lo_bible/09-1SA.usfm

1667 lines
354 KiB
Plaintext
Raw Permalink Blame History

This file contains ambiguous Unicode characters

This file contains Unicode characters that might be confused with other characters. If you think that this is intentional, you can safely ignore this warning. Use the Escape button to reveal them.

\id 1SA
\ide UTF-8
\h ພ​ຣະ​ທຳ ຊາ​ມູ​ເອນ​ທີ​ໜຶ່ງ
\toc1 ພ​ຣະ​ທຳ ຊາ​ມູ​ເອນ​ທີ​ໜຶ່ງ
\toc2 ພ​ຣະ​ທຳ ຊາ​ມູ​ເອນ​ທີ​ໜຶ່ງ
\toc3 1sa
\mt ພ​ຣະ​ທຳ ຊາ​ມູ​ເອນ​ທີ​ໜຶ່ງ
\s5
\c 1
\p
\v 1 ຍັງມີຊາຍຄົນໜຶ່ງຊື່ວ່າ ເອນການາ ຄົນໃນເຜົ່າເອຟຣາອິມ ຜູ້ທີ່ອາໄສຢູ່ໃນເມືອງຣາມາ ໃນແຖບພູດອຍເອຟຣາອິມ. ລາວເປັນລູກຊາຍຂອງເຢໂຣຮາມ ແລະ ຫລານຊາຍ ຂອງເອລີຮູ ແລະ ເປັນຄົນໃນຄອບຄົວໂຕຮູ ຊຶ່ງເປັນສ່ວນໜຶ່ງຂອງຕະກຸນ ຊູເຟ.
\v 2 ເອນການາ ມີເມຍສອງຄົນ ຄື ນາງຮັນນາ ແລະ ນາງເປນິນນາ. ນາງເປນິນນາ ມີລູກ, ແຕ່ນາງຮັນນາ ບໍ່ມີລູກ.
\s5
\v 3 ທຸກ ໆ ປີໃດ ເອນການາ ໄດ້ອອກຈາກເມືອງຣາມາ ໄປນະມັດສະການອົງພຣະຜູ້ເປັນເຈົ້າອົງຊົງຣິດອໍານາດຍິ່ງໃຫຍ່ ແລະ ຖວາຍເຄື່ອງບູຊາແກ່ພຣະອົງທີ່ເມືອງຊີໂລ ພວກທີ່ເປັນປະໂຣຫິດຂອງອົງພຣະຜູ້ເປັນເຈົ້າໃນເມືອງນີ້ແມ່ນ ໂຮຟະນີ ແລະ ຟີເນຮາ ລູກຊາຍສອງຄົນຂອງເອລີ.
\v 4 ທຸກ ໆ ເທື່ອທີ່ເອນການາ ຖວາຍເຄື່ອງບູຊາຂອງຕົນ ລາວຈະແບ່ງເຄື່ອງຖວາຍນັ້ນໃຫ້ເປນິນນາ ແລະ ລູກຂອງນາງແຕ່ລະຄົນ.
\s5
\v 5 ສ່ວນຮັນນາ ນັ້ນເຖິງແມ່ນວ່າລາວຮັກນາງຫລາຍປານໃດກໍຕາມ ແຕ່ລາວກໍແບ່ງສ່ວນດຽວເທົ່ານັ້ນໃຫ້ນາງ ເພາະ [ກ] ອົງພຣະຜູ້ເປັນເຈົ້າບໍ່ໃຫ້ນາງມີລູກ.
\v 6 ເປນິນນາ ຄູ່ແຂ່ງຂອງນາງໄດ້ເຮັດໃຫ້ນາງເຈັບໃຈ ແລະ ອັບອາຍຢູ່ເລື້ອຍມາ ຍ້ອນອົງພຣະຜູ້ເປັນເຈົ້າບໍ່ໃຫ້ນາງຮັນນາມີລູກ.
\s5
\v 7 ເຫດການເຊັ່ນນີ້ເກີດຂຶ້ນທຸກປີ ເທື່ອໃດທີ່ພວກເຂົາຂຶ້ນໄປຍັງວິຫານຂອງອົງພຣະຜູ້ເປັນເຈົ້າ ເທື່ອນັ້ນເປນິນນາ ກໍເຮັດໃຫ້ຮັນນາ ໂສກເສົ້າເສຍໃຈຢ່າງຫລວງຫລາຍ ຈົນນາງຕ້ອງຮ້ອງໄຫ້ ແລະ ບໍ່ກິນຫຍັງໝົດ.
\v 8 ເອນການາ ຜູ້ເປັນຜົວຈຶ່ງຖາມນາງວ່າ, “ຮັນນາເອີຍ ເປັນຫຍັງນ້ອງຈຶ່ງຮ້ອງໄຫ້ ແລະບໍ່ກິນຫຍັງ? ເປັນຫຍັງນ້ອງຈຶ່ງໂສກເສົ້າຢູ່ເລື້ອຍ ໆ? ອ້າຍບໍ່ດີກວ່າລູກສິບຄົນສໍາລັບນ້ອງຊັ້ນບໍ?”
\s5
\v 9-10 ມີຄັ້ງໜຶ່ງ ຢູ່ໃນວິຫານຂອງອົງພຣະຜູ້ເປັນເຈົ້າທີ່ເມືອງຊີໂລ ຫລັງຈາກເອນການາ ກັບຄອບຄົວກິນເຂົ້າແລ້ວ ນາງຮັນນາກໍໜີໄປ. ນາງທຸກໃຈຫລາຍທີ່ສຸດ. ສະນັ້ນນາງຈຶ່ງຮ້ອງໄຫ້ດ້ວຍຄວາມຂົມຂື່ນໃນຂະນະທີ່ນາງພາວັນນາອະທິຖານ ຕໍ່ອົງພຣະຜູ້ເປັນເຈົ້າຢູ່. ໃນເວລາດຽວກັນນັ້ນປະໂຣຫິດ ເອລີ ກໍນັ່ງຢູ່ທີ່ບ່ອນຂອງເພິ່ນໃກ້ປະຕູ.
\s5
\v 11 ນາງຮັນນາ ສາບານຢ່າງໜັກແໜ້ນວ່າ, “ຂ້າແດ່ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດຍິ່ງໃຫຍ່ ຂໍພຣະອົງຫລຽວເບິ່ງຄວາມໂສກເສົ້າຂອງຂ້ານ້ອຍ ແລະ ລະນຶກເຖິງຂ້ານ້ອຍດ້ວຍ ຂໍຢ່າລືມໄລຂ້ານ້ອຍເລີຍ ຖ້າພຣະອົງໂຜດລູກຊາຍໃຫ້ຂ້ານ້ອຍ ຂ້ານ້ອຍຂໍສັນຍາວ່າ ຈະອຸທິດຖວາຍເດັກນັ້ນແກ່ພຣະອົງຕະຫລອດຊົ່ວຊີວິດຂອງລາວ ແລະ ລາວຈະບໍ່ຕັດຜົມຂອງລາວຈັກເທື່ອ. ” [ຂ]
\s5
\v 12 ນາງຮັນນາພາວັນນາອະທິຖານຕໍ່ໜ້າອົງພຣະຜູ້ເປັນເຈົ້າເປັນເວລາຍາວນານ ສ່ວເອລີນັ້ນກໍເຝົ້າສັງເກດເບິ່ງປາກຂອງນາງ.
\v 13 ນາງພາວັນນາອະທິຖານຢູ່ໃນໃຈ ປາກຂອງນາງເໜັງຕີງ ແຕ່ບໍ່ໄດ້ຍິນສຽງ. ດັ່ງນັ້ນ ເອລີຈຶ່ງຄິດວ່ານາງເມົາເຫລົ້າ;
\v 14 ເພິ່ນເວົ້າຕໍ່ນາງວ່າ, “ຢ່າເປັນຄົນຂີ້ເມົາເລີຍ ຈົ່ງເຊົາດື່ມເຫລົ້າສາ.”
\s5
\v 15 ນາງຕອບວ່າ, “ບໍ່ແມ່ນ ທ່ານເອີຍ ຂ້ານ້ອຍບໍ່ໄດ້ດື່ມເຫລົ້າ, ແຕ່ຂ້ານ້ອຍທຸກໃຈໜັກ ຈຶ່ງພາວັນນາອະທິຖານ ລະບາຍຄວາມໜັກໃຈຂອງຂ້ານ້ອຍຕໍ່ໜ້າອົງພຣະຜູ້ເປັນເຈົ້າ.
\v 16 ຢ່າຄິດວ່າຂ້ານ້ອຍເປັນຍິງຊົ່ວຮ້າຍເລີຍ ຂ້ານ້ອຍພາວັນນາອະທິຖານຢູ່ຢ່າງນີ້ ເພາະຂ້ານ້ອຍເປັນທຸກໃຈຫລາຍທີ່ສຸດ.”
\s5
\v 17 ເອລີ ກ່າວວ່າ, “ຈົ່ງໄປເປັນສຸກເຖີດ ຂໍພຣະເຈົ້າຂອງຊາດອິດສະຣາເອນ ໂຜດໃຫ້ຕາມທີ່ເຈົ້າຮ້ອງຂໍຕໍ່ພຣະອົງນັ້ນເທີ້ນ. ”
\v 18 ນາງຕອບເພິ່ນວ່າ, “ຂໍທ່ານຈົ່ງຄິດເມດຕາຂ້ານ້ອຍເລື້ອຍໄປແດ່ທ້ອນ. ” ແລ້ວນາງກໍຈາກໄປ. ນາງເລີ່ມກິນເຂົ້າແດ່ເລັກນ້ອຍ ແລະ ບໍ່ໄດ້ໂສກເສົ້າອີກຕໍ່ໄປ.
\s5
\v 19 ເຊົ້າມື້ໃໝ່ມາ ເອນການາພ້ອມທັງຄອບຄົວໄດ້ລຸກແຕ່ເຊົ້າ. ຫລັງຈາກນະມັດສະການຕໍ່ໜ້າອົງພຣະຜູ້ເປັນເຈົ້າແລ້ວ ພວກເຂົາກໍກັບຄືນມາຍັງເມືອງຣາມາ. ເອນການາ ໄດ້ສົມສູ່ກັບນາງຮັນນາ ເມຍຂອງຕົນ ແລະອົງພຣະຜູ້ເປັນເຈົ້າໄດ້ຕອບສະໜອງຄໍາພາວັນນາອະທິຖານຂອງນາງ.
\v 20 ດັ່ງນັ້ນ ນາງຈຶ່ງຖືພາແລະເກີດລູກຊາຍຜູ້ ໜຶ່ງ. ນາງຕັ້ງຊື່ໃຫ້ເດັກນັ້ນວ່າ ຊາມູເອນ [ຄ] ແລະ ອະທິບາຍວ່າ, “ເພາະຂ້ອຍຂໍເດັກຄົນນີ້ ຈາກອົງພຣະຜູ້ເປັນເຈົ້າ.”
\s5
\v 21 ຕໍ່ມາ ເອນການາ ແລະ ຄອບຄົວໄດ້ຂຶ້ນໄປຍັງເມືອງຊີໂລ ອີກເພື່ອຖວາຍເຄື່ອງບູຊາປະຈາໍປີແລະເຄື່ອງບູຊາພິເສດ ແກ່ອົງພຣະຜູ້ເປັນເຈົ້າຕາມທີ່ໄດ້ສັນຍາໄວ້.
\v 22 ແຕ່ໃນຄັ້ງນີ້ ຮັນນາບໍ່ໄດ້ໄປນາໍ ນາງເວົ້າກັບຜົວວ່າ, “ຊາມູເອນ ເຊົານົມເມື່ອໃດ ຂ້ອຍຈະເອົາລາວໄປຍັງວິຫານຂອງອົງພຣະຜູ້ເປັນເຈົ້າເມື່ອນັ້ນ ແລະ ລາວຈະຢູ່ທີ່ນັ້ນຕະຫລອດຊົ່ວຊີວິດຂອງລາວ. ”
\v 23 ເອນການາ ຕອບວ່າ, “ຈົ່ງເຮັດຕາມທີ່ເຈົ້າຄິດວ່າດີ ແລະຢູ່ເຮືອນຈົນກວ່າລູກເຊົານົມ ຂໍອົງພຣະຜູ້ເປັນເຈົ້າເຮັດໃຫ້ຄໍາສັນຍາຂອງເຈົ້າ [ງ] ເປັນຄວາມຈິງເທີ້ນ. ” ດັ່ງນັ້ນ ນາງຮັນນາຈຶ່ງຢູ່ເຮືອນລ້ຽງລູກຂອງຕົນ.
\s5
\v 24 ຫລັງຈາກ ເດັກນ້ອຍເຊົານົມແລ້ວ ນາງຈຶ່ງຕຽມເອົາງົວເຖິກ ອາຍຸສາມປີໜຶ່ງໂຕ, [ຈ] ແປ້ງເຂົ້າສິບກິໂລກາຼມ ແລະ ເຫລົ້າອະງຸ່ນໜຶ່ງຖົງໜັງ ແລ້ວນາງກໍພາລູກທີ່ຍັງນ້ອຍຢູ່ນັ້ນ ໄປຍັງວິຫານຂອງອົງພຣະຜູ້ເປັນເຈົ້າ ທີ່ເມືອງຊີໂລ.
\v 25 ຫລັງຈາກຂ້າງົວແລ້ວ ພວກເຂົາກໍນາໍເອົາເດັກນ້ອຍມາຫາ ເອລີ.
\s5
\v 26 ນາງຮັນນາເວົ້າກັບເອລີ ວ່າ, “ຂໍອະໄພທ່ານເອີຍ ທ່ານຈື່ຂ້ານ້ອຍໄດ້ບໍ? ຂ້ານ້ອຍຄືຍິງທີ່ທ່ານເຄີຍເຫັນຢືນຢູ່ທີ່ນີ້ ພາວັນນາອະທິຖານຕໍ່ອົງພຣະຜູ້ເປັນເຈົ້າ.
\v 27 ຂ້ານ້ອຍໄດ້ພາວັນນາອະທິຖານ ຂໍລູກນາໍພຣະອົງ ແລະ ພຣະອົງກໍໂຜດໃຫ້ຕາມທີ່ຂ້ານ້ອຍໄດ້ພາວັນນາອະທິຖານຂໍນັ້ນແລ້ວ.
\v 28 ດັ່ງນັ້ນ ຂ້ານ້ອຍຈຶ່ງຂໍອຸທິດເດັກນີ້ ໃຫ້ແກ່ອົງພຣະຜູ້ເປັນເຈົ້າ, ລາວຈະເປັນຂອງພຣະອົງຕະຫລອດຊົ່ວຊີວິດຂອງລາວ. ” ແລ້ວພວກເຂົາ [ສ] ກໍນະມັດສະການຕໍ່ໜ້າອົງພຣະຜູ້ເປັນເຈົ້າຢູ່ທີ່ນັ້ນ.
\s5
\c 2
\p
\v 1 ນາງຮັນນາ ພາວັນນາອະທິຖານວ່າ, “ອົງພຣະຜູ້ເປັນເຈົ້າເຮັດໃຫ້ຈິດໃຈຂ້ານ້ອຍເຕັມລົ້ນດ້ວຍຄວາມຊົມຊື່ນຍິນດີໃຫຍ່; ຂ້ານ້ອຍດີໃຈຫລາຍ ຍ້ອນສິ່ງທີ່ພຣະອົງໄດ້ກະທາໍນັ້ນ ຂ້ານ້ອຍຫົວເຍາະເຍີ້ຍໃສ່ເຫລົ່າສັດຕູ ເພາະພຣະອົງຊ່ວຍຊູຈຶ່ງຊື່ນຊົມຍິນດີລົ້ນ.
\s5
\v 2 ບໍ່ມີຜູ້ໃດບໍຣິສຸດດັ່ງອົງພຣະຜູ້ເປັນເຈົ້າ ບໍ່ມີພະຄຸ້ມຄອງອົງໃດເປັນດັ່ງພຣະເຈົ້າ.
\s5
\v 3 ເຈົ້າຈົ່ງເຊົາເວົ້າຄໍາໂອ້ອວດນັ້ນສາ ຈົ່ງໃຫ້ຄໍາເວົ້າຈອງຫອງຂອງເຈົ້າມິດງຽບ. ເພາະ ອົງພຣະຜູ້ເປັນເຈົ້າ ເປັນພຣະເຈົ້າຜູ້ຮູ້ເຫັນພຣະອົງຕັດສິນທຸກການກະທໍາຂອງມະນຸດ.
\v 4 ຄັນທະນູທະຫານຜູ້ເກັ່ງກ້າ ກໍຫັກທັບລົງ ແຕ່ຜູ້ທີ່ອ່ອນແອຊໍ້າມີແຮງຂຶ້ນໃໝ່.
\s5
\v 5 ຜູ້ທີ່ເຄີຍຢູ່ດີກິນດີ ກໍອອກຮັບຈ້າງຫາຢູ່ຫາກິນ ແຕ່ຜູ້ທີ່ຫິວໂຫຍຊໍ້າບໍ່ຫິວໂຫຍຕໍ່ໄປອີກ. ພັນລະຍາທີ່ເປັນໝັນນັ້ນໄດ້ລູກເຖິງເຈັດຄົນ ແຕ່ແມ່ມີລູກຫລາຍຄົນຊໍ້າບໍ່ມີລູກຕໍ່ໄປອີກ.
\s5
\v 6 ອົງພຣະຜູ້ເປັນເຈົ້າຂ້າຖິ້ມ ແລະ ໃຫ້ຊີວິດອີກໃໝ່ ຄື ສົ່ງຄົນສູ່ແດນມໍຣະນາ ແລະ ໃຫ້ເປັນຄືນມາ.
\v 7 ພຣະອົງໃຫ້ບາງຄົນລໍາບາກ ແລະ ຄົນອື່ນຮັ່ງມີ ພຣະອົງໃຫ້ບາງຄົນຖ່ອມຕົວ ແລະ ຄົນອື່ນຍິ່ງໃຫຍ່.
\s5
\v 8 ພຣະອົງຍົກຄົນຍາກຈົນຂຶ້ນຈາກຂີ້ຝຸ່ນດິນ ແລະ ຊ່ວຍຊູຄົນຂັດສົນຈາກຄວາມລໍາບາກ. ພຣະອົງໃຫ້ເຂົາເປັນເພື່ອນກັບບັນດາເຈົ້າຊາຍ ແລະ ໃຫ້ນັ່ງລົງໃນບ່ອນທີ່ມີກຽດ. ຮາກຖານແຜ່ນດິນໂລກເປັນຂອງອົງພຣະຜູ້ເປັນເຈົ້າໃດ ເທິງນັ້ນເອງທີ່ພຣະອົງໄດ້ສ້າງໂລກມະນຸດ.
\s5
\v 9 ພຣະອົງຄຸ້ມຄອງຊີວິດຄົນທີ່ສັດຊື່ຕໍ່ພຣະອົງ ສ່ວນຄົນຊົ່ວຮ້າຍຈະຖືກດັບສູນໃນທີ່ມືດ; ມະນຸດບໍ່ຫ່ອນໄຊຊະນະໄດ້ດ້ວຍກາໍລັງ ຄື ໂດຍກາໍລັງຂອງຕົນເອງທີ່ມີຢູ່ນັ້ນ.
\s5
\v 10 ສັດຕູຂອງອົງພຣະຜູ້ເປັນເຈົ້າ ຈະຖືກດັບສູນຈາກຟ້າສະຫວັນ ພຣະອົງຈະແຜດສຽງຕໍ່ສູ້. ອົງພຣະຜູ້ເປັນເຈົ້າຈະຕັດສິນທຸກຄົນທັງໝົດຢູ່ໃນຈັກກະວານນີ້; ພຣະອົງຈະປະທານກໍາລັງແກ່ກະສັດຂອງພຣະອົງ ແລະ ໃຫ້ໄຊຊະນະແກ່ກະສັດທີ່ພຣະອົງຊົງເລືອກ.”
\s5
\v 11 ແລ້ວເອນການາ ກໍກັບຄືນເມືອເຮືອນຂອງຕົນ, ແຕ່ເດັກຊາຍຊາມູເອນໄດ້ອາໄສຢູ່ທີ່ເມືອງຊີໂລ ເພື່ອຮັບໃຊ້ອົງ​ພຣະຜູ້ເປັນເຈົ້ານາໍປະໂຣຫິດ ເອລີ
\s5
\v 12 ພວກລູກຊາຍຂອງເອລີ ເປັນຄົນຂີ້ໂກງ; ພວກເຂົາບໍ່ເອົາໃຈໃສ່ນັບຖືອົງພຣະຜູ້ເປັນເຈົ້າ
\v 13 ຫລື ບໍ່ຫົວຊານາໍກົດລະບຽບຂອງພວກປະໂຣຫິດ ທີ່ຄວນປະຕິບັດຕໍ່ປະຊາຊົນ. ແຕ່ພວກເຂົາຊໍ້າເຮັດດັ່ງນີ້: ເມື່ອຜູ້ໃດຜູ້ໜຶ່ງຖວາຍເຄື່ອງບູຊາຄົນຮັບໃຊ້ຂອງປະໂຣຫິດ ຈະຖືເຫລັກສາມງ່າມມາໃນຂະນະທີ່ຍັງຕົ້ມຊີ້ນຢູ່ໃນໝໍ້,
\v 14 ລາວໃຊ້ເຫລັກ ນັ້ນສັກລົງໄປໃນໝໍ້ ແລະ ຖ້າເຫລັກນັ້ນສຽບ ຖືກຫຍັງຂຶ້ນມາ ສິ່ງນັ້ນຈະຕ້ອງເປັນຂອງປະໂຣຫິດ. ພວກເຂົາເຮັດຢ່າງນີ້ກັບຊາວອິດສະຣາເອນທຸກຄົນ ທີ່ມາຖວາຍເຄື່ອງບູຊາ ທີ່ເມືອງຊີໂລ.
\s5
\v 15 ຍິ່ງໄປກວ່ານີ້​ອີກ ກ່ອນທີ່ຈະເອົາໄຂມັນໄປເຜົາ ຄົນຮັບໃຊ້ຂອງປະໂຣຫິດຈະຕ້ອງມາເວົ້າຕໍ່ຜູ້ທີ່ຖວາຍເຄື່ອງບູຊານັ້ນ ວ່າ, “ຂໍເອົາຊີ້ນຕ່ອນໜຶ່ງໄປໃຫ້ປະໂຣຫິດປິ້ງກິນແດ່ ເພາະເພິ່ນບໍ່ຮັບເອົາຊີ້ນຕົ້ມ ເພິ່ນຢາກໄດ້ແຕ່ ຊີ້ນດິບເທົ່ານັ້ນ. ”
\v 16 ຖ້າຊາຍຄົນນັ້ນຕອບ ວ່າ, “ຂໍໃຫ້ເອົາໄຂມັນນີ້ໄປເຜົາເສຍກ່ອນ ຈຶ່ງເອົາຕາມທີ່ເຈົ້າຕ້ອງການ. ” ຄົນຮັບໃຊ້ຂອງປະໂຣຫິດຈະເວົ້າວ່າ, “ບໍ່ໄດ້ຕ້ອງເອົາໃຫ້ຂ້ອຍດຽວນີ້ໂລດ; ຖ້າເຈົ້າບໍ່ຍອມໃຫ້ໂດຍດີ ຂ້ອຍຈະຕ້ອງໃຊ້ກາໍລັງ. ”
\v 17 ບາບພວກລູກຊາຍຂອງເອລີ ນີ້ໜັກທີ່ສຸດໃນສາຍຕາຂອງອົງພຣະຜູ້ເປັນເຈົ້າ ເພາະເຂົາໝິ່ນປະໝາດເຄື່ອງບູຊາ ທີ່ໄດ້ຖືກນາໍມາຖວາຍແກ່ອົງພຣະຜູ້ເປັນເຈົ້າ.
\s5
\v 18 ໃນຂະນະດຽວກັນນັ້ນ ເດັກຊາຍຊາມູເອນ ກໍສືບຕໍ່ບົວລະບັດຮັບໃຊ້ຕໍ່ໜ້າອົງພຣະຜູ້ເປັນເຈົ້າໂດຍນຸ່ງເສື້ອຄຸມຜ້າປ່ານ ເອໂຟດ.
\v 19 ທຸກ ໆ ປີໃດ ແມ່ຂອງຊາມູເອນ ຕ້ອງຫຍິບເສື້ອລ່າມນ້ອຍໂຕໜຶ່ງມາໃຫ້ລາວ; ໃນເວລາທີ່ນາງ ແລະ ຜົວໄປຖວາຍເຄື່ອງບູຊາປະຈໍາປີ.
\s5
\v 20 ແລ້ວເອລີ ກໍອວຍພອນເອນການາ ກັບເມຍຂອງລາວ ໂດຍກ່າວແກ່ເອນການາ ວ່າ, “ຂໍອົງພຣະຜູ້ເປັນເຈົ້າ ໂຜດໃຫ້ເຈົ້າມີລູກຄົນອື່ນກັບເມຍຜູ້ນີ້ ເພື່ອແທນຜູ້ທີ່ເຈົ້າໄດ້ຖວາຍແກ່ອົງພຣະຜູ້ເປັນເຈົ້າ ນັ້ນເທີ້ນ. ” ຫລັງຈາກນັ້ນ ພວກເຂົາກໍພາກັນກັບເມືອ.
\v 21 ອົງພຣະຜູ້ເປັນເຈົ້າໄດ້ອວຍພອນນາງຮັນນາ ແລະ ນາງໄດ້ມີລູກຊາຍຕື່ມອີກ ສາມຄົນ ແລະ ລູກສາວສອງຄົນ. ສ່ວນເດັກຊາຍຊາມູເອນ ນັ້ນກໍເຕີບໃຫຍ່ຂຶ້ນໃນການບົວລະບັດຮັບໃຊ້ອົງພຣະຜູ້ເປັນເຈົ້າ.
\s5
\v 22 ບັດນີ້ ເອລີ ກໍເຖົ້າແກ່ຫລາຍແລ້ວ ເພິ່ນໄດ້ຍິນເລື່ອງຕ່າງ ໆ ທີ່ລູກຊາຍຂອງຕົນໄດ້ເຮັດຕໍ່ຊາວອິດສະຣາເອນ ລວມທັງເລື່ອງທີ່ພວກເຂົາເປັນຊູ້ກັບພວກຜູ້ຍິງທີ່ມາບົວລະບັດຮັບໃຊ້ຢູ່ຕໍ່ໜ້າຫໍເຕັນສັກສິດນັ້ນດ້ວຍ.
\v 23 ເພິ່ນເວົ້າຕໍ່ພວກເຂົາວ່າ, “ເປັນຫຍັງພວກເຈົ້າ ຈຶ່ງເຮັດສິ່ງເຫລົ່ານີ້? ທຸກ ໆ ຄົນບອກຂ້ອຍເຖິງພຶດຕິກາໍອັນຊົ່ວຊ້າຂອງພວກເຈົ້າ.
\v 24 ລູກເອີຍ ເຊົາເຮັດການນັ້ນສາເຖີດ ສິ່ງນີ້ເປັນເລື່ອງຮ້າຍແຮງຊຶ່ງປະຊາຊົນຂອງອົງພຣະຜູ້ເປັນເຈົ້າ ກາໍລັງເວົ້າເຖິງຢູ່ສະເໝີ.
\s5
\v 25 ຖ້າຜູ້ໃດຜູ້ໜຶ່ງເຮັດຜິດຕໍ່ຜູ້ອື່ນ ພຣະເຈົ້າປ້ອງກັນລາວໄວ້ໄດ້, ແຕ່ຜູ້ໃດຈະປ້ອງກັນຜູ້ໜຶ່ງທີ່ເຮັດຜິດຕໍ່ອົງພຣະຜູ້ເປັນເຈົ້າໄດ້? ” ແຕ່ພວກເຂົາບໍ່ຟັງຄວາມພໍ່ຂອງພວກເຂົາ ເພາະອົງພຣະຜູ້ເປັນເຈົ້າໄດ້ຕັດສິນໃຈໄວ້ແລ້ວວ່າ ພຣະອົງຈະຂ້າພວກເຂົາ.
\v 26 ເດັກຊາຍຊາມູເອນ ສືບຕໍ່ເຕີບໃຫຍ່ຂຶ້ນ ທັງໄດ້ຮັບຄວາມພໍໃຈຈາກອົງພຣະຜູ້ເປັນເຈົ້າ ແລະ ມະນຸດ.
\s5
\v 27 ມີຄົນຂອງພຣະເຈົ້າ ຜູ້ໜຶ່ງໄດ້ມາຫາເອລີ ແລະ ກ່າວຕໍ່ເພິ່ນວ່າ, “ອົງພຣະຜູ້ເປັນເຈົ້າໄດ້ກ່າວດັ່ງນີ້ວ່າ, ‘ໃນຄາວທີ່ ອາໂຣນ ບັນພະບຸລຸດຂອງເຈົ້າ ພ້ອມກັບຄອບຄົວຂອງລາວໄດ້ຕົກເປັນທາດຮັບໃຊ້ຂອງກະສັດ ເອຢິບນັ້ນ ເຮົາໄດ້ປາກົດໃຫ້ລາວເຫັນ.
\v 28 ຈາກເຜົ່າທັງໝົດໃນຊາດອິດສະຣາເອນ ເຮົາໄດ້ເລືອກເອົາຄອບຄົວຂອງລາວໃຫ້ເປັນປະໂຣຫິດ ເພື່ອບົວລະບັດຮັບໃຊ້ເຮົາທີ່ແທ່ນບູຊາ ເພື່ອເຜົາເຄື່ອງຫອມ ແລະ ເພື່ອຖືເອໂຟດ [ຊ] ມາປຶກສາຫາລືກັບເຮົາ. ເຮົາໃຫ້ພວກເຂົາມີສິດຮັບເອົາສ່ວນແບ່ງຂອງເຄື່ອງບູຊາທີ່ເຜົາຢູ່ເທິງແທ່ນບູຊາ.
\s5
\v 29 ແລ້ວເປັນຫຍັງເຈົ້າຈຶ່ງເບິ່ງເຄື່ອງບູຊາ ແລະ ເຄື່ອງຖວາຍທີ່ເຮົາຮຽກຮ້ອງເອົານາໍປະຊາຊົນນັ້ນ ດ້ວຍໃຈໂລບມາກ. [ຍ] ເອລີ ເປັນຫຍັງເຈົ້າຈຶ່ງໃຫ້ກຽດພວກລູກຊາຍຂອງເຈົ້າຫລາຍກວ່າເຮົາ? ໂດຍປ່ອຍໃຫ້ພວກເຂົາຕຸ້ຍພີຂຶ້ນຍ້ອນສ່ວນດີທີ່ສຸດຂອງເຄື່ອງບູຊາທັງໝົດ ຊຶ່ງປະຊາຊົນນາໍມາຖວາຍນັ້ນ?
\v 30 ເພາະສະນັ້ນ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງຊາດອິດສະຣາເອນ ຈຶ່ງປະກາດວ່າ, ‘ເຮົາໄດ້ສັນຍາໄວ້ແລ້ວວ່າ ຄົນໃນຄອບຄົວຂອງເຈົ້າ ແລະ ໃນຕະກຸນຂອງເຈົ້າຈະໄດ້ເປັນປະໂຣຫິດບົວລະບັດຮັບໃຊ້ເຮົາຕະຫລອດໄປ, ແຕ່ມາບັດນີ້ ອົງພຣະຜູ້ເປັນເຈົ້າຈຶ່ງປະກາດວ່າ ‘ຂໍໃຫ້ຄວາມນີ້ຫ່າງໄກຈາກເຮົາເຖີດ ເຮົາຈະໃຫ້ກຽດຜູ້ທີ່ໃຫ້ກຽດເຮົາ ແລະ ເຮົາຈະໝິ່ນປະໝາດຜູ້ທີ່ໝິ່ນປະໝາດເຮົາ.
\s5
\v 31 ບັດນີ້ ເຖິງເວລາແລ້ວທີ່ເຮົາຈະຂ້າຊາຍໜຸ່ມທຸກຄົນໃນຄອບຄົວ ແລະ ໃນຕະກຸນຂອງເຈົ້າ ເພື່ອວ່າຈະບໍ່ມີຜູ້ຊາຍຄົນໃດໃນຄອບຄົວມີອາຍຸຍືນຍາວຈົນເຖິງເຖົ້າແກ່.
\v 32 ເຈົ້າຈະໄດ້ຮັບຄວາມເດືອດຮ້ອນ ແລະ ຈະເບິ່ງດ້ວຍໃຈອິດສາ [ດ] ພອນທຸກຢ່າງທີ່ເຮົາຈະໃຫ້ຄົນອື່ນໃນຊາດອິດສະຣາເອນ, ແຕ່ຈະບໍ່ມີຜູ້ໃດໃນຄອບຄົວຂອງເຈົ້າມີຊີວິດຢູ່ຕໍ່ໄປຈົນເຖິງເຖົ້າແກ່.
\v 33 ເຖິງຢ່າງໃດກໍຕາມ ເຮົາຈະໃຫ້ຜູ້ໜຶ່ງໃນເຊື້ອສາຍຂອງເຈົ້າມີຊີວິດຢູ່; ລາວຈະໄດ້ເປັນປະໂຣຫິດບົວລະບັດຮັບໃຊ້ເຮົາ, ແຕ່ລາວ [ຕ] ຈະຕາບອດ ແລະ ສູນເສຍ ຄວາມຫວັງທຸກຢ່າງ ສ່ວນເຊື້ອສາຍຄົນອື່ນ ໆ ນັ້ນຈະຕາຍຢ່າງທາລຸນ.
\s5
\v 34 ເມື່ອໂຮຟະນີ ແລະ ຟີເນຮາ ລູກຊາຍທັງສອງຂອງເຈົ້າຕາຍໄປໃນມື້ດຽວກັນນັ້ນແຫລະຈຶ່ງຈະສະແດງໃຫ້ເຈົ້າເຫັນວ່າ ທຸກສິ່ງທີ່ເຮົາພວມກ່າວນີ້ເປັນຄວາມຈິງ.
\v 35 ເຮົາ ຈະເລືອກເອົາປະໂຣຫິດຜູ້ໜຶ່ງທີ່ສັດຊື່ຕໍ່ເຮົາ ແລະ ເຮົາຈະໃຫ້ລາວເຮັດທຸກ ໆ ສິ່ງທີ່ເຮົາຕ້ອງການ; ເຮົາຈະໃຫ້ລາວມີເຊື້ອສາຍເປັນຜູ້ບົວລະບັດຮັບໃຊ້ເຮົາຕະຫລອດໄປ ຢູ່ຕໍ່ໜ້າກະສັດທີ່ເຮົາເລືອກເອົາ.
\s5
\v 36 ບໍ່ວ່າຜູ້ໃດກໍຕາມໃນເຊື້ອສາຍຂອງເຈົ້າທີ່ຍັງມີຊີວິດຢູ່ ລາວຈະຕ້ອງໄປຂໍເງິນ ກັບອາຫານນາໍປະໂຣຫິດຜູ້ນັ້ນ ແລະ ຮ້ອງຂໍຮັບໃຊ້ບັນດາປະໂຣຫິດ ເພື່ອຈະໄດ້ມີຢູ່ມີກິນ.
\s5
\c 3
\p
\v 1 ໃນສະໄໝນັ້ນ ເວລາທີ່ຊາມູເອນ ພວມ ຮັບໃຊ້ອົງພຣະຜູ້ເປັນເຈົ້າ ພາຍໃຕ້ການນາໍພາຂອງເອລີນັ້ນ ຖ້ອຍຄໍາຈາກອົງພຣະຜູ້ເປັນເຈົ້າມີໜ້ອຍຫຼາຍ ແລະ ບໍ່ຄ່ອຍມີນິມິດຈາກພຣະອົງເລີຍ.
\v 2 ໃນຄືນໜຶ່ງເອລີ ຜູ້ທີ່ເກືອບບໍ່ເຫັນຮຸ່ງແລ້ວ ພວມນອນຫລັບຢູ່ໃນຫ້ອງສ່ວນຕົວຂອງເພິ່ນ
\v 3 ສ່ວນ ຊາມູເອນ ນັ້ນນອນຢູ່ທີ່ພຣະວິຫານຂອງອົງພຣະຜູ້ເປັນເຈົ້າ ບ່ອນທີ່ໄວ້ຫີບພັນທະສັນຍາຂອງພຣະເຈົ້າ. ກ່ອນຮຸ່ງເຊົ້າເມື່ອຕະກຽງຍັງໄຕ້ຢູ່
\v 4 ອົງພຣະຜູ້ເປັນເຈົ້າໄດ້ເອີ້ນຊາມູເອນ. ລາວຂານຕອບວ່າ, “ຂ້ານ້ອຍຢູ່ທີ່ນີ້.”
\s5
\v 5 ແລ້ວລາວກໍແລ່ນໄປຫາເອລີ ແລະ ເວົ້າວ່າ, “ທ່ານເອີ້ນຂ້ານ້ອຍບໍ? ຂ້ານ້ອຍຢູ່ທີ່ນີ້ເດ. ” ແຕ່ເອລີ ຕອບວ່າ, “ຂ້ອຍບໍ່ໄດ້ເອີ້ນເຈົ້າ ຈົ່ງກັບຄືນໄປນອນສາ. ” ສະນັ້ນ ຊາມູເອນ ຈຶ່ງກັບຄືນໄປນອນ.
\s5
\v 6-7 ອົງພຣະຜູ້ເປັນເຈົ້າໄດ້ເອີ້ນ ຊາມູເອນ ອີກ ແລະເດັກຊາຍຄົນນີ້ກໍລຸກຂຶ້ນໄປຫາເອລີ ແລະ ຖາມວ່າ, “ທ່ານເອີ້ນຂ້ານ້ອຍບໍ? ຂ້ານ້ອຍຢູ່ທີ່ນີ້ເດ. ” ແຕ່ເອລີ ຕອບວ່າ, “ລູກເອີຍ ພໍ່ບໍ່ໄດ້ເອີ້ນເຈົ້າ ຈົ່ງກັບຄືນໄປນອນສາ. ” ຊາມູເອນ ບໍ່ຮູ້ຈັກວ່າແມ່ນອົງພຣະຜູ້ເປັນເຈົ້າ ທີ່ພວມເອີ້ນຕົນ ເພາະພຣະອົງຍັງບໍ່ເຄີຍກ່າວ ກັບລາວມາກ່ອນ.
\v 8 ອົງພຣະຜູ້ເປັນເຈົ້າ ເອີ້ນຊາມູເອນ ອີກເປັນຄັ້ງທີສາມ; ລາວຈຶ່ງລຸກຂຶ້ນໄປຫາເອລີ ແລະ ຖາມວ່າ, “ທ່ານເອີ້ນຂ້ານ້ອຍບໍ? ຂ້ານ້ອຍຢູ່ທີ່ນີ້ເດ. ” ແລ້ວເອລີ ກໍເຂົ້າໃຈວ່າແມ່ນອົງພຣະຜູ້ເປັນເຈົ້າທີ່ເປັນຜູ້ເອີ້ນເດັກຊາຍຄົນນີ້
\s5
\v 9 ດັ່ງນັ້ນ ເພິ່ນຈຶ່ງບອກລາວວ່າ, “ຈົ່ງກັບຄືນໄປນອນສາ ແລະ ຖ້າເພິ່ນເອີ້ນເຈົ້າອີກ ໃຫ້ເຈົ້າຕອບວ່າ, ‘ອົງພຣະຜູ້ເປັນເຈົ້າເອີຍ ຜູ້ຮັບໃຊ້ຂອງພຣະອົງກາໍລັງຟັງຢູ່ ຂໍພຣະອົງສັ່ງມາເຖີດ. ” ດັ່ງນັ້ນ ຊາມູເອນ ຈຶ່ງກັບຄືນໄປນອນ.
\s5
\v 10 ອົງພຣະຜູ້ເປັນເຈົ້າໄດ້ມາຢືນຢູ່ໃນບ່ອນນັ້ນ ແລະ ເອີ້ນເໝືອນດັ່ງແຕ່ກ່ອນ ວ່າ, “ຊາມູເອນ ຊາມູເອນ ເອີຍ” ຊາມູເອນຕອບວ່າ, “ຜູ້ຮັບໃຊ້ຂອງພຣະອົງກາໍລັງຟັງຢູ່ ຂໍພຣະອົງສັ່ງມາເຖີດ. ”
\v 11 ອົງພຣະຜູ້ເປັນເຈົ້າກ່າວແກ່ຊາມູເອນ ວ່າ, “ມື້ໜຶ່ງເຮົາຈະເຮັດສິ່ງອັນໜ້າຢ້ານກົວຫລາຍ ຕໍ່ປະຊາຊົນອິດສະຣາເອນ ເມື່ອທຸກຄົນໄດ້ຍິນເຖິງເລື່ອງນີ້ແລ້ວ ພວກເຂົາຈະຕ້ອງຢ້ານກົວທີ່ສຸດ.
\s5
\v 12 ໃນມື້ນັ້ນ ເຮົາຈະເຮັດຕາມທີ່ເຮົາໄດ້ກ່າວໄວ້ຕໍ່ຄອບຄົວເອລີ ຕັ້ງແຕ່ຕົ້ນຈົນຈົບ.
\v 13 ເຮົາໄດ້ບອກລາວແລ້ວວ່າ [ຖ] ເຮົາຈະລົງໂທດຄອບຄົວຂອງລາວຕະຫລອດໄປ ເພາະພວກລູກຊາຍຂອງລາວໄດ້ກ່າວຄໍາຊົ່ວຊ້າຕໍ່ສູ້ເຮົາ. ສ່ວນເອລີ ເອງກໍຮູ້ຈັກວ່າພວກເຂົາເວົ້າດັ່ງນັ້ນ ແຕ່ລາວບໍ່ໄດ້ຫ້າມພວກເຂົາ.
\v 14 ດ້ວຍເຫດນີ້ ເຮົາຈຶ່ງໄດ້ປະກາດຢ່າງໜັກແໜ້ນຕໍ່ຄອບຄົວຂອງເອລີ ວ່າບໍ່ມີເຄື່ອງບູຊາ ຫລື ການຖວາຍໃດ ໆ ທີ່ຈະຍົກເອົາໂທດກາໍອັນຮ້າຍແຮງນີ້ອອກໄປໄດ້.”
\s5
\v 15 ຊາມູເອນ ນອນຫລັບໄປຈົນເຖິງມື້ເຊົ້າ ແລ້ວລາວກໍລຸກຂຶ້ນໄປໄຂປະຕູພຣະວິຫານ, ແຕ່ລາວບໍ່ກ້າບອກນິມິດນີ້ແກ່ເອລີ.
\v 16 ເອລີ ຈຶ່ງເອີ້ນຫາລາວວ່າ, “ຊາມູເອນ ລູກເອີຍ. ” ຊາມູເອນຕອບວ່າ, “ຂ້ານ້ອຍຢູ່ທີ່ນີ້.”
\s5
\v 17 ເອລີ ຈຶ່ງຖາມວ່າ, “ອົງພຣະຜູ້ເປັນເຈົ້າໄດ້ບອກເຈົ້າຫຍັງແດ່? ຢ່າປິດບັງພໍ່ເລີຍ. ຖ້າບໍ່ບອກພໍ່ໃນສິ່ງທີ່ພຣະອົງກ່າວແກ່ເຈົ້າ ພຣະເຈົ້າຈະລົງໂທດເຈົ້າຢ່າງຮ້າຍແຮງ. ”
\v 18 ດັ່ງນັ້ນ ຊາມູເອນ ຈຶ່ງບອກເພິ່ນທຸກຢ່າງ ໂດຍບໍ່ໄດ້ປິດບັງຫຍັງໝົດ. ເອລີໄດ້ເວົ້າວ່າ, “ພຣະອົງເປັນອົງພຣະຜູ້ເປັນເຈົ້າ; ພຣະອົງຈະກະທາໍທຸກຢ່າງຕາມທີ່ພຣະອົງເຫັນວ່າ ດີທີ່ສຸດ.”
\s5
\v 19 ໃນຂະນະທີ່ຊາມູເອນ ເຕີບໃຫຍ່ຂຶ້ນນັ້ນ ອົງພຣະຜູ້ເປັນເຈົ້າກໍສະຖິດຢູ່ນາໍລາວ ທັງເຮັດໃຫ້ທຸກສິ່ງທີ່ຊາມູເອນ ເວົ້ານັ້ນເປັນຄວາມຈິງ.
\v 20 ດັ່ງນັ້ນ ປະຊາຊົນອິດສະຣາເອນທຸກຄົນແຕ່ເໜືອຕະຫລອດໃຕ້ ຈຶ່ງຮູ້ຈັກວ່າ ຊາມູເອນ ເປັນຜູ້ທາໍນວາຍແທ້ຂອງອົງພຣະຜູ້ເປັນເຈົ້າ.
\v 21 ໃນເມືອງຊີໂລ ບ່ອນທີ່ອົງພຣະຜູ້ເປັນເຈົ້າໄດ້ປາກົດຕໍ່ຊາມູເອນ ແລະ ກ່າວແກ່ລາວນັ້ນ ອົງພຣະຜູ້ເປັນເຈົ້າກໍສືບຕໍ່ປາກົດແກ່ລາວ. ເມື່ອຊາມູເອນກ່າວ ຊາວອິດສະຣາເອນທຸກຄົນກໍເຊື່ອຟັງ.
\s5
\c 4
\p
\v 1 ໃນເວລານັ້ນ ພວກຟີລິດສະຕິນໄດ້ທ້ອນໂຮມກັນເຮັດເສິກຕໍ່ສູ້ຊົນຊາດອິດສະຣາເອນ. ດັ່ງນັ້ນ [ທ] ຊາວອິດສະຣາເອນ ຈຶ່ງຍົກທັບອອກໄປສູ້ຮົບພວກເຂົາ. ພວກອິດສະຣາເອນຕັ້ງຄ້າຍຢູ່ທີ່ເມືອງເອເບັນເອເຊ ສ່ວນພວກຟີລິດສະຕິນນັ້ນຕັ້ງຄ້າຍຢູ່ທີ່ເມືອງອາເຟັກ.
\v 2 ພວກຟີລິດສະຕິນ ເປັນຝ່າຍລົງມືໂຈມຕີກ່ອນ ແລະ ຫລັງຈາກຕໍ່ສູ້ກັນຢ່າງດຸເດືອດແລ້ວ ພວກເຂົາຈຶ່ງຕີຊະນະພວກອິດສະຣາເອນ ໂດຍຂ້າພວກເຂົາຕາຍໃນສະໜາມຮົບ ປະມານສີ່ພັນຄົນ.
\s5
\v 3 ເມື່ອພວກທີ່ລອດຕາຍກັບຄືນມາຄ້າຍ ພວກຜູ້ນາໍຊາວອິດສະຣາເອນຈຶ່ງເວົ້າວ່າ, “ເປັນຫຍັງ ມື້ນີ້ອົງພຣະຜູ້ເປັນເຈົ້າຈຶ່ງໃຫ້ພວກ ຟີລິດສະຕິນຊະນະພວກເຮົາ? ຈົ່ງໄປເອົາຫີບ ພັນທະສັນຍາຂອງອົງພຣະຜູ້ເປັນເຈົ້າມາ ຈາກເມືອງຊີໂລ ເພື່ອວ່າພຣະອົງ [ນ] ຈະສະຖິດຢູ່ກັບພວກເຮົາ ແລະ ຊ່ວຍພວກເຮົາໃຫ້ພົ້ນຈາກເງື້ອມມືສັດຕູຂອງພວກເຮົາ. ”
\v 4 ດັ່ງນັ້ນ ພວກເຂົາຈຶ່ງສົ່ງຄົນໄປຍັງເມືອງຊີໂລ ເພື່ອເອົາຫີບພັນທະສັນຍາຂອງອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດຍິ່ງໃຫຍ່ທີ່ນັ່ງເທິງບັນລັງຂອງເຄຣຸບ. [ບ] ໂຮຟະນີ ແລະ ຟີເນຮາ ລູກຊາຍສອງຄົນຂອງເອລີ ໄດ້ເດີນທາງມາພ້ອມກັບຫີບພັນທະສັນຍານີ້.
\s5
\v 5 ເມື່ອນາໍຫີບພັນທະສັນຍາຂອງອົງພຣະຜູ້ເປັນເຈົ້າມາຮອດແລ້ວ ພວກອິດສະຣາເອນ ກໍພາກັນໂຮຮ້ອງຍິນດີ ສຽງດັງກ້ອງສະໜັ່ນດັ່ງແຜ່ນດິນສັ່ນສະເທືອນ.
\v 6 ເມື່ອພວກຟີລິດສະຕິນ ໄດ້ຍິນສຽງນັ້ນຈຶ່ງເວົ້າວ່າ, “ຟງັສຽງຮ້ອງໃນຄ້າຍຂອງຊາວເຮັບເຣີພຸ້ນດູ ມັນໝາຍເຖິງຫຍັງກັນແທ້? ” ເມື່ອພວກຟີລິດສະຕິນ ຮູ້ວ່າຫີບພັນທະສັນຍາຂອງອົງພຣະຜູ້ເປັນເຈົ້າ ໄດ້ມາຮອດຄ້າຍຂອງພວກອິດສະຣາເອນແລ້ວ
\s5
\v 7 ພວກເຂົາຈຶ່ງຢ້ານກົວ ແລະ ເວົ້າວ່າ, “ມີພຣະຕົນໜຶ່ງມາຢູ່ໃນຄ້າຍຂອງພວກເຂົາແລ້ວ. ບັດນີ້ ພວກເຮົາຈະຕ້ອງເສຍໄຊເປັນແນ່ ເພາະບໍ່ເຄີຍມີເຫດການຢ່າງນີ້ເກີດຂຶ້ນກັບພວກເຮົາມາກ່ອນເລີຍ.
\v 8 ແມ່ນຜູ້ໃດ ຈະຊ່ວຍພວກເຮົາໃຫ້ພົ້ນຈາກພຣະທີ່ມີຣິດອໍານາດເຫລົ່ານັ້ນໄດ້? ແມ່ນພຣະເຫລົ່ານີ້ແຫລະ ທີ່ໄດ້ຂ້າຊາວອິດສະຣາເອນ ດ້ວຍໄພພິບັດນາ ໆ ປະການຢູ່ໃນຖິ່ນແຫ້ງແລ້ງກັນດານ.
\v 9 ຊາວຟີລິດສະຕິນເອີຍ ຈົ່ງກ້າຫານເຖີດ ຈົ່ງຕໍ່ສູ້ຢ່າງລູກຜູ້ຊາຍ; ບໍ່ດັ່ງນັ້ນ ພວກເຮົາຈະຕ້ອງຕົກເປັນທາດຮັບໃຊ້ຂອງຊາວເຮັບເຣີ ດັ່ງທີ່ພວກເຂົາເຄີຍຕົກເປັນທາດຮັບໃຊ້ຂອງພວກເຮົາມາແລ້ວ. ສະນັ້ນ ຈົ່ງຕໍ່ສູ້ຢ່າງລູກຜູ້ຊາຍເຖີດ.”
\s5
\v 10 ພວກຟີລິດສະຕິນຕໍ່ສູ້ຢ່າງໜັກຈົນພວກອິດສະຣາເອນ ພ່າຍແພ້ໃນທີ່ສຸດ ແລະ ແຕກໜີໄປບ້ານເຮືອນຂອງໃຜລາວ. ມີການເຂັ່ນຂ້າເປັນໝູ່ຢ່າງໜັກ ຄື: ທະຫານອິດສະຣາເອນຖືກຂ້າຕາຍ ສາມສິບພັນຄົນ.
\v 11 ຫີບພັນທະສັນຍາຂອງພຣະເຈົ້າ ໄດ້ຖືກຢຶດໄປ ແລະ ໂຮຟະນີ ກັບ ຟີເນຮາ ລູກຊາຍສອງຄົນຂອງເອລີ ກໍຖືກຂ້າດ້ວຍ.
\s5
\v 12 ໃນມື້ດຽວກັນນັ້ນ ຍັງມີຊາຍໃນເຜົ່າເບັນຢາມິນ ຄົນໜຶ່ງໄດ້ແລ່ນມາຈາກສະໜາມຮົບສູ່ເມືອງຊີໂລ. ເພື່ອສະແດງຄວາມໂສກເສົ້າເສຍໃຈ ລາວໄດ້ຈີກເສື້ອຂອງຕົນ ແລະ ເອົາຂີ້ດິນໂຮຍໃສ່ຫົວ.
\v 13 ຝ່າຍເອລີ ກໍກາໍລັງນັ່ງເຝົ້າຄອຍຢູ່ໃກ້ແຄມທາງ ພ້ອມທັງຄິດເປັນຫ່ວງນໍາຫີບພັນທະສັນຍາຂອງພຣະເຈົ້າ. ຊາຍຜູ້ນີ້ໄດ້ມາປ່າວປະກາດໄປທົ່ວເມືອງຈົນທຸກຄົນຮ້ອງໄຫ້ດ້ວຍຄວາມຢ້ານ.
\s5
\v 14 ເມື່ອເອລີ ໄດ້ຍິນສຽງນັ້ນ ຈຶ່ງຖາມວ່າ, “ແມ່ນສຽງຫຍັງ? ” ຊາຍຄົນນັ້ນຈຶ່ງຟ້າວມາ ບອກຂ່າວແກ່ເອລີ. (
\v 15 ໃນຂະນະນັ້ນ ເອລີ ມີອາຍຸເກົ້າສິບແປດປີ ແລະ ຕາກໍເກືອບບໍ່ເຫັນຮຸ່ງແລ້ວ).
