lo_bible/06-JOS.usfm

1310 lines
265 KiB
Plaintext
Raw Permalink Blame History

This file contains ambiguous Unicode characters

This file contains Unicode characters that might be confused with other characters. If you think that this is intentional, you can safely ignore this warning. Use the Escape button to reveal them.

\id JOS
\ide UTF-8
\h ພ​ຣະ​ທຳ ໂຢ​ຊວຍ
\toc1 ພ​ຣະ​ທຳ ໂຢ​ຊວຍ
\toc2 ພ​ຣະ​ທຳ ໂຢ​ຊວຍ
\toc3 jos
\mt ພ​ຣະ​ທຳ ໂຢ​ຊວຍ
\s5
\c 1
\p
\v 1 ຫລັງ ຈາກ ໂມເຊ ຜູ້ຮັບໃຊ້ ຂອງ ອົງ ພຣະຜູ້ເປັນເຈົ້າ ໄດ້ ຕາຍໄປແລ້ວ ອົງພຣະຜູ້ເປັນເຈົ້າ ໄດ້ສັ່ງ ໂຢຊວຍ ລູກຊາຍ ຂອງ ນູນ ຜູ້ ຊ່ວຍວຽກ ຂອງ ໂມເຊ ວ່າ,
\v 2 “ໂມເຊ ຜູ້ຮັບໃຊ້ ຂອງເຮົາ ກໍ ຕາຍໄປ ແລ້ວ ບັດນີ້ ເຈົ້າ ກັບ ປະຊາຊົນ ອິດສະຣາເອນ ທຸກຄົນ ຈົ່ງຕຽມຕົວ ໃຫ້ ພ້ອມ ແລະ ຂ້າມ ແມ່ ນໍ້າ ຈໍແດນ ເຂົ້າ ໄປ ໃນ ດິນແດນ ທີ່ ເຮົາ ກາໍລັງ ໃຫ້ ພວກເຈົ້າ.
\v 3 ດັ່ງ ທີ່ ເຮົາ ໄດ້ ສັນຍາ ກັບ ໂມເຊ ແລ້ວ ວ່າ ເຮົາ ໄດ້ ມອບ ດິນແດນ ທຸກບ່ອນ ທີ່ເຈົ້າ ຈະ ຢຽບໄປ ໃຫ້ ເຈົ້າ ແລະ ປະຊາຊົນທັງໝົດຂອງເຮົາ.
\s5
\v 4 ເຂດແດນ ຂອງ ພວກເຈົ້າ ຈະ ຂະຫຍາຍ ອອກ ໄປ ຕັ້ງແຕ່ ຖິ່ນແຫ້ງແລ້ງ ກັນດານ ທາງທິດໃຕ້ ຈົນເຖິງ ພູເຂົາ ເລບານອນ ທາງທິດເໜືອ; ຕັ້ງແຕ່ ແມ່ນາໍ້ ໃຫຍ່ ເອີຟຣັດ ທາງທິດຕາເວັນອອກ ຕະຫລອດ ທັງດິນແດນ ຂອງ ຊາວ ຮິດຕີ ຈົນ ເຖິງ ທະເລ ເມດີແຕຣາເນ ທາງທິດຕາເວັນຕົກ.
\v 5 ໂຢຊວຍ ເອີຍ ຕາບໃດ ທີ່ ເຈົ້າ ຍັງ ມີ ຊີວິດ ຢູ່ ຈະ ບໍ່ ມີ ໃຜ ຊະນະ ເຈົ້າ ໄດ້. ເຮົາ ຈະ ຢູ່ ກັບເຈົ້າ ດັ່ງ ທີ່ ເຮົາ ໄດ້ ຢູ່ ກັບ ໂມເຊ ເຮົາ ຈະ ຢູ່ ກັບ ເຈົ້າ ເລື້ອຍ ໄປ ເຮົາ ຈະ ບໍ່ ປະຖິ້ມ ເຈົ້າ.
\s5
\v 6 ສະນັ້ນ ຈົ່ງ ມີ ໃຈ ເດັດດ່ຽວ ແລະ ກ້າຫານ ເພາະ ເຈົ້າ ຈະ ເປັນ ຜູ້ນາໍພາ ປະຊາຊົນ ເຫລົ່ານີ້ ເຂົ້າ ໄປ ຢຶດ ຄອງ ດິນ ແດນ ຊຶ່ງ ເຮົາ ໄດ້ ສັນຍາ ວ່າ ຈະ ມອບ ໃຫ້ ແກ່ ປູ່ຍ່າຕາຍາຍ ຂອງ ພວກເຂົາ.
\v 7 ຈົ່ງ ມີ ໃຈ ເດັດດ່ຽວ ແລະ ກ້າຫານ ແລະ ໃຫ້ ແນ່ໃຈ ວ່າ ເຈົ້າ ເຊື່ອ ຟັງກົດບັນຍັດ ທຸກຂໍ້ ຂອງເຮົາ ທີ່ໂມເຊ ຜູ້ຮັບໃຊ້ ຂອງເຮົາ ໄດ້ ມອບ ໃຫ້ ແກ່ ເຈົ້າ. ຢ່າ ປະຖິ້ມ ຂໍ້ໃດ ຂໍ້ໜຶ່ງ ແລະ ເຈົ້າ ຈະ ໄດ້ ປະສົບ ຄວາມ ສໍາເລັດ ໃນ ທຸກບ່ອນ ທີ່ ເຈົ້າໄປ.
\s5
\v 8 ຢ່າ ໃຫ້ ໜັງສື ກົດບັນຍັດ ນີ້ ຫ່າງໄກ ຈາກ ປາກ ຂອງ ເຈົ້າ. ຈົ່ງພາວັນນາ ເອົາ ທຸກວັນ ທຸກຄືນ ແລະ ໃຫ້ ແນ່ໃຈ ວ່າ ເຈົ້າ ເຊື່ອ ຟັງ ທຸກໆ ສິ່ງ ທີ່ ໄດ້ ມີ ຂຽນ ໄວ້ ໃນ ນັ້ນ. ແລ້ວ ເຈົ້າ ກໍ ຈະ ຈະເລີນ ຮຸ່ງເຮືອງ ແລະ ຈະ ປະສົບ ຄວາມ ສໍາເລັດ.
\v 9 ຈົ່ງ ຈົດຈາໍ ວ່າ ເຮົາ ໄດ້ ສັ່ງ ເຈົ້າ ຈົ່ງ ມີ ໃຈ ເດັດດ່ຽວ ແລະ ກ້າຫານ ຢ່າ ຢ້ານ ຫລື ທໍ້ຖອຍ ກາໍລັງໃຈ ເພາະເຮົາ ຄື ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ ຂອງ ເຈົ້າ ຢູ່ ກັບເຈົ້າ ໃນທຸກໆ ບ່ອນ ທີ່ ເຈົ້າ ໄປ.”
\s5
\v 10 ແລ້ວ ໂຢຊວຍ ກໍໄດ້ ສັ່ງ ພວກຜູ້ນາໍ
\v 11 ໃຫ້ ໄປ ປ່າວ ເຕືອນ ປະຊາຊົນ ຕາມ ຄ້າຍພັກ ວ່າ, “ຈົ່ງ ຈັດແຈງ ເອົາອາຫານ ໃຫ້ ພ້ອມ ເພາະພາຍໃນ ສາມ ວັນ ພວກເຈົ້າ ຈະ ຂ້າມ ແມ່ ນາໍ້ ຈໍແດນ ເຂົ້າໄປ ຢຶດຄອງ ດິນແດນ ທີ່ ອົງພຣະຜູ້ ເປັນເຈົ້າ ພຣະເຈົ້າ ຂອງ ພວກເຈົ້າ ກາໍລັງ ຈະມອບໃຫ້. ”
\s5
\v 12 ຕໍ່ມາ ໂຢຊວຍ ໄດ້ ກ່າວ ແກ່ ເຜົ່າ ຣູເບັນ ເຜົ່າກາດ ແລະ ເຜົ່າມານາເຊ ເຄິ່ງເຜົ່າ ວ່າ,
\v 13 “ຈົ່ງ ຈົດຈາໍ ຖ້ອຍຄໍາ ທີ່ ໂມເຊ ຜູ້ຮັບໃຊ້ ຂອງ ອົງພຣະຜູ້ ເປັນເຈົ້າ ໄດ້ ບອກ ພວກເຈົ້າ ວ່າ ອົງພຣະຜູ້ ເປັນເຈົ້າ ພຣະເຈົ້າ ຂອງ ພວກເຈົ້າ ໄດ້ ມອບ ດິນແດນ ທາງທິດ ຕາເວັນອອກ ຂອງ ແມ່ນາໍ້ ຈໍແດນ ໃຫ້ ເປັນ ຖິ່ນຖານ ຂອງ ພວກເຈົ້າ.
\s5
\v 14 ລູກ ເມຍ ກັບ ຝູງສັດລ້ຽງ ຂອງ ພວກເຈົ້າ ຈະພັກຢູ່ ທີ່ນີ້ ສ່ວນທະຫານ ທີ່ ປະກອບ ອາວຸດ ເພື່ອອອກຮົບນັ້ນ ພວກເຂົາ ຈະ ຂ້າມ ແມ່ນໍ້າ ອອກນາໍໜ້າ ບັນດາ ພີ່ນ້ອງ ຊາວ ອິດ ສະຣາເອນ ເພື່ອຊ່ວຍ ພວກເຂົາ
\v 15 ຈົນ ກວ່າ ຈະຕີເອົາໄດ້ ດິນແດນ ທາງພາກ ຕາເວັນຕົກ ຂອງ ແມ່ນໍ້າ ຈໍແດນ ຊຶ່ງ ອົງພຣະຜູ້ ເປັນເຈົ້າ ພຣະເຈົ້າ ຂອງ ພວກເຈົ້າ ໄດ້ ມອບໃຫ້ ພວກເຂົາ. ເມື່ອ ພຣະອົງ ໃຫ້ ທຸກໆເຜົ່າ ຂອງ ຊາດ ອິດສະຣາເອນ ຢູ່ ຢ່າງ ປອດໄພ ແລ້ວ ພວກເຈົ້າ ຈຶ່ງ ຈະ ກັບຄືນ ມາ ຕັ້ງ ຖິ່ນຖານ ທີ່ ດິນແດນ ຂອງ ພວກເຈົ້າ ທາງພາກ ທິດຕາເວັນອອກ ພີ້ໄດ້ ບ່ອນທີ່ ໂມເຊ ຜູ້ຮັບໃຊ້ ຂອງ ອົງພຣະຜູ້ ເປັນເຈົ້າ ໄດ້ ມອບ ໃຫ້ ແກ່ ພວກເຈົ້າ.”
\s5
\v 16 ພວກເຂົາ ໄດ້ ຕອບ ໂຢຊວຍ ວ່າ, “ພວກຂ້ານ້ອຍ ຈະ ເຮັດທຸກໆ ສິ່ງ ຕາມ ທີ່ ທ່ານ ໄດ້ ບອກ ແລະ ຈະ ໄປ ທຸກໆ ບ່ອນ ທີ່ທ່ານ ຈະ ສົ່ງພວກ ຂ້ານ້ອຍ ໄປ.
\v 17 ພວກ ຂ້ານ້ອຍ ຈະເຊື່ອຟັງທ່ານ ເໝືອນດັ່ງ ໄດ້ ເຊື່ອຟັງ ໂມເຊ ເລື້ອຍມາ. ຂໍອົງພຣະຜູ້ເປັນເຈົ້າ ພຣະເຈົ້າ ຂອງທ່ານ ຈົ່ງ ສະຖິດ ຢູ່ ກັບທ່ານ ເໝືອນດັ່ງ ທີ່ ພຣະອົງ ໄດ້ ສະຖິດ ຢູ່ ກັບ ໂມເຊ.
\v 18 ຜູ້ໃດ ກໍຕາມ ທີ່ ຖາມ ເຖິງ ສິດອໍານາດ ຂອງທ່ານ ຫລື ບໍ່ເຊື່ອຟັງ ຄໍາສັ່ງ ໃດໆ ຂອງທ່ານ ຈະ ຕ້ອງຖືກປະຫານ ຊີວິດ ຈົ່ງ ມີ ໃຈ ເດັດດ່ຽວ ແລະ ກ້າຫານ ເທີ້ນ.”
\s5
\c 2
\p
\v 1 ແລ້ວ ໂຢຊວຍ ກໍໄດ້ ສົ່ງສອດແນມ ສອງ ຄົນ ຈາກ ຄ້າຍພັກ ທີ່ ຕົ້ນ ອາກາເຊຍ ພ້ອມ ທັງ ສັ່ງໃຫ້ ພວກເຂົາ ໄປ ສໍາຫລວດ ເບິ່ງດິນ ແດນ ການາອານ ຢ່າງ ລັບ ໆ ໂດຍ ສະເພາະ ແລ້ວ ແມ່ນຕົວເມືອງ ເຢຣິໂກ. ເມື່ອ ມາຮອດ ເມືອງ ເຢຣິໂກ ແລ້ວສອດແນມ ທັງສອງ ຄົນ ກໍໄດ້ນອນ ຄ້າງຄືນ ຢູ່ ໃນເຮືອນ ຂອງ ຍິງໂສເພນີ ຄົນໜຶ່ງ ຊື່ວ່າ ຣາຮາບ.
\v 2 ກະສັດ ແຫ່ງ ເມືອງ ເຢຣິໂກ ໄດ້ຍິນຂ່າວ ວ່າ ມີ ຊາວ ອິດສະຣາເອນ ບາງຄົນໄດ້ ເຂົ້າມາ ໃນ ຄືນ ນັ້ນ ເພື່ອສອດແນມ ເບິ່ງດິນແດນ
\v 3 ສະນັ້ນ ເພິ່ນຈຶ່ງໄດ້ ໃຊ້ ຄົນໄປ ບອກ ນາງ ຣາຮາບ ວ່າ, “ຊາຍ ທີ່ມາພັກຢູ່ໃນ ເຮືອນ ຂອງ ເຈົ້າ ນັ້ນ ໄດ້ ມາ ສອດແນມ ເບິ່ງ ທົ່ວ ດິນແດນ ຈົ່ງ ນາໍ ພວກເຂົາ ອອກ ມາ.”
\s5
\v 4-6 ນາງ ຣາຮາບ ໄດ້ ເອົາ ນັກສືບສອດແນມ ທັງ ສອງ ໄປ ເຊື່ອງ ໄວ້ ເທິງ ຫລັງຄາ ພຽງ ໃນ ກອງ ລໍາຕົ້ນ ປ່ານ ທີ່ ນາງ ລຽນ ໄວ້ ຢູ່ ຂ້າງ ເທິງ ນັ້ນ. ນາງ ໄດ້ ຕອບ ກະສັດ ວ່າ, “ພວກເຂົາ ມາ ພັກ ຢູ່ ທີ່ ເຮືອນ ຂອງ ຂ້ານ້ອຍ ແທ້ຈິງ, ແຕ່ ຂ້ານ້ອຍ ບໍ່ ຮູ້ ວ່າ ພວກເຂົາ ມາ ຈາກ ໃສ. ພວກເຂົາ ອອກ ໜີໄປ ແລ້ວ ແຕ່ ເວລາ ມືດ ຊຸ້ມ ກ່ອນ ປະຕູ ເມືອງ ຖືກອັດ. ຂ້ານ້ອຍ ເອງ ກໍ ບໍ່ໄດ້ຖາມ ວ່າ ພວກເຂົາ ຈະ ໄປ ທາງ ໃດ ແຕ່ ຖ້າທ່ານ ຟ້າວ ອອກ ຕິດຕາມ ທ່ານ ອາດ ຈະ ຕາມ ໄປ ທັນ ແລະ ຈັບ ພວກເຂົາ ໄດ້. ”
\v 7 ຄົນ ຂອງ ກະສັດ ໄດ້ ອອກ ຈາກ ເມືອງ ໄປ ແລ້ວ ປະຕູ ເມືອງ ກໍ ຖືກອັດ. ພວກເຂົາ ໄດ້ ໄປ ຊອກ ຫາ ພວກ ນັກສືບສອດແນມ ຊາວ ອິດສະຣາເອນ ຈົນ ຮອດ ທ່າ ຂ້າມ ແມ່ ນໍ້າ ຈໍແດນ.
\s5
\v 8 ກ່ອນ ຊາຍ ທັງສອງ ຈະນອນ ນາງ ຣາຮາບ ໄດ້ ຂຶ້ນໄປ ເທິງ ຫລັງຄາພຽງ
\v 9 ແລະ ກ່າວ ແກ່ ພວກເຂົາ ວ່າ, “ຂ້ອຍ ຮູ້ ວ່າ ອົງ ພຣະ ຜູ້ ເປັນເຈົ້າ ໄດ້ ມອບ ດິນແດນ ນີ້ ໃຫ້ ແກ່ ພວກເຈົ້າ ທຸກຄົນ ໃນ ດິນແດນ ນີ້ ຢ້ານກົວ ພວກເຈົ້າຫລາຍ
\s5
\v 10 ພວກເຮົາ ຕ່າງ ກໍ ໄດ້ ຍິນ ວ່າ ອົງພຣະ ຜູ້ ເປັນເຈົ້າ ໄດ້ ບັນດານ ໃຫ້ ທະເລແດງ ແຫ້ງ ຕໍ່ໜ້າພວກເຈົ້າ ເມື່ອພວກເຈົ້າ ກາໍລັງ ອອກມາ ຈາກປະເທດ ເອຢິບ ພວກເຮົາ ຍັງ ໄດ້ຍິນອີກ ວ່າ ພວກເຈົ້າ ໄດ້ ຂ້າ ເຈົ້າສີໂຫນ ແລະ ເຈົ້າໂອກ ກະສັດ ສອງ ຄົນ ຂອງ ຊາວ ອາໂມ ຢ່າງໃດ ທີ່ ທາງ ທິດຕາເວັນອອກ ຂອງ ແມ່ນາໍ້ ຈໍແດນ.
\v 11 ພໍ ເມື່ອ ພວກເຮົາ ໄດ້ຍິນ ເລື່ອງລາວ ຕ່າງໆ ນັ້ນ ແລ້ວ ພວກເຮົາ ຈຶ່ງ ຢ້ານ ແລະ ທຸກຄົນ ຕ່າງ ກໍ ເສຍຂວັນ ເພາະພວກເຈົ້າ. ອົງພຣະຜູ້ ເປັນເຈົ້າ ພຣະເຈົ້າ ຂອງ ພວກເຈົ້າ ແມ່ນ ພຣະເຈົ້າ ທີ່ເທິງສະຫວັນ ແລະ ທີ່ ເທິງ ແຜ່ນດິນໂລກ.
\s5
\v 12 ບັດນີ້ ຈົ່ງສາບານ ຕໍ່ ອົງພຣະຜູ້ ເປັນເຈົ້າ ວ່າ ພວກເຈົ້າຈະປະຕິບັດ ຕໍ່ ຄອບຄົວ ຂອງຂ້ອຍ ຢ່າງ ມີ ໃຈ ເມດຕາ ເໝືອນ ດັ່ງ ທີ່ ຂ້ອຍ ໄດ້ ປະຕິບັດ ຕໍ່ພວກເຈົ້າ ແລະ ຂໍ ພິສູດ ໃຫ້ ຂ້ອຍ ໄດ້ ເຫັນ ວ່າ ພວກເຈົ້າ ເປັນ ຜູ້ ທີ່ ໄວ້ວາງໃຈ ໄດ້
\v 13 ຈົ່ງ ສັນຍາ ຕໍ່ ຂ້ອຍ ວ່າ, ພວກເຈົ້າ ຈະ ໄວ້ ຊີວິດ ພໍ່ ແມ່, ອ້າຍ ເອື້ອຍ ນ້ອງ ແລະ ຄອບຄົວ ຂອງ ພວກເຂົາ. ຂໍ ຢ່າ ປ່ອຍ ໃຫ້ ພວກເຮົາ ຕ້ອງ ຖືກ ຂ້າ ເລີຍ.”
\s5
\v 14 ດັ່ງ ນັ້ນ ຊາຍ ທັງ ສອງ ຈຶ່ງ ເວົ້າ ວ່າ, “ຖ້າເຈົ້າ ບໍ່ ບອກ ຜູ້ໃດ ວ່າ ພວກຂ້ອຍ ກາໍ ລັງ ມາ ເຮັດຫຍັງ, ພວກຂ້ອຍ ກໍ ຂໍສັນຍາ ວ່າ ເມື່ອໃດ ທີ່ ອົງພຣະຜູ້ ເປັນເຈົ້າ ມອບ ດິນ ແດນ ນີ້ ໃຫ້ ພວກຂ້ອຍ ແລ້ວ ພວກຂ້ອຍ ຈະ ປະຕິບັດ ຕໍ່ເຈົ້າ ເປັນຢ່າງດີ. ຖ້າພວກຂ້ອຍ ບໍ່ ເຮັດຕາມ ທີ່ ໄດ້ ເວົ້າມາ ນີ້ ຂໍໃຫ້ ພຣະເຈົ້າ ເອົາຊິວິດ ຂອງ ພວກຂ້ອຍ ໄປ ເທີ້ນ. ” [ກ]
\s5
\v 15 ເນື່ອງ ຈາກ ນາງ ຣາຮາບ ໄດ້ ອາໄສ ຢູ່ ໃນ ເຮືອນ ຕິດກັບກາໍແພງ ເມືອງ. ດັ່ງນັ້ນ ນາງ ຈຶ່ງ ໄດ້ ຢ່ອນ ເຊືອກ ໃຫ້ ຊາຍ ທັງສອງ ລົງທາງ ປ່ອງຢ້ຽມ ແລະ ບອກ ວ່າ, “ເພື່ອ ບໍ່ໃຫ້ ຄົນຂອງ ກະສັດ ພົບ ພວກເຈົ້າ
\v 16 ຈົ່ງ ຂຶ້ນ ໄປ ລີ້ ຢູ່ ເທິງ ພູ ນັ້ນ ໃຫ້ ລີ້ ຢູ່ ທີ່ ນັ້ນ ສາມ ວັນ ຈົນກວ່າ ພວກເຂົາ ກັບ ຄືນມາ. ຫລັງ ຈາກ ນັ້ນ ແລ້ວ ພວກເຈົ້າ ຈຶ່ງ ເດີນ ທາງ ໄປ ຕໍ່. ”
\v 17 ສອດແນມ ທັງ ສອງ ຄົນ ໄດ້ ບອກ ນາງ ວ່າ, “ພວກຂ້ອຍ ຈະ ເຮັດ ຕາມ ຄໍາສັນຍາ ທີ່ ມີ ໄວ້ ກັບເຈົ້າ.
\s5
\v 18 ແຕ່ ເຈົ້າ ຈະ ຕ້ອງ ເຮັດ ດັ່ງ ນີ້: ເມື່ອ ພວກຂ້ອຍ ກັບ ມາ ບຸກໂຈມຕີ ດິນແດນ ຂອງ ເຈົ້າ ໃຫ້ ເຈົ້າ ເອົາ ເຊືອກ ສີແດງ ນີ້ ຜູກ ໃສ່ ປ່ອງຢ້ຽມ ໄວ້ ໃນ ບ່ອນ ທີ່ ເຈົ້າ ຢ່ອນ ພວກຂ້ອຍ ລົງ. ໃຫ້ ເອົາ ພໍ່ ແມ່, ອ້າຍ ເອື້ອຍ ນ້ອງ ແລະ ທຸກໆ ຄອບຄົວ ຂອງ ເຈົ້າ ທຸກຄົນ ມາ ໂຮມກັນ ຢູ່ ໃນ ເຮືອນ ຂອງເຈົ້າ.
\v 19 ຖ້າ ຜູ້ໃດ ອອກ ຈາກ ເຮືອນ ໄປ ລາວ ຈະ ຕ້ອງ ຕາຍ ເພາະ ຄວາມຜິດ ຂອງຕົນເອງ ພວກຂ້ອຍ ຈະ ບໍ່ ຮັບຜິດຊອບ, ແຕ່ ຖ້າຜູ້ໃດ ຜູ້ໜຶ່ງ ທີ່ ຢູ່ໃນເຮືອນ ນາໍ ເຈົ້າ ຖືກ ທາໍ ຮ້າຍ ແລ້ວ ພວກຂ້ອຍ ກໍ ຈະ ເປັນ ຜູ້ ຮັບຜິດຊອບ.
\s5
\v 20 ເຖິງ ຢ່າງໃດ ກໍຕາມ ຖ້າເຈົ້າ ບອກ ຄົນ ຜູ້ໃດ ຜູ້ໜຶ່ງ ວ່າ ພວກຂ້ອຍ ມາ ເຮັດຫຍັງ ໃນ ທີ່ ນີ້ ແລ້ວ ພວກຂ້ອຍ ກໍ ຈະ ບໍ່ ຖືຮັກສາ ຄໍາສັນຍາ ທີ່ ມີ ໄວ້ ກັບເຈົ້າ. ”
\v 21 ນາງ ຣາຮາບ ຕົກລົງ ແລະ ສົ່ງ ຊາຍ ທັງສອງ ຄົນ ນັ້ນ ອອກ ໜີໄປ. ເມື່ອ ພວກເຂົາ ໜີໄປ ແລ້ວ ນາງ ກໍ ເອົາ ເຊືອກ ສີແດງ ຜູກ ໄວ້ ທີ່ ປ່ອງຢ້ຽມ.
\s5
\v 22 ນັກສືບສອດແນມ ທັງສອງ ຄົນ ໄດ້ ຂຶ້ນ ໄປ ລີ້ ຢູ່ ເທິງ ພູເຂົາ. ສ່ວນ ຄົນ ຂອງ ກະສັດ ກໍ ອອກ ຄົ້ນຫາ ພວກເຂົາ ທົ່ວ ຂົງ ເຂດ ຊົນນະບົດ ເປັນເວລາ ສາມ ວັນ; ເມື່ອ ຊອກຫາ ບໍ່ ພົບພວກເຂົາ ຈຶ່ງ ກັບເມືອ ເມືອງ ເຢຣິໂກ.
\s5
\v 23 ແລ້ວ ນັກສືບສອດແນມ ທັງສອງ ຄົນ ກໍລົງ ມາຈາກ ພູເຂົາ ຂ້າມ ແມ່ ນໍ້າ ຄືນ ໄປ ຫາ ໂຢຊວຍ ແລະ ເລົ່າເຫດການ ທຸກຢ່າງ ທີ່ ເກີດຂຶ້ນ ສູ່ ເພິ່ນ ຟັງ.
\v 24 ພວກເຂົາ ເວົ້າ ວ່າ, “ພວກເຮົາ ແນ່ ໃຈ ວ່າ ອົງພຣະຜູ້ ເປັນ ເຈົ້າ ໄດ້ ມອບ ດິນແດນ ທັງໝົດ ໃຫ້ ແກ່ ພວກເຮົາ. ປະຊາຊົນ ທຸກຄົນ ໃນ ເມືອງ ນັ້ນ ຕ່າງ ກໍ ສະທ້ານ ຢ້ານກົວ ພວກເຮົາ.”
\s5
\c 3
\p
\v 1 ມື້ໃໝ່ ມາ ໂຢຊວຍ ແລະ ປະຊາຊົນ ອິດສະຣາເອນ ທັງໝົດ ໄດ້ ລຸກ ແຕ່ ເຊົ້າ ໆ, ອອກ ຈາກ ຄ້າຍພັກ ທີ່ ຕົ້ນ ອາກາເຊຍ ແລະ ມຸ້ງໜ້າ ໄປ ສູ່ ແມ່ ນໍ້າ ຈໍແດນ. ພວກເຂົາ ໄດ້ ຕັ້ງ ຄ້າຍພັກ ຢູ່ ບ່ອນ ນີ້ ໃນ ຂະນະທີ່ ລໍຖ້າ ຈະ ຂ້າມ ແມ່ ນາໍ້.
\s5
\v 2 ຄັນລ່ວງ ມາ ໄດ້ ສາມ ວັນແລ້ວ ພວກຜູ້ນາໍ ກໍໄດ້ ຍ່າງ ເລາະ ໄປມາ ຕາມ ຄ້າຍພັກ
\v 3 ແລະ ສັ່ງ ປະຊາຊົນ ວ່າ, “ເມື່ອ ພວກເຈົ້າ ເຫັນ ພວກ ປະໂຣຫິດ ຫາມ ຫີບ ພັນທະສັນ ຍາ ຂອງ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ ຂອງ ພວກເຈົ້າ ອອກ ໄປ ໃຫ້ ພາກັນອອກ ຈາກ ຄ້າຍພັກ ແລະ ຕິດຕາມ ໄປໂລດ.
\v 4 ພວກ ປະໂຣຫິດ ຈະນໍາທາງ ພວກເຈົ້າໄປ ເພາະ ພວກເຈົ້າ ບໍ່ ເຄີຍ ຜ່ານ ທາງ ເສັ້ນ ນີ້ ຈັກເທື່ອ, ແຕ່ ຢ່າ ເຂົ້າ ໄປ ໃກ້ ຫີບ ພັນທະສັນ ຍາ ໃຫ້ ຢູ່ ຫ່າງ ປະມານ ໜຶ່ງ ກິໂລແມັດ.”
\s5
\v 5 ແລ້ວ ໂຢຊວຍ ກໍໄດ້ ສັ່ງ ປະຊາຊົນ ວ່າ, “ຈົ່ງ ຊໍາລະ ຕົນ ໃຫ້ ບໍຣິສຸດ ເພາະ ມື້ອື່ນ ອົງ ພຣະຜູ້ເປັນເຈົ້າ ຈະ ເຮັດການ ອັດສະຈັນ ໃນ ທ່າມກາງ ພວກເຈົ້າ. ”
\v 6 ແລ້ວໂຢຊວຍ ກໍ ບອກ ພວກປະໂຣຫິດ ໃຫ້ ຫາມ ຫີບ ພັນທະສັນຍາ ອອກໄປກ່ອນ ປະຊາຊົນ ແລະ ພວກເຂົາ ກໍ ປະຕິບັດ ຕາມ.
\s5
\v 7 ຕໍ່ມາ ອົງພຣະຜູ້ເປັນເຈົ້າ ໄດ້ ກ່າວ ແກ່ ໂຢຊວຍ ວ່າ, “ສິ່ງ ທີ່ເຮົາ ກະທໍາ ໃນ ມື້ນີ້ ຈະ ເຮັດໃຫ້ ຊາວ ອິດສະຣາເອນ ທຸກຄົນ ໃຫ້ກຽດ ແກ່ເຈົ້າ ວ່າ ເຈົ້າເປັນຜູ້ ຍິ່ງໃຫຍ່ ຄົນໜຶ່ງ ແລະ ພວກເຂົາ ຈະ ຮູ້ ວ່າ ເຮົາໄດ້ຢູ່ນາໍເຈົ້າ ເໝືອນດັ່ງ ທີ່ ໄດ້ ຢູ່ນາໍ ໂມເຊ.
\v 8 ດັ່ງນັ້ນ ເຈົ້າຈົ່ງ ສັ່ງ ພວກປະໂຣຫິດ ທີ່ ຫາມ ຫີບ ພັນທະສັນຍາ ນັ້ນ ວ່າ ເມື່ອ ໄປ ຮອດ ແມ່ ນາໍ້ ຈໍແດນ ແລ້ວ ໃຫ້ ຢຸດ ຢູ່ ໃນ ນາໍ້ ໃກ້ໆ ກັບ ຕາຝັ່ງ ສາກ່ອນ.”
\s5
\v 9 ແລ້ວ ໂຢຊວຍ ກໍໄດ້ ບອກ ປະຊາຊົນ ວ່າ, “ຈົ່ງ ພາກັນເຂົ້າມາພີ້ ເພື່ອ ຟັງຖ້ອຍຄໍາ ທີ່ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ ຂອງ ພວກເຈົ້າ ໄດ້ ສັ່ງ.
\v 10 ເມື່ອ ພວກເຈົ້າ ບຸກໜ້າ ເຂົ້າ ໄປ ພຣະອົງ ຈະ ຂັບໄລ່ ຄົນເຫລົ່າ ນີ້ ອອກໄປ ເຊັ່ນ: ຊາວ ການາອານ, ຊາວ ຮິດ ຕີ, ຊາວ ​ຮິວີ, ຊາວ ເປຣີຊີ, ຊາວ ກີກາຊີ, ຊາວ ອາໂມ ແລະ ຊາວ ເຢບຸດ. ພວກເຈົ້າ ຈະ ໄດ້ ຮູ້ ວ່າ ພຣະເຈົ້າ ອົງ ຊົງ ຊີວິດ ຢູ່ ສະຖິດ ໃນ ທ່າມກາງ ພວກເຈົ້າ;
\v 11 ເມື່ອ ຫີບ ພັນ ທະສັນຍາ ຂອງ ພຣະເຈົ້າ ຢາເວ ຂ້າມ ແມ່ ນາໍ້ ຈໍແດນ ໄປ ກ່ອນ ພວກເຈົ້າ.
\s5
\v 12 ດັ່ງ ນັ້ນ ຈົ່ງ ຄັດເລືອກ ເອົາ ສິບສອງ ຄົນ ຈາກ ເຜົ່າ ອິດສະຣາເອນ ຄື ເຜົ່າ ລະ ຄົນ.
\v 13 ເມື່ອ ພວກປະໂຣຫິດ ຜູ້ ທີ່ ຫາມ ຫີບ ພັນທະສັນຍາ ຂອງ ອົງພຣະຜູ້ ເປັນເຈົ້າ ພຣະເຈົ້າ ຢາເວ ແຫ່ງ ແຜ່ນດິນໂລກ ຈຸ່ມຕີນ ລົງ ໃນ ແມ່ ນໍ້າ ຈໍແດນ ແລະ ແມ່ ນາໍ້ ຈໍແດນ ທີ່ ໄຫລ ລົງມາ ແຕ່ ທາງເໜືອ ກໍ ຢຸດ ໄຫລ ໂຮມ ກັນຢູ່ບ່ອນດຽວ.”
\s5
\v 14-15 ເວລານັ້ນ ເປັນ ລະດູ ເກັບກ່ ຽວ ແລະ ນໍ້າ ໄດ້ ລົ້ນ ຖ້ວມ ຕາຝັ່ງ. ເມື່ອ ປະຊາຊົນໄດ້ ອອກ ໄປ ຈາກ ຄ້າຍພັກເພື່ອ ຈະ ຂ້າມ ແມ່ ນາໍ້ ຈໍແດນ ພວກປະໂຣຫິດ ທີ່ ຫາມ ຫີບພັນທະສັນຍາ ໄດ້ ອອກ ໄປ ກ່ອນ ໜ້າພວກເຂົາ. ພໍ ພວກປະໂຣຫິດ ຈຸ່ມ ຕີນ ລົງ ໃນ ນາໍ້
\v 16 ທັນໃດນັ້ນ ນາໍ້ ທີ່ ໄຫລ ມາ ຈາກ ທາງ ເໜືອ ກໍ ຢຸດໄຫລ ແລະ ໂຮມ ເຂົ້າ ກັນ ທີ່ ເມືອງ ອາດາມ ຢູ່ ໃກ້ ກັບ ເມືອງ ຊາເລທານ ສາຍ ນາໍ້ ທີ່ ໄຫລ ລົງສູ່ທະເລຕາຍ ຖືກ ຕັດຂາດ ໝົດກ້ຽງ ແລະ ປະຊາຊົນ ຈຶ່ງ ສາມາດ ຂ້າມ ນາໍ້ ໄປ ໃກ້ ກັບ ເມືອງ ເຢຣິໂກ ໄດ້.
\s5
\v 17 ໃນ ຂະນະທີ່ ພວກເຂົາ ຍ່າງ ຂ້າມ ດິນ ແຫ້ງ ໄປ ນັ້ນ ພວກ ປະໂຣຫິດ ທີ່ ຫາມ ຫີບ ພັນທະສັນຍາ ຂອງ ອົງພຣະ ຜູ້ເປັນເຈົ້າ ກໍ ຢືນ ຢູ່ ເທິງດິນແຫ້ງ ກາງ ແມ່ ນາໍ້ ຈໍແດນ ຈົນກວ່າ ປະຊາຊົນ ທຸກຄົນ ຂ້າມ ໄປ ຫວິດ ໝົດ ແລ້ວ.
\s5
\c 4
\p
\v 1 ເມື່ອ ປະຊາຊົນ ອິດສະຣາເອນ ທຸກຄົນ ໄດ້ ຂ້າມ ແມ່ ນາໍ້ ຈໍແດນ ໄປ ໝົດ ແລ້ວ ອົງ ພຣະຜູ້ເປັນເຈົ້າ ໄດ້ ກ່າວ ແກ່ ໂຢຊວຍ ວ່າ,
\v 2 “ຈົ່ງເລືອກ ເອົາຊາຍ ສິບສອງ ຄົນ ຄື ເຜົ່າລະຄົນ
\v 3 ແລະ ສັ່ງ ພວກເຂົາ ໃຫ້ ຍົກ ເອົາ ຫິນສິບສອງ ກ້ອນ ຈາກ ແມ່ ນາໍ້ ຈໍແດນ ໃນ ບ່ອນ ທີ່ພວກ ປະໂຣຫິດ ຢືນຢູ່ນັ້ນ ແລະ ຂົນໄປ ວາງ ໄວ້ ໃນ ບ່ອນ ທີ່ ເຈົ້າຈະ ຕັ້ງ ຄ້າຍພັກ ຄືນນີ້.”
\s5
\v 4-5 ດັ່ງນັ້ນ ໂຢຊວຍ ຈຶ່ງ ເອີ້ນ ເອົາ ສິບສອງ ຄົນ ທີ່ ເພິ່ນ ໄດ້ ເລືອກ ນັ້ນ ມາ ແລະ ບອກ ພວກເຂົາ ວ່າ, “ຈົ່ງ ໄປ ທີ່ ແມ່ ນາໍ້ ຈໍແດນ ທາງ ດ້ານ ໜ້າ ຫີບ ພັນທະສັນຍາ ຂອງ ອົງພຣະຜູ້ ເປັນເຈົ້າ ພຣະເຈົ້າ ຂອງ ພວກເຈົ້າ. ໃຫ້ແຕ່ລະຄົນ ໃນ ພວກເຈົ້າ ແບກ ເອົາ ຫິນ ໜຶ່ງ ກ້ອນ ຄື ກ້ອນ ໜຶ່ງ ສໍາລັບ ເຜົ່າ ໜຶ່ງ ຂອງ ຊາດ ອິດສະຣາເອນ.
\s5
\v 6 ກ້ອນຫິນ ເຫລົ່າ ນີ້ ຈະ ເປັນສິ່ງ ເຕືອນ ປະຊາຊົນ ໃຫ້ ຮູ້ ເຖິງ ສິ່ງ ທີ່ ອົງພຣະຜູ້ ເປັນ ເຈົ້າ ໄດ້ກະທາໍ ໃນພາຍຄັ້ງໜ້າ ເມື່ອລູກຫລານ ຂອງ ພວກເຈົ້າ ຖາມ ວ່າ, ‘ກ້ອນຫິນ ເຫລົ່າ ນີ້ ມີ ຄວາມໝາຍ ຢ່າງໃດ ຕໍ່ ພວກເຈົ້າ?
\v 7 ກໍໃຫ້ ພວກເຈົ້າບອກ ວ່າ, ເມື່ອ ຫາມ ຫີບ ພັນທະສັນຍາ ຂອງ ອົງພຣະຜູ້ເປັນ ເຈົ້າ ຂ້າມ ແມ່ ນາໍ້ ນັ້ນ ແມ່ ນາໍ້ ຈໍແດນ ໄດ້ເຊົາໄຫລ. ກ້ອນຫິນ ເຫລົ່າ ນີ້ ຈະ ເປັນສິ່ງ ເຕືອນ ປະຊາຊົນ ອິດສະຣາເອນ ຢູ່ສະເໝີ ເຖິງ ເຫດການ ທີ່ ໄດ້ ເກີດ ຂຶ້ນ ນັ້ນ.”
\s5
\v 8 ຄົນເຫລົ່າ ນັ້ນ ກໍ ເຮັດຕາມ ຄໍາສັ່ງ ຂອງ ໂຢຊວຍ. ຕາມ ທີ່ອົງພຣະຜູ້ ເປັນເຈົ້າ ໄດ້ ສັ່ງ ໂຢຊວຍ ນັ້ນ ພວກເຂົາ ໄດ້ ແບກ ເອົາ ຫິນ ສິບສອງ ກ້ອນ ຈາກ ກາງ ແມ່ ນາໍ້ ຈໍແດນ ຄື ກ້ອນ ໜຶ່ງ ສໍາລັບ ເຜົ່າ ໜຶ່ງ ຂອງ ຊາດ ອິດສະຣາເອນ ນາໍ ໄປ ວາງ ໄວ ໃນ ບ່ອນ ທີ່ ພວກເຂົາ ຕັ້ງ ຄ້າຍພັກ.
\v 9 ແລ້ວ ໂຢຊວຍ ກໍ ຍັງ ໄດ້ ຕັ້ງ ຫິນ ອື່ນອີກ ສິບສອງ ກ້ອນ ໄວ້ ທີ່ ກາງ ແມ່ ນໍ້າ ຈໍແດນ ໃນ ບ່ອນ ທີ່ ພວກ ປະໂຣຫິດ ຫາມ ຫີບ ພັນທະສັນຍາ ຂອງ ອົງພຣະຜູ້ ເປັນເຈົ້າ ຢືນ ຢູ່ ນັ້ນ. (ຫິນ ນັ້ນ ຍັງ ມີ ຢູ່ ຈົນເຖິງ ທຸກ ວັນນີ້.)
\s5
\v 10 ພວກ ປະໂຣຫິດ ຢືນ ຢູ່ ໃນ ກາງ ແມ່ ນໍ້າ ຈໍແດນ ຈົນກວ່າ ປະຊາຊົນ ກະທາໍ ທຸກສິ່ງ ສໍາເລັດ ຕາມ ທີ່ອົງພຣະຜູ້ ເປັນເຈົ້າ ໄດ້ ສັ່ງ ພວກເຂົາ ຜ່ານ ທາງ ໂຢຊວຍ. ເລື່ອງ ນີ້ ແມ່ນ ສິ່ງ ທີ່ ໂມເຊ ໄດ້ ສັ່ງ ໄວ້. ປະຊາຊົນ ຈຶ່ງ ຟ້າວ ຂ້າມ ແມ່ ນໍ້າ ໄປ.
\v 11 ເມື່ອ ທຸກຄົນ ໄດ້ ຂ້າມ ໄປ ເຖິງ ຝັ່ງ ໝົດແລ້ວ ພວກ ປະໂຣຫິດ ພ້ອມ ດ້ວຍ ຫີບ ພັນທະສັນຍາ ຂອງ ອົງ ພຣະຜູ້ ເປັນເຈົ້າ ກໍອອກ ນາໍ ໜ້າປະຊາຊົນ ໄປ.
