lo_bible/08-RUT.usfm

171 lines
37 KiB
Plaintext

\id RUT
\ide UTF-8
\h ພຣະທຳນາງຣຸດ
\toc1 ພຣະທຳນາງຣຸດ
\toc2 ພຣະທຳນາງຣຸດ
\toc3 rut
\mt ພຣະທຳນາງຣຸດ
\s5
\c 1
\p
\v 1-2 ດົນ ນານ ມາ ແລ້ວ ໃນ ຄາວທີ່ ຊາດ ອິດ ສະຣາເອນຍັງບໍ່ທັນ ມີ ກະສັດ ປົກ ຄອງ ໄດ້ ມີ ການອຶດ ຢາກເກີດ ຂຶ້ນ ໃນດິນ ແດນ. ດ່ັງ ນັ້ນ ຈຶ່ງມີ ຊາຍ ຄົນ ໜຶ່ງຊື່ວ່າ, ເອລີເມເຫລັກ ທີ່ເປັນ ຄົນ ໃນຕະກຸນ ເອຟຣັດ ແລະນາງ ນາໂອມີເມຍຂອງຕົນ ພອ້ມກັບ ລູກຊາຍສອງຄົນ ຄື ມາໂລນແລະກີ ລີ ໂອນ; ພວກເຂົາໄດ້ ໜີຈາກເມືອງເບັດ ເລເຮັມ ແຂວງຢູດາຍ ແລະໄປ ອາໄສຢູ່ຊົ່ວ ຄາວທີ່ດິນ ແດນໂມອາບ. ໃນຂະນະທີ່ ພວກເຂົາຢູ່ໃນດິນ ແດນນັ້ນ
\s5
\v 3 ເອລີເມເຫລັກ ກໍ ຕາຍໄປ. ນາງ ນາໂອມີຈຶ່ງ ຢູ່ ຕາມລໍາພັງ ກັບ ລູກຊາຍ ທັງ ສອງ ຂອງຕົນ;
\v 4 ເຂົາທັງ ສອງໄດ້ ແຕ່ງງານກັບຍິງ ສາວຊາວ ໂມອາບ ຄື ນາງ ໂອປາ ແລະ ນາງຣຸດ. ປະມານ ສິບ ປີ ຕ່ໍມາ
\v 5 ມາໂລນແ ລະກີລີ ໂອນກໍ່ ໄດ້ ຕາຍໄປເຊ່ັ່ນກັນ ນາງນາໂອມີຈຶ່ງຢູ່ຜູ້ດຽວໂດຍບໍ່ ມີຜົວ ແລະບໍ່ມີ ລູກ.
\s5
\v 6 ຕ່ໍມາ ນາງນາໂອມີ ໄດ້ຍິນ ວ່າ ອົງ ພຣະຜູ້ ເປັນ ເຈົ້າ ໄດ້ ອວຍພອນປະຊາຊົນ ຂອງພຣະອົງ ໂດຍໃຫ້ ມີການເກັບກ່ຽວໄດ້ ດີ. ສະນັ້ນນາງພ້ອມ ລູກໃພ້ ທັງ ສອງຈຶ່ງ ຕຽມຕົວ ໜີໄປຈາກດິນ ແດນໂມອາບ.
\v 7 ພວກເຂົາ ກັບ ຄືນ ເມືອ ຍັງ ດິນ ແດນຢູດາຍ, ແຕ່ໃນຂະນະທີ່ພວມ ເດີນ ທາງກັບ ເມືອ ນັ້ນ
\s5
\v 8 ນາງນາໂອມີ ໄດ້ເວົ້າກັບ ພວກລູກໃພ້ຂອງ ຕົນ ວ່າ, “ຈົ່ງກັບ ຄືນ ເມືອ ຢູ່ນໍາ ແມ່ຂອງ ພວກເຈົ້າສາ.
\v 9 ຂໍອົງ ພຣະຜູ້ ເປັນ ເຈົ້າໂຜດໃຫ້ພວກເຈົ້າ ແຕ່ລະຄົນ ໄດ້ແຕ່ງງານໃໝ່ ແລະມີຄອບຄົວ ອີກເຖີດ. ” ແລ້ວ ນາງນາໂອມີ ກໍ ຈູບສ່ັງ ລາພວກເຂົາ, ແຕ່ ລູກໃພ້ ທງັສອງ ເລີມ ຮ້ອງ ໄຫ້ ຂຶ້ນ
\v 10 ແລະ ເວົ້າ ວ່າ, “ບໍ່ ພວກ ລູກ ຈະ ບໍ່ ກັບ ເມືອ ພວກ ລູກ ຈະ ໄປ ກັບ ແມ່ ແລະ ໄປ ຫາ ພີ່ນ້ອງ ຂອງ ແມ່.”
\s5
\v 11 ນາງ ນາໂອມີ ຕອບ ວ່າ, “ລູກ ຂອງ ແມ່ ເອີຍ ຈົ່ງ ກັບ ເມືອ ສາ. ເປັນ ຫຍັງ ພວກເຈົ້າ ຈຶ່ງ ຢາກ ໄປ ກັບ ແມ່? ພວກເຈົ້າ ຄິດ ວ່າ ແມ່ ຈະ ມີ ລູກຊາຍ ໄດ້ ອີກ ເພື່ອ ໃຫ້ ພວກເຈົ້າ ແຕ່ງງານ ກັບ ເຂົາ ຊັ້ນ ບໍ?
\v 12 ລູກ ຂອງ ແມ່ ເອີຍ ຈົ່ງ ກັບ ຄືນ ເມືອ ສາ ເພາະວ່າ ແມ່ ກໍ ເຖົ້າ ແກ່ ກາຍ ຍາມ ທີ່ ຈະ ແຕ່ງງານ ໃໝ່ ແລ້ວ. ເຖິງ ແມ່ນ ແມ່ ຄິດ ວ່າ ຍັງ ມີ ຄວາມຫວັງ ຢູ່ ແລະ ແຕ່ງງານ ໃໝ່ ໃນ ຄືນ ນີ້ ແລະ ມີ ລູກຊາຍ ອີກ ຫລາຍ ຄົນ
\v 13 ພວກເຈົ້າ ກໍ ຈະ ລໍຖ້າ ຈົນ ພວກເຂົາ ໃຫຍ່ ຊັ້ນ ບໍ? ມັນ ຈະ ບໍ່ເປັນ ການ ຈ່ອງດຶງ ພວກເຈົ້າ ໄວ້ ໃຫ້ ແຕ່ງງານ ກັບ ຄົນ ອື່ນ ບໍ? ລູກ ຂອງ ແມ່ ເອີຍ ມັນ ເປັນ ໄປ ບໍ່ໄດ້. ອົງ ພຣະ ຜູ້ ເປັນ ເຈົ້າ ໄດ້ ຫັນ ມາ ຕໍ່ສູ້ ແມ່ ແລະ ແມ່ເອງ ກໍ ຮູ້ສຶກ ເສຍໃຈ ນາໍ ພວກເຈົ້າ ດ້ວຍ. ” (ກ)
\s5
\v 14 ລູກໃພ້ ທັງສອງ ຈຶ່ງ ເລີ້ມ ຮ້ອງໄຫ້ ຂຶ້ນ ອີກ. ແລ້ວ ນາງ ໂອປາ ກໍ ຈູບ ສັ່ງ ລາ ແມ່ຍ່າ ຂອງຕົນ ແລະ ກັບ ຄືນ ເມືອ ເຮືອນ. (ຂ) ແຕ່ ນາງຣຸດ ບໍ່ ຍອມ ໜີໄປ ຈາກ ແມ່ຍ່າ.