\s5
\v 16 ຊາຍຄົນນີ້ໄດ້ເວົ້າວ່າ, “ຂ້ານ້ອຍຫາກໍ ໜີມາຈາກສະໜາມຮົບມື້ນີ້ ແລະ ຟ້າວແລ່ນ ມາຍັງທີ່ນີ້ໂລດ. ” ເອລີ ຈຶ່ງຖາມລາວວ່າ, “ລູກເອີຍມີເຫດການຫຍັງເກີດຂຶ້ນ? ”
\v 17 ຄົນນາໍຂ່າວໄດ້ຕອບວ່າ, “ພວກອິດສະຣາເອນ ຕ່າງກໍແລ່ນປົບໜີຈາກພວກຟີລິດສະຕິນ ມັນເປັນການພ່າຍແພ້ທີ່ເຈັບແສບທີ່ສຸດ ສໍາລັບພວກເຮົາ. ນອກຈາກນີ້ ໂຮຟະນີ ກັບ ຟີເນຮາ ລູກຊາຍທັງສອງຂອງທ່ານກໍຖືກຂ້າ ແລະ ຫີບພັນທະສັນຍາຂອງພຣະເຈົ້າ ກໍຖືກຢຶດໄປດ້ວຍ.”
\s5
\v 18 ພໍຊາຍຄົນນັ້ນເວົ້າເຖິງຫີບພັນທະສັນຍາຂອງພຣະເຈົ້າ ເອລີຜູ້ທີ່ນັ່ງຢູ່ໃກ້ປະຕູພຣະວິຫານ ກໍຫງາຍຫລັງລົ້ມລົງຄໍຫັກຕາຍ ເພາະເພິ່ນເຖົ້າແກ່ແລະຕຸ້ຍ. ເອລີເປັນຜູ້ປົກຄອງຊາດອິດສະຣາເອນ ເປັນເວລາສີ່ສິບປີ.
\s5
\v 19 ລູກໃພ້ຂອງເອລີ ເມຍຂອງຟີເນຮາ ກໍາລັງຖືພາ ແລະໃກ້ຈະຄອດຢູ່ແລ້ວ. ເມື່ອນາງໄດ້ຍິນວ່າຫີບພັນທະສັນຍາຂອງພຣະເຈົ້າ ຖືກຢຶດໄປ ແລະພໍ່ປູ່ກັບຜົວຂອງຕົນກໍໄດ້ຕາຍໄປແລ້ວ ດ້ວຍຄວາມເສຍໃຈນາງຈຶ່ງເຈັບທ້ອງ ແລະ ຄອດລູກອອກມາໃນກະທັນຫັນ.
\v 20 ເມື່ອນາງກໍາລັງຈະສິ້ນໃຈນັ້ນ ພວກຜູ້ຍິງທີ່ມາຊ່ວຍນາງຄອດລູກກໍເວົ້າວ່າ, “ຈົ່ງເຮັດໃຈໃຫ້ເຂັ້ມແຂງເອົາໄວ້ ເຈົ້າໄດ້ລູກຜູ້ຊາຍ” ແຕ່ນາງບໍ່ສົນໃຈແລະບໍ່ຕອບ.
\s5
\v 21 ນາງໃສ່ຊື່ເດັກນັ້ນວ່າ ອີຄາບົດ [ປ] ໂດຍອະທິບາຍວ່າ, “ສະຫງ່າຣາສີຂອງພຣະເຈົ້າໄດ້ໄປຈາກຊາດອິດສະຣາເອນ” ອັນເປັນການອ້າງເຖິງຫີບພັນທະສັນຍາຂອງພຣະເຈົ້າ ທີ່ໄດ້ຖືກຢຶດໄປນັ້ນ ແລະ ການຕາຍຂອງພໍ່ປູ່ພ້ອມທັງຜົວຂອງນາງ.
\v 22 ນາງເວົ້າວ່າ, “ສະຫງ່າຣາສີ ໄດ້ຈາກຊາດອິດສະຣາເອນໄປແລ້ວ ເພາະຫີບພັນທະສັນຍາຂອງພຣະເຈົ້າໄດ້ຖືກຢຶດໄປ.”
\s5
\c 5
\p
\v 1 ຫລັງຈາກພວກຟີລິດສະຕິນ ໄດ້ຢຶດຫີບພັນທະສັນຍາຂອງພຣະເຈົ້າໄປແລ້ວ ພວກເຂົາກໍຫາມຫີບນີ້ອອກຈາກ ເອເບັນເອເຊ ໄປຍັງເມືອງຂອງພວກເຂົາທີ່ ອາສະໂດດ,
\v 2 ໄດ້ນາໍໄປຍັງວັດພະ ດາໂກນ ແລະ ຕັ້ງໄວ້ຢູ່ຂ້າງຮູບພະ ດາໂກນ ຂອງພວກເຂົາ.
\v 3 ເມື່ອຊາວອາສະໂດດ ຕື່ນຂຶ້ນມາໃນຕອນເຊົ້າ ໄດ້ເຫັນວ່າຮູບພະ ດາໂກນ ລົ້ມຂວໍ້າໜ້າລົງຕໍ່ ໜ້າຫີບພັນທະສັນຍາຂອງອົງພຣະຜູ້ເປັນເຈົ້າ. ສະນັ້ນ ພວກເຂົາຈຶ່ງຍົກເອົາຮູບພະນັ້ນໄປໄວ້ບ່ອນເກົ່າຄືນ.
\s5
\v 4 ໃນມື້ຕໍ່ມາ ແຕ່ເດິກ ໆ ພວກເຂົາເຫັນຮູບພະນັ້ນລົ້ມຂວໍ້າໜ້າລົງຕໍ່ໜ້າຫີບພັນທະສັນຍາຂອງອົງພຣະຜູ້ເປັນເຈົ້າ ອີກຄືເກົ່າ. ໃນເທື່ອນີ້ທັງຫົວ ແລະ ແຂນທັງສອງຂອງຮູບພະນັ້ນຫັກອອກ ແລະ ກອງກັນໄວ້ທີ່ປະຕູມີພຽງແຕ່ໂຕຂອງຮູບພະ ເທົ່ານັ້ນທີ່ຍັງເຫລືອຢູ່. (
\v 5 ດ້ວຍເຫດນີ້ ໃນທຸກມື້ນີ້ປະໂຣຫິດຂອງພະດາໂກນ ແລະ ຊາວເມືອງອາສະໂດດ ທຸກຄົນທີ່ຂາບໄຫວ້ພະດາໂກນ ຈຶ່ງບໍ່ຍອມ ຢຽບບ່ອນນັ້ນ ແຕ່ຍ່າງຂ້າມຜ່ານໄປ.)
\s5
\v 6 ອົງພຣະຜູ້ເປັນເຈົ້າໄດ້ລົງໂທດຊາວເມືອງອາສະໂດດ ຢ່າງໜັກທັງເຮັດໃຫ້ພວກເຂົາຢ້ານກົວພຣະອົງຫລາຍທີ່ສຸດ. ພຣະອົງຍັງໄດ້ລົງໂທດພວກເຂົາຕະຫລອດທັງປະຊາຊົນທີ່ຢູ່ອ້ອມແອ້ມນັ້ນ ໂດຍໃຫ້ເກີດຕຸ່ມຝີ. [ຜ]
\v 7 ເມື່ອພວກເຂົາໄດ້ເຫັນເຫດການດັ່ງນີ້ເກີດຂຶ້ນ ຈຶ່ງເວົ້າວ່າ, “ພຣະເຈົ້າຂອງຊາດອິດສະຣາເອນໄດ້ລົງໂທດພວກເຮົາກັບພະດາໂກນ ສາແລ້ວ ຢ່າເອົາຫີບພັນທະສັນຍາໄວ້ຢູ່ບ່ອນນີ້ຕໍ່ໄປອີກເລີຍ.”
\s5
\v 8 ສະນັ້ນ ພວກເຂົາຈຶ່ງໃຊ້ພວກຜູ້ນາໍຂ່າວໄປເຊີນເອົາກະສັດຟີລິດສະຕິນ ຫ້າຄົນມາ ແລະຖາມວ່າ, “ພວກເຮົາຄວນຈະເຮັດຢ່າງໃດກັບຫີບພັນທະສັນຍາຂອງພຣະເຈົ້າ ແຫ່ງຊາດອິດສະຣາເອນນີ້? ” ພວກເພິ່ນຕອບ ວ່າ, “ໃຫ້ເອົາໄປຍັງເມືອງກາດ. ” ດັ່ງນັ້ນ ພວກເຂົາຈຶ່ງນາໍເອົາຫີບພັນທະສັນຍານີ້ໄປຍັງເມືອງກາດ ຊຶ່ງເປັນເມືອງຂອງພວກຟີລິດສະຕິນ ອີກເມືອງໜຶ່ງ.
\v 9 ແຕ່ພໍຫີບໄປເຖິງທີ່ ນັ້ນແລ້ວອົງພຣະຜູ້ເປັນເຈົ້າກໍລົງໂທດຊາວ ເມືອງນີ້ ເຊັ່ນກັນຄືເຮັດໃຫ້ພວກເຂົາສັບສົນວຸ້ນວາຍຫຼາຍ. ພຣະອົງໄດ້ລົງໂທດພວກເຂົາ ໃຫ້ເກີດຕຸ່ມຝີ ທັງຜູ້ໜຸ່ມແລະຜູ້ເຖົ້າ.
\s5
\v 10 ເມື່ອເປັນເຊັ່ນນີ້ ພວກເຂົາຈຶ່ງສົ່ງຫີບພັນທະສັນຍາຂອງພຣະເຈົ້າ ໄປຍັງເມືອງເອັກໂຣນ ຊຶ່ງເປັນເມືອງຂອງພວກຟີລິດສະຕິນ ອີກເມືອງໜຶ່ງ. ເມື່ອຫີບພັນທະສັນຍາຂອງພຣະເຈົ້ານັ້ນມາເຖິງເມືອງນີ້ ແລ້ວປະຊາຊົນກໍພາກັນຮ້ອງຂຶ້ນວ່າ, “ພວກເຂົາ ໄດ້ນໍາເອົາຫີບພັນທະສັນຍາຂອງພຣະເຈົ້າ ແຫ່ງຊາດອິດສະຣາເອນ ມາທີ່ນີ້ເພື່ອໝາຍຈະຂ້າພວກເຮົາ ແລະ ປະຊາຊົນຂອງພວກເຮົາ.”
\s5
\v 11 ດັ່ງນັ້ນ ພວກເຂົາຈຶ່ງເຊີນເອົາກະສັດແຫ່ງຟີລິດສະຕິນທັງໝົດມາ ແລະ ຂໍຮ້ອງວ່າ, “ຈົ່ງສົ່ງຫີບພັນທະສັນຍາຂອງພຣະເຈົ້າແຫ່ງ ຊາດອິດສະຣາເອນ ກັບຄືນເມືອບ່ອນເກົ່າສາ ເພື່ອວ່າພວກເຮົາ ແລະ ປະຊາຊົນຂອງພວກເຮົາຈະບໍ່ໄດ້ຖືກຂ້າຕາຍ. ” ທົ່ວທັງເມືອງເລີຍເກີດສັບສົນວຸ້ນວາຍກັນຫຼາຍ ຍ້ອນວ່າພຣະເຈົ້າໄດ້ລົງໂທດພວກເຂົາຢ່າງໜັກ.
\v 12 ແມ່ນແຕ່ພວກທີ່ລອດຕາຍມາໄດ້ກໍຍັງເປັນຕຸ່ມຝີ; ສະນັ້ນ ພວກເຂົາຈຶ່ງໄດ້ຂໍຮ້ອງໃຫ້ບັນດາພະຂອງພວກເຂົາຊ່ວຍເຫລືອ.
\s5
\c 6
\p
\v 1 ຫລັງຈາກຫີບພັນທະສັນຍາຂອງອົງພຣະຜູ້ເປັນເຈົ້າ ຢູ່ໃນດິນແດນຟີລິດສະຕິນເປັນເວລາເຈັດເດືອນແລ້ວ
\v 2 ປະຊາຊົນຈຶ່ງໄດ້ເຊີນເອົາພວກປະໂຣຫິດ ແລະ ພວກໝໍມົນມາ ແລະ ຖາມວ່າ, “ພວກເຮົາຄວນຈະເຮັດຢ່າງໃດກັບຫີບພັນທະສັນຍາຂອງອົງພຣະຜູ້ເປັນເຈົ້າ? ຖ້າພວກເຮົາສົ່ງກັບຄືນໄປ ຍັງບ່ອນເກົ່າ ພວກເຮົາຄວນສົ່ງຫຍັງໄປພ້ອມແດ່?”
\s5
\v 3 ພວກເຂົາຕອບວ່າ, “ຖ້າພວກເຈົ້າຈະສົ່ງຫີບພັນທະສັນຍາຂອງພຣະເຈົ້າແຫ່ງຊາດ ອິດສະຣາເອນກັບຄືນໄປ ພວກເຈົ້າຕ້ອງສົ່ງເຄື່ອງຖວາຍໄປພ້ອມ ເພື່ອໃຫ້ເປັນການຊົດໃຊ້ບາບຂອງພວກເຈົ້າ. ຫີບພັນທະສັນຍາ ນີ້ຈະຖືກສົ່ງຄືນໄປໂດຍບໍ່ມີຂອງຖວາຍບໍ່ໄດ້. ດ້ວຍການເຮັດເຊັ່ນນີ້ ພວກເຈົ້າຈຶ່ງຈະຫາຍດີຈາກພະຍາດ ແລະ ພວກເຈົ້າກໍຈະຮູ້ວ່າເປັນຫຍັງພຣະອົງຈຶ່ງຍັງສືບຕໍ່ລົງໂທດພວກເຈົ້າຢູ່. ”
\v 4 ປະຊາຊົນຖາມວ່າ, “ພວກເຮົາຈະສົ່ງຂອງຖວາຍຢ່າງໃດ ໄປໃຫ້ພຣະອົງ? ” ພວກເຂົາຕອບວ່າ, “ຈົ່ງເຮັດຕຸ່ມຝີເປັນຄໍາຫ້າກ້ອນ ແລະ ເປັນໜູຫ້າໂຕ ແນວລະຢ່າງ ສໍາລັບກະສັດຫ້າຄົນ ເພາະພວກເຈົ້າທັງຫລາຍ ແລະ ກະສັດຫ້າຄົນນັ້ນເປັນພະຍາດຢ່າງດຽວກັນ.
\s5
\v 5 ພວກເຈົ້າຕ້ອງເຮັດແບບຂອງຕຸ່ມຝີ ແລະ ຮູບໜູຊຶ່ງພວມທາໍລາຍດິນແດນຂອງພວກເຈົ້ານັ້ນ ແລະ ພວກເຈົ້າຕ້ອງຍ້ອງຍໍໃຫ້ກຽດພຣະເຈົ້າຂອງຊາດອິດສະຣາເອນ. ບາງທີພຣະອົງຈະເຊົາລົງໂທດພວກເຈົ້າ, ບັນດາພະຂອງພວກເຈົ້າ ແລະ ດິນແດນຂອງພວກເຈົ້າກໍໄດ້.
\v 6 ເປັນຫຍັງ ພວກເຈົ້າຈຶ່ງຈະເປັນ ຄົນດື້ດ້ານດັ່ງກະສັດເອຢິບ ແລະ ຊາວເອຢິບ. ຢ່າລືມວ່າພຣະເຈົ້າໄດ້ເຮັດໃຫ້ພວກເຂົາເປັນ ຄົນໂງ່ຈ້າສໍ່າໃດ ຈົນປ່ອຍໃຫ້ພວກອິດສະຣາເອນອອກໄປຈາກປະເທດເອຢິບ.
\s5
\v 7 ດັ່ງນັ້ນ ຈົ່ງຈັດຕຽມເອົາກວຽນຄັນໃໝ່ ໆ ລໍາໜຶ່ງມາພ້ອມທັງງົວແມ່ສອງໂຕ ທີ່ຍັງບໍ່ທັນທຽມແອກ; ໃຫ້ເອົາງົວແມ່ນັ້ນທຽມແອກ ແລະ ໄລ່ລູກມັນເຂົ້າຄອກ.
\v 8 ແລ້ວໃຫ້ນໍາເອົາ ຫີບພັນທະສັນຍາຂອງອົງພຣະຜູ້ເປັນເຈົ້າໃສ່ເທິງກວຽນ ແລະ ເອົາຮູບທີ່ເປັນກ້ອນຄໍາຊຶ່ງ ພວກເຈົ້າສົ່ງໄປເປັນເຄື່ອງຖວາຍສໍາລັບຊົດໃຊ້ບາບນັ້ນ ໃສ່ໃນກ່ອງ ແລະ ໃຫ້ວາງໄວ້ ທີ່ຂ້າງຫີບພັນທະສັນຍາ. ແລ້ວປ່ອຍງົວແມ່ໃຫ້ແກ່ກວຽນໄປເອງ
\v 9 ແລະ ໃຫ້ຊອມເບິ່ງມັນ. ຖ້າກວຽນນີ້ຕົງໄປຍັງເມືອງເບັດເສເມດ ກໍໝາຍຄວາມວ່າ ແມ່ນພຣະເຈົ້າຂອງຊາດອິດສະຣາເອນ ທີ່ໄດ້ສົ່ງຄວາມຈິບຫາຍອັນຮ້າຍແຮງນີ້ມາສູ່ພວກເຮົາ. ຖ້າບໍ່ເປັນເຊັ່ນນັ້ນ ແລ້ວພວກເຮົາກໍຈະຮູ້ໄດ້ວ່າ ບໍ່ແມ່ນພຣະອົງ ທີ່ໄດ້ສົ່ງໂຣກລະບາດນີ້ມາ, ແຕ່ມັນເປັນສິ່ງບັງເອີນ ທີ່ໄດ້ເກີດຂຶ້ນເທົ່ານັ້ນ.”
\s5
\v 10 ພວກເຂົາກໍປະຕິບັດຕາມທີ່ໄດ້ຖືກແຈ້ງມານັ້ນ ຄື: ພວກເຂົາເອົາງົວແມ່ສອງໂຕໄປທຽມແອກ ແລະ ຂັງລູກມັນໄວ້ໃນຄອກ.
\v 11 ພວກເຂົາເອົາຫີບພັນທະສັນຍາຂອງອົງພຣະຜູ້ເປັນເຈົ້າ ພ້ອມທັງກ່ອງແບບຮູບໜູ ແລະ ຮູບຕຸ່ມຝີ ໃສ່ເທິງກວຽນ.
\v 12 ແລ້ວງົວແມ່ນັ້ນກໍເລີ່ມອອກເດີນທາງໄປສູ່ ເບັດເສເມດ ແລະ ມຸ້ງໜ້າຕົງໄປຍັງເມືອງນີ້ ທັງຮ້ອງໄປພ້ອມ ໂດຍບໍ່ໄດ້ລ້ຽວອອກໄປຈາກທາງ. ຝ່າຍກະສັດຟີລິດສະຕິນທັງຫ້າ ກໍຕິດຕາມກວຽນນັ້ນໄປຈົນເຖິງຊາຍແດນຂອງເມືອງເບັດເສເມດ.
\s5
\v 13 ຊາວເບັດເສເມດ ກາໍລັງພາກັນກ່ຽວເຂົ້າຢູ່ໃນທົ່ງນາ; ເມື່ອຫລຽວເຫັນຫີບພັນທະສັນຍາ ກໍພາກັນຊົມຊື່ນຍິນດີຫຼາຍ.
\s5
\v 14 ກວຽນນັ້ນໄດ້ມາຢຸດຢູ່ໃກ້ໂງ່ນຫິນ ໃຫຍ່ບ່ອນໜຶ່ງໃນນາຂອງຊາຍຜູ້ໜຶ່ງ ຊື່ວ່າ ໂຢຊວຍ ຊາວເມືອງເບັດເສເມດ. ແລ້ວຊາວເມືອງກໍມ້າງໄມ້ກວຽນ ອອກເປັນທ່ອນ ໆ ແລະ ຂ້າງົວແມ່ສອງໂຕນັ້ນເຜົາເປັນເຄື່ອງບູຊາ ຖວາຍແກ່ອົງພຣະຜູ້ເປັນເຈົ້າ.
\v 15 ພວກເລວີຈຶ່ງຍົກເອົາຫີບພັນທະສັນຍາຂອງອົງພຣະຜູ້ເປັນເຈົ້າ ພ້ອມກັບກ່ອງທີ່ບັນຈຸກ້ອນຄໍານັ້ນໄປວາງໄວ້ຢູ່ທີ່ເທິງໂງ່ນຫິນບ່ອນ ໜຶ່ງ. ແລ້ວຊາວເມືອງເບັດເສເມດ ກໍຖວາຍ ເຄື່ອງເຜົາບູຊາ ກັບເຄື່ອງບູຊາອື່ນ ໆ ອີກແກ່ອົງພຣະຜູ້ເປັນເຈົ້າ.
\s5
\v 16 ຝ່າຍກະສັດຟີລິດສະຕິນ ຫ້າຄົນນັ້ນຕ່າງກໍຈອບເບິ່ງເຫດການຢູ່ຕະຫລອດ ແລ້ວພວກເຂົາກໍໄດ້ກັບເມືອເມືອງເອັກໂຣນ ໃນມື້ນັ້ນເອງ.
\s5
\v 17 ຄໍາທີ່ເປັນຮູບຕຸ່ມຝີ ຫ້າກ້ອນຊຶ່ງພວກຟີ ລິດສະຕິນໄດ້ຈັດສົ່ງມາເປັນຂອງຖວາຍແກ່ ອົງພຣະຜູ້ເປັນເຈົ້າ ເພື່ອຊົດໃຊ້ບາບນັ້ນແຕ່ລະກ້ອນ ແມ່ນສໍາລັບແຕ່ລະເມືອງ ດັ່ງນີ້: ອາສະໂດດ, ກາຊາ, ອາສະເກໂລນ, ກາດ ແລະ ເອັກໂຣນ.
\v 18 ສ່ວນກ້ອນຄໍາທີ່ເປັນແບບຮູບໜູ ແມ່ນສໍາລັບເມືອງຕ່າງ ໆ ຂອງພວກຟີລິດສະຕິນ ຊຶ່ງຖືກປົກຄອງໂດຍກະສັດຫ້າຄົນ ພ້ອມທັງເມືອງທີ່ມີປ້ອມປ້ອງກັນດ້ວຍ. ສ່ວນໂງ່ນຫິນໃນທົ່ງນາຂອງໂຢຊວຍ ທີ່ເບັດເສເມດ ບ່ອນທີ່ຊາວເມືອງ ວາງຫີບພັນທະສັນຍາຂອງອົງພຣະຜູ້ເປັນເຈົ້າໃສ່ນັ້ນ ກໍຍັງເປັນຫລັກຖານພະຍານເຖິງເຫດການທີ່ໄດ້ເກີດຂຶ້ນນັ້ນ ຈົນເທົ່າເຖິງທຸກວັນນີ້.
\s5
\v 19 ​ອົງພຣະຜູ້ເປັນເຈົ້າໄດ້ຂ້າຊາວເມືອງເບັດເສເມດ ເຈັດສິບຄົນຍ້ອນພວກເຂົາຊ່ອງເບິ່ງຫີບພັນທະສັນຍາຂອງອົງພຣະຜູ້ເປັນເຈົ້າ. ປະຊາຊົນໄດ້ໄວ້ທຸກໃຫ້ ເພາະອົງພຣະຜູ້ເປັນເຈົ້າໄດ້ໃຫ້ເກີດການເຂັ່ນຂ້າເປັນໝູ່ຢ່າງໜັກໃນທ່າມກາງພວກເຂົາ.
\v 20 ດັ່ງນັ້ນ ຊາວເມືອງຈຶ່ງເວົ້າວ່າ, “ແມ່ນຜູ້ໃດທີ່ຈະຢືນຢູ່ຊ້ອງໜ້າຂອງອົງພຣະຜູ້ເປັນເຈົ້າ ພຣະເຈົ້າອົງບໍຣິສຸດນີ້ໄດ້? ພວກເຮົາຈະສົ່ງພຣະອົງໄປໃຫ້ຜູ້ໃດໄດ້ ເພື່ອໃຫ້ພົ້ນຈາກພວກເຮົາເສຍ?”
\s5
\v 21 ແລ້ວພວກເຂົາກໍສົ່ງຄົນນາໍຂ່າວໄປຫາ ຊາວກີຣີອາດ-ເຢອາຣິມ ວ່າ, “ພວກຟີລິດສະຕິນໄດ້ສົ່ງຫີບພັນທະສັນຍາຂອງອົງພຣະຜູ້ເປັນເຈົ້າຄືນມາແລ້ວ ຂໍໃຫ້ລົງມາເອົາສາ.”
\s5
\c 7
\p
\v 1 ສະນັ້ນ ຊາວກີຣີອາດ-ເຢອາຣິມ ຈຶ່ງລົງມາເອົາຫີບພັນທະສັນຍາຂອງອົງພຣະຜູ້ເປັນເຈົ້າ ໄປທີ່ເຮືອນຂອງຊາຍຄົນໜຶ່ງ ຜູ້ທີ່ອາໄສຢູ່ຕາມເນີນພູ ຊື່ວ່າ ອາບີນາດາບ. ພວກເຂົາໄດ້ແຕ່ງຕັ້ງ ເອເລອາຊາ ລູກຊາຍຂອງລາວໃຫ້ຮັບໜ້າທີ່ເບິ່ງແຍງຫີບພັນທະສັນຍາຂອງອົງພຣະຜູ້ເປັນເຈົ້າ.
\v 2 ຫີບພັນທະສັນຍາຢູ່ໃນເມືອງກີຣີອາດ- ເຢອາຣິມ ເປັນເວລາດົນນານເຖິງຊາວປີ. ໃນເວລານັ້ນ ຊາວອິດສະຣາເອນທຸກຄົນໄດ້ຮ້ອງຫາອົງພຣະຜູ້ເປັນເຈົ້າໃຫ້ຊ່ວຍເຫລືອ.
\s5
\v 3 ຊາມູເອນ ໄດ້ກ່າວແກ່ປະຊາຊົນອິດສະຣາເອນ ວ່າ, “ຖ້າພວກເຈົ້າກັບຄືນມາ ຫາອົງພຣະຜູ້ເປັນເຈົ້າດ້ວຍສຸດໃຈຂອງພວກເຈົ້າ ພວກເຈົ້າຈະຕ້ອງກາໍຈັດບັນດາພະຂອງ ຊາວຕ່າງຊາດ ແລະ ຮູບຂອງເຈົ້າແມ່ອັດຊະຕາກ. ຈົ່ງອຸທິດພວກເຈົ້າເອງແກ່ອົງພຣະຜູ້ເປັນເຈົ້າ ແລະ ນະມັດສະການແຕ່ພຣະອົງ ເທົ່ານັ້ນ ແລະ ພຣະອົງກໍຈະຊ່ວຍກູ້ເອົາພວກເຈົ້າໃຫ້ພົ້ນຈາກອໍານາດຂອງພວກຟີລິດສະຕິນ. ”
\v 4 ດັ່ງນັ້ນ ຊາວອິດສະຣາເອນຈຶ່ງໄດ້ກາໍຈັດບັນດາຮູບພະບາອານ ແລະ ຮູບຂອງເຈົ້າແມ່ອັດຊະຕາກ ແລ້ວເລີ່ມນະມັດສະການ ອົງພຣະຜູ້ເປັນເຈົ້າແຕ່ເທົ່ານັ້ນ.
\s5
\v 5 ຕໍ່ມາ ຊາມູເອນໄດ້ເອີ້ນເອົາຊາວອິດສະຣາເອນ ທຸກຄົນໃຫ້ໄປໂຮມກັນຢູ່ທີ່ເມືອງມີຊະປາ ໂດຍບອກວ່າ, “ຂ້ອຍຈະພາວັນນາອະທິຖານອົງພຣະຜູ້ເປັນເຈົ້າ ເພື່ອພວກເຈົ້າຢູ່ໃນທີ່ນັ້ນ. ”
\v 6 ດັ່ງນັ້ນ ພວກເຂົາ ທຸກຄົນຈຶ່ງໄປເຕົ້າໂຮມກັນທີ່ເມືອງມີຊະປາ. ພວກເຂົາຕັກເອົານາໍ້ ແລະ ຖອກລົງໃສ່ດິນເພື່ອເປັນການຖວາຍແກ່ອົງພຣະຜູ້ເປັນເຈົ້າ ແລະ ຖືສິນອົດອາຫານຕະຫລອດວັນ. ພວກເຂົາເວົ້າວ່າ, “ພວກຂ້ານ້ອຍໄດ້ເຮັດບາບຕໍ່ສູ້ ອົງພຣະຜູ້ເປັນເຈົ້າ. ” (ແມ່ນໃນເມືອງມີຊະປາ ນີ້ເອງທີ່ຊາມູເອນ ໄດ້ຢຸດຕິການຜິດຖຽງກັນ ລະຫວ່າງປະຊາຊົນອິດສະຣາເອນ).
\s5
\v 7 ເມື່ອພວກຟີລິດສະຕິນ ໄດ້ຍິນຂ່າວວ່າ ພວກອິດສະຣາເອນໄດ້ມາເຕົ້າໂຮມກັນຢູ່ເມືອງມີຊະປາ; ກະສັດຊາວຟີລິດສະຕິນທັງຫ້າຄົນພ້ອມກັບທະຫານຈາໍນວນໜຶ່ງຈຶ່ງຕຽມຕົວອອກໄປໂຈມຕີພວກເຂົາ. ເມື່ອພວກອິດສະຣາເອນໄດ້ຍິນຂ່າວນີ້ ພວກເຂົາກໍເກີດຢ້ານກົວ
\v 8 ແລະ ເວົ້າຕໍ່ຊາມູເອນ ວ່າ, “ຢ່າ ຢຸດພາວັນນາອະທິຖານ ຕໍ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຮົາ ເພື່ອພຣະອົງຈະຊ່ວຍເຫລືອພວກເຮົາ ໃຫ້ພົ້ນຈາກພວກຟີລິດສະຕິນ.”
\s5
\v 9 ຊາມູເອນ ຂ້າແກະໜຸ່ມໂຕໜຶ່ງ ແລະ ເຜົາທັງໂຕຖວາຍແກ່ອົງພຣະຜູ້ເປັນເຈົ້າ. ແລ້ວເພິ່ນກໍໄດ້ພາວັນນາອະທິຖານຂໍອົງພຣະ ຜູ້ເປັນເຈົ້າ ໂຜດຊ່ວຍເຫລືອຊາດອິດສະຣາເອນ ແລະ ອົງພຣະຜູ້ເປັນເຈົ້າໄດ້ຕອບຄໍາພາວັນນາອະທິຖານຂອງເພິ່ນ.
\s5
\v 10 ໃນຂະນະທີ່ຊາມູເອນ ພວມຖວາຍເຄື່ອງບູຊາຢູ່ນັ້ນ ພວກຟີລິດສະຕິນໄດ້ເຄື່ອນທັບເຂົ້າມາໂຈມຕີ. ແຕ່ອົງພຣະຜູ້ເປັນເຈົ້າ ເຮັດໃຫ້ພວກເຂົາໄດ້ຍິນສຽງຮ້ອງອັນໜ້າຢ້ານກົວຍິ່ງ. ສະນັ້ນ ພວກເຂົາຈຶ່ງສັບສົນວຸ້ນວາຍ ແລະ ແຕກໜີໄປດ້ວຍຄວາມແຕກຕື່ນຕົກໃຈ.
\v 11 ແລ້ວຊາວອິດສະຣາເອນ ກໍຍົກທັບອອກມາຈາກເມືອງມີຊະປາ ແລະ ໄລ່ຕາມລ່າພວກເຂົາໄປຈົນຮອດ ເບັດຄາ ໂດຍຂ້າພວກເຂົາໄປຕາມທາງ.
\s5
\v 12 ແລ້ວ ຊາມູເອນ ກໍໄດ້ເອົາຫິນກ້ອນໜຶ່ງ ມາຕັ້ງໄວ້ຢູ່ລະຫວ່າງເມືອງມີຊະປາ ແລະ ເມືອງເຊນ ແລະ ເວົ້າວ່າ, “ອົງພຣະຜູ້ເປັນເຈົ້າ ຊ່ວຍເຫລືອພວກຂ້ານ້ອຍຕະຫລອດມາ” ແລະ ເພິ່ນໄດ້ໃສ່ຊື່ກ້ອນຫິນນັ້ນວ່າ, “ກ້ອນຫິນແຫ່ງຄວາມຊ່ວຍເຫລືອ.”
\s5
\v 13 ສະນັ້ນ ພວກຟີລິດສະຕິນ ຈຶ່ງພ່າຍແພ້ໄປ ແລະ ອົງພຣະຜູ້ເປັນເຈົ້າກໍບໍ່ໄດ້ໃຫ້ພວກເຂົາບຸກລຸກເຂດແດນຂອງຊາວອິດສະຣາເອນ ອີກຕາບໃດທີ່ຊາມູເອນຍັງມີຊີວິດຢູ່.
\v 14 ທຸກຫົວເມືອງຕັ້ງແຕ່ເມືອງເອັກ ໂຣນ ຈົນຮອດເມືອງກາດ ຊຶ່ງພວກຟີລິດສະຕິນຢຶດເອົາໄປນັ້ນ ກໍໄດ້ຄືນມາເປັນຂອງ ພວກອິດສະຣາເອນ ດັ່ງນັ້ນຊາວອິດສະຣາເອນ ຈຶ່ງໄດ້ດິນແດນທີ່ຖືກຢຶດໄປ ນັ້ນຄືນມາໝົດ. ຄວາມສະຫງົບສຸກໄດ້ເກີດມີ ລະຫວ່າງຊາວອິດສະຣາເອນ ແລະ ຊາວການາອານ ຄືກັນ.
\s5
\v 15 ຊາມູເອນ ໄດ້ປົກຄອງຊາດອິດສະຣາເອນຕະຫລອດຊົ່ວຊີວິດຂອງເພິ່ນ.
\v 16 ທຸກ ໆ ປີໃດ ເພິ່ນຕ້ອງໄປແກ້ໄຂການ ຜິດຂ້ອງຕ້ອງຖຽງກັນ ຕາມຫົວເມືອງຕ່າງ ໆ ດັ່ງນີ້: ເບັດເອນ, ກິນການ, ມີຊະປາ;
\v 17 ແລ້ວເພິ່ນກໍໄດ້ກັບຄືນມາຍັງເຮືອນຂອງເພິ່ນທີ່ເມືອງຣາມາ ບ່ອນທີ່ເພິ່ນຮັບໃຊ້ເປັນຜູ້ຕັດສິນຄວາມຄືກັນ. ຢູ່ໃນເມືອງຣາມານີ້ ເພິ່ນສ້າງແທ່ນບູຊາແທ່ນໜຶ່ງຂຶ້ນ ເພື່ອຖວາຍແກ່ ອົງພຣະຜູ້ເປັນເຈົ້າ.
\s5
\c 8
\p
\v 1 ເມື່ອຊາມູເອນເຖົ້າແກ່ແລ້ວ ເພິ່ນໄດ້ໃຫ້ ພວກລູກຊາຍຂອງຕົນຂຶ້ນເປັນຜູ້ປົກຄອງຊາດອິດສະຣາເອນ ແທນຕົນ.
\v 2 ລູກຊາຍ ຜູ້ກົກຂອງເພິ່ນຊື່ວ່າ ໂຢເອນ ແລະ ລູກຊາຍ ຜູ້ຫລ້າຊື່ວ່າ ອາບີຢາ. ເຂົາທັງສອງເປັນຜູ້ຕັດສິນຄວາມຢູ່ທີ່ເມືອງເບເອນເຊບາ.
\v 3 ແຕ່ ພວກເຂົາບໍ່ໄດ້ປະພຶດຕາມແບບຢ່າງຂອງພໍ່ ພວກເຂົາສົນໃຈນາໍແຕ່ເງິນຄໍາເທົ່ານັ້ນ. ດັ່ງນັ້ນພວກເຂົາຈຶ່ງຮັບສິນບົນ ແລະ ບໍ່ໄດ້ຕັດສິນຄວາມຢ່າງສັດຊື່.
\s5
\v 4 ແລ້ວພວກຜູ້ນາໍຂອງຊາດອິດສະຣາເອນ ກໍມາປະຊຸມກັນ ແລະພາກັນໄປຫາຊາມູເອນທີ່ເມືອງຣາມາ.
\v 5 ພວກເຂົາເວົ້າກັບເພິ່ນວ່າ, “ທ່ານເອີຍ ທ່ານກໍເຖົ້າແກ່ແລ້ວ; ພວກລູກຊາຍຂອງທ່ານບໍ່ໄດ້ປະພຶດຕາມແບບຢ່າງຂອງທ່ານເລີຍ. ສະນັ້ນ ຂໍທ່ານຈົ່ງແຕ່ງຕັ້ງກະສັດໃຫ້ເປັນຜູ້ປົກຄອງພວກຂ້ານ້ອຍສາ ເພື່ອພວກຂ້ານ້ອຍຈະມີກະສັດປົກຄອງດັ່ງ ປະເທດອື່ນ ໆ.”
\s5
\v 6 ຊາມູເອນບໍ່ພໍໃຈໃນສິ່ງທີ່ພວກເຂົາຂໍຮ້ອງວ່າ, “ຂໍທ່ານຈົ່ງແຕ່ງຕັ້ງກະສັດໃຫ້ປົກຄອງພວກຂ້ານ້ອຍ. ” ດັ່ງນັ້ນ ເພິ່ນຈຶ່ງພາວັນນາອະທິຖານຕໍ່ອົງພຣະຜູ້ເປັນເຈົ້າ
\v 7 ແລະ ອົງພຣະຜູ້ເປັນເຈົ້າກ່າວວ່າ, “ຈົ່ງຟັງທຸກ ໆ ສິ່ງທີ່ປະຊາຊົນເວົ້າຕໍ່ເຈົ້າ. ພວກເຂົາບໍ່ໄດ້ ປະຖິ້ມເຈົ້າ, ແຕ່ໄດ້ປະຖິ້ມເຮົາຕ່າງຫາກ ໂດຍບໍ່ຍອມຮັບເອົາເຮົາເປັນເຈົ້າຊີວິດຂອງພວກເຂົາຕໍ່ໄປ.
\s5
\v 8 ​ນັບຕັ້ງແຕ່ເຮົາໄດ້ນາໍພວກເຂົາອອກມາຈາກປະເທດເອຢິບພຸ້ນ ພວກເຂົາໄດ້ເຫີນຫ່າງຈາກເຮົາ ແລະ ໄປຂາບໄຫວ້ບັນດາພະອື່ນ. ດຽວນີ້ພວກເຂົາກາໍລັງປະພຶດຕໍ່ເຈົ້າ ດັ່ງທີ່ພວກເຂົາເຄີຍປະພຶດຕໍ່ເຮົາ.
\v 9 ສະນັ້ນ ເຈົ້າຈົ່ງຟັງພວກເຂົາ, ແຕ່ໃຫ້ຕັກເຕືອນພວກເຂົາຢ່າງໜັກແໜ້ນ ແລະທັງອະທິບາຍສູ່ພວກເຂົາໃຫ້ຮູ້ວ່າ ກະສັດຂອງພວກເຂົານັ້ນຈະປົກຄອງພວກເຂົາຢ່າງໃດ?”
\s5
\v 10 ຊາມູເອນ ຈຶ່ງບອກປະຊາຊົນທີ່ມາຂໍໃຫ້ ມີກະສັດຕາມທຸກ ໆ ສິ່ງທີ່ອົງພຣະຜູ້ເປັນເຈົ້າ ໄດ້ບອກເພິ່ນ.
\v 11 ເພິ່ນອະທິບາຍວ່າ, “ກະສັດຂອງພວກເຈົ້າຈະປະຕິບັດຕໍ່ພວກເຈົ້າ ດັ່ງນີ້: ເພິ່ນຈະເອົາລູກຊາຍຂອງພວກເຈົ້າໄປເປັນທະຫານ, ບາງຄົນຈະເປັນທະຫານປະຈາໍລົດຮົບ, ບາງຄົນຈະເປັນທະຫານມ້າ ແລະ ບາງຄົນຈະເປັນທະຫານ ໜ່ວຍກ້າຕາຍ.
\v 12 ເພິ່ນຈະແຕ່ງຕັ້ງເຂົາ ບາງຄົນໃຫ້ເປັນນາຍພັນ ແລະ ໃຫ້ບາງຄົນ ເປັນນາຍຮ້ອຍ. ລູກຊາຍຂອງພວກເຈົ້າຈະຕ້ອງໄຖນາ ແລະ ກ່ຽວເຂົ້າໃຫ້ເພິ່ນ ແລະ ເຮັດອາວຸດ ແລະ ເຄື່ອງຮົບປະຈາໍລົດຮົບໃຫ້ ເພິ່ນ.
\s5
\v 13 ສ່ວນລູກສາວຂອງພວກເຈົ້າ ຈະຕ້ອງ ແຕ່ງນໍ້າຫອມໃຫ້ເພິ່ນ ແລະ ເຮັດວຽກເປັນແມ່ ຄົວ ແລະ ເປັນຜູ້ເຮັດເຂົ້າໜົມໃຫ້ເພິ່ນ.
\v 14 ເພິ່ນຈະຢຶດເອົານາ ທົ່ງດີທີ່ສຸດຂອງພວກເຈົ້າ ພ້ອມທັງສວນອະງຸ່ນ ແລະ ສວນໝາກກອກເທດຂອງພວກເຈົ້າໄປໃຫ້ພວກຂ້າຣາຊການຂອງເພິ່ນ.
\v 15 ເພິ່ນຈະຫັກເອົາໜຶ່ງສ່ວນສິບຂອງເຂົ້າສາລີ ແລະ ໝາກອະງຸ່ນຂອງພວກເຈົ້າສໍາລັບນາຍທະຫານປະຈາໍວັງ ແລະ ສໍາລັບຂ້າຣາຊການຄົນອື່ນ ໆ ຂອງເພິ່ນ.
\s5
\v 16 ເພິ່ນຈະເອົາບັນດາຄົນຮັບໃຊ້ທັງຊາຍ ຍິງກັບຝູງງົວ [ຝ] ແລະ ຝູງລໍໂຕດີທີ່ສຸດຂອງ ພວກເຈົ້າໄປໃຊ້ເຮັດວຽກໃຫ້ເພິ່ນ.
\v 17 ເພິ່ນຈະຫັກເອົາໜຶ່ງສ່ວນສິບຂອງຝູງສັດ ຂອງພວກເຈົ້າ ແລະ ພວກເຈົ້າຈະເປັນທາດຮັບໃຊ້ຂອງເພິ່ນ.
\v 18 ເມື່ອເວລາມາເຖິງ ພວກເຈົ້າຈະຈົ່ມຢ່າງຂົມຂື່ນໃນຈິດໃຈ ເພາະກະສັດທີ່ພວກເຈົ້າໄດ້ເລືອກເອົານັ້ນ, ແຕ່ອົງພຣະຜູ້ເປັນເຈົ້າຈະບໍ່ຟັງຄໍາຈົ່ມໃດ ໆ ຂອງພວກເຈົ້າທັງສິ້ນ.”
\s5
\v 19 ຝ່າຍປະຊາຊົນບໍ່ສົນໃຈຕໍ່ຄໍາເວົ້າຂອງຊາມູເອນ ເລີຍ ແຕ່ກັບຕອບວ່າ, “ບໍ່! ພວກ ຂ້ານ້ອຍຕ້ອງການກະສັດ
\v 20 ເພື່ອວ່າ ພວກຂ້ານ້ອຍຈະເປັນດັ່ງຊົນຊາດອື່ນ ໆ ໂດຍມີກະສັດຂອງຕົນເອງ ເພື່ອປົກຄອງພວກຂ້ານ້ອຍ ແລະ ເພື່ອນາໍໜ້າພວກຂ້ານ້ອຍອອກໄປສູ່ສະໜາມຮົບ.”
\s5
\v 21 ຊາມູເອນ ໄດ້ຟັງເລື່ອງຕ່າງ ໆ ທີ່ພວກເຂົາໄດ້ເວົ້າມາ ແລະ ເພິ່ນກໍນາໍເອົາເລື່ອງເຫລົ່ານັ້ນໄປກ່າວກັບອົງພຣະຜູ້ເປັນເຈົ້າ.
\v 22 ອົງພຣະຜູ້ເປັນເຈົ້າກ່າວກັບຊາມູເອນ ວ່າ, “ຈົ່ງເຮັດໃນສິ່ງທີ່ພວກເຂົາຕ້ອງການ ແລະ ແຕ່ງຕັ້ງກະສັດໃຫ້ພວກເຂົາ. ” ແລ້ວຊາມູເອນ ກໍບອກໃຫ້ພວກຜູ້ຊາຍອິດສະຣາເອນ ທັງໝົດກັບເມືອ.
\s5
\c 9
\p
\v 1 ຍັງມີຊາຍຮັ່ງມີ ແລະ ຊື່ສຽງດີຄົນໜຶ່ງຈາກເຜົ່າເບັນຢາມິນ ຊື່ວ່າ ກີເຊ ລາວເປັນລູກຊາຍຂອງອາບີເອນ ແລະ ຫລານຊາຍຂອງເສໂຣເຣ ຄົນຢູ່ໃນຄອບຄົວຂອງເບໂກຣັດ ຊຶ່ງເປັນສ່ວນໜຶ່ງຂອງຕະກຸນອາຟີຢາ
\v 2 ກີເຊ ມີລູກຊາຍຜູ້ໜຶ່ງຊື່ວ່າ ໂຊນ. ໂຊນເປັນຊາຍທີ່ໜຸ່ມແໜ້ນ ແລະ ສະຫງ່າງາມ. ໃນຊາດອິດສະຣາເອນບໍ່ມີຜູ້ໃດສູງ ແລະ ງາມທໍ່ລາວ.
\s5
\v 3 ມີຄັ້ງໜຶ່ງລໍຂອງກີເຊ ເສຍ ລາວຈຶ່ງສັ່ງໂຊນ ວ່າ, “ລູກຈົ່ງໄປຊອກຫາລໍ ແລະ ເອົາຄົນຮັບໃຊ້ຜູ້ໜຶ່ງໄປນໍາ. ”
\v 4 ເຂົາໄດ້ຜ່ານເຂດພູດອຍ ເອຟຣາອິມ ກັບອານາເຂດຊາລີຊາ ໄປແຕ່ກໍບໍ່ພົບລໍເລີຍ. ດັ່ງນັ້ນ ເຂົາຈຶ່ງຜ່ານ ໄປທາງອານາເຂດສາອາລິມ ແຕ່ກໍບໍ່ພົບລໍອີກ. ເຂົາຈຶ່ງຜ່ານໄປທາງອານາເຂດເບັນຢາມິນ ແຕ່ກໍບໍ່ພົບລໍເຊັ່ນກັນ.
\s5
\v 5 ເມື່ອພວກເຂົາເຂົ້າມາຮອດອານາເຂດຊູເຟ ໂຊນຈຶ່ງກ່າວແກ່ຄົນຮັບໃຊ້ວ່າ, “ໃຫ້ພວກເຮົາກັບເມືອສາ ບາງທີພໍ່ຂ້ອຍອາດເຊົາເປັນຫ່ວງນາໍລໍແລ້ວ ແຕ່ເພິ່ນອາດເປັນຫ່ວງນາໍພວກເຮົາຫລາຍກວ່າກໍເປັນໄດ້. ”
\v 6 ຄົນຮັບໃຊ້ຈຶ່ງຕອບວ່າ, “ໃຫ້ພວກເຮົາລໍຖ້າກ່ອນ ໃນເມືອງນີ້ມີຄົນຂອງພຣະເຈົ້າຜູ້ໜຶ່ງໜ້າເຄົາຣົບ ແລະ ນັບຖືທີ່ສຸດ ເພາະທຸກສິ່ງທີ່ເພິ່ນເວົ້າ ລ້ວນແຕ່ເປັນຄວາມຈິງທັງນັ້ນ. ໃຫ້ພວກເຮົາ ໄປຫາເພິ່ນເທາະ! ບາງທີ ເພິ່ນອາດບອກພວກເຮົາວ່າ ລໍຂອງພວກເຮົາຢູ່ບ່ອນໃດກໍໄດ້?”
\s5
\v 7 ໂຊນຖາມວ່າ, “ຖ້າພວກເຮົາໄປຫາເພິ່ນ ພວກເຮົາຈະມີຫຍັງໃຫ້ເພິ່ນ? ອາຫານກໍບໍ່ມີເຫລືອ ແລະ ພວກເຮົາບໍ່ມີຫຍັງຈັກແນວທີ່ຈະເອົາໄປໃຫ້ເພິ່ນ. ”
\v 8 ຄົນຮັບໃຊ້ຕອບວ່າ, “ຂ້ອຍມີເງິນຢູ່ຫລຽນໜຶ່ງພໍທີ່ຈະໃຫ້ເພິ່ນໄດ້ ແລ້ວເພິ່ນກໍຈະບອກພວກເຮົາວ່າ ຈະພົບລໍໄດ້ຢູ່ບ່ອນໃດ?”
\s5
\v 9-11 ໂຊນຈຶ່ງເວົ້າວ່າ, “ເປັນ ຄວາມຄິດທີ່ດີ ໃຫ້ພວກເຮົາພາກັນໄປເທາະ. ” ດັ່ງນັ້ນ ພວກເຂົາຈຶ່ງໄປຍັງບ່ອນທີ່ຄົນຂອງພຣະເຈົ້າຢູ່. ໃນຂະນະທີ່ຍ່າງຂຶ້ນເນີນພູ ເຂົ້າໄປໃນເມືອງນັ້ນ ພວກເຂົາໄດ້ພົບຍິງສາວ ບາງຄົນທີ່ອອກມາຕັກນາໍ້ ຈຶ່ງສອບຖາມຍິງສາວນັ້ນວ່າ, “ໝໍດູຢູ່ເມືອງນີ້ບໍ? ” (ໃນເວລາ ນັ້ນ ຄົນເອີ້ນຜູ້ທາໍນວາຍວ່າ ໝໍດູ; ດັ່ງນັ້ນ ຖ້າມີຄົນໃດຢາກຖາມພຣະເຈົ້າ ເຂົາຕ້ອງເວົ້າວ່າ, “ພວກເຮົາໄປຫາໝໍດູກັນເທາະ. ”)
\s5
\v 12-13 ພວກຍິງສາວຈຶ່ງຕອບວ່າ, “ແມ່ນແລ້ວ ເພິ່ນຢູ່ທີ່ນີ້; ເພິ່ນຫາກໍຍ່າງອອກໄປກ່ອນພວກເຈົ້າມານີ້ເອງ. ຖ້າພວກເຈົ້າຟ້າວຕາມໄປ ອາດຈະທັນ. ເມື່ອພວກເຈົ້າເຂົ້າ ໄປໃນເມືອງແລ້ວກໍຈະເຫັນເພິ່ນດອກ. ເພິ່ນມາໃນເມືອງມື້ນີ້ ກໍເພາະປະຊາຊົນພວມໄປ ຖວາຍເຄື່ອງບູຊາ ທີ່ແທ່ນບູຊາເທິງພູ. ພວກທີ່ຖືກເຊີນໄປຈະບໍ່ຮັບປະທານອາຫານ ຈົນກວ່າເພິ່ນໄປຮອດທີ່ນັ້ນສາກ່ອນ ເພາະເພິ່ນຈະຕ້ອງອວຍພອນເຄື່ອງບູຊານັ້ນກ່ອນ. ຖ້າພວກເຈົ້າໄປດຽວນີ້ກໍຈະພົບເພິ່ນ ກ່ອນເພິ່ນຈະຂຶ້ນໄປກິນອາຫານທີ່ເທິງພູ.”
\s5
\v 14 ດັ່ງນັ້ນ ໂຊນ ແລະ ຄົນຮັບໃຊ້ຂອງຕົນ ຈຶ່ງເຂົ້າໄປໃນເມືອງ. ເມື່ອກໍາລັງຍ່າງເຂົ້າໄປນັ້ນ ພວກເຂົາໄດ້ເຫັນ ຊາມູເອນ ພວມຍ່າງອອກມາ ເພື່ອຈະໄປຍັງບ່ອນນະມັດສະການ.
\s5
\v 15 ມື້ນີ້ ກ່ອນໂຊນມາຮອດ ອົງພຣະຜູ້ເປັນເຈົ້າໄດ້ບອກຊາມູເອນ ວ່າ,
\v 16 “ມື້ອື່ນໃນເວລາດຽວກັນນີ້ ເຮົາຈະສົ່ງຄົນໜຶ່ງຈາກເຜົ່າ ເບັນຢາມິນ ມາຫາເຈົ້າ; ຈົ່ງເອົານາໍ້ມັນສັກສິດຫົດສົງລາວໃຫ້ເປັນກະສັດ ເພື່ອປົກຄອງປະຊາຊົນອິດສະຣາເອນຂອງເຮົາ; ແລະ ລາວຈະຊ່ວຍກອບກູ້ເອົາພວກເຂົາໃຫ້ພົ້ນຈາກພວກຟີລິດສະຕິນ. ເຮົາໄດ້ເຫັນຄວາມ ທົນທຸກຂອງພວກເຂົາ ແລະ ໄດ້ຍິນສຽງຮ້ອງຂໍໃຫ້ຊ່ວຍເຫລືອຂອງພວກເຂົາ.”
\s5
\v 17 ເມື່ອຊາມູເອນ ເຫັນ ໂຊນ ອົງພຣະຜູ້ເປັນເຈົ້າຈຶ່ງກ່າວແກ່ເພິ່ນວ່າ, “ແມ່ນຄົນນີ້ແຫລະ ທີ່ເຮົາໄດ້ບອກເຈົ້າ ລາວຈະປົກຄອງ ປະຊາຊົນຂອງເຮົາ. ”
\v 18 ໂຊນໄດ້ເຂົ້າໄປຫາ ຊາມູເອນ ຢູ່ໃກ້ປະຕູເມືອງ ແລະ ຖາມເພິ່ນວ່າ, “ຈົ່ງບອກຂ້ອຍແດ່ໄດ້ບໍວ່າ ໝໍດູຢູ່ບ່ອນໃດ? ”
\v 19 ຊາມູເອນ ຕອບວ່າ, “ຂ້ອຍ ນີ້ແຫລະແມ່ນໝໍດູ ຈົ່ງອອກໄປຍັງບ່ອນນະມັດສະການ ກ່ອນຂ້ອຍເດີ ເພາະມື້ນີ້ເຈົ້າທັງສອງຈະຕ້ອງກິນເຂົ້ານໍາຂ້ອຍ. ມື້ອື່ນເຊົ້າ ຂ້ອຍຈະຕອບຄໍາຖາມທຸກຢ່າງຂອງພວກເຈົ້າ ແລະ ສົ່ງພວກເຈົ້າຄືນເມືອ.
