lo_bible/02-EXO.usfm

2219 lines
436 KiB
Plaintext
Raw Permalink Blame History

This file contains ambiguous Unicode characters

This file contains Unicode characters that might be confused with other characters. If you think that this is intentional, you can safely ignore this warning. Use the Escape button to reveal them.

\id EXO
\ide UTF-8
\h ພ​ຣະ​ທຳ ອົບ​ພະ​ຍົບ
\toc1 ພ​ຣະ​ທຳ ອົບ​ພະ​ຍົບ
\toc2 ພ​ຣະ​ທຳ ອົບ​ພະ​ຍົບ
\toc3 exo
\mt ພ​ຣະ​ທຳ ອົບ​ພະ​ຍົບ
\s5
\c 1
\p
\v 1 ຕໍ່ໄປນີີີີ້ແມ່ນລາຍຊື່ພວກລູກຊາຍ ຂອງ ຢາໂຄບທີ່ໄດ້ອົບພະຍົບພ້ອມເພິ່ນໄປຢູ່ໃນປະເທດ ເອຢິບ ມີດັ່ງນີ້:
\v 2 ຣູເບັນ, ຊີເມໂອນ, ເລວີ, ຢູດາ,
\v 3 ອິດຊາຄາ, ເຊບູໂລນ, ເເລະ ເບັນຢາມິນ,
\v 4 ດານ, ເນັບທາລີ, ກາດ, ແລະ ອາເຊ ແຕ່ລະຄົນເອົາລູກເມຍຂອງຕົນໄປນຳດ້ວຍ.
\v 5 ພວກລູກຫລານທີ່ໄປກັບຢາໂຄບ ມີທັງໝົດ 70 ຄົນ. [ກ] ສ່ວນລູກຊາຍອີກຜູ້ໜຶ່ງຂອງເພິ່ນນັ້ນແມ່ນ ໂຢເຊັບ ຜູ້ທີ່ໄດ້ໄປຢູ່ໃນປະເທດເອຢິບກ່ອນແລ້ວ.
\s5
\v 6 ຫລັງຈາກນັ້ນ ໂຢເຊັບ ກັບພວກອ້າຍນ້ອງແລະບັນດາຄົນໃນລຸ້ນດຽວກັນກໍໄດ້ຕາຍໄປ.
\v 7 ແຕ່ເນື່ອງຈາກວ່າຊາວອິດສະຣາເອນໃນລຸ້ນຕໍ່ມາມີລູກຫລາຍຈົນນັບມື້ນັບຫລາຍຂຶ້ນແລະທັງມີກໍາລັງພົນເຂັ້ມແຂງ ພວກເຂົາຈຶ່ງແຜ່ຜາຍກະຈັດກະຈາຍກັນ ຢູ່ເຕັມປະເທດເອຢິບ.
\s5
\v 8 ຕໍ່ມາໄດ້ມີກະສັດຟາໂຣຄົນໃໝ່ຂຶ້ນປົກຄອງ ປະເທດເອຢິບ. ກະສັດຟາໂຣຜູ້ນີ້ບໍ່ຮູ້ເລື້ອງຫຍັງ ກ່ຽວກັບໂຢເຊັບ ເລີຍ.
\v 9 ເພິ່ນໄດ້ປະກາດຕໍ່ປະຊາຊົນຂອງຕົນວ່າ, “ເບິ່ງດູ ຄົນອິດສະຣາເອນນັບມື້ນັບຫລາຍຂຶ້ນແລະມີກໍາລັງພົນເຂັ້ມແຂງຊຶ່ງພວກເຂົາ ຈະຂົ່ມຂູ່ພວກເຮົາ.
\v 10 ໃນກໍລະນີ ເກີດເສິກຂຶ້ນ ພວກເຂົາອາດເຂົ້າຂ້າງຂອງສັດຕູແລະຫັນມາຕໍ່ສູ້ພວກເຮົາແລະອອກໄປຈາກປະເທດ. [ຂ] ບັດນີ້ ພວກເຮົາຕ້ອງຫາວິທີກຳຈັດຄົນພວກນີ້ບໍ່ໃຫ້​ຫລາຍຂຶ້ນ.”
\s5
\v 11 ດັ່ງນັ້ນຊາວເອຢິບຈຶ່ງແຕ່ງຕັ້ງຄົນຄຸມດູແລ ຊາວອິດສະຣາເອນໃຫ້ເຮັດວຽກໜັກຈົນໝົດເຮື່ອແຮງແລະໝົດກຳລັງໃຈ ພວກເຂົາໄດ້ສ້າງເມືອງປິທົມ ແລະເມືອງຣາມາຊີເພື່ອເປັນສາງໄວ້ເຂົ້າຂອງກະສັດຟາໂຣ.
\v 12 ເຖິງແມ່ນວ່າ ຊາວເອຢິບຂົ່ມເຫັງຊາວ ອິດສະຣາເອນໜັກປານໃດກໍຕາມ ຈຳນວນຊາວອິດສະຣາເອນກໍຍິ່ງເພີ້ມທະວີຄູນຍິ່ງຂື້ນແລະແຜ່ຜາຍໄປທົ່ວປະເທດ ຈົນຊາວເອຢິບ ມີຄວາມຫວັ່ນເກງຊາວອິດສະຣາເອນ.
\s5
\v 13 ຊາວເອຢິບ ໄດ້ເຮັດໃຫ້ຊີວິດຂອງຊາວ ອິດສະຣາເອນ ຂົມຂື່ນໂດຍບັງຄັບພວກເຂົາ ໃຫ້ເຮັດວຽກໜັກຢ່າງຂ້າທາດ
\v 14 ຊາວເອຢິບ ໄດ້ບັງຄັບຊາວອິດສະຣາເອນ ໃຫ້ເຜົາດິນຈີ່ ແລະ ເຮັດວຽກ ກໍ່ສ້າງ ທັງເຮັດວຽກໜັກທຸກຊະນິດ ຢູ່ຕາມທົ່ງນາ ໂດຍບໍ່ມີຄວາມເມດຕາປານີ ແຕ່ຢ່າງໃດເລີຍ.
\s5
\v 15 ຕໍ່ມາ ກະສັດຟາໂຣ ແຫ່ງເອຢິບ ໄດ້ສັ່ງ ຊີຟາຣາ ແລະ ປູອາ ນາງໝໍຕໍາແຍ ຊາວເຮັບເຣີ ສອງຄົນວ່າ,
\v 16 “ເມື່ອພວກເຈົ້າ ໄປຊ່ວຍເອົາລູກອອກໃຫ້ຍິງຊາວເຮັບເຣີ ຖ້າເດັກນ້ອຍເປັນຜູ້ຊາຍ ໃຫ້ຂ້າຖິ້ມ, ແຕ່ຖ້າເດັກນ້ອຍເປັນຜູ້ຍິງໃຫ້ປະໄວ້. ”
\v 17 ແຕ່ ນາງໝໍຕໍາແຍ ທັງສອງເປັນຄົນຢໍາເກງ ພຣະເຈົ້າ. ພວກນາງບໍ່ໄດ້ເຮັດຕາມຄໍາສັ່ງຂອງກະສັດຟາໂຣ ແລະ ປ່ອຍເດັກນ້ອຍຜູ້ຊາຍ ໃຫ້ມີຊີວິດຢູ່.
\s5
\v 18 ເມື່ອເຫັນເປັນເຊັ່ນນີ້ ກະສັດຟາໂຣ ຈຶ່ງ ໄດ້ເອີ້ນນາງໝໍຕໍາແຍ ທັງສອງມາ ແລະ ຖາມ ພວກເຂົາວ່າ, “ເປັນຫຍັງ ພວກເຈົ້າຈຶ່ງບໍ່ເຮັດ ຕາມຄໍາສັ່ງ? ເປັນຫຍັງ ພວກເຈົ້າປ່ອຍໃຫ້ເດັກນ້ອຍຜູ້ຊາຍ ມີຊີວິດຢູ່? ”
\v 19 ພວກນາງຈຶ່ງຕອບວ່າ, “ຍິງຊາວເຮັບເຣີ ຕ່າງກັບ ຍິງຊາວເອຢິບ. ພວກເຂົາອອກລູກງ່າຍຫລາຍ. ກ່ອນທີ່ຜູ້ໃດຜູ້ໜຶ່ງໃນພວກຂ້ານ້ອຍ ຈະໄປເຖິງນັ້ນ ພວກເຂົາກໍໄດ້ອອກລູກກ່ອນແລ້ວ.”
\s5
\v 20 ສະນັ້ນ ຊາວອິດສະຣາເອນ ຈຶ່ງມີຈາໍນວນຄົນ ທະວີຄູນຂຶ້ນເລື້ອຍໆ ທັງມີກາໍລັງ ເຂັ້ມແຂງຫລາຍ.
\v 21 ເພາະນາງໝໍຕໍາແຍ ທັງສອງ ຢໍາເກງພຣະເຈົ້າ. ພຣະອົງຈຶ່ງດີຕໍ່ພວກນາງ ໂດຍໄດ້ໃຫ້ພວກນາງ ມີລູກຫລາຍຄົນ.
\v 22 ແຕ່ກະສັດຟາໂຣ ກໍໄດ້ສັ່ງປະຊາຊົນຂອງຕົນວ່າ, “ລູກຜູ້ຊາຍ ທຸກໆຄົນ ຂອງຊາວເຮັບເຣີ ທີ່ເກີດໃໝ່ໃຫ້ຖິ້ມລົງໃນ ແມ່ນາໍ້ນິນ, ແຕ່ລູກຜູ້ຍິງ ຈົ່ງປະໄວ້ໃຫ້ມີຊີວິດຢູ່.”
\s5
\c 2
\p
\v 1 ຍັງມີຊາຍຈາກເຜົ່າເລວີ ຄົນໜຶ່ງທີ່ໄດ້ ແຕ່ງງານ ກັບຍິງສາວ ຢູ່ໃນເຜົ່າດຽວກັນ
\v 2 ແລະ ນາງໄດ້ເກີດລູກຊາຍ ຄົນໜຶ່ງໃຫ້ລາວ. ເມື່ອນາງເຫັນລູກ ທີ່ເກີດມານັ້ນ ມີຮູບຮ່າງງາມ ນາງຈຶ່ງໄດ້ເຊື່ອງລູກໄວ້ ເຖິງສາມເດືອນ.
\s5
\v 3 ແຕ່ເມື່ອນາງເຊື່ອງລູກຊາຍນັ້ນ ໄວ້ບໍ່ໄດ້ ອີກຕໍ່ໄປ. ສະນັ້ນນາງຈຶ່ງເອົາໄມ້ອໍ້ມາເຮັດ ເປັນອູ່ ແລະ ທາດ້ວຍຢາງໄມ້ ເພື່ອໃຫ້ມັນຟູ. ນາງເອົາລູກວາງນອນລົງໃນອູ້ນັ້ນ ແລ້ວນາງ ກໍໄດ້ນາໍອູ່ນັ້ນ ໄປປະໄວ້ທີ່ແຄມແມ່ນາໍ້ນິນ ບ່ອນທີ່ມີກໍຫຍ້າອໍ້ ແຄມຕາຝັ່ງ.
\v 4 ຜູ້ເປັນເອື້ອຍຂອງເດັກນ້ອຍນັ້ນ ກໍຢືນຢູ່ຫ່າງໆ ເພື່ອ ຢາກຮູ້ວ່າ ຈະມີຫຍັງເກີດຂຶ້ນ ແກ່ນ້ອງຂອງຕົນ.
\s5
\v 5 ຕໍ່ມາ ລູກສາວຂອງກະສັດຟາໂຣ ໄດ້ລົງມາອາບນາໍ້ ສ່ວນພວກສາວຮັບໃຊ້ ກໍພາກັນຍ່າງເລາະຫລີ້ນຢູ່ຕາມແຄມຝັ່ງ ເມື່ອກາໍລັງອາບນາໍ້ຢູ່ນັ້ນ ນາງເລີຍຫລຽວເຫັນອູ່ ຢູ່ກາງກໍຫຍ້າ ນາງຈຶ່ງບອກສາວຮັບໃຊ້ໄປເອົາ ມາເບິ່ງ.
\v 6 ເມື່ອເປີດເບິ່ງໃນອູ່ ນາງກໍເຫັນ ເດັກນ້ອຍຜູ້ຊາຍ ນອນຮ້ອງໄຫ້ຢູ່. ນາງເກີດສົງສານ ເລີຍເວົ້າວ່າ, “ເດັກນີ້ແມ່ນລູກຂອງ ຊາວເຮັບເຣີ.”
\s5
\v 7 ສ່ວນເອື້ອຍລາວ ກໍຟ້າວມາຖາມ ລູກສາວຂອງກະສັດຟາໂຣ ວ່າ, “ຢາກໃຫ້ຂ້ານ້ອຍ ໄປຫາຍິງຊາວເຮັບເຣີ ມາລ້ຽງເດັກນ້ອຍ ໃຫ້ຫລືບໍ່? ”
\v 8 ນາງຕອບ ວ່າ, “ຈົ່ງໄປຫາໃຫ້ແດ່. ” ດັ່ງນັ້ນ ເດັກຍິງຈຶ່ງໄປເອີ້ນເອົາແມ່ເດັກນ້ອຍມາ.
\s5
\v 9 ລູກສາວກະສັດຟາໂຣ ສັ່ງຍິງນັ້ນ ວ່າ, “ຈົ່ງເອົາເດັກນ້ອຍຄົນນີ້ ໄປລ້ຽງໄວ້ໃຫ້ຂ້ອຍ ແລະ ຂ້ອຍຈະໃຫ້ຄ່າລ້ຽງແກ່ເຈົ້າ. ” ສະນັ້ນ ນາງຈຶ່ງຮັບເອົາເດັກນ້ອຍຜູ້ນີ້ ໄປລ້ຽງໄວ້.
\v 10 ຕໍ່ມາ ເມື່ອເດັກໃຫຍ່ຂຶ້ນແດ່ແລ້ວ ແມ່ລ້ຽງກໍໄດ້ນາໍເດັກນ້ອຍນັ້ນມາ ແລະ ມອບໃຫ້ລູກສາວຂອງກະສັດ ຟາໂຣ. ນາງໄດ້ຮັບລ້ຽງ ເດັກຊາຍຜູ້ນີ້ໄວ້ ເປັນລູກຊາຍຂອງຕົນເອງ ໂດຍເວົ້າວ່າ, “ຍ້ອນຂ້ອຍໄດ້ເດັກນ້ອຍຄົນນີ້ ມາຈາກນໍ້າ. ສະນັ້ນແຫລະ ຂ້ອຍຈຶ່ງຈະຕັ້ງຊື່ໃຫ້ລາວ ວ່າ ໂມເຊ. ” [ຄ]
\s5
\v 11 ຢູ່ມາມື້ໜຶ່ງເມື່ອ ໂມເຊ ໃຫຍ່ແລ້ວ ລາວ ກໍໄດ້ອອກໄປຢ້ຽມຢາມຄົນທີ່ເປັນຊົນຊາດ ດຽວກັນ ຄື ຊາວເຮັບເຣີ ແລະ ລາວໄດ້ເຫັນ ພວກເຂົາຖືກບັງຄັບໃຫ້ເຮັດວຽກໜັກຫລາຍ. ລາວຍັງໄດ້ເຫັນຄົນເອຢິບ ຜູ້ໜຶ່ງຕົບຕີຄົນເຮັບເຣີ ຜູ້ໜຶ່ງທີ່ເປັນຊົນຊາດດຽວກັນກັບຕົນ.
\v 12 ໂມເຊ ຫລຽວໜ້າຫລຽວຫລັງ ເມື່ອບໍ່ເຫັນຜູ້ໃດໃນທີ່ນັ້ນລາວ ຈຶ່ງຂ້າຄົນເອຢິບ ຜູ້ນັ້ນເສຍ ແລະ ຝັງສົບເຊື່ອງໄວ້ໃນດິນຊາຍ.
\s5
\v 13 ມື້ຕໍ່ມາ ໂມເຊ ໄດ້ກັບໄປບ່ອນນັ້ນອີກ ແລະ ເທື່ອນີ້ລາວເຫັນຄົນເຮັບເຣີ ສອງຄົນ ກາໍລັງຕີກັນຢູ່. ລາວຈຶ່ງໄດ້ຖາມ ຜູ້ເປັນຝ່າຍຜິດນັ້ນ ວ່າ, “ເປັນຫຍັງ ຈຶ່ງຕີຄົນຊາດດຽວກັນ? ”
\v 14 ຄົນນັ້ນຕອບ ວ່າ, “ໃຜແຕ່ງຕັ້ງເຈົ້າໃຫ້ເປັນນາຍຕັດສິນຄວາມພວກຂ້ອຍ? ເຈົ້າຈະຂ້າຂ້ອຍ ເໝືອນໄດ້ຂ້າຄົນ ເອຢິບ ຜູ້ນັ້ນບໍ? ” ໂມເຊ ຕົກໃຈແຮງຫລາຍ ພ້ອມທັງຄິດໃນໃຈ ວ່າ, “ມີຜູ້ຮູ້ເຫັນສິ່ງທີ່ເຮົາ ໄດ້ກະທາໍນັ້ນແລ້ວ.”
\s5
\v 15 ເມື່ອກະສັດ ຟາໂຣ ໄດ້ຮູ້ເລື່ອງນີ້ ເພິ່ນຈຶ່ງພະຍາຍາມ ຫາຊ່ອງທາງຂ້າໂມເຊ, ແຕ່ ໂມເຊ ໄດ້ເອົາຕົວຫລົບໜີໄປຢູ່ດິນແດນ ມີດີອານ ເສຍກ່ອນ. ພໍໂມເຊ ໄປຮອດທີ່ນັ້ນ ລາວກໍນັ່ງລົງພັກຜ່ອນເອົາແຮງ ຢູ່ໃກ້ບໍ່ນາໍ້ ສ້າງແຫ່ງໜຶ່ງ.
\v 16 ປະໂຣຫິດແຫ່ງມີດີອານ ຜູ້ທີ່ຊື່ວ່າ ເຢທະໂຣ, ເພິ່ນມີລູກສາວຢູ່ເຈັດ ຄົນ. ພວກນາງໄດ້ພາກັນມາ ຕັກນາໍ້ໃຫ້ຝູງແບ້ ແລະ ຝູງແກະກິນ.
\v 17 ແຕ່ມີຄົນລ້ຽງແກະ ບາງພວກໄດ້ມາໄລ່ໃຫ້ພວກນາງໜີໄປ. ໂມເຊ ໄດ້ເຂົ້າໄປຊ່ວຍເຫລືອ ແລະ ທັງໄດ້ ຕັກນໍ້າ ໃຫ້ຝູງສັດຂອງພວກນາງກິນດ້ວຍ.
\s5
\v 18 ເມື່ອພວກນາງ ກັບເມືອເຮືອນຫາ ເຣອູເອນ ຜູ້ເປັນພໍ່ຈຶ່ງຖາມ ວ່າ, “ເປັນຫຍັງ ວັນນີ້ ຈຶ່ງກັບມາໄວແທ້? ”
\v 19 ພວກນາງຕອບ ວ່າ, “ມີຄົນເອຢິບ ຜູ້ໜຶ່ງໄດ້ຊ່ວຍພວກ ລູກ ໃຫ້ພົ້ນຈາກພວກລ້ຽງແກະ ແລະ ທັງໄດ້ ຊ່ວຍຕັກນາໍ້ ໃຫ້ສັດຂອງພວກເຮົາກິນດ້ວຍ. ”
\v 20 ຜູ້ເປັນພໍ່ຈຶ່ງຖາມລູກສາວອີກ ວ່າ, “ຊາຍຜູ້ນັ້ນຢູ່ໃສ? ເຫດໃດ ຈຶ່ງມາປະລາວ? ຮີບໄປເຊີນລາວ ມາກິນເຂົ້ານາໍພວກເຮົາແມ.”
\s5
\v 21 ໂມເຊ ໄດ້ຕັດສິນໃຈ ຢູ່ທີ່ມີດີອານ ແລະ ເຢທະໂຣ ຈຶ່ງໄດ້ຍົກນາງ ສິບໂປລາ ລູກສາວ ຂອງຕົນໃຫ້ເປັນເມຍຂອງ ໂມເຊ.
\v 22 ນາງ ໄດ້ເກີດລູກຊາຍຜູ້ໜຶ່ງໃຫ້ໂມເຊ ແລະ ໂມເຊ ຄິດໃນໃຈວ່າ, “ຂ້ອຍເປັນຄົນຕ່າງດ້າວ ທີ່ໄດ້ ມາອາໄສຢູ່ໃນປະເທດນີ້. ສະນັ້ນ ຂ້ອຍຈຶ່ງຈະໃສ່ຊື່ໃຫ້ລູກຊາຍຜູ້ນີ້ ວ່າ ເກໂຊນ. ” [ງ]
\s5
\v 23 ຕໍ່ມາອີກຫລາຍປີ ກະສັດຟາໂຣແຫ່ງປະເທດເອຢິບ ກໍໄດ້ຕາຍໄປ, ແຕ່ເພາະຊາວອິດສະຣາເອນ ຍັງຕົກເປັນທາດຮັບໃຊ້ຢູ່ ພວກເຂົາຈຶ່ງຮ້ອງໄຫ້ຄວນຄາງ ແລະຮ້ອງຫາຜູ້ຊ່ວຍເຫລືອ. ສຽງຂໍຮ້ອງຂອງພວກເຂົາ ໄດ້ດັງຂຶ້ນໄປເຖິງພຣະເຈົ້າ
\v 24 ພຣະອົງໄດ້ຍິນສຽງຮ້ອງໄຫ້ ຄວນຄາງຂອງພວກເຂົາ ແລະລະນຶກເຖິງພັນທະສັນຍາ ທີ່ພຣະອົງໄດ້ ໃຫ້ໄວ້ກັບອັບຣາຮາມ, ອີຊາກ ແລະ ຢາໂຄບ.
\v 25 ພຣະອົງເບິ່ງເຫັນສະພາບການ ເປັນທາດຮັບໃຊ້ຂອງຊາວອິດສະຣາເອນ. ສະນັ້ນພຣະອົງຈຶ່ງຫ່ວງໃຍພວກເຂົາ. [ຈ]
\s5
\c 3
\p
\v 1 ມື້ໜຶ່ງໃນຂະນະທີ່ໂມເຊ ກາໍລັງລ້ຽງຝູງແກະ ແລະ ຝູງແບ້ຂອງເຢທະໂຣ ພໍ່ເຖົ້າຂອງຕົນ ຜູ້ທີ່ເປັນປະໂຣຫິດຂອງຊາວມີດີອານ ລາວໄດ້ຕ້ອນຝູງສັດ ເລີຍຂ້າມຖິ່ນແຫ້ງແລ້ງ ກັນດານ ໄປທີ່ຊີນາຍ ພູເຂົາຂອງພຣະເຈົ້າ.
\v 2 ໃນທີ່ນັ້ນ ເທວະດາຂອງອົງພຣະຜູ້ເປັນເຈົ້າ ໄດ້ປາກົດເປັນແປວໄຟໃຫ້ໂມເຊ ເຫັນຢູ່ໃນກາງພຸ່ມໄມ້ຂຽວແຫ່ງໜຶ່ງ. ໂມເຊ ຈ້ອງຕາເບິ່ງໄຟ ແຕ່ບໍ່ເຫັນພຸ່ມໄມ້ໄໝ້.
\v 3 ໂມເຊ ຄິດໃນໃຈ ວ່າ, “ບະ! ປະຫລາດແທ້ໆ ເປັນຫຍັງພຸ່ມໄມ້ຈຶ່ງບໍ່ໄໝ້. ເຮົາຈະລອງເຂົ້າໄປ ໃກ້ໆ ເບິ່ງດູ.”
\s5
\v 4 ເມື່ອອົງພຣະຜູ້ເປັນເຈົ້າເຫັນໂມເຊ ຍ່າງ ເຂົ້າມາໃກ້, ພຣະອົງຈຶ່ງກ່າວອອກມາຈາກພຸ່ມໄມ້ນັ້ນ ວ່າ, “ໂມເຊ ໂມເຊ ເອີຍ. ” ໂມເຊຈຶ່ງຕອບ ວ່າ, “ໂດຍ ຂ້ານ້ອຍກາໍລັງຟັງຢູ່. ”
\v 5 ພຣະເຈົ້າບອກ ວ່າ, “ຢ່າຫຍັບເຂົ້າມາໃກ້ອີກ ເປັນເດັດຂາດ. ຈົ່ງຖອດເກີບອອກສາ ເພາະວ່າ ເຈົ້າກາໍລັງຢືນຢູ່ທີ່ບ່ອນສັກສິດ.
\v 6 ເຮົາແມ່ນ ພຣະເຈົ້າຂອງບັນພະບຸລຸດຂອງເຈົ້າ ອົງເປັນພຣະເຈົ້າທີ່ອັບຣາຮາມ, ອີຊາກ ແລະ ຢາໂຄບ ນະມັດສະການ. ” ສະນັ້ນ ໂມເຊ ຈຶ່ງເອົາມືອັດໜ້າຂອງຕົນໄວ້ ເພາະບໍ່ກ້າເບິ່ງພຣະເຈົ້າ.
\s5
\v 7 ແລ້ວອົງພຣະຜູ້ເປັນເຈົ້າ ກໍກ່າວຕໍ່ໄປອີກ ວ່າ, “ເຮົາໄດ້ເຫັນປະຊາຊົນຂອງເຮົາ ຖືກກົດ ຂີ່ຢ່າງໃດແລ້ວ ຢູ່ໃນປະເທດເອຢິບ. ເຮົາໄດ້ຍິນພວກເຂົາຮ້ອງຫາເຮົາ ໃຫ້ຊ່ວຍກູ້ພວກເຂົາ ຈາກບັນດານາຍຄຸມຂອງພວກເຂົາ. ເຮົາ ຮູ້ເຫັນຄວາມທົນທຸກຂອງພວກເຂົາທຸກຢ່າງ.
\v 8 ສະນັ້ນ ເຮົາຈຶ່ງລົງມາຊ່ວຍກູ້ພວກເຂົາ ໃຫ້ພົ້ນຈາກການທາລຸນ ຂອງຊາວເອຢິບ; ເພື່ອນາໍພາພວກເຂົາໄປຍັງດິນແດນ ທີ່ອຸດົມ ສົມບູນ ແລະ ຮັ່ງມີບ່ອນທີ່ຊາວການາອານ, ຮິດຕີ, ອາໂມ, ເປຣີຊີ, ຮີວີ ແລະ ຊາວເຢບຸດ ອາໄສຢູ່ໃນເວລານີ້.
\s5
\v 9 ເຮົາໄດ້ຍິນສຽງຮ້ອງໄຫ້ຄໍ່າຄວນ ໃຫ້ຊ່ວຍເຫລືອຂອງປະຊາຊົນເຮົາຄັກແນ່ແລ້ວ ແລະ ເຮົາໄດ້ເຫັນຊາວເອຢິບ ກົດຂີ່ພວກເຂົາ ຢ່າງໃດ.
\v 10 ບັດນີ້ ເຮົາຈະໃຊ້ເຈົ້າໄປຫາ ກະສັດຟາໂຣ ແຫ່ງເອຢິບ ເພື່ອນາໍພາປະຊາຊົນຂອງເຮົາອອກໄປຈາກປະເທດນັ້ນ.”
\s5
\v 11 ແຕ່ໂມເຊ ຕອບວ່າ, “ຂ້ານ້ອຍເປັນ ມະນຸດສາມັນທາໍມະດາ ຈະໄປຫາກະສັດ ຟາໂຣ ໄດ້ບໍ? ຂ້ານ້ອຍຈະນໍາພາຊາວ ອິດສະຣາເອນ ອອກໄປຈາກປະເທດເອຢິບ ໄດ້ຢ່າງໃດ? ”
\v 12 ພຣະເຈົ້າຊົງຕອບ ວ່າ, “ເຮົາຈະຢູ່ກັບເຈົ້າ. ໝາຍສໍາຄັນດັ່ງຕໍ່ໄປນີ້ ຈະສໍາແດງໃຫ້ເຈົ້າຮູ້ວ່າ ເຮົາເປັນຜູ້ໃຊ້ເຈົ້າໄປຄື: ເມື່ອເຈົ້ານາໍພາປະຊາຊົນຂອງເຮົາອອກ ໄປຈາກປະເທດເອຢິບແລ້ວ ພວກເຈົ້າຈະໄດ້ ນະມັດສະການເຮົາ ຢູ່ທີ່ເທິງພູເຂົານີ້.”
\s5
\v 13 ແຕ່ໂມເຊ ຖາມພຣະເຈົ້າຄືນວ່າ, “ເມື່ອຂ້ານ້ອຍໄປຫາຊາວອິດສະຣາເອນ ແລະ ບອກພວກເຂົາ ວ່າ, ‘ພຣະເຈົ້າຂອງປູ່ຍ່າຕາຍາຍຂອງພວກເຈົ້າ ໄດ້ສົ່ງຂ້ອຍມາຫາ ພວກເຈົ້າ’ ພວກເຂົາກໍຈະຖາມຂ້ານ້ອຍ ວ່າ, ‘ພຣະເຈົ້າອົງທີ່ໃຊ້ເຈົ້າມານັ້ນ ຊື່ຫຍັງ? ແລ້ວ ຂ້ານ້ອຍຈະຕອບພວກເຂົາວ່າ ຢ່າງໃດ? ”
\v 14 ພຣະເຈົ້າຊົງກ່າວຕໍ່ໂມເຊ ວ່າ, “ເຮົາເປັນຜູ້ເຮົາເປັນ ເຈົ້າຈົ່ງບອກຊາວອິດສະຣາເອນ ດັ່ງນີ້: “ຜູ້ທີ່ເອີ້ນຊື່ວ່າ ເຮົາເປັນ” [ສ] ສົ່ງຂ້ອຍ ມາຫາພວກເຈົ້າ. ”
\v 15 ພຣະເຈົ້າຊົງກ່າວຕໍ່ ໂມເຊ ອີກວ່າ, “ໃຫ້ບອກຊາວອິດສະຣາເອນ ວ່າ, ເຮົາແມ່ນອົງພຣະຜູ້ເປັນເຈົ້າ [ຊ] ອົງເປັນ ພຣະເຈົ້າຂອງປູ່ຍ່າຕາຍາຍ ຂອງພວກເຂົາ ຄືພຣະເຈົ້າອົງທີ່ອັບຣາຮາມ, ອີຊາກ ແລະ ຢາໂຄບ ນະມັດສະການ ໃຊ້ຂ້ອຍມາຫາພວກເຈົ້າ. ອັນນີ້ແຫລະ ແມ່ນຊື່ຂອງເຮົາ ແລະ ຊື່ນີ້ຈະບໍ່ມີການປ່ຽນແປງຈັກເທື່ອ ທຸກຊົ່ວອາຍຸ ຄົນຈະເອີ້ນ ຊື່ນີ້ຕະຫລອດໄປ.”
\s5
\v 16 ບັດນີ້ ເຈົ້າຈົ່ງໄປປະຊຸມ ກັບບັນດາຜູ້ນາໍຂອງຊົນຊາດອິດສະຣາເອນ ແລະ ບອກ ພວກເຂົາ ວ່າ, ‘ອົງພຣະຜູ້ເປັນເຈົ້າ ອົງເປັນພຣະເຈົ້າຂອງປູ່ຍ່າຕາຍາຍ ຂອງພວກເຂົາ ຄື ພຣະເຈົ້າອົງທີ່ ອັບຣາຮາມ, ອີຊາກ ແລະ ຢາໂຄບ ນະມັດສະການ ໄດ້ປາກົດແກ່ເຈົ້າ. ຈົ່ງບອກພວກເຂົາ ວ່າ ເຮົາໄດ້ມາຫາພວກເຂົາ ແລະ ໄດ້ເຫັນສິ່ງທີ່ຊາວເອຢິບ ໄດ້ເຮັດ ຕໍ່ພວກເຂົາ.
\v 17 ເຮົາຕັດສິນໃຈ ແລ້ວວ່າ ຈະນາໍພວກເຂົາອອກໄປ ຈາກປະເທດເອຢິບ ບ່ອນທີ່ພວກເຂົາທົນທຸກຢູ່ນີ້ ແລະ ເຮົາຈະ ນາໍພາພວກເຂົາເຂົ້າໄປຍັງດິນແດນ ທີ່ອຸດົມ ສົມບູນ ແລະ ຮັ່ງມີ ຄື: ດິນແດນຂອງຊາວ ການາອານ, ຊາວຮິດຕີ, ຊາວອາໂມ, ຊາວເປຣີຊີ, ຊາວຮີວີ ແລະ ຊາວເຢບຸດ.
\v 18 ປະຊາຊົນຂອງເຮົາ ຈະເຊື່ອຟັງສິ່ງທີ່ເຈົ້າກ່າວ ແກ່ພວກເຂົາ. ແລ້ວເຈົ້າກັບບັນດາຜູ້ນາໍຂອງ ຊາດອິດສະຣາເອນ ຈົ່ງໄປຫາກະສັດຟາໂຣ ແຫ່ງເອຢິບ ແລະ ບອກລາວ ວ່າ, ‘ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງຊາວເຮັບເຣີ ໄດ້ປາກົດຕໍ່ພວກຂ້ານ້ອຍ. ບັດນີ້ ຂໍທ່ານ ອະນຸຍາດໃຫ້ພວກຂ້ານ້ອຍ ເດີນທາງເປັນ ໄລຍະສາມວັນ ສູ່ຖິ່ນແຫ້ງແລ້ງກັນດານ ເພື່ອ ຖວາຍສັດບູຊາ ແກ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກຂ້ານ້ອຍ ດ້ວຍເຖີດ.
\s5
\v 19 ເຮົາຮູ້ແລ້ວວ່າ ກະສັດຟາໂຣ ແຫ່ງ ເອຢິບ ຈະບໍ່ຍອມໃຫ້ພວກເຈົ້າໄປ ເວັ້ນໄວ້ແຕ່ ລາວຈະຖືກບີບບັງຄັບເທົ່ານັ້ນ.
\v 20 ແຕ່ ເຮົາຈະໃຊ້ຣິດອໍານາດຂອງເຮົາລົງໂທດ ເອຢິບ ໂດຍເຮັດການອັດສະຈັນ ອັນໜ້າຢ້ານກົວຢູ່ທີ່ນັ້ນ. ແລ້ວລາວກໍຈະປ່ອຍໃຫ້ພວກເຈົ້າໄປ.
\v 21 ເຮົາຈະເຮັດໃຫ້ຊາວເອຢິບ ຢໍາເກງປະຊາຊົນຂອງເຮົາ ເພື່ອວ່າເມື່ອ ພວກເຂົາອອກໄປນັ້ນ ພວກເຂົາຈະບໍ່ໄດ້ໜີໄປໂດຍມືເປົ່າ.
\v 22 ໃຫ້ຜູ້ຍິງຊາວອິດສະຣາເອນ ແຕ່ລະຄົນໄປຂໍເຄື່ອງເງິນ, ເຄື່ອງຄໍາ ແລະ ຂໍເສື້ອຜ້າຈາກຜູ້ຍິງຊາວ ເອຢບິ ທີ່ຢູ່ບ້ານດຽວກັນ ແລະ ຈາກບ້ານໃກ້ເຮືອນຄຽງຂອງຕົນ. ຊາວອິດສະຣາເອນ ຈະເອົາສິ່ງຂອງເຫລົ່ານີ້ມາຕົບແຕ່ງໃຫ້ພວກລູກ ຊາຍຍິງຂອງຕົນ ແລະ ພວກເຂົາກໍຈະຂົນ ເອົາຊັບສົມບັດຂອງຊາວເອຢິບໄປນໍາ.”
\s5
\c 4
\p
\v 1 ໂມເຊ ໄດ້ຕອບອົງພຣະຜູ້ເປັນເຈົ້າ ວ່າ, “ແຕ່ຖ້າວ່າ ຊາວອິດສະຣາເອນ ບໍ່ເຊື່ອ ແລະ ທັງບໍ່ຟັງສິ່ງທີ່ຂ້ານ້ອຍ ກ່າວໄປນັ້ນ, ແຕ່ພວກເຂົາກັບເວົ້າວ່າ ພຣະອົງບໍ່ໄດ້ປາກົດຕໍ່ຂ້ານ້ອຍ ພຣະອົງຈະໃຫ້ຂ້ານ້ອຍ ເຮັດຢ່າງໃດ? ”
\v 2 ດັ່ງນັ້ນອົງພຣະຜູ້ເປັນເຈົ້າ ຈຶ່ງຖາມ ໂມເຊ ວ່າ, “ແມ່ນຫຍັງທີ່ເຈົ້າ ກາໍລັງຖືຢູ່ນັ້ນ? ” ໂມເຊ ຕອບວ່າ, “ແມ່ນໄມ້ຄ້ອນເທົ້າ. ”
\v 3 ພຣະອົງຈຶ່ງສັ່ງໂມເຊ ວ່າ, “ຖິ້ມມັນລົງພື້ນດິນ ເບິ່ງດູ. ” ເມື່ອໂມເຊ ຖິ້ມໄມ້ຄ້ອນເທົ້ານັ້ນລົງ ພື້ນດິນມັນກໍກາຍເປັນງູ ແລະ ໂມເຊ ຈຶ່ງແລ່ນໜີໄປ.
\s5
\v 4 ແລ້ວອົງພຣະຜູ້ເປັນເຈົ້າ ກໍສັ່ງໂມເຊ ວ່າ, “ຈັບຫາງມັນໄວ້. ” ໂມເຊ ຈຶ່ງກົ້ມລົງຈັບຫາງງູ ແລະ ງູນັ້ນກໍກາຍເປັນໄມ້ຄ້ອນເທົ້າ ຄື ເກົ່າ.
\v 5 ອົງພຣະຜູ້ເປັນເຈົ້າບອກ ວ່າ, “ຈົ່ງເຮັດ ຢ່າງນີ້ ເພື່ອພິສູດໃຫ້ຊາວອິດສະຣາເອນ ເຫັນວ່າ ອົງພຣະຜູ້ເປັນເຈົ້າ ອົງເປັນພຣະເຈົ້າ ຂອງປູ່ຍ່າຕາຍາຍ ຂອງພວກເຂົາ: ພຣະເຈົ້າ ຂອງອັບຣາຮາມ, ພຣະເຈົ້າຂອງອີຊາກ ແລະ ພຣະເຈົ້າຂອງຢາໂຄບ ໄດ້ປາກົດແກ່ເຈົ້າ.”
\s5
\v 6 ອົງພຣະຜູ້ເປັນເຈົ້າ ໄດ້ສັ່ງໂມເຊ ໄວ້ອີກວ່າ, “ສອດມືເຂົ້າໄປໃນເສື້ອເບິ່ງດູ. ” ໂມເຊ ກໍເຮັດຕາມທີ່ພຣະເຈົ້າໄດ້ບອກ ແລະ ເມື່ອເພິ່ນ ຖອດມືອອກມາມື ນັ້ນກໍເປັນພະຍາດຂີ້ທູດ ຫຸ້ມໄປ ດ້ວຍດອກຂາວໆ ຄື ຫິມະ.
\v 7 ແລ້ວ ອົງພຣະຜູ້ເປັນເຈົ້າ ກໍສັ່ງອີກວ່າ, “ສອດມື ເຂົ້າໄປໃນເສື້ອຄືນ. ” ໂມເຊ ກໍເຮັດຕາມ ແລະ ເມື່ອເພິ່ນຖອດມື ອອກມາມືນັ້ນ ກໍສະອາດດີ ຄື ເກົ່າເໝືອນດັ່ງສ່ວນອື່ນໆ ຂອງ ຮ່າງກາຍ.
\s5
\v 8 ອົງພຣະຜູ້ເປັນເຈົ້າຊົງກ່າວ ວ່າ, “ຖ້າພວກເຂົາ ບໍ່ຍອມເຊື່ອຟັງເຈົ້າ ຫລື ບໍ່ຍອມເຊື່ອ ໃນການອັດສະຈັນເທື່ອທີໜຶ່ງ, ແລ້ວການອັດສະຈັນເທື່ອທີສອງນີ້ ກໍຈະເຮັດໃຫ້ ພວກເຂົາຍອມເຊື່ອ.
\v 9 ຖ້າພວກເຂົາເຫັນ ການອັດສະຈັນທັງສອງເທື່ອແລ້ວ ແຕ່ຍັງບໍ່ຍອມເຊື່ອເຈົ້າ ແລະ ຖ້າພວກເຂົາບໍ່ຍອມຟັງ ສິ່ງທີ່ໄດ້ກ່າວມານັ້ນ. ຈົ່ງໄປຕັກເອົານາໍ້ ທີ່ແມ່ນາໍ້ນິນ ແລະ ເທລົງໃສ່ດິນ. ນາໍ້ນັ້ນຈະກາຍເປັນເລືອດ.”
\s5
\v 10 ແຕ່ ໂມເຊ ກ່າວຕໍ່ອົງພຣະຜູ້ເປັນເຈົ້າ ວ່າ, “ບໍ່ໄດ້ດອກພຣະເຈົ້າຢາເວເອີຍ ຂໍຢ່າໃຊ້ຂ້ານ້ອຍໄປເທາະ. ຂ້ານ້ອຍເອງ ເປັນຄົນ ເວົ້າບໍ່ເກັ່ງ ແລະ ບໍ່ມີສີປາກມາແຕ່ໃດໆ, ຕັ້ງແຕ່ພຣະອົງ ໄດ້ເລີ່ມກ່າວແກ່ຂ້ານ້ອຍມານີ້ ີຂ້ານ້ອຍແຮ່ງເວົ້າອອກຍາກຫລາຍເວົ້າ ເກິໆ ກະໆ ບໍ່ລ່ຽນບໍ່ໄຫລ. ”
\v 11 ອົງພຣະຜູ້ເປັນ ເຈົ້າໄດ້ຖາມ ໂມເຊ ວ່າ, “ໃຜສ້າງປາກມະນຸດ? ໃຜເຮັດໃຫ້ມະນຸດປາກກືກ ຫູໜວກ? ໃຜເຮັດໃຫ້ມະນຸດຕາບອດ ແລະ ຕາດີ? ແມ່ນເຮົາເອງ ຄື ອົງພຣະຜູ້ເປັນເຈົ້ານີ້ ແຫລະ.
\v 12 ບັດນີ້ ໂມເຊ ເອີຍເຈົ້າຈົ່ງໄປ ເຮົາຈະຊ່ວຍເຈົ້າກ່າວ ແລະ ຈະບອກສິ່ງທີ່ເຈົ້າຈະກ່າວ. ”
\v 13 ແຕ່ ໂມເຊ ຍັງຕອບວ່າ, “ຂໍພຣະອົງໃຊ້ຄົນອື່ນໄປສາ.”
\s5
\v 14 ພໍ ໂມເຊ ເວົ້າດັ່ງນັ້ນ ອົງພຣະຜູ້ເປັນ ເຈົ້າ ກໍໂກດຮ້າຍ ແລະ ຖາມໂມເຊ ວ່າ, “ເຈົ້າມີອ້າຍຜູ້ໜຶ່ງທີ່ເປັນຊາວເລວີ ແລະ ລາວຊື່ວ່າ ອາໂຣນ ບໍ່ແມ່ນບໍ? ເຮົາຮູ້ວ່າລາວ ເວົ້າເກັ່ງ. ເວລານີ້ລາວກາໍລັງອອກມາພົບເຈົ້າ ແລະ ລາວຈະດີໃຈທີ່ສຸດ ເມື່ອໄດ້ພົບເຈົ້າ.
\v 15 ເຈົ້າຈົ່ງກ່າວແກ່ລາວ ແລະ ບອກເລື່ອງຕ່າງໆ ນັ້ນໃຫ້ລາວເວົ້າ. ເຮົາຈະຊ່ວຍພວກເຈົ້າ ກ່າວ ແລະ ທັງຈະບອກເຈົ້າທັງສອງ ວ່າ ຄວນຈະ ເຮັດຢ່າງໃດ.
\v 16 ອາໂຣນ ຈະເປັນຜູ້ກ່າວ ແກ່ປະຊາຊົນ ຕາງເຈົ້າ ລາວຈະເປັນຜູ້ກ່າວ ຕາງເຈົ້າ. ສ່ວນເຈົ້າຈະເປັນດັ່ງພຣະເຈົ້າໂດຍ ບອກລາວ ວ່າ ຄວນກ່າວຫຍັງແດ່.
\v 17 ຈົ່ງ ຖືໄມ້ຄ້ອນເທົ້ານີ້ ໄປພ້ອມເພື່ອເຈົ້າ ຈະໃຊ້ເຮັດການອັດສະຈັນຕ່າງໆ.”