\v 15 ນາງນາໂອມີ ຈຶ່ງ ເວົ້າ ກັບ ນາງຣຸດ ວ່າ, “ຣຸດ ເອີຍ ເອື້ອຍໃພ້ຂອງ ເຈົ້າ ໄດ້ ກັບ ຄືນ ເມືອ ຫາ ພີ່ນ້ອງແລະພະ(ຄ) ຂອງ ນາງ ແລ້ວ ລູກ ຈົ່ງ ກັບ ຄືນ ເມືອ ກັບ ນາງ ສາ ເທາະ.”
\s5
\v 16 ແຕ່ ນາງຣຸດ ຕອບ ວ່າ, “ຂໍ ຢ່າ ໃຫ້ ລູກ ຕ້ອງ ຈາກ ແມ່ ໄປ ເລີຍ ໃຫ້ ລູກ ໄປ ກັບແມ່ເຖີດ. ແມ່ ໄປ ທີ່ໃດ ລູກ ກໍ ຈະ ໄປ ທີ່ ນັ້ນ; ແມ່ ຢູ່ ບ່ອນໃດ ລູກ ກໍ ຈະ ຢູ່ ບ່ອນນັ້ນ. ຄົນ ຂອງ ແມ່ ກໍ ຈະ ເປັນ ຄົນ ຂອງ ລູກ; ພຣະເຈົ້າ ຂອງ ແມ່ ກໍ ຈະ ເປັນ ພຣະເຈົ້າ ຂອງ ລູກ.
\v 17 ແມ່ ຕາຍ ຢູ່ ບ່ອນໃດ ລູກ ກໍ ຈະ ຕາຍ ຢູ່ ບ່ອນນັ້ນ ແລະ ທີ ່ນັ້ນ ແຫລະ ຈະ ເປັນ ບ່ອນ ຝັງ ສົບ ຂອງ ລູກ. ຖ້າ ມີ ສິ່ງໃດ ເຮັດ ໃຫ້ ລູກ ຈາກ ແມ່ ໄປ ຊຶ່ງ ນອກຈາກ ຄວາມ ຕາຍ ເທົ່ານັ້ນ ຂໍ ໃຫ້ ອົງ ພຣະ ຜູ້ ເປັນ ເຈົ້າ ລົງໂທດ ລູກ ຢ່າງໜັກ ເຖີດ. ”
\v 18 ເມື່ອ ນາງ ນາໂອມີ ເຫັນ ວ່າ ນາງຣຸດ ຕັດ ສິນ ໃຈ ໄປ ກັບ ຕົນ ແທ້ ກໍ ບໍ່ ເວົ້າ ຫຍັງ ຕື່ມ.
\s5
\v 19 ແລ້ວ ທັງ ສອງ ກໍເດີນ ທາງ ຕໍ່ໄປຮອດເມືອງ ເບັດເລເຮັມ. ເມື່ອ ເດີນ ທາງ ມາ ເຖິງ ຄົນ ທັງ ເມືອງ ກໍ ຕື່ນເຕັ້ນ ແລະ ພວກຜູ້ຍິງ ໃນທີ່ ນັ້ນ ທ້ວງ ວ່າ, “ແມ່ນ ນາໂອມີ ແທ້ ບໍ? ”
\v 20 ນາງ ຕອບ ວ່າ, “ຢ່າ ເອີ້ນ ຂອ້ຍ ວ່າ ນາໂອມີ, ແຕ່ ໃຫ້ ເອີ້ນ ຂ້ອຍ ວ່າ ມາຣາ(ຈ) ຍ້ອນ ວ່າ ພຣະເຈົ້າ ອົງ ຊົງ ຣິດ ອໍານາດ ຍິ່ງໃຫຍ່ ໄດ້ ເຮັດ ໃຫ້ ຊີວີດ ຂອງຂ້ອຍ ຂົມ ຂື່ນ.
\v 21 ເມື່ອ ຂ້ອຍ ຈາກ ບ່ອນ ນີ້ ໄປ ຂ້ອຍ ມີ ທຸກສິ່ງ ພຽບພ້ອມ ແຕ່ ອົງ ພຣະ ຜູ້ ເປັນ ເຈົ້າ ນາໍ ຂ້ອຍ ກັບ ມາ ມືເປົ່າ. ເມື່ອ ອົງ ພຣະ ຜູ້ ເປັນ ເຈົ້າ ອົງ ຊົງ ຣິດ ອໍານາດ ຍິ່ງໃຫ່ຍ ລົງ ໂທດ ຂ້ອຍ ແລະ ໃຫ້ ຂ້ອຍ ມີ ຄວາມ ລໍາບາກ ຢ່າງ ນີ້ ເປັນ ຫຍັງ ຈຶ່ງ ເອີ້ນ ຂ້ອຍ ວ່າ, “ນາໂອມີ? ”
\s5
\v 22 ດັ່ງ ນັ້ນ ນາໂອມີ ຈຶ່ງ ກັບ ມາ ຈາກ ດິນ ແດນ ໂມອາບ ກັບ ນາງຣຸດ ຊາວ ໂມອາບ ຜູ້ ທີ່ ເປັນ ລູກໃພ້ ເມື່ອ ທັງສອງ ມາ ຮອດ ເມືອງ ເບັດເລເຮັມ ນັ້ນ ກໍ ພໍດີ ຖືກ ກັບ ຕົ້ນ ລະດູ ເກັບ ກ່ຽວ ເຂົ້າເດືອຍ.
\s5
\c 2
\p
\v 1 ຝ່າຍ ນາງ ນາໂອມີ ນັ້ນມີ ພີ່ນ້ອງທາງ ເອລີເມເຫລັກ ຜົວ ຂອງຕົນ ຢູ່ຄົນ ໜຶ່ງຊື່ ວ່າ ໂບອາດ. ຊາຍຄົນ ນີ້ ເປັນ ຄົນ ຮັ່ງມີ ແລະທັງມີ ອິດ ທິພົນ ດ້ວຍ.
