສິບຄົນ.
\v 23 ຈົ່ງເອົາງົວເຖິກສອງໂຕມາ ແລະ ໃຫ້ພວກເຂົາເລືອກເອົາໂຕໜຶ່ງໄປຕັດເປັນຕ່ອນ ແລ້ວເອົາມາວາງໄວ້ເທິງກອງຟືນ ແຕ່ບໍ່ໃຫ້ດັງໄຟໃສ່. ສ່ວນຂ້າພະເຈົ້າກໍຈະເອົາງົວອີກໂຕໜຶ່ງ ໄປຕັດເປັນຕ່ອນ ແລ້ວມາວາງໄວ້ເທິງກອງຟືນ ແຕ່ບໍ່ດັງໄຟໃສ່ຄືກັນ.
\v 24 ແລ້ວຂໍໃຫ້ພວກຜູ້ທາໍນວາຍພະບາອານ ພາວັນນາອະທິຖານ ຫານາມຊື່ພະຂອງພວກເຂົາ. ສ່ວນຂ້າພະເຈົ້າກໍຈະພາວັນນາອະທິຖານ ຫານາມຊື່ອົງພຣະຜູ້ເປັນເຈົ້າ ແລ້ວພຣະຕົນໃດທີ່ຕອບໂດຍສົ່ງໄຟລົງມາກໍແມ່ນພຣະຕົນນັ້ນແຫລະ ເປັນພຣະເຈົ້າ. ” ປະຊາຊົນຈຶ່ງຮ້ອງຂຶ້ນວ່າ, “ສິ່ງທີ່ທ່ານເວົ້ານັ້ນ ເປັນສິ່ງທີ່ດີ.”
\s5
\v 25 ແລ້ວເອລີຢາ ກໍໄດ້ກ່າວຕໍ່ພວກຜູ້ທາໍນວາຍພະບາອານ ວ່າ, “ໃຫ້ພວກທ່ານເລືອກ ເອົາງົວເຖິກໄປຈັດແຈ່ງກ່ອນ, ເພາະພວກທ່ານມີຫລາຍຄົນດ້ວຍກັນ. ຈົ່ງພາວັນນາອະທິຖານຫານາມຊື່ພະຂອງພວກທ່ານ ແຕ່ຢ່າດັງໄຟໃສ່. ”
\v 26 ພວກເຂົາຈຶ່ງເອົາງົວເຖິກທີ່ນາໍມາໃຫ້ພວກຕົນນັ້ນໄປຈັດແຈ່ງ ແລະ ພາວັນນາອະທິຖານ ຫານາມຊື່ພະບາອານ ຈົນເຖິງທ່ຽງ. ພວກເຂົາຮ້ອງຂຶ້ນວ່າ, “ໂອ ພະບາອານເອີຍ ຈົ່ງຕອບພວກຂ້ານ້ອຍ ດ້ວຍ. ” ພວກເຂົາຟ້ອນອ້ອມແທ່ນບູຊາ ທີ່ພວກເຂົາກໍ່ຂຶ້ນນັ້ນ ແຕ່ບໍ່ມີສຽງຕອບໃດ ໆ ເລີຍ.
\s5
\v 27 ພໍເຖິງຕອນທ່ຽງ, ເອລີຢາ ກໍເລີ່ມເຍາະເຍີ້ຍພວກເຂົາວ່າ, “ຮ້ອງໃຫ້ດັງກວ່ານີ້ ແມ ເພິ່ນເປັນພະຕົນໜຶ່ງ ເພິ່ນອາດກາໍລັງຝັນ ຢູ່ ຫລື ກາໍລັງຫຍຸ້ງຢູ່ ກາໍລັງເດີນທາງຢູ່ ຫລື ບາງທີເພິ່ນອາດຍັງນອນຫລັບຢູ່ ພວກທ່ານຈະຕ້ອງປຸກເພິ່ນໃຫ້ລຸກຂຶ້ນ. ”
\v 28 ດັ່ງນັ້ນ ພວກເຂົາຈຶ່ງຮ້ອງສຽງດັງກວ່າເກົ່າ ແລະ ເອົາມີດກັບດາບ ມາປາດໂຕເອງຈົນເລືອດໄຫລ ອອກ ຕາມພິທີທາງສາສະໜາຂອງພວກເຂົາ.
\v 29 ພວກເຂົາໄດ້ເຮັດດັ່ງນີ້ ໄປຈົນເຖິງເວລາຖວາຍບູຊາຕອນແລງ, ແຕ່ບໍ່ມີຄໍາຕອບ ແລະ ບໍ່ມີສຽງໃດ ໆ ເລີຍ.
\s5
\v 30 ແລ້ວເອລີຢາ ກໍບອກປະຊາຊົນວ່າ, “ຫຍັບເຂົ້າມາໃກ້ ໆ ຂ້າພະເຈົ້າພີ້. ” ແລະ ທຸກຄົນກໍເຂົ້າມາອ້ອມເພິ່ນ. ເພິ່ນໄດ້ສ້ອມແປງແທ່ນບູຊາຂອງອົງພຣະຜູ້ເປັນເຈົ້າ ຊຶ່ງຖືກ ທໍາລາຍລົງນັ້ນຂຶ້ນໃໝ່.
\v 31 ເພິ່ນໄດ້ເອົາ ຫິນສິບສອງກ້ອນ ຄື ກ້ອນໜຶ່ງສໍາລັບແຕ່ລະເຜົ່າໃນສິບສອງເຜົ່າ ຕາມຊື່ລູກຊາຍຂອງຢາໂຄບ ຜູ້ທີ່ອົງພຣະຜູ້ເປັນເຈົ້າ ໃສ່ຊື່ໃຫ້ວ່າ ອິດສະຣາເອນ.
\v 32 ເພິ່ນໄດ້ສ້າງແທ່ນບູຊາໃນນາມຂອງອົງພຣະຜູ້ເປັນເຈົ້າ ດ້ວຍກ້ອນຫິນເຫລົ່ານີ້. ເພິ່ນຂຸດຮ່ອງອ້ອມແທ່ນບູຊາ ໃຫ້ໃຫຍ່ພໍດີບັນຈຸນາໍ້ ໄດ້ເກືອບສິບສີ່ລິດ.
\s5
\v 33 ແລ້ວເພິ່ນກໍເອົາຟືນມາລຽນໃສ່ເທິງແທ່ນບູຊາ, ແລ້ວສັ່ງວ່າ, “ຕັດງົວເປັນຕ່ອນ ໆ ແລະ ຢອງໄວ້ເທິງກອງຟືນນັ້ນ. ຈົ່ງຕັກນາໍ້ໃສ່ໄຫໃຫ້ເຕັມທັງສີ່ໜ່ວຍ ແລະ ຖອກລົງເທິງເຄື່ອງບູຊາ ແລະ ເທິງກອງຟືນ. ” ພວກເຂົາກໍເຮັດຕາມ.
\v 34 ແລ້ວເພິ່ນກໍສັ່ງວ່າ, “ຈົ່ງເຮັດຄືເກົ່າອີກຄັ້ງໜຶ່ງ” ແລະ ພວກເຂົາກໍເຮັດຕາມ ອີກ; ເພິ່ນສັ່ງອີກວ່າ, “ຈົ່ງເຮັດຄືເກົ່າອີກ ເທື່ອທີສາມ” ແລະ ພວກເຂົາກໍເຮັດຕາມອີກ.
\v 35 ນາໍ້ໄດ້ໄຫລລົງອ້ອມແທ່ນບູຊາ ຈົນເຕັມຮ່ອງທີ່ຂຸດໄວ້.
\s5
\v 36 ພໍເຖິງຍາມຖວາຍບູຊາຕອນແລງ ຜູ້ທາໍ ນວາຍເອລີຢາ ກໍຍ່າງເຂົ້າໄປໃກ້ແທ່ນບູຊາ ແລະ ພາວັນນາອະທິຖານ ວ່າ, “ຂ້າແດ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າອົງທີ່ອັບຣາຮາມ, ອີຊາກ ແລະ ຢາໂຄບ ນະມັດສະການ; ບັດນີ້ ຂໍພຣະອົງພິສູດໃຫ້ເຫັນວ່າ ພຣະອົງເປັນພຣະເຈົ້າຂອງຊາດອິດສະຣາເອນ ແລະ ຂ້ານ້ອຍເປັນຜູ້ຮັບໃຊ້ຂອງພຣະອົງ ຂ້ານ້ອຍໄດ້ເຮັດສິ່ງເຫລົ່ານີ້ ທັງໝົດຕາມຄໍາສັ່ງຂອງພຣະອົງ.
\v 37 ຂ້າແດ່ ອົງພຣະຜູ້ເປັນເຈົ້າ ຂໍ ພຣະອົງຕອບຂ້ານ້ອຍດ້ວຍ ຂໍພຣະອົງຕອບ ຂ້ານ້ອຍ ເພື່ອປະຊາຊົນເຫລົ່ານີ້ຈະຮູ້ວ່າ ພຣະອົງແມ່ນອົງພຣະຜູ້ເປັນເຈົ້າ ອົງເປັນພຣະເຈົ້າ ແລະ ຮູ້ວ່າພຣະອົງພວມນາໍພວກເຂົາກັບຄືນມາຫາພຣະອົງ. ” [ຢ]
\s5
\v 38 ແລ້ວອົງພຣະຜູ້ເປັນເຈົ້າ ກໍໄດ້ສົ່ງໄຟ ລົງມາໄໝ້ເຄື່ອງບູຊາ, ໄໝ້ຟືນ, ໄໝ້ກ້ອນຫິນ, ເຜົາໄໝ້ດິນ ແລະ ດູດນາໍ້ໃນຮ່ອງຈົນແຫ້ງ.
\v 39 ເມື່ອປະຊາຊົນເຫັນດັ່ງນີ້ ພວກເຂົາຈຶ່ງກົ້ມ ຂາບລົງ ແລະ ຮ້ອງຂຶ້ນວ່າ, “ອົງພຣະຜູ້ເປັນເຈົ້າ ເປັນພຣະເຈົ້າອົງພຣະຜູ້ເປັນເຈົ້າ ອົງດຽວເທົ່ານັ້ນ ເປັນພຣະເຈົ້າ. ”
\v 40 ເອລີຢາ ຈຶ່ງສັ່ງວ່າ, “ຈົ່ງຈັບພວກຜູ້ທາໍນວາຍຂອງພະບາອານ ຢ່າໃຫ້ຜູ້ໃດລອດໜີໄປໄດ້. ” ດັ່ງນັ້ນ ປະຊາຊົນຈຶ່ງຈັບພວກເຂົາທຸກຄົນໄວ້ ແລ້ວເອລີຢາ ກໍໄດ້ນາໍພວກເຂົາລົງໄປໃນຫ້ວຍກີໂຊນ ແລະ ຂ້າພວກເຂົາເສຍ.
\s5
\v 41 ແລ້ວເອລີຢາ ກໍກ່າວຕໍ່ກະສັດອາຮາບ ວ່າ, “ບັດນີ້ ຈົ່ງໄປກິນ ແລະ ດື່ມສາ ຂ້ານ້ອຍໄດ້ຍິນສຽງຝົນມາແລ້ວ. ”
\v 42 ຂະນະທີ່ກະສັດອາຮາບ ຂຶ້ນໄປກິນ ແລະ ດື່ມນັ້ນ ເອລີຢາໄດ້ປີນຂຶ້ນໄປເທິງຍອດພູກາເມນ ຄຸເຂົ່າກົ້ມຂາບລົງດິນ ແລະ ກົ້ມໜ້າລົງຫວ່າງກາງຫົວເຂົ່າ.
