lo_bible/10-2SA.usfm

1359 lines
286 KiB
Plaintext
Raw Permalink Blame History

This file contains ambiguous Unicode characters

This file contains Unicode characters that might be confused with other characters. If you think that this is intentional, you can safely ignore this warning. Use the Escape button to reveal them.

\id 2SA
\ide UTF-8
\h ພ​ຣະ​ທຳ ຊາ​ມູ​ເອນ​ທີ​ສອງ
\toc1 ພ​ຣະ​ທຳ ຊາ​ມູ​ເອນ​ທີ​ສອງ
\toc2 ພ​ຣະ​ທຳ ຊາ​ມູ​ເອນ​ທີ​ສອງ
\toc3 2sa
\mt ພ​ຣະ​ທຳ ຊາ​ມູ​ເອນ​ທີ​ສອງ
\s5
\c 1
\p
\v 1 ຫລັງຈາກກະສັດໂຊນ ໄດ້ຕາຍໄປແລ້ວ ດາວິດກໍໄດ້ກັບຄືນມາຈາກການຮົບຊະນະ ພວກອາມາເຫລັກ ເພິ່ນໄດ້ຢູ່ໃນເມືອງຊິກ ລັກ ເປັນເວລາສອງວັນ.
\v 2 ໃນວັນທີສາມ ມີຊາຍໜຸ່ມຜູ້ໜຶ່ງມາຈາກຄ້າຍຂອງກະສັດໂຊນ. ລາວຈີກເຄື່ອງນຸ່ງຂອງຕົນ ແລະ ເອົາ ຂີ້ຝຸ່ນດິນໂຮຍຫົວ ເພື່ອສະແດງຄວາມໂສກເສົ້າ ລາວເຂົ້າໄປຫາດາວິດ ແລະ ຂາບລົງດ້ວຍຄວາມນັບຖື.
\s5
\v 3 ດາວິດຈຶ່ງຖາມວ່າ, “ເຈົ້າມາແຕ່ໃສ? ” ລາວຕອບວ່າ, “ຂ້ານ້ອຍໜີມາແຕ່ຄ້າຍຂອງພວກອິດສະຣາເອນ. ”
\v 4 ດາວິດຖາມວ່າ, “ບອກຂ້ອຍມາວ່າມີຫຍັງເກີດຂຶ້ນ? ” ຊາຍໜຸ່ມ ຕອບວ່າ, “ທະຫານຝ່າຍພວກເຮົາໄດ້ແລ່ນ ປົບໜີຈາກສະໜາມຮົບ. ແລະ ຄົນຝ່າຍພວກເຮົາໄດ້ຕາຍຢ່າງຫລວງຫລາຍ. ກະສັດໂຊນ ກັບໂຢນາທານ ລູກຊາຍຂອງເພິ່ນກໍຕາຍດ້ວຍ. ”
\v 5 ດາວິດຖາມລາວວ່າ, “ເຈົ້າຮູ້ໄດ້ຢ່າງໃດ ວ່າກະສັດໂຊນກັບໂຢນາທານ ຕາຍແລ້ວ?”
\s5
\v 6 ລາວຕອບວ່າ, “ບັງເອີນຂ້ານ້ອຍນີ້ຢູ່ທີ່ເທິງພູກິນໂບອາ ແລະ ຂ້ານ້ອຍໄດ້ເຫັນກະສັດໂຊນຢືນຄໍ້າຫອກຂອງຕົນຢູ່ ແລະ ລົດຮົບກັບທະຫານມ້າຂອງສັດຕູ ກໍແລ່ນເຂົ້າມາໃກ້ຕົວເພິ່ນ. ”
\v 7 ເພິ່ນຫລຽວໄປມາເລີຍເຫັນຂ້ານ້ອຍ ຈຶ່ງເອີ້ນໃສ່ຂ້ານ້ອຍ ຂ້ານ້ອຍໄດ້ຕອບເພິ່ນວ່າ, ‘ໂດຍທ່ານເອີຍ.
\s5
\v 8 ເພິ່ນຖາມຂ້ານ້ອຍວ່າ, ‘ເຈົ້າແມ່ນໃຜ? ຂ້ານ້ອຍຕອບເພິ່ນວ່າ, ‘ຂ້ານ້ອຍເປັນຊາວ ອາມາເຫລັກ.
\v 9 ແລ້ວເພິ່ນກໍບອກຂ້ານ້ອຍວ່າ, ‘ຂ້ອຍໄດ້ຮັບບາດເຈັບສາຫັດໃກ້ຈະສິ້ນໃຈຕາຍຢູ່ແລ້ວ ເຈົ້າຈົ່ງຂ້າຂ້ອຍເສຍ.
\v 10 ດັ່ງນັ້ນ ຂ້ານ້ອຍຈຶ່ງຂຶ້ນໄປຂ້າເພິ່ນ ເພາະຮູ້ແລ້ວວ່າ ຖ້າເພິ່ນລົ້ມລົງເມື່ອໃດ ເພິ່ນກໍຕ້ອງສິ້ນໃຈຕາຍເມື່ອນັ້ນໂລດ. ຕໍ່ມາ ຂ້ານ້ອຍຈຶ່ງຖອດເອົາມົງກຸດອອກຈາກຫົວຂອງເພິ່ນ ແລະ ແກ້ເອົາສາຍແຂນຂອງເພິ່ນຊຶ່ງຂ້ານ້ອຍ ໄດ້ນາໍມາໃຫ້ທ່ານເບິ່ງນີ້ແຫລະ.”
\s5
\v 11 ດາວິດຈຶ່ງຈີກເຄື່ອງນຸ່ງຂອງຕົນດ້ວຍຄວາມເສຍໃຈ ແລະ ຄົນທັງຫລາຍຂອງເພິ່ນທຸກຄົນກໍເຮັດຄືກັນ.
\v 12 ພວກເຂົາຮ້ອງໄຫ້ ເສຍໃຈ ແລະ ໄວ້ທຸກ ທັງອົດອາຫານຈົນຮອດຄໍ່າໃຫ້ກະສັດໂຊນ ແລະ ໂຢນາທານ ລູກຊາຍຂອງເພິ່ນ ແລະ ກອງທັບຊາວອິດສະຣາເອນປະຊາຊົນຂອງອົງພຣະຜູ້ເປັນເຈົ້າ ເພາະມີຫລາຍຄົນໄດ້ຖືກຂ້າຢູ່ໃນສະໜາມຮົບ.
\v 13 ດາວິດຖາມຊາຍໜຸ່ມທີ່ນາໍຂ່າວມາບອກເພິ່ນນັ້ນວ່າ, “ເຈົ້າມາຈາກໃສ? ” ລາວຕອບວ່າ, “ຂ້ານ້ອຍເປັນຄົນຕ່າງດ້າວ ເປັນຊາວອາມາເຫລັກ ທີ່ອາໄສຢູ່ໃນປະເທດຂອງທ່ານ.”
\s5
\v 14 ດາວິດຖາມລາວ ວ່າ, “ເປັນຫຍັງເຈົ້າຈຶ່ງກ້າຂ້າກະສັດທີ່ອົງພຣະຜູ້ເປັນເຈົ້າໄດ້ຊົງຫົດສົງ? ” [ກ]
\v 15 ແລ້ວດາວິດ ກໍເອີ້ນເອົາ ທະຫານຄົນໜຶ່ງມາ ແລະ ສັ່ງວ່າ, “ຂ້າມັນຖິ້ມເສຍ. ” ທະຫານຄົນນັ້ນຖອດດາບອອກມາ ແລະ ແທງຊາຍອາມາເຫລັກຄົນນີ້ຈົນຕາຍ.
\v 16 ແລ້ວດາວິດກໍກ່າວຕໍ່ຊາຍຄົນນີ້ວ່າ, “ເຈົ້ານາໍໂທດນີ້ມາສູ່ຕົວເຈົ້າເອງ ເມື່ອເຈົ້າສາລະພາບວ່າ ເຈົ້າໄດ້ຂ້າຄົນທີ່ອົງພຣະຜູ້ເປັນເຈົ້າໄດ້ຫົດສົງໃຫ້ເປັນກະສັດ ເຈົ້າກໍໄດ້ລົງໂທດເຈົ້າເອງ ສາແລ້ວ.”
\s5
\v 17 ແລ້ວດາວິດ ກໍຮ້ອງເພງໄວ້ອາໄລໃຫ້ກະສັດໂຊນ ແລະ ໂຢນາທານ ລູກຊາຍຂອງກະສັດໂຊນ
\v 18 ແລະ ເພິ່ນຍັງໄດ້ສັ່ງໃຫ້ສອນເພງນີ້ [ຂ] ໃຫ້ແກ່ປະຊາຊົນຊາວຢູດາ ດ້ວຍ. (ເພງນີ້ໄດ້ບັນທຶກໄວ້ຢູ່ໃນໜັງສືຂອງຢາຊາ.)
\v 19 “ບັນດາຜູ້ນໍາພວກເຮົານັ້ນ ໄດ້ຕາຍຢູ່ເທິງເນີນພູອິດສະຣາເອນ ຜູ້ເກັ່ງກ້າທີ່ສຸດ ໃນທະຫານຂອງພວກເຮົາ ໄດ້ລົ້ມຕາຍໄປເສຍແລ້ວ
\v 20 ຢ່າບອກເລື່ອງນີ້ສູ່ຊາວ ເມືອງກາດ ຟັງ ຫລື ໃນຫົນທາງທີ່ເມືອງອາສະເກໂລນ ດ້ວຍ. ຢ່າເຮັດໃຫ້ພວກຜູ້ຍິງຟີລິດິສະຕິນ ດີໃຈ. ຢ່າໃຫ້ພວກລູກສາວຂອງຄົນທີ່ບໍ່ຮັບພິທີຕັດຊື່ນໃຈຍ້ອນ.
\s5
\v 21 ຂໍຢ່າໃຫ້ຝົນ ຫລື ໝອກຕົກໃສ່ພູກິນໂບອາ ຂໍໃຫ້ທົ່ງໄຮ່ທົ່ງນາແຫ້ງແລ້ງຢູ່ເລື້ອຍ ໆ ເຖີດ ເພາະໂລ້ຂອງຜູ້ເກັ່ງກ້າວາງໄວ້ທີ່ນັ້ນຢ່າງອັບອາຍ; ໂລ້ຂອງໂຊນ ບໍ່ໄດ້ຖືກຜັດຖູ ດ້ວຍນໍ້າມັນອີກແລ້ວ.
\v 22 ຄັນທະນຂອງໂຢນາທານ ນັ້ນຊ່າງໜ້າຮ້າຍກາດ ເຫລືອຫລາຍ ດາບຂອງກະສັດໂຊນ ບໍ່ເມດຕາຜູ້ໃດໃຊ້ແທງສັດຕູຜູ້ເກັ່ງກ້າໃຫ້ຕາຍໄດ້.
\s5
\v 23 ໂຊນ ກັບ ໂຢນາທານ ໜ້າຮັກແພງອີຫລີ ມີຊີວິດຢູ່ນາໍກັນ ແລະ ຕາຍໄປນາໍກັນດ້ວຍ; ທັງສອງວ່ອງໄວແທ້ ໆ ດັ່ງນົກອິນຊີແຂງແຮງ ກວ່າໂຕສິງທັງຝູງພຸ້ນ.
\v 24 ຍິງສາວ ອິດສະຣາເອນເອີຍ ພວກເຈົ້າຈົ່ງໄວ້ທຸກໃຫ້ກະສັດໂຊນ ເດີ ເພາະເພິ່ນໃຫ້ພວກເຈົ້າທັງຫລາຍໄດ້ນຸ່ງເສື້ອລ່າມຍາວ ສີແດງເຂັ້ມ ທັງໃຫ້ປະດັບດ້ວຍເພັດພອຍ ນາ ໆ ຊະນິດ ພ້ອມທັງຄໍາຕິດຕົວຂອງພວກເຈົ້າອີກດ້ວຍ.
\s5
\v 25 ທະຫານທີ່ເກັ່ງກ້າໄດ້ລົ້ມຕາຍແລ້ວນໍ ຕ່າງກໍຖືກຂ້າຢູ່ໃນສະໜາມຮົບ ທັງນັ້ນ. ສ່ວນ ໂຢນາທານ ວິລະຊົນຜູ້ໜຶ່ງກໍລົ້ມຕາຍຢ່າງອົງອາດ ທີ່ເທິງເນີນພູຂອງເພິ່ນ.
\v 26 ຂ້ອຍຮ້ອງໄຫ້ຫາເຈົ້າ ອ້າຍໂຢນາທານ ເອີຍ ເຈົ້າເປັນທີ່ຮັກແພງຂອງຂ້ອຍ ຫລາຍແທ້ ໆ ຄວາມຮັກທີ່ເຈົ້າມີແກ່ຂ້ອຍຊ່າງປະເສີດ ຫລາຍເໜືອກວ່າຄວາມຮັກໃດ ໆ ທີ່ມີຕໍ່ຜູ້ຍິງເສຍອີກ.
\v 27 ທະຫານທີ່ເກັ່ງກ້າໄດ້ລົ້ມຕາຍແລ້ວນໍ ອາວຸດສົງຄາມກໍໃຊ້ການບໍ່ໄດ້ອີກແລ້ວ.”
\s5
\c 2
\p
\v 1 ຫລັງຈາກນັ້ນ​ແລ້ວ ດາວິດກໍຖາມອົງພຣະຜູ້ເປັນເຈົ້າ ວ່າ, “ຂ້ານ້ອຍຄວນໄປຢຶດເອົາເມືອງໜຶ່ງໃນຢູດາຍ ຫລືບໍ່? ” ອົງພຣະຜູ້ເປັນເຈົ້າ ຕອບເພິ່ນວ່າ, “ໄປຢຶດເອົາ. ” ດາວິດຖາມວ່າ, “ເມືອງໃດ? ” ອົງພຣະຜູ້ເປັນເຈົ້າ ກ່າວວ່າ, “ເມືອງເຮັບໂຣນ. ”
\v 2 ດັ່ງນັ້ນ ດາວິດຈຶ່ງໄປຍັງເມືອງເຮັບໂຣນ ພ້ອມເມຍທັງສອງຂອງຕົນ ຄື ອາຮີໂນອາມ ຊາວຢິດສະເຣນ ແລະ ອາບີກາຍ ເມຍໝ້າຍສາວຂອງນາບານ ຊາວກາເມນ.
\v 3 ນອກຈາກນີ້ ຍັງມີທະຫານ ແລະ ຄອບຄົວຂອງພວກເຂົາໄປນາໍດາວິດ ດ້ວຍ ແລະ ພວກເຂົາກໍໄດ້ຕັ້ງຫລັກແຫລ່ງຢູ່ຕາມຖິ່ນອ້ອມແອ້ມເມືອງເຮັບໂຣນ.
\s5
\v 4 ຕໍ່ມາ ຊາວຢູດາກໍເອົານໍ້າມັນສັກສິດຫົດສົງດາວິດ ໃຫ້ເປັນກະສັດຂອງພວກຕົນ. ເມື່ອກະສັດດາວິດ ໄດ້ຍິນຂ່າວວ່າ, ຊາວເມືອງຢາເບັດ ໃນກີເລອາດ ໄດ້​ຝັງສົບຂອງໂຊນ ແລ້ວ
\v 5 ເພິ່ນຈຶ່ງສົ່ງບາງຄົນໄປຍັງທີ່ນັ້ນ ເພື່ອນາໍຂ່າວໄປບອກຊາວຢາເບັດ ໃນກີເລອາດ ວ່າ, “ຂໍໃຫ້ອົງພຣະຜູ້ເປັນເຈົ້າອວຍພອນພວກທ່ານ ສໍາລັບຄວາມຈົງຮັກພັກດີທີ່ມີຕໍ່ກະສັດຂອງພວກທ່ານ ໂດຍໄດ້ຝັງສົບຂອງເພິ່ນໄວ້.
\s5
\v 6 ບັດນີ້ ຂໍອົງພຣະຜູ້ເປັນເຈົ້າໃຫ້ຄວາມເມດຕາ ແລະ ຄວາມສັດຊື່ຕໍ່ພວກທ່ານເຖີດ ແລະ ຂ້າພະເຈົ້າເອງກໍຈະເຮັດດີຕໍ່ພວກທ່ານ ເພາະສິ່ງທີ່ພວກທ່ານໄດ້ເຮັດນັ້ນ.
\v 7 ສະນັ້ນ ຈົ່ງເຂັ້ມແຂງ ແລະ ກ້າຫານເຖີດ ໂຊນກະສັດຂອງພວກທ່ານໄດ້ຕາຍໄປແລ້ວ ແລະ ປະຊາຊົນຊາວຢູດາ ກໍໄດ້ໃຊ້ນໍ້າມັນສັກສິດ ຫົດສົງຂ້າພະເຈົ້າ ໃຫ້ເປັນກະສັດຂອງພວກເຂົາແລ້ວ.”
\s5
\v 8 ອັບເນ ລູກຊາຍຂອງເນຣະ ຜູ້ບັນຊາການທະຫານຂອງກະສັດໂຊນ ໄດ້ປົບໜີໄປ ກັບ ອີສະໂບເສັດ ລູກຊາຍຂອງກະສັດໂຊນ. ພວກເຂົາໄດ້ຂ້າມແມ່ນາໍ້ຈໍແດນໄປຍັງ ເມືອງມະຫານາອິມ
\v 9 ຢູ່ໃນເມືອງນີ້ ອັບເນ ໄດ້ແຕ່ງຕັ້ງອີສະໂບເສັດ ໃຫ້ເປັນກະສັດປົກຄອງເຂດແດນກີເລອາດ, ອາເຊ [ຄ] ຢິດສະເຣນ, ເອຟຣາອິມ, ເບັນຢາມິນ ແລະ ທົ່ວທັງດິນແດນອິດສະຣາເອນ ອີກດ້ວຍ.
\s5
\v 10 ອີສະໂບເສັດ ມີອາຍຸສີ່ສິບປີ ເມື່ອເພິ່ນເປັນກະສັດຂອງຊາດອິດສະຣາເອນ. ເພິ່ນໄດ້ປົກຄອງດິນແດນ ເປັນເວລາສອງປີ. ສ່ວນເຜົ່າຢູດານັ້ນ ຈົງຮັກພັກດີຕໍ່ກະສັດດາວິດ
\v 11 ແລະ ກະສັດດາວິດ ໄດ້ປົກຄອງຊາວຢູດາ ຢູ່ໃນເມືອງເຮັບໂຣນ ເຈັດປີເຄິ່ງ.
\s5
\v 12 ອັບເນ ແລະ ບັນດາຂ້າຣາຊການຂອງ ເຈົ້າອີສະໂບເສັດ ໄດ້ອອກຈາກເມືອງມະຫານາອິມ ໄປຍັງເມືອງກີເບໂອນ.
\v 13 ໂຢອາບ ລູກຊາຍຂອງນາງເຊຣູອີຢາ ແລະ ບັນດາຂ້າຣາຊການຄົນອື່ນ ໆ ຂອງກະສັດ ດາວິດໄດ້ໄປພົບພວກເຂົາ ທີ່ສະນາໍ້ກີເບໂອນ ບ່ອນທີ່ຕ່າງຝ່າຍ ຕ່າງກໍຕັ້ງທ່າຢູ່ຟາກສະນາໍ້ ແຕ່ລະເບື້ອງ.
\s5
\v 14 ອັບເນ ເວົ້າຕໍ່ໂຢອາບ ວ່າ, “ໃຫ້ບັນດາ ຊາຍໜຸ່ມບາງຄົນຂອງແຕ່ລະຝ່າຍ ລອງສີມືຮົບກັນເບິ່ງດູ. ” ໂຢອາບ ຕອບວ່າ, “ຕົກລົງ. ”
\v 15 ດັ່ງນັ້ນ ຈຶ່ງມີຊາຍໜຸ່ມສິບສອງຄົນຈາກຝ່າຍອີສະໂບເສັດ ແລະ ເຜົ່າເບັນຢາມິນ ຮົບກັບຊາຍໜຸ່ມສິບສອງຄົນຂອງກະສັດດາວິດ.
\s5
\v 16 ແຕ່ລະຄົນຕ່າງກໍກອດຫົວຂອງຄູ່ຕໍ່ສູ້ໃຜລາວໄວ້ ແລະ ໃຊ້ດາບແທງຂ້າງຄູ່ຕໍ່ສູ້ຂອງຕົນ ແລະ ທັງຊາວສີ່ຄົນໄດ້ລົ້ມຕາຍ ພ້ອມກັນ. ດັ່ງນັ້ນແຫລະ ຄົນຈຶ່ງເອີ້ນບ່ອນນີ້ວ່າ, “ທົ່ງດາບ. ”
\v 17 ແລ້ວການສູ້ຮົບກັນກໍລະເບີດຂຶ້ນຢ່າງດຸເດືອດ. ທະຫານຝ່າຍກະສັດດາວິດ ໄດ້ເອົາຊະນະອັບເນ ແລະ ຊາວອິດສະຣາເອນ.
\s5
\v 18 ລູກຊາຍສາມຄົນຂອງນາງເຊຣູອີຢາ: ໂຢອາບ, ອາບີໄຊ ແລະ ອາຊາເຮນ ກໍຢູ່ໃນທີ່ນັ້ນດ້ວຍ. ສ່ວນ ອາຊາເຮນຜູ້ແລ່ນໄວເໝືອນຟານປ່ານັ້ນ
\v 19 ໄລ່ຕາມ ອັບເນ ຢ່າງບໍ່ລົດລະ
\s5
\v 20 ອັບເນ ຫລຽວຄືນຫລັງ ທັງເວົ້າວ່າ, “ອາຊາເຮນ, ແມ່ນເຈົ້າບໍ? ” ອາຊາເຮນ ຕອບວ່າ, “ແມ່ນແລ້ວ. ”
\v 21 ອັບເນ ບອກລາວວ່າ, “ເຊົາໄລ່ຕາມຂ້ອຍ ໃຫ້ໄລ່ຕາມທະຫານ ຄົນອື່ນ ແລະ ຢຶດເອົາສິ່ງຂອງທີ່ເຂົາມີສາ, ” ແຕ່ ອາຊາເຮນ ຍັງໄລ່ຕາມ ອັບເນ ໄປຢູ່.
\s5
\v 22 ອັບເນ ບອກລາວອີກວ່າ, “ຢຸດໄລ່ຕາມຂ້ອຍສາ ເປັນຫຍັງຈ່ຶ່ງໃຫ້ຂ້ອຍຕ້ອງຂ້າເຈົ້າ ແລະ ຂ້ອຍຈະສູ້ໜ້າກັບ ໂຢອາບ ອ້າຍຂອງເຈົ້າໄດ້ຢ່າງໃດ? ”
\v 23 ແຕ່ ອາຊາເຮນ ບໍ່ຢຸດໄລ່. ດັ່ງນັ້ນ ອັບເນ ຈຶ່ງຊັດຫອກຄືນຫລັງ [ງ] ຖືກທ້ອງຂອງອາຊາເຮນ ຈົນປາຍຫອກຊອດອອກມາຂ້າງຫລັງ; ອາຊາເຮນ ລົ້ມຟຸບ ລົງກັບດິນ ແລະ ສິ້ນໃຈຕາຍ. ເມື່ອພວກທີ່ຕາມມາຮອດບ່ອນທີ່ ອາຊາເຮນ ນອນຕາຍຢູ່ນັ້ນ ຈຶ່ງພາກັນຢຸດຢູ່ທີ່ນັ້ນ.
\s5
\v 24 ແຕ່ໂຢອາບ ກັບ ອາບີໄຊ ໄດ້ໄລ່ຕາມອັບເນ ໄປ. ເມື່ອພວກເຂົາມາຮອດເນີນພູອໍາມາ ທີ່ທາງທິດຕາເວັນອອກຂອງກີອາ ຕາມ ເສັ້ນທາງໄປສູ່ຖິ່ນແຫ້ງແລ້ງກັນດານ ກີເບໂອນ ກໍເປັນເວລາຕາເວັນຕົກດິນ.
\v 25 ຊາວເຜົ່າເບັນຢາມິນ ຈຶ່ງກັບມາເຕົ້າໂຮມກັບອັບເນ ອີກ ພວກເຂົາຢືນຢູ່ທີ່ເນີນພູ.
\s5
\v 26 ອັບເນ ຮ້ອງໃສ່ໂຢອາບ ວ່າ, “ພວກເຮົາຕ້ອງສູ້ຮົບກັນຕະຫລອດໄປ ຊັ້ນບໍ? ເຈົ້າ ບໍ່ເຫັນບໍວ່າ ໃນທີ່ສຸດບໍ່ມີຫຍັງໝົດ ນອກຈາກ ຄວາມຂົມຂື່ນແຕ່ເທົ່ານັ້ນ. ພວກເຮົາເປັນພີ່ນ້ອງຊາດດຽວກັນ ເຫິງປານໃດເຈົ້າຈຶ່ງຈະ ສັ່ງຄົນຂອງເຈົ້າ ໃຫ້ເຊົາໄລ່ຕາມພວກຂ້ອຍ? ”
\v 27 ໂຢອາບ ຕອບວ່າ, “ຂ້ອຍສາບານ ໂດຍພຣະເຈົ້າອົງຊົງຊີວິດຢູ່ ຖ້າເຈົ້າບໍ່ຂໍຮ້ອງ ໄວ້ ຄົນຂອງຂ້ອຍຈະໄລ່ຕາມເຈົ້າໄປຈົນຮອດມື້ອື່ນເຊົ້າ.”
\s5
\v 28 ແລ້ວ ໂຢອາບກໍເປົ່າແກສັນຍານໃຫ້ຄົນຂອງຕົນ ເຊົາໄລ່ພວກອິດສະຣາເອນ; ແລ້ວການສູ້ຮົບກັນກໍຢຸດຕິລົງ.
\v 29 ອັບເນ ແລະ ຄົນຂອງຕົນໄດ້ເຄື່ອນທັບຜ່ານຮ່ອມພູ ຈໍແດນ ຕະຫລອດທັງຄືນ ພວກເຂົາໄດ້ຂ້າມແມ່ນາໍ້ຈໍແດນໄປ. ຫລັງຈາກຍ່າງຕະຫລອດ ເຊົ້າ ພວກເຂົາຈຶ່ງກັບມາຮອດມະຫານາອິມ.
\s5
\v 30 ເມື່ອໂຢອາບ ເຊົາໄລ່ຕາມອັບເນ ແລ້ວ ລາວຈຶ່ງຮວບຮວມເອົາຄົນຂອງຕົນ ແລະ ເຫັນວ່າມີຢູ່ສິບເກົ້າຄົນທີ່ຂາດຫາຍໄປ ຊຶ່ງບໍ່ ນັບ ອາຊາເຮນ ເຂົ້າດ້ວຍ.
\v 31 ຄົນຂອງຝ່າຍກະສັດດາວິດ ໄດ້ຂ້າຄົນໃນເຜົ່າເບັນຢາມິນ ທີ່ເປັນທະຫານຂອງອັບເນ ຕາຍສາມຮ້ອຍຫົກສິບຄົນ.
\v 32 ໂຢອາບ ແລະ ທະຫານຂອງຕົນໄດ້ນາໍເອົາສົບຂອງອາຊາເຮນ ໄປຝັງໄວ້ຢູ່ໃນອຸບມຸງຄອບຄົວຂອງຕົນ ທີ່ເມືອງເບັດເລເຮັມ. ແລ້ວພວກເຂົາກໍຍ່າງຕະຫລອດຄືນກັບມາ ເຖິງເມືອງເຮັບໂຣນ ໃນຕອນເຊົ້າ.
\s5
\c 3
\p
\v 1 ການຕໍ່ສູ້ກັນລະຫວ່າງຝ່າຍສະໜັບສະໜູນຄອບຄົວຂອງກະສັດໂຊນ ແລະ ຝ່າຍສະໜັບສະໜູນຄອບຄົວຂອງກະສັດດາວິດ ໄດ້ດໍາເນີນໄປເປັນເວລານານ. ໃນຂະນະທີ່ກະສັດດາວິດເຂັ້ມແຂງຂຶ້ນນັ້ນ ຝ່າຍຄູ່ແຂ່ງຂອງເພິ່ນກໍອ່ອນກາໍລັງລົງ.
\s5
\v 2 ລູກຊາຍຫົກຄົນຂອງກະສັດດາວິດ ທີ່ເກີດຢູ່ໃນເມືອງເຮັບໂຣນ ຕາມລໍາດັບການເກີດ ມີດັ່ງນີ້: ອໍາໂມນ ຜູ້ທີ່ເປັນແມ່ແມ່ນນາງ ອາຮີໂນອາມ ຊາວຢິດສະເຣນ;
\v 3 ກີເລອາບ ຜູ້ທີ່ເປັນແມ່ແມ່ນນາງອາບີກາຍ ຊາວກາເມນ ເມຍໝ້າຍຂອງນາບານ; ອັບຊາໂລມ ຜູ້ທີ່ເປັນແມ່ແມ່ນນາງມາອາກາ ລູກສາວຂອງກະສັດຕານໄມ ແຫ່ງເກຊູ;
\s5
\v 4 ອາໂດນີຢາ ຜູ້ທີ່ເປັນແມ່ແມ່ນນາງຮັກກິດ; ເຊຟາຕີຢາ ຜູ້ທີ່ເປັນແມ່ແມ່ນນາງອາບີຕານ;
\v 5 ອິດທະເລອາມ ຜູ້ທີ່ເປັນແມ່ແມ່ນນາງເອັກລາ. ພວກລູກຊາຍເຫລົ່ານີ້ເກີດ ຢູ່ໃນເມືອງເຮັບໂຣນ.
\s5
\v 6 ໃນຂະນະທີ່ການຕໍ່ສູ້ກັນດໍາເນີນຕໍ່ໄປ ລະຫວ່າງກາໍລັງຂອງດາວິດ ແລະ ກາໍລັງທີ່ຈົງຮັກພັກດີຕໍ່ຄອບຄົວກະສັດໂຊນ ອັບເນກໍມີ ອໍານາດຫລາຍຂຶ້ນໃນທ່າມກາງພັກພວກຂອງກະສັດໂຊນ.
\v 7 ມື້ໜຶ່ງ ອີສະໂບເສັດ ລູກຊາຍຂອງກະສັດໂຊນ ກ່າວຫາວ່າ ອັບເນ ໄດ້ຮ່ວມນອນກັບເມຍນ້ອຍຂອງກະສັດໂຊນ ຄື: ນາງຣິຊະປາ ລູກສາວຂອງອາອີຢາ.
\s5
\v 8 ເລື່ອງນີ້ ພາໃຫ້ອັບເນ ໂກດຮ້າຍທີ່ສຸດ ລາວຈຶ່ງຮ້ອງອອກມາວ່າ, “ເຈົ້າຄິດວ່າຂ້ອຍທໍລະຍົດຕໍ່ກະສັດໂຊນ ຊັ້ນບໍ? ເຈົ້າຄິດວ່າ ຂ້ອຍກາໍລັງຮັບໃຊ້ຢູດາ ຊັ້ນບໍ? ” ແຕ່ໃດ ໆ ມາ ຂ້ອຍໄດ້ສະແດງຄວາມຈົງຮັກພັກດີຕໍ່ພໍ່ຂອງເຈົ້າ, ຕໍ່ອ້າຍນ້ອງຂອງເພິ່ນ ແລະ ຕໍ່ໝູ່ເພື່ອນຂອງເພິ່ນ ແລະ ຂ້ອຍໄດ້ປົກປ້ອງຄຸ້ມຄອງເຈົ້າໄວ້ບໍ່ໃຫ້ຕົກຢູ່ໃນກາໍມືຂອງກະສັດດາວິດ, ແຕ່ເຖິງປານນັ້ນ ໃນວັນນີ້ເຈົ້າຍັງຊອກຫາຄວາມຜິດໃສ່ຂ້ອຍ ກ່ຽວກັບເລື່ອງຜູ້ຍິງຊັ້ນບໍ?
\s5
\v 9-10 ອົງພຣະຜູ້ເປັນເຈົ້າ ໄດ້ສັນຍາກັບກະສັດດາວິດວ່າ ພຣະອົງຈະເອົາອານາຈັກໄປຈາກກະສັດໂຊນ ແລະ ເຊື້ອສາຍຂອງເພິ່ນ; ແລ້ວພຣະອົງກໍຈະໃຫ້ກະສັດດາວິດຂຶ້ນເປັນກະສັດປົກຄອງຊາວອິດສະຣາເອນ ແລະ ຊາວຢູດາ ຕັ້ງແຕ່ສົ້ນໜຶ່ງຫາອີກສົ້ນໜຶ່ງຂອງປະເທດ. ຖ້າຂ້ອຍບໍ່ເຮັດສິ່ງນີ້ໃຫ້ກາຍເປັນຈິງ ກໍຂໍພຣະເຈົ້າລົງໂທດຂ້ອຍໃຫ້ເຖິງຕາຍເຖີດ
\v 11 ອີສະໂບເສັດ ຢ້ານກົວອັບເນຫລາຍ ຈົນເວົ້າບໍ່ອອກ.
\s5
\v 12 ໃນເວລານັ້ນ ກະສັດດາວິດຍັງຢູ່ໃນເມືອງເຮັບໂຣນ [ຈ] ອັບເນ ຈຶ່ງໄດ້ສົ່ງຜູ້ນາໍຂ່າວໄປຫາເພິ່ນ ເພື່ອບອກວ່າ, “ແມ່ນຜູ້ໃດ ຈະປົກຄອງດິນແດນນີ້? ຈົ່ງຕົກລົງກັບຂ້າພະເຈົ້າ ແລະ ຂ້າພະເຈົ້າຈະຊ່ວຍນາໍເອົາຊາວອິດສະຣາເອນທັງໝົດມາເປັນຝ່າຍຂອງທ່ານ. ”
\v 13 ກະສັດດາວິດ ຕອບວ່າ, “ດີແລ້ວ ເຮົາຈະເຮັດສັນຍາກັບເຈົ້າ, ແຕ່ມີເງື່ອນໄຂຢູ່ວ່າ ເມື່ອເຈົ້າມາພົບເຮົາ ໃຫ້ເຈົ້ານາໍເອົາ ມີການ ລູກສາວຂອງກະສັດໂຊນ ມາໃຫ້ເຮົາ.”
\s5
\v 14 ຝ່າຍກະສັດດາວິດ ຍັງໄດ້ສົ່ງຄົນນາໍຂ່າວໄປບອກ ອີສະໂບເສັດ ວ່າ, “ຂໍໃຫ້ສົ່ງມີການ ເມຍຂອງເຮົາມາໃຫ້ເຮົາ. ເຮົາໄດ້ເອົາໜັງຫຸ້ມປາຍອະໄວຍະວະລັບ ຊາຍຟີລິດສະຕິນ ຮ້ອຍຄົນເປັນຄ່າດອງ ເພື່ອເອົານາງເປັນເມຍ. ”
\v 15 ສະນັ້ນ ອີສະໂບເສັດ ຈຶ່ງໃຫ້ຄົນໄປນາໍເອົານາງມີການ ມາແຕ່ເຮືອນຜົວຂອງນາງ ຄື ປານຕີເອນ ລູກຊາຍລາອິດ.
\v 16 ສ່ວນປານຕີເອນ ກໍຮ້ອງໄຫ້ຕາມເມຍຂອງຕົນໄປ ຈົນເຖິງເມືອງບາຮູຣິມ. ແຕ່ເມື່ອອັບເນ ບອກລາວວ່າ, “ຈົ່ງກັບເມືອສາ. ” ລາວຈຶ່ງກັບເມືອ.
\s5
\v 17 ແລ້ວ ອັບເນ ກໍໄປເວົ້າກັບພວກຜູ້ນາໍຊາວອິດສະຣາເອນ ວ່າ, “ດົນນານມາແລ້ວ ທີ່ພວກທ່ານຢາກໃຫ້ດາວິດ ເປັນກະສັດຂອງພວກທ່ານ.
\v 18 ບັດນີ້ ແມ່ນໂອກາດຂອງພວກທ່ານແລ້ວ. ຈົ່ງຈື່ຈາໍຖ້ອຍຄໍາທີ່ອົງພຣະ ຜູ້ເປັນເຈົ້າໄດ້ກ່າວວ່າ ‘ເຮົາຈະໃຊ້ດາວິດ ຜູ້ຮັບໃຊ້ຂອງເຮົາໄປຊ່ວຍກອບກູ້ເອົາຊາວອິດສະຣາເອນ ປະຊາຊົນຂອງເຮົາຈາກພວກຟີລິດສະຕິນ ແລະ ຈາກສັດຕູທັງຫລາຍຂອງພວກເຂົາ.
\s5
\v 19 ອັບເນ ຍັງໄດ້ບອກປະຊາຊົນເຜົ່າເບັນ ຢາມິນ ເຊັ່ນດຽວກັນ. ແລ້ວລາວກໍໄດ້ໄປຍັງເມືອງເຮັບໂຣນ ເພື່ອບອກກະສັດດາວິດ ເຖິງສິ່ງທີ່ປະຊາຊົນເບັນຢາມິນ ແລະ ປະຊາຊົນອິດສະຣາເອນ ໄດ້ຕົກລົງກັນທີ່ຈະດໍາເນີນການ.
\v 20 ເມື່ອອັບເນ ພ້ອມທັງຊາຍຊາວຄົນ ໄດ້ມາຫາກະສັດດາວິດນັ້ນ ເພິ່ນໄດ້ຈັດງານລ້ຽງພວກເຂົາ.
\s5
\v 21 ອັບເນ ບອກກະສັດດາວິດ ວ່າ, “ບັດນີ້ ຂ້ານ້ອຍຈະຕ້ອງໄປຮວບຮວມເອົາຊາວອິດສະຣາເອນ ທັງໝົດມາໃຫ້ທ່ານ. ພວກເຂົາຈະຍອມຮັບເອົາທ່ານໃຫ້ເປັນກະສັດ ແລະ ທ່ານກໍຈະໄດ້ຮັບຕາມທີ່ທ່ານໄດ້ຕັ້ງໃຈໄວ້ນານມາແລ້ວ ແລະ ຈະໄດ້ປົກຄອງດິນແດນທັງໝົດ. ” ແລ້ວກະສັດດາວິດ ກໍຮັບຮອງ ຄວາມປອດໄພໃຫ້ແກ່ອັບເນ ແລະ ສົ່ງລາວກັບເມືອ.
\s5
\v 22 ຕໍ່ມາ ໂຢອາບ ແລະ ບັນດາຂ້າຣາຊການຄົນອື່ນ ໆ ຂອງກະສັດດາວິດ ກໍກັບມາແຕ່ການປຸ້ນສະດົມ. ພວກເຂົານາໍເອົາສິ່ງຂອງຢ່າງຫລວງຫລາຍທີ່ຢຶດໄດ້ມາ, ແຕ່ ອັບເນ ບໍ່ໄດ້ຢູ່ໃນເມືອງເຮັບໂຣນ ກັບ ກະສັດດາວິດ ເພາະເພິ່ນໄດ້ສົ່ງລາວກັບເມືອ ໂດຍ ຮັບຮອງຄວາມປອດໄພໃຫ້ແກ່ລາວແລ້ວ.
\v 23 ເມື່ອໂຢອາບ ແລະ ຄົນຂອງລາວມາຮອດ ໄດ້ມີຄົນມາບອກໂຢອາບ ວ່າ, ອັບເນໄດ້ມາຫາກະສັດ ແລະ ເພິ່ນໄດ້ສົ່ງລາວກັບເມືອໂດຍຮັບຮອງຄວາມປອດໄພໃຫ້ແກ່ລາວ.
\s5
\v 24 ດັ່ງນັ້ນ ໂຢອາບ ຈຶ່ງໄປຖາມກະສັດວ່າ, “ອັບເນ ໄດ້ມາຫາທ່ານ ເປັນຫຍັງທ່ານຈຶ່ງປ່ອຍໃຫ້ລາວກັບຄືນໄປຢ່າງນັ້ນ? ເປັນຫຍັງ ທ່ານຈຶ່ງເຮັດເຊັ່ນນີ້?
\v 25 ທ່ານເອງຄົງຮູ້ດີວ່າ ອັບເນ ມານີ້ເພື່ອລໍ້ລວງທ່ານ ແລະ ເພື່ອສືບເອົາເລື່ອງຕ່າງ ໆ ທີ່ທ່ານເຮັດຕະຫລອດ ທັງທຸກບ່ອນທີ່ທ່ານໄປ. ”
\v 26 ເມື່ອໂຢອາບ ລາຈາກກະສັດດາວິດໄປແລ້ວ ລາວກໍສົ່ງຄົນນາໍຂ່າວໄປເອີ້ນ ອັບເນ ມາຫາ. ພວກເຂົາໄດ້ນາໍ ອັບເນ ມາຈາກນາໍ້ສ້າງທີ່ຊີຣາ, ແຕ່ກະສັດດາວິດບໍ່ຮູ້ເລື່ອງນີ້ແຕ່ຢ່າງໃດ.
\s5
\v 27 ເມື່ອອັບເນ ມາເຖິງເມືອງເຮັບໂຣນ ໂຢອາບ ຈຶ່ງພາລາວຫລີກໄປທາງປະຕູເມືອງ ໂດຍທາໍທ່າວ່າ ຢາກເວົ້າກັບລາວເປັນທາງສ່ວນຕົວ. ໃນທີ່ນັ້ນ ໂຢອາບ ໄດ້ໃຊ້ມີດແທງ ທີ່ທ້ອງຂອງລາວ. ອັບເນ ຖືກລອບສັງຫານເຊັ່ນນີ້ ເພາະລາວໄດ້ຂ້າ ອາຊາເຮນ ນ້ອງຊາຍໂຢອາບ.
\s5
\v 28 ເມື່ອກະສັດດາວິດຮູ້ເລື່ອງນີ້ ເພິ່ນຈຶ່ງກ່າວວ່າ, “ອົງພຣະຜູ້ເປັນເຈົ້າຮູ້ວ່າ ຄົນຂອງຂ້າພະເຈົ້າ ແລະ ຂ້າພະເຈົ້າເອງບໍ່ມີຄວາມຜິດແຕ່ປະການໃດເລີຍ ໃນເລື່ອງທີ່ອັບເນ ຖືກຂ້າ,
\v 29 ຂໍໃຫ້ການລົງໂທດຕົກຖືກໂຢອາບ ແລະ ຄອບຄົວຂອງລາວທັງໝົດ. ຂໍໃຫ້ເຊື້ອສາຍຂອງໂຢອາບ ທຸກຄົນເປັນພະຍາດໜອງໃນ ເປັນຂີ້ທູດ, ເປັນຄົນເຮັດວຽກເຮືອນ ດັ່ງຜູ້ຍິງຖືກຂ້າໃນສະໜາມຮົບ ຫລື ຂາດອາຫານການກິນ. ”
\v 30 ໂຢອາບ ແລະ ອາບີໄຊ ນ້ອງຊາຍຂອງຕົນໄດ້ລອບສັງຫານອັບເນ ເພື່ອແກ້ແຄ້ນ ເພາະອັບເນໄດ້ຂ້າອາຊາເຮນ ນ້ອງຊາຍຂອງພວກເຂົາໃນ ສະໜາມຮົບທີ່ກີເບໂອນ.
\s5
\v 31 ແລ້ວກະສັດດາວິດ ກໍສັ່ງໃຫ້ໂຢອາບ ແລະ ຄອບຄົວຂອງຕົນຈີກເຄື່ອງນຸ່ງຫົ່ມຂອງພວກເຂົາ ແລະ ໃສ່ຜ້າກະສອບເຂົ້າໄວ້ທຸກໃຫ້ອັບເນ. ໃນພິທີສົ່ງສະການ ກະສັດດາວິດໄດ້ຍ່າງຕາມຫລັງຫີບສົບຂອງອັບເນ.