\s5
\v 18 ຫລັງຈາກນັ້ນ ໂມເຊ ໄດ້ກັບຄືນເມືອຫາ ເຢທະໂຣ ພໍ່ເຖົ້າຂອງຕົນ ແລະ ໄດ້ບອກ ເພິ່ນວ່າ, “ກະລຸນາໃຫ້ລູກກັບເມືອຢ້ຽມຢາມ ພີ່ນ້ອງຢູ່ໃນປະເທດເອຢິບ ເພື່ອເບິ່ງວ່າພວກເຂົາຍັງມີຊີວິດຢູ່ ຫລືບໍ່. ” ເຢທະໂຣ ໄດ້ອະນຸຍາດໃຫ້ໂມເຊ ກັບເມືອພ້ອມທັງອວຍພອນໃຫ້ລາວ ກັບໄປໂດຍດີ.
\v 19 ໃນ ຕອນທີ່ໂມເຊ ຍັງຢູ່ທີ່ມີດີອານ ນັ້ນອົງພຣະຜູ້ເປັນເຈົ້າ ໄດ້ບອກລາວວ່າ, “ຈົ່ງກັບເມືອເອຢິບ ສາເພາະພວກທີ່ຢາກຂ້າເຈົ້ານັ້ນໄດ້ຕາຍໄປໝົດແລ້ວ. ”
\v 20 ສະນັ້ນ ໂມເຊ ຈຶ່ງຈັດແຈ່ງໃຫ້ລູກເມຍຂຶ້ນຂີ່ລໍ ແລະ ກັບຄືນສູ່ ປະເທດເອຢິບ. ສ່ວນເພິ່ນເອງໄດ້ຖືໄມ້ຄ້ອນເທົ້າຂອງພຣະເຈົ້າໄປນາໍ.
\s5
\v 21 ອົງພຣະຜູ້ເປັນເຈົ້າ ຍັງໄດ້ສັ່ງໂມເຊ ໄວ້ອີກ ວ່າ, “ບັດນີ້ ເຈົ້າກາໍລັງເດີນທາງ ກັບຄືນສູ່ ປະເທດເອຢິບ ຈົ່ງເຮັດການອັດສະຈັນທຸກຢ່າງໃຫ້ກະສັດຟາໂຣ ເຫັນແທ້ໆ ຄື: ເຮັດ ຕາມຣິດອໍານາດ ທີ່ເຮົາໄດ້ມອບໃຫ້ເຈົ້ານັ້ນ. ແຕ່ຝ່າຍເຮົາຈະເຮັດໃຫ້ໃຈຂອງກະສັດ ຟາໂຣ ແຂງກະດ້າງດື້ດຶງ ແລະ ບໍ່ຍອມປ່ອຍ ໃຫ້ປະຊາຊົນໄປ.
\v 22 ແລ້ວເຈົ້າກໍຕ້ອງບອກກະສັດຟາໂຣ ວ່າ, ອົງພຣະຜູ້ເປັນເຈົ້າກ່າວດັ່ງນີ້: ‘ຊາດອິດສະຣາເອນ ເປັນລູກຊາຍກົກຂອງເຮົາ.
\v 23 ເຮົາສັ່ງເຈົ້າໃຫ້ປ່ອຍ ພວກເຂົາໄປນະມັດສະການເຮົາ ແຕ່ເຈົ້າບໍ່ຍອມຟັງເຮົາ. ບັດນີ້ເຮົາຈະຂ້າລູກຊາຍກົກ ຂອງເຈົ້າຖິ້ມ. ’”
\s5
\v 24 ໃນບ່ອນພັກແຮມຄືນແຫ່ງໜຶ່ງ ຕາມທາງໄປສູ່ປະເທດເອຢິບ ອົງພຣະຜູ້ເປັນເຈົ້າ ໄດ້ມາຫາ ໂມເຊ ເພື່ອໝາຍຈະຂ້າເພິ່ນ.
\v 25 ໃນທັນໃດນັ້ນ ສິບໂປຣາ ເມຍຂອງໂມເຊ ກໍຈັບເອົາຫິນຄົມປາດໜັງອະໄວຍະວະເພດ ຂອງລູກຊາຍ ແລ້ວເອົາໄປແປະໃສ່ທີ່ຂາ ຂອງໂມເຊ. ຍ້ອນພິທີຕັດນີ້ ນາງຈຶ່ງເວົ້າກັບ ໂມເຊ ວ່າ, “ເຈົ້າແມ່ນຜົວທີ່ຂ້ອຍໄດ້ມາດ້ວຍເລືອດ. ”
\v 26 ດັ່ງນັ້ນ ອົງພຣະຜູ້ເປັນເຈົ້າຈຶ່ງໄວ້ຊີວິດຂອງໂມເຊ.
\s5
\v 27 ໃນຂະນະດຽວກັນນີ້ ອົງພຣະຜູ້ເປັນເຈົ້າໄດ້ບອກ ອາໂຣນ ວ່າ, “ຈົ່ງອອກໄປພົບ ໂມເຊ ທີ່ຖິ່ນແຫ້ງແລ້ງກັນດານ. ” ສະນັ້ນ ອາໂຣນ ຈຶ່ງອອກໄປພົບໂມເຊ ທີ່ພູເຂົາຂອງພຣະເຈົ້າ ແລະ ເມື່ອພວກເພິ່ນໄດ້ພົບກັນ ອາໂຣນ ກໍກອດຈູບ ໂມເຊ.
\v 28 ແລ້ວໂມເຊ ກໍໄດ້ເລົ່າເລື່ອງທັງໝົດ ທີ່ອົງພຣະຜູ້ເປັນເຈົ້າ ໄດ້ບອກຕົນນັ້ນສູ່ອາໂຣນ ຟັງພ້ອມທັງບັນລະຍາຍ ການອັດສະຈັນຕ່າງໆ ທີ່ພຣະອົງ ໄດ້ສັ່ງຕົນໃຫ້ເຮັດສູ່ຟັງດ້ວຍ.
\s5
\v 29 ດັ່ງນັ້ນ ໂມເຊ ກັບອາໂຣນ ຈຶ່ງເຂົ້າໄປ ໃນປະເທດເອຢິບ ແລະ ເອີ້ນປະຊຸມບັນດາ ຜູ້ນາໍຂອງຊົນຊາດອິດສະຣາເອນ.
\v 30 ອາໂຣນ ເລົ່າເລື່ອງທັງໝົດ ທີ່ອົງພຣະຜູ້ເປັນເຈົ້າໄດ້ບອກແກ່ໂມເຊ ສູ່ພວກເຂົາຟັງແລ້ວ ໂມເຊ ກໍກະທາໍການອັດສະຈັນ ຕ່າງໆໃຫ້ປະຊາຊົນເຫັນຕໍ່ໜ້າຕໍ່ຕາ.
\v 31 ດັ່ງນັ້ນ ພວກເຂົາຈຶ່ງເຊື່ອ ແລະ ເມື່ອໄດ້ຍິນວ່າ ອົງພຣະຜູ້ເປັນເຈົ້າ ໄດ້ມາຫາພວກຕົນ ແລະ ທັງຮູ້ວ່າພຣະອົງ ໄດ້ເຫັນພວກຕົນຖືກກົດຂີ່ຢ່າງ ໂຫດຮ້າຍທາລຸນຢ່າງໃດ ພວກເຂົາຈຶ່ງໄດ້ພາກັນຂາບລົງ ແລະ ນ້ອມນະມັດສະການ.
\s5
\c 5
\p
\v 1 ຕໍ່ມາ ໂມເຊ ກັບ ອາໂຣນ ໄດ້ເຂົ້າໄປພົບ ກະສັດຟາໂຣ ແຫ່ງເອຢິບ ແລະ ກ່າວວ່າ, “ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງຊາດອິດສະຣາເອນ ບອກວ່າ, ‘ຈົ່ງປ່ອຍປະຊາຊົນ ຂອງເຮົາໄປຍັງຖິ່ນແຫ້ງແລ້ງກັນດານ ເພື່ອພວກເຂົາຈະໄດ້ຈັດເທດສະການຍ້ອງຍໍ ຖວາຍກຽດແກ່ເຮົາ.
\v 2 ກະສັດຟາໂຣ ຖາມວ່າ, “ອົງພຣະຜູ້ເປັນເຈົ້າ ແມ່ນໃຜ? ເປັນຫຍັງເຮົາຈະຕ້ອງຟັງ ແລະ ປ່ອຍປະຊາຊົນ ພວກນີ້ໄປ? ເຮົາບໍ່ຮູ້ຈັກອົງພຣະຜູ້ເປັນເຈົ້າ ແລະ ເຮົາຈະບໍ່ປ່ອຍປະຊາຊົນອິດສະຣາເອນໄປ.”
\s5
\v 3 ໂມເຊ ແລະ ອາໂຣນ ຕອບຄືນວ່າ, “ພຣະເຈົ້າຂອງຊາວເຮັບເຣີ ໄດ້ປາກົດແກ່ ພວກເຮົາ. ຂໍອະນຸຍາດໃຫ້ພວກເຮົາ ເດີນທາງເປັນໄລຍະ ສາມວັນ ໄປຍັງຖິ່ນແຫ້ງແລ້ງກັນດານ ເພື່ອຖວາຍສັດບູຊາ ແກ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຮົາ. ຖ້າບໍ່ດັ່ງນັ້ນ ພຣະອົງຈະຂ້າພວກເຮົາດ້ວຍໂຣກໄພໄຂ້ເຈັບ ຫລື ດ້ວຍເສິກສົງຄາມ. ”
\v 4 ແຕ່ກະສັດຟາໂຣ ແຫ່ງ ເອຢິບ ກ່າວແກ່ ພວກເພິ່ນວ່າ, “ໂມເຊ ແລະ ອາໂຣນ, ເປັນຫຍັງພວກເຈົ້າຈຶ່ງຢາກໃຫ້ປະຊາຊົນ ປະຖິ້ມວຽກຂອງພວກເຂົາໄປ? ຈົ່ງໃຫ້ພວກທາດຮັບ ໃຊ້ເຫລົ່ານີ້ ກັບຄືນໄປເຮັດວຽກດຽວນີ້!
\v 5 ປະຊາຊົນພວກນີ້ ມີຈາໍນວນເພີ່ມຂຶ້ນຢ່າງ ຫລວງຫລາຍ. ບັດນີ້ ພວກເຈົ້າຢາກໃຫ້ພວກເຂົາເຊົາເຮັດວຽກຊັ້ນບໍ?”
\s5
\v 6 ໃນມື້ນັ້ນເອງ ກະສັດຟາໂຣ ໄດ້ສັ່ງຜູ້ຄຸມງານຊາວເອຢິບ ແລະ ຫົວໜ້າຄົນງານຊາວ ອິດສະຣາເອນ ໄວ້ວ່າ,
\v 7 “ຢ່າເອົາເຟືອງ ໃຫ້ຊາວອິດສະຣາເອນ ໃຊ້ເຮັດດິນຈີ່ ຕໍ່ໄປອີກ. ໃຫ້ພວກເຂົາໄປຊອກຫາເອົາເອງ,
\v 8 ແຕ່ເຮັດດິນຈີ່ໃຫ້ໄດ້ຈາໍນວນເທົ່າເດີມ ບໍ່ໃຫ້ຫລຸດ ແມ່ນແຕ່ກ້ອນດຽວ. ພວກເຂົາກຽດຄ້ານ ດ້ວຍເຫດນີ້ພວກເຂົາຈຶ່ງມາຂໍ ອະນຸຍາດນາໍເຮົາ ເພື່ອໄປຂ້າສັດຖວາຍບູຊາ ແກ່ພຣະເຈົ້າຂອງພວກເຂົາ
\v 9 ໃຫ້ພວກເຂົາເຮັດວຽກໜັກຂຶ້ນອີກ ເພື່ອພວກເຂົາຈະ ໄດ້ຫຍຸ້ງຢູ່ກັບວຽກ ແລະ ບໍ່ມີເວລາຟັງຄໍາຕົວະຍົວະ ຕ່າງໆ ນາໆ ອີກຕໍ່ໄປ.”
\s5
\v 10 ແລ້ວຜູ້ຄຸມງານ ແລະ ຫົວໜ້າຄົນງານ ກໍໄດ້ອອກມາ ແລະ ເວົ້າກັບຊາວອິດສະຣາເອນ ວ່າ, “ຕໍ່ໄປນີ້ ກະສັດຟາໂຣ ຈະບໍ່ໃຫ້ເຟືອງ ແກ່ພວກເຈົ້າອີກ.
\v 11 ເພິ່ນບອກວ່າ ໃຫ້ພວກເຈົ້າໄປຊອກຫາເອົາເອງ, ແຕ່ຈາໍນວນດິນຈີ່ ນັ້ນຕ້ອງໃຫ້ໄດ້ເທົ່າເດີມ.”
\s5
\v 12 ດັ່ງນັ້ນ ຊາວອິດສະຣາເອນ ຈຶ່ງແຍກຍ້າຍກັນໄປຊອກຫາເຟືອງ ຢູ່ທົ່ວປະເທດເອຢິບ.
\v 13 ຝ່າຍພວກຄຸມງານ ກໍພະຍາຍາມບັງຄັບພວກເຂົາເຮັດດິນຈີ່ໃຫ້ໄດ້ ຈາໍນວນເທົ່າເດີມ ທຸກໆ ວັນ ດັ່ງທີ່ພວກເຂົາໄດ້ເຮັດມາເມື່ອຄາວທີ່ພວກເຂົາໄດ້ຮັບເຟືອງ.
\v 14 ຜູ້ຄຸມງານ ທີ່ເປັນຄົນເອຢິບ ໄດ້ຂ້ຽນຕີ ຫົວໜ້າຄົນງານຊາວອິດສະຣາເອນ ພ້ອມກັບ ໄດ້ຖາມວ່າ, “ເປັນຫຍັງ ຈຶ່ງບໍ່ໄດ້ດິນຈີ່ ເຕັມຈໍານວນ ຄື ແຕ່ກ່ອນ?”
\s5
\v 15 ຕໍ່ມາ ພວກຫົວໜ້າຄົນງານຊາວອິດສະຣາເອນ ກໍໄດ້ເຂົ້າໄປຮ້ອງທຸກຕໍ່ກະສັດ ຟາໂຣ ວ່າ, “ດ້ວຍເຫດໃດ ທ່ານຈຶ່ງເຮັດກັບ ພວກຂ້ອຍໃຊ້ຂອງທ່ານ ຢ່າງນີ້? ”
\v 16 ພວກຂ້ານ້ອຍບໍ່ໄດ້ຮັບເຟືອງ, ແຕ່ຍັງສັ່ງໃຫ້ເຮັດດິນຈີ່ ຈໍານວນເທົ່າເດີມ ບໍ່ພຽງເທົ່ານັ້ນ ພວກຂ້ານ້ອຍ ຍັງຖືກຂ້ຽນຕີຕື່ມ. ຄົນຂອງກະສັດ ຟາໂຣ ເປັນຜູ້ເຮັດຜິດ. ”
\v 17 ກະສັດ ຟາໂຣ ຈຶ່ງຕອບວ່າ, “ພວກເຈົ້າຂີ້ຄ້ານ ແລະ ບໍ່ຢາກເຮັດວຽກ ດັ່ງນັ້ນແຫລະ ພວກເຈົ້າຈຶ່ງຂໍ ອະນຸຍາດໄປຖວາຍສັດບູຊາ ແກ່ອົງພຣະຜູ້ເປັນເຈົ້າ.
\v 18 ບັດນີ້ ໃຫ້ພາກັນກັບໄປເຮັດ ວຽກສາ ພວກເຈົ້າຈະບໍ່ໄດ້ຮັບເຟືອງອີກ ແຕ່ ຕ້ອງເຮັດດິນຈີ່ ໃຫ້ໄດ້ຈາໍນວນເທົ່າເດີມ.”
\s5
\v 19 ເມື່ອຫົວໜ້າຄົນງານ ຊາວອິດສະຣາເອນ ໄດ້ເຫັນວ່າ ພວກຕົນກາໍລັງ ຖືກບີບບັງຄັບ ເຮັດດິນຈີ່ໃຫ້ໄດ້ຈາໍນວນ ຄື ແຕ່ກ່ອນ ກໍພາກັນເປັນທຸກໃຈຫລາຍ.
\v 20 ພໍອອກຈາກວັງຂອງກະສັດ ຟາໂຣ ມາພວກເຂົາກໍເຫັນ ໂມເຊ ແລະ ອາໂຣນ ກາໍລັງຢືນ ຄອຍຖ້າພວກເຂົາຢູ່.
\v 21 ພວກເຂົາຈຶ່ງເວົ້າ ຕໍ່ ໂມເຊ ແລະ ອາໂຣນ ວ່າ, “ອົງພຣະຜູ້ເປັນເຈົ້າຮູ້ເຫັນສິ່ງທີ່ພວກເຈົ້າເຮັດ ແລະ ພຣະອົງ ຈະລົງໂທດພວກເຈົ້າ ທີ່ກໍ່ເຫດໃຫ້ກະສັດ ຟາໂຣ ແລະ ຂ້າຣາຊການຂອງເພິ່ນກຽດຊັງ ພວກເຮົາ. ພວກເຈົ້າເຮັດເຊັ່ນນີ້ ກໍເທົ່າກັບວ່າ ເອົາດາບໃຫ້ພວກເຂົາຂ້າ ພວກເຮົາຖິ້ມ.”
\s5
\v 22 ແລ້ວໂມເຊ ກໍຮ້ອງທຸກ ຕໍ່ອົງພຣະຜູ້ເປັນເຈົ້າ ວ່າ, “ຂ້າແດ່ ອົງພຣະຜູ້ເປັນເຈົ້າ ເຫດໃດພຣະອົງ ຈຶ່ງບໍ່ເມດຕາ ໄພ່ພົນຂອງ ພຣະອົງ? ເປັນຫຍັງ ພຣະອົງຈຶ່ງໃຊ້ຂ້ານ້ອຍ ມາທີ່ນີ້?
\v 23 ຕັ້ງແຕ່ ຂ້ານ້ອຍໄດ້ເຂົ້າໄປ ພົບກະສັດ ຟາໂຣ ໃນນາມຂອງພຣະອົງ; ໄພ່ພົນຂອງພຣະອົງ ຊໍ້າຖືກຂົ່ມເຫັງຢ່າງ ໂຫດຮ້າຍ ແລະ ຂ້ານ້ອຍກໍບໍ່ເຫັນພຣະອົງ ເຮັດຫຍັງເລີຍ ເພື່ອຊ່ວຍເຫລືອພວກເຂົາ.”
\s5
\c 6
\p
\v 1 ແລ້ວອົງພຣະຜູ້ເປັນເຈົ້າ ກໍໄດ້ຕອບ ໂມເຊ ວ່າ, “ບັດນີ້ ເຈົ້າຈະໄດ້ເຫັນສິ່ງທີ່ເຮົາ ຈະເຮັດຕໍ່ກະສັດ ຟາໂຣ. ເຮົາຈະໃຊ້ຣິດອໍານາດ ບັງຄັບລາວໃຫ້ປ່ອຍປະຊາຊົນຂອງເຮົາ ໄປ. ຕາມຄວາມຈິງແລ້ວ ເຮົາຈະໃຊ້ຣິດອໍານາດບັງຄັບລາວ ໃຫ້ໄລ່ພວກເຂົາອອກໄປ ຈາກດິນແດນຂອງລາວ.”
\s5
\v 2-3 ພຣະເຈົ້າໄດ້ກ່າວແກ່ ໂມເຊ ວ່າ, “ເຮົາແມ່ນ ອົງພຣະຜູ້ເປັນເຈົ້າ ທີ່ປາກົດແກ່ ອັບຣາຮາມ, ອີຊາກ ແລະ ຢາໂຄບ ເຫັນໃນຖານະ ພຣະເຈົ້າອົງຊົງຣິດອໍານາດ ຍິ່ງໃຫຍ່, ແຕ່ເຮົາບໍ່ໄດ້ສໍາແດງ ເຮົາເອງໃຫ້ພວກເຂົາ ຮູ້ຈັກຊື່ ອັນສັກສິດຂອງເຮົາ ວ່າ ອົງພຣະຜູ້ເປັນເຈົ້າ. [ຍ]
\v 4 ເຮົາຍັງໄດ້ຕັ້ງພັນທະສັນຍາໄວ້ກັບພວກເຂົາ ໂດຍສັນຍາວ່າ ຈະ ຍົກດິນແດນ ການາອານ ໃຫ້ແກ່ພວກເຂົາ ຄື ດິນແດນ ທີ່ພວກເຂົາອາໄສຢູ່ໃນຖານະເປັນຊາວຕ່າງດ້າວນັ້ນ.
\v 5 ມາບັດນີ້ ເຮົາໄດ້ຍິນສຽງຄວນຄາງ ຂອງຊາວອິດສະຣາເອນ ຜູ້ທີ່ຖືກຊາວເອຢິບ ບັງຄັບໃຫ້ເປັນທາດຮັບໃຊ້ ແລະ ເຮົາໄດ້ຈົດຈາໍພັນທະສັນຍາຂອງເຮົາ.
\s5
\v 6 ສະນັ້ນ ຈົ່ງບອກຊາວອິດສະຣາເອນ ດັ່ງນີ້ວ່າ, “ເຮົາແມ່ນອົງພຣະຜູ້ເປັນເຈົ້າ ເຮົາຈະ ຊ່ວຍກູ້ເອົາພວກເຈົ້າ ແລະ ປົດປ່ອຍພວກເຈົ້າ ໃຫ້ເປັນອິດສະຫລະ ຈາກການເປັນທາດຮັບໃຊ້ຂອງຊາວເອຢິບ. ເຮົາຈະໃຊ້ຣິດອໍານາດ ອັນແກ່ກ້າຂອງເຮົາ ລົງໂທດພວກເຂົາ ຢ່າງຮຸນແຮງ ແລະ ເຮົາຈະຊ່ວຍພວກເຈົ້າໃຫ້ພົ້ນ.
\v 7 ເຮົາຈະຮັບເອົາພວກເຈົ້າ ເປັນປະຊາຊົນຂອງເຮົາ ແລະ ເຮົາຈະເປັນພຣະເຈົ້າຂອງພວກເຈົ້າ. ພວກເຈົ້າຈະໄດ້ຮູ້ວ່າ ເຮົາແມ່ນອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ເມື່ອເຮົາປົດປ່ອຍພວກເຈົ້າ ອອກຈາກການເປັນທາດຮັບໃຊ້ ໃນປະເທດ ເອຢິບ.
\s5
\v 8 ເຮົາຈະນໍາພວກເຈົ້າ ເຂົ້າໄປຍັງດິນ ແດນ ທີ່ເຮົາໄດ້ສັນຍາໄວ້ ຢ່າງໜັກແໜ້ນນັ້ນ ວ່າ ຈະມອບໃຫ້ແກ່ ອັບຣາຮາມ, ອີຊາກ ແລະ ຢາໂຄບ; ແລະ ເຮົາຈະມອບດິນແດນໃຫ້ ເປັນກາໍມະສິດຂອງພວກເຈົ້າ. ເຮົາແມ່ນອົງພຣະຜູ້ເປັນເຈົ້າ.
\v 9 ແລ້ວໂມເຊ ກໍນາໍຖ້ອຍຄໍາເຫລົ່ານີ້ ໄປບອກຊາວອິດສະຣາເອນ, ແຕ່ເນື່ອງຈາກວ່າ ຈິດໃຈ ຂອງພວກເຂົາ ເປັນທຸກທັງອ່ອນເພຍ ແລະ ເສຍກາໍລັງໃຈຍ້ອນຖືກບັງຄັບ ໃຫ້ເປັນທາດຮັບໃຊ້ຢ່າງໂຫດຮ້າຍທາລຸນ. ສະນັ້ນພວກເຂົາ ຈຶ່ງບໍ່ຍອມເຊື່ອຟັງ ໂມເຊ.
\s5
\v 10-11 ຕໍ່ມາ ອົງພຣະຜູ້ເປັນເຈົ້າ ໄດ້ບອກໂມເຊ ອີກວ່າ, “ຈົ່ງໄປບອກກະສັດ ຟາໂຣ ແຫ່ງປະເທດເອຢິບ ວ່າ ລາວຈະຕ້ອງ ປ່ອຍປະຊາຊົນອິດສະຣາເອນ ອອກໄປຈາກປະເທດຂອງລາວ. ”
\v 12 ແຕ່ໂມເຊ ໄດ້ຕອບອົງພຣະຜູ້ເປັນເຈົ້າ ວ່າ, “ແມ່ນແຕ່ຊາວອິດສະຣາເອນ ກໍຍັງບໍ່ຟັງຂ້ານ້ອຍ ແລ້ວຈະໃຫ້ກະສັດ ຟາໂຣ ເຊື່ອຟັງຂ້ານ້ອຍໄດ້ຢ່າງໃດ? ຂ້ານ້ອຍເປັນຄົນບໍ່ຊ່າງເວົ້າ. ”
\v 13 ອົງພຣະຜູ້ເປັນເຈົ້າໄດ້ສັ່ງ ໂມເຊ ແລະ ອາໂຣນ ໄວ້ດັ່ງນີ້: “ຈົ່ງບອກຊາວອິດສະຣາເອນ ແລະ ກະສັດຟາໂຣ ແຫ່ງເອຢິບ ວ່າເຮົາເປັນຜູ້ສັ່ງພວກເຈົ້າ ໃຫ້ນາໍຊາວອິດສະຣາເອນ ອອກໄປຈາກປະເທດເອຢິບ.”
\s5
\v 14 ຣູເບັນ ຜູ້ເປັນລູກຊາຍກົກຂອງ ຢາໂຄບ ມີລູກຊາຍສີ່ຄົນດັ່ງນີ້: ຮານົກ, ປານລູ, ເຮັດຊະໂຣນ ແລະ ການໝີ; ພວກເຂົາໄດ້ເປັນບັນພະບຸລຸດ ຂອງເຜົ່າຕ່າງໆ ທີ່ໄດ້ໃສ່ຊື່ຂອງພວກເຂົາ.
\v 15 ຊີເມໂອນ ມີລູກຊາຍ ຫົກຄົນ ດັ່ງນີ້: ເຢມູເອນ, ຢາມິນ, ໂອຮາດ, ຢາກິນ, ໂສຮາດ ແລະ ໂຊນ ຜູ້ທີ່ເກີດຈາກຍິງຊາວການາອານ. ພວກເຂົາໄດ້ເປັນບັນພະບຸລຸດຂອງເຜົ່າຕ່າງໆ ທີ່ໄດ້ໃສ່ຊື່ຂອງພວກເຂົາ.
\s5
\v 16 ເລວີ ມີລູກຊາຍ ສາມຄົນດັ່ງນີ້: ເກໂຊນ, ໂກຮາດ ແລະ ເມຣາຣີ. ພວກເຂົາ ໄດ້ເປັນບັນພະບຸລຸດ ຂອງເຜົ່າຕ່າງໆ ທີ່ໄດ້ໃສ່ ຊື່ຂອງພວກເຂົາ. ເລວີ ມີອາຍຸຢູ່ຮອດໜຶ່ງຮ້ອຍສາມສິບເຈັດປີ.
\v 17 ເກໂຊນ ມີລູກຊາຍ ສອງຄົນດັ່ງນີ້: ລິບນີ ແລະ ຊີເມອີ, ແລະ ພວກເຂົາມີເຊື້ອສາຍຢ່າງຫລວງຫລາຍ.
\v 18 ໂກຮາດ ມີລູກຊາຍ ສີ່ຄົນດັ່ງນີ້: ອໍາຣາມ, ອີຊະຮາດ, ເຮັບໂຣນ ແລະ ອຸດຊີເອນ. ໂກຮາດ ມີອາຍຸຢູ່ຮອດໜຶ່ງຮ້ອຍສາມສິບສາມປີ.
\v 19 ເມຣາຣີ ມີລູກຊາຍ ສອງຄົນດັ່ງນີ້: ມາຮະລີ ແລະ ມູຊີ. ພວກເຫລົ່ານີ້ແມ່ນເຜົ່າຂອງເລວີ ຕະຫລອດທັງເຊື້ອສາຍຂອງພວກເຂົາດ້ວຍ.
\s5
\v 20 ອໍາຣາມ ໄດ້ໂຢເກເບັດ ນ້ອງສາວຂອງ ພໍ່ຕົນມາເປັນເມຍ ແລະ ນາງໄດ້ເກີດລູກຊາຍ ໃຫ້ລາວ ດັ່ງນີ້: ອາໂຣນ ແລະ ໂມເຊ. ອໍາຣາມ ມີອາຍຸຢູ່ຮອດໜຶ່ງຮ້ອຍສາມສິບເຈັດປີ.
\v 21 ອີສະຮາດ ມີລູກຊາຍ ສາມຄົນດັ່ງນີ້: ໂກຣາ, ເນເຟັກ ແລະ ຊີກະຣີ.
\v 22 ອຸດຊີເອນ ມີລູກຊາຍ ສາມຄົນເຊັ່ນກັນ ດັ່ງນີ້: ມີຊາເອນ, ເອັນ ສາຟັນ ແລະ ສິດທະຣີ.
\s5
\v 23 ອາໂຣນ ໄດ້ແຕ່ງງານກັບນາງ ເອລີເຊບາ ຜູ້ທີ່ເປັນລູກສາວຂອງ ອໍາມີນາດາບ ແລະ ເປັນເອື້ອຍຂອງ ນາໂຊນ. ນາງເກີດລູກຊາຍ ສີ່ຄົນໃຫ້ລາວ ດັ່ງນີ້: ນາດາບ, ອາບີຮູ, ເອເລອາຊາ ແລະ ອີທາມາ.
\v 24 ໂກຣາ ມີລູກຊາຍ ສາມຄົນດັ່ງນີ້: ອັດຊີເຣ, ເອນການາ ແລະ ອາບີອາສັບ. ຄົນເຫລົ່ານີ້ໄດ້ ກາຍເປັນບັນພະບຸລຸດຂອງເຜົ່າ ໂກຣາ.
\v 25 ເອເລອາຊາ ລູກຊາຍຂອງ ອາໂຣນ ໄດ້ລູກສາວຄົນໜຶ່ງຂອງ ປູຕີເອນ ມາເປັນເມຍ; ແລະ ນາງເກີດລູກຊາຍ ຜູ້ໜຶ່ງໃຫ້ລາວ ຊື່ວ່າຟີເນຮາ. ຄົນເຫລົ່ານີ້ ເປັນຫົວໜ້າຄອບຄົວຕ່າງໆ ແລະ ເປັນເຜົ່າຕ່າງໆຂອງເຜົ່າ ເລວີ.
\s5
\v 26 ແມ່ນ ອາໂຣນ ແລະ ໂມເຊ ນີ້ເອງທີ່ອົງພຣະຜູ້ເປັນເຈົ້າໄດ້ບອກ ວ່າ, “ຈົ່ງນາໍພາຄົນໃນເຜົ່າຕ່າງໆ ຂອງຊາດອິດສະຣາເອນ ອອກໄປຈາກປະເທດເອຢິບ.
\v 27 ແມ່ນສອງຄົນນີ້ແຫລະ ທີ່ໄດ້ບອກກະສັດຟາໂຣ ແຫ່ງເອຢິບ ປ່ອຍປະຊາຊົນອິດສະຣາເອນ ໃຫ້ເປັນອິດສະຫລະ.
\s5
\v 28 ເມື່ອອົງພຣະຜູ້ເປັນເຈົ້າກ່າວແກ່ ໂມເຊ ຢູ່ໃນປະເທດເອຢິບ ນັ້ນ
\v 29 ພຣະອົງບອກ ວ່າ, “ເຮົາແມ່ນອົງພຣະຜູ້ເປັນເຈົ້າ. ຈົ່ງບອກກະສັດຟາໂຣ ແຫ່ງເອຢິບ ເຖິງເລື່ອງຕ່າງໆ ທີ່ເຮົາໄດ້ບອກເຈົ້າ. ”
\v 30 ແຕ່ໂມເຊ ໄດ້ຕອບອົງພຣະຜູ້ເປັນເຈົ້າ ວ່າ, “ພຣະອົງກໍຮູ້ແລ້ວວ່າ ຂ້ານ້ອຍເປັນຄົນເວົ້າ ບໍ່ເກັ່ງເຊັ່ນນີ້; ແລ້ວຈະໃຫ້ກະສັດຟາໂຣ ເຊື່ອຟັງຂ້ານ້ອຍໄດ້ຢ່າງໃດ?”
\s5
\c 7
\p
\v 1 ອົງພຣະຜູ້ເປັນເຈົ້າ ໄດ້ຕອບໂມເຊ ວ່າ, “ເຮົາຈະເຮັດໃຫ້ເຈົ້າເປັນດັ່ງພຣະເຈົ້າ ຕໍ່ໜ້າກະສັດຟາໂຣ ແລະ ອາໂຣນ ອ້າຍຂອງເຈົ້າຈະເວົ້າຕໍ່ກະສັດຟາໂຣ ດັ່ງຜູ້ທໍານວາຍຂອງເຈົ້າ.
\v 2 ຈົ່ງບອກ ອາໂຣນ ໃຫ້ຮູ້ທຸກໆ ສິ່ງທີ່ເຮົາສັ່ງເຈົ້ານັ້ນ ແລະ ແມ່ນອາໂຣນ ເອງທີ່ຈະເປັນຜູ້ບອກກະສັດ ຟາໂຣ ໃຫ້ປ່ອຍຊາວອິດສະຣາເອນ ອອກໄປຈາກປະເທດຂອງລາວ.
\s5
\v 3 ແຕ່ເຮົາຈະເຮັດໃຫ້ກະສັດ ຟາໂຣ ໃຈແຂງທັງບໍ່ຍອມເຊື່ອຟັງເຈົ້າ ແມ່ນວ່າເຮົາຈະເຮັດການອິດທິຣິດ ແລະ ການອັດສະຈັນ ອັນຍິ່ງໃຫຍ່ນາໆປະການ ທີ່ປະເທດເອຢິບ ກໍຕາມ.
\v 4 ຫລັງຈາກນັ້ນ ເຮົາຈະລົງໂທດປະເທດເອຢິບ ຢ່າງໜັກ ແລະ ຈະນາໍປະຊາຊົນເຜົ່າຕ່າງໆ ຂອງເຮົາອອກໄປຈາກປະເທດ.
\v 5 ຊາວເອຢິບ ຈະຮູ້ວ່າເຮົາແມ່ນ ອົງພຣະຜູ້ເປັນເຈົ້າ ກໍຕໍ່ເມື່ອເຮົາໃຊ້ຣິດອໍານາດຂອງເຮົາ ຕໍ່ສູ້ພວກເຂົາ ແລະ ນາໍຊາວອິດສະຣາເອນ ອອກໄປຈາກປະເທດຂອງ ພວກເຂົາເທົ່ານັ້ນ.”
\s5
\v 6 ໂມເຊ ແລະ ອາໂຣນ ກໍປະຕິບັດຕາມສິ່ງ ທີ່ອົງພຣະຜູ້ເປັນເຈົ້າ ໄດ້ສັ່ງໄວ້ນັ້ນທຸກປະການ.
\v 7 ເມື່ອທັງສອງໄດ້ເຂົ້າໄປ ກ່າວຕໍ່ກະສັດຟາໂຣ ນັ້ນ; ໂມເຊ ອາຍຸໄດ້ແປດສິບປີ ແລະ ອາໂຣນ ອາຍຸໄດ້ແປດສິບສາມປີ.
\s5
\v 8 ອົງພຣະຜູ້ເປັນເຈົ້າໄດ້ບອກ ໂມເຊ ແລະ ອາໂຣນ ວ່າ,
\v 9 “ຖ້າກະສັດຟາໂຣ ບອກພວກເຈົ້າໃຫ້ເຮັດການອັດສະຈັນ ຈົ່ງບອກອາໂຣນ ຈັບເອົາໄມ້ຄ້ອນເທົ້າຂອງຕົນ ຖິ້ມລົງ ຕໍ່ໜ້າກະສັດຟາໂຣ ແລ້ວໄມ້ຄ້ອນເທົ້ານັ້ນ ກໍຈະກາຍເປັນງູ. ”
\v 10 ດັ່ງນັ້ນ ໂມເຊ ກັບ ອາໂຣນ ຈຶ່ງເຂົ້າໄປພົບກະສັດຟາໂຣ ແລະ ເຮັດຕາມທີ່ອົງພຣະຜູ້ເປັນເຈົ້າ ໄດ້ສັ່ງໄວ້ນັ້ນ ທຸກປະການ. ອາໂຣນ ໄດ້ຖິ້ມໄມ້ຄ້ອນເທົ້າ ຂອງຕົນລົງດິນ ຕໍ່ໜ້າບັນດາຂ້າຣາຊການ ແລະ ໄມ້ຄ້ອນເທົ້ານັ້ນ ກໍກາຍເປັນງູ.
\s5
\v 11 ຝ່າຍກະສັດຟາໂຣ ກໍເອີ້ນບັນດານັກປາດ ແລະ ບັນດາໝໍມົນຂອງຕົນມາ ເພື່ອໃຫ້ພວກເຂົາໃຊ້ກົນເຮັດແບບດຽວກັນ.
\v 12 ພວກເຂົາໄດ້ຖິ້ມໄມ້ຄ້ອນເທົ້າຂອງພວກເຂົາລົງ ແລະ ໄມ້ຄ້ອນເທົ້ານັ້ນກໍໄດ້ກາຍເປັນງູ. ແຕ່ງູຂອງອາໂຣນ ໄດ້ກືນກິນງູຂອງພວກເຂົາ.
\v 13 ເຖິງປານນັ້ນກໍຕາມ ກະສັດຟາໂຣ ຍັງໃຈແຂງກະດ້າງດື້ດຶງຢູ່ ແລະ ບໍ່ເຊື່ອຟັງໂມເຊ ແລະ ອາໂຣນ ຕາມທີ່ອົງພຣະຜູ້ເປັນເຈົ້າໄດ້ບອກໄວ້.
\s5
\v 14 ຕໍ່ມາ ອົງພຣະຜູ້ເປັນເຈົ້າ ໄດ້ບອກ ໂມເຊ ວ່າ, “ກະສັດຟາໂຣ ໃຈແຂງກະດ້າງດື້ດຶງຫລາຍ ແລະ ບໍ່ຍອມປ່ອຍໃຫ້ຊາວອິດສະຣາເອນ ໄປ.
\v 15 ສະນັ້ນໃຫ້ເຈົ້າໄປ ພົບກະສັດຟາໂຣ ໃນຕອນເຊົ້າ ເມື່ອລາວລົງໄປທີ່ແມ່ນໍ້ານິນ. ໃຫ້ຖືໄມ້ຄ້ອນເທົ້າ ທີ່ກາເປັນງູ ນັ້ນໄປນໍາ ແລະ ຄອຍຖ້າລາວຢູ້ແຄມແມ່ນໍ້າ.
\s5
\v 16 ແລ້ວຈົ່ງກ່າວຕໍ່ກະສັດຟາໂຣ ວ່າ, ‘ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງຊາວເຮັບເຣີ ໄດ້ໃຊ້ຂ້ານ້ອຍມາ ເພື່ອບອກໃຫ້ທ່ານປ່ອຍ ປະຊາຊົນຂອງພຣະອົງໄປ ເພື່ອວ່າພວກເຂົາ ຈະໄດ້ນະມັດສະການພຣະອົງ ທີ່ຖິ່ນແຫ້ງແລ້ງກັນດານ. ແຕ່ຈົນບັດນີ້ ທ່ານກໍຍັງບໍ່ເຊື່ອຟັງພຣະອົງ
\v 17 ບັດນີ້ ອົງພຣະຜູ້ເປັນເຈົ້າ ກ່າວວ່າ, ດ້ວຍເຫດການນີ້ ທ່ານຈະຮູ້ຈັກວ່າ ເຮົາແມ່ນອົງພຣະຜູ້ເປັນເຈົ້າ. ເບິ່ງເຖີດ ຂ້ານ້ອຍຈະເອົາໄມ້ຄ້ອນເທົ້າຕີນໍ້າ ແລະ ນາໍ້ກໍຈະກາຍເປັນເລືອດ.
\v 18 ປາຈະຕາຍໝົດ, ນາໍ້ຈະເນົ່າເໝັນ ແລະ ຊາວເອຢິບ ກໍຈະດື່ມນາໍ້ບໍ່ໄດ້.
\s5
\v 19 ອົງພຣະຜູ້ເປັນເຈົ້າ ໄດ້ສັ່ງໂມເຊ ໄວ້ວ່າ, “ຈົ່ງບອກອາໂຣນ ໃຫ້ເດ່ໄມ້ຄ້ອນເທົ້າ ໃສ່ແມ່ນໍ້າລໍາຄອງ ຕະຫລອດທັງໜອງບຶງ ແລະ ອ່າງນາໍ້ໃນປະເທດເອຢິບ. ແລ້ວນາໍ້ໃນ ບ່ອນທັງໝົດນັ້ນ ຈະກາຍເປັນເລືອດ ແລະ ທົ່ວປະເທດ ກໍຈະມີແຕ່ເລືອດ ແມ່ນແຕ່ໃນແອ່ງ ທີ່ເຮັດດ້ວຍໄມ້ ແລະ ໃນໄຫທີ່ເຮັດດ້ວຍຫິນ.”
\s5
\v 20 ແລ້ວໂມເຊ ແລະ ອາໂຣນ ກໍເຮັດຕາມ ສິ່ງທີ່ອົງພຣະຜູ້ເປັນເຈົ້າ ໄດ້ບອກນັ້ນທຸກປະການ ຕໍ່ໜ້າຕໍ່ຕາກະສັດຟາໂຣ ແລະ ບັນດາຂ້າຣາຊການຂອງເພິ່ນ ອາໂຣນໄດ້ຍົກໄມ້ຄ້ອນເທົ້າຂຶ້ນ ຕີໜ້ານາໍ້ ແລະ ນໍ້າກໍກາຍເປັນເລືອດຢູ່ໃນທຸກໆ ບ່ອນທີ່ມີນໍ້າ.
\v 21 ຝູງປາ ໃນແມ່ນໍ້າຕາຍໝົດ ແລະ ນໍ້າກໍເນົ່າເໝັນ ຈົນຊາວເອຢິບ ດື່ມນໍ້າໃນແມ່ນໍ້າ ບໍ່ໄດ້ເພາະວ່າ ມີເລືອດທົ່ວໄປໃນປະເທດເອຢິບ.
\v 22 ແລ້ວບັນດາໝໍມົນຂອງກະສັດຟາໂຣ ກໍໃຊ້ຄາຖາອາຄົມຂອງພວກເຂົາ ກະທາໍໄດ້ຄືກັນ ແລະ ກະສັດຟາໂຣ ແຮ່ງໃຈແຂງ ກະດ້າງດື້ດຶງ ຫລາຍຍິ່ງຂຶ້ນ. ເຫດການເປັນໄປຕາມທີ່ອົງພຣະຜູ້ເປັນເຈົ້າໄດ້ກ່າວໄວ້ທຸກປະການ; ສະນັ້ນ ກະສັດຟາໂຣ ຈຶ່ງບໍ່ເຊື່ອຟັງ ໂມເຊ ແລະ ອາໂຣນ.
\s5
\v 23 ເພິ່ນບໍ່ສົນໃຈ ໃນເຫດການນັ້ນເລີຍ ແຕ່ກັບຄືນເມືອວັງຂອງເພິ່ນ ດ້ວຍທ່າທີ່ອັນເບີດເສີຍ.
\v 24 ຊາວເອຢິບ ທົ່ວປະເທດຕ່າງກໍຂຸດນາໍ້ສ້າງ ຕາມແຄມແມ່ນາໍ້ນິນ ຍ້ອນວ່າ ພວກເຂົາດື່ມນໍ້າຢູ່ໃນແມ່ນາໍ້ນິນບໍ່ໄດ້.
\v 25 ເຈັດວັນຜ່ານໄປ ຫລັງຈາກທີ່ອົງພຣະຜູ້ເປັນເຈົ້າ ໄດ້ເຮັດໃຫ້ແມ່ນາໍ້ນິນກາຍເປັນເລືອດ.
\s5
\c 8
\p
\v 1 ແລ້ວອົງພຣະຜູ້ເປັນເຈົ້າ ກໍໄດ້ສັ່ງໂມເຊ ໄວ້ວ່າ, “ຈົ່ງໄປບອກກະສັດຟາໂຣ ວ່າອົງພຣະຜູ້ເປັນເຈົ້າ ສັ່ງດັ່ງນີ້: ‘ຈົ່ງປ່ອຍປະຊາຊົນ ຂອງເຮົາໄປນະມັດສະການເຮົາ.
