lo_bible/03-LEV.usfm

1626 lines
312 KiB
Plaintext
Raw Permalink Blame History

This file contains ambiguous Unicode characters

This file contains Unicode characters that might be confused with other characters. If you think that this is intentional, you can safely ignore this warning. Use the Escape button to reveal them.

\id LEV
\ide UTF-8
\h ພ​ຣະ​ທຳ​ລະ​ບຽບ​ພວກ​ເລ​ວີ
\toc1 ພ​ຣະ​ທຳ​ລະ​ບຽບ​ພວກ​ເລ​ວີ
\toc2 ພ​ຣະ​ທຳ​ລະ​ບຽບ​ພວກ​ເລ​ວີ
\toc3 lev
\mt ພ​ຣະ​ທຳ​ລະ​ບຽບ​ພວກ​ເລ​ວີ
\s5
\c 1
\p
\v 1 ອົງພຣະຜູ້ເປັນເຈົ້າໄດ້ເອີ້ນ ໂມເຊ ຈາກ ຫໍເຕັນບ່ອນພຣະອົງຊົງປາກົດ
\v 2 ໃຫ້ໄປ ບອກຊາວອິດສະຣາເອນ ປະຕິບັດຕາມ ລະບຽບການ ດັ່ງຕໍ່ໄປນີ້: ເມື່ອພວກເຂົາມີການຖວາຍບູຊາ. ເມື່ອຜູ້ໃດຜູ້ໜຶ່ງຕ້ອງການ ຖວາຍສັດໂຕໜຶ່ງໃນຝູງ ເປັນເຄື່ອງບູຊາແກ່ ອົງພຣະຜູ້ເປັນເຈົ້າ ອາດຈະເປັນງົວ ຫລື ແກະ ຫລື ແບ້ ກໍຕາມ.
\s5
\v 3 ຖ້າຜູ້ນັ້ນນໍາສັດໂຕໜຶ່ງຂອງຕົນມາເຜົາ ຖວາຍບູຊາ ລາວຕ້ອງຖວາຍງົວເຖິກໂຕ ທີ່ມີ ສຸຂະພາບດີ ແລະ ບໍ່ມີຕໍາໜິ. ລາວຕ້ອງນາໍ ສັດໂຕນັ້ນມາຍັງປະຕູເຂົ້າຫໍເຕັນ ບ່ອນອົງພຣະຜູ້ເປັນເຈົ້າສະຖິດຢູ່ ເພື່ອວ່າພຣະອົງຈະ ຮັບເອົາການຖວາຍຂອງລາວ.
\v 4 ຜູ້ນໍາສັດມາຖວາຍນັ້ນ ຈະຕ້ອງວາງມືລົງເທິງຫົວສັດ ແລະ ພຣະອົງພໍໃຈຮັບເອົາສັດນັ້ນ ເປັນເຄື່ອງບູຊາເພື່ອລຶບລ້າງບາບຂອງລາວ.
\s5
\v 5 ລາວຈະຕ້ອງຂ້າປາດຄໍງົວເຖິກ ຢູ່ທີ່ນັ້ນ ແລະ ປະໂຣຫິດຜູ້ທີ່ສືບເຊື້ອສາຍມາຈາກຄອບຄົວ ອາໂຣນ ຈະຖວາຍເລືອດສັດນັ້ນ ແກ່ອົງພຣະຜູ້ເປັນເຈົ້າ ແລ້ວຖອກເລືອດໃສ່ ທັງສີ່ຂ້າງຂອງແທ່ນບູຊາ ທີ່ຕັ້ງຢູ່ທາງປະຕູເຂົ້າຫໍເຕັນ.
\v 6 ແລ້ວລາວກໍຈະລອກໜັງສັດອອກ ແລະ ຕັດສັດເປັນຕ່ອນ ໆ.
\s5
\v 7 ລູກຊາຍຂອງ ອາໂຣນ ຜູ້ເປັນປະໂຣຫິດ ກໍຈະກອງຟືນ ແລະ ດັງໄຟຂຶ້ນທີ່ເທິງແທ່ນ.
\v 8 ແລ້ວພວກເຂົາກໍຈະເອົາຕ່ອນສັດທັງໝົດ ພ້ອມກັບຫົວ ແລະ ໄຂມັນ ເຜົາໃສ່ໄຟ.
\v 9 ຜູ້ນາໍສັດມາຖວາຍນັ້ນ ຈະຕ້ອງລ້າງເຄື່ອງໃນ ໄສ້ພຸງ ແລະ ຂາຫລັງ ແລະພວກປະໂຣຫິດທີ່ເຮັດພິທີຈະເຜົາຕ່ອນຊີ້ນງົວທັງໝົດທີ່ເທິງ ແທ່ນບູຊາດ້ວຍໄຟ. ກິ່ນຫອມຫວນຂອງອາຫານທີ່ຖວາຍນີ້ ຈຶ່ງເປັນທີ່ພໍໃຈອົງພຣະຜູ້ ເປັນເຈົ້າ.
\s5
\v 10 ຖ້າຜູ້ໃດຜູ້ໜຶ່ງຖວາຍແກະ ຫລື ແບ້ໂຕໜຶ່ງໃນຝູງຂອງຕົນ ຕ້ອງໃຫ້ເປັນໂຕເຖິກທີ່ມີ ສຸຂະພາບດີ ແລະ ບໍ່ມີຕໍາໜິ.
\v 11 ລາວຈະ ຕ້ອງຂ້າປາດຄໍສັດນັ້ນ ທາງດ້ານເໜືອຂອງແທ່ນບູຊາ ຕໍ່ໜ້າອົງພຣະຜູ້ເປັນເຈົ້າ ແລະ ບັນດາພວກລູກຊາຍຂອງ ອາໂຣນ ຊຶ່ງເປັນປະໂຣຫິດ ກໍຈະຖອກເລືອດສັດນັ້ນໃສ່ທັງສີ່ຂ້າງຂອງແທ່ນບູຊາ.
\s5
\v 12 ຫລັງຈາກຊາຍຄົນນັ້ນໄດ້ຕັດຊີ້ນສັດ ເປັນຕ່ອນ ໆ ແລ້ວ ປະໂຣຫິດຜູ້ເຮັດພິທີຈະເອົາຊີ້ນສັດເຜົາໃສ່ໄຟ ພ້ອມທັງຫົວແລະໄຂມັນ.
\v 13 ຜູ້ທີ່ນໍາສັດມາຖວາຍນັ້ນ ຕ້ອງລ້າງເຄື່ອງໃນໄສ້ພຸງ ແລະ ຂາຫລັງ ແລະປະໂຣຫິດກໍຈະນາໍມາຖວາຍ ແກ່ອົງພຣະຜູ້ເປັນເຈົ້າ ໂດຍເຜົາທຸກ ໆ ສ່ວນທີ່ເທິງແທ່ນບູຊາ. ກິ່ນຫອມຫວນຂອງອາຫານ ທີ່ຖວາຍນີ້ຈຶ່ງເປັນທີ່ພໍໃຈອົງພຣະຜູ້ເປັນເຈົ້າ.
\s5
\v 14 ຖ້າຜູ້ໃດຜູ້ໜຶ່ງຖວາຍນົກເປັນເຄື່ອງເຜົາບູຊາ ແກ່ອົງພຣະຜູ້ເປັນເຈົ້າ ຕ້ອງໃຫ້ແມ່ນນົກເຂົາ ຫລື ນົກກາງແກ.
\v 15 ປະໂຣຫິດຈະຕ້ອງນາໍນົກນັ້ນມາຍັງແທ່ນບູຊາ ບິດຄໍນົກໃຫ້ຕາຍ ແລະ ເຜົາຫົວນົກເທິງແທ່ນບູຊາ, ບີບເລືອດນົກໃຫ້ໄຫຼອອກທາງຂ້າງແທ່ນບູຊາ.
\s5
\v 16 ລາວຕ້ອງດຶງໜຽງອອກ ແລະ ຖິ້ມໃສ່ ບ່ອນຖິ້ມຂີ້ເຖົ່າທີ່ຢູ່ທາງທິດຕາເວັນອອກ ຂອງແທ່ນບູຊາ.
\v 17 ລາວຈະຕ້ອງພືປີກຈີກທ້ອງນົກອອກ ໂດຍບໍ່ໃຫ້ປີກຂາດອອກຈາກໂຕ ແລະໃຫ້ປະໂຣຫິດເຜົານົກເທິງແທ່ນບູຊາ ດ້ວຍໄຟ. ກິ່ນຫອມຫວນຂອງອາຫານທີ່ຖວາຍນີ້ ຈຶ່ງເປັນທີ່ພໍໃຈອົງພຣະຜູ້ເປັນເຈົ້າ.
\s5
\c 2
\p
\v 1 ເມ​ື່ອຜູ້ໃດຜູ້ໜຶ່ງຖວາຍພືດຜົນເປັນເມັດ ແກ່ອົງພຣະຜູ້ເປັນເຈົ້າ ໃຫ້ຜູ້ນັ້ນບົດເປັນແປ້ງເສຍກ່ອນ, ຖອກນາໍ້ມັນໝາກກອກເທດໃສ່ ແລະ ເອົາກາໍຍານໃສ່ດ້ວຍ
\v 2 ແລະໃຫ້ລາວນາໍສິ່ງນັ້ນມາໃຫ້ປະໂຣຫິດ ທີ່ສືບເຊື້ອສາຍມາຈາກຄອບຄົວອາໂຣນ. ປະໂຣຫິດຜູ້ເຮັດພິທີຈະເອົາແປ້ງກາໍໜຶ່ງ ພ້ອມນາໍ້ມັນ ແລະ ເຄື່ອງຫອມມາເຜົາເທິງແທ່ນບູຊາ ດ້ວຍໄຟ. ກິ່ນຫອມຫວນຂອງອາຫານທີ່ຖວາຍນີ້ ຈຶ່ງເປັນທີ່ພໍໃຈອົງພຣະຜູ້ເປັນເຈົ້າ.
\v 3 ເຄື່ອງຖວາຍພືດຜົນເປັນເມັດທີ່ຍັງເຫລືອຢູ່ນັ້ນເປັນຂອງອາໂຣນ ແລະ ພວກລູກຊາຍຂອງລາວ ເພາະເປັນສ່ວນໜຶ່ງບໍຣິສຸດທີ່ສຸດ ໃນທ່າມກາງເຄື່ອງບູຊາດ້ວຍໄຟ ຊຶ່ງໄດ້ຖວາຍແກ່ອົງພຣະຜູ້ເປັນເຈົ້າແລ້ວ.
\s5
\v 4 ຖ້າເຄື່ອງຖວາຍນັ້ນ ເປັນເຂົ້າຈີ່ທີ່ອົບໃສ່ເຕົາແລ້ວ ຕ້ອງໃຫ້ເປັນເຂົ້າຈີ່ບໍ່ມີເຊື້ອແປ້ງ; ມັນອາດເຮັດເປັນກ້ອນປົນນາໍ້ມັນໝາກກອກເທດ ຫລື ເປັນເຂົ້າໜົມແຜ່ນບາງ ໆ ທາກັບນໍ້າມັນໝາກກອກເທດກໍໄດ້.
\v 5 ຖ້າເຄື່ອງຖວາຍເປັນເຂົ້າຈີ່ປີ້ງທີ່ເທິງເຫລັກປີ້ງ ຕ້ອງໃຫ້ເຮັດດ້ວຍແປ້ງປົນກັບນາໍ້ມັນໝາກກອກເທດ ແຕ່ບໍ່ໃຫ້ມີເຊື້ອແປ້ງ.
\s5
\v 6 ຈົ່ງຫັກເຂົ້າຈີ່ນັ້ນ ເປັນຕ່ອນນ້ອຍ ໆ ພ້ອມທັງຖອກນາໍ້ມັນໃສ່ ເມື່ອພວກເຈົ້ານາໍມາຖວາຍ.
\v 7 ຖ້າເຄື່ອງຖວາຍເປັນເຂົ້າໜົມຈືນໃສ່ໝໍ້ຂ້າງ ຕ້ອງໃຫ້ເຮັດດ້ວຍແປ້ງປົນກັບນາໍ້ມັນໝາກກອກເທດ ແລ້ວຈຶ່ງຈືນ.
\s5
\v 8 ຈົ່ງນໍາເຂົ້າໜົມຈືນນັ້ນມາຖວາຍ ແກ່ອົງພຣະຜູ້ເປັນເຈົ້າ ໂດຍມອບໃຫ້ປະໂຣຫິດຜູ້ຈະນາໍໄປວາງເທິງແທ່ນບູຊາ.
\v 9 ປະໂຣຫິດຈະຮັບເອົາສ່ວນໜຶ່ງ ແລ້ວກໍນາໍໄປເຜົາເທິງແທ່ນບູຊາດ້ວຍໄຟ. ກິ່ນຫອມຫວນຂອງອາຫານທີ່ຖວາຍນີ້ ຈຶ່ງເປັນທີ່ພໍໃຈອົງພຣະຜູ້ເປັນເຈົ້າ.
\v 10 ສ່ວນເຄື່ອງຖວາຍທີ່ເຫລືອນັ້ນ ເປັນຂອງອາໂຣນ ແລະ ພວກລູກຊາຍຂອງລາວ ເພາະເປັນສ່ວນໜຶ່ງບໍຣິສຸດທີ່ສຸດ ໃນທ່າມກາງເຄື່ອງບູຊາດ້ວຍໄຟ ຊຶ່ງໄດ້ຖວາຍແກ່ອົງພຣະຜູ້ເປັນເຈົ້າແລ້ວ.
\s5
\v 11 ພືດຜົນເປັນເມັດໃດ ໆ ຊຶ່ງນາໍມາຖວາຍແກ່ອົງພຣະຜູ້ເປັນເຈົ້ານັ້ນ ຕ້ອງບໍ່ໃຫ້ມີເຊື້ອແປ້ງ ຢ່າໄດ້ຖວາຍອາຫານໃດ ໆ ທີ່ມີເຊື້ອແປ້ງ ຫລື ນໍ້າເຜິ້ງ ແກ່ອົງພຣະຜູ້ເປັນເຈົ້າ ເປັນເດັດຂາດ.
\v 12 ພືດຜົນເປັນເມັດຫົວປີທີ່ພວກເຈົ້າເກັບກ່ຽວໄດ້ ແຕ່ລະປີນັ້ນຕ້ອງນາໍມາຖວາຍແກ່ອົງພຣະຜູ້ເປັນເຈົ້າ ແລະ ເຄື່ອງຖວາຍເຊັ່ນນີ້ ຢ່າໄດ້ເຜົາເທິງແທ່ນບູຊາດ້ວຍໄຟ.
\v 13 ຈົ່ງເອົາເກືອໃສ່ພືດຜົນເປັນເມັດທຸກ ໆ ຊະນິດທີ່ນາໍມາຖວາຍນັ້ນ ເພາະວ່າ ເກືອເປັນເຄື່ອງໝາຍແຫ່ງພັນທະສັນຍາ ລະຫວ່າງເຈົ້າກັບພຣະເຈົ້າ. (ເຈົ້າຕ້ອງເອົາເກືອໃສ່ເຄື່ອງຖວາຍທຸກຊະນິດ).
\s5
\v 14 ເມື່ອເຈົ້ານາໍພືດຜົນເປັນເມັດ ທີ່ເກັບກ່ຽວໄດ້ແຕ່ລະປີມາຖວາຍ ແກ່ອົງພຣະຜູ້ເປັນເຈົ້າ ຈົ່ງຢ້າງໄຟ ຫລື ບົດໃຫ້ໝຸ່ນລະອຽດເສຍກ່ອນ ຈຶ່ງນາໍມາຖວາຍ.
\v 15 ຈົ່ງຖອກນາໍ້ມັນໝາກກອກເທດໃສ່ ແລະ ເອົາເຄື່ອງຫອມໃສ່ເທິງເຄື່ອງຖວາຍນັ້ນ.
\v 16 ປະໂຣຫິດຈະຕ້ອງເຜົາສ່ວນໜຶ່ງຂອງອາຫານ, ນາໍ້ມັນ ແລະ ເຄື່ອງຫອມທັງໝົດ ຖວາຍແກ່ອົງພຣະຜູ້ເປັນເຈົ້າ ຕາມພິທີຖວາຍອາຫານ.
\s5
\c 3
\p
\v 1 ເມື່ອຜູ້ໃດຜູ້ໜຶ່ງຖວາຍສັດໂຕໜຶ່ງໃນຝູງຂອງຕົນ ເພື່ອຄວາມສາມັກຄີທາໍ ຕ້ອງໃຫ້ຜູ້ນັ້ນຖວາຍງົວເຖິກ ຫລື ງົວແມ່ໂຕທີ່ມີສຸຂະພາບດິ ແລະ ບໍ່ມີຕໍາໜິ.
\v 2 ຊາຍຄົນນັ້ນຈະຕ້ອງວາງມືໃສ່ເທິງຫົວສັດ ແລະ ຂ້າປາດຄໍສັດທີ່ທາງເຂົ້າປະຕູຂອງຫໍເຕັນ ບ່ອນອົງພຣະຜູ້ເປັນເຈົ້າສະຖິດຢູ່. ປະໂຣຫິດຜູ້ທີ່ສືບເຊື້ອສາຍມາຈາກຄອບຄົວອາໂຣນ ຈະຖອກ ເລືອດງົວໃສ່ຂ້າງແທ່ນບູຊາ ທັງສີ່ຂ້າງ.
\s5
\v 3 ການຖວາຍເພື່ອຄວາມສາມັກຄີທໍານັ້ນ ຈົ່ງເອົາສ່ວນໜຶ່ງຂອງສັດມາຖວາຍດ້ວຍໄຟ ແກ່ອົງພຣະຜູ້ເປັນເຈົ້າຕາມພິທີຖວາຍອາຫານ ຄື: ໄຂມັນທີ່ຕິດກັບເຄື່ອງໃນທັງໝົດ
\v 4 ໝາກໄຂ່ຫລັງສອງໜ່ວຍ ກັບໄຂມັນທີ່ຕິດຢູ່ໃນນັ້ນ ແລະ ໜັງບາງ ໆ ຫຸ້ມຫໍ່ຕັບ.
\v 5 ພວກປະໂຣຫິດຈະຕ້ອງເຜົາສ່ວນເຫລົ່ານີ້ທັງໝົດ ເທິງແທ່ນບູຊາ ແລະ ເຄື່ອງຖວາຍອື່ນ ໆ. ກິ່ນຫອມຫວນຂອງອາຫານທີ່ຖວາຍນີ້ ຈຶ່ງເປັນທີ່ພໍໃຈອົງພຣະຜູ້ເປັນເຈົ້າ.
\s5
\v 6 ຖ້າຂອງຖວາຍເພື່ອຄວາມສາມັກຄີທາໍ ແກ່ອົງພຣະຜູ້ເປັນເຈົ້ານັ້ນ ເປັນແກະ ຫລື ແບ້ ຈະເປັນໂຕເຖິກ ຫລື ໂຕແມ່ ກໍດີ ຕ້ອງໃຫ້ເປັນສັດໂຕທີ່ມີສຸຂະພາບດີ ແລະບໍ່ມີຕໍາໜິ.
\v 7 ຖ້າຜູ້ໃດຜູ້ໜຶ່ງຖວາຍແກະໂຕໜຶ່ງ ເພິ່ນຕ້ອງນາໍມາຖວາຍຕໍ່ໜ້າອົງພຣະຜູ້ເປັນເຈົ້າ.
\v 8 ຈົ່ງໃຫ້ຜູ້ນັ້ນວາງມືລົງເທິງຫົວແກະ ແລະ ຂ້າປາດຄໍສັດນັ້ນ ທີ່ທາງດ້ານໜ້າຂອງຫໍເຕັນ. ບັນດາປະໂຣຫິດຈະຕ້ອງຖອກເລືອດແກະນັ້ນໃສ່ຂ້າງທັງສີ່ຂອງແທ່ນບູຊາ
\s5
\v 9 ການຖວາຍເພື່ອຄວາມສາມັກຄີທາໍນັ້ນ ຈົ່ງເອົາສ່ວນໜຶ່ງຂອງສັດມາຖວາຍດ້ວຍໄຟ ແກ່ອົງພຣະຜູ້ເປັນເຈົ້າ ຕາມພິທີຖວາຍອາຫານ ຄື: ໄຂມັນ, ໄຂມັນຂອງຫາງແປະກະດູກສັນຫລັງ
\v 10 ແລະ ໄຂມັນທັງໝົດທີ່ຫຸ້ມຫໍ່ເຄື່ອງໃນ, ໝາກໄຂ່ຫລັງທັງສອງໜ່ວຍ ກັບໄຂມັນຢູ່ໃນນັ້ນ ແລະ ໜັງບາງ ໆ ຫຸ້ມຫໍ່ຕັບ.
\v 11 ປະໂຣຫິດຜູ້ເຮັດພິທີຈະເຜົາສ່ວນເຫລົ່ານີ້ທັງໝົດ ນັ້ນເທິງແທ່ນບູຊາ ເພື່ອເປັນການຖວາຍອາຫານດ້ວຍໄຟ ແກ່ອົງພຣະຜູ້ເປັນເຈົ້າ.
\s5
\v 12 ຖ້າຊາຍຄົນໜຶ່ງຖວາຍແບ້ໂຕໜຶ່ງ ເພິ່ນຕ້ອງນາໍມາຖວາຍຕໍ່ໜ້າອົງພຣະຜູ້ເປັນເຈົ້າ.
\v 13 ຈົ່ງໃຫ້ຜູ້ນັ້ນວາງມືລົງເທິງຫົວຂອງມັນ ແລະ ຂ້າປາດຄໍແບ້ນັ້ນຢູ່ທາງດ້ານໜ້າຂອງຫໍເຕັນ. ພວກປະໂຣຫິດຈະຕ້ອງຖອກເລືອດ ແບ້ນັ້ນໃສ່ທັງສີ່ຂ້າງຂອງແທ່ນບູຊາ
\v 14 ຈາກເຄື່ອງຖວາຍບູຊານັ້ນ ຈົ່ງເອົາສ່ວນໜຶ່ງມາຖວາຍບູຊາດ້ວຍໄຟ ເພື່ອເປັນການຖວາຍອາຫານ ແກ່ອົງພຣະຜູ້ເປັນເຈົ້າ ຄື: ໄຂມັນທັງໝົດທີ່ຫຸ້ມຫໍ່ຢູ່ໃນເຄື່ອງໃນ,
\s5
\v 15 ໝາກໄຂ່ຫລັງທັງສອງໜ່ວຍ ກັບໄຂມັນທີ່ຢູ່ໃນນັ້ນ ແລະ ໜັງບາງ ໆ ຫຸ້ມຫໍ່ຕັບ.
\v 16 ບັນດາປະໂຣຫິດຈະເຜົາສ່ວນເຫລົ່ານີ້ທັງໝົດເທິງແທ່ນບູຊາເປັນອາຫານ ຊຶ່ງບູຊາ ເຜົາດ້ວຍໄຟທີ່ເປັນກິ່ນຫອມຫວນ ໄຂມັນທັງໝົດເປັນຂອງອົງພຣະຜູ້ເປັນເຈົ້າ.
\v 17 ຢ່າໃຫ້ຊາວອິດສະຣາເອນຄົນໃດ ກິນໄຂມັນ ຫລື ກິນເລືອດ; ອັນນີ້ແມ່ນລະບຽບການ ທີ່ຊາວອິດສະຣາເອນ ຕ້ອງຢຶດຖືຕະຫລອດໄປ ບໍ່ວ່າພວກເຂົາຈະອາໄສຢູ່ທີ່ໃດກໍຕາມ.
\s5
\c 4
\p
\v 1 ອົງພຣະຜູ້ເປັນເຈົ້າໄດ້ສັ່ງ ໂມເຊ
\v 2 ໃຫ້ບອກຊາວອິດສະຣາເອນ ວ່າ ຜູ້ໃດຜູ້ໜຶ່ງທີ່ໄດ້ເຮັດບາບ ແລະ ຝ່າຝືນກົດບັນຍັດຂອງອົງພຣະຜູ້ເປັນເຈົ້າ ໂດຍບໍ່ຕັ້ງໃຈຕ້ອງໃຫ້ຜູ້ນັ້ນປະຕິບັດຕາມລະບຽບການ ດັ່ງຕໍ່ໄປນີ້:
\v 3 ຖ້າມະຫາປະໂຣຫິດເຮັດບາບ ແລະ ໄດ້ນາໍຄວາມຜິດມາສູ່ປະຊາຊົນ; ເພື່ອລຶບລ້າງບາບຂອງຕົນ ເພິ່ນຕ້ອງນາໍງົວເຖິກໜຸ່ມໂຕໜຶ່ງ ທີ່ມີສຸຂະພາບດີ ແລະ ບໍ່ມີຕໍາໜິ ມາຖວາຍແກ່ອົງພຣະຜູ້ເປັນເຈົ້າ.
\s5
\v 4 ເພິ່ນຈະຕ້ອງນາໍງົວເຖິກໂຕນັ້ນ ໄປຍັງປະຕູເຂົ້າຫໍເຕັນ ຕໍ່ໜ້າອົງພຣະຜູ້ເປັນເຈົ້າ, ໃຫ້ລາວວາງມືຂອງຕົນລົງເທິງຫົວສັດ ແລະ ຂ້າປາດຄໍມັນຢູ່ໃນທີ່ນັ້ນ ຕໍ່ໜ້າອົງພຣະຜູ້ເປັນເຈົ້າ.
\v 5 ແລ້ວປະໂຣຫິດຜູ້ໄດ້ຮັບການເຈີມ ກໍຈະເອົາເລືອດບາງສ່ວນຂອງງົວເຖິກໂຕນັ້ນ ຖືເຂົ້າໄປໃນຫໍເຕັນ.
\s5
\v 6 ເມື່ອຈຸ່ມນິ້ວມືລົງໃນເລືອດແລ້ວ ເພິ່ນກໍຈະຊິດໃສ່ທາງໜ້າຜ້າກັ້ງສັກສິດ ເຈັດເທື່ອຕໍ່ໜ້າອົງພຣະຜູ້ເປັນເຈົ້າ.
\v 7 ແລ້ວເພິ່ນກໍຈະເອົາເລືອດບາງສ່ວນທາໃສ່ເຂົາຂອງແຈແທ່ນ ທີ່ໃຊ້ເຜົາເຄື່ອງຫອມຢູ່ໃນຫໍເຕັນ. ສ່ວນເລືອດທີ່ເຫລືອນັ້ນ ເພິ່ນຈະຖອກໃສ່ຕີນແທ່ນທີ່ໃຊ້ເຜົາຖວາຍບູຊາ ຕໍ່ໜ້າອົງພຣະຜູ້ເປັນເຈົ້າ. ແທ່ນນີ້ຢູ່ທາງປະຕູເຂົ້າຂອງຫໍເຕັນ.
\s5
\v 8 ແລ້ວເພິ່ນກໍຈະເອົາໄຂມັນຂອງງົວທັງໝົດ, ໄຂມັນຂອງເຄື່ອງໃນ,
\v 9 ຂອງໝາກໄຂ່ຫລັງທັງສອງ ກັບໄຂມັນທີ່ຕິດຢູ່ໃນນັ້ນ ແລະ ໜັງບາງ ໆ ຫຸ້ມຫໍ່ຕັບຈະເອົາອອກ ພ້ອມກັບໝາກໄຂ່ຫຼັງ.
\v 10 ປະໂຣຫິດຈະຕ້ອງເອົາໄຂມັນເຫລົ່ານັ້ນ ເຜົາເທິງແທ່ນເປັນເຄື່ອງບູຊາດ້ວຍໄຟ ໂດຍໃຫ້ເຮັດຢ່າງດຽວກັນກັບໄຂມັນຂອງສັດທີ່ຂ້າຖວາຍ ເພື່ອຄວາມສາມັກຄີທາໍ.
\s5
\v 11 ສ່ວນໜັງ, ຊີ້ນ, ຫົວ, ຂາ ແລະ ເຄື່ອງໃນໄສ້ພຸງນັ້ນ
\v 12 ໃຫ້ຫ້າມອອກໄປນອກຄ້າຍ ບ່ອນທີ່ທໍາຄວາມສະອາດ ຄື ບ່ອນຖິ້ມຂີ້ເຖົ່າ ແລ້ວໃຊ້ຟືນເຜົາສິ່ງເຫລົ່ານັ້ນເສຍ.
\s5
\v 13 ຖ້າຊຸມຊົນອິດສະຣາເອນທັງໝົດເຮັດບາບ ແລະ ມີຄວາມຜິດໂດຍຝ່າຝືນລະບຽບການຂອງອົງພຣະຜູ້ເປັນເຈົ້າ ຂໍ້ໃດຂໍ້ໜຶ່ງໂດຍບໍ່ຕັ້ງໃຈ
\v 14 ແລະ ຕໍ່ມາເມື່ອບາບນັ້ນໄດ້ເປັນທີ່ຮູ້ຈັກກັນແລ້ວ ຊຸມຊົນອິດສະຣາເອນ ຈະຕ້ອງນາໍງົວເຖິກໜຸ່ມໂຕໜຶ່ງມາຖວາຍ ເພື່ອເປັນການລຶບລ້າງບາບ. ພວກເຂົາຈະຕ້ອງນາໍງົວນັ້ນມາຍັງຫໍເຕັນ.
\v 15 ບັນດາຜູ້ນາໍຂອງຊຸມຊົນອິດສະຣາເອນ ຈະຕ້ອງເອົາມືວາງລົງເທິງຫົວງົວ ຕໍ່ໜ້າອົງພຣະຜູ້ເປັນເຈົ້າ ແລະ ຂ້າປາດຄໍຢູ່ຕໍ່ໜ້າອົງພຣະຜູ້ເປັນເຈົ້າ.
\s5
\v 16 ມະຫາປະໂຣຫິດ ຈະເອົາເລືອດບາງສ່ວນເຂົ້າໄປທາງໃນຫໍເຕັນ;
\v 17 ເພິ່ນຈະໃຊ້ນິ້ວມືຈຸ່ມລົງໃນເລືອດ ແລະ ຊິດເລືອດນັ້ນ ໃສ່ທາງໜ້າຜ້າກັ້ງສັກສິດ ເຈັດເທື່ອ ຕໍ່ໜ້າອົງພຣະຜູ້ເປັນເຈົ້າ.
\s5
\v 18 ເພິ່ນຈະຕ້ອງເອົາເລືອດບາງສ່ວນທາໃສ່ເຂົາທັງຫລາຍຂອງແທ່ນທີ່ໃຊ້ເຜົາເຄື່ອງຫອມຢູ່ໃນຫໍເຕັນຕໍ່ໜ້າອົງພຣະຜູ້ເປັນເຈົ້າ ແລະ ຖອກເລືອດທີ່ເຫລືອນັ້ນໃສ່ຕີນແທ່ນທີ່ໃຊ້ເຜົາບູຊາ. ແທ່ນນີ້ຢູ່ທາງປະຕູເຂົ້າຂອງຫໍເຕັນ.
\v 19 ແລ້ວປະໂຣຫິດຜູ້ໄດ້ຮັບການເຈີມ ກໍຈະເອົາໄຂມັນທັງໝົດໄປເຜົາເທິງແທ່ນບູຊາ.
\s5
\v 20 ເພິ່ນຈະເຮັດຢ່າງດຽວກັນກັບງົວ ທີ່ຖວາຍເພື່ອລຶບລ້າງບາບຂອງຕົນ ແລະ ໂດຍພິທີນີ້ ເພິ່ນຈະຕ້ອງຖວາຍບູຊາລຶບລ້າງບາບ ແກ່ປະຊາຊົນ ແລະ ປະຊາຊົນກໍຈະຫລຸດພົ້ນຈາກບາບນັ້ນ.
\v 21 ຕໍ່ມາ ເພິ່ນຈະເອົາງົວທີ່ໄດ້ຄົວແລ້ວທັງໂຕນັ້ນ ຫາມອອກໄປເຜົານອກຄ້າຍ ເໝືອນດັ່ງເຜົາງົວທີ່ໄດ້ຖວາຍເພື່ອລຶບລ້າງບາບຂອງຕົນ. ອັນນີ້ແມ່ນການຖວາຍ ເພື່ອລຶບລ້າງບາບຂອງຊຸມຊົນ.
\s5
\v 22 ຖ້າຜູ້ປົກຄອງຜູ້ໜຶ່ງເຮັດບາບ ແລະ ມີຄວາມຜິດ ໂດຍຝ່າຝືນຄໍາສັ່ງຂອງອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງຕົນ ຂໍ້ໃດຂໍ້ໜຶ່ງໂດຍບໍ່ຕັ້ງໃຈ
\v 23 ຕໍ່ມາ ເມື່ອລາວຮູ້ວ່າສິ່ງທີ່ຕົນໄດ້ເຮັດໄປນັ້ນເປັນບາບ ລາວຈະຕ້ອງນາໍແບ້ເຖິກໂຕໜຶ່ງທີ່ມີສຸຂະພາບດີ ແລະ ບໍ່ມີຕໍາໜິ ມາຖວາຍ.
\s5
\v 24 ລາວຈະຕ້ອງວາງມືລົງເທິງຫົວສັດ ແລະ ປາດຄໍສັດນັ້ນຢູ່ທາງດ້ານເໜືອຂອງແທ່ນບູຊາ ບ່ອນຂ້າສັດຖວາຍບູຊາດ້ວຍໄຟ ຕໍ່ໜ້າອົງພຣະຜູ້ເປັນເຈົ້າ.
\v 25 ປະໂຣຫິດຈະຈຸ່ມນິ້ວມື ລົງໃນເລືອດນັ້ນ ແລະ ທາມັນໃສ່ເຂົາຂອງແທ່ນ ທີ່ແຈຂອງແທ່ນບູຊາ ສ່ວນເລືອດທີ່ເຫລືອ ໃຫ້ເພິ່ນຖອກໃສ່ຕີນແທ່ນນັ້ນ.
\s5
\v 26 ແລ້ວເພິ່ນກໍຈະເຜົາໄຂມັນທັງໝົດ ດັ່ງເຜົາໄຂມັນສັດທີ່ຂ້າຖວາຍເພື່ອຄວາມສາມັກຄີທາໍ. ໃນທາໍນອງນີ້ ປະໂຣຫິດຈະຖວາຍບູຊາເພື່ອລຶບລ້າງບາບຂອງຜູ້ປົກຄອງ ແລະ ຜູ້ປົກຄອງນັ້ນກໍຈະຫລຸດພົ້ນຈາກບາບນັ້ນ.
\s5
\v 27 ຖ້າຄົນສາມັນທາໍມະດາຜູ້ໜຶ່ງເຮັດບາບ ແລະ ມີຄວາມຜິດໂດຍຝ່າຝືນຄໍາສັ່ງຂອງອົງພຣະຜູ້ເປັນເຈົ້າຂໍ້ໃດຂໍ້ໜຶ່ງ ໂດຍບໍ່ຕັ້ງໃຈ
\v 28 ຕໍ່ມາ ເມື່ອລາວຮູ້ວ່າ ສິ່ງທີ່ຕົນໄດ້ເຮັດໄປນັ້ນເປັນບາບ ລາວຈະຕ້ອງນາໍແບ້ແມ່ໂຕໜຶ່ງ ທີ່ມີສຸຂະພາບດີ ແລະ ບໍ່ມີຕໍາໜິມາຖວາຍ.
\s5
\v 29 ລາວຈະຕ້ອງວາງມືລົງເທິງຫົວສັດ ແລະ ຂ້າປາດຄໍມັນຢູ່ທາງດ້ານເໜືອຂອງແທ່ນບູຊາ ບ່ອນຂ້າສັດເຜົາຖວາຍບູຊາດ້ວຍໄຟ.
\v 30 ປະໂຣຫິດຈະຈຸ່ມນິ້ວມື ລົງໃນເລືອດສັດ ແລະ ທາມັນໃສ່ຍອດແທ່ນທີ່ແຈ ຂອງແທ່ນບູຊາ ແລະ ຖອກເລືອດສ່ວນທີ່ເຫລືອໃສ່ຕີນຂອງແທ່ນນັ້ນ.
\s5
\v 31 ແລ້ວເພິ່ນກໍຈະປາດເອົາໄຂມັນຂອງສັດໂຕນັ້ນ ດັ່ງປາດເອົາໄຂມັນຂອງສັດທີ່ຂ້າຖວາຍເພື່ອຄວາມສາມັກຄີທາໍ ແລະ ເພິ່ນຈະຕ້ອງເຜົາໄຂມັນທັງໝົດນັ້ນ ເທິງແທ່ນບູຊາ ໃຫ້ກິ່ນຫອມຫວນ ເປັນທີ່ພໍໃຈອົງພຣະຜູ້ເປັນເຈົ້າ. ໃນທາໍນອງນີ້ ປະໂຣຫິດຈະຖວາຍບູຊາ ເພື່ອລຶບລ້າງບາບຂອງລາວ ແລະ ລາວກໍຈະຫລຸດພົ້ນຈາກບາບນັ້ນ.
\s5
\v 32 ຖ້າຊາຍຄົນໜຶ່ງນາໍແກະມາຖວາຍ ເປັນພິທີລຶບລ້າງບາບ ຕ້ອງໃຫ້ເປັນແກະແມ່ທີ່ ມີສຸຂະພາບດີ ແລະບໍ່ມີຕໍາໜິ.
\v 33 ລາວຈະຕ້ອງວາງມືລົງເທິງຫົວສັດນັ້ນ ແລະຂ້າປາດຄໍມັນຢູ່ທາງດ້ານເໜືອ ຂອງແທ່ນບູຊາດ້ວຍໄຟ.
\s5
\v 34 ປະໂຣຫິດຈະຈຸ່ມນິ້ວມື ລົງໃນເລືອດ ແລະທາມັນໃສ່ຍອດແທ່ນທີ່ແຈຂອງແທ່ນບູຊາ ແລະ ຖອກເລືອດສ່ວນທີ່ເຫລືອນັ້ນ ໃສ່ຕີນຂອງແທ່ນນັ້ນ.
\v 35 ແລ້ວເພິ່ນກໍຈະປາດເອົາໄຂມັນຂອງສັດໂຕນັ້ນ ດັ່ງປາດເອົາໄຂມັນຂອງແກະທັງສິ້ນອອກໄປທີ່ຂ້າຖວາຍ ເພື່ອຄວາມສາມັກຄີທາໍ ແລະປະໂຣຫິດກໍຈະເຜົາໄຂມັນທັງໝົດ ເທິງແທ່ນບູຊາດ້ວຍໄຟ ເປັນການຖວາຍອາຫານແກ່ອົງພຣະຜູ້ເປັນເຈົ້າ. ໃນທາໍນອງນີ້ ປະໂຣຫິດຈະຖວາຍບູຊາລຶບລ້າງບາບຂອງຜູ້ນັ້ນ ແລະ ລາວກໍຈະຫລຸດພົ້ນຈາກບາບນັ້ນ.
\s5
\c 5
\p
\v 1 ການຖວາຍລຶບລ້າງບາບ ທີ່ຮຽກຮ້ອງເອົາເຄື່ອງບູຊານັ້ນ ແມ່ນຕາມກໍລະນີດັ່ງຕໍ່ໄປນີ້: ຖ້າຜູ້ໜຶ່ງຖືກສານເອີ້ນ ໄປໃຫ້ການ ແລະ ບໍ່ຍອມບອກເລື່ອງທີ່ຕົນໄດ້ຮູ້ໄດ້ເຫັນ ແລະ ໄດ້ຍິນ, ລາວຕ້ອງໄດ້ຮັບໂທດໃນຖານຜູ້ກະທາໍຜິດ.
\v 2 ຖ້າຜູ້ໜຶ່ງແຕະຕ້ອງສິ່ງທີ່ເປັນມົນ ທິນຕາມກົດບັນຍັດໂດຍບໍ່ຕັ້ງໃຈ ເຊັ່ນ ຊາກສັດຕາຍ; ລາວກໍເປັນມົນທິນ ແລະ ມີຄວາມຜິດ.
\s5
\v 3 ຖ້າຜູ້ໜຶ່ງແຕະຕ້ອງສິ່ງທີ່ເປັນມົນທິນຈາກມະນຸດ ໂດຍບໍ່ຕັ້ງໃຈ ບໍ່ວ່າໃນກໍລະນີໃດ ໆ ກໍຕາມ; ລາວກໍມີຄວາມຜິດ ເມື່ອສໍານຶກໄດ້ໃນສິ່ງທີ່ຕົນໄດ້ກະທາໍໄປນັ້ນ.
\v 4 ຖ້າຜູ້ໜຶ່ງເຜີຕົວກ່າວສາບານ ບໍ່ວ່າຈະເປັນເລື່ອງຫຍັງ ກໍຕາມ; ລາວກໍມີຄວາມຜິດ ເມື່ອສໍານຶກໄດ້ໃນ ສິ່ງທີ່ຕົນໄດ້ກະທໍາໄປນັ້ນ.
\s5
\v 5 ເມື່ອບຸກຄົນໜຶ່ງກະທາໍຜິດ ລາວຕ້ອງສາລະພາບບາບຂອງຕົນ
\v 6 ແລະ ເພື່ອເປັນການໄຖ່ໂທດສໍາລັບບາບນັ້ນ ລາວຕ້ອງນາໍແກະແມ່ ຫລື ແບ້ແມ່ໂຕໜຶ່ງມາຖວາຍແກ່ ອົງພຣະຜູ້ເປັນເຈົ້າ. ປະໂຣຫິດຈະເປັນຜູ້ຖວາຍບູຊາ ເພື່ອລຶບລ້າງບາບຂອງລາວ.
\s5
\v 7 ຖ້າຊາຍຄົນໜຶ່ງບໍ່ສາມາດຖວາຍແກະ ຫລື ແບ້ໂຕໜຶ່ງໄດ້ ຕ້ອງໃຫ້ລາວນາໍນົກກາງແກ ຫລື ນົກເຂົາສອງໂຕມາຖວາຍແກ່ ອົງພຣະຜູ້ເປັນເຈົ້າ ເປັນຄ່າຊົດໃຊ້ບາບຂອງຕົນ ຄື: ໂຕໜຶ່ງຖວາຍ ເພື່ອລຶບລ້າງບາບ ແລະ ອີກໂຕໜຶ່ງ ເພື່ອເຜົາຖວາຍບູຊາດ້ວຍໄຟ.
\v 8 ລາວຈະຕ້ອງນາໍນົກເຫລົ່ານັ້ນມາໃຫ້ປະໂຣຫິດ ຜູ້ທີ່ຈະເຮັດພິທີລຶບລ້າງບາບກ່ອນ. ລາວຈະຫັກຄໍນົກບໍ່ໃຫ້ຂາດຈາກໂຕ,
\v 9 ແລະ ຊິດເລືອດບາງສ່ວນໃສ່ຂ້າງແທ່ນບູຊາ. ສ່ວນເລືອດທີ່ເຫລືອນັ້ນ ບີບໃຫ້ມັນໄຫລໃສ່ຕີນແທ່ນ. ອັນນີ້ແຫລະ ແມ່ນພິທີຖວາຍລຶບລ້າງບາບ.
\s5
\v 10 ແລ້ວລາວກໍຈະເຜົານົກໂຕທີສອງ ຖວາຍບູຊາຕາມລະບຽບການ. ໃນທາໍນອງນີ້ ປະໂຣຫິດຈະຖວາຍລຶບລ້າງບາບຂອງຜູ້ນັ້ນ ແລະ ລາວກໍຈະຫລຸດພົ້ນຈາກບາບນັ້ນ.
\s5
\v 11 ຖ້າຊາຍຄົນໜຶ່ງບໍ່ສາມາດຖວາຍນົກກາງແກ ຫລື ນົກເຂົາສອງໂຕໄດ້ ຕ້ອງໃຫ້ລາວນາໍແປ້ງໜຶ່ງກິໂລກາຼມ ມາຖວາຍເປັນການລຶບລ້າງບາບ. ລາວບໍ່ຕ້ອງເອົານາໍ້ມັນໝາກກອກເທດ ຫລື ເຄື່ອງຫອມໃສ່ໃນແປ້ງນັ້ນ ເພາະວ່າແມ່ນການຖວາຍລຶບລ້າງບາບ ແລະ ບໍ່ແມ່ນການຖວາຍພືດຜົນເປັນເມັດ.
\s5
\v 12 ລາວຕ້ອງນາໍແປ້ງເຂົ້າມາໃຫ້ປະໂຣຫິດ ຜູ້ທີ່ຈະກາໍເອົາແປ້ງເຕັມກາໍ ອັນເປັນເຄື່ອງໝາຍສະແດງວ່າ ໄດ້ຖວາຍແກ່ອົງພຣະ ຜູ້ເປັນເຈົ້າແລ້ວ ແລະປະໂຣຫິດກໍຈະເຜົາ ແປ້ງກາໍນັ້ນ ເທິງແທ່ນບູຊາເປັນພິທີຖວາຍອາຫານ.
\v 13 ໃນທາໍນອງນີ້ ປະໂຣຫິດຈະຖວາຍລຶບລ້າງບາບຂອງຜູ້ນັ້ນ ແລະ ລາວກໍຈະຫລຸດພົ້ນຈາກບາບນັ້ນ. ສ່ວນແປ້ງເຂົ້າທີ່ເຫລືອຈະເປັນຂອງປະໂຣຫິດ ເໝືອນກັນກັບ ກໍລະນີຖວາຍພືດຜົນເປັນເມັດ.
\s5
\v 14 ອົງພຣະຜູ້ເປັນເຈົ້າ ໄດ້ອອກລະບຽບການ ດັ່ງຕໍ່ໄປນີ້ໃຫ້ໂມເຊ.
\v 15 ຖ້າຜູ້ໃດ ຜູ້ໜຶ່ງເຮັດບາບ ຍ້ອນລືມຊໍາລະສິ່ງສັກສິດໃຫ້ແກ່ອົງພຣະຜູ້ເປັນເຈົ້າໂດຍບໍ່ຕັ້ງໃຈ ເພື່ອເປັນການຊົດໃຊ້ຄືນຫລັງແກ່ພຣະອົງ ລາວຕ້ອງນາໍແກະ ຫລື ແບ້ເຖິກໂຕໜຶ່ງທີ່ມີສຸຂະພາບດີ ແລະ ບໍ່ມີຕໍາໜິມາຖວາຍແກ່ອົງພຣະຜູ້ເປັນເຈົ້າ. ສ່ວນລາຄາສັດນັ້ນ ໃຫ້ຖືເອົາຕາມອັດຕາທາງການ ຂອງສໍານັກນະມັດສະການ.
\v 16 ລາວຕ້ອງຈ່າຍສິ່ງທີ່ຍັງຄ້າງຢູ່ນັ້ນກ່ອນ ແລະ ຈ່າຍເພີ່ມອີກໜຶ່ງສ່ວນຫ້າເປັນຄ່າທົດ ແທນການຫລົງລືມ. ລາວຈະຕ້ອງຈ່າຍສິ່ງ ເຫລົ່ານີ້ໃຫ້ແກ່ປະໂຣຫິດ ແລະ ປະໂຣຫິດຈະຖວາຍລຶບລ້າງບາບຂອງຜູ້ນັ້ນ ແລະ ລາວກໍຈະຫລຸດພົ້ນຈາກບາບນັ້ນ.
\s5
\v 17 ຖ້າຜູ້ໃດຜູ້ໜຶ່ງກະທໍາບາບ ໂດຍບໍ່ຕັ້ງໃຈ ຄື ຝ່າຝືນຄໍາສັ່ງຂອງອົງພຣະຜູ້ເປັນເຈົ້າຂໍ້ໃດຂໍ້ໜຶ່ງ ລາວມີຄວາມຜິດ ແລະ ຕ້ອງຮັບໂທດ.