\s5
\v 43 ແລ້ວເພິ່ນກໍກ່າວແກ່ຄົນຮັບໃຊ້ຂອງຕົນວ່າ, “ຈົ່ງໄປເບິ່ງທາງທະເລພຸ້ນດູ. ” ຄົນຮັບໃຊ້ ກໍໄປເບິ່ງ ແລະ ກັບມາບອກວ່າ, “ຂ້ານ້ອຍບໍ່ໄດ້ເຫັນຫຍັງໝົດ. ” ເອລີຢາ ສັ່ງໃຫ້ລາວໄປ ເບິ່ງເຈັດເທື່ອ.
\v 44 ໃນເທື່ອທີເຈັດ ຄົນຮັບໃຊ້ໄດ້ກັບມາບອກເພິ່ນ ວ່າ, “ຂ້ານ້ອຍໄດ້ເຫັນກ້ອນເມກນ້ອຍ ໆ ກ້ອນໜຶ່ງສໍ່າຝາມື ຂຶ້ນມາຈາກທະເລ. ” ເອລີຢາ ຈຶ່ງສັ່ງຄົນຮັບໃຊ້ວ່າ, “ຈົ່ງໄປບອກກະສັດອາຮາບ ໃຫ້ເພິ່ນຂຶ້ນຂີ່ລົດມ້າ ແລະ ກັບຄືນເມືອ ກ່ອນຝົນຈະຕົກຮໍາ.”
\s5
\v 45 ຢູ່ມາຄາວໜຶ່ງ ເມກອັນໜາຕຶບກໍປົກຄຸ້ມທ້ອງຟ້າ, ລົມເລີ່ມພັດມາ ແລະ ຝົນຫ່າໃຫຍ່ກໍເລີ່ມຕົກ. ກະສັດອາຮາບ ໄດ້ຂຶ້ນລົດມ້າກັບຄືນໄປຍັງເມືອງຢິດສະເຣນ.
\v 46 ຣິດອໍານາດຂອງອົງພຣະຜູ້ເປັນເຈົ້າ ໄດ້ລົງມາຄວບຄຸມເອລີຢາ ເພິ່ນເອົາເສື້ອມັດແອວໃຫ້ແໜ້ນ ແລະ ແລ່ນແຊງຂຶ້ນໜ້າກະສັດອາຮາບ ມາຕະຫລອດທາງ ຈົນເຖິງເມືອງຢິດສະເຣນ.
\s5
\c 19
\p
\v 1 ກະສັດອາຮາບ ເລົ່າເລື່ອງທັງໝົດທີ່ເອລີຢາ ໄດ້ເຮັດນັ້ນສູ່ນາງເຢເຊເບນ ເມຍຂອງຕົນຟັງ ແລະ ບອກເຖິງເລື່ອງທີ່ເອລີຢາ ໄດ້ຂ້າພວກຜູ້ທາໍນວາຍທັງໝົດພະບາອານຢ່າງໃດ.
\v 2 ດັ່ງນັ້ນ ນາງເຢເຊເບນ ຈຶ່ງໃຊ້ຄົນອອກໄປບອກເອລີຢາ ວ່າ, “ມື້ອື່ນເວລາດຽວກັນນີ້ ຖ້າຂ້ອຍບໍ່ໄດ້ຂ້າເຈົ້າ ດັ່ງທີ່ເຈົ້າໄດ້ຂ້າບັນດາຜູ້ທາໍນວາຍພະບາອານນັ້ນ ກໍຂໍພະ ທັງຫລາຍເຮັດໃຫ້ຂ້ອຍຕາຍ ສາເຖີດ. ”
\v 3 ເອລີຢາ ເກີດຢ້ານກົວຫລາຍ ຈຶ່ງໜີເອົາຊີວິດລອດ ເພິ່ນໄດ້ເອົາຄົນຮັບໃຊ້ຂອງເພິ່ນໄປຍັງເມືອງເບເອນເຊບາ ໃນອານາຈັກຢູດາຍ. ແລ້ວເອລີຢາ ກໍໄດ້ປະຄົນຮັບໃຊ້ຂອງຕົນໄວ້ ຢູ່ໃນເມືອງນີ້.
\s5
\v 4 ສ່ວນເພິ່ນເອງນັ້ນ ຍ່າງໄປຕາມຖິ່ນແຫ້ງແລ້ງກັນດານໝົດມື້. ເພິ່ນຢຸດນັ່ງພັກຢູ່ໃຕ້ຮົ່ມໄມ້ຕົ້ນໜຶ່ງ ແລະ ຄິດຢາກຈະຕາຍ. ເພິ່ນພາວັນນາ ອະທິຖານວ່າ, “ຂ້າແດ່ ອົງພຣະຜູ້ເປັນເຈົ້າ ຂໍໂຜດເອົາຊີວິດຂອງຂ້ານ້ອຍໄປເທີ້ນ ເພາະຂ້ານ້ອຍບໍ່ດີໄປກວ່າປູ່ຍ່າຕາຍາຍຂອງຂ້ານ້ອຍ. ”
\v 5 ເພິ່ນເອນຕົວລົງ ຢູ່ໃຕ້ຕົ້ນໄມ້ນັ້ນ ແລະ ນອນຫລັບໄປ. ໃນທັນໃດມີເທວະດາຕົນໜຶ່ງ ມາຊຸກເພິ່ນ ແລະ ກ່າວວ່າ, “ຈົ່ງລຸກຂຶ້ນ ແລະ ກິນອາຫານສາແມ. ”
\v 6 ເມື່ອເພິ່ນຫລຽວໄປຮອບ ໆ ກໍເຫັນເຂົ້າຈີ່ກ້ອນໜຶ່ງ ແລະ ໄຫນໍ້າຢູ່ໃກ້ກັບຫົວຂອງຕົນ. ເພິ່ນຈຶ່ງກິນ ແລະ ດື່ມແລ້ວນອນລົງອີກ.
\s5
\v 7 ແຕ່ເທວະດາຂອງອົງພຣະຜູ້ເປັນເຈົ້າ ໄດ້ກັບຄືນມາປຸກເພິ່ນອີກ ເປັນຄັ້ງທີສອງ ແລະ ບອກວ່າ, “ຈົ່ງລຸກຂຶ້ນ ແລະ ກິນອາຫານສາ ເພາະການເດີນທາງຄັ້ງນີ້ໜັກໜ່ວງໂພດ ສໍາລັບເຈົ້າ. ”
\v 8 ເອລີຢາ ກໍລຸກຂຶ້ນກິນ ແລະ ດື່ມ; ດ້ວຍອາຫານນັ້ນ ໄດ້ເຮັດໃຫ້ເພິ່ນມີເຫື່ອແຮງຍ່າງໄດ້ສີ່ສິບວັນໄປສູ່ພູເຂົາຊີນາຍ ພູຂອງພຣະເຈົ້າ.
\s5
\v 9 ແລ້ວເພິ່ນກໍເຂົ້າໄປນອນຄ້າງຄືນຢູ່ ໃນຖໍ້າ. ໃນທັນໃດ ອົງພຣະຜູ້ເປັນເຈົ້າກ່າວຕໍ່ເພິ່ນວ່າ, “ເອລີຢາ ເຈົ້າເຮັດຫຍັງຢູ່ທີ່ນີ້? ”
\v 10 ເພິ່ນຕອບວ່າ, “ຂ້າແດ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າອົງຊົງຣິດອໍານາດຍິ່ງໃຫຍ່ ຂ້ານ້ອຍຮັບໃຊ້ພຽງພຣະອົງມາຕະຫລອດ, ແຕ່ປະຊາຊົນອິດສະຣາເອນໄດ້ລະເມີດພັນທະສັນຍາຂອງພຣະອົງ, ໄດ້ທາໍລາຍແທ່ນບູຊາຂອງພຣະອົງ ແລະ ໄດ້ຂ້າຜູ້ທາໍນວາຍທຸກຄົນຂອງພຣະອົງ. ມີແຕ່ຂ້ານ້ອຍຄົນດຽວເຫລືອຢູ່ ແລະ ພວກເຂົາກໍພະຍາຍາມຈະຂ້າຂ້ານ້ອຍເສຍ.”
\s5
\v 11 ພ​ຣະ​ອົງ​ກ່າວ​ຕໍ່​ເພິ່ນ​ວ່າ, "ຈົ່ງ​ອອກ​ໄປ​ຢືນ​ຢູ່​ຕໍ່​ໜ້າ​ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ​ເທິງ​ຈອມ​ພູນີ້ ແລ້ວ​ອົ​ງ​ພ​ຣະ​ຜູ້​ເປັນ​ເຈົ້າ​ກໍ​ພວມ​ຈະ​ກາຍ​ໄປ." ກ່ອນ​ໜ້າ​ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ​ຈະ​ສະ​ເດັດ​ໄປ​ກໍ​ເກີດ​ມີ​ລົມ​ພະ​ຍຸ​ຮ້າຍ ຈົນ​ເຮັດ​ໃຫ້​ພູ​ເຂົາ​ຍະ​ອອກ ແລະ​ເຮັດ​ໃຫ້​ກ້ອນ​ຫິນ​ແຕກ​ເປັນ​ກ້ອນ ໆ, ແຕ່ອ​ົງ​ພ​ຣະ​ຜູ້​ເປັນ​ເຈົ້າ​ບໍ່​ໄດ້​ຢູ່​ໃນ​ລົມ​ນັ້ນ. ຫລ​ັງ​ຈາກນັ້ນ ກໍ​ເກີດ​ແຜ່ນ​ດິນ​ໄຫວ, ແຕ່​ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ​ບໍ່​ໄດ້​ຢູ່​ໃນ​ແຜ່ນ​ດິນ​ໄຫວນີ້.
\v 12 ຫລັງ​ຈາກ​ແຜ່ນ​ດິນ​ໄຫວ​ກໍ​ມີ​ໄຟ, ແຕ່​ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ​ບໍ່​ໄດ້​ຢູ່​ໃນ​ໄຟ​ນີ້. ແລະ​ຫລັງ​ຈາກ​ໄຟ​ກໍ​ມີ​ສຽງ​ກະ​ຊິບ​ເບົາ ໆ ດັງ​ແວວ​ມາ.
\s5
\v 13 ເມື່ອເອລີຢາໄດ້ຍິນສຽງນີ້ ເພິ່ນກໍເອົາເສື້ອຄຸມຂອງເພິ່ນປົກໜ້າໄວ້ ແລະ ອອກໄປຢືນຢູ່ປາກຖໍ້າ. ສຽງນັ້ນກ່າວຕໍ່ເພິ່ນວ່າ, “ເອລີຢາ ເຈົ້າເຮັດຫຍັງຢູ່ທີ່ນີ້? ”
\v 14 ເພິ່ນຕອບວ່າ, “ຂ້າແດ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າອົງຊົງຣິດອໍານາດຍິ່ງໃຫຍ່ ຂ້ານ້ອຍ ຮັບໃຊ້ພຽງແຕ່ພຣະອົງມາໂດຍຕະຫລອດ, ແຕ່ປະຊາຊົນອິດສະຣາເອນໄດ້ລະເມີດພັນທະສັນຍາຂອງພຣະອົງ, ໄດ້ທາໍລາຍແທ່ນບູຊາຂອງພຣະອົງ ແລະ ໄດ້ຂ້າຜູ້ທາໍນວາຍທຸກຄົນຂອງພຣະອົງ. ມີແຕ່ຂ້ານ້ອຍຄົນດຽວເຫລືອຢູ່ ແລະ ພວກເຂົາກໍພະຍາຍາມ ຈະຂ້າຂ້ານ້ອຍເສຍ.”