\s5
\v 12 ສ່ວນພວກ ຜູ້ຊາຍ ໃນ ເຜົ່າ ຣູເບັນ, ເຜົ່າ ກາດ ແລະ ເຜົ່າ ມານາເຊ ເຄິ່ງເຜົ່າ ທີ່ ຕຽມພ້ອມ ໃນ ການ ສູ້ຮົບ ກໍໄດ້ ຂ້າມ ແມ່ ນາໍ້ ໄປ ກ່ອນໝູ່ຕາມ ທີ່ ໂມເຊ ໄດ້ ສັ່ງ.
\v 13 ຊ້ອງໜ້າ ອົງພຣະຜູ້ ເປັນເຈົ້າ ມີ ຊາຍ ທັງ ໝົດ ປະມານ ສີ່ໝື່ນຄົນ ທີ່ຕຽມພ້ອມ ເຮັດ ເສິກ ໄດ້ ຂ້າມ ໄປ ສູ່ ທົ່ງຮາບພຽງ ໃກ້ ເມືອງ ເຢຣິໂກ.
\v 14 ສິ່ງ ທີ່ ອົງພຣະຜູ້ເປັນເຈົ້າ ໄດ້ ກະທາໍ ໃນ ມື້ ນັ້ນ ເຮັດໃຫ້ ຊາວ ອິດສະຣາເອນ ຖື ໂຢຊວຍ ເປັນ ຜູ້ຍິ່ງໃຫຍ່ ຄົນໜຶ່ງ. ພວກເຂົາ ໃຫ້ກຽດ ໂຢຊວຍ ຕະຫລອດ ຊົ່ວຊີວິດ ຂອງ ເພິ່ນ ເໝືອນດັ່ງ ທີ່ ພວກເຂົາ ໄດ້ ໃຫ້ກຽດ ໂມເຊ.
\s5
\v 15 ແລ້ວ ອົງພຣະຜູ້ ເປັນເຈົ້າ ກໍໄດ້ ບອກ ໂຢຊວຍ
\v 16 ໃຫ້ ສັ່ງ ພວກ ປະໂຣຫິດ ທີ່ ຫາມ ຫີບ ພັນທະສັນຍາ ນັ້ນ ຂຶ້ນ ມາ ຈາກ ແມ່ ນາໍ້ ຈໍແດນ.
\s5
\v 17 ໂຢຊວຍ ກໍໄດ້ ປະຕິບັດ ຕາມ.
\v 18 ເມື່ອ ພວກ ປະໂຣຫິດ ໄດ້ ຂຶ້ນ ມາ ຮອດ ຕາຝັ່ງ ແລ້ວ ນໍ້າ ກໍ ໄດ້ ໄຫລ ເຂົ້າກັນ ຖ້ວມ ເຕັມ ຕາຝັ່ງ ອີກ ຄື ເກົ່າ.
\s5
\v 19 ໃນ ມື້ ທີ່ ປະຊາຊົນ ໄດ້ ຂ້າມ ແມ່ ນໍ້າ ນັ້ນ ເປັນ ມື້ ທີສິບ ຂອງ ເດືອນ ທີ ໜຶ່ງ. ພວກເຂົາ ໄດ້ ຕັ້ງ ຄ້າຍພັກ ຢູ່ ທີ່ ກິນການ ຊຶ່ງ ຢູ່ ທາງທິດຕາເວັນ ອອກ ຂອງ ເມືອງ ເຢຣິໂກ.
\v 20 ສ່ວນ ໂຢຊວຍ ກໍໄດ້ ເອົາ ຫິນ ສິບ ສອງ ກ້ອນ ທີ່ນໍາ ຂຶ້ນ ມາ ແຕ່ ແມ່ ນໍ້າ ຈໍແດນ ຕັ້ງໄວ້ ຢູ່ ທີ່ ນັ້ນ.
\v 21 ເພິ່ນ ໄດ້ ກ່າວ ແກ່ ປະຊາຊົນ ອິດສະຣາເອນ ວ່າ, “ໃນ ອະນາຄົດ ເມື່ອ ພວກ ລູກຫລານ ຖາມ ວ່າ ຫິນ ນີ້ ໝາຍ ເຖິງ ຫຍັງ?
\s5
\v 22 ໃຫ້ ພວກເຈົ້າ ບອກ ພວກເຂົາ ເຖິງ ເວລາ ທີ່ ຊາວ ອິດສະຣາເອນ ໄດ້ ຂ້າມ ແມ່ ນາໍ້ ຈໍແດນ ເທິງ ພື້ນດິນແຫ້ງ.
\v 23 ໃຫ້ ບອກ ພວກເຂົາ ວ່າ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ ຂອງ ພວກເຈົ້າ ໄດ້ ເຮັດໃຫ້ ແມ່ ນາໍ້ ຈໍແດນ ແຫ້ງ ສໍາລັບ ພວກເຈົ້າ ຈົນກວ່າ ພວກເຈົ້າ ທຸກໆ ຄົນຂ້າມ ໄປໄດ້ໝົດ ເໝືອນດັ່ງ ທີ່ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ ຂອງ ພວກເຈົ້າ ໄດ້ ເຮັດໃຫ້ ນາໍ້ ທະເລແດງ ແຫ້ງລົງ ສໍາລັບ ພວກເຮົາ.
\v 24 ເພາະ ເລື່ອງ ນີ້ ທຸກໆ ຄົນ ທີ່ ເທິງ ແຜ່ນດິນ ໂລກ ຈະ ຮູ້ ວ່າ ມື ຂອງ ອົງ ພຣະຜູ້ ເປັນເຈົ້າ ຊົງຣິດອໍານາດ ຍິ່ງໃຫຍ່ ເທົ່າໃດ ແລະ ພວກເຈົ້າ ກໍ ຈະ ຢໍາເກງ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ ຂອງ ພວກເຈົ້າ ສືບໄປ.”
\s5
\c 5
\p
\v 1 ເມື່ອ ກະສັດ ທັງໝົດ ຂອງ ຊາວ ອາໂມ ທີ່ ທາງທິດຕາເວັນຕົກ ຂອງ ແມ່ນໍ້າ ຈໍແດນ ແລະ ກະສັດທັງໝົດ ຂອງ ຊາວ ການາອານ ທີ່ ຢູ່ໃກ້ ທະເລ ເມດີແຕຣາເນ ໄດ້ຍິນ ວ່າ ອົງພຣະຜູ້ ເປັນເຈົ້າ ໄດ້ ເຮັດ ໃຫ້ ແມ່ ນາໍ້ ຈໍແດນ ແຫ້ງ ຈົນປະຊາຊົນ ອິດສະຣາເອນ ຂ້າມ ໄປ ໄດ້; ກະສັດ ເຫລົ່າ ນີ້ ຕ່າງ ກໍ ຢ້ານກົວ ແລະ ເສຍຂວັນ ຍ້ອນຊາວ ອິດສະຣາເອນ.
\s5
\v 2 ແລ້ວ ອົງພຣະຜູ້ ເປັນເຈົ້າ ກໍໄດ້ ສັ່ງ ໂຢຊວຍ ວ່າ, “ຈົ່ງໃຊ້ ຫິນເຮັດມີດ ແລະ ເຮັດ ພິທີຕັດ ໃຫ້ຊາວ ອິດສະຣາເອນ ອີກ. ”
\v 3 ດັ່ງນັ້ນ ໂຢຊວຍ ຈຶ່ງປະຕິບັດຕາມ ທີ່ ອົງພຣະຜູ້ ເປັນເຈົ້າ ໄດ້ ສັ່ງ ເພິ່ນໄດ້ເຮັດ ພິທີຕັດ ໃຫ້ ຊາວ ອິດສະຣາເອນ ຢູ່ ໃນ ບ່ອນ ໜຶ່ງ ເອີ້ນ ວ່າ ເນີນພູ ອາຣາໂລດ.
\s5
\v 4-6 ເມື່ອ ປະຊາຊົນ ອິດສະຣາເອນ ໄດ້ ອອກ ມາ ຈາກ ປະເທດ ເອຢິບ ນັ້ນ ພວກ ຜູ້ຊາຍ ທຸກຄົນ ກໍໄດ້ ຮັບພິທີຕັດ, ແຕ່ໃນ ເວລາ 40 ປີ ທີ່ຊາວ ອິດສະຣາເອນ ໄດ້ ຂ້າມ ຖິ່ນແຫ້ງແລ້ງ ກັນດານ ນັ້ນ ບໍ່ ມີ ເດັກນ້ອຍ ຜູ້ຊາຍ ຈັກຄົນ ໄດ້ຮັບພິທີຕັດ. ໃນເວລາ ນັ້ນ ຊາຍທຸກຄົນ ທີ່ມີອາຍຸ ພໍເຮັດເສິກ ທີ່ ໄດ້ ອອກມາ ຈາກ ປະເທດ ເອຢິບ ກໍໄດ້ ຕາຍໄປ ໝົດ ຍ້ອນວ່າ ພວກເຂົາ ບໍ່ ເຊື່ອ ຟັງ ອົງພຣະ ຜູ້ເປັນເຈົ້າ ດັ່ງ ທີ່ ອົງພຣະຜູ້ ເປັນເຈົ້າ ໄດ້ ສາບານໄວ້. ອົງພຣະຜູ້ ເປັນເຈົ້າ ຈະ ບໍ່ ອະນຸຍາດ ໃຫ້ ພວກເຂົາ ເຫັນດິນແດນ ອັນ ສົມບູ​ນ​ແລະ​ຮັ່ງ​ມີ ທີ່​ພ​ຣະ​ອົງ​ໄດ້​ສັນ​ຍາ​ໄວ້​ກັບ​ປູ່​ຍ່າ​ຕາ​ຍາຍ​ຂອງ​ພວກ​ເຂົາ.
\v 7 ພວກ​ລູກ​ຊາຍ​ຂອງ​ຄົນ​ເຫລົ່າ​ນີ້​ຍັງ​ບໍ່​ເຄີຍ​ໄດ້​ຮັບ​ພິ​ທີ​ຕັດ​ເທື​່ອ. ແມ່ນ​ຄົນ​ລຸ້ນ​ຫ​ລັງ​ນີ້​ແຫລະ​ ທີ່ ໂຢ​ຊວຍ ໄດ້​ເຮັດ​ພິ​ທີ​ຕັດ​ໃຫ້.
\s5
\v 8 ຫລັງຈາກ ຮັບພິທີຕັດແລ້ວ ຄົນໃນ ຊາດ ທຸກຄົນ ກໍ ຢູ່ໃນຄ້າຍ ຈົນບາດແຜດີ.
\v 9 ຕໍ່ມາ ອົງພຣະຜູ້ເປັນເຈົ້າ ໄດ້ບອກ ໂຢຊວຍ ວ່າ, “ວັນນີ້ ເຮົາໄດ້ໃຫ້ ພວກເຈົ້າ ພົ້ນຈາກ ຄວາມອັບອາຍ ຈາກການເປັນ ຄົນຮັບໃຊ້ ທີ່ ປະເທດເອຢິບ. ” ດ້ວຍເຫດນີ້ແຫລະ ບ່ອນ ນັ້ນ ຈຶ່ງເອີ້ນວ່າ ກິນການ [ຂ] ຈົນເຖິງ ທຸກວັນ ນີ້.
\s5
\v 10 ໃນເວລາທີ່ຊາວ ອິດສະຣາເອນ ກາໍ ລັງຕັ້ງຄ້າຍພັກທີ່ ກິນການ ຕາມ ທົ່ງຮາບພຽງ ຂອງເມືອງ ເຢຣິໂກ ນັ້ນພວກເຂົາໄດ້ ສະຫລອງ ປັດສະຄາ ໃນຕອນຄໍ່າຂອງວັນທີ ສິບສີ່ ຂອງເດືອນນັ້ນ.
\v 11 ຕໍ່ຈາກວັນ ປັດສະຄາ ແມ່ນວັນທາໍອິດ ຊຶ່ງພວກເຂົາ ໄດ້ ກິນແຕ່ສິ່ງທີ່ຊາວ ການາອານ ໄດ້ ປູກ ຄື: ເຂົ້າ ຂົ້ວ ກັບ ເຂົ້າຈີ່ ບໍ່ມີ ເຊື້ອແປ້ງ.
\s5
\v 12 ແລ້ວ ມານາ ກໍໄດ້ເຊົາຕົກ ແລະ ຊາວ ອິດສະຣາເອນ ບໍ່ໄດ້ກິນ ມານາ ອີກ. ແຕ່ນັ້ນ ເປັນຕົ້ນມາ ພວກເຂົາ ໄດ້ກິນແຕ່ ອາຫານ ທີ່ ເກີດໃນດິນແດນ ການາອານ.
\s5
\v 13 ເມື່ອ ໂຢຊວຍ ຢູ່ໃກ້ກັບເມືອງ ເຢຣິໂກ ໃນທັນໃດ ເພິ່ນກໍໄດ້ ເຫັນຊາຍຄົນໜຶ່ງ ພວມ ຖື ດາບ ຢືນຢູ່ຕໍ່ໜ້າເພິ່ນ. ໂຢຊວຍ ຈຶ່ງຫຍັບ ເຂົ້າໄປໃກ້ ແລະ ຖາມຊາຍຄົນນັ້ນ ວ່າ, “ທ່ານ ເປັນຝ່າຍເຮົາ ຫລື ຝ່າຍສັດຕູ?”
\s5
\v 14 ຊາຍຜູ້ນັ້ນໄດ້ຕອບ ວ່າ, “ເຮົາບໍ່ເປັນຝ່າຍໃດໝົດ ເຮົາມານີ້ ໃນຖານະ ເປັນຜູ້ ບັນຊາການ ກອງທັບຂອງ ອົງພຣະຜູ້ ເປັນ ເຈົ້າ. ” ໂຢຊວຍ ຈຶ່ງກົ້ມຂາບນ້ອມ ນະມັດ ສະການ ແລະ ຖາມ ວ່າ, “ທ່ານເອີຍ ຂ້ານ້ອຍ ເປັນຜູ້ຮັບໃຊ້ຂອງທ່ານ ທ່ານຢາກຈະໃຫ້ ຂ້ານ້ອຍ ເຮັດຫຍັງ? ”
\v 15 ຜູ້ ບັນຊາການ ກອງທັບ ຂອງ ອົງພຣະຜູ້ ເປັນເຈົ້າ ໄດ້ ບອກ ໂຢຊວຍ ວ່າ, “ຈົ່ງຖອດເກີບ ຂອງເຈົ້າອອກ ເຈົ້າກາໍລັງຢືນຢູ່ບ່ອນ ສັກສິດ. ” ແລ້ວ ໂຢຊວຍ ກໍ ປະຕິບັດຕາມທີ່ ເພິ່ນໄດ້ບອກ ນັ້ນ.
\s5
\c 6
\p
\v 1 ປະຕູເມືອງ ເຢຣິໂກ ຖືກອັດໄວ້ ຢ່າງ ແໜ້ນໜາ ແລະ ມີຄົນຍາມ ເພື່ອບໍ່ໃຫ້ຊາວ ອິດສະຣາເອນ ເຂົ້າໄປໄດ້. ບໍ່ມີໃຜເຂົ້າໄປໃນເມືອງ ຫລື ອອກໄປນອກເມືອງໄດ້.
\v 2 ອົງພຣະຜູ້ເປັນເຈົ້າ ໄດ້ບອກ ໂຢຊວຍ ວ່າ, “ເຮົາ ໄດ້ມອບເມືອງ ເຢຣິໂກ ແລະ ກະສັດໃນ ເມືອງນີ້ ຕະຫລອດທັງທະຫານ ທີ່ເກັ່ງກ້າໄວ້ ໃນກາໍມື ຂອງເຈົ້າ.
\s5
\v 3 ເຈົ້າພ້ອມທະຫານຂອງເຈົ້າ ຕ້ອງຍ່າງ ອ້ອມເມືອງນີ້ ວັນລະເທື່ອ ພາຍໃນ ຫົກວັນ.
\v 4 ຈົ່ງໃຫ້ ປະໂຣຫິດ ເຈັດຄົນ ຖືແກ ຜູ້ລະ ອັນຍ່າງ ອອກໜ້າຫີບ ພັນທະສັນຍາ. ໃນວັນທີ ເຈັດ ເຈົ້າແລະພວກທະຫານ ຂອງເຈົ້າ ຕ້ອງຍ່າງອ້ອມເມືອງ ເຈັດ ຮອບ ໂດຍໃຫ້ ມີ ພວກປະໂຣຫິດ ເປົ່າແກ ນາໍໜ້າ.
\s5
\v 5 ເມື່ອໄດ້ຍິນສຽງແກ ດັງຂຶ້ນ ເປັນສຽງ ຍາວ ໆ ໃຫ້ຜູ້ຊາຍ ທຸກ ໆ ຄົນ ພາກັນຮ້ອງ ຂຶ້ນສຽງ ດັງ ໆ ແລະ ກາໍແພງເມືອງ ກໍຈະເຈື່ອນລົງ. ແລ້ວໃຫ້ ກອງທັບທັງໝົດ ບຸກເຂົ້າ ໄປໃນຕົວເມືອງ ທັນທີ.”
\s5
\v 6 ໂຢຊວຍ ໄດ້ເອີ້ນພວກປະໂຣຫິດ ມາ ແລະ ບອກ ວ່າ, “ຈົ່ງຫາມ ຫີບ ພັນທະສັນຍາ ແລະ ໃຫ້ ເຈັດ ຄົນໃນພວກເຈົ້າ ຖືແກ ຍ່າງ ໄປກ່ອນ ຫີບ ພັນທະສັນຍາ ຂອງອົງພຣະ ຜູ້ເປັນເຈົ້າ. ”
\v 7 ແລ້ວ ໂຢຊວຍ ກໍບອກໃຫ້ ເລີ່ມຍ່າງອ້ອມເມືອງ ໂດຍ ມີ ທະຫານ ກອງໜ້າ ຍ່າງນາໍໜ້າ ໄປກ່ອນ ຫີບ ພັນທະສັນຍາ ຂອງ ອົງພຣະຜູ້ເປັນເຈົ້າ.
\s5
\v 8 ດັ່ງນັ້ນ ຕາມຄໍາສັ່ງ ຂອງ ໂຢຊວຍ ທະຫານ ກອງໜ້າ ຈຶ່ງເລີ່ມ ຍ່າງອອກ ກ່ອນ ພວກປະໂຣຫິດ ເຈັດ ຄົນ ທີ່ ຖືແກ ຕໍ່ໜ້າ ອົງ ພຣະຜູ້ ເປັນເຈົ້າ; ຕາມຫລັງ ພວກເຫລົ່ານີ້ ມີ ພວກປະໂຣຫິດ ທີ່ ຫາມ ຫີບ ພັນທະສັນຍາ
\v 9 ແລ້ວສຸດທ້າຍ ແມ່ນ ພວກທະຫານ ກອງຫລັງ. ສ່ວນ ສຽງແກນັ້ນ ກໍດັງຢູ່ຕະຫລອດ ເວລາ.
\s5
\v 10 ແຕ່ ໂຢຊວຍ ໄດ້ສັ່ງຄົນ ຂອງຕົນ ບໍ່ໃຫ້ ຮ້ອງໂຮ ຫລື ເວົ້າຫຍັງ ຈົນກວ່າ ເພິ່ນຈະໃຫ້ ຄໍາສັ່ງໃໝ່.
\v 11 ດັ່ງນັ້ນ ເພິ່ນຈຶ່ງໄດ້ ສັ່ງພວກເຫລົ່ານີ້ ໃຫ້ນາໍ ຫີບ ພັນທະສັນຍາ ຂອງ ອົງພຣະຜູ້ ເປັນເຈົ້າ ຍ່າງອ້ອມ ເມືອງໜຶ່ງ ຮອບ. ແລ້ວພວກເຂົາ ກໍໄດ້ ກັບເມືອ ຍັງຄ້າຍພັກ ແລະ ນອນຄ້າງຄືນ ຢູ່ທີ່ນັ້ນ.
\s5
\v 12 ເຊົ້າ ວັນ ໃໝ່ ມາ ໂຢຊວຍ ໄດ້ ລຸກ ຂຶ້ນ ແຕ່ ເດິກໆ ພ້ອມທັງ ພວກປະໂຣຫິດ ທີ່ ຫາມ ຫີບ ພັນທະສັນຍາ ຂອງອົງພຣະຜູ້ ເປັນເຈົ້າ.
\v 13 ພວກເຂົາໄດ້ ຍ່າງອ້ອມເມືອງ ເປັນ ເທື່ອ ທີສອງ ຕາມລະບຽບ ທີ່ໄດ້ ວາງໄວ້ໃນມື້ກ່ອນນັ້ນ ຄື ທະຫານ ກອງໜ້າ ຍ່າງ ອອກ ກ່ອນ; ຕໍ່ມາ ແມ່ນ ພວກປະໂຣຫິດ ເຈັດ ຄົນ ທີ່ ຖືແກ ເຈັດ ອັນ ແລ້ວແມ່ນ ພວກປະໂຣຫິດ ທີ່ ຫາມ ຫີບ ພັນທະສັນຍາ ຂອງອົງພຣະຜູ້ ເປັນເຈົ້າ ແລະ ສຸດທ້າຍ ແມ່ນພວກທະຫານ ກອງຫລັງ. ສ່ວນສຽງແກນັ້ນ ກໍດັງຢູ່ ຕະຫລອດເວລາ.
\v 14 ໃນວັນ ທີສອງ ພວກເຂົາໄດ້ຍ່າງອ້ອມເມືອງອີກ ຮອບໜຶ່ງແລ້ວ ກໍໄດ້ ກັບເມືອ ຍັງຄ້າຍພັກ. ພວກເຂົາເຮັດຢູ່ ຢ່າງນີ້ ເປັນເວລາ ຫົກວັນ.
\s5
\v 15 ແຕ່ໃນວັນ ທີເຈັດ ພວກເຂົາໄດ້ ລຸກຂຶ້ນ ແຕ່ເດິກ ໆ ແລະໄດ້ຍ່າງອ້ອມເມືອງເຈັດຮອບຕາມລະບຽບເກົ່າ ມີພຽງວັນດຽວເທົ່ານັ້ນ ທີ່ ພວກເຂົາໄດ້ຍ່າງອ້ອມເມືອງ ເຈັດຮອບ.
\v 16 ພໍຮອດຮອບ ທີເຈັດ ເມື່ອພວກປະໂຣຫິດ ໄດ້ເປົ່າແກແລ້ວ ໂຢຊວຍ ໄດ້ສັ່ງຄົນຂອງຕົນ ໃຫ້ ຮ້ອງຂຶ້ນ ແລະເພິ່ນກ່າວວ່າ, “ອົງພຣະຜູ້ເປັນເຈົ້າ ໄດ້ມອບເມືອງນີ້ ໃຫ້ພວກເຈົ້າແລ້ວ
\s5
\v 17 ຈົ່ງທາໍລາຍເມືອງ ແລະທຸກສິ່ງ ໃນເມືອງນີ້ ໃຫ້ ຈົນກ້ຽງ ເພື່ອເປັນການຖວາຍບູຊາແກ່ ອົງພຣະຜູ້ເປັນເຈົ້າ, ແຕ່ໃຫ້ ໄວ້ຊີວິດ ນາງຣາຮາບ ຍິງໂສເພນີ ພ້ອມກັບທຸກຄົນ ທີ່ ຢູ່ໃນເຮືອນຂອງນາງ ເພາະນາງໄດ້ ເຊື່ອງນັກ ສືບສອດແນມສອງຄົນ ຂອງພວກເຮົາໄວ້.
\v 18 ແຕ່ ພວກເຈົ້າ ຢ່າໄດ້ຈັບເອົາ ສິ່ງທີ່ ພຣະເຈົ້າ ໄດ້ສັ່ງໃຫ້ທາໍລາຍ ຖ້າພວກເຈົ້າ ເອົາສິ່ງເຫລົ່ານັ້ນໄປ ພວກເຈົ້າກໍຈະນາໍເອົາ ຄວາມເດືອດຮ້ອນ ກັບຄວາມຈິບຫາຍ ມາສູ່ ຄ້າຍພັກ ຂອງຊາວ ອິດສະຣາເອນ.
\v 19 ສ່ວນເຄື່ອງທຸກຢ່າງທີ່ ເຮັດດ້ວຍເງິນ, ຄໍາ, ທອງສໍາຣິດ ຫລື ເຫລັກ ໃຫ້ເອົາໄວ້ ຕ່າງຫາກ ສໍາລັບ ອົງພຣະຜູ້ເປັນເຈົ້າ. ໃຫ້ເກັບສິ່ງເຫລົ່າ ນັ້ນໄວ້ ໃນຄັງຂອງອົງພຣະຜູ້ເປັນເຈົ້າ.”
\s5
\v 20 ດັ່ງນັ້ນ ພວກປະໂຣຫິດ ຈຶ່ງໄດ້ເປົ່າແກ ແລະ ພໍຄົນຂອງ ໂຢຊວຍ ໄດ້ຍິນສຽງແກ ພວກເຂົາ ກໍພາກັນຮ້ອງຂຶ້ນ ເລວເສິກດ້ວຍສຽງດັງ ແລະ ກາໍແພງເມືອງ ກໍເຈື່ອນລົງ. ແລ້ວກອງທະຫານ ທັງໝົດ ກໍໄດ້ ມຸ້ງໜ້າຂຶ້ນໄປຍັງເນິນພູ ແລະ ຢຶດຄອງເມືອງທັນທີ.
\v 21 ພວກເຂົາໄດ​້ໃຊ້ດາບຂ້າທັງຍິງ ແລະ ຊາຍ ຜູ້ໜຸ່ມ ແລະ ຜູ້ເຖົ້າ, ຕະຫລອດທັງຝູງງົວ, ຝູງແກະ ແລະ ຝູງລໍ ດ້ວຍ.
\s5
\v 22 ແລ້ວ ໂຢຊວຍ ກໍໄດ້ບອກຊາຍສອງ ຄົນທີ່ເຄີຍເປັນ ນັກສືບສອດແນມ ວ່າ, “ໃຫ້ ພວກເຈົ້າ ເຂົ້າໄປໃນເຮືອນ ຂອງຍິງໂສເພນີ ແລະ ນາໍເອົານາງ ພ້ອມກັບທຸກຄົນໃນເຮືອນ ຂອງ ນາງ ອອກ ມາ ຕາມ ທີ່ໄດ້ສັນຍາໄວ້. ”
\s5
\v 23 ດັ່ງນັ້ນພວກເຂົາ ຈຶ່ງເຂົ້າໄປໃນເຮືອນ ນາໍເອົານາງ ຣາຮາບ ພ້ອມດ້ວຍ ພໍ່ແມ່, ອ້າຍ ເອື້ອຍ ນ້ອງ ແລະ ທຸກໆ ຄົນໃນຄອບຄົວ ຂອງນາງ ອອກມາ. ພວກເຂົາໄດ້ ພາຄົນທັງໝົດ ຄື ຄົນໃນຄອບຄົວ ແລະ ຄົນຮັບໃຊ້ ໄປອາໄສຢູ່ໃນບ່ອນ ປອດໄພ ໃກ້ຄ້າຍພັກ ຂອງ ຊາວ ອິດສະຣາເອນ.
\v 24 ແລ້ວພວກ ອິດສະຣາເອນ ກໍຈູດເຜົາເມືອງ ຖິ້ມຈົນກ້ຽງ ຕະຫລອດ ທຸກສິ່ງໃນເມືອງນັ້ນ ເວັ້ນໄວ້ແຕ່ ເຄື່ອງໃຊ້ ທີ່ເປັນເງິນ, ຄໍາ, ທອງສໍາຣິດ ແລະ ເຫລັກ ທີ່ພວກເຂົາໄດ້ ຢຶດເອົາ ແລະ ນາໍໄປ ໄວ້ໃນວິຫານ ຂອງ ອົງພຣະຜູ້ເປັນເຈົ້າ.
\s5
\v 25 ແຕ່ ໂຢຊວຍ ໄດ້ໄວ້ຊີວິດນາງຣາຮາບ ຍິງໂສເພນີ ພ້ອມທັງຍາດຕິພີ່ນ້ອງ ທັງໝົດຂອງນາງ ເພາະນາງໄດ້ເຊື່ອງ ນັກສືບສອດແນມ ສອງຄົນ ທີ່ເພິ່ນໄດ້ໃຊ້ໄປຍັງເມືອງ ເຢຣິໂກ. ເຊື້ອສາຍຂອງນາງ ຣາຮາບ ໄດ້ຢູ່ໃນ ອິດສະຣາເອນ ຈົນເຖິງທຸກວັນນີ້.
\s5
\v 26 ໃນເວລານັ້ນ ໂຢຊວຍ ໄດ້ອອກຄໍາເຕືອນ ຢ່າງໜັກແໜ້ນ ວ່າ, “ຖ້າຜູ້ໃດ ຜູ້ໜຶ່ງທີ່ ພະຍາຍາມ ສ້າງເມືອງ ເຢຣິໂກ ຂຶ້ນໃໝ່ ຈະ ຕົກຢູ່ໃຕ້ ຄໍາສາບແຊ່ງ ຂອງອົງພຣະຜູ້ ເປັນເຈົ້າ. ຜູ້ໃດກໍຕາມ ທີ່ສ້າງຮາກຖານ ຂອງ ເມືອງນີ້ ຈະຕ້ອງເສຍ ລູກຊາຍກົກ ຂອງຕົນ; ຜູ້ໃດ ກໍຕາມທີ່ສ້າງ ປະຕູ ຂອງເມືອງນີ້ ຈະ ຕ້ອງເສຍ ລູກຊາຍ ຫລ້າຂອງຕົນ. ”
\v 27 ອົງ ພຣະຜູ້ເປັນເຈົ້າ ສະຖິດຢູ່ກັບ ໂຢຊວຍ ແລະ ຊື່ສຽງຂອງເພິ່ນ ກໍ ຊ່າລືໄປທົ່ວທັງດິນແດນ.
\s5
\c 7
\p
\v 1 ອົງພຣະຜູ້ເປັນເຈົ້າ ໄດ້ສັ່ງຊາວ ອິດສະຣາເອນ ບໍ່ໃຫ້ເອົາສິ່ງໃດໆ ທີ່ຕ້ອງຖືກ ທາໍລາຍນັ້ນອອກໄປຈາກເມືອງ ເຢຣິໂກ, ແຕ່ ພວກເຂົາບໍ່ໄດ້ຟັງ ຄໍາສັ່ງນັ້ນ. ຍັງມີຊາຍຄົນ ໜຶ່ງ ຊື່ວ່າ ອາການ ລາວບໍ່ຍອມຟັງຄໍາສັ່ງນີ້; ສະນັ້ນ ອົງພຣະຜູ້ເປັນເຈົ້າ ຈຶ່ງໂກດຮ້າຍ ຊາວ ອິດສະຣາເອນ ຢ່າງໜັກ. ອາການ ເປັນ ລູກຂອງການໝີ ຫລານຊາຍ ຂອງ ຊັບດີ ແລະ ຄົນໃນຕະກຸນ ເຊຣາ ທີ່ເປັນສ່ວນໜຶ່ງ ຂອງເຜົ່າຢູດາ.
\s5
\v 2 ໂຢຊວຍ ໄດ້ສົ່ງບາງຄົນຈາກເມືອງ ເຢຣິໂກ ໄປຍັງເມືອງ ອາອີ ຊຶ່ງຢູ່ທາງທິດຕາເວັນອອກ ຂອງ ເບັດເອນ ໃກ້ກັບເມືອງ ເບັດອາເວນ. ໂຢຊວຍ ໄດ້ສັ່ງພວກເຂົາໄປ ສໍາຫລວດ ເບິ່ງດິນແດນ. ເມື່ອພວກເຂົາໄປ ສໍາຫລວດ ເບິ່ງແລ້ວ
\v 3 ກໍໄດ້ກັບມາ ລາຍງານ ໂຢຊວຍ ວ່າ, “ບໍ່ຈາໍເປັນຈະສົ່ງທຸກໆ ຄົນໄປຕີເອົາເມືອງ ອາອີ. ໃຫ້ສົ່ງພຽງແຕ່ ສອງ ຫລື ສາມພັນຄົນ ເທົ່ານັ້ນໄປກໍພໍ. ຢ່າສົ່ງ ກອງທັບ ທັງໝົດ ຂຶ້ນໄປສູ້ຮົບ ໃນທີ່ນັ້ນ ເພາະເມືອງ ອາອີ ນີ້ບໍ່ເປັນເມືອງໃຫຍ່.”
\s5
\v 4 ດັ່ງນັ້ນຊາວ ອິດສະຣາເອນ ປະມານ ສາມພັນຄົນ ຈຶ່ງໄດ້ອອກໄປ ບຸກໂຈມຕີ ແຕ່ ພວກເຂົາໄດ້ຖືກຕີຄືນ ໃຫ້ແຕກຖອຍໜີມາ.
\v 5 ຊາວເມືອງ ອາອີ ໄດ້ຂັບໄລ່ ຊາວອິດສະຣາເອນ ຈາກປະຕູເມືອງ ໃຫ້ຖອຍໜີ ໄປຈົນເຖິງ ເຊບາຣິມ ແລະ ຂ້າພວກເຂົາ ຕາມເນີນພູ ປະມານ 36 ຄົນ. ເມື່ອເຫັນເປັນ ເຊັ່ນນີ້ ພວກອິດສະຣາເອນ ຈຶ່ງເສຍຂວັນ ແລະ ຢ້ານກົວ.
\s5
\v 6 ໂຢຊວຍ ແລະ ພວກຜູ້ນາໍ ຂອງຊາດ ອິດສະຣາເອນ ຕ່າງກໍຈີກເຄື່ອງນຸ່ງ ຂອງຕົນ ດ້ວຍຄວາມເປັນທຸກໃຈ ແລະ ໝູບໜ້າ ກັບ ພື້ນດິນ ຕໍ່ໜ້າຫີບພັນທະສັນຍາ ຂອງ ອົງພຣະຜູ້ເປັນເຈົ້າ. ພວກເຂົາໝູບຢູ່ຢ່າງນີ້ ຕັ້ງ ແຕ່ເຊົ້າ ຈົນຄໍ່າ ພ້ອມທັງເອົາ ຂີ້ຝຸ່ນດິນ ໂຮຍ ໃສ່ ເທິງຫົວ ຕົນເອງ ເພື່ອສະແດງ ເຖິງ ຄວາມໂສກເສົ້າ ຂອງພວກເຂົາ.
\v 7 ແລ້ວ ໂຢຊວຍ ກໍກ່າວ ວ່າ, “ຂ້າແດ່ ພຣະເຈົ້າ ຢາເວ ອົງພຣະຜູ້ເປັນເຈົ້າ ເອີຍ ດ້ວຍເຫດໃດ ພຣະອົງ ຈຶ່ງໄດ້ນາໍ ພວກຂ້ານ້ອຍ ຂ້າມ ແມ່ນາໍ້ ຈໍແດນ ມາທີ່ນີ້? ກໍເພື່ອມອບ ພວກຂ້າ ນ້ອຍ ໃຫ້ແກ່ຊາວ ອາໂມ ຊັ້ນບໍ? ເປັນຫຍັງ ຈຶ່ງບໍ່ໃຫ້ ພວກຂ້ານ້ອຍ ຢູ່ຟາກແມ່ນໍ້າ ຈໍແດນ ເບື້ອງນັ້ນພຸ້ນ?
\s5
\v 8 ຂ້າແດ່ ພຣະເຈົ້າ ຢາເວ ເອີຍ ຂ້ານ້ອຍ ກ່າວຫຍັງໄດ້ແດ່? ບັດນີ້ ຈະໃຫ້ຊາວ ອິດສະຣາເອນ ປົບໜີ ຕໍ່ໜ້າເຫລົ່າສັດຕູ ຂອງ ພວກເຂົາ ຊັ້ນບໍ?
\v 9 ຊາວ ການາອານ ແລະ ພວກອື່ນ ໆ ທົ່ວທັງດິນແດນ ຈະຮູ້ເຖິງ ເລື່ອງນີ້. ພວກເຂົາຈະພາກັນ ມາປິດລ້ອມ ພວກຂ້ານ້ອຍໄວ້ ແລະ ສັງຫານ ພວກຂ້ານ້ອຍ ທຸກໆ ຄົນຖິ້ມ; ແລ້ວພຣະອົງຈະກະທາໍ ຢ່າງໃດ ເພື່ອຮັກສາກຽດ ສັກສີ ຂອງ ພຣະອົງ ໄວ້? ”
\s5
\v 10 ອົງພຣະຜູ້ເປັນເຈົ້າ ໄດ້ບອກ ໂຢຊວຍ ວ່າ, “ຈົ່ງລຸກຂຶ້ນ ເປັນຫຍັງເຈົ້າ ຈຶ່ງໝູບໜ້າ ຢູ່ ຢ່າງ ນີ້?
\v 11 ຊາດອິດສະຣາເອນ ໄດ້ເຮັດ ບາບ ພວກເຂົາໄດ້ ລະເມີດ ພັນທະສັນຍາ ທີ່ ເຮົາໄດ້ສັ່ງ ພວກເຂົາໃຫ້ຖືຮັກສາ. ພວກເຂົາ ໄດ້ເອົາບາງສິ່ງບາງຢ່າງ ທີ່ຕ້ອງ ຖືກທາໍລາຍ ນັ້ນ. ພວກເຂົາໄດ້ລັກເອົາມາ ແລະ ອໍາໄວ້ ແລ້ວ ເອົາສິ່ງເຫລົ່ານີ້ ລວມເຂົ້າ ກັບສິ່ງຂອງ ຂອງຕົນເອງ.
\v 12 ດ້ວຍເຫດນີ້ ຊາວອິດສະຣາເອນ ຈຶ່ງສູ້ຮົບເຫລົ່າສັດຕູ ຂອງ ພວກເຂົາ ບໍ່ໄດ້. ພວກເຂົາ ຖືກຕີ ໃຫ້ ຖອຍໜີ ໄປ ກໍຍ້ອນ ວ່າ ພວກເຂົາເປັນຝ່າຍ ທີ່ຕ້ອງ ຖືກທາໍລາຍ ເຮົາຈະບໍ່ຢູ່ກັບພວກເຈົ້າ ຕໍ່​ໄປ ຈົນກວ່າ ພວກເຈົ້າຈະທາໍລາຍ ສິ່ງທີ່ເຮົາຫ້າມ ບໍ່ໃຫ້ເອົານັ້ນ.
\s5
\v 13 ຈົ່ງລຸກຂຶ້ນໄປ ເຮັດພິທີຊໍາລະ ປະຊາຊົນໃຫ້ ບໍຣິສຸດ ແລະ ຕຽມ ພວກເຂົາ ໃຫ້ ພ້ອມທີ່ຈະເຂົ້າມາ ພົບເຮົາ. ຈົ່ງບອກ ພວກເຂົາ ໃຫ້ຕຽມພ້ອມໃນມື້ອື່ນ ເພາະ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ ຂອງ ຊາດ ອິດສະຣາເອນ ກ່າວດັ່ງນີ້, ‘ຊາດ ອິດສະຣາເອນ ເອີຍ ພວກເຈົ້າໄດ້ລັກເອົາ ບາງສິ່ງບາງຢ່າງທີ່ເຮົາ ໄດ້ສັ່ງໃຫ້ ທໍາລາຍ ນັ້ນ ມາເປັນຂອງຕົນ ພວກເຈົ້າຈະສູ້ຮົບ ເຫລົ່າສັດຕູ ບໍ່ໄດ້ ຈົນກວ່າ ພວກເຈົ້າ ຈະທາໍ ລາຍ ສິ່ງເຫລົ່ານັ້ນເສຍ.
\s5
\v 14 ສະນັ້ນ ຈົ່ງບອກພວກເຂົາ ວ່າ ໃນມື້ອື່ນ ເຊົ້າ ພວກເຂົາຈະຖືກນາໍ ອອກມາ ຂ້າງໜ້າ ເປັນເຜົ່າ. ຖ້າເຮົາ ຄັດເອົາ ເຜົ່າໃດແລ້ວ ໃຫ້ ຄົນໃນເຜົ່ານັ້ນ ເຂົ້າມາ ເປັນຕະກຸນ. ຖ້າເຮົາ ຄັດເອົາຕະກຸນ ໃດແລ້ວ ໃຫ້ຄົນໃນຕະກຸນ ນັ້ນເຂົ້າມາ ເປັນຄອບຄົວ. ຖ້າເຮົາ ຄັດເອົາ ຄອບຄົວ ໃດແລ້ວ ໃຫ້ຄົນໃນຄອບຄົວ ນັ້ນ ອອກມາ ຂ້າງໜ້າ ເທື່ອລະຄົນ.
\v 15 ຜູ້ໃດ ທີ່ ຖືກຈັບໄດ້ ພ້ອມກັບ ສິ່ງຂອງ ທີ່ຕ້ອງຖືກ ທາໍລາຍ ຈະຖືກເຜົາທັງເປັນ ພ້ອມກັບ ທຸກໆ ຄົນ ໃນຄອບຄົວ ຂອງລາວ ແລະ ທຸກໆ ສິ່ງ ທີ່ເປັນຂອງລາວ. ດ້ວຍວ່າ, ລາວໄດ້ນາໍເອົາ ຄວາມອັບອາຍ ອັນໃຫຍ່ຫລວງ ມາສູ່ຊາດ ອິດສະຣາເອນ ແລະ ທັງໄດ້ ລະເມີດ ພັນທະສັນຍາ ຂອງເຮົາ.”
\s5
\v 16 ວັນໃໝ່ມາ ແຕ່ເດິກ ໆ ໂຢຊວຍ ໄດ້ ນາໍ ເອົາຊາວ ອິດສະຣາເອນ ແຕ່ລະເຜົ່າໄປ ຂ້າງໜ້າ ແລະ ເຜົ່າຢູດາ ເປັນເຜົ່າ ທີ່ຖືກເລືອກ.
\v 17 ເພິ່ນໄດ້ນາໍເອົາ ເຜົ່າຢູດາ ໄປ ຂ້າງໜ້າ ແລະ ຕະກຸນ ເຊຣາ ໄດ້ຖືກເລືອກ; ແລ້ວເພິ່ນກໍໄດ້ນາໍເອົາ ຕະກຸນ ເຊຣາ ໄປຂ້າງໜ້າ ແຕ່ລະຄອບຄົວ ແລະ ຄອບຄົວ ຊັບດີ ໄດ້ຖືກເລືອກ.
\v 18 ເພິ່ນໄດ້ເອົາ ຄອບຄົວ ຊັບດີ ໄປຂ້າງໜ້າ ແຕ່ລະຄົນ; ແລະ ອາການ ລູກຊາຍ ຂອງ ການໝີ, ຫລານຊາຍ ຂອງ ຊັບດີ ກໍຖືກເລືອກ.