\v 18 ລາວຕ້ອງນາໍແກະ ຫລື ແບ້ເຖິກໂຕໜຶ່ງທີ່ມີສຸຂະພາບດີ ແລະ ບໍ່ມີຕໍາໜິ ມາຖວາຍ. ສ່ວນລາຄາສັດນັ້ນ ໃຫ້ຖືເອົາຕາມ ອັດຕາທາງການຂອງສໍານັກນະມັດສະການ. ປະໂຣຫິດຈະຕ້ອງຖວາຍບູຊາລຶບລ້າງບາບ ໃຫ້ຜູ້ນັ້ນ ແລະ ລາວກໍຈະຫລຸດພົ້ນຈາກບາບນັ້ນ.
\v 19 ອັນນີ້ແຫລະ ແມ່ນການຖວາຍເພື່ອຊົດໃຊ້ແທນຄືນແກ່ອົງພຣະຜູ້ເປັນເຈົ້າ.
\s5
\c 6
\p
\v 1 ອົງພຣະຜູ້ເປັນເຈົ້າໄດ້ອອກລະບຽບການ ດັ່ງຕໍ່ໄປນີ້ມອບໃຫ້ໂມເຊ.
\v 2 ການ ຖວາຍບູຊານັ້ນ ໃຫ້ໃຊ້ບັງຄັບໃນກໍລະນີ ດັ່ງຕໍ່ໄປນີ້: ຖ້າຄົນໜຶ່ງຄົນໃດ ເຮັດບາບຕໍ່ສູ້ອົງພຣະຜູ້ເປັນເຈົ້າ ໂດຍບໍ່ຍອມຄືນສິ່ງຂອງທີ່ພີ່ນ້ອງອິດສະຣາເອນ ນາໍມາຝາກ ຫລື ໂດຍລັກເອົາສິ່ງໃດສິ່ງໜຶ່ງຈາກລາວ ຫລື ສໍ້ໂກງລາວ
\v 3 ຫລື ໂດຍເວົ້າຕົວະ ແລະ ສາບານ ເຖິງສິ່ງທີ່ເສຍໄປນັ້ນວ່າຕົນບໍ່ເຫັນ.
\v 4-5 ເມື່ອຊາຍຄົນໜຶ່ງໄດ້ເຮັດບາບ ບໍ່ວ່າກໍລະນີໃດ ໆ ທີ່ໄດ້ກ່າວມານີ້ ລາວຕ້ອງຈ່າຍຄ່າຊົດໃຊ້ແທນຄືນທຸກສິ່ງທີ່ຕົນໄດ້ມາໃນທາງ ທີ່ບໍ່ຖືກຕ້ອງນັ້ນ. ລາວຕ້ອງຈ່າຍແທນຄືນໃຫ້ເຈົ້າຂອງເຕັມຈາໍນວນ ໃນມື້ທີ່ເຫັນວ່າຕົນເປັນຜູ້ຜິດ ແລະ ຕື່ມອີກຊາວເປີເຊັນ.
\v 6 ລາວຈະຕ້ອງນາໍແກະ ຫລື ແບ້ເຖິກໂຕໜຶ່ງທີ່ ມີສຸຂະພາບດີ ແລະ ບໍ່ມີຕໍາໜິມາໃຫ້ປະໂຣຫິດ ເປັນການຖວາຍຊົດໃຊ້ແທນຄືນແກ່ອົງພຣະຜູ້ເປັນເຈົ້າ. ສ່ວນລາຄາສັດນັ້ນ ໃຫ້ຖືເອົາຕາມອັດຕາທາງການຂອງສໍານັກນະມັດສະການ.
\v 7 ປະໂຣຫິດຈະຕ້ອງຖວາຍບູຊາລຶບລ້າງບາບໃຫ້ຜູ້ນັ້ນ ແລະລາວກໍຈະຫລຸດພົ້ນຈາກບາບນັ້ນ.
\s5
\v 8 ອົງພຣະຜູ້ເປັນເຈົ້າໄດ້ສັ່ງໂມເຊ
\v 9 ໄປບອກອາໂຣນ ກັບພວກລູກຊາຍຂອງລາວ ໃຫ້ປະຕິບັດຕາມລະບຽບການ ດັ່ງຕໍ່ໄປນີ້: ສໍາລັບການເຜົາຖວາຍບູຊາດ້ວຍໄຟ. ເຄື່ອງຖວາຍເຜົາບູຊາ ຕ້ອງຖືກປະໄວ້ທີ່ແທ່ນຕະຫລອດຄືນ ແລະ ໄຟກໍໃຫ້ລຸກຢູ່ສະເໝີ.
\s5
\v 10 ແລ້ວປະໂຣຫິດຜູ້ນຸ່ງເສື້ອຄຸມ ກັບສົ້ງຂາສັ້ນ ທີ່ເຮັດດ້ວຍຜ້າປ່ານກໍຈະເອົາຂີ້ເຖົ່າ ຂອງໄຂມັນເຫລືອທີ່ແທ່ນບູຊາ ໄປຖອກໄວ້ທີ່ຂ້າງແທ່ນ.
\v 11 ຕໍ່ມາ ປະໂຣຫິດຈະປ່ຽນຖ່າຍເຄື່ອງນຸ່ງອອກ ແລະ ເອົາຂີ້ເຖົ່າໄປຖິ້ມນອກຄ້າຍ ໃນບ່ອນເຮັດຄວາມສະອາດ.
\s5
\v 12 ໄຟທີ່ເທິງແທ່ນບູຊານັ້ນ ຕ້ອງດັງໃຫ້ ລຸກຢູ່ສະເໝີ ແລະ ຢ່າໃຫ້ມອດ. ທຸກ ໆ ເຊົ້າໃດ ປະໂຣຫິດຈະຕ້ອງກອງຟືນຂຶ້ນເທິງແທ່ນ ຕຽມເຄື່ອງບູຊາ ແລະ ເຜົາໄຂມັນຖວາຍເພື່ອ ຄວາມສາມັກຄີທາໍ.
\v 13 ສ່ວນໄຟນັ້ນ ຕ້ອງໃຫ້ລຸກໄໝ້ ທີ່ເທິງແທ່ນບູຊາຢູ່ສະເໝີ ແລະຢ່າປະໃຫ້ມອດເປັນເດັດຂາດ.
\s5
\v 14 ລະບຽບການດັ່ງຕໍ່ໄປນີ້ ແມ່ນສໍາລັບຖວາຍພືດຜົນເປັນເມັດ. ປະໂຣຫິດຜູ້ຖືກເຈີມ ຜູ້ທີ່ສືບເຊື້ອສາຍມາຈາກຄອບຄົວອາໂຣນ ຈະເປັນຜູ້ເຮັດພິທີຖວາຍພືດຜົນ ເປັນເມັດນີ້ ຕໍ່ໜ້າອົງພຣະຜູ້ເປັນເຈົ້າ ທາງດ້ານໜ້າຂອງແທ່ນບູຊາ.
\v 15 ແລ້ວເພິ່ນກໍຈະເອົາແປ້ງກາໍໜຶ່ງ ແລະ ນາໍ້ມັນໝາກກອກເທດ ພ້ອມທັງເຄື່ອງຫອມໄປເຜົາທີ່ເທິງແທ່ນບູຊາ ເພື່ອເປັນ ເຄື່ອງໝາຍສະແດງວ່າ ທັງໝົດນັ້ນໄດ້ຖວາຍ ແລ້ວ. ກິ່ນຫອມຫວນຂອງອາຫານທີ່ຖວາຍນີ້ຈຶ່ງເປັນທີ່ພໍໃຈອົງພຣະຜູ້ເປັນເຈົ້າ.
\s5
\v 16 ພວກປະໂຣຫິດ ຈະກິນຂອງທີ່ເຫລືອນັ້ນກໍໄດ້,
\v 17 ແຕ່ຈະຕ້ອງເຮັດເປັນເຂົ້າຈີ່ ບໍ່ມີເຊື້ອແປ້ງກິນໃນບ່ອນສັກສິດ ຄື: ທີ່ເດີ່ນຂອງຫໍເຕັນ. ເຮົາໄດ້ໃຫ້ເຄື່ອງທີ່ເຫລືອຈາກການຖວາຍບູຊາດ້ວຍໄຟນັ້ນ ເປັນຂອງປະໂຣຫິດ. ມັນເປັນເຄື່ອງບໍຣິສຸດທີ່ສຸດ ເໝືອນກັນກັບເຄື່ອງຖວາຍເພື່ອລຶບລ້າງບາບ ແລະ ເຄື່ອງຖວາຍເພື່ອຊົດໃຊ້ຄືນ.
\v 18 ທຸກຍຸກ ທຸກສະໄໝສືບໄປ ເຊື້ອສາຍອາໂຣນ ຜູ້ທີ່ ເປັນເພດຊາຍຈະກິນສິ່ງນີ້ໄດ້ ຊຶ່ງເປັນສ່ວນ ໜຶ່ງຂອງອາຫານ ທີ່ຖວາຍແກ່ອົງພຣະຜູ້ເປັນເຈົ້າ. ຄົນອື່ນທີ່ແຕະຕ້ອງອາຫານ ທີ່ໄດ້ຖວາຍນັ້ນຈະໄດ້ຮັບອັນຕະລາຍ ຈາກຣິດອໍານາດແຫ່ງຄວາມສັກສິດ.
\s5
\v 19 ອົງພຣະຜູ້ເປັນເຈົ້າໄດ້ມອບກົດບັນຍັດ ດັ່ງຕໍ່ໄປນີ້ໃຫ້ໂມເຊ
\v 20 ສໍາລັບການສະຖາປະນາປະໂຣຫິດ ຜູ້ທີ່ຖືກເຈີມສືບເຊື້ອສາຍ ມາຈາກອາໂຣນ. ໃນມື້ທີ່ລາວໄດ້ຮັບສະຖາປະນານັ້ນ ລາວຈະຕ້ອງຖວາຍແປ້ງເຂົ້າ ສອງກິໂລກາຼມ ແກ່ອົງພຣະຜູ້ເປັນເຈົ້າ (ຈາໍນວນເທົ່າກັບການຖວາຍພືດຜົນເປັນເມັດປະຈາໍວັນ) ຄື: ເຄິ່ງໜຶ່ງໃນຕອນເຊົ້າ ແລະ ອີກເຄິ່ງໜຶ່ງໃນຕອນແລງ.
\s5
\v 21 ໃຫ້ປົນແປ້ງກັບນໍ້າມັນ ແລະ ປີ້ງເທິງເຫລັກປີ້ງ ແລະ ຫັກເປັນຕ່ອນນ້ອຍ ໆ ຖວາຍເປັນເຄື່ອງບູຊາພືດຜົນເປັນເມັດ ກິ່ນຫອມຫວນຈຶ່ງເປັນທີ່ພໍໃຈອົງພຣະຜູ້ເປັນເຈົ້າ.
\v 22 ທຸກຍຸກ ທຸກສະໄໝສືບໄປ ການຖວາຍນີ້ ໃຫ້ເປັນທີ່ຢຶດຖື ໂດຍໃຫ້ທຸກ ໆ ຄົນໃນເຊື້ອສາຍຂອງອາໂຣນ ຜູ້ທີ່ຖືກເຈີມເປັນມະຫາປະໂຣຫິດ. ໃຫ້ເຜົາພືດຜົນເປັນເມັດທັງໝົດ ຖວາຍເປັນເຄື່ອງບູຊາແກ່ອົງພຣະຜູ້ເປັນເຈົ້າ.
\v 23 ຢ່າໄດ້ກິນພືດຜົນເປັນເມັດ ສ່ວນໃດສ່ວນໜຶ່ງ ທີ່ປະໂຣຫິດໄດ້ເຮັດຖວາຍນັ້ນ; ໃຫ້ເຜົາສິ່ງເຫລົ່ານັ້ນທັງໝົດ.
\s5
\v 24 ອົງພຣະຜູ້ເປັນເຈົ້າໄດ້ສັ່ງໂມເຊ
\v 25 ໄປບອກອາໂຣນ ກັບພວກລູກຊາຍຂອງລາວ ໃຫ້ປະຕິບັດຕາມລະບຽບການນີ້ ສໍາລັບຖວາຍເພື່ອລຶບລ້າງບາບ. ສັດທີ່ຈະຖວາຍເພື່ອລຶບລ້າງບາບນັ້ນ ຈະຕ້ອງຂ້າປາດຄໍຢູ່ທາງດ້ານເໜືອຂອງແທ່ນບູຊາ ບ່ອນຂ້າສັດສໍາລັບເຜົາບູຊາ. ອັນນີ້ແມ່ນເຄື່ອງຖວາຍທີ່ບໍຣິສຸດທີ່ສຸດ.
\v 26 ປະໂຣຫິດຜູ້ເຮັດພິທີຖວາຍບູຊາ ຈະກິນຊີ້ນສັດນັ້ນໄດ້ໃນບ່ອນ ສັກສິດ ຄື ໃນເດີ່ນຂອງຫໍເຕັນ.
\s5
\v 27 ຜູ້ໃດຜູ້ໜຶ່ງ ຫລື ສິ່ງໃດສິ່ງໜຶ່ງທີ່ແຕະຕ້ອງຊີ້ນສັດ ຈະເປັນບໍຣິສຸດຈາກຣິດອໍານາດ ແຫ່ງຄວາມບໍຣິສຸດ. ຖ້າເຄື່ອງນຸ່ງຜືນໃດຖືກ ເລືອດສັດ ຕ້ອງໃຊ້ນໍ້າລ້າງເຄື່ອງນຸ່ງຜືນນັ້ນ ໃນບ່ອນບໍຣິສຸດ.
\v 28 ໝໍ້ໜ່ວຍໃດທີ່ໃຊ້ຕົ້ມ ຊີ້ນແລ້ວ ຕ້ອງໃຫ້ທັບຖິ້ມ ແລະ ຖ້າໃຊ້ໝໍ້ໂລຫະຕົ້ມ ໃຫ້ຜັດຖູ ແລ້ວຈຶ່ງໃຊ້ນໍ້າລ້າງ.
\s5
\v 29 ຜູ້ຊາຍທຸກ ໆ ຄົນທີ່ສືບເຊື້ອສາຍມາຈາກຄອບຄົວອາໂຣນ ກິນຊີ້ນທີ່ໄດ້ຖວາຍແລ້ວນີ້ໄດ້;
\v 30 ແຕ່ຖ້າເອົາເລືອດສັດເຂົ້າໄປໃນຫໍເຕັນ ແລະ ໃຊ້ໃນພິທີລຶບລ້າງບາບ ແລ້ວ ຢ່າໄດ້ກິນຊີ້ນສັດນັ້ນ ແຕ່ໃຫ້ເຜົາໄຟເສຍ.
\s5
\c 7
\p
\v 1 ຕໍ່ໄປນີ້ ແມ່ນລະບຽບການສໍາລັບຖວາຍເພື່ອຊົດໃຊ້ແທນຄືນ ຊຶ່ງເປັນການຖວາຍອັນສັກສິດທີ່ສຸດ.
\v 2 ສັດທີ່ຈະຖວາຍນີ້ ຕ້ອງໃຫ້ຂ້າປາດຄໍທາງດ້ານເໜືອຂອງແທ່ນບູຊາ ບ່ອນຂ້າສັດເພື່ອຖວາຍບູຊາດ້ວຍໄຟ ແລະ ໃຫ້ຖອກເລືອດສັດໃສ່ ທັງສີ່ດ້ານຂອງແທ່ນ.
\v 3 ໃຫ້ເອົາໄຂມັນທັງໝົດອອກ ແລະ ຖວາຍເທິງແທ່ນບູຊາ ຄື: ໄຂມັນໃນຫາງ, ໄຂມັນທີ່ຕິດກັບເຄື່ອງໃນໄສ້ພຸງ,
\v 4 ໝາກໄຂ່ຫລັງ ທັງສອງອັນ ກັບໄຂມັນທີ່ຢູ່ເທິງນັ້ນ ແລະ ໜັງບາງ ໆ ຫຸ້ມຫໍ່ຕັບ.
\s5
\v 5 ປະໂຣຫິດຈະຕ້ອງເຜົາໄຂມັນທັງໝົດນັ້ນ ເທິງແທ່ນບູຊາ ເປັນພິທີຖວາຍບູຊາອາຫານດ້ວຍໄຟ ແກ່ອົງພຣະຜູ້ເປັນເຈົ້າ. ອັນນີ້ແມ່ນເຄື່ອງຖວາຍຊົດໃຊ້ແທນຄືນ.
\v 6 ຜູ້ຊາຍທຸກ ໆ ຄົນໃນຄອບຄົວປະໂຣຫິດກິນຊີ້ນສັດທີ່ຖວາຍແລ້ວນັ້ນໄດ້, ແຕ່ຕ້ອງກິນໃນບ່ອນບໍຣິສຸດ ເພາະເປັນເຄື່ອງບໍຣິສຸດທີ່ສຸດ.
\s5
\v 7 ລະບຽບການຂໍ້ໜຶ່ງທີ່ໃຊ້ປະຕິບັດກັບການຖວາຍເພື່ອລຶບລ້າງບາບ ແລະ ເພື່ອຊົດໃຊ້ແທນຄືນ ຄື: ຊີ້ນສັດນັ້ນເປັນຂອງປະໂຣຫິດຜູ້ເຮັດພິທີ.
\v 8 ໜັງສັດທີ່ໄດ້ຖວາຍ ເປັນເຄື່ອງເຜົາບູຊາແລ້ວ ໃຫ້ເປັນຂອງປະໂຣຫິດຜູ້ເຮັດພິທີ.
\s5
\v 9 ການຖວາຍພືດຜົນເປັນເມັດທຸກຄັ້ງ ທີ່ໄດ້ບົດເປັນແປ້ງ ແລະ ອົບໃນເຕົາ ຫລື ຈືນໃສ່ໝໍ້ຂາງ ຫລື ປີ້ງເທິງເຫລັກປີ້ງ ຕ້ອງເປັນຂອງ ປະໂຣຫິດຜູ້ເຮັດພິທີຖວາຍ.
\v 10 ແຕ່ຖ້າ ພືດຜົນເປັນເມັດຍັງດິບຢູ່ ແລະ ບໍ່ທັນໄດ້ຂົ້ວ ເຖິງແມ່ນວ່າຈະປົນກັບນາໍ້ມັນ ຫລື ແຫ້ງແລ້ວກໍຕາມ ໃຫ້ເປັນຂອງປະໂຣຫິດຜູ້ສືບເຊື້ອສາຍ ມາຈາກຄອບຄົວອາໂຣນ ໂດຍໃຫ້ແບ່ງປັນເປັນສ່ວນເທົ່າກັນ.
\s5
\v 11 ຕໍ່ໄປນີ້ ແມ່ນລະບຽບການຕ່າງ ໆ ສໍາລັບເຄື່ອງຖວາຍເພື່ອຄວາມສາມັກຄີທາໍແກ່ອົງພຣະຜູ້ເປັນເຈົ້າ.
\v 12 ຖ້າຊາຍຄົນໜຶ່ງຖວາຍເພື່ອໂມທະນາຂອບພຣະຄຸນພຣະເຈົ້າ ລາວຈະຕ້ອງນາໍເຄື່ອງຖວາຍນັ້ນ ມາພ້ອມກັບ ສັດທີ່ຈະຂ້າບູຊາ ເຊັ່ນ: ເຂົ້າຈີ່ບໍ່ມີເຊື້ອແປ້ງອາດເປັນກ້ອນເຮັດຈາກແປ້ງເຂົ້າ ທີ່ປົນກັບ ນໍ້າມັນໝາກກອກເທດ ຫລື ເຂົ້າໜົມແຜ່ນ ບາງ ໆ ທີ່ທາດ້ວຍນາໍ້ມັນໝາກກອກເທດ ຫລື ເຂົ້າໜົມເປັນແຜ່ນເຮັດດ້ວຍແປ້ງເຂົ້າປົນກັບ ນາໍ້ມັນໝາກກອກເທດ.
\s5
\v 13 ນອກຈາກນີ້ ລາວຈະຕ້ອງນາໍເຂົ້າຈີ່ບໍ່ມີເຊື້ອແປ້ງມາຖວາຍຕື່ມອີກ.
\v 14 ລາວຈະຕ້ອງເອົາເຂົ້າຈີ່ສ່ວນໜຶ່ງຂອງແຕ່ລະຊະນິດ ຖວາຍເປັນພິເສດແກ່ອົງພຣະຜູ້ເປັນເຈົ້າ; ສ່ວນນີ້ຈະເປັນຂອງປະໂຣຫິດຜູ້ເອົາເລືອດສັດໄປຊິດໃສ່ແທ່ນບູຊາ.
\s5
\v 15 ຊີ້ນສັດຕ້ອງກິນໃນມື້ທີ່ຖວາຍບູຊາເທົ່ານັ້ນ; ຢ່າໃຫ້ມີຊີ້ນສັດສ່ວນໃດສ່ວນໜຶ່ງເຫລືອໄວ້ຈົນເຖິງຕອນເຊົ້າຂອງມື້ໃໝ່.
\v 16 ຖ້າຊາຍຄົນໜຶ່ງນາໍເຄື່ອງມາຖວາຍບູຊາ ເພື່ອຄວາມສາມັກຄີທາໍຕາມການແກ້ບະບົນ ຫລື ໃຈສະໝັກກໍດີ ໃຫ້ລາວກິນເຄື່ອງຖວາຍບູຊາ ໃນມື້ຈັດພິທີນັ້ນ; ສ່ວນທີ່ເຫລືອໃຫ້ລາວເອົາໄວ້ກິນໃນມື້ຕໍ່ໄປກໍໄດ້.
\s5
\v 17 ຊີ້ນທຸກຊະນິດທີ່ປະໂຣຫິດ ປະໄວ້ຈົນເຖິງສາມມື້ ໃຫ້ເຜົາໄຟຖິ້ມໝົດ.
\v 18 ຖ້າຜູ້ ໃດຍັງເອົາຊີ້ນທີ່ເຫລືອຢູ່ນັ້ນມາກິນໃນມື້ທີສາມ ພຣະເຈົ້າກໍຈະບໍ່ຮັບການຖວາຍຂອງຊາຍຄົນນັ້ນ. ການຖວາຍນີ້ຈະຖືວ່າບໍ່ຖືກຍອມຮັບ ແຕ່ຈະຖືວ່າເປັນມົນທິນ ແລະຜູ້ໃດກໍຕາມທີ່ກິນຈະໄດ້ຮັບຜົນກາໍ.
\s5
\v 19 ຖ້າຊີ້ນສັດສ່ວນໃດໄປຖືກຂອງທີ່ເປັນມົນທິນ ຢ່າໄດ້ກິນຊີ້ນສ່ວນນັ້ນ ແຕ່ໃຫ້ເຜົາໄຟ ຖິ້ມເສຍ. ສໍາລັບຊີ້ນສ່ວນອື່ນຄົນໃດທີ່ບໍ່ເປັນ ມົນທິນຕາມກົດບັນຍັດ ກິນຊີ້ນນັ້ນໄດ້
\v 20 ແຕ່ຖ້າຄົນໃດທີ່ເປັນມົນທິນກິນຊີ້ນນັ້ນ ລາວຈະບໍ່ໄດ້ມີຊື່ວ່າເປັນປະຊາຊົນຂອງພຣະເຈົ້າອີກຕໍ່ໄປ.
\s5
\v 21 ເຊັ່ນດຽວກັນ ຖ້າຜູ້ໃດກິນຊີ້ນທີ່ຖວາຍນີ້ຫລັງຈາກຕົນໄດ້ແຕະຕ້ອງສິ່ງທີ່ເປັນມົນທິນ ຕາມກົດບັນຍັດແລ້ວ ບໍ່ວ່າຈາກຄົນ ຫລື ຈາກສັດກໍຕາມ ຜູ້ນັ້ນຈະບໍ່ໄດ້ມີຊື່ວ່າເປັນປະຊາຊົນຂອງພຣະເຈົ້າ ອີກຕໍ່ໄປ.
\s5
\v 22 ອົງພຣະຜູ້ເປັນເຈົ້າໄດ້ອອກລະບຽບການ ດັ່ງຕໍ່ໄປນີ້ມອບໃຫ້ໂມເຊ
\v 23 ເພື່ອໃຫ້ປະຊາຊົນອິດສະຣາເອນ ປະຕິບັດຕາມ ຄື: ຢ່າກິນໄຂມັນຂອງງົວ ແກະ ຫລື ແບ້.
\v 24 ຢ່າໄດ້ກິນໄຂມັນສັດທີ່ຕາຍເອງ ຫລື ທີ່ຖືກສັດປ່າກັດຕາຍ ແຕ່ຈະເອົາໄປເຮັດຢ່າງອື່ນກໍໄດ້.
\s5
\v 25 ຖ້າຜູ້ໃດກິນໄຂມັນສັດທີ່ໄດ້ຖວາຍດ້ວຍໄຟເປັນອາຫານແກ່ອົງພຣະຜູ້ເປັນເຈົ້າ ຕາມພິທີແລ້ວ ຜູ້ນັ້ນຈະບໍ່ໍ່ໄດ້ມີຊື່ວ່າເປັນປະຊາຊົນຂອງພຣະເຈົ້າ ອີກຕໍ່ໄປ.
\v 26 ຊາວອິດສະຣາເອນ ບໍ່ວ່າພວກເຂົາຈະຢູ່ບ່ອນໃດກໍຕາມ ຢ່າໄດ້ເອົາເລືອດນົກ ຫລື ເລືອດສັດມາກິນເປັນອາຫານ.
\v 27 ຜູ້ໃດທີ່ຝ່າຝືນລະບຽບການນີ້ ຜູ້ນັ້ນຈະບໍ່ໄດ້ມີຊື່ວ່າ ເປັນປະຊາຊົນຂອງພຣະອົງ ອີກຕໍ່ໄປ.
\s5
\v 28 ອົງພຣະຜູ້ເປັນເຈົ້າໄດ້ອອກລະບຽບການ ຕໍ່ໄປນີ້
\v 29 ມອບໃຫ້ໂມເຊ ບອກປະຊາຊົນອິດສະຣາເອນ ປະຕິບັດຕາມດັ່ງນີ້: ຖ້າຜູ້ໃດນາໍເຄື່ອງມາຖວາຍເພື່ອຄວາມສາມັກຄີທາໍ ຜູ້ນັ້ນຕ້ອງນາໍເຄື່ອງຖວາຍສ່ວນໜຶ່ງມາ ເປັນຂອງຖວາຍພິເສດ ແກ່ອົງພຣະຜູ້ເປັນເຈົ້າ.
\v 30 ຈົ່ງໃຫ້ລາວຖືມາໂດຍຕົນເອງ ຕາມພິທີຖວາຍບູຊາອາຫານດ້ວຍໄຟ ແກ່ອົງພຣະຜູ້ເປັນເຈົ້າ. ລາວຈະຕ້ອງເອົາໄຂມັນສັດ ພ້ອມທັງຊີ້ນໜ້າເອິກມາຖວາຍເປັນຂອງ ຖວາຍພິເສດ ຕໍ່ໜ້າອົງພຣະຜູ້ເປັນເຈົ້າ.
\s5
\v 31 ປະໂຣຫິດຈະເປັນຜູ້ເຜົາໄຂມັນນັ້ນ ເທິງແທ່ນບູຊາ ແຕ່ຊີ້ນໜ້າເອິກນັ້ນຈະຕ້ອງເປັນຂອງອາໂຣນ ແລະພວກລູກຊາຍຂອງລາວ.
\v 32 ຂາຂວາດ້ານຫລັງສັດຈະຕ້ອງມອບເປັນຂອງບາໍລຸງແກ່ປະໂຣຫິດ
\s5
\v 33 ສໍາລັບປະໂຣຫິດຜູ້ຖວາຍເລືອດກັບໄຂມັນ ຕາມພິທີຖວາຍເພື່ອຄວາມສາມັກຄີທໍາ, ຜູ້ນັ້ນຕ້ອງໄດ້ຮັບຊີ້ນຂາຂວາດ້ານຫລັງຂອງສັດນັ້ນ.
\v 34 ຊີ້ນໜ້າເອິກ ແລະ ຊີ້ນຂາຂວາ ດ້ານຫລັງຂອງສັດທີ່ປະຊາຊົນອິດສະຣາເອນ ນໍາມາຖວາຍເປັນຂອງມອບໃຫ້ອາໂຣນ ແລະ ພວກລູກຊາຍຂອງລາວ.
\s5
\v 35 ອັນນີ້ເປັນສ່ວນອາຫານທີ່ຖວາຍແກ່ ອົງພຣະຜູ້ເປັນເຈົ້າ ຊຶ່ງໄດ້ມອບໃຫ້ອາໂຣນ ແລະ ພວກລູກຊາຍຂອງຕົນ ໃນມື້ທີ່ສະຖາປະນາພວກເຂົາເປັນປະໂຣຫິດ ຮັບໃຊ້ຕໍ່ໜ້າອົງພຣະຜູ້ເປັນເຈົ້າ.
\v 36 ໃນມື້ນັ້ນ ອົງພຣະຜູ້ເປັນເຈົ້າໄດ້ສັ່ງປະຊາຊົນອິດສະຣາເອນ ເອົາເຄື່ອງຖວາຍສ່ວນນັ້ນໃຫ້ແກ່ພວກປະໂຣຫິດ. ອັນນີ້ແມ່ນລະບຽບການ ທີ່ປະຊາຊົນອິດສະຣາເອນຕ້ອງເຊື່ອຟັງທຸກຍຸກ ທຸກສະໄໝສືບໄປ.
\s5
\v 37 ສະນັ້ນ ທັງໝົດນີ້ຈຶ່ງແມ່ນລະບຽບການສໍາລັບເຜົາເຄື່ອງຖວາຍບູຊາ, ຖວາຍພືດຜົນເປັນເມັດ, ຖວາຍເພື່ອລຶບລ້າງບາບ, ຖວາຍ ເພື່ອຊົດໃຊ້ແທນຄືນ, ຖວາຍສໍາລັບການສະຖາປະນາ ແລະ ຖວາຍເພື່ອຄວາມສາມັກຄີທາໍ.
\v 38 ອົງພຣະຜູ້ເປັນເຈົ້າໄດ້ມອບຂໍ້ຄໍາສັ່ງເຫລົ່ານີ້ໃຫ້ແກ່ໂມເຊ ທີ່ເທິງພູເຂົາ ຊີນາຍ ໃນມື້ທີ່ເພິ່ນໄດ້ບອກປະຊາຊົນອິດສະຣາເອນ ໃຫ້ນາໍເຄື່ອງມາຖວາຍບູຊາແກ່ອົງພຣະຜູ້ເປັນເຈົ້າ ຢູ່ໃນຖິ່ນແຫ້ງແລ້ງກັນດານ.
\s5
\c 8
\p
\v 1 ອົງພຣະຜູ້ເປັນເຈົ້າໄດ້ກ່າວແກ່ໂມເຊ ວ່າ,
\v 2 “ຈົ່ງນາໍອາໂຣນ ແລະພວກລູກຊາຍ ຂອງລາວ ມາຍັງປະຕູເຂົ້າຫໍເຕັນບ່ອນເຮົາມາປາກົດ ແລ້ວເອົາເຄື່ອງປະຈໍາຕໍາແໜ່ງປະໂຣຫິດມາພ້ອມ ກັບນໍ້າມັນເຈີມສັກສິດ, ງົວເຖິກໜຸ່ມໂຕໜຶ່ງ ເພື່ອຖວາຍລຶບລ້າງບາບ, ແກະເຖິກສອງໂຕ ແລະ ກະຕ່າເຂົ້າຈີ່ບໍ່ມີເຊື້ອແປ້ງ.
\v 3 ແລ້ວຈົ່ງເອີ້ນຊຸມຊົນອິດສະຣາເອນທັງໝົດ ມາເຕົ້າໂຮມກັນຢູ່ໃນທີ່ນັ້ນ.”
\s5
\v 4 ໂມເຊ ໄດ້ເຮັດຕາມສິ່ງທີ່ອົງພຣະຜູ້ເປັນເຈົ້າສັ່ງນັ້ນ ແລະເມື່ອຊຸມຊົນໄດ້ມາເຕົ້າໂຮມກັນແລ້ວ
\v 5 ເພິ່ນຈຶ່ງກ່າວແກ່ພວກເຂົາ ວ່າ, “ສິ່ງທີ່ຂ້າພະເຈົ້າຈະເຮັດໄປນີ້ ແມ່ນສິ່ງທີ່ອົງພຣະຜູ້ເປັນເຈົ້າໄດ້ສັ່ງ.”
\s5
\v 6 ແລ້ວໂມເຊ ກໍນາໍອາໂຣນ ແລະພວກລູກຊາຍຂອງລາວ ອອກມາຂ້າງໜ້າ ແລະ ໃຫ້ພວກເຂົາຮັບພິທີອາບນາໍ້ຊໍາລະ.
\v 7 ເມື່ອອາບແລ້ວ ໆ ເພິ່ນໄດ້ເອົາເສື້ອຊ້ອນໃນ ແລະ ເສື້ອຄຸມໃສ່ໃຫ້ອາໂຣນ ແລະ ເອົາຜ້າຮັດແອວລາວ. ເພິ່ນໄດ້ສຸບເສື້ອຄຸມສັ້ນເອໂຟດ [ກ] ໃສ່ໃຫ້ ແລ້ວກໍເອົາສາຍແອວທີ່ເຮັດດ້ວຍຜ້າປ່ານເນື້ອລະອຽດດີ ຮັດໃຫ້ຕື່ມ.
\s5
\v 8 ແລ້ວເພິ່ນກໍເອົາແຜ່ນຮອງເອິກ ໃສ່ໃຫ້ພ້ອມທັງເອົາອຸຣິມ ແລະ ທຸມມິມ [ຂ] ໃສ່ໃນນັ້ນດ້ວຍ.
\v 9 ເມື່ອສຸບໝວກໃຫ້ແລ້ວ ເພິ່ນໄດ້ເອົາເຄື່ອງໝາຍເປັນຄໍາປະດັບໃສ່ທາງດ້ານໜ້າໝວກ ຊຶ່ງເປັນມຸງກຸດບໍຣິສຸດ ໝາຍເຖິງການອຸທິດຖວາຍຕົວ ຕາມທີ່ອົງພຣະຜູ້ເປັນເຈົ້າໄດ້ສັ່ງໄວ້.
\s5
\v 10 ແລ້ວໂມເຊ ກໍເອົານໍ້າມັນເຈີມສັກສິດຫົດສົງຫໍເຕັນ ພ້ອມກັບທຸກ ໆ ສິ່ງທີ່ຢູ່ໃນນັ້ນ ແລະ ໃນທາໍນອງນີ້ ເພິ່ນໄດ້ອຸທິດຖວາຍທຸກສິ່ງໃຫ້ເປັນອັນສັກສິດ.
\v 11 ເພິ່ນໄດ້ເອົານໍ້າ ມັນບາງສ່ວນຊິດ ເຈັດເທື່ອ ໃສ່ແທ່ນບູຊາກັບເຄື່ອງໃຊ້ຂອງແທ່ນ, ໃສ່ຂັນກັບພານຮອງຂັນ ເພື່ອອຸທິດຖວາຍສິ່ງເຫລົ່ານີ້.
\s5
\v 12 ເພິ່ນໄດ້ສະຖາປະນາ ອາໂຣນ ໂດຍໃຊ້ນໍ້າມັນເຈີມສັກສິດ ບາງສ່ວນຫົດສົງທີ່ຫົວຂອງລາວ ເປັນການອຸດທິດຖວາຍຕົວ.
\v 13 ຕໍ່ມາ ໂມເຊ ກໍໄດ້ນາໍພວກລູກຊາຍຂອງອາໂຣນ ອອກມາຂ້າງໜ້າ ເອົາເສື້ອຄຸມໃສ່ໃຫ້, ເອົາຜ້າມັດແອວພວກເຂົາ ແລະ ເອົາໝວກສຸບໃສ່ຫົວຂອງພວກເຂົາ, ຕາມທີ່ອົງພຣະຜູ້ເປັນເຈົ້າໄດ້ສັ່ງໂມເຊ ໄວ້ທຸກປະການ.
\s5
\v 14 ແລ້ວໂມເຊ ກໍໄດ້ນາໍງົວເຖິກມາ ເພື່ອຖວາຍລຶບລ້າງບາບ. ອາໂຣນ ແລະພວກລູກຊາຍຂອງລາວ ໄດ້ພາກັນວາງມືລົງເທິງຫົວ ສັດ.
\v 15 ໂມເຊ ໄດ້ຂ້າປາດຄໍງົວໂຕນັ້ນ ແລະ ເອົາເລືອດບາງສ່ວນມາ ແລະ ຈຸ່ມນິ້ວມືລົງໃນເລືອດ ແລະ ທາໃສ່ເຂົາຂອງແທ່ນທີ່ ແຈແທ່ນບູຊາ ເພື່ອອຸທິດຖວາຍ. ແລ້ວເພິ່ນກໍຖອກເລືອດສ່ວນທີ່ເຫລືອນັ້ນ ໃສ່ຕີນແທ່ນ ເພື່ອຊໍາລະໃຫ້ສັກສິດບໍຣິສຸດ ແລະ ອຸທິດຖວາຍແທ່ນບູຊານັ້ນ.
\s5
\v 16 ໂມເຊ ໄດ້ເອົາໄຂມັນທັງໝົດຂອງເຄື່ອງໃນໄສ້ພຸງ, ໜັງບາງ ໆ ຫຸ້ມຫໍ່ຕັບ, ແລະ ໝາກໄຂ່ຫລັງທັງສອງໜ່ວຍ ເຜົາເທິງແທ່ນບູຊາ.
\v 17 ແລ້ວເພິ່ນກໍເອົາສ່ວນທີ່ເຫລືອ ຂອງງົວເຖິກໂຕນັ້ນ ເຊັ່ນ: ໜັງ, ຊີ້ນ, ແລະ ເຄື່ອງໃນໄສ້ພຸງໄປເຜົາທີ່ນອກຄ້າຍ ຕາມທີ່ອົງພຣະຜູ້ເປັນເຈົ້າໄດ້ສັ່ງໂມເຊ ໄວ້ທຸກປະການ.
\s5
\v 18 ຕໍ່ມາ ໂມເຊ ໄດ້ນາໍແກະເຖິກມາ ເພື່ອເຜົາບູຊາ. ອາໂຣນ ກັບພວກລູກຊາຍຂອງລາວ ໄດ້ວາງມືລົງເທິງຫົວສັດ.
\v 19 ເພິ່ນໄດ້ຂ້າປາດຄໍສັດໂຕນັ້ນ ແລະ ຊິດເລືອດຂອງມັນໃສ່ຂ້າງທັງສີ່ຂອງແທ່ນ.
\s5
\v 20-21 ເພິ່ນໄດ້ຕັດເປັນຕ່ອນ ໆ, ໃຊ້ນາໍ້ລ້າງເຄື່ອງໃນໄສ້ພຸງ ກັບຂາຫລັງ ແລະ ເຜົາຫົວ ກັບໄຂມັນ ແລະ ສ່ວນອື່ນ ໆ ທີ່ເທິງ ແທ່ນບູຊາດ້ວຍໄຟ ຕາມທີ່ອົງພຣະຜູ້ເປັນເຈົ້າ ໄດ້ສັ່ງໄວ້ທຸກປະການ. ການເຜົາຖວາຍນີ້ ເປັນການຖວາຍບູຊາທີ່ມີກິ່ນຫອມຫວນ ຈຶ່ງເປັນທີ່ພໍໃຈອົງພຣະຜູ້ເປັນເຈົ້າ.
\s5
\v 22 ຕໍ່ມາອີກ ໂມເຊ ໄດ້ນາໍແກະເຖິກໂຕທີສອງມາ ຊຶ່ງເປັນແກະທີ່ຖວາຍສໍາລັບການສະຖາປະນາ ປະໂຣຫິດ. ອາໂຣນ ແລະພວກ ລູກຊາຍຂອງລາວ ໄດ້ວາງມືລົງເທິງຫົວສັດ.
\v 23 ໂມເຊ ຂ້າປາດຄໍແກະນັ້ນ ແລະ ເອົາເລືອດບາງສ່ວນທາໃສ່ທີ່ໃບຫູຂ້າງຂວາຂອງອາໂຣນ ທາໃສ່ທີ່ຫົວໂປ້ມືຂ້າງຂວາ ແລະ ທາ ໃສ່ທີ່ຫົວໂປ້ຕີນຂ້າງຂວາດ້ວຍ.
\v 24 ແລ້ວເພິ່ນກໍນາໍພວກລູກຊາຍຂອງອາໂຣນ ອອກມາຂ້າງໜ້າ ທາເລືອດບາງສ່ວນໃສ່ທີ່ໃບຫູຂ້າງຂວາຂອງພວກເຂົາ ທາໃສ່ທີ່ຫົວໂປ້ມືຂ້າງຂວາ ແລະ ທາໃສ່ທີ່ໂປ້ຕີນຂ້າງຂວາດ້ວຍ. ສ່ວນເລືອດທີ່ເຫລືອນັ້ນ ໂມເຊໄດ້ຖອກໃສ່ຂ້າງທັງສີ່ຂອງແທ່ນບູຊາ.
\s5
\v 25 ເພິ່ນໄດ້ເອົາໄຂມັນ, ໄຂມັນຂອງຫາງ, ໄຂມັນຕິດກັບເຄື່ອງໃນໄສ້ພຸງ, ໜັງບາງ ໆ ຫຸ້ມຫໍ່ຕັບ, ໝາກໄຂ່ຫລັງສອງໜ່ວຍທັງໄຂມັນ ແລະ ຂາຫລັງເບື້ອງຂວາ.
\v 26 ແລ້ວເພິ່ນກໍເອົາເຂົ້າຈີ່ບໍ່ມີເຊື້ອແປ້ງກ້ອນໜຶ່ງຈາກກະຕ່າ ຊຶ່ງອຸທິດຖວາຍ ຕໍ່ໜ້າອົງພຣະຜູ້ເປັນເຈົ້າ, ກ້ອນໜຶ່ງທີ່ຈືນດ້ວຍນາໍ້ມັນ ແລະ ເຂົ້າໜົມແຜ່ນກ້ອນໜຶ່ງວາງໃສ່ເທິງໄຂມັນ ແລະ ຂາຫລັງເບື້ອງຂວາສັດ.
\v 27 ເພິ່ນໄດ້ເອົາອາຫານທັງໝົດນີ້ວາງໃສ່ມືຂອງອາໂຣນ ແລະພວກລູກຊາຍຂອງລາວ ແລະ ພວກເຂົາໄດ້ຖວາຍເປັນຂອງຖວາຍພິເສດ ຕໍ່ໜ້າອົງພຣະຜູ້ເປັນເຈົ້າ.
\s5
\v 28 ແລ້ວໂມເຊ ກໍເອົາອາຫານໃນມືຂອງພວກເຂົາໄປເຜົາເທິງແທ່ນບູຊາ ເຕັງໃສ່ອາຫານທີ່ເຜົາບູຊາດ້ວຍໄຟ ເປັນເຄື່ອງຖວາຍສໍາລັບການສະຖາປະນາ ຊື່ງເປັນການຖວາຍບູຊາ ທີ່ມີກິ່ນຫອມຫວນ ຈຶ່ງເປັນທີ່ພໍໃຈອົງພຣະຜູ້ເປັນເຈົ້າ.
\v 29 ແລ້ວໂມເຊ ໄດ້ເອົາຊີ້ນໜ້າເອິກແກະ ມາຖວາຍເປັນຂອງຖວາຍພິເສດ ຕໍ່ໜ້າອົງພຣະຜູ້ເປັນເຈົ້າ. ຊີ້ນສ່ວນນີ້ເປັນຂອງໂມເຊ ເມື່ອມີການສະຖາປະນາ. ໂມເຊ ໄດ້ເຮັດທຸກ ໆ ສິ່ງຕາມທີ່ອົງພຣະຜູ້ເປັນເຈົ້າໄດ້ສັ່ງໄວ້.
\s5
\v 30 ໂມເຊ ໄດ້ເອົານາໍ້ມັນສັກສິດ ແລະ ເລືອດບາງສ່ວນທີ່ແທ່ນບູຊານັ້ນ ຊິດໃສ່ອາໂຣນ ກັບພວກລູກຊາຍຂອງລາວ ແລະ ຊິດໃສ່ເຄື່ອງນຸ່ງຫົ່ມຂອງພວກເຂົາ. ໃນທາໍນອງນີ້ ເພິ່ນໄດ້ອຸທິດຖວາຍພວກເຂົາ ພ້ອມທັງເຄື່ອງນຸ່ງຫົ່ມຂອງພວກເຂົາ.
\s5
\v 31 ໂມເຊ ໄດ້ກ່າວແກ່ອາໂຣນ ແລະພວກ ລູກຊາຍຂອງລາວ ວ່າ, “ຈົ່ງເອົາຊີ້ນເຂົ້າໄປທີ່ປະຕູຫໍເຕັນ ບ່ອນອົງພຣະຜູ້ເປັນເຈົ້າສະຖິດຢູ່, ຕົ້ມຊີ້ນນັ້ນ ແລະ ກິນກັບເຂົ້າຈີ່ໃນກະຕ່າສໍາລັບການສະຖາປະນາ ຕາມຄໍາສັ່ງນັ້ນ.
\v 32 ຈົ່ງເຜົາເຂົ້າຈີ່ ຫລື ຊີ້ນຊຶ່ງເຫລືອກິນນັ້ນຖິ້ມໝົດ.
\v 33 ພວກເຈົ້າຈະຕ້ອງຢູ່ທີ່ປະຕູເຂົ້າຫໍເຕັນ ເປັນເວລາເຈັດມື້ ຈົນກວ່າພິທີສະຖາປະນາຂອງພວກເຈົ້າໄດ້ສໍາເລັດ.
\s5
\v 34 ອົງພຣະຜູ້ເປັນເຈົ້າໄດ້ສັ່ງພວກເຮົາ ໃຫ້ເຮັດສິ່ງທີ່ພວກເຮົາໄດ້ເຮັດໃນມື້ນີ້ ເພື່ອເປັນການຍົກຜິດບາບຂອງພວກເຈົ້າ.
\v 35 ພວກເຈົ້າຈະຕ້ອງຢູ່ທີ່ປະຕູເຂົ້າຫໍເຕັນທັງເວັນທັງຄືນເປັນເວລາເຈັດມື້ ໂດຍປະຕິບັດຕາມສິ່ງທີ່ອົງພຣະຜູ້ເປັນເຈົ້າໄດ້ສັ່ງໄວ້. ຖ້າພວກເຈົ້າບໍ່ເຮັດຕາມ ພວກເຈົ້າຈະຕາຍ. ອັນນີ້ແຫລະ ແມ່ນສິ່ງທີ່ເຮົາໄດ້ສັ່ງໄວ້. ”
\v 36 ດັ່ງນັ້ນ ອາໂຣນ ແລະພວກລູກຊາຍຂອງລາວ ຈຶ່ງໄດ້ປະຕິບັດຕາມສິ່ງທີ່ອົງພຣະຜູ້ເປັນເຈົ້າ ໄດ້ສັ່ງ ຜ່ານທາງໂມເຊ ທຸກປະການ.
\s5
\c 9
\p
\v 1 ຫລັງຈາກມື້ພິທີສະຖາປະນາສໍາເລັດແລ້ວ ໂມເຊ ໄດ້ເອີ້ນອາໂຣນ ແລະພວກລູກຊາຍຂອງລາວ ມາພ້ອມທັງບັນດາຜູ້ນາໍຊາດ ອິດສະຣາເອນ ດ້ວຍ.