\s5
\v 15 ແລ້ວອົງພຣະຜູ້ເປັນເຈົ້າ ກໍກ່າວຕໍ່ເພິ່ນວ່າ, “ຈົ່ງກັບຄືນໄປຖິ່ນແຫ້ງແລ້ງກັນດານ ໃກ້ກັບເມືອງດາມັສກັດ ແລ້ວເຂົ້າໄປໃນເມືອງ ແລະ ເອົານໍ້າມັນເຈີມຫົດສົງ ຮາຊາເອນ ໃຫ້ເປັນກະສັດແຫ່ງຊີເຣຍ;
\v 16 ເອົານາໍ້ມັນເຈີມຫົດສົງ ເຢຮູ ລູກຊາຍຂອງນິມຊີ ໃຫ້ເປັນກະສັດແຫ່ງອິດສະຣາເອນ ແລະເອົານາໍ້ມັນເຈີມຫົດສົງ ເອລີຊາ ລູກຊາຍຂອງຊາຟັດ ຊາວອາເບນເມໂຮລາ ໃຫ້ເປັນຜູ້ທາໍນວາຍສືບແທນເຈົ້າ.
\s5
\v 17 ຜູ້ໃດຜູ້ໜຶ່ງທີ່ໜີພົ້ນຈາກຖືກຮາຊາເອນຂ້າ ຈະຖືກເຢຮູຂ້າ ຜູ້ໃດຜູ້ໜຶ່ງທີ່ໜີພົ້ນຈາກຖືກເຢຮູຂ້າ ຈະຖືກເອລີຊາຂ້າ.
\v 18 ແຕ່ຢ່າງໃດກໍຕາມ ເຮົາຈະໃຫ້ມີເຈັດພັນຄົນມີຊີວິດຢູ່ໃນອິດສະຣາເອນ ຄື ພວກທີ່ສັດຊື່ຕໍ່ເຮົາ ແລະບໍ່ໄດ້ຂາບໄຫວ້ພະບາອານ ຫລື ຈູບຮູບເຄົາຣົບຂອງມັນ.
\s5
\v 19 ເອລີຢາ ໄດ້ຈາກໄປ ແລະ ພົບເອລີຊາ ລູກຂອງສາຟາດ ກາໍລັງໄຖນາ; ໄດ້ມີງົວສິບເອັດຄູ່ ຍ່າງອອກກ່ອນລາວ, ແຕ່ລາວເອງໄດ້ ໃຊ້ງົວຄູ່ທີສິບສອງ ໄຖໄປຕາມຫລັງ. ເອລີຢາ ແກ້ເສື້ອຄຸມຂອງຕົນອອກ ແລະ ຫົ່ມໃຫ້ເອລີຊາ.
\v 20 ແລ້ວເອລີຊາ ກໍໄດ້ປະງົວຂອງຕົນ ແລະ ແລ່ນຕາມຫລັງເອລີຢາໄປ ທັງເວົ້າວ່າ, “ຂໍໃຫ້ຂ້ານ້ອຍໄປຈູບສັ່ງລາພໍ່ແມ່ຂອງຂ້ານ້ອຍສາກ່ອນ ແລ້ວຂ້ານ້ອຍກໍຈະໄປ ກັບທ່ານ. ” ເອລີຢາ ຕອບວ່າ, “ບໍ່ເປັນຫຍັງດອກ ຄືນໄປສາ ຂ້ອຍຈະບໍ່ຫ້າມເຈົ້າ. ” [ຣ]
\s5
\v 21 ແລ້ວເອລີຊາ ກໍໄດ້ໄປຂ້າງົວຄູ່ນັ້ນຂອງຕົນ ແລະ ເອົາຊີ້ນເຮັດອາຫານ ໂດຍໃຊ້ໄຖເປັນຟືນດັງໄຟ. ລາວແບ່ງຊີ້ນໃຫ້ຄົນທັງຫລາຍ ແລະ ພວກເຂົາກໍກິນ. ແລ້ວລາວກໍ ຈາກໄປ ແລະ ຕິດຕາມເອລີຢາ ໂດຍເປັນຜູ້ຊ່ວຍຂອງເພິ່ນ.
\s5
\c 20
\p
\v 1 ເຈົ້າເບັນຮາດາດ ກະສັດແຫ່ງຊີເຣຍ ໄດ້ ຮວບຮວມເອົາທະຫານທັງໝົດຂອງເພິ່ນ ແລະ ມີພວກກະສັດສາມສິບສອງຄົນ ມີຄົນອື່ນອີກສະໜັບສະໜູນ ໂດຍໃຫ້ຝູງມ້າ ແລະ ລົດຮົບໄດ້ຍົກທັບຂຶ້ນໄປອ້ອມນະຄອນຊາມາເຣຍໄວ້ ແລະໄດ້ເຂົ້າໂຈມຕີເອົາເມືອງ.
\v 2 ເພິ່ນໄດ້ໃຊ້ພວກຜູ້ນາໍຂ່າວເຂົ້າໄປໃນເມືອງ ເພື່ອພົບກະສັດອາຮາບ ກະສັດແຫ່ງອິດສະຣາເອນ ແລະ ບອກວ່າ, “ກະສັດເບັນຮາດາດ ຮຽກຮ້ອງໃຫ້ທ່ານຍອມຈາໍນົນ
\v 3 ແລະ ມອບເງິນ, ຄໍາ, ພວກເມຍ ແລະ ພວກ ລູກຜູ້ແຂງແຮງທີ່ສຸດຂອງທ່ານໃຫ້ເພິ່ນ.”
\s5
\v 4 ກະສັດອາຮາບ ຕອບວ່າ, “ຈົ່ງໄປບອກ ກະສັດເບັນຮາດາດ ເຈົ້ານາຍຂອງເຮົາວ່າ ເຮົາຕົກລົງ; ໃຫ້ເພິ່ນເອົາຕົວເຮົາ ແລະ ທຸກສິ່ງທີ່ເຮົາມີ ໄປສາ. ”
\v 5 ຕໍ່ມາ ພວກຜູ້ນາໍຂ່າວ ກໍກັບຄືນມາຫາກະສັດອາຮາບ ອີກ ພ້ອມດ້ວຍຄໍາຮຽກຮ້ອງຢ່າງອື່ນ ຈາກກະສັດເບັນຮາດາດ ວ່າ, “ເຮົາໄດ້ໃຊ້ຄົນມາບອກທ່ານ ໃຫ້ມອບເງິນ, ຄໍາ, ພວກເມຍ ແລະ ພວກລູກຂອງທ່ານ ໃຫ້ເຮົາ
\v 6 ເຖິງຢ່າງນັ້ນກໍຕາມ ບັດນີ້ ເຮົາຈະສົ່ງພວກທະຫານຂອງເຮົາເຂົ້າໄປຄົ້ນໃນຣາຊວັງ ແລະ ໃນເຮືອນນາຍທະຫານຂອງທ່ານ ເພື່ອຢຶດເອົາສິ່ງຂອງທຸກ ໆ ຢ່າງ ທີ່ພວກເຂົາ [ລ] ເຫັນວ່າມີຄ່າ. ມື້ອື່ນໃນເວລາດຽວກັນນີ້ ພວກນາຍທະຫານຈະມາໃນຣາຊວັງຂອງທ່ານ.”
\s5
\v 7 ແລ້ວກະສັດອາຮາບ ກໍໄດ້ເອີ້ນພວກຜູ້ນາໍຂອງປະເທດມາ ແລະ ບອກວ່າ, “ພວກທ່ານເຫັນແລ້ວວ່າ ຊາຍຄົນນີ້ຢາກທາໍລາຍ ເຮົາ. ລາວໄດ້ສົ່ງຜູ້ນາໍຂ່າວມາຂໍເອົາບັນດາເມຍ ແລະ ລູກ ໆ ຂອງເຮົາ, ເງິນ ແລະ ຄໍາ ຂອງເຮົາ ແລະ ເຮົາເອງກໍຍອມໃຫ້ແລ້ວ. ”
\v 8 ພວກຜູ້ນາໍກັບປະຊາຊົນຕອບວ່າ, “ຢ່າຟັງຄວາມລາວ ແລະ ຢ່າຍອມແພ້ລາວ.”
\s5
\v 9 ດັ່ງນັ້ນ ກະສັດອາຮາບ ຈຶ່ງຕອບພວກຜູ້ນາໍຂ່າວຂອງກະສັດເບັນຮາດາດ ວ່າ, “ຈົ່ງໄປບອກກະສັດຜູ້ເປັນເຈົ້ານາຍຂອງເຮົາວ່າ ເຮົາເອງຍິນຍອມເຮັດຕາມຄໍາຮຽກຮ້ອງຄັ້ງທີໜຶ່ງ, ແຕ່ເຮົາເຮັດຕາມຄໍາຮຽກຮ້ອງຄັ້ງນີ້ບໍ່ໄດ້. ” ພວກຜູ້ນາໍຂ່າວໄດ້ກັບໄປລາຍງານກະສັດເບັນຮາດາດ ແລ້ວກໍກັບຄືນມາໃໝ່
\v 10 ຈາກນັ້ນ ກະສັດເບັນຮາດາດ ຈຶ່ງໄດ້ສົ່ງຂ່າວ ມາເຖິງກະສັດອາຮາບ ວ່າ, “ເຮົາຈະນາໍທະຫານມາ ໃຫ້ຫລາຍພໍເພື່ອຈັບເອົາກ້ອນຫິນຄົນລະກ້ອນ ແລະ ທາໍລາຍເມືອງຂອງທ່ານ. ຖ້າເຮົາບໍ່ເຮັດຕາມທີ່ໄດ້ເວົ້ານັ້ນ ກໍຂໍພະທັງຫລາຍລົງໂທດເຮົາ ໃຫ້ເຖິງຕາຍ.”
\s5
\v 11 ກະສັດອາຮາບ ຕອບວ່າ, “ຈົ່ງໄປບອກ ກະສັດເບັນຮາດາດ ວ່າ, ທະຫານທີ່ເກັ່ງກ້າແທ້ນັ້ນ ອວດອ້າງຫລັງຈາກແລ້ວເສິກ ບໍ່ແມ່ນ ອວດອ້າງກ່ອນເຮັດເສິກ. ”
\v 12 ກະສັດເບັນຮາດາດ ໄດ້ຮັບຄໍາຕອບຈາກກະສັດອາຮາບ ໃນຕອນທີ່ເພິ່ນກັບໝູ່ເພື່ອນຂອງເພິ່ນ ພ້ອມທັງພວກກະສັດຄົນອື່ນ ໆ ກາໍລັງນັ່ງດື່ມເຫລົ້າໃນຜ້າເຕັນ. ເພິ່ນຈຶ່ງສັ່ງພວກທະຫານໃຫ້ຕຽມຕົວໂຈມຕີເມືອງ ແລະ ພວກເຂົາກໍເຂົ້າປະຈາໍໜ້າທີ່ຢ່າງພຽບພ້ອມ.
