lo_bible/04-NUM.usfm

2059 lines
382 KiB
Plaintext
Raw Permalink Blame History

This file contains ambiguous Unicode characters

This file contains Unicode characters that might be confused with other characters. If you think that this is intentional, you can safely ignore this warning. Use the Escape button to reveal them.

\id NUM
\ide UTF-8
\h ພ​ຣະ​ທຳ​ຈົດ​ເຊັ​ນ​ບັນ​ຊີ
\toc1 ພ​ຣະ​ທຳ​ຈົດ​ເຊັ​ນ​ບັນ​ຊີ
\toc2 ພ​ຣະ​ທຳ​ຈົດ​ເຊັ​ນ​ບັນ​ຊີ
\toc3 num
\mt ພ​ຣະ​ທຳ​ຈົດ​ເຊັ​ນ​ບັນ​ຊີ
\s5
\c 1
\p
\v 1 ໃນມື້ທີໜຶ່ງຂອງເດືອນທີສອງ ໃນປີທີສອງຫລັງຈາກທີ່ປະຊາຊົນອິດສະຣາເອນ ອອກຈາກປະເທດເອຢິບແລ້ວ ອົງພຣະຜູ້ເປັນ ເຈົ້າໄດ້ບອກໂມເຊ ທີ່ຫໍເຕັນບ່ອນພຣະອົງສະຖິດຢູ່ທີ່ຖິ່ນແຫ້ງແລ້ງກັນດານ ຊີນາຍ ວ່າ,
\v 2 “ໃຫ້ເຈົ້າແລະອາໂຣນ ຈົດຈໍານວນພົນ ຊາວອິດສະຣາເອນ ຕາມຕະກຸນ ແລະ ຕາມ ຄອບຄົວ ໃຫ້ຈົດລາຍຊື່ຜູ້ຊາຍທັງໝົດ
\v 3 ແຕ່ອາຍຸຊາວປີຂຶ້ນໄປ ທີ່ເປັນທະຫານໄດ້.
\s5
\v 4 ຈົ່ງຂໍເອົາຫົວໜ້າທຸກໆຕະກຸນ ຂອງ ແຕ່ລະເຜົ່າໃຫ້ຊ່ວຍພວກເຈົ້າ. ”
\v 5 ຕໍ່ໄປນີ້ ແມ່ນລາຍຊື່ບຸກຄົນ ຄື ບັນດາຜູ້ນາໍຢູ່ໃນເຜົ່າຂອງພວກເຂົາ ຜູ້ທີ່ໄດ້ຖືກຄັດເລືອກຈາກຊຸມຊົນ ໃຫ້ຊ່ວຍເຫລືອໃນວຽກງານການຈົດ ຈໍານວນພົນ ໃນຄັ້ງນີ້: \tr \th1 ຊື່ເຜົ່າ \th2 ຜູ້ ທີ່ເປັນຫົວໜ້າຕະກຸນ \tr \tc1 ຣູເບັນ \tc2 ເອລີຊູ ລູກຊາຍຂອງ ເຊເດອູເຣ \tr \tc1
\v 6-16 ຊີເມໂອນ \tc2 ເຊລູມີເອນ ລູກຊາຍຂອງ ຊູຣິດຊາດາຍ \tr \tc1 ຢູດາ \tc2 ນາໂຊນ ລູກຊາຍຂອງ ອາມີນາດາບ \tr \tc1 ອິດຊາຄາ \tc2 ເນທາເນນ ລູກຊາຍຂອງ ສຸອາ \tr \tc1 ເຊບູໂລນ \tc2 ເອລີອາບ ລູກຊາຍຂອງ ເຮໂລນ \tr \tc1 ເອຟຣາອິມ \tc2 ເອລີຊາມາ ລູກຊາຍຂອງ ອາມມີຮຸດ \tr \tc1 ມານາເຊ \tc2 ກາມາລີເອນ ລູກຊາຍຂອງ ເປດາຊູ \tr \tc1 ເບັນຢາມິນ \tc2 ອາບີດານ ລູກຊາຍຂອງ ກີເດໂອນ \tc3 35, 400 ຄົນ \tr \tc1 ດານ \tc2 ອາຮີເອເຊ ລູກຊາຍຂອງ ອໍາມິຊັດ ດາຍ \tr \tc1 ອາເຊ \tc2 ປາກີເອນ ລູກຊາຍຂອງ ອົກກະຣັນ \tr \tc1 ກາດ \tc2 ເອລີຢາຊັບ ລູກຊາຍຂອງ ດູເອນ \tr \tc1 ເນັບທາລີ \tc2 ອາຮີຣາ ລູກຊາຍຂອງ ເອນັນ
\s5
\v 17 ດ້ວຍການຊ່ວຍເຫລືອຂອງສິບສອງຄົນນີ້ ໃນມື້ທີໜຶ່ງຂອງເດືອນທີສອງ
\v 18 ໂມເຊແລະອາໂຣນ ຈຶ່ງໄດ້ເອີ້ນຊຸມຊົນອິດສະຣາເອນທັງໝົດມາ ແລະໄດ້ຈົດຊື່ພວກເຂົາທັງໝົດ ຕາມຕະກຸນ ແລະຕາມຄອບຄົວ. ຜູ້ຊາຍອິດສະຣາເອນທຸກຄົນຕັ້ງແຕ່ອາຍຸຊາວປີຂຶ້ນໄປ ໄດ້ຖືກຈົດຊື່ ແລະຖືກນັບໄວ້
\v 19 ຕາມທີ່ອົງພຣະຜູ້ເປັນເຈົ້າໄດ້ສັ່ງໄວ້. ໂມເຊໄດ້​ຈົດຊື່ປະຊາຊົນນີ້ ຢູ່ໃນຖິ່ນແຫ້ງແລ້ງກັນດານ ຊີນາຍ.
\s5
\v 20-46 ຜູ້ຊາຍແຕ່ຊາວປີ ຂຶ້ນໄປທີ່ເປັນ ທະຫານໄດ້ກໍຖືກຈົດຊື່ໄວ້ຕາມຕະກຸນ ແລະຕາມຄອບຄົວ ໂດຍເລີ່ມແຕ່ເຜົ່າ ຣູເບັນ ລູກຊາຍຂອງຢາໂຄບ ເປັນຕົ້ນໄປ. ຈໍານວນພົນ ທັງໝົດ ມີ ດັ່ງນີ້: \tr \th1 ຊື່ເຜົ່າ \thr2 ຈໍານວນ \tr \tc1 ຣູເບັນ \tcr2 46, 500 ຄົນ \tr \tc1 ຊີເມໂອນ \tcr2 59, 300 ຄົນ \tr \tc1 ກາດ \tcr2 45, 650 ຄົນ \tr \tc1 ຢູດາ \tcr2 74, 600 ຄົນ \tr \tc1 ອິດຊາຄາ \tcr2 54, 400 ຄົນ \tr \tc1 ເຊບູໂລນ \tcr2 57, 400 ຄົນ \tr \tc1 ເອຟຣາອິມ \tcr2 40, 500 ຄົນ \tr \tc1 ມານາເຊ \tcr2 32, 200 ຄົນ \tr \tc1 ເບນັ ຢາມນິ \tcr2 35, 400 ຄນົ \tr \tc1 ດານ \tcr2 62, 700 ຄົນ \tr \tc1 ອາເຊ \tcr2 41, 500 ຄົນ \tr \tc1 ເນັບທາລີ \tcr2 53, 400 ຄົນ \tr \tcr1 ລວມ: \tcr2 603, 550 ຄົນ
\s5
\v 47 ພວກເລວີ ບໍ່ໄດ້ຖືກຈົດຊື່ເຂົ້າກັບເຜົ່າອື່ນ ໆ
\v 48 ເພາະອົງພຣະຜູ້ເປັນເຈົ້າ ໄດ້ສັ່ງໂມເຊ ໄວ້ວ່າ,
\v 49 “ເມື່ອເຈົ້າຈົດຈາໍນວນພົນທີ່ເປັນທະຫານໄດ້ນັ້ນ ຢ່ານັບເຜົ່າເລວີ ເຂົ້ານາໍ,
\s5
\v 50 ແຕ່ໃຫ້ພວກເຂົາ ກາໍກັບຫໍເຕັນ ບ່ອນເຮົາສະຖິດຢູ່ ແລະ ກາໍກັບເຄື່ອງໃຊ້ປະຈາໍຫໍເຕັນທັງໝົດ. ພວກເຂົາຈະແບກຫາມຫໍເຕັນ ແລະ ເຄື່ອງໃຊ້ຕ່າງໆ ປະຈາໍຫໍເຕັນ ຕະຫລອດທັງຮັບໃຊ້ຢູ່ໃນທີ່ນັ້ນ ແລະ ຕັ້ງທີ່ພັກອ້ອມຮອບທີ່ນັ້ນດ້ວຍ.
\s5
\v 51 ເມື່ອພວກເຈົ້າຍົກຍ້າຍຄ້າຍພັກເທື່ອໃດ ພວກເລວີ ກໍຈະມ້າງຫໍເຕັນລົງ ແລະ ຕັ້ງຂຶ້ນອີກ ຢູ່ໃນຄ້າຍພັກບ່ອນໃໝ່ເທື່ອນັ້ນ. ຜູ້ ໃດຜູ້ໜຶ່ງທີ່ເຂົ້າມາໃກ້ຫເໍຕັນ ຈະໄດ້ຮັບໂທດ ເຖິງຕາຍ.
\v 52 ສ່ວນຊາວອິດສະຣາເອນ ພວກອື່ນນັ້ນ ຈະຕ້ອງຕັ້ງຄ້າຍພັກຂອງພວກ ຕົນເປັນກອງຮ້ອຍ ຄື: ແຕ່ລະຄົນຕາມໝວດ ແລະ ຕາມທຸງປະຈໍາຕະກຸນຂອງຕົນ.
\s5
\v 53 ສ່ວນພວກເລວີ ນັ້ນ ພວກເຂົາຈະຕ້ອງ ຕັ້ງຄ້າຍປ້ອງກັນ ອ້ອມຮອບຫໍເຕັນໄວ້ ເພື່ອຈະບໍ່ມີໃຜເຂົ້າມາໃກ້ ແລະ ກໍ່ເຫດໃຫ້ເຮົາ ໂກດຮ້າຍຊຸມຊົນອິດສະຣາເອນໄດ້. ”
\v 54 ສະນັ້ນ ປະຊາຊົນອິດສະຣາເອນ ຈຶ່ງໄດ້ເຮັດທຸກໆ ສິ່ງຕາມທີ່ອົງພຣະຜູ້ເປັນເຈົ້າ ໄດ້ສັ່ງໂມເຊ.
\s5
\c 2
\p
\v 1 ອົງພຣະຜູ້ເປັນເຈົ້າ ໄດ້ແນະນາໍໂມເຊ ແລະ ອາໂຣນ ດັ່ງຕໍ່ໄປນີ້
\v 2 ຄື: ເມື່ອຊາວ ອິດສະຣາເອນ ຕັ້ງຄ້າຍພັກ ໃຫ້ແຕ່ລະຄົນຕັ້ງຄ້າຍ ຢູ່ພາຍໃຕ້ທຸງໄຊປະຈາໍກອງພົນ ແລະ ທຸງປະຈາໍຕະກຸນຂອງຕົນເອງ. ໃຫ້ຕັ້ງຄ້າຍພັກຢູ່ອ້ອມຮອບຫໍເຕັນ ແຕ່ໃຫ້ຫ່າງໄກພໍສົມຄວນ.
\s5
\v 3-9 ທາງດ້ານຕາເວັນອອກ ໃຫ້ເຜົ່າ ທີ່ຢູ່ພາຍໃຕ້ທຸງໄຊ ປະຈໍາກອງພົນ ຢູດາ ຕັ້ງຄ້າຍພັກເປັນໝວດໝູ່ຕ່າງໆ ຢູ່ພາຍໃຕ້ການນາໍພາຂອງຫົວໜ້າ ຂອງພວກເຂົາ ດັ່ງຕໍໄປນີ້: \tr \th1 ເຜົ່າ \th2 ຫົວໜ້າ \thr3 ຈໍານວນ \tr \tc1 ຢູດາ \tc2 ນາໂຊນ ລູກຊາຍຂອງ ອໍາມີນາດາບ \tcr3 74, 600 ຄົນ \tr \tc1 ອິດຊາຄາ \tc2 ເນທາເນນ ລູກຊາຍຂອງ ສຸອາ \tcr3 54, 400 ຄົນ \tr \tc1 ເຊບູໂລນ \tc2 ເອລີອາບ ລູກຊາຍຂອງ ເຮໂລນ \tcr3 57, 400 ຄົນ \tr \tc1 \tcr2 ລວມ: \tcr3 186, 400 ຄົນ ໃຫ້ກອງພົນຂອງຢູດາ ຍົກອອກໜ້າກ່ອນ.
\s5
\v 10-16 ທາງດ້ານໃຕ້ ໃຫ້ເຜົ່າທີ່ຢູ່ພາຍໃຕ້ທຸງໄຊ ປະຈາໍກອງພົນຂອງ ຣູເບັນ ຕັ້ງຄ້າຍພັກເປັນໝວດໝູ່ຕ່າງໆ ຢູ່ພາຍໃຕ້ການນາໍພາຂອງຫົວໜ້າ ຂອງພວກເຂົາ ດັ່ງຕໍ່ໄປນີ້: \tr \th1 ເຜົ່າ \th2 ຫົວໜ້າ \thr3 ຈໍານວນ \tr \tc1 ຣູເບັນ \tc2 ເອລີສຸ, ລູກຊາຍຂອງ ເຊເດອູເຣ \tcr3 46, 500 ຄົນ \tr \tc1 ຊເີ ມໂອນ \tc2 ເຊລູມີເອນ, ລູກຊາຍຂອງ ຊູຣິດຊັດດາຍ \tcr3 59, 300 ຄົນ \tr \tc1 ກາດ \tc2 ເອລີຢາຊັບ, ລູກຊາຍຂອງ ດູເອນ \tcr3 45, 650 ຄົນ \tr \tc1 \tcr2 ລວມ: \tcr3 151, 450 ຄົນ ໃຫ້ກອງພົນຂອງຣູເບັນ ຍົກອອກໄປເປັນພວກທີສອງ.
\s5
\v 17 ຕໍ່ມາ ລະຫວ່າງສອງກອງພົນ ທີ່ນາໍໜ້າກ່ອນ ແລະ ສອງກອງພົນທີ່ນາໍຫລັງນັ້ນ ໃຫ້ຊາວເລວີ ຫາມຫໍເຕັນຍົກອອກໄປ. ແຕ່ລະກອງພົນຈະຕ້ອງຍົກອອກໄປໃຫ້ເປັນລໍາດັບ ແບບດຽວກັນ ແລະ ໃນບ່ອນທີ່ຕັ້ງຄ້າຍພັກ ກໍໃຫ້ຢູ່ໃນລະບຽບນີ້ ຄື: ແຕ່ລະກອງພົນໃຫ້ຢູ່ພາຍໃຕ້ທຸງໄຊຂອງຕົນ.
\s5
\v 18-24 ທາງດ້ານຕາເວັນຕົກ ໃຫ້ເຜົ່າທີ່ຢູ່ພາຍໃຕ້ທຸງໄຊ ປະຈາໍກອງພົນຂອງ ເອຟຣາອິມ ຕັ້ງຄ້າຍພັກເປັນໝວດໝູ່ຕ່າງໆ ຢູ່ພາຍໃຕ້ການນາໍພາຂອງຫົວໜ້າຂອງພວກເຂົາ ດັ່ງຕໍ່ໄປນີ້: \tr \th1 ເຜົ່າ \th2 ຫົວໜ້າ \thr3 ຈໍານວນ \tr \tc1 ເອຟຣາອິມ \tc2 ເອລີຊາມາ ລູກຊາຍຂອງ ອາມມີຮຸດ \tcr3 40, 500 ຄົນ \tr \tc1 ມານາເຊ \tc2 ກາມາລີເອນ ລູກຊາຍຂອງ ເປດາຊູ \tcr3 32, 200 ຄົນ \tr \tc1 ເບັນຢາມິນ \tc2 ອາບີດານ ລູກຊາຍຂອງ ກີເດໂອນີ \tcr3 35, 400 ຄົນ \tr \tc1 \tcr2 ລວມ: \tcr3 108, 100 ຄົນ ໃຫ້ກອງພົນຂອງເອຟຣາອິມ ຍົກອອກໄປເປັນພວກທີສາມ.
\s5
\v 25-31 ທາງດ້ານເໜືອ ໃຫ້ເຜົ່າທີ່ຢູ່ພາຍໃຕ້ທຸງໄຊ ປະຈາໍກອງພົນຂອງ ດານ ຕັ້ງຄ້າຍພັກເປັນໝວດໝູ່ຕ່າງໆ ຢູ່ພາຍໃຕ້ການນາໍພາຂອງຫົວໜ້າ ຂອງພວກເຂົາ ດັ່ງຕໍ່ໄປນີ້: \tr \th1 ເຜົ່າ \th2 ຫົວໜ້າ \thr3 ຈໍານວນ \tr \tc1 ດານ \tc2 ອາຮີເອເຊ ລູກຊາຍຂອງ ອໍາມິຊັດດາຍ \tcr3 62, 700 ຄົນ \tr \tc1 ອາເຊ \tc2 ປາກີເອນ ລູກຊາຍຂອງ ອົກກະຣັນ \tcr3 41, 500 ຄົນ \tr \tc1 ເນັບທາລີ \tc2 ອາຮີຣາ ລູກຊາຍຂອງ ເອນັນ \tcr3 53, 400 ຄົນ \tr \tc1 \tcr2 ລວມ: \tcr3 157, 600 ຄົນ ໃຫ້ກອງພົນຂອງດານ ຍົກອອກໄປເປັນພວກສຸດທ້າຍ.
\s5
\v 32 ລວມຈໍານວນປະຊາຊົນ ອິດສະຣາເອນ ທັງໝົດ ທີ່ຖືກເກນເຂົ້າເປັນທະຫານ ຢູ່ໃນກອງພົນເປັນໝວດໝູ່ຕ່າງໆ ນັ້ນມີ: 603, 550 ຄົນ.
\v 33 ສ່ວນຊາວເລວີ ບໍ່ໄດ້ຖືກຈົດຊື່ລວມເຂົ້ານາໍພວກອິດສະຣາເອນ ຕາມທີ່ອົງພຣະຜູ້ເປັນເຈົ້າໄດ້ສັ່ງກັບໂມເຊ.
\s5
\v 34 ສະນັ້ນ ປະຊາຊົນອິດສະຣາເອນ ຈຶ່ງປະຕິບັດ ຕາມທີ່ອົງພຣະຜູ້ເປັນເຈົ້າໄດ້ສັ່ງກັບໂມເຊ ໄວ້ທຸກປະການ. ແຕ່ລະຄົນໃນພວກເຂົາ ໄດ້ຕັ້ງຄ້າຍພັກຢູ່ພາຍໃຕ້ທຸງໄຊຂອງຕົນ ແລະ ຍົກອອກໄປຕາມຕະກຸນຂອງຕົນ.
\s5
\c 3
\p
\v 1 ຕໍ່ໄປນີ້ ແມ່ນຄົນໃນຄອບຄົວຂອງອາໂຣນ ແລະ ໂມເຊ ຄາວທີ່ອົງພຣະຜູ້ເປັນເຈົ້າ ໄດ້ກ່າວແກ່ໂມເຊ ຢູ່ເທິງພູເຂົາ ຊີນາຍ.
\v 2 ອາໂຣນ ມີລູກຊາຍສີ່ຄົນ ດັ່ງນີ້: ນາດາບ ຜູ້ເປັນອ້າຍກົກ, ອາບີຮູ, ເອເລອາຊາ ແລະ ອີທາມາ.
\s5
\v 3 ພວກເຂົາໄດ້ຮັບສະຖາປະນາ ໃຫ້ເປັນປະໂຣຫິດ ໂດຍໃຊ້ນາໍ້ມັນສັກສິດເຈີມ.
\v 4 ແຕ່ ນາດາບ ແລະ ອາບີຮູ ໄດ້ຕາຍຕໍ່ໜ້າອົງພຣະຜູ້ເປັນເຈົ້າ ຕອນທີ່ພວກເຂົາໄດ້ຖວາຍ ໄຟອັນບໍ່ບໍຣິສຸດ ຕໍ່ໜ້າອົງພຣະຜູ້ເປັນເຈົ້າ ໃນຖິ່ນແຫ້ງແລ້ງກັນດານ ຊີນາຍ. ພວກເຂົາບໍ່ມີລູກ. ດັ່ງນັ້ນຈຶ່ງມີແຕ່ ເອເລອາຊາ ແລະ ອີທາມາ ເທົ່ານັ້ນທີ່ໄດ້ຮັບໃຊ້ໃນຕໍາແໜ່ງປະໂຣຫິດ ໃນຄາວທີ່ອາໂຣນ ຍັງມີຊີວິດຢູ່.
\s5
\v 5 ອົງພຣະຜູ້ເປັນເຈົ້າ ໄດ້ບອກໂມເຊ ວ່າ,
\v 6 “ຈົ່ງນາໍເຜົ່າເລວີ ອອກມາຂ້າງໜ້າ ແລະ ແຕ່ງຕັ້ງພວກເຂົາໃຫ້ເປັນຜູ້ຮັບໃຊ້ປະໂຣຫິດອາໂຣນ.
\s5
\v 7 ພວກເຂົາຈະເຮັດໜ້າທີ່ ຊຶ່ງໄດ້ຮັບມອບໝາຍ ໃນຫໍເຕັນບ່ອນເຮົາສະຖິດຢູ່ ແລະ ເຮັດໜ້າທີ່ ສໍາລັບປະໂຣຫິດ ແລະ ສໍາລັບຊຸມຊົນທັງໝົດ.
\v 8 ພວກເຂົາຈະຮັບຜິດຊອບອຸບປະກອນ ທັງໝົດໃນຫໍເຕັນ ແລະ ເຮັດໜ້າທີ່ສໍາລັບຊາວອິດສະຣາເອນ ທັງປວງ.
\s5
\v 9 ຄວາມຮັບຜິດຊອບຢ່າງດຽວ ທີ່ຊາວເລວີ ມີນັ້ນແມ່ນຮັບໃຊ້ ອາໂຣນ ແລະ ພວກລູກຊາຍຂອງລາວ.
\v 10 ເຈົ້າຈະຕ້ອງສະຖາປະນາ ອາໂຣນ ແລະ ພວກລູກຊາຍຂອງລາວ ໃຫ້ເຮັດໜ້າທີ່ປະໂຣຫິດ; ຖ້າຜູ້ໃດ ຜູ້ໜຶ່ງຫາກພະຍາຍາມ ຈະເຮັດໜ້າທີ່ນີ້ຈະໄດ້ຮັບໂທດເຖິງຕາຍ.”
\s5
\v 11 ອົງພຣະຜູ້ເປັນເຈົ້າໄດ້ບອກໂມເຊ ວ່າ,
\v 12 “ແມ່ນເຮົາເອງທີ່ເປັນຜູ້ເລືອກເອົາ ຊາວເລວີ ໃນທ່າມກາງຊາວອິດສະຣາເອນ ທັງຫລາຍ. ໃຫ້ພວກເຂົາຮັບໃຊ້ເຮົາແທນລູກກົກທັງຫລາຍຂອງປະຊາຊົນອິດສະຣາເອນ.
\v 13 ອັນນີ້ກໍເປັນຜົນສືບເນື່ອງມາຈາກ ໃນມື້ ທີ່ເຮົາໄດ້ຂ້າລູກກົກທັງໝົດຂອງຊາວເອຢິບນັ້ນ ເຮົາໄດ້ໄວ້ຊີວິດລູກກົກຂອງຊາວອິດສະຣາເອນ ທຸກໆຄົນ ແລະ ສັດໂຕເຖິກຫົວປີທຸກໆໂຕ. ລູກຫົວປີເຫລົ່ານັ້ນເປັນຂອງເຮົາ. ເຮົາແມ່ນອົງພຣະຜູ້ເປັນເຈົ້າ.”
\s5
\v 14-16 ໃນຖິ່ນແຫ້ງແລ້ງກັນດານ ຊີນາຍ ອົງພຣະຜູ້ເປັນເຈົ້າໄດ້ສັ່ງໂມເຊ ໃຫ້ຈົດຈາໍນວນພົນຊາວເລວີ ຕາມຕະກຸນ ແລະ ຕາມຄອບຄົວ ໂດຍໃຫ້ນັບເອົາແຕ່ຜູ້ຊາຍທີ່ມີ ອາຍຸໜຶ່ງເດືອນຂຶ້ນໄປ ແລະ ໂມເຊ ກໍໄດ້ປະຕິບັດຕາມ.
\s5
\v 17-20 ເລວີ ມີລູກຊາຍສາມຄົນ ດັ່ງນີ້: ເກໂຊນ, ໂກຮາດ ແລະ ເມຣາຣີ ຜູ້ທີ່ເປັນປູ່ຍ່າຕາຍາຍຂອງຕະກຸນ ຕ່າງໆ ທີ່ໃສ່ຊື່ຂອງພວກເຂົາ. ເກໂຊນ ມີລູກຊາຍສອງຄົນ ດັ່ງນີ້: ລິບນີ ແລະ ຊີເມອີ; ໂກຮາດ ມີລູກຊາຍສອງຄົນ ດັ່ງນີ້: ອໍາຣາມ, ອີສະຮາດ, ເຮັບໂຣນ, ອຸດຊີເອນ ແລະ ເມຣາຣີ ມີລູກຊາຍສອງຄົນ ດັ່ງນີ້: ມາຮະລີ ແລະ ມູຊີ. ພວກເຂົາເປັນປູ່ຍ່າຕາຍາຍຂອງ ບັນດາຄອບຄົວທັງຫລາຍ ທີ່ໃສ່ຊື່ຂອງພວກເຂົາ.
\s5
\v 21 ຕະກຸນຂອງເກໂຊນ ມີຄອບຄົວຂອງ ລິບນີ ແລະ ຊີເມອີ.
\v 22 ຈາໍນວນຊາຍທັງໝົດ ທີ່ມີອາຍຸໜຶ່ງເດືອນຂຶ້ນໄປມີ: 7, 500 ຄົນ.
\v 23 ໃຫ້ຕະກຸນນີ້ ຕັ້ງຄ້າຍຢູ່ທາງທິດຕາເວັນຕົກ ທາງດ້ານຫລັງຫໍເຕັນ
\s5
\v 24 ຊຶ່ງແມ່ນ ເອລີອາຊັບ ລູກຊາຍຂອງລາເອນ ເປັນຫົວໜ້າຕະກຸນ.
\v 25 ພວກ ເກໂຊນ ຮັບຜິດຊອບຫໍເຕັນ, ຜ້າປົກເຕັນດ້ານໃນ, ຜ້າປົກເຕັນດ້ານນອກ, ຜ້າກັ້ງປະຕູເຂົ້າຫໍເຕັນ,
\v 26 ຜ້າກັ້ງອ້ອມເດີ່ນຫໍເຕັນ ທີ່ລ້ອມ ທັງຫໍເຕັນ ແລະ ແທ່ນບູຊາ ແລະ ຜ້າກັ້ງປະຕູ ເຂົ້າເດີ່ນຂອງຫໍເຕັນ. ພວກເຂົາຮັບຜິດຊອບ ວຽກງານທຸກຢ່າງ ທີ່ກ່ຽວຂ້ອງກັບສິ່ງເຫລົ່ານີ້.
\s5
\v 27 ຕະກຸນໂກຮາດ ມີຄອບຄົວຂອງ ອໍາຣາມ, ອີສະຮາດ, ເຮັບໂຣນ ແລະ ອຸດຊີເອນ.
\v 28 ຈໍານວນຜູ້ຊາຍທັງໝົດ ທີ່ມີອາຍຸໜຶ່ງເດືອນຂຶ້ນໄປມີ: 8, 600 ຄົນ.
\v 29 ໃຫ້ຕະກຸນນີ້ ຕັ້ງຄ້າຍຢູ່ທາງດ້ານໃຕ້ຂອງຫໍເຕັນ
\s5
\v 30 ຊຶ່ງມີ ເອລີສາຟັນ ລູກຊາຍຂອງ ອຸດຊີເອນ ເປັນຫົວໜ້າຕະກຸນ.
\v 31 ພວກ ໂກຮາດ ຮັບຜິດຊອບຫີບພັນທະສັນຍາ, ໂຕະ, ຫລັກຕະກຽງ, ແທ່ນບູຊາ, ພາຊະນະ ຕ່າງໆ ທີ່ປະໂຣຫິດໃຊ້ໃນບ່ອນສັກສິດ ແລະ ຜ້າກັ້ງປະຕູເຂົ້າບ່ອນສັກສິດທີ່ສຸດ. ພວກເຂົາ ຮັບຜິດຊອບວຽກງານທຸກຢ່າງ ທີ່ກ່ຽວຂ້ອງ ກັບສິ່ງເຫລົ່ານີ້.
\v 32 ຫົວໜ້າຂອງພວກເລວີ ແມ່ນ ເອເລອາຊາ ລູກຊາຍຂອງປະໂຣຫິດອາໂຣນ. ລາວດູແລຄົນທີ່ມີໜ້າທີ່ຮັກສາບ່ອນ ສັກສິດທີ່ສຸດໃນຫໍເຕັນ.
\s5
\v 33 ຕະກຸນເມຣາຣີ ມີຄອບຄົວຂອງ ມາຮະລີ ແລະ ມູຊີ.
\v 34 ຜູ້ຊາຍທັງໝົດທີ່ມີ ອາຍຸ ໜຶ່ງເດືອນຂຶ້ນໄປມີ: 6, 200 ຄົນ.
\v 35 ໃຫ້ ຕະກຸນນີ້ຕັ້ງຄ້າຍພັກ ຢູ່ທາງດ້ານເໜືອຂອງຫໍເຕັນ ຊຶ່ງມີ ສຸຣິເອນ ລູກຊາຍຂອງອາບີຮາອີນ ເປັນຫົວໜ້າຕະກຸນ.
\s5
\v 36 ພວກເມຣາຣີ ໄດ້ຖືກມອບໝາຍໃຫ້ຮັບຜິດຊອບວຽກງານທຸກຢ່າງ ທີ່ກ່ຽວຂ້ອງ ກັບສິ່ງເຫລົ່ານີ້.
\v 37 ພວກເຂົາຍັງຮັບຜິດຊອບສິ່ງຕໍ່ໄປນີ້ ຄື: ເສົາ, ຕີນຮອງເສົາ, ຫລັກສຽບ ແລະ ເຊືອກສໍາລັບເດີ່ນນອກຂອງຫໍເຕັນ.
\s5
\v 38 ສ່ວນໂມເຊ ແລະ ອາໂຣນ ພ້ອມກັບພວກລູກຊາຍຂອງຕົນນັ້ນ ໃຫ້ຕັ້ງຄ້າຍຢູ່ຕໍ່ໜ້າປະຕູເຂົ້າຫໍເຕັນທາງດ້ານຕາເວັນອອກ. ພວກເຂົາເປັນຜູ້ຮັບໜ້າທີ່ເຮັດພິທີຕ່າງໆ ໃນ ບ່ອນສັກສິດ ແທນປະຊາຊົນອິດສະຣາເອນ. ຜູ້ໃດຜູ້ໜຶ່ງທີ່ພະຍາຍາມເຮັດພິທີນີ້ ຈະໄດ້ຮັບໂທດເຖິງຕາຍ.
\v 39 ລວມຈາໍນວນຜູ້ຊາຍ ຊາວເລວີ ທັງໝົດທີມີອາຍຸໜຶ່ງເດືອນຂຶ້ນໄປ ໃນແຕ່ລະຕະກຸນ ທີ່ໂມເຊ ໄດ້ນັບຕາມຄໍາສັ່ງຂອງອົງພຣະຜູ້ເປັນເຈົ້າ ແລ້ວມີ: 22, 000 ຄົນ.
\s5
\v 40 ອົງພຣະຜູ້ເປັນເຈົ້າໄດ້ບອກໂມເຊ ວ່າ, “ລູກຊາຍກົກ ຂອງຊາວອິດສະຣາເອນ ທຸກຄົນເປັນຂອງເຮົາ. ດັ່ງນັ້ນ ຈົ່ງຈົດຊື່ລູກຊາຍ ກົກທຸກຄົນຂອງຊາວອິດສະຣາເອນ ທີ່ມີອາຍຸ ແຕ່ໜຶ່ງເດືອນຂຶ້ນໄປ.
\v 41 ເພື່ອແທນລູກກົກທັງໝົດຂອງຊາວອິດສະຣາເອນ ຈົ່ງແຍກ ຊາວເລວີ ໄວ້ເປັນຂອງເຮົາ ເຮົາແມ່ນອົງພຣະ ຜູ້ເປັນເຈົ້າ ເຊັ່ນດຽວກັນຈົ່ງແຍກເອົາຝູງສັດຂອງຊາວເລວີ ເພື່ອແທນລູກສັດຫົວປີ ທັງໝົດຂອງຊາວອິດສະຣາເອນ.”
\s5
\v 42 ໂມເຊ ກໍເຮັດຕາມພຣະເຈົ້າໄດ້ສັ່ງໄວ້ ແລະ ໄດ້ຈົດຊື່ລູກຊາຍຫົວປີຂອງຊາວອິດສະຣາເອນ ທຸກໆຄົນ
\v 43 ທີ່ມີອາຍຸໜຶ່ງເດືອນຂຶ້ນໄປ. ເມື່ອລວມຈາໍນວນທັງໝົດແລ້ວມີ: 22, 273 ຄົນ.
\s5
\v 44 ອົງພຣະຜູ້ເປັນເຈົ້າໄດ້ບອກໂມເຊ ອີກວ່າ,
\v 45 “ບັດນີ້ ຈົ່ງອຸທິດຖວາຍ ຊາວເລວີ ໃຫ້ເປັນຂອງເຮົາ ແທນລູກຊາຍກົກທຸກຄົນ ຂອງຊາວອິດສະຣາເອນ ແລະ ຈົ່ງອຸທິດຖວາຍສັດທັງຫລາຍຂອງຊາວເລວີ ແທນລູກຫົວປີຂອງສັດທຸກໂຕ ຂອງຊາວອິດສະຣາເອນ.
\s5
\v 46 ແຕ່ເນື່ອງຈາກວ່າ ລູກຊາຍກົກຂອງ ຊາວອິດສະຣາເອນ ມີຈາໍນວນເກີນຊາວເລວີ ຢູ່ 273 ຄົນ; ເຈົ້າຕ້ອງໄຖ່ຈາໍນວນທີ່ເກີນນັ້ນ ຄືນ.
\v 47 ສໍາລັບແຕ່ລະຄົນນັ້ນ ໃຫ້ເອົາເງິນ ໄຖ່ຄືນໃນລາຄາ ຜູ້ລະຫ້າຫລຽນຕາມອັດຕາ ຂອງສໍານັກນະມັດສະການ;
\v 48 ແລ້ວເຈົ້າ ຈົ່ງເອົາເງິນຈາໍນວນນີ້ ມອບໃຫ້ອາໂຣນ ແລະ ພວກລູກຊາຍຂອງລາວ. ”
\v 49 ໂມເຊ ກໍໄດ້ເຊື່ອຟັງ ແລະ ເຮັດຕາມຄື
\v 50 ໄດ້ເອົາເງິນຈາໍນວນ 1, 365 ຫລຽນ
\v 51 ມອບໃຫ້ ອາໂຣນ ແລະ ພວກລູກຊາຍຂອງລາວ ຕາມຄໍາສັ່ງຂອງອົງພຣະຜູ້ເປັນເຈົ້າ ຕາມທີ່ອົງພຣະຜູ້ເປັນເຈົ້າໄດ້ສັ່ງໂມເຊ ໄວ້ແລ້ວ.
\s5
\c 4
\p
\v 1 ອົງພຣະຜູ້ເປັນເຈົ້າໄດ້ບອກໂມເຊ ແລະ ອາໂຣນ ດັ່ງນີ້:
\v 2 “ໃຫ້ຈົດຈາໍນວນພົນຊາວເລວີ ຢູ່ໃນຕະກຸນໂກຮາດ ຕາມຕະກຸນຍ່ອຍ ແລະ ຕາມຄອບຄົວ.
\v 3 ເພິ່ນໄດ້ຈົດຊື່ຜູ້ຊາຍທຸກຄົນ ທີ່ມີອາຍຸຕັ້ງແຕ່ 30 ປີ ຫາ 50 ປີຄື: ພວກທີ່ມີຄຸນສົມບັດ ເຮັດໜ້າທີ່ຮັບໃຊ້ໃນຫໍເຕັນບ່ອນອົງພຣະຜູ້ເປັນເຈົ້າສະຖິດຢູ່.
\v 4 ໜ້າທີ່ຮັບຜິດຊອບຂອງພວກເຂົາ ແມ່ນພົວພັນກັບສິ່ງສັກສິດທີ່ສຸດ.
\s5
\v 5 ເວລາຊາວອິດສະຣາເອນ ຍົກຍ້າຍຄ້າຍພັກ ໃຫ້ອາໂຣນ ແລະ ລູກຊາຍຂອງລາວ ເຂົ້າໄປໃນຫໍເຕັນ ແລະ ປົດເອົາຜ້າກັ້ງຊຶ່ງໃຊ້ບັງຫີບພັນທະສັນຍາ ນັ້ນປົກຫີບໄວ້.
\v 6 ນອກຈາກນີ້ ໃຫ້ເອົາໜັງຢ່າງດີປົກທາງເທິງກ່ອນ ແລະ ເອົາຜ້າສີຟ້າປົກເທິງອີກເທື່ອໜຶ່ງ ແລ້ວຈຶ່ງສອດໄມ້ຄານຫາມໃສ່.
\s5
\v 7 ຕ້ອງປູຜ້າສີຟ້າລົງເທິງໂຕະກ່ອນ ຊຶ່ງມີເຂົ້າຈີ່ຖວາຍວາງໄວ້ທີ່ນັ້ນ ແລ້ວຈຶ່ງເອົາຊາມ, ຈານເຄື່ອງຫອມ, ຈານໃສ່ເຄື່ອງຖວາຍ ແລະ ຈອກໃສ່ເຫລົ້າອະງຸ່ນ ສໍາລັບຖວາຍວາງໃສ່ ເທິງໂຕະ. ສ່ວນເຂົ້າຈີ່ນັ້ນຈະຕ້ອງມີຢູ່ເທິງໂຕະສະເໝີ.
\v 8 ພວກເຂົາຈະຕ້ອງໃຊ້ຜ້າສີແດງເຂັ້ມ ປົກສິ່ງຂອງທັງໝົດເຫລົ່ານີ້ກ່ອນ ແລະ ເອົາໜັງຢ່າງດີປົກອີກເທື່ອໜຶ່ງ ແລ້ວຈຶ່ງສອດໄມ້ຄານຫາມໃສ່.
\s5
\v 9 ພວກເຂົາຈະຕ້ອງໃຊ້ຜ້າສີຟ້າປົກຫລັກຕະກຽງ, ຕະກຽງ, ເຫລັກຄີບ, ຖາດໃສ່ຄີມ, ແລະ ຖັງໃສ່ນໍ້າມັນໄຕ້ຕະກຽງ.
\v 10 ໃຫ້ເອົາໜັງຢ່າງດີຫໍ່ຕະກຽງ ແລະ ເຄື່ອງປະກອບທັງໝົດອີກເທື່ອໜຶ່ງ ແລ້ວຈຶ່ງເອົາໄປວາງໄວ້ທີ່ເທິງໄມ້ຄານຫາມ.
\v 11 ຕໍ່ໄປ ພວກເຂົາຈະຕ້ອງເອົາຜ້າສີຟ້າປົກແທ່ນບູຊາຄໍາ ແລະ ເອົາໜັງຢ່າງດີປົກອີກເທື່ອໜຶ່ງ ແລ້ວຈຶ່ງສອດໄມ້ຄານຫາມໃສ່.
\s5
\v 12 ສ່ວນເຄື່ອງໃຊ້ທັງໝົດ ໃນສະຖານທີ່ສັກສິດນັ້ນ ໃຫ້ເອົາຜ້າສີຟ້າຫໍ່ ແລະ ເອົາໜັງຢ່າງດີຫໍ່ອີກເທື່ອໜຶ່ງ ແລ້ວຈຶ່ງເອົາໄປວາງເທິງໄມ້ຄານຫາມ.
\v 13 ໃຫ້ພວກເຂົາເອົາຂີ້ເຖົ່າຂອງໄຂມັນອອກຈາກແທ່ນບູຊາ ແລະ ເອົາຜ້າສີມ່ວງປົກແທ່ນນັ້ນໄວ້.
\v 14 ແລ້ວໃຫ້ເອົາເຄື່ອງໃຊ້ປະຈາໍແທ່ນບູຊາ ເຊັ່ນ: ຖາດຮອງໄຟ, ຂໍເກາະ, ຊ້ວນ ແລະ ອ່າງ ວາງໃສ່ເທິງນັ້ນ. ແລ້ວຈຶ່ງເອົາໜັງຢ່າງດີປົກອີກເທື່ອໜຶ່ງ ແລະ ສອດໄມ້ຄານຫາມໃສ່.
\s5
\v 15 ເມື່ອເຖິງເວລາຍົກຍ້າຍຄ້າຍພັກ ໃຫ້ຄົນໃນຕະກຸນໂກຮາດ ຫາມເຄື່ອງອັນບໍຣິສຸດເຫລົ່ານີ້ໄປ ຫລັງຈາກ ອາໂຣນ ແລະ ພວກ ລູກຊາຍຂອງລາວ ໄດ້ປົກຄຸມຫຸ້ມຫໍ່ແລ້ວ. ຄົນໃນຕະກຸນໂກຮາດ ບໍ່ຕ້ອງແຕະຕ້ອງເຄື່ອງໃຊ້ ອັນບໍຣິສຸດ ນີ້ເດັດຂາດ ຖ້າແຕະຕ້ອງ ພວກເຂົາຈະຕ້ອງຕາຍ. ເມື່ອຍົກຍ້າຍຫໍເຕັນເທື່ອໃດ ຄົນໃນຕະກຸນໂກຮາດ ຈະຕ້ອງຮັບໜ້າທີ່ດັ່ງກ່າວນີ້ທຸກຄັ້ງ.
\v 16 ສ່ວນເອເລອາຊາ ລູກຊາຍຂອງປະໂຣຫິດອາໂຣນ ນັ້ນໃຫ້ລາວ ຮັບຜິດຊອບຫໍເຕັນທັງໝົດ ພ້ອມດ້ວຍນາໍ້ມັນ ສໍາລັບໄຕ້ຕະກຽງ, ເຄື່ອງຫອມ, ພືດຜົນເປັນເມັດເພື່ອຖວາຍບູຊາ, ນາໍ້ມັນເຈີມບໍຣິສຸດ ແລະ ສິ່ງອື່ນອີກ ໃນຫໍເຕັນ.”
\s5
\v 17 ອົງພຣະຜູ້ເປັນເຈົ້າໄດ້ບອກໂມເຊ ກັບ ອາໂຣນ ວ່າ,
\v 18 “ຢ່າປ່ອຍໃຫ້ຕະກຸນໂກຮາດ ຕ້ອງຖືກຂ້າ
\v 19 ໂດຍເຂົ້າມາໃກ້ ສິ່ງຂອງບໍຣິສຸດທີ່ສຸດເຫລົ່ານີ້. ເພື່ອປ້ອງກັນ ບໍ່ໃຫ້ເຫດເກີດຂຶ້ນໄດ້ ໃຫ້ອາໂຣນ ແລະ ພວກ ລູກຊາຍຂອງລາວ ເຂົ້າໄປກາໍກັບບອກພວກເຂົາ ວ່າສິ່ງໃດຄວນເຮັດ ແລະ ສິ່ງໃດຄວນຫ້າມ.
\v 20 ແຕ່ຖ້າຄົນໃນຕະກຸນໂກຮາດ ຫາກເຂົ້າໄປໃນຫໍເຕັນ ເບິ່ງປະໂຣຫິດປົກຄຸມ ຫຸ້ມຫໍ່ສິ່ງຂອງສັກສິດ ເພື່ອຍົກຍ້າຍ [ກ] ພວກເຂົາຈະຕ້ອງຕາຍ.”
\s5
\v 21 ອົງພຣະຜູ້ເປັນເຈົ້າໄດ້ບອກໂມເຊ ວ່າ,
\v 22 “ໃຫ້ຈົດຈໍານວນພົນຊາວເລວີ ໃນຕະກຸນເກໂຊນ ຕາມຕະກຸນຍ່ອຍ ແລະ ຕາມຄອບຄົວ
\v 23 ແລະ ໃຫ້ລົງທະບຽນຜູ້ຊາຍ ທັງໝົດ ຜູ້ທີ່ມີອາຍຸແຕ່ 30 ປີ ຫາ 50 ປີ ຄືຜູ້ທີ່ມີຄຸນສົມບັດ ເຮັດໜ້າທີ່ຮັບໃຊ້ໃນຫໍເຕັນ ບ່ອນອົງພຣະຜູ້ເປັນເຈົ້າສະຖິດຢູ່.
\s5
\v 24 ຄົນເຫລົ່ານີ້ ຈະເປັນຜູ້ຮັບຜິດຊອບແບກຫາມສິ່ງຂອງ ດັ່ງຕໍ່ໄປນີ້:
\v 25 ຫໍເຕັນ, ຜ້າປົກຄຸມຊັ້ນໃນ, ຜ້າປົກຄຸມຊັ້ນນອກ, ໜັງ ຢ່າງດີເພື່ອໃຊ້ປົກຍອດຫໍເຕັນ, ຜ້າກັ້ງທາງປະຕູເຂົ້າ,
\v 26 ຜ້າກັ້ງອື່ນໆ ກັບເຊືອກສໍາລັບອ້ອມເດີ່ນຂອງຫໍເຕັນແລະແທ່ນບູຊາ, ຜ້າກັ້ງທາງປະຕູເຂົ້າເດີ່ນ ແລະ ເຄື່ອງໃຊ້ເປັນ ປະຈາໍຢູ່ໃນຫໍເຕັນ. ພວກເຂົາຈະຕ້ອງເຮັດ ໜ້າທີ່ທຸກຢ່າງ ກ່ຽວກັບສິ່ງທີ່ໄດ້ເວົ້າມານັ້ນ.
\s5
\v 27 ໃຫ້ຊາວເກໂຊນ ໄດ້ປະຕິບັດໜ້າທີ່ທັງໝົດ ແລະ ແບກຫາມທຸກໆສິ່ງ ຕາມການ ຊີ້ນໍາຂອງອາໂຣນເອງ ແລະ ພວກລູກຊາຍ ຂອງເພິ່ນທີ່ໄດ້ມອບໝາຍໃຫ້ພວກເຂົານັ້ນ.
\v 28 ໃຫ້ຄົນໃນຕະກຸນເກໂຊນ ຮັບຜິດຊອບ ໜ້າທີ່ດັ່ງກ່າວນັ້ນໃນຫໍເຕັນ; ພວກເຂົາຈະຕ້ອງແບກຫາມເຄື່ອງຂອງຕ່າງໆ ພາຍໃຕ້ການຊີ້ນໍາຂອງອີທາມາ ລູກຊາຍຂອງປະໂຣຫິດອາໂຣນ.
\s5
\v 29 ໃຫ້ຈົດຈາໍນວນພົນ ຕະກຸນຊາວເລວີ ຕາມຕະກຸນຍ່ອຍ ແລະ ຕາມຄອບຄົວ.
\v 30 ໃນຕະກຸນເມຣາຣີ ເພິ່ນໄດ້ຈົດຊື່ຜູ້ຊາຍທັງໝົດ ທີ່ມີອາຍຸແຕ່ 30 ປີ ຫາ 50 ປີ ຄືຜູ້ທີ່ມີ ຄຸນສົມບັດ ເຮັດໜ້າທີ່ຮັບໃຊ້ໃນຫໍເຕັນ ບ່ອນອົງພຣະຜູ້ເປັນເຈົ້າສະຖິດຢູ່.
\s5
\v 31 ພວກເຂົາຈະຕ້ອງຮັບຜິດຊອບແບກຫາມຂອບຮ່າງໄມ້ກາງຫໍເຕັນ, ຄານ, ເສົາ, ຕີນຮອງຫໍເຕັນ,
\v 32 ແລະ ຫລັກຂອງເຕັນ, ຕີນຮອງຫລັກ, ຫລັກສຽບ, ຕະຫລອດທັງເຊືອກສໍາລັບອ້ອມເດີ່ນຂອງຫໍເຕັນ ແລະ ເຄື່ອງປະກອບ ໃນການຕັ້ງຫໍເຕັນທັງໝົດດ້ວຍ. ແຕ່ລະຄົນຈະຮັບຜິດຊອບແບກຫາມ ສິ່ງຂອງແຕ່ລະຢ່າງໂດຍສະເພາະ.
\s5
\v 33 ໃຫ້ຄົນໃນຕະກຸນເມຣາຣີ ຮັບຜິດຊອບ ໜ້າທີ່ດັ່ງກ່າວນັ້ນໃນຫໍເຕັນ; ພວກເຂົາຈະຕ້ອງແບກຫາມເຄື່ອງຂອງຕ່າງໆ ພາຍໃຕ້ການຊີ້ນໍາຂອງອີທາມາ ລູກຊາຍຂອງປະໂຣຫິດອາໂຣນ.”
\s5
\v 34-48 ໂດຍປະຕິບັດຕາມຄໍາສັ່ງ ຂອງອົງພຣະຜູ້ເປັນເຈົ້າ ໂມເຊແລະອາໂຣນພ້ອມດ້ວຍບັນດາຜູ້ນາໍຂອງຊຸມຊົນອິດສະຣາເອນ ໄດ້ຈົດຈາໍນວນພົນຊາວເລວີ ໃນສາມຕະກຸນ ດັ່ງນີ້: ໂກຮາດ, ເກໂຊນ ແລະ ເມຣາຣີ. ການຈົດຈາໍນວນພົນນີ້ ໄດ້ນັບເອົາຕາມຕະກຸນຍ່ອຍ ແລະ ຕາມຄອບຄົວໂດຍ ຈົດຊື່ຄົນອາຍຸຕັ້ງແຕ່ 30 ປີ ຫາ 50 ປີຄື: ຜູ້ທີ່ມີຄຸນສົມບັດເຮັດໜ້າທີ່ຮັບໃຊ້ໃນຫໍເຕັນ ບ່ອນ ອົງພຣະຜູ້ເປັນເຈົ້າສະຖິດຢູ່: \tr \th1 ຕະກຸນ \thr2 ຈໍານວນ \tr \tc1 ໂກຮາດ \tcr2 2, 750 ຄົນ \tr \tc1 ເກໂຊນ \tcr2 2, 630 ຄົນ \tr \tc1 ເມຣາຣີ \tcr2 3, 200 ຄົນ \tr \tcr1 ລວມ: \tcr2 8, 580 ຄົນ
\s5
\v 49 ຄົນເລວີ ແຕ່ລະຄົນໄດ້ຮັບຄໍາແນະນາໍ ໂດຍສະເພາະ ກ່ຽວກັບໜ້າທີ່ຊຶ່ງພວກເຂົາ ຕ້ອງເຮັດ ແລະ ສິ່ງທີ່ພວກເຂົາຕ້ອງແບກຫາມ ແລະ ໂມເຊກໍໄດ້ຈົດຊື່ແຕ່ລະຄົນ ຕາມທີ່ອົງພຣະຜູ້ເປັນເຈົ້າໄດ້ສັ່ງໄວ້.
\s5
\c 5
\p
\v 1 ອົງພຣະຜູ້ເປັນເຈົ້າໄດ້ບອກໂມເຊ ວ່າ,
\v 2 “ຈົ່ງສັ່ງປະຊາຊົນອິດສະຣາເອນ ໃຫ້ໄລ່ທຸກຄົນທີ່ເປັນໂຣກຂີ້ທູດ ຫລື ມີສິ່ງບໍ່ສະອາດໄຫລອອກມາຈາກຮ່າງກາຍ ແລະ ເປັນມົນທິນ ເພາະແຕະຕ້ອງຊາກສົບອອກໄປ ຈາກຄ້າຍພັກອາໄສ.
\v 3 ຈົ່ງໄລ່ຄົນເຫລົ່ານີ້ ອອກໄປຢູ່ນອກຄ້າຍພັກ ບໍ່ວ່າຍິງ ຫລື ຊາຍກໍຕາມ; ເພື່ອວ່າພວກເຂົາຈະບໍ່ໄດ້ນາໍເອົາຄວາມໜ້າກຽດໜ້າຊັງ ມາສູ່ຄ້າຍພັກບ່ອນທີ່ເຮົາສະຖິດຢູ່ໃນທ່າມກາງປະຊາຊົນຂອງເຮົາ. ”
\v 4 ຊາວອິດສະຣາເອນ ໄດ້ປະຕິບັດ ຕາມຄໍາສັ່ງຂອງອົງພຣະຜູ້ເປັນເຈົ້າ ແລະ ໄລ່ພວກເຂົາທຸກຄົນອອກໄປຈາກຄ້າຍພັກ.
\s5
\v 5 ອົງພຣະຜູ້ເປັນເຈົ້າໄດ້ມອບຄໍາສັ່ງດັ່ງຕໍ່ໄປນີ້ ໃຫ້ແກ່ໂມເຊ ວ່າ,
\v 6 “ເມື່ອປະຊາຊົນອິດສະຣາເອນ ຜູ້ໃດຜູ້ໜຶ່ງບໍ່ສັດຊື່ຕໍ່ ອົງພຣະຜູ້ເປັນເຈົ້າ ແລະ ເຮັດຜິດຕໍ່ຜູ້ໜຶ່ງຜູ້ໃດ
\v 7 ລາວຕ້ອງສາລະພາບຄວາມຜິດຂອງຕົນ ແລະ ໃຫ້ໃຊ້ແທນຄືນແກ່ຜູ້ທີ່ຕົນໄດ້ເຮັດຜິດນັ້ນ ທັງຕື່ມອີກຊາວເປີເຊັນ.
\s5
\v 8 ແຕ່ຖ້າຜູ້ຮັບນັ້ນຫາກຕາຍໄປ ແລະ ບໍ່ມີຍາດພີ່ນ້ອງໃກ້ຄຽງ ທີ່ຈະຮັບຄ່າໃຊ້ແທນຄືນ; ຈົ່ງມອບເງິນນັ້ນໃຫ້ປະໂຣຫິດ ເພື່ອເປັນການ ຖວາຍແກ່ອົງພຣະຜູ້ເປັນເຈົ້າ. ນອກຈາກນີ້ ຜູ້ເຮັດຜິດຈະຕ້ອງຖວາຍແກະເຖິກໂຕໜຶ່ງ ເພື່ອປະກອບພິທີລຶບລ້າງບາບຂອງຕົນ.
\v 9 ເຊັ່ນດຽວກັນ ການຖວາຍແກວ່ງໄປແກວ່ງມາ ທຸກ ເທື່ອທີ່ຊາວອິດສະຣາເອນ ໄດ້ນາໍມາຖວາຍ ຈະເປັນຂອງປະໂຣຫິດ ຜູ້ປະກອບພິທີລຶບລ້າງບາບ.
\v 10 ປະໂຣຫິດແຕ່ລະຄົນ ຈະຮັບເອົາເຄື່ອງບູຊາທີ່ນາໍມາຖວາຍນັ້ນເປັນຂອງຕົນ.”
\s5
\v 11 ອົງພຣະຜູ້ເປັນເຈົ້າໄດ້ສັ່ງໂມເຊ ວ່າ,
\v 12-14 “ໃຫ້ມອບຄໍາແນະນາໍດັ່ງຕໍ່ໄປນີ້ ແກ່ປະຊາຊົນອິດສະຣາເອນ ວ່າ ຖ້າຊາຍຜູ້ໜຶ່ງເກີດສົງໄສເມຍຂອງຕົນວ່າ ນາງບໍ່ສັດຊື່ ແລະ ເປັນຊູ້ກັບຊາຍຄົນອື່ນ, ແຕ່ຕົນບໍ່ແນ່ໃຈຍ້ອນວ່າ ຜູ້ເປັນເມຍອາດອໍາໄວ້ ຄືບໍ່ມີຜູ້ຮູ້ເຫັນເປັນ ພະຍານໃຫ້ ແລະ ຈັບບໍ່ໄດ້ຄາທີ່ຄາບ່ອນ ຫລື ອາດເປັນໄປໄດ້ ທີ່ຊາຍຜູ້ໜຶ່ງເກີດສົງໄສເມຍຂອງຕົນ ໂດຍທີ່ນາງບໍ່ໄດ້ນອກໃຈຕົນກໍຕາມ.
\s5
\v 15 ໃນສອງກໍລະນີນີ້ ໃຫ້ຜູ້ເປັນຜົວພາເມຍຂອງຕົນ ໄປຫາປະໂຣຫິດ. ລາວຈະຕ້ອງນາໍ ແປ້ງເຂົ້າໜຶ່ງກິໂລກາຼມ ໄປຖວາຍ, ແຕ່ລາວຈະບໍ່ຖອກນາໍ້ມັນໝາກກອກເທດ ໃສ່ແປ້ງ ຫລືໂຮຍເຄື່ອງຫອມລົງເທິງແປ້ງນັ້ນ ເພາະແມ່ນການຖວາຍທີ່ເກີດຈາກຄວາມສົງໄສ ເພື່ອຈະນາໍຄວາມຈິງໃຈມາສູ່ຊຶ່ງກັນແລະກັນ.
\s5
\v 16 ປະໂຣຫິດຈະນໍາຍິງນັ້ນ ໄປຢືນຢູ່ທາງໜ້າແທ່ນບູຊາ.
\v 17 ເພິ່ນຈະຖອກນາໍ້ບໍຣິສຸດໃສ່ຖ້ວຍດິນ ແລະ ເອົາຂີ້ຝຸ່ນດິນ ທີ່ຫໍເຕັນສັກສິດບ່ອນອົງພຣະຜູ້ເປັນເຈົ້າສະຖິດຢູ່ ໂຮຍລົງໃນນາໍ້.
\s5
\v 18 ແລ້ວປະໂຣຫິດ ກໍຈະແກ້ຜົມທີ່ນາງມ້ວນໄວ້ ນັ້ນອອກມາ, ແລະ ເອົາແປ້ງເຂົ້າທີ່ນາງນາໍມາຖວາຍໃຫ້ນາງຖື. ສ່ວນປະໂຣຫິດເອງ ຈະເປັນຜູ້ຖືຖ້ວຍນໍ້າຂົມ ທີ່ນາໍຄໍາສາບແຊ່ງມາໃຫ້.
\v 19 ແລ້ວປະໂຣຫິດ ກໍຈະກ່າວຄໍາສາບານ ໂດຍໃຫ້ຍິງຜູ້ນັ້ນຕອບ ຮັບດັ່ງນີ້: “ຖ້າເຈົ້າຫາກບໍ່ໄດ້ຫລີ້ນຊູ້ ເຈົ້າກໍຈະພົ້ນຈາກຄໍາສາບແຊ່ງ ທີ່ນາໍ້ນີ້ຈະນາໍມາໃຫ້.
\s5
\v 20-21 ແຕ່​ຖ້າ​ເຈົ້າ​ຫາກ​ໄດ້​ຫລິ້ນ​ຊູ້ ກ​ໍ​ຂໍ​ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ​ເຮັດ​ໃຫ້​ຊື່​ຂອງ​ເຈົ້າ ຖືກ​ປະ​ນາມ​ຢູ່​ໃນ​ທ່າມ​ກາງ​ຄົນ​ທັງ​ຫລາຍ ຂໍ​ໃຫ້​ພ​ຣະ​ອົງ​ບັນ​ດານ​ໃຫ້​ອະ​ໄວ​ຍະ​ວະ​ລັບ​ຂອງ​ເຈົ້າ​ເປັນ​ໝັນ ແລະ​ທ້ອງ​ຂອງ​ເຈົ້າ​ໃຄ່.