\v 2 ຖ້າເຈົ້າ ບໍ່ຍອມປ່ອຍໄປ ເຮົາຈະລົງໂທດປະເທດນີ້ ໂດຍຈະໃຫ້ມີຝູງກົບທົ່ວປະເທດ.
\v 3 ແມ່ນາໍ້ ນິນຈະເຕັມໄປດ້ວຍຝູງກົບ. ມັນຈະເຂົ້າໄປໃນວັງ, ເຂົ້າໄປໃນຫ້ອງນອນ, ໃນເຮືອນຂອງບັນ ດາຂ້າຣາຊການ, ໃນເຮືອນຂອງປະຊາຊົນ ແລະ ແມ່ນແຕ່ໃນເຕົາອົບ ແລະ ໃນຮາງນວດແປ້ງ.
\v 4 ມັນຈະເຕັ້ນຂຶ້ນເທິງຕົວທ່ານ, ເທິງປະຊາຊົນຂອງທ່ານ, ແລະ ເທິງຂ້າຣາຊການ ທັງໝົດຂອງທ່ານ.
\s5
\v 5 ແລ້ວ ອົງພຣະຜູ້ເປັນເຈົ້າ ກໍໄດ້ບອກໂມເຊ ວ່າ, “ຈົ່ງບອກ ອາໂຣນ ໃຫ້ເດ່ໄມ້ຄ້ອນເທົ້າໃສ່ແມ່ນາໍ້ລໍາຄອງ ແລະ ໜອງບຶງ ທັງຫລາຍ ເພື່ອເຮັດໃຫ້ຝູງກົບຂຶ້ນມາເຕັມທົ່ວໄປໃນດິນແດນ ເອຢິບ. ”
\v 6 ດັ່ງນັ້ນ ອາໂຣນ ຈຶ່ງເດ່ໄມ້ຄ້ອນເທົ້າ ຊີ້ໄປທາງແມ່ນາໍ້ ລໍາຄອງທັງຫລາຍ ຢູ່ໃນປະເທດເອຢິບ ແລະ ຝູງກົບ ກໍຂຶ້ນມາທົ່ວປະເທດ.
\v 7 ແຕ່ບັນດາ ໝໍມົນກໍໄດ້ໃຊ້ເວດມົນຄາຖາຂອງພວກເຂົາ ເຮັດໃຫ້ຝູງກົບຂຶ້ນມາເທິງໜ້າດິນໄດ້ ເຊັ່ນດຽວກັນ.
\s5
\v 8 ດັ່ງນັ້ນ ກະສັດຟາໂຣ ຈຶ່ງໃຊ້ຄົນໄປເອີ້ນໂມເຊ ແລະ ອາໂຣນ ມາພົບພ້ອມສັ່ງວ່າ, “ຈົ່ງພາວັນນາອະທິຖານ ອົງພຣະຜູ້ເປັນເຈົ້າ ບອກຝູງກົບອອກໄປສາ ແລະ ເຮົາຈະປ່ອຍ ປະຊາຊົນຂອງພວກເຈົ້າໄປ ເພື່ອພວກເຂົາ ຈະໄດ້ເອົາເຄື່ອງບູຊາ ໄປຖວາຍແກ່ອົງພຣະຜູ້ເປັນເຈົ້າ. ”
\v 9 ໂມເຊ ຈຶ່ງຕອບກະສັດຟາໂຣ ວ່າ, “ຂ້ານ້ອຍເຕັມໃຈ ທີ່ຈະພາວັນນາ ອະທິຖານເພື່ອທ່ານ ຂໍທ່ານກາໍນົດເວລາໃຫ້ຂ້ານ້ອຍ ມາພາວັນນາອະທິຖານສໍາລັບທ່ານ ເອງ, ພວກຂ້າຣາຊການ ແລະ ປະຊາຊົນຂອງທ່ານໄວ້ເຖີດ ແລ້ວກົບກໍຈະຖືກໄລ່ໃຫ້ໜີໄປ, ມັນຈະໜີໄປໝົດ ແລະ ຈະຍັງເຫລືອຢູ່ແຕ່ໃນແມ່ນາໍ້ນິນເທົ່ານັ້ນ.”
\s5
\v 10 ກະສັດຟາໂຣ ບອກວ່າ, “ໃຫ້ພາວັນນາ ອະທິຖານເພື່ອເຮົາ ໃນມື້ອື່ນ. ” ໂມເຊ ຕອບວ່າ, “ຂ້ານ້ອຍຈະເຮັດຕາມທີ່ທ່ານຂໍຮ້ອງມານັ້ນ ແລ້ວທ່ານກໍຈະໄດ້ຮູ້ວ່າ ບໍ່ມີພະອື່ນໃດ ເໝືອນອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກຂ້ານ້ອຍ.
\v 11 ຝູງກົບຈະໜີໄປຈາກທ່ານ, ຈາກວັງ, ຈາກບັນດາຂ້າຣາຊການ ແລະ ຈາກປະຊາຊົນຂອງທ່ານ ແລະ ມັນຈະຍັງເຫລືອຢູ່ແຕ່ໃນແມ່ນາໍ້ນິນເທົ່ານັ້ນ. ”
\v 12 ແລ້ວໂມເຊ ກັບ ອາໂຣນ ກໍອໍາລາກະສັດຟາໂຣ ກັບເມືອ. ໂມເຊ ໄດ້ພາວັນນາອະທິຖານ ຕໍ່ອົງພຣະຜູ້ເປັນເຈົ້າ ໃຫ້ເຊົາໃຊ້ຝູງກົບທໍລະມານກະສັດຟາໂຣ.
\s5
\v 13 ອົງພຣະຜູ້ເປັນເຈົ້າ ໄດ້ເຮັດຕາມຄໍາ ພາວັນນາອະທິຖານຂອງໂມເຊ ແລະ ຝູງກົບທີ່ຢູ່ໃນເຮືອນ, ໃນເດີ່ນບ້ານ ແລະ ໃນທົ່ງນາ ກໍຕາຍໄປຈົນໝົດສິ້ນ.
\v 14 ຊາວເອຢິບ ເອົາກົບຕາຍມາໂຮມໄວ້ເປັນກອງໃຫຍ່ ອັນເປັນເຫດໃຫ້ປະເທດເອຢິບ ເນົ່າເໝັນທົ່ວໄປ.
\v 15 ເມື່ອກະສັດຟາໂຣ ເຫັນວ່າ ຝູງກົບໄດ້ຕາຍໄປໝົດແລ້ວ ເພິ່ນຈຶ່ງມີໃຈແຂງກະດ້າງ ດື້ດຶງເໝືອນເດີມ ແລະ ບໍ່ຍອມຟັງໂມເຊ ແລະ ອາໂຣນ ອີກຕໍ່ໄປ ຕາມທີ່ອົງພຣະຜູ້ເປັນເຈົ້າ ໄດ້ກ່າວໄວ້ທຸກປະການ.
\s5
\v 16 ອົງພຣະຜູ້ເປັນເຈົ້າໄດ້ສັ່ງໂມເຊ ໄວ້ວ່າ, “ຈົ່ງບອກອາໂຣນ ເອົາໄມ້ຄ້ອນເທົ້າຕີດິນ ແລະ ຂີ້ຝຸ່ນກໍຈະກາຍເປັນຮີ້ນຢູ່ທົ່ວໄປໃນປະເທດເອຢິບ. ”
\v 17 ສະນັ້ນ ອາໂຣນ ຈຶ່ງ ເອົາໄມ້ຄ້ອນເທົ້າຕີດິນ ແລະ ຂີ້ຝຸ່ນດິນ ກໍກາຍເປັນຮີ້ນຢູ່ເຕັມທົ່ວໄປໃນປະເທດເອຢີບ. ມັນຕອມຄົນແລະສັດ.
\s5
\v 18 ພວກໝໍມົນໄດ້ພະຍາຍາມໃຊ້ເວດມົນ ຄາຖາ ຂອງພວກເຂົາຂັບໄລ່ຮີ້ນໜີໄປ ແຕ່ເຮັດບໍ່ໄດ້. ຮີ້ນຈຶ່ງຕອມຢູ່ເຕັມທົ່ວທຸກບ່ອນ
\v 19 ແລະ ພວກໝໍມົນຈຶ່ງໄປບອກກະສັດ ຟາໂຣ ວ່າ, “ແມ່ນພຣະເຈົ້າ ທີ່ເຮັດສິ່ງນີ້” ແຕ່ ກະສັດຟາໂຣ ຍັງໃຈແຂງກະດ້າງດື້ດຶງ ຄືເກົ່າ ແລະ ບໍ່ເຊື່ອຟັງໂມເຊ ແລະ ອາໂຣນ ຕາມທີ່ອົງພຣະຜູ້ເປັນເຈົ້າໄດ້ກ່າວໄວ້ທຸກປະການ.
\s5
\v 20 ອົງພຣະຜູ້ເປັນເຈົ້າໄດ້ສັ່ງ ໂມເຊ ໄວ້ວ່າ, “ມື້ອື່ນແຕ່ເຊົ້າມືດ ເຈົ້າຈົ່ງໄປພົບກະສັດ ຟາໂຣ ໃນຂະນະທີ່ລາວໄປຍັງແມ່ນາໍ້ນິນ. ຈົ່ງບອກລາວວ່າ ອົງພຣະຜູ້ເປັນເຈົ້າໄດ້ສັ່ງໄວ້ດັ່ງນີ້: ‘ຈົ່ງປ່ອຍປະຊາຊົນຂອງເຮົາໄປ ເພື່ອພວກເຂົາຈະໄດ້ນະມັດສະການເຮົາ.
\v 21 ຖ້າເຈົ້າ ບໍ່ຍອມປ່ອຍພວກເຂົາໄປ ເຮົາຈະລົງໂທດ ປະເທດນີ້ ໂດຍສົ່ງຝູງເຫລືອກມາຕອມຕົວເຈົ້າ, ບັນດາຂ້າຣາຊການຂອງເຈົ້າ ແລະ ວັງຂອງເຈົ້າ. ຕາມບ້ານເຮືອນ ແລະ ຕາມໜ້າດິນຈະເຕັມໄປດ້ວຍຝູງເຫລືອກ.
\s5
\v 22 ແຕ່ເຮົາຈະຍົກເວັ້ນເຂດ ໂກເຊັນ ບ່ອນທີ່ປະຊາຊົນຂອງເຮົາອາໄສຢູ່. ບ່ອນນີ້ຈະບໍ່ມີ ຝູງເຫລືອກ. ເຮົາຈະເຮັດເຊັ່ນນີ້ ກໍເພື່ອເຈົ້າຈະຮູ້ວ່າ ເຮົາຄືອົງພຣະຜູ້ເປັນເຈົ້າ ກໍຢູ່ເໜືອທ່າມກາງດິນແດນ
\v 23 ເຮົາຈະເຮັດໃຫ້ເຫັນຄວາມແຕກຕ່າງ [ດ] ລະຫວ່າງປະຊາຊົນຂອງເຮົາ ແລະ ປະຊາຊົນຂອງເຈົ້າ. ເຫດການນີ້ຈະເກີດຂຶ້ນໃນມື້ອື່ນ.
\v 24 ແລ້ວອົງພຣະຜູ້ເປັນເຈົ້າ ກໍໃຊ້ຝູງເຫລືອກ ອັນມະຫາສານ ເຂົ້າໄປໃນວັງຂອງກະສັດ ຟາໂຣ ພ້ອມທັງທີ່ພັກຂອງພວກຂ້າຣາຊການ. ທົ່ວປະເທດເອຢິບ ໄດ້ຮັບຜົນ ເສຍຫາຍ ຍ້ອນຝູງເຫລືອກນີ້.
\s5
\v 25 ຕໍ່ມາ ກະສັດຟາໂຣ ໄດ້ເອີ້ນໂມເຊ ແລະ ອາໂຣນ ເຂົ້າມາພົບແລະບອກວ່າ, “ຈົ່ງອອກໄປສາ ຈົ່ງເອົາເຄື່ອງບູຊາໄປຖວາຍແກ່ພຣະເຈົ້າຂອງພວກເຈົ້າ ຢູ່ໃນເຂດແດນເອຢິບ ນີ້ສາ. ”
\v 26 ໂມເຊ ຕອບວ່າ, “ບໍ່ໄດ້ດອກ ເພາະວ່າຊາວເອຢິບ ຈະກຽດຊັງໂດຍ ການຂ້າສັດຖວາຍບູຊາຂອງພວກຂ້ານ້ອຍ ແກ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກຂ້ານ້ອຍ. ຖ້າພວກຂ້ານ້ອຍໃຊ້ສັດເຫລົ່ານີ້ເປັນເຄື່ອງຖວາຍບູຊາ ໃນບ່ອນທີ່ພວກເຂົາ ເຫັນພວກຂ້ານ້ອຍ, ພວກເຂົາກໍຈະເອົາກ້ອນຫິນຄວ່າງໃສ່ ພວກຂ້ານ້ອຍໃຫ້ຕາຍ.
\v 27 ພວກຂ້ານ້ອຍຕ້ອງເດີນທາງ ສາມວັນເຂົ້າໄປ ໃນຖິ່ນແຫ້ງແລ້ງກັນດານ ເພື່ອຖວາຍເຄື່ອງ ບູຊາແກ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກຂ້ານ້ອຍ ຕາມທີ່ພຣະອົງໄດ້ສັ່ງໄວ້.”
\s5
\v 28 ກະສັດຟາໂຣ ບອກວ່າ, “ເຮົາຈະປ່ອຍ ໃຫ້ພວກເຈົ້າໄປໃນຖິ່ນແຫ້ງແລ້ງກັນດານ ຖວາຍສັດບູຊາແກ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ຖ້າພວກເຈົ້າບໍ່ໄປໄກ. ຈົ່ງພາວັນນາອະທິຖານເພື່ອເຮົາສາ. ”
\v 29 ໂມເຊ ຕອບວ່າ, “ເມື່ອຂ້ານ້ອຍກັບຄືນເມືອແລ້ວ ຂ້ານ້ອຍຈະພາວັນນາ ອະທິຖານ ອົງພຣະຜູ້ເປັນເຈົ້າ ຂໍໃຫ້ຝູງເຫລືອກໜີໄປ ຈາກທ່ານ ຈາກຂ້າຣາຊການ ແລະ ຈາກປະຊາຊົນຂອງທ່ານ ໃນມື້ອື່ນ. ແຕ່ຂໍທ່ານຢ່າ ຫລອກລວງ ພວກຂ້ານ້ອຍຕໍ່ໄປ ແລະ ຢ່າຂັດ ຂວາງພວກຂ້ານ້ອຍ ເພື່ອໄປຖວາຍບູຊາແກ່ ອົງພຣະຜູ້ເປັນເຈົ້າ.”
\s5
\v 30 ໂມເຊ ອໍາລາຈາກກະສັດຟາໂຣ ແລະ ໄປພາວັນນາ ອະທິຖານອົງພຣະຜູ້ເປັນເຈົ້າ
\v 31 ແລະອົງພຣະຜູ້ເປັນເຈົ້າ ກໍເຮັດຕາມທີ່ໂມເຊໄດ້ພາວັນນາອະທິຖານຂໍນັ້ນ. ຝູງເຫລືອກໄດ້ໜີໄປຈາກກະສັດຟາໂຣ ແລະ ບັນດາຂ້າຣາຊການຕະຫລອດທັງປະຊາຊົນ ດ້ວຍ; ບໍ່ມີເຫລືອກແມ່ນແຕ່ໂຕດຽວເຫລືອຢູ່ເລີຍ.
\v 32 ເຖິງປານນັ້ນກໍຕາມ ກະສັດຟາໂຣ ຍັງໃຈແຂງກະດ້າງດື້ດືງຢູ່ ແລະບໍ່ຍອມປ່ອຍໃຫ້ຊາວອິດສະຣາເອນໄປ.
\s5
\c 9
\p
\v 1 ອົງພຣະຜູ້ເປັນເຈົ້າໄດ້ບອກ ໂມເຊ ວ່າ, “ຈົ່ງໄປຫາກະສັດຟາໂຣ ແລະ ບອກລາວອີກ ວ່າ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງຊາວເຮັບເຣີ ກ່າວດັ່ງນີ້: ‘ຈົ່ງປ່ອຍປະຊາຊົນຂອງເຮົາໄປ ເພື່ອພວກເຂົາຈະໄດ້ນະມັດສະການ ເຮົາ.
\v 2 ຖ້າເຈົ້າຍັງບໍ່ຍອມປ່ອຍພວກເຂົາໄປ
\v 3 ເຮົາຈະລົງໂທດເຈົ້າ ໂດຍຈະໃຫ້ເກີດໂຣກລະບາດ ຢ່າງຮ້າຍແຮງແກ່ຝູງສັດ ທັງຫລາຍ ຄື: ມ້າ, ລໍ, ອູດ, ງົວ, ແກະ ແລະ ແບ້.
\v 4 ເຮົາຈະເຮັດໃຫ້ເຫັນຄວາມແຕກຕ່າງກັນ ລະຫວ່າງ ສັດຂອງຊາວອິດສະຣາເອນ ແລະ ສັດຂອງຊາວເອຢິບ ແລະ ຝູງສັດຂອງຊາວອິດສະຣາເອນ ຈະບໍ່ຕາຍ.
\s5
\v 5 ອົງພຣະຜູ້ເປັນເຈົ້າ ໄດ້ກໍານົດໄວ້ວ່າ ອົງພຣະຜູ້ເປັນເຈົ້າຈະໃຫ້ສິ່ງນີ້ເກີດຂຶ້ນ ໃນມື້ອື່ນ.
\v 6 ແລະ ມື້ຕໍ່ມາ ອົງພຣະຜູ້ເປັນເຈົ້າ ກໍເຮັດຕາມ ທີ່ພຣະອົງໄດ້ບອກໄວ້ນັ້ນ ຄື: ສັດຂອງຊາວເອຢິບ ຕາຍໝົດ ແຕ່ສັດຂອງຊາວ ອິດສະຣາເອນ ບໍ່ຕາຍຈັກໂຕ.
\v 7 ກະສັດຟາໂຣ ສອບຖາມເຫດການ ທີ່ໄດ້ເກີດຂຶ້ນ ຈຶ່ງຮູ້ວ່າ ສັດຂອງຊາວອິດສະຣາເອນ ບໍ່ໄດ້ຕາຍ ແມ່ນແຕ່ ໂຕດຽວ. ແຕ່ກະສັດຟາໂຣ ກໍຍັງໃຈ ແຂງກະດ້າງດື້ດຶງ ຢູ່ຕາມເຄີຍ ແລະ ບໍ່ຍອມປ່ອຍໃຫ້ປະຊາຊົນອິດສະຣາເອນ ໄປ.
\s5
\v 8 ແລ້ວອົງພຣະຜູ້ເປັນເຈົ້າ ກໍສັ່ງໂມເຊ ກັບອາໂຣນ ວ່າ, “ຈົ່ງກາໍເອົາຂີ້ເຖົ່າໄຟ ສອງຫລືສາມກາໍ ຈາກເຕົາແລະໃຫ້ໂມເຊ ຫວ່ານຂຶ້ນເທິງອາກາດ ຕໍ່ໜ້າກະສັດຟາໂຣ.
\v 9 ແລ້ວ ຂີ້ເຖົ່ານັ້ນ ກໍຈະປິວໄປ ດັ່ງຂີ້ຝຸ່ນດິນເມັດນ້ອຍໆ ທົ່ວປະເທດເອຢິບ ແລະ ທຸກບ່ອນທີ່ຂີ້ຝຸ່ນ ດິນນີ້ຕົກຖືກ ຈະເກີດຕຸ່ມຝີຕາມຕົນຕົວ ຊຶ່ງແຕກເປັນບາດ ລາມໄປຕາມຮ່າງກາຍຂອງ ຄົນແລະສັດ. ”
\v 10 ສະນັ້ນ ໂມເຊ ກັບ ອາໂຣນ ຈຶ່ງກໍາເອົາຂີ້ເຖົ່າໄຟ ໄປຢືນຢູ່ຕໍ່ໜ້າ ກະສັດຟາໂຣ; ໂມເຊ ຫວ່ານຂີ້ເຖົ່າໄຟນັ້ນຂຶ້ນ ສູ່ອາກາດ ແລະ ມັນກໍປິວໄປຕົກໃສ່ຄົນ ແລະ ສັດອັນເປັນເຫດໃຫ້ເກີດຕຸ່ມຝີ ແລະ ແຕກ ເປັນບາດແຜ ຕາມຕົນຕົວ.
\s5
\v 11 ບັນດາໝໍມົນຂອງຊາວເອຢິບ ບໍ່ສາມາດ ມາປາກົດຕົວແຂ່ງກັບ ໂມເຊ ໄດ້ເພາະເຂົາເອງກໍເປັນຕຸ່ມຝີ ຄືກັນກັບຊາວເອຢິບ ຄົນອື່ນ ໆ.
\v 12 ແຕ່ອົງພຣະຜູ້ເປັນເຈົ້າ ຍັງໄດ້ເຮັດໃຫ້ກະສັດຟາໂຣ ໃຈແຂງກະດ້າງດື້ດຶງ ຢູ່ຄືເກົ່າ. ເພິ່ນບໍ່ຍອມຟັງ ໂມເຊ ແລະ ອາໂຣນ ຕາມທີ່ອົງພຣະຜູ້ເປັນເຈົ້າໄດ້ກ່າວໄວ້ທຸກປະການ.
\s5
\v 13 ຕໍ່ມາ ອົງພຣະຜູ້ເປັນເຈົ້າ ໄດ້ບອກໂມເຊ ວ່າ, “ຈົ່ງໄປຫາກະສັດຟາໂຣ ຕັ້ງແຕ່ ເຊົ້າມືດ ແລະ ບອກລາວວ່າ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງຊາວເຮັບເຣີ ກ່າວດັ່ງນີ້: ‘ຈົ່ງປ່ອຍປະຊາຊົນຂອງເຮົາໄປ ເພື່ອວ່າ ພວກເຂົາຈະໄດ້ນະມັດສະການເຮົາ.
\v 14 ໃນເທື່ອນີ້ ເຮົາຈະບໍ່ລົງໂທດບັນດາຂ້າຣາຊການ ແລະ ປະຊາຊົນຂອງເຈົ້າເທົ່ານັ້ນ; ແຕ່ເຮົາຈະລົງໂທດເຈົ້າເຊັ່ນກັນ ເພື່ອເຈົ້າຈະໄດ້ຮູ້ວ່າ ທົ່ວເທິງແຜ່ນດິນໂລກນີ້ ບໍ່ມີພະອື່ນໃດເທົ່າທຽມເຮົາ.
\s5
\v 15 ຖ້າເຮົາຍົກມືຂຶ້ນທາໍຮ້າຍເຈົ້າ ແລະ ປະຊາຊົນຂອງເຈົ້າ ດ້ວຍພະຍາດອັນຮ້າຍແຮງ ພວກເຈົ້າກໍຈະດັບສູນກັນໝົດ.
\v 16 ແຕ່ທີ່ເຮົາໃຫ້ເຈົ້າຍັງມີຊີວິດຢູ່ນີ້ ກໍເພື່ອໃຫ້ເຈົ້າໄດ້ເຫັນຣິດອໍານາດຂອງເຮົາ ແລະ ໃຫ້ຊື່ສຽງຂອງເຮົາ ແຜ່ຂະຫຍາຍໄປທົ່ວເທິງແຜ່ນດິນໂລກ.
\v 17 ແຕ່ຈົນບັດນີ້ ເຈົ້າກໍຍັງ ໃຈແຂງກະດ້າງດື້ດືງ ບໍ່ຍອມປ່ອຍໃຫ້ ປະຊາຊົນຂອງເຮົາໄປ.
\s5
\v 18 ສະນັ້ນ ມື້ອື່ນໃນເວລາດຽວກັນນີ້ ເຮົາຈະໃຫ້ໝາກເຫັບລູກໃຫຍ່ ຕົກລົງຢ່າງໜັກຢ່າງບໍ່ເຄີຍມີມາຈັກເທື່ອ ໃນປະຫວັດສາດ ຂອງປະເທດເອຢິບ.
\v 19 ບັດນີ້ ຈົ່ງຕ້ອນຝູງສັດ ແລະ ສິ່ງຂອງຕ່າງໆ ໃນກາງແຈ້ງ ເຂົ້າສູ່ບ່ອນກາໍບັງ. ຄົນທຸກຄົນ ແລະ ສັດທຸກໂຕ ທີ່ຢູ່ນອກຈະຖືກໝາກເຫັບລູກໃຫຍ່ ຕົກໃສ່ຕາຍໝົດ.
\s5
\v 20 ເມື່ອໄດ້ຍິນດັ່ງນີ້ ບັນດາຂ້າຣາຊການ ຂອງກະສັດຟາໂຣ ບາງຄົນກໍເກີດມີຄວາມຢ້ານ ໃນຖ້ອຍຄໍາທີ່ອົງພຣະຜູ້ເປັນເຈົ້າ ໄດ້ກ່າວ; ພວກເຂົາຈຶ່ງນາໍທາດຮັບໃຊ້ ແລະ ຝູງສັດຂອງພວກເຂົາ ເຂົ້າສູ່ບ່ອນກາໍບັງ.
\v 21 ແຕ່ຄົນອື່ນທີ່ບໍ່ສົນໃຈ ຕໍ່ຖ້ອຍຄໍາຂອງອົງພຣະຜູ້ເປັນເຈົ້າ ກໍປ່ອຍໃຫ້ພວກທາດຮັບໃຊ້ ແລະ ຝູງສັດຂອງພວກເຂົາຢູ່ທົ່ງນາ ກາງແຈ້ງ.
\s5
\v 22 ຕໍ່ມາ ອົງພຣະຜູ້ເປັນເຈົ້າ ໄດ້ສັ່ງໂມເຊ ວ່າ, “ຈົ່ງຍົກມືຂຶ້ນສູ່ທ້ອງຟ້າ ແລະ ໝາກເຫັບ ໃຫຍ່ ກໍຈະຕົກທົ່ວປະເທດເອຢິບ ຖືກຄົນ, ສັດທັງຫລາຍ ແລະ ພືດພັນທັງໝົດ ຕາມທົ່ງໄຮ່ ທົ່ງນາ. ”
\v 23 ດັ່ງນັ້ນ ໂມເຊ ຈຶ່ງຍົກໄມ້ຄ້ອນເທົ້າຂອງຕົນຂື້ນສູ່ທ້ອງຟ້າ ແລະ ອົງພຣະຜູ້ເປັນເຈົ້າ ໄດ້ເຮັດໃຫ້ຟ້າຮ້ອງ ທັງໝາກເຫັບກໍຕົກລົງ ແລະ ມີຟ້າຜ່າ.
\v 24 ແລະ ອົງພຣະຜູ້ເປັນເຈົ້າໄດ້ເຮັດໃຫ້ໝາກເຫັບຕົກ ທົ່ວໄປຢ່າງໜັກ ແລະ ມີຟ້າແມບເຫລື້ອມຢ່າງບໍ່ເຄີຍມີມາຈັກເທື່ອ ໃນປະຫວັດສາດຂອງປະເທດ ເອຢິບ.
\s5
\v 25 ສິ່ງສາລະພັດ ໃນທົ່ງນາກາງແຈ້ງ ທົ່ວປະເທດ ຕະຫລອດທັງຄົນ ແລະ ສັດໄດ້ຖືກໝາກເຫັບໃຫຍ່ຕົກລົງມາທາໍລາຍ ຈົນຈິບຫາຍໝົດ. ພືດຜົນພ້ອມທັງຕົ້ນໄມ້ ໃນທົ່ງໄຮ່ ທົ່ງນາ ກໍລົ້ມທະລາຍຕາຍກ້ຽງ.
\v 26 ມີ ແຕ່ເຂດ ໂກເຊັນ ບ່ອນທີ່ຊາວອິດສະຣາເອນ ອາໄສຢູ່ເທົ່ານັ້ນ ທີ່ໝາກເຫັບບໍ່ໄດ້ຕົກໃສ່.
\s5
\v 27 ກະສັດຟາໂຣ ໄດ້ໃຊ້ຄົນໄປເອີ້ນ ໂມເຊ ແລະ ອາໂຣນ ມາພົບແລະເວົ້າວ່າ, “ໃນເທື່ອນີ້ ເຮົາໄດ້ເຮັດຜິດບາບແລ້ວ; ອົງພຣະຜູ້ເປັນເຈົ້າ ເປັນຝ່າຍຖືກ ແລະ ເຮົາກັບປະຊາຊົນ ຂອງເຮົາ ເປັນຝ່າຍຜິດ.
\v 28 ຈົ່ງພາວັນນາ ອະທິຖານອົງພຣະຜູ້ເປັນເຈົ້າເຖີດ ໝາກເຫັບ ແລະຟ້າຮ້ອງໄດ້ລົງໂທດເຮົາ ໜັກພໍແລ້ວ ເຮົາຂໍສັນຍາວ່າ ຈະປ່ອຍໃຫ້ພວກເຈົ້າໄປ; ພວກເຈົ້າບໍ່ຈາໍເປັນຢູ່ທີ່ນີ້ອີກຕໍ່ໄປດອກ.”
\s5
\v 29 ໂມເຊ ຈຶ່ງບອກກະສັດຟາໂຣ ວ່າ, “ເມື່ອຂ້ານ້ອຍອອກໄປຈາກເມືອງນີ້ແລ້ວ ຂ້ານ້ອຍຈະຍົກມືຂຶ້ນພາວັນນາ ອະທິຖານຕໍ່ອົງພຣະຜູ້ເປັນເຈົ້າ. ສຽງຟ້າຮ້ອງຈະຢຸດ ແລະ ໝາກເຫັບກໍຈະບໍ່ມີອີກ ເພື່ອທ່ານຈະໄດ້ຮູ້ວ່າ ແຜ່ນດິນໂລກນີ້ ເປັນຂອງພຣະອົງ.
\v 30 ແຕ່ຂ້ານ້ອຍຮູ້ຢູ່ວ່າ ທ່ານກັບບັນດາຂ້າຣາຊການຂອງທ່ານ ຈະຍັງບໍ່ຢໍາເກງອົງພຣະຜູ້ເປັນເຈົ້າ ພຣະເຈົ້າເທື່ອ.”
\s5
\v 31 ຕົ້ນປ່ານ ແລະ ຕົ້ນເຂົ້າເດືອຍ ໄດ້ຖືກທາໍລາຍໝົດ​ກ້ຽງ ເພາະ​ຕົ້ນ​ປ່ານ​ກຳ​ລັງ​ອອກ​ດອກ ແລະ​ຕົ້ນ​ເຂົ້າ​ເດືອຍ​ກໍ​ກຳ​ລັງ​ມີ​ຮວງ
\v 32 ແຕ່​ເຂົ້າ​ບະ​ເລ​ນັ້ນ ບໍ່​ໄດ້​ຖືກ​ທຳ​ລາຍ ເພາະ​ຍັງ​ບໍ່​ທັນ​ພົ້ນ​ດິນ​ຂຶ້ນ​ມາ​ເທື່ອ.
\v 33 ໂມ​ເຊ ຈຶ່ງ​ອຳ​ລາ​ກະ​ສັດ​ຟາ​ໂຣ ໄປ. ຫລັງ​ຈາກ​ອອກ​ຈາກ​ຕົວ​ເມືອງ​ແລ້ວ ເພິ່ນ​ກໍ​ໄດ້​ຍົກ​ມື​ຂື້ນ ພາວັນນາ ອະທິຖານອົງພຣະຜູ້ເປັນເຈົ້າ. ສຽງ ຟ້າຮ້ອງ, ໝາກເຫັບ, ແລະ ຝົນຈຶ່ງເຊົາຕົກ.
\s5
\v 34 ເມື່ອກະສັດຟາໂຣ ໄດ້ເຫັນເປັນແນວ ນັ້ນ ເພິ່ນກໍກະທາໍບາບອີກ. ເພິ່ນເອງ ແລະ ຂ້າຣາຊການ ແຮ່ງເກີດໃຈແຂງກະດ້າງດື້ດຶງ ຂຶ້ນຫລາຍກວ່າເກົ່າ
\v 35 ແລະ ເພິ່ນບໍ່ຍອມ ປ່ອຍໃຫ້ປະຊາຊົນອິດສະຣາເອນ ໄປຕາມທີ່ອົງພຣະຜູ້ເປັນເຈົ້າ ໄດ້ກ່າວໄວ້ຜ່ານທາງ ໂມເຊ ທຸກປະການ.
\s5
\c 10
\p
\v 1 ຕໍ່ມາ ອົງພຣະຜູ້ເປັນເຈົ້າ ໄດ້ບອກໂມເຊ ວ່າ, “ຈົ່ງເຂົ້າໄປພົບກະສັດຟາໂຣ ອີກ. ເຮົາໄດ້ເຮັດໃຫ້ກະສັດຟາໂຣ ກັບບັນດາຂ້າຣາຊການ ຂອງລາວມີໃຈແຂງກະດ້າງດື້ດຶງ ເພື່ອເຮົາຈະສໍາແດງ ໝາຍສໍາຄັນ ກັບການ ອັດສະຈັນເຫລົ່ານີ້ ໃນທ່າມກາງພວກເຂົາ
\v 2 ແລ້ວພວກເຈົ້າ ກໍຈະໄດ້ເລົ່າສູ່ພວກລູກຫລານຟັງວ່າ ເຮົາໄດ້ກະທາໍໃຫ້ຊາວເອຢິບ ໂງ່ງ່າວພຽງໃດ ເມື່ອເຮົາໄດ້ເຮັດການອັດສະຈັນຕ່າງໆ ເຫລົ່ານັ້ນ. ພວກເຈົ້າທຸກຄົນຈະໄດ້ຮູ້ວ່າ ເຮົາແມ່ນອົງພຣະຜູ້ເປັນເຈົ້າ.”
\s5
\v 3 ສະນັ້ນ ໂມເຊ ແລະ ອາໂຣນ ຈຶ່ງໄດ້ເຂົ້າໄປພົບກະສັດຟາໂຣ ແລະ ກ່າວຕໍ່ເພິ່ນ ວ່າ, “ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງຊາວເຮັບເຣີ ກ່າວວ່າ, ‘ເຈົ້າຍັງຈະແຂງຂໍ້ຕໍ່ເຮົາ ອີກດົນນານປານໃດ? ປ່ອຍປະຊາຊົນຂອງເຮົາໄປ ເພື່ອວ່າພວກເຂົາ ຈະໄດ້ນະມັດສະການເຮົາ.
\v 4 ຖ້າເຈົ້າ ຍັງສືບຕໍ່ປະຕິເສດຢູ່ ໃນມື້ອື່ນນີ້ ເຮົາຈະໃຫ້ ຝູງຕັກແຕນ ເຂົ້າມາໃນປະເທດຂອງເຈົ້າ.
\s5
\v 5 ມັນຈະມາເປັນຈາໍ ນວນຫລວງຫລາຍ ປົກຄຸມຢູ່ທົ່ວໄປ ຈົນເບິ່ງບໍ່ເຫັນໜ້າດິນ. ມັນຈະກິນທຸກໆ ສິ່ງທີ່ໝາກເຫັບ ບໍ່ໄດ້ທໍາລາຍ ແມ່ນແຕ່ຕົ້ນໄມ້ ທີ່ເຫລືອຢູ່.
\v 6 ມັນຈະເຂົ້າ ໄປຢູ່ເຕັມຣາຊວັງ ເຂົ້າໄປໃນເຮືອນຂອງບັນ ດາຂ້າຣາຊການ ແລະ ເຮືອນຂອງປະຊາຊົນ ທຸກຄົນ. ມັນໂຫດຮ້າຍກວ່າ ສິ່ງໃດໆ ທັງໝົດ ທີ່ບັນພະບຸລຸດຂອງເຈົ້າ ເຄີຍໄດ້ເຫັນມາ. ” ແລ້ວໂມເຊ ກໍໄດ້ອໍາລາກະສັດຟາໂຣ ກັບໄປ.
\s5
\v 7 ບັນດາຂ້າຣາຊການ ຈຶ່ງຖາມກະສັດຟາໂຣ ວ່າ, “ຊາຍຄົນນີ້ ຍັງຈະເຮັດໃຫ້ພວກເຮົາເດືອດຮ້ອນຢູ່ອີກເຫິງປານໃດ? ຈົ່ງປ່ອຍ ຊາວອິດສະຣາເອນ ໄປນະມັດສະການອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຂົາສາ. ທ່ານບໍ່ເຫັນບໍ່ວ່າ ເອຢິບ ກາໍລັງຈິບຫາຍວາຍວອດ ພຽງໃດແລ້ວ? ”
\v 8 ສະນັ້ນ ເຂົາຈຶ່ງໄປ ເຊີນໂມເຊ ແລະ ອາໂຣນ ໃຫ້ກັບຄືນມາພົບກະສັດຟາໂຣ ອີກ ແລະ ເພິ່ນກ່າວຕໍ່ພວກເພິ່ນວ່າ, “ຈົ່ງໄປນະມັດສະການ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າສາ. ແຕ່ມີຜູ້ ໃດຈະໄປແດ່?”
\s5
\v 9 ໂມເຊ ຕອບວ່າ, “ພວກຂ້ານ້ອຍຈະໄປ ໝົດທຸກຄົນ ລວມທັງເດັກນ້ອຍ ແລະ ຜູ້ເຖົ້າ. ພວກຂ້ານ້ອຍຈະເອົາລູກຊາຍຍິງ, ຝູງແກະ ຝູງແບ້ ແລະ ພ້ອມທັງຝູງງົວໄປດ້ວຍ ເພາະ ພວກຂ້ານ້ອຍຈະຈັດເທດສະການ ເພື່ອຍົກຍໍຖວາຍກຽດ ແກ່ອົງພຣະຜູ້ເປັນເຈົ້າຂອງພວກ ຂ້ານ້ອຍ. ”
\v 10 ກະສັດຟາໂຣ ຈຶ່ງກ່າວຂຶ້ນ ທັນທີວ່າ, “ບໍ່ໄດ້ ເຮົາສາບານໃນນາມຂອງອົງ ພຣະຜູ້ເປັນເຈົ້າ ວ່າຈະບໍ່ຍອມປ່ອຍໃຫ້ພວກເຈົ້າ ເອົາພວກຜູ້ຍິງ ແລະເດັກນ້ອຍໄປນາໍ ມັນຈະແຈ້ງແລ້ວວ່າ ພວກເຈົ້າກາໍລັງວາງແຜນກໍ່ການກະບົດ.
\v 11 ບໍ່ໄດ້ ຖ້າພວກເຈົ້າ ຢາກໄປນະມັດສະການອົງພຣະຜູ້ເປັນເຈົ້າ ກໍໃຫ້ແຕ່ຜູ້ຊາຍເທົ່ານັ້ນໄປ. ” ແລ້ວໂມເຊແລະອາໂຣນ ກໍຖືກໄລ່ໃຫ້ອອກໄປຈາກວັງຂອງກະສັດຟາໂຣ.
\s5
\v 12 ຕໍ່ມາ ອົງພຣະຜູ້ເປັນເຈົ້າ ໄດ້ບອກໂມເຊ ວ່າ, “ຈົ່ງຍົກມືຂຶ້ນເທິງປະເທດເອຢິບ ເພື່ອນາໍເອົາຕັກແຕນມາ. ມັນຈະກິນທຸກໆ ສິ່ງ ທີ່ງອກຂຶ້ນ ແລະ ທຸກໆສິ່ງທີ່ເຫລືອຈາກຖືກ ໝາກເຫັບທໍາລາຍ. ”
\v 13 ດັ່ງນັ້ນ ໂມເຊ ຈຶ່ງ ຍົກໄມ້ຄ້ອນເທົ້າຂຶ້ນ ແລະ ອົງພຣະຜູ້ເປັນເຈົ້າ ກໍເຮັດໃຫ້ລົມຈາກທິດຕາເວັນອອກ ພັດມາ ຍັງປະເທດເອຢິບ ຕະຫລອດເວັນຕະຫລອດ ຄືນ. ພໍຮອດຮຸ່ງເຊົ້າ ລົມກໍໄດ້ພັດເອົາຝູງ ຕັກແຕນມາຢ່າງຫລວງຫລາຍ.
\s5
\v 14 ມັນເກາະ ມັນໄຕ່ໄປມາເປັນໝູ່ ໆ ຢູ່ເຕັມທົ່ວປະເທດເອຢິບ. ແມ່ນຕັກແຕນຝູງໃຫຍ່ ທີ່ສຸດທີ່ເຄີຍເຫັນມາ ຫລື ຈະບໍ່ມີໃຜເຄີຍໄດ້ເຫັນຝູງຕັກແຕນໃຫຍ່ ທີ່ຄາວນີ້ອີກເລີຍ.
\v 15 ຝູງຕັກແຕນ ໄດ້ໄຕ່ໄປມາຫຸ້ມໜ້າດິນ ຈົນດໍາໄປໝົດ; ທຸກໆ ສິ່ງທີ່ເຫລືອຈາກໝາກເຫັບທາໍລາຍ ຖືກມັນກິນໝົດ ລວມທັງໝາກໄມ້ໃນຕົ້ນ ພືດ ຫລື ຕົ້ນໄມ້ໃນປະເທດເອຢິບ ບໍ່ມີສິ່ງໃດ ທີ່ມີສີຂຽວເຫລືອຢູ່ເລີຍ.
\s5
\v 16 ແລ້ວກະສັດຟາໂຣ ກໍຟ້າວເອີ້ນໂມເຊກັບອາໂຣນ ມາແລະກ່າວວ່າ, “ເຮົາໄດ້ເຮັດ ຜິດບາບຕໍ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ແລະ ຕໍ່ພວກເຈົ້າ.
\v 17 ບັດນີ້ ຈົ່ງຍົກບາບກາໍ ໃຫ້ເຮົາອີກເທື່ອໜຶ່ງແດ່ ແລະ ພາວັນນາ ອະທິຖານຕໍ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ໃຫ້ນາໍເອົາການລົງໂທດ ອັນຮ້າຍກາດນີ້ ໜີໄປຈາກເຮົາເສຍ. ”
\v 18 ໂມເຊ ຈຶ່ງອໍາລາກະສັດຟາໂຣ ໄປແລະພາວັນນາ ອະທິຖານຕໍ່ອົງພຣະຜູ້ເປັນເຈົ້າ.
\s5
\v 19 ແລ້ວອົງພຣະຜູ້ເປັນເຈົ້າ ກໍປ່ຽນລົມແຕ່ ທິດຕາເວັນອອກ ເປັນລົມແດງຈາກທິດຕາເວັນຕົກ ພັດເອົາຕັກແຕນໄປຕົກໃສ່ອ່າວ ຊູແອັດ. [ຕ] ບໍ່ມີຕັກແຕນ ແມ່ນແຕ່ໂຕດຽວ ເຫລືອຢູ່ໃນປະເທດເອຢິບ.
\v 20 ແຕ່ອົງພຣະຜູ້ເປັນເຈົ້າ ຍັງເຮັດໃຫ້ກະສັດຟາໂຣ ໃຈແຂງກະດ້າງດື້ດຶງຢູ່ຄືເກົ່າ ແລະ ເພິ່ນບໍ່ຍອມ ປ່ອຍໃຫ້ປະຊາຊົນອິດສະຣາເອນ ໄປ.
\s5
\v 21 ຕໍ່ມາ ອົງພຣະຜູ້ເປັນເຈົ້າ ໄດ້ບອກໂມເຊ ວ່າ, “ຈົ່ງຍົກມືຂຶ້ນສູ່ທ້ອງຟ້າ ແລະ ທົ່ວປະເທດເອຢິບ ຈະມືດໄປໝົດ. ”
\v 22 ໂມເຊ ໄດ້ຍົກມືຂຶ້ນສູ່ທ້ອງຟ້າ ແລະ ທົ່ວປະເທດເອຢິບ ກໍມືດໄປໝົດຕະຫລອດ ສາມວັນ.
\v 23 ຊາວເອຢິບ ເບິ່ງກັນບໍ່ເຫັນ ແລະ ບໍ່ມີໃຜໄດ້ອອກໄປນອກບ້ານ ໃນໄລຍະນັ້ນ. ແຕ່ໃນ ເຂດຂອງຊົນຊາດຊາວອິດສະຣາເອນ ອາໄສຢູ່ນັ້ນ ໄດ້ມີແສງສະຫວ່າງຕາມປົກກະຕິ.