\v 32 ສົບຂອງອັບເນໄດ້ຖືກຝັງໄວ້ທີ່ເມືອງເຮັບໂຣນ. ທີ່ຂຸມຝັງສົບ ກະສັດດາວິດໄດ້ຮ້ອງໄຫ້ສຽງດັງ ແລະ ປະຊາຊົນກໍຮ້ອງໄຫ້ເຊັ່ນດຽວກັນ.
\s5
\v 33-34 ກະສັດດາວິດໄດ້ຮ້ອງເພງໄວ້ອາໄລໃຫ້ອັບເນ ດັ່ງນີ້: “ເປັນຫຍັງ ອັບເນຈຶ່ງຕາຍດັ່ງຄົນໂງ່ຈ້ານໍ? ມືລາວບໍ່ໄດ້ຖືກມັດແຕ່ປະການໃດທັງສິ້ນ ແລະ ຕີນລາວນັ້ນກໍບໍ່ຖືກລ່າມໂສ້ໃສ່; ລາວຕາຍຖິ້ມລ້າ ໆ ດ້ວຍສີມືຄາດຕະກອນ. ” ແລະ ປະຊາຊົນທັງຫລາຍຕ່າງກໍຮ້ອງໄຫ້ຫາອັບເນ ອີກ.
\s5
\v 35 ຕະຫລອດທັງວັນ ປະຊາຊົນໄດ້ພະຍາຍາມໃຫ້ກະສັດດາວິດກິນອາຫານ, ແຕ່ ເພິ່ນກັບສັນຍາຢ່າງໜັກແໜ້ນວ່າ, “ຂໍໃຫ້ພຣະເຈົ້າລົງໂທດຂ້ານ້ອຍເຖິງຕາຍເຖີດ ຖ້າຂ້ານ້ອຍກິນສິ່ງໃດສິ່ງໜຶ່ງກ່ອນຕາເວັນຕົກດິນ. ”
\v 36 ເມື່ອປະຊາຊົນເຫັນເຊັ່ນນີ້ ພວກເຂົາກໍມີຄວາມພໍໃຈໃນຕົວເພິ່ນ. ທຸກສິ່ງທີ່ກະສັດໄດ້ເຮັດລົງໄປນັ້ນ ເປັນທີ່ພໍໃຈປະຊາຊົນ.
\s5
\v 37 ຄົນຂອງກະສັດດາວິດທຸກຄົນ ກັບ ປະຊາຊົນທັງໝົດຂອງຊາດອິດສະຣາເອນ ຕ່າງກໍເຂົ້າໃຈວ່າ ກະສັດບໍ່ມີສ່ວນຮູ້ເຫັນໃດ ໆ ໃນການລອບສັງຫານ ອັບເນ ລູກຊາຍຂອງເນຣະ
\v 38 ກະສັດກ່າວແກ່ບັນດາຂ້າຣາຊການຂອງຕົນວ່າ, “ພວກທ່ານຮູ້ບໍວ່າ ວັນນີ້ມີຜູ້ນາໍຄົນສໍາຄັນໃນຊາດອິດສະຣາເອນ ໄດ້ຕາຍໄປ.
\v 39 ເຖິງແມ່ນວ່າ ເຮົາເປັນກະສັດທີ່ພຣະເຈົ້າໄດ້ຊົງຫົດສົງ, ແຕ່ເຮົາກໍຮູ້ສຶກອ່ອນແອໃນວັນນີ້. ພວກລູກຊາຍຂອງນາງເຊຣູອີຢາ ນີ້ຊ່າງໂຫດຮ້າຍແກ່ເຮົາແທ້ນໍ ຂໍໃຫ້ອົງພຣະຜູ້ເປັນເຈົ້າລົງໂທດຄາດຕະກອນເຫລົ່ານີ້ ຕາມທີ່ພວກເຂົາຄວນ ຈະໄດ້ຮັບເຖີດ.”
\s5
\c 4
\p
\v 1 ເມື່ອ ອີສະໂບເສັດ ລູກຊາຍຂອງກະສັດໂຊນ ໄດ້ຍິນວ່າອັບເນ ຖືກຂ້າຢູ່ທີ່ເມືອງເຮັບໂຣນ ແລ້ວ; ເພິ່ນກໍຢ້ານກົວ ແລະ ປະຊາຊົນອິດສະຣາເອນທັງໝົດ ກໍແຕກຕື່ນຕົກໃຈ.
\v 2 ອີສະໂບເສັດ ມີຂ້າຣາຊການ ສອງຄົນທີ່ເປັນຫົວໜ້າກອງປຸ້ນ ຄື: ບາອານາ ແລະ ເຣກາບ. ທັງສອງນີ້ເປັນລູກຊາຍຂອງຣິມໂມນ ໄທເມືອງເບເອໂລດ ໃນເຜົ່າເບັນຢາມິນ. (ເບເອໂລດ ຖືກນັບເຂົ້າເປັນສ່ວນໜຶ່ງຂອງເຜົ່າເບັນຢາມິນ.
\v 3 ຄົນພື້ນເມືອງໃນເມືອງນີ້ ໄດ້ປົບໜີໄປຍັງກິດຕາອິມ ບ່ອນທີ່ພວກເຂົາອາໄສຢູ່ ຈົນເຖິງເທົ່າທຸກວັນນີ້.)
\s5
\v 4 ກະສັດໂຊນ ຍັງມີເຊື້ອສາຍຢູ່ອີກຄົນໜຶ່ງຊື່ວ່າ ເມຟີໂບເສັດ; ລາວເປັນລູກຊາຍຂອງໂຢນາທານ. ຕອນທີ່ກະສັດໂຊນ ກັບໂຢນາທານຖືກຂ້ານັ້ນ ເມຟີໂບເສັດ ມີອາຍຸພຽງແຕ່ຫ້າປີ. ເມື່ອຂ່າວການຕາຍຂອງທັງສອງ ເລົ່າລືມາຈາກຢິດສະເຣນ ເອື້ອຍລ້ຽງຂອງເມຟີໂບເສັດ ກໍຫອບອູ້ມລາວໜີ, ແຕ່ນາງຟ້າວເກີນໄປ ຈຶ່ງເຮັດໃຫ້ ເມຟີໂບເສັດ ຫລຸດຈາກມື ລາວຈຶ່ງກາຍເປັນຄົນຂາພິການ.
\s5
\v 5 ເຣກາບ ແລະ ບາອານາ ໄດ້ໄປຍັງເຮືອນອີສະໂບເສັດ ແລະ ມາຮອດທີ່ນັ້ນຕອນທ່ຽງ ໃນຂະນະທີ່ເພິ່ນນອນພັກຜ່ອນຕອນສວາຍ.
\v 6 ຜູ້ຍິງທີ່ພວມຫ່ອນເຂົ້າສາລີທີ່ປະຕູເຮືອນ ນັ້ນຫິວນອນຫລາຍ ນາງຈຶ່ງຫລັບໄປ. ສະນັ້ນ ເຣກາບ ແລະ ບາອານາ ຈຶ່ງຢ່ອງເຂົ້າໄປຂ້າງໃນ. [ສ]
\v 7 ເມື່ອເຂົ້າໄປຂ້າງໃນແລ້ວ ພວກເຂົາຈຶ່ງໄປໃນຫ້ອງນອນຂອງອີສະໂບເສັດ ຜູ້ທີ່ພວມນອນຫລັບຢູ່ຢ່າງສະບາຍ ແລະ ຂ້າເພິ່ນເສຍ. ພວກເຂົາໄດ້ຕັດເອົາຫົວເພິ່ນຖືໄປນາໍ ແລະ ຍ່າງຕະຫລອດຄືນ ຜ່ານຮ່ອມພູຈໍແດນ.
\s5
\v 8 ພວກເຂົານໍາເອົາຫົວອີສະໂບເສັດ ມາໃຫ້ກະສັດດາວິດ ຢູ່ໃນເມືອງເຮັບໂຣນ ແລະ ເວົ້າວ່າ, “ນີ້ຄືຫົວອີສະໂບເສັດ ລູກຊາຍຂອງກະສັດໂຊນ ສັດຕູຜູ້ທີ່ພະຍາຍາມຂ້າທ່ານ. ວັນນີ້ ອົງພຣະຜູ້ເປັນເຈົ້າອະນຸຍາດໃຫ້ທ່ານແກ້ແຄ້ນໂຊນ ແລະ ເຊື້ອສາຍຂອງເພິ່ນແລ້ວ. ”
\v 9 ແຕ່ກະສັດດາວິດຕອບ ເຣກາບ ແລະ ບາອານາອ້າຍຂອງລາວ ລູກຂອງຣິມໂມນ ໄທເມືອງເບເອໂລດ ວ່າ, “ເຮົາ ສາບານໄວ້ກັບອົງພຣະຜູ້ເປັນເຈົ້າ ອົງຊົງຊີວິດຢູ່ ຄືອົງທີ່ໄດ້ຊ່ວຍເຮົາໃຫ້ພົ້ນອັນຕະລາຍ ນາ ໆ ປະການ
\v 10 ມີຜູ້ນາໍຂ່າວໄດ້ມາຫາເຮົາ ທີ່ເມືອງຊິກລັກ ແລະ ບອກເຮົາເຖິງການຕາຍຂອງກະສັດໂຊນ ໂດຍຄິດວ່າ ຕົນນາໍເອົາຂ່າວດີມາບອກ, ແຕ່ ເຮົາໄດ້ຈັບເອົາຜູ້ນັ້ນໄປຂ້າເສຍ. ນີ້ແຫລະຄື ບາໍເໜັດທີ່ເຮົາໃຫ້ລາວ ສໍາລັບຂ່າວດີນັ້ນ
\s5
\v 11 ມັນເປັນການຊົ່ວຮ້າຍໜັກສໍ່າໃດ ເມື່ອຄົນອະທາໍຂ້າຄົນທີ່ບໍ່ມີຄວາມຜິດ ຊຶ່ງກາໍລັງນອນຢູ່ໃນເຮືອນຂອງຕົນ. ບັດນີ້ ເຮົາຈະແກ້ແຄ້ນພວກເຈົ້າ ທີ່ໄດ້ຂ້າອີສະໂບເສັດ ແລະ ເຮົາກໍຈະລ້າງຜານພວກເຈົ້າໃຫ້ໝົດສິ້ນ ໄປຈາກໂລກນີ້. ”
\v 12 ກະສັດດາວິດ ຈຶ່ງອອກຄໍາສັ່ງໃຫ້ພວກທະຫານຂອງເພິ່ນຂ້າເຣກາບ ແລະ ບາອານາ ທັງໃຫ້ຕັດມື ແລະ ຕີນຂອງພວກເຂົາຖິ້ມ ແລະ ແຂວນສົບຂອງພວກເຂົາໄວ້ໃກ້ສະນາໍ້ ທີ່ເມືອງເຮັບໂຣນ. ສ່ວນຫົວອີສະໂບເສັດ ນັ້ນຖືກນາໍໄປຝັງໄວ້ໃນອຸບມຸງຂອງອັບເນ ທີ່ເມືອງເຮັບໂຣນ.
\s5
\c 5
\p
\v 1 ແລ້ວເຜົ່າອິດສະຣາເອນທັງໝົດ ກໍມາຫາກະສັດດາວິດ ທີ່ເມືອງເຮັບໂຣນ ແລະ ກ່າວແກ່ເພິ່ນວ່າ, “ພວກຂ້ານ້ອຍເປັນເຊື້ອສາຍຂອງທ່ານ;
\v 2 ໃນອະດີດ ເມື່ອກະສັດໂຊນຍັງເປັນກະສັດຢູ່ນັ້ນ ທ່ານເອງກໍໄດ້ນາໍພາປະຊາຊົນອິດສະຣາເອນ ອອກສູ່ສະໜາມຮົບ ແລະ ອົງພຣະຜູ້ເປັນເຈົ້າໄດ້ສັນຍາໄວ້ກັບທ່ານວ່າ, ‘ທ່ານຈະເປັນຜູ້ນາໍ ແລະ ຜູ້ປົກຄອງປະຊາຊົນຂອງພຣະອົງ.
\s5
\v 3 ດັ່ງນັ້ນ ເມື່ອຜູ້ນາໍທັງໝົດຂອງຊາດອິດສະຣາເອນ ໄດ້ມາຫາກະສັດດາວິດິ ທີ່ເມືອງເຮັບໂຣນນັ້ນ ເພິ່ນຈຶ່ງເຮັດພັນທະສັນຍາກັບພວກເຂົາ ຢູ່ຊ້ອງໜ້າອົງພຣະຜູ້ເປັນເຈົ້າ; ແລ້ວພວກຜູ້ນາໍກໍເອົານາໍ້ມັນສັກສິດຫົດສົງດາວິດ ໃຫ້ເປັນກະສັດແຫ່ງຊາດອິດສະຣາເອນ.
\v 4 ເວລາທີ່ເຈົ້າດາວິດຂຶ້ນເປັນກະສັດນັ້ນ ເພິ່ນມີອາຍຸໄດ້ສາມສິບປີ ແລະ ໄດ້ປົກຄອງຢູ່ເປັນເວລາສີ່ສິບປີ.
\v 5 ເພິ່ນໄດ້ປົກຄອງອານາຈັກຢູດາຍ ຢູ່ທີ່ເມືອງເຮັບໂຣນ ເປັນເວລາເຈັດປີ ກັບຫົກເດືອນ ແລະ ປົກຄອງອານາຈັກອິດສະຣາເອນ ແລະ ຢູດາຍ ຢູ່ທີ່ນະຄອນເຢຣູຊາເລັມ ເປັນເວລາສາມສິບສາມປີ.
\s5
\v 6 ເວລາຕໍ່ມາ ກະສັດດາວິດ ແລະ ພວກ ທະຫານຂອງເພິ່ນໄດ້ໄປໂຈມຕີນະຄອນເຢຣູຊາເລັມ. ຊາວເຢບຸດ ຢູ່ໃນເມືອງນີ້ຄິດວ່າ ກະສັດດາວິດບໍ່ມີຄວາມສາມາດຕີເອົາເມືອງໄດ້ ຈຶ່ງເວົ້າຕໍ່ເພິ່ນວ່າ, “ທ່ານຈະເຂົ້າມາໃນເມືອງນີ້ບໍ່ໄດ້ດອກ ແມ່ນແຕ່ຄົນຕາບອດ ແລະ ຄົນຂາພິການ ກໍຈະກີດຂວາງທ່ານໄວ້ໄດ້. ”
\v 7 ແຕ່ກະສັດດາວິດ ຢຶດເອົາປ້ອມປ້ອງກັນພູເຂົາຊີໂອນໄດ້ ເພິ່ນຈຶ່ງໃສ່ຊື່ໃຫ້ບ່ອນນີ້ວ່າ, “ເມືອງຂອງດາວິດ.”
\s5
\v 8 ໃນວັນນັ້ນ ກະສັດດາວິດໄດ້ກ່າວແກ່ພວກທະຫານຂອງເພິ່ນວ່າ, “ຢູ່ທີ່ນີ້ມີຜູ້ໃດແດ່ບໍ ທີ່ຊັງຊາວເຢບຸດ ຫລາຍເທົ່າກັບທີ່ເຮົາຊັງພວກເຂົາ ແລະ ພໍທີ່ຈະຂ້າພວກເຂົາໄດ້? ໃຫ້ຂຶ້ນໄປທາງທໍ່ນໍ້າ ເພື່ອເຂົ້າບຸກໂຈມຕີຄົນຕາບອດ ກັບ ຄົນຂາພິການເຫລົ່ານັ້ນ. ” (ດ້ວຍເຫດນີ້ ຈຶ່ງມີຄໍາກ່າວກັນວ່າ, “ຄົນຕາບອດ ກັບຄົນຂາພິການ ບໍ່ໄດ້ຮັບອະນຸຍາດໃຫ້ເຂົ້າໄປໃນເຮືອນຂອງອົງພຣະຜູ້ເປັນເຈົ້າ. ”) [ຊ]
\v 9 ເມື່ອຢຶດເອົາປ້ອມປ້ອງກັນເມືອງໄດ້ແລ້ວ ກະສັດດາວິດກໍຢູ່ໃນທີ່ນັ້ນ ແລະ ໃສ່ຊື່ບ່ອນນີ້ວ່າ, “ເມືອງຂອງດາວິດ. ” ເພິ່ນໄດ້ສ້າງ ປ້ອມປ້ອງກັນເມືອງນີ້ໄວ້ ຕັ້ງແຕ່ບ່ອນທີ່ເຂົາຖົມດິນທາງທິດຕາເວັນອອກເນີນພູ.
\v 10 ເພິ່ນມີອໍານາດເຂັ້ມແຂງຂຶ້ນຕະຫລອດມາ ເພາະອົງພຣະຜູ້ເປັນເຈົ້າ ພຣະເຈົ້າອົງຊົງຣິດອໍານາດຍິ່ງໃຫຍ່ ສະຖິດຢູ່ກັບເພິ່ນ.
\s5
\v 11 ກະສັດຮີຣາມ ແຫ່ງຕີເຣ ໄດ້ສົ່ງຄະນະທູດການຄ້າມາຫາກະສັດດາວິດ ພ້ອມທັງສົ່ງໄມ້ແປກ, ຊ່າງໄມ້, ຊ່າງກໍ່ເພື່ອສ້າງວັງຂອງ ກະສັດດາວິດ.
\v 12 ກະສັດດາວິດ ຈຶ່ງຮັບຮູ້ວ່າອົງພຣະຜູ້ເປັນເຈົ້າໄດ້ແຕ່ງຕັ້ງເພິ່ນໃຫ້ເປັນກະສັດຂອງຊາດອິດສະຣາເອນ ແລະ ທັງໃຫ້ອານາຈັກຂອງຕົນຮັ່ງມີ ແລະ ຮຸ່ງເຮືອງ ຂຶ້ນເພື່ອເຫັນແກ່ປະຊາຊົນຂອງພຣະອົງ.
\s5
\v 13 ເມື່ອກະສັດດາວິດ ຍ້າຍຈາກເມືອງ ເຮັບໂຣນ ມາຢູ່ໃນນະຄອນເຢຣູຊາເລັມແລ້ວ ເພິ່ນມີເມຍນ້ອຍຕື່ມອີກຫລາຍຄົນ ແລະ ມີລູກຊາຍກັບລູກສາວຫລາຍຄົນຕື່ມອີກ.
\v 14 ພວກລູກທີ່ເກີດໃນນະຄອນເຢຣູຊາເລັມ ມີຊື່ດັ່ງນີ້: ຊາມມູອາ, ໂຊບັບ, ນາທານ, ໂຊໂລໂມນ,
\v 15 ອິບຮາ, ເອລີຊູອາ, ເນເຟັກ, ຢາເຟຍ,
\v 16 ເອລີຊາມາ, ເອລີອາດາ ແລະ ເອລີເຟເລັດ.
\s5
\v 17 ເມື່ອພວກຟີລິດສະຕິນ ໄດ້ຍິນຂ່າວວ່າ, ດາວິດໄດ້ຮັບແຕ່ງຕັ້ງໃຫ້ເປັນກະສັດແຫ່ງຊາດອິດສະຣາເອນແລ້ວ ພວກເຂົາຈຶ່ງຍົກທັບມາເພື່ອຈະຈັບເອົາເພິ່ນ. ພໍກະສັດດາວິດໄດ້ຍິນຂ່າວນີ້ ເພິ່ນຈຶ່ງລົງໄປຢູ່ໃນປ້ອມປ້ອງກັນເມືອງ.
\v 18 ຝ່າຍພວກຟີລິດສະຕິນ ກໍໄດ້ມາຮອດຮ່ອມພູເຣຟາອິມ ແລະ ຢຶດເອົາບ່ອນນີ້ໄວ້
\s5
\v 19 ກະສັດດາວິດຖາມອົງພຣະຜູ້ເປັນເຈົ້າວ່າ, “ໃຫ້ຂ້ານ້ອຍໄປໂຈມຕີພວກຟີລິດສະຕິນ ຫລືບໍ? ພຣະອົງຈະໃຫ້ຂ້ານ້ອຍຮົບຊະນະ ພວກເຂົາ ຫລືບໍ? ” ອົງພຣະຜູ້ເປັນເຈົ້າຕອບ ວ່າ, “ຈົ່ງໄປໂຈມຕີພວກເຂົາ ເຮົາຈະໃຫ້ເຈົ້າ ຮົບຊະນະ. ”
\v 20 ດັ່ງນັ້ນ ກະສັດດາວິດຈຶ່ງໄປຍັງເມືອງບາອານ ເປຣາຊິມ ແລະ ຕີຊະນະ ພວກເຂົາຢູ່ທີ່ນັ້ນ. ເພິ່ນກ່າວວ່າ, “ອົງພຣະຜູ້ເປັນເຈົ້າໄດ້ຕີເຫລົ່າສັດຕູຂອງຂ້ານ້ອຍແຕກ ໜີໄປດັ່ງຖືກນາໍ້ໄຫລຖ້ວມ. ” ດັ່ງນັ້ນແຫລະ, ບ່ອນນີ້ຈຶ່ງເປັນທີ່ເອີ້ນກັນວ່າ, “ບາອານ ເປຣາຊິມ. ” [ຍ]
\v 21 ເມື່ອພວກຟີລິດສະຕິນ ປົບໜີໄປນັ້ນ ພວກເຂົາໄດ້ປະບັນດາຮູບເຄົາຣົບຂອງພວກເຂົາໄວ້. ກະສັດດາວິດ ກັບທະຫານຂອງເພິ່ນຈຶ່ງຂົນເອົາຮູບເຄົາຣົບ ເຫລົ່ານັ້ນໄປ.
\s5
\v 22 ແລ້ວພວກຟີລິດສະຕິນ ກໍກັບຄືນມາ ຍັງຮ່ອມພູເຣຟາອິມ ແລະ ຢຶດເອົາບ່ອນນັ້ນໄວ້ອີກ.
\v 23 ກະສັດດາວິດ ຈຶ່ງຖາມອົງພຣະຜູ້ເປັນເຈົ້າຕື່ມ ແລະ ພຣະອົງຕອບວ່າ, “ຢ່າໂຈມຕີພວກເຂົາໃນບ່ອນນີ້ ແຕ່ໃຫ້ອ້ອມໄປໂຈມຕີພວກເຂົາທາງດ້ານຫລັງ ຢູ່ໃກ້ກັບຕົ້ນມອນ.
\s5
\v 24 ເມື່ອໃດເຈົ້າໄດ້ຍິນສຽງຍ່າງຢູ່ເທິງຕົ້ນໄມ້ ໃຫ້ເຈົ້າໂຈມຕີເມື່ອນັ້ນໂລດ ເພາະເຮົາຈະຍ່າງອອກໜ້າເຈົ້າໄປ ເພື່ອປາບກອງທັບຟີລິດສະຕິນ. ”
\v 25 ກະສັດດາວິດເຮັດຕາມທີ່ອົງພຣະຜູ້ເປັນເຈົ້າໄດ້ສັ່ງ ແລະ ໄລ່ພວກຟີລິດສະຕິນ ໃຫ້ອອກໜີໄປຈາກເມືອງເກບາ ຈົນເຖິງເມືອງເກເຊ.
\s5
\c 6
\p
\v 1 ກະສັດດາວິດ ໄດ້ເອີ້ນທະຫານຜູ້ເກັ່ງກ້າ ທີ່ສຸດໃນຊາດອິດສະຣາເອນ ສາມສິບພັນຄົນ ມາເຕົ້າໂຮມກັນອີກເທື່ອໜຶ່ງ
\v 2 ແລະ ພາພວກເຂົາໄປຍັງເມືອງບາອາລາ ດ ໃນຢູດາຍ ເພື່ອນາໍເອົາຫີບພັນທະສັນຍາຂອງພຣະເຈົ້າ ຕາມພຣະນາມຊື່ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດຍິ່ງໃຫຍ່ ຜູ້ທີ່ນັ່ງເທິງບັນລັງເຄຣຸບ. [ຕ]
\s5
\v 3 ພວກເຂົາໄດ້ນາໍເອົາຫີບນັ້ນອອກມາ ຈາກເຮືອນຂອງອາບີນາດາບ ທີ່ເທິງເນີນພູ ແລະ ບັນຈຸໃສ່ລໍ້ທີ່ເຮັດໃໝ່ ໆ. ອຸດຊາ ແລະ ອາຮີໂອ ລູກຊາຍຂອງອາບີນາດາບ ເປັນຄົນຂັບລໍ້ໄປ
\v 4 ໂດຍແມ່ນອາຮີໂອເປັນຜູ້ຍ່າງອອກໜ້າ.
\v 5 ກະສັດດາວິດ ກັບ ຊາວອິດສະຣາເອນທຸກຄົນຕ່າງກໍຟ້ອນ ແລະ ຮ້ອງລໍາທາໍເພງດ້ວຍສຸດໃຈ [ຖ] ຖວາຍກຽດແກ່ ອົງພຣະຜູ້ເປັນເຈົ້າ. ພວກເຂົາດີດພິນ, ຕີກອງ, ສັ່ນກະລໍ ແລະ ຕົບແສ່ງໄປນາໍພ້ອມ.
\s5
\v 6 ເມື່ອພວກເຂົາມາຮອດລານຟາດເຂົ້າຂອງນາໂກນ ງົວເລີຍເຕະສະດຸດ ແລະ ອຸດຊາ ກໍເດ່ມືອອກໄປຈັບຫີບພັນທະສັນຍາໄວ້.
\v 7 ໃນທັນໃດນັ້ນ ອົງພຣະຜູ້ເປັນເຈົ້າກໍໂກດຮ້າຍອຸດຊາ ແລະ ຂ້າລາວ ເພາະລາວບໍ່ຢ້ານຢໍາພຣະອົງ. [ທ] ອຸດຊາ ຕາຍໃກ້ກັບຫີບພັນທະສັນຍາຢູ່ທີ່ນັ້ນ.
\s5
\v 8 ຝ່າຍກະສັດດາວິດກໍໃຈຮ້າຍໃຫຍ່ຍ້ອນອົງພຣະຜູ້ເປັນເຈົ້າໄດ້ລົງໂທດອຸດຊາ ດ້ວຍຄວາມໂກດຮ້າຍຂອງພຣະອົງ. ສະນັ້ນ ບ່ອນນີ້ຈຶ່ງເປັນທີ່ເອີ້ນວ່າ ເປເຣັດ ອຸດຊາ [ນ] ຈົນເຖິງທຸກວັນນີ້.
\v 9 ແລ້ວກະສັດດາວິດ ກໍເກີດຢ້ານກົວອົງພຣະຜູ້ເປັນເຈົ້າ ແລະ ກ່າວວ່າ, “ບັດນີ້ ເຮົາຈະນາໍເອົາຫີບພັນທະສັນຍານີ້ໄປໄດ້ຢ່າງໃດ?”
\s5
\v 10 ດັ່ງນັ້ນ ເພິ່ນຈຶ່ງຕັດສິນໃຈບໍ່ນໍາເອົາຫີບພັນທະສັນຍາໄປທີ່ນະຄອນເຢຣູຊາເລັມ, ແຕ່ເພິ່ນນາໍຫີບພັນທະສັນຍານີ້ ກັບຄືນໄປຍັງເຮືອນຊາວເມືອງກາດຄົນໜຶ່ງຊື່ວ່າ ໂອເບັດເອໂດມ.
\v 11 ຫີບພັນທະສັນຍາໄດ້ຢູ່ທີ່ນັ້ນ ເປັນເວລາສາມເດືອນ ແລະ ອົງພຣະຜູ້ເປັນເຈົ້າໄດ້ອວຍພອນ ໂອເບັດເອໂດມ ພ້ອມທັງຄອບຄົວຂອງລາວ.
\s5
\v 12 ເມື່ອກະສັດດາວິດ ໄດ້ຍິນຂ່າວວ່າຍ້ອນຫີບພັນທະສັນຍານັ້ນ ອົງພຣະຜູ້ເປັນເຈົ້າຈຶ່ງໄດ້ອວຍພອນຄອບຄົວ ໂອເບັດ ເອໂດມ ຕະຫລອດທັງທຸກສິ່ງທີ່ລາວມີ. ດັ່ງນັ້ນ ກະສັດດາວິດຈຶ່ງເອົາຫີບພັນທະສັນຍານີ້ອອກຈາກເຮືອນຂອງໂອເບັດເອໂດມ ໄປຍັງນະຄອນເຢຣູຊາເລັມ ແລະມີ ການສະຫລອງກັນຢ່າງໃຫຍ່ໂຕ.
\v 13 ເມື່ອພວກທີ່ຫາມຫີບພັນທະສັນຍາຂອງອົງພຣະຜູ້ ເປັນເຈົ້າຍ່າງອອກໄປໄດ້ຫົກກ້າວ ກະສັດດາວິດກໍບອກໃຫ້ພວກເຂົາຢຸດ ໃນຂະນະທີ່ເພິ່ນເອົາງົວເຖິກ ແລະງົວເຖິກໜຸ່ມໂຕຕຸ້ຍພີດີ ມາຖວາຍບູຊາ.
\s5
\v 14 ກະສັດດາວິດນຸ່ງແຕ່ເສື້ອປ່ານໂດຍມີຜ້າມັດແອວ ຟ້ອນຖວາຍກຽດຕໍ່ໜ້າອົງພຣະຜູ້ເປັນເຈົ້າ ຢ່າງສຸດຈິດສຸດໃຈ.
\v 15 ສະນັ້ນ ກະສັດດາວິດ ແລະຊາວອິດສະຣາເອນທຸກຄົນຈຶ່ງນາໍເອົາຫີບພັນທະສັນຍາຂອງອົງພຣະ ຜູ້ເປັນເຈົ້າຂຶ້ນໄປຍັງນະຄອນເຢຣູຊາເລັມ ດ້ວຍສຽງໂຮຮ້ອງຍິນດີ ແລະດ້ວຍສຽງແກດັງກ້ອງສະໜັ່ນ.
\s5
\v 16 ພໍຫາມຫີບພັນທະສັນຍາຂອງອົງພຣະຜູ້ເປັນເຈົ້າເຂົ້າມາໃນເມືອງ ນາງມີການ ລູກສາວຂອງກະສັດໂຊນ ກໍຄິດກຽດຊັງກະສັດດາວິດ ເພາະນາງແນມໄປທາງປ່ອງຢ້ຽມ ເຫັນເພິ່ນພວມຟ້ອນ ແລະ ເຕັ້ນໄປມາເພື່ອຍ້ອງຍໍໃຫ້ກຽດຕໍ່ໜ້າອົງພຣະຜູ້ເປັນເຈົ້າ.
\v 17 ຫີບພັນທະສັນຍາຂອງອົງພຣະຜູ້ ເປັນເຈົ້າ ໄດ້ຖືກຫາມມາວາງໄວ້ຢູ່ໃນຫໍເຕັນ ບ່ອນທີ່ກະສັດດາວິດໄດ້ຈັດຕຽມໄວ້. ແລ້ວກະສັດດາວິດກໍຖວາຍເຄື່ອງບູຊາ ເພື່ອຄວາມສາມັກຄີທາໍ ຊ້ອງພຣະພັກອົງພຣະຜູ້ເປັນເຈົ້າ.
\s5
\v 18 ເມື່ອເພິ່ນຖວາຍເຄື່ອງບູຊາແລ້ວ ເພິ່ນໄດ້ອວຍພອນປະຊາຊົນໃນນາມຂອງອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດຍິ່ງໃຫຍ່
\v 19 ແລະແຈກອາຫານໃຫ້ແກ່ທຸກຄົນ. ເພິ່ນໄດ້ແຈກໃຫ້ຊາວອິດສະຣາເອນທັງຊາຍ ແລະ ຍິງ ດັ່ງນີ້: ເຂົ້າຈີ່ຜູ້ລະກ້ອນ ຊີ້ນປີ້ງຜູ້ລະຕ່ອນ [ບ] ແລະ ໝາກອະງຸ່ນແຫ້ງ. ແລ້ວແຕ່ລະຄົນກໍກັບເມືອບ້ານເຮືອນຂອງໃຜລາວ.
\s5
\v 20 ຕໍ່ມາ ເມື່ອກະສັດດາວິດ ກັບຄືນເມືອຖາມຂ່າວຄວາມສຸກທຸກຂອງຄອບຄົວ ນາງມີການ ລູກສາວຂອງກະສັດໂຊນ ກໍອອກມາ ພົບເພິ່ນ ແລະ ເວົ້າວ່າ, “ວັນນີ້ ກະສັດແຫ່ງຊາດອິດສະຣາເອນ ໄດ້ສ້າງຊື່ສຽງອັນຍິ່ງໃຫຍ່ໃຫ້ຕົນເອງ. ເພິ່ນໄດ້ແກ້ຜ້າປະຕົນຕົວ ດັ່ງຄົນບ້າໃຫ້ພວກສາວໃຊ້ຂອງບັນດາຂ້າຣາຊການຂອງຕົນເບິ່ງ.”
\s5
\v 21 ກະສັດດາວິດ ຕອບວ່າ, “ຂ້ອຍໄດ້ຟ້ອນຖວາຍກຽດແກ່ອົງພຣະຜູ້ເປັນເຈົ້າ ພຣະອົງໄດ້ເລືອກເອົາຂ້ອຍໃຫ້ເປັນຜູ້ນາໍປະຊາຊົນອິດສະຣາເອນຂອງອົງພຣະຜູ້ເປັນເຈົ້າ ແທນທີ່ຈະແມ່ນພໍ່ເຈົ້າ ແລະ ຄອບຄົວຂອງເພິ່ນ. ຂ້ອຍຍັງຈະຟ້ອນຖວາຍກຽດແກ່ອົງພຣະຜູ້ເປັນເຈົ້າ ຢ່າງນີ້ຕໍ່ໄປ
\v 22 ແລະ ຂ້ອຍກໍຈະຖ່ອມຕົວລົງກວ່ານີ້ອີກ. ເຈົ້າ [ປ] ອາດຄິດວ່າ ຂ້ອຍບໍ່ມີຄວາມໝາຍຫຍັງເລີຍກໍໄດ້ ແຕ່ພວກຜູ້ຍິງເຫລົ່ານັ້ນຄິດຍົກຍ້ອງຂ້ອຍຢ່າງສູງ. ”
\v 23 ນາງມີການ ລູກສາວຂອງກະສັດໂຊນ ບໍ່ເຄີຍມີລູກຕະຫລອດຊົ່ວຊີວິດຂອງນາງ.
\s5
\c 7
\p
\v 1 ກະສັດດາວິດໄດ້ຄອງອໍານາດຢ່າງໝັ້ນຄົງຢູ່ໃນວັງຂອງເພິ່ນ ແລະ ອົງພຣະຜູ້ເປັນເຈົ້າກໍຄຸ້ມຄອງເພິ່ນ ໃຫ້ພົ້ນໂພຍໄພຈາກເຫລົ່າສັດຕູທັງປວງ.
\v 2 ແລ້ວກະສັດກໍໄດ້ ເວົ້າກັບນາທານ ຜູ້ທາໍນວາຍວ່າ, “ເບິ່ງດູ ເຮົາເອງຢູ່ໃນເຮືອນທີ່ສ້າງດ້ວຍໄມ້ແປກ, ແຕ່ຫີບພັນທະສັນຍາຂອງພຣະເຈົ້າ ພັດຢູ່ໃນຫໍເຕັນ.”
\s5
\v 3 ນາທານ ຈຶ່ງຕອບເພິ່ນວ່າ, “ຈົ່ງເຮັດຕາມ ທີ່ທ່ານຄິດເຫັນເທີ້ນ ເພາະອົງພຣະຜູ້ເປັນເຈົ້າ ສະຖິດຢູ່ກັບທ່ານ. ”
\v 4 ແຕ່ໃນຄືນນັ້ນ ອົງພຣະຜູ້ເປັນເຈົ້າກ່າວກັບນາທານ ວ່າ,
\v 5 “ຈົ່ງໄປບອກດາວິດ ຜູ້ຮັບໃຊ້ຂອງເຮົາວ່າ ເຮົາບອກລາວດັ່ງນີ້: ‘ເຈົ້າບໍ່ແມ່ນຄົນທີ່ຈະສ້າງ ພຣະວິຫານໃຫ້ເຮົາຢູ່.
\s5
\v 6 ນັບແຕ່ເວລາທີ່ເຮົາໄດ້ຊ່ວຍກອບກູ້ເອົາປະຊາຊົນອິດສະຣາເອນ ອອກມາຈາກປະເທດເອຢິບ ຈົນເຖິງດຽວນີ້ ເຮົາບໍ່ໄດ້ຢູ່ໃນພຣະວິຫານເລີຍ. ເຮົາໄດ້ເດີນທາງເລື້ອຍໄປ ໂດຍອາໄສຢູ່ໃນຫໍເຕັນ.
\v 7 ຕະຫລອດເວລາ ທີ່ເຮົາເດີນທາງໄປກັບຊາວອິດສະຣາເອນນັ້ນ ເຮົາບໍ່ໄດ້ຖາມພວກຜູ້ປົກຄອງ [ຜ] ຄົນໃດຄົນໜຶ່ງທີ່ເຮົາໄດ້ແຕ່ງຕັ້ງນັ້ນວ່າ ເຫດໃດພວກເຂົາຈຶ່ງບໍ່ສ້າງພຣະວິຫານດ້ວຍໄມ້ແປກໃຫ້ເຮົາຢູ່.
\s5
\v 8 ດັ່ງນັ້ນ ຈົ່ງບອກດາວິດຜູ້ຮັບໃຊ້ຂອງເຮົາ ວ່າ, ‘ອົງພຣະຜູ້ເປັນເຈົ້າອົງຊົງຣິດອໍານາດຍິ່ງໃຫຍ່ ບອກລາວວ່າ, ເຈົ້າເປັນຄົນລ້ຽງແກະ ຕາມທົ່ງນາ ແລະ ເຮົາໄດ້ເອົາເຈົ້າມາເປັນຜູ້ປົກຄອງຊາວອິດສະຣາເອນ ປະຊາຊົນຂອງເຮົາ.
\v 9 ເຮົາໄດ້ຢູ່ນາໍເຈົ້າທຸກທີ່ທຸກບ່ອນ ທີ່ເຈົ້າໄປ ແລະ ເຮົາໄດ້ໃຫ້ສັດຕູທັງຫລາຍຂອງ ເຈົ້າພ່າຍແພ້ ໃນຂະນະທີ່ເຈົ້າບຸກໜ້າເຂົ້າໄປ. ເຮົາຈະສ້າງເຈົ້າໃຫ້ເປັນຜູ້ມີຊື່ສຽງ ດັ່ງບັນດາຜູ້ນາໍຄົນຍິ່ງໃຫຍ່ທີ່ສຸດໃນໂລກ.
\s5
\v 10 ເຮົາໄດ້ເລືອກເອົາບ່ອນໜຶ່ງໄວ້ໃຫ້ ປະຊາຊົນອິດສະຣາເອນຂອງເຮົາ ແລະ ໃຫ້ພວກເຂົາໄດ້ຕັ້ງຖິ່ນຖານຢູ່ໃນທີ່ນັ້ນ ຊຶ່ງເປັນບ່ອນທີ່ພວກເຂົາຈະຢູ່ຢ່າງບໍ່ມີການກົດຂີ່ຂົ່ມເຫັງໃດ ໆ ທັງສິ້ນ.
\v 11 ນັບຕັ້ງແຕ່ເວລາ ທີ່ເຮົາໄດ້ແຕ່ງຕັ້ງໃຫ້ມີຜູ້ປົກຄອງເໜືອຊາວອິດສະຣາເອນ ປະຊາກອນຂອງເຮົາ; ເຮົາຈະໃຫ້ເຈົ້າພົ້ນຈາກເຫລົ່າສັດຕູທັງປວງຂອງເຈົ້າ. ຫລາຍກວ່ານັ້ນ ອົງພຣະຜູ້ເປັນເຈົ້າກ່າວແກ່ເຈົ້າວ່າ ພຣະອົງຈະໃຫ້ເຈົ້າມີເຊື້ອສາຍຫລາຍຄົນ.
\s5
\v 12 ເມື່ອເຈົ້າຕາຍໄປ ແລະ ຖືກຝັງໄວ້ກັບບັນພະບຸລຸດຂອງເຈົ້າແລ້ວ ເຮົາກໍຈະໃຫ້ລູກຊາຍຄົນໜຶ່ງຂອງເຈົ້າເປັນກະສັດ ແລະ ຈະໃຫ້ອານາຈັກຂອງລາວເຂັ້ມແຂງ.
\v 13 ລາວຈະເປັນຜູ້ສ້າງວິຫານສໍາລັບເຮົາ ແລະ ເຮົາຈະໃຫ້ເຊື້ອສາຍຂອງລາວປົກຄອງຕະຫລອດໄປ.
\v 14 ເຮົາຈະເປັນພໍ່ຂອງລາວ ແລະ ລາວຈະເປັນລູກຂອງເຮົາ. ເມື່ອລາວເຮັດຜິດ ເຮົາກໍຈະລົງໂທດລາວ ດັ່ງພໍ່ລົງໂທດລູກຊາຍຂອງຕົນ.
\s5
\v 15 ແຕ່ເຮົາຈະບໍ່ຖອນຄວາມຮັກອັນໝັ້ນ ຄົງຂອງເຮົາໜີຈາກລາວ ດັ່ງທີ່ໄດ້ເຮັດຕໍ່ໂຊນ ຜູ້ທີ່ເຮົາໄດ້ປົດອອກຈາກຕໍາແໜ່ງ ເພື່ອໃຫ້ເຈົ້າໄດ້ເປັນກະສັດ.
\v 16 ເຈົ້າຈະມີເຊື້ອສາຍຢູ່ເລື້ອຍ ໆ ແລະ ເຮົາຈະໃຫ້ອານາຈັກຂອງເຈົ້າຄົງຢູ່ຕະຫລອດໄປ. ເຊື້ອວົງຂອງເຈົ້າຈະດໍາລົງສືບ ໆ ໄປ ໂດຍບໍ່ສິ້ນສຸດຈັກເທື່ອ.
\v 17 ນາທານ ຈຶ່ງບອກກະສັດດາວິດ ທຸກສິ່ງຕາມທີ່ພຣະເຈົ້າໄດ້ສໍາແດງໃຫ້ແກ່ຕົນຮູ້ນັ້ນ.
\s5
\v 18 ຕໍ່ມາ ກະສັດດາວິດໄດ້ເຂົ້າໄປໃນຫໍເຕັນຂອງອົງພຣະຜູ້ເປັນເຈົ້າ ນັ່ງລົງທີ່ນັ້ນ ແລະ ພາວັນນາອະທິຖານ ວ່າ, “ຂ້າແດ່ພຣະເຈົ້າຢາເວ ອົງພຣະຜູ້ເປັນເຈົ້າເອີຍ ຂ້ານ້ອຍແລະຄອບຄົວ ບໍ່ສົມຄວນກັບສິ່ງທີ່ພຣະອົງໄດ້ກະທາໍຕໍ່ຂ້ານ້ອຍເລີຍ.
\v 19 ແຕ່ເຖິງປານນັ້ນ ພຣະເຈົ້າຢາເວ ອົງພຣະຜູ້ເປັນເຈົ້າເອີຍ ບັດນີ້ພຣະອົງຍັງກະທາໍຫລາຍເພີ່ມຕື່ມອີກ ໂດຍໄດ້ສັນຍາໄວ້ກ່ຽວກັບເຊື້ອສາຍຂອງຂ້ານ້ອຍໃນພາຍຂ້າງໜ້າ. ຂ້າແດ່ພຣະເຈົ້າ ຢາເວ ອົງພຣະຜູ້ເປັນເຈົ້າເອີຍ ພຣະອົງໃຫ້ຜູ້ໜຶ່ງໄດ້ຮູ້ເຫັນເລື່ອງນີ້. [ຝ]
\v 20 ຂ້າແດ່ພຣະເຈົ້າຢາເວ ອົງພຣະຜູ້ເປັນເຈົ້າເອີຍ ຂ້ານ້ອຍຈະເວົ້າຫຍັງກັບພຣະອົງໄດ້ອີກ ເພາະພຣະເຈົ້າຢາເວ ອົງພຣະຜູ້ເປັນເຈົ້າຮູ້ຈັກຂ້ານ້ອຍ ຜູ້ຮັບໃຊ້ຂອງພຣະອົງດີທີ່ສຸດ.
