lo_bible/07-JDG.usfm

1256 lines
258 KiB
Plaintext
Raw Permalink Blame History

This file contains ambiguous Unicode characters

This file contains Unicode characters that might be confused with other characters. If you think that this is intentional, you can safely ignore this warning. Use the Escape button to reveal them.

\id JDG
\ide UTF-8
\h ພ​ຣະ​ທຳ ພວກ​ຜູ້​ປົກ​ຄອງ
\toc1 ພ​ຣະ​ທຳ ພວກ​ຜູ້​ປົກ​ຄອງ
\toc2 ພ​ຣະ​ທຳ ພວກ​ຜູ້​ປົກ​ຄອງ
\toc3 jdg
\mt ພ​ຣະ​ທຳ ພວກ​ຜູ້​ປົກ​ຄອງ
\s5
\c 1
\p
\v 1 ຫລັງຈາກທີ່ໂຢຊວຍ ໄດ້ຕາຍໄປແລ້ວ ຊາວອິດສະຣາເອນ ກໍໄດ້ຖາມອົງພຣະຜູ້ເປັນເຈົ້າ ວ່າ, “ໃນພວກຂ້ານ້ອຍ ແມ່ນເຜົ່າໃດທີ່ຈະເປັນພວກທໍາອິດໄປໂຈມຕີພວກການາອານ ກ່ອນ? ”
\v 2 ອົງພຣະຜູ້ເປັນເຈົ້າ ຕອບວ່າ, “ຈົ່ງໃຫ້ເຜົ່າຢູດາໄປກ່ອນ ເພາະ ເຮົາຈະໃຫ້ພວກເຂົາເປັນຜູ້ຄອບຄອງດິນແດນນັ້ນ. ”
\v 3 ແລ້ວຊາວຢູດາ ກໍໄດ້ຊວນຊາວຊີເມໂອນ ວ່າ, “ພວກເຈົ້າໄປກັບພວກຂ້ອຍເທາະ ໄປຍັງດິນແດນທີ່ໄດ້ຖືກມອບໝາຍໃຫ້ພວກຂ້ອຍ ແລະພວກເຮົາຈະພ້ອມກັນສູ້ຮົບພວກການາອານ. ແລ້ວພວກຂ້ອຍກໍຈະໄປກັບພວກເຈົ້າ ຍັງດິນແດນທີ່ໄດ້ ຖືກມອບໝາຍໃຫ້ພວກເຈົ້າ.”
\s5
\v 4 ດັ່ງນັ້ນ ເຜົ່າຊີເມໂອນ ແລະເຜົ່າຢູດາ ຈຶ່ງ ອອກໄປສູ້ຮົບນໍາກັນ. ອົງພຣະຜູ້ເປັນເຈົ້າໄດ້ໃຫ້ພວກເຂົາຊະນະພວກການາອານ ແລະ ພວກເປຣີຊີ ໂດຍໄດ້ຂ້າສິບພັນຄົນທີ່ເບເຊັກ.
\v 5 ໃນທີ່ນີ້ ພວກເຂົາໄດ້ພົບເຈົ້າອາໂດນີເບເຊັກ ແລະໄດ້ສູ້ຮົບເພິ່ນ.
\s5
\v 6 ເຈົ້າ​ອ​າ​ໂດ​ນີເບ​ເຊັກ ໄດ້​ປົບ​ໜີ​ໄປ ແຕ່​ພວກ​ອິດສະຣາເອນໄລ່ຕິດຕາມ ແລະຈັບເພິ່ນໄດ້. ພວກເຂົາໄດ້ຕັດໂປ້ມື ແລະໂປ້ຕີນຂອງເພິ່ນຖິ້ມ.
\v 7 ເຈົ້າອາໂດນີເບເຊັກ ຈຶ່ງ ຮ້ອງຂຶ້ນວ່າ, “ຍັງມີກະສັດເຈັດສິບຄົນທີ່ຖືກຕັດໂປ້ມື ແລະໂປ້ຕີນ; ພວກເຂົາພາກັນເກັບ ເສດອາຫານ ຕາມກ້ອງໂຕະຂອງຂ້ອຍ. ບັດນີ້ ພຣະເຈົ້າໄດ້ເຮັດຕໍ່ຂ້ອຍ ດັ່ງທີ່ຂ້ອຍໄດ້ເຮັດຕໍ່ພວກເຂົານັ້ນ. ” ຕໍ່ມາ ເຈົ້າອາໂດນີເບເຊັກ ໄດ້ຖືກນາໍຕົວໄປຍັງເມືອງເຢຣູຊາເລັມ ແລະ ເພິ່ນໄດ້ຕາຍຢູ່ທີ່ນັ້ນ.
\s5
\v 8 ຕໍ່ມາ ຊາວຢູດາໄດ້ໂຈມຕີເມືອງເຢຣູຊາເລັມ ແລະ ຢືດເມືອງໄດ້. ພວກເຂົາໄດ້ຂ້າປະຊາຊົນ ແລະ ເຜົາເມືອງຖິ້ມ.
\v 9 ຫລັງຈາກນັ້ນແລ້ວ ພວກເຂົາກໍຂຶ້ນໄປສູ້ຮົບພວກການາອານ ທີ່ຢູ່ຕາມແຖບພູດອຍ, ຕາມ ຕີນພູເຂົາ ແລະ ໃນບ່ອນແຫ້ງແລ້ງທາງພາກໃຕ້.
\v 10 ພວກເຂົາໄດ້ຍົກທັບອອກໄປສູ້ຮົບພວກການາອານ ຢູ່ໃນເມືອງເຮັບໂຣນ ຊຶ່ງແຕ່ ກ່ອນມີຊື່ວ່າ ກີເລອາດ ອາກບາ. ຢູ່ທີ່ນັ້ນ ພວກເຂົາໄດ້ຊະນະຕະກຸນ ຕ່າງ ໆ ຂອງ ເຊຊາຍ, ອາຮີມານ ແລະ ຕານມາຍ.
\s5
\v 11 ຈາກທີ່ນັ້ນ ພວກຢູດາໄດ້ພາກັນຍົກທັບອອກໄປໂຈມຕີເມືອງເດບີ ຊຶ່ງໃນຄາວນັ້ນມີຊື່ວ່າ ກີເລອາດ ເຊເຟ.
\v 12 ຜູ້ໜຶ່ງໃນພວກເຂົາຊື່ ກາເຫລັບ ເວົ້າວ່າ, “ຂ້ອຍຈະໃຫ້ອາກຊາ ລູກສາວຂອງຂ້ອຍແຕ່ງງານກັບຜູ້ທີ່ຢຶດເມືອງກີເລອາດ ເຊເຟ ໄດ້ສໍາເລັດ. ”
\v 13 ແລ້ວ ໂອດນີເອນ ລູກຊາຍຂອງເກນາ ແລະ ຫລານຊາຍຂອງກາເຫລັບເອງ ກໍຢຶດເມືອງໄດ້. ດັ່ງນັ້ນ ກາເຫລັບຈຶ່ງຍົກນາງອາກຊາ ລູກສາວຂອງຕົນໃຫ້ແຕ່ງງານກັບໂອດນີເອນ.
\s5
\v 14 ຢູ່ມາ ໂອດນີເອນ ກໍຍຸແຍ່ນາງ [ກ] ໃຫ້ຂໍທີ່ດິນຈາກຜູ້ເປັນພໍ່. ເມື່ອ ອາກຊາ ລົງຈາກຫລັງລໍມາ ກາເຫລັບຈຶ່ງຖາມນາງວ່າ, “ເຈົ້າຢາກໄດ້ຫຍັງ? ”
\v 15 ນາງຕອບວ່າ, “ລູກຢາກໃຫ້ພໍ່ຫາທີ່ດິນບ່ອນມີບໍ່ນາໍ້ໃຫ້ ເພາະບ່ອນທີ່ພໍ່ມອບໃຫ້ລູກນັ້ນ ເປັນທີ່ດິນແຫ້ງແລ້ງ. ” ດັ່ງນັ້ນ ກາເຫລັບຈຶ່ງມອບທີ່ດິນ ບ່ອນທີ່ມີບໍ່ນາໍ້ທາງພາກເໜືອ ແລະທາງພາກໃຕ້ໃຫ້ແກ່ ອາກຊາ.
\s5
\v 16 ເຊື້ອສາຍຂອງພໍ່ເຖົ້າໂມເຊ ຊາວເກນິດ ໄດ້ອອກຈາກເຢຣິໂກ ເມືອງທີ່ມີຕົ້ນຕານໄປກັບຊາວຢູດາ ຍັງຖິ່ນແຫ້ງແລ້ງທີ່ຢູ່ທາງເຂດພາກໃຕ້ຂອງອາລາດ. ພວກເຂົາໄດ້ເດີນທາງ ຮ່ວມກັບຊາວຢູດາ ໄປຕັ້ງຖິ່ນຖານຢູ່ທີ່ນັ້ນທ່າມກາງຊາວອາມາເຫລັກ. [ຂ]
\v 17 ຊາວຢູດາ ໄດ້ໄປກັບຊາວຊີເມໂອນ ແລະ ຮ່ວມກັນຕີຊະນະຊາວການາອານ ຢູ່ທີ່ເມືອງເຊຟັດ. ພວກເຂົາໄດ້ທໍາລາຍເມືອງຖິ້ມຈົນກ້ຽງ ແລະ ຕັ້ງຊື່ໃໝ່ໃຫ້ເມືອງນີ້ວ່າ ໂຮມາ. [ຄ]
\s5
\v 18-19 ອົງພຣະຜູ້ເປັນເຈົ້າຊ່ວຍເຫລືອຊາວຢູດາ ແລະ ພວກເຂົາກໍຢຶດເມືອງຕາມແຖບພູດອຍໄດ້. ແຕ່ພວກເຂົາບໍ່ໄດ້ຢຶດ [ງ] ເມືອງກາຊາ, ເມືອງອາສະເກໂລນ ຫລື ເມືອງເອກໂລນ ພ້ອມທັງເຂດແດນທີ່ຢູ່ອ້ອມແອ້ມນັ້ນ. ຊາວຢູດາບໍ່ສາມາດຂັບໄລ່ ປະຊາຊົນທີ່ຢູ່ຕາມທົ່ງຮາບພຽງອອກໄປໄດ້ ເພາະພວກເຫລົ່ານີ້ມີລົດຮົບ ທີ່ເຮັດດ້ວຍເຫລັກ.
\s5
\v 20 ກາເຫລັບ ໄດ້ຮັບເມືອງເຮັບໂຣນ ເປັນກາໍມະສິດຕາມຄໍາສັ່ງຂອງໂມເຊ. ສະນັ້ນ ກາເຫລັບຈຶ່ງຂັບໄລ່ເຊື້ອສາຍຂອງອານາກ ທັງສາມຕະກຸນ ອອກໄປຈາກເມືອງນີ້.
\v 21 ແຕ່ ປະຊາຊົນໃນເຜົ່າເບັນຢາມິນ ບໍ່ໄດ້ຂັບໄລ່ຊາວເຢບຸດ ທີ່ຢູ່ໃນເມືອງເຢຣູຊາເລັມ ອອກໜີໄປ; ສະນັ້ນຊາວເຢບຸດ ຈຶ່ງຢູ່ຮ່ວມກັບຊາວເບັນຢາມິນ ຕະຫລອດມາຈົນເຖິງເທົ່າທຸກວັນນີ້.
\s5
\v 22-23 ສ່ວນເຜົ່າເອຟຣາອີມ ແລະ ເຜົ່າມານາເຊ ນັ້ນກໍໄດ້ອອກໄປໂຈມຕີເມືອງເບັດເອນ ຊຶ່ງໃນເວລານັ້ນມີຊື່ວ່າ ລູເຊ. ອົງພຣະຜູ້ເປັນເຈົ້າໄດ້ຊ່ວຍເຫລືອພວກເຂົາ. ດັ່ງນັ້ນ ພວກເຂົາຈຶ່ງສົ່ງນັກສືບໄປສອດແນມເບິ່ງເມືອງນັ້ນ.
\v 24 ແລ້ວພວກນັກສືບກໍເຫັນຊາຍຄົນໜຶ່ງກາໍລັງອອກມາຈາກເມືອງ ຈຶ່ງຖາມລາວວ່າ, “ຈົ່ງບອກໃຫ້ຮູ້ແດ່ວ່າພວກຂ້ອຍຈະເຂົ້າໄປໃນເມືອງນີ້ໄດ້ຢ່າງໃດ ແລະ ພວກຂ້ອຍກໍຈະບໍ່ທາໍຮ້າຍເຈົ້າ.”
\s5
\v 25 ດັ່ງນັ້ນ ຊາຍຜູ້ນີ້ຈຶ່ງບອກທາງໃຫ້ພວກເຂົາ ແລະ ຊາວເອຟຣາອິມ ກັບຊາວມານາເຊ ໄດ້ຂ້າທຸກຄົນຢູ່ໃນເມືອງນັ້ນ ເວັ້ນໄວ້ແຕ່ຊາຍ ຄົນນີ້ ແລະຄອບຄົວຂອງລາວ.
\v 26 ຕໍ່ມາຊາຍຄົນນີ້ໄດ້ໄປຍັງດິນແດນຂອງຊາວຮິດຕີ ແລະສ້າງເມືອງໜຶ່ງຂຶ້ນຢູ່ທີ່ນັ້ນ. ລາວໄດ້ໃສ່ຊື່ເມືອງນີ້ວ່າ ລູເຊ ຊຶ່ງຍັງມີຢູ່ເທົ່າເຖິງທຸກວັນນີ້.
\s5
\v 27 ເຜົ່າມານາເຊ ບໍ່ໄດ້ຂັບໄລ່ປະຊາຊົນໃຫ້ອອກໜີໄປຈາກຫົວເມືອງຕ່າງ ໆ ດັ່ງນີ້: ເບັດເຊອານ, ຕາອາໜັກ, ໂດເຣ, ອິບເລອາມ, ເມກິດໂດ ແລະ ເມືອງທັງຫລາຍ ທີ່ຢູ່ໃກ້ຄຽງ. ຊາວການາອານ ຍັງສືບຕໍ່ຢູ່ໃນທີ່ນັ້ນ.
\v 28 ເຖິງແມ່ນວ່າ ຊາວອິດສະຣາເອນ ມີອໍານາດຫລາຍຂຶ້ນກໍດີ ແຕ່ພວກເຂົາບໍ່ໄດ້ຂັບໄລ່ຊາວການາອານ ອອກໄປໃຫ້ໝົດ ຊາວ ອິດສະຣາເອນຊໍ້າບັງຄັບພວກເຂົາໃຫ້ເຮັດວຽກບາງຢ່າງໃຫ້ແກ່ພວກຕົນ.
\s5
\v 29 ເຜົ່າເອຟຣາອິມ ບໍ່ໄດ້ຂັບໄລ່ຊາວການາອານ ທີ່ຢູ່ໃນເມືອງເກເຊ ໃຫ້ອອກໜີໄປ. ດັ່ງນັ້ນ ຊາວການາອານ ຈຶ່ງຍັງສືບຕໍ່ຢູ່ໃນທີ່ນັ້ນກັບພວກເຂົາ.
\s5
\v 30 ເຜົ່າເຊບູໂລນ ບໍ່ໄດ້ຂັບໄລ່ປະຊາຊົນ ທີ່ຢູ່ໃນເມືອງກິດໂຣນ ແລະ ເມືອງນາຮາລານ ໃຫ້ອອກໜີໄປ. ດັ່ງນັ້ນ ຊາວການາອານ ຈຶ່ງຍັງສືບຕໍ່ຢູ່ໃນທີ່ນັ້ນກັບພວກເຂົາ ແລະ ຖືກບັງຄັບເຮັດວຽກໃຫ້ພວກເຂົາ.
\s5
\v 31 ເຜົ່າອາເຊ ບໍ່ໄດ້ຂັບໄລ່ປະຊາຊົນໃຫ້ອອກໜີໄປຈາກຫົວເມືອງຕ່າງ ໆ ດັ່ງນີ້: ເມືອງອັກໂກ, ຊີໂດນ, ອາຮະລັບ, ອັກຊິບ, ເຮນບາ, ອາເຟັກ ແລະ ເຣໂຮບ.
\v 32 ຊາວ​ອາ​ເຊ ໄດ້​ຢູ່​ຮ່ວມ​ກັບ​ຊາວ​ກາ​ນາ​ອານ ຄົນ​ພື້ນ​ເມືອງ ໃນ​ເມື່ອ​ພວກ​ເຂົາ​ບໍ່​ໄດ້​ຖືກ​ຂັບ​ໄລ່​ໃຫ້​ອອກ​ໜີ​ໄປ.
\s5
\v 33 ເຜົ່າເນັບທາລີ ບໍ່ໄດ້ຂັບໄລ່ປະຊາຊົນທີ່ຢູ່ໃນເມືອງເບັດເຊເມດ ແລະ ເມືອງເບັດອານາດ ໃຫ້ອອກໜີໄປ. ຊາວເນັບທາລີ ໄດ້ຢູ່ຮ່ວມກັບຊາວການາອານ ຄົນພື້ນເມືອງ ແຕ່ບັງຄັບພວກເຂົາເຮັດວຽກໃຫ້ພວກຕົນ.
\s5
\v 34 ຊາວອາໂມ ໄດ້ບັງຄັບເຜົ່າດານ ໃຫ້ໄປຢູ່ທາງແຖບພູດອຍ ແລະ ບໍ່ຍອມໃຫ້ພວກເຂົາ ລົງມາຍັງທົ່ງຮາບພຽງ.
\v 35 ຊາວອາໂມ ຍັງສືບຕໍ່ອາໄສຢູ່ໃນເມືອງຕ່າງ ໆ ດັ່ງນີ້: ໄອຢາໂລນ, ຊາອານບີມ ແລະ ພູ ເຮເຣັດ. ແຕ່ເຜົ່າເອຟຣາອິມ ກັບເຜົ່າມານາເຊ ໄດ້ປົກຄອງພວກເຂົາ ແລະ ບັງຄັບພວກເຂົາ ເຮັດວຽກໃຫ້ພວກຕົນ.
\v 36 ທາງພາກເໜືອຂອງເຊຣາ ເຂດແດນຂອງຊາວເອໂດມ [ຈ] ຂະຫຍາຍອອກໄປຈົນເຖິງຊ່ອງແຄບຂອງ ອັກຣັບບິມ
\s5
\c 2
\p
\v 1 ຢູ່ຕໍ່ມາ ເທວະດາຂອງອົງພຣະຜູ້ເປັນເຈົ້າ ໄດ້ຈາກເມືອງກິນການ ໄປຍັງ ເມືອງໂບກິມ. ເທວະດາຕົນນີ້ ໄດ້ກ່າວແກ່ຊາວອິດສະຣາເອນວ່າ, “ເຮົາໄດ້ນາໍພວກເຈົ້າອອກມາຈາກປະເທດເອຢິບ ແລະພາພວກເຈົ້າເຂົ້າໄປໃນດິນແດນ ທີ່ເຮົາໄດ້ສັນຍາໄວ້ ກັບບັນພະບຸລຸດຂອງພວກເຈົ້າ. ເຮົາໄດ້ບອກພວກເຈົ້າ ວ່າ ‘ເຮົາຈະບໍ່ລຶບລ້າງພັນທະສັນຍາ ທີ່ມີໄວ້ກັບພວກເຈົ້າຈັກເທື່ອ.
\v 2 ພວກເຈົ້າບໍ່ຕ້ອງເຮັດຄໍາສັນຍາໃດ ໆ ກັບປະຊາຊົນທີ່ຢູ່ໃນດິນແດນນີ້. ພວກເຈົ້າຈະຕ້ອງທາໍລາຍຖິ້ມໝົດແທ່ນບູຊາຂອງພວກເຂົາ. ແຕ່ພວກເຈົ້າບໍ່ເຮັດຕາມທີ່ເຮົາໄດ້ບອກໄວ້. ພວກເຈົ້າກັບໄປເຮັດໃນສິ່ງທີ່ກົງກັນຂ້າມ
\s5
\v 3 ສະນັ້ນ ເຮົາຈຶ່ງຂໍບອກພວກເຈົ້າດຽວນີ້ໂລດວ່າ ເຮົາຈະບໍ່ຂັບໄລ່ປະຊາຊົນເຫລົ່ານີ້ອອກໜີ ເມື່ອພວກເຈົ້າບຸກໜ້າເຂົ້າໄປ ໃນທີ່ນັ້ນ. ພວກເຂົາຈະເປັນສັດຕູ [ສ] ຂອງພວກເຈົ້າ ແລະການຂາບໄຫວ້ບັນດາພະຂອງພວກເຂົາ ກໍຈະເປັນສິ່ງລໍ້ລວງພວກເຈົ້າ ໃຫ້ເຮັດບາບອັນຮ້າຍແຮງ. ”
\v 4 ເມື່ອເທວະດາຂອງ ອົງພຣະຜູ້ເປັນເຈົ້າ ກ່າວດັ່ງນັ້ນແລ້ວ ປະຊາຊົນອິດສະຣາເອນທັງໝົດ ກໍຮ້ອງໄຫ້
\v 5 ເພາະສະນັ້ນແຫລະ ບ່ອນນີ້ຈຶ່ງມີຊື່ວ່າ ໂບກິມ. [ຊ] ໃນທີ່ນີ້ ພວກເຂົາໄດ້ຖວາຍບູຊາແກ່ອົງພຣະຜູ້ເປັນເຈົ້າ.
\s5
\v 6 ໂຢຊວຍໄດ້ສົ່ງຊາວອິດສະຣາເອນໃຫ້ໄປຕາມທາງຂອງພວກເຂົາ ແລະແຕ່ລະຄົນກໍໄດ້ໄປຢຶດດິນແດນເປັນກໍາມະສິດຂອງໃຜລາວ.
\v 7 ປະຊາຊົນອິດສະຣາເອນ ຮັບໃຊ້ອົງພຣະຜູ້ເປັນເຈົ້າ ຕະຫລອດຊົ່ວຊີວິດຂອງໂຢຊວຍ. ຫລັງຈາກໂຢຊວຍໄດ້ຕາຍໄປແລ້ວ ພວກເຂົາກໍຍັງສືບຕໍ່ຮັບໃຊ້ພຣະອົງ ຈົນຕະຫລອດຊົ່ວອາຍຸຂອງພວກຜູ້ນາໍ ຜູ້ທີ່ໄດ້ຮູ້ເຫັນກິດຈະການ ອັນຍິ່ງໃຫຍ່ ທຸກຢ່າງ ທີ່ອົງພຣະຜູ້ເປັນເຈົ້າໄດ້ເຮັດ ຕໍ່ຊາດອິດສະຣາເອນ.
\v 8 ໂຢຊວຍລູກຊາຍຂອງນູນ ຜູ້ຮັບໃຊ້ຂອງອົງພຣະຜູ້ເປັນເຈົ້າ ໄດ້ຕາຍໄປ ເມື່ອເພິ່ນອາຍຸໄດ້ ໜຶ່ງຮ້ອຍສິບປີ.
\s5
\v 9 ສົບຂອງເພິ່ນໄດ້ຖືກຝັງໄວ້ໃນດິນແດນຂອງເພິ່ນເອງ ທີ່ເທິງພູເຂົາເອຟຣາອິມ ໃນເມືອງຕີມນາດເຊຣາ ຊຶ່ງຢູ່ທາງທິດເໜືອຂອງພູເຂົາກາອາດ.
\v 10 ຕໍ່ມາຄົນທັງໝົດໃນເຊັ່ນນັ້ນກໍໄດ້ຕາຍໄປ ແລະ ຄົນໃນເຊັ່ນຕໍ່ມາ ກໍໄດ້ລືມໄລອົງພຣະຜູ້ເປັນເຈົ້າ ແລະ ສິ່ງທີ່ພຣະອົງໄດ້ກະທາໍສໍາລັບຊາດອິດສະຣາເອນ
\s5
\v 11 ແລ້ວຊາວອິດສະຣາເອນ ກໍໄດ້ເລີ່ມເຮັດບາບຕໍ່ສູ້ອົງພຣະຜູ້ເປັນເຈົ້າ ໂດຍເລີ່ມບົວລະບັດຮັບໃຊ້ພະບາອານ.
\v 12 ພວກເຂົາໄດ້ເຊົານະມັດສະການອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງບັນພະບຸລຸດຂອງພວກເຂົາ ຄື ພຣະເຈົ້າອົງທີ່ໄດ້ນາໍພາພວກເຂົາ ອອກມາຈາກປະເທດເອຢິບ. ພວກເຂົາໄດ້ພາກັນເລີ່ມຂາບໄຫວ້ບັນດາພະອື່ນ ຄື ບັນດາພະຂອງຊົນຊາດທີ່ຢູ່ອ້ອມຮອບພວກເຂົານັ້ນ. ພວກເຂົາໄດ້ຂາບໄຫວ້ພະເຫລົ່ານີ້ ແລະເຮັດໃຫ້ອົງພຣະຜູ້ເປັນເຈົ້າໂກດຮ້າຍ.
\v 13 ພວກເຂົາເຊົານະມັດສະການອົງພຣະຜູ້ເປັນເຈົ້າ ແລະ ໄປບົວລະບັດຮັບໃຊ້ພະບາອານ ແລະ ເຈົ້າແມ່ອັດຊະຕາກ.
\s5
\v 14 ສະນັ້ນແຫລະ ອົງພຣະຜູ້ເປັນເຈົ້າຈຶ່ງໂກດຮ້າຍຊາດອິດສະຣາເອນຢ່າງໜັກ ແລະ ພຣະອົງໄດ້ປ່ອຍໃຫ້ພວກໂຈນເຂົ້າມາໂຈມຕີ ປຸ້ນຈີ້ ແລະເອົາສິ່ງຂອງ ຂອງພວກເຂົາ. ພຣະອົງຍັງປ່ອຍໃຫ້ເຫລົ່າສັດຕູທີ່ຢູ່ອ້ອມຮອບນັ້ນຊະນະພວກເຂົາ ຈົນຊາວອິດສະຣາເອນບໍ່ສາມາດປ້ອງກັນຕົນເອງໄດ້.
\v 15 ເທື່ອໃດທີ່ພວກເຂົາອອກສູ້ຮົບ ອົງພຣະຜູ້ເປັນເຈົ້າກໍຕໍ່ສູ້ພວກເຂົາເທື່ອນັ້ນ ຕາມທີ່ພຣະອົງໄດ້ບອກໄວ້. ດັ່ງນັ້ນແຫລະ ພວກເຂົາຈຶ່ງຕົກຢູ່ໃນສະພາບເດືອດຮ້ອນທີ່ສຸດ.
\s5
\v 16 ເວລາຕໍ່ມາ ອົງພຣະຜູ້ເປັນເຈົ້າໄດ້ໂຜດໃຫ້ຊາດອິດສະຣາເອນ ມີຜູ້ປົກຄອງເພື່ອຊ່ວຍພວກເຂົາໃຫ້ພົ້ນຈາກເງື້ອມມືຂອງພວກ ໂຈນປຸ້ນສະດົມ.
\v 17 ແຕ່ພວກເຂົາບໍ່ໄດ້ປະຕິບັດຕາມຄໍາສັ່ງຂອງພວກຜູ້ປົກຄອງ ເຫລົ່ານີ້. ຊາດອິດສະຣາເອນບໍ່ສັດຊື່ຕໍ່ອົງພຣະຜູ້ເປັນເຈົ້າ ແລະ ຂາບໄຫວ້ບັນດາພະອື່ນ. ບັນພະບຸລຸດຂອງພວກເຂົາໄດ້ເຊື່ອຟັງ ຂໍ້ຄໍາສັ່ງຂອງອົງພຣະຜູ້ເປັນເຈົ້າ ແຕ່ອີກບໍ່ດົນ ຄົນເຊັ່ນໃໝ່ນີ້ ກໍເຊົາເຊື່ອຟັງພຣະອົງຢ່າງໄວວາ.
\s5
\v 18 ເທື່ອໃດທີ່ອົງພຣະຜູ້ເປັນເຈົ້າ ໂຜດໃຫ້ພວກເຂົາມີຜູ້ປົກຄອງ ພຣະອົງກໍຊ່ວຍເຫລືອ ຜູ້ປົກຄອງເທື່ອນັ້ນ ແລະ ຊ່ວຍເຫລືອປະຊາຊົນໃຫ້ພົ້ນຈາກເຫລົ່າສັດຕູຂອງພວກເຂົາຕະຫລອດຊົ່ວຊີວິດຂອງຜູ້ປົກຄອງນັ້ນ. ອົງພຣະຜູ້ເປັນເຈົ້າເມດຕາອີດູພວກເຂົາ ຍ້ອນພວກເຂົາຄວນຄາງຢ່າງທົນທຸກ ເພາະຖືກເຫລົ່າສັດຕູກົດຂີ່.
\v 19 ແຕ່ເມື່ອຜູ້ປົກຄອງຕາຍໄປແລ້ວ ປະຊາຊົນກໍກັບຄືນໄປ ເຮັດຄືເກົ່າ ແລະ ສືບຕໍ່ເຮັດສິ່ງຊົ່ວຮ້າຍຫລາຍກວ່າ ເຊັ່ນພໍ່ແມ່ຂອງພວກເຂົາອີກ. ພວກເຂົາ ໄດ້ບົວລະບັດຮັບໃຊ້ ແລະ ຂາບໄຫວ້ບັນດາພະອື່ນ ແລະ ສືບຕໍ່ປະພຶດຊົ່ວຮ້າຍຕາມວິທີທາງຂອງພວກເຂົາຢ່າງດື້ດຶງ.
\s5
\v 20 ດ້ວຍເຫດນີ້ ອົງພຣະຜູ້ເປັນເຈົ້າຈຶ່ງໂກດຮ້າຍຊາດອິດສະຣາເອນ ແລະ ກ່າວວ່າ, “ຊົນຊາດນີ້ ຝ່າຝືນພັນທະສັນຍາທີ່ເຮົາໄດ້ສັ່ງໄວ້ກັບປູ່ຍ່າຕາຍາຍຂອງພວກເຂົາ ໃຫ້ຢຶດຖື. ຍ້ອນວ່າພວກເຂົາບໍ່ເຊື່ອຟັງຄໍາສັ່ງຂອງເຮົາ
\v 21 ເຮົາຈຶ່ງຈະບໍ່ຂັບໄລ່ຊົນຊາດໃດ ໆ ທີ່ຍັງເຫລືອຢູ່ໃນດິນແດນນີ້ໃຫ້ອອກໜີໄປ ເມື່ອໂຢຊວຍໄດ້ຕາຍໄປແລ້ວ.
\v 22 ເຮົາຈະໃຊ້ພວກເຂົາເພື່ອຄົ້ນຫາວ່າ ຊາວອິດສະຣາເອນຈະຕິດຕາມວິທີທາງຂອງເຮົາ ຕາມທີ່ບັນພະບຸລຸດຂອງພວກເຂົາໄດ້ປະຕິບັດມາ ນັ້ນຫລືບໍ່. ”
\v 23 ສະນັ້ນ ອົງພຣະຜູ້ເປັນເຈົ້າ ຈຶ່ງປ່ອຍຊົນຊາດເຫລົ່ານີ້ໃຫ້ເຫລືອຢູ່ໃນດິນແດນ; ພຣະອົງບໍ່ໄດ້ໃຫ້ໂຢຊວຍຊະນະພວກເຂົາ ຫລື ແມ່ນແຕ່ຂັບໄລ່ພວກເຂົາໃຫ້ອອກໄປໃນທັນທີ ຫລັງຈາກທີ່ໂຢຊວຍໄດ້ຕາຍໄປແລ້ວ.
\s5
\c 3
\p
\v 1 ເພາະເຫດນັ້ນແຫລະ ອົງພຣະຜູ້ເປັນເຈົ້າ ຈຶ່ງໄດ້ປ່ອຍບາງຊົນຊາດໃຫ້ເຫລືອຢູ່ໃນ ດິນແດນ ເພື່ອທົດສອບຊາວອິດສະຣາເອນ ຜູ້ທີ່ຍັງບໍ່ເຄີຍຜ່ານການສູ້ຮົບໃນດິນແດນການາອານ.
\v 2 ພຣະອົງກະທໍາເຊັ່ນນີ້ ເພື່ອແອບສອນລູກຫລານຂອງຊາວອິດສະຣາເອນ ທຸກຄົນໃຫ້ຮູ້ຈັກກ່ຽວກັບການເຮັດເສິກ ໂດຍສະເພາະຢ່າງຍິ່ງແລ້ວ ແມ່ນຜູ້ ທີ່ບໍ່ເຄີຍສູ້ຮົບມາກ່ອນ.
\v 3 ພວກທີ່ຍັງເຫລືອຢູ່ໃນດິນແດນນັ້ນ ມີດັ່ງນີ້: ຊາວຟີລິດສະຕິນ ຢູ່ໃນຫ້າຫົວເມືອງ, ຊາວການາອານ ທັງໝົດ, ຊາວຊີໂດນ ແລະ ຊາວຮີວີ ທີ່ຢູ່ຕາມເທິງພູເລບານອນ ຕັ້ງແຕ່ພູບາອານເຮໂມນ ຈົນເຖິງທາງຜ່ານຂອງຊ່ອງແຄບ ຮາມັດ.
\s5
\v 4 ປະຊາຊົນເຫລົ່ານີ້ ເປັນພວກທີ່ເຫລືອຢູ່ ເພື່ອທົດສອບເບິ່ງຊາດອິດສະຣາເອນ ວ່າ ພວກເຂົາຈະເຊື່ອຟັງຄໍາສັ່ງຂອງອົງພຣະຜູ້ເປັນເຈົ້າ ທີ່ໄດ້ໃຫ້ໄວ້ຜ່ານທາງໂມເຊ ນັ້ນຫລືບໍ່?
\v 5 ດ້ວຍເຫດນີ້ ປະຊາຊົນອິດສະຣາເອນຈຶ່ງໄດ້ຕັ້ງຖິ່ນຖານຢູ່ທ່າມກາງຊາວການາອານ, ຊາວຮິດຕີ, ຊາວອາໂມ, ຊາວເປຣີຊີ, ຊາວຮີວີ ແລະ ຊາວເຢບຸດ.
\v 6 ພວກເຂົາໄດ້ເອົາລູກສາວຂອງພວກນັ້ນ ມາເປັນເມຍ ແລະ ໄດ້ຍົກລູກສາວຂອງຕົນເອງໃຫ້ເປັນເມຍລູກຊາຍຂອງພວກນັ້ນ, ແລະ ຂາບໄຫວ້ບັນດາພະຂອງຊົນຊາດເຫລົ່ານັ້ນ.
\s5
\v 7 ປະຊາຊົນອິດສະຣາເອນໄດ້ລືມໄລອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກຕົນ; ພວກເຂົາໄດ້ເຮັດບາບຕໍ່ສູ້ພຣະອົງ ແລະຂາບໄຫວ້ຮູບເຄົາຣົບບາອານ ແລະເຈົ້າແມ່ອາເຊຣາ.
\v 8 ດ້ວຍເຫດນີ້ແຫລະ ອົງພຣະ ຜູ້ເປັນເຈົ້າ ຈຶ່ງໂກດຮ້າຍຊາດອິດສະຣາເອນ ແລະປ່ອຍໃຫ້ເຈົ້າ ກູຊານ ຣີຊາທາອີມ ກະສັດແຫ່ງເມໂຊໂປຕາເມຍ ຊະນະພວກເຂົາ. ຊາດອິດສະຣາເອນໄດ້ຢູ່ໃຕ້ບັງຄັບຂອງເພິ່ນ ເປັນເວລາແປດປີ.
\s5
\v 9 ແລ້ວຊາວອິດສະຣາເອນ ກໍໄດ້ຮ້ອງຫາອົງພຣະຜູ້ເປັນເຈົ້າ ແລະອົງພຣະຜູ້ເປັນເຈົ້າ ໄດ້ສົ່ງຊາຍຜູ້ໜຶ່ງມາປົດປ່ອຍພວກເຂົາ. ຊາຍ ຜູ້ນີ້ແມ່ນໂອດນີເອນ ຫລານຊາຍຂອງເກນາດ ຜູ້ທີ່ເປັນນ້ອງຊາຍຂອງກາເຫລັບ.
\v 10 ພຣະວິນຍານຂອງອົງພຣະຜູ້ເປັນເຈົ້າ ລົງມາຄວບຄຸມລາວ ແລະລາວໄດ້ກາຍເປັນຜູ້ປົກຄອງຊາດອິດສະຣາເອນ. ໂອດນີເອນໄດ້ອອກໄປເຮັດເສິກ ຕໍ່ສູ້ກະສັດແຫ່ງເມໂຊໂປຕາເມຍ ແລະ ອົງພຣະຜູ້ເປັນເຈົ້າໄດ້ໃຫ້ລາວຊະນະກະສົດຄົນນີ້.
\v 11 ປະເທດຊາດບ້ານເມືອງໄດ້ມີຄວາມສະຫງົບ ສຸກເປັນເວລາສີ່ສິບປີ ແລ້ວໂອດນີເອນກໍໄດ້ຕາຍໄປ.
\s5
\v 12 ຕໍ່ມາ ປະຊາຊົນອິດສະຣາເອນໄດ້ພາກັນເຮັດບາບ ຕໍ່ສາຍຕາອົງພຣະຜູ້ເປັນເຈົ້າອີກ. ດ້ວຍເຫດນີ້ ອົງພຣະຜູ້ເປັນເຈົ້າຈຶ່ງໃຫ້ເຈົ້າເອກໂລນ ກະສັດແຫ່ງໂມອາບ ມີກາໍລັງເຂັ້ມແຂງກວ່າຊາດອິດສະຣາເອນ.
\v 13 ເຈົ້າເອກໂລນ ໄດ້ຮ່ວມມືກັບພວກອໍາໂມນ ແລະ ພວກອາມາເຫລັກ ແລ້ວພວກເຂົາກໍໄດ້ຊະນະຊາດອິດສະຣາເອນ ແລະ ຢຶດເຢຣິໂກ ເມືອງແຫ່ງຕົ້ນຕານ.
\v 14 ຊາດອິດສະຣາເອນໄດ້ຢູ່ໃຕ້ອໍານາດຂອງເຈົ້າເອກໂລນ ເປັນເວລາສິບແປດປີ.
\s5
\v 15 ແລ້ວຊາວອິດສະຣາເອນ ກໍຮ້ອງຫາ ອົງພຣະຜູ້ເປັນເຈົ້າອີກ ແລະ ອົງພຣະຜູ້ເປັນເຈົ້າໄດ້ສົ່ງຊາຍຄົນໜຶ່ງມາປົດປ່ອຍພວກເຂົາ. ຊາຍຄົນນີ້ແມ່ນ ເອຮຸດ ຄົນແຮງກໍ້າຊ້າຍ ຜູ້ທີ່ເປັນລູກຊາຍຂອງເກຣາ ຈາກເຜົ່າເບັນຢາມິນ. ປະຊາຊົນອິດສະຣາເອນໄດ້ໃຊ້ເອຮຸດ ນາໍເອົາຂອງຂວັນໄປມອບໃຫ້ກະສັດ ເອກໂລນ ແຫ່ງໂມອາບ.
\s5
\v 16 ດັ່ງນັ້ນ ເອຮຸດ ຈຶ່ງຕີດາບສອງຄົມ ດວງ ໜຶ່ງຍາວປະມານຫ້າສິບເຊັນ. ລາວເຊື່ອງດາບນັ້ນໄວ້ໃຕ້ເຄື່ອງນຸ່ງເບື້ອງຂວາມື.
\v 17 ແລ້ວລາວກໍນາໍເອົາຂອງຂວັນໄປມອບໃຫ້ກະສັດເອກໂລນ ຜູ້ທີ່ເປັນຄົນຕຸ້ຍພີ.