\s5
\v 19 ສະນັ້ນ ໂຢຊວຍ ຈຶ່ງໄດ້ກ່າວແກ່ ອາການ ວ່າ, “ລູກເອີຍ ຂໍໃຫ້ເຈົ້າເວົ້າຄວາມຈິງ ຕໍ່ໜ້າອົງພຣະຜູ້ເປັນເຈົ້າ ພຣະເຈົ້າ ຂອງ ຊາດ ອິດສະຣາເອນ ແລະ ສາລະພາບ ຜິດ ບາບສາ. ຈົ່ງບອກເຮົາມາດຽວນີ້ ວ່າ ເຈົ້າໄດ້ເຮັດຫຍັງແດ່? ຢ່າພະຍາຍາມ ປິດບັງ ເຮົາເລີຍ. ”
\v 20 ອາການ ຕອບ ວ່າ, “ເປັນ ຄວາມຈິງແທ້ ທີ່ຂ້ານ້ອຍໄດ້ເຮັດບາບ ຕໍ່ສູ້ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ ຂອງ ຊາດ ອິດສະຣາເອນ ແລະ ຂ້ານ້ອຍໄດ້ ເຮັດສິ່ງດັ່ງ ຕໍ່ໄປນີ້:
\v 21 ໃນຈາໍນວນ ສິ່ງຂອງ ທີ່ ພວກເຮົາຢຶດມາໄດ້ນັ້ນ ຂ້ານ້ອຍ ໄດ້ເຫັນເສື້ອຄຸມ ງາມ ໂຕໜື່ງ ຂອງຊາວ ບາບີໂລນ ແລະ ເງິນ ໜັກປະມານ ສອງ ກິໂລກາຼມ ແລະ ຄໍາແທ່ງ ໜຶ່ງໜັກ ກວ່າ ເຄິ່ງກິໂລກາຼມ. ຂ້ານ້ອຍ ຢາກໄດ້ ສິ່ງເຫລົ່ານັ້ນຫລາຍ ເລີຍໄດ້ເຊື່ອງ ເອົາໄວ້ ທ່ານຈະພົບ​ສິ່ງ​ເຫລົ່າ​ນັ້ນ ຝັງ​ໄວ້​ຢູ່​ໃຕ້ພື້ນດິນ ໃນຜ້າເຕັນຂອງຂ້ານ້ອຍ ສ່ວນເງິນ ແມ່ນຢູ່ກ້ອງລຸ່ມນັ້ນ.”
\s5
\v 22 ດັ່ງນັ້ນ ໂຢຊວຍ ຈຶ່ງໃຊ້ຄົນແລ່ນ ໄປ ເບິ່ງໃນຜ້າເຕັນ ແລະ ພົບສິ່ງຂອງ ດັ່ງກ່າວ ນັ້ນ ພ້ອມກັບເງິນ ຝັງໄວ້ໃນຜ້າເຕັນ ແທ້.
\v 23 ພວກເຂົາ ຈຶ່ງນາໍເອົາສິ່ງຂອງ ເຫລົ່ານັ້ນ ອອກມາ ຈາກຜ້າເຕັນ ໃຫ້ ໂຢຊວຍ ແລະ ຊາວອິດສະຣາເອນ ທັງປວງເບິ່ງ ແລ້ວວາງ ສິ່ງຂອງ ນັ້ນລົງຊ້ອງໜ້າ ອົງພຣະຜູ້ເປັນເຈົ້າ.
\s5
\v 24 ໂຢຊວຍ ແລະ ຊາວອິດສະຣາເອນ ທຸກຄົນ ຈຶ່ງໄດ້ຈັບ ອາການ ພ້ອມທັງຢຶດເອົາ ເງິນ, ເສື້ອຄຸມ, ແທ່ງຄໍາ, ຕະຫລອດ ທັງລູກ ຊາຍ ຍິງ, ຝູງສັດ, ລໍ, ແກະ, ຜ້າເຕັນ ແລະ ສິ່ງ ອື່ນ ໆ ອີກທຸກຢ່າງທີ່ລາວມີ ແລະ ເຂົາໄດ້ນາໍ ໄປຍັງຮ່ອມພູ ອາໂຄ.
\s5
\v 25 ໂຢຊວຍ ໄດ້ກ່າວ ວ່າ, “ເປັນຫຍັງເຈົ້າ ຈຶ່ງໄດ້ເຮັດໃຫ້ພວກເຮົາ ເດືອດຮ້ອນ ຢ່າງນີ້? ບັດນີ້ ອົງພຣະຜູ້ເປັນເຈົ້າ ຈະເຮັດໃຫ້ເຈົ້າ ເດືອດຮ້ອນ. ” ພໍກ່າວສຸດແລ້ວ ທຸກຄົນ ກໍ ແກວ່ງ ກ້ອນຫິນໃສ່ ອາການ ຈົນຕາຍ; ພວກເຂົາ ຍັງໄດ້ແກວ່ງ ກ້ອນຫິນໃສ່ ຄົນໃນຄອບຄົວຂອງລາວ ແລະ ເຜົາພວກເຂົາ ຕະຫລອດ ທັງທຸກສິ່ງທີ່ ພວກເຂົາມີ.
\v 26 ຫລັງຈາກນັ້ນ ພວກເຂົາກໍເອົາຫິນ ມາເຮັດ ເປັນກອງໃຫຍ່ ຖົມລາວໄວ້ ຊຶ່ງຍັງ ມີຢູ່ເທົ່າ ທຸກວັນນີ້. ດັ່ງນັ້ນແຫລະ ບ່ອນນີ້ ຈຶ່ງເອີ້ນວ່າ ຮ່ອມພູ ອາໂຄ. ແລ້ວອົງພຣະຜູ້ ເປັນເຈົ້າ ກໍບໍ່ໄດ້ໂກດຮ້າຍ ອີກຕໍ່ໄປ.
\s5
\c 8
\p
\v 1 ອົງພຣະຜູ້ເປັນເຈົ້າ ໄດ້ສັ່ງ ໂຢຊວຍ ວ່າ, “ຈົ່ງນາໍເອົາທະຫານ ທັງໝົດ ຂຶ້ນໄປຍັງເມືອງ ອາອີ. ຢ່າຢ້ານ ຫລື ທໍ້ຖອຍໃຈ ເລີຍ. ເຮົາຈະ ໃຫ້ເຈົ້າ ຮົບຊະນະ ກະສັດ ແຫ່ງ ອາອີ, ປະຊາຊົນ, ຫົວເມືອງ ຕະຫລອດ ທັງດິນ ແດນຂອງລາວ ດ້ວຍ.
\v 2 ເຈົ້າຈົ່ງເຮັດຕໍ່ ເມືອງ ອາອີ ແລະ ກະສັດຂອງເມືອງນີ້ ເໝືອນດັ່ງທີ່ເຈົ້າໄດ້ເຮັດຕໍ່ເມືອງ ເຢຣິໂກ ແລະ ກະສັດ ຂອງ ເມືອງນັ້ນ. ແຕ່ໃນຄັ້ງນີ້ ໃຫ້ ພວກເຈົ້າ ເອົາສິ່ງຂອງ ແລະ ຝູງສັດມາ ເປັນ ຂອງພວກເຈົ້າໄດ້. ຈົ່ງຕຽມໂຈມຕີ ເມືອງ ທາງ ດ້ານຫລັງໂດຍ ບໍ່ໃຫ້ ພວກເຂົາ ຮູ້ຕົວ.”
\s5
\v 3 ດັ່ງນັ້ນ ໂຢຊວຍ ຈຶ່ງຕຽມເອົາທະຫານ ທັງໝົດໄປໂຈມຕີ ເມືອງ ອາອີ. ເພິ່ນໄດ້ ເລືອກເອົາ ທະຫານ ທີ່ ເກັ່ງກ້າ ສາມໝື່ນຄົນ ແລະໃຫ້ເຄື່ອນທັບໄປໃນຕອນ ກາງຄືນ
\v 4 ໂດຍໄດ້ສັ່ງ ວ່າ, “ຈົ່ງລີ້ຢູ່ທາງ ດ້ນຫລັງ ຂອງ ຕົວເມືອງ ແຕ່ຢ່າໃຫ້ໄກ ຈາກ ຕົວເມືອງ ຫລາຍ ແລ້ວໃຫ້ພາກັນຕຽມພ້ອມເຂົ້າໂຈມຕີ.
\s5
\v 5 ສ່ວນຂ້ອຍເອງ ກັບ ທະຫານ ທີ່ໄປນາໍຂ້ອຍ ຈະເຂົ້າໄປໃກ້ ຕົວເມືອງ. ພໍເມື່ອກອງທັບຂອງຊາວ ອາອີ ອອກມາໂຈມຕີ ພວກເຮົາຈະຖອຍໜີ ດັ່ງທີ່ພວກເຮົາໄດ້ເຮັດ ມາ ໃນຄັ້ງທາໍອິດນັ້ນ.
\v 6 ພວກເຮົາ ຈະລໍ ພວກເຂົາ ໃຫ້ໄລ່ ຕິດຕາມ ພວກເຮົາ ອອກ ໄປໄກ ຈາກ ຕົວເມືອງ. ພວກເຂົາຈະຕ້ອງຄິດ ວ່າ ພວກເຮົາ ປົບໜີໄປ ດັ່ງເທື່ອກ່ອນ.
\v 7 ແລ້ວໃຫ້ ພວກເຈົ້າ ອອກມາ ຈາກ ບ່ອນລີ້ ແລະ ເຂົ້າຢຶດຄອງ ຕົວເມືອງ. ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ ຂອງ ພວກເຈົ້າ ຈະ ຍົກ ເມືອງ ນີ້ ໃຫ້ ພວກເຈົ້າ.
\s5
\v 8 ຫລັງຈາກ ຢຶດຄອງ ເມືອງແລ້ວ ໃຫ້ຈູດ ເມືອງ ຖິ້ມໂລດ ຕາມທີ່ອົງພຣະຜູ້ເປັນເຈົ້າ ໄດ້ ສັ່ງໄວ້. ”
\v 9 ດັ່ງນັ້ນ ໂຢຊວຍ ຈຶ່ງຍົກທັບ ອອກໄປ ແລະ ພວກທະຫານ ກໍໄດ້ ໄປລີ້ ຢູ່ ທາງທິດຕາເວັນຕົກ ຂອງ ເມືອງ ອາອີ ລະຫວ່າງ ເມືອງ ອາອີ ກັບ ເມືອງ ເບັດເອນ. ສ່ວນ ໂຢຊວຍ ນັ້ນໄດ້ ຄ້າງຄືນ ຢູ່ໃນຄ້າຍພັກ.
\s5
\v 10 ຕອນເຊົ້າແຕ່ເດິກ ໆ ໂຢຊວຍ ໄດ້ ລຸກ ຂຶ້ນ ແລະ ເອີ້ນບັນດາ ທະຫານ ມາປະຊຸມ. ແລ້ວເພິ່ນເອງ ແລະ ພວກຜູ້ນາໍ ຊາດອິດສະຣາເອນ ກໍໄດ້ ຍົກທັບໄປຍັງ ເມືອງ ອາອີ.
\v 11 ພວກທະຫານ ທີ່ ໄປກັບເພິ່ນ ນັ້ນໄດ້ມຸ້ງໜ້າໄປສູ່ປະຕູ ເມືອງ ແລະ ຕັ້ງຄ້າຍພັກຢູ່ທາງດ້ານເໜືອ ບ່ອນທີ່ມີຮ່ອມພູ ຂັ້ນ ລະຫວ່າງ ພວກເຂົາ ແລະ ເມືອງ ອາອີ.
\v 12 ເພິ່ນໄດ້ ນາໍເອົາທະຫານ ປະມານ ຫ້າພັນ ຄົນໄປລີ້ ຢູ່ທາງ ທິດຕາເວັນຕົກ ຂອງ ເມືອງ ລະຫວ່າງ ເມືອງ ອາອີ ແລະ ເມືອງ ເບັດເອນ.
\s5
\v 13 ພວກທະຫານ ໄດ້ຈັດຕຽມ ການສູ້ຮົບ ດັ່ງນີ້: ຄ້າຍໃຫຍ່ ໃຫ້ຕັ້ງຢູ່ທາງ ດ້ານເໜືອ ຂອງ ເມືອງ ແລະ ນອກນັ້ນໃຫ້ ຢູ່ທາງດ້ານ ຕາເວັນອອກ. ສ່ວນ ໂຢຊວຍ ນັ້ນໄດ້ຄ້າງຄືນ ຢູ່ໃນຮ່ອມພູ.
\v 14 ເມື່ອກະສັດ ເມືອງ ອາອີ ໄດ້ເຫັນ ທະຫານ ຂອງ ໂຢຊວຍ ເພິ່ນກໍລະດົມພົນທັນທີ ເພິ່ນພ້ອມທະຫານ ທັງໝົດ ຟ້າວອອກໄປສູ່ຮ່ອມພູ ຈໍແດນ ເພື່ອຕໍ່ສູ້ພວກ ອິດສະຣາເອນ ໃນບ່ອນເກົ່າ ທີ່ເຄີຍໄດ້ ສູ້ຮົບ ມາແລ້ວ ໂດຍບໍ່ຮູ້ວ່າຕົນຈະຖືກຫລອນ ໂຈມຕີທາງ ດ້ານຫລັງ.
\s5
\v 15 ໂຢ​ຊວຍ ແລະ ທະ​ຫານ ໄດ້​ທຳ​ທ່າ​ຖອຍ​ຄືນ ໂດຍ​ປົບ​ໜີ​ໄປ​ທາງ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ
\v 16 ​ຝ່າຍ​ຜູ້​ຊາຍ​ຢູ່​ໃນ​ເມ​ືອງ​ທ​ຸກ​ຄົນ​ກໍ​ໄລ່​ຕາມ​ໄປ ແລະ​ໃນ​ຂະ​ນະ​ທີ່​ພວກ​ເຂົາ​ໄລ່​ຕາມໂຢ​ຊວຍໄປ​ນັ້ນ ພວກ​ເຂົາ​ກໍ​ຫ່າງ​ຈາກ​ຕົວ​ເມືອງ​ອອກ​ໄປ​ເລື້ອຍ ໆ.
\v 17 ຜູ້​ຊາຍ​ທ​ຸກຄົນ​ໃນ​ເມືອງ ອາ​ອີ [ຄ] ໄດ້​ອອກ​ໄລ່​ຕາມ​ພວກ ອິດ​ສະ​ຣາ​ເອນ​ໄປ ແລະ​ປ່ອຍ​ໃຫ້​ຕົວ​ເມືອງ ເປີດ​ປະ​ຕູ​ໄວ້ ຢ່າງບໍ່​ມີ​ໃຜ​ປ້ອງ​ກັນ.
\s5
\v 18 ແລ້ວ ອົງພຣະຜູ້ເປັນເຈົ້າ ກໍໄດ້ ກ່າວແກ່ ໂຢຊວຍ ວ່າ, “ຈົ່ງເອົາຫອກຂອງເຈົ້າ ຊີ້ໄປທາງເມືອງອາອີ ເຮົາກາໍລັງມອບເມືອງອາອີ ໃຫ້ເຈົ້າ. ” ໂຢຊວຍ ກໍປະຕິບັດຕາມທີ່ ພຣະອົງໄດ້ບອກ
\v 19 ແລະພໍ ໂຢຊວຍ ຍົກ ມືຂຶ້ນ ພວກທີ່ໄດ້ລີ້ຢູ່ນັ້ນ ກໍຟ້າວ ແລ່ນອອກ ມາ ຢ່າງວ່ອງໄວ ແລະເຂົ້າຢຶດຄອງເມືອງທັນທີ. ພວກເຂົາຈູດເຜົາເມືອງຖິ້ມທັນໃດໂລດ.
\s5
\v 20 ເມື່ອຊາວເມືອງອາອີ ຫລຽວຄືນຫລັງ ເຫັນຄວັນໄຟຟົ້ງຂຶ້ນສູ່ທ້ອງຟ້າ ພວກເຂົາ ກໍບໍ່ ມີ ຊ່ອງທາງທີ່ຈະປົບໜີໄປໄດ້ ອີກແລ້ວ ເພາະພວກອິດສະຣາເອນ ທີ່ກາໍລັງແລ່ນ ໄປທາງຖິ່ນແຫ້ງແລ້ງ ກັນດານນັ້ນ ບັດນີ້ໄດ້ ຫັນໜ້າມາໂຈມຕີ ພວກເຂົາຄືນ.
\v 21 ເມື່ອ ໂຢຊວຍ ກັບຄົນຂອງເພິ່ນ ເຫັນວ່າ ທະຫານ ອິດສະຣາເອນ ໄດ້ ຢຶດຄອງ ເມືອງ ແລະ ຈູດ ເຜົາເມືອງແລ້ວ ພວກເຂົາກໍຫັນມາ ເລີ່ມຂ້າພວກຜູ້ຊາຍອາອີ.
\s5
\v 22 ບັດນີ້ ພວກອິດສະຣາເອນ ທີ່ຢູ່ໃນເມືອງກໍໄດ້ອອກມາສົມທົບ ສູ້ຮົບ. ສະນັ້ນພວກອາອີ ຈຶ່ງຖືກປິດລ້ອມໄວ້ ຢ່າງ ສິ້ນເຊີງ ແລະ ພວກອິດສະຣາເອນ ໄດ້ ຂ້າພວກເຂົາ ຖິ້ມໂດຍບໍ່ມີຜູ້ໃດໜີພົ້ນ ແລະລອດຊີວິດໄປໄດ້
\v 23 ນອກຈາກກະສັດແຫ່ງອາອີ ເທົ່ານັ້ນ ທີ່ພວກເຂົາໄລ່ຈັບໄດ້ ແລະນາໍຕົວມາຫາໂຢຊວຍ.
\s5
\v 24 ພວກອິດສະຣາເອນ ໄດ້ຂ້າສັດຕູ ທຸກຄົນໃນຖິ່ນແຫ້ງແລ້ງ ກັນດານ ບ່ອນທີ່ພວກເຂົາໄດ້ ໄລ່ຕິດຕາມ ຂ້າເສິກໄປ. ແລ້ວພວກເຂົາ ກໍໄດ້ ກັບມາ ຍັງເມືອງ ອາອີ ແລະ ຂ້າທຸກໆ ຄົນໃນເມືອງຖິ້ມ.
\v 25-26 ສ່ວນ ໂຢຊວຍ ຍັງສືບຕໍ່ຊີ້ ຫອກ ຂອງຕົນໄປສູ່ ເມືອງ ອາອີ ຈົນກວ່າ ທຸກຄົນ ໃນ ເມືອງ ຖືກ ຂ້າ ໝົດ. ໃນມື້ນັ້ນ ຄົນໃນເມືອງ ອາອີ ທຸກຄົນ ໄດ້ຖືກຂ້າ ຊຶ່ງລວມທັງຊາຍ ແລະ ຍິງ ທັງໝົດ ມີ ສິບສອງພັນຄົນ.
\s5
\v 27 ພວກອິດສະຣາເອນ ໄດ້ຢຶດເອົາຝູງສັດ ແລະ ສິ່ງຂອງ ໃນເມືອງ ມາເປັນຂອງຕົນ ຕາມທີ່ ອົງພຣະຜູ້ເປັນເຈົ້າ ໄດ້ບອກ ໂຢຊວຍ.
\v 28 ໂຢຊວຍ ໄດ້ເຜົາເມືອງ ອາອີ ແລະ ປະໃຫ້ເປັນເມືອງ ຮ້າງ. ສະນັ້ນ ເມືອງ ອາອີ ຈຶ່ງຍັງເປັນເມືອງ ຮ້າງ ຕະຫລອດ ມາ ເຖິງ ເທົ່າທຸກ ວັນນີ້.
\s5
\v 29 ເພິ່ນໄດ້ ແຂວນຄໍ ກະສັດ ແຫ່ງ ອາອີ ທີ່ເທິງ ຕົ້ນໄມ້ ແລະ ປະໄວ້ ຈົນຮອດຄໍ່າ. ພໍຕາເວັນຕົກດິນແລ້ວ ໂຢຊວຍ ກໍສັ່ງໃຫ້ ຄົນປົດເອົາສົບລົງມາ ຈາກຕົ້ນໄມ້ ແລະໄດ້ໂຍນ ສົບນັ້ນຖິ້ມໄວ້ ທາງປະຕູ ເຂົ້າເມືອງ. ພວກເຂົາໄດ້ ເອົາກ້ອນຫິນກອງຖົມລາວໄວ້ ເປັນກອງໃຫຍ່ ຊຶ່ງຍັງມີຢູ່ເທົ່າທຸກ ວັນນີ້.
\s5
\v 30 ຕໍ່ມາ ທີ່ພູເຂົາເອບານ ໂຢຊວຍ ໄດ້ສ້າງແທ່ນບູຊາຖວາຍ ແກ່ ອົງພຣະຜູ້ ເປັນເຈົ້າ ພຣະເຈົ້າ ຂອງຊາດອິດສະຣາເອນ.
\v 31 ເພິ່ນໄດ້ ສ້າງຂຶ້ນຕາມແບບທີ່ ໂມເຊ ຜູ້ຮັບໃຊ້ ຂອງ ພຣະເຈົ້າ ໄດ້ສັ່ງໄວ້ ກັບຊາວ ອິດສະຣາເອນ ດັ່ງທີ່ໄດ້ ກ່າວໄວ້ ຕາມກົດບັນ ຍັດຂອງ ໂມເຊ ວ່າ, “ແທ່ນບູຊາ ສ້າງຂຶ້ນດ້ວຍຫິນ ທີ່ບໍ່ໃຊ້ ເຄື່ອງມື ເປັນໂລຫະ ຕັດ. ” ທີ່ເທິງແທ່ນນັ້ນ ພວກເຂົາໄດ້ ເຜົາເຄື່ອງຖວາຍບູຊາ ດ້ວຍໄຟ ແກ່ອົງພຣະຜູ້ເປັນເຈົ້າ ແລະ ຖວາຍ ເພື່ອຄວາມສາມັກຄີທາໍ.
\v 32 ໃນທີ່ນັ້ນ ຕໍ່ໜ້າຊາວ ອິດສະຣາເອນ ໂຢຊວຍ ໄດ້ ຈາລຶກ ກົດບັນຍັດ ທີ່ ໂມເຊ ໄດ້ຂຽນໃສ່ ໄວ້ທີ່ຫິນ ນັ້ນ. [ງ]
\s5
\v 33 ຊາວອິດສະຣາເອນ ພ້ອມທັງພວກຜູ້ນາໍ, ບັນດາເຈົ້າໜ້າທີ່, ພວກຜູ້ຕັດສິນ, ຕະຫລອດ ທັງຄົນ ຕ່າງດ້າວ ທີ່ ອາໄສຢູ່ນາໍ ພວກເຂົາ ຕ່າງກໍໄດ້ ຢືນຢູ່ ສອງ ຟາກຂ້າງ ຂອງຫີບ ພັນທະສັນຍາ ຂອງ ອົງພຣະຜູ້ເປັນເຈົ້າ ໂດຍ ປິ່ນໜ້າໃສ່ ປະໂຣຫິດ ຊາວເລວີ ຜູ້ ທີ່ມີ ໜ້າທີ່ຫາມ ຫີບ. ປະຊາຊົນເຄິ່ງໜຶ່ງໄດ້ ຢືນປິ່ນຫລັງໃສ່ ພູເຂົາ ເກຣີຊິມ ແລະ ອີກເຄິ່ງ ໜຶ່ງ ໄດ້ຢືນປິ່ນຫລັງໃສ່ ພູເຂົາ ເອບານ. ໂມເຊ ຜູ້ຮັບໃຊ້ຂອງພຣະເຈົ້າ ໄດ້ສັ່ງໃຫ້ ພວກເຂົາເຮັດເຊັ່ນນີ້ ເມື່ອເຖິງເວລາ ທີ່ ພວກເຂົາຈະຮັບພອນ.
\s5
\v 34 ແລ້ວ ໂຢຊວຍ ກໍໄດ້ອ່ານ ກົດບັນຍັດ ທັງໝົດ ດ້ວຍສຽງດັງ ພ້ອມທັງອ່ານ ຄໍາອວຍພອນ ກັບ ຄໍາສາບແຊ່ງ ທີ່ໄດ້ມີຂຽນໄວ້ ໃນໜັງສື ກົດບັນຍັດ ຂອງ ພຣະເຈົ້າ.
\v 35 ໂຢຊວຍ ໄດ້ອ່ານ ກົດບັນຍັດ ຂອງ ໂມເຊ ທຸກ ຂໍ້ ຢູ່ຕໍ່ໜ້າຊຸມນຸມ ທັງໝົດ ຊຶ່ງລວມທັງ ຜູ້ຍິງ, ເດັກນ້ອຍ, ຕະຫລອດທັງຊາວ ຕ່າງດ້າວ ທີ່ ອາໄສຢູ່ກັບພວກເຂົາ.
\s5
\c 9
\p
\v 1 ໄຊຊະນະ ຂອງ ຊາວ ອິດສະຣາເອນ ໄດ້ ຊ່າລືໄປ ຈົນເຖິງກະສັດທັງປວງ ທີ່ທາງພາກ ຕາເວັນຕົກ ຂອງ ແມ່ນາໍ້ ຈໍແດນ ດັ່ງນີ້: ພວກ ທີ່ຢູ່ເທິງພູເຂົາ, ຕາມ ຕີນພູ, ຕາມ ທົ່ງຮາບພຽງ ແລະ ຕາມ ຝັ່ງທະເລ ເມດີແຕຣາເນ ທາງເໜືອ ຈົນເຖິງ ເລບານອນ. ພວກນີ້ ແມ່ນ ກະສັດ ຂອງ ຊາວ ຮິດຕີ, ຊາວ ອາໂມ, ຊາວການາອານ, ຊາວ ເປຣີຊີ, ຊາວ ຮີວີ ແລະ ຊາວ ເຢບຸດ.
\v 2 ພວກເຂົາໄດ້ມາ ຮ່ວມກັນ ຕໍ່ສູ້ ໂຢຊວຍ ແລະ ຊາວ ອິດສະຣາເອນ.
\s5
\v 3 ເມື່ອຊາວ ກີເບໂອນ ຜູ້ທີ່ເປັນຄົນ ຮີວີ ໄດ້ຍິນເຖິງເລື່ອງຊຶ່ງ ໂຢຊວຍ ໄດ້ເຮັດຕໍ່ເມືອງ ເຢຣິໂກ ແລະ ເມືອງ ອາອີ
\v 4 ພວກເຂົາ ຈຶ່ງໄດ້ ຊອກຫາ ວິທີໃຊ້ອຸບາຍ ຫລອກລວງ ໂຢຊວຍ. ພວກເຂົາໄດ້ນາໍເອົາ ເຂົ້າປາ ອາຫານ ໃສ່ ຖົງ ຂາດໆ ເອົາ ເຫລົ້າ ອະງຸ່ນໃສ່ຖົງ ໜັງຂາດ ແລະ ຕາບ ແລະ ພາດໃສ່ ຫລັງ ລໍ.
\v 5 ພວກເຂົາໄດ້ ນຸ່ງເຄື່ອງ ເກົ່າ ແລະ ໃສ່ເກີບຂາດ ທີ່ ຖ​ິ້ມແລ້ວ. ສ່ວນເຂົ້າຈີ່ ທີ່​ຖືໄປນາໍ ນັ້ນ ກໍແຫ້ງ ແລະ ຕົກໂໝກ.
\s5
\v 6 ແລ້ວ ພວກເຂົາ ກໍ ໄປ ຫາ ໂຢຊວຍ ແລະ ຊາວ ອິດສະຣາເອນ ທີ່ ຄ້າຍພັກ ຂອງ ເມືອງ ກິນການ ແລະ ເວົ້າ ວ່າ, “ພວກຂ້ານ້ອຍ ເດີນທາງມາຈາກ ດິນແດນໄກ ແລະ ຢາກເຮັດ ຂໍ້ຕົກລົງ ກັບ ພວກທ່ານ. ”
\v 7 ແຕ່ ຊາວອິດສະຣາເອນ ໄດ້ເວົ້າວ່າ, “ພວກເຈົ້າ ອາດຈະຢູ່ໃກ້ ກັບ ພວກເຮົານີ້ ກໍໄດ້ ດ້ວຍເຫດໃດ ພວກເຮົາ ຈຶ່ງຈະເຮັດ ຂໍ້ຕົກລົງ ກັບ ພວກເຈົ້າ? ”
\v 8 ພວກເຂົາ ໄດ້ກ່າວແກ່ ໂຢຊວຍ ວ່າ, “ພວກຂ້ານ້ອຍ ມາຂໍຮັບໃຊ້ ທ່ານ. ” ໂຢຊວຍ ຈຶ່ງໄດ້ ຖາມ ພວກເຂົາ ວ່າ, “ພວກເຈົ້າ ແມ່ນໃຜ ແລະ ມາຈາກໃສ?”
\s5
\v 9 ແລ້ວພວກເຂົາ ກໍໄດ້ ເລົ່າເລື່ອງໃຫ້ ໂຢຊວຍ ຟັງວ່າ, “ທ່ານເອີຍ ພວກຂ້ານ້ອຍໄດ້ ມາແຕ່ ດິນແດນໄກທີ່ສຸດ ເພາະໄດ້ຍິນເລື່ອງກ່ຽວກັບ ອົງພຣະຜູ້ ເປັນເຈົ້າ ພຣະເຈົ້າ ຂອງທ່ານ. ພວກຂ້ານ້ອຍໄດ້ຍິນ ເຖິງ ທຸກໆສິ່ງ ທີ່ ພຣະອົງ ໄດ້ກະທາໍ ໃນປະເທດເອຢິບ
\v 10 ແລະ ເຖິງ ທຸກໆ ສິ່ງທີ່ພຣະອົງໄດ້ເຮັດ ຕໍ່ ກະສັດ ຂອງຊາວ ອາໂມ ສອງຄົນທີ່ ທາງທິດ ຕາເວັນອອກ ຂອງ ແມ່ນໍ້າ ຈໍແດນ ຄື ເຈົ້າສີໂຫນ ກະສັດ ແຫ່ ງ ເຮັດຊະໂບນ ແລະ ເຈົ້າໂອກ ກະສັດແຫ່ງ ບາຊານ ທີ່ ປົກຄອງຢູ່ໃນ ເມືອງ ອັດຊະທາໂຣດ.
\s5
\v 11 ດັ່ງນັ້ນແຫລະ ບັນດາຜູ້ນາໍ ຂອງ ພວກຂ້ານ້ອຍ ແລະປະຊາຊົນ ທັງໝົດ ໃນດິນແດນ ຈຶ່ງໄດ້ບອກ ພວກຂ້ານ້ອຍໃຫ້ ນາໍເອົາ ເຂົ້າປາອາຫານ ອອກເດີນທາງມາຫາທ່ານ. ພວກເຂົາໄດ້ ບອກໃຫ້ ພວກຂ້ານ້ອຍມາຂໍຮັບໃຊ້ ທ່ານ ແລະຢາກໃຫ້ ທ່ານເຮັດຂໍ້ຕົກລົງ ກັບພວກຂ້ານ້ອຍ.
\v 12 ຈົ່ງເບິ່ງເຂົ້າຈີ່ ຂອງພວກຂ້ານ້ອຍນີ້ດູ ຕອນອອກຈາກບ້ານມາ ຍັງອຸ່ນໆຢູ່ ແຕ່ດຽວນີ້ ແຫ້ງ ແລະຕົກໂໝກໝົດ.
\v 13 ຕອນທີ່ ພວກຂ້ານ້ອຍ ຮ່າຍເຫລົ້າອະງຸ່ນ ໃສ່ຖົງ ນັ້ນ ມັນຍັງໃໝ່ຢູ່ ແຕ່ ເບິ່ງແມ! ດຽວນີ້ ມັນຂາດ ເຄື່ອງນຸ່ງແລະເກີບ ກໍ ເກົ່າທັງຂາດດ້ວຍ ເພາະການເດີນທາງອັນ ແສນໄກໃນຄັ້ງນີ້. ”
\s5
\v 14 ຊາວ ອິດສະຣາເອນ ໄດ້ ຊີມອາຫານ ບາງສ່ວນ ຂອງ ພວກເຂົາ ແຕ່ບໍ່ໄດ້ຂໍຄໍາແນະນາໍ ຈາກອົງພຣະຜູ້ເປັນເຈົ້າ ກ່ຽວກັບ ເລື່ອງນີ້.
\v 15 ໂຢຊວຍ ໄດ້ ຕົກລົງສ້າງ ມິດຕະພາບ ກັບຊາວ ກີເບໂອນ ແລະ ຍອມ ໃຫ້ ພວກເຂົາ ມີຊີວິດຢູ່ໄດ້. ຝ່າຍພວກຜູ້ນາໍ ຂອງ ຊຸມນຸມ ປະຊາຊົນ ອິດສະຣາເອນ ຕ່າງ ກໍໄດ້ ສັນຍາ ຢ່າງ ໜັກແໜ້ນ ກັບ ພວກເຂົາ ວ່າ ຈະ ຖືຮັກສາ ຂໍ້ຕົກລົງນັ້ນ.
\s5
\v 16 ສາມ ມື້ຕໍ່ມາ ຫລັງຈາກ ທີ່ເຮັດ ຂໍ້ຕົກລົງກັນແລ້ວ ຊາວ ອິດສະຣາເອນ ຈຶ່ງໄດ້ ຮູ້ວ່າ ຄົນພວກນີ້ ຢູ່ໃກ້ຄຽງ ກັບ ພວກຕົນ ນັ້ນເອງ.
\v 17 ດັ່ງນັ້ນ ປະຊາຊົນ ອິດສະຣາເອນ ຈຶ່ງໄດ້ ອອກເດີນທາງ ແລະ ໄປຮອດ ເມືອງ ຂອງ ພວກເຂົາ ພາຍໃນ ສາມ ວັນ. ເມືອງ ເຫລົ່ານີ້ ມີ ດັ່ງນີ້: ກີເບໂອນ, ກີເຟຣາ, ເບເອໂຣດ ແລະ ກີຣິອາດ ເຢອາຣີມ.
\s5
\v 18 ແຕ່ຊາວ ອິດສະຣາເອນ ຂ້າພວກເຂົາ ບໍ່ໄດ້ ຍ້ອນພວກຜູ້ນາໍ ຂອງຕົນ ໄດ້ ເຮັດສັນຍາ ອັນໜັກແໜ້ນ ກັບ ພວກເຂົາແລ້ວ ຄື ເຮັດໃນນາມ ຂອງ ອົງພຣະຜູ້ ເປັນເຈົ້າ ພຣະເຈົ້າ ຂອງ ຊາດ ອິດສະຣາເອນ. ປະຊາຊົນ ທັງໝົດ ຈຶ່ງໄດ້ ຈົ່ມໃຫ້ ບັນດາ ຜູ້ນາໍ ກ່ຽວກັບເລື່ອງ ນີ້.
\v 19 ແຕ່ ພວກຜູ້ນາໍ ໄດ້ຕອບ ວ່າ, “ພວກເຮົາ ບໍ່ຄວນທາໍຮ້າຍ ພວກເຂົາ ເພາະພວກເຮົາ ໄດ້ເຮັດ ສັນຍາ ອັນໜັກແໜ້ນ ໃນນາມ ຂອງ ອົງພຣະຜູ້ ເປັນເຈົ້າ ພຣະເຈົ້າ ແຫ່ງ ຊາດ ອິດສະຣາເອນ ແລ້ວ.
\s5
\v 20 ຍ້ອນສັນຍານີ້ ພວກເຮົາ ຈາໍເປັນຕ້ອງ ໄວ້ ຊີວິດ ຂອງ ພວກເຂົາ. ຖ້າພວກເຮົາ ບໍ່ເຮັດຕາມ ພຣະເຈົ້າ ຈະ ລົງໂທດ ພວກເຮົາ.
\v 21 ຂໍໃຫ້ ພວກເຂົາ ມີຊີວິດຢູ່ ຕໍ່ໄປເຖີດ ແຕ່ພວກເຂົາ ຈະຕ້ອງ ຕັດຟືນ ແລະ ຕັກນໍ້າ ໃຫ້ ພວກເຮົາ. ” ອັນນີ້ແມ່ນ ສິ່ງທີ່ພວກຫົວ ໜ້າໄດ້ ແນະນາໍ.
\s5
\v 22 ໂຢຊວຍ ໄດ້ສັ່ງໃຫ້ນາໍຊາວ ກີເບໂອນ ເຂົ້າມາຫາຕົນ ແລ້ວເພິ່ນກໍຖາມ ພວກເຂົາ ວ່າ, “ເປັນຫຍັງ ພວກເຈົ້າ ຈຶ່ງໄດ້ ໃຊ້ ອຸບາຍ ຫລອກລວງ ພວກເຮົາ ໂດຍ ບອກ ວ່າ ພວກເຈົ້າ ໄດ້ເດີນທາງ ມາແຕ່ໄກ ໃນເມື່ອພວກເຈົ້າ ຢູ່ໃກ້ ນີ້ເອງ?
\v 23 ຍ້ອນ ພວກເຈົ້າ ໄດ້ ເຮັດເຊັ່ນນີ້ ພວກເຈົ້າ ຈຶ່ງຖືກ ສາບແຊ່ງ ຄົນ ຂອງ ພວກເຈົ້າ ຈະ ເປັນ ຄົນ ຮັບໃຊ້ ເລື້ອຍໄປ ພວກເຈົ້າ ຈະ ຕ້ອງຕັດຟືນ ແລະ ຕັກນາໍ້ ສໍາລັບ ທີ່ນະມັດສະການ ພຣະເຈົ້າ ຂອງ ພວກເຮົາ.”
\s5
\v 24 ພວກເຂົາ ໄດ້ຕອບວ່າ, “ທ່ານເອີຍ ພວກຂ້ານ້ອຍ ໄດ້ເຮັດເຊັ່ນນີ້ ເພາະຮູ້ວ່າ ເປັນຄວາມຈິງແທ້ ທີ່ ອົງພຣະຜູ້ ເປັນເຈົ້າ ພຣະເຈົ້າ ຂອງທ່ານ ໄດ້ສັ່ງ ໂມເຊ ຜູ້ຮັບໃຊ້ ຂອງ ພຣະອົງ ໃຫ້ມອບ ດິນແດນ ທັງໝົດນີ້ ແກ່ ພວກທ່ານ ແລະ ຍັງສັ່ງພວກທ່ານ ໃຫ້ ຂ້າ ທຸກຄົນໃນບ່ອນ ທີ່ ພວກທ່ານ ໄດ້ເຂົ້າ ຢຶດຄອງ. ພວກຂ້ານ້ອຍ ໄດ້ເຮັດລົງໄປ ເພາະ ພວກຂ້ານ້ອຍ ຢ້ານ ພວກທ່ານ ຫລາຍ ພວກຂ້ານ້ອຍ ຢ້ານຕາຍ.
\v 25 ບັດນີ້ ພວກຂ້ານ້ອຍ ຕົກຢູ່ໃຕ້ອໍານາດ ຂອງທ່ານແລ້ວ ຂໍທ່ານ ຈົ່ງປະຕິບັດຕໍ່ ພວກຂ້ານ້ອຍ ຕາມ ທີ່ ທ່ານ ເຫັນສົມຄວນ ເທີ້ນ.”
\s5
\v 26 ສະນັ້ນ ໂຢຊວຍ ຈຶ່ງໄດ້ ປະຕິບັດ ດັ່ງນີ້: ເພິ່ນໄດ້ ປົກປ້ອງ ບໍ່ໃຫ້ຊາວ ອິດສະຣາເອນ ຂ້າ ພວກເຂົາ.
\v 27 ແຕ່ໃນ ເວລາດຽວກັນ ນັ້ນ ເພິ່ນກໍໄດ້ໃຫ້ ພວກເຂົາ ເປັນຄົນຮັບໃຊ້ ຄື ຕັດຟືນ ແລະ ຕັກນາໍ້ ໃຫ້ ປະຊາຊົນ ອິດສະຣາເອນ ແລະ ສໍາລັບ ແທ່ນບູຊາ ຂອງ ອົງພຣະຜູ້ເປັນເຈົ້າ. ໃນທຸກວັນນີ້ ພວກເຂົາ ກໍ ຍັງໄດ້ສືບຕໍ່ ເຮັດວຽກ ຢູ່ໃນບ່ອນທີ່ ອົງພຣະ ຜູ້ເປັນເຈົ້າ ເລືອກໄວ້ ໃຫ້ເປັນບ່ອນ ນະມັດສະການ ພຣະອົງ.
\s5
\c 10
\p
\v 1 ເຈົ້າ ອາໂດນີເສເດັກ ກະສັດ ແຫ່ງ ເຢຣູຊາເລັມ [ຈ] ໄດ້ຍິນຂ່າວ ວ່າ ໂຢຊວຍ ຢຶດ ແລະ ທາໍລາຍເມືອງ ອາອີ ຈົນກ້ຽງ ແລະ ໄດ້ ຂ້າ ກະສັດ ໃນ ເມືອງນັ້ນ ດັ່ງທີ່ເພິ່ນ ໄດ້ ເຮັດຕໍ່ເມືອງ ເຢຣິໂກ ແລະ ກະສັດ ໃນ ເມືອງ ນີ້. ເພິ່ນຍັງໄດ້ຍິນວ່າ ຊາວ ກີເບໂອນ ໄດ້ ເຮັດສັນຍາ ສັນຕິພາບ ກັບຊາວ ອິດສະຣາເອນ ແລ້ວ ແລະໄດ້ອາໄສ ຢູ່ນາໍ ພວກເຂົາ.
\v 2 ປະຊາຊົນ ໃນ ເມືອງ ເຢຣູຊາເລັມ ພາກັນ ຕົກໃຈ ຫຼາຍ ກ່ຽວກັບ ຂ່າວນັ້ນ ຍ້ອນວ່າ ເມືອງ ກີເບໂອນ ເປັນເມືອງໃຫຍ່ ເທົ່າກັບ ເມືອງ ໃດໆ ທີ່ມີ ກະສັດ ທັງໃຫຍ່ ກວ່າ ເມືອງ ອາອ ີ ແລະ ທະຫານ ກໍ ເປັນ ນັກຮົບ ທີ່ເກັ່ງກ້າ ດ້ວຍ.
\s5
\v 3 ດັ່ງນັ້ນ ເຈົ້າອາໂດນີເສເດັກ ຈຶ່ງໄດ້ສົ່ງ ຄົນນາໍສານໄປຫາ ເຈົ້າໂຮຮາມ ກະສັດແຫ່ງ ເຮັບໂຣນ, ເຈົ້າປີຮານ ກະສັດແຫ່ງ ຢາລະມຸດ, ເຈົ້າຢາເຟຍ ກະສັດແຫ່ງ ລາກິດ ແລະ ເຈົ້າເດບີ ກະສັດແຫ່ງ ເອກໂລນ ວ່າ,
\v 4 “ຂໍ ມາຊ່ວຍ ຂ້າພະເຈົ້າໂຈມຕີ ເອົາເມືອງ ກີເບໂອນ ແດ່ ເພາະຊາວເມືອງ ນີ້ ໄດ້ເຮັດ ສັນຍາສັນຕິພາບ ກັບ ໂຢຊວຍ ແລະ ຊາວ ອິດສະຣາເອນ ແລ້ວ.”