\s5
\v 21 ພຣະອົງກະທໍາການນີ້ ຕາມຄວາມພໍໃຈ ແລະ ຄວາມປະສົງຂອງພຣະອົງ. ພຣະອົງໄດ້ເຮັດການຍິ່ງໃຫຍ່ທັງໝົດເຫລົ່ານີ້ ກໍເພື່ອແນະນາໍ ແລະ ສັ່ງສອນຂ້າໃຊ້ຂອງພຣະອົງ.
\v 22 ຂ້າແດ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າເອີຍ ພຣະອົງຍິ່ງໃຫຍ່ແທ້! ບໍ່ມີຜູ້ໃດ ຄືພຣະອົງ; ພວກຂ້ານ້ອຍຮູ້ຢູ່ສະເໝີວ່າ ພຣະອົງເທົ່ານັ້ນທີ່ເປັນພຣະເຈົ້າ.
\v 23 ໃນໂລກນີ້ບໍ່ມີຊົນຊາດໃດເໝືອນຊາດອິດສະຣາເອນ ຊຶ່ງພຣະອົງໄດ້ຊ່ວຍກອບກູ້ເອົາມາຈາກການເປັນທາດຮັບໃຊ້ເພື່ອໃຫ້ເປັນຄົນຂອງພຣະອົງ. ຄວາມຍິ່ງໃຫຍ່ ແລະ ການອັດສະຈັນທີ່ພຣະອົງໄດ້ກະທໍາໃຫ້ພວກເຂົານັ້ນ [ພ] ໄດ້ນາໍຊື່ສຽງຂອງພຣະອົງ ແຜ່ໄປທົ່ວໂລກ. ພຣະອົງໄດ້ຂັບໄລ່ຊົນຊາດຕ່າງ ໆ ແລະ ບັນດາພະຂອງພວກເຂົາອອກໄປ [ຟ] ໃນຂະນະທີ່ປະຊາຊົນຂອງພຣະອົງບຸກໜ້າເຂົ້າໄປ ຄື ປະຊາຊົນທີ່ພຣະອົງໄດ້ປົດປ່ອຍອອກມາຈາກປະເທດເອຢິບ ເພື່ອໃຫ້ເປັນຂອງພຣະອົງ.
\s5
\v 24 ຂ້າແດ່ອົງພຣະຜູ້ເປັນເຈົ້າ ພຣະອົງໄດ້ກະທາໍໃຫ້ຊາດອິດສະຣາເອນເປັນປະຊາຊົນຂອງພຣະອົງຕະຫລອດໄປ ແລະ ພຣະອົງກໍເປັນພຣະເຈົ້າຂອງພວກເຂົາ.
\v 25 ຂ້າແດ່ອົງພຣະຜູ້ເປັນເຈົ້າພຣະເຈົ້າເອີຍ ບັດນີ້ຂໍພຣະອົງເຮັດຕາມຄໍາສັນຍາທີ່ພຣະອົງມີໄວ້ກັບຂ້ານ້ອຍ ແລະ ເຊື້ອສາຍຂອງຂ້ານ້ອຍດ້ວຍເທີ້ນ ແລະ ຂໍໃຫ້ເຮັດຕາມທີ່ພຣະອົງໄດ້ ກ່າວໄວ້ນັ້ນດ້ວຍ.
\v 26 ຊື່ສຽງຂອງພຣະອົງຈະຍິ່ງໃຫຍ່ ແລະ ຄົນຕ່າງກໍຈະເວົ້າກັນຕະຫລອດໄປວ່າ, ‘ອົງພຣະຜູ້ເປັນເຈົ້າອົງຊົງຣິດອໍານາດຍິ່ງໃຫຍ່ເປັນພຣະເຈົ້າຂອງຊາດອິດສະຣາເອນ. ພຣະອົງຈະສະຫງວນເຊື້ອສາຍຂອງຂ້ານ້ອຍໄວ້ສືບໄປ.
\s5
\v 27 ຂ້າແດ່ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດຍິ່ງໃຫຍ່ ພຣະເຈົ້າຂອງຊາດອິດສະຣາເອນເອີຍ ດ້ວຍວ່າ, ພຣະອົງໄດ້ເປີດເຜີຍເລື່ອງທັງໝົດນີ້ໃຫ້ຂ້ານ້ອຍຜູ້ຮັບໃຊ້ ຂອງພຣະອົງໄດ້ຮູ້ ແລະ ໄດ້ບອກຂ້ານ້ອຍວ່າ ພຣະອົງຈະເຮັດໃຫ້ເຊື້ອສາຍຂອງຂ້ານ້ອຍ ເປັນກະສັດ; ດັ່ງນັ້ນແຫລະ ຂ້ານ້ອຍຈຶ່ງກ້າພາວັນນາອະທິຖານຕໍ່ພຣະອົງເຊັ່ນນີ້.
\v 28 ບັດນີ້ ຂ້າແດ່ພຣະເຈົ້າຢາເວ ອົງພຣະຜູ້ເປັນເຈົ້າເອີຍ ພຣະອົງເປັນພຣະເຈົ້າ; ພຣະອົງຮັກສາພັນທະສັນຍາຂອງພຣະອົງສະເໝີ ແລະ ພຣະອົງໃຫ້ຄໍາສັນຍາອັນດີເລີດນີ້ໄວ້ກັບຂ້ານ້ອຍ.
\v 29 ຂໍພຣະອົງອວຍພອນ ຄອບຄົວຂອງຂ້ານ້ອຍດ້ວຍເຖີດ ເພື່ອວ່າ ເຊື້ອສາຍຂອງຂ້ານ້ອຍຈະໄດ້ຄອງບັນລັງຢູ່ ຊ້ອງໜ້າພຣະອົງຕະຫລອດໄປ. ຂ້າແດ່ພຣະເຈົ້າຢາເວ ອົງພຣະຜູ້ເປັນເຈົ້າເອີຍ ພຣະອົງເປັນຜູ້ໄດ້ສັນຍາເຊັ່ນນີ້ ແລະ ຂໍພຣະອົງໂຜດ ອວຍພອນເຊື້ອສາຍຂອງຂ້ານ້ອຍຕະຫລອດໄປເຖີດ.”
\s5
\c 8
\p
\v 1 ຕໍ່ມາ ກະສັດດາວິດໄດ້ໂຈມຕີພວກຟີລິດສະຕິນ ອີກ. ເພິ່ນໄດ້ເອົາຊະນະພວກເຂົາ ແລະ ປົດປ່ອຍເອົາດິນແດນທັງໝົດໄດ້. [ມ]
\s5
\v 2 ແລ້ວເພິ່ນກໍເອົາຊະນະຊາວໂມອາບ. ເພິ່ນໄດ້ບັງຄັບພວກຊະເລີຍເສິກ ໃຫ້ນອນລົງດິນ ແລະ ຂ້າສອງໃນສາມຄົນຖິ້ມ. ດັ່ງນັ້ນ ຊາວໂມອາບຈຶ່ງຕົກຢູ່ໃຕ້ອໍານາດຂອງກະສັດດາວິດ ແລະ ພວກເຂົາກໍຍອມເສຍສ່ວຍໃຫ້ເພິ່ນ.
\s5
\v 3 ຕໍ່ມາ ເພິ່ນໄດ້ເອົາຊະນະເຈົ້າຮາດາເດເຊ ລູກຊາຍຂອງເຣໂຮບ ກະສັດແຫ່ງຊີເຣຍ ທີ່ເມືອງໂຊບາ ໃນຂະນະທີ່ເພິ່ນໄປຕີເອົາເຂດແດນທາງພາກເໜືອຂອງແມ່ນາໍ້ເອີຟຣັດ ຄືນ.
\v 4 ກະສັດດາວິດຈັບທະຫານມ້າຂອງເຈົ້າຮາດາເດເຊ ໄດ້ໜຶ່ງພັນເຈັດຮ້ອຍຄົນ ແລະ ທະຫານບົກອີກ ຊາວພັນຄົນ. ເພິ່ນເອົາມ້າຮ້ອຍໂຕໄວ້ສໍາລັບລົດຮົບ ສ່ວນທີ່ເຫລືອນັ້ນ ເພິ່ນສັ່ງໃຫ້ຕັດເອັນຄະນ່ອງທັງໝົດ.
\s5
\v 5 ເມື່ອຊາວຊີເຣຍ ແຫ່ງນະຄອນດາມັສກັດ ໄດ້ສົ່ງກອງທັບໄປຊ່ວຍເຈົ້າຮາດາເດເຊ ກະສັດດາວິດກໍບຸກໂຈມຕີຄືນ ແລະ ໄດ້ຂ້າພວກເຂົາຊາວສອງພັນຄົນ.
\v 6 ແລ້ວເພິ່ນກໍໄດ້ຕັ້ງຄ້າຍທະຫານໄວ້ໃນ [ຢ] ດິນແດນຂອງ ພວກເຂົາ. ຊາວຊີເຣຍຈຶ່ງຕົກຢູ່ໃຕ້ອໍານາດ ຂອງກະສັດດາວິດ ແລະ ຍອມເສຍສ່ວຍໃຫ້ ເພິ່ນ. ອົງພຣະຜູ້ເປັນເຈົ້າຊ່ວຍໃຫ້ກະສັດດາວິດໄດ້ຮັບໄຊຊະນະໃນທຸກບ່ອນ ທີ່ເພິ່ນໄປສູ້ຮົບ.
\s5
\v 7 ກະສັດດາວິດຍັງຢຶດເອົາໂລ້ປ້ອງກັນເປັນຄໍາ ທີ່ພວກຂ້າຣາຊການຂອງເຈົ້າຮາດາເດເຊ ຖືນັ້ນໄປຍັງນະຄອນເຢຣູຊາເລັມ.
\v 8 ເພິ່ນຍັງຢຶດເອົາທອງສໍາຣິດເປັນຈາໍນວນຫລວງຫລາຍຈາກເມືອງເບຕາ ແລະ ເມືອງເບໂຣໄທ ອີກດ້ວຍ. ສອງເມືອງນີ້ປົກຄອງໂດຍເຈົ້າຮາດາເດເຊ.
\s5
\v 9 ເມື່ອກະສັດໂຕອີ ແຫ່ງຮາມັດ ໄດ້ຍິນວ່າ ກະສັດດາວິດໄດ້ເອົາຊະນະກອງທັບທັງໝົດຂອງເຈົ້າຮາດາເດເຊ
\v 10 ດັ່ງນັ້ນ ເພິ່ນຈຶ່ງສົ່ງໂຢຣາມ ລູກຊາຍຂອງຕົນໄປຄໍານັບ ແລະ ຊົມເຊີຍກະສັດດາວິດ ທີ່ເພິ່ນໄດ້ເອົາຊະນະເຈົ້າຮາດາເດເຊ ຜູ້ທີ່ເຈົ້າໂຕອີໄດ້ຕໍ່ສູ້ມາຫລາຍເທື່ອແລ້ວ. ໂຢຣາມ ໄດ້ນາໍເອົາຂອງຂວັນມາໃຫ້ກະສັດດາວິດ; ຂອງຂວັນເຫລົ່ານັ້ນເຮັດດ້ວຍຄໍາ, ເງິນ ແລະ ທອງສໍາຣິດ.
\s5
\v 11 ກະສັດດາວິດໄດ້ນາໍສິ່ງເຫລົ່ານີ້ໄປອຸທິດຖວາຍແກ່ອົງພຣະຜູ້ເປັນເຈົ້າ ດັ່ງທີ່ເພິ່ນໄດ້ອຸທິດຖວາຍເງິນ ແລະ ຄໍາຊຶ່ງຢຶດມາໄດ້ຈາກຊົນຊາດຕ່າງ ໆ ທີ່ເພິ່ນໄດ້ເອົາຊະນະເຊັ່ນ:
\v 12 ເອໂດມ, ໂມອາບ, ອໍາໂມນ, ຟີລິດສະຕິນ, ອາມາເຫລັກ ແລະ ຕະຫລອດທັງຂອງທີ່ປຸ້ນສະດົມມາໄດ້ຈາກເຈົ້າຮາດາເດເຊ ນັ້ນດ້ວຍ.
\s5
\v 13 ກະສັດດາວິດ ມີຊື່ສຽງໂດ່ງດັງຫລາຍຂຶ້ນ ຫລັງຈາກທີ່ເພິ່ນໄດ້ກັບຄືນມາຈາກບ່ອນທີ່ເພິ່ນໄດ້ຂ້າຊາວເອໂດມ ສິບແປດພັນຄົນ ທີ່ຮ່ອມພູເກືອ.
\v 14 ເພິ່ນໄດ້ຕັ້ງຄ້າຍທະຫານ ຕ່າງ ໆ [ຣ] ໄວ້ຢູ່ທົ່ວເຂດແດນຂອງເອໂດມ ແລະ ປະຊາຊົນຕາມບ່ອນເຫລົ່ານີ້ກໍຕົກຢູ່ໃຕ້ອໍານາດຂອງເພິ່ນ. ອົງພຣະຜູ້ເປັນເຈົ້າໄດ້ຊ່ວຍໃຫ້ກະສັດດາວິດໄດ້ຮັບໄຊຊະນະໃນທຸກບ່ອນທີ່ເພິ່ນໄປສູ້ຮົບ.
\s5
\v 15 ກະສັດດາວິດໄດ້ປົກຄອງທົ່ວທັງຊາດອິດສະຣາເອນ. ເພິ່ນປະຕິບັດຕໍ່ປະຊາຊົນຂອງຕົນຢ່າງຍຸດຕິທາໍ ແລະ ຢ່າງສັດຊື່
\v 16 ໂຢອາບ ລູກຊາຍຂອງນາງເຊຣູອີຢາ ເປັນຜູ້ບັນຊາການກອງທັບ; ສ່ວນເຢໂຮຊາຟັດ ລູກຊາຍຂອງອາຮີລຸດ ເປັນຜູ້ບັນທຶກເລື່ອງລາວ ຕ່າງ ໆ;
\v 17 ຊາດົກ ລູກຊາຍຂອງອາຮີຕຸບ ແລະ ອາຮີເມເຫລັກ ລູກຊາຍຂອງອາບີອາທາ ທັງສອງເປັນປະໂຣຫິດ; ເສຣາອີຢາ ເປັນເລຂາທິການປະຈໍາວັງ;
\v 18 ເບນາອີຢາ ລູກຊາຍຂອງເຢໂຮຍອາດາ ເປັນຜູ້ບັນຊາການ [ລ] ທະຫານປ້ອງກັນຕົວຂອງກະສັດດາວິດ ແລະ ບັນດາລູກຊາຍຂອງກະສັດດາວິດເປັນປະໂຣຫິດ.
\s5
\c 9
\p
\v 1 ມີມື້ໜຶ່ງກະສັດດາວິດ ໄດ້ຖາມວ່າ, “ມີຜູ້ ໃດແດ່ໃນຄອບຄົວຂອງໂຊນ ທີ່ຍັງມີຊີວິດຢູ່? ຖ້າມີ ເຮົາຈະໃຫ້ຄວາມເມດຕາຊ່ວຍເຫລືອລາວ ເພື່ອເຫັນແກ່ໂຢນາທານ.
\v 2 ແລ້ວມີຊາຍຜູ້ໜຶ່ງຊື່ວ່າ ຊີບາ ຄົນຮັບໃຊ້ປະຈາໍຄອບຄົວຂອງໂຊນ ໄດ້ຮັບຄໍາສັ່ງໃຫ້ເຂົ້າມາ ພົບກະສັດດາວິດ. ກະສັດຈຶ່ງຖາມວ່າ, “ເຈົ້າຊື່ຊີບາ ແມ່ນບໍ? ” ລາວຕອບວ່າ, “ແມ່ນແລ້ວ ທ່ານເອີຍ.”
\s5
\v 3 ກະສັດຖາມລາວອີກວ່າ, “ມີຜູ້ໃດແດ່ ໃນ ຄອບຄົວຂອງໂຊນ ທີ່ຍັງມີຊີວິດຢູ່ ເພື່ອວ່າເຮົາຈະໄດ້ສະແດງຄວາມຈົງຮັກພັກດີ ແລະ ໃຫ້ຄວາມເມດຕາ ເພື່ອຊ່ວຍເຫລືອຕາມທີ່ເຮົາໄດ້ສັນຍາໄວ້ກັບພຣະເຈົ້າ. ” ຊີບາ ຕອບວ່າ, “ຍັງມີຢູ່ຜູ້ໜຶ່ງ. ລາວແມ່ນລູກຊາຍຂອງໂຢນາທານ ແຕ່ລາວຂາພິການ. ”
\v 4 ກະສັດຖາມວ່າ, “ລາວຢູ່ໃສ? ” ຊີບາຕອບວ່າ, “ຢູ່ໃນເຮືອນຂອງມາກີ ລູກຊາຍຂອງອໍາມີເອນ ໃນໂລເດບາ.”
\s5
\v 5 ດັ່ງນັ້ນ ກະສັດດາວິດຈຶ່ງສົ່ງຄົນໄປນາໍ ເອົາເມຟີໂບເສັດ.
\v 6 ເມື່ອເມຟີໂບເສັດ ລູກຊາຍຂອງໂຢນາທານ ຫລານຊາຍຂອງໂຊນ ເຂົ້າມາ ລາວກໍກົ້ມຂາບລົງສະແດງຄວາມເຄົາຣົບກະສັດດາວິດ. ດາວິດກ່າວວ່າ, “ເມຟີໂບເສັດ ເອີຍ. ” ແລະລາວຈຶ່ງຕອບວ່າ, “ຂ້ານ້ອຍ ຂ້າຮັບໃຊ້ຂອງທ່ານ.”
\s5
\v 7 ກະສັດດາວິດ ກ່າວຕໍ່ໄປວ່າ, “ບໍ່ຕ້ອງຢ້ານດອກ ເພື່ອເຫັນແກ່ໂຢນາທານ ພໍ່ຂອງເຈົ້າ ເຮົາຈະເມດຕາເຈົ້າ. ເຮົາຈະເອົາທີ່ດິນທັງໝົດ ທີ່ເປັນຂອງກະສັດໂຊນ ປູ່ຂອງເຈົ້ານັ້ນມອບໃຫ້ເຈົ້າ ແລະ ເຮົາຍິນດີໃຫ້ເຈົ້າມາຮ່ວມໂຕະ ຮັບປະທານອາຫານກັບເຮົາສະເໝີ.
\v 8 ເມຟີໂບເສັດ ກົ້ມຂາບລົງອີກເທື່ອໜຶ່ງແລະ ເວົ້າວ່າ, “ທ່ານເອີຍ ຂ້ານ້ອຍບໍ່ມີຄຸນຄ່າເທົ່າກັບໝາຕາຍໂຕໜຶ່ງຊໍ້າ ເຫດສັນັໃດທ່ານຈຶ່ງເຮັດດີຕໍ່ຂ້ານ້ອຍຢ່າງນີ້? ”
\s5
\v 9 ແລ້ວກະສັດກໍເອີ້ນຊີບາ ຄົນຮັບໃຊ້ຂອງກະສັດໂຊນ ມາ ແລະ ບອກລາວວ່າ, “ເຮົາໄດ້ມອບທຸກສິ່ງທີ່ເປັນຂອງກະສັດໂຊນ ກັບຄອບຄົວຂອງເພິ່ນຄືນໃຫ້ແກ່ເມຟີໂບເສັດ ຜູ້ທີ່ເປັນຫລານຊາຍຂອງນາຍເຈົ້າແລ້ວ.
\v 10 ສ່ວນເຈົ້າ ພວກລູກຊາຍຂອງເຈົ້າຕະຫລອດທັງຄົນຮັບໃຊ້ຂອງເຈົ້າດ້ວຍ ຈົ່ງພາກັນເຮັດໄຮ່ໄຖນາໃສ່ທີ່ດິນນີ້ໃຫ້ຄອບຄົວກະສັດໂຊນ ນາຍຂອງເຈົ້າ ແລະ ນາໍເອົາຜົນລະປູກມາໃຫ້ ເພື່ອພວກເຂົາຈະມີອາຫານການກິນ. ສ່ວນເມຟີໂບເສັດນັ້ນ ລາວຈະເປັນແຂກປະຈາໍທີ່ໂຕະອາຫານຂອງເຮົາສະເໝີ. ” (ຊີບາ ມີລູກຊາຍຢູ່ສິບຫ້າຄົນ ແລະ ມີຄົນຮັບໃຊ້ຢູ່ຊາວຄົນ.)
\s5
\v 11 ຊີບາ ຕອບກະສັດວ່າ, “ຂ້ານ້ອຍຈະເຮັດທຸກຢ່າງຕາມທີ່ທ່ານສັ່ງ. ” ດັ່ງນັ້ນ ເມຟີໂບເສັດ ຈຶ່ງໄດ້ມາຮ່ວມໂຕະຮັບປະທານອາຫານກັບກະສັດ [ວ] ເໝືອນກັບວ່າລາວເປັນລູກຊາຍຄົນໜຶ່ງຂອງກະສັດ.
\v 12 ເມຟີໂບເສັດ ມີລູກຊາຍຫລ້າຢູ່ຄົນໜຶ່ງຊື່ວ່າ ມີກາ. ທຸກຄົນໃນຄອບຄົວຂອງຊີບາ ໄດ້ເປັນຄົນຮັບໃຊ້ຂອງເມຟີໂບເສັດ ທັງໝົດ.
\v 13 ສະນັ້ນ ເມຟີໂບເສັດຜູ້ທີ່ຂາພິການທັງສອງເບື້ອງຈຶ່ງຢູ່ໃນນະຄອນເຢຣູຊາເລັມ ແລະ ຮ່ວມໂຕະຮັບປະທານອາຫານກັບກະສັດສະເໝີ.
\s5
\c 10
\p
\v 1 ຕໍ່ມາ ນາຮາດ ກະສັດຂອງຊາວອໍາໂມນ ໄດ້ຕາຍໄປ. ຮານຸນ ລູກຊາຍຂອງເພິ່ນໄດ້ຂຶ້ນເປັນກະສັດແທນ.
\v 2 ກະສັດດາວິດຈຶ່ງກ່າວວ່າ, “ເຮົາຕ້ອງສະແດງຄວາມເປັນມິດຢ່າງ ສັດຊື່ຕໍ່ຮານຸນ ຕາມທີ່ເຈົ້ານາຮາດ ພໍ່ຂອງລາວເຄີຍໄດ້ປະຕິບັດຕໍ່ເຮົາ. ” ສະນັ້ນ ກະສັດດາວິດຈຶ່ງສົ່ງຄະນະທູດ ໄປສະແດງຄວາມ ເສຍໃຈນໍາເຈົ້າຮານຸນ. ເມື່ອຄະນະທູດຂອງກະສັດດາວິດ ມາເຖິງເມືອງອໍາໂມນແລ້ວ
\v 3 ບັນດາຜູ້ນາໍຊາວອໍາໂມນ ກໍໄປບອກກະສັດຂອງພວກຕົນວ່າ, “ທ່ານຄິດເຫັນຢ່າງໃດ ທີ່ກະສັດດາວິດສົ່ງຄະນະທູດມາສະແດງຄວາມເສຍໃຈນາໍທ່ານ ໃນເວລາເຊັ່ນນີ້ ເພື່ອເປັນການໃຫ້ກຽດແກ່ພໍ່ຂອງທ່ານຊັ້ນບໍ? ຄົງບໍ່ເປັນດັ່ງນັ້ນດອກ ເພິ່ນສົ່ງພວກເຫລົ່ານີ້ມາສອດແນມເບິ່ງບ້ານເມືອງ ເພື່ອເອົາຊະນະພວກເຮົາ.”
\s5
\v 4 ດັ່ງນັ້ນ ຮານຸນ ຈຶ່ງຈັບຄະນະທູດຂອງກະສັດດາວິດ ແລະ ສັ່ງໃຫ້ແຖໜວດຂ້າງໜຶ່ງທັງຕັດເຄື່ອງນຸ່ງຊື່ກັບກະໂພກອອກ ແລ້ວສົ່ງພວກເຂົາກັບເມືອ.
\v 5 ພວກເຂົາອັບອາຍ ຫລາຍຈົນບໍ່ກ້າກັບຄືນເມືອ. ເມື່ອກະສັດດາວິດໄດ້ຍິນເຖິງເລື່ອງທີ່ເກີດຂຶ້ນ ເພິ່ນຈຶ່ງສັ່ງໃຫ້ພວກເຂົາລໍຖ້າຢູ່ໃນເມືອງເຢຣິໂກ ຈົນກວ່າໜວດຂອງພວກເຂົາປົ່ງໃໝ່ກ່ອນ ແລ້ວຈຶ່ງກັບຄືນມາ.
\s5
\v 6 ຊາວອໍາໂມນ ຮູ້ຕົວວ່າພວກຕົນໄດ້ສ້າງສັດຕູກັບກະສັດດາວິດ. ດັ່ງນັ້ນ ພວກເຂົາຈຶ່ງໄປຈ້າງເອົາທະຫານຊີເຣຍ ຊາວພັນຄົນຈາກ ເມືອງເບັດເຣໂຮບ ແລະ ເມືອງໂຊບາ ສິບສອງພັນຄົນຈາກເມືອງໂຕເບ ແລະ ກະສັດແຫ່ງມາອາກາ ພ້ອມກັບທະຫານໜຶ່ງພັນຄົນ.
\v 7 ເມື່ອກະສັດດາວິດໄດ້ຍິນເຊັ່ນນັ້ນ ເພິ່ນຈຶ່ງສົ່ງໂຢອາບ ພ້ອມທັງກອງທັບໄປສູ້ຮົບພວກເຂົາ.
\v 8 ຊາວອໍາໂມນໄດ້ເຄື່ອນທັບ ໄປຕັ້ງທີ່ໝັ້ນຢູ່ທາງເຂົ້າຣັບບາ ເມືອງເອກ ຂອງພວກເຂົາ; ໃນຂະນະດຽວກັນນັ້ນ ພວກ ອື່ນຄືຊາວຊີເຣຍ ກັບທະຫານຈາກເມືອງໂຕເບ ແລະ ມາອາກາ ກໍຕັ້ງທີ່ໝັ້ນຢູ່ນອກເມືອງ.
\s5
\v 9 ເມື່ອໂຢອາບ ເຫັນວ່າກອງທັບຂອງສັດຕູ ຈະໂຈມຕີຕົນທາງດ້ານໜ້າ ກັບທາງດ້ານຫລັງ; ສະນັ້ນ ລາວຈຶ່ງເລືອກເອົາທະຫານ ອິດສະຣາເອນ ຜູູ້ທີ່ເກັ່ງກ້າໃຫ້ໄປຕັ້ງທ່າໄວ້ປະເຊີນໜ້າກັບພວກຊີເຣຍ.
\v 10 ແລ້ວລາວ ກໍໃຫ້ອາບີໄຊ ນ້ອງຊາຍຂອງລາວເປັນຜູ້ບັນຊາການພວກທີ່ເຫລືອຢູ່ນັ້ນ ໂດຍໃຫ້ພວກນີ້ຕັ້ງທ່າໄວ້ປະເຊີນໜ້າກັບພວກອໍາໂມນ.
\s5
\v 11 ໂຢອາບ ບອກອາບີໄຊ ວ່າ, “ຖ້າເຈົ້າເຫັນພວກຊີເຣຍເອົາຊະນະຂ້ອຍ ໃຫ້ເຈົ້າມາຊ່ວຍຂ້ອຍເດີ. ຖ້າພວກອໍາໂມນເອົາຊະນະເຈົ້າ ຂ້ອຍຈະໄປຊ່ວຍເຈົ້າ.
\v 12 ຈົ່ງເຂັ້ມແຂງ ແລະ ກ້າຫານ ຂໍໃຫ້ພວກເຮົາສູ້ຮົບຢ່າງເດັດດ່ຽວ ເພື່ອປະຊາຊົນຂອງພວກເຮົາ ແລະ ເພື່ອຫົວເມືອງຕ່າງ ໆ ຂອງພຣະເຈົ້າ ແລະ ຂໍໃຫ້ອົງພຣະຜູ້ເປັນເຈົ້າດໍາເນີນການ ຕາມທີ່ພຣະອົງເຫັນຊອບເຖີດ.”
\s5
\v 13 ດັ່ງນັ້ນ ໂຢອາບ ແລະ ທະຫານຂອງຕົນຍົກທັບເຂົ້າບຸກໂຈມຕີກ່ອນ ແລະ ພວກ ຊີເຣຍກໍໄດ້ແຕກພ່າຍໜີໄປ.
\v 14 ເມື່ອພວກ ອໍາໂມນເຫັນວ່າ ພວກຊີເຣຍປົບໜີໄປແລ້ວ ພວກເຂົາຈຶ່ງແລ່ນປົບໜີຈາກອາບີໄຊ ແລະ ຖອຍເຂົ້າໄປໃນເມືອງ. ແລ້ວໂຢອາບ ກໍກັບຄືນສູ່ນະຄອນເຢຣູຊາເລັມ ຫລັງຈາກທີ່ລາວໄດ້ສູ້ຮົບຊາວອໍາໂມນແລ້ວ.
\s5
\v 15 ເມື່ອຊາວຊີເຣຍຮູ້ຕົວວ່າ ພວກຕົນໄດ້ພ່າຍແພ້ແກ່ຊາວອິດສະຣາເອນ; ສະນັ້ນ ພວກເຂົາຈຶ່ງລະດົມເອົາທະຫານທັງໝົດມາໂຮມກັນ.
\v 16 ເຈົ້າຮາດາເດເຊ ໄດ້ສົ່ງຄົນໄປນາໍເອົາທະຫານຊີເຣຍ ຢູ່ທາງທິດຕາເວັນອອກຂອງແມ່ນາໍ້ເອີຟຣັດ. ພວກນີ້ໄດ້ມາຍັງເມືອງເຮລາມ ໂດຍແມ່ນໂສບັກ ຜູ້ບັນຊາການກອງທັບຂອງເຈົ້າຮາດາເດເຊ ແຫ່ງໂຊບາ ເປັນຜູ້ບັນຊາການສູງສຸດ.
\s5
\v 17 ເມື່ອກະສັດດາວິດໄດ້ຍິນເຊັ່ນນີ້ ເພິ່ນຈຶ່ງຮວບຮວມເອົາທະຫານອິດສະຣາເອນທັງໝົດນາໍພາຂ້າມແມ່ນາໍ້ຈໍແດນ ແລະ ຍົກທັບໄປຍັງເມືອງເຮລາມ ບ່ອນທີ່ພວກຊີເຣຍຕັ້ງທ່າປະເຊີນໜ້າກັບເພິ່ນ. ການສູ້ຮົບກັນໄດ້ເລີ່ມຂຶ້ນ
\v 18 ພວກອິດສະຣາເອນໄດ້ໄລ່ພວກຊີເຣຍໃຫ້ຖອຍກັບຄືນໄປ. ກະສັດດາວິດກັບທະຫານຂອງເພິ່ນໄດ້ຂ້າທະຫານຂັບລົດຮົບຊາວຊີເຣຍ ເຈັດຮ້ອຍຄົນ ແລະ ຂ້າທະຫານມ້າສີ່ສິບພັນຄົນ. ສ່ວນໂສບັກ ຜູ້ບັນຊາການກອງທັບຂອງສັດຕູ ໄດ້ຮັບບາດເຈັບ ແລະ ຕາຍຢູ່ໃນສະໜາມຮົບ.
\v 19 ເມື່ອບັນດາກະສັດທີ່ຂຶ້ນກັບເຈົ້າຮາດາເດເຊ ເຫັນວ່າພວກຕົນເສຍໄຊໃຫ້ແກ່ຊາວອິດສະຣາເອນແລ້ວ ຈຶ່ງເຮັດສັນຍາສະຫງົບເສິກກັບພວກອິດສະຣາເອນ ແລະ ຍອມຢູ່ໃຕ້ອໍານາດຂອງພວກເຂົາ. ແລ້ວຊາວຊີເຣຍກໍບໍ່ກ້າຊ່ວຍເຫລືອຊາວອໍາໂມນ ອີກຕໍ່ໄປ.
\s5
\c 11
\p
\v 1 ປີຕໍ່ມາ ໃນລະດູໃບໄມ້ປົ່ງ ເປັນເວລາທີ່ກະສັດທັງຫລາຍເຄີຍອອກໄປສູ້ຮົບ. ກະສັດດາວິດໄດ້ສົ່ງໂຢອາບ, ພວກນາຍທະຫານ ຂອງຕົນ ແລະ ກອງທັບອິດສະຣາເອນອອກໄປເຮັດເສິກ. ພວກເຂົາໄດ້ເອົາຊະນະຊາວອໍາໂມນ ແລະ ປິດລ້ອມເມືອງຣັບບາໄວ້ ສ່ວນ ກະສັດດາວິດນັ້ນຢູ່ໃນນະຄອນເຢຣູຊາເລັມ.
\s5
\v 2 ໃນຕອນຂ້ອນບ່າຍວັນໜຶ່ງ ກະສັດດາວິດຕື່ນຂຶ້ນຈາກນອນ ແລະ ຂຶ້ນໄປເທິງຫລັງຄາພຽງຂອງຣາຊວັງ. ເມື່ອພວມຍ່າງໄປມານັ້ນ ເພິ່ນເລີຍຫລຽວເຫັນຍິງຄົນໜຶ່ງກໍາລັງອາບນໍ້າ. ນາງເປັນຄົນງາມຫລາຍ.
\v 3 ດັ່ງນັ້ນ ກະສັດດາວິດຈຶ່ງໄດ້ສົ່ງຄົນອອກໄປ ສືບຖາມເບິ່ງວ່າ ນາງແມ່ນຜູ້ໃດ. ແລ້ວເພິ່ນກໍຮູ້ວ່ານາງຊື່ບັດເຊບາ ລູກສາວຂອງເອລີອາມ ແລະ ເປັນເມຍຂອງອູຣິຢາ ຊາວຮິດຕີ.
\s5
\v 4 ກະສັດດາວິດສົ່ງຄົນໄປນໍາເອົານາງມາ ແລະ ເຂົາໄດ້ພານາງເຂົ້າມາພົບເພິ່ນ ແລະ ເພິ່ນໄດ້ສົມສູ່ກັບນາງ. (ນາງຫາກໍເສັດສິ້ນພິທີຊໍາລະຕົວ ຫລັງຈາກເຊົາເປັນປະຈາໍເດືອນ.) ແລ້ວນາງກໍກັບເມືອເຮືອນ.
\v 5 ພາຍຫລັງມາ ບັດເຊບາ ກໍຮູ້ວ່າຕົນຖືພາ ນາງຈຶ່ງສົ່ງຂ່າວໄປບອກໃຫ້ກະສັດດາວິດຮູ້.
\s5
\v 6 ຝ່າຍກະສັດດາວິດ ກໍສົ່ງຂ່າວໄປບອກ ໂຢອາບ ວ່າ, “ໃຫ້ທ່ານສົ່ງອູຣິຢາ ຄົນຮິດຕີ ມາຫາເຮົາ. ດັ່ງນັ້ນ ໂຢອາບຈຶ່ງສົ່ງອູຣິຢາ ມາຫາກະສັດດາວິດ.
\v 7 ເມື່ອອູຣິຢາມາຮອດ ກະສັດດາວິດກໍຖາມເຖິງຄວາມສຸກທຸກຂອງໂຢອາບ ແລະ ກອງທັບ ພ້ອມທັງສະພາບການໃນການສູ້ຮົບ.
\v 8 ແລ້ວເພິ່ນກ່າວແກ່ອູຣິຢາ ວ່າ, “ຈົ່ງກັບເມືອເຮືອນ ແລະ ພັກຜ່ອນຈັກຊົ່ວໄລຍະໜຶ່ງສາ. ອູຣິຢາ ກໍຈາກໄປ ແລະ ດາວິດໄດ້ຈັດສົ່ງຂອງຂວັນໃຫ້ລາວເຖິງເຮືອນ.
\s5
\v 9 ແຕ່ແທນທີ່ອູຣິຢາ ຈະກັບເມືອເຮືອນລາວ ຊໍ້າພັດໄປນອນຢູ່ທີ່ປະຕູຂອງຣາຊວັງ ນໍາທະຫານຍາມຂອງກະສັດ.
\v 10 ເມື່ອກະສັດດາວິດຮູ້ວ່າ ອູຣິຢາບໍ່ໄດ້ກັບເມືອເຮືອນ, ເພິ່ນຈຶ່ງຖາມລາວວ່າ, “ເປັນຫຍັງ ເຈົ້າຈຶ່ງບໍ່ກັບເມືອເຮືອນ ເພາະເຈົ້າບໍ່ໄດ້ເມືອເຮືອນຕັ້ງດົນນານແລ້ວ? ”
\v 11 ອູຣິຢາ ຕອບວ່າ, “ທະຫານອິດສະຣາເອນ ແລະ ຢູດາ ກາໍລັງຢູ່ໃນສະໜາມຮົບ ແລະ ຫີບພັນທະສັນຍາກໍຍັງຢູ່ກັບພວກເຂົາ; ໂຢອາບ ຜູ້ບັນຊາການຂອງຂ້ານ້ອຍ ແລະ ພວກນາຍ ທະຫານຍັງຕັ້ງຄ້າຍພັກຢູ່ທີ່ນອກເມືອງ; ເຫດໃດຂ້ານ້ອຍຈຶ່ງຈະກັບເມືອເຮືອນ, ກິນດື່ມແລະນອນນາໍເມຍໄດ້? ຕາບໃດທີ່ກະສັດ ຍັງມີຊີວິດຢູ່ ແລະ ຕາບໃດວິນຍານຂອງກະສັດມີຊີວິດຢູ່ ຂ້ານ້ອຍຈະບໍ່ເຮັດຢ່າງນັ້ນເລີຍ.”
\s5
\v 12 ດັ່ງນັ້ນ ກະສັດດາວິດຈຶ່ງກ່າວຕໍ່ອູຣິຢາ ວ່າ, “ຖ້າດັ່ງນັ້ນ ວັນນີ້ໃຫ້ເຈົ້າພັກຢູ່ທີ່ນີ້ກ່ອນ ແລະ ມື້ອື່ນເຮົາຈະສົ່ງເຈົ້າກັບຄືນເມືອ. ” ດັ່ງນັ້ນ ອູຣິຢາຈຶ່ງພັກຢູ່ໃນນະຄອນເຢຣູຊາເລັມໃນວັນນັ້ນ. ໃນວັນຕໍ່ມາ,
\v 13 ກະສັດດາວິດໄດ້ເຊີນລາວມາຮັບປະທານອາຫານນາໍ ແລະ ໃຫ້ລາວດື່ມເຫລົ້າຈົນເມົາ, ແຕ່ ໃນຄືນນັ້ນ ແທນທີ່ອູຣິຢາຈະກັບເມືອເຮືອນ ລາວຊໍ້າພັດໄປນອນຫົ່ມຜ້າ [ຫ] ຢູ່ໃນຫ້ອງຂອງທະຫານຍາມຣາຊວັງ.
\s5
\v 14 ເຊົ້າວັນໃໝ່ມາ ກະສັດດາວິດໄດ້ຂຽນຈົດໝາຍໄປຫາໂຢອາບ ແລະ ໃຫ້ອູຣິຢາເປັນຜູ້ຖືຈົດໝາຍນັ້ນໄປໃຫ້.
\v 15 ເພິ່ນຂຽນວ່າ ດັ່ງນີ້: “ໃຫ້ທ່ານສົ່ງອູຣິຢາໄປແນວໜ້າ ບ່ອນທີ່ມີການສູ້ຮົບກັນຢ່າງດຸເດືອດທີ່ສຸດ, ແລ້ວໃຫ້ຍົກທັບຖອຍ ແລະ ປ່ອຍໃຫ້ອູຣິຢາຖືກຂ້າຕາຍ.”
\s5
\v 16 ດັ່ງນັ້ນ ໃນຂະນະທີ່ໂຢອາບ ພວມອ້ອມເມືອງຢູ່ນັ້ນ ລາວກໍສົ່ງອູຣິຢາອອກໄປໃນບ່ອນທີ່ຕົນຮູ້ວ່າ ສັດຕູມີກາໍລັງທີ່ເຂັ້ມແຂງຫລາຍ.
\v 17 ເມື່ອກອງທັບສັດຕູອອກມາຈາກເມືອງ ແລະ ສູ້ຮົບກອງທັບໂຢອາບ; ນາຍທະຫານຂອງດາວິດບາງຄົນລວມທັງອູຣິຢາ ຈຶ່ງຖືກຂ້າ.
\s5
\v 18 ຕໍ່ມາ ໂຢອາບໄດ້ສົ່ງລາຍງານການສູ້ຮົບໄປບອກກະສັດດາວິດ
\v 19 ແລະ ແນະນໍາຄົນນໍາຂ່າວໄປບອກ ນັ້ນດັ່ງນີ້: “ເມື່ອເຈົ້າລາຍງານສະພາບການຂອງການສູ້ຮົບທັງໝົດຕໍ່ກະສັດແລ້ວ
\v 20 ເພິ່ນອາດໃຈຮ້າຍ ແລະ ຖາມເຈົ້າວ່າ, ‘ເປັນຫຍັງ ພວກເຈົ້າຈຶ່ງເຂົ້າໄປໃກ້ຕົວເມືອງ ເພື່ອສູ້ຮົບພວກເຂົາ? ພວກເຈົ້າບໍ່ຄິດບໍວ່າ ພວກເຂົາຈະຍິງລູກທະນູຈາກກໍາແພງເມືອງມາໃສ່ພວກເຈົ້າ?
\s5
\v 21 ພວກເຈົ້າບໍ່ຈື່ບໍວ່າ ອາບີເມເຫລັກ ລູກຊາຍຂອງກີເດໂອນ ໄດ້ຖືກຂ້າຢ່າງໃດ? ແມ່ນຍິງຜູ້ໜຶ່ງໃນເມືອງຕີເບັດ ທີ່ໄດ້ໂຍນຫິນໂມ້ແປ້ງລົງຈາກກໍາແພງເມືອງຖືກ ອາບີເມເຫລັກ ຈົນຕາຍ. ແລ້ວເປັນຫຍັງ ພວກເຈົ້າຈຶ່ງເຂົ້າໄປໃກ້ກາໍແພງເມືອງແທ້? ຖ້າກະສັດຖາມເຈົ້າດັ່ງນີ້ ໃຫ້ເຈົ້າບອກເພິ່ນວ່າ, ‘ອູຣິຢາ ນາຍທະຫານຂອງທ່ານ ກໍຖືກຂ້າເໝືອນກັນ.
\s5
\v 22 ດັ່ງນັ້ນ ຄົນນາໍຂ່າວຈຶ່ງບອກກະສັດດາວິດ ຕາມທີ່ໂຢອາບໄດ້ສັ່ງນັ້ນ.
\v 23 ລາວເວົ້າຕໍ່ກະສັດດາວິດ ວ່າ, “ສັດຕູມີກາໍລັງຫລາຍກວ່າພວກຂ້ານ້ອຍ ແລະ ພວກເຂົາໄດ້ ອອກມາຕໍ່ສູ້ພວກຂ້ານ້ອຍຢູ່ນອກເມືອງ, ແຕ່ພວກຂ້ານ້ອຍໄດ້ໄລ່ພວກເຂົາກັບຄືນສູ່ປະຕູເມືອງ.
