lo_bible/05-DEU.usfm

1979 lines
410 KiB
Plaintext
Raw Permalink Blame History

This file contains ambiguous Unicode characters

This file contains Unicode characters that might be confused with other characters. If you think that this is intentional, you can safely ignore this warning. Use the Escape button to reveal them.

\id DEU
\ide UTF-8
\h ພ​ຣະ​ທຳ ພ​ຣະ​ບັນ​ຍັດ​ສອງ
\toc1 ພ​ຣະ​ທຳ ພ​ຣະ​ບັນ​ຍັດ​ສອງ
\toc2 ພ​ຣະ​ທຳ ພ​ຣະ​ບັນ​ຍັດ​ສອງ
\toc3 deu
\mt ພ​ຣະ​ທຳ ພ​ຣະ​ບັນ​ຍັດ​ສອງ
\s5
\c 1
\p
\v 1 ພຣະທາໍເຫລັ້ມນີ້ ໄດ້ບັນທຶກຖ້ອຍຄໍາຂອງໂມເຊ ທີ່ໄດ້ກ່າວແກ່ປະຊາຊົນອິດ ສະຣາເອນ ຄາວທີ່ພວກເຂົາຢູ່ໃນຖິ່ນແຫ້ງ ແລ້ງກັນດານ ທາງຟາກຕາເວັນອອກຂອງ ແມ່ນາໍ້ຈໍແດນ ທີ່ທົ່ງຮາບພຽງຈໍແດນໃກ້ຊູຟະ ລະຫວ່າງເມືອງປາຣານ ດ້ານໜຶ່ງແລະເມືອງຕ່າງໆ ອີກດ້ານໜຶ່ງເຊັ່ນ: ໂຕເຟນ, ລາບານ, ຮາເຊໂຣດ ແລະ ດີຊາຮັບ.
\v 2 (ການເດີນທາງຈາກພູເຂົາ ຊີນາຍ ເຖິງເມືອງ ກາເດັດ ບາກເນອາ ຜ່ານເຂດພູດອຍ ໃນດິນແດນ ເອໂດມ ໄປນັ້ນ ຕ້ອງໃຊ້ເວລາເຖິງສິບເອັດ ວັນ.)
\s5
\v 3 ໃນວັນທີໜຶ່ງຂອງເດືອນທີສິບເອັດ ໃນປີທີສີ່ສີິບ ຫລັງຈາກຊາວອິດສະຣາເອນ ອອກມາຈາກປະເທດເອຢິບ ໂມເຊໄດ້ບອກປະຊາຊົນອິດສະຣາເອນ ທຸກໆສິ່ງຕາມທີ່ອົງພຣະຜູ້ເປັນເຈົ້າ ໄດ້ສັ່ງເພິ່ນໃຫ້ພວກເຂົາ ປະຕິບັດ.
\v 4 ເຫດການນີ້ເກີດຂຶ້ນ ຫລັງຈາກທີ່ອົງພຣະຜູ້ເປັນເຈົ້າ [ກ] ໄດ້ຊະນະເຈົ້າສີໂຫນ ກະສັດຊາວອາໂມ ຜູ້ທີ່ໄດ້ປົກຄອງນະຄອນ ເຮັດຊະໂບນ ແລະ ເຈົ້າໂອກ ກະສັດຊາວບາຊານ ຜູ້ທີ່ໄດ້ປົກຄອງນະຄອນ ອັດຊະທາໂຣດ ແລະ ເອັດເຣອີ.
\s5
\v 5 ແມ່ນໃນຂະນະທີ່ປະຊາຊົນ ໄດ້ອາໄສຢູ່ທີ່ ຟາກຕາເວັນອອກຂອງແມ່ນາໍ້ຈໍແດນ ໃນເຂດແດນໂມອາບ ນັ້ນເອງ ທີ່ ໂມເຊ ໄດ້ຕັ້ງຕົ້ນອະທິບາຍ ກົດບັນຍັດ ແລະ ຂໍ້ຄໍາສັ່ງຕ່າງໆ ຂອງພຣະເຈົ້າ. ເພິ່ນໄດ້ກ່າວວ່າ,
\v 6 “ເມື່ອພວກເຮົາຍັງຢູ່ທີ່ພູເຂົາ ຊີນາຍ ນັ້ນ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຮົາໄດ້ບອກ ວ່າ, ‘ພວກເຈົ້າໄດ້ພັກຢູ່ທີ່ນີ້ ເຫິງນານ ສົມຄວນແລ້ວ.
\s5
\v 7 ບັດນີ້ ຈົ່ງມ້າງຄ້າຍ ແລະ ຍົກຍ້າຍໄປຕໍ່. ຈົ່ງໄປຍັງເຂດພູດອຍ ຂອງຊາວອາໂມ ແລະ ທົ່ວອານາເຂດອ້ອມແອ້ມທັງໝົດນັ້ນ ເຊັ່ນ: ຮ່ອມພູ ຈີແດນ, ເຂດພູດອຍ ແລະ ທົ່ງພຽງ, ເຂດພາກໃຕ້ ແລະ ແຄມຝັ່ງທີ່ທະເລ ເມດີແຕຣາເນ. ຈົ່ງໄປຍັງດິນແດນຂອງຊາວ ການາອານ, ເທິງພູເລບານອນ ແລະ ແມ່ນາໍ້ ໃຫຍ່ເອີຟຣັດ.
\v 8 ທັງໝົດນີ້ ແມ່ນດິນແດນ ທີ່ເຮົາມອບໃຫ້ພວກເຈົ້າ ຈົ່ງເຂົ້າໄປ ແລະ ຢຶດຄອງເອົາ ຕາມທີ່ອົງພຣະຜູ້ເປັນເຈົ້າ ໄດ້ສັນຍາໄວ້ວ່າ ຈະຍົກໃຫ້ປູ່ຍາຕາຍາຍ ຂອງ ພວກເຈົ້າ ຄື: ອັບຣາຮາມ, ອີຊາກ ແລະ ຢາໂຄບ, ຕະຫລອດທັງເຊັ່ນລູກຫລານ ເຫລັັນຂອງພວກເຂົາ.
\s5
\v 9 ໂມເຊ ບອກປະຊາຊົນ ວ່າ, “ເມື່ອພວກເຮົາຍັງຢູ່ທີ່ພູເຂົາ ຊີນາຍ ນັ້ນ ຂ້າພະເຈົ້າໄດ້ບອກພວກເຈົ້າ ວ່າ ‘ການນາໍພາພວກເຈົ້າ ແມ່ນຄວາມຮັບຜິດຊອບ ອັນໃຫຍ່ຫລວງ ທີ່ບໍ່ ສາມາດກະທາໍຄົນດຽວໄດ້.
\v 10 ອົງພຣະຜູ້ ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າໄດ້ບັນດານ ໃຫ້ພວກເຈົ້າ ມີຈາໍນວນມາກມາຍ ເໝືອນດັ່ງ ດວງດາວໃນທ້ອງຟ້າ.
\v 11 ຂໍໃຫ້ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງປູ່ຍ່າຕາຍາຍຂອງ ພວກເຈົ້າເຮັດໃຫ້ພວກເຈົ້າມີລູກຫລານ ຫລາຍຕື່ມ ເຖິງພັນເທົ່າ ແລະ ໃຫ້ພວກເຈົ້າ ຈະເລີນຮຸ່ງເຮືອງ ຕາມທີ່ພຣະອົງໄດ້ສັນຍາໄວ້,
\s5
\v 12 ແຕ່ຂ້າພະເຈົ້າ ຜູ້ດຽວຈະຮັບຜິດຊອບ ວຽກງານ ອັນໜັກໜ່ວງສໍາລັບສະສາງ ການ ໂຕ້ຖຽງກັນຂອງພວກເຈົ້າໄດ້ຢ່າງໃດ?
\v 13 ສະນັ້ນ ຈົ່ງເລືອກເອົາຊາຍບາງຄົນ ທີ່ສະຫລຽວສະຫລາດ, ມີຄວາມເຂົ້າໃຈ ແລະ ມີປະສົບການ ໃນແຕ່ລະເຜົ່າຂອງພວກເຈົ້າ ແລະ ຂ້າພະເຈົ້າຈະແຕ່ງຕັ້ງພວກເຂົາ ໃຫ້ເບິ່ງແຍງພວກເຈົ້າ.
\v 14 ແລ້ວພວກເຈົ້າກໍເຫັນພ້ອມນາໍ ດ້ວຍວ່າການເຮັດຢ່າງນັ້ນ ເປັນການດີແທ້.
\s5
\v 15 ດັ່ງນັ້ນ ເພື່ອນໍາພາພວກເຈົ້າ ຂ້າພະເຈົ້າຈຶ່ງໄດ້ແຕ່ງຕັ້ງ ບັນດາຜູ້ນາໍທີ່ສະຫລຽວສະຫລາດ ແລະ ມີປະສົບການທີ ່ ພວກເຈົ້າໄດ້ເລືອກມາຈາກ ແຕ່ລະເຜ່ົ່າຂອງ ພວກເຈົ້າ ແລະ ຂ້າພະເຈົ້າໄດ້ໃຫ້ພວກເຂົາ ເບິ່ງແຍງພວກເຈົ້າ. ຂ້າພະເຈົ້າໄດ້ໃຫ້ບາງຄົນ ຮັບຜິດຊອບ ພັນຄົນ, ບາງຄົນຮັບຜິດຊອບ ຮ້ອຍຄົນ, ບາງຄົນຮັບຜິດຊອບ ຫ້າສິບຄົນ ແລະ ບາງຄົນຮັບຜິດຊອບ ສິບຄົນ. ນອກຈາກນີ້ ຂ້າພະເຈົ້າໄດ້ແຕ່ງຕັ້ງ ເຈົ້າໜ້າທີ່ ອື່ນ ໆ ຕາມເຜົ່າຕ່າງໆ ອີກດ້ວຍ.
\v 16 ໃນ ສະໄໝນັ້ນ ຂ້າພະເຈົ້າໄດ້ແນະນາໍບັນດາ ພວກຜູ້ປົກຄອງ ວ່າ, ‘ຈົ່ງເອົາໃຈໃສ່ ຮັບຟັງການຜິດຖຽງກັນ ທີ່ເກີດຂຶ້ນໃນທ່າມກາງປະຊາຊົນຂອງພວກເຈົ້າ. ຈົ່ງຕັດສິນການຜິດຖຽງກັນ ທຸກເລື່ອງ ຢ່າງທ່ຽງທາໍ ບໍ່ວ່າ ການຕັດສິນນັ້ນ ຈະກ່ຽວຂ້ອງກັບປະຊາຊົນ ຂອງພວກເຈົ້າເອງ ຫລື ກ່ຽວຂ້ອງກັບຄົນຕ່າງດ້າວ ທີ່ອາໄສຢູ່ນາໍພວກເຈົ້າກໍຕາມ.
\s5
\v 17 ຢ່າໄດ້ເຂົ້າຂ້າງອອກຂາ ຈົ່ງຕັດສິນແຕ່ ລະຄົນດ້ວຍຫລັກເກນ ຢ່າງດຽວກັນ ບໍ່ວ່າຄົນນັ້ນຈະເປັນໃຜກໍຕາມ. ຢ່າຢ້ານຜູ້ໃດຜູ້ໜຶ່ງເລີຍ ເພາະການຕັດສິນທີ່ພວກເຈົ້າເຮັດລົງໄປນັ້ນ ແມ່ນມາຈາກພຣະເຈົ້າ. ຖ້າພວກເຈົ້າ ມີຄະດີໃດໆ ທີ່ຍາກເກີນກວ່າຈະຕັດສິນໄດ້ ໃຫ້ນາໍຄະດີນັ້ນມາ ແຈ້ງຕໍ່ຂ້າພະເຈົ້າ ແລະ ຂ້າພະເຈົ້າຈະຕັດສິນເອງ.
\v 18 ໃນເວລາ ດຽວກັນນັ້ນ ຂ້າພະເຈົ້າໄດ້ແນະນາໍສິ່ງອື່ນອີກ ເພື່ອໃຫ້ພວກເຈົ້າປະຕິບັດຕາມ.”
\s5
\v 19 “ພວກເຮົາໄດ້ປະຕິບັດຕາມ ທີ່ອົງພຣະ ຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຮົາໄດ້ສັ່ງ ໄວ້. ພວກເຮົາໄດ້ຈາກພູເຂົາ ຊີນາຍ ແລະ ເດີນທາງຜ່ານຖິ່ນແຫ້ງແລ້ງກັນດານ ອັນກວ້າງໃຫຍ່ ແລະ ໜ້າຢ້ານໄປຕາມທາງສູ່ເຂດພູດອຍ ຂອງຊາວອາໂມ. ເມື່ອພວກເຮົາໄດ້ມາຮອດເມືອງ ກາເດັດ ບາກເນອາ
\s5
\v 20-21 ຂ້າພະເຈົ້າຈຶ່ງໄດ້ບອກພວກເຈົ້າ ວ່າ, ‘ບັດນີ້ ພວກເຈົ້າໄດ້ມາຮອດເຂດ ພູດອຍ ຂອງຊາວອາໂມ ຊຶ່ງອົງພຣະຜູ້ເປັນ ເຈົ້າ ພຣະເຈົ້າຂອງພວກເຮົາ ຄື ພຣະເຈົ້າ ຂອງປູ່ຍ່າຕາຍາຍ ພວກເຮົາກາໍລັງຈະມອບ ໃຫ້ພວກເຮົາ. ຫລຽວເບິ່ງດິນແດນພຸ້ນແມ! ຈົ່ງ ໄປຢຶດຄອງ ຕາມທີ່ພຣະອົງໄດ້ສັ່ງໄວ້ສາ. ຢ່າ ສົງໄສ ແລະ ຢ້ານກົວເລີຍ.
\s5
\v 22 ແຕ່ພວກເຈົ້າໄດ້ມາສະເໜີຕໍ່ຂ້າພະເຈົ້າວ່າ, ‘ໃຫ້ສັ່ງຄົນເຮົາໄປສອດແນມ ເບິ່ງດິນ ແດນນັ້ນ ສາກ່ອນ ເພື່ອວ່າພວກເຂົາຈະ ບອກພວກເຮົາ ໄດ້ວ່າທາງເສັ້ນໃດ ທີ່ພວກເຮົາຈະເຂົ້າຢຶດເອົາເມືອງໄດ້ສະດວກ ແລະ ເມືອງເຫລົ່ານັ້ນ ເປັນຢ່າງໃດ.
\v 23 ການ ສະເໜີນັ້ນເຫັນ ວ່າເປັນເລື່ອງດີທີ່ຄວນຈະເຮັດ ສະນັ້ນຂ້າພະເຈົ້າຈຶ່ງໄດ້ເລືອກເອົາຊາຍ ສິບສອງຄົນ ຄື ເຜົ່າລະຄົນ.
\v 24 ພວກເຂົາ ໄດ້ໄປຍັງເຂດພູດອຍ ເລີຍໄປເຖິງຮ່ອມພູ ເອັດສະໂຄນ ແລະ ໄດ້ສອດແນມເບິ່ງ.
\s5
\v 25 ພວກເຂົາໄດ້ນາໍໝາກໄມ້ ບາງຊະນິດ ໃນດິນແດນນັ້ນ ກັບມາພ້ອມແລະລາຍງານ ວ່າ ດິນແດນທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ ຂອງພວກເຮົາພວມຈະມອບໃຫ້ນັ້ນ ເປັນດິນ ແດນທີ່ອຸດົມສົມບູນ ແລະ ຮັ່ງມີຫລາຍ.
\s5
\v 26 ແຕ່ພວກເຈົ້າ ໄດ້ຂັດຂືນຄໍາສັ່ງຂອງ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ແລະ ບໍ່ຢາກເຂົ້າໄປໃນດິນແດນນັ້ນ.
\v 27 ພວກເຈົ້າໄດ້ຈົ່ມຕໍ່ກັນແລະກັນ ວ່າ, ‘ອົງພຣະ ຜູ້ເປັນເຈົ້າ ກຽດຊັງພວກເຮົາ. ດັ່ງນັ້ນ ພຣະອົງໄດ້ນາໍພວກເຮົາ ອອກມາຈາກ ປະເທດເອຢິບ ເພື່ອມອບພວກເຮົາໃຫ້ຊາວ ອາໂມ ເຫລົ່ານີ້ ເພື່ອວ່າພວກເຂົາຈະໄດ້ຂ້າພວກເຮົາຖິ້ມ.
\v 28 ພວກເຮົາຈະເຂົ້າໄປໃນ ດິນແດນນັ້ນ ເຮັດຫຍັງ? ພວກເຮົາຢ້ານ ເພາະນັກສືບສອດແນມ ທີ່ພວກເຮົາໄດ້ສົ່ງໄປ ນັ້ນມາລາຍງານ ວ່າ ຄົນໃນດິນແດນນັ້ນ ໂຕໃຫຍ່ສູງ ແລະ ແຂງແຮງລື່ນພວກເຮົາ. ພວກເຂົາອາໄສຢູ່ໃນເມືອງຕ່າງໆ ທີ່ມີກາໍແພງສູງ ຈຸຟ້າ. ພວກເຂົາໄດ້ເຫັນຍັກຢູ່ທີ່ນັ້ນ.
\s5
\v 29 ແຕ່ຂ້າພະເຈົ້າ ໄດ້ກ່າວວ່າ, ‘ຢ່າຢ້ານ ຄົນເຫລົ່ານີ້ເລີຍ.
\v 30 ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ຈະເປັນຜູ້ນາໍພາ ພວກເຈົ້າ ແລະ ພຣະອົງຈະຕໍ່ສູ້ພວກເຂົາ ແທນພວກເຈົ້າ ເໝືອນດັ່ງທີ່ພວກເຈົ້າໄດ້ ເຫັນພຣະອົງ ເຮັດໃນປະເທດເອຢິບ
\v 31 ແລະ ໃນຖິ່ນແຫ້ງແລ້ງກັນດານ. ພວກເຈົ້າ ໄດ້ເຫັນອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງ ເຈົ້າໄດ້ນາໍພາພວກເຈົ້າ ໃຫ້ມາເຖິງທີ່ນີ້ຢ່າງ ປອດໄພຢ່າງໃດ ກໍເໝືອນດັ່ງພໍ່ຫອບອູ້ມເອົາລູກຊາຍຂອງຕົນ.
\s5
\v 32 ແຕ່ດັ່ງທີ່ຂ້າພະເຈົ້າ ໄດ້ເຕືອນພວກເຈົ້າແລ້ວກໍຕາມ ພວກເຈົ້າກໍຍັງບໍ່ໄວ້ວາງໃຈ ໃນອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ.
\v 33 ເຖິງແມ່ນວ່າ ພຣະອົງໄດ້ອອກ ນາໍໜ້າພວກເຈົ້າກ່ອນ ໃນການເດີນທາງ ຂອງພວກເຈົ້າ ເພື່ອຊອກຫາທີ່ຕັ້ງຄ້າຍພັກ ໃຫ້ພວກເຈົ້າ ແລະ ເພື່ອຊີ້ທາງເດີນໃຫ້ພວກເຈົ້າ, ຕອນກາງຄືນ ພຣະອົງໃຫ້ມີເສົາໄຟ ແລະ ຕອນກາງເວັນ ພຣະອົງໃຫ້ມີເສົາເມກ.”
\s5
\v 34 “ອົງພຣະຜູ້ເປັນເຈົ້າ ໄດ້ຍິນພວກເຈົ້າ ຈົ່ມຮ້າຍໃສ່ພຣະອົງ. ສະນັ້ນ ພຣະອົງຈຶ່ງໂກດຮ້າຍ ແລະ ບອກໃຫ້ພວກເຈົ້າຮູ້ຢ່າງຄັກແນ່ ວ່າ
\v 35 ‘ຄົນຊົ່ວຊ້າເຊັ່ນພວກເຈົ້ານີ້ ແມ່ນບໍ່ ມີໃຜຈະໄດ້ເຂົ້າ ໄປຢູ່ດິນແດນອັນອຸດົມສົມບູນ ທີ່ເຮົາໄດ້ສັນຍາວ່າ ຈະມອບໃຫ້ແກ່ປູ່ຍ່າຕາຍາຍຂອງພວກເຈົ້າ.
\v 36 ມີແຕ່ ກາເຫລັບ ລູກຊາຍຂອງເຢຟຸນເນ ເທົ່ານັ້ນທີ່ຈະ ໄດ້ເຂົ້າໄປ ເພາະວ່າລາວໄດ້ສັດຊື່ຕໍ່ເຮົາ ແລະ ເຮົາຈະມອບດິນແດນ ທີ່ລາວໄດ້ຢຽບເຂົ້າໄປ ນັ້ນໃຫ້ແກ່ລາວ ແລະ ພວກລູກຫລານຂອງລາວ.
\s5
\v 37 ຍ້ອນພວກເຈົ້າ ອົງພຣະຜູ້ເປັນເຈົ້າຈຶ່ງໂກດຮ້າຍຂ້າພະເຈົ້າເໝືອນກັນ ແລະ ກ່າວວ່າ ‘ໂມເຊເອີຍ ເຈົ້າເໝືອນກັນ ຈະບໍ່ໄດ້ເຂົ້າ ໄປໃນດິນແດນນັ້ນ
\v 38 ແຕ່ ໂຢຊວຍ ລູກຊາຍຂອງນູນ ຜູ້ຊ່ວຍຂອງເຈົ້າຈະນາໍປະຊາຊົນອິດສະຣາເອນ ເຂົ້າໄປຢຶດຄອງ ດິນແດນ. ສະນັ້ນ ຈົ່ງໃຫ້ກາໍລັງໃຈແກ່ລາວ.
\s5
\v 39 ແລ້ວ ອົງພຣະຜູ້ເປັນເຈົ້າກໍໄດ້ກ່າວແກ່ ພວກເຮົາທຸກຄົນວ່າ, ‘ລູກຫລານຂອງພວກເຈົ້າ ຜູ້ທີ່ຍັງໜຸ່ມນ້ອຍ ແລະ ບໍ່ຮູ້ວ່າອັນໃດຖືກ ອັນໃດຜິດ ທີ່ພວກເຈົ້າເຄີຍເວົ້າວ່າ ຈະຖືກ ສັດຕູຈັບໄປນັ້ນ ພວກເຂົາຈະໄດ້ເຂົ້າໄປໃນ ດິນແດນນີ້ ເຮົາຈະມອບດິນແດນນັ້ນ ໃຫ້ພວກເຂົາເຂົ້າຢຶດຄອງ
\v 40 ແຕ່ປະຊາຊົນ ດັ່ງພວກເຈົ້າແລ້ວ ໃຫ້ຕ່າວຄືນກັບເຂົ້າໄປຖິ່ນແຫ້ງແລ້ງກັນດານ ຕາມທາງສູ່ອ່າວ ອາກາບາ.
\s5
\v 41 ພວກເຈົ້າຕອບ ວ່າ, ‘ໂມເຊເອີຍ ພວກເຮົາໄດ້ເຮັດບາບ ຕໍ່ອົງພຣະຜູ້ເປັນເຈົ້າແລ້ວ ແຕ່ບັດນີ້ ພວກເຮົາຈະເຂົ້າໄປໂຈມຕີ ຕາມທີ່ອົງພຣະຜູ້ເປັນເຈົ້າໄດ້ສັ່ງພວກເຮົາ. ແລ້ວ ແຕ່ລະຄົນໃນພວກເຈົ້າ ກໍຕຽມຕົວອອກສູ້ຮົບ ໂດຍຄິດວ່າ ມັນເປັນເລື່ອງງ່າຍທີ່ຈະບຸກໂຈມຕີເຂດພູດອຍ.
\v 42 ແຕ່ ອົງພຣະຜູ້ເປັນເຈົ້າ ໄດ້ກ່າວແກ່ຂ້າພະເຈົ້າ ວ່າ, ‘ຈົ່ງເຕືອນພວກເຂົາ ຢ່າໃຫ້ໄປໂຈມຕີ ເພາະເຮົາ ຈະບໍ່ສະຖິດຢູ່ນາໍ ແລະ ສັດຕູຈະມີໄຊຊະນະ ເໜືອພວກເຂົາ.
\s5
\v 43 ຂ້າພະເຈົ້າໄດ້ບອກພວກເຈົ້າ ໃນສິ່ງທີ່ ອົງພຣະຜູ້ເປັນເຈົ້າ ໄດ້ກ່າວແລ້ວແຕ່ພວກເຈົ້າບໍ່ເຊື່ອຟັງ ແລະ ທັງຂັດຂືນຄໍາສັ່ງຂອງ ພຣະອົງ ໂດຍຍ່າງມຸ້ງໜ້າໄປຍັງເຂດພູດອຍ ຢ່າງອົງອາດທະນົງຕົວ.
\v 44 ແລ້ວ ຊາວອາໂມ ທີ່ໄດ້ອາໄສຢູ່ຕາມເຂດພູດອຍ ກໍອອກ ມາສູ້ຮົບພວກເຈົ້າ ເໝືອນດັ່ງໂຕເຜິ້ງ ທີ່ບິນອອກຈາກຮັງຂອງມັນ. ພວກເຂົາໄດ້ໄລ່ຕາມລ່າພວກເຈົ້າ ມາຈົນເຖິງ ໂຮມາ ແລະ ຊະນະ ພວກເຈົ້າຢູ່ທີ່ນັ້ນ ໃນເຂດພູດອຍ ເອໂດມ.
\s5
\v 45 ພວກເຈົ້າຈຶ່ງຮ້ອງຫາ ອົງພຣະຜູ້ເປັນເຈົ້າ ໃຫ້ຊ່ວຍເຫລືອ, ແຕ່ອົງພຣະຜູ້ເປັນເຈົ້າ ບໍ່ໄດ້ຟັງສຽງຂອງພວກເຈົ້າ ຫລື ສົນໃຈຕໍ່ ພວກເຈົ້າ ແຕ່ປະການໃດ.
\v 46 ສະນັ້ນ ພວກເຮົາຈຶ່ງໄດ້ອາໄສຢູ່ທີ່ເມືອງ ກາເດັດ ເປັນເວລາດົນນານ.
\s5
\c 2
\p
\v 1 ໃນທີ່ສຸດ ພວກເຮົາກໍໄດ້ກັບຄືນ ກັບເຂົ້າໄປໃນຖິ່ນແຫ້ງແລ້ງກັນດານ ຕາມທາງສູ່ອ່າວ ອາກາບາ ເໝືອນດັ່ງທີ່ອົງພຣະຜູ້ເປັນເຈົ້າໄດ້ສັ່ງໄວ້ ແລະ ພວກເຮົາໄດ້ໃຊ້ເວລາດົນນານ ທ່ອງທ່ຽວໄປມາ ຕາມເຂດພູດອຍ ເອໂດມ.
\v 2 ແລ້ວອົງພຣະຜູ້ເປັນເຈົ້າ ກໍໄດ້ບອກຂ້າພະເຈົ້າ ວ່າ
\v 3 ພວກເຮົາໃຊ້ເວລາ ທ່ອງທ່ຽວໄປມາ ຕາມເຂດພູດອຍ ດົນນານພໍແລ້ວ ແລະ ພວກເຮົາຈະໄດ້ໄປທາງທິດເໜືອ.
\s5
\v 4 ພຣະອົງໄດ້ສັ່ງຂ້າພະເຈົ້າ ໃຫ້ແນະນາໍ ພວກເຈົ້າ ດັ່ງຕໍ່ໄປນີ້: ‘ພວກເຈົ້າເກືອບຈະ ເດີນທາງຜ່ານເຂດພູດອຍ ເອໂດມ ເຂດແດນຂອງຍາດພີ່ນ້ອງຫ່າງໆ ຂອງ ພວກເຈົ້າ ຄື ບັນດາເຊື້ອສາຍຂອງ ເອຊາວ. ພວກເຂົາຈະຢ້ານກົວພວກເຈົ້າ,
\v 5 ແຕ່ພວກເຈົ້າບໍ່ຕ້ອງ ເຮັດເສິກ ຕໍ່ສູ້ກັບພວກເຂົາ ເພາະເຮົາຈະບໍ່ມອບດິນແດນຂອງພວກເຂົາ ຕອນໃດຕອນໜຶ່ງໃຫ້ພວກເຈົ້າ. ເຮົາໄດ້ມອບເມືອງ ເອໂດມ ໃຫ້ເຊື້ອສາຍຂອງ ເອຊາວ.
\s5
\v 6 ພວກເຈົ້າອາດຊື້ນາໍ້ ແລະ ອາຫານນາໍພວກເຂົາກໍໄດ້.
\v 7 ຈົ່ງຈົດຈາໍໄວ້ວ່າ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ອວຍພອນທຸກໆ ສິ່ງທີ່ພວກເຈົ້າໄດ້ເຮັດ. ພຣະອົງເບິ່ງແຍງພວກເຈົ້າ ໃນຂະນະທີ່ ພວກເຈົ້າທ່ອງທ່ຽວ ຜ່ານຖິ່ນແຫ້ງແລ້ງກັນດານ ອັນກວ້າງໃຫຍ່. ອົງພຣະຜູ້ເປັນເຈົ້າ ອົງເປັນພຣະເຈົ້າຂອງພວກເຈົ້າໄດ້ສະຖິດຢູ່ ກັບພວກເຈົ້າ ເປັນເວລາ ສີ່ສິບປີ ແລະ ພວກເຈົ້າກໍມີທຸກໆ ສິ່ງທີ່ຈາໍເປັນ.
\s5
\v 8 ສະນັ້ນ ພວກເຮົາຈຶ່ງເດີນທາງຕໍ່ ໂດຍ ແຍກອອກຈາກທາງໄປເມືອງ ເອລາດ ແລະ ເມືອງ ເອຊີໂອນເກເບ ສູ່ທະເລຕາຍ; ແລ້ວກໍລ້ຽວໄປທາງຕາເວັນອອກສ່ຽງເໜືອ ມຸ່ງສູ່ດິນແດນໂມອາບ.
\s5
\v 9 ອົງພຣະຜູ້ເປັນເຈົ້າ ໄດ້ກ່າວແກ່ຂ້າພະເຈົ້າ ວ່າ ‘ຢ່າສ້າງຄວາມເດືອດຮ້ອນ ໃຫ້ຊາວໂມອາບ ເຊື້ອສາຍຂອງ ໂລດ ຫລື ລົງມືເຮັດເສິກ ຕໍ່ສູ້ພວກເຂົາ. ເຮົາໄດ້ມອບເມືອງ ອາຣະ ໃຫ້ພວກເຂົາ ແລະ ເຮົາຈະບໍ່ມອບດິນແດນ ສ່ວນໃດໆ ຂອງພວກເຂົາໃຫ້ພວກເຈົ້າ.
\s5
\v 10 ແຕ່ກ່ອນ ມີຄົນຊາດໜຶ່ງທີ່ມີອໍານາດ ແລະ ຮູບຮ່າງໃຫຍ່ສູງ ຊື່ວ່າ ເອມີມ. ເຂົາເຄີຍ ອາໄສຢູ່ທີ່ເມືອງ ອາຣະ. ພວກນີ້ມີຮູບຮ່າງໃຫຍ່ສູງເທົ່າກັບພວກ ອານາກີມ ຊຶ່ງເປັນຄົນ ຮູບຮ່າງສູງ ອີກຊາດໜຶ່ງ.
\v 11 ໃຜໆ ກໍເອີ້ນ ພວກເຂົາວ່າ ເຣັບຟາອິມ ເໝືອນດັ່ງທ່ີ່ໄດ້ມີພວກອານາກິມ ແຕ່ຊາວໂມອາບ ເອີ້ນພວກ ນີ້ວ່າ ເອມິມ.
\s5
\v 12 ຊາວໂຮຣີ ເຄີຍອາໄສຢູ່ທີ່ດິນແດນເອໂດມ ແຕ່ພວກລູກຫລານຂອງເອຊາວ ໄດ້ຂັບໄລ່ພວກເຂົາອອກໄປ ທັງທາໍລາຍລ້າງຜານຊົນຊາດຂອງພວກເຂົາ ແລະ ຕັ້ງຫລັກ ແຫລ່ງຢູ່ໃນທີ່ນັ້ນແທນ; ເໝືອນດັ່ງກັບຊາວ ອິດສະຣາເອນ ໃນເວລາຕໍ່ມາໄດ້ຂັບໄລ່ເຫລົ່າສັດຕູຂອງພວກຕົນອອກໄປ ຈາກດິນແດນທີ່ ອົງພຣະຜູ້ເປັນເຈົ້າໄດ້ມອບໃຫ້.
\s5
\v 13 ແລ້ວພວກເຮົາ ກໍຂ້າມແມ່ນາໍ້ ເສເຣັດ ຕາມຄໍາສັ່ງຂອງອົງພຣະຜູ້ເປັນເຈົ້າ.
\v 14 ເຫດການນີ້ ໄດ້ເກີດຂຶ້ນ 38 ປີ ຜ່ານມາແລ້ວ ຫລັງຈາກທີ່ພວກເຮົາໄດ້ໜີມາຈາກ ກາເດັດ ບາກເນອາ. ນັກຮົບທັງໝົດໃນລຸ້ນນັ້ນ ໄດ້ຕາຍໄປຕາມທີ່ອົງພຣະຜູ້ເປັນເຈົ້າ ໄດ້ກ່າວ ໄວ້.
\v 15 ພຣະອົງຕໍ່ຕ້ານພວກເຂົາສະເໝີມາ ຈົນກວ່າພວກເຂົາໄດ້ຖືກທາໍລາຍ ຈົນໝົດ ສິ້ນໄປ.
\s5
\v 16 ຫລັງຈາກ ພວກເຂົາໄດ້ຕາຍໄປໝົດແລ້ວ
\v 17 ອົງພຣະຜູ້ເປັນເຈົ້າໄດ້ກ່າວແກ່ ຂ້າພະເຈົ້າ ວ່າ
\v 18 ‘ວັນນີ້ ເຈົ້າໃກ້ຈະຜ່ານ ເຂດແດນໂມອາບ ໄປທາງເມືອງອາຣະ.
\v 19 ແລ້ວເຈົ້າກໍຈະໄປໃກ້ດິນແດນຂອງພວກ ອໍາໂມນ ເຊື້ອສາຍຂອງໂລດ. ຢ່າໄດ້ສ້າງ ຄວາມເດືອດຮ້ອນໃຫ້ພວກເຂົາ ຫລື ລົງມືເຮັດເສິກ ຕໍ່ສູ້ພວກເຂົາ ເພາະເຮົາຈະບໍ່ມອບ ດິນແດນ ສ່ວນໃດໆ ທີ່ເຮົາໄດ້ມອບໃຫ້ພວກເຂົານັ້ນ ໃຫ້ແກ່ພວກເຈົ້າ.
\s5
\v 20 ເຂດແດນນີ້ ເປັນທີ່ຮູ້ຈັກກັນວ່າ ດິນແດນຂອງພວກເຣັບຟາອິມ ຊຶ່ງເອີ້ນຕາມຊື່ທີ່ ປະຊາຊົນຜູ້ອາໄສ ຢູ່ທີ່ນັ້ນເຄີຍເອີ້ນກັນມາກ່ອນ; ຊາວອໍາໂມນ ເອີ້ນພວກນີ້ວ່າ ຊໍາຊຸມມິມ.
\v 21 ພວກເຂົາມີຮູບຮ່າງໃຫຍ່ສູງ ຄືກັບພວກອານາກິມ ແລະ ມີຢູ່ນາໍກັນຫລາຍ ຄົນ ແລະ ເປັນຊົນຊາດທີ່ມີອໍານາດດ້ວຍ. ອົງພຣະຜູ້ເປັນເຈົ້າ ໄດ້ທາໍລາຍລ້າງຜານພວກເຂົາເໝືອນກັນ ເພື່ອໃຫ້ຊາວອໍາໂມນ ຢຶດຄອງດິນແດນຂອງພວກເຂົາ ແລະ ຕັ້ງ ຫລັກແຫລ່ງຢູ່ໃນທີ່ນັ້ນ.
\v 22 ພຣະອົງໄດ້ເຮັດແບບດຽວກັນ ສໍາລັບຊາວເອໂດມ ລູກຫລານຂອງເອຊາວ ຜູ້ທີ່ອາໄສຢູ່ຕາມເຂດ ພູດອຍ ໃນດິນແດນເອໂດມ. ພຣະອົງໄດ້ທາໍ ລາຍລ້າງຜານ ຊາວໂຮຣີ ເພື່ອໃຫ້ຊາວເອໂດມ ຢຶດຄອງດິນແດນຂອງພວກເຂົາ ແລະ ຕັ້ງຫລັກແຫລ່ງຢູ່ທີ່ນັ້ນແທນ ຈົນເຖິງ ດຽວນີ້.
\s5
\v 23 ສ່ວນດິນແດນຕາມແຄມຝັ່ງຂອງທະເລ ເມດີແຕຣາເນ ແມ່ນປະຊາຊົນທີ່ມາຈາກ ເກາະກະເຣເຕ ໄດ້ຕັ້ງຫລັກແຫລ່ງຢູ່. ພວກເຂົາໄດ້ທາໍລາຍລ້າງຜານ ຊາວອາວິມ ຊາວພື້ນເມືອງ ແລະ ໄດ້ຢຶດຄອງດິນແດນທັງໝົດ ຂອງພວກເຂົາ ແຕ່ໃຕ້ສຸດຈົນຮອດເມືອງ ກາຊາ.
\s5
\v 24 ຫລັງຈາກພວກເຮົາໄດ້ຜ່ານດິນແດນ ໂມອາບ ໄປແລ້ວ ອົງພຣະຜູ້ເປັນເຈົ້າໄດ້ກ່າວ ແກ່ພວກເຮົາວ່າ, ‘ບັດນີ້ ຈົ່ງເລີ່ມຂ້າມແມ່ນາໍ້ ອາກໂນນ ເພາະເຮົາໄດ້ມອບເຈົ້າສີໂຫນ ກະສັດຂອງຊາວອາໂມ ແຫ່ງນະຄອນ ເຮັດ ຊະໂບນ ພ້ອມດ້ວຍດິນແດນຂອງລາວ ໃຫ້ຢູ່ ໃຕ້ອໍານາດຂອງພວກເຈົ້າແລ້ວ. ຈົ່ງໂຈມຕີ ແລະ ຢຶດຄອງດິນແດນຂອງລາວໄດ້.
\v 25 ຕັ້ງແຕ່ວັນນີ້ໄປ ເຮົາຈະເຮັດໃຫ້ປະຊາຊົນທົ່ວ ທຸກບ່ອນຢ້ານກົວພວກເຈົ້າ. ທຸກຄົນຈະຢ້ານກົວຈົນຕົວສັ່ນຂວັນເສຍ ເມື່ອພວກເຂົາ ໄດ້ຍິນຊື່ຂອງພວກເຈົ້າ.
\s5
\v 26 “ແລ້ວຂ້າພະເຈົ້າກໍສົ່ງຄະນະທູດ ຈາກ ຖິ່ນແຫ້ງແລ້ງກັນດານ ເກເດໂມດ ໄປຫາເຈົ້າສີໂຫນກະສັດແຫ່ງນະຄອນເຮັດຊະໂບນ ພ້ອມທັງນາໍ ຂໍ້ສະເໜີສັນຕິພາບ ດັ່ງນີ້:
\v 27 ‘ຈົ່ງອະນຸຍາດໃຫ້ພວກຂ້າພະເຈົ້າຜ່ານດິນແດນຂອງທ່ານໄປ ແດ່ທ້ອນ. ພວກຂ້າພະເຈົ້າຈະມຸ່ງໜ້າຜ່ານໄປ ໂດຍຈະບໍ່ໜີຈາກທາງໃຫຍ່.
\s5
\v 28 ພວກຂ້າພະເຈົ້າ ຈະຈ່າຍຄ່າອາຫານທີ່ພວກຂ້າພະເຈົ້າກິນ ແລະຈ່າຍຄ່ານາໍ້ທີ່ພວກຂ້າພະເຈົ້າດື່ມ. ສິ່ງດຽວທີ່ພວກຂ້າພະເຈົ້າຕ້ອງການ ຄື ພຽງແຕ່ຜ່ານດິນແດນຂອງທ່ານໄປ
\v 29 ຈົນກວ່າພວກຂ້າພະເຈົ້າຈະຜ່ານແມ່ນາໍ້ຈໍແດນ ເຂົ້າໄປສູ່ດິນແດນ ທີ່ອົງພຣະຜູ້ ້ເປັນເຈົ້າ ພຣະເຈົ້າຂອງພວກຂ້າພະເຈົ້າໄດ້ມອບໃຫ້. ເຊື້ອສາຍຂອງເອຊາວ ທີ່ອາໄສຢູ່ເອໂດມ ແລະຊາວໂມອາບ ທີ່ອາໄສຢູ່ອາຣະ ກໍໄດ້ອະນຸຍາດໃຫ້ພວກຂ້າພະເຈົ້າຜ່ານເຂດແດນຂອງພວກເຂົາມາແລ້ວ.
\s5
\v 30 ແຕ່ເຈົ້າສີໂຫນ ບໍ່ອະນຸຍາດໃຫ້ພວກເຮົາຜ່ານດິນແດນຂອງເພິ່ນໄປ. ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າໄດ້ເຮັດໃຫ້ ເພິ່ນດື້ດຶງ ແລະ ແຂງກະດ້າງ ເພື່ອພວກເຮົາຈະໄດ້ຊະນະ ແລະ ຢຶດເອົາເຂດແດນທັງໝົດ ຂອງເພິ່ນມາຄອບຄອງ ຈົນເທົ່າທຸກວັນນີ້.
\v 31 ແລ້ວອົງພຣະຜູ້ເປັນເຈົ້າກໍໄດ້ກ່າວແກ່ຂ້າພະເຈົ້າ ວ່າ, ‘ເບິ່ງແມ ເຮົາໄດ້ມອບເຈົ້າສີໂຫນ ແລະ ດິນແດນຂອງລາວໄວ້ຢູ່ໃຕ້ອໍານາດຂອງພວກເຈົ້າແລ້ວ ຈົ່ງຢຶດເອົາເຖີດ.
\s5
\v 32 ເຈົ້າສີໂຫນ ໄດ້ຍົກທັບອອກມາສູ້ຮົບພວກເຮົາ ຢູ່ໃກ້ເມືອງຢາຮາ,
\v 33 ແຕ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຮົາໄດ້ມອບເພິ່ນໄວ້ຢູ່ໃນອໍານາດຂອງພວກເຮົາ ແລະ ພວກເຮົາໄດ້ຊະນະເຈົ້າສີໂຫນ ແລະ ພວກລູກຊາຍ ແລະ ທະຫານທັງໝົດຂອງເພິ່ນ.
\s5
\v 34 ໃນເວລາດຽວກັນນັ້ນ ພວກເຮົາໄດ້ຢຶດ ແລະ ທາໍລາຍທຸກໆເມືອງຖິ້ມ ແລະ ຂ້າທຸກໆ ຄົນ ບໍ່ວ່າຊາຍຍິງ ຫລື ເດັກນ້ອຍ. ພວກເຮົາ ບໍ່ໃຫ້ໃຜລອດຊີວິດຢູ່ເລີຍ.
\v 35 ພວກເຮົາ ຢຶດເອົາຝູງສັດ ແລະ ເກັບກວາດເອົາສິ່ງຂອງໃນເມືອງ.
\s5
\v 36 ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຮົາ ໄດ້ໃຫ້ພວກເຮົາຢຶດເອົາເມືອງຕ່າງໆ ຕັ້ງແຕ່ອາໂລເອ ໄປດັ່ງນີ້: ເມືອງແຄມຮ່ອມພູ ອາກໂນນ ແລະ ເມືອງທີ່ຢູ່ທາງກາງຮ່ອມພູ, ຕະຫລອດທຸກເມືອງທີ່ຢູ່ຕາມທາງ ໄປສູ່ເຂດແດນ ກີເລອາດ. ບໍ່ມີເມືອງໃດທີ່ມີກາໍ ແພງແໜ້ນໜາ ພໍທີ່ພວກເຮົາຈະຢຶດເອົາບໍ່ໄດ້.
\v 37 ແຕ່ພວກເຮົາບໍ່ໄດ້ເຂົ້າໄປໃກ້ເຂດແດນຂອງຊາວອໍາໂມນ ຫລື ທົ່ງພຽງ ຕາມແຄມແມ່ນໍ້າ ຢັບໂບກ ຫລື ເມືອງຕ່າງໆ ຢູ່ທີ່ເຂດພູດອຍ ຫລື ບ່ອນອື່ນໆ ທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຮົາໄດ້ສັ່ງໄວ້ບໍ່ໃຫ້ພວກເຮົາເຂົ້າໄປ.”
\s5
\c 3
\p
\v 1 “ຕໍ່ມາ ພວກເຮົາໄດ້ເດີນທາງໄປຍັງ ພາກເໜືອສູ່ອານາເຂດ ບາຊານ ແລະ ເຈົ້າໂອກ ໄດ້ຍົກທັບອອກມາສູ້ຮົບພວກເຮົາ ໃກ້ກັບເມືອງ ເອັດເຣອີ.
\v 2 ແຕ່ອົງພຣະຜູ້ເປັນ ເຈົ້າໄດ້ກ່າວແກ່ຂ້າພະເຈົ້າ ວ່າ, ‘ຢ່າຢ້ານລາວເລີຍ. ເຮົາກໍາລັງມອບເຈົ້າໂອກ ພ້ອມກອງທັບ ແລະ ເຂດແດນທັງໝົດຂອງລາວໃຫ້ເຈົ້າ. ຈົ່ງເຮັດກັບລາວຢ່າງດຽວກັບທີ່ເຈົ້າ ໄດ້ເຮັດຕໍ່ເຈົ້າສີໂຫນ ກະສັດຊາວອາໂມ ຜູ້ທີ່ປົກຄອງນະຄອນ ເຮັດຊະໂບນ.
\s5
\v 3 ດັ່ງນັ້ນ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຮົາ ຈຶ່ງມອບເຈົ້າໂອກ ແລະ ປະຊາຊົນຂອງເພິ່ນໃຫ້ຢູ່ໃຕ້ອໍານາດຂອງ ພວກເຮົາ ແລະ ພວກເຮົາໄດ້ຂ້າພວກເຂົາຖິ້ມ ຈົນໝົດ.
\v 4 ໃນເວລາດຽວກັນນັ້ນ ພວກເຮົາ ກໍຢຶດເອົາທຸກຕົວເມືອງຂອງເພິ່ນໂດຍບໍ່ໄດ້ ປະເມືອງໃດໄວ້. ທັງໝົດທີ່ຢຶດໄດ້ມີຢູ່ 60 ເມືອງ ລວມທັງເຂດ ອັກໂກບ ທັງໝົດຊຶ່ງເປັນ ເມືອງທີ່ເຈົ້າໂອກ ກະສັດແຫ່ງ ບາຊານ ໄດ້ປົກຄອງ.
\s5
\v 5 ເມືອງເຫລົ່ານັ້ນ ທັງໝົດມີປ້ອມລ້ອມ ດ້ວຍກາໍແພງສູງ ແລະ ມີປະຕູເມືອງລົງໄລ ດ້ວຍເຫລັກແທ່ງ ແລະ ມີຫລາຍໝູ່ບ້ານເໝືອນກັນ ທີ່ບໍ່ມີກາໍແພງລ້ອມ.
\v 6 ພວກເຮົາໄດ້ທາໍລາຍໝົດທຸກເມືອງ ແລະ ຂ້າຊາວ ເມືອງທຸກຄົນ ບໍ່ວ່າຊາຍແລະຍິງ ຕະຫລອດ ທັງເດັກນ້ອຍ ດັ່ງທີ່ພວກເຮົາໄດ້ເຮັດໃນເມືອງ ຕ່າງໆຂອງເຈົ້າສີໂຫນ ແຫ່ງນະຄອນ ເຮັດຊະໂບນ.
\v 7 ພວກເຮົາໄດ້ຢຶດເອົາຝູງສັດ ແລະ ເກັບກວາດເອົາສິ່ງຂອງໃນເມືອງ.
\s5
\v 8 ໃນຄັ້ງນັ້ນ ພວກເຮົາໄດ້ຢຶດເອົາຈາກ ກະສັດທັງສອງຂອງຊາວອາໂມ ດິນແດນທາງທິດຕາເວັນອອກ ຂອງແມ່ນໍ້າຈໍແດນ ຕັ້ງ ແຕ່ແມ່ນາໍ້ ອາກໂນນ ຈົນເຖິງພູ ເຮີໂມນ.
\v 9 (ຊາວຊີໂດນ ເອີ້ນພູ ເຮີໂມນ ວ່າ ສີຣີໂອນ ແລະຊາວອາໂມ ເອີ້ນວ່າ ເຊນີ.)
\v 10 ພວກເຮົາໄດ້ຢຶດເອົາໝົດທຸກເຂດແດນຂອງເຈົ້າໂອກ ໃນບາຊານດັ່ງນີ້: ເມືອງຕ່າງໆຕາມພູພຽງ, ຂົງເຂດກີເລອາດ ແລະ ບາຊານ, ໄກອອກໄປຈົນຮອດ ຊາເລກາ ແລະ ເອັດເຣອີ.”
\s5
\v 11 ເຈົ້າໂອກ ແມ່ນກະສັດຄົນສຸດທ້າຍ ຂອງຊາວ ເຣຟາອິມ. ບ່ອນໃສ່ສົບ [ຂ] ຂອງ ເພິ່ນເຮັດດ້ວຍຫິນ [ຄ] ຍາວ 4 ແມັດ ແລະ ກວ້າງປະມານ 2 ແມັດ ຊຶ່ງຍັງມີຄົນເຫັນຢູ່ໃນເມືອງຣັບບາ ຂອງຊາວອໍາໂມນ.”
\s5
\v 12 “ເມື່ອພວກເຮົາຢຶດເອົາດິນແດນ ມາ ເປັນກາໍມະສິດນັ້ນ ຂ້າພະເຈົ້າໄດ້ມອບໃຫ້ເຜົ່າຣູເບັນ ແລະ ກາດ ເຂດແດນທາງທິດເໜືອຂອງເມືອງ ອາໂຣເອ ໃກ້ກັບແມ່ນາໍ້ ອາກໂນນ ແລະ ເຄິ່ງໜຶ່ງຂອງເຂດພູດອຍ ກີເລອາດ ພ້ອມກັບເມືອງເລັກເມືອງນ້ອຍ ຕ່າງໆ.
\v 13 ສໍາລັບເຜົ່າມານາເຊ ເຄິ່ງເຜົ່າ ຂ້າພະເຈົ້າໄດ້ມອບສ່ວນທີ່ເຫລືອຂອງກີເລອາດ ແລະ ດິນທຸກເຂດຂອງບາຊານດ້ວຍ ບ່ອນທີ່ເຈົ້າໂອກໄດ້ປົກຄອງ ຄື ຂົງເຂດ ອັກໂກບ ທັງໝົດ. ” (ບາຊານ ເປັນທີ່ຮູ້ຈັກກັນ ວ່າ ເປັນດິນແດນຂອງຊາວເຣຟາອິມ.
\s5
\v 14 ຢາອີ ຜູ້ທີ່ເປັນຄົນໃນເຜົ່າມານາເຊ ໄດ້ ຢຶດຄອງຂົງເຂດອັກໂກບ ທັງໝົດ ຄື ບາຊານ ໄກອອກໄປ ຈົນຮອດຊາຍແດນຂອງເກຊູ ແລະ ມາອາກາ. ລາວໃສ່ຊື່ໝູ່ບ້ານເຫລົ່ານັ້ນ ຕາມຊື່ຂອງຕົນ ຊຶ່ງຍັງເປັນທີ່ຮູ້ຈັກກັນວ່າ ໝູ່ບ້ານຂອງຢາອີ.)
\s5
\v 15 ຂ້າພະເຈົ້າໄດ້ມອບເຂດແດນ ກີເລອາດ ໃຫ້ຕະກຸນ ມາກີ ໃນເຜົ່າມານາເຊ.
\v 16 ສ່ວນເຜົ່າຣູເບັນ ແລະ ເຜົ່າກາດນັ້ນ ຂ້າພະເຈົ້າໄດ້ມອບເຂດແດນຕັ້ງແຕ່ ກີເລອາດ ຈົນເຖິງແມ່ນາໍ້ ອາກໂນນ. ທາງກາງແມ່ນາໍ້ນີ້ໃຊ້ເປັນຊາຍແດນ ຕອນໃຕ້ຂອງ ພວກເຂົາ ແລະ ຊາຍແດນຕອນເໜືອແມ່ນ ແມ່ນາໍ້ ຢັບໂບກ ຊຶ່ງສ່ວນໜຶ່ງເປັນຊາຍແດນ ຂອງພວກອໍາໂມນ.
\s5
\v 17 ທາງທິດຕາເວັນຕົກ ເຂດແດນຂອງ ພວກເຂົາຍາວອອກໄປຮອດແມ່ນໍ້າ ຈໍແດນ ຕັ້ງແຕ່ທະເລ ຄາລີເລ ໃນຕອນເໜືອລົງມາ ຮອດທະເລຕາຍ ໃນຕອນໃຕ້ ແລະ ເລີຍມາຮອດຕີນພູ ປີຊະກາ ທາງທິດຕາເວັນອອກ.
\s5
\v 18 ໃນເວລາດຽວກັນນັ້ນ ຂ້າພະເຈົ້າໄດ້ໃຫ້ຄໍາແນະນໍາພວກເຂົາ ດັ່ງນີ້ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຮົາໄດ້ມອບ ເຂດແດນທາງທິດຕາເວັນອອກຂອງແມ່ນໍ້າ ຈໍແດນ ນີ້ໃຫ້ພວກເຈົ້າຢຶດຄອງ. ບັດນີ້ ຈົ່ງປະກອບອາວຸດ ໃຫ້ພວກນັກຮົບຂອງພວກເຈົ້າ ແລະ ໃຊ້ພວກເຂົາໃຫ້ຂ້າມແມ່ນາໍ້ ຈໍແດນ ອອກໜ້າເຜົ່າອື່ນໆ ຂອງຊາດອິດສະຣາເອນ ເພື່ອໄປຊ່ວຍຢຶດຄອງດິນແດນໃຫ້ພວກເຂົາ.
\s5
\v 19 ຂ້າພະເຈົ້າຮູ້ວ່າ ພວກເຈົ້າມີຝູງສັດຫລາຍ ສະນັ້ນຈົ່ງໃຫ້ພວກລູກເມຍ ຂອງ ພວກເຈົ້າເທົ່ານັ້ນ ຢູ່ໃນເມືອງທາງຟາກນີ້ ທີ່ເຮົາໄດ້ມອບໃຫ້ພວກເຈົ້ານັ້ນ.
\v 20 ຈົ່ງຊ່ວຍເຫລືອພີ່ນ້ອງຊາວອິດສະຣາເອນ ຂອງພວກເຈົ້າ ຈົນກວ່າພວກເຂົາໄດ້ຢຶດຄອງດິນແດນ ທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ໄດ້ມອບໃຫ້ພວກເຂົາຢູ່ທາງຟາກ ຕາເວັນຕົກແມ່ນາໍ້ ຈໍແດນ ແລະ ຈົນກວ່າ ພວກເຂົາຢູ່ໃນທີ່ນັ້ນຢ່າງສະຫງົບສຸກ ເໝືອນ ດັ່ງພຣະອົງໄດ້ເຮັດໃຫ້ພວກເຈົ້າຢູ່ຢ່າງ ສະຫງົບສຸກແລ້ວທາງຟາກນີ້. ຫລັງຈາກນັ້ນແລ້ວ ພວກເຈົ້າຈົ່ງກັບຄືນເມືອສູ່ດິນແດນທີ່ອົງພຣະຜູ້ເປັນເຈົ້າ ໄດ້ມອບໃຫ້ແກ່ພວກເຈົ້າ ທາງຟາກນີ້.”
\s5
\v 21 ແລ້ວຂ້າພະເຈົ້າກໍແນະນາໍ ໂຢຊວຍ ວ່າ, ‘ເຈົ້າໄດ້ເຫັນໝົດທຸກສິ່ງ ທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຮົາ ໄດ້ເຮັດກັບ ກະສັດທັງສອງຄົນນັ້ນແລ້ວ ຄື ເຈົ້າສີໂຫນ ແລະ ເຈົ້າໂອກ ແລະ ພຣະອົງຈະເຮັດຢ່າງດຽວກັບຄົນອື່ນ ໆ ໃນດິນແດນທີ່ພວກເຈົ້າ ຈະບຸກລຸກເຂົ້າໄປ.
\v 22 ຢ່າຢ້ານພວກເຂົາ ແຕ່ປະການໃດເລີຍ ເພາະອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າຈະສູ້ຮົບແທນພວກເຈົ້າ.
\s5
\v 23 ໃນຄັ້ງນັ້ນ ຂ້າພະເຈົ້າໄດ້ພາວັນນາ ອະທິຖານ ຢ່າງຮ້ອນຮົນວ່າ
\v 24 ‘ໂອ ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າເອີຍ ຂ້ານ້ອຍຮູ້ວ່າພຣະອົງໄດ້ສໍາແດງໃຫ້ຂ້ານ້ອຍ ຜູ້ຮັບໃຊ້ຂອງພຣະອົງເຫັນພຽງແຕ່ເບື້ອງຕົ້ນຂອງເຫດການອັນຍິ່ງໃຫຍ່ ແລະ ອັດສະຈັນຂອງພຣະອົງ. ບໍ່ມີພະໃດໆ ໃນສະຫວັນ ຫລື ເທິງແຜ່ນດິນໂລກ ທີ່ເຮັດສິ່ງອັດສະຈັນເໝືອນດັ່ງ ພຣະອົງໄດ້ເຮັດນັ້ນ
\v 25 ຂໍພຣະອົງໂຜດ ໃຫ້ຂ້ານ້ອຍໄດ້ຂ້າມແມ່ນາໍ້ ຈໍແດນ ໄປເບິ່ງດິນແດນທີ່ອຸດົມສົມບູນ ແລະ ຮັ່ງມີທາງຟາກ ພຸ້ນແດ່ທ້ອນ ຄື ເບິ່ງພູຜາອັນສວຍງາມ ແລະ ພູດອຍຂອງເລບານອນ.
\s5
\v 26 ແຕ່ຍ້ອນພວກເຈົ້າ ອົງພຣະຜູ້ເປັນເຈົ້າ ຈຶ່ງຄຽດຮ້າຍຂ້າພະເຈົ້າ ແລະ ບໍຟັງຄໍາຂໍຂອງຂ້າພະເຈົ້າ, ແຕ່ພຣະອົງກັບຕອບຂ້າພະເຈົ້າ ວ່າ, ‘ພໍແລ້ວ ຢ່າໄດ້ເອີ່ຍເຖິງເລື່ອງນີ້ອີກ
\v 27 ເຈົ້າຈົ່ງຂຶ້ນໄປເທິງຈອມພູ ປີຊະກາ ແລະ ແນມເບິ່ງທົ່ວທຸກທິດ ຄື: ເໜືອ, ໃຕ້, ຕາເວັນອອກ ແລະ ຕາເວັນຕົກ. ຈົ່ງເບິ່ງສິ່ງທີ່ເຈົ້າເຫັນໃຫ້ຄັກໆ ເພາະເຈົ້າຈະບໍ່ໄດ້ຂ້າມແມ່ນໍ້າ ຈໍແດນ ເຂົ້າໄປໃນດິນແດນນັ້ນເປັນເດັດຂາດ.