\v 18 ເມື່ອເອຮຸດ ນາໍເອົາຂອງຂວັນມາມອບໃຫ້ເຈົ້າເອກໂລນ ແລ້ວລາວຈຶ່ງໃຊ້ຄົນທີ່ຫາມຂອງຂວັນ ມານັ້ນກັບຄືນເມືອ.
\s5
\v 19 ສ່ວນ ເອຮຸດ ເອງໄດ້ກັບໄປຍັງເສົາຫິນແກະສະຫລັກທີ່ຢູ່ໃກ້ກັບກິນການ ແລ້ວກັບຄືນໄປບອກເຈົ້າເອກໂລນ ວ່າ, “ກະສັດທີ່ເຄົາຣົບ ຂ້ານ້ອຍມີຄວາມລັບຢາກຈະບອກທ່ານ. ” ດັ່ງນັ້ນ ກະສັດຈຶ່ງສັ່ງຄົນຮັບໃຊ້ວ່າ, “ຈົ່ງໃຫ້ພວກເຮົາຢູ່ຕາມລໍາພັງເຖີດ” ແລະ ພວກຄົນຮັບໃຊ້ກໍພາກັນອອກໄປ.
\v 20 ແລ້ວໃນຂະນະທີ່ກະສັດກາໍລັງນັ່ງຢູ່ໃນຫ້ອງອາກາດເຢັນແຕ່ຜູ້ດຽວ ທີ່ເທິງດາດຟ້ານັ້ນ ເອຮຸດ ກໍເຂົ້າໄປຫາເພິ່ນ ແລະ ເວົ້າວ່າ, “ຂ້ານ້ອຍມີຖ້ອຍຄໍາຈາກພຣະເຈົ້າ ສໍາລັບທ່ານ. ” ກະສັດ ຈຶ່ງລຸກຢືນຂຶ້ນ.
\s5
\v 21 ເອຮຸດ ໃຊ້ມືຊ້າຍຖອດເອົາດາບຈາກທາງຂວາມື ແທງທີ່ທ້ອງຂອງກະສັດ.
\v 22 ດາບທັງດວງ ໄດ້ທະລຸເຂົ້າໄປໃນທ້ອງ ແລະ ໄຂມັນຫຸ້ມດາບນັ້ນໄວ້. ເອຮຸດ ບໍ່ໄດ້ດຶງດາບ ອອກຈາກທ້ອງຂອງກະສັດ ແລະ ມັນຊອດອອກທາງຫລັງຂອງເພິ່ນ. [ຍ]
\v 23 ແລ້ວເອຮຸດ ກໍອອກມາຂ້າງນອກ, ອັດປະຕູໃສ່ໄລໄວ້.
\s5
\v 24 ຫຼັງຈາກນັ້ນ ລາວກໍປົບໜີໄປ. ເມື່ອພວກຄົນຮັບໃຊ້ໄດ້ເຫັນປະຕູອັດໄວ້ ພວກເຂົາຈຶ່ງຄິດວ່າ ກະສັດກາໍລັງຢູ່ໃນຫ້ອງນາໍ້.
\v 25 ພວກເຂົາຄອຍຖ້າຢູ່ຕັ້ງດົນນານ ແຕ່ກໍບໍ່ເຫັນກະສັດໄຂປະຕູອອກມາ. ດັ່ງນັ້ນ ພວກເຂົາຈຶ່ງເອົາກະແຈໄປໄຂເບິ່ງ ແລະ ພົບຜູ້ເປັນນາຍຂອງຕົນນອນຕາຍຢູ່ກາງພື້ນ.
\s5
\v 26 ເອຮຸດ ໄດ້ແລ່ນປົບໜີໄປໃນຂະນະທີ່ພວກເຂົາຄອຍຖ້າຢູ່. ລາວຜ່ານທາງເສົາຫິນແກະສະຫລັກ ແລະ ປົບໜີໄປຍັງເມືອງ ເຊອີຣາ.
\v 27 ເມື່ອມາຮອດແຖບເຂດພູດອຍເອຟຣາອິມ ລາວຈຶ່ງເປົ່າແກ ລະດົມເອົາທະຫານອິດສະຣາເອນອອກສູ້ຮົບ; ແລ້ວລາວ ກໍນໍາພາພວກເຂົາລົງພູໄປ.
\s5
\v 28 ລາວສັ່ງພວກທະຫານ ວ່າ, “ຈົ່ງຕາມຂ້ອຍມາ ອົງພຣະຜູ້ເປັນເຈົ້າໃຫ້ພວກເຈົ້າຊະນະຊາວໂມອາບ ສັດຕູຂອງພວກເຈົ້າແລ້ວ. ” ດັ່ງນັ້ນ ພວກເຂົາຈຶ່ງຕາມເອຮຸດ ລົງໄປຢຶດແຄມທ່າຂອງແມ່ນາໍ້ຈໍແດນ ບ່ອນທີ່ຊາວໂມອາບ ໃຊ້ຂ້າມໄປມາ ແລະ ບໍ່ອະນຸຍາດໃຫ້ຜູ້ໃດຂ້າມແມ່ນາໍ້ໄປເດັດຂາດ.
\v 29 ໃນມື້ນັ້ນ ພວກເຂົາໄດ້ຂ້າທະຫານຊາວໂມອາບ ຜູ້ເກັ່ງກ້າຕາຍປະມານສິບພັນຄົນ ໂດຍບໍ່ມີໃຜລອດໜີໄປໄດ້.
\v 30 ຊາວອິດສະຣາເອນໄດ້ຊະນະຊາວໂມອາບ ແລ້ວປະເທດຊາດບ້ານເມືອງກໍມີຄວາມສະຫງົບສຸກ ເປັນເວລາແປດສິບປີ.
\s5
\v 31 ຜູ້ນາໍຄົນຕໍ່ມາແມ່ນ ຊໍາຄາ ລູກຊາຍຂອງອານາດ. ລາວກໍເປັນຜູ້ໜຶ່ງທີ່ໄດ້ຊ່ວຍກູ້ເອົາຊາວອິດສະຣາເອນ ແລະ ໂດຍໃຊ້ໄມ້ບັງຄັບງົວຂ້າພວກຟີລິດສະຕິນ ຈາໍນວນຫົກຮ້ອຍຄົນ.
\s5
\c 4
\p
\v 1 ຫລັງຈາກ ເອຮຸດ ຕາຍໄປແລ້ວ ປະຊາຊົນອິດສະຣາເອນກໍເຮັດບາບຕໍ່ສູ້ອົງພຣະຜູ້ເປັນເຈົ້າອີກ.
\v 2 ດັ່ງນັ້ນ ອົງພຣະຜູ້ເປັນເຈົ້າ ຈຶ່ງມອບພວກເຂົາໃຫ້ຢູ່ໃຕ້ອໍານາດ ເຈົ້າຢາບິນ ກະສັດຂອງຊາວການາອານ ຜູ້ທີ່ປົກຄອງຢູ່ທີ່ນະຄອນຮາໂຊ. ແມ່ທັບຂອງເພິ່ນ ຊື່ວ່າ ຊີເຊຣາ. ລາວເປັນຊາວເມືອງຮາໂຣເຊັດ ຂອງຄົນຕ່າງຊາດ.
\v 3 ເຈົ້າຢາບິນ ມີລົດຮົບເຫລັກ ເກົ້າຮ້ອຍຄັນ ແລະ ເພິ່ນໄດ້ປົກຄອງປະຊາຊົນອິດສະຣາເອນ ໂດຍການບີບບັງຄັບຢ່າງໜັກ ເປັນເວລາຊາວປີ. ແລ້ວປະຊາຊົນອິດສະຣາເອນ ກໍໄດ້ຮ້ອງຫາອົງພຣະຜູ້ເປັນເຈົ້າໃຫ້ຊ່ວຍເຫລືອ.
\s5
\v 4 ໃນສະໄໝນັ້ນ ແມ່ນນາງເດໂບຣາ ເມຍຂອງລັບປີໂດດ ເປັນຜູ້ທາໍນວາຍ ແລະ ທັງເປັນຜູ້ປົກຄອງຂອງຊາວອິດສະຣາເອນ ດ້ວຍ.
\v 5 ປະ​ຊາ​ຊົນ​ອິດ​ສະ​ຣາ​ເອນ​ໄດ້​ມາ​ຫານ​າງ​ເດ​ໂບ​ຣາ ທີ່​ກ້ອງ​ຕົ້ນ​ຕານ​ລະ​ຫວ່າງ​ເມືອງ​ຣາ​ມາ ແລະ ເມືອງ​ເບັດ​ເອນ ໃນ​ແຖບ​ເຂດ​ພູ​ດອຍ​ເອ​ຟ​ຣາ​ອິມ ບ່ອນ​ທີ່​ນາງ​ນັ່ງ​ເພື່ອ​ໃຫ້​ຄຳ​ປຶກ​ສາ​ຫາ​ລື.
\s5
\v 6 ຢູ່ມາມື້ໜຶ່ງ ນາງເດໂບຣາ ໄດ້ໃຊ້ຄົນໄປຫາ ບາຣັກ ລູກຊາຍຂອງອາບີໂນອາມ ທີ່ເມືອງກາເດັດ ໃນເຂດແດນເນັບທາລີ ແລະ ກ່າວແກ່ລາວ ວ່າ, “ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງຊາດອິດສະຣາເອນ ໄດ້ໃຫ້ຄໍາສັ່ງແກ່ເຈົ້າ ດັ່ງນີ້: ‘ຈົ່ງເກນຜູ້ຊາຍສິບພັນຄົນ ຈາກເຜົ່າເນັບທາລີ ແລະ ເຜົ່າເຊບູໂລນ ແລະ ນາໍພາພວກເຂົາໄປຍັງພູເຂົາຕາໂບເຣ.
\v 7 ຝ່າຍເຮົາ ຈະເຮັດໃຫ້ຊີເຊຣາ ແມ່ທັບຂອງກະສັດຢາບິນ ພ້ອມດ້ວຍລົດຮົບ ແລະ ທະຫານຂອງລາວອອກໄປສູ້ຮົບເຈົ້າ ຢູ່ທີ່ຫ້ວຍນາໍ້ກີໂຊນ ແຕ່ເຮົາຈະໃຫ້ເຈົ້າຮົບຊະນະລາວ.
\s5
\v 8 ບາຣັກ ຈຶ່ງເວົ້າກັບນາງເດໂບຣາ ວ່າ, “ຂ້ອຍຈະອອກໄປ ຫາກເຈົ້າໄປກັບຂ້ອຍ ແຕ່ຖ້າເຈົ້າບໍ່ໄປ ຂ້ອຍກໍຈະບໍ່ໄປຄືກັນ. ”
\v 9 ນາງເດໂບຣາ ຈຶ່ງຕອບວ່າ, “ຕົກລົງ ຂ້ອຍຈະໄປກັບເຈົ້າ, ແຕ່ເຈົ້າຈະບໍ່ມີຊື່ສຽງສໍາລັບໄຊຊະນະໃນຄັ້ງນີ້ ເພາະອົງພຣະຜູ້ເປັນເຈົ້າຈະມອບ ຊີເຊຣາ ໄວ້ຢູ່ໃນເງື້ອມມືຂອງຍິງຄົນໜຶ່ງ. ” ແລ້ວນາງເດໂບຣາ ກໍໄປຍັງເມືອງເກເດັດ ກັບ ບາຣັກ.
\s5
\v 10 ບາຣັກໄດ້ເກນທະຫານຈາກເຜົ່າເຊບູໂລນ ແລະ ເຜົ່າເນັບທາລີ ແລະໄດ້ມີຈາໍນວນສິບພັນຄົນໄດ້ຕິດຕາມລາວໄປ. ສ່ວນນາງເດໂບຣາ ນັ້ນກໍໄປນາໍພວກເຂົາດ້ວຍ.
\s5
\v 11 ໃນຂະນະນັ້ນ ເຮເບ ຊາວເກນິດໄດ້ຕັ້ງຜ້າເຕັນພັກຢູ່ໃຕ້ຕົ້ນໂອກໃຫຍ່ທີ່ຊານັນນິມ ໃກ້ກັບເມືອງເກເດັດ. ລາວໄດ້ຍ້າຍໜີຈາກພວກເກນິດ ຄົນອື່ນ ໆ ທີ່ເປັນເຊື້ອສາຍຂອງໂຮບັບ ອ້າຍເຂີຍຂອງໂມເຊ.
\s5
\v 12 ເມື່ອຊີເຊຣາ ຮູ້ວ່າ ບາຣັກ ລູກຊາຍຂອງອາບີໂນອາມ ໄປເຖິງພູເຂົາຕາໂບເຣ ແລ້ວ;
\v 13 ລາວຈຶ່ງສັ່ງເອົາລົດຮົບເຫລັກ ເກົ້າຮ້ອຍຄັນ ພ້ອມກັບກາໍລັງພົນທັງໝົດ ແລະ ຍົກທັບຈາກເມືອງຮາໂຣເຊັດ ຂອງຄົນຕ່າງຊາດໄປຍັງຫ້ວຍນາໍ້ກີໂຊນ.
\s5
\v 14 ແລ້ວນາງເດໂບຣາ ກໍໄດ້ບອກ ບາຣັກ ວ່າ, “ຈົ່ງໄປ! ອົງພຣະຜູ້ເປັນເຈົ້າພວມນໍາພາ ເຈົ້າໄປມື້ນີ້ ພຣະອົງໃຫ້ເຈົ້າມີໄຊຊະນະເໜືອ ຊີເຊຣາ. ” ດັ່ງນັ້ນ ບາຣັກ ຈຶ່ງນາໍທະຫານສິບພັນຄົນລົງຈາກພູຕາໂບເຣ ໄປໂຈມຕີ ຊີເຊຣາ.
\s5
\v 15 ເມື່ອບາຣັກ ໃຊ້ກອງທັບຂອງຕົນໂຈມຕີຢູ່ນັ້ນ ອົງພຣະຜູ້ເປັນເຈົ້າໄດ້ບັນດານໃຫ້ຊີເຊຣາ ສັບສົນວຸ້ນວາຍພ້ອມດ້ວຍລົດຮົບ ແລະທະຫານຂອງລາວ. ຊີເຊຣາ ຈຶ່ງໂດດອອກຈາກລົດຮົບຂອງຕົນ ແລະ ແລ່ນໜີໄປ.
\v 16 ຝ່າຍບາຣັກ ກໍໄລ່ຕາມລົດຮົບແລະກອງທະຫານ ໄປຈົນຮອດເມືອງຮາໂຣເຊັດ ຂອງຄົນຕ່າງຊາດ; ແລ້ວທະຫານທັງໝົດຂອງຊີເຊຣາ ກໍຖືກຂ້າໂດຍບໍ່ມີໃຜຈັກຄົນລອດຊີວິດ.
\s5
\v 17 ສ່ວນຊີເຊຣາ ນັ້ນໄດ້ປົບໜີໄປຍັງຜ້າເຕັນຂອງນາງຢາເອນ ເມຍຂອງເຮເບ ຊາວເກນິດ ເພາະເຈົ້າຢາບິນກະສັດແຫ່ງຮາໂຊ ແລະ ຄອບຄົວຂອງເຮເບ ເປັນມິດທີ່ດີຕໍ່ກັນ.
\v 18 ນາງຢາເອນ ໄດ້ອອກມາພົບຊີເຊຣາ ແລະ ເວົ້າວ່າ, “ເຊີນເຂົ້າມາຍັງຜ້າເຕັນຂອງຂ້ອຍພີ້ ແລະບໍ່ຕ້ອງຢ້ານຫຍັງດອກ. ” ຊີເຊຣາ ຈຶ່ງເຂົ້າໄປ ແລະ ນາງຢາເອນໄດ້ເຊື່ອງລາວໄວ້ທາງຫລັງຜ້າກັ້ງ. [ດ]
\s5
\v 19 ຊີເຊຣາ ໄດ້ເວົ້າກັບນາງວ່າ, “ຂ້ອຍຂໍດື່ມນາໍ້ແດ່ ເພາະຂ້ອຍຫິວນາໍ້ຫລາຍ. ” ນາງຢາເອນ ຈຶ່ງໄຂຖົງນາໍ້ນົມອອກໃຫ້ລາວດື່ມແລະ ເຊື່ອງລາວໄວ້ອີກ.
\v 20 ແລ້ວ ຊີເຊຣາ ກໍໄດ້ບອກນາງວ່າ, “ໃຫ້ເຈົ້າໄປຢືນຢູ່ທາງປະຕູເຂົ້າຜ້າເຕັນພຸ້ນ ຖ້າໃຜມາຖາມວ່າ ມີຄົນມາລີ້ຢູ່ທີ່ນີ້ບໍ? ໃຫ້ເຈົ້າບອກວ່າ ບໍ່ມີເດີ.”
\s5
\v 21 ຍ້ອນຄວາມອິດເມື່ອຍ ຊີເຊຣາຈຶ່ງນອນຫລັບສະໜິດ. ແລ້ວນາງຢາເອນ ກໍເອົາຄ້ອນຕີ ແລະ ຫລັກສຽບຜ້າເຕັນຄ່ອຍ ໆ ຍ່າງເຂົ້າໄປແລະຂ້າລາວ ໂດຍຕອກຫລັກສຽບນັ້ນ ໃສ່ທີ່ຂະໝັບຂອງຊີເຊຣາ ຈົນຊອດຮອດພື້ນດິນ.
\v 22 ເມື່ອບາຣັກ ມາຊອກຫາຊີເຊຣາ ນາງຢາເອນ ຈຶ່ງອອກໄປພົບ ແລະ ເວົ້າວ່າ, “ເຊີນເຂົ້າມາທາງໃນພີ້ ຂ້ານ້ອຍຈະໃຫ້ທ່ານ ພົບຄົນທີ່ທ່ານພວມຊອກຫາ. ” ດັ່ງນັ້ນ ລາວຈຶ່ງເຂົ້າໄປກັບນາງ ແລະພົບ ຊີເຊຣາ ນອນຕາຍຢູ່ຄາພື້ນດິນ ໂດຍມີຫລັກໄມ້ສຽບຢູ່ທີ່ຂະໝັບ.
\s5
\v 23 ໃນມື້ນັ້ນ ພຣະເຈົ້າໄດ້ເຮັດໃຫ້ຊາວອິດສະຣາເອນ ມີໄຊຊະນະເໜືອເຈົ້າຢາບິນ ກະສັດຂອງຊາວການາອານ.
\v 24 ຝ່າຍ ຊາວອິດສະຣາເອນກໍຕໍ່ສູ້ເຈົ້າຢາບິນ ແຮງຂຶ້ນ ຈົນໃນທີ່ສຸດ ພວກເຂົາໄດ້ຂ້າເພິ່ນເສຍ.
\s5
\c 5
\p
\v 1 ໃນມື້ນັ້ນ ນາງເດໂບຣາ ແລະ ບາຣັກ ລູກຊາຍຂອງອາບີໂນອາມ ໄດ້ຮ້ອງເພງວ່າ:
\v 2 ຈົ່ງສັນລະເສີນອົງພຣະຜູ້ເປັນເຈົ້າເຖີດ ເພາະຊາວອິດສະຣາເອນ ຕັ້ງໃຈສູ້ຮົບ; ພວກເຂົາເຕັມໃຈຕໍ່ສູ້ແທ້ ໆ ໂດຍຕີເຫລົ່າສັດຕູດ້ວຍຄວາມຍິນດີ.
\s5
\v 3 ຈົ່ງຟັງເທີ້ນ ບັນດາກະສັດທັງຫລາຍ ລວມທັງພວກຜູ້ປົກຄອງ ຈົ່ງຕັ້ງໃຈຟັງດ້ວຍ ຂ້ານ້ອຍຈະຮ້ອງເພງ ແລະ ບັນເລງດົນຕຼີ ຖວາຍແດ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງຊາດອິດສະຣາເອນ.
\v 4 ຂ້າແດ່ອົງພຣະຜູ້ເປັນເຈົ້າ ເມື່ອຊົງຈາກພູເຊອີ ເມື່ອພຣະອົງ ຈາກເຂດແດນເອໂດມ ມານັ້ນ ແຜ່ນດິນໄຫວຫວັ່ນ ແລະ ທ້ອງຟ້າເທຝົນລົງມາ ແມ່ນແລ້ວ ຝົນລິນລົງມາຈາກກ້ອນເມກ.
\s5
\v 5 ພູຜາ ກໍໄດ້ໄຫວຫວັ່ນ ຢູ່ຕໍ່ໜ້າອົງພຣະຜູ້ເປັນເຈົ້າແຫ່ງພູເຂົາຊີນາຍ ຄືຢູ່ຕໍ່ໜ້າອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງຊາດອິດສະຣາເອນ ນັ້ນ.
\v 6 ໃນສະໄໝລູກຊາຍຂອງອານາດ ທ້າວຊໍາຄາ ທັງໃນສະໄໝຂອງນາງຢາເອນ ດ້ວຍ ບໍ່ມີຍວດຍານເຄື່ອນຍ້າຍທ່ຽວໄປໃນດິນແດນ ແລະ ຜູ້ສັນຈອນກໍທ່ຽວໄປຕາມທາງໂຄ້ງ.
\s5
\v 7 ສ່ວນເມືອງຕ່າງ ໆ ຂອງຊາດອິດສະຣາເອນ ກໍຖືກປະປ່ອຍໃຫ້ເປັນເມືອງຮ້າງ ເດໂບຣາ ເອີຍ! ເປັນເມືອງຮ້າງຢ່າງນັ້ນ ຈົນເຖິງເຈົ້າມາ [ຕ] ເຈົ້າເປັນດັ່ງແມ່ສໍາລັບ ອິດສະຣາເອນ ແທ້ ໆ.
\v 8 ຕໍ່ມາ ສົງຄາມຈຶ່ງເກີດຂຶ້ນໃນດິນແດນ ເມື່ອຊາວອິດສະຣາເອນ ເລືອກພະຕົນໃໝ່. ໃນຊາດອິດສະຣາເອນ ມີທະຫານສີ່ສິບພັນຄົນ ມີໃຜຖືຫອກ ແລະ ໂລ້ເປັນອາວຸດແດ່ ຫລືບໍ່?
\s5
\v 9 ຈິດໃຈຂອງຂ້ອຍ ແມ່ນຢູ່ນາໍພວກບັນຊາການທະຫານ ແລະ ປະຊາຊົນອິດສະຣາເອນ ພຸ້ນ ຄືພວກທີ່ອາສາສະໝັກສູ້ຮົບດ້ວຍຄວາມຍິນດີ ຈົ່ງຍ້ອງຍໍສັນລະເສີນ ອົງພຣະຜູ້ເປັນເຈົ້າ ເຖີດ
\v 10 ພວກທີ່ນັ່ງເທິງອານ ແລະ ຂີ່ໂຕລໍຂາວ ຜູ້ທີ່ຍ່າງໄປມາ ຈົ່ງກ່າວເຖິງເລື່ອງນີ້. [ຖ]
\s5
\v 11 ຈົ່ງຟັງແມ ຢູ່ອ້ອມແອ້ມນາໍ້ສ້າງພຸ້ນ ມີສຽງໂຮຮ້ອງອັນຍິ່ງໃຫຍ່ ບອກເຖິງໄຊຊະນະຂອງອົງພຣະຜູ້ເປັນເຈົ້າ ຄືໄຊຊະນະຂອງຊົນຊາດອິດສະຣາເອນ ແລ້ວປະຊາຊົນຂອງອົງພຣະຜູ້ເປັນເຈົ້າ ກໍຕຽມອອກເດີນທາງຍົກທັບ ຂອງພວກເຂົາ ລົງມາຈາກເມືອງຕ່າງ ໆ ຂອງ ພວກເຂົາພຸ້ນ. [ທ]
\s5
\v 12 ຈົ່ງນາໍໜ້າໄປເຖີດ ເດໂບຣາ ເອີຍ ຈົ່ງນາໍໜ້າໄປ ຈົ່ງນາໍ ໜ້າໄປພ້ອມທັງຮ້ອງລໍາທາໍເພງ ຈົ່ງນາໍໜ້າໄປເຖີດ ຈົ່ງອອກໜ້າ ບາຣັກທ້າວ ລູກຊາຍຂອງອາບີໂນອາມ ໄປກ່ອນ ຈົ່ງເອົາພວກຊະເລີຍຂອງເຈົ້ານາໍໜ້າອອກໄປ
\v 13 ແລ້ວພວກທີ່ສັດຊື່ ກໍລົງມາຫາຜູ້ນາໍຂອງຕົນ ຄົນຂອງອົງພຣະຜູ້ເປັນເຈົ້າມາກັບພຣະອົງ [ນ] ເພື່ອຕຽມຕໍ່ສູ້.
\s5
\v 14 ພວກເຂົາມາຈາກ [ບ] ເຜົ່າເອຟຣາອິມ ທີ່ຢູ່ໃນຮ່ອມພູ [ປ] ນາໍຫລັງເຜົ່າເບັນຢາມິນ ແລະ ປະຊາຊົນດ້ວຍ. ສ່ວນພວກຜູ້ບັນຊາການນັ້ນ ມາຈາກຕະກຸນມາກີ ແລະ ນາຍທະຫານ ມາຈາກເຜົ່າເຊບູໂລນ ທັງນັ້ນ.
\s5
\v 15 ພວກຜູ້ນາໍເຜົ່າອິດຊາຄາ ກໍໄປກັບເດໂບຣາ ຊາວອິດຊາຄາກໍມາດ້ວຍກັນກັບບາຣັກ; ຕ່າງກໍຟ້າວຕິດຕາມພວກເຂົາໄປຍັງຮ່ອມພູ ບ່ອນທີ່ນັດໝາຍກັນໄວ້. ສ່ວນເຜົ່າຣູເບັນ ນັ້ນເກີດແບ່ງແຍກກັນ ຈຶ່ງບໍ່ໄດ້ຕັດສິນໃຈເຂົ້າມາສົມທົບດ້ວຍ.
\s5
\v 16 ເປັນຫຍັງ ພວກເຂົາຈຶ່ງຢູ່ຫລັງນາໍຝູງແກະ? ຟັງຄົນລ້ຽງແກະທີ່ກໍາລັງເອີ້ນແກະຂອງພວກເຂົາຢູ່? ແມ່ນແທ້ ເຜົ່າຣູເບັນ ໄດ້ເກີດແບ່ງແຍກກັນ ຈຶ່ງບໍ່ໄດ້ຕັດສິນໃຈເຂົ້າມາ ສົມທົບດ້ວຍ.
\s5
\v 17 ສ່ວນເຜົ່າກາດ ຍັງຢູ່ທາງຝັ່ງແມ່ນາໍ້ຈໍແດນ ເຜົ່າດານ ກໍຢູ່ທີ່ກາໍປັ່ນຂອງພວກເຂົາພຸ້ນ. ເຜົ່າອາເຊ ກໍອາໄສຢູ່ຕາມແຄມຝັ່ງທະເລຫລວງ ທີ່ທ່າເຮືອທັງຫລາຍຕາມຊາຍຝັ່ງທະເລພຸ້ນ.
\v 18 ສ່ວນປະຊາຊົນ ຈາກເຜົ່າເຊບູໂລນ ແລະ ເຜົ່າເນັບທາລີ ພວກເຂົາໄດ້ສ່ຽງຊີວິດຂອງພວກເຂົາມຸ່ງໜ້າເຂົ້າສູ່ ສະໜາມຮົບ.
\s5
\v 19 ທີ່ ຕານາກ ນັ້ນໃກ້ກັບນໍ້າຫ້ວຍເມກິດໂດ ບັນດາກະສັດໄດ້ມາເຮັດເສິກ ເພື່ອສູ້ຮົບ; ບັນດາກະສັດການາອານ ໄດ້ສູ້ຮົບຕົບຕີ ແຕ່ພວກເຂົາບໍ່ໄດ້ຢຶດເຄື່ອງເປັນເງິນໄປດ້ວຍ.
\v 20 ທີ່ເທິງທ້ອງຟ້າ ດວງດາວທັງຫລາຍກໍມາສູ້ຮົບເຄື່ອນຍ້າຍຕາມທ້ອງຟ້າ ມາຕໍ່ສູ້ຊີເຊຣາ.
\s5
\v 21 ນາໍ້ຫ້ວຍນັ້ນ ຍັງໄຫລຫລັ່ງແຕ່ໃດ ໆ ມາ ຄືຫ້ວຍກີໂຊນ ໄຫລພັດເອົາເຫລົ່າສັດຕູໄປກ້ຽງ. ໃຫ້ພວກເຮົາບຸກໜ້າກ້າວໄປຢ່າງ ອົງອາດ ສູ່ສະໜາມຮົບດ້ວຍສຸດກາໍລັງພວກເຮົາເດີ
\v 22 ແລ້ວມ້າທີ່ພວກເຮົາຂີ່ ກໍຫອບບຸກໜ້າໄປ ກີບຕີນມັນຢັນຂີ້ດິນຟົ້ງຂຶ້ນເປັນກຸ່ນ ໆ.
\s5
\v 23 ເທວະດາຂອງອົງພຣະຜູ້ເປັນເຈົ້າ ກໍກ່າວສາບແຊ່ງຄືກັນ ວ່າ, “ເມືອງເມຣົດ ຖືກສາບແຊ່ງເສຍແລ້ວ ຊາວເມືອງນັ້ນກໍຖືກສາບແຊ່ງກັນໝົດ ຄົນທີ່ມາອາໄສຢູ່ນາໍ ກໍຖືກສາບແຊ່ງດ້ວຍ. ເພາະພວກເຂົາບໍ່ໄດ້ມາຊ່ວຍ ອົງພຣະຜູ້ເປັນເຈົ້າ ໂຈມຕີ ຄືເປັນທະຫານທີ່ດີສູ້ຮົບເພື່ອອົງພຣະຜູ້ເປັນເຈົ້າ.”
\s5
\v 24 ຍິງທີ່ໄດ້ຮັບພອນຫລາຍກວ່າ ຄື ນາງຢາເອນ ເມຍເຮເບ ຊາວເກນິດ ຜູ້ອາໄສຢູ່ໃນຜ້າເຕັນນັ້ນ.
\v 25 ເມື່ອຊີເຊຣາ ຂໍດື່ມນໍ້າ ນາງກໍເອົານາໍ້ນົມໃຫ້ດື່ມ ຄື ນາໍ້ນົມຂຸ້ນຍໍໃສ່ຖ້ວຍອັນງາມແທ້ ມາໃຫ້ລາວ.
\s5
\v 26 ມືໜຶ່ງນັ້ນ ນາງຖືໄມ້ສຽບຜ້າເຕັນມາ ມືໜຶ່ງອີກ ນາງຖືຄ້ອນຕີມາພ້ອມ; ນາງຕີ ຊີເຊຣາ ທີ່ກະໂຫລກຫົວຂອງລາວ ນາງຕີໄມ້ສຽບເຕັນໃສ່ກະໂຫລກຫົວຈົນຊອດ.
\v 27 ສ່ວນຊີເຊຣາ ນັ້ນຈຶ່ງລົ້ມຄຸເຂົ່າລົງໂດຍລົ້ມ ກັບພື້ນດິນ ທີ່ຕີນຂອງນາງນັ້ນ; ທີ່ຕີນນາງນັ້ນ ລາວຢຽດຢູ່ຢ່າງສິ້ນຫວັງ ແລະ ລາວໄດ້ສິ້ນໃຈຕາຍຢູ່ໃນທີ່ນັ້ນ.
\s5
\v 28 ຝ່າຍແມ່ຊີເຊຣານັ້ນ ນາງກໍເຝົ້າເບິ່ງ [ຜ] ທາງປ່ອງຢ້ຽມອອກມາ ຫລຽວຜ່ານຕະໜ່າງ ດ້ວຍສຽງຮ້ອງໄຫ້ຄໍ່າຄວນ. ນາງ ຖາມວ່າ, “ເປັນຫຍັງລົດຮົບຊີເຊຣາ ກັບມາຊ້ານໍ ເປັນຫຍັງຝູງມ້າຂອງລາວ ຈຶ່ງກັບມາຊ້າ?”
\s5
\v 29 ພວກແມ່ຍິງທີ່ສະຫລາດ ຈຶ່ງໃຫ້ຄໍາຕອບແກ່ນາງ ໂດຍເວົ້າທົບທວນໄປ ທົບທວນມາ ຄໍາຕອບອັນນັ້ນ
\v 30 ວ່າ, “ພວກເຂົາພວມຮິບໂຮມ ເອົາເຄື່ອງມາແບ່ງປັນກັນ ມີຜູ້ສາວໜຶ່ງ ຫລື ສອງຄົນຕໍ່ທະຫານຜູ້ໜຶ່ງ ມີເສື້ອຜ້າລາຄາແພງ ໆ ອີກ ເພື່ອໃຫ້ຊີເຊຣາ ທັງຜ້າຫຍິບແສ່ວງາມ ໆ ຄ້ອງຄໍຣາຊີນີດ້ວຍ. ” [ຝ]
\s5
\v 31 ຂ້າແດ່ອົງພຣະຜູ້ເປັນເຈົ້າ ຂໍໃຫ້ເຫລົ່າສັດຕູຂອງພຣະເຈົ້າ ຕາຍໄປດັ່ງນີ້ເທາະ ແຕ່ຂໍ ໃຫ້ຜູ້ເຂົ້າສະໜິດກັບພຣະເຈົ້າ ສ່ອງແຈ້ງດັ່ງຕາເວັນຂຶ້ນແດ່ທ້ອນ. ຕໍ່ມາປະເທດຊາດບ້ານເມືອງກໍມີຄວາມສະຫງົບສຸກເປັນເວລາ ສີ່ສິບປີ.
\s5
\c 6
\p
\v 1 ມີຄັ້ງໜຶ່ງອີກ ປະຊາຊົນອິດສະຣາເອນ ໄດ້ເຮັດບາບຕໍ່ສູ້ອົງພຣະຜູ້ເປັນເຈົ້າ. ດັ່ງນັ້ນ ພຣະອົງຈຶ່ງໃຫ້ພວກມີດີອານ ປົກຄອງພວກເຂົາເປັນເວລາເຈັດປີ.
\v 2 ພວກມີດີອານ ເຂັ້ມແຂງກວ່າພວກອິດສະຣາເອນ; ສະນັ້ນ ພວກອິດສະຣາເອນ ຈຶ່ງໜີໄປລີ້ຢູ່ໃນຖໍ້າ ແລະ ຢູ່ໃນບ່ອນປອດໄພຕາມເທິງພູ.
\s5
\v 3 ເທື່ອໃດທີ່ຊາວອິດສະຣາເອນ ຫວ່ານເຂົ້າ ຊາວມີດີອານພ້ອມດ້ວຍຊາວອາມາເຫລັກ ແລະ ຄົນໃນເຜົ່າຕ່າງ ໆ ທີ່ຢູ່ຕາມຖິ່ນແຫ້ງແລ້ງກັນດານ ກໍມາບຸກໂຈມຕີພວກເຂົາ ເທື່ອນັ້ນ.
\v 4 ພວກເຫລົ່ານີ້ ໄດ້ຕັ້ງຄ້າຍພັກ ຢູ່ໃນດິນແດນນັ້ນ ແລະ ທາໍລາຍຜົນລະປູກຕ່າງ ໆ ທີ່ທາງທິດໃຕ້ ຈົນເຖິງເຂດອ້ອມແອ້ມ ຂອງເມືອງກາຊາ. ພວກເຂົາໄດ້ຢຶດສັດທັງໝົດໄປ ເຊັ່ນ: ແກະ, ງົວ ແລະ ລໍ ໂດຍບໍ່ໄດ້ປະສິ່ງໃດເຫລືອໄວ້ໃຫ້ຊາວອິດສະຣາເອນ ໄວ້ລ້ຽງຊີບ.
\s5
\v 5 ພວກນີ້ໄດ້ບຸກເຂົ້າມາ ຢ່າງໜາແໜ້ນດັ່ງຝູງຕັກແຕນ ຝູງສັດ ແລະ ຜ້າເຕັນພ້ອມທັງຄົນກັບອູດ ຂອງພວກເຂົາກໍຫລາຍຈົນນັບບໍ່ໄດ້. ພວກເຂົາໄດ້ເຂົ້າມາທໍາລາຍດິນແດນ
\v 6 ແລະ ຊາດອິດສະຣາເອນຈຶ່ງໝົດທາງທີ່ຈະສູ້ຮົບພວກເຂົາ.
\s5
\v 7 ແລ້ວປະຊາຊົນອິດສະຣາເອນ ກໍຮ້ອງຫາອົງພຣະຜູ້ເປັນເຈົ້າ ໃຫ້ຊ່ວຍເຫລືອເພື່ອຈະຕໍ່ສູ້ພວກມີດີອານ.
\v 8 ອົງພຣະຜູ້ເປັນເຈົ້າໄດ້ໃຊ້ຜູ້ທາໍນວາຍຄົນໜຶ່ງ ມາບອກພວກເຂົາວ່າ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງຊາດອິດສະຣາເອນ ກ່າວດັ່ງນີ້: “ເຮົາໄດ້ນາໍພວກເຈົ້າອອກມາຈາກການເປັນທາດຮັບໃຊ້ໃນປະເທດເອຢິບ.
\s5
\v 9 ເຮົາໄດ້ຊ່ວຍກູ້ເອົາພວກເຈົ້າ ອອກມາແຕ່ເງື້ອມມືຂອງພວກເອຢິບ ແລະ ຈາກຜູ້ທີ່ສູ້ຮົບພວກເຈົ້າຢູ່ໃນດິນແດນນີ້. ເຮົາໄດ້ຂັບໄລ່ ພວກເຂົາໃຫ້ອອກໄປ ເມື່ອພວກເຈົ້າບຸກໜ້າເຂົ້າມາ ເຮົາໄດ້ມອບດິນແດນຂອງພວກເຂົາໃຫ້ພວກເຈົ້າ.
\v 10 ເຮົາໄດ້ບອກພວກເຈົ້າ ແລ້ວວ່າ, ເຮົາ ຄື ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ; ສະນັ້ນ ພວກເຈົ້າຈຶ່ງບໍ່ຕ້ອງຂາບໄຫວ້ບັນດາພະຂອງຊາວອາໂມ ໃນດິນແດນທີ່ພວກເຈົ້າກາໍລັງອາໄສຢູ່ນີ້ ແຕ່ພວກເຈົ້າບໍ່ໄດ້ເຊື່ອຟັງເຮົາ.”
\s5
\v 11 ແລ້ວເທວະດາຂອງອົງພຣະຜູ້ເປັນເຈົ້າ ກໍມາໃນບ້ານໂອຟຣາ ນັ່ງຢູ່ໃຕ້ຕົ້ນໂອກ ຊຶ່ງເປັນຂອງໂຢອາດ ຄົນໃນຕະກຸນອາບີເອເຊ. ກີເດໂອນ ລູກຊາຍຂອງໂຢອາດ ກາໍລັງລີ້ຟາດເຂົ້າຢູ່ໃນບ່ອນທີ່ບີບນາໍ້ໝາກອະງຸ່ນ ເພື່ອບໍ່ໃຫ້ຊາວມີດີອານ ເຫັນ.
\v 12 ເທວະດາຂອງອົງພຣະຜູ້ເປັນເຈົ້າ ໄດ້ປາກົດຕໍ່ລາວ ແລະ ເວົ້າວ່າ, “ຊາຍຜູ້ອົງອາດກ້າຫານເອີຍ ອົງພຣະຜູ້ເປັນເຈົ້າສະຖິດຢູ່ກັບເຈົ້າ.”