\s5
\v 24 ແລ້ວພວກເຂົາກໍໄດ້ຍິງທະນູຈາກກາໍ ແພງມາໃສ່ພວກຂ້ານ້ອຍ. ນາຍທະຫານບາງຄົນຂອງທ່ານ ໄດ້ຖືກຂ້າ; ອູຣິຢາ ນາຍທະຫານຂອງທ່ານ ກໍຖືກຂ້າເໝືອນກັນ. ”
\v 25 ກະສັດດາວິດກ່າວແກ່ຜູ້ນໍາຂ່າວນັ້ນ ວ່າ, “ຈົ່ງກ່າວຊູໃຈໂຢອາບ ແລະ ບອກລາວບໍ່ໃຫ້ເສຍໃຈ ໃນເມື່ອບໍ່ຮູ້ວ່າຜູ້ໃດຈະຖືກຂ້າໃນສະໜາມຮົບ. ຈົ່ງບອກລາວໃຫ້ບຸກໂຈມຕີເມືອງນັ້ນຄັ້ງຍິ່ງໃຫຍ່ ແລະ ຢືດເມືອງໃຫ້ໄດ້.”
\s5
\v 26 ເມື່ອນາງບັດເຊບາ ໄດ້ຍິນຂ່າວວ່າຜົວຂອງຕົນຖືກຂ້າ ນາງຈຶ່ງໄວ້ທຸກໃຫ້ແກ່ລາວ.
\v 27 ເມື່ອໝົດກາໍນົດໄວ້ທຸກແລ້ວ ກະສັດດາວິດກໍໃຫ້ຄົນໄປນາໍນາງມາຍັງວັງ. ນາງຈຶ່ງກາຍເປັນເມຍຂອງເພິ່ນ ແລະ ເ​ກີດລູກຊາຍຄົນໜຶ່ງໃຫ້ເພິ່ນ. ແຕ່ອົງພຣະຜູ້ເປັນເຈົ້າບໍ່ພໍໃຈກັບສິ່ງທີ່ກະສັດດາວິດໄດ້ເຮັດນັ້ນ.
\s5
\c 12
\p
\v 1 ຕໍ່ມາ ອົງພຣະຜູ້ເປັນເຈົ້າໄດ້ສົ່ງຜູ້ທາໍນວາຍ ນາທານ ໄປຫາກະສັດດາວິດ. ນາທານ ໄດ້ໄປຫາເພິ່ນ ແລະ ກ່າວວ່າ, “ຍັງມີສອງຄົນຢູ່ໃນເມືອງດຽວກັນ ຜູ້ໜຶ່ງເປັນຄົນຮັ່ງມີ ແລະ ຜູ້ໜຶ່ງອີກເປັນຄົນຍາກຈົນ.
\v 2 ຊາຍຮັ່ງມີນັ້ນມີງົວ ແລະ ແກະຫລາຍໂຕ
\v 3 ຝ່າຍຊາຍຍາກຈົນນັ້ນ ມີພຽງແຕ່ແກະນ້ອຍໂຕດຽວ ຊຶ່ງລາວໄດ້ຊື້ມາ. ລາວລ້ຽງຮັກສາແກະນ້ອຍໂຕນັ້ນ ແລະ ມັນໄດ້ໃຫຍ່ຂຶ້ນມາຮ່ວມກັບພວກລູກ ໆ ຂອງຕົນຢູ່ໃນເຮືອນຂອງລາວ. ມັນກິນອາຫານທີ່ລາວກິນ ແລະ ດື່ມຈາກຈອກທີ່ລາວດື່ມ ພ້ອມທັງນອນທີ່ເທິງຕັກຂອງລາວ. ແກະນັ້ນເປັນດັ່ງລູກສາວຄົນໜຶ່ງຂອງລາວ.
\s5
\v 4 ວັນໜຶ່ງ ມີແຂກມາຢ້ຽມຢາມເຮືອນຂອງຄົນຮັ່ງມີ ຄົນຮັ່ງມີຜູ້ນັ້ນບໍ່ຢາກຂ້າສັດຂອງຕົນຕຽມອາຫານໃຫ້ແຂກກິນ, ແຕ່ລາວກັບເອົາ ແກະນ້ອຍຂອງຄົນຍາກຈົນນັ້ນ ມາຂ້າຈັດຕຽມເປັນອາຫານໃຫ້ແຂກ.
\v 5 ກະສັດດາວິດໃຈຮ້າຍຫຼາຍ ໃຫ້ຄົນຮັ່ງມີຜູ້ນັ້ນ ແລະ ເວົ້າຂຶ້ນວ່າ, “ເຮົາຂໍສາບານໂດຍອົງພຣະຜູ້ເປັນເຈົ້າ ອົງຊົງຊີວິດຢູ່ວ່າ ຄົນທີ່ເຮັດຢ່າງນັ້ນຈະຕ້ອງຕາຍ
\v 6 ລາວຕ້ອງໃຊ້ຄືນເຖິງສີ່ເທົ່າຕໍ່ລູກແກະທີ່ລາວເອົາໄປນັ້ນ ເພາະລາວໄດ້ເຮັດໃນສິ່ງທີ່ໂຫດຮ້າຍຫລາຍ.”
\s5
\v 7 ນາທານ ກ່າວວ່າ, “ຊາຍຄົນນັ້ນ ຄືທ່ານເອງ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງຊາດ ອິດສະຣາເອນ ກ່າວຕໍ່ທ່ານດັ່ງນີ້: ເຮົາໄດ້ແຕ່ງຕັ້ງເຈົ້າໃຫ້ເປັນກະສັດຂອງຊາດອິດສະຣາເອນ ແລະ ຊ່ວຍກອບກູ້ເອົາຊີວິດຂອງເຈົ້າໃຫ້ພົ້ນຈາກການຕາມລ່າຂອງໂຊນ.
\v 8 ເຮົາໄດ້ມອບອານາຈັກຂອງໂຊນ ກັບເມຍທັງຫລາຍຂອງລາວໃຫ້ເຈົ້າ ເຮົາໄດ້ມອບ ຊາວອິດສະຣາເອນ ແລະ ຊາວຢູດາ ໃຫ້ເປັນຂອງເຈົ້າ. ຖ້າສິ່ງເຫລົ່ານີ້ຍັງບໍ່ພຽງພໍສໍາລັບເຈົ້າ ເຮົາອາດໃຫ້ເຈົ້າຫລາຍກວ່ານີ້ອີກ ຫລາຍເທົ່າກໍໄດ້.
\s5
\v 9 ແລ້ວເປັນຫຍັງ ເຈົ້າຈຶ່ງບໍ່ເຊື່ອຟັງຄໍາສັ່ງຂອງເຮົາ? ເປັນຫຍັງ ຈຶ່ງເຮັດສິ່ງຊົ່ວຊ້າຢ່າງນີ້? ເຈົ້າໄດ້ໃຫ້ອູຣິຢາ ຖືກຂ້າໃນສະໜາມຮົບ; ເຈົ້າປ່ອຍໃຫ້ຊາວອໍາໂມນຂ້າລາວ ແລ້ວເຈົ້າກໍເອົາເມຍຂອງລາວ.
\v 10 ບັດນີ້ ຍ້ອນວ່າເຈົ້າບໍ່ເຊື່ອຟັງເຮົາ ທັງເອົາເມຍຂອງອູຣິຢາ ໃນເຊື້ອສາຍຂອງເຈົ້າທຸກເຊັ່ນຄົນຈະມີບາງຄົນຕາຍດ້ວຍດາບ.
\s5
\v 11 ອົງພຣະຜູ້ເປັນເຈົ້າ ກ່າວວ່າ, ‘ເຮົາຈະເຮັດໃຫ້ຜູ້ໜຶ່ງໃນຄອບຄົວຂອງເຈົ້າເອງ ນໍາເອົາຄວາມເດືອດຮ້ອນມາສູ່ເຈົ້າ. ເຈົ້າຈະໄດ້ເຫັນເຫດການນີ້ ເມື່ອເຮົາເອົາເມຍທັງຫລາຍຂອງເຈົ້າໃຫ້ແກ່ຊາຍອື່ນ ແລະ ຊາຍຄົນນັ້ນກໍຈະສົມສູ່ກັບພວກນາງຢ່າງເປີດເຜີຍ.
\v 12 ເຈົ້າໄດ້ເຮັດບາບໃນທີ່ລັບລີ້, ແຕ່ເຮົາຈະເຮັດໃຫ້ເຫດການນີ້ ເກີດຂຶ້ນໃນທີ່ເປີດເຜີຍ ເພື່ອໃຫ້ຊາວອິດສະຣາເອນທຸກຄົນໄດ້ເຫັນ.
\v 13 ດາວິດຈຶ່ງເວົ້າຕໍ່ນາທານ ວ່າ, “ເຮົາໄດ້ເຮັດບາບຕໍ່ສູ້ອົງພຣະຜູ້ເປັນເຈົ້າແລ້ວ. ” ນາທານ ກ່າວຕໍ່ດາວິດ ວ່າ, “ອົງພຣະຜູ້ເປັນເຈົ້າອະໄພໃຫ້ທ່ານ ແລະ ທ່ານຈະບໍ່ຕາຍ.
\s5
\v 14 ແຕ່ຍ້ອນວ່າ ທ່ານໄດ້ໝິ່ນປະໝາດຕໍ່ອົງພຣະຜູ້ເປັນເຈົ້າ ໂດຍກະທາໍຢ່າງນີ້ ລູກຂອງທ່ານທີ່ເກີດມາກໍຈະຕາຍ. ”
\v 15 ແລ້ວນາທານ ກໍໄດ້ກັບເມືອເຮືອນຂອງຕົນ. ອົງພຣະຜູ້ເປັນເຈົ້າໄດ້ເຮັດໃຫ້ລູກທີ່ກະສັດດາວິດ ໄດ້ກັບເມຍຂອງອູຣິຢາ ນັ້ນປ່ວຍໜັກ.
\s5
\v 16 ກະສັດດາວິດໄດ້ພາວັນນາອະທິຖານຕໍ່ພຣະເຈົ້າ ຂໍຊ່ວຍໃຫ້ລູກດີ. ເພິ່ນບໍ່ຍອມກິນຫຍັງໝົດ. ທຸກ ໆ ຄືນໃດ ເພິ່ນເຂົ້າໄປ ນອນຢຽດຢູ່ກັບພື້ນໃນຫ້ອງນອນຂອງເພິ່ນ.
\v 17 ພວກຂ້າຣາຊການໃນວັງ ເຂົ້າໄປຫາເພິ່ນ ແລະ ພະຍາຍາມຊັກຊວນເພິ່ນໃຫ້ລຸກ ຂຶ້ນ, ແຕ່ເພິ່ນປະຕິເສດ ແລະ ທັງບໍ່ຍອມກິນຫຍັງກັບພວກເຂົາ.
\v 18 ຢູ່ມາ ໃນວັນທີເຈັດ ເດັກນ້ອຍນັ້ນ ກໍໄດ້ຕາຍໄປ ແລະ ພວກຂ້າຣາຊການບໍ່ກ້າບອກຂ່າວນັ້ນໃຫ້ເພິ່ນຮູ້. ພວກເຂົາເວົ້າກັນວ່າ, “ເມື່ອເດັກນັ້ນ ຍັງມີຊີວິດຢູ່ ເພິ່ນບໍ່ໄດ້ຕອບພວກເຮົາ ເມື່ອພວກເຮົາເວົ້າກັບເພິ່ນ. ເຫດໃດ ພວກເຮົາຈຶ່ງຈະກ້າບອກເພິ່ນວ່າ ລູກຊາຍຂອງເພິ່ນໄດ້ຕາຍເສຍແລ້ວ ເພິ່ນອາດເຮັດສິ່ງອັນຕະລາຍຕໍ່ຕົນເອງກໍໄດ້. ”
\s5
\v 19 ເມື່ອກະສັດດາວິດສັງເກດເຫັນພວກເຂົາຊິ່ມກັນຢູ່ ເພິ່ນກໍເຂົ້າໃຈວ່າ ເດັກນ້ອຍນັ້ນໄດ້ຕາຍແລ້ວ. ເພິ່ນຖາມພວກເຂົາວ່າ, “ລູກຂອງເຮົາຕາຍແລ້ວ ແມ່ນບໍ? ” ພວກເຂົາຕອບວ່າ, “ໂດຍ ເດັກນັ້ນໄດ້ຕາຍແລ້ວ. ”
\v 20 ກະສັດດາວິດຈຶ່ງລຸກຂຶ້ນຈາກພື້ນຫ້ອງ ໄປອາບນາໍ້, ຫວີຜົມ ແລະປ່ຽນເຄື່ອງນຸ່ງຫົ່ມ. ແລ້ວເພິ່ນກໍໄປນະມັດສະການອົງພຣະຜູ້ເປັນເຈົ້າ ທີ່ພຣະວິຫານ. ເມື່ອເພິ່ນກັບຄືນມາວັງແລ້ວ ເພິ່ນກໍຖາມຫາອາຫານ ແລະກິນໃນທັນທີໂລດເມື່ອພວກເຂົາຍົກມາໃຫ້ເພິ່ນ.
\s5
\v 21 ພວກຂ້າຣາຊການເວົ້າຕໍ່ເພິ່ນວ່າ, “ພວກຂ້ານ້ອຍບໍ່ເຂົ້າໃຈເລື່ອງນີ້ ເມື່ອເດັກຍັງ ມີຊີວິດຢູ່ ທ່ານຮ້ອງໄຫ້ສໍາລັບລາວ ແລະບໍ່ຍອມກິນຫຍັງ, ແຕ່ພໍລາວຕາຍໄປແລ້ວ ທ່ານກໍລຸກຂຶ້ນມາກິນອາຫານ. ”
\v 22 ກະສັດດາວິດ ຕອບວ່າ, “ແມ່ນແລ້ວ ເຮົາອົດອາຫານ ແລະ ຮ້ອງໄຫ້ເມື່ອເດັກຍັງມີຊີວິດຢູ່. ເຮົາຄິດວ່າ ອົງພຣະຜູ້ເປັນເຈົ້າອາດຈະເມດຕາເຮົາ ກໍໄດ້ ແລະ ບໍ່ປ່ອຍໃຫ້ເດັກນັ້ນຕາຍ.
\v 23 ແຕ່ດຽວນີ້ ເດັກນັ້ນໄດ້ຕາຍໄປແລ້ວ ເຮົາຈະອົດອາຫານໄປເຮັດຫຍັງ? ເຮົາຈະນາໍເດັກນັ້ນ ຄືນມາສູ່ຊີວິດໄດ້ຊັ້ນບໍ? ວັນໜຶ່ງເຮົາກໍຈະໄປ ຢູ່ບ່ອນທີ່ເດັກນັ້ນຢູ່, ແຕ່ເດັກນັ້ນ ກັບຄືນມາຫາເຮົາບໍ່ໄດ້ຈັກເທື່ອ.”
\s5
\v 24 ຕໍ່ມາ ກະສັດດາວິດກໍເລົ້າໂລມໃຈນາງບັດເຊບາ ເມຍຂອງຕົນ. ເພິ່ນໄດ້ສົມສູ່ກັບນາງ ແລະ ນາງໄດ້ເກີດລູກຊາຍຄົນໜຶ່ງ ຜູ້ທີ່ກະສັດດາວິດໃສ່ຊື່ໃຫ້ວ່າ ໂຊໂລໂມນ. ອົງພຣະຜູ້ເປັນເຈົ້າຮັກເດັກຄົນນີ້
\v 25 ແລະ ໃຊ້ຜູ້ທາໍນວາຍ ນາທານ ໃຫ້ຕັ້ງຊື່ເດັກນີ້ວ່າ, ເຢດີດີອາ [ອ] ເພາະເຫັນແກ່ອົງພຣະຜູ້ເປັນເຈົ້າ.
\s5
\v 26 ໃນຂະນະດຽວກັນນັ້ນ ໂຢອາບ ກໍພວມສືບຕໍ່ໂຈມຕີ ຣັບບາ ເມືອງຫລວງຂອງຊາວອໍາໂມນ ແລະ ໃກ້ຈະຢຶດເອົາໄດ້ແລ້ວ.
\v 27 ໂຢອາບ ຈຶ່ງສົ່ງຜູ້ນາໍຂ່າວມາລາຍງານຕໍ່ກະສັດດາວິດ ວ່າ, “ຂ້ານ້ອຍໄດ້ໂຈມຕີເມືອງ ຣັບບາ ແລະ ຢຶດເອົາບໍ່ນໍ້າໄດ້ແລ້ວ.
\v 28 ບັດນີ້ ໃຫ້ທ່ານຮວບຮວມເອົາກາໍລັງທີ່ຍັງເຫລືອຢູ່ນັ້ນມາໂຈມຕີ ແລະ ຢຶດເອົາເມືອງໂດຍຕົນເອງ ເພາະຂ້ານ້ອຍບໍ່ຢາກໄດ້ຊື່ສຽງ ໃນການຢຶດເມືອງນີ້.”
\s5
\v 29 ດັ່ງນັ້ນ ກະສັດດາວິດຈຶ່ງຮວບຮວມ ເອົາກາໍລັງຂອງເພິ່ນອອກໄປໂຈມຕີເມືອງ ຣັບບາ ແລະ ຢຶດເມືອງນີ້ໄດ້.
\v 30 ເພິ່ນຢຶດມົງກຸດຂອງພະມິນໂກມ ຮູບເຄົາຣົບຂອງຊາວອໍາໂມນ [ຮ] ຊຶ່ງເປັນຄໍາໜັກປະມານສາມສິບ ຫ້າ ກິໂລກາຼມ ແລະ ມີເພັດປະດັບຢູ່ໃນນັ້ນ. ກະສັດດາວິດໄດ້ແກະເອົາເພັດນັ້ນມາປະດັບໃສ່ມົງກຸດຂອງເພິ່ນ. [ກ] ກະສັດດາວິດຍັງຢຶດຊັບສົມບັດຈາກເມືອງນີ້ໄດ້ຢ່າງຫລວງຫລາຍ.
\s5
\v 31 ແລ້ວເພິ່ນກໍໄດ້ເອົາເລື່ອຍ, ຈົກ, ຂວານ, ໃຫ້ຊາວເມືອງນີ້ ແລະ ບັງຄັບພວກເຂົາເຮັດດິນຈີ່ໃຫ້ເພິ່ນ. [ຂ] ເພິ່ນໄດ້ປະຕິບັດ ເໝືອນກັນນີ້ຕໍ່ຊາວອໍາໂມນ ໃນທຸກຫົວເມືອງ. ແລ້ວເພິ່ນພ້ອມທັງທະຫານຂອງເພິ່ນກໍກັບຄືນມາຍັງນະຄອນເຢຣູຊາເລັມ.
\s5
\c 13
\p
\v 1 ອັບຊາໂລມ ລູກຊາຍຂອງກະສັດດາວິດ ມີນ້ອງສາວຢູ່ຄົນໜຶ່ງ ທີ່ງາມຫລາຍ ແລະ ຍັງບໍ່ທັນໄດ້ແຕ່ງງານເທື່ອ ຊື່ວ່າ ຕາມາ. ອໍາໂນນລູກຊາຍຄົນອື່ນອີກຂອງກະສັດດາວິດ ຫລົງຮັກໄຄ່ກັບນາງ.
\v 2 ລາວຮັກນາງຫລາຍທີ່ສຸດ ຈົນເຈັບໄຂ້ໄດ້ປ່ວຍ ເພາະເບິ່ງເໝືອນວ່າ ເປັນໄປບໍ່ໄດ້ສໍາລັບຕົນທີ່ຈະໄດ້ນາງ; ໃນ ເມື່ອເປັນຍິງສາວບໍຣິສຸດ ນາງຈຶ່ງຖືກກັກຕົວໄວ້ບໍ່ໃຫ້ພົບຜູ້ຊາຍໃດ ໆ.
\s5
\v 3 ອໍາໂນນ ມີໝູ່ຢູ່ຄົນໜຶ່ງຊື່ວ່າ ໂຢນາດາບ. ລາວເປັນລູກຊາຍຂອງຊາມມາ ອ້າຍຂອງກະສັດດາວິດ. ໂຢນາດາບ ເປັນຄົນມີສະຕິປັນຍາສະຫລຽວສະຫລາດຫລາຍ.
\v 4 ລາວ ເວົ້າຕໍ່ອໍາໂນນ ວ່າ, “ເຈົ້າເປັນລູກຊາຍຂອງກະສັດແທ້ ໆ, ແຕ່ຂ້ອຍເຫັນເຈົ້າມີຄວາມທຸກ ຢູ່ທຸກວັນທຸກຄືນ; ເຈົ້າມີເລື່ອງຫຍັງກັນແທ້? ” ອໍາໂນນ ຕອບລາວວ່າ, “ຂ້ອຍຮັກນາງຕາມາ ນ້ອງຕ່າງແມ່ ນ້ອງສາວອັບຊາໂລມ.”
\s5
\v 5 ໂຢນາດາບ ກ່າວຕໍ່ລາວວ່າ, “ໃຫ້ເຈົ້າທາໍທ່າໄຂ້ ແລະ ເຂົ້າໄປນອນ. ເມື່ອພໍ່ຂອງເຈົ້າມາເບິ່ງ ໃຫ້ເຈົ້າບອກເພິ່ນວ່າ, ‘ກະລຸນາ ຂໍໃຫ້ຕາມາ ນ້ອງສາວຂອງຂ້ານ້ອຍມາປ້ອນເຂົ້າຂ້ານ້ອຍແດ່. ຂ້ານ້ອຍຢາກໃຫ້ນາງມາທີ່ນີ່ ເພື່ອຈັດແຈ່ງອາຫານໃຫ້ຂ້ານ້ອຍໄດ້ເຫັນ ແລະ ໃຫ້ນາງເອງເປັນຜູ້ປ້ອນອາຫານໃຫ້ຂ້ານ້ອຍກິນ.
\v 6 ດັ່ງນັ້ນ ອໍາໂນນ ຈຶ່ງທາໍທ່າໄຂ້ ແລະເຂົ້າໄປນອນ. ເມື່ອກະສັດດາວິດເຂົ້າໄປເບິ່ງອໍາໂນນ ລາວຈຶ່ງເວົ້າກັບເພິ່ນວ່າ, “ກະລຸນາໃຫ້ຕາມາ ມາເຮັດເຂົ້າໜົມຈັກເລັກນ້ອຍທີ່ນີ້ ໃີຫ້ຂ້ານ້ອຍເຫັນແດ່ ແລະ ໃຫ້ນາງເອງເປັນຜູ້ປ້ອນເຂົ້າໜົມນັ້ນ ໃຫ້ຂ້ານ້ອຍກິນ.”
\s5
\v 7 ດັ່ງນັ້ນ ກະສັດດາວິດຈຶ່ງສັ່ງຄວາມໄປບອກນາງຕາມາ ຢູ່ໃນວັງວ່າ, “ຈົ່ງໄປທີ່ເຮືອນຂອງອໍາໂນນ ແລະ ຈັດແຈ່ງອາຫານໃຫ້ລາວກິນ. ”
\v 8 ນາງຈຶ່ງໄປຍັງທີ່ນັ້ນ ແລະ ພົບລາວນອນຢູ່ເທິງຕຽງ. ນາງເອົາແປ້ງມານວດເຮັດເຂົ້າໜົມທີ່ນັ້ນ ເພື່ອໃຫ້ອໍາໂນນໄດ້ເຫັນຕົນ. ແລ້ວນາງກໍອົບເຂົ້າໜົມ
\v 9 ແລະ ເອົາອອກຈາກໝໍ້ຂາງໃຫ້ອໍາໂນນ ກິນ ແຕ່ລາວບໍ່ຍອມກິນ. ລາວເວົ້າວ່າ, “ບອກໃຫ້ທຸກຄົນອອກໄປ. ” ແລະ ທຸກຄົນກໍອອກໄປ.
\s5
\v 10 ແລ້ວລາວກໍເວົ້າຕໍ່ນາງວ່າ, “ເອົາເຂົ້າໜົມມາ ແລະ ປ້ອນອ້າຍຢູ່ທີ່ຕຽງພີ້. ” ນາງຈຶ່ງຈັບເອົາເຂົ້າໜົມຍ່າງໄປຫາລາວ.
\v 11 ຂະນະທີ່ພວມເອົາເຂົ້າໜົມໃຫ້ນັ້ນ ລາວຈຶ່ງຈັບມືນາງໄວ້ ແລະ ເວົ້າວ່າ, “ນ້ອງສາວຂອງອ້າຍ ຈົ່ງເຂົ້າມານອນກັບອ້າຍ ສາເຖີດ. ”
\v 12 ນາງຕອບວ່າ, “ບໍ່ໄດ້ດອກ ອ້າຍເອີຍ ຢ່າບັງຄັບນ້ອງເຮັດສິ່ງທີ່ອັບອາຍຢ່າງນີ້ເລີຍ ເລື່ອງຢ່າງນີ້ ເຂົາບໍ່ເຮັດກັນໃນອິດສະຣາເອນ; ຂໍຢ່າເຮັດສິ່ງຊົ່ວຊ້າຢ່າງນີ້ເລີຍ
\s5
\v 13 ນ້ອງຈະເງີຍໜ້າສູ້ຄົນອື່ນໄດ້ຢ່າງໃດ? ແລະ ອ້າຍເອງຈະເສຍໜ້າໃນຊາດອິດສະຣາເອນ. ກະລຸນາໄປເວົ້າກັບກະສັດສາ ແລະ ນ້ອງເຊື່ອແນ່ວ່າ ເພິ່ນຈະຍົກນ້ອງໃຫ້ອ້າຍ. ”
\v 14 ແຕ່ລາວບໍ່ຍອມຟັງນາງ ແລະ ຍ້ອນເພິ່ນມີກາໍລັງຫລາຍກວ່າ ຈຶ່ງຂົ່ມຂືນ ແລະ ຮ່ວມນອນກັບນາງ.
\s5
\v 15 ແລ້ວອໍາໂນນ ກໍເກີດເບື່ອໜ່າຍ ແລະ ກຽດຊັງນາງທີ່ສຸດ; ລາວກຽດຊັງນາງຫລາຍກວ່າຕອນທີ່ຫລົງຮັກນາງ ມາກ່ອນນັ້ນ. ອໍາໂນນ ສັ່ງນາງວ່າ, “ຈົ່ງອອກໄປຈາກນີ້. ”
\v 16 ນາງຕອບວ່າ, “ບໍ່ ການທີ່ອ້າຍຂັບໄລ່ນ້ອງອອກໄປເຊັ່ນນີ້ ເປັນຄວາມຜິດຫລາຍກວ່າ [ຄ] ທີ່ອ້າຍຫາກໍໄດ້ກະທາໍກັບນ້ອງ. ແຕ່ອໍາໂນນບໍ່ຍອມຟັງນາງ;
\v 17 ລາວເອີ້ນເອົາຄົນຮັບໃຊ້ປະຈາໍຕົວມາ ແລະ ບອກວ່າ, “ຈົ່ງເອົາຍິງຄົນນີ້ ອອກໄປໃຫ້ພົ້ນສາຍຕາຂ້ອຍດຽວນີ້ ຍູ້ນາງອອກໄປ ແລະ ອັດປະຕູໃສ່ໄລໄວ້.”
\s5
\v 18 ຄົນຮັບໃຊ້ຈຶ່ງຍູ້ນາງອອກໄປ ແລະ ອັດປະຕູໃສ່ໄລໄວ. ນາງຕາມາ ນຸ່ງເສື້ອຄຸມແຂນຍາວ [ງ] ຊຶ່ງເປັນເສື້ອສໍາລັບພວກລູກສາວຂອງກະສັດ ຜູ້ທີ່ບໍ່ທັນແຕ່ງງານນຸ່ງກັນໃນສະໄໝນັ້ນ. [ຈ]
\v 19 ນາງເອົາຂີ້ເຖົ່າໂຮຍ ໃສ່ຫົວ, ຈີກເສື້ອຄຸມຂອງຕົນ, ເອົາມືອັດໜ້າ ແລະ ແລ່ນໜີໄປທັງຮ້ອງໄຫ້.
\s5
\v 20 ເມື່ອ ອັບຊາໂລມ ອ້າຍຂອງນາງເຫັນ ຈຶ່ງຖາມວ່າ, “ອໍາໂນນ ໄດ້ຂົ່ມຂືນເຈົ້າແມ່ນບໍ? ນ້ອງເອີຍ ຢ່າເປັນທຸກໃຈ ເພາະເລື່ອງນີ້ເກີນໄປ. ລາວເປັນອ້າຍຕ່າງແມ່ຂອງເຈົ້າ; ຢ່າບອກຜູ້ໃດຜູ້ໜຶ່ງຮູ້ເລື່ອງນີ້. ດັ່ງນັ້ນ ນາງຕາມາ ຈຶ່ງອາໄສຢູ່ໃນເຮືອນຂອງອັບຊາໂລມ ທັງໂສກເສົ້າ ແລະ ເປົ່າປ່ຽວ.
\v 21 ເມື່ອກະສັດໄດ້ຍິນເຖິງເລື່ອງນີ້ ເພິ່ນຈຶ່ງໂກດຮ້າຍທີ່ສຸດ.
\v 22 ສ່ວນອັບຊາໂລມ ກໍກຽດຊັງອໍາໂນນ ຫລາຍທີ່ສຸດ ຈົນລາວບໍ່ຍອມເວົ້າຈາກັບອໍາໂນນ ອີກຕໍ່ໄປຍ້ອນລາວໄດ້ຂົ່ມຂືນຕາມາ ນ້ອງສາວຂອງຕົນ.
\s5
\v 23 ສອງປີຕໍ່ມາ ອັບຊາໂລມ ໄດ້ຈັດໃຫ້ມີການຕັດຂົນແກະຂຶ້ນທີ່ ບາອານຮາໂສ ຊຶ່ງຢູ່ ໃກ້ກັບເມືອງເອຟຣາອິມ; ແລ້ວລາວກໍໄດ້ເຊີນ ເອົາລູກຊາຍທັງໝົດຂອງກະສັດມາຮ່ວມ ໃນທີ່ນັ້ນດ້ວຍ.
\v 24 ອັບຊາໂລມ ໄດ້ໄປຫາ ກະສັດດາວິດ ແລະ ເວົ້າວ່າ, “ຂ້ານ້ອຍຈະ ຈັດໃຫ້ມີການຕັດຂົນແກະຂຶ້ນ; ຂໍເຊີນໃຫ້ພໍ່ແລະພວກຂ້າຣາຊການຂອງພໍ່ ມາຮ່ວມໃນງານຄັ້ງນີ້ໄດ້ບໍ່?”
\s5
\v 25 ກະສັດຕອບອັບຊາໂລມ ວ່າ, “ລູກເອີຍ ບໍ່ໄດ້ດອກ ຖ້າພວກເຮົາໄປໝົດທຸກຄົນ ກໍຈະເປັນການລໍາບາກແກ່ລູກ. ຝ່າຍອັບຊາໂລມ ກໍໜ່ວງໜ່ຽວຢາກໃຫ້ພໍ່ຂອງຕົນໄປ ແຕ່ກະສັດບໍ່ຍອມໄປ ແລະ ເພິ່ນກໍໄດ້ອວຍພອນລາວ.
\v 26 ອັບຊາໂລມ ຈຶ່ງຂໍຮ້ອງວ່າ, “ຖ້າດັ່ງນັ້ນ ພໍ່ຈະອະນຸຍາດໃຫ້ອໍາໂນນ ນ້ອງຊາຍຂອງຂ້ານ້ອຍໄປໄດ້ບໍ? ກະສັດຖາມວ່າ, “ເປັນຫຍັງ ລາວຈຶ່ງຈະຕ້ອງໄປ?
\s5
\v 27 ແຕ່ອັບຊາໂລມ ຍັງສືບຕໍ່ຊູຊີຂໍຮ້ອງຢູ່ຢ່າງນັ້ນ ຈົນກະສັດດາວິດຍອມໃຫ້ອໍາໂນນ ແລະ ພວກລູກຊາຍຄົນອື່ນ ໆ ໄປກັບອັບຊາໂລມ. ອັບຊາໂລມໄດ້ຈັດງານລ້ຽງອັນໃຫຍ່ໂຕຂຶ້ນ ຢ່າງງານລ້ຽງຂອງກະສັດ [ສ]
\v 28 ແລະ ອັບຊາໂລມໄດ້ແນະນາໍຄົນຮັບໃຊ້ຂອງຕົນວ່າ, “ໃຫ້ພວກເຈົ້າສັງເກດເບິ່ງອໍາໂນນ ຖ້າລາວດື່ມເຫລົ້າເມົາຫລາຍແລ້ວ ເມື່ອຂ້ອຍອອກຄໍາສັ່ງໃຫ້ພາກັນຂ້າລາວໂລດ. ພວກເຈົ້າບໍ່ຕ້ອງຢ້ານ. ຂ້ອຍຈະເປັນຜູ້ຮັບຜິດຊອບເອງ. ຈົ່ງກ້າຫານ ແລະ ຢ່າລັ່ງເລໃຈ. ”
\v 29 ດັ່ງນັ້ນ ພວກຄົນຮັບໃຊ້ຈຶ່ງປະຕິບັດຕາມຄໍາແນະນາໍຂອງອັບຊາໂລມ ແລະ ຂ້າອໍາໂນນເສຍ. ສ່ວນພວກລູກຊາຍຄົນອື່ນ ໆ ຂອງກະສັດດາວິດກໍຂຶ້ນຂີ່ລໍ ແລະ ປົບໜີໄປ.
\s5
\v 30 ໃນຂະນະທີ່ພວກເຂົາພວມກັບເມືອນັ້ນ ກະສັດດາວິດກໍໄດ້ຮັບແຈ້ງວ່າ ອັບຊາໂລມ ໄດ້ຂ້າພວກລູກຊາຍຂອງກະສັດ ໂດຍບໍ່ມີຜູ້ໃດເຫລືອເລີຍ.
\v 31 ກະສັດຈຶ່ງລຸກຂຶ້ນ, ຈີກເຄື່ອງນຸ່ງຫົ່ມຂອງຕົນດ້ວຍຄວາມໂສກເສົ້າ ແລະ ໝູບໜ້າລົງກັບພື້ນດິນ. ພວກ ຄົນຮັບໃຊ້ທີ່ຢູ່ກັບເພິ່ນໃນທີ່ນັ້ນ ກໍຈີກເຄື່ອງນຸ່ງຫົ່ມຂອງຕົນເຊັ່ນດຽວກັນ.
\s5
\v 32 ແຕ່ໂຢນາດາບ ລູກຊາຍຂອງຊາມມາ ແລະ ຫລານຊາຍຂອງກະສັດດາວິດ ບອກວ່າ, “ຂ້າແດ່ພະຣາຊາ ພວກເຂົາບໍ່ໄດ້ຂ້າລູກຊາຍຂອງກະສັດໝົດທຸກຄົນດອກ ມີແຕ່ອໍາໂນນ ເທົ່ານັ້ນຕາຍ. ຍ້ອນວ່າ ອັບຊາໂລມ ຕັ້ງໃຈທີ່ຈະກະທາໍການແກ້ແຄ້ນນີ້ ຕັ້ງແຕ່ມື້ທີ່ອໍາໂນນໄດ້ຂົ່ມຂືນຕາມາ ນ້ອງສາວຂອງເພິ່ນພຸ້ນ.
\v 33 ດັ່ງນັ້ນ ຢ່າເຊື່ອຂ່າວທີ່ວ່າ ລູກຊາຍທຸກຄົນຂອງກະສັດຕາຍ ມີແຕ່ອໍາໂນນເທົ່ານັ້ນທີ່ຖືກຂ້າ.”
\s5
\v 34 ໃນຂະນະດຽວກັນນັ້ນ ອັບຊາໂລມກໍໄດ້ປົບໜີໄປ. ຕໍ່ມາບຶດໜຶ່ງ ທະຫານຍາມກໍຫລຽວເຫັນຄົນກຸ່ມໃຫຍ່ພວກໜຶ່ງກາໍລັງລົງມາ ຈາກເນີນພູ ຕາມເສັ້ນທາງມາຈາກໂຮໂຣນາອິມ. [ຊ] ທະຫານຍາມຄົນນັ້ນ ຈຶ່ງໄປບອກ ກະສັດຕາມທີ່ຕົນໄດ້ເຫັນ. [ຍ]
\v 35 ໂຢນາດາບ ເວົ້າກັບກະສັດດາວິດ ວ່າ “ພວກ ນັ້ນແມ່ນພວກລູກຊາຍຂອງກະສັດ ທີ່ກາໍລັງມາ ດັ່ງທີ່ຂ້ານ້ອຍໄດ້ບອກກະສັດແລ້ວ.
\v 36 ພໍລາວເວົ້າສຸດ ພວກລູກຊາຍຂອງກະສັດດາວິດກໍເຂົ້າມາ. ພວກເຂົາພາກັນຮ້ອງໄຫ້; ກະສັດ ແລະ ພວກຂ້າຣາຊການຂອງເພິ່ນກໍຮ້ອງໄຫ້ຢ່າງຂົມຂື່ນ.
\s5
\v 37-38 ຝ່າຍອັບຊາໂລມ ກໍໄດ້ໜີໄປຫາເຈົ້າຕານໄມ ກະສັດແຫ່ງເກຊູ ລູກຊາຍຂອງອໍາມີຮຸດ. ລາວອາໄສຢູ່ໃນທີ່ນັ້ນເປັນເວລາສາມ ປີ. ກະສັດດາວິດໄວ້ທຸກໃຫ້ອໍາໂນນ ລູກຊາຍຂອງເພິ່ນເປັນເວລາດົນນານ,
\v 39 ແຕ່ເມື່ອເພິ່ນທຸເລົາໃນເລື່ອງການຕາຍ ຂອງອໍາໂນນແລ້ວ ເພິ່ນຈຶ່ງຄິດຮອດອັບຊາໂລມ ຫລາຍທີ່ສຸດ.
\s5
\c 14
\p
\v 1 ໂຢອາບ ຮູ້ວ່າກະສັດດາວິດຄິດຮອດອັບຊາໂລມ ຫລາຍທີ່ສຸດ
\v 2 ສະນັ້ນ ລາວຈຶ່ງສົ່ງຄົນໄປນາໍເອົາຍິງຊາວເມືອງເຕກົວ ຄົນໜຶ່ງມາ. ຍິງຄົນນີ້ເປັນຄົນສະຫລາດ. ເມື່ອນາງມາຮອດໂຢອາບ ຈຶ່ງບອກນາງວ່າ, “ໃຫ້ເຈົ້າທາໍທ່າໄວ້ທຸກ ແລະ ຢ່າຫວີຜົມ. ໃຫ້ເຮັດຄືຄົນທີ່ໄວ້ທຸກມາແຕ່ດົນນານແລ້ວ.
\v 3 ແລ້ວ ຈຶ່ງໄປພົບກະສັດ ແລະ ເວົ້າຕາມຄໍາທີ່ຂ້ອຍຈະບອກເຈົ້າ. ” ໂຢອາບ ຈຶ່ງບອກຄໍາເວົ້າໃຫ້ແກ່ນາງ.
\s5
\v 4 ຍິງຄົນນີ້ໄດ້ເຂົ້າໄປພົບກະສັດ ໂດຍກົ້ມຂາບລົງດ້ວຍຄວາມນັບຖື ແລະ ເວົ້າວ່າ, “ຂ້າແດ່ພະຣາຊາ ກະລຸນາຊ່ວຍຂ້ານ້ອຍແດ່ທ້ອນ. ”
\v 5 ເພິ່ນຖາມນາງວ່າ, “ເຈົ້າຕ້ອງການຫຍັງ? ” ນາງຕອບວ່າ, “ຂ້ານ້ອຍເປັນຍິງໝ້າຍທີ່ຍາກຈົນ ຜົວຂອງຂ້ານ້ອຍ ຕາຍປະ.
\v 6 ຂ້ານ້ອຍມີລູກຊາຍສອງຄົນ, ແຕ່ມື້ໜຶ່ງທັງສອງໄດ້ເກີດຜິດຖຽງກັນຢູ່ໃນທົ່ງນາ ແລະ ບໍ່ມີຜູ້ໃດແຍກພວກເຂົາອອກຈາກກັນໄດ້. ລູກຊາຍຄົນໜຶ່ງຈຶ່ງໄດ້ຂ້າລູກຊາຍອີກຄົນໜຶ່ງຕາຍ.
\s5
\v 7 ດຽວນີ້ ຍາດຕິພີ່ນ້ອງຂອງຂ້ານ້ອຍທັງໝົດຕ່າງກໍຫັນມາຕໍ່ສູ້ຂ້ານ້ອຍ ແລະ ຂໍຮ້ອງຂ້ານ້ອຍມອບລູກຊາຍໃຫ້ພວກເຂົາ ເພື່ອຂ້າແກ້ແຄ້ນຄືນ ຍ້ອນລາວໄດ້ຂ້າອ້າຍຂອງຕົນ. ຖ້າພວກເຂົາເຮັດດັ່ງນັ້ນ ຂ້ານ້ອຍກໍຈະບໍ່ມີລູກເຫລືອຢູ່ນາໍເລີຍ. ພວກເຂົາຈະທາໍ ລາຍຄວາມຫວັງອັນສຸດທ້າຍຂອງຂ້ານ້ອຍ ແລະ ຈະບໍ່ໃຫ້ຂ້ານ້ອຍມີລູກຊາຍເພື່ອສືບເຊື້ອສາຍຜົວຂອງຂ້ານ້ອຍອີກຕໍ່ໄປ.”
\s5
\v 8 ກະ​ສັດຕອບນາງວ່າ, “ໃຫ້ເຈົ້າກັບເມືອສາ ເຮົາຈະຈັດການເລື່ອງນີ້ເອງ. ”
\v 9 ນາງ ເວົ້າຕໍ່ກະສັດ ວ່າ, “ຂ້າແດ່ພະຣາຊາ ບໍ່ວ່າກະສັດຈະເຮັດຫຍັງລົງໄປກໍຕາມ ຂ້ານ້ອຍກັບຄອບຄົວຂອງຂ້ານ້ອຍ ຈະຮັບເອົາຄໍາຕິຕຽນນັ້ນ ສ່ວນກະສັດແລະຄອບຄົວຂອງກະສັດແລ້ວຈະບໍ່ມີຄວາມຜິດຫຍັງ.”
\s5
\v 10 ກະສັດຕອບວ່າ, “ຖ້າຜູ້ໃດຜູ້ໜຶ່ງຂູ່ເຂັນເຈົ້າ ຈົ່ງນາໍເອົາລາວມາຫາເຮົາ ແລ້ວລາວກໍຈະບໍ່ລົບກວນເຈົ້າອີກຕໍ່ໄປ. ”
\v 11 ນາງເວົ້າວ່າ, “ຂ້າແດ່ພະຣາຊາ ກະລຸນາພາວັນນາອະ​ທິຖານ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງກະສັດ ເພື່ອວ່າຍາດຕິພີ່ນ້ອງຂອງຂ້ານ້ອຍຜູ້ທີ່ຮັບຜິດຊອບແກ້ແຄ້ນຕໍ່ການຕາຍຂອງລູກຊາຍຂ້ານ້ອຍນັ້ນ ຈະບໍ່ເຮັດຜິດອັນຮ້າຍແຮງ ກວ່ານັ້ນ ໂດຍຂ້າລູກຊາຍຄົນໜຶ່ງອີກຂອງຂ້ານ້ອຍ. ” ກະສັດດາວິດ ຕອບວ່າ, “ເຮົາສັນຍາ ໂດຍອົງພຣະຜູ້ເປັນເຈົ້າ ອົງຊົງຊີວິດຢູ່ວ່າ ລູກຊາຍອີກຄົນໜຶ່ງຂອງເຈົ້າ ຈະບໍ່ຖືກທາໍຮ້າຍ ແຕ່ຢ່າງໃດໝົດ.