\v 22 ຂໍ​ໃຫ້​ນ້ຳ​ທີ່​ເຂົ້າ​ໄປ​ໃນ​ທ້ອງ​ຂອງ​ເຈົ້າ​ນັ້ນ​ເຮັດ​ໃຫ້​ທ້ອງ​ຂອງ​ເຈົ້າ​ໃຄ່ ແລະ​ທັງ​ເຮັດ​ໃຫ້​ອະ​ໄວ​ຍະ​ວະ​ລັບ​ຂອງ​ເຈົ້າເປັນ​ໝັນ​ດ້ວຍ."
\s5
\v 23 ແລ້ວປະໂຣຫິດກໍຈະຂຽນຄໍາສາບແຊ່ງ ຈຸ່ມລົງໃນນາໍ້ຂົມ ຈົນຄໍາສາບແຊ່ງນັ້ນລຶບອອກ.
\s5
\v 24 ກ່ອນຈະເອົານໍ້າ ໃຫ້ຍິງຜູ້ນັ້ນດື່ມ ຄືນາໍ້ທີ່ເຮັດໃຫ້ນາງເຈັບປວດ
\v 25 ປະໂຣຫິດຈະຮັບເອົາແປ້ງ ຊຶ່ງນາໍມາຖວາຍແກ່ອົງພຣະຜູ້ເປັນເຈົ້າທີ່ແທ່ນບູຊາ.
\v 26 ແລ້ວເພິ່ນກໍຈະກາໍເອົາແປ້ງໜຶ່ງ ກາໍໄປເຜົາທີ່ເທິງແທ່ນບູຊາ ເພື່ອເປັນເຄື່ອງໝາຍສະແດງວ່າ ໄດ້ຖວາຍແປ້ງນັ້ນແລ້ວ. ສຸດທ້າຍເພິ່ນຈຶ່ງເອົານໍ້າໃຫ້ນາງດື່ມ.
\s5
\v 27 ຖ້ານາງຫາກໄດ້ຫລີ້ນຊູ້ແທ້ ນາໍ້ນັ້ນກໍຈະເຮັດໃຫ້ນາງໄດ້ຮັບຄວາມເຈັບປວດຢ່າງແຮງ; ທ້ອງຂອງນາງຈະໃຄ່ ແລະ ອະໄວຍະວະ ກໍຈະລີບເຂົ້າ. ຝ່າຍຄົນທັງຫລາຍຈະສາບແຊ່ງຊື່ຂອງນາງ.
\v 28 ແຕ່ຖ້ານາງຫາກບໍ່ມີຄວາມຜິດ ນາງກໍຈະບໍ່ເປັນອັນຕະລາຍແຕ່ຢ່າງໃດ ແລະ ນາງຈະມີລູກໄດ້.
\s5
\v 29-30 ອັນນີ້ແຫລະ ແມ່ນກົດບັນຍັດໃນກໍລະນີ ທີ່ຊາຍຜູ້ໜຶ່ງຫຶງຫວງ ແລະ ສົງໄສວ່າ ເມຍຂອງຕົນຫລີ້ນຊູ້. ແມ່ຍິງຈະຕ້ອງຢືນຢູ່ຕໍ່ໜ້າແທ່ນບູຊາ ຊ້ອງໜ້າອົງພຣະຜູ້ເປັນເຈົ້າ ແລະ ປະໂຣຫິດຈະເປັນຜູ້ເຮັດພິທີ.
\s5
\v 31 ຝ່າຍຜົວຈະພົ້ນຄວາມຜິດ ແຕ່ຝ່າຍເມຍກໍຈະໄດ້ຮັບໂທດ ຖ້ານາງຫາກເຮັດຜິດ.”
\s5
\c 6
\p
\v 1 ອົງພຣະຜູ້ເປັນເຈົ້າໄດ້ສັ່ງໂມເຊ ວ່າ,
\v 2 “ຈົ່ງກ່າວແກ່ປະຊາຊົນອິດສະຣາເອນ ວ່າ, ຊາຍ ຫລື ຍິງຄົນໃດທີ່ບະບົນຕົນເອງ ເປັນພິເສດວ່າຈະເປັນຄົນນາຊີຣີ ແລະ ອຸທິດຕົນໃຫ້ແກ່ອົງພຣະຜູ້ເປັນເຈົ້າ
\v 3 ຈະຕ້ອງບໍ່ດື່ມເຫລົ້າອະງຸ່ນ ຫລື ເຫລົ້າ. ລາວຈະຕ້ອງບໍ່ດື່ມເຄື່ອງດື່ມຊະນິດໃດໆ ທີ່ເຮັດດ້ວຍໝາກອະງຸ່ນ ຫລື ກິນໝາກອະງຸ່ນສົດ ຫລື ແຫ້ງ.
\v 4 ຕາບໃດທີ່ລາວຍັງເປັນຄົນນາຊີຣີ ຢູ່ລາວຈະຕ້ອງບໍ່ກິນສິ່ງໃດທີ່ມາຈາກໝາກອະງຸ່ນແມ່ນແຕ່ແນວປູກ ແລະ ເປືອກຂອງມັນກໍຕາມ.
\s5
\v 5 ໃນລະຫວ່າງທີ່ອຸທິດຕົນເປັນຄົນນາຊີຣີ ຢູ່ນັ້ນ ລາວຈະຕ້ອງບໍ່ຕັດຜົມ ຫລື ແຖໜວດ. ລາວຈະຕ້ອງຢູ່ໃຕ້ຄໍາບະບົນຕົວຕະຫລອດ ເວລາທີ່ວ່າ ຈະອຸທິດຕົນໃຫ້ແກ່ອົງພຣະຜູ້ເປັນເຈົ້າ ແລະ ລາວຈະຕ້ອງຈົ່ງຜົມ ແລະ ຈົ່ງໜວດຂອງຕົນ.
\s5
\v 6-7 ຜົມຂອງລາວເປັນເຄື່ອງໝາຍ ຂອງການອຸທິດຕົນໃຫ້ແກ່ອົງພຣະຜູ້ເປັນເຈົ້າ. ສະນັ້ນ ລາວຈຶ່ງຈະຕ້ອງບໍ່ປະພຶດຕົນໃຫ້ເປັນມົນທິນ ໂດຍເຂົ້າໄປໃກ້ຊາກສົບ ບໍ່ວ່າຂອງພໍ່ແມ່ ຫລື ອ້າຍເອື້ອຍນ້ອງຂອງຕົນກໍຕາມ.
\v 8 ຕາບ​ໃດ​ທີ່​ລາວ​ຍັງ​ເປັນ​ຄົນ​ນາ​ຊີ​ຣີ ຢູ່​ລາວ​ຈະ​ຕ້ອງ​ປະ​ພຶດ​ຕົນ​ຢ່າງ​ບໍ​ຣິ​ສຸດ ໃຫ້​ແກ່​ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ.
\s5
\v 9 ຖ້າມີຄົນໜຶ່ງ ຫາກຕາຍຢ່າງກະທັນຫັນ ຢູ່ໃກ້ຄົນນາຊີຣີ ອັນເປັນເຫດໃຫ້ຜົມອັນສັກສິດຂອງລາວ ເປັນມົນທິນ ລາວຕ້ອງ ຄອຍຖ້າເຈັດມື້ກ່ອນ ຈຶ່ງຕັດຜົມ ແລະ ແຖ ໜວດໄດ້. ແລ້ວລາວກໍຈະເປັນມົນທິນຕາມກົດບັນຍັດ.
\s5
\v 10 ໃນມື້ທີແປດ ລາວຈະຕ້ອງນາໍນົກເຂົາ ຫລື ນົກກາງແກ ແນວລະສອງໂຕມາໃຫ້ປະໂຣຫິດ ທີ່ທາງເຂົ້າຫໍເຕັນບ່ອນອົງພຣະຜູ້ເປັນເຈົ້າສະຖິດຢູ່.
\v 11 ປະໂຣຫິດຈະຕ້ອງຖວາຍໂຕໜຶ່ງ ເພື່ອເປັນການລຶບລ້າງບາບ ແລະ ອີກໂຕໜຶ່ງຈະຕ້ອງເຜົາບູຊາ ເພື່ອປະກອບພິທີຊໍາລະຕົວໃຫ້ບໍຣິສຸດ ຍ້ອນແຕະຕ້ອງຊາກສົບ. ນັບແຕ່ວັນນັ້ນ ເປັນຕົ້ນໄປຊາຍຄົນນີ້ ຈະຮັກສາຜົມຂອງລາວໃຫ້ສັກສິດ ອີກໃໝ່
\s5
\v 12 ແລະຈະຕ້ອງອຸທິດຕົນ ໃຫ້ແກ່ອົງພຣະ ຜູ້ເປັນເຈົ້າ ເປັນຄົນນາຊີຣີ ອີກຕາມເວລາທີ່ໄດ້ກາໍນົດໄວ້. ການອຸທິດຕົນໃນຄັ້ງກ່ອນນັ້ນ ໃຊ້ການບໍ່ໄດ້ ເພາະວ່າຜົມອັນສັກສິດຂອງລາວເປັນມົນທິນ. ເພື່ອເປັນການໃຊ້ແທນຄືນ ລາວຈະຕ້ອງນາໍແກະເຖິກໂຕໜຶ່ງ ອາຍຸໜຶ່ງປີ ມາຖວາຍ.
\s5
\v 13 ເມື່ອຄົບກາໍນົດບະບົນແລ້ວ ຄົນນາຊີຣີຈະຕ້ອງປະກອບພິທີຕາມກົດບັນຍັດ ລາວຈະ ຕ້ອງໄປຍັງທາງເຂົ້າຫໍເຕັນ
\v 14 ແລະ ຖວາຍສັດສາມໂຕ ທີ່ມີສຸຂະພາບດີ ແລະ ບໍ່ມີຕໍາໜິໃຫ້ແກ່ອົງພຣະຜູ້ເປັນເຈົ້າ ດັ່ງນີ້: ແກະເຖິກໂຕໜຶ່ງ ອາຍຸໜຶ່ງປີເພື່ອເຜົາບູຊາ, ແກະ ແມ່ໂຕໜຶ່ງ ອາຍຸໜຶ່ງປີ ເພື່ອລຶບລ້າງບາບ ແລະ ແກະເຖິກໂຕໜຶ່ງ ເພ່ື່ອຄວາມສາມັກຄີທາໍ.
\v 15 ລາວຈະຕ້ອງຖວາຍເຂົ້າຈີ່ ບໍ່ມີເຊື້ອແປ້ງອີກ ກະຕ່າໜຶ່ງ ຄື: ເຂົ້າໜົມເປັນແຜ່ນໜາໆ ທີ່ເຮັດດ້ວຍແປ້ງປະສົມກັບນາໍ້ມັນໝາກກອກເທດ, ເຂົ້າໜົມເປັນແຜ່ນບາງໆ ທີ່ ປົນກັບນາໍ້ມັນໝາກກອກເທດ ແລະ ນອກຈາກນີ້ ຍັງຈະຖວາຍພືດຜົນເປັນເມັດ ແລະ ເຫລົ້າອະງຸ່ນ ຕາມກາໍນົດອີກດ້ວຍ.
\s5
\v 16 ປະໂຣຫິດຈະຕ້ອງຖວາຍ ສິ່ງທັງໝົດ ເຫລົ່ານັ້ນ ຕໍ່ໜ້າອົງພຣະຜູ້ເປັນເຈົ້າ ພ້ອມທັງ ຖວາຍເຄື່ອງລຶບລ້າງບາບ ແລະ ເຄື່ອງບູຊາ ດ້ວຍໄຟ.
\v 17 ເພິ່ນຈະຕ້ອງຖວາຍແກະເຖິກ ໃຫ້ແກ່ອົງພຣະຜູ້ເປັນເຈົ້າ ເພື່ອຄວາມ ສາມັກຄີທໍາ ພ້ອມກັບກະຕ່າເຂົ້າຈີ່ນັ້ນ; ເພິ່ນຈະຕ້ອງຖວາຍພືດຜົນເປັນເມັດ ແລະ ເຫລົ້າອະງຸ່ນອີກດ້ວຍ.
\s5
\v 18 ທີ່ປະຕູເຂົ້າຫໍເຕັນ ຄົນນາຊີຣີ ຈະແຖຫົວຂອງຕົນ ແລະ ເອົາຜົມໄປຈູດໄຟທີ່ກາໍລັງ ໄໝ້ເຄື່ອງຖວາຍບູຊາ ເພື່ອຄວາມສາມັກຄີທາໍ ຢູ່ນັ້ນ.
\s5
\v 19 ແລ້ວປະໂຣຫິດ ກໍຈະເອົາຊີ້ນຂາໜ້າ ຂອງແກະເຖິກ ທີ່ຕົ້ມສຸກແລ້ວ ພ້ອມທັງເຂົ້າໜົມໜາ ແຜ່ນໜຶ່ງ ແລະ ເຂົ້າໜົມບາງ ແຜ່ນໜຶ່ງ ໄປໃສ່ມືຂອງຄົນນາຊີຣີ.
\v 20 ຕໍ່ ມາ ປະໂຣຫິດຈະຖວາຍສິ່ງເຫລົ່ານີ້ ເປັນເຄື່ອງຖວາຍບູຊາ ດ້ວຍໄຟແກວ່ງໄປແກວ່ງມາ ຕໍ່ໜ້າອົງພຣະຜູ້ເປັນເຈົ້າ; ສິ່ງເຫລົ່ານັ້ນ ເປັນເຄື່ອງຖວາຍອັນສັກສິດສໍາລັບປະໂຣຫິດ ນອກຈາກສ່ວນທາໍມະດາ ທີ່ເພິ່ນໄດ້ຮັບຕາມ ກົດບັນຍັດ ຄື: ຊີ້ນໜ້າເອິກ ແລະ ຂາຂອງແກະເຖິກ. ຫລັງຈາກນັ້ນ ຄົນນາຊີຣີ ຈຶ່ງດື່ມເຫລົ້າອະງຸ່ນໄດ້.
\s5
\v 21 ອັນນີ້ແຫລະ ເປັນກົດບັນຍັດຂອງຄົນ ນາຊີຣີ, ແຕ່ຖ້າຄົນນາຊີຣີ ຜູ້ໜຶ່ງຫາກສັນຍາ ວ່າ ຈະຖວາຍບູຊານອກເໜືອໄປກວ່ານີ້ອີກ ລາວຕ້ອງປະຕິບັດ ໃຫ້ສໍາເລັດຕາມທີ່ຕົນໄດ້ສັນຍາໄວ້.”
\s5
\v 22 ອົງພຣະຜູ້ເປັນເຈົ້າໄດ້ສັ່ງໂມເຊ
\v 23 ໃຫ້ບອກ ອາໂຣນ ແລະ ພວກລູກຊາຍຂອງ ເພິ່ນອວຍພອນປະຊາຊົນອິດສະຣາເອນ ໂດຍໃຊ້ຖ້ອຍຄໍາດັ່ງຕໍ່ໄປນີ້:
\v 24 ຂໍອົງພຣະ ຜູ້ເປັນເຈົ້າອວຍພອນ ແລະ ປົກປັກຮັກສາພວກເຈົ້າ;
\s5
\v 25 ຂໍອົງພຣະຜູ້​ເປັນເຈົ້າ ຫຼຽວເບິ່ງພວກເຈົ້າດ້ວຍຄວາມເມດຕາແລະກະລຸນາ;
\v 26 ຂໍອົງພຣະຜູ້ເປັນເຈົ້າ ຫຼຽວເບິ່ງພວກເຈົ້າດ້ວຍ ຄວາມເມດຕາເອັນດູ ແລະ ໂຜດສັນຕິສຸກແກ່ ພວກເຈົ້າເຖີດ.
\v 27 ຝ່າຍອົງພຣະຜູ້ເປັນເຈົ້າໄດ້ກ່າວວ່າ, “ຖ້າພວກເຂົາຫາກກ່າວຄໍາອວຍພອນແກ່ລູກຫຼານອິດສະຣາເອນ ໃນນາມຊື່ຂອງເຮົາດັ່ງນີ້ ເຮົາກໍຈະອວຍພອນພວກເຂົາ.”
\s5
\c 7
\p
\v 1 ໃນວັນທີ່ ໂມເຊ ກາງຫໍເຕັນສໍາເລັດຮຽບຮ້ອຍນັ້ນ; ເພິ່ນໄດ້ໃຊ້ນາໍ້ມັນສັກສິດ ຫົດສົງແລະອຸທິດຖວາຍຫໍເຕັນ ກັບເຄື່ອງໃຊ້ຕ່າງໆ ປະຈາໍຫໍເຕັນ ແລະ ແທ່ນບູຊາ ກັບເຄື່ອງໃຊ້ຕ່າງໆ ປະຈາໍແທ່ນບູຊາ.
\v 2 ແລ້ວບັນດາຫົວໜ້າຕະກຸນທັງຫລາຍ ທີ່ເປັນຜູ້ນາໍໃນເຜົ່າຕ່າງໆ ຂອງຊາດອິດສະຣາເອນ ຄື ພວກທີ່ຮັບຜິດຊອບ ໃນການຈົດສໍາມະໂນຄົວ
\v 3 ຕ່າງກໍນໍາເອົາສິ່ງຂອງຂອງພວກຕົນ ມາຖວາຍແກ່ອົງພຣະຜູ້ເປັນເຈົ້າ ດັ່ງນີ້: ກວຽນ ຫົກລໍາ ກັບງົວເຖິກຫົກຄູ່, ກວຽນລໍາໜຶ່ງຕໍ່ຜູ້ນາໍສອງຄົນ ແລະ ງົວເຖິກໂຕໜຶ່ງຕໍ່ຜູ້ນາໍຄົນໜຶ່ງ ເມື່ອນາໍສິ່ງເຫລົ່ານີ້ມາຍັງຫໍເຕັນແລ້ວ
\s5
\v 4 ອົງພຣະຜູ້ເປັນເຈົ້າກໍບອກໂມເຊ ວ່າ,
\v 5 “ຈົ່ງຮັບເອົາຂອງຖວາຍເຫລົ່ານີ້ໄວ້ໃຊ້ ໃນວຽກງານຂອງຫໍເຕັນ ແລ້ວຈົ່ງມອບຕໍ່ໃຫ້ຊາວ ເລວີ ຕາມວຽກງານທີ່ພວກເຂົາຮັບຜິດຊອບນັ້ນ.”
\s5
\v 6 ດັ່ງນັ້ນ ໂມເຊຈຶ່ງເອົາກວຽນ ແລະ ງົວມອບໃຫ້ຊາວເລວີ.
\v 7 ເພິ່ນໄດ້ມອບກວຽນ ສອງລໍາກັບງົວເຖິກສອງຄູ່ໃຫ້ພວກເກໂຊນ
\v 8 ແລະ ກວຽນສີ່ລໍາ ກັບງົວເຖິກສີ່ຄູ່ໃຫ້ພວກເມຣາຣີ. ວຽກງານທັງໝົດຂອງພວກເຂົາ ແມ່ນຢູ່ໃຕ້ການຊີ້ນໍາຂອງອີທາມາ ລູກຊາຍຂອງອາໂຣນ.
\s5
\v 9 ແຕ່ໂມເຊ ບໍ່ໄດ້ມອບກວຽນ ແລະ ງົວໃຫ້ພວກໂກຮາດ ເພາະວ່າສິ່ງຂອງບໍຣິສຸດທີ່ພວກເຂົາເບິ່ງແຍງຮັກສານັ້ນ ຕ້ອງແບກຫາມ ໂດຍພວກເຂົາເອງ.
\s5
\v 10 ບັນດາຜູ້ນາໍຊາດອິດສະຣາເອນ ໄດ້ນາໍ ເຄື່ອງຖວາຍສໍາລັບການອຸທິດແທ່ນບູຊາ ມາໃຫ້ເຊັ່ນດຽວກັນ. ເມື່ອພວກເຂົາຕຽມພ້ອມ ທີ່ຈະຖວາຍຂອງຖວາຍ ທີ່ແທ່ນບູຊານັ້ນ
\v 11 ອົງພຣະຜູ້ເປັນເຈົ້າໄດ້ບອກໂມເຊ ວ່າ, “ແຕ່ລະມື້ ຈົ່ງໃຫ້ຫົວໜ້າແຕ່ລະຄົນ ນາໍເຄື່ອງມາຖວາຍບູຊາ ທີ່ແທ່ນຕາມຜຽນຂອງໃຜລາວ ໃຫ້ຄົບສິບສອງວັນ.
\s5
\v 12-83 ພວກເຂົານໍາຂອງມາ ຖວາຍເປັນລໍາດັບກັນ ດັ່ງນີ້: \tr \th1 ມື້ \th2 ເຜົ່າ \th3 ຜູ້ນໍາ \tr \tc1 ທີ 1 \tc2 ຢູດາ \tc3 ນາໂຊນ ລູກຊາຍ ຂອງ ອໍາມີນາດາບ \tr \tc1 ທີ 2 \tc2 ອິດຊາຄາ \tc3 ເນທາເນນ ລູກຊາຍຂອງ ສຸອາ \tr \tc1 ທີ 3 \tc2 ເຊບູໂລນ \tc3 ເອລີອາບ ລູກຊາຍຂອງ ເຮໂລນ \tr \tc1 ທີ 4 \tc2 ຣູເບັນ \tc3 ເອລີຊູ ລູກຊາຍຂອງ ເຊເດອູເຣ \tr \tc1 ທີ 5 \tc2 ຊີເມໂອນ \tc3 ເຊລູມີເອນ ລູກຊາຍຂອງ ຊູຣິດຊັດດາຍ \tr \tc1 ທີ 6 \tc2 ຄາດ \tc3 ເອລີຢາຊັບ ລູກຊາຍຂອງ ດູເອນ \tr \tc1 ທີ 7 \tc2 ເອຟຣາອິມ \tc3 ເອລີຊາມາ ລູກຊາຍຂອງ ອາມມີຮຸດ \tr \tc1 ທີ 8 \tc2 ມານາເຊ \tc3 ກາມາລີເອນ ລູກຊາຍຂອງ ເປດາຊູ \tr \tc1 ທີ 9 \tc2 ເບັນຢາມິນ \tc3 ອານີດານ ລູກຊາຍຂອງ ກີເດໂອນີ \tr \tc1 ທີ 10 \tc2 ດານ \tc3 ອາຮີເອເສ ລູກຊາຍຂອງ ອໍາມີຊັດດາຍ \tr \tc1 ທີ 11 \tc2 ອາເຊ \tc3 ປາກີເອນ ລູກຊາຍຂອງ ອົກກະຣັນ \tr \tc1 ທີ 12 \tc2 ເນັບທາລີ \tc3 ອາຮີຣາ ລູກຊາຍຂອງ ເອນັນ. ຫົວໜ້າແຕ່ລະຄົນໄດ້ນາໍເຄື່ອງ ຖວາຍຢ່າງດຽວກັນ ມາດັ່ງນີ້: ຊາມເງິນໜຶ່ງໃບ ໜັກ 1, 500 ກາຼມ, ອ່າງເງິນໃບໜຶ່ງ ໜັກ 800 ກາຼມ ໂດຍໄດ້ຄິດໄລ່ຕາມອັດຕາຊັ່ງ ຂອງສໍານັກນະມັດສະການ, ຊາມ ແລະ ອ່າງ ທັງສອງໃບເຕັມດ້ວຍແປ້ງປົນກັບນາໍ້ມັນໝາກກອກເທດ ຕາມລະບຽບການຖວາຍ ພືດຜົນເປັນເມັດ; ຈານຄໍາໜຶ່ງໃບ, ໜັກ 110 ກາຼມ, ໃສ່ເຄື່ອງຫອມມາພ້ອມ; ງົວເຖິກໂຕໜຶ່ງ, ແກະເຖິກໂຕໜຶ່ງ, ລູກແກະເຖິກອາຍຸໜຶ່ງປີໂຕໜຶ່ງ ສໍາລັບເຜົາບູຊາ; ແບ້ເຖິກໂຕໜຶ່ງສໍາລັບຖວາຍບູຊາ ລຶບລ້າງບາບ; ງົວເຖິກສອງໂຕ, ແກະເຖິກຫ້າໂຕ, ແບ້ເຖິກຫ້າໂຕ ແລະ ລູກແກະເຖິກຫ້າໂຕ ອາຍຸໜຶ່ງປີ ສໍາລັບຖວາຍເພື່ອຄວາມສາມັກຄີທາໍ.
\s5
\v 84-88 ລວມຈາໍນວນເຄື່ອງ ຖວາຍທັງໝົດ ທີ່ພວກຜູ້ນາໍສິບສອງຄົນໄດ້ເອົາມາ ເພື່ອການອຸທິດຖວາຍແທ່ນບູຊານັ້ນ ມີດັ່ງນີ້: ຊາມເງິນ 12 ໃບ ແລະ ອ່າງເງິນ 12 ໃບ, ທັງໝົດໜັກ 24 ກິໂລກາຼມ; ຈານຄໍາ 12 ໃບ, ທັງໝົດໜັກ 1. 200 ກາຼມ; ງົວເຖິກ 12 ໂຕ, ແກະເຖິກ 12 ໂຕ, ລູກແກະເຖິກອາຍຸໜຶ່ງປີ 12 ໂຕ, ທັງພືດຜົນເປັນເມັດ ທີ່ຕ້ອງຖວາຍພ້ອມກັນສໍາລັບເຜົາບູຊາ. ແບ້ເຖິກ 12 ໂຕ ສໍາລັບຖວາຍບູຊາລຶບລ້າງບາບ; ງົວເຖິກ 24 ໂຕ, ແກະເຖິກ 60 ໂຕ, ແບ້ເຖິກ 60 ໂຕ ແລະ ລູກແກະເຖິກອາຍຸໜຶ່ງປີ 60 ໂຕ ສໍາລັບຖວາຍເພື່ອຄວາມສາມັກຄີທາໍ.
\s5
\v 89 ເມື່ອໂມເຊ ເຂົ້າໄປກ່າວແກ່ອົງພຣະຜູ້ ເປັນເຈົ້າ ໃນຫໍເຕັນບ່ອນອົງພຣະຜູ້ເປັນເຈົ້າສະຖິດຢູ່ ເພິ່ນກໍໄດ້ຍິນພຣະອົງກ່າວແກ່ເພິ່ນຈາກເທິງຝາຫີບພັນທະສັນຍາ ລະຫວ່າງ ເຄຣຸບ. [ຂ]
\s5
\c 8
\p
\v 1 ອົງພຣະຜູ້ເປັນເຈົ້າ ໄດ້ສັ່ງໂມເຊໄວ້ວ່າ,
\v 2 “ຈົ່ງບອກອາໂຣນ ໃຫ້ຕັ້ງຕະກຽງເຈັດໜ່ວຍຢູ່ເທິງຫລັກຕະກຽງ ໂດຍໃຫ້ແສງໄຟເຍືອງໄປຂ້າງໜ້າ.”
\s5
\v 3 ອາໂຣນ ກໍໄດ້ເຊື່ອຟັງ ແລະຕັ້ງຕະກຽງເຍືອງໄປຂ້າງໜ້າຂອງຫລັກຕະກຽງ.
\v 4 ສ່ວນຫລັກຕະກຽງນັ້ນ ແຕ່ລຸ່ມຂຶ້ນເທິງແມ່ນເຮັດດ້ວຍຄໍາ ທີ່ຕີເປັນລວດລາຍຕາມແບບທີ່ອົງພຣະຜູ້ເປັນເຈົ້າໄດ້ບອກໃຫ້ແກ່ໂມເຊ.
\s5
\v 5 ອົງພຣະຜູ້ເປັນເຈົ້າໄດ້ບອກໂມເຊ ວ່າ,
\v 6 “ຈົ່ງແຍກພວກເລວີ ອອກຈາກພວກອິດສະຣາເອນ ຄົນອື່ນໆ ແລະ ຊໍາລະພວກເຂົາ
\s5
\v 7 ຕາມພິທີການ ດັ່ງນີ້: ໃຫ້ໃຊ້ນໍ້າຊໍາລະ ຊິດໃສ່ພວກເຂົາ, ໃຫ້ພວກເຂົາແຖຂົນຕາມຕົນຕົວ ແລະ ຊັກເຄື່ອງນຸ່ງຫົ່ມຂອງພວກເຂົາ. ແລ້ວກໍຈະຖືວ່າ ພວກເຂົາບໍ່ເປັນມົນທິນ.
\v 8 ຕໍ່ມາໃຫ້ພວກເຂົານາໍງົວເຖິກໜຸ່ມໂຕໜຶ່ງແລະ ພືດຜົນເປັນເມັດມາຖວາຍຄູ່ກັນ ຄື: ແປ້ງເຂົ້າ ປະສົມກັບນໍ້າມັນໝາກກອກເທດ ແລະ ໃຫ້ນາໍງົວເຖິກໜຸ່ມໂຕໜຶ່ງມາອີກ ເປັນການ ຖວາຍລຶບລ້າງບາບ.
\s5
\v 9 ແລ້ວຈົ່ງເອີ້ນຊຸມຊົນອິດສະຣາເອນ ທັງໝົດມາເຕົ້າໂຮມກັນ ໂດຍໃຫ້ພວກເລວີ ຢືນຢູ່ແຖວໜ້າຂອງຫໍເຕັນ ບ່ອນເຮົາສະຖິດຢູ່.
\v 10 ໃຫ້ປະຊາຊົນອິດສະຣາເອນ ເອົາມືວາງທີ່ເທິງຫົວຂອງພວກເລວີ
\v 11 ແລ້ວອາໂຣນ ກໍຈະຖວາຍພວກເຂົາໃຫ້ແກ່ເຮົາ ເປັນເຄື່ອງບູຊາພິເສດ ຈາກຊາວອິດສະຣາເອນ ເພື່ອວ່າພວກເລວີ ຈະເຮັດໜ້າທີ່ຮັບໃຊ້ເຮົາ.
\s5
\v 12 ແລ້ວໃຫ້ພວກເລວີ ວາງມືລົງເທິງຫົວ ງົວເຖິກໜຸ່ມສອງໂຕນັ້ນ; ໂຕໜຶ່ງໃຫ້ຖວາຍເພື່ອລຶບລ້າງບາບ ແລະ ອີກໂຕໜຶ່ງນັ້ນ ໃຫ້ເຜົາຖວາຍບູຊາດ້ວຍໄຟແກ່ເຮົາ ເພື່ອເປັນພິທີຊໍາລະພວກເລວີ.
\v 13 ຈົ່ງອຸທິດຖວາຍ ພວກເລວີ ໃຫ້ເປັນຂອງຖວາຍພິເສດແກ່ເຮົາ ແລະ ໃຫ້ອາໂຣນ ກັບພວກລູກຊາຍຂອງລາວ ເປັນຜູ້ດູແລເຂົາ.
\s5
\v 14 ໃນທາໍນອງນີ້ ໃຫ້ເຈົ້າແຍກພວກເລວີ ອອກຈາກພວກອິດສະຣາເອນ ຄົນອື່ນໆ ເພື່ອວ່າພວກເຂົາຈະເປັນຂອງເຮົາ.
\v 15 ຫລັງຈາກເຈົ້າໄດ້ຊໍາລະ ແລະ ອຸທິດຖວາຍພວກເລວີ ແກ່ເຮົາແລ້ວ ພວກເຂົາຈຶ່ງຈະມີຄຸນສົມບັດເຮັດວຽກງານ ທີ່ຫໍເຕັນຂອງເຮົາໄດ້.
\s5
\v 16 ເຮົາໄດ້ໃຫ້ເຈົ້າແຍກເອົາພວກເລວີ ແທນລູກກົກຂອງຊາວອິດສະຣາເອນ ທຸກຄົນ ແລະ ພວກເຂົາຈະເປັນຂອງເຮົາແຕ່ຜູ້ດຽວ ເທົ່ານັ້ນ.
\v 17 ເມື່ອເຮົາໄດ້ຂ້າລູກກົກທັງໝົດໃນປະເທດເອຢິບນັ້ນ ເຮົາໄດ້ອຸທິດຖວາຍລູກກົກຂອງຊາວອິດສະຣາເອນ ແຕ່ລະຄອບຄົວໃຫ້ເປັນຂອງເຮົາຕະຫລອດ ທັງລູກຫົວປີຂອງສັດທຸກໆໂຕດ້ວຍ.
\s5
\v 18 ບັດນີ້ ເຮົາກາໍລັງຮັບເອົາພວກເລວີ ໄວ້ແທນລູກກົກຂອງຊາວອິດສະຣາເອນ;
\v 19 ເຮົາໄດ້ມອບພວກເລວີ ໃຫ້ອາໂຣນ ແລະ ພວກລູກຊາຍຂອງລາວ ເປັນຂອງຖວາຍຈາກຊາວອິດສະຣາເອນ; ເພື່ອໃຫ້ພວກເລວີ ບົວລະບັດຫໍເຕັນຂອງເຮົາ ແທນປະຊາຊົນອິດສະຣາເອນທັງໝົດ ແລະ ເພື່ອປ້ອງກັນພວກເລວີ ຈາກໄພພິບັດທີ່ຈະມາຖືກພວກເຂົາ ເມື່ອໃດທີ່ພວກເຂົາເຂົ້າມາໃກ້ຫໍເຕັນຂອງເຮົາເກີນໄປ.”
\s5
\v 20 ສະນັ້ນ ໂມເຊ ແລະ ອາໂຣນ ພ້ອມກັບປະຊາຊົນອິດສະຣາເອນ ຈຶ່ງໄດ້ອຸທິດຖວາຍ ພວກເລວີ ໃຫ້ແກ່ອົງພຣະຜູ້ເປັນເຈົ້າຕາມ ຄໍາສັ່ງຂອງພຣະອົງ.
\v 21 ພວກເລວີ ໄດ້ຊໍາລະ ຕົນເອງ ແລະ ຊັກເຄື່ອງນຸ່ງຫົ່ມ ແລ້ວອາໂຣນ ກໍອຸທິດຖວາຍພວກເຂົາເປັນຂອງຖວາຍພິເສດ ໃຫ້ແກ່ອົງພຣະຜູ້ເປັນເຈົ້າ. ເພິ່ນໄດ້ປະກອບພິທີຊໍາລະໃຫ້ພວກເຂົາຄືກັນ.
\s5
\v 22 ປະຊາຊົນໄດ້ເຮັດທຸກໆ ສິ່ງຕໍ່ພວກເລວີ ຕາມທີ່ອົງພຣະຜູ້ເປັນເຈົ້າໄດ້ສັ່ງໂມເຊ ໄວ້. ສະນັ້ນ ພວກເຂົາຈຶ່ງມີຄຸນສົມບັດເຮັດວຽກງານໃນຫໍເຕັນ ໂດຍພາຍໃຕ້ການດູແລ ຂອງອາໂຣນ ແລະ ພວກລູກຊາຍຂອງເພິ່ນ.
\s5
\v 23 ອົງພຣະຜູ້ເປັນເຈົ້າໄດ້ບອກໂມເຊ ອີກວ່າ,
\v 24 “ຊາວເລວີ ແຕ່ລະຄົນທີ່ມີອາຍຸ 25 ປີ ຂຶ້ນໄປຈະຕ້ອງປະຕິບັດໜ້າທີ່ໃນຫໍເຕັນບ່ອນເຮົາສະຖິດຢູ່;
\s5
\v 25 ເມື່ອອາຍຸຮອດ 50 ປີແລ້ວ ຈຶ່ງໃຫ້ເຂົາເຊົາ.
\v 26 ຫລັງຈາກນັ້ນແລ້ວ ເຂົາອາດຊ່ວຍພີ່ນ້ອງເລວີ ຄົນອື່ນໆ ເຮັດໜ້າທີ່ໃນຫໍເຕັນກໍໄດ້; ແຕ່ຢ່າໃຫ້ເຂົາປະຕິບັດໜ້າທີ່ໂດຍຕົນເອງ. ອັນນີ້ແຫລະ ແມ່ນຂໍ້ບັງຄັບໃນ ການກາໍນົດໜ້າທີ່ໃຫ້ພວກເລວີເຮັດ.”
\s5
\c 9
\p
\v 1 ອົງພຣະຜູ້ເປັນເຈົ້າໄດ້ສັ່ງໂມເຊ ຢູ່ໃນຖິ່ນແຫ້ງແລ້ງກັນດານ ຊີນາຍ ເມື່ອເດືອນທີໜຶ່ງຂອງປີທີສອງ ຫລັງຈາກທີ່ປະຊາຊົນອິດສະຣາເອນ ໄດ້ອອກຈາກປະເທດເອຢິບ. ພຣະອົງກ່າວວ່າ,
\v 2-3 “ໃນມື້ທີສິບສີ່ຂອງເດືອນນີ້ ຕັ້ງແຕ່ຕາເວັນຕົກດິນໄປ ໃຫ້ປະຊາຊົນອິດສະຣາເອນ ສະຫລອງປັດສະຄາ ຕາມລະບຽບການ ແລະ ກົດເກນ ທຸກຢ່າງທີ່ໄດ້ກາໍນົດໄວ້.”
\s5
\v 4 ສະນັ້ນ ໂມເຊ ຈຶ່ງໄດ້ບອກປະຊາຊົນອິດສະຣາເອນ ໃຫ້ສະຫລອງປັດສະຄາ.
\v 5 ແລະ ໃນຕອນແລງຂອງວັນທີສິບສີ່ເດືອນທີສອງ ພວກເຂົາໄດ້ຈັດພິທີຂຶ້ນຢູ່ໃນຖິ່ນແຫ້ງແລ້ງກັນດານ ຊີນາຍ. ປະຊາຊົນໄດ້ປະຕິບັດຕາມທີ່ອົງພຣະຜູ້ເປັນເຈົ້າໄດ້ສັ່ງ ໂມເຊ ໄວ້ທຸກປະການ.
\s5
\v 6 ແຕ່ໄດ້ມີປະຊາຊົນບາງຄົນ ທີ່ເປັນມົນທິນຍ້ອນພວກເຂົາໄດ້ແຕະຕ້ອງຊາກສົບ ແລະ ພວກເຂົາບໍ່ສາມາດສະຫລອງ ປັດສະຄາ ໃນມື້ນັ້ນໄດ້. ພວກເຂົາຈຶ່ງໄດ້ໄປຖາມ ໂມເຊ ແລະ ອາໂຣນ
\v 7 ແລະ ກ່າວວ່າ, “ພວກເຮົາເປັນມົນທິນ ຍ້ອນພວກເຮົາໄດ້ແຕະຕ້ອງຊາກສົບ, ແຕ່ເປັນຫຍັງ ພວກເຮົາຈຶ່ງຖືກຍົກເວັ້ນຈາກການຖວາຍບູຊາ ແກ່ອົງພຣະຜູ້ເປັນເຈົ້າ ກັບຊາວອິດສະຣາເອນ ຄົນອື່ນ ໆ? ”
\v 8 ໂມເຊ ຈຶ່ງຕອບວ່າ, “ຈົ່ງລໍຖ້າຈົນກວ່າ ຂ້າພະເຈົ້າໄດ້ຮັບຄໍາແນະນໍາ ຈາກອົງພຣະຜູ້ເປັນເຈົ້າກ່ຽວກັບເລື່ອງນີ້.”
\s5
\v 9 ອົງພຣະຜູ້ເປັນເຈົ້າໄດ້ບອກ ໂມເຊ
\v 10 ໃຫ້ກ່າວແກ່ປະຊາຊົນອິດສະຣາເອນ ດັ່ງນີ້: “ເມື່ອຜູ້ໃດໃນພວກເຈົ້າ ຫລື ລູກຫລານຂອງພວກເຈົ້າ ເປັນມົນທິນຍ້ອນແຕະຕ້ອງຊາກສົບ ຫລື ຍ້ອນເດີນທາງໄກ ແຕ່ຍັງຕ້ອງການທີ່ຈະຖືປັດສະຄາຢູ່
\s5
\v 11 ຈົ່ງໃຫ້ພວກເຂົາສະຫລອງພິທີນີ້ໄດ້ເດືອນໜຶ່ງຕໍ່ມາ ຄື ໃນຕອນແລງຂອງວັນທີສິບສີ່ຂອງເດືອນທີສອງ ຈົ່ງສະຫລອງພິທີນັ້ນ ດ້ວຍການກິນເຂົ້າຈີ່ບໍ່ມີເຊື້ອແປ້ງ ກັບຜັກຂົມ.
\v 12 ຢ່າປະອາຫານໃດໆ ເຫລືອໄວ້ຮອດມື້ອື່ນເຊົ້າ ແລະ ຢ່າຫັກກະດູກໃດໆຂອງສັດ. ຈົ່ງສະຫລອງປັດສະຄາ ນີ້ຕາມລະບຽບທຸກຢ່າງທີ່ໄດ້ວາງໄວ້.
\s5
\v 13 ແຕ່ຖ້າຜູ້ໃດຜູ້ໜຶ່ງຫາກບໍ່ເປັນມົນທິນແລະ ບໍ່ໄດ້ເດີນທາງໄກ, ຜູ້ນັ້ນບໍ່ໄດ້ຖືປັດສະຄາ ນີ້ກໍຢ່າຖືລາວວ່າເປັນປະຊາຊົນ ຂອງເຮົາອີກຕໍ່ໄປ ເພາະລາວບໍ່ໄດ້ຖວາຍເຄື່ອງບູຊາແກ່ເຮົາ ຕາມກາໍນົດທີ່ໄດ້ຖືກວາງ ໄວ້. ລາວຕ້ອງຮັບຜົນບາບກໍາ ທີ່ຕົນໄດ້ກະທໍານັ້ນ.
\v 14 ຖ້າຄົນຕ່າງດ້າວ ທີ່ອາໄສຢູ່ທ່າມກາງພວກເຈົ້າ ຫາກຢາກຖືປັດສະຄານີ້ ເຂົາຕ້ອງຖືຕາມລະບຽບການ ແລະ ກົດເກນທຸກຢ່າງ. ຈົ່ງໃຊ້ກົດບັນຍັດນີ້ ສໍາລັບທຸກໆ ຄົນ ບໍ່ວ່າເປັນຄົນອິດສະຣາເອນ ຫລື ຄົນຕ່າງດ້າວກໍຕາມ.”
\s5
\v 15-16 ໃນມື້ຕັ້ງຫໍເຕັນບ່ອນອົງພຣະຜູ້ເປັນເຈົ້າສະຖິດຢູ່ນັ້ນ ໄດ້ມີເມກມາປົກຄຸມຫໍເຕັນ. ໃນຕອນ ກາງຄືນເມກນັ້ນໄດ້ແດງຄືໄຟ.
\v 17 ເມື່ອໃດເມກລອຍຂຶ້ນໄປ ປະຊາຊົນອິດສະຣາເອນໄດ້ມ້າງຄ້າຍພັກເມື່ອນັ້ນ ແລະ ພວກເຂົາກໍຕັ້ງຄ້າຍພັກໃໝ່ ອີກໃນບ່ອນທີ່ເມກລອຍລົງມາ.
\s5
\v 18 ປະຊາຊົນໄດ້ມ້າງຄ້າຍພັກ ແລະ ຕັ້ງ ຄ້າຍພັກຕາມຄໍາສັ່ງຂອງອົງພຣະຜູ້ເປັນເຈົ້າ. ຕາບໃດທີ່ເມກຍັງປົກຄຸມຫໍເຕັນຢູ່ ພວກເຂົາກໍ ຢູ່ໃນຄ້າຍພັກບ່ອນເກົ່າ.
\v 19 ເມື່ອເມກປົກຄຸມຫໍເຕັນເປັນເວລານານ ພວກເຂົາຕ້ອງເຊື່ອ ຟັງອົງພຣະຜູ້ເປັນເຈົ້າ ແລະ ບໍ່ໄດ້ເຄື່ອນຍ້າຍ ໄປໃສ.
\s5
\v 20 ບາງເທື່ອເມກ ໄດ້ປົກຄຸມຢູ່ເທິງຫໍເຕັນ ພຽງແຕ່ບໍ່ເທົ່າໃດວັນເທົ່ານັ້ນ; ໃນກໍລະນີໃດກໍຕາມ ພວກເຂົາຈະຢູ່ຕາມທີ່ອົງພຣະຜູ້ເປັນເຈົ້າສັ່ງ ຫລື ຍົກຍ້າຍໄປ ກໍແມ່ນອົງພຣະຜູ້ ເປັນເຈົ້າເປັນຜູ້ສັ່ງການ.
\v 21 ບາງເທື່ອເມກ ໄດ້ປົກຄຸມ ຢູ່ພຽງຕອນແລງຫາຕອນເຊົ້າເທົ່ານັ້ນ ພວກເຂົາກໍຍົກຍ້າຍທັນທີ ທີ່ເມກລອຍຂຶ້ນໄປ ເມກລອຍຂຶ້ນເມື່ອໃດ ພວກເຂົາກໍຍົກ ຍ້າຍໄປເມື່ອນັ້ນ.
\s5
\v 22 ບໍ່ວ່າຈະເປັນສອງມື້, ໜຶ່ງເດືອນ, ໜຶ່ງປີ ີ ຫລື ດົນນານກໍຕາມ, ຕາບໃດທີ່ເມກປົກຄຸມ ຫໍເຕັນຢູ່ ພວກເຂົາກໍຈະບໍ່ຍົກຍ້າຍໄປໃສເປັນເດັດຂາດ, ແຕ່ເມື່ອໃດທີ່ເມກລອຍຂຶ້ນໄປແລ້ວ ເມື່ອນັ້ນພວກເຂົາກໍຕ້ອງຍົກຍ້າຍໂລດ.
\v 23 ພວກເຂົາຕັ້ງຄ້າຍພັກຕາມຄໍາສັ່ງຂອງ ອົງພຣະຜູ້ເປັນເຈົ້າ ຫລື ມ້າງຄ້າຍພັກ ກໍຕາມຄໍາສັ່ງຂອງອົງພຣະຜູ້ເປັນເຈົ້າ ທີ່ໄດ້ບອກຜ່ານທາງໂມເຊ.
\s5
\c 10
\p
\v 1 ອົງພຣະຜູ້ເປັນເຈົ້າໄດ້ສັ່ງໂມເຊ ໄວ້ວ່າ,
\v 2 “ຈົ່ງເອົາເງິນ ມາເຮັດແກສອງອັນ ເພື່ອໃຊ້ເອີ້ນປະຊາຊົນມາປະຊຸມ ແລະ ເອີ້ນໃຫ້ມ້າງຄ້າຍ.
\s5
\v 3 ເມື່ອແກທັງສອງດັງສຽງຍາວໆ ໃຫ້ຊຸມຊົນທັງໝົດ ມາປະຊຸມກັນກັບເຈົ້າ ທີ່ທາງປະຕູເຂົ້າຫໍເຕັນ ບ່ອນເຮົາສະຖິດຢູ່.
\v 4 ແຕ່ເມື່ອແກດຽວດັງຂຶ້ນ ໃຫ້ບັນດາຫົວໜ້າຕະກຸນ ຕ່າງໆ ມາປະຊຸມກັນກັບເຈົ້າ.
\v 5 ເມື່ອສຽງແກດັງສັ້ນ ໆ ໃຫ້ເຜົ່າຕ່າງໆ ທີ່ຕັ້ງຄ້າຍຢູ່ທາງທິດຕາເວັນອອກ ຍົກອອກໄປ.
\s5
\v 6 ເມື່ອສຽງແກດັງສັ້ນ ໆ ເທື່ອທີສອງ ໃຫ້ເຜົ່າທັງຫລາຍ ທີ່ຕັ້ງຢູ່ທາງໃຕ້ ຍົກອອກໄປ. ສະນັ້ນ ສຽງແກສັ້ນ ໆ ຈຶ່ງເປັນສັນຍານໃຫ້ຍົກຍ້າຍຄ້າຍພັກ,
\v 7 ແຕ່ເພື່ອໃຫ້ຊຸມຊົນມາ ປະຊຸມກັນ ໃຫ້ເປົ່າແກສຽງດັງຍາວໆ.
\v 8 ໃຫ້ພວກລູກຊາຍຂອງປະໂຣຫິດອາໂຣນ ເປັນຜູ້ເຮັດໜ້າທີ່ເປົ່າແກນີ້. ໃຫ້ຊາວອິດສະຣາເອນ ທຸກຊົ່ວເຊັ່ນຄົນໃນພາຍຄັ້ງໜ້າ ຢຶດຖືຂໍ້ບັງຄັບ ດັ່ງຕໍ່ໄປນີ້:
\s5
\v 9 ເມື່ອອອກໄປເຮັດເສິກ ໃນດິນແດນຂອງພວກເຈົ້າ ທີ່ສັດຕູເຂົ້າມາໂຈມຕີ ຈົ່ງເປົ່າແກ ທັງສອງນີ້ ເປັນສັນຍານສູ້ຮົບ. ອົງພຣະຜູ້ເປັນ ເຈົ້າ ພຣະເຈົ້າຂອງພວກເຈົ້າຈະລະນຶກຄິດເຖິງພວກເຈົ້າ ແລະ ຈະຊ່ວຍພວກເຈົ້າໃຫ້ພົ້ນ ຈາກເຫລົ່າສັດຕູທັງຫລາຍ.
\s5
\v 10 ໃນໂອກາດ ມ່ວນຊື່ນເບີກບານ ເຊັ່ນ: ວັນສະຫລອງເທດສະການຕ່າງໆ ແລະ ເດືອນອອກໃໝ່ ເມື່ອພວກເຈົ້າຖວາຍເຄື່ອງບູຊາດ້ວຍໄຟ ແລະ ຖວາຍເພື່ອຄວາມສາມັກຄີທາໍ ກໍໃຫ້ເປົ່າແກສຽງດັງກ້ອງສະໜັ່ນ. ການ ສະຫລອງເທດສະການຕ່າງໆ ນັ້ນຈະເປັນທີ່ລະນຶກຄິດເຖິງພວກເຈົ້າ ຕໍ່ໜ້າອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ເຮົາແມ່ນອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ.”
\s5
\v 11 ໃນມື້ທີຊາວ ຂອງເດືອນທີສອງ ໃນປີທີ ສອງ ເມກທີ່ຢູ່ເທິງຫໍເຕັນບ່ອນອົງພຣະຜູ້ເປັນເຈົ້າສະຖິດຢູ່ ກໍໄດ້ລອຍຂຶ້ນໄປ
\v 12 ແລະ ຊາວອິດສະຣາເອນ ໄດ້ເລີ່ມອອກເດີນທາງ ຈາກຖິ່ນແຫ້ງແລ້ງກັນດານ ຊີນາຍ. ເມກນັ້ນ ໄດ້ມາຢຸດຢູ່ທີ່ຖິ່ນແຫ້ງແລ້ງກັນດານ ປາຣານ.
\v 13 ແມ່ນຄັ້ງທາໍອິດທີ່ປະຊາຊົນອິດສະຣາເອນ ໄດ້ມ້າງຄ້າຍຍົກອອກໄປ ຕາມຄໍາສັ່ງຂອງອົງພຣະຜູ້ເປັນເຈົ້າ ໂດຍຜ່ານທາງໂມເຊ,
\s5
\v 14 ແຕ່ລະເທື່ອ ທີ່ຍົກຍ້າຍນັ້ນ ພວກເຂົາກໍ ຍົກຍ້າຍຕາມລະບຽບດຽວກັນ. ພວກທີ່ຢູ່ໃຕ້ທຸງໄຊປະຈາໍກອງພົນຂອງເຜົ່າຢູດາ ອອກເດີນທາງກ່ອນ ຄື ຍ້າຍອອກໄປເທື່ອລະກອງຮ້ອຍ ໂດຍແມ່ນ ນາໂຊນ ລູກຊາຍຂອງ ອໍາມີນາດາບ ເປັນຜູ້ບັນຊາການ.
\v 15 ເນທາເນນ ລູກຊາຍຂອງ ສຸອາ ເປັນຜູ້ບັນຊາການເຜົ່າອິດຊາຄາ
\v 16 ແລະ ເອລີອາບ ລູກຊາຍຂອງ ເຮໂລນ ເປັນຜູ້ບັນຊາການ ເຜົ່າເຊບູໂລນ.
\s5
\v 17 ເວລາມ້າງຫໍເຕັນແລ້ວ ໆ ຕະກຸນຂອງ ເກໂຊນ ແລະ ເມຣາຣີ ຈະເປັນພວກແບກຫາມອອກເດີນທາງໄປ.
\v 18 ຕໍ່ມາພວກທີ່ຢູ່ ພາຍໃຕ້ທຸງໄຊ ປະຈາໍກອງພົນຂອງເຜົ່າຣູເບັນ ກໍເລີ່ມອອກເດີນທາງ ໂດຍແມ່ນ ເອລີຊູ ລູກຊາຍຂອງ ເຊເດອູເຣ ເປັນຜູ້ບັນຊາການ.
\v 19 ເຊລູມີເອນ ລູກຊາຍຂອງ ຊູຣິດຊັດດາຍ ເປັນຜູ້ບັນຊາການເຜົ່າຊີເມໂອນ
\v 20 ແລະ ເອລີຢາຊັບ ລູກຊາຍຂອງ ດູເອນ ເປັນຜູ້ບັນຊາການເຜົ່າກາດ.
\s5
\v 21 ແລ້ວຊາວເລວີ ໃນຕະກຸນໂກຮາດ ທີ່ເປັນພວກແບກຫາມ ເຄື່ອງສັກສິດ ກໍເລີ່ມອອກເດີນທາງ. ເມື່ອພວກນີ້ໄດ້ເດີນທາງໄປ ຮອດຄ້າຍພັກໃໝ່ແລ້ວ ພວກອື່ນໆ ທີ່ໄປກ່ອນ ກໍໄດ້ຕັ້ງຫໍເຕັນຂຶ້ນ ເປັນທີ່ຮຽບຮ້ອຍແລ້ວ.
\v 22 ຕໍ່ມາພວກທີ່ຢູ່ພາຍໃຕ້ທຸງໄຊ ປະຈາໍກອງພົນຂອງເຜົ່າເອຟຣາອິມ ກໍເລີ່ມອອກເດີນທາງ ເທື່ອລະກອງຮ້ອຍ ໂດຍມີເອລີຊາມາ ລູກຊາຍຂອງ ອາມມີຮຸດ ເປັນຜູ້ບັນຊາການ.
\v 23 ກາມາລີເອນ ລູກຊາຍ ຂອງ ເປດາຊູ ເປັນຜູ້ບັນຊາການເຜົ່າມານາເຊ
\v 24 ແລະ ອາບີດານ ລູກຊາຍຂອງ ກີເດໂອນີ ເປັນຜູ້ບັນຊາການເຜົ່າເບັນຢາມິນ.
\s5
\v 25 ສຸດທ້າຍ ໃຫ້ພວກທີ່ຢູ່ໃຕ້ທຸງໄຊ ປະຈາໍ ກອງພົນຂອງເຜົ່າດານ ທີ່ເປັນໜ່ວຍປ້ອງກັນ ດ້ານຫລັງຂອງທຸກໆ ກອງພົນ ເລີ່ມອອກເດີນທາງເທື່ອລະກອງຮ້ອຍ ໂດຍມີ ອາຮີເອເຊ ລູກຊາຍຂອງ ອາມີຊາດາບ ເປັນຜູ້ບັນຊາການ.
\v 26 ປາກີເອນ ລູກຊາຍຂອງ ອົກກະຣັນ ເປັນຜູ້ບັນຊາການເຜົ່າອາເຊ
\v 27 ແລະ ອາຮີລາ ລູກຊາຍຂອງ ເອນັນ ເປັນຜູ້ບັນຊາການເຜົ່າເນັບທາລີ.
\v 28 ອັນນີ້ແຫລະ ແມ່ນລະບຽບການຍົກຍ້າຍຂະບວນໄປ ຕາມລໍາດັບ ເທື່ອລະກອງຮ້ອຍ ໃນເວລາໃດທີ່ຊາວອິດສະຣາເອນ ມ້າງ ຫລື ຕັ້ງຄ້າຍ ຂຶ້ນໃໝ່.
\s5
\v 29 ແລ້ວໂມເຊ ກໍໄດ້ເຊີນ ໂຮບັບ ລູກຊາຍຂອງ ເຢທະໂຣ ຊາວມີດີອານ ຜູ້ເປັນລູງຂອງຕົນວ່າ, “ພວກເຮົາພວມຈະອອກເດີນທາງ ໄປສູ່ດິນແດນ ທີ່ອົງພຣະຜູ້ເປັນເຈົ້າໄດ້ບອກ ໄວ້ວ່າຈະມອບໃຫ້. ອົງພຣະຜູ້ເປັນເຈົ້າໄດ້ສັນຍາວ່າ ຈະບັນດານໃຫ້ຊາວອິດສະຣາເອນ ຈະເລີນຮຸ່ງເຮືອງຂຶ້ນ; ສະນັ້ນ ຈົ່ງໄປກັບພວກເຮົາເທາະ ແລະ ພວກເຮົາຈະແບ່ງປັນຄວາມຈະເລີນຮຸ່ງເຮືອງນັ້ນ ໃຫ້ແກ່ເຈົ້າດ້ວຍ. ”
\v 30 ໂຮບັບ ຕອບວ່າ, “ບໍ່ໄປດອກ ຂ້ອຍຈະກັບ ຄືນສູ່ບ້ານເກີດເມືອງນອນຂອງຂ້ອຍ.”
\s5
\v 31 ໂມເຊ ຂໍຮ້ອງວ່າ, “ຢ່າໜີໄປປະພວກເຮົາເລີຍ ເຈົ້າຮູ້ຈັກດີວ່າ ບ່ອນໃດທີ່ພວກເຮົາ ຄວນຈະຕັ້ງຄ້າຍພັກ ຢູ່ໃນຖິ່ນແຫ້ງແລ້ງກັນດານ ແລະ ເຈົ້າກໍເປັນຜູ້ນາໍທາງພວກເຮົາໄດ້.
\v 32 ຖ້າເຈົ້າຫາກໄປກັບພວກເຮົາ ພວກເຮົາຈະແບ່ງປັນພຣະພອນທຸກຢ່າງໃຫ້ເຈົ້າ ຕາມທີ່ອົງພຣະຜູ້ເປັນເຈົ້າໂຜດໃຫ້ພວກເຮົາ.”
\s5
\v 33 ເມື່ອປະຊາຊົນອອກຈາກພູຂອງອົງພຣະຜູ້ເປັນເຈົ້າ ນັ້ນພວກເຂົາໄດ້ເດີນທາງ ເປັນເວລາສາມວັນ. ພວກເຂົາຫາມຫີບພັນທະສັນຍາ ຂອງອົງພຣະຜູ້ເປັນເຈົ້າ ອອກໜ້າໄປກ່ອນ ເພື່ອຊອກຫາບ່ອນຕັ້ງຄ້າຍພັກ.
\v 34 ເມື່ອພວກເຂົາຍ້າຍອອກຈາກຄ້າຍພັກ ເທື່ອໃດ ກ້ອນເມກຂອງອົງພຣະຜູ້ເປັນເຈົ້າ ກໍຢູ່ເທິງພວກເຂົາເທື່ອນັ້ນ.