\s5
\v 13 ຝ່າຍກີເດໂອນ ກໍເວົ້າຕໍ່ເທວະດານັ້ນ ວ່າ, “ທ່ານເອີຍ ຂ້ານ້ອຍຂໍຖາມວ່າ ຖ້າອົງພຣະຜູ້ເປັນເຈົ້າສະຖິດຢູ່ນາໍພວກຂ້ານ້ອຍແທ້ ເປັນຫຍັງເຫດຮ້າຍທັງໝົດນີ້ ຈຶ່ງເກີດຂຶ້ນກັບພວກຂ້ານ້ອຍ? ສິ່ງອັດສະຈັນຕ່າງ ໆ ທີ່ປູ່ຍ່າຕາຍາຍໄດ້ເລົ່າສູ່ພວກຂ້ານ້ອຍຟັງວ່າ ພຣະອົງໄດ້ນາໍພາພວກເພິ່ນອອກມາຈາກປະເທດເອຢິບນັ້ນ ໄປໃສໝົດ? ອົງພຣະຜູ້ເປັນເຈົ້າໄດ້ປະຖິ້ມພວກຂ້ານ້ອຍ ແລະ ໄດ້ມອບພວກຂ້ານ້ອຍໃຫ້ຢູ່ໃຕ້ກາໍມືພວກມີດີອານ.”
\s5
\v 14 ແລ້ວອົງພຣະຜູ້ເປັນເຈົ້າ ກໍໄດ້ສັ່ງລາວ ວ່າ, “ຈົ່ງໄປຊ່ວຍກູ້ເອົາຊາດອິດສະຣາເອນ ໃຫ້ພົ້ນຈາກຊາວມີດີອານ ດ້ວຍກໍາລັງອັນເຂັ້ມແຂງຂອງເຈົ້າ. ເຮົາເອງເປັນຜູ້ໃຊ້ເຈົ້າໄປ. ”
\v 15 ກີເດໂອນ ຕອບຄືນວ່າ, “ແຕ່ອົງພຣະຜູ້ເປັນເຈົ້າເອີຍ ຂ້ານ້ອຍຈະຊ່ວຍກູ້ເອົາຊາດອິດສະຣາເອນໄດ້ຢ່າງໃດ ເພາະຕະກຸນຂອງຂ້ານ້ອຍເປັນຕະກຸນອ່ອນແອທີ່ສຸດໃນເຜົ່າມານາເຊ ແລະ ຂ້ານ້ອຍເອງ ກໍເປັນຄົນທີ່ມີຄວາມສໍາຄັນໜ້ອຍກວ່າໝູ່ໃນຄອບຄົວຂອງຂ້ານ້ອຍ.”
\s5
\v 16 ອົງພຣະຜູ້ເປັນເຈົ້າ ກ່າວຕໍ່ລາວວ່າ, “ເຈົ້າເຮັດສິ່ງນີ້ໄດ້ ເພາະເຮົາຈະຊ່ວຍເຈົ້າ. ເຈົ້າຈະທໍາລາຍພວກມີດີອານ ໄດ້ຢ່າງງ່າຍດາຍ ຄ້າຍກັບວ່າ ພວກເຂົາມີພຽງແຕ່ຄົນດຽວເທົ່ານັ້ນ. ”
\v 17 ກີເດໂອນ ຕອບວ່າ, “ຖ້າທ່ານພໍໃຈໃນຕົວຂ້ານ້ອຍ ຈົ່ງພິສູດໃຫ້ຂ້ານ້ອຍໄດ້ເຫັນເປັນຈິງວ່າ ພຣະອົງແມ່ນອົງພຣະຜູ້ເປັນເຈົ້າແທ້ ໆ ດ້ວຍເຖີດ.
\v 18 ຂໍທ່ານຢ່າຟ້າວໜີໄປຈາກບ່ອນນີ້ ຈົນກວ່າຂ້ານ້ອຍຈະນາໍເອົາອາຫານມາຖວາຍແກ່ທ່ານ. ” ເທວະດາຕົນນັ້ນ ຕອບວ່າ, “ເຮົາຈະຢູ່ທີ່ນີ້ ຈົນກວ່າເຈົ້າກັບມາ.”
\s5
\v 19 ດັ່ງນັ້ນ ກີເດໂອນ ຈຶ່ງເຂົ້າໄປໃນເຮືອນ ແລະ ເອົາແບ້ໜຸ່ມໂຕໜຶ່ງມາຈັດແຈງເປັນອາຫານ ແລະ ເອົາແປ້ງສິບກິໂລກຼາມ ມາເຮັດເຂົ້າຈີ່ບໍ່ມີເຊື້ອແປ້ງ. ລາວເອົາຊີ້ນໃສ່ກະຕ່າ ແລະ ນໍ້າແກງໃສ່ໝໍ້ ແລ້ວກໍນາໍເອົາສິ່ງ ເຫລົ່ານີ້ມາ ແລະ ມອບໃຫ້ແກ່ເທວະດາຂອງ ອົງພຣະຜູ້ເປັນເຈົ້າ ຢູ່ລຸ່ມຕົ້ນໂອກ.
\v 20 ຝ່າຍເທວະດາຂອງພຣະເຈົ້າ ກໍກ່າວແກ່ລາວ ວ່າ, “ຈົ່ງເອົາຊີ້ນກັບເຂົ້າຈີ່ວາງໄວ້ທີ່ເທິງໂງ່ນຫິນນີ້ ແລະຖອກນາໍ້ແກງໃສ່. ” ກີເດໂອນ ກໍປະຕິບັດຕາມ.
\s5
\v 21 ແລ້ວເທວະດາຂອງອົງພຣະຜູ້ເປັນເຈົ້າ ກໍເອົາປາຍໄມ້ເທົ້າຂອງຕົນ ແຕະຕ້ອງຊີ້ນ ແລະ ເຂົ້າຈີ່ນັ້ນ. ໃນທັນໃດໄຟກໍລຸກຂຶ້ນຈາກໂງ່ນຫິນ ແລະໄໝ້ຊີ້ນກັບເຂົ້າຈີ່ນັ້ນໝົດກ້ຽງ. ແລ້ວເທວະດາຂອງອົງພຣະຜູ້ເປັນເຈົ້າ ກໍຫາຍໄປ.
\s5
\v 22 ກີເດໂອນ ຈຶ່ງໄດ້ຮູ້ວ່າເພິ່ນເປັນເທວະດາຂອງອົງພຣະຜູ້ເປັນເຈົ້າແທ້. ດັ່ງນັ້ນ ລາວຈຶ່ງຮ້ອງຂຶ້ນດ້ວຍຄວາມຕົກໃຈຢ້ານກົວ ວ່າ, “ຂ້າແດ່ພຣະເຈົ້າຢາເວ ອົງພຣະຜູ້ເປັນເຈົ້າ ຂ້ານ້ອຍໄດ້ເຫັນເທວະດາຂອງພຣະອົງ ໜ້າຕໍ່ໜ້າແລ້ວ. ”
\v 23 ແຕ່ອົງພຣະຜູ້ເປັນເຈົ້າບອກລາວວ່າ, “ຈົ່ງມີສັນຕິສຸກ ຢ່າຢ້ານເລີຍ ເຈົ້າຈະບໍ່ຕາຍດອກ. ”
\v 24 ແລ້ວ ກີເດໂອນ ກໍໄດ້ສ້າງແທ່ນບູຊາແກ່ອົງພຣະຜູ້ ເປັນເຈົ້າ ຢູ່ໃນທີ່ນັ້ນ ແລະໃສ່ຊື່ວ່າ, “ອົງພຣະ ຜູ້ເປັນເຈົ້າ ອົງແຫ່ງສັນຕິສຸກ. ” (ແທ່ນບູຊານີ້ຍັງຢູ່ໃນບ້ານໂອຟຣາ ແລະ ເປັນຂອງຕະກຸນ ອາບີເອເຊ ຈົນເທົ່າເຖິງທຸກວັນນີ້.)
\s5
\v 25 ໃນຄືນຂອງມື້ນັ້ນ ອົງພຣະຜູ້ເປັນເຈົ້າ ໄດ້ບອກກີເດໂອນ ວ່າ, “ຈົ່ງຢຶດງົວເຖິກ ຂອງ ພໍ່ເຈົ້າ ພ້ອມທັງງົວເຖິກໂຕໜຶ່ງອີກ ອາຍຸເຈັດປີ; [ພ] ຈົ່ງທາໍລາຍແທ່ນບູຊາ ທີ່ພໍ່ຂອງເຈົ້າ ເຮັດໄວ້ສໍາລັບພະບາອານ ແລະ ຈົ່ງຕັດເສົາ ສັກສິດ ທີ່ເປັນສັນຍາລັກແຫ່ງເຈົ້າແມ່ ອາເຊຣາ ທີ່ຢູ່ທາງຂ້າງນັ້ນລົງສາ.
\v 26 ຈົ່ງສ້າງແທ່ນບູຊາ ທີ່ແໜ້ນແກ່ນສໍາລັບອົງພຣະ ຜູ້ເປັນເຈົ້າ ພຣະເຈົ້າຂອງເຈົ້າທີ່ເທິງຈອມໂພນນີ້. ແລ້ວຈົ່ງເຜົາງົວເຖິກໂຕ ທີສອງ [ຟ] ທັງໂຕຖວາຍເປັນເຄື່ອງບູຊາ ໂດຍເອົາເສົາສັກສິດ ທີ່ເຈົ້າໄດ້ຕັດລົງນັ້ນໃຊ້ເປັນຟືນ.”
\s5
\v 27 ດັ່ງນັ້ນ ກີເດໂອນ ຈຶ່ງເລືອກເອົາຄົນຮັບໃຊ້ສິບຄົນໄປກັບຕົນ ແລະ ເຮັດຕາມທີ່ອົງພຣະຜູ້ເປັນເຈົ້າ ໄດ້ບອກນັ້ນ. ລາວບໍ່ເຮັດໃນ ຕອນກາງເວັນ ເພາະຢ້ານຄົນໃນຄອບຄົວ ຂອງຕົນ ແລະ ປະຊາຊົນໃນເມືອງເຫັນ. ສະນັ້ນ ລາວຈຶ່ງເຮັດໃນຕອນກາງຄືນ.
\s5
\v 28 ຕອນເຊົ້າຂອງມື້ຕໍ່ມາ ເມື່ອປະຊາຊົນ ໃນເມືອງລຸກຂຶ້ນແຕ່ເດິກ ກໍເຫັນແທ່ນບູຊາ ຂອງພະບາອານ ແລະ ສັນຍາລັກຂອງເຈົ້າ ແມ່ອາເຊຣາ ຖືກທາໍລາຍລົງ ແລະ ງົວໂຕທີສອງກໍຖືກເຜົາທີ່ເທິງແທ່ນບູຊາ ຊຶ່ງຖືກສ້າງ ຂຶ້ນໃນທີ່ນັ້ນ.
\v 29 ສະນັ້ນ ພວກເຂົາຈຶ່ງຖາມກັນວ່າ, “ແມ່ນໃຜ ເຮັດສິ່ງນີ້? ” ເມື່ອພວກເຂົາສືບຖາມ ເບິ່ງຈຶ່ງຮູ້ວ່າແມ່ນກີເດໂອນ ລູກຊາຍຂອງໂຢອາດ ເປັນຜູ້ເຮັດ.
\s5
\v 30 ພວກເຂົາຈຶ່ງເວົ້າຕໍ່ໂຢອາດ ວ່າ, “ເອົາລູກຊາຍຂອງເຈົ້າ ອອກມານອກພີ້ ເພື່ອພວກເຮົາຈະຂ້າລາວຖິ້ມ ເພາະລາວເປັນຄົນຮື້ແທ່ນບູຊາຂອງພະບາອານ ແລະ ຕັດເສົາສັກສິດຂອງເຈົ້າ ແມ່ອາເຊຣາ ທີ່ຢູ່ທາງຂ້າງນັ້ນຖິ້ມ.”
\s5
\v 31 ແຕ່ໂຢອາດ ຕອບທຸກຄົນທີ່ມາປະເຊີນ ໜ້ານັ້ນ ວ່າ, “ພວກເຈົ້າມາຕໍ່ວ່າ ຕໍ່ຂານກັບຂ້ອຍແທນພະບາອານ ຊັ້ນບໍ? ຖ້າຜູ້ໃດຜູ້ໜຶ່ງ ຕໍ່ວ່າແທນຈະຖືກຂ້າຖິ້ມກ່ອນຮຸ່ງເຊົ້າ. ຖ້າພະບາອານ ເປັນພະຕົນໜຶ່ງແທ້ ໃຫ້ມັນປ້ອງກັນ ມັນເອງ ເພາະແມ່ນແທ່ນບູຊາຂອງມັນທີ່ຖືກຮື້ຖິ້ມ. ”
\v 32 ແຕ່ນັ້ນມາ ຄົນທັງຫລາຍຈຶ່ງເອີ້ນ ກີເດໂອນ ວ່າ ເຢຣຸບ ບາອານ [ມ] ຍ້ອນໂຢອາດເວົ້າວ່າ, “ໃຫ້ພະບາອານ ປ້ອງກັນມັນເອງ ເພາະແມ່ນແທ່ນບູຊາຂອງມັນທີ່ຖືກ ຮື້ຖິ້ມ.”
\s5
\v 33 ແລ້ວພວກມີດີອານ ທຸກຄົນພ້ອມທັງຊາວອາມາເຫລັກ ແລະ ເຜົ່າຕ່າງ ໆ ທີ່ຢູ່ຕາມ ຖິ່ນແຫ້ງແລ້ງກັນດານ ກໍໄດ້ຂ້າມແມ່ນໍ້າຈໍແດນ ມາຕັ້ງທີ່ໝັ້ນຮ່ວມກັນຢູ່ທີ່ຮ່ອມພູຢິດຊະເຣນ.
\s5
\v 34 ພຣະວິນຍານຂອງອົງພຣະຜູ້ເປັນເຈົ້າ ໄດ້ລົງມາຄວບຄຸມກີເດໂອນ. ສະນັ້ນລາວຈຶ່ງເປົ່າແກເອີ້ນເອົາຊາຍຢູ່ໃນຕະກຸນ ອາບີເອເຊ ໃຫ້ຕິດຕາມຕົນໄປ.
\v 35 ລາວຍັງໄດ້ໃຊ້ຄົນນາໍຂ່າວໄປບອກທົ່ວທັງເຂດແດນຂອງເຜົ່າມານາເຊ ທັງສອງຟາກນໍ້າ, ເຜົ່າອາເຊ, ເຜົ່າເຊບູໂລນ ແລະ ເຜົ່າເນັບທາລີ ເພື່ອໃຫ້ພວກ ເຫລົ່ານີ້ ຕາມໄປຮ່ວມສົມທົບກັບຕົນ.
\s5
\v 36 ຕໍ່ຈາກນັ້ນ ກີເດໂອນ ກໍກ່າວຕໍ່ພຣະເຈົ້າ ວ່າ, “ພຣະອົງກ່າວວ່າ ພຣະອົງຕັດສິນໃຈເລືອກເອົາຂ້ານ້ອຍ ເພື່ອໃຫ້ໄປປົດປ່ອຍເອົາຊາດອິດສະຣາເອນ.
\v 37 ຖ້າດັ່ງນັ້ນ ຂ້ານ້ອຍຈະເອົາຂົນແກະວາງໄວ້ເທິງດິນບ່ອນ ທີ່ຂ້ານ້ອຍຟາດເຂົ້າຢູ່ນີ້. ມື້ອື່ນເຊົ້າມາ ຖ້ານໍ້າໝອກຕົກຖືກແຕ່ຂົນແກະ ແຕ່ດິນຍັງແຫ້ງຢູ່ຄືເກົ່າ ຂ້ານ້ອຍກໍຈະຮູ້ວ່າພຣະອົງ ຕ້ອງການໃຫ້ຂ້ານ້ອຍໄປປົດປ່ອຍ ເອົາຊາດ ອິດສະຣາເອນແທ້.”
\s5
\v 38 ແລ້ວເຫດການກໍເປັນໄປຢ່າງນັ້ນ ຄື ໃນຕອນເຊົ້າຂອງມື້ໃໝ່ແຕ່ເດິກ ເມື່ອກີເດໂອນ ລຸກຂຶ້ນມາລາວຈຶ່ງເອົາຂົນແກະນັ້ນ ມາປັ້ນໄດ້ນາໍ້ຈົນເຕັມຊາມ.
\s5
\v 39 ລາວກ່າວຕໍ່ພຣະເຈົ້າວ່າ, “ຢ່າໂກດຮ້າຍຂ້ານ້ອຍເລີຍ ຂ້ານ້ອຍຂໍເວົ້າອີກເປັນເທື່ອສຸດທ້າຍ ຄື ຂ້ານ້ອຍຂໍທົດລອງເບິ່ງຂົນແກະອີກເທື່ອໜຶ່ງ. ໃນຄັ້ງນີ້ ຂໍໃຫ້ຂົນແກະແຫ້ງ ແຕ່ໃຫ້ນາໍ້ໝອກຕົກໃສ່ແຕ່ດິນເທົ່ານັ້ນ. ”
\v 40 ໃນຄືນນັ້ນ ພຣະເຈົ້າໄດ້ເຮັດຕາມທີ່ກີເດໂອນຂໍຮ້ອງ ຄື ຂົນແກະແຫ້ງແຕ່ດິນປຽກຊຸ່ມໄປດ້ວຍນາໍ້ໝອກ.
\s5
\c 7
\p
\v 1 ມື້ໜຶ່ງ ກີເດໂອນ ພ້ອມດ້ວຍທະຫານທັງໝົດຂອງລາວ ໄດ້ລຸກຂຶ້ນແຕ່ເຊົ້າ ໆ ແລ້ວກໍໄປຕັ້ງທີ່ໝັ້ນຢູ່ທາງບໍ່ນໍ້າຮາໂຣດ. ສ່ວນພວກມີດີອານ ນັ້ນຕັ້ງທີ່ໝັ້ນຢູ່ຮ່ອມພູທາງທິດເໜືອໃກ້ກັບພູໂມເຣ.
\s5
\v 2 ອົງພຣະຜູ້ເປັນເຈົ້າບອກກີເດໂອນ ວ່າ, “ຄົນທີ່ມານໍາເຈົ້ານັ້ນມີຫລາຍໂພດ ເຮົາບໍ່ຢາກໃຫ້ມີຫລາຍຄົນປານນັ້ນ ເພື່ອຊະນະພວກມີດີອານ. ເມື່ອຮົບຊະນະພວກມີດີອານ ແລ້ວພວກເຂົາອາດຄິດວ່າ ໄຊຊະນະທີ່ໄດ້ມາ ນັ້ນ ແມ່ນດ້ວຍກາໍລັງຂອງຕົນເອງ ໂດຍຈະບໍ່ຄິດວ່າເຮົາເປັນຜູ້ຊ່ວຍເຫລືອ.
\v 3 ສະນັ້ນ ເຈົ້າຈົ່ງປະກາດແກ່ຄົນທັງຫລາຍ ວ່າ, ‘ຖ້າຜູ້ໃດຢ້ານ ໃຫ້ກັບຄືນເມືອສາ ສ່ວນພວກເຮົາຈະຢູ່ທີ່ພູກີເລອາດ ນີ້. ” ດັ່ງນັ້ນ ຈຶ່ງມີຊາວສອງພັນຄົນກັບຄືນເມືອ ແລະ ມີສິບພັນຄົນຍັງເຫລືອຢູ່.
\s5
\v 4 ແລ້ວອົງພຣະຜູ້ເປັນເຈົ້າ ກໍກ່າວແກ່ກີເດໂອນ ອີກ ວ່າ, “ເຈົ້າຍັງມີຄົນຫລາຍໂພດ. ຈົ່ງພາພວກເຂົາລົງໄປທີ່ແຄມນາໍ້ ແລ້ວໃນທີ່ນັ້ນ ເຮົາຈະຄັດເລືອກເອົາພວກເຂົາໃຫ້ເຈົ້າ. ຖ້າເຮົາບອກເຈົ້າວ່າ ບຸກຄົນໃດຄວນໄປ ລາວຈະໄປທັນທີ. ຖ້າເຮົາບອກວ່າ ບຸກຄົນໃດບໍ່ຄວນໄປ ລາວຈະບໍ່ໄດ້ໄປເປັນເດັດຂາດ.”
\s5
\v 5 ດັ່ງນັ້ນ ກີເດໂອນ ຈຶ່ງພາຊາວອິດສະຣາເອນ ໄປທີ່ແຄມນໍ້າ ແລະ ອົງພຣະ ຜູ້ເປັນເຈົ້າໄດ້ບອກ ກີເດໂອນ ວ່າ, “ຈົ່ງແຍກພວກທີ່ດື່ມນາໍ້ ໂດຍໃຊ້ລີ້ນເລຍກິນ ຄືກັບໝາ ອອກຈາກພວກທີ່ຄຸເຂົ່າລົງດື່ມ. ”
\v 6 ພວກ ທີ່ໃຊ້ມືກອບນາໍ້ຂຶ້ນມາເລຍກິນມີຢູ່ ສາມຮ້ອຍ ຄົນ. ສ່ວນທີ່ເຫລືອນັ້ນ ແມ່ນພວກທີ່ຄຸເຂົ່າລົງດື່ມ.
\s5
\v 7 ອົງພຣະຜູ້ເປັນເຈົ້າ ຈຶ່ງບອກກີເດໂອນ ວ່າ, “ເຮົາຈະຊ່ວຍກູ້ເອົາເຈົ້າ ແລະ ໃຫ້ເຈົ້າຮົບຊະນະຊາວມີດີອານ ດ້ວຍຈາໍນວນສາມຮ້ອຍຄົນ ທີ່ກອບນາໍ້ຂຶ້ນມາເລຍກິນ. ແລ້ວຈົ່ງບອກພວກທີ່ເຫລືອນັ້ນ ໃຫ້ກັບຄືນເມືອໝົດ. ”
\v 8 ສະນັ້ນ ກີເດໂອນ ຈຶ່ງສົ່ງຊາວອິດສະຣາເອນ ກັບເມືອໝົດ ເວັ້ນໄວ້ແຕ່ສາມຮ້ອຍຄົນ ທີ່ຮັກສາເຂົ້າຂອງທັງໝົດ ແລະ ແກ ຂອງພວກເຂົາໄວ້. ສ່ວນຊາວມີດີອານນັ້ນໄດ້ຕັ້ງທີ່ໝັ້ນຢູ່ທາງດ້ານຫລັງຂອງຊາວອິດສະຣາເອນ.
\s5
\v 9 ໃນຄືນນັ້ນ ອົງພຣະຜູ້ເປັນເຈົ້າໄດ້ສັ່ງກີເດໂອນ ວ່າ, “ຈົ່ງລຸກຂຶ້ນ ໄປບຸກໂຈມຕີທີ່ໝັ້ນຂອງພວກເຂົາ; ເຮົາຈະໃຫ້ເຈົ້າມີໄຊຊະນະເໜືອພວກເຂົາ.
\v 10 ແຕ່ຖ້າເຈົ້າ ບໍ່ກ້າລົງໄປບຸກໂຈມຕີ ໃຫ້ເຈົ້າກັບປູຣາ ຄົນຮັບໃຊ້ຂອງເຈົ້າລົງໄປສືບເບິ່ງກ່ອນ.
\v 11 ເຈົ້າ ຈະໄດ້ຍິນວ່າ ພວກເຂົາພວມເວົ້າຫຍັງກັນແດ່ ແລ້ວເຈົ້າກໍຈະກ້າບຸກໂຈມຕີທີ່ໝັ້ນນັ້ນ. ” ດັ່ງນັ້ນ ກີເດໂອນ ແລະ ປູຣາ ຄົນຮັບໃຊ້ຂອງຕົນຈຶ່ງລົງໄປຍັງແຄມຄ້າຍຂອງສັດຕູ.
\s5
\v 12 ຝ່າຍຊາວມີດີອານ, ຊາວອາມາເຫລັກ ແລະ ຄົນໃນເຜົ່າຕ່າງ ໆ ທີ່ຢູ່ຕາມຖິ່ນແຫ້ງແລ້ງກັນດານ ກໍຢາຍກັນຢູ່ຕາມຮ່ອມພູ ເໝືອນດັ່ງຝູງຕັກແຕນ. ພວກເຂົາມີຝູງອູດຢ່າງຫລວງຫລາຍ ຄ້າຍກັບເມັດດິນຊາຍ ຕາມແຄມຝັ່ງທະເລ.
\s5
\v 13 ເມື່ອກີເດໂອນ ມາເຖິງທີ່ນັ້ນ ລາວກໍໄດ້ ຍິນຊາຍຄົນໜຶ່ງພວມເລົ່າຄວາມຝັນຂອງຕົນ ສູ່ໝູ່ຟັງວ່າ, “ຂ້ອຍຝັນເຫັນເຂົ້າຈີ່ກ້ອນໜຶ່ງ ທີ່ເຮັດດ້ວຍເຂົ້າບາເລ ກິ້ງເຂົ້າມາໃນຄ້າຍຂອງ ພວກເຮົາ ເຂົ້າຈີ່ກ້ອນນີ້ກິ້ງມາຕໍາຜ້າເຕັນລົ້ມ ເພພັງໝົດ. ”
\v 14 ໝູ່ຂອງຄົນທີ່ຝັນນັ້ນ ຈຶ່ງຕອບວ່າ, “ອັນນີ້ ຕ້ອງໝາຍເຖິງດາບຂອງກີເດໂອນ ຊາວອິດສະຣາເອນ ຜູ້ທີ່ເປັນລູກຊາຍຂອງໂຢອາດ ມັນຄົງບໍ່ໝາຍເຖິງສິ່ງອື່ນໄປໄດ້ດອກ ພຣະເຈົ້າໄດ້ໃຫ້ລາວມີໄຊຊະນະ ເໜືອກອງທັບທັງໝົດຂອງພວກເຮົາແລ້ວ.”
\s5
\v 15 ເມື່ອກີເດໂອນ ໄດ້ຍິນເລື່ອງຂອງຄວາມຝັນ ພ້ອມທັງຄວາມໝາຍ ລາວຈຶ່ງຄຸເຂົ່າລົງນ້ອມນະມັດສະການພຣະເຈົ້າ. ແລ້ວກໍກັບເມືອຍັງທີ່ໝັ້ນຂອງຊາວອິດສະຣາເອນ ແລະເວົ້າວ່າ, “ຈົ່ງລຸກຂຶ້ນ ອົງພຣະຜູ້ເປັນເຈົ້າກາໍລັງໃຫ້ພວກເຈົ້າ ຮົບຊະນະກອງທັບຂອງພວກມີດີອານ. ”
\v 16 ສະນັ້ນ ລາວຈຶ່ງແບ່ງ ນັກຮົບສາມຮ້ອຍຄົນນັ້ນ ອອກເປັນສາມໝວດ ໂດຍເອົາແກແຈກໃຫ້ຄົນລະອັນ ພ້ອມທັງໃຫ້ຖືໄຫ ຄົນລະໜ່ວຍທີ່ມີກະບອງລຸກຢູ່.
\s5
\v 17 ລາວບອກພວກເຂົາ ວ່າ, “ເວລາຂ້ອຍໄປເຖິງແຄມຄ້າຍແລ້ວ ຈົ່ງຊອມເບິ່ງຂ້ອຍ ແລະເຮັດຕາມທີ່ຂ້ອຍເຮັດ.
\v 18 ເມື່ອຂ້ອຍແລະພວກຂອງຂ້ອຍເປົ່າແກຂຶ້ນ ໃຫ້ພວກເຈົ້າເປົ່າແກຂຶ້ນໂລດ. ແລ້ວຈົ່ງໃຫ້ທຸກຄົນທີ່ຢູ່ອ້ອມຄ້າຍພັກ ຮ້ອງຂຶ້ນວ່າ, ‘ເພື່ອອົງພຣະຜູ້ເປັນເຈົ້າ ແລະ ກີເດໂອນ.
\s5
\v 19 ກີເດໂອນ ພ້ອມດ້ວຍຄົນຂອງຕົນຮ້ອຍ ຄົນໄດ້ມາຮອດແຄມຄ້າຍ ກ່ອນທ່ຽງຄືນ ພໍດີເປັນເວລາທີ່ປ່ຽນຍາມໃໝ່. ພວກເຂົາເປົ່າແກ ຂຶ້ນ ແລະ ທຸບໄຫທີ່ພວກເຂົາຖືໄປນັ້ນ
\s5
\v 20 ແລ້ວສອງໝວດອື່ນອີກ ກໍເຮັດເໝືອນກັນ. ພວກເຂົາໃຊ້ມືເບື້ອງຊ້າຍຖືກະບອງ ແລະ ໃຊ້ມືເບື້ອງຂວາຖືແກ ທັງຮ້ອງຂຶ້ນວ່າ, “ດາບເພື່ອອົງພຣະຜູ້ເປັນເຈົ້າ ແລະ ເພື່ອກີເດໂອນ! ”
\v 21 ທະຫານອິດສະຣາເອນ ຢືນຢູ່ປະຈາໍທີ່ຂອງໃຜລາວ ອ້ອມຮອບຄ້າຍ ນັ້ນ ແລະ ກອງທັບທັງໝົດຂອງສັດຕູ ຈຶ່ງແລ່ນໜີໄປ ພ້ອມທັງສົ່ງສຽງດັງກ້ອງສະໜັ່ນ
\s5
\v 22 ໃນຂະນະທີ່ທະຫານຂອງກີເດໂອນ ເປົ່າແກຂຶ້ນນັ້ນ ອົງພຣະຜູ້ເປັນເຈົ້າກໍບັນດານໃຫ້ຄົນທີ່ຢູ່ໃນຄ້າຍພັກຈັບດາບຂຶ້ນຕໍ່ສູ້ກັນເອງ. ພວກເຂົາແລ່ນໜີໄປທາງເມືອງເສເຣຣາ ຈົນເຖິງເມືອງເບັດຊິດຕາ ແລະ ເມືອງອາເບັນ ເມໂຮລາ ທີ່ຢູ່ໃກ້ບ້ານຕັບບັດ.
\v 23 ແລ້ວບັນດາຄົນຈາກເຜົ່າເນັບທາລີ, ເຜົ່າອາເຊ ແລະ ມານາເຊ ທັງສອງຟາກແມ່ນາໍ້ ກໍໄດ້ຖືກເອີ້ນໃຫ້ອອກໄປຕາມໄລ່ພວກມີດີອານ ເຊັ່ນກັນ.
\s5
\v 24 ກີເດໂອນ ໄດ້ສົ່ງຜູ້ນາໍຂ່າວໄປບອກທົ່ວທັງເຂດເອຟຣາອິມ ວ່າ, “ຈົ່ງລົງມາສູ້ຮົບພວກ ມີດີອານ. ໃຫ້ຢຶດທ່າແມ່ນາໍ້ຈໍແດນໄວ້ ແລະ ຢູ່ປະຈາໍທີ່ ຕາມສາຍນາໍ້ຈົນໄປເຖິງເບັດບາຣາ ເພື່ອປ້ອງກັນ ບໍ່ໃຫ້ພວກມີດີອານຂ້າມນາໍ້ໄປໄດ້. ” ສ່ວນພວກເອຟຣາອິມ ກໍເຮັດຕາມທີ່ໄດ້ສັ່ງນັ້ນ ພວກເຂົາມາປະຈາໍທີ່ທ່າແມ່ນາໍ້ຈໍແດນ ແລະ ຕາມຫ້ວຍນາໍ້ຕ່າງ ໆ ຈົນໄປເຖິງເບັດບາຣາ.
\v 25 ພວກເຂົາຈັບຫົວໜ້າພວກ ມີດີອານ ສອງຄົນໄດ້ຄື ໂອເຣັບ ແລະ ເຊເອັບ. ພວກເຂົາໄດ້ຂ້າໂອເຣັບ ຢູ່ທີ່ໂງ່ນຫິນ ໂອເຣັບ ແລະ ໄດ້ຂ້າເຊເອັບ ຢູ່ທີ່ບ່ອນບີບໝາກອະງຸ່ນຂອງເຊເອັບ. ພວກເຂົາສືບຕໍ່ກວາດລ້າງພວກມີດີອານ ແລະ ໄດ້ນາໍຫົວຂອງໂອເຣັບ ແລະ ເຊເອັບ ໄປໃຫ້ກີເດໂອນ ທີ່ຢູ່ທາງທິດຕາເວັນອອກຂອງແມ່ນໍ້າຈໍແດນ ຟາກພຸ້ນ.
\s5
\c 8
\p
\v 1 ຕໍ່ມາ ຊາວເອຟຣາອິມ ໄດ້ຖາມກີເດໂອນ ວ່າ, “ເວລາທີ່ເຈົ້າອອກໄປສູ້ຮົບນັ້ນ ເປັນຫຍັງ ຈຶ່ງບໍ່ເອີ້ນພວກເຮົາແດ່? ເປັນຫຍັງຈຶ່ງເຮັດກັບພວກເຮົາແບບນີ້? ” ພວກເຂົາຕໍ່ວ່າຕໍ່ຂານ ກ່ຽວກັບເລື່ອງນີ້ຢ່າງຮຸນແຮງ.
\s5
\v 2 ແຕ່ກີເດໂອນ ຕອບພວກເຂົາວ່າ, “ສິ່ງທີ່ຂ້ອຍໄດ້ເຮັດມານັ້ນບໍ່ມີຫຍັງໝົດ ເມື່ອປຽບທຽບໃສ່ກັບສິ່ງທີ່ພວກເຈົ້າໄດ້ເຮັດ. ແມ່ນແຕ່ສິ່ງເລັກນ້ອຍ ທີ່ຊາວເອຟຣາອິມໄດ້ເຮັດ ກໍມີຄຸນຄ່າກວ່າສິ່ງທັງໝົດທີ່ຕະກຸນຂອງຂ້ອຍ ໄດ້ເຮັດມາ.
\v 3 ໃນທີ່ສຸດ ດ້ວຍຣິດອໍານາດຂອງພຣະເຈົ້າ ພວກເຈົ້າໄດ້ຂ້າຫົວໜ້າຂອງຊາວມີດີອານ ສອງຄົນຄື: ໂອເຣັບ ແລະ ເຊເອັບ. ສິ່ງທີ່ຂ້ອຍໄດ້ເຮັດນັ້ນຈະທຽບໃສ່ກັບສິ່ງທີ່ພວກເຈົ້າເຮັດມາໄດ້ຢ່າງໃດ? ” ເມື່ອລາວເວົ້າດັ່ງນັ້ນແລ້ວ ເຂົາກໍເຊົາຄຽດ.
\s5
\v 4 ກີເດໂອນ ກັບພັກພວກສາມຮ້ອຍຄົນ ໄດ້ເດີນທາງມາເຖິງແມ່ນາໍ້ຈໍແດນ ແລ້ວກໍຂ້າມແມ່ນາໍ້ໄປ. ພວກເຂົາອິດເມື່ອຍອ່ອນແຮງຫລາຍ, ແຕ່ກໍຍັງສືບຕໍ່ກວາດລ້າງສັດຕູ ໄປເລື້ອຍ ໆ.
\v 5 ເມື່ອພວກເຂົາມາຮອດເມືອງຊຸກໂກດ ກີເດໂອນໄດ້ຂໍຮ້ອງນາໍຊາວ ເມືອງວ່າ, “ຂ້ອຍຂໍເຂົ້າໃຫ້ຄົນຂອງຂ້ອຍກິນແດ່ ເພາະເຂົາອິດເມື່ອຍຫລາຍ ແລະ ຂ້ອຍພວມຕາມລ່າ ເຈົ້າເຊບາ ແລະ ເຈົ້າຊັນມຸນນາ ກະສັດຂອງຊາວມີດີອານ.”
\s5
\v 6 ແຕ່ພວກຜູ້ນາໍຂອງເມືອງຊຸກໂກດ ໄດ້ຕອບວ່າ, “ດ້ວຍເຫດໃດ ພວກຂ້ອຍຈຶ່ງຈະເອົາອາຫານໃຫ້ທະຫານຂອງເຈົ້າກິນ ໃນເມື່ອເຈົ້າຈັບເຈົ້າເຊບາ ແລະ ເຈົ້າຊັນມຸນນາ ບໍ່ທັນໄດ້ເທື່ອ. ”
\v 7 ດັ່ງນັ້ນ ກີເດໂອນ ຈຶ່ງເວົ້າວ່າ, “ດີແລ້ວ ເມື່ອໃດທີ່ອົງພຣະຜູ້ເປັນເຈົ້າ ໄດ້ມອບເຈົ້າເຊບາ ແລະ ເຈົ້າຊັນມຸນນາ ໃຫ້ຂ້ອຍແລ້ວ ຂ້ອຍຈະຂ້ຽນພວກເຈົ້າດ້ວຍຫວາຍໜາມ ແລະ ໄມ້ໜາມຈາກຖິ່ນແຫ້ງແລ້ງກັນດານ.”
\s5
\v 8 ຫລັງຈາກນັ້ນ ກີເດໂອນ ກໍໄປຍັງເມືອງ ເປນູເອນ ແລະ ຂໍຮ້ອງຢ່າງດຽວກັນ. ຊາວເມືອງເປນູເອນ ກໍຕອບຢ່າງດຽວກັນກັບຊາວເມືອງຊຸກໂກດ.
\v 9 ສະນັ້ນ ກີເດໂອນ ຈຶ່ງເວົ້າກັບພວກເຂົາ ວ່າ, “ເມື່ອໃດຂ້ອຍກັບຄືນມາຢ່າງປອດໄພແລ້ວ ເມື່ອນັ້ນຂ້ອຍຈະ ທາໍລາຍຫໍຄອຍນີ້ລົງໃຫ້ຮາບກ້ຽງ.”
\s5
\v 10 ເຈົ້າເຊບາ ແລະ ເຈົ້າຊັນມຸນນາ ພ້ອມ ທັງກອງທັບຂອງຕົນພັກຢູ່ທີ່ກາໂກເຣ. ໃນ ກອງທັບທັງໝົດຂອງເຜົ່າຕ່າງ ໆ ທີ່ມາຈາກ ຖິ່ນແຫ້ງແລ້ງກັນດານນັ້ນ ມີທະຫານເຫລືອຢູ່ພຽງສິບຫ້າພັນຄົນເທົ່ານັ້ນ; ສ່ວນທະຫານທີ່ຖືກຂ້າຕາຍມີໜຶ່ງຮ້ອຍຊາວພັນຄົນ.
\s5
\v 11 ກີເດໂອນ ໄດ້ນາໍທະຫານໄປຕາມທາງ ທີ່ແຄມຖິ່ນແຫ້ງແລ້ງກັນດານ ທາງທິດຕາເວັນອອກຂອງໂນບາ ແລະ ໂຢກເບຮາ ແລະ ເຂົ້າບຸກໂຈມຕີທະຫານເຫລົ່ານັ້ນ ຢ່າງບໍ່ທັນໃຫ້ຮູ້ຕົວ.
\v 12 ກະສັດທັງສອງຂອງຊາວມີດີອານ ຄື ເຈົ້າເຊບາ ກັບ ເຈົ້າຊັນມຸນນາ ໄດ້ແລ່ນປົບໜີໄປ, ແຕ່ກີເດໂອນໄລ່ຈັບກະສັດທັງສອງຄົນນັ້ນໄດ້. ດັ່ງນັ້ນ ທະຫານທັງໝົດຂອງພວກເຂົາ ຈຶ່ງແຕກຕື່ນຕົກໃຈ ແລະ ພ່າຍໜີໄປ.
\s5
\v 13 ເມື່ອກີເດໂອນ ລູກຊາຍຂອງໂຢອາດ ກັບຄືນມາແຕ່ຮົບເສິກ ໂດຍຜ່ານທາງຊ່ອງແຄບເຮເຣັດ ນັ້ນ
\v 14 ລາວໄດ້ຈັບເອົາ ຊາຍໜຸ່ມຜູ້ໜຶ່ງຈາກເມືອງຊຸກໂກດ ແລະ ສອບຖາມເອົາເລື່ອງລາວຕ່າງ ໆ ນາໍລາວ. ຊາຍໜຸ່ມຜູ້ນີ້ ໄດ້ຈົດຊື່ພວກຜູ້ນາໍເຈັດສິບເຈັດ ຄົນທີ່ຢູ່ໃນເມືອງຊຸກໂກດ ໃຫ້ກີເດໂອນ.