\s5
\v 5 ຝ່າຍກະສັດ ຂອງຊາວ ອາໂມ ທັງຫ້າ ຄົນນັ້ນ ຄື: ກະສັດ ແຫ່ງ ເຢຣູຊາເລັມ, ເຮັບໂຣນ, ຢາລະມຸດ, ລາກິດ ແລະ ເອກໂລນ ກໍໄດ້ ຮ່ວມກາໍລັງກັນຍົກທັບມາ ອ້ອມ ແລະ ເຂົ້າ ບຸກໂຈມຕີ ເມືອງ ກີເບໂອນ.
\s5
\v 6 ຊາວກີເບໂອນ ຈຶ່ງໄດ້ ຟ້າວສົ່ງຄົນໄປຫາ ໂຢຊວຍ ທີ່ຄ້າຍພັກ ໃນເມືອງກິນການ ວ່າ, “ທ່ານເອີຍ ກະສັດ ທັງໝົດຂອງຊາວອາໂມ ທີ່ ່ຢູ່ເທິງພູເຂົາ ຂອງດິນແດນນີ້ ໄດ້ພາກັນ ມາຕໍ່ ໍສູ້ ພວກຂ້ານ້ອຍ. ຈົ່ງຟ້າວມາຊ່ວຍ ພວກຂ້ານ້ອຍແດ່ທ້ອນ ຢ່າປະຖິ້ມ ພວກຂ້ານ້ອຍເລີຍ. ”
\v 7 ດັ່ງນັ້ນ ໂຢຊວຍ ແລະ ກອງທັບ ທັງໝົດ ຂອງຕົນ ລວມ ທັງພວກທະຫານ ທີ່ ເກັ່ງກ້າ ຈຶ່ງໄດ້ອອກໄປຈາກ ກິນການ.
\s5
\v 8 ແລ້ວ ອົງພຣະຜູ້ເປັນເຈົ້າ ກ່າວແກ່ ໂຢຊວຍ ວ່າ, “ຢ່າຢ້ານ ພວກເຂົາເລີຍ. ເຮົາ ມອບໄຊຊະນະ ໃຫ້ເຈົ້າແລ້ວ. ບໍ່ມີໃຜໃນ ພວກເຂົາຈະສາມາດ ຕໍ່ສູ້ເຈົ້າໄດ້. ”
\s5
\v 9 ໂຢຊວຍ ໄດ້ເຄື່ອນທັບອອກ ຈາກ ກິນການ ໄປ ຍັງ ກີເບໂອນ ຕະຫລອດ ຄືນ ແລະ ເຂົ້າຫລອນ ໂຈມຕີ ຊາວ ອາໂມ.
\v 10 ອົງພຣະຜູ້ເປັນເຈົ້າ ໄດ້ ເຮັດໃຫ້ພວກ ອາໂມ ແຕກຕື່ນ ແລະ ໜີໄປ ຕໍ່ໜ້າກອງທັບ ອິດສະຣາເອນ. ຝ່າຍພວກ ອິດສະຣາເອນ ກໍໄດ້ ຂ້າພວກເຂົາ ເປັນຈາໍນວນ ຫລວງຫລາຍ ຢູ່ໃນ ເມືອງ ກີເບໂອນ ແລະ ໄລ່ຕິດຕາມ ພວກ ທີ່ເຫລືອຢູ່ ລົງໄປ ສູ່ ຊ່ອງແຄບ ຂອງ ພູເຂົາ ທີ່ເມືອງ ເບັດໂຮໂຣນ ໂດຍ ສືບຕໍ່ໂຈມຕີ ພວກເຂົາໄປ ທາງໃຕ້ ຈົນເຖິງເມືອງ ອາເສກາ ແລະ ເມືອງ ມັກເກດາ.
\s5
\v 11 ໃນຂະນະທີ່ ພວກອາໂມ ກາໍລັງ ປົບໜີ ຈາກເມືອງ ເບັດໂຮໂຣນ ໄປສູ່ເມືອງ ອາເສກາ ນັ້ນ ອົງພຣະຜູ້ເປັນເຈົ້າ ໄດ້ບັນດານ ໃຫ້ ໝາກເຫັບໃຫຍ່ ຈາກ ທ້ອງຟ້າ ຕົກຖືກ ພວກເຂົາ. ສະນັ້ນ ພວກທີ່ຕາຍ ຍ້ອນໝາກເຫັບ ຕົກຖືກນັ້ນ ຈຶ່ງມີ ຫລາຍກວ່າ ພວກທີ່ຖືກ ພວກອິດສະຣາເອນ ຂ້າ.
\s5
\v 12 ໃນມື້ທີ່ ອົງພຣະຜູ້ເປັນເຈົ້າ ໄດ້ ບັນດານໃຫ້ ພວກອິດສະຣາເອນ ຊະນະ ພວກອາໂມ ນັ້ນ ໂຢຊວຍໄດ້ກ່າວແກ່ ອົງພຣະຜູ້ເປັນເຈົ້າ ຕໍ່ໜ້າ ຊາວອິດສະຣາເອນ ວ່າ, “ດວງອາທິດ ເອີຍ ຈົ່ງຢຸດຢູ່ ທີ່ເມືອງ ກີເບໂອນ ສາ, ດວງເດືອນ ເອີຍ ຈົ່ງຢຸດຢູ່ ເທິງ ຮ່ອມພູ ໄອຢາໂລນ ເຖີດ.”
\s5
\v 13 ດວງອາທິດ ຍັງຢຸດຢູ່ ແລະ ດວງເດືອນ ກໍບໍ່ໄດ້ ເຄື່ອນຍ້າຍ ໄປໃສ ຈົນກວ່າ ຄົນໃນ ຊາດ ອິດສະຣາເອນ ໄດ້ຊະນະ ເຫລົ່າສັດຕູ. ເລື່ອງນີ້ ໄດ້ມີບັນທຶກໄວ້ ໃນໜັງສື ຂອງ ຢາຊາ. ດວງອາທິດ ຍັງຢຸດຢູ່ ກາງທ້ອງຟ້າ ໂດຍ ບໍ່ເຄື່ອນຍ້າຍ ຈົນຄົບໜຶ່ງວັນ.
\v 14 ກ່ອນນັ້ນ ແລະ ນັບແຕ່ນັ້ນມາ ບໍ່ເຄີຍມີ ວັນໃດ ທີ່ ອົງພຣະຜູ້ເປັນເຈົ້າ ໄດ້ຟັງມະນຸດ ເໝືອນ ດັ່ງໃນວັນນັ້ນ ດ້ວຍວ່າ ອົງພຣະຜູ້ ເປັນເຈົ້າ ໄດ້ເຮັດເສິກ ຊ່ວຍຊາວ ອິດສະຣາເອນ
\s5
\v 15 ຫລັງຈາກ ນັ້ນ ໂຢຊວຍ ພ້ອມທັງກອງທັບ ໄດ້ກັບຄືນສູ່ ຄ້າຍພັກ ທີ່ ກິນການ.
\v 16 ເຖິງຢ່າງໃດ ກໍຕາມ ກະສັດ ອາໂມ ທັງ ຫ້າ ຄົນນັ້ນ ໄດ້ ປົບໜີໄປລີ້ ຢູ່ໃນຖໍາ້ ມັກເກດາ.
\v 17 ມີບາງຄົນໄດ້ ພົບເຫັນ ກະສັດ ເຫລົ່ານີ້ ຈຶ່ງໄດ້ໄປບອກ ໂຢຊວຍ ໃຫ້ຮູ້ ບ່ອນ ທີ່ ພວກເຂົາ ຫລົບລີ້ຢູ່.
\s5
\v 18 ໂຢຊວຍ ຈຶ່ງສັ່ງວ່າ, “ຈົ່ງ ກື່ງກ້ອນຫິນ ໃຫຍ່ ໆ ອັດປາກຖໍ້າ ໄວ້ ແລະ ໃຫ້ ຄົນເຝົ້າ ຍາມ ຢູ່ທີ່ນັ້ນ.
\v 19 ແຕ່ພວກເຈົ້າ ຢ່າຢູ່ຫັ້ນ ໃຫ້ໄລ່ຕາມ ສັດຕູ ແລະ ຫລອນໂຈມຕີ ທາງ ດ້ານຫລັງ; ຢ່າປ່ອຍ ໃຫ້ ພວກເຂົາ ເຂົ້າໄປ ໃນເມືອງ ໄດ້ ເພາະອົງພຣະຜູ້ ເປັນເຈົ້າ ພຣະເຈົ້າ ຂອງ ພວກເຈົ້າໄດ້ໃຫ້ ພວກເຈົ້າ ຊະນະ ພວກເຂົາ ແລ້ວ.
\s5
\v 20 ສ່ວນ ໂຢຊວຍ ແລະ ພວກ ອິດສະຣາເອນ ກໍໄດ້ຂ້າສັດຕູ ໂດຍ ບໍ່ມີ ການ ຕໍ່ສູ້ ແຕ່ມີ ບາງຄົນໄດ້ ຫລົບໜີ ໄປຍັງບ່ອນ ປອດໄພ ຢູ່ໃນ ເມືອງ ທີ່ມີ ປ້ອມປ້ອງກັນ; ສະນັ້ນ ພວກເຂົາ ຈຶ່ງ ບໍ່ໄດ້ ຖືກຂ້າ.
\v 21 ແລ້ວທະຫານ ທັງໝົດ ຂອງ ໂຢຊວຍ ກໍໄດ້ ກັບຄືນມາ ຫາ ເພິ່ນ ທີ່ ຄ້າຍພັກ ມັກເກດາ. ຢູ່ ໃນດິນແດນ ນັ້ນ ບໍ່ມີຜູ້ໃດ ກ້າຕໍ່ຕ້ານ ຊາວ ອິດສະຣາເອນ.
\s5
\v 22 ແລ້ວ ໂຢຊວຍ ກໍໄດ້ ສັ່ງວ່າ, “ຈົ່ງ ເປີດ ປາກຖໍາ້ ອອກ ແລະ ນາໍ ກະສັດ ທັງຫ້າ ນັ້ນ ມາຫາເຮົາ. ”
\v 23 ດັ່ງນັ້ນ ປາກຖໍາ້ ຈຶ່ງຖືກ ເປີດອອກ ແລະ ກະສັດ ແຫ່ງ ເຢຣູຊາເລັມ, ເຮັບໂຣນ, ຢາລະມຸດ, ລາກິດ ແລະ ເອກໂລນ ຈຶ່ງຖືກນາໍ ອອກມາ
\s5
\v 24 ແລະ ຖືກ ຄຸມຕົວ ໄປຫາ ໂຢຊວຍ. ແລ້ວ ໂຢຊວຍ ກໍເອີ້ນ ທະຫານ ທັງໝົດອອກ ມາຫາ ຕົນ ແລະ ສັ່ງໃຫ້ ນາຍທະຫານ ທີ່ ອອກໄປ ກັບ ເພິ່ນນັ້ນ ວ່າ, “ຈົ່ງໄປ ຢຽບຄໍ ກະສັດ ຫ້າ ຄົນນີ້ ສາ. ” ພວກ ນາຍ ທະຫານ ຂອງ ເພິ່ນກໍປະຕິບັດ ຕາມ.
\v 25 ໂຢຊວຍ ບອກ ພວກນາຍທະຫານ ວ່າ, “ຢ່າຢ້ານ ຫລື ທໍ້ຖອຍໃຈ. ຈົ່ງມີໃຈເດັດດ່ຽວ ແລະ ກ້າຫານ ເພາະ ອົງພຣະຜູ້ ເປັນເຈົ້າ ຈະ ກະທາໍ ດັ່ງນີ້ ຕໍ່ ເຫລົ່າສັດຕູ ຂອງ ພວກເຈົ້າ.”
\s5
\v 26 ແລ້ວ ໂຢຊວຍ ກໍໄດ້ຂ້າ ກະສັດ ທັງ ຫ້າ ຄົນນັ້ນ ແລະ ໃຫ້ຄົນເອົາ ສົບໄປ ແຂວນ ໄວ້ ທີ່ຕົ້ນໄມ້ ຫ້າຕົ້ນ ຈົນຮອດຄໍ່າ.
\v 27 ພໍ ຕາເວັນຕົກ ດິນ ໂຢຊວຍ ໄດ້ສັ່ງໃຫ້ ພວກເຂົາ ເອົາ ສົບລົງມາ ຈາກ ຕົ້ນໄມ້ ແລະ ເອົາໄປ ຖິ້ມໄວ້ ໃນຖໍາ້ ບ່ອນທີ່ ພວກເຂົາ ເຄີຍຫລົບລີ້ ຢູ່ກ່ອນ ນັ້ນ. ແລ້ວ ປາກຖໍາ້ ກໍຖືກປິດໄວ້ ດ້ວຍ ຫິນກ້ອນ ໃຫຍ່ ໆ ຊຶ່ງຍັງມີ ຢູ່ເທົ່າທຸກ ວັນນີ້.
\s5
\v 28 ໃນມື້ນັ້ນ ໂຢຊວຍ ໄດ້ໂຈມຕີ ແລະ ຢຶດ ຄອງເມືອງ ມັກເກດາ ແລະ ໄດ້ຂ້າ ກະສັດ ຂອງ ເມືອງ ນັ້ນ. ເພິ່ນໄດ້ຂ້າ ທຸກໆ ຄົນຢູ່ໃນ ເມືອງ ໂດຍບໍ່ໄວ້ ຊີວິດໃຜ ເລີຍ. ເພິ່ນໄດ້ ເຮັດຕໍ່ກະສັດແຫ່ງ ມັກເກດາ ເໝືອນດັ່ງທີ່ໄດ້ ເຮັດຕໍ່ກະສັດແຫ່ງ ເຢຣິໂກ.
\s5
\v 29 ຫລັງຈາກນັ້ນ ໂຢຊວຍ ພ້ອມທັງທະຫານ ຂອງ ເພິ່ນກໍໄດ້ອອກຈາກ ເມືອງ ມັກເກດາ ແລະ ເດີນທາງໄປ ໂຈມຕີ ເມືອງ ລິບນາ.
\v 30 ອົງພຣະຜູ້ເປັນເຈົ້າ ໄດ້ໃຫ້ ຊາວ ອິດສະຣາເອນ ຊະນະເມືອງນີ້ ອີກ ພ້ອມທັງກະສັດ. ພວກເຂົາໄດ້ຂ້າ ທຸກໆ ຄົນ ຢູ່ໃນເມືອງ ໂດຍ ບໍ່ໄວ້ຊີວິດໃຜ ເລີຍ. ເພິ່ນໄດ້ ເຮັດຕໍ່ກະສັດ ຂອງ ເມືອງນີ້ ເໝືອນດັ່ງທີ່ໄດ້ ເຮັດຕໍ່ ກະສັດ ແຫ່ງ ເຢຣິໂກ.
\s5
\v 31 ຫລັງຈາກນີ້ແລ້ວ ໂຢຊວຍ ແລະ ພວກ ທະຫານ ຂອງ ເພິ່ນ ກໍໄດ້ອອກຈາກ ເມືອງ ລິບນາ ໄປ ຍັງເມືອງ ລາກິດ ແລະ ອ້ອມເມືອງ ໄວ້ເພື່ອ ບຸກໂຈມຕີ.
\v 32 ໃນມື້ ທີສອງ ຂອງ ການສູ້ຮົບ ອົງພຣະຜູ້ ເປັນເຈົ້າ ໄດ້ໃຫ້ ຊາວ ອິດສະຣາເອນ ຊະນະ ເມືອງ ລາກິດ ແລະ ພວກເຂົາໄດ້ ຂ້າ ທຸກໆ ຄົນໃນເມືອງ ໂດຍ ບໍ່ ໄວ້ຊີວິດ ໃຜເລີຍ ດັ່ງທີ່ໄດ້ ເຮັດຕໍ່ເມືອງ ລິບນາ.
\s5
\v 33 ໃນ ຄັ້ງນັ້ນ ເຈົ້າໂຮຣາມ ກະສັດແຫ່ງ ເກເຊ ໄດ້ມາຊ່ວຍ ເມືອງ ລາກິດ ແຕ່ ໂຢຊວຍ ໄດ້ ຂ້າ ລາວ ແລະ ທະຫານ ໂດຍບໍ່ໄວ້ ຊີວິດ ໃຜເລີຍ.
\s5
\v 34 ຕໍ່ມາ ໂຢຊວຍ ກັບພວກທະຫານ ຂອງຕົນ ໄດ້ອອກຈາກ ເມືອງ ລາກິດ ໄປຍັງເມືອງ ເອກໂລນ ແລະ ລ້ອມເມືອງນີ້ໄວ້ ເພື່ອບຸກໂຈມຕີ.
\v 35 ພວກເຂົາ ຢຶດຄອງ ເມືອງ ໄດ້ ໃນມື້ນັ້ນເອງ ແລະ ຂ້າ ທຸກໆ ຄົນຖິ້ມ ເໝືອນ ດັ່ງທີ່ໄດ້ ເຮັດຕໍ່ເມືອງ ລາກິດ.
\s5
\v 36 ຫລັງຈາກນັ້ນ ໂຢຊວຍ ກັບພວກ ທະຫານ ຂອງຕົນ ກໍອອກຈາກ ເມືອງ ເອກໂລນ ແລະ ເດີນທາງຂຶ້ນ ພູເຂົາ ເພື່ອໂຈມຕີ ເມືອງ ເຮັບໂຣນ
\v 37 ແລະ ຢຶດຄອງ ເມືອງນີ້. ພວກເຂົາໄດ້ຂ້າ ກະສັດ ແລະ ທຸກໆ ຄົນ ໃນເມືອງນີ້ ແລະ ໃນເມືອງໃກ້ຄຽງ. ໂຢຊວຍ ໄດ້ ທາໍລາຍ ເມືອງນີ້ ເພື່ອເປັນການ ລົງໂທດ ໂດຍ ບໍ່ໄວ້ຊີວິດ ໃຜເລີຍ ເໝືອນດັ່ງທີ່ ເພິ່ນໄດ້ເຮັດຕໍ່ເມືອງ ເອກໂລນ.
\s5
\v 38 ແລ້ວ ໂຢຊວຍ ແລະ ທະຫານ ຂອງ ເພິ່ນ ກໍ ກັບຄືນໄປ ຕີເມືອງ ເດບີ.
\v 39 ເພິ່ນ ຢຶດຄອງ ເມືອງ ແລະ ຈັບກະສັດ ແລະ ຢຶດເອົາ ບັນດາເມືອງ ທີ່ຢູ່ໃກ້ຄຽງ. ເພິ່ນຂ້າ ທຸກໆ ຄົນໃນທີ່ນັ້ນ. ໂຢຊວຍ ໄດ້ເຮັດຕໍ່ເມືອງ ເດບີ ເໝືອນດັ່ງທີ່ເພິ່ນໄດ້ ເຮັດຕໍ່ເມືອງ ເຮັບໂຣນ ແລະ ລິບນາ ຕະຫລອດ ທັງ ກະສັດໃນເມືອງ ເຫລົ່ານີ້ດ້ວຍ.
\s5
\v 40 ໂຢຊວຍ ໄດ້ຮົບຊະນະ ທົ່ວທັງດິນແດນ. ເພິ່ນໄດ້ຊະນະ ບັນດາ ກະສັດ ທີ່ຢູ່ ຕາມເຂດ ພູດອຍ, ຕາມເນີນພູ ແລະ ຕາມ ຕີນພູ ທາງທິດ ຕາເວັນຕົກ, ຕະຫລອດ ທັງ ພວກທີ່ຢູ່ຕາມ ຖິ່ນແຫ້ງແລ້ງ ໃນທິດໃຕ້. ເພິ່ນ ໄດ້ຂ້າ ທຸກໆ ຄົນ ບໍ່ມີໃຜລອດຊີວິດຢູ່ເລີຍ. ເຫດການນີ້ ເປັນໄປຕາມ ທີ່ ອົງພຣະຜູ້ ເປັນ ເຈົ້າ ພຣະເຈົ້າ ຂອງຊາດ ອິດສະຣາເອນ ໄດ້ ສັ່ງໄວ້.
\v 41 ໂຢຊວຍ ໄດ້ຊະນະ ຂ້າເສິກ ຈາກເມືອງ ກາເດັດ ບາກເນອາ ທາງທິດໃຕ້ ຈົນເຖິງເມືອງ ກາຊາ ທາງ ຝັ່ງທະເລ ລວມທັງເຂດ ໂກເຊັນ ທັງໝົດຈົນໄປຮອດ ເມືອງ ກີເບໂອນ ທາງທິດເໜືອ.
\s5
\v 42 ໂຢຊວຍ ໄດ້ຊະນະ ກະສັດເຫລົ່ານີ້ ພ້ອມທັງດິນແດນ ຂອງ ພວກເຂົາ ຢູ່ໃນບັ້ນ ຮົບດຽວ ຍ້ອນ ອົງພຣະຜູ້ ເປັນເຈົ້າ ອົງເປັນ ພຣະເຈົ້າ ຂອງ ຊາວ ອິດສະຣາເອນ ໄດ້ ສູ້ຮົບເພື່ອຊາດ ອິດສະຣາເອນ.
\v 43 ແລ້ວ ໂຢຊວຍ ແລະ ພວກທະຫານ ຂອງຕົນ ກໍໄດ້ ກັບເມືອຄ້າຍພັກ ທີ່ ກິນການ.
\s5
\c 11
\p
\v 1 ເມື່ອ ເຈົ້າຢາບິນ ກະສັດແຫ່ງ ຮາໂຊ ໄດ້ຍິນເຖິງໄຊຊະນະ ຂອງ ຊາວ ອິດສະຣາເອນ ເພິ່ນກໍໄດ້ ສົ່ງຄົນ ໄປບອກ ເຈົ້າໂຢບັບ ກະສັດ ແຫ່ງ ມາໂດນ, ກະສັດ ແຫ່ງ ຊີມໂຣນ ແລະ ກະສັດ ແຫ່ງ ອັກສັບ
\v 2 ແລະ ບັນດາ ກະສັດທີ່ຢູ່ຕາມເຂດ ພູດອຍ ທາງພາກເໜືອ, ຢູ່ທາງຮ່ອມພູ ຈໍແດນ ໃຕ້ທະເລສາບ ຄາລີເລ, ຢູ່ຕາມຕີນພູ ແລະ ຢູ່ຕາມຝັ່ງທະເລ ໃກ້ ກັບເມືອງ ໂດເຣ.
\v 3 ແລ້ວເພິ່ນກໍ ຍັງສົ່ງ ຄົນໄປບອກຊາວ ການາອານ ທີ່ຢູ່ທາງ ສອງ ຟາກຂ້າງ ຂອງ ແມ່ນໍ້າ ຈໍແດນ ຄື: ຊາວ ອາໂມ, ຊາວ ຮິດຕີ, ຊາວ ເປຣີຊີ ແລະ ຊາວ ເຢບຸດ ທີ່ຢູ່ຕາມ ເນີນພູ ຕະຫລອດ ທັງຊາວ ຮີວີ ທີ່ຢູ່ຕາມຕີນພູ ເຮີໂມນ ໃນດິນແດນ ມີຊະປາ.
\s5
\v 4 ພວກເຫລົ່ານີ້ ໄດ້ມາພ້ອມ ດ້ວຍ ທະຫານ ທັງໝົດ ຂອງ ພວກຕົນ ເປັນກອງທັບທີ່ປະກອບດ້ວຍ ຄົນຢ່າງຫລວງຫລາຍ ດັ່ງເມັດຊາຍຕາມແຄມຝັ່ງ ທະເລ. ພວກເຂົາ ມີທັງມ້າ ແລະ ລົດຮົບ ຢ່າງ ຫລວງຫລາຍ.
\v 5 ກະສັດ ທັງໝົດເຫລົ່ານີ້ ໄດ້ມາ ໂຮມກັນ ຕັ້ງຄ້າຍພັກທີ່ຫ້ວຍນາໍ້ ເມໂຣມ ເພື່ອຕໍ່ສູ້ພວກ ອິດສະຣາເອນ.
\s5
\v 6 ອົງພຣະຜູ້ເປັນເຈົ້າ ໄດ້ສັ່ງ ໂຢຊວຍ ວ່າ, “ຢ່າຢ້ານ ພວກເຂົາ ເພາະມື້ອື່ນໃນເວລາ ດຽວກັນນີ້ ເຮົາຈະຂ້າ ພວກເຂົາທັງໝົດໃຫ້ ຊາດອິດສະຣາເອນ. ໃຫ້ເຈົ້າ ຕັດເອັນຄະນ່ອງມ້າ ແລະ ຈູດລົດຮົບຂອງ ພວກເຂົາຖິ້ມ. ”
\v 7 ດັ່ງນັ້ນ ໂຢຊວຍ ພ້ອມດ້ວຍທະຫານ ທັງໝົດຂອງຕົນ ຈຶ່ງຫລອນໂຈມຕີ ພວກເຂົາ ທີ່ຫ້ວຍນໍ້າ ເມໂຣມ.
\s5
\v 8 ອົງພຣະຜູ້ເປັນເຈົ້າ ໄດ້ໃຫ້ພວກ ອິດສະຣາເອນ ມີໄຊຊະນະ. ພວກອິດສະຣາເອນ ໄດ້ໂຈມຕີ ແລະໄລ່ຕິດຕາມ ພວກເຂົາໄປ ທາງທິດເໜືອໄກ ສຸດຈົນເຖິງ ເມືອງ ມິດຊະເລ ໂຟມາອີມ ແລະ ຊີໂດນ ເມືອງໃຫຍ່ ແລະ ໄປທາງທິດຕາເວັນອອກ ໄກ ສຸດຈົນເຖິງຮ່ອມພູ ຂອງ ເມືອງ ມີຊະປາ. ການສູ້ຮົບໄດ້ ດໍາເນີນໄປ ຈົນກວ່າ ເຫລົ່າສັດຕູ ໄດ້ຖືກຂ້າໝົດສິ້ນ.
\v 9 ໂຢຊວຍ ໄດ້ເຮັດຕໍ່ພວກເຂົາ ຕາມທີ່ອົງພຣະຜູ້ເປັນເຈົ້າ ໄດ້ສັ່ງ ຄື ຕັດເອັນຄະນ່ອງມ້າ ແລະ ຈູດລົດ ຮົບ ທັງໝົດຂອງ ພວກເຂົາຖິ້ມ.
\s5
\v 10 ແລ້ວ ໂຢຊວຍ ກໍຍົກທັບ ກັບຄືນມາ ຢຶດຄອງ ເມືອງ ຮາໂຊ ແລະ ຂ້າ ກະສັດຂອງ ເມືອງນີ້. (ໃນຄາວນັ້ນ ຮາໂຊ ເປັນອານາຈັກ ທີ່ມີອໍານາດ ເໜືອ ຣາຊອານາຈັກຕ່າງໆ).
\v 11 ພວກເຂົາ ໄດ້ຂ້າ ທຸກໆ ຄົນ ແລະ ບໍ່ໄວ້ຊີວິດໃຜເລີຍ ພ້ອມທັງໄດ້ ຈູດເມືອງຖິ້ມດ້ວຍ.
\s5
\v 12 ໂຢຊວຍ ໄດ້ຢຶດຄອງ ຫົວເມືອງ ຕ່າງໆ ທັງຈັບເອົາ ກະສັດ ຂອງ ເມືອງເຫລົ່ານີ້. ເພິ່ນໄດ້ຂ້າ ທຸກໆ ຄົນຕາມທີ່ ໂມເຊ ຜູ້ຮັບໃຊ້ ຂອງ ພຣະເຈົ້າ ໄດ້ສັ່ງໄວ້.
\v 13 ແຕ່ ໂຢຊວຍ ບໍ່ໄດ້ເຜົາເມືອງ ຕ່າງໆ ຕາມໂຄກ ຕາມເນີນ ເວັ້ນໄວ້ແຕ່ ເມືອງ ຮາໂຊ ພຽງເມືອງ ດຽວ.
\s5
\v 14 ປະຊາຊົນ ອິດສະຣາເອນ ໄດ້ຢຶດເອົາ ສິ່ງຂອງ ຕ່າງໆ ອັນມີຄ່າ ຕະຫລອດ ທັງຝູງສັດໃນເມືອງ ເຫລົ່ານີ້ ມາເປັນຂອງຕົນເອງ ແລະ ພວກເຂົາໄດ້ ຂ້າ ທຸກໆ ຄົນ ໂດຍບໍ່​ໄວ້ ຊີວິດ ໃຜເລີຍ.
\v 15 ອົງພຣະຜູ້ເປັນເຈົ້າ ໄດ້ ສັ່ງ ໂມເຊ ຜູ້ຮັບໃຊ້ ຂອງ ພຣະອົງຢ່າງໃດ ໂມເຊ ໄດ້ສັ່ງ ໂຢຊວຍ ຢ່າງນັ້ນ ແລະ ໂຢຊວຍ ກໍປະຕິບັດຕາມ ທີ່ ອົງພຣະຜູ້ເປັນ ເຈົ້າ ໄດ້ສັ່ງໄວ້ກັບ ໂມເຊ ທຸກປະການ.
\s5
\v 16 ໂຢຊວຍ ໄດ້ຍົກທັບໄປ ຢຶດຄອງ ດິນແດນ ທັງໝົດ ຄື ດິນແດນ ຕາມ ເຂດ ພູດອຍ ແລະ ຕາມຕີນພູ ທາງທິດເໜືອ ແລະ ທິດໃຕ້, ເຂດ ໂກເຊັນ ທັງໝົດ ກັບດິນແດນ ທີ່ແຫ້ງ ແລ້ງ ທາງທິດໃຕ້ ຂອງ ເຂດນັ້ນ, ຕະຫລອດ ທັງຮ່ອມພູ ຈໍແດນ ດ້ວຍ.
\v 17-18 ເຂດແດນນັ້ນ ໄດ້ຂະຫຍາຍອອກ ຕື່ມ ຈາກພູ ຮາລັກ ຢູ່ທາງທິດໃຕ້ ຕິດກັບເມືອງ ເອໂດມ ຈົນເຖິງ ບາອາກາດ ທາງພາກເໜືອ ໃນຮ່ອມພູ ເລບານອນ ທີ່ທາງທິດໃຕ້ ຂອງພູເຂົາ ເຮີໂມນ. ໂຢຊວຍ ໄດ້ເຮັດເສິກ ກັບ ບັນດາ ກະສັດໃນເຂດແດນ ເຫລົ່ານີ້ ເປັນ ເວລາ ດົນນານ. ເພິ່ນຈັບກະສັດເຫລົ່ານີ້ ໄດ້ ແລະ ໄດ້ຂ້າ ທຸກໆ ຄົນຖິ້ມ.
\v 19 ມີເມືອງ ດຽວ ເທົ່ານັ້ນ ທີ່ໄດ້ສ້າງ ຄວາມສະຫງົບສຸກ ກັບປະຊາຊົນ ອິດສະຣາເອນ ຄື: ເມືອງ ກີເບໂອນ ບ່ອນທີ່ຊາວ ຮີວີ ບາງພວກໄດ້ ອາໄສຢູ່. ສ່ວນເມືອງ ອື່ນ ໆ ທັງໝົດນັ້ນ ແມ່ນ ໄດ້ ສູ້ຮົບເອົາ.
\v 20 ອົງພຣະຜູ້ເປັນເຈົ້າ ໄດ້ ເຮັດໃຫ້ ພວກເຂົາ ມີໃຈຢາກສູ້ຮົບຊາວ ອິດສະຣາເອນ ເພື່ອວ່າ ພວກເຂົາຈະໄດ້ຖືກ ທາໍລາຍ ຢ່າງໝົດກ້ຽງ ເປັນການ ລົງໂທດ ແລະ ເພື່ອທຸກຄົນ ຈະຖືກຂ້າ ຢ່າງບໍ່ປານີ ເໝືອນດັ່ງທີ່ ອົງພຣະຜູ້ເປັນເຈົ້າ ໄດ້ສັ່ງໄວ້ກັບ ໂມເຊ.
\s5
\v 21 ໃນເທື່ອນີ້ ໂຢຊວຍ ໄດ້ຍົກທັບອອກ ໄປ ທາໍລາຍ ຄົນຮ່າງໃຫຍ່ ພວກໜຶ່ງ ຊື່ວ່າ ອານາກີມ. ຄົນພວກນີ້ ໄດ້ອາໄສຢູ່ຕາມເນີນ ພູ ຕ່ ງໆ ດັ່ງນີ້: ເຮັບໂຣນ, ເດບີ, ອານາບ, ແລະ ຕາມເມືອງ ພູດອຍ ທັງໝົດ ຂອງ ຢູດາ ແລະ ອິດສະຣາເອນ. ໂຢຊວຍ ໄດ້ທາໍລາຍ ພວກເຂົາ ແລະ ເມືອງຂອງພວກເຂົາ ຈົນກ້ຽງ.
\v 22 ບໍ່ມີພວກ ອານາກີມ ຈັກຄົນ ທີ່ເຫລືອຢູ່ ໃນດິນແດນ ອິດສະຣາເອນ ແຕ່ຍັງ ມີ ບາງຄົນ ທີ່ໄດ້ເຫລືອຢູ່ ໃນເມືອງ ກາຊາ, ເມືອງ ກາດ ແລະ ເມືອງ ອັດຊະໂດດ.
\s5
\v 23 ໂຢຊວຍ ໄດ້ຢຶດຄອງ ດິນແດນ ທັງໝົດ ຕາມ ທີ່ອົງພຣະຜູ້ເປັນເຈົ້າ ໄດ້ສັ່ງໄວ້ ກັບ ໂມເຊ. ເພິ່ນໄດ້ ມອບດິນແດນນີ້ ໃຫ້ເປັນກາໍ ມະສິດ ຂອງຊາວ ອິດສະຣາເອນ ໂດຍ ໄດ້ ແບ່ງປັນ ດິນແດນ ນັ້ນ ເປັນ ສ່ວນ ໃຫ້ ແຕ່ ລະເຜົ່າ. ສະນັ້ນ ປະຊາຊົນ ຈຶ່ງໄດ້ເຊົາ ສູ້ຮົບ ແລະ ຢູ່ຢ່າງສະຫງົບສຸກ.
\s5
\c 12
\p
\v 1 ຊາວອິດສະຣາເອນ ໄດ້ໄຊຊະນະ ແລະ ໄດ້ ປົກຄອງ ດິນແດນຢູ່ ທາງທິດຕາເວັນອອກ ຂອງ ແມ່ນໍ້າ ຈໍແດນ ຈາກ ຮ່ອມພູ ອາກໂນນ ຂຶ້ນໄປສູ່ຮ່ອມພູ ຈໍແດນ ແລະ ເລີຍໄປ ທາງ ພາກເໜືອ ຈົນເຖິງພູ ເຮີໂມນ. ພວກເຂົາ ຈັບກະສັດ ສອງ ຄົນໄດ້.
\v 2 ຄົນທີໜຶ່ງ ຄື ເຈົ້າ ສີໂຫນ ຜູ້ເປັນກະສັດ ຂອງ ຊາວ ອາໂມ ທີ່ປົກຄອງເມືອງ ເຮັດຊະໂບນ. ອານາຈັກ ຂອງເພິ່ນ ນັ້ນ ໄດ້ລວມເອົາເຄິ່ງໜຶ່ງ ຂອງ ກີເລອາດ ຄື: ຈາກ ອາໂລເອ (ຕາມ ແຄມ ຮ່ອມພູ ອາກໂນນ) ແລະ ຈາກເມືອງຢູ່ໃນ [ສ] ກາງຮ່ອມພູ ອາກໂນນ ຈົນເຖິງ ຫ້ວຍນໍ້າ ຢັບໂບກ ເຂດແດນ ຂອງ ຊາວ ອໍາໂມນ
\s5
\v 3 ລວມທັງຮ່ອມພູ ຂອງ ແມ່ນໍ້າ ຈໍແດນ ແຕ່ ທະເລສາບ ຄາລີເລ ໄປທາງທິດໃຕ້ ຈົນເຖິງເບັດເຢຊີໂມດ (ທາງທິດຕາເວັນອອກ ຂອງ ທະເລຕາຍ) ແລະ ຕີນພູ ປີຊະກາ.
\v 4 ພວກເຂົາ ຍັງໄດ້ຊະນະ ເຈົ້າໂອກ ກະສັດ ແຫ່ງ ບາຊານ ທີ່ເປັນຜູ້ສຸດທ້າຍ ເຫລືອໃນພວກ ເຣຟາອີມ; ເພິ່ນໄດ້ ປົກຄອງຢູ່ທີ່ເມືອງ ອັດ ຊະທາໂລດ ແລະ ເອັດເຣອີ.
\v 5 ອານາຈັກ ຂອງ ເພິ່ນນັ້ນ ມີດັ່ງນີ້: ພູເຂົາ ເຮີໂມນ, ຊາເລກາ ແລະ ທົ່ວທັງ ບາຊານ ໄກອອກໄປ, ຈົນເຖິງ ເຂດແດນ ຂອງ ພວກ ເກຊູ ແລະ ພວກ ມາອາກາ ລວມທັງເຄິ່ງໜຶ່ງຂອງ ກີເລອາດ ໄກອອກໄປ ຈົນເຖິງເຂດແດນ ຂອງ ເຈົ້າ ສີໂຫນ ກະສັດແຫ່ງ ເຮັດຊະໂບນ.
\s5
\v 6 ກະສັດ ທັງສອງ ຄົນນີ້ ໄດ້ພ່າຍແພ້ ໂມເຊ ແລະ ປະຊາຊົນ ອິດສະຣາເອນ. ໂມເຊ ຜູ້ຮັບໃຊ້ ຂອງ ອົງພຣະຜູ້ເປັນເຈົ້າ ໄດ້ມອບ ດິນແດນ ຂອງ ພວກເຂົາ ໃຫ້ເຜົ່າ ຣູເບັນ ກັບ ເຜົ່າ ກາດ ແລະ ເຜົ່າ ມານາເຊ ເຄິ່ງເຜົ່າ.
\s5
\v 7 ໂຢຊວຍ ແລະ ປະຊາຊົນ ອິດສະຣາເອນ ໄດ້ຊະນະ ບັນດາ ກະສັດ ທັງ ປວງ ທີ່ຢູ່ເຂດແດນ ທາງທິດຕາເວັນຕົກ ຂອງ ແມ່ນາໍ້ ຈໍແດນ ຈາກ ບາອານກາດ ໃນຮ່ອມພູ ຂອງ ເລບານອນ ຈົນເຖິງພູ ຮາລັກ ຊຶ່ງຢູ່ ທາງທິດໃຕ້ ໃກ້ກັບ ດິນແດນ ເອໂດມ. ໂຢຊວຍ ໄດ້ແບ່ງປັນ ດິນແດນ ນີ້ໃຫ້ ເຜົ່າຕ່າງໆ ໃນຊາດ ອິດສະຣາເອນ ເພື່ອເປັນກາໍ ມະສິດ ຂອງພວກເຂົາ ຕະຫລອດໄປ.
\v 8 ເຂດແດນ ນັ້ນມີ: ເຂດພູດອຍ, ຕີນພູ ທາງທິດ ຕາເວັນຕົກ, ຮ່ອມພູ ຈໍແດນ ແລະ ຕີນພູ, ເນີນພູ ທາງທິດຕາເວັນອອກ ແລະ ​ຖິ່ນແຫ້ງ ແລ້ງ ທາງທິດໃຕ້. ດິນແດນນີ້ ເຄີຍເປັນຂອງ ຊາວ ຮິດຕີ, ຊາວ ອາໂມ, ຊາວ ການາອານ, ຊາວ ເປຣີຊີ, ຊາວ ຮີວີ ແລະ ຊາວ ເຢບຸດ.
\s5
\v 9 ປະຊາຊົນ ອິດສະຣາເອນ ໄດ້ຊະນະ ບັນດາ ກະສັດ ຂອງ ເມືອງ ເຫລົ່ານີ້: ເຢຣິໂກ, ອາອີ (ໃກ້ກັບເມືອງ ເບັດເອນ),
\v 10 ກະສັດ ຂອງ ເຢຣູຊາເລັມ, ກະສັດ ຂອງ ເຮັບໂຣນ,
\v 11 ກະສັດ ຂອງ ຢາລະມຸດ, ກະສັດ ຂອງ ລາກິດ,
\v 12 ກະສັດ ຂອງ ເອກໂລນ, ກະສັດ ຂອງ ເກເຊ,
\s5
\v 13 ກະສັດ ຂອງ ເດບີ, ກະສັດ ຂອງ ເກເດ,
\v 14 ກະສັດ ຂອງ ໂຮມາ, ກະສັດ ຂອງ ອາລັດ,
\v 15 ກະສັດ ຂອງ ລິບນາ, ກະສັດ ຂອງ ອາດຸນລໍາ,
\v 16 ກະສັດ ຂອງ ມັກເກດາ, ກະສັດ ຂອງ ເບັດເອນ,
\s5
\v 17 ກະສັດ ຂອງ ຕັບປູອາ, ກະສັດ ຂອງ ເຮເຟ,
\v 18 ກະສັດ ຂອງ ອາເຟັກ, ກະສັດ ຂອງ ລາສາໂຣນ,
\v 19 ກະສັດ ຂອງ ມາໂດນ, ກະສັດ ຂອງ ຮາໂຊ
\v 20 ກະສັດ ຂອງ ຊີມໂຣນ ເມໂຣນ, ກະສັດ ຂອງ ອັກຊັບ,
\s5
\v 21 ກະສັດ ຂອງ ຕາອານັກ, ກະສັດ ຂອງ ເມກິດໂດ,
\v 22 ກະສັດ ຂອງ ເກເດັດ, ກະສັດ ຂອງ ໂຢກເນອາມ (ທີ່ພູ ກາເມນ),
\v 23 ກະສັດ ຂອງ ໂດເຣ (ທາງ ຝັ່ງທະເລ), ກະສັດ ຂອງ ໂກອີອີມ (ທີ່ ຄາລີເລ [ຊ]),
\v 24 ແລະ ກະສັດ ຂອງ ຕີຣະຊາ. ລວມທັງ ໝົດມີ ກະສັດ ຢູ່ດ້ວຍກັນ ສາມສິບເອັດ ຄົນ.