\s5
\v 13 ໃນຂະນະດຽວກັນນັ້ນ ກໍມີຜູ້ທາໍນວາຍ ຄົນໜຶ່ງມາຫາກະສັດອາຮາບ ແລະ ບອກເພິ່ນວ່າ, “ອົງພຣະຜູ້ເປັນເຈົ້າບອກວ່າ ຢ່າຢ້ານ ກອງທັບໃຫຍ່ນັ້ນເລີຍ ວັນນີ້ເຮົາຈະໃຫ້ເຈົ້າມີ ໄຊຊະນະເໜືອພວກເຂົາ ແລະ ເຈົ້າຈະຮູ້ວ່າ ເຮົາແມ່ນອົງພຣະຜູ້ເປັນເຈົ້າ. ”
\v 14 ກະສັດອາຮາບ ຖາມວ່າ, “ຜູ້ໃດຈະເປັນຜູ້ເຮັດໃນການໂຈມຕີຄັ້ງນີ້? ” ຜູ້ທໍານວາຍຕອບວ່າ, “ອົງພຣະຜູ້ເປັນເຈົ້າບອກວ່າ ແມ່ນພວກທະຫານໜຸ່ມທີ່ຢູ່ໃຕ້ການບັງຄັບບັນຊາຂອງຜູ້ປົກຄອງທ້ອງຖິ່ນຈະເປັນຜູ້ເຮັດ. ” ກະສັດຖາມວ່າ, “ຜູ້ໃດຈະເປັນຜູ້ບັນຊາການກອງທັບ ໃຫຍ່? ” ຜູ້ທາໍນວາຍຕອບວ່າ, “ທ່ານເອງ. ”
\v 15 ດັ່ງນັ້ນ ກະສັດຈຶ່ງໄດ້ສັ່ງໃຫ້ບັນດາທະຫານໜຸ່ມທຸກຄົນ ທີ່ຢູ່ພາຍໃຕ້ການບັງຄັບບັນຊາຂອງຜູ້ປົກຄອງທ້ອງຖິ່ນມາທັງໝົດ ມີສອງຮ້ອຍສາມສິບສອງຄົນ. ແລ້ວເພິ່ນກໍເອີ້ນ ເອົາພວກທະຫານອິດສະຣາເອນມາຄືກັນ ຮວມທັງໝົດມີເຈັດພັນຄົນ.
\s5
\v 16 ການໂຈມຕີ ໄດ້ເລີ່ມຂຶ້ນໃນຕອນທ່ຽງ ໃນຂະນະທີ່ກະສັດເບັນຮາດາດ ກັບພັນທະມິດຂອງເພິ່ນ ສາມສິບສອງຄົນກາໍລັງດື່ມເຫລົ້າເມົາຢູ່ໃນຜ້າເຕັນ.
\v 17 ພວກ ທະຫານໜຸ່ມໄດ້ມຸ່ງໜ້າເຂົ້າໄປກ່ອນ. ພວກ ສອດແນມທີ່ກະສັດເບັນຮາດາດ ສົ່ງອອກໄປ ໄດ້ກັບຄືນມາລາຍງານເພິ່ນວ່າ, “ໄດ້ມີທະຫານໝວດໜຶ່ງກາໍລັງມາ ແຕ່ເມືອງຊາມາເຣຍ.”
\s5
\v 18 ເພິ່ນສັ່ງວ່າ, “ໃຫ້ພວກເຈົ້າຈັບພວກເຂົາທັງເປັນ ບໍ່ວ່າພວກເຂົາມາສູ້ຮົບ ຫລື ມາເຈລະຈາສັນຕິພາບ ກໍຕາມ. ”
\v 19 ພວກ ທະຫານໜຸ່ມໄດ້ນາໍພາການບຸກໂຈມຕີ ໂດຍມີກອງທັບອິດສະຣາເອນ ຕິດຕາມໄປດ້ວຍ.
\s5
\v 20 ແຕ່ລະຄົນຕ່າງກໍໄດ້ຂ້າຄູ່ຕໍ່ສູ້ຂອງຕົນ. ຝ່າຍພວກຊີເຣຍນັ້ນ ໄດ້ປົບໜີໄປ ແລະ ພວກ ອິດສະຣາເອນກໍໄລ່ຕິດຕາມພວກເຂົາໄປ ຢ່າງບໍ່ລົດລະ ແຕ່ກະສັດເບັນຮາດາດ ໄດ້ຂີ່ມ້າປົບໜີໄປ ໂດຍມີທະຫານມ້າບາງຄົນ ຕິດຕາມໄປນໍາ.
\v 21 ກະສັດອາຮາບ ໄດ້ຍົກທັບອອກໄປ, ຢຶດເອົາ [ວ] ມ້າ ແລະ ລົດຮົບແລະ ຕີຊາວຊີເຣຍ ໃຫ້ພ່າຍແພ້ຢ່າງໜັກ.
\s5
\v 22 ຫຼັງຈາກນັ້ນ ມີຜູ້ທາໍນວາຍຄົນໜຶ່ງໄດ້ໄປຫາກະສັດອາຮາບ ແລະ ບອກວ່າ, “ໃຫ້ທ່ານກັບຄືນເມືອຮວບຮວມ ເອົາກາໍລັງຂອງທ່ານ ແລະ ວາງແຜນຢ່າງລະມັດລະວັງເພາະ ກະສັດຊີເຣຍ ຈະກັບຄືນມາໂຈມຕີອີກ ໃນລະດູໃບໄມ້ປົ່ງໃນປີຕໍ່ໄປ. ”
\v 23 ບັນດາຂ້າຣາຊການຂອງກະສັດເບັນຮາດາດ ໄດ້ເວົ້າກັບເພິ່ນວ່າ, “ບັນດາພະຂອງຊາວອິດສະຣາເອນ ເປັນພຣະເຈົ້າແຫ່ງພູຜາ. ດັ່ງນັ້ນແຫລະ, ຊາວອິດສະຣາເອນຈຶ່ງເອົາຊະນະພວກເຮົາ, ແຕ່ຖ້າພວກເຮົາຕໍ່ສູ້ພວກເຂົາ ໃນທີ່ຮາບພຽງ ພວກເຮົາຈະເອົາຊະນະພວກເຂົາໄດ້ຢ່າງແນ່ນອນ.
\s5
\v 24 ບັດນີ້ ຂໍທ່ານຈົ່ງປົດພວກກະສັດສາມສິບສອງຄົນນີ້ ອອກຈາກຕໍາແໜ່ງຜູ້ບັນຊາການ ແລະ ແຕ່ງຕັ້ງພວກຜູ້ບັນຊາການ ສະໜາມຮົບແທນ.
\v 25 ຈົ່ງລະດົມເອົາທະຫານໃຫ້ຫລາຍເທົ່າກັບຈາໍນວນ ທີ່ໄດ້ໜີໄປຈາກທ່ານ ສ່ວນມ້າ ແລະ ລົດຮົບກໍໃຫ້ມີຈາໍນວນເທົ່າເກົ່າ. ແລ້ວພວກເຮົາກໍຈະສູ້ຮົບພວກອິດສະຣາເອນ ໃນບ່ອນຮາບພຽງ ແລະ ໃນຄັ້ງນີ້ ພວກເຮົາຈະເອົາຊະນະພວກເຂົາໃຫ້ໄດ້. ” ກະສັດເບັນຮາດາດ ໄດ້ຕົກລົງເຮັດ ຕາມຄໍາແນະນາໍຂອງພວກເຂົາ.
\s5
\v 26 ພໍເຖິງລະດູໃບໄມ້ປົ່ງ ເພິ່ນກໍລະດົມເອົາທະຫານຂອງເພິ່ນ ແລະ ຍົກທັບໄປເມືອງ ອາເຟັກ ເພື່ອໂຈມຕີຊາວອິດສະຣາເອນ.
\v 27 ຝ່າຍຊາວອິດສະຣາເອນ ກໍເກນເອົາທະຫານປະກອບອາວຸດໃຫ້ ແລະ ຕຽມເອົາສະບຽງອາຫານ ແລ້ວຍົກທັບອອກໄປຕັ້ງຄ້າຍເປັນສອງໝວດ ປິ່ນໜ້າໃສ່ພວກຊີເຣຍ. ເມື່ອປຽບທຽບພວກອິດສະຣາເອນ ໃສ່ກັບພວກຊີເຣຍ ທີ່ກະຈັດກະຈາຍໄປທົ່ວທົ່ງນາ ແລ້ວ ພວກອິດສະຣາເອນກໍເບິ່ງຄື ຝູງແບ້ນ້ອຍ ໆ ສອງຝູງ.
\s5
\v 28 ມີຜູ້ທາໍນວາຍຄົນໜຶ່ງໄດ້ໄປຫາກະສັດອາຮາບ ແລະ ບອກວ່າ, “ອົງພຣະຜູ້ເປັນເຈົ້າ ບອກໄວ້ດັ່ງນີ້: ‘ເນື່ອງຈາກຊາວຊີເຣຍ ເວົ້າວ່າ ເຮົາເປັນອົງພຣະຜູ້ເປັນເຈົ້າແຫ່ງພູຜາ ແລະ ບໍ່ແມ່ນພຣະເຈົ້າແຫ່ງບ່ອນຮາບພຽງ’ ເຮົາຈະໃຫ້ເຈົ້າມີໄຊຊະນະ ເໜືອກອງທັບໃຫຍ່ຂອງພວກເຂົາ ແລ້ວເຈົ້າແລະປະຊາຊົນຂອງເຈົ້າກໍຈະໄດ້ຮູ້ວ່າ ເຮົາແມ່ນອົງພຣະຜູ້ເປັນເຈົ້າ.”
\s5
\v 29 ພວກຊີເຣຍ ແລະ ພວກອິດສະຣາເອນ ຢູ່ໃນຄ້າຍປິ່ນໜ້າໃສ່ກັນ ເປັນເວລາເຈັດມື້. ໃນມື້ທີເຈັດ ທັງສອງຝ່າຍໄດ້ເລີ່ມຕໍ່ສູ້ກັນ ຊາວອິດສະຣາເອນໄດ້ຂ້າທະຫານລາບ ຊີເຣຍ ເປັນຈາໍນວນໜຶ່ງຮ້ອຍພັນຄົນ.
\v 30 ສ່ວນພວກທີ່ລອດຕາຍນັ້ນ ໄດ້ປົບໜີໄປເມືອງອາເຟັກ, ແຕ່ພວກນີ້ໄດ້ຖືກກາໍແພງເຈື່ອນທັບຕາຍ ຊາວເຈັດພັນຄົນ. ກະສັດເບັນຮາດາດ ໄດ້ປົບໜີໄປໃນເມືອງນັ້ນເຊັ່ນດຽວກັນ ແລະ ເຂົ້າໄປລີ້ຢູ່ທາງຫລັງຫ້ອງ ຂອງເຮືອນຫລັງໜຶ່ງ.
\s5
\v 31 ພວກຂ້າຣາຊການຂອງເພິ່ນໄດ້ເຂົ້າມາ ບອກວ່າ, “ພວກຂ້ານ້ອຍໄດ້ຍິນວ່າ ກະສັດແຫ່ງອິດສະຣາເອນ ມີໃຈເມດຕາ. ດັ່ງນັ້ນ ຈົ່ງໃຫ້ພວກຂ້ານ້ອຍ ເອົາຜ້າກະສອບຮັດແອວ ແລະ ເອົາເຊືອກຄ້ອງຄໍໄປຫາເພິ່ນ ແລະ ບາງທີເພິ່ນຈະໄວ້ຊີວິດຂອງທ່ານກໍໄດ້. ”
\v 32 ດັ່ງນັ້ນ ພວກເຂົາຈຶ່ງເອົາຜ້າກະສອບເຂົ້າ ຮັດແອວແລະເອົາເຊືອກຄ້ອງຄໍໄປຫາກະສັດອາຮາບ ແລະ ກ່າວວ່າ, “ກະສັດເບັນຮາດາດ ຂໍຮ້ອງທ່ານ ໃຫ້ໄວ້ຊີວິດເພິ່ນ. ” ກະສັດອາຮາບ ຕອບວ່າ, “ເພິ່ນຍັງມີຊີວິດຢູ່ບໍ? ດີແລ້ວ ເພິ່ນກໍເປັນດັ່ງນ້ອງຊາຍຄົນໜຶ່ງຂອງເຮົານັ້ນເອງ.”