\v 2 ເພິ່ນກ່າວແກ່ອາໂຣນ ວ່າ, “ຈົ່ງເອົາງົວເຖິກໜຸ່ມໂຕໜຶ່ງ ແລະ ແກະເຖິກໜຸ່ມໂຕໜຶ່ງ ທີ່ມີສຸຂະພາບດີ ແລະ ບໍ່ມີຕໍາໜິ ມາຖວາຍແກ່ອົງພຣະຜູ້ເປັນເຈົ້າ ຄື: ງົວເຖິກໜຸ່ມ ໃຫ້ຖວາຍເພື່ອລຶບລ້າງບາບ ແລະ ແກະເຖິກໜຸ່ມໃຫ້ເຜົາຖວາຍບູຊາ.
\s5
\v 3 ແລ້ວຈົ່ງບອກປະຊາຊົນອິດສະຣາເອນ ໃຫ້ນາໍແບ້ເຖິກໂຕໜຶ່ງ ມາຖວາຍເພື່ອລຶບລ້າງບາບ ພ້ອມທັງລູກງົວເຖິກ ແລະ ລູກແກະເຖິກ ອາຍຸໜຶ່ງປີ ແນວລະໂຕ. ທັງໝົດໃຫ້ເປັນສັດທີ່ມີສຸຂະພາບດີ ແລະບໍ່ມີຕໍາໜິ ເປັນເຄື່ອງຖວາຍບູຊາດ້ວຍໄຟ
\v 4 ສ່ວນງົວເຖິກ ກັບລູກແກະເຖິກນັ້ນ ແມ່ນໃຫ້ຖວາຍເພື່ອຄວາມສາມັກຄີທາໍ. ພວກເຂົາຕ້ອງຖວາຍບູຊາສັດເຫລົ່ານີ້ ຕໍ່ໜ້າອົງພຣະຜູ້ເປັນເຈົ້າ ພ້ອມກັບຖວາຍພືດຜົນ ເປັນເມັດປົນນາໍ້ມັນໝາກກອກເທດ. ພວກເຂົາຕ້ອງເຮັດສິ່ງເຫລົ່ານີ້ ເພາະວ່າອົງພຣະຜູ້ເປັນເຈົ້າຈະປາກົດແກ່ພວກເຂົາໃນມື້ນີ້. ”
\v 5 ພວກເຂົາໄດ້ນາໍທຸກ ໆ ສິ່ງທີ່ໂມເຊ ໄດ້ສັ່ງນັ້ນມາຍັງຕໍ່ໜ້າຫໍເຕັນ ແລະ ຊຸມຊົນກໍໄດ້ເຕົ້າໂຮມກັນຢູ່ທີ່ນັ້ນ ເພື່ອນະມັດສະການອົງພຣະຜູ້ເປັນເຈົ້າ.
\s5
\v 6 ໂມເຊ ປະກາດ ວ່າ, “ອົງພຣະຜູ້ເປັນເຈົ້າ ໄດ້ສັ່ງໃຫ້ພວກເຈົ້າເຮັດສິ່ງທັງໝົດນີ້ ເພື່ອວ່າແສງສຸກໃສແຫ່ງສະຫງ່າຣາສີ ຂອງອົງພຣະຜູ້ ເປັນເຈົ້າຈະປາກົດແກ່ພວກເຈົ້າ. ”
\v 7 ແລ້ວ ໂມເຊ ກໍກ່າວແກ່ອາໂຣນ ວ່າ, “ຈົ່ງໄປທີ່ແທ່ນບູຊາ ແລະ ເຮັດພິທີຖວາຍບູຊາລຶບລ້າງບາບ ແລະ ພິທີເຜົາບູຊາເພື່ອລຶບລ້າງການບາບຂອງພວກເຈົ້າ ແລະຂອງປະຊາຊົນ. ຈົ່ງຖວາຍເຄື່ອງບູຊານີ້ ເພື່ອລຶບລ້າງການບາບຂອງປະຊາຊົນ ຕາມທີ່ອົງພຣະຜູ້ເປັນເຈົ້າໄດ້ ສັ່ງໄວ້ທຸກປະການ.”
\s5
\v 8 ດັ່ງນັ້ນ ອາໂຣນ ຈຶ່ງໄປທີ່ແທ່ນບູຊາ ແລະ ຂ້າງົວເຖິກໜຸ່ມ ເພື່ອເປັນການຖວາຍບູຊາລຶບລ້າງຄວາມບາບຂອງຕົນເອງ.
\v 9 ພວກລູກຊາຍຂອງລາວ ໄດ້ນາໍເລືອດມາ ແລະ ອາໂຣນ ກໍຈຸ່ມນິ້ວມືລົງໃນເລືອດ ແລະ ເອົາເລືອດສ່ວນໜຶ່ງທາໃສ່ເຂົາຂອງແທ່ນ ທີ່ແຈຂອງແທ່ນບູຊາ ແລະ ຖອກເລືອດສ່ວນທີ່ເຫລືອນັ້ນ ໃສ່ຕີນຂອງແທ່ນບູຊາ.
\s5
\v 10 ຕໍ່ມາ ລາວໄດ້ເຜົາໄຂມັນ, ໝາກໄຂ່ຫລັງທັງສອງ ແລະ ໜັງບາງ ໆ ຫຸ້ມຫໍ່ຕັບເທິງແທ່ນບູຊາ ຕາມທີ່ອົງພຣະຜູ້ເປັນເຈົ້າໄດ້ສັ່ງຜ່ານທາງໂມເຊ ທຸກປະການ.
\v 11 ແຕ່ລາວໄດ້ເຜົາຊີ້ນ ແລະ ໜັງຢູ່ນອກຄ້າຍ.
\s5
\v 12 ອາໂຣນ ໄດ້ຂ້າປາດຄໍສັດຊຶ່ງເປັນການເຜົາຖວາຍບູຊາ ສໍາລັບຕົນເອງ. ພວກລູກຊາຍຂອງລາວໄດ້ນາໍເລືອດມາ ແລະ ອາໂຣນ ກໍໄດ້ຖອກເລືອດນັ້ນ ໃສ່ທັງສີ່ຂ້າງຂອງແທ່ນບູຊາ.
\v 13 ພວກລູກຊາຍຂອງລາວ ໄດ້ນາໍຫົວ ແລະ ສ່ວນອື່ນ ໆ ຂອງສັດມາໃຫ້ອາໂຣນ ແລະ ເພິ່ນກໍໄດ້ນາໍໄປເຜົາເທິງແທ່ນບູຊາ.
\v 14 ແຕ່ເພິ່ນໄດ້ໃຊ້ນາໍ້ລ້າງເຄື່ອງໃນໄສ້ພຸງ ກັບຂາຫລັງສັດກ່ອນ ຈຶ່ງເຜົາສິ່ງເຫລົ່ານັ້ນ ເຕັງໃສ່ເຄື່ອງເຜົາທີ່ເຫລືອຢູ່ເທິງແທ່ນບູຊາ.
\s5
\v 15 ຫລັງຈາກນັ້ນ ອາໂຣນ ໄດ້ຖວາຍເຄື່ອງ ບູຊາສໍາລັບປະຊາຊົນ. ເພິ່ນໄດ້ນາໍແບ້ເຖິກທີ່ຕ້ອງຖືກຖວາຍສໍາລັບການບາບຂອງປະຊາຊົນມາ ແລ້ວຂ້າປາດຄໍແບ້ນັ້ນ ແລະຖວາຍເປັນເຄື່ອງບູຊາ ເໝືອນດັ່ງທີ່ເພິ່ນໄດ້ເຮັດສໍາລັບພິທີລຶບລ້າງບາບຂອງຕົນ.
\v 16 ເພິ່ນຍັງໄດ້ນາໍສັດມາເຜົາຖວາຍບູຊາອີກ ຕາມລະບຽບການທຸກຢ່າງ.
\v 17 ເພິ່ນໄດ້ຖວາຍພືດຜົນເປັນເມັດ ໂດຍໄດ້ເອົາແປ້ງກາໍໜຶ່ງ ເຜົາທີ່ເທິງແທ່ນບູຊາ. (ຊຶ່ງເປັນການຖວາຍຕື່ມໃສ່ ການຖວາຍບູຊາດ້ວຍໄຟໃນຕອນເຊົ້າ).
\s5
\v 18 ລາວໄດ້ຂ້າປາດຄໍງົວເຖກິ ແລະ ແກະເຖິກ ເປັນການຖວາຍເພື່ອຄວາມສາມັກຄີທາໍ ສໍາລັບປະຊາຊົນ. ພວກລູກຊາຍຂອງລາວ ໄດ້ນາໍເລືອດມາ ແລະ ລາວໄດ້ຊິດເລືອດນັ້ນ ໃສ່ທັງສີ່ຂ້າງຂອງແທ່ນບູຊາ.
\v 19 ອາໂຣນ ໄດ້ເອົາໄຂມັນຂອງງົວ, ແກະເຖິກ ໄຂມັນຕິດກັບຫາງ, ໄຂມັນຕິດກັບເຄື່ອງໃນໄສ້ພຸງ, ໝາກໄຂ່ຫລັງ ແລະ ໜັງບາງ ໆ ຫຸ້ມຫໍ່ຕັບ,
\s5
\v 20 ເຕັງໃສ່ເທິງຊີ້ນໜ້າເອິກຂອງສັດ ແລະ ນາໍທັງໝົດນັ້ນໄປຍັງແທ່ນບູຊາ. ເພິ່ນໄດ້ເຜົາ ໄຂມັນເທິງແທ່ນບູຊາ
\v 21 ສ່ວນຊີ້ນໜ້າເອິກ ແລະ ຂາຫລັງເບື້ອງຂວານັ້ນ ໃຫ້ເປັນເຄື່ອງຖວາຍພິເສດ ຖວາຍແກ່ອົງພຣະຜູ້ເປັນເຈົ້າ ເພື່ອເປັນສ່ວນມອບໃຫ້ປະໂຣຫິດ ຕາມທີ່ໂມເຊ ໄດ້ສັ່ງໄວ້ທຸກປະການ.
\s5
\v 22 ອາໂຣນ ໄດ້ຍົກມືຂຶ້ນຢຽດໃສ່ປະຊາຊົນ ເພື່ອອວຍພອນພວກເຂົາ ເມື່ອເພິ່ນໄດ້ເຮັດພິທີຖວາຍບູຊາທຸກຢ່າງແລ້ວ ກໍໄດ້ລົງມາຈາກແທ່ນບູຊາ.
\v 23 ໂມເຊ ແລະ ອາໂຣນ ໄດ້ພາກັນເຂົ້າໄປໃນຫໍເຕັນບ່ອນອົງພຣະຜູ້ເປັນເຈົ້າສະຖິດຢູ່ ແລະ ເມື່ອອອກມາ ຈາກຫໍເຕັນສັກສິດແລ້ວ ພວກເພິ່ນທັງສອງໄດ້ອວຍພອນປະຊາຊົນ ແລະ ແສງສຸກໃສ ແຫ່ງສະຫງ່າຣາສີຂອງອົງພຣະຜູ້ເປັນເຈົ້າ ກໍປາກົດໃຫ້ປະຊາຊົນທັງໝົດໄດ້ເຫັນ.
\v 24 ໃນທັນໃດນັ້ນ ອົງພຣະຜູ້ເປັນເຈົ້າໄດ້ສົ່ງໄຟລົງມາໄໝ້ເຄື່ອງຖວາຍບູຊາ ແລະ ສ່ວນຕ່າງ ໆ ຂອງໄຂມັນທີ່ເທິງແທ່ນບູຊາ. ເມື່ອປະຊາຊົນໄດ້ເຫັນດັ່ງນັ້ນ ພວກເຂົາກໍພາກັນ ຮ້ອງຂຶ້ນດ້ວຍສຽງດັງກ້ອງສະໜັ່ນ ແລະ ຂາບລົງຈົນໜ້າຈຸດິນ.
\s5
\c 10
\p
\v 1 ນາດາບ ແລະ ອາບີຮູ ລູກຊາຍອາໂຣນ ຕ່າງກໍໄດ້ນາໍໝໍ້ຂາງຂອງຕົນມາ ແລະ ເອົາຖ່ານໄຟທີ່ກໍາລັງລຸກຢູ່ ໃສ່ໃນນັ້ນ. ພວກເຂົາໄດ້ເອົາກາໍຍານໂຮຍໃສ່ຕື່ມ ແລະ ນາໍໄປຖວາຍແກ່ອົງພຣະຜູ້ເປັນເຈົ້າ. ແຕ່ໄຟທີ່ຖວາຍນີ້ບໍ່ບໍຣິສຸດ ເພາະວ່າພຣະອົງບໍ່ໄດ້ສັ່ງພວກເຂົາໃຫ້ຖວາຍຢ່າງນັ້ນ.
\v 2 ໃນທັນໃດນັ້ນ ອົງພຣະຜູ້ເປັນເຈົ້າໄດ້ສົ່ງໄຟລົງມາໄໝ້ ພວກເຂົາຕາຍຄາທີ່ ຢູ່ຊ້ອງໜ້າພຣະອົງ.
\s5
\v 3 ແລ້ວ ໂມເຊ ໄດ້ກ່າວແກ່ອາໂຣນ ວ່າ, “ອົງພຣະຜູ້ເປັນເຈົ້າໄດ້ປະກາດໄວ້ດັ່ງນີ້: ‘ທຸກຄົນທີ່ຮັບໃຊ້ເຮົາ ຕ້ອງຢໍາເກງຄວາມບໍຣິສຸດຂອງເຮົາ; ເຮົາຈະໃຫ້ປະຊາຊົນຂອງເຮົາ ເຫັນສະຫງ່າຣາສີຂອງເຮົາ. ’” [ຄ] ສ່ວນອາໂຣນ ກໍໄດ້ແຕ່ຕົກສະເງີ້ ຈົນປາກບໍ່ອອກ.
\v 4 ໂມເຊ ໄດ້ເອີ້ນ ມີຊາເອນ ແລະ ເອນສາຟັນ ລູກຊາຍຂອງອຸດຊີເອນ ຜູ້ເປັນລຸງຂອງອາໂຣນ ມາແລະບອກພວກເຂົາວ່າ, “ຈົ່ງຫາມສົບພີ່ນ້ອງຂອງພວກເຈົ້າອອກຈາກຫໍເຕັນສັກສິດ ໄປໄວ້ນອກຄ້າຍພັກເສຍ.”
\s5
\v 5 ດັ່ງນັ້ນ ພວກເຂົາຈຶ່ງມາຍົກເສື້ອ ພ້ອມສົບຄົນຕາຍອອກໄປ ໄວ້ນອກຄ້າຍພັກຕາມທີ່ໂມເຊ ໄດ້ສັ່ງ.
\v 6 ຕໍ່ມາ ໂມເຊ ໄດ້ກ່າວກັບອາໂຣນ ແລະ ເອເລອາຊາ ແລະ ອີທາມາ ລູກຊາຍຂອງອາໂຣນ ວ່າ, “ຢ່າປ່ອຍຜົມໃຫ້ ຫຍຸ້ງ ຫລື ຈີກເຄື່ອງນຸ່ງຫົ່ມເພື່ອສະແດງວ່າ ພວກເຈົ້າກໍາລັງໄວ້ທຸກ. ຖ້າພວກເຈົ້າເຮັດ ພວກເຈົ້າກໍຈະຕາຍ ແລະ ອົງພຣະຜູ້ເປັນເຈົ້າ ຈະໂກດຮ້າຍແລະລົງໂທດຊຸມຊົນທັງໝົດນີ້. ແຕ່ໃຫ້ພີ່ນ້ອງຊາວອິດສະຣາເອນ ຄົນອື່ນ ໆ ພາກັນໄວ້ທຸກ ຍ້ອນການຕາຍດ້ວຍໄຟທີ່ອົງ ພຣະຜູ້ເປັນເຈົ້າໄດ້ສົ່ງມາ.
\v 7 ຢ່າໄດ້ໜີໄປ ຈາກປະຕູເຂົ້າຫໍເຕັນນີ້ ຖ້າບໍ່ດັ່ງນັ້ນພວກເຈົ້າ ຈະຕາຍຍ້ອນວ່າ ພວກເຈົ້າຖືກອຸທິດຖວາຍແລ້ວ ໂດຍນໍ້າມັນເຈີມສັກສິດຂອງອົງພຣະຜູ້ ເປັນເຈົ້າ. ” ສະນັ້ນ ພວກເຂົາຈຶ່ງໄດ້ປະຕິບັດຕາມສິ່ງທີ່ໂມເຊ ໄດ້ບອກ.
\s5
\v 8 ອົງພຣະຜູ້ເປັນເຈົ້າໄດ້ບອກ ອາໂຣນ ວ່າ,
\v 9 “ເຈົ້າ ແລະ ພວກລູກຊາຍຂອງເຈົ້າ ບໍ່ຕ້ອງເຂົ້າມາຍັງຫໍເຕັນບ່ອນເຮົາສະຖິດຢູ່ ເມື່ອພວກເຈົ້າດື່ມເຫລົ້າອະງຸ່ນ ຫລື ເຫລົ້າປຸກ; ຖ້າພວກເຈົ້າຂືນເຮັດ ພວກເຈົ້າຈະຕາຍ. ອັນນີ້ແມ່ນລະບຽບການ ທີ່ຈະຕ້ອງປະຕິບັດ ກັນທຸກຊົ່ວເຊັ່ນເຊື້ອສາຍຂອງພວກເຈົ້າ.
\v 10 ພວກເຈົ້າຕ້ອງໄຈ້ແຍກໃຫ້ຈະແຈ້ງ ລະຫວ່າງສິ່ງທີ່ເປັນບໍຣິສຸດ ແລະ ສິ່ງທີ່ໃຊ້ກັນຢູ່ທົ່ວ ໆ ໄປ; ລະຫວ່າງສິ່ງທີ່ເປັນມົນທິນ ແລະ ບໍ່ເປັນມົນທິນ ຕາມກົດບັນຍັດ.
\v 11 ເຈົ້າຕ້ອງສັ່ງສອນປະຊາຊົນອິດສະຣາເອນ ໃຫ້ຮູ້ລະບຽບການທັງໝົດນີ້ ຊຶ່ງເຮົາໄດ້ໃຫ້ພວກເຈົ້າ ໂດຍຜ່ານທາງໂມເຊ.”
\s5
\v 12 ໂມເຊ ໄດ້ກ່າວແກ່ ອາໂຣນ ແລະ ເອເລອາຊາ ແລະ ອີທາມາ ລູກຊາຍສອງຄົນຂອງລາວ ວ່າ, “ຈົ່ງເອົາພືດຜົນເປັນເມັດ ທີ່ເຫລືອຈາກການຖວາຍແກ່ອົງພຣະຜູ້ເປັນເຈົ້າ ນັ້ນມາເຮັດເຂົ້າຈີ່ບໍ່ມີເຊື້ອແປ້ງ ແລະ ກິນທີ່ຂ້າງແທ່ນບູຊາ ເພາະການຖວາຍນີ້ແມ່ນບໍຣິສຸດທີ່ສຸດ.
\v 13 ຈົ່ງກິນໃນບ່ອນບໍຣິສຸດ ເພາະແມ່ນສ່ວນຂອງເຈົ້າ ແລະ ແມ່ນສ່ວນຂອງພວກລູກຊາຍຂອງເຈົ້າ ທີ່ໄດ້ມາຈາກການຖວາຍອາຫານບູຊາດ້ວຍໄຟ ແກ່ອົງພຣະຜູ້ເປັນເຈົ້າ. ອັນນີ້ແມ່ນ ສິ່ງທີ່ເຮົາໄດ້ຮັບ ສັ່ງໄວ້ແລ້ວ.
\s5
\v 14 ແຕ່ເຈົ້າພ້ອມຄອບຄົວຂອງເຈົ້າ ຈົ່ງກິນຊີ້ນໜ້າເອິກ ແລະ ຊີ້ນຂາຫລັງ ແລະ ຈົ່ງກິນໄດ້ໃນທຸກ ໆ ບ່ອນ ທີ່ບໍ່ເປັນມົນທິນຕາມກົດບັນຍັດ. ເຄື່ອງຖວາຍເຫລົ່ານີ້ ໄດ້ມອບແກ່ເຈົ້າ ແລະ ເຊື້ອສາຍຂອງເຈົ້າແລ້ວ ຊຶ່ງເປັນສ່ວນທີ່ພວກເຈົ້າໄດ້ຮັບຈາກການຖວາຍເພື່ອຄວາມສາມັກຄີທາໍຂອງປະຊາຊົນອິດສະຣາເອນ.
\v 15 ຊີ້ນຂາຫລັງ ກັບຊີ້ນໜ້າເອິກ ພ້ອມໄຂມັນທຸກຢ່າງທີ່ຖວາຍບູຊາດ້ວຍໄຟ ຈົ່ງເອົາມາເປັນຂອງຖວາຍພິເສດຕໍ່ໜ້າອົງພຣະຜູ້ເປັນເຈົ້າ. ສ່ວນນີ້ເປັນຂອງເຈົ້າ ກັບເຊື້ອສາຍຂອງເຈົ້າສືບໄປ ຕາມທີ່ອົງພຣະຜູ້ເປັນເຈົ້າ ໄດ້ສັ່ງໄວ້.”
\s5
\v 16 ໂມເຊ ໄດ້ສອບຖາມກ່ຽວກັບຊີ້ນແບ້ ທີ່ໄດ້ຖວາຍເພື່ອລຶບລ້າງບາບນັ້ນ ເມື່ອເພິ່ນຮູ້ວ່າ ແບ້ນັ້ນໄດ້ເຜົາໝົດເສຍແລ້ວ. ໂມເຊ ຈຶ່ງຮ້າຍ ເອເລອາຊາ ແລະ ອີທາມາ ກ່ຽວກັບເລື່ອງນີ້. ເພິ່ນໄດ້ຖາມເຂົາວ່າ,
\v 17 “ເປັນຫຍັງ ພວກເຈົ້າຈຶ່ງບໍ່ກິນເຄື່ອງຖວາຍລຶບລ້າງບາບ ໃນບ່ອນບໍຣິສຸດ? ມັນເປັນຂອງບໍຣິສຸດທີ່ສຸດ ແລະ ອົງພຣະຜູ້ເປັນເຈົ້າໄດ້ມອບສິ່ງນັ້ນໃຫ້ພວກເຈົ້າ ເພື່ອລຶບລ້າງບາບຂອງປະຊາຊົນ.
\v 18 ເມື່ອບໍ່ໄດ້ນາໍເລືອດສັດເຂົ້າໄປໃນຫໍເຕັນ ພວກເຈົ້າຕ້ອງກິນເຄື່ອງຖວາຍບູຊາໃນທີ່ນັ້ນ ຕາມທີ່ຂ້ອຍໄດ້ສັ່ງໄວ້.”
\s5
\v 19 ອາໂຣນ ໄດ້ຕອບວ່າ, “ເບິ່ງແມ! ໃນມື້ນີ້ ີ ປະຊາຊົນໄດ້ນາໍເຄື່ອງມາຖວາຍເພື່ອລຶບລ້າງບາບ ແລະ ພວກເຂົາກໍໄດ້ນາໍເຄື່ອງຖວາຍບູຊາດ້ວຍໄຟ ມາຖວາຍຕໍ່ໜ້າອົງພຣະ ຜູ້ເປັນເຈົ້າ, ແຕ່ເຖິງປານນັ້ນ ເລື່ອງຫຍຸ້ງຍາກ ແບບນີ້ ກໍຍັງຕົກຖືກຂ້ອຍຈົນໄດ້. ຖ້າຂ້ອຍກິນເຄື່ອງຖວາຍບູຊາລຶບລ້າງບາບໃນມື້ນີ້ ຈະເຮັດໃຫ້ອົງພຣະຜູ້ເປັນເຈົ້າເຫັນຊອບບໍ? ”
\v 20 ເມື່ອໂມເຊ ໄດ້ຍິນດັ່ງນັ້ນ ເພິ່ນກໍເຫັນດີນາໍ.
\s5
\c 11
\p
\v 1 ອົງພຣະຜູ້ເປັນເຈົ້າໄດ້ໃຫ້ລະບຽບການ ດັ່ງຕໍ່ໄປນີ້ແກ່ ໂມເຊ ແລະ ອາໂຣນ
\v 2 ສໍາລັບປະຊາຊົນອິດສະຣາເອນ. ພວກເຈົ້າສາມາດກິນສັດທຸກຢ່າງ ທີ່ເທິງແຜ່ນດິນໂລກໄດ້.
\s5
\v 3 ເຈົ້າກິນສັດທີ່ເທິງແຜ່ນດິນ ທີ່ມີໂບກຕີນເປັນກີບ ແລະ ສັດທີ່ຄ້ຽວເອື້ອງທຸກ ໆ ຊະນິດໄດ້
\v 4-6 ແຕ່ເຈົ້າຢ່າກິນໂຕອູດ, ເໝັ້ນ ຫລື ກະຕ່າຍ. ສັດເຫລົ່ານີ້ຖືວ່າເປັນມົນທິນ; ເປັນັສັດຈາໍພວກທີ່ຄ້ຽວເອື້ອງ, ແຕ່ມີໂບກຕີນບໍ່ເປັນກີບ.
\v 7 ຢ່າກິນໝູ ເພາະຖືວ່າເປັນສັດມີມົນທິນ; ມັນເປັນສັດທີ່ມີເລັບຕີນເປັນກີບ ແຕ່ມັນບໍ່ຄ້ຽວເອື້ອງ.
\v 8 ຢ່າກິນສັດເຫລົ່ານີ້ ຫລື ແມ່ນແຕ່ແຕະຕ້ອງຊາກສັດຕາຍ ເພາະສັດເຫລົ່ານີ້ເປັນມົນທິນ.
\s5
\v 9 ເຈົ້າກິນປາທຸກ ໆ ຊະນິດທີ່ມີຄີ ແລະມີເກັດໄດ້
\v 10 ແຕ່ສິ່ງທີ່ມີຊີວິດຢູ່ໃນນໍ້າ ທີ່ບໍ່ມີຄີ ແລະບໍ່ມີເກັດຢ່າໄດ້ກິນ.
\s5
\v 11 ສັດເຊັ່ນນັ້ນ ຖືວ່າເປັນມົນທິນ. ຢ່າກິນສັດເຫລົ່ານັ້ນ ຫລື ແມ່ນແຕ່ແຕະຕ້ອງຊາກສັດຕາຍ.
\v 12 ເຈົ້າຢ່າກິນສັດນາໍ້ຊະນິດໃດ ໆ ທີ່ບໍ່ມີຄີແລະເກັດ ໃຫ້ຖືວ່າມັນເປັນສັດທີ່ໜ້າກຽດຊັງ ສໍາລັບພວກເຈົ້າ.
\s5
\v 13-19 ເຈົ້າຢ່າກິນນົກຊະນິດ ໃດ ໆ ດັ່ງຕໍ່ໄປນີ້: ນົກອິນຊີ, ນົກເຄົ້າ, ແຫລວ, ແຫລວຫາງຍາວ, ແຫລວດໍາ ຕາມຊະນິດຂອງມັນ, ແຮ້ງ, ກາ, ນົກກະຈອກເທດ, ນົກນາງນວນ, ນົກກະສາ, ນົກຍາງ, ນົກກະທຸງ, ນົກເປັດ, ນົກຫອນຍາວ ຫລື ເຈຍ.
\s5
\v 20 ແມງໄມ້ທຸກຊະນິດທີ່ມີປີກ ແລະ ມີສີ່ຕີນຍ່າງໄປມາ ໃຫ້ຖືວ່າເປັນສັດທີ່ໜ້າກຽດໜ້າຊັງສໍາລັບພວກເຈົ້າ.
\v 21 ເວັ້ນໄວ້ແຕ່ ຊະນິດທີ່ເຕັ້ນໄດ້.
\v 22 ເຈົ້າກິນຕັກແຕນ, ຈີ່ຫລໍ່ (ຈີ່ນາຍ) ຫລື ຈັກຈັ່ນໄດ້.
\v 23 ແຕ່ແມງໄມ້ນ້ອຍ ໆ ຊະນິດອື່ນ ໆ ທີ່ມີປີກ ແລະ ທີ່ມີສີ່ຕີນ ໃຫ້ຖືວ່າເປັນສັດທີ່ໜ້າກຽດໜ້າຊັງ.
\s5
\v 24-28 ຜູ້ໃດກໍຕາມ ທີ່ແຕະຕ້ອງຊາກສັດຕາຍດັ່ງຕໍ່ໄປນີ້ ຈະເປັນມົນທິນ ຈົນຮອດຄໍ່າ ຄື: ສັດທຸກຊະນິດທີ່ມີເລັບຕີນ ເປັນກີບ ນອກຈາກເລັບຕີນແຍກກັນ ແລະ ຄ້ຽວເອື້ອງ ແລະ ສັດສີ່ຕີນທີ່ຕີນເປັນຈຸ້ມ. ຜູ້ໃດກໍຕາມທີ່ຫາມຊາກສັດ ຕ້ອງຊັກເຄື່ອງນຸ່ງຂອງຕົນ ແຕ່ລາວຈະຍັງເປັນມົນທິນຈົນຮອດຄໍ່າ.
\s5
\v 29-30 ເຫງັນ, ໜູ, ໜູຊິງ ແລະ ກັບແກ້ ໃຫ້ຖືວ່າ ສັດເປັນມົນທິນ.
\s5
\v 31 ຜູ້ໃດກໍຕາມ ທີ່ແຕະຕ້ອງສັດເຫລົ່ານີ້ ຫລື ຊາກຂອງມັນ ຈະເປັນມົນທິນຈົນຮອດຄໍ່າ.
\v 32 ຖ້າຊາກສັດຕົກຖືກສິ່ງໃດກໍຕາມ ສິ່ງນັ້ນກໍເປັນມົນທິນ; ບໍ່ວ່າ ຈະເປັນໄມ້, ເຄື່ອງນຸ່ງຫົ່ມ, ໜັງສັດ, ຫລື ກະສອບ; ບໍ່ວ່າ ຈະໃຊ້ເພື່ອປະໂຫຍດຫຍັງກໍຕາມ. ສິ່ງນັ້ນຈະຕ້ອງຖືກແຊ່ນໍ້າ ແຕ່ຈະຍັງເປັນມົນທິນຈົນຮອດຄໍ່າ.
\v 33 ຖ້າຊາກສັດຕົກໃນໝໍ້ດິນ ທຸກສິ່ງທີ່ຢູ່ໃນໝໍ້ນັ້ນ ກໍເປັນມົນທິນ ແລະ ຕ້ອງທັບໝໍ້ນັ້ນຖິ້ມ.
\s5
\v 34 ຖ້ານໍ້າຈາກໝໍ້ນັ້ນ ຖືກອາຫານທີ່ກິນເປັນປົກກະຕິ ອາຫານນັ້ນກໍເປັນມົນທິນ ແລະ ນໍ້າທີ່ດື່ມໄດ້ໃນໝໍ້ນັ້ນ ກໍເປັນມົນທິນ.
\v 35 ສິ່ງໃດ ໆ ທີ່ຊາກສັດຕົກຖືກນັ້ນ ຈະເປັນມົນທິນ; ບໍ່ວ່າເປັນເຕົາອົບ ຫລື ເຕົາໄຟກໍດີຈະຕ້ອງຖືກທັບຖິ້ມ.
\s5
\v 36 ແຕ່ນໍ້າໃນບໍ່ ຫລື ໃນຖັງເກັບນໍ້າຍັງຖືວ່າເປັນນໍ້າສະອາດ ແຕ່ວ່າຜູ້ໃດທີ່ແຕະຕ້ອງ ຊາກສັດນັ້ນ ໃຫ້ຖືວ່າເປັນມົນທິນ.
\v 37 ຖ້າສ່ວນໃດຂອງຊາກສັດ ຕົກໃສ່ແນວປູກທີ່ຈະເອົາໄປກ້າ ແນວປູກນັ້ນກໍບໍ່ຖືວ່າເປັນມົນທິນ.
\v 38 ແຕ່ຖ້າແນວປູກນັ້ນແຊ່ນໍ້າ ແລະ ຖ້າສ່ວນໜຶ່ງສ່ວນໃດຂອງຊາກສັດໄດ້ຕົກໃສ່ ແນວປູກນັ້ນກໍເປັນມົນທິນ.
\s5
\v 39 ຖ້າສັດທີ່ກິນໄດ້ ຕາຍເອງ ຜູ້ໃດຜູ້ໜຶ່ງທີ່ ແຕະຕ້ອງຊາກສັດນັ້ນ ກໍເປັນມົນທິນຈົນຮອດ ຄໍ່າ.
\v 40 ແລະ ຖ້າຜູ້ໃດຜູ້ໜຶ່ງກິນສ່ວນໃດ ສ່ວນໜຶ່ງຂອງສັດ ລາວຕ້ອງຊັກເຄື່ອງນຸ່ງຫົ່ມ ແຕ່ຈະຍັງເປັນມົນທິນຈົນຮອດຄໍ່າ; ຜູ້ໃດທີ່ຫາມຊາກສັດ ຕ້ອງຊັກເຄື່ອງນຸ່ງຂອງຕົນ ແຕ່ຜູ້ນັ້ນຈະຍັງເປັນມົນທິນຈົນຮອດຄໍ່າ.
\s5
\v 41 ແລະສັດທຸກໂຕ ທີ່ເລືອຄານເທິງໜ້າດິນ ຢ່າໄດ້ກິນສັດເຫລົ່ານັ້ນ
\v 42 ບໍ່ວ່າຈະເປັນສັດທີ່ເລືອຄານໄປມາ ຫລື ສັດສີ່ຕີນກໍຕາມ.
\s5
\v 43 ຢ່າເຮັດໃຫ້ພວກເຈົ້າເປັນມົນທິນ ໂດຍກິນສັດເຫລົ່ານີ້.
\v 44 ເຮົາແມ່ນອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ແລະ ພວກເຈົ້າຕ້ອງບໍຣິສຸດ ເພາະເຮົາບໍຣິສຸດ. ຢ່າເຮັດໃຫ້ພວກເຈົ້າເປັນມົນທິນ ຍ້ອນສັດທີ່ເລືອຄານເທິງໜ້າດິນ.
\v 45 ເຮົາແມ່ນ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຜູ້ທີ່ໄດ້ນາໍພວກເຈົ້າອອກມາຈາກປະເທດເອຢິບ ເພື່ອວ່າເຮົາຈະເປັນ ພຣະເຈົ້າຂອງພວກເຈົ້າ. ພວກເຈົ້າຕ້ອງບໍຣິສຸດ ເພາະເຮົາບໍຣິສຸດ.
\s5
\v 46 ອັນນີ້ແຫລະ ແມ່ນລະບຽບການກ່ຽວກັບສັດ ແລະ ນົກ ຕະຫລອດທັງທຸກ ໆ ສິ່ງທີ່ຢູ່ໃນນາໍ້ ແລະ ສັດທຸກ ໆ ຊະນິດທີ່ເຄື່ອນຍ້າຍໄປມາ ເທິງໜ້າດິນ.
\v 47 ເຈົ້າຕ້ອງສາມາດໄຈ້ແຍກ ຢ່າງລະມັດລະວັງ ລະຫວ່າງສັດຈາໍພວກທີ່ເປັນມົນທິນ ແລະ ຈາໍພວກທີ່ບໍ່ເປັນມົນທິນ ຕາມກົດບັນຍັດ ຄື: ລະຫວ່າງສັດທີ່ກິນໄດ້ ແລະ ສັດທີ່ກິນບໍ່ໄດ້.
\s5
\c 12
\p
\v 1 ອົງພຣະຜູ້ເປັນເຈົ້າ ໄດ້ມອບລະບຽບການ ດັ່ງຕໍ່ໄປນີ້ໃຫ້ໂມເຊ
\v 2 ສໍາລັບປະຊາຊົນອິດສະຣາເອນ. ເຈັດມື້ ຫລັງຈາກຜູ້ຍິງເກີດລູກ ເປັນຜູ້ຊາຍແລ້ວ ນາງເປັນມົນທິນຕາມກົດບັນຍັດ ເໝືອນກັນກັບໄລຍະ ທີ່ນາງເປັນປະຈາໍເດືອນ.
\v 3 ໃນມື້ທີແປດ ເດັກນ້ອຍ ຜູ້ນີ້ຈະຕ້ອງຮັບພິທີຕັດ.
\s5
\v 4 ແລ້ວສາມສິບສາມວັນ ຕໍ່ມາ ນາງຈຶ່ງບໍ່ເປັນມົນທິນ ຕາມກົດບັນຍັດ ອັນເນື່ອງມາຈາກການເສຍເລືອດນັ້ນ; ນາງຕ້ອງບໍ່ແຕະຕ້ອງສິ່ງໃດ ໆ ທີ່ສັກສິດ ຫລື ເຂົ້າໄປໃນຫໍເຕັນ ຈົນກວ່າການຊໍາລະຕົວໃຫ້ບໍຣິສຸດໄດ້ ຜ່ານພົ້ນໄປແລ້ວ.
\v 5 ຫລັງຈາກ ເກີດລູກເປັນຜູ້ຍິງ ໄດ້ສິບສີ່ວັນ ຜູ້ຍິງນັ້ນເປັນມົນທິນຕາມກົດບັນຍັດ ເໝືອນກັນກັບໃນໄລຍະທີ່ນາງເປັນປະຈາໍເດືອນ. ແລ້ວອີກຫົກສິບຫົກວັນ ຕໍ່ມານາງຈຶ່ງບໍ່ເປັນມົນທິນ ຕາມກົດບັນຍັດອັນເນື່ອງມາຈາກການເສຍເລືອດນັ້ນ.
\s5
\v 6 ເມື່ອກໍານົດຊໍາລະຕົວໃຫ້ບໍຣິສຸດ ໄດ້ຜ່ານພົ້ນໄປແລ້ວ ບໍ່ວ່າໄດ້ລູກຜູ້ຍິງ ຫລື ລູກຜູ້ຊາຍກໍດີ ນາງຈະຕ້ອງນາໍລູກແກະອາຍຸໜຶ່ງປີ ມາໃຫ້ປະໂຣຫິດທີ່ຫໍເຕັນ ເພື່ອເຮັດພິທີເຜົາຖວາຍບູຊາ ແລະ ນົກກາງແກ ຫລື ນົກເຂົາໜຶ່ງໂຕ ເພື່ອຖວາຍບູຊາລຶບລ້າງບາບ.
\s5
\v 7 ປະໂຣຫິດຈະສະເໜີເຄື່ອງຖວາຍຂອງນາງ ຕໍ່ໜ້າອົງພຣະຜູ້ເປັນເຈົ້າ ແລະ ຖວາຍບູຊາຊໍາລະມົນທິນໃຫ້ແກ່ນາງ ແລ້ວນາງກໍຈະບໍ່ເປັນມົນທິນ ຕາມກົດບັນຍັດ. ນີ້ແມ່ນລະບຽບການ ທີ່ຜູ້ຍິງຕ້ອງປະຕິບັດຫລັງຈາກ ທີ່ນາງໄດ້ອອກລູກແລ້ວ.
\v 8 ຖ້ານາງບໍ່ສາມາດຖວາຍລູກແກະໄດ້ ຕ້ອງໃຫ້ນາໍນົກເຂົາ ຫລື ນົກກາງແກສອງໂຕມາ; ໂຕໜຶ່ງເພື່ອເຜົາຖວາຍບູຊາ ແລະ ອີກໂຕໜຶ່ງເພື່ອຖວາຍລຶບລ້າງບາບ. ປະໂຣຫິດຈະຖວາຍບູຊາ ຊໍາລະມົນທິນໃຫ້ແກ່ນາງ ແລະ ຍິງນັ້ນ ກໍຈະບໍ່ເປັນມົນທິນຕາມກົດບັນຍັດ.
\s5
\c 13
\p
\v 1 ອົງພຣະຜູ້ເປັນເຈົ້າ ໄດ້ມອບລະບຽບການຕ່າງ ໆ ດັ່ງຕໍ່ໄປນີ້ໃຫ້ ໂມເຊ ແລະ ອາໂຣນ.
\v 2 ຖ້າຜູ້ໃດຜູ້ໜຶ່ງມີອາການເຈັບປວດ ຕາມຜິວໜັງ ຫລື ໂພງຂຶ້ນ ຫລື ບວມທີ່ອາດຈະກາຍເປັນພະຍາດຂີ້ທູດ ຜູ້ນັ້ນຕ້ອງຖືກນາໍຕົວໄປຫາປະໂຣຫິດ ທີ່ສືບເຊື້ອສາຍມາຈາກຄອບຄົວ ອາໂຣນ.
\s5
\v 3 ປະໂຣຫິດ ຈະ​ກວ​ດ​ເບິ່ງອ​າ​ການ​ເຈັບ​ປວດນັ້ນ ຖ້າຂົນທີ່ຜິວໜັງຫງອກ ແລະ ພະຍາດກໍຢູ່ເລິກກວ່າຜິວໜັງລົງໄປ ໃຫ້ນັບຜູ້ ນັ້ນວ່າ ເປັນພະຍາດຂີ້ທູດ ແລະ ປະໂຣຫິດຕ້ອງປະກາດວ່າ ຄົນນັ້ນເປັນມົນທິນ.
\v 4 ແຕ່ຖ້າຜິວໜັງຊື່ບ່ອນທີ່ເຈັບປວດນັ້ນຂາວ ແລະ ພະຍາດບໍ່ກິນເລິກລົງໄປກວ່າຜິວໜັງ ພ້ອມທັງຂົນໃນບໍລິເວນນັ້ນ ກໍບໍ່ຫງອກ ປະໂຣຫິດຈະຕ້ອງກັກຕົວຜູ້ນັ້ນໄວ້ຢູ່ຕ່າງຫາກ ເຈັດວັນ.
\s5
\v 5 ປະໂຣຫິດຈະຕ້ອງກວດເບິ່ງລາວອີກ ໃນວັນທີເຈັດ ແລະ ຖ້າປະໂຣຫິດເຫັນວ່າ ອາການເຈັບປວດ ຍັງຄືເກົ່າ ແລະ ບໍ່ໄດ້ຂະຫຍາຍອອກໄປ ຜູ້ນັ້ນຈະຕ້ອງຖືກກັກຕົວໄວ້ຢູ່ຕ່າງຫາກອີກ ເຈັດວັນ.
\v 6 ປະໂຣຫິດ ຈະຕ້ອງກວດເບິ່ງຜູ້ນັ້ນອີກໃນມື້ທີເຈັດ ແລະ ຖ້າອາການເຈັບປວດເບົາບາງລົງ ແລະ ພະຍາດນັ້ນບໍ່ໄດ້ແຜ່ລາມອອກໄປ; ປະໂຣຫິດຕ້ອງປະກາດວ່າຜູ້ນັ້ນ ບໍ່ໄດ້ເປັນມົນທິນ ຕາມກົດບັນຍັດ. ມັນເປັນພຽງອາການເຈັບປວດເທົ່ານັ້ນ.
\s5
\v 7 ແຕ່ຖ້າອາການເຈັບປວດນັ້ນ ແຜ່ລາມອອກໄປຫລັງຈາກທີ່ປະໂຣຫິດ ໄດ້ກວດເບິ່ງ ແລະປະກາດວ່າ ຜູ້ນັ້ນສະອາດດີແລ້ວ ລາວຕ້ອງກັບຄືນມາຫາປະໂຣຫິດອີກ.
\v 8 ປະໂຣຫິດຈະກວດເບິ່ງລາວຕື່ມອີກ ແລະ ຖ້າພະຍາດນັ້ນ ແຜ່ລາມອອກໄປແທ້ ປະໂຣຫິດຈະປະກາດວ່າ ຜູ້ນັ້ນເປັນມົນທິນຍ້ອນພະຍາດຂີ້ທູດຂອງຜູ້ກ່ຽວ.
\s5
\v 9-10 ຖ້າຜູ້ໃດຜູ້ໜຶ່ງເປັນພະຍາດຂີ້ທູດ ຜູ້ນັ້ນຈະຕ້ອງຖືກນາໍຕົວໄປຫາປະໂຣຫິດໃຫ້ກວດເບິ່ງ. ຖ້າບໍລິເວນເຈັບປວດນັ້ນບວບ ມີສີຂາວຊຶ່ງເຮັດໃຫ້ຂົນໜັງຫງອກ ແລະ ມີໜອງໃນແຜ
\v 11 ກໍສະແດງວ່າເປັນພະຍາດຜິວໜັງຊໍ້າເຮື້ອ. ປະໂຣຫິດຈະຕ້ອງປະກາດວ່າ ຜູ້ນັ້ນເປັນມົນທິນ; ບໍ່ຈາໍເປັນຕ້ອງ ກັກລາວໄວ້ຢູ່ຕ່າງຫາກອີກຕໍ່ໄປ ເພາະຮູ້ໄດ້ຢ່າງຄັກແນ່ແລ້ວວ່າ ລາວເປັນມົນທິນ.
\s5
\v 12 ຖ້າພະຍາດຜິວໜັງລາມໄປທົ່ວຮ່າງກາຍ ແຕ່ຫົວຫາຕີນ
\v 13 ປະໂຣຫິດຈະຕ້ອງກວດເບິ່ງລາວຄືນໃໝ່. ຖ້າປະໂຣຫິດພົບວ່າ ໂຣກນັ້ນໄດ້ແຜ່ລາມອອກໄປທົ່ວຮ່າງກາຍແທ້ ເພິ່ນຈະປະກາດວ່າຜູ້ນັ້ນບໍ່ເປັນມົນທິນຕາມກົດບັນຍັດ. ຖ້າໝົດທັງຕົວຂອງລາວຂາວດັ່ງຊ້າງເຜືອກ ລາວກໍບໍ່ເປັນມົນທິນຕາມກົດບັນຍັດ.
\v 14 ແຕ່ຖ້າອາການເຈັບປວດ ຕາມຜິວໜັງປາກົດໃຫ້ເຫັນເມື່ອໃດ ຕ້ອງໃຫ້ ຖືວ່າລາວເປັນມົນທິນເມື່ອນັ້ນ.
\s5
\v 15 ປະໂຣຫິດຈະຕ້ອງກວດເບິ່ງອີກໃໝ່ ແລະຖ້າເພິ່ນເຫັນແຜໃໝ່ປາກົດຂຶ້ນມາ ເພິ່ນກໍຈະປະກາດວ່າ ຊາຍຜູ້ນັ້ນເປັນມົນທິນ. ແຜໃໝ່ນັ້ນເປັນມົນທິນ ເພາະມັນແມ່ນພະຍາດຂີ້ທູດ.
\v 16 ແຕ່ເມື່ອແຜໃໝ່ນັ້ນດີ ປ່ຽນເປັນສີຂາວອີກ ຕ້ອງໃຫ້ລາວໄປຫາປະໂຣຫິດ
\v 17 ເພື່ອຈະກວດເບິ່ງລາວຄືນອີກ. ຖ້າພະຍາດນັ້ນເປັນພະຍາດຜິວໜັງສີຂາວເທົ່ານັ້ນ ລາວກໍບໍ່ເປັນມົນທິນ ແລະ ປະໂຣຫິດຕ້ອງປະກາດວ່າ ລາວບໍ່ເປັນມົນທິນຕາມກົດບັນຍັດ.
\s5
\v 18 ຖ້າຜູ້ໃດຜູ້ໜຶ່ງເປັນຝີ ໃນຜິວໜັງແຕ່ດີແລ້ວ
\v 19 ແລະ ຫລັງຈາກນັ້ນ ຖ້າມີສີຂາວບວມຂຶ້ນມາ ຫລື ຮອຍສີແດງປົນສີຂາວ ປາກົດຂຶ້ນໃນບໍລິເວນນັ້ນ ລາວຈະຕ້ອງໄປຫາປະໂຣຫິດ.