\s5
\v 15 ແລ້ວ ກີເດໂອນກໍໄປຫາຊາວເມືອງຊຸກໂກດ ແລະ ເວົ້າວ່າ, “ພວກເຈົ້າຈື່ຄາວທີ່ພວກເຈົ້າບໍ່ຍອມຊ່ວຍເຫລືອຂ້ອຍນັ້ນບໍ່? ພວກເຈົ້າທ້າຂ້ອຍວ່າ ພວກເຈົ້າບໍ່ຍອມເອົາອາຫານໃຫ້ພວກທະຫານ ທີ່ອິດເມື່ອຍອ່ອນແຮງຂອງຂ້ອຍກິນ ເພາະຂ້ອຍຈັບເຈົ້າເຊບາ ກັບ ເຈົ້າຊັນມຸນນາ ບໍ່ທັນໄດ້ເທື່ອ. ນີ້ເດພວກເຂົາຢູ່ທີ່ນີ້ແລ້ວ. ”
\v 16 ແລ້ວ ກີເດໂອນກໍໄດ້ຂ້ຽນພວກຜູ້ນາໍຊາວເມືອງຊຸກໂກດ ເພື່ອເປັນການລົງໂທດດ້ວຍຫວາຍໜາມ ແລະໄມ້ໜາມຈາກຖິ່ນແຫ້ງແລ້ງກັນດານ.
\v 17 ລາວຍັງໄດ້ທາໍ ລາຍຫໍຄອຍທີ່ເປນູເອນ ແລະຂ້າຊາວເມືອງໃນທີ່ນັ້ນດ້ວຍ.
\s5
\v 18 ແລ້ວລາວກໍໄດ້ຖາມເຈົ້າເຊບາ ກັບ ເຈົ້າຊັນມຸນນາ ວ່າ, “ຄົນທີ່ພວກເຈົ້າຂ້າໃນເມືອງຕາໂບເຣ ນັ້ນມີຮູບຮ່າງຢ່າງໃດ? ” ພວກເຂົາຕອບວ່າ, “ຄືກັນກັບທ່ານ ແລະ ທຸກຄົນກໍເບິ່ງຄືກັນກັບລູກຊາຍຂອງກະສັດ. ”
\v 19 ກີເດໂອນ ກ່າວວ່າ, “ພວກເຂົາເປັນອ້າຍນ້ອງ ທີ່ເກີດຈາກແມ່ດຽວກັນກັບຂ້ອຍ. ຂ້ອຍຂໍສາບານໃນນາມຂອງອົງພຣະຜູ້ເປັນເຈົ້າ ວ່າ ຖ້າພວກເຈົ້າບໍ່ໄດ້ຂ້າພວກເຂົາ ຂ້ອຍກໍຈະບໍ່ ຂ້າພວກເຈົ້າ.”
\s5
\v 20 ແລ້ວລາວກໍບອກ ເຢເທ ລູກຊາຍກົກຂອງຕົນວ່າ, “ຈົ່ງຂ້າພວກເຂົາຖິ້ມສາ” ແຕ່ເດັກຊາຍຄົນນີ້ ບໍ່ກ້າຖອດດາບຂອງຕົນອອກ ຍ້ອນຢ້ານ ເພາະລາວຍັງເປັນເດັກຢູ່.
\v 21 ເຈົ້າເຊບາ ແລະ ເຈົ້າຊັນມຸນນາ ຈຶ່ງບອກກີເດໂອນ ວ່າ, “ຈົ່ງຂ້າພວກເຮົາດ້ວຍຕົວທ່ານ ເອງເທີ້ນ ໜ້າທີ່ຂອງຜູ້ໃຫຍ່ ໃຫ້ຜູ້ໃຫຍ່ເຮັດສາ. ” ດັ່ງນັ້ນ ກີເດໂອນ ຈຶ່ງຂ້າເຈົ້າເຊບາ ກັບ ເຈົ້າຊັນມຸນນາ ແລະ ເອົາຫລຽນຮູບວົງເດືອນ ທີ່ເອ້ຄໍອູດຂອງພວກເຂົານັ້ນໄປນໍາ.
\s5
\v 22 ຫລັງຈາກນັ້ນ ຊາວອິດສະຣາເອນກໍໄດ້ ເວົ້າກັບກີເດໂອນ ວ່າ, “ຂໍທ່ານແລະເຊື້ອສາຍຂອງທ່ານ ເປັນຜູ້ປົກຄອງຂອງພວກເຮົາເທີ້ນ ເພາະທ່ານໄດ້ຊ່ວຍເຫລືອພວກເຮົາ ໃຫ້ພົ້ນຈາກກໍາມືພວກມີດີອານ. ”
\v 23 ກີເດໂອນ ຕອບວ່າ, “ຂ້ອຍ ແລະ ລູກຊາຍຂອງຂ້ອຍ ຈະບໍ່ເປັນຜູ້ນາໍຂອງພວກເຈົ້າ. ອົງພຣະຜູ້ເປັນ ເຈົ້າຈະເປັນຜູ້ນາໍຂອງພວກເຈົ້າ.”
\s5
\v 24 ແຕ່ກີເດໂອນ ເວົ້າຕໍ່ໄປວ່າ, “ໃຫ້ຂ້ອຍຂໍສິ່ງໜຶ່ງຈາກພວກເຈົ້າ ຄືໃຫ້ພວກເຈົ້າແຕ່ລະຄົນເອົາຕຸ້ມຫູ ທີ່ຢຶດມາໄດ້ນັ້ນໃຫ້ຂ້ອຍ. ” (ຊາວມີດີອານ ໃສ່ຕຸ້ມຫູຄໍາດັ່ງຄົນທົ່ວໄປທີ່ອາໄສຢູ່ໃນຖິ່ນແຫ້ງແລ້ງກັນດານ.)
\v 25 ພວກເຂົາຕອບວ່າ, “ພວກເຮົາຍິນດີທີ່ຈະເອົາສິ່ງນັ້ນໃຫ້ທ່ານ. ” ແລ້ວພວກເຂົາກໍໄດ້ປູຜ້າລົງ ດິນ ແລະ ເອົາຕຸ້ມຫູຊຶ່ງຢຶດໄດ້ນັ້ນ ມາວາງໄວ້ເທິງຜ້າ.
\s5
\v 26 ຕຸ້ມຫູທີ່ກີເດໂອນ ຂໍມານັ້ນຊັ່ງໄດ້ເກືອບ ຊາວກິໂລກຼາມ ໂດຍບໍ່ໄດ້ໄລ່ສິ່ງອື່ນ ໆ ເຂົ້າ ນາໍເຊັ່ນ: ເຄື່ອງເອ້, ສາຍສ້ອຍຄໍ, ເຄື່ອງນຸ່ງສີມ່ວງທີ່ກະສັດມີດີອານ ໃສ່ ແລະ ເຄື່ອງເອ້ທີ່ຜູກຄໍອູດ.
\s5
\v 27 ກີເດໂອນ ໄດ້ເອົາເຄື່ອງເຫລົ່ານີ້ມາສ້າງຮູບເຄົາຣົບ ແລະ ຕັ້ງໄວ້ໃນໂອຟຣາ ເມືອງຂອງເພິ່ນເອງ. ຊາວອິດສະຣາເອນທຸກຄົນໄດ້ປະຖິ້ມພຣະເຈົ້າ ແລະ ໄປທີ່ເມືອງໂອຟຣາ ເພື່ອຂາບໄຫວ້ຮູບເຄົາຣົບນັ້ນ. ການ ກະທາໍເຊັ່ນນີ້ ເປັນບ້ວງແຮ້ວສໍາລັບກີເດໂອນເອງ ແລະ ຄອບຄົວຂອງລາວ.
\v 28 ສະນັ້ນ ຊາວມີດີອານຈຶ່ງພ່າຍແພ້ ແລະບໍ່ເປັນໄພຄຸກຄາມຊາວອິດສະຣາເອນຕໍ່ໄປ. ໃນເວລາທີ່ ກີເດໂອນ ຍັງມີຊີວິດຢູ່ນັ້ນ ປະເທດຊາດບ້ານ ເມືອງໄດ້ມີຄວາມສະຫງົບສຸກ ເປັນເວລາສີ່ສິບປີ.
\s5
\v 29 ຕໍ່ຈາກນັ້ນມາ ກີເດໂອນໄດ້ກັບຄືນເມືອຢູ່ເຮືອນຂອງຕົນເອງ.
\v 30 ເພິ່ນມີລູກຊາຍ ເຈັດສິບຄົນ ຍ້ອນວ່າເພິ່ນມີເມຍ ຫລາຍຄົນ.
\v 31 ເພິ່ນຍັງມີເມຍນ້ອຍຢູ່ທີ່ຊີເຄມ. ເມຍຜູ້ນີ້ມີລູກຊາຍຢູ່ຜູ້ໜຶ່ງ ຊື່ວາ ອາບີເມເຫລັກ.
\s5
\v 32 ກີເດໂອນ ລູກຊາຍຂອງໂຢອາດ ໄດ້ຕາຍໄປ ໃນເວລາເພິ່ນເຖົ້າແກ່ຫລາຍ. ສົບຂອງເພິ່ນໄດ້ຖືກຝັງໄວ້ໃນອຸບມຸງຂອງໂຢອາດ ພໍ່ຂອງຕົນທີ່ໂອຟຣາ ຊຶ່ງເປັນເມືອງຂອງຕະກຸນອາບີເອເຊ.
\v 33 ຫລັງຈາກກີເດໂອນ ໄດ້ຕາຍໄປແລ້ວ ປະຊາຊົນອິດສະຣາເອນກໍບໍ່ເຊື່ອຟັງພຣະເຈົ້າອີກ ແລະ ໄປຂາບໄຫວ້ພະບາອານ. ສະນັ້ນ ພວກເຂົາຈຶ່ງຖືພະບາອານ ເປັນພະຂອງພວກຕົນ.
\s5
\v 34 ພວກເຂົາໄດ້ລືມໄລອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຂົາ ຜູ້ທີ່ໄດ້ຊ່ວຍພວກເຂົາໃຫ້ພົ້ນຈາກເຫລົ່າສັດຕູ ທີ່ຢູ່ອ້ອມຮອບພວກເຂົານັ້ນ.
\v 35 ພວກເຂົາບໍ່ໄດ້ສໍານຶກເຖິງບຸນຄຸນຂອງຄອບຄົວກີເດໂອນ ທີ່ເຄີຍສ້າງຄຸນງາມຄວາມດີ ໄວ້ກັບຊາດອິດສະຣາເອນ.
\s5
\c 9
\p
\v 1 ຢູ່ຕໍ່ມາ ອາບີເມເຫລັກ ລູກຊາຍຂອງກີເດໂອນ ໄດ້ໄປຫາພວກຍາດຕິພີ່ນ້ອງທາງແມ່ຂອງຕົນ ທີ່ເມືອງຊີເຄມ
\v 2 ແລະ ບອກ ພວກເຂົາໃຫ້ໄປຖາມຊາວເມືອງຊີເຄມ ວ່າ, “ພວກເຈົ້າຢາກໄດ້ໃຜເປັນຜູ້ນາໍຂອງພວກເຈົ້າ? ລູກຊາຍຂອງກີເດໂອນ ທັງໝົດເຈັດສິບຄົນ ຫລື ຜູ້ດຽວນາໍພາ? ຈົ່ງເຂົ້າໃຈວ່າ ອາບີເມເຫລັກ ກໍເປັນເລືອດເນື້ອເຊື້ອໄຂຂອງພວກເຈົ້າ.”
\s5
\v 3 ບັນດາພີ່ນ້ອງທາງແມ່ຂອງອາບີເມເຫລັກ ໄດ້ໄປເວົ້າເລື່ອງນີ້ກັບຊາວເມືອງ ແທນລາວ. ດັ່ງນັ້ນ ຊາວຊີເຄມ ຈຶ່ງໄດ້ຕັດສິນໃຈຮັບເອົາ ອາບີເມເຫລັກ ເປັນຜູ້ນາໍຂອງພວກຕົນ ເພາະລາວເປັນຍາດຕິພີ່ນ້ອງຂອງພວກເຂົາ.
\v 4 ພວກເຂົາໄດ້ເອົາເງິນເຈັດສິບຫລຽນຈາກວັດພະບາອານ ໃຫ້ອາບີເມເຫລັກ ແລະ ດ້ວຍເງິນນັ້ນ ລາວໄດ້ຈ້າງເອົາພວກນັກເລງໄປນໍາລາວ.
\s5
\v 5 ລາວໄດ້ໄປຍັງເຮືອນພໍ່ຂອງຕົນ ທີ່ເມືອງໂອຟະຣາ ແລະ ຂ້າລູກຊາຍເຈັດສິບຄົນຂອງກີເດໂອນ ທີ່ເທິງຫິນກ້ອນດຽວ. ແຕ່ໂຢທາມ ລູກຊາຍຫລ້າຂອງກີເດໂອນ ລີ້ຢູ່ຈຶ່ງບໍ່ໄດ້ຖືກຂ້າ.
\v 6 ແລ້ວຊາວຊີເຄມ ທຸກຄົນພ້ອມທັງຊາວເບັດມິນໂລ ກໍພາກັນໄປຍັງຕົ້ນໂອກ ສັກສິດ ທີ່ເມືອງຊີເຄມ ແລະ ໃນທີ່ນັ້ນ ພວກເຂົາໄດ້ຕັ້ງອາບີເມເຫລັກ ໃຫ້ຂຶ້ນເປັນກະສັດ.
\s5
\v 7 ເມື່ອໂຢທາມ ໄດ້ຍິນເລື່ອງນີ້ ລາວຈຶ່ງຂຶ້ນໄປທີ່ເທງິຈອມພູເກຣີຊິມ ແລະ ຢືນຮ້ອງໃສ່ພວກເຂົາວ່າ, “ຊາວຊີເຄມທັງຫລາຍເອີຍ ຈົ່ງຟັງຂ້ອຍເທີ້ນ ແລະ ພຣະເຈົ້າອາດຈະຟັງພວກເຈົ້າດ້ວຍ.
\v 8 ມີຄັ້ງໜຶ່ງ ເມື່ອຕົ້ນໄມ້ທັງຫລາຍອອກໄປເລືອກເອົາກະສັດ ພວກ ມັນເວົ້າກັບຕົ້ນໝາກກອກ ວ່າ, ‘ຈົ່ງມາເປັນກະສັດຂອງພວກເຮົາເທາະ.
\s5
\v 9 ຕົ້ນໝາກກອກເທດ ຕອບວ່າ, ‘ຖ້າຂ້ອຍ ປົກຄອງພວກເຈົ້າ ຂ້ອຍກໍຈະຕ້ອງເສຍນາໍ້ມັນຂອງຂ້ອຍ ທີ່ເຂົາໃຊ້ຖວາຍແກ່ບັນດາພະ ແລະ ແກ່ມະນຸດ.
\v 10 ແລ້ວຕົ້ນໄມ້ທັງຫລາຍ ກໍເວົ້າກັບຕົ້ນໝາກເດື່ອ ວ່າ, ‘ຈົ່ງມາເປັນກະສັດຂອງພວກຂ້ອຍເທາະ’
\v 11 ແຕ່ຕົ້ນໝາກເດື່ອ ຕອບວ່າ, ‘ຖ້າຂ້ອຍປົກຄອ ພວກເຈົ້າ ຂ້ອຍຈະຕ້ອງເສຍໝາກໄມ້ອັນຫອມຫວານຂອງຂ້ອຍ.
\s5
\v 12 ດັ່ງນັ້ນ ຕົ້ນໄມ້ທັງຫລາຍຈຶ່ງເວົ້າກັບຕົ້ນ ອະງຸ່ນ ວ່າ ‘ຈົ່ງມາເປັນກະສັດຂອງພວກຂ້ອຍເທາະ.
\v 13 ແຕ່ຕົ້ນອະງຸ່ນ ຕອບວ່າ, ‘ຖ້າຂ້ອຍປົກຄອງພວກເຈົ້າ ຂ້ອຍຈະຕ້ອງເຊົາຜະລິດເຫລົ້າອະງຸ່ນ ທີ່ເຮັດໃຫ້ບັນດາພະ ແລະ ມວນມະນຸດມີຄວາມສຸກ.
\v 14 ເມື່ອເປັນເຊັ່ນນີ້ ຕົ້ນໄມ້ທັງໝົດຈຶ່ງເວົ້າກັບກົກໜາມ ວ່າ ‘ຈົ່ງມາເປັນກະສັດຂອງພວກຂ້ອຍເທາະ.
\s5
\v 15 ກົກໜາມ ຈຶ່ງຕອບວ່າ, ‘ຖ້າພວກເຈົ້າ ຢາກໃຫ້ຂ້ອຍເປັນກະສັດຂອງພວກເຈົ້າແທ້ ເຊີນມາຊົ້ນຮົ່ມຂອງຂ້ອຍແມ. ຖ້າພວກເຈົ້າບໍ່ ມາ ໄຟຈະອອກມາຈາກງ່າໜາມຂອງຂ້ອຍ ແລະ ລາມໄປໄໝ້ຕົ້ນສົນທັງຫລາຍທີ່ຢູ່ເທິງພູເຂົາເລບານອນ.
\v 16 ໂຢທາມ ເວົ້າຕໍ່ ໄປວ່າ, “ບັດນີ້ ພວກເຈົ້າໄດ້ແຕ່ງຕັ້ງອາບີເມເຫລັກ ຂຶ້ນເປັນກະສັດດ້ວຍຄວາມຈິງໃຈບໍ? ພວກເຈົ້າຕອບສະໜອງຄຸນງາມຄວາມດີຂອງ ກີເດໂອນ ແລະ ຄອບຄົວຂອງເພິ່ນແບບນີ້ບໍ?
\s5
\v 17 ຈົ່ງຈົດຈາໍໄວ້ວ່າພໍ່ຂອງຂ້ອຍ ເພິ່ນໄດ້ສູ້ຮົບສໍາລັບພວກເຈົ້າ. ເພິ່ນໄດ້ສ່ຽງຊີວິດເພື່ອຊ່ວຍພວກເຈົ້າ ໃຫ້ພົ້ນຈາກພວກມີດີອານ.
\v 18 ແຕ່ມື້ນີ້ ພວກເຈົ້າໄດ້ຫັນມາຕໍ່ສູ້ຄອບຄົວຂອງພໍ່ຂ້ອຍ. ພວກເຈົ້າຂ້າລູກຊາຍເຈັດສິບຄົນຂອງເພິ່ນທີ່ເທິງຫິນກ້ອນດຽວ ເພາະອາບີເມເຫລັກ ລູກຊາຍທີ່ເກີດຈາກສາວໃຊ້ຂອງເພິ່ນ ເປັນພີ່ນ້ອງຂອງພວກເຈົ້າ ພວກເຈົ້າຈຶ່ງໄດ້ແຕ່ງຕັ້ງລາວ ໃຫ້ຂຶ້ນເປັນກະສັດຂອງເມືອງຊີເຄມ.
\s5
\v 19 ຖ້າສິ່ງທີ່ພວກເຈົ້າເຮັດຕໍ່ກີເດໂອນ ກັບຄອບຄົວຂອງເພິ່ນໃນມື້ນີ້ ດ້ວຍຄວາມຈິງໃຈ ແລະ ສັດຊື່ແທ້ ກໍຂໍໃຫ້ພວກເຈົ້າມີຄວາມສຸກ ກັບອາບີເມເຫລັກ ແລະ ໃຫ້ລາວມີຄວາມສຸກ ກັບພວກເຈົ້າເໝືອນກັນ.
\v 20 ຖ້າບໍ່ດັ່ງນັ້ນ ກໍຂໍໃຫ້ໄຟຈາກອາບີເມເຫລັກ ເຜົາຜານຊາວ ຊີເຄມ ກັບຊາວເບັດມິນໂລ ແລະ ຂໍໃຫ້ໄຟຈາກຊາວຊີເຄມ ກັບຊາວເບັດມິນໂລ ເຜົາຜານອາບີເມເຫລັກ ເຊັ່ນດຽວກັນ. ”
\v 21 ແລ້ວໂຢທາມ ກໍປົບໜີໄປອາໄສຢູ່ໃນເມືອງເບເອ ເພາະລາວຢ້ານອາບີເມເຫລັກ ອ້າຍຂອງຕົນ.
\s5
\v 22 ອາບີເມເຫລັກໄດ້ໃຊ້ອໍານາດເໜືອຊາວອິດສະຣາເອນ ເປັນເວລາສາມປີ.
\v 23 ຕໍ່ມາ ພຣະເຈົ້າໄດ້ເຮັດໃຫ້ ອາບີເມເຫລັກ ແລະ ຊາວຊີເຄມ ເປັນສັດຕູກັນ ແລະ ພວກເຂົາໄດ້ກະບົດຕໍ່ອາບີເມເຫລັກ.
\v 24 ເຫດການເຊັ່ນນີ້ ໄດ້ເກີດຂຶ້ນເພື່ອວ່າອາບີເມເຫລັກ ຕະຫລອດທັງຊາວຊີເຄມ ຜູູ້ທີ່ໄດ້ສະໜັບສະໜູນລາວນັ້ນຈະໄດ້ໃຊ້ໜີ້ກາໍຂອງ ພວກເຂົາໃນເລື່ອງການຂ້າລູກຊາຍເຈັດສິບຄົນຂອງກີເດໂອນ.
\s5
\v 25 ຊາວຊີເຄມ ໄດ້ດັກສະກັດໂຈມຕີອາບີເມເຫລັກ ທີ່ເທິງພູ ແລະ ພວກເຂົາຍັງໄດ້ປຸ້ນເອົາເຄື່ອງຂອງ ຂອງຄົນທີ່ຜ່ານໄປມາຢູ່ໃນແຖບນັ້ນດ້ວຍ. ແລ້ວກໍມີຄົນມາບອກອາບີເມເຫລັກ ເຖິງເລື່ອງນີ້.
\s5
\v 26 ຕໍ່ມາ ກາອານ ລູກຊາຍຂອງເອເບັດ ແລະ ອ້າຍນ້ອງຂອງລາວກໍເດີນທາງມາຍັງຊີເຄມ. ຊາວຊີເຄມຈຶ່ງໄວ້ເນື້ອເຊື່ອໃຈລາວ.
\v 27 ພວກເຂົາພາກັນອອກໄປທີ່ສວນອະງຸ່ນ ເພື່ອເກັບເອົາໝາກອະງຸ່ນມາເຮັດເຫລົ້າ ແລະ ຈັດງານກິນລ້ຽງຂຶ້ນ ໃນວັດຂອງພວກເຂົາ. ພວກເຂົາກິນແລະດື່ມ ທັງເວົ້າເຍາະເຍີ້ຍສຽດສີ ອາບີເມເຫລັກ.
\s5
\v 28 ກາອານຖາມວ່າ, “ພວກເຮົາເປັນຊາວ ຊີເຄມ ແບບໃດ? ເປັນຫຍັງ ຈຶ່ງຮັບໃຊ້ອາບີເມເຫລັກ? ມັນເປັນຜູ້ໃດກັນແທ້? ມັນເປັນລູກຊາຍຂອງກີເດໂອນ ບໍ່ແມ່ນບໍ? ແລະ ເຊບູນ ກໍຮັບໃຊ້ມັນບໍ່ແມ່ນບໍ? ທັງອາບີເມເຫລັກ ແລະ ເຊບູນ ຕ່າງກໍເຄີຍຮັບໃຊ້ຮາໂມ ບໍ່ແມ່ນບໍ? ເປັນຫຍັງ ພວກເຮົາຈຶ່ງພາກັນຮັບໃຊ້ອາບີເມເຫລັກ? ດັ່ງນັ້ນ ຈົ່ງສະແດງຄວາມ ຈົງຮັກພັກດີຕໍ່ຮາໂມ ເຖີດ ເພິ່ນເປັນບັນພະບຸລຸດຂອງພວກເຮົາ ຜູ້ທີ່ໄດ້ກໍ່ຕັ້ງເມືອງ ຊີເຄມ ນີ້.
\v 29 ຖ້າຂ້ອຍໄດ້ເປັນຜູ້ຮັບໃຊ້ຂອງເມືອງນີ້ ຂ້ອຍຈະກໍາຈັດອາບີເມເຫລັກ ໃຫ້ສິ້ນໄປ ຂ້ອຍຈະຕ້ອງກ່າວທ້າທາຍ [ຢ] ລາວໂລດວ່າ ‘ຈົ່ງຮວບຮວມເອົາກໍາລັງຂອງເຈົ້າອອກມາ ແລະ ສູ້ຮົບກັນເບິ່ງ.
\s5
\v 30 ເມື່ອເຊບູນ ຜູ້ປົກຄອງເມືອງໄດ້ຍິນ ກາອານ ເວົ້າດັ່ງນັ້ນ ເພິ່ນກໍໂກດຮ້າຍ.
\v 31 ດັ່ງນັ້ນ ເພິ່ນຈຶ່ງໃຊ້ຄົນນາໍຂ່າວຢ່າງລັບ ໆ ໄປບອກ ອາບີເມເຫລັກ ທີ່ອາຣູມາ [ຣ] ວ່າ, “ກາອານ ລູກຊາຍຂອງເອເບັດ ແລະ ອ້າຍນ້ອງຂອງລາວໄດ້ມາທີ່ຊີເຄມ ແລະ ຍຸແຍ່ຊາວເມືອງໃຫ້ກະບົດຕໍ່ທ່ານ.
\s5
\v 32 ເມື່ອເປັນເຊັ່ນນີ້ ຂໍໃຫ້ທ່ານນາໍຄົນອອກໄປລີ້ຢູ່ຕາມທົ່ງນາ ໃນຕອນກາງຄືນ.
\v 33 ໃນມື້ອື່ນເຊົ້າ ພໍຕາເວັນຂຶ້ນແລ້ວໃຫ້ໂຈມຕີເມືອງໃນທັນທີ. ເມື່ອກາອານ ແລະ ພັກພວກຂອງລາວອອກມາຕໍ່ສູ້ ໃຫ້ທ່ານຈັດການຢ່າງ ເຕັມກາໍລັງກັບພວກເຂົາໂລດ.”
\s5
\v 34 ດັ່ງນັ້ນ ອາບີເມເຫລັກ ຈຶ່ງນາໍຄົນຂອງຕົນອອກໄປໃນຕອນກາງຄືນ ແລະ ລີ້ຢູ່ນອກເມືອງໂດຍແບ່ງເປັນສີ່ໝວດ.
\v 35 ພໍເຫັນກາອານ ອອກມາຢືນຢູ່ທີ່ປະຕູເມືອງ ພວກເຂົາກໍອອກມາຈາກບ່ອນລີ້ທັນທີ.
\s5
\v 36 ເມື່ອກາອານ ຫລຽວເຫັນພວກເຂົາ ຈຶ່ງບອກເຊບູນ ວ່າ, “ເບິ່ງພຸ້ນດູ ມີຄົນພວມລົງມາ ຈາກຈອມພູ. ” ເຊບູນ ຕອບວ່າ, “ອັນນັ້ນ ບໍ່ແມ່ນຄົນ ເປັນພຽງແຕ່ເງົາທີ່ເທິງພູເທົ່ານັ້ນ. ”
\v 37 ແຕ່ກາອານ ເວົ້າອີກວ່າ, “ເບິ່ງພຸ້ນດູ ມີຄົນພວກໜຶ່ງພວມລົງມາຈາກຈອມພູ ແລະ ອີກພວກໜຶ່ງພວມມຸ້ງໜ້າ ມາຕາມຖະໜົນຕົ້ນໂອກຂອງໝໍມໍ.”
\s5
\v 38 ແລ້ວເຊບູນ ກໍເວົ້າຕໍ່ລາວວ່າ, “ຄໍາເວົ້າຂີ້ຄູຍຂອງເຈົ້ານັ້ນໄປໃສໝົດ? ເຈົ້າເອງເປັນຄົນຖາມວ່າ, “ເປັນຫຍັງ ພວກເຮົາຈຶ່ງຮັບໃຊ້ ອາບີເມເຫລັກ. ຄົນເຫລົ່ານັ້ນແມ່ນພວກທີ່ເຈົ້າເວົ້າເຍາະເຍີ້ຍສຽດສີນັ້ນແຫລະ. ບັດນີ້ ເຈົ້າອອກໄປສູ້ຮົບພວກເຂົາແມ. ”
\v 39 ແລ້ວກາອານ ກໍນາໍເອົາຊາວຊີເຄມ ອອກໄປສູ້ຮົບອາບີເມເຫລັກ.
\v 40 ກາອານ ໄດ້ປົບໜີ ແລະ ອາບີເມເຫລັກ ກໍໄລ່ຕິດຕາມລາວໄປ. ມີຫລາຍຄົນໄດ້ຮັບບາດເຈັບຢ່າງສາຫັດ ກ່ອນຈະໄປເຖິງປະຕູເມືອງ.
\s5
\v 41 ອາບີເມເຫລັກ ອາໄສຢູ່ທີ່ເມືອງອາຣູມາ ສ່ວນເຊບູນນັ້ນໄດ້ຕາມລ່າ ກາອານ ກັບອ້າຍນ້ອງຂອງລາວໃຫ້ໜີໄປຈາກຊີເຄມ ແລະ ບໍ່ໃຫ້ພວກເຂົາຢູ່ໃນເມືອງນີ້ ອີກຕໍ່ໄປ.
\v 42 ມື້ໃໝ່ມາ ອາບີເມເຫລັກ ໄດ້ຮູ້ວ່າຊາວ ຊີເຄມ ພວມວາງແຜນອອກໄປທີ່ທົ່ງນາ.
\v 43 ດັ່ງນັ້ນ ເພິ່ນຈຶ່ງແບ່ງຄົນຂອງຕົນອອກ ເປັນສາມໝວດ ໂດຍໃຫ້ໄປລີ້ຢູ່ຕາມທົ່ງນາ. ພໍເຫັນຄົນອອກມາຈາກເມືອງ ເພິ່ນກໍຟ້າວ ອອກໄປໂຈມຕີພວກເຂົາທັນທີ.
\s5
\v 44 ອາບີເມເຫລັກ ຟ້າວນາໍໝວດຂອງຕົນ ໄປຢຶດປະຕູເມືອງ ໃນຂະນະທີ່ສອງໝວດອື່ນ ໂຈມຕີປະຊາຊົນຢູ່ຕາມທົ່ງນາ ແລະ ຂ້າພວກເຂົາທຸກຄົນຖິ້ມ.
\v 45 ການສູ້ຮົບດໍາເນີນໄປ ຕະຫລອດວັນ. ອາບີເມເຫລັກ ຢຶດເມືອງໄດ້ ຫລັງຈາກຂ້າຊາວເມືອງຖິ້ມ ແລະ ທາໍລາຍ ເມືອງແລ້ວ ເພິ່ນຈຶ່ງເອົາເກືອຫວ່ານໃສ່ເຕັມ ໜ້າດິນ.
\s5
\v 46 ເມື່ອພວກຜູ້ນາໍ ທີ່ປ້ອມຊີເຄມ ໄດ້ຍິນເລື່ອງນີ້ ພວກເຂົາກໍໄດ້ຫລົບໜີໄປລີ້ ຢູ່ທີ່ຫ້ອງໃຕ້ດິນໃນວັດຂອງພະບາອານ.
\v 47 ມີຄົນມາແຈ້ງແກ່ອາບີເມເຫລັກ ວ່າບັນດາຜູ້ນາໍໄດ້ໄປໂຮມກັນຢູ່ໃນທີ່ນັ້ນ.
\s5
\v 48 ສະນັ້ນ ເພິ່ນຈຶ່ງນາໍຄົນຂອງຕົນຂຶ້ນໄປ ຍັງພູເຂົາຊັນໂມນ. ໃນທີ່ນັ້ນ ເພິ່ນໄດ້ໃຊ້ຂວານຕັດເອົາງ່າໄມ້ແບກມາ ແລະ ບອກຄົນຂອງເພິ່ນປະຕິບັດເຊັ່ນກັນ.
\v 49 ດັ່ງນັ້ນ ທຸກຄົນຈຶ່ງຕັດເອົາງ່າໄມ້ ແລ້ວຕາມອາບີເມເຫລັກໄປ. ພວກເຂົາກອງງ່າໄມ້ໃສ່ກັບຫ້ອງ ໃຕ້ດິນ ແລະ ຈູດງ່າໄມ້ເຫລົ່ານັ້ນເຜົາຄົນຢູ່ຂ້າງໃນນັ້ນ ຈົນຕາຍໝົດ ຊຶ່ງລວມທັງຊາຍແລະຍິງ ແລ້ວມີປະມານໜຶ່ງພັນຄົນ.
\s5
\v 50 ແລ້ວອາບີເມເຫລັກ ກໍໄປລ້ອມເມືອງ ຕີເບັດ ແລະ ຢຶດເມືອງນີ້ໄດ້.
\v 51 ໃນເມືອງນີ້ ມີຫໍຄອຍໃຫຍ່ແຫ່ງໜຶ່ງ ຊຶ່ງຜູ້ຊາຍກັບແມ່ຍິງ ແລະ ພວກຜູ້ນາໍທຸກຄົນໄດ້ຫລົບໜີໄປລີ້ຢູ່ໃນທີ່ນັ້ນ. ພວກເຂົາອັດປະຕູໃສ່ໄລຂັງຕົນເອງໄວ້ ແລະ ພາກັນຂຶ້ນໄປທີ່ເທິງຫລັງຄາຫໍຄອຍ.
\s5
\v 52 ເມື່ອອາບີເມເຫລັກ ມາໂຈມຕີຫໍຄອຍນີ້ ເພິ່ນໄດ້ໄປທີ່ທາງປະຕູເຂົ້າ ເພື່ອຈະຈູດຫໍຄອຍນັ້ນເສຍ.
\v 53 ແຕ່ມີຍິງຄົນໜຶ່ງທີ່ຢູ່ເທິງຫລັງຄາຂອງຫໍຄອຍນັ້ນ ໄດ້ໂຍນຫິນໂມ້ແປ້ງ ລົງຖືກຫົວຂອງອາບີເມເຫລັກ ຈົນກະໂຫລກຫົວແຕກ.
\v 54 ແລ້ວໃນທັນໃດນັ້ນ ເພິ່ນຈຶ່ງເອີ້ນຊາຍໜຸ່ມຜູ້ທີ່ຖືອາວຸດໃຫ້ຕົນມາ ແລະ ສັ່ງວ່າ, “ຈົ່ງຖອດດາບຂອງເຈົ້າອອກມາຂ້າຂ້ອຍສາ ເພື່ອຄົນຈະບໍ່ໄດ້ຮູ້ວ່າຂ້ອຍຕາຍຍ້ອນແມ່ຍິງ. ” ດັ່ງນັ້ນ ຊາຍໜຸ່ມຄົນນັ້ນຈຶ່ງແທງເພິ່ນຈົນສິ້ນໃຈຕາຍ.
\s5
\v 55 ເມື່ອຊາວອິດສະຣາເອນ ເຫັນວ່າອາບີເມເຫລັກໄດ້ຕາຍໄປແລ້ວ ພວກເຂົາທຸກຄົນຈຶ່ງພາກັນກັບເມືອບ້ານເຮືອນຂອງໃຜລາວ.
\v 56 ດັ່ງນັ້ນແຫລະ ພຣະເຈົ້າຈຶ່ງໃຫ້ອາບີເມເຫລັກໃຊ້ໜີ້ກາໍ ທີ່ລາວໄດ້ກະທາໍໄວ້ໂດຍຂ້າອ້າຍນ້ອງເຈັດສິບຄົນຂອງຕົນ.
\v 57 ພຣະເຈົ້າຍັງໄດ້ເຮັດໃຫ້ຊາວຊີເຄມ ທົນທຸກຍ້ອນຜົນກາໍແຫ່ງຄວາມຊົ່ວຊ້າຂອງພວກເຂົາ ຊຶ່ງເປັນໄປຕາມທີ່ໂຢທາມ ລູກຊາຍຂອງກີເດໂອນ ໄດ້ບອກໄວ້ວ່າຈະເກີດຂຶ້ນ ຕອນທີ່ລາວສາບແຊ່ງພວກເຂົານັ້ນ.
\s5
\c 10
\p
\v 1 ຫລັງຈາກ ອາບີເມເຫລັກ ໄດ້ຕາຍໄປແລ້ວ ໂຕລາລູກຊາຍຂອງປູອາ ແລະ ຫລານຊາຍຂອງໂດໂດ ກໍໄດ້ປົດປ່ອຍຊາດອິດສະຣາເອນ. ລາວເປັນຄົນເຜົ່າອິດຊາຄາ ແລະ ອາໄສຢູ່ທີ່ຊາເມຍ ໃນແຖບພູດອຍຂອງເອຟຣາອິມ.
\v 2 ລາວໄດ້ປົກຄອງຊາດອິດສະຣາເອນ ເປັນເວລາຊາວສາມປີ ແລ້ວກໍຕາຍໄປ ແລະ ສົບຂອງລາວໄດ້ຖືກຝັງໄວ້ທີ່ຊາເມຍ.
\s5
\v 3 ຫລັງຈາກໂຕລາ ແມ່ນ ຢາອີຊາວ ເມືອງກີເລອາດ. ລາວໄດ້ປົກຄອງຊາດອິດສະຣາເອນ ເປັນເວລາຊາວສອງປີ.
\v 4 ລາວມີລູກຊາຍສາມສິບຄົນ ທີ່ຂີ່ລໍສາມສິບໂຕ. ພວກເຂົາປົກຄອງສາມສິບຫົວເມືອງ ຢູ່ໃນດິນແດນກີເລອາດ ຊຶ່ງຍັງມີຄົນເອີ້ນວ່າ ໝູ່ບ້ານຂອງຢາອີ ຈົນເຖິງທຸກມື້ນີ້.
\v 5 ຢາອີ ໄດ້ຕາຍໄປ ແລະ ສົບຂອງລາວໄດ້ຖືກຝັງໄວ້ທີ່ກາໂມນ.
\s5
\v 6 ອີກຄັ້ງໜຶ່ງ ຊາວອິດສະຣາເອນໄດ້ເຮັດບາບຕໍ່ສູ້ອົງພຣະຜູ້ເປັນເຈົ້າ ໂດຍຂາບໄຫວ້ພະບາອານ ກັບເຈົ້າແມ່ອັດຊະຕາກ ແລະ ບັນດາພະຂອງຊາວຊີເຣຍ, ຊີໂດນ, ໂມອາບ, ອໍາໂມນ ແລະ ຊາວຟີລິດສະຕິນ ດ້ວຍ. ພວກເຂົາໄດ້ປະຖິ້ມອົງພຣະຜູ້ເປັນເຈົ້າ ແລະ ເຊົານະມັດສະການພຣະອົງ.
\v 7 ດັ່ງນັ້ນ ອົງພຣະຜູ້ເປັນເຈົ້າ ຈຶ່ງໂກດຮ້າຍຊາວອິດສະຣາເອນ ແລະ ໄດ້ປ່ອຍໃຫ້ຊາວຟີລິດສະຕິນ ແລະ ຊາວອໍາໂມນ ຮົບຊະນະພວກເຂົາ.
\s5
\v 8 ຕະຫລອດເວລາສິບແປດປີນັ້ນ ພວກນີ້ ໄດ້ກົດຂີ່ ແລະຂົ່ມເຫັງຊາວອິດສະຣາເອນ ທຸກຄົນທີ່ອາໄສຢູ່ໃນດິນແດນຂອງຊາວອາໂມ ທາງທິດຕາເວັນອອກ ຂອງແມ່ນໍ້າຈໍແດນໃນກີເລອາດ
\v 9 ພວກອໍາໂມນ ໄດ້ຂ້າມແມ່ ນໍ້າຈໍແດນ ໄປສູ້ຮົບເຜົ່າຢູດາ, ເບັນຢາມິນ ແລະ ເອຟຣາອິມ. ສະນັ້ນ ຊາວອິດສະຣາເອນຈຶ່ງເປັນທຸກໃຈທີ່ສຸດ.