\s5
\v 33 ພວກຂ້າຣາຊການຂອງກະສັດເບັນຮາດາດ ຄອຍຖ້າຫາໂອກາດຢູ່. ເມື່ອກະສັດ ອາຮາບ ເວົ້າຂຶ້ນວ່າ, “ນ້ອງຊາຍ” ພວກເຂົາຈຶ່ງກ່າວທັນທີວ່າ, “ດັ່ງທີ່ທ່ານເວົ້ານັ້ນແລ້ວ ເບັນຮາດາດ ແມ່ນນ້ອງຊາຍຂອງທ່ານ. ” ກະສັດອາຮາບ ສັ່ງວ່າ, “ຈົ່ງພາລາວມາຫາເຮົາ” ເມື່ອກະສັດເບັນຮາດາດ ມາຮອດແລ້ວ ກະສັດອາຮາບ ກໍເຊີນເພິ່ນຂຶ້ນຂີ່ລົດມ້າໄປນາໍ.
\v 34 ກະສັດເບັນຮາດາດ ກ່າວແກ່ເພິ່ນວ່າ, “ຂ້າພະເຈົ້າຈະເອົາເມືອງທີ່ພໍ່ຂອງຂ້າພະເຈົ້າ ຢຶດເອົາຈາກພໍ່ຂອງທ່ານນັ້ນຄືນໃຫ້ທ່ານ ເພື່ອທ່ານຈະໄດ້ສ້າງສູນການຄ້າຂອງທ່ານໄວ້ ໃນເມືອງດາມັສກັດ ດັ່ງທີ່ພໍ່ຂອງຂ້າພະເຈົ້າໄດ້ສ້າງໄວ້ທີ່ເມືອງຊາມາເຣຍ. ” ກະສັດອາຮາບ ຕອບວ່າ, “ເພາະເງື່ອນໄຂນີ້ ຂ້າພະເຈົ້າຈະປ່ອຍທ່ານໄປ. ” ເພິ່ນເຮັດຂໍ້ຕົກລົງກັບກະສັດເບັນຮາດາດ ແລ້ວກໍປ່ອຍເພິ່ນໄປ.
\s5
\v 35 ຕໍ່ມາ ອົງພຣະຜູ້ເປັນເຈົ້າໄດ້ໃຊ້ລູກຜູ້ທາໍນວາຍຄົນໜຶ່ງ ໄປບອກເພື່ອນຂອງຕົນທີ່ເປັນຜູ້ທາໍນວາຍ ໃນກຸ່ມດຽວກັນວ່າ, “ເຈົ້າຈົ່ງຕົບໜ້າຂອງຂ້ອຍແມ, ” ແຕ່ລາວບໍ່ຍອມເຮັດ.
\v 36 ສະນັ້ນລາວຈຶ່ງບອກວ່າ, “ຍ້ອນເຈົ້າຂັດຂືນຄໍາສັ່ງຂອງອົງພຣະຜູ້ເປັນເຈົ້າ ພໍເຈົ້າຈາກ ຂ້ອຍໄປ ສິງຈະກັດເຈົ້າຈົນຕາຍ. ” ພໍລາວຈາກໄປ ສິງໂຕໜຶ່ງກໍມາກັດລາວຈົນຕາຍ.
\s5
\v 37 ແລ້ວຜູ້ທາໍນວາຍຄົນເກົ່ານີ້ ກໍໄປຫາ ຊາຍຄົນໜຶ່ງອີກ ແລະ ສັ່ງວ່າ, “ຕົບໜ້າຂ້ອຍດູ” ຊາຍຜູ້ນີ້ກໍປະຕິບັດຕາມ; ລາວຕົບໜ້າຜູ້ທາໍນວາຍຄົນນີ້ ບາດໜຶ່ງໝົດແຮງຈົນຜູ້ທາໍນວາຍເຈັບປວດ.
\v 38 ຜູ້ທາໍນວາຍຈຶ່ງເອົາຜ້າພັນໜ້າໄວ້, ປອມຕົວໄປຢືນຢູ່ແຄມຖະໜົນ ແລະ ຄອຍຖ້າໃຫ້ກະສັດອິດສະຣາເອນ ຜ່ານມາ.
\s5
\v 39 ພໍກະສັດອິດສະຣາເອນ ຜ່ານມາ ຜູ້ທາໍນວາຍຄົນນີ້ກໍຮ້ອງໃສ່ເພິ່ນວ່າ, “ຂ້າແດ່ພະຣາຊາ ເມື່ອຂ້ານ້ອຍຕໍ່ສູ້ໃນສະໜາມຮົບ ມີ ທະຫານຄົນໜຶ່ງພາຊະເລີຍ ມາຫາຂ້ານ້ອຍ ແລະ ສັ່ງວ່າ, ‘ຈົ່ງເຝົ້າຮັກສາຊາຍຄົນນີ້; ຖ້າລາວໜີໄປ ເຈົ້າຈະຕ້ອງເອົາຊີວິດຂອງເຈົ້າ ເປັນຄ່າໃຊ້ທົດແທນ ຫລື ເອົາເງິນສົດສາມພັນຫລຽນໃຊ້ແທນ.
\v 40 ແຕ່ຂ້ານ້ອຍຫຍຸ້ງຢູ່ກັບວຽກອື່ນ ໆ ແລະ ຊະເລີຍກໍໜີໄປ. ” ກະສັດຕອບວ່າ, “ເຈົ້າຈະຖືກລົງໂທດ ເພາະ ເຈົ້າກ່າວໂທດໃສ່ເຈົ້າເອງ.”
\s5
\v 41 ແລ້ວຜູ້ທາໍນວາຍ ກໍດຶງຜ້າພັນໜ້າອອກ ທັນໃດນັ້ນກະສັດກໍຈື່ໄດ້ວ່າ ລາວເປັນຜູ້ທາໍນວາຍຄົນໜຶ່ງ.
\v 42 ຜູ້ທາໍນວາຍຈຶ່ງກ່າວຕໍ່ກະສັດ ວ່າ, “ນີ້ຄືຖ້ອຍຄໍາຂອງອົງພຣະຜູ້ເປັນເຈົ້າ: ‘ເພາະເຈົ້າປ່ອຍຄົນທີ່ເຮົາສັ່ງໃຫ້ຂ້າຖິ້ມ ໜີໄປ ເຈົ້າຈະຕ້ອງເອົາຊີວິດຂອງເຈົ້າເອງ ທົດແທນຄືນ ແລະ ກອງທັບຂອງເຈົ້າກໍຈະຖືກທາໍລາຍ ທີ່ເຈົ້າໄດ້ປ່ອຍໃຫ້ກອງທັບຂອງລາວ ໜີໄປ.
\v 43 ສ່ວນກະສັດກໍໄດ້ກັບຄືນສູ່ນະຄອນຊາມາເຣຍ ດ້ວຍຄວາມກັງວົນ ແລະ ເປັນທຸກໃຈ.
\s5
\c 21
\p
\v 1 ນາໂບດ ຊາວຢິດສະເຣນ ມີສວນອະງຸ່ນຕອນໜຶ່ງຢູ່ໃກ້ກັບວັງຂອງກະສັດອາຮາບ ແຫ່ງຊາມາເຣຍ.
\v 2 ມື້ໜຶ່ງກະສັດອາຮາບ ໄດ້ກ່າວຕໍ່ນາໂບດ ວ່າ, “ເອົາສວນອະງຸ່ນຂອງເຈົ້າໃຫ້ເຮົາສາ ເພາະມັນຕິດກັບວັງຂອງເຮົາ ແລະ ເຮົາຈະໃຊ້ດິນຕອນນີ້ເຮັດເປັນສວນຜັກ. ເຮົາຈະເອົາສວນອະງຸ່ນທີ່ດີກວ່ານີ້ ປ່ຽນກັບເຈົ້າ ຫລື ຖ້າເຈົ້າຍິນດີຂາຍ ເຮົາກໍຈະຈ່າຍ ເງິນໃຫ້ເຈົ້າໃນລາຄາທີ່ດີ.”
\s5
\v 3 ແຕ່ນາໂບດ ຕອບວ່າ, “ສວນນີ້ ເປັນມໍຣະດົກຕົກທອດມາຈາກປູ່ຍ່າຕາຍາຍຂອງຂ້ານ້ອຍ. ອົງພຣະຜູ້ເປັນເຈົ້າຫ້າມຂ້ານ້ອຍບໍ່ໃຫ້ຍົກສວນນີ້ແກ່ທ່ານ. ”
\v 4 ກະສັດອາຮາບ ໄດ້ກັບເມືອວັງທັງໂສກເສົ້າ ແລະ ໂກດຮ້າຍ ຍ້ອນຄໍາເວົ້າຂອງນາໂບດ. ເພິ່ນນອນປິ່ນໜ້າເຂົ້າໃສ່ຝາເທິງຕຽງ ທັງບໍ່ຍອມກິນຫຍັງເລີຍ.
\s5
\v 5 ນາງເຢເຊເບນ ເມຍຂອງເພິ່ນຈຶ່ງຖາມວ່າ, “ເປັນຫຍັງອ້າຍຈຶ່ງຫງ່ວມເຫງົາ ແລະ ບໍ່ກິນຫຍັງເລີຍ? ”
\v 6 ເພິ່ນຕອບວ່າ, “ຍ້ອນນາໂບດ ໄດ້ເວົ້າໃຫ້ອ້າຍ. ອ້າຍຂໍຊື້ສວນອະງຸ່ນຈາກລາວ ຫລື ຖ້າລາວຍິນຍອມ ອ້າຍກໍຈະເອົາສວນອະງຸ່ນໃໝ່ປ່ຽນ, ແຕ່ລາວ ຕອບວ່າ, ‘ຂ້ານ້ອຍຈະບໍ່ເອົາສວນອະງຸ່ນຂອງຂ້ານ້ອຍໃຫ້ທ່ານ.
\v 7 ນາງ ເຢເຊເບນ ຕອບວ່າ, “ອ້າຍເປັນກະສັດ ບໍ່ແມ່ນບໍ? ລຸກ ຂຶ້ນຈາກຕຽງດຽວນີ້ ເຮັດໃຫ້ໃຈສະບາຍ ແລະ ກິນເຂົ້າສາ. ນ້ອງຈະເອົາສວນອະງຸ່ນຂອງນາໂບດ ໃຫ້ອ້າຍດອກ.”
\s5
\v 8 ດັ່ງນັ້ນ ນາງຈຶ່ງຂຽນຈົດໝາຍບາງສະບັບ ເຊັນຊື່ຂອງກະສັດອາຮາບ ລົງຕີຕາປະທັບຂອງເພິ່ນໃສ່ ແລ້ວກໍສົ່ງຈົດໝາຍນີ້ ໄປຫາພວກຂ້າຣາຊການ ພ້ອມທັງປະຊາຊົນຊັ້ນຜູ້ນາໍໃນເມືອງຢິດສະເຣນ.
\v 9 ໃນຈົດໝາຍນັ້ນ ມີຖ້ອຍຄໍາວ່າ, “ຈົ່ງປະກາດຖືສິນອົດອາຫານໜຶ່ງວັນ ເອີ້ນປະຊາຊົນໃຫ້ມາໂຮມກັນ ແລະ ໃຫ້ນາໂບດ ນັ່ງຢູ່ເທິງບ່ອນທີ່ມີກຽດ.
\v 10 ເອົານັກເລງສອງຄົນມາຢືນຢູ່ຕໍ່ໜ້າຟ້ອງວ່າ ລາວໄດ້ປ້ອຍດ່າພຣະເຈົ້າ ແລະ ກະສັດ. ແລ້ວເອົາລາວອອກໄປນອກເມືອງ ແລະ ແກວ່ງກ້ອນຫິນໃສ່ລາວໃຫ້ຕາຍ.”
\s5
\v 11 ພວກຂ້າຣາຊການ ແລະ ພວກປະຊາຊົນຊັ້ນຜູ້ນາໍໃນເມືອງຢິດສະເຣນ ກໍໄດ້ປະຕິບັດຕາມຄໍາສັ່ງຂອງນາງເຢເຊເບນ.