\s5
\v 24 ສະນັ້ນ ກະສັດຟາໂຣ ຈຶ່ງເອີ້ນໂມເຊ ມາແລະກ່າວວ່າ, “ພວກເຈົ້າໄປນະມັດສະການ ອົງພຣະຜູ້ເປັນເຈົ້າສາ; ໃຫ້ເອົາຜູ້ຍິງ ແລະ ເດັກນ້ອຍໄປໄດ້. ສ່ວນຝູງແກະກັບແບ້ ແລະ ຝູງງົວນັ້ນ ໃຫ້ປະໄວ້ທີ່ນີ້. ”
\v 25 ໂມເຊ ຕອບວ່າ, “ຖ້າເປັນເຊັ່ນນັ້ນ ທ່ານຕ້ອງໃຫ້ພວກຂ້ານ້ອຍຈັດຫາສັດ ທີ່ຈະຂ້າເຜົາບູຊາຖວາຍແກ່ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກຂ້ານ້ອຍ.
\v 26 ພວກຂ້ານ້ອຍຕ້ອງເອົາສັດ ຂອງພວກຂ້ານ້ອຍໄປນາໍ ແລະ ບໍ່ໃຫ້ເຫລືອຢູ່ໃນທີ່ນີ້ ຈັກໂຕເລີຍ. ພວກຂ້ານ້ອຍເອງຈະເປັນຜູ້ເລືອກເອົາສັດທີ່ຈະຂ້າເຜົາບູຊາຖວາຍແກ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກຂ້ານ້ອຍ ແລະ ຈົນໄປຮອດທີ່ນັ້ນແລ້ວ ພວກຂ້ານ້ອຍກໍຍັງບໍ່ຮູ້ວ່າຈະ ເອົາສັດໂຕໃດຖວາຍບູຊາແກ່ພຣະອົງ.”
\s5
\v 27 ອົງພຣະຜູ້ເປັນເຈົ້າ ໄດ້ເຮັດໃຫ້ກະສັດ ຟາໂຣ ມີໃຈແຂງກະດ້າງດື້ດຶງຕໍ່ໄປ. ດັ່ງນັ້ນ ເພິ່ນຈຶ່ງບໍ່ຍອມປ່ອຍໃຫ້ຊາວອິດສະຣາເອນ ໄປ.
\v 28 ເພິ່ນກ່າວຕໍ່ໂມເຊ ວ່າ, “ອອກໜີໄປຈາກນີ້ ຢ່າສູ່ມາໃຫ້ເຮົາເຫັນໜ້າເຈົ້າອີກ ຈັກເທື່ອ ຖ້າເຈົ້າມາໃຫ້ເຮົາເຫັນ ເຈົ້າຈະຕ້ອງຕາຍ. ”
\v 29 ໂມເຊ ຕອບວ່າ, “ກໍໄດ້ ທ່ານຈະບໍ່ເຫັນຂ້ານ້ອຍອີກ ຈັກເທື່ອ.”
\s5
\c 11
\p
\v 1 ຕໍ່ມາ ອົງພຣະຜູ້ເປັນເຈົ້າ ໄດ້ບອກໂມເຊ ວ່າ, “ເຮົາຈະນາໍການລົງໂທດ ອີກຢ່າງໜຶ່ງ ເທົ່ານັ້ນມາຍັງກະສັດຟາໂຣ ແລະ ປະຊາຊົນຂອງລາວ. ຫລັງຈາກນັ້ນ ລາວຈະປ່ອຍພວກເຈົ້າໄປ. ຕາມຄວາມຈິງແລ້ວ ລາວຈະໄລ່ພວກເຈົ້າທຸກຄົນໃຫ້ອອກໄປຈາກທີ່ນີ້.
\v 2 ບັດນີ້ ຈົ່ງບອກຊາວອິດສະຣາເອນ ທຸກຄົນໃຫ້ ຂໍເອົາເຄື່ອງເງິນ, ເຄື່ອງຄໍາ ຈາກເພື່ອນບ້ານ ຂອງພວກເຂົາ. ”
\v 3 ອົງພຣະຜູ້ເປັນເຈົ້າໄດ້ເຮັດໃຫ້ຄົນເອຢິບ ຢໍາເກງຄົນອິດສະຣາເອນ. ແທ້ຈິງແລ້ວ ບັນດາຂ້າຣາຊການ ແລະ ປະຊາຊົນທັງໝົດ ຕ່າງກໍຍອມຮັບວ່າ ໂມເຊ ເປັນບູລຸດຜູ້ຍິ່ງໃຫຍ່ຄົນໜຶ່ງ.
\s5
\v 4 ແລ້ວໂມເຊ ກໍໄດ້ກ່າວຕໍ່ກະສັດຟາໂຣ ວ່າ, “ອົງພຣະຜູ້ເປັນເຈົ້າ ກ່າວດັ່ງນີ້: ‘ໃນຕອນປະມານ ທ່ຽງຄືນ ເຮົາຈະຜ່ານໄປທົ່ວປະເທດເອຢິບ
\v 5 ແລະ ລູກຊາຍກົກໃນປະເທດເອຢິບ ທັງໝົດຈະຕາຍ ຄື: ຕັ້ງແຕ່ ລູກຊາຍກົກຂອງກະສັດຟາໂຣ ຜູ້ທີ່ຈະສືບຕໍ່ ຄອງຣາຊບັນລັງ ຕະຫລອດເຖິງລູກຊາຍກົກ ຂອງຄົນຮັບໃຊ້ຍິງໂມ້ແປ້ງ. ສັດໂຕເຖິກຫົວປີ ກໍຈະຕາຍໝົດຄືກັນ.
\s5
\v 6 ສຽງຮ້ອງໄຫ້ ຈະດັງກ້ອງສະໜັ່ນ ທົ່ວປະເທດເອຢິບ ຢ່າງບໍ່ເຄີຍມີມາກ່ອນ ຫລື ຈະບໍ່ມີອີກຈັກເທື່ອ.
\v 7 ແຕ່ໃນໝູ່ບ້ານຂອງ ຊາວອິດສະຣາເອນ ແມ່ນແຕ່ສຽງໝາເຫົ່າຄົນແລະສັດ ກໍຈະບໍ່ມີ. ແລ້ວເຈົ້າກໍຈະຮູ້ວ່າ ອົງພຣະຜູ້ເປັນເຈົ້າໄດ້ໃຫ້ມີຄວາມແຕກຕ່າງກັນ ລະຫວ່າງ ຊາວເອຢິບ ແລະ ຊາວອິດສະຣາເອນ.
\v 8 ບັນດາຂ້າຣາຊການ ທັງໝົດຂອງທ່ານ ຈະມາຫາຂ້ານ້ອຍ ແລະ ພາກັນຂາບລົງ ແລະ ຈະຂໍຮ້ອງຂ້ານ້ອຍໃຫ້ນາໍພາປະຊາຊົນຂອງຂ້ານ້ອຍທັງໝົດນີ້ ອອກໄປຈາກ ປະເທດ. ຫລັງຈາກນັ້ນແລ້ວ ຂ້ານ້ອຍຈຶ່ງຈະຈາກໄປ. ” ແລ້ວໂມເຊ ກໍຈາກ ກະສັດຟາໂຣ ໄປດ້ວຍໃຈໂກດຮ້າຍທີ່ສຸດ.
\s5
\v 9 ອົງພຣະຜູ້ເປັນເຈົ້າໄດ້ບອກໂມເຊ ອີກວ່າ, “ກະສັດຟາໂຣ ຈະສືບຕໍ່ບໍ່ຍອມຟັງເຈົ້າ ເພື່ອເຮົາຈະໄດ້ເຮັດການອັດສະຈັນ ຕ່າງໆ ຕື່ມອີກໃນປະເທດເອຢິບ. ”
\v 10 ໂມເຊ ແລະ ອາໂຣນ ໄດ້ເຮັດການອັດສະຈັນເຫລົ່ານັ້ນ ຊ້ອງໜ້າກະສັດຟາໂຣ, ແຕ່ອົງພຣະຜູ້ເປັນເຈົ້າ ໄດ້ເຮັດໃຫ້ກະສັດຟາໂຣ ໃຈແຂງກະດ້າງດື້ດຶງ ແລະ ເພິ່ນບໍ່ຍອມປ່ອຍໃຫ້ຊາວອິດສະຣາເອນ ອອກໜີໄປຈາກປະເທດ.
\s5
\c 12
\p
\v 1 ອົງພຣະຜູ້ເປັນເຈົ້າ ໄດ້ບອກໂມເຊ ກັບອາໂຣນ ໃນປະເທດເອຢິບ ວ່າ,
\v 2 “ຈົ່ງຕັ້ງເດືອນນີ້ ໃຫ້ເປັນເດືອນ ທີໜຶ່ງຂອງປີສໍາລັບພວກເຈົ້າ.
\s5
\v 3 ຈົ່ງໃຫ້ຄໍາແນະນາໍເຫລົ່ານີ້ ແກ່ຊຸມຊົນອິດສະຣາເອນ ທັງໝົດວ່າ: ໃນມື້ທີສິບຂອງ ເດືອນນີ້ ໃຫ້ຊາຍທຸກຄົນໃນແຕ່ລະຄອບຄົວ ເລືອກເອົາລູກແກະ ຫລື ລູກແບ້ເຖິກ ໂຕໜຶ່ງໄວ້.
\v 4 ຖ້າຄອບຄົວໃດ ມີໜ້ອຍຄົນທີ່ຈະ ກິນສັດໂຕໜຶ່ງບໍ່ໝົດ ກໍໃຫ້ພວກເຂົາລວມກັບ ເພື່ອນບ້ານທີ່ຢູ່ໃກ້ຄຽງ ກິນສັດໂຕໜຶ່ງ ໂດຍໃຫ້ຄິດໄລ່ຕາມຈໍານວນຄົນ ແລະ ຄວາມສາມາດຂອງແຕ່ລະຄົນ ທີ່ຈະກິນໄດ້ເທົ່າໃດ.
\s5
\v 5 ລູກແກະ ຫລື ລູກແບ້ ທີ່ຈະເລືອກເອົາ ນັ້ນ ຈະຕ້ອງເປັນໂຕເຖິກ ອາຍຸໜຶ່ງປີ ແລະ ເປັນສັດທີ່ມີສຸຂະພາບດີ ແລະ ບໍ່ມີຕໍາໜິໃດໆ ທັງສິ້ນ.
\v 6 ແລ້ວໃນຕອນແລງຂອງມື້ທີ ສິບສີ່ ຂອງເດືອນ ໃຫ້ຊຸມຊົນອິດສະຣາເອນ ທັງໝົດພາກັນຂ້າສັດຂອງພວກຕົນ.
\v 7 ຈົ່ງໃຫ້ປະຊາຊົນ ເອົາເລືອດບາງສ່ວນ ທາໃສ່ໄມ້ຂອບວົງປະຕູເຂົ້າເຮືອນ ບ່ອນທີ່ກິນສັດນັ້ນ ຄື: ໃຫ້ທາຂ້າງຊ້າຍ, ຂ້າງຂວາ ແລະ ຂ້າງເທິງ.
\v 8 ໃນຄືນນັ້ນ ຈົ່ງປີ້ງຊີ້ນກິນກັບເຂົ້າຈີ່ບໍ່ມີເຊື້ອແປ້ງ ກັບຜັກຂົມ.
\s5
\v 9 ຢ່າກິນດິບ ຫລື ຢ່າຕົ້ມກິນ ແຕ່ໃຫ້ປີ້ງກິນ ທັງໝົດ ຄື: ທັງຫົວ, ທັງຂາ ແລະ ເຄື່ອງໃນ ໄສ້ພຸງ.
\v 10 ພວກເຈົ້າບໍ່ຕ້ອງໃຫ້ສິ່ງໃດໆ ເຫລືອຮອດມື້ເຊົ້າ ຖ້າມີສິ່ງເຫລືອຢູ່ ກໍໃຫ້ເຜົາໄຟຖິ້ມເສຍ.
\v 11 ໃຫ້ ພວກເຈົ້າກິນໄວໆ ເພາະພວກເຈົ້າຕ້ອງນຸ່ງເຄື່ອງຕຽມອອກເດີນທາງ ພ້ອມທັງຕ້ອງສຸບເກີບ ແລະ ຖືໄມ້ຄ້ອນເທົ້າ. ອັນນີ້ແຫລະ ແມ່ນການສະຫລອງ ປັດສະຄາ ເພື່ອຍົກຍໍໃຫ້ກຽດອົງພຣະຜູ້ເປັນເຈົ້າ.
\s5
\v 12 ໃນຄືນນັ້ນ ເຮົາຈະຜ່ານດິນແດນ ປະເທດເອຢິບ ໄປເພື່ອຂ້າລູກຊາຍກົກຂອງມະນຸດ ແລະ ລູກສັດໂຕເຖິກຫົວປີ ທຸກໆໂຕ ແລະ ເພື່ອລົງໂທດ ບັນດາພະທັງໝົດຂອງຊາວເອຢິບ. ເຮົາແມ່ນ ອົງພຣະຜູ້ເປັນເຈົ້າ.
\v 13 ເລືອດທີ່ປະຕູເຮືອນນັ້ນ ຈະເປັນເຄື່ອງໝາຍ ບອກວ່າ ເປັນເຮືອນທີ່ພວກເຈົ້າອາໄສຢູ່. ເມື່ອເຮົາເຫັນເລືອດນັ້ນ ເຮົາຈະຜ່ານເວັ້ນໄປ ແລະ ຈະບໍ່ທາໍຮ້າຍພວກເຈົ້າ ເວລາເຮົາລົງໂທດຊາວເອຢິບ.
\v 14 ພວກເຈົ້າຕ້ອງສະຫລອງວັນນີ້ ເປັນວັນສໍາຄັນ ເພື່ອໃຫ້ລະນຶກເຖິງ ສິ່ງທີ່ອົງພຣະຜູ້ເປັນເຈົ້າ ໄດ້ເຮັດເພື່ອພວກເຈົ້າ. ຈົ່ງສະຫລອງວັນນີ້ ຕະຫລອດໄປ.
\s5
\v 15 ຈົ່ງກິນເຂົ້າຈີ່ບໍ່ມີເຊື້ອແປ້ງ ໃຫ້ຄົບເຕັມ ເຈັດວັນ. ໃນວັນທໍາອິດ ໃຫ້ເອົາເຊື້ອແປ້ງທັງໝົດໃນເຮືອນຖິ້ມ ເພາະວ່າຖ້າຜູ້ໃດ ຜູ້ໜຶ່ງ ກິນເຂົ້າຈີ່ມີເຊື້ອແປ້ງ ໃນເຈັດວັນນັ້ນ ຈະບໍ່ໄດ້ເປັນປະຊາຊົນຂອງເຮົາ ອີກຕໍ່ໄປ.
\v 16 ໃນ ມື້ທີໜຶ່ງ ແລະ ໃນມື້ທີເຈັດ ພວກເຈົ້າຕ້ອງມາ ເຕົ້າໂຮມກັນນະມັດສະການເຮົາ. ຢ່າເຮັດວຽກໃດໆ ໃນສອງມື້ນັ້ນ ແຕ່ໃຫ້ພວກເຈົ້າ ຕຽມອາຫານກິນໄດ້.
\s5
\v 17 ຈົ່ງຖືຮັກສາພິທີກິນເຂົ້າຈີ່ ບໍ່ມີເຊື້ອແປ້ງ ນີ້ໄວ້ ເພາະໃນວັນນີ້ເອງ ທີ່ເຮົາໄດ້ນາໍປະຊາຊົນເຜົ່າຕ່າງໆ ຂອງພວກເຈົ້າອອກໄປ ຈາກປະເທດເອຢິບ. ຈົ່ງຖືວັນນີ້ ເປັນວັນ ສະຫລອງປະຈາໍປີ ຕະຫລອດໄປ ທຸກຊົ່ວອາຍຸຄົນ.
\v 18 ໃນຕອນຄໍ່າຂອງມື້ທີສິບສີ່ ເດືອນທີໜຶ່ງ ຈົນເຖິງຕອນຄໍ່າຂອງມື້ທີຊາວເອັດ ຢ່າກິນເຂົ້າຈີ່ມີເຊື້ອແປ້ງ.
\s5
\v 19-20 ໃນເຈັດວັນນີ້ ຢ່າໃຫ້ມີເຊື້ອແປ້ງຢູ່ໃນເຮືອນ. ຖ້າຄົນໃດ ຄົນໜຶ່ງກິນເຂົ້າ ຈີ່ມີເຊື້ອແປ້ງ ບໍ່ວ່າເປັນຄົນຕ່າງດ້າວ ຫລື ເປັນຄົນອິດສະຣາເອນ ກໍຕາມ ລາວຈະບໍ່ໄດ້ເປັນປະຊາຊົນຂອງເຮົາ ອີກຕໍ່ໄປ.”
\s5
\v 21 ໂມເຊ ໄດ້ເອີ້ນບັນດາຫົວໜ້າ ຂອງ ຊາວອິດສະຣາເອນ ມາຮ່ວມປະຊຸມກັນ ແລະ ກ່າວຕໍ່ພວກເຂົາວ່າ, “ໃຫ້ພວກເຈົ້າ ແຕ່ລະຄົນໄປເລືອກເອົາ ລູກແກະ ຫລື ລູກແບ້ເຖິກ ໂຕໜຶ່ງມາຂ້າ ເພື່ອເປັນການສະຫລອງ ປັດສະຄາ.
\v 22 ຈົ່ງເອົາໃບຫູສົບ ມັດໜຶ່ງຈຸ່ມລົງໃນຂັນ [ຖ] ທີ່ມີເລືອດ ແລະ ທາເລືອດນັ້ນໃສ່ອ້ອມຂອບວົງປະຕູ. ຢ່າໃຫ້ຜູ້ໃດ ຜູ້ໜຶ່ງ ອອກຈາກເຮືອນ ຈົນກວ່າຈະຮຸ່ງເຊົ້າ.
\s5
\v 23 ເມື່ອອົງພຣະຜູ້ເປັນເຈົ້າ ຜ່ານດິນແດນ ເອຢິບ ໄປເພື່ອຂ້າຊາວເອຢິບ ນັ້ນ ພຣະອົງຈະເຫັນເລືອດທີ່ທາອ້ອມຂອບໄມ້ ວົງປະຕູ ແລະ ຈະບໍ່ໃຫ້ທູດແຫ່ງຄວາມຕາຍ [ທ] ເຂົ້າໄປໃນເຮືອນ ແລະ ປະຫານພວກເຈົ້າ.
\s5
\v 24 ພວກເຈົ້າ ພ້ອມທັງລູກຫລານ ຈົ່ງຖືຄໍາສັ່ງນີ້ ຕະຫລອດໄປ.
\v 25 ເມື່ອພວກເຈົ້າເຂົ້າໄປໃນດິນແດນ ທີ່ອົງພຣະຜູ້ເປັນເຈົ້າໄດ້ ສັນຍາ ວ່າຈະມອບໃຫ້ພວກເຈົ້ານັ້ນ ພວກເຈົ້າຕ້ອງໄດ້ຈັດພິທີນີ້ຂຶ້ນ.
\s5
\v 26 ເມື່ອພວກລູກຫລານ ຖາມວ່າ, ‘ພິທີນີ້ ມີຄວາມໝາຍ ວ່າຢ່າງໃດ?
\v 27 ໃຫ້ພວກເຈົ້າ ຕອບວ່າ, ‘ແມ່ນພິທີສະຫລອງ ປັດສະຄາ ເພື່ອຍົກຍໍໃຫ້ກຽດ ອົງພຣະຜູ້ເປັນເຈົ້າ ເພາະວ່າພຣະອົງໄດ້ຜ່ານເວັ້ນເຮືອນຂອງຊາວອິດສະຣາເອນ ຢູ່ໃນປະເທດເອຢິບ. ພຣະອົງໄດ້ຂ້າຊາວເອຢິບ ແຕ່ໄດ້ໄວ້ຊີວິດພວກເຮົາ. ” ຈາກນັ້ນ ຊາວອິດສະຣາເອນ ກໍໄດ້ພາກັນຄຸເຂົ່າລົງ ແລະ ນ້ອມນະມັດສະການ.
\v 28 ແລ້ວພວກເຂົາ ກໍພາກັນໄປ ເຮັດຕາມສິ່ງທີ່ອົງພຣະຜູ້ເປັນເຈົ້າ ໄດ້ສັ່ງ ໂມເຊ ແລະ ອາໂຣນ ໄວ້ນັ້ນທຸກປະການ.
\s5
\v 29 ແລ້ວໃນຕອນທ່ຽງຄືນ ອົງພຣະຜູ້ເປັນເຈົ້າ ກໍໄດ້ຂ້າລູກຊາຍກົກທັງໝົດໃນປະເທດເອຢິບ ຕັ້ງແຕ່ລູກຊາຍກົກຂອງກະສັດຟາໂຣ ຜູ້ທີ່ຈະສືບບັນລັງ ເຖິງລູກຊາຍກົກຂອງນັກໂທດ ຜູ້ທີ່ຖືກຄຸມຂັງຢູ່ໃນຄຸກມືດ; ລູກສັດໂຕເຖິກຫົວປີ ກໍໄດ້ຖືກຂ້າຄືກັນ.
\v 30 ໃນ ຄືນນັ້ນ ກະສັດຟາໂຣ, ບັນດາຂ້າຣາຊການ ແລະ ຊາວເອຢິບ ທັງໝົດຕ່າງ ກໍຕື່ນຂຶ້ນມາ. ສຽງຮ້ອງໄຫ້ຄໍ່າຄວນອຶກກະທຶກ ໄດ້ດັງສະໜັ່ນໄປທົ່ວປະເທດເອຢິບ ເພາະວ່າທຸກບ້ານທຸກເຮືອນໃດ ກໍມີຄົນຕາຍ.
\s5
\v 31 ໃນຄືນນັ້ນເອງ ກະສັດຟາໂຣ ໄດ້ເອີ້ນໂມເຊ ແລະ ອາໂຣນ ມາພົບແລະບອກວ່າ, “ໃຫ້ພວກເຈົ້າພາຊາວອິດສະຣາເອນ ອອກໄປສາ ຈົ່ງໜີອອກໄປຈາກປະເທດຂອງເຮົາດຽວນີ້ ໄປນະມັດສະການອົງພຣະຜູ້ເປັນເຈົ້າ ຕາມທີ່ພວກເຈົ້າຂໍຮ້ອງ ສາເຖີດ.
\v 32 ໃຫ້ເອົາຝູງແກະ ຝູງແບ້ ກັບຝູງງົວ ຂອງພວກເຈົ້າໜີໄປນາໍ ແລະ ຈົ່ງພາວັນນາ ອະທິຖານພຣະເຈົ້າໂຜດອວຍພອນເຮົາດ້ວຍ. ”
\v 33 ຊາວເອຢິບ ໄດ້ຂໍຮ້ອງຊົນຊາດນີ້ ໃຫ້ຟ້າວອອກ ໜີໄປຈາກປະເທດ. ພວກເຂົາໄດ້ເວົ້າວ່າ, “ພວກເຮົາຈະຕາຍກັນໝົດ ຖ້າພວກເຈົ້າບໍ່ໜີໄປ.”
\s5
\v 34 ດັ່ງນັ້ນ ຊາວອິດສະຣາເອນ ຈຶ່ງຈັດຕຽມ ເອົາແປ້ງດິບ ທີ່ບໍ່ທັນມີເຊື້ອແປ້ງເທື່ອ ພ້ອມດ້ວຍຮາງນວດແປ້ງ ຫໍ່ໃສ່ເສື້ອຄຸມຊັ້ນນອກແບກໄປ.
\v 35 ພວກເຂົາກະທໍາຕາມທີ່ ໂມເຊ ໄດ້ສັ່ງໄວ້ ຄື ໄດ້ຂໍໃຫ້ເອົາເຄື່ອງເງິນ, ເຄື່ອງຄໍາ ແລະ ເສື້ອຜ້ານາໍຊາວເອຢິບ.
\v 36 ອົງພຣະຜູ້ເປັນເຈົ້າໄດ້ເຮັດໃຫ້ຊາວເອຢິບ ຢໍາເກງຊາວອິດສະຣາເອນ ແລະ ມອບສິ່ງຂອງໃຫ້ພວກເຂົາ ຕາມທີ່ຊາວອິດສະຣາເອນ ຂໍຮ້ອງເອົາ. ຊາວອິດສະຣາເອນ ໄດ້ຢຶດເອົາຊັບສົມບັດຂອງຊາວເອຢິບ ໄປດ້ວຍວິທີນີ້ແຫລະ.
\s5
\v 37 ຊາວອິດສະຣາເອນ ພາກັນອອກໄປ ຈາກເມືອງ ຣາມາເຊັດ ມຸ້ງໜ້າສູ່ເມືອງ ຊຸກໂກດ. ຜູ້ເດີນທາງມີປະມານ ຫົກແສນຄົນ ໂດຍບໍ່ນັບຜູ້ຍິງ ແລະ ເດັກນ້ອຍ.
\v 38 ນອກຈາກນີ້ ກໍຍັງມີຄົນເຊື້ອຊາດ ອື່ນໆ ຝູງແກະ ຝູງແບ້ ແລະ ຝູງງົວ ເດີນທາງໄປນາໍ ອີກດ້ວຍ.
\v 39 ພວກເຂົາໄດ້ເອົາກ້ອນເຂົ້າຈີ່ ດິບ ທີ່ນາໍມາຈາກປະເທດເອຢິບ ຊຶ່ງຍັງບໍ່ທັນ ໃສ່ເຊື້ອແປ້ງເທື່ອນັ້ນ ປີ້ງກິນເປັນອາຫານ. ຍ້ອນວ່າ ພວກເຂົາຖືກຂັບໄລ່ໃຫ້ອອກຈາກ ປະເທດເອຢິບ ຢ່າງກະທັນຫັນ. ສະນັ້ນ ພວກເຂົາຈຶ່ງບໍ່ມີເວລາພໍ ທີ່ຈະຕຽມອາຫານ ຫລື ເຮັດເຂົ້າຈີ່ມີເຊື້ອແປ້ງໄວ້ກິນ.
\v 40 ຊາວອິດສະຣາເອນ ໄດ້ອາໄສຢູ່ໃນປະເທດເອຢິບ ເປັນເວລາ ສີ່ຮ້ອຍສາມສິບປີ.
\s5
\v 41 ພໍດີສິ້ນປີທີ ສີ່ຮ້ອຍສາມສິບ ປະຊາຊົນໝົດທຸກເຜົ່າຂອງອົງພຣະຜູ້ເປັນເຈົ້າ ກໍໄດ້ອອກໄປຈາກປະເທດເອຢິບ.
\v 42 ຕອນ ອອກຈາກປະເທດເອຢິບ ໄປນັ້ນ ເປັນຕອນກາງຄືນ ແລະ ອົງພຣະຜູ້ເປັນເຈົ້າກໍຄອຍເຝົ້າ ເບິ່ງພວກເຂົາ. ສະນັ້ນ ຊາວອິດສະຣາເອນ ທຸກຍຸກທຸກສະໄໝ ຈຶ່ງຖືຄືນນີ້ ເປັນຄືນຄອຍເຝົ້າ ເພື່ອຍົກຍໍໃຫ້ກຽດອົງພຣະຜູ້ເປັນເຈົ້າ.
\s5
\v 43 ແລ້ວອົງພຣະຜູ້ເປັນເຈົ້າ ກໍບອກ ໂມເຊ ແລະ ອາໂຣນ ວ່າ, “ຕໍ່ໄປນີ້ ແມ່ນກົດລະບຽບ ກ່ຽວກັບພິທີສະຫລອງ ປັດສະຄາ ຄືຢ່າໃຫ້ຄົນຕ່າງຊາດ ຮ່ວມກິນປັດສະຄາ
\v 44 ແຕ່ ທາດຮັບໃຊ້ຜູ້ທີ່ນາຍໄດ້ຊື້ມາ ແລະ ເຂົ້າພິທີຕັດແລ້ວ ໃຫ້ຮ່ວມກິນນາໍໄດ້.
\s5
\v 45 ຢ່າໃຫ້ຄົນທີ່ອາໄສ ຢູ່ຊົ່ວຄາວ ຫລື ລູກຈ້າງກິນອາຫານ ສໍາລັບພິທີສະຫລອງ ປັດສະຄາ.
\v 46 ອາຫານທັງໝົດໃຫ້ກິນຢູ່ໃນເຮືອນ ແລະ ຢ່ານາໍອອກໄປກິນນອກເຮືອນ. ຢ່າຫັກກະດູກສັດ ທີ່ຕົນໄດ້ຂ້າກິນໃນ ພິທີນີ້.
\s5
\v 47 ໃຫ້ຊຸມຊົນອິດສະຣາເອນ ທັງໝົດ ສະຫລອງເທດສະການນີ້.
\v 48 ແຕ່ຢ່າໃຫ້ຄົນທີ່ບໍ່ໄດ້ຮັບພິທີຕັດຮ່ວມກິນນາໍ. ຖ້າຄົນຕ່າງຊາດ ຜູ້ໜຶ່ງໃນທ່າມກາງພວກເຂົາ ຢາກຈະຈັດປັດສະຄາ ຖວາຍກຽດແກ່ອົງພຣະຜູ້ເປັນເຈົ້າ ຕ້ອງໃຫ້ຜູ້ຊາຍທຸກໆ ຄົນໃນຄອບຄົວຜູ້ນັ້ນ ຮັບພິທີຕັດເສຍກ່ອນ. ແລ້ວພວກເຂົາ ກໍຈະເຂົ້າຮ່ວມໃນພິທີນີ້ໄດ້ ໂດຍຮັບການປະຕິບັດ ເໝືອນກັບວ່າ ຕົນເປັນຊາວ ອິດສະຣາເອນ ມາແຕ່ກໍາເນີດ.
\s5
\v 49 ກົດລະບຽບ ອັນດຽວກັນນີ້ ໃຫ້ໃຊ້ສໍາລັບຄົນອິດສະຣາເອນ ແຕ່ກາໍເນີດ ແລະ ສໍາລັບຄົນຕ່າງດ້າວ ຜູ້ທີ່ອາໄສຢູ່ນາໍພວກເຈົ້າ ຄືກັນ. ”
\v 50 ຊາວອິດສະຣາເອນ ທັງໝົດໄດ້ເຮັດຕາມກົດລະບຽບ ທີ່ອົງພຣະຜູ້ເປັນເຈົ້າໄດ້ສັ່ງໄວ້ກັບ ໂມເຊ ແລະ ອາໂຣນ ທຸກປະການ.
\v 51 ໃນວັນນັ້ນເອງ ອົງພຣະຜູ້ເປັນເຈົ້າໄດ້ນາໍ ຊາວອິດສະຣາເອນ ເຜົ່າຕ່າງໆ ອອກໄປຈາກປະເທດເອຢິບ.
\s5
\c 13
\p
\v 1 ອົງພຣະຜູ້ເປັນເຈົ້າ ໄດ້ບອກໂມເຊ ວ່າ,
\v 2 “ຈົ່ງອຸທິດຖວາຍລູກຊາຍກົກທຸກຄົນແກ່ເຮົາ. ລູກຊາຍກົກຂອງຊາວອິດສະຣາເອນ ທຸກໆ ຄົນ ແລະ ສັດໂຕເຖິກຫົວປີ ທຸກໆ ໂຕ ເປັນຂອງເຮົາ.”
\s5
\v 3 ແລ້ວ ໂມເຊ ກໍກ່າວແກ່ປະຊາຊົນວ່າ, “ຈົ່ງຈົດຈາໍວັນນີ້ ເປັນວັນທີ່ພວກເຈົ້າ ທັງຫລາຍໄດ້ອົບພະຍົບອອກຈາກປະເທດ ເອຢິບ ບ່ອນທີ່ພວກເຈົ້າຕົກເປັນທາດຮັບໃຊ້ນັ້ນ. ວັນນີ້ເປັນວັນທີ່ອົງພຣະຜູ້ເປັນເຈົ້າ ໄດ້ນາໍພວກເຈົ້າອອກມາ ໂດຍຣິດອໍານາດອັນຍິ່ງໃຫຍ່. ສະນັ້ນຢ່າກິນເຂົ້າຈີ່ມີເຊື້ອແປ້ງ ໃດໆ.
\v 4 ພວກເຈົ້າກາໍລັງອອກໄປຈາກປະເທດເອຢິບ ໃນເດືອນທີໜຶ່ງ ວັນນີ້ ຄື ເດືອນອາບິບ.
\v 5 ອົງພຣະຜູ້ເປັນເຈົ້າ ໄດ້ສັນຍາຢ່າງໜັກແໜ້ນ ກັບບັນພະບຸລຸດຂອງພວກເຈົ້າ ວ່າ ພຣະອົງຈະຍົກດິນແດນຂອງຊາວການາອານ, ຊາວຮິດຕີ, ຊາວອາໂມ, ຊາວຮີວີ ແລະຊາວເຢບຸດ ໃຫ້ພວກເຈົ້າ. ເມື່ອພຣະອົງ ໄດ້ນໍາພວກເຈົ້າ ເຂົ້າໄປໃນດິນແດນອັນ ອຸດົມສົມບູນ ແລະ ຮັ່ງມີນັ້ນແລ້ວ ພວກເຈົ້າຕ້ອງສະຫລອງເທດສະການນີ້ ທຸກໆປີ ໃນເດືອນທີໜຶ່ງ.
\s5
\v 6 ຈົ່ງກິນເຂົ້າຈີ່ ບໍ່ມີເຊື້ອແປ້ງ ເປັນເວລາເຈັດວັນ ແລະໃນວັນທີເຈັດ ໃຫ້ຈັດເທດສະການເພື່ອຍົກຍໍຖວາຍກຽດແກ່ ອົງພຣະຜູ້ເປັນເຈົ້າ.
\v 7 ໃນເວລາເຈັດວັນນີ້ ຢ່າກິນເຂົ້າຈີ່ມີເຊື້ອແປ້ງ ຢ່າງເດັດຂາດ ແລະທັງຢ່າໃຫ້ມີເຊື້ອແປ້ງໃດໆ ຕາມເຮືອນໃນດິນແດນທີ່ພວກເຈົ້າອາໄສຢູ່ນັ້ນ.
\s5
\v 8 ໃນວັນເລີ່ມຕົ້ນເທດສະການ ຈົ່ງອະທິບາຍສູ່ພວກລູກຫລານຂອງພວກເຈົ້າຟັງວ່າ ພວກເຈົ້າເຮັດສິ່ງທັງໝົດນີ້ ກໍເພາະວ່າອົງພຣະຜູ້ເປັນເຈົ້າ ໄດ້ຊ່ວຍເຫລືອພວກເຈົ້າ ໃນສະໄໝທີ່ໜີອອກມາຈາກປະເທດເອຢິບ ນັ້ນ.
\v 9 ການຢຶດຖື ນີ້ຈະເປັນສິ່ງເຕືອນໃຈຂອງພວກເຈົ້າ ເໝືອນສິ່ງໜຶ່ງທີ່ຜູກໄວ້ ໃນແຂນ ຫລື ແຂວນໄວ້ ທີ່ໜ້າຜາກ. ມັນຈະເຕືອນພວກເຈົ້າ ໃຫ້ສືບຕໍ່ເລົ່າ ແລະ ສຶກສາ ກົດບັນຍັດຂອງອົງພຣະຜູ້ເປັນເຈົ້າ; ເພາະວ່າ ອົງພຣະຜູ້ເປັນເຈົ້າ ໄດ້ນາໍພວກເຈົ້າອອກມາ ຈາກປະເທດເອຢິບ ໂດຍຣິດອໍານາດອັນຍິ່ງໃຫຍ່.
\v 10 ຈົ່ງສະຫລອງເທດສະການນີ້ ທຸກໆປີ ເມື່ອກາໍນົດມາເຖິງ.”
\s5
\v 11 ແລ້ວໂມເຊ ກໍໄດ້ກ່າວວ່າ, “ອົງພຣະຜູ້ເປັນເຈົ້າ ຈະນາໍພວກເຈົ້າ ເຂົ້າໄປສູ່ດິນແດນ ການາອານ ບ່ອນທີ່ພຣະອົງໄດ້ສັນຍາໄວ້ ຢ່າງໜັກແໜ້ນວ່າ ຈະຍົກໃຫ້ພວກເຈົ້າ ກັບບັນພະບຸລຸດຂອງພວກເຈົ້າ. ເມື່ອພຣະອົງມອບດິນແດນ ໃຫ້ພວກເຈົ້າແລ້ວ
\v 12 ພວກເຈົ້າຕ້ອງຖວາຍລູກຊາຍກົກ ແກ່ອົງພຣະຜູ້ເປັນເຈົ້າ. ສັດໂຕເຖິກຫົວປີ ທຸກໆໂຕ ຂອງພວກເຈົ້າ ເປັນຂອງອົງພຣະຜູ້ເປັນເຈົ້າ.
\v 13 ແຕ່ທຸກເທື່ອ ທີ່ມີລູກລໍ ໂຕເຖິກເກີດມາ ພວກເຈົ້າຕ້ອງເອົາແກະ ຫລື ແບ້ໂຕເຖິກ ແລກເອົາໄວ້. ຖ້າພວກເຈົ້າບໍ່ຢາກແລກເອົາ ໄວ້ ກໍໃຫ້ຫັກຄໍ ໂຕລໍເຖິກ ນັ້ນຖິ້ມເສຍ. ພວກເຈົ້າຕ້ອງໄຖ່ຄືນ ລູກຊາຍກົກທຸກໆຄົນຂອງພວກເຈົ້າ.
\s5
\v 14 ຕໍ່ໄປພາຍໜ້າ ເມື່ອລູກຫລານຂອງພວກເຈົ້າ ຖາມວ່າ, ‘ການເຮັດແບບນີ້ ໝາຍຄວາມວ່າຢ່າງໃດ? ກໍໃຫ້ພວກເຈົ້າບອກ ພວກເຂົາວ່າ, ‘ດ້ວຍຣິດອໍານາດ ອັນຍິ່ງໃຫຍ່ ຂອງອົງພຣະຜູ້ເປັນເຈົ້າ ພຣະອົງໄດ້ນາໍພາ ພວກເຮົາອອກມາ ຈາກປະເທດເອຢິບ ບ່ອນທີ່ພວກເຮົາເຄີຍຕົກເປັນທາດຮັບໃຊ້.
\v 15 ເມື່ອກະສັດຟາໂຣ ແຫ່ງເອຢິບ ໃຈແຂງກະດ້າງດື້ດຶງ ແລະ ບໍ່ຍອມປ່ອຍໃຫ້ພວກເຮົາ ໄປນັ້ນ ອົງພຣະຜູ້ເປັນເຈົ້າໄດ້ຂ້າລູກຊາຍກົກ ຫົວປີ ທັງໝົດຂອງຊາວເອຢິບ ຄື: ລູກຊາຍກົກຂອງຄົນ ແລະ ທັງລູກຫົວປີຂອງສັດໂຕ ເຖິກຄືກັນ. ດ້ວຍເຫດນີ້ ພວກເຮົາຈຶ່ງຕ້ອງຖວາຍບູຊາ ລູກຫົວປີຂອງສັດ ໂຕເຖິກແກ່ ອົງພຣະຜູ້ເປັນເຈົ້າ, ແຕ່ສ່ວນລູກຊາຍກົກນັ້ນ ພວກເຮົາໄຖ່ຄືນໄວ້ໄດ້.
\v 16 ດັ່ງນັ້ນ ການຢຶດຖືນີ້ຈຶ່ງຈະເປັນສິ່ງເຕືອນໃຈ ເໝືອນສິ່ງໜຶ່ງທີ່ຜູກໄວ້ຕາມແຂນ ຫລື ແຂວນໄວ້ຢູ່ເທິງ ໜ້າຜາກຂອງພວກເຮົາ. ມັນຈະເຕືອນພວກເຮົາວ່າ ອົງພຣະຜູ້ເປັນເຈົ້າ ໄດ້ນາໍພາພວກເຮົາອອກມາ ຈາກປະເທດເອຢິບ ດ້ວຍຣິດ ອໍານາດ ອັນຍິ່ງໃຫຍ່.
\s5
\v 17 ເມື່ອກະສັດຟາໂຣ ແຫ່ງເອຢິບ ໄດ້ປ່ອຍປະຊາຊົນອິດສະຣາເອນ ໄປນັ້ນ ພຣະເຈົ້າບໍ່ໄດ້ນາໍພາພວກເຂົາ ຂຶ້ນໄປທາງ ດິນແດນ ຟີລິດສະຕິນ ເຖິງແມ່ນວ່າທາງນັ້ນ ຈະເປັນທາງໃກ້ກໍຕາມ. ພຣະເຈົ້າຄິດໃນໃຈ ວ່າ, “ເຮົາບໍ່ຕ້ອງການ ໃຫ້ປະຊາຊົນຄິດປ່ຽນໃຈ ກັບຄືນໄປທີ່ປະເທດເອຢິບ ເມື່ອພວກເຂົາ ເຫັນວ່າ ພວກເຂົາຕ້ອງເຮັດເສິກ. ”
\v 18 ດັ່ງນັ້ນ ພຣະອົງຈຶ່ງນາໍພວກເຂົາອ້ອມໄປທາງ ຖິ່ນແຫ້ງແລ້ງກັນດານ ແລະ ມຸ້ງໜ້າໄປຍັງທະເລແດງ. [ນ] ຊາວອິດສະຣາເອນ ຕ່າງກໍມີ ອາວຸດຄົບມື ເພື່ອຕຽມສູ້ຮົບ.
\s5
\v 19 ໂມເຊ ເອົາສົບຂອງໂຢເຊັບ ໄປນໍາ ເພາະໂຢເຊັບໄດ້ສັ່ງໄວ້ຢ່າງໜັກແໜ້ນ. ເພິ່ນໄດ້ສັ່ງໄວ້ວ່າ, “ເມື່ອພຣະເຈົ້າ ມາຊ່ວຍກູ້ເອົາພວກເຈົ້າ ພວກເຈົ້າຕ້ອງນາໍເອົາສົບຂອງຂ້ອຍໄປຈາກທີ່ນີ້. ”
\v 20 ຊາວອິດສະຣາເອນ ໄດ້ອົບພະຍົບຈາກທ້ອງຖິ່ນຊຸກໂກດ [ບ] ໄປຕັ້ງຄ້າຍພັກຢູ່ໃນທ້ອງຖິ່ນ ເອທາມ ທີ່ແຄມຖິ່ນແຫ້ງແລ້ງກັນດານ.
\v 21 ໃນລະຫວ່າງ ການເດີນທາງນັ້ນ ອົງພຣະຜູ້ເປັນເຈົ້າ ໄດ້ນາໍໜ້າພວກເຂົາໄປ ໂດຍບັນດານໃຫ້ມີເສົາເມກ ຊີ້ທາງໄປໃນເວລາ ກາງເວັນ ແລະ ມີເສົາໄຟ ເຍືອງທາງໄປໃນ ເວລາກາງຄືນ ເພື່ອພວກເຂົາຈະເດີນທາງ ທັງກາງເວັນ ແລະ ກາງຄືນໄດ້.
\v 22 ຕະຫລອດການເດີນທາງນັ້ນ ເສົາເມກໄດ້ຊີ້ທາງ ໃນເວລາກາງເວັນ ແລະ ເສົາໄຟໄດ້ຊີ້ທາງ ໃນເວລາກາງຄືນ.
\s5
\c 14
\p
\v 1 ອົງພຣະຜູ້ເປັນເຈົ້າ ໄດ້ສັ່ງໂມເຊ ໄວ້ວ່າ,
\v 2 “ຈົ່ງບອກ ຊາວອິດສະຣາເອນ ໃຫ້ກັບເມືອຕັ້ງຄ້າຍພັກຢູ່ຕໍ່ໜ້າຂອງ ປີຮາຮີໂຣດ; ລະຫວ່າງ ມິກໂດນ ກັບ ທະເລແດງ ແລະຢູ່ໃກ້ກັບ ບາອານເຊໂຟນ.
\v 3 ແລ້ວກະສັດຟາໂຣ ກໍຈະຄິດວ່າ ຊາວອິດສະຣາເອນ ກາໍລັງເດີນທາງວົນວຽນໄປມາ ຢູ່ໃນຂົງເຂດນີ້ ໂດຍມີຖິ່ນແຫ້ງແລ້ງກັນດານ ກີດກັ້ນໄວ້.