\s5
\v 28 ເຈົ້າຈົ່ງແນະນາໍ ໂຢຊວຍ ແລະ ໃຫ້ກາໍລັງໃຈລາວ ໃຫ້ເດັດດ່ຽວກ້າຫານຫລາຍຍິ່ງຂຶ້ນ ເພາະລາວຈະຕ້ອງເປັນຜູ້ນາໍພາປະຊາຊົນ ຂ້າມແມ່ນາໍ້ ຈໍແດນ ເຂົ້າໄປຢຶດຄອງດິນແດນ ທີ່ເຈົ້າເຫັນຢູ່ນີ້.
\v 29 ສະນັ້ນ ພວກເຮົາຈຶ່ງໄດ້ຄ້າງຢູ່ຮ່ອມພູ ທີ່ກົງກັນຂ້າມກັບເມືອງ ເບັດເປອໍ.”
\s5
\c 4
\p
\v 1 ແລ້ວ ໂມເຊ ກໍໄດ້ກ່າວແກ່ປະຊາຊົນ ວ່າ, “ຈົ່ງເຊື່ອຟັງກົດບັນຍັດທຸກຂໍ້ ທີ່ຂ້າພະເຈົ້າກາໍລັງສອນພວກເຈົ້າ ແລະ ພວກເຈົ້າຈະ ມີຊີວິດ ແລະ ຢຶດຄອງດິນແດນທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງປູ່ຍ່າຕາຍາຍຂອງພວກເຈົ້າກາໍລັງຈະມອບໃຫ້ພວກເຈົ້າ.
\v 2 ຢ່າຕື່ມສິ່ງໃດສິ່ງໜຶ່ງໃສ່ສິ່ງທີ່ຂ້າພະເຈົ້າສັ່ງ ແລະ ຢ່າຕັດສິ່ງໃດສິ່ງໜຶ່ງອອກ. ຈົ່ງຖືຮັກສາ ຂໍ້ຄໍາສັ່ງຂອງອົງພຣະຜູ້ເປັນເຈົ້າ ພຣະເຈົ້າ ຂອງພວກເຈົ້າ ຊຶ່ງຂ້າພະເຈົ້າໄດ້ມອບໃຫ້ແກ່ ພວກເຈົ້າ.
\s5
\v 3 ພວກເຈົ້າໄດ້ເຫັນດ້ວຍຕົນເອງ ໃນສິ່ງທີ່ອົງພຣະຜູ້ເປັນເຈົ້າໄດ້ເຮັດທີ່ພູ ເປອໍ. ພຣະອົງ ໄດ້ທາໍລາຍທຸກຄົນ ທີ່ຂາບໄຫວ້ພະບາອານ ໃນທີ່ນັ້ນ
\v 4 ແຕ່ພວກທີ່ສັດຊື່ຕໍ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າກໍຍັງມີຊີວິດ ຢູ່ເທົ່າເຖິງທຸກວັນນີ້.
\s5
\v 5 ຂ້າພະເຈົ້າໄດ້ສັ່ງສອນ ກົດບັນຍັດທຸກຂໍ້ ແກ່ພວກເຈົ້າ ຕາມທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງຂ້າພະເຈົ້າໄດ້ບອກ. ຈົ່ງປະຕິບັດຕາມກົດບັນຍັດເຫລົ່ານີ້ ຢູ່ໃນດິນ ແດນທີ່ພວກເຈົ້າ ກາໍລັງຈະບຸກຮຸກເຂົ້າໄປ ຢຶດຄອງ.
\v 6 ຈົ່ງປະຕິບັດຕາມກົດບັນຍັດ ນັ້ນຢ່າງສັດຊື່ ເພາະການກະທາໍເຊັ່ນນັ້ນ ຈະສະແດງໃຫ້ຊົນຊາດອື່ນເຫັນວ່າ ພວກເຈົ້າ ສະຫລຽວສະຫລາດພຽງໃດ. ເມື່ອເຂົາໄດ້ຍິນ ເຖິງກົດບັນຍັດເຫລົ່ານີ້ແລ້ວ ເຂົາກໍຈະເວົ້າວ່າ ‘ຊົນຊາດທີ່ຍິ່ງໃຫຍ່ນີ້ ຊ່າງມີປັນຍາ ແລະ ຄວາມຮອບຮູ້ແທ້ນໍ.
\s5
\v 7 ບໍ່ມີຊົນຊາດອື່ນໃດ ເຖິງວ່າຍິ່ງໃຫຍ່ພຽງໃດກໍຕາມ ທີ່ມີພຣະເຈົ້າຢູ່ໃກ້ຊິດ ເມື່ອພວກເຂົາຕ້ອງການຄວາມຊ່ວຍເຫລືອ ເໝືອນດັ່ງ ທີ່ພວກເຮົາ ມີອົງພຣະຜູ້ເປັນເຈົ້າ ພຣະເຈົ້າ ຂອງພວກເຮົາ. ພວກເຮົາຮ້ອງຫາພຣະອົງ ໃຫ້ຊ່ວຍເຫລືອເມື່ອໃດ ພຣະອົງກໍຕອບພວກເຮົາເມື່ອນັ້ນ.
\v 8 ບໍ່ມີຊົນຊາດອື່ນໃດ ເຖິງວ່າຍິ່ງໃຫຍ່ພຽງໃດກໍຕາມ ທີ່ມີກົດບັນຍັດອັນຍຸດຕິທາໍ ເໝືອນດັ່ງທີ່ຂ້າພະເຈົ້າໄດ້ສັ່ງສອນ ພວກເຈົ້າໃນວັນນີ້.
\s5
\v 9 ຈົ່ງເຝົ້າລະວັງໃຫ້ດີ! ຕາບໃດທີ່ພວກເຈົ້າ ມີຊີວິດຢູ່ ຈົ່ງແນ່ໃຈວ່າພວກເຈົ້າບໍ່ໄດ້ລືມໄລ ສິ່ງທີ່ພວກເຈົ້າໄດ້ເຫັນກັບຕາມາແລ້ວ. ຈົ່ງບອກພວກລູກຫລານຂອງພວກເຈົ້າ ໃຫ້ຮູ້ເຖິງສິ່ງເຫລົ່ານີ້
\v 10 ມື້ທີ່ພວກເຈົ້າໄດ້ຢືນຢູ່ ຊ້ອງໜ້າອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງ ພວກເຈົ້າທີ່ພູເຂົາ ຊີນາຍ [ງ] ເມື່ອອົງພຣະຜູ້ເປັນເຈົ້າໄດ້ສັ່ງຂ້າພະເຈົ້າ ວ່າ ‘ຈົ່ງເຕົ້າໂຮມ ປະຊາຊົນເຮົາ ຕ້ອງການໃຫ້ພວກເຂົາໄດ້ຍິນ ສິ່ງທີ່ເຮົາຕ້ອງກ່າວ ເພື່ອວ່າພວກເຂົາຈະໄດ້ຮຽນຮູ້ເຊື່ອຟັງເຮົາ ຊົ່ວຊີວິດຂອງພວກເຂົາ ແລະ ເພື່ອວ່າພວກເຂົາຈະໄດ້ສັ່ງສອນລູກຫລານຂອງພວກເຂົາ ໃຫ້ເຮັດຢ່າງດຽວກັນ.
\s5
\v 11 ຈົ່ງບອກລູກຫລານຂອງພວກເຈົ້າ ວ່າ ພວກເຈົ້າໄດ້ໄປ ແລະ ຢືນເຝົ້າຢູ່ຢ່າງໃດຢູ່ທີ່ຕີນພູ ທີ່ມີເມກອັນໜາແໜ້ນ ແລະ ມີຄວັນ ອັນມືດຕຶບປົກຄຸມຢູ່ ພ້ອມທັງມີໄຟລຸກພຸ່ງຂຶ້ນ ສູ່ທ້ອງຟ້າ.
\v 12 ຈົ່ງບອກພວກເຂົາວ່າ, ອົງພຣະຜູ້ເປັນເຈົ້າ ໄດ້ກ່າວແກ່ພວກເຈົ້າອອກ ມາຈາກແປວໄຟຢ່າງໃດ; ພວກເຈົ້າໄດ້ຍິນ ພຣະອົງກ່າວ ແຕ່ບໍ່ໄດ້ເຫັນພຣະອົງປາກົດ ໃນຮູບຮ່າງໃດໆ ເລີຍ.
\s5
\v 13 ພຣະອົງໄດ້ບອກພວກເຈົ້າ ວ່າ ຕ້ອງເຮັດຢ່າງໃດ ເພື່ອຖືຮັກສາພັນທະສັນຍາ ທີ່ພຣະອົງໄດ້ເຮັດໄວ້ກັບພວກເຈົ້າ ຄື ໃຫ້ພວກເຈົ້າປະຕິບັດຕາມ ພຣະຄໍາສັ່ງສິບຂໍ້ ທີ່ພຣະອົງໄດ້ຈາລຶກໄວ້ ໃນຫິນສອງແຜ່ນ.
\v 14 ອົງພຣະຜູ້ເປັນເຈົ້າໄດ້ບອກຂ້າພະເຈົ້າ ໃຫ້ສັ່ງສອນກົດບັນຍັດ ທຸກຂໍ້ນັ້ນແກ່ພວກເຈົ້າ ເພື່ອວ່າ ພວກເຈົ້າຈະໄດ້ນາໍໄປປະຕິບັດ ໃນດິນແດນທີ່ພວກເຈົ້າກາໍລັງຈະບຸກເຂົ້າໄປຢຶດ ຄອງນັ້ນ.”
\s5
\v 15 “ເມື່ອອົງພຣະຜູ້ເປັນເຈົ້າ ໄດ້ກ່າວແກ່ ພວກເຈົ້າ ຈາກແປວໄຟທີ່ເທິງພູເຂົາ ຊີນາຍ ນັ້ນ ພວກເຈົ້າບໍ່ໄດ້ເຫັນພຣະອົງ. ສະນັ້ນ ເພື່ອຜົນປະໂຫຍດຂອງພວກເຈົ້າເອງ
\v 16 ຈົ່ງໃຫ້ແນ່ໃຈວ່າ ພວກເຈົ້າບໍ່ເຮັດບາບໂດຍ ສ້າງຮູບເຄົາຣົບໃດໆ ສໍາລັບພວກເຈົ້າເອງ ບໍ່ວ່າ ຈະເປັນຮູບພະຊາຍ ຫລື ພະຍິງ
\v 17 ຫລື ຮູບສັດສີ່ຕີນ ຫລື ຮູບນົກ
\v 18 ຫລື ຮູບ ສັດຍ່າງຍ້າຍເລືອຄານ ຫລື ປາກໍຕາມ.
\s5
\v 19 ຢ່າໃຫ້ຖືກລໍ້ໄປຂາບໄຫວ້ ແລະ ຮັບໃຊ້ ສິ່ງທີ່ພວກເຈົ້າເຫັນໃນທ້ອງຟ້າ ເຊັ່ນ: ຕາເວັນ, ດວງເດືອນ ແລະ ດວງດາວ ຕ່າງໆ. ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ໄດ້ໃຫ້ໝົດທຸກຊົນຊາດອື່ນ ໆ ຂາບໄຫວ້ສິ່ງເຫລົ່ານີ້.
\v 20 ແຕ່ສໍາລັບພວກເຈົ້າແລ້ວ ພວກເຈົ້າເປັນປະຊາຊົນ ທີ່ພຣະອົງໄດ້ຊ່ວຍ ກອບກູ້ອອກມາຈາກຂຸມນະຣົກ ຂອງ ເອຢິບ. ພຣະອົງໄດ້ນາໍພວກເຈົ້າອອກມາ ເພື່ອຫລໍ່ຫລອມໃຫ້ເປັນໄພ່ພົນຂອງພຣະອົງ ເໝືອນດັ່ງທີ່ພວກເຈົ້າ ເປັນຢູ່ໃນວັນນີ້.
\s5
\v 21 ຍ້ອນພວກເຈົ້າ ອົງພຣະຜູ້ເປັນເຈົ້າຈຶ່ງ ໂກດຮ້າຍຂ້າພະເຈົ້າ ແລະ ປະກາດຢ່າງໜັກແໜ້ນ ວ່າ, ຂ້າພະເຈົ້າຈະບໍ່ໄດ້ຂ້າມແມ່ນາໍ້ ຈໍແດນ ເຂົ້າໄປໃນດິນແດນ ອັນອຸດົມສົມບູນ ແລະ ຮັ່ງມີ ທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ກາໍລັງຈະມອບໃຫ້ພວກເຈົ້າ.
\v 22 ຂ້າພະເຈົ້າຈະຕາຍຢູ່ໃນດິນແດນນີ້ ແລະ ຈະບໍ່ໄດ້ຂ້າມແມ່ນໍ້າໄປ; ແຕ່ພວກເຈົ້າ ກໍາລັງຈະຂ້າມແມ່ນໍ້າ ເຂົ້າໄປຢຶດຄອງດິນ ແດນອັນອູດົມສົມບູນ ແລະ ຮັ່ງມີ.
\s5
\v 23 ສະນັ້ນ ຈົ່ງແນ່ໃຈວ່າ ພວກເຈົ້າຈະບໍ່ລືມໄລພັນທະສັນຍາ ທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ໄດ້ເຮັດໄວ້ກັບພວກເຈົ້າ. ຈົ່ງເຮັດຕາມພຣະຂໍ້ຄໍາສັ່ງຂອງ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ແລະ ຢ່າ ເຮັດຮູບເຄົາຣົບໃດໆ ສໍາລັບຕົນ
\v 24 ເພາະ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ເປັນເໝືອນດັ່ງໄຟ ທີ່ເຜົາຜານ; ພຣະອົງບໍ່ຍອມອົດກັ້ນ ຕໍ່ຄູ່ແຂ່ງໃດໆ ທັງສິ້ນ.
\s5
\v 25 ເຖິງແມ່ນວ່າ ເມື່ອພວກເຈົ້າໄດ້ອາໄສ ຢູ່ໃນດິນແດນດົນນານ ແລະ ມີລູກຫລານ ເຫລັນກໍຕາມ ຢ່າໄດ້ເຮັດບາບ ໂດຍສ້າງຮູບເຄົາ ຣົບໃດໆ ເພື່ອຂາບໄຫວ້. ອັນນີ້ ເປັນສິ່ງຊົ່ວ ຮ້າຍຕໍ່ສາຍຕາຂອງອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ຊຶ່ງເຮັດໃຫ້ພຣະອົງ ໂກດຮ້າຍ.
\v 26 ຖ້າເປັນເຊັ່ນນັ້ນ ຂ້າພະເຈົ້າ ຂໍໃຫ້ສະຫວັນ ກັບແຜ່ນດິນໂລກ ຈົ່ງເປັນພະຍານຕໍ່ສູ້ພວກເຈົ້າໃນວັນນີ້ ແລະ ພວກເຈົ້າຈະດັບສູນຈາກດິນແດນນີ້ໃນບໍ່ຊ້າ. ພວກເຈົ້າຈະບໍ່ໄດ້ຢູ່ຍາວນານ ໃນດິນແດນທີ່ພວກເຈົ້າກາໍລັງຈະຂ້າມແມ່ນາໍ້ຈໍແດນ ໄປຢຶດຄອງ ນັ້ນ ແລະ ພວກເຈົ້າຈະຖືກທາໍລາຍ ຈົນໝົດສິ້ນ.
\s5
\v 27 ອົງພຣະຜູ້ເປັນເຈົ້າ ຈະເຮັດໃຫ້ພວກເຈົ້າກະຈັດກະຈາຍ ໄປຢູ່ໃນຊົນຊາດອື່ນ ໆ ບ່ອນທີ່ພວກເຈົ້າພຽງແຕ່ໜ້ອຍຄົນເທົ່ານັ້ນ ຈະຍັງມີຊີວິດຢູ່.
\v 28 ໃນທີ່ນັ້ນ ພວກເຈົ້າ ຈະຮັບໃຊ້ພະໄມ້ ແລະ ພະຫິນ ຊຶ່ງມະນຸດໄດ້ ປະດິດຂຶ້ນ ຄື ພະທີ່ເບິ່ງບໍ່ເຫັນ ແລະ ຟັງບໍ່ໄດ້ຍິນ ທັງກິນ ຫລື ດົມກິ່ນບໍ່ໄດ້ດ້ວຍ.
\s5
\v 29 ໃນທີ່ນັ້ນ ພວກເຈົ້າຈະສະແຫວງຫາ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ; ຖ້າພວກເຈົ້າສະແຫວງຫາພຣະອົງ ດ້ວຍສຸດໃຈພວກເຈົ້າ ກໍຈະໄດ້ພົບພຣະອົງ.
\s5
\v 30 ເມື່ອພວກເຈົ້າ ເດືອດຮ້ອນ ແລະ ປະເຊີນກັບສິ່ງທັງໝົດ ເຫລົ່ານີ້ແລ້ວ; ໃນທີ່ສຸດ ພວກເຈົ້າກໍຈະກັບຄືນມາຫາອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ແລະ ເຊື່ອຟັງພຣະອົງ.
\v 31 ດ້ວຍວ່າ, ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ເປັນພຣະເຈົ້າອົງຊົງເມດຕາ ພຣະອົງຈະບໍ່ປະຖິ້ມ ຫລື ທາໍລາຍພວກເຈົ້າ ພຣະອົງຈະບໍ່ລືມພັນທະສັນຍາ ທີ່ພຣະອົງໄດ້ເຮັດໄວ້ກັບປູ່ຍ່າຕາຍາຍຂອງພວກເຈົ້າ.
\s5
\v 32 ຈົ່ງຄົ້ນເບິ່ງໃນອະດີດ ເວລາກ່ອນ ພວກເຈົ້າເກີດມາ ຕະຫລອດທັງຢ້ອນກັບຄືນໄປຫາ ເວລາເມື່ອພຣະເຈົ້າໄດ້ນິຣະມິດສ້າງ ມະນຸດເທິງແຜ່ນດິນໂລກ. ຈົ່ງຄົ້ນເບິ່ງ ແຜ່ນດິນໂລກທັງໝົດນີ້ເບິ່ງດູ ມີສິ່ງໃດທີ່ຍິ່ງໃຫຍ່ກວ່າເຄີຍເກີດຂຶ້ນມາກ່ອນແດ່? ມີຜູ້ໃດ ຜູ້ໜຶ່ງ ທີ່ເຄີຍໄດ້ຍິນເລື່ອງຢ່າງນີ້ ຫລືບໍ່?
\v 33 ມີປະຊາຊົນຊາດໃດໆ ຍັງມີຊີວິດຢູ່ເໝືອນ ດັ່ງພວກເຈົ້າແດ່ ຫລັງຈາກທີ່ໄດ້ຍິນພຣະເຈົ້າ ກ່າວແກ່ພວກເຂົາອອກມາຈາກແປວໄຟ.
\s5
\v 34 ມີພຣະເຈົ້າອົງໃດອີກ ທີ່ກ້າໄປເອົາປະຊາຊົນຈາກຊາດອື່ນ ແລະ ເອົາມາຫລໍ່ຫລອມໃຫ້ເປັນປະຊາຊົນຂອງຕົນ ເໝືອນ ດັ່ງອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ໄດ້ເຮັດໃນປະເທດເອຢິບ? ຕໍ່ໜ້າຕໍ່ຕາ ຂອງພວກເຈົ້າ ພຣະອົງໄດ້ໃຊ້ຣິດອໍານາດ ກັບພະລັງອັນຍິ່ງໃຫຍ່ ແລະ ຣິດເດດຂອງ ພຣະອົງ; ພຣະອົງໄດ້ໃຫ້ໂຣກລະບາດ ກັບສົງຄາມເກີດຂື້ນ, ເຮັດສິ່ງອັດສະຈັນ ກັບ ໝາຍສໍາຄັນຕ່າງໆ ແລະ ເຮັດໃຫ້ສິ່ງອັນໜ້າ ຢ້ານກົວຍິ່ງເກີດຂຶ້ນ.
\s5
\v 35 ການສໍາແດງ ສິ່ງເຫລົ່ານີ້ແກ່ພວກເຈົ້າ ເພື່ອພິສູດໃຫ້ພວກເຈົ້າຮູ້ວ່າ ອົງພຣະຜູ້ເປັນເຈົ້າທີ່ເປັນພຣະເຈົ້າ ແລະ ບໍ່ມີພະອື່ນອີກ.
\v 36 ພຣະອົງໃຫ້ພວກເຈົ້າໄດ້ຍິນສຽງຂອງພຣະອົງຈາກສະຫວັນ ເພື່ອພຣະອົງຈະສອນ ພວກເຈົ້າ ແລະ ທີ່ເທິງແຜ່ນດິນໂລກນີ້ ພຣະອົງກໍໄດ້ໃຫ້ພວກເຈົ້າ ເຫັນໄຟອັນສັກສິດຂອງພຣະອົງ ແລະ ຈາກໄຟນັ້ນ ພຣະອົງໄດ້ກ່າວແກ່ພວກເຈົ້າ.
\s5
\v 37 ເພາະພຣະອົງໄດ້ຮັກປູ່ຍ່າຕາຍາຍ ຂອງພວກເຈົ້າ ພຣະອົງຈຶ່ງເລືອກເອົາພວກເຈົ້າ ແລະ ນໍາພາພວກເຈົ້າອອກມາຈາກ ປະເທດເອຢິບ ໂດຍຣິດອໍານາດອັນຍິ່ງໃຫຍ່ ຂອງພຣະອົງ.
\v 38 ເວລາທີ່ພວກເຈົ້າໄດ້ບຸກໜ້າເຂົ້າໄປນັ້ນ ພຣະອົງໄດ້ຂັບໄລ່ຊົນຊາດຕ່າງໆ ທີ່ຍິ່ງໃຫຍ່ ແລະ ມີອໍານາດກວ່າພວກເຈົ້າອອກໄປ ເພື່ອພຣະອົງຈະໄດ້ນໍາພວກເຈົ້າເຂົ້າໄປ ແລະ ເອົາດິນແດນຂອງພວກເຂົາ ໃຫ້ພວກເຈົ້າ ຄື ດິນແດນທີ່ຍັງເປັນຂອງ ພວກເຈົ້າຢູ່ນີ້.
\s5
\v 39 ສະນັ້ນ ໃນວັນນີ້ ຈົ່ງຈົດຈາໍໄວ້ ແລະ ຢ່າລືມໄລຈັກເທື່ອ ວ່າ, ອົງພຣະຜູ້ເປັນເຈົ້າ ແມ່ນພຣະເຈົ້າໃນສະຫວັນ ແລະ ເທິງແຜ່ນດິນໂລກ. ບໍ່ມີພຣະເຈົ້າອົງອື່ນອີກ.
\v 40 ຈົ່ງປະຕິບັດຕາມກົດບັນຍັດ ແລະ ຂໍ້ຄໍາສັ່ງທຸກຂໍ້ຂອງພຣະອົງ ທີ່ຂ້າພະເຈົ້າໄດ້ໃຫ້ພວກເຈົ້າໃນວັນນີ້ ແລະ ພວກເຈົ້າພ້ອມລູກຫລານ ກໍຈະຢູ່ເຢັນເປັນສຸກ. ພວກເຈົ້າຈະ ສືບຕໍ່ອາໄສຢູ່ໃນດິນແດນ ທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າກາໍລັງມອບໃຫ້ພວກເຈົ້າ ນີ້ຕະຫລອດໄປ.”
\s5
\v 41 ແລ້ວ ໂມເຊ ກໍໄດ້ເລືອກສາມຕົວເມືອງ ທາງຟາກຕາເວັນອອກຂອງແມ່ນາໍ້ ຈໍແດນ ໄວ້ຕ່າງຫາກ.
\v 42 ໃນເມືອງເຫລົ່ານີ້ ຜູ້ໜຶ່ງທີ່ໄດ້ຂ້າຄົນໜຶ່ງໂດຍບໍ່ເຈດຕະນາ ແລະທີ່ບໍ່ໄດ້ເປັນສັດຕູຂອງຕົນ ເຂົ້າໄປລີ້ໄພໃນທີ່ນັ້ນໄດ້. ລາວໜີເຂົ້າໄປຢູ່ໃນເມືອງໜຶ່ງຂອງເມືອງເຫລົ່ານີ້ໄດ້ ໂດຍບໍ່ຕ້ອງຖືກປະຫານຊີວິດ.
\v 43 ສໍາລັບເຜົ່າຣູເບັນ ແມ່ນເມືອງເບເສ ທີ່ເທິງ ພູພຽງຂອງຖິ່ນແຫ້ງແລ້ງກັນດານ ສໍາລັບເຜົ່າກາດ ແມ່ນເມືອງ ຣາໂມດ ໃນເຂດແດນຂອງກີເລອາດ ແລະສໍາລັບເຜົ່າມານາເຊ ແມ່ນເມືອງໂກຣານ ໃນເຂດແດນບາຊານ.
\s5
\v 44 ໂມເຊ ໄດ້ມອບກົດບັນຍັດຂອງພຣະເຈົ້າ ກັບຄໍາສັ່ງສອນຂອງພຣະອົງໃຫ້ແກ່ ປະຊາຊົນອິດສະຣາເອນ.
\v 45-46 ແມ່ນ​ຫລັງ​ຈາກ​ທີ່​ພວກ​ເຂົາ ໄດ້​ອອກ​ມາ​ຈາກ​ປະ​ເທດ​ເອ​ຢິບ ແລະ​ຢູ່​ໃນ​ຮ່ອມ​ພູ ທາງ​ທິດ​ຕາ​ເວັນ​ອອກ​ຂອງ​ແມ່ນ​້ຳ ຈໍ​ແດນ ກົງ​ກັນ​ຂ້າມກ​ັບ​ເມືອງເບັດ​ເປ​ອໍ ທີ່ເພິ່ນໄດ້ມອບກົດບັນຍັດ ເຫລົ່ານີ້ໃຫ້ພວກເຂົາ. ເມືອງເບັດເປອໍ ນີ້ຢູ່ໃນ ເຂດແດນຂອງເຈົ້າສີໂຫນ ກະສັດຂອງຊາວອາໂມ ຜູ້ທີ່ໄດ້ປົກຄອງຢູ່ໃນນະຄອນ ເຮັດຊະໂບນ. ໂມເຊ ກັບປະຊາຊົນອິດສະຣາເອນໄດ້ຊະນະເພິ່ນເມື່ອພວກເຂົາ ອອກມາຈາກປະເທດເອຢິບ.
\s5
\v 47 ພວກເຂົາໄດ້ຢຶດຄອງດິນແດນຂອງ ເພິ່ນ ແລະ ດິນແດນຂອງເຈົ້າໂອກ ກະສັດ ແຫ່ງບາຊານ ແລະ ກະສັດຄົນໜຶ່ງອີກຂອງຊາວອາໂມ ຜູ້ທີ່ໄດ້ປົກຄອງຢູ່ທາງຟາກຕາເວັນອອກຂອງແມ່ນາໍ້ ຈໍແດນ.
\v 48 ດິນແດນນີ້ຂະຫຍາຍອອກໄປ ຕັ້ງແຕ່ເມືອງ ອາໂຣເອ ທາງແຄມຝັ່ງແມ່ນາໍ້ ອາກໂນນ ຈົນໄປຮອດທາງເໜືອເຖິງພູ ສີຣິໂອນ [ຈ] ຊຶ່ງແມ່ນພູ ເຮີໂມນ.
\v 49 ດິນແດນນັ້ນ ຍັງນັບລວມເອົາອານາເຂດທັງໝົດ ທີ່ຢູ່ທາງທິດຕາເວັນອອກຂອງແມ່ນາໍ້ ຈໍແດນ ຈົນໄປ ຮອດທະເລຕາຍ ທີ່ຕີນພູ ປີຊະກາ.
\s5
\c 5
\p
\v 1 ໂມເຊ ໄດ້ເອີ້ນປະຊາຊົນອິດສະຣາເອນ ທັງໝົດມາເຕົ້າໂຮມກັນ ແລະ ກ່າວແກ່ພວກເຂົາວ່າ, “ປະຊາຊົນອິດສະຣາເອນ ເອີຍ ຈົ່ງຟັງກົດບັນຍັດທຸກຂໍ້ ທີ່ຂ້າພະເຈົ້າຈະມອບໃຫ້ ພວກເຈົ້າໃນວັນນີ້. ຈົ່ງໝັ່ນຮຽນເອົາ ແລະ ໃຫ້ ແນ່ໃຈວ່າ ພວກເຈົ້າເຊື່ອຟັງກົດບັນຍັດເຫລົ່ານັ້ນ.
\v 2 ທີ່ພູເຂົາ ຊີນາຍ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຮົາ ໄດ້ຕັ້ງພັນທະສັນຍານີ້
\v 3 ບໍ່ແມ່ນແຕ່ກັບປູ່ຍ່າຕາຍາຍຂອງພວກເຮົາ ເທົ່ານັ້ນ, ແຕ່ກັບພວກເຈົ້າທຸກຄົນທີ່ຍັງມີ ຊີວິດຢູ່ໃນວັນນີ້.
\s5
\v 4 ອົງພຣະຜູ້ເປັນເຈົ້າ ໄດ້ກ່າວຈາກ ແປວໄຟ ໜ້າຕໍ່ໜ້າພວກເຈົ້າ ທີ່ເທິງພູນັ້ນ.
\v 5 ຂ້າພະເຈົ້າໄດ້ຢືນຢູ່ທາງກາງລະຫວ່າງພວກເຈົ້າ ແລະ ອົງພຣະຜູ້ເປັນເຈົ້າ ໃນຄາວນັ້ນ ເພື່ອບອກສິ່ງທີ່ພຣະອົງໄດ້ກ່າວໃຫ້ພວກເຈົ້າຮູ້ ເພາະພວກເຈົ້າຢ້ານແປວໄຟ ແລະ ບໍ່ກ້າຂຶ້ນມາເທິງພູ. ອົງພຣະຜູ້ເປັນເຈົ້າ ກ່າວວ່າ,
\v 6 ‘ເຮົາແມ່ນອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ຜູ້ທີ່ໄດ້ຊ່ວຍກ້ເອົາ ພວກເຈົ້າອອກມາຈາກປະເທດເອຢິບ ບ່ອນ ທີ່ພວກເຈົ້າເຄີຍຕົກເປັນທາດຮັບໃຊ້.
\s5
\v 7 ຢ່ານະມັດສະການພະອື່ນ ແຕ່ຈົ່ງນະມັດ ສະການເຮົາຜູ້ດຽວເທົ່ານັ້ນ.
\v 8 ຢ່າສ້າງຮູບເຄົາຣົບໃດໆ ທັງສິ້ນໄວ້ສໍາລັບຕົນ ບໍ່ວ່າຈະ ເປັນຮູບທີ່ສະແດງສິ່ງໃດ ສິ່ງໜຶ່ງໃນທ້ອງຟ້າ ຫລື ເທິງແຜ່ນດິນໂລກ ຫລື ໃນນາໍ້ໃຕ້ແຜ່ນດິນໂລກ.
\s5
\v 9 ຢ່າກົ້ມຂາບ ຫລື ນະມັດສະການຮູບ ເຫລົ່ານັ້ນ. ດ້ວຍວ່າ, ເຮົາ ຄື ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ຜູ້ຫວງແຫນ. ເຮົານາໍການລົງໂທດມາສູ່ຜູ້ທີ່ກຽດຊັງເຮົາ ແລະ ລູກຫລານຂອງພວກເຂົາ ເຖິງສາມສີ່ຊົ່ວເຊັ່ນຄົນ.
\v 10 ແຕ່ເຮົາສໍາແດງຄວາມຮັກ ອັນໝັ້ນຄົງແກ່ຜູ້ທີ່ຮັກເຮົາ ແລະ ເຊື່ອຟັງກົດບັນຍັດຂອງເຮົາ ເຖິງຫລາຍພັນຊົ່ວເຊັ່ນຄົນ. [ສ]
\s5
\v 11 ຢ່າໃຊ້ນາມຊື່ ຂອງອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ໃນທາງທີ່ຜິດ ເພາະອົງພຣະຜູ້ເປັນເຈົ້າຈະລົງໂທດທຸກຄົນ ທີ່ໃຊ້ ນາມຊື່ຂອງພຣະອົງໃນທາງຜິດ.
\s5
\v 12 ຈົ່ງຢຶດຖື ວັນຊະບາໂຕ ເປັນວັນບໍຣິສຸດ ຕາມທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ໄດ້ສັ່ງໄວ້.
\v 13 ຈົ່ງເຮັດວຽກໃນ ຫົກວັນ
\v 14 ແຕ່ວັນທີເຈັດ ເປັນວັນຊະບາໂຕ ຂອງອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ໃນມື້ນີ້ບໍ່ໃຫ້ຜູ້ໃດເຮັດວຽກ ພວກເຈົ້າເອງພ້ອມດ້ວຍ ລູກຊາຍຍິງຂອງພວກເຈົ້າ, ຄົນຮັບໃຊ້ ຊາຍຍິງຂອງພວກເຈົ້າ, ງົວ, ລໍ ແລະ ສັດລ້ຽງ ອື່ນ ໆ ຂອງພວກເຈົ້າ, ຕະຫລອດທັງຄົນຕ່າງດ້າວ ທີ່ອາໄສຢູ່ໃນບ້ານເມືອງຂອງພວກເຈົ້າ. ບັນດາຄົນຮັບໃຊ້ ຊາຍຍິງຂອງພວກເຈົ້າ ຕ້ອງຢຸດພັກ ເຊັ່ນດຽວກັບພວກເຈົ້າ.
\s5
\v 15 ຈົ່ງຈົດຈາໍໄວ້ວ່າ ພວກເຈົ້າເຄີຍຕົກເປັນ ຄົນຮັບໃຊ້ຢູ່ໃນປະເທດເອຢິບ ແລະ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ໄດ້ຊ່ວຍ ກູ້ເອົາພວກເຈົ້າ ດ້ວຍຣິດອໍານາດ ອັນຍິ່ງໃຫຍ່ ແລະ ພຣະກາໍລັງ. ດ້ວຍເຫດນີ້ແຫລະ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ຈຶ່ງສັ່ງພວກເຈົ້າໃຫ້ຢຶດຖື ວັນຊະບາໂຕ.
\s5
\v 16 ຈົ່ງນັບຖື ພໍ່ແມ່ຂອງພວກເຈົ້າ ຕາມທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ໄດ້ສັ່ງໄວ້ ເພື່ອວ່າພວກເຈົ້າຈະຢູ່ເຢັນເປັນສຸກ ແລະ ພວກເຈົ້າຈະມີອາຍຸໝັ້ນຍືນ ຢູ່ໃນດິນແດນ ທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ໄດ້ມອບໃຫ້ພວກເຈົ້ານັ້ນ.
\s5
\v 17 ຢ່າຂ້າຄົນ.
\v 18 ຢ່າຫຼິ້ນຊູ້ສູ່ຜົວເມຍ ຜູ້ອື່ນ.
\v 19 ຢ່າລັກ.
\v 20 ຢ່າໃສ່ຮ້າຍປ້າຍສີເພື່ອນບ້ານຂອງເຈົ້າ.
\s5
\v 21 ຢ່າຢາກໄດ້ເມຍ ຂອງຄົນອື່ນ, ເຮືອນຊານບ້ານຊ່ອງ, ທີ່ດິນ, ຄົນຮັບໃຊ້ຊາຍຍິງ, ງົວ, ລໍ, ຫລື ສິ່ງໃດສິ່ງໜຶ່ງທີ່ລາວມີຢູ່.
\s5
\v 22 ແມ່ນຂໍ້ຄໍາສັ່ງເຫລົ່ານີ້ແຫລະ ທີ່ອົງພຣະຜູ້ເປັນເຈົ້າ ໄດ້ມອບໃຫ້ແກ່ພວກເຈົ້າ ທຸກຄົນ ເມື່ອພວກເຈົ້າໄດ້ເຕົ້າໂຮມກັນ ທີ່ເທິງ ພູນັ້ນ. ເມື່ອພຣະອົງໄດ້ກ່າວດ້ວຍສຽງທີ່ເຕັມ ດ້ວຍຣິດອໍານາດ ຈາກແປວໄຟ ແລະ ຈາກ ເມກອັນໜາຕຶບ ພຣະອົງໄດ້ມອບຂໍ້ຄໍາສັ່ງ ເຫລົ່ານີ້ໃຫ້ ແລະ ບໍ່ມີຂໍ້ຄໍາສັ່ງອື່ນອີກແລ້ວ ພຣະອົງກໍໄດ້ຈາລຶກຂໍ້ຄໍາສັ່ງເຫລົ່ານັ້ນ ໃສ່ແຜ່ນຫິນສອງແຜ່ນ ແລະ ມອບໃຫ້ຂ້າພະເຈົ້າ.”
\s5
\v 23 “ເມື່ອພູທັງໜ່ວຍ ລຸກເປັນໄຟ ແລະ ພວກເຈົ້າໄດ້ຍິນສຽງດັງອອກມາຈາກທີ່ມືດ ບັນດາຜູ້ນາໍ ແລະ ພວກຫົວໜ້າເຜົ່າຕ່າງໆ ກໍ ໄດ້ມາຫາຂ້າພະເຈົ້າ
\v 24 ແລະ ເວົ້າວ່າ, ‘ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຮົາ ໄດ້ສໍາແດງຄວາມຍິ່ງໃຫຍ່ ແລະ ສະຫງ່າຣາສີ ຂອງພຣະອົງໃຫ້ເຫັນ ເມື່ອພວກເຮົາໄດ້ຍິນ ພຣະອົງກ່າວອອກມາ ຈາກແປວໄຟວັນນີ້ ພວກເຮົາໄດ້ເຫັນມະນຸດ ຍັງສືບຕໍ່ມີຊີວິດຢູ່ ເຖິງແມ່ນວ່າ ພຣະເຈົ້າໄດ້ກ່າວແກ່ພວກເຂົາ ກໍຕາມ.
\s5
\v 25 ແຕ່ເປັນຫຍັງ ພວກເຮົາຕ້ອງສ່ຽງກັບຄວາມຕາຍ ຢ່າງນີ້ອີກ? ໄຟອັນໜ້າຢ້ານຈະ ທາໍລາຍພວກເຮົາ. ພວກເຮົາຕ້ອງຕາຍກັນຄາວນີ້ແທ້ ໆ ຖ້າພວກເຮົາໄດ້ຍິນອົງພຣະຜູ້ ເປັນເຈົ້າ ພຣະເຈົ້າຂອງພວກເຮົາ ກ່າວອີກ.
\v 26 ມີມະນຸດຜູ້ໃດແດ່ ທີ່ຈະຍັງມີຊີວິດຢູ່ ຫລັງຈາກທີ່ໄດ້ຍິນພຣະເຈົ້າກ່າວອອກມາ ຈາກແປວໄຟ ກັບເຂົາ?
\v 27 ໂມເຊ ເອີຍ ຈົ່ງກັບຄືນໄປຟັງທຸກຖ້ອຍຄໍາ ທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຮົາ ໄດ້ກ່າວສາ. ແລ້ວໃຫ້ທ່ານກັບມາບອກພວກເຮົາ ໃນ ສິ່ງທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຮົາໄດ້ກ່າວແກ່ທ່ານ. ພວກເຮົາຈະເຊື່ອຟັງ ແລະ ປະຕິບັດຕາມ.
\s5
\v 28 ເມື່ອອົງພຣະຜູ້ເປັນເຈົ້າ ໄດ້ຍິນພວກເຈົ້າບອກເຊັ່ນນີ້ ພຣະອົງກໍກ່າວແກ່ຂ້າພະເຈົ້າ ວ່າ, ‘ເຮົາໄດ້ຍິນສິ່ງທີ່ປະຊາຊົນເຫລົ່ານີ້ເວົ້າ ແລະພວກເຂົາກໍເວົ້າຖືກຕ້ອງແລ້ວ.
\v 29 ຖ້າພວກເຂົາພ້ອມທີ່ຈະຍ້ອງຍໍ ສັນລະເສີນໃຫ້ກຽດແກ່ເຮົາ ແລະເຊື່ອຟັງຄໍາສັ່ງທຸກຂໍ້ຂອງເຮົາສະເໝີ ພວກເຂົາແລະລູກຫລານຂອງພວກເຂົາ ກໍຈະຢູ່ເຢັນເປັນສຸກ ຈະເລີນຮຸ່ງເຮືອງຕະຫລອດໄປ.
\v 30 ຈົ່ງໄປບອກພວກເຂົາກັບຄືນສູ່ຄ້າຍພັກສາ.
\s5
\v 31 ແຕ່ສໍາລັບເຈົ້າ ໂມເຊ ເອີຍ ຈົ່ງຢູ່ທີ່ນີ້ກັບເຮົາ ແລະເຮົາຈະມອບກົດບັນຍັດ ແລະຄໍາສັ່ງທຸກຂໍ້ຂອງເຮົາໃຫ້ເຈົ້າ. ຈົ່ງສັ່ງສອນສິ່ງ ນີ້ໃຫ້ປະຊາຊົນ ເພື່ອວ່າພວກເຂົາຈະໄດ້ຮຽນຮູ້ ແລະປະຕິບັດຕາມສິ່ງນັ້ນ ຢູ່ໃນດິນແດນທີ່ ເຮົາຈະມອບໃຫ້ພວກເຂົາຄອບຄອງ.
\s5
\v 32 ປະຊາຊົນອິດສະຣາເອນ ເອີຍ ຈົ່ງໃຫ້ແນ່ໃຈວ່າ ພວກເຈົ້າປະຕິບັດຕາມ ທຸກໆ ສິ່ງ ທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ໄດ້ສັ່ງໄວ້ນັ້ນ. ຢ່າຝ່າຝືນ ກົດບັນຍັດຂໍ້ໜຶ່ງຂໍ້ໃດ ຢ່າງເດັດຂາດ.
\v 33 ຈົ່ງດໍາເນີນຕາມ ວິຖີທາງທັງໝົດ ຊຶ່ງອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ໄດ້ສັ່ງພວກເຈົ້າໄວ້ ເພື່ອວ່າພວກເຈົ້າຈະຢູ່ເຢັນເປັນສຸກ ຈະເລີນຮຸ່ງເຮືອງ ແລະ ມີຊີວິດຍືນຍາວໃນດິນແດນທີ່ພວກເຈົ້າ ກາໍລັງຈະເຂົ້າໄປຄອບຄອງນັ້ນ.”
\s5
\c 6
\p
\v 1 “ແມ່ນກົດບັນຍັດ ທັງໝົດນີ້ແຫລະ ທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າໄດ້ ສັ່ງຂ້າພະເຈົ້າໃຫ້ສອນພວກເຈົ້າ. ຈົ່ງປະຕິບັດ ຕາມກົດບັນຍັດເຫລົ່ານີ້ ໃນດິນແດນທີ່ພວກເຈົ້າກາໍລັງຈະເຂົ້າໄປຄອບຄອງ.
\v 2 ເພື່ອພວກເຈົ້າ ແລະເຊື້ອສາຍຂອງພວກເຈົ້າ ຈະໄດ້ຢໍາເກງໃຫ້ກຽດອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ແລະເຊື່ອຟັງກົດບັນຍັດທຸກຂໍ້ ທີ່ຂ້າພະເຈົ້າກາໍລັງມອບໃຫ້ພວກເຈົ້າ ເພື່ອພວກເຈົ້າຈະມີຊີວິດຢູ່ຍືນຍາວໃນດິນແດນນັ້ນ.
\s5
\v 3 ປະຊາຊົນອິດສະຣາເອນ ເອີຍ ຈົ່ງເຊື່ອຟັງ ແລະປະຕິບັດຕາມກົດບັນຍັດຂອງອົງພຣະຜູ້ເປັນເຈົ້າ ແລ້ວພວກເຈົ້າກໍຈະຢູ່ ເຢັນເປັນສຸກ ແລະກາຍເປັນຊົນຊາດໜຶ່ງທີ່ມີ ອໍານາດ ພວກເຈົ້າຈະມີຊີວິດຢູ່ໃນດິນແດນ ທີ່ ອຸດົມສົມບູນແລະຮັ່ງມີ ຕາມທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງປູ່ຍ່າຕາຍາຍຂອງພວກເຈົ້າໄດ້ສັນຍາໄວ້.
\s5
\v 4 ອິດສະຣາເອນ ເອີຍ ຈົ່ງຟັງເຖີດ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຮົາເປັນອົງພຣະຜູ້ເປັນເຈົ້າ ແຕ່ອົງດຽວ. [ຊ]
\v 5 ຈົ່ງ ຮັກອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງເຈົ້າ ດ້ວຍສຸດໃຈ, ດ້ວຍສຸດຈິດ, [ຍ] ແລະ ດ້ວຍສຸດກໍາລັງຂອງເຈົ້າ.
\s5
\v 6 ຢ່າລືມຂໍ້ຄໍາສັ່ງທີ່ຂ້າພະເຈົ້າ ກາໍລັງໃຫ້ ພວກເຈົ້າ ໃນວັນນີ້ຈັກເທື່ອ.
\v 7 ຈົ່ງສັ່ງສອນ ລູກຫຼານຂອງພວກເຈົ້າ ໃຫ້ຮຽນຮູ້ເອົາ. ໃຫ້ ພວກເຈົ້າເວົ້າຫລໍາໄປ ຫລໍາມາ ບໍ່ວ່າເມື່ອຢູ່ໃນເຮືອນ ຫລື ທຽວທາງກໍດີ ເມື່ອພັກຜ່ອນ ຫລື ເຮັດວຽກກໍດີ.
\s5
\v 8 ຈົ່ງຜູກມັນໄວ້ທີ່ແຂນ ແລະ ແຂວນມັນໄວ້ທີ່ໜ້າຜາກ ເພື່ອເປັນສິ່ງເຕືອນໃຈ.
\v 9 ຈົ່ງຂຽນມັນໄວ້ຢູ່ຕາມປະຕູເຮືອນ ແລະ ທີ່ປະຕູຮົ້ວຂອງພວກເຈົ້າ.”
\s5
\v 10 “ເມື່ອອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ໄດ້ນາໍພວກເຈົ້າເຂົ້າໄປຢູ່ໃນ ດິນແດນ ທີ່ພຣະອົງຈະມອບໃຫ້ຕາມທີ່ໄດ້ສັນ ຍາໄວ້ກັບ ອັບຣາຮາມ, ອີຊາກ ແລະ ຢາໂຄບ ນັ້ນ; ພວກເຈົ້າຈະພົບເມືອງຕ່າງໆ ທີ່ຈະເລີນຮຸ່ງເຮືອງ ແລະ ກວ້າງໃຫຍ່ຊຶ່ງພວກເຈົ້າ ບໍ່ໄດ້ລົງແຮງກໍ່ສ້າງ.
\v 11 ເຮືອນຊານ ບ້ານຊ່ອງກໍຈະເຕັມໄປດ້ວຍຂອງດີ ທີ່ພວກເຈົ້າບໍ່ ໄດ້ຫາມາໄວ້ ພ້ອມທັງນາໍ້ສ້າງທີ່ພວກເຈົ້າ ບໍ່ໄດ້ຂຸດ ແລະ ສວນໝາກອະງຸ່ນ ທັງສວນ ໝາກກອກເທດ ທີ່ພວກເຈົ້າບໍ່ໄດ້ປູກ. ເມື່ອ ອົງພຣະຜູ້ເປັນເຈົ້າ ນາໍພວກເຈົ້າເຂົ້າໄປໃນ ດິນແດນ ແລະ ມີອາຫານການກິນທຸກຢ່າງ ຕາມຄວາມຕ້ອງການແລ້ວ
\v 12 ຈົ່ງໃຫ້ແນ່ ໃຈວ່າ ພວກເຈົ້າບໍ່ໄດ້ລືມໄລອົງພຣະຜູ້ເປັນເຈົ້າ ອົງທີ່ໄດ້ຊ່ວຍກູ້ເອົາພວກເຈົ້າອອກມາ ຈາກປະເທດເອຢິບ ບ່ອນທີ່ພວກເຈົ້າເຄີຍ ຕົກເປັນທາດ.
\s5
\v 13 ຈົ່ງຢໍາເກງໃຫ້ກຽດອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ຈົ່ງນະມັດສະການ ພຣະອົງ ແລະ ສາບານໃນນາມຂອງພຣະອົງ ເທົ່ານັ້ນ.
\v 14 ຢ່າໄດ້ຂາບໄຫວ້ບັນດາພະອື່ນ ໆ ຫລື ພະໃດໆ ຂອງຊົນຊາດທີ່ຢູ່ອ້ອມຮອບພວກເຈົ້າ.
\v 15 ຖ້າຂືນເຮັດ ຄວາມໂກດຮ້າຍຂອງອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ຈະມາຕໍ່ສູ້ພວກເຈົ້າ ເໝືອນດັ່ງໄຟ ແລະ ຈະທາໍລາຍພວກເຈົ້າໃຫ້ ດັບສິ້ນໄປຈາກແຜ່ນດິນໂລກ ເພາະອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ທີ່ສະຖິດ ຢູ່ກັບພວກເຈົ້າ ແມ່ນພຣະເຈົ້າຜູ້ຫວງແຫນ.
\s5
\v 16 ຢ່າທົດລອງກັບອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ເໝືອນດັ່ງໄດ້ເຮັດທີ່ມັດສາ.
\v 17 ຈົ່ງໃຫ້ແນ່ໃຈວ່າ ພວກເຈົ້າເຊື່ອຟັງກົດບັນຍັດທຸກໆ ຂໍ້ຂອງອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ຊຶ່ງພຣະອົງ ໄດ້ມອບໃຫ້ແກ່ພວກເຈົ້າ.
\s5
\v 18 ຈົ່ງເຮັດແຕ່ສິ່ງທີ່ອົງພຣະຜູ້ເປັນເຈົ້າ ເຫັນວ່າດີ ແລະ ຖືກຕ້ອງ ແລ້ວພວກເຈົ້າກໍຈະ ຢູ່ເຢັນເປັນສຸກ. ພວກເຈົ້າຈະໄດ້ຮັບດິນແດນ ອັນອຸດົມສົມບູນ ແລະ ຮັ່ງມີທີ່ອົງພຣະຜູ້ເປັນເຈົ້າໄດ້ສັນຍາໄວ້ກັບປູ່ຍ່າຕາຍາຍ ຂອງ ພວກເຈົ້າເປັນກໍາມະສິດ
\v 19 ແລະ ຈະຂັບໄລ່ເຫລົ່າສັດຕູ ໃຫ້ອອກໜີໄປຕໍ່ໜ້າພວກເຈົ້າ ຕາມທີ່ອົງພຣະຜູ້ເປັນເຈົ້າ ໄດ້ສັນຍາ ໄວ້.
\s5
\v 20 ໃນພາຍໜ້າ ພວກລູກຫລານເຫລັນ ຂອງພວກເຈົ້າ ຈະຖາມວ່າ, ‘ດ້ວຍເຫດໃດ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຮົາ ຈຶ່ງສັ່ງໃຫ້ເຊື່ອຟັງກົດບັນຍັດ ເຫລົ່ານີ້?
\v 21 ແລ້ວຈົ່ງບອກພວກເຂົາ ວ່າ, ‘ພວກເຮົາ ເຄີຍຕົກເປັນທາດຮັບໃຊ້ຂອງກະສັດ ປະເທດເອຢິບ ແລະ ອົງພຣະຜູ້ເປັນເຈົ້າໄດ້ຊ່ວຍກູ້ ເອົາພວກເຮົາ ໂດຍຣິດອໍານາດ ອັນຍິ່ງໃຫຍ່ ຂອງພຣະອົງ.
\v 22 ພວກເຮົາໄດ້ເຫັນກັບຕາ ການອັດສະຈັນອັນຍິ່ງໃຫຍ່ ແລະ ສິ່ງອັນໜ້າຢ້ານ ທີ່ພຣະອົງໄດ້ກະທາໍຕໍ່ຊາວເອຢິບ ຄືຕໍ່ກະສັດ ແລະ ຕໍ່ຂ້າຣາຊການທຸກຄົນຂອງເພິ່ນ.
\v 23 ພຣະອົງໄດ້ປົດປ່ອຍພວກເຮົາ ອອກມາຈາກປະເທດເອຢິບ ເພື່ອນາໍພາ ພວກເຮົາມາຍັງທີ່ນີ້ ແລະ ເພື່ອມອບດິນແດນ ນີ້ໃຫ້ແກ່ພວກເຮົາ ຕາມທີ່ພຣະອົງໄດ້ສັນຍາ ໄວ້ກັບປູ່ຍ່າຕາຍາຍ ຂອງພວກເຮົາ.
\s5
\v 24 ສະນັ້ນ ອົງພຣະຜູ້ເປັນເຈົ້າ ຈຶ່ງສັ່ງໃຫ້ ພວກເຮົາ ເຊື່ອຟັງກົດບັນຍັດທັງໝົດເຫລົ່ານີ້ ແລະ ຢໍາເກງໃຫ້ກຽດອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຮົາ. ເພື່ອພຣະອົງຈະ ປົກປັກຮັກສາ ຊົນຊາດຂອງພວກເຮົາ ໃຫ້ຈະເລີນຮຸ່ງເຮືອງຕະຫລອດໄປ ຕາມທີ່ເຫັນໃນ ວັນນີ້.
\v 25 ຖ້າພວກເຮົາເຊື່ອຟັງຢ່າງສັດຊື ່ທຸກໆ ສິ່ງທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ ຂອງພວກເຮົາ ໄດ້ສັ່ງພວກເຮົາ ພຣະອົງກໍຈະ ພໍໃຈນາໍພວກເຮົາ. ” [ດ]
\s5
\c 7
\p
\v 1 “ເມື່ອອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ຈະນໍາພາພວກເຈົ້າໄປຍັງດິນແດນ ທີ່ພວກເຈົ້າກາໍລັງຈະເຂົ້າໄປຄອບຄອງ ແລະ ພຣະອົງຈະຂັບໄລ່ ຫລາຍຊົນຊາດໃຫ້ອອກ ໜີໄປ. ເມື່ອພວກເຈົ້າບຸກເຂົ້າໄປນັ້ນ ພຣະອົງ ຈະຂັບໄລ່ ເຈັດຊົນຊາດໃຫຍ່ ແລະ ມີອໍານາດ ກວ່າພວກເຈົ້າ ອອກໄປດັ່ງນີ້: ຊາວຮິດຕີ, ກີກາຊີ, ອາໂມ, ການາອານ, ເປຣີຊີ, ຮີວີ ແລະ ເຢບຸດ.
\s5
\v 2 ແລະ ເມື່ອອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ໃຫ້ຊົນຊາດເຫລົ່ານີ້ຢູ່ໃຕ້ອໍານາດຂອງພວກເຈົ້າ ແລະ ພວກເຈົ້າຊະນະ ພວກເຂົາແລ້ວ ຢ່າໄວ້ຊີວິດຂອງພວກເຂົາ ເປັນເດັດຂາດ. ຢ່າເຮັດສັນຍາໃດໆ ກັບ ພວກເຂົາ ຫລື ສະແດງຄວາມເມດຕາ ຕໍ່ພວກເຂົາເລີຍ.
\v 3 ຢ່າໄດ້ແຕ່ງງານກັບພວກເຂົາ ແລະ ຢ່າຍອມໃຫ້ລູກຫລານຂອງພວກເຈົ້າ ແຕ່ງງານກັບພວກເຂົາ
\s5
\v 4 ເພາະພວກເຂົາຈະພາລູກຫລານຂອງ ພວກເຈົ້າ ປະຖິ້ມອົງພຣະຜູ້ເປັນເຈົ້າ ແລະ ໜີໄປຂາບໄຫວ້ພະອື່ນ. ຖ້າເລື່ອງເຊັ່ນນັ້ນເກີດຂຶ້ນ ອົງພຣະຜູ້ເປັນເຈົ້າຈະໂກດຮ້າຍ ພວກເຈົ້າ ແລະ ທາໍລາຍພວກເຈົ້າໃນທັນທີ.
\v 5 ເຫດສະນັ້ນ ຈົ່ງມ້າງແທ່ນບູຊາ, ທັບເສົາ ິຫິນສັກສິດໃຫ້ໝຸ່ນ, ປໍ້າເສົາສັນຍາລັກຂອງເຈົ້າແມ່ ອາເຊຣາ ແລະ ເຜົາຮູບເຄົາຣົບ ທັງຫລາຍຖິ້ມເສຍ.
\s5
\v 6 ຈົ່ງເຮັດເຊັ່ນນີ້ ເພາະວ່າພວກເຈົ້າເປັນຂອງອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ. ຈາກຊົນຊາດທັງປວງທົ່ວເທິງແຜ່ນດິນໂລກ ພຣະອົງໄດ້ເລືອກເອົາພວກເຈົ້າ ມາເປັນຊົນຊາດພິເສດຂອງພຣະອົງ.
\s5
\v 7 ອົງພຣະຜູ້ເປັນເຈົ້າ ບໍ່ໄດ້ຮັກພວກເຈົ້າ ແລະ ເລືອກເອົາພວກເຈົ້າ ເພາະພວກເຈົ້າມີ ຈາໍນວນຫລາຍກວ່າ ຊົນຊາດອື່ນ ພວກເຈົ້າເປັນຊົນຊາດໜ້ອຍທີ່ສຸດໃນໂລກ.
\v 8 ແຕ່ ອົງພຣະຜູ້ເປັນເຈົ້າຮັກພວກເຈົ້າ ແລະ ຕ້ອງການຮັກສາພັນທະສັນຍາຂອງພຣະອົງ ທີ່ໄດ້ເຮັດໄວ້ກັບປູ່ຍ່າຕາຍາຍຂອງພວກເຈົ້າ. ດັ່ງນັ້ນແຫລະ ພຣະອົງຈຶ່ງຊ່ວຍພວກເຈົ້າໃຫ້ ພົ້ນດ້ວຍພຣະຫັດອັນຊົງຣິດອໍານາດອັນຍິ່ງໃຫຍ່ຂອງພຣະອົງ ແລະ ປົດປ່ອຍພວກເຈົ້າ ໃຫ້ເປັນອິດສະຫລະຈາກການເປັນທາດຮັບໃຊ້ຂອງກະສັດປະເທດເອຢິບ.
\s5
\v 9 ຈົ່ງຈົດຈາໍໄວ້ວ່າ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ແມ່ນພຣະເຈົ້າແຕ່ ອົງດຽວ ແລະ ພຣະອົງຊົງສັດຊື່ ພຣະອົງຮັກສາພັນທະສັນຍາຂອງພຣະອົງ ແລະ ສໍາແດງຄວາມຮັກອັນໝັ້ນຄົງ ເຖິງພັນຊ່ົ່ວເຊັ່ນຄົນແກ່ພວກທີ່ຮັກພຣະອົງ ແລະ ເຊື່ອຟັງຂໍ້ຄໍາສັ່ງຂອງພຣະອົງ,
\v 10 ແຕ່ພຣະອົງຈະບໍ່ລັ່ງເລໃຈ ທີ່ຈະລົງໂທດພວກທີ່ກຽດຊັງພຣະອົງ.