\s5
\v 10 ແລ້ວຊາວອິດສະຣາເອນ ກໍຮ້ອງຫາອົງພຣະຜູ້ເປັນເຈົ້າ ວ່າ, “ພວກຂ້ານ້ອຍໄດ້ເຮັດບາບຕໍ່ສູ້ພຣະອົງ ດ້ວຍວ່າພວກຂ້ານ້ອຍໄດ້ໜີໄປຈາກພຣະອົງ ຜູ້ເປັນພຣະເຈົ້າຂອງພວກຂ້ານ້ອຍ ແລະ ໄປຂາບໄຫວ້ພະບາອານ. ”
\v 11 ອົງພຣະຜູ້ເປັນເຈົ້າ ໄດ້ຕອບຊາວອິດສະຣາເອນ ວ່າ, “ຊາວເອຢິບ, ຊາວອາໂມ, ຊາວອໍາໂມນ, ຊາວຟີລິດສະຕິນ,
\v 12 ຊາວຊີໂດນ, ຊາວອາມາເຫລັກ ແລະ ຊາວມາໂອນ ໄດ້ກົດຂີ່ພວກເຈົ້າໃນຄາວທີ່ຜ່ານມານັ້ນ ເມື່ອພວກເຈົ້າຮ້ອງຫາເຮົາ ເຮົາບໍ່ໄດ້ຊ່ວຍເຫລືອພວກເຈົ້າບໍ?
\s5
\v 13 ແຕ່ພວກເຈົ້າກໍຍັງໄດ້ໜີໄປຈາກເຮົາ ແລະ ໄປຂາບໄຫວ້ບັນດາພະອື່ນ. ສະນັ້ນ ເຮົາຈະບໍ່ຊ່ວຍກູ້ເອົາພວກເຈົ້າອີກ.
\v 14 ໃນ ເມື່ອພວກເຈົ້າໄດ້ຮັບຄວາມທຸກຍາກລໍາບາກ ຈົ່ງໄປຮ້ອງຫາບັນດາພະ ທີ່ພວກເຈົ້າໄດ້ເລືອກເອົານັ້ນສາ ແລະ ໃຫ້ພະເຫລົ່ານັ້ນຊ່ວຍກູ້ເອົາພວກເຈົ້າ.”
\s5
\v 15 ແຕ່ປະຊາຊົນອິດສະຣາເອນ ຍັງຮ້ອງຂໍຕໍ່ອົງພຣະຜູ້ເປັນເຈົ້າ ວ່າ, “ພວກຂ້ານ້ອຍໄດ້ເຮັດບາບແລ້ວ ຈົ່ງເຮັດກັບພວກຂ້ານ້ອຍ ຕາມທີ່ພຣະອົງເຫັນສົມຄວນເທີ້ນ, ແຕ່ສໍາລັບ ມື້ນີ້ໂຜດຊ່ວຍພວກຂ້ານ້ອຍ ດ້ວຍເຖີດ. ”
\v 16 ດັ່ງນັ້ນ ພວກເຂົາຈຶ່ງເຊົາເຊື່ອຖືບັນດາພະຕ່າງຊາດ ແລະ ກັບມານະມັດສະການອົງພຣະຜູ້ເປັນເຈົ້າອີກ. ແລ້ວອົງພຣະຜູ້ເປັນເຈົ້າ ກໍທຸກຮ້ອນໃຈ ທີ່ເຫັນຄວາມລໍາບາກຂອງຊາດອິດສະຣາເອນ.
\s5
\v 17 ຕໍ່ມາ ຊາວອໍາໂມນໄດ້ຕຽມພົນສູ້ຮົບແລະ ມາຕັ້ງຄ້າຍຢູ່ທີ່ເຂດແດນກີເລອາດ. ຝ່າຍພວກອິດສະຣາເອນ ກໍໄດ້ມາເຕົ້າໂຮມກັນ ແລະ ຕັ້ງຄ້າຍທີ່ເມືອງມີຊະປາ ໃນກີເລອາດເຊັ່ນກັນ.
\v 18 ດັ່ງນັ້ນ ປະຊາຊົນແລະພວກຜູ້ນາໍຂອງເຜົ່າຕ່າງ ໆ ໃນຊາດອິດສະຣາເອນ ຈຶ່ງຖາມກັນວ່າ, “ແມ່ນໃຜຈະອອກໄປສູ້ຮົບພວກອໍາໂມນ? ຜູ້ໃດກໍຕາມທີ່ອອກໄປ ຈະໄດ້ເປັນຜູ້ນາໍປະຊາຊົນທັງໝົດ ໃນດິນແດນກີເລອາດ.”
\s5
\c 11
\p
\v 1 ມີຊາຍກີເລອາດ ຜູ້ໜຶ່ງຊື່ວ່າ ເຢັບທາ. ລາວເປັນທະຫານທີ່ເກັ່ງກ້າ ແລະ ເປັນລູກຊາຍຂອງຍິງໂສເພນີ. ກີເລອາດ ພໍ່ຂອງເຢັບທາ
\v 2 ຍັງມີລູກຊາຍຄົນອື່ນອີກ ກັບເມຍແທ້ຂອງຕົນ. ເມື່ອລູກຊາຍເຫລົ່ານັ້ນໃຫຍ່ຂຶ້ນ ພວກເຂົາກໍໄລ່ເຢັບທາ ໃຫ້ອອກໜີຈາກເຮືອນ ແລະ ເວົ້າຕໍ່ລາວວ່າ, “ເຈົ້າເປັນລູກຊາຍຂອງຍິງອື່ນ ແລະ ເຈົ້າຈະບໍ່ໄດ້ຮັບ ມໍຣະດົກສ່ວນໃດ ໆ ຈາກພໍ່ຂອງພວກເຮົາ. ”
\v 3 ດັ່ງນັ້ນ ເຢັບທາ ຈຶ່ງໜີຈາກພວກອ້າຍນ້ອງ ຂອງຕົນໄປອາໄສຢູ່ໃນເມືອງໂຕເບ. ໃນເມືອງນີ້ ລາວໄດ້ຈູງໃຈພວກນັກເລງ ແລະ ພວກເຂົາໄດ້ເຂົ້າມາເປັນລູກນ້ອງຂອງລາວ.
\s5
\v 4 ໃນເວລາຕໍ່ມາ ຊາວອໍາໂມນໄດ້ເຮັດເສິກ ຕໍ່ສູ້ຊາດອິດສະຣາເອນ.
\v 5 ເມື່ອການສູ້ຮົບເລີ່ມຂຶ້ນ ບັນດາຜູ້ນາໍກີເລອາດ ຈຶ່ງໄປນາໍເອົາເຢັບທາ ກັບຄືນມາຈາກເມືອງໂຕເບ.
\v 6 ພວກເຂົາເວົ້າຕໍ່ລາວວ່າ, “ຂໍໃຫ້ເຈົ້າມາເປັນຜູ້ນາໍຂອງພວກເຮົາເຖີດ ເພື່ອວ່າພວກເຮົາຈະຕໍ່ສູ້ພວກອໍາໂມນໄດ້.”
\s5
\v 7 ແຕ່ ເຢັບທາ ຕອບວ່າ, “ພວກເຈົ້າຊັງຂ້ອຍຫລາຍທີ່ສຸດ ຈົນໄລ່ຂ້ອຍໜີຈາກເຮືອນພໍ່ຂອງຂ້ອຍ ບໍ່ແມ່ນບໍ? ບັດນີ້ ເປັນຫຍັງຕອນ ທີ່ພວກເຈົ້າຢູ່ໃນຄວາມເດືອດຮ້ອນເຊັ່ນນີ້ ຈຶ່ງມາຫາຂ້ອຍ? ”
\v 8 ພວກເຂົາຕອບລາວ ວ່າ, “ເພາະໃນເວລານີ້ ພວກຂ້ອຍຢາກໃຫ້ເຈົ້າ ໄປຕໍ່ສູ້ພວກອໍາໂມນ ກັບພວກຂ້ອຍແລະເປັນຜູ້ນາໍຂອງຊາວກີເລອາດ ທັງໝົດ.”
\s5
\v 9 ເຢັບທາ ຕອບພວກເຂົາວ່າ, “ເມື່ອພວກເຈົ້າມາຂໍຮ້ອງຂ້ອຍ ໃຫ້ກັບເມືອສູ້ຮົບພວກອໍາໂມນ ເຊັ່ນນີ້ ແລະຖ້າອົງພຣະຜູ້ເປັນເຈົ້າໃຫ້ຂ້ອຍຮົບຊະນະພວກເຂົາ ຂ້ອຍກໍຈະເປັນນາຍຂອງພວກເຈົ້າ. ”
\v 10 ພວກເຂົາຕອບວ່າ, “ຕົກລົງ ຂໍໃຫ້ອົງພຣະຜູ້ເປັນເຈົ້າ ເປັນພະຍານໃນເລື່ອງນີ້ເຖີດ. ”
\v 11 ດັ່ງນັ້ນ ເຢັບທາ ຈຶ່ງຄືນເມືອກັບພວກຜູ້ນາໍ ຊາວກີເລອາດ ແລະ ປະຊາຊົນໄດ້ແຕ່ງຕັ້ງລາວ ໃຫ້ເປັນນາຍ ແລະ ເປັນຜູ້ນາໍຂອງພວກເຂົາ. ຝ່າຍເຢັບທາ ກໍກ່າວປະຕິຍານທີ່ມີຊະປາ ຊ້ອງໜ້າອົງພຣະຜູ້ເປັນເຈົ້າ.
\s5
\v 12 ແລ້ວ ເຢັບທາ ກໍໃຊ້ຄະນະທູດໄປບອກ ກະສັດແຫ່ງອໍາໂມນ ວ່າ, “ທ່ານມີເລື່ອງຜິດຂ້ອງຕ້ອງຖຽງຫຍັງ ກັບພວກເຮົາ? ເປັນຫຍັງ ຈຶ່ງບຸກຮຸກດິນແດນຂອງພວກເຮົາ ເຊັ່ນນີ້? ”
\v 13 ກະສັດຂອງຊາວອໍາໂມນ ຈຶ່ງຕອບຄະນະທູດຂອງເຢັບທາ ວ່າ, “ຕອນທີ່ພວກ ອິດສະຣາເອນ ໄດ້ອອກມາຈາກປະເທດເອຢິບນັ້ນ ພວກເຂົາໄດ້ຢຶດດິນແດນຂອງພວກເຮົາ ຕັ້ງແຕ່ຫ້ວຍນໍ້າອາກໂນນ ຈົນເຖິງຫ້ວຍນາໍ້ ຢັບໂບກ ແລະ ແມ່ນາໍ້ຈໍແດນ. ບັດນີ້ ພວກເຈົ້າຄວນຍົກດິນແດນນັ້ນຄືນໃຫ້ແກ່ ພວກເຮົາສາ ໂດຍດີ.”
\s5
\v 14 ແຕ່ ເຢັບທາ ໄດ້ໃຊ້ຄະນະທູດຄືນໄປ ຫາກະສັດແຫ່ງອໍາໂມນ
\v 15 ໂດຍຕອບວ່າ, “ທີ່ຊາວອິດສະຣາເອນ ໄດ້ຢຶດດິນແດນຂອງຊາວໂມອາບ ຫລື ຢຶດດິນແດນຂອງຊາວອໍາໂມນ ຕາມທີ່ໄດ້ກ່າວມານັ້ນ ບໍ່ແມ່ນຄວາມຈິງ.
\v 16 ເລື່ອງເປັນມາດັ່ງນີ້: ເມື່ອຊາວອິດສະຣາເອນ ອອກມາຈາກປະເທດເອຢິບນັ້ນ ພວກເຂົາໄດ້ຜ່ານຖິ່ນແຫ້ງແລ້ງກັນດານ ໄປຍັງອ່າວ ອາກາບາ ແລະ ໄດ້ມາຮອດກາເດັດ.
\s5
\v 17 ພວກເຂົາໄດ້ໃຊ້ທູດໄປບອກກະສັດ ແຫ່ງເອໂດມ ເພື່ອຂໍອະນຸຍາດຜ່ານດິນແດນ ຂອງເພິ່ນ. ແຕ່ກະສັດແຫ່ງເອໂດມ ບໍ່ຍອມໃຫ້ ຜ່ານ ແລະ ພວກເຂົາໄດ້ຂໍອະນຸຍາດຜ່ານດິນແດນນາໍກະສັດແຫ່ງໂມອາບ ແຕ່ບໍ່ມີໃຜຍອມ ໃຫ້ຜ່ານດິນແດນ. ດັ່ງນັ້ນ ຊາວອິດສະຣາເອນ ຈຶ່ງຄ້າງຢູ່ທີ່ກາເດັດ.
\v 18 ຕໍ່ ມາ ພວກເຂົາໄດ້ເດີນທາງຜ່ານຖິ່ນແຫ້ງແລ້ງ ກັນດານ ອ້ອມດິນແດນເອໂດມ ແລະ ໂມອາບ ໄປຈົນມາຮອດທາງທິດຕາເວັນອອກ ຂອງໂມອາບ ທີ່ຢູ່ທາງຟາກຫ້ວຍນໍ້າອາກໂນນ ເບື້ອງອື່ນ. ພວກເຂົາໄດ້ຕັ້ງຄ້າຍພັກຢູ່ ໃນທີ່ນັ້ນ ແຕ່ບໍ່ໄດ້ຂ້າມຫ້ວຍນາໍ້ ອາກໂນນ ໄປຍ້ອນວ່າ ມັນແມ່ນເຂດແດນຂອງຊາວ ໂມອາບ.
\s5
\v 19 ແລ້ວຊາວອິດສະຣາເອນ ກໍໃຊ້ພວກ ທູດໄປຫາເຈົ້າສີໂຫນ ກະສັດຂອງຊາວອາໂມ ທີ່ປົກຄອງຢູ່ໃນນະຄອນເຮັດຊະໂບນ ແລະ ຂໍ ອະນຸຍາດຜ່ານດິນແດນຂອງເພິ່ນ ເພື່ອໄປຍັງດິນແດນຂອງພວກເຮົາເອງ.
\v 20 ແຕ່ກະສັດສີໂຫນ ບໍ່ຍອມໃຫ້ຜ່ານ ແລະ ໄດ້ນາໍເອົາກອງທັບທັງໝົດ ມາຕັ້ງທີ່ໝັ້ນຢູ່ທີ່ຢາຮາດ ແລະ ບຸກໂຈມຕີຊາວອິດສະຣາເອນ.
\s5
\v 21 ແຕ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງຊາດອິດສະຣາເອນ ໄດ້ໃຫ້ຊາວອິດສະຣາເອນ ຊະນະເຈົ້າສີໂຫນ ແລະ ກອງທັບຂອງເພິ່ນ. ດັ່ງນັ້ນແຫລະ ຊາວອິດສະຣາເອນ ຈຶ່ງໄດ້ຢຶດເຂດແດນທັງໝົດ ຂອງພວກອາໂມ ທີ່ອາໄສຢູ່ໃນດິນແດນນັ້ນ ມາເປັນຂອງຕົນ.
\v 22 ພວກເຂົາໄດ້ຢຶດຄອງແຕ່ອາກໂນນ ທາງທິດໃຕ້ ຈົນເຖິງຢັບໂບກ ທາງທິດເໜືອ ແລະ ຈາກຖິ່ນແຫ້ງແລ້ງກັນດານ ທາງທິດຕາເວັນອອກ ຈົນເຖິງແມ່ນາໍ້ຈໍແດນ ທາງທິດຕາເວັນຕົກ.
\s5
\v 23 ເລື່ອງນີ້ ແມ່ນອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງຊາດອິດສະຣາເອນ ທີ່ເປັນຜູ້ຂັບໄລ່ພວກອາໂມ ໃຫ້ອອກໄປ ເພື່ອໃຫ້ຊາວ ອິດສະຣາເອນ ຜູ້ທີ່ເປັນປະຊາຊົນຂອງພຣະອົງເຂົ້າຢຶດຄອງເອົາ.
\v 24 ບັດນີ້ ທ່ານຈະພະຍາຍາມເອົາຄືນຊັ້ນບໍ? ທ່ານຢຶດຄອງ ເອົາທຸກສິ່ງ ທີ່ພະເກໂມດຂອງພວກທ່ານ ມອບໃຫ້ໄດ້, ແຕ່ພວກຂ້າພະເຈົ້າຈະເກັບຮັກສາທຸກ ໆ ສິ່ງທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກຂ້າພະເຈົ້າ ໄດ້ມອບໃຫ້.
\v 25 ທ່ານຄິດວ່າ ທ່ານດີກວ່າເຈົ້າບາຫລາກ ລູກຊາຍຂອງສິບໂປເຣ ກະສັດແຫ່ງໂມອາບ ຊັ້ນບໍ? ເພິ່ນບໍ່ເຄີຍທ້າທາຍຊາດອິດສະຣາເອນ ບໍ່ແມ່ນບໍ? ເພິ່ນເຄີຍໄດ້ໄປເຮັດເສິກ ຕໍ່ສູ້ພວກຂ້າພະເຈົ້າຊັ້ນບໍ?
\s5
\v 26 ມັນເປັນເວລາເຖິງສາມຮ້ອຍປີ ຜ່ານມາແລ້ວ ທີ່ຊາດອິດສະຣາເອນໄດ້ຄອບຄອງ ເຮັດຊະໂບນ ແລະ ອາໂຣເອ ພ້ອມທັງເມືອງເລັກເມືອງນ້ອຍ ທີ່ຢູ່ອ້ອມແອ້ມນັ້ນ ຕະຫລອດທັງຫົວເມືອງຕ່າງ ໆ ທີ່ຢູ່ຕາມແຄມຝັ່ງຂອງຫ້ວຍນາໍ້ອາກໂນນ. ຕະຫລອດເວລາ ທີ່ຜ່ານມານັ້ນ ເປັນຫຍັງທ່ານຈຶ່ງບໍ່ຢຶດຄືນ?
\v 27 ບໍ່ແມ່ນ, ຂ້າພະເຈົ້າບໍ່ໄດ້ເຮັດຜິດຫຍັງ ຕໍ່ທ່ານ ແຕ່ແມ່ນທ່ານເອງທີ່ເຮັດຜິດຕໍ່ຂ້າພະເຈົ້າ ໂດຍລົງມືເຮັດເສິກນີ້. ດັ່ງນັ້ນ ຂໍໃຫ້ອົງພຣະຜູ້ເປັນເຈົ້າ ຜູ້ພິພາກສາ ເປັນຜູ້ຕັດສິນລະຫວ່າງ ຊາວອິດສະຣາເອນ ແລະ ຊາວອໍາໂມນ. ”
\v 28 ແຕ່ກະສັດບໍ່ໄດ້ເອົາໃຈໃສ່ຕໍ່ຖ້ອຍຄໍາຂອງເຢັບທາ.
\s5
\v 29 ແລ້ວພຣະວິນຍານຂອງອົງພຣະຜູ້ເປັນ ເຈົ້າ ກໍລົງມາສະຖິດກັບເຢັບທາ. ລາວໄດ້ໄປ ທາງເມືອງກີເລອາດ ແລະ ມານາເຊ ແລະ ກັບຄືນມາຍັງມີຊະປາ ໃນກີເລອາດ ແລະ ເດີນທາງເຂົ້າໄປຍັງດິນແດນຂອງຊາວອໍາໂມນ.
\v 30 ເຢັບທາ ສັນຍາຕໍ່ອົງພຣະຜູ້ເປັນເຈົ້າວ່າ, “ຖ້າພຣະອົງໃຫ້ຂ້ານ້ອຍມີໄຊຊະນະ ເໜືອພວກອໍາໂມນ
\v 31 ຂ້ານ້ອຍຈະຖວາຍ ຄົນທາໍອິດທີ່ອອກຈາກເຮືອນມາພົບຂ້ານ້ອຍ ເປັນເຄື່ອງບູຊາແກ່ພຣະອົງ ເມື່ອຂ້ານ້ອຍກັບມາຢ່າງມີໄຊ.”
\s5
\v 32 ດັ່ງນັ້ນ ເຢັບທາ ຈຶ່ງຂ້າມແມ່ນາໍ້ໄປສູ້ຮົບພວກອໍາໂມນ ແລະ ອົງພຣະຜູ້ເປັນເຈົ້າ ໄດ້ຊ່ວຍລາວໃຫ້ຮົບຊະນະພວກເຂົາ.
\v 33 ລາວຕໍ່ສູ້ພວກເຂົາ ຕັ້ງແຕ່ອາໂຣເອ ຈົນໄປເຖິງເຂດແດນ ທີ່ຢູ່ອ້ອມແອ້ມມິນນິດ ລວມທັງໝົດມີຊາວຫົວເມືອງ ແລະ ເລີຍໄປເຖິງເຂດແດນ ເບັນເກຣາມິນ. ໄດ້ມີການຂ້າຟັນກັນຢ່າງໜັກ ແລະ ຊາວອໍາໂມນ ໄດ້ພ່າຍແພ້ ໃຫ້ແກ່ຊາວອິດສະຣາເອນ.
\s5
\v 34 ເມື່ອເຢັບທາ ກັບຄືນມາຍັງເຮືອນຂອງຕົນທີ່ມີຊະປາ ລູກສາວຂອງລາວກໍອອກມາ ພົບພ້ອມທັງຟ້ອນໄປມາຕາມຈັງຫວະສຽງກອງ. ນາງເປັນລູກສາວຄົນດຽວຂອງລາວ.
\v 35 ພໍເຢັບທາ ຫລຽວເຫັນນາງ ລາວຈຶ່ງຈີກເສື້ອຜ້າຂອງຕົນ ດ້ວຍຄວາມທຸກໃຈ ແລະ ເວົ້າວ່າ, “ລູກເອີຍ! ຫົວໃຈພໍ່ແທບຈະແຕກ ຕາຍສາແລ້ວ ເປັນຫຍັງຈຶ່ງແມ່ນລູກທີ່ເຮັດໃຫ້ ພໍ່ໄດ້ຮັບຄວາມເຈັບປວດ ເຊັ່ນນີ້? ພໍ່ໄດ້ສັນຍາໄວ້ຢ່າງໜັກແໜ້ນ ກັບອົງພຣະຜູ້ເປັນເຈົ້າແລ້ວ ແລະ ພໍ່ເອງຖອນຄໍາສັນຍານີ້ ຄືນບໍ່ໄດ້.”
\s5
\v 36 ນາງຈຶ່ງເວົ້າກັບພໍ່ວ່າ, “ຖ້າພໍ່ໄດ້ສັນຍາ ໄວ້ກັບອົງພຣະຜູ້ເປັນເຈົ້າແລ້ວ ຂໍໃຫ້ເຮັດຕໍ່ລູກຕາມທີ່ພໍ່ໄດ້ສັນຍາໄວ້ນັ້ນເຖີດ ເພາະ ພຣະອົງໄດ້ໃຫ້ພໍ່ແກ້ແຄ້ນຊາວອໍາໂມນ ສັດຕູຂອງພວກເຮົາແລ້ວ. ”
\v 37 ແຕ່ນາງໄດ້ຂໍຮ້ອງກັບພໍ່ວ່າ, “ລູກຂໍພຽງສິ່ງດຽວ ຄື ປ່ອຍລູກໃຫ້ຢູ່ຕາມລໍາພັງ ພາຍໃນສອງເດືອນ ເພື່ອວ່າລູກຈະທ່ອງທ່ຽວໄປມາ ທີ່ເທິງພູກັບໝູ່ເພື່ອນຮ້ອງໄຫ້ ອາໄລອາວອນ ຍ້ອນລູກ ຕ້ອງຕາຍແຕ່ຍັງເປັນສາວ.”
\s5
\v 38 ເຢັບທາ ຈຶ່ງອະນຸຍາດໃຫ້ນາງໄປເປັນ ເວລາສອງເດືອນ. ນາງກັບພວກໝູ່ເພື່ອນ ຂອງນາງໄດ້ໄປຮ້ອງໄຫ້ອາໄລອາວອນ ທີ່ເທິງພູເຂົາ ເພາະນາງຕ້ອງຕາຍແຕ່ຍັງເປັນສາວ.
\v 39 ຫລັງຈາກ ສອງເດືອນແລ້ວ ນາງ ຈຶ່ງກັບຄືນມາຫາພໍ່. ພໍ່ຈຶ່ງໄດ້ເຮັດຕາມທີ່ຕົນໄດ້ສັນຍາໄວ້ກັບອົງພຣະຜູ້ເປັນເຈົ້າ; ສະນັ້ນ ນາງຈຶ່ງຕາຍໄປ ເມື່ອຍັງເປັນສາວ. ຕັ້ງແຕ່ນັ້ນມາ ເລື່ອງນີ້ ກໍເລີຍກາຍເປັນປະເພນີໃນອິດສະຣາເອນ
\v 40 ຄືວ່າ ທຸກ ໆ ປີໃດ ແມ່ຍິງຊາວອິດສະຣາເອນ ຕ້ອງໄດ້ອອກໄປຮ້ອງໄຫ້ອາໄລອາວອນ ເປັນເວລາສີ່ວັນສໍາລັບລູກສາວຂອງເຢັບທາ ແຫ່ງ ກີເລອາດ.
\s5
\c 12
\p
\v 1 ແລ້ວຊາວເອຟຣາອິມ ໄດ້ຕຽມຕົວອອກ ສູ້ຮົບ ແລະ ຂ້າມແມ່ນາໍ້ຈໍແດນ ໄປຍັງຊາໂຟນ. ພວກເຂົາເວົ້າຕໍ່ເຢັບທາ ວ່າ, “ເປັນ ຫຍັງເຈົ້າຈຶ່ງຂ້າມຊາຍແດນ ໄປສູ້ຮົບພວກ ອໍາໂມນ ໂດຍບໍ່ເອີ້ນພວກເຮົາໄປນາໍ? ພວກເຮົາຈະຈູດເຮືອນ ເຜົາເຈົ້າຖິ້ມເສຍ. ”
\v 2 ແຕ່ ເຢັບທາ ຕອບພວກເຂົາວ່າ, “ຂ້ອຍ ແລະ ປະຊາຊົນຂອງຂ້ອຍ ໄດ້ເກີດວິວາດຜິດຖຽງກັນຢ່າງໜັກກັບພວກອໍາໂມນ. ຂ້ອຍໄດ້ເອີ້ນ ຫາພວກເຈົ້າໃຫ້ມາຊ່ວຍ ແຕ່ພວກເຈົ້າບໍ່ຍອມ ມາຊ່ວຍກູ້ເອົາຂ້ອຍ.
\s5
\v 3 ເມື່ອຂ້ອຍເຫັນວ່າ ພວກເຈົ້າບໍ່ມາ ແລ້ວຂ້ອຍຈຶ່ງສ່ຽງຊີວິດ ຂ້າມແມ່ນາໍ້ໄປສູ້ຮົບພວກເຂົາ ແລະ ອົງພຣະຜູ້ເປັນເຈົ້າໄດ້ໃຫ້ຂ້ອຍຕີ ຊະນະພວກເຂົາ. ບັດນີ້ ເປັນຫຍັງພວກເຈົ້າ ຈຶ່ງມາຕໍ່ສູ້ຂ້ອຍ? ”
\v 4 ແລ້ວ ເຢັບທາ ກໍໄດ້ລະດົມເອົາຜູ້ຊາຍ ຊາວກີເລອາດ ທັງໝົດໄປຕໍ່ສູ້ພວກເອຟຣາອິມ ແລະ ໄດ້ຊະນະພວກເຂົາ. (ຊາວເອຟຣາອິມ ໄດ້ເວົ້າວ່າ, “ພວກເຈົ້າຊາວກີເລອາດ ເປັນພວກທີ່ແຕກໜີ ມາ ແຕ່ເອຟຣາອິມ ແລະ ມານາເຊ”)
\s5
\v 5 ເພື່ອປ້ອງກັນບໍ່ໃຫ້ພວກເອຟຣາອິມ ແລະ ມານາເຊ ລອດໜີໄປໄດ້ ຊາວກີເລອາດ ຈຶ່ງໄດ້ຢຶດທ່າບ່ອນຂ້າມແມ່ນາໍ້ຈໍແດນໄວ້. ເມື່ອຊາວເອຟຣາອິມ ຄົນໃດຄົນໜຶ່ງມາຂໍອະນຸຍາດຂ້າມຝັ່ງ ຄົນກີເລອາດ ຈະຖາມວ່າ, “ເຈົ້າເປັນຄົນເອຟຣາອິມ ບໍ? ” ຖ້າລາວຕອບ ວ່າ, “ບໍ່”
\v 6 ພວກເຂົາຈະບອກໃຫ້ລາວເວົ້າຄໍາວ່າ, “ຊິບໂບເຫລັດ. ” ເມື່ອລາວເວົ້າຄໍາ “ຊິບໂບເຫລັດ ” ແລະ ຜັນສຽງບໍ່ຖືກຕ້ອງ ຄົນກີເລອາດ ກໍຈະຈັບລາວ ແລະ ຂ້າເສຍ ທີ່ທ່າຂ້າມແມ່ນາໍ້ຈໍແດນ. ຊາວເອຟຣາອິມ ທີ່ໄດ້ຖືກຂ້າໃນເວລານັ້ນ ມີສີ່ສິບສອງພັນຄົນ.
\s5
\v 7 ເຢັບທາ ໄດ້ປົກຄອງຊາດອິດສະຣາເອນ ເປັນເວລາຫົກປີ. ລາວໄດ້ຕາຍໄປ ແລະ ຖືກຝັງໄວ້ທີ່ບ້ານເກີດເມືອງນອນຂອງຕົນເອງ [ລ] ໃນກີເລອາດ.
\s5
\v 8 ຕໍ່ຈາກ ເຢັບທາ ແມ່ນອິບຊັນ ຊາວເບັດເລເຮັມ ທີ່ໄດ້ປົກຄອງຊາດອິດສະຣາເອນ.
\v 9 ເພິ່ນມີລູກຊາຍສາມສິບຄົນ ແລະ ມີລູກສາວສາມສິບຄົນ. ເພິ່ນໃຫ້ລູກສາວຂອງເພິ່ນແຕ່ງງານ ກັບຄົນນອກເຜົ່າ ແລະ ນາໍເອົາຍິງສາວສາມສິບຄົນ ຈາກເຜົ່າອື່ນມາແຕ່ງງານ ກັບພວກລູກຊາຍຂອງຕົນ. ອິບຊັນ ໄດ້ປົກຄອງຊາດອິດສະຣາເອນ ເປັນເວລາເຈັດປີ.
\s5
\v 10 ແລ້ວເພິ່ນກໍຕາຍໄປ ແລະ ໄດ້ຖືກຝັງ ໄວ້ທີ່ເບັດເລເຮັມ.
\v 11 ຫລັງຈາກ ອິບຊັນ ແມ່ນ ເອໂລນ ຄົນຢູ່ໃນເຜົ່າເຊບູໂລນ; ເພິ່ນໄດ້ປົກຄອງຊາດອິດສະຣາເອນ ເປັນເວລາ ສິບປີ.
\v 12 ແລ້ວເພິ່ນໄດ້ຕາຍໄປ ແລະ ໄດ້ຖືກຝັງໄວ້ທີ່ໄອຢາໂລນ ໃນເຂດແດນເຊບູໂລນ.
\s5
\v 13 ຫລັງຈາກ ເອໂລນ ກໍແມ່ນອັບໂດນ ລູກຊາຍຂອງຮິນເລນ ຊາວເມືອງປີຣາໂຕນ ທີ່ໄດ້ປົກຄອງຊາດອິດສະຣາເອນ.
\v 14 ເພິ່ນມີລູກຊາຍສີ່ສິບຄົນ ແລະ ຫລານຊາຍ ສາມສິບຄົນ ທີ່ຂີ່ລໍເຈັດສິບໂຕ. ອັບໂດນ ໄດ້ປົກຄອງຊາດອິດສະຣາເອນ ເປັນເວລາແປດປີ.
\v 15 ແລ້ວເພິ່ນໄດ້ຕາຍໄປ ແລະ ໄດ້ຖືກຝັງໄວ້ທີ່ປີຣາໂຕນ ຢູ່ໃນເຂດແດນຂອງເອຟຣາອິມ ທີ່ເທິງພູຂອງຊາວອາມາເຫລັກ.
\s5
\c 13
\p
\v 1 ຕໍ່ມາ ຊາວອິດສະຣາເອນໄດ້ເຮັດບາບຕໍ່ສູ້ອົງພຣະຜູ້ເປັນເຈົ້າອີກ; ແລະ ພຣະອົງໄດ້ປ່ອຍໃຫ້ຊາວຟີລິດສະຕິນ ປົກຄອງພວກເຂົາ ເປັນເວລາສີ່ສິບປີ.
\v 2 ໃນເວລານັ້ນ ໄດ້ມີຊາຍຄົນໜຶ່ງຈາກເມືອງໂຊຣາ ຊື່ວ່າ, ມາໂນອາ. ລາວເປັນຄົນເຜົ່າດານ ສ່ວນເມຍຂອງລາວນັ້ນເປັນໝັນ.
\s5
\v 3 ມື້ໜຶ່ງເທວະດາ ຂອງອົງພຣະຜູ້ເປັນເຈົ້າ ມາປາກົດຕໍ່ນາງ ແລະ ກ່າວວ່າ, “ເຈົ້າບໍ່ມີລູກ ແຕ່ອີກບໍ່ດົນ ເຈົ້າຈະຖືພາ ແລະ ໄດ້ລູກຊາຍ ຜູ້ໜຶ່ງ.
\v 4 ສະນັ້ນ ເຈົ້າຈົ່ງລະວັງໃຫ້ດີ! ຢ່າດື່ມນໍ້າອະງຸ່ນ ຫລື ເຫລົ້າ ຫລື ອາຫານໃດ ໆ ທີ່ຫວງຫ້າມ;
\v 5 ເມື່ອລູກຊາຍຂອງເຈົ້າເກີດມາແລ້ວ ເຈົ້າຕ້ອງບໍ່ຕັດຜົມໃຫ້ລາວຈັກເທື່ອ ເພາະນັບຕັ້ງແຕ່ມື້ທີ່ລາວເກີດມານັ້ນ ລາວຈະ ໄດ້ຮັບການອຸທິດຕົວແກ່ພຣະເຈົ້າ ເປັນຄົນ ນາຊີຣີ. [ວ] ລາວຈະຕັ້ງຕົ້ນພາລະກິດໃນການຊ່ວຍກູ້ເອົາຊາດອິດສະຣາເອນ ໃຫ້ພົ້ນຈາກ ອໍານາດຂອງພວກຟີລິດສະຕິນ.”
\s5
\v 6 ແລ້ວຍິງຄົນນີ້ ກໍໄປບອກຜົວຂອງຕົນວ່າ, “ຄົນຂອງພຣະເຈົ້າຜູ້ໜຶ່ງໄດ້ມາຫາຂ້ອຍ ເພິ່ນເປັນທີ່ໜ້າຢໍາເກງດັ່ງເທວະດາຂອງພຣະເຈົ້າ. [ຫ] ຂ້ອຍບໍ່ໄດ້ຖາມເພິ່ນວ່າ ມາແຕ່ ໃສ ແລະ ເພິ່ນກໍບໍ່ໄດ້ບອກຊື່ຂອງເພິ່ນໃຫ້ຂ້ອຍຮູ້.
\v 7 ແຕ່ເພິ່ນໄດ້ບອກວ່າ ຂ້ອຍຈະຖືພາ ແລະເກີດລູກຊາຍຜູ້ໜຶ່ງ. ເພິ່ນຍັງບອກອີກ ວ່າບໍ່ໃຫ້ຂ້ອຍດື່ມນາໍ້ອະງຸ່ນ ຫລື ເຫລົ້າ ຫລື ກິນອາຫານໃດ ໆ ທີ່ຫວງຫ້າມ ເພາະເດັກນ້ອຍນັ້ນຈະໄດ້ຮັບການອຸທິດຕົວ ແກ່ພຣະເຈົ້າຕະຫລອດຊົ່ວຊີວິດຂອງລາວ.”
\s5
\v 8 ແລ້ວມາໂນອາ ກໍໄດ້ພາວັນນາ ອະທິຖານຕໍ່ອົງພຣະຜູ້ເປັນເຈົ້າ ວ່າ, “ຂ້າແດ່ ອົງພຣະຜູ້ເປັນເຈົ້າ ຂໍໂຜດໃຊ້ຄົນຂອງພຣະເຈົ້າກັບຄືນມາບອກພວກຂ້ານ້ອຍອີກແດ່ວ່າ ພວກຂ້ານ້ອຍຈະຕ້ອງເຮັດຢ່າງໃດ ກັບເດັກນ້ອຍ ທີ່ຈະເກີດມານັ້ນ. ”
\v 9 ພຣະເຈົ້າໄດ້ເຮັດຕາມທີ່ ມາໂນອາ ຂໍຮ້ອງ ແລະ ເທວະດາຂອງພຣະເຈົ້າໄດ້ກັບມາຫາ ຍິງນັ້ນ ໃນຂະນະທີ່ນາງພວມນັ່ງຢູ່ທີ່ທົ່ງນາ. ແຕ່ໃນເວລານັ້ນ ມາໂນອາ ຜົວຂອງນາງບໍ່ໄດ້ຢູ່ໃນທີ່ນັ້ນ.
\s5
\v 10 ດັ່ງນັ້ນ ນາງຈຶ່ງຟ້າວແລ່ນໄປບອກຜົວ ຂອງຕົນວ່າ, “ມາເບິ່ງແມ ຊາຍທີ່ມາຫາຂ້ອຍ ໃນມື້ກ່ອນນັ້ນ ໄດ້ປາກົດຕໍ່ຂ້ອຍອີກ. ”
\v 11 ດັ່ງນັ້ນ ມາໂນອາ ຈຶ່ງຟ້າວລຸກຂຶ້ນ ຕາມເມຍຂອງຕົນໄປ. ລາວໄປຫາຊາຍຄົນນັ້ນ ແລະ ຖາມວ່າ, “ແມ່ນທ່ານນີ້ບໍ ທີ່ເປັນຜູ້ກ່າວກັບເມຍຂອງຂ້ານ້ອຍ? ” ເພິ່ນຕອບວ່າ, “ແມ່ນແລ້ວ”
\s5
\v 12 ແລ້ວມາໂນອາ ກໍເວົ້າວ່າ, “ເມື່ອຖ້ອຍຄໍາທີ່ທ່ານໄດ້ກ່າວມານັ້ນ ກາຍເປັນຈິງ ເດັກນ້ອຍຈະຕ້ອງປະພຶດຢ່າງໃດ? ແລະ ຈະ ໃຫ້ລາວດໍາເນີນຊີວິດຢ່າງໃດ? ”
\v 13 ເທວະດາຂອງອົງພຣະຜູ້ເປັນເຈົ້າຕອບ ມາໂນອາ ວ່າ, “ຕ້ອງໃຫ້ແນ່ໃຈວ່າ ເມຍຂອງເຈົ້າປະຕິບັດທຸກ ໆ ສິ່ງຕາມທີ່ເຮົາໄດ້ບອກນາງໄວ້ນັ້ນ.
\v 14 ນາງບໍ່ຕ້ອງກິນສິ່ງໃດ ໆ ທີ່ໄດ້ມາຈາກຕົ້ນອະງຸ່ນ ທັງບໍ່ຕ້ອງດື່ມນາໍ້ອະງຸ່ນ ຫລື ເຫລົ້າ ແລະບໍ່ຕ້ອງກິນອາຫານໃດ ໆ ທີ່ຫວງຫ້າມ. ນາງຕ້ອງເຮັດທຸກ ໆ ສິ່ງຕາມທີ່ເຮົາໄດ້ບອກນາງໄວ້ນັ້ນ.”