\s5
\v 12 ຍິງນັ້ນເວົ້າວ່າ, “ຂ້າແດ່ພະຣາຊາ ກະລຸນາໃຫ້ຂ້ານ້ອຍເວົ້າຕື່ມຈັກຄໍາໜຶ່ງແດ່ທ້ອນ. ” ເພິ່ນຕອບວ່າ, “ຈົ່ງເວົ້າມາ. ”
\v 13 ນາງເວົ້າໃຫ້ເພິ່ນວ່າ, “ເປັນຫຍັງ ກະສັດຈຶ່ງເຮັດຜິດຕໍ່ປະຊາຊົນຂອງພຣະເຈົ້າຢ່າງນີ້? ກະສັດບໍ່ອະນຸຍາດໃຫ້ລູກຊາຍຂອງທ່ານ ທີ່ໄດ້ປົບໜີໄປນັ້ນ ກັບຄືນມາ. ສະນັ້ນ ກະສັດຈຶ່ງປະນາມທ່ານເອງ ໃນສິ່ງທີ່ທ່ານໄດ້ເວົ້າ ໄປນັ້ນ.
\v 14 ເຮົາທຸກຄົນຈະຕ້ອງຕາຍ. ພວກເຮົາປຽບດັ່ງນາໍ້ ທີ່ຖືກສາດໃສ່ໜ້າດິນ ຊຶ່ງເອົາມາຮວມເຂົ້າກັນບໍ່ໄດ້ອີກ. ແມ່ນແຕ່ ພຣະເຈົ້າກໍບໍ່ໄດ້ເຮັດໃຫ້ຄົນຕາຍຄືນມີຊິວິດ ແຕ່ຢ່າງໜ້ອຍ ກະສັດກໍຫາວິທີທາງນາໍຄົນທີ່ຖືກເນລະເທດກັບຄືນມາໄດ້. [ດ]
\s5
\v 15 ບັດນີ້ ຂ້າແດ່ພະຣາຊາ ເຫດຜົນທີ່ຂ້ານ້ອຍມາກ່າວຕໍ່ກະສັດນັ້ນ ເພາະມີຄົນຂູ່ໃຫ້ ຂ້ານ້ອຍຢ້ານ; ສະນັ້ນແຫລະ ຂ້ານ້ອຍຈຶ່ງຄິດວ່າ ຂ້ານ້ອຍຄວນເວົ້າກັບທ່ານ ໂດຍຫວັງວ່າ ທ່ານຈະເຮັດໃນສິ່ງທີ່ຂ້ານ້ອຍຮ້ອງຂໍມານີ້.
\v 16 ຂ້ານ້ອຍຄິດວ່າ ທ່ານຈະຟັງ ແລະ ຊ່ວຍຂ້ານ້ອຍໃຫ້ພົ້ນຈາກຜູ້ທີ່ກາໍລັງພະຍາຍາມ ຂ້າລູກຊາຍຂອງຂ້ານ້ອຍ ແລະ ລວມທັງຂ້ານ້ອຍດ້ວຍ ທັງຈະກາໍຈັດພວກຂ້ານ້ອຍໃຫ້ໝົດໄປເສຍຈາກດິນແດນ ທີ່ພຣະເຈົ້າໄດ້ໂຜດໃຫ້ແກ່ປະຊາຊົນຂອງພຣະອົງ.
\v 17 ຂ້ານ້ອຍຄິດວ່າ ຄໍາສັນຍາຂອງທ່ານ ຈະເຮັດໃຫ້ຂ້ານ້ອຍພົ້ນໄດ້ ເພາະກະສັດກໍປຽບດັ່ງເທວະດາຂອງພຣະເຈົ້າ ທີ່ແຍກຄວາມດີອອກ ຈາກຄວາມຊົ່ວໄດ້. [ຕ] ຂໍໃຫ້ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງທ່ານ ສະຖິດຢູ່ກັບທ່ານເຖີດ.”
\s5
\v 18 ກະສັດຕອບນາງວ່າ, “ເຮົາຢາກຖາມເຈົ້າຢ່າງໜຶ່ງ ແລະ ເຈົ້າຈະຕ້ອງບອກເຮົາທັງໝົດ ຕາມຄວາມເປັນຈິງ. ” ນາງຕອບວ່າ, “ຂ້າແດ່ພະຣາຊາ ເຊີນຖາມຂ້ານ້ອຍໄດ້ທຸກຢ່າງ. ”
\v 19 ກະສັດກ່າວວ່າ, “ແມ່ນແຜນການຂອງໂຢອາບ ບໍ? ທີ່ໃຫ້ເຈົ້າມາກ່າວ ສິ່ງເຫົ່ຼານີ້. ” ແລະ ນາງໄດ້ຕອບກະສັດວ່າ, “ຂ້າແດ່ພະຣາຊາ ຕາບໃດທີ່ວິນຍານຂອງກະສັດມີຊີວິດຢູ່ ບໍ່ມີຜູ້ໃດສາມາດປົກປິດຄວາມຈິງຈາກກະສັດໄດ້ດອກ. [ຖ] ແມ່ນ ໂຢອາບ ຂ້າຣາຊການຂອງທ່ານນັ້ນແຫລະ ເປັນຜູ້ບອກໃຫ້ຂ້ານ້ອຍເຮັດ ແລະ ບອກໃຫ້ຂ້ານ້ອຍເວົ້າ.
\v 20 ແຕ່ເພິ່ນເຮັດລົງໄປ ເພື່ອຢາກໃຫ້ເລື່ອງທັງໝົດຈົບລົງຢ່າງຮຽບຮ້ອຍ. ຂ້າແດ່ພະຣາຊາ ທ່ານເປັນຜູ້ສະຫລາດ ດັ່ງເທວະດາຂອງພຣະເຈົ້າ ແລະ ຮູ້ຈັກເຫດການ ທຸກສິ່ງທີ່ເກີດຂຶ້ນ.”
\s5
\v 21 ຕໍ່ມາ ກະສັດຈຶ່ງເວົ້າກັບໂຢອາບ ວ່າ, “ເຮົາຕັດສິນໃຈແລ້ວ ທີ່ຈະເຮັດຕາມເຈົ້າຕ້ອງການ. ຈົ່ງໄປນາໍເອົາຊາຍໜຸ່ມ ອັບຊາໂລມ ກັບຄືນມາສາ. ”
\v 22 ໂຢອາບ ຂາບລົງຕໍ່ໜ້າກະສັດດາວິດ ດ້ວຍຄວາມນັບຖື ທັງກ່າວວ່າ, “ຂ້າແດ່ພະຣາຊາ ຂໍໃຫ້ພຣະເຈົ້າອວຍພອນທ່ານເຖີດ. ບັດນີ້ ຂ້ານ້ອຍຮູ້ແລ້ວວ່າ ທ່ານພໍໃຈໃນຕົວຂ້ານ້ອຍ ເພາະທ່ານໄດ້ ຕອບຄໍາຮ້ອງຂໍຂອງຂ້ານ້ອຍ.”
\s5
\v 23 ແລ້ວລາວກໍລຸກຂຶ້ນ ອອກເດີນທາງໄປ ຍັງເມືອງເກຊູ ແລະ ນາໍເອົາອັບຊາໂລມ ກັບຄືນມາຍັງນະຄອນເຢຣູຊາເລັມ.
\v 24 ເຖິງຢ່າງໃດກໍຕາມ ກະສັດໄດ້ອອກຄໍາສັ່ງບໍ່ໃຫ້ ອັບຊາໂລມ ຢູ່ໃນຣາຊວັງຕໍ່ໄປ. ເພິ່ນກ່າວວ່າ, “ເຮົາບໍ່ຢາກເຫັນໜ້າລາວ. ” ດັ່ງນັ້ນ ອັບຊາໂລມ ຈຶ່ງຢູ່ໃນເຮືອນຂອງຕົນເອງ ແລະ ບໍ່ໄດ້ມາປາກົດຕົວຕໍ່ໜ້າກະສັດ.
\s5
\v 25 ໃນປະເທດອິດສະຣາເອນ ບໍ່ມີຜູ້ໃດທີ່ເປັນຄົນງາມດັ່ງອັບຊາໂລມ. ລາວບໍ່ມີຕໍາໜິ ຕັ້ງແຕ່ຫົວຈົນເຖິງປາຍຕີນ.
\v 26 ຜົມຂອງລາວດົກ ແລະ ຕັດປີລະເທື່ອເມື່ອຍາວ ແລະ ດົກຫລາຍ ຕາມການຊັ່ງຕວງເບິ່ງທາງຣາຊການ ຜົມຂອງລາວໜັກກວ່າ ສອງກິໂລກາຼມ.
\v 27 ອັບຊາໂລມ ມີລູກຊາຍຢູ່ສາມ ຄົນ ແລະ ມີລູກສາວຢູ່ຄົນໜຶ່ງຊື່ວ່າ ຕາມາ. ນາງຕາມາ ເປັນຍິງສາວທີ່ງາມຫລາຍ.
\s5
\v 28 ອັບຊາໂລມ ຢູ່ໃນນະຄອນເຢຣູຊາເລັມ ເປັນເວລາສອງປີ ໂດຍບໍ່ໄດ້ເຫັນໜ້າກະສັດ.
\v 29 ແລ້ວອັບຊາໂລມ ກໍສົ່ງຄົນໄປຫາໂຢອາບ ເພື່ອໃຫ້ລາວໄປພົບກະສັດໃຫ້ຕົນ ແຕ່ໂຢອາບບໍ່ຍອມມາ. ອັບຊາໂລມ ຈຶ່ງສົ່ງຄົນໄປຫາໂຢອາບ ເທື່ອທີສອງອີກ ແຕ່ໂຢອາບກໍຍັງບໍ່ຍອມມາອີກ.
\s5
\v 30 ດັ່ງນັ້ນ ອັບຊາໂລມ ຈຶ່ງບອກຄົນຮັບໃຊ້ ຂອງຕົນວ່າ, “ເບິ່ງພຸ້ນແມ ທົ່ງນາຂອງໂຢອາບ ກໍຢູ່ໃກ້ທົ່ງນາຂອງຂ້ອຍນີ້ເອງ ຕົ້ນ ເຂົ້າເດືອຍເກີດເຕັມທົ່ງນາ. ໄປຈູດມັນຖິ້ມເສຍ. ” ພວກຄົນຮັບໃຊ້ຈຶ່ງໄປຈູດເຂົ້າໃນທົ່ງນານັ້ ຖິ້ມໝົດ.
\v 31 ໂຢອາບ ຈຶ່ງໄປຍັງເຮືອນຂອງອັບຊາໂລມ ແລະ ຖາມວ່າ, “ເປັນຫຍັງ ພວກຄົນຮັບໃຊ້ຂອງເຈົ້າຈຶ່ງຈູດເຂົ້າໃນທົ່ງນາຂອງຂ້ອຍ?”
\s5
\v 32 ອັບຊາໂລມ ຕອບວ່າ, “ກໍເພາະເຈົ້າບໍ່ຍອມມາ ເມື່ອຂ້ອຍສົ່ງຄົນໄປເອີ້ນເຈົ້າ. ຂ້ອຍຢາກໃຫ້ເຈົ້າໄປຫາກະສັດ ແລະ ຖາມເພິ່ນໃຫ້ຂ້ອຍວ່າ, ‘ເຫດໃດຂ້ອຍຈຶ່ງຈາກເມືອງເກຊູ ມາຢູ່ທີ່ນີ້? ຖ້າຂ້ອຍຢູ່ພຸ້ນຄົງຈະເປັນການດີກວ່າ. ດຽວນີ້ ຂ້ອຍຢາກໃຫ້ເຈົ້າຫາທາງໃຫ້ ຂ້ອຍໄດ້ເຂົ້າໄປພົບກະສັດ ແລະ ຖ້າຂ້ອຍເປັນຄົນຜິດ ກໍໃຫ້ເພິ່ນຂ້າຂ້ອຍເສຍ. ”
\v 33 ດັ່ງນັ້ນ ໂຢອາບຈຶ່ງໄປຫາກະສັດດາວິດ ແລະ ບອກເພິ່ນຕາມທີ່ອັບຊາໂລມ ໄດ້ເວົ້າ. ກະສັດ ຈຶ່ງສົ່ງຄົນໄປນາໍເອົາອັບຊາໂລມ ມາພົບ. ລາວໄດ້ເຂົ້າໄປກົ້ມຂາບລົງຕໍ່ໜ້າກະສັດ. ກະສັດໄດ້ຕ້ອນຮັບ ໂດຍກອດຈູບອັບຊາໂລມ.
\s5
\c 15
\p
\v 1 ຕໍ່ມາ ອັບຊາໂລມໄດ້ຈັດຫາລົດຮົບ ແລະ ມ້າຫລາຍໂຕສໍາລັບຕົນ ພ້ອມທັງທະຫານ ປ້ອງກັນຕົວ ຫ້າສິບຄົນ.
\v 2 ອັບຊາໂລມຈະ ຕ້ອງລຸກແຕ່ເຊົ້າ ແລະ ໄປຢືນຢູ່ທີ່ທາງປະຕູ ກາໍແພງເມືອງ. ເມື່ອໃດເຫັນຄົນທີ່ມີເລື່ອງຜິດຖຽງກັນ ເພື່ອຈະໄປຫາກະສັດຕັດສິນຄວາມໃຫ້ ອັບຊາໂລມຈະຕ້ອງໄປເອີ້ນຄົນນັ້ນມາ ແລະ ຖາມລາວວ່າ, “ເຈົ້າມາແຕ່ໃສ? ” ແລະ ຫລັງຈາກຄົນນັ້ນໄດ້ບອກລາວເຖິງເຜົ່າທີ່ຕົນສັງກັດຢູ່ແລ້ວ
\s5
\v 3 ອັບຊາໂລມ ກໍຈະເວົ້າໂລດວ່າ, “ເບິ່ງແມ ຄະດີຂອງເຈົ້າກໍດີ ແລະຖືກຕ້ອງ ແຕ່ບໍ່ມີຜູ້ຕາງໜ້າຂອງກະສັດ ເພື່ອືຈະຟັງຄະດີຂອງເຈົ້າ. ”
\v 4 ລາວຈະເວົ້າຕື່ມວ່າ, “ຖ້າຂ້ອຍໄດ້ ເປັນຜູ້ຕັດສິນຄວາມແລ້ວ ເມື່ອຜູ້ໃດຜູ້ໜຶ່ງມິເລື່ອງຕໍ່ກັນ ຫລື ນາໍຄໍາຮ້ອງທຸກໄປຫາຂ້ອຍ ຂ້ອຍຈະໃຫ້ຄວາມເປັນທາໍແກ່ລາວ.”
\s5
\v 5 ເມື່ອມີຊາຍຄົນໃດເຂົ້າມາກົ້ມຂາບອັບຊາໂລມ ລາວກໍຈະເດ່ມືອອກໄປກອດ ແລະ ຈູບຄົນນັ້ນ.
\v 6 ລາວປະຕິບັດຢ່າງນີ້ກັບຊາວອິດສະຣາເອນທຸກຄົນ ທີ່ມາຫາກະສັດ ເພື່ອໃຫ້ເພິ່ນຕັດສິນຄວາມໃຫ້; ດັ່ງນັ້ນແຫລະ ພວກເຂົາຈຶ່ງມີຄວາມຈົງຮັກພັກດີຕໍ່ລາວ.
\s5
\v 7 ຫ​ລັງຈາກນັ້ນມາສີ່ປີ [ທ] ອັບຊາໂລມ ໄດ້ເວົ້າກັບກະສັດດາວິດ ວ່າ, “ຂໍຊົງໂຜດ ອະນຸຍາດໃຫ້ຂ້ານ້ອຍໄປເມືອງເຮັບໂຣນ ແດ່ທ້ອນ ເພື່ອໄປປະຕິບັດຕາມທີ່ໄດ້ສັນຍາໄວ້ກັບອົງພຣະຜູ້ເປັນເຈົ້າ.
\v 8 ເມື່ອຂ້ານ້ອຍຢູ່ ທີ່ເມືອງເກຊູ ໃນຊີເຣຍນັ້ນ ຂ້ານ້ອຍໄດ້​ສັນຍາກັບອົງພຣະຜູ້ເປັນເຈົ້າວ່າ ຖ້າອົງພຣະຜູ້ເປັນເຈົ້າໃຫ້ຂ້ານ້ອຍກັບມາຍັງນະຄອນເຢຣູຊາເລັມ ຂ້ານ້ອຍຈະນະມັດສະການ ພຣະອົງທີ່ເມືອງເຮັບໂຣນ. ” [ນ]
\s5
\v 9 ກະສັດຕອບວ່າ, “ຈົ່ງໄປດີເທີ້ນ. ” ແລ້ວອັບຊາໂລມ ກໍຈາກໄປສູ່ເມືອງເຮັບໂຣນ.
\v 10 ແຕ່ລາວໄດ້ສົ່ງຄົນນາໍຂ່າວໄປບອກທຸກ ໆ ເຜົ່າໃນຊາດອິດສະຣາເອນ ວ່າ, “ເມື່ອໃດທີ່ພວກເຈົ້າໄດ້ຍິນສຽງແກດັງຂຶ້ນ ໃຫ້ພວກເຈົ້າຮ້ອງຂຶ້ນວ່າ, ‘ອັບຊາໂລມໄດ້ເປັນກະສັດທີ່ເມືອງເຮັບໂຣນແລ້ວ.
\s5
\v 11 ອັບຊາໂລມໄດ້ເຊີນເອົາສອງຮ້ອຍຄົນຈາກນະຄອນເຢຣູຊາເລັມ ໄປກັບຕົນ. ພວກ ເຫລົ່ານີ້ບໍ່ຮູ້ເຖິງແຜນການກະບົດນີ້ ແຕ່ຢ່າງໃດ ແລະ ພາກັນໄປດ້ວຍຄວາມບໍຣິສຸດໃຈ.
\v 12 ແລະໃນຂະນະທີ່ອັບຊາໂລມຖວາຍເຄື່ອງບູຊາຢູ່ນັ້ນ ລາວກໍໄດ້ສົ່ງຄົນໄປຍັງເມືອງກີໂລ ເພື່ອນາໍເອົາອາຮີໂຕເຟນ ທີ່ປຶກສາຄົນໜຶ່ງຂອງກະສັດດາວິດ. ການກະບົດຕໍ່ກະສັດກໍໜັກຫລາຍຂຶ້ນ ແລະ ຜູ້ຕິດຕາມອັບຊາໂລມ ກໍເພີ່ມຈໍານວນຂຶ້ນເລື້ອຍ ໆ.
\s5
\v 13 ຄົນ​ນຳ​ຂ່າວ​ໄດ້​ມາ​ລາຍ​ງານ​ຕໍ່​ກະ​ສັດ​ດາ​ວິດ​ວ່າ, "ຊາວ​ອິດ​ສະ​ຣາ​ເອນ​ກຳ​ລັງ​ປະ​ຕິ​ຍານ​ຕົນ​ຈົງ​ຮັກ​ພັກ​ດີ​ຕໍ່​ອັບ​ຊາ​ໂລມ."
\v 14 ດັ່ງນັ້ນ ກະສັດດາວິດຈຶ່ງສັ່ງພວກຂ້າຣາຊການທັງໝົດທີ່ຢຸ່ກັບເພິ່ນໃນນະຄອນເຢຣູຊາເລັມ ວ່າ, “ຖ້າພວກເຮົາຢາກປົບໜີຈາກອັບຊາໂລມ ໃຫ້ປົບໜີໄປໄວ ໆ ດຽວນີ້ໂລດ ຫລື ຖ້າບໍ່ດັ່ງນັ້ນ ໃນບໍ່ຊ້າລາວຈະມາຮອດທີ່ນີ້ ແລະ ຕໍ່ສູ້ພວກເຮົາໃຫ້ພ່າຍແພ້ ແລະ ຂ້າທຸກຄົນໃນເມືອງນີ້ຖິ້ມ. ”
\v 15 ພວກເຂົາຕອບວ່າ, “ແມ່ນແລ້ວ ກະສັດເຈົ້າຂ້າ ພວກຂ້ານ້ອຍພ້ອມທີ່ຈະເຮັດທຸກສິ່ງຕາມທີ່ທ່ານສັ່ງ.”
\s5
\v 16 ດັ່ງນັ້ນ ກະສັດພ້ອມທຸກຄົນໃນຄອບຄົວ ແລະ ບັນດາຂ້າຣາຊການຈຶ່ງ ພາກັນໜີໄປ ເວັ້ນໄວ້ແຕ່ເມຍນ້ອຍສິບຄົນທີ່ເພິ່ນປະໄວ້ໃຫ້ເຝົ້າຣາຊວັງ.
\v 17 ຂະນະທີ່ກະສັດ ແລະ ບັນດາຂ້າຣາຊການກາໍລັງຍ່າງອອກໄປຈາກເມືອງນັ້ນ ກໍມາຢຸດຢູ່ທີ່ເຮືອນຫລັງສຸດທ້າຍ.
\v 18 ພວກຂ້າຣາຊການທັງໝົດໄດ້ຢືນຢູ່ [ບ] ບັນດາຄົນເຄເຣທີ ແລະ ຄົນເປເລທີ ກັບ ຄົນກາດຫົກຮ້ອຍຄົນ ທີ່ໄດ້ຕິດຕາມເພິ່ນມາຈາກເມືອງກາດນັ້ນ ກໍໄດ້ຍ່າງຜ່ານເພິ່ນໄປເໝືອນກັນ.
\s5
\v 19 ແລ້ວກະສັດກໍເວົ້າກັບອິດໄຕ ຫົວໜ້າຂອງທະຫານເຫລົ່ານັ້ນ ວ່າ, “ເປັນຫຍັງ ເຈົ້າຈຶ່ງມາກັບພວກເຮົາ? ຄືນໄປຢູ່ກັບກະສັດອົງໃໝ່ສາ. ເຈົ້າເປັນຄົນຕ່າງດ້າວ ເປັນອົບພະຍົບທີ່ໜີຈາກບ້ານເມືອງມາ.
\v 20 ເຈົ້າອາໄສຢູ່ໃນທີ່ນີ້ເປັນພຽງເວລາສັ້ນ ໆ ເທົ່ານັ້ນ ເຫດໃດເຈົ້າຈະຕ້ອງຊັດເຊພະເນຈອນ ໄປກັບເຮົາຢ່າງນີ້? ເຮົາເອງຍັງບໍ່ຮູ້ຈັກວ່າຈະ ໄປທາງໃດ. ຈົ່ງກັບຄືນເມືອສາ ແລະ ພາເພື່ອນຮ່ວມຊາດຂອງເຈົ້າ ກັບຄືນເມືອດ້ວຍ. ຂໍອົງພຣະຜູ້ເປັນເຈົ້າໂຜດເມດຕາ ແລະ ເປັນທີ່ເພິ່ງຂອງເຈົ້າເຖີດ. ” [ປ]
\s5
\v 21 ແຕ່ອິດໄຕ ຕອບວ່າ, “ຂ້າແດ່ພະຣາຊາ ຂ້ານ້ອຍຂໍສາບານໂດຍອົງພຣະຜູ້ເປັນເຈົ້າ ອົງຊົງຊີວິດຢູ່ວ່າ ຂ້ານ້ອຍຈະໄປກັບທ່ານທຸກທີ່ທຸກບ່ອນ ເຖິງແມ່ນຈະຕາຍກໍຍອມ. ”
\v 22 ກະສັດດາວິດ ຕອບວ່າ, “ດີແລ້ວ ຈົ່ງເດີນທາງ ຕໍ່ໄປສາ. ” ດັ່ງນັ້ນ ອິດໄຕພ້ອມທະຫານທຸກຄົນຂອງຕົນ ແລະ ລູກເມຍຂອງພວກເຂົາຈຶ່ງເດີນທາງຕໍ່ໄປ.
\v 23 ໃນຂະນະທີ່ພວກຕິດຕາມກະສັດດາວິດ ກໍາລັງອອກໄປນັ້ນ ປະຊາຊົນກໍຮ້ອງໄຫ້ດ້ວຍສຽງດັງ. ສ່ວນກະສັດກັບຄົນທັງຫລາຍຂອງເພິ່ນກໍໄດ້ຂ້າມ ຫ້ວຍກິດໂຣນ ແລະ ມຸ່ງໜ້າໄປສູ່ຖິ່ນແຫ້ງແລ້ງກັນດານ.
\s5
\v 24 ປະໂຣຫິດຊາດົກ ໄດ້ຢູ່ທີ່ນັ້ນກັບຊາວ ເລວີ ຜູ້ທີ່ຫາມຫີບພັນທະສັນຍາຂອງພຣະເຈົ້າອັນສັກສິດ. ພວກເຂົາປົງຫີບພັນທະສັນຍາຂອງພຣະເຈົ້າ ລົງ [ຜ] ແລະ ບໍ່ໄດ້ຫາມຫີບນັ້ນຈົນປະຊາຊົນອອກໄປໝົດຈາກເມືອງ. ປະໂຣຫິດອາບີອາທາ ກໍຢູ່ທີ່ນັ້ນຄືກັນ. [ຝ]
\v 25 ແລ້ວກະສັດກໍກ່າວແກ່ຊາດົກ ວ່າ, “ຈົ່ງເອົາຫີບພັນທະສັນຍາຂອງພຣະເຈົ້າ ກັບເມືອສາ ຖ້າອົງພຣະຜູ້ເປັນເຈົ້າພໍໃຈກັບເຮົາ ໃນມື້ ໜຶ່ງຂ້າງໜ້າ ພຣະອົງຈະໃຫ້ເຮົາກັບຄືນມາ ເຫັນຫີບນີ້ ແລະ ເຫັນບ່ອນທີ່ຫີບນີ້ຕັ້ງຢູ່.
\v 26 ແຕ່ຖ້າພຣະອົງບໍ່ພໍໃຈນາໍເຮົາ ກໍຂໍໃຫ້ພຣະອົງເຮັດຕໍ່ເຮົາຕາມທີ່ພຣະອົງຕ້ອງການ.”
\s5
\v 27 ກະສັດດາວິດ ກ່າວແກ່ຊາດົກ ຕໍ່ໄປວ່າ, “ເບິ່ງດູ [ພ] ຈົ່ງພາ ອາຮີມາອາດ ລູກຊາຍຂອງທ່ານ ແລະ ໂຢນາທານ ລູກຊາຍຂອງອາບີອາທາ ກັບເມືອໃນເມືອງຢ່າງສະຫງົບສຸກເທີ້ນ.
\v 28 ໃນເວລາດຽວກັນນັ້ນ ເຮົາຈະຄອຍຖ້າຢູ່ໃກ້ກັບບ່ອນຂ້າມແມ່ນາໍ້ ໃນຖິ່ນແຫ້ງແລ້ງກັນດານ ຈົນກວ່າເຮົາຈະໄດ້ຮັບຂ່າວຈາກທ່ານ. ”
\v 29 ດັ່ງນັ້ນ ຊາດົກ ແລະ ອາບີອາທາ ຈຶ່ງຫາມຫີບພັນທະສັນຍາຂອງພຣະເຈົ້າ ກັບຄືນເມືອນະຄອນເຢຣູຊາເລັມ ແລະ ອາໄສຢູ່ທີ່ນັ້ນ.
\s5
\v 30 ກະສັດາວິດ ໄດ້ຮ້ອງໄຫ້ຂຶ້ນໄປຍັງພູເຂົາໝາກກອກເທດ; ເພິ່ນປະຕີນເປົ່າ ແລະ ເອົາຜ້າຄຸມຫົວໄວ້ ເປັນເຄື່ອງໝາຍສະແດງ ເຖິງຄວາມໂສກເສົ້າ. ທຸກຄົນທີ່ຕິດຕາມເພິ່ນໄປນັ້ນ ກໍເອົາຜ້າຄຸມຫົວ ແລະ ຮ້ອງໄຫ້ເໝືອນກັນ.
\v 31 ເມື່ອມີຄົນມາບອກກະສັດດາວິດ ວ່າ, [ຟ] ອາຮີໂຕເຟນ ກໍຮ່ວມເປັນກະບົດກັບອັບຊາໂລມດ້ວຍ ກະສັດຈຶ່ງພາວັນນາອະທິຖານ ວ່າ, “ຂ້າແດ່ອົງພຣະຜູ້ເປັນເຈົ້າ ຂໍພຣະອົງເຮັດໃຫ້ຄໍາແນະນາໍຂອງອາຮີໂຕເຟນ ໃຊ້ການບໍ່ໄດ້ເຖີດ.”
\s5
\v 32 ເມື່ອກະສັດດາວິດຂຶ້ນໄປຮອດເທິງ ເນີນພູ ບ່ອນມີທີ່ນະມັດສະການພຣະເຈົ້າ, ຮູຊາຍ ຄົນຊາວເມືອງອາກກິດ ແລະ ເປັນເພື່ອນສະໜິດຂອງເພິ່ນກໍມາພົບ. ລາວຈີກເສື້ອຜ້າ ແລະ ໂຮຍຂີ້ຝຸ່ນດິນໃສ່ຫົວ.
\v 33 ກະສັດດາວິດກ່າວແກ່ລາວວ່າ, “ຖ້າເຈົ້າມາກັບຂ້ອຍ ເຈົ້າກໍຊ່ວຍຫຍັງ ແກ່ຂ້ອຍບໍ່ໄດ້ດອກ
\v 34 ແຕ່ເຈົ້າຊ່ວຍຂ້ອຍໄດ້ໂດຍກັບຄືນເມືອຢູ່ໃນເມືອງ ແລະ ບອກອັບຊາໂລມ ວ່າ, ເຈົ້າຈະຮັບໃຊ້ລາວຢ່າງສັດຊື່ ດັ່ງທີ່ເຈົ້າ ໄດ້ຮັບໃຊ້ພໍ່ຂອງລາວ. ແລະ ໃຫ້ເຈົ້າເຮັດທຸກສິ່ງສຸດຄວາມສາມາດ ເພື່ອຄັດຄ້ານຄໍາແນະນາໍຂອງອາຮີໂຕເຟນ.
\s5
\v 35 ປະໂຣຫິດຊາດົກ ແລະ ອາບີອາທາ ກໍຈະຢູ່ທີ່ນັ້ນ ໃຫ້ເຈົ້າບອກລາວທຸກສິ່ງຕາມທີ່ເຈົ້າໄດ້ຍິນໃນຣາຊວັງ.
\v 36 ອາຮີມາອາດ ລູກຊາຍຂອງຊາດົກ ກັບ ໂຢນາທານ ລູກຊາຍຂອງອາບີອາທາ ກໍຢູ່ກັບພວກເພິ່ນດ້ວຍ. ໃຫ້ເຈົ້າສົ່ງພວກເຂົານໍາຂ່າວທີ່ເຈົ້າຮວບຮວມ ໄດ້ທັງໝົດມາບອກຂ້ອຍ. ”
\v 37 ດັ່ງນັ້ນ ຮູຊາຍ ເພື່ອນສະໜິດຂອງກະສັດດາວິດ ຈຶ່ງກັບຄືນເມືອໃນເມືອງ ຊຶ່ງພໍດີເປັນເວລາທີ່ ອັບຊາໂລມ ມາຮອດ.
\s5
\c 16
\p
\v 1 ເມື່ອກະສັດດາວິດ ຍ່າງກາຍເນີນພູໄປ ນ້ອຍໜຶ່ງໃນທັນໃດ ຊີບາ ຄົນຮັບໃຊ້ຂອງເມຟີໂບເສັດ ກໍມາພົບເພິ່ນ. ຊີບາ ມໍລໍຢູ່ຄູ່ໜຶ່ງຊຶ່ງບັນທຸກເຂົ້າຈີ່ສອງຮ້ອຍກ້ອນ, ໝາກອະງຸ່ນແຫ້ງຮ້ອຍ​ເມັດ, ໝາກ​ໄມ້​ສົດ​ຮ້ອຍ​ເມັດ ແລະ​ນ້ຳ​ອະ​ງຸ່ນ​ເຕັມ​ໜຶ່ງ​ຖົງ
\v 2 ກະສັດດາວິດ ຖາມ ຊີບາ ວ່າ, “ເຈົ້າຈະເອົາຂອງເຫລົ່ານີ້ໄປ ເຮັດຫຍັງ? ” ຊີບາ ຈຶ່ງຕອບວ່າ, “ລໍຄູ່ນີ້ເອົາມາ ໃຫ້ຄົນໃນຄອບຄົວຂອງທ່ານຂີ່ ສ່ວນເຂົ້າຈີ່ກັບໝາກໄມ້ ເອົາມາໃຫ້ທະຫານຂອງທ່ານກິນ ແລະ ນໍ້າອະງຸ່ນນີ້ກໍເອົາມາໃຫ້ທະຫານ ຂອງທ່ານດື່ມ ເມື່ອພວກເຂົາອິດເມື່ອຍໃນຖິ່ນແຫ້ງແລ້ງກັນດານ.”
\s5
\v 3 ກະສັດຖາມ ວ່າ, “ເມຟີໂບເສັດ ຫລານຊາຍກະສັດໂຊນ ນາຍຂອງເຈົ້າຢູ່ໃສ? ” ຊີບາ ຕອບວ່າ, “ລາວຢູ່ໃນນະຄອນເຢຣູຊາເລັມ ເພາະລາວໝັ້ນໃຈວ່າ ບັດນີ້ຊາວອິດສະຣາເອນ ຈະມອບອານາຈັກຂອງກະສັດໂຊນ ປູ່ຂອງລາວຄືນໃຫ້ລາວ. ”
\v 4 ກະສັດກ່າວແກ່ຊີບາ ວ່າ, “ທຸກສິ່ງທີ່ເປັນຂອງ ເມຟີໂບເສັດ ກໍເປັນຂອງເຈົ້າ. ” ຊີບາ ຕອບວ່າ, “ຂ້າແດ່ພະຣາຊາ ຂ້ານ້ອຍຍິນດີຮັບໃຊ້ທ່ານ ຂໍໃຫ້ຂ້ານ້ອຍເປັນທີ່ພໍໃຈຂອງທ່ານເລື້ອຍ ໆ ເທີ້ນ.”
\s5
\v 5 ເມື່ອກະສັດດາວິດໄປຮອດເມືອງບາຮູຣິມ ພີ່ນ້ອງຄົນໜຶ່ງຂອງກະສັດໂຊນ ຊີເມອີ ລູກຊາຍຂອງເກຣາ ກໍອອກມາພົບກະສັດດາວິດ ພ້ອມທັງປ້ອຍດ່າເພິ່ນ.
\v 6 ເຖິງແມ່ນວ່າກະສັດດາວິດມີທະຫານ ແລະ ໜ່ວຍ ປ້ອງກັນຕົວອ້ອມເພິ່ນຢູ່ກໍຕາມ, ແຕ່ຊີເມອີ ກໍແກວ່ງກ້ອນຫິນໃສ່ເພິ່ນ ແລະ ພວກຂ້າຣາຊການຂອງເພິ່ນ.
\s5
\v 7 ລາວດ່າເພິ່ນ ແລະ ເວົ້າວ່າ, “ໜີໄປໃຫ້ພົ້ນ ໜີໄປໃຫ້ພົ້ນ ຜູ້ຮ້າຍຂ້າຄົນ ອາດຊະຍາກອນຜູ້ໂຫດຫ້ຽມ
\v 8 ເຈົ້າໄດ້ຢຶດອານາຈັກຂອງກະສັດໂຊນ ແລະ ບັດນີ້ ອົງພຣະຜູ້ເປັນເຈົ້າໄດ້ລົງໂທດເຈົ້າຄືນ ເພາະເຈົ້າໄດ້ຂ້າຫລາຍຄົນໃນຄອບຄົວຂອງເພິ່ນ. ອົງພຣະຜູ້ເປັນເຈົ້າໄດ້ຍົກອານາຈັກໃຫ້ອັບຊາໂລມ ລູກຊາຍຂອງເຈົ້າ; ສ່ວນຜູ້ຮ້າຍຂ້າຄົນດັ່ງເຈົ້າ ກໍໄດ້ແຕ່ຈິບຫາຍເທົ່ານັ້ນ.”
\s5
\v 9 ອາ​ບີ​ໄຊ ລູກ​ຊາຍ​ຂອງ​ນາງ​ເຊ​ຣູ​ອີ​ຢາ ເວົ້າ​ກັບ​ກະ​ສັດ​ວ່າ, "ຂ້າ​ແດ່​ພະ​ຣາ​ຊາ ເປັນ​ຫຍັງ​ທ່ານ​ຈຶ່ງ​ປ່ອຍ​ໃຫ້​ໝາ​ໂຕນີ້​ດ່າ​ທ່ານ​ຢູ່​ຢ່າງນີ້? ໃຫ້​ຂ້າ​ນ້ອຍ​ອອກ​ໄປ​ຕັດ​ຫົວ​ມັນ​ຖິ້ມ​ສາ.".
\v 10 ກະ​ສັດ​ກ່າວ​ຕໍ່​ອາ​ບີ​ໄຊ ແລະ ໂຢ​ອາບ​ອ້າຍ​ຂອງ​ລາວ​ວ່າ, "ບໍ່​ແມ່ນ​ເລື່ອງ​ຂອງ​ພວກ​ເຈົ້າ ຖ້າ​ຄຳ​ປ້ອຍ​ດ່າ​ນັ້ນ ເປັນ​ຍ້ອນ​ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ​ໄດ້​ບອກ​ລາວ ຜູ້​ໃດ​ແດ່​ມີ​ສິດ​ຖາມ​ວ່າ, 'ເປັນ​ຫຍັງລາວ​ຈຶ່ງ​ດ່າ​ເຮົາ?' "
\s5
\v 11 ແລ້ວກະສັດດາວິດ ກໍກ່າວແກ່ອາບີໄຊ ກັບພວກຂ້າຣາຊການທຸກຄົນ ວ່າ, “ລູກຊາຍ ຂອງເຮົາເອງ ພະຍາຍາມຈະຂ້າເຮົາຢູ່; ສະນັ້ນ ເປັນຫຍັງຈຶ່ງປະຫລາດໃຈກັບຄົນເບັນຢາມິນຜູ້ນີ້? ປ່ອຍໃຫ້ລາວດ່າເຮົາ ຢູ່ຢ່າງ ນັ້ນແຫລະ ແລະ ຢ່າໄປຫຍຸ້ງກ່ຽວກັບລາວເລີຍ ເພາະອົງພຣະຜູ້ເປັນເຈົ້າໄດ້ບອກໃຫ້ລາວເຮັດຢ່າງນັ້ນ.
\v 12 ບາງທີ ພຣະອົງຈະສັງເກດເຫັນຄວາມທຸກໃຈຂອງເຮົາ [ມ] ແລະ ໂຜດອວຍພອນເຮົາ ແທນຄໍາປ້ອຍດ່າຂອງລາວກໍໄດ້.”
\s5
\v 13 ແລ້ວກະສັດດາວິດ ກັບທະຫານຂອງ ເພິ່ນກໍອອກເດີນທາງຕໍ່ໄປ. ຊີເມອີ ຍ່າງຕາມ ຈົນເຖິງເນີນພູ ທັງປ້ອຍດ່າ ແລະ ແກວ່ງກ້ອນຫິນກັບຫວ່ານຂີ້ດິນໃສ່ພວກເຂົາ.
\v 14 ເມື່ອມາເຖິງແມ່ນາໍ້ຈໍແດນ [ຢ] ກະສັດ ແລະ ທະຫານຂອງເພິ່ນກໍອິດເມື່ອຍອ່ອນເພຍ ຫລາຍ; ສະນັ້ນ ຈຶ່ງຢຸດພັກຜ່ອນຢູ່ໃນທີ່ນັ້ນ.
\s5
\v 15 ຕໍ່ມາ ອັບຊາໂລມ ແລະ ຊາວອິດສະຣາເອນທັງໝົດກໍໄດ້ເຂົ້າມາໃນນະຄອນເຢຣູຊາເລັມ ໂດຍມີ ອາຮີໂຕເຟນ ຮ່ວມຢູ່ດ້ວຍ.
\v 16 ເມື່ອຮູຊາຍ ເພື່ອນທີ່ສັດຊື່ຂອງກະສັດດາວິດ ໄດ້ພົບອັບຊາໂລມ ລາວຈຶ່ງຮ້ອງຂຶ້ນວ່າ, “ຂໍໃຫ້ກະສັດຈົ່ງໝັ້ນ ຍືນ ຂໍໃຫ້ກະສັດຈົ່ງໝັ້ນຍືນ.”
\s5
\v 17 ອັບຊາໂລມ ຖາມລາວວ່າ, “ມີຫຍັງ ເກີດຂຶ້ນແກ່ເຈົ້າກັບດາວິດ ເພື່ອນທີ່ເຈົ້າເຄີຍ ຈົງຮັກພັກດີ? ເປັນຫຍັງເຈົ້າ ຈຶ່ງບໍ່ໄປກັບເພິ່ນ? ”
\v 18 ຮູຊາຍ ຕອບວ່າ, “ຂ້ານ້ອຍຈະ ໄປໄດ້ຢ່າງໃດ? ຂ້ານ້ອຍຕ້ອງຢູ່ຝ່າຍຜູ້ທີ່ຖືກເລືອກເອົາໂດຍອົງພຣະຜູ້ເປັນເຈົ້າ, ໂດຍປະຊາຊົນເຫລົ່ານີ້ ແລະ ໂດຍຊາວອິດສະຣາເອນທັງໝົດ ຂ້ານ້ອຍຈະຢູ່ກັບທ່ານ.
\s5
\v 19 ໃນທີ່ສຸດ ຂ້ານ້ອຍຈະຕ້ອງຮັບໃຊ້ຜູ້ໃດ ກັນ? ຖ້າບໍ່ຮັບໃຊ້ລູກຊາຍຂອງນາຍຂ້ານ້ອຍ. ຂ້ານ້ອຍເຄີຍຮັບໃຊ້ພໍ່ຂອງທ່ານຢ່າງໃດ ບັດນີ້ ຂ້ານ້ອຍກໍຈະຮັບໃຊ້ທ່ານຢ່າງນັ້ນ.”
\s5
\v 20 ແລ້ວ ອັບຊາໂລມ ກໍຫັນໜ້າມາເວົ້າກັບ ອາຮີໂຕເຟນ ວ່າ, “ບັດນີ້ ພວກເຮົາກໍເຂົ້າມາ ຢູ່ທີ່ນີ້ແລ້ວ; ຂໍທ່ານຈົ່ງແນະນາໍພວກເຮົາ ວ່າຄວນຈະເຮັດຢ່າງໃດ? ”
\v 21 ອາຮີໂຕເຟນ ຕອບວ່າ, “ໃຫ້ທ່ານໄປສົມສູ່ກັບພວກເມຍນ້ອຍຂອງພໍ່ຂອງທ່ານ ທີ່ເພິ່ນໄດ້ປະໄວ້ໃຫ້ ເຝົ້າຣາຊວັງ; ແລ້ວທຸກ ໆ ຄົນໃນຊາດອິດສະຣາເອນ ກໍຈະໄດ້ຮູ້ວ່າທ່ານ ກັບພໍ່ຂອງທ່ານເປັນສັດຕູກັນ ແລະ ພວກທີ່ຕິດຕາມທ່ານກໍຈະມີກາໍລັງໃຈຫລາຍຂຶ້ນ.”
\s5
\v 22 ດັ່ງນັ້ນ ພວກເຂົາຈຶ່ງກາງຜ້າເຕັນໃສ່ເທິງຫລັງຄາພຽງຂອງຣາຊວັງ ແລະ ອັບຊາໂລມ ກໍເຂົ້າໄປສົມສູ່ກັບພວກເມຍນ້ອຍຂອງພໍ່ຕົນ ຕໍ່ໜ້າຕໍ່ຕາທຸກຄົນ.
\v 23 ໃນ​ເວ​ລານັ້ນ ຄຳ​ແນະ​ນຳ​ໃດ ໆ ທີ່​ມາ​ຈາກອາ​ຮີ​ໂຕ​ເຟນ ເປັນ​ທີ່ຍອມ​ຮັບ​ກັນ​ວ່າ ເປັນ​ຄຳ​ເວົ້າ​ຂອງ​ພ​ຣະ​ເຈົ້າ. ທັງ​ກະ​ສັດ​ດາ​ວິດ​ແລະ​ອັບ​ຊາ​ໂລມ ກໍ​ໄດ້​ປະ​ຕິ​ບັດ​ຕາມ.