\v 11 ເຫດສະນັ້ນແຫລະ ບັດນີ້ຈົ່ງ ເຊື່ອຟັງ ສິ່ງທີ່ພວກເຈົ້າໄດ້ຮໍ່າຮຽນມາ ຈົ່ງເຊື່ອ ຟັງກົດບັນຍັດທຸກຂໍ້ ທີ່ຂ້າພະເຈົ້າໄດ້ມອບໃຫ້ ພວກເຈົ້າໃນວັນນີ້.”
\s5
\v 12 “ຖ້າພວກເຈົ້າເຊື່ອຟັງຂໍ້ຄໍາສັ່ງເຫລົ່ານີ້ ແລະ ປະຕິບັດຕາມຢ່າງສັດຊື່ ແລ້ວອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ກໍຈະສືບຕໍ່ ຮັກສາພັນທະສັນຍາຂອງພຣະອົງ ກັບພວກເຈົ້າ ແລະ ພຣະອົງຈະສໍາແດງຄວາມຮັກອັນໝັ້ນຄົງຂອງພຣະອົງ ແກ່ພວກເຈົ້າ ຕາມທີ່ພຣະອົງໄດ້ສັນຍາໄວ້ ກັບປູ່ຍ່າຕາຍາຍຂອງພວກເຈົ້າ.
\v 13 ພຣະອົງຈະຮັກພວກເຈົ້າ ແລະ ຈະອວຍພອນພວກເຈົ້າ ເພື່ອວ່າພວກເຈົ້າຈະມີຈາໍນວນຄົນຫລາຍຂຶ້ນ ແລະ ມີລູກຫລານຫລາຍ ພຣະອົງຈະອວຍພອນໄຮ່ນາ ຮົ້ວສວນຂອງພວກເຈົ້າ ເພື່ອວ່າພວກເຈົ້າຈະ ມີເຂົ້າ, ເຫລົ້າອະງຸ່ນ ແລະ ນາໍ້ມັນໝາກກອກເທດ ແລະ ພຣະອົງຈະອວຍພອນພວກເຈົ້າ ໃຫ້ມີງົວ ແລະ ແກະຢ່າງຫລວງຫລາຍ. ພຣະອົງຈະໃຫ້ພວກເຈົ້າ ໄດ້ຮັບພອນທັງໝົດ ເຫລົ່ານີ້ ໃນດິນແດນທີ່ພຣະອົງໄດ້ສັນຍາໄວ້ກັບປູ່ຍ່າຕາຍາຍຂອງພວກເຈົ້າ ວ່າຈະມອບ ໃຫ້ພວກເຈົ້າ.
\s5
\v 14 ບໍ່ມີຊົນຊາດໃດໃນໂລກນີ້ ຈະໄດ້ຮັບພອນ ຢ່າງຫລວງຫລາຍ ເໝືອນດັ່ງພວກເຈົ້າ. ບໍ່ມີຄົນໃດ ແລະ ສັດໂຕໃດໃນທ່າມກາງ ພວກເຈົ້າຈະເປັນໝັນ.
\v 15 ອົງພຣະຜູ້ເປັນເຈົ້າຈະຄຸ້ມຄອງຮັກສາພວກເຈົ້າ ໃຫ້ພົ້ນຈາກ ການເຈັບໄຂ້ໄດ້ປ່ວຍທຸກຊະນິດ ແລະ ພຣະອົງຈະບໍ່ນາໍພະຍາດອັນຮ້າຍແຮງໃດໆ ມາຖືກພວກເຈົ້າ ເໝືອນດັ່ງພວກເຈົ້າໄດ້ເຫັນ ໃນປະເທດເອຢິບ ແຕ່ພຣະອົງຈະນາໍພະຍາດ ເຫລົ່ານີ້ໄປ ຖືກເຫລົ່າສັດຕູຂອງພວກເຈົ້າ.
\s5
\v 16 ຈົ່ງທາໍລາຍທຸກໆ ຊົນຊາດທີ່ອົງພຣະຜູ້ ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ມອບໄວ້ໃຕ້ ອໍານາດຂອງພວກເຈົ້າ ແລະ ຢ່າສະແດງ ຄວາມເມດຕາໃດໆ ແກ່ພວກເຂົາ. ຢ່າໄດ້ ຂາບໄຫວ້ ບັນດາພະຂອງພວກເຂົາ ເພາະສິ່ງ ນັ້ນ ເປັນການທາໍລາຍພວກເຈົ້າເອງ.
\s5
\v 17 ຢ່າຄິດເລີຍວ່າ ຊົນຊາດເຫລົ່ານີ້ ມີຈາໍນວນຫລາຍລື່ນພວກເຈົ້າ ແລະພວກເຈົ້າຈະ ຂັບໄລ່ພວກເຂົາອອກໄປບໍ່ໄດ້.
\v 18 ຢ່າຢ້ານພວກເຂົາເລີຍ ຈົ່ງລະນຶກເຖິງສິ່ງທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ໄດ້ເຮັດຕໍ່ກະສັດປະເທດເອຢິບ ແລະ ຕໍ່ຊາວເອຢິບ ທັງໝົດ.
\v 19 ຈົ່ງລະນຶກເຖິງໂຣກ ລະບາດ ອັນໜ້າຢ້ານກົວ ຊຶ່ງພວກເຈົ້າໄດ້ເຫັນກັບຕາ ການອັດສະຈັນ ແລະ ໝາຍສໍາຄັນຕ່າງໆ ພ້ອມທັງຣິດທານຸພາບ ແລະ ພະລັງທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ໄດ້ຊົງນາໍພາພວກເຈົ້າອອກມາ. ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ຈະທາໍລາຍຊົນຊາດ ທັງໝົດເຫລົ່ານີ້ ທີ່ພວກເຈົ້າຢ້ານກົວ ຢູ່ໃນເວລານີ້.
\s5
\v 20 ຍິ່ງໄປກວ່ານີ້ອີກ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ຈະເຮັດໃຫ້ພວກເຂົາ ສັບສົນວຸ້ນວາຍກັນ [ຕ] ແລະຈະທາໍລາຍ ພວກທີ່ປົບໜີໄປ ຫລົບລີ້ຊ່ອນຕົວຢູ່.
\v 21 ສະນັ້ນ ຢ່າຢ້ານຊົນຊາດເຫລົ່ານີ້ເລີຍ. ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ສະຖິດຢູ່ທ່າມກາງພວກເຈົ້າ ພຣະອົງເປັນພຣະເຈົ້າຜູ້ຍິ່ງໃຫຍ່ ແລະ ອົງດຽວທີ່ໜ້າຢ້ານຢໍາ.
\v 22 ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ຈະຂັບໄລ່ຊົນຊາດເຫລົ່ານີ້ອອກໄປ ເທື່ອລະເລັກລະນ້ອຍ ເມື່ອພວກເຈົ້າບຸກໜ້າ ເຂົ້າໄປ. ພວກເຈົ້າຈະບໍ່ສາມາດທາໍລາຍ ພວກເຂົາໃຫ້ໝົດບາດດຽວໄດ້ ເພາະຖ້າພວກເຈົ້າເຮັດເຊັ່ນນັ້ນ ຈາໍນວນສັດປ່າກໍຈະມີຫລາຍຂຶ້ນ ແລະ ມັນຈະມາລົບກວນພວກເຈົ້າ.
\s5
\v 23 ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງ ພວກເຈົ້າ ຈະເຮັດໃຫ້ເຫລົ່າສັດຕູ ຢູ່ໃຕ້ອໍານາດຂອງພວກເຈົ້າ ແລະ ຈະເຮັດໃຫ້ພວກເຂົາ ເກີດສັບສົນວຸ້ນວາຍ ຈົນຖືກທາໍລາຍໄປ ໝົດ.
\v 24 ພຣະອົງຈະໃຫ້ບັນດາກະສັດຂອງພວກເຂົາ ຢູ່ໃຕ້ອໍານາດຂອງພວກເຈົ້າ. ພວກເຈົ້າຈະຂ້າພວກເຂົາ ແລະ ບໍ່ມີໃຜຈະ ຈົດຈາໍພວກເຂົາໄດ້ອີກເລີຍ ບໍ່ມີຜູ້ໃດຈະສາມາດຢັບຢັ້ງພວກເຈົ້າໄດ້ ພວກເຈົ້າຈະທາໍ ລາຍພວກເຂົາທຸກຄົນ.
\s5
\v 25 ຈົ່ງເຜົາຮູບເຄົາຣົບຂອງພວກເຂົາຖິ້ມ. ຢ່າຄິດຢາກໄດ້ເງິນ ຫລື ຄໍາ ທີ່ໃຊ້ໂອບຮູບເຫລົ່ານັ້ນ ແລະ ຢ່າເອົາມັນມາເປັນຂອງ ພວກເຈົ້າ. ຖ້າພວກເຈົ້າຂືນເຮັດ ມັນກໍຈະເປັນອັນຕະລາຍ ເພາະອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ກຽດຊັງການຂາບໄຫວ້ຮູບເຄົາຣົບ.
\v 26 ຢ່ານາໍຮູບເຄົາຣົບໃດໆ ເຂົ້າໄປໃນບ້ານເຮືອນຂອງພວກເຈົ້າ ເພາະຄໍາສາບແຊ່ງ ທີ່ຢູ່ໃນຮູບເຄົາຣົບນັ້ນ ຈະ ຕົກຖືກພວກເຈົ້າ. ພວກເຈົ້າຕ້ອງກຽດຊັງ ແລະ ດູໝິ່ນຮູບເຄົາຣົບເຫລົ່ານີ້ ເພາະມັນຢູ່ໃຕ້ຄໍາສາບແຊ່ງແລ້ວ.”
\s5
\c 8
\p
\v 1 “ຈົ່ງເຊື່ອຟັງຢ່າງສັດຊື່ ກົດບັນຍັດທັງປວງ ທີ່ຂ້າພະເຈົ້າໄດ້ມອບໃຫ້ພວກເຈົ້າ ໃນວັນນີ້ ເພື່ອພວກເຈົ້າຈະມີຊີວິດຢູ່, ມີຈໍານວນຄົນຕື່ມຂຶ້ນ ແລະ ຄອບຄອງດິນແດນທີ່ອົງພຣະຜູ້ເປັນເຈົ້າ ໄດ້ສັນຍາໄວ້ກັບປູ່ຍ່າຕາຍາຍຂອງພວກເຈົ້າ.
\v 2 ຈົ່ງຈົດຈາໍວ່າ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ໄດ້ນາໍພາພວກເຈົ້າ ໃນການເດີນທາງອັນຍາວນານນີ້ ຜ່ານຖິ່ນແຫ້ງແລ້ງກັນດານ ເປັນ ເວລາ 40 ປີ ຢ່າງໃດ. ພຣະອົງກໍໄດ້ທົດສອບ ພວກເຈົ້າ ໃນຄວາມທຸກລໍາບາກເໝືອນກັນ ເພື່ອຢາກຈະຢັ່ງຮູ້ຈິດໃຈຂອງພວກເຈົ້າ ວ່າເປັນຢ່າງໃດ ແລະ ພວກເຈົ້າຈະເຊື່ອຟັງຂໍ້ຄໍາສັ່ງຂອງພຣະອົງ ຫລືບໍ່?
\s5
\v 3 ພຣະອົງໄດ້ເຮັດໃຫ້ພວກເຈົ້າອຶດຫິວແລ້ວ ພຣະອົງກໍໃຫ້ພວກເຈົ້າໄດ້ກິນ ມານາ ຄື ອາຫານທີ່ພວກເຈົ້າ ແລະ ປູ່ຍ່າຕາຍາຍຂອງ ພວກເຈົ້າ ບໍ່ເຄີຍກິນມາກ່ອນ. ພຣະອົງໄດ້ເຮັດເຊັ່ນນີ້ ເພື່ອສອນພວກເຈົ້າ ວ່າ ມະນຸດ ຈະບໍ່ໄດ້ລ້ຽງຊີວິດ ດ້ວຍອາຫານແຕ່ຢ່າງດຽວ ແຕ່ດ້ວຍທຸກຖ້ອຍຄໍາ ທີ່ອອກມາຈາກປາກ ຂອງອົງພຣະຜູ້ເປັນເຈົ້າ.
\s5
\v 4 ໃນເວລາ 40 ປີ ເຫລົ່ານີ້ ສົ້ງເສື້ອຂອງພວກເຈົ້າ ບໍ່ໄດ້ຂາດ ແລະ ຕີນຂອງພວກເຈົ້າ ກໍບໍ່ໄດ້ບວມ.
\v 5 ຈົ່ງຈົດຈາໍໄວ້ວ່າ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ໄດ້ຕີສອນ ແລະ ລົງໂທດພວກເຈົ້າ ເໝືອນດັ່ງພໍ່ຕີສອນລູກ.
\v 6 ເຫດສະນັ້ນແຫລະ ຈົ່ງປະຕິບັດຕາມ ສິ່ງທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ໄດ້ສັ່ງໄວ້ກັບພວກເຈົ້າ ຄື: ດໍາເນີນຊີວິດຕາມບັນດາກົດບັນຍັດ ແລະ ເຊື່ອຟັງຢໍາເກງພຣະອົງ.
\s5
\v 7 ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ກາໍລັງນາໍພາພວກເຈົ້າເຂົ້າໄປຢູ່ໃນດິນແດນ ທີ່ອຸດົມສົມບູນ ແລະ ຮັ່ງມີ ຊຶ່ງມີແມ່ນາໍ້ ແລະ ຫ້ວຍຮ່ອງ, ນາໍ້ອອກບໍ່ ແລະ ນາໍ້ບາດານ ທີ່ໄຫລອອກມາຈາກຮ່ອມພູ ແລະ ເນີນພູທັງຫລາຍ
\v 8 ມີເຂົ້າບະເລ ແລະ ເຂົ້າເດືອຍ ຕົ້ນໝາກອະງຸ່ນ ແລະ ຕົ້ນໝາກເດື່ອເທດ, ຕົ້ນໝາກພີລາ, ຕົ້ນໝາກກອກເທດ ແລະ ນໍ້າເຜິ້ງ.
\s5
\v 9 ໃນທີ່ນັ້ນ ພວກເຈົ້າຈະບໍ່ອຶດຫິວ ຫລື ຂາດເຂີນສິ່ງໃດເລີຍ. ທີ່ໂງ່ນຫິນມີເຫລັກ ແລະ ທີ່ເນີນພູ ມີທອງແດງ.
\v 10 ພວກເຈົ້າ ຈະມີທຸກສິ່ງທີ່ພວກເຈົ້າຕ້ອງການກິນ ແລະ ພວກເຈົ້າກໍຈະໂມທະນາຂອບພຣະຄຸນ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ສໍາລັບດິນແດນ ອັນອຸດົມສົມບູນ ແລະ ຮັ່ງມີ ທີ່ພຣະອົງໄດ້ມອບໃຫ້ພວກເຈົ້າ.”
\s5
\v 11 “ຈົ່ງໃຫ້ແນ່ໃຈວ່າ ພວກເຈົ້າບໍ່ລືມໄລ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ຢ່າລົ້ມເລີກ ທີ່ຈະເຊື່ອຟັງກົດບັນຍັດ ຊຶ່ງຂ້າພະເຈົ້າ ໄດ້ມອບໃຫ້ແກ່ພວກເຈົ້າໃນວັນນີ້.
\v 12 ເມື່ອພວກເຈົ້າມີອາຫານການກິນ ຕາມຄວາມຕ້ອງການ ແລະ ມີບ້ານເຮືອນດີ ໆ ຢູ່
\s5
\v 13 ແລະ ເມື່ອມີຝູງງົວ ແລະ ຝູງແກະ, ເງິນ ແລະ ຄໍາ, ແລະ ສິ່ງຂອງອື່ນ ໆ ຫລາຍຂຶ້ນ,
\v 14 ຈົ່ງໃຫ້ແນ່ໃຈວ່າ ພວກເຈົ້າບໍ່ໄດ້ກາຍເປັນ ຄົນຈອງຫອງພອງຕົວ ແລະ ລືມໄລອົງພຣະຜູ້ ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ຜູ້ທີ່ໄດ້ຊ່ວຍກູ້ເອົາພວກເຈົ້າ ອອກມາຈາກປະເທດ ເອຢີບ ບ່ອນທີ່ພວກເຈົ້າໄດ້ຕົກເປັນທາດຮັບໃຊ້ນັ້ນ.
\s5
\v 15 ພຣະອົງໄດ້ນໍາພາພວກເຈົ້າ ຜ່ານຖິ່ນແຫ້ງແລ້ງກັນດານ ອັນກວ້າງໃຫຍ່ ແລະ ໜ້າຢ້ານກົວ ຊຶ່ງມີທັງງູພິດ ແລະ ແມງງອດ. ໃນດິນແດນທີ່ແຫ້ງແລ້ງ ແລະ ຂາດນໍ້ານັ້ນ ພຣະອົງໄດ້ເຮັດໃຫ້ນໍ້າໄຫລອອກມາ ຈາກໂງ່ນຫີນສໍາລັບພວກເຈົ້າ.
\v 16 ໃນຖິ່ນແຫ້ງແລ້ງກັນດານນັ້ນ ພຣະອົງໄດ້ໃຫ້ ມານາ ແກ່ພວກເຈົ້າກິນ ຄື ອາຫານ ທີ່ປູ່ຍ່າຕາຍາຍຂອງພວກເຈົ້າ ບໍ່ເຄີຍກິນ. ພຣະອົງໄດ້ໃຫ້ພວກເຈົ້າຖືກຄວາມທຸກລໍາບາກ ເພື່ອທົດສອບພວກເຈົ້າ ເພື່ອວ່າໃນບັ້ນປາຍ ພຣະອົງຈະອວຍພອນພວກເຈົ້າ ດ້ວຍສິ່ງທີ່ດີ.
\v 17 ເຫດສະນັ້ນແຫລະ ພວກເຈົ້າບໍ່ຕ້ອງ ຄິດວ່າ ພວກເຈົ້າຮັ່ງມີເປັນດີດ້ວຍກໍາລັງ ແລະ ເຫື່ອແຮງຂອງພວກເຈົ້າເອງ.
\s5
\v 18 ຈົ່ງຈົດຈໍາວ່າ ແມ່ນອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ທີ່ໃຫ້ອໍານາດແກ່ພວກເຈົ້າ ກາຍເປັນຜູ້ຮັ່ງມີ. ພຣະອົງເຮັດເຊັ່ນນີ້ ເພາະພຣະອົງຍັງສັດຊື່ຕໍ່ພັນທະສັນຍາ ທີ່ໄດ້ເຮັດໄວ້ກັບປູ່ຍ່າຕາຍາຍຂອງພວກເຈົ້າ.
\v 19 ຢ່າລືມໄລ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ຈັກເທື່ອ ຫລື ຫັນເຫໄປຂາບໄຫວ້ ແລະ ຮັບໃຊ້ພະອື່ນ. ຖ້າພວກເຈົ້າຂືນເຮັດ ຂ້າພະເຈົ້າຂໍເຕືອນພວກເຈົ້າໃນວັນນີ້ໂລດວ່າ ພວກເຈົ້າຈະຖືກທໍາລາຍ ຢ່າງແນ່ນອນ.
\v 20 ຖ້າພວກເຈົ້າບໍ່ເຊື່ອຟັງອົງ ພຣະຜູ້ເປັນເຈົ້າ ອົງເປັນພຣະເຈົ້າຂອງພວກເຈົ້າ ພຣະອົງກໍຈະທາໍລາຍພວກເຈົ້າເໝືອນ ດັ່ງທີ່ພຣະອົງທໍາລາຍຊົນຊາດທັງຫລາຍ ຕໍ່ໜ້າພວກເຈົ້ານັ້ນ.
\s5
\c 9
\p
\v 1 “ປະຊາຊົນອິດສະຣາເອນ ເອີຍ ຈົ່ງຟັງເຖີດ ວັນນີ້ພວກເຈົ້າກໍາລັງຈະຂ້າມແມ່ນໍ້າ ຈໍແດນ ເຂົ້າໄປຢຶດຄອງດິນແດນທີ່ເປັນຂອງ ຊົນຊາດທີ່ຍິ່ງໃຫຍ່ ແລະ ມີອໍານາດ ກວ່າພວກເຈົ້າ. ເມືອງກໍໃຫຍ່ ແລະ ກາໍແພງກໍສູງຈຸຟ້າ
\v 2 ປະຊາຊົນມີຕົວສູງ ແລະ ແຂງແຮງ ພວກເຂົາມີຮູບຮ່າງໃຫຍ່ ແລະ ພວກເຈົ້າກໍໄດ້ ຍິນມາແລ້ວວ່າ ບໍ່ມີຜູ້ໃດຕໍ່ສູ້ກັບພວກເຂົາໄດ້ນັ້ນ.
\s5
\v 3 ແຕ່ບັດນີ້ ພວກເຈົ້າຈະໄດ້ເຫັນດ້ວຍຕົນເອງ ວ່າ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ຈະນາໍໜ້າພວກເຈົ້າໄປ ເໝືອນດັ່ງໄຟທີ່ເຜົາຜານ. ພຣະອົງຈະຊະນະ ພວກເຂົາ ເມື່ອພວກເຈົ້າບຸກໜ້າເຂົ້າໄປ ເພື່ອວ່າ ພວກເຈົ້າຈະຂັບໄລ່ພວກເຂົາອອກໄປ ແລະ ຈະທໍາລາຍພວກເຂົາຢ່າງວ່ອງໄວ ຕາມທີ່ພຣະອົງໄດ້ສັນຍາໄວ້.
\s5
\v 4 ຫລັງຈາກອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ໄດ້ໃຫ້ພວກເຈົ້າຂັບໄລ່ພວກເຂົາອອກໄປໃຫ້ພວກເຈົ້າແລ້ວ ຢ່າຄິດວ່າ ພຣະອົງໄດ້ນາໍພາພວກເຈົ້າເຂົ້າມາ ຄອບຄອງເອົາດິນແດນນີ້ ຍ້ອນພວກເຈົ້າເປັນຄົນຊອບທາໍ. ບໍ່ແມ່ນດອກ ອົງພຣະຜູ້ເປັນເຈົ້າກາໍລັງຈະຂັບໄລ່ປະຊາຊົນເຫລົ່ານີ້ ອອກໄປຕໍ່ໜ້າພວກເຈົ້າ ເພາະພວກເຂົາຊົ່ວຮ້າຍ.
\s5
\v 5 ບໍ່ແມ່ນ ເພາະພວກເຈົ້າເປັນຄົນຊອບທາໍ ແລະ ເຮັດຖືກຕ້ອງ ທີ່ອົງພຣະຜູ້ເປັນເຈົ້າກໍາລັງຈະນໍາພາພວກເຈົ້າເຂົ້າໄປໃນດິນແດນຂອງພວກເຂົາ. ພຣະອົງຈະຂັບໄລ່ພວກເຂົາ ອອກໄປຕໍ່ໜ້າພວກເຈົ້າ ເພາະພວກເຂົາຊົ່ວຮ້າຍ ແລະ ເພາະພຣະອົງຢາກຮັກສາພັນທະສັນຍາຂອງພຣະອົງ ທີ່ໄດ້ເຮັດໄວ້ກັບປູ່ຍ່າຕາຍາຍຂອງພວກເຈົ້າ ຄື: ອັບຣາຮາມ, ອີຊາກ ແລະ ຢາໂຄບ.
\s5
\v 6 ໃຫ້ພວກເຈົ້າແນ່ໃຈໄດ້ວ່າ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າມອບດິນແດນທີ່ອຸດົມສົມບູນ ແລະ ຮັ່ງມີນີ້ໃຫ້ ບໍ່ແມ່ນເພາະພວກເຈົ້າເປັນຄົນຊອບທາໍ. ຕາມຄວາມຈິງແລ້ວ ພວກເຈົ້າເປັນປະຊາຊົນທີ່ດື້ດ້ານຫລາຍ.
\s5
\v 7 ຢ່າລືມຈັກເທື່ອວ່າ ພວກເຈົ້າໄດ້ເຮັດໃຫ້ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ໂກດຮ້າຍໃນຖິ່ນແຫ້ງແລ້ງກັນດານ ຢ່າງໃດ. ຕັ້ງແຕ່ມື້ທີ່ພວກເຈົ້າໄດ້ອອກມາຈາກປະເທດ ເອຢິບ ເຖິງມື້ທີ່ພວກເຈົ້າມາຮອດທີ່ນີ້ ພວກເຈົ້າໄດ້ກະບົດຕໍ່ສູ້ພຣະອົງ.
\v 8 ແມ່ນແຕ່ ທີ່ພູເຂົາ ຊີນາຍ ພວກເຈົ້າກໍໄດ້ເຮັດໃຫ້ອົງພຣະຜູ້ເປັນເຈົ້າໂກດຮ້າຍຫລາຍ ຄື ໂກດຮ້າຍພໍທີ່ ຈະທາໍລາຍພວກເຈົ້າໄດ້.
\s5
\v 9 ຂ້າພະເຈົ້າໄດ້ຂຶ້ນໄປເທິງພູ ເພື່ອຮັບເອົາແຜ່ນຫິນ ຊຶ່ງຈາລຶກພັນທະສັນຍາຂອງອົງພຣະຜູ້ເປັນເຈົ້າ ທີ່ໄດ້ເຮັດໄວ້ກັບພວກເຈົ້າ. ຂ້າພະເຈົ້າໄດ້ຢູ່ທີ່ນັ້ນ ສີ່ສິບວັນ ສີ່ສິບຄືນ ໂດຍບໍ່ໄດ້ກິນ ແລະ ດື່ມຫຍັງ.
\v 10 ແລ້ວ ອົງພຣະຜູ້ເປັນເຈົ້າ ກໍໄດ້ໃຫ້ຫິນສອງແຜ່ນ ແກ່ຂ້າພະເຈົ້າ ຊຶ່ງພຣະອົງໄດ້ໃຊ້ພຣະຫັດ ຂອງພຣະອົງຂຽນຂໍ້ຄວາມ ທີ່ພຣະອົງໄດ້ກ່າວແກ່ພວກເຈົ້າ ຈາກແປວໄຟໃນມື້ທີ່ພວກເຈົ້າ ໄດ້ເຕົ້າໂຮມກັນທີ່ພູນັ້ນ.
\s5
\v 11 ຫລັງຈາກ ສີ່ສິບວັນ ສີ່ສິບຄືນແລ້ວ ອົງພຣະຜູ້ເປັນເຈົ້າໄດ້ໃຫ້ຫິນສອງແຜ່ນ ຊຶ່ງພຣະອົງໄດ້ຂຽນພັນທະສັນຍາໃສ່.
\v 12 ແລ້ວອົງພຣະຜູ້ເປັນເຈົ້າກໍໄດ້ກ່າວແກ່ຂ້າພະເຈົ້າ ວ່າ, ‘ຈົ່ງລົງໄປຈາກພູດຽວນີ້ ເພາະປະຊາຊົນທີ່ເຈົ້າ ໄດ້ນາໍອອກມາຈາກປະເທດເອຢິບ ນັ້ນໄດ້ພາກັນຫລົງຜິດ ແລະ ເຮັດຊົ່ວສາແລ້ວ. ພວກເຂົາໄດ້ຫັນໜີຈາກສິ່ງ ທີ່ເຮົາໄດ້ສັ່ງໃຫ້ເຮັດ ໂດຍຫລໍ່ຮູບເຄົາຣົບສໍາລັບພວກເຂົາເອງ.
\s5
\v 13 ອົງພຣະຜູ້ເປັນເຈົ້າ ໄດ້ກ່າວແກ່ຂ້າພະເຈົ້າອີກ ວ່າ, ‘ເຮົາຮູ້ວ່າປະຊາຊົນເຫລົ່ານີ້ ດື້ດ້ານພຽງໃດ.
\v 14 ຢ່າພະຍາຍາມ ຢັບຢັ້ງເຮົາໄວ້. ເຮົາຕັ້ງໃຈຈະທໍາລາຍພວກເຂົາ ເພື່ອວ່າຈະບໍ່ມີຜູ້ໃດລະນຶກເຖິງພວກເຂົາ ອີກຕໍ່ໄປ. ແລ້ວເຮົາກໍຈະເຮັດໃຫ້ເຈົ້າ ເປັນພໍ່ຂອງຊາດໜຶ່ງທີ່ຍິ່ງໃຫຍ່ ແລະ ມີອໍານາດຫລາຍກວ່າພວກເຂົາ.
\s5
\v 15 ດັ່ງນັ້ນ ຂ້າພະເຈົ້າຈຶ່ງກັບຄືນ ແລະ ລົງມາຈາກພູ ຂະນະທີ່ພູນັ້ນຮ້ອນດ້ວຍໄຟ ໂດຍຖືແຜ່ນຫິນສອງແຜ່ນ ຊຶ່ງມີພັນທະສັນຍາ ທີ່ຈາລຶກໄວ້.
\v 16 ຂ້າພະເຈົ້າໄດ້ເຫັນວ່າ ພວກເຈົ້າໄດ້ລະເມີດ ຂໍ້ຄໍາສັ່ງທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ໄດ້ມອບໃຫ້ແທ້ ແລະພວກເຈົ້າກໍໄດ້ເຮັດບາບຕໍ່ ໍສູ້ອົງພຣະຜູ້ເປັນເຈົ້າ ຢ່າງວ່ອງໄວ ໂດຍໄດ້ໃຊ້ໂລຫະຫລໍ່ຮູບງົວນ້ອຍໄວ້ຂາບໄຫວ້.
\s5
\v 17 ດັ່ງນັ້ນ ຂ້າພະເຈົ້າຈຶ່ງໂຍນຫິນສອງແຜ່ນນັ້ນ ຖິ້ມຕໍ່ໜ້າຕໍ່ຕາຂອງພວກເຈົ້າ ຈົນແຕກເປັນປ່ຽງ ໆ.
\v 18 ແລ້ວອີກເທື່ອໜຶ່ງ ຂ້າພະເຈົ້າໄດ້ໝູບໜ້າລົງຊ້ອງໜ້າ ອົງພຣະຜູ້ ເປັນເຈົ້າ ເປັນເວລາສີ່ສິບວັນ ສີ່ສິບຄືນ ໂດຍບໍ່ໄດ້ກິນ ແລະ ບໍ່ໄດ້ດື່ມຫຍັງ. ຂ້າພະເຈົ້າເຮັດ ເຊັ່ນນີ້ ກໍເພາະວ່າພວກເຈົ້າໄດ້ເຮັດບາບຕໍ່ສູ້ອົງພຣະຜູ້ເປັນເຈົ້າ ແລະ ເຮັດໃຫ້ພຣະອົງໂກດຮ້າຍ.
\s5
\v 19 ຂ້າພະເຈົ້າຢ້ານອົງພຣະຜູ້ເປັນເຈົ້າ ໂກດຮ້າຍຫຼາຍ ເພາະພຣະອົງໂກດຮ້າຍພໍທີ່ຈະທໍາລາຍພວກເຈົ້າໄດ້, ແຕ່ອີກເທື່ອໜຶ່ງ ອົງພຣະຜູ້ເປັນເຈົ້າໄດ້ຟັງຂ້າພະເຈົ້າ.
\v 20 ອົງພຣະຜູ້ເປັນເຈົ້າໄດ້ໂກດຮ້າຍອາໂຣນ ດ້ວຍ ແລະໝາຍຈະຂ້າລາວເສຍ. ດັ່ງນັ້ນ ໃນເວລາດຽວກັນ ຂ້າພະເຈົ້າໄດ້ພາວັນນາ ອະທິຖານ ເພື່ອອາໂຣນ ດ້ວຍ.
\s5
\v 21 ຂ້າພະເຈົ້າໄດ້ເອົາສິ່ງອັນເປັນບາບ ຊຶ່ງພວກເຈົ້າໄດ້ເຮັດ ຄື ຮູບງົວ ທີ່ເປັນໂລຫະນັ້ນ ໂຍນໃສ່ໄຟ. ແລ້ວຂ້າພະເຈົ້າໄດ້ທັບເປັນປ່ຽງ ໆ ບົດໃຫ້ໝຸ່ນ ແລະ ເທໃສ່ນາໍ້ທີ່ໄຫລລົງມາຈາກພູເຂົາ.
\s5
\v 22 ເມື່ອພວກເຈົ້າໄດ້ອາໄສຢູ່ທີ່ ຕາເບຣາ, ມັດສາ ແລະ ກິບໂຣດຮັດຕາວາ ພວກເຈົ້າກໍໄດ້ເຮັດໃຫ້ອົງພຣະຜູ້ເປັນເຈົ້າໂກດຮ້າຍເໝືອນກັນ.
\v 23 ເມື່ອອົງພຣະຜູ້ເປັນເຈົ້າ ໃຊ້ພວກເຈົ້າໄປຈາກເມືອງ ກາເດັດ ບາກເນອາ ໂດຍສັ່ງໃຫ້ເຂົ້າໄປຢຶດຄອງດິນແດນ ທີ່ພຣະອົງມອບໃຫ້ພວກເຈົ້າ ພວກເຈົ້າກໍໄດ້ ກະບົດຕໍ່ສູ້ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ພວກເຈົ້າບໍ່ໄດ້ໄວ້ວາງໃຈພຣະອົງ ຫລື ເຊື່ອຟັງພຣະອົງ.
\v 24 ຕັ້ງແຕ່ມື້ ທີ່ຂ້າພະເຈົ້າໄດ້ຮູ້ຈັກພວກເຈົ້າ ພວກເຈົ້າໄດ້ກະບົດຕໍ່ສູ້ອົງພຣະຜູ້ເປັນເຈົ້າຕະຫລອດມາ.
\s5
\v 25 ດັ່ງນັ້ນ ຂ້າພະເຈົ້າຈຶ່ງໄດ້ກົ້ມຂາບລົງ ຊ້ອງໜ້າອົງພຣະຜູ້ເປັນເຈົ້າ ສີ່ສິບວັນ ສີ່ສິບຄືນ ເພາະຂ້າພະເຈົ້າຮູ້ວ່າພຣະອົງໄດ້ຕົກລົງໃຈ ທີ່ຈະທາໍລາຍພວກເຈົ້າ.
\v 26 ຂ້າພະເຈົ້າໄດ້ພາວັນນາ ອະທິຖານ ຕໍ່ອົງພຣະຜູ້ເປັນເຈົ້າ ວ່າ, ‘ຂ້າແດ່ພຣະເຈົ້າ ຢາເວ ພຣະເຈົ້າອົງສູງສຸດ ເອີຍ ຢ່າໄດ້ທາໍລາຍປະຊາຊົນທີ່ເປັນຂອງພຣະອົງເລີຍ ຄື ປະຊາຊົນ ທີ່ພຣະອົງໄດ້ຊ່ວຍກູ້ ແລະ ນາໍພາ ອອກມາຈາກປະເທດເອຢີບ ດ້ວຍກາໍລັງ ແລະ ຣິດອໍານາດ ອັນຍິ່ງໃຫຍ່ຂອງພຣະອົງ.
\s5
\v 27 ໂຜດຈົດຈໍາພວກຜູ້ຮັບໃຊ້ຂອງພຣະອົງ ຄື: ອັບຣາຮາມ, ອີຊາກ ແລະ ຢາໂຄບ. ຢ່າສົນໃຈໃນຄວາມດື້ດຶງ, ຄວາມຊົ່ວຮ້າຍ ແລະ ບາບຂອງປະຊາຊົນເຫລົ່ານີ້.
\v 28 ບໍ່ດັ່ງນັ້ນແລ້ວຊາວເອຢິບ ຈະເວົ້າວ່າ, ອົງພຣະຜູ້ເປັນເຈົ້າ ບໍ່ສາມາດນາໍພາໄພ່ພົນຂອງພຣະອົງ ເຂົ້າໄປໃນດິນແດນ ທີ່ພຣະອົງໄດ້ສັນຍາແກ່ ພວກເຂົາ. ພວກເຂົາຈະເວົ້າວ່າ ພຣະອົງໄດ້ນາໍພາໄພ່ພົນຂອງພຣະອົງອອກມາ ແລະ ເຂົ້າໄປໃນຖິ່ນແຫ້ງແລ້ງກັນດານ ເພື່ອຂ້າພວກເຂົາຖິ້ມ ເພາະພຣະອົງກຽດຊັງພວກເຂົາ.
\v 29 ເຖິງຢ່າງໃດກໍດີ ປະຊາຊົນເຫລົ່ານີ້ແມ່ນພຣະອົງເອງ ທີ່ໄດ້ເລືອກເອົາໃຫ້ເປັນຂອງພຣະອົງ ແລະ ແມ່ນພວກທີ່ພຣະອົງໄດ້ນາໍພາໃຫ້ອອກມາຈາກປະເທດເອຢິບ ດ້ວຍກາໍລັງ ແລະ ຣິດອໍານາດອັນຍິ່ງໃຫຍ່ຂອງພຣະອົງ.
\s5
\c 10
\p
\v 1 “ຕໍ່ມາ ອົງພຣະຜູ້ເປັນເຈົ້າໄດ້ບອກຂ້າພະເຈົ້າ ວ່າ, ‘ຈົ່ງຕັດເອົາຫິນສອງແຜ່ນ ແບບເກົ່າ ແລະ ເຮັດຫີບໄມ້ໜ່ວຍໜຶ່ງ ສໍາລັບໃສ່ແຜ່ນຫິນ. ແລ້ວຈົ່ງຂຶ້ນມາຫາເຮົາ ທີ່ເທິງພູ
\v 2 ແລະ ເຮົາຈະຂຽນຂໍ້ຄວາມໃນແຜ່ນຫິນທີ່ເຈົ້າເຮັດແຕກນັ້ນ ໃສ່ຫິນສອງແຜ່ນນີ້. ແລ້ວໃຫ້ເຈົ້າບັນຈຸມັນໄວ້ໃນຫີບ.
\s5
\v 3 ດັ່ງນັ້ນ ຂ້າພະເຈົ້າຈຶ່ງໄດ້ເຮັດຫີບ ດ້ວຍໄມ້ກະຖິນເທດ ແລະ ຕັດເອົາແຜ່ນຫິນສອງ ແຜ່ນ ຄືກັບເທື່ອທາໍອິດນາໍຂຶ້ນໄປທີ່ເທິງພູ.
\v 4 ແລ້ວອົງພຣະຜູ້ເປັນເຈົ້າ ກໍຂຽນຂໍ້ຄວາມຢ່າງດຽວກັນກັບແຜ່ນທາໍອິດນັ້ນໃສ່ ຄື ຄໍາສັ່ງສິບຂໍ້ ທີ່ພຣະອົງໄດ້ໃຫ້ແກ່ພວກເຈົ້າ ເມື່ອພຣະອົງໄດ້ກ່າວຈາກແປວໄຟ ໃນມື້ທີ່ພວກເຈົ້າໄດ້ເຕົ້າໂຮມກັນທີ່ພູ. ອົງພຣະຜູ້ເປັນເຈົ້າ ໄດ້ມອບແຜ່ນຫິນໃຫ້ຂ້າພະເຈົ້າ
\s5
\v 5 ແລະ ຂ້າພະເຈົ້າໄດ້ກັບລົງມາຈາກພູ. ໂດຍໄດ້ເຮັດຕາມຄໍາສັ່ງຂອງພຣະອົງ ຂ້າພະເຈົ້າໄດ້ເອົາແຜ່ນຫິນໃສ່ໃນຫິບໄວ້ ແລະ ມັນກໍຢູ່ໃນທີ່ນັ້ນຕະຫລອດມາ.”
\s5
\v 6 (ຊາວອິດສະຣາເອນ ໄດ້ໜີຈາກນາໍ້ສ້າງ ທີ່ເປັນຂອງ ຢາອາການ ແລະໄດ້ໄປທີ່ ໂມເຊຣາ. ໃນທີ່ນີ້ ອາໂຣນ ຕາຍ ແລະຖືກຝັງໄວ້ ແລະ ເອເລອາຊາ ລູກຊາຍຂອງເພິ່ນໄດ້ຂຶ້ນ ເປັນປະໂຣຫິດແທນ.
\v 7 ຈາກທີ່ນັ້ນ ພວກເຂົາໄດ້ໄປຍັງ ກຸດໂກດາ ແລະໄປຕໍ່ຍັງ ໂຢດບາທາ ຄືບ່ອນທີ່ມີນາໍ້ຫລາຍ.
\s5
\v 8 ໃນເວລານັ້ນ [ຖ] ອົງພຣະຜູ້ເປັນເຈົ້າໄດ້ ແຕ່ງຕັ້ງພວກຜູ້ຊາຍໃນເຜົ່າເລວີ ໃຫ້ເປັນຜູ້ຮັບຜິດຊອບຫີບພັນທະສັນຍາຂອງອົງພຣະຜູ້ເປັນເຈົ້າ ໃຫ້ຮັບໃຊ້ພຣະອົງໃນຖານະປະໂຣຫິດ ແລະ ໃຫ້ກ່າວຄໍາອວຍພອນໃນນາມ ຂອງພຣະອົງ. ສິ່ງເຫລົ່ານີ້ ຍັງເປັນໜ້າທີ່ຂອງ ພວກເຂົາຕະຫລອດມາ.
\v 9 ດ້ວຍເຫດນີ້ ເຜົ່າເລວີ ຈິ່ງບໍ່ໄດ້ຮັບດິນແດນສ່ວນໃດເໝືອນ ດັ່ງເຜົ່າອື່ນ ໆ ສິ່ງທີ່ພວກເຂົາໄດ້ຮັບແມ່ນສິດທິພິເສດ ໃນການເປັນປະໂຣຫິດຂອງອົງພຣະຜູ້ເປັນເຈົ້າ ຕາມທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ໄດ້ສັນຍາໄວ້ກັບພວກເຂົາ)
\s5
\v 10 ຂ້າພະເຈົ້າໄດ້ພັກ​ຢູ່​ເທິງ​ພູ ເໝືອນ​ດັ່ງ​ຄາວ​ກ່ອນ ສີ່​ສິບ​ວັນ ສີ່​ສິບ​ຄືນ. ອີກ​ເທື່ອ​ໜຶ່ງ ອົງ​ພ​ຣະ​ຜູ້​ເປັນ​ເຈົ້າໄດ້​ຟັງ​ຂ້າ​ພະ​ເຈົ້າ ແລະ​ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ​ກໍ​ໄດ້​ຕົກ​ລົງ​ໃຈ​ບໍ່​ທຳ​ລາຍ​ພວກ​ເຈົ້າ.
\v 11 ແລ້ວ​ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ​ກໍ​ໄດ້​ບອກ​ຂ້າ​ພະ​ເຈົ້າ​ນຳ​ພາ​ພວກ​ເຈົ້າ​ໄປ ເພື່ອ​ວ່າ​ພວກ​ເຈົ້າ​ຈະ​ໄດ້​ຢຶດ​ຄອງ​ດິນ​ແດນ​ເປັນ​ກຳ​ມະ​ສິດ ຕາມ​ທີ່​ພ​ຣະ​ອົງ​ໄດ້​ສັນ​ຍາ​ມອບ​ໃຫ້​ແກ່​ປູ່​ຍ່າ​ຕາ​ຍາຍ​ຂອງ​ພວກ​ເຈົ້າ​."
\s5
\v 12 “ບັດນີ້ ປະຊາຊົນອິດສະຣາເອນ ເອີຍ ຈົ່ງຟັງສິ່ງທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ຮຽກຮ້ອງຕ້ອງການຈາກພວກເຈົ້າ ຄື: ຈົ່ງນະມັດສະການອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ແລະ ປະຕິບັດທຸກສິ່ງທີ່ພຣະອົງສັ່ງ. ຈົ່ງຮັກພຣະອົງ ແລະ ຮັບໃຊ້ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ດ້ວຍສຸດໃຈຂອງພວກເຈົ້າ
\v 13 ແລະ ຈົ່ງເຊື່ອຟັງກົດບັນຍັດທຸກຂໍ້ ຂອງອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ. ຂ້າພະເຈົ້າ ກາໍລັງມອບກົດບັນຍັດເຫລົ່ານີ້ ໃຫ້ພວກເຈົ້າໃນວັນນີ້ ສໍາລັບຜົນດີຂອງພວກເຈົ້າ.
\s5
\v 14 ສະຫວັນຊັ້ນຟ້າ ທີ່ສູງສຸດພຸ້ນເປັນຂອງອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ແຜ່ນດິນໂລກກໍເປັນຂອງພຣະອົງເໝືອນກັນ ຕະຫລອດທັງທຸກໆ ສິ່ງຢູ່ໃນນັ້ນດ້ວຍ.
\v 15 ແຕ່ຄວາມຮັກຂອງອົງພຣະຜູ້ເປັນເຈົ້າ ສໍາລັບປູ່ຍ່າຕາຍາຍຂອງພວກເຈົ້າ ມີຫລາຍທີ່ສຸດ ທີ່ພຣະອົງໄດ້ເລືອກເອົາພວກເຈົ້າ ແທນທີ່ຈະເລືອກເອົາປະຊາຊົນຊາດອື່ນ ແລະ ພວກເຈົ້າ ກໍຍັງເປັນປະຊາຊົນທີ່ພຣະອົງໄດ້ເລືອກໄວ້ຈົນເຖິງດຽວນີ້.
\s5
\v 16 ເຫດສະນັ້ນແຫລະ ຕັ້ງແຕ່ບັດນີ້ໄປ ຈົ່ງເຊື່ອຟັງອົງພຣະຜູ້ເປັນເຈົ້າ ແລະ ເຊົາດື້ດຶງສາ.
\v 17 ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ແມ່ນພຣະເຈົ້າເໜືອບັນດາພະທັງໝົດ ແລະ ເປັນອົງພຣະຜູ້ເປັນເຈົ້າເໜືອ ບັນດາເຈົ້ານາຍທັງປວງ, ເປັນພຣະເຈົ້າອົງຍິ່ງໃຫຍ່ ຊົງຣິດອໍານາດ ແລະ ເປັນທີ່ຢໍາເກງ. ພຣະອົງບໍ່ເຫັນແກ່ໜ້າຜູ້ໃດ ແລະ ບໍ່ເຫັນແກ່ ສິນຈ້າງລາງວັນໃດໆ.
\s5
\v 18 ພຣະອົງໃຫ້ສິດລູກກາໍພ້າ ແລະ ພວກ ແມ່ໝ້າຍໄດ້ຮັບຄວາມເປັນທາໍ; ພຣະອົງຮັກຊາວຕ່າງດ້າວ ທີ່ອາໄສຢູ່ນາໍພວກເຮົາ ໂດຍໃຫ້ອາຫານ ແລະ ເຄື່ອງນຸ່ງຫົ່ມແກ່ພວກເຂົາ.
\v 19 ດັ່ງນັ້ນແຫລະ ຈົ່ງຮັກຄົນຕ່າງດ້າວ ເພາະພວກເຈົ້າກໍເຄີຍເປັນຄົນຕ່າງດ້າວ ໃນປະເທດເອຢິບ.
\s5
\v 20 ຈົ່ງເຊື່ອຟັງອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ແລະ ນະມັດສະການ ແຕ່ພຣະອົງເທົ່ານັ້ນ. ຈົ່ງສັດຊື່ຕໍ່ພຣະອົງ ແລະ ກ່າວຄໍາສັນຍາໃນພຣະນາມຂອງພຣະອົງເທົ່ານັ້ນ.
\v 21 ຈົ່ງຍ້ອງຍໍສັນລະເສີນພຣະອົງ ເພາະພຣະອົງເປັນພຣະເຈົ້າຂອງພວກເຈົ້າ ແລະ ພວກເຈົ້າກໍເຫັນໂດຍປະຈັກ ຕາແລ້ວ ເຖິງຄວາມຍິ່ງໃຫຍ່ ແລະສິ່ງອັດສະຈັນ ທີ່ພຣະອົງໄດ້ກະທາໍສໍາລັບພວກເຈົ້າ.
\s5
\v 22 ເມື່ອປູ່ຍ່າຕາຍາຍຂອງພວກເຈົ້າ ໄດ້ໄປຢູ່ປະເທດເອຢິບ ນັ້ນ ພວກເຂົາມີພຽງແຕ່ 70 ຄົນເທົ່ານັ້ນ. ແຕ່ມາບັດນີ້ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ໄດ້ເຮັດໃຫ້ພວກເຈົ້າມີຄົນຈາໍນວນຫລວງຫລາຍ ເໝືອນດັ່ງດວງດາວໃນທ້ອງຟ້າ.”
\s5
\c 11
\p
\v 1 “ຈົ່ງຮັກອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ແລະ ເຊື່ອຟັງຄໍາສັ່ງທຸກຂໍ້ຂອງພຣະອົງສະເໝີ.
\s5
\v 2 ວັນນີ້ ຈົ່ງຈົດຈາໍສິ່ງທີ່ພວກເຈົ້າໄດ້ຮຽນຮູ້ ກ່ຽວກັບອົງພຣະຜູ້ເປັນເຈົ້າ ຜ່ານປະສົບການ ທີ່ພວກເຈົ້າໄດ້ຮັບຈາກພຣະອົງ. ແມ່ນພວກເຈົ້າທີ່ມີປະສົບການນີ້ ແລະບໍ່ແມ່ນພວກລູກຫລານຂອງພວກເຈົ້າ. ພວກເຈົ້າໄດ້ເຫັນມືອັນມີຣິດເດດ ແລະ ແຂນອັນມີຣິດອໍານາດຂອງພຣະອົງ
\v 3 ພ້ອມທັງການອັດສະຈັນຕ່າງໆ ທີ່ພຣະອົງໄດ້ກະທາໍ. ພວກເຈົ້າໄດ້ເຫັນສິ່ງທີ່ ພຣະອົງໄດ້ເຮັດຕໍ່ກະສັດແຫ່ງເອຢິບ ແລະ ຕໍ່ ດິນແດນທັງໝົດຂອງເພິ່ນ.
\s5
\v 4 ພວກເຈົ້າໄດ້ເຫັນພຣະອົງກວາດລ້າງ ກອງທັບປະເທດເອຢິບ ໃຫ້ດັບສູນໄປພ້ອມ ທັງມ້າ ແລະ ລົດຮົບຂອງພວກເຂົາ ໂດຍໂຍນ ພວກເຂົາຖິ້ມລົງໃນທະເລແດງ [ທ] ໃນຂະນະທີ່ພວກເຂົາກໍາລັງຕິດຕາມ ມານັ້ນ.
\v 5 ພວກເຈົ້າຮູ້ສິ່ງທີ່ພຣະອົງໄດ້ເຮັດຕໍ່ພວກເຈົ້າ ໃນຖິ່ນແຫ້ງແລ້ງກັນດານ ກ່ອນມາຮອດທີ່ນີ້.
\s5
\v 6 ຈົ່ງຫວນຄິດເຖິງສິ່ງທີ່ ພຣະອົງໄດ້ເຮັດຕໍ່ ດາທານ ແລະ ອາບີຣາມ ລູກຊາຍຂອງເອລີອາບ ແຫ່ງເຜົ່າຣູເບັນ. ຕໍ່ໜ້າທຸກຄົນ ແຜ່ນດິນໄດ້ຍະອອກກືນກິນພວກເຂົາ ພ້ອມກັບຄອບຄົວ, ຜ້າເຕັນ, ຄົນຮັບໃຊ້ ແລະຝູງສັດຂອງພວກເຂົາ.
\v 7 ແມ່ນແລ້ວ ພວກເຈົ້າແມ່ນພວກທີ່ໄດ້ເຫັນການອັດສະຈັນ ອັນຍິ່ງໃຫຍ່ເຫລົ່ານັ້ນ ຊຶ່ງອົງພຣະຜູ້ເປັນເຈົ້າໄດ້ ກະທາໍ.”
\s5
\v 8 “ຈົ່ງເຊື່ອຟັງກົດບັນຍັດທຸກຂໍ້ ທີ່ຂ້າພະເຈົ້າໄດ້ມອບໃຫ້ພວກເຈົ້າໃນວັນນີ້ ແລ້ວພວກເຈົ້າກໍຈະສາມາດຂ້າມແມ່ນໍ້າ ແລະ ຢຶດຄອງດິນແດນ ທີ່ພວກເຈົ້າກາໍລັງຈະເຂົ້າ ໄປນັ້ນ.
\v 9 ພວກເຈົ້າຈະມີຊີວິດໝັ້ນຍືນຢູ່ ໃນດິນແດນທີ່ອຸດົມສົມບູນ ແລະ ຮັ່ງມີ ທີ່ອົງພຣະຜູ້ເປັນເຈົ້າໄດ້ສັນຍາມອບໃຫ້ປູ່ຍ່າຕາຍາຍຂອງພວກເຈົ້າ ແລະ ເຊື້ອສາຍຂອງ ພວກເຂົາ.
\s5
\v 10 ດິນແດນທີ່ພວກເຈົ້າກໍາລັງຈະເຂົ້າໄປ ຢຶດຄອງນັ້ນ ບໍ່ຄືດິນແດນຂອງປະເທດເອຢິບ ບ່ອນທີ່ພວກເຈົ້າໄດ້ອາໄສຢູ່ແຕ່ກ່ອນ. ທີ່ນັ້ນ ເມື່ອພວກເຈົ້າປູກເມັດພືດ ພວກເຈົ້າຕ້ອງທາໍ ງານໜັກ ເພື່ອປ້ານຄັນຄູກັນນາໍ້ໄວ້,
\v 11 ແຕ່ໃນດິນແດນທີ່ພວກເຈົ້າ ກໍາລັງຈະເຂົ້າໄປນັ້ນ ແມ່ນດິນແດນພູດອຍ ແລະ ຮ່ອມພູ ເປັນດິນແດນທີ່ລໍ່ລ້ຽງດ້ວຍນາໍ້ຝົນ.
\v 12 ອົງພຣະ ຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ຈະເປັນຜູ້ດູແລເບິ່ງແຍງດິນແດນນີ້ ຕະຫລອດປີ.
\s5
\v 13 ສະນັ້ນແຫລະ ຈົ່ງເຊື່ອຟັງຂໍ້ຄໍາສັ່ງທີ່ຂ້າພະເຈົ້າ ໄດ້ໃຫ້ພວກເຈົ້າໃນວັນນີ້ ຈົ່ງຮັກອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ແລະ ຮັບໃຊ້ພຣະອົງດ້ວຍສຸດໃຈ.
\v 14 ຖ້າ ພວກເຈົ້າເຮັດຕາມ ພຣະອົງກໍຈະສົ່ງຝົນມາ ເທິງດິນແດນຂອງພວກເຈົ້າ ຖືກຕາມລະດູການ ໃນລະດູໃບໄມ້ຫລົ່ນ ແລະ ລະດູໃບໄມ້ປົ່ງ ເພື່ອວ່າພວກເຈົ້າຈະມີເຂົ້າ ມີເຫລົ້າ ອະງຸ່ນ ແລະ ມີນາໍ້ມັນໝາກກອກເທດ
\v 15 ທັງຫຍ້າ ສໍາລັບຝູງສັດດ້ວຍ. ພວກເຈົ້າຈະມີອາຫານກິນຕາມຄວາມຕ້ອງການ.
\s5
\v 16 ຢ່າໃຫ້ຜູ້ໃດໃນພວກເຈົ້າ ຖືກນາໍໃຫ້ຫັນໜີໄປຂາບໄຫວ້ ແລະ ຮັບໃຊ້ບັນດາພະອື່ນ.
\v 17 ຖ້າພວກເຈົ້າຂືນເຮັດ ອົງພຣະຜູ້ເປັນເຈົ້າກໍຈະໂກດຮ້າຍພວກເຈົ້າ. ພຣະອົງຈະ ກັກຝົນບໍ່ໃຫ້ຕົກ ແລະ ດິນແດນຂອງພວກເຈົ້າກໍຈະແຂງກະດ້າງ ຈົນພືດພັນເກີດບໍ່ໄດ້. ແລ້ວໃນບໍ່ດົນ ພວກເຈົ້າກໍຈະຕາຍໃນທີ່ນັ້ນ; ເຖິງແມ່ນວ່າ ເປັນດິນແດນດີທີ່ພຣະອົງມອບ ໃຫ້ພວກເຈົ້າກໍຕາມ.
\s5
\v 18 ຈົ່ງຈົດຈໍາຂໍ້ຄໍາສັ່ງເຫລົ່ານີ້ໄວ້ ໃນ ຄວາມຄິດ, ຈິດໃຈ ແລະ ຈິດວິນຍານ. ຈົ່ງມັດມັນໄວ້ທີ່ແຂນ ແລະ ແຂວນມັນໄວ້ທີ່ໜ້າຜາກ ເພື່ອເປັນສິ່ງເຕືອນໃຈ.
\v 19 ຈົ່ງສັ່ງສອນ ລູກຫລານໃຫ້ຮໍ່າຮຽນເອົາ. ຈົ່ງກ່າວຕໍ່ພວກເຂົາເຖິງກົດບັນຍັດເຫລົ່ານີ້ ບໍ່ວ່າເມື່ອພວກເຈົ້າຢູ່ໃນເຮືອນ ຫຼື ເມື່ອຈາກບ້ານໄປກໍດີ ເມື່ອ ພວກເຈົ້ານອນພັກຜ່ອນ ຫຼື ເມື່ອພວກເຈົ້າລຸກຂຶ້ນກໍດີ.
\s5
\v 20 ຈົ່ງຂຽນມັນໄວ້ ຕາມປະຕູເຮືອນ ແລະ ຕາມປະຕູຮົ້ວຂອງພວກເຈົ້າ.
\v 21 ແລ້ວພວກເຈົ້າ ແລະ ລູກຫລານຂອງພວກເຈົ້າ ກໍຈະມີອາຍຸໝັ້ນຍືນ ຢູ່ໃນດິນແດນທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ໄດ້ສັນຍາ ເພື່ອມອບໃຫ້ແກ່ປູ່ຍ່າຕາຍາຍຂອງພວກເຈົ້າ. ພວກເຈົ້າຈະໄດ້ຢູ່ໃນທີ່ນັ້ນ ຊົ່ວຟ້າດິນສະຫລາຍ.
\s5
\v 22 ຈົ່ງເຊື່ອຟັງຢ່າງສັດຊື່ ກົດບັນຍັດທຸກຂໍ້ ທີ່ຂ້າພະເຈົ້າໄດ້ມອບໃຫ້ພວກເຈົ້າ ຄື: ຈົ່ງຮັກອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ແລະ ຈົ່ງປະຕິບັດທຸກໆ ສິ່ງຕາມທີ່ພຣະອົງສັ່ງ ແລະ ຈົ່ງສັດຊື່ຕໍ່ພຣະອົງ.
\v 23 ແລ້ວອົງພຣະຜູ້ເປັນເຈົ້າ ກໍຈະຂັບໄລ່ຊົນຊາດເຫລົ່ານັ້ນ ທັງໝົດອອກໜີ ເມື່ອພວກເຈົ້າບຸກໜ້າເຂົ້າໄປ ແລະ ພວກເຈົ້າຈະໄດ້ຢຶດຄອງດິນແດນ ທີ່ເປັນຂອງຊົນຊາດອື່ນທີ່ຍິ່ງໃຫຍ່ ແລະ ມີອໍານາດກວ່າພວກເຈົ້າ.
\s5
\v 24 ດິນທຸກໆ ບ່ອນທີ່ພວກເຈົ້າຍ່າງຢຽບໄປ ຈະເປັນຂອງພວກເຈົ້າ. ເຂດແດນຂອງພວກເຈົ້າ ຈະຢຽດອອກຕັ້ງແຕ່ຖິ່ນແຫ້ງແລ້ງ ກັນດານ ໃນທິດໃຕ້ຈົນຮອດພູ ເລບານອນ ໃນທິດເໜືອ ແລະ ຕັ້ງແຕ່ແມ່ນາໍ້ ເອີຟຣັດ ທາງທິດຕາເວັນອອກ ຈົນເຖິງທະເລ ເມດີແຕຣາເນ ໃນທິດຕາເວັນຕົກ.