\s5
\v 15-16 ເນື່ອງຈາກ ມາໂນອາ ບໍ່ໄດ້ຮູ້ວ່າ ແມ່ນເທວະດາຂອງອົງພຣະຜູ້ເປັນເຈົ້າ ລາວຈຶ່ງເວົ້າແກ່ເທວະດາຕົນນັ້ນ ວ່າ, “ກະລຸນາຢູ່ທີ່ນີ້ກ່ອນເຖີດ ໃຫ້ພວກຂ້ານ້ອຍເອົາແບ້ ໜຸ່ມມາຈັດແຈ່ງເປັນອາຫານ ໃຫ້ທ່ານຮັບກິນ ສາກ່ອນ. ” ແຕ່ເທວະດານັ້ນ ກ່າວຕໍ່ລາວວ່າ, “ຖ້າເຮົາຢູ່ທີ່ນີ້ ເຮົາກໍຈະບໍ່ກິນອາຫານຂອງເຈົ້າ. ແຕ່ຖ້າເຈົ້າຢາກຈັດແຈ່ງອາຫານໃຫ້ເຮົາ ໃຫ້ເຈົ້າເຜົາສິ່ງນັ້ນຖວາຍບູຊາ ແກ່ອົງພຣະຜູ້ເປັນເຈົ້າ.”
\s5
\v 17 ມາໂນອາ ຈຶ່ງຕອບເທວະດາຂອງອົງພຣະຜູ້ເປັນເຈົ້າ ວ່າ, “ກະລຸນາບອກຊື່ຂອງທ່ານ ໃຫ້ຂ້ານ້ອຍຮູ້ດ້ວຍ ເມື່ອໃດຖ້ອຍຄໍາທີ່ທ່ານບອກນີ້ ກາຍເປັນຈິງ ຂ້ານ້ອຍຈະໄດ້ຖວາຍກຽດແກ່ທ່ານ. ”
\v 18 ເທວະດາຂອງ ອົງພຣະຜູ້ເປັນເຈົ້າ ຈຶ່ງຖາມລາວວ່າ, “ເປັນຫຍັງເຈົ້າຈຶ່ງຢາກຮູ້ຊື່ຂອງເຮົາ? ເພາະຊື່ຂອງເຮົາເປັນຊື່ແຫ່ງການອັດສະຈັນ. ” [ອ]
\s5
\v 19 ແລ້ວ ມາໂນອາ ກໍໄດ້ເອົາແບ້ໜຸ່ມ ແລະ ເຂົ້າເປັນເມັດໃສ່ເທິງແທ່ນບູຊາເປັນຫິນ ຖວາຍແກ່ອົງພຣະຜູ້ເປັນເຈົ້າ ຜູ້ທີ່ກະທາໍການອັດສະຈັນຕ່າງ ໆ. [ຮ]
\v 20-21 ໃນຂະນະທີ່ແປວໄຟລຸກຂຶ້ນ ໃນແທ່ນບູຊາຢູ່ນັ້ນ ມາໂນອາ ກັບເມຍຂອງຕົນກໍເຫັນ ເທວະດາຂອງອົງພຣະຜູ້ເປັນເຈົ້າ ຂຶ້ນໄປສູ່ສະຫວັນໃນແປວໄຟ. ແລ້ວ ມາໂນອາ ກໍຮູ້ວ່າ ຊາຍຄົນນັ້ນແມ່ນເທວະດາຂອງອົງພຣະຜູ້ເປັນເຈົ້າແທ້ ແລະທັງສອງໄດ້ໝູບໜ້າລົງກັບ ພື້ນດິນ. ຫລັງຈາກນັ້ນ ມາໂນອາ ກັບເມຍຂອງລາວ ກໍບໍ່ໄດ້ເຫັນເທວະດາຂອງອົງພຣະຜູ້ເປັນເຈົ້າ ອີກຕໍ່ໄປ.
\v 22 ແລ້ວ ມາໂນອາ ກໍໄດ້ເວົ້າກັບເມຍຂອງຕົນວ່າ, “ພວກເຮົາຕ້ອງຕາຍເປັນແນ່ ເພາະພວກເຮົາໄດ້ເຫັນພຣະເຈົ້າ.”
\s5
\v 23 ແຕ່ເມຍຂອງມາໂນອາ ເວົ້າວ່າ, “ຖ້າພຣະເຈົ້າຢາກຂ້າພວກເຮົາ ພຣະອົງຄົງບໍ່ຮັບ ເອົາເຄື່ອງຖວາຍບູຊາຂອງພວກເຮົາດອກ ແລະ ພຣະອົງກໍຄົງບໍ່ສໍາແດງສິ່ງທັງໝົດນີ້ ໃຫ້ ພວກເຮົາໄດ້ເຫັນ ຫລື ບອກສິ່ງດັ່ງກ່າວນັ້ນ ໃຫ້ພວກເຮົາຮູ້ໃນເວລານີ້.”
\s5
\v 24 ແລ້ວ ຍິງຄົນນີ້ກໍໄດ້ເກີດລູກຊາຍຜູ້ໜຶ່ງ ແລະນາງໃສ່ຊື່ໃຫ້ເດັກນັ້ນວ່າ ແຊມຊັນ. ລູກຊາຍຄົນນີ້ ໄດ້ໃຫຍ່ເຕີບໂຕຂຶ້ນມາ ແລະ ອົງພຣະຜູ້ເປັນເຈົ້າໄດ້ອວຍພອນລາວ
\v 25 ໃນຂະນະທີ່ ແຊມຊັນ ພັກຢູ່ໃນຄ້າຍຂອງຄົນໃນ ເຜົ່າດານ ລະຫວ່າງເມືອງໂຊຣາ ແລະ ເມືອງເອັດຊະຕາໂອນ ນັ້ນ ພຣະວິນຍານຂອງອົງພຣະຜູ້ເປັນເຈົ້າ ກໍໄດ້ເລີ່ມຕົ້ນໃຫ້ກາໍລັງແກ່ລາວ.
\s5
\c 14
\p
\v 1 ມື້ໜຶ່ງ ແຊມຊັນ ໄດ້ລົງໄປຍັງເມືອງຕິມນາ ຊຶ່ງໃນເມືອງນີ້ລາວໄດ້ສັງເກດເຫັນ ຜູ້ສາວຊາວຟີລິດສະຕິນ ຄົນໜຶ່ງ.
\v 2 ລາວຈຶ່ງກັບຄືນເມືອເຮືອນ ແລະ ເວົ້າສູ່ພໍ່ແມ່ຂອງຕົນ ຟັງວ່າ, “ລູກໄດ້ສັງເກດເຫັນຜູ້ສາວຊາວຟີລິດສະຕິນ ຄົນໜຶ່ງຢູ່ໃນເມືອງຕິມນາ. ລູກຢາກແຕ່ງງານກັບນາງ ກະລຸນາໄປສູ່ຂໍນາງໃຫ້ລູກແດ່.”
\s5
\v 3 ແຕ່ພໍ່ແມ່ໄດ້ຖາມລາວ ວ່າ, “ເປັນຫຍັງ ລູກຈຶ່ງຢາກໄປເອົາເມຍ ຊາວຟີລິດສະຕິນ ຄົນບໍ່ນັບຖືພຣະເຈົ້າ? ລູກຊອກຫາຜູ້ສາວໃນ ຕະກຸນຂອງເຮົາເອງ ໃນທ່າມກາງປະຊາຊົນ ຂອງພວກເຮົານີ້ບໍ່ໄດ້ຊັ້ນບໍ? ” ແຕ່ແຊມຊັນ ຕອບພໍ່ວ່າ, “ລູກພໍໃຈນາໍນາງແຕ່ຄົນດຽວ ໄປ ສູ່ຂໍນາງໃຫ້ລູກແດ່. ”
\v 4 ພໍ່ແມ່ຂອງແຊມຊັນ ບໍ່ຮູ້ວ່າແມ່ນອົງພຣະຜູ້ເປັນເຈົ້າ ທີ່ນາໍພາ ແຊມຊັນ ໃຫ້ເຮັດຢ່າງນີ້ ຍ້ອນພຣະອົງຊອກ ຫາໂອກາດທີ່ຈະສູ້ຮົບກັບຊາວຟີລິດສະຕິນຢູ່. ໃນເວລານັ້ນ ຊາດອິດສະຣາເອນໄດ້ຕົກຢູ່ໃຕ້ອໍານາດຂອງພວກຟີລິດສະຕິນ.
\s5
\v 5 ຕໍ່ມາ ແຊມຊັນ ໄດ້ລົງໄປຍັງເມືອງຕີມນາ ພ້ອມດ້ວຍພໍ່ແມ່ຂອງຕົນ. ເມື່ອພວກເຂົາຜ່ານສວນອະງຸ່ນຂອງເມືອງນັ້ນໄປ ແຊມຊັນ ກໍໄດ້ຍິນສຽງຮ້ອງຂອງສິງໜຸ່ມໂຕໜຶ່ງ.
\v 6 ໃນທັນໃດ ພຣະວິນຍານຂອງອົງພຣະຜູ້ເປັນເຈົ້າ ໄດ້ບັນດານໃຫ້ແຊມຊັນ ມີກາໍລັງຂຶ້ນ ລາວຈຶ່ງໃຊ້ມືຈີກສິງໂຕນັ້ນ ເໝືອນກັບຈີກແບ້ໂຕນ້ອຍ ໆ. ແຕ່ແຊມຊັນ ບໍ່ໄດ້ບອກສິ່ງທີ່ຕົນໄດ້ເຮັດ ໃຫ້ພໍ່ແມ່ຂອງຕົນຮູ້ນາໍ.
\s5
\v 7 ແລ້ວລາວກໍໄດ້ໄປລົມສາວຜູ້ນັ້ນ ແລະ ພໍໃຈນາໍນາງຫລາຍ.
\v 8 ບໍ່ພໍເທົ່າໃດມື້ຕໍ່ມາ ແຊມຊັນ ກໍກັບມາແຕ່ງງານກັບນາງ. ໃນ ຕອນເດີນທາງນັ້ນ ລາວໄດ້ແວ່ໄປເບິ່ງຊາກສົບຂອງສິງທີ່ຕົນໄດ້ຂ້າ ລາວຈຶ່ງປະຫລາດໃຈ ທີ່ໄດ້ເຫັນຝູງໂຕເຜິ້ງ ແລະນາໍ້ເຜິ້ງຢູ່ໃນ ຊາກສິງໂຕນັ້ນ.
\v 9 ລາວບີບເອົານາໍ້ເຜິ້ງໃສ່ມື ແລະກິນໄປຕາມທາງ. ເມື່ອໄປທັນພໍ່ແມ່ແລ້ວ ລາວຈຶ່ງແບ່ງນໍ້າເຜິ້ງນັ້ນ ໃຫ້ພໍ່ແມ່ກິນນາໍ. ພວກເພິ່ນກໍກິນ, ແຕ່ແຊມຊັນບໍ່ໄດ້ບອກວ່າ ລາວໄດ້ນໍ້າເຜິ້ງນັ້ນ ມາຈາກຊາກສິງ.
\s5
\v 10 ພໍ່ຂອງແຊມຊັນໄດ້ໄປຍັງເຮືອນຂອງ ຍິງສາວ ແລະ ແຊມຊັນໄດ້ຈັດງານກິນລ້ຽງຂຶ້ນຕາມທໍານຽມຂອງພວກໜຸ່ມສາວໃນທີ່ ນັ້ນ.
\v 11 ເມື່ອຊາວຟີລິດສະຕິນເຫັນລາວ ພວກເຂົາກໍໃຊ້ຊາຍໜຸ່ມສາມສິບຄົນໄປຢູ່ກັບລາວ.
\s5
\v 12-13 ແຊມຊັນ ເວົ້າກັບພວກເຂົາວ່າ, “ຂໍໃຫ້ຂ້ອຍທວາຍພວກເຈົ້າ ບັນຫາໜຶ່ງ ຖ້າພວກເຈົ້າຕີຄວາມໝາຍຂອງບັນຫານັ້ນໄດ້ ຂ້ອຍຈະເອົາຜ້າຜືນດີ ໆ ງາມ ໆ ແລະເສື້ອໂຕຈົບ ໆ ງາມ ໆ ໃຫ້ພວກເຈົ້າຄົນລະຜືນ. ຂ້ອຍຂໍພະນັນວ່າ, ພາຍໃນເຈັດມື້ ກ່ອນພິທີແຕ່ງງານສິ້ນສຸດລົງ ພວກເຈົ້າກໍຈະແກ້ບັນຫານັ້ນບໍ່ໄດ້. ” ພວກເຂົາຈຶ່ງເວົ້າຕໍ່ແຊມຊັນ ວ່າ, “ໃຫ້ບອກບັນຫານັ້ນມາເບິ່ງດູ.”
\s5
\v 14 ແຊມຊັນ ເວົ້າວ່າ, “ມີອາຫານເນື່ອງມາ ຈາກຜູ້ກິນ ມີຂອງຫວານກິນເນື່ອງມາຈາກຜູ້ມີແຮງ. ” ສາມມື້ຕໍ່ມາ ພວກເຂົາກໍຍັງຕີຄວາມໝາຍຂອງບັນຫານັ້ນບໍ່ໄດ້.
\s5
\v 15 ໃນມື້ທີສີ່ [ກ] ພວກເຂົາເວົ້າຕໍ່ເມຍຂອງແຊມຊັນ ວ່າ, “ຈົ່ງຍົວະຖາມຜົວຂອງເຈົ້າ ບອກຄວາມໝາຍຂອງບັນຫາໃຫ້ພວກເຮົາຮູ້ແດ່. ຖ້າບໍ່ດັ່ງນັ້ນ ພວກເຮົາຈະເຜົາເຮືອນພໍ່ຂອງເຈົ້າ ພ້ອມທັງເຈົ້າດ້ວຍ. [ຂ] ເຈົ້າທັງສອງເຊີນພວກເຮົາມາ ເພື່ອຈະປຸ້ນພວກເຮົາຊັ້ນບໍ?”
\s5
\v 16 ດັ່ງນັ້ນ ເມຍຂອງແຊມຊັນ ຈຶ່ງໄປຫາ ຜົວຂອງຕົນ ທັງຮ້ອງໄຫ້ ແລະ ເວົ້າວ່າ, “ເຈົ້າບໍ່ຮັກຂ້ອຍ ເຈົ້າຊັງຂ້ອຍ. ເຈົ້າຕັ້ງບັນຫາໃຫ້ໝູ່ຂອງຂ້ອຍ ແຕ່ບໍ່ບອກຄວາມໝາຍໃຫ້ຂ້ອຍຮູ້ນາໍ. ” ແຊມຊັນເວົ້າຕໍ່ນາງວ່າ, “ແມ່ນແຕ່ ພໍ່ແມ່ຂອງຂ້ອຍ, ຂ້ອຍກໍບໍ່ໄດ້ບອກເພິ່ນ. ເຫດໃດ ຂ້ອຍຈຶ່ງຈະບອກເຈົ້າໄດ້. ”
\v 17 ເມຍຂອງແຊມຊັນ ຈຶ່ງຮ້ອງໄຫ້ເພາະເລື່ອງນີ້ຢູ່ຕະຫລອດເຈັດວັນ ທີ່ມີງານກິນລ້ຽງ. ແຕ່ພໍຮອດວັນທີເຈັດ ແຊມຊັນຈຶ່ງບອກຄໍາຕອບແກ່ນາງ ຍ້ອນວ່ານາງເປັນຄົນຊູຊີຫລາຍ. ແລ້ວນາງກໍນາໍເອົາຄໍາຕອບນັ້ນ ໄປບອກຊາວຟີລິດສະຕິນ.
\s5
\v 18 ດັ່ງນັ້ນ ໃນວັນທີເຈັດ ກ່ອນແຊມຊັນ ເຂົ້າໄປຫ້ອງນອນ [ຄ] ພວກຜູ້ຊາຍໃນເມືອງ ຈຶ່ງເວົ້າຕໍ່ລາວ ວ່າ, “ບໍ່ມີສິ່ງໃດທີ່ຫວານກວ່າ ນໍ້າເຜິ້ງ ແລະບໍ່ມີສິ່ງໃດທີ່ແຮງກວ່າໂຕສິງ. ” ແຕ່ແຊມຊັນ ຕອບຄືນວ່າ, “ຖ້າພວກເຈົ້າບໍ່ເອົາງົວແມ່ຂ້ອຍໄປໄຖນາ ຄົນໜ້າຄືພວກເຈົ້ານັ້ນຫວາ ຈະຮູ້ຄໍາຕອບ.”
\s5
\v 19 ໃນທັນໃດ ພຣະວິນຍານຂອງອົງພຣະຜູ້ເປັນເຈົ້າ ໄດ້ເຮັດໃຫ້ແຊມຊັນ ມີກໍາລັງວັງຊາຂຶ້ນ; ດັ່ງນັ້ນ ລາວຈຶ່ງລົງໄປໃນເມືອງອາສະເກໂລນ ຂ້າຊາຍໜຸ່ມສາມສິບຄົນຢູ່ໃນທີ່ນັ້ນ ແລະ ຢຶດເສື້ອຜ້າອັນຈົບງາມຂອງພວກເຂົາ ມາແຈກໃຫ້ຜູ້ທີ່ຕອບບັນຫາໄດ້. ຫລັງຈາກນັ້ນ ລາວຈຶ່ງກັບເມືອເຮືອນພໍ່ຂອງຕົນ ທັງໃຈຮ້າຍຕໍ່ເຫດການທີ່ໄດ້ເກີດຂຶ້ນ.
\v 20 ສ່ວນເມຍຂອງລາວນັ້ນ ກໍຖືກຍົກໃຫ້ແກ່ ຊາຍທີ່ເປັນເຈົ້າບ່າວລອງ ໃນມື້ແຕ່ງງານນັ້ນເອງ.
\s5
\c 15
\p
\v 1 ຕໍ່ມາ ໃນລະຫວ່າງລະດູເກັບກ່ຽວເຂົ້າບາເລ ແຊມຊັນໄດ້ໄປຢາມເມຍຂອງຕົນ ພ້ອມທັງນາໍແບ້ນ້ອຍໂຕໜຶ່ງໄປໃຫ້ນາງ. ແຊມຊັນ ເວົ້າຕໍ່ພໍ່ເຖົ້າຂອງຕົນວ່າ, “ຂ້ອຍຢາກໄປຫ້ອງນອນເມຍຂ້ອຍ. ” ແຕ່ພໍ່ເຖົ້າບໍ່ອະນຸຍາດໃຫ້ແຊມຊັນເຂົ້າໄປ.
\v 2 ເພິ່ນເວົ້າຕໍ່ລາວ ວ່າ, “ຂ້ອຍຄິດວ່າເຈົ້າຊັງນາງແລ້ວ ຂ້ອຍຈຶ່ງຍົກນາງໃຫ້ໝູ່ຂອງເຈົ້າ. ເຈົ້າເອົານ້ອງສາວຂອງນາງແທນສາ ນ້ອງສາວກໍງາມກວ່າເອື້ອຍ.”
\s5
\v 3 ແຊມຊັນ ເວົ້າວ່າ, “ໃນເທື່ອນີ້ ຂ້ອຍຈະບໍ່ຮັບຜິດຊອບ ຖ້າຂ້ອຍທາໍຮ້າຍຊາວຟີລິດສະຕິນ. ”
\v 4 ດັ່ງນັ້ນ ລາວຈຶ່ງໄປຈັບເອົາໝາຈອກ ຈາໍນວນສາມຮ້ອຍໂຕ ແລະມັດຫາງຂອງມັນຕິດໃສ່ກັນເປັນຄູ່ ແລະມັດກະບອງໃສ່.
\s5
\v 5 ແລ້ວລາວກໍໄຕ້ກະບອງ ແລະ ປ່ອຍໝາຈອກເຫລົ່ານັ້ນ ເຂົ້າໄປໃນນາເຂົ້າບາເລຂອພວກຟີລິດສະຕິນ. ດ້ວຍວິທີນີ້ ລາວຈຶ່ງຈູດບໍ່ພຽງແຕ່ເຂົ້າບາເລ ທີ່ໄດ້ເກັບກ່ຽວແລ້ວເທົ່ານັ້ນ ແຕ່ຈູດເຂົ້າບາເລທີ່ຢູ່ໃນທົ່ງນາ ພ້ອມທັງສວນໝາກກອກເທດດ້ວຍ.
\v 6 ເມື່ອພວກຟີລິດສະຕິນ ຖາມຫາຜູ້ເຮັດ ພວກເຂົາຈຶ່ງຮູ້ວ່າແມ່ນແຊມຊັນທີ່ເປັນຜູ້ເຮັດ ເພາະພໍ່ເຖົ້າຂອງລາວຊາວເມືອງຕີມນາ ໄດ້ຍົກເມຍຂອງແຊມຊັນໃຫ້ແກ່ໝູ່ຂອງແຊມຊັນ. ດັ່ງນັ້ນ ພວກເຂົາຈຶ່ງໄປເຜົາຍິງຜູ້ນັ້ນ ພ້ອມທັງເຮືອນພໍ່ຂອງນາງ. [ງ]
\s5
\v 7 ແຊມຊັນ ເວົ້າຕໍ່ພວກເຂົາວ່າ, “ເມື່ອພວກເຈົ້າເຮັດດັ່ງນີ້ ຂ້ອຍຂໍສາບານວ່າ ຂ້ອຍຈະບໍ່ຍອມ ຈົນກວ່າໄດ້ແກ້ແຄ້ນຄືນ. ”
\v 8 ລາວຈຶ່ງໂຈມຕີພວກເຂົາຢ່າງຮ້າຍແຮງ ແລະ ຂ້າຊາວຟີລິດສະຕິນ ຫລາຍຄົນຖິ້ມ. ແລ້ວລາວກໍໄດ້ໜີໄປລີ້ຢູ່ໃນຖໍ້າຫິນທີ່ ເອຕາມ.
\s5
\v 9 ຕໍ່ມາ ພວກຟີລິດສະຕິນໄດ້ມາຕັ້ງທີ່ໝັ້ນ ໃນເຂດແຂວງຢູດາຍ ເພື່ອຈະໂຈມຕີເມືອງເລຮີ.
\v 10 ຊາວຢູດາ ຈຶ່ງຖາມພວກເຂົາວ່າ, “ເປັນຫຍັງ ພວກເຈົ້າຈຶ່ງມາໂຈມຕີພວກຂ້ອຍ? ” ພວກເຂົາຕອບວ່າ, “ພວກຂ້ອຍມາຈັບແຊມຊັນ ໄປຂັງຄຸກ ແລະ ຈະເຮັດຕໍ່ລາວ ດັ່ງທີ່ລາວໄດ້ເຮັດຕໍ່ພວກຂ້ອຍ.”
\s5
\v 11 ແລ້ວຜູ້ຊາຍຊາວຢູດາ ສາມພັນຄົນກໍໄດ້ໄປຍັງຖໍ້າຫິນທີ່ ເອຕາມ ແລະ ເວົ້າຕໍ່ແຊມຊັນ ວ່າ, “ເຈົ້າບໍ່ຮູ້ບໍວ່າ ພວກຂ້ອຍຢູ່ໃຕ້ອໍານາດຂອງພວກຟີລິດສະຕິນ? ເປັນຫຍັງ ເຈົ້າຈຶ່ງເຮັດຕໍ່ພວກຂ້ອຍແບບນີ້? ” ແຊມຊັນ ຕອບວ່າ, “ຂ້ອຍໄດ້ເຮັດກັບພວກເຂົາ ຄືກັບພວກເຂົາໄດ້ເຮັດໃຫ້ຂ້ອຍ.”
\s5
\v 12 ພວກເຂົາບອກ ວ່າ, “ພວກຂ້ອຍມາທີ່ນີ້ເພື່ອຈັບມັດເຈົ້າ ສົ່ງໄປໃຫ້ພວກຟີລິດສະຕິນ. ” ແຊມຊັນ ເວົ້າວ່າ, “ຈົ່ງສາບານກ່ອນວ່າ ພວກເຈົ້າເອງຈະບໍ່ຂ້າຂ້ອຍ. ”
\v 13 ພວກເຂົາຕອບ ວ່າ, “ຕົກລົງ ພວກຂ້ອຍພຽງແຕ່ມາຈັບເຈົ້າ ມັດສົ່ງໄປໃຫ້ພວກເຂົາເທົ່ານັ້ນ. ພວກຂ້ອຍຈະບໍ່ຂ້າເຈົ້າ. ” ສະນັ້ນ ພວກເຂົາຈຶ່ງມັດແຊມຊັນ ດ້ວຍເຊືອກໃໝ່ ໆ ສອງເສັ້ນ ແລະ ພາລາວອອກໄປຈາກຖໍ້າ.
\s5
\v 14 ເມື່ອມາຮອດເມືອງເລຮີ ພວກຟີລິດສະຕິນ ກໍແລ່ນຮ້ອງໂຮຫຸ້ມມາໃສ່ແຊມຊັນ. ໃນທັນໃດນັ້ນ ພຣະວິນຍານຂອງອົງພຣະຜູ້ເປັນເຈົ້າ ເຮັດໃຫ້ແຊມຊັນມີແຮງ ລາວຈຶ່ງຟຶດເຊືອກທີ່ມັດແຂນ ແລະ ມືຂອງລາວນັ້ນຂາດ ເໝືອນກັບວ່າ ໄຟໄໝ້ເສັ້ນດ້າຍ.
\s5
\v 15 ແລ້ວແຊມຊັນ ກໍເຫັນກະດູກຄາງຂອງ ລໍ ທີ່ຫາກໍຕາຍ ລາວຈຶ່ງຈັບເອົາ ແລະ ໃຊ້ເປັນອາວຸດຂ້າພວກຟີລິດສະຕິນ ຕາຍໜຶ່ງພັນຄົນ.
\v 16 ສະນັ້ນ ແຊມຊັນຈຶ່ງຮ້ອງເພງ ວ່າ, “ດ້ວຍກະດູກຄາງລໍນີ້ ຂ້ອຍໄດ້ຂ້າໜຶ່ງພັນຄົນ ດ້ວຍກະດູກຄາງລໍນີ້ ຂ້ອຍໄດ້ກອງ [ຈ] ເຂົາໄວ້.”
\s5
\v 17 ຫລັງຈາກນັ້ນ ແຊມຊັນກໍແກວ່ງກະດູກລໍຖິ້ມ. ດັ່ງນັ້ນ ບ່ອນນີ້ຈຶ່ງມີຊື່ວ່າ ຣາມັດ ເລຮີ. [ສ]
\v 18 ຕໍ່ມາ ແຊມຊັນຫິວນາໍ້ຫລາຍ ລາວຈຶ່ງຂໍຮ້ອງຕໍ່ອົງພຣະຜູ້ເປັນເຈົ້າ ວ່າ, “ພຣະອົງໃຫ້ຂ້ານ້ອຍໄດ້ຮັບໄຊຊະນະອັນຍິ່ງໃຫຍ່ ດຽວນີ້ຂ້ານ້ອຍກາໍລັງຫິວນາໍ້ ໃກ້ຈະຕາຍຢູ່ແລ້ວ ແລະພຣະອົງຈະໃຫ້ພວກຟີລິດສະຕິນ ທີ່ບໍ່ໄດ້ຮັບພິທີຕັດຈັບຂ້ານ້ອຍ ຊັ້ນບໍ?”
\s5
\v 19 ແລ້ວພຣະເຈົ້າ ກໍໄດ້ບັນດານໃຫ້ມີນາໍ້ອອກບໍ່ ໃນຂຸມບ່ອນໜຶ່ງທີ່ເມືອງ ເລຮີ. ແຊມຊັນຈຶ່ງດື່ມ ແລະມີແຮງອີກ. ລາວຈຶ່ງເອີ້ນບໍ່ນາໍ້ນີ້ວ່າ ຮັກກໍເຣ [ຊ] ຊຶ່ງຍັງຢູ່ໃນເມືອງ ເລຮີ ຈົນເຖິງເທົ່າທຸກວັນນີ້.
\v 20 ແຊມຊັນ ໄດ້ປົກຄອງຊາວອິດສະຣາເອນ ເປັນເວລາ ຊາວປີ ໃນຂະນະທີ່ພວກຟີລິດສະຕິນຢຶດຄອງດິນແດນຢູ່ນັ້ນ.
\s5
\c 16
\p
\v 1 ຕໍ່ມາ ແຊມຊັນໄດ້ຈາກເມືອງເລຮີ ໄປຍັງເມືອງກາຊາ. ໃນເມືອງນີ້ ລາວໄດ້ພົບຍິງໂສເພນີຜູ້ໜຶ່ງ ຈຶ່ງເຂົ້າໄປນອນນາໍນາງ.
\v 2 ເມື່ອປະຊາຊົນຊາວກາຊາ ຮູ້ວ່າແຊມຊັນຢູ່ໃນທີ່ນັ້ນ ພວກເຂົາກໍມາອ້ອມບ່ອນນັ້ນໄວ້ ແລະ ຄອຍຖ້າຈັບລາວຢູ່ທີ່ປະຕູເມືອງຕະຫລອດ ຄືນ. ພວກເຂົາມິດງຽບຢູ່ຕະຫລອດຄືນ ແລະ ຄິດວ່າ, “ພວກເຮົາຕ້ອງຄອຍຖ້າ ຈົນເຖິງມື້ເຊົ້າ ແລ້ວຈະຂ້າລາວຖິ້ມ.”
\s5
\v 3 ແຕ່ ແຊມຊັນ ນອນຮອດທ່ຽງຄືນເທົ່ານັ້ນ ແລ້ວລາວກໍໄປດຶງເອົາປະຕູເມືອງ ທີ່ມີທັງບານແລະຂອບປະຕູ ຕະຫລອດທັງໄລໃນນັ້ນ ອອກໄປຍັງຍອດພູ ທີ່ຢູ່ໃກ້ກັບເມືອງເຮັບໂຣນ.
\s5
\v 4 ຫລັງຈາກນັ້ນ ແຊມຊັນກໍໄດ້ຮັກໄຄ່ ກັບຍິງຄົນໜຶ່ງ ຊື່ວ່າ ເດລີລາ. ນາງອາໄສຢູ່ໃນຮ່ອມພູໂຊເຣັກ.
\v 5 ກະສັດຊາວຟີລິດສະຕິນ ຫ້າຄົນໄດ້ໄປຫາຍິງນີ້ ແລະ ເວົ້າວ່າ, “ໃຫ້ເຈົ້າຍົວະຖາມແຊມຊັນ ວ່າ ເປັນຫຍັງລາວຈຶ່ງແຮງແທ້? ພວກຂ້ອຍຈະຊະນະລາວ, ມັດລາວ ແລະເຮັດໃຫ້ລາວອ່ອນແຮງໄດ້ຢ່າງໃດ? ແລ້ວພວກຂ້ອຍແຕ່ລະຄົນ ກໍຈະ ເອົາເງິນໃຫ້ເຈົ້າ ຜູ້ລະໜຶ່ງພັນໜຶ່ງຮ້ອຍຫລຽນ.”
\s5
\v 6 ດັ່ງນັ້ນ ນາງເດລີລາ ຈຶ່ງເວົ້າກັບແຊມຊັນ ວ່າ, “ກະລຸນາບອກໃຫ້ຂ້ອຍຮູ້ແດ່ ວ່າແມ່ນຫຍັງທີ່ເຮັດໃຫ້ເຈົ້າແຂງແຮງແທ້? ຖ້າຄົນໃດ ຄົນໜຶ່ງຢາກມັດເຈົ້າ ແລະ ຢາກເຮັດໃຫ້ເຈົ້າ ບໍ່ແຂງແຮງ ເຂົາຈະຕ້ອງເຮັດຢ່າງໃດ? ”
\v 7 ແຊມຊັນ ຕອບວ່າ, “ຖ້າພວກເຂົາມັດຂ້ອຍ ດ້ວຍເຊືອກໜ້າທະນູໃໝ່ ໆ ເຈັດເສັ້ນທີ່ບໍ່ທັນແຫ້ງ ຂ້ອຍກໍຈະກາຍເປັນຄົນບໍ່ແຂງແຮງ ດັ່ງຄົນທົ່ວໄປ.”
\s5
\v 8 ເມື່ອຮູ້ດັ່ງນັ້ນ ບັນດາກະສັດຟີລິດສະຕິນ ຈຶ່ງນາໍເອົາເຊືອກໜ້າທະນູໃໝ່ ໆ ທີ່ບໍ່ທັນແຫ້ງ ເຈັດເສັ້ນມາໃຫ້ ເດລີລາ.
\v 9 ນາງຈຶ່ງໃຫ້ຄົນພວກໜຶ່ງຄອຍຖ້າຢູ່ໃນຫ້ອງອື່ນ ສ່ວນນາງເອງໄດ້ເອົາເຊືອກນັ້ນມັດແຊມຊັນ ແລະ ຮ້ອງຂຶ້ນວ່າ, “ແຊມຊັນ ພວກຟີລິດສະຕິນກາໍລັງມາ. ” ແຕ່ແຊມຊັນຟຶດເຊືອກທີ່ມັດແຂນນັ້ນ ຂາດດັ່ງໄຟໄໝ້ເສັ້ນດ້າຍ. ດ້ວຍເຫດນີ້ ພວກຟີລິດສະຕິນ ຈຶ່ງຍັງບໍ່ຮູ້ຄວາມເລິກລັບ ກ່ຽວກັບກາໍລັງຂອງແຊມຊັນ ໄດ້ເທື່ອ.
\s5
\v 10 ຕໍ່ມາ ນາງເດລີລາ ກໍເວົ້າຕໍ່ແຊມຊັນ ອີກວ່າ, “ເຈົ້າຫລອກລວງ ແລະ ຕົວະຂ້ອຍ ບອກຂ້ອຍແດ່ໄດ້ບໍ່ວ່າ ເຂົາຈະມັດເຈົ້າໄດ້ດ້ວຍວິທີໃດ? ”
\v 11 ແຊມຊັນ ຈຶ່ງບອກນາງ ວ່າ, “ຖ້າພວກເຂົາມັດຂ້ອຍດ້ວຍເຊືອກໃໝ່ ໆ ທີ່ບໍ່ທັນໃຊ້ ຂ້ອຍຈະບໍ່ແຂງແຮງດັ່ງຄົນທົ່ວໄປ. ”
\v 12 ນາງເດລີລາ ຈຶ່ງເອົາເຊືອກໃໝ່ ໆ ມາມັດແຊມຊັນ ທັງຮ້ອງຂຶ້ນວ່າ, “ແຊມຊັນ ພວກຟີລິດສະຕິນກາໍລັງມາ. ” ສ່ວນ ພວກທີ່ລໍຄອຍຈັບແຊມຊັນ ນັ້ນກໍຖ້າຢູ່ໃນຫ້ອງອື່ນ. ແຊມຊັນຟຶດເຊືອກທີ່ມັດແຂນຢູ່ນັ້ນ ຂາດດັ່ງທຸດເສັ້ນດ້າຍ.
\s5
\v 13 ແລ້ວ ເດລີລາ ກໍໄດ້ເວົ້າຕໍ່ແຊມຊັນ ວ່າ, “ເຈົ້າຍັງຫລອກລວງຂ້ອຍຢູ່ ບອກຂ້ອຍແດ່ວ່າ ເຂົາຈະມັດເຈົ້າໄດ້ດ້ວຍວິທີໃດ? ” ແຊມຊັນ ບອກນາງວ່າ, “ຖ້າເຈົ້າເອົາຜົມຂອງຂ້ອຍ ເຈັດປອຍໄປຕໍ່າໃສ່ຫູກ [ຍ] ທັງຖົກຟືມໃຫ້ແໜ້ນ ຂ້ອຍກໍຈະກາຍເປັນຄົນບໍ່ແຂງແຮງດັ່ງ ຄົນທົ່ວໄປ. ”
\v 14 ເດລີລາ ຈຶ່ງກ່ອມແຊມຊັນ ໃຫ້ນອນ ແລ້ວນາງກໍເອົາຜົມຂອງແຊມຊັນ ເຈັດປອຍຕໍ່າໃສ່ຫູກ ແລະ ຖົກຟືມໃຫ້ແໜ້ນ ແລະ ຮ້ອງຂຶ້ນວ່າ, “ແຊມຊັນ ພວກຟີລິດສະຕິນກໍາລັງມາ” ແຊມຊັນລຸກຂຶ້ນຖອດຟືມອອກ ແລະ ດຶງເຄືອຫູກຂາດ.
\s5
\v 15 ດັ່ງນັ້ນ ນາງເດລີລາ ຈຶ່ງເວົ້າຕໍ່ແຊມຊັນ ວ່າ, “ເຈົ້າເວົ້າວ່າ ເຈົ້າຮັກຂ້ອຍໄດ້ຢ່າງໃດ ໃນ ເມື່ອເຈົ້າບໍ່ຮັກຂ້ອຍເລີຍ? ເຈົ້າຫລອກລວງ ຂ້ອຍ ເຖິງສາມເທື່ອ ແລະ ເຈົ້າຍັງບໍ່ທັນບອກ ຂ້ອຍເລີຍວ່າ ດ້ວຍເຫດໃດເຈົ້າຈຶ່ງແຂງແຮງແທ້? ”
\v 16 ນາງເດລີລາ ໄດ້ຖາມຢູ່ທຸກມື້ ຈົນແຊມຊັນເບື່ອໜ່າຍ ທີ່ຈະຟັງຍ້ອນນາງ ລົບກວນ.
\s5
\v 17 ໃນທີ່ສຸດແຊມຊັນ ຈຶ່ງບອກນາງຕາມຄວາມຈິງ ວ່າ, “ຂ້ອຍບໍ່ເຄີຍຕັດຜົມຈັກເທື່ອເພາະຂ້ອຍອຸທິດຕົວແກ່ພຣະເຈົ້າ ເປັນຄົນນາຊີຣີ [ດ] ນັບຕັ້ງແຕ່ມື້ທີ່ຂ້ອຍໄດ້ເກີດມາ. ຖ້າຂ້ອຍຕັດຜົມເມື່ອໃດ ຂ້ອຍຈະສູນເສຍແຮງເມື່ອນັ້ນ ແລະ ຂ້ອຍຈະບໍ່ແຂງແຮງ ດັ່ງຄົນທົ່ວໄປ.”
\s5
\v 18 ເມື່ອນາງເດລີລາ ແນ່ໃຈວ່າແຊມຊັນ ໄດ້ບອກຄວາມຈິງ ແລ້ວນາງກໍສົ່ງຂ່າວໄປ ບອກ ພວກກະສັດຟີລິດສະຕິນ ວ່າ, “ເຊີນກັບ ມາອີກເທື່ອໜຶ່ງເຖີດ ແຊມຊັນໄດ້ບອກຄວາມຈິງໃຫ້ຂ້ອຍຮູ້ແລ້ວ. ” ພວກເຂົາຈຶ່ງມາພ້ອມທັງຖືເງິນມານາໍດ້ວຍ.
\v 19 ເດລີລາ ໄດ້ກ່ອມ ແຊມຊັນ ໃຫ້ນອນເທິງຕັກຂອງນາງ ແລະ ເອີ້ນໃຫ້ຜູ້ໜຶ່ງມາຕັດຜົມຂອງລາວອອກເຈັດ ປອຍ. [ຕ] ແລ້ວນາງກໍໄດ້ຊຸກແຊມຊັນ ໃຫ້ຕື່ນແຕ່ລາວບໍ່ມີແຮງສາແລ້ວ.
\s5
\v 20 ນາງເດລີລາ ຮ້ອງຂຶ້ນວ່າ, “ແຊມຊັນ ພວກຟີລິດສະຕິນ ກາໍລັງມາ. ” ແຊມຊັນ ຈຶ່ງລຸກຂຶ້ນ ແລະ ຄິດວ່າ, “ຂ້ອຍຈະໄປໄດ້ຢ່າງສະບາຍ ດັ່ງແຕ່ກ່ອນ. ” ລາວບໍ່ຮູ້ເລີຍວ່າ ອົງພຣະຜູ້ເປັນເຈົ້າ ບໍ່ໄດ້ຢູ່ນາໍລາວແລ້ວ.