\v 20 ປະໂຣຫິດຈະກວດເບິ່ງລາວ ແລະຖ້າບໍລິເວນນັ້ນປາກົດວ່າ ເລິກກວ່າຜິວໜັງ ແລະ ຂົນທີ່ບໍລິເວນນັ້ນຫງອກ ປະໂຣຫິດຕ້ອງປະກາດວ່າລາວເປັນມົນທິນ. ອັນນີ້ແມ່ນພະຍາດຂີ້ທູດ ທີ່ໄດ້ເລີ່ມຟູຂຶ້ນຈາກແປ້ວຝີ.
\s5
\v 21 ແຕ່ຖ້າປະໂຣຫິດ ກວດເບິ່ງໂຣກນັ້ນແລ້ວ ແລະພົບວ່າຂົນໃນບໍລິເວນນັ້ນ ບໍ່ຫງອກ ແລະ ບໍລິເວນເຈັບປວດນັ້ນ ບໍ່ໄດ້ເລິກກວ່າ ຜິວໜັງ ແຕ່ມີສີຊີດ ໆ; ປະໂຣຫິດຈະຕ້ອງກັກຕົວຄົນນັ້ນໄວ້ຢູ່ຕ່າງຫາກ ເຈັດວັນ.
\v 22 ຖ້າພະຍາດແຜ່ລາມອອກໄປຕາມຜິວໜັງ ປະໂຣຫິດຈະຕ້ອງປະກາດວ່າ ຜູ້ນັ້ນເປັນມົນທິນ; ລາວໄດ້ເປັນພະຍາດຜິວໜັງແລ້ວ.
\v 23 ແຕ່ຖ້າບໍລິເວນນັ້ນ ຍັງຄືເກົ່າ ແລະ ບໍ່ໄດ້ແຜ່ລາມອອກໄປ ກໍເປັນພຽງບາດແຜ ທີ່ສືບມາຈາກຕຸ່ມຝີ ເທົ່ານັ້ນ ແລະ ປະໂຣຫິດຈະຕ້ອງປະກາດວ່າ ລາວບໍ່ເປັນມົນທິນຕາມກົດບັນຍັດ.
\s5
\v 24 ໃນກໍລະນີຂອງຄົນໜຶ່ງທີ່ຖືກໄຟໄໝ້ ຖ້າເນື້ອໃນບາດສົດ ທີ່ຊື່ກັບບໍລິເວນນັ້ນ ເປັນສີຂາວຊໍ້າ
\v 25 ປະໂຣຫິດຈະຕ້ອງກວດເບິ່ງລາວ. ຖ້າຂົນທີ່ບໍລິເວນນັ້ນຫງອກ ແລະ ບໍລິເວນນັ້ນ ກໍປາກົດວ່າ ເລິກກວ່າຜິວໜັງ ພະຍາດນີ້ແມ່ນພະຍາດຂີ້ທູດ ຊຶ່ງໄດ້ເລີ່ມໃຄ່ຂຶ້ນຕາມບໍລິເວນ ບ່ອນໄຟໄໝ້ນັ້ນ ແລະ ປະໂຣຫິດຈະຕ້ອງປະກາດວ່າ ລາວເປັນມົນທິນ.
\s5
\v 26 ແຕ່ຖ້າຂົນເຫລົ່ານັ້ນບໍ່ຫງອກ ແລະ ບໍລິເວນນັ້ນບໍ່ເລິກກວ່າຜິວໜັງ ແຕ່ມັນເປັນສີຈາງ ໆ ປະໂຣຫິດຈະຕ້ອງກັກຄົນນັ້ນໄວ້ຢູ່ຕ່າງຫາກ ເປັນເວລາເຈັດວັນ.
\v 27 ປະໂຣຫິດຈະຕ້ອງກວດເບິ່ງລາວຄືນໃໝ່ ໃນວັນທີເຈັດ ແລະ ຖ້າພະຍາດນັ້ນແຜ່ລາມອອກໄປ ກໍສະແດງວ່າລາວເປັນພະຍາດຂີ້ທູດ ແລະປະໂຣຫິດຈະຕ້ອງປະກາດວ່າ ລາວເປັນມົນທິນ.
\v 28 ແຕ່ຖ້າບໍລິເວນນັ້ນ ຍັງຄືເກົ່າ ແລະບໍ່ໄດ້ແຜ່ລາມອອກໄປ ພ້ອມທັງເປັນສີຊີດ ໆ ນັ້ນ ກໍບໍ່ແມ່ນພະຍາດຂີ້ທູດ. ປະໂຣຫິດຈະຕ້ອງປະກາດວ່າ ລາວບໍ່ເປັນມົນທິນຕາມ ກົດບັນຍັດ ເພາະວ່າມັນເປັນພຽງແຕ່ແປ້ວຈາກໄຟ້ໄໝ້ ເທົ່ານັ້ນ.
\s5
\v 29 ເມື່ອຊາຍ ຫລື ຍິງຜູ້ໜຶ່ງເປັນພະຍາດ ທີ່ຫົວ ຫລື ທີ່ຄາງ
\v 30 ປະໂຣຫິດຈະຕ້ອງກວດເບິ່ງພະຍາດນັ້ນ. ຖ້າບໍລິເວນນັ້ນ ປາກົດວ່າເລິກກວ່າຜິວໜັງ ທັງຜົມຊື່ບໍລິເວນນັ້ນເຫລືອງ ແລະ ບາງ ກໍສະແດງວ່າອາການເຊັ່ນນັ້ນ ແມ່ນພະຍາດຜິວໜັງ. ປະໂຣຫິດຈະຕ້ອງປະກາດວ່າ ຄົນນັ້ນເປັນມົນທິນ.
\s5
\v 31 ຫລັງຈາກ ປະໂຣຫິດກວດເບິ່ງລາວແລ້ວ ຖ້າບໍລິເວນບ່ອນເຈັບປວດນັ້ນ ບໍ່ປາກົດ ວ່າເລິກກວ່າຜິວໜັງ ທັງຜົມຍັງບໍ່ດໍາຂຶ້ນຄືນ ປະໂຣຫິດຈະຕ້ອງກັກຜູ້ນັ້ນໄວ້ຢູ່ຕ່າງຫາກ ເປັນເວລາເຈັດວັນ.
\s5
\v 32 ປະໂຣຫິດຈະກວດເບິ່ງພະຍາດຄືນໃໝ່ ໃນວັນທີເຈັດ ແລະ ຖ້າພະຍາດນັ້ນບໍ່ແຜ່ລາມອອກໄປ ແລະ ບໍ່ມີຂົນເຫລືອງ ແລະ ບໍ່ປາກົດເຫັນວ່າ ທີ່ບໍລິເວນນັ້ນເລິກກວ່າຜິວໜັງ
\v 33 ຕ້ອງໃຫ້ແຖຜົມຄົນນັ້ນ ອ້ອມບ່ອນທີ່ລາວເຈັບປວດ. ແຕ່ປະໂຣຫິດຈະຕ້ອງ ກັກຕົວລາວໄວ້ຢູ່ຕ່າງຫາກ ເຈັດວັນ.
\s5
\v 34 ໃນວັນທີເຈັດ ປະໂຣຫິດຈະຕ້ອງກວດເບິ່ງຄືນໃໝ່ ແລະ ຖ້າມັນບໍ່ແຜ່ລາມອອກໄປ ທັງບໍ່ປາກົດໃຫ້ເຫັນວ່າ ເລິກກວ່າຜິວໜັງ ປະໂຣຫິດຈະຕ້ອງປະກາດວ່າ ລາວບໍ່ເປັນມົນທິນ ຕາມກົດບັນຍັດ. ລາວຈະຕ້ອງຊັກເຄື່ອງນຸ່ງ ແລະລາວກໍຈະໝົດເປັນມົນທິນ.
\s5
\v 35 ແຕ່ຖ້າພະຍາດນັ້ນ ແຜ່ລາມອອກໄປ ຫລັງຈາກທີ່ລາວໄດ້ຖືກປະກາດວ່າ ບໍ່ເປັນມົນທິນ
\v 36 ປະໂຣຫິດຈະຕ້ອງກວດເບິ່ງຄືນອີກ. ຖ້າອາການເຈັບປວດນັ້ນ ແຜ່ລາມອອກໄປ ບໍ່ຈາໍເປັນຕ້ອງເບິ່ງຜົມຂອງລາວວ່າ ເຫລືອງ ຫລື ບໍ່; ຄົນນັ້ນເປັນມົນທິນຢ່າງຈະແຈ້ງແລ້ວ.
\v 37 ແຕ່ຖ້າປະໂຣຫິດເຫັນວ່າ ຄວາມເຈັບປວດນັ້ນ ບໍ່ໄດ້ແຜ່ລາມອອກໄປ ແລະ ມີຜົມດໍາປົ່ງຂຶ້ນມາໃນບໍລິເວນນັ້ນ ກໍສະແດງວ່າ ພະຍາດນັ້ນໄດ້ດີແລ້ວ. ປະໂຣຫິດຈະຕ້ອງປະກາດວ່າ ຄົນນັ້ນບໍ່ເປັນມົນທິນຕາມກົດບັນຍັດ.
\s5
\v 38 ເມື່ອຊາຍ ຫລື ຍິງຜູ້ໜຶ່ງ ມີຮອຍສີຂາວ ໆ ທີ່ຜິວໜັງ
\v 39 ປະໂຣຫິດຈະຕ້ອງກວດເບິ່ງຜູ້ນັ້ນ. ຖ້າຮອຍຂາວທີ່ຜິວໜັງນັ້ນ ເປັນສີຂາວໝົ່ນ ຮອຍນັ້ນກໍເປັນແຕ່ພຽງຂີ້ກ້ຽນທີ່ຟູຂຶ້ນຕາມຜິວໜັງ ເທົ່ານັ້ນ; ຄົນນັ້ນບໍ່ໄດ້ເປັນມົນທິນຕາມກົດບັນຍັດ.
\s5
\v 40-41 ຖ້າຊາຍຄົນໃດຜົມຫລົ່ນ ບໍ່ວ່າທາງດ້ານໜ້າ ຫລື ດ້ານຫລັງກໍຕາມ ຄົນນັ້ນບໍ່ໄດ້ເປັນມົນທິນ
\s5
\v 42 ແຕ່ຖ້າບໍລິເວນ ຊື່ຫົວລ້ານນັ້ນປາກົດມີ ອາການບວມແດງປົນຂາວ ແລະ ເຈັບປວດ ອັນນີ້ກໍສະແດງວ່າ ແມ່ນພະຍາດຂີ້ທູດ.
\v 43 ປະໂຣຫິດຈະຕ້ອງກວດເບິ່ງລາວ ແລະ ຖ້າບໍລິເວນນັ້ນ ມີອາການບວມແດງຊໍ້າປົນຂາວ ແລະ ເຈັບປວດ
\v 44 ປະໂຣຫິດຈະຕ້ອງປະກາດວ່າ ຜູ້ນັ້ນເປັນມົນທິນ ເພາະພະຍາດຂີ້ທູດ ທີ່ຫົວຂອງລາວ.
\s5
\v 45 ບຸກຄົນໜຶ່ງທີ່ເປັນພະຍາດຂີ້ທູດ ຕ້ອງໃສ່ເຄື່ອງນຸ່ງຂາດ, ປ່ອຍຜົມໃຫ້ຫຍຸ້ງ, ອັດຮີມສົບດ້ານເທິງໄວ້ ແລະ ຮ້ອງໄປວ່າ, “ເປັນມົນທິນ! ເປັນມົນທິນ! ”
\v 46 ຄົນນັ້ນຈະເປັນມົນທິນຕາບໃດທີ່ລາວຍັງເປັນພະຍາດນີ້ຢູ່ ແລະ ລາວຕ້ອງຢູ່ນອກຄ້າຍພັກຫ່າງຈາກຄົນອື່ນ ໆ.
\s5
\v 47 ເມື່ອໃດມີຂີ້ເຮື້ອນ [ງ] ຕິດຢູ່ຕາມເຄື່ອງນຸ່ງຫົ່ມ ບໍ່ວ່າຈະເປັນເຄື່ອງນຸ່ງຫົ່ມ ທີ່ເປັນຂົນສັດ ຫລື ເປັນຜ້າປ່ານ
\v 48 ຫລື ຕິດຢູ່ຕາມຜ້າປ່ານຕ່ອນໃດຕ່ອນໜຶ່ງ ຫລື ຜ້າຂົນສັດ ຫລື ໜັງສັດ ຫລື ສິ່ງໃດ ໆ ທີ່ເຮັດດ້ວຍໜັງສັດ;
\v 49 ຖ້າພະຍາດນັ້ນ ເຮັດໃຫ້ເຄື່ອງນຸ່ງຫົ່ມມີສີຂຽວ ຫລື ສີແດງ ກໍສະແດງວ່າແມ່ນຂີ້ເຮື້ອນ ທີ່ກາໍລັງແຜ່ລາມອອກໄປ ແລະ ຕ້ອງນາໍສິ່ງຂອງນັ້ນໄປສະແດງຕໍ່ປະໂຣຫິດ.
\s5
\v 50 ປະໂຣຫິດຈະກວດເບິ່ງ ແລະ ເອົາສິ່ງຂອງທີ່ເປັນພະຍາດນັ້ນ ໄປໄວ້ຕ່າງຫາກ ເຈັດວັນ.
\v 51 ໃນວັນທີເຈັດ ເພິ່ນຈະກວດເບິ່ງອີກ ແລະ ຖ້າໂຣກຂີ້ເຮື້ອນນັ້ນແຜ່ລາມອອກໄປ ສິ່ງຂອງນັ້ນກໍເປັນມົນທິນ.
\v 52 ປະໂຣຫິດຈະຕ້ອງເຜົາສິ່ງເຫລົ່ານັ້ນ ເພາະມັນມີຂີ້ເຮື້ອນ ທີ່ກາໍລັງແຜ່ລາມອອກໄປ ຈົ່ງໃຫ້ເຜົາໄຟຖິ້ມເສຍ.
\s5
\v 53 ແຕ່ເມື່ອກວດເບິ່ງແລ້ວ ຖ້າປະໂຣຫິດເຫັນວ່າ ຂີ້ເຮື້ອນບໍ່ໄດ້ແຜ່ລາມອອກໄປເຖິງສິ່ງຂອງ
\v 54 ເພິ່ນກໍຈະສັ່ງໃຫ້ເອົາໄປຊັກລ້າງ ແລະ ປະໄວ້ຕ່າງຫາກອີກ ເຈັດວັນ.
\v 55 ເມື່ອຊັກແລ້ວ ປະໂຣຫິດຈະກວດເບິ່ງ ແລະ ຖ້າບໍລິເວນບ່ອນເປັນຂີ້ເຮື້ອນ ບໍ່ປ່ຽນສີ ແມ່ນວ່າບໍ່ແຜ່ລາມອອກໄປກໍຕາມ ມັນກໍຍັງເປັນມົນທິນຢູ່ ຈົ່ງເຜົາສິ່ງຂອງນັ້ນເສຍ ບໍ່ວ່າຂີ້ເຮື້ອນນັ້ນ ຈະຕິດແປດຢູ່ຂ້າງໃນ ຫລື ຢູ່ຂ້າງນອກສິ່ງຂອງກໍຕາມ.
\s5
\v 56 ແຕ່ຫລັງຈາກ ທີ່ປະໂຣຫິດໄດ້ກວດເບິ່ງ ອີກແລ້ວ ຖ້າບໍລິເວນທີ່ເປັນຂີ້ເຮື້ອນ ມີສີຊີດ ໆ ລົງ ປະໂຣຫິດຕ້ອງຈີກບໍລິເວນ ທີ່ຕິດໂຣກນັ້ນອອກຈາກເຄື່ອງນຸ່ງ ຫລື ອອກຈາກໜັງສັດ.
\v 57 ຕໍ່ມາ ຖ້າຂີ້ເຮື້ອນປາກົດຂຶ້ນມາອີກ ແລະ ແຜ່ລາມອອກໄປຕາມສິ່ງຂອງເຫລົ່ານັ້ນ. ຜູ້ເປັນເຈົ້າຂອງ ຈະຕ້ອງເຜົາສິ່ງເຫລົ່ານັ້ນເສຍ.
\v 58 ຖ້າລາວຊັກສິ່ງຂອງ ເຫລົ່ານັ້ນແລ້ວ ແລະ ຈຸດທີ່ປາກົດນັ້ນໝົດໄປ ຕ້ອງໃຫ້ລາວຊັກຕື່ມອີກ ແລ້ວຈຶ່ງໃຫ້ຖືວ່າເຄື່ອງນັ້ນ ບໍ່ເປັນມົນທິນຕາມກົດບັນຍັດ.
\s5
\v 59 ອັນນີ້ແຫລະ ແມ່ນລະບຽບການກ່ຽວກັບຂີ້ເຮື້ອນ ບໍ່ວ່າເກີດນາໍຂົນສັດ ຫລື ຜ້າປ່ານ ຫລື ໃນຜ້າປ່ານ ຫລື ໃນເຄື່ອງນຸ່ງທີ່ເປັນ ຂົນສັດ ຫລື ສິ່ງໃດ ໆ ກໍຕາມ ທີ່ເຮັດດ້ວຍໜັງສັດ; ອັນນີ້ແມ່ນລະບຽບ ເພື່ອຕັດສິນວ່າ ເປັນມົນທິນ ຫລື ບໍ່ເປັນມົນທິນຕາມກົດບັນຍັດ.
\s5
\c 14
\p
\v 1 ອົງພຣະຜູ້ເປັນເຈົ້າ ໄດ້ມອບລະບຽບການ ດັ່ງຕໍ່ໄປນີ້ໃຫ້ໂມເຊ.
\v 2 ລະບຽບການນີ້ ແມ່ນກ່ຽວກັບພິທີຊໍາລະຕົວຂອງຜູ້ທີ່ດີຈາກພະຍາດຂີ້ທູດ ໃນມື້ທີ່ລາວຖືກປະກາດວ່າ ບໍ່ເປັນມົນທິນ. ຜູ້ດີພະຍາດນັ້ນຈະຖືກນາໍຕົວໄປຫາປະໂຣຫິດ
\s5
\v 3 ແລະ ເພິ່ນຈະນາໍລາວໄປນອກຄ້າຍ ແລະ ກວດເບິ່ງ. ຖ້າພະຍາດນັ້ນດີແລ້ວ
\v 4 ເພິ່ນຈະສັ່ງລາວໃຫ້ນາໍນົກສອງໂຕ ທີ່ບໍ່ເປັນມົນທິນມາ ເພື່ອເຮັດພິທີຊໍາລະຕົວ ແລະ ນາໍສິ່ງເຫລົ່ານີ້ມາດ້ວຍ ຄື: ໄມ້ສົນສີດາແທ່ງໜຶ່ງ, ດ້າຍສີແດງເສັ້ນໜຶ່ງ ແລະ ໃບຫູສົບມັດໜຶ່ງ.
\v 5 ແລ້ວປະໂຣຫິດ ກໍຈະຂ້າປາດຄໍນົກໂຕໜຶ່ງໃນຖ້ວຍດິນ ຊຶ່ງມີນາໍ້ທີ່ເອົາມາຈາກບໍ່.
\s5
\v 6 ປະໂຣຫິດຈະເອົານົກໂຕທີ່ຍັງເປັນຢູ່ ຈຸ່ມລົງໃນຖ້ວຍເລືອດຂອງນົກໂຕທີ່ໄດ້ຂ້ານັ້ນ ພ້ອມກັບໄມ້ສົນສີດາ, ດ້າຍສີແດງ ແລະ ໃບຫູສົບ.
\v 7 ແລ້ວປະໂຣຫິດກໍຈະຊິດເລືອດນັ້ນ ເຈັດເທື່ອ ໃສ່ຄົນທີ່ຈະຖືກຊໍາລະຕົວຈາກພະຍາດຜິວໜັງ ແລະ ເພິ່ນກໍຈະປະກາດວ່າ ລາວບໍ່ເປັນມົນທິນ.
\s5
\v 8 ຕໍ່ມາ ຄົນນັ້ນຈະຕ້ອງຊັກເຄື່ອງນຸ່ງຫົ່ມຂອງຕົນ, ແຖໜວດ, ແຖຫົວ ແລະ ອາບນໍ້າ; ແລ້ວຜູ້ນັ້ນກໍຈະບໍ່ເປັນມົນທິນຕາມກົດບັນຍັດ. ລາວອາດຈະເຂົ້າໄປໃນຄ້າຍກໍໄດ້ ແຕ່ລາວຕ້ອງນອນຢູ່ນອກເຕັນກ່ອນ ເປັນເວລາເຈັດວັນ.
\v 9 ໃນວັນທີເຈັດ ລາວຈະຕ້ອງແຖຫົວ, ແຖໜວດ, ແຖຄິ້ວ ແລະ ແຖຂົນ ຕາມຕົນຕົວທົ່ວທັງຮ່າງກາຍ; ນອກຈາກນີ້ອີກ ລາວຈະຕ້ອງຊັກເຄື່ອງນຸ່ງຫົ່ມຂອງຕົນ ແລະ ອາບນາໍ້ຊໍາລະຮ່າງກາຍເສຍກ່ອນ ແລ້ວລາວ ກໍຈະບໍ່ເປັນມົນທິນຕາມກົດບັນຍັດ.
\s5
\v 10 ໃນວັນທີແປດ ລາວຈະຕ້ອງນາໍສິ່ງຂອງເຫລົ່ານີ້ມາ ຄື: ແກະເຖິກ ສອງໂຕ ແລະ ລູກແກະແມ່ ອາຍຸໜຶ່ງປີ ໂຕໜຶ່ງ ທີ່ມີສຸຂະພາບດີ ແລະບໍ່ມີຕໍາໜິ, ແປ້ງປົນນໍ້າມັນໝາກກອກເທດ ສອງກິໂລກາຼມ ແລະ ນໍ້າມັນ ໝາກກອກເທດ ເຄິ່ງລິດ.
\v 11 ປະໂຣຫິດຈະນາໍຊາຍຜູ້ນີ້ ພ້ອມກັບເຄື່ອງຖວາຍຂອງລາວ ໄປຕໍ່ໜ້າອົງພຣະຜູ້ເປັນເຈົ້າທີ່ປະຕູ ທາງເຂົ້າຫໍເຕັນ.
\s5
\v 12 ແລ້ວປະໂຣຫິດ ກໍຈະນາໍລູກແກະເຖິກ ໜຶ່ງໃນສອງໂຕນັ້ນ ພ້ອມກັບນາໍ້ມັນໝາກກອກເທດ ເຄິ່ງລິດມາ ເພື່ອເປັນເຄື່ອງຖວາຍບູຊາໄຖ່ຄວາມຜິດບາບ. ປະໂຣຫິດຈະຕ້ອງຖວາຍສິ່ງເຫລົ່ານີ້ພິເສດ ເປັນເຄື່ອງຖວາຍພິເສດຕໍ່ໜ້າອົງພຣະຜູ້ເປັນເຈົ້າສໍາລັບ ປະໂຣຫິດ.
\v 13 ເພິ່ນຈະຂ້າປາດຄໍແກະເຖິກຢູ່ໃນບ່ອນສັກສິດ ຄືບ່ອນຂ້າສັດຖວາຍລຶບລ້າງບາບ ແລະ ເຜົາຖວາຍບູຊາ. ເພິ່ນຕ້ອງຂ້າສັດໃນທີ່ນັ້ນ ເພາະວ່າເຄື່ອງຖວາຍ ຊົດໃຊ້ແທນຄືນ ແລະ ລຶບລ້າງບາບເປັນຂອງ ປະໂຣຫິດ ແລະ ເປັນເຄື່ອງບໍຣິສຸດທີ່ສຸດ.
\s5
\v 14 ປະໂຣຫິດຈະເອົາເລືອດບາງສ່ວນຂອງລູກແກະ ທາໃສ່ລຸ່ມໃບຫູເບື້ອງຂວາ, ໃສ່ໂປ້ມືເບື້ອງຂວາ ແລະ ໃສ່ໂປ້ຕີນເບື້ອງຂວາຂອງຜູ້ທີ່ຈະຖືກປະກາດວ່າ ບໍ່ເປັນມົນທິນ ຕາມກົດບັນຍັດ.
\v 15 ປະໂຣຫິດຈະຖອກນໍ້າມັນໝາກກອກເທດບາງສ່ວນ ໃນເຄິ່ງລິດນັ້ນໃສ່ໂອ້ງມືຊ້າຍຂອງຕົນ
\v 16 ແລ້ວເອົາ ນິ້ວມືເບື້ອງຂວາ ຈຸ່ມລົງໃນນາໍ້ມັນນັ້ນ ແລະ ຊິດເຈັດເທື່ອຢູ່ຕໍ່ໜ້າອົງພຣະຜູ້ເປັນເຈົ້າ ໃນທີ່ນັ້ນ.
\s5
\v 17 ເພິ່ນຈະຕ້ອງເອົານາໍ້ມັນບາງສ່ວນ ໃນໂອ້ງມື ແລະ ເລືອດແກະບາງສ່ວນທາໃສ່ໃບຫູເບື້ອງຂວາ, ໃສ່ນິ້ວໂປ້ມືເບື້ອງຂວາ ແລະ ໃສ່ໂປ້ຕີນເບື້ອງຂວາຂອງຜູ້ທີ່ຖືກປະກາດວ່າ ບໍ່ເປັນມົນທິນ ຕາມກົດບັນຍັດ.
\v 18 ສ່ວນນາໍ້ມັນທີ່ເຫລືອຢູ່ໃນໂອ້ງມືນັ້ນ ເພິ່ນຈະຕ້ອງຖອກໃສ່ເທິງຫົວຂອງລາວ ຈາກນັ້ນປະໂຣຫິດຈຶ່ງຈະໄຖ່ໂທດແທນຜູ້ນັ້ນໃຫ້ໝົດມົນທິນ ຕາມກົດບັນຍັດ.
\s5
\v 19 ຕໍ່ມາ ປະໂຣຫິດຕ້ອງຖວາຍລຶບລ້າງບາບ ແລະ ເຮັດພິທີຊໍາລະໃຫ້ໝົດມົນທິນ. ຫລັງຈາກນັ້ນ ເພິ່ນຈະຂ້າປາດຄໍສັດ ສໍາລັບເຜົາຖວາຍບູຊາ
\v 20 ແລະ ຖວາຍພືດຜົນເປັນເມັດເທິງແທ່ນບູຊາ. ໃນທາໍນອງນີ້ ປະໂຣຫິດຈະເຮັດພິທີຊໍາລະໃຫ້ໝົດມົນທິນ ແລະ ຄົນນັ້ນກໍຈະບໍ່ເປັນມົນທິນ ຕາມກົດບັນຍັດ.
\s5
\v 21 ຖ້າລາວເປັນຄົນຍາກຈົນ ແລະ ບໍ່ສາມາດທີ່ຈະຫາມາໄດ້ຕາມທີ່ກາໍນົດໄວ້ ເພື່ອເປັນການຊໍາລະຕົນໃຫ້ໝົດມົນທິນ ລາວຈະຕ້ອງນາໍລູກແກະເຖິກໂຕໜຶ່ງມາ ເພື່ອເປັນເຄື່ອງຖວາຍໄຖ່ຄວາມຜິດ ເປັນເຄື່ອງຖວາຍພິເສດ ເພື່ອໄຖ່ຄວາມຜິດຂອງຕົນ. ນອກນັ້ນ ລາວຈະຕ້ອງນາໍແປ້ງປະສົມກັບນາໍ້ມັນໝາກກອກເທດ ໜຶ່ງກິໂລກາຼມ ເທົ່ານັ້ນ ເພື່ອເປັນເຄື່ອງຖວາຍພືດຜົນເປັນເມັດ ແລະ ນໍ້າມັນໝາກກອກເທດ ອີກເຄິ່ງລິດ.
\v 22 ລາວຈະຕ້ອງນາໍນົກເຂົາ ຫລື ນົກກາງແກ ສອງໂຕ ມາດ້ວຍ ຄື: ໂຕໜຶ່ງສໍາລັບຖວາຍ ລືບລ້າງບາບ ແລະ ໂຕໜຶ່ງອີກສໍາລັບເຜົາ ຖວາຍບູຊາດ້ວຍໄຟ.
\v 23 ໃນວັນທີແປດ ຂອງພິທີຊໍາລະໃຫ້ໝົດມົນທິນນັ້ນ ລາວຈະຕ້ອງນາໍສັດເຫລົ່ານັ້ນມາໃຫ້ປະໂຣຫິດ ທີ່ປະຕູເຂົ້າຫໍເຕັນ ຕໍ່ໜ້າອົງພຣະຜູ້ເປັນເຈົ້າ.
\s5
\v 24 ປະໂຣຫິດຈະຕ້ອງເອົາລູກແກະເຖິກ ກັບນໍ້າມັນໝາກກອກເທດ ເຄິ່ງລິດມາຖວາຍ ເປັນຂອງຖວາຍພິເສດ ຕໍ່ໜ້າອົງພຣະຜູ້ເປັນເຈົ້າ.
\v 25 ປະໂຣຫິດຈະຕ້ອງຂ້າປາດຄໍແກະນັ້ນ ແລະ ເອົາເລືອດບາງສ່ວນທາໃສ່ລຸ່ມໃບຫູເບື້ອງຂວາ, ໃສ່ໂປ້ມືເບື້ອງຂວາ ແລະ ໂປ້ຕີນເບື້ອງຂວາຂອງຄົນນັ້ນ.
\s5
\v 26 ແລ້ວປະໂຣຫິດກໍຈະຖອກນາໍ້ມັນບາງສ່ວນໃສ່ໂອ້ງມືເບື້ອງຊ້າຍຂອງຕົນ
\v 27 ແລະ ໃຊ້ມືຂວາຊິດນໍ້າມັນເຈັດເທື່ອ ຊ້ອງໜ້າອົງພຣະຜູ້ເປັນເຈົ້າ ໃນທີ່ນັ້ນ.
\s5
\v 28 ເພິ່ນຈະເອົານາໍ້ມັນບາງສ່ວນໃນໂອ້ງມື ທາໃສ່ບ່ອນດຽວກັນກັບທີ່ໄດ້ທາເລືອດໃສ່ນັ້ນ ຄື: ທາໃສ່ລຸ່ມໃບຫູເບື້ອງຂວາ, ໃສ່ໂປ້ມືເບື້ອງຂວາ, ໃສ່ໂປ້ຕີນເບື້ອງຂວາຂອງຄົນນັ້ນ.
\v 29 ສ່ວນນໍ້າມັນທີ່ເຫລືອໃນໂອ້ງມືນັ້ນ ເພິ່ນຈະຕ້ອງຖອກໃສ່ຫົວຂອງຜູ້ນັ້ນ. ໃນທາໍນອງນີ້ ປະໂຣຫິດຈະເຮັດພິທີຊໍາລະໃຫ້ໝົດມົນທິນ ຕາມກົດບັນຍັດ ຕໍ່ໜ້າອົງພຣະຜູ້ເປັນເຈົ້າ.
\s5
\v 30 ຕໍ່ມາ ປະໂຣຫິດຕ້ອງເອົານົກເຂົາ ຫລື ນົກກາງແກ ຕາມທີ່ຫາມາໄດ້ນັ້ນມາຖວາຍ.
\v 31 ເປັນເຄື່ອງຖວາຍລຶບລ້າງບາບ ແລະ ອີກໂຕໜຶ່ງນັ້ນເປັນເຄື່ອງເຜົາບູຊາດ້ວຍໄຟ ຖວາຍກັບພືດຜົນເປັນເມັດ. ໃນທາໍນອງນີ້ ປະໂຣຫິດຈະເຮັດພິທີຊໍາລະໃຫ້ໝົດມົນທິນຂອງຜູ້ຮັບການຊໍາລະ ຕໍ່ໜ້າອົງພຣະຜູ້ເປັນເຈົ້າ.
\v 32 ອັນນີ້ ແມ່ນກົດບັນຍັດສໍາລັບຜູ້ທີ່ເປັນພະຍາດຂີ້ທູດ ແຕ່ບໍ່ສາມາດຫາເຄື່ອງຖວາຍມາຕາມທີ່ກາໍນົດໄວ້ໄດ້ ເພື່ອຊໍາລະຕົນໃຫ້ໝົດມົນທິນຕາມກົດບັນຍັດ.
\s5
\v 33 ອົງພຣະຜູ້ເປັນເຈົ້າໄດ້ມອບລະບຽບການ ດັ່ງກ່າວນີ້ໃຫ້ແກ່ ໂມເຊ ກັບ ອາໂຣນ.
\v 34 ລະບຽບການນີ້ ແມ່ນກ່ຽວກັບເຮືອນທີ່ມີ ຂີ້ເຮື້ອນແຜ່ລາມອອກໄປ. (ລະບຽບການ ເຫລົ່ານີ້ແມ່ນໄດ້ນາໍມາໃຊ້ ຫລັງຈາກທີ່ປະຊາຊົນອິດສະຣາເອນ ໄດ້ເຂົ້າໄປອາໄສຢູ່ໃນດິນແດນ ການາອານ ທີ່ໄດ້ມອບໃຫ້ແກ່ພວກເຂົາເປັນກໍາມະສິດ.)
\v 35 ຖ້າຜູ້ໜຶ່ງພົບເຫັນຂີ້ເຮື້ອນຢູ່ໃນເຮືອນຂອງຕົນ ຜູ້ນັ້ນ ຕ້ອງມາແຈ້ງຕໍ່ປະໂຣຫິດ.
\s5
\v 36 ປະໂຣຫິດຈະສັ່ງໃຫ້ຍົກຍ້າຍທຸກ ໆ ສິ່ງອອກຈາກເຮືອນຫລັງນັ້ນ ກ່ອນເພິ່ນຈະເຂົ້າໄປກວດເບິ່ງຂີ້ເຮື້ອນ; ບໍ່ດັ່ງນັ້ນ ທຸກສິ່ງໃນເຮືອນຈະຖືກປະກາດວ່າ ເປັນມົນທິນ. ແລ້ວປະໂຣຫິດກໍຈະໄປຍັງເຮືອນຫລັງນັ້ນ
\v 37 ແລະ ກວດເບິ່ງຂີ້ເຮື້ອນ. ຖ້າຝາເຮືອນມີຈຸດຂຽວປົນແດງ ປາກົດໃຫ້ເຫັນ ແລະ ກັດກິນລົງໄປຢູ່ໃນຝາເຮືອນ
\v 38 ເພິ່ນຈະຕ້ອງອອກຈາກເຮືອນໃນທັນທີ ແລະ ອັດເຮືອນປະໄວ້ເຈັດວັນ.
\s5
\v 39 ໃນມື້ທີເຈັດ ເພິ່ນຈະກັບມາໃນເຮືອນຫລັງນັ້ນ ແລະ ກວດເບິ່ງອີກ. ຖ້າຂີ້ເຮື້ອນໄດ້ແຜ່ລາມອອກໄປຕາມຝາເຮືອນ
\v 40 ເພິ່ນຈະຕ້ອງສັ່ງໃຫ້ເອົາກ້ອນຫິນ ໃນບໍລິເວນບ່ອນ ພົບຂີ້ເຮື້ອນນັ້ນອອກໄປຖິ້ມ ໃນບ່ອນທີ່ຖິ້ມຂອງເປິເປຶ້ອນ ນອກເມືອງ.
\s5
\v 41 ຫລັງຈາກນັ້ນ ເພິ່ນຈະສັ່ງໃຫ້ຂູດຝາໃນເຮືອນ ທຸກຝາ ແລະ ໃຫ້ນາໍຝຸ່ນປູນທີ່ຂູດອອກ ນັ້ນ ໄປຖິ້ມໃນບ່ອນຖິ້ມຂອງເປິເປື້ອນ ນອກເມືອງຄືກັນ.
\v 42 ແລ້ວໃຫ້ເອົາຫິນກ້ອນໃໝ່ ມາອັດກ້ອນທີ່ໄດ້ເຈາະອອກໄປນັ້ນ ແລະ ເອົາປູນມາໂບກຝາເຮືອນໃໝ່ອີກ.
\s5
\v 43 ຖ້າຂີ້ເຮື້ອນເກີດຂຶ້ນໃນເຮືອນ ຫລັງຈາກທີ່ໄດ້ເຈາະຫິນ ບ່ອນມີເຊື້ອຂີ້ເຮື້ອນອອກ ພ້ອມທັງຂູດເຮືອນ ແລະ ໂບກປູນໃໝ່ແລ້ວ
\v 44 ປະໂຣຫິດຈະຕ້ອງໄປກວດເບິ່ງອີກ. ຖ້າຂີ້ເຮື້ອນຍັງແຜ່ລາມອອກໄປ ເຮືອນນັ້ນກໍເປັນມົນທິນ.
\s5
\v 45 ເຮືອນຫລັງນີ້ ຕ້ອງຖືກມ້າງຖິ້ມ ແລະ ກ້ອນຫິນກັບໄມ້ ແລະ ປູນ ທີ່ໄດ້ໃຊ້ເຮັດເຮືອນນັ້ນຕ້ອງໃຫ້ຂົນໄປຍັງນອກເມືອງ ບ່ອນທີ່ເຂົາຖິ້ມຂອງເປິເປື້ອນ.
\v 46 ຜູ້ໃດຜູ້ໜຶ່ງ ທີ່ເຂົ້າໄປຂະນະທີ່ອັດເຮືອນໄວ້ນັ້ນ ຈະເປັນມົນທິນຈົນຮອດຄໍ່າ.
\v 47 ຜູ້ໃດຜູ້ໜຶ່ງທີ່ນອນ ຫລື ກິນໃນເຮືອນນັ້ນ ຕ້ອງຊັກເຄື່ອງນຸ່ງຫົ່ມຂອງຕົນ.
\s5
\v 48 ເມື່ອປະໂຣຫິດເຂົ້າໄປກວດເບິ່ງແລ້ວ ຖ້າຂີ້ເຮື້ອນບໍ່ປາກົດເຫັນອີກ ຫລັງຈາກທີ່ໄດ້ໂບກປູນເຮືອນໃໝ່ແລ້ວ; ປະໂຣຫິດຈະຕ້ອງປະກາດວ່າ ເຮືອນຫລັງນັ້ນບໍ່ເປັນມົນທິນ ຕາມກົດບັນຍັດ ເພາະວ່າຂີ້ເຮື້ອນໄດ້ຫາຍໄປໝົດແລ້ວ.
\s5
\v 49 ເພື່ອຊໍາລະເຮືອນ ໃຫ້ໝົດຄວາມຂີ້ດຽດເປິເປື້ອນ ໃຫ້ເຈົ້າຂອງເຮືອນນາໍນົກສອງ ໂຕມາ ພ້ອມກັບໄມ້ສົນສີດາແທ່ງໜຶ່ງ, ດ້າຍສີແດງເສັ້ນໜຶ່ງ ແລະ ໃບຫູສົບມັດໜຶ່ງ.
\v 50 ປະໂຣຫິດຈະຕ້ອງຂ້າປາດຄໍນົກໂຕໜຶ່ງ ໃນສອງໂຕນັ້ນ ໃນຖ້ວຍດິນທີ່ມີນາໍ້ຈາກບໍ່.
\v 51 ແລ້ວປະໂຣຫິດກໍຈະເອົາໄມ້ສົນສີດາ, ໃບຫູສົບ, ດ້າຍສີແດງ ແລະ ນົກໂຕທີ່ຍັງເປັນຢູ່ຈຸ່ມລົງໃນເລືອດຂອງນົກໂຕທີ່ໄດ້ຂ້າໃນຖ້ວຍດິນ ທີ່ມີນາໍ້ບໍ່ນັ້ນ. ເພິ່ນຈະຊິດເລືອດຂອງນົກໃສ່ເຮືອນຫລັງນັ້ນ ເຈັດເທື່ອ.
\s5
\v 52 ໃນທາໍນອງນີ້ ປະໂຣຫິດຈະໄດ້ຊໍາລະ ຄວາມຂີ້ດຽດເປິເປື້ອນອອກໄປຈາກເຮືອນ ໂດຍເລືອດນົກກັບນາໍ້ບໍ່ ແລະ ນົກໂຕທີ່ຍັງເປັນຢູ່, ໄມ້ສົນສີດາ, ໃບຫູສົບ ແລະ ດ້າຍສີແດງ.
\v 53 ແລ້ວເພິ່ນກໍຈະປ່ອຍນົກໂຕທີ່ຍັງເປັນຢູ່ນັ້ນ ບິນອອກຈາກເມືອງໄປສູ່ທົ່ງນາ. ໃນທາໍນອງນີ້ ເພິ່ນຈະເຮັດພິທີຊໍາລະຄວາມຂີ້ດຽດເປິເປື້ອນ ໃນເຮືອນນັ້ນໃຫ້ໝົດໄປ ແລະ ເຮືອນນັ້ນກໍຈະບໍ່ເປັນມົນທິນ.
\s5
\v 54 ອັນນີ້ແມ່ນກົດບັນຍັດກ່ຽວກັບພະຍາດຂີ້ເຮື້ອນ ເຊັ່ນ:
\v 55-56 ເຈັບປວດ, ໂພງ ຫລື ບວມ ແລະ ກ່ຽວກັບຂີ້ເຮື້ອນ ໃນເຄື່ອງນຸ່ງຫົ່ມ ຫລື ໃນເຮືອນ.
\v 57 ກົດບັນຍັດເຫລົ່ານີ້ ແມ່ນຊີ້ຂາດວ່າ ເມື່ອໃດສິ່ງຂອງເຫລົ່ານັ້ນ ເປັນມົນທິນ ຫລື ບໍ່ເປັນມົນທິນ.
\s5
\c 15
\p
\v 1 ອົງພຣະຜູ້ເປັນເຈົ້າ ໄດ້ມອບລະບຽບການໃຫ້ ໂມເຊ ແລະ ອາໂຣນ ດັ່ງຕໍ່ໄປນີ້:
\v 2 ຈົ່ງກ່າວແກ່ປະຊາຊົນອິດສະຣາເອນ ວ່າ, ເມື່ອຜູ້ໃດຜູ້ໜຶ່ງ ມີນາໍ້ໜອງໄຫລອອກມາຈາກຮ່າງກາຍ ສິ່ງທີ່ໄຫລອອກມານັ້ນ ກໍເປັນມົນທິນ
\v 3 ບໍ່ວ່າ ໄຫລອອກມາຈາກອະໄວຍະວະລັບ ຫລື ໄຫລອອກມາຄ້າງຢູ່ທາງໃນ ກໍຕາມ.
\s5
\v 4 ຕຽງຂອງຄົນນັ້ນ ທີ່ໃຊ້ນອນ ຫລື ໃຊ້ນັ່ງ ຕ້ອງຖືວ່າ ເປັນມົນທິນ.
\v 5 ຜູ້ໃດກໍຕາມທີ່ແຕະຕ້ອງຕຽງນອນຂອງລາວ ຕ້ອງຊັກເຄື່ອງນຸ່ງຫົ່ມຂອງຕົນ ແລະ ໃຫ້ອາບນາໍ້ຊໍາລະຮ່າງກາຍ ແລະ ລາວຍັງເປັນມົນທິນຈົນຮອດຄໍ່າ.
\s5
\v 6 ຫ​ລື ຜູ້ໃດທີ່ນ​ັ່ງເທິງສິ່ງທີ່ລາວໄດ້ນັ່ງ ຕ້ອງຊັກເຄື່ອງນຸ່ງຫົ່ມຂອງຕົນ ແລະ ໃຫ້ອາບນາໍ້ຊໍາລະຮ່າງກາຍ ແລະ ລາວຍັງເປັນມົນທິນ ຈົນຮອດຄໍ່າ.
\v 7 ຜູ້ໃດກໍຕາມ ທີ່ແຕະຕ້ອງຄົນທີ່ມີສິ່ງໄຫລອອກນັ້ນ ຕ້ອງຊັກເຄື່ອງນຸ່ງຫົ່ມຂອງຕົນ ແລະ ອາບນາໍ້ຊໍາລະຮ່າງກາຍ ແລະ ລາວຍັງເປັນມົນທິນ ຈົນຮອດຄໍ່າ.
\s5
\v 8 ຖ້າຜູ້ທີ່ມີສິ່ງໄຫລອອກ ຖົ່ມນາໍ້ລາຍຖືກຜູ້ ທີ່ບໍ່ເປັນມົນທິນ ຕາມກົດບັນຍັດ; ຜູ້ຖືກນໍ້າລາຍນັ້ນ ຕ້ອງຊັກເຄື່ອງນຸ່ງຫົ່ມຂອງຕົນ ແລະ ໃຫ້ອາບນາໍ້ຊໍາລະຮ່າງກາຍ ແລະ ລາວຍັງເປັນມົນທິນ ຈົນຮອດຄໍ່າ.
\v 9 ອານໃສ່ຫລັງສັດ ຫລື ບ່ອນນັ່ງໃດ ໆ ທີ່ຄົນມີສິ່ງໄຫລອອກນັ່ງ ຕ້ອງໃຫ້ຖືວ່າເປັນມົນທິນ.
\s5
\v 10 ຜູ້ໃດຜູ້ໜຶ່ງ ທີ່ແຕະຕ້ອງບ່ອນນັ່ງຂອງຄົນທີ່ມີສິ່ງໄຫລອອກ ກໍເປັນມົນທິນຈົນຮອດຄໍ່າ. ຜູ້ໃດຜູ້ໜຶ່ງ ທີ່ຫາມສິ່ງທີ່ລາວໄດ້ນັ່ງ ຕ້ອງຊັກເຄື່ອງນຸ່ງຫົ່ມຂອງຕົນ ແລະ ອາບນໍ້າຊໍາລະຮ່າງກາຍ; ແລະ ລາວຍັງເປັນມົນທິນ ຈົນຮອດຄໍ່າ.
\v 11 ຖ້າຜູ້ທີ່ມີສິ່ງໄຫລອອກມານັ້ນ ແຕະຕ້ອງຜູ້ໃດຜູ້ໜຶ່ງ ໂດຍບໍ່ໄດ້ລ້າງມືເສຍກ່ອນ; ຜູ້ທີ່ຖືກແຕະຕ້ອງນັ້ນ ຕ້ອງຊັກເຄື່ອງນຸ່ງຫົ່ມຂອງຕົນ ແລະ ອາບນາໍ້ຊໍາລະຮ່າງກາຍ ແລະ ລາວຍັງເປັນມົນທິນ ຈົນຮອດຄໍ່າ.
\v 12 ຜູ້ມີສິ່ງໄຫລອອກມາແຕະຕ້ອງໝໍ້ດິນທຸກໜ່ວຍນັ້ນ ຕ້ອງໃຫ້ທັບຖິ້ມໝົດ ແລະ ເຄື່ອງຄົວກິນ ທີ່ເຮັດດ້ວຍໄມ້ຕ້ອງໃຫ້ລ້າງ ດ້ວຍນາໍ້.
\s5
\v 13 ຫລັງຈາກຊາຍຄົນນັ້ນ ດີຈາກອາການ ມີສິ່ງທີ່ໄຫລອອກມາແລ້ວ ລາວຕ້ອງລໍຖ້າອີກ ເຈັດມື້ ຈຶ່ງຊັກເຄື່ອງນຸ່ງຫົ່ມ ແລະ ອາບນໍ້າຊໍາລະຮ່າງກາຍ ຢູ່ໃຕ້ບໍ່ທີ່ມີນາໍ້ໄຫລ ແລ້ວລາວກໍຈະໝົດມົນທິນ ຕາມກົດບັນຍັດ.
\v 14 ໃນວັນທີແປດ ລາວຈະຕ້ອງເອົານົກເຂົາ ຫລື ນົກກາງແກສອງໂຕ ໄປຍັງປະຕູເຂົ້າຫໍເຕັນ ຕໍ່ໜ້າອົງພຣະຜູ້ເປັນເຈົ້າ ແລະ ມອບນົກນັ້ນ ໃຫ້ປະໂຣຫິດ.