\s5
\v 20 ສ່ວນລໍທີ່ເສຍໄປນັ້ນ ຢ່າຄິດເປັນຫ່ວງ ນາໍມັນເລີຍ ເພາະພວກເຂົາໄດ້ພົບມັນແລ້ວ. ແຕ່ຜູ້ທີ່ປະຊາຊົນອິດສະຣາເອນຕ້ອງການຫລາຍທີ່ສຸດ [ພ] ນັ້ນ ແມ່ນຕົວເຈົ້າເອງ ແລະ ຄອບຄົວພໍ່ແມ່ຂອງເຈົ້າ. ”
\v 21 ໂຊນ ຕອບວ່າ, “ຂ້ານ້ອຍຢູ່ໃນເຜົ່າເບັນຢາມິນ ຊຶ່ງເປັນເຜົ່ານ້ອຍທີ່ສຸດໃນຊາດອິດສະຣາເອນ ແລະ ຄອບຄົວຂອງຂ້ານ້ອຍ ກໍມີຄວາມສໍາຄັນໜ້ອຍກວ່າໝູ່ໃນເຜົ່ານີ້. ແລ້ວເປັນຫຍັງ ທ່ານຈຶ່ງເວົ້າເຊັ່ນນີ້ກັບຂ້ານ້ອຍ?”
\s5
\v 22 ແລ້ວ ຊາມູເອນກໍນາໍໂຊນ ແລະ ຄົນຮັບໃຊ້ຂອງລາວເຂົ້າໄປໃນຫ້ອງໃຫຍ່ຫ້ອງໜຶ່ງ ແລະ ໃຫ້ທັງສອງນັ່ງຢູ່ສົ້ນໂຕະບ່ອນທີ່ມີແຂກຖືກເຊີນມານັ່ງຢູ່ກ່ອນແລ້ວ ປະມານສາມສິບຄົນ.
\s5
\v 23 ຊາມູເອນ ເວົ້າກັບຄົນຄົວກິນ ວ່າ, “ຈົ່ງເອົາຕ່ອນຊີ້ນທີ່ຂ້ອຍບອກເຈົ້າໃຫ້ແຍກອອກໄວ້ຕ່າງຫາກນັ້ນມາ. ”
\v 24 ດັ່ງນັ້ນ ຄົນຄົວກິນຈຶ່ງນໍາເອົາຊີ້ນຂາ ຕ່ອນດີທີ່ສຸດມາວາງໄວ້ ຕໍ່ໜ້າໂຊນ. ແລ້ວ ຊາມູເອນ [ຟ] ກໍເວົ້າວ່າ, “ອັນນີ້ ແມ່ນສ່ວນທີ່ຖືກຈັດໄວ້ສໍາລັບເຈົ້າ ຈົ່ງກິນສາ. ຂ້ອຍຈົ່ງໄວ້ໃຫ້ເຈົ້າກິນພ້ອມກັບທຸກຄົນທີ່ໄດ້ຮັບເຊີນມາໃນທີ່ນີ້. ” [ມ]
\s5
\v 25 ດັ່ງນັ້ນ ໂຊນຈຶ່ງຮັບປະທານອາຫານຮ່ວມກັບຊາມູເອນ ໃນມື້ນັ້ນ. ເມື່ອພວກເຂົາລົງມາຈາກບ່ອນນະມັດສະການ ແລະ ກັບຄືນເຂົ້າໄປໃນເມືອງແລ້ວ ພວກເຂົາກໍຈັດທີ່ນອນໃຫ້ໂຊນ [ຢ] ຢູ່ເທິງຫລັງຄາພຽງ, [ຣ]
\v 26 ແລະ ລາວກໍນອນຢູ່ທີ່ນັ້ນ. [ລ] ແຕ່ເຊົ້າ ໆ ຊາມູເອນ ເອີ້ນໃສ່ໂຊນທີ່ເທິງຫລັງຄາພຽງວ່າ, “ຕື່ນຂຶ້ນແມ ຂ້ອຍຈະສົ່ງເຈົ້າຄືນເມືອ. ” ແລ້ວໂຊນກໍຕື່ນຂຶ້ນ ແລະ ມຸ່ງໜ້າໄປສູ່ຖະໜົນໃຫຍ່ກັບຊາມູເອນ.
\s5
\v 27 ເມື່ອມາຮອດແຄມເມືອງ ຊາມູເອນກໍກ່າວແກ່ໂຊນ ວ່າ, “ຈົ່ງບອກຄົນຮັບໃຊ້ໃຫ້ໄປກ່ອນເຈົ້າສາ. ” ຄົນຮັບໃຊ້ຈຶ່ງອອກເດີນທາງໄປກ່ອນ. ຊາມູເອນ ກ່າວຕໍ່ໄປວ່າ, “ຢຸດຢູ່ນີ້ຈັກໜ້ອຍກ່ອນເທາະ ແລ້ວຂ້ອຍຈະບອກ ເຈົ້າເຖິງສິ່ງທີ່ພຣະເຈົ້າໄດ້ກ່າວ.”
\s5
\c 10
\p
\v 1 ແລ້ວຊາມູເອນ ກໍເອົາເຕົ້ານາໍ້ມັນໝາກກອກເທ ຖອກໃສ່ຫົວໂຊນ ແລະ ກອດຈູບລາວ ແລະ ກ່າວວ່າ, “ອົງພຣະຜູ້ເປັນເຈົ້າ ຫົດສົງເຈົ້າໃຫ້ເປັນຜູ້ປົກຄອງຊາວອິດສະຣາເອນ ປະຊາຊົນຂອງພຣະອົງ. ເຈົ້າຈະປົກຄອງປະຊາຊົນຂອງພຣະອົງ ແລະ ຮັກສາພວກເຂົາໃຫ້ພົ້ນຈາກສັດຕູທັງປວງຂອງພວກເຂົາ. ຂໍ້ພິສູດທີ່ອົງພຣະຜູ້ເປັນເຈົ້າ ໄດ້ເລືອກເອົາເຈົ້າ [ວ] ໃຫ້ຂຶ້ນເປັນຜູ້ປົກຄອງ ປະຊາຊົນຂອງພຣະອົງ ແມ່ນດັ່ງນີ້:
\v 2 ມື້ນີ້ ເມື່ອເຈົ້າຈາກຂ້ອຍໄປແລ້ວ ເຈົ້າຈະພົບຊາຍສອງຄົນ ໃກ້ກັບຂຸມຝັງສົບຂອງນາງຣາເຊັນ ທີ່ເຊັນຊາໃນເຂດແດນເບັນຢາມິນ. ພວກເຂົາ ຈະບອກເຈົ້າວ່າ ລໍທີ່ເຈົ້າກໍາລັງຊອກຫານັ້ນ ພົບແລ້ວ ເພື່ອວ່າພໍ່ຂອງເຈົ້າຈະບໍ່ເປັນຫ່ວງ ນາໍມັນອີກຕໍ່ໄປ ແຕ່ຄິດເປັນຫ່ວງນາໍເຈົ້າຫລາຍກວ່າ ຈົນຖາມຢູ່ສະເໝີວ່າ, ‘ລູກຊາຍ ຂ້ອຍເປັນຢ່າງໃດເດນໍ?
\s5
\v 3 ຈາກບ່ອນນີ້ ເຈົ້າຈະໄປຮອດຕົ້ນໄມ້ສັກສິດທີ່ ຕາໂບເຣ; ໃນທີ່ນັ້ນ ເຈົ້າຈະພົບຊາຍສາມຄົນ; ພວກເຂົາກາໍລັງເດີນທາງໄປຖວາຍເຄື່ອງບູຊາແກ່ພຣະເຈົ້າ ທີ່ເມືອງເບັດເອນ. ຄົນໜຶ່ງໃນພວກເຂົານັ້ນຈູງແບ້ນ້ອຍສາມໂຕ; ຄົນໜຶ່ງອີກມີເຂົ້າຈີ່ສາມກ້ອນ ແລະ ຜູ້ທີສາມ ມີຖົງເຫລົ້າອະງຸ່ນ.
\v 4 ພວກເຂົາຈະຄໍານັບເຈົ້າ ແລະ ເອົາເຂົ້າຈີ່ສອງກ້ອນໃຫ້ເຈົ້າ ເຈົ້າຈະຮັບເອົາເຂົ້າຈີ່ນັ້ນ.
\s5
\v 5 ຕໍ່ຈາກນັ້ນ ເຈົ້າຈະໄປເຖິງເນີນພູຂອງພຣະເຈົ້າ ທີ່ເມືອງກີເບອາ ບ່ອນທີ່ພວກຟີລິດສະຕິນຕັ້ງຄ້າຍຢູ່. ທີ່ທາງເຂົ້າປະຕູເມືອງ ເຈົ້າຈະພົບຜູ້ທາໍນວາຍກຸ່ມໜຶ່ງ ທີ່ກາໍລັງດີດພິນ, ຕີກອງ ແລະ ເປົ່າຂຸ່ຍ ພວມລົງມາແຕ່ເນີນພູບ່ອນມີແທ່ນບູຊາ. ພວກເຂົາຈະຟ້ອນ ແລະ ຮ້ອງໂຮດ້ວຍສຽງດັງ.
\v 6 ໃນທັນໃດນັ້ນ ພຣະວິນຍານຂອງອົງພຣະຜູ້ເປັນເຈົ້າ ຈະເຂົ້າຄວບຄຸມເຈົ້າ ແລະ ເຈົ້າຈະເຂົ້າຮ່ວມກັບພວກເຂົາທາໍນວາຍ ແລະ ເຈົ້າຈະປ່ຽນເປັນຄົນໃໝ່.
\s5
\v 7 ເມື່ອເຫດການຢ່າງນີ້ເກີດຂຶ້ນ ຈົ່ງກະທາໍ ຕາມທີ່ພຣະເຈົ້ານາໍພາເຈົ້າກະທາໍ.
\v 8 ເຈົ້າຈະໄປຍັງເນີນພູຂອງພຣະເຈົ້າ ທີ່ເມືອງກິນການກ່ອນຂ້ອຍ ແລະ ຂ້ອຍຈະໄປພົບເຈົ້າ ຢູ່ທີ່ນັ້ນ ເພື່ອຖວາຍເຄື່ອງບູຊາກັບຖວາຍບູຊາເພື່ອຄວາມສາມັກຄີທາໍ. ຈົ່ງຄອຍຖ້າຢູ່ ທີ່ນັ້ນເຈັດມື້ ຈົນກວ່າຂ້ອຍຈະມາ ແລະ ບອກ ເຈົ້າວ່າ ຄວນເຮັດຢ່າງໃດ.”
\s5
\v 9 ເມື່ອໂຊນ ຈາກ ຊາມູເອນ ໄປແລ້ວ ພຣະເຈົ້າກໍປ່ຽນໂຊນເປັນຄົນໃໝ່. ທຸກ ໆ ສິ່ງທີ່ຊາມູເອນ ໄດ້ບອກໄວ້ກັບລາວ ກໍເກີດຂຶ້ນໃນມື້ນັ້ນ.
\v 10 ເມື່ອໂຊນ ແລະ ຄົນຮັບໃຊ້ຂອງລາວມາຮອດເມືອງກີເບອາ ກໍມີຜູ້ທາໍນວາຍກຸ່ມໜຶ່ງມາພົບລາວ. ໃນທັນໃດນັ້ນ ພຣະວິນຍານກໍເຂົ້າຄວບຄຸມລາວ ແລະ ນາໍລາວໄປ ພ້ອມທັງທາໍນວາຍຮ່ວມກັບພວກເຂົາ.
\s5
\v 11 ຜູ້ໃດທີ່ເຄີຍຮູ້ໂຊນມາກ່ອນ ເມື່ອເຫັນລາວກາໍລັງເຮັດຢ່າງນັ້ນ ຕ່າງກໍຖາມກັນວ່າ, “ມີຫຍັງເດນໍ ທີ່ເກີດຂຶ້ນກັບລູກຊາຍຂອງກີເຊ? ໂຊນ ກາຍເປັນຜູ້ທາໍນວາຍແລ້ວບໍ? ”
\v 12 ມີຊາຍຄົນໜຶ່ງທີ່ອາໄສຢູ່ໃນທີ່ນັ້ນ ຖາມວ່າ, “ຜູ້ທາໍນວາຍຄົນອື່ນ ໆ ເດ ເປັນຈັ່ງໃດ? ພໍ່ຂອງພວກເຂົາເປັນຜູ້ໃດ? ” ດັ່ງນັ້ນ ຈຶ່ງມີຄໍາ ເວົ້າສືບຕໍ່ກັນມາ ວ່າ, “ໂຊນ ກາຍເປັນຜູ້ທາໍນວາຍແລ້ວບໍ? ”
\v 13 ເມື່ອໂຊນ ເຊົາຟ້ອນ ແລະ ເຊົາຮ້ອງໂຮແລ້ວ ລາວກໍໄດ້ໄປຍັງແທ່ນບູຊາທີ່ເທິງເນີນພູ.
\s5
\v 14 ຜູ້ເປັນລູງ ເຫັນໂຊນກັບຄົນຮັບໃຊ້ຂອງລາວ ຈຶ່ງຖາມວ່າ, “ພວກເຈົ້າພາກັນໄປໃສມາ? ” ໂຊນ ຕອບວ່າ, “ໄປຊອກຫາລໍມາ ເມື່ອພວກຂ້ອຍບໍ່ພົບລໍ ຈຶ່ງໄປຫາຊາມູເອນ. ”
\v 15 ລູງຂອງໂຊນ ຖາມວ່າ, “ເພິ່ນບອກພວກເຈົ້າຫຍັງແດ່? ”
\v 16 ໂຊນ ຕອບວ່າ, “ເພິ່ນໄດ້ບອກພວກຂ້ອຍວ່າ ລໍນັ້ນໄດ້ພົບແລ້ວ ” ສ່ວນເລື່ອງທີ່ຊາມູເອນ ບອກວ່າ, ລາວຈະຂຶ້ນເປັນກະສັດນັ້ນ ລາວບໍ່ໄດ້ບອກໃຫ້ລູງຮູ້ຈັກນາໍ.
\s5
\v 17 ແລ້ວຊາມູເອນ ກໍໄດ້ເອີ້ນປະຊາຊົນ ມາເຕົ້າໂຮມກັນ ຊ້ອງໜ້າອົງພຣະຜູ້ເປັນເຈົ້າ ທີ່ເມືອງມີຊະປາ
\v 18 ແລະ ກ່າວແກ່ພວກເຂົາວ່າ, “ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງຊາດອິດສະຣາເອນ ກ່າວວ່າ ‘ເຮົາໄດ້ພາ ພວກເຈົ້າອອກມາຈາກປະເທດເອຢິບ ແລະ ຊ່ວຍກູ້ເອົາພວກເຈົ້າໃຫ້ພົ້ນຈາກຊາວເອຢິບ ແລະ ຊົນຊາດອື່ນ ໆ ທີ່ຂົ່ມເຫັງພວກເຈົ້າ.
\v 19 ແຕ່ໃນມື້ນີ້ ພວກເຈົ້າໄດ້ປະຖິ້ມເຮົາຜູ້ທີ່ຊ່ວຍກູ້ເອົາພວກເຈົ້າ ໃຫ້ພົ້ນຈາກຄວາມລໍາບາກຕະຫລອດທັງຄວາມຫຍຸ້ງຍາກທຸກຢ່າງ ແລະ ຂໍຮ້ອງເຮົາໃຫ້ແຕ່ງຕັ້ງກະສັດຄົນໜຶ່ງ ໃຫ້ພວກເຈົ້າ ດີແລ້ວຖ້າດັ່ງນັ້ນໃຫ້ພວກເຈົ້າ ເຕົ້າໂຮມກັນເປັນເຜົ່າ ແລະ ເປັນຕະກຸນ ຊ້ອງໜ້າເຮົາ.
\s5
\v 20 ແລ້ວຊາມູເອນ ກໍເອົາແຕ່ລະເຜົ່າໄປ ຂ້າງໜ້າ ແລະ ເຜົ່າເບັນຢາມິນ ໄດ້ຖືກເລືອກ.
\v 21 ຕໍ່ມາ ຊາມູເອນ ໄດ້ເອົາຄອບຄົວຕ່າງ ໆ ໃນເຜົ່າເບັນຢາມິນໄປຂ້າງໜ້າ ຄອບຄົວຂອງມາຕະຣີ ຈຶ່ງຖືກເລືອກ. ຕໍ່ມາອີກ ພວກຜູ້ຊາຍໃນຄອບຄົວມາຕະຣີ ໄດ້ຖືກນາໍໄປຂ້າງໜ້າ [ຫ] ຈຶ່ງເລືອກຖືກໂຊນ ລູກຊາຍຂອງກີເຊ. ພວກເຂົາໄດ້ຊອກຫາລາວ, ແຕ່ເມື່ອຊອກບໍ່ພົບລາວ
\s5
\v 22 ພວກເຂົາຈຶ່ງທູນຖາມອົງພຣະຜູ້ເປັນເຈົ້າວ່າ, “ຍັງມີຄົນອື່ນອີກບໍ? ” ອົງພຣະຜູ້ເປັນເຈົ້າ ຈຶ່ງຕອບວ່າ, “ໂຊນ ຢູ່ຫັ້ນເດ ພວມລີ້ຢູ່ທາງຫລັງເຄື່ອງຂອງ. ”
\v 23 ດັ່ງນັ້ນ ພວກເຂົາຈຶ່ງຟ້າວໄປນາໍເອົາໂຊນ ມາຫາປະຊາຊົນ ແລະ ພວກເຂົາກໍເຫັນວ່າ ຫົວລາວສູງກວ່າຄົນອື່ນ ໆ.
\s5
\v 24 ຊາມູເອນ ກ່າວແກ່ປະຊາຊົນວ່າ, “ຜູ້ນີ້ແມ່ນຊາຍທີ່ອົງພຣະຜູ້ເປັນເຈົ້າໄດ້ເລືອກເອົາ ບໍ່ມີຜູ້ໃດໃນທ່າມກາງພວກເຈົ້າ ຄືກັບລາວ. ” ປະຊາຊົນຈຶ່ງພາກັນຮ້ອງຂຶ້ນວ່າ, “ຂໍໃຫ້ກະສັດຈົ່ງໝັ້ນຍືນ”
\s5
\v 25 ຊາມູເອນ ໄດ້ອະທິບາຍເຖິງສິດ ແລະ ໜ້າທີ່ຂອງກະສັດໃຫ້ປະຊາຊົນຟັງ ແລະ ຂຽນຄໍາອະທິບາຍເຫລົ່ານັ້ນໄວ້ຢູ່ໃນປຶ້ມ ຊ້ອງໜ້າອົງພຣະຜູ້ເປັນເຈົ້າ ແລ້ວເພິ່ນກໍໃຫ້ທຸກຄົນກັບເມືອເຮືອນຂອງໃຜລາວ.
\s5
\v 26 ສ່ວນໂຊນນັ້ນ ລາວໄດ້ກັບເມືອເຮືອນຂອງຕົນ ທີ່ເມືອງກີເບອາ ເຊັ່ນກັນ. ຊາຍບາງຄົນທີ່ມີອໍານາດ [ອ] ຊຶ່ງໄດ້ຮັບການບັນດົນໃຈຈາກພຣະເຈົ້າ ກໍໄດ້ໄປນາໍໂຊນ.
\v 27 ແຕ່ ນັກເລງບາງຄົນໄດ້ເວົ້າວ່າ, “ຄົນນີ້ຈະຊ່ວຍພວກເຮົາໄດ້ຢ່າງໃດ? ” ພວກເຂົາໝິ່ນປະໝາດໂຊນ ແລະ ບໍ່ໄດ້ນາໍເອົາຂອງຂວັນ ຫຍັງມາໃຫ້ລາວເລີຍ.
\s5
\c 11
\p
\v 1 ປະມານເດືອນໜຶ່ງຕໍ່ມາ ເຈົ້ານາຫາດ ກະສັດແຫ່ງອໍາໂມນ ໄດ້ຍົກທັບມາໂຈມຕີເມືອງຢາເບັດ ໃນເຂດແດນກີເລອາດ ແລະ ປິດລ້ອມເມືອງໄວ້. ຊາວເມືອງຢາເບັດ ຈຶ່ງເວົ້າກັບເຈົ້ານາຫາດ ວ່າ, “ຈົ່ງເຮັດສັນຍາກັບພວກຂ້ານ້ອຍສາ ແລ້ວພວກຂ້ານ້ອຍກໍຈະຮັບທ່ານເປັນຜູ້ປົກຄອງ. ”
\v 2 ນາຫາດ ຕອບວ່າ, “ເຮົາຈະເຮັດສັນຍາກັບພວກເຈົ້າ ໃນເງື່ອນໄຂຂໍ້ໜຶ່ງ ຄື: ເຮົາຈະເຈາະແກ່ນຕາເບື້ອງຂວາທຸກຄົນ ເພື່ອນາໍຄວາມອັບອາຍ ມາສູ່ຊາດອິດສະຣາເອນ.”
\s5
\v 3 ພວກຜູ້ນາໍຊາວຢາເບັດ ຈຶ່ງເວົ້າວ່າ, “ຂໍໃຫ້ເວລາພວກເຮົາເຈັດວັນ ເພື່ອຈະໄດ້ໃຊ້ຄົນນາໍຂ່າວໄປທົ່ວດິນແດນອິດສະຣາເອນ. ຖ້າບໍ່ມີຜູ້ໃດຊ່ວຍເຫລືອພວກເຮົາ ພວກເຮົາກໍຈະຍອມຈາໍນົນຕໍ່ທ່ານ.”
\s5
\v 4 ຄົນນາໍຂ່າວ ໄດ້ມາຍັງເມືອງກີເບອາ ບ່ອນທີ່ໂຊນຢູ່. ເມື່ອຄົນບອກຂ່າວນີ້ສູ່ຊາວເມືອງຟັງ ປະຊາຊົນກໍຮ້ອງໄຫ້ດ້ວຍຄວາມໝົດຫວັງ.
\v 5 ສ່ວນໂຊນນັ້ນ ກາໍລັງຈູງງົວມາແຕ່ນາ ເພິ່ນຖາມວ່າ, “ມີຫຍັງເກີດຂຶ້ນ? ເປັນຫຍັງທຸກຄົນຈຶ່ງຮ້ອງໄຫ້? ” ພວກເຂົາບອກເລື່ອງທີ່ຄົນນາໍຂ່າວຈາກຢາເບັດ ໄດ້ມາລາຍງານນັ້ນສູ່ລາວຟັງ.
\s5
\v 6 ເມື່ອໂຊນໄດ້ຍິນຂ່າວນັ້ນ ພຣະວິນຍານຂອງພຣະເຈົ້າໄດ້ເຂົ້າຄວບຄຸມລາວ ແລະ ລາວໃຈຮ້າຍຂຶ້ນ.
\v 7 ລາວໄດ້ຂ້າງົວເຖິກສອງໂຕ ແລະ ປາດຊີ້ນເປັນຕ່ອນ ໆ ແລ້ວໃຫ້ຄົນນາໍຂ່າວມານັ້ນ ຖືໄປທົ່ວດິນແດນອິດສະຣາເອນ ພ້ອມທັງເຕືອນວ່າ, “ຜູ້ໃດກໍຕາມທີ່ບໍ່ຕິດຕາມໂຊນ ແລະ ຊາມູເອນ ໄປສູ່ສະໜາມຮົບ ງົວເຖິກຂອງຜູ້ນັ້ນຈະຕ້ອງຖືກຂ້າຢ່າງດຽວກັນນີ້ແຫລະ. ” ປະຊາຊົນອິດສະຣາເອນ ເກີດຢ້ານກົວຕໍ່ສິ່ງທີ່ອົງພຣະ ຜູ້ເປັນເຈົ້າອາດຈະກະທາໍ. ສະນັ້ນ ພວກເຂົາໝົດທຸກຄົນຈຶ່ງພ້ອມກັນມາ ໂດຍບໍ່ມີການຍົກເວັ້ນ.
\v 8 ໂຊນ ໃຫ້ພວກເຂົາເຕົ້າໂຮມ ກັນຢູ່ທີ່ເມືອງເບເຊັກ ໂດຍມີຈໍານວນພົນດັ່ງນີ້: ຊາວອິດສະຣາເອນ ສາມແສນຄົນ ແລະ ຊາວຢູດາ ສາມສິບພັນຄົນ.
\s5
\v 9 ພວກເຂົາບອກຄົນນາໍຂ່າວມາຈາກຢາເບັດ ນັ້ນວ່າ, “ຈົ່ງບອກປະຊາຊົນຂອງພວກເຈົ້າວ່າ ມື້ອື່ນເຊົ້າກ່ອນທ່ຽງ ພວກຂ້ອຍຈະໄປຊ່ວຍກອບກູ້ເອົາພວກເຈົ້າ. ” ເມື່ອຊາວຢາເບັດໄດ້ຮັບຂ່າວນັ້ນ ພວກເຂົາກໍຊົມຊື່ນຍິນດີຫຼາຍ ແລະ ເວົ້າຕໍ່ເຈົ້ານາຫາດ ວ່າ,
\v 10 “ມື້ອື່ນພວກເຮົາຈະຍອມຈາໍນົນຕໍ່ທ່ານ ທ່ານຈະເຮັດກັບພວກເຮົາຢ່າງໃດກໍໄດ້ ຕາມ ທີ່ທ່ານຕ້ອງການ.”
\s5
\v 11 ມື້ໃໝ່ມາແຕ່ເດິກ ໆ ໂຊນໄດ້ແບ່ງທະຫານຂອງຕົນອອກເປັນສາມໝວດ. ເມື່ອເຊົ້າມາພວກເຂົາໄດ້ມຸ້ງໜ້າໄປຍັງຄ້າຍຂອງພວກສັດຕູ ແລະ ໂຈມຕີຊາວອໍາໂມນ. ພວກເຂົາໄດ້ຂ້າເປັນໝູ່ຊາວອໍາໂມນ ຈົນຮອດທ່ຽງ. ສ່ວນພວກທີ່ລອດຊີວິດໄດ້ນັ້ນ ກໍແຕກຊະກັນໄປແຕ່ລະຄົນ ຕ່າງກໍແລ່ນໜີໄປເອົາຕົວລອດ.
\s5
\v 12 ແລ້ວປະຊາຊົນອິດສະຣາເອນ ກໍເວົ້າຕໍ່ຊາມູເອນ ວ່າ, “ພວກທີ່ເວົ້າວ່າ, ໂຊນບໍ່ສົມທີ່ຈະເປັນກະສັດນັ້ນຢູ່ໃສ? ຈົ່ງໄປຈັບເອົາພວກເຂົາມາໃຫ້ພວກເຮົາຂ້າຖິ້ມເສຍ. ”
\v 13 ແຕ່ໂຊນເວົ້າວ່າ, “ມື້ນີ້ຈະບໍ່ມີຜູ້ໃດຖືກປະຫານຊີວິດ ເພາະແມ່ນມື້ທີ່ອົງພຣະຜູ້ເປັນເຈົ້າຊ່ວຍກອບກູ້ເອົາຊາດອິດສະຣາເອນ.”
\s5
\v 14 ແລ້ວຊາມູເອນ ກໍກ່າວວ່າ, “ໃຫ້ພວກເຮົາທຸກຄົນໄປຍັງເມືອງກິນການ ແລະ ປະກາດແຕ່ງຕັ້ງໂຊນຢູ່ທີ່ນັ້ນອີກເທື່ອໜຶ່ງ ໃຫ້ເປັນກະສັດຂອງພວກເຮົາ. ”
\v 15 ດັ່ງນັ້ນພວກເຂົາທັງໝົດຈຶ່ງພາກັນໄປຍັງເມືອງກິນການ. ແລະ ໃນທີ່ນັ້ນໂດຍຊ້ອງໜ້າອົງພຣະຜູ້ເປັນເຈົ້າ ພວກເຂົາໄດ້ປະກາດແຕ່ງຕັ້ງໂຊນໃຫ້ເປັນກະສັດ. ພວກເຂົາໄດ້ຖວາຍ ເຄື່ອງບູຊາເພື່ອຄວາມສາມັກຄີທາໍ ແລະ ໂຊນພ້ອມກັບປະຊາຊົນທຸກຄົນໄດ້ສະຫລອງການແຕ່ງຕັ້ງນີ້.
\s5
\c 12
\p
\v 1 ແລ້ວຊາມູເອນ ກໍກ່າວແກ່ປະຊາຊົນອິດສະຣາເອນ ວ່າ, “ຂ້າພະເຈົ້າປະຕິບັດ ຕາມສິ່ງທີ່ພວກເຈົ້າໄດ້ຂໍຮ້ອງແລ້ວ ຂ້າພະເຈົ້າໄດ້ແຕ່ງຕັ້ງກະສັດຄົນໜຶ່ງໃຫ້ປົກຄອງພວກເຈົ້າ
\v 2 ແລະ ດຽວນີ້ພວກເຈົ້າ ກໍມີກະສັດໂຊນເປັນຜູ້ນາໍພາ. ສໍາລັບຂ້າພະເຈົ້າເອງນັ້ນເຖົ້າແກ່ ແລະ ຜົມກໍຫງອກຫລາຍແລ້ວ ແລະ ພວກລູກຊາຍຂອງຂ້າພະເຈົ້າ ກໍຍັງຢູ່ນາໍພວກເຈົ້າ. ຂ້າພະເຈົ້າເປັນຜູ້ນຳຂອງພວກເຈົ້າແຕ່ຍັງໜຸ່ມຈົນເຖິງດຽວນີ້.
\s5
\v 3 ຂ້າພະເຈົ້າຢູ່ທີ່ນີ້ແລ້ວ ສະນັ້ນ ຖ້າຂ້າພະເຈົ້າເຮັດຜິດປະການໃດ ປະການໜຶ່ງ ຈົງໃຫ້ພວກເຈົ້າຮ້ອງຟ້ອງຂ້າພະເຈົ້າດຽວນີ້ ຢູ່ຊ້ອງໜ້າອົງພຣະຜູ້ເປັນເຈົ້າ ແລະ ກະສັດທີ່ພຣະອົງໄດ້ເລືອກເອົາ. ຂ້າພະເຈົ້າເຄີຍໄດ້ເອົາງົວ ແລະ ລໍຂອງຜູ້ໃດບໍໍ? ຂ້າພະເຈົ້າໄດ້ສໍ້ ໂກງ ແລະ ກົດຂີ່ຂົ່ມເຫັງຜູ້ໃດແດ່? ຂ້າພະເຈົ້າໄດ້ຮັບສິນບົນຈາກຜູ້ໃດບໍ? ຖ້າຂ້າພະເຈົ້າໄດ້ເຮັດສິ່ງໃດ ສິ່ງໜຶ່ງດັ່ງທີ່ໄດ້ກ່າວມານີ້ ຂ້າພະເຈົ້າຍິນດີຈ່າຍຄືນສິ່ງທີ່ຂ້າພະເຈົ້າເອົາໄປນັ້ນ.”
\s5
\v 4 ປະຊາຊົນພາກັນຕອບວ່າ, “ທ່ານບໍ່ໄດ້ສໍ້ ໂກງ ຫລື ຂົ່ມເຫັງພວກຂ້ານ້ອຍແຕ່ຢ່າງໃດເລີຍ ແລະ ທ່ານກໍບໍ່ໄດ້ເອົາສິ່ງໃດສິ່ງໜຶ່ງຈາກຜູ້ໃດຜູ້ໜຶ່ງດ້ວຍ. ”
\v 5 ຊາມູເອນ ຕອບຄືນວ່າ, “ມື້ນີ້ ອົງພຣະຜູ້ເປັນເຈົ້າພ້ອມກັບກະສັດ ທີ່ພຣະອົງເລືອກເອົານັ້ນ ໄດ້ເປັນພະຍານຕໍ່ໜ້າພວກເຈົ້າວ່າ ພວກເຈົ້າບໍ່ພົບຄວາມຜິດໃດ ໆ ໃນຕົວຂ້າພະເຈົ້າ. ” ພວກເຂົາຕອບວ່າ, “ແມ່ນແລ້ວ ອົງພຣະຜູ້ເປັນເຈົ້າເປັນພະຍານໃຫ້ພວກຂ້ານ້ອຍ.”
\s5
\v 6 ຊາມູເອນ ກ່າວຕໍ່ໄປອີກວ່າ, “ແມ່ນອົງພຣະຜູ້ເປັນເຈົ້າ ທີ່ໄດ້ເລືອກເອົາໂມເຊ ກັບ ອາໂຣນ ແລະ ເປັນຜູ້ນາໍພາປູ່ຍ່າຕາຍາຍຂອງພວກເຈົ້າອອກມາຈາກປະເທດເອຢິບ.
\v 7 ບັດນີ້ ຈົ່ງຢືນຢູ່ກັບທີ່ຂອງພວກເຈົ້ານັ້ນແຫລະ ແລະ ຂ້າພະເຈົ້າຈະຟ້ອງພວກເຈົ້າຕໍ່ອົງພຣະຜູ້ເປັນເຈົ້າ ໂດຍຕັກເຕືອນພວກເຈົ້າ [ຮ] ໃຫ້ຈົດຈາໍພາລະກິດອັນຍິ່ງໃຫຍ່ທັງໝົດ ທີ່ພຣະອົງໄດ້ກະທໍານັ້ນ ເພື່ອຊ່ວຍພວກເຈົ້າ ແລະ ປູ່ຍ່າຕາຍາຍໃຫ້ພົ້ນ.
\s5
\v 8 ເມື່ອຢາໂຄບ ແລະ ຄອບຄົວຂອງລາວ ໄດ້ໄປຍັງປະເທດເອຢິບ ຊາວເອຢິບໄດ້ຂົ່ມເຫັງພວກເຂົາ. [ກ] ຝ່າຍປູ່ຍ່າຕາຍາຍຂອງພວກເຈົ້າກໍໄດ້ຮ້ອງຂໍອົງພຣະຜູ້ເປັນເຈົ້າ ໃຫ້ຊ່ວຍເຫລືອ ແລະ ພຣະອົງໄດ້ສົ່ງໂມເຊ ແລະ ອາໂຣນ ໃຫ້ນາໍພາພວກເຂົາອອກມາຈາກປະເທດເອຢິບ ຈົນພວກເຂົາໄດ້ມາຕັ້ງຖິ່ນຖານຢູ່ໃນດິນແດນນີ້.
\v 9 ແຕ່ປະຊາຊົນຊໍ້າພັດໄດ້ລືມໄລອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຂົາ; ສະນັ້ນ ພຣະອົງຈຶ່ງໃຫ້ພວກຟີລິດສະຕິນ ກັບກະສັດ ແຫ່ງໂມອາບ ແລະ ຊີເຊຣາ ແມ່ທັບຂອງເມືອງຮາໂຊ ມາຕໍ່ສູ້ ແລະພວກເຂົາເອົາຊະນະບັນພະບຸລຸດຂອງພວກເຈົ້າ.
\s5
\v 10 ແລ້ວພວກເຂົາກໍຮ້ອງຂໍອົງພຣະຜູ້ເປັນເຈົ້າ ໃຫ້ຊ່ວຍເຫລືອອີກ ໂດຍເວົ້າວ່າ, ‘ພວກ ຂ້ານ້ອຍໄດ້ເຮັດບາບ ເພາະໄດ້ຫັນໜີໄປຈາກ ພຣະອົງ ຄືອົງພຣະຜູ້ເປັນເຈົ້າ ແລະ ໄປຂາບໄຫວ້ບັນດາຮູບເຄົາຣົບຂອງພະບາອານ ແລະ ຂອງເຈົ້າແມ່ອັດຊະຕາກ. ຂໍພຣະອົງໂຜດຊ່ວຍກອບກູ້ເອົາພວກຂ້ານ້ອຍ ໃຫ້ພົ້ນຈາກເຫລົ່າສັດຕູແດ່ທ້ອນ ແລະ ພວກຂ້ານ້ອຍຈະກັບມານະມັດສະການພຣະອົງ.
\v 11 ແລ້ວອົງພຣະຜູ້ເປັນເຈົ້າ ກໍໄດ້ສົ່ງຄົນເຫລົ່ານີ້ມາ ມີ ດັ່ງນີ້: ກີເດໂອນ, ບາຣັກ, [ຂ] ເຢັບທາ ແລະ ຜູ້ສຸດທ້າຍແມ່ນຂ້າພະເຈົ້າເອງ. ພວກເຮົາແຕ່ລະຄົນໄດ້ຊ່ວຍກອບກູ້ເອົາພວກເຈົ້າ ໃຫ້ ພົ້ນຈາກເຫລົ່າສັດຕູ ແລະ ພວກເຈົ້າໄດ້ຢູ່ຢ່າງປອດໄພ.
\s5
\v 12 ແຕ່ເມື່ອພວກເຈົ້າເຫັນວ່າ ເຈົ້ານາຫາດ ກະສັດແຫ່ງອໍາໂມນ ກາໍລັງມາໂຈມຕີພວກເຈົ້າ ພວກເຈົ້າຈຶ່ງປະຖິ້ມອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ອົງເປັນກະສັດຂອງພວກເຈົ້າ ໂດຍໄດ້ເວົ້າກັບຂ້າພະເຈົ້າ ວ່າ, ‘ພວກເຮົາຢາກໄດ້ກະສັດອົງໜຶ່ງມາປົກຄອງ.
\v 13 ນີ້ເດ ກະສັດທີ່ພວກເຈົ້າເລືອກເອົາ ພວກເຈົ້າໄດ້ຂໍເອົາກະສັດ ແລະ ບັດນີ້ອົງພຣະຜູ້ເປັນເຈົ້າກໍໃຫ້ພວກເຈົ້າມີກະສັດແລ້ວ.
\s5
\v 14 ຖ້າພວກເຈົ້າຢໍາເກງອົງພຣະຜູ້ເປັນເຈົ້າ, ຮັບໃຊ້ພຣະອົງ, ເຊື່ອຟັງພຣະອົງ ແລະ ປະຕິບັດຕາມຂໍ້ຄໍາສັ່ງຂອງອົງພຣະຜູ້ເປັນເຈົ້າ ແລະ ຖ້າພວກເຈົ້າກັບກະສັດຂອງພວກເຈົ້າຕິດຕາມອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າໄປ ທຸກສິ່ງຈະເປັນໄປໂດຍດີສໍາລັບພວກເຈົ້າ.
\v 15 ແຕ່ຖ້າພວກເຈົ້າບໍ່ເຊື່ອຟັງອົງພຣະຜູ້ເປັນເຈົ້າ ແລະ ທັງບໍ່ປະຕິບັດຕາມຂໍ້ຄໍາສັ່ງຂອງອົງພຣະຜູ້ເປັນເຈົ້າ. ອົງພຣະຜູ້ເປັນເຈົ້າຈະຕໍ່ສູ້ພວກເຈົ້າ ແລະ ກະສັດຂອງພວກເຈົ້າດ້ວຍ. [ຄ]
\s5
\v 16 ສະນັ້ນ ຈົ່ງພາກັນຢືນຢູ່ບ່ອນທີ່ພວກເຈົ້າຢືນຢູ່ນັ້ນແຫລະ ແລະ ພວກເຈົ້າຈະໄດ້ເຫັນເຫດການອັນຍິ່ງໃຫຍ່ ທີ່ອົງພຣະຜູ້ເປັນເຈົ້າກາໍລັງຈະເຮັດຕໍ່ໜ້າຕໍ່ຕາຂອງພວກເຈົ້າ.
\v 17 ດຽວນີ້ ເປັນລະດູແລ້ງແມ່ນບໍ່? ແຕ່ຂ້າພະເຈົ້າຈະພາວັນນາອະທິຖານ ຂໍໃຫ້ອົງພຣະຜູ້ເປັນເຈົ້າສົ່ງສຽງຟ້າຮ້ອງມາ ແລະ ຝົນກໍຈະຕົກລົງ. ເມື່ອພວກເຈົ້າໄດ້ເຫັນເຫດການ ນີ້ແລ້ວ ພວກເຈົ້າຈະຮູ້ວ່າເວລາທີ່ພວກເຈົ້າຂໍເອົາກະສັດຈາກພຣະອົງນັ້ນ ພວກເຈົ້າໄດ້ເຮັດຜິດຢ່າງຮ້າຍແຮງ ຕໍ່ອົງພຣະຜູ້ເປັນເຈົ້າ. ”
\v 18 ດັ່ງນັ້ນ ຊາມູເອນ ຈຶ່ງພາວັນນາອະທິຖານ ຕໍ່ອົງພຣະຜູ້ເປັນເຈົ້າ ແລະ ໃນມື້ນັ້ນເອງ ອົງພຣະຜູ້ເປັນເຈົ້າໄດ້ສົ່ງສຽງຟ້າຮ້ອງມາ ແລະ ຝົນກໍຕົກ. ແລ້ວປະຊາຊົນທຸກຄົນກໍເກີດຢ້ານກົວອົງພຣະຜູ້ເປັນເຈົ້າ ແລະ ຊາມູເອນ;
\s5
\v 19 ພວກເຂົາໄດ້ເວົ້າກັບຊາມູເອນ ວ່າ, “ທ່ານເອີຍ ກະລຸນາພາວັນນາອະທິຖານອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງທ່ານ ສໍາລັບພວກຜູ້ຮັບໃຊ້ຂອງທ່ານແດ່ ເພື່ອພວກຂ້ານ້ອຍຈະບໍ່ຕາຍ. ບັດນີ້ ພວກຂ້ານ້ອຍຮູ້ແລ້ວວ່າ ນອກຈາກການບາບອື່ນ ໆ ທີ່ພວກຂ້ານ້ອຍໄດ້ເຮັດແລ້ວ ພວກຂ້ານ້ອຍຍັງໄດ້ເຮັດ ບາບອີກ ທີ່ໄດ້ຂໍເອົາກະສັດ. ”
\v 20 ຊາມູເອນ ຕອບວ່າ, “ຢ່າຢ້ານເລີຍ ເຖິງແມ່ນວ່າ ພວກເຈົ້າໄດ້ເຮັດສິ່ງທີ່ຊົ່ວຊ້າກໍຕາມ ແຕ່ຢ່າຫັນໜີໄປຈາກອົງພຣະຜູ້ເປັນເຈົ້າ; ແຕ່ຈົ່ງບົວລະບັດຮັບໃຊ້ອົງພຣະຜູ້ເປັນເຈົ້າດ້ວຍສຸດໃຈຂອງພວກເຈົ້າ.
\v 21 ຢ່າຫລົງໄຫລ ໄປນໍາພະທຽມ; [ງ] ມັນຊ່ວຍເຫລືອຫຍັງ ພວກເຈົ້າບໍ່ໄດ້ ເພາະມັນບໍ່ແມ່ນພຣະແທ້.
\s5
\v 22 ອົງພຣະຜູ້ເປັນເຈົ້າໄດ້ສັນຍາໄວ້ແລ້ວ ຢ່າງໜັກແໜ້ນ ແລະ ພຣະອົງຈະບໍ່ປະຖິ້ມພວກເຈົ້າ ເພາະອົງພຣະຜູ້ເປັນເຈົ້າໄດ້ຕັດສິນໃຈຮັບເອົາພວກເຈົ້າ ເປັນປະຊາຊົນຂອງພຣະອົງແລ້ວ.
\v 23 ສ່ວນຂ້າພະເຈົ້າ ອົງພຣະຜູ້ເປັນເຈົ້າໄດ້ຫ້າມຂ້າພະເຈົ້າບໍ່ໃຫ້ຢຸດເຊົາພາວັນນາອະທິຖານສໍາລັບພວກເຈົ້າ ເພາະການຢຸດເຊົາພາວັນນາອະທິຖານ ສໍາລັບພວກເຈົ້ານັ້ນ ເປັນການຜິດຕໍ່ພຣະອົງ; ແຕ່ຂ້າພະເຈົ້າຈະສັ່ງສອນພວກເຈົ້າໃຫ້ຮູ້ສິ່ງດີ ແລະ ສິ່ງທີ່ຖືກຕ້ອງ.
\s5
\v 24 ຈົ່ງຢໍາເກງອົງພຣະຜູ້ເປັນເຈົ້າ ແລະ ບົວລະບັດຮັບໃຊ້ພຣະອົງຢ່າງສັດຊື່ ດ້ວຍສຸດໃຈຂອງພວກເຈົ້າ. ຈົ່ງຈົດຈາໍພາລະກິດອັນຍິ່ງໃຫຍ່ ທີ່ພຣະອົງໄດ້ເຮັດເພື່ອພວກເຈົ້າ.
\v 25 ແຕ່ຖ້າພວກເຈົ້າຍັງດໍາເນີນຊີວິດຢູ່ໃນຄວາມບາບ ພວກເຈົ້າແລະກະສັດຂອງພວກເຈົ້າຈະຖືກທາໍລາຍ.”
\s5
\c 13
\p
\v 1 \f + \ft ບົດແປ ອັນເກົ ່ າແກ່ ສະບັບ ໜຶ ່ ງ ບໍ ່ ມີ ຂໍ້ 1; ພາສາ ເຮັບເຣີ ມີ ຂໍ້ 1 ວ່ າ ໂຊນ ມີ ອາຍຸ ໄດ້... ເມື່ອ ເພິ່ນ ໄດ້ ຂຶ້ນ ເປັນ ກະສັດ
ແລະ ເພິນ່ ໄດ້ ເປັນ ກະສັດ ແຫງ່ ຊາດ ອິດສະຣາເອນ ສອງ ປີ. ໃນ ພາສາ ເຮບັ ເຣ ມີ ຂີ ໍ ບ້ ກົ ພ່ ອງ ສອງ ຈດຸ ໃນ ຂໍ ນ້ \f*
\v 2 ກະສັດໂຊນໄດ້ເລືອກເອົາຊາຍສະກັນຊາວອິດສະຣາເອນ ສາມພັນຄົນ ໂດຍໄດ້ແບ່ງເອົາສອງພັນຄົນໃຫ້ຢູ່ກັບຕົນທີ່ມິກມາດ ແລະ ທີ່ເທິງພູດອຍຂອງເບັດເອນ, ແຕ່ທະຫານໜຶ່ງພັນຄົນນັ້ນ ເພິ່ນໃຫ້ໄປກັບໂຢນາທານ ລູກຊາຍຂອງຕົນຍັງເມືອງກີເບອາ ທີ່ເຂດແດນຂອງເຜົ່າເບັນຢາມິນ. ສ່ວນທີ່ເຫລືອນັ້ນ ເພິ່ນໄດ້ສັ່ງໃຫ້ກັບຄືນເມືອບ້ານເຮືອນຂອງໃຜລາວ.
\s5
\v 3 ໂຢນາທານ ໄດ້ຂ້າຜູ້ບັນຊາການທະຫານ ຟີລິດສະຕິນ [ສ] ໃນເມືອງເກບາ ແລະ ຊາວຟີລິດສະຕິນທັງໝົດ ກໍໄດ້ຍິນກ່ຽວກັບເລື່ອງນີ້. ແລ້ວກະສັດໂຊນກໍໄດ້ສົ່ງຄົນນາໍຂ່າວເປົ່າແກໄປທົ່ວປະເທດ ເພື່ອເກນ ເອົາຊາວເຮັບເຣີ ເຂົ້າເຮັດເສິກ.
\v 4 ເມື່ອຊາວອິດສະຣາເອນທັງໝົດໄດ້ຍິນຂ່າວວ່າ, ກະສັດໂຊນໄດ້ຂ້າຜູ້ບັນຊາການທະຫານຟີລິດສະຕິນ ແລະ ຊາວຟີລິດສະຕິນກໍກຽດຊັງ ພວກຕົນ. ສະນັ້ນ ພວກເຂົາຈຶ່ງຕອບສະໜອງຄໍາຮຽກຮ້ອງ ເພື່ອເຂົ້າໄປສົມທົບກັບກະສັດໂຊນ ທີ່ເມືອງກິນການ.
\s5
\v 5 ພວກຟີລິດສະຕິນໄດ້ທ້ອນໂຮມກາໍລັງກັນມາຕໍ່ສູ້ພວກອິດສະຣາເອນ. ພວກເຂົາມີລົດຮົບສາມສິບພັນຄັນ, ທະຫານມ້າຫົກພັນຄົນ ແລະ ມີທະຫານຫລວງຫລາຍ ດັ່ງເມັດດິນຊາຍທີ່ຝັ່ງທະເລ. ພວກເຂົາໄດ້ໄປຍັງມິກມາດ ທີ່ທາງຕາເວັນອອກຂອງເບັດອາເວນ ແລະ ຕັ້ງຄ້າຍຢູ່ທີ່ນັ້ນ.
\s5
\v 6 ຕໍ່ມາ ພວກເຂົາໄດ້ບຸກໂຈມຕີພວກອິດສະຣາເອນ ຢ່າງດຸເດືອດຈົນພວກອິດສະຣາເອນຢູ່ໃນທ່າຈົນຕາແຈ. ພວກອິດສະຣາເອນບາງຄົນໄດ້ໜີໄປລີ້ຢູ່ໃນຖໍ້າ, ໃນໂກນ, ຢູ່ໃນລະຫວ່າງໂງ່ນຫິນ, ຢູ່ໃນຫລຸມ ແລະ ຢູ່ໃນນາໍ້ສ້າງ.
\v 7 ສ່ວນຄົນອື່ນ ໆ ອີກ ໄດ້ຂ້າມແມ່ນໍ້າຈໍແດນ ໜີໄປຢູ່ໃນເຂດແດນຂອງເມືອງກາດ ແລະ ເມືອງກີເລອາດ. ສ່ວນ ກະສັດໂຊນນັ້ນ ຍັງຢູ່ໃນເມືອງກິນການ ແລະ ປະຊາຊົນທີ່ຢູ່ນາໍເພິ່ນກໍຕົກສະທ້ານຢ້ານກົວຫລາຍ.
\s5
\v 8 ກະສັດໂຊນ ໄດ້ຄອຍຖ້າຢູ່ເຈັດວັນ ຕາມຄໍາແນະນາໍຂອງຊາມູເອນ, ແຕ່ຊາມູເອນຍັງບໍ່ທັນມາຮອດກິນການເທື່ອ. ສ່ວນປະຊາຊົນຕ່າງກໍຄ່ອຍ ໆ ໜີໄປຈາກກະສັດໂຊນ;
\v 9 ດັ່ງນັ້ນ ເພິ່ນຈຶ່ງກ່າວແກ່ພວກເຂົາວ່າ, “ຈົ່ງ ເອົາເຄື່ອງເຜົາບູຊາກັບເຄື່ອງບູຊາເພື່ອຄວາມ ສາມັກຄີທາໍ ມາໃຫ້ເຮົາ. ” ເພິ່ນໄດ້ຖວາຍເຄື່ອງເຜົາບູຊານັ້ນ
\v 10 ແລະ ພໍໝົດພິທີແລ້ວ ຊາມູເອນກໍມາເຖິງ. ກະສັດໂຊນ ຈຶ່ງອອກໄປຕ້ອນຮັບເພິ່ນ
\s5
\v 11 ແຕ່ຊາມູເອນ ຖາມວ່າ, “ເຈົ້າໄດ້ເຮັດຫຍັງລົງໄປນັ້ນ? ” ກະສັດໂຊນ ຈຶ່ງຕອບວ່າ, “ປະຊາຊົນກາໍລັງໜີໄປຈາກຂ້າພະເຈົ້າ ແລະ ທ່ານເອງກໍບໍ່ທັນມາຕາມທີ່ໄດ້ກ່າວໄວ້; ນອກຈາກນີ້ອີກ ພວກຟີລິດສະຕິນກາໍລັງທ້ອນໂຮມກັນຢູ່ທີ່ມິກມາດ.
\v 12 ດັ່ງນັ້ນ ຂ້າພະເຈົ້າຈຶ່ງຄິດວ່າ, ‘ຊາວຟີລິດສະຕິນຈະມາໂຈມຕີ ທີ່ເມືອງກິນການນີ້ ແລະ ເຮົາກໍບໍ່ໄດ້ຂໍຄວາມເຫັນຈາກອົງພຣະຜູ້ເປັນເຈົ້າກ່ອນ. ສະນັ້ນ ຂ້າພະເຈົ້າຈຶ່ງຖວາຍເຄື່ອງບູຊາຕາມທີ່ຕົນຮູ້ສຶກ.”
\s5
\v 13 ຊາມູເອນ ຕອບວ່າ, “ເປັນການໂງ່ຈ້າທີ່ສຸດ ທີ່ເຮັດເຊັ່ນນັ້ນ ເຈົ້າບໍ່ໄດ້ເຊື່ອຟັງຄໍາສັ່ງຂອງອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງເຈົ້າທີ່ໄດ້ໃຫ້ແກ່ເຈົ້າ. ຖ້າເຈົ້າເຊື່ອຟັງ ແລ້ວພຣະອົງກໍຈະໃຫ້ເຈົ້າ ແລະ ເຊື້ອສາຍຂອງເຈົ້າໄດ້ປົກຄອງຊາດອິດສະຣາເອນ ຕະຫລອດໄປ.
\v 14 ແຕ່ບັດນີ້ ການປົກຄອງຂອງເຈົ້າຈະບໍ່ຍືນຍົງຕໍ່ໄປ ເພາະເຈົ້າບໍ່ເຊື່ອຟັງອົງພຣະຜູ້ເປັນເຈົ້າ. ອົງພຣະຜູ້ເປັນເຈົ້າຈະຊອກຫາ ຊາຍຄົນໜຶ່ງຕາມທີ່ພຣະອົງປະສົງ ແລະ ອົງພຣະຜູ້ເປັນເຈົ້າຈະແຕ່ງຕັ້ງລາວໃຫ້ເປັນຜູ້ປົກຄອງປະຊາຊົນຂອງພຣະອົງ.”