\s5
\v 35 ທຸກເທື່ອ ທີ່ພວກເຂົາຍົກຍ້າຍຫີບພັນທະສັນຍາ ອອກເດີນທາງໄປນັ້ນ ໂມເຊ ຕ້ອງໄດ້ກ່າວວ່າ, “ຂ້າແດ່ອົງພຣະຜູ້ເປັນເຈົ້າ ຂໍຊົງໂຜດລຸກຂຶ້ນເທີ້ນ ໂຜດບັນດານໃຫ້ເຫລົ່າສັດຕູຂອງພຣະອົງແຕກກະຈັດກະຈາຍ ແລະ ໃຫ້ຜູ້ທີ່ກຽດຊັງພຣະອົງປົບໜີ”
\v 36 ແລະ ເມື່ອໃດທີ່ພວກເຂົາຢຸດເດີນທາງ ເພິ່ນຕ້ອງເວົ້າວ່າ, “ຂ້າແດ່ອົງພຣະຜູ້ເປັນເຈົ້າ ໂຜດກັບມາຫາຄອບຄົວຊາວອິດສະຣາເອນ ທີ່ມີເປັນໝື່ນ ໆ ເຖີດ. ” [ຄ]
\s5
\c 11
\p
\v 1 ປະຊາຊົນໄດ້ເລີ່ມຈົ່ມທຸກ ຕໍ່ອົງພຣະຜູ້ເປັນເຈົ້າ ເຖິງຄວາມເດືອດຮ້ອນຂອງພວກເຂົາ. ເມື່ອອົງພຣະຜູ້ເປັນເຈົ້າໄດ້ຍິນພວກເຂົາ ພຣະອົງກໍໂກດຮ້າຍ ແລະ ສົ່ງໄຟລົງມາເທິງພວກເຂົາ. ໄຟນັ້ນໄດ້ລຸກໄໝ້ຢູ່ທ່າມກາງພວກເຂົາ ແລະ ໄດ້ທາໍລາຍສົ້ນໜຶ່ງຂອງຄ້າຍພັກ.
\v 2 ປະຊາຊົນໄດ້ຮ້ອງຫາ ໂມເຊ ໃຫ້ຊ່ວຍເຫລືອ; ເພິ່ນໄດ້ພາວັນນາ ອະທິຖານ ຫາອົງພຣະຜູ້ເປັນເຈົ້າ ແລະ ໄຟນັ້ນກໍໄດ້ມອດລົງ.
\v 3 ສະນັ້ນ ບ່ອນນີ້ຈຶ່ງມີຊື່ວ່າ ຕາເບຣາ [ງ] ກໍເພາະວ່າ ໃນທີ່ນັ້ນໄຟຂອງອົງພຣະຜູ້ເປັນເຈົ້າ ໄດ້ລຸກໄໝ້ຢູ່ທ່າມກາງພວກເຂົາ.
\s5
\v 4 ມີພວກຄົນມັກໂລບ ບາງຄົນໄດ້ເດີນທາງໄປກັບຊາວອິດສະຣາເອນ. ພວກເຂົາຢາກກິນຊີ້ນຫລາຍທີ່ສຸດ ແລະ ແມ່ນແຕ່ ຊາວອິດສະຣາເອນ ເອງກໍໄດ້ເລີ່ມຕໍ່ວ່າຕໍ່ຂານ ວ່າ, “ພວກເຮົາຢາກກິນຊີ້ນເຫລືອເກີນ
\v 5 ຢູ່ໃນປະເທດເອຢິບ ພວກເຮົາເຄີຍກິນປາ ຕາມຄວາມຕ້ອງການ ໂດຍບໍ່ຕ້ອງຊື້. ພວກເຮົາຄິດຮອດໝາກແຕງ, ໝາກໂມ, ຜັກຫອມແປ້ນ, ຜັກບົ່ວ ແລະ ຜັກທຽມເດ
\v 6 ແຕ່ດຽວນີ້ ບໍ່ມີຫຍັງກິນເລີຍ ທຸກໆມື້ ໄດ້ກິນ ແຕ່ມານາ ເທົ່ານັ້ນ ແລະ ພວກເຮົາກໍອິດອ່ອນ ໝົດແຮງ.”
\s5
\v 7 (ມານາ ເປັນຄືເມັດເຂົ້າສີເຫລືອງອ່ອນ.
\v 8 ມັນຕົກລົງເທິງຄ້າຍພັກ ໃນຕອນກາງຄືນ ພ້ອມກັບນໍ້າໝອກ. ເຊົ້າວັນໃໝ່ມາປະຊາຊົນ ຈະໄປເກັບເອົາມາໂມ້ເຮັດແປ້ງແລະ ຕົ້ມໃຫ້ສຸກເພື່ອເຮັດເຂົ້າໜົມແຜ່ນ. ຣົດຊາດຂອງມານາ ຄືກັບເຂົ້າຈີ່ທີ່ອົບໃສ່ນໍ້າມັນ ໝາກກອກເທດ.)
\s5
\v 9-10 ໂມເຊ ໄດ້ຍິນປະຊາຊົນທັງໝົດ ກາໍລັງຈົ່ມຕໍ່ວ່າຕໍ່ຂານ ໃນຂະນະທີ່ພວກເຂົາ ຢືນຈົ່ມຢູ່ທີ່ປະຕູເຂົ້າເຕັນຂອງພວກເຂົາ ເພິ່ນເປັນທຸກໃຈຫລາຍ ເພາະວ່າອົງພຣະຜູ້ເປັນເຈົ້າໄດ້ໂກດຮ້າຍພວກເຂົາ
\s5
\v 11 ແລະ ເພິ່ນໄດ້ກ່າວແກ່ອົງພຣະຜູ້ເປັນເຈົ້າ ວ່າ, “ເປັນຫຍັງ ພຣະອົງຈຶ່ງນາໍຄວາມເດືອດຮ້ອນ ຢ່າງນີ້ມາຖືກຂ້ານ້ອຍ? ພຣະອົງເຊົາພໍໃຈກັບຂ້ານ້ອຍແລ້ວບໍ? ດ້ວຍເຫດໃດ ພຣະອົງຈຶ່ງໄດ້ໃຫ້ຂ້ານ້ອຍຮັບຜິດຊອບ ຄົນທັງໝົດເຫລົ່ານີ້.
\v 12 ຂ້ານ້ອຍບໍ່ໄດ້ຖືພາ ພວກເຂົາ ຫລື ບໍ່ໄດ້ໃຫ້ກາໍເນີດແກ່ພວກເຂົາ ເປັນຫຍັງພຣະອົງຈຶ່ງໃຫ້ຂ້ານ້ອຍເຮັດໜ້າທີ່ເປັນນາງພະຍາບານ ຄອຍອູ້ມໂຊມເຂົາ ເໝືອນດັ່ງແອນ້ອຍ ໄປຕະຫລອດທາງຢ່າງນີ້ ເພື່ອນາໍພວກເຂົາໄປຍັງດິນແດນທີ່ພຣະອົງ ໄດ້ສັນຍາໄວ້ກັບບັນພະບຸລຸດ ຂອງພວກເຂົາ?
\s5
\v 13 ຂ້ານ້ອຍຈະໄປຫາຊີ້ນ ມາແຕ່ໃສເພື່ອໃຫ້ພຽງພໍກັບຄົນເຫລົ່ານີ້ກິນ? ພວກເຂົາກາໍລັງຈົ່ມທຸກຕໍ່ຂ້ານ້ອຍ.
\v 14 ຂ້ານ້ອຍຮັບຜິດຊອບ ຄົນທັງໝົດເຫລົ່ານີ້ໂດຍຕົນເອງ ບໍ່ໄດ້ດອກ ມັນເຫລືອບ່າ ກວ່າແຮງຂອງຂ້ານ້ອຍແທ້ໆ
\v 15 ຖ້າພຣະອົງຈະເຮັດຕໍ່ຂ້ານ້ອຍຢ່າງນີ້ແລ້ວ ຈົ່ງສັງຫານຂ້ານ້ອຍຖິ້ມເສຍ ຖ້າພຣະຄຸນຂອງພຣະອົງຍັງມີສໍາລັບຂ້ານ້ອຍ ຂ້ານ້ອຍຈະບໍ່ໄດ້ປະເຊີນ ຕໍ່ຄວາມຫົ້ຼມຈົມ ອັນໂຫດຮ້າຍທີ່ຈະມາຖືກຂ້ານ້ອຍຕໍ່ໄປ.”
\s5
\v 16 ອົງພຣະຜູ້ເປັນເຈົ້າໄດ້ກ່າວແກ່ໂມເຊ ວ່າ, “ຈົ່ງນັດປະຊຸມຫົວໜ້າເຈັດສິບຄົນ ທີ່ປະຊາຊົນເຄົາຣົບນັບຖື ແລະ ພາພວກເຂົາ ມາຫາເຮົາທີ່ຫໍເຕັນບ່ອນເຮົາສະຖິດຢູ່ ແລະ ບອກພວກເຂົາໃຫ້ຢືນຢູ່ໃກ້ເຈົ້າ.
\v 17 ເຮົາ ຈະລົງມາກ່າວແກ່ເຈົ້າຢູ່ໃນທີ່ນັ້ນ ແລະ ເຮົາຈະເອົາພຣະວິນຍານ ບາງສ່ວນທີ່ເຮົາໄດ້ປະທານໃຫ້ເຈົ້າ ແລະ ມອບໃຫ້ພວກເຂົາ. ແລ້ວພວກເຂົາກໍຈະຊ່ວຍເຈົ້າຮັບຜິດຊອບ ປະຊາຊົນເຫລົ່ານີ້ ເພື່ອເຈົ້າຈະບໍ່ຕ້ອງຮັບພາລະນີ້ຜູ້ດຽວ.
\s5
\v 18 ບັດນີ້ ຈົ່ງບອກປະຊາຊົນວ່າ, ‘ໃນມື້ອື່ນ ໃຫ້ພວກເຈົ້າເຮັດພິທີຊໍາລະຕົນເອງ. ພວກເຈົ້າຈະມີຊີ້ນກິນ ເພາະອົງພຣະຜູ້ເປັນເຈົ້າໄດ້ຍິນພວກເຈົ້າຈົ່ມທຸກ. ພຣະອົງຮູ້ວ່າພວກເຈົ້າ ຢາກກິນຊີ້ນ ແລະ ເວົ້າວ່າຢູ່ປະເທດເອຢີບ ພຸ້ນສະບາຍກວ່າ. ບັດນີ້ ອົງພຣະຜູ້ເປັນເຈົ້າ ຈະໃຫ້ພວກເຈົ້າມີຊີ້ນກິນ ແລະ ພວກເຈົ້າຈະຕ້ອງກິນຊີ້ນນີ້.
\v 19 ພວກເຈົ້າຈະມີຊີ້ນກິນ ບໍ່ພຽງແຕ່ມື້ໜຶ່ງ ຫລື ສອງມື້ ຫລື ຫ້າມື້ ຫລື ສິບມື້ ຫລື ຊາວມື້ເທົ່ານັ້ນ
\v 20 ແຕ່ຈະມີກິນໜຶ່ງເດືອນເຕັມຈົນມັນລົ້ນ ອອກມາທາງຮູດັງ ຈົນພວກເຈົ້າເບື່ອໜ່າຍມັນ. ເລື່ອງນີ້ຈະເກີດຂຶ້ນ ເພາະວ່າພວກເຈົ້າບໍ່ໄດ້ຍອມຮັບເອົາອົງພຣະຜູ້ເປັນເຈົ້າ ອົງທີ່ໄດ້ສະຖິດຢູ່ທີ່ນີ້ ທ່າມກາງພວກເຈົ້າ ແລະ ພວກເຈົ້າຍັງໄດ້ຈົ່ມຕໍ່ວ່າຕໍ່ຂານໃສ່ພຣະອົງວ່າ ພວກເຈົ້າບໍ່ຄວນອອກມາຈາກປະເທດເອຢີບ ກໍດີກວ່າ. ’”
\s5
\v 21 ໂມເຊ ໄດ້ກ່າວວ່າ, “ພວກທີ່ຢູ່ນາໍຂ້ານ້ອຍມີຊາຍສະກັນ ຫົກແສນຄົນ ແລະ ພຣະອົງກ່າວວ່າ, ‘ຈະໃຫ້ພວກເຂົາມີຊີ້ນກິນພຽງພໍ ໜຶ່ງເດືອນຊັ້ນບໍ?
\v 22 ຈະມີງົວ ແລະ ແກະມາແຕ່ໃສພຽງພໍ ເພື່ອຂ້າໃຫ້ພວກເຂົາກິນ? ປາ ໝົດທັງທ້ອງທະເລ ຈະພຽງພໍສໍາລັບໃຫ້ພວກເຂົາກິນບໍ? ”
\v 23 ອົງພຣະຜູ້ເປັນເຈົ້າໄດ້ຕອບໂມເຊ ວ່າ, “ເຈົ້າຄິດວ່າອໍານາດຂອງເຮົາ ມີຂອບເຂດຈໍາກັດຊັ້ນບໍ? [ຈ] ໃນບໍ່ຊ້ານີ້ ເຈົ້າຈະໄດ້ເຫັນວ່າສິ່ງທີ່ເຮົາໄດ້ກ່າວໄປນັ້ນ ຈະເກີດຂຶ້ນແທ້ ຫລືບໍ່.”
\s5
\v 24 ສະນັ້ນ ໂມເຊຈຶ່ງອອກໄປບອກປະຊາຊົນ ເຖິງສິ່ງທີ່ອົງພຣະຜູ້ເປັນເຈົ້າໄດ້ກ່າວ. ເພິ່ນໄດ້ນັດປະຊຸມພວກຜູ້ນາໍເຈັດສິບຄົນ ແລະ ຈັດໃຫ້ພວກເຂົາຢືນຢູ່ອ້ອມຫໍເຕັນ.
\v 25 ແລ້ວອົງພຣະຜູ້ເປັນເຈົ້າ ກໍໄດ້ລົງມາ ໃນກ້ອນເມກ ແລະ ກ່າວແກ່ໂມເຊ. ພຣະອົງໄດ້ເອົາພຣະວິນຍານ ທີ່ພຣະອົງໄດ້ປະທານໃຫ້ແກ່ໂມເຊນັ້ນ ມອບໃຫ້ແກ່ຜູ້ນາໍເຈັດສິບຄົນດ້ວຍ. ເມື່ອພຣະວິນຍານໄດ້ລົງມາເທິງ ພວກເຂົານັ້ນ ຕ່າງກໍຮ້ອງສຽງດັງເໝືອນດັ່ງຜູ້ທາໍນວາຍ ແຕ່ຫລັງຈາກນັ້ນ ພວກເຂົາບໍ່ໄດ້ເຮັດຢ່າງນັ້ນອີກ.
\s5
\v 26 ມີສອງຄົນໃນພວກຜູ້ນາໍ ເຈັດສິບຄົນ ຄື ເອັນດາດ ແລະ ເມດາດ ທີ່ພັກຢູ່ໃນຄ້າຍ ແລະ ບໍ່ໄດ້ເຂົ້າມາໃນຫໍເຕັນ. ພຣະວິນຍານ ໄດ້ລົງມາເທິງພວກເຂົາ ຢູ່ທີ່ຄ້າຍພັກນັ້ນ ແລະ ພວກເຂົາກໍໄດ້ຮ້ອງສຽງດັງເໝືອນດັ່ງຜູ້ທາໍນວາຍ.
\v 27 ມີຊາຍໜຸ່ມຄົນໜຶ່ງ ຮີບຟ້າວແລ່ນອອກໄປບອກໂມເຊ ເຖິງສິ່ງທີ່ໄດ້ ເກີດຂຶ້ນກັບ ເອັນດາດ ແລະ ເມດາດ.
\s5
\v 28 ແລ້ວໂຢຊວຍ ລູກຊາຍຂອງນູນ ຜູ້ຊ່ວຍຂອງໂມເຊ ຕັ້ງແຕ່ສະໄໝຍັງເປັນໜຸ່ມ ກໍໄດ້ເວົ້າກັບໂມເຊ ວ່າ, “ທ່ານເອີຍ ຈົ່ງໄປບອກພວກເຂົາໃຫ້ຢຸດສາ. ”
\v 29 ໂມເຊ ຕອບວ່າ, “ເຈົ້າມາສົນໃຈກັບເລື່ອງຂອງຂ້ອຍ ເຮັດຫຍັງ? ຂ້ອຍຢາກໃຫ້ອົງພຣະຜູ້ເປັນເຈົ້າ ມອບພຣະວິນຍານ ໃຫ້ແກ່ປະຊາຊົນທຸກໆ ຄົນຂອງພຣະອົງ ແລະ ໃຫ້ອົງພຣະຜູ້ເປັນເຈົ້າ ເຮັດໃຫ້ພວກເຂົາທຸກໆ ຄົນຮ້ອງສຽງດັງເໝືອນດັ່ງຜູ້ທາໍນວາຍ. ”
\v 30 ແລ້ວໂມເຊ ພ້ອມດ້ວຍພວກຜູ້ນາໍຂອງຊາດອິດສະຣາເອນ ເຈັດສິບຄົນກໍໄດ້ພາກັນກັບຄືນເມືອຄ້າຍພັກ.
\s5
\v 31 ໃນທັນໃດນັ້ນ ອົງພຣະຜູ້ເປັນເຈົ້າໄດ້ບັນດານໃຫ້ມີລົມພັດເອົາຝູງນົກຂຸ້ມ ມາຈາກທະເລໂດຍກອງກັນຂຶ້ນ ຈາກພື້ນດິນປະມານໜຶ່ງແມັດ. ມັນໄດ້ມາຈາກທຸກທິດ ທາງອ້ອມຄ້າຍພັກເປັນໄລຍະຫລາຍກິໂລແມັດ ທົ່ວທຸກບ່ອນ ທີ່ອ້ອມແອ້ມຄ້າຍພັກນັ້ນ.
\v 32 ດັ່ງນັ້ນ ປະຊາຊົນຈຶ່ງພາກັນຈັບເອົານົກຂຸ້ມນັ້ນຕະຫລອດວັນ ຕະຫລອດຄືນ, ແຕ່ລະຄົນຈັບໄດ້ຫລາຍ ບໍ່ຕໍ່າກວ່າຫ້າຍາງ ແລ້ວພວກເຂົາກໍເອົາອອກໄປຕາກໄວ້ທົ່ວຄ້າຍພັກ.
\s5
\v 33 ໃນຂະນະທີ່ ພວກເຂົາຍັງມີຊີ້ນກິນຢ່າງ ອຸດົມສົມບູນຢູ່ນັ້ນ ອົງພຣະຜູ້ເປັນເຈົ້າຊໍ້າໂກດຮ້າຍປະຊາຊົນ ແລະເຮັດໃຫ້ເກີດໂຣກອະຫິວາ ໃນທ່າມກາງພວກເຂົາ.
\v 34 ພວກເຂົາໄດ້ໃສ່ຊື ່ບ່ອນນັ້ນວ່າ ກິບບາໂຣດ ຮັດຕາສາ (ຊຶ່ງໝາຍຄວາມວ່າ ‘ຂຸມຝັງສົບຂອງຜູ້ຢາກກິນແຮງ’) ເພາະໃນທີ່ນັ້ນ ແມ່ນບ່ອນຝັງສົບຂອງຄົນທີ່ອຶດຫິວຊີ້ນກິນເປັນອາຫານ.
\v 35 ແລ້ວປະຊາຊົນກໍໄດ້ຍົກຍ້າຍໄປສູ່ ຮາເຊໂຣດ ບ່ອນທີ່ພວກເຂົາໄດ້ຕັ້ງຄ້າຍພັກ.
\s5
\c 12
\p
\v 1 ໂມເຊ ໄດ້ແຕ່ງງານກັບຍິງສາວຜູ້ໜຶ່ງ ທີ່ເປັນຊາວກູເຊສ ແລະ ມີຣີອາມ ກັບ ອາໂຣນ ໄດ້ຕໍ່ສູ້ໂມເຊ ກ່ຽວກັບເລື່ອງນີ້.
\v 2 ພວກເຂົາຖາມວ່າ, “ອົງພຣະຜູ້ເປັນເຈົ້າກ່າວຜ່ານ ທາງໂມເຊ ແຕ່ຜູ້ດຽວເທົ່ານັ້ນບໍ? ພຣະອົງກໍກ່າວຜ່ານທາງ [ຊ] ພວກເຮົາຄືກັນ ບໍ່ແມ່ນບໍ? ” ອົງພຣະຜູ້ເປັນເຈົ້າ ໄດ້ຍິນສິ່ງທີ່ພວກເຂົາ ໄດ້ເວົ້ານັ້ນ.
\v 3 (ໂມເຊ ເປັນຄົນອ່ອນນ້ອມ ຖ່ອມຕົວທີ່ສຸດກວ່າ ທຸກໆຄົນໃນເທິງແຜ່ນດິນ ໂລກນີ້).
\s5
\v 4 ໃນທັນໃດນັ້ນ ອົງພຣະຜູ້ເປັນເຈົ້າໄດ້ບອກໂມເຊ, ອາໂຣນ ແລະ ມີຣີອາມ ວ່າ, “ໃຫ້ພວກເຈົ້າທັງສາມຄົນອອກມາຈາກຫໍເຕັນບ່ອນເຮົາສະຖິດຢູ່. ” ທັງສາມຈຶ່ງອອກມາ
\v 5 ແລະ ອົງພຣະຜູ້ເປັນເຈົ້າໄດ້ລົງມາໃນເສົາເມກ ໂດຍຢືນຢູ່ທາງປະຕູເຂົ້າຫໍເຕັນ ແລະ ພຣະອົງໄດ້ເອີ້ນ ອາໂຣນ ແລະ ມີຣີອາມ ອອກມາ ເຂົາທັງສອງຈຶ່ງກ້າວອອກໄປຂ້າງໜ້າ
\s5
\v 6 ແລະ ອົງພຣະຜູ້ເປັນເຈົ້າ ໄດ້ກ່າວວ່າ, “ບັດນີ້ ຈົ່ງຟັງເຮົາກ່າວໃຫ້ດີ ເມື່ອມີຜູ້ທໍານວາຍໃນທ່າມກາງພວກເຈົ້າ [ຍ] ເຮົາໄດ້ປາກົດເຮົາເອງ ໃຫ້ແກ່ພວກເຂົາເຫັນທາງ ນິມິດ ແລະ ກ່າວແກ່ພວກເຂົາທາງຄວາມຝັນ.
\v 7 ມັນແຕກຕ່າງກັບເມື່ອເຮົາກ່າວແກ່ ໂມເຊ ຄົນຮັບໃຊ້ຂອງເຮົາ; ເຮົາໄດ້ໃຫ້ລາວ ຮັບຜິດຊອບປະຊາຊົນອິດສະຣາເອນ ທັງໝົດຂອງເຮົາ. [ດ]
\v 8 ດັ່ງນັ້ນ ເຮົາຈຶ່ງກ່າວແກ່ ລາວຕໍ່ໜ້າຢ່າງຈະແຈ້ງ ແລະ ຢ່າງບໍ່ມີບັນຫາ; ລາວໄດ້ເຫັນແມ່ນແຕ່ ຮູບຮ່າງຂອງເຮົາເຫດໃດພວກເຈົ້າຈຶ່ງກ້າເວົ້າຕໍ່ສູ້ໂມເຊ ຜູ້ຮັບໃຊ້ຂອງເຮົາ?”
\s5
\v 9 ອົງພຣະຜູ້ເປັນເຈົ້າໄດ້ຮ້າຍພວກເຂົາ ຢ່າງຮຸນແຮງ ແລະ ຈາກໄປ;
\v 10 ໃນເວລາ ດຽວກັນນັ້ນ ເມກກໍລອຍຂຶ້ນໄປຈາກຫໍເຕັນ ແລະ ໃນທັນໃດ ມີຣີອາມ ກໍເກີດພະຍາດຂີ້ທູດ ຄືຜິວໜັງຂາວດັ່ງນວນຝ້າຍ. ເມື່ອອາໂຣນ ຫລຽວເບິ່ງແລະເຫັນວ່ານາງເປັນຂີ້ທູດ
\s5
\v 11 ເພິ່ນຈຶ່ງເວົ້າກັບໂມເຊ ວ່າ, “ຂໍຢ່າໃຫ້ພວກເຮົາໄດ້ຮັບໂທດຍ້ອນບາບກາໍ ເພາະ ຄວາມໂງ່ງ່າວຂອງພວກເຮົາເລີຍເທາະ.
\v 12 ຢ່າປະໃຫ້ ມີຣີອາມ ຕ້ອງຕາຍທັງເປັນໂດຍພະຍາດຂີ້ທູດກັດກິນນາງແລ້ວ ຕັ້ງເຄິ່ງຕົວ.”
\s5
\v 13 ສະນັ້ນ ໂມເຊ ຈຶ່ງຮ້ອງຫາອົງພຣະຜູ້ເປັນເຈົ້າ ວ່າ, “ຂ້າແດ່ພຣະເຈົ້າ ຂໍໂຜດຮັກສານາງໃຫ້ດີ ດ້ວຍເຖີດ. ”
\v 14 ອົງພຣະຜູ້ເປັນເຈົ້າຕອບວ່າ, “ຖ້າພໍ່ຂອງ ມີຣີອາມ ຫາກຖົ່ມນາໍ້ລາຍໃສ່ໜ້ານາງ ນາງຈະຕ້ອງໄດ້ຮັບຄວາມອັບອາຍເປັນເວລາເຈັດວັນ. ສະນັ້ນ ໃຫ້ນາງອອກໄປຢູ່ນອກຄ້າຍພັກ ໜຶ່ງອາທິດແລະ ຫລັງຈາກນັ້ນ ໃຫ້ນາງກັບເຂົ້າມາໄດ້. ”
\v 15 ສະນັ້ນ ມີຣີອາມ ຈຶ່ງຢູ່ນອກຄ້າຍເຈັດວັນ ແລະ ປະຊາຊົນບໍ່ໄດ້ຍົກຍ້າຍໄປໃສ ຈົນກວ່ານາງໄດ້ຖືກນາໍເຂົ້າມາອີກ.
\s5
\v 16 ແລ້ວພວກເຂົາ ກໍຈາກເມືອງ ຮາເຊໂຣດ ແລະ ຕັ້ງຄ້າຍພັກຢູ່ທີ່ຖິ່ນແຫ້ງແລ້ງກັນດານ ປາຣານ.
\s5
\c 13
\p
\v 1 ອົງພຣະຜູ້ເປັນເຈົ້າໄດ້ບອກໂມເຊ ວ່າ,
\v 2 “ຈົ່ງເລືອກເອົາຜູ້ນາໍຄົນໜຶ່ງ ໃນແຕ່ລະເຜົ່າ ແລະ ສົ່ງພວກເຂົາໄປສອດແນມເບິ່ງດິນແດນການາອານ ບ່ອນທີ່ເຮົາກາໍລັງຈະມອບ ໃຫ້ແກ່ຊາວອິດສະຣາເອນ.”
\s5
\v 3-15 ໂມເຊໄດ້ປະຕິບັດຕາມຄໍາສັ່ງ ນັ້ນ ແລະ ຈາກຖິ່ນແຫ້ງແລ້ງກັນດານ ປາຣານ ເພິ່ນໄດ້ສົ່ງພວກຜູ້ນາໍອອກໄປ ດັ່ງນີ້: \tr \th1 ເຜົ່າ \th2 ຜູ້ນໍາ \tr \tc1 ຣູເບັນ \tc2 ຊາມມູອາ ລູກຊາຍຂອງສັກກູເຣ \tr \tc1 ຊີເມໂອນ \tc2 ຊາຟັດ ລູກຊາຍຂອງໂຮຣີ \tr \tc1 ຢູດາ \tc2 ກາເຫລັບ ລູກຊາຍຂອງເຢຟຸນເນ \tr \tc1 ອິດຊາຄາ \tc2 ອີການ ລູກຊາຍຂອງໂຢເຊັບ \tr \tc1 ເອຟຣາອິມ \tc2 ໂຮເຊຢາ ລູກຊາຍຂອງນູນ \tr \tc1 ເບັນຢາມິນ \tc2 ປານຕີ ລູກຊາຍຂອງລາຟູ \tr \tc1 ເຊບູໂລນ \tc2 ກາດດີເອນ ລູກຊາຍຂອງໂຊດີ \tr \tc1 ມານາເຊ \tc2 ກາດດີ ລູກຊາຍຂອງຊູຊີ \tr \tc1 ດານ \tc2 ອາມມີເອນ ລູກຊາຍຂອງເກມາລ \tr \tc1 ອາເຊ \tc2 ເຊດທູເຣ ລູກຊາຍຂອງມີກາເອນ \tr \tc1 ເນັບທາລີ \tc2 ນາບີ ລູກຊາຍຂອງວົບຊີ \tr \tc1 ກາດ \tc2 ເກອູເອນ ລູກຊາຍຂອງມາກີ
\s5
\v 16 ພວກເຫລົ່ານີ້ ແມ່ນນັກສືບສອດແນມທີ່ໂມເຊ ສົ່ງໄປສໍາຫລວດເບິ່ງດິນແດນ. ເພິ່ນ​ໄດ້ປ່ຽນຊື່ໃຫ້ ໂຮເຊຢາ ລູກຊາຍຂອງນູນວ່າ ໂຢຊວຍ.
\s5
\v 17 ເມື່ອໂມເຊ ສົ່ງພວກສອດແນມອອກ ໄປນັ້ນ ເພິ່ນໄດ້ບອກພວກເຂົາວ່າ, “ໃຫ້ຂຶ້ນໄປທິດເໜືອ ແລະ ເຂົ້າໄປທາງທິດໃຕ້ຂອງ ດິນແດນການາອານ ແລະ ໄປຍັງເຂດ ພູດອຍ.
\v 18 ເພື່ອສໍາຫລວດເບິ່ງວ່າ ດິນແດນນັ້ນເປັນຢ່າງໃດ ມີປະຊາຊົນຫລາຍເທົ່າ ໃດ ແລະ ເປັນຄົນມີກາໍລັງເຂັ້ມແຂງ ຫລືບໍ່?
\v 19 ຈົ່ງສໍາຫລວດເບິ່ງອີກວ່າ ດິນແດນນັ້ນ ມີທີ່ດີນອຸດົມສົມບູນຫລືບໍ່ ແລະ ປະຊາຊົນຢູ່ ໃນເມືອງມີປ້ອມລ້ອມດ້ວຍກາໍແພງ ຫລື ຢູ່ໃນ ເມືອງເປີດແປນ.
\v 20 ຈົ່ງສໍາຫລວດເບິ່ງວ່າ ດິນປູກຝັງນັ້ນ ອຸດົມສົມບູນ ແລະ ມີປ່າໄມ້ຫລື ບໍ່? ຈົ່ງນາໍໝາກໄມ້ບາງຊະນິດ ໃນທີ່ນັ້ນມາ ພ້ອມ. ” (ໃນຍາມນັ້ນ ເປັນລະດູໝາກອະງຸ່ນລຸ້ນທາໍອິດສຸກ.)
\s5
\v 21 ດັ່ງນັ້ນ ພວກສອດແນມ ຈຶ່ງເດີນທາງ ໄປຍັງເຂດເໜືອ ແລະ ສໍາຫລວດເບິ່ງດິນແດນ ແຕ່ຖິ່ນແຫ້ງແລ້ງກັນດານ ຊິນ ຢູ່ທາງເຂດໃຕ້ຈົນເຖິງທາງ ໄປສູ່ເມືອງ ເຣໂຮບ ໃກ້ກັບຊ່ອງແຄບ ຮາມັດ ທາງທິດເໜືອ.
\v 22 ພວກເຂົາໄດ້ໄປທາງເຂດໃຕ້ຂອງດິນແດນກ່ອນ ແລະ ຈຶ່ງມາເຖິງເມືອງເຮັບໂຣນ ບ່ອນ ທີ່ຕະກຸນຕ່າງໆຂອງ ອາຮີມານ, ເຊຊາຍ ແລະ ຕັນມາຍ ຊຶ່ງເປັນເຊື້ອສາຍຂອງຊົນຊາດຮູບຮ່າງໃຫຍ່ອາໄສຢູ່ ເອີ້ນວ່າ, ອານາກີມ. (ເມືອງເຮັບໂຣນ ໄດ້ຕັ້ງຂຶ້ນກ່ອນ ເມືອງໂຊອານ ໃນປະເທດເອຢີບເຈັດປີ.)
\s5
\v 23 ພວກເຂົາໄດ້ມາຮອດຮ່ອມພູ ເອັດສະໂຄນ ແລະ ຢູ່ໃນທີ່ນັ້ນພວກເຂົາໄດ້ຕັດເອົາ ງ່າອະງຸ່ນຊຶ່ງມີໝາກດົກຫລາຍ ຈົນຕ້ອງໃຊ້ໄມ້ຄານສອດໃຫ້ສອງຄົນຫາມ. ພວກເຂົາຍັງ ໄດ້ນາໍເອົາໝາກພີລາ ແລະ ໝາກເດື່ອບາງສ່ວນມາດ້ວຍ.
\v 24 ບ່ອນນັ້ນຖືກໃສ່ຊື່ໃຫ້ວ່າ ຮ່ອມພູ ເອັດສະໂຄນ [ຕ] ເພາະວ່າ ພວກອິດສະຣາເອນໄດ້ຕັດເອົາພົ້ວໝາກອະງຸ່ນຢູ່ທີ່ນັ້ນ.
\s5
\v 25 ຫລັງຈາກໄດ້ສໍາຫລວດດິນແດນ ເປັນເວລາສີ່ສິບວັນແລ້ວ;
\v 26 ພວກນັກສືບສອດແນມ ຈຶ່ງກັບຄືນມາຫາໂມເຊ, ອາໂຣນ ແລະ ຊຸມຊົນອິດສະຣາເອນທັງໝົດທີ່ ກາເດັດ ຢູ່ໃນຖິ່ນແຫ້ງແລ້ງກັນດານ ປາຣານ. ພວກເຂົາໄດ້ລາຍງານ ສິ່ງທີ່ພວກເຂົາໄດ້ເຫັນ ແລະ ໄດ້ເອົາໝາກໄມ້ທີ່ພວກເຂົາໄດ້ນາໍມາ ນັ້ນໃຫ້ເບິ່ງ.
\s5
\v 27 ພວກເຂົາໄດ້ບອກໂມເຊ ວ່າ, “ພວກເຮົາໄດ້ສໍາຫລວດເບິ່ງດິນແດນແລ້ວ ແລະ ເຫັນວ່າເປັນດິນແດນທີ່ອຸດົມ ແລະ ຮັ່ງມີ; ນີ້ເດ ໝາກໄມ້ບາງຊະນິດຈາກທີ່ນັ້ນ.
\v 28 ແຕ່ປະຊາຊົນທີ່ອາໄສຢູ່ໃນທີ່ນັ້ນ ມີກາໍລັງແຂງແຮງຫລາຍ ແລະ ເມືອງຂອງພວກເຂົາ ກໍໃຫຍ່ທັງມີປ້ອມປ້ອງກັນເມືອງເປັນຢ່າງດີ. ນອກເໜືອໄປຈາກນີ້ ພວກເຮົາຍັງໄດ້ເຫັນເຊື້ອສາຍຂອງອານາກິມ ຄົນຮູບຮ່າງໃຫຍ່ ຢູ່ທີ່ນັ້ນດ້ວຍ.
\v 29 ຊາວອາມາເຫລັກ ອາໄສຢູ່ ທາງທິດໃຕ້ຂອງດິນແດນ; ຊາວຮິດຕິດ, ຊາວເຢບຸດ ແລະ ຊາວອາໂມ ອາໄສຢູ່ເຂດພູດອຍ ແລະ ຊາວການາອານ ກໍອາໄສຢູ່ຕາມຝັ່ງທີ່ທະເລເມດີແຕຣາເນ ແລະ ຝັ່ງແມ່ນາໍ້ຈໍແດນ.”
\s5
\v 30 ແຕ່ ກາເຫລັບ ໄດ້ບອກປະຊາຊົນທີ່ກາໍ ລັງຈົ່ມຮ້າຍ [ຖ] ໃສ່ໂມເຊ ນັ້ນໃຫ້ພວກເຂົາມິດ ແລ້ວລາວກໍເວົ້າຕໍ່ໄປວ່າ, “ໃຫ້ພວກເຮົາ ເຂົ້າໂຈມຕີ ດຽວນີ້ໂລດ ແລະ ຢືດເອົາດິນແດນ ພວກເຮົາມີກາໍລັງເຂັ້ມແຂງພໍ ທີ່ຈະຕີຊະນະພວກເຂົາໄດ້. ”
\v 31 ແຕ່ພວກທີ່ໄດ້ໄປນາໍ ກາເຫລັບ ນັ້ນຕ່າງກໍຕອບວ່າ, “ບໍ່ແມ່ນ ພວກເຮົາບໍ່ເຂັ້ມແຂງພໍ ເພື່ອຈະໂຈມຕີພວກເຂົາໄດ້; ຄົນຢູ່ໃນທີ່ນັ້ນມີກາໍລັງເຂັ້ມແຂງ ຫລາຍກວ່າພວກເຮົາ.”
\s5
\v 32 ດັ່ງນັ້ນ ພວກເຂົາຈຶ່ງແຜ່ຂ່າວບໍ່ຈິງ ໃນທ່າມກາງຊາວອິດສະຣາເອນ ກ່ຽວກັບດິນແດນທີ່​ພວກເຂົາໄດ້ໄປສໍາຫລວດມານັ້ນ. ພວກເຂົາໄດ້ເວົ້າວ່າ, “ດິນແດນນັ້ນ ບໍ່ມີອາຫານພຽງພໍ ເພື່ອລ້ຽງປະຊາຊົນໃນທີ່ນັ້ນຊໍ້າ. ພວກເຮົາໄດ້ເຫັນແຕ່ຄົນຮູບຮ່າງໃຫຍ່ສູງ
\v 33 ແລະ ຄົນຮູບຮ່າງໃຫຍ່ສູງ ທີ່ເປັນເຊື້ອສາຍຂອງຊາວອານາກິມ ກໍອາໄສຢູ່ໃນ ບ່ອນນັ້ນ. ພວກເຮົາເລີຍເບິ່ງເປັນດັ່ງຕັກແຕນ ໃນສາຍຕາຂອງຄົນເຫລົ່ານັ້ນ.”
\s5
\c 14
\p
\v 1 ປະຊາຊົນຕ່າງກໍຮ້ອງໄຫ້ ດ້ວຍຄວາມທຸກໃຈຕະຫລອດທັງຄືນ.
\v 2 ພວກເຂົາຈົ່ມຮ້າຍໃສ່ໂມເຊ ແລະ ອາໂຣນ ວ່າ, “ຕາຍຢູ່ທີ່ປະເທດເອຢີບ ຫລື ຢູ່ທີ່ຖິ່ນແຫ້ງແລ້ງກັນດານ ກໍຍັງດີກວ່າ
\v 3 ເປັນຫຍັງ ອົງພຣະຜູ້ເປັນເຈົ້າ ຈຶ່ງຈະນາໍພວກເຮົາເຂົ້າໄປໃນດິນແດນນັ້ນ? ພວກເຮົາຈະຖືກຂ້າໃນສະໜາມຮົບ ແລະ ບັນດາລູກເມຍຂອງພວກເຮົາ ກໍຈະຖືກ ຈັບໄປ. ພວກເຮົາກັບຄືນໄປເອຢີບ ບໍ່ດີກວ່າບໍ?”
\s5
\v 4 ສະນັ້ນ ພວກເຂົາຈຶ່ງເວົ້າຕໍ່ກັນແລະກັນ ວ່າ, “ໃຫ້ເລືອກເອົາຜູ້ນາໍຜູ້ໜຶ່ງ ແລະ ກັບຄືນ ໄປປະເທດເອຢີບ. ”
\v 5 ແລ້ວໂມເຊ ແລະ ອາໂຣນ ກໍຂາບລົງດິນຕໍ່ໜ້າປະຊາຊົນທັງໝົດ.
\s5
\v 6 ແຕ່ ໂຢຊວຍ ລູກຊາຍຂອງນຸ່ນ ແລະ ກາເຫລັບ ລູກຊາຍຂອງເຢຟຸນເນ ສອງຄົນໃນ ຈາໍນວນພວກນັກສືບສອດແນມ ໄດ້ຈີກເສື້ອຂອງຕົນດ້ວຍຄວາມເສຍໃຈ
\v 7 ແລະ ເວົ້າຕໍ່ປະຊາຊົນ ວ່າ, “ດິນແດນຊຶ່ງພວກຂ້າພະເຈົ້າ ໄດ້ໄປສໍາຫລວດເບິ່ງນັ້ນເປັນດິນແດນ ທີ່ດີເລີດ.
\v 8 ຖ້າອົງພຣະຜູ້ເປັນເຈົ້າ ຫາກພໍໃຈນໍາພວກເຮົາ ພຣະອົງກໍຈະນໍາພາ ພວກເຮົາໄປທີ່ນັ້ນ ແລະ ມອບດິນແດນທີ່ອຸດົມ ແລະ ຮັ່ງມີໃຫ້ແກ່ພວກເຮົາ.
\s5
\v 9 ຢ່າກະບົດຕໍ່ສູ້ອົງພຣະຜູ້ເປັນເຈົ້າເລີຍ ແລະ ຢ່າສູ່ຢ້ານປະຊາຊົນທີ່ອາໄສຢູ່ທີ່ນັ້ນ. ພວກເຮົາຈະຊະນະພວກເຂົາຢ່າງງ່າຍດາຍ. ອົງພຣະຜູ້ເປັນເຈົ້າສະຖິດຢູ່ນາໍພວກເຮົາ ແລະ ຈະຊົງທາໍລາຍບັນດາພະ ທີ່ປົກປັກ ຮັກສາພວກເຂົາໃຫ້ສູນສິ້ນໄປໝົດ; ສະນັ້ນ ຢ່າສູ່ຢ້ານເລີຍ. ”
\v 10 ຊຸມຊົນທັງໝົດກາໍລັງຈະໃຊ້ຫິນແກວ່ງໃສ່ໂມເຊ ແລະ ອາໂຣນ ໃຫ້ຕາຍ, ແຕ່ໃນທັນໃດນັ້ນ ປະຊາຊົນໄດ້ເຫັນແສງສຸກໃສແຫ່ງສະຫງ່າຣາສີຂອງອົງພຣະຜູ້ເປັນເຈົ້າປາກົດທີ່ເທິງຫໍເຕັນ.
\s5
\v 11 ອົງພຣະຜູ້ເປັນເຈົ້າ ໄດ້ກ່າວແກ່ໂມເຊ ວ່າ, “ປະຊາຊົນເຫລົ່ານີ້ ຍັງຈະໝິ່ນປະໝາດ ເຮົາອີກ ດົນນານປານໃດ? ເຖິງແມ່ນວ່າເຮົາ ໄດ້ເຮັດການອັດສະຈັນຫລາຍຢ່າງ ໃນທ່າມກາງພວກເຂົາແລ້ວ ພວກເຂົາກໍຍັງປະຕິເສດ ທີ່ຈະໄວ້ວາງໃຈໃນເຮົາຕະຫລອໄປບໍ?
\v 12 ເຮົາຈະສົ່ງໂຣກລະບາດ ຮ້າຍແຮງທາໍລາຍພວກເຂົາ ແຕ່ເຮົາຈະເຮັດໃຫ້ເຈົ້າເປັນພໍ່ຂອງຊົນຊາດໃຫຍ່ຊາດໜຶ່ງ ແລະ ມີອໍານາດຫລາຍກວ່າພວກເຂົາ.”
\s5
\v 13 ແຕ່ ໂມເຊໄດ້ຕອບອົງພຣະຜູ້ເປັນເຈົ້າ ວ່າ, “ພຣະອົງໄດ້ນາໍປະຊາຊົນເຫລົ່ານີ້ອອກມາຈາກປະເທດເອຢີບ ດ້ວຍຣິດອໍານາດ ຂອງພຣະອົງເອງ. ເມື່ອຊາວເອຢິບໄດ້ຍິນສິ່ງທີ່ພຣະອົງເຮັດຕໍ່ປະຊາຊົນຂອງພຣະອົງ
\v 14 ພວກເຂົາກໍຈະບອກເລື່ອງນັ້ນ ໃຫ້ແກ່ປະຊາຊົນທີ່ອາໄສຢູ່ໃນດິນແດນນີ້. ຄົນພວກ ນັ້ນໄດ້ຍິນແລ້ວວ່າ ພຣະອົງຄືອົງພຣະຜູ້ເປັນເຈົ້າສະຖິດຢູ່ນາໍພວກຂ້ານ້ອຍ ແລະ ພຣະອົງໄດ້ປາກົດໃຫ້ພວກຂ້ານ້ອຍເຫັນເປັນເສົາເມກ ຊຶ່ງຢຸດຢູ່ເທິງພວກຂ້ານ້ອຍ ແລະ ພຣະອົງຍັງໄດ້ນາໍພາພວກຂ້ານ້ອຍໄປ ເປັນເສົາເມກໃນ ເວລາກາງເວັນ ແລະ ເສົາໄຟໃນເວລາກາງຄືນ.
\s5
\v 15 ມາບັດນີ້ ຖ້າພຣະອົງຫາກຂ້າປະຊາຊົນຂອງພຣະອົງທັງໝົດ ຊົນຊາດທັງຫລາຍທີ່ໄດ້ຍິນເຖິງ ຊື່ສຽງຂອງພຣະອົງກໍຈະກ່າວວ່າ
\v 16 ເພາະອົງພຣະຜູ້ເປັນເຈົ້າ ບໍ່ສາມາດນາໍພາພວກເຂົາ ເຂົ້າໄປໃນດິນແດນທີ່ພຣະອົງໄດ້ສັນຍາໄວ້ກັບພວກເຂົານັ້ນໄດ້. ພຣະອົງຈຶ່ງຂ້າປະຊາຊົນຂອງພຣະອົງ ເອງຢູ່ໃນຖິ່ນແຫ້ງແລ້ງກັນດານ.
\s5
\v 17 ສະນັ້ນ ບັດນີ້ອົງພຣະຜູ້ເປັນເຈົ້າເອີຍ ຂ້ານ້ອຍຈຶ່ງວິງວອນຂໍພຣະອົງ ຊົງໂຜດສໍາແດງຣິດອໍານາດຂອງພຣະອົງ ແລະ ເຮັດສິ່ງທີ່ພຣະອົງໄດ້ສັນຍາໄວ້ ເມື່ອພຣະອົງກ່າວວ່າ,
\v 18 ‘ອົງພຣະຜູ້ເປັນເຈົ້າ ຜູ້ບໍ່ຮ້າຍງ່າຍ, ຜູ້ສໍາແດງຄວາມຮັກອັນໝັ້ນຄົງ ແລະ ຄວາມ ສັດຊື່ຕະຫລອດໄປ ພ້ອມທັງຍົກບາບໃຫ້ອະໄພແກ່ຜູ້ທີ່ກະບົດຕໍ່ສູ້ເຮົາ, ແຕ່ເຮົາຈະບໍ່ລະເລີຍທີ່ຈະລົງໂທດລູກຫລານຂອງຜູ້ທີ່ໄດ້ກະທາໍບາບຕໍ່ສູ້ເຮົາ ເຖິງສາມສີ່ຊົ່ວເຊັ່ນຄົນ ສໍາລັບການບາບຂອງພໍ່ແມ່ພວກເຂົາ.
\v 19 ຂໍຈົ່ງຍົກໂທດບາບໃຫ້ຄົນເຫລົ່ານີ້ ເສຍເຖີດ ຕາມຄວາມຮັກອັນໝັ້ນຄົງ ເໝືອນດັ່ງທີ່ພຣະອົງໄດ້ຍົກໂທດບາບໃຫ້ພວກເຂົາ ຕອນ ທີ່ຫາກໍໄດ້ອອກມາຈາກປະເທດເອຢີບ ຈົນເຖິງທຸກວັນນີ້.”
\s5
\v 20 ອົງພຣະຜູ້ເປັນເຈົ້າໄດ້ຕອບວ່າ, “ເຮົາຈະຍົກໂທດບາບ ໃຫ້ພວກເຂົາຕາມທີ່ເຈົ້າໄດ້ຂໍຮ້ອງມາ,
\v 21 ແຕ່ເຮົາມີຊີວິດຢູ່ຢ່າງແນ່ແທ້ສັນໃດ ທົ່ວແຜ່ນດິນໂລກຈະເຕັມໄປດ້ວຍ ສະຫງ່າຣາສີ ຂອງອົງພຣະຜູ້ເປັນເຈົ້າສັນນັ້ນ,
\v 22 ບໍ່ມີໃຜຈັກຄົນໃນຈາໍນວນຄົນເຫລົ່ານີ້ ທີ່ໄດ້ເຫັນແສງສຸກໃສ ແຫ່ງ ສະຫງ່າຣາສີຂອງເຮົາ ແລະ ການອັດສະຈັນຕ່າງໆ ທີ່ເຮົາໄດ້ກະທາໍຢູ່ໃນປະເທດເອຢີບ ແລະ ໃນຖິ່ນແຫ້ງແລ້ງກັນດານ ແລະ ໄດ້ທົດລອງເຮົາເຖິງ ສິບເທື່ອແລ້ວ ແຕ່ຍັງໄດ້ປະຕິເສດທີ່ຈະເຊື່ອຟັງເຮົາ.
\s5
\v 23 ພວກເຂົາຈະບໍ່ໄດ້ເຂົ້າໄປໃນດິນແດນ ຊຶ່ງເຮົາໄດ້ສັນຍາໄວ້ກັບບັນພະບຸລຸດ ຂອງ ພວກເຂົານັ້ນຈັກເທື່ອ. ພວກທີ່ໝິ່ນປະໝາດ ເຮົານັ້ນ ຈະບໍ່ມີຈັກຄົນໜຶ່ງຄົນດຽວທີ່ໄດ້ເຂົ້າ ໄປໃນທີ່ນັ້ນ.
\v 24 ແຕ່ຍ້ອນ ກາເຫລັບ ຄົນຮັບໃຊ້ຂອງເຮົາ ມີທ່າທີແຕກຕ່າງຈາກຄົນເຫລົ່ານີ້ ແລະລາວສັດຊື່ຕໍ່ເຮົາ ເຮົາຈະນາໍພາລາວເຂົ້າໄປ ໃນດິນແດນ ທີ່ລາວໄດ້ໄປສໍາຫລວດ ແລະ ເຊື້ອສາຍຂອງລາວຈະໄດ້ເປັນ ກາໍມະສິດດິນແດນ
\v 25 ຊຶ່ງເປັນຮ່ອມພູທີ່ຊາວອາມາເຫລັກ ກັບ ຊາວການາອານ ອາໄສຢູ່ໃນເວລານີ້. ໃນມື້ອື່ນ ພວກເຈົ້າຈົ່ງກັບຄືນໄປໃນຖິ່ນແຫ້ງແລ້ງກັນດານ ຕາມ ສາຍທາງໄປສູ່ອ່າວ ອາກາບາ.”
\s5
\v 26 ອົງພຣະຜູ້ເປັນເຈົ້າ ໄດ້ກ່າວແກ່ໂມເຊ ກັບອາໂຣນ ວ່າ,
\v 27 “ຄົນຊົ່ວເຫລົ່ານີ້ ຈະຈົ່ມຮ້າຍໃສ່ເຮົາ ໄປອີກດົນນານປານໃດ? ເຮົາໄດ້ຍິນສຽງຈົ່ມຮ້າຍເຫລົ່ານັ້ນພຽງພໍແລ້ວ
\s5
\v 28 ບັດນີ້ ຈົ່ງໃຫ້ຄໍາຕອບນີ້ ແກ່ພວກເຂົາ ວ່າ, ‘ອົງພຣະຜູ້ເປັນເຈົ້າ ກ່າວວ່າ ເຮົາມີຊີວິດຢູ່ແນ່ນອນສັນໃດ ເຮົາຈະເຮັດຕາມທີ່ເຈົ້າໄດ້ຂໍຮ້ອງເຮົາສັນນັ້ນ.
\v 29 ພວກເຈົ້າຈະຕາຍ ແລະ ຊາກສົບຂອງພວກເຈົ້າຈະກະຈັດກະຈາຍ ທົ່ວຖິ່ນແຫ້ງແລ້ງກັນດານ. ຍ້ອນພວກເຈົ້າຈົ່ມຮ້າຍໃສ່ເຮົາ ຄົນທີ່ມີອາຍຸຊາວປີຂຶ້ນໄປໃນພວກເຈົ້າ ຈະບໍ່ໄດ້ເຂົ້າໄປໃນດິນແດນນັ້ນ ເດັດຂາດ.
\v 30 ເຮົາໄດ້ສັນຍາວ່າ ຈະໃຫ້ພວກເຈົ້າຢູ່ທີ່ນັ້ນ ແຕ່ໃນພວກເຈົ້າຈະບໍ່ມີໃຜໄດ້ຢູ່ ນອກຈາກ ກາເຫລັບ ແລະ ໂຢຊວຍ.
\s5
\v 31 ພວກເຈົ້າໄດ້ເວົ້າວ່າ, ລູກຫລານຂອງພວກເຈົ້າຈະຖືກຈັບໄປ ແຕ່ເຮົາຈະນໍາພວກເຂົາເຂົ້າໄປໃນດິນແດນ ທີ່ພວກເຈົ້າບໍ່ຍອມ ຮັບເອົາ ແລະ ທີ່ນັ້ນຈະເປັນບ້ານເຮືອນຂອງພວກເຂົາ.
\v 32 ພວກເຈົ້າຈະຕາຍຢູ່ທີ່ຖິ່ນແຫ້ງແລ້ງກັນດານນີ້.
\v 33 ພວກລູກຫລານ ຂອງພວກເຈົ້າ ຈະທ່ອງທ່ຽວໄປມາໃນຖິ່ນແຫ້ງແລ້ງກັນດານ ເປັນເວລາສີ່ສິບປີ ຕ້ອງທົນທຸກລໍາບາກ ຍ້ອນຄວາມບໍ່ສັດຊື່ຂອງພວກເຈົ້າ ຈົນກວ່າຄົນສຸດທ້າຍໃນພວກເຈົ້າຕາຍໄປ.
\s5
\v 34 ພວກເຈົ້າຈະໄດ້ຮັບຜົນກາໍ ເພາະການບາບຂອງພວກເຈົ້າ ເປັນເວລາ 40 ປີນັ້ນ ຄື: ໜຶ່ງປີຕໍ່ໜຶ່ງວັນຂອງສີ່ສິບວັນ ຕາມເວລາທີ່ພວກເຈົ້າໄດ້ໃຊ້ສໍາຫລວດດິນແດນນັ້ນ. ພວກເຈົ້າຈະຮູ້ວ່າ ການເປັນສັດຕູກັບເຮົານັ້ນ ເປັນຢ່າງໃດ.
\v 35 ເຮົາແມ່ນ ອົງພຣະຜູ້ເປັນເຈົ້າ ສາບານວ່າຈະເຮັດເຊັ່ນນີ້ ຕໍ່ຄົນຢ່າງພວກເຈົ້າ ທີ່ຮ່ວມຫົວກັນຕໍ່ສູ້ເຮົາ. ພວກເຈົ້າ ແຕ່ລະຄົນຈະຕາຍຢູ່ໃນຖິ່ນແຫ້ງແລ້ງກັນດານນີ້.”
\s5
\v 36-37 ຄົນທີ່ໂມເຊ ໄດ້ສົ່ງໄປສໍາຫລວດດິນແດນ ນາໍລາຍງານບໍ່ຈິງມາເວົ້າ ຊຶ່ງພາໃຫ້ ປະຊາຊົນຈົ່ມຮ້າຍ ຕໍ່ສູ້ອົງພຣະຜູ້ເປັນເຈົ້າ. ສະນັ້ນຈຶ່ງເຮັດໃຫ້ພວກເຂົາເປັນໂຣກ ລະບາດຮ້າຍແຮງ ແລະ ຕາຍໄປຕໍ່ໜ້າອົງພຣະຜູ້ເປັນເຈົ້າ.
\v 38 ໃນ​ຈຳ​ນວນ​ນັກ​ສືບ​ສອດ​ແນມ​ສິບ​ສອງ​ຄົນ​ນັ້ນ ມີ​ແຕ່​ໂຢ​ຊວຍ ແລະ​ກາ​ເຫລັບ ລູກ​ຊາຍ​ຂອງ​ເຢ​ຟຸນ​ເນ ເທົ່າ​ນັ້ນ​ທີ່​ມີ​ຊີ​ວິດ​ຢູ່.
\s5
\v 39 ເມື່ອໂມເຊ ໄດ້ບອກຊາວອິດສະຣາເອນ ເຖິງສິ່ງທີ່ອົງພຣະຜູ້ເປັນເຈົ້າ ໄດ້ກ່າວ ພວກເຂົາກໍພາກັນຮ້ອງໄຫ້ທຸກໂສກ ຢ່າງຂົມຂື່ນ.
\v 40 ຕັ້ງແຕ່ເຊົ້າ ໆ ຂອງມື້ຕໍ່ ມາ ພວກເຂົາໄດ້ເລີ່ມອອກໄປບຸກລຸກເມືອງພູດອຍ ໂດຍເວົ້າວ່າ, “ບັດນີ້ ພວກເຮົາພ້ອມແລ້ວ ທີ່ຈະໄປຍັງດິນແດນບ່ອນທີ່ອົງພຣະຜູ້ເປັນເຈົ້າ ໄດ້ຊົງສັນຍາໄວ້. ພວກເຮົາຍອມຮັບວ່າ ພວກເຮົາໄດ້ເຮັດບາບແລ້ວ.”
\s5
\v 41 ແຕ່ໂມເຊ ໄດ້ບອກວ່າ, “ຖ້າດັ່ງນັ້ນ ເປັນຫຍັງພວກເຈົ້າ ຈຶ່ງບໍ່ເຊື່ອຟັງຄໍາສັ່ງຂອງ ອົງພຣະຜູ້ເປັນເຈົ້າ? ພວກເຈົ້າຈະບໍ່ໄດ້ຮັບໄຊຊະນະດອກ
\v 42 ຢ່າໄປເລີຍ ເພາະອົງພຣະຜູ້ເປັນເຈົ້າ ຈະບໍ່ສະຖິດຢູ່ນາໍພວກເຈົ້າ ແລະ ພວກເຈົ້າຈະພ່າຍແພ້ພວກສັດຕູ.
\v 43 ເມື່ອພວກເຈົ້າປະເຊີນໜ້າກັບຊາວອາມາເຫລັກ ແລະ ຊາວການາອານ ໃນທີ່ນັ້ນພວກເຈົ້າຈະ ຕາຍຢູ່ໃນສະໜາມຮົບ; ເພາະວ່າພວກເຈົ້າ ບໍ່ຍິນຍອມເຮັດຕາມຄໍາສັ່ງຂອງອົງພຣະຜູ້ເປັນເຈົ້າ, ອົງພຣະຜູ້ເປັນເຈົ້າຈະບໍ່ສະຖິດຢູ່ນາໍພວກເຈົ້າ.”
\s5
\v 44 ແຕ່ພວກເຂົາກໍຍັງບັງອາດຂຶ້ນໄປສູ່ເມືອງພູດອຍ ໂດຍທີ່ຫີບພັນທະສັນຍາຂອງ ອົງພຣະຜູ້ເປັນເຈົ້າ ແລະ ໂມເຊ ຍັງຢູ່ໃນຄ້າຍ.
\v 45 ແລ້ວພວກອາມາເຫລັກ ແລະ ພວກການາອານ ທີ່ຢູ່ໃນທີ່ນັ້ນກໍໄດ້ໂຈມຕີຄືນ ແລະ ຂັບໄລ່ພວກເຂົາໃຫ້ພ່າຍແພ້ ຢ່າງສິ້ນເຊີງທີ່ເມືອງ ໂຮມາ.