\s5
\v 4 ເຮົາຈະເຮັດໃຫ້ລາວ ໃຈແຂງກະດ້າງດື້ດຶງຂຶ້ນອີກ ແລະ ໄລ່ຕິດຕາມພວກເຈົ້າມາ ແລະ ໄຊຊະນະຂອງເຮົາທີ່ມີຕໍ່ລາວ ແລະ ກອງທັບຂອງລາວ ຈະນາໍກຽດສັກສີ ແລະ ຊື່ສຽງ ມາໃຫ້ເຮົາ. ແລ້ວຊາວເອຢິບ ກໍຈະໄດ້ຮູ້ວ່າ ເຮົາແມ່ນອົງພຣະຜູ້ເປັນເຈົ້າ. ” ດັ່ງນັ້ນ ຊາວອິດສະຣາເອນ ຈຶ່ງເຮັດຕາມ ທີ່ໄດ້ກ່າວ ໄວ້ນັ້ນທຸກປະການ.
\v 5 ເມື່ອກະສັດຟາໂຣ ແຫ່ງເອຢິບ ຮູ້ວ່າປະຊາຊົນອິດສະຣາເອນ ໄດ້ໜີໄປແລ້ວ, ກະສັດຟາໂຣ ແລະ ບັນດາຂ້າຣາຊການກໍປ່ຽນໃຈ ແລະ ສອບຖາມວ່າ, “ເປັນຫຍັງ ພວກເຮົາຈຶ່ງເຮັດຢ່າງນີ້? ພວກເຮົາໄດ້ປ່ອຍໃຫ້ຊາວອິດສະຣາເອນ ໜີໄປ ແລະ ພວກເຮົາກໍເສຍທາດຮັບໃຊ້ໄປໝົດ.”
\s5
\v 6 ສະນັ້ນ ກະສັດຟາໂຣ ຈຶ່ງຈັດລົດຮົບ ແລະ ທະຫານຕຽມພ້ອມ.
\v 7 ເພິ່ນໄດ້ເອົາ ລົດຮົບທັງໝົດອອກ ມາໃຊ້ຊຶ່ງລວມທັງລົດ ຮົບດີທີ່ສຸດຫົກຮ້ອຍຄັນ ໂດຍມີນາຍທະຫານ ບັນຊາການ.
\v 8 ອົງພຣະຜູ້ເປັນເຈົ້າ ໄດ້ເຮັດ ໃຫ້ກະສັດຟາໂຣ ໃຈແຂງກະດ້າງດື້ດຶງ ແລະ ໄລ່ຕິດຕາມຊາວອິດສະຣາເອນ ຊຶ່ງພວມ ເດີນທາງໄປ ຢ່າງມີໄຊ. [ປ]
\v 9 ກອງທັບ ເອຢິບ ຊຶ່ງມີທະຫານມ້າ ລວມທັງລົດຮົບ ແລະ ຄົນຂັບໄດ້ໄລ່ຕິດຕາມ ຊາວອິດສະຣາເອນ ມາແລະທັນພວກເຂົາຢູ່ໃກ້ກັບ ປີຮາຮີໂຣດ; ຄືຕໍ່ໜ້າ ບາອານເຊໂຟນ ຊື່ບ່ອນ ທີ່ພວກເຂົາໄດ້ຕັ້ງຄ້າຍພັກຢູ່ແຄມທະເລແດງ.
\s5
\v 10 ເມື່ອຊາວອິດສະຣາເອນ ໄດ້ເຫັນ ກະສັດຟາໂຣ ກັບທະຫານຂອງເພິ່ນໄລ່ຕິດຕາມມາ; ພວກເຂົາຕ່າງກໍແຕກຕື່ນຕົກໃຈ ຢ່າງໜັກ ທັງຢ້ານທັງຮ້ອງຫາ ອົງພຣະຜູ້ເປັນເຈົ້າ ໃຫ້ຊ່ວຍເຫລືອ.
\v 11 ພວກເຂົາຮ້ອງໃສ່ໂມເຊ ວ່າ, “ໃນປະເທດເອຢິບ ບໍ່ມີບ່ອນຝັງສົບບໍ? ເປັນຫຍັງ ຈຶ່ງພາພວກເຮົາມາຕາຍ ທີ່ຖິ່ນແຫ້ງແລ້ງກັນດານ ເຊັ່ນນີ້? ເບິ່ງພຸ້ນດູ ຜົນທີ່ທ່ານນາໍພວກເຮົາ ອອກມາຈາກປະເທດ ເອຢິບ
\v 12 ພວກເຮົາບອກທ່ານ ກ່ອນອອກມາຈາກປະເທດເອຢິບ ແລ້ວວ່າ ເຫດການເຊັ່ນນີ້ຈະເກີດຂຶ້ນ ບໍ່ແມ່ນບໍ? ພວກເຮົາໄດ້ບອກທ່ານແລ້ວວ່າ ຢ່າຫຍຸ້ງກ່ຽວກັບພວກເຮົາ ແລະ ປ່ອຍໃຫ້ພວກເຮົາ ເປັນທາດຮັບໃຊ້ຂອງຊາວເອຢິບ ຕໍ່ໄປ. ເປັນທາດຮັບໃຊ້ຢູ່ພຸ້ນ ກໍດີກວ່າ ມາຕາຍຢູ່ໃນກາງຖິ່ນແຫ້ງແລ້ງກັນດານ ເຊັ່ນນີ້.”
\s5
\v 13 ແຕ່ ໂມເຊ ຕອບວ່າ, “ຢ່າຢ້ານເລີຍ ຕັ້ງໃຈໃຫ້ດີ ແລະ ພວກເຈົ້າຈະໄດ້ເຫັນສິ່ງທີ່ອົງພຣະຜູ້ເປັນເຈົ້າກະທໍາ ເພື່ອຊ່ວຍພວກເຈົ້າ ໃຫ້ພົ້ນໃນວັນນີ້ ພວກເຈົ້າຈະບໍ່ເຫັນຊາວ ເອຢິບ ເຫລົ່ານີ້ອີກຈັກເທື່ອ.
\v 14 ອົງພຣະຜູ້ເປັນເຈົ້າ ຈະສູ້ຮົບຕາງພວກເຈົ້າ ໂດຍທີ່ພວກເຈົ້າ ບໍ່ຕ້ອງເຮັດຫຍັງເລີຍ.”
\s5
\v 15 ອົງພຣະຜູ້ເປັນເຈົ້າ ຖາມໂມເຊ ວ່າ, “ເປັນຫຍັງ ຈຶ່ງຮ້ອງຫາເຮົາ ໃຫ້ຊ່ວຍເຫລືອ? ບອກປະຊາຊົນ ມຸ້ງໜ້າຕໍ່ໄປ.
\v 16 ຍົກ ໄມ້ຄ້ອນເທົ້າຂອງເຈົ້າຂຶ້ນ ແລະ ຊີ້ໄປເທິງໜ້າ ນໍ້າທະເລ ແລະ ມັນຈະແຍກນໍ້າອອກ ໃຫ້ເປັນ ທາງຍ່າງ ເພື່ອຊາວອິດສະຣາເອນຈະ ສາມາດ ຍ່າງເທິງພື້ນດິນແຫ້ງ ແລະ ຜ່ານໄປໄດ້.
\v 17 ເຮົາຈະເຮັດໃຫ້ຊາວເອຢິບ ໃຈແຂງກະດ້າງດື້ດຶງ ຫລາຍຍິ່ງຂຶ້ນ ແລະ ພວກເຂົາຈະໄລ່ຕິດຕາມພວກເຈົ້າມາ ແລະ ເຮົາ ຈະໄດ້ຮັບສະຫງ່າຣາສີ ກຽດຕິຍົດ ເມື່ອເຮົາໄດ້ຊະນະກະສັດຟາໂຣ, ກອງທັບ, ທະຫານມ້າ, ລົດຮົບ, ພ້ອມຄົນຂັບຂອງລາວ ເທົ່ານັ້ນ.
\v 18 ເມື່ອເຮົາໄດ້ໄຊຊະນະພວກເຂົາ ແລ້ວຊາວເອຢິບ ຈຶ່ງຈະຮູ້ວ່າ ເຮົາແມ່ນອົງພຣະຜູ້ເປັນເຈົ້າ.”
\s5
\v 19 ສ່ວນເທວະດາຂອງພຣະເຈົ້າ ຕົນທີ່ເຄີຍນາໍໜ້າ ຊາວອິດສະຣາເອນ ໄປ ກໍມາຢູ່ເບື້ອງຫລັງພວກເຂົາ. ເສົາເມກ ຊຶ່ງຢູ່ຂ້າງໜ້າ ກໍໄດ້ຍ້າຍ ກັບມາຂັ້ນທາງກາງ
\v 20 ລະຫວ່າງ ຊາວເອ​ຢິບ ແລະ ຊາວອິດສະຣາເອນ. ເສົາເມກ ນັ້ນໄດ້ເຮັດໃຫ້ດ້ານ ຂອງຊາວເອຢິບມືດ ແລະ ດ້ານຂອງຊາວອິດສະຣາເອນແຈ້ງ ເພື່ອສອງຝ່າຍ ຈະເຂົ້າ ປະເຊີນໜ້າກັນບໍ່ໄດ້. ເຫດການເປັນຢູ່ເຊັ່ນນີ້ ຕະຫລອດຄືນ.
\s5
\v 21 ໂມເຊ ໄດ້ເດ່ມືຂອງຕົນອອກໄປສູ່ທະເລ ແລະ ອົງພຣະຜູ້ເປັນເຈົ້າ ໄດ້ບັນດານໃຫ້ລົມຮ້ອນ ທາງທິດຕາເວັນອອກພັດທະເລ ຕະຫລອດຄືນ. ລົມໄດ້ພັດທະເລ ຢູ່ຢ່າງລຽນຕິດ ຈົນເຫັນພື້ນດິນແຫ້ງ. ນາໍ້ໄດ້ແຍກອອກ ຈາກກັນເປັນທາງຍ່າງ
\v 22 ແລະ ຊາວອິດສະຣາເອນ ໄດ້ຍ່າງເທິງພື້ນດິນແຫ້ງ ຜ່ານ ຂ້າມໄປ ໂດຍມີນໍ້າຂັ້ນທັງສອງຂ້າງ ເໝືອນກາໍແພງ.
\s5
\v 23 ຊາວເອຢິບ ໄລ່ຕິດຕາມຊາວອິດສະຣາເອນ ມາຢ່າງບໍ່ລົດລະ ໂດຍມີທັງທະຫານມ້າ, ລົດຮົບ, ພ້ອມຄົນຂັບ ມຸ້ງໜ້າເຂົ້າໄປໃນທະເລ.
\v 24 ຕອນໃກ້ຮຸ່ງເຊົ້າ ອົງພຣະຜູ້ເປັນເຈົ້າໄດ້ສັງເກດເບິ່ງກອງທັບ ເອຢິບ ຈາກເສົາເມກ ແລະ ເສົາໄຟ. ສະນັ້ນ ພຣະອົງຈຶ່ງບັນດານ ໃຫ້ເກີດອົນລາຫົນຂຶ້ນ ໃນເຫລົ່າທະຫານ.
\v 25 ພຣະອົງໄດ້ເຮັດໃຫ້ ລໍ້ລົດຮົບຄາດິນ ແລະ ໝູນໄປໄດ້ຍາກເຕັມທີ. ເມື່ອເຫັນເປັນເຊັ່ນນັ້ນ ຊາວເອຢິບ ຈຶ່ງຮ້ອງວ່າ, “ອົງພຣະຜູ້ເປັນເຈົ້າ ກາໍລັງເຂົ້າຂ້າງ ພວກອິດສະຣາເອນ ສູ້ຮົບພວກເຮົາ. ໃຫ້ພາກັນໜີອອກຈາກທີ່ນີ້ ດຽວນີ້.”
\s5
\v 26 ແລ້ວອົງພຣະຜູ້ເປັນເຈົ້າ ກໍໄດ້ສັ່ງໂມເຊ ວ່າ, “ເດ່ມືຂອງເຈົ້າອອກສູ່ທະເລ ແລະ ນາໍ້ຈະ ໄຫລມາຖ້ວມ ຊາວເອຢິບ ພ້ອມທັງລົດຮົບ ແລະ ຄົນຂັບຂອງພວກເຂົາ. ”
\v 27 ສະນັ້ນ ໂມເຊ ຈຶ່ງເດ່ມືຂອງຕົນອອກສູ່ທະເລ ແລະ ແຕ່ເຊົ້າ ໆ ນາໍ້ກໍໄດ້ໄຫລກັບຄືນເຂົ້າສູ່ລະດັບເດີມ. ຊາວເອຢິບ ພະຍາຍາມແລ່ນໜີ ເອົາຕົວລອດ ແຕ່ອົງພຣະຜູ້ເປັນເຈົ້າ ໄດ້ໂຍນພວກເຂົາຈົມລົງໃນທະເລ.
\v 28 ນໍ້າໄຫລ ກັບຄືນມາຖ້ວມ ລົດຮົບພ້ອມຄົນຂັບ ຄື: ກອງທັບຊາວເອຢິບ ທັງໝົດຊຶ່ງໄລ່ຕິດຕາມ ຊາວອິດສະຣາເອນ ເຂົ້າໄປໃນທະເລ. ບໍ່ມີຜູ້ລອດຊີວິດມາໄດ້ຈັກຄົນ.
\s5
\v 29 ສ່ວນຊາວອິດສະຣາເອນ ນັ້ນກໍໄດ້ຍ່າງໄປເທິງພື້ນດິນແຫ້ງ ຢ່າງປອດໄພ ຄື: ບ່ອນມີນາໍ້ຂັ້ນທັງສອງຂ້າງ ດັ່ງກາໍແພງ.
\v 30 ໃນວັນນັ້ນ ອົງພຣະຜູ້ເປັນເຈົ້າໄດ້ໂຜດຊ່ວຍ ປະຊາຊົນອິດສະຣາເອນ ໃຫ້ພົ້ນຈາກການ ຕິດຕາມທາໍລາຍຂອງຊາວເອຢິບ. ຊາວອິດສະຣາເອນ ໄດ້ເຫັນສົບຂອງຊາວເອຢິບ ຢາຍເດຍລະດາດ ຢູ່ຕາມແຄມທະເລ.
\v 31 ເມື່ອຊາວອິດສະຣາເອນ ໄດ້ເຫັນຣິດອໍານາດ ອັນຍິ່ງໃຫຍ່ ຊຶ່ງອົງພຣະຜູ້ເປັນເຈົ້າ ໄດ້ໄຊຊະນະຊາວເອຢິບ ເຊັ່ນນີ້ ພວກເຂົາຈຶ່ງຢ້ານຢໍາອົງພຣະຜູ້ເປັນເຈົ້າ; ພວກເຂົາຕ່າງກໍມີຄວາມເຊື່ອໃນອົງພຣະຜູ້ເປັນເຈົ້າ ແລະ ໃນໂມເຊ ຜູ້ຮັບໃຊ້ຂອງພຣະອົງ.
\s5
\c 15
\p
\v 1 ແລ້ວໂມເຊ ກັບຊາວອິດສະຣາເອນ ກໍໄດ້ຮ້ອງເພງນີ້ ສັນລະເສີນອົງພຣະຜູ້ເປັນເຈົ້າ ວ່າ, “ຂ້ານ້ອຍຈະຮ້ອງເພງ ຍ້ອງຍໍສັນລະເສີນ ອົງພຣະຜູ້ເປັນເຈົ້າ ເພາະໄຊຊະນະຂອງພຣະອົງ ຊ່າລືໄປ ທົ່ວເທິງແຜ່ນດິນໂລກ. ພຣະອົງໄດ້ໂຍນຝູງມ້າ ພ້ອມທະຫານ ທັງຫລາຍຂອງເອຢິບ ໃຫ້ມໍຣະນາໃນທ້ອງ ທະເລ ອັນໃຫຍ່ກວ້າງ.
\s5
\v 2 ອົງພຣະຜູ້ເປັນເຈົ້າ ເປັນປ້ອມປ້ອງກັນ ຢ່າງເຂັ້ມແຂງ; ພຣະອົງເປັນແຫລ່ງແຫ່ງການ ຊ່ວຍກູ້ຈາກໂພຍໄພຮ້າຍ. ພຣະອົງເປັນພຣະເຈົ້າ ທີ່ຂ້ານ້ອຍຈະຍ້ອງຍໍ ສັນລະເສີນ; ເປັນພຣະເຈົ້າແຫ່ງພຣະບິດາ ຈຶ່ງຂໍຍົກຍໍ ພຣະຣິດທານຸພາບ.
\v 3 ອົງພຣະຜູ້ເປັນເຈົ້າ ເປັນນັກຮົບຜູ້ຍິ່ງໃຫຍ່ ອົງພຣະຜູ້ເປັນເຈົ້າ ນັ້ນ ແມ່ນນາມອັນກຽງໄກຂອງພຣະອົງ.
\s5
\v 4 ພຣະອົງໂຍນກອງທັບເອຢິບ ລົງໃນທ້ອງທະເລ; ພວກນາຍທະຫານທີ່ເກັ່ງກ້າ ຈຶ່ງຈົມລົງໃນນາໍ້.
\v 5 ທ້ອງທະເລອັນເລິກ ຈຶ່ງຫຸ້ມຫໍ່ເອົາພວກເຂົາ; ພວກເຂົາຈົມສູ່ພື້ນທະເລ ດັ່ງກ້ອນຫິນຈົມລົງດິ່ງ ໆ.
\s5
\v 6 ຂ້າແດ່ ອົງພຣະຜູ້ເປັນເຈົ້າ ມືຂວາຂອງພຣະອົງນັ້ນ ຊົງຣິດອໍານາດຍິ່ງ ຂ້າແດ່ອົງພຣະຜູ້ເປັນເຈົ້າ ມືຂວາຂອງພຣະອົງນັ້ນ ທໍາລາຍພວກສັດຕູ ໃຫ້ໝຸ່ນທະລາຍໄປໄດ້.
\v 7 ພຣະອົງໂຄ່ນລົ້ມສັດຕູ ໄດ້ດ້ວຍໄຊຊະນະ ອັນສະຫງ່າງາມ; ພຣະອົງເຜົາຜານເຂົາ ດັ່ງເຟືອງ ດ້ວຍຄວາມຮ້າຍທີ່ລຸກໄໝ້.
\v 8 ພຣະອົງເປົ່າທະເລ ດ້ວຍລົມຫາຍໃຈ ແລະ ນາໍ້ຈຶ່ງກາຍເປັນຟອງສູງໃຫຍ່; ຟອງນາໍ້ໄດ້ຢືນແຂງ ຄ້າງເໝືອນດັ່ງກາໍແພງ. ທ້ອງທະເລ ອັນກວ້າງ ແລະ ເລິກຢ່າງເຫລືອຫລາຍ; ກໍເລີຍກາຍ ຄ້າງແຂງແໜ້ນໜັກໄປຈົນສິ້ນ.
\s5
\v 9 ສັດຕູເວົ້າວ່າ, “ຂ້ອຍຈະຕາມລ່າ ຈັບກຸມ ເອົາພວກເຂົາ ຂ້ອຍຈະແບ່ງປັນຊັບສິນ ຂອງ ພວກເຂົາໃຫ້ໄດ້; ແລະ ຢຶດເອົາສິ່ງທີ່ຂ້ອຍຕ້ອງການທັງໝົດໄປ ຂ້ອຍຈະຊັກດາບ ແລະ ຢຶດສິ່ງຂອງ ທີ່ພວກເຂົາມີນັ້ນ.
\v 10 ເມື່ອ ພຣະອົງຫາຍໃຈ ພຽງຄັ້ງດຽວເທົ່ານັ້ນ ຊາວເອຢິບ ກໍຈົມລົງສູ່ທ້ອງທະເລ ທັງດີ້ນ. ພວກເຂົາຈົມລົງ ດິ່ງໆ ເໝືອນດັ່ງກ້ອນຂີ້ກົ່ວ ຕົນຕົວຈົມລົງສູ່ພື້ນທະເລກວ້າງ ຄຶກຄະນອງ.
\v 11 ຂ້າແດ່ ອົງພຣະຜູ້ເປັນເຈົ້າ ໃນບັນດາ ພະທັງຫລາຍນັ້ນ ໃຜແດ່ ຄື ພຣະອົງ? ແນ່ວແນ່ ຄື ພຣະອົງ ຜູ້ຍິ່ງໃຫຍ່ ແລະ ບໍຣິສຸດດ້ວຍ. ພະໃດເຮັດການອັດສະຈັນ ຕ່າງໆ ໄດ້ແດ່? ແລະ ເຮັດການອັນໃຫຍ່ຍິ່ງໄດ້ ດັ່ງພຣະອົງ?
\s5
\v 12 ພຽງແຕ່ ພຣະອົງຢຽດມືຂວາ ອອກໃສ່ ພື້ນດິນກໍໄດ້ຍະອອກ ກືນກິນສັດຕູ ຈົນດັບສູນ.
\v 13 ໂດຍສັດຊື່ຕໍ່ພຣະສັນຍາ ພຣະອົງ ຈຶ່ງໄດ້ຊ່ວຍກູ້ ແລະ ນາໍພາປະຊາຊົນຂອງພຣະອົງ; ໂດຍກາໍລັງອັນສູ້ຊົນຂອງພຣະອົງ ຈຶ່ງນາໍພວກເຂົາສູ່ດິນແດນ ອັນສັກສິດໄດ້.
\s5
\v 14 ເມື່ອຊົນຊາດທັງຫລາຍ ໄດ້ຍິນເລື່ອງ ກໍແຕກຕື່ນຕົກໃຈກົວ; ຄວາມຢ້ານກົວ ອັນໃຫຍ່ຫລວງ ໄດ້ຄວບຄຸມຊາວຟີລິດສະຕິນໄວ້.
\v 15 ສ່ວນພວກເຈົ້ານາຍ ຊາວເອໂດມ ກໍຢ້ານໃຫຍ່; ຊາວໂມອາບ ຜູ້ເກັ່ງກ້າ ກໍເກີດຢ້ານໃຈສັ່ນເຊັນ. ສ່ວນຊາວການາອານ ຊໍ້າໝົດກາໍລັງໃຈຫຼາຍ; ຕົກໃຈຢ້ານ ແລະ ໄຫວຫວັ່ນຍ້ອນຄວາມກົວ.
\s5
\v 16 ຂ້າແດ່ ອົງພຣະຜູ້ເປັນເຈົ້າ ພວກເຂົາ ເສຍຂວັນ ແລະ ຢ້ານກົວໃຫຍ່ ເມື່ອພວກເຂົາ ເຫັນພຣະເດຊານຸພາບ; ພວກເຂົາຢືນຢ່າງສິ້ນທ່າ ດ້ວຍຄວາມຢ້ານກົວ ຈົນກວ່າ ປະຊາຊົນຂອງພຣະອົງ ຜ່ານໄປໄດ້; ຄື ປະຊາຊົນທີ່ພຣະອົງປົດປ່ອຍ ໃຫ້ມີອິດສະຫລະເສລີ ຈາກການເປັນທາດຮັບໃຊ້.
\s5
\v 17-18 ພຣະອົງນໍາພວກເຂົາ ເຂົ້າມາໃກ້ ແລະ ຕັ້ງໄວ້ທີ່ພູເຂົາສັກສັດ; ບ່ອນທີ່ພຣະອົງໄດ້ເລືອກສັນ ເປັນບ່ອນສະຖິດຢູ່. ຄື ໃນພຣະວິຫານ ທີ່ພຣະອົງໄດ້ສ້າງເອງ ຂ້າແດ່ ອົງພຣະຜູ້ເປັນເຈົ້າ ພຣະອົງເອງຈະເປັນ ກະສັດປົກຄອງ ສືບໆໄປ ເປັນນິດ.”
\s5
\v 19 ເມື່ອທະຫານມ້າ ກັບລົດຮົບ ພ້ອມຄົນຂັບຊາວເອຢິບ ໄດ້ແລ່ນລົງໄປໃນທະເລນັ້ນ ອົງພຣະຜູ້ເປັນເຈົ້າ ໄດ້ບັນດານໃຫ້ນາໍ້ໄຫລ ຄືນເຂົ້າກັນ ແລະ ຖ້ວມພວກເຂົາ, ແຕ່ສໍາລັບ ຊາວອິດສະຣາເອນ ພວກເຂົາໄດ້ຍ່າງຂ້າມ ເທິງໜ້າດິນແຫ້ງ ໃນພື້ນທະເລ ໄປຢ່າງປອດໄພ.
\v 20 ແລ້ວນາງ ມີຣີອາມ ເອື້ອຍອາໂຣນ ທີ່ເປັນຜູ້ທາໍນວາຍ ກໍຕີກອງອອກໜ້າ ຕິດຕາມດ້ວຍຜູ້ຍິງທຸກຄົນ ທັງຕີກອງ ແລະ ຟ້ອນລໍາ.
\v 21 ນາງຮ້ອງເພງ ຊໍ້າໄປ ຊໍ້າມາ ວ່າ, “ຈົ່ງຍ້ອງຍໍສັນລະເສີນ ອົງພຣະຜູ້ເປັນເຈົ້າ ດ້ວຍການຮ້ອງລໍາ ທາໍເພງ ເພາະໄຊຊະນະຂອງພຣະອົງ ຊ່າລືໄປທົ່ວໂລກ. ພຣະອົງໄດ້ໂຍນ ຝູງມ້າ ແລະ ທະຫານທັງຫລາຍ ໃຫ້ມໍຣະນາໃນທ້ອງທະເລ ອັນໃຫຍ່ກວ້າງ.”
\s5
\v 22 ແລ້ວ​ໂມ​ເຊ ກໍ​ໄດ້​ນຳປະ​ຊ​າ​ຊົນ​ອິດ​ສະ​ຣາ​ເອນ ຈາກ​ທະ​ເລ​ແດງ ມຸ້ງ​ໜ້າ​ເຂົ້າ​ໄປ​ຍັງ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ ຊູ​ເຣ. ພວກ​ເຂົາ​ຍ່າງ​ຢູ່​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ ເຖິ​ງ​ສາມມື້ ແຕ່ບໍ່​ພົບ​ນ້ຳ.
\v 23 ແລ້ວ​ພວກ​ເຂົາ​ກໍ​ໄດ້​ມາ​ຮອດ​ບ່ອນ​ໜຶ່ງ ທີ່​ເອີ້ນ​ວ່າ ມາ​ຣາ, ແຕ່​ນ້ຳ​ໃນ​ທີ່ນັ້ນຂົມຫລາຍ ຈົນດື່ມບໍ່ໄດ້. ສະນັ້ນ ບ່ອນນີ້ ຈຶ່ງມີຊື່ວ່າ ມາຣາ. [ຜ]
\s5
\v 24 ປະຊາຊົນໄດ້ຈົ່ມຮ້າຍໃສ່ໂມເຊ ແລະ ຖາມເພິ່ນວ່າ, “ພວກເຮົາຈະຫານໍ້າ ມາແຕ່ໃສດື່ມ? ”
\v 25 ໂມເຊ ຈຶ່ງໄດ້ໄຫວ້ວອນ ພາວັນນາ ອະທິຖານດ້ວຍໃຈຮ້ອນຮົນ ຕໍ່ອົງພຣະຜູ້ເປັນເຈົ້າ ແລະ ອົງພຣະຜູ້ເປັນເຈົ້າ ໄດ້ສໍາແດງໃຫ້ໂມເຊ ເຫັນໄມ້ທ່ອນໜຶ່ງ. ໂມເຊ ໄດ້ຈັບເອົາໄມ້ທ່ອນນັ້ນ ຖິ້ມລົງໃສ່ນາໍ້. ດັ່ງນັ້ນ ນາໍ້ຈຶ່ງເຊົາຂົມ ແລະ ດື່ມໄດ້. ໃນທີ່ນັ້ນ ອົງພຣະຜູ້ເປັນເຈົ້າ ໄດ້ໃຫ້ກົດບັນຍັດຕ່າງໆ ເພື່ອການດໍາເນີນຊີວິດ ແລະ ໃນທີ່ນັ້ນ ພຣະອົງໄດ້ ທົດສອບພວກເຂົາດ້ວຍ.
\v 26 ພຣະອົງໄດ້ບອກ ວ່າ, “ຖ້າພວກເຈົ້າເຊື່ອຟັງອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ໂດຍເຮັດ ສິ່ງທີ່ຖືກຕ້ອງ ຕໍ່ສາຍຕາຂອງພຣະອົງ ແລະ ເຮັດຕາມຂໍ້ຄໍາສັ່ງທຸກຂໍ້ຂອງພຣະອົງ ເຮົາກໍຈະບໍ່ລົງໂທດພວກເຈົ້າ ດ້ວຍໂຣກໄພໄຂ້ເຈັບ ດັ່ງທີ່ໄດ້ນາໍມາ ທາໍລາຍຊາວເອຢິບ. ເຮົາແມ່ນອົງພຣະຜູ້ເປັນເຈົ້າ ຜູ້ທີ່ປິ່ນປົວຮັກສາເຈົ້າໃຫ້ດີ.”
\s5
\v 27 ຕໍ່ມາ ພວກເຂົາໄດ້ເດີນທາງ ມາເຖິງ ເອລິມ [ຝ] ຊຶ່ງໃນບ່ອນນັ້ນ ມີນາໍ້ອອກບໍ່ ສິບສອງແຫ່ງ ແລະ ມີຕົ້ນຕານ ເຈັດສິບຕົ້ນ. ສະນັ້ນ ປະຊາຊົນອິດສະຣາເອນ ຈຶ່ງໄດ້ຕັ້ງຄ້າຍພັກ ຢູ່ໃກ້ບໍ່ນາໍ້ແຫ່ງນີ້.
\s5
\c 16
\p
\v 1 ຊຸມຊົນອິດສະຣາເອນ ທັງໝົດໄດ້ເດີນທາງອອກຈາກ ເອລີມ ແລະ ໃນມື້ທີ ສິບຫ້າ ເດືອນທີສອງ ຫລັງຈາກໄດ້ໜີອອກມາຈາກປະເທດເອຢິບ ພວກເຂົາໄດ້ເດີນທາງ ມາຮອດຖິ່ນແຫ້ງແລ້ງກັນດານ ຊີນ ຊຶ່ງຢູ່ລະຫວ່າງ ເອລີມ ແລະ ພູເຂົາ ຊີນາຍ.
\v 2 ຢູ່ໃນຖິ່ນແຫ້ງແລ້ງກັນດານນີ້ ພວກເຂົາໄດ້ຈົ່ມຮ້າຍໃສ່ ໂມເຊ ກັບ ອາໂຣນ ອີກ.
\v 3 ພວກເຂົາເວົ້າວ່າ, “ພວກເຮົາຢາກໃຫ້ອົງພຣະຜູ້ເປັນເຈົ້າ ຂ້າພວກເຮົາຖິ້ມຢູ່ປະເທດເອຢິບ ບ່ອນທີ່ພວກເຮົາໄດ້ກິນເຂົ້າປາ ອາຫານ ເຕັມອີ່ມພຸ້ນສາ! ແຕ່ທ່ານ ຊໍ້າພັດນາໍພວກເຮົາມາ ອຶດຕາຍ ຢູ່ໃນຖິ່ນແຫ້ງແລ້ງກັນດານນີ້.”
\s5
\v 4 ແລ້ວອົງພຣະຜູ້ເປັນເຈົ້າ ກໍບອກ ໂມເຊ ວ່າ, “ບັດນີ້ ເຮົາຈະບັນດານໃຫ້ອາຫານ ຕົກລົງມາແຕ່ທ້ອງຟ້າ ດັ່ງຫ່າຝົນໃຫ້ພວກເຈົ້າ ທຸກຄົນໄດ້ກິນ. ຈົ່ງບອກປະຊາຊົນ ໄປເກັບເອົາແຕ່ລະວັນ ໃຫ້ພໍດີກິນສໍາລັບວັນໜຶ່ງ. ໂດຍວິທີນີ້ ເຮົາຈຶ່ງທົດສອບເບິ່ງໄດ້ວ່າ ພວກເຂົາຈະເຮັດຕາມ ຂໍ້ຄໍາສັ່ງຂອງເຮົານັ້ນ ຫລືບໍ່.
\v 5 ໃນມື້ທີຫົກ ໃຫ້ເກັບເອົາຫລາຍກວ່າ ມື້ທາໍມະດາໜຶ່ງເທົ່າ ເພື່ອເອົາໄວ້ຕຽມເປັນອາຫານ.”
\s5
\v 6 ດັ່ງນັ້ນ ໂມເຊ ແລະ ອາໂຣນ ຈຶ່ງບອກ ຊາວອິດສະຣາເອນ ໝົດທຸກຄົນວ່າ, “ໃນຕອນຄໍ່ານີ້ ພວກເຈົ້າທຸກຄົນຈະໄດ້ຮູ້ຄັກວ່າ ແມ່ນອົງພຣະຜູ້ເປັນເຈົ້າ ທີ່ໄດ້ນໍາພວກເຈົ້າ ອອກມາຈາກປະເທດເອຢິບ.
\v 7 ໃນຕອນເຊົ້າ ພວກເຈົ້າຈະໄດ້ເຫັນແສງສຸກໃສ ແຫ່ງສະຫງ່າຣາສີ ຂອງອົງພຣະຜູ້ເປັນເຈົ້າ. ພຣະອົງໄດ້ຍິນສຽງຈົ່ມຮ້າຍຂອງພວກເຈົ້າ ຕໍ່ ສູ້ພຣະອົງ ແນ່ນອນແມ່ນພວກເຈົ້າໄດ້ຈົ່ມ ຕໍ່ ສູ້ພຣະອົງແທ້ ເພາະພວກເຮົາທັງສອງ ເປັນພຽງແຕ່ຜູ້ປະຕິບັດ ຕາມຄໍາແນະນາໍຂອງພຣະອົງເທົ່ານັ້ນ. ”
\v 8 ແລ້ວໂມເຊ ກໍກ່າວວ່າ, “ແມ່ນອົງພຣະຜູ້ເປັນເຈົ້າ ທີ່ຈະໃຫ້ພວກເຈົ້າ ມີຊີ້ນກິນໃນຕອນແລງ ແລະ ຈະໃຫ້ມີເຂົ້າກິນ ຢ່າງບໍຣິບູນໃນຕອນເຊົ້າ ເພາະວ່າ ພຣະອົງໄດ້ຍິນພວກເຈົ້າ ຈົ່ມຮ້າຍໃສ່ພຣະອົງ ຢ່າງຮຸນແຮງ. ເມື່ອພວກເຈົ້າຈົ່ມຮ້າຍ ຕໍ່ພວກເຮົາກໍເທົ່າກັບຈົ່ມຮ້າຍ ຕໍ່ອົງພຣະຜູ້ເປັນເຈົ້າ ນັ້ນແຫລະ.”
\s5
\v 9 ແລ້ວໂມເຊ ກໍກ່າວແກ່ອາໂຣນ ວ່າ, “ຈົ່ງບອກຊຸມຊົນອິດສະຣາເອນ ເຂົ້າມາຢືນຢູ່ຊ້ອງໜ້າອົງພຣະຜູ້ເປັນເຈົ້າ ຍ້ອນພຣະອົງໄດ້ຍິນສຽງຈົ່ມຮ້າຍ ຂອງພວກເຂົາແລ້ວ. ”
\v 10 ໃນ ຂະນະທີ່ອາໂຣນ ກາໍລັງກ່າວແກ່ຊຸມຊົນອິດສະຣາເອນ ຢູ່ນັ້ນ ພວກເຂົາຕ່າງກໍຫັນ ໜ້າແນມໄປ ທາງຖິ່ນແຫ້ງແລ້ງກັນດານ ແລະ ໃນທັນໃດນັ້ນ ແສງສຸກໃສແຫ່ງສະຫງ່າຣາສີ ຂອງອົງພຣະຜູ້ເປັນເຈົ້າ ກໍໄດ້ປາກົດຂຶ້ນໃນເມກ.
\v 11 ອົງພຣະຜູ້ເປັນເຈົ້າ ໄດ້ກ່າວແກ່ ໂມເຊ ວ່າ,
\v 12 “ເຮົາໄດ້ຍິນຊາວອິດສະຣາເອນ ຈົ່ມຮ້າຍຕໍ່ເຮົາແລ້ວ. ຈົ່ງບອກພວກເຂົາ ວ່າ, ‘ໃນມື້ແລງນີ້ ພວກເຂົາຈະມີຊີ້ນກິນ ແລະ ໃນຕອນເຊົ້າ ພວກເຂົາຈະມີເຂົ້າກິນ ຕາມຄວາມຕ້ອງການ. ແລ້ວພວກເຂົາກໍຈະຮູ້ວ່າ ເຮົາແມ່ນອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຂົາ.
\s5
\v 13 ພໍເຖິງເວລາຄໍ່າມາ ກໍມີຝູງນົກຂຸ້ມບິນມາ ຢູ່ເຕັມຄ້າຍພັກ ແລະ ພໍເຖິງຕອນເຊົ້າມາ ກໍມີນໍ້າໝອກປົກຫຸ້ມຢູ່ຮອບຄ້າຍ.
\v 14 ເມື່ອນາໍ້ໝອກ ເຫີຍຫາຍໄປແລ້ວ ໄດ້ມີສິ່ງໜຶ່ງບາງໆ ເປັນປ່ຽງປົກເຕັມເທິງໜ້າດິນ ໃນຖິ່ນແຫ້ງແລ້ງກັນດານ. ສິ່ງນັ້ນເປັນແຜ່ນບາງໆ ດັ່ງນາໍ້ໝອກກ້າມ.
\v 15 ເມື່ອຊາວອິດສະຣາເອນເຫັນ ພວກເຂົາບໍ່ຮູ້ວ່າແມ່ນຫຍັງ ຈຶ່ງຖາມກັນວ່າ, “ອັນນີ້ແມ່ນຫຍັງ? ” ແລ້ວໂມເຊ ກໍບອກພວກເຂົາວ່າ, “ອັນນີ້ແມ່ນອາຫານທີບ ຊຶ່ງອົງພຣະຜູ້ເປັນເຈົ້າ ໃຫ້ພວກເຈົ້າກິນ.
\s5
\v 16 ອົງພຣະຜູ້ເປັນເຈົ້າ ໄດ້ສັ່ງໄວ້ວ່າ ໃຫ້ແຕ່ລະຄົນເກັບເອົາຕາມທີ່ຕົນຈະກິນໄດ້ໝົດ ປະມານຄົນລະສອງລິດ ໂດຍໃຫ້ເກັບເອົາ ຄົບຕາມຈາໍນວນຄົນໃນຄອບຄົວ. ”
\v 17 ຊາວອິດສະຣາເອນ ກໍເຮັດຕາມຄໍາສັ່ງນັ້ນ ບາງຄົນກໍເກັບເອົາຫລາຍ ແລະ ບາງຄົນກໍເກັບເອົາໜ້ອຍ.
\v 18 ເມື່ອຊັ່ງເບິ່ງແລ້ວ ຜູ້ທີ່ເກັບເອົາຫລາຍ ກໍບໍ່ໄດ້ເຫລືອ ແລະ ຜູ້ທີ່ເກັບເອົາໜ້ອຍ ກໍບໍ່ໄດ້ຂາດ. ທຸກຄົນເກັບເອົາໄດ້ພໍດີກັບທີ່ຕົນກິນອີ່ມ.
\s5
\v 19 ໂມເຊ ບອກພວກເຂົາວ່າ, “ຢ່າໃຫ້ຜູ້ ໃດເກັບເອົາໄວ້ຈົນຮອດມື້​ອື່ນ​ເຊົ້າ."
\v 20 ແຕ່​ມີ​ບາງ​ຄົນ​ບໍ່​ເຊື່ອ​ຟັງ​ຄຳ​ສັ່ງ​ຂອງ​ໂມ​ເຊ ຈຶ່ງ​ໄດ້​ເກັບ​ເອົາ​ບາງ​ສ່ວນ​ໄວ້ ພໍ​ຮອດມື້​ເຊົ້າ​ມາ ອາ​ຫານນັ້ນ​ກໍ​ເປັນ​ໜອນ​ແລະ​ເນົ່າ​ເໝັນ. ໂມເຊ ຈຶ່ງຮ້າຍໃຫ້ພວກເຂົາ.
\v 21 ສະນັ້ນ ທຸກໆ ເຊົ້າໃດ ແຕ່ລະຄົນຈຶ່ງເກັບເອົາຕາມ ທີ່ຕົນຈະກິນໄດ້ໝົດ. ເມື່ອຕາເວັນຂຶ້ນສູງ ແລະ ແດດຮ້ອນແລ້ວ ອາຫານນີ້ກໍຈະລະລາຍໄປ.
\s5
\v 22 ໃນມື້ທີຫົກ ພວກເຂົາກໍເກັບເອົາອາຫານໄວ້ສອງເທົ່າ ຄົນລະປະມານສີ່ລິດ. ບັນດາຫົວໜ້າຊຸມຊົນອິດສະຣາເອນ ໄດ້ມາລາຍງານເລື່ອງນີ້ຕໍ່ ໂມເຊ
\v 23 ແລະ ໂມເຊ ກໍໄດ້ບອກພວກເຂົາວ່າ, “ອົງພຣະຜູ້ເປັນເຈົ້າ ສັ່ງວ່າ ໃນມື້ອື່ນແມ່ນວັນຊະບາໂຕ ເປັນວັນພັກຜ່ອນ ທີ່ອຸທິດຖວາຍແກ່ພຣະອົງ. ສະນັ້ນ ໃນວັນນີ້ ມີສິ່ງໃດທີ່ຢາກປີ້ງ ກໍໃຫ້ປີ້ງສາ ແລະ ມີສິ່ງໃດທີ່ຢາກຕົ້ມ ກໍໃຫ້ຕົ້ມສາ ສ່ວນທີ່ເຫລືອນັ້ນ ຈົ່ງເກັບໄວ້ສໍາລັບມື້ອື່ນ.”
\s5
\v 24 ເພື່ອເຮັດຕາມໂມເຊສັ່ງ ເຂົາໄດ້ເກັບ ຮັກສາອາຫານ ທີ່ເຫລືອນັ້ນມ້ຽນຈົນຮອດມື້ອື່ນ ແລະ ອາຫານນັ້ນ ກໍບໍ່ໄດ້ບູດເນົ່າເປັນໜອນເລີຍ.
\v 25 ໂມເຊ ສັ່ງອີກວ່າ, “ຈົ່ງກິນອາຫານ ທີ່ເຫລືອນັ້ນໃນວັນນີ້ສາ ເພາະວັນນີ້ແມ່ນ ວັນຊະບາໂຕ ເປັນວັນພັກຜ່ອນທີ່ອຸທິດ ຖວາຍແກ່ອົງພຣະຜູ້ເປັນເຈົ້າ ແລະ ພວກເຈົ້າ ຈະບໍ່ພົບອາຫານໃດໆ ທີ່ນອກຄ້າຍອີກ.
\s5
\v 26 ພວກເຈົ້າຈະຕ້ອງເກັບເອົາອາຫານ ໃນ ຫົກວັນ, ແຕ່ໃນວັນທີເຈັດ ຄື ວັນຊະບາໂຕ ນັ້ນແມ່ນວັນພັກຜ່ອນ ແລະ ຈະບໍ່ມີອາຫານໃດໆ ເລີຍ. ”
\v 27 ໃນວັນທີເຈັດ ໄດ້ມີຊາວອິດສະຣາເອນ ບາງຄົນອອກໄປຫາເກັບເອົາອາຫານ ແຕ່ພວກເຂົ້າບໍ່ໄດ້ພົບສິ່ງໃດເລີຍ.
\s5
\v 28 ແລ້ວອົງພຣະຜູ້ເປັນເຈົ້າ ກໍບອກໂມເຊ ວ່າ, “ປະຊາຊົນເຫລົ່ານີ້ ຈະຂັດຂືນຄໍາສັ່ງຂອງເຮົາໄປອີກເຫິງນານປານໃດ?
\v 29 ຈົ່ງຈົດຈາໍໄວ້ວ່າ ອົງພຣະຜູ້ເປັນເຈົ້າໄດ້ປະທານ ວັນຊະບາໂຕ ນີ້ໃຫ້ແກ່ພວກເຈົ້າ; ດ້ວຍເຫດນີ້ ີໃນມື້ທີຫົກ ເຮົາຈຶ່ງໃຫ້ອາຫານແກ່ພວກເຈົ້າ ພໍກິນສໍາລັບກຸ້ມສອງວັນ. ແຕ່ໃນວັນຊະບາໂຕ ທຸກຄົນຈະຕ້ອງຢູ່ກັບທີ່ ແລະ ຢ່າໃຫ້ຜູ້ໃດອອກຈາກເຮືອນຂອງຕົນ. ”
\v 30 ສະນັ້ນ ປະຊາຊົນອິດສະຣາເອນ ຈຶ່ງພາກັນ ຢຸດພັກໃນວັນທີເຈັດ.