\s5
\c 13
\p
\v 1 ເມື່ອ ໂຢຊວຍ ເຖົ້າແກ່ ແລະ ມີອາຍຸສູງ ແລ້ວ. ອົງພຣະຜູ້ເປັນເຈົ້າ ໄດ້ກ່າວແກ່ເພິ່ນ ວ່າ, “ເຈົ້າກໍເຖົ້າແກ່ ແລະ ມີອາຍຸສູງແລ້ວ ແຕ່ ຍັງມີດິນແດນຢູ່ອີກ ຕັ້ງຫລາຍແຫ່ງ ທີ່ເຈົ້າຈະຕ້ອງຢຶດຄອງ ດັ່ງນີ້:
\s5
\v 2 ເຂດແດນ ທັງໝົດຂອງຊາວ ຟີລິດສະຕີນ ແລະ ຊາວ ເກຊູ
\v 3 ແລະ ດິນແດນ ຂອງ ຊາວ ອາວີມ ທີ່ຢູ່ທາງທິດໃຕ້. (ດິນແດນ ແຕ່ແມ່ນາໍ້ຕົກຕາດ ຊີໂຮເຣ ຕາມ ຊາຍແດນ ຂອງປະເທດ ເອຢິບ ຂຶ້ນໄປທາງເໜືອຈົນເຖິງເຂດແດນ ເອັກໂຣນ ຖືວ່າ ເປັນ ຖິ່ນຂອງຊາວ ການາອານ; ບັນດາຜູ້ປົກຄອງ ຂອງຊາວ ຟີລິດສະຕີນ 5 ຄົນທີ່ຢູ່ໃນເມືອງ ກາຊາ, ເມືອງ ອາຊະໂດດ, ເມືອງ ອາສະເກໂລນ, ເມືອງກັດ ແລະ ເມືອງ ເອັກໂຣນ).
\s5
\v 4 ເຈົ້າຍັງຈະ ຢຶດຄອງ ດິນແດນ ທັງໝົດ ຂອງຊາວ ການາອານ ແລະ ຂອງຊາວ ເມອາລາ (ຊຶ່ງເປັນຂອງຊາວ ຊີໂດນ) ຈົນເຖິງ ເມືອງ ອາເຟັກ ຊຶ່ງເປັນຊາຍແດນ ຂອງຊາວ ອາໂມ
\v 5 ຕະຫລອດທັງດິນແດນ ຂອງ ພວກເກບາ ເຂດແດນ ທັງໝົດຂອງ ເລບານອນ ໄປຍັງ ທິດຕາເວັນອອກ ຄືຈາກ ບາອາກາດ ຢູ່ຕາມ ຕີນພູເຂົາ ເຮີໂມນ ຈົນເຖິງຊ່ອງແຄບ ຮາມັດ.
\s5
\v 6 ດິນແດນເຫລົ່ານີ້ ລວມເອົາເຂດແດນ ທັງໝົດຂອງຊາວ ຊີໂດນ ຊຶ່ງຢູ່ຕາມ ເຂດ ພູດອຍ ລະຫວ່າງພູ ເລບານອນ ແລະ ເມືອງ ມີຊະເຣ ໂຟດມາອີມ. ເຮົາຈະຂັບໄລ່ ປະຊາຊົນ ເຫລົ່ານີ້ ທັງໝົດອອກໜີ ເມື່ອປະຊາຊົນອິດສະຣາເອນ ບຸກໜ້າເຂົ້າໄປ. ເຈົ້າຈະຕ້ອງ ແບ່ງປັນ ດິນແດນ ນີ້ໃຫ້ ຊາວ ອິດສະຣາເອນ ຕາມທີ່ເຮົາໄດ້ ສັ່ງເຈົ້າ ໃຫ້ເຮັດ.
\v 7 ບັດນີ້ ໃຫ້ເຈົ້າ ແບ່ງປັນດິນແດນ ນີ້ ໃຫ້ແກ່ ເກົ້າເຜົ່າ ແລະ ເຜົ່າ ມານາເຊ ເຄິ່ງເຜົ່າ ເພື່ອໃຫ້ ເປັນກາໍມະສິດຂອງ ພວກເຂົາ.”
\s5
\v 8 ສ່ວນເຜົ່າ ຣູເບັນ, ເຜົ່າ ກາດ ແລະ ເຜົ່າ ມານາເຊ ເຄິ່ງເຜົ່າ ໄດ້ຮັບດິນແດນທີ່ ໂມເຊ ຜູ້ຮັບໃຊ້ ຂອງ ອົງພຣະຜູ້ເປັນເຈົ້າ ໄດ້ແບ່ງປັນໃຫ້. ດິນແດນ ເຫລົ່ານີ້ ຢູ່ທາງທິດຕາເວັນອອກ ຂອງ ແມ່ນາໍ້ ຈໍແດນ.
\v 9 ເຂດແດນ ຂອງ ພວກເຂົາ ຍາວອອກໄປຈົນ ເຖິງເມືອງ ອາໂຣເອ (ແຄມຮ່ອມພູ ອາກໂນນ) ແລະ ເມືອງທີ່ຢູ່ທາງກາງ ຮ່ອມພູ ຕະຫລອດ ທັງພູພຽງ ຂອງເມືອງ ເມເດບາ ໄປຈົນເຖິງ ເມືອງ ດີໂບນ.
\s5
\v 10 ດິນແດນ ນີ້ໄດ້ເລີຍໄປຈົນເຖິງຊາຍແດນຂອງເມືອງ ອໍາໂມນ ແລະ ລວມທັງຫົວເມືອງຕ່າງໆ ທີ່ຂຶ້ນກັບ ເຈົ້າ ສີໂຫນ ກະສັດຂອງຊາວ ອາໂມ ຜູ້ໄດ້ ປົກຄອງ ຢູ່ທີ່ເມືອງ ເຮັດຊະໂບນ.
\v 11 ດິນແດນນັ້ນຍັງ ລວມເອົາທັງ ກີເລອາດ, ອານາເຂດຂອງຊາວ ເກຊູ ແລະຊາວ ມາອາກາ, ພູເຂົາ ເຮີໂມນ ທັງໝົດແລະພູພຽງ ບາຊານ ທັງໝົດຈົນເຖິງເມືອງ ຊາເລກາ.
\v 12 ດິນ ແດນນັ້ນຍັງລວມເອົາທັງອານາຈັກ ຂອງ ເຈົ້າ ໂອກ ກະສັດຄົນສຸດທ້າຍ ຂອງ ເຜົ່າ ເຣຟາອິມ ຜູ້ໄດ້ປົກຄອງ ຢູ່ທີ່ເມືອງ ອັດຊະທາໂຣດ ແລະ ເອັດເຣອີ. ໂມເຊ ໄດ້ຊະນະ ພວກເຫລົ່ານີ້ ແລະ ໄດ້ຂັບໄລ່ ພວກເຂົາໃຫ້ ອອກໄປຈາກ ເມືອງ ເຫລົ່ານັ້ນ.
\s5
\v 13 ເຖິງຢ່າງໃດ ກໍຕາມຊາວ ອິດສະຣາເອນ ບໍ່ໄດ້ ຂັບໄລ່ພວກ ເກຊູ ແລະ ພວກ ມາອາກາ ໃຫ້ອອກໄປ, ແຕ່ພວກນີ້ ຍັງ ຢູ່ຕາມ ດິນແດນ ອິດສະຣາເອນ ຕໍ່ໄປ.
\s5
\v 14 ໂມເຊ ບໍ່ໄດ້ແບ່ງປັນດິນແດນ ໃຫ້ເຜົ່າ ເລວີ ເພາະອົງພຣະຜູ້ເປັນເຈົ້າ ໄດ້ບອກໄວ້ ວ່າ, ພວກເຂົາໄດ້ຮັບເຄື່ອງຖວາຍ ເຜົາບູຊາ ດ້ວຍໄຟ ທີ່ເທິງແທ່ນບູຊາ ເປັນສ່ວນ ຂອງ ພວກເຂົາແລ້ວ ຕາມທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ ຂອງຊາດ ອິດສະຣາເອນ ໄດ້ສັ່ງ ໄວ້ກັບ ໂມເຊ.
\s5
\v 15 ໂມເຊ ໄດ້ມອບດິນແດນ ສ່ວນໜຶ່ງ ໃຫ້ ຄອບຄົວຕ່າງໆ ໃນເຜົ່າ ຣູເບັນ ເພື່ອໃຫ້ ເປັນ ກາໍມະສິດ ຂອງ ພວກເຂົາ.
\v 16 ເຂດແດນ ຂອງ ພວກເຂົາ ຍາວ ອອກໄປ ຈົນເຖິງ ເມືອງ ອາໂຣເອ (ຢູ່ທີ່ແຄມຮ່ອມພູ ອາກໂນນ) ແລະ ໄປ ຈົນເຖິງ ເມືອງທີ່ຢູ່ກາງ ຮ່ອມພູ ຕະຫລອດ ທັງພູພຽງ ທັງໝົດທີ່ຢູ່ອ້ອມແອ້ມ ເມືອງ ເມເດບາ.
\s5
\v 17 ດິນແດນ ສ່ວນນີ້ ກວມເອົາ ທັງເມືອງ ເຮັດຊະໂບນ ແລະ ເມືອງ ຕ່າງໆ ທີ່ພູພຽງນີ້ ມີດັ່ງນີ້, ດີໂບນ, ບາມົດບາອານ, ເບັດ ບາອານ ເມໂອນ,
\v 18 ຢາຮາດ, ເກເດໂມດ, ເມຟາອັດ,
\v 19 ກີຣິອາດທາອີມ, ຊິບມາ, ເສເຣັດຊາຮາ, ທີ່ຢູ່ເທິງພູນ້ອຍ ຕາມ ຮ່ອມພູ ນັ້ນ,
\s5
\v 20 ເບັດເປອໍ, ເນີນພູ ປີຊະກາ ແລະ ເບັດ ເຢຊີໂມດ.
\v 21 ດິນແດນ ສ່ວນນີ້ ຍັງໄດ້ ລວມເອົາທັງຫົວເມືອງ ຕ່າງໆ ຕາມ ພູພຽງ ແລະ ອານາຈັກ ທັງໝົດ ຂອງ ເຈົ້າສີໂຫນ ກະສັດ ຂອງຊາວ ອາໂມ ຜູ້ໄດ້ປົກຄອງ ຢູ່ທີ່ ເມືອງ ເຮັດຊະໂບນ. ໂມເຊ ໄດ້ຊະນະ ເຈົ້າ ສີໂຫນ ດັ່ງທີ່ໄດ້ ຊະນະ ພວກຜູ້ປົກຄອງ ຂອງ ມີດີອານ: ເຣເກມ, ຊູເຣ, ຮູເຣ ແລະ ເຣບາ. ພວກເຂົາທັງໝົດ ໄດ້ປົກຄອງ ດິນແດນ ໃຫ້ ກະສັດ ສີໂຫນ.
\s5
\v 22 ໃນຈາໍນວນຄົນ ທີ່ພວກ ອິດສະຣາເອນ ໄດ້ຂ້າ ນັ້ນມີໝໍມໍ ບາລາອາມ ລູກຊາຍ ຂອງ ເບອໍ ຮ່ວມຢູ່ດ້ວຍ.
\v 23 ແມ່ນາໍ້ ຈໍແດນ ເປັນ ຊາຍແດນ ທິດຕາເວັນຕົກ ຂອງເຜົ່າ ຣູເບັນ. ອັນນີ້ແມ່ນ ຫົວເມືອງ ຕ່າງໆ ທີ່ໄດ້ ມອບໃຫ້ເປັນກາໍມະສິດ ຂອງ ຄອບຄົວຕ່າງໆ ໃນ ເຜົ່າ ຣູເບັນ.
\s5
\v 24 ໂມເຊ ຍັງໄດ້ ມອບດິນແດນສ່ວນໜຶ່ງ ໃຫ້ຄອບຄົວ ຕ່າງໆ ທີ່ຢູ່ໃນເຜົ່າ ກາດ ເພື່ອ ເປັນກາໍມະສິດ ຂອງ ພວກເຂົາ.
\v 25 ເຂດແດນ ຂອງ ພວກເຂົາ ນັ້ນມີດັ່ງນີ້: ຢາເສ ແລະ ເມືອງທັງໝົດ ຕາມພູ ກີເລອາດ, ດິນແດນ ເຄິ່ງໜຶ່ງຂອງຊາວ ອໍາໂມນ ໄປຈົນເຖີງ ເມືອງ ອາໂລເອ ທີ່ຢູ່ທາງທິດຕາເວັນອອກ ຂອງ ຣັບບາ
\v 26 ດິນແດນ ຂອງ ພວກເຂົາ ນັ້ນຍາວອອກໄປ ແຕ່ເມືອງ ເຮັດຊະໂບນ ຈົນເຖິງ ຣາມັດມີສະເປ ແລະ ເບໂຕນີມ ແຕ່ ມະຫານາອີມ ໄປຈົນເຖິງ ຊາຍແດນ ຂອງ ໂລເດບາ.
\s5
\v 27 ສ່ວນທີ່ຢູ່ໃນ ຮ່ອມພູ ຈໍແດນ ນັ້ນມີດັ່ງນີ້: ເບັດຮາຣາມ, ເບັດນີມຣາ, ຊຸກໂກດ ແລະ ຊາໂຟນ ແລະ ອານາຈັກ ສ່ວນທີ່ເຫລືອ ຂອງ ເຈົ້າ ສີໂຫນ ກະສັດແຫ່ງ ເຮັດຊະໂບນ. ສ່ວນ ເຂດແດນ ຂອງ ພວກເຂົາ ທາງດ້ານ ຕາເວັນ ຕົກນັ້ນ ແມ່ນ ແມ່ນາໍ້ ຈໍແດນ ເລີຍໄປ ທາງທິດ ເໜືອຈົນເຖິງ ທະເລສາບ ຄາລີເລ.
\v 28 ອັນ ນີ້ແມ່ນ ຫົວເມືອງ ຕ່າງໆ ທີ່ໄດ້ ຖືກ ມອບໝາຍໃຫ້ ເປັນກາໍມະສິດ ຂອງ ບັນດາ ຄອບຄົວ ໃນເຜົ່າ ກາດ.
\s5
\v 29 ໂມເຊ ໄດ້ມອບໝາຍ ດິນແດນ ສ່ວນ ໜຶ່ງໃຫ້ ຄອບຄົວຕ່າງໆ ໃນເຜົ່າ ມານາເຊ ເຄິ່ງເຜົ່າ ເພື່ອເປັນກໍາມະສິດ ຂອງ ພວກເຂົາ.
\v 30 ເຂດແດນ ຂອງ ພວກເຂົາ ຍາວອອກ ໄປ ຈົນເຖິງ ມະຫານາອີມ ຮ່ວມ ກັບ ພູພຽງ ບາຊານ ທັງໝົດມີດັ່ງນີ້: ອານາຈັກ ທັງໝົດ ຂອງເຈົ້າໂອກ ກະສັດ ແຫ່ງ ບາຊານ ລວມທັງ ຫົກສິບ ໝູ່ບ້ານ ຂອງ ຢາອີ ໃນ ບາຊານ
\v 31 ຊຶ່ງໄດ້ກວມ ເອົາເຄິ່ງໜຶ່ງຂອງ ກີເລອາດ, ອັດຊະທາໂຣດ ແລະ ເອັດເຣອີ ແລະ ຫົວເມືອງ ໃຫຍ່ ໆ ໃນ ອານາຈັກ ຂອງ ເຈົ້າໂອກ ທີ່ ບາຊານ. ທັງໝົດນີ້ ແມ່ນໄດ້ ຖືກ ມອບໝາຍ ໃຫ້ຄອບຄົວ ຕ່າງໆ ທີ່ ສືບເຊື້ອສາຍ ມາຈາກ ມາກີ ລູກຊາຍ ຂອງ ມານາເຊ.
\s5
\v 32 ນີ້ແມ່ນການ ແບ່ງປັນດິນແດນ ທີ່ຢູ່ທາງທິດຕາເວັນອອກ ຂອງ ເມືອງ ເຢຣິໂກ ແລະ ຂອງ ແມ່ນາໍ້ ຈໍແດນ ຊຶ່ງ ໂມເຊ ໄດ້ເຮັດ ໃນຄາວທີ່ເພິ່ນຢູ່ໃນ ທົ່ງພຽງຂອງ ໂມອາບ.
\v 33 ແຕ່ ໂມເຊ ບໍ່ໄດ້ມອບໝາຍ ດິນແດນ ສ່ວນໃດໆ ໃຫ້ເຜົ່າ ເລວີ. ເພິ່ນໄດ້ບອກ ພວກເຂົາວ່າ ສ່ວນແບ່ງ ຂອງ ພວກເຂົາ ນັ້ນ ຄື ການຮັບໃຊ້ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ ຂອງຊາດ ອິດສະຣາເອນ.
\s5
\c 14
\p
\v 1 ຕໍ່ໄປນີ້ແມ່ນ ເລື່ອງການແບ່ງປັນດິນແດນ ການາອານ ທີ່ທາງທິດຕາເວັນຕົກ ຂອງ ແມ່ນາໍ້ ຈໍແດນ ໃຫ້ປະຊາຊົນ ອິດສະຣາເອນ. ປະໂຣຫິດ ເອເລອາຊາ, ໂຢຊວຍ ລູກຊາຍ ຂອງ ນູນ ແລະ ບັນດາຫົວໜ້າ ຄອບຄົວ ຂອງ ຊາວ ອິດສະຣາເອນ ໃນເຜົ່າຕ່າງໆ ໄດ້ແບ່ງປັນດິນແດນ ນີ້ໃຫ້ແກ່ ພົນລະເມືອງ ຂອງ ພວກເຂົາ.
\s5
\v 2 ຕາມທີ່ ອົງພຣະຜູ້ເປັນເຈົ້າ ໄດ້ສັ່ງໄວ້ກັບ ໂມເຊ ເຂດແດນທາງທິດຕາເວັນຕົກ ຂອງ ແມ່ນາໍ້ ຈໍແດນ ທີ່ຖືກມອບໃຫ້ ເກົ້າ ເຜົ່າເຄິ່ງ ນັ້ນ ໃຫ້ພວກເຂົາ ກາໍນົດເອົາໂດຍການໃຊ້ ສະຫລາກ. [ຍ]
\v 3 ໂມເຊ ໄດ້ມອບ ດິນແດນ ທາງທິດຕາເວັນອອກ ຂອງ ແມ່ນໍ້າ ຈໍແດນ ໃຫ້ຊາວ ອິດສະຣາເອນ ສອງ ເຜົ່າເຄິ່ງ ແລ້ວ. (ເຊື້ອສາຍ ຂອງ ໂຢເຊັບ ຖືກແບ່ງ ອອກເປັນ ສອງ ເຜົ່າ: ມານາເຊ ແລະ ເອຟຣາອິມ) ເຖິງຢ່າງໃດກໍຕາມ ໂມເຊ ບໍ່ໄດ້ ມອບ ດິນແດນ ສ່ວນໃດ ເລີຍໃຫ້ ຊາວ ເລວີ.
\v 4 ແຕ່ພວກເຂົາ ໄດ້ຮັບເມືອງ ຕ່າງໆ ອາໄສ ຢູ່ ລວມທັງ ທົ່ງສໍາລັບລ້ຽງ ຝູງງົວ ແລະ ຝູງແກະ ຂອງ ພວກເຂົາ.
\v 5 ປະຊາຊົນ ອິດສະຣາເອນ ໄດ້ແບ່ງປັນດິນແດນ ຕາມທີ່ ອົງພຣະຜູ້ເປັນເຈົ້າ ໄດ້ສັ່ງໄວ້ກັບ ໂມເຊ.
\s5
\v 6 ມື້ໜຶ່ງ ມີບາງຄົນ ຈາກເຜົ່າ ຢູດາ ໄດ້ມາ ຫາ ໂຢຊວຍ ທີ່ເມືອງ ກິນການ. ກາເຫລັບ ລູກຊາຍ ຂອງ ເຢຟຸນເນ ຊາວ ເກນິດ ແມ່ນ ຜູ້ໜຶ່ງ ໃນຈາໍນວນ ພວກນີ້. ລາວໄດ້ກ່າວແກ່ ໂຢຊວຍ ວ່າ, “ທ່ານ ກໍຮູ້ເຖິງເລື່ອງ ທີ່ ອົງພຣະຜູ້ເປັນເຈົ້າ ໄດ້ກ່າວທີ່ ກາເດັດ ບາກເນອາ ເລື່ອງຂອງທ່ານ ແລະ ຂ້າພະເຈົ້າ ແກ່ ໂມເຊ ຄົນຂອງພຣະເຈົ້າ.
\v 7 ຄາວທີ່ ໂມເຊ ຜູ້ຮັບໃຊ້ ຂອງ ອົງພຣະຜູ້ເປັນເຈົ້າ ໄດ້ໃຊ້ ຂ້າ ພະເຈົ້າ ຈາກ ກາເດັດ ບາກເນອາ ໄປສໍາຫລວດ ເບິ່ງດິນແດນນັ້ນ ຂ້າພະເຈົ້າ ມີ ອາຍຸ ສີ່ສິບປີ. ຂ້າພະເຈົ້າ ໄດ້ກັບມາ ລາຍງານ ຕໍ່ ເພິ່ນຕາມຄວາມເປັນຈິງ
\s5
\v 8 ແຕ່ຄົນທີ່ໄປນໍາຂ້າພະເຈົ້າ ໄດ້ເຮັດໃຫ້ ປະຊາຊົນ ຢ້ານກົວ. ສ່ວນຂ້າພະເຈົ້າເອງ ໄດ້ ເຊື່ອຟັງຢ່າງສັດຊື່ ຕໍ່ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ ຂອງ ຂ້າພະເຈົ້າ.
\v 9 ຍ້ອນຂ້າພະເຈົ້າ ເຮັດຢ່າງນັ້ນ ໂມເຊ ຈຶ່ງໄດ້ສັນຍາ ວ່າ, ຂ້າພະເຈົ້າແລະພວກລູກຫລານ ຂອງ ຂ້າພະເຈົ້າ ຈະໄດ້ຮັບດິນແດນ ຊຶ່ງ ຂ້າພະເຈົ້າ ຍ່າງຢຽບ ໄປນັ້ນ ເປັນກໍາມະສິດ ຕະຫລອດໄປ.
\s5
\v 10 ແຕ່ດຽວນີ້ ເບິ່ງແມ! ນັບຕັ້ງແຕ່ ຄາວທີ່ອົງພຣະຜູ້ເປັນເຈົ້າ ໄດ້ກ່າວແກ່ ໂມເຊ ກໍ ເປັນ ເວລາ ສີ່ສິບຫ້າ ປີແລ້ວ. ນັ້ນແມ່ນຄາວ ທີ່ຊາວ ອິດສະຣາເອນ ໄດ້ເດີນທາງ ຜ່ານຖິ່ນແຫ້ງແລ້ງ ກັນດານ ແລະ ອົງພຣະຜູ້​ເປັນເຈົ້າ ກໍໄດ້ໃຫ້ ຂ້າພະເຈົ້າ ມີຊີວິດຕະຫລອດມາ ຕາມທີ່ ພຣະອົງໄດ້ສັນຍາໄວ້. ເບິ່ງດູ ດຽວນີ້ ຂ້າພະເຈົ້າ ມີອາຍຸ ແປດສິບຫ້າ ປີແລ້ວ
\v 11 ແລະ ຍັງແຂງແຮງຢູ່ດັ່ງຄາວທີ່ ໂມເຊ ໄດ້ໃຊ້ ຂ້າພະເຈົ້າ ອອກໄປນັ້ນ. ຂ້າພະເຈົ້າ ຍັງມີແຮງ ພຽງພໍໃນການສູ້ຮົບ ແລະ ໃນວຽກງານ ອື່ນ ໆ.
\s5
\v 12 ບັດນີ້ ຂໍທ່ານ ຈົ່ງມອບ ດິນແດນ ທາງ ເຂດ ພູດອຍ ໃຫ້ຂ້າພະເຈົ້າ ສາ ເພາະ ອົງພຣະຜູ້ເປັນເຈົ້າ ໄດ້ສັນຍາໄວ້ກັບ ຂ້າພະເຈົ້າ ໃນມື້ ທີ່ຂ້າະເຈົ້າ ແລະ ຄົນຂອງຂ້າພະເຈົ້າ ໄດ້ ລາຍງານ. ໃນສະໄໝນັ້ນ ພວກຂ້າພະເຈົ້າ ໄດ້ບອກທ່ານ ແລ້ວວ່າ ມີເຊື້ອຊາດ ຂອງ ຄົນຮ່າງໃຫຍ່ ຊື່ວ່າ, ອານາກີມ ໄດ້ ຢູ່ໃນເມືອງ ທີ່ມີປ້ອມ ປ້ອງກັນ. ຖ້າວ່າ ອົງ ພຣະຜູ້ເປັນເຈົ້າ ສະຖິດຢູ່ນໍາ ຂ້າພະເຈົ້າ ແທ້ ຂ້າພະເຈົ້າຈະຂັບໄລ່ ພວກເຂົາ ອອກ ໄປ ຕາມທີ່ ອົງພຣະຜູ້ ເປັນເຈົ້າ ໄດ້ບອກໄວ້ນັ້ນ.”
\s5
\v 13 ໂຢຊວຍ ໄດ້ອວຍພອນ ກາເຫລັບ ລູກຊາຍ ຂອງ ເຢຟຸນເນ ແລະ ໄດ້ມອບເມືອງ ເຮັບໂຣນ ໃຫ້ເປັນກໍາມະສິດ ຂອງລາວ.
\v 14 ຍ້ອນ ກາເຫລັບ ລູກຊາຍ ຂອງ ເຢຟຸນເນ ຊາວ ເກນິດ ໄດ້ເຊື່ອຟັງ ອົງພຣະຜູ້ ເປັນເຈົ້າ ພຣະເຈົ້າ ຂອງຊາດ ອິດສະຣາເອນ ເຮັບໂຣນ ຈຶ່ງຍັງເປັນເມືອງຂອງ ກາເຫລັບ ຕະຫລອດ ມາ.
\v 15 ກ່ອນເຫດການນີ້ ໄດ້ເກີດຂື້ນ ເມືອງ ເຮັບໂຣນ ມີຊື່ວ່າເມືອງຂອງ ອາກບາ. (ອາກບາ ເປັນເມືອງໃຫຍ່ທີ່ສຸດ ຂອງ ຊາວ ອານາກິມ). ຕັ້ງແຕ່ນັ້ນມາ ດິນແດນ ກໍມີຄວາມສະຫງົບສຸກ.
\s5
\c 15
\p
\v 1 ຄອບຄົວຕ່າງໆ ໃນເຜົ່າ ຢູດາ ໄດ້ຮັບສ່ວນໜຶ່ງ ຂອງ ດິນແດນ ມີ ດັ່ງນີ້: ດິນແດນ ທາງທິດໃຕ້ ໄປຈົນເຖິງໃຕ້ສຸດ ຮອດຖິ່ນແຫ້ງແລ້ງກັນດານ ຊິນ ທີ່ຊາຍແດນ ຂອງ ດິນແດນ ເອໂດມ.
\v 2 ດິນແດນ ທາງທິດໃຕ້ ນີ້ ເລີ່ມແຕ່ທາງໃຕ້ສຸດ ຂອງ ທະເລຕາຍ
\s5
\v 3 ສູ່ທາງໃຕ້ ຈາກຊ່ອງແຄບ ອັກຣັບບີມ ໄປຈົນເຖິງ ຊິນ. ດິນແດນນີ້ ແຕ່ຕອນໃຕ້ ຂອງ ກາເດັດ ບາກເນອາ ຕ້ອງໄດ້ຜ່ານ ໄປທາງ ເມືອງ ເຮັດຊະໂບນ, ຂຶ້ນໄປທາງ ອັດດາ, ລ້ຽວໄປທາງ ກາກກາ,
\v 4 ຂຶ້ນໄປທາງ ອາສະໂມນ ແລະ ລຽບໄປຕາມ ລໍານໍ້າ ຂອງ ຊາຍແດນ ແຫ່ງປະເທດ ເອຢິບ ລົງສູ່ທະເລ ເມດີແຕຣາເນ. ອັນນີ້ແມ່ນ ຊາຍແດນ ທາງທິດໃຕ້ ຂອງເຜົ່າ ຢູດາ.
\s5
\v 5 ສ່ວນຊາຍແດນ ທາງທິດຕາເວັນອອກ ນັ້ນແມ່ນ ທະເລຕາຍ ແລະ ເລີຍຂຶ້ນໄປ ຈົນເຖິງອ່າວ ບ່ອນທີ່ແມ່ນໍ້າ ຈໍແດນ ໄຫລໄປສູ່ ນັ້ນ. ສ່ວນຊາຍແດນ ທາງທິດເໜືອ ເລີ່ມແຕ່ ອ່າວຂອງ ທະເລ [ນ]
\v 6 ໄປຈົນເຖິງ ເບັດ ໂຮກະລາ ແລະ ເລີຍໄປທາງເໜືອ ດ້ານຫລັງ ຂອງຮ່ອມພູ ຈໍແດນ ແລ້ວກໍຂຶ້ນໄປ ຈົນເຖິງ ໂງ່ນຫິນ ບູຮານ (ບູຮານ ເປັນລູກຊາຍ ຂອງ ຣູເບັນ).
\s5
\v 7 ແຕ່ຮ່ອມພູ ອາໂຄ ຂື້ນໄປຈົນເຖິງ ເດບີ ແລະ ລ້ຽວໄປທາງເໜືອ ຮອດ ກິນການ ທີ່ຫັນ ໜ້າໃສ່ ຊ່ອງແຄບ ອາດຸມມິມ ທາງເບື້ອງໃຕ້ ຂອງຮ່ອມພູ. ແລ້ວດິນແດນ ນີ້ກໍຜ່ານໄປ ຈົນ ເຖິງນາໍ້ພຸ ເອນເຊເມດ ອອກໄປຍັງ ເອນໂຣເກນ
\v 8 ແລະ ຜ່ານຂຶ້ນໄປທາງຮ່ອມພູ ຮິນໂນມ ທາງເບື້ອງໃຕ້ ຂອງ ເນີນພູ ບ່ອນທີ່ ເຢຣູຊາເລັມ ເມືອງຂອງຊາວ ເຢບຸດ ໄດ້ຕັ້ງຢູ່. ແລ້ວຊາຍແດນ ນີ້ ກໍເລີຍຂຶ້ນໄປ ຈົນເຖິງ ຍອດພູ ທາງທິດຕາເວັນຕົກ ຂອງຮ່ອມພູ ຮິນ ໂນມ ທີ່ສົ້ນເໜືອສຸດ ຂອງຮ່ອມພູ ເຣຟາອິມ.
\s5
\v 9 ຈາກບ່ອນນີ້ ຊາຍແດນ ໄດ້ໄປຈົນເຖິງ ນາໍ້ພຸ ເນັບໂທອາ ແລະ ອອກໄປຈົນເຖິງ ເມືອງ ຕ່າງໆ ໃກ້ກັບພູ ເອຟະໂລນ. ໃນທີ່ນັ້ນ ຊາຍແດນນີ້ ໄດ້ລ້ຽວໄປທາງ ບາອາລາ (ຫລື ກີຣິອາດ ເຢອາຣິມ)
\v 10 ໃນບ່ອນນີ້ ຊາຍແດນ ໄດ້ລ້ຽວໂຄ້ງໄປຍັງ ບາອາລາ ຈົນເຖິງເຂດພູເຂົາຂອງ ເຊອີ ທັງຜ່ານໄປ ຈົນເຖິງ ດ້ານເໜືອຂອງພູ ເຢອາຣມີ (ຫລື ເກສາໂລນ) ແລະ ລົງໄປ ຈົນເຖິງ ເບັດເຊເມດ ແລະ ຊ່ອງແຄບ ຕິມນາ.
\s5
\v 11 ແລ້ວຊາຍແດນ ນັ້ນກໍໄດ້ຍາວ ອອກ ໄປຈົນເຖິງ ເນີນພູ ດ້ານເໜືອຂອງເມືອງ ເອກໂລນ ລ້ຽວໄປທາງ ຊິກເກໂຣນ, ຜ່ານພູ ບາອາລາ ແລະ ໄປຈົນເຖິງ ຢໍານີຢາ. ເຂດແດນ ນີ້ ເລີຍໄປສຸດ ລົງທີ່ ທະເລ ເມດີແຕຣາເນ
\v 12 ຊຶ່ງເປັນຊາຍແດນ ທາງທິດ ຕາເວັນຕົກ. ລະຫວ່າງ ຊາຍແດນ ເຫລົ່ານີ້ ແມ່ນ ຄອບຄົວຕ່າງໆ ໃນເຜົ່າ ຢູດາ ອາໄສ ຢູ່.
\s5
\v 13 ຕາມຄໍາສັ່ງຂອງ ອົງພຣະຜູ້ ເປັນເຈົ້າ ໂຢຊວຍ ໄດ້ມອບເຂດແດນ ທີ່ ເປັນສ່ວນ ຂອງເຜົ່າ ຢູດາ ໃຫ້ ກາເຫລັບ ລູກຊາຍ ຂອງ ເຢຟຸນເນ ຄົນໃນເຜົ່າ ຢູດາ. ກາເຫລັບ ໄດ້ຮັບ ເຮັບໂຣນ ເມືອງຂອງ ອາກບາ ຜູ້ທີ່ເປັນພໍ່ຂອງ ອານາກ.
\v 14 ສ່ວນ ກາເຫລັບ ກໍໄດ້ ຂັບໄລ່ ເຊື້ອສາຍຂອງ ອານາກ ຄື ຕະກຸນ ເຊຊາຍ, ອາຮີມານ ແລະ ຕານໄມ ອອກໄປ ຈາກເມືອງ.
\v 15 ຈາກນັ້ນ ກາເຫລັບ ໄດ້ອອກໄປໂຈມຕີ ປະຊາຊົນ ທີ່ອາໄສຢູ່ໃນເມືອງ ເດບີ (ເມືອງນີ້ ເຄີຍມີ ຊື່ວ່າ ກີຣິອາດ ເຊເຟ).
\s5
\v 16 ກາເຫລັບ ໄດ້ກ່າວ ວ່າ, “ຜູ້ໃດ ຢຶດຄອງ ເມືອງນີ້ໄດ້ສໍາເລັດ ຈະໄດ້ແຕ່ງງານ ກັບ ອັກຊາ ລູກສາວຂອງຂ້າພະເຈົ້າ. ”
\v 17 ໂອດນີເອນ ລູກຊາຍຂອງ ເກນາດ ນ້ອງຊາຍ ຂອງ ກາເຫລັບ ຢຶດເມືອງ ນັ້ນໄດ້. ດັ່ງນັ້ນ ກາເຫລັບ ຈຶ່ງໄດ້ຍົກ ອັກຊາ ລູກສາວຂອງຕົນ ໃຫ້ແຕ່ງງານ ກັບລາວ.
\s5
\v 18 ຢູ່ມາ ຫລັງຈາກ ແຕ່ງງານແລ້ວ ໂອດນີເອນ ໄດ້ຊັກຊວນນາງ [ດ] ໃຫ້ຂໍທົ່ງນາຈາກຜູ້ເປັນພໍ່. ເມື່ອນາງ ລົງຈາກຫລັງລໍ ກາເຫລັບ ກໍໄດ້ຖາມ ວ່າ, “ລູກ ຢາກໄດ້ຫຍັງ?”
\s5
\v 19 ນາງ ຈຶ່ງຕອບ ວ່າ, “ລູກ ຢາກໄດ້ ບໍ່ນາໍ້ ບາງແຫ່ງ ເພາະບ່ອນທີ່ພໍ່ໄດ້ມອບໃຫ້ລູກນັ້ນ ເປັນດິນແຫ້ງແລ້ງ. ” ດັ່ງນັ້ນ ກາເຫລັບ ຈຶ່ງໄດ້ ມອບ ບໍ່ນາໍ້ ທາງເໜືອ ແລະ ທາງໃຕ້ ໃຫ້ແກ່ ນາງ.
\s5
\v 20 ຕໍ່ໄປນີ້ ແມ່ນດິນແດນ ທີ່ຄອບຄົວ ຕ່າງໆ ໃນເຜົ່າ ຢູດາ ໄດ້ຮັບເປັນກາໍມະສິດ ຂອງຕົນ.
\s5
\v 21 ເມືອງ ຕ່າງໆ ທາງທິດໃຕ້ສຸດ ທີ່ເປັນ ຂອງພວກເຂົາ ດ້ານທີ່ຢູ່ໃກ້ເຂດ ເອໂດມ ມີດັ່ງນີ້: ກັບເສເອນ, ເອເດ, ຢາກູເຣ,
\v 22 ກີນາ, ດີໂມນາ, ອາດາດາ
\v 23 ເກເດັດ, ຮາໂຊ, ອິດນັນ,
\v 24 ສີເຟ, ເຕເລັມ, ເບອາໂລດ,
\s5
\v 25 ຮາໂສຮາດັດຕາ, ເກຣິໂອດ ເຮຊະໂຣນ (ຫລືວ່າ ຮາໂຊ),
\v 26 ອາມາມ, ເຊມາ, ໂມລາດາ,
\v 27 ຮາສາກັດດາ, ເຮຊະໂມນ, ເບັດປາເລດ
\v 28 ຮາສາຊູອານ, ເບເອນເຊບາ, ບີສີໂອທີອາ,
\s5
\v 29 ບາອາລາ, ອີອີມ, ເອເສມ,
\v 30 ເອນໂຕລັດ, ເກຊິນ, ໂຮມາ,
\v 31 ສິກລັກ, ມັດມານນາ, ຊັນຊັນນາ,
\v 32 ເລບາໂອດ, ຊິນຮີມ, ອາອິນ ແລະ ຣີມໂມນ. ລວມທັງໝົດ ມີ 29 ຕົວເມືອງ ຕະຫລອດ ທັງເມືອງເລັກ ເມືອງນ້ອຍ ທີ່ຢູ່ອ້ອມແອ້ມ ນັ້ນ.
\s5
\v 33 ເມືອງຕ່າງໆ ທີ່ຢູ່ຕາມ ຕີນພູ ມີດັ່ງນີ້: ເອຊະຕາໂອນ, ໂສຣາ, ອາຊະນາ,
\v 34 ສາໂນອາ, ເອັນກັນນີມ, ຕັບປູອາ, ເອນາມ,
\v 35 ຢາລະມຸດ, ອາດຸນລໍາ, ໂຊໂກ, ອາເສກາ,
\v 36 ຊາອາຣາອີມ, ອາດີທາອີມ, ເກເດຣາ ແລະ ເກເດໂຣທາອີມ. ລວມທັງໝົດ ມີ 14 ຕົວເມືອງ ຕະຫຼອດທັງເມືອງເລັກ ເມືອງນ້ອຍ ທີ່ຢູ່ອ້ອມແອ້ມ ນັ້ນ.
\s5
\v 37 ມີເມືອງຕ່າງໆ ອີກດັ່ງນີ້: ເສນານ, ຮາດາຊາ, ມິກດັນກາດ,
\v 38 ດີເລອານ, ມີຊະປາ, ໂຢກເທເອນ,
\v 39 ລາກິດ, ໂບສະກາດ, ເອກໂລນ,
\s5
\v 40 ກັບໂບນ, ລາມານ, ກິດລິດ,
\v 41 ເກເດໂຣດ, ເບັດດາໂກນ, ນາອາມາ ແລະ ມັກເກດາ. ລວມທັງໝົດ ມີ 16 ຕົວເມືອງ ຕະຫລອດ ທັງເມືອງເລັກ ເມືອງນ້ອຍ ທີ່ຢູ່ ອ້ອມແອ້ມ ນັ້ນ.
\s5
\v 42 ມີເມືອງ ຕ່າງໆ ອີກດັ່ງນີ້: ລິບນາ, ເອເທ, ອາຊານ,
\v 43 ອີຟະຕາ, ອາຊະນາ, ເນສິບ,
\v 44 ເກອີລາ, ອັກຊິບ ແລະ ມາເຣຊາ. ລວມທັງໝົດ ມີ 9 ຕົວເມືອງ ຕະຫລອດ ທັງເມືອງເລັກ ເມືອງນ້ອຍ ທີ່ຢູ່ອ້ອມແອ້ມ ນັ້ນ.
\s5
\v 45 ຍັງມີ ເມືອງ ເອັກໂຣນ ພ້ອມທັງເມືອງເລັກ ເມືອງນ້ອຍ ກັບໝູ່ບ້ານ ຕ່າງໆ
\v 46 ຕະຫລອດ ທັງເມືອງ ຕ່າງໆ ທັງໝົດ ຊຶ່ງຢູ່ໃກ້ ກັບ ອາຊະໂດດ ຕັ້ງແຕ່ ເອັກໂຣນ ຈົນໄປ ເຖິງທະເລ ເມດີແຕຣາເນ.
\v 47 ຍັງມີເມືອງ ອາຊະໂດດ ແລະ ກາຊາ ພ້ອມທັງເມືອງເລັກ ເມືອງນ້ອຍ ກັບໝູ່ບ້ານ ຕ່າງໆ ໄປຈົນເຖິງ ລໍານາໍ້ ທາງຊາຍແດນຂອງປະເທດ ເອຢິບ ແລະ ທາງຝັ່ງທະເລ ເມດີແຕຣາເນ.
\s5
\v 48 ສ່ວນທາງເຂດ ພູດອຍ ນັ້ນມີດັ່ງນີ້: ຊາເມຍ, ຢັດຕີ, ໂຊໂກ,
\v 49 ດານນາ, ກີຣິອາດຊັນນາ (ຫລື ວ່າ ເດບີ),
\v 50 ອານາບ, ເອັດຊະເຕໂມອາ, ອານີມ,
\v 51 ໂກເຊັນ, ໂຮໂລນ ແລະ ກິໂລ. ລວມທັງໝົດມີ 11 ຕົວເມືອງ ຕະຫລອດ ທັງເມືອງເລັກ ເມືອງນ້ອຍ ທີ່ຢູ່ອ້ອມແອ້ມ ນັ້ນ.
\s5
\v 52 ຍັງມີເມືອງ ອາຣາບ, ດູມາ, ເອຊານ,
\v 53 ຢານິມ, ເບັດຕັບປູອາ, ອາເຟກາ,
\v 54 ຮຸມຕາ, ເກຣີອາດອາກບາ (ຊຶ່ງແມ່ນ ເມືອງ ເຮັບໂຣນ) ແລະ ສີໂອເຣ. ລວມທັງໝົດ ມີ 9 ຕົວເມືອງ ຕະຫລອດທັງເມືອງເລັກ ເມືອງນ້ອຍ ທີ່ຢູ່ອ້ອມແອ້ມ ນັ້ນ.
\s5
\v 55 ແລະ ຍັງມີເມືອງ ມາໂອນ, ກາກເມນ, ສີເຟ, ຢຸດຕາ,
\v 56 ເຢຊະເຣເອນ, ຢົກເດອາມ, ສາໂນອາ,
\v 57 ກາອີນ, ກີເບອາ ແລະ ຕີມນາ. ເມື່ອລວມ ທັງໝົດ ມີ 10 ຕົວ ເມືອງ ຕະຫລອດ ທັງເມືອງເລັກ ເມືອງນ້ອຍ ທີ່ຢູ່ ອ້ອມແອ້ມ ນັ້ນ.