\s5
\v 15 ຊາມູເອນ ຈຶ່ງຈາກເມືອງກິນການໄປ ຕາມທາງຂອງຕົນ. ສ່ວນປະຊາຊົນທີ່ຍັງເຫລືອຢູ່ກໍຕິດຕາມໂຊນ ໄປສົມທົບກັບທະຫານຂອງເພິ່ນ. ພວກເຂົາໄດ້ອອກຈາກເມືອງກິນການໄປ [ຊ] ຈົນຮອດເມືອງກີເບອາ ໃນເຂດແດນເບັນຢາມິນ. ກະສັດໂຊນໄດ້ກວດກາເບິ່ງທະຫານຂອງຕົນ ຈຶ່ງເຫັນວ່າມີຢູ່ປະມານຫົກຮ້ອຍຄົນ.
\v 16 ກະສັດໂຊນ ກັບ ໂຢນາທານ ລູກຊາຍຂອງຕົນ ແລະພວກທະຫານໄດ້ຕັ້ງຄ້າຍຢູ່ທີ່ເມືອງເກບາ ໃນເຂດແດນເບັນຢາມິນ. ສ່ວນພວກຟີລິດສະຕິນນັ້ນໄດ້ຕັ້ງຄ້າຍຢູ່ທີ່ມິກມາດ.
\s5
\v 17 ທະຫານຟີລິດສະຕິນ ໄດ້ຈາກຄ້າຍຂອງພວກເຂົາໄປຫາຫລອນໂຈມຕີ ໂດຍຈັດທະຫານເປັນສາມໝວດ ດັ່ງນີ້: ໝວດທີໜຶ່ງໄປທາງໂອຟະຣາ ໃນເຂດແດນຊູອານ, ໝວດທີສອງໄປທາງເມືອງເບັດໂຮໂຣນ,
\v 18 ແລະ ໝວດທີສາມໄປທາງຊາຍແດນທີ່ຢູ່ຊື່ກັບຮ່ອມພູເຊບົວອິມ ແລະຖິ່ນແຫ້ງແລ້ງກັນດານ.
\s5
\v 19 ໃນເວລານັ້ນ ຊາດອິດສະຣາເອນບໍ່ໄດ້ມີຊ່າງຕີເຫລັກອີກແລ້ວ ເພາະຊາວຟີລິດສະຕິນ ຫ້າມບໍ່ໃຫ້ຊາວເຮັບເຣີ ຕີດາບ ແລະ ຫອກ.
\v 20 ຊາວອິດສະຣາເອນ ຈາໍເປັນຕ້ອງເອົາໄຖ, ສຽມ, ຂວານ ແລະ ກ່ຽວ [ຍ] ຂອງພວກເຂົາໄປໃຫ້ພວກຟີລິດສະຕິນຝົນໃຫ້
\v 21 ຄ່າຝົນຂວານ ແລະ ແປງໄມ້ບັງຄັບງົວ [ດ] ຕົກເປັນເງິນໜຶ່ງຫລຽນ ແລະ ຄ່າຝົນໄຖ ແລະ ສຽມ ຕົກເປັນເງິນສອງຫລຽນ.
\s5
\v 22 ສະນັ້ນ ໃນມື້ສູ້ຮົບກັນນັ້ນ ບໍ່ມີທະຫານອິດສະຣາເອນຄົນໃດມີດາບ ແລະ ຫອກ ນອກຈາກກະສັດໂຊນ ແລະ ໂຢນາທານ ລູກຊາຍຂອງເພິ່ນເທົ່ານັ້ນ.
\v 23 ພວກຟີລິດສະຕິນໄດ້ສົ່ງທະຫານໝວດໜຶ່ງໄປຍັງຊ່ອງແຄບ ມິກມາດ ເພື່ອປ້ອງກັນທີ່ນັ້ນໄວ້.
\s5
\c 14
\p
\v 1 ມີມື້ໜຶ່ງ ໂຢນາທານ ໄດ້ກ່າວຕໍ່ຊາຍໜຸ່ມຜູ້ທີ່ຖືອາວຸດ ໃຫ້ຕົນວ່າ, “ໃຫ້ພວກເຮົາຂ້າມ ໄປຍັງຄ້າຍຂອງພວກຟີລິດສະຕິນ. ” ແຕ່ໂຢນາທານ ບໍ່ໄດ້ບອກໃຫ້ກະສັດໂຊນ ພໍ່ຂອງຕົນຮູ້ນໍາ.
\s5
\v 2 ໃນເວລານັ້ນ ເພິ່ນໄດ້ພັກຢູ່ກ້ອງຕົ້ນໝາກພີລາ ທີ່ມິກໂລນ ຊຶ່ງບໍ່ໄກເທົ່າໃດຈາກ ເມືອງກີເບອາ; ເພິ່ນມີທະຫານຢູ່ນາໍປະມານ ຫົກຮ້ອຍຄົນ.
\v 3 ສ່ວນປະໂຣຫິດຜູ້ທີ່ຖືເອໂຟດ ແມ່ນ ອາຮີຢາ ລູກຊາຍຂອງອາຮີຕຸບ ແລະ ຫລານຊາຍຂອງອີຄາບົດ; ອີຄາບົດ ເປັນລູກຊາຍຂອງຟີເນຮາ ຜູ້ເປັນຫລານຊາຍ ຂອງເອລີ ປະໂຣຫິດຂອງອົງພຣະຜູ້ເປັນເຈົ້າ ທີ່ເມືອງຊີໂລ. ບໍ່ມີຜູ້ໃດໃນພວກທະຫານຮູ້ວ່າ ໂຢນາທານ ໄດ້ອອກໄປຈາກຄ້າຍ.
\s5
\v 4 ໃນຊ່ອງແຄບມິກມາດ ບ່ອນທີ່ໂຢນາທານຜ່ານໄປຫາຄ້າຍຂອງພວກຟີລິດສະຕິນ ນັ້ນມີໂງ່ນຫິນໃຫຍ່ທັງຄົມ ແລະ ແຫລມ ສອງໂງ່ນ ຊຶ່ງຢູ່ແຕ່ລະຂ້າງຂອງຊ່ອງແຄບ. ໂງ່ນທີໜຶ່ງ ຊື່ວ່າ ໂບເຊັດ ແລະ ໂງ່ນທີສອງ ຊື່ວ່າ ເຊເນ.
\v 5 ໂງ່ນທີໜຶ່ງຢູ່ທາງເບື້ອງເໜືອຂອງຊ່ອງແຄບ ຊຶ່ງກົງກັບມິກມາດ ແລະ ໂງ່ນໜຶ່ງອີກຢູ່ທາງເບື້ອງໃຕ້ຊຶ່ງກົງກັບເກບາ.
\s5
\v 6 ໂຢນາທານ ເວົ້າກັບຊາຍໜຸ່ມທີ່ມານໍາ ຕົນນັ້ນວ່າ, “ໃຫ້ພວກເຮົາຂ້າມໄປຍັງຄ້າຍຂອງຊາວຟີລິດສະຕິນ ຜູ້ບໍ່ນັບຖືພຣະເຈົ້າ. ບາງທີອົງພຣະຜູ້ເປັນເຈົ້າຈະຊ່ວຍເຫລືອພວກເຮົາກໍໄດ້. ຖ້າພຣະອົງຊ່ວຍເຫລືອພວກເຮົາ ຈະບໍ່ມີສິ່ງໃດກີດກັ້ນບໍ່ໃຫ້ພຣະອົງມອບໄຊຊະນະແກ່ພວກເຮົາໄດ້ດອກ ເຖິງແມ່ນວ່າ ພວກເຮົາມີໜ້ອຍຄົນກໍຕາມ. ”
\v 7 ຊາຍໜຸ່ມ ຈຶ່ງຕອບວ່າ, “ທ່ານເຮັດສິ່ງໃດ [ຕ] ຂ້ານ້ອຍກໍຍິນດີເຮັດນາໍ.”
\s5
\v 8 ໂຢນາທານ ເວົ້າວ່າ, “ດີແລ້ວ ຖ້າດັ່ງນັ້ນ ພວກເຮົາຈະຂ້າມໄປໃຫ້ພວກຟີລິດສະຕິນເຫັນ.
\v 9 ຖ້າພວກເຂົາບອກພວກເຮົາ ໃຫ້ລໍຖ້າພວກເຂົາມາຫາ ກໍໃຫ້ພວກເຮົາລໍຖ້າພວກເຂົາຢູ່ທີ່ນີ້ແຫລະ
\v 10 ແຕ່ຖ້າພວກເຂົາບອກໃຫ້ພວກເຮົາໄປຫາ ພວກເຮົາຈຶ່ງໄປ ເພາະອັນນັ້ນຈະເປັນເຄື່ອງໝາຍບອກວ່າ ອົງພຣະຜູ້ເປັນເຈົ້າໄດ້ໃຫ້ພວກເຮົາມີໄຊຊະນະ ເໜືອພວກເຂົາ.”
\s5
\v 11 ດັ່ງນັ້ນ ໂຢນາທານ ແລະ ຊາຍໜຸ່ມຈຶ່ງໄດ້ປາກົດຕົວໃຫ້ພວກຟີລິດສະຕິນເຫັນ ແລະ ພວກເຂົາເວົ້າວ່າ, “ເບິ່ງພຸ້ນດູ ມີຊາວເຮັບເຣີ ບາງຄົນອອກມາຈາກຫລຸມ ທີ່ພວກເຂົາຫລົບລີ້ຢູ່. ”
\v 12 ທະຫານຟີລິດສະຕິນຈຶ່ງຮ້ອງໃສ່ ໂຢນາທານ ແລະ ຊາຍໜຸ່ມຜູ້ນັ້ນວ່າ, “ຈົ່ງຂຶ້ນມາພີ້ ພວກຂ້ອຍມີເລື່ອງຈະບອກ [ຖ] ພວກເຈົ້າ. ” ໂຢນາທານ ຈຶ່ງກ່າວແກ່ຊາຍໜຸ່ມທີ່ມານໍາຕົນນັ້ນວ່າ, “ຈົ່ງຕາມຂ້ອຍມາ ອົງພຣະຜູ້ເປັນເຈົ້າໄດ້ໃຫ້ພວກອິດສະຣາເອນ ມີໄຊຊະນະເໜືອພວກເຂົາແລ້ວ.”
\s5
\v 13 ໂຢນາທານ ຈຶ່ງປີນຊ່ອງແຄບຂຶ້ນໄປ ແລະຊາຍໜຸ່ມນັ້ນ ກໍຕາມລາວຂຶ້ນໄປຄືກັນ. ໂຢນາທານ ໂຈມຕີພວກຟີລິດສະຕິນ ໂດຍຊົກຕ່ອຍພວກເຂົາໃຫ້ລົ້ມລົງ ແລະ ຊາຍໜຸ່ມຜູ້ນັ້ນກໍເປັນຜູ້ຂ້າພວກເຂົາຖິ້ມ.
\v 14 ໃນ ການຂ້າຟັນກັນຄັ້ງທາໍອິດນັ້ນ ໂຢນາທານກັບ ຊາຍໜຸ່ມໄດ້ຂ້າສັດຕູຕາຍ ປະມານຊາວຄົນ ໃນເນື້ອທີ່ອັນຈາໍກັດທີ່ສຸດ. [ທ]
\s5
\v 15 ພວກຟີລິດສະຕິນທຸກຄົນທີ່ຢູ່ນອກເມືອງເກີດຢ້ານກົວ; ພວກກອງໂຈນແລະພວກທະຫານທີ່ຢູ່ໃນຄ້າຍກໍຢ້ານກົວຈົນຕົວສັ່ນເຊັນ ແຜ່ນດິນຫວັ່ນໄຫວ ແລະ ເກີດມີການສັບສົນວຸ້ນວາຍກັນຢ່າງໃຫຍ່.
\s5
\v 16 ທະຫານຂອງກະສັດໂຊນ ທີ່ເຝົ້າຍາມເມືອງກີເບອາ ໃນເຂດແດນເບັນຢາມິນ ໄດ້ເຫັນພວກຟີລິດສະຕິນແລ່ນໄປມາຢ່າງສັບສົນວຸ້ນວາຍກັນຢູ່.
\v 17 ດັ່ງນັ້ນ ກະສັດໂຊນຈຶ່ງສັ່ງທະຫານຂອງຕົນວ່າ, “ນັບເບິ່ງດູ ມີທະຫານຄົນໃດຫາຍໄປແດ່? ” ເມື່ອພວກເຂົານັບເບິ່ງແລ້ວກໍພົບວ່າ ໂຢນາທານກັບຊາຍໜຸ່ມຜູ້ທີ່ຖືອາວຸດໃຫ້ລາວນັ້ນຫາຍໄປ.
\s5
\v 18 ເມື່ອເປັນເຊັ່ນນີ້ ກະສັດໂຊນຈຶ່ງກ່າວແກ່ປະໂຣຫິດອາຮີຢາ ວ່າ, “ຈົ່ງເອົາເອໂຟດ [ນ] ມາທີ່ນີ້. ” (ໃນຄາວນັ້ນແມ່ນ ອາຮີຢາ ທີ່ເປັນຜູ້ຖືເອໂຟດ ຕໍ່ໜ້າປະຊາຊົນອິດສະຣາເອນ.) [ບ]
\v 19 ເວລາທີ່ກະສັດໂຊນ ກໍາລັງກ່າວກັບປະໂຣຫິດຢູ່ນັ້ນ ການສັບສົນວຸ້ນວາຍຢູ່ໃນຄ້າຍຂອງພວກຟີລິດສະຕິນ ກໍທະວີຄວາມຮ້າຍແຮງຍິ່ງຂຶ້ນ ກະສັດໂຊນເລີຍເວົ້າວ່າ, “ບໍ່ມີເວລາພໍທີ່ຈະປຶກສາ ກັບອົງພຣະຜູ້ເປັນເຈົ້າດອກ.”
\s5
\v 20 ແລ້ວເພິ່ນກັບພວກທະຫານກໍຍົກທັບເຂົ້າໄປຍັງສະໜາມຮົບ ເພື່ອໂຈມຕີພວກຟີລິດສະຕິນ ທີ່ພວມຕໍ່ສູ້ກັນຢ່າງສັບສົນວຸ້ນວາຍຢູ່ນັ້ນ.
\v 21 ຊາວເຮັບເຣີ ບາງຄົນທີ່ເຄີຍເຂົ້າຂ້າງພວກຟີລິດສະຕິນມາກ່ອນ ແລະ ໄດ້ເຂົ້າໄປຢູ່ໃນຄ້າຍນາໍພວກຟີລິດສະຕິນນັ້ນ ບັດນີ້ເຂົາໄດ້ປ່ຽນໃຈ [ປ] ແລະມາເຂົ້າຮ່ວມນາໍກະສັດໂຊນ ກັບ ໂຢນາທານ.
\s5
\v 22 ເມື່ອພວກອື່ນ ໆ ທີ່ລີ້ຢູ່ຕາມເນີນພູເອຟຣາອິມ ໄດ້ຍິນຂ່າວວ່າຊາວຟີລິດສະຕິນກາໍລັງແລ່ນປົບໜີ ພວກເຂົາຈຶ່ງມາຮ່ວມໂຈມຕີພວກຟີລິດສະຕິນ ເຊັ່ນກັນ
\v 23 ໂດຍຕາມລ່າສັດຕູຈົນກາຍເມືອງເບັດອາເວນ. ອົງພຣະຜູ້ເປັນເຈົ້າໄດ້ຊ່ວຍເຫລືອຊາວອິດສະຣາເອນໃຫ້ພົ້ນໃນມື້ນັ້ນ.
\s5
\v 24 ໃນມື້ນັ້ນ ຊາວອິດສະຣາເອນໄດ້ອ່ອນແຮງຍ້ອນຫິວເຂົ້າ ເພາະກະສັດໂຊນໄດ້ອອກ ຄໍາສັ່ງຢ່າງເດັດຂາດ ວ່າ, “ໃນມື້ນີ້ ຂໍໃຫ້ຄໍາສາບແຊ່ງຕົກຖືກຜູ້ໃດຜູ້ໜຶ່ງທີ່ກິນເຂົ້າ ກ່ອນເຮົາໄດ້ແກ້ແຄ້ນສັດຕູ. ” ດັ່ງນັ້ນ ຈຶ່ງບໍ່ມີຜູ້ໃດ ກິນຫຍັງຕະຫລອດວັນ.
\v 25 ພວກເຂົາ ທັງໝົດ [ຜ] ໄດ້ເຂົ້າໄປໃນປ່າ ແລະ ຊອກຫາ ຮັງເຜິ້ງຢູ່ທົ່ວທຸກບ່ອນ.
\v 26 ປ່າໄມ້ທັງຫລາຍກໍເຕັມໄປດ້ວຍນາໍ້ເຜິ້ງ ແຕ່ບໍ່ມີຜູ້ໃດ ກ້າເອົາມາກິນ ເພາະພວກເຂົາທຸກຄົນຢ້ານຄໍາສາບແຊ່ງຂອງກະສັດໂຊນ.
\s5
\v 27 ແຕ່ໂຢນາທານ ບໍ່ໄດ້ຍິນຄໍາສາບແຊ່ງ ທີ່ພໍ່ຂອງຕົນໃຊ້ຂູ່ຂວັນປະຊາຊົນ; ດັ່ງນັ້ນ ລາວຈຶ່ງເອົາໄມ້ເທົ້າແທງຮັງເຜິ້ງ ແລະ ເອົານໍ້າເຜິ້ງມາກິນ. ໃນທັນໃດນັ້ນ ເພິ່ນກໍຮູ້ສຶກມີແຮງຂຶ້ນ.
\v 28 ແລ້ວທະຫານຄົນໜຶ່ງກໍບອກ ເພິ່ນວ່າ, “ພວກຂ້ານ້ອຍອ່ອນເພຍ ຍ້ອນຫິວເຂົ້າ ເພາະພໍ່ຂອງທ່ານໄດ້ຂູ່ພວກຂ້ານ້ອຍວ່າ, ‘ຂໍໃຫ້ຄໍາສາບແຊ່ງຕົກຖືກຜູ້ໃດຜູ້ໜຶ່ງ ທີ່ກິນເຂົ້າໃນມື້ນີ້.
\s5
\v 29 ໂຢນາທານ ຈຶ່ງຕອບວ່າ, “ພໍ່ຂ້ອຍສ້າງ ຄວາມລໍາບາກໃຫ້ປະຊາຊົນແທ້ ເບິ່ງດູຂ້ອຍມີແຮງຂຶ້ນເທົ່າໃດ ເມື່ອຂ້ອຍໄດ້ກິນນາໍ້ເຜິ້ງນີ້.
\v 30 ວັນນີ້ ຖ້າປະຊາຊົນຂອງເຮົາໄດ້ກິນອາຫານທີ່ພວກເຮົາໄດ້ມາຈາກສັດຕູ ພວກເຂົາຈະມີແຮງຂຶ້ນຫລາຍເທົ່າໃດ ຈົ່ງຄິດເບິ່ງດູ ວ່າ ພວກເຂົາຈະຂ້າພວກຟີລິດສະຕິນໄດ້ອີກຫລາຍເທົ່າໃດ?”
\s5
\v 31 ໃນມື້ນັ້ນ ພວກອິດສະຣາເອນໄດ້ຮົບຊະນະພວກຟີລິດສະຕິນໂດຍຕໍ່ສູ້ກັນຕະຫລອດທາງ ຕັ້ງແຕ່ມິກມາດ ຈົນຮອດເມືອງໄອຢາໂລນ ມາຮອດຕອນນີ້ ພວກອິດສະຣາເອນຕ່າງກໍອ່ອນແຮງລົງຍ້ອນຫິວເຂົ້າ
\v 32 ດັ່ງນັ້ນ ພວກເຂົາຈຶ່ງຟ້າວແລ່ນ ໄປຢຶດເອົາສິ່ງຂອງທີ່ພວກຕົນຢຶດມາ ໄດ້ຈາກ ສັດຕູນັ້ນຄືໄດ້ເອົາແກະ ແລະ ງົວໄປຂ້າກັບບ່ອນ ແລະ ກິນຊີ້ນທີ່ຍັງມີເລືອດ.
\s5
\v 33 ຕໍ່ມາໄດ້ມີຄົນມາບອກກະສັດໂຊນ ວ່າ, “ເບິ່ງດູ ປະຊາຊົນໄດ້ເຮັດຜິດຕໍ່ອົງພຣະຜູ້ເປັນ ເຈົ້າ ໂດຍກິນຊີ້ນທີ່ຍັງມີເລືອດ. ” ກະສັດໂຊນ ຈຶ່ງຮ້ອງຂຶ້ນວ່າ, “ພວກຄົນທໍລະຍົດຈົ່ງກຶ່ງກ້ອນຫິນໃຫຍ່ມາໃຫ້ເຮົາທີ່ນີ້. ” [ຝ]
\v 34 ແລ້ວເພິ່ນກໍອອກຄໍາສັ່ງອື່ນອີກ ວ່າ, “ຈົ່ງໄປຫາປະຊາຊົນ ແລະ ບອກໃຫ້ເຂົາທຸກຄົນນາໍ ເອົາງົວ ແລະ ແກະມາຂ້າກິນຢູ່ໃນທີ່ນີ້; ພວກເຂົາບໍ່ຕ້ອງເຮັດບາບຕໍ່ສູ້ອົງພຣະຜູ້ເປັນເຈົ້າ ໂດຍກິນຊີ້ນທີ່ຍັງມີເລືອດ. ” ໃນຄືນນັ້ນ ພວກເຂົາທຸກຄົນໄດ້ນາໍເອົາສັດມາຂ້າຢູ່ໃນທີ່ນັ້ນ.
\s5
\v 35 ກະສັດໂຊນ ໄດ້ສ້າງແທ່ນບູຊາຖວາຍແກ່ອົງພຣະຜູ້ເປັນເຈົ້າ ຊຶ່ງເປັນແທ່ນບູຊາທາໍ ອິດທີ່ເພິ່ນໄດ້ສ້າງ.
\s5
\v 36 ກະສັດໂຊນ ໄດ້ກ່າວແກ່ທະຫານຂອງຕົນວ່າ, “ໃຫ້ພວກເຮົາລົງໄປໂຈມຕີພວກຟີລິດສະຕິນ ໃນຕອນກາງຄືນຫລອນໂຈມຕີພວກເຂົາຈົນຮອດຮຸ່ງເຊົ້າ ແລະ ໃຫ້ຂ້າພວກເຂົາຖິ້ມໝົດ. ” ພວກເຂົາຕອບວ່າ, “ຈົ່ງເຮັດຕາມທີ່ທ່ານເຫັນວ່າດີທີ່ສຸດເຖີດ. ” ແຕ່ປະໂຣຫິດເວົ້າວ່າ, “ໃຫ້ພວກເຮົາປຶກສາພຣະເຈົ້າ ເບິ່ງສາກ່ອນ. ”
\v 37 ດັ່ງນັ້ນ ກະສັດໂຊນຈຶ່ງຖາມພຣະເຈົ້າວ່າ, “ພຣະອົງຈະໃຫ້ພວກຂ້ານ້ອຍໄປສູ້ຮົບພວກຟີລິດສະຕິນ ຫລືບໍ່? ພຣະອົງຈະໃຫ້ພວກຂ້ານ້ອຍຮົບຊະນະພວກເຂົາ ຫລືບໍ່? ” ແຕ່ໃນມື້ນັ້ນ ພຣະອົງບໍ່ໄດ້ຕອບເພິ່ນ.
\s5
\v 38 ກະສັດໂຊນ ຈຶ່ງກ່າວແກ່ບັນດາຜູ້ນາໍຂອງປະຊາຊົນ ວ່າ, “ຈົ່ງພາກັນມາທີ່ນີ້ ແລະ ໄປສອບຖາມເບິ່ງວ່າ ໃນມື້ນີ້ມີຜູ້ໃດເຮັດຜິດຫຍັງແດ່?
\v 39 ເຮົາຂໍສັນຍາຕໍ່ອົງພຣະຜູ້​ເປັນເຈົ້າອົງຊົງຊີວິດຢູ່ ຄືອົງທີ່ຊ່ວຍໃຫ້ຊາດອິດສະຣາເອນມີໄຊຊະນະ ວ່າຜູ້ທີ່ເຮັດຜິດຈະຕ້ອງຖືກຂ້າ ແມ່ນແຕ່ໂຢນາທານລູກຊາຍຂອງເຮົາກໍຕາມ. ” ແຕ່ບໍ່ມີຜູ້ໃດໃນທ່າມກາງປະຊາຊົນທັງໝົດເວົ້າຫຍັງເລີຍ.
\s5
\v 40 ແລ້ວກະສັດໂຊນ ກໍເວົ້າກັບພວກເຂົາ ວ່າ, “ພວກເຈົ້າທຸກຄົນຢືນຢູ່ທີ່ນັ້ນ ສ່ວນເຮົາກັບໂຢນາທານ ຈະຢືນຢູ່ທີ່ນີ້. ” ພວກເຂົາຕອບວ່າ, “ຈົ່ງເຮັດຕາມທີ່ທ່ານເຫັນວ່າດີທີ່ສຸດເຖີດ. ”
\v 41 ກະສັດໂຊນ ຖາມວ່າ, “ຂ້າແດ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງຊາດອິດສະຣາເອນເອີຍ ເປັນຫຍັງພຣະອົງຈຶ່ງບໍ່ຕອບຜູ້ຮັບໃຊ້ຂອງພຣະອົງໃນມື້ນີ້? ຖ້າຄວາມຜິດນັ້ນເປັນຂອງໂຢນາທານ ຫລື ຂອງ ຂ້ານ້ອຍເອງ ຂໍພຣະອົງຕອບໂດຍທາງອຸຣິມ, ແຕ່ຖ້າຄວາມຜິດນັ້ນເປັນຂອງປະຊາຊົນ ຊາດອິດສະຣາເອນ [ພ] ຂໍພຣະອົງຕອບໂດຍທາງທຸມມິມ. ” [ຟ] ແລ້ວຄໍາຕອບນັ້ນກໍໄດ້ຊີ້ບອກໃຫ້ຮູ້ວ່າ ແມ່ນໂຢນາທານກັບກະສັດໂຊນ ແລະ ປະຊາຊົນກໍບໍ່ມີຄວາມຜິດ.
\v 42 ແລ້ວກະສັດໂຊນກໍເວົ້າວ່າ, “ຈົ່ງຈົກສະຫລາກລະຫວ່າງເຮົາ ແລະ ໂຢນາທານລູກຊາຍ ຂອງເຮົາເຖີດ. ” ແລະ ສະຫລາກກໍຕົກຖືກໂຢນາທານ.
\s5
\v 43 ກະສັດໂຊນຈຶ່ງຖາມໂຢນາທານ ວ່າ, “ເຈົ້າເຮັດຫຍັງຜິດ? ” ໂຢນາທານຕອບວ່າ, “ລູກໄດ້ກິນນໍ້າເຜິ້ງພຽງແຕ່ເລັກນ້ອຍເທົ່ານັ້ນ ລູກຢູ່ທີ່ນີ້ແລ້ວ ແລະ ພ້ອມທີ່ຈະຕາຍ. ”
\v 44 ກະສັດໂຊນກ່າວຕໍ່ລາວ ວ່າ, “ຖ້າຂ້ອຍບໍ່ຂ້າເຈົ້າ ກໍຂໍພຣະອົງຂ້າຂ້ອຍສາເຖີດ.”
\s5
\v 45 ແຕ່ປະຊາຊົນເວົ້າຕໍ່ກະສັດໂຊນ ວ່າ, “ຈະໃຫ້ໂຢນາທານ ຜູ້ທີ່ນາໍໄຊຊະນະອັນຍິ່ງໃຫຍ່ມາສູ່ຊາດອິດສະຣາເອນ ຖືກຂ້າຊັ້ນບໍ? ບໍ່ໄດ້ ພວກຂ້ານ້ອຍຂໍສັນຍາຕໍ່ອົງພຣະຜູ້ເປັນເຈົ້າອົງຊົງຊີວິດຢູ່ ວ່າແມ່ນແຕ່ຜົມເສັ້ນໜຶ່ງທີ່ຫົວຂອງເພິ່ນ ຈະບໍ່ໃຫ້ສູນເສຍໄປ. ສິ່ງທີ່ເພິ່ນ ໄດ້ເຮັດໃນມື້ນີ້ ແມ່ນການຊ່ວຍເຫລືອຂອງພຣະເຈົ້າ. ” ສະນັ້ນ ປະຊາຊົນຈຶ່ງຊ່ວຍໂຢນາທານ ບໍ່ໃຫ້ຖືກຂ້າ.
\v 46 ຫລັງຈາກນັ້ນກະສັດໂຊນ ຈຶ່ງເຊົາໄລ່ຕາມລ່າພວກຟີລິດສະຕິນ ແລະ ພວກເຂົາກໍກັບຄືນສູ່ເຂດແດນຂອງພວກຕົນ.
\s5
\v 47 ເມື່ອໂຊນຂຶ້ນເປັນກະສັດຂອງຊາດອິດສະຣາເອນ ແລ້ວເພິ່ນໄດ້ສູ້ຮົບໃນທຸກບ່ອນກັບສັດຕູທຸກຄົນຂອງເພິ່ນ ເຊັ່ນ: ຊາວໂມອາບ, ຊາວອໍາໂມນ, ຊາວເອໂດມ, ພວກກະສັດແຫ່ງໂຊບາ ແລະ ພວກຟີລິດສະຕິນ. ທຸກບ່ອນທີ່ເພິ່ນສູ້ຮົບ ເພິ່ນກໍໄດ້ຮັບໄຊຊະນະ. [ມ]
\v 48 ເພິ່ນສູ້ຮົບຢ່າງອົງອາດກ້າຫານ ແລະ ເອົາຊະນະພວກອາມາເຫລັກ. ເພິ່ນຊ່ວຍຊາວອິດສະຣາເອນໃຫ້ພົ້ນຈາກການບຸກຮຸກໂຈມຕີຂອງເຫລົ່າສັດຕູທຸກ ໆ ຄັ້ງ.
\s5
\v 49 ບັນດາລູກຊາຍຂອງກະສັດໂຊນ ມີດັ່ງນີ້: ໂຢນາທານ, ອິດສະວີ ແລະ ມັນກີຊູຢາ. ລູກສາວກົກຂອງເພິ່ນຊື່ວ່າ ເມຣັບ ແລະ ລູກສາວຫລ້າຊື່ວ່າ ມີການ.
\v 50 ເມຍຂອງ ກະສັດໂຊນ ຊື່ວ່າ ອາຮີໂນອາມ ລູກສາວຂອງອາຮີມາອາດ; ຜູ້ບັນຊາການກອງທັບແມ່ນ ຍາດຕິພີ່ນ້ອງຂອງເພິ່ນຊື່ວ່າ ອັບເນ; ລາວແມ່ນລູກຊາຍຂອງເນຣະ ຜູ້ເປັນລູງຂອງໂຊນ.
\v 51 ກີເຊ ຜູ້ທີ່ເປັນພໍ່ຂອງໂຊນ ແລະ ເນຣະ ຜູ້ທີ່ເປັນພໍ່ຂອງອັບເນ ທັງສອງເປັນລູກຊາຍຂອງອາບີເອນ.
\s5
\v 52 ຕະຫລອດຊົ່ວຊີວິດຂອງກະສັດໂຊນ ເພິ່ນໄດ້ຕໍ່ສູ້ພວກຟີລິດສະຕິນ ຢ່າງດຸເດືອດ. ເມື່ອພົບຊາຍຄົນໜຶ່ງທີ່ແຂງແຮງ ແລະ ກ້າຫານດີ ເພິ່ນກໍເອົາເຂົ້າມາຮັບໃຊ້ໃນກອງທັບຂອງເພິ່ນ.
\s5
\c 15
\p
\v 1 ຕໍ່ມາ ຊາມູເອນໄດ້ກ່າວແກ່ໂຊນ ວ່າ, “ຂ້ອຍເປັນຜູ້ທີ່ອົງພຣະຜູ້ເປັນເຈົ້າສົ່ງມາໃຊ້ນາໍ້ມັນສັກສິດຫົດສົງເຈົ້າ ໃຫ້ເປັນກະສັດປົກຄອງຊາວອິດສະຣາເອນ ປະຊາຊົນຂອງພຣະອົງ. ບັດນີ້ ຈົ່ງຟັງຖ້ອຍຄໍາທີ່ອົງພຣະຜູ້ເປັນເຈົ້າກ່າວ.
\v 2 ອົງພຣະຜູ້ເປັນເຈົ້າອົງຊົງຣິດອໍານາດຍິ່ງໃຫຍ່ ກ່າວວ່າ, ‘ເຮົາຈະລົງໂທດຊາວອາມາເຫລັກ ຍ້ອນວ່າບັນພະບຸລຸດຂອງພວກເຂົາໄດ້ຕໍ່ຕ້ານຊາວອິດສະຣາເອນ ສະໄໝທີ່ຊາວອິດສະຣາເອນໄດ້ເດີນທາງອອກມາຈາກປະເທດເອຢິບ.
\v 3 ຈົ່ງໄປໂຈມຕີຊາວອາມາເຫລັກ ແລະ ທາໍລາຍທຸກຢ່າງທີ່ພວກເຂົາມີຢູ່ນັ້ນໃຫ້ໝົດ. ຢ່າໃຫ້ສິ່ງໃດສິ່ງໜຶ່ງເຫລືອຢູ່ເລີຍ. ຈົ່ງຂ້າຜູ້ຊາຍ ຜູ້ຍິງ, ແອນ້ອຍ ທີ່ຫາກໍເກີດໃໝ່ກັບເດັກນ້ອຍ ທຸກຄົນຖິ້ມຕະຫລອດທັງຝູງງົວ, ຝູງແກະ, ຝູງ ອູດ ແລະ ຝູງລໍ ດ້ວຍ.
\s5
\v 4 ແລ້ວກະສັດໂຊນ ກໍສັ່ງໃຫ້ທະຫານຂອງຕົນທຸກກອງເຂົ້າມາເຕົ້າໂຮມກັນ ແລະ ກວດກາເບິ່ງພົນຮົບທີ່ ເຕເລັມ ມີດັ່ງນີ້: ທະຫານຊາວອິດສະຣາເອນ ມີສອງຮ້ອຍພັນຄົນ ແລະ ທະຫານຊາວຢູດາ ມີສິບພັນຄົນ.
\v 5 ເພິ່ນເອງພ້ອມທັງກອງທັບໄດ້ໄປຍັງເມືອງອາມາເຫລັກ ແລະ ດັກສະກັດເພື່ອຫລອນໂຈມຕີຢູ່ຕາມຮ່ອມຫ້ວຍທີ່ແຫ້ງແລ້ງ.
\s5
\v 6 ເພິ່ນໄດ້ສົ່ງຄໍາເຕືອນໄປບອກຊາວເກນິດ ປະຊາຊົນພວກໜຶ່ງຊຶ່ງບັນພະບຸລຸດ ຂອງພວກເຂົາໄດ້ມີໃຈເມດຕາຕໍ່ຊາວອິດສະຣາເອນ ໃນສະໄໝທີ່ຊາວອິດສະຣາເອນ ໄດ້ອອກມາຈາກປະເທດເອຢິບນັ້ນ ວ່າ, “ໃຫ້ໜີຈາກຊາວອາມາເຫລັກ ເພື່ອວ່າເຮົາຈະບໍ່ໄດ້ຂ້າພວກເຈົ້າ ພ້ອມກັບພວກເຂົາ. ” ສະນັ້ນຊາວເກນິດ ຈຶ່ງພາກັນໜີໄ.
\v 7 ກະສັດໂຊນ ໄດ້ເອົາຊະນະຊາວ ອາມາເຫລັກ ໂດຍສູ້ຮົບກັນຕະຫລອດທາງ ແຕ່ເມືອງຮາວີລາ ຈົນເຖິງເມືອງຊູຣະ ທີ່ທາງທິດຕາເວັນອອກຂອງເອຢິບ;
\s5
\v 8 ເພິ່ນຈັບເຈົ້າ ອາກາ ກະສັດແຫ່ງອາມາເຫລັກ ໄດ້ທັງເປັນ ແລະ ໄດ້ຂ້າປະຊາຊົນທັງໝົດຖິ້ມ.
\v 9 ແຕ່ກະສັດໂຊນ ແລະ ທະຫານຂອງເພິ່ນປ່ອຍໃຫ້ເຈົ້າອາກາ ມີຊີວິດຢູ່ທັງບໍ່ໄດ້ຂ້າແກະ ແລະ ງົວໂຕທີ່ຕຸ້ຍພີດີ ພ້ອມດ້ວຍລູກງົວ ແລະ ລູກແກະໂຕທີ່ຈົບງາມທີ່ສຸດ [ຢ] ແລະ ບໍ່ໄດ້ທາໍລາຍສິ່ງທີ່ມີຄ່າ. ພວກເຂົາໄດ້ທາໍລາຍແຕ່ສິ່ງທີ່ບໍ່ມີປະໂຫຍດ ແລະ ບໍ່ມີຄຸນຄ່າເທົ່ານັ້ນ. [ຣ]
\s5
\v 10 ອົງພຣະຜູ້ເປັນເຈົ້າໄດ້ກ່າວແກ່ຊາມູເອນ ວ່າ,
\v 11 “ເຮົາເສຍໃຈຫລາຍ ທີ່ໄດ້ແຕ່ງຕັ້ງໂຊນໃຫ້ເປັນກະສັດ. ລາວຫັນໜີຈາກເຮົາ ແລະ ບໍ່ເຊື່ອຟັງຄໍາສັ່ງຂອງເຮົາ. ” ສ່ວນຊາມູເອນກໍໃຈຮ້າຍດ້ວຍ ຈຶ່ງພາວັນນາອະທິຖານຂໍກັບອົງພຣະຜູ້ເປັນເຈົ້າຕະຫລອດຄືນ.
\s5
\v 12 ມື້ຕໍ່ມາ ເພິ່ນໄດ້ອອກໄປພົບກະສັດໂຊນ ແຕ່ເຊົ້າ ໆ ແຕ່ເພິ່ນໄດ້ຍິນຂ່າວວ່າ ກະສັດໂຊນໄດ້ໄປທີ່ເມືອງກາເມນແລ້ວ ບ່ອນທີ່ເພິ່ນກໍ່ສ້າງອະນຸສາວະລີ ສໍາລັບຕົນເອງ ແລ້ວໄດ້ເລີຍໄປຍັງເມືອງກິນການ.
\v 13 ເມື່ອຊາມູເອນໄປຮອດ ກະສັດໂຊນໄດ້ສະແດງຄວາມຄໍານັບຕໍ່ເພິ່ນ ແລະ ເວົ້າວ່າ, “ທ່ານຊາມູເອນເອີຍ ຂໍອົງພຣະຜູ້ເປັນເຈົ້າ ອວຍພອນທ່ານເທີ້ນ ຂ້າພະເຈົ້າໄດ້ປະຕິບັດ ຕາມຄໍາສັ່ງຂອງອົງພຣະຜູ້ເປັນເຈົ້າແລ້ວ.”
\s5
\v 14 ຊາມູເອນ ຖາມວ່າ, “ຖ້າດັ່ງນັ້ນ ສຽງງົວແລະສຽງແກະທີ່ຮ້ອງຢູ່ນັ້ນ ໄດ້ມາແຕ່ໃສ? ”
\v 15 ກະສັດໂຊນຕອບວ່າ, “ຄົນຂອງຂ້າພະເຈົ້າໄດ້ສັດເຫລົ່ານັ້ນ ມາຈາກຊາວອາມາເຫລັກ. ພວກເຂົາໄດ້ເອົາແກະແລະງົວໂຕດີທີ່ສຸດໄວ້ ເພື່ອເປັນເຄື່ອງບູຊາຖວາຍແກ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງທ່ານ ແລະສ່ວນທີ່ເຫລືອນັ້ນ ພວກເຮົາໄດ້ທາໍລາຍຖິ້ມ ໝົດ. ” [ລ]
\v 16 ຊາມູເອນ ສັ່ງວ່າ, “ຢຸດ ຂ້າພະເຈົ້າຈະບອກທ່ານເຖິງສິ່ງທີ່ອົງພຣະຜູ້ເປັນເຈົ້າ ໄດ້ກ່າວກັບຂ້າພະເຈົ້າໃນຄືນນີ້. ” ກະສັດໂຊນ ກ່າວວ່າ, “ບອກຂ້າພະເຈົ້າມາເບິ່ງດູ.”
\s5
\v 17 ຊາມູເອນ ກ່າວວ່າ, “ເຖິງແມ່ນເຈົ້າຖື ຕົນເອງວ່າ ບໍ່ມີຄວາມສໍາຄັນກໍຕາມ ແຕ່ເຈົ້າ ກໍເປັນຜູ້ນາໍເຜົ່າຕ່າງ ໆ ຂອງຊາດອິດສະຣາເອນ. ອົງພຣະຜູ້ເປັນເຈົ້າໄດ້ໃຊ້ນາໍ້ ມັນສັກສິດຫົດສົງເຈົ້າໃຫ້ເປັນກະສັດຂອງ ຊາດອິດສະຣາເອນ
\v 18 ແລະ ພຣະອົງໄດ້ ສັ່ງເຈົ້າໃຫ້ອອກໄປທໍາລາຍພວກຄົນຊົ່ວຮ້າຍ ເຫລົ່ານັ້ນ ໃນເມືອງອາມາເຫລັກ. ພຣະອົງບອກເຈົ້າໃຫ້ສູ້ຮົບ ແລະ ຂ້າພວກເຂົາຖິ້ມໝົດ.
\v 19 ແລ້ວເປັນຫຍັງເຈົ້າຈຶ່ງບໍ່ເຊື່ອຟັງອົງພຣະຜູ້ເປັນເຈົ້າ? ເປັນຫຍັງ ຈຶ່ງຢຶດເອົາສິ່ງຂອງເຫລົ່ານີ້ ແລະ ເຮັດໃນສິ່ງທີ່ອົງພຣະຜູ້ເປັນເຈົ້າບໍ່ພໍໃຈ?”
\s5
\v 20 ກະສັດໂຊນ ຕອບວ່າ, “ຂ້າພະເຈົ້າໄດ້ເຊື່ອຟັງອົງພຣະຜູ້ເປັນເຈົ້າ ຂ້າພະເຈົ້າໄດ້ປະຕິບັດຕາມສິ່ງທີ່ພຣະອົງໄດ້ສັ່ງໂດຍຈັບກະສັດອາກາ ແລະ ຂ້າຊາວອາມາເຫລັກທຸກຄົນຖິ້ມ.
\v 21 ແຕ່ທະຫານຂອງຂ້າພະເຈົ້າ ບໍ່ໄດ້ຂ້າແກະ ແລະ ງົວໂຕດີທີ່ສຸດ ທີ່ເຂົາຢຶດມານັ້ນ. ພວກເຂົາໄດ້ນໍາເອົາສັດເຫລົ່ານັ້ນມາຍັງເມືອງກິນການພີ້ ເພື່ອຖວາຍບູຊາແກ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງທ່ານ.”
\s5
\v 22 ຊາມູເອນ ກ່າວວ່າ, “ແມ່ນສິ່ງໃດທີ່ອົງພຣະຜູ້ເປັນເຈົ້າຕ້ອງການຫລາຍກວ່າ: ການເຊື່ອຟັງ ຫລື ຂອງຖວາຍແລະເຄື່ອງບູຊາ? ເຊື່ອຟັງພຣະອົງກໍດີກວ່າ ຖວາຍແກະໂຕດີທີ່ສຸດເປັນເຄື່ອງບູຊາແກ່ພຣະອົງ.
\v 23 ການກະບົດຕໍ່ສູ້ພຣະອົງເປັນການຊົ່ວຊ້າເທົ່າກັບການໃຊ້ເວດມົນຄາຖາ ແລະ ຄວາມ ອວດດີກໍເປັນບາບ ເທົ່າກັບການຂາບໄຫວ້ຮູບເຄົາຣົບ. ຍ້ອນເຈົ້າໄດ້ປະຖິ້ມຄໍາສັ່ງຂອງອົງພຣະຜູ້ເປັນເຈົ້າ ພຣະອົງຈຶ່ງປະຖິ້ມເຈົ້າ ແລະ ບໍ່ໃຫ້ເຈົ້າເປັນກະສັດອີກຕໍ່ໄປ.”
\s5
\v 24 ກະ​ສັດໂຊນ ຕອບຄືນວ່າ, “ແມ່ນແລ້ວ ຂ້າພະເຈົ້າໄດ້ເຮັດບາບ ຂ້າພະເຈົ້າບໍ່ໄດ້ເຊື່ອຟັງຄໍາສັ່ງຂອງອົງພຣະຜູ້ເປັນເຈົ້າ ແລະ ຄໍາແນະນາໍຂອງທ່ານ. ຂ້າພະເຈົ້າເກງໃຈທະຫານຂອງຂ້າພະເຈົ້າ ຈຶ່ງເຮັດຕາມທີ່ພວກເຂົາຕ້ອງການ.
\v 25 ແຕ່ບັດນີ້ ຂ້າພະເຈົ້າຮ້ອງຂໍທ່ານອະໄພບາບຂອງຂ້າພະເຈົ້າເສຍ ແລະ ກັບຄືນເມືອເມືອງກິນການ ນາໍຂ້າພະເຈົ້າແດ່ ເພື່ອວ່າຂ້າພະເຈົ້າຈະໄດ້ນະມັດສະການອົງພຣະຜູ້ເປັນເຈົ້າ.”
\s5
\v 26 ຊາມູເອນ ຕອບວ່າ, “ເຮົາຈະບໍ່ຄືນເມືອ ກັບເຈົ້າ ເຈົ້າໄດ້ປະຖິ້ມຄໍາສັ່ງຂອງອົງພຣະຜູ້ເປັນເຈົ້າ ແລະ ອົງພຣະຜູ້ເປັນເຈົ້າກໍປະຖິ້ມເຈົ້າຈາກການເປັນກະສັດຂອງຊາດອິດສະຣາເອນ. ”
\v 27 ເມື່ອຊາມູເອນ ກາໍລັງຈະຫັນຫລັງໜີໄປ ກະສັດໂຊນກໍດຶງສາຍເສື້ອຄຸມຂອງເພິ່ນຈົນຂາດ.
\s5
\v 28 ຊາມູເອນ ກ່າວແກ່ເພິ່ນວ່າ, “ອົງພຣະຜູ້ເປັນເຈົ້າ ໄດ້ຈີກອານາຈັກອິດສະຣາເອນອອກຈາກເຈົ້າໃນມື້ນີ້ ແລະ ພຣະອົງຈະມອບໃຫ້ແກ່ຄົນອື່ນທີ່ດີກວ່າເຈົ້າ.
\v 29 ພຣະເຈົ້າອົງຊົງຣິດອໍານາດສູງສຸດຂອງຊາດ ອິດສະຣາເອນ ບໍ່ເວົ້າຕົວະ ຫລື ປ່ຽນໃຈ. ພຣະອົງບໍ່ແມ່ນມະນຸດ ສະນັ້ນພຣະອົງຈຶ່ງບໍ່ປ່ຽນໃຈ.”
\s5
\v 30 ກະສັດໂຊນ ຕອບວ່າ, “ຂ້າພະເຈົ້າໄດ້ເຮັດບາບ, ແຕ່ຢ່າງໜ້ອຍຂໍທ່ານໃຫ້ຄວາມນັບຖືແກ່ຂ້າພະເຈົ້າ ຕໍ່ໜ້າພວກຜູ້ນາໍປະຊາຊົນຂອງຂ້າພະເຈົ້າ ແລະ ຊາວອິດສະຣາເອນທຸກຄົນ. ຂໍທ່ານຈົ່ງກັບເມືອນາໍຂ້າພະເຈົ້າ ເພື່ອຈະໄດ້ນະມັດສະການອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງທ່ານ. ”
\v 31 ດ່ັງນັ້ນ ຊາມູເອນຈຶ່ງຍອມຄືນເມືອເມືອງກິນການ ກັບກະສັດໂຊນ ແລະ ກະສັດໂຊນກໍໄດ້ນະມັດສະການອົງພຣະຜູ້ເປັນເຈົ້າ.
\s5
\v 32 ຊາມູເອນ ສັ່ງວ່າ, “ຈົ່ງນາໍກະສັດອາກາ ມາທີ່ນີ້ຫາຂ້າພະເຈົ້າ. ເຈົ້າອາກາເຂົ້າມາຫາຊາມູເອນ ໂດຍຕົວສັ່ນ ແລະ ທັງຄິດໃນໃຈວ່າ, “ຄວາມຕາຍນີ້ຊ່າງເປັນການຂົມຂື່ນແທ້ນໍ” [ວ]
\v 33 ຊາມູເອນ ກ່າວວ່າ, “ດາບຂອງເຈົ້າໄດ້ເຮັດໃຫ້ແມ່ຫລາຍຄົນຕ້ອງສູນເສຍລູກຂອງຕົນ; ດັ່ງນັ້ນແຫລະ ແມ່ຂອງເຈົ້າຈະຕ້ອງສູນເສຍລູກໄປເໝືອນກັນ. ” ແລ້ວຊາມູເອນ ກໍຂ້າເຈົ້າອາກາ ແລະ ຕັດເປັນຕ່ອນ ໆ ຕໍ່ໜ້າແທ່ນບູຊາທີ່ເມືອງກິນການ.
\s5
\v 34 ແລ້ວຊາມູເອນ ກໍໄປຍັງເມືອງຣາມາ ສ່ວນກະສັດໂຊນນັ້ນ ໄດ້ຄືນເມືອວັງຂອງເພິ່ນ ທີ່ເມືອງກີເບອາ.
\v 35 ຕະຫລອດຊົ່ວຊີວິດຂອງຊາມູເອນ ເພິ່ນບໍ່ໄດ້ເຫັນກະສັດໂຊນອີກຈັກເທື່ອ ແຕ່ເພິ່ນຍັງເສົ້າສະຫລົດໃຈ ນາໍກະສັດໂຊນຫລາຍ. ສ່ວນອົງພຣະຜູ້ເປັນເຈົ້າກໍເສຍໃຈ ທີ່ໄດ້ແຕ່ງຕັ້ງໂຊນໃຫ້ເປັນກະສັດຂອງຊາດອິດສະຣາເອນ.
\s5
\c 16
\p
\v 1 ອົງພຣະຜູ້ເປັນເຈົ້າໄດ້ກ່າວຕໍ່ຊາມູເອນ ວ່າ, “ເຈົ້າຍັງຈະໂສກເສົ້າເສຍໃຈນໍາໂຊນ ອີກດົນປານໃດ? ເຮົາໄດ້ປົດລາວອອກຈາກຕໍາແໜ່ງກະສັດແລ້ວ, ແຕ່ບັດນີ້ ຈົ່ງຖືນໍ້າມັນສັກສິດໄປຍັງເມືອງເບັດເລເຮັມ ແລະ ຫາ ຊາຍຄົນໜຶ່ງທີ່ຊື່ວ່າ ເຢຊີ ເພາະເຮົາໄດ້ເລືອກ ເອົາລູກຊາຍຂອງລາວຄົນໜຶ່ງໃຫ້ເປັນກະສັດ.”
\s5
\v 2 ຊາມູເອນ ຖາມວ່າ, “ຂ້ານ້ອຍຈະເຮັດເຊັ່ນນັ້ນໄດ້ຢ່າງໃດ? ຖ້າໂຊນໄດ້ຍິນເລື່ອງນີ້ ລາວຄົງຈະຂ້າ ຂ້ານ້ອຍເສຍ. ” ອົງພຣະຜູ້ເປັນເຈົ້າຕອບວ່າ, “ໃຫ້ເຈົ້າເອົາລູກງົວໂຕໜຶ່ງໄປນາໍ ແລະເວົ້າວ່າ, ເຈົ້າມາທີ່ນີ້ ເພື່ອຖວາຍບູຊາແກ່ອົງພຣະຜູ້ເປັນເຈົ້າ.
\v 3 ໃຫ້ເຈົ້າເຊີນເຢຊີ ມາຮ່ວມໃນການຖວາຍນັ້ນດ້ວຍ ແລ້ວເຮົາຈະບອກເຈົ້າ ວ່າຄວນຈະເຮັດຢ່າງໃດ ໃນຂັ້ນຕໍ່ໄປ. ເຈົ້າຈະເອົານາໍ້ມັນສັກສິດຫົດສົງຊາຍຜູ້ໜຶ່ງ ທີ່ເຮົາບອກເຈົ້າວ່າຈະເປັນກະສັດ.”
\s5
\v 4 ຊາມູເອນປະຕິບັດຕາມທີ່ອົງພຣະຜູ້ເປັນເຈົ້າໄດ້ສັ່ງ. ເມື່ອເພິ່ນເດີນທາງໄປຍັງເມືອງເບັດເລເຮັມ, ພວກເຖົ້າແກ່ໃນເມືອງໄດ້ອອກ ມາຕ້ອນຮັບເພິ່ນ ທັງຢ້ານກົວຈົນຕົວສັ່ນເຊັນ ແລະຖາມວ່າ, “ທ່ານມາຢ້ຽມຢາມພວກຂ້ານ້ອຍຢ່າງສັນຕິ ຫລືບໍ່? ”
\v 5 ຊາມູເອນ ຕອບວ່າ, “ແມ່ນແລ້ວ ຂ້າພະເຈົ້າມາຖວາຍ ເຄື່ອງບູຊາແກ່ອົງພຣະຜູ້ເປັນເຈົ້າ ຈົ່ງຊໍາລະ ຕົວໃຫ້ບໍຣິສຸດ ແລະ ໄປນາໍຂ້າພະເຈົ້າ. ” ເພິ່ນຍັງບອກເຢຊີ ແລະ ພວກລູກຊາຍຂອງເພິ່ນຊໍາລະຕົວໃຫ້ບໍຣິສຸດ ແລະ ເຊີນພວກເຂົາມາ ຮ່ວມໃນການຖວາຍບູຊາດ້ວຍ.