\s5
\v 31 ປະຊາຊົນອິດສະຣາເອນ ຕ່າງກໍເອີ້ນ ອາຫານນີ້ວ່າ ມານາ. [ພ] ອາຫານນີ້ເປັນເມັດຂາວ ເໝືອນໃນຜັກຊີ ແລະ ມີຣົດຊາດ ເໝືອນເຂົ້າໜົມແຜ່ນປະສົມນໍ້າເຜິ້ງ.
\v 32 ໂມເຊ ກ່າວວ່າ, “ອົງພຣະຜູ້ເປັນເຈົ້າ ສັ່ງພວກເຮົາຮັກສາ ມານາ ບາງສ່ວນໄວ້ໃຫ້ເຊື້ອສາຍ ຂອງພວກເຮົາເບິ່ງ ເພື່ອພວກເຂົາຈະໄດ້ເຫັນ ອາຫານ ທີ່ພຣະອົງໄດ້ໃຫ້ພວກເຮົາກິນຢູ່ ໃນ ຖິ່ນແຫ້ງແລ້ງກັນດານ ຄາວເມື່ອພຣະອົງໄດ້ນາໍພາພວກເຮົາອອກມາຈາກ ປະເທດເອຢິບ.”
\s5
\v 33 ດັ່ງນັ້ນ ໂມເຊ ຈຶ່ງບອກອາໂຣນ ວ່າ, “ຈົ່ງເອົາໄຫ ໜ່ວຍໜຶ່ງມາຜອງ ມານາ ຈັກສອງລິດໃສ່ໄຫໄວ້ ແລະ ເອົາໄຫນັ້ນໄປວາງໄວ້ຢູ່ຊ້ອງໜ້າອົງພຣະຜູ້ເປັນເຈົ້າ ເພື່ອເອົາໄວ້ ໃຫ້ເຊື້ອສາຍຂອງພວກເຮົາເບິ່ງ. ”
\v 34 ເພື່ອກະທາໍຕາມ ທີ່ອົງພຣະຜູ້ເປັນເຈົ້າສັ່ງໄວ້ ກັບໂມເຊ ອາໂຣນຈຶ່ງເອົາໄຫ ມານາ ມາວາງໄວ້ຕໍ່ ໍໜ້າຫີບ ພັນທະສັນຍາ ເພື່ອຈະເກັບຮັກສາໄວ້.
\v 35 ຊາວອິດສະຣາເອນ ໄດ້ກິນມານາ ເປັນອາຫານ ເປັນເວລາສີ່ສິບປີ ຈົນພວກເຂົາໄດ້ເດີນທາງໄປຮອດດິນແດນ ການາອານ ບ່ອນທີ່ຕັ້ງຫລັກແຫລ່ງຢູ່. (
\v 36 ໜຶ່ງໂອເມ ເທົ່າກັບປະມານ ສອງລິດ ຫລື ເທົ່າກັບໜຶ່ງສ່ວນສິບຂອງເອຟາ)
\s5
\c 17
\p
\v 1 ຊຸມຊົນອິດສະຣາເອນ ທັງໝົດໄດ້ອອກຈາກຖິ່ນແຫ້ງແລ້ງກັນດານ ຊີນ ໂດຍເຄື່ອນຍ້າຍໄປເປັນໄລຍະ ຕາມຄໍາສັ່ງຂອງອົງພຣະຜູ້ເປັນເຈົ້າ. ພວກເຂົາໄດ້ຕັ້ງຄ້າຍພັກຢູ່ທີ່ ເຣຟີດີມ [ຟ] ແຕ່ຢູ່ໃນທີ່ນັ້ນ ພວກເຂົາບໍ່ມີນາໍ້ດື່ມ.
\v 2 ພວກເຂົາຈຶ່ງຈົ່ມຮ້າຍໃສ່ໂມເຊ ແລະເວົ້າວ່າ, “ຫານາໍ້ ໃຫ້ພວກເຮົາດື່ມແມ! ” ໂມເຊ ຈຶ່ງຕອບວ່າ, “ເປັນຫຍັງ ຈຶ່ງພາກັນຈົ່ມ? ເປັນຫຍັງ ຈຶ່ງທົດລອງອົງພຣະຜູ້ເປັນເຈົ້າ? ”
\v 3 ແຕ່ປະຊາຊົນຫິວນາໍ້ຫລາຍ ຈຶ່ງສືບຕໍ່ຈົ່ມຮ້າຍໂມເຊ ໂດຍເວົ້າວ່າ, “ເປັນຫຍັງ ທ່ານຈຶ່ງນາໍພວກເຮົາອອກມາ ຈາກປະເທດ ເອຢິບ ເພື່ອໃຫ້ພວກເຮົາກັບລູກຫລານ ແລະ ຝູງສັດຕາຍ ຫິວນາໍ້ຊັ້ນບໍ?”
\s5
\v 4 ແລ້ວໂມເຊ ກໍພາວັນນາ ອະທິຖານ ຕໍ່ອົງພຣະຜູ້ເປັນເຈົ້າ ດ້ວຍໃຈຮ້ອນຮົນວ່າ, “ຂ້ານ້ອຍຈະເຮັດແນວໃດດີ ກັບປະຊາຊົນເຫລົ່ານີ້? ພວກເຂົາເກືອບຈະເອົາກ້ອນຫິນແກວ່ງໃສ່ຂ້ານ້ອຍ. ”
\v 5 ອົງພຣະຜູ້ເປັນເຈົ້າ ໄດ້ບອກໂມເຊ ວ່າ, “ຈົ່ງເອົາຫົວໜ້າຂອງຊາວອິດສະຣາເອນ ບາງຄົນໄປກັບເຈົ້າ ແລະ ລ່ວງໜ້າປະຊາຊົນໄປກ່ອນ. ຈົ່ງຖືໄມ້ຄ້ອນເທົ້າທີ່ເຈົ້າໄດ້ໃຊ້ຕີນາໍ້ນິນນັ້ນໄປນາໍ.
\v 6 ເຮົາຈະຢືນຢູ່ຂ້າງໜ້າເຈົ້າ ເທິງຫິນດານທີ່ພູເຂົາ ຊີນາຍ. ຈົ່ງໃຊ້ໄມ້ເທົ້າຂອງເຈົ້າຕີໂງ່ນຫິນ ແລະ ນໍ້າກໍຈະໄຫລອອກມາ ໃຫ້ປະຊາຊົນດື່ມ. ” ໂມເຊ ຈຶ່ງປະຕິບັດຕາມ ທີ່ໄດ້ ບອກນັ້ນ ຢູ່ທ່າມກາງບັນດາຜູ້ນາໍຂອງປະຊາຊົນອິດສະຣາເອນ.
\v 7 ສະນັ້ນ ບ່ອນນີ້ຈຶ່ງໄດ້ໃສ່ຊື່ວ່າ ມັດຊາ ແລະ ເມຣີບາ [ມ] ເພາະວ່າ ຊາວອິດສະຣາເອນໄດ້ຈົ່ມຮ້າຍ ທັງທົດລອງອົງພຣະຜູ້ເປັນເຈົ້າ ເມື່ອພວກເຂົາຖາມວ່າ, “ອົງພຣະຜູ້ເປັນເຈົ້າສະຖິດຢູ່ກັບພວກເຮົາ ຫລືບໍ່?”
\s5
\v 8 ຊາວອາມາເຫລັກ ໄດ້ຍົກທັບມາຕີ ຊາວອິດສະຣາເອນ ທີ່ ເຣຟີດີມ.
\v 9 ໂມເຊ ຈຶ່ງສັ່ງໂຢຊວຍ ວ່າ, “ມື້ອື່ນເຈົ້າຈົ່ງເລືອກເຟັ້ນ ເອົາບາງຄົນອອກໄປສູ້ຮົບກັບ ຊາວອາມາເຫລັກ. ສ່ວນເຮົາເອງ ຈະຖືໄມ້ຄ້ອນເທົ້າທີ່ພຣະເຈົ້າໄດ້ມອບໃຫ້ນັ້ນ ຢືນເບິ່ງຢູ່ເທິງເນີນພູ. ”
\v 10 ໂຢຊວຍ ກໍເຮັດຕາມທີ່ໂມເຊ ສັ່ງຕົນ ແລະ ນາໍຊາວອິດສະຣາເອນ ອອກໄປສູ້ຮົບກັບທະຫານ ອາມາເຫລັກ ໃນຂະນະດຽວກັນນັ້ນ ໂມເຊ ກັບ ອາໂຣນ ແລະ ຮູເຣ ກໍຂຶ້ນໄປຢືນເບິ່ງຢູ່ເທິງເນີນພູ.
\s5
\v 11 ການສູ້ຮົບເລີ່ມຂຶ້ນ ເມື່ອໃດທີ່ໂມເຊ ຍົກແຂນຂຶ້ນ ຊາວອິດສະຣາເອນ ກໍເປັນຝ່າຍໄດ້ໄຊຊະນະ, ແຕ່ພໍໂມເຊ ປ່ອຍແຂນລົງ ຝ່າຍອາມາເຫລັກ ກໍເລີ່ມເປັນຝ່າຍໄດ້ໄຊຊະນະ.
\v 12 ເມື່ອເຫັນແຂນຂອງໂມເຊ ອ່ອນລົງ ເພາະຄວາມອິດເມື່ອຍ ອາໂຣນ ກັບ ຮູເຣ ກໍໄດ້ຫາກ້ອນຫິນມາໃຫ້ ໂມເຊ ນັ່ງ; ໃນເວລາດຽວກັນນັ້ນ ພວກເຂົາກໍຢືນຈັບແຂນ ໂມເຊ ຍົກຂຶ້ນຈົນກວ່າຕາເວັນຕົກດິນ.
\v 13 ໂດຍວິທີນີ້ ໂຢຊວຍ ຈຶ່ງໄດ້ຊະນະທະຫານ ອາມາເຫລັກ ຢ່າງສິ້ນເຊີງ.
\s5
\v 14 ແລ້ວອົງພຣະຜູ້ເປັນເຈົ້າ ກໍບອກໂມເຊ ວ່າ, “ຈົ່ງບັນທຶກເລື່ອງໄຊຊະນະນີ້ໄວ້ເພື່ອຈະໄດ້ຈົດຈາໍ ຕະຫລອດໄປ. ຈົ່ງບອກ ໂຢຊວຍ ວ່າ ເຮົາຈະທາໍລາຍຊາວອາມາເຫລັກ ໃຫ້ກ້ຽງ. ”
\v 15 ໂມເຊ ໄດ້ສ້າງແທ່ນບູຊາ ແທ່ນໜຶ່ງຂຶ້ນ ແລະ ໃສ່ຊື່ແທ່ນບູຊານີ້ວ່າ, “ອົງພຣະ ຜູ້ເປັນເຈົ້າເປັນທຸງໄຊຂອງຂ້ອຍ. ”
\v 16 ເພິ່ນສັ່ງວ່າ, “ຈົ່ງຍົກສູງທຸງໄຊຂອງອົງພຣະຜູ້ເປັນເຈົ້າ ອົງພຣະຜູ້ເປັນເຈົ້າຈະສູ້ຮົບກັບຊາວ ອາມາເຫລັກ ຕະຫລອດໄປ.”
\s5
\c 18
\p
\v 1 ເຢທະໂຣ ພໍ່ເຖົ້າຂອງໂມເຊ ຜູ້ທີ່ເປັນປະໂຣຫິດ ແຫ່ງ ມີດີອານ ໄດ້ຍິນເຖິງທຸກສິ່ງທີ່ພຣະເຈົ້າໄດ້ກະທາໍເພື່ອໂມເຊ ແລະ ປະຊາຊົນອິດສະຣາເອນ ເມື່ອພຣະອົງໄດ້ນາໍພວກເຂົາອອກມາ ຈາກປະເທດເອຢິບ.
\v 2 ສະນັ້ນ ເພິ່ນຈຶ່ງພາ ສິບໂປລາ ເມຍຂອງໂມເຊ ຜູ້ທີ່ຖືກປະໄວ້ກັບຕົນນັ້ນມາຫາໂມເຊ
\v 3 ພ້ອມທັງ ເກໂຊນ ແລະ ເອລີເອເຊ ລູກຊາຍສອງຄົນຂອງນາງ ມາດ້ວຍ. (ໂມເຊ ໄດ້ກ່າວວ່າ, “ຂ້າພະເຈົ້າເປັນຄົນຕ່າງດ້າວ ໄດ້ມາອາໄສ ຢູ່ຕ່າງປະເທດ. ” ສະນັ້ນ ເພິ່ນຈຶ່ງໃສ່ຊື່ໃຫ້ລູກຊາຍ ຜູ້ໜຶ່ງວ່າ ເກໂຊນ. [ຢ]
\v 4 ເພິ່ນກ່າວອີກວ່າ, “ພຣະເຈົ້າຂອງພໍ່ຂ້ອຍ ເປັນຜູ້ຊ່ວຍຊູຂ້ອຍ ໃຫ້ພົ້ນຈາກການນາໍລ່າ ສັງຫານຂອງກະສັດຟາໂຣ ແຫ່ງ ເອຢິບ. ” ສະນັ້ນ ເພິ່ນຈຶ່ງໄດ້ໃສ່ຊື່ໃຫ້ລູກຊາຍ ອີກຜູ້ໜຶ່ງວ່າ ເອລີເອເຊ. [ຣ])
\s5
\v 5 ເຢທະໂຣ ໄດ້ພາເມຍຂອງໂມເຊ ພ້ອມດ້ວຍລູກທັງສອງຂອງນາງ ມາຍັງຖິ່ນແຫ້ງແລ້ງກັນດານ ບ່ອນທີ່ໂມເຊ ໄດ້ຕັ້ງຄ້າຍພັກຢູ່ທີ່ພູສັກສິດ.
\v 6 ເພິ່ນໄດ້ສົ່ງຄົນໄປບອກໂມເຊ ວ່າພວກຕົນກໍາລັງເດີນທາງມາ.
\s5
\v 7 ດັ່ງນັ້ນ ໂມເຊ ຈຶ່ງອອກໄປພົບ ແລະ ຂາບລົງຕໍ່ໜ້າ ເຢທະໂຣ ແລະ ທັງຈູບເພິ່ນ. ພວກເພິ່ນໄດ້ຖາມເຖິງຄວາມສຸກທຸກ ຂອງ ກັນແລະກັນ ແລ້ວກໍພາກັນໄປຍັງເຕັນບ່ອນ ພັກຂອງໂມເຊ.
\v 8 ໂມເຊ ເລົ່າສູ່ເຢທະໂຣ ຟັງທຸກສິ່ງທຸກຢ່າງ ທີ່ອົງພຣະຜູ້ເປັນເຈົ້າໄດ້ເຮັດຕໍ່ກະສັດຟາໂຣ ແລະ ຕໍ່ຊາວເອຢິບ ເພື່ອຊ່ວຍກອບກູ້ເອົາຊາວອິດສະຣາເອນ. ເພິ່ນຍັງໄດ້ເລົ່າເຖິງຄວາມຍາກລໍາບາກ ນາໆ ປະການທີ່ຊາວອິດສະຣາເອນ ໄດ້ປະເຊີນໃນການເດີນທາງ ແລະ ເຖິງການທີ່ພຣະເຈົ້າໄດ້ໂຜດຊ່ວຍພວກເຂົາ ໃຫ້ພົ້ນຢ່າງໃດ.
\s5
\v 9 ເມື່ອເຢທະໂຣ ໄດ້ຍິນໝົດທຸກເລື່ອງຢ່າງນັ້ນແລ້ວ ເພິ່ນກໍດີໃຈຫລາຍ
\v 10 ແລະ ກ່າວວ່າ, “ສັນລະເສີນອົງພຣະຜູ້ເປັນເຈົ້າ ຜູ້ທີ່ ໄດ້ໂຜດຊ່ວຍເຈົ້າທັງຫລາຍ ໃຫ້ພົ້ນຈາກຊາວເອຢິບ ແລະ ຈາກກະສັດຟາໂຣ ແລະ ໄດ້ຊ່ວຍຄົນຂອງພຣະອົງໃຫ້ພົ້ນຈາກເງື້ອມມື ຂອງຊາວເອຢິບ.
\v 11 ບັດນີ້ ຂ້ອຍຮູ້ແລ້ວວ່າ ອົງພຣະຜູ້ເປັນເຈົ້າຍິ່ງໃຫຍ່ກວ່າ ພະທັງຫລາຍ ເພາະພຣະອົງໄດ້ສໍາແດງຄວາມຍິ່ງໃຫຍ່ນີ້ ເມື່ອຊາວເອຢິບໄດ້ເຮັດຕໍ່ຊາວອິດສະຣາເອນ ດ້ວຍການທາລຸນ ເຊັ່ນນັ້ນ.”
\s5
\v 12 ແລ້ວເຢທະໂຣ ກໍຂ້າສັດເຜົາທັງໂຕ ແລະ ເອົາເຄື່ອງບູຊາອື່ນໆ ຖວາຍແກ່ພຣະເຈົ້າ; ຝ່າຍອາໂຣນ ແລະ ພວກຜູ້ນາໍກໍໄດ້ໄປຮ່ວມກິນອາຫານສັກສິດ ເພື່ອເປັນການນະມັດສະການພຣະເຈົ້າ.
\s5
\v 13 ໃນມື້ຕໍ່ມາ ໂມເຊ ໄດ້ອອກມານັ່ງພິຈາລະນາ ເພື່ອຕັດສິນຄວາມໃຫ້ປະຊາຊົນ ເພິ່ນໄດ້ຫຍຸ້ງຢູ່ກັບວຽກ ແຕ່ເຊົ້າຈົນຮອດຄໍ່າ.
\v 14 ເມື່ອເຢທະໂຣ ໄດ້ເຫັນທຸກໆ ສິ່ງທີ່ໂມເຊເຮັດ ເພິ່ນຈຶ່ງຖາມວ່າ, “ວຽກທັງໝົດທີ່ເຈົ້າກາໍລັງເຮັດຢູ່ນີ້ ເພື່ອປະຊາຊົນບໍ່ແມ່ນບໍ? ດ້ວຍເຫດໃດ ເຈົ້າຈຶ່ງເຮັດຜູ້ດຽວ [ລ] ໂດຍປ່ອຍປະຊາຊົນໃຫ້ຢືນຢູ່ທີ່ນີ້ ແຕ່ເຊົ້າຮອດຄໍ່າ ເພື່ອຂໍຄວາມເຫັນຈາກເຈົ້າ?”
\s5
\v 15 ແລ້ວໂມເຊ ກໍຕອບວ່າ, “ຂ້ອຍຈາໍເປັນຕ້ອງເຮັດເຊັ່ນນີ້ ຍ້ອນປະຊາຊົນມາຫາເພື່ອຮຽນຮູ້ສິ່ງທີ່ພຣະເຈົ້າຕ້ອງການ ໃຫ້ພວກເຂົາເຮັດ.
\v 16 ເມື່ອມີສອງຄົນໂຕ້ຖຽງກັນ ພວກເຂົາກໍມາຫາຂ້ອຍ ແລະ ຂ້ອຍຕ້ອງຕັດສິນໃຫ້ລະຫວ່າງເຂົາທັງສອງ ວ່າແມ່ນໃຜເປັນຜູ້ຖືກ ແລະ ພ້ອມດຽວກັນນັ້ນ ຂ້ອຍກໍຕ້ອງສັ່ງສອນພວກເຂົາ ໃຫ້ຮູ້ເຖິງກົດເກນ ແລະ ຂໍ້ຄໍາສັ່ງຂອງພຣະເຈົ້າ.”
\s5
\v 17 ແລ້ວເຢທະໂຣ ກໍບອກວ່າ, “ເຈົ້າເຮັດ ຢ່າງນີ້ ບໍ່ແມ່ນວິທີທີ່ດີ.
\v 18 ເຈົ້າຈະເຮັດໃຫ້ເຈົ້າເອງອ່ອນເພຍເສຍກາໍລັງ ພ້ອມທັງປະຊາຊົນເຫລົ່ານີ້ດ້ວຍ. ວຽກການນີ້ໜັກເຫລືອກາໍລັງທີ່ເຈົ້າຜູ້ດຽວ ຈະເຮັດໄດ້.
\v 19 ບັດນີ້ ຂ້ອຍຂໍໃຫ້ຄໍາແນະນາໍ ທີ່ດີແກ່ເຈົ້າ ແລະ ພຣະເຈົ້າຈະສະຖິດຢູ່ກັບເຈົ້າ. ເປັນການຖືກຕ້ອງ ທີ່ເຈົ້າເປັນຜູ້ແທນຂອງປະຊາຊົນ ຕໍ່ພຣະເຈົ້າ ແລະ ນໍາການໂຕ້ຖຽງກັນ ສະເໜີຕໍ່ພຣະອົງ.
\v 20 ເຈົ້າຈົ່ງສັ່ງສອນ ພວກເຂົາໃຫ້ຮູ້ຂໍ້ຄໍາສັ່ງຂອງພຣະເຈົ້າ ແລະ ອະທິບາຍສູ່ພວກເຂົາຟັງ ວ່າຄວນດໍາເນີນຊີວິດຢ່າງໃດ ແລະ ຄວນປະຕິບັດຫຍັງແດ່.
\s5
\v 21 ແຕ່ນອກຈາກນີ້ ເຈົ້າຄວນເລືອກເຟັ້ນ ເອົາຄົນທີ່ມີຄວາມສາມາດບາງຄົນ ໃນທ່າມກາງປະຊາຊົນທັງໝົດ ແລະ ແຕ່ງຕັ້ງພວກເຂົາໃຫ້ເປັນຜູ້ປົກຄອງ ໜຶ່ງພັນຄົນ, ໜຶ່ງຮ້ອຍຄົນ, ຫ້າສິບຄົນ ແລະ ສິບຄົນ. ພວກຜູ້ປົກຄອງນັ້ນ ຈະຕ້ອງເປັນຄົນຢໍາເກງພຣະເຈົ້າ ທັງໄວ້ວາງໃຈໄດ້ ແລະ ບໍ່ກິນສິນບົນ.
\v 22 ໃຫ້ພວກເຂົາຮັບໜ້າທີ່ ເປັນຜູ້ຕັດສິນປະຈໍາ. ສ່ວນກໍລະນີໃຫຍ່ ໆ ໃຫ້ເຂົານໍາມາແຈ້ງຕໍ່ເຈົ້າ, ແຕ່ສ່ວນຄະດີເລັກນ້ອຍ ໃຫ້ພວກເຂົາຕັດສິນກັນເອງ. ໃນເມື່ອພວກເຂົາ ຊ່ວຍຮັບແບກພາລະຮ່ວມກັບເຈົ້າ ວິທີນີ້ຈະເຮັດໃຫ້ການງານຂອງເຈົ້າເບົາລົງ.
\v 23 ຖ້າເຮັດເຊັ່ນນີ້ ແລະ ເມື່ອພຣະເຈົ້າສັ່ງການແລ້ວ ເຈົ້າກໍຈະບໍ່ອ່ອນເພຍເສຍກໍາລັງ ເຈົ້າເອງ ແລະ ປະຊາຊົນພວກນີ້ທຸກຄົນ ຈະກັບບ້ານໃຜເຮືອນລາວ ໂດຍທີ່ບັນຫາຂອງແຕ່ລະຄົນ ໄດ້ຮັບການແກ້ໄຂໄປດ້ວຍດີ.”
\s5
\v 24 ໂມເຊ ໄດ້ຮັບເອົາຄໍາແນະນາໍ ທຸກປະການຂອງເຢທະໂຣ
\v 25 ແລະໄດ້ເລືອກເຟັ້ນເອົາຄົນທີ່ມີຄວາມສາມາດ ຈາກຊາວອິດສະຣາເອນ ທັງໝົດ. ເພິ່ນໄດ້ແຕ່ງຕັ້ງ ພວກເຂົາໃຫ້ເປັນຜູ້ປົກຄອງ ພັນຄົນ, ຮ້ອຍຄົນ, ຫ້າສິບຄົນ ແລະ ສິບຄົນ.
\v 26 ພວກເຂົາໄດ້ເຮັດໜ້າທີ່ເປັນຜູ້ຕັດສິນຄວາມປະຈາໍ ໂດຍນາໍຄະດີໃຫຍ່ ໆ ມາຫາໂມເຊ; ສ່ວນຄະດີ ເລັກນ້ອຍນັ້ນ ພວກເຂົາພິຈາລະນາຕັດສິນກັນເອງ.
\v 27 ແລ້ວໂມເຊ ກໍອໍາລາເຢທະໂຣ ແລະ ເຢທະໂຣໄດ້ກັບຄືນເມືອຍັງ ບ້ານເມືອງຂອງຕົນ.
\s5
\c 19
\p
\v 1-2 ຊາວອິດສະຣາເອນ ໄດ້ຍົກຍ້າຍໄປຈາກ ເຣຟີດີມ ແລະ ໃນວັນທີໜຶ່ງ ເດືອນທີສາມ ຫລັງຈາກທີ່ໄດ້ອອກມາຈາກ ປະເທດເອຢິບ ພວກເຂົາກໍໄດ້ເດີນທາງມາຮອດ ຖິ່ນແຫ້ງແລ້ງກັນດານ ຊີນາຍ. ໃນທີ່ນັ້ນ ພວກເຂົາໄດ້ຕັ້ງຄ້າຍພັກ ຢູ່ທີ່ຕີນພູເຂົາ ຊີນາຍ.
\s5
\v 3 ແລະ ໂມເຊ ກໍໄດ້ຂຶ້ນໄປທີ່ເທິງພູ ເພື່ອເຂົ້າເຝົ້າພຣະເຈົ້າ. ອົງພຣະຜູ້ເປັນເຈົ້າ ໄດ້ເອີ້ນໂມເຊ ຈາກເທິງພູ ໃຫ້ບອກຊາວອິດສະຣາເອນ ເຊື້ອສາຍຂອງຢາໂຄບ ດັ່ງນີ້:
\v 4 “ພວກເຈົ້າໄດ້ເຫັນສິ່ງທີ່ເຮົາໄດ້ເຮັດຕໍ່ຊາວເອຢິບ ແລະ ທັງໄດ້ເຫັນເຮົານາໍເອົາພວກເຈົ້າ ຂຶ້ນມາທີ່ນີ້ ໃກ້ຊິດເຮົາຢ່າງໃດ ກໍດັ່ງນົກອິນຊີ ໃຊ້ປີກຍົກລູກຂອງຕົນຂຶ້ນຂີ່ຫລັງ.
\v 5 ບັດນີ້ ຖ້າພວກເຈົ້າເຊື່ອຟັງເຮົາ ແລະ ຮັກສາພັນທະສັນຍາຂອງເຮົາ ພວກເຈົ້າກໍຈະເປັນປະຊາຊົນຂອງເຮົາ. ທົ່ວທັງແຜ່ນດິນໂລກນີ້ ເປັນຂອງເຮົາ, ແຕ່ພວກເຈົ້າ ຈະເປັນປະຊາຊົນທີ່ເຮົາເລືອກໄວ້
\v 6 ຄື ເປັນປະຊາຊົນທີ່ອຸທິດຕົນເພື່ອເຮົາເທົ່ານັ້ນ ແລະ ພວກເຈົ້າກໍຈະບົວລະບັດຮັບໃຊ້ເຮົາ ໃນຖານະປະໂຣຫິດ.”
\s5
\v 7 ສະນັ້ນ ໂມເຊ ຈຶ່ງລົງໄປຍັງຄ້າຍພັກ ເອີ້ນບັນດາຫົວໜ້າປະຊາຊົນອິດສະຣາເອນ ມາປະຊຸມ ແລະ ບອກສິ່ງທີ່ອົງພຣະຜູ້ເປັນເຈົ້າ ໄດ້ສັ່ງໄວ້ນັ້ນສູ່ພວກເຂົາຟັງ.
\v 8 ປະຊາຊົນທັງໝົດ ຈຶ່ງຕອບພ້ອມກັນວ່າ, “ພວກເຮົາຈະເຮັດທຸກໆ ສິ່ງທີ່ອົງພຣະຜູ້ເປັນເຈົ້າໄດ້ກ່າວ. ” ແລ້ວໂມເຊ ກໍຂຶ້ນໄປແຈ້ງຕໍ່ອົງພຣະຜູ້ເປັນເຈົ້າ ຕາມທີ່ປະຊາຊົນໄດ້ຕອບນັ້ນ.
\v 9 ແລ້ວອົງພຣະຜູ້ເປັນເຈົ້າ ກໍບອກໂມເຊ ວ່າ, “ເຮົາຈະມາຫາເຈົ້າໃນເມກອັນຕຶບໜາ ເພື່ອວ່າປະຊາຊົນຈະໄດ້ຍິນເຮົາກ່າວແກ່ເຈົ້າ ແລະ ພວກເຂົາຈະໄດ້ເຊື່ອຟັງເຈົ້າຕະຫລອດໄປ. ” ໂມເຊ ຈຶ່ງບອກອົງພຣະຜູ້ ເປັນເຈົ້າ ຕາມທີ່ປະຊາຊົນໄດ້ຕອບມານັ້ນ.
\s5
\v 10 ແລ້ວອົງພຣະຜູ້ເປັນເຈົ້າ ກໍບອກໂມເຊ ວ່າ, “ຈົ່ງໄປບອກປະຊາຊົນຊໍາລະຕົວໃຫ້ສະອາດ ໃນມື້ນີ້ ແລະ ມື້ອື່ນ ເພື່ອເຂົ້າມານະມັດສະການເຮົາ. ພວກເຂົາຈະຕ້ອງພາກັນຊັກເສື້ອຜ້າກ່ອນ
\v 11 ແລະ ມື້ຮື ໃຫ້ພວກເຂົາຕຽມພ້ອມ ໃນມື້ນັ້ນເຮົາຈະລົງມາ ເທິງພູເຂົາ ຊີນາຍ ບ່ອນທີ່ປະຊາຊົນອິດສະຣາເອນ ທັງໝົດຈະເຫັນເຮົາ.
\s5
\v 12 ເຈົ້າຈົ່ງກາໍນົດເຂດອ້ອມຮອບພູໄວ້ ໃຫ້ປະຊາຊົນ ແລະ ບອກພວກເຂົາບໍ່ໃຫ້ລ່ວງເຂດຂຶ້ນໄປເທິງພູ ຫລື ເຂົ້າໄປໃກ້ຕີນພູເດັດຂາດ. ຖ້າຜູ້ໃດຜູ້ໜຶ່ງ ຍ່າງຂຶ້ນໄປທີ່ນັ້ນ ຈະມີໂທດເຖິງຕາຍ;
\v 13 ລາວຈະຖືກແກວ່ງດ້ວຍກ້ອນຫິນ ຫລື ຖືກຍິງດ້ວຍລູກໜ້າທະນູ ແລະ ຢ່າຂ້າໂດຍໃຊ້ມືແຕະຕ້ອງລາວ. ຢ່າໄວ້ຊີວິດຜູ້ໃດຜູ້ໜຶ່ງ ບໍ່ວ່າຄົນ ຫລື ສັດກໍຕາມ, ແຕ່ພໍເມື່ອສຽງແກດັງ ໃຫ້ບາງຄົນ [ວ] ຂຶ້ນມາທີ່ເທິງພູໄດ້.”
\s5
\v 14 ແລ້ວໂມເຊ ກໍໄດ້ລົງມາແຕ່ພູ ແລະ ບອກປະຊາຊົນໃຫ້ຕຽມຕົວ ເພື່ອນະມັດສະການ. ພວກເຂົາໄດ້ຊັກເສື້ອຜ້າ
\v 15 ແລະ ໂມເຊ ບອກພວກເຂົາຕື່ມວ່າ, “ໃນມື້ ທີສາມ ຈົ່ງພາກັນຕຽມພ້ອມໃຫ້ດີ ແລະ ຢ່າສົມສູ່ກັນທາງເພດເປັນເດັດຂາດ.”
\s5
\v 16 ໃນຕອນເຊົ້າ ມື້ທີສາມ ເກີດມີຟ້າຮ້ອງ, ຟ້າແມບ, ທັງມີເມກ ອັນຕຶບໜາປົກຄຸມຫຸ້ມຢູ່ຕາມເທິງພູເຂົານັ້ນ ແລະ ມີສຽງແກດັງກ້ອງສະໜັ່ນທົ່ວໄປ. ປະຊາຊົນທັງໝົດທີ່ຢູ່ໃນຄ້າຍພັກ ເກີດຢ້ານກົວຈົນຕົວສັ່ນ.
\v 17 ໂມເຊ ໄດ້ນາໍພວກເຂົາອອກຈາກຄ້າຍພັກໄປ ເຝົ້າພຣະເຈົ້າ ແລະ ຢຸດຢູ່ທີ່ຕີນພູເຂົາ.
\v 18 ພູເຂົາຊີນາຍ ທັງໜ່ວຍມີຄວັນປົກຄຸມຢູ່ ເພາະອົງພຣະຜູ້ເປັນເຈົ້າໄດ້ສະເດັດລົງມາ ໃນໄຟທີ່ເທິງພູເຂົານັ້ນ. ສະນັ້ນຄວັນທີ່ພຸ່ງຂຶ້ນມາ ຈຶ່ງຄືຄວັນທີ່ອອກມາຈາກເຕົາໄຟອັນໃຫຍ່ ແລະ ພູເຂົາທັງໜ່ວຍ ກໍສະທ້ານຫວັ່ນໄຫວຢ່າງ ໜັກ.
\s5
\v 19 ສຽງແກໄດ້ດັງແຮງ ແລະ ແຮງຂຶ້ນ. ເມື່ອໂມເຊ ກ່າວອອກໄປ ພຣະເຈົ້າກໍຕອບເພິ່ນມາດ້ວຍສຽງຟ້າຮ້ອງ.
\v 20 ອົງພຣະຜູ້ເປັນເຈົ້າ ໄດ້ສະເດັດລົງມາເທິງຈອມພູເຂົາ ຊີນາຍ ເອີ້ນໂມເຊໃຫ້ຂຶ້ນໄປພົບພຣະອົງ ແລະ ໂມເຊ ກໍຂຶ້ນໄປ.
\v 21 ແລ້ວອົງພຣະຜູ້ເປັນເຈົ້າ ກໍບອກໂມເຊ ວ່າ, “ຈົ່ງລົງໄປເຕືອນປະຊາຊົນ ບໍ່ໃຫ້ຂ້າມເຂດເຂົ້າມາເບິ່ງເຮົາ, ຖ້າພວກເຂົາຂືນຂຶ້ນມາຍັງທີ່ນີ້ ຈະມີຫລາຍ ຄົນຕາຍ.
\v 22 ແມ່ນແຕ່ພວກປະໂຣຫິດ ທີ່ເຂົ້າມາໃກ້ເຮົາກໍດີ ຕ້ອງຊໍາລະຕົນ ຫລື ຈະໃຫ້ເຮົາລົງໂທດພວກເຂົາ.”
\s5
\v 23 ໂມເຊ ຈຶ່ງຕອບອົງພຣະຜູ້ເປັນເຈົ້າ ວ່າ, “ຊາວອິດສະຣາເອນ ຂຶ້ນມາທີ່ເທິງພູນີ້ບໍ່ໄດ້ດອກ ເພາະພຣະອົງໄດ້ສັ່ງພວກຂ້ານ້ອຍ ໃຫ້ເຄົາຣົບພູເຂົາສັກສິດ ແລະ ທັງໃຫ້ກາໍນົດເຂດ ອ້ອມຮອບໄວ້ດ້ວຍ. ”
\v 24 ອົງພຣະຜູ້ເປັນເຈົ້າ ໄດ້ຕອບວ່າ, “ຈົ່ງລົງໄປນາໍເອົາ ອາໂຣນ ຂຶ້ນມາທີ່ນີ້ກັບເຈົ້າ, ແຕ່ສໍາລັບພວກປະໂຣຫິດ ແລະ ປະຊາຊົນອິດສະຣາເອນ ນັ້ນຢ່າໃຫ້ພວກເຂົາຂ້າມເຂດຂຶ້ນມາຫາເຮົາ ຢ່າງເດັດຂາດ ຫລື ຈະໃຫ້ເຮົາລົງໂທດພວກເຂົາ. ”
\v 25 ໂມເຊ ຈຶ່ງໄດ້ລົງຈາກພູ ມາຫາປະຊາຊົນ ແລະ ໄດ້ກ່າວຖ້ອຍຄໍາທັງຫລາຍນີ້ ໃຫ້ພວກເຂົາຟັງ.
\s5
\c 20
\p
\v 1 ຕໍ່​ໄປແມ່ນຖ້ອຍຄໍາຂອງພຣະເຈົ້າ ທີ່ໄດ້ສັ່ງປະຊາຊົນອິດສະຣາເອນ ດັ່ງນີ້:
\v 2 “ເຮົາ ແມ່ນອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງເຈົ້າ ຜູ້ທີ່ໄດ້ນາໍພາເຈົ້າອອກມາຈາກປະເທດເອຢິບ ບ່ອນທີ່ເຈົ້າຕົກເປັນທາດຮັບໃຊ້.
\v 3 ຢ່ານະມັດສະການພະອື່ນນອກຈາກເຮົາ.
\s5
\v 4 ຢ່າເຮັດຮູບເຄົາຣົບຢ່າງໃດ ຢ່າງໜຶ່ງສໍາລັບຕົນ ອັນເປັນຕົວແທນຂອງສິ່ງທີ່ຢູ່ໃນທ້ອງຟ້າ ຫລື ເທິງແຜ່ນດິນໂລກ ຫລື ຢູ່ໃຕ້ນາໍ້.
\v 5 ຢ່ານົບ ຫລື ຂາບໄຫວ້ຮູບເຫລົ່ານັ້ນ ເພາະເຮົາແມ່ນອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງເຈົ້າ ແລະ ເຮົາເປັນພຣະເຈົ້າທີ່ຫວງແຫນ. ເຮົານາໍການລົງໂທດ ມາສູ່ພວກທີ່ກຽດຊັງເຮົາ ຕະຫລອດທັງລູກຫລານຂອງພວກເຂົາ ເຖິງສາມ ແລະ ສີ່ຊົ່ວເຊັ່ນຄົນ.
\v 6 ແຕ່ເຮົາສໍາແດງຄວາມຮັກຕໍ່ຜູ້ທີ່ຮັກເຮົາ ແລະ ຖືຮັກສາ ບັນຍັດທັງຫລາຍຂອງເຮົາ ຫລາຍພັນເຊັ່ນຄົນ. [ຫ]
\s5
\v 7 ຢ່າໃຊ້ຊື່ຂອງເຮົາ ໄປໃນທາງຊົ່ວຮ້າຍ ເພາະເຮົາແມ່ນອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງເຈົ້າ ຈະເອົາໂທດກັບທຸກໆ ຄົນທີ່ເຮັດເຊັ່ນນັ້ນ.
\s5
\v 8 ຈົ່ງຖືວັນຊະບາໂຕ ແລະຢຶດຖືໄວ້ເປັນວັນສັກສິດ.
\v 9 ເຈົ້າມີຫົກວັນ ທີ່ຈະເຮັດ ວຽກຂອງເຈົ້າ
\v 10 ແຕ່ໃນວັນທີເຈັດ ໃຫ້ຖືເປັນວັນພັກຜ່ອນທີ່ອຸທິດແກ່ເຮົາ. ໃນວັນນີ້ ເຈົ້າເອງພ້ອມດ້ວຍລູກຊາຍຍິງ ກັບຄົນຮັບໃຊ້ ້ ແລະ ສັດລ້ຽງຂອງເຈົ້າ ຕະຫລອດທັງຄົນຕ່າງດ້າວ ທີ່ອາໄສຢູ່ໃນບ້ານເມືອງຂອງເຈົ້າ ບໍ່ຕ້ອງເຮັດວຽກໃດໆ ທັງສິ້ນ.
\v 11 ໃນຫົກວັນ ອົງພຣະຜູ້ເປັນເຈົ້າໄດ້ນິຣະມິດສ້າງແຜ່ນດິນໂລກ, ທ້ອງຟ້າ, ທະເລທັງຫລາຍ ແລະ ສັບພະທຸກສິ່ງຢູ່ໃນນັ້ນ, ແຕ່ໃນວັນທີເຈັດ ເຮົາໄດ້ພັກຜ່ອນ. ສະນັ້ນແຫລະ ອົງພຣະຜູ້ເປັນເຈົ້າ ຈຶ່ງອວຍພອນວັນຊະບາໂຕ ແລະ ຕັ້ງໄວ້ເປັນວັນສັກສິດ.
\s5
\v 12 ຈົ່ງນັບຖືພໍ່ແມ່ຂອງເຈົ້າ ເພື່ອເຈົ້າຈະມີອາຍຸໝັ້ນຍືນຢູ່ໃນດິນແດນ ທີ່ເຮົາກາໍລັງຈະມອບໃຫ້ແກ່ເຈົ້າ.
\v 13 ຢ່າຂ້າຄົນ.
\v 14 ຢ່າຫລີ້ນຊູ້ສູ່ຜົວເມຍຜູ້ອື່ນ.
\s5
\v 15 ຢ່າລັກ.
\v 16 ຢ່າເປັນພະຍານບໍ່ຈິງຕໍ່ ສູ້ເພື່ອນບ້ານ.
\v 17 ຢ່າຢາກໄດ້ເຮືອນຊານ ບ້ານຊ່ອງຂອງຄົນອື່ນ; ຢ່າຢາກໄດ້ເມຍຂອງລາວ, ຄົນຮັບໃຊ້ຊາຍຍິງ, ງົວ, ລໍ ຫລື ສິ່ງອື່ນໆ ອີກທີ່ລາວມີຢູ່.
\s5
\v 18 ເມື່ອປະຊາຊົນໄດ້ຍິນສຽງຟ້າຮ້ອງ ແລະ ສຽງແກດັງກ້ອງສະໜັ່ນ ທັງເຫັນຟ້າແມບເຫລື້ອມ ແລະ ຄວັນໄຟພຸ່ງຂຶ້ນທີ່ພູເຂົານັ້ນ ພວກເຂົາກໍຢ້ານກົວຕົວສັ່ນ ແລະ ຫຍັບອອກຫ່າງໆ.
\v 19 ພວກເຂົາຕ່າງກໍ ເວົ້າກັບໂມເຊ ວ່າ, “ຖ້າທ່ານກ່າວກັບພວກເຮົາ ພວກເຮົາຈະຍອມຟັງທ່ານ, ແຕ່ຖ້າພຣະເຈົ້າກ່າວແກ່ພວກເຮົາ ພວກເຮົາຈະຕ້ອງຕາຍເປັນແນ່. ”
\v 20 ໂມເຊ ຈຶ່ງຕອບວ່າ, “ຢ່າຢ້ານເລີຍ ພຣະເຈົ້າໄດ້ມາພຽງເພື່ອ ທົດສອບເບິ່ງພວກເຈົ້າ ແລະ ເຮັດໃຫ້ພວກເຈົ້າ ສືບຕໍ່ເຊື່ອຟັງພຣະອົງ ເພື່ອວ່າພວກເຈົ້າຈະບໍ່ເຮັດບາບ. ”
\v 21 ແຕ່ປະຊາຊົນຍັງສືບ ຕໍ່ຢືນຢູ່ຫ່າງໆ ແລະ ມີແຕ່ໂມເຊ ຜູ້ດຽວເທົ່ານັ້ນ ທີ່ກ້າຫຍັບເຂົ້າໄປໃກ້ເມກອັນຕຶບໜາ ບ່ອນທີ່ພຣະເຈົ້າສະຖິດຢູ່ນັ້ນ.
\s5
\v 22 ອົງພຣະຜູ້ເປັນເຈົ້າ ໄດ້ສັ່ງໂມເຊ ໃຫ້ບອກຊາວອິດສະຣາເອນ ວ່າ, “ພວກເຈົ້າໄດ້ເຫັນດ້ວຍຕົນເອງແລ້ວວ່າ ເຮົາໄດ້ກ່າວກັບ ພວກເຈົ້າ ອອກມາຈາກສະຫວັນ.
\v 23 ຢ່າເຮັດຮູບພະ ເປັນເງິນ ເປັນຄໍາ ໄວ້ຂາບໄຫວ້ ຄຽງຄູ່ເຮົາເດັດຂາດ.