\v 15 ຝ່າຍປະໂຣຫິດ ຈະຖວາຍນົກໂຕໜຶ່ງ ໃນສອງໂຕນັ້ນ ເພື່ອເປັນການລຶບລ້າງບາບ ແລະ ໂຕໜຶ່ງອິກ ເພື່ອເຜົາຖວາຍບູຊາດ້ວຍໄຟ ຕໍ່ໜ້າອົງພຣະຜູ້ເປັນເຈົ້າ ສໍາລັບຊາຍຄົນນັ້ນ. ປະໂຣຫິດຈະເຮັດພິທີຊໍາລະລາວໃຫ້ໝົດມົນທິນ ຕາມກົດບັນຍັດ ຍ້ອນມີສິ່ງໄຫຼອອກນັ້ນ.
\s5
\v 16 ເມື່ອຊາຍຜູ້ໜຶ່ງ ມີນາໍ້ກາມໄຫລອອກ ລາວຕ້ອງອາບນາໍ້ຊໍາລະຮ່າງກາຍ ແລະ ລາວຍັງເປັນມົນທິນ ຈົນຮອດຄໍ່າ.
\v 17 ສິ່ງໃດສິ່ງໜຶ່ງ ທີ່ເຮັດດ້ວຍຜ້າ ຫລື ດ້ວຍໜັງ ທີ່ນໍ້າກາມ ເຮ່ຍໃສ່ນັ້ນ ຕ້ອງລ້າງດ້ວຍນາໍ້ ແລະ ຍັງເປັນມົນທິນຈົນຮອດຄໍ່າ.
\v 18 ຫລັງຈາກສົມສູ່ກັນແລ້ວ ທັງຜູ້ຊາຍ ແລະ ຜູ້ຍິງຕ້ອງອາບນໍ້າ ແລະ ທັງສອງຍັງເປັນມົນທິນ ຈົນຮອດຄໍ່າ.
\s5
\v 19 ເມື່ອຜູ້ຍິງເປັນປະຈາໍເດືອນ ນາງຍັງເປັນມົນທິນຢູ່ເຈັດມື້. ຜູ້ໃດຜູ້ໜຶ່ງ ທີ່ແຕະຕ້ອງນາງ ເປັນມົນທິນຈົນຮອດຄໍ່າ.
\v 20 ສິ່ງໃດກໍຕາມ ທີ່ນາງໃຊ້ນັ່ງ ຫລື ໃຊ້ນອນ ໃນໄລຍະ ເປັນປະຈາໍເດືອນນັ້ນ ແມ່ນເປັນມົນທິນ.
\s5
\v 21-23 ຜູ້ໃດຜູ້ໜຶ່ງ ທີ່ແຕະຕ້ອງຕຽງນອນຂອງນາງ ຫລື ສິ່ງທີ່ນາງໄດ້ນັ່ງ ຕ້ອງຊັກເຄື່ອງນຸ່ງຫົ່ມ ແລະ ອາບນໍ້າຊໍາລະຮ່າງກາຍ ແລະ ລາວຍັງເປັນມົນທິນ ຈົນຮອດຄໍ່າ.
\s5
\v 24 ຖ້າຊາຍຄົນໃດ ສົມສູ່ກັບນາງ ໃນໄລຍະທີ່ເປັນປະຈາໍເດືອນ ຊາຍຄົນນັ້ນກໍຕິດແປດ ກັບຄວາມບໍ່ສະອາດຂອງນາງ ແລະ ເປັນມົນທິນ ຢູ່ເຈັດມື້ ແລະ ຕຽງທີ່ລາວໃຊ້ນອນ ກໍເປັນມົນທິນດ້ວຍ.
\s5
\v 25 ຖ້າຍິງຄົນໜຶ່ງ ມີເລືອດໄຫລອອກຫລາຍມື້ ນອກຈາກໄລຍະທີ່ນາງເປັນປະຈາໍເດືອນ ຫລື ຖ້າເລືອດນັ້ນຍັງໄຫລ ກາຍໄລຍະເປັນປະຈໍາເດືອນຕາມປົກກະຕິ; ຍິງຄົນນັ້ນ ກໍເປັນມົນທິນ ຕາບໃດທີ່ເລືອດຍັງໄຫລອອກມາ ເໝືອນກັນກັບໄລຍະທີ່ນາງເປັນປະຈໍາເດືອນ.
\v 26 ຕຽງທຸກໜ່ວຍ ທີ່ນາງໃຊ້ນອນ ແລະ ທຸກສິ່ງທີ່ນາງໃຊ້ນັ່ງໃນໄລຍະນັ້ນ ແມ່ນເປັນມົນທິນໝົດ.
\v 27 ຜູ້ໃດຜູ້ໜຶ່ງ ທີ່ແຕະຕ້ອງສິ່ງເຫລົ່ານັ້ນ ກໍເປັນມົນທິນ. ລາວຕ້ອງ ຊັກເຄື່ອງນຸ່ງຂອງຕົນ ພ້ອມທັງອາບນາໍ້ຊໍາລະຮ່າງກາຍດ້ວຍ ແລະ ລາວກໍຍັງເປັນມົນທິນ ຈົນຮອດຄໍ່າ.
\s5
\v 28 ຫລັງຈາກເລືອດເຊົາໄຫລແລ້ວ ນາງຕ້ອງລໍຖ້າອີກເຈັດວັນ ແລ້ວນາງກໍຈະບໍ່ເປັນມົນທິນ ຕາມກົດບັນຍັດ.
\v 29 ໃນວັນທີແປດ ນາງຈະຕ້ອງນາໍນົກເຂົາ ຫລື ນົກກາງແກ ສອງໂຕມາໃຫ້ປະໂຣຫິດ ທີ່ປະຕູເຂົ້າຫໍເຕັນ.
\v 30 ປະໂຣຫິດຈະຖວາຍນົກໂຕໜຶ່ງ ເພື່ອລຶບລ້າງບາບ ແລະ ໂຕໜຶ່ງອີກ ເພື່ອເຜົາຖວາຍບູຊາດ້ວຍໄຟ. ປະໂຣຫິດຈະເຮັດພິທີຊໍາລະນາງ ໃຫ້ໝົດມົນທິນຕາມກົດບັນຍັດ ຕໍ່ໜ້າອົງພຣະຜູ້ເປັນເຈົ້າ.
\s5
\v 31 ອົງພຣະຜູ້ເປັນເຈົ້າໄດ້ສັ່ງໂມເຊ ໃຫ້ເຕືອນປະຊາຊົນອິດສະຣາເອນ ກ່ຽວກັບ ການເປັນມົນທິນຂອງພວກເຂົາ; ເພື່ອພວກເຂົາຈະບໍ່ໄດ້ເຮັດໃຫ້ຫໍເຕັນຂອງພຣະອົງ ທີ່ຕັ້ງຢູ່ກາງຄ້າຍດ່າງພອຍ. ຖ້າພວກເຂົາເຮັດໃຫ້ຫໍເຕັນດ່າງພອຍ ພວກເຂົາຈະຕ້ອງຖືກຂ້າ.
\s5
\v 32-33 ອັນນີ້ແມ່ນລະບຽບການ ກ່ຽວກັບຜູ້ຊາຍ ທີ່ມີນໍ້າໜອງໄຫຼອອກຈາກຮ່າງກາຍ ຫລື ມີນໍ້າກາມໄຫລອອກ, ກ່ຽວກັບ ຜູ້ຍິງເມື່ອເປັນປະຈາໍເດືອນ ຫລື ຜູ້ຊາຍທີ່ສົມສູ່ກັບຜູ້ຍິງ ທີ່ເປັນມົນທິນຕາມກົດບັນຍັດ.
\s5
\c 16
\p
\v 1 ອົງພຣະຜູ້ເປັນເຈົ້າໄດ້ກ່າວແກ່ ໂມເຊ ຫລັງຈາກລູກຊາຍສອງຄົນຂອງອາໂຣນ ໄດ້ຕາຍໄປ ຜູ້ທີ່ຖືກຂ້າຄາວເມື່ອພວກເຂົາໄດ້ຫຍັບເຂົ້າໄປໃກ້ອົງພຣະຜູ້ເປັນເຈົ້ານັ້ນ.
\v 2 ອົງພຣະຜູ້ເປັນເຈົ້າໄດ້ກ່າວແກ່ໂມເຊ ວ່າ, “ຈົ່ງບອກອາໂຣນ ອ້າຍຂອງເຈົ້າ ວ່າ ລາວຈະເຂົ້າໄປເບື້ອງຫລັງຜ້າກັ້ງ ຕໍ່ໜ້າພຣະທີ່ນັ່ງແຫ່ງພຣະຄຸນ ໃນເວລາກາໍນົດໃຫ້ເທົ່ານັ້ນ ຄື: ໃນບ່ອນສັກສິດທີ່ສຸດ; ເພາະວ່າທີ່ນັ້ນແມ່ນບ່ອນທີ່ເຮົາປາກົດໃນເມກ ເໜືອຝາອັດຫີບພັນທະສັນຍາ. ຖ້າລາວບໍ່ເຊື່ອຟັງ ລາວຈະຕ້ອງຕາຍ.
\s5
\v 3 ຫລັງຈາກ ລາວໄດ້ນາໍງົວເຖິກໜຸ່ມ ໂຕໜຶ່ງມາເພື່ອຖວາຍລຶບລ້າງບາບ ແລະ ແກະເຖິກໜຸ່ມໂຕໜຶ່ງເພື່ອເຜົາບູຊາແລ້ວ; ລາວຈຶ່ງເຂົ້າໄປໃນບ່ອນສັກສິດໄດ້. ”
\v 4 ຕໍ່ມາ ອົງພຣະຜູ້ເປັນເຈົ້າໄດ້ມອບຂໍ້ຄໍາສັ່ງ ດັ່ງຕໍ່ໄປນີ້. ກ່ອນອາໂຣນ ເຂົ້າໄປໃນບ່ອນສັກສິດທີ່ສຸດນັ້ນ ເພິ່ນຕ້ອງອາບນໍ້າຊໍາລະຕົວ ແລ້ວໃສ່ເຄື່ອງປະຈາໍຕໍາແໜ່ງປະໂຣຫິດ ຄື: ໃສ່ເສື້ອຄຸມຍາວ ມີແຂນທີ່ເຮັດດ້ວຍຜ້າປ່ານ, ເສື້ອຄຸມຍາວບໍ່ມີແຂນ, ສາຍຮັດແອວ ແລະ ໝວກສຸບ.
\v 5 ສ່ວນຊຸມຊົນອິດສະຣາເອນນັ້ນ ຈະຕ້ອງນາໍແບ້ເຖິກສອງໂຕມາໃຫ້ອາໂຣນ ເພື່ອຖວາຍລຶບລ້າງບາບ ແລະ ແກະເຖິກໂຕໜຶ່ງ ເພື່ອເຜົາຖວາຍບູຊາ.
\s5
\v 6 ເພິ່ນຈະຕ້ອງຖວາຍງົວເຖິກໂຕໜຶ່ງ ຕາມ ພິທີຖວາຍບູຊາລຶບລ້າງການບາບຂອງຕົນ ແລະ ຂອງຄົນໃນຄອບຄົວ.
\v 7 ຕໍ່ມາ ເພິ່ນຈະຕ້ອງນາໍແບ້ສອງໂຕ ມາຍັງປະຕູເຂົ້າຫໍເຕັນ ຕໍ່ໜ້າອົງພຣະຜູ້ເປັນເຈົ້າ.
\s5
\v 8 ໃນທີ່ນັ້ນ ອາໂຣນ ຈະໃຊ້ສະຫລາກດ້ວຍຫິນສອງແຜ່ນ; ແຜ່ນໜຶ່ງນັ້ນໃຫ້ຂຽນວ່າ, “ສໍາລັບອົງພຣະຜູ້ເປັນເຈົ້າ” ແລະ ແຜ່ນໜຶ່ງອີກ ຂຽນວ່າ, “ສໍາລັບອາຊາເຊນ. ” [ຈ]
\v 9 ອາໂຣນ ຈະຕ້ອງຖວາຍແບ້ໂຕທີ່ສະຫລາກ ຕົກຖືກນັ້ນແກ່ອົງພຣະຜູ້ເປັນເຈົ້າ ເພື່ອລຶບລ້າງບາບ.
\v 10 ແບ້ໂຕທີ່ຕົກເປັນຂອງ ອາຊາເຊນ ຈະຖືກນາໍມາຖວາຍຕໍ່ໜ້າອົງພຣະຜູ້ເປັນເຈົ້າທັງເປັນ; ແລ້ວເຂົາກໍຈະປ່ອຍ ແບ້ໂຕນີ້ເຂົ້າໄປໃນຖິ່ນແຫ້ງແລ້ງກັນດານ ອາຊາເຊນ ເພື່ອລຶບລ້າງການບາບຂອງປະຊາຊົນອິດສະຣາເອນ.
\s5
\v 11 ເມື່ອອາໂຣນ ຖວາຍບູຊາງົວເຖິກໜຸ່ມ ເພື່ອລຶບລ້າງບາບຂອງຕົນ ແລະ ຄົນໃນຄອບຄົວນັ້ນ
\s5
\v 12 ເພິ່ນຕ້ອງເອົາໝໍ້ຂາງທີ່ມີຖ່ານໄຟລຸກແດງຢູ່ ຈາກແທ່ນບູຊາທີ່ຢູ່ຕໍ່ໜ້າອົງພຣະຜູ້ເປັນເຈົ້າ ພ້ອມທັງກາໍຍານທີ່ບົດໃຫ້ລະອຽດແລ້ວສອງກາໍ ມາຍັງບ່ອນສັກສິດທີ່ສຸດ.
\v 13 ໃນທີ່ນັ້ນ ໂດຍຊ້ອງໜ້າອົງພຣະຜູ້ເປັນເຈົ້າ ເພິ່ນຈະເອົາກາໍຍານ ໂຮຍໃສ່ໄຟ ແລະ ຄວັນກາໍຍານ ກໍຈະພຸ່ງຂຶ້ນບັງຝາຫີບພັນທະສັນຍາໄວ້ ເພື່ອວ່າເພິ່ນຈະບໍ່ໄດ້ເຫັນສິ່ງນັ້ນ ແລະ ຖືກຂ້າ.
\s5
\v 14 ເພິ່ນຈະຕ້ອງເອົາເລືອດບາງສ່ວນຂອງງົວເຖິກໜຸ່ມມາ ແລະ ໃຊ້ນິ້ວມືຊິດເລືອດນັ້ນ ໃສ່ເທິງດ້ານໜ້າຂອງຝາອັດຫີບ ພັນທະສັນຍາ ແລ້ວຊິດເລືອດນັ້ນອີກເຈັດເທື່ອ ໃສ່ທາງດ້ານໜ້າຂອງຫີບ ພັນທະສັນຍາ.
\s5
\v 15 ຫລັງຈາກນັ້ນ ເພິ່ນຈະຕ້ອງຂ້າແບ້ເພື່ອຖວາຍລືບລ້າງບາບຂອງປະຊາຊົນ ແລ້ວນາໍເລືອດແບ້ນັ້ນ ເຂົ້າໄປຍັງບ່ອນສັກສິດທີ່ສຸດ ເພື່ອຊິດໃສ່ເທິງຝາອັດຫີບ ແລະ ຊິດໃສ່ທາງດ້ານໜ້າຂອງຫີບ ພັນທະສັນຍາ ແບບດຽວກັບຊິດເລືອດຂອງງົວເຖິກໜຸ່ມ.
\v 16 ດັ່ງນີ້ແຫຼະ ເພິ່ນຈຶ່ງຈະເຮັດພິທີຊໍາລະບ່ອນສັກສິດທີ່ສຸດ ໃຫ້ພົ້ນຈາກມົນທິນຂອງປະຊາຊົນອິດສະຣາເອນ ແລະ ຈາກການບາບທຸກຢ່າງຂອງພວກເຂົາ. ເພິ່ນຈະເຮັດພິທີຊໍາລະນີ້ໃຫ້ ຫໍເຕັນ ເພາະວ່າຫໍເຕັນໄດ້ຕັ້ງຢູ່ກາງຄ້າຍ ຊຶ່ງເປັນມົນທິນຕາມກົດບັນຍັດ.
\s5
\v 17 ເວລາທີ່ ອາໂຣນ ເຂົ້າໄປໃນບ່ອນສັກສິດທີ່ສຸດ ເພື່ອເຮັດພິທີຊໍາລະໃຫ້ໝົດມົນທິນ ຈົນຮອດເວລາເພິ່ນອອກມານັ້ນ ຢ່າໃຫ້ຜູ້ໃດຢູ່ໃນຫໍເຕັນ. ເມື່ອເພິ່ນໄດ້ເຮັດພິທີຊໍາລະຕົນເອງ, ຄົນໃນຄອບຄົວ ແລະ ຊຸມຊົນອິດສະຣາເອນທັງໝົດແລ້ວ
\v 18 ເພິ່ນຕ້ອງ ອອກມາຂ້າງນອກ ທີ່ແທ່ນບູຊາຕໍ່ໜ້າອົງພຣະຜູ້ເປັນເຈົ້າ ເພື່ອເຜົາເຄື່ອງຖວາຍ ແລະ ຊໍາລະແທ່ນນັ້ນໃຫ້ໝົດມົນທິນ. ເພິ່ນຈະເອົາເລືອດງົວເຖິກໜຸ່ມ ແລະ ເລືອດແບ້ບາງສ່ວນ ທາໃສ່ເຂົາທີ່ແຈຂອງແທ່ນບູຊາ.
\v 19 ແລ້ວໃຊ້ນິ້ວມື ຊິດເລືອດບາງສ່ວນເຈັດເທື່ອ ໃສ່ເທິງແທ່ນບູຊາ ແລະ ເຮັດໃຫ້ແທ່ນນັ້ນບໍຣິສຸດ ເພື່ອໃຫ້ພົ້ນຈາກການບາບຂອງປະຊາຊົນ ອິດສະຣາເອນ.
\s5
\v 20 ເມື່ອ ອາໂຣນ ເຮັດພິທີຊໍາລະລ້າງບ່ອນສັກສິດທີ່ສຸດ, ຫໍເຕັນ ແລະ ແທ່ນບູຊາແລ້ວ; ເພິ່ນຈະນາໍແບ້ໂຕຍັງເປັນຢູ່ທີ່ຕົກເປັນຂອງ ອາຊາເຊນ [ສ] ນັ້ນມາຖວາຍ.
\v 21 ເພິ່ນຈະວາງມືທັງສອງຂອງເພິ່ນລົງເທິງຫົວແບ້ ແລະ ສາລະພາບສິ່ງຊົ່ວຮ້າຍທຸກຢ່າງ, ການບາບ ນາ ໆ ຊະນິດ ແລະ ການທໍລະຍົດທຸກປະການຂອງປະຊາຊົນອິດສະຣາເອນ ແລະ ຢອງສິ່ງທັງໝົດນີ້ ທີ່ເທິງຫົວຂອງແບ້ໂຕນັ້ນ. ຕໍ່ມາແບ້ໂຕນີ້ ກໍຈະຖືກນາໍອອກໄປຍັງຖິ່ນແຫ້ງແລ້ງກັນດານ ໂດຍຊາຍທີ່ໄດ້ຖືກເລືອກໄວ້.
\v 22 ແບ້ໂຕນີ້ຈະຮັບແບກການບາບ ທັງໝົດຂອງພວກເຂົາໄປຍັງຖິ່ນເປົ່າປ່ຽວ.
\s5
\v 23 ແລ້ວອາໂຣນ ກໍຕ້ອງເຂົ້າໄປໃນຫໍເຕັນ, ແກ້ເຄື່ອງປະຈາໍຕໍາແໜ່ງຂອງປະໂຣຫິດ ທີ່ເພິ່ນໄດ້ໃສ່ ເມື່ອເຂົ້າໄປໃນບ່ອນສັກສິດທີ່ສຸດ ແລະ ປະໄວ້ໃນທີ່ນັ້ນ.
\v 24 ເພິ່ນຕ້ອງອາບນໍ້າຊໍາລະຕົວ ໃນບ່ອນສັກສິດ ແລະ ນຸ່ງເຄື່ອງ ແຕ່ງກາຍຂອງຕົນເອງຄືນ. ຫລັງຈາກນັ້ນ ເພິ່ນຈະຕ້ອງອອກໄປຂ້າງນອກ ເພື່ອຖວາຍເຄື່ອງເຜົາບູຊາລຶບລ້າງການບາບຂອງຕົນ ແລະ ຂອງປະຊາຊົນ.
\s5
\v 25 ເພິ່ນຈະຕ້ອງເຜົາໄຂມັນທັງໝົດ ທີ່ເທິງແທ່ນບູຊາ ເພື່ອເປັນການຖວາຍລຶບລ້າງບາບ.
\v 26 ຜູ້ທີ່ນາໍແບ້ໄປປ່ອຍໃນຖິ່ນແຫ້ງແລ້ງກັນດານ ອາຊາເຊນ ນັ້ນຕ້ອງຊັກເຄື່ອງນຸ່ງຫົ່ມຂອງຕົນ ແລະ ອາບນໍ້າຊໍາລະຮ່າງກາຍ ແລ້ວຈຶ່ງກັບຄືນເຂົ້າໃນຄ້າຍພັກໄດ້.
\s5
\v 27 ສ່ວນງົວເຖິກ ກັບແບ້ເຖິກນັ້ນ ແມ່ນຂ້າຖວາຍລຶບລ້າງບາບ ໂດຍນາໍເລືອດສັດເຂົ້າໄປໃນບ່ອນສັກສິດເພື່ອການຍົກບາບ ຈະຕ້ອງຖືກນາໍອອກໄປເຜົາຂ້າງນອກ ພ້ອມທັງໜັງ, ຊີ້ນ ແລະ ເຄື່ອງໃນໄສ້ພຸງ.
\v 28 ຜູ້ເຮັດໜ້າທີ່ເຜົານັ້ນ ຕ້ອງຊັກເຄື່ອງນຸ່ງຫົ່ມ ແລະ ອາບນາໍ້ຊໍາລະຕົວເສຍກ່ອນ ຈຶ່ງກັບຄືນເຂົ້າໄປໃນຄ້າຍພັກໄດ້.
\s5
\v 29 ລະບຽບການດັ່ງກ່າວນີ້ ໃຫ້ຢຶດຖືໄວ້ທຸກຍຸກທຸກສະໄໝສືບໄປ. ໃນວັນທີສິບ ຂອງເດືອນທີເຈັດ ຊາວອິດສະຣາເອນ ກັບຊາວຕ່າງດ້າວທີ່ອາໄສຢູ່ທ່າມກາງພວກເຈົ້າ ຕ້ອງຖືສິນອົດອາຫານ ແລະ ບໍ່ຕ້ອງເຮັດວຽກທໍາງານໃດ ໆ ທັງສິ້ນ.
\v 30 ໃນວັນນັ້ນ ໃຫ້ຈັດພິທີລຶບລ້າງການບາບທັງໝົດຂອງພວກເຂົາ ເພື່ອພວກເຂົາຈະບໍ່ເປັນມົນທິນ ຕາມກົດບັນຍັດ ຕໍ່ໜ້າອົງພຣະຜູ້ເປັນເຈົ້າ.
\v 31 ໃຫ້ຖືວັນນີ້ ເປັນວັນຊະບາໂຕ ພັກຜ່ອນ ໃຫ້ເປັນວັນທີ່ພວກເຂົາຖືສິນອົດອາຫານ ແລະ ພັກວຽກງານທັງສິ້ນ.
\s5
\v 32 ມະຫາປະໂຣຫິດ ຜູ້ໄດ້ຮັບການສະຖາປະນາ ແລະ ອຸທິດຕົນໃຫ້ສືບແທນພໍ່ຂອງຕົນໃນຖານະເປັນມະຫາປະໂຣຫິດນັ້ນ ຕ້ອງເຮັດພິທີຊໍາລະໃຫ້ໝົດມົນທິນນີ້. ເພິ່ນຈະຕ້ອງນຸ່ງເຄື່ອງປະຈາໍຕໍາແໜ່ງປະໂຣຫິດ
\v 33 ແລະ ເຮັດພິທີຊໍາລະບ່ອນສັກສິດທີ່ສຸດ, ຫໍເຕັນ, ແທ່ນບູຊາ, ບັນດາປະໂຣຫິດ ແລະ ຊຸມຊົນທັງໝົດໃຫ້ໝົດມົນທິນ.
\s5
\v 34 ຈົ່ງຢຶດຖືລະບຽບການເຫລົ່ານີ້ໄວ້ທຸກຍຸກທຸກສະໄໝສືບໄປ. ພິທີຊໍາລະນີ້ ໃຫ້ຈັດຂຶ້ນປີລະເທື່ອ ເພື່ອຊໍາລະປະຊາຊົນອິດສະຣາເອນ ຈາກການບາບຂອງພວກເຂົາ. ດັ່ງນັ້ນ ໂມເຊ [ຊ] ຈຶ່ງໄດ້ເຮັດຕາມທີ່ອົງ ພຣະຜູ້ເປັນເຈົ້າໄດ້ສັ່ງໄວ້ນັ້ນທຸກປະການ.
\s5
\c 17
\p
\v 1 ອົງພຣະຜູ້ເປັນເຈົ້າໄດ້ສັ່ງ ໂມເຊ
\v 2 ໃຫ້ມອບລະບຽບການ ດັ່ງຕໍ່ໄປນີ້ແກ່ ອາໂຣນ ແລະ ພວກລູກຊາຍ ພ້ອມທັງປະຊາຊົນອິດສະຣາເອນ ທຸກຄົນ.
\v 3-4 ຖ້າຄົນອິດສະຣາເອນຜູ້ໜຶ່ງ ຂ້າປາດຄໍງົວ ຫລື ແກະ ຫລື ແບ້ ໂຕໜຶ່ງເພື່ອຖວາຍແກ່ອົງພຣະຜູ້ເປັນເຈົ້າ ໃນບ່ອນໃດກໍດີ ແທນທີ່ຈະເອົາມາຖວາຍ ຕໍ່ໜ້າອົງພຣະຜູ້ເປັນເຈົ້າ ທີ່ທາງປະຕູເຂົ້າຫໍເຕັນ ບ່ອນອົງພຣະຜູ້ເປັນເຈົ້າສະຖິດຢູ່; ແມ່ນຄົນນັ້ນໄດ້ລະເມີດກົດບັນຍັດ ເພາະລາວໄດ້ເຮັດໃຫ້ເລືອດໄຫລອອກ ແລະ ລາວຈະບໍ່ໄດ້ມີຊື່ວ່າ ເປັນປະຊາຊົນຂອງພຣະອົງອີກຕໍ່ໄປ.
\s5
\v 5 ຄວາມໝາຍຂອງຄໍາສັ່ງນີ້ ເພື່ອໃຫ້ປະຊາຊົນນາໍສັດທີ່ພວກເຂົາເຄີຍຂ້າ ນອກເມືອງນັ້ນມາຂ້າຖວາຍແກ່ອົງພຣະຜູ້ເປັນເຈົ້າ. ບັດນີ້ ພວກເຂົາຈະຕ້ອງນາໍສັດເຫລົ່ານັ້ນມາຫາປະໂຣຫິດ ທີ່ປະຕູເຂົ້າຫໍເຕັນ ແລະ ຂ້າສັດນັ້ນຕາມພິທີຖວາຍ ເພື່ອຄວາມສາມັກຄີທາໍ ແກ່ອົງພຣະຜູ້ເປັນເຈົ້າ.
\v 6 ປະໂຣຫິດຈະຊິດເລືອດສັດໃສ່ຂ້າງທັງສີ່ຂອງແທ່ນບູຊາ ຂອງອົງພຣະຜູ້ເປັນເຈົ້າ ທີ່ຕັ້ງຢູ່ທາງປະຕູເຂົ້າ ຫໍເຕັນ ແລະ ເຜົາໄຂມັນ ເພື່ອໃຫ້ກິ່ນຫອມຫວນເປັນທີ່ພໍໃຈອົງພຣະຜູ້ເປັນເຈົ້າ.
\s5
\v 7 ແລ້ວປະຊາຊົນອິດສະຣາເອນ ກໍຈະບໍ່ເຮັດຜິດຕໍ່ອົງພຣະຜູ້ເປັນເຈົ້າ ອີກຕໍ່ໄປ ຄື: ຈະບໍ່ຂ້າສັດຂອງພວກເຂົາ ຖວາຍແກ່ຜີປີສາດແບ້. ປະຊາຊົນອິດສະຣາເອນ ຕ້ອງຢຶດຖືລະບຽບການນີ້ໄວ້ ທຸກຍຸກທຸກສະໄໝສືບໄປ.
\s5
\v 8 ຖ້າຊາວອິດສະຣາເອນ ຫລື ຊາວຕ່າງດ້າວຜູ້ໜຶ່ງຜູ້ໃດ ທີ່ອາໄສຢູ່ນາໍຊຸມຊົນ ນາໍເຄື່ອງມາເຜົາຖວາຍ ຫລື ເຄື່ອງບູຊາອື່ນ ໆ
\v 9 ມາຖວາຍແກ່ອົງພຣະຜູ້ເປັນເຈົ້າ ຢູ່ໃນບ່ອນໃດ ໆ ກໍຕາມ ນອກຈາກ ທີ່ປະຕູເຂົ້າຫໍເຕັນ ແລ້ວຈະບໍ່ໄດ້ມີຊື່ວ່າເປັນປະຊາຊົນຂອງພຣະອົງ ອີກຕໍ່ໄປ.
\s5
\v 10 ຖ້າຊາວອິດສະຣາເອນ ຫລື ຄົນຕ່າງດ້າວຜູ້ໃດຜູ້ໜຶ່ງ ທີ່ອາໄສຢູ່ທ່າມກາງເຈົ້າ ກິນຊີ້ນທີ່ມີເລືອດຢູ່; ເຮົາຈະຕໍ່ສູ້ລາວ ແລະ ເຮົາຈະບໍ່ຖືຜູ້ນັ້ນວ່າ ເປັນປະຊາຊົນຂອງເຮົາ ອີກຕໍ່ໄປ.
\v 11 ຊີວິດຂອງທຸກ ໆ ສິ່ງທີ່ເປັນຢູ່ ແມ່ນຢູ່ໃນເລືອດ; ເພາະສະນັ້ນແຫລະ ເຮົາຈຶ່ງໄດ້ສັ່ງໃຫ້ຖອກເລືອດທຸກຊະນິດໃສ່ເທິງແທ່ນບູຊາ ເພື່ອລຶບລ້າງການບາບທຸກຢ່າງ ຂອງປະຊາຊົນ. ເລືອດສາມາດລຶບລ້າງບາບໄດ້ ເພາະແມ່ນຊີວິດ.
\s5
\v 12 ດັ່ງນັ້ນແຫລະ ເຮົາຈຶ່ງໄດ້ບອກປະຊາຊົນອິດສະຣາເອນ ບໍ່ໃຫ້ພວກເຂົາ ຫລື ຄົນຕ່າງດ້າວ ທີ່ອາໄສຢູ່ທ່າມກາງເຈົ້າ ກິນຊີ້ນທີ່ມີເລືອດຢູ່.
\v 13 ຖ້າຊາວອິດສະຣາເອນ ຫລື ຄົນຕ່າງດ້າວຜູ້ໜຶ່ງຜູ້ໃດ ທີ່ອາໄສຢູ່ທ່າມກາງເຈົ້າ ຈັບສັດ ຫລື ນົກທີ່ບໍ່ເປັນມົນທິນຕາມກົດບັນຍັດໄດ້ ລາວຕ້ອງຂ້າສັດນັ້ນ ໂດຍໃຫ້ເລືອດໄຫລລົງໃສ່ດິນ ແລະ ເອົາຂີ້ຝຸ່ນດິນຖົມໄວ້.
\s5
\v 14 ຊີວິດຂອງທຸກ ໆ ສິ່ງທີ່ເປັນຢູ່ແມ່ນ ຢູ່ໃນເລືອດ ເພາະສະນັ້ນແຫລະ ເຮົາຈຶ່ງໄດ້ບອກປະຊາຊົນອິດສະຣາເອນ ບໍ່ໃຫ້ກິນຊີ້ນສັດໃດ ໆ ທີ່ມີເລືອດຢູ່ ແລະຜູ້ໃດຜູ້ໜຶ່ງທີ່ຍັງຂືນກິນ ເຮົາຈະບໍ່ຖືຜູ້ນັ້ນວ່າ ເປັນປະຊາຊົນຂອງເຮົາອີກຕໍ່ໄປ.
\s5
\v 15 ບຸກ​ຄົນໃດ ໆ ບໍ່ວ່າຄົນອິດສະຣາເອນ ຫລື ຄົນຕ່າງດ້າວກໍຕາມ ທີ່ໄດ້ກິນຊີ້ນສັດຕາຍເອງ ຫລື ຖືກສັດປ່າກັດຕາຍ; ລາວຕ້ອງຊັກເຄື່ອງນຸ່ງຫົ່ມຂອງຕົນ, ອາບນາໍ້ຊໍາລະຮ່າງກາຍ ແລະ ລາວຈະເປັນມົນທິນຈົນຮອດຄໍ່າ ຈົ່ງອາບນາໍ້ຊັກເຄື່ອງ ຫລັງຈາກນັ້ນ ຈຶ່ງຖືວ່າຈະບໍ່ເປັນມົນທິນ ຕາມກົດບັນຍັດ.
\v 16 ຖ້າລາວບໍ່ອາບນາໍ້ຊັກເຄື່ອງ ລາວຈະໄດ້ຮັບໂທດກາໍຂອງລາວ.
\s5
\c 18
\p
\v 1 ອົງພຣະຜູ້ເປັນເຈົ້າ ໄດ້ກ່າວແກ່ໂມເຊ ວ່າ,
\v 2 “ໃຫ້ບອກປະຊາຊົນອິດສະຣາເອນ ວ່າ, ເຮົາແມ່ນອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ.
\v 3 ຢ່າເຮັດຕາມຮີດຄອງ ຂອງປະຊາຊົນຊາວເອຢິບ ບ່ອນທີ່ຄັ້ງໜຶ່ງນັ້ນ ພວກເຈົ້າເຄີຍໄດ້ອາໄສຢູ່; ຫລື ເຮັດຕາມຮີດຄອງຂອງປະຊາຊົນທີ່ການາອານ ບ່ອນທີ່ເຮົາກາໍລັງນາໍພາພວກເຈົ້າເຂົ້າໄປ.
\s5
\v 4 ຈົ່ງເຊື່ອຟັງກົດບັນຍັດຂອງເຮົາ ແລະ ເຮັດແຕ່ສິ່ງທີ່ເຮົາໄດ້ສັ່ງພວກເຈົ້າໄວ້ທີ່ນັ້ນ. ເຮົາແມ່ນອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ.
\v 5 ຈົ່ງເຮັດຕາມຮີດຄອງ ແລະ ກົດບັນຍັດທີ່ເຮົາໄດ້ມອບໃຫ້ພວກເຈົ້າ; ການປະຕິບັດຕາມຄໍາສັ່ງດັ່ງກ່າວນີ້ ເປັນການຊ່ວຍ ຊີວິດຂອງພວກເຈົ້າເອງ. ເຮົາແມ່ນອົງພຣະຜູ້ເປັນເຈົ້າ.
\s5
\v 6 ຢ່າສົມສູ່ກັບຍາດຕິພີ່ນ້ອງຂອງຕົນ ເຮົາແມ່ນອົງພຣະຜູ້ເປັນເຈົ້າ.
\v 7 ຢ່າເຮັດໃຫ້ພໍ່ຂອງຕົນຕ້ອງອັບອາຍຂາຍໜ້າ ໂດຍສົມສູ່ກັບແມ່ຂອງຕົນ. ຢ່າເຮັດໃຫ້ແມ່ຂອງຕົນຕ້ອງ ອັບອາຍຂາຍໜ້າ.
\v 8 ຢ່າເຮັດໃຫ້ພໍ່ຂອງຕົນຕ້ອງອັບອາຍຂາຍໜ້າ ໂດຍສົມສູ່ກັບເມຍຄົນອື່ນ ໆ ຂອງເພິ່ນ.
\s5
\v 9 ຢ່າສົມສູ່ກັບເອື້ອຍ ຫລື ນ້ອງສາວຂອງພວກເຈົ້າ ເພາະນາງກໍໄດ້ໃຫຍ່ຂຶ້ນຮ່ວມເຮືອນດຽວກັນກັບພວກເຈົ້າ.
\v 10 ຢ່າໄດ້ສົມສູ່ກັບຫລານສາວຂອງຕົນ; ອັນນີ້ແມ່ນ ການອັບອາຍຂາຍໜ້າທີ່ສູດ.
\v 11 ຢ່າສົມສູ່ ກັບເອື້ອຍຕ່າງພໍ່ ຫລື ຕ່າງແມ່; ນາງແມ່ນເອື້ອຍຂອງພວກເຈົ້າຄືກັນ.
\s5
\v 12-13 ຢ່າສົມສູ່ກັບປ້າ ຫລື ອາ ບໍ່ວ່າຈະເປັນນ້ອງ ຫລື ເອື້ອຍຂອງພໍ່ ຫລື ນ້ອງ ຫລື ເອື້ອຍຂອງແມ່ພວກເຈົ້າກໍຕາມ.
\v 14 ຢ່າສົມສູ່ກັບເມຍຂອງລຸງ ເພາະນາງເປັນປ້າຂອງພວກເຈົ້າເອງ.
\s5
\v 15 ຢ່າສົມສູ່ກັບລູກໃພ້
\v 16 ຫລື ກັບເອື້ອຍໃພ້ ຫລື ກັບນ້ອງໃພ້ຂອງຕົນ.
\s5
\v 17 ຢ່າສົມສູ່ກັບລູກສາວ ຫລື ຫລານສາວຂອງຍິງທີ່ຕົນໄດ້ສົມສູ່ຢູ່ຮ່ວມກັບນາງ; ພວກເຂົາອາດເປັນພີ່ນ້ອງຂອງພວກເຈົ້າກໍໄດ້. ການກະທາໍເຊັ່ນນັ້ນ ເປັນການຜິດຊາຍຍິງທີ່ຮ່ວມພໍ່ແມ່ດຽວກັນ.
\v 18 ຢ່າໄດ້ເອົາເອື້ອຍ ຫລື ນ້ອງເມຍມາເປັນເມຍຂອງພວກເຈົ້າ ຕາບໃດທີ່ເມຍຂອງຕົນຍັງມີຊີວິດຢູ່.
\s5
\v 19 ຢ່າສົມສູ່ກັບຍິງທີ່ເປັນປະຈາໍເດືອນ ເພາະວ່ານາງເປັນມົນທິນ ຕາມກົດບັນຍັດ.
\v 20 ຢ່າສົມສູ່ກັບເມຍຂອງຄົນອື່ນ; ຕາມກົດບັນຍັດແລ້ວຈະເຮັດໃຫ້ຜູ້ນັ້ນເປັນມົນທິນ.
\s5
\v 21 ຢ່າໄດ້ຖວາຍລູກຂອງພວກເຈົ້າ ເປັນເຄື່ອງມືໃນການຂາບໄຫວ້ພະມິນໂກມ ເພາະມັນນໍາຄວາມເສື່ອມເສຍ ມາໃຫ້ນາມຊື່ຂອງພຣະເຈົ້າຂອງເຈົ້າ.
\s5
\v 22 ຊາຍຢ່າໄດ້ສົມສູ່ກັບຊາຍ ເພາະການກະທາໍເຊັ່ນນີ້ ພຣະເຈົ້າກຽດຊັງທີ່ສຸດ.
\v 23 ຊາຍກໍດີ ຫລື ຍິງກໍດີ ຢ່າໄດ້ສົມສູ່ທາງເພດກັບສັດ; ເພາະການເຮັດຢ່າງບ້າຄັ່ງເຊັ່ນນີ້ ພາໃຫ້ພວກເຈົ້າເປັນມົນທິນ ຕາມກົດບັນຍັດ.
\s5
\v 24 ຢ່າປະພຶດຕົນໃຫ້ເປັນມົນທິນ ໂດຍກະທາໍສິ່ງເຫລົ່ານີ້ ເພາະວ່າຄົນບໍ່ນັບຖືພຣະເຈົ້າ ທີ່ເຮົາຂັບໄລ່ອອກໄປ ຕໍ່ໜ້າພວກເຈົ້າກໍໄດ້ປະພຶດຕົນໃຫ້ເປັນມົນທິນໂດຍວິທີນີ້.
\v 25 ການກະທໍາຂອງພວກເຂົາ ເຮັດໃຫ້ດິນແດນເປັນມົນທິນ; ສະນັ້ນ ເຮົາຈຶ່ງລົງໂທດດິນແດນນັ້ນ ໂດຍເຮັດໃຫ້ເປັນສ້ຽນໜາມຕໍ່ຄົນທີ່ເຄີຍຢູ່ອາໄສ.
\s5
\v 26-27 ພວກທີ່ໄດ້ຢູ່ໃນດິນແດນກ່ອນພວກເຈົ້າ ໄດ້ເຮັດແຕ່ສິ່ງເບື່ອໜ່າຍ ເຮັດໃຫ້ດິນແດນເປັນມົນທິນ ແຕ່ພວກເຈົ້າຢ່າໄດ້ເຮັດ ສິ່ງເຫລົ່ານັ້ນ. ພວກເຈົ້າທຸກຄົນ ບໍ່ວ່າຄົນອິດສະຣາເອນ ຫລື ຄົນຕ່າງດ້າວກໍຕາມ ທີ່ອາໄສຢູ່ກັບພວກເຈົ້າ ຕ້ອງຢຶດຖືກົດບັນຍັດ ແລະ ຂໍ້ຄໍາສັ່ງທັງຫລາຍຂອງເຮົາ.
\v 28 ແລ້ວດິນແດນນີ້ກໍຈະບໍ່ເປັນສ້ຽນໜາມຕໍ່ພວກເຈົ້າ ດັ່ງທີ່ເຄີຍໄດ້ເປັນມາຕໍ່ພວກບໍ່ນັບຖືພຣະເຈົ້າ ທີ່ເຄີຍອາໄສຢູ່ທີ່ນັ້ນກ່ອນພວກເຈົ້າ.
\s5
\v 29 ພວກເຈົ້າກໍຮູ້ແລ້ວວ່າ ຜູ້ໃດກໍຕາມທີ່ເຮັດສິ່ງເບື່ອໜ່າຍເຫລົ່ານີ້ ຈະບໍ່ໄດ້ມີຊື່ວ່າ ເປັນປະຊາຊົນຂອງເຮົາອີກຕໍ່ໄປ.
\v 30 ເຫດສະນັ້ນ ຈົ່ງເຊື່ອຟັງຂໍ້ຄໍາສັ່ງທີ່ເຮົາໃຫ້ພວກເຈົ້າ ແລະ ຢ່າເຮັດຕາມຮີດຄອງຂອງປະຊາຊົນທີ່ໄດ້ອາໄສຢູ່ໃນດິນແດນນີ້ກ່ອນ ພວກເຈົ້າ ແລະ ຢ່າເຮັດໃຫ້ພວກເຈົ້າເປັນມົນທິນ ໂດຍປະຕິບັດຕາມຮີດຄອງເຫລົ່ານັ້ນ. ເຮົາແມ່ນອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ.”
\s5
\c 19
\p
\v 1 ອົງພຣະຜູ້ເປັນເຈົ້າ ໄດ້ສັ່ງໂມເຊ
\v 2 ໃຫ້ບອກຊຸມຊົນອິດສະຣາເອນ ວ່າ, “ຈົ່ງບໍຣິສຸດ ເພາະເຮົາແມ່ນອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ບໍຣິສຸດ.
\v 3 ເຈົ້າແຕ່ລະຄົນຕ້ອງນັບຖືພໍ່ແມ່ຂອງຕົນ ແລະ ຢຶດຖືວັນຊະບາໂຕ ຕາມທີ່ເຮົາໄດ້ສັ່ງ. ເຮົາແມ່ນອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ.
\v 4 ຢ່າປະຖິ້ມເຮົາ ແລະ ຂາບໄຫວ້ຮູບເຄົາຣົບ; ຢ່າເອົາໂລຫະມາເຮັດຮູບພະ ແລະ ຂາບໄຫວ້ຮູບນັ້ນ ເພາະເຮົາແມ່ນອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ.
\s5
\v 5 ເມື່ອພວກເຈົ້າຂ້າສັດຖວາຍບູຊາ ເພື່ອຄວາມສາມັກຄີທໍາແກ່ອົງພຣະຜູ້ເປັນເຈົ້າ ຈົ່ງປະຕິບັດຕາມລະບຽບການ ທີ່ເຮົາໄດ້ມອບໃຫ້; ແລ້ວເຮົາກໍຈະຮັບການຖວາຍນັ້ນ.
\v 6 ຊີ້ນສັດນັ້ນ ໃຫ້ກິນໝົດໃນມື້ທີ່ຂ້າສັດ ຫລື ໃນມື້ຕໍ່ມາ. ຊີ້ນທີ່ເຫລືອໃນມື້ທີສາມ ໃຫ້ ເຜົາໄຟຖິ້ມ
\v 7 ເພາະແມ່ນຊີ້ນທີ່ເປັນມົນທິນ ຕາມກົດບັນຍັດ ແລະ ຖ້າຜູ້ໃດຜູ້ໜຶ່ງກິນຊີ້ນນັ້ນ ເຮົາຈະບໍ່ຮັບເຄື່ອງຖວາຍຂອງຜູ້ນັ້ນ.
\v 8 ຜູ້ໃດຜູ້ໜຶ່ງທີ່ກິນຊີ້ນນັ້ນ ຈະມີຄວາມຜິດເພາະເຂົາໄດ້ເຮັດໃຫ້ສິ່ງຖວາຍແກ່ອົງພຣະຜູ້ເປັນເຈົ້າເປັນມົນທິນ ແລະ ເຮົາຈະບໍ່ຖືຄົນນັ້ນ ວ່າ ເປັນປະຊາຊົນຂອງເຮົາອີກຕໍ່ໄປ.
\s5
\v 9 ເມື່ອພວກເຈົ້າເກັບກ່ຽວເຂົ້າໃນໄຮ່ນາ ຢ່າກ່ຽວຕາມແຄມນາ ແລະ ຢ່າຄືນມາກ່ຽວເຂົ້າທີ່ເຫລືອຢູ່.
\v 10 ຢ່າຄືນໄປໃນສວນເກັບເລັມ ເອົາພົ້ວອະງຸ່ນທີ່ລືມເກັບ ຫລື ໝາກອະງຸ່ນທີ່ຕົກເທິງໜ້າດິນ; ຈົ່ງປະໃຫ້ຄົນຍາກຈົນ ແລະ ຄົນຕ່າງດ້າວ. ເຮົາແມ່ນອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ.
\s5
\v 11 ຢ່າລັກ, ຢ່າຕົວະ, ຢ່າຫລອກລວງກັນແລະກັນ.
\v 12 ຢ່າສາບານອອກນາມຊື່ຂອງເຮົາ ເພື່ອຕົວະຊຶ່ງເປັນການນາໍຄວາມເສື່ອມເສຍ ມາສູ່ນາມຊື່ຂອງພຣະເຈົ້າ. ເຮົາແມ່ນອົງພຣະຜູ້ເປັນເຈົ້າ.
\s5
\v 13 ຢ່າເອົາລັດເອົາປຽບຜູ້ໜຶ່ງຜູ້ໃດ ຫລື ປຸ້ນຈີ້ເຂົາ. ຢ່າກັກຄ່າແຮງງານຂອງລູກຈ້າງໄວ້ ແມ່ນແຕ່ຄືນດຽວກໍຕາມ.