\s5
\v 6 ເມື່ອພວກເຂົາມາຮອດ ຊາມູເອນກໍຫລຽວເຫັນເອລີອາບ ລູກຊາຍຂອງເຢຊີ ເພິ່ນຈຶ່ງຄິດໃນໃຈວ່າ, “ຊາຍທີ່ຢືນຢູ່ທີ່ນີ້ຊ້ອງໜ້າອົງພຣະຜູ້ເປັນເຈົ້າ ຕ້ອງແມ່ນຜູ້ທີ່ອົງພຣະຜູ້ເປັນເຈົ້າເລືອກໄວ້ຢ່າງແນ່ນອນ. ”
\v 7 ແຕ່ອົງພຣະຜູ້ເປັນເຈົ້າກ່າວຕໍ່ເພິ່ນວ່າ, “ຢ່າໄດ້ສົນໃຈນໍາຄວາມສູງ ແລະ ຄວາມງາມຂອງລາວເລີຍ ເຮົາບໍ່ຮັບເອົາລາວ ເພາະການຕັດສິນຂອງເຮົາ ບໍ່ຄືການຕັດສິນຂອງມະນຸດ. ມະນຸດເບິ່ງພາຍນອກ ແຕ່ເຮົາເບິ່ງພາຍໃນຈິດໃຈ.”
\s5
\v 8 ແລ້ວເຢຊີ ກໍໄດ້ເອີ້ນ ອາບີນາດາບ ລູກຊາຍອີກຜູ້ໜຶ່ງຂອງຕົນມາ ແລະ ພາລາວໄປຫາຊາມູເອນ, ແຕ່ຊາມູເອນ ບອກວ່າ, “ບໍ່ແມ່ນ ອົງພຣະຜູ້ເປັນເຈົ້າບໍ່ໄດ້ເລືອກເອົາລາວ. ”
\v 9 ເຢຊີ ຈຶ່ງພາຊາມມາ ເຂົ້າມາ ແຕ່ຊາມູເອນໄດ້ບອກວ່າ, “ບໍ່ແມ່ນ ອົງພຣະຜູ້ເປັນເຈົ້າບໍ່ໄດ້ເລືອກເອົາລາວ. ”
\v 10 ເຢຊີ ໄດ້ນາໍລູກຊາຍທັງເຈັດຄົນຂອງຕົນມາຫາຊາມູເອນ ໂດຍວິທີນີ້, ແຕ່ຊາມູເອນໄດ້ກ່າວແກ່ເຢຊີ ວ່າ, “ບໍ່ແມ່ນ ອົງພຣະຜູ້ເປັນເຈົ້າບໍ່ໄດ້ເລືອກເອົາຜູ້ໃດຈັກຄົນ ໃນຄົນເຫລົ່ານີ້.”
\s5
\v 11 ແລ້ວຊາມູເອນ ກໍຖາມລາວວ່າ, “ເຈົ້າຍັງມີລູກຊາຍຢູ່ອີກບໍ? ” ເຢຊີ ຕອບວ່າ, “ຍັງມີອີກຜູ້ໜຶ່ງ. ລາວເປັນລູກຫລ້າ ແຕ່ດຽວນີ້ລາວກາໍລັງລ້ຽງແກະຢູ່. ” ຊາມູເອນ ກ່າວວ່າ, “ຈົ່ງໄປນາໍເອົາລາວມາທີ່ນີ້ ພວກເຮົາຈະບໍ່ຖວາຍເຄື່ອງບູຊາ ຈົນກວ່າລາວມາ. ”
\v 12 ດັ່ງນັ້ນເຢຊີ ຈຶ່ງສົ່ງຄົນໄປນາໍເອົາດາວິດ. ລາວເປັນຄົນຜິວສົດໄສ, ເປັນຊາຍໜຸ່ມທີ່ມີສຸຂະພາບດີ ແລະ ຕາກໍເປັນແວວແຈ່ມໃສງາມດີ. ອົງພຣະ ຜູ້ເປັນເຈົ້າກ່າວວ່າ, “ແມ່ນຄົນນີ້ແຫລະ ຈົ່ງເອົານາໍ້ມັນສັກສິດຫົດສົງລາວ.”
\s5
\v 13 ຊາມູເອນ ເອົານາໍ້ມັນສັກສິດຫົດສົງດາວິດ ຕໍ່ໜ້າພວກອ້າຍ ໆ ຂອງລາວ. ໃນທັນໃດນັ້ນ ພຣະວິນຍານຂອງອົງພຣະຜູ້ເປັນເຈົ້າ ກໍຄວບຄຸມດາວິດ ແລະ ສະຖິດຢູ່ກັບລາວນັບຕັ້ງແຕ່ມື້ນັ້ນມາ ຊາມູເອນກໍກັບຄືນເມືອຍັງບ້ານເມືອງຂອງຕົນທີ່ ຣາມາ.
\s5
\v 14 ພຣະວິນຍານຂອງອົງພຣະຜູ້ເປັນເຈົ້າ ໄດ້ໜີໄປຈາກກະສັດໂຊນ ແລະ ວິນຍານຊົ່ວຮ້າຍຈາກອົງພຣະຜູ້ເປັນເຈົ້າ ກໍໄດ້ມາທໍລະມານເພິ່ນ.
\v 15 ພວກທີ່ລໍຮັບໃຊ້ເພິ່ນນັ້ນໄດ້ເວົ້າວ່າ, “ພວກຂ້ານ້ອຍຮູ້ວ່າ ແມ່ນວິນຍານຊົ່ວຮ້າຍຈາກພຣະເຈົ້າໄດ້ມາທໍລະມານທ່ານ.
\v 16 ດັ່ງນັ້ນ ທ່ານເອີຍຈົ່ງອອກຄໍາສັ່ງມາເທີ້ນ ແລະ ພວກຂ້ານ້ອຍຈະໄປຊອກຫາຄົນທີ່ຮູ້ຈັກດີດພິນມາໃຫ້ທ່ານ. ເມື່ອໃດທີ່ວິນຍານຊົ່ວຮ້າຍເຂົ້າມາສິງຢູ່ໃນທ່ານ ຊາຍຄົນນັ້ນຈະດີດພິນຂອງລາວ ແລະ ທ່ານກໍຈະເປັນປົກກະຕິ.”
\s5
\v 17 ກະສັດໂຊນ ຈຶ່ງອອກຄໍາສັ່ງໃຫ້ພວກທີ່ຄອຍຮັບໃຊ້ເພິ່ນນັ້ນ ວ່າ, “ຈົ່ງໄປຊອກຫາຜູ້ທີ່ຫລິ້ນພິນເກັ່ງ ໆ ແລະ ພາລາວມາຫາເຮົາ. ”
\v 18 ມີຄົນໜຶ່ງໃນຈາໍນວນຄົນທີ່ຄອຍຮັບໃຊ້ກະສັດໂຊນ ນັ້ນເວົ້າວ່າ, “ເຢຊີ ຊາວເມືອງເບັດເລເຮັມ ມີລູກຊາຍຜູ້ໜຶ່ງທີ່ຫລິ້ນດົນຕຼີເກັ່ງ. ນອກຈາກນີ້ ລາວຍັງເປັນຄົນກ້າຫານ ແລະ ມີສີສັນສົດໄສ, ເປັນນັກຮົບທີ່ດີເດັ່ນ ແລະ ເປັນຜູ້ກ້າປາກກ້າເວົ້າ. ອົງພຣະຜູ້ເປັນເຈົ້າສະຖິດຢູ່ກັບລາວ. ”
\v 19 ດັ່ງນັ້ນ ກະສັດໂຊນ ຈຶ່ງສົ່ງຜູ້ນາໍຂ່າວໄປບອກເຢຊີ ວ່າ, “ໃຫ້ເຈົ້າສົ່ງດາວິດ ລູກຊາຍຜູ້ທີ່ລ້ຽງແກະຂອງເຈົ້າ ມາຫາເຮົາ.”
\s5
\v 20 ເຢຊີໄດ້ສົ່ງດາວິດ ໄປຫາກະສັດໂຊນ ພ້ອມກັບແບ້ນ້ອຍໂຕໜຶ່ງ, ລໍໂຕໜຶ່ງທີ່ບັນທຸກເຂົ້າຈີ່ ແລະ ນາໍ້ອະງຸ່ນເຕັມຖົງໜຶ່ງ.
\v 21 ດາວິດ ເຂົ້າໄປຫາກະສັດໂຊນ ແລະ ຖືກຮັບເຂົ້າເປັນຂ້າຣາຊການຄົນໜຶ່ງຂອງເພິ່ນ. ກະສັດໂຊນ ພໍໃຈນາໍດາວິດຫລາຍ ຈຶ່ງເລືອກໃຫ້ລາວເປັນຄົນຖືອາວຸດ ປະຈາໍຕົວຂອງເພິ່ນ.
\s5
\v 22 ແລ້ວກະສັດໂຊນ ກໍສັ່ງຄວາມໄປບອກເຢຊີ ວ່າ, “ເຮົາພໍໃຈນໍາດາວິດຫລາຍ ຂໍໃຫ້ລາວຢູ່ຮັບໃຊ້ເຮົາໃນທີ່ນີ້ສາ. ”
\v 23 ນັບຕັ້ງແຕ່ນັ້ນມາ ເມື່ອໃດວິນຍານຊົ່ວຮ້າຍຈາກ ພຣະເຈົ້າ ເຂົ້າສິງກະສັດໂຊນ ດາວິດກໍຈັບພິນຂອງຕົນຂຶ້ນມາດີດເມື່ອນັ້ນ ແລ້ວວິນຍານຊົ່ວຮ້າຍກໍອອກໜີໄປ. ກະສັດໂຊນ ຈຶ່ງຮູ້ສຶກສະບາຍຂຶ້ນ ແລະ ເປັນປົກກະຕິອີກ.
\s5
\c 17
\p
\v 1 ພວກຟີລິດສະຕິນໄດ້ທ້ອນໂຮມກາໍລັງກັນເຂົ້າສູ່ເສິກທີ່ເມືອງໂຊໂກ ໃນແຂວງຢູດາຍ; ພວກເຂົາຕັ້ງທີ່ໝັ້ນຢູ່ບ່ອນໜຶ່ງຊື່ວ່າ ເອແຟັດດໍາມິມ ລະຫວ່າງກາງເມືອງໂຊໂກ ແລະ ເມືອງອາເຊກາ.
\s5
\v 2 ສ່ວນກະສັດໂຊນ ແລະ ຊາວອິດສະຣາເອນນັ້ນ ກໍໄດ້ເຕົ້າໂຮມກັນ ແລະ ຕັ້ງຄ້າຍຢູ່ທີ່ຮ່ອມພູເອລາ, ແລ້ວພວກເຂົາກໍຕຽມພ້ອມທີ່ຈະສູ້ຮົບພວກຟີລິດສະຕິນ ໃນທີ່ນັ້ນ.
\v 3 ພວກຟີລິດສະຕິນໄດ້ຢືນເປັນແຖວຢາຍກັນຢູ່ຕາມເນີນພູໜ່ວຍໜຶ່ງ ແລະ ຊາວ ອິດສະຣາເອນ ກໍຢືນເປັນແຖວຢາຍກັນຢູ່ຕາມເນີນພູ ອີກໜ່ວຍໜຶ່ງຊຶ່ງມີຮ່ອມພູຂັ້ນລະຫວ່າງພວກເຂົາທັງສອງຝ່າຍ.
\s5
\v 4 ຍັງມີຊາຍຈາກເມືອງກາດ ຄົນໜຶ່ງຊື່ວ່າ ໂກລີອາດ; ລາວໄດ້ອອກຈາກຄ້າຍຂອງພວກຟີລິດສະຕິນ ມາທ້າທາຍພວກອິດສະຣາເອນ. ລາວເປັນຄົນສູງໃຫຍ່ເກືອບ ເຖິງສາມແມັດ. [ຫ]
\v 5 ລາວໃສ່ໝວກທອງສໍາຣິດກັບນຸ່ງເສື້ອຫຸ້ມເກາະທອງສໍາຣິດ ໜັກປະມານຫ້າສິບເຈັດກິໂລກາຼມ.
\s5
\v 6 ສ່ວນຂາຂອງລາວນັ້ນ ກໍສວມເຄື່ອງປ້ອງກັນທີ່ເຮັດດ້ວຍທອງສໍາຣິດ ເຊັ່ນກັນ. ນອກນີ້ລາວຍັງພາຍຫອກທີ່ເຮັດດ້ວຍທອງສໍາຣິດ.
\v 7 ຄັນຫອກຂອງລາວ ໜາເທົ່າກັບໄມ້ກາໍຝັ້ນຫູກ ແລະ ປາຍຫອກທີ່ເປັນເຫລັກ ກໍໜັກປະມານເຈັດກິໂລກາຼມ. ມີທະຫານຄົນໜຶ່ງຍ່າງອອກໜ້າ ຖືໂລ້ຕ້ານທານໃຫ້ລາວ.
\s5
\v 8 ໂກລີອາດ ຢືນຮ້ອງແຜດສຽງໃສ່ພວກອິດສະຣາເອນ ວ່າ, “ພວກສູ ພວມເຮັດຫຍັງຢູ່ທີ່ນີ້ ລຽນແຖວເຂົ້າມາສູ້ຮົບຊັນບໍ? ກູເປັນຄົນຟີລິດສະຕິນ ພວກສູເປັນທາດຮັບໃຊ້ຂອງໂຊນ ຈົ່ງເລືອກເອົາທະຫານຄົນໜຶ່ງໃນພວກສູ ອອກມາຕໍ່ສູ້ກັບກູ.
\v 9 ຖ້າຊະນະ ແລະ ຂ້າກູໄດ້ ພວກກູຈະຍອມເປັນທາດຮັບໃຊ້ຂອງພວກສູ, ແຕ່ຖ້າກູຊະນະ ພວກສູຈະຕ້ອງຕົກເປັນທາດຮັບໃຊ້ຂອງກູ.
\s5
\v 10 ບັດນີ້ ກູຂໍທ້າທາຍກອງທັບອິດສະຣາເອນ ຄື ກູໃຫ້ພວກສູເລືອກເອົາຜູ້ໜຶ່ງມາສູ້ຮົບກັບກູ. ”
\v 11 ເມື່ອກະສັດໂຊນ ກັບທະຫານຂອງເພິ່ນໄດ້ຍິນດັ່ງນັ້ນ ກໍມີຄວາມຢ້ານກົວຫຼາຍ.
\s5
\v 12 ດາວິດ ເປັນລູກຊາຍຂອງເຢຊີ ຜູ້ທີ່ເປັນຊາວເອຟະຣາທາ ຈາກເມືອງເບັດເລເຮັມ ໃນແຂວງຢູດາ. ເຢຊີ ມີລູກຊາຍ ຢູ່ແປດຄົນ. ໃນຄາວທີ່ເຈົ້າໂຊນເປັນກະສັດ ເຢຊີກໍເຖົ້າແກ່ຫລາຍແລ້ວ.
\v 13 ລູກຊາຍໃຫຍ່ສາມຄົນຂອງເພິ່ນໄດ້ໄປຕີເສິກນາໍກະສັດໂຊນ. ຜູ້ກົກຊື່ວ່າ ເອລີອາບ, ຜູ້ຕໍ່ມາຊື່ວ່າ ອາບີນາດາບ ແລະ ຜູ້ທີສາມຊື່ວ່າ ຊາມມາ.
\s5
\v 14 ສ່ວນດາວິດນັ້ນເປັນລູກຊາຍຫລ້າ. ເວລາທີ່ອ້າຍທັງສາມຂອງດາວິດຢູ່ນາໍກະສັດໂຊນນັ້ນ
\v 15 ດາວິດຕ້ອງກັບຄືນເມືອຍັງເມືອງເບັດເລເຮັມ ເພື່ອເບິ່ງຝູງແກະຂອງພໍ່ເປັນບາງຄັ້ງບາງຄາວ.
\v 16 ສ່ວນໂກລີອາດ ກໍໄດ້ທ້າທາຍພວກອິດສະຣາເອນ ທຸກເຊົ້າທຸກແລງເປັນເວລາສີ່ສິບວັນ.
\s5
\v 17 ມື້ໜຶ່ງ ເຢຊີໄດ້ເວົ້າກັບດາວິດ ວ່າ, “ຈົ່ງເອົາເຂົ້າຂົ້ວ ສິບກິໂລກາຼມ ກັບເຂົ້າຈີ່ສິບກ້ອນນີ້ໄປໃຫ້ພວກອ້າຍຂອງເຈົ້າຢູ່ໃນຄ້າຍ
\v 18 ແລະ ເອົາເນີຍສິບກ້ອນນີ້ໃຫ້ທ່ານນາຍພັນ. ຈົ່ງໄປເບິ່ງວ່າ ພວກອ້າຍຂອງເຈົ້າຢູ່ກັນຢ່າງໃດ ແລະ ໃຫ້ເຈົ້າເອົາບາງສິ່ງຈາກພວກເຂົາມານໍາ ເພື່ອສະແດງວ່າເຈົ້າໄດ້ເຫັນພວກເຂົາ ແລະ ຮູ້ວ່າພວກເຂົາສະບາຍດີ.
\s5
\v 19 ເວລານີ້ກະສັດໂຊນ ກັບພວກອ້າຍຂອງເຈົ້າ ແລະ ພວກອິດສະຣາເອນຄົນອື່ນ ໆ ພວມຕໍ່ສູ້ພວກຟີລິດສະຕິນຢູ່ໃນຮ່ອມພູເອລາ. ”
\v 20 ເຊົ້າມື້ໃໝ່ມາ ດາວິດກໍລຸກແຕ່ເຊົ້າ ໆ. ລາວຝາກຝູງແກະໄວ້ນາໍຄົນອື່ນ ແລະ ນາໍເອົາອາຫານໄປຍັງບ່ອນທີ່ເຢຊີ ພໍ່ຂອງຕົນໄດ້ບອກ. ລາວໄປຮອດຄ້າຍພໍດີກັບເວລາທີ່ພວກອິດສະຣາເອນ ພວມລຽນແຖວ ອອກໄປສູ່ສະໜາມຮົບ ແລະ ທັງມີສຽງຮ້ອງ ສັ່ງອອກໄປຕີເສິກ.
\v 21 ທະຫານຂອງພວກຟີລິດສະຕິນ ແລະ ຂອງພວກອິດສະຣາເອນ ຕ່າງກໍຕັ້ງທີ່ໝັ້ນຂອງໃຜລາວປະເຊີນໜ້າກັນ ເພື່ອຕຽມສູ້ຮົບ.
\s5
\v 22 ດາວິດໄດ້ປະອາຫານໄວ້ນໍາເຈົ້າໜ້າທີ່ຝ່າຍສະບຽງອາຫານ ແລະ ແລ່ນໄປຫາພວກອ້າຍຂອງຕົນທີ່ສະໜາມຮົບ ເພື່ອຖາມຂ່າວຄາວ ວ່າພວກເຂົາຢູ່ກັນຢ່າງໃດ.
\v 23 ໃນຂະນະທີ່ລາວກາໍລັງເວົ້າກັບພວກອ້າຍຢູ່ນັ້ນ ໂກລີອາດກໍເຂົ້າມາທ້າທາຍພວກອິດສະຣາເອນ ຕາມທີ່ລາວເຄີຍໄດ້ເຮັດມາ. ຝ່າຍດາວິດກໍໄດ້ຍິນຄໍາທ້າທາຍນັ້ນ.
\v 24 ເມື່ອພວກອິດສະຣາເອນຫລຽວເຫັນໂກລີອາດ ພວກເຂົາກໍແລ່ນປົບໜີດ້ວຍຄວາມຢ້ານກົວທີ່ສຸດ.
\s5
\v 25 ພວກເຂົາເວົ້າກັນວ່າ, “ເບິ່ງມັນພຸ້ນດູ! ຟັງມັນເວົ້າຫັ້ນແມ ກະສັດໂຊນສັນຍາວ່າຈະໃຫ້ບາໍເໜັດແກ່ຊາຍຜູ້ທີ່ຂ້າມັນໄດ້; ກະສັດຈະໃຫ້ລາວແຕ່ງງານ ກັບລູກສາວຂອງເພິ່ນ ພ້ອມທັງໃຫ້ຄອບຄົວຂອງພໍ່ລາວຍົກເວັ້ນຈາກການເສຍສ່ວຍ. [ອ]
\s5
\v 26 ດາວິດ ຈຶ່ງຖາມພວກທີ່ຢູ່ໃກ້ກັບລາວ ນັ້ນວ່າ, “ຜູ້ທີ່ຂ້າຄົນຟີລິດສະຕິນຜູ້ນີ້ໄດ້ ແລະ ຊ່ວຍພວກອິດສະຣາເອນ ໃຫ້ພົ້ນຈາກການໝິ່ນປະໝາດນີ້ ຈະໄດ້ຫຍັງ? ຄົນຟີລິດສະຕິນ ຜູ້ບໍ່ນັບຖືພຣະເຈົ້າທີ່ພວມເວົ້າທ້າທາຍກອງທັບຂອງພຣະເຈົ້າອົງຊົງຊີວິດຢູ່ນັ້ນ ແມ່ນຜູ້ໃດ? ”
\v 27 ພວກເຂົາຈຶ່ງບອກລາວວ່າ ຜູ້ທີ່ຂ້າໂກລີອາດໄດ້ ຈະໄດ້ຮັບສິ່ງທີ່ກ່າວມານັ້ນ.
\s5
\v 28 ເອລີອາບ ອ້າຍກົກຂອງດາວິດໄດ້ຍິນດາວິດ ພວມເວົ້າກັບທະຫານຢູ່ກ້ຮ້າຍໃຫ້ດາວິດ ແລະ ເວົ້າວ່າ, “ເຈົ້າມາເຮັດຫຍັງຢູ່ທີ່ນີ້? ຝູງແກະນ້ອຍຂອງເຈົ້າ ທີ່ຖິ່ນແຫ້ງແລ້ງກັນດານ ເຈົ້າຝາກໄວ້ກັບໃຜ? ຂ້ອຍຮູ້ໃຈຈອງຫອງ ແລະ ຄວາມຊົ່ວຮ້າຍຂອງເຈົ້າ ເຈົ້າມາທີ່ນີ້ ເພື່ອເບິ່ງການສູ້ຮົບກັນ. ”
\v 29 ດາວິດຖາມອ້າຍຄືນວ່າ, “ດຽວນີ້ ຂ້ອຍໄດ້ເຮັດຫຍັງ? ຂ້ອຍພຽງແຕ່ຖາມ ກໍບໍ່ໄດ້ຊັ້ນບໍ? ”
\v 30 ດາວິດຫັນໄປຖາມຊາຍຄົນອື່ນຢ່າງດຽວກັນ ແລະ ທຸກເທື່ອທີ່ລາວຖາມ ລາວກໍໄດ້ຮັບຄໍາຕອບຢ່າງດຽວກັນ.
\s5
\v 31 ເມື່ອບາງຄົນໄດ້ຍິນດາວິດສົນໃຈ ໃນເລື່ອງນີ້ ຈຶ່ງໄປບອກກະສັດໂຊນ ແລະ ກະສັດໂຊນກໍບອກໃຫ້ນາໍຕົວດາວິດ ເຂົ້າໄປພົບ.
\v 32 ດາວິດກ່າວແກ່ກະສັດໂຊນ ວ່າ, “ກະສັດທີ່ເຄົາຣົບ ຢ່າໃຫ້ຜູ້ໃດຢ້ານຊາຍຟີລິດສະຕິນ ຄົນນັ້ນເລີຍ ຂ້ານ້ອຍຈະໄປຕໍ່ສູ້ມັນເອງ. ”
\v 33 ກະສັດໂຊນ ຕອບວ່າ, “ບໍ່ໄດ້ດອກ ເຈົ້າຈະຕໍ່ສູ້ມັນໄດ້ຢ່າງໃດ? ເຈົ້າຍັງເປັນບ່າວນ້ອຍຢູ່ ສ່ວນໂກລີອາດນັ້ນເປັນທະຫານມາຕະຫລອດຊີວິດ.”
\s5
\v 34 ດາວິດກ່າວວ່າ, “ຜູ້ຮັບໃຊ້ຂອງທ່ານ ໄດ້ເບິ່ງແຍງຝູງແກະຂອງພໍ່ ເທື່ອໃດທີ່ສິງ ຫລື ືໝີມາຄຸບເອົາແກະໃນຝູງໄປ
\v 35 ຂ້ານ້ອຍກໍໄດ້ຕາມໄປຕໍ່ສູ້ມັນ ແລະ ຊ່ວຍເອົາແກະນ້ອຍໄວ້ໄດ້ເທື່ອນັ້ນ ຖ້າສິງ ຫລື ໝີກັບຄືນມາຫາ ຂ້ານ້ອຍກໍຈັບຄໍມັນໄວ້ ແລະ ຕີມັນຈົນຕາຍຄາມື.
\s5
\v 36 ຂ້ານ້ອຍເຄີຍຂ້າສິງ ແລະ ໝີມາແລ້ວ ແລະ ຂ້ານ້ອຍຈະເຮັດກັບຊາຍຟີລິດສະຕິນ ຄົນບໍ່ນັບຖືພຣະເຈົ້າ ນີ້ຢ່າງດຽວກັນ ເພາະມັນໄດ້ໝິ່ນປະໝາດກອງທັບຂອງພຣະເຈົ້າ ອົງຊົງຊີວິດຢູ່.
\s5
\v 37 ອົງພຣະຜູ້ເປັນເຈົ້າໄດ້ຊ່ວຍຂ້ານ້ອຍໃຫ້ພົ້ນຈາກໂຕສິງກັບໂຕໝີ ມາແລ້ວຢ່າງໃດ; ພຣະອົງກໍຈະຊ່ວຍຂ້ານ້ອຍໃຫ້ພົ້ນຈາກຊາຍ ຟີລິດສະຕິນ ຄົນນີ້ໄດ້ເໝືອນກັນຢ່າງນັ້ນ. ” ກະສັດໂຊນ ຕອບວ່າ, “ດີແລ້ວ ຈົ່ງໄປສາ ຂໍອົງພຣະຜູ້ເປັນເຈົ້າສະຖິດຢູ່ກັບເຈົ້າ. ”
\v 38 ກະສັດໂຊນໄດ້ເອົາເຄື່ອງຮົບຂອງເພິ່ນ ໃຫ້ດາວິດສວມໃສ່ ເຊັ່ນວ່າ: ໝວກເປັນທອງສໍາຣິດ ຊຶ່ງເພິ່ນສຸບໃສ່ຫົວຂອງດາວິດ ແລະ ເອົາເສື້ອຫຸ້ມເກາະໃຫ້ລາວນຸ່ງ.
\s5
\v 39 ດາວິດເອົາດາບຂອງກະສັດໂຊນ ຂັດໃສ່ແອວ ແລະ ລອງຍ່າງເບິ່ງ ແຕ່ລາວຍ່າງໄປບໍ່ໄດ້ ເພາະບໍ່ເຄີຍໃສ່ເຄື່ອງເຫລົ່ານີ້ມາຈັກເທື່ອ. ດາວິດຈຶ່ງກ່າວແກ່ກະສັດໂຊນ ວ່າ, “ຂ້ານ້ອຍໄປຮົບໂດຍໃສ່ເຄື່ອງແບບນີ້ບໍ່ໄດ້ດອກ ຂ້ານ້ອຍບໍ່ເຄີຍໃສ່. ” ດັ່ງນັ້ນ ດາວິດຈຶ່ງແກ້ມັນອອກໝົດ.
\v 40 ລາວຖື​ເອົາໄມ້ຄ້ອນສໍາລັບລ້ຽງແກະຂອງລາວໄປ ແລະ ເກັບເອົາຫິນຫ້າກ້ອນໃນແຄມຫ້ວຍໃສ່ຖົງໄປນາໍດ້ວຍ. ລາວຖືເອົາກະຖຸນຕຽມພ້ອມຍ່າງເຂົ້າໄປຫາ ໂກລີອາດ.
\s5
\v 41 ຊາຍຟີລິດສະຕິນຍ່າງມຸ່ງໜ້າມາຫາ ດາວິດ ໂດຍມີຄົນຖືໂລ້ຕ້ານທານຍ່າງອອກໜ້າກ່ອນລາວ. ລາວຍ່າງເຂົ້າມາໃກ້ດາວິດທຸກຂະນະ
\v 42 ເມື່ອເບິ່ງດາວິດຄັກ ໆ ແລ້ວ ລາວຈຶ່ງຄິດດູຖູກໃນໃຈ ເພາະດາວິດຍັງເປັນບ່າວນ້ອຍທີ່ງາມ ແລະ ໜ້າຮັກ.
\v 43 ລາວຖາມດາວິດ ວ່າ, “ເຮີຍບັກນ້ອຍ ໄມ້ຄ້ອນນັ້ນສໍາລັບໄວ້ເຮັດຫຍັງ? ມຶງຄິດວ່າ ກູເປັນໝາຊັ້ນບໍ? ” ແລ້ວລາວກໍເອີ້ນຫາພະຂອງຕົນໃຫ້ມາສາບແຊ່ງດາວິດ.
\s5
\v 44 ລາວເວົ້າທ້າທາຍດາວິດ ວ່າ, “ເຂົ້າມາພີ້ ກູຈະເອົາຊາກສົບຂອງມຶງໃຫ້ນົກ ແລະ ສັດປ່າກິນ. ”
\v 45 ດາວິດ ຕອບວ່າ, “ເຈົ້າມາຕໍ່ສູ້ຂ້ອຍດ້ວຍດາບ, ດ້ວຍຫອກ ແລະ ຫລາວ, ແຕ່ຂ້ອຍມາຕໍ່ສູ້ເຈົ້າໃນນາມຂອງອົງພຣະຜູ້ເປັນເຈົ້າ ອົງຊົງຣິດອໍານາດຍິ່ງໃຫຍ່ ພຣະເຈົ້າຂອງກອງທັບອິດສະຣາເອນທີ່ເຈົ້າໄດ້ເວົ້າທ້າທາຍນັ້ນ.
\s5
\v 46 ມື້ນີ້ແຫລະ ອົງພຣະຜູ້ເປັນເຈົ້າຈະມອບເຈົ້າໄວ້ໃນກາໍມືຂອງຂ້ອຍ, ຂ້ອຍຈະຊະນະເຈົ້າ ແລະ ຕັດຫົວຂອງເຈົ້າ. ສ່ວນສົບຂອງພວກທະຫານຟີລິດສະຕິນນັ້ນ ຂ້ອຍຈະເອົາໃຫ້ນົກ ແລະ ສັດປ່າກິນ. ແລ້ວທົ່ວທັງໂລກກໍຈະຮູ້ວ່າ ຊາດອິດສະຣາເອນມີພຣະເຈົ້າ
\v 47 ແລະທຸກ ໆ ຄົນໃນທີ່ນີ້ ຈະເຫັນວ່າອົງພຣະຜູ້ເປັນເຈົ້າບໍ່ຈາໍເປັນໃຊ້ດາບ ຫລື ຫອກ ເພື່ອຊ່ວຍປະຊາຊົນຂອງພຣະອົງໃຫ້ພົ້ນ. ອົງພຣະຜູ້ເປັນເຈົ້າ ເປັນເຈົ້າຂອງສະໜາມຮົບ ແລະ ພຣະອົງຈະມອບພວກເຈົ້າທຸກຄົນໄວ້ໃນກາໍມືຂອງພວກເຮົາ.”
\s5
\v 48 ແລ້ວໂກລີອາດ ກໍຍ່າງມຸ່ງໜ້າເຂົ້າມາ ຫາດາວິດ ຝ່າຍດາວິດກໍແລ່ນຢ່າງວ່ອງໄວໄປຍັງເສັ້ນທາງສູ່ສະໜາມຮົບຂອງຊາວຟີລິດສະຕິນ ເພື່ອຕໍ່ສູ້ໂກລີອາດ.
\v 49 ດາວິດຈົກເອົາກ້ອນຫິນໃນຖົງອອກມາຍິງໃສ່ໂກລີອາດ. ກ້ອນຫິນນັ້ນໄປຖືກໜ້າຜາກຂອງລາວ ຈົນເຮັດໃຫ້ກະໂຫລກຫົວແຕກ ແລະ ໂກລີອາດ ກໍລົ້ມຂວໍ້າໜ້າລົງກັບພື້ນດິນ.
\s5
\v 50 ດັ່ງນັ້ນ ດາວິດຈຶ່ງເອົາຊະນະ ແລະ ຂ້າໂກລີອາດດ້ວຍກະຖຸນກັບຫິນພຽງກ້ອນດຽວ ໂດຍບໍ່ໄດ້ໃຊ້ດາບ.
\v 51 ດາວິດ ແລ່ນເຂົ້າໄປຫາໂກລີອາດ ຢຽບໂຕລາວໄວ້, ຖອດເອົາດາບຂອງໂກລີອາດ ອອກມາຈາກຝັກ ແລະ ໃຊ້ດາບນັ້ນຕັດຫົວຂອງລາວ. ເມື່ອພວກຟີລິດສະຕິນເຫັນວ່າ ຜູ້ເກັ່ງກ້າຂອງພວກຕົນຕາຍໄປແລ້ວ ພວກເຂົາຈຶ່ງພາກັນແລ່ນປົບໜີໄປ.
\s5
\v 52 ຝ່າຍທະຫານອິດສະຣາເອນ ກັບທະຫານຢູດາ ກໍຮ້ອງໂຮພ້ອມທັງແລ່ນໄລ່ຕາມພວກເຂົາ ໄປຈົນຮອດເມືອງກາດ [ຮ] ແລະ ຮອດປະຕູຂອງເມືອງເອັກໂຣນ. ພວກຟີ ລິດສະຕິນທີ່ບາດເຈັບໄດ້ລົ້ມຕາຍຕາມຖະໜົນຫົນທາງ ໄປສູ່ເມືອງສາອາຣາອິມ ຈົນໄປເຖິງເມືອງກາດ ແລະ ເມືອງເອັກໂຣນ.
\v 53 ເມື່ອພວກອິດສະຣາເອນກັບຄືນມາຈາກການໄລ່ຕາມພວກຟີລິດສະຕິນແລ້ວ ພວກເຂົາໄດ້ປຸ້ນເອົາເຄື່ອງຂອງໃນຄ້າຍຂອງຊາວ ຟີລິດສະຕິນໄປໝົດ.
\v 54 ດາວິດໄດ້ຖືເອົາຫົວຂອງໂກລີອາດ ໄປຍັງນະຄອນ ເຢຣູຊາເລັມ; ສ່ວນດາບຂອງໂກລີອາດນັ້ນ ລາວເອົາໄວ້ໃນຜ້າເຕັນຂອງລາວເອງ.
\s5
\v 55 ເມື່ອກະສັດໂຊນ ເຫັນດາວິດອອກໄປຕໍ່ສູ້ກັບໂກລີອາດນັ້ນ ເພິ່ນຈຶ່ງຖາມອັບເນ ຜູ້ບັນຊາການທະຫານຂອງຕົນວ່າ, “ອັບເນ ບ່າວນ້ອຍຄົນນີ້ ແມ່ນລູກຂອງຜູ້ໃດ? ” ອັບເນ ຕອບວ່າ, “ຂ້າແດ່ພະຣາຊາ ຂ້ານ້ອຍບໍ່ຮູ້ຈັກ. ”
\v 56 ກະສັດໂຊນສັ່ງວ່າ, “ຈົ່ງອອກໄປສືບຖາມເບິ່ງດູ.”
\s5
\v 57 ສະນັ້ນ ຫລັງຈາກສັງຫານໂກລີອາດແລ້ວ ດາວິດໄດ້ກັບມາຍັງຄ້າຍ; ອັບເນ ໄດ້ພາລາວໄປຫາກະສັດໂຊນ. ດາວິດຍັງຖືຫົວຂອງໂກລີອາດຢູ່.
\v 58 ກະສັດໂຊນຖາມລາວ ວ່າ, “ຊາຍໜຸ່ມເອີຍ ເຈົ້າເປັນລູກຂອງຜູ້ໃດ? ” ດາວິດຕອບວ່າ, “ຂ້ານ້ອຍເປັນລູກຂອງເຢຊີ ຜູ້ຮັບໃຊ້ຂອງທ່ານຈາກເມືອງເບັດເລເຮັມ.”
\s5
\c 18
\p
\v 1 ເມື່ອກະສັດໂຊນ ແລະ ດາວິດໄດ້ສົນທະນາກັນຈົບລົງແລ້ວ ໂຢນາທານລູກຊາຍຂອງໂຊນ ກໍເກີດນິຍົມຊົມຊອບໃນຕົວຂອງດາວິດ ແລະ ຮັກລາວຫລາຍເທົ່າກັບຮັກຕົນເອງ.
\v 2 ແຕ່ນັ້ນມາ ກະສັດໂຊນກໍເອົາດາວິດໄປຢູ່ນາໍ ແລະ ບໍ່ໃຫ້ລາວກັບຄືນເມືອບ້ານພໍ່ຂອງຕົນ.
\s5
\v 3 ແລ້ວໂຢນາທານ ກໍໄດ້ສາບານເປັນເພື່ອນທີ່ດີກັບດາວິດຕະຫລອດໄປ ເພາະເພິ່ນຮັກດາວິດ ເໝືອນຊີວິດຈິດໃຈຂອງຕົນເອງ.
\v 4 ລາວໄດ້ແກ້ເສື້ອຊັ້ນນອກ ທີ່ຕົນນຸ່ງມອບໃຫ້ດາວິດ ພ້ອມທັງເຄື່ອງຮົບເຊັ່ນ: ດາບ, ຄັນທະນູ ແລະ ສາຍແອວ.
\s5
\v 5 ດາວິດ ໄດ້ອອກໄປເຮັດວຽກດ້ວຍຄວາມສະຫຼຽວສະຫຼາດ ແລະ ສໍາເລັດໜ້າທີ່ທຸກຢ່າງ ຕາມທີ່ກະສັດໂຊນໄດ້ສັ່ງ. ດັ່ງນັ້ນ ເພິ່ນຈຶ່ງແຕ່ງຕັ້ງລາວໃຫ້ເປັນນາຍທະຫານ ໃນກອງທັບຂອງເພິ່ນ. ເລື່ອງນີ້ໄດ້ສ້າງຄວາມພໍໃຈແກ່ບັນດານາຍທະຫານ ແລະ ພົນທະຫານທຸກຄົນຂອງໂຊນ.
\s5
\v 6 ຫລັງຈາກ ທີ່ດາວິດໄດ້ຂ້າໂກລີອາດ ແລະ ຄືນມາພ້ອມພວກທະຫານແລ້ວ, ບັນດາ ຜູ້ຍິງຈາກຫລາຍຫົວເມືອງໃນຊາດອິດສະຣາເອນ ກໍໄດ້ເຂົ້າມາຫາກະສັດໂຊນ. ພວກເຂົາໄດ້ຮ້ອງເພງຢ່າງຊົມຊື່ນຍິນດີ ທັງຕີກອງ, ດີດພິນ ແລະ ຟ້ອນລໍາ.
\v 7 ໃນການ ສະເຫລີມສະຫລອງຄັ້ງນີ້ ພວກຜູ້ຍິງໄດ້ຮ້ອງເພງວ່າ, “ໂຊນໄດ້ຂ້າສັດຕູຫລາຍພັນຄົນ, ແຕ່ດາວິດນັ້ນໄດ້ຂ້າສັດຕູຫລາຍໝື່ນຄົນ.”
\s5
\v 8 ກະສັດໂຊນບໍ່ພໍໃຈ ເມື່ອໄດ້ຍິນເພງນີ້ ສະນັ້ນເພິ່ນຈຶ່ງໂກດຮ້າຍຫລາຍ. ເພິ່ນເວົ້າວ່າ, “ສໍາລັບດາວິດນັ້ນ ພວກເຂົາອ້າງວ່າໄດ້ ຂ້າຫລາຍໝື່ນຄົນ, ແຕ່ສໍາລັບເຮົາ ພວກເຂົາໄດ້ອ້າງວ່າ ເຮົາໄດ້ຂ້າຫລາຍພັນຄົນເທົ່ານັ້ນ. ພວກເຂົາຄົງຈະແຕ່ງຕັ້ງໃຫ້ເປັນກະສັດຕໍ່ໄປ. ”
\v 9 ນັບຕັ້ງແຕ່ວັນນັ້ນມາ ເພິ່ນກໍເກີດອິດສາ ແລະ ຈັບຕາເບິ່ງໃນຕົວດາວິດ.
\s5
\v 10 ວັນຕໍ່ມາ ວິນຍານຊົ່ວຮ້າຍທີ່ອົງພຣະຜູ້ເປັນເຈົ້າ ໄດ້ສົ່ງມາກໍເຂົ້າສິງກະສັດໂຊນທັນທີ; ເພິ່ນໄດ້ເວົ້າລະເມີຢູ່ໃນເຮືອນຂອງຕົນ ດັ່ງຄົນບ້າ. ສ່ວນດາວິດນັ້ນ ດີດພິນຢູ່ດັ່ງທີ່ເຄີຍເຮັດມາທຸກວັນ ແລະ ກະສັດໂຊນກໍຖືຫອກຢູ່ໃນມື.
\v 11 ກະສັດໂຊນ ກ່າວແກ່ຕົນເອງວ່າ, “ເຮົາຈະແທງມັນໃຫ້ຕິດກັບຝາ. ” ແລະ ເພິ່ນໄດ້ຊັດຫອກໃສ່ດາວິດ ສອງເທື່ອ, ແຕ່ດາວິດຫລົບຫລີກທັນທຸກເທື່ອ.
\v 12 ກະສັດໂຊນເກີດຢ້ານກົວດາວິດ ເພາະອົງພຣະຜູ້ເປັນເຈົ້າສະຖິດຢູ່ກັບລາວ, ແຕ່ພຣະອົງໄດ້ປະຖິ້ມເພິ່ນແລ້ວ.
\s5
\v 13 ດັ່ງນັ້ນ ກະສັດໂຊນຈຶ່ງສົ່ງດາວິດໜີ ໂດຍແຕ່ງຕັ້ງລາວໃຫ້ເປັນຜູ້ບັນຊາການທະຫານໜຶ່ງພັນຄົນ. ດາວິດໄດ້ນາໍໜ້າທະຫານຂອງຕົນອອກໄປສູ່ສະໜາມຮົບ.
\v 14 ລາວໄດ້ປະຕິບັດສໍາເລັດໜ້າທີ່ທຸກຢ່າງ ເພາະອົງພຣະຜູ້ເປັນເຈົ້າສະຖິດຢູ່ກັບລາວ.
\s5
\v 15 ກະສັດໂຊນສັງເກດເຫັນດາວິດ ເຮັດສໍາເລັດໜ້າທີ່ທຸກຢ່າງ ເພິ ່ນກໍເກີດຢ້ານກົວລາວຫລາຍຂຶ້ນ.
\v 16 ແຕ່ທຸກ ໆ ຄົນໃນຊາດອິດສະຣາເອນ ແລະ ຢູດາ ຕ່າງກໍຮັກດາວິດ ເພາະລາວເປັນຜູ້ນາໍທີ່ເຮັດສໍາເລັດໜ້າທີ່ທຸກຢ່າງ.
\s5
\v 17 ຕໍ່​ມາ ກະ​ສັດ​ໂຊນ​ໄດ້​ກ່າວ​ແກ່​ດາ​ວິດ​ວ່າ, "ນີ້​ຄື ເມ​ຣັບ ລູກ​ສາວ​ຄົນ​ກົກ​ຂອງ​ເຮົາ. ເຮົາ​ຈະ​ຍົກ​ນາງ​ໃຫ້​ເປັນ​ເມຍ​ຂອງ​ເຈົ້າ ແຕ່​ເຈົ້າ​ຕ້ອງ​ຮ​ັບ​ໃຊ້​ເຮົາ​ໃນ​ຖານ​ະ​ທີ່​ເປັນ​ທະ​ຫານ​ຜູ້​ເກັ່ງ​ກ້າ​ແລະ​ສັດ​ຊື່ ແລະ​ເຮັດ​ເສິກ​ເພື່ອ​ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ." (ກະ​ສັດ​ໂຊນ​ຄິດ​ວ່າ ດ້ວຍ​ວິ​ທີນີ້ ເພິ່ນ​ຈະ​ບໍ່​ເປັນ​ຜູ້​ສັງ​ຫານ​ດາ​ວິດ ໂດຍ​ຕົນ​ເອງ ແຕ່​ຈະ​ປ່ອຍ​ໃຫ້​ພວກ​ຟີ​ລິດ​ສະ​ຕິນ​ຂ້າ​ລາວ.)
\v 18 ດາ​ວິດ​ຕອບ​ວ່າ, "ຂ້າ​ນ້ອຍ​ແມ່ນ​ຜູ້​ໃດ ແລະ​ຄອບ​ຄົວ​ຂອງ​​ພໍ່ຂ້ານ​້ອຍກໍ​ບໍ່​ມີ​ຄວາມ​ສຳ​ຄັນ​ຫຍັງ​ ດ້ວຍ​ເຫດ​ໃດ​ຂ້າ​ນ້ອຍ​ຈຶ່ງ​ຈະ​ໄດ້​ກາຍ​ເປັນ​ລູກ​ເຂີຍ​ຂອງ​ກະ​ສັດ?"
\s5
\v 19 ແຕ່ເມື່ອເຖິງເວລາທີ່ຈະຍົກນາງເມຣັບ ໃຫ້ດາວິດ ກະສັດໂຊນກໍຍົກນາງໃຫ້ຊາຍຄົນໜຶ່ງຈາກເມືອງເມໂຮລາ ຊື່ວ່າ ອັດຣິເອນ.
\s5
\v 20 ແຕ່ນາງມີການ ລູກສາວຄົນໜຶ່ງອີກຂອງກະສັດໂຊນ ເກີດຮັກໄຄ່ດາວິດ; ເມື່ອກະສັດໂຊນຮູ້ເລື່ອງນີ້ ເພິ່ນກໍດີໃຈ.
\v 21 ເພິ່ນກ່າວແກ່ຕົນເອງວ່າ, “ເຮົາຈະຍົກ ມີການ ໃຫ້ດາວິດ ແລະເຮົາຈະໃຊ້ນາງດັກຈັບດາວິດໃຫ້ພວກຟີລິດສະຕິນຂ້າ. ” ດັ່ງນັ້ນ ກະສັດໂຊນຈຶ່ງເວົ້າກັບດາວິດ ເປັນຄັ້ງທີສອງວ່າ, “ເຈົ້າຈະໄດ້ເປັນລູກເຂີຍຂອງເຮົາ.”
\s5
\v 22 ເພິ່ນໄດ້ສັ່ງໃຫ້ຂ້າຣາຊການຊັ້ນຜູ້ໃຫຍ່ ໄປເວົ້າກັບດາວິດ ເປັນທາງສ່ວນຕົວວ່າ, “ກະສັດພໍໃຈໃນຕົວເຈົ້າ ແລະ ນາຍທະຫານທຸກຄົນກໍມີຄວາມນິຍົມຊົມຊອບເຈົ້າ, ບັດນີ້ ແມ່ນໂອກາດອັນດີສໍາລັບເຈົ້າແລ້ວ ທີ່ຈະໄດ້ແຕ່ງງານກັບລູກສາວຂອງເພິ່ນ.”
\s5
\v 23 ສະນັ້ນພວກຂ້າຣາຊການ ຈຶ່ງໄປເວົ້າ ກັບດາວິດ ແລະ ລາວຕອບວ່າ, “ມັນເປັນກຽດອັນສູງສົ່ງສໍາລັບຄົນຍາກຈົນ ທີ່ບໍ່ມີຄວາມສໍາຄັນຫຍັງດັ່ງຂ້ອຍ ທີ່ຈະໄດ້ເປັນລູກເຂີຍຂອງກະສັດ. ”
\v 24 ພວກຂ້າຣາຊການໄດ້ໄປບອກໃຫ້ກະສັດໂຊນ ຕາມທີ່ດາວິດໄດ້ເວົ້າມານັ້ນ
\s5
\v 25 ແລ້ວກະສັດໂຊນ ກໍໄດ້ສັ່ງພວກເຂົາ ໃຫ້ໄປບອກດາວິດ ວ່າ, “ກະສັດຕ້ອງການຄ່າ ດອງຈາກເຈົ້າພຽງແຕ່ໜັງຫຸ້ມປາຍອະໄວຍະວະລັບ ຂອງຊາວຟີລິດສະຕິນໜຶ່ງຮ້ອຍຄົນເທົ່ານັ້ນ ເພື່ອເປັນການລ້າງແຄ້ນສັດຕູຂອງເພິ່ນ. ” (ອັນນີ້ ຄືແຜນການທີ່ກະສັດໂຊນ ຢາກໃຫ້ດາວິດຖືກຂ້າ ໂດຍພວກຟີລິດສະຕິນ.)
\v 26 ພວກຂ້າຣາຊການຂອງກະສັດໂຊນ ໄດ້ມາລາຍງານໃຫ້ດາວິດຮູ້ຕາມທີ່ກະສັດໄດ້ເວົ້າ ແລະ ດາວິດກໍມີຄວາມຍິນດີໂດຍຄິດວ່າ ຕົນຈະໄດ້ເປັນລູກເຂີຍຂອງກະສັດ. ກ່ອນມື້ກາໍນົດໄວ້ສໍາລັບການແຕ່ງງານ
\s5
\v 27 ດາວິດ ແລະ ທະຫານຂອງຕົນໄດ້ຂ້າພວກຟີລິດສະຕິນສອງຮ້ອຍຄົນ. ລາວໄດ້ເອົາໜັງຫຸ້ມປາຍອະໄວຍະວະລັບ ຂອງພວກເຂົາມາໃຫ້ກະສັດໂຊນ ໂດຍເອົາອອກມານັບໃຫ້ເພິ່ນເບິ່ງທັງໝົດ ເພື່ອລາວຈະໄດ້ເປັນລູກເຂີຍຂອງເພິ່ນ. ດັ່ງນັ້ນ ກະສັດໂຊນຈຶ່ງມອບນາງມີການ ລູກສາວຂອງຕົນໃຫ້ແຕ່ງງານກັບດາວິດ.
\v 28 ກະສັດໂຊນ ໄດ້ເຫັນຢ່າງຄັກແນ່ ວ່າອົງພຣະຜູ້ເປັນເຈົ້າສະຖິດຢູ່ກັບດາວິດ ແລະ ມີການລູກສາວຂອງຕົນກໍຮັກດາວິດ.
\v 29 ສະນັ້ນ ເພິ່ນຈຶ່ງຢ້ານກົວດາວິດ ຫລາຍຍິ່ງຂຶ້ນ ແລະ ຕັ້ງຕົວເປັນສັດຕູຕໍ່ລາວຕະຫລອດຊົ່ວຊີວິດຂອງເພິ່ນ.
\s5
\v 30 ພວກຟີລິດສະຕິນໄດ້ຍົກທັບມາຕໍ່ສູ້ ແຕ່ໃນການສູ້ຮົບທຸກເທື່ອ ດາວິດຕີຊະນະຂ້າເສິກໄດ້ຢ່າງມີປະສິດທິພາບ ຫລາຍກວ່ານາຍ ທະຫານຄົນອື່ນ ໆ ຂອງກະສັດໂຊນ. ຜົນກໍຄືດາວິດໄດ້ກາຍເປັນຜູ້ມີຊື່ສຽງຫລາຍ.
\s5
\c 19
\p
\v 1 ກະສັດໂຊນໄດ້ບອກໂຢນາທານ ລູກຊາຍຂອງຕົນ ແລະ ພວກຂ້າຣາຊການ ເຖິງແຜນການທີ່ຈະຂ້າດາວິດ. [ກ] ແຕ່ໂຢນາທານ ຮັກດາວິດຫລາຍ
\v 2 ດັ່ງນັ້ນ ລາວຈຶ່ງໄປບອກດາວິດ ວ່າ, “ພໍ່ຂ້ອຍພະຍາຍາມຈະຂ້າເຈົ້າ. ໃນມື້ອື່ນ ເຈົ້າຈົ່ງລະວັງຕົວໃຫ້ດີ ໃຫ້ເຈົ້າໄປລີ້ຢູ່ໃນບ່ອນຫຼົບຊ້ອນແລະຢູ່ທີ່ນັ້ນ.
\v 3 ສ່ວນຂ້ອຍຈະໄປຢືນຄຽງຂ້າງພໍ່ຂ້ອຍ ໃນທົ່ງນາບ່ອນທີ່ເຈົ້າລີ້ຢູ່ ແລະຂ້ອຍຈະເວົ້າກັບເພິ່ນເຖິງເຈົ້າ. ຖ້າຂ້ອຍຮູ້ເລື່ອງໃດແລ້ວ ຂ້ອຍຈະບອກໃຫ້ເຈົ້າຮູ້.”
\s5
\v 4 ໂຢນາທານ ໄດ້ກ່າວຊົມເຊີຍດາວິດຕໍ່ກະສັດໂຊນ ວ່າ, “ພໍ່ຢ່າທາໍລາຍດາວິດ ຄົນຮັບໃຊ້ຂອງພໍ່ເລີຍ ລາວບໍ່ເຄີຍເຮັດສິ່ງໃດຜິດຕໍ່ພໍ່ຈັກເທື່ອ, ກົງກັນຂ້າມ ທຸກສິ່ງທີ່ລາວເຮັດໄປນັ້ນ ເປັນຜົນດີອັນຍິ່ງໃຫຍ່ໃຫ້ແກ່ພໍ່.
\v 5 ລາວໄດ້ສ່ຽງຊີວິດ ເມື່ອລາວໄດ້ຂ້າໂກລີອາດ ແລະ ອົງພຣະຜູ້ເປັນເຈົ້າໄດ້ໃຫ້ໄຊຊະນະອັນຍິ່ງໃຫຍ່ສໍາລັບຊາດອິດສະຣາເອນ. ເມື່ອພໍ່ເຫັນເຊັ່ນນີ້ ພໍ່ເອງກໍດີໃຈ. ດັ່ງນັ້ນ ເຫດໃດພໍ່ຈຶ່ງຢາກເຮັດຜິດຕໍ່ຜູ້ທີ່ບໍ່ມີຄວາມຜິດ ແລະ ຂ້າດາວິດໂດຍບໍ່ມີເຫດຜົນຫຍັງໝົດ?”