\s5
\c 15
\p
\v 1 ອົງພຣະຜູ້ເປັນເຈົ້າໄດ້ກ່າວຕໍ່ໂມເຊ ວ່າ,
\v 2 “ຈົ່ງບອກປະຊາຊົນອິດສະຣາເອນ ວ່າ, ‘ເມື່ອພວກເຈົ້າເຂົ້າໃນດິນແດນ ທີ່ເຮົາຈະມອບໃຫ້ເປັນທີ່ຢູ່ອາໄສຂອງພວກເຈົ້າແລ້ວ
\v 3 ພວກເຈົ້າຕ້ອງຖວາຍງົວເຖິກໂຕໜຶ່ງ, ແກະເຖິກໂຕໜຶ່ງ, ແກະ ຫລື ແບ້ໂຕໜຶ່ງແກ່ອົງພຣະຜູ້ເປັນເຈົ້າກໍໄດ້ ຕາມພິທີເຜົາສັດທັງໂຕ ຖວາຍບູຊາດ້ວຍໄຟ ຫລື ຖວາຍບູຊາ ອັນເນື່ອງມາຈາກຜົນສໍາເລັດໃນການບະບົນໄວ້ ຫລື ຖວາຍບູຊາຕາມໃຈສະໝັກ ຫລື ຖວາຍບູຊາໃນວັນສະຫລອງເທດສະການຕ່າງໆ ຕາມປົກກະຕິ ກິ່ນຫອມຫວນຂອງເຄື່ອງບູຊາ ເຫລົ່ານີ້ ຈຶ່ງເປັນທີ່ພໍໃຈອົງພຣະຜູ້ເປັນເຈົ້າ.
\s5
\v 4-5 ຜູ້ໃດກໍຕາມ ທີ່ເອົາລູກແກະ ຫລື ແບ້ ມາເຜົາຖວາຍບູຊາ ແກ່ອົງພຣະຜູ້ເປັນເຈົ້າ ຈະຕ້ອງນາໍມາພ້ອມກັບສັດແຕ່ລະໂຕ ຄື: ແປ້ງເຂົ້າຢ່າງດີ ໜຶ່ງກິໂລກຼາມ ປົນກັບນາໍ້ມັນໝາກກອກເທດ ໜຶ່ງລິດ ຕາມພິທີການຖວາຍ ພືດຜົນເປັນເມັດ ພ້ອມກັບເຫລົ້າອະງຸ່ນ ໜຶ່ງລິດ.
\s5
\v 6 ເມື່ອຖວາຍແກະເຖິກໂຕໜຶ່ງ ໃຫ້ນໍາເຄືຶ່ອງຖວາຍ ມາພ້ອມແປ້ງເຂົ້າຢ່າງດີ ສອງກິໂລກຼາມ ປົນກັບນໍ້າມັນໝາກກອກເທດ ເຄິ່ງລິດ
\v 7 ພ້ອມກັບເຫລົ້າອະງຸ່ນ ລິດເຄິ່ງ. ກິ່ນຫອມຫວນຂອງເຄື່ອງບູຊານັ້ນ ຈຶ່ງເປັນທີ່ພໍໃຈອົງພຣະຜູ້ເປັນເຈົ້າ.
\s5
\v 8 ເມື່ອຖວາຍງົວເຖິກໂຕໜຶ່ງ ແກ່ອົງພຣະ ຜູ້ເປັນເຈົ້າຕາມພິທີຖວາຍບູຊາດ້ວຍໄຟ ຫລື ຖວາຍບູຊາທີ່ສືບເນື່ອງມາຈາກຜົນສໍາເລັດ ໃນການບະບົນໄວ້ ຫລື ຕາມພິທີຖວາຍ ເພື່ອຄວາມສາມັກຄີທາໍກໍດີ
\v 9 ໃຫ້ນາໍເຄື່ອງມາຖວາຍພ້ອມງົວເຖິກ ຄື ແປ້ງເຂົ້າຢ່າງດີ ສາມ ກິໂລກຼາມ ປົນກັບນາໍ້ມັນໝາກກອກເທດ ສອງລິດ
\v 10 ພ້ອມທັງເຫລົ້າອະງຸ່ນ ສອງ ລິດ. ກິ່ນຫອມຫວນຂອງເຄື່ອງບູຊານັ້ນ ຈຶ່ງເປັນທີ່ພໍໃຈອົງພຣະຜູ້ເປັນເຈົ້າ.
\s5
\v 11 ໃຫ້ປະຕິບັດດ່ັງນີ້ ເມື່ອຖວາຍບູຊາງົວ ເຖິກ ຫລື ແບ້, ແກະເຖກິ, ລູກແກະ ຫລື ລູກແບ້ໜຸ່ມ.
\v 12 ເມື່ອໃດໄດ້ຖວາຍຫລາຍກວ່າ ໜຶ່ງໂຕຂຶ້ນໄປ ກໍໃຫ້ເພີ່ມເຄື່ອງຖວາຍບູຊາ ຄູ່ກັນໄປຕາມຊັດສ່ວນ.
\v 13 ໃຫ້ຊາວອິດສະຣາເອນ ພື້ນເມືອງທຸກຄົນປະຕິບັດຕາມລະບຽບການນີ້ເມື່ອມີການຖວາຍ ອາຫານ ກິ່ນຫອມຫວນຂອງການຖວາຍນັ້ນ ຈຶ່ງເປັນທີ່ພໍໃຈອົງພຣະຜູ້ເປັນເຈົ້າ.
\s5
\v 14 ຖ້າຄົນຕ່າງດ້າວ ທີ່ອາໄສຢູ່ນາໍພວກເຈົ້ານັ້ນ ບໍ່ວ່າຢູ່ຊົ່ວຄາວ ຫລື ຢູ່ຢ່າງຖາວອນ ກໍດີ ຖ້າຢາກຖວາຍອາຫານ ກໍໃຫ້ປະຕິບັດ ຕາມແບບດຽວກັນ. ກິ່ນຫອມຫວນຂອງການ ຖວາຍນັ້ນ ຈຶ່ງເປັນທີ່ພໍໃຈອົງພຣະຜູ້ເປັນເຈົ້າ.
\v 15 ໃຫ້ພວກເຈົ້າເອງ ແລະ ຄົນຕ່າງດ້າວ ທີ່ຢູ່ນໍາພວກເຈົ້າປະຕິບັດຕາມແບບດຽວກັນນີ້ [ທ] ທຸກຍຸກທຸກສະໄໝສືບໄປ. ພວກເຈົ້າ ແລະ ພວກເຂົາມີຄຸນຄ່າເທົ່າທຽມກັນ ຕໍ່ສາຍຕາຂອງອົງພຣະຜູ້ເປັນເຈົ້າ
\v 16 ດັ່ງນັ້ນ ຈຶ່ງໃຫ້ໃຊ້ກົດບັນຍັດ ແລະ ລະບຽບການຢ່າງດຽວກັນ.
\s5
\v 17 ອົງພຣະຜູ້ເປັນເຈົ້າໄດ້ກ່າວຕໍ່ໂມເຊ ວ່າ,
\v 18 “ຈົ່ງບອກປະຊາຊົນອິດສະຣາເອນ ວ່າ, ‘ເມື່ອພວກເຈົ້າເຂົ້າໄປໃນດິນແດນ ທີ່ເຮົາກໍາລັງຈະນໍາພວກເຈົ້າເຂົ້າໄປນັ້ນ.
\v 19 ເມື່ອກິນອາຫານຊະນິດໃດ ທີ່ໄດ້ຈາກພືດຜົນ ຢູ່ໃນດິນແດນນັ້ນ ຈົ່ງຈັດແບ່ງປັນສ່ວນຖວາຍເປັນຂອງຖວາຍພິເສດ ແກ່ອົງພຣະຜູ້ເປັນເຈົ້າ.
\s5
\v 20 ເມື່ອພວກເຈົ້າເຮັດເຂົ້າຈີ່ ດ້ວຍເມັດ ພືດທີ່ຫາກໍເກັບກ່ຽວໃໝ່ ຈົ່ງເອົາເຂົ້າຈີ່ກ້ອນທາໍອິດມາຖວາຍເປັນຂອງຖວາຍພິເສດ ຄື ຖວາຍແບບພິເສດຢ່າງດຽວກັບເຂົ້າ ທີ່ຫາກໍເອົາອອກມາຈາກລານຟາດເຂົ້າ.
\v 21 ຈົ່ງຖວາຍເຂົ້າຈີ່ທີ່ເຮັດນັ້ນ ເປັນຂອງຖວາຍພິເສດ ຖວາຍແກ່ອົງພຣະຜູ້ເປັນເຈົ້າທຸກຍຸກ ທຸກສະໄໝສືບໄປ.
\s5
\v 22 ແຕ່​ເມື​່ອ​ມີ​ຜູ້​ໜຶ່ງບໍ່​ໄດ້​ປະ​ຕິ​ບັດ ໂດຍບໍ່​ຕັ້ງ​ໃຈ​ຕາມ​ກົດ​ບັນ​ຍັດ​ເຫລົ່າ​ນັ້ນ ທີ່​ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ​ໄດ້​ມອບ​ໃຫ້​ໂມ​ເຊ.
\v 23 ໃນ​ຫລາຍ​ຊົ່ວ​ອາ​ຍຸ​ຄົນ​ໃນ​ຊຸມ​ຊົນ​ບໍ່​ໄດ້​ປະ​ຕິ​ບັດ​ຕາມ​ທີ່​ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ​ໄດ້​ສັ່ງ​ໄວ້​ທຸກ​ປະ​ການ​ຜ່ານ​ທາງ​ໂມ​ເຊ.
\v 24 ຖ້າ​ການ​ຜິດ​ພາດ​ຢ່າງນີ້​ຫາກ​ໄດ້​ເກີດ​ຂຶ້ນ ເພາະ​ຊຸມ​ຊົນ​ຮູ້​ເທົ່າ​ບໍ່​ເຖິງ​ການ ໄຫ້​ພວກ​ເຈົ້າ​ນຳ​ງົວ​ເຖິກ​ໂຕ​ໜຶ່ງ​ຕາມ​ພິ​ທີ​ຖວາຍ​ບູ​ຊາ ຄູ່​ກັບ​ການ​ຖວາຍ​ພືດ​ຜົນ​ເປັນ​ເມັດ​ຢ່າງ​ດີ ແລະ ເຫລົ້າ​ອະ​ງຸ່ນ. ກິ່ນ​ຫອມ​ຫວນ​ຂອງ​ການ​ຖວາຍນັ້ນ ຈຶ່ງ​ເປັນ​ທີ່​ພໍ​ໃຈ​ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ. ນອກ​ຈາກນີ້ ພວ​ກ​ເຂົາ​ຕ້ອງ​ຖວາຍ​ແບ້​ເຖິກ​ຕື່ມ​ອີກ​ໂຕ​ໜຶ່ງ ຕາມ​ພິ​ທີ​ຖວາຍ​ເພື່ອ​ລຶບ​ລ້າງ​ບາບ.
\s5
\v 25 ປະໂຣຫິດຈະເຮັດພິທີຊໍາລະບາບ ສໍາລັບຊຸມຊົນ ແລະ ພວກເຂົາກໍຈະໄດ້ຮັບການອະໄພ ເພາະແມ່ນຄວາມຜິດພາດ ທີ່ໄດ້ເກີດຂຶ້ນໂດຍບໍ່ຕັ້ງໃຈ ແລະ ພວກເຂົາກໍໄດ້ນາໍ ເຄື່ອງຖວາຍເພື່ອລຶບລ້າງບາບ ມາຕາມພິທີ ຖວາຍບູຊາດ້ວຍໄຟ ແກ່ອົງພຣະຜູ້ເປັນເຈົ້າແລ້ວ.
\v 26 ຍ້ອນທຸກໆຄົນໄດ້ມີສ່ວນໃນ ຄວາມຜິດພາດນັ້ນ ສະນັ້ນຊຸມຊົນອິດສະຣາເອນ ທັງໝົດ ແລະ ຄົນຕ່າງດ້າວ ທຸກໆຄົນ ທີ່ໄດ້ອາໄສຢູ່ນາໍກໍຈະໄດ້ຮັບການອະໄພດ້ວຍ.
\s5
\v 27 ຖ້າແມ່ນຄົນດຽວ ຫາກເຮັດບາບໂດຍ ບໍ່ຕັ້ງໃຈ ກໍໃຫ້ລາວຖວາຍແບ້ແມ່ໂຕໜຶ່ງອາຍຸ ໜຶ່ງປີ ຕາມພິທີຖວາຍເພື່ອລຶບລ້າງບາບ.
\v 28 ປະໂຣຫິດຈະເຮັດພິທີຊໍາລະບາບໃຫ້ລາວ ທີ່ແທ່ນບູຊາ ແລະ ລາວກ​ໍຈະໄດ້ຮັບການອະໄພ.
\v 29 ໃຫ້ທຸກຄົນທີ່ໄດ້ເຮັດບາບ ໂດຍບໍ່ຕັ້ງໃຈປະຕິບັດ ຕາມລະບຽບການ ດຽວກັນນີ້ ບໍ່ວ່າຄົນນັ້ນຈະເປັນຊາວອິດສະຣາເອນ ໂດຍກາໍເນີດ ຫລື ຄົນຕ່າງດ້າວ ທີ່ມາອາໄສຢູ່ນາໍພວກຕົນກໍຕາມ.
\s5
\v 30 ແຕ່ຖ້າບຸກຄົນໃດ ບໍ່ວ່າຄົນອິດສະຣາເອນ ໂດຍກາໍເນີດ ຫລື ຄົນຕ່າງດ້າວທີ່ໄດ້ມາອາໄສຢູ່ນາໍກໍດີ ຫາກເຮັດບາບໂດຍຕັ້ງໃຈດູໝິ່ນປະໝາດອົງພຣະຜູ້ເປັນເຈົ້າ ກໍໃຫ້ລົງໂທດບຸກຄົນນັ້ນ ໃຫ້ເຖິງຕາຍ;
\v 31 ຍ້ອນວ່າລາວບໍ່ໄດ້ເຊື່ອຟັງອົງພຣະຜູ້ເປັນເຈົ້າ ແລະ ໄດ້ຕັ້ງໃຈລະເມີດຂໍ້ຄໍາສັ່ງຂອງພຣະອົງ. ໃຫ້ລາວຮັບຜິດຊອບການຕາຍຂອງລາວເອງ.
\s5
\v 32 ມີຢູ່ຄັ້ງໜຶ່ງ ເມື່ອຊາວອິດສະຣາເອນ ຍັງຢູ່ໃນຖິ່ນແຫ້ງແລ້ງກັນດານ ມີຊາຍຄົນໜຶ່ງໄດ້ລະເມີດວັນຊະບາໂຕ ໂດຍໄປຫາຟືນ.
\v 33 ລາວໄດ້ຖືກນາໍຕົວມາຫາໂມເຊ ອາໂຣນ ແລະ ຊຸມຊົນທັງໝົດ.
\v 34 ແລ້ວເພິ່ນກໍສັ່ງໃຫ້ຄຸມຂັງລາວໄວ້ ເພາະຍັງບໍ່ຮູ້ວ່າຈະເຮັດຢ່າງໃດກັບລາວເທື່ອ.
\s5
\v 35 ຕໍ່ມາ ອົງພຣະຜູ້ເປັນເຈົ້າໄດ້ບອກໂມເຊ ວ່າ, “ໃຫ້ປະຫານຊີວິດຊາຍຄົນນີ້ເສຍ ໂດຍໃຫ້ຊຸມຊົນທັງໝົດແກວ່ງກ້ອນຫິນໃສ່ລາວໃຫ້ຕາຍຢູ່ນອກຄ້າຍພັກ. ”
\v 36 ສະນັ້ນ ຊຸມຊົນທັງໝົດ ຈຶ່ງໄດ້ນາໍລາວອອກໄປນອກ ຄ້າຍ ແລະ ແກວ່ງກ້ອນຫິນໃສ່ໃຫ້ຕາຍ ຕາມທີ່ອົງພຣະຜູ້ເປັນເຈົ້າໄດ້ສັ່ງໄວ້ນັ້ນ.
\s5
\v 37 ແລ້ວ ອົງພຣະຜູ້ເປັນເຈົ້າໄດ້ກ່າວຕໍ່ໂມເຊ ວ່າ,
\v 38 “ໃຫ້ໄປບອກປະຊາຊົນອິດສະຣາເອນ ວ່າ, ‘ຈົ່ງເຮັດຍອຍສີຟ້າໃສ່ ຕາມແຈຂອງເຄື່ອງນຸ່ງ. ໃຫ້ເຮັດຢ່າງນີ້ ທຸກຍຸກທຸກສະໄໝ ສືບໄປ.
\v 39 ຍອຍນັ້ນ ຈະເປັນສິ່ງເຕືອນໃຈ ແລະ ທຸກໆເທື່ອທີ່ພວກເຈົ້າ ເຫັນຍອຍນັ້ນ ມັນຈະຊ່ວຍໃຫ້ພວກເຈົ້າຄິດເຖິງຂໍ້ຄໍາສັ່ງຂອງເຮົາ ແລະ ປະຕິບັດຕາມ ແລ້ວພວກເຈົ້າກໍຈະບໍ່ລືມໄລເຮົາໄປເຮັດຕາມໃຈມັກ.
\s5
\v 40 ຍອຍນັ້ນ ຈະເຕືອນພວກເຈົ້າໃຫ້ຮັກສາ ຂໍ້ຄໍາສັ່ງທັງໝົດຂອງເຮົາ ແລະ ພວກເຈົ້າກໍຈະຖືກອຸທິດຖວາຍແກ່ເຮົາຢ່າງຄົບບໍຣິບູນ.
\v 41 ເຮົາແມ່ນອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ, ເຮົາໄດ້ນາໍພາພວກເຈົ້າອອກ ມາຈາກປະເທດເອຢີບ ເພື່ອເປັນພຣະເຈົ້າຂອງພວກເຈົ້າ ເຮົາແມ່ນອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ.”
\s5
\c 16
\p
\v 1 ໂກຣາ ລູກຊາຍຂອງອີຊະຮາ ຊາວເລວີ ຢູ່ໃນຕະກຸນໂກຮາດ ກໍໄດ້ຍົກຍໍຕົວຂຶ້ນ ກະບົດຕໍ່ໂມເຊ. ສະມາຊິກໃນເຜົ່າຣູເບັນ ສາມຄົນ ຄື: ດາທານ, ອາບີຣາມ ລູກຊາຍຂອງເອລີອາບ ແລະ ອອນ ລູກຊາຍຂອງເປເລເທ
\v 2 ໄດ້ຮ່ວມມືກັບລາວໂດຍມີຜູ້ນາໍ 250 ຄົນ ທີ່ມີຊື່ສຽງດີໃນທ່າມກາງຊຸມນຸມເປັນຜູ້ສະໜັບສະໜູນ.
\v 3 ພວກເຂົາໄດ້ມາເຕົ້າໂຮມກັນຕໍ່ສູ້ໂມເຊ ແລະຕໍ່ສູ້ອາໂຣນ ແລະກ່າວວ່າ, “ທ່ານເຮັດໂພດເກີນໄປແລ້ວໃດ! ສະມາຊິກທັງໝົດຢູ່ໃນຊຸມຊົນເປັນຂອງອົງພຣະຜູ້ເປັນເຈົ້າ ແລະພຣະອົງກໍສະຖິດຢູ່ນາໍ ພວກເຮົາທຸກຄົນ. ແລ້ວເປັນຫຍັງ ທ່ານຈຶ່ງຖື ຕົວເໜືອກວ່າຊຸມຊົນຂອງອົງພຣະຜູ້ເປັນເຈົ້າ?”
\s5
\v 4 ເມື່ອໂມເຊ ໄດ້ຍິນເຊັ່ນນັ້ນ ເພິ່ນຈຶ່ງຂາບລົງກັບພື້ນດິນ ແລ້ວພາວັນນາ ອະທິຖານຕໍ່ ອົງພຣະຜູ້ເປັນເຈົ້າ.
\v 5 ແລະ ແລ້ວເພິ່ນກໍໄດ້ບອກ ໂກຣາ ແລະ ພັກພວກຂອງລາວວ່າ, “ໃນມື້ອື່ນເຊົ້າ ອົງພຣະຜູ້ເປັນເຈົ້າຈະສໍາແດງ ໃຫ້ພວກເຮົາເຫັນວ່າ ຜູ້ໃດເປັນຂອງພຣະອົງ ພຣະອົງຈະໃຫ້ຜູ້ທີ່ເປັນຂອງພຣະອົງ ຄື ຜູ້ທີ່ພຣະອົງໄດ້ເລືອກນັ້ນຫຍັບເຂົ້າໃກ້ພຣະອົງ ທີ່ ແທ່ນບູຊາ.
\s5
\v 6-7 ໃນມື້​ອື່ນເຊົ້າ ໃຫ້ເຈົ້າກັບພັກພວກຂອງເຈົ້າເອົາໝໍ້ຂາງ ແລະ ໃສ່ຖ່ານໄຟ ທີ່ລຸກແດງພ້ອມທັງໂຮຍເຄື່ອງຫອມ ໃສ່ດ້ວຍ ແລະ ຖືມາຕໍ່ໜ້າອົງພຣະຜູ້ເປັນເຈົ້າ ແລ້ວພວກເຮົາກໍຈະຮູ້ວ່າ ແມ່ນຜູ້ໃດໃນພວກເຮົາ ທີ່ອົງພຣະຜູ້ເປັນເຈົ້າໄດ້ເລືອກເອົາ. ແມ່ນພວກເຈົ້າຊາວເລວີ ນັ້ນແຫລະທີ່ໄດ້ເຮັດໂພດເກີນໄປ.”
\s5
\v 8 ໂມເຊ ບອກໂກຣາ ອີກວ່າ, “ຟັງໃຫ້ດີ ພວກເຈົ້າຊາວເລວີ ເອີຍ
\v 9 ພວກເຈົ້າຖືເປັນເລື່ອງເລັກນ້ອຍຊັ້ນບໍ ທີ່ພຣະເຈົ້າຂອງຊາດອິດສະຣາເອນ ໄດ້ຕັ້ງພວກເຈົ້າໄວ້ຕ່າງຫາກຈາກຊຸມຊົນ ເພື່ອວ່າພວກເຈົ້າຈະໄດ້ເຂົ້າໃກ້ຊິດພຣະອົງ ແລະ ເຮັດພິທີຕ່າງໆ ຢູ່ໃນຫໍເຕັນຂອງອົງພຣະຜູ້ເປັນເຈົ້າ ພ້ອມທັງເຮັດໜ້າທີ່ຮັບໃຊ້ຊຸມຊົນດ້ວຍ.
\v 10 ພຣະອົງໄດ້ໃຫ້ພວກເຈົ້າ ແລະ ຊາວເລວີ ອື່ນໆ ທັງໝົດໄດ້ຮັບກຽດນີ້ ແລະ ມາບັດນີ້ ພວກເຈົ້າກາໍລັງພະຍາຍາມຢາກເອົາຕໍາແໜ່ງປະໂຣຫິດອີກ
\v 11 ເມື່ອພວກເຈົ້າກ່າວຮ້າຍໃສ່ ອາໂຣນ ກໍສໍ່າກັບວ່າພວກເຈົ້າກ່າວຮ້າຍໃສ່ ອົງພຣະຜູ້ເປັນເຈົ້າ ອົງທີ່ພວກເຈົ້າແລະພັກພວກ ກາໍລັງກະບົດຕໍ່ສູ້ຢູ່ນີ້.”
\s5
\v 12 ຕໍ່​ມາ ໂມ​ເຊ​ໃຫ້​ຄົນ​ໄປ​ຕາມ ດາ​ທານ ແລະ ອາ​ບີ​ຣາມ ລູກ​ຊາຍ​ຂອງ​ເອ​ລີ​ອາບ​ ມາ ແຕ່​ພວກ​ເຂົາ​ເວົ້າ​ວ່າ, "ພວກ​ເຮົາ​ບໍ່​ໄປ!
\v 13 ທ່ານ​ໄດ້​ນຳ​ພວກ​ເຮົາ​ອອກ​ມາ​ຈາກ​ດິນ​ແດນ​ທີ່​ອຸ​ດົມ​ສົມ​ບູນ ໃນ​ປະ​ເທດ​ເອ​ຢິບ ເພື່ອ​ຈະ​ຂ້າ​ພວກ​ເຮົາ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານນ​ີ້ ຍັງ​ບໍ່​ພໍ​ບໍ? ທ່ານ​ຍັງ​ຈະ​ມາ​ຕັ້ງ​ຕົວ​ເປັນ​ນາຍ​ເໜືອ​ຫົວ​ເຮົາ​ອີກ​ບໍ?
\v 14 ທ່ານບໍ່​ໄດ້​ນຳ​ພວກ​ເຮົາ​ເຂົ້າ​ໄປ​ໃນ​ດິນ​ແດນ​ອຸ​ດົມ​ສົມ​ບູນ ​ແລະ​ຮັ່ງ​ມີ ຫລື​ມອບ​ໄຮ່​ນາ ແລະ​ສວນ​ອະ​ງຸ່ນ​ໃຫ້​ພວກ​ເຮົາ​ເປັນ​ກຳ​ມະ​ສິດ ແລະ ບັດ​ນີ້ ທ່ານ​ກຳ​ລັງ​ພະ​ຍາ​ຍາມ​ຫລອກ​ລວງ​ພວກ​ເຮົາ​ອີກ. ພວກ​ເຮົາບໍ່​ໄປ​ດອກ."
\s5
\v 15 ໂມເຊ ໃຈຮ້າຍ ແລະ ກ່າວແກ່ອົງພຣະ ຜູ້ເປັນເຈົ້າວ່າ, “ຂໍພຣະອົງຢ່າຮັບເຄື່ອງຖວາຍ ໃດໆ ທີ່ຄົນເຫລົ່ານີ້ນາໍມາເລີຍ. ຂ້ານ້ອຍບໍ່ໄດ້ ເຮັດຜິດຫຍັງ ຕໍ່ພວກເຂົາ; ແມ່ນແຕ່ລໍໂຕໜຶ່ງ ຂ້ານ້ອຍກໍບໍ່ໄດ້ເອົາມາຈາກພວກເຂົາ. ”
\v 16 ໂມເຊ ໄດ້ເວົ້າຕໍ່ໂກຣາ ວ່າ, “ມື້ອື່ນໃຫ້ເຈົ້າ ແລະ ພັກພວກ 250 ຄົນຂອງເຈົ້າມາທີ່ຫໍເຕັນ ບ່ອນອົງພຣະຜູ້ເປັນເຈົ້າສະຖິດຢູ່ ອາໂຣນຈະ ໄປທີ່ນັ້ນຄືກັນ.
\v 17 ໃຫ້ພວກເຈົ້າ ແຕ່ລະຄົນຖືໝໍ້ຂາງທີ່ມີຖ່ານໄຟແດງ ແລະ ໂຮຍເຄື່ອງຫອມໃສ່ເທິງໝໍ້ຂາງ 250 ໜ່ວຍນັ້ນມາ ຕໍ່ໜ້າອົງພຣະຜູ້ເປັນເຈົ້າ ພວກເຈົ້າແຕ່ລະຄົນ ພ້ອມອາໂຣນ ໃຫ້ຖືໝໍ້ຂາງຂອງຕົນມາດ້ວຍ.”
\s5
\v 18 ດັ່ງນັ້ນ ທຸກໆຄົນຈຶ່ງໄດ້ເອົາໝໍ້ຂາງຂອງຕົນໃສ່ຖ່ານໄຟ ທີ່ກາໍລັງລຸກຢູ່ ພ້ອມທັງເຄື່ອງຫອມໂຮຍໃສ່ເທິງ ຖືມາແລະຢືນຢູ່ທີ່ປະຕູເຂົ້າຫໍເຕັນ ພ້ອມກັບໂມເຊ ແລະ ອາໂຣນ.
\v 19 ແລ້ວໂກຣາ ກໍຮວບຮວມພັກພວກຂອງຕົນ ມາຢືນປະເຊີນໜ້າກັບໂມເຊ ແລະ ອາໂຣນ ທີ່ທາງປະຕູເຂົ້າຫໍເຕັນ. ໃນທັນໃດນັ້ນ ແສງສຸກໃສແຫ່ງສະຫງ່າຣາສີຂອງອົງພຣະຜູ້ເປັນເຈົ້າ ກໍປາກົດຕໍ່ຊຸມຊົນທັງໝົດ
\s5
\v 20 ແລະ ອົງພຣະຜູ້ເປັນເຈົ້າ ກໍໄດ້ບອກໂມເຊ ແລະ ອາໂຣນ ວ່າ,
\v 21 “ຈົ່ງຖອຍໜີຈາກປະຊາຊົນເຫລົ່ານີ້ ເຮົາຈະທາໍລາຍພວກເຂົາດຽວນີ້. ”
\v 22 ແຕ່ໂມເຊ ແລະ ອາໂຣນ ຂາບລົງດິນ ທູນວ່າ, “ໂອ ຂ້າແດ່ພຣະເຈົ້າ ພຣະອົງເປັນຜູ້ປະທານຊີວິດແກ່ຄົນທັງປວງ. ເມື່ອຄົນຜູ້ດຽວເຮັດບາບ ພຣະອົງຈະໂກດຮ້າຍຊຸມຊົນທັງໝົດ ຫລື?”
\s5
\v 23 ອົງພຣະຜູ້ເປັນເຈົ້າຕອບໂມເຊ ວ່າ,
\v 24 “ບອກໃຫ້ປະຊາຊົນຍ້າຍໜີຈາກເຕັນ ຂອງໂກຣາ, ດາທານ ແລະ ອາບີຣາມ ດຽວນີ້.”
\s5
\v 25 ແລ້ວ ໂມເຊຕິດຕາມດ້ວຍບັນດາຜູ້ນາໍ ຂອງຊາດອິດສະຣາເອນ ກໍໄດ້ໄປຫາ ດາທານ ແລະ ອາບີຣາມ.
\v 26 ເພິ່ນໄດ້ບອກປະຊາຊົນ ວ່າ, “ຈົ່ງຍ້າຍໜີຈາກເຕັນຂອງຄົນຊົ່ວເຫລົ່ານີ້ ແລະ ຢ່າແຕະຕ້ອງສິ່ງໃດສິ່ງໜຶ່ງ ທີ່ເປັນຂອງພວກເຂົາ. ບໍ່ດັ່ງນັ້ນ ພວກເຈົ້າຈະຖືກກວາດໄປນາໍ ເພາະການບາບຂອງພວກເຂົາ. ”
\v 27 ສະນັ້ນ ປະຊາຊົນຈຶ່ງຍ້າຍໜີ ຈາກເຕັນຂອງໂກຣາ, ດາທານ ແລະ ອາບີຣາມ. ດາທານ ແລະ ອາບີຣາມ ພ້ອມດ້ວຍເມຍ ແລະ ລູກຂອງ ພວກເຂົາໄດ້ອອກມາຢືນຢູ່ຕໍ່ໜ້າເຕັນຂອງພວກເຂົາ.
\s5
\v 28 ໂມເຊ ກ່າວຕໍ່ປະຊາຊົນ ວ່າ, “ດ້ວຍວິທີ ນີ້ແຫລະ ພວກເຈົ້າຈຶ່ງຈະຮູ້ວ່າ ອົງພຣະຜູ້ເປັນ ເຈົ້າໄດ້ໃຊ້ຂ້າພະເຈົ້າ ມາເຮັດສິ່ງທັງໝົດນີ້ ແລະ ຂ້າພະເຈົ້າບໍ່ໄດ້ເລືອກເຮັດເອງ.
\v 29 ຖ້າຄົນເຫລົ່ານີ້ ຫາກຕາຍແບບທາໍມະດາ ໂດຍບໍ່ໄດ້ຖືກລົງໂທດພວກເຂົາແຕ່ຢ່າງໃດ ຢ່າງໜຶ່ງ ກໍໝາຍຄວາມວ່າ ອົງພຣະຜູ້ເປັນເຈົ້າ ບໍ່ໄດ້ໃຊ້ຂ້າພະເຈົ້າມາ.
\v 30 ແຕ່ຖ້າອົງພຣະຜູ້ເປັນເຈົ້າຫາກເຮັດບາງສິ່ງບາງຢ່າງ ທີ່ພວກເຈົ້າບໍ່ເຄີຍເຫັນ ແລະ ພື້ນດິນຍະກືນກິນພວກເຂົາ ພ້ອມກັບທຸກສິ່ງທີ່ເປັນຂອງພວກເຂົາ ເພື່ອໃຫ້ລົງໄປສູ່ແດນມໍຣະນາ; ພວກເຈົ້າກໍຈະຮູ້ວ່າ ຄົນພວກນີ້ໄດ້ໝິ່ນປະໝາດ ຢຽບຢໍ່າອົງພຣະຜູ້ເປັນເຈົ້າໄປເສຍແລ້ວ.”
\s5
\v 31 ພໍໂມເຊ ກ່າວຈົບ ພື້ນດິນບ່ອນທີ່ດາທານ ແລະ ອາບີຣາມ ຢືນຢູ່ນັ້ນ
\v 32 ກໍຍະອອກ ກືນກິນພວກເຂົາ ແລະ ຄອບຄົວ ພ້ອມພັກພວກຂອງໂກຣາ ແລະ ສິ່ງຂອງທັງໝົດຂອງພວກເຂົາ.
\s5
\v 33 ພື້ນດິນຍະ ກືນກິນພວກເຂົາທັງເປັນ ແລະ ທຸກຢ່າງກໍດັບສູນໄປໝົດ.
\v 34 ປະຊາຊົນອິດສະຣາເອນ ທຸກຄົນທີ່ຢູ່ໃນທີ່ນັ້ນ ໄດ້ແລ່ນປົບໜີໄປ ເມື່ອໄດ້ຍິນສຽງຮ້ອງຂອງ ຄົນເຫລົ່ານັ້ນ. ປະຊາຊົນໄດ້ຮ້ອງຂຶ້ນວ່າ, “ແລ່ນໜີໄວໆ! ພື້ນດິນອາດຍະ ກືນກິນພວກເຮົາເໝືອນກັນກໍໄດ້. ”
\v 35 ແລ້ວອົງພຣະຜູ້ ເປັນເຈົ້າ ກໍສົ່ງໄຟລົງມາເຜົາຜານ 250 ຄົນ ຄືຜູ້ທີ່ໄດ້ເຜົາເຄື່ອງຫອມມາຖວາຍນັ້ນ.
\s5
\v 36 ຕໍ່ມາ ອົງພຣະຜູ້ເປັນເຈົ້າ ໄດ້ສັ່ງໂມເຊ ໄວ້ວ່າ,
\v 37 “ຈົ່ງບອກ ເອເລອາຊາ ລູກຊາຍຂອງປະໂຣຫິດ ອາໂຣນ ໃຫ້ເອົາຖ່ານໄຟ ຢູ່ໃນໝໍ້ຂາງທອງສໍາຣິດ ຈາກຄົນທີ່ຖືກໄຟ ເຜົາຜານນັ້ນ ໄປຖິ້ມບ່ອນອື່ນ ເພາະເປັນໝໍ້ຂາງໄຟສັກສິດ.
\v 38 ໝໍ້ຂາງເຫລົ່ານັ້ນສັກສິດ ເມື່ອໄດ້ຖວາຍແກ່ອົງພຣະຜູ້ເປັນເຈົ້າ ທີ່ແທ່ນບູຊາ ສະນັ້ນຈົ່ງເອົາໝໍ້ຂາງຈາກຜູ້ທີ່ຖືກຂ້າຕາຍ ເພາະການບາບຂອງພວກເຂົາ ເຫລົ່ານີ້ ໄປຊຸບຕີເປັນແຜ່ນບາງໆ ສໍາລັບປົກແທ່ນບູຊາ ເພື່ອຈະໄດ້ເປັນສິ່ງເຕືອນໃຈແກ່ ປະຊາຊົນອິດສະຣາເອນ.”
\s5
\v 39 ສະນັ້ນ ປະໂຣຫິດ ເອເລອາຊາ ຈຶ່ງເອົາ ໝໍ້ຂາງເຫລົ່ານັ້ນມາ ຕີເປັນແຜ່ນບາງໆ ສໍາລັບປົກຄຸມແທ່ນບູຊາ.
\v 40 ແຜ່ນນີ້ ເປັນສິ່ງເຕືອນຊາວອິດສະຣາເອນ ວ່າ ຢ່າໃຫ້ຜູ້ໃດ ຜູ້ໜຶ່ງ ທີ່ບໍ່ແມ່ນລູກຫລານຂອງອາໂຣນ ມາໃກ້ແທ່ນບູຊາ ເພື່ອເຜົາເຄື່ອງຫອມຖວາຍແກ່ ອົງພຣະຜູ້ເປັນເຈົ້າ. ບໍ່ດັ່ງນັ້ນ ເຂົາຈະຖືກທາໍລາຍເໝືອນດັ່ງໂກຣາ ແລະ ພັກພວກຂອງຕົນ. ເອເລອາຊາ ກໍໄດ້ເຮັດຕາມທີ່ອົງພຣະຜູ້ເປັນເຈົ້າ ໄດ້ສັ່ງໄວ້ຜ່ານທາງໂມເຊ ທຸກປະການ.
\s5
\v 41 ວັນຕໍ່ມາ ຊຸມຊົນທັງໝົດໄດ້ມາຈົ່ມຮ້າຍໃສ່ໂມເຊ ແລະອາໂຣນ ວ່າ, “ທ່ານເປັນຜູ້ເຮັດ ໃຫ້ປະຊາຊົນບາງຄົນຂອງອົງພຣະຜູ້ເປັນເຈົ້າ ຖືກຂ້າຕາຍ. ”
\v 42 ຫລັງຈາກ ທີ່ພວກເຂົາ ໄດ້ມາເຕົ້າໂຮມກັນ ເພື່ອປະທ້ວງໂມເຊ ກັບ ອາໂຣນ ແລ້ວພວກເຂົາຕ່າງກໍຫັນໜ້າໄປທາງຫໍເຕັນ; ພວກເຂົາຈຶ່ງເຫັນແສງສຸກໃສແຫ່ງສະຫງ່າຣາສີຂອງອົງພຣະຜູ້ເປັນເຈົ້າ ປາກົດຂຶ້ນ.
\v 43 ໂມເຊ ແລະ ອາໂຣນ ໄດ້ອອກໄປຢືນຢູ່ຕໍ່ໜ້າຫໍເຕັນ
\s5
\v 44 ແລະອົງພຣະຜູ້ເປັນເຈົ້າໄດ້ບອກໂມເຊ ວ່າ,
\v 45 “ຈົ່ງຖອຍອອກຫ່າງຈາກປະຊາຊົນເຫລົ່ານີ້ສາ ເພາະເຮົາຈະທາໍລາຍພວກເຂົາກັບບ່ອນນີ້. ” ທັງສອງພາກັນໝູບໜ້າລົງດິນ
\v 46 ແລະ ໂມເຊ ບອກ ອາໂຣນວ ່າ, “ຈົ່ງເອົາໝໍ້ຂາງໄປໃສ່ຖ່ານໄຟໃນແທ່ນບູຊາ ແລະເອົາເຄື່ອງຫອມໂຮຍໃສ່ເທິງ ເພື່ອເຮັດພິທີຊໍາລະປະຊາຊົນ ໄວໆ. ອົງພຣະຜູ້ເປັນເຈົ້າໂກດຮ້າຍ ແລະ ເຮັດໃຫ້ໂຣກລະບາດເກີດຂຶ້ນແລ້ວ.
\s5
\v 47 ອາໂຣນ ກໍໄດ້ປະຕິບັດຕາມນັ້ນ ເພິ່ນໄດ້ເອົາໝໍ້ຂາງທີ່ມີຖ່ານໄຟລຸກແດງຢູ່ ແລ່ນໄປທ່າມກາງປະຊາຊົນ. ເມື່ອເຫັນວ່າ ໂຣກລະບາດຮ້າຍແຮງໄດ້ແຜ່ກວ້າງອອກໄປຫລາຍແລ້ວ ເພິ່ນກໍເອົາເຄື່ອງຫອມໂຮຍໃສ່ເທິງຖ່ານ ແລະເຮັດພິທີຊໍາລະມົນທິນ ໃຫ້ປະຊາຊົນ.
\v 48 ໂຣກລະບາດຮ້າຍແຮງ ຈຶ່ງຢຸດເຊົາ ແລະເພິ່ນໄດ້ຢືນຂຶ້ນລະຫວ່າງຄົນເປັນ ແລະ ຄົນຕາຍ.
\s5
\v 49 ຈາໍນວນຄົນຕາຍມີ 14, 700 ຄົນ ໂດຍບໍ່ນັບຜູ້ທີ່ຕາຍຍ້ອນໂກຣາ ໄດ້ກະບົດ.
\v 50 ເມື່ອໂຣກລະບາດຮ້າຍແຮງເຊົາແລ້ວ ອາໂຣນ ຈຶ່ງກັບຄືນໄປຫາ ໂມເຊ ທີ່ທາງປະຕູເຂົ້າຫໍເຕັນ.
\s5
\c 17
\p
\v 1 ອົງພຣະຜູ້ເປັນເຈົ້າໄດ້ກ່າວກັບໂມເຊ ວ່າ,
\v 2 “ຈົ່ງບອກປະຊາຊົນອິດສະຣາເອນ ໃຫ້ເອົາໄມ້ຄ້ອນເທົ້າສິບສອງອັນ ມາໃຫ້ເຈົ້າ ຄື: ໄມ້ຄ້ອນເທົ້າ ອັນໜຶ່ງຈາກຜູ້ນາໍແຕ່ລະເຜົ່າ. ຈົ່ງຂຽນຊື່ຂອງຜູ້ນາໍເຜົ່າໃສ່ໄມ້ຄ້ອນເທົ້າ ແຕ່ລະອັນ
\s5
\v 3 ແລະ ໃຫ້ຂຽນຊື່ອາໂຣນ ໃສ່ເທິງໄມ້ຄ້ອນເທົ້າຂອງເຜົ່າເລວີ. ຫົວໜ້າແຕ່ລະເຜົ່າຈະມີໄມ້ຄ້ອນເທົ້າອັນໜຶ່ງ.
\v 4 ຈົ່ງນາໍໄມ້ຄ້ອນເທົ້າເຫລົ່ານີ້ ໄປຍັງຫໍເຕັນບ່ອນເຮົາສະຖິດຢູ່ ແລະ ວາງລົງຕໍ່ໜ້າຫີບພັນທະສັນຍາ ບ່ອນທີ່ເຮົາພົບກັບເຈົ້າ.
\v 5 ແລ້ວໄມ້ຄ້ອນເທົ້າຂອງໃຜ ທີ່ເຮົາໄດ້ເລືອກເອົາ ກໍຈະອອກດອກ. ດ້ວຍວິທີນີ້ ເຮົາຈະເຮັດໃຫ້ຊາວອິດສະຣາເອນ ເຊົາຈົ່ມຮ້າຍໃສ່ພວກເຈົ້າ.”
\s5
\v 6 ດັ່ງນັ້ນ ໂມເຊ ຈຶ່ງກ່າວແກ່ຊາວອິດສະຣາເອນ ແລະ ຜູ້ນໍາຂອງພວກເຂົາແຕ່ລະຄົນ ກໍໄດ້ນໍາໄມ້ຄ້ອນເທົ້າອັນໜຶ່ງມາໃຫ້ ເຜົ່າລະອັນ ຄື: ທັງໝົດມີຢູ່ສິບສອງອັນ ແລະມີໄມ້ຄ້ອນເທົ້າຂອງອາໂຣນ ຮ່ວມຢູ່ດ້ວຍ.
\v 7 ແລ້ວ ໂມເຊ ກໍເອົາໄມ້ຄ້ອນເທົ້າເຫລົ່ານັ້ນ ໄປໄວ້ໃນຫໍເຕັນ ຕໍ່ໜ້າຫີບພັນທະສັນຍາຂອງອົງພຣະຜູ້ເປັນເຈົ້າ.
\s5
\v 8 ວັນຕໍ່ມາ ເມື່ອໂມເຊໄດ້ເຂົ້າໄປໃນຫໍເຕັນ ເພິ່ນຈຶ່ງໄດ້ເຫັນວ່າ ໄມ້ຄ້ອນເທົ້າຂອງອາໂຣນ ຊຶ່ງເປັນຂອງເຜົ່າເລວີ ນັ້ນອອກດອກ ຄື: ດອກຈູມ, ດອກບານ ແລະມີໝາກອາມອນສຸກຄ້າຍໆໝາກບົກ ຕິດຢູ່ດ້ວຍ
\v 9 ໂມເຊໄດ້ເອົາໄມ້ຄ້ອນເທົ້າທັງໝົດ ໄປໃຫ້ຊາວອິດສະຣາເອນເບິ່ງ. ພວກເຂົາໄດ້ເຫັນເຫດການທີ່ເກີດຂື້ນ ແລະຫົວໜ້າຂອງແຕ່ ລະເຜົ່າ ຈຶ່ງຮັບເອົາໄມ້ຄ້ອນເທົ້າຂອງໃຜລາວຄືນເມືອ.
\s5
\v 10 ອົງພຣະຜູ້ເປັນເຈົ້າໄດ້ກ່າວຕໍ່ໂມເຊ ວ່າ, “ຈົ່ງເອົາໄມ້ຄ້ອນເທົ້າຂອງອາໂຣນ ໄປວາງໄວ້ຕໍ່ໜ້າຫີບພັນທະສັນຍາ ເພື່ອຮັກສາ ໄວ້ເປັນສິ່ງເຕືອນໃຈຊາວອິດສະຣາເອນ ຜູ້ກະບົດຕໍ່ເຮົາ ວ່າພວກເຂົາຈະເຊົາຈົ່ມຮ້າຍຕໍ່ເຮົາເພື່ອພວກເຂົາຈະບໍ່ຕາຍ. ”
\v 11 ໂມເຊ ກໍເຮັດຕາມທີ່ອົງພຣະຜູ້ເປັນເຈົ້າໄດ້ສັ່ງໄວ້ທຸກປະການ.
\s5
\v 12 ປະຊາຊົນອິດສະຣາເອນ ໄດ້ເວົ້າກັບໂມເຊ ວ່າ, “ພວກເຮົາກາໍລັງຈະຈິບຫາຍ ພວກເຮົາໝົດກາໍລັງເສຍແລ້ວ, ພວກເຮົາທັງໝົດຈະຕາຍ
\v 13 ທຸກໆ ຄົນທີ່ເຂົ້າໄປ ໃກ້ຫໍເຕັນບ່ອນອົງພຣະຜູ້ເປັນເຈົ້າສະຖິດຢູ່ ຕ້ອງຕາຍ ພວກເຮົາທັງໝົດຈະບໍ່ຕາຍໝົດບໍ?”
\s5
\c 18
\p
\v 1 ອົງພຣະຜູ້ເປັນເຈົ້າໄດ້ບອກອາໂຣນ ວ່າ, “ເຈົ້າກັບພວກລູກຊາຍຂອງເຈົ້າ ພ້ອມທັງຊາວເລວີ ຕ້ອງເປັນຜູ້ຮັບຜົນກາໍຈາກຄວາມຜິດໃນການຮັບໃຊ້ ແລະການປະຕິບັດໜ້າທີ່ໃນຫໍເຕັນບ່ອນເຮົາສະຖິດຢູ່, ແຕ່ເຈົ້າກັບພວກລູກຊາຍຂອງເຈົ້າ ໃນຖານະທີ່ເປັນປະໂຣຫິດຂອງເຮົາ ຈະເປັນຜູ້ຮັບຜິດຊອບຕໍ່ຄວາມຜິດນັ້ນ.
\v 2 ໃຫ້ນາໍຍາດຕິພີ່ນ້ອງໃນເຜົ່າເລວີ ຂອງເຈົ້າມາເຮັດວຽກຊ່ວຍເຈົ້າ ໃນເວລາທີ່ພວກເຈົ້າເຂົ້າໄປຮັບໃຊ້ເຮົາໃນຫໍເຕັນ.
\s5
\v 3 ໃຫ້ພວກເຂົາເຮັດວຽກເພື່ອເຈົ້າ ແລະຮັບ ຜິດຊອບໜ້າທີ່ໃນຫໍເຕັນ, ແຕ່ຢ່າໃຫ້ພວກເຂົາເຂົ້າໃກ້ສິ່ງໃດໆ ໃນບ່ອນສັກສິດຂອງເຮົາ ຫລື ໃກ້ແທ່ນບູຊາ. ຖ້າພວກເຂົາຫາກຂືນເຮັດ ທັງເຂົາແລະເຈົ້າເອງຈະໄດ້ຮັບໂທດເຖິງຕາຍ.
\v 4 ພວກເຂົາຈະເຮັດວຽກກັບເຈົ້າ ແລະຮັບຜິດຊອບໜ້າທີ່ທຸກຢ່າງໃນຫໍເຕັນ, ແຕ່ຢ່າໄດ້ເອົາຄົນທີ່ຂາດຄຸນສົມບັດມາເຮັດວຽກການນາໍເຈົ້າ.
\v 5 ເຈົ້າແລະພວກລູກຊາຍຂອງເຈົ້າເທົ່ານັ້ນ ຈະຕ້ອງຮັບຜິດຊອບຕໍ່ບ່ອນສັກສິດ ແລະຕໍ່ແທ່ນບູຊາ ເພື່ອຄວາມໂກດຮ້າຍຂອງເຮົາຈະບໍ່ໄດ້ຕົກຖືກປະຊາຊົນ ອິດສະຣາເອນ ອີກ.
\s5
\v 6 ແມ່ນເຮົາເອງ ທີ່ເປັນຜູ້ເລືອກເອົາຍາດຕິພີ່ນ້ອງຊາວເລວີຂອງເຈົ້າ ຈາກທ່າມກາງຊາວ ອິດສະຣາເອນ ເພື່ອໃຫ້ເປັນຂອງຂວັນແກ່ເຈົ້າ. ເຈົ້າໄດ້ອຸທິດຖວາຍພວກເຂົາໃຫ້ແກ່ເຮົາ ເພື່ອວ່າພວກເຂົາຈະປະຕິບັດໜ້າທີ່ໃນຫໍ ເຕັນໄດ້.
\v 7 ແຕ່ແມ່ນເຈົ້າກັບພວກລູກຊາຍຂອງເຈົ້າເທົ່ານັ້ນ ທີ່ຈະປະຕິບັດໜ້າທີ່ຄວາມຮັບຜິດຊອບທັງໝົດຂອງປະໂຣຫິດ ກ່ຽວກັບແທ່ນບູຊາແລະໃນບ່ອນສັກສິດທີ່ສຸດໃຫ້ສໍາເລັດ. ສິ່ງເຫລົ່ານີ້ ເປັນຄວາມຮັບຜິດຊອບ ຂອງເຈົ້າ ກໍຍ້ອນວ່າເຮົາໄດ້ມອບຕໍາແໜ່ງປະໂຣຫິດໃຫ້ເຈົ້າ. ຜູ້ອື່ນໃດທີ່ເຂົ້າມາໃກ້ຈະໄດ້ ຮັບໂທດເຖິງຕາຍ.”
\s5
\v 8 ອົງພຣະຜູ້ເປັນເຈົ້າ ໄດ້ກ່າວແກ່ອາໂຣນ ວ່າ, “ຈົ່ງຈົດຈາໍໄວ້ວ່າ ເຮົາໄດ້ມອບເຄື່ອງຖວາຍພິເສດທຸກສິ່ງທີ່ບໍ່ໄດ້ເຜົາບູຊາ ທີ່ຊາວອິດສະຣາເອນ ໄດ້ຖວາຍແກ່ເຮົາໃຫ້ແກ່ເຈົ້າ. ເຮົາໄດ້ມອບສິ່ງນັ້ນທັງໝົດ ໃຫ້ເປັນສ່ວນແບ່ງແກ່ເຈົ້າ ແລະ ເຊື້ອສາຍຂອງພວກເຈົ້າ ຕະຫລອດໄປ.
\v 9 ເຄື່ອງຖວາຍອັນບໍຣິສຸດທີ່ສຸດ ຊຶ່ງບໍ່ໄດ້ຖືກເຜົາເທິງແທ່ນບູຊາ ເປັນຂອງເຈົ້າ ແລະມີດັ່ງຕໍ່ໄປນີ້: ເຄື່ອງຖວາຍພືດຜົນເປັນເມັດ, ເຄື່ອງຖວາຍລຶບລ້າງບາບ ແລະ ເຄື່ອງຖວາຍໃນການໃຊ້ແທນຄືນ. ທຸກໆ ສິ່ງທີ່ໄດ້ຖວາຍຢ່າງບໍຣິສຸດໃຫ້ແກ່ເຮົາ ເປັນຂອງເຈົ້າແລະພວກລູກຂອງເຈົ້າ.
\s5
\v 10 ພວກເຈົ້າຕ້ອງກິນສິ່ງເຫລົ່ານີ້ຢູ່ໃນບ່ອນສັກສິດທີ່ສຸດ ແລະ ມີພຽງແຕ່ຜູ້ຊາຍເທົ່ານັ້ນທີ່ກິນໄດ້ເພາະເປັນຂອງບໍຣິສຸດ.
\v 11 ນອກຈາກນີ້ອີກ ເຄື່ອງຖວາຍພິເສດອື່ນ ໆ ທີ່ ຊາວອິດສະຣາເອນຖວາຍແກ່ເຮົາ ຈະເປັນ ຂອງເຈົ້າ. ເຮົາຍົກໃຫ້ເປັນຂອງເຈົ້າ, ພວກ ລູກຊາຍຂອງເຈົ້າ ແລະ ລູກສາວຂອງເຈົ້າ ທຸກຍຸກທຸກສະໄໝສືບໄປ. ສະມາຊິກທຸກໆ ຄົນໃນຄອບຄົວຂອງເຈົ້າ ທີ່ບໍ່ເປັນມົນທິນກິນຂອງຖວາຍນັ້ນໄດ້.
\s5
\v 12 ຜົນລະປູກຫົວປີອັນດີທີ່ສຸດ ຊຶ່ງຊາວ ອິດສະຣາເອນ ນາໍມາຖວາຍແກ່ເຮົາແຕ່ລະປີ ເຊັ່ນ: ນາໍ້ມັນໝາກກອກເທດ, ເຫລົ້າອະງຸ່ນ ແລະ ພືດຜົນເປັນເມັດ ເຮົາໄດ້ມອບໃຫ້ແກ່ ເຈົ້າ.
\v 13 ທັງໝົດນັ້ນເປັນຂອງເຈົ້າ. ສະມາຊິກທຸກໆ ຄົນໃນຄອບຄົວຂອງເຈົ້າທີ່ບໍ່ເປັນມົນທິນ ກິນຂອງຖວາຍນັ້ນໄດ້.
\s5
\v 14 ທຸກໆ ສິ່ງທີ່ປະຊາຊົນໃນຊາດອິດສະຣາເອນ ໄດ້ນາໍມາຖວາຍແກ່ເຮົາໂດຍ ບໍ່ມີເງື່ອນໄຂ ເປັນຂອງເຈົ້າ.
\v 15 ລູກກົກຂອງຊາວອິດສະຣາເອນ ບໍ່ວ່າເປັນຄົນ ຫລື ສັດກໍດີ ທີ່ນາໍມາຖວາຍແກ່ເຮົາ ເປັນຂອງເຈົ້າ. ແຕ່ໃຫ້ໄຖ່ລູກກົກຂອງທຸກໆຄົນຄືນໄວ້ ແລະສັດຫົວປີທຸກໆ ໂຕທີ່ບໍ່ເປັນມົນທິນຕາມກົດບັນຍັດ ກໍໃຫ້ຊື້ເອົາຄືນໄດ້ເໝືອນກັນ.
\v 16 ສິ່ງທີ່ຖືກໄຖ່ຄືນນັ້ນ ຈົ່ງໄຖ່ໄວ້ແຕ່ອາຍຸໜຶ່ງເດືອນຂຶ້ນໄປ ໃຫ້ໄຖ່ເອົາຄືນໄດ້ໃນລາຄາເງິນ ຫ້າຫລຽນ ຕາມອັດຕາເງິນຂອງສໍານັກນະມັດສະການຊຶ່ງໄດ້ກາໍນົດໄວ້.
\s5
\v 17 ແຕ່ລູກຫົວປີຂອງງົວ, ແກະ ແລະ ແບ້ ໄຖ່ເອົາຄືນໄວ້​ບໍ່​ໄດ້; ສັດ​ເຫລົ່າ​ນີ້ ເປັນຂອງເຮົາຢ່າງສົມບູນ ແລະໃຫ້ພວກເຈົ້າຂ້າຖວາຍບູຊາແກ່ເຮົາ. ຈົ່ງຖອກເລືອດໃສ່ແທ່ນບູຊາ ແລະເຜົາໄຂມັນຕາມພິທີຖວາຍບູຊາດ້ວຍໄຟ ກິ່ນຫອມຫວນນັ້ນ ຈຶ່ງເປັນທີ່ພໍໃຈແກ່ອົງພຣະຜູ້ເປັນເຈົ້າ.
\v 18 ສ່ວນຊີ້ນສັດເຫລົ່ານັ້ນ ເປັນຂອງເຈົ້າ ເຊັ່ນ: ຊີ້ນໜ້າເອິກ ແລະຊີ້ນຂາຫລັງເບື້ອງຂວາ ທີ່ເປັນຂອງຖວາຍພິເສດ.
\s5
\v 19 ເຄື່ອງຖວາຍພິເສດທັງໝົດ ທີ່ຊາວອິດສະຣາເອນໄດ້ນາໍມາຖວາຍແກ່ເຮົາ ເປັນຂອງເຈົ້າ ແລະພວກລູກຊາຍຍິງຂອງເຈົ້າທຸກຍຸກທຸກສະໄໝສືບໄປ. ອັນນີ້ແຫລະ ແມ່ນພັນທະສັນຍາ ອັນປ່ຽນແປງບໍ່ໄດ້ ທີ່ເຮົາໄດ້ ເຮັດໄວ້ກັບເຊື້ອສາຍຂອງເຈົ້າ. ”
\v 20 ອົງພຣະຜູ້ເປັນເຈົ້າໄດ້ບອກອາໂຣນ ວ່າ, “ເຈົ້າຈະບໍ່ໄດ້ຮັບສົມບັດໃດໆ ເປັນມູນມໍຣະດົກ ແລະ ທັງຈະບໍ່ໄດ້ທີ່ດິນສ່ວນໃດໆ ໃນດິນແດນອິດສະຣາເອນ ເປັນຂອງພວກເຈົ້າໃນ ທ່າມກາງພວກເຂົາ. ເຮົາເປັນທຸກສິ່ງທີ່ເຈົ້າ ຕ້ອງການ.”
\s5
\v 21 ອົງພຣະຜູ້ເປັນເຈົ້າ ໄດ້ສັ່ງໄວ້ວ່າ, “ເຮົາໄດ້ມອບໜຶ່ງສ່ວນສິບຂອງທຸກໆສິ່ງ ທີ່ຊາວອິດສະຣາເອນຖວາຍແກ່ເຮົາ ໃຫ້ຊາວເລວີ. ອັນນີ້ ເປັນຄ່າຕອບແທນວຽກການທີ່ພວກເຂົາຮັບຜິດຊອບເບິ່ງແຍງຮັກສາຫໍເຕັນ ບ່ອນ ເຮົາສະຖິດຢູ່.
\v 22 ຊາວອິດສະຣາເອນ ຄົນອື່ນ ໆ ບໍ່ຕ້ອງເຂົ້າມາໃກ້ຫໍເຕັນຂອງເຮົາ ບໍ່ດັ່ງນັ້ນ ພວກເຂົາຈະຖືກລົງໂທດເຖິງຕາຍ.