\v 14 ຢ່າປ້ອຍດ່າຄົນຫູໜວກ ຫລື ເອົາຂອງຂວາງທາງຄົນຕາບອດ ເພື່ອໃຫ້ລາວຕໍາສະດຸດ. ແຕ່ຈົ່ງຢໍາເກງພຣະເຈົ້າຂອງພວກເຈົ້າ; ເຮົາແມ່ນອົງພຣະຜູ້ເປັນເຈົ້າ.
\s5
\v 15 ຈົ່ງສັດຊື່ແລະທ່ຽງທາໍ ເມື່ອພວກເຈົ້າຕັດສິນຄະດີ ທາງກົດໝາຍ; ຢ່າສະແດງຄວາມເຫັນອົກເຫັນໃຈຄົນຍາກຈົນ ແລະ ຢ່າ ສະແດງຄວາມຢ້ານກົວຕໍ່ຄົນຮັ່ງມີ.
\v 16 ຢ່າທຽວໄປທຽວມາ ໃສ່ຮ້າຍປ້າຍສີຄົນອື່ນ ຢ່າປອງຮ້າຍຕໍ່ຊີວິດເພື່ອນບ້ານ. ເຮົາແມ່ນອົງພຣະຜູ້ເປັນເຈົ້າ.
\s5
\v 17 ຢ່າຮັກສາຄວາມກຽດຊັງພີ່ນ້ອງໄວ້ໃນໃຈ ແຕ່ຈົ່ງສະສາງຄວາມຂັດແຍ້ງກັນກັບຜູ້ນັ້ນ ເພື່ອວ່າເຈົ້າຈະບໍ່ເຂົ້າສ່ວນໃນໂທດຂອງລາວ. [ຍ]
\v 18 ຢ່າແກ້ແຄ້ນ ຫລື ຜູກພະຍາບາດກັບຜູ້ໃດຜູ້ໜຶ່ງ ແຕ່ຈົ່ງຮັກເພື່ອນມະນຸດເໝືອນຮັກຕົນເອງ. ເຮົາແມ່ນອົງພຣະຜູ້ເປັນເຈົ້າ.
\s5
\v 19 ຈົ່ງຍອມຟັງຂໍ້ຄໍາສັ່ງຂອງເຮົາ. ຢ່າ ປະສົມພັນສັດປະເພດຕ່າງກັນ. ຢ່າຫວ່ານ ແນວປູກສອງຊະນິດ ໃສ່ນາໄຮ່ດຽວກັນ. ຢ່ານຸ່ງເຄື່ອງເຮັດດ້ວຍຜ້າສອງຊະນິດປົນກັນ.
\s5
\v 20 ຖ້າຊາຍຜູ້ໃດຜູ້ໜຶ່ງນອນນາໍທາດຍິງ ຄົນໜຶ່ງ ທີ່ປະຕິຍານໄວ້ຈະແຕ່ງງານກັບຊາຍອື່ນ ແຕ່ທາດຍິງນັ້ນບໍ່ທັນຖືກຮັບການໄຖ່ ເຂົາທັງສອງຕ້ອງຖືກໂທດ ແຕ່ບໍ່ແມ່ນໂທດເຖິງປະຫານຊີວິດ ເຫດວ່າຍິງນັ້ນບໍ່ທັນໄດ້ຖືກໄຖ່ໃຫ້ເປັນອິດສະຫລະ ຍັງເປັນທາດຢູ່.
\v 21 ສ່ວນຝ່າຍຊາຍຈະຕ້ອງນາໍແກະເຖິກໂຕໜຶ່ງມາຍັງປະຕູເຂົ້າຫໍເຕັນ ເປັນເຄື່ອງບູຊາຖວາຍ ແກ່ອົງພຣະຜູ້ເປັນເຈົ້າ ເພື່ອຊົດໃຊ້ແທນຄືນ
\v 22 ແລະ ໂດຍແກະນັ້ນ ປະໂຣຫິດຈະເຮັດພິທີຊໍາລະເພື່ອລຶບລ້າງບາບໂທດຂອງຜູ້ນັ້ນ ແລະ ພຣະເຈົ້າກໍຈະຍົກໂທດໃຫ້ລາວ.
\s5
\v 23 ເມື່ອພວກເຈົ້າເຂົ້າໄປຢູ່ໃນດິນແດນ ການາອານ ແລະ ປູກຕົ້ນໄມ້ຊະນິດກິນໝາກ ຈົ່ງລະນຶກ ວ່າໃນເວລາສາມປີທໍາອິດ ໝາກໄມ້ໃນຕົ້ນນັ້ນເປັນມົນທິນ. ໃນໄລຍະເວລານັ້ນ ພວກເຈົ້າຢ່າສູ່ກິນ.
\v 24 ໃນປີທີສີ່ ໝາກໄມ້ທຸກໜ່ວຍຈະຕ້ອງຖືກນາໍມາຖວາຍ ແກ່ເຮົາຕາມພິທີ ເພື່ອສະແດງເຖິງການຮູ້ພຣະຄຸນຕໍ່ເຮົາ [ດ]
\v 25 ແຕ່ໃນປີທີຫ້າ ພວກເຈົ້າກິນໝາກໄມ້ນັ້ນໄດ້. ຖ້າພວກເຈົ້າ ປະຕິບັດຕາມສິ່ງທັງໝົດນີ້ ຕົ້ນໄມ້ຂອງພວກເຈົ້າກໍຈະເກີດໝາກຢ່າງຫລວງຫລາຍ. ເຮົາແມ່ນອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ.
\s5
\v 26 ຢ່າກິນຊີ້ນທີ່ຍັງມີເລືອດຢູ່ໃນນັ້ນ. ຢ່າຝຶກເວດມົນຄາຖາຊະນິດໃດ ໆ ທັງສິ້ນ.
\v 27 ຢ່າກຽນຜົມກາຍຫູຂຶ້ນໄປ ຫລື ກຽນຮິມໜວດຂອງພວກເຈົ້າ
\v 28 ຫລື ປາດເນື້ອເຖືອໜັງຂອງພວກເຈົ້າເອງ ເພື່ອໄວ້ທຸກໃຫ້ ແກ່ຄົນຕາຍ. ເຮົາແມ່ນອົງພຣະຜູ້ເປັນເຈົ້າ.
\s5
\v 29 ຢ່າເຮັດໃຫ້ລູກສາວຂອງພວກເຈົ້າອັບອາຍຂາຍໜ້າ ໂດຍຊຸກຍູ້ໃຫ້ເຂົາເປັນໂສເພນີ ຢູ່ຕາມວັດ. [ຕ] ຖ້າພວກເຈົ້າຂືນເຮັດ ພວກເຈົ້າກໍຫັນໄປຫາພະອື່ນສາແລ້ວ ແລະ ດິນແດນຂອງພວກເຈົ້າ ກໍຈະເຕັມໄປດ້ວຍການຜິດສິນທາໍ.
\v 30 ຈົ່ງຢຶດຖືວັນຊະບາໂຕ ແລະ ຈົ່ງເຄົາຣົບນັບຖືບ່ອນທີ່ຄົນນະມັດສະການເຮົາ. ເຮົາແມ່ນອົງພຣະຜູ້ເປັນເຈົ້າ.
\s5
\v 31 ຢ່າໄປຂໍຄໍາແນະນາໍຈາກໝໍຜີ ທີ່ປຸກວິນຍານຄົນຕາຍຂຶ້ນມາປຶກສາ; ຖ້າພວກເຈົ້າຂືນເຮັດ ພວກເຈົ້າກໍເປັນມົນທິນຕາມກົດບັນຍັດ. ເຮົາແມ່ນອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ.
\s5
\v 32 ຈົ່ງສະແດງຄວາມເຄົາຣົບນັບຖືແກ່ຄົນເຖົ້າແກ່ຊະຣາ ແລະ ໃຫ້ກຽດແກ່ເພິ່ນ. ຈົ່ງຢໍາເກງພຣະເຈົ້າຂອງພວກເຈົ້າ. ເຮົາແມ່ນອົງພຣະຜູ້ເປັນເຈົ້າ.
\s5
\v 33 ຢ່າຂົ່ມເຫັງຄົນຕ່າງດ້າວ ທີ່ອາໄສຢູ່ໃນ ດິນແດນຂອງພວກເຈົ້າ.
\v 34 ຈົ່ງເຮັດກັບເຂົາເໝືອນເຮັດກັບພີ່ນ້ອງອິດສະຣາເອນ ຄົນອື່ນ ໆ ແລະ ຈົ່ງຮັກພວກເຂົາເໝືອນຮັກພວກເຈົ້າເອງ. ຈົ່ງຈໍາໄວ້ວ່າ ພວກເຈົ້າກໍເຄີຍເປັນຄົນຕ່າງດ້າວໃນດິນແດນຂອງຊາວເອຢິບ ມາຄັ້ງໜຶ່ງ. ເຮົາແມ່ນອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ.
\s5
\v 35 ຢ່າສໍ້ໂກງຜູ້ໃດຜູ້ໜຶ່ງ ໂດຍໃຊ້ເຄື່ອງວັດແທກປອມ ເຊັ່ນ: ແທກຄວາມຍາວ, ຊັ່ງນາໍ້ໜັກ ຫລື ນັບຈໍານວນ.
\v 36 ຈົ່ງໃຊ້ມາດຕາສ່ວນ, ເຄື່ອງຊັ່ງ ແລະ ເຄື່ອງວັດແທກ ອັນຖືກຕ້ອງ. ເຮົາແມ່ນອົງພຣະຜູ້ເປັນເຈົ້າ ອົງເປັນພຣະເຈົ້າຂອງພວກເຈົ້າ ຜູ້ໄດ້ນາໍພວກເຈົ້າອອກມາຈາກປະເທດເອຢິບ.
\v 37 ຈົ່ງປະຕິບັດຕາມ ບັນດາກົດບັນຍັດ ແລະ ຄໍາສັ່ງທຸກຂໍ້ຂອງເຮົາ. ເຮົາແມ່ນອົງພຣະຜູ້ເປັນເຈົ້າ.”
\s5
\c 20
\p
\v 1 ອົງພຣະຜູ້ເປັນເຈົ້າ ໄດ້ສັ່ງໂມເຊ
\v 2 ໃຫ້ບອກປະຊາຊົນອິດສະຣາເອນ ວ່າ, “ໃນ ພວກເຈົ້າ ຫລື ໃນຄົນຕ່າງດ້າວທີ່ອາໄສຢູ່ນໍາ ພວກເຈົ້າ ຖ້າຜູ້ໃດໃຫ້ລູກຊາຍຍິງຂອງຕົນໄປເປັນເຄື່ອງມືຮັບໃຊ້ພະໂມເລັກ; ຜູ້ນັ້ນຈະຕ້ອງຖືກຊຸມຊົນແກວ່ງກ້ອນຫິນໃສ່ໃຫ້ຕາຍ.
\s5
\v 3 ຖ້າຜູ້ໃດມອບລູກຊາຍຍິງຂອງຕົນໃຫ້ພະໂມເລັກ ແລະເຮັດໃຫ້ຫໍເຕັນສັກສິດຂອງເຮົາເປັນມົນທິນ ແລະໃຫ້ນາມຊື່ອັນສັກສິດຂອງເຮົາເສື່ອມເສຍ; ເຮົາຈະຫັນມາຕໍ່ສູ້ຜູ້ນັ້ນ ທັງຈະບໍ່ຖືລາວວ່າ ເປັນປະຊາຊົນຂອງເຮົາ ອີກຕໍ່ໄປ.
\v 4 ແຕ່ຖ້າຊຸມຊົນບໍ່ເອົາໃຈໃສ່ ຕໍ່ສິ່ງທີ່ຜູ້ນັ້ນໄດ້ເຮັດ ແລະບໍ່ລົງໂທດລາວໃຫ້ເຖິງຕາຍ
\v 5 ເຮົາເອງຈະຫັນມາຕໍ່ສູ້ລາວກັບຄອບຄົວຂອງລາວ ແລະຕໍ່ສູ້ທຸກຄົນທີ່ສົມຮູ້ຮ່ວມຄິດກັນບໍ່ສັດຊື່ຕໍ່ເຮົາ ຍ້ອນຫັນໄປຂາບໄຫວ້ພະໂມເລັກ. ເຮົາຈະບໍ່ຖືພວກເຂົາວ່າເປັນປະຊາຊົນຂອງເຮົາ ອີກຕໍ່ໄປ.
\s5
\v 6 “ຖ້າຜູ້ໃດໄປຂໍຄໍາແນະນາໍຈາກໝໍຜີທີ່ປຸກວິນຍານຄົນຕາຍຂຶ້ນມາປຶກສາ ເຮົາຈະຫັນມາຕໍ່ສູ້ຜູ້ນັ້ນ ທັງຈະບໍ່ຖືລາວວ່າເປັນປະຊາຊົນຂອງເຮົາອີກຕໍ່ໄປ.
\v 7 ຈົ່ງຮັກສາພວກເຈົ້າ ເອງໃຫ້ບໍຣິສຸດ ເພາະເຮົາແມ່ນອົງພຣະຜູ້ເປັນ ເຈົ້າ ພຣະເຈົ້າຂອງພວກເຈົ້າ.
\s5
\v 8 ຈົ່ງເຊື່ອຟັງກົດບັນຍັດທັງຫລາຍຂອງເຮົາ ເພາະເຮົາແມ່ນອົງພຣະຜູ້ເປັນເຈົ້າ ຜູ້ເຮັດໃຫ້ພວກເຈົ້າບໍຣິສຸດ.
\v 9 ຜູ້ໃດຜູ້ໜຶ່ງທີ່ສາບແຊ່ງພໍ່ແມ່ຂອງຕົນ ຈະຕ້ອງຖືກໂທດ ເຖິງຕາຍ; ລາວຮັບຜິດຊອບລາວ ຕໍ່ການຕາຍຂອງລາວເອງ.
\s5
\v 10 ຖ້າຊາຍຄົນໜຶ່ງຫລິ້ນຊູ້ກັບເມຍຂອງພີ່ນ້ອງຊາວອິດສະຣາເອນ ຊາຍຍິງທັງສອງ ຄົນນັ້ນ ຈະຕ້ອງຖືກໂທດເຖິງຕາຍ.
\v 11 ຊາຍຄົນໜຶ່ງທີ່ສົມສູ່ກັບເມຍນ້ອຍຄົນໜຶ່ງຂອງພໍ່ຕົນ ກໍເຮັດໃຫ້ພໍ່ຕົນໄດ້ຮັບຄວາມເສື່ອມເສຍ ແລະ ອັບອາຍຂາຍໜ້າ; ຊາຍຍິງທັງສອງຄົນນັ້ນ ຈະຕ້ອງຖືກໂທດເຖິງຕາຍ. ພວກເຂົາຮັບຜິດຊອບຕໍ່ການຕາຍຂອງພວກເຂົາເອງ.
\v 12 ຖ້າຊາຍຄົນໜຶ່ງສົມສູ່ກັບລູກໃພ້ຂອງຕົນ ພວກເຂົາທັງສອງຈະຕ້ອງຖືກໂທດເຖິງຕາຍ. ພວກເຂົາໄດ້ປະພຶດຜິດຊາຍຍິງ ທີ່ຮ່ວມພໍ່ແມ່ດຽວກັນ. ພວກເຂົາຮັບຜິດຊອບຕໍ່ການຕາຍຂອງພວກເຂົາເອງ.
\s5
\v 13 ຖ້າຊາຍກັບຊາຍ ຮ່ວມຫລິ້ນກັນທາງເພດ ພວກເຂົາໄດ້ເຮັດໃນສິ່ງທີ່ກຽດຊັງ ທັງສອງຈະຕ້ອງໄດ້ຮັບໂທດເຖິງຕາຍ ເໝືອນກັນ. ພວກເຂົາຈະຕ້ອງຮັບຜິດຊອບຕໍ່ການຕາຍຂອງພວກເຂົາເອງ.
\v 14 ຖ້າຊາຍກັບຍິງແຕ່ງງານກັນ ແລະ ເອົາແມ່ຂອງຍິງນັ້ນ ເປັນເມຍດ້ວຍ; ເຂົາທັງສາມຈະຕ້ອງຖືກເຜົາໄຟໃຫ້ຕາຍທັງເປັນ ຍ້ອນສິ່ງອັບອາຍທີ່ພວກເຂົາໄດ້ເຮັດນັ້ນ; ການກະທາໍເຊັ່ນນີ້ ບໍ່ຄວນໃຫ້ເກີດຂຶ້ນ ໃນທ່າມກາງພວກເຈົ້າ.
\s5
\v 15 ຖ້າຊາຍຜູ້ໃດໄດ້ສົມສູ່ທາງເພດກັບສັດ ຊາຍຜູ້ນັ້ນແລະສັດ ຈະຕ້ອງໄດ້ຮັບໂທດເຖິງຕາຍ.
\v 16 ຖ້າຍິງຜູ້ໃດພະຍາຍາມສົມສູ່ທາງເພດກັບສັດ ຍິງຜູ້ນັ້ນກັບສັດຈະຕ້ອງໄດ້ຮັບໂທດເຖິງຕາຍ ເໝືອນກັນ. ເຂົາຮັບຜິດຊອບຕໍ່ການຕາຍຂອງຕົນເອງ.
\s5
\v 17 ຖ້າຊາຍຜູ້ໜຶ່ງແຕ່ງງານກັບເອື້ອຍ ຫລື ນ້ອງຂອງຕົນເອງ ຫລື ເອື້ອຍນ້ອງຕ່າງພໍ່ຕ່າງແມ່ກັນ, ພວກເຂົາຈະຕ້ອງຖືກປະຊາຊົນ ປະຈານຂາຍໜ້າ ແລະ ຖືກຂັບໄລ່ໃຫ້ອອກໄປຈາກຊຸມຊົນ. ລາວໄດ້ສົມສູ່ກັບເອື້ອຍ ຫລື ນ້ອງຂອງຕົນ; ສະນັ້ນ ລາວຈຶ່ງຕ້ອງຮັບຜົນທີ່ຕາມມາ.
\v 18 ຖ້າຊາຍຜູ້ໜຶ່ງສົມສູ່ກັບຍິງທີ່ເປັນປະຈາໍເດືອນ ໃຫ້ຂັບໄລ່ທັງສອງອອກໄປ ຈາກຊຸມຊົນ; ເພາະພວກເຂົາໄດ້ຝ່າຝືນລະບຽບການ ກ່ຽວກັບການເປັນມົນທິນ ຕາມກົດບັນຍັດ.
\s5
\v 19 ຖ້າ​ຊາຍ​ຜູ້​ໜຶ່ງ​ໄດ້​ສົມ​ສູ່​ກັບ​ປ້າ ຫລື ອາ​ຂອງ​ຕົນ ເຂົາ​ທັງ​ສອງ​ຕ້ອງ​ໄດ້​ຮັບ​ຜົນ​ກຳ ສຳ​ລັບ​ການ​ຜິດ​ຊາຍ​ຍິງ​ທີ່​ຮ່ວມ​ພໍ່​ແມ່​ດຽວ​ກັ​ນ​.
\v 20 ຖ້າ​ຊາຍ​ຜູ້​ໜຶ່ງ​ສົມ​ສູ່​ກັບ​ເມຍ​ຂອງ​ລຸງ ລາວ​ກໍ​ເຮັດ​ໃຫ້​ລຸງ​ຂອງ​ຕົນ​ເສື່ອມ​ເສຍ ແລະ​ລາວ​ກັບ​ຍິ​ງ​ຄົນ​ນັ້ນ ຈະ​ເສຍ​ຄ່າ​ທົດ​ແທນ​ໂທດ. ທັງ​ສອງ​ຈະ​ຕາຍ​ໂດຍບໍ່​ມີ​ລູກ.
\v 21 ຖ້າຊາຍຜູ້​ໜຶ່ງ​ເອົາ​ເມຍ​ອ້າຍ​ນ້ອງ​ຂອງ​ຕົນ​ມາ​ເປັນ​ເມຍ ເຂົາ​ກ​ໍ​ຈະ​ຕາຍ​ໂດຍບໍ່​ມີ​ລູກ. ເຂົາ​ໄດ້​ເຮັດ​ສິ່ງ​ທີ່​ເປັນ​ມົນ​ທິນ ທັງ​ໄດ້​ສ້າງ​ຄວາມ​ອັບ​ອາຍ​ຂາຍ​ໜ້າ​ໃຫ້​ແກ່​ອ້າຍ​ນ້ອງ​ຂອງ​ຕົນ​ດ້ວຍ.
\s5
\v 22 “ຈົ່ງປະຕິບັດຕາມບັນດາກົດບັນຍັດ ແລະ ຂໍ້ຄໍາສັ່ງທັງໝົດຂອງເຮົາ ເພື່ອວ່າດິນແດນການາອານ ຈະບໍ່ຄາຍພວກເຈົ້າອອກໄປ ຄື ດິນແດນຊຶ່ງເຮົາກາໍລັງນາໍພາພວກເຈົ້າ ເຂົ້າໄປ.
\v 23 ຢ່າໄດ້ນາໍຮີດຄອງຂອງປະຊາຊົນຜູ້ທີ່ອາໄສຢູ່ໃນບ່ອນນັ້ນມາໃຊ້; ເຮົາກາໍລັງຂັບໄລ່ຄົນບໍ່ນັບຖືພຣະເຈົ້າ ເຫລົ່ານັ້ນໃຫ້ອອກໄປ ເພື່ອພວກເຈົ້າຈະໄດ້ເຂົ້າໄປ ໃນດິນແດນນັ້ນ. ພວກເຂົາໄດ້ເຮັດໃຫ້ເຮົາເບື່ອໜ່າຍຕໍ່ຮີດຄອງ ອັນຊົ່ວຊ້າທັງປວງຂອງພວກເຂົາ.
\s5
\v 24 ແຕ່ເຮົາໄດ້ສັນຍາໄວ້ວ່າ ເຮົາຈະມອບດິນແດນທີ່ອຸດົມສົມບູນ ແລະ ຮັ່ງມີ [ຖ] ນີ້ໃຫ້ເປັນກາໍມະສິດຂອງພວກເຈົ້າ ແລະ ເຮົາກໍຈະມອບໃຫ້ພວກເຈົ້າແທ້. ເຮົາແມ່ນອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ເຮົາຈະແຍກພວກເຈົ້າອອກຕ່າງຫາກ ຈາກບັນດາປະຊາຊາດອື່ນ ໆ.
\v 25 ສະນັ້ນ ພວກເຈົ້າຈຶ່ງຈະຕ້ອງໄຈ້ແຍກ ຢ່າງຈະແຈ້ງລະຫວ່າງສັດກັບນົກຈາໍພວກ ທີ່ເປັນມົນທິນ ແລະ ບໍ່ເປັນມົນທິນ ຕາມກົດບັນຍັດໃຫ້ໄດ້. ຢ່າກິນສັດ ຫລື ນົກຈາໍພວກທີ່ເປັນມົນທິນ ເພາະເຮົາໄດ້ປະກາດວ່າ ສັດຈໍາພວກນັ້ນເປັນມົນທິນ ແລະ ການກິນສັດເຫລົ່ານັ້ນກໍຈະເຮັດໃຫ້ພວກເຈົ້າເປັນມົນທິນດ້ວຍ.
\s5
\v 26 ພວກເຈົ້າຈະຕ້ອງບໍຣິສຸດ ແລະ ເປັນປະຊາຊົນຂອງເຮົາເທົ່ານັ້ນ ເພາະວ່າເຮົາແມ່ນອົງພຣະຜູ້ເປັນເຈົ້າອົງບໍຣິສຸດ. ເຮົາໄດ້ແຍກພວກເຈົ້າອອກຕ່າງຫາກ ຈາກຊົນຊາດອື່ນ ໆ ເພື່ອພວກເຈົ້າເທົ່ານັ້ນ ຈະໄດ້ເປັນປະຊາຊົນຂອງເຮົາ.”
\s5
\v 27 “ຊາຍ ຫລື ຍິງຄົນໃດທີ່ປຸກວິນຍານຂອງຄົນຕາຍຂຶ້ນມາປຶກສາ ກໍຈະຖືກແກວ່ງ ດ້ວຍກ້ອນຫິນໃຫ້ເຖິງຕາຍ; ຄົນໃດທີ່ເຮັດສິ່ງນັ້ນ ແມ່ນຮັບຜິດຊອບຕໍ່ການຕາຍຂອງຕົນເອງ.”
\s5
\c 21
\p
\v 1 ອົງພຣະຜູ້ເປັນເຈົ້າ ໄດ້ສັ່ງໂມເຊ ໃຫ້ບອກບັນດາປະໂຣຫິດ ຜູ້ສືບເຊື້ອສາຍມາຈາກຄອບຄົວອາໂຣນ ວ່າ, “ຢ່າໃຫ້ປະໂຣຫິດປະພຶດຕົນເປັນມົນທິນ ຕາມກົດບັນຍັດ ໂດຍເຂົ້າຮ່ວມພິທີສົບຂອງພວກພີ່ນ້ອງຂອງຕົນ ເມື່ອພວກເຂົາຕາຍໄປ;
\v 2 ເວັ້ນແຕ່ເປັນພໍ່, ແມ່, ລູກຊາຍ, ລູກສາວ,
\v 3 ອ້າຍ ເອື້ອຍນ້ອງ ທີ່ຍັງບໍ່ທັນໄດ້ແຕ່ງງານ ແລະ ຍັງອາໄສຢູ່ນໍາຄອບຄົວຂອງຕົນ ເທົ່ານັ້ນ.
\s5
\v 4 ລາວຈະຕ້ອງບໍ່ປະພຶດຕົນໃຫ້ເປັນມົນທິນ [ນ] ໃນເລື່ອງການລົ້ມຫາຍຕາຍໄປ ຂອງພີ່ນ້ອງທາງພໍ່ດອງແມ່ດອງ.
\v 5 ຢ່າໃຫ້ປະໂຣຫິດແຖຫົວສ່ວນໃດສ່ວນໜຶ່ງ ຫລື ກຽນໜວດ ກຽນເຄົາ ຫລື ປາດເນື້ອເຖືອໜັງຕາມຮ່າງກາຍຂອງຕົນ ອັນສະແດງເຖິງການໄວ້ທຸກ.
\v 6 ລາວຕ້ອງປະພຶດຕົນໃຫ້ບໍຣິສຸດ ແລະ ບໍ່ຕ້ອງເຮັດໃຫ້ນາມຊື່ຂອງເຮົາເສື່ອມເສຍ. ລາວເປັນຜູ້ຖວາຍອາຫານແກ່ເຮົາ; ສະນັ້ນ ລາວຕ້ອງບໍຣິສຸດ.
\s5
\v 7 ປະໂຣຫິດຈະບໍ່ຕ້ອງແຕ່ງງານກັບຍິງທີ່ເປັນໂສເພນີ ຫລື ກັບຍິງທີ່ບໍ່ບິຣິສຸດ ຫລື ກັບແມ່ຮ້າງ ເພາະລາວບໍຣິສຸດຢູ່ແລ້ວ.
\v 8 ປະຊາຊົນຕ້ອງຖືປະໂຣຫິດວ່າ ບໍຣິສຸດ ເພາະລາວເປັນຜູ້ຖວາຍອາຫານແກ່ພຣະເຈົ້າຂອງເຈົ້າ. ເຮົາແມ່ນອົງພຣະຜູ້ເປັນເຈົ້າ ອົງບໍຣິສຸດ ແລະ ເຮົາສ້າງປະຊາຊົນຂອງເຮົາໃຫ້ບໍຣິສຸດ.
\v 9 ຖ້າລູກສາວຂອງປະໂຣຫິດ ເປັນໂສເພນີ ນາງກໍເຮັດໃຫ້ພໍ່ຂອງຕົນໄດ້ຮັບຄວາມອັບອາຍຂາຍໜ້າ; ນາງຈະຕ້ອງຖືກເຜົາທັງເປັນ.
\s5
\v 10 “ສ່ວນມະຫາປະໂຣຫິດ ນັ້ນແມ່ນຜູ້ໜຶ່ງທີ່ໄດ້ຮັບການຫົດສົງສະຖາປະນາ ດ້ວຍນາໍ້ມັນເຈີມສັກສິດໃສ່ເທິງຫົວ ແລະ ທັງໄດ້ຖືກສະຖາປະນາ ໃຫ້ນຸ່ງເຄື່ອງປະຈາໍຕໍາແໜ່ງ ປະໂຣຫິດ ໃນຖ່າມກາງພີ່ນ້ອງຂອງຕົນ. ສະນັ້ນ ລາວຈຶ່ງບໍ່ຕ້ອງປ່ອຍຜົມໃຫ້ຫຍຸ້ງ ຫລື ຈີກເຄື່ອງນຸ່ງຂອງຕົນເປັນການໄວ້ທຸກ.
\v 11 ລາວຕ້ອງບໍ່ເຂົ້າໄປໃນສະຖານທີ່ບ່ອນມີຄົນຕາຍ; ລາວຕ້ອງບໍ່ປະພຶດຕົນໃຫ້ເປັນມົນທິນ ຕາມກົດບັນຍັດ ເຖິງແມ່ນວ່າ ຜູ້ນັ້ນຈະເປັນຍາດຕິພີ່ນ້ອງຂອງພໍ່ ຫຼື ແມ່ຂອງຕົນເອງກໍຕາມ
\v 12 ລາວບໍ່ຕ້ອງອອກໄປຈາກພຣະວິຫານຂອງພຣະເຈົ້າ ແລະ ບໍ່ເຮັດໃຫ້ພຣະວິຫານຂອງພຣະເຈົ້າເປັນມົນທິນ ເພາະວ່າ ລາວໄດ້ຮັບການຫົດສົງແຕ່ງຕັ້ງ ດ້ວຍນາໍ້ມັນສັກສິດຂອງພຣະເຈົ້າ ເຮົາແມ່ນອົງພຣະຜູ້ເປັນເຈົ້າ.
\s5
\v 13 ລາວຈະຕ້ອງແຕ່ງງານກັບຍິງສາວບໍຣິສຸດ
\v 14 ຢ່າແຕ່ງງານກັບແມ່ຮ້າງ ຫລື ກັບແມ່ໝ້າຍ ຫລື ກັບແມ່ຍິງທີ່ເຄີຍເປັນໂສເພນີ. ລາວຈະຕ້ອງແຕ່ງງານກັບຍິງສາວບໍຣິສຸດ ທີ່ຢູ່ໃນຕະກຸນຂອງຕົນເອງເທົ່ານັ້ນ.
\v 15 ບໍ່ດັ່ງນັ້ນ ລູກຫລານຂອງພວກເຂົາ ຜູ້ທີ່ຈະຕ້ອງບໍຣິສຸດນັ້ນ ກໍຈະເປັນມົນທິນຕາມ ກົດບັນຍັດດ້ວຍ. ເຮົາແມ່ນອົງພຣະຜູ້ເປັນເຈົ້າ ແລະ ເຮົາໄດ້ຕັ້ງລາວໄວ້ຕ່າງຫາກ ເພື່ອເປັນມະຫາປະໂຣຫິດ.”
\s5
\v 16 ອົງພຣະຜູ້ເປັນເຈົ້າ ໄດ້ສັ່ງໂມເຊ
\v 17 ໃຫ້ບອກອາໂຣນ ວ່າ, “ໃນເຊື້ອສາຍຂອງເຈົ້ານັ້ນ ບໍ່ໃຫ້ຜູ້ໃດທີ່ມີຮ່າງກາຍພິການ ເຂົ້າມາຖວາຍອາຫານແກ່ເຮົາເດັດຂາດ. ຄໍາສັ່ງນີ້ ໃຫ້ປະຕິບັດກັນສືບໄປ ທຸກຍຸກທຸກສະໄໝ.
\s5
\v 18 ບໍ່ໃຫ້ຊາຍໃດທີ່ມີຮ່າງກາຍພິການ ຖວາຍອາຫານແກ່ເຮົາ ເຊັ່ນ: ຄົນຕາບອດ, ຄົນຂາພິການ, ຄົນໜ້າຕາເສຍຮູບຊົງ ຫລື ຕີນມືຄົດງໍ;
\v 19 ຄົນຕີນມືເປັນຫລ່ອຍ;
\v 20 ຄົນຫລັງກ່ອມ ຫລື ຄົນເຕ້ຍຜິດປົກກະຕິ; ຄົນເສຍຕາ ຫລື ຄົນເປັນພະຍາດຜິວໜັງແລະຊາຍເປັນກະເທີຍ.
\v 21 ບໍ່ໃຫ້ປະໂຣຫິດທີ່ສືບເຊື້ອສາຍມາຈາກຄອບຄົວອາໂຣນ ທີ່ມີຮ່າງກາຍພິການຖວາຍເຄື່ອງບູຊາດ້ວຍໄຟແກ່ອົງພຣະຜູ້ເປັນເຈົ້າ ເພາະວ່າເຂົາເປັນ ຄົນມີຕໍາໜິ ຢ່າໃຫ້ເຂົາເຂົ້າມາໃກ້ອາຫານທີ່ຖວາຍແກ່ພຣະເຈົ້າຂອງເຂົາ.
\s5
\v 22 ຄົນຢ່າງນັ້ນ ອາດກິນອາຫານທີ່ໄດ້ຖວາຍແກ່ພຣະເຈົ້າແລ້ວໄດ້ ຄື: ທັງອາຫານທີ່ ຖວາຍແລ້ວຢ່າງບໍຣິສຸດ ແລະຢ່າງບໍຣິສຸດທີ່ສຸດ;
\v 23 ແຕ່ຍ້ອນວ່າ ລາວມີຮ່າງກາຍພິການ ຈຶ່ງຈະເຂົ້າມາໃກ້ຜ້າກັ້ງ ຫລື ໃກ້ແທ່ນບູຊາບໍ່ໄດ້. ລາວຕ້ອງບໍ່ເຮັດໃຫ້ສິ່ງບໍຣິສຸດເຫລົ່ານີ້ ເປັນມົນທິນ ເພາະເຮົາແມ່ນອົງພຣະຜູ້ເປັນເຈົ້າ ຜູ້ໃຫ້ພວກເຂົາເປັນບໍຣິສຸດ. ”
\v 24 ອັນນີ້ແຫລະ ແມ່ນຖ້ອຍຄໍາທີ່ໂມເຊ ໄດ້ກ່າວແກ່ອາໂຣນ ພວກລູກຊາຍຂອງອາໂຣນ ຕະຫລອດທັງປະຊາຊົນອິດສະຣາເອນ ທຸກຄົນດ້ວຍ.
\s5
\c 22
\p
\v 1 ອົງພຣະຜູ້ເປັນເຈົ້າ ໄດ້ສັ່ງໂມເຊ
\v 2 ໃຫ້ບອກອາໂຣນ ກັບພວກລູກຊາຍຂອງລາວ ວ່າ, “ພວກເຈົ້າບໍ່ຕ້ອງນາໍຄວາມອັບອາຍ ຂາຍໜ້າມາສູ່ນາມຊື່ອັນບໍຣິສຸດຂອງເຮົາ; ສະນັ້ນ ຈົ່ງພາກັນແຍກອອກຈາກເຄື່ອງຖວາຍອັນສັກສິດ ທີ່ປະຊາຊົນອິດສະຣາເອນ ໄດ້ນາໍມາຖວາຍແກ່ເຮົານີ້ ດ້ວຍຄວາມຢໍາເກງ. ເຮົາແມ່ນອົງພຣະຜູ້ເປັນເຈົ້າ.
\v 3 ຖ້າ ເຊື້ອສາຍຂອງພວກເຈົ້າຜູ້ໃດເປັນມົນທິນ ຕາມກົດບັນຍັດ ເຂົ້າມາໃກ້ເຄື່ອງຖວາຍອັນສັກສິດ ທີ່ປະຊາຊົນອິດສະຣາເອນໄດ້ນາໍມາ ຖວາຍແກ່ອົງພຣະຜູ້ເປັນເຈົ້າ ຜູ້ນັ້ນຈະບໍ່ໄດ້ເຂົ້າມາຮັບໃຊ້ເຮົາ ທີ່ແທ່ນບູຊາຈັກເທື່ອ. ຂໍ້ຄໍາສັ່ງທັງໝົດນີ້ ໃຫ້ປະຕິບັດສືບຕໍ່ກັນໄປ. ເຮົາແມ່ນອົງພຣະຜູ້ເປັນເຈົ້າ.
\s5
\v 4 ບໍ່ໃຫ້ເຊື້ອສາຍຂອງອາໂຣນ ຄົນໃດຄົນໜຶ່ງທີ່ເປັນພະຍາດຂີ້ທູດ ຫລື ຜູ້ທີ່ມີສິ່ງໄຫລອອກຈາກຮ່າງກາຍ ກິນເຄື່ອງຖວາຍອັນສັກສິດ ຈົນກວ່າລາວຈະບໍ່ເປັນມົນທິນ ຕາມກົດບັນຍັດ. ປະໂຣຫິດທຸກຄົນກໍເປັນມົນທິນຖ້າແຕະຕ້ອງສິ່ງທີ່ເປັນມົນທິນ ເຊັ່ນ: ແຕະຕ້ອງຊາກສົບ, ມີນໍ້າກາມທີ່ໄຫລອອກ,
\v 5 ແຕະຕ້ອງສັດ ຫລື ຄົນທີ່ເປັນມົນທິນ.
\v 6 ປະໂຣຫິດທຸກຄົນທີ່ເປັນມົນທິນ ກໍຍັງເປັນມົນທິນ ຈົນຮອດຄໍ່າ ແລະ ເຂົາຍັງກິນຂອງຖວາຍອັນສັກສິດບໍ່ໄດ້ ຈົນກ່ວາໄດ້ອາບນາໍ້ ຊໍາລະຮ່າງກາຍແລ້ວ.
\s5
\v 7 ຫລັງຈາກ ຕາເວັນຕົກດິນແລ້ວ ລາວກໍບໍ່ເປັນມົນທິນ ແລະ ລາວອາດກິນຂອງຖວາຍ ອັນສັກສິດ ຊຶ່ງເປັນອາຫານຂອງລາວໄດ້.
\v 8 ລາວຈະຕ້ອງບໍ່ກິນຊີ້ນສັດໃດ ໆ ທີ່ຕາຍເອງ ຫລື ຖືກສັດປ່າກັດຕາຍ; ອາຫານນັ້ນຈະເຮັດໃຫ້ລາວເປັນມົນທິນ. ເຮົາແມ່ນອົງພຣະຜູ້ເປັນເຈົ້າ.
\v 9 ປະໂຣຫິດທຸກຄົນຈະຕ້ອງປະຕິບັດຕາມລະບຽບການຕ່າງ ໆ ທີ່ເຮົາໄດ້ມອບໃຫ້ນີ້. ຖ້າບໍ່ດັ່ງນັ້ນ ພວກເຂົາຈະເຮັດຜິດ ແລະ ຕາຍເພາະໄດ້ຝ່າຝືນລະບຽບການອັນສັກສິດ. ເຮົາແມ່ນອົງພຣະຜູ້ເປັນເຈົ້າ ແລະ ເຮົາໄດ້ເຮັດໃຫ້ພວກເຂົາບໍຣິສຸດ.
\s5
\v 10 ຄົນທີ່ສືບເຊື້ອສາຍ ມາຈາກຄອບຄົວ ຂອງປະໂຣຫິດ ເທົ່ານັ້ນທີ່ຈະກິນຂອງຖວາຍ ອັນສັກສິດໄດ້; ນອກນັ້ນ ບໍ່ມີຜູ້ໃດສາມາດ ຈະກິນໄດ້ ແມ່ນແຕ່ຄົນທີ່ອາໄສຢູ່ນາໍປະໂຣຫິດ ຫລື ຄົນທີ່ປະໂຣຫິດຈ້າງມາຊ່ວຍວຽກ ກໍກິນບໍ່ໄດ້.
\v 11 ແຕ່ພວກຄົນຮັບໃຊ້ທີ່ປະໂຣຫິດ ຊື້ມາດ້ວຍເງິນຂອງຕົນເອງ ຫລື ທີ່ເກີດໃນຄອບຄົວ ອາດກິນອາຫານທີ່ປະໂຣຫິດ ໄດ້ນໍາມານັ້ນ.
\s5
\v 12 ລູກສາວຂອງປະໂຣຫິດ ທີ່ແຕ່ງງານ ກັບຄົນທີ່ບໍ່ເປັນປະໂຣຫິດ ບໍ່ອາດກິນເຄື່ອງຖວາຍອັນສັກສິດໄດ້.
\v 13 ແຕ່ລູກສາວ ຂອງປະໂຣຫິດ ທີ່ເປັນແມ່ໝ້າຍ ຫລື ແມ່ຮ້າງ ທີ່ຍັງບໍ່ມີລູກ ແລະ ຜູ້ທີ່ກັບຄືນມາຢູ່ໃນຄອບຄົວພໍ່ທີ່ຢູ່ໃຕ້ຄວາມດູແລຂອງເພິ່ນ ອາດກິນອາຫານທີ່ພໍ່ຂອງຕົນໄດ້ຮັບໃນຖານະ ເປັນປະໂຣຫິດໄດ້. ຄົນໃນຄອບຄົວຂອງປະໂຣຫິດ ເທົ່ານັ້ນທີ່ກິນເຄື່ອງຖວາຍອັນສັກສິດໄດ້.
\s5
\v 14 ຖ້າບຸກຄົນໃດ ທີ່ບໍ່ແມ່ນຄົນໃນຄອບຄົວ ຂອງປະໂຣຫິດ ກິນເຄື່ອງຖວາຍອັນສັກສິດ ໂດຍບໍ່ໄດ້ຕັ້ງໃຈ ລາວຕ້ອງຈ່າຍເງິນຄືນໃຫ້ປະໂຣຫິດ ເຕັມລາຄາ ພ້ອມກັບເພີ່ມອີກຊາວເປີເຊັນ.
\v 15 ຝ່າຍປະໂຣຫິດ ຈະຕ້ອງບໍ່ໝິ່ນປະໝາດຄວາມສັກສິດຂອງເຄື່ອງຖວາຍ
\v 16 ໂດຍປະໃຫ້ຄົນທີ່ບໍ່ໄດ້ຮັບອະນຸຍາດກິນເຄື່ອງຖວາຍອັນສັກສິດ; ເພາະອັນນີ້ ເປັນການນໍາຄວາມຜິດ ກັບການລົງໂທດມາໃຫ້ຜູ້ ນັ້ນ. ເຮົາແມ່ນອົງພຣະຜູ້ເປັນເຈົ້າ ແລະ ເຮົາເປັນຜູ້ເຮັດໃຫ້ເຄື່ອງຖວາຍສັກສິດ.”
\s5
\v 17 ອົງພຣະຜູ້ເປັນເຈົ້າ ໄດ້ສັ່ງໂມເຊ
\v 18 ໃຫ້ມອບລະບຽບການທັງໝົດນີ້ແກ່ອາໂຣນ ແລະ ພວກລູກຊາຍຂອງລາວ ກັບປະຊາຊົນອິດສະຣາເອນ ດັ່ງຕໍ່ໄປນີ້: “ເມື່ອຄົນອິດສະຣາເອນ ຫລື ຄົນຕ່າງດ້າວ ທີ່ອາໄສຢູ່ໃນດິນແດນອິດສະຣາເອນ ນາໍເຄື່ອງມາເພື່ອເຜົາຖວາຍ ບໍ່ວ່າເພື່ອແກ້ບະບົນ ຫລື ດ້ວຍໃຈ ສັດທາ ແກ່ອົງພຣະຜູ້ເປັນເຈົ້າ ສັດທີ່ຈະຖວາຍນັ້ນຕ້ອງເປັນໂຕ ທີ່ມີສຸຂະພາບດີ ແລະ ບໍ່ມີຕໍາໜິ.
\v 19 ເຄື່ອງຖວາຍຈະເປັນທີ່ຍອມ ຮັບໄດ້ນັ້ນ ກໍຕໍ່ເມື່ອຖວາຍສັດໂຕທີ່ມີສຂະພາບດີ ແລະ ບໍ່ມີຕໍາໜິ.
\s5
\v 20 ຢ່າເອົາສັດມີຕໍາໜິມາຖວາຍ ເພາະວ່າ ຈະບໍ່ເປັນທີ່ຖືກຍອມຮັບໄດ້.
\v 21 ເມື່ອຜູ້ໃດ ຜູ້ໜຶ່ງນາໍເຄື່ອງມາຖວາຍ ເພື່ອຄວາມສາມັກຄີທາໍແກ່ອົງພຣະຜູ້ເປັນເຈົ້າ ບໍ່ວ່າຈະເປັນເຄື່ອງ ຖວາຍ ເພື່ອແກ້ບະບົນ ຫລື ດ້ວຍໃຈສັດທາກໍດີ ສັດທີ່ຈະຖວາຍນັ້ນ ຕ້ອງເປັນໂຕທີ່ມີສຸຂະພາບດິ ແລະ ບໍ່ມີຕໍາໜິ ຈຶ່ງຈະເປັນທີ່ຍອມ ຮັບເອົາໄດ້.
\s5
\v 22 ຢ່າໄດ້ຖວາຍສັດ ດັ່ງຕໍ່ໄປນີ້ ໃຫ້ອົງພຣະຜູ້ເປັນເຈົ້າ ຄື: ສັດຕາບອດ ຫລື ຂາພິການ ຫລື ມີແປ້ວ ຫລື ມີສິ່ງໄຫລອອກ ຫລື ເປັນຂີ້ກາກ ຂີ້ຫິດ. ຢ່າຖວາຍສັດເຫລົ່ານີ້ ເທິງແທ່ນບູຊາ ເປັນພິທີຖວາຍອາຫານ.
\v 23 ສ່ວນການຖວາຍຕາມໃຈສັດທານັ້ນ ພວກເຈົ້າຖວາຍສັດທີ່ເປັນໝັນ ຫລື ຕົນໂຕທີ່ບໍ່ສົມບູນໄດ້, ແຕ່ສໍາລັບການຖວາຍເພື່ອແກ້ ບະບົນນັ້ນ ຈະບໍ່ເປັນທີ່ຍອມຮັບໄດ້.
\s5
\v 24 ຢ່າຖວາຍສັດໂຕໃດ ທີ່ໝາກໄຂ່ຫາໍ ຖືກບີບແຕກ, ຖືກຕັດ, ຖືກຕອນ ຫລື ຖືກລອກອອກ ແກ່ອົງພຣະຜູ້ເປັນເຈົ້າ ສິ່ງນີ້ບໍ່ເປັນທີ່ອະນຸຍາດ ໃຫ້ເຮັດໃນດິນແດນຂອງພວກເຈົ້າຢ່າງເດັດຂາດ
\v 25 ຢ່າເອົາສັດທີ່ໄດ້ຈາກຊາວຕ່າງດ້າວ ມາເຮັດພິທີຖວາຍອາຫານ. ສັດເຫລົ່ານັ້ນ ຈະຖືວ່າເປັນສັດທີ່ບໍ່ປົກກະຕິ ແລະ ຈະເປັນທີ່ຍອມຮັບເອົາບໍ່ໄດ້.”
\s5
\v 26-27 ອົງພຣະຜູ້ເປັນເຈົ້າ ກ່າວແກ່ໂມເຊ ວ່າ: “ເມື່ອລູກງົວ ຫລື ລູກແກະ ຫລື ລູກແບ້ເກີດມາ ຈົ່ງປະໄວ້ຢູ່ກັບແມ່ຂອງມັນ ເຈັດວັນ; ຕັ້ງແຕ່ວັນທີແປດເປັນຕົ້ນໄປ ການຖວາຍບູຊາດ້ວຍໄຟ ແກ່ອົງພຣະຜູ້ເປັນເຈົ້າ ຈຶ່ງຈະເປັນທີ່ຍອມຮັບ.
\s5
\v 28 ຢ່າເອົາງົວກັບລູກ ຫລື ແກະກັບລູກ ຫລື ແບ້ກັບລູກຂອງມັນຖວາຍບູຊາ ໃນວັນດຽວກັນ.