\s5
\v 6 ເມື່ອກະສັດໂຊນ ໄດ້ຍິນໂຢນາທານເວົ້າດັ່ງນັ້ນ ເພິ່ນກໍສາບານໃນນາມຂອງອົງພຣະຜູ້ ເປັນເຈົ້າ ອົງຊົງຊີວິດຢູ່ວ່າ ເພິ່ນຈະບໍ່ຂ້າດາວິດ.
\v 7 ດັ່ງນັ້ນ ໂຢນາທານຈຶ່ງເອີ້ນດາວິດມາແລະບອກລາວທຸກສິ່ງ. ແລ້ວລາວກໍພາດາວິດເຂົ້າໄປຫາກະສັດໂຊນ ແລະ ດາວິດກໍໄດ້ຮັບໃຊ້ກະສັດເໝືອນດັ່ງແຕ່ກ່ອນ.
\s5
\v 8 ຕໍ່ມາ ເສິກກັບພວກຟີລິດສະຕິນໄດ້ເກີດຂຶ້ນອີກ. ດາວິດໄດ້ບຸກໂຈມຕີພວກເຂົາໃຫ້ແຕກໜີ ແລະ ພ່າຍແພ້ໄປຢ່າງສິ້ນເຊີງ.
\v 9 ວັນໜຶ່ງວິນຍານຊົ່ວຮ້າຍທີ່ອົງພຣະຜູ້ເປັນເຈົ້າໃຊ້ມານັ້ນ ໄດ້ເຂົ້າສິງກະສັດໂຊນອີກ. ເພິ່ນພວມນັ່ງຢູ່ໃນວັງ ແລະ ຖືຫອກໃນມື; ສ່ວນດາວິດກໍນັ່ງດີດພິນຢູ່ໃນທີ່ນັ້ນ.
\s5
\v 10 ກະສັດໂຊນ ພະຍາຍາມໃຊ້ຫອກແທງດາວິດຕິດກັບຝາ, ແຕ່ດາວິດຫລົບຫລີກທັນ ຫອກນັ້ນຈຶ່ງໄປສຽບກັບຝາ. ແລ້ວດາວິດກໍແລ່ນໜີໄປ ເພື່ອເອົາຊີວິດລອດ.
\v 11 ໃນຕອນກາງຄືນວັນດຽວກັນນັ້ນ ກະສັດໂຊນໄດ້ສົ່ງທະຫານບາງຄົນໄປຜົກຈອບຢູ່ນອກເຮືອນຂອງດາວິດ ເພື່ອຈະຂ້າລາວໃນຕອນເຊົ້າຂອງມື້ໃໝ່. ນາງມີການ ເມຍຂອງດາວິດຈຶ່ງເຕືອນລາວວ່າ, “ຖ້າເຈົ້າບໍ່ໜີໄປໃນຕອນກາງຄືນນີ້ ມື້ອື່ນເຊົ້າເຈົ້າຈະຕ້ອງຖືກຂ້າ.”
\s5
\v 12 ນາງຊ່ວຍດາວິດໃຫ້ລົງໄປທາງປ່ອງຢ້ຽມ ແລະດາວິດໄດ້ປົບໜີໄປ.
\v 13 ແລ້ວນາງກໍເອົາຮູບເຄົາຣົບປະຈາໍເຮືອນມາວາງໄວ້ເທິງຕຽງ ເອົາໝອນທີ່ເຮັດດ້ວຍຂົນແກະວາງໃສ່ເທິງຮູບນັ້ນ ແລະ ເອົາຜ້າຫົ່ມປົກໄວ້.
\s5
\v 14 ເມື່ອທະຫານຂອງກະສັດໂຊນເຂົ້າໄປ ເພື່ອຈະຈັບດາວິດ ນາງມີການຈຶ່ງບອກພວກເຂົາວ່າ ດາວິດໄຂ້,
\v 15 ແຕ່ກະສັດໂຊນບອກພວກເຂົາໃຫ້ກັບໄປຫາດາວິດອີກ ພ້ອມທັງສັ່ງວ່າ, “ຈົ່ງຫາມດາວິດ ມາທັງຕຽງນອນ ແລະ ເຮົາຈະຂ້າມັນເອງ.”
\s5
\v 16 ພວກເຂົາຈຶ່ງເຂົ້າໄປ ແລະ ພົບຮູບເຄົາຣົບປະຈາໍເຮືອນເທິງຕຽງນອນ ທັງມີໝອນທີ່ເຮັດດ້ວຍຂົນແກະ ວາງທີ່ເທິງຫົວຂອງຮູບເຄົາຣົບນັ້ນ.
\v 17 ກະສັດໂຊນຈຶ່ງຖາມມີການ ວ່າ, “ເປັນຫຍັງລູກຈຶ່ງຫລອກລວງພໍ່ເຊັ່ນນີ້ ໂດຍປ່ອຍໃຫ້ສັດຕູຂອງພໍ່ໜີໄປ. ” ນາງຕອບວ່າ, “ລາວວ່າຈະຂ້າລູກຖິ້ມ ຖ້າລູກບໍ່ຊ່ວຍລາວໃຫ້ໜີໄປ.”
\s5
\v 18 ສ່ວນດາວິດນັ້ນໄດ້ໜີໄປຫາຊາມູເອນ ທີ່ເມືອງຣາມາ ແລະ ບອກທຸກສິ່ງທີ່ກະສັດໂຊນ ໄດ້ເຮັດຕໍ່ຕົນສູ່ຊາມູເອນຟັງ ແລ້ວຊາມູເອນ ກັບ ດາວິດຈຶ່ງໄປພັກຢູ່ບ້ານນາໂຢດ.
\v 19 ຕໍ່ມາ ມີຄົນມາບອກກະສັດໂຊນ ວ່າດາວິດຢູ່ທີ່ບ້ານນາໂຢດ ໃນເມືອງຣາມາ.
\v 20 ດັ່ງນັ້ນ ກະສັດໂຊນຈຶ່ງສົ່ງຄົນອອກໄປຈັບລາວ. ເມື່ອໄປຮອດທີ່ນັ້ນ ພວກເຂົາໄດ້ເຫັນ [ຂ] ກຸ່ມຜູ້ທາໍນວາຍພວມຟ້ອນ ແລະ ຮ້ອງໂຮຊຶ່ງມີຊາມູເອນ ເປັນຜູ້ນາໍໜ້າ. ວິນຍານຂອງພຣະເຈົ້າໄດ້ເຂົ້າຄວບຄຸມທະຫານຂອງກະສັດໂຊນ ແລະ ພວກເຂົາກໍເຂົ້າຮ່ວມຟ້ອນນາໍຄືກັນ.
\s5
\v 21 ເມື່ອກະສັດໂຊນໄດ້ຍິນດັ່ງນັ້ນ ເພິ່ນຈຶ່ງສົ່ງຄົນອື່ນອອກໄປຕື່ມ ແລະ ພວກເຫລົ່ານີ້ກໍເຂົ້າຮ່ວມຟ້ອນ ແລະ ໂຮຮ້ອງຄືກັນ. ເພິ່ນສົ່ງອອກໄປອີກເປັນພວກທີສາມ ແລະ ເຫດການນັ້ນກໍເກີດກັບຄົນເຫລົ່ານີ້ຄືກັນ.
\v 22 ແລ້ວເພິ່ນກໍອອກໄປເອງຍັງເມືອງຣາມາ. ເມື່ອໄປຮອດນາໍ້ສ້າງໃຫຍ່ທີ່ ເສກູ ເພິ່ນຈຶ່ງຖາມຫາຊາມູເອນ ແລະ ດາວິດ ແລະ ເຂົາກໍບອກເພິ່ນວ່າທັງສອງຢູ່ທີ່ບ້ານນາໂຢດ.
\s5
\v 23 ໃນຂະນະທີ່ເພິ່ນກໍາລັງເດີນທາງໄປນັ້ນ ວິນຍານຂອງພຣະເຈົ້າ ເຂົ້າຄວບຄຸມເພິ່ນຄືກັນ. ເພິ່ນຈຶ່ງຟ້ອນ ແລະ ໂຮຮ້ອງໄປສຸດທາງຈົນເຖິງບ້ານນາໂຢດ.
\v 24 ເພິ່ນແກ້ເຄື່ອງນຸ່ງອອກ, ຟ້ອນລໍາ ແລະ ຮ້ອງໂຮຢູ່ຕໍ່ໜ້າຊາມູເອນ. ແລ້ວເພິ່ນກໍນອນເປືອຍກາຍ ຢູ່ຕະຫລອດວັນ ຕະຫລອດຄືນ. (ຄົນຈຶ່ງເວົ້າຊ່າລືກັນໄປວ່າ, “ໂຊນໄດ້ກາຍເປັນຜູ້ທາໍນວາຍແລ້ວຫລືນີ້? ”)
\s5
\c 20
\p
\v 1 ຕໍ່ມາ ດາວິດໄດ້ໜີໄປຈາກບ້ານນາໂຢດ ໃນເມືອງຣາມາ ໄປຫາໂຢນາທານ ແລະຖາມລາວວ່າ, “ຂ້ອຍໄດ້ເຮັດຜິດຫຍັງ ຂ້ອຍມີຄວາມຜິດຫຍັງ ຂ້ອຍໄດ້ເຮັດຊົ່ວອັນໃດແດ່ຕໍ່ ພໍ່ຂອງເຈົ້າ ເພິ່ນຈຶ່ງຢາກຂ້າຂ້ອຍ? ”
\v 2 ໂຢນາທານ ຕອບວ່າ, “ເຈົ້າຈະບໍ່ຕາຍດອກ ພໍ່ ຂອງຂ້ອຍໄດ້ບອກໃຫ້ຂ້ອຍຮູ້ທຸກສິ່ງທີ່ເພິ່ນຈະເຮັດ ບໍ່ວ່າຈະເປັນສິ່ງສໍາຄັນຫລືບໍ່ ກໍຕາມ ເປັນຫຍັງເພິ່ນຈຶ່ງຈະປິດບັງເລື່ອງນີ້ຕໍ່ຂ້ອຍ ຄົງບໍ່ເປັນຢ່າງນັ້ນດອກ.”
\s5
\v 3 ແຕ່ດາວິດ ຕອບວ່າ, [ຄ] “ພໍ່ຂອງເຈົ້າຮູ້ດີວ່າ ເຈົ້ານິຍົມຊົມຊອບຂ້ອຍຫລາຍເທົ່າໃດ ເພິ່ນຄົງບໍ່ກ້າບອກແຜນການທີ່ເພິ່ນຈະເຮັດໃຫ້ເຈົ້າຮູ້ນາໍດອກ ເພາະເຈົ້າອາດໂສກເສົ້າເສຍໃຈ. ຂ້ອຍຂໍສາບານໃນນາມຂອງອົງພຣະຜູ້ເປັນເຈົ້າ ອົງຊົງຊີວິດຢູ່ ແລະຕໍ່ເຈົ້າວ່າ ຂ້ອຍເອງຢູ່ຫ່າງຈາກຄວາມຕາຍ ແຕ່ພຽງກ້າວດຽວເທົ່ານັ້ນ.”
\s5
\v 4 ໂຢນາທານ ເວົ້າວ່າ, “ຂ້ອຍຈະເຮັດທຸກສິ່ງທີ່ເຈົ້າຕ້ອງການ. ”
\v 5 ດາວິດ ບອກລາວວ່າ, “ມື້ອື່ນນີ້ ເປັນວັນສະຫລອງເດືອນຂຶ້ນໃໝ່ ຂ້ອຍຕ້ອງຮັບປະທານອາຫານຮ່ວມໂຕະກັບກະສັດ, ແຕ່ຖ້າເຈົ້າເຫັນດີ ຂ້ອຍຈະໄປລີ້ຢູ່ ໃນທົ່ງນາຈົນເຖິງຕອນຄໍ່າມື້ຮື.
\s5
\v 6 ເມື່ອພໍ່ຂອງເຈົ້າສັງເກດເຫັນວ່າ ຂ້ອຍບໍ່ມີໜ້າຢູ່ໃນທີ່ນັ້ນ ໃຫ້ເຈົ້າບອກເພິ່ນວ່າຂ້ອຍຂໍ ອະນຸຍາດນາໍເຈົ້າ ຟ້າວເມືອເຮືອນທີ່ເບັດເລເຮັມ ເພາະເປັນປີທີ່ບັນດາຄອບຄົວທັງໝົດຖວາຍເຄື່ອງບູຊາປະຈາໍປີ.
\v 7 ຖ້າເພິ່ນເວົ້າວ່າ, ‘ບໍ່ເປັນຫຍັງ’ ຂ້ອຍກໍຈະປອດໄພ, ແຕ່ຖ້າເພິ່ນຮ້າຍຂຶ້ນ ເຈົ້າກໍຈະຮູ້ວ່າເພິ່ນ ຍັງຕັ້ງໃຈທີ່ຈະທາໍລາຍຂ້ອຍຢູ່.
\s5
\v 8 ຂໍໃຫ້ເຈົ້າຈົ່ງເຮັດຕາມຄໍາຂໍຮ້ອງຂອງຂ້ອຍດ້ວຍເທີ້ນ ແລະ ຈົ່ງຮັກສາຄໍາສັນຍາ ອັນສັກສິດທີ່ເຈົ້າໄດ້ມີຕໍ່ຂ້ອຍ, ແຕ່ຖ້າຂ້ອຍເປັນຄົນຜິດ ກໍຂໍໃຫ້ເຈົ້າເປັນຜູ້ຂ້າຂ້ອຍເອງ ແລະ ບໍ່ຕ້ອງໃຫ້ພໍ່ຂອງເຈົ້າລົງມືຂ້າຂ້ອຍດອກ. ”
\v 9 ໂຢນາທານ ຕອບວ່າ, “ຢ່າຄິດຢ່າງນັ້ນເລີຍ ຖ້າຂ້ອຍຮູ້ແນ່ວ່າພໍ່ຂອງຂ້ອຍ ຕັ້ງໃຈທີ່ຈະທາໍຮ້າຍເຈົ້າ ຂ້ອຍຈະບໍ່ບອກເຈົ້າຊັ້ນບໍ?”
\s5
\v 10 ແລ້ວດາວິດ ກໍຖາມວ່າ, “ຖ້າພໍ່ຂອງເຈົ້າຕອບຢ່າງໃຈຮ້າຍ ຜູ້ໃດຈະບອກໃຫ້ຂ້ອຍຮູ້? ”
\v 11 ໂຢນາທານ ຕອບວ່າ, “ໃຫ້ພວກເຮົາອອກໄປທີ່ທົ່ງນາ. ” ດັ່ງນັ້ນ ທັງສອງຈຶ່ງອອກໄປທີ່ທົ່ງນາ
\s5
\v 12 ແລະ ໂຢນາທານເວົ້າກັບດາວິດ ວ່າ, “ຂໍໃຫ້ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງຊາດ ອິດສະຣາເອນ ເປັນພະຍານໃຫ້ແກ່ພວກເຮົາ. [ງ] ມື້ອື່ນກັບມື້ຮື ໃນເວລາດຽວກັນນີ້ ຂ້ອຍຈະຖາມພໍ່ຂ້ອຍ. ຖ້າເພິ່ນສະແດງທ່າທາງດີຕໍ່ເຈົ້າ ຂ້ອຍຈະສົ່ງຂ່າວມາບອກເຈົ້າ.
\v 13 ຖ້າເພິ່ນຍັງມີເຈດຕະນາທາໍຮ້າຍເຈົ້າ ແລະ ຖ້າຂ້ອຍບໍ່ສົ່ງຂ່າວມາບອກໃຫ້ເຈົ້າໜີໄປຢ່າງປອດໄພ ກໍຂໍໃຫ້ອົງພຣະຜູ້ເປັນເຈົ້າ ລົງໂທດຂ້ອຍເຖິງຕາຍ. ຂໍໃຫ້ພຣະອົງສະຖິດຢູ່ກັບເຈົ້າ ດັ່ງທີ່ພຣະອົງເຄີຍສະຖິດຢູ່ນາໍພໍ່ຂອງຂ້ອຍເຖີດ
\s5
\v 14 ຖ້າຂ້ອຍຍັງມີຊີວິດຢູ່ກໍຂໍໃຫ້ເຈົ້າຮັກສາຄໍາສັນຍາອັນສັກສິດນີ້ໄວ້ ແລະ ສັດຊື່ຕໍ່ຂ້ອຍ, ແຕ່ຖ້າຂ້ອຍຕາຍໄປ [ຈ]
\v 15 ຈົ່ງສະແດງຄວາມສັດຊື່ຢ່າງດຽວກັນນີ້ຕໍ່ຄອບຄົວຂອງຂ້ອຍຕະຫລອດໄປດ້ວຍ. ເມື່ອໃດອົງພຣະຜູ້ເປັນເຈົ້າໄດ້ທາໍລາຍເຫລົ່າສັດຕູທັງໝົດຂອງ ເຈົ້າແລ້ວ
\v 16 ກໍຂໍໃຫ້ຄໍາສັນຍາທີ່ພວກເຮົາ ມີຕໍ່ກັນນີ້ຍັງຄົງຢູ່. ຖ້າເຈົ້າເຮັດຜິດຕໍ່ຄໍາສັນຍານີ້ ອົງພຣະຜູ້ເປັນເຈົ້າຈະລົງໂທດເຈົ້າເອງ. ” [ສ]
\s5
\v 17 ອີກເທື່ອໜຶ່ງ ໂຢນາທານໄດ້ຂໍ​ຮ້ອງດາວິດ ໃຫ້ສັນຍາວ່າຈະຮັກຕົນ ເພາະໂຢນາທານຮັກດາວິດ ຫລາຍເທົ່າກັບຮັກຕົນເອງ.
\v 18 ແລ້ວໂຢນາທານ ກໍເວົ້າກັບດາວິດ ວ່າ, “ມື້ອື່ນ ເປັນວັນສະຫລອງເດືອນຂຶ້ນໃໝ່ ຖ້າເຈົ້າບໍ່ຢູ່ໃນທີ່ນັ້ນ ມັນກໍຈະເປັນການຜິດສັງເກດ.
\v 19 ໃນມື້ຕໍ່ໄປ ການທີ່ເຈົ້າບໍ່ມີໜ້າໃນທີ່ນັ້ນອີກ ກໍຍິ່ງຈະເປັນການຜິດສັງເກດຕື່ມ. [ຊ] ສະນັ້ນ ເຈົ້າຈົ່ງໄປລີ້ຢູ່ບ່ອນທີ່ເຈົ້າໄດ້ໄປລີ້ຢູ່ແຕ່ກ່ອນ ແລະ ໃຫ້ລີ້ຢູ່ທາງຫລັງຂອງໂງ່ນຫິນໃນທີ່ນັ້ນ. [ຍ]
\s5
\v 20 ແລ້ວຂ້ອຍຈະຍິງທະນູ ສາມລູກໄປທີ່ໂງ່ນຫິນບ່ອນທີ່ເປັນເປົ້າໝາຍ.
\v 21 ຫຼັງຈາກນັ້ນ ຂ້ອຍຈະບອກຄົນຮັບໃຊ້ຂອງຂ້ອຍໃຫ້ໄປຊອກຫາລູກທະນູນັ້ນ ແລະ ຖ້າຂ້ອຍບອກລາວວ່າ, ‘ເບິ່ງພຸ້ນ ລູກທະນູຢູ່ທາງດ້ານນີ້ ຈົ່ງໄປເກັບເອົາແມ. ໝາຍຄວາມວ່າ ເຈົ້າປອດໄພ ແລະ ໃຫ້ອອກມາໄດ້. ຂ້ອຍຂໍສາບານໃນນາມຂອງອົງພຣະຜູ້ເປັນເຈົ້າ ອົງຊົງຊີວິດຢູ່ ວ່າເຈົ້າຈະບໍ່ເປັນອັນຕະລາຍແຕ່ຢ່າງໃດ.
\s5
\v 22 ແຕ່ຖ້າຂ້ອຍບອກລາວວ່າ, ‘ລູກທະນູຢູ່ທາງດ້ານພຸ້ນ. ເຈົ້າຈົ່ງໜີໄປ; ເພາະອົງພຣະຜູ້ເປັນເຈົ້າກໍາລັງສົ່ງເຈົ້າໜີໄປ.
\v 23 ສ່ວນຄໍາສັນຍາທີ່ພວກເຮົາມີຕໍ່ກັນນັ້ນ ອົງພຣະຜູ້ເປັນເຈົ້າຈະໂຜດໃຫ້ພວກເຮົາຮັກສາຕໍ່ກັນໄວໄດ້ສືບໄປຢ່າງແນ່ນອນ.”
\s5
\v 24 ສະນັ້ນ ດາວິດຈຶ່ງໄປລີ້ຢູ່ທີ່ທົ່ງນາ. ໃນວັນສະຫລອງເດືອນອອກໃໝ່ ກະສັດໂຊນກໍມາເພື່ອຈະກິນອາຫານ
\v 25 ແລະ ນັ່ງຢູ່ບ່ອນທີ່ເພິ່ນເຄີຍນັ່ງແປະຝາ. ອັບເນ ກໍນັ່ງຢູ່ທີ່ນັ້ນຖັດເພິ່ນໄປ ສ່ວນໂຢນາທານ ນັ່ງກົງກັນຂ້າມກັບເພິ່ນ. [ດ] ແຕ່ບ່ອນນັ່ງຂອງດາວິດ ເປົ່າວ່າງ
\s5
\v 26 ເຖິງຢ່າງໃດກໍຕາມ ໃນມື້ນັ້ນກະສັດໂຊນ ບໍ່ໄດ້ເວົ້າຫຍັງເລີຍ ເພາະເພິ່ນຄິດວ່າອາດມີບາງສິ່ງບາງຢ່າງເກີດຂຶ້ນກັບລາວ ແລະ ລາວອາດຍັງມີມົນທິນຢູ່ກໍໄດ້.
\v 27 ມື້ຕໍ່ມາ ເປັນມື້ຫລັງຈາກເດືອນອອກໃໝ່ ບ່ອນນັ່ງຂອງດາວິດ ກໍຍັງວ່າງເປົ່າຢູ່ຄືເກົ່າ. ດັ່ງນັ້ນ ກະສັດໂຊນຈຶ່ງຖາມໂຢນາທານ ວ່າ, “ເປັນຫຍັງ ທັງມື້ວານນີ້ ແລະ ມື້ນີ້ ດາວິດຈຶ່ງບໍ່ມາຮ່ວມກິນອາຫານນໍາ?”
\s5
\v 28 ໂຢນາທານ ຕອບວ່າ, “ລາວຂໍອະນຸຍາດນໍາລູກເມືອເມືອງເບັດເລເຮັມ.
\v 29 ລາວເວົ້າວ່າ, ‘ອະນຸຍາດໃຫ້ຂ້ອຍໄປເທາະ ເພາະຄອບຄົວຂອງພວກເຮົາ ສະຫລອງງານຖວາຍບູຊາຢູ່ໃນເມືອງ ແລະອ້າຍຂອງຂ້ອຍກໍສັ່ງໃຫ້ຂ້ອຍໄປທີ່ນັ້ນ. ຖ້າເຈົ້າເປັນເພື່ອນຂ້ອຍ ຈົ່ງອະນຸຍາດໃຫ້ຂ້ອຍໄປຫາພີ່ນ້ອງຂອງຂ້ອຍສາ. ດ້ວຍເຫດນີ້ ດາວິດຈຶ່ງບໍ່ໄດ້ມາຮ່ວມໂຕະນາໍພໍ່.”
\s5
\v 30 ກະສັດໂຊນໂກດຮ້າຍໃຫຍ່ໃຫ້ໂຢນາທານ ແລະ ເວົ້າໃຫ້ລາວວ່າ, “ລູກໜ້າຊົ່ວ ບັດນີ້ຂ້ອຍຮູ້ແລ້ວວ່າ ເຈົ້າເວົ້າເຂົ້າຂ້າງດາວິດ ແລະ ເຈົ້າກາໍລັງເຮັດໃຫ້ເຈົ້າເອງກັບແມ່ເຈົ້າ ເສື່ອມເສຍກຽດ.
\v 31 ເຈົ້າຮູ້ຫຼືບໍ່ວ່າ ຕາບໃດທີ່ດາວິດຍັງມີຊີວິດຢູ່ ເຈົ້າຈະບໍ່ໄດ້ເປັນກະສັດຂອງອານາຈັກນີ້ຈັກເທື່ອ. ຈົ່ງໄປນາໍຕົວລາວມາດຽວນີ້ ລາວຄວນຈະຕາຍ.”
\s5
\v 32 ໂຢນາທານ ເວົ້າຂຶ້ນວ່າ, “ເປັນຫຍັງ ລາວຈຶ່ງຄວນຈະຕາຍ ລາວໄດ້ເຮັດຜິດຫຍັງ? ”
\v 33 ໃນທັນທີນັ້ນ ກະສັດໂຊນເງືອດຫອກຂອງຕົນອອກ ໝາຍຈະຂ້າໂຢນາທານ ແລະ ໂຢນາທານກໍເຂົ້າໃຈຄັກແນ່ ວ່າພໍ່ຂອງຕົນຕັ້ງໃຈຈະຂ້າດາວິດແທ້.
\v 34 ດັ່ງນັ້ນ ໂຢນາທານຈຶ່ງລຸກຂຶ້ນ ແລະອອກຈາກໂຕະໄປ ໂດຍບໍ່ກິນຫຍັງໃນມື້ນັ້ນ ຊຶ່ງເປັນມື້ທີສອງຂອງການສະຫລອງເດືອນຂຶ້ນໃໝ່. ລາວໂສກເສົ້າເສຍໃຈຢ່າງໜັກເຖິງເລື່ອງຂອງດາວິດ ຍ້ອນວ່າກະສັດໂຊນໄດ້ດູຖູກດາວິດຢ່າງຮຸນແຮງ.
\s5
\v 35 ເຊົ້າມື້ໃໝ່ມາ ໂຢນາທານໄດ້ອອກໄປພົບດາວິດ ຢູ່ທີ່ທົ່ງນາຕາມທີ່ໄດ້ຕົກລົງກັນໄວ້. ລາວເອົາເດັກນ້ອຍຜູ້ໜຶ່ງໄປນາໍ
\v 36 ແລະ ບອກລາວວ່າ, “ຈົ່ງແລ່ນໄປເກັບເອົາລູກທະນູທີ່ຂ້ອຍຈະຍິງໄປເດີ. ” ເດັກນ້ອຍຜູ້ນັ້ນກໍແລ່ນໄປ, ໂຢນາທານຈຶ່ງຍິງລູກທະນູຂ້າມຫົວລາວໄປ.
\v 37 ເມື່ອເດັກນ້ອຍໄປຮອດບ່ອນທີ່ລູກທະນູຕົກ ໂຢນາທານຈຶ່ງຮ້ອງໃສ່ລາວວ່າ, “ລູກທະນູຢູ່ທາງດ້ານພຸ້ນ,
\s5
\v 38 ຢ່າຢືນຢູ່ຫັ້ນ ຮີບຟ້າວໄປ. ” ເດັກນ້ອຍຜູ້ ນັ້ນ ກໍໄປເກັບເອົາລູກທະນູ ແລ້ວກັບມາຫານາຍຂອງຕົນ
\v 39 ໂດຍບໍ່ຮູ້ຄວາມໝາຍຫຍັງໝົດ ມີແຕ່ໂຢນາທານກັບດາວິດເທົ່ານັ້ນ ທີ່ຮູ້ຈັກ.
\v 40 ໂຢນາທານເອົາອາວຸດຂອງຕົນໃຫ້ເດັກນັ້ນຖື ແລະ ໃຫ້ເອົາກັບຄືນເມືອໄວ້ໃນເມືອງ.
\s5
\v 41 ຫລັງຈາກເດັກນ້ອຍກັບເມືອແລ້ວ ດາວິດໄດ້ອອກມາຈາກດ້ານຫລັງຂອງໂງ່ນຫິນ [ຕ] ກົ້ມຂາບລົງຕໍ່ໜ້າໂຢນາທານສາມເທື່ອ. ດາວິດກັບໂຢນາທານ ກອດກັນຮ້ອງໄຫ້. ດາວິດໂສກເສົ້າເສຍໃຈຫລາຍກວ່າໂຢນາທານ. [ຖ]
\v 42 ໂຢນາທານເວົ້າກັບດາວິດ ວ່າ, “ຈົ່ງໄປດ້ວຍຄວາມສະຫງົບສຸກ ຕາມທີ່ເຮົາທັງສອງໄດ້ສາບານໃນນາມຂອງອົງພຣະຜູ້ເປັນເຈົ້າ ວ່າ, ອົງພຣະຜູ້ເປັນເຈົ້າຈະໂຜດໃຫ້ເຈົ້າກັບຂ້ອຍ ແລະເຊື້ອສາຍຂອງເຈົ້າ ກັບເຊື້ອສາຍຂອງຂ້ອຍເປັນມິດຕໍ່ກັນຕະຫລອດໄປຢ່າງແນ່ນອນ. ” ແລ້ວດາວິດກໍຈາກໄປ ແລະໂຢນາທານໄດ້ກັບເມືອໃນເມືອງ.
\s5
\c 21
\p
\v 1 ດາວິດໄດ້ໄປຫາປະໂຣຫິດ ອາຮີເມເຫລັກ ທີ່ເມືອງໂນບ. ອາຮີເມເຫລັກ ອອກມາພົບເພິ່ນດ້ວຍຕົວສັ່ນເຊັນ ແລະຖາມວ່າ, “ເຫດໃດທ່ານຈຶ່ງມາພຽງຄົນດຽວຢ່າງນີ້? ”
\v 2 ດາວິດຕອບວ່າ, “ຂ້າພະເຈົ້າມາກ່ຽວກັບທຸລະຂອງກະສັດ ເພິ່ນສັ່ງຂ້າພະເຈົ້າວ່າ ຢ່າບອກໃຫ້ຜູ້ໃດຮູ້ເຖິງເລື່ອງທີ່ເພິ່ນໃຊ້ຂ້າພະເຈົ້າມານີ້. ຂ້າພະເຈົ້າໄດ້ນັດໃຫ້ຄົນຂອງຂ້າພະເຈົ້າໄປພົບກັບຂ້າພະເຈົ້າຢູ່ໃນບ່ອນໜຶ່ງຕ່າງຫາກ.
\s5
\v 3 ທ່ານມີອາຫານກິນບໍ? ຂ້າພະເຈົ້າຂໍເຂົ້າຈີ່ແດ່ຈັກຫ້າກ້ອນ ຫລື ອັນໃດກໍໄດ້ຕາມທີ່ທ່ານມີຢູ່. ”
\v 4 ປະໂຣຫິດຕອບວ່າ, “ຂ້ອຍບໍ່ມີເຂົ້າທາໍມະດາ ມີແຕ່ເຂົ້າຈີ່ສັກສິດເທົ່ານັ້ນ. ຖ້າຄົນຂອງທ່ານ ບໍ່ໄດ້ຮ່ວມເພດກັບຜູ້ຍິງມາກ່ອນໃນໄລຍະນີ້ ຂໍທ່ານຈົ່ງເອົາໄປໂລດ.”
\s5
\v 5 ດາວິດຕອບວ່າ, “ແນ່ນອນທີ່ສຸດ ຄົນຂອງຂ້າພະເຈົ້າບໍ່ໄດ້ຮ່ວມທຸກເທື່ອທີ່ພວກເຂົາອອກໄປປະຕິບັດໜ້າທີ່ ພວກເຂົາຕ້ອງຮັກສາຕົວໃຫ້ບໍຣິສຸດຢູ່ສະເໝີ. ເມື່ອມີການອອກໄປປະຕິບັດງານອັນພິເສດຢ່າງນີ້ແລ້ວ ພວກເຂົາຍິ່ງຮັກສາຕົວໃຫ້ບໍຣິສຸດຫລາຍຂຶ້ນ. ”
\v 6 ດັ່ງນັ້ນ ປະໂຣຫິດຈຶ່ງເອົາເຂົ້າຈີ່ສັກສິດນັ້ນໃຫ້ດາວິດ ເພາະເພິ່ນມີແຕ່ເຂົ້າຈີ່ທີ່ໄດ້ຖວາຍແກ່ອົງພຣະຜູ້ເປັນເຈົ້າແລ້ວເທົ່ານັ້ນ ຊຶ່ງໄດ້ເອົາມາຈາກໂຕະສັກສິດ ແລະ ເອົາເຂົ້າຈີ່ໃໝ່ມາວາງໄວ້ແທນ.
\s5
\v 7 ໃນມື້ນັ້ນ ໂດເອັກ ຄົນເອໂດມ ຫົວໜ້າຄົນລ້ຽງແກະຂອງກະສັດໂຊນ ກໍຢູ່ໃນທີ່ນັ້ນ ເພື່ອປະຕິບັດພິທີທາງສາສະໜາ.
\s5
\v 8 ດາວິດຖາມອາຮີເມເຫລັກ ວ່າ, “ທ່ານມີຫອກ ຫລື ດາບ ພໍທີ່ຈະເອົາໃຫ້ຂ້າພະເຈົ້າໃຊ້ ແດ່ບໍ? ກະສັດໄດ້ສັ່ງໃຫ້ຂ້າພະເຈົ້າອອກມາຢ່າງຟ້າວຟັ່ງໂພດ ເລີຍບໍ່ມີເວລາພໍທີ່ຈະເອົາດາບ ຫລື ອາວຸດໃດ ໆ ຕິດຕົວມານໍາ. ”
\v 9 ອາຮີເມເຫລັກ ຕອບວ່າ, “ມີ ແມ່ນດາບຂອງໂກລີອາດຄົນຟີລິດສະຕິນ ຜູ້ທີ່ທ່ານໄດ້ຂ້າໃນ ຮ່ອມພູເອລານັ້ນ. ມັນຢູ່ທາງຫລັງຂອງເອໂຟດ ແລະ ມີຜ້າພັນໄວ້. ມັນເປັນອາວຸດຢ່າງດຽວເທົ່ານັ້ນທີ່ມີຢູ່ໃນທີ່ນີ້ ຖ້າທ່ານຢາກໄດ້ກໍເຊີນເອົາໄປໂລດ. ” ດາວິດເວົ້າວ່າ, “ຈົ່ງເອົາໃຫ້ຂ້າພະເຈົ້າເຖີດ ບໍ່ມີດາບດວງໃດ ຈະດີໄປກວ່າດາບດວງນີ້.”
\s5
\v 10 ສະນັ້ນ ດາວິດຈຶ່ງຈາກໄປໂດຍປົບໜີຈາກກະສັດໂຊນ ແລະ ໄດ້ໄປຫາເຈົ້າອາກີເຊ ແຫ່ງເມືອງກາດ.
\v 11 ບັນດາຂ້າຣາຊການຂອງເຈົ້າອາກີເຊ ໄດ້ຖາມເພິ່ນວ່າ, “ບໍ່ແມ່ນ ດາວິດຄົນນີ້ບໍ ທີ່ເປັນກະສັດຂອງປະເທດນັ້ນ ທີ່ພວກຜູ້ຍິງຟ້ອນລໍາທາໍເພງ ຮ້ອງຊົມເຊີຍວ່າ ‘ໂຊນໄດ້ຂ້າສັດຕູຫລາຍພັນຄົນ, ແຕ່ດາວິດໄດ້ຂ້າຫລາຍໝື່ນຄົນ.
\s5
\v 12 ດາວິດຮູ້ສຶກເຖິງອັນຕະລາຍຂອງຄໍາເວົ້າເຫລົ່ານີ້ ແລະ ລາວກໍຢ້ານກົວເຈົ້າອາກິເຊ ທີ່ສຸດ.
\v 13 ດັ່ງນັ້ນ ເມື່ອໃດທີ່ດາວິດຢູ່ໃກ້ຄົນເຫລົ່ານີ້; ລາວຈຶ່ງທາໍທ່າເປັນຄົນເສຍຈິດ ແລະ ເຮັດຄືຄົນເປັນບ້າໂດຍຂີດຂຽນຕາມປະຕູເມືອງ [ທ] ແລະ ໃຫ້ນາໍ້ລາຍເຫີຍລົງໃສ່ໜວດ
\s5
\v 14 ເມື່ອເປັນດັ່ງນັ້ນ ເຈົ້າອາກີເຊຈຶ່ງຖາມ ຂ້າຣາຊການຂອງຕົນວ່າ, “ເບິ່ງດູ ຊາຍຜູ້ນີ້ເປັນບ້າ ເປັນຫຍັງພວກເຈົ້າຈຶ່ງພາລາວມາຫາເຮົາ?
\v 15 ເຮົາມີຄົນບ້າບໍ່ພຽງພໍຊັ້ນບໍ? ພວກເຈົ້າຈຶ່ງນາໍຄົນບ້າຜູ້ນີ້ມາລົບກວນເຮົາ ໂດຍໃຫ້ລາວເຮັດບ້າ ໆ ບໍ ໆ ຢູ່ໃນວັງຂອງເຮົານີ້?”
\s5
\c 22
\p
\v 1 ແລ້ວດາວິດກໍໄດ້ອອກຈາກເມືອງກາດ ໄປຢູ່ໃນຖໍ້າທີ່ໃກ້ກັບເມືອງອາດຸນລໍາ. ເມື່ອພວກອ້າຍ ແລະ ພີ່ນ້ອງທັງຫລາຍໃນຄອບຄົວຂອງພໍ່ລາວໄດ້ຍິນວ່າ ລາວຢູ່ທີ່ນັ້ນ ພວກເຂົາຈຶ່ງພາກັນໄປສົມທົບກາໍລັງກັບລາວ.
\v 2 ນອກຈາກນີ້ແລ້ວ ຍັງມີປະມານ 400 ຄົນທີ່ໄດ້ໄປຫາດາວິດ ເປັນພວກທີ່ຖືກກົດຂີ່ ຂົ່ມເຫັງ, ເປັນໜີ້ສິນ ແລະ ມີຄວາມຂັດຂ້ອງໝອງໃຈ. ແລ້ວດາວິດກໍໄດ້ກາຍເປັນຫົວໜ້າຂອງພວກເຂົາ.
\s5
\v 3 ຕໍ່ມາ ດາວິດໄດ້ອອກຈາກບ່ອນນີ້ໄປຍັງເມືອງມີຊະປາ ໃນດິນແດນໂມອາບ. ເພິ່ນໄດ້ກ່າວແກ່ກະສັດແຫ່ງໂມອາບ ວ່າ, “ຂໍໂຜດໃຫ້ພໍ່ແມ່ຂອງຂ້ານ້ອຍມາຢູ່ກັບທ່ານຊົ່ວຄາວ ຈົນກວ່າຂ້ານ້ອຍຈະຮູ້ຈັກວ່າ ພຣະເຈົ້າຈະກະທາໍການຢ່າງໃດສໍາລັບຂ້ານ້ອຍແທ້. ”
\v 4 ແລ້ວດາວິດ ກໍໄດ້ພາພໍ່ແມ່ໄປປະໄວ້ກັບກະສັດແຫ່ງໂມອາບ. ພໍ່ແມ່ຂອງດາວິດໄດ້ອາໄສຢູ່ໃນທີ່ນັ້ນຕະຫລອດຊົ່ວເວລາທີ່ດາວິດ ຍັງລີ້ໄພຢູ່ໃນຖໍ້າ.
\v 5 ແລ້ວຜູ້ທາໍນວາຍທີ່ຊື່ວ່າ ກາດ ກໍໄດ້ມາຫາດາວິດ ແລະ ບອກເພິ່ນວ່າ, “ໃຫ້ໜີໄປຈາກດິນແດນຢູດານີ້ສາ ຢ່າຢູ່ໃນບ່ອນນີ້ຕໍ່ໄປ. ” ດັ່ງນັ້ນ ດາວິດຈຶ່ງໄດ້ໜີໄປຍັງປ່າເຮເຣັດ.
\s5
\v 6 ວັນໜຶ່ງທີ່ເມືອງກີເບອາ ກະສັດໂຊນຖືຫອກໃນມື ແລະ ນັ່ງຢູ່ທີ່ເນີນພູໃຕ້ຕົ້ນໄມ້ກົກໜຶ່ງຊື່ວ່າຕາມາຣີ ຝ່າຍຂ້າຣາຊການຂອງເພິ່ນທັງໝົດກໍຢືນອ້ອມຮອບເພິ່ນຢູ່. ຕໍ່ມາ ມີຄົນມາບອກເພິ່ນວ່າ ເຂົາໄດ້ພົບບ່ອນຢູ່ຂອງດາວິດ ແລະ ທະຫານຂອງເພິ່ນແລ້ວ.
\s5
\v 7 ກະສັດໂຊນ ຈຶ່ງຖາມບັນດານາຍ ທະຫານ ວ່າ, “ຊາວເບັນຢາມິນເອີຍ ຈົ່ງຟັງເທີ້ນ ພວກເຈົ້າຄິດວ່າ ດາວິດຈະເອົານາກັບສວນອະງຸ່ນໃຫ້ພວກເຈົ້າທຸກຄົນຊັ້ນບໍ? ລາວຈະໃຫ້ພວກເຈົ້າເປັນນາຍທະຫານໃນກອງທັບຂອງລາວຊັ້ນບໍ?
\v 8 ດ້ວຍເຫດນັ້ນບໍ ພວກເຈົ້າຈຶ່ງພວມກະບົດຕໍ່ເຮົາ? ໃນພວກເຈົ້າບໍ່ມີຜູ້ໃດເລີຍ ບອກເຮົາວ່າລູກຊາຍຂອງເຮົາເອງ ໄດ້ເຮັດສັນຍາມິດຕະພາບກັບດາວິດ. ບໍ່ມີຜູ້ໃດເລີຍສົນໃຈບອກເຮົາວ່າ ດາວິດ ທະຫານຄົນໜຶ່ງຂອງເຮົາເອງກາໍລັງຊອກຫາຊ່ອງທາງທີ່ຈະຂ້າເຮົາ ແລະ ລູກຊາຍຂອງເຮົາເອງເປັນຜູ້ໃຫ້ກາໍລັງໃຈ ແລະ ສະໜັບສະໜູນລາວ.”
\s5
\v 9 ໂດເອັກ ຄົນເອໂດມທີ່ຢືນຢູ່ກັບພວກຂ້າຣາຊການຂອງກະສັດໂຊນ ຈຶ່ງຕອບວ່າ, “ຂ້ານ້ອຍໄດ້ເຫັນດາວິດໄປທ່ີ່ເມືອງໂນບ ຫາ ອາ​ຮີເມເຫລັກລູກຊາຍຂອງອາຮີຕຸບ.
\v 10 ອາຮີເມເຫລັກໄດ້ຖາມອົງພຣະຜູ້ເປັນເຈົ້າໃຫ້ດາວິດ ວ່າລາວຄວນຈະເຮັດຢ່າງໃດ. ນອກຈາກນັ້ນ ເພິ່ນຍັງເອົາອາຫານ ແລະ ດາບຂອງໂກລີອາດ ຊາວຟີລິດສະຕິນໃຫ້ລາວດ້ວຍ.”
\s5
\v 11 ດັ່ງນັ້ນ ກະສັດໂຊນຈຶ່ງສົ່ງຄົນໄປນາໍ ເອົາປະໂຣຫິດອາຮີເມເຫລັກ ພ້ອມດ້ວຍຍາດຕິພີ່ນ້ອງຂອງລາວ ທີ່ເປັນປະໂຣຫິດໃນເມືອງໂນບ ນັ້ນມາຫາຕົນ ແລະ ພວກເຂົາກໍໄດ້ພາກັນມາຫາເພິ່ນ.
\v 12 ກະສັດໂຊນຈຶ່ງກ່າວແກ່ອາຮີເມເຫລັກ ວ່າ, “ອາຮີເມເຫລັກ ເອີຍຈົ່ງຟັງເທີ້ນ. ” ອາຮີເມເຫລັກ ຕອບວ່າ, “ທ່ານເອີຍ ຍິນດີທີ່ຈະຮັບໃຊ້ທ່ານ. ”
\v 13 ກະສັດໂຊນ ຖາມວ່າ, “ເປັນຫຍັງ ເຈົ້າກັບດາວິດຈຶ່ງຮ່ວມໃຈກັນກະບົດຕໍ່ເຮົາ? ເປັນຫຍັງ ເຈົ້າຈຶ່ງເອົາອາຫານ ແລະ ມອບດາບໃຫ້ ລາວ ແລ້ວທັງທູນຖາມພຣະເຈົ້າໃຫ້ລາວດ້ວຍ? ດຽວນີ້ ລາວໄດ້ຫັນມາຕໍ່ສູ້ເຮົາ ແລະ ລໍຫາໂອກາດທີ່ຈະຂ້າເຮົາຢູ່.”
\s5
\v 14 ອາຮີເມເຫລັກ ຕອບວ່າ, “ດາວິດເປັນນາຍທະຫານຜູ້ທີ່ຊື່ສັດທີ່ສຸດຂອງທ່ານ! ທັງເປັນລູກເຂີຍຂອງທ່ານເອງ ເປັນຜູ້ບັນຊາການທະຫານຮັກສາທ່ານ [ນ] ແລະ ທຸກຄົນທີ່ຢູ່ໃນວັງນີ້ ກໍນັບຖືລາວເປັນຢ່າງສູງ.
\v 15 ແມ່ນແທ້ ຂ້ານ້ອຍໄດ້ຖາມອົງພຣະຜູ້ເປັນເຈົ້າໃຫ້ລາວ ແລະ ຂ້ານ້ອຍເຮັດເຊັ່ນນັ້ນ ກໍບໍ່ແມ່ນເທື່ອທາໍອິດ. [ບ] ຂໍທ່ານຢ່າຫາວ່າ ຂ້ານ້ອຍ ຫລື ຜູ້ໃດຜູ້ໜຶ່ງໃນຄອບຄົວຂອງຂ້ານ້ອຍກະບົດຕໍ່ທ່ານເລີຍ. ຂ້ານ້ອຍບໍ່ໄດ້ຮູ້ຫຍັງກ່ຽວກັບເລື່ອງນີ້.”
\s5
\v 16 ກະສັດກ່າວວ່າ, “ອາຮີເມເຫລັກ ເຈົ້າ ພ້ອມດ້ວຍຍາດຕິພີ່ນ້ອງຂອງເຈົ້າຈະຕ້ອງຕາຍທັງໝົດ. ”
\v 17 ແລ້ວເພິ່ນກໍສັ່ງທະຫານ ຍາມທີ່ຢືນຢູ່ໃກ້ຕົນນັ້ນວ່າ, “ຂ້າບັນດາປະໂຣຫິດຂອງອົງພຣະຜູ້ເປັນເຈົ້າຖິ້ມເສຍ ພວກເຂົາຄົບຄິດກັບດາວິດ ແລະ ບໍ່ບອກເຮົາວ່າ ດາວິດປົບໜີໄປໃສທັງ ໆ ທີ່ພວກເຂົາຮູ້ທຸກສິ່ງຢູ່. ” ແຕ່ພວກທະຫານຍາມປະຕິເສດ ທີ່ຈະ ລົງມືຂ້າບັນດາປະໂຣຫິດຂອງອົງພຣະຜູ້ເປັນເຈົ້າ.
\s5
\v 18 ສະນັ້ນ ກະສັດໂຊນຈຶ່ງສັ່ງໂດເອັກ ວ່າ, “ເຈົ້າຂ້າພວກເຂົາເສຍ. ” ໂດເອັກໄດ້ຂ້າພວກເຂົາຖິ້ມທັງໝົດ. ໃນມື້ນັ້ນ ລາວໄດ້ຂ້າປະໂຣຫິດທີ່ມີຄຸນສົມບັດຖືເອໂຟດ ແປດສິບຫ້າຄົນ.
\v 19 ກະສັດໂຊນຍັງໄດ້ສັ່ງໃຫ້ຂ້າຊາວເມືອງໂນບ ທັງໝົດຖິ້ມຊຶ່ງເປັນເມືອງຂອງບັນດາປະໂຣຫິດ ເຊັ່ນ: ຊາຍ ແລະ ຍິງ, ເດັກເກີດໃໝ່ ແລະ ເດັກນ້ອຍ, ງົວ, ລໍ ແລະ ແກະທັງໝົດໄດ້ຖືກຂ້າຖິ້ມ.
\s5
\v 20 ແຕ່ອາບີອາທາ ລູກຊາຍຄົນໜຶ່ງຂອງອາຮີເມເຫລັກ ປົບໜີໄປຫາດາວິດໄດ້
\v 21 ລາວໄດ້ບອກດາວິດເຖິງການທີ່ກະສັດໂຊນ ໄດ້ສັງຫານໝູ່ພວກປະໂຣຫິດຂອງອົງພຣະຜູ້ເປັນເຈົ້າ.
\s5
\v 22 ດາວິດຈຶ່ງເວົ້າວ່າ, “ເມື່ອຂ້ອຍເຫັນໂດເອັກ ໃນວັນນັ້ນຂ້ອຍກໍຮູ້ໂລດວ່າ ລາວຕ້ອງໄປບອກໂຊນເປັນແນ່. ສະນັ້ນ ຂ້ອຍຈຶ່ງຂໍຮັບຜິດຊອບ [ປ] ຕໍ່ການຕາຍຂອງຍາດຕິພີ່ນ້ອງຂອງເຈົ້າທຸກຄົນໃນຄັ້ງນີ້.
\v 23 ໃຫ້ເຈົ້າຢູ່ກັບຂ້ອຍນີ້ແຫລະ ແລະ ຢ່າຢ້ານເລີຍ ກະສັດໂຊນຢາກຂ້າທັງຂ້ອຍແລະເຈົ້າຄືກັນ, ແຕ່ຖ້າເຈົ້າຢູ່ກັບຂ້ອຍ ເຈົ້າຈະປອດໄພ.”
\s5
\c 23
\p
\v 1 ດາວິດໄດ້ຍິນວ່າ ຊາວຟີລິດສະຕິນກໍາລັງຕີເອົາເມືອງເກອີລາ ແລະ ປຸ້ນສະດົມເອົາ ເຂົ້າທີ່ຫາກໍເກັບກ່ຽວໃໝ່.
\v 2 ສະນັ້ນລາວຈຶ່ງຖາມອົງພຣະຜູ້ເປັນເຈົ້າ ວ່າ, “ຂ້ານ້ອຍຄວນຈະໄປໂຈມຕີພວກຟີລິດສະຕິນ ຫລືບໍ່? ” ອົງພຣະຜູ້ເປັນເຈົ້າຕອບດາວິດ ວ່າ, “ຄວນໄປໂຈມຕີພວກເຂົາ ແລະ ຊ່ວຍເອົາເມືອງເກອີລາ ໄວ້.”
\s5
\v 3 ແຕ່ຄົນຂອງດາວິດ ເວົ້າກັບລາວວ່າ, “ໃນຢູດານີ້ ພວກເຮົາກໍຢ້ານກົວຢູ່ແລ້ວ ຖ້າພວກເຮົາໄປໂຈມຕີກອງທັບຂອງພວກຟີລິດສະຕິນທີ່ເມືອງເກອີລາ ກໍຍິ່ງເປັນໜ້າຢ້ານກົວໃຫຍ່! ”
\v 4 ສະນັ້ນ ດາວິດຈຶ່ງໄດ້ປຶກສານາໍອົງພຣະຜູ້ເປັນເຈົ້າອີກ ແລະ ອົງພຣະຜູ້ເປັນເຈົ້າກໍຕອບດາວິດ ວ່າ, “ໄປໂຈມຕີເມືອງເກອີລາ ແລະ ເຮົາຈະໃຫ້ເຈົ້າມີໄຊຊະນະເໜືອພວກຟີລິດສະຕິນ.”
\s5
\v 5 ດັ່ງນັ້ນ ດາວິດກັບຄົນຂອງເພິ່ນຈຶ່ງໄດ້ໄປໂຈມຕີພວກຟີລິດສະຕິນທີ່ເມືອງເກອີລາ. ພວກເຂົາໄດ້ຂ້າພວກຟີລິດສະຕິນຫລາຍຄົນ ແລະ ຢຶດເອົາສັດລ້ຽງຂອງພວກເຂົາ. ດັ່ງນັ້ນແຫລະ ດາວິດຈຶ່ງຊ່ວຍກອບກູ້ເອົາເມືອງເກອີລາ ໄວ້ໄດ້.
\v 6 ເມື່ອອາບີອາທາ ລູກຊາຍຂອງອາຮີເມເຫລັກ ໄດ້ປົບໜີໄປອາໄສຢູ່ນໍາດາວິດທີ່ເມືອງເກອີລານັ້ນ ລາວໄດ້ເອົາເອໂຟດໄປນາໍ.
\s5
\v 7 ຕໍ່ມາ ໄດ້ມີຄົນມາບອກກະສັດໂຊນ ວ່າ ດາວິດຢູ່ທີ່ເມືອງເກອີລາ ແລະ ເພິ່ນກໍເວົ້າວ່າ, “ພຣະເຈົ້າມອບດາວິດໄວ້ໃນກາໍມືຂອງເຮົາແລ້ວ. ລາວຫ້າງແຮ້ວໃສ່ຕົນເອງທີ່ເຂົ້າໄປຢູ່ໃນເມືອງທີ່ມີກາໍແພງອ້ອມ ແລະ ທັງມີປະຕູອັນແໜ້ນໜາອີກດ້ວຍ. ”
\v 8 ດັ່ງນັ້ນ ກະສັດໂຊນຈຶ່ງເອີ້ນເອົາທະຫານຂອງຕົນອອກໄປເຮັດເສິກ ແລະ ມຸ່ງໜ້າໄປຍັງເມືອງເກອີລາ ເພື່ອອ້ອມຈັບດາວິດ ກັບຄົນຂອງເພິ່ນ.
\v 9 ເມື່ອດາວິດໄດ້ຍິນວ່າກະສັດໂຊນກາໍລັງວາງແຜນໂຈມຕີຕົນ ເພິ່ນກໍສັ່ງປະໂຣຫິດອາບີອາທາ ວ່າ, “ເອົາເອໂຟດມາພີ້.”