\s5
\v 24 ຈົ່ງເອົາດິນມາສ້າງແທ່ນບູຊາສໍາລັບເຮົາ ແລະ ທີ່ເທິງແທ່ນນັ້ນ ໃຫ້ນາໍແກະ ແລະ ງົວເຖິກມາເຜົາຖວາຍເປັນເຄື່ອງບູຊາ ແລະຖວາຍບູຊາ ເພື່ອຄວາມສາມັກຄີທາໍ. ໃນທຸກບ່ອນທີ່ເຮົາຈັດໃຫ້ນະມັດສະການ ເຮົາຈະ ມາອວຍພອນພວກເຈົ້າໃນທີ່ນັ້ນ.
\v 25 ຖ້າພວກເຈົ້າສ້າງແທ່ນບູຊາ ທີ່ເປັນຫິນຖວາຍແກ່ເຮົາ ຢ່າເອົາຫິນທີ່ໃຊ້ເຫລັກຕັດມາສ້າງ ເພາະແທ່ນບູຊາທີ່ສ້າງດ້ວຍຫິນ ທີ່ໃຊ້ເຫລັກຕັດບໍ່ເໝາະສົມ ທີ່ຈະໃຊ້ນະມັດສະການເຮົາ.
\v 26 ຢ່າເຮັດແທ່ນທີ່ມີຂັ້ນໄດຂຶ້ນ ເພາະມັນຈະເປັນເຫດໃຫ້ພວກເຈົ້າເຜີຍຂອງລັບໃສ່ແທ່ນນັ້ນ.”
\s5
\c 21
\p
\v 1 “ຈົ່ງອອກກົດບັນຍັດຕ່າງໆ ໃຫ້ຊາວອິດສະຣາເອນ ປະຕິບັດດັ່ງນີ້:
\s5
\v 2 ຖ້າພວກເຈົ້າ ຊື້ທາດຮັບໃຊ້ຊາຍ ຊຶ່ງເປັນ ຄົນເຮັບເຣີ ລາວຈະຢູ່ຮັບໃຊ້ເຈົ້າຫົກປີ. ໃນປີທີເຈັດ ເຈົ້າຕ້ອງປ່ອຍລາວ ໃຫ້ເປັນອິດສະຫລະ ໂດຍລາວບໍ່ຕ້ອງຈ່າຍຫຍັງເລີຍ.
\v 3 ຖ້າລາວບໍ່ມີເມຍ ຂະນະທີ່ມາເປັນທາດຮັບໃຊ້ຂອງພວກເຈົ້ານັ້ນ, ເມື່ອລາວໄດ້ເປັນອິດສະຫລະແລ້ວ ລາວກໍບໍ່ຕ້ອງເອົາເມຍໄປນາໍ, ແຕ່ຖ້າລາວມີເມຍມານາໍ ເມື່ອລາວມາເປັນທາດຮັບໃຊ້ຂອງພວກເຈົ້ານັ້ນ ລາວກໍ ຕ້ອງເອົາເມຍໄປນາໍ.
\v 4 ແຕ່ຖ້ານາຍຫາເມຍໃຫ້ ແລະ ນາງໄດ້ເກີດລູກ ບໍ່ວ່າຊາຍຫລືຍິງກໍດີ ຍິງນັ້ນແລະລູກຂອງນາງ ຈະຕ້ອງເປັນຄົນຂອງນາຍ ແລະ ຊາຍຜູ້ທີ່ເປັນທາດຮັບໃຊ້ນັ້ນ ຈະໜີໄປເປັນອິດສະຫລະໄດ້ແຕ່ຕົວຄົນດຽວ.
\s5
\v 5 ແຕ່ຖ້າທາດຮັບໃຊ້ນັ້ນ ມາກ່າວຢ່າງເປີດເຜີຍ ແລະ ບໍຣິສຸດໃຈວ່າ ລາວຮັກນາຍຂອງຕົນ, ຮັກເມຍ ແລະ ລູກຂອງລາວ ແລະ ບໍ່ຢາກໜີໄປເປັນອິດສະຫລະ
\v 6 ເວລານັ້ນ ໃຫ້ນາຍພາທາດຮັບໃຊ້ຜູ້ນັ້ນ ໄປຍັງທີ່ນະມັດສະການ. ຢູ່ທີ່ນັ້ນ ນາຍຈະໃຫ້ທາດຮັບໃຊ້ຢືນແນບກັບປະຕູ ຫລື ວົງປະຕູ ແລະ ບ່ອງຫູໃຫ້ລາວ. ແລ້ວລາວກໍຈະເປັນທາດຮັບໃຊ້ຂອງນາຍຕະຫລອດຊີວິດ.”
\s5
\v 7 “ຖ້າຊາຍຄົນໃດຂາຍລູກສາວຂອງຕົນ ໄປເປັນທາດຮັບໃຊ້, ທາດຮັບໃຊ້ຍິງຜູ້ນີ້ ຈະບໍ່ໄດ້ເປັນອິດສະຫລະ ເໝືອນດັ່ງທາດຮັບໃຊ້ຊາຍ.
\v 8 ຖ້ານາງຖືກຂາຍຕໍ່ໃຫ້ອີກຄົນໜຶ່ງ ທີ່ຢາກໄດ້ນາງໄປເປັນເມຍ, ແຕ່ລາວບໍ່ຮັກນາງ ກໍໃຫ້ຜູ້ເປັນພໍ່ ຊື້ເອົານາງຄືນ. ຜູ້ເປັນນາຍຈະຂາຍນາງ ຕໍ່ໃຫ້ແກ່ຄົນຕ່າງດ້າວບໍ່ໄດ້ ້ເພາະລາວໄດ້ປະຕິບັດ ຕໍ່ນາງຢ່າງບໍ່ເປັນທາໍ.
\s5
\v 9 ຖ້າຊາຍຄົນໃດ ຊື້ທາດຮັບໃຊ້ຍິງມາໃຫ້ລູກຊາຍຂອງຕົນ ຊາຍຜູ້ນັ້ນຈະຕ້ອງປະຕິບັດ ຕໍ່ນາງເໝືອນ ດັ່ງທີ່ປະຕິບັດຕໍ່ລູກສາວຂອງຕົນ.
\v 10 ຖ້າຊາຍຄົນໃດ ເອົາເມຍຄົນທີສອງ ລາວຕ້ອງສືບຕໍ່ເບິ່ງແຍງເມຍ ຄົນທີໜຶ່ງດ້ານອາຫານ, ເຄື່ອງນຸ່ງຫົ່ມ ແລະ ສິດທິຢູ່ໃນລະດັບເດີມ ຕາມທີ່ນາງເຄີຍໄດ້ຮັບມາກ່ອນ.
\v 11 ຖ້າລາວບໍ່ປະຕິບັດຕໍ່ນາງໃຫ້ຫລ້ອນໜ້າທີ່ ນາງກໍຈະໄດ້ຮັບອິດສະຫລະ ໂດຍບໍ່ຕ້ອງຈ່າຍເງິນໃດໆ ທັງນັ້ນ.”
\s5
\v 12 “ຜູ້ໃດກໍຕາມ ທີ່ທຸບຕີຄົນໜຶ່ງໃຫ້ເຖິງຕາຍ ຈະຕ້ອງຮັບໂທດເຖິງຕາຍຄືກັນ.
\v 13 ແຕ່ຖ້າເປັນການບັງເອີນ ແລະ ລາວບໍ່ໄດ້ເຈດຕະນາຂ້າຄົນນັ້ນ ລາວປົບໜີໄປຍັງບ່ອນ ທີ່ເຮົາຈະກາໍນົດໄວ້ໃຫ້ໄດ້ ແລະ ໃນທີ່ນັ້ນ ລາວຈະປອດໄພ.
\v 14 ແຕ່ຖ້າຄົນໜຶ່ງເກີດໂມໂຫ ແລະ ຂ້າຄົນຕາຍ ໂດຍເຈດຕະນາ ເຖິງແມ່ນຜູ້ນັ້ນ ຈະແລ່ນໜີມາຍັງແທ່ນບູຊາຂອງເຮົາ ເພື່ອຂໍຫລົບລີ້ໄພກໍຕາມ ລາວຈະ ຕ້ອງໄດ້ຮັບໂທດເຖິງຕາຍ.
\s5
\v 15 ຜູ້ໃດກໍຕາມ ທີ່ຕົບຕີພໍ່ແມ່ຂອງຕົນ ຈະຕ້ອງໄດ້ຮັບໂທດເຖິງຕາຍ.
\v 16 ຜູ້ໃດກໍຕາມ ທີ່ລັກພາເອົາຄົນໄປ ບໍ່ວ່າຈະເອົາໄປຂາຍຕໍ່ ຫລື ເອົາໄວ້ເປັນທາດຮັບໃຊ້ກໍຕາມ ຈະຕ້ອງໄດ້ຮັບໂທດເຖິງຕາຍ.
\v 17 ຜູ້ໃດກໍຕາມ ທີ່ສາບແຊ່ງພໍ່ແມ່ຂອງຕົນ ຈະຕ້ອງໄດ້ ຮັບໂທດເຖິງຕາຍ.
\s5
\v 18 ຖ້າມີການຕົບຕີຕໍ່ສູ້ກັນ ແລະ ຝ່າຍໜຶ່ງໃຊ້ກ້ອນຫິນຕີ ຫລື ຊົກຕ່ອຍ, ແຕ່ອີກຝ່າຍໜຶ່ງ ບໍ່ເຖິງແກ່ຄວາມຕາຍ ລາວຈະບໍ່ໄດ້ຮັບໂທດ. ຖ້າຜູ້ທີ່ຖືກຕີນັ້ນເຈັບເຖິງຂັ້ນນອນປ່ວຍ,
\v 19 ແຕ່ຕໍ່ມາ ລາວສາມາດໃຊ້ໄມ້ຄ້ອນເທົ້າລຸກ ຍ່າງໄປມາໄດ້ ຝ່າຍຜູ້ຕີນັ້ນຈະຕ້ອງຈ່າຍຄ່າ ປ່ວຍການ ແລະ ເບິ່ງແຍງລາວຈົນຫາຍດີ ເປັນປົກກະຕິ.
\s5
\v 20 ຖ້າຜູ້ໜຶ່ງໃຊ້ໄມ້ຂ້ຽນຕີ ທາດຮັບໃຊ້ຂອງຕົນຕາຍຄາມື ລາວຕ້ອງຖືກລົງໂທດ.
\v 21 ແຕ່ຖ້າທາດຮັບໃຊ້ຜູ້ນັ້ນລອດຕາຍມາໄດ້ ເຖິງວັນໜຶ່ງ ຫລື ສອງວັນ ຜູ້ເປັນນາຍກໍບໍ່ໄດ້ຮັບໂທດ. ການສູນເສຍຊັບສົມບັດຂອງລາວ ກໍແມ່ນການລົງໂທດລາວ ພຽງພໍແລ້ວ.
\s5
\v 22 ຖ້າມີຜູ້ຊາຍຕີກັນ ແລະ ບັງເອີນ ໄປຕີຖືກຍິງຖືພາ ຈົນເປັນເຫດໃຫ້ລູກໃນທ້ອງຕາຍ ແຕ່ຜູ້ເປັນແມ່ ບໍ່ໄດ້ເປັນອັນຕະລາຍ ແຕ່ປະການໃດ. ຜູ້ຕີນັ້ນຈະຕ້ອງຖືກ ປັບໄໝຕາມ ແຕ່ຜົວຂອງນາງຮຽກຮ້ອງເອົາ ໂດຍຄວາມເຫັນຊອບຂອງຜູ້ຕັດສິນຄວາມ.
\v 23 ແຕ່ຖ້າຍິງນັ້ນ ບາດເຈັບເປັນອັນຕະລາຍ ການລົງໂທດນັ້ນ ຈະຕ້ອງແມ່ນຊີວິດແທນຊີວິດ,
\v 24 ຕາແທນຕາ, ແຂ້ວແທນແຂ້ວ, ມືແທນມື, ຕີນແທນຕີນ,
\v 25 ຮອຍໄຟໄໝ້ແທນຮອຍໄຟໄໝ້, ບາດແຜແທນບາດແຜ, ຮອຍບວມຊໍ້າແທນຮອຍບວມຊໍ້າ.”
\s5
\v 26 “ຖ້ານາຍຕີຕາແກ່ນໜຶ່ງຂອງທາດຮັບ ໃຊ້ ໃຫ້ບອດໄປ ລາວຕ້ອງປ່ອຍທາດຮັບໃຊ້ນັ້ນ ໃຫ້ເປັນອິດສະຫລະ ເທົ່າກັບເປັນການຈ່າຍຄ່າຕາຂອງລາວ.
\v 27 ຖ້າລາວຕືຖືກແຂ້ວຂອງທາດຮັບໃຊ້ຫັກໄປ ລາວຕ້ອງປ່ອຍ ທາດຮັບໃຊ້ນັ້ນ ໃຫ້ເປັນອິດສະຫລະ ເທົ່າກັບ ການຈ່າຍຄ່າແຂ້ວຂອງທາດຮັບໃຊ້ຜູ້ນັ້ນ.”
\s5
\v 28 “ຖ້າງົວເຖິກໂຕໜຶ່ງ ຊົນຄົນຕາຍ ຈົ່ງເອົາຫິນແກວ່ງໃສ່ງົວນັ້ນໃຫ້ຕາຍ ແລະຢ່າກິນຊີ້ນຂອງມັນ, ແຕ່ເຈົ້າຂອງງົວ ຈະບໍ່ໄດ້ຮັບໂທດ.
\v 29 ຖ້າງົວເຖິກນັ້ນ ເຄີຍຊົນຄົນມາແລ້ວ ແລະ ເຈົ້າຂອງງົວກໍໄດ້ຮັບການ ຕັກເຕືອນມາແລ້ວ ແຕ່ບໍ່ຜູກມັດງົວຂອງຕົນໄວ້. ຕໍ່ມາ ຖ້າມັນຊົນຄົນຕາຍ ຈົ່ງເອົາກ້ອນຫິນແກວ່ງໃສ່ງົວໂຕນັ້ນໃຫ້ຕາຍ ແລະເຈົ້າຂອງງົວຈະຕ້ອງຖືກລົງໂທດເຖິງຕາຍເໝືອນກັນ.
\v 30 ເຖິງຢ່າງໃດກໍດີ ຖ້າເຈົ້າຂອງງົວ ຍອມເສຍຄ່າຫົວ ເພື່ອແລກເອົາຊີວິດຂອງຕົນໄວ້ ລາວຕ້ອງຍອມຈ່າຍຕາມຈາໍນວນເງິນ ທີ່ ຖືກຮຽກຮ້ອງເອົາ.
\s5
\v 31 ຖ້າງົວເຖິກ ຊົນເດັກນ້ອຍຜູ້ຊາຍ ຫລື ເດັກນ້ອຍຜູ້ຍິງຕາຍ ໃຫ້ລົງໂທດເຈົ້າຂອງງົວນັ້ນ ຕາມກົດນີ້ ເຊັ່ນດຽວກັນ.
\v 32 ຖ້າງົວເຖິກ ຊົນທາດຮັບໃຊ້ຊາຍຕາຍ ເຈົ້າຂອງງົວຕ້ອງຈ່າຍຄ່າຫົວ ໃຫ້ແກ່ນາຍຂອງທາດຮັບໃຊ້ ເປັນເງິນສາມສິບຫລຽນ ແລະຈົ່ງເອົາກ້ອນຫິນ ແກວ່ງໃສ່ງົວໂຕນັ້ນໃຫ້ເຖິງຕາຍ.”
\s5
\v 33 “ຖ້າຜູ້ໃດ ເປີດນາໍ້ສ້າງ ຫລື ຂຸດບໍ່ນາໍ້ ແລະບໍ່ອັດໄວ້ ຖ້າງົວ ຫລື ລໍ ຕົກລົງໃນບໍ່ນາໍ້ນັ້ນ;
\v 34 ຜູ້ນັ້ນຕ້ອງຈ່າຍຄ່າຫົວ ໃຫ້ແກ່ເຈົ້າ ຂອງສັດ ແລະ ສັດໂຕທີ່ຕາຍນີ້ ໃຫ້ຕົກເປັນຂອງເຈົ້າຂອງນາໍ້ສ້າງ.
\s5
\v 35 ຖ້າງົວເຖິກຂອງຄົນໜຶ່ງ ຊົນງົວເຖິກ ຂອງອີກຄົນໜຶ່ງຕາຍ ລາວຕ້ອງຂາຍງົວເຖິກໂຕທີ່ຊົນນັ້ນ ແລະ ເອົາເງິນແບ່ງປັນກັນ ທັງໃຫ້ເອົາຊີ້ນງົວໂຕທີ່ຕາຍນັ້ນ ແບ່ງປັນກັນດ້ວຍ.
\v 36 ແຕ່ຖ້າຮູ້ວ່າ ງົວຂອງຕົນເຄີຍຊົນມາແລ້ວ ແລະ ເຈົ້າຂອງບໍ່ຮັກສາ ຫລື ຜູກໄວ້ ລາວຕ້ອງເອົາງົວໂຕເປັນ ໃຊ້ແທນສ່ວນງົວໂຕຕາຍນັ້ນໃຫ້ຕົກເປັນຂອງຕົນ.”
\s5
\c 22
\p
\v 1 ຖ້າຜູ້ໜຶ່ງ ລັກງົວ ຫລື ແກະໄປຂ້າ ຫລື ໄປຂາຍ ລາວຕ້ອງໃຊ້ຄືນງົວຫ້າໂຕ ແທນ ງົວໂຕໜຶ່ງ ແລະ ໃຊ້ແກະຫ້າໂຕ ແທນ ແກະໂຕໜຶ່ງ.
\v 2-4 ລາວຕ້ອງໃຊ້ຄືນສິ່ງທີ່ຕົນໄດ້ລັກນັ້ນ. ຖ້າລາວບໍ່ມີເງິນ ຊົດໃຊ້ຄືນລາວຈະຕ້ອງຖືກຂາຍໄປເປັນທາດຮັບໃຊ້ ໃຫ້ກຸ້ມຄ່າເສຍຫາຍ ທີ່ຕົນໄດ້ລັກນັ້ນ. ຖ້າສັດຖືກລັກໄປນັ້ນ ເປັນງົວ, ລໍ ຫລື ແກະ ທີ່ຍັງມີຊີວິດ ແລະ ຢູ່ໃນຄວາມຄອບຄອງຂອງຕົນ; ລາວຕ້ອງໃຊ້ຄືນສັດສອງໂຕ ແທນ ສັດໂຕໜຶ່ງ. ຖ້າຄົນຂີ້ລັກຖືກຈັບໄດ້ ແລະ ຖືກຂ້າຕາຍ ໃນຂະນະທີ່ບຸກເຂົ້າໄປໃນເຮືອນ ຕອນກາງຄືນ ຜູ້ທີ່ຂ້ານັ້ນ ບໍ່ມີຄວາມຜິດ ໃນຖານຂ້າຄົນ, ແຕ່ ຖ້າເຫດການເກີດຂຶ້ນ ໃນຕອນກາງເວັນ ລາວຈະມີຄວາມຜິດ ໃນຖານຂ້າຄົນ.
\s5
\v 5 ຖ້າຜູ້ໜຶ່ງ ປ່ອຍສັດຂອງຕົນກິນຫຍ້າ ຢູ່ໃນໄຮ່ນາ ຫລື ຢູ່ໃນສວນອະງຸ່ນ ແລະ ມັນຫລົງຝູງໄປກິນຜົນລະປູກ [ອ] ທີ່ເກີດໃນໄຮ່ ນາຂອງຄົນອື່ນ; ເຈົ້າຂອງສັດນັ້ນ ຕ້ອງໃຊ້ຈ່າຍຄ່າເສຍຫາຍຄືນ ເປັນຜົນລະປູກທີ່ດີທີ່ສຸດ ຈາກໄຮ່ນາ ແລະ ສວນອະງຸ່ນຂອງຕົນ ໃຫ້ແກ່ຜູ້ທີ່ໄດ້ຮັບຄວາມເສຍຫາຍນັ້ນ.
\s5
\v 6 ຖ້າຜູ້ໜຶ່ງຈູດໄຮ່ນາຂອງຕົນ ແລະ ໄຟເລີຍລຸກລາມ ໄປໄໝ້ຫຍ້າໃນນາຂອງຄົນອື່ນ ທັງໄໝ້ຕົ້ນເຂົ້າທີ່ເກີດ ຫລື ທີ່ໄດ້ກ່ຽວ ແລະ ກອງໄວ້ດ້ວຍ ຜູ້ທີ່ຈູດນານັ້ນ ຕ້ອງໃຊ້ຄ່າເສຍຫາຍທັງໝົດ.
\s5
\v 7 ຖ້າຜູ້ໃດຜູ້ໜຶ່ງຮັບເງິນ ຫລື ຂອງມີຄ່າ ຂອງຄົນອື່ນ ທີ່ນາໍມາຝາກໄວ້ກັບຕົນ ແລະ ຂອງເຫລົ່ານັ້ນ ຊໍ້າຖືກລັກໄປຈາກເຮືອນ ຂອງຕົນ; ຖ້າຈັບໄດ້ໄລ່ທັນ ຜູ້ລັກນັ້ນຕ້ອງຈ່າຍ ໃຫ້ຄືນເຖິງສອງເທົ່າ.
\v 8 ແຕ່ຖ້າຈັບຄົນລັກບໍ່ໄດ້ ຜູ້ຮັບຝາກຕ້ອງຖືກນາໍໄປ ຍັງບ່ອນນະມັດສະການພຣະເຈົ້າ ເພື່ອສາບານ ວ່າຕົນບໍ່ໄດ້ລັກສິ່ງຂອງໃດໆ ຂອງຄົນທີ່ນາໍເຄື່ອງມາຝາກໄວ້ກັບຕົນນັ້ນ.
\v 9 ໃນທຸກໆ ກໍລະນີ ທີ່ມີການໂຕ້ຖຽງກັນ ກ່ຽວກັບ ເລື່ອງຊັບສົມບັດ, ບໍ່ວ່າ ແມ່ນງົວ, ລໍ, ແກະ, ເຄື່ອງນຸ່ງຫົ່ມ ຫລື ສິ່ງຂອງໃດໆ ທີ່ເສຍໄປ, ຕ້ອງນາໍ ທັງສອງຝ່າຍ ທີ່ອ້າງວ່າຊັບສົມບັດນັ້ນເປັນຂອງຕົນ ໄປຍັງສະຖານທີ່ນະມັດສະການພຣະເຈົ້າ. ຜູ້ທີ່ພຣະເຈົ້າໄດ້ບອກວ່າ ເປັນຝ່າຍຜິດຕ້ອງໃຊ້ຄືນໃຫ້ຄູ່ຄວາມ ເຖິງສອງເທົ່າ.
\s5
\v 10 ຖ້າຜູ້ໜຶ່ງ ຮັບເອົາລໍ, ງົວ, ແກະ ຫລື ສັດຊະນິດອື່ນ ໆ ທີ່ເພື່ອນບ້ານນາໍມາຝາກລ້ຽງ ແລະ ຖ້າສັດນັ້ນຕາຍ ຫລື ບາດເຈັບ ຫລື ມີຜູ້ໄລ່ຕ້ອນເອົາໄປ ໂດຍບໍ່ມີພະຍານຮູ້ເຫັນ
\v 11 ຜູ້ທີ່ຮັບຝາກນັ້ນ ຕ້ອງໄປຍັງສະຖານທີ່ນະມັດສະການ ແລະ ສາບານຕໍ່ອົງພຣະຜູ້ເປັນເຈົ້າ ວ່າຕົນບໍ່ໄດ້ລັກສັດ ຂອງຜູ້ທີ່ນາໍມາຝາກໄວ້ນັ້ນ ຖ້າສັດນັ້ນບໍ່ໄດ້ຖືກລັກ ຜູ້ເປັນເຈົ້າຂອງສັດນັ້ນ ຕ້ອງຍອມຮັບຄວາມເສຍຫາຍ ແລະ ຜູ້ຮັບຝາກນັ້ນ ກໍບໍ່ຕ້ອງໃຊ້ຄ່າ ທົດແທນຫຍັງ.
\v 12 ແຕ່ຖ້າສັດນັ້ນ ຖືກ ລັກໄປ ຜູ້ຮັບຝາກຕ້ອງໃຊ້ຄ່າທົດແທນຄືນ ໃຫ້ແກ່ເຈົ້າຂອງສັດ.
\v 13 ຖ້າສັດຖືກສັດປ່າ ກັດຕາຍ ຜູ້ຮັບລ້ຽງຕ້ອງນາໍຫລັກຖານມາ ຢງັ້ຢືນ; ລາວບໍ່ຈາໍເປັນຕ້ອງໃຊ້ຄ່າສັດທີ່ຖືກສັດປ່າກັດຕາຍ.
\s5
\v 14 ຖ້າຜູ້ໃດຜູ້ໜຶ່ງ ຢືມສັດລ້ຽງຈາກເພື່ອນບ້ານຂອງຕົນ ແລະ ສັດນັ້ນຖືກອັນຕະລາຍ ຫລື ຕາຍໄປລະຫວ່າງເຈົ້າຂອງສັດບໍ່ຢູ່ ກໍໃຫ້ຜູ້ຢືມນັ້ນ ຊົດໃຊ້ຄືນ.
\v 15 ແຕ່ຖ້າເຈົ້າຂອງສັດນັ້ນຢູ່ ຜູ້ຢືມນັ້ນກໍບໍ່ຕ້ອງໃຊ້ຄ່າທົດແທນຫຍັງ. ຖ້າເປັນການເຊົ່າ ກໍໃຫ້ຄິດແຕ່ຄ່າເຊົ່າ ເທົ່ານັ້ນກໍພໍ.
\s5
\v 16 ຖ້າຊາຍຄົນໜຶ່ງຫລອກລວງ ຍິງສາວບໍຣິສຸດທີ່ຍັງບໍ່ມີຄູ່ໝັ້ນ ລາວກໍຕ້ອງຈ່າຍຄ່າ ແຕ່ງດອງແກ່ນາງ ແລະ ຮັບນາງມາເປັນເມຍຂອງຕົນ.
\v 17 ແຕ່ຖ້າພໍ່ຂອງຍິງນັ້ນ ບໍ່ຍິນຍອມ ໃຫ້ນາງແຕ່ງງານກັບຊາຍນັ້ນ ລາວຕ້ອງເສຍເງິນເທົ່າກັບຄ່າດອງ ຕາມທາໍນຽມ ສູ່ຂໍຍິງສາວບໍຣິສຸດ.
\s5
\v 18 ຢ່າໄວ້ຊີວິດຍິງ ທີ່ໃຊ້ເວດມົນຄາຖາ.
\v 19 ຢ່າໄວ້ຊີວິດຄົນ ທີ່ສົມສູ່ທາງເພດກັບສັດ.
\s5
\v 20 ຈົ່ງປະຫານຊີວິດ ຜູ້ທີ່ຖວາຍບູຊາແກ່ພະອື່ນ ນອກຈາກອົງພຣະຜູ້ເປັນເຈົ້າ.
\v 21 ຢ່າຂົ່ມເຫັງ ຫລື ບີບບັງຄັບຄົນຕ່າງດ້າວ; ຈົ່ງຈົດຈໍາໄວ້ວ່າ ພວກເຈົ້າເອງກໍເຄີຍເປັນຄົນຕ່າງດ້າວ ໃນປະເທດເອຢິບ.
\s5
\v 22 ຢ່າຂົ່ມເຫັງແມ່ໝ້າຍ ຫລື ລູກກາໍພ້າ.
\v 23 ຖ້າພວກເຈົ້າຂົ່ມເຫັງພວກເຂົາ ເມື່ອພວກເຂົາຮ້ອງຫາເຮົາ ໃຫ້ຊ່ວຍເຫລືອເຮົາ ຈະຟັງຄໍາຮ້ອງທຸກຂອງພວກເຂົາແນ່ນອນ.
\v 24 ແລະ ເຮົາຈະໂກດຮ້າຍ ແລະ ຂ້າພວກເຈົ້າເສຍ ໃນສົງຄາມດ້ວຍຄົມດາບ. ເມຍ ຂອງພວກເຈົ້າຈະເປັນໝ້າຍ ແລະ ລູກຂອງ ພວກເຈົ້າ ກໍຈະເປັນກາໍພ້າພໍ່.
\s5
\v 25 ຖ້າເຈົ້າໃຫ້ປະຊາຊົນ ຜູ້ຍາກຈົນຂອງເຮົາ ຢືມເງິນ ຢ່າເຮັດຄືວ່າ ຕົນເປັນເຈົ້າໜີ້ ແລະ ຮຽກຮ້ອງເອົາດອກເບ້ຍນາໍພວກເຂົາ.
\v 26 ຖ້າເຈົ້າເອົາເສື້ອຄຸມ ຂອງເພື່ອນບ້ານໄວ້ເປັນຂອງປະກັນ ຈົ່ງສົ່ງເຂົາຄືນກ່ອນຕາເວັນຕົກດິນ
\v 27 ເພາະວ່າ ລາວມີເສື້ອຄຸມຜືນດຽວເທົ່ານັ້ນ ເພື່ອປົກຄຸມລາວ ໃຫ້ອົບອຸ່ນ; ບໍ່ດັ່ງນັ້ນ ລາວຈະເອົາຫຍັງຕຸ້ມ ຫົ່ມນອນ. ເມື່ອລາວຮ້ອງຫາເຮົາ ໃຫ້ຊ່ວຍເຫລືອ ເຮົາຈະຕອບລາວ ເພາະວ່າເຮົາ ເປັນຜູ້ມີໃຈເມດຕາ.
\s5
\v 28 ຢ່າດ່າວ່າພຣະເຈົ້າ [ຮ] ແລະ ຢ່າສາບແຊ່ງຜູ້ນາໍຊົນຊາດຂອງພວກເຈົ້າ.
\s5
\v 29 ຈົ່ງນາໍພືດຜົນເປັນເມັດ, ເຫລົ້າອະງຸ່ນແລະ ນໍ້າມັນໝາກກອກເທດ ທີ່ຕ້ອງຖວາຍຕາມກໍານົດນັ້ນ ມາຖວາຍແກ່ເຮົາ. ຈົ່ງຖວາຍລູກຊາຍກົກຂອງພວກເຈົ້າແກ່ເຮົາ.
\v 30 ຈົ່ງຖວາຍລູກສັດໂຕເຖິກຫົວປີຂອງງົວ ແລະ ແກະ ຂອງພວກເຈົ້າແກ່ເຮົາ. ຈົ່ງໃຫ້ລູກສັດໂຕເຖິກຫົວປີ ຢູ່ກັບແມ່ຂອງມັນເຈັດວັນ ແລະ ໃນວັນທີແປດ ໃຫ້ນາໍມາຖວາຍແກ່ເຮົາ.
\v 31 ພວກເຈົ້າເປັນປະຊາຊົນບໍຣິສຸດຂອງເຮົາ. ສະນັ້ນພວກເຈົ້າ ຈຶ່ງບໍ່ຕ້ອງກິນຊີ້ນສັດໃດໆ ທີ່ຖືກສັດປ່າກັດຕາຍ ຈົ່ງໃຫ້ໝາກິນເສຍ.
\s5
\c 23
\p
\v 1 ຢ່ານາໍເອົາເລື່ອງບໍ່ຈິງ ໄປເລົ່າຕໍ່ ໆ ກັນ ແລະຢ່າຊ່ວຍຄົນຜິດ ໂດຍໃຫ້ຄໍາພະຍານບໍ່ຈິງ.
\v 2 ຢ່າເຂົ້າຂ້າງສຽງສ່ວນຫລາຍ ເມື່ອພວກເຂົາເຮັດຜິດ ຫລື ເມື່ອພວກເຂົາສະແດງ ຫລັກຖານ ເພື່ອນາໍໄປໃຊ້ໃນທາງທີ່ບໍ່ຖືກຕ້ອງ.
\v 3 ຢ່າເຂົ້າຂ້າງຄະດີຂອງຄົນໃດ ແມ່ນແຕ່ຄົນຍາກຈົນກໍຕາມ.
\s5
\v 4 ຖ້າເຈົ້າບັງເອີນເຫັນງົວ ຫລື ລໍ ຂອງສັດຕູ ແລ່ນຫລົງມາ ຈົ່ງເອົາໄປສົ່ງຄືນໃຫ້ເຂົາ.
\v 5 ຖ້າລໍຂອງເຂົາລົ້ມລົງ ຍ້ອນບັນທຸກ ຂອງໜັກ ຈົ່ງຊ່ວຍເຂົາຍົກລໍນັ້ນຂຶ້ນ ຢ່າຍ່າງໜີໄປລ້າ ໆ.
\s5
\v 6 ຈົ່ງໃຫ້ຄວາມຍຸດຕິທາໍ ແກ່ຄົນຍາກຈົນ ເມື່ອມີການສືບສວນໃນສານ.
\v 7 ຢ່າໃສ່ຄໍາກ່າວຫາ ຢ່າງຜິດໆ ແລະ ຢ່າປະຫານຊີວິດຄົນບໍຣິສຸດ ເພາະເຮົາຈະລົງໂທດຄົນທີ່ກະທາໍຊົ່ວເຊັ່ນນັ້ນ.
\v 8 ຢ່າຮັບສິນບົນ ເພາະສິນບົນເຮັດໃຫ້ຄົນຕາບອດ ຕໍ່ສິ່ງທີ່ຖືກຕ້ອງ ແລະ ບິດເບືອນຄະດີ ຂອງຜູ້ບໍ່ມີຄວາມຜິດ.
\v 9 ຢ່າຂົ່ມເຫັງຄົນຕ່າງດ້າວ; ເຈົ້າຮູ້ຄວາມຮູ້ສຶກຂອງຄົນຕ່າງດ້າວ ວ່າເປັນແນວໃດ ເພາະພວກເຈົ້າເອງ ກໍເຄີຍເປັນຄົນຕ່າງດ້າວ ມາແລ້ວ ຢູ່ໃນປະເທດເອຢິບ.
\s5
\v 10 ຈົ່ງຫວ່ານພືດ ແລະ ເກັບກ່ຽວຜົນລະປູກ ໃນນາຂອງເຈົ້າຕະຫລອດຫົກປີ.
\v 11 ແຕ່ໃນປີທີເຈັດ ຈົ່ງປະໃຫ້ນານັ້ນວ່າງເປົ່າ ແລະ ຢ່າເກັບກ່ຽວຫຍັງ ທີ່ເກີດຂຶ້ນໃນນານັ້ນ. ຄົນຍາກຈົນອາດເກັບກິນ ສິ່ງທີ່ເກີດຂຶ້ນ ໃນນານັ້ນໄດ້ ແລະ ສັດປ່າທັງຫລາຍອາດກິນ ສິ່ງທີ່ເຫລືອນັ້ນໄດ້. ຈົ່ງເຮັດຢ່າງດຽວກັນສໍາລັບສວນອະງຸ່ນ ແລະ ສວນໝາກກອກເທດ ຂອງເຈົ້າ.
\s5
\v 12 ຈົ່ງເຮັດວຽກຫົກວັນ ຕໍ່ອາທິດ ແລະ ຢ່າເຮັດວຽກ ໃນວັນທີເຈັດ ເພື່ອວ່າຄົນຮັບໃຊ້ ແລະ ຄົນຕ່າງດ້າວ ທີ່ເຮັດວຽກໃຫ້ເຈົ້າຕະຫລອດ ທັງສັດຂອງເຈົ້າຈະໄດ້ພັກຜ່ອນ.
\v 13 ຈົ່ງເອົາໃຈໃສ່ເຊື່ອຟັງທຸກສິ່ງ ທີ່ເຮົາໄດ້ບອກພວກເຈົ້ານັ້ນ. ຢ່າພາວັນນາ ອະທິຖານ ຫາບັນດາພະອື່ນ ແລະ ຢ່າເອີ່ຍເຖິງແມ່ນແຕ່ ຊື່ຂອງພະເຫລົ່ານັ້ນ.
\s5
\v 14 ຈົ່ງສະຫລອງເທດສະການ ສາມຄັ້ງຕໍ່ປີ ເພື່ອຍົກຍໍໃຫ້ກຽດເຮົາ.
\v 15 ໃນເດືອນອາບິບ ເດືອນທີ່ພວກເຈົ້າໄດ້ອອກມາຈາກປະເທດເອຢິບ ນັ້ນ ຈົ່ງສະຫລອງມື້ກິນເຂົ້າຈີ່ບໍ່ມີເຊື້ອແປ້ງ ຕາມພິທີທີ່ເຮົາໄດ້ບອກພວກເຈົ້າ. ຢ່າກິນເຂົ້າຈີ່ມີເຊື້ອແປ້ງໃດໆ ໃນເຈັດວັນ ຕາມກາໍນົດຂອງພິທີນັ້ນ. ຢ່າເຂົ້າມາ ນະມັດສະການເຮົາໂດຍບໍ່ມີເຄື່ອງຖວາຍ.
\s5
\v 16 ຈົ່ງສະຫລອງເທດສະການ ວັນເກັບກ່ຽວ ເມື່ອພວກເຈົ້າເລີ່ມເກັບກ່ຽວຜົນລະປູກ ຜົນແຮກທີ່ເກີດຈາກແຮງງານ ຂອງເຈົ້າ ຊຶ່ງເຈົ້າໄດ້ຫວ່ານພືດລົງໃນນາ. ຈົ່ງສະຫລອງເທດສະການ ວັນເກັບພືດຜົນປາຍປີ ເມື່ອເຈົ້າເກັບພືດຜົນ ຈາກທົ່ງນາ ອັນເປັນຜົນງານຂອງເຈົ້າ. [ກ]
\v 17 ທຸກໆ ປີໃດໃນ ເທດສະການ ສາມປາງນີ້ ໃຫ້ພວກຜູ້ຊາຍ ເຂົ້າມາຕໍ່ໜ້າພຣະເຈົ້າຢາເວ ພຣະເຈົ້າຜູ້ຍິ່ງໃຫຍ່.
\s5
\v 18 ຢ່າຖວາຍເຂົ້າຈີ່ມີເຊື້ອແປ້ງ ເມື່ອພວກເຈົ້າຂ້າສັດຖວາຍບູຊາແກ່ເຮົາ. ໄຂມັນສັດທີ່ຂ້າຖວາຍແກ່ເຮົາ ໃນລະຫວ່າງເທດສະການ ສາມປາງນີ້ ບໍ່ໃຫ້ມີເຫລືອຈົນຮອດຕອນເຊົ້າ ຂອງມື້ໃໝ່.
\v 19 ຈົ່ງນາໍພືດຜົນທີ່ດີເລີດ ຊຶ່ງໄດ້ເກັບກ່ຽວຄັ້ງແຮກ ມາຍັງວິຫານຂອງອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ. ຢ່າຕົ້ມຊີ້ນລູກແກະ ຫລື ລູກແບ້ ດ້ວຍນາໍ້ນົມແມ່ ຂອງມັນ.
\s5
\v 20 ເຮົາຈະໃຊ້ເທວະດາ ນາໍໜ້າໄປເພື່ອປົກປັກຮັກສາພວກເຈົ້າ ໃນການເດີນທາງທັງຈະນາໍພວກເຈົ້າ ໄປຍັງບ່ອນທີ່ເຮົາໄດ້ຈັດ ແຈງໄວ້.
\v 21 ຈົ່ງເອົາໃຈໃສ່ ແລະ ເຊື່ອຟັງ ເທວະດາ. ຢ່າຂັດຂືນເພາະແມ່ນເຮົາເອງ ທີ່ເປັນຜູ້ສັ່ງເທວະດານັ້ນ ແລະ ເພິ່ນຈະບໍ່ຍົກໂທດ ໃຫ້ແກ່ການຂັດຂືນໃດໆ ທັງສິ້ນ.
\v 22 ແຕ່ຖ້າພວກເຈົ້າເຊື່ອຟັງເທວະດານັ້ນ ແລະ ເຮັດຕາມທຸກໆ ສິ່ງທີ່ເຮົາໄດ້ສັ່ງໄວ້ ເຮົາ ຈະຕໍ່ສູ້ສັດຕູທັງຫລາຍຂອງພວກເຈົ້າ.
\s5
\v 23 ເທວະດາຂອງເຮົາ ຈະນາໍໜ້າພວກເຈົ້າໄປ ແລະ ຈະ​ພາພວກເຈົ້າເຂົ້າໄປໃນດິນແດນຂອງຊາວ ອາໂມ, ຊາວ ຮິດຕີ, ຊາວ ເປຣີຊີ, ຊາວ ການາອານ, ຊາວ ຮີວີ ແລະ ຊາວ ເຢບູດ ແລະ ເຮົາຈະທໍາລາຍພວກເຂົາທັງໝົດ.
\v 24 ຢ່າຂາບໄຫວ້ພະຂອງພວກເຂົາ ຫລື ນະມັດສະການພະ ເຫລົ່ານັ້ນເດັດຂາດ ແລະ ຢ່ານາໍເອົາພິທີປະຕິບັດ ທາງສາສະໜາຂອງພວກເຂົາມາໃຊ້. ຈົ່ງທາໍລາຍ ບັນດາພະຂອງພວກເຂົາ ພ້ອມທັງທັບເສົາ ຫິນສັກສິດໃຫ້ໝຸ່ນທະລາຍ.
\v 25 ຖ້າພວກເຈົ້ານະມັດສະການ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ; ເຮົາກໍຈະອວຍພອນ ພວກເຈົ້າບໍຣິບູນໄປດ້ວຍອາຫານ ການກິນ ແລະ ນາໍ້ດື່ມ ທັງຈະບັນດານໃຫ້ພວກເຈົ້າພົ້ນ ຈາກຄວາມເຈັບໄຂ້ໄດ້ປ່ວຍທຸກຊະນິດ.
\s5
\v 26 ໃນດິນແດນຂອງພວກເຈົ້າ ຈະບໍ່ມີແມ່ຍິງຫລຸລູກ ຫລື ເປັນໝັນ. ເຮົາຈະໃຫ້ພວກເຈົ້າມີຊີວິດຍືນຍາວ.
\v 27 ເຮົາຈະເຮັດໃຫ້ ຄົນຕໍ່ສູ້ພວກເຈົ້າ ຢ້ານກົວເຮົາ. ເຮົາຈະນາໍຄວາມສັບສົນວຸ້ນວາຍມາໃນທ່າມກາງຄົນຕໍ່ ສູ້ພວກເຈົ້າ ແລະຈະເຮັດໃຫ້ສັດຕູຂອງພວກເຈົ້າທຸກໆຄົນແລ່ນພ່າຍໜີໄປ.
\v 28 ເຮົາຈະເຮັດໃຫ້ສັດຕູຂອງພວກເຈົ້າແຕກຕື່ນເສຍຂວັນ; [ຂ] ເຮົາຈະຂັບໄລ່ຊາວຮີວີ, ຊາວການາອານ ແລະຊາວຮິດຕີ ອອກໜີໃນຂະນະທີ່ພວກເຈົ້າ ບຸກໜ້າເຂົ້າໄປ.
\v 29 ເຮົາຈະບໍ່ຂັບໄລ່ ພວກເຂົາອອກໄປໃນລະຫວ່າງປີດຽວກັນໂລດ; ຖ້າເຮົາເຮັດເຊັ່ນນັ້ນ ດິນແດນຈະວ່າງເປົ່າ ແລະສັດປ່າກໍຈະທະວີຫລາຍໂພດສໍາລັບພວກເຈົ້າ.
\s5
\v 30 ແຕ່ເຮົາຈະຂັບໄລ່ ພວກເຂົາອອກໄປເທື່ອລະເລັກລະນ້ອຍ ຈົນພວກເຈົ້າມີຈາໍນວນພຽງພໍ ເພື່ອຢຶດຄອງເອົາດິນແດນ ເປັນກໍາມະສິດ.
\v 31 ເຮົາຈະກໍານົດເຂດແດນຂອງພວກເຈົ້າ ໄວ້ຕັ້ງແຕ່ອ່າວ ອາກາບາ ຈົນເຖິງທະເລ ເມດີແຕຣາເນ ແລະ ຕັ້ງແຕ່ຖິ່ນແຫ້ງແລ້ງກັນດານ ຊີນາຍ ຈົນເຖິງແມ່ນາໍ້ ເອຟີຣັດ. ເຮົາຈະໃຫ້ພວກເຈົ້າມີອໍານາດເໜືອປະຊາຊົນຕ່າງໆ ໃນດິນແດນ ແລະ ພວກເຈົ້າຈະຂັບໄລ່ພວກເຂົາອອກໜີເມື່ອພວກເຈົ້າບຸກໜ້າເຂົ້າໄປ.
\v 32 ຢ່າເຮັດຂໍ້ຕົກລົງໃດໆກັບ ພວກເຂົາ ຫລື ກັບບັນດາພະຂອງພວກເຂົາ.