\s5
\c 17
\p
\v 1 ຕໍ່ມາບໍ່ນານ ອາຮີໂຕເຟນໄດ້ເວົ້າກັບອັບຊາໂລມ ວ່າ, “ຈົ່ງໃຫ້ຂ້ານ້ອຍເລືອກເອົາທະຫານສິບສອງພັນຄົນ ແລະ ອອກໄປຕາມ ຫາກະສັດດາວິດ ໃນຄືນວັນນີ້.
\v 2 ຂ້ານ້ອຍຈະໄປໂຈມຕີເພິ່ນໃນຂະນະທີ່ເພິ່ນພວມອິດເມື່ອຍ ແລະ ທໍ້ຖອຍກາໍລັງໃຈ. ເພິ່ນຈະຕື່ນຕົກໃຈ ແລະ ພວກທະຫານຂອງເພິ່ນກໍຈະແລ່ນປົບໜີໄປ. ຂ້ານ້ອຍຈະຂ້າແຕ່ກະສັດເທົ່ານັ້ນ
\v 3 ແລ້ວຈະນາໍເອົາພວກທະຫານທັງໝົດຂອງເພິ່ນມາຫາທ່ານ ດັ່ງເຈົ້າສາວ ກັບມາຫາຜົວຂອງຕົນ. ທ່ານຕ້ອງການຂ້າພຽງແຕ່ຄົນດຽວເທົ່ານັ້ນ. [ຣ] ສ່ວນປະຊາຊົນ ເຫຼົ່ານັ້ນກໍຈະປອດໄພ. ”
\v 4 ຄໍາສະເໜີນີ້ເປັນທີ່ພໍໃຈອັບຊາໂລມ ແລະ ພວກເຈົ້ານາຍ ຊາວອິດສະຣາເອນທຸກຄົນ.
\s5
\v 5 ອັບຊາໂລມ ກ່າວວ່າ, “ຈົ່ງໄປເອີ້ນເອົາ ຮູຊາຍ ມາດຽວນີ້ ແລະ ໃຫ້ພວກເຮົາຟັງເບິ່ງວ່າ ລາວຈະມີຄວາມເຫັນຢ່າງໃດ. ”
\v 6 ເມື່ອຮູຊາຍ ມາຮອດ ອັບຊາໂລມກໍໄດ້ເວົ້າຕໍ່ລາວ ວ່າ, “ນີ້ແມ່ນຄໍາແນະນາໍຂອງອາຮີໂຕເຟນ ທີ່ໃຫ້ພວກເຮົາ ພວກເຮົາຄວນຈະເຮັດຕາມຄໍາແນະນໍານັ້ນຫລືບໍ່? ຖ້າບໍ່ດັ່ງນັ້ນ ບອກພວກເຮົາມາເບິ່ງດູວ່າ ຄວນເຮັດຢ່າງໃດ? ”
\v 7 ຮູຊາຍ ຈຶ່ງຕອບວ່າ, “ຄໍາແນະນາໍທີ່ອາຮີໂຕເຟນ ໃຫ້ທ່ານຄັ້ງນີ້ບໍ່ເປັນການດີ.
\s5
\v 8 ທ່ານກໍຮູ້ຢູ່ແລ້ວວ່າ ພໍ່ຂອງທ່ານກັບພັກພວກຂອງເພິ່ນນັ້ນ ເປັນນັກຮົບທີ່ເກັ່ງກ້າ ແລະ ໂຫດຮ້າຍດັ່ງໝີປ່າ ທີ່ຄົນລັກເອົາລູກ ຂອງມັນໄປ. ພໍ່ຂອງທ່ານເປັນນັກຮົບທີ່ຊໍານິຊໍານານ ເພິ່ນບໍ່ຢູ່ນາໍທະຫານໃນເວລາຕອນ ກາງຄືນດອກ.
\v 9 ບາງທີ ດຽວນີ້ເພິ່ນໄປລີ້ ຢູ່ໃນຖໍ້າ ຫລືຢູ່ບ່ອນອື່ນແລ້ວ ກໍເປັນໄດ້. ພໍເມື່ອກະສັດດາວິດໂຈມຕີຄົນຂອງທ່ານ ຜູ້ໃດທີ່ໄດ້ຍິນກ່ຽວກັບເລື່ອງນີ້ຈະເວົ້າວ່າ, ທະຫານ ຂອງທ່ານພ່າຍແພ້.
\v 10 ແມ່ນແຕ່ທະຫານ ທີ່ເກັ່ງກ້າທີ່ສຸດ ດັ່ງໂຕສິງບໍ່ຢ້ານຫຍັງໝົດ ກໍ ຈະຢ້ານ ເພາະທຸກຄົນໃນຊາດອິດສະຣາເອນ ຮູ້ແລ້ວວ່າ ພໍ່ຂອງທ່ານນັ້ນເປັນທະຫານຜູ້ຍິ່ງໃຫຍ່ ແລະ ທະຫານຂອງເພິ່ນຕ່າງກໍຮົບເກັ່ງ ທັງນັ້ນ.
\s5
\v 11 ຕາມຄໍາແນະນໍາຂອງຂ້ານ້ອຍແລ້ວ ຢາກຈະໃຫ້ທ່ານນາໍເອົາພວກອິດສະຣາເອນ ທຸກຄົນທົ່ວທັງປະເທດເຂົ້າມາເຕົ້າໂຮມກັນ ໃຫ້ຫລາຍ ດັ່ງເມັດຊາຍໃນແຄມທະເລ ແລ້ວໃຫ້ທ່ານເປັນຜູ້ນາໍພວກເຂົາອອກໄປສູ້ຮົບເອງ.
\v 12 ຖ້າເຮັດດັ່ງນີ້ ພວກເຮົາຈະຫາ ກະສັດດາວິດພົບ ບໍ່ວ່າເພິ່ນຈະຢູ່ບ່ອນໃດ ກໍຕາມ ແລະ ເຂົ້າໂຈມຕີກ່ອນທີ່ເພ່ິ່ນຈະຮູ້ຕົວ. ກະສັດດາວິດ ແລະ ພັກພວກຂອງເພິ່ນຈະບໍ່ມີຜູ້ໃດລອດຊີວິດໄປໄດ້.
\s5
\v 13 ຖ້າເພິ່ນຖອຍເຂົ້າໃນເມືອງໜຶ່ງ ປະຊາຊົນຂອງພວກເຮົາທັງໝົດກໍຈະເອົາ ເຊືອກດຶງເມືອງນັ້ນ [ລ] ລົງສູ່ຮ່ອມພູ ແລະ ຈະບໍ່ມີຫິນກ້ອນໃດ ໆ ເຫລືອຢູ່ທີ່ຈອມພູເລີຍ. ”
\v 14 ອັບຊາໂລມ ແລະ ຊາວອິດສະຣາເອນທຸກຄົນ ຈຶ່ງເວົ້າວ່າ, “ຄໍາແນະນາໍຂອງຮູຊາຍ ນີ້ດີກວ່າຄໍາແນະນາໍຂອງ ອາຮີໂຕເຟນ. ອົງພຣະຜູ້ເປັນເຈົ້າຕັດສິນໃຈ ບໍ່ໃຫ້ອັບຊາໂລມ ເຮັດຕາມຄໍາແນະນາໍທີ່ດີຂອງອາຮີໂຕເຟນ ເພື່ອວ່າອົງພຣະຜູ້ເປັນເຈົ້າ ຈະໃຫ້ຄວາມພິນາດຕົກຖືກອັບຊາໂລມ.
\s5
\v 15 ຕໍ່ມາ ຮູຊາຍກໍບອກຄໍາແນະນາໍທີ່ຕົນໄດ້ໃຫ້ອັບຊາໂລມ ແລະ ບັນດາຜູ້ນາໍອິດສະຣາເອນ ພ້ອມທັງຄໍາແນະນໍາຂອງ ອາຮີໂຕເຟນ ທີ່ໄດ້ໃຫ້ນັ້ນສູ່ປະໂຣຫິດຊາດົກ ແລະ ປະໂຣຫິດອາບີອາທາ ຟັງນາໍ
\v 16 ຮູຊາຍ ໄດ້ບອກຕື່ມວ່າ, “ຈົ່ງສົ່ງຂ່າວໄປບອກ ກະສັດດາວິດ ໄວ ໆ ຢ່າໃຫ້ເພິ່ນພັກແຮມຄືນຢູ່ທີ່ແຄມແມ່ນໍ້າຈໍແດນ ໃນຖິ່ນແຫ້ງແລ້ງກັນດານນັ້ນ, ແຕ່ໃຫ້ເພິ່ນຂ້າມແມ່ນໍ້າໄປໂລດ ເພື່ອວ່າເພິ່ນເອງ ແລະ ທະຫານຂອງເພິ່ນຈະບໍ່ຖືກຈັບ ແລະ ຖືກຂ້າຖິ້ມ.”
\s5
\v 17 ຝ່າຍໂຢນາທານ ລູກຊາຍຂອງອາບີອາທາ ແລະ ອາຮີມາອາດ ລູກຊາຍຂອງ ຊາດົກ ກໍກາໍລັງຄອຍຖ້າຢູ່ທີ່ບໍ່ນາໍ້ພຸ ເອນໂຮເກນ ນອກນະຄອນເຢຣູຊາເລັມ ຍ້ອນພວກເຂົາບໍ່ກ້າເຂົ້າໄປໃນເມືອງໃຫ້ຜູ້ໃດເຫັນ, ແຕ່ ໄດ້ມີສາວໃຊ້ຄົນໜຶ່ງອອກໄປລາຍງານ ເຫດການທີ່ເກີດຂຶ້ນເປັນປະຈາໍ ແລ້ວທັງສອງ ກໍນາໍເອົາຂ່າວນັ້ນໄປບອກກະສັດດາວິດ.
\v 18 ແຕ່ໃນມື້ໜຶ່ງ ມີຊາຍໜຸ່ມຜູ້ໜຶ່ງໄດ້ມາເຫັນ ພວກເຂົາໂດຍບັງເອີນ ຈຶ່ງໄປບອກໃຫ້ອັບຊາໂລມຮູ້. ດັ່ງນັ້ນ ໂຢນາທານ ແລະ ອາຮີມາອາດ ຈຶ່ງຟ້າວໄປລີ້ຢູ່ໃນເຮືອນຂອງ ຊາຍຄົນໜຶ່ງທີ່ ບາຮູຣິມ. ຊາຍຄົນນີ້ມີນໍ້າສ້າງ ຢູ່ແປະເຮືອນ ແລະ ທັງສອງຈຶ່ງລົງໄປລີ້ຢູ່ໃນ ນໍ້າສ້າງນັ້ນ.
\s5
\v 19 ສ່ວນເມຍຂອງຊາຍຄົນນີ້ ກໍໄດ້ເອົາຜ້າ ມາປູອັດປາກນໍ້າສ້າງນີ້ໄວ້ ແລະ ຢາຍເມັດເຂົ້າໃສ່ເທິງນັ້ນ ເພື່ອບໍ່ໃຫ້ຜູ້ໃດຈັບພິລຸດໄດ້.
\v 20 ບັນດາຂ້າຣາຊການຂອງອັບຊາໂລມ ໄດ້ເຂົ້າມາໃນເຮືອນຫລັງນັ້ນ ແລະ ຖາມຍິງນັ້ນວ່າ, “ອາຮີມາອາດ ແລະ ໂຢນາທານ ຢູ່ໃສ? ” ນາງຕອບວ່າ, “ພວກເຂົາຂ້າມແມ່ນໍ້າໄປແລ້ວ. ” ເມື່ອຊາຍເຫລົ່ານັ້ນຊອກຫາຊາຍທັງສອງບໍ່ພົບ ຈຶ່ງກັບຄືນເມືອຍັງນະຄອນເຢຣູຊາເລັມ.
\s5
\v 21 ຫລັງຈາກ ທີ່ພວກເຂົາໄປແລ້ວ ອາຮີມາອາດ ແລະ ໂຢນາທານ ກໍຂຶ້ນມາຈາກນາໍ້ສ້າງ ແລະ ໄປລາຍງານຕໍ່ກະສັດດາວິດ. ພວກເຂົາໄດ້ລາຍງານທຸກຢ່າງທີ່ອາຮີໂຕເຟນ ໄດ້ວາງແຜນຕໍ່ສູ້ເພິ່ນໂດຍບອກວ່າ, “ໃຫ້ທ່ານຟ້າວຂ້າມແມ່ນາໍ້ໄປສາ. ”
\v 22 ດັ່ງນັ້ນ ກະສັດດາວິດ ກັບພັກພວກຂອງເພິ່ນຈຶ່ງພາກັນຂ້າມແມ່ນາໍ້ຈໍແດນ. ແລ້ວພໍເຖິງມື້ເຊົ້າມາ ທຸກຄົນກໍຂ້າມໄປໄດ້ໝົດ.
\s5
\v 23 ເມື່ອອາຮີໂຕເຟນ ເຫັນວ່າກະສັດບໍ່ໄດ້ ເຮັດຕາມຄໍາແນະນາໍຂອງຕົນ ລາວກໍຂີ່ລໍກັບສູ່ບ້ານເມືອງຂອງຕົນ; ເມື່ອຈັດການກັບທຸລະກິດໃນຄອບຄົວຮຽບຮ້ອຍແລ້ວ ລາວກໍຜູກຄໍຕາຍ. ສົບຂອງລາວໄດ້ຖືກຝັງໄວ້ຢູ່ໃນອຸບມຸງ ປະຈາໍຄອບຄົວ.
\s5
\v 24 ກະສັດດາວິດ ໄດ້ໄປຮອດເມືອງມະຫານາອິມ ໃນຂະນະທີ່ອັບຊາໂລມ ແລະທະຫານຂອງຕົນໄດ້ຂ້າມແມ່ນາໍ້ຈໍແດນ.
\v 25 ອັບຊາໂລມໄດ້ແຕ່ງຕັ້ງໃຫ້ອາມາສາ ເປັນຜູ້ບັນຊາການທະຫານແທນໂຢອາບ. ອາມາສາເປັນລູກຊາຍຂອງເຢເທີ ຄົນອິດສະມາເອນ; [ວ] ແມ່ຂອງລາວຊື່ວ່າ ອາບີການ ລູກສາວຂອງນາຫັດ ແລະ ເປັນເອື້ອຍຂອງນາງເຊຣູອີຢາ ແມ່ຂອງໂຢອາບ.
\v 26 ອັບຊາໂລມ ແລະ ທະຫານຂອງຕົນໄດ້ຕັ້ງຄ້າຍພັກຢູ່ໃນ ດິນແດນກີເລອາດ.
\s5
\v 27 ເມື່ອກະສັດດາວິດມາຮອດເມືອງ ມະຫານາອິມ; ໂຊບີ ລູກຊາຍຂອງນາຫັດ ຈາກເມືອງຮັບບາ ໃນອໍາໂມນ ກໍມາພົບເພິ່ນ; ມາກີ ລູກຊາຍຂອງອໍາມີເອນ ຈາກໂລເດບາ ກໍໄດ້ມາພົບເພິ່ນຄືກັນ ແລະ ບັກຊິນໄລ ຈາກໂຣເກລິມ ໃນກີເລອາດ ກໍມາພົບເພິ່ນດ້ວຍ.
\v 28-29 ພວກເຂົາເຫລົ່ານີ້ ໄດ້ນາໍເອົາຖ້ວຍ, ໝໍ້ດິນ, ເຄື່ອງຢູ່ເຄື່ອງນອນ ແລະ ອາຫານການກິນມາໃຫ້ກະສັດດາວິດ ກັບພັກພວກຂອງເພິ່ນ ເຊັ່ນ: ເຂົ້າສາລີ, ເຂົ້າເດືອຍ, ແປ້ງ, ເຂົ້າຂົ້ວ, ໝາກຖົ່ວ, [ຫ] ນາໍ້ເຜິ້ງ, ເນີຍແຂງ, ນາໍ້ນົມຂຸ້ນ ແລະ ແກະ. ພວກເຂົາຮູ້ວ່າກະສັດ ກັບຄົນຂອງເພິ່ນຕ້ອງ ຫິວເຂົ້າຫິວນາໍ້ ແລະ ອິດເມື່ອຍໃນການເດີນທາງຜ່ານຖິ່ນແຫ້ງແລ້ງກັນດານ.
\s5
\c 18
\p
\v 1 ຢູ່ຕໍ່ມາ ກະສັດດາວິດໄດ້ທ້ອນໂຮມເອົາທະຫານທັງໝົດຂອງເພິ່ນ ໂດຍແບ່ງພວກເຂົາອອກເປັນກອງພັນ ແລະ ກອງຮ້ອຍ ແລະ ໃຫ້ມີນາຍຮ້ອຍ ນາຍພັນ ເປັນຜູ້ບັນຊາການ.
\v 2 ແລ້ວເພິ່ນກໍສົ່ງພວກເຂົາອອກໄປເປັນສາມກອງ ຊຶ່ງມີໂຢອາບ ແລະ ອາບີໄຊ ນ້ອງຊາຍຂອງໂຢອາບ ແລະ ອິດໄຕ ຊາວເມືອງກາດ ເປັນຜູ້ບັນຊາການຂອງແຕ່ລະກອງ. ແລ້ວກະສັດກໍເວົ້າກັບທະຫານ ຂອງຕົນວ່າ, “ເຮົາເອງຈະໄປກັບພວກເຈົ້າ.”
\s5
\v 3 ພວກເຂົາຕອບວ່າ, “ທ່ານບໍ່ຄວນໄປກັບພວກຂ້ານ້ອຍ ຖ້າພວກຂ້ານ້ອຍລ້າຖອຍ ຫລື ຖືກຂ້າເສຍເຄິ່ງໜຶ່ງ ກໍບໍ່ສໍາຄັນຫຍັງສໍາລັບພວກສັດຕູ; ແຕ່ທ່ານເອງມີຄ່າກວ່າຄົນດັ່ງ ພວກຂ້ານ້ອຍຕັ້ງໝື່ນຄົນ. ຄົງເປັນການດີກວ່າ ທີ່ທ່ານຢູ່ໃນເມືອງນີ້ ແລະ ຈັດສົ່ງກອງໜູນອອກໄປຊ່ວຍ. ”
\v 4 ກະສັດຕອບວ່າ, “ເຮົາຈະເຮັດສິ່ງໃດກໍໄດ້ທີ່ພວກເຈົ້າ ຄິດວ່າເປັນການດີ. ” ແລ້ວເພິ່ນກໍຢືນເບິ່ງຢູ່ຂ້າງປະຕູກາໍແພງເມືອງ ໃນຂະນະທີ່ທະຫານ ຂອງເພິ່ນຍ່າງອອກໄປເປັນກອງຮ້ອຍ ແລະ ກອງພັນ.
\s5
\v 5 ເພິ່ນຮ້ອງສັ່ງໂຢອາບ, ອາບີໄຊ ແລະ ອິດໄຕ ວ່າ, “ເພື່ອເຫັນແກ່ເຮົາ ຢ່າໄດ້ທາໍຮ້າຍຊາຍໜຸ່ມອັບຊາໂລມ ເດີ. ” ທະຫານທຸກກົມກອງກໍໄດ້ຍິນຄໍາສັ່ງທີ່ກະສັດດາວິດ ສັ່ງແກ່ ພວກນາຍຂອງຕົນ.
\s5
\v 6 ກອງທັບຂອງກະສັດດາວິດ ໄດ້ອອກໄປໂຈມຕີພວກອິດສະຣາເອນ ທີ່ນອກເມືອງ ແລະ ໄດ້ຕໍ່ສູ້ພວກເຂົາຢູ່ໃນປ່າເອຟຣາອິມ.
\v 7 ພວກອິດສະຣາເອນພ່າຍແພ້ທະຫານຂອງກະສັດດາວິດ ໂດຍມີທະຫານຖືກຂ້າໃນມື້ນັ້ນ ຊາວພັນຄົນ ຊຶ່ງເປັນການພ່າຍແພ້ອັນໜັກໜ່ວງທີ່ສຸດ.
\v 8 ການສູ້ຮົບໄດ້ລຸກລາມໄປທົ່ວທັງປະເທດ ແລະ ມີທະຫານຖືກຂ້າໃນກາງປ່າຫລາຍກວ່າຖືກຂ້າຢູ່ໃນສະໜາມຮົບ.
\s5
\v 9 ໃນທັນໃດນັ້ນ ອັບຊາໂລມໄດ້ພົບທະຫານບາງຄົນຂອງກະສັດດາວິດ. ອັບຊາໂລມກາໍລັງຂີ່ລໍ ແລະໃນຂະນະທີ່ລໍພວມແລ່ນ ຜ່ານເຂົ້າໄປໃນຕົ້ນໂອກຫົວຂອງອັບຊາໂລມເລີຍຄາຢູ່ກັບງ່າໄມ້. ລໍຈຶ່ງແລ່ນໜີໄປ ແລະ ປ່ອຍໃຫ້ອັບຊາໂລມ ແຂວນຢູ່ກາງອາກາດ.
\v 10 ທະຫານຄົນໜຶ່ງຂອງກະສັດດາວິດ ໄດ້ມາເຫັນລາວຈຶ່ງໄປລາຍງານຕໍ່ໂຢອາບ ວ່າ, “ທ່ານເອີຍ ຂ້ານ້ອຍເຫັນອັບຊາໂລມ ກໍາລັງ ແຂວນຄາຢູ່ກັບຕົ້ນໂອກ. ”
\v 11 ໂຢອາບ ຕອບວ່າ, “ເມື່ອເຈົ້າເຫັນດັ່ງນັ້ນ ເປັນຫຍັງຈຶ່ງບໍ່ຂ້າລາວຢູ່ກັບບ່ອນໂລດ? ແລ້ວຂ້ອຍເອງກໍຈະເອົາເງິນສິບຫລຽນ ກັບສາຍແອວໃຫ້ເຈົ້າ.”
\s5
\v 12 ແຕ່ທະຫານຜູ້ນັ້ນ ຕອບວ່າ, “ເຖິງແມ່ນ ວ່າທ່ານຈະເອົາເງິນໃຫ້ຂ້ານ້ອຍ ພັນຫລຽນ ຂ້ານ້ອຍກໍບໍ່ຍອມແຕະຕ້ອງຕົວລູກຊາຍຂອງກະສັດ ເພາະພວກຂ້ານ້ອຍທຸກຄົນຕ່າງກໍໄດ້ຍິນກະສັດສັ່ງທ່ານ, ອາບີໄຊ ແລະ ອິດໄຕ ວ່າ, ‘ເພື່ອເຫັນແກ່ເຮົາ ຢ່າທາໍລາຍຊາຍໜຸ່ມອັບຊາໂລມ ເດີ.
\v 13 ແຕ່ຖ້າຂ້ານ້ອຍບໍ່ເຊື່ອຟັງກະສັດ ແລະ ຂ້າອັບຊາໂລມ ແນ່ນອນທີ່ສຸດກະສັດຈະຕ້ອງຮູ້ຈັກເລື່ອງນີ້. ເມື່ອເພິ່ນຮູ້ເລື່ອງແລ້ວ ທ່ານເອງຈະບໍ່ອາດ ປ້ອງກັນຂ້ານ້ອຍໄວ້ໄດ້ດອກ.”
\s5
\v 14 ໂຢອາບເວົ້າຂຶ້ນວ່າ, “ຂ້ອຍຈະບໍ່ເສຍເວລາເວົ້າກັບເຈົ້າ ອີກຕໍ່ໄປ. ” ໂຢອາບຈຶ່ງໃຊ້ຫອກສາມແງ່ມແທງທີ່ໜ້າເອິກຂອງອັບຊາໂລມ ຂະນະທີ່ລາວແຂວນຢູ່ທີ່ຕົ້ນໂອກ ແລະ ຍັງມີຊີວິດ.
\v 15 ແລ້ວທະຫານຂອງ ໂຢອາບ ອີກສິບຄົນກໍເຂົ້າໄປຂ້າອັບຊາໂລມ.
\s5
\v 16 ຕໍ່ມາ ໂຢອາບເປົ່າແກໃຫ້ຢຸດຮົບ ແລະ ທະຫານທີ່ໄລ່ຕາມພວກອິດສະຣາເອນ ໄປນັ້ນກໍກັບຄືນມາ.
\v 17 ພວກເຂົາໄດ້ຫາມ ເອົາສົບຂອງອັບຊາໂລມ ໂຍນລົງໃນຂຸມເລິກ ທີ່ປ່າ ແລະ ເອົາກ້ອນຫິນມາກອງອັດປາກ ຂຸມນັ້ນໄວ້ເປັນກອງໃຫຍ່. ສ່ວນຊາວອິດສະຣາເອນນັ້ນ ຕ່າງກໍໜີເມືອເຮືອນຂອງໃຜລາວຈົນໝົດ.
\s5
\v 18 ເມື່ອອັບຊາໂລມ ຍັງມີຊີວິດຢູ່ນັ້ນ ລາວໄດ້ສ້າງອະນຸສາວະລີ ສ່ວນຕົວໄວ້ທີ່ຮ່ອມພູ ຂອງກະສັດ ເພາະລາວບໍ່ມີລູກຊາຍໄວ້ສືບໜໍ່ແທນແນວ. ດັ່ງນັ້ນ ອັບຊາໂລມຈຶ່ງເອີ້ນຊື່ອະນຸສາວະລີ ນັ້ນຕາມຊື່ຂອງຕົນ ແລະ ທຸກ ວັນນີ້ກໍຍັງເປັນທີ່ຮູ້ຈັກກັນວ່າ ອະນຸສາວະລີ ອັບຊາໂລມ.
\s5
\v 19 ຢູ່ຕໍ່ມາ ອາຮີມາອາດ ລູກຊາຍຂອງຊາດົກ ໄດ້ເວົ້າກັບໂຢອາບ ວ່າ, “ຈົ່ງໃຫ້ຂ້ອຍແລ່ນໄປບອກກະສັດ ໂດຍນາໍຂ່າວດີໄປແຈ້ງວ່າ ອົງພຣະຜູ້ເປັນເຈົ້າໄດ້ຊ່ວຍເພິ່ນໃຫ້ພົ້ນໄພຈາກສັດຕູຂອງເພິ່ນແລ້ວ. ”
\v 20 ໂຢອາບ ຕອບວ່າ, “ບໍ່ຕ້ອງໄປວັນນີ້ ເຈົ້າບໍ່ຕ້ອງນາໍເອົາຂ່າວໃດ ໆ ໄປບອກເພິ່ນ ມື້ໃໝ່ຈຶ່ງຄ່ອຍໄປ; ສໍາລັບວັນນີ້ ເຈົ້າບໍ່ຕ້ອງໄປດອກ ເພາະເປັນມື້ທີ່ລູກຊາຍຂອງກະສັດຕາຍ.”
\s5
\v 21 ແລ້ວ ໂຢອາບກໍໄດ້ເວົ້າກັບຄົນເອທິໂອເປຍ ທາດຮັບໃຊ້ຂອງຕົນວ່າ, “ຈົ່ງໄປ ບອກໃຫ້ກະສັດຮູ້ ຕາມທີ່ເຈົ້າໄດ້ເຫັນ. ” ທາດຮັບໃຊ້ຄົນນັ້ນຂາບລົງ ແລະ ແລ່ນອອກໄປ.
\v 22 ສ່ວນ ອາຮີມາອາດ ກໍຍັງຢືນຢັນຢູ່ດັ່ງເດີມວ່າ, “ຂ້ອຍບໍ່ຫ່ວງດອກ ເຖິງຈະມີຫຍັງເກີດຂຶ້ນກໍຕາມ; ຂ້ອຍຈະນາໍຂ່າວນີ້ໄປ ບອກຄືກັນ. ” ໂຢອາບ ຖາມວ່າ, “ລູກເອີຍ ເປັນຫຍັງເຈົ້າຈຶ່ງຢາກໄປ? ເຈົ້າຈະບໍ່ໄດ້ຮັບລາງວັນຫຍັງ ສໍາລັບເລື່ອງນີ້. ”
\v 23 ອາຮີມາອາດ ເວົ້າອີກວ່າ, “ມີຫຍັງເກີດຂຶ້ນກໍຕາມ ຂ້ອຍກໍຈະໄປ. ” ໂຢອາບ ກ່າວວ່າ, “ຖ້າດັ່ງນັ້ນ ໄປສາ. ” ດັ່ງນັ້ນ ອາຮີມາອາດ ຈຶ່ງແລ່ນໄປທາງຮ່ອມພູຈໍແດນ ແລະ ໃນບໍ່ຊ້າກໍແລ່ນກາຍຄົນເອທິໂອເປຍ ໄປ.
\s5
\v 24 ສ່ວນກະສັດດາວິດ ກໍພວມນັ່ງຢູ່ລະຫວ່າງປະຕູກໍາແພງເມືອງຊັ້ນໃນ ແລະ ຊັ້ນນອກ. ເມື່ອທະຫານຍາມເທິງກາໍແພງ ຫລຽວອອກໄປ ແລະ ເຫັນຊາຍຄົນໜຶ່ງກາໍ ລັງແລ່ນມາຜູ້ດຽວ ລາວຈຶ່ງລົງມາບອກ ກະສັດ
\v 25 ແລະ ກະສັດກ່າວວ່າ, “ຖ້າລາວມາຄົນດຽວ ລາວກາໍລັງນາໍຂ່າວດີມາ. ” ຊາຍທີ່ແລ່ນມານັ້ນ ກໍຫຍັບໃກ້ເຂົ້າມາເລື້ອຍ ໆ.
\s5
\v 26 ແລ້ວຄົນຍາມຜູ້ນັ້ນ ກໍເຫັນຊາຍຜູ້ໜຶ່ງພວມແລ່ນມາອີກ ລາວຈຶ່ງເອີ້ນລົງໄປໃສ່ຄົນເຝົ້າປະຕູ ວ່າ, “ເບິ່ງຫັ້ນແມ ​ມີຊາຍອີກຄົນໜຶ່ງ ກາໍລັງແລ່ນມາ. ” ກະສັດຕອບວ່າ, “ຜູ້ນີ້ນາໍ ເອົາຂ່າວດີມາຄືກັນ. ”
\v 27 ຄົນຍາມເວົ້າວ່າ, “ຂ້ານ້ອຍເຫັນວ່າ ຄົນທີ່ແລ່ນມາກ່ອນນັ້ນ ເບິ່ງຄື ອາຮີມາອາດ. ” ກະສັດກ່າວວ່າ, “ລາວເປັນຄົນດີ ແລະ ລາວກໍາລັງນໍາຂ່າວດີມາ.”
\s5
\v 28 ອາຮີມາອາດ ຮ້ອງບອກກະສັດພ້ອມ ທັງຂາບລົງຕໍ່ໜ້າເພິ່ນ ແລະ ເວົ້າວ່າ, “ຂໍສັນລະເສີນອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງທ່ານ ຜູ້ໂຜດໃຫ້ທ່ານຊະນະພວກທີ່ກະບົດຕໍ່ ທ່ານ. ”
\v 29 ກະສັດຖາມວ່າ, “ຊາຍໜຸ່ມອັບຊາໂລມ ປອດໄພບໍ? ” ອາຮີມາອາດ ຕອບ ວ່າ, “ທ່ານເອີຍ ເມື່ອໂຢອາບ ນາຍທະຫານ ຂອງທ່ານສົ່ງຂ້ານ້ອຍອອກໄປ ຂ້ານ້ອຍໄດ້ເຫັນເຫດການອຶກກະທຶກສັບສົນຫລາຍ, ແຕ່ຂ້ານ້ອຍບໍ່ຮູ້ສາເຫດວ່າ ແມ່ນຫຍັງ. ”
\v 30 ກະສັດກ່າວວ່າ, “ອອກໄປຢືນຢູ່ຫັ້ນ. ” ລາວກໍ ກ້າວຍ່າງອອກໄປຢືນຢູ່ບ່ອນນັ້ນ.
\s5
\v 31 ຕໍ່ມາ ຄົນເອທີໂອເປຍ ກໍມາຮອດ ແລະ ເວົ້າຕໍ່ກະສັດວ່າ, “ຂ້ານ້ອຍມີຂ່າວດີມາບອກພະຣາຊາ ວັນນີ້ອົງພຣະຜູ້ເປັນເຈົ້າໃຫ້ທ່ານ ຮົບຊະນະທຸກຄົນທີ່ໄດ້ກະບົດຕໍ່ສູ້ທ່ານ. ”
\v 32 ກະສັດຖາມວ່າ, “ຊາຍໜຸ່ມອັບຊາໂລມ ປອດໄພບໍ? ” ທາດຮັບໃຊ້ຄົນນັ້ນຕອບວ່າ, “ຂ້ານ້ອຍຢາກໃຫ້ເຫດການ ທີ່ໄດ້ເກີດຂຶ້ນກັບ ອັບຊາໂລມ ນີ້ເກີ​ດຂຶ້ນກັບສັດຕູຂອງທ່ານທຸກຄົນ ແລະ ກັບທຸກຄົນທີ່ກະບົດຕໍ່ສູ້ທ່ານ. ”
\v 33 ເມື່ອໄດ້ຍິນດັ່ງນັ້ນ ກະສັດກໍເຕັມໄປດ້ວຍ ຄວາມທຸກໃຈ. ເພິ່ນລຸກຂຶ້ນຍ່າງໄປພ້ອມທັງຮ້ອງໄຫ້ ແລະຈົ່ມວ່າ, “ໂອ ອັບຊາໂລມ ລູກຊາຍຂອງພໍ່ເອີຍ ຖ້າເປັນໄປໄດ້ ພໍ່ເອງຢາກ ຈະຕາຍແທນລູກເສຍ ໂອ ອັບຊາໂລມລູກຊາຍຂອງພໍ່ເອີຍ! ລູກຊາຍຂອງພໍ່ເອີຍ!”
\s5
\c 19
\p
\v 1 ມີຄົນມາບອກໂຢອາບ ວ່າ, “ກະສັດດາວິດກາໍລັງຮ້ອງໄຫ້ ແລະ ໄວ້ທຸກນາໍອັບຊາໂລມ. ”
\v 2 ເມື່ອທະຫານໄດ້ຍິນວ່າ ກະສັດໄວ້ທຸກນາໍລູກຊາຍຂອງຕົນ ຄວາມ ຊົມຊື່ນຍິນດີແຫ່ງໄຊຊະນະ ຈຶ່ງກາຍເປັນຄວາມໂສກເສົ້າ ສໍາລັບທະຫານທັງໝົດຂອງ ກະສັດດາວິດ ໃນມື້ນັ້ນ.
\s5
\v 3 ພວກເຂົາໄດ້ກັບເມືອຍັງເມືອງຂອງຕົນ ດ້ວຍຄວາມງຽບເຫງົາ ດັ່ງທະຫານທີ່ໄດ້ຮັບຄວາມອັບອາຍ ຍ້ອນໄດ້ປົບໜີມາຈາກສະໜາມຮົບ.
\v 4 ສ່ວນກະສັດດາວິດ ກໍເອົາຜ້າປົກໜ້າຂອງຕົນຮ້ອງໄຫ້ສຽງດັງ ພ້ອມທັງຈົ່ມວ່າ, “ໂອ ອັບຊາໂລມ ລູກຊາຍຂອງພໍ່! ໂອ ອັບຊາໂລມ ລູກຊາຍຂອງພໍ່ ລູກຊາຍຂອງພໍ່ເອີຍ!”
\s5
\v 5 ໂຢອາບ ໄດ້ເຂົ້າໄປໃນທີ່ພັກຂອງກະສັດ ແລະ ເວົ້າຕໍ່ເພິ່ນວ່າ, “ວັນນີ້ ທ່ານເຮັດໃຫ້ທະຫານຂອງທ່ານ ໄດ້ຮັບຄວາມລະອາຍໃຈ. ພວກເຂົາໄດ້ຊ່ວຍຊີວິດຂອງທ່ານ, ຂອງລູກຊາຍ ລູກສາວຂອງທ່ານ, ຂອງເມຍໃຫຍ່ ແລະ ພວກເມຍນ້ອຍຂອງທ່ານ.
\v 6 ທ່ານຄັດຄ້ານຜູ້ທີ່ຮັກທ່ານ ແລະ ສະໜັບສະໜູນຜູ້ທີ່ກຽດຊັງທ່ານ. ທ່ານເຮັດຢ່າງນີ້ ກໍເປັນການຈະແຈ້ງແລ້ວວ່າ ນາຍທະຫານ ແລະ ພວກທະຫານຂອງທ່ານ ບໍ່ມີຄວາມສໍາຄັນຫຍັງໝົດສໍາລັບທ່ານ. ຂ້ານ້ອຍຮູ້ວ່າ ໃນວັນນີ້ຖ້າອັບຊາໂລມ ຍັງມີຊີວິດຢູ່ ແລະ ພວກຂ້ານ້ອຍ ທຸກຄົນຕາຍໄປ ທ່ານກໍຄົງຈະພໍໃຈ.
\s5
\v 7 ບັດນີ້ ຂໍທ່ານຈົ່ງໄປຢືນຢັນຕໍ່ທະຫານຂອງທ່ານສາ. ຖ້າທ່ານບໍ່ໄປ ຂ້ານ້ອຍຂໍສາບານໂດຍອົງພຣະຜູ້ເປັນເຈົ້າ ວ່າ, ໃນມື້ອື່ນຈະບໍ່ມີທະຫານຈັກຄົນຢູ່ນາໍທ່ານ. ມັນຈະ ເປັນການຫລົ້ມຈົມຢ່າງໃຫຍ່ທີ່ສຸດໃນຊົ່ວຊີວິດຂອງທ່ານ. ”
\v 8 ແລ້ວກະສັດກໍລຸກຂຶ້ນ ໄປນັ່ງຢູ່ໃກ້ກັບປະຕູເມືອງ. ເມື່ອທະຫານ ຂອງເພິ່ນຮູ້ວ່າເພິ່ນຢູ່ທີ່ນັ້ນ ພວກເຂົາທຸກຄົນ ຈຶ່ງມາເຕົ້າໂຮມກັນອ້ອມຮອບເພິ່ນອີກ. ໃນລະຫວ່າງນັ້ນ ຊາວອິດສະຣາເອນທຸກຄົນຕ່າງກໍໄດ້ປົບໜີ ເມືອເຮືອນຂອງໃຜລາວ.
\s5
\v 9 ພວກເຂົາຖົກຖຽງກັນທົ່ວໄປໃນປະເທດ ວ່າ, “ກະສັດດາວິດໄດ້ຊ່ວຍກູ້ເອົາພວກເຮົາ ໃຫ້ພົ້ນຈາກສັດຕູ ແລະ ໃຫ້ພົ້ນຈາກພວກຟີລິດສະຕິນ, ແຕ່ບັດນີ້ ເພິ່ນໄດ້ປະຖິ້ມປະເທດ ແລະ ປົບໜີໄປຈາກອັບຊາໂລມ.
\v 10 ພວກເຮົາໄດ້ຫົດສົງອັບຊາໂລມ ໃຫ້ເປັນກະສັດ ແຕ່ອັບຊາໂລມໄດ້ຖືກຂ້າຢູ່ໃນສະໜາມຮົບແລ້ວ. ດັ່ງນັ້ນ ເປັນຫຍັງຈຶ່ງບໍ່ມີຜູ້ໃດໄປເຊີນ ເອົາກະສັດດາວິດ ກັບຄືນມາປົກຄອງ.”
\s5
\v 11 ຕໍ່ມາ ເລື່ອງທີ່ພວກອິດສະຣາເອນໄດ້ເວົ້າກັນນັ້ນ ກໍເຖິງຫູກະສັດດາວິດ [ອ] ເພິ່ນຈຶ່ງສົ່ງປະໂຣຫິດ ຊາດົກ ກັບ ອາບີອາທາ ໄປຖາມພວກຜູ້ນາໍຊາວຢູດາ ວ່າ, “ດ້ວຍເຫດໃດ ພວກທ່ານຈຶ່ງເປັນພວກລ້າຫລັງມານາໍເອົາກະສັດກັບຄືນເມືອ ສູ່ຣາຊວັງ?
\v 12 ພວກທ່ານເປັນຍາດຕິພີ່ນ້ອງຂອງເຮົາ ເປັນເລືອດເນື້ອເຊື້ອໄຂດຽວກັນກັບເຮົາ; ເປັນຫຍັງ ພວກທ່ານຈຶ່ງເປັນພວກລ້າຫລັງມານາໍເອົາກະສັດກັບຄືນເມືອ?”
\s5
\v 13 ກະສັດດາວິດຍັງສົ່ງຄົນໄປບອກ ອາມາຊາ ຄືກັນວ່າ, “ເຈົ້າກໍເປັນຍາດຕິພີ່ນ້ອງຂອງເຮົາ. ນັບຕັ້ງແຕ່ນີ້ໄປ ເຮົາຈະແຕ່ງຕັ້ງເຈົ້າໃຫ້ເປັນຜູ້ບັນຊາການກອງທັບແທນໂຢອາບ. ຖ້າເຮົາບໍ່ປະຕິບັດຕາມຄໍາເວົ້າ ຂໍໃຫ້ພຣະເຈົ້າລົງໂທດເຮົາ ເຖິງຕາຍເຖີດ. ”
\v 14 ຄໍາເວົ້າຂອງກະສັດດາວິດໄດ້ຊະນະຈິດໃຈຊາວຢູດາທັງໝົດ; ສະນັ້ນ ພວກເຂົາຈຶ່ງມາເຊີນເອົາເພິ່ນກັບຄືນເມືອ ພ້ອມທັງບັນດາຂ້າຣາຊການຂອງເພິ່ນດ້ວຍ.
\v 15 ເວລາກະສັດດາວິດກັບຄືນເມືອ ທະຫານຊາວ ຢູດາກໍອອກມາພົບເພິ່ນທີ່ແມ່ນາໍ້ຈໍແດນ. ພວກເຂົາມາແຕ່ເມືອງກິນການ ເພື່ອແຫ່ເພິ່ນຂ້າມແມ່ນາໍ້.
\s5
\v 16 ໃນເວລາດຽວກັນນັ້ນ ຊີເມອີ ຄົນເບັນຢາມິນ ແລະ ເປັນລູກຊາຍຂອງເກຣາ ຊາວເມືອງບາຮູຣິມ ຈຶ່ງຟ້າວເຂົ້າພົບກະສັດ ດາວິດ ທີ່ແມ່ນາໍ້ຈໍແດນ.
\v 17 ມີ​ພັນ​ຄົນ​ຈາກ​ຕະ​ກູນ​ເບັນ​ຢາ​ມິດ​ໄປ​ກັບ​ລາວ. ຊີ​ບາ ຄົນ​ຮັບ​ໃຊ້​ປະ​ຈຳ​ຄອບ​ຄົວ​ຂອງ​ກະ​ສັດ​ໂຊນ ພ້ອມ​ກັບ​ລູ​ກ​ຊາຍ​ສິບ​ຫ້າ​ຄົນ ແລະ​ຄົນ​ຮັບ​ໃຊ້​ອີກ​ຊາວ​ຄົນ ກໍ​ໄດ້​ມາ​ຄື​ກັນ. ພວກ​ເຫລົ່າ​ນີ້​ມາ​ຮອດ​ແມ່ນ​ນ້ຳ​ຈໍ​ແດນ​ກ່ອນ​ກະ​ສັດ​ດາ​ວ​ິດ.