\s5
\v 23 ຕັ້ງແຕ່ນີ້ໄປ ໃຫ້ຊາວເລວີເທົ່ານັ້ນ ເບິ່ງແຍງຮັກສາຫໍເຕັນ ແລະ ໃຫ້ພວກເຂົາຮັບຜິດຊອບຢ່າງເຕັມສ່ວນ ຕໍ່ໜ້າທີ່ນີ້. ອັນນີ້ ແມ່ນລະບຽບການຕາຍຕົວ ທີ່ໃຫ້ພວກເຊື້ອສາຍຂອງພວກເຈົ້າ ປະຕິບັດຄືກັນ. ຊາວເລວີ ຈະບໍ່ມີສົມບັດອັນຖາວອນໃນດິນແດນ ອິດສະຣາເອນ ເຊັ່ນກັນ
\v 24 ເພາະເຮົາໄດ້ຍົກໜຶ່ງສ່ວນສິບຂອງການຖວາຍພິເສດ ທີ່ຊາວອິດສະຣາເອນ ໄດ້ນາໍມາຖວາຍແກ່ເຮົານັ້ນ ໃຫ້ເປັນກໍາມະສິດຂອງພວກເຂົາ. ດັ່ງນັ້ນແຫລະ ເຮົາຈຶ່ງບອກວ່າ ພວກເຂົາຈະບໍ່ມີຊັບສົມບັດອັນຖາວອນໃດໆ ຢູ່ໃນດິນແດນ ອິດສະຣາເອນ.”
\s5
\v 25 ອົງພຣະຜູ້ເປັນເຈົ້າໄດ້ສັ່ງໂມເຊ ໄວ້
\v 26 ໃຫ້ບອກຊາວເລວີ ດັ່ງນີ້, “ເມື່ອພວກເຈົ້າ ຮັບໜຶ່ງສ່ວນສິບ ທີ່ໄດ້ຈາກຊາວອິດສະຣາເອນ ພວກເຈົ້າຕ້ອງແບ່ງໜຶ່ງສ່ວນສິບຖວາຍເປັນສ່ວນຖວາຍພິເສດ ໃຫ້ແກ່ອົງພຣະຜູ້ເປັນເຈົ້າ ເໝືອນກັນ.
\v 27 ສ່ວນຖວາຍພິເສດນີ້ ຈະຖືເປັນດັ່ງເຂົ້າໃໝ່ ແລະ ເຫລົ້າອະງຸ່ນໃໝ່ ທີ່ຊາວສວນໄດ້ນາໍມາຖວາຍ.
\s5
\v 28 ໃນທາໍນອງນີ້ ພວກເຈົ້າຈົ່ງຖວາຍສ່ວນ ຖວາຍພິເສດ ທີ່ເປັນຂອງອົງພຣະຜູ້ເປັນເຈົ້າ ທີ່ໄດ້ຮັບຈາກໜຶ່ງສ່ວນສິບທັງໝົດຂອງຊາວ ອິດສະຣາເອນ ເໝືອນກັນ. ໃຫ້ພວກເຈົ້າ ມອບສ່ວນຖວາຍພິເສດນີ້ ໃຫ້ປະໂຣຫິດ ອາໂຣນ ເພື່ອໃຫ້ເພິ່ນຖວາຍແກ່ອົງພຣະຜູ້ເປັນເຈົ້າ.
\v 29 ຈາກສິ່ງທັງໝົດຊຶ່ງພວກເຈົ້າໄດ້ຮັບ ຈົ່ງເອົາສ່ວນດີທີ່ສຸດນັ້ນມາຖວາຍແກ່ ອົງພຣະຜູ້ເປັນເຈົ້າ.
\s5
\v 30 ເມື່ອພວກເຈົ້າ ໄດ້ຖວາຍສ່ວນທີ່ດີທີ່ສຸດ ແລ້ວພວກເຈົ້າກໍຮັກສາສ່ວນທີ່ເຫລືອນັ້ນໄວ້ໄດ້ເໝືອນກັນກັບຊາວສວນ ໄດ້ຮັກສາ ສິ່ງທີ່ເຫລືອໄວ້ ຫລັງຈາກທີ່ພວກເຂົາໄດ້ຖວາຍແລ້ວ.
\v 31 ພວກເຈົ້າ ແລະ ຄອບຄົວ ຈະເອົາໄປກິນບ່ອນໃດບ່ອນໜຶ່ງກໍໄດ້ ເພາະວ່າ ແມ່ນຄ່າຈ້າງສໍາລັບວຽກງານທີ່ພວກເຈົ້າໄດ້ເຮັດໃນຫໍເຕັນ.
\v 32 ພວກເຈົ້າບໍ່ມີຄວາມຜິດໃນຂອງຖວາຍ ເມື່ອພວກເຈົ້າກິນສ່ວນທີ່ໄດ້ຮັບນັ້ນ. ແຕ່ຢ່າເຮັດໃຫ້ຂອງຖວາຍທີ່ຊາວອິດສະຣາເອນ ຖືວ່າບໍຣິສຸດນັ້ນ ເປັນມົນທິນ ໂດຍກິນສ່ວນໃດສ່ວນໜຶ່ງກ່ອນ ຖວາຍສ່ວນທີ່ດີທີ່ສຸດ ຖ້າພວກເຈົ້າຫາກຂືນເຮັດພວກເຈົ້າຈະໄດ້ຮັບໂທດເຖິງຕາຍ.”
\s5
\c 19
\p
\v 1 ອົງພຣະຜູ້ເປັນເຈົ້າໄດ້ກ່າວຕໍ່ໂມເຊ ແລະ ອາໂຣນ ວ່າ,
\v 2 “ໃຫ້ມອບລະບຽບ ການດັ່ງຕໍ່ໄປນີ້ແກ່ຊາວອິດສະຣາເອນ ຈົ່ງນາໍ ງົວແມ່ສີແດງ ໂຕທີ່ມີສຸຂະພາບດີ ແລະ ບໍ່ມີຕໍາໜິ ທັງບໍ່ເຄີຍໃຊ້ວຽກຈັກເທື່ອ
\s5
\v 3 ມາໃຫ້ປະໂຣຫິດ ເອເລອາຊາ. ຈົ່ງເອົາ ງົວໂຕນີ້ ໄປຂ້າປາດຄໍຢູ່ນອກຄ້າຍຊ້ອງໜ້າເພິ່ນ. [ນ]
\v 4 ໃຫ້ປະໂຣຫິດເອົາເລືອດບາງສ່ວນມາ ໃຊ້ນິ້ວມືຈຸ່ມລົງໃນນັ້ນ ແລະ ຊິດໄປ ທາງຫໍເຕັນເຈັດເທື່ອ.
\v 5 ຈົ່ງເຜົາສັດທັງໂຕ ເຊັ່ນ: ໜັງ, ຊີ້ນ ແລະ ເຄື່ອງໃນໄສ້ພຸງຊ້ອງໜ້າປະໂຣຫິດ.
\v 6 ແລ້ວໃຫ້ເພິ່ນເອົາໄມ້ສົນສີດາຈາໍນວນໜຶ່ງ, ໃບຕົ້ນຫູສົບມັດໜຶ່ງ ແລະ ດ້າຍສີແດງເສັ້ນໜຶ່ງຖິ້ມໃສ່ໄຟ.
\s5
\v 7 ຫລັງຈາກນັ້ນແລ້ວ ໃຫ້ເພິ່ນຊັກເຄື່ອງນຸ່ງຫົ່ມ ແລະ ອາບນໍ້າຊໍາລະຮ່າງກາຍ ແລ້ວຈຶ່ງເຂົ້າໄປຢູ່ໃນຄ້າຍພັກໄດ້, ແຕ່ເພິ່ນຍັງເປັນມົນທິນຢູ່ຈົນຮອດຄໍ່າ.
\v 8 ຊາຍຜູ້ທີ່ເຜົາງົວນັ້ນ ຕ້ອງຊັກເຄື່ອງນຸ່ງ ແລະ ອາບນາໍ້ຊໍາລະຮ່າງກາຍເໝືອນກັນ ແຕ່ລາວຍັງຈະເປັນມົນທິນຢູ່ຈົນຮອດຄໍ່າ.
\s5
\v 9 ແລ້ວໃຫ້ຊາຍຜູ້ໜຶ່ງ ທີ່ບໍ່ເປັນມົນທິນ ຕາມກົດບັນຍັດໄປເກັບເອົາຂີ້ເຖົ່າຂອງງົວແມ່ ແລ້ວເອົາໄປວາງຮັກສາໄວ້ໃນບ່ອນທີ່ສະອາດນອກຄ້າຍ ຕາມກົດບັນຍັດ ເພື່ອຊຸມຊົນອິດສະຣາເອນ ຈະໄດ້ເອົາມາໃຊ້ເປັນນາໍ້ຊໍາລະມົນທິນ ເພື່ອລົບລ້າງບາບ.
\v 10 ຊາຍທີ່ຊ້ວນຂີ້ເຖົ່ານັ້ນ ຕ້ອງຊັກເຄື່ອງນຸ່ງຫົ່ມ ຂອງຕົນ ແຕ່ລາວຍັງຈະເປັນມົນທິນຈົນຮອດ ຄໍ່າ. ໃຫ້ຊາວອິດສະຣາເອນ ຫລື ຊາວຕ່າງດ້າວ ທີ່ອາໄສຢູ່ນາໍນັ້ນ ປະຕິບັດຕາມ ລະບຽບການນີ້ ທຸກຍຸກທຸກສະໄໝສືບໄປ.
\s5
\v 11 ຜູ້ໃດກໍຕາມທີ່ຈັບບາຍຊາກສົບ ຈະເປັນມົນທິນຢູ່ເຈັດວັນ.
\v 12 ໃນວັນທີສາມ ແລະວັນທີເຈັດ ລາວຕ້ອງຊໍາລະຕົນເອງດ້ວຍນາໍ້ ແລ້ວລາວກໍຈະບໍ່ເປັນມົນທິນ, ແຕ່ຖ້າລາວຫາກບໍ່ຊໍາລະຕົນເອງໃນວັນທີສາມ ແລະ ວັນທີເຈັດ ລາວກໍຍັງເປັນມົນທິນຢູ່.
\v 13 ຜູ້ໃດກໍຕາມທີ່ຈັບບາຍຊາກສົບ ແລະບໍ່ໄດ້ຊໍາລະຕົນເອງ ຍັງຈະເປັນມົນທິນຢູ່ ຍ້ອນລາວບໍ່ໄດ້ຊໍາລະລາວເອງ. ລາວໝິ່ນປະໝາດຫໍເຕັນ ຂອງອົງພຣະຜູ້ເປັນເຈົ້າ ແລະຢ່າຖືລາວວ່າເປັນປະຊາຊົນຂອງພຣະເຈົ້າ ອີກຕໍ່ໄປ.
\s5
\v 14 ຖ້າຫາກມີຄົນໜຶ່ງຕາຍໃນຫໍເຕັນແຫ່ງໜຶ່ງ ທຸກຄົນທີ່ຢູ່ໃນຫໍເຕັນ ຫລື ເຂົ້າໄປໃນທີ່ນັ້ນຈະເປັນມົນທິນຢູ່ເຈັດວັນ ຕາມກົດບັນຍັດ.
\v 15 ໄຫ ກັບ ໝໍ້ທຸກໜ່ວຍທີ່ບໍ່ມີຝາອັດ [ບ] ໃນຫໍເຕັນນັ້ນ ຈະເປັນມົນທິນເຊັ່ນດຽວກັນ.
\v 16 ຖ້າຫາກມີຄົນໜຶ່ງຄົນໃດ ຈັບບາຍຄົນທີ່ຖືກຂ້າຕາຍ ຫລື ຕາຍຕາມທາໍມະດາ ນອກຫໍເຕັນ ຫລື ຖ້າຫາກມີຄົນໜຶ່ງ ຄົນໃດຈັບບາຍກະດູກ ຫລື ຂຸມຝັງສົບຜູ້ນັ້ນ ຈະເປັນມົນທິນຢູ່ເຈັດວັນ.
\s5
\v 17 ເພື່ອຊໍາລະມົນທິນ ໃຫ້ເອົາຂີ້ເຖົ່າຂອງ ງົວແມ່ສີແດງ ທີ່ເຜົາແລ້ວນັ້ນມາໃສ່ໃນຖ້ວຍ ແລະ ປົນກັບນໍ້າທີ່ສະອາດ.
\v 18 ໃນກໍລະນີທາໍອິດ ໃຫ້ຜູ້ໜຶ່ງທີ່ບໍ່ເປັນມົນທິນນັ້ນເອົາໃບຕົ້ນຫູສົບມັດໜຶ່ງຈຸ່ມລົງໃນນາໍ້ ແລະ ຊິດໃສ່ ຜ້າເຕັນ, ໃສ່ທຸກໆສິ່ງ ແລະ ໃສ່ຄົນທີ່ຢູ່ໃນຫໍເຕັນ. ໃນກໍລະນີທີສອງ ໃຫ້ຜູ້ໜຶ່ງທີ່ບໍ່ເປັນ ມົນທິນຕາມກົດບັນຍັດ ເອົານໍ້າຊິດໃສ່ຜູ້ທີ່ໄດ້ ຈັບບາຍກະດູກຄົນ ຫລື ຊາກສົບຄົນຕາຍ ຫລື ຂຸມຝັງສົບ.
\v 19 ໃນວັນທີສາມ ແລະ ວັນທີເຈັດ ໃຫ້ບຸກຄົນຜູ້ທີ່ບໍ່ເປັນມົນທິນ ຊິດນາໍ້ໃສ່ຜູ້ເປັນມົນທິນ. ໃນວັນທີເຈັດ ໃຫ້ລາວ ຊໍາລະບຸກຄົນນັ້ນ ຄື ຜູ້ທີ່ຫລັງຈາກຊັກເຄື່ອງນຸ່ງ ແລະ ອາບນໍ້າແລ້ວ ບໍ່ເປັນມົນທິນ ຕາມກົດບັນຍັດ ເມື່ອຕາເວັນຕົກດິນ.
\s5
\v 20 ຄົນໃດທີ່ເປັນມົນທິນ ແລະ ບໍ່ໄດ້ຊໍາລະ ຕົນເອງ ກໍຍັງເປັນມົນທິນຢູ່ ເພາະລາວບໍ່ໄດ້ ໃຊ້ນໍ້າຊໍາລະຕົນເອງ. ລາວໄດ້ເຮັດໃຫ້ຫໍເຕັນ ຂອງອົງພຣະຜູ້ເປັນເຈົ້າເປັນມົນທິນ ແລະ ຈະ ບໍ່ໄດ້ເປັນປະຊາຊົນຂອງອົງພຣະຜູ້ເປັນເຈົ້າ ອີກຕໍ່ໄປ.
\v 21 ພວກເຈົ້າຕ້ອງປະຕິບັດຕາມ ລະບຽບການນີ້ ທຸກຍຸກທຸກສະໄໝສືບໄປ. ຄົນຜູ້ທີ່ຊີດນາໍ້ນັ້ນ ຕ້ອງຊັກເຄື່ອງນຸ່ງຫົ່ມຂອງຕົນເໝືອນກັນ; ຜູ້ໃດທີ່ແຕະຕ້ອງນໍ້ານັ້ນ ຍັງເປັນມົນທິນຢູ່ຈົນຮອດຄໍ່າ ຕາມກົດບັນຍັດ.
\v 22 ສິ່ງໃດທີ່ຄົນເປັນມົນທິນຈັບບາຍ ກໍເປັນມົນທິນ ແລະ ຜູ້ໃດທີ່ຈັບບາຍຜູ້ນັ້ນກໍຍັງ ເປັນມົນທິນຢູ່ຈົນຮອດຄໍ່າ.
\s5
\c 20
\p
\v 1 ໃນເດືອນທໍາອິດ ຊຸມຊົນອິດສະຣາເອນ ທັງໝົດໄດ້ມາຍັງຖິ່ນແຫ້ງແລ້ງກັນດານ ຊິນ ແລະ ຕັ້ງຄ້າຍພັກຢູ່ທີ່ກາເດັດ. ນາງມີຣີອາມ ໄດ້ຕາຍ ແລະ ຖືກຝັງໄວ້ຢູ່ທີ່ນັ້ນ.
\s5
\v 2 ໃນບ່ອນທີ່ພວກເຂົາຕັ້ງຄ້າຍພັກຢູ່ນັ້ນ ບໍ່ມີນາໍ້. ດັ່ງນັ້ນ ປະຊາຊົນຈຶ່ງມາເຕົ້າໂຮມກັນ ອ້ອມໂມເຊ ກັບ ອາໂຣນ
\v 3 ແລະ ຈົ່ມຮ້າຍ ວ່າ, “ຖ້າພວກເຮົາຫາກໄດ້ຕາຍຢູ່ຕໍ່ໜ້າຫໍເຕັນ ຮ່ວມກັບພີ່ນ້ອງອິດສະຣາເອນ ຂອງພວກເຮົາ ກໍຄົງເປັນການດີກວ່າດອກ
\s5
\v 4 ເປັນຫຍັງ ພວກທ່ານຈຶ່ງນາໍພວກເຮົາມາ ສູ່ຖິ່ນິແຫ້ງແລ້ງກັນດານນີ້? ເພື່ອຢາກໃຫ້ພວກເຮົາກັບຝູງສັດ ຂອງພວກເຮົາ ຕາຍໃນ ທີ່ນີ້ຊັ້ນບໍ?
\v 5 ເປັນຫຍັງ ພວກທ່ານຈຶ່ງນາໍພາພວກເຮົາອອກມາຈາກປະເທດເອຢີບ ແລະ ເຂົ້າໄປໃນບ່ອນທຸກຍາກລໍາບາກ ເຊັ່ນນີ້ ຊຶ່ງບໍ່ມີພືດພັນຫຍັງເກີດຂຶ້ນ? ໃນບ່ອນນີ້ ບໍ່ ມີເຂົ້າກິນ, ບໍ່ມີຕົ້ນໝາກເດື່ອເທດ, ບໍ່ມີເຄືອອະງຸ່ນ ແລະ ບໍ່ມີຕົ້ນໝາກພີລາ ແມ່ນແຕ່ນາໍ້ ຈະດື່ມກໍຍັງບໍ່ມີ.”
\s5
\v 6 ໂມເຊ ກັບ ອາໂຣນ ໄດ້ພາກັນຍ່າງໜີຈາກປະຊາຊົນ ແລະ ໄປຢືນຢູ່ທາງປະຕູເຂົ້າ ຫໍເຕັນ. ພວກເພິ່ນໝູບໜ້າລົງດິນ ແລະ ແສງສຸກໃສແຫ່ງສະຫງ່າຣາສີຂອງອົງພຣະຜູ້ເປັນ ເຈົ້າ ກໍໄດ້ປາກົດຂຶ້ນໃຫ້ພວກເຂົາເຫັນ.
\s5
\v 7 ອົງພຣະຜູ້ເປັນເຈົ້າໄດ້ກ່າວກັບໂມເຊ ວ່າ,
\v 8 “ຈົ່ງຈັບເອົາໄມ້ຄ້ອນເທົ້າ ທີ່ຢູ່ຕໍ່ໜ້າຫີບພັນທະສັນຍານັ້ນ ແລ້ວໃຫ້ເຈົ້າ ແລະ ອາໂຣນ ເອີ້ນປະຊາຊົນອິດສະຣາເອນ ທັງໝົດ. ຈົ່ງກ່າວແກ່ໂງ່ນຫິນຕໍ່ໜ້າພວກເຂົາ ແລະ ນາໍ້ກໍຈະໄຫລອອກມາ. ໃນທາໍນອງນີ້ ພວກເຈົ້າຈະໄດ້ນໍ້າໄຫລອອກມາຈາກໂງ່ນຫິນສໍາລັບປະຊາຊົນ ສໍາລັບພວກເຂົາ ແລະ ສັດຂອງພວກເຂົາໄດ້ດື່ມ. ”
\v 9 ແລ້ວໂມເຊ ກໍອອກໄປ ແລະ ຖືເອົາໄມ້ຄ້ອນເທົ້າທີ່ຢູ່ຕໍ່ໜ້າ ອົງພຣະຜູ້ເປັນເຈົ້າ ຕາມທີ່ພຣະອົງໄດ້ສັ່ງໄວ້.
\s5
\v 10 ເພິ່ນກັບອາໂຣນ ໄດ້ເຕົ້າໂຮມຊຸມຊົນ ທັງໝົດ ຢູ່ຕໍ່ໜ້າໂງ່ນຫິນ ແລະ ໂມເຊ ກໍກ່າວວ່າ, “ຈົ່ງຟັງທາງນີ້ ພວກເຈົ້າຄົນກະບົດເອີຍ ພວກເຮົາຈະຕ້ອງເອົານາໍ້ອອກມາຈາກໂງ່ນຫິນນີ້ ໃຫ້ພວກເຈົ້າດື່ມຊັ້ນບໍ? ”
\v 11 ແລ້ວ ໂມເຊ ກໍຍົກໄມ້ຄ້ອນເທົ້າຂຶ້ນຕີໂງ່ນຫິນສອງ ເທື່ອ ແລະ ນາໍ້ກໍໄຫລທະລຸອອກມາຢ່າງ ຫລວງຫລາຍ ແລ້ວທັງຄົນ ແລະ ຝູງສັດທັງປວງກໍພາກັນດື່ມ.
\s5
\v 12 ແຕ່ອົງພຣະຜູ້ເປັນເຈົ້າ ໄດ້ກ່າວຕໍ່ ໂມເຊ ແລະ ອາໂຣນ ວ່າ, “ຍ້ອນພວກເຈົ້າ ບໍ່ມີຄວາມເຊື່ອພຽງພໍ ທີ່ຈະຮັບຮູ້ຣິດເດດອັນສັກສິດຂອງເຮົາ ຊ້ອງໜ້າປະຊາຊົນອິດສະຣາເອນ, ພວກເຈົ້າຈະບໍ່ໄດ້ນາໍພາ ພວກເຂົາເຂົ້າໄປຢູ່ໃນດິນແດນ ບ່ອນທີ່ເຮົາ ໄດ້ສັນຍາວ່າ ຈະມອບໃຫ້ແກ່ພວກເຂົານັ້ນ. ”
\v 13 ເຫດການນີ້ ໄດ້ເກີດຂຶ້ນທີ່ ເມຣີບາ [ປ] ບ່ອນທີ່ປະຊາຊົນອິດສະຣາເອນ ໄດ້ຈົ່ມຮ້າຍ ໃສ່ອົງພຣະຜູ້ເປັນເຈົ້າ ແລະ ບ່ອນທີ່ພຣະອົງ ໄດ້ສໍາແດງໃຫ້ພວກເຂົາ ເຫັນວ່າພຣະອົງຊົງບໍຣິສຸດ.
\s5
\v 14 ແລ້ວໂມເຊ ກໍໃຊ້ຜູ້ນາໍຂ່າວຈາກເມືອງ ກາເດັດໄປຫາກະສັດແຫ່ງດິນແດນ ເອໂດມ ວ່າ, “ຂ່າວນີ້ ແມ່ນສົ່ງມາຈາກຍາດຕິພີ່ນ້ອງຂອງທ່ານ ເຜົ່າຕ່າງໆຂອງຊາດອິດສະຣາເອນ. ທ່ານກໍຮູ້ເຖິງຄວາມຍາກລໍາບາກທີ່ພວກຂ້າພະເຈົ້າ ໄດ້ປະສົບພົບພໍ້ມາ
\v 15 ແລະ ບັນພະບຸລຸດຂອງພວກຂ້າພະເຈົ້າ ໄດ້ໄປຍັງປະເທດເອຢີບ ບ່ອນທີ່ພວກເພິ່ນໄດ້ອາໄສຢູ່ເປັນເວລາຫລາຍປີ. ຊາວເອຢິບໄດ້ກົດຂີ່ຂົ່ມເຫັງບັນພະບຸລຸດຂອງພວກຂ້າພະເຈົ້າຕະຫລອດທັງພວກຂ້າພະເຈົ້າດ້ວຍ
\v 16 ແລະ ພວກຂ້າພະເຈົ້າກໍໄດ້ຮ້ອງຫາອົງພຣະຜູ້ເປັນເຈົ້າໃຫ້ຊ່ວຍເຫລືອ. ພຣະອົງໄດ້ຍິນຄໍາຮ້ອງໄຫ້ຂອງພວກຂ້າພະເຈົ້າ ຈຶ່ງສົ່ງເທວະດາຕົນໜຶ່ງນາໍພາ ພວກຂ້າພະເຈົ້າອອກມາ ຈາກປະເທດ ເອຢີບ. ໃນເວລານີ້ ພວກຂ້າພະເຈົ້າພັກຢູ່ທີ່ກາເດັດ ເມືອງທີ່ຢູ່ໃກ້ກັບເຂດແດນຂອງທ່ານ ນີ້ເອງ.
\s5
\v 17 ສະນັ້ນ ຈົ່ງອະນຸຍາດໃຫ້ພວກຂ້າພະ ເຈົ້າ ຜ່ານດິນແດນປະເທດຂອງທ່ານໄປດ້ວຍ. ພວກຂ້າພະເຈົ້າ ແລະ ຝູງສັດຈະບໍ່ອອກນອກຫົນທາງ ຫລື ເຂົ້າໄປໃນຮົ້ວສວນ ຫລື ສວນອະງຸ່ນຂອງທ່ານ ແລະ ພວກຂ້າພະເຈົ້າກໍຈະບໍ່ດື່ມນາໍ້ຈາກສ້າງຂອງທ່ານ ດ້ວຍ. ພວກຂ້າພະເຈົ້າຈະໄປຕາມຖະໜົນໃຫຍ່ [ຜ] ຈົນກວ່າຈະພົ້ນເຂດແດນປະເທດຂອງທ່ານໄປ.”
\s5
\v 18 ແຕ່ຊາວເອໂດມ ໄດ້ຕອບວ່າ, “ພວກເຮົາບໍ່ຍອມໃຫ້ພວກເຈົ້າຜ່ານດິນແດນຂອງພວກເຮົາໄປ ຖ້າພວກເຈົ້າຫາກຂືນເຂົ້າມາ ພວກເຮົາຈະຍົກກາໍລັງອອກໄປໂຈມຕີພວກເຈົ້າ. ”
\v 19 ປະຊາຊົນອິດສະຣາເອນ ກ່າວວ່າ, “ພວກຂ້າພະເຈົ້າຈະຢູ່ຕາມຖະໜົນໃຫຍ່ ເທົ່ານັ້ນ ແລະ ຖ້າພວກຂ້າພະເຈົ້າ ຫລື ຝູງສັດຫາກດື່ມນໍ້າຂອງພວກທ່ານ ພວກຂ້າພະເຈົ້າຈະຈ່າຍເງິນໃຫ້ພວກທ່ານ. ສິ່ງທີ່ ພວກຂ້າພະເຈົ້າຕ້ອງການ ແມ່ນຜ່ານດິນແດນປະເທດຂອງພວກທ່ານໄປເທົ່ານັ້ນ.”
\s5
\v 20 ແຕ່ຊາວເອໂດມ ໄດ້ຢືນຢັນວ່າ, “ພວກເຮົາບໍ່ຍອມໃຫ້ຜ່ານເປັນເດັດຂາດ. ” ແລ້ວພວກເຂົາກໍຍົກທັບອັນເຂັ້ມແຂງອອກມາ ໂຈມຕີປະຊາຊົນອິດສະຣາເອນ.
\v 21 ຍ້ອນ ຊາວເອໂດມ ບໍ່ຍອມໃຫ້ຊາວອິດສະຣາເອນ ຜ່ານດິນແດນຂອງພວກເຂົາໄປ ຊາວອິດສະຣາເອນຈຶ່ງລ້ຽວໄປທາງອື່ນ.
\s5
\v 22 ຊຸມຊົນອິດສະຣາເອນທັງໝົດໄດ້ອອກຈາກ ກາເດັດ ແລະ ເດີນທາງມາຮອດພູເຂົາ ໂຮເຣ
\v 23 ໃກ້ເຂດແດນຂອງເມືອງ ເອໂດມ. ໃນທີ່ນັ້ນ ອົງພຣະຜູ້ເປັນເຈົ້າໄດ້ກ່າວແກ່ໂມເຊ ກັບ ອາໂຣນ ວ່າ,
\v 24 “ອາໂຣນ ຈະບໍ່ໄດ້ເຂົ້າໄປໃນດິນແດນຊຶ່ງເຮົາໄດ້ສັນຍາວ່າ ຈະມອບໃຫ້ແກ່ຊາວອິດສະຣາເອນ; ລາວຈະຕາຍເພາະພວກເຈົ້າທັງສອງໄດ້ກະບົດຕໍ່ຄໍາສັ່ງຂອງເຮົາທີ່ ເມຣີບາ.
\s5
\v 25 ຈົ່ງນາໍ ອາໂຣນ ແລະ ເອເລອາຊາ ລູກຊາຍຂອງລາວຂຶ້ນໄປທີ່ເທິງພູ ໂຮເຣ
\v 26 ແລະ ຢູ່ທີ່ນັ້ນ ໃຫ້ເຈົ້າຖອດເຄື່ອງປະໂຣຫິດ ຂອງອາໂຣນ ອອກ ແລະສວມໃສ່ໃຫ້ເອເລອາຊາ. ອາໂຣນຈະໄປຕາຍຢູ່ທີ່ນັ້ນ.”
\s5
\v 27 ໂມເຊ ກໍເຮັດຕາມທີ່ອົງພຣະຜູ້ເປັນເຈົ້າ ໄດ້ສັ່ງໄວ້. ເພິ່ນໄດ້ຂຶ້ນໄປທີ່ເທິງພູເຂົາ ໂຮເຣ ຕໍ່ໜ້າຊຸມຊົນທັງໝົດ
\v 28 ແລະ ໂມເຊ ກໍຖອດເຄື່ອງຕໍາແໜ່ງປະໂຣຫິດອອກຈາກອາໂຣນ ແລະ ສວມໃສ່ໃຫ້ເອເລອາຊາ ຜູ້ເປັນລູກຊາຍ. ອາໂຣນຕາຍຢູ່ທີ່ຈອມພູ; ໂມເຊ ແລະ ເອເລອາຊາ ຈຶ່ງກັບລົງມາ.
\v 29 ເມື່ອຊຸມຊົນທັງໝົດຮູ້ວ່າ ອາໂຣນໄດ້ຕາຍແລ້ວ ພວກເຂົາກໍພາກັນໄວ້ທຸກໃຫ້ເພິ່ນ 30 ວັນ.
\s5
\c 21
\p
\v 1 ເມື່ອກະສັດ ອາຣັດ ທີ່ຢູ່ທາງພາກໃຕ້ຂອງດິນແດນການາອານ ໄດ້ຍິນວ່າຊາວອິດສະຣາເອນ ກາໍລັງເດີນທາງມຸ້ງໜ້າມາ ທາງເມືອງອະທາຣິມ; ເພິ່ນຈຶ່ງນາໍທະຫານ ອອກໄປໂຈມຕີພວກເຂົາ ແລະ ຈັບໄດ້ບາງຄົນມາເປັນຊະເລີຍເສິກ.
\v 2 ແລ້ວພວກອິດສະຣາເອນ ກໍໄດ້ສາບານຕໍ່ອົງພຣະຜູ້ເປັນເຈົ້າວ່າ, “ຖ້າພຣະອົງຫາກໃຫ້ພວກຂ້ານ້ອຍ ຕີຊະນະປະຊາຊົນເຫລົ່ານີ້ໄດ້ ພວກຂ້ານ້ອຍ ຈະອຸທິດຖວາຍພວກເຂົາຢ່າງບໍ່ມີເງື່ອນໄຂ [ຝ] ພ້ອມທັງຫົວເມືອງຕ່າງໆນັ້ນແກ່ພຣະອົງ ແລະ ຈະທາໍລາຍພວກເຂົາໃຫ້ດັບກ້ຽງ. ”
\v 3 ອົງພຣະຜູ້ເປັນເຈົ້າໄດ້ຍິນສຽງຂອງຊາວອິດສະຣາເອນ ຈຶ່ງຊ່ວຍພວກເຂົາຕີຊະນະ ພວກການາອານ. ດັ່ງນັ້ນ ຊາວອິດສະຣາເອນ ຈຶ່ງທາໍລາຍຊາວເມືອງ ແລະ ເມືອງຕ່າງໆ ຂອງພວກເຂົາຖິ້ມໝົດ ແລະ ໄດ້ໃສ່ຊື່ບ່ອນນັ້ນວ່າ ໂຮມາ. [ພ]
\s5
\v 4 ຊາວອິດສະຣາເອນ ໄດ້ອອກຈາກພູເຂົາ ໂຮເຣ ມຸ້ງໜ້າຕໍ່ໄປຕາມທາງສູ່ອ່າວ ອາກາບາ ເພື່ອເດີນທາງອ້ອມໄປທາງເຂດແດນຂອງ ເອໂດມ. ແຕ່ໃນເວລາເດີນທາງໄປນັ້ນ ປະຊາຊົນພາກັນໝົດຄວາມອົດທົນ
\v 5 ພວກເຂົາໄດ້ຈົ່ມຮ້າຍຕໍ່ພຣະເຈົ້າ ແລະ ຕໍ່ໂມເຊ ວ່າ, “ເປັນຫຍັງ ທ່ານຈຶ່ງນາໍພາພວກເຮົາອອກຈາກປະເທດເອຢິບ ມາຕາຍຢູ່ໃນກາງຖິ່ນແຫ້ງແລ້ງກັນດານ ບ່ອນບໍ່ມີອາຫານ ແລະ ບໍ່ມີນາໍ້ເຊັ່ນນີ້? ພວກເຮົາບໍ່ອາດທົນກິນອາຫານຕາຍໆ ເຊັ່ນນີ້ໄດ້ດອກ.”
\s5
\v 6 ແລ້ວອົງພຣະຜູ້ເປັນເຈົ້າ ກໍໄດ້ສົ່ງງູພິດ ມາຕອດຊາວອິດສະຣາເອນ ຕາຍຢ່າງຫລວງຫລາຍ.
\v 7 ປະຊາຊົນຈຶ່ງພາກັນມາຫາໂມເຊ ແລະ ກ່າວວ່າ, “ພວກເຮົາເຮັດບາບແລ້ວ ເມື່ອຈົ່ມຮ້າຍໃສ່ອົງພຣະຜູ້ເປັນເຈົ້າ ແລະ ຈົ່ມຮ້າຍໃສ່ທ່ານ. ຂໍທ່ານຈົ່ງພາວັນນາ ອະທິຖານຕໍ່ອົງພຣະຜູ້ເປັນເຈົ້າ ໃຫ້ໄລ່ງູພິດເຫລົ່ານີ້ໜີໄປເຖີດ. ດັ່ງນັ້ນ ໂມເຊ ຈຶ່ງໄດ້ພາວັນນາ ອະທິຖານເພື່ອພວກເຂົາ.
\s5
\v 8 ແລ້ວອົງພຣະຜູ້ເປັນເຈົ້າ ກໍໄດ້ບອກ ໂມເຊ ໃຫ້ເຮັດງູເປັນທອງສໍາຣິດ ຕອກຕິດ ໄວ້ກັບເສົາ ເພື່ອວ່າຜູ້ໃດຜູ້ໜຶ່ງທີ່ຖືກງູຕອດ ເມື່ອແນມເບິ່ງງູທອງສໍາຣິດນັ້ນ ແລ້ວກໍໄດ້ຮັບການປິ່ນປົວໃຫ້ຫາຍດີ.
\v 9 ສະນັ້ນ ໂມເຊ ຈຶ່ງເຮັດງູທອງສໍາຣິດຕອກໄວ້ກັບເສົາ. ຜູ້ໃດຜູ້ ໜຶ່ງທີ່ຖືກງູພິດຕອດ ເມື່ອຫລຽວເບິ່ງງູທອງສໍາຣິດນັ້ນ ແລ້ວກໍໄດ້ຮັບການປິ່ນປົວໃຫ້ຫາຍດີ.
\s5
\v 10 ຊາວອິດສະຣາເອນ ໄດ້ເຄື່ອນຍ້າຍ ເດີນທາງຕໍ່ໄປ ແລະ ພວກເຂົາໄດ້ມາຕັ້ງຄ້າຍ ທີ່ເມືອງໂອໂບດ.
\v 11 ເມື່ອອອກຈາກເມືອງໂອໂບດ ແລ້ວພວກເຂົາໄດ້ເດີນທາງໄປຕັ້ງ ຄ້າຍພັກຢູ່ເມືອງຮ້າງ ທີ່ມີຊື່ວ່າ, ອາບາຣິມ ເມືອງນີ້ຢູ່ໃນຖິ່ນແຫ້ງແລ້ງກັນດານທາງທິດຕາເວັນອອກຂອງເຂດແດນ ຊາວໂມອາບ.
\s5
\v 12 ຕໍ່ມາ ພວກເຂົາໄດ້ໄປຕັ້ງຄ້າຍພັກຢູ່ທີ່ຮ່ອມພູ ເສເຣັດ.
\v 13 ຈາກຮ່ອມພູ ເສເຣັດ ພວກເຂົາໄດ້ຍົກຍ້າຍໄປຕັ້ງຄ້າຍຢູ່ທາງພາກເໜືອຂອງແມ່ນໍ້າ ອາກໂນນ ໃນຖິ່ນແຫ້ງແລ້ງກັນດານ ຊຶ່ງຢຽດຍາວອອກໄປສູ່ເຂດແດນ ຂອງຊາວ ອາໂມ. (ແມ່ນາໍ້ ອາກໂນນ ແມ່ນໃຊ້ເປັນເຂດແດນລະຫວ່າງຊາວໂມອາບ ແລະ ຊາວອາໂມ.)
\s5
\v 14 ດ້ວຍເຫດນີ້ ປື້ມບັນທຶກແຫ່ງບັ້ນຮົບຕ່າງໆຂອງອົງພຣະຜູ້ເປັນເຈົ້າ ຈຶ່ງມີຄໍາຂຽນ ໄວ້ວ່າ, “... ເມືອງຂອງວາເຮັບ ໃນເຂດຂອງຊູຟາ ແລະ ຮ່ອມພູທັງຫລາຍ ແມ່ນາໍ້ອາກໂນນ
\v 15 ເນີນຂອງຮ່ອມພູທັງຫລາຍ ຊຶ່ງຢຽດຍາວອອກໄປສູ່ເມືອງ ອາຣະ ແລະ ຕໍ່ໃສ່ຊາຍແດນຂອງໂມອາບ.”
\s5
\v 16 ຈາກທີ່ນັ້ນ ພວກເຂົາໄດ້ເດີນທາງຕໍ່ໄປ ຮອດບ່ອນໜຶ່ງທີ່ມີຊື່ວ່າ ບໍ່ນາໍ້ ຄືບ່ອນທີ່ອົງພຣະຜູ້ເປັນເຈົ້າໄດ້ບອກໂມເຊ ວ່າ, “ຈົ່ງໃຫ້ປະຊາຊົນທັງໝົດມາເຕົ້າໂຮມກັນ ແລະ ເຮົາ ຈະໃຫ້ນໍ້າດື່ມແກ່ພວກເຈົ້າ.”
\s5
\v 17-18 ໃນທີ່ນີ້ ຊາວອິດສະຣາເອນໄດ້ຮ້ອງເພງ ວ່າ, “ບໍ່ນາໍ້ເອີຍ ຂ້າຂໍເອີ່ຍເຜີຍວາຈີ ເປັນດົນຕຼີບັນເລງເພງຈາກໃຈ; ເຈົ້າຜະລິດນໍ້າ ລໍ້າຄ່າກວ່າສິ່ງໃດ ນາໍ້ສົດໄສໄຫລຫລັ່ງທັ່ງອອກມາ. ໃຕ້ຕະບອງຄອງອໍານາດແຫ່ງຣາຊາ ນາໍປະຊາຂຸດຄົ້ນບໍ່ນາໍ້ໄສ; ໃຕ້ໄມ້ຄ້ອນເທົ້າເຫລົ່າຫົວໜ້ານາໍພາ ພ້ອມປະຊາຕັ້ງໜ້າເຮັດຕາມ. ” ພວກເຂົາໄດ້ຍ້າຍຈາກຖິ່ນແຫ້ງແລ້ງກັນດານໄປເຖິງ ມັດຕານາ
\s5
\v 19 ແລະ ຈາກມັດຕານາ ເຖິງ ນາຮາລີເອນ ແລະ ຈາກ ນາຮາລີເອນ ເຖິງ ບາໂມດ
\v 20 ແລະ ຈາກ ບາໂມດ ເຖິງຮ່ອມພູທີ່ເຂດແດນຂອງໂມອາບ ໃຕ້ຍອດພູ ປີຊະກາ ຊຶ່ງແນມອອກໄປເຫັນຖິ່ນແຫ້ງແລ້ງກັນດານ.
\s5
\v 21 ແລ້ວປະຊາຊົນອິດສະຣາເອນ ກໍໄດ້ສົ່ງທູດນາໍຂ່າວໄປບອກ ເຈົ້າສີໂຫນ ກະສັດຂອງ ຊາວອາໂມ ວ່າ,
\v 22 “ກະລຸນາໃຫ້ພວກຂ້າພະເຈົ້າຜ່ານດິນແດນຂອງທ່ານໄປແດ່ທ້ອນ. ພວກຂ້າພະເຈົ້າກັບຝູງສັດຈະໄປ ຕາມຖະໜົນ ແລະ ຈະບໍ່ເຂົ້າໄປໃນໄຮ່ນາ ຫລື ື ສວນອະງຸ່ນເລີຍ ແລະ ຈະບໍ່ດື່ມນາໍ້ຈາກບໍ່ໃດໆ ຂອງທ່ານ ພວກຂ້າພະເຈົ້າຈະໄປຕາມຖະໜົນໃຫຍ່ [ຟ] ຈົນກວ່າຈະພົ້ນເຂດແດນຂອງທ່ານອອກໄປ. ”
\v 23 ແຕ່ ເຈົ້າສີໂຫນ ບໍ່ອະນຸຍາດໃຫ້ປະຊາຊົນອິດສະຣາເອນຜ່ານເຂດແດນຂອງເພິ່ນໄປ. ເພິ່ນໄດ້ຮວບຮວມເອົາກອງທະຫານ ແລະຍົກທັບອອກໄປຍັງຢາຮາດ ໃນຖິ່ນແຫ້ງແລ້ງກັນດານ ແລະບຸກໂຈມຕີຊາວອິດສະຣາເອນ.
\s5
\v 24 ແຕ່ ຊາວອິດສະຣາເອນໄດ້ທາໍລາຍສັດຕູດ້ວຍຄົມດາບ ໃນສະໜາມຮົບຢ່າງຫລວງຫລາຍ ແລະ ຢຶດເອົາດິນແດນຂອງ ພວກເຂົາຈາກພາກເໜືອຂອງແມ່ນາໍ້ ອາກໂນນ ຈົນເຖິງ ຢັບໂບກ ໝາຍຄວາມວ່າ ຮອດ ຊາວອໍາໂມນ ເພາະເຂດແດນຂອງຊາວອໍາໂມນ ຖືກປ້ອງກັນໄວ້ຢ່າງເຂັ້ມແຂງ. [ມ]
\v 25 ດັ່ງນັ້ນ ຊາວອິດສະຣາເອນຈຶ່ງໄດ້ຢຶດເອົາໝົດທຸກເມືອງຂອງຊາວອາໂມ ພ້ອມທັງເຮັດຊະໂບນ ກັບເມືອງທີ່ອ້ອມແອ້ມດ້ວຍ ແລະໄດ້ຕັ້ງຫລັກແຫລ່ງຢູ່ທີ່ນັ້ນ.
\v 26 ເຮັດຊະໂບນ ເປັນເມືອງຫລວງຂອງເຈົ້າສີໂຫນ ກະສັດຂອງຊາວອາໂມ; ເພິ່ນໄດ້ຊະນະກະສັດແຫ່ງໂມອາບ ຄົນກ່ອນ ແລ້ວກໍຢຶດຄອງເອົາດິນແດນທັງໝົດມາປົກຄອງ ຈົນຮອດແມ່ນາໍ້ ອາກໂນນ.
\s5
\v 27 ເຫດສະນັ້ນ ຈຶ່ງມີນັກກະວີ ໄດ້ປະພັນເພງໄວ້ວ່າ “ເຊີນມາຍັງ ເຮັດຊະໂບນ ເຈົ້າສີໂຫນ ພະນະຄອນ ມາບຸຣະນະສ້ອມແປງ ສ້າງນະຄອນເພພັງຂຶ້ນໃໝ່.
\v 28 ມີຄັ້ງໜຶ່ງໃນນະຄອນນີ້ທີ່ມີຊື່ວ່າ ເຮັດຊະໂບນ; ກອງທັບເຈົ້າສີໂຫນ ໄດ້ຮຸກຮານລາມໄປດັ່ງໄຟໄໝ້ ແລະ ໄດ້ທາໍລາຍເມືອງອາຣາ ໃນດິນແດນໂມອາບ ຈົນໝົດ; ພ້ອມທັງກືນກິນ [ຢ] ອາກໂນນ ເມືອງໂພນພູດອຍເຜົາຜານກ້ຽງ.
\s5
\v 29 ຊາວໂມອາບ ຖືກປາບສ້ຽງສູນເສຍ ຢ່າງຫລວງຫລາຍ; ເຈົ້າຜູ້ຝຶກຂາບໄຫວ້ພະ ເຄໂມດ ເລີຍສິ້ນວອດວາຍ. ພະຂອງພວກເຈົ້ານັ້ນ ເຮັດໃຫ້ຄົນປົບຫລົບໄພໄປຍົ່ວ ໆ; ຍິງຕ້ອງຖິ້ມຜົວຖິ້ມລູກ ເປັນຊະເລີຍ ຮັບໃຊ້ເຈົ້າອາໂມ.
\v 30 ແຕ່ບັດນີ້ ລູກຫລານຂອງພວກເຂົານັ້ນ ຊໍ້າຖືກທາໍລາຍຖິ້ມໝົດ; ຕາຍຢາຍກັນຕາມທາງແຕ່ເຮັດຊະໂບນ ເຖິງດິໂບນ ພຸ້ນ. ຕາຍແຕ່ນາຊິມດ້ວຍ ຈົນເຖິງເມືອງໂນຟາ ແດ່; ຄືບ່ອນທີ່ຢູ່ໃກ້ກັບເຂດ ເມເດບາ”. [ຣ]
\s5
\v 31 ດັ່ງນັ້ນ ປະຊາຊົນອິດສະຣາເອນ ຈຶ່ງໄດ້ຕັ້ງຫລັກແຫລ່ງ ຢູ່ໃນເຂດຂອງຊາວອາໂມ ຕະຫລອດມາ
\v 32 ແລະ ໂມເຊ ໄດ້ສົ່ງພວກ ນັກສືບເຂົ້າໄປສອດແນມ ເບິ່ງຊ່ອງທາງທີ່ດີທີ່ສຸດ ເພື່ອເຂົ້າໂຈມຕີເມືອງ ຢາເສ. ຊາວອິດສະຣາເອນຈຶ່ງຢຶດເອົາຕົວເມືອງໄດ້ ພ້ອມທັງເມືອງເລັກເມືອງນ້ອຍ ທີ່ຢູ່ອ້ອມແອ້ມນັ້ນ ແລະ ໄດ້ຂັບໄລ່ຊາວອາໂມ ທີ່ອາໄສຢູ່ໃນເມືອງເຫລົ່ານີ້ອອກໄປ.
\s5
\v 33 ແລ້ວຊາວອິດສະຣາເອນ ກໍລ້ຽວໄປ ຕາມທາງທີ່ມຸ່ງໜ້າສູ່ ບາຊານ ແລ້ວເຈົ້າໂອກ ແຫ່ງເມືອງບາຊານ ກໍໄດ້ຍົກທັບອອກມາ ເພື່ອໂຈມຕີພວກເຂົາທີ່ ເອັດເຣອີ.
\v 34 ແຕ່ອົງພຣະຜູ້ເປັນເຈົ້າໄດ້ບອກໂມເຊ ວ່າ, “ຢ່າສູ່ຢ້ານເລີຍ ເຮົາຈະໃຫ້ເຈົ້າຕີຊະນະກະສັດຄົນນີ້, ຊະນະປະຊາຊົນທັງໝົດ ແລະ ຢຶດຄອງ ເອົາດິນແດນຂອງລາວ. ຈົ່ງເຮັດກັບເຈົ້າໂອກ ຄືກັນກັບທີ່ເຈົ້າໄດ້ເຮັດຕໍ່ເຈົ້າສີໂຫນ ກະສັດຂອງຊາວອາໂມ ຜູ້ທີ່ໄດ້ປົກຄອງທີ່ນະຄອນ ເຮັດຊະໂບນ.
\v 35 ສະນັ້ນ ຊາວອິດສະຣາເອນ ຈຶຶ່ງໄດ້ສັງຫານເຈົ້າໂອກ ພ້ອມທັງພວກລູກຊາຍ ກັບປະຊາຊົນທັງໝົດຂອງລາວ ໂດຍບໍ່ມີໃຜລອດຊີວິດເລີຍ ແລ້ວຢຶດເອົາດິນແດນມາປົກຄອງ.
\s5
\c 22
\p
\v 1 ຊາວອິດສະຣາເອນ ໄດ້ເຄື່ອນຍ້າຍໄປ ຕັ້ງຄ້າຍພັກຕາມທົ່ງຮາບພຽງຂອງໂມອາບ ທີ່ຢູ່ທາງທິດຕາເວັນອອກ ຂອງແມ່ນໍ້າຈໍແດນ ແລະ ກົງກັນຂ້າມກັບເມືອງ ເຢຣິໂກ.
\s5
\v 2 ພໍເຈົ້າບາຫລາກ ກະສັດແຫ່ງໂມອາບ ຜູ້ເປັນລູກຊາຍຂອງ ສິບໂປ ໄດ້ຍິນເຖິງເລື່ອງທີ່ຊາວອິດສະຣາເອນ ໄດ້ເຮັດກັບຊາວອາໂມ ແລະ ຮູ້ວ່າຊາວອິດສະຣາເອນ ຢູ່ທີ່ນັ້ນຫລາຍ ພຽງໃດ;
\v 3 ເພິ່ນແລະປະຊາຊົນທັງໝົດ ຈຶ່ງເກີດຢ້ານຫຼາຍ.
\v 4 ຊາວໂມອາບ ໄດ້ເວົ້າຕໍ່ ພວກຜູ້ນາໍຊາວມີດີອານ ວ່າ, “ໃນບໍ່ຊ້າປະຊາຊົນອັນໃຫຍ່ນີ້ ຈະທາໍລາຍທຸກໆສິ່ງທີ່ ຢູ່ອ້ອມຮອບພວກເຮົາ ເໝືອນດັ່ງງົວກິນຫຍ້າຢູ່ຕາມທົ່ງ.”
\s5
\v 5 ສະນັ້ນ ເຈົ້າບາຫລາກ ຈຶ່ງສົ່ງຄະນະທູດໄປເຊີນເອົາ ບາລາອາມ ລູກຊາຍຂອງເບໂອ ຜູ້ທີ່ອາໄສຢູ່ໃນ ເປໂທ ໃກ້ກັບແມ່ນາໍ້ເອຟີຣັດ ທີ່ດິນແດນອາມາວ. ພວກເຂົາໄດ້ນາໍຂ່າວຈາກເຈົ້າບາຫລາກ ໄປບອກດັ່ງນີ້: “ເຮົາຢາກ ໃຫ້ທ່ານຮູ້ວ່າ ມີຊົນຊາດໜຶ່ງໄດ້ມາຈາກ ປະເທດເອຢິບ, ປະຊາຊົນຂອງຊາດນີ້ ກາໍລັງແຜ່ຜາຍໄປທົ່ວທຸກແຫ່ງ ແລະ ກາໍລັງມີອໍານາດເໜືອດິນແດນຂອງພວກເຮົາ.
\v 6 ພວກເຂົາມີຈາໍນວນຫລາຍກວ່າພວກເຮົາ, ສະນັ້ນ ຂໍໃຫ້ທ່ານມາສາບແຊ່ງພວກເຂົາໃຫ້ພວກເຮົາດ້ວຍ. ບາງທີພວກເຮົາອາດຈະຊະນະ ແລະ ຂັບໄລ່ພວກເຂົາໃຫ້ອອກຈາກ ດິນແດນຂອງພວກເຮົາກໍໄດ້. ເຮົາຮູ້ວ່າ ເມື່ອໃດທີ່ທ່ານກ່າວຄໍາອວຍພອນ ປະຊາຊົນຈະ ໄດ້ຮັບຄໍາອວຍພອນ ແລະ ເມື່ອໃດທີ່ທ່ານກ່າວຄໍາສາບແຊ່ງ ພວກເຂົາຈະໄດ້ຮັບຄໍາສາບແຊ່ງ.”
\s5
\v 7 ດັ່ງນັ້ນ ບັນດາຜູ້ນາໍຂອງຊາວໂມອາບ ແລະ ຂອງຊາວມີດີອານ ຈຶ່ງອອກເດີນທາງໄປຫາບາລາອາມ ພ້ອມທັງນາໍເງິນຄ່າພິທີສາບແຊ່ງໄປນາໍດ້ວຍ ແລະບອກຄໍາເວົ້າ ຂອງເຈົ້າບາຫລາກໃຫ້ແກ່ເພິ່ນ.
\v 8 ບາລາອາມ ຈຶ່ງເວົ້າກັບພວກເຂົາວ່າ, ຈົ່ງພາກັນນອນຄ້າງຄືນຢູ່ທີ່ນີ້ສາກ່ອນ ແລະ ໃນ ມື້ອື່ນເຊົ້າ ຂ້ອຍຈະລາຍງານໃຫ້ພວກເຈົ້າຮູ້ ສິ່ງທີ່ອົງພຣະຜູ້ເປັນເຈົ້າໄດ້ບອກຂ້ອຍ. ດັ່ງນັ້ນ ພວກຜູ້ນາໍຂອງຊາວໂມອາບຈຶ່ງພັກຢູ່ ທີ່ນັ້ນກັບບາລາອາມ.
\s5
\v 9 ພຣະເຈົ້າໄດ້ມາຫາ ບາລາອາມ ແລະ ຖາມລາວວ່າ, “ຄົນເຫລົ່ານີ້ ທີ່ມາພັກນໍາເຈົ້າ ນັ້ນແມ່ນໃຜ? ”
\v 10 ບາລາອາມ ຈຶ່ງຕອບພຣະເຈົ້າວ່າ, “ກະສັດແຫ່ງໂມອາບ ໄດ້ສັ່ງຄົນພວກນີ້ມາ ແລະ ບອກຂ້ານ້ອຍວ່າ
\v 11 ມີປະຊາຊົນຊາດໜຶ່ງທີ່ອອກມາຈາກປະເທດ ເອຢິບ ໄດ້ແຜ່ຂະຫຍາຍອອກໄປທົ່ວທຸກຫົນແຫ່ງໃນປະເທດ. ເພິ່ນຢາກໃຫ້ຂ້ານ້ອຍໄປ ສາບແຊ່ງພວກເຂົາ ເພື່ອວ່າເພິ່ນຈະໄດ້ຮົບຊະນະພວກເຂົາ.”
\s5
\v 12 ພຣະເຈົ້າໄດ້ບອກບາລາອາມ ວ່າ, “ຢ່າ ໄປກັບຄົນເຫລົ່ານີ້ ແລະ ຢ່າສາບແຊ່ງປະຊາຊົນອິດສະຣາເອນ ເພາະແມ່ນເຮົາເອງ ທີ່ອວຍພອນພວກເຂົາ. ”
\v 13 ເມື່ອເຊົ້າມື້ໃໝ່ມາ ບາລາອາມ ຈຶ່ງໄປຫາຄະນະທູດຂອງ ເຈົ້າບາຫລາກ ແລະ ເວົ້າວ່າ ຈົ່ງກັບຄືນເມືອສາ ເພາະອົງພຣະຜູ້ເປັນເຈົ້າບໍ່ໃຫ້ຂ້ອຍໄປ ກັບພວກເຈົ້າ.
\v 14 ສະນັ້ນ ພວກເຂົາຈຶ່ງກັບຄືນໄປຫາເຈົ້າບາຫລາກ ແລະ ບອກເພິ່ນວ່າ ບາລາອາມ ບໍ່ຍອມມາກັບພວກຕົນ.
\s5
\v 15 ແລ້ວເຈົ້າບາຫລາກ ກໍໄດ້ສົ່ງບັນດາ ຜູ້ນາໍຄົນສໍາຄັນກວ່າພວກທໍາອິດ ໄປອີກ.
\v 16 ພວກເຂົາໄດ້ມາຫາ ບາລາອາມ ພ້ອມທັງນາໍຄໍາເວົ້າຈາກເຈົ້າບາຫລາກ ມາດັ່ງນີ້: “ຂໍຢ່າໃຫ້ສິ່ງໃດ ສິ່ງໜຶ່ງກີດຂວາງທ່ານໄວ້ເລີຍ
\v 17 ເຮົາຈະໃຫ້ບາໍເໜັດແກ່ທ່ານຢ່າງຫລວງຫລາຍ ແລະ ຈະເຮັດສິ່ງໃດໆ ກໍໄດ້ຕາມທີ່ທ່ານກ່າວ. ກະລຸນາມາສາບແຊ່ງ ພວກເຫລົ່ານີ້ໃຫ້ເຮົາແດ່ທ້ອນ.”
\s5
\v 18 ແຕ່ ບາລາອາມ ໄດ້ຕອບວ່າ, ເຖິງແມ່ນ ວ່າເຈົ້າບາຫລາກ ຈະມອບເງິນຄໍາທັງໝົດຢູ່ໃນພະຣາຊວັງຂອງເພິ່ນໃຫ້ຂ້າພະເຈົ້າ ຂ້າພະເຈົ້າກໍຝ່າຝືນຄໍາສັ່ງຂອງອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງຂ້າພະເຈົ້າບໍ່ໄດ້ ແມ່ນແຕ່ເລື່ອງເລັກນ້ອຍກໍຕາມ.
\v 19 ແຕ່ຂໍໃຫ້ພວກທ່ານຄ້າງຄືນຢູ່ບ່ອນນີ້ ດັ່ງພວກອື່ນ ໆ ທີ່ເຄີຍມາແລ້ວ ເພາະບາງທີອົງພຣະຜູ້ເປັນເຈົ້າ ອາດຈະມີສິ່ງໃດສິ່ງໜຶ່ງອີກ ບອກຂ້າພະເຈົ້າ ໃຫ້ຮູ້ຕື່ມກໍໄດ້. ”
\v 20 ແລ້ວໃນຄືນນັ້ນ ອົງພຣະຜູ້ເປັນເຈົ້າໄດ້ມາຫາ ບາລາອາມ ແລະ ບອກເພິ່ນວ່າ, “ຖ້າພວກເຫລົ່ານີ້ ຫາກຍັງຂໍຮ້ອງເຈົ້າໃຫ້ໄປກັບພວກເຂົາ ຈົ່ງຕຽມຕົວໄປສາ, ແຕ່ໃຫ້ເຈົ້າເຮັດຕາມສິ່ງທີ່ເຮົາບອກເຈົ້າ ເທົ່ານັ້ນ.”
\s5
\v 21 ດັ່ງນັ້ນ ເຊົ້າວັນຕໍ່ມາ ບາລາອາມ ຈຶ່ງຈັດແຈງເອົາອານໃສ່ຫລັງລໍ ແລະ ອອກ ເດີນທາງໄປກັບພວກຜູ້ນາໍຊາວໂມອາບ.