\v 21 ຕໍ່ມາພວກຟີລິດສະຕິນ ກໍຈັບແຊມຊັນໄດ້ ແລະ ເຈາະແກ່ນຕາທັງສອງຂອງລາວ. ພວກເຂົາໄດ້ນາໍລາວໄປຍັງເມືອງກາຊາ ແລະ ໃຊ້ໂສ້ທີ່ເປັນທອງສໍາຣິດລ່າມລາວໄວ້ ແລະ ທັງບັງຄັບລາວໃຫ້ໂມ້ແປ້ງຢູ່ໃນຄຸກ.
\v 22 ແຕ່ຜົມຂອງແຊມຊັນໄດ້ເລີ່ມປົ່ງຂຶ້ນອີກ.
\s5
\v 23 ພວກກະສັດຂອງຊາວຟີລິດສະຕິນ ໄດ້ພາກັນມາສະເຫລີມສະຫລອງງານຖວາຍບູຊາ ຄັ້ງຍິ່ງໃຫຍ່ແກ່ພະດາໂກນ ຂອງພວກເຂົາ. ພວກເຂົາຮ້ອງເພງວ່າ, “ພະຂອງພວກເຮົາໃຫ້ພວກເຮົາມີໄຊເໜືອແຊມຊັນ ສັດຕູຄູ່ອາຄາດ. ”
\v 24-25 ພວກເຂົາກາໍລັງມ່ວນຊື່ນ ແລະ ເວົ້າວ່າ, “ຈົ່ງນາໍແຊມຊັນອອກມາ ແລະ ບັງຄັບມັນເຮັດຕະຫລົກໃຫ້ພວກເຮົາເບິ່ງ. ” [ຖ] ເມື່ອ ພວກເຂົາໄດ້ນາໍແຊມຊັນ ອອກມາຈາກຄຸກ ແລ້ວ ພວກເຂົາກໍໃຫ້ລາວຢືນຢູ່ລະຫວ່າງ ເສົາຂອງຕຶກ ແລະ ບັງຄັບລາວເຮັດຕະຫລົກ ໃຫ້ພວກເຂົາເບິ່ງ. [ທ] ເມື່ອປະຊາຊົນເຫັນ ແຊມຊັນ ຈຶ່ງພາກັນສັນລະເສີນພະຂອງພວກ ຕົນວ່າ, “ພະຂອງພວກເຮົາໃຫ້ພວກເຮົາມີໄຊຊະນະ ເໜືອເຫລົ່າສັດຕູຜູ້ທີ່ທາໍລາຍດິນແດນ ແລະ ຂ້າຄົນຂອງພວກເຮົາຫລາຍຄົນ. ”
\v 26 ແຊມຊັນ ເວົ້າກັບເດັກນ້ອຍຜູ້ທີ່ຈູງມືຂອງ ລາວນັ້ນ ວ່າ, “ພາຂ້ອຍໄປຢືນຢູ່ແປະ ກັບເສົາຄໍ້າຕຶກນີ້ແດ່ ເພາະຂ້ອຍຢາກອີງເສົາ.”
\s5
\v 27 ຫໍໂຮງນີ້ ເຕັມໄປດ້ວຍປະຊາຊົນທັງຊາຍແລະຍິງ. ກະສັດຟີລິດສະຕິນ ທັງຫ້າຄົນ ກໍຢູ່ໃນບ່ອນນັ້ນດ້ວຍ. ທີ່ເທິງຫລັງຄາພຽງມີປະຊາຊົນທັງຊາຍ ແລະຍິງປະມານສາມພັນຄົນ; ພວກເຂົາຕ່າງກໍພວມຈ້ອງຕາເບິ່ງແຊມຊັນ ຕະຫລົກໃຫ້ພວກເຂົາເບິ່ງ. [ນ]
\s5
\v 28 ແລ້ວແຊມຊັນ ກໍພາວັນນາອະທິຖານ ວ່າ, “ຂ້າແດ່ພຣະເຈົ້າຢາເວ ອົງພຣະຜູ້ເປັນເຈົ້າເອີຍ ຂໍໂຜດຈື່ຈໍາຂ້ານ້ອຍດ້ວຍເຖີດ. ໂອ ພຣະເຈົ້າເອີຍ ໂຜດໃຫ້ກໍາລັງວັງຊາແກ່ຂ້ານ້ອຍອີກພຽງຄັ້ງດຽວເທົ່ານັ້ນ ເພື່ອຂ້ານ້ອຍ ຈະລ້າງແຄ້ນພວກຟີລິດສະຕິນ ເພາະພວກເຂົາເຈາະແກ່ນຕາທັງສອງເບື້ອງຂອງຂ້ານ້ອຍ. ”
\v 29 ສະນັ້ນ ແຊມຊັນຈຶ່ງຈັບສອງ ເສົາກາງ ທີ່ຄໍ້າຫໍໂຮງແລະທຸ້ມເທ ກາໍລັງທັງໝົດ ທີ່ຕົນມີຢູ່ຊຸກເສົາທັງສອງນັ້ນ
\s5
\v 30 ພ້ອມທັງຮ້ອງຂຶ້ນວ່າ, “ຂໍໃຫ້ຂ້ານ້ອຍ ຕາຍພ້ອມກັບຊາວຟີລິດສະຕິນ ນີ້ເຖີດ. ” ລາວຊຸກເສົາຈົນຫໍໂຮງ ເຈື່ອນລົງທັບກະສັດ ທັງຫ້າ ແລະ ຄົນອື່ນ ໆ ອິກ. ແຊມຊັນໄດ້ຂ້າຄົນໃນເວລາທີ່ລາວຕາຍນີ້ ຫລາຍກວ່າຄາວທີ່ລາວຍັງມີຊີວິດຢູ່.
\v 31 ພວກຍາດຕິພີ່ນ້ອງກັບຄອບຄົວຂອງແຊມຊັນໄດ້ມາເອົາ ສົບຂອງລາວກັບເມືອ ແລະນາໍໄປຝັງໄວ້ຢູ່ໃນ ບ່ອນຝັງສົບຂອງມາໂນອາ ພໍ່ຂອງລາວທຢູ່ລະຫວ່າງ ເມືອງໂຊຣາ ແລະເມືອງເອັດຊະຕາໂອນ. ແຊມຊັນໄດ້ປົກຄອງຊາດອິດສະຣາເອນ ເປັນເວລາຊາວປີ.
\s5
\c 17
\p
\v 1 ຍັງມີຊາຍຄົນໜຶ່ງຊື່ວ່າ ມີກາ. ລາວອາໄສຢູ່ໃນແຖບພູດອຍ ເອຟຣາອິມ.
\v 2 ລາວເວົ້າຕໍ່ແມ່ຂອງລາວວ່າ, “ເວລາຄົນລັກເອົາເງິນໜຶ່ງພັນໜຶ່ງຮ້ອຍຫລຽນຂອງແມ່ໄປ ນັ້ນ ລູກໄດ້ຍິນວ່າແມ່ສາບແຊ່ງຄົນຂີ້ລັກ. ນີ້ເດ ເງິນຈາໍ ນວນນັ້ນລູກເອງເປັນຜູ້ເອົາໄປ. ” ແມ່ຈຶ່ງເວົ້າຕໍ່ລາວ ວ່າ, “ລູກເອີຍ ຂໍໃຫ້ອົງພຣະຜູ້ເປັນເຈົ້າອວຍພອນເຈົ້າເຖີດ”
\s5
\v 3 ແລ້ວ ມີກາ ກໍເອົາເງິນສົ່ງຄືນໃຫ້ແມ່ຂອງຕົນ. ນາງເວົ້າວ່າ, “ເພື່ອໃຫ້ລູກຂອງແມ່ພົ້ນ ຈາກຄໍາສາບແຊ່ງແມ່ຂໍຖວາຍເງິນຈາໍນວນນີ້ ຢ່າງໃຈຈິງ ແກ່ອົງພຣະຜູ້ເປັນເຈົ້າ. ເຈົ້າຈະ ຕ້ອງເອົາເງິນນີ້ ໄປໃຊ້ເຄືອບຮູບເຄົາຣົບເປັນໄມ້. ບັດນີ້ແມ່ຂໍເອົາເງິນນີ້ ມອບຄືນໃຫ້ເຈົ້າ. ”
\v 4 ແລ້ວ ມີກາ ກໍສົ່ງເງິນນັ້ນຄືນໃຫ້ແມ່ຂອງຕົນ. ຜູ້ເປັນແມ່ຈຶ່ງເອົາເງິນສອງຮ້ອຍຫລຽນ ໄປໃຫ້ຊ່າງຕີເງິນ. ຊ່າງຕີເງິນຈຶ່ງເອົາເງິນຈາໍນວນນີ້ ເຄືອບຮູບເຄົາຣົບທີ່ເຮັດດ້ວຍໄມ້. ແລ້ວຮູບເຄົາຣົບນັ້ນ ກໍຖືກນາໍມາຕັ້ງໄວ້ໃນເຮືອນຂອງມີກາ.
\s5
\v 5 ສະນັ້ນ ມີກາ ຈຶ່ງມີບ່ອນຂາບໄຫວ້ສ່ວນຕົວ. ລາວຍັງໄດ້ເຮັດຮູບເຄົາຣົບບາງຮູບ ແລະ ເອໂຟດ ຜືນໜຶ່ງ [ບ] ແລ້ວກໍແຕ່ງຕັ້ງໃຫ້ ຜູ້ໜຶ່ງໃນພວກລູກຊາຍຂອງຕົນເປັນປະໂຣຫິດ.
\v 6 ໃນສະໄໝນັ້ນຊາດອິດສະຣາເອນ ບໍ່ທັນມີກະສັດເທື່ອ ແລະ ຕ່າງຄົນຕ່າງກໍເຮັດຕາມໃຈມັກຂອງໃຜລາວ.
\s5
\v 7 ເວລານັ້ນ ຍັງມີຊາຍໜຸ່ມຊາວເລວີ ຜູ້ໜຶ່ງ ທີ່ເຄີຍຢູ່ເມືອງເບັດເລເຮັມ ໃນແຂວງຢູດາຍ.
\v 8 ລາວໄດ້ໜີຈາກເມືອງເບັດເລເຮັມ ເພື່ອໄປຊອກຫາບ່ອນຢູ່ໃນທີ່ອື່ນ. ໃນຂະນະທີ່ເດີນທາງໄປນັ້ນ ລາວໄດ້ແວ່ເຂົ້າໄປໃນເຮືອນຂອງມີກາ ຊຶ່ງຢູ່ທາງແຖບພູດອຍ ເອຟຣາອິມ.
\v 9 ມີກາ ຈຶ່ງຖາມລາວວ່າ, “ເຈົ້າມາແຕ່ໃສ? ” ລາວຕອບວ່າ, “ຂ້ອຍມາແຕ່ເມືອງເບັດເລເຮັມ ຂ້ອຍເປັນຄົນເລວີ ແລະ ກາໍລັງຊອກຫາບ່ອນຢູ່ອາໄສ.”
\s5
\v 10 ມີກາ ຈຶ່ງ ເວົ້າວ່າ, “ຢູ່ກັບຂ້ອຍສາ ມາເປັນທີ່ປຶກສາ ແລະ ເປັນປະໂຣຫິດຂອງຂ້ອຍ. ທຸກປີໃດ ຂ້ອຍຈະຈ່າຍເງິນໃຫ້ເຈົ້າ ສິບຫລຽນ ພ້ອມທັງເຄື່ອງນຸ່ງ ແລະ ອາຫານ ການກິນ. ” [ປ]
\v 11 ຝ່າຍຊາຍໜຸ່ມເລວີ ກໍຕົກລົງຢູ່ກັບມີກາ ແລະ ເພິ່ນຖືລາວເປັນດັ່ງລູກຊາຍຄົນໜຶ່ງຂອງຕົນ.
\s5
\v 12 ມີກາ ແຕ່ງຕັ້ງລາວໃຫ້ເປັນປະໂຣຫິດ ແລະ ທັງໃຫ້ລາວອາໄສຢູ່ໃນເຮືອນນາໍດ້ວຍ.
\v 13 ມີກາ ຈຶ່ງເວົ້າກັບຕົນເອງວ່າ, “ບັດນີ້ ຂ້ອຍຮູ້ວ່າ ອົງພຣະຜູ້ເປັນເຈົ້າຈະໃຫ້ຂ້ອຍຮັ່ງມີເປັນດີ ເພາະຂ້ອຍໄດ້ຄົນເລວີ ເປັນປະໂຣຫິດສໍາລັບຂ້ອຍ.”
\s5
\c 18
\p
\v 1 ໃນຄາວນັ້ນ ຊາດອິດສະຣາເອນ ຍັງບໍ່ທັນມີກະສັດເທື່ອ. ເວລານັ້ນ ຄົນໃນເຜົ່າດານ ກໍາລັງຊອກຫາເຂດແດນມາເປັນຂອງຕົນ ເພື່ອຕັ້ງຖິ່ນຖານ ຢູ່ຍ້ອນວ່າໃນບັນດາເຜົ່າ ຂອງຊາດອິດສະຣາເອນ ນັ້ນພວກເຂົາຍັງບໍ່ໄດ້ຮັບດິນແດນສ່ວນໃດ ໆ ມາເປັນກໍາມະສິດເລີຍ.
\v 2 ດັ່ງນັ້ນ ຊາວດານ ຈຶ່ງຄັດເລືອກ ເອົາຊາຍທີ່ອົງອາດກ້າຫານ [ຜ] ຫ້າຄົນ ຈາກ ທຸກຄອບຄົວໃນເຜົ່າຂອງຕົນ ແລະ ໃຊ້ພວກເຂົາຈາກເມືອງໂຊຣາ ແລະ ເອຊະຕາໂອນ ໄປສໍາຫລວດເບິ່ງດິນແດນຕາມຄໍາສັ່ງ. ພໍມາເຖິງແຖບພູດອຍ ເອຟຣາອິມ ພວກເຂົາກໍມາຢູ່ທີ່ເຮືອນຂອງມີກາ.
\s5
\v 3 ເມື່ອອາໄສຢູ່ນັ້ນ ເຂົາກໍຈື່ສຽງຂອງຊາຍໜຸ່ມຊາວເລວີໄດ້ ຈຶ່ງຖາມລາວວ່າ, “ເຈົ້າມາເຮັດຫຍັງຢູ່ທີ່ນີ້? ໃຜສົ່ງເຈົ້າມາ? ”
\v 4 ລາວ ຕອບວ່າ, “ຂ້ອຍມີຂໍ້ຕົກລົງກັບມີກາ ຜູ້ທີ່​ຈ້າງ ຂ້ອຍໃຫ້ມາບົວລະບັດຮັບໃຊ້ເປັນປະໂຣຫິດ ຂອງລາວ.”
\s5
\v 5 ພວກເຂົາຈຶ່ງເວົ້າກັບຊາຍໜຸ່ມຊາວເລວີ ວ່າ, “ກະລຸນາຖາມພຣະເຈົ້າໃຫ້ແດ່ ວ່າການ ເດີນທາງຂອງພວກເຮົາໃນຄັ້ງນີ້ ຈະສໍາເລັດຜົນຫລືບໍ? ”
\v 6 ປະໂຣຫິດຈຶ່ງຕອບວ່າ, “ພວກທ່ານບໍ່ຕ້ອງເປັນຫ່ວງນໍາ ສິ່ງໃດເລີຍ ອົງພຣະຜູ້ເປັນເຈົ້າ ຈະປົກປັກຮັກສາໃນການ ເດີນທາງຄັ້ງນີ້.”
\s5
\v 7 ດັ່ງນັ້ນ ຊາຍທັງຫ້າຄົນ ຈຶ່ງຈາກໄປຍັງເມືອງລາອິດ. ໃນເມືອງນີ້ ພວກເຂົາເຫັນວ່າ ປະຊາຊົນຢູ່ກັນຢ່າງປອດໄພ ເໝືອນກັບພວກຊີໂດນ ຢູ່ກັນຢ່າງສະຫງົບສຸກ ແລະ ມິດງຽບ ຢ່າງບໍ່ມີການຜິດຂ້ອງຕ້ອງຖຽງກັນເລີຍ. ພວກເຂົາມີທຸກສິ່ງທີ່ຕ້ອງການ. [ຝ] ພວກເຂົາ ຢູ່ຫ່າງໄກຈາກພວກຊີໂດນ ແລະ ບໍ່ມີສ່ວນກ່ຽວຂ້ອງກັບຄົນອື່ນ.
\v 8 ເມື່ອຊາຍທັງຫ້າ ກັບຄືນມາຍັງເມືອງໂຊຣາ ແລະ ເມືອງເອຊະຕາໂອນ ແລ້ວຊາວເມືອງກໍຖາມເຖິງສິ່ງທີ່ພວກເຂົາໄດ້ພົບເຫັນ.
\s5
\v 9 ພວກເຂົາຈຶ່ງຕອບວ່າ, “ໃຫ້ພວກເຮົາ ພາກັນໄປຕີເອົາເມືອງລາອິດ ພວກຂ້ອຍໄດ້ເຫັນເມືອງນັ້ນ ເປັນດິນແດນດີທີ່ສຸດ. ຢ່າ ພາກັນຢູ່ບ່ອນນີ້ລ້າ ໆ ຈົ່ງຮີບຟ້າວໄປຢຶດດິນແດນນັ້ນ
\v 10 ເມື່ອໄປຮອດທີ່ນັ້ນແລ້ວ ພວກເຈົ້າຈະພົບວ່າ ຊາວເມືອງນັ້ນບໍ່ໄດ້ສົງໄສສິ່ງໃດ ໆ ເລີຍ. ມັນເປັນເມືອງໃຫຍ່ ແລະ ທັງມີທຸກສິ່ງທີ່ຕ້ອງການດ້ວຍ ແລະ ອົງພຣະຜູ້ເປັນເຈົ້າໄດ້ມອບເມືອງນັ້ນ ໃຫ້ແກ່ພວກເຈົ້າແລ້ວ.”
\s5
\v 11 ດັ່ງນັ້ນ ຊາຍຫົກຮ້ອຍຄົນຈາກເຜົ່າດານ ຈຶ່ງຕຽມພ້ອມສູ້ຮົບ ແລະ ເດີນທາງ ອອກໄປຈາກເມືອງໂຊຣາ ແລະ ເອຊະຕາໂອນ.
\v 12 ພວກເຂົາຂຶ້ນໄປຕັ້ງທີ່​ໝັ້ນຢູ່ທາງດ້ານຕາເວັນຕົກຂອງກີເລອາດ ເຢອາຣິມ ໃນແຂວງຢູດາຍ. ດ້ວຍເຫດນີ້ ບ່ອນນີ້ຈຶ່ງຍັງມີຊື່ວ່າ ທີ່ໝັ້ນຂອງພວກດານ.
\s5
\v 13 ຈາກບ່ອນນີ້ ພວກເຂົາກໍມາຮອດເຮືອນ ຂອງມີກາ ທີ່ແຖບພູດອຍ ເອຟຣາອິມ.
\v 14 ແລ້ວຊາຍທັງຫ້າທີ່ໄດ້ໄປສອດແນມເບິ່ງອ້ອມແອ້ມເມືອງລາອິດ ກໍໄດ້ບອກພັກພວກຂອງຕົນວ່າ, “ພວກເຈົ້າຮູ້ຈັກບໍ ໃນບ້ານນີ້ມີເຮືອນ ຫລັງໜຶ່ງທີ່ມີຮູບເຄົາຣົບເປັນໄມ້ເຄືອບດ້ວຍເງິນ. ນອກຈາກນີ້ ຍັງມີຮູບເຄົາຣົບອື່ນ ໆ ແລະ ເອໂຟດຜືນໜຶ່ງອີກ. ພວກເຈົ້າຄິດວ່າ ພວກເຮົາຄວນຈະເຮັດຢ່າງໃດ?”
\s5
\v 15 ດັ່ງນັ້ນ ພວກເຂົາຈຶ່ງຂຶ້ນໄປຍັງເຮືອນ ຂອງມີກາ ບ່ອນທີ່ຊາຍໜຸ່ມຊາວເລວີ ອາໄສຢູ່ ນັ້ນ ແລະ ຖາມເຖິງຄວາມສຸກທຸກຂອງລາວ.
\v 16 ໃນຂະນະດຽວກັນນັ້ນ ທະຫານຊາວ ດານ ຫົກຮ້ອຍຄົນກໍຢືນຢູ່ທີ່ປະຕູບ້ານ ແລະ ຕຽມພ້ອມສູ້ຮົບ.
\s5
\v 17 ໃນເວລາທີ່ປະໂຣຫິດ ກາໍລັງຢູ່ທີ່ປະຕູບ້ານກັບທະຫານຫົກຮ້ອຍຄົນນັ້ນ; ສອດແນມ ຫ້າຄົນກໍໄດ້ເຂົ້າໄປໃນເຮືອນ ແລະ ຢຶດຮູບເຄົາຣົບເປັນໄມ້ເຄືອບດ້ວຍເງິນ, ຮູບເຄົາຣົບອື່ນ ໆ, ຕະຫລອດທັງເອໂຟດ ດ້ວຍ.
\v 18 ເມື່ອຊາຍເຫລົ່ານັ້ນ ເຂົ້າໄປເອົາສິ່ງຂອງສັກສິດອອກມາຈາກເຮືອນຂອງມີກາ ປະໂຣຫິດຈຶ່ງຖາມວ່າ, “ພວກເຈົ້າກໍາລັງເຮັດຫຍັງຫັ້ນ?”
\s5
\v 19 ພວກເຂົາຕອບວ່າ, “ຢ່າປາກ ຈົ່ງມາ ກັບພວກເຮົາສາ ໄປເປັນປະໂຣຫິດ ແລະ ເປັນທີ່ປຶກສາຂອງພວກເຮົາ. ທ່ານຈະເປັນປະໂຣຫິດຂອງຊາຍພຽງຄົນດຽວ ຫລື ທ່ານຈະເປັນປະໂຣຫິດຂອງເຜົ່າໜຶ່ງ ໃນຊາດອິດສະຣາເອນທັງໝົດ ອັນໃດຈະດີກວ່າກັນ? ”
\v 20 ເລື່ອງນີ້ ເຮັດໃຫ້ປະໂຣຫິດມີຄວາມດີໃຈຫລາຍ; ສະນັ້ນ ລາວຈຶ່ງນາໍເອົາສິ່ງສັກສິດເຫລົ່ານັ້ນໜີຕາມ ຊາວດານໄປ.
\s5
\v 21 ພວກເຂົາໄດ້ເລີ່ມອອກເດີນທາງກັບໄປ ໂດຍໃຫ້ລູກ, ຝູງສັດ ແລະ ສິ່ງຂອງ ຂອງພວກເຂົາອອກໜ້າກ່ອນ.
\v 22 ພວກເຂົາ ໄດ້ເດີນທາງໄປເປັນໄລຍະໄກ ພໍສົມຄວນ ຈາກເຮືອນຂອງມີກາ ເມື່ອມີກາຮ້ອງເອົາພວກໄທບ້ານໃກ້ຄຽງໃຫ້ອອກໄປສູ້ຮົບ. ພວກເຂົາໄດ້ຕິດຕາມພວກດານໄປ
\v 23 ແລະ ຮ້ອງໃສ່ພວກເຂົາ. ພວກດານຈຶ່ງຫັນຫລັງມາ ຮ້ອງຖາມຄືນວ່າ, “ມີເລື່ອງຫຍັງ ເປັນຫຍັງຈຶ່ງ ມີຄົນມາຫລວງຫລາຍຢ່າງນີ້?”
\s5
\v 24 ມີກາ ຖາມຄືນວ່າ, “ພວກທ່ານຖາມວ່າ ‘ມີເລື່ອງຫຍັງ? ໝາຍຄວາມວ່າຢ່າງໃດ? ພວກທ່ານເອົາປະໂຣຫິດ ແລະ ຮູບພະ ຊຶ່ງ ຂ້ອຍໄດ້ສ້າງນັ້ນໜີມາໝົດ ມີຫຍັງເຫລືອໄວ້ໃຫ້ຂ້ອຍແດ່? ”
\v 25 ຊາວດານ ຈຶ່ງບອກລາວ ວ່າ, “ທາງທີ່ດີແລ້ວ ເຈົ້າຢ່າເວົ້າຫຍັງດີກວ່າ ຖ້າເຈົ້າບໍ່ຢາກໃຫ້ທະຫານເຫລົ່ານີ້ ໃຈຮ້າຍ ແລະ ຕໍ່ສູ້ພວກເຈົ້າ. ແລ້ວເຈົ້າທັງຄອບຄົວກໍຈະຕາຍໝົດ. ”
\v 26 ແລ້ວຊາວ ດານ ກໍໄດ້ອອກເດີນທາງໄປຕໍ່. ເມື່ອມີກາເຫັນວ່າ ພວກເຂົາມີກໍາລັງຫລາຍກວ່າຕົນ; ດັ່ງນັ້ນ ລາວຈຶ່ງກັບຄືນເມືອ.
\s5
\v 27-28 ຫລັງຈາກ ຊາວດານ ໄດ້ນາໍເອົາປະໂຣຫິດ ແລະ ສິ່ງຂອງທີ່ມີກາໄດ້ສ້າງ ນັ້ນມາແລ້ວ ພວກເຂົາກໍໄປໂຈມຕີເມືອງ ລາອິດ ຊຶ່ງເປັນເມືອງທີ່ສະຫງົບງຽບ ແລະ ປະຊາຊົນກໍຢູ່ກັນຢ່າງສັນຕິ ໃນຮ່ອມພູໃກ້ກັບເມືອງເບັດເຣໂຮບ. ພວກເຂົາໄດ້ຂ້າຊາວເມືອງ ແລະ ເຜົາເມືອງຖິ້ມ. ເມືອງລາອິດ ຢູ່ໄກຈາກເມືອງຊີໂດນ ແລະ ບໍ່ມີການກ່ຽວຂ້ອງ ກັບຄົນພວກອື່ນແຕ່ຢ່າງໃດ. ດັ່ງນັ້ນ ຈຶ່ງບໍ່ມີໃຜມາຊ່ວຍພວກເຂົາ. ຊາວດານ ໄດ້ສ້າງເມືອງນີ້ຂຶ້ນໃໝ່ ແລະ ຕັ້ງຖິ່ນຖານຢູ່ທີ່ນັ້ນ.
\v 29 ພວກເຂົາປ່ຽນຊື່ເມືອງ ລາອິດ ມາເປັນເມືອງດານ ຊຶ່ງເປັນຊື່ສືບທອດກັນມາຈາກປູ່ຍ່າຕາຍາຍຂອງພວກເຂົາ ທີ່ຊື່ ວ່າ, ດານ ລູກຊາຍຂອງຢາໂຄບ.
\s5
\v 30 ຊາວດານ ໄດ້ຕັ້ງຮູບເຄົາຣົບຂຶ້ນຂາບໄຫວ້ ແລະ ໂຢນາທານ ລູກຊາຍຂອງເກໂຊນ ແລະ ຫລານຊາຍຂອງໂມເຊ ໄດ້ເປັນຜູ້ບົວລະບັດຮັບໃຊ້ຢູ່ໃນທີ່ນັ້ນ ໃນຖານະປະໂຣຫິດຂອງຊາວດານ ແລະ ເຊື້ອສາຍຂອງໂຢນາທານ ກໍໄດ້ບົວລະບັດຮັບໃຊ້ເປັນປະໂຣຫິດ ເລື້ອຍມາຈົນກວ່າປະຊາຊົນໄດ້ຖືກຈັບໄປເປັນຊະເລີຍໃນຕ່າງຖິ່ນ.
\v 31 ຮູບເຄົາຣົບຂອງມີກາ ກໍຍັງຢູ່ໃນທີ່ນັ້ນຕະຫລອດມາ ຕາບໃດທີ່ຫໍເຕັນບ່ອນນະມັດສະການພຣະເຈົ້າ ຍັງຢູ່ໃນເມືອງຊີໂລ.
\s5
\c 19
\p
\v 1 ໃນສະໄໝທີ່ຊາດອິດສະຣາເອນ ຍັງບໍ່ທັນມີກະສັດເທື່ອນັ້ນ ໄດ້ມີຄົນເລວີຄົນໜຶ່ງທີ່ອາໄສຢູ່ບ່ອນໄກທີ່ສຸດ ທາງແຖບພູດອຍເອຟຣາອິມ. ລາວໄດ້ຍິງຜູ້ໜຶ່ງຈາກເມືອງເບັດ ເລເຮັມ ແຂວງຢູດາຍ ມາເປັນເມຍນ້ອຍຂອງຕົນ.
\v 2 ແຕ່ຍິງຄົນນີ້ຄຽດໃຫ້ລາວ. ສະນັ້ນ ນາງຈຶ່ງກັບຄືນໄປຢູ່ນາໍພໍ່ຂອງຕົນທີ່ເບັດເລເຮັມ ເປັນເວລາສີ່ເດືອນ.
\s5
\v 3 ຕໍ່ມາ ຄົນເລວີຜູ້ນີ້ກໍຕັດສິນໃຈຕາມນາງໄປ ແລະ ພະຍາຍາມຊັກຊວນນາງໃຫ້ຄືນເມືອຢູ່ກັບຕົນ. ລາວພາຄົນຮັບ​ໃຊ້ກັບລໍສອງໂຕຂອງຕົນໄປນາໍ. ນາງໄດ້ພາຜົວທີ່ເປັນຄົນເລວີ ເຂົ້າໄປໃນເຮືອນ. ເມື່ອພໍ່ຂອງນາງເຫັນ ຄົນເລວີຜູ້ນີ້ ເພິ່ນກໍຮັບຕ້ອນລາວດ້ວຍຄວາມຈິງໃຈ.
\v 4 ຜູ້ເປັນພໍ່ເຖົ້າໄດ້ໜ່ວງໜ່ຽວຢາກໃຫ້ລູກເຂີຍຢູ່ນາໍຕົນເປັນເວລາສາມມື້. ຄູ່ຜົວເມຍຈຶ່ງໄດ້ກິນເຂົ້າ ແລະ ນອນຄ້າງຄືນຢູ່ທີ່ນັ້ນ.
\s5
\v 5 ຕົກມາ ໃນຕອນເຊົ້າຂອງມື້ທີສີ່ ພວກເຂົາກໍລຸກແຕ່ເຊົ້າ ໆ ແລະ ຕຽມຕົວຈະກັບຄືນເມືອ, ແຕ່ພໍ່ຂອງຍິງນັ້ນໄດ້ເວົ້າກັບຄົນເລວີຜູ້ນີ້ວ່າ, “ກິນຫຍັງຈັກໜ້ອຍກ່ອນສາ ເພື່ອເຈົ້າຈະໄດ້ມີແຮງ ແລ້ວຈຶ່ງໄປ. ”
\v 6 ດັ່ງນັ້ນ ຊາຍທັງສອງຈຶ່ງນັ່ງລົງກິນ ແລະ ດື່ມນາໍກັນ. ແລ້ວຜູ້ເປັນພໍ່ຂອງຍິງນັ້ນ ກໍເວົ້າກັບລາວອີກ ວ່າ, “ນອນຄ້າງຄືນຢູ່ທີ່ນີ້ອີກສາ ເຮັດໃຫ້ສະບາຍໃຈກ່ອນ ຈຶ່ງກັບເມືອ.”
\s5
\v 7 ຊາຍເລວີ ຈຶ່ງລຸກຂຶ້ນວ່າຈະອອກໄປ ແຕ່ຜູ້ເປັນພໍ່ເຖົ້າຍັງຊັກຊວນໃຫ້ລາວຢູ່ອີກ ລາວຈຶ່ງຄ້າງຄືນຢູ່ທີ່ນັ້ນ.
\v 8 ໃນຕອນເຊົ້າ ແຕ່ເດິກ ໆ ຂອງມື້ທີຫ້າ ລາວກໍາລັງຈະອອກໄປ ແຕ່ຜູ້ເປັນພໍ່ເຖົ້າເວົ້າອີກ ວ່າ, “ກິນຫຍັງ ກ່ອນສາ ແລະຖ້າໃຫ້ມັນສວຍສາກ່ອນ ຈຶ່ງຄ່ອຍໄປ. ” ດັ່ງນັ້ນ ທັງສອງຈຶ່ງນັ່ງລົງກິນເຂົ້ານາໍກັນອີກ.
\s5
\v 9 ເທື່ອໜຶ່ງອີກ ເມື່ອຊາຍເລວີ ກັບເມຍນ້ອຍ ແລະ ຄົນຮັບໃຊ້ຂອງຕົນກາໍລັງຈະອອກໄປນັ້ນ ຜູ້ເປັນພໍ່ເຖົ້າຈຶ່ງເວົ້າວ່າ, “ເບິ່ງດູ ດຽວນີ້ມັນກໍໃກ້ຈະຄ່ຳຢູ່ແລ້ວ ເຈົ້າພັກຢູ່ນີ້ອີກຈັກຄືນ ຄົງຈະເປັນການດີກວ່າ ເພາະມັນໃກ້ຈະມືດແລ້ວ. ຈົ່ງຢູ່ທີ່ນີ້ ແລະເຮັດໃຫ້ໃຈສະບາຍກ່ອນ ແລະມື້ອື່ນຈຶ່ງກັບເມືອແຕ່ເດິກ ໆ ກໍໄດ້.”
\s5
\v 10-11 ແຕ່ຊາຍຄົນນີ້ ບໍ່ຢາກຄ້າງຄືນ ອີກຕໍ່ໄປ. ສະນັ້ນລາວ ແລະເມຍນ້ອຍຂອງຕົນ ຈຶ່ງອອກເດີນທາງພ້ອມກັບຄົນຮັບໃຊ້ ແລະ ລໍສອງໂຕ ທີ່ມີອານພາດເທິງຫລັງ. ເມື່ອພວກເຂົາໄດ້ເດີນທາງມາໃກ້ຈະຮອດເມືອງ ເຢບູ (ເຢຣູຊາເລັມ) ກໍຂ້ອນຄໍ່າແລ້ວ. ຄົນຮັບໃຊ້ຈຶ່ງເວົ້າກັບນາຍຂອງຕົນ ວ່າ, “ພວກເຮົາ ຄ້າງຄືນຢູ່ທີ່ເມືອງ ເຢບູ ນີ້ສາກ່ອນບໍ່ດີບໍ?”
\s5
\v 12-13 ແຕ່ນາຍຂອງລາວຕອບ ວ່າ, “ພວກເຮົາຈະບໍ່ຢຸດພັກຢູ່ໃນເມືອງ ທີ່ບໍ່ເປັນຂອງຄົນອິດສະຣາເອນ. ໃຫ້ພວກເຮົາຜ່ານເມືອງນີ້ ໄປໄກຈັກໜ້ອຍ ແລະ ຄ້າງຄືນຢູ່ທີ່ກີເບອາ ຫລືທີ່ ຣາມາ.”
\s5
\v 14 ດັ່ງນັ້ນ ພວກເຂົາຈຶ່ງກາຍເມືອງ ເຢບູ ແລະ ເດີນທາງຕໍ່ໄປ. ເມື່ອພວກເຂົາມາເຖິງເມືອງກີເບອາ ໃນເຂດແດນຂອງເຜົ່າເບັນຢາມິນ ກໍເປັນເວລາຕາເວັນຕົກດິນແລ້ວ.
\v 15 ພວກເຂົາຈຶ່ງແວ່ເຂົ້າໄປຄ້າງຄືນໃນເມືອງນີ້. ພວກເຂົາໄດ້ເຂົ້າໄປໃນເມືອງ ແລະ ນັ່ງຢູ່ທີ່ສີ່ແຍກກາງເມືອງ; ແຕ່ບໍ່ມີໃຜເຊີນພວກເຂົາ ໃຫ້ເຂົ້າໄປພັກຄ້າງຄືນຢູ່ໃນເຮືອນ.
\s5
\v 16 ໃນຂະນະນນັ້ ຍັງມີຊາຍແກ່ຜູ້ໜຶ່ງ ທີ່ຫາກໍເລີກຈາກວຽກໄຮ່ການນາຂອງຕົນ ກໍາລັງຍ່າງຜ່ານມາທາງນັ້ນ. ລາວເປັນຄົນມາຈາກແຖບພູດອຍ ເອຟຣາອິມ ແຕ່ດຽວນີ້ ອາໄສຢູ່ໃນເມືອງກີເບອາ (ສ່ວນຄົນອື່ນທີ່ຢູ່ໃນເມືອງນີ້ ເປັນຊາວເຜົ່າເບັນຢາມິນ).
\v 17 ເມື່ອຊາຍແກ່ຜູ້ນີ້ສັງເກດເຫັນຄົນແປກໜ້າ ທີ່ສີ່ແຍກກາງເມືອງ ລາວຈຶ່ງຖາມວ່າ, “ພວກເຈົ້າມາແຕ່ໃສ? ແລະ ພວກເຈົ້າຈະໄປໃສ?”
\s5
\v 18 ຄົນເລວີ ຈຶ່ງຕອບວ່າ, “ພວກຂ້ອຍມາຈາກເມືອງເບັດເລເຮັມ ແຂວງຢູດາຍ; ດຽວນີ້ ພວກຂ້ອຍກາໍລັງກັບເມືອເຮືອນ [ພ] ທີ່ຢູ່ໄກອອກໄປທາງແຖບພູດອຍ ເອຟຣາອິມ ພຸ້ນ ແຕ່ບໍ່ມີໃຜເຊີນພວກຂ້ອຍໃຫ້ເຂົ້າໄປຄ້າງຄືນໃນເຮືອນ.
\v 19 ເຖິງແມ່ນວ່າ ພວກຂ້ອຍມີອາຫານ, ມີເຟືອງໃຫ້ລໍ, ມີເຂົ້າຈີ່ ແລະ ນາໍ້ອະງຸ່ນສໍາລັບຂ້ອຍກັບເມຍ ແລະ ຄົນຮັບໃຊ້ຂອງຂ້ອຍກໍດີ. ພວກຂ້ອຍມີທຸກສິ່ງມາພ້ອມ.”
\s5
\v 20 ຊາຍແກ່ຄົນນັ້ນ ຈຶ່ງເວົ້າວ່າ, “ຂ້ອຍເອງ ຍິນດີຕ້ອນຮັບພວກເຈົ້າ ໃຫ້ເຂົ້າໄປໃນເຮືອນຂອງຂ້ອຍ. ຂ້ອຍຈະເບິ່ງແຍງພວກເຈົ້າ ພວກເຈົ້າບໍ່ຕ້ອງຄ້າງຄືນຢູ່ທີ່ສີ່ແຍກກາງເມືອງນີ້ດອກ. ”
\v 21 ແລ້ວລາວກໍພາພວກເຂົາເມືອເຮືອນຂອງຕົນ ແລະ ເອົາເຟືອງໃຫ້ລໍກິນ. ແຂກຂອງຊາຍແກ່ໄດ້ພາກັນລ້າງຕີນ ແລະ ກິນເຂົ້າແລງ.
\s5
\v 22 ໃນຂະນະທີ່ພວກເຂົາກາໍລັງລົມກັນຢ່າງມ່ວນຊື່ນຢູ່ນັ້ນ ໄດ້ມີພວກນັກເລງມາລ້ອມເຮືອນໄວ້ ແລະໃຊ້ກາໍປັ້ນຕີປະຕູເຮືອນ. ພວກເຂົາຮ້ອງບອກຊາຍແກ່ຜູ້ນັ້ນ ວ່າ, “ຈົ່ງນາໍເອົາຊາຍທີ່ມາຄ້າງຢູ່ໃນເຮືອນຂອງເຈົ້າ ອອກມາ ເພາະພວກຂ້ອຍຢາກຮ່ວມເພດກັບລາວ. ”
\v 23 ແຕ່ຊາຍແກ່ຄົນນີ້ໄດ້ອອກໄປຂ້າງນອກ ແລະ ເວົ້າຕໍ່ພວກເຂົາວ່າ, “ພີ່ນ້ອງເອີຍ ຢ່າເຮັດເທາະ ຂ້ອຍຮ້ອງຂໍນາໍ. ຢ່າເຮັດໃນສິ່ງທີ່ຜິດສິນທາໍ ອັນຊົ່ວຊ້ານີ້ເລີຍ ຊາຍຄົນນີ້ເປັນແຂກຂອງຂ້ອຍ.