\v 25 ບ່ອນໃດ ກໍຕາມທີ່ພວກເຈົ້າຈະຢຽບຍ່າງເຂົ້າໄປ ໃນ ດິນແດນນັ້ນ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ຈະເຮັດໃຫ້ປະຊາຊົນເກງກົວ ພວກເຈົ້າ ຕາມທີ່ພຣະອົງໄດ້ສັນຍາໄວ້ ແລະ ຈະບໍ່ມີຜູ້ໃດກ້າຂັດຂວາງພວກເຈົ້າ.
\s5
\v 26 ວັນນີ້ ຂ້າພະເຈົ້າຈະໃຫ້ພວກເຈົ້າໄດ້ເລືອກເອົາ ລະຫວ່າງຄໍາອວຍພອນ ກັບຄໍສາບແຊ່ງ.
\v 27 ຖ້າພວກເຈົ້າປະຕິບັດຕາມຂໍ້ຄໍາສັ່ງຂອງອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ທີ່ຂ້າພະເຈົ້າກາໍລັງໃຫ້ພວກເຈົ້າໃນວັນນີ້ ພວກເຈົ້າກໍຈະໄດ້ຮັບຄໍາອວຍພອນ,
\v 28 ແຕ່ຖ້າພວກເຈົ້າ ບໍ່ປະຕິບັດຕາມຂໍ້ຄໍາສັ່ງເຫລົ່ານີ້ ແລະ ຫັນໜີໄປຂາບໄຫວ້ບັນດາພະອື່ນ ທີ່ພວກເຈົ້າບໍ່ເຄີຍຂາບໄຫວ້ມາກ່ອນ ພວກເຈົ້າກໍຈະຖືກສາບແຊ່ງ.
\s5
\v 29 ເມື່ອອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ນາໍພວກເຈົ້າເຂົ້າໄປໃນດິນແດນທີ່ພວກເຈົ້າຈະຢຶດຄອງນັ້ນ ພວກເຈົ້າຈະຕ້ອງ ປະກາດຄໍາອວຍພອນ ຈາກພູ ເກຣິຊິມ ແລະ ຄໍາສາບແຊ່ງ ຈາກພູ ເອບານ.
\v 30 (ພູສອງ ໜ່ວຍນີ້ ຢູ່ທາງທິດຕາເວັນຕົກຂອງແມ່ນາໍ້ ຈໍແດນ ໃນເຂດແດນຂອງຊາວການາອານ ທີ່ອາໄສຢູ່ໃນຮ່ອມພູ ຈໍແດນ. ມັນລ່ວງເລີຍໄປ ທາງດ້ານຕາເວັນຕົກ ບໍ່ໄກຈາກຕົ້ນໄມ້ສັກສິດ ໂມເຣ ແລະ ໃກ້ກັບເມືອງກິນການ.)
\s5
\v 31 ພວກເຈົ້າກາໍລັງຈະຂ້າມແມ່ນາໍ້ ຈໍແດນ ເຂົ້າໄປຢຶດຄອງດິນແດນ ທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ກໍາລັງຈະມອບໃຫ້. ເມື່ອພວກເຈົ້າເຂົ້າຢຶດຄອງ ດິນແດນ ແລະ ອາໄສຢູ່ໃນທີ່ນັ້ນແລ້ວ
\v 32 ຈົ່ງໃຫ້ແນ່ໃຈວ່າ ພວກເຈົ້າເຊື່ອຟັງກົດບັນຍັດທຸກຂໍ້ ທີ່ຂ້າພະເຈົ້າກໍາລັງມອບໃຫ້ພວກເຈົ້າໃນວັນນີ້.”
\s5
\c 12
\p
\v 1 “ນີ້ແມ່ນກົດບັນຍັດຕ່າງໆ ທີ່ພວກເຈົ້າຕ້ອງເຊື່ອຟັງ ຕາບໃດທີ່ພວກເຈົ້າຢູ່ໃນດິນແດນ ທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງປູ່ຍ່າຕາຍາຍຂອງພວກເຈົ້າປະທານໃຫ້. ຈົ່ງປະຕິບັດຕາມ ກົດບັນຍັດເຫລົ່ານີ້
\v 2 ໃນ ດິນແດນທີ່ພວກເຈົ້າ ກາໍລັງຈະຢຶດຄອງນີ້ ຈົ່ງທາໍລາຍບ່ອນຂາບໄຫວ້ພະຕ່າງໆ ຂອງປະຊາຊົນໃຫ້ໝົດ ບໍ່ວ່າບ່ອນນັ້ນຈະຢູ່ເທິງ ພູເຂົາສູງ ທີ່ເທິງເນີນພູ ແລະ ຢູ່ກ້ອງຕົ້ນໄມ້ໃບຂຽວກໍຕາມ.
\s5
\v 3 ຈົ່ງມ້າງແທ່ນບູຊາ ແລະ ທັບເສົາຫິນສັກສິດ ໃຫ້ແຕກເປັນປ່ຽງ ໆ. ຈົ່ງເຜົາສັນຍາລັກຂອງເຈົ້າແມ່ ອາເຊຣາ ແລະ ຕັດຮູບເຄົາຣົບຖິ້ມເປັນທ່ອນ ໆ ເພື່ອວ່າສະຖານທີ່ເຫລົ່ານັ້ນ ຈະບໍ່ເປັນທີ່ຂາບໄຫວ້ອີກຕໍ່ໄປ.
\v 4 ຢ່ານະມັດສະການອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ເໝືອນດັ່ງແບບຢ່າງຂອງປະຊາຊົນເຫລົ່ານີ້ ຂາບໄຫວ້ພະຂອງພວກເຂົາ.
\s5
\v 5 ຈົ່ງຊອກຫາບ່ອນໜຶ່ງ ໃນບັນດາເຜົ່າຂອງພວກເຈົ້າ ອົງພຣະຜູ້ເປັນເຈົ້າພຣະເຈົ້າຂອງພວກເຈົ້າ ຈະເລືອກເອົາແຫ່ງໜຶ່ງໄວ້ ທ່າມກາງປະຊາຊົນ ເພື່ອຕັ້ງພຣະນາມຊື່ຂອງພຣະອົງໃນທີ່ນັ້ນ ແລະ ສະຖິດທີ່ນັ້ນດ້ວຍ ພວກເຈົ້າຕ້ອງໄປທີ່ນັ້ນ ແລະ ນະມັດສະການພຣະອົງ.
\v 6 ໃນທີ່ນັ້ນ ພວກເຈົ້າຕ້ອງເຜົາສັດຖວາຍບູຊາດ້ວຍໄຟ ຖວາຍເຄື່ອງບູຊາຕ່າງ ໆ, ຖວາຍໜຶ່ງສ່ວນສິບ ກັບເຄື່ອງຖວາຍອື່ນ ໆ, ເຄື່ອງທີ່ໄດ້ສັນຍາຖວາຍ, ເຄື່ອງຖວາຍຕາມໃຈສະໝັກ ແລະ ລູກຫົວປີຂອງ ງົວ ແລະ ຂອງແກະທຸກໂຕ.
\s5
\v 7 ທີ່ນັ້ນ ຊ້ອງໜ້າອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ຜູ້ທີ່ອວຍພອນພວກເຈົ້າ ພວກເຈົ້າພ້ອມທັງຄອບຄົວຈະກິນ ແລະ ຊົມຊື່ນຍິນດີກັບສິ່ງດີ ນາ ໆ ປະການ ທີ່ພວກເຈົ້າໄດ້ມາ.
\s5
\v 8 ເມື່ອໄປເຖິງດິນແດນນັ້ນແລ້ວ ພວກເຈົ້າບໍ່ຕ້ອງນະມັດສະການພຣະເຈົ້າ ເໝືອນດັ່ງທີ່ເຄີຍເຮັດກັນມາ. ຈົນເຖິງບັດນີ້ ພວກເຈົ້າຍັງເຮັດຕາມໃຈປາຖະໜາຂອງຕົນເອງ
\v 9 ເພາະພວກເຈົ້າ ບໍ່ທັນໄດ້ເຂົ້າໄປໃນດິນແດນ ທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ປະທານໃຫ້ພວກເຈົ້າເທື່ອ ຄືບ່ອນທີ່ພວກເຈົ້າຈະຢູ່ຢ່າງສະຫງົບສຸກ.
\s5
\v 10 ເມື່ອພວກເຈົ້າຂ້າມແມ່ນາໍ້ ຈໍແດນ ໄປ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ຈະນໍາພາພວກເຈົ້າເຂົ້າຢຶດຄອງດິນແດນ ແລະ ອາໄສຢູ່ໃນທີ່ນັ້ນ. ພຣະອົງຈະຮັກສາພວກເຈົ້າ ໃຫ້ພົ້ນຈາກສັດຕູທັງປວງ ແລະ ພວກເຈົ້າຈະຢູ່ຢ່າງສະຫງົບສຸກ.
\v 11 ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ຈະເລືອກເອົາແຫ່ງດຽວໃຫ້ເປັນບ່ອນນະມັດສະການພຣະອົງ ແລະ ທີ່ນັ້ນພວກເຈົ້າຕ້ອງນາໍເອົາທຸກ ໆ ສິ່ງທີ່ຂ້າພະເຈົ້າໄດ້ສັ່ງໄປ ຖວາຍແກ່ພຣະອົງ ດັ່ງນີ້: ສັດສໍາລັບເຜົາບູຊາ ແລະ ເຄື່ອງບູຊາຕ່າງ ໆ, ເຄື່ອງຖວາຍໜຶ່ງສ່ວນສິບ ກັບເຄື່ອງຖວາຍອື່ນ ໆ, ພ້ອມທັງເຄື່ອງຖວາຍພິເສດ ທີ່ພວກເຈົ້າໄດ້ສັນຍາວ່າ ຈະຖວາຍແກ່ອົງພຣະຜູ້ເປັນເຈົ້າ.
\s5
\v 12 ຈົ່ງຊົມຊື່ນຍິນດີ ຢູ່ຊ້ອງໜ້າອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ພ້ອມກັບລູກຫລານຂອງພວກເຈົ້າ, ຄົນຮັບໃຊ້ຂອງພວກເຈົ້າ ແລະ ຊາວເລວີ ທີ່ອາໄສຢູ່ໃນເມືອງ ຂອງພວກເຈົ້າ; ຈົ່ງຈົດຈາໍໄວ້ວ່າ ຊາວເລວີ ຈະບໍ່ມີດິນແດນເປັນຂອງຕົນເອງ.
\s5
\v 13 ພວກເຈົ້າບໍ່ຕ້ອງຖວາຍເຄື່ອງບູຊາ ບ່ອນໃດກໍຕາມທີ່ພວກເຈົ້າເລືອກເອົາເອງ
\v 14 ພວກເຈົ້າຕ້ອງຖວາຍເຄື່ອງບູຊາ ໃນບ່ອນ ໜຶ່ງເທົ່ານັ້ນ ທີ່ອົງພຣະຜູ້ເປັນເຈົ້າຈະເລືອກໃຫ້ ໃນເຂດແດນເຜົ່າໜຶ່ງຂອງພວກເຈົ້າ. ໃນ ບ່ອນດັ່ງກ່າວນີ້ເທົ່ານັ້ນ ທີ່ພວກເຈົ້າຕ້ອງ ຖວາຍເຄື່ອງເຜົາບູຊາ ແລະ ເຮັດທຸກສິ່ງ ທັງໝົດທີ່ຂ້າພະເຈົ້າໄດ້ສັ່ງພວກເຈົ້າ.
\s5
\v 15 ແຕ່ພວກເຈົ້າມີອິດສະຫລະ ທີ່ຈະຂ້າແລະກິນສັດຂອງຕົນ ບ່ອນໃດກໍຕາມທີ່ພວກເຈົ້າຈະອາໄສຢູ່. ພວກເຈົ້າຈະກິນຫລາຍເທົ່າໃດກໍໄດ້ ຕາມທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ໂຜດໃຫ້ພວກເຈົ້າ. ພວກເຈົ້າທຸກຄົນ ບໍ່ວ່າເປັນມົນທິນ ຫລື ບໍ່ເປັນມົນທິນກໍຕາມ ກິນສັດນັ້ນໄດ້ເໝືອນດັ່ງກິນຊີ້ນກວາງ ຫລື ຊີ້ນຟານ.
\v 16 ແຕ່ພວກເຈົ້າບໍ່ຕ້ອງກິນເລືອດສັດ ສໍາລັບເປັນອາຫານ; ໃຫ້ເທລົງດິນເໝືອນດັ່ງເທນໍ້າ.
\s5
\v 17 ພວກເຈົ້າບໍ່ມີສິດກິນເຄື່ອງໃດ ໆ ທີ່ໄດ້ຖວາຍແລ້ວ ໃນບ່ອນທີ່ພວກເຈົ້າອາໄສຢູ່ນັ້ນ ເຊັ່ນ: ໜຶ່ງສ່ວນສິບຂອງພືດຜົນເປັນເມັດ, ເຫລົ້າອະງຸ່ນ, ນາໍ້ມັນໝາກກອກເທດ, ລູກຫົວປີຂອງງົວແລະແກະ, ພ້ອມຂອງຖວາຍທີ່ພວກເຈົ້າສັນຍາແລ້ວ ວ່າຈະຖວາຍ ແກ່ອົງພຣະຜູ້ເປັນເຈົ້າ, ເຄື່ອງຖວາຍຕາມໃຈ ສະໝັກ ຫລື ເຄື່ອງຖວາຍອື່ນ ໆ ຢ່າງໃດຢ່າງໜຶ່ງ
\s5
\v 18 ໃຫ້ພວກເຈົ້າພ້ອມລູກເມຍ ກັບຄົນຮັບໃຊ້ ແລະ ຊາວເລວີ ທີ່ອາໄສຢູ່ໃນເມືອງພວກເຈົ້າ ພາກັນກິນຂອງຖວາຍເຫລົ່ານີ້ຢູ່ຊ້ອງໜ້າອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ໃນບ່ອນນະມັດສະການແຫ່ງດຽວ ທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ໄດ້ເລືອກໄວ້ ແລະພວກເຈົ້າກໍຈະດີໃຈໃນທີ່ນັ້ນ ເພາະສິ່ງທີ່ພວກເຈົ້າໄດ້ເຮັດ.
\v 19 ຈົ່ງໃຫ້ແນ່ໃຈ ເໝືອນກັນວ່າ ຊາວເລວີ ບໍ່ໄດ້ຖືກປ່ອຍປະ ຕາບໃດທີ່ພວກເຈົ້າອາໄສຢູ່ໃນດິນແດນນີ້.
\s5
\v 20 ເມື່ອອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ຂະຫຍາຍເຂດແດນອອກດັ່ງທີ່ພຣະອົງສັນຍາໄວ້ແລ້ວ ພວກເຈົ້າກໍຈະກິນ ຊີ້ນບ່ອນໃດກໍຕາມ ໄດ້ຕາມຄວາມຕ້ອງການ
\s5
\v 21 ຖ້າບ່ອນນະມັດສະການແຫ່ງດຽວຢູ່ໄກເກີນໄປ ພວກເຈົ້າກໍອາດຂ້າສັດລ້ຽງໂຕໃດ ໂຕໜຶ່ງ ຫລື ແກະທີ່ອົງພຣະຜູ້ເປັນເຈົ້າໄດ້ໂຜດໃຫ້ພວກເຈົ້າ ເມື່ອໃດກໍໄດ້ ແລະ ພວກເຈົ້າອາດກິນຊີ້ນ ທີ່ເຮືອນຕາມທີ່ຂ້າພະເຈົ້າ ໄດ້ບອກພວກເຈົ້າ.
\v 22 ຜູ້ໃດຜູ້ໜຶ່ງ ທີ່ເປັນມົນທິນ ຫລື ບໍ່ເປັນມົນທິນຕາມກົດບັນຍັດ ກິນຊີ້ນນັ້ນໄດ້ ເໝືອນກັບກິນຊີ້ນກວາງ ຫລື ຊີ້ນຟານ.
\s5
\v 23 ແຕ່ຢ່າກິນຊີ້ນ ທີ່ຍັງມີເລືອດຢູ່ໃນນັ້ນ ເພາະຊີວິດແມ່ນຢູ່ໃນເລືອດ ແລະ ພວກເຈົ້າ ບໍ່ຕ້ອງກິນຊີວິດພ້ອມກັບຊີ້ນ.
\v 24 ຢ່າກິນເລືອດສັດ ສໍາລັບເປັນອາຫານ ແຕ່ໃຫ້ເທລົງ ດິນເໝືອນດັ່ງເທນາໍ້.
\v 25 ຖ້າພວກເຈົ້າເຊື່ອຟັງຄໍາສັ່ງນີ້ ອົງພຣະຜູ້ເປັນເຈົ້າກໍຈະພໍໃຈ ແລະ ພວກເຈົ້າຈະຢູ່ເຢັນເປັນສຸກຕະຫລອດ ທັງເຊື້ອສາຍຂອງພວກເຈົ້າ.
\s5
\v 26 ຈົ່ງນາໍເອົາເຄື່ອງຖວາຍ ແລະ ຂອງຖວາຍຕ່ າງ ໆ ທີ່ພວກເຈົ້າໄດ້ສັນຍາວ່າຈະຖວາຍ ແກ່ອົງພຣະຜູ້ເປັນເຈົ້າ ໄປຍັງສະຖານທີ່ນະມັດສະການແຫ່ງດຽວ.
\v 27 ໃນທີ່ນັ້ນ ຈົ່ງເຜົາເຄື່ອງຖວາຍບູຊາດ້ວຍໄຟ ທັງຊີ້ນ ແລະເລືອດເທິງແທ່ນບູຊາ ແກ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ. ເໝືອນກັນ ຈົ່ງຖວາຍເຄື່ອງບູຊາເຫລົ່ານັ້ນ ໃນບ່ອນທີ່ພວກເຈົ້າກິນຊີ້ນ ແລະ ເທເລືອດໃສ່ເທິງແທ່ນບູຊາ.
\s5
\v 28 ຈົ່ງລະວັງໃຫ້ດີ ແລະ ຈົ່ງເຊື່ອຟັງຢ່າງ ສັດຊື່ ໃນທຸກໆສິ່ງທີ່ຂ້າພະເຈົ້າໄດ້ສັ່ງພວກເຈົ້າ; ແລ້ວພວກເຈົ້າ ພ້ອມທັງລູກຫລານ ກໍຈະຢູ່ເຢັນເປັນສຸກຕະຫລອດໄປ ເພາະພວກເຈົ້າຈະເຮັດສິ່ງທີ່ຖືກຕ້ອງ ແລະ ສິ່ງທີ່ພໍໃຈແກ່ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ.”
\s5
\v 29 “ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ຈະທາໍລາຍຊົນຊາດຕ່າງ ໆ ເມື່ອພວກເຈົ້າບຸກລຸກດິນແດນຂອງພວກເຂົາ ແລະ ພວກເຈົ້າກໍຈະຢຶດຄອງ ແລະ ຕັ້ງຖິ່ນຖານຢູ່ທີ່ນັ້ນ.
\v 30 ຫລັງຈາກທີ່ອົງພຣະຜູ້ເປັນເຈົ້າ ໄດ້ທາໍລາຍຊົນຊາດເຫລົ່ານັ້ນແລ້ວ ຢ່າໄດ້ເຮັດຕາມແບບຢ່າງການປະຕິບັດ ທາງສາສະໜາຂອງພວກເຂົາ ບໍ່ດັ່ງນັ້ນມັນຈະເປັນການທາໍລາຍພວກເຈົ້າເອງ. ຢ່າ ພະຍາຍາມຊອກຮູ້ວ່າ ພວກເຂົາຂາບໄຫວ້ພະຂອງພວກເຂົາຢ່າງໃດ ເພື່ອພວກເຈົ້າຈະບໍ່ໄດ້ຮຽນແບບຂອງພວກເຂົາ.
\s5
\v 31 ຢ່ານະມັດສະການອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ເໝືອນດັ່ງທີ່ພວກເຂົາຂາບໄຫວ້ ບັນດາພະຂອງພວກເຂົາ ເພາະໃນການຂາບໄຫວ້ ບັນດາພະຂອງພວກເຂົານັ້ນ ພວກເຂົາໄດ້ເຮັດສິ່ງທີ່ໜ້າລັງກຽດ ທຸກຢ່າງ ຊຶ່ງອົງພຣະຜູ້ເປັນເຈົ້າກຽດຊັງທີ່ສຸດ. ພວກເຂົາເຜົາແມ່ນແຕ່ລູກຊາຍ ລູກສາວ ຂອງພວກເຂົາເອງເທິງແທ່ນບູຊາ.
\v 32 ຈົ່ງເຮັດທຸກສິ່ງຕາມທີ່ຂ້າພະເຈົ້າໄດ້ສັ່ງໄວ້; ຢ່າຕື່ມສິ່ງໃດສິ່ງໜຶ່ງ ຫລື ຕັດສິ່ງໃດສິ່ງໜຶ່ງເດັດຂາດ.”
\s5
\c 13
\p
\v 1 “ຜູ້ທາໍນວາຍ ຫລື ຜູ້ແກ້ຄວາມຝັນອາດສັນຍາວ່າ ຈະມີສິ່ງອັດສະຈັນ ຫລື ການອິດທິຣິດຕ່າງ ໆ ເກີດຂຶ້ນ
\v 2 ເພື່ອຊັກຊວນ ພວກເຈົ້າໄປຂາບໄຫວ້ ແລະ ຮັບໃຊ້ບັນດາພະທີ່ພວກເຈົ້າບໍ່ເຄີຍເຮັດມາກ່ອນ. ເຖິງວ່າ ສິ່ງທີ່ລາວໄດ້ສັນຍາໄວ້ນັ້ນ ຈະເປັນຄວາມຈິງກໍຕາມ
\v 3 ຢ່າສົນໃຈເຂົາເລີຍ. ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າພວມໃຊ້ເຂົາມາທົດລອງເບິ່ງພວກເຈົ້າ ເພື່ອຢາກຮູ້ວ່າ ພວກເຈົ້າຮັກອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ດ້ວຍສຸດໃຈພວກເຈົ້າ ຫລືບໍ່.
\s5
\v 4 ຈົ່ງຕິດຕາມອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ແລະ ຍ້ອງຍໍສັນລະເສີນໃຫ້ກຽດພຣະອົງ ຈົ່ງເຊື່ອຟັງພຣະອົງ ແລະ ປະຕິບັດຕາມຂໍ້ຄໍາສັ່ງຂອງພຣະອົງ ຈົ່ງນະມັດສະການພຣະອົງ ແລະ ຈົ່ງສັດຊື່ຕໍ່ພຣະອົງ.
\v 5 ແຕ່ຜູ້ທີ່ແກ້ຄວາມຝັນ ຫລື ຜູ້ທາໍນວາຍທີ່ບອກພວກເຈົ້າໃຫ້ກະບົດ ຕໍ່ສູ້ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ອົງທີ່ໄດ້ຊ່ວຍກູ້ເອົາພວກເຈົ້າ ອອກມາຈາກປະເທດເອຢິບ ບ່ອນທີ່ພວກເຈົ້າເຄີຍຕົກເປັນທາດ. ຄົນຊົ່ວຮ້າຍຢ່າງນີ້ຊັກຊວນພວກເຈົ້າ ໃຫ້ໜີຈາກທາງດໍາເນີນຊີວິດ ທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ໄດ້ສັ່ງໄວ້ໃຫ້ເດີນຕາມ. ຈົ່ງກາໍຈັດຄວາມຊົ່ວຮ້າຍນີ້ ໃຫ້ດັບສິ້ນໄປຈາກທ່າມກາງພວກເຈົ້າ ພວກເຂົາຕ້ອງຖືກລົງໂທດເຖິງຕາຍ.
\s5
\v 6 ເຖິງແມ່ນ ອ້າຍເອື້ອຍນ້ອງຂອງພວກເຈົ້າ ຫລື ລູກຊາຍ ລູກສາວ ຫລື ເມຍທີ່ຮັກ ຫລື ໝູ່ເພື່ອນທີ່ສະໜິດສະໜົມ ອາດຊັກຊວນ ພວກເຈົ້າຢ່າງລັບ ໆ ໃຫ້ຂາບໄຫວ້ບັນດາ ພະອື່ນ ຄື ບັນດາພະຊຶ່ງພວກເຈົ້າ ແລະ ປູ່ຍ່າຕາຍາຍຂອງພວກເຈົ້າບໍ່ເຄີຍຂາບໄຫວ້.
\v 7 ຄົນໜຶ່ງໃນພວກເຂົາຊັກຊວນພວກເຈົ້າ ໃຫ້ຂາບໄຫວ້ບັນດາພະຂອງຊົນຊາດອື່ນທີ່ຢູ່ໃກ້ ຫຼືຢູ່ໄກພວກເຈົ້າ ຫລື ໃນທ່າມກາງບັນດາພະຂອງຊົນຊາດອື່ນນັ້ນ.
\s5
\v 8 ຢ່າປ່ອຍໃຫ້ລາວຊັກຊວນພວກເຈົ້າ ແລະ ຢ່າຟັງຄວາມລາວ. ຢ່າສະແດງຄວາມເມດຕາປານີ ແລະ ຢ່າປ້ອງກັນລາວໄວ້.
\v 9 ຈົ່ງປະຫານຊີວິດລາວເສຍ ໃຫ້ເຈົ້າເປັນຄົນທາໍອິດທີ່ແກວ່ງກ້ອນຫິນໃສ່ລາວ ແລະ ໃຫ້ຄົນອື່ນແກວ່ງກ້ອນຫິນໃສ່ເໝືອນກັນ.
\s5
\v 10 ຈົ່ງແກວ່ງກ້ອນຫິນໃສ່ລາວ ໃຫ້ຕາຍ ເພາະລາວຊັກຊວນນາໍພາພວກເຈົ້າ ໃຫ້ໜີຈາກອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ຜູ້ທີ່ໄດ້ຊ່ວຍກູ້ເອົາພວກເຈົ້າອອກມາ ຈາກປະເທດເອຢິບ ບ່ອນທີ່ພວກເຈົ້າເຄີຍຕົກເປັນທາດ.
\v 11 ແລ້ວຊາວອິດສະຣາເອນ ທັງໝົດກໍຈະໄດ້ຍິນສິ່ງທີ່ພວກເຈົ້າໄດ້ເຮັດ ພວກເຂົາຈະຢ້ານກົວ ແລະ ຈະບໍ່ມີໃຜກ້າເຮັດສິ່ງຊົ່ວຮ້າຍ ໃນທ່າມກາງພວກເຈົ້າອີກ.
\s5
\v 12 ເມື່ອພວກເຈົ້າອາໄສ ຢູ່​ໃນເມືອງຕ່າງໆ ທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ມອບໃຫ້ນັ້ນ ພວກເຈົ້າອາດຈະໄດ້ຍິນ
\v 13 ວ່າ ມີຄົນຊົ່ວຮ້າຍທີ່ອອກໄປຈາກທ່າມກາງພວກເຈົ້າ ໄດ້ຊັກຊວນປະຊາຊົນໃນເມືອງ ນັ້ນໄປໃນທາງຜິດ ຄື ໃຫ້ຂາບໄຫວ້ບັນດາ ພະຊຶ່ງພວກເຈົ້າ ບໍ່ເຄີຍຂາບໄຫວ້ມາກ່ອນ.
\v 14 ຖ້າພວກເຈົ້າໄດ້ຍິນຂ່າວເລົ່າລືເຊັ່ນນັ້ນ ຈົ່ງສືບສວນເບິ່ງຢ່າງຖ້ວນຖີ່ ແລະ ຖ້າສິ່ງຊົ່ວຮ້າຍນັ້ນ ເກີດຂຶ້ນແທ້
\s5
\v 15 ໃຫ້ຂ້າຊາວເມືອງໝົດທຸກຄົນຖິ້ມ ຕະຫລອດທັງຝູງສັດຂອງພວກເຂົາດ້ວຍ ຄື ທາໍລາຍເມືອງໃຫ້ກ້ຽງ.
\v 16 ໃຫ້ຂົນເອົາຊັບສິນຂອງຊາວເມືອງອອກມາກອງຢູ່ທີ່ສີ່ແຍກກາງເມືອງ ແລະ ຈູດເມືອງ ພ້ອມທັງເຜົາ ທຸກໆ ສິ່ງໃນເມືອງນັ້ນ ເປັນການຖວາຍບູຊາ ແກ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ. ຈົ່ງປ່ອຍໃຫ້ເປັນເມືອງຮ້າງ ຢູ່ຢ່າງນັ້ນ ຕະຫລອດໄປ ແລະ ຢ່າສ້າງຂຶ້ນໃໝ່ເປັນເດັດຂາດ.
\s5
\v 17 ຢ່າເອົາສິ່ງຂອງໃດ ໆ ທີ່ຈະຕ້ອງສາບແຊ່ງ ແລະ ທາໍລາຍຖິ້ມນັ້ນມາເປັນຂອງຕົນ ແລ້ວອົງພຣະຜູ້ເປັນເຈົ້າກໍຈະເຊົາໂກດຮ້າຍ ແລະ ຫັນມາເມດຕາພວກເຈົ້າ. ພຣະອົງຈະເມດຕາພວກເຈົ້າ ແລະ ຈະໃຫ້ພວກເຈົ້າ ມີປະຊາຊົນເພີ່ມພູນຂຶ້ນເປັນຈາໍນວນຫລວງຫລາຍ ຕາມທີ່ພຣະອົງໄດ້ສັນຍາໄວ້ກັບປູ່ຍ່າຕາຍາຍຂອງພວກເຈົ້າ
\v 18 ຖ້າພວກເຈົ້າເຊື່ອຟັງອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ດ້ວຍການປະຕິບັດ ຕາມຄໍາສັ່ງທຸກຂໍ້ຂອງພຣະອົງ ທີ່ຂ້າພະເຈົ້າ ໄດ້ມອບໃຫ້ພວກເຈົ້າໃນວັນນີ້ ແລະ ເຮັດຕາມຢ່າງຖືກຕ້ອງຕໍ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ.”
\s5
\c 14
\p
\v 1 “ພວກເຈົ້າເປັນລູກຂອງອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ. ດັ່ງນັ້ນ ຢ່າປາດເນື້ອເຖືອໜັງຕົນເອງ ຫລື ແຖຫົວທາງດ້ານໜ້າ ເມື່ອມີຄົນຕາຍ.
\v 2 ພວກເຈົ້າ ເປັນພວກບໍຣິສຸດ ຂອງອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ພຣະອົງໄດ້ເລືອກ ພວກເຈົ້າໃຫ້ເປັນໄພ່ພົນຂອງພຣະອົງ ຈາກ ປະຊາຊາດທົ່ວເທິງແຜ່ນດິນໂລກນີ້.”
\s5
\v 3 “ຢ່າກິນສິ່ງໃດ ສິ່ງໜຶ່ງທີ່ໄດ້ຖືວ່າເປັນມົນທິນ.
\v 4 ສັດທີ່ພວກເຈົ້າກິນໄດ້ນັ້ນ ມີດັ່ງນີ້: ງົວ, ແກະ, ແບ້,
\v 5 ກວາງ, ແກະປ່າ, ແບ້ປ່າ ຫລື ຟານ
\s5
\v 6 ຄື ສັດທັງຫລາຍທີ່ມີໂບກຕີນເປັນກີບ ແລະ ຄ້ຽວເອື້ອງໄດ້ທຸກຊະນິດ.
\v 7 ແຕ່ຢ່າກິນສັດຊະນິດອື່ນໃດ ນອກຈາກທີ່ມີໂບກຕີນເປັນກີບ ແລະ ຄ້ຽວເອື້ອງໄດ້ເທົ່ານັ້ນ. ຢ່າກິນອູດ, ກະຕ່າຍ ຫລື ເໝັ້ນ. ສັດເຫລົ່ານັ້ນເປັນມົນທິນ ມັນຄ້ຽວເອື້ອງ ແຕ່ບໍ່ມີໂບກຕີນເປັນກີບ.
\s5
\v 8 ຢ່າກິນໝູ ເພາະໝູເປັນທີ່ຖືວ່າ ເປັນມົນທິນ. ມັນບໍ່ຄ້ຽວເອື້ອງ ແຕ່ມີໂບກຕີນເປັນກີບ. ຢ່າກິນສັດເຫລົ່ານີ້ ແລະ ຢ່າແຕະຕ້ອງ ແມ່ນແຕ່ຊາກສົບຂອງມັນ.
\s5
\v 9 ພວກເຈົ້າກິນປາທຸກ ໆ ຊະນິດທີ່ມີຄີ ແລະ ມີເກັດໄດ້
\v 10 ແຕ່ສັດໃດ ໆ ທີ່ອາໄສ ຢູ່ໃນນໍ້າ ທີ່ບໍ່ມີຄີແລະເກັດ ຢ່າກິນເດັດຂາດ ເພາະຖືວ່າເປັນມົນທິນ.
\s5
\v 11 ສ່ວນນົກຊະນິດ ທີ່ບໍ່ເປັນມົນທິນນັ້ນ ເຈົ້າກິນໄດ້.
\v 12-18 ແຕ່ຢ່າກິນນົກຊະນິດເຫລົ່ານີ້: ນົກອີນຊີ, ນົກເຄົ້າ, ແຫລວດໍາ, ແຫລວຫາງຍາວ, ແຫລວດໍາ ຕາມຊະນິດຂອງມັນ, ແຮ້ງ, ກາ, ນົກກະຈອກເທດ, ນົກນາງນວນ, ນົກກະສາ, ນົກຍາງ, ນົກກະທຸງ, ນົກເປັດ, [ນ] ນົກຫອນຍາວ ແລະ ເຈຍ.
\s5
\v 19 ແມງໄມ້ທີ່ມີປີກ ທຸກ ໆ ຊະນິດເປັນມົນທິນ ຢ່າກິນສັດເຫລົ່ານີ້.
\v 20 ແຕ່ພວກເຈົ້າອາດຈະກິນແມງໄມ້ ທີ່ບໍ່ເປັນມົນທິນໄດ້.
\s5
\v 21 ຢ່າກິນສັດໃດ ໆ ທີ່ຕາຍເອງ. ພວກເຈົ້າ ອາດຈະເອົາໃຫ້ຊາວຕ່າງດ້າວ ທີ່ອາໄສຢູ່ທ່າມກາງພວກເຈົ້າກິນໄດ້ ຫລື ຂາຍໃຫ້ຄົນຕ່າງດ້າວພວກອື່ນ ໆ ໄດ້. ສ່ວນພວກເຈົ້າເປັນພວກບໍຣິສຸດຂອງອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ. ຢ່າຕົ້ມຊີ້ນລູກແກະ ຫລື ລູກແບ້ ດ້ວຍນາໍ້ນົມຂອງແມ່ມັນ.”
\s5
\v 22 “ຈົ່ງແບ່ງຜົນລະປູກ ທີ່ໄດ້ຈາກໄຮ່ນາ ຮົ້ວສວນຂອງພວກເຈົ້າແຕ່ລະປີນັ້ນ ອອກມາ ເປັນສິບສ່ວນ ແລະ ຫັກເອົາໜຶ່ງສ່ວນໄວ້.
\v 23 ແລ້ວຈົ່ງໄປຍັງແຫ່ງດຽວເທົ່ານັ້ນ ທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ໄດ້ເລືອກໄວ້ໃຫ້ນະມັດສະການ. ຈົ່ງກິນພືດຜົນ ເປັນເມັດ, ດື່ມເຫລົ້າອະງຸ່ນ ແລະ ນາໍ້ມັນໝາກກອກເທດ ລູກຫົວປີຂອງງົວ ແລະ ຂອງແກະ ທີ່ໄດ້ຖືກນາໍມາຖວາຍເປັນໜຶ່ງສ່ວນສິບ ຊ້ອງໜ້າພຣະອົງໃນທີ່ນັ້ນ. ຈົ່ງປະຕິບັດເຊັ່ນນີ້ ເພື່ອວ່າພວກເຈົ້າຈະໄດ້ຮຽນຮູ້ຢໍາເກງ ໃຫ້ກຽດແກ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າຕະຫລອດໄປ.
\s5
\v 24 ຖ້າສະຖານທີ່ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ໄດ້ເລືອກໄວ້ນັ້ນຢູ່ໄກຈາກເຮືອນຂອງພວກເຈົ້າໂພດ ສໍາລັບນາໍ ເຄື່ອງຖວາຍໜຶ່ງສ່ວນສິບ ທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ໄດ້ອວຍພອນ ນັ້ນ ໃຫ້ປະຕິບັດດັ່ງນີ້:
\v 25 ຈົ່ງຂາຍພືດຜົນນັ້ນ ແລະ ນາໍເງິນໄປຍັງບ່ອນອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ໄດ້ເລືອກໄວ້.
\s5
\v 26 ແລ້ວຈົ່ງຊື້ສິ່ງທີ່ພວກເຈົ້າຕ້ອງການ ເຊັ່ນ: ງົວ, ແກະ, ເຫລົ້າອະງຸ່ນ ແລະ ເຄື່ອງດື່ມ ອື່ນ ໆ. ໃຫ້ພວກເຈົ້າ ກັບໄທເຮືອນ ຂອງພວກເຈົ້າກິນ ແລະ ດື່ມຢ່າງຊົມຊື່ນຍິນດີ ີ ຊ້ອງໜ້າອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ໃນທີ່ນັ້ນ.
\v 27 ຢ່າໄດ້ປ່ອຍປະ ຊາວເລວີ ທີ່ອາໄສຢູ່ໃນເມືອງຕ່າງ ໆ ຂອງພວກເຈົ້າ ເພາະພວກເຂົາບໍ່ມີຊັບສົມບັດໃດ ໆ ເລີຍເປັນຂອງຕົນເອງ.
\s5
\v 28 ທຸກ ໆ ທ້າຍສາມ ປີໃດ ໃຫ້ພວກເຈົ້າ ນາໍໜຶ່ງສ່ວນສິບ ພືດຜົນທັງໝົດຂອງພວກເຈົ້າມາໄວ້ຢູ່ໃນເມືອງ.
\v 29 ອາຫານນີ້ແມ່ນ ສໍາລັບພວກເລວີ ໃນເມື່ອພວກເຂົາບໍ່ມີຊັບສົມບັດໃດ ໆ ເປັນຂອງຕົນເອງ ແລະ ສໍາລັບຊາວຕ່າງດ້າວ ລູກກາໍພ້າ ແລະ ແມ່ໝ້າຍ ທີ່ອາໄສຢູ່ໃນເມືອງຕ່າງໆ ຂອງພວກເຈົ້າ. ພວກເຂົາຈະໄດ້ມາຮັບເອົາໄປກິນຕາມຄວາມ ຕ້ອງການຂອງພວກເຂົາ. ຈົ່ງປະຕິບັດເຊັ່ນນີ້ ແລ້ວອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ກໍຈະອວຍພອນທຸກ ໆ ສິ່ງທີ່ພວກເຈົ້າເຮັດ.”
\s5
\c 15
\p
\v 1 “ເມື່ອຄົບທຸກ ໆ ເຈັດປີໃດ ຈົ່ງຍົກົໜີ້ໃຫ້ ແກ່ຜູ້ທີ່ຢືມເງິນຂອງພວກເຈົ້າ.
\v 2 ການຍົກໜີ້ນັ້ນ ໃຫ້ປະຕິບັດດັ່ງນີ້: ທຸກຄົນທີ່ໃຫ້ພີ່ນ້ອງ ຊາວອິດສະຣາເອນ ຢືມເງິນ ຈົ່ງຍົກໜີ້ໃຫ້ເຂົາ ຢ່າພະຍາຍາມທວງໜີ້ນັ້ນຄືນ ເພາະແມ່ນອົງພຣະຜູ້ເປັນເຈົ້າເອງ ທີ່ໄດ້ປະກາດຍົກໜີ້ນັ້ນໃຫ້.
\v 3 ພວກເຈົ້າທວງໜີ້ ຈາກຄົນຕ່າງດ້າວໄດ້ ແຕ່ຢ່າທວງໜີ້ຈາກຄົນໃນຊົນຊາດດຽວກັນ.
\s5
\v 4 ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ຈະອວຍພອນພວກເຈົ້າ ໃນດິນແດນທີ່ພຣະອົງກາໍລັງຈະມອບໃຫ້ນີ້. ບໍ່ມີໃຜໃນປະຊາຊົນຂອງພວກເຈົ້າຈະຍາກຈົນ
\v 5 ຖ້າພວກເຈົ້າເຊື່ອຟັງອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ແລະ ຢຶດຖືຢ່າງຕັ້ງ ໜ້າຕາມທຸກ ໆ ສິ່ງທີ່ຂ້າພະເຈົ້າໄດ້ສັ່ງພວກເຈົ້າໄວ້ໃນວັນນີ້.
\v 6 ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ຈະອວຍພອນພວກເຈົ້າ ຕາມທີ່ພຣະອົງໄດ້ສັນຍາໄວ້. ພວກເຈົ້າ ຈະໃຫ້ຫລາຍຊົນຊາດຢືມເງິນ, ແຕ່ພວກເຈົ້າ ຈະບໍ່ໄດ້ຢືມເງິນຈາກຊາດໃດ; ພວກເຈົ້າຈະ ໄດ້ຄວບຄຸມຫລາຍຊາດ ແຕ່ຈະບໍ່ມີຊາດໃດ ໄດ້ຄວບຄຸມພວກເຈົ້າ.
\s5
\v 7 ຖ້າມີພີ່ນ້ອງຊາວອິດສະຣາເອນ ຜູ້ໃດທີ່ຢູ່ຕາມເມືອງຕ່າງໆ ໃນດິນແດນທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າໄດ້ມອບໃຫ້ ແກ່ພວກເຈົ້ານັ້ນມີຄວາມຂັດສົນ ກໍຢ່າໄດ້ເປັນຄົນໃຈຄັບແຄບ ແລະ ປະຕິເສດ ທີ່ຈະຊ່ວຍເຫລືອພວກເຂົາ.
\v 8 ແຕ່ຈົ່ງເປັນຄົນໃຈກວ້າງຂວາງ ແລະ ໃຫ້ຢືມຕາມທີ່ລາວຕ້ອງການ.
\s5
\v 9 ຢ່າປະຕິເສດໃຫ້ລາວຢືມ ໂດຍເຫັນແກ່ປີແຫ່ງການຍົກໜີ້ ໃກ້ຈະມາເຖິງ. ຢ່າໃຫ້ຄວາມຄິດບໍ່ດີເຊັ່ນນີ້ ມີຢູ່ໃນຈິດໃຈຂອງພວກເຈົ້າເລີຍ. ຖ້າພວກເຈົ້າບໍ່ຍອມໃຫ້ກູ້ຢືມ ເມື່ອລາວຮ້ອງຫາອົງພຣະຜູ້ເປັນເຈົ້າ ພວກເຈົ້າກໍຈະເປັນຝ່າຍຜິດ.
\v 10 ຈົ່ງໃຫ້ລາວຢືມດ້ວຍຄວາມເຕັມໃຈ ແລະ ຢ່າມີຈິດໃຈຄັບແຄບ ແລ້ວອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ກໍຈະອວຍພອນທຸກໆ ສິ່ງທີ່ພວກເຈົ້າເຮັດ.
\s5
\v 11 ຄົນຍາກຈົນກັບຄົນຂັດສົນ ຈະມີຢູ່ບໍ່ຂາດໃນດິນແດນຂອງພວກເຈົ້າ. ສະນັ້ນແຫລະ ຂ້າພະເຈົ້າຈຶ່ງສັ່ງພວກເຈົ້າໃຫ້ມີຈິດໃຈກວ້າງຂວາງຕໍ່ພວກເຂົາ.”
\s5
\v 12 “ຖ້າພີ່ນ້ອງຊາວອິດສະຣາເອນຜູ້ໜຶ່ງ ບໍ່ວ່າຊາຍ ຫລື ຍິງກໍດີ ຂາຍຕົວເອງ [ບ] ເປັນຄົນຮັບໃຊ້ ໃຫ້ພວກເຈົ້າປ່ອຍລາວເປັນອິດສະຫລະ ຫລັງຈາກລາວໄດ້ຮັບໃຊ້ພວກເຈົ້າເປັນເວລາຫົກປີ. ເມື່ອປີທີເຈັດມາເຖິງ ໃຫ້ພວກເຈົ້າປ່ອຍລາວເປັນອິດສະຫລະ.
\v 13 ເມື່ອພວກເຈົ້າປ່ອຍລາວໄປນັ້ນ ຢ່າໃຫ້ລາວກັບໄປມືເປົ່າ.
\v 14 ຈົ່ງແບ່ງປັນສິ່ງທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ໄດ້ອວຍພອນພວກເຈົ້າ ດ້ວຍໃຈກວ້າງຂວາງ ເຊັ່ນ: ແກະ, ເຂົ້າ ແລະ ເຫລົ້າອະງຸ່ນ.
\s5
\v 15 ຈົ່ງຈົດຈາໍໄວ້ວ່າ ພວກເຈົ້າເຄີຍຕົກເປັນທາດຮັບໃຊ້ຢູ່ໃນປະເທດເອຢິບ ແລະ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ໄດ້ປົດປ່ອຍພວກເຈົ້າ ໃຫ້ເປັນອິດສະຫລະ; ສະນັ້ນແຫລະ ຂ້າພະເຈົ້າຈຶ່ງມອບຄໍາສັ່ງນີ້ ໃຫ້ແກ່ພວກເຈົ້າ.
\v 16 ແຕ່ທາດຮັບໃຊ້ຂອງພວກເຈົ້າ ອາດບໍ່ຢາກໜີໄປຈາກພວກເຈົ້າ ເພາະລາວຮັກພວກເຈົ້າກັບຄອບຄົວ ແລະ ຍິນດີຢູ່ຮັບໃຊ້ພວກເຈົ້າຕໍ່ໄປ.
\v 17 ໃນ ກໍລະນີເຊັ່ນນີ້ ໃຫ້ພວກເຈົ້າພາລາວໄປທີ່ປະຕູ ເຮືອນຂອງພວກເຈົ້າ ແລະ ບ່ອງຫູໃຫ້ລາວທີ່ນັ້ນ ແລ້ວລາວກໍຈະເປັນທາດຮັບໃຊ້ພວກເຈົ້າ ຕະຫລອດຊີວິດ. ຈົ່ງປະຕິບັດກັບທາດຮັບໃຊ້ ຍິງຂອງພວກເຈົ້າ ໃນແບບດຽວກັນນີ້.
\s5
\v 18 ເມື່ອພວກເຈົ້າປ່ອຍທາດຮັບໃຊ້ ໄປນັ້ນຢ່າສະແດງຄວາມບໍ່ພໍໃຈ. ແຕ່ເຖິງຢ່າງໃດກໍດີ ລາວຮັບໃຊ້ພວກເຈົ້າມາຫົກປີແລ້ວ ແລະ ກໍຈ່າຍຄ່າຈ້າງຂອງຄົນງານຕັ້ງໜຶ່ງເທົ່າ. [ປ] ສະນັ້ນ ຈົ່ງປ່ອຍລາວໄປເຖີດ ແລະອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າຈະອວຍພອນໃນທຸກໆສິ່ງທີ່ພວກເຈົ້າເຮັດ.”
\s5
\v 19 “ຈົ່ງແຍກລູກຫົວປີຂອງງົວເຖິກ ແລະ ແກະ ທຸກໆໂຕສໍາລັບອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ; ຢ່າໃຊ້ແຮງສັດ ແລະ ຢ່າຕັດຂົນແກະເຫລົ່ານັ້ນ.
\v 20 ແຕ່ລະປີໃດ ໃຫ້ພວກເຈົ້າພ້ອມກັບຄອບຄົວກິນສັດເຫລົ່ານັ້ນ ຊ້ອງໜ້າອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ໃນສະຖານທີ່ພຣະອົງໄດ້ເລືອກໄວ້.
\v 21 ແຕ່ຖ້າສັດນັ້ນ ບໍ່ປົກກະຕິ ຄື ເປັນງ່ອຍ ຫລື ຕາບອດ ຫລື ພິການ ຢ່ານາໍມາຖວາຍບູຊາ ແກ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ຢ່າງເດັດຂາດ.
\s5
\v 22 ໃຫ້ພວກເຈົ້າທຸກຄົນ ບໍ່ວ່າເປັນມົນທິນ ຫລືບໍ່ກໍຕາມ ກິນສັດນັ້ນຢູ່ເຮືອນດັ່ງກິນກວາງ ຫລື ຟານ.
\v 23 ຢ່າໃຊ້ເລືອດສັດສໍາລັບ ເປັນອາຫານ ແຕ່ໃຫ້ເທລົງດິນເໝືອນດັ່ງເທນາໍ້.”
\s5
\c 16
\p
\v 1 “ຈົ່ງຍ້ອງຍໍ ໃຫ້ກຽດອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ໂດຍການສະຫລອງ ປັດສະຄາ ໃນເດືອນ ອາບິບ; ມັນແມ່ນໃນ ຄືນໜຶ່ງຂອງເດືອນນີ້ ທີ່ພຣະອົງໄດ້ຊ່ວຍກູ້ເອົາພວກເຈົ້າ ອອກມາຈາກປະເທດເອຢິບ.
\v 2 ຈົ່ງນາໍສັດມາຖວາຍບູຊາ ໂດຍຂ້າແກະ ຫລື ງົວ ຕຽມສະຫລອງປັດສະຄາ ຖວາຍແກ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ບ່ອນທີ່ອົງພຣະຜູ້ເປັນເຈົ້າໄດ້ເລືອກໄວ້ ຊຶ່ງໃຫ້ນາມຊື່ຂອງພຣະອົງຕັ້ງຢູ່.
\s5
\v 3 ຢ່າເຮັດເຂົ້າຈີ່ໃສ່ເຊື້ອແປ້ງ ເມື່ອກິນອາຫານນີ້, ແຕ່ໃຫ້ກິນເຂົ້າຈີ່ບໍ່ມີເຊື້ອແປ້ງເປັນເວລາເຈັດວັນ ເໝືອນດັ່ງພວກເຈົ້າໄດ້ເຮັດຄາວທີ່ອອກມາຈາກປະເທດເອຢິບ ຢ່າງຟ້າວຟັ່ງນັ້ນ. ຈົ່ງກິນເຂົ້າຈີ່ນີ້ ຄືເຂົ້າຈີ່ແຫ່ງຄວາມ ທົນທຸກ ເພື່ອວ່າຕາບໃດທີ່ຍັງມີຊີວິດຢູ່ ພວກເຈົ້າຈະໄດ້ຈົດຈາໍ ວັນທີ່ພວກເຈົ້າໄດ້ອອກມາ ຈາກປະເທດເອຢິບ ບ່ອນທີ່ພວກເຈົ້າເຄີຍທົນທຸກນັ້ນ.
\v 4 ເປັນເວລາເຈັດວັນນີ້ ຢ່າໃຫ້ຜູ້ໃດໃນດິນແດນຂອງພວກເຈົ້າ ມີເຊື້ອແປ້ງຢູ່ ໃນເຮືອນ ແລະ ຊີ້ນສັດທີ່ຂ້າໃນຕອນແລງ ຂອງມື້ທີໜຶ່ງນັ້ນ ຕ້ອງກິນໃຫ້ໝົດໃນຄືນນັ້ນ.
\s5
\v 5-6 ຈົ່ງຂ້າສັດສໍາລັບ ປັດສະຄາ ນີ້ ໃນທີ່ນະມັດສະການແຫ່ງດຽວ ແລະ ຢ່າຂ້າໃນດິນແດນທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ຈະມອບໃຫ້. ຈົ່ງເຮັດພິທີນີ້ໃນເວລາຕາເວັນຕົກ ຄື ເວລາດຽວ ແລະ ມື້ດຽວກັນກັບຄາວທີ່ພວກເຈົ້າໄດ້ອອກມາຈາກ ປະເທດເອຢິບ.
\s5
\v 7 ຈົ່ງຕົ້ມຊີ້ນກິນໃນທີ່ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ໄດ້ເລືອກໄວ້ ແລະ ໃນຕອນເຊົ້າໃຫ້ກັບເມືອເຮືອນຂອງໃຜລາວ.
\v 8 ສໍາລັບຫົກມື້ຕໍ່ໄປ ໃຫ້ພວກເຈົ້າເຮັດເຂົ້າ ຈີ່ບໍ່ມີເຊື້ອແປ້ງກິນ ແລະ ໃນມື້ທີເຈັດ ຈົ່ງເຕົ້າໂຮມກັນ ເພື່ອນະມັດສະການອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ແລະ ຢ່າເຮັດວຽກໃນວັນນີ້.”
\s5
\v 9 “ຕັ້ງແຕ່ມື້ລົງມືກ່ຽວເຂົ້າ ຈົ່ງນັບໃຫ້ເຕັມເຈັດອາທິດ
\v 10 ແລ້ວຈຶ່ງສະຫລອງເທດສະການ ລະດູເກັບກ່ຽວເພື່ອຍ້ອງຍໍໃຫ້ກຽດ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ໂດຍນາໍເຄື່ອງບູຊາຕາມໃຈສະໝັກ ມາຖວາຍຕາມອັດຕາສ່ວນ ທີ່ພຣະອົງໄດ້ອວຍພອນ.
\s5
\v 11 ຈົ່ງຊົມຊື່ນຍິນດີ ຢູ່ຊ້ອງໜ້າອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ຮ່ວມກັບລູກຊາຍຍິງຂອງເຈົ້າ, ທາດຮັບໃຊ້ຂອງເຈົ້າ, ຊາວເລວີ, ຊາວຕ່າງດ້າວ ເດັກກາໍພ້າ ແລະ ແມ່ໝ້າຍ ທີ່ອາໄສຢູ່ໃນເມືອງຕ່າງໆ ຂອງ ພວກເຈົ້າ. ຈົ່ງຈັດພິທີນີ້ຂຶ້ນຢູ່ໃນບ່ອນທີ່ອົງພຣະຜູ້ເປັນເຈົ້າໄດ້ເລືອກໄວ້ ຊຶ່ງໃຫ້ນາມຊື່ຂອງພຣະອົງຕັ້ງຢູ່.
\v 12 ຈົ່ງໃຫ້ແນ່ໃຈວ່າ ພວກເຈົ້າເຊື່ອຟັງຂໍ້ຄໍາສັ່ງເຫລົ່ານີ້ ຢ່າລືມວ່າ ພວກເຈົ້າເຄີຍຕົກເປັນທາດຮັບໃຊ້ຢູ່ໃນປະເທດເອຢິບ.”
\s5
\v 13 “ຫລັງຈາກຟາດເຂົ້າ ແລະ ບີບໝາກອະງຸ່ນແລ້ວ ໆ ຈົ່ງສະຫລອງເທດສະການ ປຸກຕູບຢູ່ເປັນເວລາ ເຈັດວັນ.
\v 14 ຈົ່ງຊົມຊື່ນຍິນດີໃນງານເທດສະການຂອງເຈົ້າ ຮ່ວມກັນກັບລູກຊາຍຍິງຂອງເຈົ້າ, ທາດຮັບໃຊ້ຂອງເຈົ້າ, ຊາວເລວີ, ຊາວຕ່າງດ້າວ, ເດັກກາໍພ້າ ແລະ ແມ່ໝ້າຍ ທີ່ອາໄສຢູ່ໃນເມືອງຕ່າງໆ ຂອງພວກເຈົ້າ.
\s5
\v 15 ຈົ່ງສະຫລອງເທດສະການນີ້ໃນທີ່ ອົງພຣະຜູ້ເປັນເຈົ້າ ໄດ້ເລືອກໄວ້ເປັນເວລາ ເຈັດມື້ ເພື່ອຍ້ອງຍໍໃຫ້ກຽດອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ. ຈົ່ງຊົມຊື່ນຍິນດີ ເພາະອົງພຣະຜູ້ເປັນເຈົ້າໄດ້ອວຍພອນລະດູ ເກັບກ່ຽວ ແລະ ວຽກງານຂອງພວກເຈົ້າ.
\s5
\v 16 ໃຫ້ຜູ້ຊາຍທຸກໆ ຄົນໃນຊົນຊາດຂອງພວກເຈົ້າ ເຂົ້າມາຊ້ອງໜ້າອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ສາມເທື່ອຕໍ່ປີ ໃນບ່ອນທີ່ພຣະອົງໄດ້ເລືອກໄວ້ດັ່ງນີ້: ເທດສະການສະຫລອງ ປັດສະຄາ, ເທດສະການສະຫລອງ ລະດູເກັບກ່ຽວ ແລະ ເທດສະການສະຫລອງ ປຸກຕູບຢູ່. ໃຫ້ຜູ້ຊາຍ ແຕ່ລະຄົນ ນໍາຂອງຂວັນມາ
\v 17 ຕາມທີ່ຕົນສາມາດຖວາຍ ໃນອັດຕາສ່ວນຊຶ່ງອົງພຣະຜູ້ ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ໄດ້ອວຍພອນ.”
\s5
\v 18 “ຈົ່ງແຕ່ງຕັ້ງບັນດາຜູ້ຕັດສິນຄວາມ ແລະ ເຈົ້າໜ້າທີ່ອື່ນ ໆ ໃນເມືອງທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ໄດ້ມອບໃຫ້. ຄົນເຫລົ່ານັ້ນຕ້ອງຕັດສິນຄະດີ ຂອງປະຊາຊົນ ຢ່າງທ່ຽງທາໍ.
\v 19 ຢ່າໃຫ້ພວກເຂົາຕັດສິນແບບ ເຂົ້າຂ້າງອອກຂາ ແລະ ຢ່າໄດ້ຮັບສິນຈ້າງໃດໆ. ດ້ວຍວ່າ, ສິນຈ້າງ ອັດຫູບັງຕາຄົນສະຫລາດ ແລະ ຄົນສັດຊື່ ແລະ ພາໃຫ້ພວກເຂົາຕັດສິນຄວາມ ຜິດພາດໄດ້.
\v 20 ຈົ່ງທ່ຽງທາໍ ແລະ ສັດຊື່ ຕະຫລອດໄປ ເພື່ອວ່າພວກເຈົ້າຈະຢຶດຄອງ ດິນແດນ ທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ກາໍລັງຈະມອບໃຫ້ນີ້ໄດ້ ແລະ ອາໄສຢູ່ທີ່ນັ້ນ ສືບ ໆ ໄປ.
\s5
\v 21 ເມື່ອສ້າງແທ່ນບູຊາຖວາຍ ແດ່ອົງພຣະ ຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ຢ່າໄດ້ຕັ້ງ ເສົາໄມ້ຂຶ້ນຄຽງຂ້າງ ທີ່ເປັນສັນຍາລັກຂອງເຈົ້າແມ່ ອາເຊຣາ.
\v 22 ຢ່າໄດ້ສ້າງເສົາຫິນໃດໆ ເປັນຮູບເຄົາຣົບໄວ້ຂາບໄຫວ້ ເພາະອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ກຽດຊັງສິ່ງເຫລົ່ານີ້.”