\v 12 ພວກເຂົາໄດ້ປະກາດໃຫ້ຖືສິນອົດອາຫານໜຶ່ງວັນ, ເອີ້ນປະຊາຊົນມາໂຮມກັນ ແລະ ໃຫ້ນາໂບດ ນັ່ງຢູ່ເທິງບ່ອນທີ່ມີກຽດ.
\v 13 ນັກເລງສອງຄົນໄດ້ມາຟ້ອງ ທ່າມກາງປະຊາຊົນ ວ່າ, “ນາໂບດ ໄດ້ປ້ອຍດ່າພຣະເຈົ້າ ແລະ ກະສັດ. ” ດັ່ງນັ້ນ ພວກເຂົາຈຶ່ງນາໍລາວອອກໄປນອກເມືອງ ແລະ ແກວ່ງກ້ອນຫິນໃສ່ລາວ ໃຫ້ຕາຍ.
\v 14 ຕໍ່ມາ ພວກເຂົາກໍສົ່ງຂ່າວໄປ ບອກນາງເຢເຊເບນ ວ່າ, “ນາໂບດ ຖືກຂ້າແລ້ວ.”
\s5
\v 15 ພໍນາງເຢເຊເບນ ໄດ້ຮັບຂ່າວ ນາງຈຶ່ງບອກກະສັດອາຮາບ ວ່າ, “ນາໂບດ ຕາຍແລ້ວ. ສະນັ້ນ ຈົ່ງໄປຢຶດສວນອະງຸ່ນ ທີ່ນາໂບດບໍ່ຍອມຂາຍໃຫ້ອ້າຍນັ້ນ ເປັນກໍາມະສິດສາ. ”
\v 16 ກະສັດອາຮາບ ກໍໄປຢຶດສວນອະງຸ່ນ ເປັນກາໍມະສິດຂອງຕົນທັນທີ.
\s5
\v 17 ແລ້ວອົງພຣະຜູ້ເປັນເຈົ້າ ກໍໄດ້ກ່າວແກ່ ຜູ້ທາໍນວາຍເອລີຢາ ໄທເມືອງຕີຊະເບ ວ່າ,
\v 18 “ຈົ່ງໄປຫາກະສັດອາຮາບ ທີ່ນະຄອນຊາມາເຣຍ. ເຈົ້າຈະພົບລາວຢູ່ໃນສວນອະງຸ່ນຂອງນາໂບດ ຊຶ່ງລາວກາໍລັງຈະຢຶດເປັນກໍາມະສິດ.
\s5
\v 19 ຈົ່ງບອກລາວວ່າ, ອັນນີ້ແມ່ນຖ້ອຍຄໍາ ຂອງອົງພຣະຜູ້ເປັນເຈົ້າ ກ່າວ: ‘ຫລັງຈາກ ຂ້າຊາຍຜູ້ນີ້ແລ້ວ ເຈົ້າຍັງຈະຢຶດຊັບສິນຂອງລາວ ອີກຊັ້ນບໍ? ອົງພຣະຜູ້ເປັນເຈົ້າຍັງກ່າວອີກວ່າ, ‘ຝູງໝາໄດ້ເລຍເລືອດຂອງນາໂບດ ຢູ່ບ່ອນໃດ ຝູງໝາກໍຈະເລຍເລືອດຂອງເຈົ້າຢູ່ ບ່ອນນັ້ນ ເຊັ່ນດຽວກັນ.
\v 20 ເມື່ອກະສັດອາຮາບ ເຫັນເອລີຢາ ເພິ່ນກໍເວົ້າວ່າ, “ເຈົ້າໄລ່ ທັນເຮົາແລ້ວຊັ້ນບໍ ສັດຕູຂອງເຮົາເອີຍ? ” ເອລີຢາ ຕອບວ່າ, “ແມ່ນແລ້ວ ທ່ານໄດ້ອຸທິດຕົວຢ່າງໝົດສິ້ນກະທາໍໃນສິ່ງທີ່ຜິດຕໍ່ສາຍຕາ ຂອງອົງພຣະຜູ້ເປັນເຈົ້າ.
\s5
\v 21 ສະນັ້ນ ອົງພຣະຜູ້ເປັນເຈົ້າຈຶ່ງກ່າວຕໍ່ທ່ານ ວ່າ, ‘ເຮົາຈະນາໍເອົາຄວາມຈິບຫາຍມາສູ່ເຈົ້າ ເຮົາຈະທາໍລາຍເຈົ້າໃຫ້ພິນາດໄປ ແລະ ຂ້າຜູ້ຊາຍທຸກຄົນໃນຄອບຄົວຂອງເຈົ້າ ບໍ່ວ່າເປັນທາດຮັບໃຊ້ ຫລື ເປັນອິດສະຫລະຢູ່ໃນອິດສະຣາເອນ ກໍຕາມ.
\v 22 ເຮົາຈະ ເຮັດໃຫ້ຄອບຄົວຂອງເຈົ້າ ຈະເປັນດັ່ງຄອບຄົວຂອງເຢໂຣໂບອາມ ລູກຊາຍຂອງເນບັດ ແລະ ດັ່ງຄອບຄົວຂອງບາອາຊາ ລູກຊາຍຂອງອາຮີຢາ, ເພາະເຈົ້າໄດ້ຍົວະເຍົ້າ ເຮົາໃຫ້ໂກດຮ້າຍ ໂດຍນໍາພາພວກອິດສະຣາ ເອນ ເຮັດບາບ.
\s5
\v 23 ແລະ ກ່ຽວກັບນາງເຢເຊເບນ ນັ້ນ ອົງພຣະຜູ້​ເປັນເຈົ້າ ກ່າວວ່າ, ‘ຝູງໝາຈະກັດກິນ ຮ່າງກາຍຂອງນາງໃນເມືອງຢິດສະເຣນ.
\v 24 ຍາດຕິພີ່ນ້ອງຄົນໃດຂອງເຈົ້າ ທີ່ຕາຍໃນເມືອງ ກໍຈະຖືກໝາກັດກິນ ແລະ ຄົນໃດທີ່ຕາຍນອກເມືອງ ກໍຈະຖືກແຮ້ງເຈາະກິນ.”
\s5
\v 25 ບໍ່ເຄີຍມີຜູ້ໃດ ທີ່ອຸທິດຕົວເອງຢ່າງໝົດສິ້ນ ເຮັດໃນສິ່ງທີ່ຜິດຕໍ່ສາຍຕາຂອງອົງພຣະຜູ້ເປັນເຈົ້າ ດັ່ງກະສັດອາຮາບ. ທຸກສິ່ງທີ່ເພິ່ນໄດ້ເຮັດນັ້ນ ກໍເພາະນາງເຢເຊເບນ ເມຍຂອງເພິ່ນເປັນຜູ້ຍຸແຍ່ໃຫ້ເຮັດ.
\v 26 ເພິ່ນເຮັດບາບຢ່າງໜ້າລະອາຍທີ່ສຸດ ໂດຍຂາບໄຫວ້ຮູບເຄົາຣົບ ດັ່ງຊາວອາໂມ. ພວກນີ້ແມ່ນພວກທີ່ອົງພຣະຜູ້ເປັນເຈົ້າ ໄດ້ຂັບໄລ່ໃຫ້ອອກ ໜີໄປ ເມື່ອພວກອິດສະຣາເອນໄດ້ບຸກໜ້າເຂົ້າມາ.
\s5
\v 27 ເມື່ອເອລີຢາເວົ້າຈົບ ກະສັດອາຮາບກໍຈີກເສື້ອຂອງຕົນແກ້ອອກ ແລະ ນຸ່ງຜ້າກະສອບເຂົ້າ. ເພິ່ນບໍ່ຍອມກິນຫຍັງ ແລະ ນອນຢູ່ແຕ່ໃນຜ້າກະສອບເຂົ້າ ທັງໂສກເສົ້າ ແລະ ເປັນທຸກໃຈ.
\v 28 ແລ້ວອົງພຣະຜູ້ເປັນເຈົ້າ ກໍໄດ້ກ່າວແກ່ເອລີຢາ ວ່າ,
\v 29 “ເຈົ້າເຫັນແລ້ວບໍ່ແມ່ນບໍ ວ່າ ອາຮາບໄດ້ຖ່ອມຕົວຕໍ່ ໜ້າເຮົາຢ່າງໃດ? ຍ້ອນລາວໄດ້ຖ່ອມຕົວຢ່າງນີ້ ເຮົາຈະບໍ່ນາໍເອົາຄວາມພິນາດ ມາສູ່ລາວໃນຕະຫລອດຊົ່ວຊີວິດຂອງລາວ; ແຕ່ເຮົາຈະ ນາໍເອົາຄວາມພິນາດມາສູ່ຄອບຄົວຂອງອາຮາບ ໃນສະໄໝລູກຊາຍຂອງລາວ.”
\s5
\c 22
\p
\v 1 ຄວາມສະຫງົບສຸກ ໄດ້ເກີດຂຶ້ນ ລະຫວ່າງອິດສະຣາເອນ ແລະ ຊີເຣຍ ເປັນເວລາສາມປີ.
\v 2 ຕໍ່ມາ ໃນປີທີສາມ ເຈົ້າເຢໂຮຊາຟັດ ກະສັດແຫ່ງຢູດາຍ ໄດ້ໄປຢ້ຽມຢາມກະສັດອາຮາບ ກະສັດແຫ່ງອິດສະຣາເອນ.
\s5
\v 3 ກະສັດອາຮາບ ໄດ້ຖາມຂ້າຣາຊການ ຂອງເພິ່ນວ່າ, “ເປັນຫຍັງ ພວກເຮົາຈຶ່ງບໍ່ເຮັດສິ່ງໃດສິ່ງໜຶ່ງ ເພື່ອເອົາເມືອງຣາໂມດ ໃນກີເລອາດ ຄືນມາຈາກກະສັດແຫ່ງຊີເຣຍ? ເພາະມັນເປັນເມືອງຂອງພວກເຮົາ. ”
\v 4 ແລ້ວກະສັດອາຮາບ ກໍໄດ້ຖາມກະສັດເຢໂຮຊາຟັດ ວ່າ, “ທ່ານຈະໄປຕີເອົາເມືອງ ຣາໂມດ ກັບຂ້າພະເຈົ້າບໍ່? ” ກະສັດເຢໂຮຊາຟັດ ຕອບວ່າ, “ຂ້າພະເຈົ້າພ້ອມ ສະເໝີ ເມື່ອທ່ານພ້ອມ. ປະຊາຊົນຂອງຂ້າພະເຈົ້າ ກໍຄືປະຊາຊົນຂອງທ່ານ ແລະ ມ້າຂອງຂ້າພະເຈົ້າ ກໍຄືມ້າຂອງທ່ານ.
\s5
\v 5 ແຕ່ໃຫ້ປຶກສາອົງພຣະຜູ້ເປັນເຈົ້າກ່ອນ. ”
\v 6 ດັ່ງນັ້ນ ກະສັດອາຮາບ ຈຶ່ງເອີ້ນບັນດາ ຜູ້ທາໍນວາຍທັງໝົດມາ ປະມານສີ່ຮ້ອຍຄົນ ແລະ ຖາມພວກເຂົາວ່າ, “ຂ້າພະເຈົ້າຄວນຈະ ໄປໂຈມຕີເອົາເມືອງຣາໂມດ ຫລືບໍ່? ” ພວກເຂົາຕອບວ່າ, “ໂຈມຕີໂລດ ພຣະເຈົ້າຢາເວ ຈະໃຫ້ທ່ານໄຊຊະນະ.”