\s5
\v 58 ຍັງມີ ເມືອງ ຮັນຮູນ, ເບັດສູເຣ, ເກໂດເຣ,
\v 59 ມາອາຣາດ, ເບັດ ອາໂນດ ແລະ ເອນເຕໂກນ. ເມື່ອລວມ ທັງໝົດ ມີ 6 ຕົວເມືອງ ຕະຫລອດ ທັງເມືອງເລັກ ເມືອງນ້ອຍ ທີ່ຢູ່ອ້ອມແອ້ມ ນັ້ນ.
\s5
\v 60 ຍັງມີ ເມືອງ ກີຣິອາດ ບາອານ (ຫລື ວ່າ ກີຣິອາດ ເຢອາຣິມ) ແລະ ຣັບບາ. ເມື່ອລວມ ທັງໝົດ ມີ 2 ຕົວເມືອງ ຕະຫລອດທັງເມືອງເລັກ ເມືອງນ້ອຍ ທີ່ຢູ່ອ້ອມແອ້ມ ນັ້ນ.
\v 61 ຢູ່ຕາມ ຖິ່ນແຫ້ງແລ້ງ ກັນດານ ມີ ດັ່ງນີ້: ເບັດ ອາຣາບາ, ມິດດິນ, ເຊກາກາ, ອ້ອມແອ້ມ ນັ້ນ.
\v 62 ນິບຊານ, ເມືອງ ບໍ່ເກືອ ແລະ ເອນເກດີ. ລວມທັງໝົດ ມີຢູ່ 6 ຕົວເມືອງ ຕະຫລອດ ທັງເມືອງເລັກ ເມືອງນ້ອຍ ທີ່ຢູ່​ອ້ອມ​ແອ້ມ​ນັ້ນ.
\s5
\v 63 ແຕ່ປະຊາຊົນ ຢູດາ ບໍ່ສາມາດ ຂັບໄລ່ ພວກ ເຢບຸດ ຊຶ່ງອາໄສຢູ່ນະຄອນ ເຢຣູຊາເລັມ ອອກໄປໄດ້. ພວກ ເຢບຸດ ຈຶ່ງ ຍັງອາໄສຢູ່ໃນທີ່ນັ້ນ ກັບ ປະຊາຊົນ ຢູດາ.
\s5
\c 16
\p
\v 1 ຊາຍແດນ ພາກໃຕ້ ຂອງ ດິນແດນ ທີ່ໄດ້ ຖືກມອບໝາຍ ໃຫ້ເຊື້ອສາຍຂອງ ໂຢເຊັບ ເລີ່ມແຕ່ເຂດ ແມ່ນາໍ້ ຈໍແດນ ໃກ້ກັບເມືອງ ເຢຣິໂກ ທາງທິດຕາເວັນອອກ ຂອງ ບໍ່ນາໍ້ ເຢຣິໂກ ໄປຈົນເຖິງ ຖິ່ນແຫ້ງແລ້ງ ກັນດານ. ຊາຍແດນ ນີ້ເລີ່ມແຕ່ ເມືອງ ເຢຣິໂກ ຂຶ້ນໄປ ຈົນເຖິງເຂດ ພູດອຍ ແລະ ເມືອງ ເບັດເອນ.
\v 2 ແຕ່ ເບັດເອນ ໄປທາງເມືອງ ລູເສ ຜ່ານ ໄປທາງ ອາທາໂຣດ ອັດດາ ບ່ອນທີ່ພວກອາກິດ ໄດ້ອາໄສ ຢູ່.
\s5
\v 3 ແລ້ວຊາຍແດນ ນີ້ກໍໄປທາງ ທິດຕາເວັນ ຕົກ ທາງເຂດຂອງພວກ ຢາຟະເລດ ຈົນເຖິງ ເຂດ ເບັດໂຮໂຣນ ລຸ່ມ, ແຕ່ບ່ອນນີ້ ເລີຍໄປ ຈົນເຖິງ ເກເຊ ແລະ ສຸດທີ່ທະເລ ເມດີແຕຣາເນ.
\v 4 ພວກເຊື້ອສາຍ ຂອງ ໂຢເຊັບ ຄື ເຜົ່າ ເອຟຣາອິມ ແລະ ເຜົ່າ ມານາເຊ ຕາເວັນ ຕົກ ໄດ້ຮັບດິນແດນ ເຫລົ່ານີ້ ເປັນກໍາມະສິດ ຂອງ ພວກເຂົາ.
\s5
\v 5 ຕໍ່ໄປນີ້ແມ່ນ ເຂດແດນ ຂອງ ຄອບຄົວ ຕ່າງໆ ໃນເຜົ່າ ເອຟຣາອິມ: ຊາຍແດນ ຂອງ ພວກເຂົາ ເລີ່ມແຕ່ ອາທາໂຣດ ອັດດາ ທາງທິດຕາເວັນອອກ ໄປຈົນເຖິງ ເບັດໂຮໂຣນ ເທິງ
\v 6 ແລະ ຈາກບ່ອນນັ້ນ ໄປຍັງ ທະເລ ເມດີແຕຣາເນ. ມິກເມທັດ ທາງ ດ້ານເໜືອ ຈາກທິດຕາເວັນອອກ ຂອງບ່ອນນີ້ ຊາຍແດນ ໄດ້ເລີຍໄປ ຈົນເຖິງ ຕາອານາດຊີໂລ ແລະ ຜ່ານໄປ ຈົນເຖິງ ທາງທິດຕາເວັນອອກ ສູ່ ຢາໂນອາ.
\v 7 ແລ້ວຈາກ ຢາໂນອາ ລົງມາເຖິງ ອັດຕາໂຣດ ແລະ ນາອາຣາ ຈົນ ໄປ ເຖິງເມືອງ ເຢຣິໂກ ແລະ ສຸດທີ່ ແມ່ນໍ້າ ຈໍແດນ.
\s5
\v 8 ຊາຍແດນນີ້ ທາງທິດຕາເວັນຕົກ ຈາກ ຕາປູອາ ເຖິງຫ້ວຍນໍ້າ ກະນາ ແລະ ສຸດລົງ ທີ່ ທະເລ ເມດີແຕຣາເນ. ນີ້ແມ່ນ ດິນແດນ ທີ່ໄດ້ ຖືກມອບໝາຍ ໃຫ້ເປັນ ກາໍມະສິດ ຂອງ ຄອບຄົວ ຕ່າງໆ ໃນເຜົ່າ ເອຟຣາອິມ
\v 9 ລວມທັງ ບາງເມືອງ ກັບ ບ້ານຕ່າງໆ ຢູ່ພາຍໃນ ເຂດຊາຍແດນ ຂອງ ມານາເຊ ຊຶ່ງ ໄດ້ຖືກ ມອບໝາຍໃຫ້ພວກ ເອຟຣາອິມ.
\s5
\v 10 ແຕ່ ພວກເຂົາບໍ່ໄດ້ ຂັບໄລ່ ພວກ ການາອານ ທີ່ຢູ່ໃນເມືອງ ເກເຊ ໃຫ້ອອກໄປ. ດ້ວຍເຫດນີ້ພວກ ການາອານ ຈຶ່ງຍັງຢູ່ຮ່ວມ ກັບພວກ ເອຟຣາອິມ ຕະຫລອດມາ. ແຕ່ ພວກ ເອຟຣາອິມ ໄດ້ບັງຄັບພວກເຂົາ ໃຫ້ເຮັດວຽກດັ່ງທາດຮັບໃຊ້.
\s5
\c 17
\p
\v 1 ດິນແດນ ສ່ວນໜຶ່ງ ທາງທິດຕາເວັນຕົກ ຂອງ ແມ່ນາໍ້ ຈໍແດນ ໄດ້ຖືກມອບໝາຍ ໃຫ້ ບາງຄອບຄົວ ໃນເຜົ່າ ມານາເຊ ເນື່ອງຈາກ ວ່າ ມານາເຊ ເປັນລູກຊາຍກົກ ຂອງ ໂຢເຊັບ. ມາກີ ພໍ່ຂອງ ກີເລອາດ ເປັນລູກຊາຍກົກ ຂອງ ມານາເຊ ແລະ ເປັນວິລະບູລຸດ ຜູ້ເກັ່ງ ກ້າ; ດັ່ງນັ້ນແຫລະ ເຂດແດນ ກີເລອາດ ກັບ ບາຊານ ທາງທິດຕາເວັນອອກ ແມ່ນໍ້າ ຈໍແດນ ຈຶ່ງຖືກມອບໝາຍ ໃຫ້ແກ່ ມາກີ.
\v 2 ສ່ວນ ດິນແດນ ທາງທິດຕາເວັນຕົກ ຂອງ ແມ່ນໍ້າ ຈໍແດນ ນັ້ນຖືກມອບໝາຍ ໃຫ້ ຄອບຄົວ ຕ່າງໆ ທີ່ເຫລືອຢູ່ໃນເຜົ່າ ມານາເຊ ດັ່ງນີ້: ອາບີເອເຊ, ເຮເຫລັກ, ອາຊະຣິເອນ, ເຊເຄມ, ເຮເຟ ແລະ ເຊມີດາ. ຄົນເຫລົ່ານີ້ ແມ່ນພວກ ຜູ້ຊາຍ ຈາກເຊື້ອສາຍຂອງ ມານາເຊ ລູກຊາຍ ຂອງ ໂຢເຊັບ; ພວກເຂົາຕ່າງ ກໍເປັນ ຫົວໜ້າຄອບຄົວ ທັງນັ້ນ.
\s5
\v 3 ເສໂລເຟຮັດ ເປັນ ລູກຊາຍ ຂອງ ເຮເຟ, ເຮເຟ ເປັນ ລູກຊາຍ ຂອງ ກີເລອາດ, ກີເລອາດ ເປັນ ລູກຊາຍ ຂອງ ມາກີ, ມາກີ ເປັນ ລູກຊາຍ ຂອງ ມານາເຊ. ເສໂລເຟຮັດ ບໍ່ມີລູກຜູ້ຊາຍ ແຕ່ມີລູກຜູ້ຍິງທັງໝົດ. ພວກເຂົາຊື່ວ່າ: ມາຣາ, ໂນອາ, ໂຮກະລາ, ມີລະກາ ແລະ ຕີຣະຊາ.
\v 4 ພວກນາງໄດ້ ໄປຫາ ປະໂຣຫິດ ເອເລອາຊາ, ໂຢຊວຍ ລູກຊາຍຂອງ ນູນ, ພ້ອມທັງບັນດາຜູ້ນາໍ ແລະ ເວົ້າ ວ່າ, “ອົງພຣະຜູ້ເປັນເຈົ້າ ໄດ້ສັ່ງ ໂມເຊ ມອບດິນແດນ ສ່ວນໜຶ່ງໃຫ້ ເປັນກາໍມະສິດ ຂອງພວກຂ້ານ້ອຍ ຄື ກັນກັບບັນດາ ຜູ້ຊາຍ ທີ່ເປັນຍາດຕິພີ່ນ້ອງຂອງພວກຂ້ານ້ອຍ. ” ດັ່ງນັ້ນ ຕາມຄໍາສັ່ງຂອງອົງພຣະຜູ້ເປັນເຈົ້າ ພວກນາງ ຈຶ່ງໄດ້ຮັບດິນແດນ ເໝືອນກັນກັບ ພວກຜູ້ຊາຍ ທີ່ເປັນຍາດຕິພີ່ນ້ອງ ຂອງ ພວກຕົນ.
\s5
\v 5 ດ້ວຍເຫດນີ້ແຫລະ ພວກ ມານາເຊ ຈຶ່ງໄດ້ຮັບສິບສ່ວນ ລວມທັງ ກີເລອາດ ແລະ ບາຊານ ທາງທິດຕາເວັນອອກ ຂອງ ແມ່ນາໍ້ ຈໍແດນ
\v 6 ຍ້ອນພວກເຊື້ອສາຍ ເພດຍິງ ໄດ້ ຮັບສ່ວນ ເໝືອນກັນ ກັບ ພວກເຊື້ອສາຍ ເພດຊາຍ. ພວກເຊື້ອສາຍ ຂອງ ມານາເຊ ທີ່ເຫລືອຢູ່ຈຶ່ງໄດ້ ຮັບສ່ວນໃນດິນແດນ ກີເລອາດ.
\s5
\v 7 ເຂດແດນ ຂອງ ມານາເຊ ເລີ່ມແຕ່ ອາເຊ ເຖິງ ມິກເມທັດ ທາງທິດຕາເວັນອອກ. ແລ້ວຊາຍແດນ ຂອງ ພວກເຂົາ ກໍລົງໄປທາງໃຕ້ ເພື່ອລວມເອົາຊາວ ເອນຕາປູອາ.
\v 8 ດິນແດນທີ່ຢູ່ອ້ອມແອ້ມ ຕາປູອາ ເປັນຂອງ ເຜົ່າ ມານາເຊ ແຕ່ເມືອງ ຕາປູອາ ທີ່ຢູ່ ຊາຍແດນນັ້ນ ເປັນຂອງເຊື້ອສາຍ ເອຟຣາອິມ.
\s5
\v 9 ແລ້ວຊາຍແດນນີ້ ກໍລົງໄປຈົນເຖິງ ຫ້ວຍນາໍ້ ກະນາ. ເມືອງຕ່າງໆ ທີ່ຢູ່ໃນເຂດແດນ ຂອງ ມານາເຊ ທາງໃຕ້ຫ້ວຍນາໍ້ ນີ້ເປັນຂອງ ເຜົ່າ ເອຟຣາອິມ ເຖິງແມ່ນຢູ່ໃນເຂດແດນ ຂອງເຜົ່າ ມານາເຊ ກໍຕາມ. ຊາຍແດນຂອງ ເຜົ່າ ມານາ ນີ້ຍາວໄປຕາມຫ້ວຍນາໍ້ ທາງທິດ ເໜືອ ແລະໄປສຸດທີ່ທະເລ ເມດີແຕຣາເນ.
\v 10 ເຜົ່າ ເອຟຣາອິມ ໄດ້ດິນແດນ ທາງທິດ ໃຕ້ ແລະເຜົ່າ ມານາເຊ ໄດ້ດິນແດນ ທາງທິດ ເໜືອໂດຍມີທະເລ ເມດີແຕຣາເນ ເປັນຊາຍແດນ ທາງດ້ານທິດຕາເວັນຕົກ. ສ່ວນ ເຜົ່າ ອາເຊ ໄດ້ດິນແດນທາງທິດຕາເວັນຕົກສ່ຽງເໜືອ ແລະ ເຜົ່າອິດຊາຄາ ໄດ້ດິນແດນ ທາງທິດຕາເວັນອອກ ສ່ຽງເໜືອ.
\s5
\v 11 ພາຍໃນເຂດແດນ ຂອງເຜົ່າ ອິດຊາຄາ ແລະ ອາເຊ ນັ້ນ ມານາເຊ ໄດ້ເມືອງ ເບັດ ເຊອານ ແລະ ເມືອງ ອິບເລອາມ ລວມທັງເມືອງເລັກ ເມືອງນ້ອຍ ທີ່ຢູ່ອ້ອມແອ້ມນັ້ນ ຕະຫລອດທັງ ໂດເຣ (ເມືອງ ຝັ່ງທະເລ), [ຕ] ເອນໂດເຣ, ຕາອານັກ, ເມກິດໂດ ແລະ ເມືອງເລັກ ເມືອງນ້ອຍ ທີ່ຢູ່ອ້ອມແອ້ມນັ້ນ.
\v 12 ເຖິງຢ່າງໃດ ກໍຕາມເຜົ່າ ມານາເຊ ບໍ່ສາມາດ ຂັບໄລ່ ພວກທີ່ຢູ່ໃນເມືອງ ເຫລົ່ານີ້ ອອກໄປ ໄດ້. ດັ່ງນັ້ນຊາວ ການາອານ ຈຶ່ງໄດ້ອາໄສຢູ່ ໃນເມືອງ ເຫລົ່ານີ້ ຕໍ່ໄປ.
\s5
\v 13 ເຖິງແມ່ນວ່າ ເມື່ອຊາວ ອິດສະຣາເອນ ມີກໍາລັງ ເຂັ້ມແຂງຂຶ້ນແລ້ວ ກໍດີ ພວກເຂົາ ກໍ ບໍ່ໄດ້ໄລ່ພວກ ການາອານ ອອກໄປໃຫ້ໝົດ. ແຕ່ຊໍາ້ ບັງຄັບພວກເຂົາ ເຮັດວຽກໜັກໃຫ້ ແກ່ ພວກຕົນ.
\s5
\v 14 ພວກເຊື້ອສາຍຂອງ ໂຢເຊັບ ໄດ້ຖາມ ໂຢຊວຍ ວ່າ, “ເຫດໃດທ່ານ ຈຶ່ງແບ່ງປັນດິນ ແດນ ພຽງສ່ວນດຽວ ເທົ່ານັ້ນ ໃຫ້ເປັນກາໍ ມະສິດ ຂອງ ພວກເຮົາ? ພວກເຮົາມີຄົນຫລາຍ ເພາະ ອົງພຣະຜູ້ເປັນເຈົ້າ ໄດ້ອວຍພອນ ພວກເຮົາ. ”
\v 15 ໂຢຊວຍ ຈຶ່ງຕອບ ວ່າ, “ຖ້າ ພວກເຈົ້າ ມີຄົນຫລາຍ ແລະ ເຂດພູດອຍ ເອຟຣາອິມ ນີ້ນ້ອຍໂພດ ສໍາລັບພວກເຈົ້າ ແລ້ວໃຫ້ພວກເຈົ້າ ອອກໄປຖາງເອົາປ່າ ທາງດິນແດນ ຂອງຊາວ ເປຣີຊີ ແລະຊາວ ເຣຟາອິມ.”
\s5
\v 16 ແລ້ວພວກເຂົາ ກໍຕອບວ່າ, “ທາງເຂດ ພູເຂົານີ້ ນ້ອຍໂພດ ສໍາລັບພວກເຮົາ ສ່ວນ ພວກ ການາອານ ທີ່ຢູ່ຕາມທົ່ງພຽງ ຕ່າງກໍມີລົດຮົບເຫລັກ ທັງພວກທີ່ຢູ່ໃນ ເບັດເຊອານ ແລະ ພວກທີ່ຢູ່ຕາມ ເມືອງເລັກ ເມືອງນ້ອຍ ອ້ອມແອ້ມ ແລະ ພວກທີ່ຢູ່ໃນຮ່ອມພູ ເຢຊະເຣເອນ. ”
\v 17 ໂຢຊວຍ ໄດ້ກ່າວແກ່ເຜົ່າ ເອຟຣາອິມ ແລະ ມານາເຊ ຕາເວັນຕົກ ວ່າ, “ຕາມທີ່ຈິງແລ້ວ ພວກເຈົ້າມີຄົນຫລາຍ ແລະ ມີອໍານາດ ເຂັ້ມແຂງ. ພວກເຈົ້າຄວນຈະໄດ້ ຮັບເກີນກວ່າ ໜຶ່ງສ່ວນ.
\v 18 ດັ່ງນັ້ນ ທາງ ເຂດ ພູດອຍ ຈຶ່ງຈະເປັນຂອງ ພວກເຈົ້າ. ເຖິງ ແມ່ນວ່າ ມັນເປັນປ່າ ກໍຕາມ ແຕ່ພວກເຈົ້າ ກໍສາມາດ ຖາງໃຫ້ແປນ ແລະ ຢຶດຄອງຈາກ ສົ້ນເບື້ອງນີ້ ຈົນເຖິງ ສົ້ນເບື້ອງນັ້ນ ເປັນກາໍ ມະສິດຂອງພວກເຈົ້າໄດ້. ສໍາລັບພວກ ການາອານ ນັ້ນ ເຖິງແມ່ນວ່າ ພວກເຂົາມີລົດ ຮົບເຫລັກ ແລະ ມີກາໍລັງຫລາຍ ກໍຕາມ ພວກເຈົ້າ ກໍຈະຂັບໄລ່ ພວກເຂົາອອກໄປໄດ້.”
\s5
\c 18
\p
\v 1 ຫລັງຈາກທີ່ພວກ ອິດສະຣາເອນ ຢຶດຄອງ ດິນແດນ ໄດ້ແລ້ວ ພວກເຂົາໄດ້ ມາ ເຕົ້າໂຮມກັນ ທີ່ເມືອງ ຊີໂລ ແລະ ຕັ້ງຫໍເຕັນ ບ່ອນ ອົງພຣະຜູ້ເປັນເຈົ້າ ສະຖິດຢູ່.
\v 2 ແຕ່ ໄດ້ມີປະຊາຊົນ ອິດສະຣາເອນ ຢູ່ເຈັດເຜົ່າ ທີ່ ຍັງບໍ່ທັນໄດ້ ຮັບດິນແດນ ເປັນສ່ວນແບ່ງ ຂອງພວກເຂົາ.
\s5
\v 3 ດັ່ງນັ້ນ ໂຢຊວຍ ຈຶ່ງໄດ້ຖາມ ປະຊາຊົນ ອິດສະຣາເອນ ວ່າ, “ພວກເຈົ້າຈະລໍຖ້າຢູ່ອີກ ດົນປານໃດ ຈຶ່ງຈະເຂົ້າໄປຢຶດຄອງ ດິນແດນ ທີ່ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງປູ່ຍ່າຕາຍາຍ ຂອງ ພວກເຈົ້າ ໄດ້ມອບໃຫ້?
\v 4 ຈົ່ງເລືອກເອົາ ສາມຄົນ ຈາກແຕ່ລະເຜົ່າໃຫ້ຂ້າພະເຈົ້າ. ຂ້າພະເຈົ້າຈະໃຊ້ພວກເຂົາ ອອກ ໄປ ທົ່ວທັງດິນແດນ ເພື່ອແຕ້ມແຜນທີ່ ເຂດແດນ ຊຶ່ງພວກເຂົາຢາກໄດ້ ເປັນກາໍ ມະສິດ ແລ້ວໃຫ້ພວກເຂົາ ກັບຄືນມາຫາ ຂ້າພະເຈົ້າ.
\s5
\v 5 ດິນແດນນີ້ ຈະຕ້ອງແບ່ງອອກເປັນ ເຈັດສ່ວນ ໃຫ້ພວກເຂົາ ຄື: ເຜົ່າ ຢູດາ ໃຫ້ຢູ່ໃນ ດິນແດນ ຂອງ ພວກເຂົາ ທາງທິດໃຕ້ ແລະ ເຜົ່າ ໂຢເຊັບ ໃຫ້ຢູ່ໃນດິນແດນ ຂອງ ພວກເຂົາທາງທິດເໜືອ.
\v 6 ໃຫ້ພວກເຈົ້າ ແຕ້ມ ແຜນທີ່ຂອງດິນແດນ ເຈັດສ່ວນ ເຫລົ່ານີ້ ແລະ ນາໍມາໃຫ້ຂ້າພະເຈົ້າ. ແລ້ວຂ້າພະເຈົ້າ ກໍຈະໃຊ້ສະຫລາກ [ຖ] ຕໍ່ໜ້າ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ ຂອງ ພວກເຮົາ ສໍາລັບພວກເຈົ້າ.
\s5
\v 7 ແຕ່ສໍາລັບພວກ ເລວີ ແລ້ວ ພວກເຂົາ ຈະບໍ່ໄດ້ຮັບດິນແດນ ສ່ວນໃດໆ ເໝືອນດັ່ງ ພວກເຈົ້າ ເພາະສ່ວນຂອງພວກເຂົາ ແມ່ນ ຮັບໃຊ້ ອົງພຣະຜູ້ເປັນເຈົ້າ ໃນຖານະເປັນປະໂຣຫິດ. ສ່ວນເຜົ່າ ກາດ, ເຜົ່າ ຣູເບັນ ແລະ ເຜົ່າ ມານາເຊ ຕາເວັນອອກ ນັ້ນ ໄດ້ຮັບດິນແດນ ທາງຝັ່ງຕາເວັນອອກ ຂອງ ແມ່ນາໍ້ ຈໍແດນ ແລ້ວຊຶ່ງ ໂມເຊ ຜູ້ຮັບໃຊ້ຂອງ ອົງພຣະຜູ້ເປັນເຈົ້າ ໄດ້ມອບໃຫ້ແກ່ ພວກເຂົາ.”
\s5
\v 8 ຄົນເຫລົ່ານັ້ນ ກໍອອກໄປ ທົ່ວດິນແດນ ຫລັງຈາກທີ່ ໂຢຊວຍ ໄດ້ໃຫ້ ຄໍາແນະນາໍ ເຫລົ່ານີ້ ວ່າ, “ຈົ່ງອອກໄປທົ່ວທັງດິນແດນ ເພື່ອແຕ້ມແຜນທີ່ ແລະ ກັບຄືນມາຫາ ຂ້າພະເຈົ້າ. ແລ້ວໃນເມືອງ ຊີໂລ ນີ້ທີ່ ຂ້າພະເຈົ້າ ກໍຈະໃຊ້ສະຫລາກໃຫ້ ພວກເຈົ້າ ຊ້ອງໜ້າ ອົງພຣະຜູ້ເປັນເຈົ້າ. ”
\v 9 ດັ່ງນັ້ນ ຄົນເຫລົ່ານີ້ ຈຶ່ງພາກັນອອກໄປ ທົ່ວດິນແດນ ແລະ ແຕ້ມແຜນທີ່ ລົງໄປວ່າ ພວກຕົນຈະ ແບ່ງປັນດິນແດນນີ້ເປັນ ເຈັດສ່ວນ ແລະ ຂຽນ ລາຍຊື່ຂອງ ເມືອງຕ່າງໆ ໃສ່ຢ່າງໃດ. ແລ້ວ ພວກເຂົາ ກໍໄດ້ ກັບຄືນມາຫາ ໂຢຊວຍ ທີ່ ເມືອງ ຊີໂລ.
\s5
\v 10 ໂຢຊວຍ ໄດ້ໃຊ້ ສະຫລາກໃຫ້ ພວກເຂົາຢູ່ຊ້ອງໜ້າ ອົງພຣະຜູ້ເປັນເຈົ້າ ແລະ ໄດ້ ມອບດິນແດນ ໃຫ້ແກ່ ທຸກໆ ເຜົ່າທີ່ເຫລືອຢູ່ ນັ້ນ ຕາມສ່ວນແບ່ງ ຂອງ ໃຜລາວ.
\s5
\v 11 ດິນແດນ ທີ່ໃຊ້ ສະຫລາກ ໄດ້ກ່ອນໝູ່ ນັ້ນເປັນຂອງ ຄອບຄົວຕ່າງໆ ໃນເຜົ່າ ເບັນຢາມິນ. ດິນແດນ ຂອງ ພວກເຂົາ ແມ່ນ ຕັ້ງຢູ່ລະຫວ່າງເຜົ່າ ຢູດາ ແລະ ເຜົ່າໂຢເຊັບ.
\v 12 ທາງພາກເໜືອຊາຍແດນ ຂອງ ພວກເຂົາເລີ່ມແຕ່ ແມ່ນາໍ້ ຈໍແດນ ຈົນຂຶ້ນໄປເຖິງ ເນີນພູ ທາງທິດເໜືອ ຂອງເມືອງ ເຢຣິໂກ ອອກໄປທາງທິດຕາເວັນຕົກ ໂດຍຜ່ານເຂດ ພູດອຍ ໄປຈົນເຖິງ ຖິ່ນແຫ້ງແລ້ງ ກັນດານ ເບັດທາເວນ.
\s5
\v 13 ແລ້ວຊາຍແດນ ກໍເລີຍໄປ ຈົນເຖິງ ເນີນພູ ທາງໃຕ້ ຂອງເມືອງ ລູເສ (ມີຊື່ ອີກວ່າ ເບັດເອນ) ແລ້ວລົງໄປ ຈົນເຖິງ ອາຕາໂຣດອັດດາ ທີ່ເທິງພູ ທາງໃຕ້ເມືອງ ເບັດໂຮໂຣນ ລຸ່ມ.
\v 14 ແລ້ວຊາຍແດນນີ້ ກໍອອກໄປ ທາງທິດໜຶ່ງອີກ ໂຄ້ງໄປທາງທິດ ໃຕ້ ດ້ານທະເລ ຈາກ ທິດຕາເວັນຕົກ ຂອງ ພູ ນີ້ ແລະໄປຈົນເຖິງ ກີຣິອາດບາອານ (ຫລື ກີຣິອາດ ເຢອາຣິມ) ຊຶ່ງເປັນເມືອງ ຂອງ ເຜົ່າ ຢູດາ. ນີ້ແມ່ນ ຊາຍແດນ ທາງທິດຕາເວັນຕົກ.
\s5
\v 15 ສ່ວນຊາຍແດນ ທາງພາກໃຕ້ ນັ້ນໄດ້ ເລີ່ມແຕ່ແຄມເມືອງ ກີຣິອາດ ເຢອາຣິມ ແລະ ໄປຈົນເຖິງ [ທ] ບໍ່ນາໍ້ ເນັບໂທອາ.
\v 16 ແລ້ວຊາຍແດນນີ້ ກໍໄດ້ ລົງໄປຈົນເຖິງ ຕີນພູ ບ່ອນທີ່ຫລຽວເຫັນ ພູຮິນໂນມ ທາງເໜືອສຸດ ຂອງ ຮ່ອມພູ ເຣຟາອິມ. ແລ້ວຊາຍແດນນີ້ ກໍ ໄດ້ເລີຍໄປ ທາງໃຕ້ຜ່ານ ຮ່ອມພູ ຮິນໂນມ ທາງໃຕ້ສັນພູ ຂອງ ຊາວ ເຢບຸດ ໄປທາງ ເອນໂຣເກນ.
\s5
\v 17 ແລ້ວກໍລ້ຽວໄປ ທາງທິດເໜືອສູ່ ເອນເຊເມດ ສູ່ ເກລີໂລດ ຊຶ່ງກົງກັນຂ້າມ ກັບ ທາງ ຜ່ານຊ່ອງແຄບ ອາດຸມມີມ. ແລ້ວຊາຍແດນ ນີ້ ກໍໄດ້ ລົງໄປທາງ ໂງ່ນຫິນ ຂອງ ບູຮານ (ບູຮານ ເປັນ ລູກຊາຍ ຂອງ ຣູເບັນ)
\v 18 ແລະ ຜ່ານໄປ ທາງ ສັນພູ ບ່ອນທີ່ຫລຽວເຫັນ ຮ່ອມພູ ຈໍແດນ. ແລ້ວຊາຍແດນນີ້ ກໍລົງໄປ ຈົນເຖິງ ຮ່ອມພູ
\s5
\v 19 ໂດຍຜ່ານໄປທາງ ສັນພູ ເບັດໂຮກະລາ ແລະ ໄປສຸດທີ່ທາງເຂົ້າ ທະເລຕາຍ ເບື້ອງເໜືອ ບ່ອນທີ່ແມ່ນາໍ້ ຈໍແດນ ໄຫລໄປ ໃສ່. ນີ້ແມ່ນຊາຍແດນ ທາງທິດໃຕ້.
\v 20 ແມ່ນາໍ້ ຈໍແດນ ເປັນຊາຍແດນ ທາງທິດຕາເວັນອອກ. ນີ້ແມ່ນຊາຍແດນ ຂອງ ດິນແດນ ທີ່ຄອບຄົວຕ່າງໆ ໃນເຜົ່າ ເບັນຢາມິນ ໄດ້ຮັບເປັນກາໍມະສິດ.
\s5
\v 21 ເມືອງທັງຫລາຍ ທີ່ເປັນສ່ວນຂອງ ຄອບຄົວຕ່າງໆ ໃນເຜົ່າ ເບັນຢາມິນ ນັ້ນມີດັ່ງ ນີ້: ເຢຣິໂກ, ເບັດໂຮກະລາ, ເອເມັກເກສິດ,
\v 22 ເບັດອາຣາບາ, ເສມາຣາອິມ, ເບັດເອນ,
\v 23 ອາວິມ, ປາຣາ, ໂອຟະຣາ,
\v 24 ເກຟາອໍາໂມນີ, ໂອຟະນີ ແລະ ເກບາ. ລວມທັງໝົດ ມີ 12 ຕົວເມືອງ ຕະຫລອດ ທັງເມືອງເລັກ ເມືອງນ້ອຍ ທີ່ຢູ່ອ້ອມແອ້ມນັ້ນ.
\s5
\v 25 ນອກນີ້ ກໍຍັງມີເມືອງ ກີເບໂອນ, ຣາມາ, ເບເອໂຣດ,
\v 26 ມີຊະປາ, ເກຟີຣາ, ໂມສາ,
\v 27 ເຣເກມ, ອີຣະເປເອນ, ຕາຣະລາ,
\v 28 ເຊຣາ, ຮາເອເຫລັບ, ເຢບູ (ເມືອງ ເຢຣູຊາເລັມ), ກີເບອາ ແລະ ກີຣິອາດ ເຢອາຣີມ. ລວມທັງໝົດ ມີ 14 ຕົວເມືອງ ຕະຫລອດ ທັງເມືອງເລັກ ເມືອງນ້ອຍ ທີ່ຢູ່ອ້ອມແອ້ມນັ້ນ. ນີ້ແມ່ນ ດິນແດນ ທີ່ຄອບຄົວ ຕ່າງໆ ໃນເຜົ່າ ເບັນຢາມິນ ໄດ້ຮັບເປັນກາໍມະສິດ ຂອງ ພວກເຂົາ.
\s5
\c 19
\p
\v 1 ການໃຊ້ສະຫລາກ ຄັ້ງທີສອງ ໄດ້ຕົກ ຖືກຄອບຄົວ ຕ່າງໆ ໃນເຜົ່າ ຊີເມໂອນ. ເຂດແດນ ນີ້ຍາວໄປຈົນເຖິງ ດິນແດນ ທີ່ໄດ້ ຖືກມອບໝາຍໃຫ້ເຜົ່າ ຢູດາ.
\s5
\v 2 ດິນແດນນັ້ນ ມີດັ່ງນີ້: ເບເອນເຊບາ, ເຊບາ, ໂມລາດາ,
\v 3 ຮາສາຊູອານ, ບາລາ, ເອເສມ,
\v 4 ເອນໂຕລັດ, ເບັດອູນ, ໂຮມາ,
\s5
\v 5 ສິກລັກ, ເບັດມັກກາໂບດ, ຮາສາຊູຊາ,
\v 6 ເບັດເລບາໂອດ ແລະ ຊາຣູເຮນ. ລວມ ທັງໝົດ ມີ 13 ຕົວເມືອງ ຕະຫລອດທັງເມືອງເລັກ ເມືອງນ້ອຍ ທີ່ຢູ່ອ້ອມແອ້ມນັ້ນ.
\v 7 ນອກນີ້ ຍັງມີເມືອງ ອາອິນ, ຣີມໂມນ, ເອເທ ແລະ ອາຊານ. ຮວມທັງໝົດ ມີ 4 ຕົວເມືອງ ຕະຫລອດ ທັງເມອືງເລັກ ເມືອງນ້ອຍ ທີ່ຢູ່ອ້ອມແອ້ມນັ້ນ.
\s5
\v 8 ເຂດແດນນີ້ ຮວມເອົາທັງເມືອງເລັກ ເມືອງນ້ອຍ ທີ່ຢູ່ອ້ອມແອ້ມ ເມືອງເຫລົ່ານີ້ ໄປຈົນເຖິງ ບາອາລາດເບເອ (ຫລື ຣາມາ) ທາງທິດໃຕ້. ເຂດແດນນີ້ ເປັນສ່ວນທີ່ຄອບຄົວຕ່າງໆ ໃນເຜົ່າ ຊີເມໂອນ ໄດ້ຮັບເປັນກາໍ ມະສິດ ຂອງ ພວກເຂົາ.
\v 9 ດ້ວຍວ່າ, ສ່ວນ ທີ່ໄດ້ມອບໃຫ້ເຜົ່າຢູດາ ນັ້ນໃຫຍ່ເກີນ ຄວາມ ຕ້ອງການ. ດັ່ງນັ້ນ ສ່ວນໜຶ່ງໃນເຂດແດນນີ້ ຈຶ່ງຖືກມອບໝາຍໃຫ້ແກ່ເຜົ່າ ຊີເມໂອນ.
\s5
\v 10 ການໃຊ້​ສະ​ຫລາກ​ຄັ້ງ​ທີ​ສາມ ໄດ້​ຕົກ​ຖືກ​ຄອບ​ຄົວ​ຕ່າງໆ​ໃນ​ເຜົ່າ ເຊ​ບູ​ໂລນ. ດິນ​ແດນ​ທ​ີ່​ພວກເຂົາໄດ້ຮັບນີ້ ໄກອອກໄປ ຈົນເຖິງ ຊາຣິດ.
\v 11 ແຕ່ບ່ອນນັ້ນ ຊາຍແດນ ໄດ້ເລີຍໄປ ຈົນເຖິງທາງ ທິດຕາເວັນຕົກ ຮອດ ມາເຣອານ ຕິດກັບ ດັບເບເຊັດ ແລະ ທາງ ຫ້ວຍນໍ້າ ທີ່ທາງທິດຕາເວັນອອກ ຂອງ ໂຢກເນອາມ.
\s5
\v 12 ສ່ວນທາງເບື້ອງອື່ນຂອງ ຊາຣິດ ນັ້ນ ໄດ້ເລີຍໄປທາງທິດຕາເວັນອອກ ເຖິງຊາຍແດນ ຂອງ ກີຊະໂລດ ຕາໂບເຣ ແລ້ວໄປທາງ ດາເບຣັດ ຈົນຂຶ້ນໄປຮອດ ຢາເຟຍ.
\v 13 ຊາຍແດນ ນີ້ຍັງເລີຍໄປ ທາງທິດຕາເວັນອອກ ຄື ຈາກບ່ອນນີ້ຈົນເຖິງ ກາດເຮເຟ ແລະ ເອັດກະສິນ ໂດຍລ້ຽວໄປທາງ ເນອາຕາມ ທາງໄປສູ່ ຣີມໂມນ.
\s5
\v 14 ສ່ວນທາງເຂດເໜືອ ນັ້ນຊາຍແດນໄດ້ ລ້ຽວໄປທາງ ຮັນນາໂທນ ແລະ ໄປສຸດລົງທີ່ ຮ່ອມພູ ອິບທາເຮນ.
\v 15 ຊາຍແດນນີ້ ໄດ້ ລວມເອົາທັງ ກັດຕາດ, ນາຮາລັນ, ຊີມໂຣນ, ອີດາລາ ແລະ ເບັດເລເຮັມ. ລວມທັງໝົດ ມີ 12 ຕົວເມືອງຕະຫລອດ ທັງເມືອງເລັກ ເມືອງນ້ອຍ ທີ່ຢູ່ອ້ອມແອ້ມນັ້ນ.
\v 16 ເມືອງເຫລົ່ານີ້ ພ້ອມເມືອງເລັກ ເມືອງນ້ອຍ ທີ່ຢູ່ໃນດິນແດນນັ້ນ ຕົກເປັນຂອງ ຄອບຄົວຕ່າງໆ ໃນ ເຜົ່າ ເຊບູໂລນ. ພວກເຂົາໄດ້ ຮັບເມືອງ ເຫລົ່ານັ້ນມາ ເປັນກາໍມະສິດ ຂອງ ພວກຕົນ.
\s5
\v 17 ການໃຊ້ສະຫລາກ ຄັ້ງທີສີ່ ໄດ້ຕົກຖືກ ຄອບຄົວ ຕ່າງໆ ໃນເຜົ່າ ອິດຊາຄາ.
\v 18 ເຂດແດນ ຂອງ ພວກເຂົາ ມີ ດັ່ງນີ້: ເຢຊະເຣເອນ, ເກຊຸນໂລດ, ຊູເນມ,
\v 19 ຮາຟາຣາອີມ, ຊີໂອນ, ອານາຮາຣັດ,
\s5
\v 20 ຣາບິດ, ກີຊີໂອນ, ເອເບເສ,
\v 21 ເຣເມັດ, ເອັນກັນນີມ, ເອນຮັດດາ ແລະ ເບັດ ປະສະເສັດ.
\v 22 ຊາຍແດນນີ້ ຕິດກັບ ຕາໂບເຣ, ຊາຮາສູມາ ແລະ ເບັດເຊເມດ ແລະ ໄປສຸດ ທີ່ແມ່ນາໍ້ ຈໍແດນ. ລວມທັງໝົດ ຊາຍແດນນີ້ ໄດ້ຮວມເອົາ 16 ຕົວເມືອງ ຕະຫລອດ ທັງເມືອງເລັກ ເມືອງນ້ອຍ ທີ່ ຢູ່ ອ້ອມແອ້ມ ນັ້ນ.
\s5
\v 23 ເມືອງເຫລົ່ານີ້ ພ້ອມທັງເມືອງເລັກ ເມືອງນ້ອຍ ທີ່ຢູ່ໃນ ດິນແດນ ນັ້ນ ຕົກເປັນ ຂອງ ຄອບຄົວຕ່າງໆ ໃນເຜົ່າ ອິດຊາຄາ. ພວກເຂົາໄດ້ ຮັບເມືອງ ເຫລົ່ານັ້ນມາເປັນ ກໍາມະສິດ ຂອງ ພວກຕົນ.
\s5
\v 24 ການໃຊ້ສະຫລາກ ຄັ້ງທີ ຫ້າ ໄດ້ຕົກ ຖືກຄອບຄົວຕ່າງໆ ໃນເຜົ່າ ອາເຊ.
\v 25 ເຂດແດນ ຂອງ ພວກເຂົາ ມີ ດັ່ງນີ້: ເຮນກາດ, ຮາລີ, ເບເຕນ, ອັກຊັບ,
\v 26 ອັນລໍາເມເຫລັກ, ອາມາດ ແລະ ມີຊັນ. ທາງທິດຕາ ເວັນຕົກ ໄປຈຸກັບພູ ກາເມນ ແລະ ຊີໂຮເລລິບ ນາດ.
\s5
\v 27 ເມື່ອລ້ຽວໄປ ທາງທິດຕາເວັນອອກ ຊາຍແດນ ນີ້ໄດ້ໄປ ຈົນເຖິງ ເບັດດາໂກນ ໂດຍຈຸກັບ ເຊບູໂລນ ແລະ ຮ່ອມພູ ອິບທາເຮນ ໄປທາງເໜືອ ຈົນເຖິງ ເບັດເອເມກ ແລະ ເນອີເອນ. ຊາຍແດນນີ້ ຍັງໄປເໜືອເລື້ອຍໆ ຈົນເຖິງ ກາບູນ,
\v 28 ເອັບໂຣນ, ເຣໂຮບ, ຮາມໂມນ ແລະ ກະນາ, ຈົນໄປຮອດ ຊີໂດນ.