\v 22 ພຣະເຈົ້າໂກດຮ້າຍ ທີ່ບາລາອາມໄປກັບພວກເຂົາ; ໃນຂະນະທີ່ບາລາອາມ ກາໍລັງຂີ່ລໍໄປໂດຍມີຄົນຮັບໃຊ້ສອງຄົນຕິດຕາມໄປນາໍ ນັ້ນ ເທວະດາຂອງອົງພຣະຜູ້ເປັນເຈົ້າ ກໍມາຢືນຂວາງທາງໄວ້.
\v 23 ເມື່ອໂຕລໍ ໄດ້ເຫັນເທວະດາຢືນຖືດາບຢູ່ທີ່ນັ້ນ ກໍແລ່ນອອກ ຈາກທາງໄປສູ່ທົ່ງນາ. ບາລາອາມ ຈຶ່ງຕີລໍ ແລະ ຂະໜາບມັນໃຫ້ກັບຄືນມາສູ່ຫົນທາງໃຫຍ່.
\s5
\v 24 ແລ້ວເທວະດາ ກໍມາຢືນຂວາງທາງລະຫວ່າງສວນອະງຸ່ນ ຊຶ່ງມີກາໍແພງຫິນຢູ່ສອງຟາກຂ້າງ.
\v 25 ເມື່ອໂຕລໍໄດ້ເຫັນເທວະດາ ກໍເຊເຂົ້າໄປຕໍາກໍາແພງ ແລະ ໜິບຕີນຂອງບາລາອາມ ເຂົ້າໃສ່ກັບຝາຫິນ. ບາລາອາມ ຈຶ່ງຕີລໍອີກ.
\s5
\v 26 ອີກເທື່ອໜຶ່ງເທວະດາໄດ້ໄປລ່ວງໜ້າກ່ອນ ແລະ ຮອດບ່ອນແຄບໆ ຊຶ່ງບໍ່ມີປ່ອງທີ່ຈະຜ່ານໄປສູ່ທາງອື່ນໄດ້.
\v 27 ໃນເທື່ອນີ້ ເມື່ອລໍຫລຽວເຫັນເທວະດາ ມັນກໍໝູບລົງ. ບາລາອາມ ເກີດໃຈຮ້າຍຂຶ້ນຈຶ່ງໃຊ້ໄມ້ແສ້ຕີຫລັງລໍອີກ.
\s5
\v 28 ອົງພຣະຜູ້ເປັນເຈົ້າ ໄດ້ບັນດານໃຫ້ລໍ ປາກເປັນ ແລະ ເວົ້າຕໍ່ບາລາອາມ ວ່າ, “ຂ້ອຍ ເຮັດຫຍັງໃຫ້ເຈົ້າແດ່? ເປັນຫຍັງເຈົ້າຈຶ່ງຕີຂ້ອຍເຖິງສາມເທື່ອເຊັ່ນນີ້? ”
\v 29 ບາລາອາມ ຕອບວ່າ, “ກໍຍ້ອນເຈົ້າແກ້ງເຮັດໃຫ້ຂ້ອຍ ຖ້າຫາກຂ້ອຍມີດາບ ຂ້ອຍຈະຂ້າເຈົ້າໂລດ. ”
\v 30 ໂຕລໍຈຶ່ງຖາມອີກ ວ່າ, “ຂ້ອຍບໍ່ແມ່ນລໍ ໂຕທີ່ເຈົ້າເຄີຍຂີ່ໄປມາຊົ່ວຊີວິດນັ້ນບໍ? ຂ້ອຍເຄີຍໄດ້ເຮັດກັບເຈົ້າແບບນີ້ ມາກ່ອນ ຫລືບໍ່? ” ບາລາອາມ ຕອບວ່າ, “ບໍ່.”
\s5
\v 31 ແລ້ວອົງພຣະຜູ້ເປັນເຈົ້າ ກໍບັນດານ ໃຫ້ບາລາອາມ ເຫັນເທວະດາຖືດາບຢືນຢູ່ທີ່ ັນັ້ນ; ບາລາອາມ ຈຶ່ງໝູບໜ້າລົງດິນ.
\v 32 ເທວະດາ ຖາມວ່າ, “ເປັນຫຍັງ ເຈົ້າຈຶ່ງຕີລໍ ຂອງເຈົ້າເຖິງສາມເທື່ອເຊັ່ນນີ້? ເຮົາມາທີ່ນີ້ເພື່ອຂັດຂວາງເຈົ້າໄວ້ ເພາະເຮົາເຫັນວ່າເຈົ້າບໍ່ຄວນຈະໄປ. [ລ]
\v 33 ແຕ່ລໍຂອງເຈົ້າໄດ້ເຫັນເຮົາ ຈຶ່ງຫັນໜີເຖິງສາມເທື່ອ. ຖ້າມັນຫາກບໍ່ເຮັດດັ່ງນັ້ນ ປານນີ້ເຮົາຄົງຂ້າເຈົ້າຖິ້ມ ແລະ ໄວ້ຊີວິດລໍສາແລ້ວ.”
\s5
\v 34 ບາລາອາມ ຈຶ່ງເວົ້າວ່າ, “ຂ້ານ້ອຍເຮັດຜິດສາແລ້ວ ເພາະຂ້ານ້ອຍບໍ່ຮູ້ວ່າທ່ານຢືນຂວາງທາງໄວ້, ແຕ່ບັດນີ້ ຖ້າຫາກທ່ານເຫັນວ່າ ການໄປຂອງຂ້ານ້ອຍນັ້ນ ບໍ່ເປັນການສົມຄວນ ຂ້ານ້ອຍກໍຈະກັບຄືນເມືອ. ”
\v 35 ແຕ່ເທວະດາໄດ້ບອກ ວ່າ, “ຈົ່ງເດີນທາງຕໍ່ໄປ ກັບຄົນເຫລົ່ານີ້ ແຕ່ໃຫ້ເຈົ້າກ່າວສິ່ງທີ່ເຮົາບອກເຈົ້າກ່າວເທົ່ານັ້ນ. ” ສະນັ້ນ ບາລາອາມ ຈຶ່ງເດີນທາງຕໍ່ໄປກັບຄະນະທູດ.
\s5
\v 36 ເມື່ອເຈົ້າບາຫລາກ ໄດ້ຍິນວ່າ ບາລາອາມ ກາໍລັງເດີນທາງມາ ເພິ່ນກໍຮີບເດີນທາງອອກໄປພົບລາວ ທີ່ເມືອງອາຣະ ຊຶ່ງຕັ້ງຢູ່ແຄມແມ່ນໍ້າ ອາກໂນນ ໃກ້ຊາຍແດນຂອງໂມອາບ.
\v 37 ເຈົ້າບາຫລາກ ໄດ້ຖາມລາວວ່າ, “ເປັນຫຍັງ ເຈົ້າຈຶ່ງບໍ່ມາເມື່ອເຮົາໃຊ້ຄົນໄປເຊີນເຈົ້າເທື່ອທາໍອິດ? ເຈົ້າຄິດວ່າ, ເຮົາບໍ່ສາມາດໃຫ້ຂອງບັນນາການ ແກ່ເຈົ້າພຽງພໍຊັ້ນບໍ?”
\s5
\v 38 ບາລາອາມ ຈຶ່ງຕອບ ວ່າ, “ຂ້າພະເຈົ້າ ມານີ້ແລ້ວ ບໍ່ແມ່ນບໍ? ແຕ່ບັດນີ້ ຂ້າພະເຈົ້າຈະມີອໍານາດເຮັດຫຍັງໄດ້ແດ່? ຂ້າພະເຈົ້າກ່າວໄດ້ພຽງແຕ່ສິ່ງທີ່ພຣະເຈົ້າບອກໃຫ້ກ່າວເທົ່ານັ້ນ. ”
\v 39 ດັ່ງນັ້ນ ບາລາອາມ ກັບເຈົ້າບາຫລາກ ຈຶ່ງໄປຍັງເມືອງຮູສົດ
\v 40 ບ່ອນທີ່ເຈົ້າບາຫລາກ ໄດ້ຂ້າງົວ ແລະ ແກະຖວາຍບູຊາ. ເພິ່ນໄດ້ເອົາຊີ້ນບາງສ່ວນໃຫ້ບາລາອາມ ແລະ ພວກຜູ້ນາໍທີ່ໄດ້ໄປກັບຕົນ.
\s5
\v 41 ເຊົ້າວັນໃໝ່ມາ ເຈົ້າບາຫລາກໄດ້ພາ ບາລາອາມ ຂຶ້ນໄປຍັງເມືອງບາໂມດບາອານ ຈາກບ່ອນນັ້ນ ບາລາອາມ ສາມາດຫລຽວ ເຫັນປະຊາຊົນອິດສະຣາເອນ ສ່ວນໜຶ່ງໄດ້.
\s5
\c 23
\p
\v 1 ເພິ່ນໄດ້ກ່າວແກ່ເຈົ້າບາຫລາກ ວ່າ, “ຈົ່ງສ້າງແທ່ນບູຊາຂຶ້ນເຈັດແທ່ນໃຫ້ຂ້າພະເຈົ້າ ແລ້ວໃຫ້ນາໍເອົາງົວ ແລະ ແກະເຖິກແນວລະ ເຈັດໂຕ ມາໃຫ້ຂ້າພະເຈົ້າ.
\v 2 ເຈົ້າບາຫລາກ ກໍເຮັດຕາມທີ່ບາລາອາມ ໄດ້ບອກ ແລະ ທັງສອງໄດ້ຖວາຍງົວເຖິກ ກັບແກະເຖິກແນວ ລະໂຕ ເທິງແທ່ນບູຊາແຕ່ລະອັນ.
\v 3 ແລ້ວບາລາອາມ ກໍໄດ້ກ່າວແກ່ເຈົ້າບາຫລາກ ວ່າ, “ຈົ່ງຢືນຢູ່ໃກ້ກັບແທ່ນບູຊາຂອງທ່ານນີ້ແຫລະ ສ່ວນຂ້າພະເຈົ້ານັ້ນ ຈະໄປເບິ່ງວ່າພຣະເຈົ້າຈະໃຫ້ຂ້າພະເຈົ້າພົບພຣະອົງ ຫລືບໍ່? ແລ້ວຂ້າພະເຈົ້າກໍຈະກັບມາບອກທ່ານວ່າ ພຣະອົງໄດ້ກ່າວຫຍັງແດ່. ” ສະນັ້ນ ບາລາອາມ ຈຶ່ງໄປ ຍັງຈອມພູແຕ່ຜູ້ດຽວ
\s5
\v 4 ແລະ ພຣະເຈົ້າກໍມາພົບບາລາອາມ, ແລ້ວບາລາອາມ ກໍໄດ້ກ່າວຕໍ່ພຣະອົງວ່າ, “ຂ້ານ້ອຍໄດ້ສ້າງແທ່ນບູຊາ ເຈັດແທ່ນ ແລະ ຂ້າງົວເຖິກ ກັບແກະເຖິກຖວາຍໄວ້ເທິງ ແຕ່ລະແທ່ນຢູ່ທີ່ນັ້ນ. ”
\v 5 ອົງພຣະຜູ້ເປັນເຈົ້າ ໄດ້ບອກບາລາອາມ ສິ່ງທີ່ລາວຕ້ອງກ່າວ; ແລ້ວພຣະອົງກໍສົ່ງລາວກັບຄືນມາຫາເຈົ້າບາຫລາກ ເພື່ອແຈ້ງຖ້ອຍຄໍາຂອງພຣະອົງສູ່ເພິ່ນຟັງ.
\v 6 ສະນັ້ນ ລາວຈຶ່ງກັບຄືນມາ ແລະ ພົບເຈົ້າບາຫລາກ ກາໍລັງຢືນຢູ່ໃກ້ແທ່ນ ຖວາຍເຄື່ອງຫອມຂອງຕົນ ພ້ອມກັບບັນດາ ຫົວໜ້າຂອງຊາວໂມອາບ ໝົດທຸກຄົນດ້ວຍ.
\s5
\v 7 ບາລາອາມ ໄດ້ກ່າວຄໍາທໍານວາຍ ດັ່ງນີ້: “ກະສັດບາຫລາກ ແຫ່ງໂມອາບໄດ້ນາໍຂ້າພະເຈົ້າມາ; ຈາກປະເທດຊີເຣຍ ຄື ຈາກພູດອຍທາງທິດຕາເວັນອອກ. ເພິ່ນກ່າວວ່າ, ຮີບມາເວົ້າສໍາລັບເຮົາໃຫ້ແດ່ ມາສາບແຊ່ງປະຊາຊົນຊາດເຊື້ອອິດສະຣາເອນ ໃຫ້ແດ່ດູ
\v 8 ເຮົາຈະສາບແຊ່ງຄົນທີ່ພຣະເຈົ້າ ບໍ່ສາບແຊ່ງໄດ້ຢ່າງໃດ? ຫລື ປະນາມຄົນທີ່ພຣະອົງບໍ່ໄດ້ປະນາມ ກໍບໍ່ຫ່ອນໄດ້.
\s5
\v 9 ຈາກເທິງໂງ່ນພູສູງນັ້ນ ຂ້າພະເຈົ້າ ສາມາດຫລຽວເຫັນພວກເຂົາ ທັງສາມາດ ເຝົ້າເບິ່ງພວກເຂົາຈາກເທິງເນີນພູສູງໄດ້. ພວກເຂົາແມ່ນຊົນຊາດເຊື້ອ ທີ່ຢູ່ໂດດດ່ຽວ ຕາມລໍາພັງ ທັງຮູ້ວ່າຈະໄດ້ຮັບພຣະພອນ ຫລາຍກວ່າຊົນຊາດອື່ນ ໆ.
\s5
\v 10 ເຊື້ອສາຍອິດສະຣາເອນນັ້ນ ຫລວງຫລາຍປຽບປຸນ ດັ່ງຂີ້ຝຸ່ນດິນ; ພວກເຂົາທະວີຄູນຂຶ້ນຫລາຍ ເກີນກວ່າຈະນັບໄດ້. ຂໍ ໃຫ້ຂ້າພະເຈົ້າສິ້ນຊີບ ດັ່ງປະຊາຊົນຂອງ ພຣະເຈົ້າຄົນໜຶ່ງ; ຂໍໃຫ້ຂ້າພະເຈົ້າຕາຍຢ່າງ ສຸກລົ້ນເໝືອນດັ່ງຄົນຜູ້ໜຶ່ງທີ່ຊອບທາໍ.”
\s5
\v 11 ແລ້ວເຈົ້າບາຫລາກ ກໍເວົ້າຕໍ່ ບາລາອາມ ວ່າ, “ເປັນຫຍັງ ເຈົ້າຈຶ່ງກະທາໍຕໍ່ເຮົາແບບນີ້? ເຮົາໄດ້ເຊີນເຈົ້າ ມາທີ່ນີ້ເພື່ອໃຫ້ ເຈົ້າສາບແຊ່ງສັດຕູຂອງເຮົາ, ແຕ່ເຈົ້າກັບມາອວຍພອນພວກເຂົາແທນ. ”
\v 12 ລາວຕອບ ເພິ່ນວ່າ, “ຂ້າພະເຈົ້າກ່າວໄດ້ແຕ່ສິ່ງທີ່ອົງພຣະຜູ້ເປັນເຈົ້າບອກ ໃຫ້ຂ້າພະເຈົ້າກ່າວເທົ່ານັ້ນ.”
\s5
\v 13 ແລ້ວເຈົ້າບາຫລາກ ກໍໄດ້ກ່າວແກ່ບາລາອາມ ວ່າ, “ຈົ່ງໄປກັບເຮົາ ຢູ່ໃນບ່ອນອື່ນອີກ ຊຶ່ງເຈົ້າເຫັນພວກອິດສະຣາເອນ ໄດ້ພຽງຈໍານວນໜ້ອຍຄົນເທົ່ານັ້ນ. ໃນທີ່ນັ້ນ ຈົ່ງສາບແຊ່ງພວກເຂົາໃຫ້ເຮົາ. ”
\v 14 ເພິ່ນໄດ້ພາລາວໄປຍັງນາຂອງໂຊພິມ ທີ່ເທິງພູປີສະກາ. ຢູ່ທີ່ນັ້ນເພິ່ນໄດ້ສ້າງແທ່ນບູຊາເຈັດແທ່ນເຊັ່ນກັນ ແລະຖວາຍງົວເຖິກ ແລະແກະເຖິກໄວ້ໃນແຕ່ລະແທ່ນ.
\v 15 ບາລາອາມ ໄດ້ ເວົ້າແກ່ເຈົ້າບາຫລາກ ວ່າ, “ຈົ່ງຢືນຢູ່ໃກ້ກັບແທ່ນບູຊາຂອງທ່ານນີ້ແຫລະ ສ່ວນຂ້າພະເຈົ້ານັ້ນຈະໄປພົບພຣະເຈົ້າຢູ່ທີ່ອື່ນ.”
\s5
\v 16 ອົງພຣະຜູ້ເປັນເຈົ້າ ໄດ້ມາພົບບາລາອາມ ທັງບອກສິ່ງທີ່ລາວຈະຕ້ອງກ່າວ ແລະ ສົ່ງລາວກັບຄືນມາຫາເຈົ້າບາຫລາກ ເພື່ອແຈ້ງຖ້ອຍຄໍາຂອງພຣະອົງສູ່ເພິ່ນຟັງ.
\v 17 ສະນັ້ນ ລາວຈຶ່ງກັບຄືນມາ ແລະ ພົບເຈົ້າ ບາຫລາກ ຢືນຢູ່ໃກ້ແທ່ນຖວາຍເຄື່ອງຫອມ ພ້ອມກັບພວກຫົວໜ້າຂອງຊາວໂມອາບ. ເຈົ້າບາຫລາກ ຈຶ່ງຖາມສິ່ງທີ່ອົງພຣະຜູ້ເປັນເຈົ້າກ່າວ
\v 18 ແລະ ບາລາອາມ ກໍກ່າວຄໍາທໍານວາຍ ດັ່ງນີ້: “ກະສັດບາຫລາກ ລູກຊາຍສິບໂປເຣ ເອີຍ ທ່ານຢ່າເມີນເສີຍ ຈົ່ງຟັງຖ້ອຍຄໍາ ທີ່ຂ້າພະເຈົ້າຕ້ອງກ່າວ.
\s5
\v 19 ພຣະເຈົ້ານັ້ນບໍ່ຄືມະນຸດ ຜູ້ເວົ້າຕົວະ ເປັນເດີ ພຣະອົງບໍ່ປ່ຽນຄວາມຄິດເຫັນ ດັ່ງມະນຸດເຮົາຈັກເທື່ອ. ເມື່ອພຣະອົງສັນຍາ ເຮັດສິ່ງໃດແລ້ວ ພຣະອົງກໍເຮັດສິ່ງນັ້ນທັນທີ ເມື່ອພຣະອົງກ່າວຈາ ພຣະອົງກໍລົງມືກະທາໍໂລດ.
\v 20 ພຣະອົງແນະນາໍຂ້າພະເຈົ້າ ໃຫ້ກ່າວຄໍາອວຍພອນ ແລະ ເມື່ອພຣະເຈົ້າອວຍພອນ ຂ້າພະເຈົ້າບໍ່ຫ່ອນຈະຢັບຢັ້ງໄດ້.
\s5
\v 21 ຂ້າພະເຈົ້າຫຼິງເຫັນວ່າ ອະນາຄົດຂອງ ຊາດອິດສະຣາເອນ ຈະບໍ່ນາໍໂຊກຮ້າຍໃດໆ ຫລື ຄວາມລໍາບາກມາສູ່ພວກເຂົາຈັກດີ້. ອົງພຣະຜູ້ເປັນເຈົ້າ ອົງເປັນພຣະເຈົ້າສະຖິດຢູ່ນາໍ ພວກເຂົາ ພວກເຂົາປະກາດວ່າພຣະອົງເປັນກະສັດຂອງພວກເຂົາເຈົ້າ.
\v 22 ພຣະເຈົ້າໄດ້ນາໍພວກເຂົາອອກມາຈາກປະເທດເອຢີບ ພຣະອົງສູ້ຮົບຕາງພວກເຂົາ ລຽນຕິດດັ່ງກາໍລັງຂອງຄວາຍປ່າ.
\s5
\v 23 ບໍ່ມີເວດມົນຄາຖາໃດດອກ ແລະ ບໍ່ມີວິຊາອາຄົມໃດເລີຍ ຊຶ່ງຈະນາໍມາໃຊ້ຕໍ່ສູ້ກັບຊົນຊາດອິດສະຣາເອນໄດ້. [ວ] ບັດນີ້ ປະຊາຊົນທັງຫລາຍ ຈະເວົ້າເຖິງຊາດ ອິດສະຣາເອນ ວ່າ ເບິ່ງແມ! ສິ່ງທີ່ພຣະເຈົ້າ ກາໍລັງໄດ້ເຮັດສໍາລັບພວກເຂົາ
\s5
\v 24 ປະຊາຊົນພວກນີ້ ຈະລຸກຂຶ້ນເໝືອນດັ່ງ ໂຕສິງ ມັນຈະກັດກິນເນື້ອໜັງສິ່ງທີ່ຕົກເປັນເຫຍື່ອຂອງມັນນັ້ນ. ມັນຈະດູດກິນເລືອດ ຂອງຜູ້ທີ່ຖືກເຄາະຮ້າຍທັງຫລາຍ ແລ້ວກໍພາກັນຍ່າງຍ້າຍໄປ ຫລົບເຂົ້າສູ່ໝົ້ງນອນພຸ້ນ.”
\s5
\v 25 ແລ້ວເຈົ້າບາຫລາກ ກໍເວົ້າຕໍ່ບາລາອາມ ວ່າ, “ເຖິງແມ່ນເຈົ້າບໍ່ຍອມສາບແຊ່ງ ປະຊາຊົນອິດສະຣາເອນ ກໍຕາມ ແຕ່ເຈົ້າຢ່າອວຍພອນພວກເຂົາແມ. ”
\v 26 ແລ້ວບາລາອາມ ກໍຕອບເຈົ້າບາຫລາກ ວ່າ, “ຂ້າພະເຈົ້າໄດ້ບອກທ່ານແລ້ວ ບໍ່ແມ່ນບໍວ່າ ຂ້າພະເຈົ້າຕ້ອງກ່າວທຸກໆ ສິ່ງຕາມທີ່ອົງພຣະຜູ້ເປັນເຈົ້າ ໄດ້ບອກໃຫ້ຂ້າພະເຈົ້າກ່າວ. ”
\v 27 ເຈົ້າບາຫລາກ ໄດ້ເວົ້າວ່າ, “ຈົ່ງມາພີ້ກັບເຮົາ ແລະ ເຮົາຈະພາເຈົ້າໄປທີ່ອື່ນອີກ. ບາງທີ ໃນທີ່ນັ້ນ ພຣະເຈົ້າຈະຍິນຍອມໃຫ້ເຈົ້າ ສາບແຊ່ງພວກເຂົາສໍາລັບເຮົາກໍໄດ້.”
\s5
\v 28 ສະນັ້ນ ເພິ່ນຈຶ່ງພາບາລາອາມ ໄປເທິງພູເປອໍ ບ່ອນທີ່ສາມາດແນມເຫັນຖິ່ນແຫ້ງແລ້ງກັນດານ.
\v 29 ບາລາອາມ ໄດ້ເວົ້າກັບເຈົ້າບາຫລາກ ວ່າ, “ຈົ່ງເຮັດແທ່ນບູຊາຂຶ້ນໃນທີ່ນີ້ ເຈັດແທ່ນ ໃຫ້ຂ້າພະເຈົ້າ ແລະ ນາໍງົວເຖິກ ແລະ ແກະເຖິກເຈັດໂຕມາ. ”
\v 30 ເຈົ້າບາຫລາກ ກໍເຮັດຕາມທີ່ບາລາອາມ ໄດ້ບອກ ແລະ ເພິ່ນໄດ້ຖວາຍງົວເຖິກ ແລະ ແກະເຖິກແນວລະໂຕໄວ້ໃນແຕ່ລະແທ່ນ.
\s5
\c 24
\p
\v 1 ໃນເທື່ອນີ້ ບາລາອາມຮູ້ວ່າອົງພຣະຜູ້ເປັນເຈົ້າຢາກໃຫ້ຕົນອວຍພອນ ປະຊາຊົນອິດສະຣາເອນ; ສະນັ້ນ ລາວຈຶ່ງບໍ່ໄດ້ໄປເບິ່ງໂຊກເບິ່ງລາງ ຕາມທີ່ຕົນໄດ້ກະທາໍມາ. ລາວໄດ້ອ່ວາຍໜ້າໄປທາງຖິ່ນແຫ້ງແລ້ງກັນດານ
\s5
\v 2 ແລະ ເຫັນປະຊາຊົນອິດສະຣາເອນ ຕັ້ງຄ້າຍພັກຢູ່ຕາມເຜົ່າຂອງຕົນ. ພຣະວິນຍານ ຂອງພຣະເຈົ້າໄດ້ຄວບຄຸມລາວ
\v 3 ແລ້ວລາວກໍກ່າວຄໍາທາໍນວາຍ ດັ່ງນີ້: “ນີ້ແມ່ນຖ້ອຍຄໍາຂອງບາລາອາມ ລູກຊາຍເບອໍ ເປັນຖ້ອຍຄໍາຂອງຄົນທີ່ສາມາດເຫັນໄດ້ຢ່າງຈະແຈ້ງ. [ຫ]
\s5
\v 4 ຜູ້ທີ່ໄດ້ຍິນຖ້ອຍຄໍາທັງຫລາຍຂອງພຣະເຈົ້າ. ຄື ຜູ້ທີ່ເຫັນນິມິດຈາກພຣະເຈົ້າ ອົງຊົງຣິດອໍານາດຍິ່ງໃຫຍ່ ຜູ້ທີ່ລົ້ມລົງ, ແຕ່ຕາ ໄດ້ຖືກເປີດອອກ ກ່າວວ່າ,
\v 5 ໂອ ຢາໂຄບ ເອີຍ ບັນດາເຕັນຂອງທ່ານຊ່າງງາມຫລາຍ ໂອ ຊາວອິດສະຣາເອນ ເອີຍ ທີ່ອາໄສທັງຫລາຍຂອງທ່ານຊ່າງງາມແທ້ໆ.
\s5
\v 6 ດັ່ງຖັນແຖວຂອງຕົ້ນໝາກຕານ ທີ່ຍາວຢຽດ; ດັ່ງອຸດທະຍານແກ້ວ ທີ່ແຄມແມ່ນໍ້າພຸ້ນໃດ ດັ່ງຕົ້ນໄມ້ຫອມຫວນ ຊຶ່ງອົງພຣະຜູ້ເປັນເຈົ້າໄດ້ປູກໄວ້; ຫລື ດັ່ງຕົ້ນສົນສີດາ ທີ່ຖືກປູກໄວ້ໃກ້ແຄມນາໍ້.
\s5
\v 7 ພວກເຂົາຈະໄດ້ຮັບນາໍ້ຝົນຢ່າງອຸດົມສົມບູນຫລາຍ ແລະ ປູກພືດພັນໃນນາ [ອ] ທີ່ມີນາໍ້ຢ່າງດີລໍ່ລ້ຽງ. ກະສັດຂອງພວກເຂົານັ້ນ ຈະຍິ່ງໃຫຍ່ກວ່າ ເຈົ້າອາກາ ແລະ ອໍານາດ ການປົກຄອງຈະຂະຫຍາຍຢ່າງໄກກວ້າງ.
\s5
\v 8 ພຣະເຈົ້າໄດ້ນາໍພວກເຂົາອອກມາຈາກ ປະເທດເອຢີບ ພຣະອົງສູ້ຮົບຕາງພວກເຂົາ ລຽນຕິດ ດັ່ງກາໍລັງຂອງຄວາຍປ່າ ພວກເຂົາໄດ້ເຂັ່ນຂ້າ ເຫລົ່າສັດຕູຂອງພວກເຂົາທັງຫັກກະດູກກັບລູກທະນູ ໃຫ້ໝຸ່ນທະລາຍຈົນກ້ຽງ.
\s5
\v 9 ປະຊາຊົນຊາດນີ້ ເປັນດັ່ງໂຕສິງ ທີ່ມີອໍານາດຍິ່ງ; ເມື່ອມັນພວມນອນຢູ່ນັ້ນ ບໍ່ມີໃຜກ້າ ປຸກມັນຂຶ້ນມາ. ຜູ້ໃດອວຍພອນຊາດອິດສະຣາເອນນັ້ນ ຜູ້ນັ້ນຈະໄດ້ຮັບຄໍາອວຍພອນຄືນ ແລະ ຜູ້ໃດສາບແຊ່ງຊາດອິດສະຣາເອນ ຜູ້ນັ້ນຈະໄດ້ຖືກສາບແຊ່ງຕອບ.”
\s5
\v 10 ເຈົ້າບາຫລາກ ລຸກຂຶ້ນຢືນກາໍ ກາໍປັ້ນ ດ້ວຍຄວາມໂກດຮ້າຍ ແລະ ເວົ້າຕໍ່ບາລາອາມ ວ່າ, “ເຮົາໄດ້ເຊີນເຈົ້າມານີ້ ເພື່ອໃຫ້ສາບແຊ່ງສັດຕູຂອງເຮົາ ແຕ່ເຈົ້າກັບອວຍພອນພວກເຂົາ ເຖິງສາມເທື່ອ.
\v 11 ບັດນີ້ ກັບເມືອເຮືອນສາ ເຮົາສັນຍາວ່າຈະໃຫ້ ບາໍເໜັດແກ່ເຈົ້າ ແຕ່ອົງພຣະຜູ້ເປັນເຈົ້າບໍ່ເຫັນດີ ໃຫ້ເຈົ້າຮັບບາໍເໜັດນັ້ນ.”
\s5
\v 12 ແລ້ວບາລາອາມ ກໍຕອບວ່າ, “ຂ້າພະເຈົ້າບອກຄະນະທູດ ທີ່ທ່ານໄດ້ສົ່ງໄປ ຫາຂ້າພະເຈົ້າແລ້ວວ່າ
\v 13 ແມ່ນແຕ່ ທ່ານຈະເອົາເງິນຄໍາທັງໝົດໃນຣາຊວັງ ໃຫ້ຂ້າພະເຈົ້າ ຂ້າພະເຈົ້າກໍບໍ່ອາດຝ່າຝືນຄໍາສັ່ງຂອງອົງພຣະຜູ້ເປັນເຈົ້າ ໄດ້ໂດຍເຮັດຕາມໃຈ ຂອງທ່ານ. ຂ້າພະເຈົ້າກ່າວໄດ້ພຽງແຕ່ສິ່ງທີ່ອົງພຣະຜູ້ເປັນເຈົ້າບອກໃຫ້ຂ້າພະເຈົ້າ ກ່າວເທົ່ານັ້ນ. ”
\v 14 ບາລາອາມ ໄດ້ເວົ້າກັບເຈົ້າບາຫລາກ ວ່າ, “ບັດນີ້ ຂ້າພະເຈົ້າຈະກັບຄືນ ເມືອບ້ານເມືອງຂອງຂ້າພະເຈົ້າ, ແຕ່ກ່ອນຂ້າພະເຈົ້າຈາກໄປ ຂ້າພະເຈົ້າຢາກເຕືອນທ່ານ ກ່ຽວກັບສິ່ງທີ່ປະຊາຊົນອິດສະຣາເອນ ຈະເຮັດຕໍ່ປະຊາຊົນຂອງທ່ານໃນອະນາຄົດ.”
\s5
\v 15 ແລ້ວບາລາອາມ ກໍທໍານວາຍໄວ້ ດັ່ງນີ້: “ນີ້ແມ່ນຖ້ອຍຄໍາຂອງບາລາອາມ ລູກຊາຍ ເບອໍ ເປັນຖ້ອຍຄໍາຂອງຄົນທີ່ສາມາດເຫັນໄດ້ ຢ່າງຈະແຈ້ງ. [ຮ]
\v 16 ຜູ້ໄດ້ຍິນສິ່ງທີ່ພຣະເຈົ້າກໍາລັງ ກ່າວຈາ ແລະ ໄດ້ຮັບສະຕິປັນຍາ ມາຈາກຜູ້ສູງສຸດພຸ້ນ. ຄື ເຫັນນິມິດລົງມາ ຈາກພຣະເຈົ້າອົງມີຣິດອໍານາດ ຍິ່ງໃຫຍ່ຜູ້ທີ່ລົ້ມລົງ, ແຕ່ຕາໄດ້ຖືກເປີດອອກກ່າວວ່າ,
\s5
\v 17 ຂ້າພະເຈົ້າແນມເບິ່ງໄປໃນຄັ້ງໜ້າຄັ້ງໃນ ແລະ ຂ້າພະເຈົ້າໄດ້ເຫັນຊົນຊາດອິດສະຣາເອນນີ້. ມີກະສັດອົງໜຶ່ງຈະເກີດຂຶ້ນ ດັ່ງດວງແຈ້ງໃນຊົນຊາດຂອງພວກເຂົາ ເໝືອນດາວຫາງ ອັນຊົງຣິດ ທີ່ມາຈາກຊາດ ອິດສະຣາເອນນັ້ນ ເພິ່ນຈະເຂັ່ນຂ້າເປັນໝູ່ ຜູ້ນາໍຂອງໂມອາບທັງຫລາຍ ຜູ້ທີ່ໂຫດຮ້າຍ ແລະ ຈອງຫອງ. [ກ] ເພິ່ນຈະປາບພວກເຂົາ ໝົດທຸກຄົນຖິ້ມ.
\s5
\v 18 ເພິ່ນຈະຕີຊະນະເຫລົ່າສັດຕູ ໃນເອໂດມ ແລະ ຢຶດເອົາດິນດອນຂອງເຂົາມາ ເປັນກາໍມະສິດຂອງຕົນດ້ວຍ, ແຕ່ວ່າ ຊາດ ອິດສະຣາເອນນັ້ນຈະສືບຕໍ່ເຂັ້ມແຂງ ຈະສືບຕໍ່ມີໄຊ ຕໍ່ເຫລົ່າສັດຕູໝູ່ມານຮ້າຍ.
\v 19 ຊົນຊາດອິດສະຣາເອນນັ້ນ ຈະຢຽບຢໍ່າເຫລົ່າສັດຕູລົງ ແລະ ກວາດລ້າງພວກທີ່ຍັງເຫລືອຈົນຮອດຄົນສຸດທ້າຍ.”
\s5
\v 20 ຕໍ່ມາ ໃນນິມິດນັ້ນ ບາລາອາມ ກໍເຫັນຊາວອາມາເຫລັກ ແລ້ວເພິ່ນກໍທາໍນວາຍ ດັ່ງນີ້: “ອາມາເຫລັກ ແມ່ນຊົນຊາດທີ່ມີອໍານາດ ກວ່າທຸກຊາດອື່ນໃດ ແຕ່ໃນບັ້ນປາຍ ຈະຈິບຫາຍໄປຕະຫລອດ.”
\s5
\v 21 ໃນນິມິດນັ້ນ ບາລາອາມ ຍັງໄດ້ເຫັນຊາວເກນິດ ແລ້ວເພິ່ນກໍທໍານວາຍ ດັ່ງນີ້: “ບ່ອນທີ່ພວກທ່ານຢູ່ນີ້ໜາແໜ້ນ ປອດໄພດີ; ປອດໄພເໝືອນຮັງນົກທີ່ງອຍ ຢູ່ເທິງໜ້າຜາພຸ້ນ.
\v 22 ແຕ່ຊາວເກນິດ ນັ້ນພວກເຈົ້າຈະ ຖືກທາໍລາຍລົງຈົນໝົດ ເມື່ອຊາວອັດຊີເຣຍ ມາຈັບພວກເຈົ້າໄປຍັງຕ່າງຖິ່ນ. ” [ຂ]
\s5
\v 23-24 ບາລາອາມ ຍັງໄດ້ທາໍນວາຍໄວ້ຕື່ມອີກວ່າ: “ຄົນທີ່ກໍາລັງເຕົ້າໂຮມຢູ່ ທາງທິດເໜືອ [ຄ] ນັ້ນແມ່ນພວກໃດກັນ? ພວກຮຸກຮານຮາວີ ຈະຂີ່ເຮືອມາຈາກ ໄຊປຣັດ ພຸ້ນ. ພວກເຂົາຈະຕີຊະນະຊາວ ອັດຊີເຣຍ ແລະ ເອເບ, ແຕ່ໃນທີ່ສຸດ ພວກເຂົາກໍຈະດັບສູນໄປຕະຫລອດ. ”
\v 25 ແລ້ວ​ບາ​ລາ​ອາມ ກໍ​ກັບ​ສູ່​ບ້ານ​ເມືອງ​ຂອງ​ຕົນ ສ່ວນ​ເຈົ້າ​ລາ​ຫລາກ​ກໍ​ໄປ​ຕາ​ມ​ທາງ​ຂອງ​ຕົນ.
\s5
\c 25
\p
\v 1 ເມື່ອຊາວອິດສະຣາເອນ ໄດ້ມາຕັ້ງຄ້າຍພັກຢູ່ທີ່ ຊີດິຕິມ ນັ້ນພວກຜູ້ຊາຍຊາວອິດສະຣາເອນ ໄດ້ສົມສູ່ຢູ່ກິນກັບຍິງຊາວໂມອາບ.
\v 2 ພວກແມ່ຍິງເຫລົ່ານີ້ ໄດ້ເຊື້ອເຊີນພວກເຂົາ ເຂົ້າຮ່ວມບຸນສະຫລອງພິທີຖວາຍບູຊາ ໃນບ່ອນຂາບໄຫວ້ພະຂອງຊາວໂມອາບ. ພວກເຂົາໄດ້ກິນອາຫານທີ່ໄດ້ບູຊາແລ້ວ ແລະ ໄດ້ນົບຮູບພະທັງຫລາຍຂອງ ພວກເຂົາ
\v 3 ຊາວອິດສະຣາເອນ ກໍໄດ້ຮ່ວມຂາບໄຫວ້ພະບາອານ ແຫ່ງເປອໍ ດ້ວຍ. ສະນັ້ນ ອົງພຣະຜູ້ເປັນເຈົ້າຈຶ່ງໂກດຮ້າຍພວກເຂົາ
\s5
\v 4 ແລະ ອົງພຣະຜູ້ເປັນເຈົ້າໄດ້ກ່າວຕໍ່ ໂມເຊ ວ່າ, “ໃຫ້ຈັບບັນດາຫົວໜ້າຂອງຊາດ ອິດສະຣາເອນ ທັງໝົດມາປະຫານຊີວິດ ຕໍ່ໜ້າຄົນທັງຫລາຍ. [ງ] ຕໍ່ໜ້າອົງພຣະຜູ້ເປັນ ເຈົ້າ ແລະ ອົງພຣະຜູ້ເປັນເຈົ້າຈະບໍ່ໂກດຮ້າຍ ຊາວອິດສະຣາເອນ ຕໍ່ໄປ. ”
\v 5 ໂມເຊ ຈຶ່ງສັ່ງບັນດາເຈົ້າໜ້າທີ່ວ່າ, “ໃຫ້ແຕ່ລະຄົນ ໃນພວກເຈົ້າປະຫານຊີວິດຂອງທຸກໆ ຄົນໃນເຜົ່າຂອງພວກເຈົ້າ ທີ່ຂາບໄຫວ້ພະບາອານ ແຫ່ງ ເປອໍ.”
\s5
\v 6 ມີຊາວອິດສະຣາເອນ ຜູ້ໜຶ່ງໄດ້ນາໍຍິງ ຊາວມີດີອານ ຜູ້ໜຶ່ງເຂົາໄປໃນເຕັນຂອງຕົນ ຕໍ່ໜ້າໂມເຊ ແລະ ຊຸມຊົນທັງໝົດໃນຂະນະທີ່ກາໍລັງໄວ້ທຸກທີ່ປະຕູເຂົ້າຫໍເຕັນ ບ່ອນອົງພຣະຜູ້ເປັນເຈົ້າສະຖິດຢູ່.
\v 7 ເມື່ອ ຟີເນຮາ ລູກຊາຍຂອງເອເລອາຊາ ແລະ ຫລານຊາຍ ຂອງປະໂຣຫິດອາໂຣນ ໄດ້ເຫັນເຊັ່ນນັ້ນ; ລາວຈຶ່ງຖືຫອກລຸກຂຶ້ນໄປ ຈາກທີ່ປະຊຸມຕິດຕາມຊາຍ ແລະ ຍິງຄູ່ນັ້ນເຂົ້າໄປໃນເຕັນ
\s5
\v 8 ແລະ ຊັດຫອກຂອງຕົນໃສ່ຈົນຊອດເຂົາທັງສອງ. ດ້ວຍເຫດນີ້ ໂຣກລະບາດທີ່ພວມ ທາໍລາຍຊາວອິດສະຣາເອນ ຢູ່ນັ້ນຈຶ່ງຢຸດຕິລົງ,
\v 9 ແຕ່ໂຣກລະບາດນີ້ ກໍໄດ້ທາໍລາຍ ປະຊາຊົນອິດສະຣາເອນ ໄປແລ້ວ 24, 000 ຄົນ.
\s5
\v 10 ອົງພຣະຜູ້ເປັນເຈົ້າ ໄດ້ກ່າວຕໍ່ໂມເຊ ວ່າ,
\v 11 “ເພາະສິ່ງທີ່ ຟີເນຮາ ໄດ້ເຮັດນັ້ນ ເຮົາຈຶ່ງບໍ່ໂກດຮ້າຍປະຊາຊົນອິດສະຣາເອນອີກຕໍ່ໄປ. ລາວໄດຈັດການຢ່າງເດັດຂາດ ຕໍ່ຜູ້ທີ່ຂາບໄຫວ້ພະອື່ນ ໆ ນອກເໜືອຈາກເຮົາ. ດ້ວຍເຫດນີ້ແຫລະ, ເຮົາຈຶ່ງບໍ່ໂກດຮ້າຍແລະທາໍລາຍພວກເຂົາ.
\s5
\v 12 ສະນັ້ນ ເຈົ້າຈົ່ງບອກລາວວ່າ, ເຮົາຈະຕັ້ງຄໍາສັນຍາຢ່າງໜຶ່ງໄວ້ກັບລາວຕະຫລອດໄປ
\v 13 ຄື ລາວຕະຫລອດທັງເຊື້ອສາຍຂອງລາວຈະໄດ້ເປັນປະໂຣຫິດຮັບໃຊ້ເຮົາ ສືບໆໄປ ເພາະວ່າລາວໄດ້ຈັດການຢ່າງເດັດຂາດກັບທຸກໆຄົນ ທີ່ກະບົດຕໍ່ເຮົາ ແລະໄດ້ເຮັດໃຫ້ເຮົາຍົກໂທດປະຊາຊົນອິດສະຣາເອນ ເພາະພວກເຂົາໄດ້ເຮັດບາບ.”
\s5
\v 14 ຊາຍອິດສະຣາເອນ ທີ່ຖືກຂ້າຕາຍພ້ອມກັບຍິງ ມີດີອານ ນັ້ນຊື່ວ່າ ສິມຣີ ລູກຊາຍຂອງຊາລູ ຫົວໜ້າຄອບຄົວໃນເຜົ່າຊີເມໂອນ.
\v 15 ສ່ວນຍິງຊາວມີດີອານ ນັ້ນຊື່ວ່າ ໂກສະບີ ລູກສາວຂອງຊູເຣ ຫົວໜ້າຂອງໝວດໜຶ່ງໃນບັນດາຕະກຸນ ມີດີອານ.
\s5
\v 16 ອົງພຣະຜູ້ເປັນເຈົ້າໄດ້ກ່າວຕໍ່ໂມເຊ ວ່າ,
\v 17 “ຈົ່ງບຸກໂຈມຕີ ຊາວມີດີອານ ແລະ ທາໍລາຍພວກເຂົາໃຫ້ກ້ຽງ.
\v 18 ເພາະ ພວກເຂົາໄດ້ເຮັດຊົ່ວຕໍ່ເຈົ້າ ທີ່ເມືອງເປອໍ ແລະ ຍ້ອນໂກສະບີ ຜູ້ທີ່ໄດ້ຖືກຂ້າໃນເວລາ ທີ່ເກີດໂຣກລະບາດນັ້ນ.”
\s5
\c 26
\p
\v 1 ຫລັງຈາກໂຣກລະບາດ ໄດ້ຜ່ານພົ້ນໄປແລ້ວ ອົງພຣະຜູ້ເປັນເຈົ້າໄດ້ກ່າວຕໍ່ໂມເຊ ກັບ ເອເລອາຊາ ລູກຊາຍຂອງອາໂຣນ ວ່າ,
\v 2 “ຈົ່ງຈົດຈາໍນວນ ຊາຍທັງໝົດໃນແຕ່ລະຄອບຄົວຂອງຊຸມຊົນອິດສະຣາເອນ ຜູ້ທີ່ມີ ອາຍຸຊາວປີ ຂຶ້ນໄປ ແລະ ເປັນທະຫານໄດ້.”
\s5
\v 3 ດັ່ງນັ້ນ ໂມເຊ ກັບ ເອເລອາຊາ ຈຶ່ງເຮັດຕາມທີ່ອົງພຣະຜູ້ເປັນເຈົ້າໄດ້ສັ່ງໄວ້.
\v 4 ເພິ່ນໄດ້ເອີ້ນຊາຍທັງໝົດຜູ້ທີ່ມີອາຍຸ ຊາວປີຂຶ້ນໄປ ມາປະຊຸມ. ພວກເຂົາໄດ້ປະຊຸມກັນທີ່ທົ່ງຮາບພຽງ ໂມອາບ ຢູ່ຟາກໜຶ່ງອີກຂອງແມ່ນາໍ້ຈໍແດນ ກົງກັນຂ້າມກັບເມືອງ ເຢຣິໂກ. ຊາວອິດສະຣາເອນ ທີ່ໄດ້ອອກມາຈາກ ປະເທດເອຢິບ ມີດັ່ງນີ້:
\s5
\v 5 ເຜົ່າຣູເບັນ (ຣູເບັນ ເປັນລູກຊາຍກົກ ຂອງຢາໂຄບ) ປະກອບດ້ວຍຕະກຸນຂອງຮານົກ, ປານລູ,
\v 6 ເຮຊະໂຣນ ແລະ ການໝີ.
\v 7 ຕະກຸນເຫລົ່ານີ້ ມີຈໍານວນພົນ 43, 730 ຄົນ.
\s5
\v 8 ບັນດາລູກຫລານເຫລັນຂອງປານລູ ແມ່ນ ເອລີອາບ
\v 9 ແລະ ພວກລູກຊາຍ ຂອງລາວ ມີ: ເນມູເອນ, ດາທານ ແລະ ອາບີຣາມ. (ດາທານ ແລະ ອາບີຣາມ ແມ່ນຜູ້ທີ່ຖືກເລືອກຂຶ້ນ ມາຈາກຊຸມຊົນ. ພວກເຂົາໄດ້ ກະບົດຕໍ່ ໂມເຊ ແລະ ອາໂຣນ ໂດຍເຂົ້າຮ່ວມ ເປັນພັກພວກກັບ ໂກຣາ ເມື່ອພວກເຂົາໄດ້ກະບົດຕໍ່ອົງພຣະຜູ້ເປັນເຈົ້ານັ້ນ.
\s5
\v 10 ພື້ນດິນໄດ້ຍະກືນກິນພວກເຂົາ ແລະ ພວກເຂົາໄດ້ຕາຍໄປພ້ອມກັບ ໂກຣາ ຕະຫລອດທັງພັກພວກ 250 ຄົນ ໃນຕອນທີ່ຖືກໄຟເຜົາຜານນັ້ນ. ສິ່ງນີ້ໄດ້ເກີດຂຶ້ນ ເພື່ອເຕືອນປະຊາຊົນທັງຫລາຍ.
\v 11 ແຕ່ພວກ ລູກຊາຍຂອງ ໂກຣາ ບໍ່ໄດ້ຖືກຂ້າ.)
\s5
\v 12 ເຜົ່າຊີເມໂອນ ປະກອບດ້ວຍຕະກຸນ ເນມູເອນ, ຢາມິນ, ຢາກິນ,
\v 13 ເສຣາ ແລະ ໂຊນ.
\v 14 ຕະກຸນເຫລົ່ານີ້ມີຈາໍນວນພົນ 22, 200 ຄົນ.
\s5
\v 15 ເຜົ່າກາດ ປະກອບດ້ວຍຕະກຸນຂອງ ເສໂຟນ, ຮັກກີ, ຊູນີ,
\v 16 ໂອສະນີ, ເອຣີ,
\v 17 ອາໂຣດ ແລະ ອາເຣລີ
\v 18 ຕະກຸນ ເຫລົ່ານີ້ມີຈາໍນວນພົນ 40, 500 ຄົນ.
\s5
\v 19-21 ເຜົ່າຢູດາ ປະກອບດ້ວຍຕະກຸນ ເຊລາ, ເປເຣັດ, ເສຣາ, ເຮສະໂຣນ ແລະ ຮາມູນ. (ລູກຊາຍ ສອງຄົນຂອງຢູດາ ຄື ເອຣະ ແລະ ໂອນານ ໄດ້ຕາຍຢູ່ດິນແດນການາອານ.)
\v 22 ຕະ​ກຸນ​ເຫລົ່າ​ນີ້ ມີ​ຈຳ​ນ​ວນ​ພົນ 76, 500 ຄົນ.
\s5
\v 23 ເຜົ່​າອິດຊາຄາ ປະກອບດ້ວຍຕະກຸນ ໂຕລາ, ປູອາ,
\v 24 ຢາຊຸບ ແລະ ຊິມໂຣນ.
\v 25 ຕະກຸນເຫລົ່ານີ້ ມີຈໍານວນພົນ 64, 300 ຄົນ.
\s5
\v 26 ເຜົ່າເຊບູໂລນ ປະກອບດ້ວຍຕະກຸນ ເຊເຣັດ, ເອໂລນ ແລະ ຢາເລເອນ.
\v 27 ຕະກຸນເຫລົ່ານີ້ ມີຈໍານວນພົນ 60, 500 ຄົນ.
\s5
\v 28 ເຜົ່າໂຢເຊັບ ມີລູກຊາຍສອງຄົນ ຄື ມານາເຊ ແລະ ເອຟຣາອິມ.
\v 29 ເຜົ່າມານາເຊ: ມາກີ ລູກຊາຍຂອງມານາເຊ ພໍ່ຂອງກີເລອາດ ແລະ ຕະກຸນ ດັ່ງຕໍ່ໄປນີ້ໄດ້ ສືບເຊື້ອສາຍໃຫ້ ກີເລອາດ ດັ່ງນີ້:
\s5
\v 30 ຕະກຸນ ອີເອເຊ, ເຮເຫລັກ,
\v 31 ອາຊະຣິເອນ, ເຊເຄມ,
\v 32 ເຊມີດາ ແລະ ເຮເຟ.
\s5
\v 33 ເສໂລເຟຮັດ ຜູ້ທີ່ເປັນລູກຊາຍຂອງ ເຮເຟ ບໍ່ມີລູກຊາຍ ມີແຕ່ລູກສາວຊຶ່ງມີຊື່ດັ່ງນີ້: ມາຮະລາ, ໂນອາ, ໂຮຄະລາ, ມີລະກາ ແລະ ຕີຣະຊາ.
\v 34 ຕະກຸນເຫລົ່ານີ້ ມີຈາໍນວນພົນ 52, 700 ຄົນ.
\s5
\v 35 ເຜົ່າເອຟຣາອິມ ປະກອບດ້ວຍຕະກຸນ ຊູເທລາ, ເບເຄ ແລະ ຕາຮານ.
\v 36 ຕະກຸນຂອງ ເອຣານ ສືບເຊື້ອສາຍມາຈາກ ຊູເທລາ.
\v 37 ຕະກຸນເຫລົ່ານີ້ ມີຈໍານວນພົນ 32, 500 ຄົນ. ຕະກຸນເຫລົ່ານີ້ ແມ່ນສືບເຊື້ອສາຍມາຈາກໂຢເຊັບ.
\s5
\v 38 ເຜົ່າເບັນຢາມິນ ປະກອບດ້ວຍຕະກຸນ ເບລາ, ອາຊະເບນ, ອາຮີຣາມ,
\v 39 ເຊຟູຟາມ ແລະ ຮູຟາມ.
\v 40 ສ່ວນຕະກຸນຂອງ ອາກດາ ແລະ ອານາມານ ແມ່ນໄດ້ສືບເຊື້ອສາຍມາຈາກ ເບລາ.
\v 41 ຕະກຸນເຫລົ່ານີ້ ມີຈາໍນວນພົນ 45, 600 ຄົນ.
\s5
\v 42 ເຜົ່າດານ ປະກອບດ້ວຍຕະກຸນ ຮູຊິມ,
\v 43 ຊຶ່ງມີຈໍານວນພົນ 64, 400 ຄົນ.
\s5
\v 44 ເຜົ່າອາເຊ ປະກອບດ້ວຍຕະກຸນ ອີມນາ, ອີຊະວີ ແລະ ເບຣິອາ.
\v 45 ຕະກຸນ ເຮເບ ແລະ ມາລະກີເອນ ໄດ້ສືບເຊື້ອສາຍມາຈາກ ເບຣີອາ.
\v 46 ອາເຊ ມີລູກສາວ ຜູ້ໜຶ່ງຊື່ວ່າ ເຊຣາ.
\v 47 ຕະກຸນເຫລົ່ານີ້ ມີຈາໍນວນພົນ 53, 400 ຄົນ.
\s5
\v 48 ເຜົ່າເນັບທາລີ ປະກອບດ້ວຍຕະກຸນ ເຢສີເອນ, ຄູນີ,
\v 49 ເຢເສ ແລະ ຊິນເລັມ.
\v 50 ຕະກຸນເຫລົ່ານີ້ ມີຈໍານວນພົນ 45, 400 ຄົນ.
\s5
\v 51 ຈາໍນວນຜູ້ຊາຍ ຊາວອິດສະຣາເອນ ທັງໝົດມີ 601, 730 ຄົນ.
\s5
\v 52 ອົງພຣະຜູ້ເປັນເຈົ້າໄດ້ບອກໂມເຊ ວ່າ,
\v 53 “ຈົ່ງແບ່ງດິນແດນ ໃຫ້ແກ່ຊາວອິດສະຣາເອນ ເຜົ່າຕ່າງໆ ຕາມຈໍານວນ ປະຊາຊົນ.
\s5
\v 54-56 ໃນການແບ່ງປັນດິນແດນເທື່ອນີ້ ຈົ່ງໃຊ້ສະຫລາກເປັນວິທີແບ່ງປັນ ແລະ ເຜົ່າໃດທີ່ມີຈາໍນວນຄົນຫລາຍ ກໍຈະໄດ້ສ່ວນແບ່ງດິນແດນຫລາຍ ແລະ ເຜົ່າໃດທີ່ມີຈາໍນວນຄົນໜ້ອຍ ກໍຈະໄດ້ສ່ວນແບ່ງ ດິນແດນໜ້ອຍ.”
\s5
\v 57 ສ່ວນເຜົ່າເລວີ ນັ້ນປະກອບດ້ວຍ ຕະກຸນ ດັ່ງນີ້: ເກໂຊນ, ໂກຮາດ ແລະ ເມຣາຣີ.
\v 58 ເຊື້ອສາຍຂອງພວກເຂົາໄດ້ຮວມເອົາທັງຕະກຸນຍ່ອຍ ດັ່ງນີ້: ລິບນີ ເຮັບໂຣນ, ມາຮະລີ, ມູຊີ ແລະ ໂກຣາ. ໂກຮາດເປັນພ່ໍ່ຂອງອໍາຣາມ.
\v 59 ເມຍ ຂອງລາວແມ່ນ ໂຢເກເບັດ ລູກສາວຂອງ ເລວີ ທີ່ເກີດໃນປະເທດເອຢີບ. ນາງໄດ້ເກີດລູກຊາຍໃຫ້ ອໍາຣາມ ສອງຄົນ ດັ່ງນີ້: ອາໂຣນ ແລະ ໂມເຊ ກັບລູກສາວຜູ້ໜຶ່ງຊື່ ມີຣີອາມ.
\s5
\v 60 ອາໂຣນ ມີລູກຊາຍສີ່ຄົນ ດັ່ງນີ້: ນາດາບ ອາບີຮູ ເອເລອາຊາ ແລະ ອີທາມາ.
\v 61 ນາດາບ ແລະ ອາບີຮູ ໄດ້ຕາຍຕອນທີ່ພວກເຂົາໄດ້ຖວາຍບູຊາໄຟທີ່ຕ້ອງຫ້າມ ຕໍ່ໜ້າອົງພຣະຜູ້ເປັນເຈົ້າ.
\v 62 ລູກຊາຍຂອງຊາວເລວີ ທີ່ມີອາຍຸ ໜຶ່ງເດືອນຂຶ້ນໄປ ມີຈາໍນວນ 23, 000 ຄົນ. ພວກເຂົາບໍ່ໄດ້ຖືກນັບຮ່ວມເຂົ້າກັບປະຊາຊົນອິດສະຣາເອນ ເຜົ່າອື່ນ ໆ ຍ້ອນພວກເຂົາຈະບໍ່ໄດ້ຮັບຊັບສົມບັດສ່ວນໃດໆ ຢູ່ໃນຊາດອິດສະຣາເອນ.
\s5
\v 63 ໂມເຊ ແລະ ເອເລອາຊາ ເປັນຜູ້ຈົດທະບຽນຕະກຸນຕ່າງໆ ເຫລົ່ານີ້ ເມື່ອເພິ່ນໄດ້ເຮັດສໍາມະໂນຄົວ ຊາວອິດສະຣາເອນ ທີ່ທົ່ງພຽງໂມອາບ ຊຶ່ງຢູ່ອີກຟາກໜຶ່ງຂອງແມ່ນາໍ້ ຈໍແດນ ກົງກັນຂ້າມເມືອງເຢຣິໂກ.
\v 64 ຕາມທະບຽນທີ່ໂມເຊ ແລະ ອາໂຣນ ໄດ້ຈົດເທື່ອທາໍອິດນັ້ນ ບໍ່ມີຜູ້ຊາຍລຸ້ນກ່ອນ ແມ່ນແຕ່ ຄົນດຽວທີ່ມີຊີວິດຢູ່
\s5
\v 65 ເພາະອົງພຣະຜູ້ເປັນເຈົ້າ ໄດ້ກ່າວຕໍ່ ພວກເຂົາໄວ້ວ່າ, ພວກເຂົາທຸກຄົນຈະຕ້ອງ ຕາຍໃນຖິ່ນແຫ້ງແລ້ງກັນດານ ແລະ ກໍໄດ້ເປັນດັ່ງນັ້ນທຸກປະການ ຍົກເວັ້ນແຕ່ ກາເຫລັັບ ລູກຊາຍຂອງເຢຟຸນເນ ແລະ ໂຢຊວຍ ລູກຊາຍຂອງນູນ.
\s5
\c 27
\p
\v 1 ມາຮະລາ, ໂນອາ, ໂຮກະລາ, ມີລະກາ ແລະ ຕີຣະສາ ແມ່ນລູກສາວຂອງເສໂລເຟຮັດ ຜູ້ທີ່ເປັນລູກຊາຍຂອງເຮເຟ ແລະ ຫລານຊາຍຂອງກີເລອາດ ເຫລັນຂອງມາກີ ແລະ ຫລ້ອນຂອງມານາເຊ ລູກຊາຍຂອງໂຢເຊັບ.