\v 2 ຢູ່ມາ ມື້ໜຶ່ງ ນາງຣຸດກໍ ເວົ້າກັບ ນາງ ນາໂອມີ ວ່າ, “ຂໍໃຫ້ ຂ້ອຍໄປເກັບ ເອົາ ເຂົ້າ ຊຶ່ງພວກກ່ຽວເຂົ້າເຮັດ ຕົກ ຢູ່ຕາມທົ່ງນາເຖີດ. ຂ້ອຍ ເຊື່ອ ແນ່ວ່າ ຄົງ ຈະມີ ບາງຄົນ ອະນຸຍາດໃຫ້ຂ້ອຍ ເກັບ ເອົາ ໄດ້” ນາງ ນາໂອມີ ຈຶ່ງ ຕອບ ວ່າ, “ຈົ່ງ ໄປ ເຖີດ ລູກເອີຍ.”
\s5
\v 3 ດັ່ງ ນັ້ນ ນາງຣຸດ ຈຶ່ງ ອອກ ໄປ ທີ່ ທົ່ງ ນາ ແລະ ຍ່າງ ຕາມ ຫລັງ ຂອງ ພວກ ທີ່ ກ່ຽວເຂົ້າເພື່ອ ເກັບ ເອົາ ຮວງເຂົ້າ ທີ່ ຕົກ ເຮ່ຍ. ແຕ່ ບັງ ເອີນ ນາ ທີ່ ນາງຣຸດ ພວມ ເກັບ ເອົາ ຮວງເຂົ້າ ຢູ່ ນັ້ນ ເປັນ ນາ ຂອງ ໂບອາດ.
\v 4 ເວລາ ຕໍ່ມາ ໂບອາດ ເອງ ໄດ້ ມາ ຈາກ ເມືອງ ເບັດເລເຮັມ ເພື່ອ ຖາມ ຄວາມສຸກ ທຸກ ຂອງ ຄົນ ງານ. ເພິ່ນ ເວົ້າ ວ່າ, “ຂໍ ອົງພຣະ ຜູ້ ເປັນເຈົ້າ ສະຖິດ ຢູ່ ນໍາ ພວກເຈົ້າ ເທີ້ນ. ” ພວກເຂົ້າ ຕອບ ວ່າ, “ຂໍ ອົງ ພຣະ ຜູ້ ເປັນ ເຈົ້າ ອວຍພອນ ທ່ານ ເຖີດ.”
\s5
\v 5 ໂບອາດ ຖາມ ຫົວ ໜ້າ ຄົນ ງານ ວ່າ, “ຍິງ ສາວ ຜູ້ນັ້ນ ແມ່ນ ໃຜ? ”
\v 6 ຫົວ ໜ້າ ຄົນ ງານ ຕອບ ວ່າ, “ເປັນ ຍິງ ສາວ ຈາກ ໂມອາບ ທີ່ ໄດ້ ຄືນ ມາ ກັບ ນາງ ນາໂອມີ.
\v 7 ນາງ ຂໍ ອະນຸຍາດ ນໍາ ຂ້ານ້ອຍ ເພື່ອ ເກັບ ເອົາ ຮວງເຂົ້າ ທີ່ ຕົກ ເຮ່ຍ ຕາມ ຫລັງ ຄົນ ງານ. ນາງ ມາ ເກັບ ແຕ່ ເຊົ້າ ແລະ ຫາ ກໍ ນັ່ງ ພັກ ເຊົາ ໜ້ອຍໜຶ່ງ ຢູ່ ໃຕ້ ຮົ່ມ ໄມ້ ນັ້ນ.”
\s5
\v 8 ແລ້ວ ໂບອາດ ກໍ ເວົ້າ ກັບ ນາງຣຸດ ວ່າ, “ຂ້ອຍ ຂໍ ແນະນໍາ ເຈົ້າ ບາງ ຢ່າງ. ຢ່າສູ່ໄປ ເກັບ ເອົາ ຮວງເຂົ້າ ຢູ່ ບ່ອນ ອື່ນ ໃຫ້ ເຈົ້າ ເຮັດ ວຽກ ກັບ ພວກຜູ້ຍິງ ຢູ່ ທີ່ ນີ້.
\v 9 ຈົ່ງ ຊອມ ເບິ່ງ ວ່າ ພວກເຂົາ ກ່ຽວເຂົ້າ ຢູ່ ບ່ອນໃດ ແລະ ໃຫ້ ຢູ່ ກັບ ພວກເຂົາ ໃນ ບ່ອນນັ້ນ. ຂ້ອຍ ໄດ້ ສັ່ງ ພວກຜູ້ ຊາຍ ແລ້ວ ວ່າ ບໍ່ ໃຫ້ ເຂົາ ຂົ່ມ ເຫັງ ເຈົ້າ. ຖ້າ ເຈົ້າ ຫິວ ນໍ້າ ໃຫ້ ໄປ ດື່ມ ຈາກ ໄຫ ທີ່ ເຂົາ ຕັກ ນໍ້າ ມາ ໄວ້ ແລ້ວ ນັ້ນ.”
\s5
\v 10 ນາງຣຸດ ກົ້ມ ລົງ ກັບ ພື້ນ ດິນ ແລະ ຂາບ ໂບອາດ ແລ້ວ ນາງ ກໍ ເວົ້າ ແກ່ ໂບອາດ ວ່າ, “ເປັນ ຫຍັງ ທ່ານ ຈຶ່ງ ເປັນ ຫ່ວງ ຂ້ານ້ອຍ ຫລາຍ ຢ່າງນີ້? ແລະ ເປັນ ຫຍັງ ທ່ານ ຈຶ່ງ ເມດຕາ ຄົນ ຕ່າງດ້າວ ດັ່ງ ຂ້ານ້ອຍ ນີ້ ນໍ? ”
\v 11 ໂບອາດ ຕອບ ນາງ ວ່າ, “ຂ້ອຍ ໄດ້ຍິນ ເຖິງ ທຸກໆ ສິ່ງ ທີ່ ເຈົ້າ ໄດ້ ປະຕິບັດ ຕໍ່ ແມ່ຍ່າ ຂອງ ເຈົ້າ ເມື່ອ ຜົວ ຂອງ ເຈົ້າ ຕາຍໄປ. ຂ້ອຍ ຮູ້ ວ່າ ເຈົ້າ ໄດ້ ຈາກ ພໍ່ ແມ່ ແລະ ບ້ານເກີດ ເມືອງນອນ ຂອງ ເຈົ້າ ມາ ຢູ່ ກັບ ຄົນ ທີ່ ເຈົ້າ ບໍ່ເຄີຍ ຮູ້ຈັກ ມາ ກ່ອນ.