\s5
\v 10 ແລ້ວດາວິດ ກໍພາວັນນາອະທິຖານວ່າ, “ຂ້າແດ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງຊາດອິດສະຣາເອນ ຂ້ານ້ອຍໄດ້ຍິນວ່າ ກະສັດໂຊນກາໍລັງວາງແຜນເດີນທາງມາຍັງເມືອງເກອີລາ ເພື່ອຈະທາໍລາຍເມືອງນີ້ ກໍເພາະຂ້ານ້ອຍເອງຜູ້ຮັບໃຊ້ຂອງພຣະອົງເປັນຕົ້ນເຫດ.
\v 11 ຊາວເມືອງເກອີລາ ຈະມອບຂ້ານ້ອຍໃຫ້ກະສັດໂຊນ ຫລືບໍ່? ເພິ່ນຈະມາແທ້ຕາມທີ່ຂ້ານ້ອຍໄດ້ຍິນນີ້ບໍ? ຂ້າແດ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງຊາດອິດສະຣາເອນ ໂຜດຕອບຂ້ານ້ອຍດ້ວຍເຖີດ. ” ອົງພຣະຜູ້ເປັນເຈົ້າຕອບວ່າ, “ໂຊນ ຈະມາແທ້.”
\s5
\v 12 ດາວິດ ຖາມອີກວ່າ, “ຊາວເມືອງເກອີລາ ຈະມອບທະຫານຂອງຂ້ານ້ອຍກັບຂ້ານ້ອຍເອງ ໃຫ້ກະສັດໂຊນຫລືບໍ່? ” ອົງພຣະຜູ້ເປັນເຈົ້າຕອບວ່າ, “ພວກເຂົາຈະມອບ.”
\s5
\v 13 ດັ່ງນັ້ນ ດາວິດພ້ອມດ້ວຍທະຫານທັງໝົດ ປະມານຫົກຮ້ອຍຄົນ ຈຶ່ງອອກໜີຈາກເມືອງເກອີລາໃນທັນທີ ແລະ ເຄື່ອນຍ້າຍ ໄປເລື້ອຍ ໆ. ເມື່ອກະສັດໂຊນໄດ້ຍິນວ່າ ດາວິດໄດ້ປົບໜີຈາກເມືອງເກອີລາ ໄປແລ້ວ ເພິ່ນກໍໄດ້ລົ້ມເລີກແຜນການຂອງຕົນເສຍ.
\v 14 ດາວິດໄດ້ລີ້ຢູ່ທີ່ແຖບພູດອຍ ໃນຖິ່ນແຫ້ງແລ້ງກັນດານ ໃກ້ກັບເມືອງຊີເຟ. ຝ່າຍກະສັດໂຊນນັ້ນ ກໍພະຍາຍາມຊອກຫາ ດາວິດຢູ່ເລື້ອຍ ໆ; ແຕ່ອົງພຣະຜູ້ເປັນເຈົ້າບໍ່ໄດ້ມອບລາວ ໃຫ້ກະສັດໂຊນ.
\s5
\v 15 ດາວິດຮູ້ດີວ່າ ກະສັດໂຊນໄດ້ອອກຕາມຫາ ເພື່ອຈະຂ້າຕົນ. ດາວິດໄດ້ອາໄສຢູ່ທີ່ເມືອງໂຮເຣັດ ໃນຖິ່ນແຫ້ງແລ້ງກັນດານໃກ້ກັບເມືອງຊີເຟ.
\v 16 ໂຢນາທານ ໄດ້ໄປຫາ ດາວິດທີ່ນັ້ນ ແລະ ໃຫ້ກາໍລັງໃຈເພິ່ນດ້ວຍ ຄວາມເຊື່ອໝັ້ນວ່າ ອົງພຣະຜູ້ເປັນເຈົ້າຈະເປັນຜູ້ປົກປັກຮັກສາ
\s5
\v 17 ໂດຍເວົ້າວ່າ, “ຢ່າຢ້ານເລີຍ ກະສັດໂຊນພໍ່ຂອງຂ້ອຍເຮັດຫຍັງໃຫ້ເຈົ້າ ບໍ່ໄດ້ດອກ. ເພິ່ນຮູ້ຈັກດີວ່າເຈົ້າຄົນດຽວເທົ່ານັ້ນ ທີ່ຈະເປັນກະສັດຂອງຊາດອິດສະຣາເອນ ແລະ ຂ້ອຍກໍຈະເປັນຜູ້ຮອງຂອງເຈົ້າ. ”
\v 18 ທັງສອງໄດ້ເຮັດສັນຍາຢ່າງສັກສິດເປັນມິດຕໍ່ກັນຢູ່ຊ້ອງໜ້າອົງພຣະຜູ້ເປັນເຈົ້າ. ດາວິດ ຍັງອາໄສຢູ່ທີ່​ໂຮເຣັດ ສ່ວນໂຢນາທານນັ້ນໄດ້ຄືນເມືອເຮືອນຂອງຕົນ.
\s5
\v 19 ມີຊາວເມືອງຊີເຟ ບາງຄົນໄດ້ໄປຫາ ກະສັດໂຊນ ຢູ່ທີ່ເມືອງກີເບອາ ແລະ ບອກ ເພິ່ນວ່າ, “ດາວິດ ກາໍລັງລີ້ຢູ່ໃນເຂດແດນຂອງພວກຂ້ານ້ອຍ ທີ່ໂຮເຣັດ ຕາມເທິງພູ ຮາກີລາ ທາງພາກໃຕ້ຂອງຖິ່ນແຫ້ງແລ້ງກັນດານຢູດາຍ.
\v 20 ພວກຂ້ານ້ອຍຮູ້ດີວ່າ ທ່ານຕ້ອງການຕົວຂອງດາວິດ ຫລາຍເທົ່າໃດ. ສະນັ້ນຂໍເຊີນທ່ານໄປຍັງເຂດແດນຂອງພວກຂ້ານ້ອຍ ແລະ ພວກຂ້ານ້ອຍຈະມອບລາວໃຫ້ທ່ານ.”
\s5
\v 21 ກະສັດໂຊນ ຕອບວ່າ, “ຂໍໃຫ້ອົງພຣະຜູ້ ເປັນເຈົ້າອວຍພອນພວກເຈົ້າ ທີ່ມີນໍ້າໃຈອັນດີຕໍ່ເຮົາ.
\v 22 ເພື່ອຄວາມແນ່ໃຈ ໃຫ້ພວກເຈົ້າ ໄປເບິ່ງອີກເທື່ອໜຶ່ງ ແລະ ຖາມເບິ່ງວ່າລາວ ຢູ່ບ່ອນໃດແທ້ ໆ ແລະ ແມ່ນຜູ້ໃດແດ່ເຫັນລາວຢູ່ທີ່ນັ້ນ ເຮົາໄດ້ຍິນວ່າລາວເປັນຄົນທີ່ມີເລ້ຫລ່ຽມຫລາຍທີ່ສຸດ.
\v 23 ສະນັ້ນ ຈົ່ງໄປ ສືບເບິ່ງຢ່າງຄັກແນ່ວ່າ ລາວຢູ່ບ່ອນໃດແທ້ ໆ ແລະ ໃຫ້ນາໍເອົາລາຍລະອຽດຕ່າງ ໆ ມາລາຍງານເຮົາທັນທີ ແລ້ວເຮົາຈະໄປກັບພວກເຈົ້າ. ຖ້າລາວຍັງຢູ່ໃນເຂດນັ້ນ ເຮົາຈະຕາມໄປຂ້າລາວ. ເຖິງແມ່ນວ່າ ເຮົາຈະຕ້ອງຊອກຄົ້ນຫາລາວ ທົ່ວທັງດິນແດນຢູດາຍກໍຕາມ.”
\s5
\v 24 ດັ່ງນັ້ນ ພວກເຂົາຈຶ່ງໄດ້ກັບຄືນເມືອຍັງເມືອງຊີເຟ ກ່ອນກະສັດໂຊນ. ສ່ວນດາວິດ ແລະ ຄົນທັງຫລາຍຂອງຕົນນັ້ນ ໄດ້ອາໄສຢູ່ໃນຖິ່ນແຫ້ງແລ້ງກັນດານ ມາໂອນ ໃນຮ່ອມພູ ທີ່ເປົ່າປ່ຽວບ່ອນໜຶ່ງທາງທິດໃຕ້ຂອງຖິ່ນແຫ້ງແລ້ງກັນດານຢູດາຍ.
\v 25 ກະສັດໂຊນ ກັບທະຫານຂອງເພິ່ນໄດ້ອອກໄປຊອກຫາ ດາວິດ ແຕ່ເພິ່ນຮູ້ເລື່ອງນີ້ກ່ອນ ຈຶ່ງໄດ້ປົບໜີໄປຍັງເນີນພູຫິນ ໃນຖິ່ນແຫ້ງແລ້ງກັນດານ ມາໂອນ ແລະອາໄສຢູ່ໃນທີ່ນັ້ນ. ເມື່ອກະສັດ ໂຊນຮູ້ຂ່າວນີ້ ເພິ່ນກໍອອກຕາມລ່າດາວິດ.
\s5
\v 26 ກະສັດໂຊນ ກັບທະຫານຂອງຕົນຢູ່ທາງພູເບື້ອງໜຶ່ງ ສ່ວນດາວິດກັບຄົນທັງຫລາຍຂອງເພິ່ນກໍຢູ່ທາງພູເບື້ອງໜຶ່ງອີກ. ໃນຂະນະທີ່ດາວິດກັບຄົນທັງຫລາຍຂອງຕົນ ກາໍລັງປົບໜີຈາກກະສັດໂຊນ ກັບທະຫານຂອງເພິ່ນຊຶ່ງພວມໄລ່ຕາມມາ ເກືອບຈະຈັບພວກເພິ່ນໄດ້ນັ້ນ
\v 27 ກໍມີຄົນນໍາຂ່າວມາບອກກະສັດໂຊນ ວ່າ, “ພວກຟີລິດສະຕິນກາໍ ລັງຮຸກຮານປະເທດຊາດບ້ານເມືອງ ຮີບກັບຄືນເມືອໄວ ໆ!”
\s5
\v 28 ດັ່ງນັ້ນ ກະສັດໂຊນຈຶ່ງເລີກໄລ່ຕາມດາວິດ ແລະ ກັບຄືນໄປຕໍ່ສູ້ພວກຟີລິດສະຕິນ. ດ້ວຍເຫດນີ້ ບ່ອນນີ້ຈຶ່ງມີຊື່ວ່າ ເນີນພູແຫ່ງການແຍກຈາກກັນ.
\v 29 ດາວິດໄດ້ອອກໜີໄປຍັງອານາເຂດ ເອນເກດີ ແລະໄດ້ຫລົບລີ້ຢູ່ໃນທີ່ນັ້ນ.
\s5
\c 24
\p
\v 1 ເມື່ອກະສັດໂຊນ ກັບມາແຕ່ຕໍ່ສູ້ພວກຟີລິດສະຕິນ ແລ້ວກໍມີຄົນມາລາຍງານເພິ່ນວ່າ ດາວິດຢູ່ໃນຖິ່ນແຫ້ງແລ້ງກັນດານ ໃກ້ກັບເມືອງເອນເກດີ.
\v 2 ກະສັດໂຊນຈຶ່ງເອົາທະຫານຜູ້ເກັ່ງກ້າທີ່ສຸດໃນຊາດອິດສະຣາເອນ ສາມພັນຄົນອອກໄປຊອກຫາດາວິດ ກັບຄົນທັງຫລາຍຂອງເພິ່ນຢູ່ທາງທິດຕາເວັນອອກຂອງໂງ່ນຫິນ ແບ້ປ່າ.
\s5
\v 3 ກະສັດໂຊນ ໄດ້ເຂົ້າໄປຖ່າຍຢູ່ໃນຖໍ້າ ແຫ່ງໜຶ່ງໃກ້ ໆ ກັບຄອກແກະທີ່ຢູ່ແປະແຄມ ທາງ. ພໍດີເປັນການບັງເອີນຢູ່ໃນຖໍ້ານັ້ນມີດາວິດ ກັບພວກຄົນຂອງລາວລີ້ຢູ່.
\v 4 ພວກ ທະຫານຈຶ່ງເວົ້າກັບດາວິດ ວ່າ, “ນີ້ແມ່ນໂອກາດຂອງທ່ານແລ້ວ ອົງພຣະຜູ້ເປັນເຈົ້າໄດ້ມອບສັດຕູຂອງທ່ານໄວ້ຢູ່ໃນກາໍມືຂອງທ່ານ ຕາມທີ່ພຣະອົງໄດ້ກ່າວໄວ້. ບັດນີ້ ຈົ່ງເຮັດກັບສັດຕູຂອງທ່ານ ຕາມທີ່ຕ້ອງການສາ. ” ດາວິດຈຶ່ງຄານອອກມາຕັດສົ້ນເສື້ອລ່າມຂອງກະສັດໂຊນ ໂດຍທີ່ເພິ່ນບໍ່ຮູ້ຕົວ,
\s5
\v 5 ແຕ່ພໍດາວິດ ເຮັດເຊັ່ນນັ້ນ ຫົວໃຈຂອງເພິ່ນກໍເຕັ້ນສຸດແຮງ
\v 6 ສະນັ້ນ ເພິ່ນຈຶ່ງເວົ້າກັບຄົນທັງຫລາຍຂອງເພິ່ນວ່າ, “ຂໍອົງພຣະຜູ້ເປັນເຈົ້າ ຢ່າອະນຸຍາດໃຫ້ຂ້ອຍທໍາຮ້າຍເຈົ້ານາຍຂອງຂ້ອຍເລີຍ ຜູ້ທີ່ອົງພຣະຜູ້ເປັນເຈົ້າໄດ້ເລືອກໃຫ້ເປັນກະສັດ. ”
\v 7 ດັ່ງນັ້ນ ດາວິດຈຶ່ງຊັກຊວນຄົນທັງຫລາຍຂອງເພິ່ນ ບໍ່ໃຫ້ຕໍ່ສູ້ກະສັດໂຊນ. ກະສັດໂຊນລຸກຂຶ້ນ ແລະ ອອກມາຈາກຖໍ້າ ແລ້ວເພິ່ນກໍເດີນທາງຕໍ່ໄປ.
\s5
\v 8 ສ່ວນດາວິດ ກໍຍ່າງອອກມາຕາມຫລັງ ແລະ ຮ້ອງໃສ່ເພິ່ນວ່າ, “ຂ້າແດ່ພະຣາຊາ” ກະສັດໂຊນຫລຽວຫລັງເບິ່ງໄປອ້ອມ ໆ ແລະ ດາວິດກໍຂາບລົງດ້ວຍຄວາມນັບຖື
\v 9 ແລະ ຖາມວ່າ, “ເປັນຫຍັງທ່ານຈຶ່ງຟັງຄວາມຂອງປະຊາຊົນ ທີ່ບອກທ່ານວ່າຂ້ານ້ອຍກາໍລັງພະຍາຍາມທາໍຮ້າຍທ່ານ,
\s5
\v 10 ທ່ານຄົງເຫັນດ້ວຍຕົນເອງແລ້ວວ່າ ເມື່ອຫວ່າງກີ້ນີ້ເອງຢູ່ໃນຖໍ້ານັ້ນ ອົງພຣະຜູ້ເປັນເຈົ້າໄດ້ມອບທ່ານໄວ້ໃນກາໍມືຂອງຂ້ານ້ອຍ. ຄົນຂອງຂ້ານ້ອຍບາງຄົນບອກໃຫ້ຂ້ານ້ອຍສັງຫານທ່ານເສຍ, ແຕ່ຂ້ານ້ອຍຮູ້ສຶກອີດູຕົນທ່ານ ຈຶ່ງບອກພວກເຂົາວ່າ ຂ້ານ້ອຍບໍ່ຄວນທາໍຮ້າຍທ່ານແຕ່ຢ່າງໃດ ເພາະທ່ານເປັນຜູ້ທີ່ອົງພຣະຜູ້ເປັນເຈົ້າ ໄດ້ເລືອກໃຫ້ເປັນກະສັດ.
\v 11 ພໍ່ຂ້ານ້ອຍເອີຍ ເບິ່ງສົ້ນເສື້ອລ່າມຂອງທ່ານ ທີ່ຂ້ານ້ອຍພວມຖືຢູ່ນີ້ດູ ຂ້ານ້ອຍຄວນຂ້າທ່ານຖິ້ມເສຍແລ້ວ, ແຕ່ຂ້ານ້ອຍພຽງແຕ່ໄດ້ຕັດເອົາສົ້ນເສື້ອເທົ່ານັ້ນ. ອັນນີ້ກໍເຮັດໃຫ້ທ່ານແນ່ໃຈໄດ້ແລ້ວວ່າ ຂ້ານ້ອຍບໍ່ໄດ້ກະບົດ ຫລື ຄິດທາໍຮ້າຍທ່ານແຕ່ຢ່າງໃດ. ແມ່ນວ່າ ຂ້ານ້ອຍບໍ່ໄດ້ເຮັດຫຍັງຜິດຕໍ່ທ່ານກໍຕາມ ແຕ່ທ່ານກໍຍັງຕາມລ່າຂ້ານ້ອຍຢູ່.
\s5
\v 12 ຂໍໃຫ້ອົງພຣະຜູ້ເປັນເຈົ້າຕັດສິນວ່າ ລະຫວ່າງພວກເຮົາ ແມ່ນຜູ້ໃດຜິດແທ້ ຂໍໃຫ້ອົງພຣະຜູ້ເປັນເຈົ້າລົງໂທດທ່ານ ໃນສິ່ງທີ່ທ່ານໄດ້ເຮັດເພື່ອຕໍ່ສູ້ຂ້ານ້ອຍນັ້ນດ້ວຍເຖີດ ເພາະຂ້ານ້ອຍບໍ່ຄິດແມ່ນແຕ່ໜ້ອຍດຽວ ທີ່ຈະທາໍຮ້າຍທ່ານ.
\v 13 ທ່ານກໍຮູ້ຄໍາບູຮານ ທີ່ມີກ່າວໄວ້ວ່າ ‘ຄົນຊົ່ວກໍເຮັດແຕ່ຄວາມຊົ່ວເທົ່ານັ້ນ. ດັ່ງນັ້ນແຫລະ ຂ້ານ້ອຍຈຶ່ງບໍ່ທາໍຮ້າຍທ່ານ.
\s5
\v 14 ທ່ານຕາມລ່າຜູ້ໃດ? ແມ່ນຂ້ານ້ອຍບໍ ຂ້ານ້ອຍເປັນພຽງແຕ່ໝາຕາຍ ຫລື ໂຕຫມັດ ທີ່ໜ້າສັງເວດເທົ່ານັ້ນ
\v 15 ອົງພຣະຜູ້ເປັນເຈົ້າຈະຕັດສິນດອກ ວ່າໃນເຮົາທັງສອງຄົນນີ້ ແມ່ນຜູ້ໃດເປັນຝ່າຍຜິດ. ຂໍໃຫ້ພຣະອົງພິຈາລະນາເບິ່ງໃນເລື່ອງນີ້ ເພື່ອປ້ອງກັນຂ້ານ້ອຍ ແລະຊ່ວຍຊູຂ້ານ້ອຍໃຫ້ພົ້ນຈາກກາໍມືຂອງທ່ານດ້ວຍເທີ້ນ.”
\s5
\v 16 ເມື່ອດາວິດເວົ້າສຸດແລ້ວ ກະສັດໂຊນ ກໍກ່າວວ່າ, “ດາວິດ ລູກຂອງພໍ່ ແມ່ນເຈົ້າແທ້ບໍ? ” ແລ້ວເພິ່ນກໍຮ້ອງໄຫ້.
\s5
\v 17 ເພິ່ນກ່າວແກ່ດາວິດ ວ່າ, “ເຈົ້າເປັນຝ່າຍຖືກ ແຕ່ຂ້ອຍເປັນຝ່າຍຜິດ. ເຈົ້າເຮັດດີທີ່ສຸດຕໍ່ຂ້ອຍ ໃນເມື່ອຂ້ອຍເຮັດຊົ່ວຕໍ່ເຈົ້າ.
\v 18 ມື້ນີ້ເຈົ້າໄດ້ສະແດງໃຫ້ຂ້ອຍເຫັນວ່າ ເຈົ້າດີຕໍ່ຂ້ອຍເທົ່າໃດ ຍ້ອນເຈົ້າບໍ່ໄດ້ຂ້າຂ້ອຍ ໂດຍທີ່ອົງພຣະຜູ້ເປັນເຈົ້າໄດ້ມອບຂ້ອຍໄວ້ຢູ່ໃນກໍາມືຂອງເຈົ້າ.
\s5
\v 19 ຄົນທີ່ຈັບສັດຕູຂອງຕົນໄດ້ ແລ້ວປ່ອຍໃຫ້ໄປຢ່າງປອດໄພຈະມີບໍ? ຂໍໃຫ້ອົງພຣະຜູ້ ເປັນເຈົ້າອວຍພອນ ສິ່ງທີ່ເຈົ້າໄດ້ເຮັດກັບຂ້ອຍໃນມື້ນີ້ເທີ້ນ
\v 20 ບັດນີ້ ຂ້ອຍຮູ້ຢ່າງ ຄັກແນ່ແລ້ວວ່າ ເຈົ້າຈະໄດ້ເປັນກະສັດຂອງຊາດອິດສະຣາເອນ ແລະ ອານາຈັກຈະຄົງຢູ່ສືບຕໍ່ໄປ ພາຍໃຕ້ການປົກຄອງຂອງເຈົ້າ.
\s5
\v 21 ແຕ່ເຈົ້າຈົ່ງສັນຍາກັບຂ້ອຍໃນນາມຂອງອົງພຣະຜູ້ເປັນເຈົ້າ ວ່າເຈົ້າຈະໄວ້ຊີວິດ ເຊື້ອສາຍຂອງຂ້ອຍ ແລະ ຊື່ຄອບຄົວຂອງຂ້ອຍຈະບໍ່ຖືກລືມໄລ ໄປຢ່າງໝົດສິ້ນ. ”
\v 22 ດາວິດໄດ້ສັນຍາ ວ່າຕົນຈະປະຕິບັດຕາມຄໍາສັນຍານັ້ນ. ແລ້ວກະສັດໂຊນ ກໍກັບຄືນເມືອວັງຂອງເພິ່ນ ສ່ວນດາວິດກັບຄົນທັງຫລາຍຂອງເພິ່ນກໍກັບຄືນສູ່ບ່ອນຫລົບລີ້ຂອງພວກຕົນ.
\s5
\c 25
\p
\v 1 ເມື່ອຊາມູເອນ ຕາຍໄປນັ້ນ ຊາວອິດສະຣາເອນທັງໝົດໄດ້ໄວ້ທຸກໃຫ້ເພິ່ນ. ພວກເຂົາໄດ້ຝັງສົບຂອງເພິ່ນໄວ້ທີ່ຣາມາ ບ້ານເມືອງຂອງເພິ່ນເອງ. ຫລັງຈາກນັ້ນ ດາວິດໄດ້ໄປຍັງຖິ່ນແຫ້ງແລ້ງກັນດານ ປາຣານ.
\s5
\v 2-3 ມີຊາຍຄົນໜຶ່ງຢູ່ໃນຕະກຸນ ກາເຫລັບ ຊື່ວ່າ ນາບານ ລາວເປັນຊາວເມືອງມາໂອນ ແລະ ມີທີ່ດິນຢູ່ໃກ້ກັບເມືອງກາເມນ. ຊາຍຜູ້ນີ້ເປັນຄົນຮັ່ງມີ ແລະ ເປັນເຈົ້າຂອງແກະ ສາມພັນໂຕ ແລະ ແບ້ ໜຶ່ງພັນໂຕ. ນາງ ອາບີກາຍ ເມຍຂອງລາວເປັນຄົນງາມ ແລະ ສະຫລຽວສະຫລາດ ສ່ວນນາບານ ນັ້ນເປັນຄົນໃຈແຂງ ແລະ ໂຫດຮ້າຍ. ນາບານກາໍລັງຕັດຂົນແກະຂອງຕົນຢູ່ໃນເມືອງກາເມນ
\s5
\v 4 ແລະ ດາວິດຜູ້ທີ່ອາໄສຢູ່ໃນຖິ່ນແຫ້ງແລ້ງກັນດານ ກໍໄດ້ຍິນວ່ານາບານ ກາໍລັງຕັດຂົນແກະຂອງຕົນຢູ່.
\v 5 ສະນັ້ນ ເພິ່ນຈຶ່ງສົ່ງຊາຍໜຸ່ມສິບຄົນນາໍເອົາຄວາມຢື້ຢາມ ຖາມຂ່າວໄປຫາ ນາບານ ທີ່ເມືອງກາເມນ.
\v 6 ດາວິດໄດ້ແນະນາໍພວກເຂົາໃຫ້ບອກນາບານ ດັ່ງນີ້: “ເພື່ອນເອີຍ ດາວິດຂໍຝາກຄວາມຢື້ຢາມຖາມຂ່າວມາເຖິງທ່ານ ພ້ອມກັບຄວາມປາຖະໜາດີ ມາຍັງທ່ານກັບຄອບຄົວຂອງທ່ານ ແລະ ທຸກສິ່ງທີ່ເປັນຂອງທ່ານດ້ວຍ.
\s5
\v 7 ຂ້າພະເຈົ້າຮູ້ວ່າ ທ່ານພວມຕັດຂົນແກະຢູ່ ແລະ ຂ້າພະເຈົ້າຢາກໃຫ້ທ່ານຮູ້ວ່າ ເມື່ອພວກລ້ຽງແກະຂອງທ່ານ ຢູ່ກັບພວກເຮົານັ້ນ ພວກເຮົາບໍ່ໄດ້ທາໍຮ້າຍພວກເຂົາແຕ່ຢ່າງໃດເລີຍ. ຕະຫລອດເວລາທີ່ພວກເຂົາຢູ່ໃນເມືອງກາເມນນີ້ ພວກເຂົາບໍ່ໄດ້ສູນເສຍຫຍັງໝົດ.
\v 8 ຂໍທ່ານຖາມພວກຊາຍໜຸ່ມຂອງທ່ານເບິ່ງກໍໄດ້ ແລະ ພວກເຂົາກໍຈະບອກໃຫ້ທ່ານຮູ້. ພວກເຮົາມາໃນມື້ງານກິນລ້ຽງ ແລະ ດາວິດກໍຂໍຮ້ອງກັບທ່ານໄດ້ໃຫ້ການຕ້ອນຮັບພວກເຮົາຢ່າງກັນເອງ. ຂໍທ່ານຈົ່ງເອົາສິ່ງຂອງ ໃຫ້ພວກເຮົາກັບດາວິດ ເພື່ອນທີ່ຮັກຂອງທ່ານ ຕາມທີ່ທ່ານສາມາດໃຫ້ໄດ້ດ້ວຍເທີ້ນ.”
\s5
\v 9 ຄົນຂອງດາວິດ ໄດ້ກ່າວຖ້ອຍຄໍາເຫລົ່ານີ້ຕໍ່ນາບານ ໃນນາມຂອງດາວິດ. ແລ້ວພວກເຂົາກໍລໍຖ້າຢູ່ໃນທີ່ນັ້ນ
\v 10 ແລະ ໃນທີ່ສຸດນາບານ ກໍຕອບວ່າ, “ດາວິດແມ່ນຜູ້ໃດ? ເຮົາບໍ່ເຄີຍໄດ້ຍິນຊື່ຂອງລາວມາກ່ອນເລີຍ. ໃນປັດຈຸບັນນີ້ ປະເທດຊາດບ້ານເມືອງເຕັມໄປດ້ວຍທາດຮັບໃຊ້ທີ່ປົບໜີຈາກນາຍຂອງຕົນ.
\v 11 ຂ້ອຍຈະບໍ່ເອົາເຂົ້າຈີ່, ນາໍ້ ແລະ ສັດທີ່ຂ້ອຍໄດ້ຂ້າສໍາລັບຄົນຕັດຂົນແກະຂອງຂ້ອຍ ໃຫ້ຄົນທີ່ຂ້ອຍບໍ່ຮູ້ຈັກວ່າ ເຂົາມາແຕ່ໃສໄດ້ດອກ.”
\s5
\v 12 ດັ່ງນັ້ນ ຄົນຂອງດາວິດຈຶ່ງກັບຄືນເມືອ ແລະ ບອກຖ້ອຍຄໍາທີ່ນາບານ ໄດ້ເວົ້ານັ້ນສູ່ເພິ່ນຟງັ.
\v 13 ດາວິດສັ່ງວ່າ, “ຕຽມເອົາດາບຂອງພວກເຈົ້າ. ” ແລະ ພວກເຂົາກໍໄດ້ປະຕິບັດຕາມ. ສ່ວນດາວິດນັ້ນກໍຖືເອົາດາບຂອງຕົນຄືກັນ ໂດຍມີຄົນປະມານສີ່ຮ້ອຍຄົນອອກເດີນທາງໄປກັບເພິ່ນ ແລະ ສ່ວນອີກສອງຮ້ອຍຄົນນັ້ນ ໄດ້ປະໄວ້ໃຫ້ຢູ່ເຝົ້າເຄື່ອງຂອງ.
\s5
\v 14 ຕໍ່ມາ ຄົນຮັບໃຊ້ນາບານ ຜູ້ໜຶ່ງໄດ້ມາບອກ ອາບີກາຍ ເມຍຂອງນາບານ ວ່າ, “ຍານາງ ໄດ້ຍິນບໍວ່າ ດາວິດໄດ້ສົ່ງຄົນຂອງເພິ່ນມາແຕ່ຖິ່ນແຫ້ງແລ້ງກັນດານ ເພື່ອນໍາເອົາ ຄວາມຢື້ຢາມຖາມຂ່າວ ມາຍັງນາຍພວກເຮົາ, ແຕ່ເພິ່ນຊໍ້າພັດໝິ່ນປະໝາດພວກເຂົາ.
\v 15 ຄາວທີ່ພວກເຮົາຢູ່ໃນທົ່ງນາກັບພວກເຂົານັ້ນ ພວກເຂົາດີຕໍ່ພວກເຮົາຫລາຍ. ພວກເຂົາບໍ່ເຄີຍລົບກວນພວກເຮົາເລີຍ ແລະ ພວກເຮົາກໍບໍ່ໄດ້ສູນເສຍສິ່ງຂອງໃດ ໆ ທັງສິ້ນ.
\s5
\v 16 ຕອນທີ່ພວກເຮົາເຝົ້າຝູງສັດຢູ່ກັບ ພວກເຂົານັ້ນ ພວກເຂົາໄດ້ປົກປັກຮັກສາພວກເຮົາ ຕະຫລອດວັນຕະຫລອດຄືນ.
\v 17 ສະນັ້ນ ຈົ່ງພິຈາລະນາໃຫ້ດີເບິ່ງດູ ແລະ ຕັດສິນໃຈວ່າ ຍານາງຄວນຈະເຮັດຢ່າງໃດ ເລື່ອງນີ້ອາດນາໍເອົາຄວາມຫລົ້ມຈົມມາສູ່ນາຍຂອງພວກເຮົາ ຕະຫລອດທັງທຸກຄົນທີ່ຢູ່ໃນຄອບຄົວຂອງເພິ່ນກໍໄດ້. ເພິ່ນເປັນຄົນດື້ດ້ານ ທີ່ສຸດຈຶ່ງບໍ່ຍອມຟັງຜູ້ໃດໝົດ.”
\s5
\v 18 ແລ້ວອາບີກາຍ ກໍຟ້າວຕຽມເອົາເຂົ້າຈີ່ສອງຮ້ອຍກ້ອນ, ເຫລົ້າອະງຸ່ນສອງຖົງໜັງ, ແກະເຜົາຫ້າໂຕ, ເຂົ້າຂົ້ວຫ້າກະຖັງ, ໝາກອະງຸ່ນແຫ້ງຮ້ອຍມັດ ແລະ ເຂົ້າໜົມໝາກເດື່ອສອງຮ້ອຍກ້ອນ ບັນທຸກໃສ່ຫລັງລໍໄປ.
\v 19 ແລ້ວນາງກໍເວົ້າກັບພວກຄົນຮັບໃຊ້ວ່າ, “ໃຫ້ພວກເຈົ້າອອກໄປກ່ອນ ແລະ ຂ້ອຍຈະຕາມໄປນາໍຫລັງ. ” ແຕ່ນາງບໍ່ໄດ້ບອກໃຫ້ຜົວ ຂອງຕົນຮູ້ນາໍແຕ່ຢ່າງໃດໝົດ.
\s5
\v 20 ໃນຂະນະທີ່ນາງພວມຂີ່ລໍໄປຕາມເນີນພູນັ້ນ ໃນທັນໃດນາງໄດ້ພົບດາວິດ ແລະ ຄົນທັງຫລາຍຂອງເພິ່ນທີ່ກາໍລັງມຸ່ງໜ້າມາຫານາງ.
\s5
\v 21 ດາວິດ ຄິດໃນໃຈວ່າ, “ເຫດໃດຂ້ອຍຈຶ່ງຮັກສາຊັບສິນຂອງຊາຍຄົນນີ້ ຢູ່ໃນຖິ່ນແຫ້ງແລ້ງກັນດານ? ທຸກສິ່ງທີ່ເປັນຂອງລາວ ບໍ່ໄດ້ສູນເສຍແຕ່ຢ່າງໃດໝົດ. ອັນນີ້ບໍ ຄືການຕອບແທນໃນ​ສິ່ງທີ່ຂ້ອຍໃຫ້ການຊ່ວຍເຫລືອແກ່ລາວ?
\v 22 ຂໍໃຫ້ພຣະເຈົ້າລົງໂທດຂ້ອຍ [ຜ] ເຖິງຕາຍ ຖ້າຂ້ອຍບໍ່ໄດ້ຂ້າຜູ້ຊາຍທຸກຄົນ ໃນຄອບຄົວຂອງນາບານ ກ່ອນມື້ອື່ນເຊົ້າ.”
\s5
\v 23 ພໍ ອາບີກາຍຫລຽວເຫັນດາວິດ ນາງກໍຟ້າວລົງຈາກຫລັງລໍ ແລະ ກົ້ມຂາບລົງດິນ
\v 24 ນາງຂາບລົງທີ່ຕີນຂອງດາວິດ ແລະ ເວົ້າວ່າ, “ທ່ານເອີຍ ກະລຸນາຟັງຂ້ານ້ອຍກ່ອນທ້ອນ ໃຫ້ຂ້ານ້ອຍຮັບເອົາຄວາມຜິດທັງໝົດນັ້ນສາ.
\s5
\v 25 ຂໍຢ່າໄດ້ຖືຊານາໍ ນາບານ ຄົນທີ່ບໍ່ມີຫຍັງດີ ຜູ້ນີ້ເລີຍ ລາວສົມຊື່ລາວນັ້ນແຫລະ ຄື ຄົນໂງ່ຈ້າ [ຝ] ທ່ານເອີຍ ຕອນທີ່ທ່ານໃຊ້ຄົນ ໄປນັ້ນ ຂ້ານ້ອຍບໍ່ຢູ່.
\v 26 ທ່ານເອີຍ ແມ່ນ ອົງພຣະຜູ້ເປັນເຈົ້າທີ່ຮັກສາທ່ານ ບໍ່ໃຫ້ແກ້ແຄ້ນ ແລະ ຂ້າສັດຕູຂອງທ່ານ. ບັດນີ້ ຂ້ານ້ອຍຂໍສາບານ ຕໍ່ອົງພຣະຜູ້ເປັນເຈົ້າ ອົງຊົງ ຊີວິດຢູ່ວ່າ ສັດຕູທຸກຄົນທີ່ຢາກທາໍຮ້າຍທ່ານ ຈະຕ້ອງຖືກລົງໂທດຢ່າງດຽວກັນກັບນາບານ.
\s5
\v 27 ຂໍທ່ານກະລຸນາ ຮັບເອົາຂອງຂວັນທີ່ຂ້ານ້ອຍນາໍມາໃຫ້ທ່ານ ແລະ ແຈກຢາຍໃຫ້ຄົນຂອງທ່ານກິນເຖີດ.
\v 28 ຂໍໂຜດ ກະລຸນາຍົກໂທດໃນສິ່ງໃດ ໆ ທີ່ຂ້ານ້ອຍໄດ້ເຮັດຜິດໄປນັ້ນສາ. ອົງພຣະຜູ້ເປັນເຈົ້າຈະໃຫ້ ທ່ານເປັນກະສັດ ຕະຫລອດທັງເຊື້ອສາຍຂອງທ່ານດ້ວຍ ເພາະທ່ານກາໍລັງສູ້ຮົບເພື່ອ ອົງພຣະຜູ້ເປັນເຈົ້າ. ທ່ານຄົງບໍ່ເຮັດການຊົ່ວ [ພ] ຢ່າງໃດເລີຍ ຕາບໃດທີ່ທ່ານຍັງມີຊີວິດຢູ່.
\s5
\v 29 ຖ້າມີຜູ້ໃດຜູ້ໜຶ່ງຈະໂຈມຕີທ່ານ ແລະ ພະຍາຍາມຈະຂ້າທ່ານ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງທ່ານ ກໍຈະຮັກສາທ່ານໃຫ້ພົ້ນ ເໝືອນດັ່ງຜູ້ໜຶ່ງທີ່ເຝົ້າຮັກສາສົມບັດອັນປະເສີດຂອງພຣະອົງ. ສໍາລັບເຫລົ່າສັດຕູ ຂອງທ່ານນັ້ນ ພຣະອົງຈະໂຍນພວກເຂົາຖິ້ມ ດັ່ງກ້ອນຫິນ ທີ່ຖືກຍິງອອກໄປຈາກກະຖຸນ.
\s5
\v 30 ໃນເມື່ອອົງພຣະຜູ້ເປັນເຈົ້າຈະກະທາໍ ສິ່ງທີ່ດີທຸກຢ່າງແກ່ທ່ານ ຕາມທີ່ພຣະອົງໄດ້ສັນຍາໄວ້ ແລະ ທັງຕັ້ງທ່ານໃຫ້ເປັນກະສັດຂອງຊາດອິດສະຣາເອນ
\v 31 ທ່ານກໍຈະບໍ່ເສຍໃຈ ຫລື ກິນແໜງ ທີ່ທ່ານຕ້ອງໄດ້ຂ້າຄົນໂດຍບໍ່ມີເຫດຜົນ ຫລື ທີ່ທ່ານຕ້ອງໄດ້ແກ້ແຄ້ນດ້ວຍຕົນເອງ. ທ່ານເອີຍ ເມື່ອໃດພຣະເຈົ້າອວຍພອນທ່ານແລ້ວ ກະລຸນາຢ່າລືມຂ້ານ້ອຍເດີ.”
\s5
\v 32 ດາວິດ ເວົ້າກັບນາງວ່າ, “ສັນລະເສີນ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງຊາດອິດສະຣາເອນ ທີ່ໄດ້ສົ່ງເຈົ້າມາພົບຂ້ອຍໃນວັນນີ້.
\v 33 ຂອບຄຸນພຣະເຈົ້າ ໃນຄວາມສະຫລາດຂອງເຈົ້າ ແລະ ຕໍ່ສິ່ງທີ່ເຈົ້າເຮັດໃນ ວັນນີ້ ຄືປ້ອງກັນຂ້ອຍຈາກໂທດຂ້າຄົນ ແລະ ຈາກໂທດທີ່ລົງມືແກ້ແຄ້ນໂດຍຕົນເອງ.
\s5
\v 34 ອົງພຣະຜູ້ເປັນເຈົ້າ ພຣະເຈົ້າແຫ່ງຊາດ ອິດສະຣາເອນ ໄດ້ລະງັບຂ້ອຍໄວ້ບໍ່ໃຫ້ທາໍຮ້າຍເຈົ້າ, ແຕ່ຂ້ອຍກໍສາບານໃນນາມຂອງ ພຣະເຈົ້າອົງຊົງຊີວິດຢູ່ ວ່າຖ້າເຈົ້າບໍ່ຟ້າວມາ ພົບຂ້ອຍ ຜູ້ຊາຍຂອງນາບານທຸກຄົນ ຈະຕ້ອງຕາຍໝົດກ່ອນມື້ອື່ນເຊົ້າ. ”
\v 35 ແລ້ວ ດາວິດກໍຮັບເອົາເຄື່ອງຂອງທີ່ນາງນາໍມານັ້ນ ແລະ ກ່າວແກ່ນາງວ່າ, “ໃຫ້ເຈົ້າກັບເມືອສາ ຢ່າໄດ້ກັງວົນເລີຍ ຂ້ອຍຈະເຮັດຕາມທີ່ເຈົ້າຕ້ອງການ.”
\s5
\v 36 ນາງອາບີກາຍ ກັບຄືນເມືອຫານາບານ ທີ່ກາໍລັງກິນລ້ຽງຢ່າງໃຫຍ່ໂຕ ດັ່ງກະສັດຢູ່ໃນເຮືອນຂອງຕົນ. ລາວກາໍລັງມືນເມົາ ແລະ ມ່ວນຊື່ນຢູ່. ສະນັ້ນ ນາງອາບີກາຍຈຶຶ່ງບໍ່ໄດ້ ເວົ້າຫຍັງ ສູ່ລາວຟັງຈົນເຖິງມື້ອື່ນເຊົ້າ.
\s5
\v 37 ເມື່ອລາວສວ່າງແລ້ວ ນາງຈຶ່ງບອກທຸກສິ່ງໃຫ້ລາວຮູ້. ພໍໄດ້ຍິນດັ່ງນັ້ນ ນາບານກໍລົ້ມ ລົງ ແລະ ເປັນອໍາມະພາດໄປທັງຕົວ.
\v 38 ປະມານສິບວັນຕໍ່ມາ ພຣະເຈົ້າກໍລົງໂທດນາບານ ໂດຍໃຫ້ລາວຕາຍໄປ.
\s5
\v 39 ເມື່ອດາວິດ ຮັບຂ່າວວ່ານາບານໄດ້ຕາຍໄປແລ້ວ ເພິ່ນຈຶ່ງກ່າວວ່າ, “ສັນລະເສີນ ອົງພຣະຜູ້ເປັນເຈົ້າ ພຣະອົງໄດ້ແກ້ແຄ້ນນາບານ ເພາະລາວໝິ່ນປະໝາດຂ້ານ້ອຍ ແລະ ພຣະອົງຮັກສາຂ້ານ້ອຍ ຜູ້ທີ່ເປັນຄົນຮັບ ໃຊ້ຂອງພຣະອົງບໍ່ໃຫ້ເຮັດຜິດ. ອົງພຣະຜູ້ເປັນເຈົ້າໄດ້ລົງໂທດນາບານ ຍ້ອນຄວາມຊົ່ວຊ້າທີ່ລາວໄດ້ເຮັດ. ” ແລ້ວດາວິດກໍສົ່ງຄົນໄປສູ່ ຂໍເອົານາງອາບີກາຍ ມາເປັນເມຍຂອງຕົນ.
\v 40 ຄົນຮັບໃຊ້ຂອງດາວິດ ໄດ້ມາຫາ ອາບີກາຍ ທີ່ກາເມນ ແລະ ເວົ້າກັບນາງວ່າ, “ດາວິດ ໄດ້ສົ່ງພວກເຮົາມາຂໍເອົາຍານາງ ໄປ ເປັນເມຍຂອງເພິ່ນ.”
\s5
\v 41 ນາງອາບີກາຍ ກົ້ມຂາບລົງ ແລະ ຕອບ ວ່າ, “ຂ້ອຍເອງເປັນຜູ້ຮັບໃຊ້ຂອງເພິ່ນ ແລະ ພ້ອມແລ້ວທີ່ຈະລ້າງຕີນໃຫ້ພວກຜູ້ຮັບໃຊ້ຂອງເພິ່ນ. ”
\v 42 ແລ້ວນາງກໍຟ້າວລຸກຂຶ້ນ ແລະ ຂີ່ລໍໄປພ້ອມດ້ວຍສາວໃຊ້ຫ້າຄົນ. ນາງ ໄປກັບພວກຄົນຮັບໃຊ້ຂອງດາວິດ ແລະ ກາຍເປັນເມຍຂອງເພິ່ນ.
\s5
\v 43 ດາວິດຍັງໄດ້ແຕ່ງງານກັບນາງອາຮີໂນອາມ ຊາວຢິດສະເຣນ ແລະ ບັດນີ້ ເພິ່ນຍັງເອົານາງອາບີກາຍ ມາເປັນເມຍຂອງເພິ່ນອີກ.
\v 44 ໃນລະຫວ່າງນັ້ນ ກະສັດໂຊນກໍໄດ້ມອບນາງມີການ ລູກສາວຂອງຕົນ ທີ່ເປັນເມຍຂອງດາວິດໃຫ້ ປານຕີ ລູກຊາຍຂອງລາອິດ ຊາວການລິມ.
\s5
\c 26
\p
\v 1 ຄົນຊາວເມືອງຊີເຟ ໄດ້ມາຫາກະສັດໂຊນ ທີ່ເມືອງກີເບອາ ແລະ ບອກເພິ່ນວ່າ, “ດາວິດພວມລີ້ຢູ່ທີ່ເທິງພູຮາກີລາ ແຄມຖິ່ນແຫ້ງແລ້ງກັນດານຂອງຢູດາຍ. ”
\v 2 ໃນທັນໃດ ກະສັດໂຊນໄດ້ອອກໄປຍັງຖິ່ນແຫ້ງແລ້ງກັນດານຊີເຟ. ເພິ່ນໄດ້ຄັດເລືອກ ເອົາທະຫານທີ່ເກັ່ງກ້າທີ່ສຸດ ໃນຊາດອິດສະຣາເອນໄປນາໍ ສາມພັນຄົນ ເພື່ອຊອກ ຫາດາວິດ ທີ່ຖິ່ນແຫ້ງແລ້ງກັນດານ
\s5
\v 3 ແລະໄດ້ຕັ້ງຄ້າຍຢູ່ໃກ້ກັບຖະໜົນ ຕາມ ເທິງພູຮາກີລາ. ຝ່າຍດາວິດນັ້ນ ຍັງຢູ່ໃນຖິ່ນແຫ້ງແລ້ງກັນດານ. ເມື່ອໄດ້ຍິນວ່າ ກະສັດໂຊນມາຊອກຫາຕົນອີກ
\v 4 ເພິ່ນຈຶ່ງສົ່ງນັກສືບສອດແນມອອກໄປ ແລະ ສືບຮູ້ວ່າ ກະສັດໂຊນໄດ້ມາຮອດບ່ອນນັ້ນແທ້.
\s5
\v 5 ດາວິດຈຶ່ງອອກໄປຍັງບ່ອນທີ່ກະສັດໂຊນ ໄດ້ຕັ້ງຄ້າຍຢູ່ນັ້ນທັນທີ ແລະ ໄດ້ພົບບ່ອນອັນແນ່ນອນ ທີ່ກະສັດໂຊນ ກັບອັບເນລູກຊາຍຂອງເນຣະ ຜູ້ບັນຊາການທະຫານ ຂອງກະສັດໂຊນ ກາໍລັງນອນພັກຜ່ອນຢູ່. ກະສັດໂຊນ ນອນຢູ່ກາງຄ້າຍໂດຍມີທະຫານຕັ້ງຄ້າຍອ້ອມຮອບເພິ່ນໄວ້
\s5
\v 6 ແລ້ວດາວິດ ກໍຖາມອາຮີເມເຫລັກ ຄົນຮິດຕີ ແລະ ອາບີໄຊ ນ້ອງຊາຍຂອງໂຢອາບ (ສອງຄົນນີ້ ເປັນລູກຊາຍຂອງນາງເຊຣູອີຢາ) ວ່າ, “ແມ່ນຜູ້ໃດຈະໄປຍັງຄ້າຍຂອງກະສັດໂຊນ ນາໍຂ້ອຍແດ່? ” ອາບີໄຊ ຕອບວ່າ, “ຂ້ານ້ອຍຈະໄປ. ”
\v 7 ສະນັ້ນ ດາວິດກັບອາບີ ໄຊ ຈຶ່ງເຂົ້າໄປໃນຄ້າຍຂອງກະສັດໂຊນ ໃນຄືນນັ້ນ ແລະ ພົບວ່າເພິ່ນກາໍລັງນອນຢູ່ໃນ ກາງຄ້າຍ ໂດຍມີຫອກສຽບໄວ້ກັບພື້ນດິນໃກ້ ທີ່ຫົວຂອງເພິ່ນ. ສ່ວນ ອັບເນ ແລະ ທະຫານ ກໍນອນອ້ອມເພິ່ນຢູ່.
\v 8 ອາບີໄຊ ຈຶ່ງເວົ້າກັບດາວິດ ວ່າ, “ຄືນມື້ນີ້ ພຣະເຈົ້າໄດ້ມອບສັດຕູຂອງທ່ານ ໄວ້ໃນກາໍມືຂອງທ່ານແລ້ວ. ບັດນີ້ ຂໍໃຫ້ຂ້ານ້ອຍເອົາຫອກຂອງເພິ່ນແທງເພິ່ນໃຫ້ຊອດຄາພື້ນດິນສາ ແທງເທື່ອດຽວເທົ່ານັ້ນແຫລະ ບໍ່ຈໍາເປັນແທງຮອດສອງເທື່ອດອກ.”
\s5
\v 9 ແຕ່ດາວິດຫ້າມໄວ້ວ່າ, “ເຈົ້າບໍ່ຄວນທາໍຮ້າຍເພິ່ນເລີຍ ເພາະຜູ້ໃດກໍຕາມທີ່ທາໍຮ້າຍກະສັດທີ່ອົງພຣະຜູ້ເປັນເຈົ້າໄດ້ເລືອກເອົາ ພຣະອົງຈະລົງໂທດຜູ້ນັ້ນຢ່າງແນ່ນອນ. ”
\v 10 ດາວິດເວົ້າຕໍ່ວ່າ, “ແນ່ນອນອົງພຣະຜູ້ເປັນເຈົ້າອົງຊົງຊີວິດຢູ່ ຂ້ອຍຮູ້ວ່າອົງພຣະຜູ້ເປັນເຈົ້າເອງຈະເປັນຜູ້ທີ່ຂ້າກະສັດໂຊນ, ເມື່ອເວລາມາເຖິງ ເພິ່ນອາດຕາຍຢ່າງທາໍມະດາ ຫລື ຕາຍໃນສະໜາມຮົບກໍໄດ້.
\s5
\v 11 ອົງພຣະຜູ້ເປັນເຈົ້າຫ້າມຂ້ອຍໄວ້ວ່າ, ຂ້ອຍບໍ່ຄວນທາໍຮ້າຍຜູ້ທີ່ອົງພຣະຜູ້ເປັນເຈົ້າ ໄດ້ແຕ່ງຕັ້ງໄວ້ໃຫ້ເປັນກະສັດ ພວກເຮົາເອົາແຕ່ຫອກກັບໄຫນາໍ້ຂອງເພິ່ນໜີໄປກໍພໍ. ”
\v 12 ດັ່ງນັ້ນ ດາວິດຈຶ່ງຈັບເອົາຫອກ ແລະ ໄຫ ນໍ້າຊຶ່ງຢູ່ໃກ້ກັບຫົວຂອງກະສັດໂຊນນັ້ນ ແລະ ພາກັນໜີໄປ. ບໍ່ມີຜູ້ໃດຕື່ນຂຶ້ນ ແລະຮູ້ເຫັນເຫດການທີ່ເກີດຂຶ້ນນັ້ນເລີຍ, ພວກເຂົາທຸກຄົນພາກັນນອນຫລັບສະໜິດ ເພາະອົງພຣະຜູ້ເປັນເຈົ້າໄດ້ບັນດານໃຫ້ທຸກຄົນນອນຫລັບ.
\s5
\v 13 ແລ້ວດາວິດກໍໄດ້ຂ້າມຮ່ອມພູ ໄປຍັງເທິງເນີນພູໜ່ວຍອື່ນ ແລະ ຕັ້ງທ່າຢູ່ບ່ອນທີ່ຫ່າງໄກພໍສົມຄວນ ຈາກຄ້າຍຂອງກະສັດໂຊນ.
\v 14 ເພິ່ນຮ້ອງໃສ່ທະຫານຂອງກະສັດໂຊນ ແລະ ອັບເນ ວ່າ, “ອັບເນ ເຈົ້າໄດ້ຍິນສຽງຂອງຂ້ອຍ ຫລືບໍ່? ” ອັບເນ ຮ້ອງຖາມຄືນວ່າ, “ແມ່ນຜູ້ໃດຮ້ອງ ແລະ ກ້າປຸກກະສັດໃຫ້ຕື່ນ?”
\s5
\v 15 ດາວິດຮ້ອງຕອບວ່າ, “ອັບເນ ເຈົ້າເປັນຜູ້ຍິ່ງໃຫຍ່ ຢູ່ໃນຊາດອິດສະຣາເອນ ບໍ່ແມ່ນບໍ? ດັ່ງນັ້ນ ເປັນຫຍັງເຈົ້າຈຶ່ງບໍ່ປ້ອງກັນກະສັດ ນາຍເໜືອຫົວຂອງເຈົ້າ? ເມື່ອກີ້ນີ້ໄດ້ມີຄົນເຂົ້າໄປໃນຄ້າຍ ເພື່ອຂ້ານາຍຂອງເຈົ້າ.
\v 16 ອັບເນ ເຈົ້າໄດ້ລະເລີຍຕໍ່ໜ້າທີ່ຂອງເຈົ້າສາແລ້ວ ຂ້ອຍຂໍສາບານໃນນາມຂອງອົງພຣະຜູ້ເປັນເຈົ້າອົງຊົງຊີວິດຢູ່ວ່າ ພວກເຈົ້າທັງໝົດສົມຄວນຕ້ອງຕາຍ ເພາະເຈົ້າບໍ່ໄດ້ປ້ອງກັນນາຍເໜືອຫົວຂອງເຈົ້າ ຜູ້ທີ່ອົງພຣະ ຜູ້ເປັນເຈົ້າໄດ້ແຕ່ງຕັ້ງໃຫ້ເປັນກະສັດ. ເບິ່ງນີ້ແມ! ຫອກຂອງກະສັດຢູ່ໃສ ແລະ ໄຫນໍ້າທີ່ຕັ້ງຢູ່ໃກ້ຫົວຂອງເພິ່ນຢູ່ໃສແລ້ວ?”