\s5
\c 17
\p
\v 1 “ຢ່າໄດ້ເອົາງົວ ຫລື ແກະ ທີ່ມີສຸຂະພາບ ບໍ່ດີ ແລະ ມີຕໍາໜິຖວາຍແກ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ການເຮັດເຊັ່ນນີ້ ພຣະອົງກຽດຊັງຫລາຍທີ່ສຸດ.
\s5
\v 2 ຖ້າພວກເຈົ້າໄດ້ພົບວ່າ ມີຊາຍ ຫລື ຍິງຄົນໜຶ່ງທີ່ຢູ່ໃນ ເມືອງຂອງພວກເຈົ້າ ໄດ້ເຮັດຊົ່ວຮ້າຍ ຕໍ່ສູ້ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ແລະ ຝ່າຝືນພັນທະສັນຍາຂອງພຣະອົງ
\v 3 ໂດຍຂາບໄຫວ້ ແລະ ຮັບໃຊ້ບັນດາພະອື່ນ ຫລື ຂາບໄຫວ້ຕາເວັນ, ເດືອນ ແລະ ດວງດາວຕ່າງໆ ຊຶ່ງເປັນທີ່ຕ້ອງຫ້າມຂອງອົງພຣະຜູ້ເປັນເຈົ້າ
\v 4 ແລະ ຖ້າພວກເຈົ້າໄດ້ຍິນການລາຍງານເຊັ່ນນັ້ນ ຈົ່ງສືບສວນເບິ່ງຢ່າງຮອບຄອບ ຖ້ວນຖີ່. ຖ້າເປັນ ຄວາມຈິງວ່າ ສິ່ງທີ່ຊົ່ວຮ້າຍເຊັ່ນນັ້ນໄດ້ເກີດຂຶ້ນໃນຊາດອິດສະຣາເອນ ແທ້ ໆ
\s5
\v 5 ຈົ່ງນາໍຄົນນັ້ນອອກໄປຍັງນອກເມືອງ ແລະ ເອົາກ້ອນຫິນແກວ່ງໃສ່ໃຫ້ຕາຍ.
\v 6 ເຖິງຢ່າງໃດກໍຕາມ ຜູ້ທີ່ຖືກກ່າວຫາຈະໄດ້ຮັບໂທດເຖິງຕາຍ ກໍຕໍ່ເມື່ອມີພະຍານ ສອງ ຫລື ສາມ ຄົນເປັນຫລັກຖານ. ຖ້າມີພະຍານແຕ່ຜູ້ດຽວເທົ່ານັ້ນ ຢ່າໄດ້ລົງໂທດຄົນນັ້ນໃຫ້ເຖິງຕາຍ.
\v 7 ໃຫ້ພວກພະຍານທີ່ຮູ້ເຫັນນັ້ນ ແກວ່ງກ້ອນຫິນໃສ່ລາວກ່ອນ ແລະ ປະຊາຊົນຄົນອື່ນ ໆ ຈຶ່ງແກວ່ງໃສ່ຕາມທີຫລັງ. ເພື່ອພວກເຈົ້າຈະໄດ້ກາໍຈັດຄວາມຊົ່ວຊ້ານີ້ ໃຫ້ໝົດສິ້ນໄປ ຈາກທ່າມກາງພວກເຈົ້າ.
\s5
\v 8 ອາດຈະມີເລື່ອງໃນບາງຄະດີ ທີ່ບັນດາ ຜູ້ຕັດສິນທ້ອງຖິ່ນ ຕັດສິນໄດ້ຍາກ ເຊັ່ນວ່າ: ຄະດີກ່ຽວກັບສິດທິເລື່ອງມໍຣະດົກ ຫລື ຄະດີເລື່ອງການທາໍຮ້າຍຮ່າງກາຍ ຫລື ຄະດີອື່ນ ໆ ກ່ຽວກັບການໄຈ້ແຍກ ລະຫວ່າງ ເລື່ອງຄາດຕະກາໍ ແລະ ເລື່ອງຂ້າຄົນຕາຍໂດຍບໍ່ເຈດຕະນາ. ເມື່ອມີກໍລະນີເຊັ່ນນີ້ເກີດຂຶ້ນ ຈົ່ງໄປຍັງບ່ອນນະມັດສະການແຫ່ງດຽວ ຊຶ່ງເປັນບ່ອນທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າໄດ້ເລືອກໄວ້
\v 9 ແລະ ສະເໜີຄະດີນັ້ນຕໍ່ພວກປະໂຣຫິດ ຊາວເລວີ ແລະ ຜູ້ຕັດສິນຄວາມ ປະຈາໍການໃນສະໄໝນັ້ນ ເພື່ອ ເພິ່ນຈະໄດ້ຕັດສິນຄວາມໃຫ້.
\s5
\v 10 ພວກເພິ່ນຈະເປັນຜູ້ຕັດສິນຄວາມ ແລະ ໃຫ້ພວກເຈົ້າປະຕິບັດຕາມສິ່ງທີ່ພວກເພິ່ນບອກໃຫ້ເຮັດ.
\v 11 ຈົ່ງຍອມຮັບການຕັດສິນນັ້ນ ແລະ ປະຕິບັດຕາມຄໍາແນະນາໍ ຂອງພວກເພິ່ນທຸກປະການ.
\s5
\v 12 ຜູ້ໃດຜູ້ໜຶ່ງ ທີ່ບໍ່ເຊື່ອຟັງຜູ້ຕັດສິນຄວາມ ຫລື ປະໂຣຫິດຜູ້ປະຕິບັດອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ກໍໃຫ້ປະຫານຜູ້ນັ້ນເສຍ ເພື່ອພວກເຈົ້າຈະໄດ້ກາໍຈັດຄວາມຊົ່ວຮ້າຍໃຫ້ໝົດສິ້ນໄປ ຈາກຊາດອິດສະຣາເອນ.
\v 13 ແລ້ວທຸກ ໆ ຄົນກໍຈະໄດ້ຍິນສິ່ງທີ່ພວກເຈົ້າໄດ້ເຮັດ ແລະ ເກີດຢ້ານກົວ ແລ້ວກໍຈະບໍ່ມີຜູ້ໃດບັງອາດຝ່າຝືນເຮັດເຊັ່ນນັ້ນອີກຕໍ່ໄປ.”
\s5
\v 14 “ຫລັງຈາກພວກເຈົ້າໄດ້ກາໍມະສິດ ໃນດິນແດນທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ມອບໃຫ້ພວກເຈົ້າ ແລະ ຕັ້ງຖິ່ນຖານຢູ່ທີ່ນັ້ນແລ້ວ ຕໍ່ໄປພວກເຈົ້າກໍຈະຕັດສິນໃຈຢາກມີກະສັດເໝືອນດັ່ງຊາດອື່ນ ໆ ທີ່ຢູ່ອ້ອມຮອບພວກເຈົ້າ.
\v 15 ຈົ່ງໃຫ້ແນ່ໃຈວ່າ ຄົນທີ່ພວກເຈົ້າເລືອກຂຶ້ນເປັນກະສັດນັ້ນ ແມ່ນຜູ້ທີ່ອົງພຣະຜູ້ເປັນເຈົ້າໄດ້ເລືອກເອົາ. ລາວຕ້ອງເປັນຄົນຊາດດຽວກັນກັບພວກເຈົ້າ; ຢ່າເອົາຊາວຕ່າງດ້າວມາເປັນກະສັດ.
\s5
\v 16 ກະສັດບໍ່ຕ້ອງມີມ້າຈາໍນວນຫລວງຫລາຍໄວ້ໃຊ້ໃນກອງທັບ ແລະ ບໍ່ຕ້ອງ ສົ່ງຄົນໄປຊື້ມ້າ [ຜ] ທີ່ປະເທດເອຢິບ ເພາະອົງພຣະຜູ້ເປັນເຈົ້າໄດ້ບອກໄພ່ພົນຂອງພຣະອົງ ບໍ່ໃຫ້ພວກເຂົາກັບໄປທີ່ນັ້ນ​ອີກຈັກເທື່ອ.
\v 17 ກະສັດບໍ່ຕ້ອງມີເມຍຫລາຍຄົນເພາະການມີເມຍຫລາຍຄົນນັ້ນ ເຮັດໃຫ້ຫ່າງ ເຫີນຈາກອົງພຣະຜູ້ເປັນເຈົ້າ ແລະ ກະສັດຈະຕ້ອງບໍ່ເປັນຄົນຮັກເງິນຮັກຄໍາ.
\s5
\v 18 ເມື່ອລາວໄດ້ຂຶ້ນນ່ັ່ງບັນລັງກະສັດ ລາວຈະຕ້ອງມີປື້ມກົດບັນຍັດ ແລະ ຄໍາສັ່ງສອນຂອງພຣະເຈົ້າ ສະບັບໜຶ່ງຄັດລອກອອກມາ ແຕ່ຕົ້ນສະບັບ ຊຶ່ງພວກປະໂຣຫິດ ຊາວເລວີ ຮັກສາໄວ້.
\v 19 ລາວຈະຕ້ອງມີປື້ມກົດບັນຍັດໄວ້ຢູ່ນາໍສະເໝີ ແລະ ຮໍ່າຮຽນເອົາເປັນປະຈາໍຕະຫລອດຊິວິດ ເພື່ອວ່າລາວຈະໄດ້ຮຽນຮູ້ຢໍາເກງອົງພຣະຜູ້ເປັນເຈົ້າ ແລະ ປະຕິບັດຕາມກົດບັນຍັດ ໃນປື້ມນັ້ນຢ່າງສັດຊື່.
\s5
\v 20 ການປະຕິບັດເຊັ່ນນັ້ນ ຈະເຮັດໃຫ້ລາວ ຄິດຢູ່ສະເໝີ ວ່າຕົນບໍ່ໄດ້ດີກວ່າພວກພີ່ນ້ອງ ຊາວອິດສະຣາເອນ ຄົນອື່ນ ໆ ທັງຈະບໍ່ຄິດຝ່າຝືນກົດບັນຍັດດ້ວຍ ບໍ່ວ່າໃນກໍລະນີໃດໆ ກໍຕາມ. ແລ້ວລາວກໍຈະປົກຄອງຢູ່ໄດ້ຫລາຍປີ ແລະ ລູກຫລານຂອງລາວກໍຈະໄດ້ປົກຄອງ ດິນແດນອິດສະຣາເອນ ໄປໄດ້ຫລາຍເຊັ່ນຄົນ.”
\s5
\c 18
\p
\v 1 “ບັນດາປະໂຣຫິດຈາກເຜົ່າເລວີ ຈະບໍ່ໄດ້ຮັບສ່ວນແບ່ງໃນດິນແດນອິດສະຣາເອນ, ແຕ່ພວກເຂົາຈະດໍາລົງຊີວິດຢູ່ໂດຍຂອງຖວາຍຕ່າງ ໆ ແລະ ເຄື່ອງບູຊາອື່ນ ໆ ທີ່ປະຊາຊົນນາໍມາຖວາຍ ແກ່ອົງພຣະຜູ້ເປັນເຈົ້າ.
\v 2 ພວກເຂົາຈະບໍ່ມີທີ່ດິນເປັນຂອງ ຕົນເອງ ດັ່ງເຜົ່າອື່ນ ໆ, ສ່ວນແບ່ງຂອງພວກເຂົາ ແມ່ນສິດທິແຫ່ງການເປັນປະໂຣຫິດ ຂອງອົງພຣະຜູ້ເປັນເຈົ້າ ຕາມທີ່ພຣະອົງໄດ້ສັນຍາໄວ້.
\s5
\v 3 ເມື່ອໃດມ້ການຂ້າງົວ ແລະ ແກະ ເປັນການຖວາຍບູຊາ ບັນດາປະໂຣຫິດຈະໄດ້ຮັບຊີ້ນຂາໜ້າ, ຊີ້ນຄາງ ແລະ ຊີ້ນໜັງທ້ອງ.
\v 4 ພວກເຂົາຈະໄດ້ຮັບພືດຜົນຫົວປີເປັນສ່ວນແບ່ງ ເຊັ່ນ: ເຂົ້າ, ເຫລົ້າອະງຸ່ນ, ນາໍ້ມັນໝາກກອກເທດ ແລະ ຂົນແກະ.
\v 5 ໃນເຜົ່າທັງໝົດຂອງພວກເຈົ້ານັ້ນ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ໄດ້ເລືອກເອົາເຜົ່າເລວີ ໃຫ້ເປັນປະໂຣຫິດເພື່ອຮັບໃຊ້ພຣະອົງຕະຫລອດໄປ.
\s5
\v 6 ຖ້າຊາວເລວີ ຄົນໃດຕ້ອງການຍ້າຍຈາກເມືອງທີ່ຕົນອາໄສຢູ່ ແລະໄປປະຈາໍຢູ່ໃນບ່ອນນະມັດສະການທີ່ອົງພຣະຜູ້ເປັນເຈົ້າ ຈັດໄວ້ໃຫ້
\v 7 ລາວກໍຈະເປັນປະໂຣຫິດຮັບໃຊ້ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງລາວຢູ່ທີ່ນັ້ນ ໃນຖານະດຽວກັນກັບຊາວເລວີ ຄົນອື່ນ ໆ ທີ່ ໄດ້ຮັບໃຊ້ຢູ່ໃນທີ່ນັ້ນແລ້ວ.
\v 8 ລາວຈະໄດ້ຮັບສ່ວນແບ່ງເທົ່າກັນກັບປະໂຣຫິດ ຄົນອື່ນ ໆ ແລະຮັກສາສິ່ງຂອງທີ່ຄອບຄົວຂອງລາວຈັດສົ່ງມາໃຫ້ລາວໄດ້. ” [ຝ]
\s5
\v 9 “ເມື່ອພວກເຈົ້າເຂົ້າໄປໃນດິນແດນ ທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ປະທານໃຫ້ແລ້ວ ຢ່າປະຕິບັດຕາມທາໍນຽມ ອັນໜ້າກຽດ ໜ້າຊັງຂອງຊາດຕ່າງ ໆ ທີ່ອາໄສຢູ່ທີ່ນັ້ນ.
\v 10 ຢ່າເຜົາບູຊາ ລູກຊາຍ ລູກສາວ ຂອງພວກເຈົ້າເທິງແທ່ນບູຊາ ແລະ ຢ່າໃຫ້ປະຊາຊົນໄປຫາໝໍດູ, ໝໍມໍ, ຫລື ສ່ຽງໂຊກ ຫລື ເສກມົນຄາຖາຫາສະເໜ່
\v 11 ຫລື ໃຊ້ເຄື່ອງແຄ້ວຂອງຄົງ ແລະ ໄປປຶກສາໝໍຜີໝໍເຢົາ.
\s5
\v 12 ອົງພຣະຜູ້ເປັນເຈົ້າກຽດຊັງ ຄົນທີ່ຖືສິ່ງ ອັນໜ້າລັງກຽດເຫລົ່ານີ້. ເພາະສະນັ້ນແຫລະ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ຈຶ່ງກາໍລັງຂັບໄລ່ບັນດາຊົນຊາດເຫລົ່ານີ້ອອກ ໄປຈາກດິນແດນທີ່ພວກເຈົ້າກາໍລັງຈະບຸກໜ້າເຂົ້າໄປ.
\v 13 ຈົ່ງສັດຊື່ຕໍ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ຢ່າງຄົບຖ້ວນບໍຣິບູນເຖີດ. ”
\v 14 ແລ້ວ ໂມເຊ ກໍກ່າວວ່າ, “ໃນດິນແດນທີ່ພວກເຈົ້າຈະເຂົ້າໄປຢຶດຄອງນັ້ນ ປະຊາຊົນເຊື່ອໝໍດູ ໝໍມໍ ແລະສ່ຽງໂຊກ, ແຕ່ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ບໍ່ໃຫ້ພວກເຈົ້າປະຕິບັດ ເຊັ່ນນັ້ນ.
\s5
\v 15 ພຣະອົງຈະສົ່ງຜູ້ທາໍນວາຍຜູ້ໜຶ່ງ ເໝືອນດັ່ງຂ້າພະເຈົ້ານີ້ ຈາກປະຊາຊົນໃນ ຊາດຂອງພວກເຈົ້າເອງມາໃຫ້ແທນ ແລະ ພວກເຈົ້າຕ້ອງເຊື່ອຟັງເພິ່ນ. [ພ]
\v 16 ໃນມື້ ເຕົ້າໂຮມກັນທີ່ພູເຂົາ ຊີນາຍ ນັ້ນ ພວກເຈົ້າໄດ້ຂໍຮ້ອງຢ່າໃຫ້ໄດ້ຍິນອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າກ່າວ ຫລື ເຫັນແປວໄຟ ທີ່ພຣະອົງສະຖິດຢູ່ນັ້ນອີກຕໍ່ໄປ ຍ້ອນພວກເຈົ້າຢ້ານກົວຈົນເກືອບຈະຕາຍ.
\s5
\v 17 ສະນັ້ນ ອົງພຣະຜູ້ເປັນເຈົ້າຈຶ່ງກ່າວວ່າ, ‘ເປັນຄໍາຂໍຮ້ອງທີ່ສະຫລາດແທ້.
\v 18 ເຮົາ ຈະສົ່ງຜູ້ທາໍນວາຍຄົນໜຶ່ງເໝືອນເຈົ້ານີ້ແຫລະ ຈາກປະຊາຊົນໃນຊາດຂອງພວກເຂົາເອງມາໃຫ້; ເຮົາຈະບອກລາວໃນສິ່ງທີ່ຈະກ່າວ ແລະ ລາວ [ຟ] ຈະບອກປະຊາຊົນທຸກ ໆ ສິ່ງຕາມທີ່ເຮົາສັ່ງ.
\v 19 ລາວຈະກ່າວໃນ ນາມຂອງເຮົາ ແລະ ເຮົາ [ມ] ຈະລົງໂທດຜູ້ປະຕິເສດທີ່ຈະເຊື່ອຟັງລາວ.
\s5
\v 20 ແຕ່ຖ້າຜູ້ທາໍນວາຍຜູ້ໃດ ບັງອາດກ່າວ ຖ້ອຍຄໍາໃນນາມຂອງເຮົາ ເມື່ອເຮົາບໍ່ໄດ້ສັ່ງໄວ້ໃຫ້ກ່າວ ຫລື ກ່າວໃນນາມຂອງບັນດາພະອື່ນ ລາວຕ້ອງຕາຍ.
\v 21 ພວກເຈົ້າອາດຢາກຮູ້ວ່າ ເຮັດແນວໃດຈຶ່ງຈະບອກໄດ້ວ່າ ຖ້ອຍຄໍາຂອງຜູ້ທາໍນວາຍ ບໍ່ໄດ້ມາຈາກອົງພຣະຜູ້ເປັນເຈົ້າ?
\s5
\v 22 ຖ້າຜູ້ທາໍນວາຍຄົນໃດ ກ່າວຕາງອົງພຣະຜູ້ເປັນເຈົ້າ ແລະ ສິ່ງທີ່ລາວກ່າວໄປນັ້ນ ບໍ່ເປັນຄວາມຈິງ ຖ້ອຍຄໍານັ້ນກໍບໍ່ໄດ້ມາຈາກ ອົງພຣະຜູ້ເປັນເຈົ້າ. ມັນເປັນຖ້ອຍຄໍາ ທີ່ຜູ້ທາໍນວາຍກ່າວໂດຍສິດອໍານາດຂອງຕົນເອງ. ສະນັ້ນ ພວກເຈົ້າບໍ່ຕ້ອງສົນໃຈໃນຄໍາເວົ້າຂອງລາວ.”
\s5
\c 19
\p
\v 1 “ຫລັງຈາກອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ໄດ້ທາໍລາຍຊົນຊາດຕ່າງ ໆ ໃນດິນແດນທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ກາໍລັງຈະມອບໃຫ້ພວກເຈົ້າ ແລະ ຫລັງຈາກພວກເຈົ້າໄດ້ຢຶດເອົາເມືອງ, ເຮືອນຊານ ບ້ານຊ່ອງ ແລະ ຕັ້ງຫລັກແຫລ່ງ ຢູ່ທີ່ນັ້ນແລ້ວ
\v 2-3 ໃຫ້ແບ່ງເຂດແດນ ນັ້ນອອກເປັນສາມສ່ວນ ແຕ່ລະສ່ວນໃຫ້ມີເມືອງໜຶ່ງຊຶ່ງໄປມາຫາກັນໄດ້ ຢ່າງສະດວກສະບາຍ. ແລ້ວຜູ້ໃດຜູ້ໜຶ່ງທີ່ຂ້າຄົນ ກໍສາມາດ ຫລົບໜີໄປລີ້ຢູ່ໃນເມືອງໜຶ່ງໃນເມືອງເຫລົ່ານັ້ນໄດ້ ເພື່ອຂໍຄວາມຄຸ້ມກັນ.
\s5
\v 4 ຖ້າຄົນໃດຂ້າຄົນໜຶ່ງໂດຍບໍ່ເຈດຕະນາ ທີ່ບໍ່ໄດ້ເປັນສັດຕູຂອງຕົນ ລາວກໍໜີໄປຫລົບລີ້ຢູ່ໃນເມືອງເຫລົ່ານີ້ໄດ້ຢ່າງປອດໄພ.
\v 5 ຕົວຢ່າງ: ມີສອງຄົນໄປຕັດຟືນນາໍກັນຢູ່ໃນປ່າ ແລະ ໃນຂະນະທີ່ຄົນໜຶ່ງພວມປໍ້າຕົ້ນໄມ້ລົງນັ້ນ ຫົວຂວານເລີຍຫລຸດອອກຈາກດ້າມ ແລະ ໄປຖືກໝູ່ຕາຍ; ລາວແລ່ນໜີເຂົ້າໄປ ຫລົບລີ້ຢູ່ເມືອງໜຶ່ງ ໃນສາມເມືອງນັ້ນໄດ້ຢ່າງປອດໄພ.
\s5
\v 6 ຖ້າໃນເຂດນັ້ນມີເມືອງດຽວ ທັງໄລຍະທາງຫາເມືອງນັ້ນກໍໄກໂພດ ພີ່ນ້ອງຜູ້ທີ່ມີໜ້າທີ່ຮັບຜິດຊອບແກ້ແຄ້ນແທນຜູ້ຕາຍນັ້ນ ອາດນາໍມາຈັບລາວທັນ ແລະ ຂ້າຄົນບໍຣິສຸດ ເພາະຄວາມໂກດຮ້າຍກໍໄດ້. ເຖິງຢ່າງໃດກໍຕາມ ລາວໄດ້ຂ້າຄົນນັ້ນໂດຍບໍ່ເຈດຕະນາ ແລະ ທັງບໍ່ເຄີຍເປັນສັດຕູກັນມາກ່ອນດ້ວຍ.
\v 7 ດ້ວຍເຫດນີ້ ຂ້າພະເຈົ້າຈຶ່ງບອກພວກເຈົ້າໃຫ້ແຍກເມືອງລີ້ໄພໄວ້ສາມເມືອງ.
\s5
\v 8 ເມື່ອອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ຂະຫຍາຍເຂດແດນຂອງພວກເຈົ້າ ໃຫ້ກວ້າງອອກໄປ ເໝືອນດັ່ງທີ່ພຣະອົງໄດ້ບອກໄວ້ກັບປູ່ຍ່າຕາຍາຍຂອງພວກເຈົ້າ ແລະ ມອບດິນແດນທັງໝົດ ໃຫ້ຕາມທີ່ພຣະອົງໄດ້ສັນຍາໄວ້ແລ້ວ
\v 9 ໃຫ້ພວກເຈົ້າເລືອກເອົາອີກສາມເມືອງ. (ພຣະອົງຈະມອບດິນແດນນີ້ໃຫ້ ຖ້າພວກເຈົ້າປະຕິບັດຕາມສິ່ງທີ່ຂ້າພະເຈົ້າ ພວມສັ່ງພວກເຈົ້າໃນວັນນີ້ ແລະ ຖ້າພວກເຈົ້າຮັກອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ແລະ ດໍາເນີນຊີວິດຕາມຂໍ້ຄໍາສັ່ງຂອງພຣະອົງ).
\v 10 ຈົ່ງປະຕິບັດສິ່ງນີ້ ເພື່ອວ່າຄົນບໍຣິສຸດຈະບໍ່ໄດ້ຖືກຂ້າ ແລະ ເພື່ອ ພວກເຈົ້າຈະບໍ່ມີໂທດ ຖານຂ້າຄົນໃນດິນແດນທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ກາໍລັງຈະມອບໃຫ້ແກ່ພວກເຈົ້າ.
\s5
\v 11 ແຕ່ຖ້າວ່າ ຄົນໜຶ່ງຕັ້ງໃຈຂ້າສັດຕູຂອງຕົນຢ່າງເລືອດເຢັນ ແລ້ວຄົນນັ້ນກໍປົບໜີໄປ ຂໍຫລົບລີ້ຢູ່ໃນເມືອງໜຶ່ງ ໃນບັນດາເມືອງລີ້ໄພ.
\v 12 ໃນກໍລະນີເຊັ່ນນີ້ ບັນດາຜູ້ນາໍໃນ ເມືອງຂອງຄົນນັ້ນ ຕ້ອງສັ່ງຄົນໄປນາໍເອົາລາວມາ ມອບໃຫ້ຍາດພີ່ນ້ອງຜູ້ທີ່ມີໜ້າທີ່ຮັບຜິດຊອບແກ້ແຄ້ນແທນຜູ້ຖືກຂ້າ ເພື່ອວ່າ ຈະໄດ້ຂ້າຊາຍຄົນນັ້ນເສຍ.
\v 13 ຢ່າໄດ້ປານີ ຕໍ່ຄົນເຊັ່ນນີ້ເລີຍ. ຈົ່ງກາໍຈັດຜູ້ຂ້າຄົນ ໃຫ້ໝົດໄປຈາກຊາດອິດສະຣາເອນ ເພື່ອວ່າ ພວກເຈົ້າຈະຢູ່ເຢັນເປັນສຸກ.”
\s5
\v 14 “ຢ່າຍົກຍ້າຍຫລັກໝາຍເຂດແດນຂອງເພື່ອນບ້ານທີ່ໄດ້ປັກໄວ້ ເປັນເວລາດົນນານ ມາແລ້ວ ຢູ່ໃນດິນແດນທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ກາໍລັງຈະມອບໃຫ້ພວກເຈົ້າ.”
\s5
\v 15 “ພະຍານປາກດຽວ ບໍ່ພຽງພໍຈະຢືນຢັນກ່າວໂທດຜູ້ເຮັດຜິດໄດ້; ຢ່າງໜ້ອຍຕ້ອງມີພະຍານສອງຄົນຂຶ້ນໄປ ຈຶ່ງຈະພິສູດໄດ້ວ່າ ຄົນນັ້ນໄດ້ເຮັດຜິດ.
\v 16 ຖ້າຄົນໜຶ່ງກ່າວ ໃສ່ຮ້າຍປ້າຍສີຄົນໜຶ່ງວ່າເຮັດຜິດ
\s5
\v 17 ກໍໃຫ້ທັງສອງຝ່າຍ ເຂົ້າໄປຍັງບ່ອນນະມັດສະການແຫ່ງດຽວ ແລະ ໃຫ້ປະໂຣຫິດ ກັບຜູ້ຕັດສິນຄວາມປະຈາໍ ໃນສະໄໝນັ້ນຕັດສິນຄວາມໃຫ້.
\v 18 ບັນດາຜູ້ຕັດສິນຄວາມຈະສືບສວນເບິ່ງຄະດີ ຢ່າງຖ້ວນຖີ່ ແລະ ຖ້າພົບວ່າຄົນໜຶ່ງຫາເລື່ອງໃສ່ຮ້າຍປ້າຍສີພີ່ນ້ອງອິດສະຣາເອນຂອງຕົນ
\v 19 ຄົນນັ້ນກໍຈະໄດ້ຮັບໂທດຂອງຜູ້ທີ່ຖືກກ່າວຫານັ້ນ. ດ້ວຍວິທີນີ້ ພວກເຈົ້າຈະໄດ້ກາໍຈັດຄວາມຊົ່ວຊ້າໃຫ້ໝົດສິ້ນໄປ.
\s5
\v 20 ແລ້ວທຸກ ໆ ຄົນກໍຈະໄດ້ຍິນເລື່ອງທີ່ ໄດ້ເກີດຂຶ້ນ ຕໍ່ໄປພວກເຂົາຈະເກີດຢ້ານກົວ ແລະ ຈະບໍ່ມີໃຜບັງອາດເຮັດເລື່ອງຊົ່ວຊ້າຢ່າງນີ້ອີກ.
\v 21 ໃນຄະດີເຊັ່ນນີ້ ຢ່າໄດ້ປານີເລີຍ; ໃຫ້ວາງມາດຕະການ ລົງໂທດໄວ້ດັ່ງນີ້: ຊີວິດແທນຊີວິດ, ຕາແທນຕາ, ແຂ້ວແທນແຂ້ວ, ມືແທນມື ແລະ ຕີນແທນຕີນ.”
\s5
\c 20
\p
\v 1 “ເມື່ອອອກໄປສູ້ຮົບສັດຕູ ແລະ ເຫັນລົດຮົບພ້ອມກັບມ້າເສິກ ທັງກອງທັບທີ່ມີກໍາລັງຫລາຍກວ່າ ພວກເຈົ້າຢ່າຢ້ານພວກເຂົາ. ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ອົງທີ່ໄດ້ປົດປ່ອຍພວກເຈົ້າ ອອກມາຈາກປະເທດເອຢິບ ນັ້ນກໍສະຖິດຢູ່ນາໍພວກເຈົ້າ.
\s5
\v 2 ກ່ອນຈະລົງມືເຂົ້າສູ້ຮົບ ໃຫ້ປະໂຣຫິດອອກມາຂ້າງໜ້າ ກ່າວກັບບັນດານັກຮົບໃນກອງທັບວ່າ,
\v 3 ‘ປະຊາຊົນອິດສະຣາເອນ ເອີຍ ຈົ່ງຟັງໃຫ້ດີ ໃນວັນນີ້ພວກເຈົ້າຈະອອກ ສູ່ສະໜາມຮົບ. ຢ່າຢ້ານຂ້າເສິກ ຫລື ເສຍຂວັນ ຫລື ເກີດອົນລະຫົນວຸ້ນວາຍເລີຍ.
\v 4 ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ກໍສະຖິດຢູ່ນາໍພວກເຈົ້າ ແລະ ໃຫ້ພວກເຈົ້າ ໄດ້ຮັບໄຊຊະນະ.
\s5
\v 5 ແລ້ວນາຍທະຫານ ທີ່ມີໜ້າທີ່ເກນຄົນເປັນທະຫານ ຈະກ່າວວ່າ, ‘ມີຜູ້ໃດແດ່ໃນພວກເຈົ້າ ທີ່ຫາກໍປຸກເຮືອນ ແລະ ບໍ່ທັນເຂົ້າໄປຢູ່? ຖ້າມີ ຈົ່ງໃຫ້ຜູ້ນັ້ນກັບຄືນເມືອຢູ່ເຮືອນສາ. ບໍ່ດັ່ງນັ້ນ ລາວອາດຕາຍໃນສະໜາມຮົບກໍໄດ້ ແລ້ວຜູ້ອື່ນກໍຈະເຂົ້າໄປຢູ່ເຮືອນແທນ.
\s5
\v 6 ມີຜູ້ໃດແດ່ໃນທີ່ນີ້ ທີ່ຫາກໍ່ໄດ້ປູກຕົ້ນອະງຸ່ນໃໝ່? ຖ້າມີ ຈົ່ງໃຫ້ຜູ້ນັ້ນກັບຄືນເມືອເຮືອນສາ. ບໍ່ດັ່ງນັ້ນລາວອາດຕາຍໃນສະໜາມຮົບກໍໄດ້ ແລ້ວຜູ້ອື່ນກໍຈະໄດ້ດື່ມເຫລົ້າອະງຸ່ນແທນ.
\v 7 ມີຜູ້ໃດແດ່ໃນທີ່ນີ້ ທີ່ໄດ້ໝັ້ນຜູ້ສາວໄວ້ແລ້ວວ່າຈະແຕ່ງງານ? ຖ້າມີ ຈົ່ງໃຫ້ຜູ້ນັ້ນກັບຄືນເມືອເຮືອນສາ ບໍ່ດັ່ງນັ້ນ ລາວອາດຕາຍໃນສະໜາມຮົບກໍໄດ້ ແລ້ວຄົນອື່ນກໍຈະໄດ້ແຕ່ງງານກັບຜູ້ສາວທີ່ຕົນໄດ້ໝັ້ນໝາຍໄວ້ນັ້ນແທນ.
\s5
\v 8 ນາຍທະຫານຈະກ່າວກັບນັກຮົບອີກ ວ່າ, ‘ມີຜູ້ໃດແດ່ໃນທີ່ນີ້ ທີ່ເສຍຂວັນ ແລະ ຢ້ານ? ຖ້າມີ ຈົ່ງໃຫ້ຜູ້ນັ້ນກັບຄືນເມືອເຮືອນສາ. ບໍ່ດັ່ງນັ້ນ ລາວອາດຈະເຮັດໃຫ້ຜູ້ອື່ນເສຍຂວັນໄປນາໍເໝືອນກັນ.
\v 9 ເມື່ອນາຍທະຫານເວົ້າສຸດແລ້ວ ໃຫ້ເລືອກເອົາຫົວໜ້າປະຈໍາແຕ່ລະໜ່ວຍ.
\s5
\v 10 ເມື່ອພວກເຈົ້າໄປໂຈມຕີເມືອງໜຶ່ງ ໃນຂັ້ນຕົ້ນຈົ່ງໃຫ້ໂອກາດແກ່ຊາວເມືອງນັ້ນ ຍອມຈາໍນົນ.
\v 11 ຖ້າພວກເຂົາໄຂປະຕູເມືອງໃຫ້ ແລະຍອມຈາໍນົນໂດຍດີ ຈົ່ງເອົາພວກເຂົາທັງໝົດເປັນຄົນຮັບໃຊ້ ແລະໃຫ້ເຮັດວຽກສໍາລັບພວກເຈົ້າ.
\s5
\v 12 ຖ້າຊາວເມືອງນັ້ນບໍ່ຍອມ ແຕ່ເລືອກເອົາການຕໍ່ສູ້; ຈົ່ງໃຊ້ກາໍລັງທະຫານອ້ອມລ້ອມເມືອງນັ້ນໄວ້.
\v 13 ຕໍ່ມາ ເມື່ອອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ໃຫ້ຢຶດເມືອງໄດ້ແລ້ວ ຈົ່ງຂ້າຜູ້ຊາຍທຸກ ໆ ຄົນໃນເມືອງ.
\s5
\v 14 ແຕ່ສ່ວນຜູ້ຍິງ, ເດັກນ້ອຍ, ຝູງສັດ ແລະສິ່ງຂອງທັງໝົດໃນເມືອງນັ້ນ ພວກເຈົ້າ ຢຶດເອົາເປັນຂອງຕົນເອງໄດ້. ພວກເຈົ້າອາດຈະໃຊ້ທຸກ ໆ ສິ່ງທີ່ເປັນຂອງຂ້າເສິກໄດ້; ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ໄດ້ມອບໃຫ້ພວກເຈົ້າແລ້ວ.
\v 15 ໃຫ້ພວກເຈົ້າຈັດການຢ່າງນີ້ແຫລະ ກັບເມືອງເຫລົ່ານັ້ນ ທີ່ຢູ່ຫ່າງໄກອອກໄປຈາກດິນແດນທີ່ ພວກເຈົ້າກໍາລັງຈະເຂົ້າໄປຕັ້ງຫລັກແຫລ່ງຢູ່ ນັ້ນ.
\s5
\v 16 ແຕ່ເມື່ອພວກເຈົ້າຢຶດຄອງເມືອງຕ່າງ ໆ ຢູ່ໃນດິນແດນທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ກໍາລັງຈະມອບໃຫ້ນັ້ນ ຈົ່ງຂ້າທຸກ ໆ ຄົນຖິ້ມ.
\v 17 ຈົ່ງທໍາລາຍ ໝົດທຸກຄົນ ຕາມທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ໄດ້ສັ່ງໄວ້ດັ່ງນີ້: ຊາວ ຮິດຕີ, ຊາວອາໂມ, ຊາວການາອານ, ຊາວເປຣີຊີ, ຊາວຮີວີ ແລະ ຊາວເຢບຸດ.
\v 18 ໃຫ້ຂ້າຄົນເຫລົ່ານີ້ຖິ້ມໝົດ ເພື່ອວ່າພວກເຂົາຈະ ບໍ່ນາໍພາພວກເຈົ້າໃຫ້ເຮັດບາບຕໍ່ສູ້ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ໂດຍສອນພວກເຈົ້າໃຫ້ເຮັດໃນສິ່ງທີ່ໜ້າລັງກຽດ ເມື່ອພວກເຂົາຂາບໄຫວ້ບັນດາຮູບເຄົາຣົບຂອງ ພວກເຂົາ.
\s5
\v 19 ເມື່ອພວກເຈົ້າພະຍາຍາມຈະຢຶດຄອງ ເມືອງໜຶ່ງ ຢ່າໄດ້ປໍ້າຕົ້ນໄມ້ທີ່ກິນໝາກ ແມ່ນວ່າ ການປິດລ້ອມເມືອງໄວ້ນັ້ນຈະໃຊ້ເວລານານ ກໍຕາມ. ພວກເຈົ້າກິນໝາກໄມ້ນັ້ນໄດ້ ແຕ່ຢ່າປໍ້າຕົ້ນມັນຖິ້ມ ເພາະມັນບໍ່ແມ່ນສັດຕູຂອງພວກເຈົ້າ.
\v 20 ພວກເຈົ້າອາດ ປໍ້າຕົ້ນໄມ້ທີ່ຮູ້ວ່າ ບໍ່ມີໝາກກິນໄດ້ ເພື່ອໃຊ້ປິດລ້ອມເມືອງໄວ້ ໄດ້ຈົນກວ່າຈະເຂົ້າຢຶດຄອງເມືອງ.”
\s5
\c 21
\p
\v 1 “ຖ້າວ່າ ຄົນໄດ້ພົບຜູ້ໜຶ່ງທີ່ຖືກຂ້າຢູ່ໃນທົ່ງນາ ໃນດິນແດນທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ກາໍລັງຈະມອບໃຫ້ ແລະ ພວກເຈົ້າບໍ່ຮູ້ວ່າແມ່ນໃຜເປັນຜູ້ຂ້າ
\v 2 ກໍໃຫ້ພວກຜູ້ນາໍ ແລະ ພວກຜູ້ຕັດສິນອອກໄປແທກເບິ່ງໄລຍະທາງ ຈາກບ່ອນທີ່ພົບສົບຜູ້ຕາຍ ໃສ່ເມືອງຕ່າງ ໆ ທີ່ໃກ້ຄຽງ.
\s5
\v 3 ແລ້ວໃຫ້ພວກຜູ້ນາໍໃນເມືອງທີ່ຢູ່ໃກ້ຊິດກັບບ່ອນພົບສົບນັ້ນ ເລືອກເອົາງົວແມ່ໜຸ່ມ ໂຕໜຶ່ງທີ່ບໍ່ເຄີຍໃຊ້ວຽກມາກ່ອນ.
\v 4 ແລ້ວ ໃຫ້ພວກເຂົານາໍມັນໄປບ່ອນໜຶ່ງໃກ້ຫ້ວຍນາໍ້ ທີ່ບໍ່ເຄີຍແຫ້ງຈັກເທື່ອ ແລະ ດິນຢູ່ໃນທີ່ນັ້ນກໍ​ບໍ່ເຄີຍຂຸດຄົ້ນປູກຝັງມາກ່ອນ ແລ້ວໃຫ້ຫັກຄໍ ງົວແມ່ໜຸ່ມຢູ່ທີ່ນັ້ນ.
\s5
\v 5 ໃຫ້ພວກປະໂຣຫິດ ຊາວເລວີ ໄປຮ່ວມ ໃນພິທີເໝືອກັນ ເພາະແມ່ນພວກເຂົາທີ່ເປັນຜູ້ຕັດສິນຊີ້ຂາດທຸກ ໆ ຄະດີ ຕາມກົດບັນຍັດ ກ່ຽວກັບການທໍາລາຍຮ່າງກາຍ. ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ໄດ້ເລືອກ ເອົາປະໂຣຫິດ ຊາວເລວີ ໃຫ້ຮັບໃຊ້ພຣະອົງ ແລະ ໃຫ້ກ່າວຄໍາອວຍພອນໃນນາມຂອງອົງພຣະຜູ້ເປັນເຈົ້າ.
\s5
\v 6 ແລ້ວຈົ່ງໃຫ້ພວກຜູ້ນາໍທັງໝົດຂອງເມືອງ ຊຶ່ງໃກ້ທີ່ສຸດກັບບ່ອນທີ່ພົບສົບຄົນຕາຍ ລ້າງມືໃສ່ເທິງງົວ
\v 7 ແລະ ເວົ້າວ່າ, ‘ພວກເຮົາບໍ່ໄດ້ຂ້າຊາຍຄົນນີ້ ແລະ ພວກເຮົາບໍ່ຮູ້ວ່າແມ່ນໃຜເປັນຜູ້ຂ້າ.
\s5
\v 8 ອົງພຣະຜູ້ເປັນເຈົ້າເອີຍ ໂຜດຍົກໂທດ ໃຫ້ຊາວອິດສະຣາເອນ ດ້ວຍເຖີດ ຄື ປະຊາຊົນທີ່ພຣະອົງໄດ້ຊ່ວຍກູ້ອອກມາຈາກ ປະເທດເອຢິບ. ໂຜດຍົກໂທດໃຫ້ພວກຂ້ານ້ອຍ ແລະ ຢ່າໃຫ້ພວກຂ້ານ້ອຍຮັບຜິດຊອບ ເລື່ອງການຕາຍຂອງຄົນໜຶ່ງ ທີ່ບໍ່ຮູ້ຜູ້ສັງຫານ.
\v 9 ສະນັ້ນ ເມື່ອເຮັດຕາມອົງພຣະຜູ້ເປັນເຈົ້າໄດ້ກາໍນົດແລ້ວ ພວກເຈົ້າກໍຈະບໍ່ເປັນຜູ້ຮັບຜິດຊອບ ສໍາລັບການຂ້າຄົນ.”
\s5
\v 10 “ເມື່ອອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ໃຫ້ພວກເຈົ້າໄຊຊະນະຢູ່ໃນສະໜາມຮົບ ແລະ ຈັບຊະເລີຍເສິກໄດ້
\v 11 ພວກເຈົ້າອາດຈະເຫັນຍິງສາວທີ່ສວຍງາມ ໃນທ່າມກາງພວກຊະເລີຍເສິກກໍໄດ້ ແລະ ຢາກໄດ້ນາງມາເປັນເມຍ.
\v 12 ຈົ່ງນາໍນາງ ເມືອເຮືອນຂອງພວກເຈົ້າ ແລະ ໃຫ້ນາງແຖຫົວ [ຢ] ຕັດເລັບມື
\s5
\v 13 ແລະ ປ່ຽນເສື້ອຜ້າ ໃຫ້ນາງຢູ່ໃນເຮືອນ ແລະ ໄວ້ທຸກໃຫ້ພໍ່ແມ່ຂອງນາງໜຶ່ງເດືອນ; ຫລັງຈາກນັ້ນແລ້ວ ພວກເຈົ້າຈົ່ງເອົານາງໄປເປັນເມຍໄດ້.
\v 14 ຕໍ່ມາ ຖ້າພວກເຈົ້າບໍ່ຕ້ອງການນາງອີກ ຈົ່ງປ່ອຍນາງໃຫ້ເປັນອິດສະຫລະ. ເມື່ອພວກເຈົ້າໄດ້ບັງຄັບນາງໃຫ້ເປັນເມຍ ສະນັ້ນຈຶ່ງບໍ່ສົມຄວນທີ່ພວກເຈົ້າ ຈະປະຕິບັດຕໍ່ນາງຢ່າງຄົນຮັບໃຊ້ ໂດຍຂາຍ ນາງຕໍ່ໃຫ້ຄົນອື່ນ.”
\s5
\v 15 “ຖ້າວ່າ ຊາຍຜູ້ໜຶ່ງມີເມຍສອງຄົນ ແລະ ທັງສອງກໍເກີດລູກຜູ້ຊາຍ. ແຕ່ລູກຊາຍ ຄົນທາໍອິດ ບໍ່ແມ່ນລູກທີ່ເກີດຈາກເມຍທີ່ຕົນຮັກ
\v 16 ເມື່ອຊາຍຄົນນີ້ຕົກລົງຈະແບ່ງປັນມໍຣະດົກໃຫ້ແກ່ລູກ ໆ ຂອງຕົນ ລາວບໍ່ຕ້ອງ ເຂົ້າຂ້າງລູກຊາຍຂອງເມຍ ທີ່ຕົນຮັກໂດຍມອບມໍຣະດົກຂອງລູກເມຍກົກໃຫ້ລາວ.
\v 17 ລາວຕ້ອງແບ່ງມໍຣະດົກສອງເທົ່າໃຫ້ລູກຊາຍຄົນກົກ ເຖິງແມ່ນວ່າລາວບໍ່ແມ່ນລູກຊາຍຂອງເມຍ ທີ່ຕົນຮັກກໍຕາມ. ຊາຍຜູ້ໜຶ່ງຕ້ອງຮັບຮູ້ສິດທິຂອງລູກຊາຍກົກຂອງຕົນ ແລະ ແບ່ງມໍຣະດົກທີ່ຖືກຕາມກົດໝາຍ ທີ່ລາວສົມຄວນ ຈະໄດ້ຮັບໃຫ້ແກ່ລາວ.”
\s5
\v 18 “ຖ້າວ່າ ຜູ້ໜຶ່ງມີລູກຊາຍທີ່ດື້ດ້ານ ແລະ ບໍ່ຢູ່ໃນຄໍາໂອວາດ ຄື ລູກຊາຍທີ່ບໍ່ຟັງຄວາມພໍ່ ແມ່ຂອງຕົນ ເຖິງແມ່ນວ່າ ພໍ່ແມ່ໄດ້ລົງໂທດ ລາວແລ້ວກໍຕາມ.
\v 19 ພໍ່ແມ່ຕ້ອງນາໍລູກຊາຍຂອງຕົນໄປຫາພວກຜູ້ນາໍໃນເມືອງ ທີ່ຕົນອາໄສຢູ່ ແລະນາໍລາວຂຶ້ນສານ.
\s5
\v 20 ພໍ່ແມ່ຕ້ອງເວົ້າກັບພວກເພິ່ນວ່າ, ‘ລູກຊາຍພວກຂ້ານ້ອຍດື້ດ້ານ ທັງບໍ່ຢູ່ໃນຄໍາໂອວາດ ແລະ ບໍ່ເຊື່ອຟັງພວກຂ້ານ້ອຍດ້ວຍ; ລາວລ້າງຜານເງິນຄໍາ ແລະ ຕິດເຫລົ້າ ເມົາສຸຣາ.
\v 21 ແລ້ວຊາວເມືອງກໍຈະເອົາກ້ອນຫິນແກວ່ງໃສ່ລາວໃຫ້ເຖິງຕາຍ. ດັ່ງນັ້ນແຫລະ ພວກເຈົ້າຈຶ່ງຈະກາໍຈັດຄວາມຊົ່ວຊ້າເຊັ່ນນີ້ ໃຫ້ໝົດໄປໄດ້. ທຸກຄົນໃນຊາດອິດສະຣາເອນ ຈະໄດ້ຍິນສິ່ງທີ່ເກີດຂຶ້ນ ແລະ ພວກເຂົາຈະຢ້ານກົວ.”
\s5
\v 22 “ຖ້າຄົນໜຶ່ງຖືກປະຫານ ສໍາລັບຄວາມຜິດທາງອາດຍາ ໂດຍການແຂວນຄໍ
\v 23 ຢ່າປ່ອຍສົບແຂວນໄວ້ ຈົນຮອດກາງຄືນ. ໃຫ້ຝັງສົບຂອງຄົນນີ້ໃນມື້ນັ້ນໂລດ ເພາະສົບຂອງຄົນຕາຍທີ່ຖືກແຂວນຄໍກັບເສົາ ນາໍຄວາມສາບແຊ່ງຂອງພຣະເຈົ້າມາສູ່ດິນແດນ. ຈົ່ງຝັງສົບນັ້ນສາ ເພື່ອບໍ່ເປັນການນາໍການສາບແຊ່ງມາສູ່ດິນແດນ ທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ກາໍລັງຈະມອບໃຫ້.”
\s5
\c 22
\p
\v 1 “ຖ້າພວກເຈົ້າເຫັນງົວ ຫລື ແກະ ຂອງພີ່ນ້ອງຊາວອິດສະຣາເອນ ຫລົງມາ ຢ່າໄດ້ເຮັດເມີນເສີຍ; ຈົ່ງນໍາສັດນັ້ນກັບໄປ ສົ່ງຄືນໃຫ້ເຈົ້າຂອງ.
\v 2 ແຕ່ຖ້າເຈົ້າຂອງສັດຢູ່ຫ່າງໄກ ຫລື ບໍ່ຮູ້ວ່າຜູ້ໃດເປັນເຈົ້າຂອງສັດ ກໍໃຫ້ນາໍສັດນັ້ນເມືອບ້ານຂອງຕົນ. ເມື່ອເຈົ້າຂອງສັດມາຕາມຫາ ຈົ່ງສົ່ງສັດນັ້ນຄືນໃຫ້ເຈົ້າຂອງ.
\s5
\v 3 ຈົ່ງປະຕິບັດເຊັ່ນດຽວກັນ ຖ້າພວກເຈົ້າ ພົບລໍ ເຄື່ອງນຸ່ງຫົ່ມ ແລະ ສິ່ງອື່ນ ໆ ທີ່ພີ່ນ້ອງ ຊາວອິດສະຣາເອນໄດ້ເຮັດເສຍ.
\v 4 ຖ້າລໍ ຫລື ງົວຂອງພີ່ນ້ອງຊາວອິດສະຣາເອນ ລົ້ມລົງ ຢ່າໄດ້ເຮັດເມີນເສີຍ. ຈົ່ງຊ່ວຍລາວຊູສັດນັ້ນຂຶ້ນ.
\s5
\v 5 ຜູ້ຍິງຕ້ອງບໍ່ນຸ່ງເຄື່ອງຜູ້ຊາຍ ແລະ ຜູ້ຊາຍຕ້ອງບໍ່ນຸ່ງເຄື່ອງຜູ້ຍິງ; ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ກຽດຊັງຄົນທີ່ເຮັດເຊັ່ນນັ້ນ.
\s5
\v 6 ຖ້າພວກເຈົ້າບັງເອີນ ພົບຮັງນົກຢູ່ເທິງຕົ້ນໄມ້ ຫລື ເທິງພື້ນດິນທີ່ແມ່ຂອງມັນກາໍລັງຟັກໄຂ່ ຫລື ເຝົ້າລູກຂອງມັນຢູ່ ພວກເຈົ້າບໍ່ຕ້ອງຈັບແມ່ຂອງມັນໄປ.
\v 7 ພວກເຈົ້າອາດ ຈະເອົາລູກນົກໄປໄດ້ ແຕ່ປ່ອຍແມ່ຂອງມັນໄປ ເພື່ອວ່າພວກເຈົ້າຈະມີຊີວິດຢູ່ຍືນຍາວ ແລະ ຈະເລີນຮຸ່ງເຮືອງ.
\s5
\v 8 ເມື່ອພວກເຈົ້າສ້າງເຮືອນໃໝ່ ໃຫ້ເຮັດຂອບເທິງຫລັງຄາເຮືອນໄວ້. ແລ້ວພວກເຈົ້າຈະບໍ່ຕ້ອງຮັບຜິດຊອບ ຖ້າຜູ້ໃດຜູ້ໜຶ່ງຕົກລົງຕາຍ.
\s5
\v 9 ຢ່າປູກພືດໃດ ໆ ໃນບ່ອນດຽວກັບສວນອະງຸ່ນ; ຖ້າພວກເຈົ້າຂືນເຮັດ ພວກເຈົ້າບໍ່ຕ້ອງໃຊ້ພືດຜົນທັງສອງຢ່າງ ທີ່ໄດ້ມາຈາກສວນນັ້ນ.
\v 10 ຢ່າເອົາງົວເຖິກ ແລະ ລໍ ທຽມແອກນາໍກັນໃຊ້ໄຖນາ.
\v 11 ຢ່ານຸ່ງເຄື່ອງທີ່ໃຊ້ຂົນແກະ ແລະ ຜ້າປ່ານຕໍ່າປົນກັນ.
\s5
\v 12 ຈົ່ງຫຍິບຍອຍໃສ່ສີ່ແຈເສື້ອຄຸມຂອງພວກເຈົ້າ.”
\s5
\v 13 ຖ້າວ່າຊາຍຜູ້ໜຶ່ງໄດ້ແຕ່ງງານ ກັບຍິງຜູ້ໜຶ່ງ ແລະ ຕໍ່ມາລາວບໍ່ຕ້ອງການນາງອີກ.
\v 14 ດັ່ງນັ້ນ ລາວຈຶ່ງຫາເຫດຜົນອັນບໍ່ຈິງກ່າວຟ້ອງນາງ ວ່າ ເປັນຍິງບໍ່ບໍຣິສຸດ ເມື່ອເຂົາແຕ່ງງານກັນແລ້ວ.
\s5
\v 15 ຖ້າເຫດການເຊັ່ນນີ້ເກີດຂຶ້ນ ໃຫ້ພໍ່ແມ່ຂອງຝ່າຍຍິງ ເອົາຜ້າປູບ່ອນນອນ ທີ່ມີຮອຍເລືອດໃນຄືນມື້ແຕ່ງງານ ຊຶ່ງພິສູດວ່າ ນາງເປັນສາວບໍຣິສຸດ ແລະ ນາໍໄປຍັງສານ ເພື່ອໃຫ້ພວກຫົວໜ້າປົກຄອງເມືອງເບິ່ງ.
\s5
\v 16 ພໍ່ຂອງຝ່າຍຍິງນັ້ນ ຈະຕ້ອງເວົ້າກັບຜູ້ປົກຄອງເມືອງ ວ່າ ‘ຂ້າພະເຈົ້າເອງເປັນຜູ້ມອບລູກສາວໃຫ້ແຕ່ງງານກັບຊາຍຄົນນີ້, ແຕ່ມາບັດນີ້ ລາວບໍ່ຕ້ອງການນາງ.
\v 17 ລາວໄດ້ຫາເຫດອັນບໍ່ຈິງຟ້ອງນາງ ໂດຍເວົ້າຕໍ່ນາງ ວ່າ ນາງບໍ່ບໍຣິສຸດເມື່ອລາວໄດ້ນາງມາເປັນເມຍແລ້ວ. ຈົ່ງເບິ່ງຮອຍເລືອດທີ່ຕິດຜ້າປູບ່ອນນີ້ດູ’
\s5
\v 18 ແລ​້ວໃຫ້ບັນດາຫົວໜ້າຜູ້ປົກຄອງເມືອງ ເອົາຜົວຂອງຍິງນັ້ນໄປຂ້ຽນ.
\v 19 ໃຫ້ພວກເຂົາປັບໄໝລາວອີກ ເປັນເງິນຮ້ອຍຫລຽນ ແລະ ມອບເງິນໃຫ້ພໍ່ຂອງຝ່າຍຍິງ ຍ້ອນຊາຍຜູ້ນີ້ໄດ້ນາໍການສາບແຊ່ງມາສູ່ຍິງອິດສະຣາເອນ. ບໍ່ແລ້ວແຕ່ເທົ່ານັ້ນ ນາງຍັງຈະຕ້ອງເປັນເມຍຂອງລາວຕໍ່ໄປ ແລະ ຈະປະຮ້າງນາງ ບໍ່ໄດ້ຕະຫລອດຊີວິດ.
\s5
\v 20 ແຕ່ຖ້າການກ່າວຟ້ອງນັ້ນ ເປັນຄວາມຈິງ ແລະ ບໍ່ມີຂໍ້ພິສູດໃດ ໆ ວ່າຍິງນັ້ນບໍຣິສຸດ
\v 21 ກໍໃຫ້ນໍາຍິງນັ້ນອອກໄປທີ່ປະຕູເຮືອນ ພໍ່ຂອງນາງ ແລ້ວໃຫ້ຊາວເມືອງແກວ່ງກ້ອນຫິນໃສ່ໃຫ້ຕາຍໃນທີ່ນັ້ນ. ນາງໄດ້ເຮັດສິ່ງທີ່ອັບອາຍຂາຍໜ້າ ທ່າມກາງຊາວເມືອງຂອງພວກເຮົາ ໂດຍສົມສູ່ທາງເພດກ່ອນແຕ່ງງານ ຄາວທີ່ນາງໄດ້ອາໄສຢູ່ນາໍພໍ່ແມ່. ໃນທາໍນອງນີ້ ພວກເຈົ້າຈຶ່ງຈະກາໍຈັດຄວາມຊົ່ວຮ້າຍນີ້.
\s5
\v 22 ຖ້າຊາຍຄົນໜຶ່ງຖືກຈັບໄດ້ ໃນຂະນະທີ່ລາວສົມສູ່ກັບເມຍຂອງຄົນອື່ນ ກໍໃຫ້ລົງໂທດ ທັງສອງຄົນເຖິງຕາຍ. ໃນທາໍນອງນີ້ ພວກເຈົ້າຈຶ່ງຈະກາໍຈັດຄວາມຊົ່ວຮ້າຍນີ້.
\s5
\v 23 ຖ້າວ່າ ຊາຍຜູ້ໜຶ່ງຖືກຈັບໄດ້ໃນເມືອງ ໃນຂະນະທີ່ລາວສົມສູ່ກັບຍິງສາວທີ່ມີຄູ່ໝັ້ນແລ້ວ
\v 24 ໃຫ້ນາໍເຂົາທັງສອງອອກໄປນອກເມືອງ ແລະ ແກວ່ງກ້ອນຫິນໃສ່ໃຫ້ຕາຍ. ຜູ້ຍິງນີ້ຕ້ອງຖືກໂທດເຖິງຕາຍ ເພາະນາງບໍ່ໄດ້ຮ້ອງຂໍໃຫ້ຊ່ວຍເຫລືອ ເຖິງແມ່ນນາງຢູ່ໃນ ເມືອງ ບ່ອນທີ່ຄົນຍິນສຽງໄດ້. ສ່ວນຜູ້ຊາຍນັ້ນຕ້ອງຖືກໂທດເຖິງຕາຍ ເພາະລາວໄດ້ສົມສູ່ກັບຍິງທີ່ມີຄູ່ໝັ້ນແລ້ວ. ໃນທາໍນອງນີ້ພວກເຈົ້າຈຶ່ງຈະກາໍຈັດຄວາມຊົ່ວຮ້າຍນີ້.
\s5
\v 25 ຖ້າວ່າຊາຍຜູ້ໜຶ່ງຂົ່ມຂືນຍິງສາວທີ່ມີຄູ່ໝັ້ນແລ້ວ ຢູ່ນອກເມືອງ ໃຫ້ລົງໂທດຊາຍຄົນນີ້ຜູ້ດຽວໃຫ້ເຖິງຕາຍ;
\v 26 ຢ່າເຮັດຫຍັງ ແກ່ຜູ້ຍິງນັ້ນເລີຍ ເພາະນາງບໍ່ໄດ້ເຮັດຜິດ ເຖິງຂັ້ນໂທດປະຫານ. ຄະດີນີ້ແມ່ນຢ່າງດຽວກັບເມື່ອຊາຍຄົນໜຶ່ງຕີຊາຍອີກຄົນໜຶ່ງ ແລະ ຂ້າລາວ.