\v 12 ຂໍ ໃຫ້ ອົງ ພຣະ ຜູ້ ເປັນ ເຈົ້າ ຕອບແທນ ຄຸນງາມ ຄວາມດີ ທີ່ ເຈົ້າ ໄດ້ ສ້າງ ມາ ນັ້ນ ເຖີດ. ຂໍ ໃຫ້ເຈົ້າ ໄດ້ ຮັບ ບາໍ ເໜັດ ອັນ ລົ້ນ ເຫລືອ ຈາກ ອົງ ພຣະ ຜູ້ ເປັນ ເຈົ້າ ພຣະເຈົ້າ ຂອງ ຊາດ ອິດ ສະຣາເອນ ອົງ ທີ່ ເຈົ້າ ມາ ເພິ່ງພາ ອາໄສ ນີ້ ເທີ້ນ.”
\s5
\v 13 ນາງຣຸດ ຕອບ ວ່າ, “ທ່ານເອີຍ ທ່ານ ດີ ຕໍ່ ຂ້ານ້ອຍ ຢ່າງ ເຫລືອ ຫລາຍ. (ສ) ທ່ານ ເວົ້າ ຈາ ອ່ອນຫວານ ກັບ ຂ້ານ້ອຍ ຊຶ່ງ ເຮັດ ໃຫ້ ຂ້ານ້ອຍ ມີ ກໍາລັງໃຈ ຂຶ້ນ ເຖິງ ແມ່ນ ວ່າ ຂ້ານ້ອຍ ເອງ ບໍ່ມີ ຄຸນຄ່າ ເທົ່າທຽມ ກັບ ຄົນ ຮັບ ໃຊ້ ຜູ້ໜຶ່ງ ຂອງທ່ານ ກໍຕາມ.”
\s5
\v 14 ຍາມ ກິນ ເຂົ້າ ໂບອາດ ກໍ ບອກ ນາງ ວ່າ, “ຈົ່ງ ໄປ ເອົາ ເຂົ້າ ມາ ຈໍ້າ ນໍ້າແຈ່ວ ກິນ ແມ. ” ດັ່ງ ນັ້ນ ນາງຣຸດ ຈຶ່ງ ໄປ ນັ່ງ ກັບ ພວກ ຄົນງານ ແລະ ໂບອາດ ກໍ ຍື່ນ ເຂົ້າຂົ້ວ ບາງສ່ວນ ໃຫ້ ນາງ ກິນ. ນາງ ກິນ ຈົນ ອິ່ມ ແລະ ຈົນ ເຫລືອ.
\s5
\v 15-16 ຫລັງຈາກ ນາງຣຸດ ອອກ ໄປ ເກັບ ເອົາ ຮວງເຂົ້າ ແລ້ວ ໂບອາດ ກໍ ສັ່ງ ພວກ ຄົນ ງານ ວ່າ, “ຈົ່ງ ອະນຸຍາດ ໃຫ້ ນາງ ເກັບ ເອົາ ຮວງເຂົ້າ ຕາມ ບ່ອນ ທີ່ ວາງ ມັດ ເຂົ້າ ໄວ້ ໄດ້ ແລະ ຢ່າ ເວົ້າຫຍັງ ໃຫ້ ນາງ ເດີ. ນອກຈາກນີ້ ໃຫ້ ພວກເຈົ້າ ດຶງ ເອົາ ຮວງເຂົ້າ ອອກ ຈາກ ມັດ ແລະ ປະ ໄວ້ ໃຫ້ ນາງ ເກັບ ເອົາ.”
\s5
\v 17 ນາງຣຸດ ຈຶ່ງ ເກັບ ເອົາ ຮວງເຂົ້າ ຢູ່ ຕາມ ທົ່ງ ນາ ຈົນ ຄ່ໍາ. ຫລັງ ຈາກ ຟາດເຂົ້າ ແລ້ວ ນາງ ຈຶ່ງ ໄດ້ ເຂົ້າ ປະມານ ສິບ ກິໂລກຼາມ.
\v 18 ນາງ ນໍາ ເອົາ ເຂົ້າ ນັ້ນ ກັບ ເມືອ ໃນເມືອງ ເພື່ອ ໃຫ້ຍ່າ ເບິ່ງ ວ່າ ຕົນ ເກັບ ໄດ້ ຫລາຍ ເທົ່າໃດ. ນາງ ຍັງ ໄດ້ ເອົາ ອາຫານ ທີ່ ເຫລືອ ກິນ ນັ້ນ ໃຫ້ ຍ່າ ດ້ວຍ.
\s5
\v 19 ນາງ ນາໂອມີ ຈຶ່ງ ຖາມ ວ່າ, “ມື້ນີ້ ລູກ ໄປ ເກັບ ເອົາ ເຂົ້າ ເຫລົ່າ ນີ້ ຢູ່ ບ່ອນໃດ? ລູກ ເກັບ ຢູ່ ໃນ ນາ ຂອງ ຜູ້ໃດ? ຂໍ ພຣະເຈົ້າ ອວຍພອນ ຊາຍ ທີ່ ມີ ໃຈ ເມດຕາ ແກ່ ລູກ ດ້ວຍ ເທີ້ນ. ” ດັ່ງ ນັ້ນ ນາງຣຸດ ຈຶ່ງ ບອກ ນາງ ນາໂອມີ ວ່າ ຕົນໄດ້ ໄປ ເກັບ ເອົາ ເຂົ້າ ຢູ່ ຕາມ ທົ່ງ ນາ ຂອງ ຊາຍ ຄົນ ໜຶ່ງ ຊື່ ວ່າ ໂບອາດ.
\v 20 ນາງ ນາໂອມີ ຈຶ່ງ ເວົ້າ ວ່າ, “ຂໍ ອົງ ພຣະ ຜູ້ ເປັນ ເຈົ້າ ອວຍພອນ ໂບອາດ ເທີ້ນ ດ້ວຍວ່າ, ພຣະອົງ ຮັກສາ ຄໍາສັນ ຍາ ຂອງ ພຣະອົງທີ່ ມີ ໄວ້ ກັບ ຜູ້ ທີ່ ຍັງ ມີ ຊີວິດ ຢູ່ ແລະ ທັງ ຜູ້ ທີ່ ໄດ້ ຕາຍໄປ ແລ້ວ ດ້ວຍ. ” ນາງ ນາໂອມີ ເວົ້າ ຕ່ໍໄປ ອີກ ວ່າ, “ຊາຍ ຜູ້ນັ້ນ ເປັນ ພີ່ນ້ອງ ທີ່ ໃກ້ຊິດ ກັບ ພວກເຮົາ ເປັນ ຜູ້ໜຶ່ງ ທີ່ ມີ ໜ້າທີ່ ຮັບຜິດຊອບເບິ່ງແຍງພວກເຮົາ.”