\s5
\v 7 ແຕ່ກະສັດເຢໂຮຊາຟັດ ຖາມວ່າ, “ບໍ່ມີຜູ້ ທາໍນວາຍຄົນອື່ນອີກບໍ ທີ່ພວກເຮົາຈະປຶກສາ ອົງພຣະຜູ້ເປັນເຈົ້າໄດ້. ”
\v 8 ກະສັດອາຮາບ ຕອບວ່າ, “ຍັງມີຢູ່ອີກຄົນໜຶ່ງຊື່ວ່າ ມີກາອີຢາ ລູກຊາຍຂອງອິມລາ, ແຕ່ຂ້າພະເຈົ້າກຽດຊັງລາວ ເພາະລາວບໍ່ເຄີຍທາໍນວາຍເລື່ອງດີ ກ່ຽວກັບຂ້າພະເຈົ້າເລີຍ; ລາວທາໍນວາຍແຕ່ເລື່ອງບໍ່ດີທັງນັ້ນ. ” ກະສັດເຢໂຮຊາຟັດ ຕອບຄືນວ່າ, “ທ່ານບໍ່ຄວນເວົ້າຢ່າງນັ້ນ. ”
\v 9 ດັ່ງນັ້ນ ກະສັດອາຮາບ ຈຶ່ງເອີ້ນເອົາເຈົ້າໜ້າທີ່ ປະຈາໍວັງມາ ແລະ ບອກໃຫ້ລາວໄປນາໍເອົາ ມີກາອີຢາ ເຂົ້າມາພົບໃນທັນທີ.
\s5
\v 10 ທັງສອງນຸ່ງເຄື່ອງກະສັດ ແລະ ນັ່ງຢູ່ເທິງບັນລັງຂອງພວກຕົນ ທີ່ລານຟາດເຂົ້າ ນອກປະຕູນະຄອນຊາມາເຣຍ ແລະ ຜູ້ທາໍນວາຍທັງຫລາຍກໍກາໍລັງທາໍນວາຍ ຕໍ່ໜ້າເພິ່ນຢູ່ທີ່ນັ້ນ.
\v 11 ຄົນໜຶ່ງໃນພວກເຂົາ ຊື່ວ່າ ເຊເດກີຢາ ລູກຊາຍຂອງເຄນາອານາ ໄດ້ເອົາເຫລັກເຮັດເປັນເຂົາ ແລະ ບອກກະສັດອາຮາບ ວ່າ, “ອັນນີ້ແມ່ນ ສິ່ງທີ່ອົງພຣະຜູ້ເປັນເຈົ້າໄດ້ກ່າວ ດ້ວຍສິ່ງເຫລົ່ານີ້ ເຈົ້າຈະຕໍ່ສູ້ກັບຊາວຊີເຣຍ ແລະ ພວກເຂົາຈະພ່າຍແພ້ຢ່າງສິ້ນເຊີງ. ”
\v 12 ພວກຜູ້ທາໍນວາຍຄົນອື່ນ ໆ ກໍເວົ້າຢ່າງດຽວກັນ. ພວກເຂົາເວົ້າວ່າ, “ຈົ່ງຍົກທັບໄປໂຈມຕີເມືອງຣາໂມດ ແລະ ທ່ານກໍຈະຊະນະ. ອົງພຣະຜູ້ເປັນເຈົ້າຈະໃຫ້ທ່ານ ໄດ້ໄຊຊະນະ.”
\s5
\v 13 ຂະນະດຽວກັນ ເຈົ້າໜ້າທີ່ຜູ້ໄປນາໍ ມີກາອີຢາ ມານັ້ນ ກໍໄດ້ກ່າວຕໍ່ລາວວ່າ, “ຜູ້ທາໍນວາຍຄົນອື່ນ ໆ ໄດ້ທໍານວາຍເຖິງຄວາມ ສໍາເລັດໃຫ້ກະສັດ ເຈົ້າກໍຄວນເຮັດແບບດຽວກັນ. ”
\v 14 ແຕ່ ມີກາອີຢາ ຕອບວ່າ, “ໂດຍອົງພຣະຜູ້ເປັນເຈົ້າ ອົງມີຊີວິດຢູ່, ຂ້າພະເຈົ້າຈະຂໍເວົ້າ ແຕ່ຖ້ອຍຄໍາທີ່ພຣະອົງໄດ້ບອກໃຫ້ຂ້າພະເຈົ້າເວົ້າ ເທົ່ານັ້ນ. ”
\v 15 ເມື່ອມີກາອີຢາ ເຂົ້າມາປາກົດຕົວຕໍ່ໜ້າກະສັດ ອາຮາບ ແລ້ວກະສັດຈຶ່ງຖາມວ່າ, “ມີກາອີຢາ ກະສັດເຢໂຮຊາຟັດ ແລະ ເຮົາຄວນອອກໄປໂຈມຕີເມືອງຣາໂມດ ຫລືບໍ່? ” ມີກາອີຢາ ຕອບວ່າ, “ໂຈມຕີໂລດ ແນ່ນອນທ່ານຈະຕີເອົາໄດ້. ອົງພຣະຜູ້ເປັນເຈົ້າຈະໃຫ້ທ່ານໄດ້ໄຊຊະນະ.”
\s5
\v 16 ແຕ່ກະສັດອາຮາບ ຕອບຄືນວ່າ, “ເມື່ອ ເວົ້າກັບເຮົາ ໃນນາມຂອງອົງພຣະຜູ້ເປັນເຈົ້າ ຈົ່ງເວົ້າຄວາມຈິງແມ ເຮົາໄດ້ບອກເຈົ້າຈັກເທື່ອແລ້ວ. ”
\v 17 ມີກາອີຢາ ຕອບວ່າ, “ຂ້ານ້ອຍໄດ້ເຫັນກອງທັບອິດສະຣາເອນ ຖືກກະຈັດກະຈາຍໄປທົ່ວທັງພູດອຍ ດັ່ງຝູງແກະ ທີ່ບໍ່ມີຜູ້ລ້ຽງ. ຝ່າຍອົງພຣະຜູ້ເປັນເຈົ້າ ກໍໄດ້ກ່າວວ່າ, ‘ຄົນເຫລົ່ານີ້ ບໍ່ມີຜູ້ນາໍ; ຈົ່ງໃຫ້ພວກເຂົາກັບຄືນເມືອເຮືອນ ຢ່າງສັນຕິສຸກເຖີດ.' ”
\s5
\v 18 ແລ້ວກະສັດອາຮາບ ກໍເວົ້າແກ່ກະສັດເ ຢໂຮຊາຟັດ ວ່າ, “ຂ້າພະເຈົ້າໄດ້ບອກທ່ານ ແລ້ວວ່າ ລາວບໍ່ເຄີຍທໍານວາຍເລື່ອງດີກ່ຽວກັບຂ້າພະເຈົ້າເລີຍ ລາວທາໍນວາຍແຕ່ ເລື່ອງທີ່ບໍ່ດີທັງນັ້ນ. ”
\v 19 ມີກາອີຢາ ກ່າວຕໍ່ ໄປວ່າ, “ຈົ່ງຟັງສິ່ງທີ່ອົງພຣະຜູ້ເປັນເຈົ້າກ່າວ ໃນບັດນີ້ ຂ້ານ້ອຍໄດ້ເຫັນອົງພຣະຜູ້ເປັນເຈົ້າ ນັ່ງຢູ່ເທິງບັນລັງຂອງພຣະອົງໃນສະຫວັນ ແລະ ເທວະດາທັງໝົດກໍກາໍລັງຢືນຢູ່ອ້ອມຂ້າງພຣະອົງ.
\v 20 ອົງພຣະຜູ້ເປັນເຈົ້າຖາມ ວ່າ, ‘ຜູ້ໃດຈະຫລອກລວງ ອາຮາບ ໃຫ້ໄປຖືກຂ້າທີ່ເມືອງຣາໂມດ? ເທວະດາບາງຕົນເວົ້າ ຢ່າງໜຶ່ງ ແລະ ອີກບາງຕົນເວົ້າອີກຢ່າງໜຶ່ງ
\s5
\v 21 ຈົນກວ່າໄດ້ມີວິນຍານດວງໜຶ່ງ ກ້າວອອກໄປທາງໜ້າ ຫຍັບເຂົ້າໃກ້ອົງພຣະຜູ້ເປັນເຈົ້າ ແລະ ເວົ້າວ່າ, ‘ຂ້ານ້ອຍຈະຫລອກລວງລາວເອງ.
\v 22 ອົງພຣະຜູ້ເປັນເຈົ້າຖາມວ່າ, ‘ດ້ວຍວິທີໃດ? ວິນຍານດວງນັ້ນ ໄດ້ຕອບຄືນວ່າ, ‘ຂ້ານ້ອຍຈະໄປເຮັດໃຫ້ພວກຜູ້ທາໍນວາຍ ເວົ້າຕົວະ. ອົງພຣະຜູ້ເປັນເຈົ້າ ຈຶ່ງກ່າວວ່າ, ‘ຈົ່ງໄປຫລອກລວງລາວສາ ເຈົ້າຈະສໍາເລັດ.
\v 23 ແລ້ວມີກາອີຢາ ກໍເວົ້າມ້ວນທ້າຍວ່າ, “ເຫດການກໍເປັນຢ່າງນີ້ແຫລະ ອົງພຣະຜູ້ເປັນເຈົ້າ ໄດ້ເຮັດໃຫ້ພວກຜູ້ທາໍນວາຍເຫລົ່ານັ້ນ ເວົ້າຕົວະຕໍ່ທ່ານ. ແຕ່ພຣະອົງເອງໄດ້ປະກາດວ່າ, ‘ທ່ານຈະປະສົບກັບໄພພິບັດ.
\s5
\v 24 ແລ້ວຜູ້ທາໍນວາຍ ເຊເດກີຢາ ກໍອອກໄປຫາ ມີກາອີຢາ ທັງຕົບໜ້າເພິ່ນ ແລະ ຖາມ ວ່າ, “ພຣະວິນຍານຂອງອົງພຣະຜູ້ເປັນເຈົ້າ ອອກຈາກຂ້ອຍໄປຫາເຈົ້າເມື່ອໃດ? ”
\v 25 ມີກາອີຢາ ຕອບວ່າ, “ເຈົ້າຈະຮູ້ເອງ ເມື່ອເຈົ້າໄປລີ້ຢູ່ໃນຫ້ອງທາງຫລັງສຸດຂອງເຮືອນເຈົ້ານັ້ນ.”
\s5
\v 26 ແລ້ວກະສັດອາຮາບ ກໍສັ່ງໃຫ້ເຈົ້າໜ້າທີ່ຜູ້ໜຶ່ງຂອງຕົນວ່າ, “ໃຫ້ຈັບມີກາອີຢາ ໄປຫາອາໂມນ ຜູ້ປົກຄອງເມືອງ ແລະ ນາໍລາວໄປຫາເຈົ້າຊາຍໂຢອາດ.
\v 27 ບອກ ພວກເຂົາໃຫ້ໂຍນລາວໃສ່ຄຸກໄວ້ ໃຫ້ລາວກິນແຕ່ເຂົ້າກັບນາໍ້ໜ້ອຍລົງ ຈົນກວ່າເຮົາຈະກັບມາຢ່າງປອດໄພ. ”
\v 28 ມີກາອີຢາ ຮ້ອງຂຶ້ນວ່າ, “ຖ້າທ່ານກັບຄືນມາຢ່າງປອດໄພ ກໍໝາຍຄວາມວ່າ ອົງພຣະຜູ້ເປັນເຈົ້າບໍ່ໄດ້ເວົ້າຜ່ານ ທາງຂ້ານ້ອຍ” ແລະ ລາວເວົ້າຕື່ມວ່າ, “ທຸກ ໆ ຄົນຈົ່ງຟັງສິ່ງທີ່ຂ້າພະເຈົ້າ ໄດ້ເວົ້າມານີ້ເຖີດ.”