\v 27 ຊາຍຄົນນັ້ນໄດ້ຂົ່ມຂືນຍິງທີ່ມີ ຄູ່ໝັ້ນແລ້ວທີ່ນອກເມືອງ ເຖິງແມ່ນວ່ານາງຈະຮ້ອງໃຫ້ຊ່ວຍເຫລືອ ກໍບໍ່ມີຜູ້ໃດມາຊ່ວຍເຫລືອນາງໄດ້.
\s5
\v 28 ຖ້າວ່າ ຊາຍຜູ້ໜຶ່ງຖືກຈັບໄດ້ໃນຂະນະທີ່ຂົ່ມຂືນຜູ້ສາວຍັງບໍ່ມີຄູ່ໝັ້ນເທື່ອ
\v 29 ລາວຈະຕ້ອງຈ່າຍເງິນຫ້າສິບຫລຽນໃຫ້ພໍ່ຂອງຍິງນັ້ນ ແລ້ວໃຫ້ລາວຮັບເອົານາງໄປເປັນເມຍ ຂອງຕົນ ເພາະລາວໄດ້ບັງຄັບນາງໃຫ້ສົມສູ່ທາງເພດກັບຕົນ. ລາວຈະຢ່າຮ້າງນາງບໍ່ໄດ້ຕະຫລອດຊີວິດ.
\s5
\v 30 ຢ່າໃຫ້ຊາຍຜູ້ໃດ ເຮັດໃຫ້ພໍ່ຂອງຕົນຕ້ອງໄດ້ຖືກອັບອາຍຂາຍໜ້າ ໂດຍສົມສູ່ທາງເພດກັບເມຍນ້ອຍຂອງເພິ່ນ.”
\s5
\c 23
\p
\v 1 “ຢ່ານັບຜູ້ທີ່ຖືກຕອນ ຫລື ຜູ້ທີ່ມີອະໄວຍະວະສືບພັນພິການ ເຂົ້າເປັນປະຊາຊົນຂອງອົງພຣະຜູ້ເປັນເຈົ້າ.
\v 2 ຢ່ານັບລູກທີ່ເກີດນອກການແຕ່ງງານ ຫລື ລູກຫລານຂອງລາວເຖິງສິບຊົ່ວເຊັ່ນຄົນ ເຂົ້າເປັນປະຊາຊົນຂອງອົງພຣະຜູ້ເປັນເຈົ້າ.
\s5
\v 3 ຢ່ານັບຊາວອໍາໂມນ ຫລື ຊາວໂມອາບ ຫລື ລູກຫລານຂອງພວກເຂົາເຖິງສິບຊົ່ວເຊັ່ນ ຄົນເຂົ້າເປັນປະຊາຊົນຂອງອົງພຣະຜູ້ເປັນເຈົ້າ.
\v 4 ພວກເຂົາບໍ່ຍອມໃຫ້ສະບຽງອາຫານ ແລະ ນໍ້າແກ່ພວກເຈົ້າ ຄາວເມື່ອພວກເຈົ້າໄດ້ເດີນທາງອອກມາຈາກປະເທດເອຢິບ, ແຕ່ພວກເຂົາຊໍ້າໄດ້ຈ້າງ ບາລາອາມ ລູກຊາຍຂອງເບອໍ ຈາກເມືອງເປໂທນ ໃນ ເມໂຊໂປຕາເມຍ ມາສາບແຊ່ງພວກເຈົ້າ.
\s5
\v 5 ແຕ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ບໍ່ໄດ້ຟັງບາລາອາມ; ພຣະອົງຈຶ່ງປ່ຽນຄໍາສາບແຊ່ງນັ້ນ ມາເປັນຄໍາອວຍພອນ ເພາະວ່າພຣະອົງຮັກພວກເຈົ້າ.
\v 6 ຕາບໃດ ທີ່ພວກເຈົ້າເປັນຊົນຊາດໜຶ່ງຢູ່ ຢ່າຊ່ວຍເຫລືອຊົນຊາດເຫລົ່ານີ້ຢ່າງໃດຢ່າງໜຶ່ງໃຫ້ຈະເລີນຮຸ່ງເຮືອງຈັກເທື່ອ.
\s5
\v 7 ຢ່າດູໝິ່ນປະໝາດ ຊາວເອໂດມ ເພາະພວກເຂົາເປັນຍາດພີ່ນ້ອງຂອງພວກເຈົ້າ. ຢ່ານໍາການສາບແຊ່ງມາສູ່ຊາວເອຢິບ ເພາະຄັ້ງໜຶ່ງພວກເຈົ້າເຄີຍອາໄສຢູ່ໃນດິນແດນຂອງພວກເຂົາ.
\v 8 ໃນພາຍຄັ້ງໜ້າ ລູກຫລານຂອງພວກເຂົາໃນສາມສີ່ຊົ່ວເຊັ່ນຄົນອາດຈະ ຖືກນັບເຂົ້າເປັນປະຊາຊົນຂອງອົງພຣະຜູ້ເປັນເຈົ້າກໍໄດ້.”
\s5
\v 9 “ເມື່ອພວກເຈົ້າອາໄສຢູ່ໃນຄ້າຍພັກ ຍາມເຮັດເສິກໃຫ້ພວກເຈົ້າຫລີກເວັ້ນທຸກ ໆ ສິ່ງທີ່ຈະເຮັດໃຫ້ເປັນມົນທິນຕາມກົດບັນຍັດ.
\v 10 ຖ້າຊາຍຄົນໜຶ່ງເປັນມົນທິນ ຍ້ອນລາວ ຝັນໃນຕອນກາງຄືນອັນເປັນເຫດໃຫ້ນາໍ້ກາມ ໄຫລອອກ ໃຫ້ລາວອອກໄປຢູ່ນອກຄ້າຍພັກ.
\v 11 ເຖິງເວລາແລງ ໃຫ້ລາວອາບນາໍ້ຊໍາລະຕົວ ແລະ ເມື່ອຕາເວັນຕົກດິນແລ້ວ ລາວກັບຄືນເຂົ້າສູ່ຄ້າຍພັກໄດ້.
\s5
\v 12 ພວກເຈົ້າຕ້ອງສະຫງວນເຂດຖ່າຍໜັກ ຖ່າຍເບົາໄວ້ຢູ່ນອກຄ້າຍພັກ.
\v 13 ທະຫານ ແຕ່ລະຄົນຈະຕ້ອງມີເຄື່ອງມືປະຈາໍຕົວ ແລະ ເມື່ອໃດໄປຖ່າຍກໍໃຫ້ໃຊ້ເຄື່ອງມືນັ້ນຂຸດຂຸມ ແລະ ໃຊ້ດິນຖົມໄວ້.
\v 14 ຈົ່ງຮັກສາຄ້າຍພັກຂອງພວກເຈົ້າໃຫ້ປາສະຈາກມົນທິນ ຕາມກົດບັນຍັດ ເພາະອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າສະຖິດຢູ່ໃນຄ້າຍນັ້ນ ເພື່ອຄຸ້ມຄອງພວກເຈົ້າ ແລະ ໃຫ້ພວກເຈົ້າມີໄຊຊະນະຕໍ່ຂ້າເສິກສັດຕູ. ຢ່າເຮັດສິ່ງໃດສິ່ໜຶ່ງທີ່ໜ້າເປິເປື້ອນ ຊຶ່ງເປັນເຫດໃຫ້ພຣະອົງ ປິ່ນໜ້າໜີຈາກພວກເຈົ້າ.”
\s5
\v 15 “ຖ້າຄົນຮັບໃຊ້ຊາຍຍິງຜູ້ໜຶ່ງປົບໜີ ຈາກນາຍຂອງຕົນ ແລະ ມາຂໍການຄຸ້ມຄອງ ຈາກພວກເຈົ້າ ຢ່າໄດ້ສົ່ງລາວກັບຄືນໄປ.
\v 16 ແຕ່ລາວຈະຢູ່ບ່ອນໃດກໍໄດ້ ຕາມທີ່ລາວມັກໃນບັນດາເມືອງຂອງພວກເຈົ້າ ແລະ ພວກເຈົ້າບໍ່ຕ້ອງເຮັດຮຸນແຮງຕໍ່ລາວ.
\s5
\v 17 ຢ່າໃຫ້ຊາວອິດສະຣາເອນ ບໍ່ວ່າຊາຍ ຫລື ຍິງ ເປັນໂສເພນີຢູ່ຕາມວັດຮູບເຄົາຣົບ.
\v 18 ເຊັ່ນດຽວກັນ ເງິນທີ່ໄດ້ໃນທາໍນອງນີ້ບໍ່ ໃຫ້ຖືກນາໍເຂົ້າມາ ເປັນການແກ້ບະບົນ ໃນວິຫານຂອງອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ເພາະອົງພຣະຜູ້ເປັນເຈົ້າ ກຽດຊັງວັດຂອງພວກໂສເພນີ.
\s5
\v 19 ເມື່ອພວກເຈົ້າໃຫ້ພີ່ນ້ອງຊາວອິດສະຣາເອນຜູ້ໜຶ່ງຢືມເງິນ ຫລື ອາຫານການກິນ ຫລື ສິ່ງອື່ນ ໆ ກໍດີ ຢ່າໄດ້ຄິດໄລ່ ເອົາດອກເບ້ຍນາໍລາວ.
\v 20 ພວກເຈົ້າອາດ ຈະຄິດໄລ່ເອົາດອກເບ້ຍ ນາໍຄົນຕ່າງດ້າວໄດ້ ແຕ່ຢ່າຄິດໄລ່ເອົາດອກເບ້ຍນາໍສິ່ງທີ່ພີ່ນ້ອງ ອິດສະຣາເອນໄດ້ຢືມ. ຈົ່ງເຮັດຕາມລະບຽບການນີ້ ແລະອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ຈະອວຍພອນທຸກໆ ສິ່ງທີ່ພວກເຈົ້າເຮັດຢູ່ໃນດິນແດນ ທີ່ພວກເຈົ້າກໍາລັງຈະເຂົ້າໄປຢຶດຄອງນັ້ນ.
\s5
\v 21 ເມື່ອພວກເຈົ້າສາບານ ຕໍ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ຢ່າລະເລີຍຕໍ່ສິ່ງທີ່ໄດ້ສັນຍາໄວ້; ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ຈະຖືເອົາຕາມຄໍາສາບານຂອງພວກເຈົ້າ ແລະ ການບໍ່ຢຶດຖື ຕາມນັ້ນກໍເປັນບາບ.
\v 22 ເມື່ອພວກເຈົ້າບໍ່ໄດ້ສາບານໄວ້ກັບອົງພຣະຜູ້ເປັນເຈົ້າ ພວກເຈົ້າກໍບໍ່ມີບາບ;
\v 23 ແຕ່ຖ້າພວກເຈົ້າ ສະໝັກໃຈສາບານໄວ້ແລ້ວ ຈົ່ງເອົາໃຈໃສ່ເຮັດຕາມນັ້ນ.
\s5
\v 24 ເມື່ອພວກເຈົ້າຍ່າງຜ່ານໄປໃນສວນອະງຸ່ນຂອງຄົນອື່ນ ພວກເຈົ້າຈະກິນໝາກອະງຸ່ນໃນສວນນັ້ນ ຈົນອີ່ມກໍໄດ້ ແຕ່ຢ່າໄດ້ເກັບໃສ່ກະຕ່າຖືໄປນາໍ.
\v 25 ເມື່ອຍ່າງຜ່ານທົ່ງນາ ພວກເຈົ້າຈະໃຊ້ມືເດັດເອົາຮ່ວງເຂົ້າ ມາເກັດກິນກໍໄດ້ ແຕ່ຢ່າໄດ້ໃຊ້ກ່ຽວຕັດເອົາໄປ.”
\s5
\c 24
\p
\v 1 “ຖ້າວ່າຊາຍຜູ້ໜຶ່ງແຕ່ງງານ ກັບຍິງຜູ້ໜຶ່ງ ແລະ ພາຍລຸນມາ ລາວບໍ່ຕ້ອງການນາງອີກຕໍ່ ໄປ ເພາະລາວພົບພຶດຕິການບາງສິ່ງບາງຢ່າງ ຊຶ່ງລາວບໍ່ມັກ. [ຣ] ດັ່ງນັ້ນ ລາວຈຶ່ງເຮັດໜັງສືຢ່າຮ້າງຍື່ນໃຫ້ນາງ ແລະ ບອກນາງໃຫ້ ໜີຈາກເຮືອນຂອງຕົນໄປ.
\v 2 ຕໍ່ມາ ຖ້າວ່ານາງໄດ້ແຕ່ງງານກັບຊາຍອື່ນອີກ
\s5
\v 3 ແລະ ຊາຍຜູ້ນັ້ນຕັດສິນໃຈຢ່າຮ້າງນາງເໝືອນກັນ ດັ່ງນັ້ນລາວຈຶ່ງຂຽນໜັງສືຢ່າຮ້າງ ຍື່ນໃຫ້ນາງ ແລະບອກໃຫ້ນາງໜີອອກໄປ ຈາກເຮືອນຂອງຕົນ. ຫລື ຖ້າວ່າຜົວຄົນທີສອງຂອງນາງຕາຍໄປ.
\v 4 ໃນກໍລະນີ້ ເຊັ່ນນີ້ ຜົວຜູ້ທາໍອິດຈະເອົານາງກັບຄືນມາເປັນເມຍອີກບໍ່ໄດ້; ໃຫ້ລາວຖືວ່ານາງເປັນມົນທິນ ເສຍແລ້ວ. ຖ້າລາວເອົານາງມາເປັນເມຍອີກ ກໍຈະເຮັດໃຫ້ອົງພຣະຜູ້ເປັນເຈົ້າບໍ່ພໍໃຈ. ຢ່າໃຫ້ພວກເຈົ້າເຮັດບາບ ອັນຮ້າຍແຮງເຊັ່ນນີ້ ໃນດິນແດນທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ກາໍລັງຈະມອບໃຫ້ນີ້.”
\s5
\v 5 “ເມື່ອຊາຍຜູ້ໜຶ່ງຫາກໍແຕ່ງງານ ຢ່າເກນ ເອົາລາວເຂົ້າເປັນທະຫານ ຫລື ຮັບໜ້າທີ່ໃດ ໆ ຕໍ່ປະຊາຊົນ; ໃຫ້ລາວພັກຢູ່ບ້ານໜຶ່ງປີ ເພື່ອຈະໄດ້ເຮັດໃຫ້ເມຍມີຄວາມສຸກ. [ລ]
\s5
\v 6 ເມື່ອພວກເຈົ້າໃຫ້ຄົນໜຶ່ງຢືມ ບາງສິ່ງບາງຢ່າງ ຢ່າໄດ້ເອົາຫິນໂມ້ແປ້ງຂອງລາວ ໄວ້ເປັນເຄື່ອງຄໍ້າປະກັນ. ມັນຈະເປັນການ ເອົາສິ່ງທີ່ຕຽມອາຫານ ເພື່ອລ້ຽງຊີບໃນຄອບຄົວໄປ.
\s5
\v 7 ຜູ້ໃດກໍຕາມທີ່ລັກເອົາພີ່ນ້ອງຊາວອິດສະຣາເອນ ໄປຮັບໃຊ້ຕົນ ຫລື ເອົາໄປ ຂາຍເປັນທາດຮັບໃຊ້ ຈະຕ້ອງຖືກໂທດເຖິງຕາຍ. ໃນທໍານອງນີ້ ພວກເຈົ້າຈະກາໍຈັດຄວາມຊົ່ວຮ້າຍນີ້.
\s5
\v 8 ເມື່ອພວກເຈົ້າຕ້ອງທົນທຸກທໍລະມານ ຈາກພະຍາດຂີ້ທູດ ຈົ່ງເອົາໃຈໃສ່ປິ່ນປົວຕາມ ຄໍາແນະນາໍຂອງປະໂຣຫິດ ຊາວເລວີ; ຈົ່ງປະຕິບັດຕາມຄໍາແນະນໍາ ຊຶ່ງຂ້າພະເຈົ້າໄດ້ມອບໃຫ້ແກ່ພວກເຂົາ.
\v 9 ຈົ່ງລະນຶກເຖິງສິ່ງທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ໄດ້ເຮັດຕໍ່ມີຣີອາມ ໃນຄາວທີ່ພວກເຈົ້າ ພວມເດີນທາງອອກມາຈາກປະເທດເອຢິບ.
\s5
\v 10 ເມື່ອພວກເຈົ້າ ໃຫ້ເພື່ອນບ້ານຢືມ ບາງສິ່ງບາງຢ່າງ ຢ່າໄດ້ລ່ວງເຂົ້າໄປໃນເຮືອນເອົາເຄື່ອງນຸ່ງຫົ່ມຂອງເຂົາ ເປັນເຄື່ອງມັດຈາໍ,
\v 11 ແຕ່ຈົ່ງຢືນຖ້າຢູ່ຂ້າງນອກ ແລະ ໃຫ້ເຂົາເອົາມາໃຫ້ພວກເຈົ້າເອງ.
\s5
\v 12 ຖ້າເຂົາເປັນຄົນຍາກຈົນ ຢ່າເກັບຂອງ ຄໍ້າປະກັນນັ້ນໄວ້ຈົນຄ້າງຄືນ;
\v 13 ໃຫ້ພວກເຈົ້າສົ່ງລາວຄືນ ທຸກໆ ແລງ ເພື່ອວ່າລາວຈະ ໄດ້ໃຊ້ຫົ່ມ ເມື່ອເວລາເຂົ້ານອນ ແລະ ລາວຈະອວຍພອນພວກເຈົ້າ ແລະອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ກໍຈະພໍໃຈນາໍພວກເຈົ້າ.
\s5
\v 14 ຢ່າສໍ້ໂກງຄົນຍາກຈົນ ແລະ ລູກຈ້າງທີ່ຂັດສົນ ບໍ່ວ່າຄົນນັ້ນຈະເປັນພີ່ນ້ອງຊາວອິດສະຣາເອນ ຫລື ເປັນຄົນຕ່າງດ້າວ ທີ່ອາໄສຢູ່ໃນເມືອງໜຶ່ງຂອງພວກເຈົ້າກໍຕາມ.
\v 15 ແຕ່ຈົ່ງຈ່າຍຄ່າຈ້າງໃຫ້ລາວ ທຸກໆ ມື້ ກ່ອນຕາເວັນຕົກດິນ; ລາວຕ້ອງການເງິນແລະ ລໍຮັບຄ່າຈ້າງນັ້ນຢູ່. ຖ້າພວກເຈົ້າບໍ່ຈ່າຍ ໃຫ້ລາວ ລາວຈະຮ້ອງຟ້ອງຕໍ່ອົງພຣະຜູ້ເປັນເຈົ້າ ແລ້ວພວກເຈົ້າກໍຈະເປັນຜູ້ຜິດໃນຖານະເຮັດບາບ.
\s5
\v 16 ພໍ່ແມ່ ບໍ່ຕ້ອງຖືກລົງໂທດເຖິງຕາຍ ຍ້ອນລູກເຮັດຜິດ ແລະ ລູກ ໆ ກໍບໍ່ຕ້ອງຖືກລົງໂທດເຖິງຕາຍ ຍ້ອນພໍ່ແມ່ເຮັດຜິດ; ບຸກຄົນໃດເຮັດຜິດ ກໍແມ່ນບຸກຄົນນັ້ນເອງ ເປັນຜູ້ໄດ້ຮັບໂທດ.
\s5
\v 17 ຢ່າຕັດສິດທິຂອງຄົນຕ່າງດ້າວ ແລະ ລູກກາໍພ້າ ແລະຢ່າເອົາເສື້ອຜ້າຂອງແມ່ໝ້າຍ ໄວ້ເປັນເຄື່ອງຄໍ້າປະກັນ.
\v 18 ຢ່າລືມວ່າ ພວກເຈົ້າເຄີຍຕົກເປັນທາດຮັບໃຊ້ຢູ່ໃນປະເທດເອຢິບ ແລະ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ໄດ້ປົດປ່ອຍພວກເຈົ້າໃຫ້ເປັນອິດສະຫລະ ສະນັ້ນແຫລະ ຂ້າພະເຈົ້າຈຶ່ງໄດ້ມອບຂໍ້ຄໍາສັ່ງນີ້ ໃຫ້ແກ່ພວກເຈົ້າ.
\s5
\v 19 ເມື່ອພວກເຈົ້າເກັບກ່ຽວ ແລະ ລືມ ຟ່ອນເຂົ້າບາງຟ່ອນໄວ້ໃນນາ ຢ່າໄດ້ກັບຄືນໄປເກັບເອົາ; ຈົ່ງປະໄວ້ໃຫ້ຄົນຕ່າງດ້າວ, ລູກກາໍພ້າ ແລະ ແມ່ໝ້າຍ ເພື່ອວ່າອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ຈະໄດ້ອວຍພອນພວກເຈົ້າ ໃນການງານທຸກໆ ຢ່າງ ທີ່ພວກເຈົ້າເຮັດ.
\v 20 ເມື່ອພວກເຈົ້າເກັບໝາກກອກເທດ ຢ່າຄືນໄປເລັມອັນທີ່ເຫລືອ; ຈົ່ງປະໄວ້ໃຫ້ຊາວຕ່າງດ້າວ, ລູກກາໍພ້າ ແລະ ແມ່ໝ້າຍ.
\s5
\v 21 ເມື່ອພວກເຈົ້າເກັບໝາກອະງຸ່ນ ຢ່າຄືນໄປເລັມເອົາໝາກຂອງມັນ; ຈົ່ງປະອັນທີ່ເຫລືອນັ້ນໄວ້ ໃຫ້ຊາວຕ່າງດ້າວ, ລູກກາໍພ້າ ແລະ ແມ່ໝ້າຍ.
\v 22 ຢ່າລືມໄລຈັກເທື່ອວ່າ ພວກເຈົ້າເຄີຍຕົກເປັນທາດຮັບໃຊ້ຢູ່ໃນປະເທດເອຢິບ; ສະນັ້ນແຫລະ ຂ້າພະເຈົ້າຈຶ່ງໄດ້ມອບຂໍ້ຄໍາສັ່ງນີ້ໃຫ້ແກ່ພວກເຈົ້າ.”
\s5
\c 25
\p
\v 1 “ຖ້າວ່າຄົນອິດສະຣາເອນ ເປັນຄວາມກັນຈົນເຖິງສານ ແລະ ສານຕັດສິນວ່າຝ່າຍໜຶ່ງຖືກ ແລະ ອີກຝ່າຍໜຶ່ງຜິດ.
\v 2 ຖ້າຜູ້ທີ່ ຜິດນັ້ນຖືກລົງໂທດໃຫ້ຂຽນ ກໍໃຫ້ຜູ້ຕັດສິນສັ່ງໃຫ້ລາວນອນຄວໍ້າໜ້າລົງ ແລ້ວຈຶ່ງຂ້ຽນ. ຈາໍນວນບາດຂ້ຽນນັ້ນ ຈະຂື້ນຢູ່ກັບຄວາມຜິດທີ່ລາວໄດ້ເຮັດນັ້ນ.
\s5
\v 3 ລາວອາດຖືກຂ້ຽນ ບໍ່ເກີນສີ່ສິບບາດກໍໄດ້; ຖ້າຫລາຍກວ່ານັ້ນ ອາດເປັນການຫຍໍ້ຫຍັນລາວເກີນໄປຕໍ່ໜ້າມະຫາຊົນ.
\s5
\v 4 ຢ່າເອົາກະສອບອັດປາກງົວ ທີ່ກາໍລັງຢຽບເຂົ້າຢູ່.”
\s5
\v 5 “ຖ້າສອງອ້າຍນ້ອງມີສ່ວນໃນກອງມໍຣະດົກດຽວກັນ ແລະ ຜູ້ໜຶ່ງຕາຍໄປ ໂດຍບໍ່ມີລູກ ເມຍຂອງຜູ້ຕາຍຈະແຕ່ງງານໃໝ່ກັບຄົນອື່ນນອກຄອບຄົວບໍ່ໄດ້; ແມ່ນໜ້າທີ່ຂອງອ້າຍ ຫລື ນ້ອງຂອງຜູ້ຕາຍເອງ ທີ່ຈະຮັບເອົານາງ ເປັນເມຍ.
\v 6 ລູກຊາຍຜູ້ທາໍອິດ ທີ່ເຂົາໄດ້ນາໍກັນ ຈະຖືວ່າເປັນລູກຂອງຜູ້ທີ່ໄດ້ຕາຍໄປ ເພື່ອວ່າເຊື້ອສາຍຂອງລາວ ຈະສືບຕໍ່ມີໃນ ຊາດອິດສະຣາເອນ.
\s5
\v 7 ແຕ່ຖ້າອ້າຍ ຫລື ນ້ອງຂອງຜູ້ຕາຍນັ້ນ ບໍ່ຍອມແຕ່ງງານກັບນາງ ກໍໃຫ້ນາງໄປຫາຜູ້ ປົກຄອງເມືອງ ແລະ ເວົ້າວ່າ, ‘ອ້າຍ ຫລື ນ້ອງ ທາງຜົວຂອງຂ້ານ້ອຍ ບໍ່ໄດ້ເຮັດຕາມໜ້າທີ່ຂອງຕົນ; ເຂົາບໍ່ຍອມສືບເຊື້ອສາຍໃຫ້ອ້າຍ ຫລື ນ້ອງຂອງຕົນ ໃນທ່າມກາງປະຊາຊົນ ຊາດອິດສະຣາເອນ.
\v 8 ແລ້ວຜູ້ປົກຄອງເມືອງກໍຈ ະເອີ້ນເຂົາມາສອບຖາມເບິ່ງ. ຖ້າລາວຍັງບໍ່ຍອມແຕ່ງງານກັບນາງ
\s5
\v 9 ກໍໃຫ້ເມຍໝ້າຍຂອງຜູ້ຕາຍນັ້ນ ໄປຫາລາວຢູ່ຊ້ອງໜ້າຜູ້ປົກຄອງເມືອງ ແລ້ວຖອດເກີບກິ່ງໜຶ່ງຂອງລາວອອກ ທັງຖົ່ມນາໍ້ລາຍ ໃສ່ໜ້າດ້ວຍ ແລະ ເວົ້າວ່າ ‘ນີ້ແຫລະ ຄືສິ່ງທີ່ເກີດກັບຜູ້ທີ່ບໍ່ຍອມສືບເຊື້ອສາຍ ໃຫ້ອ້າຍນ້ອງຂອງຕົນ.
\v 10 ແລ້ວຄອບຄົວຂອງລາວ ກໍຈະເປັນທີ່ເອີ້ນກັນໃນຊາດອິດສະຣາເອນ ວ່າ, ‘ຄອບຄົວຂອງຊາຍທີ່ຖືກຖອດເກີບອອກ.
\s5
\v 11 “ຖ້າຊາຍສອງຄົນຜິດຖຽງກັນ ແລະເມຍຂອງຊາຍຄົນໜຶ່ງ ພະຍາຍາມຊ່ວຍຜົວຂອງຕົນໄວ້ ໂດຍບີບອະໄວຍະວະສືບພັນຂອງຊາຍອີກຄົນໜຶ່ງ;
\v 12 ຈົ່ງຕັດມືນາງຖິ້ມເສຍ ຢ່າໄດ້ໃຫ້ຄວາມເມດຕາແກ່ນາງເລີຍ.
\s5
\v 13-14 ຢ່າສໍ້ໂກງ ເມື່ອພວກເຈົ້າໃຊ້ເຄື່ອງຊັ່ງຕວງ ແລະ ເຄື່ອງວັດແທກ.
\s5
\v 15 ຈົ່ງໃຊ້ເຄື່ອງຊັ່ງຕວງ ກັບເຄື່ອງວັດແທກທີ່ຖືກຕ້ອງ ແລະ ທ່ຽງທາໍ. ເພື່ອວ່າ ພວກເຈົ້າຈະຢູ່ໃນດິນແດນ ທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ກໍາລັງຈະມອບໃຫ້ນັ້ນໄດ້ດົນນານ.
\v 16 ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ກຽດຊັງຄົນສໍ້ໂກງ.”
\s5
\v 17 “ຈົ່ງຈົດຈາໍສິ່ງທີ່ຊາວອາມາເຫລັກ ໄດ້ເຮັດໃສ່ພວກເຈົ້າ ໃນຄາວທີ່ພວກເຈົ້າກາໍລັງເດີນທາງອອກມາຈາກປະເທດເອຢິບ.
\v 18 ພວກເຂົາບໍ່ໄດ້ຢໍາເກງພຣະເຈົ້າ ສະນັ້ນພວກເຂົາຈຶ່ງໂຈມຕີພວກເຈົ້າທາງດ້ານຫລັງ ເມື່ອພວກເຈົ້າອິດເມື່ອຍອ່ອນເພຍ ແລະ ຂ້າຄົນທີ່ຄ້າງຢູ່ທາງຫລັງຕາຍຈົນໝົດ.
\v 19 ເຫດສະນັ້ນແຫລະ ເມື່ອອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ໄດ້ມອບດິນແດນໃຫ້ພວກເຈົ້າ ແລະ ໃຫ້ພວກເຈົ້າພົ້ນຈາກເຫລົ່າສັດຕູແລ້ວ ຈົ່ງຈັດການກັບຊາວອາມາເຫລັກ ໂດຍຂ້າພວກເຂົາໃຫ້ໝົດກ້ຽງ ເພື່ອວ່າຈະບໍ່ມີໃຜເວົ້າເຖິງພວກເຂົາອີກຕໍ່ໄປ ຢ່າລືມຄໍາສັ່ງນີ້.”
\s5
\c 26
\p
\v 1 “ຫລັງຈາກພວກເຈົ້າ ເຂົ້າຢຶດຄອງດິນແດນ ທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ກາໍລັງຈະມອບໃຫ້ພວກເຈົ້າ ແລະ ຕັ້ງຖິ່ນຖານຢູ່ໃນທີ່ນັ້ນແລ້ວ;
\v 2 ຈົ່ງໃຫ້ແຕ່ ລະຄົນໃນພວກເຈົ້າ ເອົາຜົນລະປູກແຕ່ລະຊະນິດ ທີ່ເກັບກ່ຽວມາທາໍອິດນັ້ນ ໄປຖວາຍໃນບ່ອນນະມັດສະການແຫ່ງດຽວ.
\s5
\v 3 ຈົ່ງໄປຫາປະໂຣຫິດປະຈາໍການ ໃນສະໄໝນັ້ນ ແລະ ເວົ້າກັບເພິ່ນວ່າ, ‘ບັດນີ້ ຂ້ານ້ອຍຍອມຮັບຮອງແກ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງຂ້ານ້ອຍວ່າ ຂ້ານ້ອຍໄດ້ເຂົ້າໄປໃນດິນແດນ ທີ່ພຣະອົງໄດ້ສັນຍາໄວ້ກັບປູ່ ຍ່າຕາຍາຍຂອງພວກຂ້ານ້ອຍ ເພື່ອມອບໃຫ້ ພວກຂ້ານ້ອຍແລ້ວ.
\v 4 ປະໂຣຫິດຈະຮັບເອົາກະຕ່າຈາກພວກເຈົ້າ ແລະຖືໄປວາງໄວ້ ຢູ່ຕໍ່ໜ້າແທ່ນບູຊາ ຂອງອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ.
\s5
\v 5 ແລ້ວຊ້ອງໜ້າອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ໃນທີ່ນັ້ນໃຫ້ພວກເຈົ້າເລົ່າຖ້ອຍຄໍາ ດັ່ງຕໍ່ໄປນີ້: ‘ປູ່ຍ່າຕາຍາຍຂອງຂ້ານ້ອຍເປັນນັກພະຈົນໄພ ຊາວອາຣາມ ຜູ້ທີ່ໄດ້ນາໍຄອບຄົວຂອງຕົນໄປອາໄສຢູ່ປະເທດເອຢິບ. ເມື່ອໄປນັ້ນ ພວກເພິ່ນມີແຕ່ໜ້ອຍຄົນ ແຕ່ພວກເພິ່ນໄດ້ກາຍເປັນຊົນຊາດໜຶ່ງທີ່ຍິ່ງໃຫຍ່ ແລະເຂັ້ມແຂງ.
\s5
\v 6 ຊາວເອຢິບ ໄດ້ເຮັດຕໍ່ພວກຂ້ານ້ອຍຢ່າງໂຫດຮ້າຍ ແລະໄດ້ຂົ່ມເຫັງພວກຂ້ານ້ອຍໃຫ້ ເຮັດວຽກເໝືອນດັ່ງຂ້າທາດ.
\v 7 ຕໍ່ມາ ພວກຂ້ານ້ອຍໄດ້ຮ້ອງຫາອົງພຣະຜູ້ເປັນເຈົ້າ ອົງເປັນພຣະເຈົ້າ ຂອງປູ່ຍ່າຕາຍາຍຂອງພວກຂ້ານ້ອຍໃຫ້ຊ່ວຍເຫລືອ. ພຣະອົງໄດ້ຍິນພວກຂ້ານ້ອຍທັງເຫັນຄວາມທົນທຸກ ຄວາມລໍາບາກ ແລະ ການຍາກຈົນຫລາຍຢ່າງຂອງພວກຂ້ານ້ອຍ.
\s5
\v 8 ດ້ວຍຣິດອໍານາດ ແລະ ພະລັງອັນຍິ່ງໃຫຍ່ຂອງພຣະອົງ ພຣະອົງໄດ້ຊ່ວຍກູ້ເອົາພວກຂ້ານ້ອຍອອກມາຈາກປະເທດເອຢິບ. ພຣະອົງໄດ້ເຮັດການອັດສະຈັນ ແລະໝາຍສໍາຄັນຫລາຍປະການ ທັງໄດ້ເຮັດສິ່ງອັນໜ້າຢ້ານກົວຕ່າງ ໆ ອີກດ້ວຍ.
\v 9 ພຣະອົງໄດ້ນາໍພາພວກຂ້ານ້ອຍມາເຖິງທີ່ນີ້ ແລະມອບ ດິນແດນອັນອຸດົມສົມບູນ ແລະຮັ່ງມີໃຫ້ພວກຂ້ານ້ອຍ.
\s5
\v 10 ສະນັ້ນແຫລະ ບັດນີ້ຂ້ານ້ອຍຈຶ່ງນາໍພືດ ຜົນທາໍອິດທີ່ອົງພຣະຜູ້ເປັນເຈົ້າໄດ້ໂຜດໃຫ້ນັ້ນມາຖວາຍແກ່ພຣະອົງ. ແລ້ວພວກເຈົ້າຈົ່ງປົງກະຕ່າລົງຊ້ອງໜ້າອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ແລະ ນ້ອມນະມັດສະການພຣະອົງຢູ່ທີ່ນັ້ນ.
\v 11 ຈົ່ງຮູ້ຈັກພຣະຄຸນຂອງອົງພຣະຜູ້ເປັນເຈົ້າ ອົງເປັນພຣະເຈົ້າຂອງພວກເຈົ້າ ສໍາລັບສິ່ງດີ ໆ ທີ່ພຣະອົງໄດ້ໂຜດໃຫ້ພວກເຈົ້າກັບຄອບຄົວ; ຈົ່ງໃຫ້ຊາວເລວີ ແລະຊາວຕ່າງດ້າວ ທີ່ອາໄສ ຢູ່ທ່າມກາງພວກເຈົ້າ ຮ່ວມຊົມຊື່ນຍິນດີໃນການສະຫລອງນີ້.
\s5
\v 12 ທຸກ ໆ ສາມປີໃດ ຈົ່ງມອບໜຶ່ງສ່ວນສິບ ຜົນລະປູກຂອງພວກເຈົ້າໃຫ້ຊາວເລວີ, ຊາວຕ່າງດ້າວ, ລູກກາໍພ້າ ແລະ ແມ່ໝ້າຍ ເພື່ອວ່າ ພວກເຂົາທຸກຄົນຈະໄດ້ກິນອີ່ມໜາໍສໍາລານ ຕາມຄວາມຕ້ອງການ. ເມື່ອພວກເຈົ້າຖວາຍ ເຄື່ອງເຫລົ່ານັ້ນແລ້ວ
\v 13 ຈົ່ງກ່າວແກ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ວ່າ, ‘ບໍ່ມີໜຶ່ງສ່ວນສິບອັນສັກສິດໃດ ໆ ເຫລືອຢູ່ໃນເຮືອນ; ຂ້ານ້ອຍນາໍມາມອບໃຫ້ຊາວເລວີ, ຊາວຕ່າງດ້າວ, ລູກກາໍພ້າ ແລະ ແມ່ໝ້າຍ ຕາມທີ່ພຣະອົງໄດ້ສັ່ງໄວ້. ຂ້ານ້ອຍບໍ່ໄດ້ຝ່າຝືນ ຫລື ລືມໄລຕໍ່ຂໍ້ຄໍາສັ່ງໃດ ໆ ເຖິງການ ຖວາຍໜຶ່ງສ່ວນສິບນີ້ເລີຍ.
\s5
\v 14 ເມື່ອໄວ້ທຸກ ຂ້ານ້ອຍບໍ່ໄດ້ກິນໜຶ່ງສ່ວນສິບ; ເມື່ອເປັນມົນທິນ ຂ້ານ້ອຍບໍ່ໄດ້ເອົາສ່ວນໃດ ໆ ອອກໄປຈາກເຮືອນ ແລະທັງບໍ່ໄດ້ຖວາຍສ່ວນໃດ ໆ ສໍາລັບຄົນຕາຍ. [ວ] ໂອ ຂ້າແດ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງຂ້ານ້ອຍເອີຍ ຂ້ານ້ອຍເຊື່ອຟັງພຣະອົງ; ຂ້ານ້ອຍ ໄດ້ປະຕິບັດຕາມ ທີ່ພຣະອົງໄດ້ສັ່ງໄວ້ທຸກປະການ ກ່ຽວກັບເລື່ອງໜຶ່ງສ່ວນສິບ.
\v 15 ຈົ່ງຫລຽວລົງມາຈາກບ່ອນບໍຣິສຸດຂອງພຣະອົງ ຢູ່ໃນສະຫວັນ ແລະ ອວຍພອນປະຊາຊົນອິດສະຣາເອນ ຂອງພຣະອົງເທີ້ນ; ຈົ່ງອວຍພອນດິນແດນອັນອຸດົມສົມບູນ ແລະ ຮັ່ງມີ ທີ່ພຣະອົງໄດ້ມອບໃຫ້ນັ້ນ ຕາມທີ່ພຣະອົງໄດ້ສັນຍາໄວ້ ກັບປູ່ຍ່າຕາຍາຍຂອງ ພວກຂ້ານ້ອຍ ດ້ວຍເທີ້ນ.
\s5
\v 16 ວັນນີ້ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ສັ່ງພວກເຈົ້າໃຫ້ເຊື່ອຟັງກົດບັນຍັດທຸກຂໍ້ຂອງພຣະອົງ, ສະນັ້ນ ຈົ່ງເຊື່ອຟັງກົດບັນຍັດເຫລົ່ານັ້ນ ດ້ວຍສຸດໃຈ ຂອງພວກເຈົ້າ.
\v 17 ວັນນີ້ ພວກເຈົ້າໄດ້ຮັບຮອງຕໍ່ອົງພຣະຜູ້ເປັນເຈົ້າ ວ່າເປັນພຣະເຈົ້າຂອງພວກເຈົ້າ; ພວກເຈົ້າໄດ້ສັນຍາ ວ່າຈະເຊື່ອຟັງພຣະອົງ, ຢຶດຖືກົດບັນຍັດໝົດທຸກຂໍ້ຂອງພຣະອົງ ແລະປະຕິບັດຕາມທີ່ພຣະອົງໄດ້ສັ່ງໄວ້ທຸກປະການ.
\s5
\v 18 ວັນນີ້ ອົງພຣະຜູ້ເປັນເຈົ້າໄດ້ຮັບເອົາ ພວກເຈົ້າເປັນໄພ່ພົນຂອງພຣະອົງຕາມທີ່ພຣະອົງໄດ້ສັນຍາໄວ້ກັບພວກເຈົ້າ ແລະ ພຣະອົງສັ່ງພວກເຈົ້າໃຫ້ເຊື່ອຟັງກົດບັນຍັດ ໝົດທຸກຂໍ້ຂອງພຣະອົງ.
\v 19 ພຣະອົງຈະເຮັດໃຫ້ຊາດຂອງພວກເຈົ້າ ຍິ່ງໃຫຍ່ກວ່າ ຊາດອື່ນ ໆ ທີ່ພຣະອົງໄດ້ສ້າງມາ ແລະພວກເຈົ້າຈະນາໍເອົາຄໍາສັນລະເສີນ ແລະ ກຽດສັກສີມາສູ່ນາມຂອງພຣະອົງ. [ຫ] ພວກເຈົ້າຈະເປັນໄພ່ພົນບໍຣິສຸດຂອງອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ຕາມທີ່ພຣະອົງໄດ້ສັນຍາໄວ້.”
\s5
\c 27
\p
\v 1 ແລ້ວໂມເຊ ພ້ອມກັບພວກຜູ້ນາໍຂອງຊາດອິດສະຣາເອນ ກໍໄດ້ກ່າວແກ່ປະຊາຊົນ ວ່າ, “ຈົ່ງເຊື່ອຟັງຄໍາແນະນາໍ ທຸກຂໍ້ທີ່ຂ້າພະເຈົ້າມອບໃຫ້ພວກເຈົ້າວັນນີ້.
\v 2 ໃນ ມື້ທີ່ພວກເຈົ້າຂ້າມແມ່ນາໍ້ ຈໍແດນ ແລະ ເຂົ້າໄປໃນດິນແດນ ທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ກໍາລັງຈະມອບໃຫ້ນັ້ນ ພວກເຈົ້າຕ້ອງຕັ້ງຫິນໃຫຍ່ຂຶ້ນ ໂປ້ດ້ວຍປູນຂາວ
\v 3 ແລະ ຂຽນກົດບັນຍັດທັງໝົດເຫລົ່ານີ້ ພ້ອມກັບຂໍ້ຄໍາສັ່ງສອນຕ່າງ ໆ ໃສ່. ເມື່ອພວກເຈົ້າໄດ້ເຂົ້າໄປຢູ່ໃນດິນແດນ ທີ່ອຸດົມສົມບູນ ແລະຮັ່ງມີ ທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງປູ່ຍ່າຕາຍາຍຂອງພວກເຈົ້າ ໄດ້ສັນຍາໄວ້ນັ້ນ
\s5
\v 4 ແລະ ຂ້າມແມ່ນໍ້າ ຈໍແດນ ໄປຟາກນັ້ນແລ້ວ ຈົ່ງຕັ້ງຫິນເຫລົ່ານີ້ຂຶ້ນທີ່ພູ ເອບານ ເໝືອນດັ່ງທີ່ຂ້າພະເຈົ້າໄດ້ສັ່ງພວກເຈົ້າໃນວັນນີ້ ແລະໃຊ້ປູນໂປ້ເປັນຢ່າງດີ.
\v 5 ຈົ່ງເອົາຫິນທີ່ບໍ່ໃຊ້ເຫລັກຕັດ ສ້າງແທ່ນບູຊາໃນທີ່ນັ້ນ
\s5
\v 6 ເພາະແທ່ນບູຊາໃດ ໆ ທີ່ສ້າງສໍາລັບອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ຕ້ອງກໍ່ດ້ວຍຫິນທີ່ບໍ່ໄດ້ສະກັດ. ໃນທີ່ນັ້ນ ໃຫ້ພວກເຈົ້າຖວາຍເຄື່ອງເຜົາບູຊາ
\v 7 ແລະໃນທີ່ນັ້ນໃຫ້ພວກເຈົ້າຖວາຍເຄື່ອງບູຊາ ທັງກິນເຄື່ອງຖວາຍເພື່ອຄວາມສາມັກຄີທາໍ ຫລັງຈາກໂມທະນາ ຂອບພຣະຄຸນ ຢູ່ຊ້ອງໜ້າອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ.
\v 8 ເທິງຫິນທີ່ໃຊ້ປູນໂປ້ນັ້ນ ໃຫ້ພວກເຈົ້າຂຽນກົດບັນຍັດທຸກ ໆ ຂໍ້ໃສ່ຢ່າງຈະແຈ້ງດີ.”
\s5
\v 9 ແລ້ວໂມເຊ ພ້ອມກັບພວກປະໂຣຫິດຊາວເລວີ ກໍໄດ້ກ່າວແກ່ປະຊາຊົນອິດສະຣາເອນ ທຸກຄົນວ່າ, “ປະຊາຊົນອິດສະຣາເອນ ເອີຍ ຈົ່ງຕັ້ງໃຈຟັງຂ້າພະເຈົ້າໃຫ້ດີ. ວັນນີ້ ພວກເຈົ້າໄດ້ເປັນປະຊາຊົນຂອງ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ແລ້ວ;
\v 10 ສະນັ້ນ ຈົ່ງເຊື່ອຟັງພຣະອົງ ແລະ ຢຶດຖືກົດບັນຍັດ ທຸກຂໍ້ຂອງພຣະອົງ ທີ່ຂ້າພະເຈົ້າກາໍລັງມອບໃຫ້ພວກເຈົ້າໃນວັນນີ້.”
\s5
\v 11 ແລ້ວໂມເຊ ກໍໄດ້ກ່າວແກ່ປະຊາຊົນ ອິດສະຣາເອນ ວ່າ,
\v 12 “ຫລັງຈາກທີ່ພວກເຈົ້າໄດ້ຂ້າມແມ່ນໍ້າ ຈໍແດນ ໄປແລ້ວ ໃຫ້ເຜົ່າຕ່າງ ໆ ດັ່ງຕໍ່ໄປນີ້: ຊີເມໂອນ, ເລວີ, ຢູດາ, ອິດຊາຄາ, ໂຢເຊັບ ແລະ ເບັນຢາມິນ ຢືນຢູ່ເທິງພູ ເກຣີຊິມ ເມື່ອກ່າວຄໍາອວຍພອນແກ່ ປະຊາຊົນ.
\s5
\v 13 ໃຫ້ເຜົ່າຕ່າງ ໆ ດັ່ງຕໍ່ໄປນີ້: ຣູເບັນ, ກາດ, ອາເຊ, ເຊບູໂລນ, ດານ ແລະ ເນັບທາລີ ຢືນຢູ່ເທິງພູ ເອບານ ເມື່ອກ່າວຄໍາສາບແຊ່ງແກ່ປະຊາຊົນ.
\v 14 ຊາວເລວີ ຈະເປັນຜູ້ກ່າວຖ້ອຍຄໍາເຫລົ່ານີ້ ດ້ວຍສຽງດັງດັ່ງນີ້:
\s5
\v 15 ‘ຄໍາສາບແຊ່ງຂອງພຣະເຈົ້າຕົກຖືກທຸກໆ ຄົນທີ່ໃຊ້ຫິນ, ໄມ້ ແລະ ໂລຫະ ເຮັດຮູບເຄົາຣົບ ແລະ ຂາບໄຫວ້ຮູບນັ້ນຢ່າງລັບລີ້; ອົງພຣະຜູ້ເປັນເຈົ້າກຽດຊັງການຂາບໄຫວ້ຮູບເຄົາຣົບ. ແລະປະຊາຊົນທັງໝົດຈະພ້ອມກັນຕອບວ່າ, ‘ອາແມນ’
\s5
\v 16 ‘ຄໍາສາບແຊ່ງຂອງພຣະເຈົ້າ ຕົກຖືກຜູ້ໃດຜູ້ໜຶ່ງທີ່ບໍ່ເຄົາຣົບນັບຖື ພໍ່ແມ່ຂອງຕົນ. ແລະປະຊາຊົນທັງໝົດຈະພ້ອມກັນຕອບວ່າ, ‘ອາແມນ’
\v 17 ‘ຄໍາສາບແຊ່ງຂອງພຣະເຈົ້າ ຕົກຖືກຜູ້ໃດຜູ້ໜຶ່ງທີ່ຍົກຍ້າຍຫລັກ ປັກເອົາເຂດແດນຂອງເພື່ອນບ້ານ. ແລະ ປະຊາຊົນທັງໝົດຈະພ້ອມກັນຕອບວ່າ, ‘ອາແມນ’
\s5
\v 18 ‘ຄໍາສາບແຊ່ງຂອງພຣະເຈົ້າ ຕົກຖືກຜູ້ໃດຜູ້ໜຶ່ງທີ່ນາໍຄົນຕາບອດໄປໃນທາງຜິດ. ແລະ ປະຊາຊົນທັງໝົດຈະພ້ອມກັນຕອບວ່າ, ‘ອາແມນ’
\v 19 ‘ຄໍາສາບແຊ່ງຂອງພຣະເຈົ້າ ຕົກຖືກຜູ້ໃດຜູ້ໜຶ່ງທີ່ຕັດສິດຂອງຄົນຕ່າງດ້າວ, ລູກກາໍພ້າ ແລະແມ່ໝ້າຍ. ແລະ ປະຊາຊົນທັງໝົດຈະພ້ອມກັນຕອບວ່າ, ‘ອາແມນ’
\s5
\v 20 ‘ຄໍາສາບແຊ່ງຂອງພຣະເຈົ້າ ຕົກຖືກຜູ້ໃດຜູ້ໜຶ່ງ ທີ່ເຮັດໃຫ້ພໍ່ຂອງຕົນຕ້ອງອັບອາຍ ຂາຍໜ້າ ໂດຍສົມສູ່ກັບເມຍຄົນໃດຄົນໜຶ່ງຂອງເພິ່ນ. ແລະ ປະຊາຊົນທັງໝົດຈະພ້ອມ ກັນຕອບວ່າ, ‘ອາແມນ’
\v 21 ‘ຄໍາສາບແຊ່ງ ຂອງພຣະເຈົ້າ ຕົກຖືກຜູ້ໃດຜູ້ໜຶ່ງທີ່ສົມສູ່ທາງ ເພດກັບສັດ. ແລະ ປະຊາຊົນທັງໝົດຈະພ້ອມກັນຕອບວ່າ, ‘ອາແມນ’
\s5
\v 22 ‘ຄໍາສາບແຊ່ງຂອງພຣະເຈົ້າ ຕົກຖືກຜູ້ໃດຜູ້ໜຶ່ງທີ່ສົມສູ່ກັບເອື້ອຍນ້ອງຄີງ ໆ ຂອງຕົນ ຫລື ເອື້ອຍນ້ອງຕ່າງພໍ່ແມ່. ແລະ ປະຊາຊົນທັງໝົດຈະພ້ອມກັນຕອບ ວ່າ, ‘ອາແມນ’
\v 23 ‘ຄໍາສາບແຊ່ງຂອງພຣະເຈົ້າ ຕົກຖືກຜູ້ໃດຜູ້ໜຶ່ງທີ່ສົມສູ່ທາງເພດ ກັບແມ່ນ້າຂອງຕົນ. ແລະ ປະຊາຊົນທັງໝົດຈະພ້ອມກັນຕອບ ວ່າ, ‘ອາແມນ’
\s5
\v 24 ‘ຄໍາສາບແຊ່ງຂອງພຣະເຈົ້າ ຕົກຖືກຜູ້ໃດຜູ້ໜຶ່ງທີ່ຂ້າຄົນຢ່າງລັບລີ້. ແລະ ປະຊາຊົນທັງໝົດຈະພ້ອມກັນຕອບ ວ່າ, ‘ອາແມນ’
\v 25 ‘ຄໍາສາບແຊ່ງຂອງພຣະເຈົ້າ ຕົກຖືກຜູ້ໃດຜູ້ໜຶ່ງທີ່ຮັບຈ້າງຂ້າຄົນໂດຍບໍ່ມີຄວາມຜິດ. ແລະ ປະຊາຊົນທັງໝົດຈະພ້ອມກັນຕອບ ວ່າ, ‘ອາແມນ’
\s5
\v 26 ‘ຄໍາສາບແຊ່ງຂອງພຣະເຈົ້າ ຕົກຖືກຜູ້ໃດຜູ້ໜຶ່ງທີ່ບໍ່ເຊື່ອຟັງກົດບັນຍັດ ແລະ ຄໍາສັ່ງສອນທຸກຂໍ້ຂອງພຣະເຈົ້າ. ແລະ ປະຊາຊົນທັງໝົດຈະພ້ອມກັນຕອບ ວ່າ, ‘ອາແມນ’
\s5
\c 28
\p
\v 1 “ຖ້າພວກເຈົ້າເຊື່ອຟັງອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ແລະ ປະຕິບັດຢ່າງ ສັດຊື່ຕາມພຣະຄໍາສັ່ງທຸກຂໍ້ ທີ່ຂ້າພະເຈົ້າກາໍ ລັງໃຫ້ພວກເຈົ້າວັນນີ້; ພຣະອົງຈະບັນດານ ໃຫ້ພວກເຈົ້າເປັນໃຫຍ່ກວ່າ ຊົນຊາດອື່ນ ໆ ເທິງແຜ່ນດິນໂລກ.
\v 2 ຈົ່ງເຊື່ອຟັງອົງພຣະ ຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ແລະ ຄໍາອວຍພອນທັງໝົດເຫລົ່ານີ້ ກໍຈະເປັນຂອງ ພວກເຈົ້າ:
\s5
\v 3 ອົງພຣະຜູ້ເປັນເຈົ້າຈະອວຍພອນເມືອງ ຕ່າງໆ ພ້ອມກັບໄຮ່ນາ ແລະ ຮົ້ວສວນຂອງພວກເຈົ້າ.
\v 4 ອົງພຣະຜູ້ເປັນເຈົ້າຈະອວຍພອນພວກເຈົ້າ ໃຫ້ມີລູກຫລານຫລາຍ, ມີພືດຜົນອຸດົມສົມບູນ ແລະ ມີຝູງງົວ ແລະ ຝູງແກະ ເຕັມຄອກ.
\s5
\v 5 ອົງພຣະຜູ້ເປັນເຈົ້າຈະອວຍພອນພວກເຈົ້າ ໃຫ້ມີພືດຜົນຫລາຍ ເພື່ອຈັດຕຽມອາຫານການກິນ.
\v 6 ອົງພຣະຜູ້ເປັນເຈົ້າ ຈະອວຍພອນ ທຸກໆສິ່ງທີ່ພວກເຈົ້າເຮັດ.
\s5
\v 7 ອົງພຣະຜູ້ເປັນເຈົ້າ ຈະເອົາຊະນະສັດຕູ ທັງຫລາຍ ທີ່ມາໂຈມຕີພວກເຈົ້າ. ພວກເຂົາຈະໂຈມຕີພວກເຈົ້າຈາກທິດດຽວ ແຕ່ພວກເຂົາຈະແລ່ນເປີດໜີໄປທຸກທິດທຸກທາງ.
\v 8 ອົງພຣະຜູ້ເປັນເຈົ້າຈະອວຍພອນວຽກການ ທີ່ ພວກເຈົ້າເຮັດ ແລະ ໃຫ້ພວກເຈົ້າມີເຂົ້າເຕັມເລົ້າ. ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າຈະອວຍພອນ ດິນແດນທີ່ກາໍລັງຈະມອບ ໃຫ້ພວກເຈົ້ານີ້.
\s5
\v 9 ຖ້າພວກເຈົ້າເຊື່ອຟັງອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ແລະ ເຮັດຕາມຂໍ້ຄໍາສັ່ງທຸກຂໍ້ ຂອງອົງພຣະຜູ້ເປັນເຈົ້າ ແລ້ວພຣະອົງກໍຈະຮັບພວກເຈົ້າເປັນໄພ່ພົນຂອງ ພຣະອົງ ຕາມທີ່ພຣະອົງໄດ້ສັນຍາໄວ້ນັ້ນ.
\v 10 ແລ້ວທຸກຊົນຊາດໃນໂລກ ກໍຈະເຫັນວ່າ ອົງພຣະຜູ້ເປັນເຈົ້າໄດ້ເລືອກເອົາພວກເຈົ້າ ໃຫ້ເປັນໄພ່ພົນຂອງພຣະອົງ ແລະ ພວກເຂົາ ຈະຢ້ານກົວພວກເຈົ້າ.
\s5
\v 11 ອົງພຣະຜູ້ເປັນເຈົ້າ ຈະໃຫ້ພວກເຈົ້າມີ ລູກຫລານຫລາຍ ມີຝູງສັດມາກມາຍ ແລະ ມີພືດຜົນອຸດົມສົມບູນ ໃນດິນແດນທີ່ພຣະອົງໄດ້ສັນຍາໄວ້ ກັບປູ່ຍ່າຕາຍາຍຂອງພວກເຈົ້າ ເພື່ອມອບໃຫ້ພວກເຈົ້າ.
\v 12 ພຣະອົງຈະສົ່ງຝົນຈາກຄັງອັນອຸດົມສົມບູນຂອງພຣະອົງ ໃນທ້ອງຟ້າໃຫ້ຕົກຖືກຕາມລະດູການ ແລະ ອວຍພອນທຸກໆ ວຽກງານຂອງພວກເຈົ້າ ເພື່ອພວກເຈົ້າຈະໃຫ້ຫລາຍຊົນຊາດກູ້ຢືມ, ແຕ່ພວກເຈົ້າຈະບໍ່ໄດ້ກູ້ຢືມຈາກຊົນຊາດໃດ.
\s5
\v 13 ອົງພຣະຜູ້ເປັນເຈົ້າຈະໃຫ້ພວກເຈົ້າ ເປັນຜູ້ນາໍທ່າມກາງຫລາຍຊົນຊາດ, ແຕ່ບໍ່ແມ່ນຜູ້ຕິດຕາມ; ພວກເຈົ້າຈະຈະເລີນຮຸ່ງເຮືອງສະເໝີ ແລະ ຈະບໍ່ຫລົ້ມຈົມຈັກເທື່ອ ຖ້າພວກເຈົ້າເຊື່ອຟັງຢ່າງຕັ້ງໜ້າ ພຣະຄໍາສັ່ງທຸກຂໍ້ຂອງອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ທີ່ຂ້າພະເຈົ້າກໍາລັງໃຫ້ພວກເຈົ້າ ໃນວັນນີ້.
\v 14 ແຕ່ພວກເຈົ້າຢ່າໄດ້ຝ່າຝືນຂໍ້ຄໍາສັ່ງເຫລົ່ານັ້ນຈັກເທື່ອ ຫລື ຂາບໄຫວ້ ແລະ ຮັບໃຊ້ບັນດາພະອື່ນ.”
\s5
\v 15 “ແຕ່ຖ້າພວກເຈົ້າບໍ່ເຊື່ອຟັງອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ແລະ ບໍ່ຢຶດ ຖືຢ່າງຕັ້ງໜ້າຄໍາສັ່ງທຸກຂໍ້ຂອງພຣະອົງ ພ້ອມກັບກົດບັນຍັດທັງຫລາຍ ທີ່ຂ້າພະເຈົ້າກາໍລັງໃຫ້ພວກເຈົ້າໃນວັນນີ້ ແລ້ວຄໍາສາບແຊ່ງທັງໝົດເຫລົ່ານີ້ຈະເກີດຂຶ້ນກັບພວກເຈົ້າ ດັ່ງນີ້:
\s5
\v 16 ບ້ານເມືອງ ແລະ ໄຮ່ນາ ຮົ້ວສວນ ທັງຫລາຍຂອງພວກເຈົ້າ ຈະຖືກສາບແຊ່ງ.