\s5
\v 21 ແລ້ວ ນາງຣຸດ ກໍ ເວົ້າ ວ່າ, “ນອກຈາກນີ້ ເພິ່ນ ຍັງ ບອກ ໃຫ້ ຂ້ອຍ ເກັບ ເອົາ ຮວງເຂົ້າ ນໍາ ພວກ ຄົນ ງານ ຂອງ ເພິ່ນ ຈົນ ພວກເຂົາ ກ່ຽວເຂົ້າ ແລ້ວ. ”
\v 22 ນາງ ນາໂອມີ ເວົ້າ ກັບ ນາງຣຸດ ວ່າ, “ແມ່ນແລ້ວ ລູກເອີຍ ຈະ ເປັນ ການ ດີກວ່າ ສໍາລັບ ລູກ ທີ່ ເກັບ ເອົາ ເຂົ້າ ນໍາ ພວກ ຄົນ ງານ ຜູ້ຍິງ ໃນ ນາ ຂອງ ໂບອາດ. ຖ້າ ລູກ ໄປ ເກັບ ໃນ ນາ ຂອງ ຄົນ ອື່ນ ລູກ ອາດ ຖືກ ເຂົາ ຂ່ົ່ມ ເຫັງ ກໍໄດ້.”
\s5
\v 23 ດັ່ງນັ້ນ ນາງຣຸດ ຈຶ່ງ ເກັບ ເອົາ ຮວງເຂົ້ານາໍ ພວກ ຄົນງານ ຂອງ ໂບອາດ ຈົນກ່ວາ ພວກເຂົາ ກ່ຽວເຂົ້າ ແລ້ວ ແລະ ນາງຣຸດ ກໍ ຍັງ ສືບ ຕໍ່ ອາໄສ ຢູ່ ນາໍ ແມ່ຍ່າ ຂອງຕົນ.
\s5
\c 3
\p
\v 1 ຕໍ່ມາ ນາງ ນາໂອມີ ກໍ ເວົ້າ ກັບ ນາງຣຸດ ວ່າ, “ແມ່ ຕ້ອງ ຊອກຫາ ຜົວ ໃຫ້ ເຈົ້າ ເພື່ອ ເຈົ້າ ຈະ ມີ ຄອບຄົວ ເປັນ ຂອງ ຕົນເອງ.
\v 2 ເຈົ້າຄົງ ຮູ້ ດີ ແລ້ວ ວ່າ ໂບອາດ ຜູ້ ທີ່ ເຈົ້າ ໄປ ເກັບ ເອົາ ຮວງເຂົ້າ ຕົກ ເຮ່ຍ ນາໍ ພວກ ຄົນ ງານ ຜູ້ຍິງ ຂອງ ເພິ່ນ ນັ້ນ ເປັນ ພີ່ນ້ອງ ຂອງເຮົາ. ບັດນີ້ ໃຫ້ ເຈົ້າ ຟັງ ແມ່ ໃຫ້ ດີແລງ ມື້ນີ້ໂບອາດຈະໄປຟາດເຂົ້າ.
\s5
\v 3 ສະນັ້ນ ເຈົ້າ ຈົ່ງ ອາບນໍ້າ, ທາ ນໍ້າຫອມ ແລະ ນຸ່ງ ເຄື່ອງ ໂຕ ຈົບ ງາມ ທີ່ສຸດ ແລ້ວໃຫ້ເຈົ້າ ໄປ ໃນ ລານ ບ່ອນ ທີ່ ເພິ່ນ ພວມ ຟາດເຂົ້າ ນັ້ນ ແຕ່ ຢ່າ ໃຫ້ ເພິ່ນ ຮູ້ ວ່າ ເຈົ້າ ຢູ່ ທີ່ ນັ້ນ ຈົນ ກວ່າ ເພິ່ນ ກິນ ແລະ ດື່ມ ແລ້ວ.
\v 4 ແຕ່ ຢ່າ ລືມ ສັງ ເກດ ເບິ່ງ ບ່ອນ ທີ່ ເພິ່ນ ເຂົ້າ ໄປ ນອນ. ເວລາ ເພິ່ນ ນອນ ຫລັບ ແລ້ວ ໃຫ້ ເຈົ້າ ເຂົ້າ ໄປ ເປີດ ຜ້າຫົ່ມ ທີ່ ຕີນ ຂອງ ເພິ່ນ ແລະ ນອນ ຢູ່ ທີ່ ນັ້ນ. ເພິ່ນ ຈະ ບອກ ວ່າ ເຈົ້າ ຄວນ ຈະ ເຮັດ ຢ່າງໃດ ໃນ ຂັ້ນ ຕໍ່ໄປ. ”
\v 5 ນາງຣຸດ ຈຶ່ງ ເວົ້າ ວ່າ, “ລູກ ຈະ ເຮັດ ທຸກໆ ສິ່ງຕາມ ທີ່ ແມ່ບອກ.”
\s5
\v 6 ດັ່ງ ນັ້ນ ນາງຣຸດຈຶ່ງ ເຂົ້າໄປທີ່ ລານຟາດເຂົ້າ ແລະ ເຮັດ ຕາມທີ່ ຍ່າໄດ້ ບອກນັ້ນ ທຸກຢ່າງ.
\v 7 ເມື່ອ ໂບອາດກິນ ແລະດື່ມ ແລ້ວ ເພິ່ນ ກໍມີອາຣົມ ດີ. ສະນັ້ນ ເພິ່ນ ຈຶ່ງ ໄປ ນອນຢູ່ໃກ້ ກອງ ເຂົ້າເດືອຍ. ນາງຣຸດຄ່ອຍຢ່ອງເຂົ້າໄປ ຢ່າງມິດ ໆ, ເປີດ ຜ້າ ຫົ່ມ ຂຶ້ນ ແລະນອນຢູ່ທີ່ຕີນຂອງເພິ່ນ.
\s5
\v 8 ໃນຕອນກາງຄືນ ເມື່ອ ໂບອາດ ຮູ້ເມື່ອແລະ ພິກ ຕົວ ເພິ່ນ ກໍ ປະຫລາດໃຈທີ່ ເຫັນ ຍິງຄົນໜຶ່ງນອນຢູ່ ທີ່ຕີນ ຂອງຕົນ.