\s5
\v 2 ພວກເຂົາມາຢືນຢູ່ຊ້ອງໜ້າໂມເຊ ປະໂຣຫິດເອເລອາຊາ, ບັນດາຜູ້ນາໍ ແລະ ຊຸມຊົນທັງໝົດທີ່ທາງເຂົ້າຫໍເຕັນບ່ອນອົງພຣະຜູ້ເປັນເຈົ້າສະຖິດຢູ່ ແລະ ຮຽກຮ້ອງສິດທິຂອງພວກ ຕົນວ່າ,
\v 3 “ພໍ່ຂອງພວກເຮົາໄດ້ຕາຍໃນຖິ່ນ ແຫ້ງແລ້ງກັນດານ ໂດຍບໍ່ມີລູກຊາຍຈັກຄົນ. ເພິ່ນບໍ່ແມ່ນພັກພວກຂອງໂກຣາ ຜູ້ທີ່ໄດ້ກະບົດຕໍ່ອົງພຣະຜູ້ເປັນເຈົ້າ ເພິ່ນໄດ້ຕາຍໄປ ຍ້ອນບາບກາໍຂອງເພິ່ນເອງ.
\s5
\v 4 ເປັນຫຍັງ ຈຶ່ງເຮັດໃຫ້ນາມຊື່ພໍ່ຂອງພວກເຮົາຕ້ອງດັບສູນໄປຈາກຊາດອິດສະຣາເອນ ເພາະເພິ່ນບໍ່ມີລູກຜູ້ຊາຍພຽງເທົ່ານັ້ນຊັ້ນບໍ? ຂໍໃຫ້ພວກເຮົາມີດິນແດນຢູ່ໃນທ່າມກາງຍາດຕິພີ່ນ້ອງຂອງພວກເຮົາດ້ວຍເຖີດ. ”
\v 5 ໂມເຊ ໄດ້ນາໍເລື່ອງນີ້ໄປຕໍ່ໜ້າອົງພຣະຜູ້ເປັນເຈົ້າ
\s5
\v 6 ແລະ ອົງພຣະຜູ້ເປັນເຈົ້າກໍໄດ້ບອກເພິ່ນວ່າ,
\v 7 “ສິ່ງທີ່ພວກລູກສາວຂອງເສໂລເຟຮັດ ຂໍຮ້ອງນັ້ນແມ່ນສິ່ງທີ່ຖືກຕ້ອງ ຈົ່ງໃຫ້ພວກເຂົາມີດິນແດນຢູ່ໃນທ່າມກາງ ຍາດຕິພີ່ ນ້ອງພໍ່ຂອງພວກເຂົາໄດ້. ໃຫ້ສ່ວນມໍຣະດົກ ຂອງເສໂລເຟຮັດ ຕົກທອດມາເຖິງພວກເຂົາ.
\v 8 ຈົ່ງບອກປະຊາຊົນອິດສະຣາເອນ ວ່າ, ເມື່ອຊາຍຜູ້ໜຶ່ງຕາຍໄປໂດຍບໍ່ມີລູກຊາຍ ຈົ່ງໃຫ້ລູກສາວຂອງລາວ ເປັນຜູ້ສືບທອດມໍຣະດົກແທນ.
\s5
\v 9 ຖ້າລາວຫາກບໍ່ມີລູກສາວ ກໍໃຫ້ອ້າຍເອື້ອຍນ້ອງຂອງຕົນ ສືບທອດມໍຣະດົກແທນ.
\v 10 ຖ້າລາວບໍ່ມີອ້າຍ ຫລື ນ້ອງຊາຍ ກໍໃຫ້ອ້າຍຫລືນ້ອງຊາຍຂອງພໍ່ລາວ ສືບທອດມໍຣະດົກຂອງລາວແທນ.
\v 11 ແລະ ຖ້າລາວບໍ່ມີອ້າຍ ຫລື ນ້ອງຊາຍ ຫລື ພໍ່ຂອງລາວບໍ່ມີອ້າຍນ້ອງອີກ ກໍໃຫ້ຍາດຕິພີ່ນ້ອງຜູ້ທີ່ໃກ້ຄຽງທີ່ສຸດ ຂອງລາວສືບທອດມໍຣະດົກແທນ ແລະ ຖືເອົາ ເປັນກໍາມະສິດຂອງຕົນຕໍ່ໄປ. ຈົ່ງໃຫ້ປະຊາຊົນອິດສະຣາເອນ ຢຶດຖືຫລັກການນີ້ ເປັນກົດບັນຍັດ ຕາມທີ່ອົງພຣະຜູ້ເປັນເຈົ້າ ໄດ້ສັ່ງເຈົ້າໄວ້.”
\s5
\v 12 ອົງພຣະຜູ້ເປັນເຈົ້າໄດ້ບອກໂມເຊ ວ່າ, “ຈົ່ງຂຶ້ນໄປເທິງພູ ອາບາຣິມ ແລະ ຈົ່ງແນມເບິ່ງດິນແດນທີ່ເຮົາຈະມອບໃຫ້ຊາວອິດສະຣາເອນ.
\v 13 ຫລັງຈາກທີ່ເຈົ້າໄດ້ ເຫັນແລ້ວ ເຈົ້າຈະຕາຍຄືກັນກັບ ອາໂຣນ ອ້າຍຂອງເຈົ້າ
\v 14 ເພາະເຈົ້າທັງສອງໄດ້ຝ່າຝືນຂໍ້ຄໍາສັ່ງຂອງເຮົາ ທີ່ຖິ່ນແຫ້ງແລ້ງກັນດານ ຊິນ ຄາວທີ່ຊຸມຊົນອິດສະຣາເອນ ທັງໝົດໄດ້ຈົ່ມຮ້າຍໃສ່ເຮົາທີ່ ເມຣິບາ ນັ້ນ ເຈົ້າປະຕິເສດບໍ່ຍອມຮັບຂໍ້ຄໍາສັ່ງຂອງເຮົາຕໍ່ໜ້າພວກເຂົາ. ” (ເມຣິບາ ແມ່ນບໍ່ນາໍ້ທີ່ກາເດັດ ໃນຖິ່ນແຫ້ງແລ້ງກັນດານ ຊິນ.)
\s5
\v 15 ໂມເຊ ໄດ້ພາວັນນາ ອະທິຖານຕໍ່ອົງພຣະຜູ້ເປັນເຈົ້າ ວ່າ,
\v 16 “ຂ້າແດ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າແຫ່ງດວງວິນຍານທັງໝົດ ທຸກຊີວິດ ຂໍພຣະອົງຈົ່ງໄດ້ແຕ່ງຕັ້ງຊາຍຜູ້ໃດ ຜູ້ໜຶ່ງທີ່ສາມາດນາໍພາປະຊາຊົນ
\v 17 ແລະ ສາມາດບັນຊາພວກເຂົາເຂົ້າສູ້ຮົບໄດ້ ເພື່ອວ່າປະຊາຊົນຂອງພຣະອົງ ຈະບໍ່ເປັນດັ່ງຝູງແກະທີ່ຂາດຜູ້ລ້ຽງ.”
\s5
\v 18 ດັ່ງນັ້ນ ອົງພຣະຜູ້ເປັນເຈົ້າໄດ້ກ່າວຕໍ່ ໂມເຊ ວ່າ, “ຈົ່ງໄປເອົາ ໂຢຊວຍ ລູກຊາຍຂອງນູນ ຜູ້ທີ່ມີພຣະວິນຍານ ແລ້ວຈົ່ງວາງມືເທິງຫົວລາວ ແຕ່ງຕັ້ງລາວ.
\v 19 ໃຫ້ລາວ ຢືນຢູ່ຕໍ່ໜ້າປະໂຣຫິດ ເອເລອາຊາ ແລະ ຊຸມຊົນທັງໝົດ ແລະ ໃນທີ່ນັ້ນ ຈົ່ງປະກາດແຕ່ງຕັ້ງລາວຕໍ່ໜ້າພວກເຂົາ ໃຫ້ເປັນຜູ້ສືບທອດຕໍາແໜ່ງແທນເຈົ້າ.
\s5
\v 20 ເຈົ້າຈົ່ງມອບສິດ ແລະ ອໍານາດບາງສ່ວນຂອງເຈົ້າໃຫ້ແກ່ລາວ ເພື່ອວ່າຊຸມຊົນອິດ ສະຣາເອນທັງໝົດຈະຍອມເຊື່ອຟັງລາວ.
\v 21 ລາວຈະເພິ່ງປະໂຣຫິດ ເອເລອາຊາ ຜູ້ທີ່ຈະຮຽນຮູ້ຄວາມປະສົງຂອງເຮົາ ໂດຍໃຊ້ອຸຣິມ ແລະ ທຸມມິມ [ຈ] ອັນນີ້ຈະແມ່ນວິທີທີ່ ເອເລອາຊາ ນາໍພາໂຢຊວຍ ແລະ ຊຸມຊົນອິດ ສະຣາເອນ ໃນວຽກການທັງໝົດຂອງພວກເຂົາ.”
\s5
\v 22 ໂມເຊ ເຮັດຕາມທີ່ອົງພຣະຜູ້ເປັນເຈົ້າ ໄດ້ສັ່ງຕົນນັ້ນ. ເພິ່ນໃຫ້ໂຢຊວຍ ມາຢືນຢູ່ຕໍ່ໜ້າປະໂຣຫິດ ເອເລອາຊາ ແລະ ຊຸມຊົນ.
\v 23 ເພິ່ນໄດ້ວາງມືລົງເທິງຫົວໂຢຊວຍ ແລະ ປະກາດແຕ່ງຕັ້ງລາວ ໃຫ້ເປັນຜູ້ສືບທອດຕໍາແໜ່ງແທນຕົນ ຕາມທີ່ອົງພຣະຜູ້ເປັນເຈົ້າໄດ້ສັ່ງເພິ່ນໄວ້ທຸກປະການ.
\s5
\c 28
\p
\v 1 ອົງພຣະຜູ້ເປັນເຈົ້າໄດ້ບອກໂມເຊ
\v 2 ໃຫ້ແນະນໍາຊາວອິດສະຣາເອນ ຖວາຍອາຫານເປັນເຄື່ອງບູຊາ ດ້ວຍໄຟ ທີ່ຈາໍເປັນແລະ ພໍໃຈພຣະອົງ ຕາມເວລາທີ່ໄດ້ກາໍນົດໄວ້ດັ່ງນີ້:
\s5
\v 3 ອາຫານ ທີ່ຖວາຍແກ່ອົງພຣະຜູ້ເປັນເຈົ້າ ເປັນເຄື່ອງເຜົາບູຊາ ດ້ວຍໄຟປະຈາໍວັນມີ: ລູກແກະເຖິກ ອາຍຸໜຶ່ງປີ ສອງໂຕ ທີ່ມີສຸຂະພາບດີ ແລະ ບໍ່ມີຕໍາໜິ.
\v 4 ໃຫ້ຖວາຍ ໂຕທີໜຶ່ງ ໃນຕອນເຊົ້າ ແລະ ໂຕທີສອງ ໃນຕອນແລງ
\v 5 ແຕ່ລະໂຕ ໃຫ້ຖວາຍກັບພືດ ຜົນເປັນເມັດ ເປັນແປ້ງເຂົ້າ ສາມ ກິໂລກາຼມ ປົນກັບນາໍ້ມັນໝາກກອກເທດ ເຄິ່ງລິດ.
\s5
\v 6 ອັນນີ້ ແມ່ນເຄື່ອງຖວາຍປະຈາໍວັນ ທີ່ຕ້ອງເຜົາໃຫ້ໝົດຕາມ ພິທີຖວາຍບູຊາອາຫານເທື່ອທາໍອິດ ທີ່ພູເຂົາ ຊີນາຍ ກິ່ນຫອມຫວນຈຶ່ງເປັນທີ່ພໍໃຈອົງພຣະຜູ້ເປັນເຈົ້າ.
\v 7 ສ່ວນ​ເຫລົ້າ​ອະ​ງຸ່ນ ໜຶ່ງ​ລ​ິດ​ທີ່​ຖວາຍ​ພ້ອມ​ກັບ​ລູກ​ແກະໂຕ​ທີ່​ໜຶ່ງນັ້ນ ໃຫ້​ຖອກ​ໃສ່​ແທ່ນ​ບູ​ຊາ.
\v 8 ລູກແກະໂຕທີສອງ ທີ່ຈະຖວາຍໃນຕອນແລງ ໃຫ້ຖວາຍຢ່າງດຽວກັນ ກັບການຖວາຍໃນຕອນເຊົ້າ ແລະ ໃຫ້ຖວາຍ ເຫລົ້າອະງຸ່ນພ້ອມ. ອັນນີ້ກໍແມ່ນການຖວາຍອາຫານຄືກັນ ກິ່ນຫອມຫວນຈຶ່ງເປັນທີ່ພໍໃຈ ອົງພຣະຜູ້ເປັນເຈົ້າ.
\s5
\v 9 ໃນວັນຊະບາໂຕ ໃຫ້ຖວາຍແກະເຖິກ ອາຍຸໜຶ່ງປີ ສອງໂຕ ທີ່ມີສຸຂະພາບດີ ແລະ ບໍ່ມີຕໍາໜິ ແລະ ພືດຜົນເປັນເມັດ ເປັນແປ້ງເຂົ້າ ສອງກິໂລກາຼມ ປົນກັບນໍ້າມັນໝາກກອກເທດ ແລະ ເຫລົ້າອະງຸ່ນ.
\v 10 ສ່ວນການເຜົາສັດຖວາຍບູຊາ ດ້ວຍໄຟນັ້ນ ໃຫ້ເຮັດທຸກໆ ວັນຊະບາໂຕ ຕື່ມໃສ່ເຄື່ອງຖວາຍບູຊາ ປະຈາໍວັນ ພ້ອມກັບເຫລົ້າອະງຸ່ນ.
\s5
\v 11 ໃນວັນທາໍອິດຂອງແຕ່ລະເດືອນ ຈົ່ງນາໍ ງົວເຖິກສອງໂຕ, ແບ້ເຖິກໜຶ່ງໂຕ, ລູກແກະເຖິກ ອາຍຸໜຶ່ງປີ ເຈັດໂຕ. ເປັນສັດໂຕທີ່ມີສຸຂະພາບດີ ແລະ ບໍ່ມີຕໍາໜິມາຖວາຍບູຊາ ດ້ວຍໄຟແກ່ອົງພຣະຜູ້ເປັນເຈົ້າ.
\v 12 ສໍາລັບເຄື່ອງຖວາຍພືດຜົນເປັນເມັດນັ້ນ ໃຫ້ຖວາຍແປ້ງເຂົ້າ ປົນກັບນາໍ້ມັນໝາກກອກເທດ ຄື: ງົວເຖິກໂຕໜຶ່ງຕໍ່ແປ້ງເຂົ້າສາມກິໂລກາຼມ; ແກະເຖິກໂຕໜຶ່ງຕໍ່ແປ້ງເຂົ້າສອງກິໂລກາຼມ;
\v 13 ແລະ ລູກແກະໂຕໜຶ່ງຕໍ່ແປ້ງເຂົ້າ ໜຶ່ງກິໂລກາຼມ. ການເຜົາຖວາຍບູຊາເຫລົ່ານີ້ ແມ່ນການຖວາຍ ຊຶ່ງເປັນກິ່ນຫອມຫວນ ຈຶ່ງເປັນທີ່ພໍໃຈອົງພຣະຜູ້ເປັນເຈົ້າ.
\s5
\v 14 ການຖວາຍເຫລົ້າອະງຸ່ນນັ້ນ ໃຫ້ເຮັດດັ່ງນີ້: ເຫລົ້າອະງຸ່ນສາມລິດຕໍ່ງົວເຖິກໂຕໜຶ່ງ; ເຫລົ້າອະງຸ່ນສອງລິດຕໍ່ແກະເຖິກໂຕໜຶ່ງ ແລະ ເຫລົ້າອະງຸ່ນໜຶ່ງລິດຕໍ່ລູກແກະເຖິກໜຶ່ງໂຕ. ອັນນີ້ແມ່ນລະບຽບສໍາລັບການເຜົາຖວາຍບູຊາຂອງວັນທໍາອິດ ໃນແຕ່ລະຕົ້ນ ເດືອນ ຕະຫລອດປີ.
\v 15 ໃຫ້ຖວາຍແບ້ເຖິກໂຕໜຶ່ງເພື່ອລຶບລ້າງບາບ ຕື່ມໃສ່ເຄື່ອງເຜົາຖວາຍບູຊາປະຈາໍວັນ ພ້ອມກັບເຫລົ້າ ອະງຸ່ນຖວາຍແກ່ອົງພຣະຜູ້ເປັນເຈົ້າ.
\s5
\v 16 ໃນວັນທີສິບສີ່ຂອງເດືອນທີໜຶ່ງ ໃຫ້ພວກເຈົ້າສະເຫລີມສະຫລອງ ປັດສະຄາ ເພື່ອຍົກຍໍໃຫ້ກຽດອົງພຣະຜູ້ເປັນເຈົ້າ.
\v 17 ໃນວັນທີສິບຫ້າ ໃຫ້ເລີ່ມເທດສະການຂຶ້ນ ເຈັດວັນ ຊຶ່ງໃນລະຫວ່າງນີ້ໃຫ້ກິນເຂົ້າຈີ່ບໍ່ມີເຊື້ອແປ້ງເທົ່ານັ້ນ.
\v 18 ໃນວັນເລີ່ມຕົ້ນຂອງເທດສະການ ໃຫ້ພວກເຈົ້າເຕົ້າໂຮມກັນເພື່ອນະມັດສະການ ແລະ ຢ່າເຮັດວຽກໃດໆ ທັງສິ້ນ.
\s5
\v 19 ຈົ່ງເຜົາຖວາຍບູຊາ ແກ່ອົງພຣະຜູ້ເປັນເຈົ້າ ຕາມພິທີຖວາຍອາຫານ ດັ່ງນີ້: ງົວໜຸ່ມສອງໂຕ, ແກະເຖິກໜຶ່ງໂຕ ແລະ ແກະເຖິກອາຍຸໜຶ່ງປີ ເຈັດໂຕ. ທັງໝົດນັ້ນໃຫ້ເປັນສັດທີ່ ມີສຸຂະພາບດີ ແລະ ບໍ່ມີຕໍາໜິ.
\v 20 ສໍາລັບ ສັດແຕ່ລະໂຕນັ້ນ ໃຫ້ຖວາຍແປ້ງເຂົ້າປົນກັບນາໍ້ມັນໝາກກອກເທດ ຄື: ແປ້ງເຂົ້າສາມກິໂລກາຼມ ຕໍ່ງົວເຖິກໂຕໜຶ່ງ ແປ້ງເຂົ້າສອງກິໂລກາຼມ ຕໍ່ແກະເຖິກໂຕໜຶ່ງ;
\v 21 ແປ້ງເຂົ້າໜຶ່ງກິໂລກາຼມ ຕໍ່ລູກແກະໂຕໜຶ່ງ.
\v 22 ໃຫ້ຖວາຍແບ້ເຖິກໂຕໜຶ່ງອີກ ເພື່ອລຶບລ້າງບາບ ແລະ ໃນທາໍນອງນີ້ ຈຶ່ງເປັນສ່ວນປະກອບ ພິທີຊໍາລະບາບກໍາຂອງປະຊາຊົນ.
\s5
\v 23 ໃຫ້ຖວາຍສິ່ງເຫລົ່ານີ້ເພີ່ມຕື່ມໃສ່ ການ ເຜົາຖວາຍບູຊາປະຈາໍວັນໃນຕອນເຊົ້າ.
\v 24 ໃນທາໍນອງດຽວກັນ ຈົ່ງຖວາຍບູຊາດ້ວຍໄຟ ຕະຫລອດເຈັດວັນ ກິ່ນຫອມຫວນຈຶ່ງເປັນ ທີ່ພໍໃຈອົງພຣະຜູ້ເປັນເຈົ້າ. ຈົ່ງຖວາຍສິ່ງເຫລົ່ານີ້ຕື່ມໃສ່ເຄື່ອງເຜົາຖວາຍປະຈາໍວັນ ພ້ອມກັບເຫລົ້າອະງຸ່ນ.
\v 25 ແຕ່ໃນວັນທີເຈັດ ໃຫ້ພວກເຈົ້າເຕົ້າໂຮມກັນເພື່ອນະມັດສະການ ແລະ ຢ່າເຮັດວຽກປະຈາໍວັນໃດໆ ທັງສິ້ນ.
\s5
\v 26 ໃນວັນເລີ່ມເທດສະການຂອງລະດູເກັບກ່ຽວ ຄືເມື່ອຖວາຍພືດຜົນເປັນເມັດອັນໃໝ່ໃຫ້ອົງພຣະຜູ້ເປັນເຈົ້ານັ້ນ ໃຫ້ພວກເຈົ້າ ເຕົ້າໂຮມກັນເພື່ອນະມັດສະການ ແລະ ຢ່າເຮັດວຽກໃດໆ ທັງສິ້ນ.
\v 27 ຈົ່ງເຜົາເຄື່ອງຖວາຍບູຊາ ດ້ວຍໄຟແກ່ອົງພຣະຜູ້ເປັນເຈົ້າ ດັ່ງນີ້: ງົວເຖິກສອງໂຕ, ແກະເຖິກໂຕໜຶ່ງ ແລະ ລູກແກະອາຍຸໜຶ່ງເດືອນ ເຈັດໂຕ ກິ່ນຫອມຫວນຈຶ່ງເປັນທີ່ພໍໃຈອົງພຣະຜູ້ເປັນເຈົ້າ.
\v 28 ໃຫ້ຖວາຍພືດຜົນເປັນເມັດ ເປັນແປ້ງເຂົ້າປົນກັບນາໍ້ມັນໝາກກອກເທດ ຄື: ແປ້ງເຂົ້າສາມກິໂລກາຼມ ຕໍ່ງົວເຖິກໂຕໜຶ່ງ ແປ້ງເຂົ້າສອງກິໂລກາຼມ ຕໍ່ແກະເຖິກໂຕໜຶ່ງ,
\s5
\v 29 ແລະ ແປ້ງເຂົ້າໜຶ່ງກິໂລກາຼມ ຕໍ່ລູກແກະໂຕໜຶ່ງ.
\v 30 ໃຫ້ຖວາຍແບ້ເຖິກໂຕໜຶ່ງອີກ ເພື່ອເຮັດພິທີຊໍາລະບາບກໍາຂອງ ປະຊາຊົນ.
\v 31 ໃຫ້ຖວາຍສິ່ງເຫລົ່ານີ້ ແລະ ເຫລົ້າອະງຸ່ນ ເພີ່ມຕື່ມໃສ່ເຄື່ອງເຜົາຖວາຍບູຊາປະຈາໍ ພ້ອມທັງຖວາຍພືດຜົນເປັນເມັດ ສັດທີ່ນາໍມາຖວາຍນັ້ນ ຕ້ອງມີສຸຂະພາບດີ ບໍ່ມີຕໍາໜິ.
\s5
\c 29
\p
\v 1 ໃນວັນທີໜຶ່ງຂອງເດືອນທີເຈັດ ໃຫ້ພວກເຈົ້າເຕົ້າໂຮມກັນ ເພື່ອນະມັດສະການ ແລະ ຢ່າເຮັດວຽກໃດໆ ທັງສິ້ນ. ໃນວັນນີ້ຈົ່ງເປົ່າແກ ໃຫ້ດັງສະໜັ່ນ.
\s5
\v 2 ຈົ່ງເຜົາເຄື່ອງບູຊາຖວາຍ ດັ່ງນີ້: ງົວເຖິກໂຕໜຶ່ງ, ແກະເຖິກໂຕໜຶ່ງ ແລະ ລູກແກະ ອາຍຸໜຶ່ງປີ ເຈັດໂຕ. ສັດທັງໝົດນັ້ນໃຫ້ເປັນສັດທີ່ມີສຸຂະພາບດີ ແລະ ບໍ່ມີຕໍາໜິ. ກິ່ນຫອມຫວນຈຶ່ງເປັນທີ່ພໍໃຈອົງພຣະຜູ້ເປັນເຈົ້າ.
\s5
\v 3 ໃຫ້ຖວາຍພືດຜົນ ເປັນເມັດ ເປັນແປ້ງເຂົ້າ ປົນກັບນາໍ້ມັນໝາກກອກເທດ ຄື: ແປ້ງເຂົ້າສາມກິໂລກາຼມ ຕໍ່ງົວເຖິກໂຕໜຶ່ງ ແປ້ງເຂົ້າສອງກິໂລກາຼມ ຕໍ່ແກະເຖິກໂຕໜຶ່ງ
\v 4 ແລະ ແປ້ງເຂົ້າໜຶ່ງກິໂລກາຼມ ຕໍ່ລູກແກະໂຕໜຶ່ງ.
\v 5 ໃຫ້ຖວາຍແບ້ເຖິກໂຕໜຶ່ງອີກ ເພ່ື່ອເຮັດພິທີຊໍາລະບາບກໍາຂອງປະຊາຊົນ.
\s5
\v 6 ໃຫ້ຖວາຍສິ່ງເຫລົ່ານີ້ ຕື່ມໃສ່ເຄື່ອງບູຊາ ດ້ວຍໄຟປະຈາໍສໍາລັບວັນທີໜຶ່ງຂອງເດືອນ ພ້ອມກັບພືດຜົນເປັນເມັດ ແລະ ເຄື່ອງບູຊາ ດ້ວຍໄຟປະຈາໍວັນ ພ້ອມກັບພືດຜົນເປັນເມັດ ແລະ ຖວາຍເຫລົ້າອະງຸ່ນ. ກິ່ນຫອມຫວນ ຂອງອາຫານ ທີ່ຖວາຍບູຊານັ້ນ ຈຶ່ງເປັນທີ່ພໍໃຈອົງພຣະຜູ້ເປັນເຈົ້າ.
\s5
\v 7 ໃນວັນທີສິບຂອງເດືອນທີເຈັດ ໃຫ້ພວກເຈົ້າເຕົ້າໂຮມກັນ ເພື່ອນະມັດສະການ; ຢ່າ ກິນອາຫານໃດໆ ແລະ ຢ່າເຮັດວຽກປະຈາໍ ວັນໃດໆ ທັງສິ້ນ.
\v 8 ຈົ່ງຖວາຍເຄື່ອງບູຊາ ດ້ວຍໄຟ ດັ່ງນີ້: ງົວເຖິກໂຕໜຶ່ງ ແກະເຖິກໂຕໜຶ່ງ, ກັບລູກແກະເຖິກ ອາຍຸໜຶ່ງປີ ເຈັດໂຕ; ຊຶ່ງທັງໝົດ ໃຫ້ເປັນສັດທີ່ມີສຸຂະພາບດີ ແລະ ບໍ່ມີຕໍາໜິ, ກິ່ນຫອມຫວນຈຶ່ງເປັນທີ່ພໍໃຈອົງພຣະຜູ້ເປັນເຈົ້າ.
\s5
\v 9 ໃຫ້ຖວາຍພືດຜົນເປັນເມັດ ເປັນແປ້ງເຂົ້າ ປົນກັບນາໍ້ມັນໝາກກອກເທດ ຄື: ແປ້ງເຂົ້າສາມກິໂລກາຼມ ຕໍ່ງົວເຖິກໂຕໜຶ່ງ ແປ້ງເຂົ້າສອງກິໂລກາຼມ ຕໍ່ແກະເຖິກໂຕໜຶ່ງ,
\v 10 ແລະ ແປ້ງເຂົ້າໜຶ່ງກິໂລກາຼມ ຕໍ່ລູກແກະໂຕໜຶ່ງ.
\v 11 ໃຫ້ຖວາຍແບ້ເຖິກ ອີກໂຕໜຶ່ງ ເພື່ອລຶບລ້າງບາບ ເພີ້ມຕື່ມໃສ່ແບ້ ທີ່ຖືກເຜົາບູຊາ ເພື່ອຊໍາລະລ້າງບາບຂອງປະຊາຊົນ ພ້ອມທັງເຄື່ອງບູຊາດ້ວຍໄຟປະຈາໍວັນ ຄູ່ກັບພືດຜົນເປັນເມັດ ແລະ ເຫລົ້າອະງຸ່ນ.
\s5
\v 12 ໃນວັນທີສິບຫ້າຂອງເດືອນທີເຈັດ ໃຫ້ພວກເຈົ້າເຕົ້າໂຮມກັນ ເພື່ອນະມັດສະການ. ຈົ່ງສະຫລອງເທດສະການນີ້ ເພື່ອຍົກຍໍໃຫ້ກຽດອົງພຣະຜູ້ເປັນເຈົ້າ ຕະຫລອດເຈັດວັນ ແລະ ຢ່າເຮັດວຽກໃດໆ ທັງສິ້ນ.
\v 13 ໃນມື້ ທີໜຶ່ງໃຫ້ຖວາຍບູຊາອາຫານ ແກ່ອົງພຣະຜູ້ ເປັນເຈົ້າ ກິ່ນຫອມຫວນຈຶ່ງເປັນທີ່ພໍໃຈພຣະອົງ ດັ່ງນີ້: ງົວເຖິກໜຸ່ມ ສິບສາມໂຕ ແກະເຖິກສອງໂຕ ແລະ ລູກແກະ ອາຍຸໜຶ່ງປີ ສິບສີ່ໂຕ ຊຶ່ງທັງໝົດນັ້ນໃຫ້ເປັນສັດທີ່ມີສຸຂະພາບດີ ແລະ ບໍ່ມີຕໍາໜິ.
\s5
\v 14 ໃຫ້ຖວາຍພືດຜົນ ເປັນເມັດ ເປັນແປ້ງເຂົ້າ ປົນກັບນາໍ້ມັນໝາກກອກເທດ ຄື: ແປ້ງເຂົ້າສາມກິໂລກາຼມ ຕໍ່ງົວເຖິກໂຕໜຶ່ງ ແປ້ງເຂົ້າສອງກິໂລກາຼມ ຕໍ່ແກະເຖິກໂຕໜຶ່ງ,
\v 15 ແລະ ແປ້ງເຂົ້າໜຶ່ງກິໂລກາຼມ ຕໍ່ລູກແກະ ໂຕໜຶ່ງ ພ້ອມທັງຖວາຍເຫລົ້າອະງຸ່ນ ຕາມທີ່ກຳນົດໄວ້.
\v 16 ໃຫ້ຖວາຍແບ້ເຖິກໂຕໜຶ່ງ ເໝືອນກັນ ເພື່ອເຮັດພິທີລຶບລ້າງບາບ. ໃຫ້ຖວາຍສິ່ງເຫລົ່ານີ້ ຕື່ມໃສ່ເຄື່ອງເຜົາຖວາຍບູຊາປະຈາໍວັນ ພ້ອມກັບພືດຜົນເປັນເມັດ ແລະ ເຫລົ້າອະງຸ່ນ.
\s5
\v 17 ໃນມື້ທີສອງ ໃຫ້ຖວາຍງົວເຖິກໜຸ່ມສິບສອງໂຕ, ແກະເຖິກສອງໂຕ ແລະ ລູກແກະເຖິກ ອາຍຸໜຶ່ງປີ ສິບສີ່ໂຕ ຊຶ່ງທັງໝົດນັ້ນໃຫ້ເປັນສັດທີ່ມີສຸຂະພາບດີ ແລະ ບໍ່ມີຕໍາໜິ.
\v 18-19 ພ້ອມກັບການຖວາຍສັດເຫລົ່ານັ້ນ ໃຫ້ຖວາຍເຄື່ອງອື່ນ ໆ ຕາມທີ່ໄດ້ກາໍນົດໄວ້ໃນມື້ ທີໜຶ່ງ.
\s5
\v 20 ໃນມື້ທີສາມ ໃຫ້ຖວາຍງົວເຖິກໜຸ່ມສິບ ເອັດໂຕ, ແກະເຖິກສອງໂຕ ແລະ ລູກແກະເຖິກ ອາຍຸໜຶ່ງປີ ສິບສີ່ໂຕ ຊຶ່ງທັງໝົດນັ້ນໃຫ້ເປັນສັດທີ່ມີສຸຂະພາບດີ ແລະ ບໍ່ມີຕໍາໜິ.
\v 21-22 ພ້ອມກັບການຖວາຍສັດເຫລົ່ານັ້ນ ໃຫ້ຖວາຍເຄື່ອງອື່ນ ໆ ອີກຕາມທີ່ໄດ້ກາໍນົດໄວ້ໃນມື້ທີໜຶ່ງ.
\s5
\v 23 ໃນມື້ທີສີ່ ໃຫ້ຖວາຍງົວເຖິກ ໜຸ່ມສິບໂຕ, ແກະເຖິກສອງໂຕ ແລະ ລູກແກະເຖິກ ອາຍຸໜຶ່ງປີ ສິບສີ່ໂຕ ຊຶ່ງທັງໝົດນັ້ນໃຫ້ເປັນສັດທີ່ມີສຸຂະພາບດີ ແລະ ບໍ່ມີຕໍາໜີ.
\v 24-25 ພ້ອມສັດເຫລົ່ານັ້ນໃຫ້ຖວາຍເຄື່ອງອື່ນໆ ອີກ ຕາມທີ່ໄດ້ກາໍນົດໄວ້ໃນມື້ທີໜຶ່ງ.
\s5
\v 26 ໃນມື້ທີຫ້າ ໃຫ້ຖວາຍງົວເຖິກໜຸ່ມ ເກົ້າໂຕ, ແກະເຖິກ ສອງໂຕ ແລະ ລູກແກະເຖິກ ອາຍຸໜຶ່ງປີ ສິບສີ່ໂຕ ຊຶ່ງທັງໝົດນັ້ນໃຫ້ເປັນສັດທີ່ມີສຸຂະພາບດີ ແລະ ບໍ່ມີຕໍາໜິ.
\v 27-28 ພ້ອມກັບການຖວາຍສັດເຫລົ່ານັ້ນ ໃຫ້ຖວາຍ ເຄື່ອງອື່ນ ໆ ອີກ ຕາມທີ່ໄດ້ກາໍນົດໄວ້ໃນມື້ທີ ໜຶ່ງ.
\s5
\v 29 ໃນມື້ທີຫົກ ໃຫ້ຖວາຍງົວເຖິກໜຸ່ມ ແປດໂຕ, ແກະເຖິກ ສອງໂຕ ແລະ ລູກແກະເຖິກອາຍຸໜຶ່ງປີ ສິບສີ່ໂຕ ຊຶ່ງທັງໝົດນັ້ນໃຫ້ເປັນສັດທີ່ມີສຸຂະພາບດີ ແລະ ບໍ່ມີຕໍາໜິ.
\v 30-31 ພ້ອມກັບການຖວາຍສັດເຫລົ່ານັ້ນ ໃຫ້ຖວາຍເຄື່ອງອື່ນໆ ອີກ ຕາມທີ່ໄດ້ກາໍ ນົດໄວ້ໃນມື້ທີໜຶ່ງ.
\s5
\v 32 ໃນມື້ທີເຈັດ ໃຫ້ຖວາຍງົວເຖິກໜຸ່ມ ເຈັດໂຕ, ແກະເຖິກ ສອງໂຕ ແລະ ລູກແກະ ອາຍຸໜຶ່ງປີ ສິບສີ່ໂຕ ຊຶ່ງທັງໝົດນັ້ນໃຫ້ເປັນສັດທີ່ມີສຸຂະພາບດີ ແລະ ບໍ່ມີຕໍາໜິ.
\v 33-34 ພ້ອມສັດເຫລົ່ານັ້ນ ໃຫ້ຖວາຍເຄື່ອງອື່ນ ໆ ອີກ ຕາມທີ່ໄດ້ກາໍນົດໄວ້ໃນມື້ທີໜຶ່ງ.
\s5
\v 35 ໃນມື້ທີແປດ ໃຫ້ພວກເຈົ້າເຕົ້າໂຮມກັນ ເພື່ອນະມັດສະການ ແລະຢ່າເຮັດວຽກປະຈາໍ ວັນໃດໆທັງສິ້ນ.
\v 36 ໃຫ້ເຜົາສັດຖວາຍບູຊາຕາມພິທີຖວາຍອາຫານແກ່ພຣະອົງ ດັ່ງນີ້: ງົວເຖິກໜຸ່ມໂຕໜຶ່ງ, ແກະເຖິກໂຕໜຶ່ງ ແລະລູກແກະເຖິກ ອາຍຸໜຶ່ງປີ ເຈັດໂຕ ຊ່ຶ່ງທັງໝົດນັ້ນ ໃຫ້ເປັນສັດທີ່ມີສຸຂະພາບດີ ແລະບໍ່ມີຕໍາໜິ. ກິ່ນຫອມຫວນຈຶ່ງເປັນທີ່ພໍໃຈອົງພຣະຜູ້ເປັນເຈົ້າ.
\s5
\v 37-38 ພ້ອມກັບການຖວາຍສັດເຫລົ່ານັ້ນ ໃຫ້ຖວາຍເຄື່ອງອື່ນໆອີກ ຕາມທີ່ໄດ້ກາໍນົດໄວ້ໃນມື້ທີໜຶ່ງ.
\s5
\v 39 ອັນນີ້ແຫລະ ແມ່ນລະບຽບການຕ່າງໆ ກ່ຽວກັບການເຜົາບູຊາ, ການຖວາຍພືດຜົນ ເປັນເມັດ ການຖວາຍເຫລົ້າອະງຸ່ນ ແລະ ການຖວາຍ ເພື່ອຄວາມສາມັກຄີທໍາ ທີ່ໃຫ້ ພວກເຈົ້າຖວາຍແກ່ອົງພຣະຜູ້ເປັນເຈົ້າ ໃນ ເທດສະການຕ່າງໆ ທີ່ໄດ້ກາໍນົດໄວ້. ອັນນີ້ ແມ່ນຕື່ມໃສ່ການຖວາຍຂອງພວກເຈົ້າ ອັນສືບເນື່ອງມາຈາກຜົນສໍາເລັດ ໃນການບະບົນ ໄວ້ເປັນພິເສດ ຫລື ການຖວາຍບູຊາ ຕາມຄວາມສະໝັກໃຈ.
\v 40 ສະນັ້ນ ໂມເຊ ຈຶ່ງໄດ້ບອກປະຊາຊົນອິດສະຣາເອນ ທຸກສິ່ງຕາມທີ່ອົງພຣະຜູ້ເປັນເຈົ້າ ໄດ້ສັ່ງເພິ່ນໄວ້ທຸກປະການ.
\s5
\c 30
\p
\v 1 ໂມເຊ ໄດ້ໃຫ້ຄໍາແນະນາໍ ແກ່ບັນດາຜູ້ນາໍເຜົ່າຕ່າງໆຂອງຊາດອິດສະຣາເອນ ດັ່ງຕໍ່ໄປນີ້:
\v 2 ເມື່ອຊາຍຄົນໜຶ່ງ ບະບົນໄວ້ວ່າ ຈະຖວາຍສິ່ງໜຶ່ງ ໃຫ້ແກ່ອົງພຣະຜູ້ເປັນເຈົ້າ ຫລື ສາບານວ່າຈະລະເວັ້ນ ຈາກສິ່ງໃດສິ່ງໜຶ່ງ; ລາວຕ້ອງບໍ່ເຮັດຜິດຄໍາສັນຍາ, ແຕ່ຈະຕ້ອງເຮັດຕາມ ທີ່ໄດ້ເວົ້າໄວ້ທຸກປະການ.
\s5
\v 3 ເມື່ອຍິງສາວຜູ້ໜຶ່ງຍັງຢູ່ໃນເຮືອນພໍ່ຂອງຕົນ ແລະ ບະບົນໄວ້ວ່າຈະຖວາຍສິ່ງໃດສິ່ງໜຶ່ງ ແກ່ອົງພຣະຜູ້ເປັນເຈົ້າ ຫລື ສັນຍາວ່າ ຈະລະເວັ້ນຈາກສິ່ງໜຶ່ງ;
\v 4 ນາງຈະຕ້ອງກະທາໍຕາມ ທີ່ຕົນໄດ້ບະບົນ ຫລື ໄດ້ສັນຍາ ໄວ້ນັ້ນທຸກປະການ ເວັ້ນເສຍແຕ່ໃຫ້ພໍ່ຂອງນາງ ຮູ້ເລື່ອງແລະຂັດຂວາງໄວ້.
\s5
\v 5 ແຕ່ຖ້າພໍ່ຂອງນາງ ຫາກໄດ້ຮູ້ເລື່ອງ ແລະ ຫ້າມປາມໄວ້ ນາງກໍບໍ່ຕ້ອງເຮັດຕາມນັ້ນ. ອົງພຣະຜູ້ເປັນເຈົ້າຈະຍົກຜິດໃຫ້ນາງ ເພາະວ່າພໍ່ຂອງນາງ ບໍ່ຍອມໃຫ້ນາງຮັກສາ ຄໍາສັນຍານັ້ນ.
\s5
\v 6 ຖ້າຍິງຜູ້ໜຶ່ງ ທີ່ບໍ່ທັນໄດ້ແຕ່ງງານ ຫາກບະບົນໄວ້ ໂດຍບໍ່ຕັ້ງໃຈ ຫລື ຢ່າງບໍ່ຄິດຖີ່ຖ້ວນ ຫລື ສັນຍາວ່າຈະລະເວັ້ນ ຈາກສິ່ງໃດສິ່ງໜຶ່ງ ແລ້ວນາງກໍແຕ່ງງານໄປ;
\v 7 ນາງ ຕ້ອງເຮັດຕາມທີ່ຕົນໄດ້ສັນຍາໄວ້ທຸກປະການ ເວັ້ນເສຍແຕ່ ເມື່ອຜົວຂອງນາງຮູ້ເລື່ອງ ແລະ ຂັດຂວາງໄວ້.
\s5
\v 8 ແຕ່ຖ້າຜົວຂອງນາງ ຫາກຮູ້ເລື່ອງ ແລະ ໄດ້ຫ້າມປາມໄວ້ ນາງກໍບໍ່ຕ້ອງກະທາໍຕາມ ສັນຍານັ້ນ. ອົງພຣະຜູ້ເປັນເຈົ້າຈະຍົກຜິດໃຫ້ ນາງເອງ.
\s5
\v 9 ແມ່ໝ້າຍ ຫລື ແມ່ຮ້າງ ຕ້ອງເຮັດຕາມຄໍາ ບະບົນ ທີ່ຕົນໄດ້ບະບົນໄວ້ ແລະ ຮັກສາຄໍາສັນຍາ ທີ່ຕົນໄດ້ກ່າວໄວ້ວ່າຈະລະເວັ້ນຈາກ ສິ່ງໃດສິ່ງໜຶ່ງ.
\v 10 ຖ້າແມ່ຍິງທີ່ແຕ່ງງານ ແລ້ວຫາກໄດ້ບະບົນ ຫລື ສັນຍາໄວ້ວ່າຕົນຈະ ລະເວັ້ນຈາກສິ່ງໃດສິ່ງໜຶ່ງ
\v 11 ນາງຕ້ອງ ເຮັດຕາມທີ່ຕົນໄດ້ບະບົນ ຫລື ສັນຍາໄວ້ທຸກປະການ ເວັ້ນເສຍແຕ່ເມື່ອຜົວຂອງນາງຮູ້ເລື່ອງ ແລະ ຂັດຂວາງໄວ້.
\s5
\v 12 ແຕ່ຖ້າຜົວຂອງນາງ ຫາກຮູ້ເລື່ອງ ແລະ ຫ້າມປາມໄວ້ ນາງກໍບໍ່ຕ້ອງເຮັດຕາມທີ່ໄດ້ບະບົນໄວ້. ອົງພຣະຜູ້ເປັນເຈົ້າຈະຍົກຜິດໃຫ້ ຍ້ອນວ່າຜົວຂອງນາງ ບໍ່ຍອມໃຫ້ນາງເຮັດຕາມທີ່ໄດ້ສັນຍາໄວ້ນັ້ນ.
\s5
\v 13 ຜົວຂອງນາງມີສິດທີ່ຈະຮັບຮອງ ຫລື ຍົກເລີກຄໍາບະບົນ ຫລື ສັນຍາຕ່າງໆ ທີ່ນາງໄດ້ເຮັດໄວ້.
\v 14 ແຕ່ຖ້າຜົວຂອງນາງຫາກ ບໍ່ໄດ້ຂັດຂວາງໄວ້ໃນມື້ທີ່ລາວຮູ້ນັ້ນ ນາງຕ້ອງເຮັດຕາມທີ່ນາງໄດ້ສັນຍາ ຫລື ບະບົນໄວ້ນັ້ນທຸກປະການ. ລາວໄດ້ຮັບຮອງເອົາການບະບົນນັ້ນແລ້ວ ໂດຍບໍ່ໄດ້ຂັດຂວາງໄວ້ໃນມື້ທີ່ຕົນຮູ້ເລື່ອງນັ້ນ.
\s5
\v 15 ແຕ່ຕໍ່ມາ ຖ້າລາວຫາກຍົກເລີກການບະບົນ ລາວຈະຕ້ອງຮັບຜົນກາໍຂອງເມຍ ສໍາລັບຄວາມບໍ່ສໍາເລັດ ທີ່ຕົນໄດ້ບະບົນໄວ້.
\v 16 ອັນນີ້ ແມ່ນກົດຕ່າງໆ ກ່ຽວກັບ ການບະບົນຂອງຍິງ ທີ່ບໍທັນໄດ້ແຕ່ງງານ ແລະ ອາໄສຢູ່ນາໍພໍ່ແມ່ ຫລື ຍິງທີ່ໄດ້ແຕ່ງງານແລ້ວ ຊຶ່ງອົງພຣະຜູ້ເປັນເຈົ້າໄດ້ມອບໃຫ້ແກ່ໂມເຊ.
\s5
\c 31
\p
\v 1 ອົງພຣະຜູ້ເປັນເຈົ້າໄດ້ກ່າວຕໍ່ໂມເຊ ວ່າ,
\v 2 “ໃຫ້ລົງໂທດຊາວມີດີອານ ສໍາລັບສິ່ງທີ່ພວກເຂົາໄດ້ເຮັດຕໍ່ປະຊາຊົນອິດສະຣາເອນ. ຫລັງຈາກນັ້ນແລ້ວ ເຈົ້າຈະຕາຍ.”
\s5
\v 3 ດັ່ງນັ້ນ ໂມເຊ ຈຶ່ງໄດ້ກ່າວແກ່ປະຊາຊົນ ວ່າ, “ຈົ່ງຕຽມຕົວເຮັດເສິກ ເພື່ອວ່າພວກເຈົ້າຈະໂຈມຕີຊາວມີດີອານໄດ້ ແລະ ລົງໂທດພວກເຂົາ ສໍາລັບສິ່ງທີ່ພວກເຂົາໄດ້ເຮັດຕໍ່ອົງພຣະຜູ້ເປັນເຈົ້າ.
\v 4 ແຕ່ລະເຜົ່າຂອງຊາດ ອິດສະຣາເອນ ເກນທະຫານໃຫ້ໄດ້ໜຶ່ງພັນຄົນ. ”
\v 5 ສະນັ້ນ ແຕ່ລະເຜົ່າຈຶ່ງໄດ້ເກນ ເອົາທະຫານໜຶ່ງພັນຄົນ ເມື່ອລວມກັນແລ້ວ ມີທະຫານ 12, 000 ຄົນຕຽມອອກສູ້ຮົບ.
\s5
\v 6 ໂມເຊ ໄດ້ສົ່ງທະຫານເຫລົ່ານີ້ ອອກສູ້ຮົບພາຍໃຕ້ການບັນຊາ ຂອງ ຟີເນຮາ ລູກຊາຍຂອງປະໂຣຫິດ ເອເລອາຊາ. ຟີເນຮາ ຮັບຜິດຊອບສິ່ງຂອງໃນຫໍເຕັນ ແລະ ແກ ສໍາລັບເປົ່າເປັນສັນຍານສູ້ຮົບ.
\v 7 ພວກເຂົາ ໄດ້ເຂົ້າໂຈມຕີພວກມີດີອານ ຕາມທີ່ອົງພຣະ ຜູ້ເປັນເຈົ້າໄດ້ສັ່ງໂມເຊໄວ້ ແລະ ຂ້າຜູ້ຊາຍ ທຸກຄົນຖິ້ມ
\v 8 ຕະຫລອດທັງກະສັດມີດີອານ ຫ້າຄົນ ດັ່ງນີ້: ເອວີ, ເຣເກມ, ຊູຣະ, ຮູຣະ ແລະ ເຣບາ. ພວກເຂົາໄດ້ຂ້າບາລາອາມ ລູກຊາຍຂອງເບອໍ ດ້ວຍ.
\s5
\v 9 ປະຊາຊົນອິດສະຣາເອນໄດ້ຈັບເອົາແມ່ຍິງ ແລະ ເດັກນ້ອຍມີດີອານ ມາເປັນຊະເລີຍ ແລະ ຢຶດເອົາຝູງງົວກັບຝູງແກະ ຕະຫລອດທັງຊັບສົມບັດຂອງພວກເຂົາ
\v 10 ແລະ ເຜົາເມືອງ ພ້ອມຄ້າຍພັກຂອງພວກເຂົາຖິ້ມໝົດ.
\s5
\v 11 ພວກເຂົາໄດ້ຢຶດເອົາສິ່ງຂອງ ພ້ອມ ກັບຊະເລີຍເສິກ ແລະ ສັດທັງໝົດ
\v 12 ມາມອບໃຫ້ໂມເຊ ແລະ ເອເລອາຊາ ຜູ້ເປັນປະໂຣຫິດ ແລະ ຊຸມຊົນອິດສະຣາເອນ ທີ່ຄ້າຍພັກທົ່ງພຽງໂມອາບ ຢູ່ຟາກໜຶ່ງຂອງແມ່ນາໍ້ ຈໍແດນ ຊຶ່ງກົງກັນຂ້າມກັບເມືອງເຢຣິໂກ.
\s5
\v 13 ໂມເຊ, ເອເລອາຊາ ແລະ ພວກຜູ້ນາໍອື່ນ ໆ ຂອງຊຸມຊົນທັງໝົດໄດ້ອອກຈາກຄ້າຍພັກ ມາຕ້ອນຮັບກອງທັບທີ່ກັບມາ.
\v 14 ໂມເຊ ໄດ້ຮ້າຍພວກນາຍທະຫານ, ພວກຜູ້ບັນຊາການກອງພັນ ແລະ ພວກຜູ້ບັນຊາກອງຮ້ອຍ ທີ່ນາໍທັບກັບຄືນມານັ້ນວ່າ,
\v 15 “ເປັນຫຍັງ ຈຶ່ງໄວ້ຊີວິດພວກແມ່ຍິງເຫລົ່ານີ້?
\s5
\v 16 ບໍ່ຈື່ບໍວ່າ ແມ່ນຍິງມີດີອານ ທີ່ໄດ້ເຮັດ ຕາມຄໍາແນະນາໍຂອງບາລາອາມ ແລະ ທີ່ເປອໍ ໄດ້ນາໍພາປະຊາຊົນບໍ່ໃຫ້ສັດຊື່ຕໍ່ອົງພຣະຜູ້ເປັນເຈົ້າ. ການນັ້ນເປັນເຫດໃຫ້ ປະຊາຊົນຂອງພຣະອົງ ຕ້ອງລົ້ມຕາຍດ້ວຍ ໂຣກລະບາດ.
\v 17 ສະນັ້ນ ບັດນີ້ໃຫ້ຂ້າເດັກນ້ອຍຜູ້ຊາຍ ແລະ ແມ່ຍິງທຸກໆ ຄົນທີ່ເຄີຍໄດ້ຮ່ວມເພດກັບຜູ້ຊາຍຖິ້ມ
\s5
\v 18 ແຕ່ຈົ່ງໄວ້ຊີວິດຍິງສາວບໍຣິສຸດທຸກໆ ຄົນ ສໍາລັບພວກເຈົ້າເອງ.
\v 19 ໃຫ້ພວກເຈົ້າທຸກຄົນທີ່ໄດ້ຂ້າຄົນ ຫລື ຈັບບາຍຊາກສົບ ອອກຢູ່ນອກຄ້າຍພັກ ເປັນເວລາ ເຈັດວັນ. ໃນວັນທີສາມ ກັບ ວັນທີເຈັດ ໃຫ້ພວກເຈົ້າ ແລະ ພວກແມ່ຍິງທີ່ຖືກຈັບມານັ້ນ ເຮັດພິທີຊໍາລະຕົວ.
\v 20 ໃຫ້ຊໍາລະເສື້ອຜ້າທຸກໆ ໂຕ ແລະ ທຸກໆ ສິ່ງທີ່ເຮັດດ້ວຍໜັງສັດ, ຂົນແບ້ ແລະ ໄມ້.
\s5
\v 21 ປະໂຣຫິດເອເລອາຊາ ໄດ້ບອກພວກ ນັກຮົບທີ່ຫາກໍກັບມາແຕ່ເຮັດເສິກນັ້ນ ວ່າ, “ອັນນີ້ແມ່ນລະບຽບການ ທີ່ອົງພຣະຜູ້ເປັນເຈົ້າໄດ້ໃຫ້ ໂມເຊ.
\v 22-23 ທຸກໆ ສິ່ງ​ທີ່​ໄຟ​ໄໝ້​ບໍ່​ໄດ້ ເຊັ່ນ​ວ່າ: ຄຳ, ເງິນ, ທອງ​ສຳ​ຣິດ, ເຫລັກ, ກົ່ວ ແລະ ຊືນ ໃຫ້​ເຮັດ​ພິ​ທີ​ຊຳ​ລະ​ມົນ​ທິ​ນ ໂດຍ​ໃຊ້​ໄຟ​ເຜົາ. ສ່ວນ​ສິ່ງ​ອື່ນ​ໆ ໃຫ້​ໃຊ້​ນ້ຳ​ລ້າງ​ເພື່ອ​ຊຳ​ລະ.
\v 24 ໃນມື້ທີເຈັດ ໃຫ້ຊັກເຄື່ອງນຸ່ງຫົ່ມຂອງພວກເຈົ້າ ແລ້ວພວກເຈົ້າກໍຈະບໍ່ເປັນມົນທິນ ຕາມກົດບັນຍັດ ແລະ ກັບເຂົ້າໄປໃນຄ້າຍພັກໄດ້.”
\s5
\v 25 ອົງພຣະຜູ້ເປັນເຈົ້າໄດ້ບອກ ໂມເຊ ວ່າ,
\v 26 “ໃຫ້ເຈົ້າ ແລະ ເອເລອາຊາ ພ້ອມດ້ວຍ ບັນດາຫົວໜ້າຄອບຄົວຂອງຊຸມຊົນຄົນອື່ນໆ ພາກັນນັບສິ່ງຂອງທັງໝົດ ທີ່ໄດ້ຢຶດມາ ຕະຫລອດທັງຊະເລີຍເສິກ ແລະ ສັດດ້ວຍ.
\v 27 ຈົ່ງແບ່ງສິ່ງຂອງເຫລົ່ານັ້ນອອກເປັນສອງ ສ່ວນເທົ່າກັນ ຄື: ສ່ວນໜຶ່ງສໍາລັບທະຫານ ທີ່ໄດ້ອອກໄປສູ້ຮົບ ແລະ ອີກສ່ວນໜຶ່ງສໍາລັບ ຊຸມຊົນ.
\s5
\v 28 ສໍາລັບສ່ວນທີ່ເປັນຂອງນັກຮົບນັ້ນ ຈົ່ງຫັກເອົາໜຶ່ງໃນຫ້າຮ້ອຍ ເປັນຂອງຖວາຍ ສໍາລັບອົງພຣະຜູ້ເປັນເຈົ້າ ບໍ່ວ່າເປັນຊະເລີຍ ເສິກ, ງົວ, ລໍ, ແກະ ແລະ ແບ້ ກໍດີ.
\v 29 ຈົ່ງມອບສ່ວນນີ້ໃຫ້ປະໂຣຫິດ ເອເລອາຊາ ຕາມ ພິທີຖວາຍເຄື່ອງອຸດໜູນພິເສດ ແກ່ອົງພຣະຜູ້ເປັນເຈົ້າ.
\s5
\v 30 ສໍາລັບສ່ວນຂອງຊຸມຊົນນັ້ນເໝືອນກັນ ໃຫ້ຫັກເອົາໜຶ່ງໃນຫ້າສິບ ມອບໃຫ້ແກ່ພວກ ເລວີ ທີ່ເບິ່ງແຍງຫໍເຕັນຂອງເຮົາບໍ່ວ່າເປັນຊະເລີຍ, ງົວ, ລໍ, ແກະ ແລະ ແບ້ ກໍດີ.
\v 31 ໂມເຊ ແລະ ເອເລອາຊາ ກໍເຮັດຕາມທີ່ອົງພຣະຜູ້ເປັນເຈົ້າໄດ້ສັ່ງໄວ້ນັ້ນທຸກປະການ.
\s5
\v 32-35 ຕໍ່ໄປນີ້ແມ່ນ ລາຍຊື່ສິ່ງຂອງ ທີ່ນັກຮົບຢຶດມາໄດ້ໂດຍບໍ່ນັບ ສິ່ງຂອງ ທີ່ພວກເຂົາຮັກສາໄວ້ເອງ ມີດັ່ງນີ້: ແກະ ແລະ ແບ້ 675, 000 ໂຕ, ງົວ 72, 000 ໂຕ, ລໍ 61, 000 ໂຕ ແລະ ຍິງສາວບໍຣິສຸດ 32, 000 ຄົນ.
\s5
\v 36-40 ສໍາລັບສ່ວນ ທີ່ເປັນຂອງນັກຮົບນັ້ນມີ ແກະ ແລະ ແບ້ ລວມທັງໝົດ 337, 500 ໂຕ, 675 ໂຕ ຖວາຍແກ່ ອົງພຣະຜູ້ເປັນເຈົ້າ; ງົວ 36, 000 ໂຕ ເປັນຂອງນັກຮົບ ແລະ 72 ໂຕ ຖວາຍແກ່ອົງພຣະຜູ້ເປັນເຈົ້າ; ລໍ 30, 500 ໂຕ ເປັນຂອງນັກຮົບ ແລະ 61 ໂຕ ຖວາຍແກ່ອົງພຣະຜູ້ເປັນເຈົ້າ ແລະ ຍິງສາວບໍຣິສຸດ 16, 000 ຄົນ ເປັນຂອງ ບັນດານັກຮົບ ແລະ 32 ຄົນ ຖວາຍແກ່ອົງພຣະຜູ້ເປັນເຈົ້າ.
\v 41 ສະນັ້ນ ໂມເຊ ຈຶ່ງໄດ້ມອບເຄື່ອງຖວາຍພິເສດ ແກ່ອົງພຣະຜູ້ເປັນເຈົ້ານີ້ໃຫ້ປະໂຣຫິດ ເອເລອາຊາ ຕາມທີ່ອົງພຣະຜູ້ເປັນເຈົ້າໄດ້ສັ່ງໄວ້ທຸກປະການ.
\s5
\v 42-46 ສໍາລັບສ່ວນຂອງຊຸມຊົນນັ້ນ ມີເທົ່າກັບສ່ວນ ຂອງນັກຮົບ ດັ່ງນີ້: ແກະ ແລະ ແບ້ 337, 500 ໂຕ, ງົວ 36, 000 ໂຕ, ລໍ 30, 500 ໂຕ ແລະ ຍິງສາວບໍຣິສຸດ 16, 000 ຄົນ.
\s5
\v 47 ໂມເຊ ໄດ້ຫັກໜຶ່ງໃນຫ້າສິບ ຂອງຊະເລີຍ ແລະ ສັດມອບໃຫ້ແກ່ພວກເລວີ ຜູ້ທີ່ເບິ່ງແຍງຫໍເຕັນ ຂອງອົງພຣະຜູ້ເປັນເຈົ້າ ຕາມທີ່ອົງພຣະຜູ້ເປັນເຈົ້າໄດ້ສັ່ງໄວ້ນັ້ນທຸກປະການ.