\v 17 ພືດຜົນ ແລະ ອາຫານການກິນທີ່ໄດ້ມາ ຈາກພືດຜົນນັ້ນຈະຖືກສາບແຊ່ງ.
\s5
\v 18 ພວກເຈົ້າຈະຖືກສາບແຊ່ງ ໂດຍໃຫ້ພວກເຈົ້າມີລູກແຕ່ໜ້ອຍຄົນ ເກັບພືດຜົນໄດ້ໜ້ອຍດຽວ ແລະ ຝູງງົວ ແລະ ຝູງແກະ ມີເຫຼືອໜ້ອຍດຽວ.
\v 19 ທຸກໆ ສິ່ງທີ່ພວກເຈົ້າເຮັດ ຈະຖືກສາບແຊ່ງ.
\s5
\v 20 ຖ້າພວກເຈົ້າເຮັດຊົ່ວ ແລະ ປະຖິ້ມອົງພຣະຜູ້ເປັນເຈົ້າໄປ ພຣະອົງກໍຈະນາໍຄວາມ ຈິບຫາຍ ຄວາມສັບສົນວຸ້ນວາຍ ແລະ ຄວາມ ຫຍຸ້ງຍາກລໍາບາກ ນາໆ ປະການ ມາຍັງທຸກສິ່ງທີ່ພວກເຈົ້າເຮັດ ຈົນກວ່າ ພວກເຈົ້າຖືກທາໍ ລາຍຢ່າງໄວວາ ຈົນກ້ຽງ.
\v 21 ອົງພຣະຜູ້ເປັນເຈົ້າ ຈະນາໍຄວາມເຈັບໄຂ້ໄດ້ປ່ວຍມາສູ່ພວກເຈົ້າ ຊໍ້າແລ້ວຊໍ້າອີກ ຈົນກວ່າຈະບໍ່ມີໃຜ ເຫລືອຢູ່ໃນດິນແດນ ທີ່ພວກເຈົ້າກາໍລັງຈະເຂົ້າໄປຢຶດຄອງນັ້ນ.
\s5
\v 22 ອົງພຣະຜູ້ເປັນເຈົ້າ ຈະລົງໂທດພວກເຈົ້າ ດ້ວຍພະຍາດຕິດຕໍ່, ພະຍາດອັກເສບ ແລະ ຄວາມເຈັບໄຂ້ໄດ້ປ່ວຍ; ນອກຈາກນີ້ ພຣະອົງຈະໃຫ້ເກີດການແຫ້ງແລ້ງ ແລະ ແມງໄມ້ຈະມາທາໍລາຍເຄື່ອງປູກຂອງຝັງ ຂອງພວກເຈົ້າຈົນໝົດ. ຄວາມຈິບຫາຍເຫລົ່າ ນີ້ຈະຄຸກຄາມປະຈາໍ ຈົນພວກເຈົ້າຕາຍ.
\s5
\v 23 ຝົນຈະບໍ່ຕົກ ແລະ ດິນຈະແຫ້ງແລ້ງ ແຂງກະດ້າງ ຄືເຫລັກ.
\v 24 ແທນທີ່ຈະສົ່ງຝົນລົງມາ ອົງພຣະຜູ້ເປັນເຈົ້າຈະສົ່ງພະຍຸ ຂີ້ຊາຍມາແທນ ຈົນກວ່າພວກເຈົ້າຈະຖືກທາໍລາຍໄປໝົດກ້ຽງ.
\s5
\v 25 ອົງພຣະຜູ້ເປັນເຈົ້າ ຈະໃຫ້ສັດຕູມາຊະນະພວກເຈົ້າ. ພວກເຈົ້າຈະໂຈມຕີພວກເຂົາທາງທິດດຽວ ແຕ່ພວກເຈົ້າຈະແລ່ນເປີດໜີໄປທຸກທິດທຸກທາງ ແລະ ປະຊາຊົນທັງໝົດ ເທິງແຜ່ນດິນໂລກຈະອົກສັ່ນຂວັນເສຍ ເມື່ອພວກເຂົາໄດ້ຍິນສິ່ງທີ່ເກີດຂຶ້ນກັບພວກເຈົ້າ.
\v 26 ເມື່ອພວກເຈົ້າຕາຍໄປ ແຮ້ງແລະ ສັດປ່າຈະມາກິນຊາກສົບ ແລະ ຈະບໍ່ມີໃຜໄລ່ພວກມັນໜີໄປ.
\s5
\v 27 ອົງພຣະຜູ້ເປັນເຈົ້າ ຈະສົ່ງຕຸ່ມຝີ ມາຖືກພວກເຈົ້າ ເໝືອນດັ່ງທີ່ພຣະອົງໄດ້ເຮັດກັບຊາວເອຢິບ. ພຣະອົງຈະເຮັດໃຫ້ຕົນຕົວຂອງ ພວກເຈົ້າ ມີບາດແຜ. ພວກເຈົ້າຈະມີເກັດເຕັມຕົວທັງຄັນ ແລະ ຮັກສາບໍ່ດີຈັກເທື່ອ.
\v 28 ອົງພຣະຜູ້ເປັນເຈົ້າ ຈະເຮັດໃຫ້ພວກເຈົ້າ ເສຍສະຕິ, ຕາບອດ ແລະ ສັບສົນວຸ້ນວາຍ.
\v 29 ພວກເຈົ້າຈະຍ່າງງົມ ໆ ທ່າວ ໆ ໄປມາ ໃນກາງເວັນເໝືອນຄົນຕາບອດ ແລະ ຈະຫາ ທາງເດີນບໍ່ພົບ. ວຽກງານທີ່ພວກເຈົ້າເຮັດຈະ ບໍ່ຈະເລີນຮຸ່ງເຮືອງ. ພວກເຈົ້າຈະຖືກກົດຂີ່ແລະ ຖືກເກັບກວາດຖືກຈີ້ເປັນປະຈາໍ ແລະ ທັງຈະບໍ່ມີຜູ້ໃດມາຊ່ວຍເຫລືອພວກເຈົ້າ.
\s5
\v 30 ພວກເຈົ້າຈະໝັ້ນຜູ້ສາວໄວ້, ແຕ່ຄົນອື່ນຈະເອົານາງໄປເປັນເມຍ. ພວກເຈົ້າຈະ ສ້າງເຮືອນ, ແຕ່ຈະບໍ່ໄດ້ຢູ່ຈັກເທື່ອ. ພວກເຈົ້າ ຈະປູກຕົ້ນອະງຸ່ນ, ແຕ່ຈະບໍ່ໄດ້ກິນໝາກເລີຍ.
\v 31 ຝູງສັດຂອງພວກເຈົ້າຈະຖືກຂ້າຕໍ່ໜ້າ ຕໍ່ຕາ, ແຕ່ພວກເຈົ້າພັດບໍ່ໄດ້ກິນຊີ້ນຂອງມັນ. ລໍຂອງພວກເຈົ້າຈະຖືກລາກໄປ ຕໍ່ໜ້າຕໍ່ຕາ ແຕ່ເຂົາຈະບໍ່ສົ່ງມັນກັບຄືນມາໃຫ້ພວກເຈົ້າ. ຝູງແກະຂອງພວກເຈົ້າ ຈະຖືກສັດຕູປ້ອງເອົາໄປ ແຕ່ຈະບໍ່ມີໃຜຊ່ວຍພວກເຈົ້າ.
\s5
\v 32 ລູກຊາຍ ລູກສາວ ຂອງພວກເຈົ້າຈະ ຖືກນາໍໄປເປັນຄົນຮັບໃຊ້ ແກ່ຊາວຕ່າງດ້າວ ຕໍ່ໜ້າຕໍ່ຕາ. ແຕ່ລະມື້ ແຕ່ລະວັນ ພວກເຈົ້າລໍຖ້າພວກເຂົາກັບມາ ແຕ່ກໍສິ້ນຫວັງ.
\s5
\v 33 ຊົນຊາດຕ່າງດ້າວ ຈະມາຢຶດເອົາພືດຜົນ ທີ່ພວກເຈົ້າໄດ້ປູກຝັງໄວ້ດ້ວຍຄວາມຍາກລໍາບາກ ໄປຈົນໝົດກ້ຽງ, ແຕ່ພວກເຈົ້າ ບໍ່ໄດ້ຫຍັງໝົດ ຊໍ້າບໍ່ໜໍາຍັງຖືກກົດຂີ່ ແລະ ຖືກຂົ່ມເຫັງຢ່າງທາລຸນ.
\v 34 ຄວາມທົນທຸກນີ້ ຈະເຮັດໃຫ້ພວກເຈົ້າເສຍຈິດ.
\v 35 ອົງພຣະຜູ້ເປັນເຈົ້າ ຈະເຮັດໃຫ້ແຂ່ງຂາຂອງ ພວກເຈົ້າເຈັບປວດ ແລະ ບໍ່ຫາຍດີຈັກເທື່ອ; ຕຸ່ມຝີຈະມີຢູ່ເຕັມຕົວ ຕັ້ງແຕ່ຫົວເຖິງຕີນ.
\s5
\v 36 ອົງພຣະຜູ້ເປັນເຈົ້າ ຈະນາໍພວກເຈົ້າ ແລະ ກະສັດຂອງພວກເຈົ້າໄປຍັງຕ່າງແດນ ບ່ອນທີ່ພວກເຈົ້າເອງ ແລະ ປູ່ຍ່າຕາຍາຍ ບໍ່ເຄີຍຢູ່ມາກ່ອນ; ໃນທີ່ນັ້ນ ພວກເຈົ້າຈະຮັບໃຊ້ ພະອື່ນ ທີ່ເຮັດດ້ວຍໄມ້ ແລະ ຫິນ.
\v 37 ໃນ ບັນດາປະເທດ ທີ່ອົງພຣະຜູ້ເປັນເຈົ້າຈະໃຫ້ ພວກເຈົ້າກະຈັດກະຈາຍ ໄປອາໄສຢູ່ນັ້ນ ປະຊາຊົນຈະຕື່ນຕົກໃຈ ຕໍ່ເຫດການທີ່ໄດ້ ເກີດຂຶ້ນ ກັບພວກເຈົ້າ ແລ້ວພວກເຂົາຕ່າງກໍຈະຫົວເລາະ ເຍາະເຍີ້ຍພວກເຈົ້າ.
\s5
\v 38 ພວກເຈົ້າຈະຫວ່ານພືດຢ່າງຫລວງຫລາຍ, ແຕ່ຈະເກັບກ່ຽວໄດ້ໜ້ອຍດຽວ ເພາະຕັກແຕນ ຈະມາກິນພືດຜົນນັ້ນ.
\v 39 ພວກເຈົ້າຈະປູກຕົ້ນອະງຸ່ນ ແລະ ເອົາໃຈໃສ່ບົວລະບັດມັນ, ແຕ່ພວກເຈົ້າຈະບໍ່ໄດ້ເກັບໝາກ ຫລື ແມ່ນແຕ່ດື່ມເຫລົ້າອະງຸ່ນເລີຍ ເພາະໂຕບົ້ງ, ໂຕໜອນ ຈະກັດກິນຕົ້ນຂອງມັນ.
\s5
\v 40 ຕົ້ນໝາກກອກເທດ ຈະເກີດໃນທຸກທີ່ ທຸກບ່ອນ ໃນດິນແດນຂອງພວກເຈົ້າ, ແຕ່ພວກເຈົ້າຈະບໍ່ໄດ້ນາໍ້ມັນ ເພາະໝາກຂອງມັນ ຕົກຖິ້ມເສຍໝົດ.
\v 41 ພວກເຈົ້າຈະມີລູກຊາຍ ລູກສາວ ແຕ່ຈະສູນເສຍໄປ ເພາະພວກເຂົາຖືກຈັບໄປເປັນຊະເລີຍເສິກ.
\s5
\v 42 ຕົ້ນໄມ້ ແລະ ພືດຜົນທັງຫລາຍຂອງພວກເຈົ້າ ຈະຖືກແມງໄມ້ມາທາໍລາຍໝົດ.
\v 43 ຊາວຕ່າງດ້າວ ທີ່ມາອາໄສຢູ່ໃນດິນແດນ ຂອງພວກເຈົ້າ ຈະມີອໍານາດຫລາຍຂຶ້ນ ແຕ່ຂະນະດຽວກັນນັ້ນ ອໍານາດຂອງພວກເຈົ້າຈະ ໜ້ອຍລົງ.
\v 44 ພວກເຂົາມີເງິນ ຈະໃຫ້ພວກເຈົ້າກູ້ຢືມ ແຕ່ພວກເຈົ້າບໍ່ມີເງິນໃຫ້ພວກເຂົາກູ້ຢືມ. ໃນທີ່ສຸດ ພວກເຂົາຈະເປັນຜູ້ປົກຄອງພວກເຈົ້າ.
\s5
\v 45 ໄພພິບັດເຫລົ່ານີ້ ຈະມາສູ່ພວກເຈົ້າ ແລະ ຕົກຖືກພວກເຈົ້າ ຈົນກວ່າພວກເຈົ້າຖືກທາໍລາຍ ເພາະພວກເຈົ້າບໍ່ເຊື່ອຟັງອົງພຣະຜູ້ ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ແລະຍຶດຖື ກົດບັນຍັດທັງໝົດທີ່ຂ້າພະເຈົ້າ ໄດ້ມອບໃຫ້.
\v 46 ສິ່ງເຫລົ່ານັ້ນ ຈະເປັນຫລັກຖານຢືນຢັນຕໍ່ການຕັດສິນລົງໂທດຂອງພຣະເຈົ້າຕໍ່ພວກເຈົ້າ ແລະ ລູກຫລານຂອງພວກເຈົ້າ ຕະຫລອດໄປ.
\s5
\v 47 ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າໄດ້ອວຍພອນພວກເຈົ້າ ໃນທຸກໆ ສິ່ງ, ແຕ່ພວກເຈົ້າບໍ່ໄດ້ບົວລະບັດຮັບໃຊ້ພຣະອົງ ດ້ວຍໃຈຊົມຊື່ນຍິນດີ ແລະເບີກບານ.
\v 48 ເພາະສະນັ້ນແຫລະ ພວກເຈົ້າຈະຮັບໃຊ້ເຫລົ່າສັດຕູ ທີ່ອົງພຣະຜູ້ເປັນເຈົ້າ ກໍາລັງນໍາມາຕໍ່ສູ້ພວກເຈົ້າ. ພວກເຈົ້າຈະ ອຶດເຂົ້າ, ຫິວນໍ້າ, ເປືອຍຕົວ ແລະບໍ່ມີຫຍັງຈັກຢ່າງ. ອົງພຣະຜູ້ເປັນເຈົ້າ [ອ] ຈະກົດຂີ່ພວກເຈົ້າຢ່າງທາລຸນ ຈົນກວ່າພວກເຈົ້າຖືກ ທໍາລາຍໄປໝົດສິ້ນ.
\s5
\v 49 ອົງພຣະຜູ້ເປັນເຈົ້າ ຈະນາໍຊົນຊາດທີ່ຢູ່ ສຸດປາຍ ແຜ່ນດິນໂລກ ຊຶ່ງພວກເຈົ້າບໍ່ຮູ້ຈັກພາສາ ມາຕໍ່ສູ້ພວກເຈົ້າ. ພວກເຂົາຈະບຸກຖະຫລົ່ມໂຈມຕີພວກເຈົ້າ ເໝືອນດັ່ງນົກອິນຊີ ບິນລົງຈັບເຫຍື່ອ.
\v 50 ພວກເຂົາຈະຮ້າຍກາດທີ່ສຸດ ແລະ ຈະບໍ່ສະແດງຄວາມປານີ ແກ່ຜູ້ໃດຜູ້ໜຶ່ງເລີຍ ບໍ່ວ່າຜູ້ໜຸ່ມ ຫລື ຜູ້ເຖົ້າ.
\v 51 ພວກເຂົາຈະກິນງົວ ໃນຝູງຂອງພວກເຈົ້າ ແລະ ພືດຜົນຂອງພວກເຈົ້າ ສ່ວນພວກເຈົ້ານັ້ນ ກໍຈະພາກັນອຶດຕາຍ. ເຂົ້າ ເຫລົ້າອະງຸຸ່ນ, ນໍ້າມັນໝາກກອກເທດ, ງົວ, ແກະ ແລະ ພືດຜົນຕ່າງໆ ຈະບໍ່ມີເຫລືອໄວ້ໃຫ້ເລີຍ ແລະ ພວກເຈົ້າຈະພາກັນຕາຍ.
\s5
\v 52 ພວກເຂົາຈະໂຈມຕີທຸກໆ ເມືອງໃນ ດິນແດນທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ກາໍລັງຈະມອບໃຫ້ພວກເຈົ້າ ແມ່ນແຕ່ເມືອງທີ່ມີປ້ອມລ້ອມ ດ້ວຍກາໍແພງສູງທີ່ພວກເຈົ້າເຊື່ອວ່າປອດໄພ ກໍຈະລົ້ມທະລາຍ ລົງ.
\v 53 ເມື່ອເຫລົ່າສັດຕູປິດລ້ອມເມືອງຕ່າງໆ ຂອງພວກເຈົ້າຢູ່ນັ້ນ ພວກເຈົ້າຈະກາຍເປັນຄົນສິ້ນຫວັງ ເພາະຂາດອາຫານ ການກິນຈົນກິນລູກ ທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າໄດ້ໂຜດໃຫ້ນັ້ນ.
\s5
\v 54-55 ແມ່ນແຕ່ຜູ້ດີມີຖານະ ກໍຈະໝົດຫວັງ ເພາະຂາດອາຫານການກິນ ເວລາຖືກປິດລ້ອມຢູ່ນັ້ນ ຈົນຕ້ອງກິນລູກບາງຄົນ ຂອງຕົນເອງເປັນອາຫານ. ລາວຈະບໍ່ຍອມ ແບ່ງປັນໃຫ້ໃຜກິນນາໍ ບໍ່ວ່າອ້າຍເອື້ອຍນ້ອງ, ເມຍທີ່ຮັກ ຫລື ລູກບາງຄົນທີ່ຍັງມີຊີວິດຢູ່.
\s5
\v 56-57 ແມ່ນແຕ່ຍິງຜູ້ດີ ມີຖານະສູງທີ່ ລໍ້າລວຍຮັ່ງມີ ແລະ ບໍ່ເຄີຍຍ່າງໄປມາໃສ ໂດຍຕົນເອງຈັກເທື່ອກໍຈະປະພຶດແບບດຽວ ກັນ. ເມື່ອສັດຕູປິດລ້ອມເມືອງຂອງນາງຢູ່ນັ້ນ ນາງຈະກາຍເປັນຄົນໝົດຫວັງ ເພາະຂາດອາຫານການກິນ ຈົນຕ້ອງລີ້ກິນລູກຂອງຕົນເອງ ທີ່ຫາກໍເກີດໃໝ່ ໆ ຕະຫລອດທັງ ສາຍແຮ່ດ້ວຍ. ນາງຈະບໍ່ຍອມແບ່ງປັນໃຫ້ຜົວ ທີ່ຮັກ ແລະ ລູກຄົນອື່ນ ໆ ຂອງຕົນກິນນໍາ.
\s5
\v 58 ຖ້າພວກເຈົ້າບໍ່ເຊື່ອຟັງ ຢ່າງສັດຊື່ ຄໍາສັ່ງສອນທຸກຂໍ້ຂອງພຣະເຈົ້າ ທີ່ໄດ້ມີຂຽນໄວ້ ໃນປື້ມຫົວນີ້ ແລະຖ້າພວກເຈົ້າົບໍ່ຍົກຍໍໃຫ້ກຽດ ນາມອັນເລີດປະເສີດ ແລະ ອັນໜ້າຢ້ານກົວຂອງອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ
\v 59 ພຣະອົງຈະສົ່ງພະຍາດ ອັນຮ້າຍແຮງ ທັງໂຣກລະບາດ ທີ່​ປິ່ນປົວບໍ່ໄດ້ ແລະ ຮັກສາບໍ່ດີຈັກເທື່ອມາສູ່ພວກເຈົ້າ ແລະ ລູກຫລານຂອງພວກເຈົ້າ.
\s5
\v 60 ພຣະອົງຈະນາໍໂຣກອັນຮ້າຍແຮງທີ່ສຸດ ຊຶ່ງພວກເຈົ້າໄດ້ພົບພໍ້ແລ້ວທີ່ ເອຢິບ ມາຍັງພວກເຈົ້າອີກຄັ້ງໜຶ່ງ ແລະ ພວກເຈົ້າຈະປິ່ນປົວຮັກສາບໍ່ດີຈັກເທື່ອ.
\v 61 ພຣະອົງ ຍັງຈະນໍາເອົາພະຍາດທຸກຢ່າງ ແລະ ໂຣກລະບາດທຸກຊະນິດ ທີ່ບໍ່ໄດ້ກ່າວໄວ້ໃນປື້ມ ຄໍາສັ່ງສອນ ແລະ ປື້ມກົດບັນຍັດຂອງພຣະເຈົ້າ ຫົວນີ້ມາສູ່ພວກເຈົ້າ ຈົນກວ່າພວກເຈົ້າຈະ ຖືກທໍາລາຍ.
\v 62 ເຖິງແມ່ນວ່າພວກເຈົ້າ ຈະມີຈາໍນວນພົນຫລາຍ ເໝືອນດັ່ງດວງດາວ ໃນທ້ອງຟ້າກໍດີ ແຕ່ຈະມີໜ້ອຍຄົນເທົ່ານັ້ນ ທີ່ຍັງມີຊີວິດຢູ່ ເພາະພວກເຈົ້າບໍ່ໄດ້ເຊື່ອຟັງອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ.
\s5
\v 63 ອົງພຣະຜູ້ເປັນເຈົ້າ ໄດ້ມີຄວາມສຸກໃຈ ທີ່ໄດ້ເຮັດໃຫ້ພວກເຈົ້າຈະເລີນຮຸ່ງເຮືອງ ແລະ ມີຈາໍນວນພົນຫລາຍຂຶ້ນສັນໃດ ພຣະອົງກໍຈະ ມີຄວາມສຸກໃຈ ທີ່ຈະທາໍລາຍພວກເຈົ້າ ແລະ ເຮັດໃຫ້ພວກເຈົ້າໝຸ່ນທະລາຍສັນນັ້ນ. ພວກເຈົ້າຈະຖືກຖອດຖອນ ອອກຈາກດິນແດນ ຫລັກແຫລ່ງ ທີ່ພວກເຈົ້າກໍາລັງຈະເຂົ້າໄປ ຢຶດຄອງນັ້ນ.
\v 64 ອົງພຣະຜູ້ເປັນເຈົ້າຈະ ກະຈັດກະຈາຍພວກເຈົ້າ ໃນທ່າມກາງທຸກ ຊົນຊາດ ຕັ້ງແຕ່ສົ້ນໜຶ່ງຫາອີກສົ້ນໜຶ່ງ ຂອງໂລກ ແລ້ວພວກເຈົ້າກໍຈະຂາບໄຫວ້ບັນດາ ຮູບເຄົາຣົບ ທີ່ເປັນໄມ້ ແລະ ເປັນຫິນ ຊຶ່ງທັງພວກເຈົ້າເອງແລະປູ່ຍ່າຕາຍາຍ ຂອງພວກເຈົ້າບໍ່ເຄີຍຂາບໄຫວ້ມາກ່ອນ.
\s5
\v 65 ພວກເຈົ້າຈະບໍ່ພົບຄວາມສະຫງົບສຸກ ຢູ່ທີ່ໃດເລີຍ ບໍ່ມີບ່ອນໃດທີ່ຈະເອີ້ນວ່າເປັນຂອງພວກເຈົ້າ ອົງພຣະຜູ້ເປັນເຈົ້າຈະເຮັດໃຫ້ ້ພວກເຈົ້າ ເຕັມໄປດ້ວຍຄວາມອຸກອັ່ງ ກະວົນ ກະວາຍໃຈ ສະພາບໝົດທ່າເສຍທີ ແລະ ສິ້ນຫວັງ.
\v 66 ຊີວິດຂອງພວກເຈົ້າ ຈະຕົກຢູ່ໃນຂັ້ນອັນຕະລາຍສະເໝີ. ຄວາມຢ້ານຈະ ປົກຄຸມພວກເຈົ້າ ທັງເວັນທັງຄືນ ແລະ ພວກເຈົ້າຈະຢ້ານຕາຍຢູ່ສະເໝີ.
\s5
\v 67 ໃຈພວກເຈົ້າຈະເກີດຢ້ານຕໍ່ທຸກໆ ສິ່ງທີ່ ພວກເຈົ້າເຫັນ. ທຸກໆເຊົ້າພວກເຈົ້າປາຖະໜາ ຢາກໃຫ້ຄໍ່າໄວໆ ແລະ ທຸກໆແລງພວກເຈົ້າ ປາດຖະນາຢາກໃຫ້ແຈ້ງໄວໆ.
\v 68 ອົງພຣະຜູ້ເປັນເຈົ້າ ຈະສົ່ງພວກເຈົ້າກັບຄືນໄປ ຍັງປະເທດ ເອຢິບ ທາງເຮືອ ເຖິງແມ່ນວ່າພຣະອົງ [ຮ] ໄດ້ສັ່ງໄວ້ວ່າ ພວກເຈົ້າບໍ່ຕ້ອງ ກັບຄືນໄປຍັງທີ່ນັ້ນ ອີກຈັກເທື່ອກໍຕາມ. ຢູ່ໃນທີ່ນັ້ນ ພວກເຈົ້າຈະຈ່າວຂາຍຕົນເອງ ເປັນຄົນຮັບໃຊ້ໃຫ້ເຫລົ່າສັດຕູຂອງພວກເຈົ້າ ແຕ່ບໍ່ມີ ຜູ້ໃດຕ້ອງການຊື້ພວກເຈົ້າ.”
\s5
\c 29
\p
\v 1 ຕໍ່ໄປນີ້ ແມ່ນເນື້ອໃນຂອງພັນທະສັນຍາ ທີ່ອົງພຣະຜູ້ເປັນເຈົ້າໄດ້ສັ່ງ ໂມເຊ ໃຫ້ເຮັດໄວ້ ກັບປະຊາຊົນອິດສະຣາເອນ ໃນດິນແດນ ໂມອາບ; ທັງໝົດນີ້ ແມ່ນໃຫ້ຕື່ມໃສ່ພັນທະສັນຍາ ຊຶ່ງອົງພຣະຜູ້ເປັນເຈົ້າໄດ້ເຮັດກັບພວກເຂົາແລ້ວທີ່ພູເຂົາ ຊີນາຍ.
\s5
\v 2 ໂມເຊ ໄດ້ເອີ້ນປະຊາຊົນອິດສະຣາເອນ ທຸກຄົນມາ ເຕົ້າໂຮມກັນ ແລະ ກ່າວແກ່ພວກເຂົາວ່າ, “ພວກເຈົ້າໄດ້ເຫັນຕໍ່ໜ້າຕົນເອງ ແລ້ວວ່າ ອົງພຣະຜູ້ເປັນເຈົ້າໄດ້ເຮັດຕໍ່ ຟາໂຣ ກະສັດຂອງປະເທດເອຢິບ ຕໍ່ບັນດາຂ້າຣາຊການ ແລະ ຕໍ່ດິນແດນທັງໝົດຂອງເພິ່ນຢ່າງໃດ.
\v 3 ພວກເຈົ້າໄດ້ເຫັນໄພພິບັດ ອັນໜ້າຢ້ານ ການອັດສະຈັນຕ່າງໆ ແລະ ໝາຍສໍາຄັນນາໆ ປະການທີ່ໄດ້ຊົງກະທາໍ.
\v 4 ອົງ ພຣະຜູ້ເປັນເຈົ້າ ບໍ່ໄດ້ປະທານຕາທີ່ເຫັນໄດ້ ໃຈທີ່ເຂົ້າໃຈ ຫູທີ່ຍິນໄດ້ ແກ່ພວກເຈົ້າຈົນເຖິງວັນນີ້.
\s5
\v 5 ເປັນເວລາ ສີ່ສິບປີ ທີ່ອົງພຣະຜູ້ເປັນເຈົ້າໄດ້ນໍາພວກເຈົ້າຜ່ານຖິ່ນແຫ້ງແລ້ງກັນດານ ແມ່ນແຕ່ເຄື່ອງນຸ່ງຫົ່ມ ແລະ ເກີບຂອງພວກເຈົ້າ ກໍບໍ່ໄດ້ຂາດ.
\v 6 ພວກເຈົ້າບໍ່ມີເຂົ້າກິນ ບໍ່ມີເຫລົ້າອະງຸ່ນ ແລະ ເຫລົ້າຊະນິດອື່ນໆ ດື່ມ, ແຕ່ອົງພຣະຜູ້ເປັນເຈົ້າໄດ້ຕອບສະໜອງ ຄວາມຈາໍເປັນຂອງພວກເຈົ້າ ເພື່ອສັ່ງສອນ ພວກເຈົ້າໃຫ້ຮູ້ວ່າ ພຣະອົງເປັນອົງພຣະຜູ້ ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ.
\s5
\v 7 ເມື່ອພວກເຮົາໄດ້ເດີນທາງ ມາຮອດບ່ອນນີ້ ເຈົ້າສີໂຫນ ແຫ່ງນະຄອນເຮັດຊະໂບນ ແລະ ເຈົ້າໂອກ ແຫ່ງນະຄອນບາຊານ ໄດ້ຍົກທັບມາສູ້ຮົບກັບພວກເຮົາ, ແຕ່ພວກເຮົາໄດ້ຊະນະພວກເຂົາ
\v 8 ໂດຍ ໄດ້ຢຶດເອົາດິນແດນຂອງພວກເຂົາ ແລະ ພວກເຮົາໄດ້ແບ່ງປັນດິນແດນນັ້ນ ໃຫ້ເຜົ່າຣູເບັນ, ເຜົ່າກາດ ແລະ ເຜົ່າມານາເຊ ເຄິ່ງເຜົ່າ.
\v 9 ຈົ່ງເຊື່ອຟັງຢ່າງຈິງໃຈ ເນື້ອໃນທັງໝົດຂອງພັນທະສັນຍານີ້ ເພື່ອວ່າພວກເຈົ້າຈະເຮັດທຸກໆ ສິ່ງເປັນຜົນສໍາເລັດ.
\s5
\v 10 ວັນນີ້ ພວກເຈົ້າກາໍລັງຢືນຢູ່ຊ້ອງໜ້າ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ໝົດທຸກຄົນ ຄື ພວກຜູ້ນາໍແລະເຈົ້າໜ້າທີ່ ຜູ້ຊາຍ
\v 11 ຜູ້ຍິງ ແລະ ເດັກນ້ອຍ ແລະ ຊາວຕ່າງດ້າວທີ່ໄດ້ອາໄສຢູ່ນາໍ ທີ່ເປັນຜູ້ຕັດຟືນ ແລະ ຕັກນໍ້າໃຫ້ພວກເຈົ້າ.
\s5
\v 12 ພວກເຈົ້າມາໃນທີ່ນີ້ ເພື່ອຮັບຮອງເອົາ ພັນທະສັນຍາ ທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ພວມເຮັດກັບພວກເຈົ້າ ແລະ ຮັບວ່າຈະປະຕິບັດຕາມຂໍ້ຕົກລົງນີ້
\v 13 ເພື່ອວ່າແຕ່ນີ້ຕໍ່ໄປ ອົງພຣະຜູ້ເປັນເຈົ້າຈະໄດ້ ກ່າວຢືນຢັນວ່າ ພວກເຈົ້າເປັນໄພ່ພົນຂອງ ພຣະອົງ ແລະ ພຣະອົງເປັນພຣະເຈົ້າຂອງພວກເຈົ້າ ຕາມທີ່ພຣະອົງໄດ້ສັນຍາໄວ້ກັບປູ່ຍ່າຕາຍາຍຂອງພວກເຈົ້າ ຄື: ອັບຣາຮາມ, ອີຊາກ ແລະ ຢາໂຄບ.
\s5
\v 14 ບໍ່ແມ່ນພຽງແຕ່ພວກເຈົ້າເທົ່ານັ້ນ ທີ່ພວມເຮັດພັນທະສັນຍາ ແລະ ຂໍ້ຕົກລົງກັບພຣະເຈົ້າ.
\v 15 ພຣະອົງພວມເຮັດກັບໝົດທຸກຄົນ ທີ່ຢືນຢູ່ຊ້ອງໜ້າພຣະອົງໃນວັນນີ້ ແລະ ກັບລູກຫລານຂອງພວກເຮົາ ທີ່ຈະເກີດມາໃນອະນາຄົດດ້ວຍ.
\v 16 ພວກເຈົ້າຮູ້ແລ້ວ ວ່າການໃຊ້ຊີວິດຂອງພວກເຈົ້າໃນ ປະເທດເອຢິບ ແລະ ໃນການເດີນທາງຜ່ານ ເຂດແດນຂອງຊົນຊາດອື່ນ ໆ ນັ້ນເປັນຢ່າງໃດ.
\s5
\v 17 ພວກເຈົ້າໄດ້ເຫັນບັນດາຮູບເຄົາຣົບ ອັນໜ້າລັງກຽດ ທີ່ພວກເຂົາເຮັດດ້ວຍໄມ້, ຫິນ, ເງິນ ແລະ ຄໍາ.
\v 18 ຈົ່ງໃຫ້ແນ່ໃຈວ່າ ບໍ່ມີຜູ້ໃດ ບໍ່ວ່າຊາຍ, ຍິງ, ຄອບຄົວ ຫລື ເຜົ່າໃດກໍຕາມ ທີ່ຢືນຢູ່ທີ່ນີ້ໃນວັນນີ້ ຫັນເຫຈາກ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຮົາ ໄປຂາບໄຫວ້ຮູບເຄົາຣົບເຫລົ່ານັ້ນ ທີ່ເປັນຂອງຊົນຊາດອື່ນ. ການກະທາໍເຊັ່ນນີ້ ຈະເປັນ ດັ່ງຮາກເຫງົ້າ ທີ່ໃຫຍ່ຂຶ້ນເປັນຕົ້ນຂົມຂື່ນ ແລະ ເປັນພິດ.
\v 19 ຈົ່ງໃຫ້ແນ່ໃຈວ່າ ບໍ່ມີຜູ້ໃດໃນທີ່ນີ້ວັນນີ້ ທີ່ຍິນຄໍາກ່າວສາບານອັນໜັກແໜ້ນເຫລົ່ານີ້ແລ້ວ ຄິດອວດຕົວວ່າ ຕົນ ຈະຢູ່ເຢັນເປັນສຸກ ເຖິງແມ່ນວ່າຈະດື້ດ້ານໄປ ຕາມວິຖີທາງຂອງຕົນກໍຕາມ. ການເຮັດເຊັ່ນນັ້ນ ເປັນການນາໍໄພພິບັດມາສູ່ດິນແດນ ທີ່ອຸດົມສົມບູນ ແລະ ແຫ້ງແລ້ງຂອງພວກເຈົ້າ. [ກ]
\s5
\v 20 ອົງພຣະຜູ້ເປັນເຈົ້າ ຈະບໍ່ຍົກໂທດໃຫ້ແກ່ຄົນເຊັ່ນນັ້ນເລີຍ. ແຕ່ຄວາມໂກດຮ້າຍຂອງພຣະອົງຈະລຸກໄໝ້ຕໍ່ສູ້ລາວ ເໝືອນດັ່ງໄຟ ທີ່ເຜົາຜານ ແລະ ການສາບແຊ່ງທັງໝົດ ທີ່ໄດ້ບັນທຶກໄວ້ໃນປື້ມກົດບັນຍັດນີ້ ກໍຈະຕົກຖືກລາວຈົນກວ່າອົງພຣະຜູ້ເປັນເຈົ້າ ໄດ້ທາໍລາຍຄົນນີ້ໃຫ້ດັບສູນໄປ.
\v 21 ອົງພຣະຜູ້ເປັນເຈົ້າຈະລົງໂທດລາວ ເພື່ອເປັນຕົວຢ່າງ ແກ່ຊາວອິດສະຣາເອນ ທຸກເຜົ່າ. ພຣະອົງຈະ ນາໍເອົາໄພພິບັດ ມາຖືກລາວຕາມຄໍາສາບແຊ່ງທັງໝົດ ທີ່ໄດ້ບົ່ງໄວ້ໃນພັນທະສັນ ຍາ ທີ່ມີຂຽນໄວ້ໃນປື້ມກົດບັນຍັດຂອງອົງພຣະຜູ້ເປັນເຈົ້າ.
\s5
\v 22 ລູກຫລານຂອງພວກເຈົ້າ ໃນລຸ້ນຕໍ່ໄປ ແລະ ຊາວຕ່າງດ້າວແຕ່ແດນໄກ ຈະໄດ້ເຫັນໄພພິບັດ ແລະ ຄວາມທົນທຸກທີ່ອົງພຣະຜູ້ເປັນເຈົ້າໄດ້ນໍາມາຍັງດິນແດນຂອງພວກເຈົ້າ.
\v 23 ໄຮ່ນາຈະແຫ້ງແລ້ງ ແລະ ແຂງເປັນດິນດາກປົນເກືອ ຈະປູກສິ່ງໃດໃສ່ດິນນັ້ນກໍບໍ່ໄດ້ ແລະ ແມ່ນແຕ່ຫຍ້າກໍຈະບໍ່ເກີດຂຶ້ນເລີຍ. ດິນແດນຂອງພວກເຈົ້າ ຈະເປັນດັ່ງເມືອງ ໂຊໂດມ ແລະ ໂກໂມຣາ ເມືອງອາດະມາ ແລະ ເສບົວອິມ ຊຶ່ງອົງພຣະຜູ້ເປັນເຈົ້າໄດ້ທາໍລາຍ ເມື່ອພຣະອົງໄດ້ໂກດຮ້າຍຢ່າງຮຸນແຮງນັ້ນ.
\v 24 ແລ້ວທົ່ວທັງໂລກ ກໍຈະຖາມວ່າ, ‘ເປັນຫຍັງ ອົງພຣະຜູ້ເປັນເຈົ້າຈຶ່ງເຮັດເຊັ່ນນີ້ ຕໍ່ດິນແດນຂອງພວກເຂົາ? ແມ່ນຫຍັງ ທີ່ເຮັດ ໃຫ້ພຣະອົງໂກດຮ້າຍ ດັ່ງໄຟລຸກໄໝ້ເຊັ່ນນີ້?
\s5
\v 25 ແລະ ຄໍາຕອບກໍຄື ‘ເປັນເພາະປະຊາຊົນຂອງອົງພຣະຜູ້ເປັນເຈົ້າ ໄດ້ລະເມີດພັນທະສັນຍາ ທີ່ພວກເຂົາໄດ້ເຮັດ ໄວ້ກັບອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງປູ່ຍ່າຕາຍາຍຂອງພວກເຂົາ ຄາວທີ່ພຣະອົງໄດ້ນາໍ ພາພວກເຂົາອອກມາຈາກປະເທດເອຢິບ ນັ້ນ.
\v 26 ພວກເຂົາໄດ້ຮັບໃຊ້ບັນດາພະອື່ນ ທີ່ພວກເຂົາບໍ່ເຄີຍຂາບໄຫວ້ມາກ່ອນ ຄື ບັນດາພະທີ່ອົງພຣະຜູ້ເປັນເຈົ້າໄດ້ຫ້າມພວກເຂົາ ບໍ່ໃຫ້ຂາບໄຫວ້.
\s5
\v 27 ສະນັ້ນແຫລະ ພຣະເຈົ້າຈຶ່ງກິ້ວໂກດໄພ່ພົນຂອງພຣະອົງ ແລະ ນໍາໄພພິບັດຕ່າງໆ ນາໆ ມາຕົກຖືກດິນແດນຂອງພວກເຂົາ ຕາມທີ່ມີຂຽນໄວ້ໃນປື້ມກົດບັນຍັດຫົວນີ້.
\v 28 ອົງພຣະຜູ້ເປັນເຈົ້າກິ້ວໂກດຫລາຍ ແລະ ຍ້ອນຄວາມກິ້ວໂກດນີ້ ພຣະອົງຈຶ່ງຖອນຫລັກ ແຫລ່ງໃນດິນແດນ ທີ່ພວກເຂົາໄດ້ອາໄສຢູ່ນັ້ນ ແລະ ຂັບໄລ່ພວກເຂົາອອກໄປອາໄສຢູ່ຕ່າງຖິ່ນ ດັ່ງທີ່ເປັນຢູ່ໃນທຸກວັນນີ້.
\s5
\v 29 ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຮົາ ບໍ່ໄດ້ເປີດເຜີຍກ່ຽວກັບປະຈຸບັນ ແລະ ອະນາຄົດ, ແຕ່ພຣະອົງໄດ້ສັ່ງໃຫ້ພວກເຮົາປະຕິບັດຕາມກົດບັນຍັດຂອງພຣະອົງ ພວກເຮົາພ້ອມທັງເຊື້ອສາຍຂອງພວກເຮົາ ຕ້ອງເຊື່ອຟັງກົດບັນຍັດນັ້ນ ຕະຫລອດໄປ.”
\s5
\c 30
\p
\v 1 “ບັດນີ້ ຂ້າພະເຈົ້າຂໍໃຫ້ພວກເຈົ້າເລືອກ ເອົາ ລະຫວ່າງ ຄໍາອວຍພອນ ແລະ ຄໍາສາບແຊ່ງ. ເມື່ອເຫດການເຫລົ່ານີ້ທັງໝົດໄດ້ ເກີດຂຶ້ນກັບພວກເຈົ້າແລ້ວ ແລະ ພວກເຈົ້າ ພວມອາໄສຢູ່ທ່າມກາງຊົນຊາດຕ່າງໆ ບ່ອນ ທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ໄດ້ເຮັດໃຫ້ພວກເຈົ້າກະຈັດກະຈາຍໄປນັ້ນ; ພວກເຈົ້າກໍຈະຈົດຈາໍ ສິ່ງທີ່ຂ້າພະເຈົ້າໄດ້ບອກໃຫ້ພວກເຈົ້າເລືອກເອົາ.
\v 2 ຖ້າພວກເຈົ້າ ແລະ ລູກຫລານ ກັບຄືນມາຫາອົງພຣະຜູ້ ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ແລະ ເຊື່ອຟັງດ້ວຍສຸດໃຈ ພຣະຂໍ້ຄໍາສັ່ງທີ່ ຂ້າພະເຈົ້າກາໍລັງໃຫ້ພວກເຈົ້າໃນວັນນີ້;
\v 3 ແລ້ວ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ກໍຈະຫັນມາເມດຕາພວກເຈົ້າ. ພຣະອົງຈະນາໍ ພວກເຈົ້າກັບຄືນມາຈາກຊົນຊາດຕ່າງໆ ບ່ອນທີ່ພຣະອົງໄດ້ເຮັດໃຫ້ພວກເຈົ້າກະຈັດ ກະຈາຍ ໄປອາໄສຢູ່ນັ້ນ ແລະ ຈະເຮັດໃຫ້ພວກເຈົ້າຈະເລີນຮຸ່ງເຮືອງຂຶ້ນໃໝ່.
\s5
\v 4 ເຖິງແມ່ນວ່າ ພວກເຈົ້າຈະຕົກໄປຢູ່ໄກ ກັນຄົນລະຟາກຟ້າ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ກໍຈະເຕົ້າໂຮມພວກເຈົ້າໃຫ້ກັບຄືນມາຫາກັນໃໝ່
\v 5 ເພື່ອວ່າ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ຈະນໍາພາພວກເຈົ້າ ສູ່ດິນແດນທີ່ປູ່ຍ່າຕາຍາຍ ຂອງພວກເຈົ້າເຄີຍອາໄສຢູ່ມາແຕ່ກ່ອນນັ້ນອີກ. ແລ້ວພຣະອົງກໍຈະເຮັດໃຫ້ພວກເຈົ້າຈະເລີນຮຸ່ງເຮືອງຂຶ້ນ ແລະ ມີຈາໍ ນວນຄົນຫລາຍກວ່າ ທີ່ປູ່ຍ່າຕາຍາຍ ຂອງ ພວກເຈົ້າເຄີຍເປັນມາກ່ອນ.
\s5
\v 6 ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ຈະເຮັດໃຫ້ພວກເຈົ້າ ແລະ ລູກຫລານມີໃຈເຊື່ອຟັງ ເພື່ອວ່າພວກເຈົ້າຈະຮັກພຣະອົງ ດ້ວຍສຸດໃຈ ແລະ ພວກເຈົ້າຈະສືບຕໍ່ອາໄສຢູ່ ໃນດິນແດນນັ້ນໄດ້.
\v 7 ພຣະອົງຈະຫັນເອົາ ຄໍາສາບແຊ່ງເຫລົ່ານີ້ທັງໝົດໄປສູ່ເຫລົ່າສັດຕູ ຂອງພວກເຈົ້າ ຜູ້ທີ່ກຽດຊັງ ແລະ ກົດຂີ່ຂົ່ມເຫັງພວກເຈົ້າ
\v 8 ແລະ ພວກເຈົ້າກໍຈະ ເຊື່ອຟັງພຣະອົງອີກ ທັງຖືຮັກສາຄໍາສັ່ງທຸກຂໍ້ ຂອງພຣະອົງ ທີ່ຂ້າພະເຈົ້າກາໍລັງໃຫ້ພວກເຈົ້າໃນວັນນີ້.
\s5
\v 9 ອົງພຣະຜູ້ເປັນເຈົ້າ ຈະເຮັດໃຫ້ພວກເຈົ້າ ຈະເລີນຮຸ່ງເຮືອງໃນທຸກໆ ສິ່ງທີ່ພວກເຈົ້າເຮັດ. ພວກເຈົ້າຈະມີລູກຫລານຫລາຍ ແລະ ມີຝູງສັດຢ່າງຫລວງຫລາຍ ແລະ ທົ່ງໄຮ່ທົ່ງນາຂອງພວກເຈົ້າ ຈະຜະລິດພືດຜົນໄດ້ຢ່າງອຸດົມສົມບູນ. ພຣະອົງຈະມີຄວາມດີໃຈ ທີ່ເຮັດໃຫ້ພວກເຈົ້າຈະເລີນຮຸ່ງເຮືອງເໝືອນດັ່ງພຣະອົງໄດ້ເຮັດໃຫ້ປູ່ຍ່າຕາຍາຍ ຂອງ ພວກເຈົ້າຈະເລີນຮຸ່ງເຮືອງ,
\v 10 ແຕ່ພວກເຈົ້າຈະຕ້ອງເຊື່ອຟັງພຣະອົງ ແລະ ຖືຮັກສາ ກົດບັນຍັດທັງໝົດຂອງພຣະອົງ ຊຶ່ງມີຂຽນ ໄວ້ໃນປື້ມກົດບັນຍັດຫົວນີ້. ພວກເຈົ້າຈະຕ້ອງ ຫັນກັບມາຫາອົງພຣະຜູ້ເປັນເຈົ້າ ພຣະເຈົ້າ ຂອງພວກເຈົ້າ ດ້ວຍສຸດໃຈ.
\s5
\v 11 ຄໍາສັ່ງທີ່ຂ້າພະເຈົ້າກາໍລັງໃຫ້ພວກເຈົ້າ ໃນວັນນີ້ ບໍ່ເປັນສິ່ງທີ່ຍາກ ຫລື ເຫລືອວິໄສທີ່ພວກເຈົ້າຈະປະຕິບັດໄດ້.
\v 12 ຄໍາສັ່ງນັ້ນ ບໍ່ໄດ້ຢູ່ທີ່ຟ້າສະຫວັນ ພວກເຈົ້າບໍ່ຈາໍເປັນຕ້ອງຖາມວ່າ, ‘ໃຜຈະຂຶ້ນໄປຟ້າສະຫວັນ ແລະ ນາໍລົງມາໃຫ້ພວກເຮົາ ເພື່ອພວກເຮົາຈະໄດ້ຍິນແລະ ເຮັດຕາມ?
\s5
\v 13 ຄໍາສັ່ງນັ້ນ ບໍ່ໄດ້ຢູ່ທາງຟາກທະເລ ດ້ານອື່ນ. ພວກເຈົ້າບໍ່ຈາໍເປັນຕ້ອງຖາມວ່າ ‘ໃຜຈະຂ້າມທະເລ ໄປເອົາມາ ເພື່ອວ່າພວກເຮົາຈະໄດ້ຍິນ ແລະ ເຮັດຕາມ?
\v 14 ບໍ່ແມ່ນຢ່າງນັ້ນດອກ ຄໍາສັ່ງນັ້ນຢູ່ກັບພວກເຈົ້າ. ພວກເຈົ້າຮູ້ ແລະ ຍົກມາເປັນຂໍ້ອ້າງອີງໄດ້. ດັ່ງນັ້ນ ບັດນີ້ຈົ່ງເຊື່ອຟັງຕາມນັ້ນເຖີດ.
\s5
\v 15 ວັນນີ້ ຂ້າພະເຈົ້າຈະໃຫ້ພວກເຈົ້າເລືອກເອົາ ລະຫວ່າງ ຊີວິດ ແລະ ຄວາມ ຈະເລີນ ກັບ ຄວາມຕາຍ ແລະ ຄວາມ ຈິບຫາຍ.
\v 16 ຖ້າພວກເຈົ້າເຊື່ອຟັງຂໍ້ຄໍາສັ່ງ ຂອງອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ [ຂ] ຊຶ່ງຂ້າພະເຈົ້າກໍາລັງໃຫ້ພວກເຈົ້າໃນວັນນີ້. ຖ້າພວກເຈົ້າຮັກພຣະອົງ ເຊື່ອຟັງພຣະອົງ ແລະ ຖືຮັກສາກົດບັນຍັດທັງໝົດ ຂອງພຣະອົງ ແລ້ວພວກເຈົ້າກໍຈະຈະເລີນຮຸ່ງເຮືອງ ຈົນກາຍເປັນຊົນຊາດໃຫຍ່. ອົງພຣະຜູ້ ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ຈະອວຍພອນພວກເຈົ້າໃນດິນແດນ ທີ່ພວກເຈົ້າ ກາໍລັງຈະເຂົ້າໄປຢຶດຄອງ.
\s5
\v 17 ແຕ່ຖ້າພວກເຈົ້າ ບໍ່ເຊື່ອຟັງ ແລະ ປະຕິເສດທີ່ຈະເຮັດຕາມ ທັງຍອມໃຫ້ຖືກຊັກຊວນໄປຂາບໄຫວ້ ບັນດາພະອື່ນ
\v 18 ຂ້າພະເຈົ້າຂໍປະກາດວ່າ ພວກເຈົ້າຈະຖືກທາໍ ລາຍຢ່າງໝົດສິ້ນໃນບັດນີ້ ແລະ ໃນທີ່ນີ້. ພວກເຈົ້າຈະບໍ່ມີອາຍຸຍືນຍາວ ໃນດິນແດນທີ່ທາງຟາກແມ່ນາໍ້ ຈໍແດນ ຊຶ່ງພວກເຈົ້າກໍາລັງ ຈະເຂົ້າໄປຢຶດຄອງນັ້ນ.
\s5
\v 19 ບັດນີ້ ຂ້າພະເຈົ້າຂໍໃຫ້ພວກເຈົ້າເລືອກເອົາ ລະຫວ່າງ ຊີວິດ ແລະ ຄວາມຕາຍ ລະຫວ່າງ ພຣະພອນ ແລະ ຄໍາສາບແຊ່ງ ຂອງພຣະເຈົ້າ ແລະ ຂ້າພະເຈົ້າວິງວອນຟ້າແລະ ດິນ ໃຫ້ເປັນພະຍານໃນສິ່ງທີ່ພວກເຈົ້າ ເລືອກເອົາ. ຈົ່ງເລືອກເອົາຊີວິດເຖີດ ເພື່ອໃຫ້ ພວກເຈົ້າ ແລະ ລູກຫລານຂອງພວກເຈົ້າມີຊີ ວິດຢູ່.
\v 20 ຈົ່ງຮັກອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ຈົ່ງເຊື່ອຟັງພຣະອົງ ແລະ ສັດຊື່ຕໍ່ພຣະອົງ ແລ້ວພວກເຈົ້າ ແລະ ລູກຫລານ ກໍຈະມີຊີວິດຍືນຍາວຢູ່ໃນດິນແດນ ທີ່ພຣະອົງໄດ້ສັນຍາແກ່ປູ່ຍ່າຕາຍາຍ ຂອງພວກເຈົ້າ ຄື: ອັບຣາຮາມ, ອີຊາກ ແລະ ຢາໂຄບ.”
\s5
\c 31
\p
\v 1 ໂມເຊ ໄດ້ສືບຕໍ່ໂອ້ລົມກັບປະຊາຊົນ ອິດສະຣາເອນ
\v 2 ແລະ ກ່າວວ່າ, “ດຽວນີ້ ອາຍຸຂອງຂ້າພະເຈົ້າກໍໄດ້ 120 ປີແລ້ວ ແລະ ຂ້າພະເຈົ້າຈະເປັນຜູ້ນາໍຂອງພວກເຈົ້າຕໍ່ໄປ ອີກບໍ່ໄດ້. ນອກຈາກນີ້ອີກ ອົງພຣະຜູ້ເປັນເຈົ້າໄດ້ບອກຂ້າພະເຈົ້າ ວ່າ ຂ້າພະເຈົ້າຈະບໍ່ໄດ້ຂ້າມແມ່ນາໍ້ ຈໍແດນ ໄປ.
\v 3 ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ຈະໄປກ່ອນໜ້າພວກເຈົ້າ ແລະ ພຣະອົງຈະທາໍລາຍຊົນຊາດຕ່າງໆ ທີ່ອາໄສຢູ່ທີ່ນັ້ນ ເພື່ອວ່າພວກເຈົ້າຈະ ໄດ້ຢຶດຄອງດິນແດນຂອງພວກເຂົາ; ໂຢຊວຍ ຈະເປັນຜູ້ນໍາພາຂອງພວກເຈົ້າ ຕາມທີ່ອົງພຣະຜູ້ເປັນເຈົ້າໄດ້ບອກໄວ້.
\s5
\v 4 ອົງພຣະຜູ້ເປັນເຈົ້າຈະທາໍລາຍປະຊາຊົນເຫລົ່ານັ້ນ ເໝືອນດັ່ງທີ່ພຣະອົງໄດ້ເອົາຊະນະກະສັດຂອງຊາວ ອາໂມ ຄືເຈົ້າສີໂຫນ ແລະ ເຈົ້າໂອກ ແລະໄດ້ທາໍລາຍດິນແດນຂອງພວກເຂົາ.
\v 5 ອົງພຣະຜູ້ເປັນເຈົ້າ ຈະໃຫ້ພວກເຈົ້າ ມີໄຊຊະນະເໜືອພວກເຂົາ ແລະ ພວກເຈົ້າຕ້ອງເຮັດກັບພວກເຂົາແທ້ ໆ ດັ່ງທີ່ຂ້າພະເຈົ້າໄດ້ບອກພວກເຈົ້າ.
\v 6 ຈົ່ງເດັດດ່ຽວ ແລະ ກ້າຫານ ຢ່າຢ້ານພວກເຂົາ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ຜູ້ສະຖິດຢູ່ກັບພວກເຈົ້າ. ພຣະອົງຈະບໍ່ເຮັດໃຫ້ພວກເຈົ້າຜິດຫວັງ ຫລື ປະຖິ້ມພວກເຈົ້າ.”
\s5
\v 7 ແລ້ວໂມເຊ ກໍໄດ້ເອີ້ນໂຢຊວຍ ເຂົ້າມາຫາ ແລະ ກ່າວແກ່ລາວຕໍ່ໜ້າປະຊາຊົນອິດສະຣາເອນ ທັງໝົດວ່າ, “ຈົ່ງເດັດດ່ຽວ ແລະ ກ້າຫານ ເຈົ້າຕ້ອງເປັນຜູ້ທີ່ຈະນໍາພາ ປະຊາຊົນເຫລົ່ານີ້ ເຂົ້າໄປຢຶດຄອງດິນແດນ ທີ່ອົງພຣະຜູ້ເປັນເຈົ້າ ໄດ້ສັນຍາໄວ້ກັບປູ່ຍ່າຕາຍາຍຂອງພວກເຮົາ.
\v 8 ອົງພຣະຜູ້ເປັນເຈົ້າເອງຜູ້ນາໍພາເຈົ້າ ແລະ ສະຖິດຢູ່ກັບເຈົ້າ. ພຣະອົງຈະບໍ່ເຮັດໃຫ້ພວກເຈົ້າຜິດຫວັງ ຫລື ປະຖິ້ມພວກເຈົ້າົ. ສະນັ້ນ ຢ່າທໍ້ຖອຍ ຫລື ຢ້ານກົວເລີຍ.”
\s5
\v 9 ດັ່ງນັ້ນ ໂມເຊ ຈຶ່ງໄດ້ຂຽນກົດບັນຍັດຂອງພຣະເຈົ້າ ແລະ ມອບໃຫ້ປະໂຣຫິດຊາວເລວີ ທີ່ເປັນຜູ້ຮັບຜິດຊອບຫາມຫີບ ພັນທະສັນຍາຂອງອົງພຣະຜູ້ເປັນເຈົ້າ ແລະ ມອບໃຫ້ພວກຜູ້ນາໍຂອງຊາດອິດສະຣາເອນ.
\v 10 ເພິ່ນໄດ້ສັ່ງພວກເຂົາ ວ່າ, “ໃນທ້າຍປີຂອງທຸກເຈັດປີໃດ ເມື່ອປີແຫ່ງການຍົກໜີ້ ວຽນມາເຖິງ ຈົ່ງອ່ານກົດບັນຍັດນີ້ດ້ວຍສຽງດັງ ໃນເທດສະການປຸກຕູບຢູ່.
\v 11 ເມື່ອພວກເຂົາມານະມັດສະການອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຂົາ ໃນບ່ອນທີ່ພຣະອົງເລືອກໄວ້. ເຈົ້າຈົ່ງອ່ານກົດບັນຍັດນີ້ ຕໍ່ໜ້າປະຊາຊົນອິດສະຣາເອນ ໃຫ້ຫູຂອງພວກເຂົາໄດ້ຍິນ.
\s5
\v 12 ຈົ່ງເອີ້ນທຸກໆ ຄົນມາເຕົ້າໂຮມກັນ ເຊັ່ນ: ຜູ້ຊາຍ, ຜູ້ຍິງ, ເດັກນ້ອຍ ແລະ ຄົນຕ່າງດ້າວທີ່ອາໄສຢູ່ໃນເມືອງຂອງພວກເຈົ້າ ເພື່ອວ່າທຸກຄົນຈະໄດ້ຍິນ ແລະ ຮຽນຮູ້ທີ່ຈະ ຢໍາເກງອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ແລະ ປະຕິບັດຕາມຄໍາສັ່ງສອນ ຂອງພຣະອົງຢ່າງສັດຊື່.