\s5
\v 17 ກະສັດໂຊນ ຈື່ສຽງຂອງດາວິດໄດ້ຈຶ່ງເອີ້ນຖາມວ່າ, “ດາວິດ ລູກຂອງພໍ່ເອີຍ ແມ່ນເຈົ້າຊັ້ນບໍ? ” ດາວິດຕອບວ່າ, “ແມ່ນແລ້ວ ພະຣາຊາເຈົ້າຂ້າ ”
\v 18 ແລະ ກ່າວຕໍ່ໄປວ່າ, “ທ່ານເອີຍ ເຫດໃດທ່ານຈຶ່ງຍັງສືບຕໍ່ຕາມລ່າ ຂ້ານ້ອຍ ຜູ້ຮັບໃຊ້ຂອງທ່ານຢູ່? ຂ້ານ້ອຍໄດ້ເຮັດຜິດຫຍັງ? ຂ້ານ້ອຍເຮັດຜິດກົດໝາຍ ຫຍັງແດ່?
\s5
\v 19 ຂ້າແດ່ພະຣາຊາ ຂໍທ່ານຟັງຂ້ານ້ອຍເວົ້າສາກ່ອນ ຖ້າແມ່ນອົງພຣະຜູ້ເປັນເຈົ້າໃຫ້ ທ່ານເປັນຜູ້ຕໍ່ສູ້ຂ້ານ້ອຍແລ້ວ ການຖວາຍບູຊາຢ່າງໜຶ່ງກໍຈະກະທາໍໃຫ້ພຣະອົງປ່ຽນໃຈ, ແຕ່ຖ້າແມ່ນມະນຸດເປັນຜູ້ກະທາໍເອງ ກໍຂໍໃຫ້ຄໍາສາບແຊ່ງຂອງອົງພຣະຜູ້ເປັນເຈົ້າຕົກຖືກພວກເຂົາ ເພາະພວກເຂົາເອງເປັນຜູ້ຕາມລ່າຂ້ານ້ອຍ ໃຫ້ອອກຈາກດິນແດນຂອງອົງພຣະຜູ້ເປັນເຈົ້າ ແລະ ໃຫ້ຂ້ານ້ອຍໄປອາໄສຢູ່ໃນປະເທດ ທີ່ຂ້ານ້ອຍຈາໍເປັນຕ້ອງຂາບໄຫວ້ພະອື່ນ.
\v 20 ຂໍຢ່າໃຫ້ຂ້ານ້ອຍຖືກຂ້າໃນດິນແດນຂອງປະເທດອື່ນ ທີ່ຫ່າງໄກຈາກອົງພຣະຜູ້ເປັນເຈົ້າເລີຍ. ເຫດໃດໜໍກະສັດແຫ່ງ ຊາດອິດສະຣາເອນ ຈຶ່ງຕາມສັງຫານຂ້ານ້ອຍ ຜູ້ຕໍ່າຕ້ອຍດັ່ງໂຕໝັດ? ເຫດໃດໜໍ ທ່ານຈຶ່ງຕາມລ່າຂ້ານ້ອຍດັ່ງນົກປ່າ?”
\s5
\v 21 ກະສັດໂຊນ ຕອບວ່າ, “ດາວິດ ລູກຊາຍຂອງພໍ່ເອີຍ ຂ້ອຍໄດ້ເຮັດຜິດໄປແລ້ວ ຈົ່ງກັບຄືນມາສາ. ຂ້ອຍຈະບໍ່ທາໍຮ້າຍເຈົ້າອີກຕໍ່ໄປ ເພາະໃນຄືນນີ້ ເຈົ້າໄດ້ໄວ້ຊີວິດຂອງຂ້ອຍ. ຂ້ອຍຊ່າງເປັນຄົນໂງ່ຈ້າແທ້ໜໍ ແລະ ຂ້ອຍກໍໄດ້ເຮັດໃນສິ່ງທີ່ໂຫດຮ້າຍທີ່ສຸດ.”
\s5
\v 22 ດາວິດ ຕອບຄືນວ່າ, “ຂ້າແດ່ພະຣາຊາ ນີ້ເດຫອກຂອງທ່ານ ໃຫ້ທະຫານຜູ້ໜຶ່ງຂອງທ່ານຂຶ້ນມາເອົາໄປເຖີດ.
\v 23 ອົງພຣະຜູ້ເປັນເຈົ້າຈະໃຫ້ບາໍເໜັດແກ່ຜູ້ທີ່ສັດຊື່ ແລະ ທ່ຽງທໍາ ມື້ນີ້ພຣະອົງມອບທ່ານໄວ້ໃນກາໍມືຂອງຂ້ານ້ອຍແລ້ວ, ແຕ່ຂ້ານ້ອຍບໍ່ໄດ້ທາໍຮ້າຍທ່ານ ຜູ້ທີ່ອົງພຣະຜູ້ເປັນເຈົ້າໄດ້ແຕ່ງຕັ້ງໃຫ້ເປັນກະສັດ.
\s5
\v 24 ເໝືອນກັນກັບທີ່ຂ້ານ້ອຍໄດ້ໄວ້ຊີວິດ ຂອງທ່ານແລ້ວ ໃນມື້ນີ້ຂໍອົງພຣະຜູ້ເປັນເຈົ້າກະທາໍຕໍ່ຂ້ານ້ອຍເຊັ່ນດຽວກັນເຖີດ ແລະ ຂໍໃຫ້ຂ້ານ້ອຍພົ້ນຈາກຄວາມເດືອດຮ້ອນທຸກຢ່າງດ້ວຍ. ”
\v 25 ກະສັດໂຊນ ກ່າວແກ່ດາວິດວ່າ, “ລູກຊາຍຂອງພໍ່ເອີຍ ຂໍໃຫ້ອົງພຣະຜູ້ເປັນເຈົ້າອວຍພອນເຈົ້າເຖີດ ເຈົ້າຈະປະສົບຜົນສໍາເລັດໃນທຸກສິ່ງ ທີ່ເຈົ້າກະທາໍ. ” ແລ້ວດາວິດກໍຈາກໄປຕາມທາງຂອງຕົນ ສ່ວນກະສັດໂຊນກໍກັບເມືອວັງຂອງຕົນ.
\s5
\c 27
\p
\v 1 ດາວິດຄິດໃນໃຈວ່າ, “ໃນມື້ໜຶ່ງຂ້າງໜ້າ ກະສັດໂຊນຈະຕ້ອງຂ້າເຮົາແນ່ ໆ. ດີທີ່ສຸດແລ້ວ ເຮົາຄວນໜີໄປຢູ່ໃນດິນແດນຂອງພວກ ຟີລິດສະຕິນ ແລ້ວກະສັດໂຊນກໍຈະບໍ່ຕາມຫາ ຂ້າເຮົາໃນອິດສະຣາເອນ ນີ້ອີກຕໍ່ໄປ ແລະ ເຮົາກໍຈະປອດໄພ.”
\s5
\v 2 ດັ່ງນັ້ນ ດາວິດພ້ອມດ້ວຍຄົນຂອງເພິ່ນຫົກຮ້ອຍຄົນຈຶ່ງໄດ້ໄປຫາເຈົ້າອາກີເຊ ລູກຊາຍຂອງມາອົກ ກະສັດຂອງເມືອງກາດ.
\v 3 ດາວິດພ້ອມທັງຄົນຂອງເພິ່ນ ແລະ ຄອບຄົວທັງໝົດຂອງພວກເຂົາ ໄດ້ຕັ້ງຖິ່ນຖານຢູ່ໃນເມືອງກາດ. ດາວິດມີເມຍສອງຄົນຄື ອາຮີໂນອາມ ຊາວຢິດສະເຣນ ແລະ ອາບີກາຍ ເມຍໝ້າຍຂອງນາບານ ຊາວກາເມນ.
\v 4 ເມື່ອກະສັດໂຊນໄດ້ຍິນວ່າ ດາວິດໜີໄປຢູ່ເມືອງກາດແລ້ວ ເພິ່ນຈຶ່ງເຊົາຕາມລ່າຫາດາວິດ.
\s5
\v 5 ດາວິດ ໄດ້ເວົ້າກັບເຈົ້າອາກີເຊ ວ່າ, “ຖ້າທ່ານເມດຕາຂ້ານ້ອຍ ຂໍໃຫ້ທ່ານເອົາເມືອງໜຶ່ງນ້ອຍ ໆ ໃຫ້ຂ້ານ້ອຍອາໄສຢູ່. ທ່ານເອີຍ ທ່ານບໍ່ຈາໍເປັນໃຫ້ຂ້ານ້ອຍຕ້ອງອາໄສຢູ່ນາໍທ່ານ ໃນເມືອງເອກນີ້ດອກ. ”
\v 6 ດັ່ງນັ້ນ ເຈົ້າອາກີເຊ ຈຶ່ງມອບເມືອງຊິກລັກ ໃຫ້ແກ່ດາວິດ. ດ້ວຍເຫດນີ້ເອງ ເມືອງຊິກລັກຈຶ່ງຕົກເປັນຂອງກະສັດແຫ່ງຢູດາຍ ນັບຕັ້ງແຕ່ເວລາ ນັ້ນເປັນຕົ້ນມາ.
\v 7 ດາວິດໄດ້ອາໄສຢູ່ໃນຟີລິດສະຕິນ ເປັນເວລາໜຶ່ງປີກັບສີ່ເດືອນ.
\s5
\v 8 ໃນຄາວນັ້ນ ດາວິດກັບທະຫານຂອງເພິ່ນກໍໄດ້ໂຈມຕີຊາວເກຊູ, ຊາວກີຣິຊີ ແລະ ຊາວອາມາເຫລັກ ຊຶ່ງເປັນພວກທີ່ຢູ່ໃນດິນແດນນັ້ນດົນນານມາແລ້ວ. ເພິ່ນໄດ້ຫລອນໂຈມຕີດິນແດນຂອງພວກເຂົາໄປຈົນເຖິງເມືອງຊູຣະ ແລະ ລົງໄປເຖິງປະເທດເອຢິບ.
\v 9 ດາວິດໄດ້ຂ້າທັງຊາຍແລະຍິງ ແລະ ຢຶດເອົາແກະ, ງົວ, ອູດ, ລໍ, ຕະຫລອດທັງເຄື່ອງນຸ່ງຫົ່ມຂອງພວກເຂົາດ້ວຍ ແລ້ວເພິ່ນກໍກັບຄືນມາຫາເຈົ້າອາກີເຊ.
\s5
\v 10 ເຈົ້າອາກີເຊໄດ້ຖາມເພິ່ນວ່າ, “ໃນເທື່ອນີ້ ເຈົ້າໄປຫລອນໂຈມຕີຢູ່ທາງໃດ? ” ດາວິດຕອບເພິ່ນວ່າ, “ໄປທາງໃຕ້ຂອງຢູດາຍ ຫລື ເຂດແດນຂອງເຜົ່າເຢຣາເມເອນ ຫລື ເຂດແດນທີ່ຊາວເກນິດ ອາໄສຢູ່.”
\s5
\v 11 ດາວິດໄດ້ຂ້າທຸກ ໆ ຄົນທັງຊາຍແລະຍິງ ເພື່ອບໍ່ໃຫ້ມີຜູ້ໃດກັບມາຍັງເມືອງກາດ ເພື່ອລາຍງານເຖິງເຫດການ ທີ່ເພິ່ນກັບຄົນຂອງເພິ່ນໄດ້ກະທາໍ. ຕະຫລອດເວລາທີ່ດາວິດຢູ່ໃນຟີລິດສະຕິນນີ້ ເພິ່ນໄດ້ປະຕິບັດເຊັ່ນນີ້ສະເໝີ.
\v 12 ສ່ວນເຈົ້າອາກີເຊ ກໍໄວ້ເນື້ອເຊື່ອໃຈດາວິດ ເພິ່ນຄິດຢູ່ໃນໃຈວ່າ, “ຊາວອິດສະຣາເອນ ຄົນຊາດດຽວກັນກຽດຊັງດາວິດຫລາຍທີ່ສຸດ. ສະນັ້ນແຫລະ ລາວຈະຕ້ອງຮັບໃຊ້ເຮົາຕະຫລອດຊີວິດຂອງລາວ.”
\s5
\c 28
\p
\v 1 ຢູ່ມາຄັ້ງໜຶ່ງ ພວກຟີລິດສະຕິນໄດ້ຮວບຮວມທະຫານອອກໄປຕໍ່ສູ້ກັບພວກອິດສະຣາເອນ. ເຈົ້າອາກີເຊ ຈຶ່ງກ່າວຕໍ່ດາວິດ ວ່າ, “ເຈົ້າຕ້ອງເຂົ້າໃຈວ່າ ເຈົ້າເອງກັບຄົນຂອງເຈົ້າຈະຕ້ອງສູ້ຮົບຢູ່ຝ່າຍເຮົາ. ”
\v 2 ດາວິດຕອບວ່າ, “ແນ່ນອນ ຂ້ານ້ອຍເປັນຜູ້ຮັບໃຊ້ຂອງທ່ານ ແລະ ທ່ານຈະເຫັນດ້ວຍຕາຂອງທ່ານເອງດອກ ວ່າຂ້ານ້ອຍຈະເຮັດຢ່າງໃດ? ” ເຈົ້າອາກີເຊເວົ້າວ່າ, “ດີແລ້ວ ເຮົາຈະແຕ່ງຕັ້ງເຈົ້າໃຫ້ເປັນຜູ້ປ້ອງກັນຕົວເຮົາ.”
\s5
\v 3 ມາບັດນີ້ ຊາມູເອນກໍໄດ້ຕາຍໄປແລ້ວ ຊາວອິດສະຣາເອນທັງໝົດໄດ້ໄວ້ທຸກໃຫ້ເພິ່ນແລະ ຝັງສົບຂອງເພິ່ນໄວ້ທີ່ຣາມາ ບ້ານເມືອງ ຂອງເພິ່ນເອງ. ໃນສະໄໝນັ້ນ ກະສັດໂຊນໄດ້ ຂັບໄລ່ໝໍດູ ແລະ ໝີຜີທັງໝົດໃຫ້ອອກໄປຈາກອິດສະຣາເອນ.
\v 4 ພວກຟີລິດສະຕິນ ໄດ້ເຕົ້າໂຮມກໍາລັງກັນ ແລະ ຕັ້ງຄ້າຍຢູ່ໃກ້ກັບເມືອງຊູເນມ. ສ່ວນກະສັດໂຊນນັ້ນໄດ້ເຕົ້າໂຮມເອົາຊາວອິດສະຣາເອນ ໄປຕັ້ງຄ້າຍ ຢູ່ທີ່ເທິງພູ ກິນໂບອາ.
\s5
\v 5 ເມື່ອກະສັດໂຊນເຫັນກອງທັບຂອງພວກຟີລິດສະຕິນ ເພິ່ນກໍຢ້ານກົວຈົນຕົວສັ່ນ.
\v 6 ສະນັ້ນ ເພິ່ນຈຶ່ງຖາມອົງພຣະຜູ້ເປັນເຈົ້າວ່າ ຄວນຈະເຮັດຢ່າງໃດ, ແຕ່ອົງພຣະຜູ້ເປັນເຈົ້າ ບໍ່ຕອບເພິ່ນຢ່າງໃດໝົດ ບໍ່ວ່າທາງຄວາມຝັນ ຫລື ທາງອຸຣິມ ແລະ ທຸມມິມ ຫລື ທາງຜູ້ທາໍນວາຍ.
\v 7 ແລ້ວກະສັດໂຊນ ກໍສັ່ງພວກຂ້າຣາຊການຂອງເພິ່ນວ່າ, “ຈົ່ງອອກໄປຊອກຫາຜູ້ຍິງທີ່ເປັນໝໍຜີໃຫ້ເຮົາເຖີດ ເພື່ອວ່າເຮົາຈະຖາມ ແລະ ປຶກສາກັບນາງ. ” ພວກເຂົາຕອບວ່າ, “ມີຜູ້ໜຶ່ງຢູ່ທີ່ເມືອງເອນໂດເຣ.”
\s5
\v 8 ແລ້ວກະສັດໂຊນ ກໍໄດ້ປອມຕົວໂດຍນຸ່ງເຄື່ອງຊຸດອື່ນ ອອກໄປຍາມຄໍ່າກັບທະຫານຂອງຕົນສອງຄົນ. ເພິ່ນເວົ້າຕໍ່ຍິງຄົນນັ້ນວ່າ, “ຂ້ອຍຢາກໃຫ້ເຈົ້າປຶກສາກັບຄົນຕາຍໃຫ້ຂ້ອຍ ແລະ ບອກໃຫ້ຂ້ອຍຮູ້ວ່າ ຈະມີເຫດການຫຍັງເກີດຂຶ້ນ ໃຫ້ເຈົ້າເອີ້ນເອົາວິນຍານທີ່ຂ້ອຍບອກຊື່ຂຶ້ນມາ. ”
\v 9 ຍິງຄົນນັ້ນຕອບວ່າ, “ເຈົ້າຄົງຮູ້ດີແລ້ວວ່າ ກະສັດໂຊນໄດ້ກະທາໍຢ່າງໃດຕໍ່ພວກໝໍດູ ແລະ ໝໍຜີ, ເພິ່ນໄດ້ຂັບໄລ່ພວກເຂົາໃຫ້ອອກໜີໄປ ຈາກຊາດອິດສະຣາເອນ. [ຟ] ເຫດໃດເຈົ້າຈຶ່ງພະຍາຍາມມາຫ້າງແຮ້ວໃສ່ຂ້ອຍ ແລະ ຈະໃຫ້ຂ້ອຍຖືກຂ້າຖິ້ມຊັ້ນບໍ? ”
\v 10 ແລ້ວກະສັດໂຊນ ກໍສາບານໂດຍອົງພຣະຜູ້ເປັນເຈົ້າ ຕໍ່ຍິງນັ້ນວ່າ, “ຂ້ອຍຂໍສັນຍາໂດຍອົງພຣະຜູ້ ເປັນເຈົ້າ ອົງຊົງຊີວິດຢູ່ວ່າ ເຈົ້າຈະບໍ່ຖືກລົງໂທດທີ່ເຈົ້າກະທາໍເຊັ່ນນີ້.”
\s5
\v 11 ຍິງນັ້ນຖາມວ່າ, “ເຈົ້າຢາກໃຫ້ຂ້ອຍເອີ້ນເອົາຜູ້ໃດຂຶ້ນມາ? ” ເພິ່ນຕອບວ່າ, “ຊາມູເອນ. ”
\v 12 ເມື່ອຍິງນັ້ນເຫັນຊາມູເອນ ນາງກໍຮ້ອງຂຶ້ນ ແລະ ເວົ້າຕໍ່ກະສັດໂຊນ ວ່າ, “ທ່ານເອງແມ່ນກະສັດໂຊນ ເຫດໃດທ່ານຈຶ່ງມາຫລອກລວງຂ້ານ້ອຍ?”
\s5
\v 13 ກະສັດເວົ້າຕໍ່ນາງ ວ່າ, “ຢ່າຢ້ານເລີຍ ເຈົ້າເຫັນຫຍັງແດ່? ” ນາງຕອບວ່າ, “ຂ້ານ້ອຍ ເຫັນວິນຍານດວງໜຶ່ງພວມຂຶ້ນມາຈາກພື້ນດິນ. ”
\v 14 ກະສັດໂຊນຖາມວ່າ, “ວິນຍານດວງນັ້ນ ຄືຜູ້ໃດ? ” ນາງຕອບວ່າ, “ເປັນຄົນເຖົ້າຜູ້ໜຶ່ງກາໍລັງຂຶ້ນມາ ລາວນຸ່ງເສື້ອຄຸມ. ”ເມື່ອກະສັດໂຊນ ຮູ້ວ່າແມ່ນຊາມູເອນ ເພິ່ນຈຶ່ງກົ້ມຂາບລົງດ້ວຍຄວາມນັບຖື
\s5
\v 15 ຊາມູເອນ ກ່າວຕໍ່ກະສັດໂຊນ ວ່າ, “ເປັນຫຍັງເຈົ້າຈຶ່ງລົບກວນຂ້ອຍ? ເປັນຫຍັງ ຈຶ່ງເຮັດໃຫ້ຂ້ອຍກັບມາ? ” ກະສັດໂຊນຕອບວ່າ, “ຂ້ານ້ອຍມີບັນຫາໜັກ ພວກຟີລິດສະຕິນເຮັດເສິກຕໍ່ສູ້ຂ້ານ້ອຍ ແລະ ພຣະເຈົ້າໄດ້ປະຖິ້ມຂ້ານ້ອຍ. ພຣະອົງບໍ່ຕອບຂ້ານ້ອຍເລີຍ ບໍ່ວ່າທາງຜູ້ທາໍນວາຍ ຫລື ທາງຄວາມຝັນ. ດັ່ງນັ້ນແຫລະ ຂ້ານ້ອຍຈຶ່ງເອີ້ນທ່ານມາ ເພື່ອຢາກຮູ້ວ່າ ຂ້ານ້ອຍຈະຕ້ອງເຮັດຢ່າງໃດ?”
\s5
\v 16 ຊາມູເອນ ກ່າວວ່າ, “ເມື່ອອົງພຣະຜູ້ເປັນເຈົ້າປະຖິ້ມເຈົ້າ ແລະ ເປັນສັດຕູຂອງເຈົ້າ ແລ້ວເປັນຫຍັງເຈົ້າຈຶ່ງມາເອີ້ນເອົາຂ້ອຍ?
\v 17 ອົງພຣະຜູ້ເປັນເຈົ້າປະຕິບັດຕໍ່ເຈົ້າ ຕາມທີ່ພຣະອົງໄດ້ບອກຜ່ານທາງຂ້ອຍ ພຣະອົງໄດ້ຍົກເອົາອານາຈັກໄປຈາກເຈົ້າ ແລະ ມອບ ໃຫ້ດາວິດຂຶ້ນປົກຄອງແທນ.
\s5
\v 18 ເຈົ້າບໍ່ເຊື່ອຟັງຄໍາສັ່ງຂອງອົງພຣະຜູ້ເປັນເຈົ້າ ແລະ ບໍ່ໄດ້ທາໍລາຍພວກອາມາເຫລັກໃຫ້ກ້ຽງ ຕະຫລອດທັງທຸກສິ່ງທີ່ພວກເຂົາມີນັ້ນ. ສະນັ້ນແຫລະ ອົງພຣະຜູ້ເປັນເຈົ້າ ຈຶ່ງປະຕິບັດຕໍ່ເຈົ້າເຊັ່ນນີ້.
\v 19 ອົງພຣະຜູ້ເປັນເຈົ້າຈະມອບເຈົ້າກັບພວກອິດສະຣາເອນ ໃຫ້ພວກຟີລິດສະຕິນ. ມື້ອື່ນເຈົ້າ ແລະ ລູກຊາຍຂອງເຈົ້າ ຈະມາຢູ່ກັບຂ້ອຍ ແລະ ອົງພຣະຜູ້ເປັນເຈົ້າ ຈະມອບກອງທັບອິດສະຣາເອນໃຫ້ພວກຟີລິດສະຕິນ.”
\s5
\v 20 ພໍກະສັດໂຊນ ໄດ້ຍິນຊາມູເອນເວົ້າດັ່ງນັ້ນ ເພິ່ນຈຶ່ງຢ້ານກົວຈົນຕົວສັ່ນ ແລະ ລົ້ມ ລົງກັບພື້ນດິນ. ເພິ່ນອ່ອນເພຍເພາະບໍ່ໄດ້ກິນຫຍັງຕະຫລອດວັນ ຕະຫລອດຄືນ.
\v 21 ຍິງໝໍຜີຈຶ່ງຍ່າງໄປຫາເພິ່ນ ແລະ ເຫັນວ່າເພິ່ນຢ້ານກົວຫລາຍຈົນທັງຕົວສັ່ນໄປໝົດ. ດັ່ງນັ້ນ ນາງຈຶ່ງໄດ້ເວົ້າກັບເພິ່ນວ່າ, “ທ່ານເອີຍ ຂ້ານ້ອຍສ່ຽງຊີວິດປະຕິບັດຕາມທ່ານຮ້ອງຂໍ,
\s5
\v 22 ແຕ່ບັດນີ້ ກະລຸນາເຮັດຕາມທີ່ຂ້ານ້ອຍ ຂໍຮ້ອງທ່ານເຖີດ. ຂໍໃຫ້ຂ້ານ້ອຍຈັດຕຽມອາຫານສູ່ທ່ານກິນ ເພື່ອທ່ານຈະມີແຮງພໍເດີນທາງກັບ. ”
\v 23 ແຕ່ກະສັດໂຊນ ປະຕິເສດບໍ່ຍອມທີ່ຈະກິນຫຍັງໝົດ. ແຕ່ນາຍທະຫານໄດ້ຊັກຊວນໃຫ້ເພິ່ນກິນ. ໃນທີ່ສຸດ ເພິ່ນຈຶ່ງລຸກຂຶ້ນມານັ່ງທີ່ເທິງຕຽງ.
\s5
\v 24 ຍິງນັ້ນ ຈຶ່ງຟ້າວຂ້າງົວໜຸ່ມໂຕໜຶ່ງຕຸ້ຍພີ ທີ່ຕົນລ້ຽງໄວ້ ແລະ ເອົາແປ້ງມາເຮັດເຂົ້າຈີ່ທີ່ ບໍ່ມີເຊື້ອແປ້ງ.
\v 25 ນາງຈັດແຈງອາຫານ ມາວາງໄວ້ຕໍ່ໜ້າກະສັດໂຊນ ກັບນາຍທະຫານ. ພວກເຂົາພາກັນກິນ ແລະ ອອກເດີນທາງໄປໃນຄືນນັ້ນເອງ.
\s5
\c 29
\p
\v 1 ພວກຟີລິດສະຕິນໄດ້ນາໍເອົາທະຫານ ຂອງຕົນໄປເຕົ້າໂຮມກັນຢູ່ທີ່ ເອເຟັກ ຊຶ່ງໃນຂະນະດຽວກັນນັ້ນ ພວກອິດສະຣາເອນກໍໄດ້ ຕັ້ງຄ້າຍຢູ່ທີ່ນາໍ້ພຸ ໃນຮ່ອມພູຢິດສະເຣນ.
\v 2 ພວກເຈົ້ານາຍຟີລິດສະຕິນ ໄດ້ຍົກທັບເປັນກອງຮ້ອຍ ແລະ ກອງພັນມຸ່ງໜ້າອອກໄປ. ສ່ວນດາວິດກັບຄົນຂອງຕົນນັ້ນຢູ່ທາງຫລັງ ກັບເຈົ້າອາກີເຊ.
\s5
\v 3 ເມື່ອແມ່ທັບຂອງພວກຟີລິດສະຕິນຫລຽວເຫັນພວກເຂົາ ຈຶ່ງຖາມວ່າ, “ພວກເຮັບເຣີເຫລົ່ານີ້ມາເຮັດຫຍັງຢູ່ໃນທີ່ນີ້? ” ເຈົ້າ ອາກີເຊ ຕອບວ່າ, “ຜູ້ນີ້ແມ່ນດາວິດ ຜູ້ຮັບໃຊ້ຂອງໂຊນກະສັດຂອງຊາດອິດສະຣາເອນ. ລາວຢູ່ນາໍເຮົາມານານພໍສົມຄວນແລ້ວ. ນັບຕັ້ງແຕ່ມື້ທີ່ລາວໄດ້ມາຢູ່ນາໍເຮົາ ລາວບໍ່ໄດ້ເຮັດຜິດຫຍັງໃຫ້ເຮົາເຫັນເລີຍ.”
\s5
\v 4 ແຕ່ແມ່ທັບຂອງພວກຟີລິດສະຕິນ ໃຈຮ້າຍໃຫ້ເຈົ້າອາກີເຊ ແລະ ເວົ້າຕໍ່ລາວວ່າ, “ສົ່ງຊາຍຄົນນີ້ກັບເມືອເມືອງ ທີ່ທ່ານໄດ້ມອບ ໃຫ້ລາວສາ ຢ່າໃຫ້ລາວອອກໄປຍັງສະໜາມຮົບກັບພວກເຮົາເລີຍ ເພາະລາວອາດຫັນກັບມາຕໍ່ສູ້ພວກເຮົາໃນເວລາສູ້ຮົບກັນກໍໄດ້. ແມ່ນຫຍັງຈະດີກວ່າສໍາລັບລາວ ຖ້າບໍ່ແມ່ນການຂ້າຄົນຂອງພວກເຮົາ ເພື່ອໃຫ້ນາຍຂອງລາວພໍໃຈລາວຄືນ?
\s5
\v 5 ບໍ່ແມ່ນດາວິດຄົນນີ້ບໍ ທີ່ພວກຜູ້ຍິງໄດ້ຮ້ອງເພງຊົມເຊີຍ ຕອນທີ່ພວກເຂົາຟ້ອນລໍາ ທາໍເພງນັ້ນວ່າ, ‘ໂຊນໄດ້ຂ້າຫລາຍພັນຄົນ ແຕ່ດາວິດໄດ້ຂ້າຫລາຍໝື່ນຄົນ.
\s5
\v 6 ດັ່ງນັ້ນ ເຈົ້າອາກີເຊ ຈຶ່ງຮ້ອງດາວິດມາ ແລະ ບອກວ່າ, “ຂ້ອຍສາບານໂດຍອົງພຣະ ຜູ້ເປັນເຈົ້າອົງຊົງຊີວິດຢູ່ ວ່າເຈົ້າໄດ້ສະແດງ ຄວາມຈົງຮັກພັກດີຕໍ່ຂ້ອຍ ແລະ ຂ້ອຍກໍພໍໃຈ ໃຫ້ເຈົ້າອອກໄປຕໍ່ສູ້ໃນສະໜາມຮົບນໍາຂ້ອຍ. ນັບຕັ້ງແຕ່ມື້ທີ່ເຈົ້າໄດ້ມາຫາຂ້ອຍ ຂ້ອຍກໍບໍ່ເຫັນຄວາມຜິດໃນຕົວຂອງເຈົ້າແຕ່ຢ່າງໃດເລີຍ, ແຕ່ກະສັດຄົນອື່ນບໍ່ເຫັນດີໃນຕົວເຈົ້າ.
\v 7 ດັ່ງນັ້ນ ຈົ່ງກັບຄືນເມືອຢ່າງສັນຕິສຸກ ແລະ ຢ່າເຮັດອັນໃດທີ່ເຮັດໃຫ້ພວກເຈົ້ານາຍ ຟີລິດສະຕິນ ບໍ່ພໍໃຈນາໍເຈົ້າ.”
\s5
\v 8 ດາວິດຕອບວ່າ, “ທ່ານເອີຍ ຂ້ານ້ອຍໄດ້ເຮັດຫຍັງຜິດແດ່? ທ່ານມີຫຍັງຕ້ອງຕິຂ້ານ້ອຍ? ນັບຕັ້ງແຕ່ມື້ທີ່ຂ້ານ້ອຍເລີ່ມເຂົ້າຮັບໃຊ້ ທ່ານມາຈົນເຖິງປະຈຸບັນ ກໍເພື່ອຂ້ານ້ອຍຈະໄດ້ອອກໄປຕໍ່ສູ້ເຫລົ່າສັດຕູຂອງທ່ານ ບໍ່ແມ່ນບໍ? ”
\v 9 ເຈົ້າອາກີເຊ ຕອບວ່າ, “ຂ້ອຍເອງ ເຫັນພ້ອມ ຂ້ອຍຖືວ່າເຈົ້າເປັນຜູ້ສັດຊື່ດັ່ງເທວະດາຕົນໜຶ່ງຂອງພຣະເຈົ້າ, ແຕ່ບັນດາ ເຈົ້ານາຍຟີລິດສະຕິນຄົນອື່ນ ໆ ໄດ້ບອກວ່າ, ເຈົ້າຈະໄປຍັງສະໜາມຮົບນາໍບໍ່ໄດ້.
\s5
\v 10 ສະນັ້ນດາວິດເອີຍ ໃນມື້ອື່ນເຊົ້າໃຫ້ພວກເຈົ້າທຸກຄົນທີ່ໄດ້ໜີຈາກກະສັດໂຊນມາຫາຂ້ອຍນັ້ນ ລຸກແຕ່ເຊົ້າ ໆ ແລະ ອອກໜີໄປໃນທັນທີທີ່ຟ້າສະຫວ່າງ. ”
\v 11 ໃນມື້ເຊົ້າຕໍ່ມາ ດາວິດພ້ອມກັບຄົນຂອງເພິ່ນກໍເລີ່ມ ອອກເດີນທາງໄປແຕ່ເຊົ້າ ໆ ກັບຄືນເມືອຟີລິດສະຕິນ. ຝ່າຍພວກຟີລິດສະຕິນກໍໄດ້ເດີນທາງຕໍ່ໄປຍັງຢິດສະເຣນ.
\s5
\c 30
\p
\v 1 ສອງມື້ຕໍ່ມາ ດາວິດພ້ອມກັບຄົນທັງຫລາຍຂອງຕົນກໍໄດ້ກັບຄືນມາຮອດເມືອງຊິກລັກ. ພວກອາມາເຫລັກໄດ້ມາຫລອນປຸ້ນທາງພາກໃຕ້ຂອງຢູດາຍ ແລະ ໂຈມຕີເມືອງຊິກລັກ. ພວກເຂົາໄດ້ເຜົາເມືອງຖິ້ມ
\v 2 ແລະ ຈັບເອົາພວກຜູ້ຍິງທຸກຄົນໄປ. ພວກເຂົາບໍ່ໄດ້ຂ້າຜູ້ໃດເລີຍ, ແຕ່ເມື່ອພວກເຂົາອອກ ໜີໄປນັ້ນ ພວກເຂົາຈັບເອົາທຸກຄົນໄປດ້ວຍ.
\s5
\v 3 ເມື່ອດາວິດ ກັບຄົນທັງຫລາຍຂອງຕົນ ກັບມາເຖິງກໍເຫັນວ່າເມືອງຖືກເຜົາຈົນໝົດສິ້ນ, ເມຍພ້ອມທັງລູກຊາຍກັບລູກສາວຂອງ ພວກເຂົາກໍຖືກຈັບໄປ.
\v 4 ດາວິດ ກັບຄົນທັງຫລາຍຂອງຕົນຈຶ່ງຮ້ອງໄຫ້ຈົນອ່ອນເພຍ ເສຍກາໍລງັໃຈ.
\s5
\v 5 ແມ່ນແຕ່ເມຍທັງສອງຂອງດາວິດ ຄືນາງ ອາຮີໂນອາມ ກັບນາງອາບີກາຍ ກໍຖືກຈັບໄປດ້ວຍ.
\v 6 ບັດນີ້ ດາວິດເປັນທຸກໃຈຫລາຍທີ່ສຸດ ກໍເພາະຄົນທັງຫລາຍຂອງເພິ່ນເກີດມີຄວາມຂົມຂື່ນ ຍ້ອນພວກເຂົາສູນເສຍລູກເມຍ ແລະພວກເຂົາຕ່າງກໍຂູ່ວ່າຈະແກວ່ງກ້ອນຫິນໃສ່ດາວິດ, ແຕ່ດາວິດໄດ້ຊູກາໍລັງໃຈຂຶ້ນໃນອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງເພິ່ນ.
\s5
\v 7 ດາວິດເວົ້າກັບປະໂຣຫິດອາບີອາທາ ລູກຊາຍຂອງອາຮີເມເຫລັກ ວ່າ, “ຈົ່ງເອົາເອໂຟດມາໃຫ້ຂ້ອຍ. ” ອາບີອາທາ ກໍນາໍເອົາມາໃຫ້ເພິ່ນ.
\v 8 ດາວິດຖາມອົງພຣະຜູ້ເປັນເຈົ້າວ່າ, “ຂ້ານ້ອຍຄວນຈະໄລ່ຕິດຕາມພວກນັກປຸ້ນ ຫລືບໍ່? ຂ້ານ້ອຍຈະຕາມທັນພວກເຂົາ ຫລືບໍ່? ” ພຣະອົງຕອບວ່າ, “ຈົ່ງໄລ່ຕິດຕາມ ພວກເຂົາໄປ ແລະ ເຈົ້າຈະຕາມທັນພ້ອມທັງຈະຊ່ວຍກອບກູ້ເອົາທຸກສິ່ງນັ້ນກັບຄືນມາ.”
\s5
\v 9 ດັ່ງນັ້ນ ດາວິດພ້ອມດ້ວຍຄົນຂອງເພິ່ນຫົກຮ້ອຍຄົນຈຶ່ງອອກເດີນທາງໄປ. ເມື່ອມາເຖິງຫ້ວຍນາໍ້ ເບໂຊເຣ ຄົນຂອງດາວິດບາງຄົນກໍໄດ້ຄ້າງຢູ່ທີ່ນັ້ນ.
\v 10 ສ່ວນດາວິດນັ້ນ ເດີນທາງຕໍ່ໄປມີຄົນປະມານສີ່ຮ້ອຍຄົນ ຕິດຕາມໄປດ້ວຍ. ສ່ວນອີກສອງຮ້ອຍຄົນນັ້ນ ຂ້າມແມ່ນາໍ້ໄປບໍ່ໄຫວ ເພາະອິດເມື່ອຍເກີນໄປ. ສະນັ້ນພວກເຂົາຈຶ່ງພັກຢູ່ທາງແນວຫລັງ.
\s5
\v 11 ຕໍ່ມາ ຄົນຂອງດາວິດໄດ້ພົບຊາຍໜຸ່ມ ຊາວເອຢິບຜູ້ໜຶ່ງຢູ່ກາງທົ່ງ ພວກເຂົາຈຶ່ງນາໍລາວມາຫາດາວິດ. ພວກເຂົາໄດ້ເອົາເຂົ້າ, ນາໍ້,
\v 12 ໝາກເດື່ອແຫ້ງ ແລະ ໝາກອະງຸ່ນສອງມັດໃຫ້ລາວກິນ. ເມື່ອກິນອີ່ມແລ້ວ ລາວ ກໍມີແຮງຂຶ້ນ ເພາະລາວບໍ່ໄດ້ກິນ ແລະ ດື່ມຫຍັງເປັນເວລາສາມວັນແລ້ວ.
\s5
\v 13 ດາວິດຖາມລາວວ່າ, “ເຈົ້າມາແຕ່ໃສ ນາຍຂອງເຈົ້າແມ່ນຜູ້ໃດ? ” ລາວຕອບວ່າ, “ຂ້ານ້ອຍເປັນຄົນເອຢິບ ທາດຮັບໃຊ້ຂອງຊາວອາມາເຫລັກ ນາຍຂອງຂ້ານ້ອຍປະຂ້ານ້ອຍໄວ້ສາມວັນແລ້ວ ເພາະຂ້ານ້ອຍໄຂ້.
\v 14 ພວກເຮົາໄດ້ປຸ້ນເຂດແດນຂອງຊາວເກເຣັດ ທີ່ທາງພາກໃຕ້ຂອງຢູດາຍ ແລະ ເຂດແດນຂອງຕະກຸນກາເຫລັບ ແລະ ໄດ້ເຜົາເມືອງຊິກລັກຖິ້ມ.”
\s5
\v 15 ດາວິດຖາມລາວວ່າ, “ໃຫ້ເຈົ້າພາຂ້ອຍ ໄປຫາພວກນັກປຸ້ນນັ້ນໄດ້ບໍ? ” ລາວຕອບວ່າ, “ຖ້າທ່ານສັນຍາຕໍ່ຂ້ານ້ອຍຊ້ອງພຣະພັກພຣະເຈົ້າ ວ່າຈະບໍ່ສັງຫານຂ້ານ້ອຍ ຫລື ມອບ ຂ້ານ້ອຍໃຫ້ນາຍຄືນ ຂ້ານ້ອຍກໍຈະພາທ່ານໄປ.”
\s5
\v 16 ດັ່ງນັ້ນ ລາວຈຶ່ງພາດາວິດໄປ. ພວກ ນັກປຸ້ນຕ່າງກໍກະຈັດກະຈາຍກັນຢູ່ທົ່ວແຖບ ນັ້ນ ທັງກິນທັງດື່ມສະຫລອງ ເນື່ອງຈາກປຸ້ນເຂົ້າຂອງມາໄດ້ຢ່າງຫລວງຫລາຍຈາກຟີລິດສະຕິນ ແລະ ຢູດາຍ.
\v 17 ໃນມື້ຕໍ່ມາພໍຮຸ່ງເຊົ້າ ດາວິດກໍໂຈມຕີພວກເຂົາ ແລະ ຕໍ່ສູ້ກັນຈົນເຖິງຄໍ່າ. ມີແຕ່ຊາຍໜຸ່ມໃນພວກປຸ້ນສີ່ ຮ້ອຍຄົນເທົ່ານັ້ນ ທີ່ຂີ່ອູດປົບໜີໄປໄດ້. ນອກ ນັ້ນຖືກຂ້າຖິ້ມໝົດ.
\s5
\v 18 ດາວິດ ຊ່ວຍທຸກຄົນໄວ້ໄດ້ພ້ອມທັງສິ່ງຂອງຕ່າງ ໆ ທີ່ພວກອາມາເຫລັກໄດ້ຢຶດເອົາໄປນັ້ນຄືນມາໝົດ ຕະຫລອດທັງເມຍ ສອງຄົນຂອງຕົນ ໂດຍບໍ່ມີສິ່ງໃດຂາດຫາຍໄປ.
\v 19 ດາວິດໄດ້ທຸກສິ່ງຄືນມາ ຕະຫລອດທັງພວກລູກຊາຍ, ລູກສາວ ແລະ ສິ່ງຂອງທີ່ພວກອາມາເຫລັກ ໄດ້ປຸ້ນໄປນັ້ນ.
\v 20 ເພິ່ນຍັງຢຶດໄດ້ຝູງແກະ ແລະ ຝູງງົວທັງ ໝົດຄືນມາ; ຄົນຂອງເພິ່ນໄດ້ຕ້ອນຝູງສັດ ອອກໄປຂ້າງໜ້າຂອງພວກຕົນ [ມ] ທັງເວົ້າວ່າ, “ສັດເຫລົ່ານີ້ເປັນຂອງດາວິດ.”
\s5
\v 21 ແລ້ວດາວິດ ກໍໄດ້ກັບຄືນເມືອຫາຄົນສອງຮ້ອຍຄົນທີ່ຄ້າງຢູ່ໃກ້ແມ່ນາໍ້ ເບໂຊເຣ ເພາະພວກເຂົາອ່ອນເພຍເກີນໄປທີ່ຈະເດີນທາງຕໍ່. ພວກເຂົາອອກມາຕ້ອນຮັບດາວິດ ແລະ ທະຫານທີ່ກັບມາ. ສ່ວນດາວິດ ກໍອອກໄປຫາ ພວກເຂົາທັງສະແດງຄວາມ ຄໍານັບຢ່າງອົບອຸ່ນແກ່ທຸກ ໆ ຄົນ.
\v 22 ແຕ່ ພວກຄົນບໍ່ດີ ແລະ ມັກກໍ່ເລື່ອງບາງຄົນທີ່ໄດ້ໄປກັບດາວິດນັ້ນເວົ້າໃຫ້ດາວິດ ວ່າ, “ພວກເຮົາຈະບໍ່ເອົາສິ່ງຂອງທີ່ກູ້ຄືນມາໄດ້ນັ້ນ ແບ່ງປັນໃຫ້ພວກເຂົາຈັກຢ່າງ ຍ້ອນພວກເຂົາ ບໍ່ໄດ້ໄປນາໍພວກເຮົາ. ຈົ່ງໃຫ້ພວກເຂົາເອົາລູກເມຍຄືນ ແລະ ໜີໄປເສຍ.”
\s5
\v 23 ແຕ່ດາວິດ ຕອບວ່າ, “ບັນດາພີ່ນ້ອງຂອງຂ້າພະເຈົ້າເອີຍ ພວກເຈົ້າບໍ່ຄວນກະທໍາເຊັ່ນນັ້ນ ກັບສິ່ງທີ່ອົງພຣະຜູ້ເປັນເຈົ້າໄດ້ໂຜດໃຫ້ແກ່ພວກເຮົາ ພຣະອົງໄດ້ປົກປັກຮັກສາ ພວກເຮົາໃຫ້ປອດໄພ ແລະ ໃຫ້ພວກເຮົາມີໄຊຊະນະເໜືອພວກນັກປຸ້ນ.
\v 24 ບໍ່ມີຜູ້ໃດອາດເຫັນດີໃນສິ່ງທີ່ພວກເຈົ້າເວົ້າມານັ້ນດອກ ພວກທີ່ຢູ່ແນວຫລັງເພື່ອຮັກສາສິ່ງຂອງ ແລະ ພວກທີ່ອອກໄປຕໍ່ສູ້ໃນສະໜາມຮົບທຸກຄົນຕ້ອງໄດ້ຮັບສ່ວນແບ່ງເທົ່າກັນໝົດ. ”
\v 25 ດາວິດໄດ້ຕັ້ງກົດລະບຽບນີ້ຂຶ້ນ ແລະ ໃຫ້ ໃຊ້ປະຕິບັດກັນສືບມາໃນຊາດອິດສະຣາເອນ ຈົນເຖິງເທົ່າທຸກວັນນີ້.
\s5
\v 26 ເມື່ອດາວິດ ກັບຄືນມາເຖິງເມືອງຊິກລັກ ແລ້ວເພິ່ນຈຶ່ງຈັດເອົາສິ່ງຂອງທີ່ກູ້ຄືນມາໄດ້ນັ້ນສົ່ງໃຫ້ພວກໝູ່ເພື່ອນຂອງເພິ່ນ ທີ່ເປັນເຖົ້າແກ່ຢູ່ໃນຢູດາຍດ້ວຍ ແລະຝາກຖ້ອຍຄໍາໄປພ້ອມວ່າ, “ອັນນີ້ແມ່ນຂອງຂວັນສໍາລັບພວກເຈົ້າ ຊຶ່ງແມ່ນສິ່ງທີ່ກູ້ຄືນມາໄດ້ຈາກພວກສັດຕູຂອງອົງພຣະຜູ້ເປັນເຈົ້າ. ”
\v 27 ເພິ່ນໄດ້ສົ່ງຂອງເຫລົ່ານີ້ໄປໃຫ້ຄົນຢູ່ໃນເມືອງຕ່າງ ໆ ເຊັ່ນ: ເບັດເອນ, ຣາມາ ທີ່ຢູ່ທາງພາກໃຕ້ຂອງຢູດາຍ, ຢັດທີ,
\v 28 ອາໂຣເອ, ສີຟະໂມດ, ເອັດເຕໂມອາ,
\s5
\v 29 ຣາການ; ສົ່ງໃຫ້ຕະກຸນເຢຣາເມເອນ, ໃຫ້ຊາວເກນິດ,
\v 30 ແລະ ໃຫ້ປະຊາຊົນຕາມຫົວເມືອງຕ່າງ ໆ ຂອງໂຮມາ, ໂບຣາຊານ, ອາຕາກ,
\v 31 ເຮັບໂຣນ ແລະ ໃຫ້ທົ່ວທຸກ ໆ ບ່ອນທີ່ເພິ່ນ ແລະ ຄົນທັງຫລາຍຂອງເພິ່ນໄດ້ເດີນທາງໄປ ໆ ມາ ໆ.
\s5
\c 31
\p
\v 1 ພວກຟີລິດສະຕິນໄດ້ເຮັດເສິກກັບພວກ ອິດສະຣາເອນ ຢູ່ທີ່ເທິງພູກິນໂບອາ. ໃນບ່ອນ ນັ້ນພວກອິດສະຣາເອນໄດ້ຖືກຂ້າເປັນຈາໍນວນຫລວງຫລາຍ. ສ່ວນທີ່ເຫລືອນັ້ນກໍໄດ້ປົບໜີໄປ ມີທັງກະສັດໂຊນ ແລະ ພວກລູກຊາຍຂອງເພິ່ນດ້ວຍ.
\v 2 ແຕ່ພວກຟີລິດສະຕິນໄລ່ທັນຈຶ່ງໄດ້ຂ້າລູກຊາຍທັງສາມຂອງກະສັດໂຊນ ເຊັ່ນ: ໂຢນາທານ, ອາບີນາດາບ ແລະ ມັນກີຊູຢາ.
\v 3 ມີການຕໍ່ສູ້ກັນຢ່າງດຸເດືອດຢູ່ອ້ອມຮອບກະສັດໂຊນ. ສະນັ້ນເພິ່ນຈຶ່ງຖືກລູກທະນູຂອງສັດຕູ ແລະ ບາດເຈັບຢ່າງສາຫັດ.
\s5
\v 4 ເພິ່ນເອີ້ນບອກຊາຍໜຸ່ມຜູ້ທີ່ຖືອາວຸດໃຫ້ເພິ່ນວ່າ, “ຈົ່ງຖອດດາບຂອງເຈົ້າອອກຂ້າຂ້ອຍສາ ເພື່ອພວກຟີລິດສະຕິນຄົນທີ່ບໍ່ໄດ້ຮັບພິທີຕັດຈະບໍ່ໄດ້ດູຖູກຂ້ອຍ ແລະ ຂ້າຂ້ອຍ. ” ແຕ່ຊາຍໜຸ່ມຄົນນັ້ນຢ້ານໂພດ ຈຶ່ງບໍ່ກ້າຂ້າ. ສະນັ້ນກະສັດໂຊນ ຈຶ່ງຖອດດາບຂອງຕົນອອກມາ ແລະ ຂ້າຕົນເອງເສຍ.
\v 5 ເມື່ອຊາຍໜຸ່ມເຫັນວ່າກະສັດໂຊນ ໄດ້ສິ້ນໃຈຕາຍໄປແລ້ວ ລາວກໍຊັກດາບອອກມາ ແລະ ຂ້າຕົນເອງຕາຍໄປກັບກະສັດໂຊນ.
\v 6 ກະສັດໂຊນ ກັບລູກຊາຍສາມຄົນ ພ້ອມທັງຊາຍໜຸ່ມຜູ້ທີ່ຖືດາບໃຫ້ເພິ່ນນັ້ນໄດ້ຕາຍໄປຢ່າງນີ້ແຫລະ ຄົນຂອງໂຊນທຸກຄົນໄດ້ຕາຍໄປໃນ ວັນນັ້ນ.
\s5
\v 7 ເມື່ອພວກອິດສະຣາເອນທີ່ຢູ່ທາງຮ່ອມພູ ຢິດສະເຣນ ຟາກໜຶ່ງອີກ ແລະ ພວກທີ່ຢູ່ທາງທິດຕາເວັນອອກຂອງແມ່ນໍ້າຈໍແດນ ໄດ້ຍິນຂ່າວວ່າ ທະຫານອິດສະຣາເອນໄດ້ປົບໜີໄປ ແລະ ກະສັດໂຊນກັັບພວກລູກຊາຍກໍຖືກ ຂ້າແລ້ວ. ດັ່ງນັ້ນ ພວກເຂົາຈຶ່ງປະຖິ້ມບ້ານເຮືອນຂອງພວກຕົນ ແລະ ປົບໜີໄປ. ແລ້ວພວກຟີລິດສະຕິນກໍເຂົ້າມາຢຶດເອົາເມືອງ.
\v 8 ວັນຕໍ່ມາຫລັງຈາກການສູ້ຮົບຢຸດຕິລົງແລ້ວ ພວກຟີລິດສະຕິນຈຶ່ງໄປຫາປົດເອົາເຄື່ອງຂອງຄົນທີ່ຕາຍໄປແລ້ວ. ພວກເຂົາໄດ້ພົບສົບຂອງກະສັດໂຊນ ພ້ອມກັບສົບຂອງລູກຊາຍທັງສາມຂອງເພິ່ນທີ່ເທິງພູກິນໂບອາ.
\s5
\v 9 ພວກເຂົາຈຶ່ງຕັດເອົາຫົວກະສັດໂຊນ, ແກ້ເຄື່ອງອາວຸດອອກ ແລະ ສົ່ງຄົນນາໍຂ່າວ ໄປທົ່ວຟີລິດສະຕິນ ເພື່ອແຈ້ງຂ່າວດີໄປຍັງວັດຕ່າງ ໆ ທີ່ມີຮູບເຄົາຣົບ ແລະ ໄປຍັງປະຊາຊົນຂອງພວກເຂົາທຸກ ໆ ຄົນ.
\v 10 ແລ້ວພວກເຂົາກໍເອົາອາວຸດຂອງເພິ່ນໄປ ບັນຈຸໄວ້ຢູ່ໃນວັດຂອງເຈົ້າແມ່ອັດຊະຕາກ ແລະ ຕອກສົບຂອງເພິ່ນໃສ່ກັບກາໍແພງເມືອງເບັດຊານ.
\s5
\v 11 ເມື່ອຊາວຢາເບັດ ທີ່ຢູ່ໃນເມືອງກີເລອາດ ໄດ້ຍິນວ່າພວກຟີລິດສະຕິນໄດ້ປະຕິບັດຕໍ່ກະສັດໂຊນເຊັ່ນນັ້ນ
\v 12 ຄົນທີ່ອົງອາດກ້າຫານ ກໍອອກເດີນທາງໄປຍັງເມືອງເບັດຊານ ຕະຫລອດຄືນ. ພວກເຂົາໄດ້ເອົາສົບຂອງກະສັດໂຊນ ກັບຂອງພວກລູກຊາຍຂອງເພິ່ນລົງມາຈາກກາໍແພງເມືອງ ແລະ ນາໍສົບເຫລົ່ານັ້ນໄປຍັງເມືອງຢາເບັດ ເພື່ອເຜົາໃນທີ່ນັ້ນ.
\v 13 ພວກເຂົາເອົາກະດູກໄປຝັງໄວ້ໃນເມືອງ ຢູ່ລຸ່ມກົກໄມ້ຕົ້ນໜຶ່ງຊື່ວ່າ ຕາມາຣີ ແລະ ພາກັນອົດອາຫານ ເປັນເວລາເຈັດວັນ.