\s5
\v 48 ແລ້ວພວກນາຍທະຫານ ທີ່ບັນຊາການກອງທັບກໍໄດ້ມາຫາ ໂມເຊ
\v 49 ແລະ ລາຍງານ ວ່າ, “ທ່ານເອີຍ ພວກຂ້ານ້ອຍໄດ້ນັບທະຫານທີ່ຢູ່ໃຕ້ບັນຊາການ ເບິ່ງແລະເຫັນ ວ່າ ບໍ່ມີແມ່ນແຕ່ຄົນດຽວຂາດຫາຍໄປ.
\s5
\v 50 ສະນັ້ນ ພວກຂ້ານ້ອຍຈຶ່ງໄດ້ນາໍເຄື່ອງເອ້ ເປັນຄໍາ ທີ່ຢຶດເອົາມາໄດ້ມີດັ່ງນີ້: ປອກແຂນ, ປອກຂໍ້ມື, ແຫວນ, ຕ້າງຫູ ແລະ ສາຍຄໍ. ພວກຂ້ານ້ອຍຂໍຖວາຍສິ່ງເຫລົ່ານີ້ ໃຫ້ແກ່ອົງພຣະຜູ້ເປັນເຈົ້າ ເປັນການໄຖ່ຊີວິດ ເພື່ອວ່າພຣະອົງຈະປົກປັກຮັກສາພວກຂ້ານ້ອຍ. ”
\v 51 ໂມເຊ ແລະ ປະໂຣຫິດ ເອເລອາຊາ ໄດ້ຮັບເອົາຄໍາ ແລະ ເຄື່ອງເອ້ ເປັນຄໍາ ທັງໝົດນັ້ນ.
\s5
\v 52 ສິ່ງຂອງທີ່ບັນດານາຍທະຫານ ໄດ້ຖວາຍໃນຄັ້ງນີ້ ເມື່ອຊັ່ງເບິ່ງແລ້ວມີຢູ່ 16, 750 ເຊເຂນ (ປະມານ 200 ກິໂລກາຼມ).
\v 53 ສ່ວນພວກນາຍທະຫານ ກໍໄດ້ຮັກສາສິ່ງທີ່ ພວກເຂົາຢຶດມາໄດ້ນັ້ນ ໄວ້ເປັນຂອງ ຕົນເອງ.
\v 54 ດັ່ງນັ້ນ ໂມເຊ ແລະ ປະໂຣຫິດ ເອເລອາຊາ ຈຶ່ງໄດ້ນາໍເຄື່ອງຄໍາ ຈາກ ນາຍພັນ ນາຍຮ້ອຍ ໄປໄວ້ທີ່ຫໍເຕັນຕໍ່ໜ້າອົງພຣະຜູ້ເປັນເຈົ້າ ເພື່ອໃຫ້ເປັນທີ່ລະນຶກເຖິງປະຊາຊົນອິດສະຣາເອນ ທີ່ໄດ້ຮັບການປົກປັກຮັກສາ.
\s5
\c 32
\p
\v 1 ເຜົ່າຣູເບັນ ແລະ ກາດ ມີຝູງສັດເປັນຈາໍນວນຫລວງຫລາຍ. ເມື່ອພວກເຂົາເຫັນວ່າ ດິນແດນ ຢາເສ ກັບ ກີເລອາດ ເໝາະສໍາລັບ ການລ້ຽງສັດ
\v 2 ພວກເຂົາຈຶ່ງມາຫາ ໂມເຊ ປະໂຣຫິດ ເອເລອາຊາ ແລະ ບັນດາຜູ້ນາໍຄົນອື່ນ ໆ ຂອງຊຸມຊົນອິດສະຣາເອນ ແລະ ກ່າວ ວ່າ,
\v 3 “ດິນແດນສ່ວນທີ່ອົງພຣະຜູ້ເປັນເຈົ້າ ໄດ້ຢຶດເອົາສໍາລັບປະຊາຊົນອິດສະຣາເອນ ເຊັ່ນ: ເມືອງ ອາຕາໂຣດ, ດີໂບນ, ຢາເສ, ນີມຣາ, ເຮັດຊະໂບນ, ເອເລອາເລ, ຊິບມາ, ເນໂບ ແລະ ເບໂອນ ເປັນດິນດີຊຶ່ງເໝາະ ສໍາລັບລ້ຽງສັດ ແລະ ພວກຄົນຮັບໃຊ້ຂອງທ່ານ ກໍມີຝູງສັດຫລາຍ.
\s5
\v 4-5 ກະລຸນາມອບດິນແດນເຫລົ່ານີ້ ໃຫ້ເປັນສົມບັດຂອງພວກເຮົາເຖີດ ແລະ ຢ່າໃຫ້ພວກເຮົາຂ້າມແມ່ນາໍ້ຈໍແດນ ໄປຕັ້ງຖິ່ນຖານຢູ່ທາງຟາກພຸ້ນເລີຍ.”
\s5
\v 6 ໂມເຊ ຖາມຄືນວ່າ, “ພວກເຈົ້າຢາກຢູ່ທີ່ນີ້ ໃນເມື່ອພວກພີ່ນ້ອງຊາວອິດສະຣາເອນ ຂອງພວກເຈົ້າອອກໄປເຮັດເສິກຊັ້ນບໍ?
\v 7 ດ້ວຍເຫດໃດ ພວກເຈົ້າຈຶ່ງເຮັດໃຫ້ປະຊາຊົນ ອິດສະຣາເອນ ທໍ້ຖອຍກໍາລັງໃຈທີ່ຈະຂ້າມ ແມ່ນາໍ້ຈໍແດນ ເຂົ້າໄປຢຶດເອົາດິນແດນທີ່ອົງ ພຣະຜູ້ເປັນເຈົ້າມອບໃຫ້ພວກເຂົາ?
\s5
\v 8 ຕອນເມື່ອຂ້າພະເຈົ້າ ໄດ້ໃຊ້ພໍ່ຂອງພວກເຈົ້າຈາກ ກາເດັດ ບາກເນອາ ໄປສໍາຫລວດ ເບິ່ງດິນແດນນັ້ນ ພວກເຂົາກໍເຮັດຄືພວກເຈົ້າ ນີ້ແຫລະ.
\v 9 ເມື່ອໄປຮອດຮ່ອມພູ ເຮັດຊະໂຄນ ແລະ ເຫັນດິນແດນແລ້ວ ພວກເຂົາກັບມາເລົ່າເລື່ອງໃຫ້ປະຊາຊົນທໍ້ຖອຍກາໍລັງໃຈ ທີ່ຈະເຂົ້າໄປຢຶດເອົາດິນແດນ ຊຶ່ງອົງພຣະຜູ້ເປັນເຈົ້າ ໄດ້ມອບໃຫ້ແກ່ພວກເຂົານັ້ນ.
\s5
\v 10 ໃນມື້ນັ້ນ ອົງພຣະຜູ້ເປັນເຈົ້າໄດ້ໂກດຮ້າຍຫລາຍ ແລະ ພຣະອົງໄດ້ສັນຍາ ດັ່ງນີ້:
\v 11 ‘ເຮົາຂໍສາບານ ວ່າ ເພາະພວກເຂົາບໍ່ໄດ້ສັດຊື່ຕໍ່ເຮົາ ບໍ່ມີຊາຍຄົນໃດໃນພວກທີ່ໄດ້ອອກມາຈາກປະເທດເອຢີບ ທີ່ມີອາຍຸ ຊາວປີ ຂຶ້ນໄປ ຈະໄດ້ເຂົ້າໄປໃນດິນແດນທີ່ເຮົາໄດ້ສັນຍາໄວ້ກັບ ອັບລາຮາມ, ອີຊາກ ແລະ ຢາໂຄບ.
\v 12 ເລື່ອງນີ້ລວມເຖິງທຸກໆ ຄົນ ນອກຈາກ ກາເຫລັບ ລູກຊາຍຂອງເຢຟຸນເນ ຊາວເກນີຊິດ ແລະ ໂຢຊວຍ ລູກຊາຍຂອງນູນ ເພາະພວກເຂົາໄດ້ຕິດຕາມອົງພຣະຜູ້ເປັນເຈົ້າ.
\s5
\v 13 ອົງພຣະຜູ້ເປັນເຈົ້າໄດ້ໂກດຮ້າຍ ຕໍ່ປະຊາຊົນ ແລະ ເຮັດໃຫ້ພວກເຂົາທ່ອງທ່ຽວໄປມາ ໃນຖິ່ນແຫ້ງແລ້ງກັນດານເປັນເວລາ 40 ປີ ຈົນຄົນຢູ່ໃນລຸ້ນທີ່ພຣະອົງບໍ່ພໍໃຈນໍານັ້ນຕາຍໄປໝົດ.
\v 14 ມາບັດນີ້ ພວກເຈົ້າໄດ້ເຮັດຄືບັນພະບຸລຸດຂອງພວກເຈົ້າອີກ; ຄົນບາບລຸ້ນໃໝ່ນີ້ ຕຽມຈະນໍາຄວາມໂກດຮ້າຍ ຂອງອົງພຣະຜູ້ເປັນເຈົ້າ ມາສູ່ຊາດອິດສະຣາເອນ ອີກແລ້ວ.
\v 15 ຖ້າຄົນຢູ່ໃນ ເຜົ່າຣູເບັນ ແລະ ກາດ ຫາກບໍ່ເຮັດຕາມຄໍາສັ່ງຂອງພຣະອົງ. ພຣະອົງຈະປະຖິ້ມຄົນເຫລົ່ານີ້ ທັງໝົດ ໃນຖິ່ນແຫ້ງແລ້ງກັນດານອີກເທື່ອໜຶ່ງ ແລະ ພວກເຈົ້າຈະຕ້ອງຮັບຜິດຊອບ ຕໍ່ຄວາມຈິບຫາຍຂອງຊາດອິດສະຣາເອນ.”
\s5
\v 16 ພວກເຂົາໄດ້ຫຍັບເຂົ້າມາໃກ້ໂມເຊ ແລະ ກ່າວວ່າ, “ກ່ອນອື່ນ ໃຫ້ພວກເຮົາສ້າງ ກາໍແພງຫິນລ້ອມຝູງແກະ ແລະ ສ້າງປ້ອມລ້ອມກາໍແພງເມືອງ ໃຫ້ລູກເມຍກ່ອນ.
\v 17 ແລ້ວພວກເຮົາ ກໍພ້ອມທີ່ຈະໄປກັບພວກພີ່ນ້ອງອິດສະຣາເອນ ຄົນອື່ນ ໆ ເຂົ້າສູ່ສະໜາມຮົບ ແລະ ນາໍພາບຸກໂຈມຕີຂ້າເສິກ ຈົນກວ່າພວກເຂົາຈະໄດ້ຕັ້ງຫລັກແຫລ່ງຢູ່ໃນ ດິນແດນ ທີ່ເປັນຂອງພວກເຂົາ. ໃນເວລາ ດຽວກັນນັ້ນ ຄົນຂອງພວກເຮົາກໍຈະໄດ້ຢູ່ໃນ ເມືອງທີ່ມີປ້ອມລ້ອມດ້ວຍກາໍແພງ ແລະ ປອດໄພຈາກປະຊາຊົນໃນດິນແດນນີ້.
\s5
\v 18 ພວກເຮົາຈະບໍ່ຍິນຍອມ ກັບມາບ້ານເມືອງ ຈົນກວ່າພີ່ນ້ອງອິດສະຣາເອນ ທັງໝົດໄດ້ຮັບດິນແດນ ທີ່ຖືກມອບໝາຍໃຫ້ນັ້ນ ມາເປັນກາໍມະສິດຂອງພວກເຂົາ.
\v 19 ພວກເຮົາຈະບໍ່ເອົາດິນແດນສ່ວນໃດໆ ທີ່ທາງ ຟາກນັ້ນຂອງແມ່ນາໍ້ຈໍແດນ ອີກ ເພາະໄດ້ຮັບສ່ວນແບ່ງຢູ່ທີ່ທາງຟາກຕາເວັນອອກຂອງ ແມ່ນໍ້າຈໍແດນ ນີ້ແລ້ວ.”
\s5
\v 20 ໂມເຊ ຕອບວ່າ, “ຖ້າພວກເຈົ້າຫາກ ໝາຍຄວາມວ່າ ຢ່າງນັ້ນແທ້ແລ້ວ ຊ້ອງໜ້າອົງພຣະຜູ້ເປັນເຈົ້າຢູ່ທີ່ນີ້ ຈົ່ງຕຽມຕົວເຂົ້າໄປສູ້ຮົບ.
\v 21 ໃຫ້ນັກຮົບຂອງພວກເຈົ້າທຸກຄົນ ຂ້າມແມ່ນໍ້າຈໍແດນ ແລະ ພາຍໃຕ້ການບັນຊາ ຂອງອົງພຣະຜູ້ເປັນເຈົ້າ ໃຫ້ພວກເຂົາບຸກໂຈມຕີເຫລົ່າສັດຕູ ຈົນກວ່າ ພຣະອົງຊະນະ ພວກເຂົາ
\v 22 ແລະ ຢຶດຄອງເອົາດິນແດນ ມາເປັນກໍາມະສິດ. ຫລັງຈາກນັ້ນ ພວກເຈົ້າຈຶ່ງຈະສາມາດກັບຄືນມາໄດ້ ຍ້ອນພວກເຈົ້າໄດ້ເຮັດຕາມສັນຍາທີ່ໃຫ້ໄວ້ກັບອົງພຣະຜູ້ເປັນເຈົ້າ ແລະ ກັບພີ່ນ້ອງຊາວອິດສະຣາເອນ ຂອງພວກເຈົ້າ ແລ້ວອົງພຣະຜູ້ເປັນເຈົ້າ ກໍຈະ ຮັບຮູ້ວ່າ ດິນແດນທີ່ທາງຟາກຕາເວັນອອກ ນີ້ເປັນຂອງພວກເຈົ້າ.
\s5
\v 23 ແຕ່ຖ້າພວກເຈົ້າຫາກບໍ່ເຮັດຕາມສັນຍາ ເຮົາຂໍເຕືອນວ່າ ພວກເຈົ້າໄດ້ເຮັດບາບຕໍ່ສູ້ອົງພຣະຜູ້ເປັນເຈົ້າ ແລະ ພວກເຈົ້າ ຈະໄດ້ຮັບໂທດກໍາ ຍ້ອນບາບນັ້ນ. ຢ່າເຂົ້າໃຈ ຜິດໃນເລື່ອງນີ້.
\v 24 ສະນັ້ນ ຈົ່ງໃຫ້ພວກເຈົ້າສ້າງເມືອງ ແລະ ກາໍແພງລ້ອມຝູງສັດສາ ແຕ່ຈົ່ງເຮັດຕາມທີ່ພວກເຈົ້າໄດ້ສັນຍາໄວ້ນັ້ນເທີ້ນ. ”
\v 25 ຊາວກາດ ແລະ ຊາວຣູເບັນ ໄດ້ຢືນຢັນກັບໂມເຊ ວ່າ, “ທ່ານເອີຍ ພວກເຮົາຈະເຮັດຕາມທີ່ທ່ານສັ່ງ
\s5
\v 26 ລູກເມຍ ກັບຝູງສັດຂອງພວກເຮົາຈະຢູ່ໃນເມືອງ ກີເລອາດ ນີ້.
\v 27 ສ່ວນພວກເຮົາ ທັງໝົດຈະຕຽມພ້ອມເຂົ້າໄປສູ້ຮົບຕາມຄໍາສັ່ງ ຂອງອົງພຣະຜູ້ເປັນເຈົ້າ. ພວກເຮົາຈະຂ້າມ ແມ່ນາໍ້ຈໍແດນໄປ ແລະ ຈະສູ້ຮົບຕາມທີ່ທ່ານໄດ້ສັ່ງໄວ້.”
\s5
\v 28 ດັ່ງນັ້ນ ໂມເຊ ຈຶ່ງສັ່ງເອເລອາຊາ, ໂຢຊວຍ ແລະ ບັນດາຜູ້ນາໍຄົນອື່ນ ໆ ຂອງ ຊາດອິດສະຣາເອນ ວ່າ,
\v 29 “ຖ້າຊາວ ກາດ ກັບ ຊາວຣູເບັນ ຫາກຕຽມພ້ອມສູ້ຮົບ ແລະ ຂ້າມແມ່ນາໍ້ຈໍແດນ ໄປກັບພວກເຈົ້າຕໍ່ໜ້າອົງພຣະຜູ້ເປັນເຈົ້າ ແລະ ຖ້າພວກເຂົາຫາກຊ່ວຍພວກເຈົ້າຢຶດຄອງດິນແດນໄດ້ແລ້ວ ຈົ່ງມອບດິນແດນ ກີເລອາດ ໃຫ້ເປັນສົມບັດຂອງພວກເຂົາ.
\v 30 ແຕ່ຖ້າພວກເຂົາຫາກບໍ່ໄດ້ຂ້າມແມ່ນໍ້າຈໍແດນ ເຂົ້າໄປສູ້ຮົບຊ່ວຍພວກເຈົ້າ ໃຫ້ພວກເຂົາຮັບສ່ວນສົມ ບັດຂອງພວກເຂົາ ຢູ່ໃນດິນແດນການາອານ ຄືກັນກັັບພວກເຈົ້າ.”
\s5
\v 31 ຊາວກາດ ແລະ ຊາວຣູເບັນ ໄດ້ຕອບ ຢືນຢັນວ່າ, “ທ່ານເອີຍ ພວກເຮົາຈະເຮັດຕາມ ທີ່ອົງພຣະຜູ້ເປັນເຈົ້າໄດ້ສັ່ງໄວ້.
\v 32 ໂດຍ ຢູ່ພາຍໃຕ້ການບັນຊາຂອງອົງພຣະຜູ້ເປັນເຈົ້າ ພວກເຮົາຈະຂ້າມແມ່ນາໍ້ຈໍແດນເຂົ້າໄປ ສູ້ຮົບໃນດິນແດນການາອານ ເພື່ອພວກເຮົາຈະໄດ້ຮັບດິນແດນທາງຟາກຕາເວັນອອກ ຂອງແມ່ນໍ້າຈໍແດນ ມາເປັນສ່ວນຂອງພວກເຮົາ.”
\s5
\v 33 ດັ່ງ​ນັ້ນ ໂມ​ເຊ ຈຶ່ງ​ໄດ້​ມອບ​ດິນ​ແດນນັ້ນໃຫ້ແກ່ ເຜົ່າກາດ, ເຜົ່າຣູເບັນ ແລະ ມານາເຊ ລູກຊາຍຂອງໂຢເຊັບເຄິ່ງເຜົ່າ ຄື: ເຂດແດນ ທັງໝົດຂອງເຈົ້າສີໂຫນ ກະສັດຂອງຊາວອາໂມ ແລະຂອງເຈົ້າໂອກ ກະສັດແຫ່ງນະຄອນບາຊານ ພ້ອມເມືອງຕ່າງໆ ທັງເມືອງເລັກ ເມືອງນ້ອຍ ທີ່ຢູ່ອ້ອມແອ້ມນັ້ນ.
\s5
\v 34 ເຜົ່າກາດ ໄດ້ສ້າງປ້ອມລ້ອມກາໍແພງ ເມືອງຂື້ນໃໝ່ ໃນເມືອງຕ່າງໆ ດັ່ງນີ້: ດີໂບນ, ອາຕາໂຣດ, ອາໂຣເອ,
\v 35 ອາໂຕຼດ ໂສຟັນ, ຢາເສ, ໂຢກເບຮາ,
\v 36 ເບັດນີມຣາ ແລະ ເບັດຮາຣານ.
\s5
\v 37 ເຜົ່າຣູເບັນ ໄດ້ສ້າງເມືອງຂຶ້ນໃໝ່ໃນເມືອງຕ່າງໆ ດັ່ງນີ້: ເຮັດຊະໂບນ, ເອເລອາເລ, ກີເຣອາດທາອິມ,
\v 38 ເນໂບ, ບາອານ ເມໂອນ (ຊື່ນີ້ ຕໍ່ມາໄດ້ປ່ຽນໃໝ່) ແລະ ຊິບມາ. ພວກເຂົາໄດ້ປ່ຽນຊື່ໃຫ້ເມືອງທີ່ໄດ້ສ້າງຂຶ້ນໃໝ່ ເຫລົ່ານັ້ນທັງໝົດ.
\v 39 ຕະກຸນມາກີ ລູກຊາຍຂອງມານາເຊ ໄດ້ບຸກລຸກດິນແດນກີເລອາດ ພ້ອມທັງໄລ່ຊາວ ອາໂມ ທີ່ອາໄສຢູ່ໃນເມືອງອອກໄປ ແລະ ຢຶດຄອງເອົາເມືອງ.
\s5
\v 40 ດັ່ງນັ້ນ ໂມເຊ ຈຶ່ງມອບເມືອງກີເລອາດ ໃຫ້ຕະກຸນມາກີ ລູກຊາຍຂອງມານາເຊ ແລະ ພວກເຂົາກໍພາກັນຕັ້ງຫລັກແຫລ່ງ ຢູ່ໃນທີ່ນັ້ນ.
\v 41 ຢາອີ ຊາວມານາເຊ ໄດ້ບຸກໂຈມຕີ ແລະ ຢຶດເອົາໝູ່ບ້ານບາງແຫ່ງ ແລະ ໃສ່ຊື່ໝູ່ບ້ານນັ້ນວ່າ, ໝູ່ບ້ານຢາອີ.
\v 42 ໂນບາ ໄດ້ໂຈມຕີແລະຢຶດຄອງເອົາເມືອງເກນາດ ພ້ອມທັງໝູ່ບ້ານຕ່າງໆ ແລະ ໃສ່ຊື່ເມືອງນີ້ໃໝ່ ຕາມຊື່ຂອງຕົນວ່າ, ເມືອງໂນບາ.
\s5
\c 33
\p
\v 1 ເລື່ອງລາວຕໍ່ໄປນີ້ ແມ່ນຊື່ບ່ອນຕ່າງໆ ຊຶ່ງຊາວອິດສະຣາເອນ ໄດ້ຕັ້ງຄ້າຍພັກອາໄສ ຢູ່ຫລັງຈາກທີ່ໄດ້ອອກມາຈາກປະເທດເອຢີບ ຕາມເຜົ່າຂອງໃຜລາວ ພາຍໃຕ້ການນາໍພາ ຂອງໂມເຊ ແລະ ອາໂຣນ.
\v 2 ຕາມຄໍາສັ່ງ ຂອງອົງພຣະຜູ້ເປັນເຈົ້າ ໂມເຊໄດ້ຈົດຊື່ແຕ່ລະບ່ອນທີ່ພວກເຂົາໄດ້ຕັ້ງຄ້າຍພັກຢູ່ນັ້ນ.
\s5
\v 3 ປະຊາຊົນອິດສະຣາເອນ ອອກມາຈາກ ປະເທດເອຢີບ ເມື່ອວັນທີສິບຫ້າ ເດືອນທີໜຶ່ງ ຂອງປີນັ້ນ ໃນມື້ຕໍ່ມາຫລັງຈາກປັດສະຄາ ຄັ້ງ ທໍາອິດ. ໂດຍພາຍໃຕ້ການຄຸ້ມຄອງຮັກສາ ຂອງອົງພຣະຜູ້ເປັນເຈົ້າ ພວກເຂົາໄດ້ອອກ ມາຈາກເມືອງຣາມາເຊັດ ຕໍ່ໜ້າຊາວເອຢິບ
\v 4 ທີ່ພວມຝັງສົບລູກຊາຍຫົວປີຂອງພວກເຂົາ ທີ່ອົງພຣະຜູ້ເປັນເຈົ້າໄດ້ລົງໂທດເຖິງຕາຍ ອົງພຣະຜູ້ເປັນເຈົ້າໄດ້ສໍາແດງໃຫ້ເຫັນເຖິງ ຣິດອໍານາດອັນຍິ່ງໃຫຍ່ ທີ່ພຣະອົງມີເໜືອພະ ທັງຫລາຍຂອງເອຢິບ.
\s5
\v 5 ປະຊາຊົນອິດສະຣາເອນ ໄດ້ອອກຈາກ ເມືອງຣາມາເຊັດ ແລະ ພວກເຂົາໄດ້ຕັ້ງຄ້າຍພັກຢູ່ທີ່ເມືອງຊຸກໂກດ.
\v 6 ຕໍ່ມາ ພວກເຂົາໄດ້ຕັ້ງຄ້າຍພັກຢູ່ທີ່ ເອທາມ ແຄມຖິ່ນແຫ້ງແລ້ງກັນດານ.
\v 7 ຈາກ ເອທາມ ພວກເຂົາໄດ້ກັບຄືນມາທີ່ ປີຮາຮີໂຣດ ທາງທິດຕາເວັນອອກ ຂອງ ບາອານເຊໂຟນ ແລະ ໄດ້ຕັ້ງຄ້າຍພັກຢູ່ໃກ້ ມີກະໂດນ.
\s5
\v 8 ພວກເຂົາໄດ້ເດີນທາງຈາກ ປີຮາຮີໂຣດ ແລະ ໄດ້ຜ່ານທະເລແດງ [ສ] ເຂົ້າໄປໃນຖິ່ນແຫ້ງແລ້ງກັນດານ ຊູຣະ; ຫລັງຈາກເດີນທາງ ໄດ້ສາມວັນ ແລ້ວພວກເຂົາໄດ້ມາຕັ້ງຄ້າຍພັກທີ່ມາຣາ.
\v 9 ຈາກ ມາຣາ ພວກເຂົາໄດ້ເດີນທາງຮອດເອລິມ ບ່ອນທີ່ພວກເຂົາໄດ້ຕັ້ງ ຄ້າຍພັກຢູ່ ເພາະວ່າບ່ອນນີ້ມີນາໍ້ພຸ 12 ບໍ່ ແລະ ຕົ້ນຕານ 70 ຕົ້ນ.
\v 10 ພວກເຂົາໄດ້ອອກຈາກເອລິມ ແລະໄດ້ຕັ້ງຄ້າຍພັກຢູ່ໃກ້ທະເລແດງ.
\s5
\v 11 ຕໍ່ມາ ພວກເຂົາໄດ້ຕັ້ງຄ້າຍພັກຢູ່ໃນຖິ່ນ ແຫ້ງແລ້ງກັນດານ ຊິນ.
\v 12 ແລ້ວພວກເຂົາ ໄດ້ຕັ້ງຄ້າຍພັກຢູ່ໃນໂດບຟະກາ
\v 13 ຈາກ ໂດບຟະກາ ຮອດ ອາລູຊາ.
\v 14 ຕໍ່ມາ ພວກເຂົາໄດ້ມາຮອດເຣຟີດິມ ບ່ອນທີ່ບໍ່ມີນາໍ້ ສໍາລັບໃຫ້ພວກເຂົາດື່ມ.
\s5
\v 15-37 ຈາກ ເຣຟີດິມ ພວກເຂົາໄດ້ມາຮອດພູ ໂຮເຣ ແລະ ຕັ້ງຄ້າຍພັກຢູ່ຕາມບ່ອນຕ່າງໆ ດັ່ງນີ້: ທະເລຊາຍ ຊີນາຍ, ກີບາໂຣດ ຫັດຕາວາ (ຫລືວ່າ ຂຸມຝັງສົບຂອງຜູ້ອຶດຢາກ), ຮາເຊໂຣດ, ຣີທະມາ, ຣີມໂມນເປເຣັດ, ລິບນາ, ຣິດຊາ, ເກເຮລາທາ, ພູ ເຊເຟ, ຮາຣາດາ, ມາເຄໂລດ, ຕາຫັດ, ເຕຣາ, ມີທະກາ, ຮາຊະໂມນາ, ໂມເຊໂຣດ, ເບນີຊາອາການ, ໂຮເຣ ຮັກກິດກາດ, ໂຢດບາທາ, ອາບະໂຣນາ, ເອສີໂອເກເບ, ຖິ່ນແຫ້ງແລ້ງກັນດານ ຊິນ (ກາເດັດ) ແລະ ພູ ໂຮເຣ ທີ່ແຄມດິນແດນຂອງເອໂດມ.
\s5
\v 38-39 ໂດຍປະຕິບັດຕາມຄໍາສັ່ງຂອງ ອົງພຣະຜູ້ເປັນເຈົ້າ ປະໂຣຫິດອາໂຣນໄດ້ຂຶ້ນ ໄປຍັງພູ ໂຮເຣ ແລະໄດ້ຕາຍຢູ່ທີ່ພູນີ້ ເມື່ອອາຍຸເພິ່ນໄດ້ 123 ປີ ໃນມື້ທີໜຶ່ງຂອງເດືອນ ທີຫ້າອັນກົງກັບປີທີສີ່ສິບ ຫລັງຈາກຊາວອິດສະຣາເອນ ໄດ້ອອກມາຈາກປະເທດ ເອຢີບ.
\s5
\v 40 ກະສັດແຫ່ງ ອາຣາດ ໃນທາງພາກໃຕ້ ຂອງການາອານ ໄດ້ຍິນຂ່າວວ່າຊາວອິດສະຣາເອນ ກາໍລັງເດີນທາງມາ.
\s5
\v 41-49 ແຕ່ພູໂຮເຣ ເຖິງທົ່ງພຽງໂມອາບ ຊາວອິດສະຣາເອນໄດ້ຕັ້ງຄ້າຍພັກຢູ່ໃນບ່ອນ ດັ່ງຕໍ່ໄປນີ້: ສັນໂມນາ, ປູໂນນ, ໂອໂບດ, ບ່ອນຫັກເພພັງຂອງອາບາຣີມ ຢູ່ເຂດແດນໂມອາບ, ດີໂບນກາດ, ອາລະໂມນ ດິບລະທາອີມ ໃກ້ກັບພູ ເນໂບ ແລະຢູ່ໃນທົ່ງພຽງຂອງໂມອາບ ທີ່ຟາກໜຶ່ງອີກຂອງແມ່ນາໍ້ ຈໍແດນ ຈາກເມືອງເຢຣິໂກ, ລະຫວ່າງ ເບັດເຢຊີໂມດ ແລະຮ່ອມພູ ອາເບັນຊິດຕິມ.
\s5
\v 50 ອົງພຣະຜູ້ເປັນເຈົ້າໄດ້ໃຫ້ໂມເຊ ແນະນາໍຊາວອິດສະຣາເອນ ທີ່ທົ່ງພຽງໂມອາບ ທີ່ຟາກໜຶ່ງອີກຂອງແມ່ນາໍ້ ຈໍແດນ ຈາກເມືອງ ເຢຣິໂກ
\v 51 ດັ່ງຕໍ່ໄປນີ້: “ເມື່ອພວກເຈົ້າຂ້າມແມ່ນາໍ້ຈໍແດນ ເຂົ້າໄປໃນດິນແດນ ການາອານ
\v 52 ພວກເຈົ້າຕ້ອງຂັບໄລ່ປະຊາຊົນໃນດິນແດນນັ້ນອອກໄປໃຫ້ໝົດ. ໃຫ້ທາໍລາຍເສົາຫິນ ແລະ ຮູບເຄົາຣົບທີ່ເປັນໂລຫະ ພ້ອມບ່ອນນະມັດສະການຮູບເຫລົ່ານັ້ນທັງໝົດຖິ້ມ.
\s5
\v 53 ຈົ່ງຢຶດຄອງເອົາດິນແດນ ແລະ ຕັ້ງຫລັກແຫລ່ງຢູ່ທີ່ນັ້ນ ເພາະເຮົາໄດ້ມອບດິນແດນນີ້ໃຫ້ພວກເຈົ້າ.
\v 54 ຈົ່ງແບ່ງປັນດິນແດນໃຫ້ເຜົ່າ ແລະຕະກຸນຕ່າງໆ ໂດຍວິທີໃຊ້ສະຫລາກ ຄື: ຕະກຸນທີ່ມີຫລາຍຄົນໃຫ້ມີດິນແດນຫລາຍ ແລະ ຕະກຸນທີ່ມີໜ້ອຍຄົນໃຫ້ມີດິນແດນໜ້ອຍ ທຸກຄົນຈະໄດ້ຮັບດິນແດນ ເປັນກາໍມະສິດ ຕາມທີ່ສະຫລາກໄດ້ຕົກຖືກຕົນ ການແບ່ງປັນນີ້ໄດ້ເຮັດຕາມຕະກຸນປູ່ຍ່າຕາຍາຍ ຂອງແຕ່ລະເຜົ່າ.
\s5
\v 55 ແຕ່ຖ້າພວກເຈົ້າຫາກບໍ່ໄລ່ພວກເຂົາ ອອກໄປໃຫ້ໝົດ ພວກທີ່ເຫລືອຢູ່ກໍຈະສ້າງ ຄວາມເດືອດຮ້ອນໃຫ້ພວກເຈົ້າ ດັ່ງສ້ຽນຄາຕາ ແລະຈະຄ່ອຍຕໍ່ສູ້ພວກເຈົ້າ.
\v 56 ຖ້າພວກເຈົ້າຫາກບໍ່ຂັບໄລ່ພວກເຂົາອອກໄປ ເຮົາຈະທາໍລາຍພວກເຈົ້າ ດັ່ງທີ່ເຮົາໄດ້ວາງແຜນເພື່ອທາໍລາຍພວກເຂົາ.”
\s5
\c 34
\p
\v 1 ອົງພຣະຜູ້ເປັນເຈົ້າໄດ້ສັ່ງໂມເຊ
\v 2 ໃຫ້ ້ແນະນາໍປະຊາຊົນອິດສະຣາເອນ ດັ່ງຕໍ່ໄປນີ້: “ເມື່ອພວກເຈົ້າເຂົ້າໄປການາອານ ດິນແດນທີ່ ເຮົາພວມຈະມອບໃຫ້ພວກເຈົ້ານັ້ນ ຊາຍແດນ ຂອງພວກເຈົ້າ ຈະມີດັ່ງນີ້:
\v 3 ຊາຍແດນທາງໃຕ້ຈະຢຽດອອກ ຕັ້ງແຕ່ຖິ່ນແຫ້ງແລ້ງ ກັນດານ ຊິນ ເລີຍໄປຕາມຊາຍແດນຂອງເອໂດມ. ທາງທິດຕາເວັນອອກ ຊາຍແດນທາງດ້ານໃຕ້ເລີ່ມແຕ່ສົ້ນສຸດຂອງທະເລຕາຍ
\s5
\v 4 ແລ້ວໂຄ້ງໄປທາງໃຕ້ຂອງທາງຜ່ານຊ່ອງແຄບ ອັກຣັບບິມ ແລະຜ່ານຊິນ ໄປສູ່ທາງໃຕ້ ເຖິງກາເດັດ ບາກເນອາ. ແລ້ວກໍໂຄ້ງ ຂຶ້ນໄປທາງທິດຕາເວັນຕົກສ່ຽງເໜືອ ເຖິງຮາຊາອັດດາ ແລະເລີຍໄປຮອດ ອາຊະໂມນ
\v 5 ຕໍ່ຈາກນັ້ນ ຊາຍແດນຈະລ້ຽວໄປທາງຮ່ອມພູຂອງຊາຍແດນ ເອຢີບ ແລະສຸດລົງທີ່ ທະເລ ເມດີແຕຣາເນ.
\s5
\v 6 ຊາຍແດນທາງທິດຕາເວັນຕົກ ແມ່ນທະເລ ເມດີແຕຣາເນ.
\s5
\v 7 ຊາຍແດນທາງດ້ານເໜືອ ແມ່ນລຽບຕາມຝັ່ງຂອງທະເລ ເມດີແຕຣາເນ ໄປເຖິງພູ ໂຮເຣ
\v 8 ແລະຈາກນັ້ນໄປເຖິງຊ່ອງແຄບ ຮາມັດ ແລ້ວຕໍ່ໄປເຖິງ ເຊດາດ
\v 9 ແລະ ຊິບຟະໂຣນ ແລະຈະສຸດລົງທີ່ ຮາຊາເອນານ.
\s5
\v 10 ຊາຍແດນທາງດ້ານຕາເວັນອອກ ຈະ ລຽບຕາມເສັ້ນທາງ ຮາຊາເອນານ ໄປເຖິງ ເສຟາມ.
\v 11 ຕໍ່ຈາກນັ້ນ ຈະເລີຍລົງໄປທາງໃຕ້ເຖິງ ຣິບລາ ທາງຕາເວັນອອກຂອງ ອາອິນ ແລະຂຶ້ນສູ່ເນີນພູທາງທິດຕາເວັນອອກຂອງຝັ່ງທະເລສາບ ຄາລິເລ
\v 12 ແລ້ວກໍລຽບລົງມາທາງໃຕ້ ຕາມຝັ່ງຂອງແມ່ ນາໍ້ຈໍແດນຈົນເຖິງທະເລຕາຍ. ອັນນີ້ແມ່ນ ຊາຍແດນ ທັງສີ່ທິດຂອງດິນແດນຂອງພວກເຈົ້າ.”
\s5
\v 13 ສະນັ້ນ ໂມເຊ ຈຶ່ງປະກາດຕໍ່ຊາວອິດສະຣາເອນ ວ່າ, “ອັນນີ້ແຫລະ ແມ່ນດິນແດນທີ່ພວກເຈົ້າ ຈະໄດ້ຮັບໂດຍວິທີໃຊ້ສະຫລາກ ຄືດິນແດນທີ່ອົງພຣະຜູ້ເປັນເຈົ້າ ໄດ້ມອບໃຫ້ແກ່ເກົ້າເຜົ່າເຄິ່ງ.
\v 14 ສ່ວນເຜົ່າຣູເບັນ ແລະ ກາດ ກັບອີກເຄິ່ງເຜົ່າຂອງ ມານາເຊ ນັ້ນໄດ້ຮັບສ່ວນແບ່ງຕາມຄອບຄົວຂອງພວກເຂົາແລ້ວ
\v 15 ຄື ດິນແດນທາງ ຝັ່ງຕາເວັນອອກຂອງແມ່ນາໍ້ຈໍແດນ ທີ່ຢູ່ກົງ ກັນຂ້າມກັບເມືອງ ເຢຣິໂກ.”
\s5
\v 16 ອົງພຣະຜູ້ເປັນເຈົ້າໄດ້ບອກໂມເຊ ວ່າ,
\v 17 “ປະໂຣຫິດ ເອເລອາຊາ ແລະ ໂຢຊວຍ ລູກຊາຍຂອງນູນ ຈະເປັນຜູ້ແບ່ງປັນດິນແດນ ໃຫ້ປະຊາຊົນ.
\v 18 ຈົ່ງເລືອກເອົາຜູ້ນາໍຄົນໜຶ່ງຈາກແຕ່ລະເຜົ່າ ໃຫ້ເປັນຜູ້ຊ່ວຍເຫລືອໃນວຽກງານນີ້.”
\s5
\v 19-28 ບຸກຄົນທີ່ອົງພຣະຜູ້ເປັນເຈົ້າ ໄດ້ເລືອກເອົາ ມີດັ່ງນີ້: \tr \th1 ເຜົ່າ \th2 ຜູ້ນໍາ \tr \tc1 ຢູດາ \tc2 ກາເຫລັບ ລູກຊາຍ ຂອງ ເຢຟຸນເນ \tr \tc1 ຊີເມໂອນ \tc2 ເຊລູມີເອນ ລູກຊາຍຂອງອາມມີຮຸດ \tr \tc1 ເບັນຢາມິນ \tc2 ເອລິດາດ ລູກຊາຍຂອງກີຊະໂລນ \tr \tc1 ດານ \tc2 ບຸກກີ ລູກຊາຍ ຂອງໂຢກະລີ \tr \tc1 ມານາເຊ \tc2 ຮານນີເອນ ລູກຊາຍຂອງເອໂຟດ \tr \tc1 ເອຟຣາອິມ \tc2 ເກມູເອນ ລູກຊາຍຂອງຊິບຟະຕານ \tr \tc1 ເຊບູໂລນ \tc2 ເອລີສາຟັນ ລູກຊາຍຂອງປາລະນັກ \tr \tc1 ອິດຊາຄາ \tc2 ປານຕີເອນ ລູກຊາຍຂອງອາຊະຊານ \tr \tc1 ອາເຊ \tc2 ອາຮີຮຸດ ລູກຊາຍຂອງເຊໂລມ \tr \tc1 ເນັບທາລີ \tc2 ເປດາເຮນ ລູກຊາຍ ຂອງອາມມີຮຸດ
\s5
\v 29 ແມ່ນບຸກຄົນເຫລົ່ານີ້ ທີ່ອົງພຣະຜູ້ເປັນເຈົ້າ ໄດ້ມອບໝາຍໃຫ້ແບ່ງປັນຊັບສິນແກ່ປະຊາຊົນອິດສະຣາເອນ ໃນດິນແດນການາອານ.
\s5
\c 35
\p
\v 1 ອົງພຣະຜູ້ເປັນເຈົ້າໄດ້ບອກໂມເຊ ໃນທົ່ງຮາບພຽງຂອງໂມອາບ ທີ່ຟາກໜຶ່ງອີກ ຂອງແມ່ນາໍ້ຈໍແດນ ຈາກເມືອງເຢຣິໂກ ວ່າ,
\v 2 “ຈົ່ງມອບບາງເມືອງ ລວມທັງທົ່ງຫຍ້າຢູ່ອ້ອມແອ້ມດິນແດນ ທີ່ຊາວອິດສະຣາເອນໄດ້ ຮັບນັ້ນໃຫ້ແກ່ພວກເລວີ.
\s5
\v 3 ເມືອງເຫລົ່ານີ້ ຈະເປັນຂອງພວກເລວີ ເພື່ອພວກເຂົາຈະໄດ້ອາໄສຢູ່ໃນທີ່ນັ້ນ. ທົ່ງຫຍ້າຈະໃຊ້ລ້ຽງຝູງງົວ ກັບຝູງສັດອື່ນໆ ຂອງ ພວກເຂົາ.
\v 4 ທົ່ງຫຍ້ານັ້ນ ຈາກກາໍແພງເມືອງແຕ່ລະດ້ານໃຫ້ມີ 500 ແມັດ
\s5
\v 5 ເພື່ອພື້ນທີ່ນັ້ນ ຈະເປັນຮູບສີ່ຫລ່ຽມມົນທົນ ຊຶ່ງແຕ່ລະຂ້າງແທກໄດ້ 1, 000 ແມັດ ໂດຍມີເມືອງຕັ້ງຢູ່ທາງກາງ.
\s5
\v 6 ໃຫ້ຍົກເມືອງລີ້ໄພ ຫົກເມືອງ ໃຫ້ແກ່ ຊາວເລວີ ເພື່ອວ່າຜູ້ທີ່ຂ້າຄົນໂດຍບໍ່ເຈດຕະນາ ຈະມາຫລົບລີ້ຢູ່ໄດ້. ໃຫ້ຍົກ 42 ເມືອງອື່ນ
\v 7 ພ້ອມທັງທົ່ງຫຍ້າ ໃຫ້ພວກເຂົາດ້ວຍ ເມື່ອລວມທັງໝົດແລ້ວມີ 48 ເມືອງ.
\s5
\v 8 ຈາໍນວນເມືອງຂອງຊາວເລວີ ແຕ່ລະເຜົ່າ ນີ້ໃຫ້ກາໍນົດເອົາຕາມຂະໜາດຂອງເຂດແດນ.
\s5
\v 9-10 ອົງພຣະຜູ້ເປັນເຈົ້າໄດ້ກ່າວຕໍ່ ໂມເຊ ໃຫ້ບອກປະຊາຊົນອິດສະຣາເອນ ດັ່ງນີ້: “ເວລາພວກເຈົ້າ ຂ້າມແມ່ນໍ້າຈໍແດນ ເຂົ້າໄປໃນດິນແດນການາອານ ນັ້ນ
\v 11 ໃຫ້​ພວກ​ເຈົ້າ​ເລືອກ​ເອົາ​ເມືອງ​ລີ້​ໄພ ເພື່ອ​ຜູ້​ທີ່​ຂ້າ​ຄົນ​ໂດຍບໍ່​ເຈດ​ຕະ​ນາ ຈະ​ຫລົບ​ລີ້​ຢູ່​ໄດ້.
\s5
\v 12 ຢູ່ໃນທີ່ນີ້ ລາວຈະປອດໄພຈາກການ ນາໍແກ້ແຄ້ນຂອງຍາດຕິພີ່ນ້ອງຂອງຜູ້ຕາຍ. ຄົນທີ່ຖືກກ່າວຫາ ວ່າ ເປັນຜູ້ຂ້າຄົນຈະບໍ່ຖືກ ລົງໂທດເຖິງຕາຍ ຈົນກວ່າໄດ້ຮັບການຕັດ ສິນຈາກປະຊາຊົນທັງປວງເສຍກ່ອນ.
\v 13 ໃຫ້ເລືອກເອົາ ຫົກເມືອງ
\s5
\v 14 ສາມເມືອງ ຢູ່ທາງຟາກຕາເວັນອອກ ຂອງແມ່ນາໍ້ຈໍແດນ ແລະ ອີກສາມເມືອງ ຢູ່ໃນດິນແດນ ການາອານ ເພື່ອໃຫ້ເປັນເມືອງລີ້ໄພ.
\v 15 ເມືອງທັງຫົກນີ້ ຈະໃຊ້ເປັນບ່ອນ ລີ້ໄພຂອງຊາວອິດສະຣາເອນ ແລະ ຊາວຕ່າງດ້າວ ທີ່ອາໄສຢູ່ຊົ່ວຄາວ ຫລື ຢູ່ຖາວອນ ເພື່ອຜູ້ໃດທີ່ຂ້າຄົນໂດຍບໍ່ເຈດຕະນາ ມາ ຫລົບລີຢູ່ໃນເມືອງໃດເມືອງໜຶ່ງນີ້ໄດ້
\s5
\v 16-18 ແຕ່ຖ້າຜູ້ໃດ ຫາກໃຊ້ໂລຫະ ຫລື ກ້ອນຫິນ ຫລື ໄມ້ເປັນອາວຸດຂ້າຄົນ ລາວກໍຜິດໃນຖານເປັນຜູ້ຂ້າຄົນ ແລະ ໃຫ້ລົງໂທດຄົນນີ້ເຖິງຕາຍ.
\s5
\v 19 ພີ່ນ້ອງຜູ້ໃກ້ຊິດຂອງຜູ້ຕາຍ ຕ້ອງຮັບຜິດຊອບລົງໂທດຜູ້ຂ້າຄົນນັ້ນໃຫ້ເຖິງຕາຍ. ເມື່ອຫາຕົວພົບເມື່ອໃດ ໃຫ້ຂ້າຖິ້ມເມື່ອນັ້ນ.
\v 20 ຖ້າຜູ້ໃດ ຫາກຊັງຄົນໜຶ່ງ ແລະ ຂ້າລາວໂດຍຊຸກໃຫ້ລົ້ມລົງ ຫລື ໂດຍແກວ່ງ ສິ່ງຂອງໃສ່ຈົນລາວຕາຍ
\v 21 ຫລື ຕົບຕີລາວ ດ້ວຍກາໍປັ້ນໃຫ້ເຖິງຕາຍ ຜູ້ນັ້ນກໍມີໂທດ ໃນຖານເປັນຜູ້ຂ້າຄົນ ແລະ ໃຫ້ລົງໂທດເຖິງ ຕາຍ. ພີ່ນ້ອງຜູ້ໃກ້ຊິດຂອງຜູ້ຕາຍ ຕ້ອງຮັບ ຜິດຊອບລົງໂທດຜູ້ຂ້າຄົນນັ້ນ ໃຫ້ເຖິງຕາຍ. ເມື່ອຫາຕົວພົບເມື່ອໃດ ໃຫ້ຂ້າຖິ້ມເມື່ອນັ້ນ.
\s5
\v 22 ແຕ່ຖ້າວ່າ ມີຜູ້ໃດຜູ້ໜຶ່ງຂ້າຄົນ ທີ່ຕົນບໍ່ໄດ້ກຽດຊັງ ໂດຍບໍ່ເຈດຕະນາ ບໍ່ວ່າໂດຍຊຸກ ລາວໃຫ້ລົ້ມລົງ ຫລື ໂດຍແກວ່ງສິ່ງຂອງໃສ່.
\v 23 ຫລື ຖ້າວ່າລາວຫລຽວ ບໍ່ເຫັນຜູ້ໃດ ຜູ້ໜຶ່ງແກວ່ງກ້ອນຫິນ ຖືກອີກຄົນໜຶ່ງຕາຍ ຜູ້ ທີ່ລາວບໍ່ໄດ້ຕັ້ງໃຈເຮັດໃຫ້ບາດເຈັບ ແລະ ທັງ ບໍ່ໄດ້ເປັນສັດຕູກັນດ້ວຍ.
\s5
\v 24 ໃນກໍລະນີເຊັ່ນນີ້ ຊຸມຊົນຈະຕ້ອງ ຕັດສິນຊ່ວຍຜູ້ຂ້າຄົນນັ້ນ ໃຫ້ພົ້ນຈາກການ ແກ້ແຄ້ນຂອງຍາດພີ່ນ້ອງຜູ້ຕາຍ.
\v 25 ໃຫ້ຊຸມຊົນຊ່ວຍກູ້ຄວາມຜິດຂອງຜູ້ທີ່ຂ້າຄົນ ໃຫ້ ພົ້ນຈາກເງື້ອມມື ຍາດພີ່ນ້ອງຂອງຜູ້ຕາຍ ໂດຍສົ່ງລາວໄປຍັງເມືອງລີ້ໄພ. ໃຫ້ລາວຢູ່ທີ່ນັ້ນ ຈົນກວ່າປະໂຣຫິດປະຈາໍການ ໃນສະໄໝນັ້ນຕາຍໄປ.
\s5
\v 26 ຖ້າຜູ້ຂ້າຄົນໂດຍບໍ່ໄດ້ຕັ້ງໃຈ ຫາກໜີໄປຈາກເມືອງລີ້ໄພ ບ່ອນທີ່ລາວຫລົບລີ້ຢູ່ນັ້ນ
\v 27 ແລະ ຖ້າຍາດຕິພີ່ນ້ອງຂອງຜູ້ຕາຍ ຫາກພົບເຫັນລາວ ຢູ່ນອກເມືອງລີ້ໄພ ແລະ ຂ້າລາວ ການແກ້ແຄ້ນເຊັ່ນນີ້ ກໍບໍ່ແມ່ນການຄາດຕະກາໍ.
\v 28 ຄົນມີຄວາມຜິດ ໃນຖານ ເປັນຜູ້ຂ້າຄົນໂດຍບໍ່ໄດ້ຕັ້ງໃຈ ຈະຕ້ອງຢູ່ໃນ ເມືອງລີ້ໄພ ຈົນກວ່າປະໂຣຫິດ ປະຈາໍການ ຢູ່ໃນສະໄໝນັ້ນຕາຍໄປ ຫລັງຈາກນັ້ນແລ້ວ ລາວກໍກັບເມືອເຮືອນຂອງຕົນໄດ້.
\s5
\v 29 ບໍ່ວ່າ ພວກເຈົ້າຈະອາໄສຢູ່ແຫ່ງຫົນໃດກໍຕາມ ໃຫ້ພວກເຈົ້າ ແລະ ລູກຫລານປະຕິບັດກົດບັງຄັບເຫລົ່ານີ້.
\v 30 ຜູ້ໃດທີ່ຖືກກ່າວຫາ ວ່າ ເປັນຜູ້ຂ້າຄົນຈະຖືກລົງໂທດ ເຖິງຕາຍໄດ້ກໍຕໍ່ເມື່ອມີພະຍານ ສອງຄົນ ຫລື ຫລາຍກວ່ານັ້ນ; ພະຍານ ຄົນດຽວບໍ່ພຽງພໍ ຈະສະໜັບສະໜູນ ຂໍ້ກ່າວຫາໄດ້.
\s5
\v 31 ຜູ້ຂ້າຄົນຈະຕ້ອງຖືກລົງໂທດເຖິງຕາຍ. ລາວຈະໃຊ້ເງິນຊື້ ໃຫ້ພົ້ນໂທດນີ້ບໍ່ໄດ້.
\v 32 ຖ້າຄົນໜຶ່ງຫາກໜີ ເຂົ້າໄປໃນເມືອງລີ້ໄພ ຢ່າຍອມໃຫ້ຄົນນັ້ນໃຊ້ເງິນຊື້ລາວເອງກັບເມືອ ເຮືອນກ່ອນປະໂຣຫິດຕາຍໄປ.
\s5
\v 33 ຖ້າພວກເຈົ້າ ຫາກເຮັດເຊັ່ນນັ້ນ ກໍເທົ່າກັບເຮັດໃຫ້ດິນແດນ ທີ່ພວກເຈົ້າພວມ ອາໄສຢູ່ນັ້ນເປັນມົນທິນ. ເມື່ອຜູ້ຂ້າຄົນເຮັດ ໃຫ້ດິນແດນ ເປັນມົນທິນ ກໍບໍ່ມີພິທີໃດຈະຊໍາລະມົນທິນ ໃຫ້ໝົດໄປຈາກດິນແດນໄດ້ ນອກຈາກການປະຫານຊີວິດຂອງຜູ້ຂ້າຄົນ ນັ້ນ.
\v 34 ຢ່າເຮັດໃຫ້ດິນແດນ ທີ່ເຈົ້າອາໄສ ຢູ່ນັ້ນເປັນມົນທິນ ເພາະວ່າເຮົາແມ່ນອົງພຣະ ຜູ້ເປັນເຈົ້າ ແລະ ເຮົາສະຖິດຢູ່ທ່າມກາງປະຊາຊົນອິດສະຣາເອນ.”
\s5
\c 36
\p
\v 1 ບັນດາຫົວໜ້າຄອບຄົວຕ່າງໆ ຢູ່ໃນ ຕະກຸນ ກີເລອາດ ລູກຊາຍຂອງມາກີ ແລະ ຫລານຊາຍຂອງມານາເຊ ລູກຊາຍຂອງ ໂຢເຊັບ ໄດ້ມາຫາໂມເຊ ກັບພວກຜູ້ນາໍຄົນອື່ນ ໆ.
\v 2 ພວກເຂົາກ່າວວ່າ, “ອົງພຣະຜູ້ເປັນເຈົ້າໄດ້ສັ່ງທ່ານ ໃຫ້ແບ່ງປັນດິນແດນ ແກ່ປະຊາຊົນອິດສະຣາເອນ ໂດຍວິທີໃຊ້ສະຫລາກ. ພຣະອົງຍັງໄດ້ສັ່ງທ່ານ ໃຫ້ຍົກດິນແດນທີ່ເປັນສ່ວນຂອງເສໂລເຟຮັດ ພີ່ນ້ອງຂອງພວກເຮົາ ໃຫ້ພວກລູກສາວຂອງລາວ.
\s5
\v 3 ບັດນີ້ ຖ້າພວກເຂົາຫາກແຕ່ງງານ ກັບຜູ້ຊາຍ ຢູ່ໃນເຜົ່າອື່ນຂອງອິດສະຣາເອນ ຊັບສິນຂອງພວກເຂົາ ຈະເປັນຂອງເຜົ່ານັ້ນ ແລະ ສ່ວນແບ່ງໃນດິນແດນຂອງພວກເຮົາ ກໍຈະຫລຸດນ້ອຍລົງ.
\v 4 ໃນປີຄົບຮອບຫ້າສິບປີ ເມື່ອທີ່ດິນທີ່ໄດ້ຂາຍໄປນັ້ນ ຖືກສົ່ງຄືນໃຫ້ແກ່ເຈົ້າຂອງເດີມ ທີ່ດິນຂອງພວກເຂົາຈະຖືກ ເພີ່ມເຂົ້າກັບເຜົ່າຂອງຝ່າຍຊາຍ ທີ່ພວກເຂົາ ໄດ້ແຕ່ງງານນາໍນັ້ນ ແລະ ເຜົ່າຂອງພວກເຮົາ ກໍຈະເປັນຝ່າຍສູນເສຍ.”
\s5
\v 5 ດັ່ງນັ້ນ ໂມເຊ ຈຶ່ງບອກປະຊາຊົນໃຫ້ເຮັດຕາມຄໍາສັ່ງຂອງອົງພຣະຜູ້ເປັນເຈົ້າ ດັ່ງນີ້: “ເລື່ອງທີ່ເຜົ່າມານາເຊ ເວົ້າມານັ້ນແມ່ນຖືກຕ້ອງ
\v 6 ສະນັ້ນແຫລະ ອົງພຣະຜູ້ເປັນເຈົ້າຈຶ່ງໄດ້ກ່າວວ່າ, ‘ພວກລູກສາວຂອງເສໂລເຟຮັດ ມີສິດທີ່ຈະແຕ່ງງານ ກັບໃຜກໍໄດ້ ແຕ່ ຕ້ອງແມ່ນຄົນໃນເຜົ່າດຽວກັນ.
\s5
\v 7 ທີ່ດິນຂອງຊາວອິດສະຣາເອນ ແຕ່ລະຄົນຈະຍັງຄົງຢູ່ໃນເຜົ່າຂອງຕົນ.
\s5
\v 8 ຍິງທຸກໆ ຄົນ ທີ່ສືບທອດມໍຣະດົກ ຢູ່ໃນເຜົ່າໜຶ່ງຂອງຊາດອິດສະຣາເອນ ຕ້ອງແຕ່ງງານກັບຊາຍ ທີ່ຢູ່ໃນເຜົ່ານັ້ນ. ໃນທາໍນອງນີ້ ຊາວອິດສະຣາເອນ ແຕ່ລະຄົນຈະໄດ້ສືບມໍຣະດົກຂອງບັນພະບຸລຸດຂອງຕົນ
\v 9 ແລະ ຊັບສິນກໍຈະບໍ່ຕົກເປັນຂອງຄົນ ໃນເຜົ່າອື່ນ. ແຕ່ລະເຜົ່າຈະສືບຕໍ່ເປັນກາໍມະສິດຊັບສິນ ທີ່ດິນໃນເຜົ່າຂອງຕົນເອງ.
\s5
\v 10-11 ສະນັ້ນ ບັນດາລູກສາວຂອງເສໂລເຟຮັດ ຄື: ມາຮະລາ, ຕີຣະຊາ, ໂຮກະລາ, ມີລະກາ ແລະ ໂນອາ ຈຶ່ງເຮັດຕາມທີ່ອົງພຣະຜູ້ເປັນເຈົ້າໄດ້ສັ່ງໂມເຊ ແລະ ພວກເຂົາກໍໄດ້ ແຕ່ງງານ ກັບຊາຍໃນເຊື້ອສາຍດຽວກັນ
\v 12 ພວກ​ເຂົາ​ແຕ່ງ​ງານກ​ັບ​ຊາຍ​ໃນ​ຕະ​ກຸນ​ຂອງ​ເຜົ່າ​ມາ​ນາ​ເຊ ລູກ​ຊາຍ​ຂອງ​ໂຢ​ເຊັບ ແລະ​ຊັບ​ສິນ​ທີ່​ດິນ​ຂອງ​ພວ​ກ​ເຂົາ ກໍ​ຍັງ​ຢູ່​ໃນ​ເຜົ່າ​ພໍ່​ຂອງ​ພວກ​ຕົນ​ຕໍ່​ໄປ.
\s5
\v 13 ລະບຽບການຕ່າງໆ ເຫລົ່ານີ້ແມ່ນອົງພຣະຜູ້ເປັນເຈົ້າ ທີ່ໄດ້ມອບໃຫ້ແກ່ຊາວອິດ ສະຣາເອນ ໂດຍຜ່ານທາງໂມເຊ ໃນທົ່ງພຽງ ຂອງໂມອາບ ທີ່ຟາກໜຶ່ງອີກຂອງແມ່ນາໍ້ຈໍແດນ ຈາກເມືອງເຢຣິໂກ.