\v 29 ເມື່ອພວກເຈົ້າຖວາຍບູຊາ ໂມທະນາຂອບພຣະຄຸນ ແກ່ອົງພຣະຜູ້ເປັນເຈົ້ານັ້ນ ຈົ່ງເຮັດຕາມລະບຽບການນີ້ ເພື່ອການຖວາຍນັ້ນ ຈະເປັນທີ່ຍອມຮັບເອົາໄດ້;
\v 30 ຈົ່ງກິນເຄື່ອງບູຊາໃນມື້ນັ້ນໂລດ ແລະ ຢ່າປະໄວ້ຈົນຮອດມື້ອື່ນເຊົ້າ.
\s5
\v 31 ຈົ່ງເຊື່ອ ແລະ ປະຕິບັດຕາມຂໍ້ຄໍາສັ່ງຂອງເຮົາ ຝ່າຍເຮົາແມ່ນອົງພຣະຜູ້ເປັນເຈົ້າ.
\v 32 ຢ່າໄດ້ນາໍຄວາມອັບອາຍຂາຍໜ້າ ມາສູ່ນາມຊື່ອັນບໍຣິສຸດຂອງເຮົາ; ເຮົາຕ້ອງເປັນທີ່ບໍຣິສຸດ ໃນທ່າມກາງປະຊາຊົນອິດສະຣາເອນ. ເຮົາແມ່ນອົງພຣະຜູ້ເປັນເຈົ້າ ແລະ ເຮົາເປັນຜູ້ສ້າງພວກເຈົ້າໃຫ້ບໍຣິສຸດ;
\v 33 ແລະ ເຮົາໄດ້ນາໍພວກເຈົ້າອອກມາຈາກ ປະເທດເອຢິບ ກໍເພື່ອເປັນພຣະເຈົ້າຂອງພວກເຈົ້າ. ເຮົາແມ່ນອົງພຣະຜູ້ເປັນເຈົ້າ.”
\s5
\c 23
\p
\v 1 ອົງພຣະຜູ້ເປັນເຈົ້າໄດ້ກ່າວກັບໂມເຊ ວ່າ,
\v 2 “ຈົ່ງບອກປະຊາຊົນອິດສະຣາເອນ ວ່າສິ່ງເຫລົ່ານີ້ ແມ່ນເປັນເທດສະການທີ່ເຮົາ ຈັດຕັ້ງໄວ້ແກ່ອົງພຣະຜູ້ເປັນເຈົ້າ ຊຶ່ງເຈົ້າທັງຫລາຍຕ້ອງປະກາດວ່າ ເປັນການໂຮມຊຸມນຸມອັນສັກສິດບໍຣິສຸດ.
\s5
\v 3 ຈົ່ງເຮັດວຽກ ໃນຫົກມື້ ສ່ວນມື້ທີເຈັດ ນັ້ນໃຫ້ຢຶດຖືໄວ້ເປັນວັນຊະບາໂຕ ພັກຜ່ອນ. ຢ່າເຮັດວຽກໃນວັນນີ້ ແຕ່ຈົ່ງເຕົ້າໂຮມກັນເພື່ອນະມັດສະການ. ບໍ່ວ່າເຈົ້າຈະຢູ່ທີ່ໃດກໍຕາມ ໃຫ້ຖືວັນຊະບາໂຕ ເປັນຂອງອົງພຣະຜູ້ເປັນເຈົ້າ.
\s5
\v 4 ຈົ່ງປະກາດເທດສະການ ດັ່ງຕໍ່ໄປນີ້ ຕາມເວລາທີ່ໄດ້ກາໍນົດໄວ້.
\v 5 ປັດສະຄາ ຄື ວັນສະເຫລີມສະຫລອງຍ້ອງຍໍສັນລະເສີນ ໃຫ້ກຽດອົງພຣະຜູ້ເປັນເຈົ້າວັນນີ້ ເລີ່ມແຕ່ຕາເວັນຕົກດິນຂອງວັນທີສິບສີ່ຂອງເດືອນທີໜຶ່ງ.
\v 6 ໃນວັນທີສິບຫ້າ ແມ່ນວັນເລີ່ມກິນ ເຂົ້າຈີ່ບໍ່ມີເຊື້ອແປ້ງ ແລະ ໃນທັງໝົດເຈັດວັນນັ້ນ ເຈົ້າບໍ່ຕ້ອງກິນເຂົ້າຈີ່ໃດ ໆ ທີ່ມີເຊື້ອແປ້ງ.
\s5
\v 7 ໃນວັນທໍາອິດຂອງເທດສະການນີ້ ພວກເຈົ້າຕ້ອງຈັດຕັ້ງການໂຮມຊຸມນຸມອັນສັກສິດ ບໍຣິສຸດ ເພື່ອນະມັດສະການ ແລະ ຢ່າເຮັດວຽກປະຈາໍວັນ ໃດ ໆ ທັງສິ້ນ.
\v 8 ຈົ່ງຖວາຍ ເຄື່ອງບູຊາດ້ວຍໄຟແກ່ອົງພຣະຜູ້ເປັນເຈົ້າ ເປັນເວລາເຈັດວັນ. ໃນວັນທີເຈັດ ພວກເຈົ້າຈະຕ້ອງຈັດຕັ້ງການໂຮມຊຸມນຸມອັນສັກສິດ ບໍຣິສຸດ ອີກເພື່ອນະມັດສະການ ແຕ່ຢ່າເຮັດວຽກປະຈາໍວັນໃດ ໆ ທັງສິ້ນໃນວັນນີ້.”
\s5
\v 9-10 ອົງພຣະຜູ້ເປັນເຈົ້າ ໄດ້ກ່າວແກ່ໂມເຊ ວ່າ, “ຈົ່ງບອກປະຊາຊົນອິດສະຣາເອນ ວ່າ ເມື່ອພວກເຈົ້າເຂົ້າໄປໃນດິນແດນ ທີ່ເຮົາກໍາລັງຈະມອບໃຫ້ພວກເຈົ້າ ແລະ ເກັບກ່ຽວ ພືດຜົນຂອງດິນແດນນັ້ນ; ຈົ່ງນາໍຮວງເຂົ້າ ຮວງທາໍອິດທີ່ໄດ້ກ່ຽວແລ້ວໄປໃຫ້ປະໂຣຫິດ.
\v 11 ປະໂຣຫິດຈະຍົກຮວງເຂົ້າຂື້ນ ແກວ່ງໄປແກວ່ງມາ ເປັນເຄື່ອງຖວາຍບູຊາພິເສດ ຕໍ່ໜ້າອົງພຣະຜູ້ເປັນເຈົ້າ ເພື່ອວ່າພຣະອົງຈະຮັບຮອງເອົາພວກເຈົ້າ. ປະໂຣຫິດຈະຖວາຍ ຮວງເຂົ້າໃນມື້ໃໝ່ ຫລັງຈາກວັນຊະບາໂຕ.
\s5
\v 12 ໃນວັນທີ່ພວກເຈົ້າຖວາຍພືດຜົນ ເປັນເມັດແກວ່ງໄປແກວ່ງມານັ້ນ ພວກເຈົ້າຈົ່ງເຜົາລູກແກະໂຕໜຶ່ງທີ່ມີສຸຂະພາບດີ ແລະ ບໍ່ມີຕໍາໜິ ອາຍຸໜຶ່ງປີ ຖວາຍບູຊາແກ່ອົງພຣະຜູ້ເປັນເຈົ້າ.
\v 13 ພ້ອມດຽວກັນນັ້ນ ພວກເຈົ້າຈະຕ້ອງຖວາຍແປ້ງປົນກົບນາໍ້ມັນໝາກກອກເທດ ຈາໍ ນວນສອງກິໂລກາຼມ ເປັນການ ຖວາຍອາຫານດ້ວຍໄຟ. ກິ່ນຫອມຫວນຂອງ ເຄື່ອງຖວາຍນີ້ ຈຶ່ງເປັນທີ່ພໍໃຈອົງພຣະຜູ້ເປັນເຈົ້າ. ພວກເຈົ້າຈະຕ້ອງຖວາຍເຫລົ້າອະງຸ່ນ ໜຶ່ງລິດ ເຊັ່ນດຽວກັນ.
\v 14 ຢ່າກິນພືດຜົນ ເປັນເມັດ ຊຶ່ງເກັບກ່ຽວໃໝ່ໃດ ໆ ທັງສິ້ນ ບໍ່ວ່າ ກິນດິບ ຫລື ປີ້ງ ຫລື ອົບ ເປັນເຂົ້າຈີ່; ຈົນກວ່າ ພວກເຈົ້າໄດ້ຖວາຍ ສິ່ງເຫລົ່ານີ້ແກ່ພຣະເຈົ້າ ຂອງພວກເຈົ້າແລ້ວ. ໃຫ້ເຊື້ອສາຍຂອງພວກເຈົ້າ ຢຶດຖືລະບຽບການນີ້ໄວ້ທຸກຍຸກທຸກສະໄໝສືບໄປ.
\s5
\v 15 ຈົ່ງນັບໃຫ້ຄົບເຈັດອາທິດ ແຕ່ເຊົ້າຂອງຫລັງວັນຊະບາໂຕ ທີ່ພວກເຈົ້ານາໍຮວງເຂົ້າ ມາຍົກຖວາຍ ແກວ່ງໄປແກວ່ງມາ ຖວາຍແກ່ອົງພຣະຜູ້ເປັນເຈົ້າ.
\v 16 ໃນມື້ທີຫ້າສິບ ຫລັງວັນຊະບາໂຕເຈັດເທື່ອ ຈົ່ງນາໍພືດຜົນເປັນເມັດທີ່ເກັບກ່ຽວໃໝ່ ມາຖວາຍແກ່ອົງພຣະຜູ້ເປັນເຈົ້າ.
\s5
\v 17 ໃຫ້ແຕ່ລະຄອບຄົວນາໍເຂົ້າຈີ່ສອງກ້ອນ ມາຖວາຍຍົກຂຶ້ນແກວ່ງໄປແກວ່ງມາ ເປັນເຄື່ອງຖວາຍພິເສດ. ເຂົ້າຈີ່ແຕ່ລະກ້ອນນັ້ນ ຈະຕ້ອງເຮັດດ້ວຍແປ້ງສອງກິໂລກາຼມ ຕີໃສ່ກັບເຊື້ອແປ້ງ ແລະ ນາໍມາຖວາຍແກ່ອົງພຣະຜູ້ເປັນເຈົ້າ ແບບພືດຜົນເປັນເມັດ ສໍາລັບການເກັບກ່ຽວຄັ້ງທໍາອິດ.
\v 18 ພ້ອມກັບເຂົ້າຈີ່ນັ້ນ ຈົ່ງໃຫ້ຊຸມຊົນອິດສະຣາເອນ ນາໍລູກແກະ ເຈັດໂຕ ອາຍຸໜຶ່ງປີ, ງົວເຖິກໜຸ່ມ ໜຶ່ງໂຕ ແລະ ແບ້ເຖິກໜຸ່ມ ສອງໂຕ ມາຖວາຍເປັນສັດທີ່ມີສຸຂະພາບດີ ແລະ ບໍ່ມີຕໍາໜິ. ພວກເຂົາຈະຕ້ອງເຜົາສັດເຫລົ່ານີ້ ຖວາຍບູຊາແກ່ ອົງພຣະຜູ້ເປັນເຈົ້າ ຄູ່ກັນໄປກັບການຖວາຍ ພືດຜົນເປັນເມັດ ແລະ ເຫລົ້າອະງຸ່ນ. ກິ່ນຫອມຫວນຂອງເຄື່ອງຖວາຍບູຊານີ້ ຈຶ່ງເປັນທີ່ພໍໃຈອົງພຣະຜູ້ເປັນເຈົ້າ.
\s5
\v 19 ເຊັ່ນດຽວກັນ ຈົ່ງຖວາຍແບ້ເຖິກໂຕໜຶ່ງ ເພື່ອລຶບລ້າງບາບ ແລະ ແກະເຖິກອາຍຸໜຶ່ງປີ ສອງໂຕ ເພື່ອຄວາມສາມັກຄີທາໍ.
\v 20 ປະໂຣຫິດຈະຕ້ອງນາໍເຄື່ອງບູຊານີ້ ແກວ່ງໄປແກວ່ງມາ ພ້ອມກັບລູກແກະສອງໂຕ ມາຖວາຍເປັນຂອງຖວາຍພິເສດ ຕໍ່ໜ້າອົງພຣະ ຜູ້ເປັນເຈົ້າ ສໍາລັບປະໂຣຫິດ. ເຄື່ອງຖວາຍ ເຫລົ່ານີ້ ແມ່ນສັກສິດ.
\v 21 ໃນວັນນັ້ນ ຢ່າເຮັດວຽກປະຈາໍວັນໃດ ໆ ທັງສິ້ນ ແຕ່ຈົ່ງເຕົ້າໂຮມກັນເພື່ອນະມັດສະການ. ໃຫ້ເຊື້ອສາຍຂອງພວກເຈົ້າ ຢຶດຖືລະບຽບການນີ້ ທຸກຍຸກທຸກສະໄໝສືບໄປ ບໍ່ວ່າພວກເຂົາຈະຢູ່ທີ່ໃດກໍຕາມ.
\s5
\v 22 ເມື່ອພວກເຈົ້າເກັບກ່ຽວເຂົ້າໃນນາ ຢ່າ ກ່ຽວຕາມແຄມນາ ແລະ ຢ່າກັບຄືນມາເລັມເຂົ້າທີ່ຍັງເຫລືອຢູ່ນັ້ນ, ແຕ່ຈົ່ງປະໄວ້ໃຫ້ຄົນຍາກຈົນ ແລະ ຄົນຕ່າງດ້າວ. ຝ່າຍເຮົາແມ່ນ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ.”
\s5
\v 23-24 ອົງພຣະຜູ້ເປັນເຈົ້າ ໄດ້ກ່າວແກ່ໂມເຊ ວ່າ, “ຈົ່ງບອກກັບປະຊາຊົນອິດສະຣາເອນ ວ່າ ໃນວັນທີໜຶ່ງຂອງເດືອນ ທີເຈັດ ໃຫ້ຖືເປັນວັນພິເສດສໍາລັບພັກຜ່ອນ ແລະ ເມື່ອໄດ້ຍິນສຽງແກດັງຂຶ້ນ ຈົ່ງພາກັນມາເຕົ້າໂຮມເພື່ອນະມັດສະການ.
\v 25 ຈົ່ງຖວາຍອາຫານແກ່ພຣະອົງ ແລະ ຢ່າເຮັດວຽກປະຈໍາວັນໃດ ໆ ທັງສິ້ນໃນວັນນີ້.”
\s5
\v 26-27 ອົງພຣະຜູ້ເປັນເຈົ້າ ໄດ້ກ່າວແກ່ໂມເຊ ວ່າ, “ຈົ່ງບອກກັບປະຊາຊົນອິດສະຣາເອນ ວ່າ ໃນວັນທີສິບຂອງເດືອນທີເຈັດ ແມ່ນວັນລຶບລ້າງບາບປະຈາໍປີຂອງປະຊາຊົນຕາມກົດບັນຍັດ. ໃນວັນນີ້ ຢ່າກິນສິ່ງໃດ ໆ ເລີຍ; ຈົ່ງພາກັນມານະມັດສະການ ແລະນາໍອາຫານມາຖວາຍແກ່ອົງພຣະຜູ້ເປັນເຈົ້າ.
\s5
\v 28 ຢ່າເຮັດວຽກໃດ ໆ ໃນວັນນີ້ ເພາະວ່າແມ່ນມື້ລຶບລ້າງບາບ ເພື່ອກະທາໍການລຶບລ້າງບາບຂອງພວກເຈົ້າ ຕໍ່ໜ້າອົງພຣະຜູ້ເປັນເຈົ້າ.
\v 29 ຜູ້ໃດທີ່ກິນສິ່ງໜຶ່ງສິ່ງໃດໃນວັນນີ້ ຈະບໍ່ຖືຜູ້ນັ້ນວ່າ ເປັນປະຊາຊົນຂອງພຣະອົງອີກຕໍ່ໄປ.
\s5
\v 30 ຖ້າຜູ້ໃດເຮັດວຽກຢ່າງໜຶ່ງຢ່າງໃດໃນວັນນີ້ ພຣະເຈົ້າຈະລົງໂທດຜູ້ນັ້ນເຖິງຕາຍ.
\v 31 ໃຫ້ເຊື້ອສາຍຂອງພວກເຈົ້າຢຶດຖືລະບຽບການນີ້ ທຸກຍຸກທຸກສະໄໝສືບໄປ ບໍ່ວ່າພວກເຂົາຈະຢູ່ບ່ອນໃດກໍຕາມ.
\v 32 ແຕ່ຕາເວັນ ຕົກດິນ ໃນວັນທີເກົ້າ ຈົນຮອດຕາເວັນຕົກດິນໃນວັນທີສິບຂອງເດືອນ; ຈົ່ງຢຶດຖືວັນນີ້ ເປັນມື້ພິເສດ ລະຫວ່າງນີ້ບໍ່ໃຫ້ຜູ້ໃດກິນຫຍັງເລີຍ.”
\s5
\v 33-34 ອົງພຣະຜູ້ເປັນເຈົ້າໄດ້ກ່າວ ກັບໂມເຊ ວ່າ, “ຈົ່ງບອກປະຊາຊົນອິດສະຣາເອນ ວ່າ ເທດສະການປຸກຕູບຢູ່ ເລີ່ມໃນວັນທີສິບຫ້າຂອງເດືອນເຈັດ ແລະ ສືບຕໍ່ເປັນເວລາເຈັດວັນ.
\s5
\v 35 ໃນວັນທໍາອິດຂອງວັນເຫລົ່ານີ້ ໃຫ້ພາກັນມາເຕົ້າໂຮມ ເພື່ອນະມັດສະການ ແລະ ຢ່າເຮັດວຽກປະຈໍາວັນໃດ ໆ ທັງສິ້ນ.
\v 36 ແຕ່ລະວັນ ໃນເຈັດວັນນັ້ນ ພວກເຈົ້າຈະຕ້ອງຖວາຍບູຊາດ້ວຍໄຟ ແກ່ອົງພຣະຜູ້ເປັນເຈົ້າ. ໃນວັນທີແປດ ຈົ່ງມາເຕົ້າໂຮມກັນອີກ ເພື່ອນະມັດສະການ ແລະ ຖວາຍບູຊາດ້ວຍໄຟແກ່ອົງພຣະຜູ້ເປັນເຈົ້າ. ພວກເຈົ້າບໍ່ຕ້ອງ ເຮັດວຽກການໃດ ໆ ທັງສິ້ນ ເພາະແມ່ນວັນນະມັດສະການ.
\s5
\v 37 ອັນນີ້ແມ່ນເທດສະການທາງສາສະໜາ ທີ່ພວກເຈົ້າຍ້ອງຍໍສັນລະເສີນ ໃຫ້ກຽດອົງພຣະຜູ້ເປັນເຈົ້າ ໂດຍການມາເຕົ້າໂຮມກັນ ເພື່ອນະມັດສະການ ແລະ ຖວາຍອາຫານ ແກ່ພຣະອົງ ຄື: ຖວາຍເຄື່ອງເຜົາບູຊາ, ພືດຜົນເປັນເມັດ, ເຄື່ອງບູຊາອື່ນ ໆ ແລະ ເຫລົ້າອະງຸ່ນ ຕາມທີ່ໄດ້ກາໍນົດໄວ້ແຕ່ລະວັນ.
\v 38 ເທດສະການເຫລົ່ານີ້ ໄດ້ຖືກຈັດຕັ້ງຂຶ້ນ ເພື່ອຕື່ມໃສ່ວັນຊະບາໂຕ ຕາມປົກກະຕິ ແລະ ເຄື່ອງຖວາຍເຫລົ່ານີ້ ໃຫ້ຕື່ມໃສ່ຂອງຖວາຍ ທີ່ໄດ້ຖວາຍຕາມປົກກະຕິ, ເຄື່ອງຖວາຍເພື່ອແກ້ບະບົນ ແລະ ເຄື່ອງຖວາຍຕາມໃຈ ສັດທາ.
\s5
\v 39 ເມື່ອພວກເຈົ້າເກັບກ່ຽວພືດຜົນຈາກໄຮ່ ນາຂອງພວກເຈົ້າ ຈົ່ງສະເຫລີມສະຫລອງເທດສະການນີ້ ເຈັດວັນ ໂດຍໃຫ້ຕັ້ງຕົ້ນແຕ່ວັນທີສິບຫ້າຂອງເດືອນທີເຈັດ. ວັນທາໍອິດ ໃຫ້ຖືເປັນວັນພິເສດ ເພື່ອພັກຜ່ອນ ແລະ ໃນວັນທີແປດ ກໍໃຫ້ຖືເປັນວັນພິເສດ ເພື່ອພັກຜ່ອນອີກ.
\s5
\v 40 ໃນວັນນີ້ ຈົ່ງນາໍຜົນລະໄມ້ຢ່າງດີ ທີ່ສຸດ ຈາກຕົ້ນໄມ້ຂອງພວກເຈົ້າມາ, ໃບຕານ ກ້ານພ້າວ ກັບງ່າໄມ້ ທີ່ມີໃບດົກ ແລ້ວເລີ່ມເທດສະການທາງສາສະໜາ ເພື່ອຍ້ອງຍໍສັນລະເສີນໃຫ້ກຽດອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ໃນລະຫວ່າງເຈັດວັນ.
\v 41 ຈົ່ງສະຫລອງເທດສະການນີ້ ເຈັດວັນ. ໃຫ້ເຊື້ອສາຍຂອງພວກເຈົ້າຢຶດຖື ລະບຽບການນີ້ທຸກຍຸກທຸກສະໄໝສືບໄປ.
\s5
\v 42 ປະຊາຊົນອິດສະຣາເອນ ທຸກຄົນຈະຕ້ອງປຸກຕູບຢູ່ເປັນເວລາ ເຈັດວັນ
\v 43 ເພື່ອ ເຊື້ອສາຍຂອງພວກເຈົ້າຈະຮູ້ວ່າ ອົງພຣະຜູ້ປັນເຈົ້າໄດ້ໃຫ້ປະຊາຊົນອິດສະຣາເອນ ຢູ່ຕາມຕູບແບບປຸກງ່າຍ ໆ ສະໄໝທີ່ພຣະອົງໄດ້ນາໍພາພວກເຂົາອອກມາຈາກປະເທດເອຢິບ. ເຮົາແມ່ນອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ. ”
\v 44 ສະນັ້ນ ໂມເຊ ໄດ້ບອກລູກຫລານປະຊາຊົນອິດສະຣາເອນໃຫ້ຮູ້ຈັກວັນເທດສະການທັງຫລາຍຂອງອົງພຣະຜູ້ເປັນເຈົ້າ.
\s5
\c 24
\p
\v 1 ອົງພຣະຜູ້ເປັນເຈົ້າ ໄດ້ບອກໂມເຊ ວ່າ,
\v 2 “ໃຫ້ສັ່ງປະຊາຊົນນາໍນາໍ້ມັນໝາກກອກເທດສົດ ທີ່ມີຄຸນນະພາບດີສໍາລັບໄຕ້ຕະກຽງ ມາຖວາຍໃນຫໍເຕັນ ເພື່ອວ່າຕະກຽງຈະຮຸ່ງແຈ້ງຢູ່ສະເໝີ.
\s5
\v 3 ທຸກວັນເວລາຄໍ່າ ອາໂຣນຕ້ອງໄຕ້ຕະກຽງ ແລະ ຮັກສາໃຫ້ມັນຮຸ່ງຢູ່ຈົນເຖິງແຈ້ງ ຕໍ່ໜ້າອົງພຣະຜູ້ເປັນເຈົ້າທີ່ຢູ່ນອກຜ້າກັ້ງ ຕໍ່ໜ້າຂອງຫີບ ພັນທະສັນຍາ. ໃຫ້ພາກັນຢຶດຖືລະບຽບການນີ້ໄວ້ທຸກຍຸກທຸກສະໄໝສືບໄປ.
\v 4 ອາໂຣນ ຈະຕ້ອງດູແລຮັກສາຕະກຽງ ເທິງຫລັກທີ່ເຮັດດ້ວຍຄໍາສົດ ແລະ ກວດເບິ່ງໃຫ້ຮຸ່ງແຈ້ງຢູ່ຢ່າງສະໝໍ່າສະເໝີ ຢູ່ຊ້ອງໜ້າ ຂອງອົງພຣະຜູ້ເປັນເຈົ້າ.
\s5
\v 5 ຈົ່ງເອົາແປ້ງສິບສອງກິໂລກາຼມ ມາແລະປັ້ນເຮັດເຂົ້າຈີ່ສິບສອງກ້ອນ.
\v 6 ເມື່ອເຮັດແລ້ວ ຈົ່ງວາງເຂົ້າຈີ່ນັ້ນເປັນສອງແຖວ ຄື: ແຖວລະຫົກກ້ອນ ເທິງໂຕະທີ່ໂອບດ້ວຍຄໍາສົດ ຊຶ່ງຕັ້ງໄວ້ຢູ່ຕໍ່ໜ້າອົງພຣະຜູ້ເປັນເຈົ້າ.
\s5
\v 7 ເທິງແຕ່ລະແຖວນັ້ນ ໃຫ້ເອົາກາໍຍານບໍຣິສຸດ ບາງສ່ວນໃສ່ ແລະ ກໍາຍານນັ້ນກໍຈະເປັນເຄື່ອງໝາຍວ່າ ເຂົ້າຈີ່ນັ້ນໄດ້ອຸທິດຖວາຍ ເປັນອາຫານແກ່ອົງພຣະຜູ້ເປັນເຈົ້າແລ້ວ.
\v 8 ທຸກວັນຊະບາໂຕ ຈົ່ງນໍາເຂົ້າຈີ່ມາວາງຢູ່ຕໍ່ໜ້າອົງພຣະຜູ້ເປັນເຈົ້າ ທຸກຍຸກທຸກສະໄໝ ສືບໄປ. ອັນນີ້ ໃຫ້ຖືເປັນໜ້າທີ່ຂອງຊາວອິດສະຣາເອນຕະຫລອດໄປ.
\v 9 ສ່ວນເຂົ້າຈີ່ນັ້ນ ໃຫ້​ເປັນຂອງອາໂຣນ ແລະ ເຊື້ອສາຍຂອງລາວ ແລະ ພວກເຂົາຈະຕ້ອງ ກິນເຂົ້າຈີ່ນັ້ນ ໃນບ່ອນບໍຣິສຸດ ເພາະແມ່ນ ອາຫານບໍຣິສຸດ ທີ່ໄດ້ຖວາຍແກ່ອົງພຣະຜູ້ ເປັນເຈົ້າ ສໍາລັບປະໂຣຫິດ.”
\s5
\v 10-11 ມີຊາຍຄົນໜຶ່ງ ທີ່ພໍ່ເປັນຄົນເອຢິບ ແລະ ແມ່ເປັນຄົນອິດສະຣາເອນ ຊື່ວ່າ ເຊໂລມິດ. ແມ່ຂອງລາວເປັນລູກສາວຂອງ ດີບະຣີ ທີ່ມາຈາກຕະກຸນ ດານ. ຊາຍຜູ້ນີ້ໄດ້ຜິດຖຽງກັນກັບຄົນອິດສະຣາເອນຜູ້ໜຶ່ງຢູ່ໃນ ຄ້າຍພັກ. ເວລາຜິດຖຽງກັນນັ້ນ ລາວໄດ້ສາບແຊ່ງພຣະນາມພຣະເຈົ້າ. ສະນັ້ນ ເຂົາຈຶ່ງນາໍລາວມາຫາ ໂມເຊ;
\v 12 ເພິ່ນໃຫ້ເຂົາ ກັກໂຕລາວໄວ້ ແລະ ລໍເບິ່ງວ່າອົງພຣະຜູ້ເປັນ ເຈົ້າ ຈະບອກໃຫ້ເຮັດຫຍັງ ໃນຂັ້ນຕໍ່ໄປ.
\s5
\v 13 ອົງພຣະຜູ້ເປັນເຈົ້າ ໄດ້ກ່າວແກ່ໂມເຊ ວ່າ,
\v 14 “ໃຫ້ນາໍຊາຍຜູ້ນີ້ອອກໄປນອກຄ້າຍ. ທຸກ ໆ ຄົນທີ່ໄດ້ຍິນລາວ ສາບແຊ່ງຈະ ຕ້ອງວາງມືໃສ່ເທິງຫົວຂອງລາວ ເພື່ອຢັ້ງຢືນ ວ່າ ຊາຍຄົນນີ້ໄດ້ກະທາໍຜິດ ແລະ ຕໍ່ໄປຊຸມຊົນອິດສະຣາເອນ ຈະຕ້ອງຄວ່າງກ້ອນຫິນໃສ່ລາວໃຫ້ຕາຍ.
\s5
\v 15 ແລ້ວໃຫ້ບອກປະຊາຊົນອິດສະຣາເອນ ວ່າ ຜູ້ໃດຜູ້ໜຶ່ງທີ່ສາບແຊ່ງພຣະເຈົ້າ ຕ້ອງໄດ້ຮັບຜົນກາໍ ແລະ ຕ້ອງຮັບໂທດເຖິງຕາຍ.
\v 16 ຄົນອິດສະຣາເອນຜູ້ໃດ ຫລື ຄົນຕ່າງດ້າວ ຜູ້ໃດກໍຕາມ ອາໄສຢູ່ໃນດິນແດນອິດສະຣາເອນ ທີ່ສາບແຊ່ງພຣະນາມຂອງອົງພຣະຜູ້ເປັນເຈົ້າ ຈະຕ້ອງຖືກປະຊາຊົນຄວ່າງ ກ້ອນຫິນໃສ່ໃຫ້ຕາຍ.
\s5
\v 17 ຜູ້​ໃດ​ຜູ້​ໜຶ່ງ​ທີ່​ຂ້າ​ຄົນ ຈະ​ຕ້ອງ​ຖືກ​ລົງ​ໂທດ​ເຖິງ​ຕາຍ
\v 18 ແລະ​ຜູ້​ໃດ​ຜູ້​ໜຶ່ງ​ທີ່​ຂ້າ​ສັດ​ຂອງ​ຄົນ​ອື່ນ ຈະ​ຕ້ອງ​ໃຊ້​ສັດ​ນັ້ນ​ຄືນ​ໃຫ້​ເຈົ້າ​ຂອງ ຫລັກ​ການ​ມີ​ຢູ່​ວ່າ ຊີ​ວິດ​ແທນ​ຊີ​ວິດ.
\s5
\v 19 ຖ້າຜູ້ໃດຜູ້ໜຶ່ງທາໍຮ້າຍຮ່າງກາຍຂອງຜູ້ອື່ນ ບໍ່ວ່າລາວຈະເຮັດໃຫ້ຄົນອື່ນນັ້ນຢ່າງໃດ ເຂົາກໍຈະເຮັດໃຫ້ລາວ ເໝືອນກັນຢ່າງນັ້ນ.
\v 20 ຖ້າລາວເຮັດໃຫ້ກະດູກ ຊີກໜຶ່ງຂອງຄົນອື່ນຫັກ ກະດູກຊີກໜຶ່ງຂອງລາວກໍຈະຕ້ອງ ຫັກຄືກັນ; ຖ້າລາວເຮັດໃຫ້ຕາໜ່ວຍໜຶ່ງຂອງ ຄົນອື່ນບອດ ຕາໜ່ວຍໜຶ່ງຂອງລາວກໍຈະຕ້ອງບອດດ້ວຍ; ຖ້າລາວຕີແຂ້ວເຫລັ້ມໜຶ່ງຂອງຄົນອື​່ນຫັກ ແຂ້ວເຫລັ້ມໜຶ່ງຂອງລາວກໍຈະຕ້ອງຫັກດ້ວຍ. ລາວທາໍຮ້າຍຄົນອື່ນຢ່າງໃດ ຄົນອື່ນກໍຈະທາໍຮ້າຍລາວຄືນ ຢ່າງນັ້ນ.
\v 21 ຜູ້ໃດກໍຕາມທີ່ຂ້າສັດຂອງຄົນອື່ນ ຈະຕ້ອງຊົດໃຊ້ສັດນັ້ນຄືນ, ແຕ່ຜູ້ໃດກໍຕາມ ທີ່ຂ້າຄົນຈະຕ້ອງຖືກລົງໂທດໃຫ້ເຖິງຕາຍ.
\s5
\v 22 ກົດບັນຍັດນີ້ ໃຫ້ໃຊ້ສໍາລັບທຸກຄົນ ບໍ່ວ່າຈະເປັນຄົນອິດສະຣາເອນ ຫລື ຄົນຕ່າງດ້າວກໍຕາມ ທີ່ອາໄສຢູ່ໃນທ່າມກາງພວກເຈົ້າ ເພາະເຮົາແມ່ນອົງພຣະຜູເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ. ”
\v 23 ເມື່ອໂມເຊ ໄດ້ກ່າວເຊັ່ນນີ້ຕໍ່ປະຊາຊົນອິດສະຣາເອນແລ້ວ ພວກເຂົາໄດ້ນາໍຊາຍຄົນນັ້ນ ອອກໄປນອກຄ້າຍພັກ ແລະ ຄວ່າງກ້ອນຫິນໃສ່ລາວໃຫ້ຕາຍ. ໃນທາໍນອງນີ້ທີ່ປະຊາຊົນອິດສະຣາເອນໄດ້ປະຕິບັດ ຕາມສິ່ງທີ່ອົງພຣະຜູ້ເປັນເຈົ້າ ໄດ້ສັ່ງແກ່ໂມເຊ.
\s5
\c 25
\p
\v 1 ອົງພຣະຜູ້ເປັນເຈົ້າ ໄດ້ກ່າວແກ່ໂມເຊ ທີ່ ເທິງພູເຂົາຊີນາຍ ວ່າ,
\v 2 “ໃຫ້ມອບລະບຽບການດັ່ງຕໍ່ໄປນີ້ ແກ່ປະຊາຊົນອິດສະຣາເອນ. ເມື່ອພວກເຈົ້າເຂົ້າໄປໃນດິນແດນ ທີ່ເຮົາກາໍລັງຈະມອບໃຫ້ ພວກເຈົ້າຈະຕ້ອງຍ້ອງຍໍສັນລະເສີນ ໃຫ້ກຽດອົງພຣະຜູ້ເປັນເຈົ້າໂດຍທຸກປີທີເຈັດໃດ ໃຫ້ຢຸດການປູກຝັງ.
\s5
\v 3 ພວກເຈົ້າຈະຂຸດຄົ້ນໄຮ່ນາ ຕັດຕອນ ສວນອະງຸ່ນ ແລະ ຮີບໂຮມຜົນລະປູກໄວ້ພາຍໃນຫົກປີ.
\v 4 ແຕ່ໃນປີທີເຈັດ ແມ່ນປີໃຫ້ທີ່ດິນທັງໝົດພັກຜ່ອນ ໂດຍອຸທິດຖວາຍ ເປັນປີ ຊະບາໂຕ ແກ່ອົງພຣະຜູ້ເປັນເຈົ້າ. ຢ່າປູກຝັງໃນໄຮ່ນາ ຫລື ຕັດຕອນສວນອະງຸ່ນ.
\s5
\v 5 ຢ່າໄດ້ເກັບກ່ຽວພືດຜົນ ທີ່ງອກຂຶ້ນມາເອງ ແລະຢ່າໄດ້ເກັບພົ້ວໝາກອະງຸ່ນ ທີ່ພວກເຈົ້າບໍ່ໄດ້ຕັດຕອນຕົ້ນຂອງມັນ. ຈົ່ງປ່ອຍທີ່ດິນໃຫ້ເປັນດິນເຮື້ອ.
\v 6 ໃນປີ ຊະບາໂຕ ນັ້ນ ແມ່ນວ່າດິນດອນບ່ອນເຮັດຢູ່ ເຮັດກິນບໍ່ໄດ້ໃຊ້ປູກຝັງກໍຕາມພວກເຈົ້າ ຍັງສາມາດນາໍອາຫານສໍາລັບພວກເຈົ້າ ບັນດາຄົນຮັບໃຊ້ ແລະບັນດາລູກຈ້າງຂອງພວກເຈົ້າ ຊາວຕ່າງດ້າວທີ່ອາໄສຢູ່ກັບພວກເຈົ້າ,
\v 7 ສັດລ້ຽງຂອງພວກເຈົ້າ ແລະສັດປ່າທີ່ອາໄສຢູ່ຕາມທົ່ງນາ. ທຸກ ໆ ສິ່ງທີ່ເກີດຂຶ້ນໃນດິນດອນຕອນນັ້ນ ພວກເຈົ້າກິນໄດ້.”
\s5
\v 8 “ຈົ່ງນັບເຈັດເທື່ອຄູນເຈັດ ລວມທັງໝົດ ເປັນສີ່ສິບເກົ້າປີ.
\v 9 ແລ້ວໃນວັນທີສິບຂອງເດືອນທີເຈັດ ແມ່ນວັນລຶບລ້າງບາບ ຈົ່ງໃຊ້ຄົນເປົ່າແກ ປ່າວເຕືອນໄປທົ່ວປະເທດ.
\s5
\v 10 ໃນທໍານອງນີ້ ພວກເຈົ້າຈົ່ງຕັ້ງປີທີຫ້າສິບໄວ້ຕ່າງຫາກ ແລະ ປະກາດອິດສະລະພາບໃຫ້ປະຊາຊົນ ໃນປະເທດທຸກຄົນ. ໃນປີນີ້ຊັບສົມບັດທັງໝົດ ທີ່ໄດ້ຖືກຂາຍໄປນັ້ນຈະຕ້ອງຖືກສົ່ງຄືນໃຫ້ເຈົ້າຂອງເດີມ ຫລື ເຊື້ອສາຍຂອງລາວ ແລະຜູ້ໃດທີ່ຖືກຊື້ມາ ເປັນຄົນຮັບໃຊ້ ຈະຕ້ອງຖືກສົ່ງຄືນໃຫ້ຄອບຄົວຂອງລາວ.
\s5
\v 11 ພວກເຈົ້າຈະຕ້ອງບໍ່ປູກຝັງ ຫລື ເກັບກ່ຽວ ໃນໄຮ່ນາພືດຜົນ ທີ່ເກີດຂຶ້ນມາເອງ ຫລື ເກັບເອົາຜົນອະງຸ່ນໃນສວນທີ່ບໍ່ໄດ້ຕັດ ຕອນມັນ.
\v 12 ຕະຫລອດປີທີຫ້າສິບ ຈະເປັນປີບໍຣິສຸດສໍາລັບພວກເຈົ້າ; ພວກເຈົ້າຈະ ກິນພືດຜົນທີ່ເກີດຂຶ້ນເອງໃນທົ່ງນາເທົ່ານັ້ນ.
\s5
\v 13 ໃນປີນີ້ ຊັບສົມບັດທັງໝົດ ທີ່ຖືກຂາຍໄປນັ້ນ ຈະຕ້ອງຖືກສົ່ງຄືນໃຫ້ເຈົ້າຂອງເດີມ.
\v 14 ສະນັ້ນ ເມື່ອພວກເຈົ້າຂາຍທີ່ດິນໃຫ້ຄົນອິດສະຣາເອນ ພີ່ນ້ອງຮ່ວມຊາດຂອງພວກເຈົ້າ ຫລື ຊື້ທີ່ດິນຈາກລາວກໍດີ ຢ່າໄດ້ຊື້ຂາຍກັນໂດຍບໍ່ຍຸດຕິທາໍ.
\s5
\v 15 ສ່ວນລາຄານັ້ນ ໃຫ້ໄລ່ເອົາຕາມຈາໍນວນປີ ຊຶ່ງທີ່ດິນຜະລິດຜົນລະປູກໄດ້ກ່ອນຈະເຖິງປີ ຄົບຮອບປີທີຫ້າສິບ.
\v 16 ຖ້າມີຫລາຍປີ ກໍຕ້ອງໃຫ້ຕື່ມລາຄາຂຶ້ນ ແຕ່ຖ້າມີ ນ້ອຍປີ ກໍຕ້ອງໃຫ້ຫລຸດລາຄາລົງ; ເພາະສິ່ງທີ່ຖືກຂາຍໄປນັ້ນ ແມ່ນຈາໍນວນພືດຜົນຊຶ່ງທີ່ດິນຜະລິດຜົນໄດ້.
\v 17 ຢ່າໄດ້ສໍ້ໂກງຄົນອິດສະຣາເອນ ພີ່ນ້ອງຮ່ວມຊາດຂອງພວກເຈົ້າ, ແຕ່ຈົ່ງຢໍາເກງພຣະເຈົ້າຂອງພວກເຈົ້າ ເພາະເຮົາແມ່ນອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ.”
\s5
\v 18 “ຈົ່ງເຊື່ອຟັງກົດບັນຍັດທຸກ ໆ ບົດຂອງເຮົາ ແລະ ຈົ່ງຖືຮັກສາຄໍາສັ່ງທຸກ ໆ ຂໍ້ຂອງເຮົາ ເພື່ອວ່າພວກເຈົ້າຈະຢູ່ໃນດິນແດນ ໄດ້ຢ່າງປອດໄພ.
\v 19 ທີ່ດິນຈະຜະລິດຜົນລະປູກໃຫ້ ແລະ ພວກເຈົ້າຈະໄດ້ກິນຢ່າງ ອີ່ມໜາໍສໍາລານ ແລະ ຈະຢູ່ໃນປະເທດໄດ້ຢ່າງປອດໄພ.
\s5
\v 20 ແຕ່ບາງຄົນອາດຈະຖາມ ວ່າ, ‘ຈະມີຫຍັງກິນໃນປີທີເຈັດ ໃນເມື່ອບໍ່ໄດ້ຂຸດຄົ້ນທີ່ດິນ ແລະ ບໍ່ໄດ້ເກັບກ່ຽວພືດຜົນ.
\v 21 ເຮົາຈະອວຍພອນທີ່ດິນປູກຝັງໃນປີທີຫົກ ເພື່ອວ່າມັນຈະຜະລິດອາຫານ ໃຫ້ພໍສໍາລັບສາມປີ.
\v 22 ເມື່ອພວກເຈົ້າປູກຝັງໃນໄຮ່ນາ ໃນປີທີແປດ ພວກເຈົ້າຍັງຈະກິນສິ່ງທີ່ເກັບກ່ຽວໄດ້ຈາກຜົນລະປູກໃນປີທີຫົກນັ້ນຢູ່ ແລະ ພວກເຈົ້າຍັງຈະມີກິນພຽງພໍ ຈົນເຖິງລະດູເກັບກ່ຽວຜົນລະປູກ ໃນປີທີເກົ້າ.”
\s5
\v 23 “ທີ່ດິນຂອງພວກເຈົ້າ ຂາຍໃນລັກສະນະຖາວອນບໍ່ໄດ້ ເພາະວ່າພວກເຈົ້າ ບໍ່ແມ່ນເຈົ້າຂອງທີ່ດິນນັ້ນ; ທີ່ດິນເປັນຂອງ ເຮົາ ແລະ ພວກເຈົ້າກໍເປັນດັ່ງຄົນຕ່າງດ້າວທັງຫລາຍ ທີ່ໄດ້ຮັບອະນຸຍາດໃຫ້ປູກຝັງກິນ ໃນທີ່ດິນເທົ່ານັ້ນ.
\v 24 ແລະທີ່ດິນທຸກບ່ອນ ທີ່ພວກເຈົ້າຢຶດຄອງຢູ່ນັ້ນ ພວກເຈົ້າຕ້ອງຮັບຮູ້ສິດທິຂອງເຈົ້າຂອງເດີມ ທີ່ຈະຊື້ທີ່ດິນນັ້ນຄືນໄດ້.
\v 25 ຖ້າຄົນອິດສະຣາເອນຜູ້ນັ້ນ ຍາກຈົນ ແລະ ຖືກບັງຄັບໃຫ້ຂາຍທີ່ດິນຂອງຕົນໄປ ພີ່ນ້ອງຜູ້ໃກ້ຊິດລາວສາມາດຊື້ທີ່ດິນຄືນໄດ້.
\s5
\v 26 ຜູ້ໃດຜູ້ໜຶ່ງ ທີ່ບໍ່ມີພີ່ນ້ອງຊື້ທີ່ດິນຄືນ ໃນພາຍລຸນມາ ເມື່ອເກີດຮັ່ງມີເປັນດີຂຶ້ນ ແລະ ມີເງື່ອນໄຂພຽງພໍ ລາວຈະຊື້ທີ່ດິນຄືນກໍໄດ້.
\v 27 ໃນກໍລະນີເຊັ່ນນີ້ ລາວຕ້ອງຈ່າຍໃຫ້ຜູ້ທີ່ໄດ້ຊື້ທີ່ດິນນັ້ນ ໃນຈາໍນວນເງິນຊົດເຊີຍ ຢ້ອນຫລັງນັບຕັ້ງແຕ່ມື້ທີ່ລາວໄດ້ຊື້ມາ ຈົນຮອດປີຄົບຮອບຫ້າສິບປີຊຸດຕໍ່ມາ.
\v 28 ແຕ່ຖ້າລາວບໍ່ມີເງິນພຽງພໍສໍາລັບຊື້ທີ່ດິນຄືນ ທີ່ດິນນັ້ນກໍຍັງຢູ່ພາຍໃຕ້ການດູແລຮັກສາຂອງຜູ້ທີ່ ໄດ້ຊື້ທີ່ດິນນັ້ນຕໍ່ໄປ ຈົນຮອດຄົບຮອບປີຫ້າສິບຊຸດໜ້າ. ໃນປີນັ້ນ ທີ່ດິນຈະຖືກສົ່ງຄືນໃຫ້ເຈົ້າຂອງເດີມ.
\s5
\v 29 ຖ້າຜູ້ໜຶ່ງຂາຍເຮືອນໃນເມືອງທີ່ມີກາໍແພງ ລາວມີສິດທີ່ຈະຊື້ເຮືອນນັ້ນຄືນພາຍໃນໜຶ່ງປີທາໍອິດ ນັບຕັ້ງແຕ່ມື້ຊື້ຂາຍກັນ.
\v 30 ແຕ່ຖ້າລາວບໍ່ຊື້ຄືນພາຍໃນໜຶ່ງປີ ລາວໝົດສິດທິໃນການຊື້ຄືນ ແລະເຮືອນນັ້ນກໍການເປັນກາໍມະສິດອັນຖາວອນຂອງຜູ້ຊື້ ແລະ ເຊື້ອສາຍຂອງລາວ ການສົ່ງໃຫ້ຄືນໃນຄົບຮອບຫ້າສິບປີ ກໍຈະບໍ່ມີ.
\s5
\v 31 ແຕ່ເຮືອນທີ່ຢູ່ນອກເມືອງທີ່ບໍ່ມີກາໍແພງ ອ້ອມ ໃຫ້ຖືເອົາຄືກັນກັບດິນໄຮ່ນາ; ເຈົ້າຂອງຜູ້ທາໍອິດມີສິດຊື້ຄືນ ແລະໃນປີຄົບຮອບຫ້າສິບປີ ທີ່ດິນຈະຖືກສົ່ງຄືນໃຫ້ເຈົ້າຂອງເດີມ.
\v 32 ຢ່າງໃດກໍຕາມ ຄົນເລວີ ມີສິດຊື້ ຊັບສົມບັດໃນຕົວເມືອງທັງຫລາຍຄືນໄດ້ ທຸກເວລາຕາມທີ່ໄດ້ກາໍນົດໄວ້.