\v 9 ເພິ່ນ ຈຶ່ງຖາມວ່າ, “ເຈົ້າແມ່ນໃຜ? ” ນາງ ຕອບ ວ່າ, “ທ່ານເອີຍ ຂ້ານ້ອຍ ແມ່ນ ຣຸດ ເພາະ ທ່ານ ເປັນ ຍາດຕິພີ່ນ້ອງ ຜູ້ ໃກ້ຊິດ ທ່ານ ຈຶ່ງ ມີ ໜ້າທີ່ ເບິ່ງ ແຍງຂ້ານ້ອຍ. ດັ່ງ ນັ້ນ ຂໍ ທ່ານ ຈົ່ງ ແຕ່ງງານ ກັບ ຂ້ານ້ອຍເທີ້ນ.”
\s5
\v 10 ເພິ່ນ ກ່າວວ່າ, “ຂໍພຣະເຈົ້າອວຍພອນເຈົ້າ ເຖີດ ເຈົ້າສະແດງຄວາມສັດ ຊື່ຕໍ່ຄອບຄົວ ໃນຄັ້ງ ນີ້ ກໍ ຍິ່ງໃຫ່ຍ ກວ່າ ທີ່ ເຈົ້າໄດ້ ປະຕິບັດ ຕໍ່ ຍ່າ ຂອງ ເຈົ້າ. ເຈົ້າອາດຊອກຫາ ຊາຍໜຸ່ມທີ່ ຮັ່ງ ມີ ຫລື ຍາກຈົນ ກໍ ໄດ້ ແຕ່ເຈົ້າບໍ່ ໄດ້ ເຮັດ.
\v 11 ຣຸດເອີຍ ບັດ ນີ້ ຢ່າກັງ ວົນ ເທາະ ຂ້ອຍຈະເຮັດ ທຸກສິ່ງ ຕາມທີ່ ເຈົ້າຮ້ອງຂໍ ເພາະທຸກຄົນໃນເມືອງ ນີ້ ກໍ ຮູ້ ແລ້ວ ວ່າ ເຈົ້າເປັນ ຄົນ ດີ.
\s5
\v 12 ເປັນ ຄວາມຈິງ ແທ້ ທີ່ຂ້ອຍເປັນ ພີ່ນ້ອງ ຜູ້ ໃກ້ຊິດ ຂອງ ເຈົ້າ ແລະ ທັງ ມີ ໜ້າທີ່ ຮັບ ຜິດ ຊອບເບິ່ງ ແຍງເຈົ້າ. ແຕ່ຍັງມີ ຊາຍຢູ່ອີກ ຄົນ ໜຶ່ງ ທີ່ ເປັນ ພີ່ນ້ອງ ຜູ້ ໃກ້ຊິດ ກັບ ເຈົ້າ ຫລາຍກ່ວາ ຂ້ອຍ.
\v 13 ຄືນນີ້ ຈົ່ງ ນອນ ຢູ່ບ່ອນ ນີ້ ແຫລະ ແລະ ໃນ ມື້ອື່ນ ເຊົ້າ ພວກເຮົາຈະຕ້ອງຖາມລາວ ເບິ່ງວ່າ ລາວຈ ະເປັນ ຜູ້ຮັບ ຜິດ ຊອບເບິ່ງ ແຍງ ເຈົ້າຫລື ບໍ? ຖ້າລາວຮັບ ກໍ ເປັນ ການດີ ຫລາຍ; ຖ້າລາວບໍ່ ຮັບ ຂ້ອຍຂໍ ສາບານຕໍ່ ອົງ ພຣະ ຜູ້ ເປັນ ເຈົ້າອົງ ຊົງ ຊີວິດ ຢູ່ວ່າ ຂ້ອຍຈະຮັບ ຜິດ ຊອບໃນ ເລື້ອງນີ້. ຈົ່ງ ນອນ ສາ ແລະ ຢູ່ ທີ່ນີ້ ຈົນເຖິງ ມື້ອື່ນ ເຊົ້າ.”
\s5
\v 14 ດັ່ງນັ້ນ ນາງຣຸດ ຈຶ່ງ ນອນ ຢູ່ ທີ່ນັ້ນ ທີ່ ຕີນ ຂອງ ໂບອາດ; ແຕ່ ກ່ອນ ແຈ້ງ ພໍເຫັນ ຮຸ່ງ ນາງ ຈຶ່ງ ລຸກ ຂື້ນ ຈາກ ໄປ ເພາະ ໂບອາດ ບໍ່ ຢາກໃຫ້ ຜູ້ໃດ ຜູ້ໜຶ່ງ ຮູ້ ວ່າ ນາງ ນອນ ຢູ່ ໃນທີ່ນັ້ນ.
\v 15 ໂບອາດ ບອກ ນາງ ວ່າ, “ຈົ່ງ ແກ້ ເສື້ອ ຊັ້ນນອກ ຂອງ ເຈົ້າ ພື ອອກ. ” ນາງຣຸດ ກໍ ເຮັດ ຕາມ ແລະ ເພິ່ນ ໄດ້ ຖອກ ເຂົ້າ ເດືອຍ ໃສ່ ເກືອບ ເຖິງ ຊາວ ກິໂລກຼາມ ແລະ ຊ່ວຍ ຍົກ ເຂົ້າ ນັ້ນ ໃສ່ ບ່າ ໃຫ້ ນາງຣຸດ ແບກເມືອ ໃນເມືອງ.
\s5
\v 16 ເມື່ອ ນາງ ຮອດ ເຮືອນ ແມ່ຍ່າ ຈຶ່ງ ຖາມ ວ່າ, “ລູກເອີຍ ເປັນ ຢ່າງໃດ? ” ນາງຣຸດ ບອກ ຍ່າ ທຸກສິ່ງ ຕາມ ທີ່ ໂບອາດ ໄດ້ ກະທໍາ ສໍາລັບ ນາງ
\v 17 ແລະ ເວົ້າ ຕ່ໍໄປ ວ່າ, “ເພິ່ນ ຍັງ ບອກ ລູກ ວ່າ ລູກ ບໍ່ຄວນ ກັບ ມາ ຫາ ແມ່ ມືເປົ່າ; ສະນັ້ນ ເພິ່ນ ຈຶ່ງ ເອົາ ເຂົ້າ ທັງໝົດ ນີ້ ໃຫ້ ລູກ. ”
\v 18 ນາງ ນາໂອມີ ເວົ້າ ກັບ ນາງຣຸດ ວ່າ, “ບັດ ນີ້ ຣຸດ ເອີຍ ຈົ່ງ ອົດ ທົນ ເບິ່ງ ຈົນ ກ່ວາ ລູກ ຈະ ຮູ້ ວ່າ ເລື້ອງ ນີ້ ຈະ ເປັນ ໄປ ຢ່າງໃດ? ມື້ນີ້ ໂບອາດ ຈະ ຢູ່ ຢ່າງ ບໍ່ ສະບາຍ ໃຈ ຈົນ ກ່ວາ ລາວ ຈະ ຈັດ ການ ກັບ ເລື້ອງນີ້ ໃຫ້ ຮ້ຽບຮ້ອຍ ສາກ່ອນ.”