\v 18 ພວກເຂົາໄດ້ຂ້າມແມ່ນາໍ້ໄປຍັງຝັ່ງນັ້ນກ່ອນ [ຮ] ເພື່ອລໍຖ້າຕ້ອນຮັບຊ່ວຍຄອບຄົວທັງໝົດຂອງກະສັດຂ້າມແມ່ນາໍ້ ແລະ ເຮັດທຸກສິ່ງຕາມຄວາມປະສົງຂອງກະສັດ. ເມື່ອກະສັດ ກໍາລັງຕຽມຈະຂ້າມແມ່ນໍ້າໄປນັ້ນ ຊີເມອີ ກໍມາຂາບລົງຕໍ່ໜ້າເພິ່ນ
\s5
\v 19 ແລະເວົ້າວ່າ, “ຂ້າແດ່ພະຣາຊາ ຂໍລືມຄວາມຜິດທີ່ຂ້ານ້ອຍໄດ້ເຮັດໃນມື້ທີ່ທ່ານໄດ້ອອກມາແຕ່ນະຄອນເຢຣູຊາເລັມ ນັ້ນເຖີດ ຢ່າໄດ້ຖືໂທດຂ້ານ້ອຍ ແລະ ຢ່າຄິດເຖິງເລື່ອງ ນັ້ນອີກເລີຍ.
\v 20 ທ່ານທີ່ເຄົາຣົບ ຂ້ານ້ອຍ ຮູ້ດີວາ ຂ້ານ້ອຍໄດ້ເຮັດບາບ; ດ້ວຍເຫດນີ້ ຂ້ານ້ອຍຈຶ່ງເປັນຄົນທາໍອິດ ຈາກເຜົ່າທາງ ພາກເໜືອ ທີ່ມາແລະເຂົ້າພົບທ່ານໃນວັນນີ້.”
\s5
\v 21 ອາບີໄຊ ລູກຊາຍຂອງນາງເຊຣູອີຢາ ໄດ້ເວົ້າວ່າ, “ຊີເມອີ ຄວນຖືກປະຫານຊີວິດ ເພາະລາວໄດ້ປ້ອຍດ່າ ຜູ້ທີ່ອົງພຣະຜູ້ເປັນເຈົ້າໄດ້ຫົດສົງໄວ້ໃຫ້ເປັນກະສັດ. ”
\v 22 ແຕ່ ກະສັດດາວິດ ໄດ້ເວົ້າກັບອາບີໄຊ ແລະ ໂຢອາບ ອ້າຍຂອງລາວວ່າ, “ແມ່ນຜູ້ໃດຖາມ ເອົາຄວາມຄິດເຫັນນໍາພວກເຈົ້າ? ພວກເຈົ້າ ຈະເຮັດໃຫ້ເຮົາເດືອດຮ້ອນອີກບໍ? ດຽວນີ້ ເຮົາເອງເປັນກະສັດຂອງຊາດອິດສະຣາເອນ ແລະ ວັນນີ້ຈະບໍ່ມີຄົນອິດສະຣາເອນຜູ້ໃດຖືກປະຫານຊີວິດ. ”
\v 23 ແລ້ວກະສັດດາວິດ ກໍ ກ່າວແກ່ຊີເມອີ ວ່າ, “ເຮົາຂໍສັນຍາວ່າ ເຈົ້າຈະ ບໍ່ຖືກປະຫານຊີວິດ.”
\s5
\v 24 ຕໍ່ມາ ເມຟີໂບເສັດ ຫລານຊາຍຂອງກະສັດໂຊນ ກໍລົງມາຈາກນະຄອນເຢຣູຊາເລັມ ເພື່ອຕ້ອນຮັບກະສັດ. ນັບຕັ້ງແຕ່ ກະສັດໜີອອກຈາກນະຄອນເຢຣູຊາເລັມໄປ ເມຟີໂບເສັດບໍ່ໄດ້ລ້າງຕີນ, ບໍ່ໄດ້ແຖໜວດ, ບໍ່ໄດ້ຊັກເຄື່ອງ, ຈົນເຖິງມື້ທີ່ກະສັດກັບຄືນມາຢ່າງມີໄຊ.
\v 25 ເມື່ອເມຟີໂບເສັດ ມາຈາກ [ກ] ນະຄອນເຢຣູຊາເລັມ ເພື່ອພົບກັບກະສັດ ກະສັດຈຶ່ງຖາມລາວ ວ່າ, “ເມຟີໂບເສັດ ເອີຍ ເປັນຫຍັງເຈົ້າຈຶ່ງບໍ່ໄປກັບເຮົາ?”
\s5
\v 26 ລາວຕອບວ່າ, “ຂ້າແດ່ພະຣາຊາ ດັ່ງທີ່ທ່ານຮູ້ແລ້ວວ່າ ຂ້ານ້ອຍເປັນຄົນຂາພິການ; ຂ້ານ້ອຍໄດ້ບອກຄົນຮັບໃຊ້ໃຫ້ໃສ່ອານລໍ ເພື່ອຂ້ານ້ອຍຈະຂີ່ໄປກັບທ່ານ, ແຕ່ລາວທໍລະຍົດຕໍ່ຂ້ານ້ອຍ.
\v 27 ລາວຕົວະທ່ານ ກ່ຽວກັບເລື່ອງຂ້ານ້ອຍ, ແຕ່ທ່ານເປັນດັ່ງເທວະດາຂອງພຣະເຈົ້າ; ສະນັ້ນ ຈົ່ງເຮັດຕາມ ທີ່ທ່ານເຫັນວ່າ ຖືກຕ້ອງເທີ້ນ.
\v 28 ທຸກຄົນ ໃນຄອບຄົວຂອງພໍ່ຂ້ານ້ອຍ ສົມຄວນທີ່ຈະ ຖືກທ່ານຂ້າຖິ້ມໝົດ ແຕ່ທ່ານພັດອະນຸຍາດ ໃຫ້ຂ້ານ້ອຍໄດ້ຮັບປະທານອາຫານຮ່ວມ ໂຕະກັບທ່ານ ຂ້ານ້ອຍບໍ່ມີສິດທີ່ຈະຂໍຄວາມ ເມດຕາໃດ ໆ ຈາກທ່ານຕື່ມອີກແລ້ວ.”
\s5
\v 29 ກະສັດຕອບລາວ ວ່າ, “ເຈົ້າບໍ່ຕ້ອງ ເວົ້າຫຍັງອີກຕໍ່ໄປ. ເຮົາໄດ້ຕັດສິນໃຈໃຫ້ເຈົ້າ ກັບ ຊີບາ ແບ່ງມໍຣະດົກຂອງກະສັດໂຊນປັນກັນ. ”
\v 30 ເມຟີໂບເສັດ ຕອບວ່າ, “ໃຫ້ມໍຣະດົກຕົກເປັນຂອງຊີບາ ໝົດເສຍ ການທີ່ທ່ານກັບຄືນມາຢ່າງປອດໄພ ກໍພຽງພໍແລ້ວ ສໍາລັບຂ້ານ້ອຍ.”
\s5
\v 31 ບັກຊິນໄລ ໄທກີເລອາດ ກໍໄດ້ລົງມາຈາກ ໂຣເກລິມ ເພື່ອນາໍສົ່ງກະສັດຂ້າມແມ່ນາໍ້ ຈໍແດນຄືກັນ.
\v 32 ບັກຊິນໄລ ເຖົ້າແກ່ຫລາຍ ແລະ ອາຍຸໄດ້ແປດສິບປີ. ລາວເປັນຄົນຮັ່ງມີຫລາຍ. ເມື່ອກະສັດຍັງພັກຢູ່ທີ່ມະຫານາອິມ ນັ້ນລາວເປັນຜູ້ຈັດຫາສະບຽງອາຫານໃຫ້ເພິ່ນ.
\v 33 ກະສັດບອກລາວ ວ່າ, “ໃຫ້ເຈົ້າມາຢູ່ນະຄອນເຢຣູຊາເລັມ ກັບເຮົາ ແລະ ເຮົາຈະລ້ຽງດູເຈົ້າ.”
\s5
\v 34 ແຕ່ບັກຊິນໄລ ຕອບກະສັດວ່າ, “ຂ້ານ້ອຍຈະມີຊີວິດຢູ່ຕໍ່ໄປອີກບໍ່ນານ ຂ້ານ້ອຍ ຈະໄປຢູ່ນະຄອນເຢຣູຊາເລັມ ກັບທ່ານໄດ້ຢ່າງໃດ?
\v 35 ຂ້ານ້ອຍອາຍຸໄດ້ແປດສິບປີແລ້ວ; ຄົງບໍ່ມີສິ່ງໃດທີ່ຈະເຮັດໃຫ້ຂ້ານ້ອຍມີຄວາມສຸກໄດ້ດອກ. ເວລາທີ່ຂ້ານ້ອຍກິນ ຫລື ດື່ມ ມັນກໍບໍ່ມີຣົດຊາດ ແລະ ຂ້ານ້ອຍຟັງສຽງ ຄົນຮ້ອງເພງກໍບໍ່ໄດ້ຍິນ. ທ່ານຈະລໍາບາກຍ້ອນຂ້ານ້ອຍລ້າ ໆ.
\v 36 ຂ້ານ້ອຍບໍ່ສົມຄວນຮັບບາໍເໜັດອັນຍິ່ງໃຫຍ່ນີ້ດອກ. ສະນັ້ນ ຂ້ານ້ອຍຈຶ່ງຈະໄປກັບທ່ານຮອດແຕ່ ຟາກພຸ້ນເທົ່ານັ້ນ.
\s5
\v 37 ຂໍໃຫ້ຂ້ານ້ອຍກັບເມືອບ້ານ ແລະ ຕາຍ ໃກ້ກັບອຸບມຸງຂອງພໍ່ແມ່ຂ້ານ້ອຍ ພຸ້ນເຖີດ. ຜູ້ນີ້ແມ່ນ ກິມຮາມ ລູກຊາຍຂອງຂ້ານ້ອຍ. ລາວຈະເປັນຜູ້ຮັບໃຊ້ທ່ານ; ຈົ່ງຮັບເອົາລາວໄປນໍາເຖີດ ແລະ ທ່ານຈະເຮັດຢ່າງໃດກັບລາວກໍສຸດແລ້ວ ແຕ່ທ່ານຈະເຫັນສົມຄວນ.”
\s5
\v 38 ກະສັດຕອບ ວ່າ, “ເຮົາຈະເອົາລາວໄປນໍາ ແລະ ທັງຈະເບິ່ງແຍງລາວ ຕາມທີ່ເຈົ້າຕ້ອງການ. ເຮົາຈະປະຕິບັດທຸກສິ່ງຕາມທີ່ເຈົ້າຂໍຮ້ອງ. ”
\v 39 ແລ້ວກະສັດດາວິດ ພ້ອມກັບພັກພວກຂອງເພິ່ນທຸກຄົນ ກໍຂ້າມແມ່ນາໍ້ຈໍແດນໄປ. ເພິ່ນຈູບລາ ທັງອວຍພອນບັກຊິນໄລ ແລ້ວບັກຊິນໄລກໍກັບຄືນເມືອສູ່ບ້ານເມືອງຂອງຕົນ.
\s5
\v 40 ເມື່ອກະສັດໄດ້ຂ້າມແມ່ນໍ້ານັ້ນ ຕິດຕາມໂດຍຊາວຢູດາທັງໝົດ ແລະ ຊາວ ອິດສະຣາເອນເຄິ່ງໜຶ່ງເພິ່ນໄປຍັງເມືອງກິນການ ແລະ ກີມຮາມ ກໍໄປນາໍເພິ່ນດ້ວຍ.
\v 41 ຕໍ່ມາຊາວອິດສະຣາເອນທັງໝົດຈຶ່ງໄປ ຫາກະສັດ ແລະ ເວົ້າວ່າ, “ຂ້າແດ່ພະຣາຊາ ເປັນຫຍັງພີ່ນ້ອງຊາວຢູດາ ຈຶ່ງມີສິດນາໍເອົາທ່ານ, ຄອບຄົວຂອງທ່ານ ແລະ ທະຫານຂອງທ່ານ ທີ່ຂ້າມແມ່ນາໍ້ຈໍແດນ?”
\s5
\v 42 ຊາວຢູດາ ຕອບວ່າ, “ພວກຂ້ອຍເຮັດຢ່າງນີ້ ກໍເພາະກະສັດເປັນຍາດພີ່ນ້ອງທີ່ສະໜິດໃນພວກຂ້ອຍ. ເປັນຫຍັງພວກເຈົ້າຈຶ່ງບໍ່ພໍໃຈກ່ຽວກັບເລື່ອງນີ້? ເພິ່ນບໍ່ໄດ້ຈ່າຍຄ່າ ອາຫານການກິນ ແລະ ເອົາສິ່ງໜຶ່ງສິ່ງໃດໃຫ້ ພວກຂ້ອຍເລີຍ. ”
\v 43 ຊາວອິດສະຣາເອນ ຕອບຄືນວ່າ, “ເຖິງແມ່ນກະສັດດາວິດ ເປັນຍາດພີ່ນ້ອງທີ່ສະໜິດ ໃນພວກເຈົ້າກໍຕາມ, ແຕ່ພວກຂ້ອຍກໍມີສ່ວນໃນເພິ່ນຫລາຍກວ່າພວກເຈົ້າເຖິງສິບເທົ່າ. ເປັນຫຍັງ ພວກເຈົ້າຈຶ່ງດູຖູກພວກຂ້ອຍ? ຢ່າລືມວ່າ ແມ່ນພວກຂ້ອຍທີ່ເປັນພວກທໍາອິດ ອອກປາກເຊີນເອົາ ກະສັດກັບຄືນມາ. ” ແຕ່ຄໍາເວົ້າຂອງຊາວ ຢູດາ ມີນາໍ້ໜັກແຮງກວ່າ ຄໍາເວົ້າຂອງຊາວ ອິດສະຣາເອນ.
\s5
\c 20
\p
\v 1 ຢູ່ໃນເມືອງກິນການ ຍັງມີຊາຍບໍ່ດີຄົນໜຶ່ງ ຊື່ວ່າ ເຊບາ; ລາວເປັນລູກຊາຍຂອງບີກຣີ ຄົນໃນເຜົ່າເບັນຢາມິນ. ລາວເປົ່າແກ ແລະ ຮ້ອງວ່າ, “ພວກເຮົາບໍ່ມີສ່ວນໃນດາວິດ ບໍ່ມີສ່ວນໃນມໍຣະດົກຂອງລູກຊາຍຂອງເຢຊີ ຊາວອິດສະຣາເອນເອີຍ ຈົ່ງພາກັນກັບເມືອບ້ານເ​ຖີດ. ”
\v 2 ແລ້ວຊາວອິດສະຣາເອນກໍປະ ກະສັດດາວິດ ແລະ ໄປກັບເຊບາ. ແຕ່ຊາວຢູດາຍັງຈົງຮັກພັກດີຕໍ່ກະສັດດາວິດ ແລະ ຕິດຕາມເພິ່ນໄປ, ເລີ່ມແຕ່ແມ່ນາໍ້ຈໍແດນ ຈົນເຖິງນະຄອນເຢຣູຊາເລັມ.
\s5
\v 3 ເມື່ອກະສັດດາວິດ ມາເຖິງວັງທີ່ນະຄອນເຢຣູຊາເລັມ ແລ້ວເພິ່ນກໍເອົາເມຍນ້ອຍສິບຄົນ ທີ່ເພິ່ນປະໄວ້ໃຫ້ເຝົ້າວັງໄປຂັງໄວ້. ເພິ່ນລ້ຽງດູພວກເຂົາຕາມຄວາມຕ້ອງການ, ແຕ່ບໍ່ໄດ້ສົມສູ່ກັບພວກເຂົາອີກເລີຍ. ພວກເຫລົ່ານີ້ ຖືກຂັງໄວ້ຢ່າງນີ້ ແລະ ຢູ່ເປັນຍິງໝ້າຍ ຕະຫລອດຊີວິດ.
\s5
\v 4 ກະສັດບອກກັບ ອາມາຊາ ວ່າ, “ໃຫ້ເອີ້ນພວກຜູ້ຊາຍຊາວຢູດາ ລວມທັງຕົວເຈົ້າມາເຕົ້າໂຮມກັນ ແລະໃຫ້ກັບມາຍັງບ່ອນນີ້ພາຍໃນສາມວັນ.
\v 5 ອາມາຊາ ຈຶ່ງໄປເອີ້ນເອົາພວກເຂົາ, ແຕ່ລາວບໍ່ໄດ້ກັບມາຕາມເວລາທີ່ກະສັດໄດ້ບອກໄວ້.
\s5
\v 6 ກະສັດຈຶ່ງບອກ ອາບີໄຊ ວ່າ, “ເຊບາ ຈະສ້າງຄວາມເດືອດຮ້ອນໃຫ້ພວກເຮົາ ຫລາກວ່າ ອັບຊາໂລມ ອີກ; ດັ່ງນັ້ນ ຈົ່ງນາໍເອົາທະຫານອອກຕາມຫາຈັບລາວ. ຖ້າບໍ່ດັ່ງນັ້ນ ລາວອາດຢຶດເອົາບາງເມືອງ ທີ່ມີປ້ອມປ້ອງກັນ ແລະ ປົບໜີຈາກພວກເຮົາ. ”
\v 7 ສະນັ້ນ ພວກທະຫານຂອງໂຢອາບ, ທະຫານ ປະຈາໍວັງ ແລະ ທະຫານອື່ນ ໆ ທີ່ຄ້າງຢູ່ໃນ ນະຄອນເຢຣູຊາເລັມ ຈຶ່ງໄປກັບອາບີໄຊ ເພື່ອຕາມຫາຈັບ ເຊບາ.
\s5
\v 8 ເມື່ອພວກເຂົາມາຮອດໂງ່ນຫິນໃຫຍ່ທີ່ ກີເບໂອນ ນັ້ນ, ອາມາຊາ ໄດ້ມາພົບພວກເຂົາ. ໂຢອາບ ນຸ່ງເຄື່ອງອອກສູ້ຮົບໂດຍມີດາບ ຢູ່ໃນ ຝັກຄັດແອວໄວ້. ໃນຂະນະທີ່ໂຢອາບ ຍ່າງກ້າວເຂົ້າມານັ້ນ ດາບຂອງລາວຫລຸດລົງ.
\s5
\v 9 ໂຢອາບ ເວົ້າກັບອາມາຊາ ວ່າ, “ສະຫາຍເອີຍ ສະບາຍດີບໍ່? ” ລາວເອົາມືເບື້ອງຂວາຈັບໜວດຂອງອາມາຊາ ເໝືອນກັບວ່າ ຈະຈູບລາວ
\v 10 ແຕ່ອາມາຊາ ບໍ່ໄດ້ສັງເກດເຫັນດາບຢູ່ໃນມືອີກເບື້ອງໜຶ່ງຂອງໂຢອາບ. ໂຢອາບໃຊ້ດາບແທງທີ່ທ້ອງຂອງອາມາຊາ ຈົນໃສ້ໂລ່ລົງດິນ. ລາວສິ້ນໃຈ ຕາຍກັບທີ່ ໂດຍບໍ່ຕ້ອງແທງຊໍ້າອີກ. ແລ້ວໂຢອາບ ກັບ ອາບີໄຊ ກໍອອກເດີນທາງຕາມຫາ ເຊບາ ຕໍ່ໄປ.
\s5
\v 11 ທະຫາຄົນໜຶ່ງຂອງໂຢອາບ ໄດ້ຢືນຢູ່ຂ້າງສົບຂອງອາມາຊາ ແລະຮ້ອງຂຶ້ນວ່າ, “ທຸກ ໆ ຄົນທີ່ຢູ່ຝ່າຍໂຢອາບ ແລະ ກະສັດດາວິດໃຫ້ຕິດຕາມໂຢອາບໄປ. ”
\v 12 ສົບຂອງອາມາຊາ ອາບເລືອດນອນຢູ່ກາງຫົນທາງ. ທະຫານຂອງໂຢອາບ ເຫັນວ່າຜູ້ໃດກໍຢຸດເບິ່ງ; ສະນັ້ນ ລາວຈຶ່ງແກ່ສົບນັ້ນອອກຈາກທາງ ແລະເອົາໄປປະໄວ້ຢູ່ໃນທົ່ງນາ ແລະເອົາຜ້າຫົ່ມປົກສົບໄວ້.
\v 13 ເມື່ອສົບຖືກຍ້າຍອອກຈາກທາງແລ້ວ ທຸກຄົນຈຶ່ງຕິດຕາມໂຢອາບ ໄປເພື່ອຊອກຫາຈັບເຊບາ.
\s5
\v 14 ສ່ວນ ເຊບາ ນັ້ນໄດ້ຜ່ານເຂດແດນຂອງເຜົ່າຕ່າງ ໆ ໃນຊາດອິດສະຣາເອນໄປ. ລາວໄດ້ມາຮອດເມືອງອາເບັນເບັດ ມາອາກາ ແລະ ທຸກຄົນໃນຕະກຸນບີກຣີ [ຂ] ໄດ້ມາເຕົ້າໂຮມກັນ ແລະ ຕິດຕາມລາວເຂົ້າໄປໃນເມືອງ.
\v 15 ທະຫານຂອງໂຢອາບ ຮູ້ວ່າ ເຊບາ ຢູ່ໃນເມືອງນັ້ນ. ດັ່ງນັ້ນ ພວກເຂົາຈຶ່ງໄປລ້ອມເມືອງໄວ້. ພວກເຂົາຄູນດິນຂຶ້ນຕາມ ກາໍແພງທາງຂ້າງນອກ ແລະ ທັງຂຸດລົງໃຕ້ພື້ນກາໍແພງ ເພື່ອຈະໃຫ້ກາໍແພງເຈື່ອນ.
\v 16 ຢູ່ໃນເມືອງນີ້ ຍັງມີຍິງຄົນໜຶ່ງທີ່ເປັນຜູ້ສະຫລາດຫລາຍ ນາງຮ້ອງອອກມາຈາກກາໍ ແພງເມືອງນັ້ນ ວ່າ, “ຟັງກ່ອນ ຟັງກ່ອນ ໄປບອກໂຢອາບມາພີ້ ເພາະຂ້ອຍຢາກເວົ້າກັບລາວ.”
\s5
\v 17 ໂຢອາບ ຈຶ່ງໄປຫາຍິງຄົນນັ້ນ ແລະ ນາງກໍຖາມໂຢອາບ ວ່າ, “ທ່ານແມ່ນໂຢອາບ ແມ່ນບໍ່? ” ລາວຕອບວ່າ, “ແມ່ນແລ້ວ ຂ້ອຍນີ້ແຫລະ ແມ່ນໂຢອາບ. ” ນາງເວົ້າວ່າ, “ທ່ານເອີຍ ກະລຸນາຟັງຂ້ານ້ອຍ. ” ໂຢອາບ ຕອບວ່າ, “ຂ້ອຍກໍາລັງຟັງເຈົ້າຢູ່. ”
\v 18 ນາງເວົ້າວ່າ, “ດົນນານມາແລ້ວ ຄົນເຄີຍກ່າວກັນວ່າ ຈົ່ງໄປເອົາຄໍາຕອບໃນເມືອງອາເບັນ ແລະ ພວກເຂົາໄດ້ປະຕິບັດຢ່າງນັ້ນ.
\v 19 ເມືອງຂອງພວກຂ້ານ້ອຍເປັນເມືອງໃຫຍ່, ເປັນເມືອງທີ່ສະຫງົບສຸກ ແລະ ເປັນເມືອງທີ່ທ່ຽງທາໍໃນຊາດອິດສະຣາເອນ. ເຫດໃດທ່ານຈຶ່ງທາໍລາຍມັນ? ທ່ານຢາກທາໍລາຍ ຫລື ມ້າງເພ ສິ່ງທີ່ເປັນຂອງອົງພຣະຜູ້ເປັນເຈົ້າຊັ້ນບໍ?”
\s5
\v 20 ໂຢອາບ ຕອບວ່າ, “ບໍ່ ຂ້ອຍຈະບໍ່ທາໍລາຍ ຫລື ມ້າງເພເມືອງຂອງເຈົ້າ
\v 21 ບໍ່ແມ່ນແຜນການຂອງພວກເຮົາ. ມີຊາຍຄົນໜຶ່ງຊື່ວ່າ ເຊບາ ລູກຊາຍຂອງບີກຣີ ຄົນມາຈາກແຖບພູດອຍເອຟຣາອິມ ໄດ້ເລີ່ມກະບົດຕໍ່ສູ້ກະສັດດາວິດ. ຈົ່ງມອບຊາຍຄົນນີ້ ໃຫ້ແກ່ພວກເຮົາສາ ແລະ ພວກເຮົາກໍຈະໄປຈາກເມືອງ. ” ນາງຕອບວ່າ, “ພວກຂ້ານ້ອຍຈະໂຍນຫົວຂອງລາວ ຂ້າມກາໍແພງໄປໃຫ້ທ່ານ. ”
\v 22 ແລ້ວນາງກໍນາໍແຜນການຂອງຕົນໄປບອກຄົນທັງຫລາຍໃນເມືອງ ແລະ ພວກເຂົາໄດ້ຕັດເອົາຫົວຂອງເຊບາ ໂຍນຂ້າມກາໍແພງໄປໃຫ້ໂຢອາບ. ແລ້ວໂຢອາບກໍໄດ້ເປົ່າແກເຕືອນທະຫານ ໃຫ້ໜີໄປຈາກເມືອງ ແລະ ກັບຄືນສູ່ບ້ານເມືອງຂອງຕົນ. ສ່ວນໂຢອາບນັ້ນ ກໍກັບຄືນໄປຫາກະສັດທີ່ນະຄອນເຢຣູຊາເລັມ.
\s5
\v 23 ໂຢອາບ ເປັນຜູ້ບັນຊາການກອງທັບ ຂອງຊາດອິດສະຣາເອນ. ເບນາອີຢາ ລູກຊາຍຂອງເຢໂຮຍອາດາ ເປັນຜູ້ບັນຊາການ ທະຫານປະຈາໍຕົວຂອງກະສັດດາວິດ.
\v 24 ອາໂດນີລໍາ ເປັນຜູ້ດູແລກ່ຽວກັບແຮງງານ. ເຢໂຮຊາຟັດ ລູກຊາຍຂອງອາຮີລຸດ ເປັນຜູ້ບັນທຶກເຫດການຕ່າງ ໆ.
\v 25 ເຊວາ ເປັນເລຂາທິການຂອງສານ. ຊາດົກ ແລະ ອາບີອາທາ ເປັນປະໂຣຫິດ.
\v 26 ອີຣາ ຊາວເມືອງຢາອີ ເປັນປະໂຣຫິດຄົນໜຶ່ງຂອງກະສັດດາວິດ ເໝືອນກັນ.
\s5
\c 21
\p
\v 1 ໃນຣາຊການຂອງກະສັດດາວິດນັ້ນ ການອຶດຢາກຢ່າງໜັກໄດ້ເກີດຂຶ້ນເປັນເວລາ ສາມປີເຕັມ. ດັ່ງນັ້ນ ກະສັດດາວິດຈຶ່ງຖາມ ອົງພຣະຜູ້ເປັນເຈົ້າກ່ຽວກັບເລື່ອງນີ້ ແລະ ພຣະອົງໄດ້ຕອບເພິ່ນວ່າ, “ໂຊນ ແລະ ຄອບຄົວຂອງລາວ ມີຄວາມຜິດໃນຖານຂ້າຄົນ, ລາວໄດ້ຂ້າປະຊາຊົນກີເບໂອນ.”
\s5
\v 2 (ຊາວກີເບໂອນ ບໍ່ແມ່ນປະຊາຊົນອິດສະຣາເອນ; ພວກເຂົາເປັນຊາວອາໂມ ກຸ່ມໜຶ່ງນ້ອຍ ໆ ທີຊາວອິດສະຣາເອນສັນຍາວ່າ ຈະປ້ອງກັນພວກເຂົາ, ແຕ່ກະສັດໂຊນ ພະຍາຍາມທໍາລາຍພວກເຂົາ ເພາະຄວາມຮ້ອນໃຈທີ່ເຫັນແກ່ຊາວອິດສະຣາເອນ ແລະ ຊາວຢູດາ.)
\v 3 ດັ່ງນັ້ນ ກະສັດດາວິດຈຶ່ງເອີ້ນຊາວກີເບໂອນ ມາແລະກ່າວແກ່ພວກເຂົາວ່າ, “ເຮົາຢາກແກ້ຄວາມຜິດທີ່ໄດ້ເຮັດຕໍ່ ພວກເຈົ້າ ເພື່ອວ່າພວກເຈົ້າຈະໄດ້ອວຍພອນປະຊາຊົນຂອງອົງພຣະຜູ້ເປັນເຈົ້າ. ເຮົາຄວນຈະເຮັດຫຍັງແດ່ ສໍາລັບພວກເຈົ້າ?”
\s5
\v 4 ພວກເຂົາຕອບວ່າ, “ການຜິດຖຽງກັນທີ່ໄດ້ເກີດຂຶ້ນລະຫວ່າງພວກຂ້ານ້ອຍກັບກະສັດໂຊນ ແລະ ຄອບຄົວຂອງເພິ່ນນັ້ນ ບໍ່ອາດຕົກລົງກັນໄດ້ດ້ວຍເງິນ ຫລື ຄໍາ ຫລື ດ້ວຍ ການຂ້າຊາວອິດສະຣາເອນ ຄົນໃດຄົນໜຶ່ງ. ” ກະສັດດາວິດ ຖາມ ວ່າ, “ຖ້າດັ່ງນັ້ນ ຢາກໃຫ້ເຮົາເຮັດຫຍັງສໍາລັບພວກເຈົ້າ?”
\s5
\v 5 ພວກເຂົາຕອບວ່າ, “ກະສັດໂຊນຢາກ ທໍາລາຍພວກຂ້ານ້ອຍ ແລະ ບໍ່ຢາກໃຫ້ຄົນໃດຄົນໜຶ່ງໃນພວກຂ້ານ້ອຍ ມີຊີວິດຢູ່ໃນຊາດອິດສະຣາເອນນີ້.
\v 6 ສະນັ້ນ ຈົ່ງມອບ ຊາຍເຈັດຄົນຈາກເຊື້ອສາຍຂອງເພິ່ນ ແລະ ພວກຂ້ານ້ອຍຈະແຂວນຄໍພວກເຂົາຊ້ອງໜ້າອົງພຣະຜູ້ເປັນເຈົ້າ ຢູ່ໃນເມືອງກີເບອາ ບ້ານເກີດເມືອງນອນຂອງໂຊນ ກະສັດທີ່ອົງພຣະຜູ້ເປັນເຈົ້າໄດ້ເລືອກເອົານັ້ນ. ” ກະສັດຕອບວ່າ, “ເຮົາຈະມອບພວກເຂົາໃຫ້ພວກເຈົ້າ.”
\s5
\v 7 ແຕ່ກະສັດດາວິດໄດ້ໄວ້ຊີວິດເມຟີໂບເສັດ ລູກຊາຍຂອງໂຢນາທານ ແລະ ຫລານຊາຍຂອງກະສັດໂຊນ ກໍເພາະເພິ່ນໄດ້ເຮັດຄໍາສັນຍາອັນສັກສິດໄວ້ກັບໂຢນາທານ.
\v 8 ເຖິງຢ່າງໃດກໍຕາມ ກະສັດດາວິດໄດ້ມອບ ຄົນ ດັ່ງຕໍ່ໄປນີ້ໃຫ້: ອາກໂມນ ແລະ ເມຟີໂບເສັດ ລູກຊາຍທັງສອງຂອງນາງຣິຊະປາ ລູກສາວຂອງອາອີຢາ ທີ່ໄດ້ກັບກະສັດໂຊນ; ລູກຊາຍຫ້າຄົນຂອງເມລາບ ລູກສາວຂອງກະສັດໂຊນ ທີ່ໄດ້ກັບອັດຣີເອນ ລູກຊາຍ ຂອງບັກຊິນໄລ ຊາວເມືອງເມໂຮລາ.
\v 9 ກະສັດດາວິດໄດ້ມອບຄົນເຫລົ່ານີ້ໃຫ້ຊາວກີເບໂອນ ແຂວນຄໍທີ່ເທິງພູຊ້ອງໜ້າອົງພຣະຜູ້ ເປັນເຈົ້າ. ທັງເຈັດຄົນນັ້ນ ຈຶ່ງຕາຍພ້ອມກັນ. ພວກເຂົາໄດ້ຂ້າຄົນເຫລົ່ານີ້ ໃນຕົ້ນລະດູກ່ຽວເຂົ້າບາເລ.
\s5
\v 10 ແລ້ວນາງຣິຊະປາ ເມຍນ້ອຍຂອງກະສັດໂຊນ ຜູ້ທີ່ເປັນລູກສາວຂອງອາອີຢາ ກໍໄດ້ໃຊ້ຜ້າກະສອບເຂົ້າ ເຮັດບ່ອນຊົ້ນສໍາລັບຕົນຢູ່ເທິງໂງ່ນຫິນ ບ່ອນທີ່ວາງສົບນັ້ນ. ນາງອາໄສຢູ່ທີ່ນັ້ນ ຕັ້ງແຕ່ຍາມເກັບກ່ຽວຈົນເຖິງລະດູຝົນຍາມໃບໄມ້ຫລົ່ນ. ໃນຕອນກາງເວັນ ນາງຮັກສາສົບບໍ່ໃຫ້ນົກມາເຈາະ ແລະ ໃນຕອນກາງຄືນ ນາງຮັກສາສົບບໍ່ໃຫ້ສັດປ່າ ເຂົ້າມາໃກ້.
\v 11 ເມື່ອກະສັດດາວິດໄດ້ຍິນວ່າ ນາງຣິຊະປາໄດ້ເຮັດດັ່ງນັ້ນ
\s5
\v 12 ເພິ່ນຈຶ່ງໄປເອົາກະດູກຂອງກະສັດໂຊນ ແລະ ໂຢນາທານຈາກຊາວຢາເບັດ ທີ່ເມືອງກີເລອາດ. (ຊາວຢາເບັດ ໄດ້ລັກເອົາສົບຈາກສີ່ແຍກກາງເມືອງເບັດຊານ ບ່ອນທີ່ຊາວຟີລິດສະຕິນ ແຂວນສົບໄວ້ໃນມື້ທີ່ກະສັດໂຊນຖືກຂ້າ ຢູ່ທີ່ເທິງພູກິນໂບອາ.)
\v 13 ກະສັດດາວິດໄດ້ຮວບຮວມເອົາກະດູກຂອງກະສັດໂຊນ ແລະ ໂຢນາທານ ຕະຫລອດທັງກະດູກຂອງເຈັດຄົນ ທີ່ຖືກແຂວນຄໍນັ້ນ.
\s5
\v 14 ໂດຍປະຕິບັດຕາມຄໍາສັ່ງຂອງກະສັດດາວິດ ພວກເຂົາໄດ້ເອົາກະດູກຂອງກະສັດໂຊນ ແລະ ໂຢນາທານ ໄປຝັງໄວ້ໃນອຸບມຸງຂອງກີເຊ ພໍ່ຂອງກະສັດໂຊນ ທີ່ເມືອງເຊລາ ໃນເຂດແດນຂອງພວກເບັນຢາມິນ. ຫລັງຈາກນັ້ນມາ ພຣະເຈົ້າກໍຕອບຄໍາພາວັນນາອະທິຖານຂອງພວກເຂົາ ສໍາລັບປະເທດຊາດບ້ານເມືອງ.
\s5
\v 15 ຕໍ່ມາ ເສິກໄດ້ເກີດຂຶ້ນລະຫວ່າງພວກ ຟີລິດສະຕິນ ແລະ ພວກອິດສະຣາເອນ. ຝ່າຍ ກະສັດດາວິດ ພ້ອມທະຫານຂອງເພິ່ນກໍໄດ້ອອກໄປສູ້ຮົບພວກຟີລິດສະຕິນ. ໃນບັ້ນຮົບ ຄັ້ງໜຶ່ງ ກະສັດດາວິດເກີດມີຄວາມອ່ອນເພຍ.
\v 16 ມີຄົນຮ່າງໃຫຍ່ຜູ້ໜຶ່ງ ຊື່ວ່າ ອີສະບີເບໂນບ ໄດ້ຖືຫອກເປັນທອງສໍາຣິດ ໜັກປະມານສາມກິໂລກາຼມເຄິ່ງ ທັງມີດາບດວງ ໃໝ່ຄາດແອວ ໂດຍຄິດວ່າຕົນຈະຂ້າກະສັດດາວິດໄດ້.
\v 17 ແຕ່ອາບີໄຊ ລູກຊາຍຂອງ ນາງເຊຣູອີຢາ ມາຊ່ວຍກະສັດດາວິດໄວ້ທັນ ໂດຍໄດ້ໂຈມຕີຄົນຮ່າງໃຫຍ່ ແລະ ຂ້າລາວ ໄດ້ໃນທີ່ສຸດ. ແລ້ວທະຫານຂອງກະສັດດາວິດ ກໍໄດ້ຂໍໃຫ້ກະສັດສັນຍາວ່າ ເພິ່ນບໍ່ຄວນອອກໄປຍັງສະໜາມຮົບກັບພວກເຂົາ ອີກເລີຍ ໂດຍບອກເພິ່ນວ່າ, “ທ່ານເປັນ ຄວາມຫວັງຂອງຊາດອິດສະຣາເອນ ແລະ ພວກຂ້ານ້ອຍບໍ່ຢາກສູນເສຍທ່ານໄປ.”
\s5
\v 18 ຫລັງຈາກນັ້ນ ກໍມີການສູ້ຮົບກັບພວກ ຟີລິດສະຕິນ ອີກທີ່ເມືອງໂກບ, ໃນການສູ້ຮົບບັ້ນນີ້ ຊິບເບໄກ ຊາວເມືອງຮູສາ ໄດ້ຂ້າຄົນຮ່າງໃຫຍ່ຜູ້ໜຶ່ງຊື່ວ່າ ສາເຟ.
\v 19 ການສູ້ຮົບກັບພວກຟີລິດສະຕິນ ມີຂຶ້ນອີກທີ່ເມືອງໂກບ ຊຶ່ງໃນເທື່ອນີ້ ເອນຮານານ ລູກຊາຍຂອງຢາອີ ີ[ຄ] ຈາກເມືອງເບັດເລເຮັມ ໄດ້ຂ້າໂກລີອາດ ຊາວກາດ ຜູ້ທີ່ຖືຫອກດ້າມບັກໃຫຍ່ ເທົ່າກັບໄມ້ກາໍພັ້ນຫູກ.
\s5
\v 20 ຕໍ່ມາ ເສິກໄດ້ເກີດຂຶ້ນອີກ ທີ່ເມືອງກາດ ບ່ອນທີ່ມີຊາຍຮ່າງໃຫຍ່ຜູ້ໜຶ່ງ ເປັນຄົນມັກສູ້ຮົບ. ລາວມີນິ້ວມືເບື້ອງລະຫົກນິ້ວ ແລະ ມີນິ້ວຕີນເບື້ອງລະຫົກນິ້ວ.
\v 21 ລາວທ້າທາຍ ຊາວອິດສະຣາເອນ ແລະ ໂຢນາທານ ລູກຊາຍຂອງຊາມມາ ແລະ ຫລານຊາຍຂອງກະສັດດາວິດໄດ້ຂ້າລາວ.
\v 22 ສີ່ຄົນນີ້ເປັນເຊື້ອສາຍຂອງຄົນຮ່າງໃຫຍ່ ໃນເມືອງກາດ. ກະສັດດາວິດ ແລະ ທະຫານຂອງເພິ່ນໄດ້ຂ້າຄົນຮ່າງໃຫຍ່ເຫລົ່ານັ້ນ.
\s5
\c 22
\p
\v 1 ເມື່ອອົງພຣະຜູ້ເປັນເຈົ້າ ໄດ້ຊ່ວຍໃຫ້ກະສັດດາວິດ ພົ້ນຈາກເງຶ້ອມມືຂອງເຫລົ່າສັດຕູອື່ນ ໆ ຂອງເພິ່ນ ແລະ ພົ້ນຈາກເງຶ້ອມມືຂອງໂຊນນັ້ນ ກະສັດດາວິດໄດ້ຮ້ອງເພງນີ້ຖວາຍແກ່ອົງພຣະຜູ້ເປັນເຈົ້າ:
\v 2 “ອົງພຣະ ຜູ້ເປັນເຈົ້າເປັນຜູ້ຄຸ້ມຄອງຂ້ານ້ອຍ ເປັນປ້ອມ ປ້ອງກັນຂ້ານ້ອຍໃຫ້ປອດໄພ.
\s5
\v 3 ພຣະເຈົ້າຂອງຂ້ານ້ອຍຄຸ້ມຄອງຮັກສາ ຈຶ່ງພົບຄວາມປອດໄພຢູ່ໃນພຣະອົງໄດ້. ພຣະອົງເປັນດັ່ງໂລ້ ປົກປ້ອງຂ້ານ້ອຍທັງປ້ອງກັນໃຫ້ປອດໄພມາຕະຫລອດ. ພຣະອົງຄືພຣະຜູ້ຊ່ວຍໃຫ້ພົ້ນຂອງຂ້ານ້ອຍ ຊົງປ້ອງກັນຈາກການຮຸນແຮງໄດ້.
\v 4 ເມື່ອຂ້ານ້ອຍຮ້ອງຫາອົງພຣະຜູ້ເປັນເຈົ້າໃຫ້ຊ່ວຍຊູ ກໍຊົງມາຊ່ວຍກູ້ເອົາຂ້ານ້ອຍຈາກພວກສັດຕູຂອງຂ້ານ້ອຍ. ຂໍສັນລະເສີນອົງພຣະຜູ້ເປັນເຈົ້າ
\s5
\v 5 ຄື້ນຄວາມຕາຍກໍໄດ້ປິດລ້ອມຂ້ານ້ອຍໄວ້ ຄື້ນການທາໍລາຍກໍໄຫລຖ້ວມຂ້ານ້ອຍໄວ້.
\v 6 ອັນຕະລາຍເຖິງຕາຍໄດ້ອ້ອມຂ້ານ້ອຍຢູ່ ແລະ ຂຸມຝັງສົບກໍຫ້າງແຮ້ວໃສ່ຂ້ານ້ອຍ.
\s5
\v 7 ເມື່ອເດືອດຮ້ອນ ຂ້ານ້ອຍຮ້ອງຫາອົງພຣະຜູ້ເປັນເຈົ້າໃຫ້ຊ່ວຍຊູ ຮ້ອງຫາພຣະເຈົ້າໃຫ້ຊ່ວຍເຫລືອເອົາໄວ້. ສຽງຮ້ອງຂ້ານ້ອຍກໍໄດ້ຍິນໄປຮອດພຣະວິຫານ ພຣະອົງຟັງສຽງ ຮ້ອງຂໍຄວາມຊ່ວຍເຫລືອແລ້ວ.
\s5
\v 8 ແລ້ວໝົດທັງໂລກ ກໍສະທ້ານຫວັ່ນໄຫວ ຮາກຖານທ້ອງຟ້າ ກໍສັ່ນສະເທືອນ ທັງສັ່ນໄປມາຢູ່ໃນທ້ອງຟ້າ ເພາະພຣະອົງຊົງໂກດຮ້າຍໃຫຍ່
\v 9 ຄວັນໄຟຟົ້ງອອກຈາກຮູດັງຂອງພຣະອົງ ໄຟກັບຖ່ານໄຟແດງກໍອອກມາຈາກປາກຂອງພຣະອົງ.
\s5
\v 10 ພຣະອົງແຫກທ້ອງຟ້າ ແລະ ສະເດັດ ລົງມາເທິງກ້ອນເມກອັນຕຶບໜາ ທີ່ຮອງຕີນພຣະອົງໄວ້.
\v 11 ໂດຍຂີ່ຫລັງ ເຄຣຸບ [ງ] ຊົງເຫາະລົງມາ ແລະ ທຽວໄປມາຕາມປີກລົມ ພວມພັດ.