\s5
\v 29 ແລ້ວຊາຍແດນ ນີ້ ກໍໄດ້ ລ້ຽວໄປທາງ ຣາມາ ໂດຍໄປຈຸກັບ ຕີເຣ ເມືອງທີ່ມີ ປ້ອມ ປ້ອງກັນ; ແລ້ວລ້ຽວໄປທາງ ໂຮຊາ ແລະ ໄປ ສຸດທີ່ທະເລ ເມດີແຕຣາເນ. ດິນແດນ ນີ້ ຍັງໄດ້ຮວມເອົາທັງ ມາຮາລາບ, ອັກສິບ,
\v 30 ອູມມາ, ອາເຟັກ ແລະ ເຣໂຮບ. ລວມທັງໝົດ ມີ 22 ຕົວເມືອງ ຕະຫລອດທັງເມືອງເລັກ ເມືອງນ້ອຍ ທີ່ຢູ່ອ້ອມແອ້ມ ນັ້ນ.
\s5
\v 31 ເມືອງເຫລົ່ານີ້ ພ້ອມທັງເມືອງເລັກ ເມືອງນ້ອຍ ທີ່ຢູ່ໃນ ດິນແດນ ນັ້ນຕົກເປັນ ຂອງ ຄອບຄົວຕ່າງໆ ໃນເຜົ່າ ອາເຊ. ພວກເຂົາໄດ້ຮັບເມືອງ ເຫລົ່ານັ້ນມາ ເປັນກໍາມະສິດ ຂອງ ພວກເຂົາ.
\s5
\v 32 ການໃຊ້ ສະຫລາກຄັ້ງທີ ຫົກ ໄດ້ຕົກ ຖືກຄອບຄົວຕ່າງໆ ໃນເຜົ່າ ເນັບທາລີ.
\v 33 ຊາຍແດນ ຂອງ ພວກເຂົາໄດ້ເລີ່ມແຕ່ ເຮເຫລັບ ໄປສູ່ຕົ້ນໂອກ ທີ່ ສາອານານນີມ, ໄປສູ່ ອາດາມີເນເກັບ ແລະ ຢໍານີຢາ, ເລີຍໄປຈົນເຖິງ ລັກກຸມ ແລະ ໄປສຸດທີ່ແມ່ນໍ້າ ຈໍແດນ.
\v 34 ຈາກບ່ອນນີ້ ຊາຍແດນ ໄດ້ລ້ຽວໄປ ທາງທິດຕາເວັນຕົກ ທາງ ອາສະໂນດ ຕາໂບເຣ ຈາກນັ້ນໄປຍັງ ຮຸກກອກ ໂດຍ ທາງໃຕ້ ໄປຈຸກັບ ເຊບູໂລນ, ທາງທິດຕາເວັນຕົກ ຕິດ ກັບ ອາເຊ ແລະ ທາງທິດຕາເວັນອອກ ຕິດ ກັບ ແມ່ນາໍ້ ຈໍແດນ. [ນ]
\s5
\v 35 ສ່ວນເມືອງ ທີ່ມີກາໍແພງ ນັ້ນມີ ດັ່ງນີ້: ຊິດດິມ, ເສເຣ, ຮາມມັດ, ຣັກກັດ, ກິນເນເຣດ,
\v 36 ອາດາມາ, ຣາມາ, ຮາໂຊ,
\v 37 ເກເດັດ, ເອັດເຣອີ, ເອນຮາໂຊ,
\s5
\v 38 ຢີໂຣນ, ມິກດາເລນ, ໂຮເຣັມ, ເບັດ ອານາດ ແລະ ເບັດເຊເມດ. ຮວມທັງໝົດ ມີ 19 ຕົວເມືອງ ຕະຫລອດ ທັງເມືອງເລັກ ເມືອງນ້ອຍ ທີ່ຢູ່ອ້ອມແອ້ມ ນັ້ນ.
\v 39 ເມືອງເຫລົ່ານີ້ ພ້ອມທັງເມືອງເລັກ ເມືອງນ້ອຍ ທີ່ຢູ່ໃນດິນ ແດນ ນັ້ນຕົກເປັນຂອງ ຄອບຄົວ ຕ່າງໆ ໃນ ເຜົ່າ ເນັບທາລີ. ພວກເຂົາໄດ້ ຮັບເມືອງເຫລົ່າ ນັ້ນມາ ເປັນກາໍມະສິດ ຂອງ ພວກເຂົາ.
\s5
\v 40 ການໃຊ້ ສະຫລາກຄັ້ງທີ ເຈັດ ໄດ້ຕົກ ຖືກຄອບຄົວຕ່າງໆ ໃນເຜົ່າ ດານ.
\v 41 ເຂດແດນ ຂອງ ພວກເຂົາ ມີດັ່ງນີ້: ໂຊຣາ, ເອັດຊະຕາໂອນ, ອີຣະເຊເມດ,
\v 42 ຊາອານບິມ, ໄອຢາໂລນ, ອີທະລາ,
\s5
\v 43 ເອໂລນ, ຕີມນາ, ເອັກໂຣນ,
\v 44 ເອນເຕເກ, ກິບເບໂທນ, ບາອາລັດ,
\v 45 ເຢຮຸດ, ເບເນເບລັກ, ກາດຣີມໂມນ,
\v 46 ເມຢາ ຣະໂກນ ແລະ ຣັກໂກນ, ຮວມທັງ ເຂດແດນ ທີ່ຢູ່ອ້ອມແອ້ມ ຢົບປາ.
\s5
\v 47 ເມື່ອຊາວ ດານ ສູນເສຍດິນແດນ ຂອງ ພວກເຂົານັ້ນ ພວກເຂົາໄດ້ໄປ ໂຈມຕີ ແລະ ຢຶດຄອງເມືອງ ລາກິດ ໂດຍຂ້າຄົນໃນເມືອງ ນັ້ນຖິ້ມ ແລະ ປະກາດເປັນເມືອງ ຂອງຕົນ. ພວກເຂົາໄດ້ ຕັ້ງຖິ່ນຖານຢູ່ທີ່ນັ້ນ ແລະ ປ່ຽນ ຊື່ຂອງເມືອງ ລາກິດ ມາເປັນເມືອງ ດານ.
\v 48 ເມືອງເຫລົ່ານີ້ ພ້ອມທັງເມືອງເລັກ ເມືອງນ້ອຍ ທີ່ຢູ່ໃນ ດິນແດນນັ້ນ ຕົກເປັນຂອງ ຄອບຄົວຕ່າງໆ ໃນເຜົ່າ ດານ. ພວກເຂົາໄດ້ຮັບເມືອງເຫລົ່ານັ້ນມາ ເປັນກາໍມະສິດ ຂອງ ພວກຕົນ.
\s5
\v 49 ເມື່ອປະຊາຊົນ ອິດສະຣາເອນ ໄດ້ແບ່ງປັນດິນແດນ ຮຽບຮ້ອຍແລ້ວ ພວກເຂົາ ໄດ້ ຍົກເອົາສ່ວນ ຂອງດິນແດນ ຕອນໜຶ່ງມອບໃຫ້ ໂຢຊວຍ ລູກຊາຍ ຂອງ ນູນ ເພື່ອໃຫ້ ເພິ່ນເປັນກາໍມະສິດ.
\v 50 ຕາມທີ່ ອົງພຣະຜູ້ເປັນເຈົ້າ ໄດ້ສັ່ງໄວ້ ພວກເຂົາໄດ້ມອບ ເມືອງ ຕີມນາດ ເຊຣາ ໃນເຂດພູດອຍ ເອຟຣາອິມ ໃຫ້ຕາມທີ່ເພິ່ນ ຂໍຮ້ອງ. ດັ່ງນັ້ນ ເພິ່ນ ຈຶ່ງ ໄດ້ສ້າງເມືອງຂຶ້ນໃໝ່ ແລະ ຕັ້ງຖິ່ນຖານ ຢູ່ ທີ່ນັ້ນ.
\s5
\v 51 ປະໂຣຫິດ ເອເລອາຊາ, ໂຢຊວຍ ລູກຊາຍ ຂອງ ນູນ ແລະ ພວກຫົວໜ້າ ຄອບຄົວ ຕ່າງໆ ໃນບັນດາເຜົ່າແຫ່ງຊາດ ອິດສະຣາເອນ ໄດ້ຮັບມອບໝາຍ ດິນແດນ ເຫລົ່ານີ້ ໂດຍການໃຊ້ ສະຫລາກ [ບ] ຕໍ່ໜ້າ ອົງພຣະຜູ້ເປັນເຈົ້າ ທີ່ເມືອງ ຊີໂລ ທີ່ທາງເຂົ້າ ຫໍເຕັນ ບ່ອນ ອົງພຣະຜູ້ເປັນເຈົ້າ ສະຖິດຢູ່. ດ້ວຍການກະທາໍ ດັ່ງທີ່ໄດ້ກ່າວມານີ້ ພວກເຂົາຈຶ່ງໄດ້ ແບ່ງປັນດິນແດນ ເປັນທີ່ສໍາເລັດ.
\s5
\c 20
\p
\v 1 ແລ້ວ ອົງພຣະຜູ້ເປັນເຈົ້າ ກໍໄດ້ ສັ່ງ ໂຢຊວຍ ໃຫ້ໄປບອກ ປະຊາຊົນ ອິດສະຣາເອນ ວ່າ,
\v 2 “ຈົ່ງເລືອກເອົາ ບັນດາເມືອງ ລີ້ໄພ ຕາມທີ່ເຮົາໄດ້ສັ່ງ ໂມເຊ ໃຫ້ບອກພວກເຈົ້າ.
\v 3 ບຸກຄົນໜຶ່ງ ທີ່ຂ້າ ຄົນໂດຍ ບໍ່ເຈດຕະນາ ເຂົ້າໄປທີ່ນັ້ນ ໄດ້ ແລະ ຫລົບໜີ ຈາກຜູ້ຕາມຫາ ແກ້ແຄ້ນ.
\s5
\v 4 ລາວແລ່ ນເຂົ້າໄປໃນ ເມືອງໃດ ເມືອງໜຶ່ງໃນເມືອງ ເຫລົ່ານີ້ໄດ້ ຄື ໄປຍັງສານ ບ່ອນ ຕັດສິນຄວາມ ທີ່ປະຕູ ເຂົ້າເມືອງ ແລະ ອະທິບາຍ ເຫດການທີ່ເກີດຂຶ້ນແກ່ ພວກຜູ້ນາໍ. ແລ້ວພວກຜູ້ນາໍ ກໍຈະອະນຸຍາດ ໃຫ້ລາວ ເຂົ້າໄປໃນເມືອງ ທັງຫາ ບ່ອນໃຫ້ລາວຢູ່ໃນເມືອງ ຕໍ່ໄປດ້ວຍ.
\s5
\v 5 ຖ້າຜູ້ທີ່ຕາມຫາ ແກ້ແຄ້ນ ມາເຖິງເມືອງ ນັ້ນ ຊາວເມືອງ ກໍຈະບໍ່ຕ້ອງມອບ​ເຂົາ ໃຫ້ຜູ້ທີ່ ຕາມຫານັ້ນ. ພວກເຂົາຕ້ອງປ້ອງກັນ ຄົນ ເຫລົ່ານີ້ໄວ້ ເພາະເຂົາຂ້າຄົນ ໂດຍບໍ່ເຈດຕະນາ ແລະ ບໍ່ແມ່ນຍ້ອນ ຄວາມຄຽດແຄ້ນແຕ່ຢ່າງໃດ.
\v 6 ເຂົາອາດຈະຢູ່ໃນ ເມືອງ ຈົນກວ່າຈະໄດ້ ຮັບການ ຕັດສິນ ຕໍ່ໜ້າມະຫາຊົນ ແລະ ຈົນກວ່າ ຜູ້ທີ່ເປັນປະໂຣຫິດ ໃນເວລານັ້ນ ຕາຍກ່ອນ. ແລ້ວເຂົາ ກໍຈະໄດ້ກັບເມືອ ສູ່​ເມືອງ​ຂອງ​ຕົນ ບ​່ອນ​ທີ່​ເຂົາ​ໄດ້​ປົບ​ໜີ​ມານັ້ນ."
\s5
\v 7 ດັ່ງນັ້ນ ໃນທິດຕາເວັນຕົກຂອງ ແມ່ນາໍ້ ຈໍແດນ ພວກເຂົາຈຶ່ງໄດ້ເລືອກ ເອົາເມືອງ ເກເດັດ ໃນຄາລີເລ ໃນເຂດພູດອຍ ຂອງເຜົ່າ ເນັບທາລີ; ເມືອງ ຊີເຄມ ໃນເຂດພູດອຍ ຂອງ ເຜົ່າ ເອຟຣາອິມ ແລະ ເມືອງ ເຮັບໂຣນ ໃນເຂດພູດອຍ ຂອງເຜົ່າ ຢູດາ.
\v 8 ທາງທິດ ຕາເວັນອອກ ຂອງ ແມ່ນໍ້າ ຈໍແດນ ໃນຖິ່ນ ແຫ້ງແລ້ງ ກັນດານ ຕາມພູພຽງ ທາງທິດຕາເວັນອອກ ຂອງເມືອງ ເຢຣິໂກ ພວກເຂົາ ໄດ້ເລືອກເອົາເມືອງ ເບເສ ໃນເຂດແດນ ຂອງ ເຜົ່າ ຣູເບັນ; ເມືອງ ຣາໂມດ ໃນ ກີເລອາດ ໃນ ເຂດແດນ ຂອງເຜົ່າ ກາດ ແລະ ເມືອງ ໂກລານ ແຫ່ງ ບາຊານ ໃນເຂດແດນ ຂອງເຜົ່າ ມານາເຊ.
\s5
\v 9 ບ່ອນເຫລົ່ານີ້ ແມ່ນເມືອງ ລີ້ໄພ ຊຶ່ງໄດ້ຖືກເລືອກໄວ້ ໃຫ້ປະຊາຊົນ ອິດສະຣາເອນ ແລະ ໃຫ້ຄົນຕ່າງຊາດ ທັງຫລາຍທີ່ອາໄສຢູ່ ກັບພວກເຂົາ. ຜູ້ໃດຜູ້ໜຶ່ງ ຂ້າຄົນໂດຍ ບໍ່ເຈດຕະນາ ຈະໄດ້ຮັບການ ຄຸ້ມຄອງຈາກ ຜູ້ຕາມຫາ ແກ້ແຄ້ນ ໃນບ່ອນນີ້; ຈະບໍ່ມີໃຜ ຖືກຂ້າ ໂດຍບໍ່ໄດ້ ຮັບການ ຕັດສິນຕໍ່ໜ້າ ມະຫາຊົນ ສາກ່ອນ.
\s5
\c 21
\p
\v 1 ບັນດາ ຫົວໜ້າ ຂອງ ຄອບຄົວ ເລວີ ໄດ້ ພາກັນໄປ ຫາ ປະໂຣຫິດ ເອເລອາຊາ, ໂຢຊວຍ ລູກຊາຍ ຂອງ ນູນ ແລະ ຫົວໜ້າ ຄອບຄົວຕ່າງໆ ຂອງທຸກເຜົ່າ ໃນຊາດ ອິດສະຣາເອນ.
\v 2 ພວກເຂົາໄດ້ກ່າວ ແກ່ ພວກເຫລົ່ານີ້ ທີ່ເມືອງ ຊີໂລ ໃນດິນແດນ ການາອານ ວ່າ, “ອົງພຣະຜູ້ເປັນເຈົ້າ ໄດ້ສັ່ງ ຜ່ານທາງ ໂມເຊ ວ່າ ພວກເຮົາຕ້ອງໄດ້ ຮັບເມືອງ ເປັນບ່ອນຢູ່ອາໄສ ໂດຍໃຫ້ ມີທົ່ງຫຍ້າ ອ້ອມແອ້ມ ສໍາລັບລ້ຽງ ຝູງສັດ ຂອງ ພວກເຮົາ ດ້ວຍ.”
\s5
\v 3 ດັ່ງນັ້ນ ປະຊາຊົນ ອິດສະຣາເອນ ຈຶ່ງໄດ້ ມອບເມືອງ ບາງແຫ່ງ ພ້ອມທັງທົ່ງຫຍ້າ ຈາກ ເຂດແດນ ໃນສ່ວນຕ່າງໆ ຂອງ ພວກເຂົາໃຫ້ ແກ່ພວກ ເລວີ ຕາມຄໍາສັ່ງຂອງ ອົງພຣະຜູ້ເປັນເຈົ້າ.
\s5
\v 4 ການໃຊ້ ສະຫລາກ ຄັ້ງທາໍອິດ ໄດ້ຕົກ ຖືກຄອບຄົວ ຕ່າງໆ ໃນຕະກຸນ ໂກຮາດ. ສ່ວນຄອບຄົວ ທີ່ມາແຕ່ ເຊື້ອສາຍ ຂອງ ປະໂຣຫິດ ອາໂຣນ ນັ້ນໄດ້ຮັບ 13 ຕົວເມືອງ ຈາກເຂດແດນ ສ່ວນຕ່າງໆ ຂອງ ຢູດາ, ຊີເມໂອນ ແລະ ເບັນຢາມິນ.
\v 5 ສ່ວນ ຕະກຸນ ໂກຮາດ ທີ່ເຫລືອຢູ່ນັ້ນໄດ້ຮັບ 10 ຕົວເມືອງ ຈາກເຂດແດນ ສ່ວນຕ່າງໆ ຂອງ ເອຟຣາອິມ, ດານ ແລະ ມານາເຊ ຕາເວັນຕົກ.
\s5
\v 6 ຕະກຸນ ເກໂຊນ ໄດ້ຮັບ 13 ຕົວເມືອງ ຈາກເຂດແດນສ່ວນ ອາເຊ, ເນັບທາລີ ແລະ ມານາເຊ ຕາເວັນອອກ.
\v 7 ສ່ວນບັນດາ ຄອບຄົວ ໃນຕະກຸນ ເມຣາຣີ ນັ້ນໄດ້ຮັບ 12 ຕົວເມືອງຈາກເຂດແດນ ສ່ວນຕ່າງໆ ຂອງ ຣູເບັນ, ກາດ ແລະ ເຊບູໂລນ.
\s5
\v 8 ປະຊາຊົນ ອິດສະຣາເອນ ໄດ້ມອບເມືອງ ຕ່າງໆ ພ້ອມທັງທົ່ງຫຍ້າ ໃຫ້ແກ່ພວກ ເລວີ ໂດຍການໃຊ້ສະຫລາກ [ປ] ຕາມທີ່ ອົງພຣະຜູ້ເປັນເຈົ້າ ໄດ້ສັ່ງໄວ້ຜ່ານທາງ ໂມເຊ.
\v 9 ຕໍ່ໄປນີ້ ແມ່ນຊື່ບັນດາເມືອງ ຈາກເຂດແດນ ສ່ວນຕ່າງໆຂອງ ຢູດາ ແລະ ຊີເມໂອນ ທີ່ໄດ້ຖືກມອບໝາຍໃຫ້
\v 10 ເຊື້ອ ສາຍຂອງ ອາໂຣນ ໃນຕະກຸນ ໂກຮາດ ຜູ້ທີ່ໄດ້ສືບເຊື້ອສາຍມາຈາກ ເລວີ. ຕະກຸນນີ້ເປັນ ພວກທາໍອິດ ທີ່ໄດ້ຖືກມອບໝາຍ ເມືອງໃຫ້.
\s5
\v 11 ພວກເຂົາໄດ້ຮັບເມືອງ ອາກບາ ຕະຫລອດ ທັງທົ່ງຫຍ້າທີ່ຢູ່ອ້ອມແອ້ມນັ້ນ (ອາກບາ ເປັນພໍ່ຂອງ ອານາກ) ແຕ່ໃນ ເວລາ ນີ້ ເອີ້ນວ່າ ເຮັບໂຣນ ໃນເຂດພູດອຍ ຂອງ ຢູດາ.
\v 12 ແຕ່ທົ່ງນາຂອງເມືອງນີ້ ພັອມທັງ ເມືອງເລັກ ເມືອງນ້ອຍ ທີ່ຢູ່ອ້ອມແອ້ມ ນັ້ນໄດ້ ຖືກມອບໝາຍ ໃຫ້ເປັນກາໍມະສິດ ຂອງ ກາເຫລັບ ລູກຊາຍ ຂອງ ເຢຟຸນເນ.
\s5
\v 13 ນອກຈາກ ເຮັບໂຣນ (ໜຶ່ງໃນ ບັນດາ ເມືອງ ລີ້ໄພ) ເມືອງທີ່ໄດ້ ຖືກມອບໝາຍໃຫ້ ເຊື້ອສາຍ ຂອງ ປະໂຣຫິດ ອາໂຣນ ມີດັ່ງນີ້: ລິບນາ,
\v 14 ຢັດຕິ, ເອຊະເຕມົວ,
\v 15 ໂຮໂລນ, ເດບີ,
\v 16 ອາອິນ, ຢຸດຕາ ແລະ ເບັດເຊເມດ ພ້ອມທັງທົ່ງຫຍ້າ. ລວມທັງໝົດ ມີ 9 ຕົວເມືອງ ຈາກເຜົ່າ ຢູດາ ແລະ ຊີເມໂອນ.
\s5
\v 17 ຈາກເຂດແດນ ຂອງ ເບັນຢາມິນ ພວກເຂົາໄດ້ຮັບ 4 ຕົວເມືອງ ມີດັ່ງນີ້: ກີເບໂອນ, ເກບາ,
\v 18 ອານາໂທດ ແລະ ອານໂມນ ພ້ອມທັງທົ່ງຫຍ້າ.
\v 19 ລວມທັງໝົດມີ 13 ຕົວເມືອງ ພ້ອມທັງທົ່ງຫຍ້າ ທີ່ໄດ້ຖືກ ມອບໝາຍໃຫ້ ປະໂຣຫິດ ເຊື້ອສາຍ ຂອງ ອາໂຣນ.
\s5
\v 20 ສ່ວນຄອບຄົວອື່ນ ໆ ຂອງຊາວ ເລວີ ໃນຕະກຸນ ໂກຮາດ ໄດ້ຮັບບາງເມືອງ ຈາກເຂດແດນ ຂອງ ເອຟຣາອິມ.
\v 21 ພວກເຂົາ ໄດ້ຮັບ 4 ຕົວເມືອງ ມີດັ່ງນີ້: ຊີເຄມ ແລະ ທົ່ງຫຍ້າ ທີ່ຢູ່ໃນແຖບ ພູດອຍ ຂອງ ເອຟຣາອິມ (ເມືອງໜຶ່ງໃນຈາໍນວນ ເມືອງ ລີ້ໄພ), ເກເຊ,
\v 22 ກິບສາອີມ ແລະ ເບັດໂຮໂຣນ ພ້ອມທັງທົ່ງຫຍ້າ.
\s5
\v 23 ຈາກເຂດແດນ ຂອງ ດານ ພວກເຂົາໄດ້ຮັບ 4 ຕົວເມືອງ ມີດັ່ງນີ້: ເອນເຕເກ, ກິບເບໂທນ,
\v 24 ໄອຢາໂລນ ແລະ ກາດຣິມໂມນ ພ້ອມທັງທົ່ງຫຍ້າ.
\s5
\v 25 ຈາກເຂດແດນ ຂອງ ມານາເຊ ຕາເວັນຕົກ ພວກເຂົາໄດ້ຮັບ 2 ຕົວເມືອງ ມີດັ່ງນີ້: ຕາອານັກ ແລະ ກາດຣິມໂມນ ພ້ອມທັງທົ່ງຫຍ້າ.
\v 26 ຄອບຄົວເຫລົ່ານີ້ ຂອງຕະກຸນ ໂກຮາດ ໄດ້ຮັບທັງໝົດ 10 ຕົວເມືອງ ພ້ອມ ທັງທົ່ງຫຍ້າ.
\s5
\v 27 ສ່ວນຊາວ ເລວີ ພວກອື່ນຈາກຕະກຸນ ເກໂຊນ ໄດ້ຮັບຈາກ ມານາເຊ ຕາເວັນອອກ 2 ຕົວເມືອງມີດັ່ງນີ້: ໂກຣານ ໃນ ບາຊານ (ເມືອງໜຶ່ງໃນຈາໍນວນ ເມືອງລີ້ໄພ) ແລະ ເບຊະເຕຣາ ພ້ອມທັງທົ່ງຫຍ້າ.
\s5
\v 28 ຈາກເຂດແດນ ຂອງ ອິດຊາຄາ ພວກເຂົາໄດ້ຮັບ 4 ຕົວເມືອງມີດັ່ງນີ້: ກີຊີໂອນ, ດາເບຣັດ,
\v 29 ຢາຣະມຸດ ແລະ ເອັນກັນ ນິມ ພ້ອມທັງທົ່ງຫຍ້າ.
\v 30 ຈາກເຂດແດນ ຂອງ ອາເຊ ພວກເຂົາໄດ້ຮັບ 4 ຕົວເມືອງ ມີດັ່ງນີ້: ມີຊັນ, ອັບໂດນ,
\v 31 ເຮນກາດ ແລະ ເຣໂຮບ ພ້ອມທັງທົ່ງຫຍ້າ.
\s5
\v 32 ຈາກເຂດແດນ ຂອງ ເນັບທາລີ ພວກເຂົາໄດ້ຮັບ 3 ຕົວເມືອງ ມີດັ່ງນີ້: ເກເດັດ ໃນ ຄາລີເລ, ພ້ອມທັງທົ່ງຫຍ້າ (ເມືອງໜຶ່ງໃນຈາໍນວນ ເມືອງລີ້ໄພ), ຮາມໂມດ ໂດເຣ ແລະ ກາກຕານ ພ້ອມທັງທົ່ງຫຍ້າ.
\v 33 ຄອບຄົວ ຕ່າງໆ ໃນຕະກຸນ ເກໂຊນ ໄດ້ຮັບທັງໝົດ 13 ຕົວເມືອງ ພ້ອມທັງທົ່ງຫຍ້າ.
\s5
\v 34 ສ່ວນພວກ ເລວີ ທີ່ເຫລືອຢູ່ນັ້ນ ຄື ຕະກຸນ ເມຣາລີ ໄດ້ຮັບຈາກເຂດແດນ ຂອງ ເຊບູໂລນ 4 ຕົວເມືອງ ມີດັ່ງນີ້: ໂຢກເນອາມ, ກາກຕາ,
\v 35 ດີມນາ ແລະ ນາຮາລານ ພ້ອມທັງທົ່ງຫຍ້າ.
\s5
\v 36 ຈາກເຂດແດນ ຂອງ ຣູເບັນ ພວກເຂົາ ໄດ້ຮັບ 4 ຕົວເມືອງ ມີດັ່ງນີ້: ເບເສ, ຢາຮາດ,
\v 37 ເກເດໂມດ ແລະ ເມຟາອັດ ພ້ອມທັງທົ່ງຫຍ້າ.
\v 38 ຈາກເຂດແດນ ຂອງ ກາດ ພວກເຂົາ ໄດ້ຮັບ 4 ຕົວເມືອງ ມີດັ່ງນີ້: ຣາໂມດ ໃນ ກີເລອາດ ພ້ອມທັງ ທົງ່ຫຍ້າ (ເມືອງໜຶ່ງໃນຈາໍນວນ ເມືອງ ລີ້ໄພ), ມະຫານາອິມ,
\s5
\v 39 ເຮຊະໂບນ ແລະ ຢາເສ ພ້ອມທັງທົ່ງຫຍ້າ.
\v 40 ດັ່ງນັ້ນຕະກຸນ ເມຣາຣີ ຈຶ່ງໄດ້ຮັບ 12 ຕົວເມືອງ ດ້ວຍກັນ.
\s5
\v 41-42 ພວກເລວີ ໄດ້ຮັບດິນແດນ ທີ່ ເປັນສ່ວນຂອງປະຊາຊົນ ອິດສະຣາເອນ; ລວມທັງໝົດມີ 48 ຕົວເມືອງ ພ້ອມທັງ ທົ່ງຫຍ້າ ທີ່ຢູ່ອ້ອມແອ້ມນັ້ນ.
\s5
\v 43 ສະນັ້ນ ອົງພຣະຜູ້ເປັນເຈົ້າ ຈຶ່ງໄດ້ໃຫ້ ດິນແດນ ທັງໝົດນັ້ນ ແກ່ຊາດ ອິດສະຣາເອນ ຕາມທີ່ພຣະອົງໄດ້ ສັນຍາໄວ້ ກັບປູ່ຍ່າຕາຍາຍ ຂອງ ພວກເຂົາ. ເມື່ອພວກເຂົາຢຶດ ຄອງ ດິນແດນ ເປັນກາໍມະສິດແລ້ວ ກໍພາກັນ ຕັ້ງຖິ່ນຖານຢູ່ທີ່ນັ້ນ.
\v 44 ອົງພຣະຜູ້ເປັນ ເຈົ້າໄດ້ໃຫ້ ພວກເຂົາມີສັນຕິສຸກ ທົ່ວດິນແດນ ຕາມທີ່ພຣະອົງໄດ້ ສັນຍາໄວ້ ກັບປູ່ຍ່າຕາຍາຍ ຂອງ ພວກເຂົາ. ບໍ່ມີສັດຕູໃດໆ ທີ່ສາມາດ ຕໍ່ຕ້ານ ພວກເຂົາໄດ້ເພາະ ອົງພຣະຜູ້ເປັນເຈົ້າ ໄດ້ໃຫ້ພວກ ອິດສະຣາເອນ ຊະນະ ເໜືອສັດຕູທັງປວງ.
\v 45 ອົງພຣະຜູ້ ເປັນເຈົ້າ ໄດ້ຮັກສາຄໍາສັນຍາ ທຸກໆ ຂໍ້ທີ່ພຣະອົງໄດ້ສັນຍາໄວ້ ກັບປະຊາຊົນ ອິດສະຣາເອນ.
\s5
\c 22
\p
\v 1 ແລ້ວ ໂຢຊວຍ ກໍໄດ້ເອີ້ນ ປະຊາຊົນ ໃນ ເຜົ່າ ຣູເບັນ, ກາດ ແລະ ມານາເຊ ຕາເວັນອອກໃຫ້ມາເຕົ້າໂຮມກັນ.
\v 2 ເພິ່ນກ່າວແກ່ ພວກເຂົາ ວ່າ, “ພວກເຈົ້າໄດ້ ເຮັດທຸກໆ ສິ່ງ ທີ່ ໂມເຊ ຜູ້ຮັບໃຊ້ຂອງ ອົງພຣະຜູ້ເປັນເຈົ້າ ໄດ້ສັ່ງໃຫ້ເຮັດ ແລະ ພວກເຈົ້າໄດ້ເຊື່ອຟັງ ຄໍາສັ່ງ ທຸກຂໍ້ຂອງຂ້າພະເຈົ້າ.
\v 3 ຕະຫລອດ ມາແຕ່ໃດໆ ພວກເຈົ້າບໍ່ເຄີຍປະຖິ້ມ ພີ່ນ້ອງ ຊາວ ອິດສະຣາເອນ ເລີຍ ພວກເຈົ້າໄດ້ ເອົາໃຈໃສ່ ເຊື່ອຟັງຄໍາສັ່ງ ຂອງ ອົງພຣະຜູ້ ເປັນເຈົ້າ ພຣະເຈົ້າ ຂອງ ພວກເຈົ້າ.
\s5
\v 4 ບັດນີ້ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ ຂອງພວກເຈົ້າ ໄດ້ໃຫ້ ພີ່ນ້ອງຊາວ ອິດສະຣາເອນ ຂອງພວກເຈົ້າ ມີຄວາມສະຫງົບສຸກແລ້ວ ຕາມທີ່ພຣະອົງໄດ້ ສັນຍາໄວ້. ສະນັ້ນ ຂໍໃຫ້ ພວກເຈົ້າ ຄືນສູ່ດິນແດນ ຊຶ່ງ ພວກເຈົ້າໄດ້ຮຽກຮ້ອງເອົາ ເປັນກາໍ ມະສິດ ທີ່ທາງທິດຕາເວັນອອກ ຂອງ ແມ່ນາໍ້ ຈໍແດນ ນັ້ນສາ ທີ່ ໂມເຊ ຜູ້ຮັບໃຊ້ ຂອງ ອົງພຣະຜູ້ເປັນເຈົ້າ ໄດ້ມອບໝາຍໃຫ້ ພວກເຈົ້າ ນັ້ນ.
\v 5 ຈົ່ງໃຫ້ ແນ່ໃຈ ວ່າ ພວກເຈົ້າ ເຊື່ອ ຟັງ ກົດບັນຍັດ ທີ່ ໂມເຊ ຜູ້ຮັບໃຊ້ ຂອງ ອົງພຣະຜູ້ ເປັນເຈົ້າ ໄດ້ສັ່ງໄວ້ກັບພວກເຈົ້າ ຄື: ຈົ່ງຮັກ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ ຂອງ ພວກເຈົ້າ, ຈົ່ງປະຕິບັດຕາມ ຄວາມປະສົງ ຂອງ ພຣະອົງ, ຈົ່ງເຊື່ອຟັງຂໍ້ຄໍາສັ່ງ ຂອງ ພຣະອົງ, ຈົ່ງສັດຊື່ຕໍ່ ພຣະອົງ ແລະ ຈົ່ງບົວ ລະບັດຮັບໃຊ້ ພຣະອົງ ດ້ວຍສຸດໃຈ ແລະ ດ້ວຍສຸດຈິດ [ຜ] ຂອງ ພວກເຈົ້າ. ”
\v 6-8 ແລ້ວ ໂຢຊວຍ ກໍໄດ້ ສົ່ງພວກເຂົາ ຄືນສູ່ ຖິ່ນຖານ ພ້ອມຄໍາອວຍພອນ ຂອງ ເພິ່ນ ແລະ ສັ່ງພວກເຂົາ ວ່າ, “ພວກເຈົ້າ ຄືນ ສູ່ຖິ່ນຖານ ດ້ວຍຄວາມອຸດົມສົມບູນ ໂດຍ ມີ ຝູງສັດຢ່າງ ມາກມາຍ, ຄໍາ, ເງິນ, ທອງ, ເຫລັກ ແລະ ເຄື່ອງນຸ່ງ ຫລາຍຢ່າງ. ສະນັ້ນ ພວກເຈົ້າ ຈົ່ງແບ່ງປັນ ສິ່ງທີ່ຢຶດມາໄດ້ ຈາກ ເຫລົ່າສັດຕູນັ້ນ ໃຫ້ ພີ່ນ້ອງໃນຕະກຸນ ຂອງ ພວກເຈົ້າ. ” ແລ້ວພວກເຂົາ ກໍໄດ້ພາກັນ ກັບ ເມືອ. ໂມເຊ ໄດ້ມອບດິນແດນ ທາງທິດຕາເວັນອອກ ຂອງ ແມ່ນາໍ້ ຈໍແດນ ໃຫ້ເຜົ່າ ມານາເຊ ເຄິ່ງເຜົ່າ ແລະ ອີກເຄິ່ງເຜົ່ານັ້ນ ໂຢຊວຍ ໄດ້ມອບດິນແດນ ທາງ ທິດຕາເວັນຕົກ ຂອງ ແມ່ນໍ້າ ຈໍແດນ ໃຫ້ພວກເຂົາ ຮ່ວມ ກັບ ເຜົ່າອື່ນ ໆ.
\s5
\v 9 ດັ່ງນັ້ນ ປະຊາຊົນເຜົ່າ ຣູເບັນ, ກາດ ແລະມານາເຊ ຕາເວັນອອກ ຈຶ່ງໄດ້ ຄືນສູ່ຖິ່ນ ຖານ. ພວກເຂົາໄດ້ຈາກຊາວ ອິດສະຣາເອນ ພວກອື່ນ ໆ ທີ່ເມືອງ ຊີໂລ ໃນດິນແດນການາອານ ອອກກັບໄປສູ່ດິນແດນຂອງ ພວກຕົນ ຄື ດິນແດນ ກີເລອາດ ບ່ອນທີ່ ພວກເຂົາໄດ້ ຮັບຕາມທີ່ ອົງພຣະຜູ້ເປັນເຈົ້າ ໄດ້ສັ່ງໄວ້ຜ່ານທາງ ໂມເຊ.
\s5
\v 10 ເມື່ອເຜົ່າ ຣູເບັນ, ກາດ ແລະ ມານາເຊ ຕາເວັນອອກ ໄດ້ມາຮອດເມືອງ ເກລີໂລດ ທີ່ຍັງຢູ່ທາງຟາກ ຕາເວັນຕົກ [ຝ] ຂອງ ແມ່ນາໍ້ ຈໍແດນ ນັ້ນ; ພວກເຂົາກໍໄດ້ ສ້າງແທ່ນບູຊາ ອັນໃຫຍ່ ທີ່ເປັນໜ້າປະທັບໃຈ ໄວ້ຢູ່ໃກ້ ແມ່ນໍ້າ ນັ້ນ.
\v 11 ແລ້ວ ກໍໄດ້ມີ ຄົນໄປບອກ ປະຊາຊົນ ອິດສະຣາເອນ ວ່າ, “ຟັງທາງພີ້ກ່ອນ ປະຊາຊົນເຜົ່າ ຣູເບັນ, ກາດ ແລະ ມານາເຊ ຕາເວັນອອກ ໄດ້ສ້າງ ແທ່ນບູຊາ ຂຶ້ນ ທີ່ເມືອງ ເກລີໂລດ ທາງຝັ່ງ ແມ່ນໍ້າ ຈໍແດນ ເບື້ອງຂອງພວກເຮົາພີ້.”
\s5
\v 12 ເມື່ອປະຊາຊົນ ອິດສະຣາເອນ ໄດ້ຍິນ ເລື່ອງນີ້ ແລ້ວ ຊຸມນຸມ ປະຊາຊົນ ທັງໝົດ ຈຶ່ງ ໄດ້ພາກັນໄປ ຍັງເມືອງ ຊີໂລ ເພື່ອເຮັດເສິກ ກັບບັນດາເຜົ່າ ທາງທິດຕາເວັນອອກ.
\s5
\v 13 ແລ້ວ ປະຊາຊົນ ອິດສະຣາເອນ ກໍໄດ້ ສົ່ງ ຟີເນຮາ ລູກຊາຍ ຂອງ ປະໂຣຫິດ ເອເລອາຊາ ໄປຫາ ປະຊາຊົນເຜົ່າ ຣູເບັນ, ກາດ ແລະ ມານາເຊ ຕາເວັນອອກ ຢູ່ໃນດິນແດນ ກີເລອາດ.
\v 14 ມີພວກຜູ້ນາໍ ສິບຄົນ ຈາກແຕ່ລະເຜົ່າໄປ ກັບ ຟີເນຮາ; ຜູ້ນາໍເຫລົ່ານີ້ ລ້ວນແລ້ວ ແຕ່ເປັນຫົວໜ້າຄອບຄົວ ໃນ ຕະກຸນ ຕ່າງໆ ຂອງ ຊາດ ອິດສະຣາເອນ.
\s5
\v 15-16 ພວກເຂົາ ພາກັນ ໄປຫາ ປະຊາຊົນ ຣູເບັນ, ກາດ ແລະ ມານາເຊ ຕາເວັນອ​ອກ ແລະ​ເວົ້າຕໍ່ພວກເຂົາ ໃນນາມຊຸມນຸມຊົນທັງ ໝົດຂອງ ອົງພຣະຜູ້ເປັນເຈົ້າ. ພວກເຂົາ ເວົ້າ ວ່າ, “ເປັນຫຍັງ ພວກເຈົ້າຈຶ່ງເຮັດຊົ່ວຮ້າຍ ຢ່າງນີ້ຕໍ່ພຣະເຈົ້າ ຂອງຊາດ ອິດສະຣາເອນ? ພວກເຈົ້າໄດ້ ສ້າງແທ່ນບູຊາ ນີ້ຂຶ້ນສໍາລັບຕົນ ເອງ ຊຶ່ງເປັນການ ກະບົດ ຕໍ່ສູ້ ອົງພຣະຜູ້ ເປັນ ເຈົ້າ ພວກເຈົ້າບໍ່ໄດ້ ຕິດຕາມ ພຣະອົງຕໍ່ໄປ ແລ້ວ
\s5
\v 17 ພວກເຈົ້າ ຈົດຈາໍບາບທີ່ພວກເຮົາ ໄດ້ ເຮັດ ໃນເມືອງ ເປອໍ ນັ້ນບໍ? ເມື່ອ ອົງພຣະຜູ້ເປັນເຈົ້າ ໄດ້ລົງໂທດ ປະຊາຊົນ ຂອງ ພຣະອົງ ໃຫ້ເກີດໂຣກລະບາດ ນັ້ນ? ພວກເຮົາ ຍັງໄດ້ຮັບຄວາມທຸກ ທໍລະມານ ຍ້ອນເລື່ອງນີ້ຢູ່ ບາບທີ່ມີຢູ່ນີ້ ຍັງບໍ່ພຽງພໍ ເທື່ອບໍ?
\v 18 ບັດນີ້ ພວກເຈົ້າ ຈະເຊົາຕິດຕາມ ພຣະອົງ ແລ້ວຊັ້ນບໍ? ຖ້າພວກເຈົ້າ ທໍລະຍົດ ຕໍ່ອົງພຣະຜູ້ເປັນເຈົ້າ ໃນວັນນີ້ ພຣະອົງກໍຈະ ໂກດຮ້າຍ ພວກອິດສະຣາເອນ ທຸກຄົນ ໃນມື້ອື່ນ.
\s5
\v 19 ຖ້າດິນແດນ ຂອງພວກເຈົ້າ ບໍ່ເໝາະທີ່ຈະນະມັດສະການ ອົງພຣະຜູ້ເປັນເຈົ້າ ຈົ່ງ ພາກັນມາຍັງດິນແດນ ທີ່ເປັນຂອງພຣະອົງ ບ່ອນທີ່ມີ ຫໍເຕັນຂອງພຣະອົງ ຕັ້ງຢູ່ນັ້ນ. ຈົ່ງຮຽກຮ້ອງ ເອົາດິນແດນ ໃນທ່າມກາງ ພວກເຮົາໄດ້. ແຕ່ຢ່າກະບົດຕໍ່ ອົງພຣະຜູ້ເປັນເຈົ້າ ຫລື ຕໍ່ພວກເຮົາ ໂດຍສ້າງແທ່ນບູຊາ ຂຶ້ນຕື່ມ ໃສ່ແທ່ນບູຊາ ຂອງ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ ຂອງພວກເຮົາ.
\v 20 ພວກເຈົ້າ ຈື່ ຫລືບໍ່ວ່າເມື່ອ ອາການ ລູກຊາຍ ຂອງ ເຊຣາ ບໍ່ຍອມ ເຮັດຕາມ ພຣະຄໍາສັ່ງ ກ່ຽວກັບ ສິ່ງທີ່ ຕ້ອງທາໍລາຍນັ້ນ; ຊຸມຊົນ ອິດສະຣາເອນ ທັງ ໝົດໄດ້ ຖືກລົງໂທດ ແລະ ບໍ່ແມ່ນແຕ່ ອາການ ຜູ້ດຽວເທົ່ານັ້ນ ທີ່ໄດ້ຕາຍຍ້ອນບາບ ຂອງລາວ.”