\s5
\v 29 ແລ້ວກະສັດອາຮາບ ແຫ່ງອິດສະຣາເອນ ແລະ ກະສັດເຢໂຮຊາຟັດ ແຫ່ງຢູດາຍ ກໍໄດ້ຍົກທັບໄປໂຈມຕີເມືອງຣາໂມດ ໃນກີເລອາດ.
\v 30 ກະສັດອາຮາບ ກ່າວແກ່ກະສັດເຢໂຮຊາຟັດ ວ່າ, “ເມື່ອພວກເຮົາເຂົ້າສູ້ຮົບ ຂ້າພະເຈົ້າຈະປອມຕົວ ແຕ່ໃຫ້ທ່ານນຸ່ງເຄື່ອງກະສັດ. ” ດັ່ງນັ້ນ ກະສັດແຫ່ງ ອິດສະຣາເອນ ຈຶ່ງໄດ້ປອມຕົວເຂົ້າສູ້ຮົບ.
\s5
\v 31 ກະສັດແຫ່ງຊີເຣຍ ໄດ້ສັ່ງຜູ້ບັນຊາການ ລົດຮົບ ສາມສິບສອງຄົນ ບໍ່ໃຫ້ໂຈມຕີຜູ້ໃດ ນອກຈາກກະສັດແຫ່ງອິດສະຣາເອນ ແຕ່ເທົ່ານັ້ນ.
\v 32 ດັ່ງນັ້ນ ເມື່ອພວກເຂົາໄດ້ເຫັນກະສັດເຢໂຮຊາຟັດ ພວກເຂົາທັງໝົດກໍຄິດວ່າ ແມ່ນກະສັດແຫ່ງອິດສະຣາເອນ ຈຶ່ງຫັນມາໂຈມຕີເພິ່ນ. ແຕ່ເພິ່ນໄດ້ຮ້ອງຂຶ້ນ
\v 33 ຜູ້ ບັນຊາການລົດຮົບ ຈຶ່ງຮູ້ວ່າເພິ່ນບໍ່ແມ່ນກະສັດແຫ່ງອິດສະຣາເອນ ພວກເຂົາຈຶ່ງຢຸດໂຈມຕີ.
\s5
\v 34 ແຕ່ມີທະຫານຊີເຣຍ ຄົນໜຶ່ງຍິງລູກທະນູໄປຖືກກະສັດອາຮາບ ໂດຍບັງເອີນ ແທງເຂົ້າໃສ່ລະຫວ່າງບ່ອນຕໍ່ເສື້ອຫຸ້ມເກາະຂອງເພິ່ນ. ເພິ່ນຈຶ່ງຮ້ອງໃສ່ຜູ້ທີ່ຂັບລົດຮົບວ່າ, “ເຮົາໄດ້ຮັບບາດເຈັບ ຈົ່ງລ້ຽວລົດອອກຈາກສະໜາມຮົບ.”
\s5
\v 35 ໃນຂະນະທີ່ການສູ້ຮົບພວມດຸເດືອດຢູ່ນັ້ນ ກະສັດອາຮາບຍັງຄໍ້າຕົວຢູ່ເທິງລົດຮົບ ປິ່ນໜ້າໄປທາງທະຫານຊີເຣຍ. ເລືອດຈາກບາດແຜຂອງເພິ່ນໄຫລຫລັ່ງລົງົເຕັມຖັງລົດ. ພໍເຖິງຍາມແລງມາ ເພິ່ນກໍສິ້ນໃຈຕາຍ.
\v 36 ເມື່ອໃກ້ຕາເວັນຕົກດິນ ໄດ້ມີຄໍາສັ່ງອອກທົ່ວກອງທັບອິດສະຣາເອນ ວ່າ, “ໃຫ້ທຸກຄົນກັບຄືນເມືອປະເທດ ແລະ ບ້ານເມືອງຂອງຕົນສາ.”
\s5
\v 37 ກະສັດອາຮາບ ໄດ້ຕາຍໄປ. ສົບຂອງເພິ່ນຖືກນາໍໄປຝັງໄວ້ທີ່ນະຄອນຊາມາເຣຍ.
\v 38 ພວກເຂົາລ້າງລົດຮົບຂອງເພິ່ນທີ່ສະນາໍ້ຊາມາເຣຍ ບ່ອນທີ່ຝູງໝາໄດ້ເລຍເລືອດຂອງເພິ່ນ ແລະ ພວກໂສເພນີກໍໄດ້ອາບນໍ້າຢູ່ ທີ່ນັ້ນ. ເຫດການທີ່ໄດ້ເກີດຂຶ້ນນັ້ນ ແມ່ນເປັນ ໄປຕາມທີ່ອົງພຣະຜູ້ເປັນເຈົ້າ ໄດ້ກ່າວໄວ້ທຸກປະການ.
\s5
\v 39 ສິ່ງອື່ນ ໆ ທີ່ກະສັດອາຮາບ ໄດ້ກະທາໍ ພ້ອມທັງເລື່ອງທີ່ເພິ່ນເອ້ຣາຊວັງດ້ວຍງາຊ້າງ ແລະ ຫົວເມືອງຕ່າງ ໆ ທີ່ເພິ່ນໄດ້ສ້າງ ແມ່ນໄດ້ຖືກບັນທຶກໄວ້ໃນປຶ້ມປະຫວັດສາດຂອງບັນດາກະສັດແຫ່ງອິດສະຣາເອນ.
\v 40 ເມື່ອເພິ່ນຕາຍໄປນັ້ນ ອາຮາຊີຢາ ລູກຊາຍຂອງເພິ່ນກໍຂຶ້ນເປັນກະສັດປົກຄອງແທນ.
\s5
\v 41 ໃນຣາຊການປີທີສີ່ຂອງເຈົ້າອາຮາບ ກະສັດແຫ່ງອິດສະຣາເອນ ເຈົ້າເຢໂຮຊາຟັດ ລູກຊາຍຂອງອາຊາ ໄດ້ຂຶ້ນເປັນກະສັດແຫ່ງຢູດາຍ
\v 42 ເມື່ອອາຍຸໄດ້ສາມສິບຫ້າປີ ແລະ ໄດ້ປົກຄອງຢູ່ທີ່ນະຄອນເຢຣູຊາເລັມ ເປັນເວລາຊາວຫ້າປີ. ແມ່ຂອງເພິ່ນຊື່ວ່າ ອາຊຸບາ ລູກສາວຂອງຊິນຮີ.
\s5
\v 43 ເໝືອນກັນກັບກະສັດອາຊາ ພໍ່ຂອງເພິ່ນນັ້ນ ເພິ່ນໄດ້ເຮັດໃນສິ່ງທີ່ຖືກຕ້ອງຕໍ່ສາຍຕາຂອງອົງພຣະຜູ້ເປັນເຈົ້າ, ແຕ່ເພິ່ນບໍ່ໄດ້ທາໍລາຍບ່ອນຂາບໄຫວ້ພະຂອງຄົນຕ່າງຊາດ ແລະ ປະຊາຊົນຍັງສືບຕໍ່ຖວາຍເຄື່ອງ ບູຊາ ແລະ ເຜົາເຄື່ອງຫອມຢູ່ທີ່ນັ້ນ.
\v 44 ກະສັດເຢໂຮຊາຟັດ ໄດ້ເຮັດສັນຍາ ສັນຕິພາບ ກັບ ກະສັດແຫ່ງອິດສະຣາເອນ.
\s5
\v 45 ສິ່ງອື່ນ ໆ ທີ່ກະສັດເຢໂຮຊາຟັດ ໄດ້ກະທາໍພ້ອມທັງວິລະກາໍ ແລະ ບັ້ນຮົບຕ່າງ ໆ ແມ່ນໄດ້ຖືກບັນທຶກໄວ້ໃນປຶ້ມປະຫວັດສາດ ຂອງບັນດາກະສັດແຫ່ງຢູດາຍ.
\v 46 ເພິ່ນໄດ້ກາໍຈັດພວກໂສເພນີ ທັງຊາຍ ແລະ ຍິງ ທີ່ຮັບໃຊ້ຕາມແທ່ນບູຊາຂອງຄົນຕ່າງຊາດ ຊຶ່ງຍັງເຫລືອຢູ່ຕັ້ງແຕ່ສະໄໝຂອງກະສັດອາຊາ ພໍ່ຂອງເພິ່ນນັ້ນ ໃຫ້ໝົດສິ້ນໄປ.
\v 47 ດິນແດນເອໂດມ ບໍ່ມີກະສັດ; ດິນແດນນີ້ໄດ້ປົກຄອງໂດຍຜູ້ສໍາເລັດຣາຊການ ທີ່ກະສັດແຫ່ງຢູດາຍໄດ້ແຕ່ງຕັ້ງຂຶ້ນ.
\s5
\v 48 ກະສັດເຢໂຮຊາຟັດ ໄດ້ສ້າງເຮືອກາໍປັ່ນເດີນທະເລ ເພື່ອຂີ່ໄປຂົນເອົາຄໍາມາແຕ່ປະເທດໂອຟີ, ແຕ່ເຮືອກາໍປັ່ນເຫລົ່ານີ້ໄດ້ແຕກທີ່ເມືອງເອຊີໂອນ ເກເບ ແລະ ແລ່ນຕໍ່ໄປບໍ່ໄດ້.
\v 49 ແລ້ວກະສັດອາຮາຊີຢາ ແຫ່ງອິດສະຣາເອນ ກໍໄດ້ສະເໜີໃຫ້ຄົນຂອງ ເພິ່ນແລ່ນເຮືອ ໄປກັບຄົນຂອງກະສັດເຢໂຮຊາຟັດ ແຕ່ກະສັດເຢໂຮຊາຟັດບໍ່ຮັບ.
\v 50 ກະສັດເຢໂຮຊາຟັດ ໄດ້ຕາຍໄປ ແລະ ຊາກສົບຂອງເພິ່ນໄດ້ຖືກຝັງໄວ້ຢູ່ໃນອຸບມຸງ ແຫ່ງກະສັດທີ່ເມືອງຂອງດາວິດ. ເຈົ້າເຢໂຮອາດ ລູກຊາຍຂອງເພິ່ນໄດ້ຂຶ້ນເປັນກະສັດ ປົກຄອງແທນ.
\s5
\v 51 ໃນຣາຊການປີທີສິບເຈັດຂອງເຈົ້າເຢໂຮຊາຟັດ ກະສັດແຫ່ງຢູດາຍ; ເຈົ້າອາຮາຊີຢາ ລູກຊາຍຂອງກະສັດອາຮາບ ໄດ້ຂຶ້ນເປັນກະສັດແຫ່ງອິດສະຣາເອນ ແລະ ປົກຄອງຢູ່ທີ່ນະຄອນຊາມາເຣຍ ເປັນເວລາສອງປີ.
\v 52 ເພິ່ນໄດ້ເຮັດບາບຕໍ່ສູ້ອົງພຣະຜູ້ເປັນເຈົ້າ ໂດຍປະພຶດຕາມແບບຢ່າງອັນຊົ່ວຊ້າຂອງກະສັດອາຮາບ ພໍ່ຂອງເພິ່ນ, ນາງ ເຢເຊເບນ ແມ່ຂອງເພິ່ນ ແລະ ກະສັດເຢໂຣໂບອາມ ລູກຊາຍຂອງເນບັດ ຜູ້ທີ່ໄດ້ນາໍ ອານາຈັກອິດສະຣາເອນເຮັດບາບ.
\v 53 ເພິ່ນໄດ້ຂາບໄຫວ້ ແລະ ຮັບໃຊ້ພະບາອານ. ເຊັ່ນດຽວກັນກັບຜູ້ເປັນພໍ່ເພິ່ນໄດ້ຍົວະເຍົ້າ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງຊາດອິດສະຣາເອນໃຫ້ໂກດຮ້າຍ.