\s5
\c 4
\p
\v 1 ໂບອາດ ໄດ້ ໄປ ຍັງ ບ່ອນ ປະຊຸມ ທີ່ ປະຕູ ເມືອງ ແລະ ນັ່ງ ຢູ່ ທີ່ ນັ້ນ. ແລ້ວ ພີ່ນ້ອງ ຜູ້ ໃກ້ ຊິດຂອງ ເອລີເມເຫລັກ ທີ່ ໂບອາດ ກ່າວ ເຖິງນັ້ນ ກໍ ຍ່າງ ຜ່ານ ມາ. ໂບອາດ ຈຶ່ງ ເອີ້ນ ໃສ່ ວ່າ, “ເພື່ອນ ເອີຍ ເຊີນ ມາ ນັ່ງ ທີ່ນີ້ ກ່ອນ. ” ລາວ ຈຶ່ງ ເຂົ້າ ໄປ ນັ່ງ.
\v 2 ແລ້ວ ໂບອາດ ກໍ ເຊີນ ເອົາ ບັນ ດາ ຜູ້ນໍາ ຢູ່ ໃນ ເມືອງ ສິບ ຄົນ ມາ ນັ່ງ ໃນ ບ່ອນ ນັ້ນ ຄືກັນ. ເມື່ອ ພວກເຂົາ ນັ່ງ ລົງ ແລ້ວ
\s5
\v 3 ໂບອາດ ຈຶ່ງ ເວົ້າ ແກ່ ຍາດຕິພີ່ນ້ອງ ຂອງຕົນ ວ່າ, “ດຽວນີ້ ນາງ ນາໂອມີ ໄດ້ ກັບ ຄືນ ມາ ຈາກ ດິນ ແດນ ໂມອາບ ແລ້ວ ນາງ ຢາກ ຂາຍ ທົ່ງ ນາ ທີ່ ເປັນ ຂອງ ເອລີເມເຫລັກ ຜູ້ ທີ່ ເປັນ ຍາດຕິພີ່ນ້ອງ ຂອງເຮົາ.
\v 4 ຂ້ອຍ ຄິດ ວ່າ ເຈົ້າ ຄວນ ຮູ້ ໃນ ເລື້ອງ ນີ້. ບັດນີ້ ຖ້າ ເຈົ້າ ຕ້ອງການ ທົ່ງນາ ນັ້ນ ໃຫ້ ເຈົ້າຊື້ ເອົາ ຊ້ອງໜ້າ ພວກ ທີ່ ນັ່ງ ຢູ່ ນີ້. ແຕ່ ຖ້າ ເຈົ້າ ບໍ່ ຕ້ອງການ ຊື້ ກໍ ໃຫ້ ເວົ້າ ມາ ໂລດ ຍ້ອນ ສິດ ທິ ໃນ ການ ຊື້ ທົ່ງ ນາ ນີ້ ເປັນ ຂອງ ເຈົ້າ ກ່ອນ ແລ້ວ ຈຶ່ງ ເປັນ ຂອງຂ້ອຍ. ” ຊາຍ ຄົນ ນີ້ ຈຶ່ງ ຕອບ ວ່າ, “ຂ້ອຍ ຈະ ຊື້ ທົ່ງ ນາ ນັ້ນ.”
\s5
\v 5 ໂບອາດ ເວົ້າ ວ່າ, “ດີ ແລ້ວ ຖ້າ ເຈົ້າ ຈະ ຊື້ ທົ່ງ ນາ ຈາກ ນາງ ນາໂອມີ ເຈົ້າ ຕ້ອງ ຊື້ ເອົາ ນາງຣຸດ ຜູ້ ທີ່ ເປັນ ສາວ ໝ້າຍ ຊາວ ໂມອາບ ດ້ວຍ ເພື່ອ ວ່າ ນາ ທົ່ງ ນີ້ ຈະ ມີ ຢູ່ ຕໍ່ໄປ ນໍາ ຄອບຄົວ ຂອງ ຊາຍ ຜູ້ ທີ່ ໄດ້ ຕາຍໄປ ແລ້ວ. ”
\v 6 ຊາຍ ຄົນ ນັ້ນ ຈຶ່ງ ຕອບ ວ່າ, “ໃນ ກໍລະນີ ເຊັ່ນ ນີ້ ຂ້ອຍ ຂໍ ສະຫລະ ສິດ ທີ່ ຈະ ຊື້ ນາ ທົ່ງ ນັ້ນ ເພາະ ເຮັດ ໃຫ້ ພວກ ລູກ ຂອງຂ້ອຍ ບໍ່ໄດ້ ຮັບ ສ່ວນ ນາໍ. ໃຫ້ ເຈົ້າ ຊື້ ເອົາ ສາ ຂ້ອຍບໍ່ຊື້ດອກ.”
\s5
\v 7 ໃນ ສະໄໝ ກ່ອນ ເມື່ອ ມີ ການຂາຍຫລື ແລກປ່ຽນ ການ ເປັນ ກໍາມະສິດ ຊັບ ສິນ ຕາມ ທາໍ ນຽມ ແລ້ວ ຜູ້ຂາຍ ຕ້ອງ ປົດ ເກີບ ກິ່ງ ໜຶ່ງ ຂອງຕົນ ອອກ ແລະ ຍື່ນ ໃຫ້ ແກ່ ຜູ້ຊື້. ການ ເຮັດ ເຊັ່ນ ນີ້ ເປັນ ພິທີ ທີ່ ຊາວ ອິດສະຣາເອນ ສະແດງ ໃຫ້ ເຫັນ ວ່າ ເລື້ອງລາວ ໄດ້ ຕົກ ລົງກັນ ແລ້ວ.
\v 8 ດັ່ງ ນັ້ນ ເມື່ອ ຊາຍ ຄົນ ນັ້ນ ບອກ ວ່າ, “ໃຫ້ ເຈົ້າ ຊື້ ເອົາ ສາ” ລາວ ຈຶ່ງ ປົດ ເກີບຂອງຕົນ ກິ່ງ ໜຶ່ງ ອອກ ແລະ ຍືນ ໃຫ້ ໂບອາດ. (ຍ)
\s5
\v 9 ໂບອາດ ກ່າວ ແກ່ ພວກຜູ້ນໍາ ແລະ ທຸກຄົນ ທີ່ ຢູ່ ໃນທີ່ນັ້ນ ວ່າ, “ມື້ນີ້ ທ່ານ ທຸກຄົນ ເປັນ ພະຍານ ວ່າ ຂ້າພະເຈົ້າ ໄດ້ ຊື້ ເອົາ ທຸກໆ ສິ່ງ ຈາກ ນາງ ນາໂອມີ ທີ່ ເປັນ ຂອງ ເອລີເມເຫລັກ ແລະ ຂອງ ລູກຊາຍ ຂອງ ລາວ ຄື ກີລີໂອນ ແລະ ມາໂລນ.