\v 13 ໃນທາໍນອງນີ້ ພວກລູກຫລານຂອງພວກເຈົ້າ ຜູ້ທີ່ບໍ່ເຄີຍໄດ້ຍິນກົດບັນຍັດ ກໍຈະໄດ້ຍິນໄດ້ຟັງ. ດັ່ງນັ້ນແຫລະ ພວກເຂົາຈຶ່ງຈະໄດ້ຮຽນຮູ້ ເຊື່ອຟັງພຣະອົງຕາບໃດ ທີ່ພວກເຂົາອາໄສຢູ່ໃນດິນແດນທີ່ພວກເຈົ້າກາໍລັງຈະຂ້າມແມ່ນາໍ້ ຈໍແດນ ເຂົ້າໄປຢຶດຄອງນັ້ນ.”
\s5
\v 14 ແລ້ວອົງພຣະຜູ້ເປັນເຈົ້າ ກໍໄດ້ບອກໂມເຊ ວ່າ, “ເຈົ້າຈະມີຊີວິດຢູ່ອີກບໍ່ດົນ. ຈົ່ງເອີ້ນໂຢຊວຍ ໄປຍັງຫໍເຕັນ ເພື່ອວ່າເຮົາຈະ ໄດ້ແນະນາໍລາວ. ” ໂມເຊ ແລະ ໂຢຊວຍ ກໍໄດ້ ພາກັນໄປທີ່ຫໍເຕັນ
\v 15 ແລະ ອົງພຣະຜູ້ເປັນເຈົ້າກໍໄດ້ປາກົດຕໍ່ພວກເພິ່ນທີ່ນັ້ນ ໃນກ້ອນເມກ ທາງປະຕູເຂົ້າຫໍເຕັນ.
\s5
\v 16 ອົງພຣະຜູ້ເປັນເຈົ້າ ໄດ້ກ່າວແກ່ໂມເຊ ວ່າ, “ເຈົ້າຈະຕາຍໃນໄວໆ ນີ້ ແລະຫລັງຈາກ ເຈົ້າຕາຍໄປແລ້ວ ປະຊາຊົນກໍຈະບໍ່ສັດຊ່ື່ຕໍ່ເຮົາ ແລະ ລະເມີດພັນທະສັນຍາທີ່ເຮົາໄດ້ເຮັດກັບພວກເຂົາ. ພວກເຂົາຈະປະຖິ້ມເຮົາ ແລະ ໄປຂາບໄຫວ້ບັນດາພະຂອງຊາວຕ່າງຊາດ ໃນດິນແດນທີ່ພວກເຂົາພວມເຂົ້າໄປ ຢຶດຄອງນັ້ນ.
\s5
\v 17 ເມື່ອສິ່ງນັ້ນເກີດຂຶ້ນ ເຮົາຈະຄຽດຮ້າຍ ພວກເຂົາ ເຮົາຈະປະຖິ້ມພວກເຂົາ ແລະ ພວກເຂົາຈະຖືກທໍາລາຍ. ໄພພິບັດອັນຮ້າຍແຮງ ຫລາຍຢ່າງຈະມາເຖິງພວກເຂົາ ແລ້ວພວກເຂົາຈະຮູ້ແນ່ແທ້ ວ່າສິ່ງເຫລົ່ານີ້ ທີ່ເກີດຂຶ້ນກັບພວກເຂົາ ກໍຍ້ອນວ່າ ເຮົາຄືພຣະເຈົ້າຂອງພວກເຂົາ ບໍ່ຢູ່ນາໍພວກເຂົາອີກຕໍ່ໄປ.
\v 18 ເຮົາຈະບໍ່ຍອມຊ່ວຍເຫລືອພວກເຂົາອີກຕໍ່ໄປ ເພາະພວກເຂົາໄດ້ເຮັດຊົ່ວ ແລະ ໄດ້ຂາບໄຫວ້ບັນດາພະອື່ນ.
\s5
\v 19 ບັດນີ້ ຈົ່ງຂຽນເພງນີ້ໄວ້. ຈົ່ງສອນປະຊາຊົນອິດສະຣາເອນ ໃຫ້ຮຽນຮ້ອງເພງນັ້ນ ເພື່ອວ່າມັນຈະເປັນຈຸດຢືນແຫ່ງຄວາມຈິງຕໍ່ສູ້ພວກເຂົາ.
\v 20 ເຮົາຈະນາໍພວກເຂົາ ເຂົ້າໄປຍັງດິນແດນນີ້ ທີ່ອຸດົມສົມບູນ ແລະ ຮັ່ງມີ ຕາມທີ່ເຮົາໄດ້ສັນຍາໄວ້ກັບປູ່ຍ່າຕາຍາຍຂອງພວກເຂົາ. ໃນທີ່ນັ້ນ ພວກເຂົາຈະມີອາຫານການກິນ ຕາມຄວາມຕ້ອງການ ແລະ ພວກເຂົາຈະມີຊີວິດຢູ່ຢ່າງສະໜຸກສຸກ ສະບາຍ, ແຕ່ພວກເຂົາຈະຫັນໜີໄປຂາບໄຫວ້ບັນດາພະອື່ນ. ພວກເຂົາຈະປະຖິ້ມເຮົາ ແລະ ລະເມີດພັນທະສັນຍາຂອງເຮົາ
\s5
\v 21 ແລະ ໄພພິບັດອັນຮ້າຍແຮງຫລາຍຢ່າງຈະມາເຖິງພວກເຂົາ, ແຕ່ຄົນຍັງຈະຮ້ອງເພງນີ້ຢູ່ຕໍ່ໄປ ແລະ ມັນຈະເປັນຈຸດຢືນແຫ່ງຄວາມຈິງຕໍ່ສູ້ພວກເຂົາ. ແມ່ນແຕ່ເວລານີ້ ກ່ອນເຮົານາໍພວກເຂົາເຂົ້າໄປໃນດິນແດນທີ່ ເຮົາໄດ້ສັນຍາ ວ່າຈະມອບໃຫ້ພວກເຂົາ ເຮົາກໍຮູ້ວ່າພວກເຂົາກາໍລັງຄິດຢ່າງໃດແລ້ວ.”
\s5
\v 22 ໃນມື້ນັ້ນເອງ ໂມເຊ ໄດ້ປະພັນບົດເພງຂຶ້ນ ແລະ ສອນໃຫ້ປະຊາຊົນອິດສະຣາເອນ.
\v 23 ແລ້ວອົງພຣະຜູ້ເປັນເຈົ້າ ກໍໄດ້ກ່າວແກ່ ໂຢຊວຍ ລູກຊາຍຂອງນູນ ໂດຍໄດ້ບອກລາວ ວ່າ, “ຈົ່ງເດັດດ່ຽວ ແລະ ກ້າຫານ ເຈົ້າຈະນາໍພາປະຊາຊົນອິດສະຣາເອນ ເຂົ້າໄປໃນດິນແດນ ທີ່ເຮົາໄດ້ສັນຍາໄວ້ກັບພວກເຂົາ ແລະ ເຮົາຈະຢູ່ກັບເຈົ້າ.”
\s5
\v 24 ໂມເຊ ໄດ້ຂຽນກົດບັນຍັດຂອງພຣະເຈົ້າລົງໃນປື້ມຫົວໜຶ່ງ ໂດຍບໍ່ຂາດຈັກຄໍາ.
\v 25 ເມື່ອຂຽນສໍາເລັດແລ້ວ ເພິ່ນຈຶ່ງກ່າວແກ່ປະໂຣຫິດຊາວເລວີ ຜູ້ທີ່ຮັບຜິດຊອບ ຫາມຫີບ ພັນທະສັນຍາວ່າ,
\v 26 “ຈົ່ງເອົາປຶ້ມທີ່ບັນຈຸກົດບັນຍັດຂອງພຣະເຈົ້ານີ້ໄປໄວ້ຂ້າງຫີບ ພັນທະສັນຍາຂອງອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ເພື່ອວ່າປຶ້ມນີ້ຈະເປັນພະຍານ ຕໍ່ສູ້ໄພ່ພົນຂອງພຣະອົງ.
\s5
\v 27 ຂ້າພະເຈົ້າຮູ້ວ່າ ພວກເຂົາດື້ດຶງ ແລະ ຄິດຄົດທໍລະຍົດເທົ່າໃດ. ພວກເຂົາໄດ້ກະບົດ ຕໍ່ສູ້ອົງພຣະຜູ້ເປັນເຈົ້າ ໃນລະຫວ່າງທີ່ຂ້າພະເຈົ້າຍັງມີຊີວິດຢູ່ ແລະ ພວກເຂົາກໍຈະ ກະບົດຕໍ່ສູ້ພຣະອົງຫລາຍກວ່ານີ້ອີກ ຫລັງຈາກທີ່ຂ້າພະເຈົ້າຕາຍໄປແລ້ວ.
\v 28 ຈົ່ງເອີ້ນຫົວໜ້າເຜົ່າທັງໝົດ ແລະ ເຈົ້າໜ້າທີ່ຂອງພວກເຈົ້າມາປະຊຸມກັນຢູ່ຊ້ອງໜ້າຂ້າພະເຈົ້າ ເພື່ອວ່າຂ້າພະເຈົ້າຈະໄດ້ບອກສິ່ງເຫລົ່ານີ້ ເປັນບົດເພງສູ່ພວກເຂົາຟັງ; ຂ້າພະເຈົ້າຈະວິງວອນ ຟ້າສະຫວັນ ແລະ ແຜ່ນດິນໂລກ ໃຫ້ເປັນພະຍານເພື່ອຕໍ່ສູ້ພວກເຂົາ.
\v 29 ຂ້າພະເຈົ້າຮູ້ວ່າຫລັງຈາກຂ້າພະເຈົ້າຕາຍໄປແລ້ວ ປະຊາຊົນຈະເຮັດຊົ່ວ ແລະ ປະຖິ້ມສິ່ງທີ່ຂ້າພະເຈົ້າ ໄດ້ສັ່ງສອນພວກເຂົາ. ໃນພາຍຄັ້ງໜ້າ ພວກເຂົາຈະພົບກັບໄພພິບັດ ເພາະພວກເຂົາຈະໄດ້ເຮັດໃຫ້ອົງພຣະຜູ້ເປັນເຈົ້າໂກດຮ້າຍ ໂດຍປະຕິບັດ ໃນສິ່ງທີ່ພຣະອົງໄດ້ຫ້າມ.”
\s5
\v 30 ແລ້ວໂມເຊ ກໍຮ້ອງບົດເພງທັງໝົດນີ້ ໃຫ້ປະຊາຊົນອິດສະຣາເອນ ຟັງວ່າ,
\s5
\c 32
\p
\v 1 “ຟ້າແລະດິນ ເອີຍ ຈົ່ງງ່ຽງຫູຂອງເຈົ້າຟັງສຽງຂອງຂ້ອຍກ່າວ ຫຍັບມາຟັງໃກ້ ໆ ສິ່ງທີ່ຂ້ອຍຈະກ່າວອອກໄປ.
\v 2 ຄໍາສັ່ງສອນ ຂອງຂ້ອຍຈະຕົກລົງເໝືອນຝົນຫ່າໃຫຍ່ ຊຶ່ງຈະກໍ່ຕົວຄົງຢູ່ໄດ້ ເໝືອນນາໍ້ຄ້າງຮຸ່ງອາລຸນ; ຖ້ອຍຄໍາຂອງຂ້ອຍຈະລິນລົງເໝືອນນາໍ້ຝົນ ເທິງພືດອ່ອນ ເໝືອນສາຍຝົນຄ່ອຍ ໆ ຍ້ອຍໂຮຍຮວດເທິງຫຍ້າຂຽວ.
\s5
\v 3 ຂ້ອຍຈະປະກາດໃຫ້ດັງກ້ອງ ພຣະນາມ ຂອງອົງພຣະຜູ້ເປັນເຈົ້າ! ຈົ່ງຖະຫວາຍຄວາມ ຍິ່ງໃຫຍ່ຂອງພຣະເຈົ້າຂອງພວກເຮົາ.
\v 4 ພຣະອົງເປັນທີ່ເພິ່ງອັນເຂັ້ມແຂງຂອງເຈົ້າ ຕະຫລອດມາສົມບູນ ແລະ ທ່ຽງທໍາໃນວິຖີ ທາງຂອງພຣະອົງ; ພຣະເຈົ້າຂອງພວກເຈົ້າ ສັດຊື່ແລະທ່ຽງທາໍ ພຣະອົງໄດ້ກະທາໍແຕ່ສິ່ງ ທີ່ດີ ແລະຖືກຕ້ອງ.
\s5
\v 5 ແຕ່ພວກເຈົ້ານັ້ນ ພັດບໍ່ຈົງຮັກ ແລະ ພັກ ດີ ບໍ່ເໝາະສົມທີ່ຈະເປັນໄພ່ພົນຂອງພຣະອົງ [ຄ] ຄືເປັນຊົນຊາດບາບ ທີ່ກະທາໍຜິດ ຕະຫລອດມາພາກັນ ຄົດໂກງ ແລະ ຫັນໜີຈາກພຣະເຈົ້າມາຕະຫລອດ.
\v 6 ປະຊາຊົນ ທີ່ໂງ່ຈ້າ ແລະ ເບົາປັນຍາເອີຍ ພວກເຈົ້າຄວນ ເຮັດວິທີນີ້ບໍ ກັບອົງພຣະຜູ້ເປັນເຈົ້າ? ພຣະອົງເປັນບິດາຂອງພວກເຈົ້າ ແລະ ທັງເປັນຜູ້ສ້າງ ພວກເຈົ້າ ມາທັງດູແລ ແລະ ຮັກສາຈົນພວກເຈົ້າກາຍເປັນຊາດໜຶ່ງ.
\s5
\v 7 ຈົ່ງລະນຶກເຖິງອະດີດ ເວລານານຜ່ານມາ; ຖາມເບິ່ງບັນດາບິດາ ໃຫ້ເລົ່າສິ່ງທີ່ໄດ້ເກີດມາສູ່ຟັງເບິ່ງ ຖາມເບິ່ງພວກຄົນເຖົ້າ ຄົນຊາຣາທີ່ເກີດກ່ອນ; ບອກເພິ່ນຢ້ອນເລົ່າເລື່ອງ ໃນອະດີດສູ່ຟັງແດ່ແມ
\v 8 ອົງພຣະຜູ້ສູງສຸດ ໄດ້ໃຫ້ຊາດຕ່າງ ໆ ມີດິນແດນຂອງຕົນ; ພຣະອົງໄດ້ກາໍນົດບ່ອນໃຫ້ລູກຫລານຂອງ ອິດສະຣາເອນ ເປັນບ່ອນທີ່ພວກເຂົາຈະອາໄສຢູ່ນັ້ນ.
\s5
\v 9 ແຕ່ສ່ວນຂອງອົງພຣະຜູ້ເປັນເຈົ້າ ແມ່ນ ສໍາລັບພຣະອົງ ພວກເຊື້ອສາຍຂອງຢາໂຄບ ເປັນມໍຣະດົກ ຂອງພຣະອົງເອງ.
\v 10 ພຣະອົງໄດ້ເຫັນພວກເຂົາ ເຄື່ອນຍ້າຍຜ່ານຜ່າທ້ອງຖິ່ນທະເລຊາຍ ເປົ່າປ່ຽວທຸລະກັນ ດານທັງລົມພັດແຮງເຫລືອຮ້າຍ; ພຣະອົງເລີຍດູແລ ປົກປ້ອງໄວ້ ແລະ ເອົາໃຈໃສ່ພວກເຂົາ ແລະ ເຝົ້າປົກປັກຮັກສາເໝືອນດັ່ງແກ້ວຕາຂອງພຣະອົງນັ້ນ.
\s5
\v 11 ເໝືອນດັ່ງນົກອິນຊີ ໂຕໜຶ່ງໄດ້ສອນ ລູກ ໆ ຂອງມັນ ໃຫ້ບິນໄປ [ງ] ກາງປີກຂອງຕົນອອກໄວ້ລໍຮັບລູກ ໆ ນັ້ນໄວ້ຢ່າງປອດໄພໄດ້. ທັງໄດ້ປົກປ້ອງຄຸ້ມຄອງ ແລະ ຮັກສາຊົນຊາດອິດສະຣາເອນ ບໍ່ໃຫ້ຫລົ້ມຈົມລົງໄດ້.
\v 12 ອົງພຣະຜູ້ເປັນເຈົ້າເທົ່ານັ້ນ ນໍາພາ ປະຊາຊົນຂອງຕົນປາສະຈາກຄວາມ ຊ່ວຍເຫລືອຂອງບັນດາພະຕ່າງຊາດ.
\s5
\v 13 ພຣະອົງໃຫ້ພວກເຂົາປົກຄອງໄດ້ພູພຽງອັນກວ້າງໃຫຍ່ ແລະ ກິນພືດຜົນທີ່ໃຫຍ່ ຂຶ້ນໃນທົ່ງນານັ້ນໄດ້ທັງໝົດ. ພວກເຂົາພົບຮັງເຜິ້ງປ່າຢູ່ທ່າມກາງໂງ່ນຫິນ ແລະ ທີ່ເທິງໜ້າດິນແຂງ ຕົ້ນໝາກກອກເທດກໍເກີດຂຶ້ນ.
\s5
\v 14 ພວກເຂົາມີງົວ ແລະ ແບ້ ບຽດຢັດເຕັມຝູງ ຜະລິດນາໍ້ນົມໄດ້ຫລາຍຢ່າງອຸດົມສົມບູນ ແທ້ ພວກເຂົາມີແກະ ແລະ ແບ້ ທັງງົວໂຕທີ່ຕຸ້ຍພີຍິ່ງ ທັງເຂົ້າບະເລ ອັນດີເລີດ ແລະ ເຫລົ້າອະງຸ່ນຊັ້ນດີທີ່ສຸດ.
\s5
\v 15 ໄພ່ພົນຂອງພຣະເຈົ້າ ຮັ່ງມີຂຶ້ນ ແຕ່ພັດຄິດຄົດທໍລະຍົດຕໍ່ພຣະອົງ; ພວກເຂົາອ້ວນ ຕຸ້ຍພີດີ ເພາະມີອາຫານການກິນຢ່າງເຫລືອລົ້ນ. ພວກເຂົາຈຶ່ງໄດ້ປະຖິ້ມພຣະເຈົ້າ ພຣະຜູ້ສ້າງຂອງຕົນໄປ ແລະ ບໍ່ຍອມຮັບພຣະຜູ້ຊ່ວຍກູ້ພວກເຂົາ ວ່າເປັນພຣະເຈົ້າອົງຍິ່ງໃຫຍ່.
\v 16 ການຂາບໄຫວ້ຮູບພະ ຂອງ ພວກເຂົານັ້ນ ໄດ້ເຮັດໃຫ້ພຣະອົງເກີດອິດ ສາ; ຄວາມຊົ່ວຊ້າທີ່ພວກເຂົາໄດ້ກະທາໍ ໄດ້ເຮັດໃຫ້ພຣະອົງຕ້ອງໂກດຮ້າຍ.
\s5
\v 17 ພວກເຂົາໄດ້ຖວາຍບູຊາ ໃຫ້ແກ່ບັນດາ ຜີມານຮ້າຍ ບໍ່ແມ່ນພຣະແທ້ ຊຶ່ງບໍ່ແມ່ນພຣະເຈົ້າ ແຕ່ແມ່ນພະທຽມ ຄື ພະໃໝ່ ໆ ເຫລົ່ານັ້ນທັງຫລາຍ ທີ່ປູ່ຍ່າຕາຍາຍຂອງ ພວກເຂົາບໍ່ເຄີຍຮູ້; ເປັນບັນດາພະຕ່າງ ໆ ທີ່ຊາດອິດສະຣາເອນ ບໍ່ເຄີຍຮູ້ຈັກ ແລະ ບໍ່ຮູ້ຂາບໄຫວ້ພວກມັນ ທັງບໍ່ເຄີຍເຊື່ອຟັງມັນມາ ກ່ອນ.
\v 18 ພວກເຂົາໄດ້ລືມໄລພຣະເຈົ້າ ພຣະຜູ້ໂຜດຊ່ວຍ ອົງຍິ່ງໃຫຍ່ຂອງພວກເຂົາ ອົງຊົງຣິດອໍານາດຫລາຍ ທີ່ໃຫ້ພວກເຂົາມີຊີວິດຢູ່.
\s5
\v 19 ເມື່ອອົງພຣະຜູ້ເປັນເຈົ້າ ເຫັນເຊັ່ນນີ້ ພຣະອົງຈຶ່ງໂກດຮ້າຍຫລາຍ ຈຶ່ງບໍ່ຮັບຊາຍ ຍິງເຫລົ່ານີ້ເປັນບຸດຂອງພຣະເຈົ້າ.
\v 20 ພຣະອົງກ່າວ ວ່າ, ‘ເຮົາຈະບໍ່ຊ່ວຍພວກເຂົາ ຕໍ່ໄປອີກ’ ‘ແລ້ວເຮົາກໍຈະເບິ່ງວ່າ ສິ່ງໃດເກີດຂຶ້ນກັບເຂົາເຈົ້າ ຄືຄົນທີ່ດື້ດ້ານສອນຍາກ ແລະ ຫົວແຂງ ທັງບໍ່ສັດຊື່ ແລະ ບໍ່ໝັ້ນຄົງດ້ວຍ.
\s5
\v 21 ໂດຍຮູບເຄົາຣົບ ຂອງພວກເຂົານັ້ນ ພວກເຂົາແກ້ງເຮັດໃຫ້ເຮົາໂມໂຫ ໂດຍແກ້ງ ເຮັດໃຫ້ເຮົາຫຶງຫວງ ຕໍ່ສິ່ງທີ່ພວກເຂົາເອີ້ນວ່າ ພະຂອງເຂົາເຈົ້ານັ້ນ; ພະເກ້ ໆ ເຫລົ່ານັ້ນລ້ວນແຕ່ເປັນພະທຽມ ບໍ່ແມ່ນພຣະເຈົ້າແທ້ຈັກດີ້. ສະນັ້ນ ເຮົາຈຶ່ງຈະໃຊ້ຊາດໜຶ່ງມາເຮັດໃຫ້ພວກເຂົາເຈົ້າ ເກີດໂມໂຫ; ເຮົາຈະເຮັດໃຫ້ພວກເຂົາ ເກີດອິດສາຊົນຊາດເບົາປັນຍານີ້.
\s5
\v 22 ຄວາມໂກດຮ້າຍຂອງເຮົາ ຈະລຸກໄໝ້ ເຜົາຜານ ດັ່ງແປວໄຟລຸກໃຫຍ່ ເຜົາໄໝ້ທຸກສິ່ງເທິງແຜ່ນດິນໂລກ ຈົນທະລາຍກ້ຽງສິ້ນສູນໝົດ. ມັນຈະເລີຍລຸກໄໝ້ໄປຮອດພື້ນພິພົບ ປັດຖະພີ [ຈ] ແລະ ເຜົາຜານທຸກສິ່ງໝົດ ຮອດຮາກໂຄນ ຂອງພູສູງພຸ້ນ.
\s5
\v 23 ເຮົາຈະນາໍໄພພິບັດມາສູ່ເຂົາເຈົ້າ ເປັນໄພພິບັດອັນບໍ່ສິ້ນສຸດເປັນ ເຊັ່ນລູກທະນູໜ້ອງທັງໝົດ ທີ່ເຮົາຈະໃຊ້ຕໍ່ສູ້ພວກເຂົາເຈົ້າ.
\v 24 ພວກເຂົາຈະຕາຍ ເພາະການເຈັບໄຂ້ ແລະ ອຶດຫິວ; ພວກເຂົາຈະສິ້ນຊີວິດໄປ ຍ້ອນ ພະຍາດອັນຮ້າຍແຮງມາຖືກ. ເຮົາຈະໃຫ້ສັດປ່າມາຕໍ່ຕ້ານ ກັດກິນພວກເຂົາໃຫ້ວອດວາຍ ທັງຈະໃຫ້ງູພິດຮ້າຍມາກັດຕອດພວກເຂົາໃຫ້ເຈັບປວດ.
\s5
\v 25 ເສິກສົງຄາມຈະເຮັດໃຫ້ຄົນຕາຍ ຕາມທາງຍ່າງ; ຄວາມຢ້ານໃຫຍ່ ຈະຍ່າງຍ້າຍບຸກ ເຂົ້າສູ່ບ້ານເຮືອນ. ຊາຍໜຸ່ມຍິງສາວ ຈະສິ້ນຊີບລົ້ມຫາຍ ຕາຍຈາກໄປ; ແມ່ນແຕ່ເດັກອ່ອນນ້ອຍທັງຫລາຍ ແລະ ຜູ້ເຖົ້າກໍບໍ່ເຫລືອດ້ວຍ.
\v 26 ເຮົາຈະຕ້ອງລົງມືທາໍລາຍພວກ ເຂົາເຈົ້າ ໃຫ້ສິ້ນເຊື້ອສາຍ ເພື່ອຈະບໍ່ມີໃຜ ອາໄລອາວອນ ຫວນຈົດຈາໍພວກເຂົາໄດ້ອີກ.
\s5
\v 27 ແຕ່ເຮົາຈະບໍ່ຍອມໃຫ້ສັດຕູ ໂອ້ອວດຈອງຫອງ ວ່າປະຊາຊົນຂອງເຮົາແມ່ນເຂົາທີ່ໄດ້ຊະນະ; ໃນເມື່ອແມ່ນເຮົານີ້ເອງ ທີ່ໄດ້ສໍາແດງສີມື ເຮົາເປັນຜູ້ຕີພວກເຂົາໃຫ້ສະຫລາຍ ໄປຕ່າງຫາກ.
\s5
\v 28 ຊາວອິດສະຣາເອນ ເປັນຊົນຊາດທີ່ຂາດສະຕິ ແລະ ຄວາມຄິດພວກເຂົາປະພຶດຢ່າງໂງ່ຈ້າ ປັນຍາແທ້ບໍ່ມີເລີຍ.
\v 29 ພວກເຂົາບໍ່ຮູ້ວ່າ ຕົນພ່າຍແພ້ນັ້ນຍ້ອນຫຍັງ ທັງບໍ່ ເຂົ້າໃຈແມ່ນແຕ່ມີຫຍັງໄດ້ເກີດຂຶ້ນ.
\s5
\v 30 ເປັນຫຍັງ ຄົນຜູ້ດຽວນັ້ນຈຶ່ງຊະນະຄົນເປັນພັນ ແລະ ເປັນຫຍັງພຽງສອງຄົນ ຈຶ່ງຊະນະຄົນເປັນໝື່ນ? ກໍເພາະວ່າ ພຣະເຈົ້າໄດ້ ປະຖິ້ມພວກເຂົາ ພຣະເຈົ້າອົງຍິ່ງໃຫຍ່ໄດ້ໃຫ້ພວກເຂົາພ່າຍແພ້.
\v 31 ເຫລົ່າສັດຕູຮູ້ວ່າ ພະຂອງພວກເຂົານັ້ນອ່ອນແອ ບໍ່ເຂັ້ມແຂງຄື ພຣະເຈົ້າຂອງອິດສະຣາເອນໄດ້.
\s5
\v 32 ສັດຕູຂອງພວກເຂົາເຈົ້າ ເປື່ອຍເຍື່ອຍ ກັນໝົດ ເໝືອນເມືອງໂຊໂດມ ແລະ ໂກໂມຣາ ນັ້ນ; ເປັນຄືກົກອະງຸ່ນທີ່ເກີດໝາກ ຂົມ ແລະ ເປັນພິດເໝືອນເອົາພິດງູ ມາແຕ່ງເຫລົ້າອະງ່ນຸ ແທ້ບໍ່ຫ່ອນເປັນ.
\s5
\v 33-34 ອົງພຣະຜູ້ເປັນເຈົ້າຈົດຈາໍສິ່ງ ທີ່ເຫລົ່າສັດຕູໄດ້ກະທໍາມາ; ພຣະອົງລໍຈັງຫວະຈະລົງໂທດພວກເຂົາໃຫ້ໄດ້.
\s5
\v 35 ອົງພຣະຜູ້ເປັນເຈົ້າຈະແກ້ແຄ້ນ ແລະ ລົງໂທດພວກເຂົາ; ມື້ເຄາະກໍາໃກ້ເຂົ້າມາ ມື້ທີ່ ພວກເຂົາຫລົ້ມຈົມຈະມາຮອດ.
\s5
\v 36 ອົງພຣະຜູ້ເປັນເຈົ້າ ຈະຊ່ວຍກູ້ໄພ່ພົນຂອງພຣະອົງ ເມື່ອພຣະອົງເຫັນວ່າ ກາໍລັງຂອງພວກເຂົາຈວນຈະສິ້ນ. ພຣະອົງຈະ ເມດຕາແກ່ພວກຜູ້ຮັບໃຊ້ຂອງພຣະອົງ ເມື່ອພຣະອົງເຫັນພວກເຂົາຕ້ອງການກາໍລັງຊຸກຍູ້.
\s5
\v 37 ແລ້ວອົງພຣະຜູ້ເປັນເຈົ້າ ກໍຈະຖາມໄພ່ ພົນຂອງພຣະອົງ ວ່າ, ‘ພະຍິ່ງໃຫຍ່ ທີ່ເຈົ້າໄວ້ ໃຈດຽວນີ້ຢູ່ໃສແລ້ວ
\v 38 ເຈົ້າບູຊາລ້ຽງມັນ ໄວ້ໂດຍຖວາຍໄຂມັນ ໃຫ້ມັນຮັບທັງຖວາຍ ເຫລົ້າອະງຸ່ນ ໃຫ້ມັນໄດ້ດື່ມຢ່າງສະບາຍ. ບັດນີ້ ຈົ່ງບອກມັນໃຫ້ຊ່ວຍເຫລືອເຈົ້າ ລອງເບິ່ງ ບອກມັນແລ່ນມາຊ່ວຍກູ້ເອົາເຈົ້າໄວ້ສາ.
\s5
\v 39 ເຮົາ ແລະ ເຮົາເທົ່ານັ້ນ ທີ່ເປັນພຣະເຈົ້າແທ້ໃດ ນອກຈາກເຮົານີ້ໄປ ບໍ່ມີພະອື່ນໃດອີກແລ້ວ; ມີຜູ້ໃດແດ່ ກ້າຕໍ່ຕ້ານແຜນການຂອງເຮົາ ເຮົາຂ້າແລະໃຫ້ຊີວິດ ເຮັດໃຫ້ບາດເຈັບ ແລະ ປິ່ນປົວດ້ວຍ.
\v 40 ເຮົາເປັນພຣະເຈົ້າອົງຊົງຊີວິດຢູ່ຈິງ ໆ ໃດ ເຮົາຍົກມືຂຶ້ນສູງ ແລະ ເຮົາສາບານໄວ້
\s5
\v 41 ເຮົາຈະຝົນດາບໃຫ້ເຫລື້ອມ ເປັນແສງ ຄົມມັບ ໆ ແລະ ມືຂອງເຮົາຢຶດການຕັດສິນໄວ້. ເຮົາຈະແກ້ແຄ້ນບັນດາເຫລົ່າສັດຕູ ແລະ ເຮົາຈະລົງໂທດທັນ ຜູ້ທີ່ກຽດຊັງເຮົານັ້ນ.
\s5
\v 42 ລູກທະນູຂອງເຮົາເປື້ອນ ຍ້ອນເລືອດ ຫລັ່ງອອກມາ ແລະ ດາບຂອງເຮົາຈະຕັດຊີວາ ຜູ້ທີ່ມາຂັດຂວາງເຮົານັ້ນ. ເຮົາຈະບໍ່ໄວ້ ຊີວິດຕໍ່ຜູ້ຄິດຕໍ່ສູ້ເຮົາ ແມ່ນແຕ່ຜູ້ບາດເຈັບ ແລະ ຊະເລີຍກໍບໍ່ມົ້ມ.
\s5
\v 43 ບັນດາຊົນຊາດເອີຍ ຈົ່ງຊົມຊື່ນຍິນດີ ຮ່ວມກັບປະຊາຊົນຂອງອົງພຣະຜູ້ເປັນເຈົ້າ ເພາະພຣະອົງລົງໂທດທຸກຄົນທີ່ຂ້າພວກເຂົາ ເຈົ້າ. ພຣະອົງທາໍການແກ້ແຄ້ນເຫລົ່າສັດຕູ ທັງຫລາຍ ແລະ ອະໄພການບາບໄພ່ພົນ ຂອງພຣະອົງແລ້ວ.”
\s5
\v 44 ໂມເຊ ແລະ ໂຢຊວຍ ລູກຊາຍຂອງ ນູນໄດ້ເລົ່າເພງນີ້ ສູ່ປະຊາຊົນຟັງ.
\v 45 ເມື່ອໂມເຊ ກ່າວຄໍາສັ່ງສອນຂອງພຣະເຈົ້າ ໃຫ້ປະຊາຊົນອິດສະຣາເອນ ຟັງສຸດແລ້ວ
\s5
\v 46 ເພິ່ນຈຶ່ງກ່າວວ່າ, “ຈົ່ງເຮັດຕາມຂໍ້ຄໍາສັ່ງ ເຫລົ່ານີ້ທັງໝົດ ຊຶ່ງຂ້າພະເຈົ້າໄດ້ມອບໃຫ້ ພວກເຈົ້າໃນວັນນີ້. ຈົ່ງສັ່ງສອນລູກຫລານ ຂອງພວກເຈົ້າ ເພື່ອວ່າພວກເຂົາຈະໄດ້ເຮັດ ຕາມຄໍາສັ່ງສອນທັງໝົດຂອງພຣະເຈົ້າຢ່າງຕັ້ງໜ້າ.
\v 47 ຄໍາສັ່ງສອນເຫລົ່ານີ້ ບໍ່ແມ່ນ ຖ້ອຍຄໍາທີ່ບໍ່ມີປະໂຫຍດ ມັນເປັນຖ້ອຍຄໍາທີ່ ໃຫ້ພວກເຈົ້າມີຊີວິດ. ສະນັ້ນ ຈົ່ງເຮັດຕາມ ນັ້ນ ແລະ ພວກເຈົ້າຈະມີອາຍຸຍືນຍາວໃນ ດິນແດນທາງຟາກເບື້ອງນັ້ນຂອງແມ່ນາໍ້ ຈໍແດນ ຊຶ່ງພວກເຈົ້າກາໍລັງຈະເຂົ້າໄປ ຢຶດຄອງ.”
\s5
\v 48 ໃນມື້ນັ້ນເອງ ອົງພຣະຜູ້ເປັນເຈົ້າໄດ້ບອກໂມເຊ ວ່າ,
\v 49 “ຈົ່ງຂຶ້ນໄປເທິງພູເຂົາ ອາບາຣິມ ໃນດິນແດນໂມອາບ ຊຶ່ງຢູ່ກົງກັນຂ້າມ ກັບເມືອງເຢຣິໂກ ຈົ່ງປີນຂຶ້ນໄປ ໃຫ້ຈົນເຖິງຍອດພູເຂົາ ເນໂບ ແລະ ຫລຽວເບິ່ງດິນແດນ ການາອານ ຊຶ່ງເຮົາພວມຈະມອບໃຫ້ປະຊາຊົນອິດສະຣາເອນ.
\s5
\v 50 ເຈົ້າຈະຕາຍຢູ່ເທິງພູໜ່ວຍນັ້ນ ເໝືອນດັ່ງ ອາໂຣນ ອ້າຍຂອງເຈົ້າທີ່ໄດ້ຕາຍຢູ່ເທິງພູ ໂຮເຣ
\v 51 ເພາະເຈົ້າທັງສອງບໍ່ສັດຊື່ຕໍ່ເຮົາ ຕໍ່ໜ້າປະຊາຊົນອິດສະຣາເອນ. ຄາວຢູ່ທີ່ແມ່ ນາໍ້ ເມຣີບາ ໃກ້ກັບເມືອງກາເດັດ ໃນຖິ່ນແຫ້ງແລັງກັນດານ ຊິນ ນັ້ນພວກເຈົ້າຫລົບລູ່ກຽດຂອງເຮົາ ໃນທ່າມກາງປະຊາຊົນອິດສາຣະເອນ.
\v 52 ເຈົ້າຈະຫລຽວເຫັນດິນແດນນັ້ນ ໃນໄລຍະໄກ ແຕ່ເຈົ້າຈະບໍ່ໄດ້ເຂົ້າໄປໃນດິນແດນ ທີ່ເຮົາກາໍລັງຈະມອບໃຫ້ປະຊາຊົນ ອິດສະຣາເອນ.”
\s5
\c 33
\p
\v 1 ຕໍ່ໄປນີ້ ແມ່ນຄໍາອວຍພອນທີ່ໂມເຊ ຄົນ ຂອງພຣະເຈົ້າໄດ້ກ່າວ ໃຫ້ປະຊາຊົນອິດສະຣາເອນ ກ່ອນເພິ່ນຈະຕາຍ.
\v 2 ອົງພຣະຜູ້ເປັນເຈົ້າ ໄດ້ສະເດັດມາຈາກພູເຂົາ ຊີນາຍ ຊົງໄດ້ລຸກຂຶ້ນມາເໝືອນດັ່ງຕາເວັນ ເທິງເອໂດມ ນັ້ນ ແລະ ຈາກພູເຂົາ ປາຣານ ພຸ້ນ ແສງໄສແຈ້ງສ່ອງຖືກປະຊາຊົນທົ່ວໜ້າ ສູ່ຄົນແທ້ຂອງພຣະອົງ. ມີເທວະດາເປັນໝື່ນ ໆ ອ້ອມລ້ອມຢູ່ກັບພຣະອົງ ມີໄຟລຸກຮຸ່ງເຮືອງ ທີ່ມືຂວາ [ສ] ຂອງພຣະອົງດ້ວຍ.
\s5
\v 3 ອົງພຣະຜູ້ເປັນເຈົ້າຮັກໄພ່ພົນຂອງພຣະອົງຫລາຍ [ຊ] ແລະ ປົກປັກຮັກສາຜູ້ທີ່ເປັນຄົນຂອງພຣະອົງໄວ້. ດັ່ງນັ້ນ ພວກເຮົາຈົ່ງຂາບຢູ່ໃຕ້ຕີນຂອງພຣະອົງ [ຍ] ແລະ ເຊື່ອຟັງຂໍ້ຄໍາສັ່ງທຸກປະການນັ້ນ.
\v 4 ເຮົາ ເຊື່ອຟັງກົດບັນຍັດທີ່ໂມເຊ ໄດ້ໃຫ້ພວກເຮົາ ເປັນຊັບສົມບັດ ອັນລໍ້າຄ່າແຫ່ງຊາດຂອງພວກເຮົານັ້ນ.
\s5
\v 5 ອົງພຣະຜູ້ເປັນເຈົ້າ ເປັນກະສັດອົງ ສູງສຸດ ເປັນຜູ້ປົກປ້ອງຮັກສາຊົນຊາດອິດສະຣາເອນໄວ້ ເມື່ອຕ່າງເຜົ່າເຫລົ່າຫົວໜ້າພາກັນມາທົ່ວທຸກທິດ ຮ່ວມເປັນຈິດໃຈໜຶ່ງແທ້ ທຸກທົ່ວໜ້າມາປະຊຸມ.
\v 6 ເພິ່ນໄດ້ກ່າວເຖິງ ເຜົ່າຣູເບັນ ວ່າ, “ຂໍ ຣູເບັນ ຍືນຍົງຢູ່ໄດ້ຢ່າດັບຫາຍຈັກເທື່ອ ເຖິງວ່າມີປະຊາຊົນໜ້ອຍ ຈົ່ງຄ່ອຍຕູ້ມເອົາກັນເດີ.”
\s5
\v 7 ເພິ່ນໄດ້ເວົ້າເຖິງເຜົ່າຢູດາ ວ່າ, “ຂ້າແດ່ ອົງພຣະຜູ້ເປັນເຈົ້າ ໂຜດຟັງພວກເຂົາຮ້ອງ ໃຫ້ຊ່ວຍເຫລືອແດ່ ຊ່ວຍດູແລຕູ້ມພວກເຂົາໄວ້ ໃຫ້ຮ່ວມເຂົ້າກັບເຜົ່າອື່ນແດ່ເດີ ໂຜດສູ້ຮົບເພື່ອພວກເຂົາດ້ວຍ ແລະຊ່ວຍພວກເຂົາປາບເຫລົ່າສັດຕູແດ່ທ້ອນ. ” [ດ]
\s5
\v 8 ເພິ່ນໄດ້ເວົ້າເຖິງເຜົ່າເລວີ ວ່າ, “ຂ້າແດ່ ອົງພຣະ ຜູ້ເປັນເຈົ້າ ໂດຍ ອຸຣິມ ແລະ ທຸມມິມ ນັ້ນ [ຕ] ໂຜດເປີດເຜີຍພຣະປະສົງ ຜ່ານໂດຍທາງພວກຜູ້ຮັບໃຊ້ຂອງພຣະອົງ ຄື ຊາວເລວີ ຜູ້ຮັບໃຊ້ທີ່ສັດຊື່; ພຣະອົງໄດ້ທົດສອບ ເບິ່ງພວກເຂົາເຈົ້າທີ່ ມັດສາ ໄດ້ພິສູດເບິ່ງພວກເຂົາວ່າແທ້ຈິງ ທີ່ບໍ່ນໍ້າ ເມຣີບາ ນັ້ນ.
\s5
\v 9 ພວກເຂົາໄດ້ສະແດງຄວາມສັດຊື່ ຍິ່ງໃຫຍ່ຕໍ່ພຣະອົງ ຫລາຍກວ່າຕໍ່ພໍ່ແມ່ອ້າຍເອື້ອຍນ້ອງກັບລູກ ໆ. ພວກເຂົາໄດ້ເຊື່ອຟັງ ຂໍ້ຄໍາສັ່ງຂອງພຣະອົງ ທັງສັດຊື່ ແລະໝັ້ນຄົງຕໍ່ພັນທະສັນຍາດ້ວຍ.
\s5
\v 10 ພວກເຂົາສັ່ງສອນປະຊາຊົນໃຫ້ເຊື່ອ ຟັງກົດບັນຍັດທຸກຢ່າງ ທັງຈະຖວາຍບູຊາໃຫ້ ພ້ອມທີ່ເທິງແທ່ນບູຊາ.
\s5
\v 11 ຂ້າແດ່ອົງພຣະຜູ້ເປັນເຈົ້າ ຂໍຊົງໂຜດຊ່ວຍເຜົ່າຂອງພວກເຂົາໃຫ້ເຂັ້ມແຂງ ໂຜດພໍໃຈໃນສິ່ງທີ່ພວກເຂົາເຮັດທຸກປະການ ແດ່ທ້ອນ. ຂໍຈົ່ງບົດຂະຢີ້ເຫລົ່າສັດຕູທັງຫລາຍ ໃຫ້ປະລາໄຊໂດຍເງີຍຫົວຂຶ້ນມາບໍ່ໄດ້.”
\s5
\v 12 ເພິ່ນໄດ້ເວົ້າເຖິງເຜົ່າເບັນຢາມິນ ວ່າ, “ຄົນເຫລົ່ານີ້ ຊຶ່ງອົງພຣະຜູ້ເປັນເຈົ້າຊົງຮັກແລະປົກປັກຮັກສາ ເຝົ້າເບິ່ງແຍງຕະຫລອດ ມາທຸກ ໆ ວັນບໍ່ລະເວັ້ນ. ພຣະອົງສະຖິດຢູ່ດ້ວຍນາໍພວກເຂົາທຸກ ໆ ເມື່ອພຣະອົງສະຖິດ ຢູ່ໃກ້ທ່າມກາງພວກເຂົາ. ” [ຖ]
\s5
\v 13 ເພິ່ນໄດ້ເວົ້າເຖິງເຜົ່າໂຢເຊັບ ວ່າ, “ຂໍພຣະອົງອວຍພອນ ໃຫ້ດິນແດນມີຝົນ ທັງມີບໍ່ນໍ້າໄຫລຈາກພື້ນປັດຖະພີ ດ້ວຍ.
\s5
\v 14 ຂໍອວຍພອນ ໃຫ້ດິນແດນມີແດດ ບົ່ມໝາກໄມ້ໃຫ້ສຸກດີ ມີໝາກໄມ້ທຸກ ໆ ລະດູ ຣົດຫວານຫອມແຊບ.
\v 15 ຂໍພູເຂົາແຕ່ກ່ອນກີ້ ມີໝາກໄມ້ຫລາຍ ມີໝາກໄມ້ທຸກຊະນິດທີ່ເລືອກກິນຕາມໃຈມັກ.
\s5
\v 16 ຂໍໃຫ້ດິນແດນຂອງພວກເຂົານັ້ນ ເຕັມແຕ່ສິ່ງທີ່ດີ ໂດຍເດດແຫ່ງພຣະຄຸນໄດ້ຮັບພອນຈາກພຣະເຈົ້າ. ຄື ອົງພຣະຜູ້ເປັນເຈົ້າ ອົງທີ່ໄດ້ກ່າວຕັກເຕືອນອອກມາຈາກ ແປວໄຟ ໄໝ້ລຸກລາມໃນພຸ່ມໄມ້. ຂໍພອນເຫລົ່ານີ້ ຫລັ່ງໄຫລເຂົ້າສູ່ເຜົ່າໂຢເຊັບ ເພາະລາວເປັນຫົວໜ້າອ້າຍນ້ອງຂອງຕົນ.
\s5
\v 17 ໂຢເຊັບ ມີກາໍລັງກ້າ ຄື ງົວກະທີງເຖິກໂຕໜຶ່ງ ຈຶ່ງເກັ່ງກ້າຕໍ່ສູ້ ເພາະຮູ້ວ່າຕົນມີເຂົາ ຕ້ານທານ; ເຂົາຂອງລາວນັ້ນມີ ມານາເຊ ຫລາຍພັນຄົນຊ່ວຍ ແລະຂອງ ເອຟຣາອິມ ເປັນໝື່ນ ໆ ຊຶ່ງເປັນກໍາລັງ. ດ້ວຍກາໍລັງເຫລົ່ານັ້ນ ລາວຈຶ່ງໄລ່ຫລາຍຊົນຊາດໜີ ແລະ ດັນ ພວກເຂົາອອກໄປຈົນສຸດແຜ່ນດິນໂລກ.”
\s5
\v 18 ເພິ່ນໄດ້ເວົ້າເຖິງເຜົ່າເຊບູໂລນ ແລະ ອິດຊາຄາ ວ່າ, “ຂໍໃຫ້ ເຊບູໂລນ ຈະເລີນຂຶ້ນ ດ້ານຄ້າຂາຍທາງທະເລ ແລະ ຂໍໃຫ້ຊັບສິນຂອງ ອິດຊາຄາ ທະວີຂຶ້ນເຕັມບ້ານ.
\v 19 ພວກເຂົາເອີ້ນປະຊາຊົນທັງໝົດມາ ທີ່ເທິງພູເຂົາ ແລະ ເຜົາເຄື່ອງຖວາຍບູຊາອັນຊອບທາໍຢູ່ທີ່ນັ້ນ. ເພາະພວກເຂົາ ຈະດູດຄວາມ ອຸດົມຈາກທະເລກວ້າງ ແລະ ໄດ້ຂຸມຊັບທີ່ຊ້ອນຢູ່ໃນຫາດຊາຍ ຕາມແຄມຝັ່ງ.”
\s5
\v 20 ເພິ່ນໄດ້ເວົ້າເຖິງເຜົ່າກາດ ວ່າ, “ສັນລະເສີນພຣະເຈົ້າ ຜູ້ບຸກເບີກຂະຫຍາຍ ເຂດແດນ ຄື ໃຫ້ເຂດແດນພວກເຂົາກວ້າງໄກ ໄປຫລາຍເທົ່າ. ພຣະເຈົ້າຄອຍເຝົ້າເໝືອນ ໂຕສິງຄອຍຄຸບເຫຍື່ອ ເພື່ອຄອຍຫັກແຂນ ແລ້ວຈຶ່ງລອກເນື້ອເຖືອໜັງ.
\s5
\v 21 ລາວໄດ້ເລືອກສັນເອົາດິນແດນ ທີ່ດີຍິ່ງໄວ້ ສິ່ງທີ່ເປັນຂອງຫົວໜ້າ ກໍໄດ້ມອບໃຫ້ພວກເຂົາ. ພວກເຂົາໄດ້ເຮັດຕາມຂໍ້ຄໍາສັ່ງ ຂອງພຣະອົງ ແລະ ເຮັດຕາມກົດບັນຍັດ ຂອງອົງພຣະຜູ້ເປັນເຈົ້າ ເມື່ອບັນດາຫົວໜ້າ ຂອງຊາດອິດສະຣາເອນ ໄດ້ມາເຕົ້າຮ່ວມກັນ ຄົບໜ້າ. ” [ທ]
\s5
\v 22 ເພິ່ນໄດ້ເວົ້າເຖິງເຜົ່າດານ ວ່າ, “ດານ ນັ້ນປຽບດັ່ງສິງໜຸ່ມເຂັ້ມແຂງໂຕໜຶ່ງ ລາວແລ່ນອອກມາຈາກເຂດ ບາຊານ ພຸ້ນ.”
\s5
\v 23 ເພິ່ນໄດ້ເວົ້າເຖິງເຜົ່າເນັບທາລີ ວ່າ, “ເນັບທາລີ ບໍຣິບູນດ້ວຍພຣະພອນ ນາ ໆ ປະການ ໂດຍພຣະຄຸນຄວາມດີປົກເກົ້າ ເຝົ້າຄຸ້ມຄອງໄວ້; ພຣະອົງອວຍພອນໃຫ້ດິນແດນ ພວກເຂົາຂະຫຍາຍໃຫຍ່ ຍາວຢຽດໄປຮອດໃຕ້ ຈາກທະເລສາບ ຄາລີເລ.”
\s5
\v 24 ເພິ່ນໄດ້ເວົ້າເຖິງເຜົ່າອາເຊ ວ່າ, “ອາເຊ ໄດ້ຮັບພຣະພອນເລີດລໍ້າກວ່າເຜົ່າອື່ນ ຂໍໃຫ້ ລາວເປັນທີ່ເພິ່ງພໍໃຈແກ່ພວກພີ່ນ້ອງ ແລະ ຂໍໃຫ້ດິນແດນລາວນັ້ນ ຜະລິດຜົນໄດ້ດີຍິ່ງ ຈຶ່ງອຸດົມດ້ວຍກົກໝາກກອກເທດ ພັນດີ ໆ.
\v 25 ຂໍໃຫ້ເມືອງມີປະຕູເຫລັກປ້ອງກັນໄພໃຫ້ ແຂງແກ່ນ ຂໍໃຫ້ມີແຮງຊຸກຍູ້ຊີວິດເຈົ້າໃຫ້ປອດໄພຕະຫລອດ.”
\s5
\v 26 “ບໍ່ມີພະຕົນໃດດອກ ປະຊາຊົນອິດສະຣາເອນ ເອີຍ ເປັນເໝືອນດັ່ງພຣະເຈົ້າຂອງພວກເຈົ້າ ໂດຍຂີ່ລົດມ້າໄປດ້ວຍອານຸພາບ ແລະດ້ວຍສະຫງ່າຣາສີ ສະເດັດມາຈາກທ້ອງຟ້າ ສະເດັດມາເທິງເມກເພື່ອມາ ຊ່ວຍຊູກູ້ເອົາພວກເຈົ້າ.
\s5
\v 27 ພຣະເຈົ້າຄຸ້ມຄອງໄດ້ຢູ່ບໍ່ຂາດ ຕະຫລອດໄປ ອູ້ມຊູເຈົ້າສືບໄປດ້ວຍແຂນອັນຊົງຣິດອໍານາດ ພຣະອົງໄດ້ໄລ່ສັດຕູອອກ ເມື່ອເຈົ້າບຸກລຸກເຂົ້າໄປ ແລະ ບອກເຈົ້າໃຫ້ທາໍລາຍພວກເຂົາຈົນດັບສິ້ນ.
\s5
\v 28 ສະນັ້ນ ເຊື້ອສາຍຂອງຢາໂຄບ ຈຶ່ງຈະຢູ່ຢ່າງສັນຕິປອດໄພ ໃນດິນແດນມີເຂົ້າ ເຫລົ້າອະງຸ່ນ ຢ່າງເຕັມລົ້ນ; ມີທັງນາໍ້ໝອກ ຄ້າງຈາກທ້ອງຟ້າ ຫລັ່ງລິນລົງມາຊ່ວຍຊຸບລ້ຽງພື້ນດິນໃຫ້ຊຸ່ມຊື່ນຢູ່ຕະຫລອດ.
\s5
\v 29 ເຈົ້ານັ້ນຊ່າງມີຄວາມສຸກແທ້ພຽງໃດ ເຈົ້າຮູ້ບໍ? ຊາດອິດສະຣາເອນ ເອີຍ! ບໍ່ມີໃຜ ເປັນເໝືອນດັ່ງພວກເຈົ້າ ເປັນຊົນຊາດໜຶ່ງທີ່ພຣະເຈົ້າໄດ້ຊ່ວຍກູ້ເອົາ. ອົງພຣະຜູ້ເປັນເຈົ້າ ເປັນໂລ້ຕ້ານທານ ແລະເປັນດາບປາບສັດຕູ ເປັນຜູ້ປ້ອງກັນ ແລະ ນາໍໄຊຊະນະມາໃຫ້ເຈົ້າ. ເຫລົ່າສັດຕູນັ້ນຈະມາກາບຂໍຄວາມເມດຕາ ແລະເຈົ້າຈະຢຽບຢໍ່າພວກເຂົາລົງຈົນກ້ຽງ.”
\s5
\c 34
\p
\v 1 ໂມເຊ ໄດ້ຂຶ້ນຈາກທົ່ງຮາບພຽງໂມອາບ ໄປຍັງພູເຂົາ ເນໂບ ຈົນໄປເຖິງຈອມພູ ປີຊະຄາ ຊຶ່ງຢູ່ກົງກັນຂ້າມກັບເມືອງ ເຢຣິໂກ ແລະ ຢູ່ທີ່ນັ້ນອົງພຣະຜູ້ເປັນເຈົ້າໄດ້ສໍາແດງໃຫ້ເພິ່ນ ເຫັນດິນແດນທັງໝົດ ດັ່ງນີ້: ເຂດແດນ ກິເລອາດ ໄກໄປຮອດທາງທິດເໜືອສຸດຂອງ ເມືອງດານ
\v 2 ເຂດແດນທັງໝົດຂອງເນັບທາລີ; ເຂດແດນຕ່າງ ໆ ຂອງເອຟຣາອິມ ແລະມານາເຊ ເຂດແດນຂອງຢູດາ ໄກໄປຮອດທິດຕາເວັນຕົກຂອງທະເລ ເມດີແຕຣາເນ
\v 3 ເຂດແດນທາງພາກໃຕ້ຂອງຢູດາ ແລະ ທົ່ງຮາບພຽງແຕ່ເມືອງໂຊອາ ຈົນໄປເຖິງເມືອງເຢຣິໂກ ເມືອງກົກຕານ.
\s5
\v 4 ແລ້ວອົງພຣະຜູ້ເປັນເຈົ້າ ກໍໄດ້ກ່າວຕໍ່ລາວ ວ່າ, “ນີ້ແມ່ນດິນແດນທີ່ເຮົາໄດ້ສັນຍາ ໄວ້ກັບອັບຣາຮາມ, ອີຊາກ ແລະຢາໂຄບ ວ່າ ຈະມອບໃຫ້ແກ່ເຊື້ອສາຍຂອງພວກເຂົາ. ເຮົາ ໃຫ້ເຈົ້າເຫັນດິນແດນນີ້ ແຕ່ເຈົ້າຈະບໍ່ໄດ້ເຂົ້າ ໄປໃນທີ່ນັ້ນ. ”
\v 5 ດັ່ງນັ້ນ ໂມເຊຜູ້ຮັບໃຊ້ຂອງອົງພຣະຜູ້ເປັນເຈົ້າ ຈຶ່ງໄດ້ຕາຍຢູ່ທີ່ນັ້ນ ໃນດິນແດນໂມອາບ ຕາມທີ່ອົງພຣະຜູ້ເປັນເຈົ້າໄດ້ບອກໄວ້.
\v 6 ພຣະອົງໄດ້ຝັງເພິ່ນໄວ້ ໃນຮ່ອມພູແຫ່ງໜຶ່ງ ທີ່ດິນແດນໂມອາບ ຊຶ່ງກົງກັນຂ້າມກັບເມືອງເບັດ ເປອໍ, ແຕ່ຈົນເຖິງປັດຈຸບັນນີ້ ຍັງບໍ່ມີໃຜຮູ້ຄັກແນ່ວ່າ ສົບຂອງໂມເຊ ນັ້ນໄດ້ຖືກຝັງຢູ່ບ່ອນໃດ.
\s5
\v 7 ເມື່ອໂມເຊ ຕາຍນັ້ນ ເພິ່ນມີອາຍຸໄດ້ 120 ປີ ທັງ​ຍັງ​ແຂງ​ແຮງ​ດີ ແລະ​ຕາ​ກໍ​ຍັງ​ເຫັນ​ຮຸ່ງ​ຢູ່.
\v 8 ປະຊາຊົນອິດສະຣາເອນ ໄດ້ໄວ້ທຸກໃຫ້ເພິ່ນເປັນເວລາ 30 ວັນ ຢູ່ໃນທົ່ງພຽງຂອງໂມອາບ.
\s5
\v 9 ໂຢຊວຍ ລູກຊາຍຂອງນູນ ກໍເຕັມໄປດ້ວຍສະຕິປັນຍາ ເພາະວ່າໂມເຊ ໄດ້ແຕ່ງຕັ້ງເພິ່ນໃຫ້ຮັບໜ້າທີ່ແທນ. ປະຊາຊົນອິດສະຣາເອນ ໄດ້ເຊື່ອຟັງໂຢຊວຍ ແລະ ໄດ້ເຮັດຕາມຄໍາສັ່ງທຸກຂໍ້ ທີ່ອົງພຣະຜູ້ເປັນເຈົ້າ ໄດ້ມອບໃຫ້ແກ່ພວກເຂົາຜ່ານທາງໂມເຊ.
\s5
\v 10 ຢູ່ໃນຊາດອິດສະຣາເອນ ບໍ່ເຄີຍມີຜູ້ທາໍ ນວາຍຄົນໃດເໝືອນດັ່ງ ໂມເຊ; ອົງພຣະຜູ້ເປັນເຈົ້າໄດ້ກ່າວແກ່ເພິ່ນໜ້າຕໍ່ໜ້າ.
\v 11 ບໍ່ມີຜູ້ທາໍນວາຍອື່ນໃດ ທີ່ເຄີຍໄດ້ກະທາໍການ ອັດສະຈັນ ແລະ ໝາຍສໍາຄັນ ດັ່ງທີ່ອົງພຣະຜູ້ເປັນເຈົ້າໄດ້ໃຊ້ໃຫ້ໂມເຊ ກະທາໍ ເພື່ອຕໍ່ສູ້ກະສັດຟາໂຣ ຂອງປະເທດເອຢິບ, ຂ້າຣາຊການ ແລະ ດິນແດນທັງໝົດຂອງເພິ່ນ.
\v 12 ບໍ່ມີຜູ້ທາໍນວາຍຄົນໃດທີ່ສາມາດເຮັດໝາຍສໍາຄັນ ແລະ ການອັດສະຈັນອັນຍິ່ງໃຫຍ່ນີ້ ໄດ້ຄືກັບໂມເຊ ໄດ້ເຮັດຕໍ່ໜ້າປະຊາຊົນອິດສະຣາເອນ ທັງໝົດ.