\s5
\v 33 ຖ້າ​ຄົນ​ເລ​ວີ ຜູ້​ໜຶ່ງ​ຂາຍ​ເຮືອນ​ຂອງ​ຕົນ​ຢູ່​ໃນ​ເມ​ືອງ ແລະ​ບໍ່​ໄດ້​ຊື້​ຄືນ​ມາ, ເຮືອນນັ້ນ​ຕ້ອງ​ຖືກ​ສົ່ງ​ຄືນ​ໃຫ້​ລາວ​ໃນ​ເວ​ລາ​ຄົບ​ຮອບ​ຫ້າ​ສິບ​ປີ [ທ] ເພາະ​ເຮືອນ​ທີ່​ຄົນ​ເລ​ວີ​ເປັນ​ເຈົ້າ​ຂອງ​ຢູ່​ໃນ​ເມືອງ​ຂອງ​ພວກ​ເຂົາ ແມ່ນ​ຊັບ​ສົມ​ບັດ​ອັນ​ຖາ​ວອນ​ຂອງ​ພວກ​ເຂົາ​ໃນ​ທ່າມ​ກາງ​ປະ​ຊາ​ຊົນ​ອິດ​ສະ​ຣາ​ເອນ.
\v 34 ແຕ່​ດິນດອນ​ຕ່ອນ​ຫຍ້າ​ບ່ອນ​ລ້ຽງ​ສັດ​ ທີ່​ອ້ອມ​ຕົວ​ເມ​ືອງ​ຕ່າງ ໆ ຂອງ​ຄົນ​ເລ​ວີ​ນັ້ນ ຈະ​ຂາຍບໍ່​ໄດ້​ເດັດ​ຂາດ ມັນ​ເປັນ​ຊັບ​ສົມ​ບັດ​ຂອງ​ພວກ​ເຂົາ​ຕະ​ຫລອດ​ໄປ."
\s5
\v 35 “ຖ້າພີ່ນ້ອງອິດສະຣາເອນ ບ້ານໃກ້ເຮືອນຄຽງພວກເຈົ້າຄົນໜຶ່ງຍາກຈົນຫລາຍ ຈົນລາວບໍ່ສາມາດຈະລ້ຽງຕົວເອງໄດ້; ພວກເຈົ້າຕ້ອງຫາທາງຊ່ວຍເຫລືອລາວ ໃນຖານະເປັນແຂກອາໄສຢູ່ນາໍຂອງພວກເຈົ້າ ເພື່ອລາວຈະໄດ້ຢູ່ໃກ້ພວກເຈົ້າ.
\v 36 ຢ່າຄິດ ເອົາດອກເບ້ຍນາໍລາວເລີຍ ແຕ່ຈົ່ງຢໍາເກງພຣະເຈົ້າ ແລະ ໃຫ້ລາວອາໄສຢູ່ໃກ້ພວກເຈົ້າ.
\v 37 ຢ່າໃຫ້ລາວຈ່າຍດອກເບ້ຍເງິນທີ່ພວກເຈົ້າໃຫ້ລາວຢືມ ແລະ ຢ່າເອົາກາໍໄລ ຈາກອາຫານທີ່ພວກເຈົ້າຂາຍໃຫ້ລາວກິນ.
\v 38 ເຮົາແມ່ນອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ຜູ້ທີ່ໄດ້ນາໍພວກເຈົ້າອອກມາ ຈາກປະເທດເອຢິບ ເພື່ອມອບດິນແດນການາອານ ໃຫ້ແກ່ພວກເຈົ້າ ແລະ ເພື່ອເປັນພຣະເຈົ້າຂອງພວກເຈາົ້.
\s5
\v 39 ຖ້າພີ່ນ້ອງຊົນຊາດອິດສະຣາເອນ ທີ່ຢູ່ໃກ້ພວກເຈົ້າ ຕົກທຸກໄດ້ຍາກທີ່ສຸດ ຈົນຂາຍຕົນເອງເປັນທາດຮັບໃຊ້ພວກເຈົ້າ; ຢ່າປະຕິບັດຕໍ່ລາວ ເໝືອນດັ່ງຄົນຮັບໃຊ້.
\v 40 ໃຫ້ລາວເປັນລູກຈ້າງຜູ້ໜຶ່ງຂອງພວກເຈົ້າ ແລະ ຢູ່ຮັບໃຊ້ພວກເຈົ້າຈົນຄົບຮອບຫ້າສິບປີຊຸດໜ້າ.
\v 41 ເມື່ອເຖິງເວລານັ້ນ ລາວເອງພ້ອມລູກຈະຕ້ອງໄດ້ຮັບການປົດປ່ອຍ ເປັນອິດສະຫລະ ແລະ ກັບຄືນໄປຢູ່ນາໍຄອບຄົວ ແລະ ສູ່ຊັບສິນຂອງປູ່ຍ່າຕາຍາຍຂອງລາວ.
\s5
\v 42 ເພາະພວກເຂົາ ເປັນຄົນຮັບໃຊ້ຂອງເຮົາ ຊຶ່ງເຮົາໄດ້ນາໍພວກເຂົາອອກມາຈາກ ປະເທດເອຢິບ; ພວກເຂົາຈະບໍ່ຖືກຂາຍໃຫ້ເປັນທາດຮັບໃຊ້ອີກ.
\v 43 ຢ່າໄດ້ເຮັດກັບພວກເຂົາຢ່າງໂຫດຮ້າຍທາລຸນ, ແຕ່ຈົ່ງຢໍາເກງພຣະເຈົ້າຂອງເຈົ້າ.
\v 44 ຖ້າພວກເຈົ້າ ຕ້ອງການຄົນຮັບໃຊ້ ພວກເຈົ້າຊື້ເອົາມາໄດ້ຈາກປະເທດໃກ້ຄຽງ.
\s5
\v 45 ພວກເຈົ້າອາດຊື້ເອົາລູກຫລານຂອງຄົນຕ່າງດ້າວ ທີ່ຢູ່ທ່າມກາງພວກເຈົ້າກໍໄດ້. ພວກເດັກນ້ອຍເຫລົ່ານີ້ ເກີດຢູ່ໃນດິນແດນຂອງພວກເຈົ້າ ແລະ ເປັນຊັບສົມບັດຂອງພວກເຈົ້າກໍໄດ້
\v 46 ແລະພວກເຈົ້າມອບພວກເຂົາ ສືບຕໍ່ໃຫ້ພວກລູກຫລານຂອງພວກເຈົ້າກໍໄດ້. ພວກເຂົາຈະຢູ່ຮັບໃຊ້ພວກເຈົ້າ ຕາບໃດທີ່ພວກເຂົາຍັງມີຊີວິດຢູ່. ແຕ່ພວກເຈົ້າຕ້ອງບໍ່ປະຕິບັດຢ່າງໂຫດຮ້າຍທາລຸນ ຕໍ່ພີ່ນ້ອງອິດສະຣາເອນ ຊົນຊາດດຽວກັນກັບພວກເຈົ້າ.
\s5
\v 47 ຖ້າຄົນຕ່າງດ້າວຜູ້ໜຶ່ງທີ່ອາໄສ ຢູ່ທ່າມກາງພວກເຈົ້າ ເກີດຮັ່ງມີເປັນດີຂຶ້ນມາ ແລະໃນຂະນະດຽວກັນນັ້ນ ພີ່ນ້ອງຮ່ວມຊາດອິດສະຣາເອນເກີດຕົກທຸກໄດ້ຍາກ ຈົນຕ້ອງ ຂາຍຕົວເອງໃຫ້ເປັນທາດຮັບໃຊ້ ເພື່ອຮັບໃຊ້ຄົນຕ່າງດ້າວ ຫລື ສະມາຊິກໃນຄອບຄົວ ຂອງລາວ.
\v 48 ຫລັງຈາກລາວຖືກຂາຍໄປ ແລ້ວລາວຍັງມີສິດ ທີ່ຈະຊື້ລາວຄືນມາໄດ້. ຄົນໜຶ່ງໃນບັນດາອ້າຍນ້ອງ,
\s5
\v 49 ລຸງ ຫລື ລູກອ້າຍລູກນ້ອງ ແລະ ຄົນອື່ນ ໆ ທີ່ເປັນພີ່ນ້ອງຜູ້ໃກ້ຊິດຂອງລາວຊື້ລາວຄືນມາໄດ້ ຫລື ຖ້າລາວເອງມີເງື່ອນໄຂພຽງພໍ ຕ້ອງໃຫ້ລາວຊື້ຕົນເອງເປັນອິດສະຫລະ.
\v 50 ລາວຕ້ອງປຶກສາກັບຜູ້ທີ່ຊື້ລາວມານັ້ນກ່ອນ ແລ້ວໃຫ້ພວກເຂົາຄິດໄລ່ປີ ນັບຕັ້ງແຕ່ມື້ທີ່ລາວໄດ້ຂາຍຕົວ ເປັນຄົນຮັບໃຊ້ຈົນຮອດປີ ຄົບຮອບຫ້າສິບປີຈະມາເຖິງ ແລະໃຫ້ຕັ້ງຄ່າຊື້ຄືນໂດຍອີງໃສ່ອັດຕາຄ່າແຮງງານ ຊຶ່ງເຂົາໄດ້ໃຫ້ລູກຈ້າງຜູ້ໜຶ່ງ.
\s5
\v 51 ຖ້າຍັງມີຫລາຍປີ ລາວຕ້ອງໃຊ້ແທນລາຄາໄຖ່ຕົວຕາມປີທັງຫຼາຍທີ່ຍັງເຫລືອຢູ່ນັ້ນ.
\v 52 ແລະຖ້າຍັງມີໜ້ອຍປີ ທີ່ຈະຮອດປີທີຫ້າສິບ ລາວຕ້ອງຄິດໄລ່ກັບເຈົ້ານາຍຕາມຈາໍນວນປີທີ່ຍັງເຫລືອນັ້ນ
\s5
\v 53 ເໝືອນດັ່ງກັບວ່າ ລາວຖືກຈ້າງປະຈາໍປີ. ນາຍຂອງລາວບໍ່ຕ້ອງເຮັດຕໍ່ລາວແບບໂຫດຮ້າຍທາລຸນ.
\v 54 ຖ້າລາວບໍ່ໄດ້ຮັບການປົດປ່ອຍໃຫ້ເປັນອິດສະຫລະໂດຍວິທີເຫລົ່ານີ້ ລາວພ້ອມດ້ວຍລູກຂອງລາວຕ້ອງຖືກປົດປ່ອຍໃຫ້ເປັນອິດສະຫລະ ໃນເວລາຄົບຮອບຫ້າສິບປີ ຊຸດທີ່ຈະມາເຖິງ.
\v 55 ດ້ວຍວ່າ, ປະຊາຊົນອິດສະຣາເອນນັ້ນ ເປັນທາດຮັບໃຊ້ຂອງເຮົາ ພວກເຂົາເປັນທາດຮັບໃຊ້ຂອງເຮົາ ທີ່ເຮົາໄດ້ນາໍພວກເຂົາອອກມາຈາກປະເທດເອຢິບ; ເຮົາແມ່ນອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຂົາ.”
\s5
\c 26
\p
\v 1 ຢ່າສ້າງຮູບເຄົາຣົບ ຫລື ຕັ້ງຮູບຫລໍ່ ຮູບປັ້ນ, ເສົາຫິນ ຫລື ເສົາຫິນທີ່ແກະສະຫລັກ ເປັນລວດລາຍ ຢູ່ໃນດິນແດນຂອງພວກເຈົ້າ ເພື່ອຂາບໄຫວ້ມັນ ເຮົາແມ່ນອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ.
\v 2 ຈົ່ງຢຶດຖືວັນຊະບາໂຕ ເປັນວັນພັກຜ່ອນ ແລະຈົ່ງໃຫ້ກຽດວິຫານ ບ່ອນທີ່ມະນຸດນະມັດສະການເຮົາ. ເຮົາແມ່ນອົງພຣະຜູ້ເປັນເຈົ້າ.
\s5
\v 3 ຖ້າພວກເຈົ້າໃຊ້ຊີວິດຕາມກົດບັນຍັດແລະ ຄໍາສັ່ງທັງຫລາຍຂອງເຮົາ
\v 4 ເຮົາກໍຈະໃຫ້ຝົນຕົກຕາມລະດູການ ເພື່ອທີ່ດິນຈະຜະລິດຜົນລະປູກໄດ້ຫລາຍ ແລະ ຕົ້ນໄມ້ກໍຈະເກີດໝາກຫລາຍ.
\s5
\v 5 ຜົນລະປູກຂອງພວກເຈົ້າ ຈະມີຫລາຍຈົນພວກເຈົ້າຈະຍັງເກັບກ່ຽວເຂົ້າຢູ່ ເມື່ອເຖິງລະດູເກັບໝາກອະງຸ່ນ ແລະ ພວກເຈົ້າຍັງຈະເກັບໝາກອະງຸ່ນຢູ່ ເມື່ອເຖິງລະດູປູກເຂົ້າ. ພວກເຈົ້າຈະມີທຸກສິ່ງທີ່ພວກເຈົ້າຕ້ອງການກິນ ແລະ ພວກເຈົ້າກໍຈະອາໄສຢູ່ໃນດິນແດນ ຢ່າງປອດໄພ.
\v 6 ເຮົາຈະນາໍຄວາມສະຫງົບສຸກມາສູ່ດິນແດນຂອງພວກເຈົ້າ ແລະພວກເຈົ້າກໍຈະສາມາດນອນຫລັບສະບາຍຢ່າງຫາຍກັງວົນ. ເຮົາຈະກາໍຈັດຝູງສັດທີ່ນາໍອັນຕະລາຍມາສູ່ທີ່ດິນແດນທາໍມາຫາກິນຂອງພວກເຈົ້າ ແລະ ໃນທີ່ນັ້ນເສິກສົງຄາມຈະບໍ່ມີອີກຕໍ່ໄປ.
\s5
\v 7 ພວກເຈົ້າຈະເອົາຊະນະເຫລົ່າສັດຕູທັງຫລາຍ ພວກເຂົາຈະລົ້ມລົງດ້ວຍຄົມດາບ ຕໍ່ໜ້າພວກເຈົ້າ;
\v 8 ພວກເຈົ້າຫ້າຄົນຈະຂັບໄລ່ສັດຕູຮ້ອຍຄົນໃຫ້ພ່າຍແພ້ໄດ້ ແລະພວກເຈົ້າຮ້ອຍຄົນຈະຂັບໄລ່ສັດຕູສິບພັນຄົນໃຫ້ພ່າຍແພ້ໄດ້ ແລະ ເຂົາຈະລົ້ມລົງດ້ວຍຄົມດາບຕໍ່ໜ້າພວກເຈົ້າ.
\s5
\v 9 ເຮົາຈະອວຍພອນພວກເຈົ້າ ໃຫ້ມີລູກຫລານຢ່າງຫລວງຫລາຍ; ສ່ວນເຮົາກໍຈະຖື ຮັກສາພັນທະສັນຍາ ຊຶ່ງເຮົາໄດ້ເຮັດໄວ້ກັບພວກເຈົ້າ.
\v 10 ພວກເຈົ້າຈະເກັບກ່ຽວໄດ້ຢ່າງຫລວງຫລາຍ ຈົນວ່າເອົາໄວ້ກິນກຸ້ມໜຶ່ງປີໄດ້ ແລະເຖິງແມ່ນວ່າ ພວກເຈົ້າຈະຂົນຜົນລະປູກທີ່ເຫລືອ ໃນປີທີ່ຜ່ານມານັ້ນອອກໄປໝົດ ມັນຍັງຈະບໍ່ມີບ່ອນພຽງພໍສໍາລັບໄວ້ ຜົນລະປູກທີ່ເກັບກ່ຽວໃໝ່ໃນປີນັ້ນ.
\s5
\v 11 ເຮົາຈະສະຖິດຢູ່ໃນຫໍເຕັນຂອງເຮົາ ໃນທ່າມກາງພວກເຈົ້າ ໂດຍຈະບໍ່ຫັນໜີໄປຈາກພວກເຈົ້າຈັກເທື່ອ.
\v 12 ເຮົາຈະຢູ່ກັບເຈົ້າ, ເຮົາຈະເປັນພຣະເຈົ້າຂອງພວກເຈົ້າ ແລະພວກເຈົ້າກໍຈະເປັນປະຊາຊົນຂອງເຮົາ.
\v 13 ຝ່າຍເຮົາ ແມ່ນອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ຜູ້ທີ່ໄດ້ນາໍພວກເຈົ້າອອກມາຈາກປະເທດເອຢິບ ເພື່ອວ່າພວກເຈົ້າຈະບໍ່ຕ້ອງເປັນທາດຮັບໃຊ້ຂອງຊາວເອຢິບ ອີກຕໍ່ໄປ. ເຮົາໄດ້ຕັດແລະຫັກແອກທີ່​ເຮັດໃຫ້ກຽດແລະສັກສີຂອງພວກເຈົ້າຕົກຕໍ່າ ແລະທັງໄດ້ຊ່ວຍກອບກູ້ເອົາພວກເຈົ້າ ໃຫ້ຍ່າງໄປມາຢ່າງສະຫງ່າຜ່າເຜີຍ.”
\s5
\v 14 “ແຕ່ຖ້າພວກເຈົ້າ ບໍ່ເຊື່ອຟັງຂໍ້ຄໍາສັ່ງຂອງເຮົາ ພວກເຈົ້າກໍຈະໄດ້ຮັບໂທດກາໍ.
\v 15 ຖ້າພວກເຈົ້າປະຕິເສດ ທີ່ຈະເຊື່ອຟັງກົດບັນຍັດ ທັງຂໍ້ຄໍາສັ່ງທັງຫລາຍຂອງເຮົາ ແລະ ທາໍລາຍພັນທະສັນຍາ ທີ່ເຮົາໄດ້ເຮັດໄວ້ກັບພວກເຈົ້າ
\s5
\v 16 ເຮົາຈະລົງໂທດພວກເຈົ້າ. ເຮົາຈະນໍາ ໄພອັນຕະລາຍ ມາສູ່ພວກເຈົ້າ ຄື: ພະຍາດ ຊໍ້າເຮື້ອ ແລະ ການເຈັບໄຂ້ໄດ້ປ່ວຍນາ ໆ ປະການ ອັນຈະເຮັດໃຫ້ພວກເຈົ້າຕາບອດ ແລະ ຕາຍຖິ້ມໄປລ້າ ໆ; ພວກເຈົ້າຈະປູກພືດ ນາ ໆ ຊະນິດ ແຕ່ພວກເຈົ້າຈະບໍ່ໄດ້ກິນຜົນ ຂອງມັນ ຍ້ອນວ່າເຫລົ່າສັດຕູຂອງພວກເຈົ້າ ຈະເຂົ້າມາຢຶດຄອງ ແລະ ກິນສິ່ງທີ່ພວກເຈົ້າ ໄດ້ລົງແຮງປູກຝັງນັ້ນ.
\v 17 ເຮົາຈະຫັນມາຕໍ່ ສູ້ພວກເຈົ້າ ເພື່ອວ່າພວກເຈົ້າຈະພ່າຍແພ້ ແລະ ຜູ້ທີ່ຊັງພວກເຈົ້າ ກໍຈະປົກຄອງພວກເຈົ້າ; ພວກເຈົ້າຈະຕື່ນຕົກໃຈຢ້ານກົວ ຈົນແລ່ນເປີດໜີໄປ ຢ່າງບໍ່ຮູ້ສຶກຕົວໂດຍບໍ່ມີໃຜໄລ່ຕິດຕາມ.
\s5
\v 18 ຖ້າເຖິງຂັ້ນນີ້ ແລ້ວພວກເຈົ້າຍັງບໍ່ຍອມ ເຊື່ອຟັງເຮົາ ເຮົາກໍຈະລົງໂທດບາບກໍາຂອງພວກເຈົ້າ ຕື່ມອີກເຈັດເທົ່າ.
\v 19 ເຮົາຈະທໍາລາຍຄວາມດື້ດຶງ ຈອງຫອງຂອງພວກເຈົ້າ; ຝົນຈະບໍ່ຕົກ ປະເທດຂອງພວກເຈົ້າຈະເກີດແຫ້ງແລ້ງ ແລະ ດິນປູກຝັງຈະແຂງດັ່ງຫິນ.
\v 20 ພວກເຈົ້າເຮັດວຽກໜັກ ແຕ່ມັນຈະບໍ່ນາໍຜົນດີຫຍັງມາໃຫ້ພວກເຈົ້າ ເພາະວ່າທີ່ດິນປູກຝັງນັ້ນ ຈະບໍ່ຜະລິດຜົນລະປູກຫຍັງໃຫ້ ແລະ ຕົ້ນໄມ້ກໍຈະບໍ່ເກີດໝາກອີກດ້ວຍ.
\s5
\v 21 ຖ້າພວກເຈົ້າຍັງສືບຕໍ່ ຕໍ່ຕ້ານເຮົາ ແລະ ປະຕິເສດທີ່ຈະຍອມເຊື່ອຟັງເຮົາ; ເຮົາກໍຈະເພີ່ມໂທດກາໍໃຫ້ແກ່ພວກເຈົ້າ ຕາມໂທດກາໍ ທີ່ພວກເຈົ້າສົມຄວນໄດ້ຮັບ ອີກເຖິງເຈັດເທົ່າ.
\v 22 ເຮົາຈະໃຫ້ສັດຮ້າຍມາທາໍຮ້າຍລູກຂອງພວກເຈົ້າໃຫ້ຕາຍ ຝູງສັດຂອງພວກເຈົ້າຈະຈິບຫາຍ ຈົນຕາມຖະໜົນຫົນທາງບໍ່ມີຄົົນທຽວໄປມາເລີຍ.
\s5
\v 23 ຫລັງຈາກຜ່ານການລົງໂທດນີ້ແລ້ວ ຖ້າພວກເຈົ້າຍັງບໍ່ຍອມເຊື່ອຟັງເຮົາ ແລະ ສືບຕໍ່ ໝິ່ນປະໝາດເຮົາຢູ່
\v 24 ເຮົາກໍຈະຫັນມາ ຕໍ່ສູ້ພວກເຈົ້າ ແລະ ເຮົາຈະລົງໂທດບາບກາໍຂອງພວກເຈົ້າ ໃຫ້ໜັກກວ່າເກົ່າອີກເຖິງເຈັດເທົ່າ.
\s5
\v 25 ເຮົາຈະນໍາການລົບລາຂ້າຟັນມາເປັນການລົງໂທດ ຍ້ອນວ່າພວກເຈົ້າໄດ້ຝ່າຝືນພັນທະສັນຍາຂອງເຮົາ ແລະ ຖ້າພວກເຈົ້າ ເຕົ້າໂຮມກັນຢູ່ໃນເມືອງທີ່ປອດໄພ ເຮົາກໍຈະສົ່ງໂຣກລະບາດມາ ໃນທ່າມກາງພວກເຈົ້າ ແລະ ພວກເຈົ້າກໍຈະຖືກບີບບັງຄັບໃຫ້ຍອມ ຈາໍນົນແກ່ເຫລົ່າສັດຕູຂອງພວກເຈົ້າ.
\v 26 ເມື່ອເຮົາທາໍລາຍອາຫານຫລັກ ຂອງພວກເຈົ້າ, ແມ່ຍິງສິບຄົນຈະໃຊ້ເຕົາໜ່ວຍດຽວອົບເຂົ້າຈີ່. ພວກເຂົາຈະກາໍນົດອັດຕາອາຫານໃຫ້ ແລະເມື່ອພວກເຈົ້າກິນແລ້ວ, ແຕ່ຍັງຈະຫິວຢູ່.
\s5
\v 27 ຫລັງຈາກເຫດການທັງໝົດນີ້ແລ້ວ ຖ້າພວກເຈົ້າສືບຕໍ່ຂັດຂືນເຮົາຢູ່;
\v 28 ຕໍ່ໄປ ເຮົາຈະຫັນມາລົງໂທດພວກເຈົ້າຢ່າງໂຫດຮ້າຍທາລຸນ ໃຫ້ໜັກຕື່ມຂຶ້ນກວ່າເກົ່າອີກ ເຈັດເທົ່າ.
\s5
\v 29 ພວກເຈົ້າຈະຫິວໂຫຍ ຢ່າງໜັກທີ່ສຸດ ຈົນຈະຕ້ອງກິນພວກລູກຊາຍ ລູກຍິງ ຂອງຕົນເອງ.
\v 30 ເຮົາຈະທໍາລາຍສະຖານທີ່ ນະມັດສະການຂອງພວກເຈົ້າ ທີ່ເທິງພູ ມ້າງແລະຮື້ແທ່ນບູຊາ ເຄື່ອງຫອມລົງໝົດ ແລະ ໂຍນສົບພວກເຈົ້າຖິ້ມໃສ່ເທິງຮູບເຄົາຣົບ ຂອງພວກເຈົ້າທີ່ຫັກເພພັງ. ຍ້ອນເຮົາເບື່ອໜ່າຍພວກເຈົ້າຫລາຍທີ່ສຸດ
\s5
\v 31 ເຮົາຈະປ່ຽນຫົວເມືອງທັງຫລາຍຂອງພວກເຈົ້າ ໃຫ້ເປັນບ່ອນຮົກຮ້າງຫວ່າງເປົ່າ ແລະ ຈະທາໍລາຍສະຖານທີ່ນະມັດສະການຂອງພວກເຈົ້າດ້ວຍ. ເຮົາຈະບໍ່ຍອມຮັບເອົາ ເຄື່ອງບູຊາຂອງພວກເຈົ້າ.
\v 32 ເຮົາຈະທາໍ ລາຍດິນແດນຂອງພວກເຈົ້າໃຫ້ກ້ຽງ ເພື່ອວ່າ ສັດຕູຜູ້ຢຶດຄອງດິນແດນນັ້ນ ຈະອົກສັ່ນຂວັນເສຍ ອັນເນື່ອງມາຈາກການທາໍລາຍນີ້.
\v 33 ເຮົາຈະເອົາການລົບລາ ຂ້າຟັນກັນມາສູ່ພວກເຈົ້າ ແລະ ເຮັດໃຫ້ພວກເຈົ້າແຕກກະຈັດກະຈາຍໄປ ຢູ່ໃນປະເທດຕ່າງ ໆ. ດິນແດນຂອງພວກເຈົ້າຈະຮົກຮ້າງວ່າງເປົ່າ ແລະ ຕົວເມືອງທັງຫລາຍຂອງພວກເຈົ້າ ກໍຈະຖືກປະໃຫ້ເປັນເມືອງຮ້າງ.
\s5
\v 34-35 ແລ້ວທີ່ດິນກໍຈະດີອົກດີໃຈກັບປີ ຊະບາໂຕ ພັກຜ່ອນ ຢ່າງແທ້ຈິງ ຊຶ່ງພວກເຈົ້າບໍ່ສາມາດຢິບຍື່ນໃຫ້ໄດ້ຕະຫຼອດເວລາ ທີ່ດິນນັ້ນຖືກປະໄວ້ໃຫ້ຮົກຮ້າງຫວ່າງເປົ່າ ໃນຂະນະທີ່ພວກເຈົ້າອາໄສຢູ່ໃນດິນແດນຂອງເຫລົ່າສັດຕູຂອງພວກເຈົ້າ. ເມື່ອນັ້ນ ແຜ່ນດິນຈະພັກຜ່ອນ ແລະ ຊົມຊື່ນຍິນດີກັບປີຊະບາໂຕ
\v 36 ເຮົາຈະໃຫ້ຫລາຍຄົນໃນພວກເຈົ້າ ຄື ຜູ້ທີ່ຢູ່ໃນຕ່າງຖິ່ນ ອົກສັ່ນຂວັນເສຍ ຈົນສຽງລົມພັດໃບໄມ້ກໍເຮັດໃຫ້ພວກເຈົ້າແລ່ນເປີດໜີໄປ. ພວກເຈົ້າຈະແລ່ນປົບໜີ ເໝືອນດັ່ງກັບວ່າ ຖືກສັດຕູໄລ່ຕິດຕາມໃນສະໜາມຮົບ ແລະ ພວກເຈົ້າຈະລົ້ມລົງໃນບ່ອນທີ່ບໍ່ມີສັດຕູໃດ ໆ ໄລ່ມາໃກ້ພວກເຈົ້າ.
\s5
\v 37 ພວກເຈົ້າຈະສະດຸ້ງຕື່ນກັນເອງ ທັງ ໆ ທີ່ບໍ່ມີໃຜໄລ່ຕິດຕາມມາ ແລະ ພວກເຈົ້າຈະບໍ່ສາມາດຕໍ່ສູ້ສັດຕູໃດ ໆ ໄດ້.
\v 38 ພວກເຈົ້າຈະສິ້ນຊີວິດຢູ່ໃນປະເທດຕ່າງ ໆ ບ່ອນດິນແດນຂອງສັດຕູ ຈະກືນກິນພວກເຈົ້າ.
\v 39 ຜູ້ທີ່ລອດຊີວິດມາໄດ້ ຕ່າງກໍຈະໝົດເຫື່ອໝົດແຮງຕາຍໄປໃນທີ່ສຸດ ເພາະບາບກາໍຂອງ ພວກເຈົ້າເອງ ແລະ ບາບກໍາບັນພະບຸລຸດ ຂອງພວກເຈົ້າ.
\s5
\v 40 ແຕ່ຖ້າພວກເຈົ້າຈະສາລະພາບການບາບຂອງພວກເຂົາ ແລະ ການບາບຂອງບັນພະບຸລຸດ ຜູ້ທີ່ໄດ້ກະບົດຕໍ່ເຮົາ
\v 41 ອັນເປັນຕົ້ນເຫດ ໃຫ້ເຮົາຫັນມາຕໍ່ສູ້ພວກເຂົາ ແລະສົ່ງພວກເຂົາເຂົ້າໄປອາໄສຢູ່ໃນດິນແດນ ຂອງເຫລົ່າສັດຕູ. ໃນທີ່ສຸດ ເມື່ອເຊື້ອສາຍຂອງພວກເຂົາ ຍອມຖ່ອມຕົວລົງ ແລະ ຍອມ ຮັບໂທດ ອັນເນື່ອງມາຈາກການບາບ ແລະ ການກະບົດຂອງພວກເຂົານັ້ນແລ້ວ
\v 42 ເຮົາກໍຈະລະນຶກເຖິງ ພັນທະສັນຍາຂອງເຮົາທີ່ໄດ້ມີໄວ້ກັບຢາໂຄບ, ອີຊາກ ແລະ ອັບຣາຮາມ ແລະເຮົາຈະຮື້ຟື້ນພັນທະສັນຍາຂອງເຮົາໃໝ່ ເພື່ອມອບດິນແດນໃຫ້ ປະຊາຊົນຂອງເຮົາ.
\s5
\v 43 ເຖິງຢ່າງໃດກໍດີ ໃນຂັ້ນຕົ້ນ ດິນແດນຈະຕ້ອງບໍ່ໃຫ້ມີຄົນພັກພາອາໄສຢູ່ ເພື່ອວ່າມັນຈະຊົມຊື່ນຍິນດີກັບປີ ຊະບາໂຕ (ປີແຫ່ງການພັກຜ່ອນ) ແລະ ພວກເຂົາຕ້ອງຮັບໂທດ ຢ່າງພຽງພໍເສຍກ່ອນ ຍ້ອນການທີ່ພວກເຂົາ ໄດ້ປະຖິ້ມກົດບັນຍັດ ແລະ ຂໍ້ຄໍາສັ່ງຂອງເຮົາ.
\s5
\v 44 ແຕ່ເຖິງປານນັ້ນກໍດີ ເມື່ອພວກເຂົາໄດ້ອາໄສຢູ່ໃນດິນແດນຂອງສັດຕູນັ້ນ ເຮົາຈະບໍ່ປະຖິ້ມພວກເຂົາ ຢ່າງໝົດສິ້ນ ຫລື ທາໍລາຍພວກເຂົາໃຫ້ໝົດໄປ. ການກະທາໍເຊັ່ນນັ້ນ ກໍເທົ່າກັບເປັນການຕັດຂາດຕໍ່ພັນທະສັນຍາຂອງເຮົາ ທີ່ມີໄວ້ກັບພວກເຂົາ ເພາະເຮົາແມ່ນອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຂົາ.
\v 45 ເຮົາຈະຮື້ຟື້ນພັນທະສັນຍາທີ່ເຮົາໄດ້ເຮັດໄວ້ກັບບັນພະບຸລຸດຂອງພວກເຂົາ ເມື່ອເຮົາໄດ້ສຳແດງໃຫ້ທຸກຊົນຊາດໄດ້ເຫັນ ຣິດອໍານາດຂອງເຮົາ ໂດຍໄດ້ນາໍພາປະຊາຊົນຂອງເຮົາ ອອກມາຈາກປະເທດເອຢິບ ເພື່ອວ່າເຮົາຈະໄດ້ເປັນພຣະເຈົ້າຂອງ ພວກເຂົາ ເຮົາແມ່ນອົງພຣະຜູ້ເປັນເຈົ້າ.”
\s5
\v 46 ທັງໝົດນີ້ ແມ່ນກົດບັນຍັດ ແລະ ຂໍ້ຄໍາສັ່ງຕ່າງ ໆ ຊຶ່ງອົງພຣະຜູ້ເປັນເຈົ້າໄດ້ມອບໃຫ້ແກ່ໂມເຊ ທີ່ເທິງພູເຂົາ ຊີນາຍ ສໍາລັບປະຊາຊົນອິດສະຣາເອນ.
\s5
\c 27
\p
\v 1 ອົງພຣະຜູ້ເປັນເຈົ້າ ໄດ້ກ່າວກັບໂມເຊ ວ່າ,
\v 2 “ລະບຽບການຕ່າງ ໆ ດັ່ງຕໍ່ໄປນີ້ ສຳລັບປະຊາຊົນອິດສະຣາເອນ: ຖ້າຄົນໃດ ຄົນໜຶ່ງໄດ້ສາບານໄວ້ຢ່າງພິເສດວ່າ ຕົນຈະຖວາຍແກ່ອົງພຣະຜູ້ເປັນເຈົ້າ ອັນເນື່ອງມາຈາກຜົນສໍາເລັດ ໃນການບະບົນໄວ້; ລາວຈະເປັນອິດສະຫລະໄດ້ກໍຕໍ່ເມື່ອໄດ້ຈ່າຍເງິນຈາໍນວນ
\s5
\v 3 ຕາມອັດຕາຂອງສໍານັກນະມັດສະການ ດັ່ງຕໍ່ໄປນີ້:
\v 4 ຜູ້ຊາຍອາຍຸແຕ່ຊາວປີ ຫາ ຫ້າສິບປີ, ເງິນ 50 ແທ່ງ. ແມ່ຍິງ ເງິນ 30 ແທ່ງ
\s5
\v 5 ຊາຍໜຸ່ມອາຍຸແຕ່ຫ້າປີ ຫາ ຊາວປີ, ເງິນ 20 ແທ່ງ. ຍິງໜຸ່ມ ເງິນ 10 ແທ່ງ
\v 6 ເດັກນ້ອຍຜູ້ຊາຍ, ອາຍຸຕໍ່າກວ່າໜຶ່ງເດືອນ ຫາ ຫ້າປີ, ເງິນ 5 ແທ່ງ. ເດັກນ້ອຍຜູ້ຍິງ ເງິນ 3 ແທ່ງ.
\s5
\v 7 ຜູ້ຊາຍອາຍຸ ຫົກສິບປີ ຂຶ້ນໄປ, ເງິນ 15 ແທ່ງ. ແມ່ຍິງອາຍຸ ຫົກສິບປີຂຶ້ນໄປ, ເງິນ 10 ແທ່ງ.
\v 8 ຖ້າຜູ້ໃດຜູ້ໜຶ່ງທີ່ໄດ້ບະບົນໄວ້ນັ້ນ ເປັນຄົນຍາກຈົນ ແລະ ບໍ່ສາມາດຈ່າຍຕາມ ອັດຕາກາໍນົດໄວ້ໄດ້ ຕ້ອງໃຫ້ນາໍຜູ້ນັ້ນໄປຫາປະໂຣຫິດ ເພື່ອວ່າເພິ່ນຈະວາງອັດຕາໃໝ່ ໃຫ້ຕາມຄວາມສາມາດທີ່ລາວຈະຈ່າຍໄດ້.
\s5
\v 9 ຖ້າການບະບົນກ່ຽວຂ້ອງກັບສັດໂຕໜຶ່ງທີ່ຮັບເອົາໄດ້ ໃຫ້ເປັນການຖວາຍບູຊາ ແກ່ອົງພຣະຜູ້ເປັນເຈົ້າ ແລ້ວເຄື່ອງຖວາຍທຸກ ໆ ຢ່າງຊຶ່ງຖວາຍແກ່ອົງພຣະຜູ້ເປັນເຈົ້າ ກໍບໍຣິສຸດ.
\v 10 ຢ່າໃຫ້ເຂົາເອົາສັດໂຕອື່ນ ມາປ່ຽນແທນສັດໂຕທີ່ໄດ້ສັນຍາຖວາຍ ບໍ່ວ່າໂຕດີ ປ່ຽນແທນໂຕບໍ່ດີ ຫລື ໂຕບໍ່ດີປ່ຽນໂຕດີ. ຖ້າລາວປ່ຽນແທນ ສັດທັງສອງນັ້ນກໍຈະເປັນບໍຣິສຸດ.
\s5
\v 11 ແຕ່ຖ້າການບະບົນກ່ຽວຂ້ອງກັບສັດ ທີ່ເປັນມົນທິນ ຕາມກົດບັນຍັດ ຊຶ່ງຮັບເອົາເປັນເຄື່ອງຖວາຍແກ່ອົງພຣະຜູ້ເປັນເຈົ້າບໍ່ໄດ້ ຊາຍຄົນນັ້ນຈະຕ້ອງນາໍສັດໄປຫາປະໂຣຫິດ.
\v 12 ປະໂຣຫິດຈະຕີລາຄາສັດນັ້ນ ຕາມສຸຂະພາບ ວ່າດືຫລືບໍ່ດີ; ປະໂຣຫິດກາໍນົດລາຄາເທົ່າໃດ ກໍເປັນເງິນເທົ່ານັ້ນ.
\v 13 ຖ້າຊາຍຄົນນັ້ນຕ້ອງການຊື້ຄືນ ລາວຕ້ອງຈ່າຍເງິນໃຫ້ຕາມລາຄາສັດ ແລະ ຕື່ມອີກຊາວເປີເຊັນ ຂອງເງິນທີ່ໄດ້ຈ່າຍໄປນັ້ນ.
\s5
\v 14 ເມື່ອຜູ້ໜຶ່ງມອບເຮືອນຂອງຕົນຖວາຍແກ່ອົງພຣະຜູ້ເປັນເຈົ້າ ປະໂຣຫິດຈະຕີລາຄາ ເຮືອນນັ້ນ ຕາມຄຸນນະພາບ ດີຫລືບໍ່ດີ; ປະໂຣຫິດກາໍນົດເທົ່າໃດ ກໍເປັນເງິນເທົ່ານັ້ນ.
\v 15 ຖ້າຜູ້ທີ່ມອບເຮືອນນັ້ນ ຕ້ອງການຊື້ຄືນ ລາວຕ້ອງຈ່າຍເງິນໃຫ້ຕາມລາຄາຂອງເຮືອນ ແລະ ຕື່ມອີກ ຊາວເປີເຊັນ.
\s5
\v 16 ຖ້າຜູ້ໜຶ່ງມອບທີ່ດິນຂອງຕົນສ່ວນໃດ ສ່ວນໜຶ່ງຖວາຍແກ່ອົງພຣະຜູ້ເປັນເຈົ້າ ໃຫ້ຕີລາຄາທີ່ດິນນັ້ນ ຕາມຈາໍນວນພືດທີ່ໄດ້ຫວ່ານລົງໄປ ຄື: ອັດຕາເງິນ ຫ້າສິບແທ່ງ ຕໍ່ເຂົ້າເດືອຍ ຊາວກິໂລກາຼມ.
\s5
\v 17 ຖ້າລາວມອບທີ່ດິນໃຫ້ໃນທັນທີ ຫລັງຈາກຄົບຮອບ ຫ້າສິບປີ ໃຫ້ຕີລາຄາທີ່ດິນນັ້ນເຕັມຄ່າ.
\v 18 ຖ້າລາວຖວາຍທີ່ດິນ ຫລັງຈາກຄົບຮອບ ຫ້າສິບປີ ປະໂຣຫິດຈະຄິດຄ່າທີ່ດິນຕາມຈາໍນວນປີທີ່ເຫລືອຢູ່ ຈົນກວ່າຈະຮອດຄົບຮອບ ຫ້າສິບປີ ຊຸດໜ້າ ແລະ ຈະມີການຫລຸດລາຄາ ຕາມອັດຕາທີ່ໄດ້ກາໍນົດໄວ້.
\s5
\v 19 ຖ້າຜູ້ຖວາຍໄຮ່ນາໃຫ້ນັ້ນ ຕ້ອງການຊື້ທີ່ດິນຄືນ ລາວຕ້ອງຈ່າຍເງິນໃຫ້ຕາມລາຄາ ຂອງທີ່ດິນນັ້ນ ແລະ ຕື່ມອີກ ຊາວເປີເຊັນ.
\v 20 ຖ້າລາວຂາຍໄຮ່ນາຕໍ່ໃຫ້ຄົນອື່ນ ໂດຍບໍ່ໄດ້ຊື້ຄືນ ລາວກໍຈະສູນເສຍສິດທິໃນການຊື້ນັ້ນ.
\v 21 ໃນເວລາຄົບຮອບ ຫ້າສິບປີ ຊຸດໜ້າ ໄຮ່ນານັ້ນກໍຈະກາຍເປັນສົມບັດຂອງອົງພຣະຜູ້ເປັນເຈົ້າຢ່າງຖາວອນ ຄື: ທີ່ດິນຈະເປັນຂອງປະໂຣຫິດ.
\s5
\v 22 ຖ້າຜູ້ໜຶ່ງມອບໄຮ່ນາ ທີ່ຕົນໄດ້ຊື້ມາ ຊຶ່ງບໍ່ແມ່ນມໍຣະດົກ ຈາກຄອບຄົວຂອງຕົນນັ້ນ ຖວາຍແກ່ອົງພຣະຜູ້ເປັນເຈົ້າ
\v 23 ປະໂຣຫິດຈະຄິດໄລ່ ເບິ່ງລາຄາຂອງໄຮ່ນານັ້ນ ຕາມຈາໍນວນປີ ຈົນຮອດຄົບຮອບ ຫ້າສິບປີ ຊຸດໜ້າ ແລະຜູ້ນັ້ນຕ້ອງຈ່າຍຄ່າທີ່ດິນໃຫ້ໃນມື້ນັ້ນໂລດ; ເງິນນັ້ນເປັນຂອງອົງພຣະຜູ້ເປັນເຈົ້າ.
\s5
\v 24 ເມື່ອຄົບຮອບ ຫ້າສິບປີ ມາເຖິງ ໄຮ່ນານັ້ນຈະຕ້ອງຖືກສົ່ງຄືນໃຫ້ເຈົ້າຂອງເດີມ ຫລື ໃຫ້ລູກຫລານທີ່ເປັນເຊື້ອສາຍຂອງລາວ.
\v 25 ການຕີລາຄາສິ່ງຂອງທັງໝົດຈະຕ້ອງກາໍ ນົດເອົາຕາມຫລັກຂອງສໍານັກນະມັດສະການ.
\s5
\v 26 ລູກສັດຫົວປີ ທຸກ ໆ ໂຕເປັນຂອງອົງພຣະຜູ້ເປັນເຈົ້າແລ້ວ; ສະນັ້ນ ຈຶ່ງບໍ່ໃຫ້ຜູ້ໃດ ນາໍມາຖວາຍດ້ວຍໃຈສັດທາແກ່ພຣະອົງ. ລູກ ງົວ ກັບລູກແກະ ຫລື ລູກແບ້ ເປັນຂອງອົງພຣະຜູ້ເປັນເຈົ້າ
\v 27 ແຕ່ຖ້າສັດນັ້ນ ເປັນມົນທິນຕາມກົດບັນຍັດ ອາດຈະຊື້ຄືນໄດ້ຕາມ ລາຄາຂອງສໍານັກນະມັດສະການ ແລະ ຕື່ມອີກ ຊາວເປີເຊັນ. ຖ້າບໍ່ຢາກຊື້ຄືນ ຈະຂາຍ ສັດນັ້ນໃຫ້ຄົນອື່ນຕາມລາຄາທາງການ ກໍໄດ້.
\s5
\v 28 ຢ່າໃຫ້ຜູ້ໃດຂາຍ ຫລື ຊື້ຄືນສິ່ງທີ່ຕົນໄດ້ຖວາຍຂາດຕົວ [ນ] ແກ່ອົງພຣະຜູ້ເປັນເຈົ້າແລ້ວ ບໍ່ວ່າຈະເປັນມະນຸດ, ສັດ ຫລື ທີ່ດິນກໍດີ. ສິ່ງນັ້ນເປັນຂອງອົງພຣະຜູ້ເປັນເຈົ້າ ຢ່າງຖາວອນ.
\v 29 ແມ່ນແຕ່ມະນຸດ ຜູ້ທີ່ໄດ້ຖວາຍຂາດຕົວ ແກ່ອົງພຣະຜູ້ເປັນເຈົ້າແລ້ວ ກໍບໍ່ໃຫ້ຊື້ຄືນມາເດັດຂາດ; ຜູ້ນັ້ນຈະຕ້ອງຖືກໂທດເຖິງຕາຍ.
\s5
\v 30 ເຄື່ອງຖວາຍໜຶ່ງສ່ວນສິບຂອງຜົນລະປູກຈາກທີ່ດິນ ບໍ່ວ່າເປັນເມັດ ຫລື ເປັນໝາກກໍດີ ຈະຕ້ອງເປັນຂອງອົງພຣະຜູ້ເປັນເຈົ້າ ສິ່ງເຫລົ່ານັ້ນເປັນບໍຣິສຸດຖວາຍແກ່ອົງພຣະຜູ້ເປັນເຈົ້າ.
\v 31 ຖ້າຄົນໜຶ່ງຕ້ອງການ ຊື້ສິ່ງເຫລົ່ານັ້ນຄືນມາ ລາວຕ້ອງຈ່າຍເງິນໃຫ້ຕາມລາຄາຂອງສໍານັກນະມັດສະການ ແລະ ຕື່ມອີກ ຊາວເປີເຊັນ.
\s5
\v 32 ສັດລ້ຽງໜຶ່ງໃນສິບໂຕ ເປັນຂອງອົງພຣະຜູ້ເປັນເຈົ້າ. ເມື່ອນັບສັດ ສັດໂຕທີສິບເປັນຂອງບໍຣິສຸດຖວາຍແກ່ອົງພຣະຜູ້ເປັນເຈົ້າ.
\v 33 ຢ່າໃຫ້ເຈົ້າຂອງສັດ ຕຽມເລືອກສັດໃນລັກສະນະທີ່ວ່າ ເລືອກເອົາໂຕບໍ່ດີ ແລະລາວຈະສັບປ່ຽນບໍ່ໄດ້. ຖ້າລາວສັບປ່ຽນ ສັດໂຕໜຶ່ງແທ່ນອີກໂຕໜຶ່ງ ໃນເວລານັ້ນສັດ ທັງສອງໂຕ ຈະເປັນຂອງອົງພຣະຜູ້ເປັນເຈົ້າ ແລະ ລາວກໍຈະບໍ່ມີສິດຊື້ຄືນໄດ້ອີກ.”
\s5
\v 34 ອັນນີ້ແມ່ນ ຂໍ້ຄໍາສັ່ງຕ່າງ ໆ ຂອງອົງພຣະຜູ້ເປັນເຈົ້າ ທີ່ໄດ້ມອບໃຫ້ໂມເຊ ທີ່ພູເຂົາ ຊີນາຍ ສໍາລັບປະຊາຊົນອິດສະຣາເອນ.