\v 10 ນອກຈາກນີ້ ອີກ ນາງຣຸດ ຊາວ ໂມອາບ ເມຍ ໝ້າຍ ຂອງ ມາໂລນ ກໍ ໄດ້ ກາຍເປັນ ເມຍ ຂອງ ຂ້າພະເຈົ້າ ດ້ວຍ. ອັນ ນີ້ ຈະ ເປັນ ການ ຮັກ ສາ ຊັບ ສິນ ໄວ້ ໃນ ຄອບຄົວ ຂອງ ຜູ້ຕາຍ ແລະ ສາຍ ຄອບຄົວ ຂອງ ລາວ ຈະ ຍັງມີ ຢູ່ໃນ ທ່າມກາງ ຍາດຕິພີ່ນ້ອງ ແລະ ຢູ່ ໃນ ບ້ານ ເມືອງ ຂອງ ລາວ. ມື້ນີ້ ພວກທ່ານ ກໍ ເປັນ ພະຍານ ໃນ ເລື້ອງ ນີ້.”
\s5
\v 11 ພວກ ຜູ້ນໍາ ແລະ ຄົນ ອື່ນ ຈຶ່ງ ຕອບ ວ່າ, “ແມ່ນແລ້ວ ພວກເຮົາ ເປັນ ພະຍານ. ຂໍ ອົງ ພຣະ ຜູ້ ເປັນ ເຈົ້າ ໂຜດ ໃຫ້ ເມຍ ຂອງ ເຈົ້າ ກາຍເປັນ ດັ່ງ ນາງ ຣາເຊັນ ແລະ ນາງ ເລອາ ເທີ້ນ ຄື ຜູ້ ທີ່ ມີ ລູກ ຫລາຍ ຄົນ ກັບ ຢາໂຄບ. ຂໍ ໃຫ້ ເຈົ້າເປັນ ຄົນ ຮັ່ງ ມີ ໃນ ຕະກຸນ ເອຟຣັດ ແລະ ເປັນ ຜູ້ ທີ່ ມີ ຊື່ ສຽງ ໃນ ເມືອງ ເບັດເລເຮັມ ດ້ວຍ.
\v 12 ຂໍ ໃຫ້ ລູກ ທີ່ ອົງພຣະ ຜູ້ ເປັນເຈົ້າ ໂຜດ ໃຫ້ ເຈົ້າ ຈາກ ຍິງ ຄົນ ນີ້ ຈົ່ງ ເປັນ ດັ່ງ ຄົນ ໃນ ຄອບຄົວ ຂອງ ເປເຣັດ ຜູ້ ທີ່ ເປັນ ລູກຊາຍ ຂອງ ຢູດາ ແລະ ນາງ ຕາມາ ນັ້ນ ເທີ້ນ.”
\s5
\v 13 ດັ່ງ ນັ້ນ ໂບອາດ ຈຶ່ງ ພາ ນາງຣຸດເມືອເຮືອນ ຂອງຕົນ ແລະ ເອົາ ນາງ ເປັນ ເມຍ. ອົງ ພຣະ ຜູ້ ເປັນ ເຈົ້າ ໄດ້ ອວຍພອນ ນາງ; ສະນັ້ນ ນາງ ຈຶ່ງ ຖືພາ ແລະ ເກີດ ລູກຊາຍ ຜູ້ໜຶ່ງ.
\v 14 ພວກຜູ້ຍິງ ຈຶ່ງ ເວົ້າ ກັ້ບ ນາງ ນາໂອມີ ວ່າ, “ສັນ ລະເສີນ ອົງ ພຣະ ຜູ້ ເປັນ ເຈົ້າ ພຣະອົງ ໄດ້ໂຜດ ໃຫ້ ເຈົ້າ ມີ ຫລານຊາຍ ມື້ນີ້ເພື່ອ ຈະ ເບິ່ງ ແຍງ ເຈົ້າ. ຂໍ ໃຫ້ ເດັກ ຄົນ ນີ້ ກາຍເປັນ ຜູ້ ມີ ຊື່ ສຽງ ໃນ ຊາດ ອິດສະຣາເອນ ເທີ້ນ.
\v 15 ລູກໃພ້ ຂອງ ເຈົ້າ ຮັກ ເຈົ້າ ຫລາຍ ແລະນາງໄດ້ປະຕິບັດ ຕໍ່ ເຈົ້າ ດີ ກວ່າ ລູກຊາຍ ເຈັດ ຄົນ. ມາບັດ ນີ້ ນາງ ຍັງ ມີ ຫລານຊາຍ ໃຫ້ ເຈົ້າ ອີກ ຜູ້ ທີ່ ຈະ ນາໍ ເອົາ ຊີວິດ ໃໝ່ ມາ ໃຫ້ ເຈົ້າ ແລະຈະໃຫ້ຄວາມ ຄຸ້ມ ຄອງ ແກ່ ເຈົ້າ ໃນ ເວລາ ເຈົ້າ ເຖົ້າ ແກ່ ຊະຣາ.”
\s5
\v 16 ນາງ ນາໂອມີ ໄດ້ ຮັບ ເອົາ ເດັກ ນັ້ນ ມາ ລ້ຽງດູ ແລະ ເບິ່ງ ແຍງ ລາວ ຢ່າງ ໃກ້ຊິດ.
\v 17 ພວກຜູ້ຍິງ ບ້ານໃກ້ ເຮືອນຄຽງ ໄດ້ ໃສ່ ຊື່ ເດັກ ນີ້ ວ່າ ໂອເບັດ. ພວກເຂົາ ບອກ ທຸກຄົນ ວ່າ, “ເດັກ ນ້ອຍ ຜູ້ ນີ້ ເປັນ ລູກຊາຍ ຂອງ ນາງ ນາໂອມີ. ” ໂອເບັດ ໄດ້ ກາຍເປັນ ພໍ່ ຂອງ ເຢຊີ ຜູ້ ທີ່ ເປັນ ພໍ່ ຂອງ ດາວິດ.
\s5
\v 18-22 ເຊື້ອສາຍ ຂອງ ດາວິດ ນັບ ແຕ່ ເປເຣັດ ມີ ດັ່ງ ນີ້: ເປເຣັດ, ເຮຊະໂຣນ, ຣາມ, ອໍາມີນາດາບ, ນາໂຊນ, ຊານໂມນ, ໂບອາດ, ໂອເບັດ, ເຢຊີ, ດາວິດ.