\s5
\v 21 ແລ້ວປະຊາຊົນເຜົ່າ ຣູເບັນ, ກາດ ແລະ ມານາເຊ ຕາເວັນອອກ, ກໍໄດ້ຕອບບັນດາ ຫົວໜ້າ ຄອບຄົວເຜົ່າຕ່າງໆ ທາງທິດຕາເວັນ ຕົກ ວ່າ
\v 22 “ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ ເປັນອົງຍິ່ງໃຫຍ່ ເໜືອພະທັງຫລາຍ! ພຣະອົງຮູ້ວ່າ ເຫດໃດ ພວກຂ້ອຍ ຈຶ່ງໄດ້ກະທໍາ ເຊັ່ນນີ້ ແລະພວກຂ້ອຍ ຢາກໃຫ້ ພວກເຈົ້າ ນັ້ນໄດ້ຮູ້ເຊັ່ນດຽວກັນ. ຖ້າພວກຂ້ອຍໄດ້ ກະບົດ ແລະ ບໍ່ໄດ້ສືບຕໍ່ເຊື່ອຟັງ ອົງພຣະຜູ້ເປັນເຈົ້າ ກໍຢ່າໃຫ້ພວກຂ້ອຍ ມີຊີວິດຢູ່່ຕໍ່ໄປ
\v 23 ຖ້າພວກຂ້ອຍ ບໍ່ເຊື່ອຟັງ ອົງພຣະຜູ້ ເປັນເຈົ້າ ໂດຍສ້າງແທ່ນບູຊາ ຂຶ້ນເປັນຂອງ ສ່ວນຕົວ ເພື່ອເຜົາເຄື່ອງຖວາຍບູຊາ ຫລື ເພື່ອຖວາຍບູຊາ ພືດຜົນເປັນເມັດ ຫລື ຖວາຍ ເພື່ອຄວາມສາມັກຄີທາໍ. ຖ້າພວກຂ້ອຍ ໄດ້ເຮັດເຊັ່ນນັ້ນ ຂໍໃຫ້ ອົງພຣະຜູ້ເປັນເຈົ້າ ເປັນ ຜູ້ລົງໂທດພວກຂ້ອຍ.
\s5
\v 24 ບໍ່ແມ່ນດອກ ການທີ່ພວກຂ້ອຍ ໄດ້ສ້າງ ແທ່ນບູຊາ ນີ້ຂຶ້ນເພາະຢ້ານວ່າ ໃນພາຍຂ້າງໜ້າ ພວກລູກຫລານ ຂອງພວກເຈົ້າ ຈະ ຖາມ ພວກລູກຫລານ ຂອງ ພວກຂ້ອຍ ວ່າ ‘ພວກເຈົ້າ ມີສ່ວນກ່ຽວຂ້ອງຫຍັງກັບ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງຊາດ ອິດສະຣາເອນ?
\s5
\v 25 ອົງພຣະຜູ້ເປັນເຈົ້າ ໄດ້ກາໍນົດ ແມ່ນາໍ້ ຈໍແດນ ໃຫ້ເປັນເຂດແດນ ລະຫວ່າງ ພວກເຮົາ ແລະ ພວກເຈົ້າຜູ້ເປັນຊາວ ຣູເບັນ, ຊາວ ກາດ, ພວກເຈົ້າ ບໍ່ມີຫຍັງ ກ່ຽວຂ້ອງ ກັບ ອົງພຣະຜູ້ເປັນເຈົ້າ. ແຕ່ລູກຫລານ ຂອງ ພວກເຈົ້າ ອາດຈະເຮັດໃຫ້ ພວກລູກຫລານ ຂອງ ພວກຂ້ອຍ ເຊົານະມັດສະການ ອົງພຣະຜູ້ເປັນເຈົ້າ ກໍໄດ້.
\s5
\v 26 ດ້ວຍເຫດນີ້ ພວກຂ້ອຍ ຈຶ່ງໄດ້ພາກັນ ສ້າງ ແທ່ນບູຊາ ບໍ່ແມ່ນເພື່ອ ເປັນບ່ອນ ເຜົາ ເຄື່ອງຫອມ ຖວາຍບູຊາ ຫລື ຖວາຍເຄື່ອງ ບູຊາໃດໆ.
\v 27 ແຕ່ເປັນເຄື່ອງໝາຍ ສໍາລັບ ຄົນຂອງ ພວກຂ້ອຍ ແລະ ຄົນຂອງພວກເຈົ້າ ແລະ ສໍາລັບເຊື້ອສາຍ ທີ່ຈະມາພາຍຫລັງ ພວກເຮົາ ວ່າ ພວກເຮົານະມັດສະການ ອົງ ພຣະຜູ້ເປັນເຈົ້າ ແທ້ ໆ ຢູ່ຕໍ່ໜ້າຫໍເຕັນຂອງ ພຣະອົງ ໂດຍການເຜົາເຄື່ອງ ຖວາຍບູຊາ, ການຖວາຍບູຊາ ຕ່າງໆ ແລະ ການຖວາຍ ເພື່ອຄວາມສາມັກຄີທາໍ. ການກະທາໍ ເຊັ່ນນີ້ ກໍເພື່ອປ້ອງກັນ ບໍ່ໃຫ້ ລູກຫລານ ຂອງ ພວກເຈົ້າ ເວົ້າວ່າ ລູກຫລານ ຂອງ ພວກຂ້ອຍ ບໍ່ມີຫຍັງ ກ່ຽວຂ້ອງ ກັບ ອົງພຣະຜູ້ເປັນເຈົ້າ.
\s5
\v 28 ມັນເປັນຄວາມນຶກຄິດ ຂອງ ພວກຂ້ອຍ ທີ່ວ່າ ຖ້າເຫດການຢ່າງນີ້ ເກີດຂຶ້ນ ລູກຫລານ ຂອງ ພວກຂ້ອຍ ອາດເວົ້າວ່າ, ‘ເບິ່ງ ແມ! ປູ່ຍ່າຕາຍາຍ ພວກເຮົາ ໄດ້ສ້າງແທ່ນບູຊາ ຂຶ້ນຄ້າຍຄືກັບ ແທ່ນບູຊາ ຂອງ ອົງພຣະຜູ້ເປັນເຈົ້າ. ແທ່ນບູຊານີ້ ບໍ່ແມ່ນເປັນບ່ອນ ເຜົາເຄື່ອງຫອມ ຖວາຍບູຊາ ຫລື ເປັນບ່ອນ ຖວາຍບູຊາ ໃດໆ ແຕ່ເປັນພຽງ ເຄື່ອງໝາຍ ສໍາລັບ ຄົນຂອງພວກຂ້ອຍ ແລະ ຄົນຂອງ ພວກເຈົ້າ ເທົ່ານັ້ນ.
\v 29 ພວກຂ້ອຍ ບໍ່ອາດ ທໍລະຍົດ ຕໍ່ ອົງພຣະຜູ້ເປັນເຈົ້າ ຫລື ເຊົາຕິດ ຕາມ ພຣະອົງ ໄດ້ດອກ ໂດຍສ້າງ ແທ່ນບູຊາ ຂຶ້ນເພື່ອ ເຜົາເຄື່ອງຖວາຍບູຊາ ຫລື ເພື່ອ ຖວາຍບູຊາ ພືດຜົນເປັນເມັດ ຫລື ຖວາຍເພື່ອ ຄວາມສາມັກຄີທາໍ. ພວກຂ້ອຍບໍ່ຍອມສ້າງ ແທ່ນບູຊາໃດໆ ດອກ ນອກຈາກ ແທ່ນບູຊາ ຂອງ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ ຂອງ ພວກເຮົາ ຊຶ່ງຕັ້ງຢູ່ຕໍ່ໜ້າ ຫໍເຕັນ ບ່ອນທີ່ ພວກເຮົານະມັດສະການ ພຣະອົງ.”
\s5
\v 30 ເມື່ອປະໂຣຫິດ ຟີເນຮາ, ພວກຜູ້ນາໍ ປະຊາຊົນ ອິດສະຣາເອນ, ພ້ອມດ້ວຍ ບັນດາ ຫົວໜ້າ ຄອບຄົວ ເຜົ່າຕ່າງໆ ທາງທິດຕາເວັນ ຕົກ ໄດ້ຍິນຄໍາອະທິບາຍ ຂອງ ປະຊາຊົນ ໃນ ເຜົ່າ ຣູເບັນ, ກາດ ແລະ ມານາເຊ ຕາເວັນອອກ ແລ້ວພວກເຂົາກໍພໍໃຈ.
\v 31 ປະໂຣຫິດ ຟີເນຮາ ລູກຊາຍ ຂອງ ເອເລອາຊາ ໄດ້ ກ່າວແກ່ ພວກເຂົາວ່າ, “ດຽວນີ້ ພວກເຮົາຮູ້ວ່າ ອົງພຣະຜູ້ເປັນເຈົ້າ ສະຖິດຢູ່ທ່າມກາງ ພວກເຮົາ. ພວກເຈົ້າບໍ່ໄດ້ ກະບົດ ຕໍ່ ອົງພຣະຜູ້ເປັນເຈົ້າ ແລະ ຍັງຊ່ວຍປະຊາຊົນ ອິດສະຣາເອນ ໃຫ້ພົ້ນຈາກ ການລົງໂທດ ຂອງ ອົງພຣະຜູ້ເປັນເຈົ້າ ດ້ວຍ.”
\s5
\v 32 ແລ້ວ ຟີເນຮາ ແລະ ພວກຜູ້ນາໍ ເຫລົ່ານັ້ນ ກໍໄດ້ອໍາລາຈາກພວກ ຣູເບັນ, ພວກ ກາດ, ໃນດິນແດນ ກີເລອາດ ກັບເມືອ ລາຍງານ ຕໍ່ ປະຊາຊົນ ອິດສະຣາເອນ ທີ່ການາອານ.
\v 33 ຊາວ ອິດສະຣາເອນ ໄດ້ ຮັບຄວາມພໍໃຈ ແລະ ພາກັນສັນລະເສີນ ພຣະເຈົ້າ. ພວກເຂົາບໍ່ໄດ້ເວົ້າເຖິງ ເລື່ອງ ອອກໄປເຮັດເສິກ ລ້າງຜານ ແຜ່ນດິນບ່ອນ ທີ່ປະຊາຊົນ ຣູເບັນ ແລະ ກາດ ໄດ້ຕັ້ງຖິ່ນຖານ ຢູ່ນັ້ນອີກ ຕໍ່ໄປ.
\s5
\v 34 ປະຊາຊົນ ຣູເບັນ ແລະ ກາດ ເວົ້າວ່າ, “ແທ່ນບູຊານີ້ເປັນພະຍານ ຕໍ່ ພວກເຮົາ ທຸກຄົນ ວ່າ ອົງພຣະຜູ້ເປັນເຈົ້າ ແມ່ນ ພຣະເຈົ້າ. ” ດັ່ງນັ້ນແຫລະ ພວກເຂົາ ຈຶ່ງໃສ່ຊື່ແທ່ນບູຊາ ນີ້ ວ່າ, “ພະຍານ.”
\s5
\c 23
\p
\v 1 ຕໍ່ມາອີກ ເປັນເວລາດົນນານ ອົງພຣະຜູ້ເປັນເຈົ້າ ໄດ້ໃຫ້ຊາດອິດສະຣາເອນ ຢູ່ຢ່າງ ສະຫງົບສຸກຈາກເຫລົ່າສັດຕູ ທີ່ຢູ່ອ້ອມແອ້ມ ພວກເຂົາ. ໃນເວລານັ້ນ ໂຢຊວຍ ກໍເຖົ້າແກ່ຫລາຍແລ້ວ
\v 2 ສະນັ້ນ ເພິ່ນຈຶ່ງເອີ້ນຊາວ ອິດສະຣາເອນ ທຸກຄົນມາ ມີດັ່ງນີ້: ພວກເຖົ້າ ແກ່, ພວກຫົວໜ້າ, ພວກຜູ້ປົກຄອງ ແລະ ພວກເຈົ້າໜ້າທີ່ ຂອງປະຊາຊົນ. ເພິ່ນບອກພວກເຂົາ ວ່າ, “ດຽວນ ີ້ຂ້າພະເຈົ້າ ກໍເຖົ້າແກ່ຫລາຍແລ້ວ
\v 3 ພວກເຈົ້າໄດ້ເຫັນທຸກສິ່ງທີ່ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ໄດ້ກະທາໍ ຕໍ່ ຊົນຊາດທັງປວງ ຍ້ອນເລື່ອງ ພວກເຈົ້າ. ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ ຂອງພວກເຈົ້າ ໄດ້ສູ້ຮົບເພື່ອພວກເຈົ້າ.
\s5
\v 4 ຂ້າພະເຈົ້າ ໄດ້ກາໍນົດໃຫ້ ເຜົ່າຂອງ ພວກເຈົ້າ ໄດ້ເປັນກາໍມະສິດ ດິນແດນ ຂອງ ຊົນຊາດຕ່າງໆທີ່ ເຫລືອຢູ່ຕະຫລອດທັງທຸກຊົນຊາດ ທີ່ຂ້າພະເຈົ້າໄດ້ຮົບຊະນະ ຕັ້ງແຕ່ ແມ່ນາໍ້ ຈໍແດນທາງທິດຕາເວັນອອກ ຈົນເຖິງ ທະເລ ເມດີແຕຣາເນ ທາງທິດຕາເວັນຕົກ.
\v 5 ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ ຂອງ ພວກເຈົ້າ ຈະຂັບໄລ່ ຊົນຊາດເຫລົ່ານັ້ນ ໃຫ້ຖອຍໜີຈາກພວກເຈົ້າ ໃນຂະນະທີ່ພວກເຈົ້າ ບຸກໜ້າເຂົ້າໄປ. ພວກເຈົ້າ ຈະໄດ້ດິນແດນ ຂອງ ພວກເຂົາ ຕາມທີ່ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ ຂອງພວກເຈົ້າ ໄດ້ສັນຍາໄວ້.
\s5
\v 6 ດັ່ງນັ້ນ ຈົ່ງຕັ້ງໃຈເຊື່ອຟັງ ແລະປະຕິບັດ ຕາມທຸກໆ ສິ່ງ ທີ່ໄດ້ ມີຂຽນໄວ້ ໃນປື້ມ ກົດບັນຍັດ ຂອງ ໂມເຊ. ຢ່າລະເລີຍຂໍ້ໃດ ຂໍ້ໜຶ່ງ
\v 7 ເພື່ອພວກເຈົ້າ ຈະບໍ່ເຂົ້າສ່ວນກັບປະຊາຊົນ ຕ່າງໆ ທີ່ເຫລືອຢູ່ກັບພວກເຈົ້າ ຫລື ຮ້ອງຫາພະຂອງພວກເຂົາ ຫລື ສາບານໃນນາມຂອງ ບັນດາພະນັ້ນ ຫລື ຂາບໄຫ້ວ ມັນດ້ວຍ.
\v 8 ແຕ່ຈົ່ງສັດຊື່ຕໍ່ ອົງພຣະຜູ້ເປັນ ເຈົ້າ ພຣະເຈົ້າ ຂອງພວກເຈົ້າ ຕາມທີ່ພວກເຈົ້າ ເຄີຍປະຕິບັດມາ ຈົນເທົ່າ ທຸກມື້ນີ້.
\s5
\v 9 ອົງພຣະຜູ້ເປັນເຈົ້າ ໄດ້ຂັບໄລ່ ຊົນຊາດໃຫຍ່ ແລະມີອໍານາດ ອອກໜີ ຈາກພວກເຈົ້າ ໃນຂະນະທີ່ພວກເຈົ້າ ບຸກໜ້າເຂົ້າໄປ ແລະບໍ່ມີຜູ້ໃດໃນພວກເຂົາ ສາມາດຕ້ານທານ ພວກເຈົ້າໄດ້.
\v 10 ຄົນໜຶ່ງໃນພວກເຈົ້າ ສາມາດເຮັດໃຫ້ ພັນຄົນ ແລ່ນໜີ ຈາກພວກເຈົ້າໄດ້ ເພາະອົງພຣະຜູ້ເປັນເຈົ້າ ພຣະເຈົ້າ ຂອງພວກເຈົ້າ ໄດ້ສູ້ຮົບເພື່ອພວກເຈົ້າ ດັ່ງທີ່ ພຣະອົງໄດ້ສັນຍາໄວ້.
\v 11 ແລ້ວຈົ່ງຮັກ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ ຂອງພວກເຈົ້າ ດ້ວຍຄວາມເຕັມໃຈ.
\s5
\v 12 ຖ້າພວກເຈົ້າ ບໍ່ສັດຊື່ ແລະ ຮ່ວມມື ກັບຊົນຊາດ ທັງຫລາຍ ທີ່ເຫລືອຢູ່ກັບພວກເຈົ້າ ແລະແຕ່ງງານກັບພວກເຂົາ
\v 13 ກໍໃຫ້ ພວກເຈົ້າ ຮູ້ແນ່ວ່າ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ ຂອງພວກເຈົ້າ ຈະບໍ່ຂັບໄລ່ ຊົນຊາດ ເຫລົ່ານັ້ນ ອອກໜີ ເມື່ອພວກເຈົ້າ ບຸກໜ້າເຂົ້າໄປ. ນອກຈາກນີ້ ພວກເຂົາຈະເປັນ ດັ່ງແຮ້ວ ແລະຫລຸມ ດັກຈັບ ເພື່ອໃຫ້ ພວກເຈົ້າ ໄດ້ຮັບອັນຕະລາຍ ແລະເປັນດັ່ງໄມ້ແສ້ ຂ້ຽນຫລັງ ຫລື ສ້ຽນໃນຕາ ທີ່ເຮັດໃຫ້ ພວກເຈົ້າ ໄດ້ຮັບຄວາມເຈັບປວດ. ເລື່ອງນີ້ ຈະມີ ຢູ່ຕໍ່ໄປ ຈົນກວ່າ ບໍ່ມີຜູ້ໃດ ໃນພວກເຈົ້າ ເຫລືອ ຢູ່ໃນ ດິນແດນ ອັນສວຍງາມນີ້ ຊຶ່ງອົງພຣະຜູ້ເປັນເຈົ້າ ພຣະເຈົ້າ ຂອງພວກເຈົ້າ ໄດ້ມອບໃຫ້ ພວກເຈົ້າ.
\s5
\v 14 ດຽວນີ້ ຂ້າພະເຈົ້າ ກໍປຽບດັ່ງ ຕົ້ນໄມ້ ໃກ້ຝັ່ງ. ພວກເຈົ້າ ທຸກຄົນ ກໍຮູ້ແກ່ໃຈ ແລ້ວວ່າ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ ຂອງ ພວກເຈົ້າ ໄດ້ໃຫ້ ສິ່ງທີ່ດີ ທຸກຢ່າງ ແກ່ພວກເຈົ້າ ຕາມ ທີ່ພຣະອົງ ໄດ້ສັນຍາໄວ້ນັ້ນ. ພຣະອົງ ໄດ້ເຮັດ ຕາມ ຄໍາສັນຍາ ທຸກຂໍ້ແລ້ວ ໂດຍບໍ່ໄດ້ ຝ່າຝືນ ຂໍ້​ໃດໆ ເລີຍ.
\v 15 ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ ຂອງພວກເຈົ້າ ໄດ້ຖືຮັກສາ ຄໍາສັນຍາ ທຸກຂໍ້ ທີ່ໄດ້ ເຮັດໄວ້ ກັບ ພວກເຈົ້າ ສັນໃດ ພຣະອົງ ກໍຈະນໍາການຂົ່ມຂູ່ທຸກຢ່າງ ມາສູ່ ພວກເຈົ້າ ສັນນັ້ນ ຈົນກວ່າ ພຣະອົງ ຈະ ທໍາລາຍ ພວກເຈົ້າ ເສຍ ຈາກ ດິນແດນ ອັນ ສວຍງາມນີ້ ທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ ຂອງ ພວກເຈົ້າ ໄດ້ມອບໃຫ້ແກ່ ພວກເຈົ້າ.
\s5
\v 16 ຖ້າພວກເຈົ້າ ບໍ່ຖືຮັກສາ ພັນທະສັນຍາ ທີ່ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ ຂອງ ພວກເຈົ້າ ໄດ້ສັ່ງ ພວກເຈົ້າ ໄວ້ ແລະ ຖ້າພວກເຈົ້າ ໄປຮັບໃຊ້ ແລະ ຂາບໄຫວ້ ພະອື່ນ ແລ້ວ ອົງພຣະຜູ້ເປັນເຈົ້າ ກໍຈະລົງໂທດ ພວກເຈົ້າ ດ້ວຍຄວາມໂກດຮ້າຍ ແລະ ໃນອີກບໍ່ດົນ ຈະ ບໍ່ມີໃຜ ໃນພວກເຈົ້າເຫລືອຢູ່ໃນ ດິນແດນ ອັນສວຍງາມ ທີ່ ພຣະອົງໄດ້ມອບໃຫ້ ແກ່ ພວກເຈົ້າ.”
\s5
\c 24
\p
\v 1 ຕໍ່ມາ ໂຢຊວຍ ໄດ້ເອີ້ນເຜົ່າ ຕ່າງໆ ຂອງ ຊາດ ອິດສະຣາເອນ ເຂົ້າມາເຕົ້າໂຮມກັນ ທີ່ ເມືອງ ຊີເຄມ. ເພິ່ນໄດ້ເອີ້ນເອົາ ພວກເຖົ້າແກ່, ພວກຫົວໜ້າ, ພວກຜູ້ປົກຄອງ ແລະ ບັນດາ ນາຍທະຫານ ຂອງ ຊາດ ອິດສະຣາເອນ ມາຢູ່ຊ້ອງໜ້າ ພຣະເຈົ້າ.
\v 2 ໂຢຊວຍ ໄດ້ກ່າວແກ່ ຄົນເຫລົ່ານີ້ ວ່າ, “ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ ຂອງຊາດ ອິດສະຣາເອນ ໄດ້ກ່າວ ດັ່ງນີ້: ‘ດົນນານ ມາ ແລ້ວ ປູ່ຍ່າຕາຍາຍ ຂອງ ພວກເຈົ້າ ໄດ້ ອາໄສ ຢູ່ທາງຟາກ ແມ່ນາໍ້ ເອຟີຣັດ ພຸ້ນ ແລະ ໄດ້ຂາບໄຫວ້ ບັນດາ ພະອື່ນ. ຜູ້ໜຶ່ງໃນຄົນ ເຫລົ່ານັ້ນ ແມ່ນ ເຕຣາ ພໍ່ຂອງ ອັບຣາຮາມ ແລະ ນາໂຮ.
\s5
\v 3 ແລ້ວເຮົາ ກໍໄດ້ພາ ອັບຣາຮາມ ປູ່ຍ່າຕາຍາຍ ຂອງ ພວກເຈົ້າ ອອກໜີຈາກ ດິນແດນ ແມ່ນາໍ້ ເອຟີຣັດ ເບື້ອງພຸ້ນ ແລະ ຜ່ານ ໄປທົ່ວດິນແດນ ການາອານ. ເຮົາໄດ້ໃຫ້ ລາວມີເຊື້ອສາຍ ຢ່າງຫລວງຫລາຍ
\v 4 ໂດຍໃຫ້ ລາວ ມີລູກຊາຍ ຜູ້ໜຶ່ງ ຊື່ວ່າ ອີຊາກ ແລະ ໄດ້ ໃຫ້ ອີຊາກ ມີລູກຊາຍ ຊື່ວ່າ ຢາໂຄບ ແລະ ເອຊາວ. ເຮົາໄດ້ມອບເຂດ ພູດອຍ ເອໂດມ ໃຫ້ເປັນກາໍມະສິດ ຂອງ ເອຊາວ ສ່ວນ ຢາໂຄບ ຜູ້ເປັນບັນພະບຸລຸດ ຂອງ ພວກເຈົ້າ ຕະຫລອດ ທັງລູກຫລານ ຂອງລາວນັ້ນໄດ້ພາກັນລົງໄປທາງ ເອຢິບ.
\s5
\v 5 ຕໍ່ມາ ເຮົາໄດ້ໃຊ້ ໂມເຊ ແລະ ອາໂຣນ ໄປ ແລະ ເຮົາໄດ້ນາໍເອົາໄພພິບັດ ອັນໃຫຍ່ ຫລວງ ໄປສູ່ປະເທດ ເອຢິບ. ແຕ່ເຮົາໄດ້ ນາໍ ເອົາພວກເຈົ້າ ອອກມາ;
\v 6 ເຮົາໄດ້ ນາໍພາ ພວກປູ່ຍ່າຕາຍາຍ ຂອງ ພວກເຈົ້າ ອອກມາ ຈາກປະເທດ ເອຢິບ ແລະ ຊາວ ເອຢິບ ໄດ້ໄລ່ຕາມພວກເຂົາໄປ ໂດຍມີ ລົດຮົບ ແລະ ທະຫານມ້າ. ແຕ່ເມື່ອພວກປູ່ຍ່າຕາຍາຍ ຂອງ ພວກເຈົ້າ ມາຮອດ ທະເລແດງ
\s5
\v 7 ພວກເຂົາ ໄດ້ຮ້ອງຫາເຮົາ ໃຫ້ຊ່ວຍເຫລືອ ແລະ ເຮົາໄດ້ບັນດານໃຫ້ ຄວາມມືດຂັ້ນກາງ ລະຫວ່າງ ພວກເຂົາ ກັບພວກ ເອຢິບ ແລະ ໃຫ້ນໍ້າທະເລ ໄຫລຖ້ວມ ພວກ ເອຢິບ ຈົນພວກເຂົາຈົມນໍ້າຕາຍ. ພວກເຈົ້າ ໄດ້ເຫັນສິ່ງທີ່ ເຮົາໄດ້ກະທາໍ ຕໍ່ ເອຢິບ ແລ້ວ. ຫລັງຈາກນັ້ນ ພວກເຈົ້າ ກໍໄດ້ອາໄສ ຢູ່ໃນ ຖິ່ນແຫ້ງແລ້ງ ກັນດານ ເປັນເວລາ ຕັ້ງດົນນານ.
\s5
\v 8 ແລ້ວເຮົາ ກໍນາໍພາ ພວກເຈົ້າ ໄປດິນແດນ ຂອງຊາວ ອາໂມ ທາງທິດຕາເວັນອອກ ຂອງ ແມ່ນໍ້າ ຈໍແດນ. ພວກເຂົາ ຕໍ່ສູ້ພວກເຈົ້າ ແຕ່ເຮົາໄດ້ໃຫ້ ພວກເຈົ້າ ໄຊຊະນະ. ພວກເຈົ້າໄດ້ ຢຶດຄອງ ດິນແດນ ຂອງ ພວກເຂົາ ແລະ ເຮົາໄດ້ທໍາລາຍ ພວກເຂົາ ຕໍໍ່ໜ້າ ພວກເຈົ້າ ໃນຂະນະທີ່ພວກເຈົ້າ ບຸກໜ້າ ເຂົ້າໄປ.
\s5
\v 9 ຕໍ່ມາ ກະສັດ ແຫ່ງ ໂມອາບ ບາຫລາກ ລູກຊາຍ ຂອງ ສິບໂປເລ ໄດ້ຕໍ່ສູ້ພວກເຈົ້າ. ລາວໄດ້ໃຊ້ ຄົນໄປບອກ ບາລາອາມ ລູກຊາຍ ຂອງ ເບອໍ ໃຫ້ມາສາບແຊ່ງ ພວກເຈົ້າ.
\v 10 ແຕ່ເຮົາບໍ່ຟັງຄໍາ ຂອງ ບາລາອາມ. ດັ່ງນັ້ນ ລາວຈຶ່ງອວຍພອນ ພວກເຈົ້າ. ດ້ວຍວິທີ ນີ້ແຫລະ ທີ່ເຮົາໄດ້ຊ່ວຍກູ້ເອົາ ພວກເຈົ້າ ໃຫ້ ພົ້ນຈາກ ເງື້ອມມື ຂອງ ບາຫລາກ.
\s5
\v 11 ແລ້ວ ພວກເຈົ້າ ກໍໄດ້ ພາກັນຂ້າມ ແມ່ນໍ້າ ຈໍແດນ ມາສູ່ເມືອງ ເຢຣິໂກ. ຊາວເມືອງ ເຢຣິໂກ ໄດ້ຕໍ່ສູ້ ພວກເຈົ້າ ແລະ ຍັງມີ ພວກອື່ນອີກ ທີ່ຕໍ່ສູ້ພວກເຈົ້າ ເຊັ່ນ: ຊາວ ອາໂມ, ຊາວ ເປຣີຊີ, ຊາວ ການາອານ, ຊາວ ຮິດຕີ, ຊາວ ກີກາຊີ, ຊາວ ຮີວີ ແລະ ຊາວ ເຢບຸດ, ແຕ່ເຮົາໄດ້ໃຫ້ ພວກເຈົ້າໄດ້ໄຊຊະນະ ພວກເຂົາທັງໝົດ.
\v 12 ໃນຂະນະທີ່ ພວກເຈົ້າ ບຸກໜ້າເຂົ້າໄປນັ້ນ ເພື່ອຂັບໄລ່ ກະສັດ ຂອງຊາວ ອາໂມ ສອງຄົນ ອອກໜີ ເຮົາໄດ້ເຮັດໃຫ້ ພວກເຂົາ ຕົກສະທ້ານ ຢ້ານກົວ. ດາບ ກັບ ໜ້າທະນູ ຂອງ ພວກເຈົ້າ ບໍ່ໄດ້ໃຊ້ ການ ຫຍັງເລີຍ.
\s5
\v 13 ເຮົາໄດ້ໃຫ້ ດິນແດນ ແຫ່ງໜຶ່ງ ແກ່ ພວກເຈົ້າ ໂດຍທີ່ພວກເຈົ້າ ບໍ່ໄດ້ຂຸດຄົ້ນ ຖາກຖາງ ແລະ ໄດ້ໃຫ້ເມືອງຕ່າງໆ ໂດຍທີ່ ພວກ​ເຈົ້າ ບໍ່ໄດ້ກໍ່ສ້າງ. ບັດນີ້ ພວກເຈົ້າ ກາໍລັງ ອາໄສ ຢູ່ໃນທີ່ນັ້ນ ແລະ ກິນໝາກອະງຸ່ນ ກັບ ໝາກກອກເທດຈາກຕົ້ນ ໂດຍທີ່ພວກເຈົ້າ ບໍ່ໄດ້ ປູກຝັງໄວ້ ເລີຍ.
\s5
\v 14 ໂຢຊວຍ ໄດ້ກ່າວຕໍ່ໄປ ວ່າ, “ສະນັ້ນແຫລະ ຈົ່ງຍົກຍໍ ໃຫ້ກຽດ ອົງພຣະຜູ້ເປັນເຈົ້າ ແລະ ບົວລະບັດຮັບໃຊ້ ພຣະອົງ ຢ່າງຈິງໃຈ ແລະ ສັດຊື່. ຈົ່ງປະຖິ້ມ ບັນດາພະ ທີ່ປູ່ຍ່າຕາຍາຍ ຂອງ ພວກເຈົ້າ ເຄີຍຂາບໄຫວ້ ໃນ ເມໂຊໂປຕາເມຍ ແລະ ໃນປະເທດ ເອຢິບ ນັ້ນສາ ແລະ ຈົ່ງບົວລະບັດ ຮັບໃຊ້ແຕ່ ອົງ ພຣະຜູ້ເປັນເຈົ້າ ເທົ່ານັ້ນ.
\v 15 ຖ້າພວກເຈົ້າ ບໍ່ເຕັມໃຈ ບົວລະບັດ ຮັບໃຊ້ພຣະອົງ ຈົ່ງ ຕັດສິນໃຈ ໃນມື້ນີ້ວ່າ ພວກເຈົ້າຈະບົວລະບັດ ຮັບໃຊ້ ຜູ້ໃດ ບັນດາພະທີ່ປູ່ຍ່າຕາຍາຍ ຂອງ ພວກເຈົ້າ ໄດ້ຂາບໄຫວ້ໃນ ເມໂຊໂປຕາເມຍ ຫລື ບັນດາພະ ຂອງຊາວ ອາໂມ ໃນດິນ ແດນ ທີ່ພວກເຈົ້າ ອາໄສ ຢູ່ນີ້. ສ່ວນຂ້າພະເຈົ້າ ກັບຄອບຄົວ ຂອງ ຂ້າພະເຈົ້າ ແລ້ວ ພວກເຮົາຈະບົວລະບັດຮັບໃຊ້ ອົງພຣະຜູ້ເປັນເຈົ້າ.”
\s5
\v 16 ປະຊາຊົນ ໄດ້ຕອບວ່າ, “ພວກເຮົາ ຈະ ບໍ່ໜີຈາກ ອົງພຣະຜູ້ເປັນເຈົ້າ ຈັກເທື່ອ ແລະ ຈະບໍ່ໄປ ບົວລະບັດຮັບໃຊ້ ພະອື່ນ.
\v 17 ອົງ ພຣະຜູ້ເປັນເຈົ້າ ພຣະເຈົ້າ ຂອງ ພວກເຮົາ ໄດ້ ນາໍພາ ພໍ່ແມ່ ແລະ ພວກເຮົາ ອອກມາຈາກ ການເປັນທາດຮັບໃຊ້ ໃນປະເທດ ເອຢິບ ແລະ ພວກເຮົາໄດ້ ເຫັນການອັດສະຈັນ ຕ່າງໆ ທີ່ພຣະອົງໄດ້ເຮັດ. ພຣະອົງ ໄດ້ຄຸ້ມຄອງ ພວກເຮົາ ໃຫ້ປອດໄພ ບໍ່ວ່າ ບ່ອນໃດ ກໍຕາມ ທີ່ພວກເຮົາ ໄດ້ຜ່ານໄປ ໃນທ່າມກາງ ທຸກຊົນຊາດ.
\v 18 ອົງພຣະຜູ້ເປັນເຈົ້າ ໄດ້ຂັບໄລ່ ຊາວ ອາໂມ ທີ່ຢູ່ໃນດິນແດນ ນັ້ນອອກໄປ ໃນ ຂະນະທີ່ ພວກເຮົາກາໍລັງບຸກໜ້າເຂົ້າໄປ. ສະນັ້ນ ພວກເຮົາຈຶ່ງຈະຮັບໃຊ້ ອົງພຣະຜູ້ເປັນ ເຈົ້າ ເພາະພຣະອົງ ເປັນ ພຣະເຈົ້າ ຂອງ ພວກເຮົາ.”
\s5
\v 19 ໂຢຊວຍ ໄດ້ກ່າວແກ່ ປະຊາຊົນວ່າ, “ແຕ່ພວກເຈົ້າ ບໍ່ອາດຈະບົວລະບັດຮັບໃຊ້ ອົງພຣະຜູ້ເປັນເຈົ້າ ໄດ້ດອກ. ພຣະອົງຊົງບໍຣິສຸດ ແລະ ພຣະອົງຈະບໍ່ອະໄພ ການບາບ ຂອງ ພວກເຈົ້າ. ພຣະອົງຈະບໍ່ອົດກັ້ນ ຕໍ່ ຄູ່ແຂ່ງ ໃດໆທັງສິ້ນ
\v 20 ແລະ ຖ້າພວກເຈົ້າ ປະຖິ້ມພຣະອົງ ໄປບົວລະບັດຮັບໃຊ້ ບັນດາ ພະ ຂອງ ຕ່າງຊາດ ແລ້ວພຣະອົງ ກໍຈະຫັນ ມາຕໍ່ສູ້ ແລະ ລົງໂທດ ພວກເຈົ້າ. ພຣະອົງຈະ ທໍາລາຍ ພວກເຈົ້າ ເຖິງແມ່ນວ່າ ພຣະອົງໄດ້ເຮັດດີຕໍ່ພວກເຈົ້າ ກໍຕາມ.”
\s5
\v 21 ປະຊາຊົນ ເວົ້າກັບ ໂຢຊວຍ ວ່າ, “ບໍ່ ພວກເຮົາຈະບົວລະບັດ ຮັບໃຊ້ ອົງພຣະຜູ້ເປັນເຈົ້າ. ”
\v 22 ໂຢຊວຍ ຕອບວ່າ, “ໃຫ້ພວກເຈົ້າ ເປັນພະຍານ ແກ່ຕົນເອງ ທີ່ ພວກເຈົ້າ ໄດ້ເລືອກເອົາ ການບົວລະບັດ ຮັບໃຊ້ ອົງພຣະຜູ້ເປັນເຈົ້າ. ” ພວກເຂົາ ຕອບວ່າ, “ຕົກລົງ ພວກເຮົາ ຂໍເປັນພະຍານ. ”
\v 23 ສະນັ້ນ ໂຢຊວຍ ຈຶ່ງໄດ້ຮ້ອງຂໍ ວ່າ, “ຖ້າຢ່າງ ນັ້ນ ຈົ່ງປະຖິ້ມ ບັນດາພະ ຂອງຊາວຕ່າງຊາດ ທີ່ ພວກເຈົ້າ ມີຢູ່ແລະ ຕິດຕາມ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ ຂອງຊາດ ອິດສະຣາເອນ ຢ່າງສັດຊື່.”
\s5
\v 24 ແລ້ວປະຊາຊົນ ກໍເວົ້າກັບ ໂຢຊວຍ ວ່າ, “ພວກເຮົາຈະບົວລະບັດຮັບໃຊ້ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ ຂອງ ພວກເຮົາ ແລະ ຈະເຊື່ອຟັງ ຂໍ້ຄໍາສັ່ງ ຂອງ ພຣະອົງ. ”
\v 25 ດັ່ງນັ້ນ ໂຢຊວຍ ຈຶ່ງໄດ້ເຮັດພັນທະສັນຍາ ສໍາລັບ [ພ] ພວກເຂົາ ໃນມື້ນັ້ນ ແລະ ເພິ່ນໄດ້ ມອບ ກົດບັນຍັດ ກັບ ກົດລະບຽບ ຕ່າງໆ ໃຫ້ ແກ່ ພວກເຂົາ ທີ່ເມືອງ ຊີເຄມ.
\v 26 ໂຢຊວຍ ໄດ້ບັນທຶກ ຂໍ້ຄໍາສັ່ງເຫລົ່ານັ້ນ ໄວ້ ໃນ ໜັງສື ພຣະທໍາ ຂອງ ພຣະເຈົ້າ. ແລ້ວເພິ່ນ ກໍໄດ້ເອົາ ຫິນໃຫຍ່ ກ້ອນໜຶ່ງ ຕັ້ງຂຶ້ນທີ່ ຮົ່ມຂອງຕົ້ນໂອກ ໃນບ່ອນນະມັດສະການ ອົງພຣະຜູ້ເປັນເຈົ້າ.
\s5
\v 27 ເພິ່ນໄດ້ກ່າວແກ່ ທຸກໆ ຄົນວ່າ, “ຫິນ ກ້ອນນີ້ ຈະເປັນພະຍານ ໃຫ້ພວກເຮົາ. ມັນ ໄດ້ຍິນທຸກຖ້ອຍຄໍາ ທີ່ອົງພຣະຜູ້ເປັນເຈົ້າ ໄດ້ ກ່າວແກ່ ພວກເຮົາ. ສະນັ້ນ ມັນຈຶ່ງຈະເປັນ ພະຍານ ຕໍ່ສູ້ພວກເຈົ້າ ເພື່ອບໍ່ໃຫ້ ພວກເຈົ້າ ຄິດກະບົດ ຕໍ່ ພຣະເຈົ້າ ຂອງ ພວກເຈົ້າ. ”
\v 28 ແລ້ວ ໂຢຊວຍ ກໍໃຫ້ປະຊາຊົນເຫລົ່ານັ້ນ ກັບໄປສູ່ ດິນແດນ ທີ່ເປັນສ່ວນ ຂອງ ໃຜລາວ.
\s5
\v 29 ຫລັງຈາກນັ້ນ ໂຢຊວຍ ລູກຊາຍ ຂອງ ນູນ ຜູ້ຮັບໃຊ້ ຂອງ ອົງພຣະຜູ້ເປັນເຈົ້າ ກໍໄດ້ ຕາຍໄປ ເມື່ອເພິ່ນອາຍຸ ໄດ້ 110 ປີ.
\v 30 ພວກເຂົາໄດ້ ຝັງສົບ ຂອງ ເພິ່ນໄວ້ ໃນທີ່ດິນຂອງ ເພິ່ນເອງ ທີ່ບ້ານ ຕີມນາດເຊຣາ ໃນ ເຂດພູດອຍ ເອຟຣາອິມ ທາງທິດເໜືອ ຂອງ ພູ ກາອາດ.
\s5
\v 31 ໃນຊົ່ວຊີວິດຂອງ ໂຢຊວຍ ນັ້ນປະຊາຊົນ ອິດສະຣາເອນ ໄດ້ບົວລະບັດ ຮັບໃຊ້ ອົງພຣະຜູ້ເປັນເຈົ້າ ຕະຫລອດມາ. ຫລັງຈາກ ເພິ່ນຕາຍໄປແລ້ວ ພວກເຂົາກໍຍັງ ສືບຕໍ່ບົວລະບັດຮັບໃຊ້ ພຣະອົງ ຕະຫລອດ ຊົ່ວຊີວິດ ຂອງ ພວກຜູ້ນາໍ ທຸກຄົນ ທີ່ໄດ້ ເຫັນ ທຸກສິ່ງ ທີ່ ອົງພຣະຜູ້ເປັນເຈົ້າ ໄດ້ກະທໍາ ສໍາລັບຊາດ ອິດສະຣາເອນ.
\s5
\v 32 ສ່ວນ ກະດູກ ຂອງ ໂຢເຊັບ ທີ່ພວກ ອິດສະຣາເອນ ໄດ້ນາໍອອກມາຈາກ ປະເທດ ເອຢິບ ນັ້ນ ກໍໄດ້ຖືກຝັງໄວ້ ທີ່ເມືອງ ຊີເຄມ ໃນ ດິນຕອນໜຶ່ງ ທີ່ ຢາໂຄບ ໄດ້ຊື້ຈາກ ລູກຊາຍ ຂອງ ຮາໂມ ຜູ້ເປັນພໍ່ຂອງ ຊີເຄມ ເປັນເງິນ ໜື່ງຮ້ອຍຫລຽນ. ທີ່ດິນນີ້ ເປັນມູນມໍຣະດົກ ຂອງ ລູກຫລານ ໂຢເຊັບ.
\v 33 ຕໍ່ມາ ເອເລອາຊາ ລູກຊາຍ ຂອງ ອາໂຣນ ກໍຕາຍໄປ ແລະ ຊາກສົບ ຂອງເພິ່ນ ໄດ້ຖືກຝັງໄວ້ ຢູ່ ທີ່ເມືອງ ກີເບອາ ຊຶ່ງເປັນເມືອງ ໃນເຂດພູດອຍ ເອຟຣາອິມ. ເມືອງນີ້ ໄດ້ຍົກໃຫ້ເປັນ ກາໍມະສິດຂອງ ຟີເນຮາ.