\s5
\v 24 ຫັ້ນ​ເດ ລູກ​ສາວ​ຂອງ​ຂ້ອຍ ທີ່​ຍັງ​ບໍ​ຣິ​ສຸດ​ຢູ່ ແລະ​ເມຍ​ຂອງ​ລາວ. ຂ້ອຍ​ຈະ​ພາ​ພວກ​ເຂົາ​ອອກ​ມາ​ໃຫ້​ພວກ​ເຈົ້າ​ດຽວນີ້ ແລະ​ໃຫ​້​ພວກ​ເຈົ້າ​ເຮັດ​ຢ່າງ​ໃດ​ກັບ​ພວກ​ເຂົາ ກໍ​ຈຶ່ງ​ເຮັດ​ຕາມ​ຊອບໃຈ​ເຖີດ ແຕ່​ຢ່າ​ເຮັດ​ແບບ​ຮ້າຍ​ກາດ​ຕໍ່​ຊາຍ​ຄົນ​ນີ້​ເລີຍ."
\v 25 ພວກນັກເລງນັ້ນບໍ່ຍອມຟັງຊາຍແກ່ຄົນນັ້ນເລີຍ. ສະນັ້ນ ຄົນເລວີ ຈຶ່ງເອົາເມຍນ້ອຍຂອງຕົນອອກໄປປະໄວ້ຢູ່ຂ້າງນອກ ກັບພວກເຂົາ. ພວກເຂົາພາກັນກຸມ ແລະ ຂົ່ມຂືນນາງຢ່າງບໍ່ຢຸດຢັ້ງ ຈົນເຖິງມື້ເຊົ້າ.
\v 26 ພໍຮຸ່ງເຊົ້າມາ ຍິງຄົນນີ້ ກໍມາລົ້ມຢູ່ທີ່ປະຕູເຮືອນຂອງຊາຍແກ່ຜູ້ນີ້ ຄືບ່ອນທີ່ຜົວຂອງຕົນພັກຢູ່ນັ້ນ. ເມື່ອເວລາເຊົ້າມາ ນາງກໍຍັງຢູ່ທີ່ນັ້ນ.
\s5
\v 27 ເມື່ອຜົວຂອງນາງລຸກຂຶ້ນມາໃນຕອນເຊົ້າ ແລະ ເປີດປະຕູ ວ່າຈະອອກເດີນທາງໄປ ລາວກໍພົບເມຍນ້ອຍຂອງຕົນຢູ່ຕໍ່ໜ້າເຮືອນ ໂດຍນອນຢຽດມືຈຸກັບປະຕູເຮືອນ.
\v 28 ລາວເວົ້າວ່າ, “ລຸກຂຶ້ນໄປກັນເທາະ. ” ແຕ່ບໍ່ມີສຽງຕອບໃດ ໆ ໝົດ. ດັ່ງນັ້ນ ລາວຈຶ່ງເອົາສົບຂອງນາງພາດໃສ່ຫລັງລໍ ແລະອອກເດີນທາງກັບເມືອເຮືອນ.
\s5
\v 29 ເມື່ອມາເຖິງເຮືອນແລ້ວ ລາວກໍໃຊ້ພ້າຕັດຮ່າງກາຍຂອງເມຍນ້ອຍນັ້ນ ອອກເປັນສິບສອງຕ່ອນ ແລະ ຈັດສົ່ງໃຫ້ແຕ່ລະເຜົ່າໃນ ສິບສອງເຜົ່າຂອງຊາດອິດສະຣາເອນ.
\v 30 ທຸກຄົນທີ່ໄດ້ເຫັນເຫດການນີ້ ຈຶ່ງພາກັນເວົ້າວ່າ, “ພວກເຮົາບໍ່ເຄີຍເຫັນຢ່າງນີ້ມາກ່ອນ. ຕັ້ງແຕ່ຊາວອິດສະຣາເອນ ອອກມາຈາກປະເທດເອຢິບ ບໍ່ເຄີຍມີເຫດການຢ່າງນີ້ ເກີດຂຶ້ນເລີຍ. ພວກເຮົາຄວນເຮັດຢ່າງໃດ ກ່ຽວກັບເລື່ອງນີ້?”
\s5
\c 20
\p
\v 1 ດັ່ງນັ້ນ ຊາວອິດສະຣາເອນ ທຸກຄົນຈາກເມືອງດານ ທາງພາກເໜືອ ຈົນເຖິງເບເອນເຊບາ ທາງພາກໃຕ້ ຕະຫລອດທັງພວກທີ່ມາຈາກດິນແດນ ກີເລອາດ ທາງພາກຕາເວັນອອກ ຈຶ່ງໄດ້ຕອບສະໜອງຄໍາຮຽກຮ້ອງ. ພວກເຂົາໄດ້ມາເຕົ້າໂຮມກັນ ເປັນນໍ້າໜຶ່ງໃຈດຽວ ຊ້ອງໜ້າອົງພຣະຜູ້ເປັນເຈົ້າ ທີ່ເມືອງມີຊະປາ.
\v 2 ບັນດາຜູ້ນາໍຂອງຊາດອິດສະຣາເອນ ທຸກເຜົ່າໄດ້ມີໜ້າໃນທີ່ປະຊຸມ ປະຊາຊົນຂອງພຣະເຈົ້າ ໂດຍມີທະຫານຍ່າງ ສີ່ແສນຄົນ.
\s5
\v 3 ໃນເວລາດຽວກັນນັ້ນ ຊາວເບັນຢາມິນ ກໍໄດ້ຍິນວ່າ ຊາວອິດສະຣາເອນເຜົ່າອື່ນ ໆ ໄດ້ມາເຕົ້າໂຮມກັນຢູ່ທີ່ເມືອງມີຊະປາ. ຊາວອິດສະຣາເອນ ຖາມວ່າ, “ຈົ່ງບອກໃຫ້ພວກເຮົາຮູ້ດູວ່າ ເຫດຮ້າຍນີ້ເກີດຂຶ້ນມາໄດ້ຢ່າງໃດ? ”
\v 4 ຝ່າຍຊາຍເລວີ ຜູ້ທີ່ເມຍນ້ອຍຂອງຕົນໄດ້ຖືກຂ້ານັ້ນ ຈຶ່ງຕອບວ່າ, “ຂ້ອຍກັບເມຍນ້ອຍຂອງຂ້ອຍ ພວມພັກຄ້າງຄືນຢູ່ທີ່ເມືອງກີເບອາ ໃນເຂດແດນເບັນຢາມິນ.
\s5
\v 5 ພວກຜູ້ຊາຍຊາວເມືອງກີເບອາ ໄດ້ມາອ້ອມເຮືອນໃນຕອນກາງຄືນ ເພື່ອຈະຈັບເອົາຂ້ອຍໄປ. ພວກເຂົາຕັ້ງໃຈຈະຂ້າຂ້ອຍ ແຕ່ພວກເຂົາຊໍ້າຂົ່ມຂືນເມຍນ້ອຍຂອງຂ້ອຍ ຈົນຕາຍ.
\v 6 ຂ້ອຍຈຶ່ງເອົາສົບຂອງນາງ ຕັດເປັນຕ່ອນ ແລະ ສົ່ງໄປໃຫ້ແຕ່ລະເຜົ່າໃນສິບສອງເຜົ່າຂອງຊາດອິດສະຣາເອນ. ຊາວເມືອງນີ້ ໄດ້ສ້າງຄວາມຊົ່ວຊ້າ ແລະ ປະພຶດຜິດສິນທາໍຢູ່ໃນທ່າມກາງພວກເຮົາ.
\v 7 ພວກທ່ານທັງໝົດຢູ່ໃນທີ່ນີ້ ເປັນຄົນອິດສະຣາເອນ ແລະ ພວກທ່ານຈະເຮັດຢ່າງ ໃດ ກ່ຽວກັບເລື່ອງນີ້?”
\s5
\v 8 ໂດຍຄວາມເຫັນພ້ອມພຽງກັນ ທຸກຄົນຈຶ່ງຢືນຂຶ້ນປະຕິຍານ ວ່າ, “ໃນຈາໍນວນພວກເຮົາທັງໝົດ ບໍ່ວ່າຜູ້ທີ່ຢູ່ໃນຜ້າເຕັນ ຫລື ຢູ່ໃນເຮືອນຂອງຕົນກໍດີ ຈະບໍ່ໄດ້ກັບເມືອເຮືອນຂອງຕົນທັງນັ້ນ.
\v 9 ພວກເຮົາຈະເຮັດດັ່ງນີ້: ຈົ່ງໃຊ້ສະຫລາກ ແລະ ເລືອກເອົາຄົນອອກໄປໂຈມຕີເມືອງກີເບອາ. [ຟ]
\s5
\v 10 ໜຶ່ງສ່ວນສິບໃນຈາໍນວນພົນຂອງຊາດ ອິດສະຣາເອນ ຈະເປັນຜູ້ລໍາລຽງສະບຽງອາຫານໃຫ້ແກ່ທະຫານ ແລະ ສ່ວນທີ່ເຫລືອນັ້ນ ຈະໄປລົງໂທດພວກກີເບອາ [ມ] ທີ່ປະພຶດຜິດສິນທໍາ ໃນທ່າມກາງຊາດອິດສະຣາເອນ. ”
\v 11 ດັ່ງນັ້ນ ຊາວອິດສະຣາເອນ ທຸກຄົນຈຶ່ງແນເປົ້າໝາຍໃສ່ແນວດຽວກັນ ຄື ໂຈມຕີ.
\s5
\v 12 ແລ້ວພວກອິດສະຣາເອນ ກໍໃຊ້ຜູ້ນາໍຂ່າວ ໄປບອກທົ່ວເຂດແດນຂອງເຜົ່າເບັນຢາມິນ ວ່າ, “ເຫດໃດ ທ່ານຈຶ່ງກໍ່ຄວາມຜິດອັນຮ້າຍແຮງນີ້?
\v 13 ພວກທ່ານຈົ່ງມອບພວກຜູ້ຊາຍນັກເລງ ໃນເມືອງກີເບອາ ໃຫ້ພວກເຮົາປະຫານຊີວິດເສຍ ເພື່ອວ່າ ພວກເຮົາຈະໄດ້ກາໍຈັດສິ່ງຊົ່ວຊ້ານີ້ອອກໄປ ຈາກຊາດອິດສະຣາເອນ. ” ຊາວເບັນຢາມິນ ບໍ່ໄດ້ເອົາໃຈໃສ່ນາໍຄໍາເວົ້າຂອງພວກອິດສະຣາເອນ ພີ່​ນ້ອງຂອງຕົນເລີຍ.
\v 14 ແຕ່ພວກເບັນຢາມິນ ຈາກເມືອງຕ່າງ ໆ ຊໍ້າພາກັນມາທີ່ກີເບອາ ເພື່ອສູ້ຮົບກັບພວກອິດສະຣາເອນ.
\s5
\v 15-16 ໃນມື້ນັ້ນ ພວກເຂົາລະດົມ ເອົາທະຫານໄດ້ຊາວຫົກພັນຄົນ ຈາກເມືອງຂອງພວກເຂົາ. ນອກຈາກນີ້ ປະຊາຊົນກີເບອາ ຍັງໄດ້ຮວບຮວມເອົາຄົນ [ຢ] ທີ່ຄັດເລືອກ ເປັນພິເສດ ເຈັດຮ້ອຍຄົນຊຶ່ງລ້ວນແລ້ວ ແຕ່ຜູ້ທີ່ແຮງມືຊ້າຍ. ແຕ່ລະຄົນໃນພວກນີ້ ສາມາດ ຍິງກ້ອນຫິນໃສ່ຜົມເສັ້ນໜຶ່ງໄດ້ ຢ່າງບໍ່ມີຜິດເປົ້າ.
\s5
\v 17 ຝ່າຍພວກອິດສະຣາເອນ ກໍຮວບຮວມ ເອົາທະຫານ ທີ່ຝຶກແອບແລ້ວ ສີ່ຮ້ອຍພັນຄົນ ໂດຍບໍ່ໄດ້ນັບເອົາພວກເບັນຢາມິນ ເຂົ້ານາໍ.
\v 18 ສ່ວນພວກອິດສະຣາເອນ ໄດ້ໄປຍັງບ່ອນນະມັດສະການ ທີ່ເບັດເອນ ແລະ ໃນທີ່ນັ້ນ ພວກເຂົາຖາມພຣະເຈົ້າ ວ່າ, “ພຣະອົງຈະໃຫ້ເຜົ່າໃດອອກໄປໂຈມຕີ ພວກເບັນຢາມິນ ກ່ອນ? ” ອົງພຣະຜູ້ເປັນເຈົ້າຕອບວ່າ, “ເຜົ່າຢູດາ.”
\s5
\v 19 ດັ່ງນັ້ນ ມື້ເຊົ້າມາ ພວກອິດສະຣາເອນ ຈຶ່ງເລີ່ມອອກເດີນທາງໄປຕັ້ງທີ່ໝັ້ນຢູ່ໃກ້ກັບເມືອງກີເບອາ.
\v 20 ພວກເຂົາອອກໄປໂຈມຕີກອງທັບເບັນຢາມິນ ແລະ ວາງທະຫານໄວ້ປະຈາໍທີ່ ໂດຍຫັນໜ້າໃສ່ຕົວເມືອງ.
\v 21 ຝ່າຍພວກເບັນຢາມິນ ນັ້ນກໍໄດ້ ຍົກທັບເຄື່ອນອອກມາຈາກຕົວເມືອງ. ກ່ອນ ຄໍ່າ ພວກເຂົາໄດ້ຂ້າທະຫານ ອິດສະຣາເອນ ຕາຍຊາວສອງພັນຄົນ.
\s5
\v 22-23 ແລ້ວພວກອິດສະຣາເອນ ກໍໄດ້ໄປຍັງບ່ອນນະມັດສະການ ແລະ ຮ້ອງໄຫ້ຢູ່ຊ້ອງໜ້າອົງພຣະຜູ້ເປັນເຈົ້າ ຈົນຮອດຄໍ່າ. ພວກເຂົາໄດ້ຖາມພຣະອົງ ວ່າ, “ພວກຂ້ານ້ອຍຄວນຈະອອກໄປສູ້ຮົບກັບພວກເບັນຢາມິນ ພີ່ນ້ອງຂອງພວກຂ້ານ້ອຍ ອີກຫລືບໍ່? ” ອົງພຣະຜູ້ເປັນເຈົ້າຕອບ ວ່າ, “ຄວນໄປ. ” ດັ່ງນັ້ນ ພວກອິດສະຣາເອນ ຈຶ່ງມີກໍາລັງໃຈຂຶ້ນ ແລະ ວາງທະຫານໄວ້ແບບເກົ່າໃນບ່ອນທີ່ພວກເຂົາ ຕັ້ງທັບໃນມື້ກ່ອນນັ້ນ.
\s5
\v 24 ພວກເຂົາຍົກທັບອອກໄປຕໍ່ສູ້ກອງທັບ ເບັນຢາມິນ ເປັນຄັ້ງທີສອງ.
\v 25 ຊາວເບັນ ຢາມິນ ກໍອອກມາຈາກເມືອງກີເບອາ ເປັນເທື່ອທີສອງ ແລະ ໃນຄັ້ງນີ້ອີກພວກເຂົາໄດ້ຂ້າທະຫານອິດສະຣາເອນ ຕາຍສິບແປດພັນຄົນ ຊຶ່ງລ້ວນແຕ່ເປັນພວກທີ່ໄດ້ຮັບການຝຶກແອບແລ້ວທັງນັ້ນ.
\s5
\v 26 ແລ້ວປະຊາຊົນອິດສະຣາເອນ ທັງໝົດກໍໄດ້ພາກັນໄປໄວ້ທຸກ ທີ່ເບັດເອນ. ພວກເຂົານັ່ງຢູ່ຊ້ອງໜ້າອົງພຣະຜູ້ເປັນເຈົ້າ ໂດຍບໍ່ຍອມ ກິນອາຫານ ຈົນຮອດຄໍ່າ. ພວກເຂົາຖວາຍ ເຄື່ອງບູຊາເພື່ອຄວາມສາມັກຄີທາໍ ແລະ ເຜົາສັດທັງໂຕຖວາຍ ຢູ່ຊ້ອງໜ້າອົງພຣະຜູ້ເປັນເຈົ້າ.
\s5
\v 27-28 ໃນຄາວນັ້ນຫີບ ພັນທະສັນຍາຂອງອົງພຣະຜູ້ເປັນເຈົ້າຢູ່ທີ່ ເບັດເອນ ຊຶ່ງຟິເນຮາ ລູກຊາຍຂອງເອເລອາຊາ ແລະ ຫລານຊາຍຂອງອາໂຣນ ເປັນຜູ້ກາໍກັບ. ປະຊາຊົນຖາມອົງພຣະຜູ້ເປັນເຈົ້າ ວ່າ, “ພວກຂ້ານ້ອຍ ຄວນຈະອອກໄປສູ້ຮົບພວກເບັນຢາມິນ ພີ່ນ້ອງຂອງພວກຂ້ານ້ອຍ ອີກຫລືບໍ່? ຫລື ໃຫ້ຍອມແພ້? ” ອົງພຣະຜູ້ເປັນເຈົ້າຕອບ ວ່າ, “ຈົ່ງອອກໄປສູ້ຮົບ ມື້ອື່ນເຮົາຈະໃຫ້ເຈົ້າມີໄຊຊະນະ.”
\s5
\v 29 ດັ່ງນັ້ນ ພວກອິດສະຣາເອນ ຈຶ່ງວາງທະຫານບາງສ່ວນລີ້ ຢູ່ອ້ອມແອ້ມຕົວເມືອງ ກີເບອາ.
\v 30 ແລ້ວໃນມື້ທີສາມ ຕະຫລອດທັງມື້ ພວກເຂົາກໍຍົກທັບເຂົ້າໄປໂຈມຕີກອງທັບຂອງເບັນຢາມິນ ແລະ ວາງທະຫານ ຂອງຕົນໄວ້ປະຈາໍທີ່ ໂດຍໃຫ້ຫັນໜ້າໃສ່ເມືອງກີເບອາ ຕາມທີ່ໄດ້ປະຕິບັດ ມາກ່ອນນັ້ນ.
\s5
\v 31 ຝ່າຍພວກເບັນຢາມິນ ກໍອອກມາຕໍ່ສູ້ຕາມເຄີຍ ແລະຖືກລໍ້ໃຫ້ອອກໄປໄກ ຈາກຕົວເມືອງ. ດັ່ງຄັ້ງກ່ອນ ພວກເຂົາເລີ່ມຂ້າພວກ ອິດສະຣາເອນ ແດ່ແລ້ວຕາມນອກເມືອງ ແລະ ຕາມເສັ້ນທາງໄປສູ່ເບັດເອນ ແລະ ກີເບອາ. ພວກເຂົາໄດ້ຂ້າຊາວອິດສະຣາເອນ ປະມານສາມສິບຄົນ.
\s5
\v 32 ຊາວເບັນຢາມິນ ເວົ້າກັນວ່າ, “ພວກເຮົາປາບພວກເຂົາໄດ້ຕາມເຄີຍ. ” ແຕ່ພວກ ອິດສະຣາເອນ ວາງແຜນຖອຍຫລັງ ແລະ ລໍ້ພວກເບັນຢາມິນ ອອກມາຕາມຖະໜົນໃຫ້ໄປໄກຈາກຕົວເມືອງ.
\v 33 ເມື່ອກອງທັບໃຫຍ່ ຂອງພວກອິດສະຣາເອນ ຖອຍຫລັງຄືນມາ ທ້ອນໂຮມກັນທີ່ ບາອານຕາມາ ແລ້ວ; ໃນທັນໃດພວກທະຫານ ທີ່ລີ້ຢູ່ຕາມຖໍ້າຫິນອ້ອມ ເມືອງ [ຣ] ກໍຟ້າວອອກມາ.
\s5
\v 34 ທະຫານທີ່ຄັດເລືອກໄວ້ເປັນພິເສດ ຈາກທົ່ວທັງຊາດອິດສະຣາເອນ ສິບພັນຄົນ ໄດ້ລົງມືສູ້ຮົບທີ່ເມືອງກີເບອາ ແລະ ການສູ້ຮົບກໍດຸເດືອດທີ່ສຸດ. ຝ່າຍພວກເບັນຢາມິນ ບໍ່ຮູ້ເລີຍວ່າ ພວກຕົນຈະຖືກທໍາລາຍ.
\v 35 ອົງພຣະຜູ້ເປັນເຈົ້າໃຫ້ຊາວອິດສະຣາເອນ ຊະນະກອງທັບຂອງເບັນຢາມິນ. ໃນມື້ນັ້ນ ພວກອິດສະຣາເອນໄດ້ຂ້າສັດຕູຕາຍເປັນຈາໍນວນ ຊາວຫ້າພັນໜຶ່ງຮ້ອຍຄົນ
\s5
\v 36 ແລະ ພວກເບັນຢາມິນ ຈຶ່ງຮູ້ຕົວວ່າ ພວກຕົນພ່າຍແພ້ ເສຍແລ້ວ. ກອງທັບໃຫຍ່ຂອງພວກອິດສະຣາເອນ ໄດ້ຖອຍຫລັງໄປ ຈາກພວກເບັນຢາມິນ ຍ້ອນວ່າພວກເຂົາອາໄສຕໍ່ພວກທະຫານ ທີ່ໄດ້ວາງລີ້ໄວ້ອ້ອມເມືອງກີເບອາ ນັ້ນ.
\v 37 ພວກທະຫານເຫລົ່ານີ້ ແລ່ນເຂົ້າໄປສູ່ເມືອງກີເບອາ ຢ່າງວ່ອງໄວ. ພວກເຂົາຢາຍກັນອອກໄປທົ່ວເມືອງ ແລະ ຂ້າປະຊາຊົນທຸກຄົນຖິ້ມ.
\v 38 ກອງທັບໃຫຍ່ຂອງພວກອິດສະຣາເອນ ແລະ ທະຫານທີ່ລີ້ຢູ່ນັ້ນຕ່າງກໍລໍເບິ່ງສັນຍານ ເມື່ອໃດທີ່ພວກເຂົາຫລຽວເຫັນຄວັນໄຟ ກ້ອນໃຫຍ່ພຸ່ງຂຶ້ນຈາກຕົວເມືອງແລ້ວ
\s5
\v 39 ໃຫ້ພວກອິດສະຣາເອນ ທີ່ຢູ່ໃນສະໜາມຮົບຫັນມາຕໍ່ສູ້ຄືນ. ມາເຖິງຕອນນີ້ ພວກເບັນຢາມິນ ໄດ້ຂ້າພວກອິດສະຣາເອນ ແລ້ວສາມສິບຄົນ. ພວກເຂົາເວົ້າໃນໃຈ ວ່າ, “ພວກເຮົາປາບພວກເຂົາໄດ້ຕາມເຄີຍ.”
\s5
\v 40 ແຕ່ແລ້ວ ສັນຍານ ກໍປາກົດຂຶ້ນ ຄື ຄວັນໄຟກ້ອນໃຫຍ່ ເລີ່ມພຸ່ງຂຶ້ນຈາກຕົວເມືອງ. ເມື່ອພວກເບັນຢາມິນ ຫລຽວກັບຄືນຫລັງ ກໍຕົກຕະລຶງ ທີ່ເຫັນວ່າທັງເມືອງໄດ້ຖືກຈູດສາແລ້ວ.
\v 41 ແລ້ວພວກອິດສະຣາເອນ ກໍໄດ້ຫັນມາຕໍ່ສູ້ຄືນ. ພວກເບັນຢາມິນ ຈຶ່ງຕື່ນຕົກໃຈ ແລະ ແຕກໜີໄປ ເພາະຮູ້ຕົວວ່າພວກຕົນຈວນຈະຖືກທາໍລາຍແລ້ວ.
\s5
\v 42 ພວກເຂົາຖອຍຫລັງໜີ ຈາກພວກອິດສະຣາເອນ ແລະ ແລ່ນໄປທາງນອກເມືອງ, ແຕ່ພວກເຂົາປົບໜີໄປບໍ່ໄດ້ ເພາະ ຖືກທະຫານທີ່ອອກມາຈາກເມືອງນັ້ນ [ລ] ໄລ່ຕາມທັນ ແລະ ທຸກຄົນຈຶ່ງຖືກຂ້າຖິ້ມ.
\s5
\v 43 ພວກອິດສະຣາເອນ ໄດ້ອ້ອມພວກ ເບັນຢາມິນໄວ້ ແລະພວກເຂົາໄດ້ໄລ່ຕາມຂ້າພວກເບັນຢາມິນ ຢ່າງບໍ່ຢຸດຢັ້ງຕາມທາງ [ວ] ຈົນໄປເຖິງທາງທິດຕາເວັນອອກຂອງກີເບອາ.
\v 44 ທະຫານເບັນຢາມິນ ຜູ້ທີ່ເກັ່ງກ້າສິບແປດພັນຄົນໄດ້ຖືກຂ້າ.
\s5
\v 45 ຍັງມີບາງສ່ວນກັບຄືນໄປຍັງໂງ່ນຫິນ ຣິມໂມນ ທີ່ນອກເມືອງ. ໃນຕອນນັ້ນ ມີທະຫານຫ້າພັນຄົນຖືກຂ້າ. ສ່ວນພວກອິດສະຣາເອນ ກໍສືບຕໍ່ຕາມກວາດລ້າງພວກ ທີ່ຍັງເຫລືອນັ້ນໄປຍັງ ກີໂດມ ແລະ ຂ້າສອງພັນຄົນໃນທີ່ນັ້ນ.
\v 46 ໃນມື້ນັ້ນ ພວກເບັນຢາມິນ ໄດ້ຖືກຂ້າລວມທັງໝົດ ຊາວຫ້າພັນຄົນ ຊຶ່ງລ້ວນແຕ່ເປັນທະຫານທີ່ເກັ່ງກ້າທັງສິ້ນ.
\s5
\v 47 ແຕ່ຍັງມີທະຫານຫົກຮ້ອຍຄົນ ທີ່ແລ່ນ ປົບໜີໄປຍັງຖິ່ນແຫ້ງແລ້ງກັນດານ ສູ່ໂງ່ນຫິນ ຣິມໂມນ ແລະ ຢູ່ທີ່ນັ້ນເປັນເວລາສີ່ເດືອນ.
\v 48 ແລ້ວພວກອິດສະຣາເອນ ກໍໄດ້ກັບຄືນມາ ສັງຫານພວກເບັນຢາມິນ ທີ່ຍັງເຫລືອຢູ່ຕາມ ເມືອງຕ່າງ ໆ ນັ້ນໃຫ້ໝົດເຊັ່ນ: ຊາຍ, ຍິງ, ເດັກນ້ອຍ, ຕະຫລອດທັງຝູງສັດດ້ວຍ. ພວກເຂົາຍັງໄດ້ຈູດທຸກ ໆ ເມືອງໃນຂົງເຂດນັ້ນ.
\s5
\c 21
\p
\v 1 ເມື່ອ​ພວກ​ອິດ​ສະ​ຣາ​ເອນ ປະ​ຊຸມ​ກັນ​ທີ່​ເມືອງ​ມີ​ຊະ​ປານັ້ນ ພວ​ກ​ເຂົາ​ໄດ້​ຕັ້ງ​ຄຳ​ສັນ​ຍາ​ອັນ​ໜັກ​ແໜ້ນ​ວ່າ, "ໃນ​ພວກ​ເຮົາ​ຈະ​ບໍ່​ມີ​ໃຜ ໃຫ້ລູກ​ສາວ​ຂອງ​ຕົນ​ແຕ່ງ​ງານ​ກັບ​ຊາວ​ເບັນ​ຢາ​ມິນ."
\v 2 ສະນັ້ນ ປະຊາຊົນອິດສະຣາເອນ ຈຶ່ງໄປຍັງເບັດເອນ ແລະ ນັ່ງຢູ່ ທີ່ນັ້ນຊ້ອງໜ້າພຣະເຈົ້າ ຈົນຮອດຄໍ່າ. ພວກເຂົາໄວ້ທຸກ ແລະ ຮ້ອງໄຫ້ຢ່າງຂົມຂື່ນ ວ່າ,
\v 3 “ຂ້າແດ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງຊາດອິດສະຣາເອນ ເປັນຫຍັງເຫດການຢ່າງນີ້ ຈຶ່ງໄດ້ເກີດຂຶ້ນ? ເຫດໃດ ເຜົ່າເບັນຢາມິນ ຈຶ່ງຈະຕ້ອງດັບສູນໄປຈາກຊາດອິດສະຣາເອນ?”
\s5
\v 4 ແລ້ວເຊົ້າມື້ໃໝ່ມາ ປະຊາຊົນກໍລຸກແຕ່ ເດິກ ໆ ແລະ ສ້າງແທ່ນບູຊາຂຶ້ນໃນທີ່ນັ້ນ. ພວກເຂົາໄດ້ຖວາຍເຄື່ອງບູຊາ ເພື່ອຄວາມ ສາມັກຄີທາໍ ແລະ ເຜົາສັດທັງໂຕເປັນເຄື່ອງບູຊາ.
\v 5 ພວກເຂົາຖາມວ່າ, “ຍັງມີໝວດໃດແດ່ ໃນຊາດອິດສະຣາເອນ ທີ່ບໍ່ໄດ້ໄປປະຊຸມຢູ່ຊ້ອງໜ້າອົງພຣະຜູ້ເປັນເຈົ້າ ທີ່ເມືອງມີຊະປາ? ” (ພວກເຂົາໄດ້ສາບານໄວ້ຢ່າງເດັດຂາດ ວ່າຖ້າຜູ້ໃດຜູ້ໜຶ່ງບໍ່ມາຮ່ວມປະຊຸມທີ່ ມີ ຊະປາ ຈະຖືກຂ້າຖິ້ມ.)
\s5
\v 6 ປະຊາຊົນອິດສະຣາເອນ ມີຄວາມເສຍໃຈໃຫ້ພວກເບັນຢາມິນ ພີ່ນ້ອງຂອງຕົນ ຈຶ່ງເວົ້າວ່າ, “ໃນມື້ນີ້ ເຜົ່າໜຶ່ງໃນຊາດອິດສະຣາເອນ ພວມດັບສູນໄປ.
\v 7 ພວກເຮົາຄວນຈະເຮັດຢ່າງໃດ ເພື່ອຫາເມຍໃຫ້ພວກເບັນຢາມິນ ທີ່ຍັງເຫລືອນີ້ ເພາະພວກເຮົາໄດ້ສັນຍາຕໍ່ອົງພຣະຜູ້ເປັນເຈົ້າ ແລ້ວວ່າ ພວກເຮົາຈະບໍ່ຍອມເອົາລູກສາວຂອງພວກເຮົາໃຫ້ພວກເຂົາ.”
\s5
\v 8 ເມື່ອພວກເຂົາຖາມກັນວ່າ ມີໝວດໃດແດ່ ໃນເຜົ່າຂອງຊາດອິດສະຣາເອນ ທີ່ບໍ່ໄດ້ໄປຮ່ວມປະຊຸມທີ່ມີຊະປາ ນັ້ນ. ພວກເຂົາຈຶ່ງພົບວ່າ ບໍ່ມີຜູ້ໃດຈາກ ຢາເບັດ ໃນກີເລອາດ ມາຮ່ວມໃນທີ່ປະຊຸມນັ້ນ.
\v 9 ເມື່ອມີການເອີ້ນຊື່ເກນເອົາທະຫານ ກໍບໍ່ມີຄໍາຂານຕອບຈາກ ຢາເບັດ ເລີຍ.
\v 10 ດັ່ງນັ້ນ ກອງປະຊຸມຈຶ່ງສົ່ງພວກທະຫານຜູ້ເກັ່ງກ້າ ສິບສອງພັນຄົນອອກໄປ ໂດຍສັ່ງວ່າ, “ໃຫ້ຂ້າທຸກ ໆ ຄົນໃນເມືອງຢາເບັດ ຖິ້ມຕະຫລອດທັງແມ່ຍິງ ແລະ ເດັກນ້ອຍດ້ວຍ.
\s5
\v 11 ໃຫ້ຂ້າຜູ້ຊາຍທຸກ ໆ ຄົນ ແລະ ແມ່ຍິງທຸກ ໆ ຄົນທີ່ເຄີຍຜ່ານການຮ່ວມເພດແລ້ວ. ”
\v 12 ພວກເຂົາພົບວ່າ ມີຍິງສາວບໍຣິສຸດ ສີ່ຮ້ອຍຄົນ ໃນທ່າມກາງປະຊາຊົນຊາວຢາເບັດ. ສະນັ້ນ ພວກເຂົາຈຶ່ງນາໍຍິງເຫລົ່ານີ້ ໄປຍັງຄ້າຍພັກທີ່ ຊີໂລ ຊຶ່ງຢູ່ໃນດິນແດນການາອານ.
\s5
\v 13 ແລ້ວກອງປະຊຸມທັງໝົດ ກໍສັ່ງຄວາມໄປບອກພວກເບັນຢາມິນ ທີ່ຢູ່ໃນເຂດໂງ່ນຫິນ ຣິມໂມນ ແລະ ສະເໜີເຊົາເຮັດເສິກ.
\v 14 ພວກເບັນຢາມິນ ໄດ້ກັບຄືນມາ ແລະ ພວກອິດສະຣາເອນ ຈຶ່ງມອບຍິງສາວຈາກ ຢາເບັດ ທີ່ບໍ່ໄດ້ຖືກຂ້ານັ້ນໃຫ້ພວກເຂົາ. ແຕ່ ຍັງບໍ່ພຽງພໍສໍາລັບທຸກຄົນ.
\v 15 ປະຊາຊົນເສຍໃຈໃຫ້ພວກເບັນຢາມິນ ເພາະອົງພຣະຜູ້ເປັນເຈົ້າ ໄດ້ເຮັດໃຫ້ຄວາມເປັນນາໍ້ໜຶ່ງໃຈ ດຽວກັນ ຖືກແຕກແຍກໃນບັນດາເຜົ່າຂອງຊາດອິດສະຣາເອນ.
\s5
\v 16 ດ້ວຍເຫດນີ້ ພວກຜູ້ນາໍໃນທີ່ປະຊຸມຈຶ່ງສະເໜີ ວ່າ, “ໃນເຜົ່າເບັນຢາມິນ ບໍ່ມີແມ່ຍິງເຫລືອຢູ່ຈັກຄົນ. ພວກເຮົາຄວນເຮັດຢ່າງໃດ ເພື່ອຈະຫາເມຍໃຫ້ພວກຜູ້ຊາຍ ທີ່ຍັງເຫລືອ ຢູ່ນີ້?
\v 17 ຊາວອິດສະຣາເອນ ຈະບໍ່ຍອມເສຍເຜົ່າໜຶ່ງເຜົ່າໃດ ໃນສິບສອງເຜົ່າ. ພວກເຮົາຄວນຫາຊ່ອງທາງເຮັດໃຫ້ເຜົ່າເບັນຢາມິນ ຢູ່ລອດ.
\s5
\v 18 ແຕ່ພວກເຮົາບໍ່ອາດໃຫ້ພວກເຂົາແຕ່ງງານກັບລູກສາວຂອງພວກເຮົາໄດ້ ເພາະຜູ້ໃດຜູ້ໜຶ່ງທີ່ໃຫ້ພວກເບັນຢາມິນ ແຕ່ງງານກັບລູກສາວຂອງຕົນ ຈະຖືກສາບແຊ່ງຕາມທີ່ຕົນໄດ້ສາບານໄວ້. ”
\v 19 ແລ້ວພວກເຂົາກໍຄິດໄດ້ວ່າ, “ເທດສະການທີ່ມີຈັດຂຶ້ນປະຈໍາປີ ສໍາລັບອົງພຣະຜູ້ເປັນເຈົ້າ ທີ່ເມືອງຊີໂລ ນັ້ນໃກ້ເຂົ້າມາແລ້ວ. ” (ເມືອງຊີໂລ ຢູ່ທາງທິດເໜືອຂອງເມືອງເບັດເອນ ຢູ່ທາງໃຕ້ຂອງເລໂບນາ ແລະ ຢູ່ທາງທິດຕາເວັນອອກຂອງຖະໜົນລະຫວ່າງ ເບັດເອນ ກັບ ຊີເຄມ.)
\s5
\v 20 ພວກເຂົາຈຶ່ງບອກພວກເບັນຢາມິນ ວ່າ, “ຈົ່ງໄປລີ້ຢູ່ໃນສວນອະງຸ່ນ
\v 21 ແລະ ຈອບເບິ່ງ. ເມື່ອຍິງສາວຊາວເມືອງຊີໂລ ອອກມາຟ້ອນໃນເທດສະການ ທີ່ມີຈັດຂຶ້ນປະຈາໍປີນັ້ນ ໃຫ້ພວກເຈົ້າອອກມາຈາກສວນ. ໃຫ້ແຕ່ລະຄົນໃນພວກເຈົ້າ ຢຶດເອົາຍິງຜູ້ໜຶ່ງ ຈາກພວກແມ່ຍິງເຫລົ່ານັ້ນໄປເປັນເມຍ. ແລ້ວໃຫ້ນາໍເອົາເມືອຍັງເຂດແດນເບັນຢາມິນ ນາໍພວກເຈົ້າ.”
\s5
\v 22 ຖ້າພໍ່ ຫລື ອ້າຍຂອງພວກເຂົາມາທວງເອົາຄືນ ນໍາພວກເຈົ້າ [ຫ] ກໍໃຫ້ພວກເຈົ້າ [ອ] ບອກພວກເຂົາ ວ່າ, “ກະລຸນາໃຫ້ພວກເຮົາ ເອົາຍິງເຫລົ່ານີ້ໄວ້ສາ ເພາະພວກເຮົາໄດ້ນາງມາເປັນເມຍ ບໍ່ແມ່ນໂດຍການເຮັດເສິກ. ແຕ່ໃນເມື່ອພວກເຈົ້າບໍ່ໄດ້ຍົກພວກເຂົາໃຫ້ພວກເຮົາ ພວກເຈົ້າກໍບໍ່ໄດ້ຜິດຕໍ່ຄໍາສັນຍາ ແຕ່ຢ່າງໃດ.”
\s5
\v 23 ພວກເບັນຢາມິນ ໄດ້ປະຕິບັດຕາມຄໍາ ສະເໜີຂໍ້ນີ້. ພວກເຂົາແຕ່ລະຄົນໄດ້ເລືອກເອົາເມຍຈາກພວກຍິງສາວ ທີ່ອອກມາຟ້ອນລໍາໃນເມືອງຊີໂລ ແລະ ພາພວກເຂົາໜີໄປ. ແລ້ວພວກເຂົາກໍກັບຄືນໄປຍັງເຂດແດນຂອງພວກຕົນ ແລະ ສ້າງບ້ານເມືອງຂຶ້ນໃໝ່ ເພື່ອອາໄສຢູ່ໃນທີ່ນັ້ນ.
\v 24 ໃນຂະນະດຽວກັນນັ້ນ ພວກອິດສະຣາເອນອື່ນ ໆ ກໍຈາກໄປ ແລະ ທຸກ ໆ ຄົນກໍກັບຄືນສູ່ເຜົ່າ ແລະ ຄອບຄົວຂອງຕົນເອງ ແລະສູ່ຊັບສິນບ່ອນທໍາມາຫາກິນຂອງໃຜລາວ.
\s5
\v 25 ໃນຄາວນັ້ນ ຊາດອິດສະຣາເອນ ຍັງບໍ່ທັນມີກະສັດເທື່ອ. ສະນັ້ນ ທຸກຄົນຈຶ່ງເຮັດຕາມໃຈມັກຂອງຕົນເອງ.