\v 12 ພຣະອົງກະທາໍໃຫ້ຄວາມມືດຫຸ້ມຫໍ່ພຣະອົງໄວ້ ແລະ ເຕັມໄປດ້ວຍ [ຈ] ເມກທີ່ມີນາໍ້ອັນຕຶບໜາອ້ອມພຣະອົງໄວ້.
\s5
\v 13 ຕໍ່ໜ້າພຣະອົງນັ້ນ ມີແຈ້ງອັນສຸກໃສ ມີ ແສງໄຟແມບເຫລື້ອມສ່ອງໄປທົ່ວ.
\v 14 ແລ້ວຈາກຟ້າ ອົງພຣະຜູ້ເປັນເຈົ້າຮ້ອງກັງວານ ແລະ ສຽງອັນຊົງຣິດຂອງພຣະອົງ ກໍດັງທົ່ວໃຕ້ຟ້າ.
\v 15 ພຣະອົງຍິງລູກທະນູ ກະຈາຍໄປທົ່ວຖືກສັດຕູ ພຣະອົງໄລ່ພວກເຂົາໜີ ໂດຍຟ້າແມບເຫລື້ອມ.
\s5
\v 16 ພື້ນມະຫາສະໝຸດ ກໍເປີດແປນ ຮາກຖານແຜ່ນດິນ ກໍບໍ່ມີຫຍັງຫຸ້ມໄວ້ ເມື່ອອົງພຣະຜູ້ເປັນເຈົ້ານາບຂູ່ເຫລົ່າສັດຕູ ແລະ ຮ້ອງ ຂູ່ໃສ່ພວກເຂົາຢ່າງໂກດຮ້າຍ.
\s5
\v 17 ຈາກສະຫວັນ ອົງພຣະຜູ້ເປັນເຈົ້າເດ່ມືອອກອຸຸ້ມເອົາຂ້ານ້ອຍຂຶ້ນມາ ແລະ ດຶງຂ້ານ້ອຍຂຶ້ນໄປໃຫ້ພົ້ນຈາກນາໍ້ເລິກ ທີ່ຈະຖ້ວມ.
\v 18 ພຣະອົງຊ່ວຍກອບກູ້ເອົາຂ້ານ້ອຍ ຈາກເຫລົ່າສັດຕູຜູ້ມີອໍານາດໃຫຍ່ ພວກເຂົາແຂງແຮງຫລາຍກວ່າຂ້ານ້ອຍເປັນພວກທີ່ກຽດຊັງຂ້ານ້ອຍທັງສິ້ນ.
\s5
\v 19 ເມື່ອຂ້ານ້ອຍເດືອດຮ້ອນ ພວກເຂົາກໍໂຈມຕີ ດີແຕ່ຂ້ານ້ອຍມີອົງພຣະຜູ້ເປັນເຈົ້າ ຄຸ້ມຄອງໄວ້.
\v 20 ພຣະອົງຊ່ວຍຊູຂ້ານ້ອຍ ຈາກອັນຕະລາຍ ໂດຍຊ່ວຍໃຫ້ພົ້ນໄພ ເພາະ ຊົງພໍໃຈໃນຂ້ານ້ອຍ.
\v 21 ເພາະເຮັດຖືກຕ້ອງ ອົງພຣະຜູ້ເປັນເຈົ້າຈຶ່ງໃຫ້ບາໍເໜັດ ເພາະບໍ່ມີຄວາມຜິດ ພຣະອົງຈຶ່ງອວຍພອນໃຫ້.
\s5
\v 22 ສ່ວນກົດບັນຍັດຂອງອົງພຣະຜູ້ເປັນເຈົ້າ ຂ້ານ້ອຍກໍເຊື່ອຟັງ ທັງບໍ່ໄດ້ຫັນໜີຈາກ ພຣະເຈົ້າຈັກເທື່ອ.
\v 23 ຂ້ານ້ອຍເຮັດຕາມ ກົດບັນຍັດທັງໝົດ ທັງບໍ່ໄດ້ລະເມີດຂໍ້ຄໍາສັ່ງຂອງພຣະອົງດ້ວຍ.
\s5
\v 24 ພຣະອົງຮູ້ວ່າ ຂ້ານ້ອຍບໍ່ມີຄວາມຜິດໃດ ໆ ແລະ ຂ້ານ້ອຍໄດ້ລະວັງບໍ່ເຮັດການ ອັນຊົ່ວຮ້າຍ.
\v 25 ສະນັ້ນ ເພາະເຮັດຖືກຕ້ອງ ຈຶ່ງໄດ້ຮັບບາໍເໜັດ ເພາະຊົງຮູ້ດີວ່າ ຂ້ານ້ອຍບໍ່ມີຄວາມຜິດໃດ ໆ ທັງນັ້ນ.
\s5
\v 26 ພຣະອົງສັດຊື່ຕໍ່ຜູ້ທີ່ສັດຊື່ຕໍ່ພຣະອົງ ຊົງເຮັດດີຕໍ່ພວກທີ່ [ສ] ບໍ່ມີມົນທິນຈັກດີ້.
\v 27 ພຣະອົງຊົງບໍຣິສຸດຕໍ່ຜູ້ທີ່ບໍຣິສຸດ ແຕ່ຊົງເປັນສັດຕູຕໍ່ຜູ້ທີ່ຊົ່ວຮ້າຍ.
\s5
\v 28 ພຣະອົງຊ່ວຍຜູ້ທີ່ຖ່ອມຕົວໃຫ້ພົ້ນໄພ ແຕ່ຄົນຈອງຫອງ ຊົງເຮັດໃຫ້ພວກເຂົາຖ່ອມຕົວລົງ.
\v 29 ຂ້າແດ່ ອົງພຣະຜູ້ເປັນເຈົ້າ ພຣະອົງເປັນແສງແຈ້ງທີ່ເຍືອງທາງໃຫ້ຂ້ານ້ອຍເດີນໄປ ພຣະອົງເຮັດໃຫ້ຄວາມມືດອັນຕຶບໜາ ພາຍໃນຂ້ານ້ອຍສະຫລາຍໄປສິ້ນ.
\s5
\v 30 ພຣະອົງຊູກາໍລັງຂ້ານ້ອຍໂຈມຕີສັດຕູ ແລະ ໃຫ້ຊະນະໜ່ວຍປ້ອງກັນເຂົາເຈົ້າ.
\v 31 ພຣະເຈົ້າກະທາໍລ້ວນແຕ່ຖືກຕ້ອງທີ່ສຸດ ຄໍາສັນຍາຂອງພຣະອົງ ກໍເປັນທີ່ວາງໃຈໄດ້ ພຣະອົງເປັນຄືໂລ້ ທີ່ໃຊ້ໄວ້ຕ້ານທານສໍາລັບ ທຸກຄົນທີ່ຂໍການຄຸ້ມຄອງຈາກພຣະອົງ.
\s5
\v 32 ອົງພຣະຜູ້ເປັນເຈົ້າ ອົງດຽວທີ່ເປັນພຣະເຈົ້າ ພຣະອົງເທົ່ານັ້ນທີ່ເປັນຜູ້ປ້ອງກັນ ພວກເຮົາ.
\v 33 ພຣະເຈົ້າອົງນີ້ເປັນທີ່ເພິ່ງອັນເຂັ້ມແຂງ ຊົງຈັດຕຽມ [ຊ] ທາງອັນປອດໄພໃຫ້ຂ້ານ້ອຍໄດ້.
\s5
\v 34 ພຣະອົງໃຫ້ຂ້ານ້ອຍຍ່າງຄ່ອງແຄ້ວ ດັ່ງໂຕກວາງທີ່ເທິງພູເຂົາ ຊົງຮັກສາຂ້ານ້ອຍໃຫ້ປອດໄພໄດ້.
\v 35 ພຣະອົງຫລໍ່ຫລອມຂ້ານ້ອຍ ສໍາລັບສູ້ຮົບຕົບຕີ ເພື່ອວ່າຈະມີກາໍລັງກົ່ງຄັນທະນູໄດ້.
\s5
\v 36 ຂ້າແດ່ ອົງພຣະຜູ້ເປັນເຈົ້າ ພຣະອົງປົກປ້ອງ ທັງຊ່ວຍໃຫ້ພົ້ນໄພ ຄຸນຄວາມດີຂອງພຣະອົງ ເຮັດໃຫ້ຂ້ານ້ອຍຈະເລີນໃຫຍ່ຂຶ້ນ.
\v 37 ພຣະອົງຮັກສາຂ້ານ້ອຍບໍ່ໃຫ້ຖືກຈັບ ແລະ ຂ້ານ້ອຍກໍບໍ່ລົ້ມລົງຈັກເທື່ອ.
\s5
\v 38 ຂ້ານ້ອຍໄລ່ຕາມ ແລະ ເອົາຊະນະສັດຕູ ບໍ່ຍອມຢຸດ ຈົນພວກເຂົາຖືກທາໍລາຍສິ້ນ.
\v 39 ຂ້ານ້ອຍຕີເຂົາລົ້ມ ຈົນລຸກຂຶ້ນບໍ່ເປັນ ພວກເຂົາຈຶ່ງນອນຕາຍຢ່າງອັບອາຍຢູ່ ຢ່າງນັ້ນ.
\s5
\v 40 ພຣະອົງໃຫ້ຂ້ານ້ອຍມີແຮງ ໃນການ ສູ້ຮົບ ແລະ ໃຫ້ຄວາມມີໄຊໄດ້ຕໍ່ໜ້າເຫລົ່າສັດຕູ.
\v 41 ພຣະອົງເຮັດໃຫ້ເຫລົ່າສັດຕູແລ່ນໜີໄປ ຂ້ານ້ອຍໄດ້ທາໍລາຍຜູ້ທີ່ກຽດຊັງຂ້ານ້ອຍ.
\s5
\v 42 ພວກເຂົາຊອກຫາຜູ້ຊ່ວຍ ແຕ່ບໍ່ມີຜູ້ໃດຊ່ວຍພວກເຂົາເລີຍ ພວກເຂົາຮ້ອງຫາອົງພຣະຜູ້ເປັນເຈົ້າ ແຕ່ພຣະອົງກໍບໍ່ຕອບ.
\v 43 ຂ້ານ້ອຍທາໍລາຍພວກເຂົາໃຫ້ໝຸ່ນໝົດ ຂ້ານ້ອຍຢຽບພວກເຂົາ ຄື ຢຽບຂີ້ຕົມຕາມທາງຍ່າງ.
\s5
\v 44 ພຣະອົງຊ່ວຍໃຫ້ພົ້ນຈາກຄົນກະບົດ ໂຜດໃຫ້ໄດ້ປົກຄອງບັນດາປະຊາຊາດ. ຊົນຊາດທີ່ຂ້ານ້ອຍບໍ່ເຄີຍຮູ້ຈັກພວກເຂົາ ບັດນີ້ກໍໄດ້ກາຍມາເປັນຜູ້ຮັບໃຊ້.
\v 45 ຊາວຕ່າງດ້າວກົ້ມຂາບຂ້ານ້ອຍ ທຸກຄົນເມື່ອໄດ້ຍິນຂ້ານ້ອຍເວົ້າຈາ ກໍເຊື່ອຟັງໂລດ.
\v 46 ຄວາມກ້າຫານທີ່ພວກເຂົາມີກໍເສຍໄປໝົດ ຕົວສັ່ນເຊັນອອກມາ [ຍ] ຈາກປ້ອມເຂົາເຈົ້າ.
\s5
\v 47 ອົງພຣະຜູ້ເປັນເຈົ້າຊົງມີຊີວິດຢູ່ ຂ້ານ້ອຍຈະຍ້ອງຍໍສັນລະເສີນພຣະອົງ ຂ້ານ້ອຍ ຈະປະກາດຄວາມຍິ່ງໃຫຍ່ຂອງພຣະເຈົ້າ ຜູ້ຊ່ວຍໃຫ້ພົ້ນຂອງຂ້ານ້ອຍ
\v 48-49 ພຣະອົງໃຫ້ມີໄຊເໜືອສັດຕູທັງຫລາຍ. ພຣະອົງປາບປາມບັນດາຊົນຊາດ ໃຫ້ພວກເຂົາຢູ່ໃຕ້ອໍານາດຂອງຂ້ານ້ອຍ ໂດຍຊ່ວຍຂ້ານ້ອຍໃຫ້ພົ້ນຈາກເຫລົ່າສັດຕູ. ພຣະອົງໃຫ້ມີໄຊເໜືອສັດຕູ ແລະ ປົກຄອງຂ້ານ້ອຍຈາກ ພວກຄົນໂຫດຮ້າຍ.
\s5
\v 50 ຂ້າແດ່ ອົງພຣະຜູ້ເປັນເຈົ້າ ດັ່ງນັ້ນແຫລະ ຂ້ານ້ອຍຈຶ່ງຍ້ອງຍໍສັນລະເສີນພຣະອົງທ່າມກາງຊົນຊາດທັງຫລາຍ ຂ້ານ້ອຍຈະຂັບຮ້ອງບົດເພງຍ້ອງຍໍສັນລະເສີນພຣະນາມຂອງພຣະອົງ.
\v 51 ພຣະເຈົ້າໃຫ້ໄຊຊະນະອັນຍິ່ງໃຫຍ່ ແກ່ກະສັດທີ່ພຣະອົງໄດ້ຊົງເລືອກໄວ້ ທັງສໍາແດງຄວາມຮັກອັນໝັ້ນຄົງແກ່ຜູ້ທີ່ພຣະອົງໄດ້ຊົງຫົດສົງໄວ້ ຄື ແກ່ດາວິດ ແລະ ເຊື້ອສາຍຂອງຕົນສືບ ໆ ໄປ ຊົ່ວກາລະນານພຸ້ນ.”
\s5
\c 23
\p
\v 1 ກະສັດດາວິດ ເປັນລູກຊາຍຂອງເຢຊີ. ເພິ່ນເປັນຜູ້ທີ່ພຣະເຈົ້າໄດ້ສ້າງຂຶ້ນໃຫ້ເປັນຜູ້ຍິ່ງໃຫຍ່ ເປັນຜູ້ທີ່ພຣະເຈົ້າຂອງຢາໂຄບ ເຈີມຕັ້ງໃຫ້ເປັນກະສັດ ແລະ ໃຫ້ປະພັນເພງອັນອອນຊອນສໍາລັບຊາດອິດສະຣາເອນ. ຕໍ່ໄປນີ້ ແມ່ນຖ້ອຍຄໍາຄັ້ງສຸດທ້າຍຂອງກະສັດດາວິດ:
\v 2 “ພຣະວິນຍານຂອງອົງພຣະຜູ້ເປັນເຈົ້າ ກ່າວຜ່ານຂ້ານ້ອຍ ຖ້ອຍຄໍາພຣະອົງຢູ່ທີ່ລີ້ນຂອງຂ້ານ້ອຍ.
\s5
\v 3 ພຣະເຈົ້າຊາດອິດສະຣາເອນ ໄດ້ກ່າວຕໍ່ຂ້ານ້ອຍ ຜູ້ຄຸ້ມຄອງຊາດອິດສະຣາເອນໄດ້ກ່າວດັ່ງນີ້: ກະສັດຜູ້ທີ່ປົກຄອງດ້ວຍຄວາມຍຸດຕິທາໍ ແລະ ປົກຄອງດ້ວຍຄວາມຢໍາເກງພຣະເຈົ້າ.
\v 4 ເພິ່ນກໍເປັນດັ່ງຕາເວັນສ່ອງແສງໃນຕອນເຊົ້າ ທີ່ບໍ່ມີເມກມາບັງໄວ້ ເປັນດັ່ງຕາເວັນສ່ອງແສງແດດໃສ່ຫຍ້າຂຽວອ່ອນ ແລະ ສົດໃສຂຶ້ນ ຫລັງຈາກຝົນຕົກ.
\s5
\v 5 ພຣະເຈົ້າອວຍພອນໃຫ້ເຊື້ອສາຍຂອງ ຂ້ານ້ອຍດັ່ງນີ້ແຫລະ ເພາະຊົງຕັ້ງພັນທະສັນຍາກັບຂ້ານ້ອຍສືບໄປ, ເປັນຄໍາຕົກລົງທີ່ຈະບໍ່ຖືກຍົກເລີກ ເປັນຄໍາສັນຍາທີ່ຈະປ່ຽນແປງບໍ່ໄດ້. ທັງໝົດນີ້ແຫລະ ຄືສິ່ງທີ່ຂ້ານ້ອຍຕ້ອງການ ຄື ຊົງມອບໄຊຊະນະໃຫ້ໃນທຸກ ໆ ສະພາບການ.
\s5
\v 6 ແຕ່ຄົນບໍ່ນັບຖືພຣະເຈົ້າ ກໍຄືໜາມທີ່ຖືກຕັດບໍ່ມີຜູ້ໃດແຕະຕ້ອງມັນໂດຍມືເປົ່າໄດ້.
\v 7 ຄົນຈະໃຊ້ຫອກ ຫລື ໃຊ້ເຄື່ອງມືເປັນເຫລັກ, ພວກເຂົາຈະຖືກໄຟເຜົາໄໝ້ຈົນໝົດສິ້ນ. ” [ດ]
\s5
\v 8 ບັນດາທະຫານທີ່ມີຊື່ສຽງຂອງກະສັດດາວິດ ມີລາຍຊື່ຕໍ່ໄປນີ້: ຜູ້ທາໍອິດຊື່ວ່າ ໂຢເຊບ ບັດເຊເບັດ ຊາວຕາເກໂມນ. ລາວເປັນ ຫົວໜ້າຂອງຈອມສາມທະຫານເອກ. [ຕ] ລາວໄດ້ໃຊ້ຫອກ [ຖ] ເປັນອາວຸດ ເພື່ອຕໍ່ສູ້ທະຫານແປດຮ້ອຍຄົນ ແລະ ຂ້າທຸກຄົນໄດ້ໃນສະໜາມຮົບບັ້ນດຽວ.
\s5
\v 9 ຜູ້ທີສອງຂອງຈອມສາມທະຫານເອກ ແມ່ນ ເອເລອາຊາ ລູກຊາຍຂອງໂດໂດ ໃນຕະກຸນອາໂຮ. ມື້ໜຶ່ງ ເອເລອາຊາ ກັບກະສັດດາວິດໄດ້ທ້າທາຍຊາວຟີລິດສະຕິນ ທີ່ມາເຕົ້າໂຮມກັນເພື່ອຈະເຮັດເສິກ. ຊາວອິດສະຣາເອນໄດ້ຖອຍໄປ,
\v 10 ແຕ່ ເອເລອາຊາ ໄດ້ຢືນຕໍ່ສູ້ພວກຟີລິດສະຕິນຈົນມືລາວຈັງ ແລະ ວາງດາບອອກຈາກມືບໍ່ໄດ້. ໃນມື້ນັ້ນ ອົງພຣະຜູ້ເປັນເຈົ້າໄດ້ຊົງປະທານໄຊຊະນະຢ່າງໃຫຍ່ຫລວງ. ຫລັງຈາກເສິກ ສິ້ນສຸດລົງແລ້ວ ຊາວອິດສະຣາເອນຈຶ່ງກັບ ມາຫາ ເອເລອາຊາ ເພື່ອປົດເອົາອາວຸດຈາກ ພວກທີ່ຖືກຂ້າເທົ່ານັ້ນ.
\s5
\v 11 ຜູ້ທີສາມ ຢູ່ໃນຈອມສາມທະຫານເອກ ແມ່ນ ຊາມມາ ລູກຊາຍຂອງອາກີ ຊາວເມືອງຮາຣາເຣ. ພວກຟີລິດສະຕິນໄດ້ເຕົ້າໂຮມກັນຢູ່ທີ່ ເລຮີ ບ່ອນທີ່ມີສວນໝາກຖົ່ວ. ສ່ວນພວກ ອິດສະຣາເອນນັ້ນ ໄດ້ປົບໜີໄປຈາກພວກ ຟີລິດສະຕິນ
\v 12 ແຕ່ຊາມມາ ໄດ້ຢືນຢູ່ທີ່ກາງສວນນັ້ນ ສູ້ຮົບພວກຟີລິດສະຕິນໃຫ້ຖອຍ ໜີໄປ. ໃນມື້ນັ້ນ ອົງພຣະຜູ້ເປັນເຈົ້າໄດ້ຊົງປະທານໄຊຊະນະຢ່າງໃຫຍ່ຫລວງ.
\s5
\v 13 ພໍໃກ້ລະດູເກັບກ່ຽວ [ທ] ໄດ້ມີທະຫານ ສາມຄົນໃນຈໍານວນທະຫານເອກສາມສິບຄົນ ລົງໄປໃນຖໍ້າອາດຸນລໍາ ບ່ອນທີ່ກະສັດດາວິດອາໄສຢູ່ ໃນຂະນະທີ່ກອງທັບຂອງພວກຟີລິດສະຕິນພວມຕັ້ງທີ່ໝັ້ນ ຢູ່ທີ່ຮ່ອມພູເຣຟາອິມ.
\v 14 ໃນເວລານັ້ນ ກະສັດດາວິດຢູ່ທີ່ເທິງພູ ບ່ອນມີປ້ອມປ້ອງກັນອັນແໜ້ນໜາ ແລະ ພວກຟີລິດສະຕິນ ອີກໝວດໜຶ່ງກໍຢຶດເອົາເມືອງເບັດເລເຮັມໄວ້ໄດ້.
\s5
\v 15 ກະສັດດາວິດຄິດຮອດບ້ານ ຈຶ່ງໄດ້ເວົ້າຂຶ້ນວ່າ, “ເຮົາຢາກໃຫ້ຜູ້ໃດຜູ້ໜຶ່ງໄປເອົານາໍ້ ຈາກສ້າງທີ່ຢູ່ໃກ້ກັບປະຕູເມືອງເບັດເລເຮັມ ມາໃຫ້ເຮົາດື່ມເດ. ”
\v 16 ຈອມສາມທະຫານເອກຈຶ່ງໄດ້ບຸກຜ່ານຄ້າຍຂອງພວກຟີລິດສະຕິນໄປຕັກນາໍ້ຈາກສ້າງ ແລະ ເອົານາໍ້ມາໃຫ້ກະສັດດາວິດດື່ມ, ແຕ່ແທນທີ່ເພິ່ນຈະດື່ມ ເພິ່ນຊໍ້າຖອກນາໍ້ນັ້ນລົງດິນເປັນເຄື່ອງບູຊາ ຖວາຍແກ່ອົງພຣະຜູ້ເປັນເຈົ້າ
\v 17 ແລະ ກ່າວວ່າ, “ຂ້າແດ່ອົງພຣະຜູ້ເປັນເຈົ້າ ຂ້ານ້ອຍບໍ່ອາດດື່ມນາໍ້ນີ້ໄດ້ດອກ ເພາະມັນສໍ່າກັບດື່ມເລືອດຂອງຊາຍທັງສາມ ທີ່ໄດ້ສ່ຽງຊີວິດຂອງ ພວກເຂົາໄປເອົານາໍ້ນີ້. ” ດັ່ງນັ້ນ ກະສັດດາວິດ ຈຶ່ງບໍ່ຍອມດື່ມນໍ້ານັ້ນ. ສິ່ງທີ່ກ່າວມານັ້ນ ແມ່ນ ການກະທາໍອັນອົງອາດກ້າຫານຂອງຈອມສາມທະຫານເອກ.
\s5
\v 18 ອາບີໄຊ ນ້ອງຊາຍຂອງໂຢອາບ (ສອງ ຄົນນີ້ເປັນລູກຊາຍຂອງນາງເຊຣູອີຢາ) ເປັນຫົວໜ້າຂອງທະຫານເອກສາມສິບຄົນ. [ນ] ລາວໃຊ້ຫອກເປັນອາວຸດສູ້ຮົບສັດຕູສາມຮ້ອຍຄົນ ແລະ ຂ້າໄດ້ທັງໝົດ. ສະນັ້ນລາວຈຶ່ງກາຍເປັນຜູ້ມີຊື່ສຽງໃນຈາໍນວນທະຫານ ເອກສາມສິບຄົນ. [ບ]
\v 19 ລາວເປັນຜູ້ມີຊື່ສຽງທີ່ສຸດ ໃນພວກທະຫານເອກສາມສິບຄົນນັ້ນ ແລະ ໄດ້ເປັນຫົວໜ້າຂອງພວກເຂົາ, ແຕ່ລາວບໍ່ໄດ້ມີຊື່ສຽງເທົ່າກັບຈອມສາມທະຫານເອກ.
\s5
\v 20 ເບນາອີຢາ ລູກຊາຍຂອງເຢໂຮຍອາດາ ຊາວກັບເຊເອນ ເປັນທະຫານທີ່ມີຊື່ສຽງອີກຄົນໜຶ່ງ; ລາວໄດ້ສ້າງວິລະກາໍໄວ້ຫລາຍຢ່າງຄື ໄດ້ຂ້າທະຫານໂມອາບຜູ້ສໍາຄັນສອງຄົນ. ມີຄັ້ງໜຶ່ງ ໃນມື້ຫິມະຕົກ ລາວໄດ້ລົງໄປໃນຫລຸມ ແລະ ໄດ້ຂ້າສິງໂຕໜຶ່ງ.
\v 21 ລາວຍັງໄດ້ຂ້າຄົນເອຢິບຜູ້ໜຶ່ງ ຊຶ່ງເປັນຄົນຮ່າງໃຫຍ່ ແລະ ມີຫອກເປັນອາວຸດ. ເບນາອີຢາຕໍ່ສູ້ລາວ ໂດຍໃຊ້ໄມ້ຄ້ອນເພື່ອຍາດ ຫອກຈາກມືຂອງຄົນເອຢິບ ແລະ ໃຊ້ຫອກ ນັ້ນຂ້າຄູ່ຕໍ່ສູ້.
\s5
\v 22 ນີ້ແຫລະ ແມ່ນວິລະກາໍຂອງເບນາອີຢາ ຜູ້ໜຶ່ງໃນພວກທະຫານເອກສາມສິບຄົນ. [ບ]
\v 23 ລາວເປັນຜູ້ເກັ່ງກ້າໃນທ່າມກາງພວກເຂົາ ແຕ່ຍັງບໍ່ມີຊື່ສຽງເທົ່າກັບຈອມສາມທະຫານເອກ. ກະສັດດາວິດໄດ້ເອົາລາວ ເປັນທະຫານປ້ອງກັນຕົວຂອງເພິ່ນ.
\s5
\v 24 ສະມາຊິກຄົນອື່ນ ໆ ໃນຈາໍນວນທະຫານເອກສາມສິບຄົນນັ້ນ ມີດັ່ງນີ້: ອາຊາເຮນ ນ້ອງຊາຍຂອງໂຢອາບ; ເອນຮານານ ລູກຊາຍຂອງໂດໂດ ຊາວເມືອງເບັດເລເຮັມ.
\v 25 ຊາມມາ ແລະ ເອລີກາ ຊາວຮາໂຣດ.
\v 26 ເຮເຫລັດ ຊາວເປເຫລັດ; ອີຣາ ລູກຊາຍຂອງອິກເກເຊ ຊາວເຕກົວ.
\v 27 ອາບີເອເຊ ຊາວອານາໂທດ; ເມບຸນນາຍ ຊາວຮູຊາ.
\v 28 ຊັນໂມນ ຊາວອາໂຮ ມະຫາໄຣ ຊາວເນໂຕຟາ.
\s5
\v 29 ເຮເຫລັບ ລູກຊາຍຂອງບາອານາ ຊາວເນໂຕຟາ; ອິດໄຕ ລູກຊາຍຣີໄບ ຊາວກີເບອາ ເຜົ່າເບັນຢາມິນ.
\v 30 ເບນາອີຢາ ຊາວປີຣໂທນ; ຮິດໄດ ຊາວຮ່ອມພູໃກ້ເມືອງກາອັດ.
\v 31 ອາບີອານໂບນ ຊາວອາຣາບາ; ອາຊະມາເວດ ຊາວບາຮູຣິມ.
\v 32 ເອລີອາບາ ຊາວສາອານໂບນ; ພວກລູກຊາຍຂອງຢາເສນ: ໂຢນາທານ.
\s5
\v 33 ຊາມມາ ຊາວຮາຣາເຣ; ອາຮີອາມ ລູກຊາຍຂອງສາຣາກ ຊາວຮາຣາເຣ.
\v 34 ເອລີເຟເລດ ລູກຊາຍອາຮາສະໄບ ຊາວມາອາກາ; ເອລີອາມ ລູກຊາຍຂອງອາຮີໂຕເຟນ ຊາວກີໂລ.
\v 35 ເຮຊະໂຣ ຊາວກາເມນ; ປາອາໄຣ ຊາວອາຣັບ.
\v 36 ອີການ ລູກຊາຍຂອງນາທານ ຊາວໂຊບາ; ບານີ ຊາວກາດ.
\s5
\v 37 ເສເຫລັກ ຊາວອໍາໂມນ; ນາຮາໄຣ ຊາວເບເອໂຣດ ຜູ້ຖືອາວຸດໃຫ້ໂຢອາບ ລູກຊາຍຂອງນາງເຊຣູອີຢາ.
\v 38 ອີຣາ ແລະ ຄາເຣັບ ຊາວຢັດຕີ.
\v 39 ອູຣິຢາ ຊາວຮິດຕີ. ທະຫານທັງໝົດທີ່ມີຊື່ສຽງນັ້ນ ມີຢູ່ສາມສິບເຈັດຄົນ.
\s5
\c 24
\p
\v 1 ຢູ່ມາ ອົງພຣະຜູ້ເປັນເຈົ້າໄດ້ໂກດຮ້າຍຊາດອິດສະຣາເອນ ຈຶ່ງໃຫ້ກະສັດດາວິດນາໍ ເອົາຄວາມເດືອດຮ້ອນມາສູ່ພວກເຂົາ. ອົງພຣະຜູ້ເປັນເຈົ້າກ່າວຕໍ່ກະສັດດາວິດ ວ່າ, “ຈົ່ງໄປນັບເບິ່ງຊາວອິດສະຣາເອນ ກັບ ຊາວຢູດາ. ”
\v 2 ດັ່ງນັ້ນ ກະສັດດາວິດຈຶ່ງເວົ້າກັບໂຢອາບ ຜູ້ບັນຊາການທະຫານຂອງເພິ່ນວ່າ, “ທ່ານເອງກັບທະຫານຂອງທ່ານ ຈົ່ງອອກໄປໃນທົ່ວທຸກເຜົ່າຂອງຊາດອິດສະຣາເອນ ຕັ້ງແຕ່ເໜືອຕະຫລອດໃຕ້. ແລ້ວໃຫ້ນັບເບິ່ງປະຊາຊົນ ເພາະເຮົາເອງຢາກຮູ້ວ່າພວກເຂົາ ມີຈາໍນວນຫລາຍເທົ່າໃດ.”
\s5
\v 3 ແຕ່ໂຢອາບ ຕອບກະສັດວ່າ, “ຂ້າແດ່ພະຣາຊາ ຂໍໃຫ້ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງທ່ານໂຜດໃຫ້ມີປະຊາຊົນອິດສະຣາເອນ ເພີ່ມຂຶ້ນຫລາຍກວ່າດຽວນີ້ຮ້ອຍເທົ່າ ແລະ ຂໍໃຫ້ທ່ານຈົ່ງໝັ້ນຍືນ ຈົນໄດ້ເຫັນສິ່ງທີ່ພຣະອົງກະທາໍການເຖີດ. ເປັນຫຍັງ ທ່ານຈຶ່ງຕ້ອງການເຮັດເຊັ່ນນີ້? ”
\v 4 ແຕ່ກະສັດໄດ້ບັງຄັບໃຫ້ໂຢອາບ ກັບພວກນາຍທະຫານ ປະຕິບັດຕາມຄໍາສັ່ງຂອງຕົນ. ພວກເຂົາຈຶ່ງລາເພິ່ນໄປ ເພື່ອນັບເບິ່ງຈໍານວນປະຊາຊົນອິດສະຣາເອນ.
\s5
\v 5 ພວກເຂົາຂ້າມແມ່ນໍ້າຈໍແດນ ໄປຕັ້ງຄ້າຍ ຢູ່ທາງທິດໃຕ້ຂອງອາໂຣເອ ຊຶ່ງເປັນເມືອງໜຶ່ງທີ່ຢູ່ກາງຮ່ອມພູ ໃນເຂດແດນຂອງເຜົ່າກາດ. [ປ] ຈາກບ່ອນນີ້ ພວກເຂົາກໍອອກໄປ ທາງທິດເໜືອ ຈົນເຖິງເມືອງຢາເຊ
\v 6 ແລະ ອອກໄປຍັງເມືອງກີເລອາດ ກັບເມືອງກາເດັດ ໃນເຂດແດນຂອງຊາວຮິດຕີ. [ຜ] ຕໍ່ມາ ພວກເຂົາໄດ້ໄປຍັງເມືອງດານ ແລະ ຈາກເມືອງ ດານພວກເຂົາໄດ້ໄປ [ຝ] ທາງທິດຕາເວັນຕົກ ຈົນເຖິງເມືອງຊີໂດນ.
\v 7 ແລ້ວພວກເຂົາກໍໄດ້ໄປທາງທິດໃຕ້ ຈົນເຖິງເມືອງຕີເຣ ຊຶ່ງເປັນເມືອງທີ່ມີປ້ອມປ້ອງກັນອັນເຂັ້ມແຂງ ແລະ ໄປທົ່ວທຸກເມືອງຂອງຊາວຮີວີ ແລະ ຂອງຊາວການາອານ ແລະໃນທີ່ສຸດ ພວກເຂົາກໍມາເຖິງເມືອງເບເອນເຊບາ ທາງພາກໃຕ້ຂອງຢູດາຍ.
\s5
\v 8 ຫລັງຈາກໄດ້ເດີນທາງຜ່ານໄປທົ່ວທຸກ ຫົວເມືອງ ເປັນເວລາເກົ້າເດືອນກັບຊາວມື້ ແລ້ວພວກເຂົາກໍກັບຄືນມາຍັງນະຄອນເຢຣູຊາເລັມ.
\v 9 ພວກເຂົາໄດ້ລາຍງານຕໍ່ກະສັດຈາໍນວນປະຊາຊົນທັງໝົດ ທີ່ເປັນທະຫານໄດ້ມີດັ່ງນີ້: ແປດແສນຄົນ ໃນດິນແດນອິດສະຣາເອນ ແລະ ຫ້າແສນຄົນໃນດິນແດນຢູດາຍ.
\s5
\v 10 ແຕ່ຫລັງຈາກກະສັດດາວິດໄດ້ສໍາຫລວດເບິ່ງຈາໍນວນປະຊາຊົນແລ້ວ ເພິ່ນກໍເປັນທຸກໃຈຫລາຍ. ສະນັ້ນເພິ່ນຈຶ່ງເວົ້າກັບອົງພຣະຜູ້ເປັນເຈົ້າວ່າ, “ຂ້ານ້ອຍເຮັດຜິດຢ່າງຮ້າຍແຮງ ທີ່ໄດ້ກະທາໍເຊັ່ນນີ້. ສະນັ້ນ ຂໍພຣະອົງຍົກໂທດໃຫ້ຂ້ານ້ອຍດ້ວຍເທີ້ນ ເພາະຂ້ານ້ອຍໄດ້ເຮັດໄປຢ່າງໂງ່ຈ້າທີ່ສຸດ.”
\s5
\v 11-12 ຕໍ່ມາ ອົງພຣະຜູ້ເປັນເຈົ້າໄດ້ກ່າວຕໍ່ ກາດ ຜູ້ທາໍນວາຍປະຈາໍຕົວຂອງກະສັດດາວິດ ວ່າ, “ຈົ່ງໄປບອກດາວິດ ວ່າເຮົາພວມໃຫ້ລາວເລືອກເອົາຢ່າງໜຶ່ງໃນສາມຢ່າງ ແລະ ເຮົາຈະເຮັດຕາມທີ່ລາວໄດ້ເລືອກເອົານັ້ນ. ” ດັ່ງນັ້ນ ໃນເຊົ້າຂອງວັນຕໍ່ມາ ຫລັງຈາກກະສັດດາວິດຕື່ນແຕ່ນອນແລ້ວ
\s5
\v 13 ກາດ ກໍໄປບອກກະສັດຕາມທີ່ອົງພຣະ ຜູ້ເປັນເຈົ້າໄດ້ບອກນັ້ນ ແລະ ຖາມເພິ່ນວ່າ, “ທ່ານຈະເລືອກເອົາຢ່າງໃດ: ເກີດການອຶດຢາກຢູ່ໃນດິນແດນ ເປັນເວລາສາມປີ [ພ] ຫລື ວ່າ ປົບໜີຈາກສັດຕູໄລ່ເປັນເວລາສາມ ເດືອນ ຫລືວ່າ ເກີດໂຣກລະບາດໃນດິນແດນ ເປັນເວລາສາມວັນ. ບັດນີ້ ໃຫ້ທ່ານຄິດເບິ່ງ ແລະ ຕອບຂ້ານ້ອຍມາ ເພື່ອຂ້ານ້ອຍຈະໄດ້ນາໍຄໍາຕອບຂອງທ່ານ ກັບຄືນໄປບອກອົງພຣະຜູ້ເປັນເຈົ້າ. ”
\v 14 ກະສັດດາວິດຕອບລາວ ວ່າ, “ເຮົາຕົກຢູ່ໃນສະພາບຈົນຕາແຈແທ້ ໆ, ແຕ່ເຮົາບໍ່ຕ້ອງການໃຫ້ມະນຸດ ລົງໂທດເຮົາ. ໃຫ້ອົງພຣະຜູ້ເປັນເຈົ້າລົງໂທດ ເຮົາສາ ເພາະພຣະອົງມີໃຈເມດຕາ.”
\s5
\v 15 ດັ່ງນັ້ນ ອົງພຣະຜູ້ເປັນເຈົ້າຈຶ່ງເຮັດໃຫ້ໂຣກລະບາດ ເກີດຂຶ້ນໃນຊາດອິດສະຣາເອນ, ຕັ້ງແຕ່ເຊົ້າຈົນເຖິງຍາມທີ່​ພຣະອົງໄດ້ກາໍນົດໄວ້. ຊາວອິດສະຣາເອນທົ່ວທັງດິນແດນ ໄດ້ຕາຍໄປເຈັດສິບພັນຄົນ.
\v 16 ໃນຂະນະທີ່ເທວະດາຂອງອົງພຣະຜູ້ເປັນເຈົ້າ ເກືອບຈະທາໍລາຍນະຄອນເຢຣູຊາເລັມນັ້ນ ອົງພຣະຜູ້ເປັນເຈົ້າປ່ຽນໃຈ ເຖິງການລົງໂທດປະຊາຊົນ. ພຣະອົງສົ່ງເທວະດາທີ່ກໍາລັງຂ້າພວກເຂົາຢູ່ນັ້ນ ວ່າ, “ຢຸດ! ສ່ຳນີ້ກໍພໍແລ້ວ. ” ໃນຂະນະນັ້ນ ເທວະດາກາໍລັງຢືນຢູ່ໃກ້ກັບລານຟາດເຂົ້າຂອງອາໂຣນາ ຊາວເຢບຸດ.
\s5
\v 17 ເມື່ອກະສັດດາວິດເຫັນເທວະດາຕົນທີ່ພວມຂ້າປະຊາຊົນຢູ່ນັ້ນ ເພິ່ນຈຶ່ງຮ້ອງຂໍຕໍ່ອົງພຣະຜູ້ເປັນເຈົ້າ ວ່າ, “ຂ້ານ້ອຍເປັນຄົນເຮັດຜິດ ພວກທີ່ໜ້າສັງເວດເຫລົ່ານີ້ບໍ່ໄດ້ເຮັດຫຍັງຜິດເລີຍ. ສະນັ້ນ ຂໍພຣະອົງລົງໂທດຂ້ານ້ອຍ ແລະ ຄອບຄົວຂອງຂ້ານ້ອຍເທີ້ນ.”
\s5
\v 18 ໃນວັນດຽວກັນນັ້ນ ກາດໄດ້ໄປຫາກະສັດດາວິດ ແລະ ເວົ້າວ່າ, “ໃຫ້ທ່ານຂຶ້ນໄປ ທີ່ລານຟາດເຂົ້າຂອງອາໂຣນາ ແລະ ສ້າງແທ່ນບູຊາຖວາຍແກ່ອົງພຣະຜູ້ເປັນເຈົ້າຢູ່ທີ່ນັ້. ”
\v 19 ກະສັດດາວິດຈຶ່ງເຮັດຕາມຄໍາສັ່ງຂອງອົງພຣະຜູ້ເປັນເຈົ້າ ດ້ວຍຄວາມເຊື່ອຟັງ. ສະນັ້ນເພິ່ນຈຶ່ງໄປຕາມທີ່ກາດ ໄດ້ບອກ.
\v 20 ເມື່ອອາໂຣນາ ຫລຽວລົງມາເຫັນກະສັດ ແລະ ພວກຂ້າຣາຊການຂອງເພິ່ນມາຫາຕົນ ລາວຈຶ່ງຂາບລົງຕໍ່ໜ້າກະສັດ
\s5
\v 21 ແລະ ຖາມວ່າ, “ຂ້າແດ່ພະຣາຊາ ດ້ວຍເຫດໃດທ່ານຈຶ່ງມາທີ່ນີ້? ” ກະສັດດາວິດຕອບ ວ່າ, “ເຮົາມາຂໍຊື້ລານຟາດເຂົ້າຂອງເຈົ້າ ແລະ ສ້າງແທ່ນບູຊາຖວາຍ ແກ່ອົງພຣະຜູ້ເປັນເຈົ້າ ເພື່ອໂຣກລະບາດຈະໄດ້ໝົດໄປ. ”
\v 22 ອາໂຣນາ ບອກວ່າ, “ຂ້າແດ່ພະຣາຊາ ເຊີນທ່ານເອົາໄດ້ ແລະ ຖວາຍແກ່ອົງພຣະຜູ້ເປັນເຈົ້າ ຕາມທີ່ທ່ານຕ້ອງການເຖີດ ນີ້ເດ ງົວສໍາລັບເຜົາຖວາຍບູຊາ ແລະ ນີ້ແມ່ນແອກກັບໄມ້ຟາດເຂົ້າ ສໍາລັບໃຊ້ເຮັດຟືນ. ”
\v 23 ອາໂຣນາ ໄດ້ມອບສິ່ງທັງໝົດນີ້ໃຫ້ກະສັດ [ຟ] ແລະ ເວົ້າກັບເພິ່ນວ່າ, “ຂໍໃຫ້ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງທ່ານຮັບເອົາເຄື່ອງຖວາຍຂອງທ່ານເຖີດ.”
\s5
\v 24 ແຕ່ກະສັດຕອບວ່າ, “ບໍ່ ເຮົາຈະຈ່າຍເງິນໃຫ້ເຈົ້າ ເຮົາຈະເອົາສິ່ງທີ່ບໍ່ໄດ້ຊື້ມາ ຖວາຍບູຊາແກ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ ຂອງເຮົາບໍ່ໄດ້. ” ແລ້ວກະສັດດາວິດ ກໍຊື້ລານຟາດເຂົ້າ ແລະ ງົວເຖິກ ເປັນເງິນຫ້າສິບຫລຽນ.
\v 25 ເພິ່ນໄດ້ສ້າງແທ່ນບູຊາຖວາຍ ແກ່ອົງພຣະຜູ້ເປັນເຈົ້າຢູ່ທີ່ນັ້ນ ແລະ ຖວາຍ ເຄື່ອງເຜົາບູຊາ ຕະຫລອດທັງເຄື່ອງບູຊາເພື່ອຄວາມສາມັກຄີທາໍແກ່ພຣະອົງ. ອົງພຣະຜູ້ເປັນເຈົ້າໄດ້ຕອບຄໍາພາວັນນາອະທິຖານ ຂອງກະສັດດາວິດ ແລ້ວໂຣກລະບາດໃນດິນແດນອິດສະຣາເອນໍກໍໄດ້ໝົດໄປ.