\v 33 ຢ່າຍອມໃຫ້ພວກເຂົາອາໄສຢູ່ໃນດິນແດນຂອງພວກເຈົ້າ. ຖ້າພວກເຈົ້າຍອມ ພວກເຂົາຈະພາພວກເຈົ້າເຮັດບາບຕໍ່ສູ້ເຮົາ. ຖ້າພວກເຈົ້າຂາບໄຫວ້ພະຂອງພວກເຂົາ ການ ກະທາໍເຊັ່ນນັ້ນ ກໍຈະເປັນບ້ວງແຮ້ວ ອັນຮ້າຍກາດສໍາລັບດັກຈັບພວກເຈົ້າເອງ.
\s5
\c 24
\p
\v 1 ແລ້ວພຣະເຈົ້າ ໄດ້ບອກໂມເຊ ວ່າ, “ເຈົ້າກັບອາໂຣນ, ນາດາບ, ອາບີຮູ, ພ້ອມທັງບັນດາຫົວໜ້າ 70 ຄົນຂອງຊາດອິດສະຣາເອນ ຈົ່ງຂຶ້ນມາຫາອົງພຣະຜູ້ເປັນເຈົ້າ ທີ່ເທິງພູເຂົາ; ເມື່ອຂື້ນມາແລ້ວ ໃຫ້ກົ້ມຂາບນະມັດສະການ ຢູ່ຫ່າງໆ.
\v 2 ໃຫ້ເຈົ້າຄົນດຽວເທົ່ານັ້ນ ເຂົ້າມາໃກ້ອົງພຣະຜູ້ເປັນເຈົ້າ. ຄົນອື່ນຢ່າໃຫ້ຫຍັບເຂົ້າມາໃກ້. ສ່ວນປະຊາຊົນນັ້ນ ຢ່າໃຫ້ຂຶ້ນມາຍັງເທິງພູ ເປັນເດັດຂາດ.”
\s5
\v 3 ໂມເຊ ຈຶ່ງໄດ້ນໍາຂໍ້ຄໍາສັ່ງ ແລະ ກົດຕ່າງໆ ຂອງອົງພຣະຜູ້ເປັນເຈົ້າໄປບອກປະຊາຊົນ ແລະ ປະຊາຊົນທຸກຄົນໄດ້ຕອບ ພ້ອມກັນວ່າ, “ພວກເຮົາຈະເຮັດທຸກໆ ສິ່ງຕາມທີ່ອົງພຣະຜູ້ເປັນເຈົ້າ ໄດ້ກ່າວ. ”
\v 4 ໂມເຊ ໄດ້ບັນທຶກຂໍ້ຄໍາສັ່ງຂອງອົງພຣະຜູ້ເປັນເຈົ້າໄວ້. ມື້ຕໍ່ມາແຕ່ເຊົ້າ ໂມເຊ ໄດ້ສ້າງແທ່ນບູຊາ ໜຶ່ງແທ່ນ ຂຶ້ນທີ່ຕີນພູ ແລະ ໄດ້ຕັ້ງຫິນສິບສອງກ້ອນໄວ້ເປັນອະນຸສອນ ຄື: ກ້ອນໜຶ່ງສໍາລັບເຜົ່າໜຶ່ງຂອງຊາດອິດສະຣາເອນ.
\s5
\v 5 ຕໍ່ມາ ເພິ່ນໄດ້ໃຊ້ພວກຄົນໜຸ່ມອິດສະຣາເອນ ເຜົາເຄື່ອງບູຊາຖວາຍ ແລະ ເຜົາງົວທັງໂຕຖວາຍ ເພື່ອຄວາມສາມັກຄີທາໍ ແກ່ອົງພຣະຜູ້ເປັນເຈົ້າ.
\v 6 ໂມເຊ ໄດ້ແບ່ງເລືອດສັດ ທີ່ຂ້ານັ້ນໃສ່ໄວ້ໃນຊາມ ເຄິ່ງໜຶ່ງແລະ ອີກເຄິ່ງໜຶ່ງ ເພິ່ນໄດ້ຊິດໃສ່ແທ່ນບູຊາ.
\s5
\v 7 ແລ້ວເພິ່ນກໍອ່ານໜັງສື ພັນທະສັນຍາ ດ້ວຍສຽງດັງສູ່ປະຊາຊົນຟັງ. ພວກເຂົາຕ່າງ ກໍເວົ້າວ່າ, “ພວກຂ້ານ້ອຍທັງໝົດ ຈະເຊື່ອຟັງ ອົງພຣະຜູ້ເປັນເຈົ້າ ແລະ ຈະເຮັດທຸກໆ ສິ່ງຕາມທີ່ພຣະອົງໄດ້ສັ່ງໄວ້. ”
\v 8 ແລ້ວໂມເຊ ກໍໄດ້ເອົາເລືອດໃນຊາມຊິດໃສ່ປະຊາຊົນ ແລະ ກ່າວວ່າ, “ອັນນີ້ ແມ່ນເລືອດແຫ່ງພັນທະສັນຍາ ທີ່ອົງພຣະຜູ້ເປັນເຈົ້າຕັ້ງໄວ້ ກັບພວກເຈົ້າ ເມື່ອພຣະອົງມອບພັນທະສັນຍານີ້ໃຫ້.”
\s5
\v 9 ໂມເຊ, ອາໂຣນ, ນາດາບ, ອາບີຮູ ແລະ ບັນດາຫົວໜ້າ ເຈັດສິບຄົນຂອງຊາດອິດສະຣາເອນ ຈຶ່ງພາກັນຂຶ້ນໄປເທິງພູ;
\v 10 ແລະ ພວກເຂົາໄດ້ເຫັນພຣະເຈົ້າຂອງຊາດອິດສະຣາເອນ. ລຸ່ມຕີນຂອງພຣະອົງ ມີສິ່ງໜຶ່ງປູໄວ້ ເປັນຄືແກ້ວໄພທູນສີຟ້າສະຫງ່າ ແຈ່ມໃສ ດັ່ງທ້ອງຟ້າ.
\v 11 ພຣະອົງບໍ່ໄດ້ທາໍ ລາຍບັນດາຫົວໜ້າຂອງຊາດອິດສະຣາເອນ; ພວກເຂົາໄດ້ເຫັນພຣະເຈົ້າ ແລ້ວພວກເຂົາກໍພາກັນກິນແລະດື່ມ.
\s5
\v 12 ອົງພຣະຜູ້ເປັນເຈົ້າ ໄດ້ກ່າວແກ່ ໂມເຊ ວ່າ, “ຈົ່ງຂຶ້ນມາຫາເຮົາ ທີ່ເທິງພູເຂົາ; ເມື່ອ ເຈົ້າມາຮອດທີ່ນີ້ແລ້ວ ເຮົາຈະໃຫ້ແຜ່ນຫິນ ສອງແຜ່ນ ຊຶ່ງບັນຈຸກົດບັນຍັດທັງໝົດ ທີ່ເຮົາໄດ້ຂຽນໄວ້ ສໍາລັບແນະນາໍປະຊາຊົນ. ”
\v 13 ໂມເຊ ແລະ ໂຢຊວຍ ຜູ້ຊ່ວຍຂອງຕົນຈຶ່ງໄດ້ຕຽມຕົວ ແລະ ໂມເຊ ກໍເລີ້ມ [ຄ] ຂຶ້ນໄປທີ່ເທິງພູເຂົາຂອງພຣະເຈົ້າ.
\s5
\v 14 ໂມເຊ ໄດ້ກ່າວແກ່ພວກຜູ້ນາໍຂອງຊາດ ອິດສະຣາເອນ ວ່າ, “ຈົ່ງຄອຍຖ້າພວກເຮົາຢູ່ທີ່ຄ້າຍພັກນີ້ ຈົນກວ່າພວກເຮົາກັບມາ. ອາໂຣນ ກັບ ຮູເຣ ຈະຢູ່ທີ່ນີ້ກັບພວກເຈົ້າ. ຖ້າມີເລື່ອງຫຍັງເກີດຂຶ້ນ ກໍໃຫ້ໄປຫາທ່ານທັງສອງ ນີ້ໄກ່ເກ່ຍໃຫ້. ”
\v 15 ເວລາທີ່ໂມເຊ ຂຶ້ນໄປຍັງເທິງພູເຂົານັ້ນ ເມກໄດ້ປົກຄຸມໜ່ວຍ ພູໄວ້.
\s5
\v 16-17 ແສງສຸກໃສແຫ່ງສະຫງ່າຣາສີ ຂອງອົງພຣະຜູ້ເປັນເຈົ້າ ກໍລົງມາທີ່ເທິງພູເຂົາ ຊີນາຍ. ໃນສາຍຕາຂອງຊາວອິດສະຣາເອນ ແລ້ວແສງນັ້ນເບິ່ງຄື ໄຟ ທີ່ກາໍລັງໄໝ້ເທິງພູເຂົາ. ເມກໄດ້ປົກຄຸມພູ ຢູ່ເປັນເວລາ ຫົກວັນ ແລະ ໃນວັນທີເຈັດ ອົງພຣະຜູ້ເປັນເຈົ້າໄດ້ເອີ້ນໂມເຊ ຈາກເມກທີ່ປົກຄຸມນັ້ນ.
\v 18 ໂມເຊ ໄດ້ຍ່າງຂຶ້ນໄປຍັງເທິງພູ ແລະ ເຂົ້າໄປ ໃນເມກນັ້ນ. ເພິ່ນໄດ້ຢູ່ໃນທີ່ນັ້ນ ເປັນເວລາສີ່ສິບວັນ ແລະ ສີ່ສິບຄືນ.
\s5
\c 25
\p
\v 1 ແລ້ວອົງພຣະຜູ້ເປັນເຈົ້າ ກໍໄດ້ສັ່ງໂມເຊ ໄວ້ວ່າ,
\v 2 “ຈົ່ງບອກຊາວອິດສະຣາເອນ ໃຫ້ນາໍສິ່ງຂອງມາຖວາຍແກ່ເຮົາ. ຈົ່ງຮັບຂອງຖວາຍຈາກທຸກໆ ຄົນທີ່ເຕັມໃຈໃຫ້.
\s5
\v 3 ຂອງຖວາຍນັ້ນ ຈະຕ້ອງແມ່ນ: ຄໍາ, ເງິນ, ທອງສໍາຣິດ;
\v 4 ຜ້າປ່ານເນື້ອລະອຽດດີ, ຂົນແກະສີຟ້າ, ສີມ່ວງ ແລະ ສີແດງເຂັ້ມ; ຜ້າທີ່ເຮັດດ້ວຍຂົນແບ້;
\v 5 ໜັງແກະເຖິກ ຍ້ອມ ສີແດງ; ໜັງສັດທີ່ລະອຽດດີ; ໄມ້ກະຖິນເທດ;
\v 6 ນາໍ້ມັນໄຕ້ຕະກຽງ; ເຄື່ອງເທດປຸງນາໍ້ມັນເຈີມສັກສິດ ເພື່ອໃຊ້ຫົດສົງ ແລະ ໃຊ້ເຮັດເຄື່ອງຫອມເຜົາບູຊາ.
\v 7 ແກ້ວໂກເມນ ແລະ ເພັດພອຍຊະນິດຕ່າງໆ ສໍາລັບຕົບແຕ່ງ ເສື້ອຄຸມສັ້ນ ເອໂຟດ [ງ] ແລະ ແຜ່ນປົກເອິກ ຂອງປະໂຣຫິດ.
\s5
\v 8 ຊາວອິດສະຣາເອນ ຕ້ອງສ້າງຫໍເຕັນສັກ ສິດສໍາລັບເຮົາ ເພື່ອວ່າເຮົາຈະຢູ່ທ່າມກາງພວກເຂົາ.
\v 9 ຈົ່ງເຮັດຫໍເຕັນ ແລະ ເຄື່ອງປະກອບນັ້ນ ຕາມແບບແຜນທີ່ເຮົາຈະສໍາແດງໃຫ້ເຈົ້າເບິ່ງ.
\s5
\v 10 ຈົ່ງເຮັດຫີບ ໜ່ວຍໜຶ່ງດ້ວຍໄມ້ກະຖິນເທດ ຍາວ 110 ເຊັນ, ກວ້າງ 66 ເຊັນ ແລະ ສູງ 66 ເຊັນ.
\v 11 ຈົ່ງໂອບຫີບນັ້ນ ດ້ວຍຄໍາສົດທັງຂ້າງໃນ ແລະ ຂ້າງນອກ ແລະ ໃຫ້ເຮັດຂອບຄໍາອ້ອມຮອບຫີບ.
\s5
\v 12 ຈົ່ງເອົາຄໍາຫລໍ່ຫູ ເພື່ອສອດຄານຫາມ ສີ່ຫູນັ້ນ ຕິດໃສ່ກັບແຈທັງສີ່ ຄື ຂ້າງລະສອງຫູ.
\v 13 ຈົ່ງເຮັດຄານຫາມ ດ້ວຍໄມ້ກະຖິນເທດ ແລະ ໂອບດ້ວຍຄໍາ
\v 14 ແລະ ຈົ່ງສອດຄານຫາມ ເຂົ້າໃສ່ຫູຂອງຂ້າງຫີບ ແຕ່ລະຂ້າງ.
\s5
\v 15 ຈົ່ງສອດຄານຫາມນັ້ນ ຄາໄວ້ເລີຍ ຢ່າຖອດອອກ.
\v 16 ແລ້ວຈົ່ງເອົາຫີນສອງແຜ່ນ ທີ່ຈາລຶກ ຂໍ້ຄໍາສັ່ງຂອງເຮົາ ທີ່ເຮົາຈະໃຫ້ເຈົ້າ ນັ້ນໃສ່ລົງໃນຫີບ.
\v 17 ຈົ່ງເອົາຄໍາສົດ ເຮັດຝາອັດຫີບ ຊຶ່ງຍາວ 110 ເຊັນ ແລະ ກວ້າງ 66 ເຊັນ.
\v 18-19 ແລ້ວເຈົ້າຈົ່ງເອົາຄໍາມາຫລໍ່ ເຄຣຸບ [ຈ] ສອງຕົນຕິດໃສ່ ກັບແຕ່ລະສົ້ນຂອງຝາອັດ ຫີບນັ້ນ. ຈົ່ງເຮັດໃຫ້ມັນເປັນເນື້ອດຽວ ກັບຝາອັດຫີບ.
\v 20 ໃຫ້ ເຄຣຸບ ນັ້ນປິ່ນໜ້າເຂົ້າຫາ ກັນຈາກສົ້ນໜຶ່ງ ຫາອີກສົ້ນໜຶ່ງຂອງຝາອັດຫີບ ແລະ ໃຫ້ສົ້ນສຸດຂອງປີກທັງສອງຂ້າງ ທີ່ພືອອກນັ້ນ ຕິດກັບຝາອັດຫີບ ໃຫ້ເປັນເນື້ອດຽວກັນ.
\v 21 ຈົ່ງເອົາຫິນສອງແຜ່ນ ໃສ່ລົງໃນຫີບນັ້ນ ແລະ ເອົາຝາອັດຫີບຢອງໄວ້ຢູ່ທາງເທິງ.
\s5
\v 22 ເຮົາຈະພົບກັບເຈົ້າ ຢູ່ທີ່ເທິງຝາອັດຫີບນັ້ນ ຄື ຢູ່ລະຫວ່າງເທິງປີກທັງສອງຂອງ ເຄຣຸບ; ໃນທີ່ນັ້ນເຮົາຈະໃຫ້ກົດບັນຍັດ ຕ່າງໆ ຂອງເຮົາແກ່ປະຊາຊົນອິດສະຣາເອນ.
\s5
\v 23 ຈົ່ງເຮັດໂຕະ ໜ່ວຍໜຶ່ງດ້ວຍໄມ້ກະຖິນເທດ ທີ່ຍາວ 88 ເຊັນ, ກວ້າງ 44 ເຊັນ ແລະ ສູງ 66 ເຊັນ.
\v 24 ຈົ່ງໂອບໂຕະນັ້ນ ດ້ວຍຄໍາສົດ ແລະ ຈົ່ງແນບຂອບໂຕະ ດ້ວຍຄໍາສົດ ຄືກັນ.
\s5
\v 25 ສ່ວນຂອບນອກຂອງໂຕະ ທີ່ເດ່ອອກມານັ້ນ ໃຫ້ກວ້າງ ເຈັດເຊັນເຄິ່ງ ພ້ອມແນບຂອບຄໍາໃສ່ອ້ອມຮອບ.
\v 26 ຈົ່ງເຮັດຫູ ເປັນຄໍາຕິດໃສ່ ໄວ້ທີ່ແຈຂາທັງສີ່.
\v 27 ຫູ ຊຶ່ງໃຊ້ສອດຄານຫາມນັ້ນ ໃຫ້ຕິດກັບຂອບຂອງໂຕະ.
\s5
\v 28 ຈົ່ງເຮັດຄານຫາມ ດ້ວຍໄມ້ກະຖິນເທດ ແລະ ໂອບດ້ວຍຄໍາ.
\v 29 ສ່ວນຈານ, ຈອກ, ໄຫ ແລະ ຖ້ວຍ ເພື່ອໃຊ້ໃນການຖວາຍບູຊາ ເຫລົ້າອະງຸ່ນນັ້ນ ຂອງເຫລົ່ານີ້ໃຫ້ເຮັດດ້ວຍຄໍາສົດ.
\v 30 ຈົ່ງວາງໂຕະ ໄວ້ຢູ່ຕໍ່ໜ້າຫີບພັນທະສັນຍາ ແລະ ທີ່ເທິງໂຕະນັ້ນ ຈົ່ງວາງ ເຂົ້າຈີ່ທີ່ຖວາຍບູຊາ ແກ່ເຮົາຕະຫລອດໄປ.
\s5
\v 31 ຈົ່ງເຮັດຕີນຮອງຕະກຽງ ດ້ວຍຄໍາສົດ; ຕີນແລະລໍາໂຕຂອງຫລັກຕະກຽງນັ້ນ ໃຫ້ຕີເປັນຮູບດອກໄມ້ ມີທັງດອກຈູມ ດອກບານ ແລະ ກີບດອກໄມ້ ໃຫ້ຕິດເປັນເນື້ອດຽວກັນ ກັບຕີນຮອງຂອງຕະກຽງ.
\v 32 ໃຫ້ມີກິ່ງ ຫົກກິ່ງ ແຍກອອກຈາກລໍາຂອງຕີນຕະກຽງນັ້ນ ຂ້າງລະສາມກິ່ງ.
\s5
\v 33 ແຕ່ລະກິ່ງ ໃນຫົກກິ່ງນັ້ນ ໃຫ້ປະດັບ ປະດາດ້ວຍຮູບດອກໄມ້ ສາມດອກ ຊຶ່ງມີລວດລາຍ ເໝືອນດອກໝາກບົກບານ ຄື ມີທັງກີບ ແລະ ກາບດ້ວຍ.
\v 34 ສ່ວນລໍາຂອງ ຕີນຕະກຽງນັ້ນ ໃຫ້ປະດັບປະດາ ດ້ວຍຮູບດອກໄມ້ ສີ່ດອກ ຊຶ່ງມີລວດລາຍເໝືອນດອກ ໝາກບົກບານມີກີບ ແລະ ມີກາບ ເຊັ່ນກັນ.
\s5
\v 35 ຢູ່ລຸ່ມຂອງກິ່ງທັງສາມຄູ່ ມີດອກໄມ້ຈູມ ດອກໜຶ່ງຕິດເປັນເນື້ອດຽວກັນກັບຕີນຂອງຕະກຽງ.
\v 36 ຈົ່ງເອົາຄໍາສົດມາຕີ ເປັນດອກໄມ້ຈູມ, ກິ່ງແລະຕີນຕະກຽງ ເຮັດໃຫ້ເປັນເນື້ອດຽວກັນ.
\s5
\v 37 ຈົ່ງເຮັດຕະກຽງ ເຈັດໜ່ວຍ ໃສ່ຕີນຕະກຽງ ແລະ ໄຕ້ໃຫ້ມັນສ່ອງແສງອອກໄປ ເປັນໜ້າກະດານ.
\v 38 ຄີມຄີບໄສ້ຕະກຽງ ແລະ ຖາດໃສ່ຄີມນັ້ນ ຈົ່ງເຮັດດ້ວຍຄໍາສົດ.
\v 39 ຕີນຕະກຽງ ກັບເຄື່ອງໃຊ້ທຸກຢ່າງ ຈົ່ງເຮັດ ດ້ວຍຄໍາສົດປະມານ 35 ກິໂລກາຼມ.
\v 40 ຈົ່ງເອົາໃຈໃສ່ ເຮັດສິ່ງເຫລົ່ານີ້ ຕາມແບບແຜນ ທີ່ເຮົາໄດ້ສໍາແດງຕໍ່ເຈົ້າ ທີ່ເທິງພູນັ້ນ.
\s5
\c 26
\p
\v 1 “ສໍາລັບຂ້າງໃນ ຂອງຫໍເຕັນສັກສິດ ບ່ອນຢູ່ຂອງເຮົານັ້ນ ຈົ່ງເຮັດດ້ວຍຜ້າປ່ານເນື້ອລະອຽດດີ ສິບຜືນ ຕໍ່າໃສ່ກັບຂົນແກະ ເປັນສີຟ້າ, ສີມ່ວງ ແລະ ສີແດງ. ຈົ່ງແສ່ວ ເຄຣຸບ ໃສ່ຜ້າເຫລົ່ານັ້ນ.
\v 2 ຜ້າແຕ່ລະຜືນນັ້ນ ໃຫ້ມີຂະໜາດເທົ່າກັນ ຄື: ຍາວສິບສອງ ແມັດ ແລະ ກວ້າງສອງແມັດ.
\v 3 ຈົ່ງຫຍິບ ຜ້າຫ້າຜືນ ໃຫ້ຕໍ່ກັນເປັນຜືນດຽວ ແລະ ອີກຫ້າຜືນນັ້ນ ກໍໃຫ້ຫຍິບເປັນຜືນດຽວຄືກັນ.
\s5
\v 4 ຈົ່ງເຮັດຫູຜ້າກັ້ງດ້ວຍຜ້າສີຟ້າ ຕາມແຂບຜ້າກັ້ງຊັ້ນນອກ ແຕ່ລະຜືນ.
\v 5 ຈົ່ງເຮັດຫູ ຫ້າສິບອັນໃສ່ຜ້າຜືນ ທີໜຶ່ງຂອງຜ້າກັ້ງຊຸດທາໍອິດ ແລະ ອີກຫ້າສິບຫູ ໃສ່ຜ້າຜືນສຸດທ້າຍ ຂອງຜ້າກັ້ງ ຊຸດທີສອງ.
\v 6 ຈົ່ງເຮັດຂໍຄໍາຫ້າສິບອັນ ສໍາລັບເກາະຜ້າກັ້ງ ໃຫ້ເປັນຜືນດຽວກັນ.
\s5
\v 7 ຈົ່ງເຮັດຜ້າປົກຄຸມຫໍເຕັນສິບເອັດຜືນ ດ້ວຍຂົນແບ້.
\v 8 ແຕ່ລະຜືນໃຫ້ມີຂະໜາດ ເທົ່າກັນ ຄື: ຍາວສິບສາມແມັດ ແລະ ກວ້າງ ສອງແມັດ.
\v 9 ໃຫ້ຫຍິບຜ້າກັ້ງຫ້າຜືນ ຕໍ່ກັນເປັນຜ້າປົກ ໜຶ່ງຊຸດ ແລະ ຫຍິບຫົກຜືນ ເປັນອີກຊຸດໜຶ່ງ. ສ່ວນຜືນທີຫົກນັ້ນ ໃຫ້ຢ່ອນລົງມາທາງໜ້າເຕັນ.
\s5
\v 10 ແລ້ວຈົ່ງເຮັດຫູ ຫ້າສິບອັນໃສ່ຜ້າຜືນ ສຸດທ້າຍຂອງຜ້າປົກ ຊຸດທາໍອິດ ແລະ ອີກຫ້າສິບອັນໃສ່ແຂບ ເທິງຂອງຜ້າປົກຊຸດທີສອງ.
\v 11 ຈົ່ງເຮັດຂໍທອງສໍາຣິດ ຫ້າສິບອັນ ສໍາລັບໃຊ້ເກາະຜ້າປົກທັງສອງຊຸດນັ້ນ ໃຫ້ຕິດເຂົ້າກັນເປັນຜ້າປົກຄຸມຜືນໜຶ່ງເທົ່ານັ້ນ.
\s5
\v 12 ແລ້ວຈົ່ງຫ້ອຍຜ້າເຄິ່ງຜືນ ທີ່ເຫລືອນັ້ນ ທາງຂ້າງຫລັງຂອງຫໍເຕັນ.
\v 13 ສ່ວນທີ່ເຫລືອອັນລະເຄິ່ງແມັດ ຂອງແຕ່ລະຂ້າງນັ້ນ ຈົ່ງຫ້ອຍຢ່ອນລົງມາ ປົກຄຸມຂ້າງຂອງຫໍເຕັນ.
\v 14 ຈົ່ງເຮັດສິ່ງປົກຄຸມອີກສອງຜືນ ຜ້າຜືນທາໍອິດ ໃຫ້ເຮັດດ້ວຍໜັງແກະເຖິກ ຍ້ອມສີແດງ ແລະ ຜ້າຜືນອື່ນ ໃຫ້ເຮັດດ້ວຍໜັງສັດທີ່ລະອຽດດີ ເພື່ອໃຊ້ປົກຄຸມຊັ້ນນອກ.
\s5
\v 15 ຈົ່ງເຮັດຮ່າງຂອບກາງຫໍເຕັນ ດ້ວຍໄມ້ກະຖິນເທດ ໂດຍຕັ້ງໃຫ້ທ່ຽງ.
\v 16 ແຕ່ລະຮ່າງນັ້ນ ໃຫ້ຍາວ 4 ແມັດ ແລະ ກວ້າງ 66 ເຊັນ.
\v 17 ແລ້ວໃຊ້ໄມ້ຄານສອງອັນຈັບຂອບເຂົ້າກັນໃຫ້ແໜ້ນ. ຮ່າງຂອບຜ້າກັ້ງນັ້ນ ຕ້ອງມີຄານຈັບທຸກໆ ອັນ.
\v 18 ຈົ່ງເຮັດຮ່າງ ຂອບໄມ້ຂອງຫໍເຕັນ 20 ຮ່າງທາງດ້ານໃຕ້
\s5
\v 19 ແລະ ເຮັດຕີນຮອງດ້ວຍເງິນ 40 ຕີນ ໂດຍໃຫ້ໃຊ້ຕີນຮອງສອງຕີນ ຕໍ່ຮ່າງຂອບໄມ້ ໜຶ່ງຮ່າງ ຊຶ່ງຈັ້ງດ້ວຍຄານສອງອັນ. 20 ຈົ່ງເຮັດຮ່າງຂອບໄມ້
\v 20 ຮ່າງທາງດ້ານເໜືອຂອງຫໍເຕັນ
\v 21 ແລະ ຕີນຮອງເປັນເງິນ 40 ຕີນ ໂດຍໃຫ້ໃຊ້ຕີນຮອງສອງຕີນ ຕໍ່ຮ່າງຂອບໄມ້ເຕັນໜຶ່ງຮ່າງ.
\s5
\v 22 ສໍາລັບດ້ານຫລັງ ຂອງຫໍເຕັນນັ້ນ ຄື ດ້ານຕາເວັນຕົກ ຈົ່ງເຮັດຮ່າງຂອບໄມ້ຫໍເຕັນຫົກຮ່າງ
\v 23 ແລະ ຮ່າງຂອບໄມ້ສອງຮ່າງ ສໍາລັບແຈ ຂອງຫໍເຕັນ.
\v 24 ສ່ວນແຈຂອງຮ່າງຂອບໄມ້ ຈົ່ງຕໍ່ເຂົ້າກັນທາງຂ້າງລຸ່ມ ແລະ ເລີຍໄປຮອດຂ້າງເທິງ. ແຈຮ່າງຂອບໄມ້ສອງອັນ ຈົ່ງເຮັດດັ່ງທີ່ກ່າວມານີ້.
\v 25 ດັ່ງນັ້ນ ເມື່ອລວມກັນແລ້ວ ກໍຈະມີຮ່າງຂອບໄມ້ຫໍເຕັນ ແປດຮ່າງ ແລະ ມີຕີນຮອງທີ່ເຮັດດ້ວຍເງິນ 16 ຕີນ ຄືແຕ່ລະຮ່າງຂອບໄມ້ມີຕີນຮອງ ສອງຕີນ.
\s5
\v 26 ຈົ່ງເຮັດຂາງດ້ວຍໄມ້ກະຖິນເທດ 15 ອັນ. ໄມ້ຂາງຫ້າອັນໃຊ້ສໍາລັບຮ່າງຂອບໄມ້ຫໍເຕັນດ້ານໜຶ່ງ.
\v 27 ໄມ້ຂາງອີກຫ້າອັນໃຊ້ສໍາລັບຈັ້ງ ຮ່າງຂອບໄມ້ຫໍເຕັນອີກດ້ານໜຶ່ງ ແລະອີກຫ້າອັນ ເພື່ອໃຊ້ຈັ້ງຮ່າງຂອບໄມ້ຫໍເຕັນທາງດ້ານຫລັງ ຄືດ້ານຕາເວັນຕົກ.
\v 28 ສ່ວນຂາງໂຕກາງ ທີ່ໃຊ້ຈັ້ງຮ່າງຂອບໄມ້ ເຄິ່ງໜຶ່ງຂຶ້ນໄປ ຈົ່ງໃຫ້ຢຽດຈາກສົ້ນໜຶ່ງຂອງຫໍເຕັນ ຫາອີກສົ້ນໜຶ່ງ.
\s5
\v 29 ຈົ່ງໂອບຮ່າງຂອບໄມ້ນັ້ນ ດ້ວຍຄໍາ ແລະເຮັດຫູຂອງຮ່າງຂອບນັ້ນ ດ້ວຍຄໍາຄືກັນ ເພື່ອຈັບຂາງໃຫ້ແໜ້ນເຂົ້າກັນ ສ່ວນຂາງນັ້ນ ກໍຈົ່ງໂອບດ້ວຍຄໍາຄືກັນ.
\v 30 ຈົ່ງຕັ້ງຫໍເຕັນຂຶ້ນຕາມແບບ ຊຶ່ງເຮົາໄດ້ສໍາແດງຕໍ່ເຈົ້າ ທີ່ເທິງພູເຂົານັ້ນ.
\s5
\v 31 ຈົ່ງເຮັດຜ້າກັ້ງຜືນໜຶ່ງ ທີ່ຕໍ່າດ້ວຍຜ້າປ່ານເນື້ອລະອຽດດີ ສັບກັບຜ້າຂົນແກະເປັນ ສີຟ້າ, ສີມ່ວງ ແລະ ສີແດງ. ຈົ່ງແສ່ວຮູບ ເຄຣຸບ ໃສ່ຜ້າຜືນນັ້ນ.
\v 32 ຈົ່ງແຂວນຜ້າກັ້ງ ຜືນນັ້ນໄວ້ ໂດຍໃຊ້ຂໍເກາະໃສ່ກັບເສົາໄມ້ກະຖິນເທດ ສີ່ເສົາ ຊຶ່ງໂອບດ້ວຍຄໍາ ແລະ ຕັ້ງໃສ່ ຕີນຮອງເສົາ ເປັນເງິນສີ່ຕີນ.
\v 33 ຈົ່ງໃຊ້ຂໍເກາະແຂວນຜ້າກັ້ງ ຢ່ອນລົງມາແຕ່ເພດານ ຂອງຫໍເຕັນ ແລ້ວຈົ່ງວາງຫີບພັນທະສັນຍາ ທີ່ໃຊ້ບັນຈຸຫິນສອງແຜ່ນນັ້ນ ໄວ້ທາງດ້ານຫລັງ ຂອງຜ້າກັ້ງ. ຜ້າກັ້ງນັ້ນຈະແຍກບ່ອນສັກສິດ ຈາກບ່ອນສັກສິດທີ່ສຸດ.
\s5
\v 34 ຈົ່ງເອົາຝາອັດຫີບພັນທະສັນຍາໄວ້.
\v 35 ຢູ່ທາງຂ້າງນອກຂອງບ່ອນສັກສິດທີ່ສຸດນັ້ນ ຈົ່ງຕັ້ງໂຕະໃສ່ທາງດ້ານເໜືອຂອງຫໍເຕັນ ແລະ ຕັ້ງຫລັກຕະກຽງໃສ່ທາງດ້ານໃຕ້.
\s5
\v 36 ສໍາລັບທາງເຂົ້າຫໍເຕັນນັ້ນ ຈົ່ງເຮັດ ຜ້າກັ້ງ ດ້ວຍຜ້າປ່ານເນື້ອລະອຽດດີ ຕໍ່າສັບກັນກັບຂົນແກະ ເປັນສີຟ້າ, ສີມ່ວງ ແລະ ສີແດງ ພ້ອມທັງຕົບແຕ່ງໂດຍຜ້າຫຍິບແສ່ວ ດ້ວຍ.
\v 37 ສໍາລັບຜ້າກັ້ງນັ້ນ ຈົ່ງເຮັດເສົາດ້ວຍໄມ້ກະຖິນເທດ ຫ້າເສົາໂອບດ້ວຍຄໍາ ແລະ ມີຂໍຄໍາເກາະຜ້າກັ້ງໄວ້; ຈົ່ງຫລໍ່ຕີນຮອງເສົາ ເປັນທອງສໍາຣິດຫ້າຕີນ ສໍາລັບຕັ້ງເສົາ.”
\s5
\c 27
\p
\v 1 “ຈົ່ງເຮັດແທ່ນບູຊາດ້ວຍໄມ້ກະຖິນເທດ. ສ່ວນແທ່ນນັ້ນ ຈົ່ງໃຫ້ເປັນຮູບສີ່ຫລ່ຽມ ດັ່ງນີ້: ຍາວ 2. 20 ແມັດ, ກວ້າງ 2. 20 ແມັດ ແລະ ສູງ 1. 30 ແມັດ.
\v 2 ຈົ່ງເຮັດຍອດແທ່ນເປັນ ຮູບເຂົາສັດ ໄວ້ທັງສີ່ແຈ ແລະ ໃຫ້ເປັນເນື້ອດຽວກັນກັບແທ່ນບູຊາ; ຈົ່ງໂອບແທ່ນນັ້ນດ້ວຍທອງສໍາຣິດ.
\s5
\v 3 ຈົ່ງເຮັດໝໍ້ ໃສ່ຂີ້ເຖົ່າຂອງໄຂມັນ, ເຮັດຊ້ວນ, ຖ້ວຍ, ຂໍເກາະ ແລະ ຖາດຮອງຖ່ານໄຟ. ເຄື່ອງໃຊ້ເຫລົ່ານີ້ ຈົ່ງເຮັດດ້ວຍທອງສໍາຣິດທັງໝົດ.
\v 4 ຈົ່ງເຮັດຕະຂ່າຍທອງສໍາຣິດໃສ່ເຕົາໄຟ ແລະ ຫລໍ່ຫູຈັບດ້ວຍທອງສໍາຣິດ ໃສ່ແຕ່ລະແຈ.
\s5
\v 5 ຕະຂ່າຍນີ້ ໃຫ້ຢູ່ລຸ່ມຂອບຂອງແທ່ນ ແລະ ໃຫ້ຢ່ອນລົງມາຮອດແຕ່ກາງແທ່ນ.
\v 6 ສ່ວນຄານຫາມນັ້ນ ຈົ່ງເຮັດດ້ວຍໄມ້ກະຖິນເທດ ແລະ ໂອບດ້ວຍທອງສໍາຣິດ.
\s5
\v 7 ແລ້ວໃຫ້ສອດໃສ່ຫູຂອງແທ່ນແຕ່ລະເບື້ອງໄວ້ ເພື່ອຫາມຍົກຍ້າຍໄປມາ.
\v 8 ສ່ວນແທ່ນນັ້ນ ຈົ່ງເຮັດດ້ວຍໄມ້ກະດານ ແລະ ຄວັດລົງເປັນໝົ້ງ ຕາມແຜນທີ່ເຮົາໄດ້ສໍາແດງ ໃຫ້ເຈົ້າເບິ່ງທີ່ເທິງພູເຂົານັ້ນ.
\s5
\v 9 ສໍາລັບຫໍເຕັນບ່ອນທີ່ເຮົາຢູ່ນັ້ນ ຈົ່ງອ້ອມດ້ວຍຜ້າກັ້ງ ທີ່ເຮັດຈາກຜ້າປ່ານເນື້ອລະອຽດດີ. ຜ້າກັ້ງທາງດ້ານໃຕ້ໃຫ້ຍາວ 44 ແມັດ
\v 10 ຈັ້ງດ້ວຍເສົາທອງສໍາຣິດ 20 ເສົາ ແລະ ຕີນຮອງເສົາທອງສໍາຣິດ 20 ຕີນ ໂດຍມີຂໍເກາະ ກັບຄັນສອດຜ້າກັ້ງ ທີ່ເຮັດດ້ວຍເງິນ.
\s5
\v 11 ສ່ວນທາງດ້ານເໜືອ ຂອງເດີ່ນນັ້ນ ຈົ່ງເຮັດຄືກັນ ກັບດ້ານໃຕ້ທຸກຢ່າງ.
\v 12 ຜ້າກັ້ງທາງດ້ານຕາເວັນຕົກ ໃຫ້ຍາວຊາວສອງ ແມັດ ກັບມີເສົາສິບເສົາ ແລະ ມີຕີນຮອງເສົາ ສິບຕີນດ້ວຍ.
\v 13 ທາງດ້ານຕາເວັນອອກ ຂອງປະຕູເຂົ້າຜ້າກັ້ງ ຊຶ່ງອ້ອມຮອບນັ້ນ ໃຫ້ກວ້າງ 22 ແມັດ ເຊັ່ນກັນ.
\s5
\v 14-15 ແຕ່ລະຂ້າງ ທາງດ້ານປະຕູ ເຂົ້າ ໃຫ້ມີຜ້າກັ້ງ 6. 60 ແມັດ ພ້ອມເສົາສາມເສົາ ແລະ ຕີນຮອງສາມຕີນ.
\v 16 ທີ່ທາງປະຕູເຂົ້ານັ້ນ ຈົ່ງໃຫ້ມີຜ້າກັ້ງ ເກົ້າແມັດ ຊຶ່ງເຮັດດ້ວຍຜ້າປ່ານເນື້ອລະອຽດດີ ຕໍ່າສັບກັນກັບຜ້າຂົນແກະ ເປັນສີຟ້າ, ສີມ່ວງ ແລະ ສີແດງ ພ້ອມທັງຕົບແຕ່ງດ້ວຍການຫຍິບແສ່ວ. ຜ້າກັ້ງຜືນນີ້ ຈົ່ງໃຫ້ມີເສົາ ສີ່ເສົາ ແລະ ມີຕີນຮອງເສົາ ສີ່ຕີນ ຈັ້ງໄວ້.
\s5
\v 17 ຄັນສອດຜ້າກັ້ງ ທີ່ເປັນເງິນນັ້ນ ຈົ່ງຕໍ່ ເຂົ້າກັນກັບເສົາທັງໝົດຂອງຜ້າກັ້ງ ທີ່ອ້ອມຮອບ ຫໍເຕັນໂດຍມີຂໍເກາະເປັນເງິນ ແລະ ຕີນຮອງເສົາເປັນທອງສໍາຣິດ.
\v 18 ຜ້າກັ້ງອ້ອມຮອບ ໃຫ້ຍາວ 44 ແມັດ, ກວ້າງ 22 ແມັດ ແລະ ສູງ 2. 20 ແມັດ. ສ່ວນຜ້າກັ້ງນັ້ນ ຈົ່ງເຮັດດ້ວຍຜ້າປ່ານເນື້ອລະອຽດດີ ແລະ ຕີນຮອງເສົານັ້ນ ກໍໃຫ້ເຮັດດ້ວຍທອງສໍາຣິດ.
\v 19 ເຄື່ອງໃຊ້ທັງໝົດ ປະຈາໍຫໍເຕັນ ພ້ອມທັງຫລັກສຽບຂອງຫໍເຕັນ ແລະ ຂອງຜ້າກັ້ງ ທີ່ອ້ອມຮອບຫໍເຕັນນັ້ນ ຈົ່ງເຮັດດ້ວຍທອງສໍາຣິດທັງສິ້ນ.
\s5
\v 20 ຈົ່ງສັ່ງປະຊາຊົນອິດສະຣາເອນ ໃຫ້ນາໍ ນາໍ້ມັນໝາກກອກເທດ ອັນດີທີ່ສຸດມາໃຫ້ເຈົ້າ ສໍາລັບໄຕ້ຕະກຽງໃນເວລາກາງຄືນ ເພື່ອມັນຈະສ່ອງແສງສະຫວ່າງຢູ່ສະເໝີ
\v 21 ໃຫ້ອາໂຣນ ແລະ ພວກລູກຊາຍຂອງລາວ ເປັນຜູ້ບົວລະບັດຮັກສາຕະກຽງ ຢູ່ຊ້ອງໜ້າເຮົາ ໃນຫໍເຕັນເບື້ອງນອກ ຄື ຢູ່ນອກຜ້າກັ້ງທາງໜ້າຂອງຫີບພັນທະສັນຍາ. ຈົ່ງໄຕ້ຕະກຽງ ແຕ່ຕອນຄໍ່າຈົນເຖິງຕອນຮຸ່ງເຊົ້າຢູ່ຊ້ອງໜ້າເຮົາ. ຈົ່ງໃຫ້ຊາວອິດສະຣາເອນ ກັບເຊື້ອສາຍຂອງ ພວກເຂົາ ຕັ້ງໃຈໃສ່ປະຕິບັດຕາມຄໍາສັ່ງນີ້ ຕະຫລອດໄປ.”
\s5
\c 28
\p
\v 1 “ຈົ່ງເອີ້ນ ອາໂຣນ ອ້າຍຂອງເຈົ້າ ແລະ ພວກລູກຊາຍຂອງລາວມາ ເຊັ່ນວ່າ: ນາດາບ, ອາບີຮູ, ເອເລອາຊາ ແລະ ອີທາມາ. ຈົ່ງແຍກພວກເຂົາຢູ່ຕ່າງຫາກ ຈາກປະຊາຊົນ ອິດສະຣາເອນ ເພື່ອວ່າພວກເຂົາຈະບົວລະບັດຮັບໃຊ້ເຮົາ ໃນຖານະປະໂຣຫິດ.
\v 2 ຈົ່ງເຮັດເຄື່ອງປະຈາໍຕໍາແໜ່ງປະໂຣຫິດ ໃຫ້ແກ່ອາໂຣນ ອ້າຍຂອງເຈົ້າໃຫ້ສົມກຽດ ແລະ ສະຫງ່າງາມ.
\v 3 ໃຫ້ເອີ້ນ ຊ່າງທີ່ມີສີ ມືທັງໝົດ ຄື ຜູ້ທີ່ເຮົາໄດ້ໃຫ້ຄວາມສາມາດພິເສດ ແກ່ພວກເຂົານັ້ນມາ ແລະ ບອກພວກເຂົາເຮັດເຄື່ອງນຸ່ງໃຫ້ ອາໂຣນ ເພື່ອວ່າລາວ ຈະໄດ້ຖວາຍຊີວິດຂອງລາວ ບົວລະບັດຮັບໃຊ້ເຮົາໃນຖານະປະໂຣຫິດ.
\s5
\v 4 ຈົ່ງບອກພວກເຂົາ ໃຫ້ເຮັດແຜ່ນປົກເອິກ, ເສື້ອຄຸມສັ້ນ ເອໂຟດ, ເສື້ອຄຸມຍາວບໍ່ມີແຂນ, ເສື້ອຄຸມຍາວມີແຂນ, ໝວກສຸບ ແລະ ຜ້າຮັດແອວ. ພວກເຂົາຕ້ອງເຮັດເຄື່ອງປະຈາໍ ຕໍາແໜ່ງປະໂຣຫິດເຫລົ່ານີ້ໃຫ້ອາໂຣນ ອ້າຍຂອງເຈົ້າ ແລະ ພວກລູກຊາຍຂອງລາວ ເພື່ອພວກເຂົາຈະໄດ້ບົວລະບັດຮັບໃຊ້ເຮົາ ໃນຖານະປະໂຣຫິດ.
\v 5 ຈົ່ງໃຫ້ພວກຊ່າງສີມືໃຊ້ຜ້າຂົນແກະສີຟ້າ, ສີມ່ວງ, ສີແດງ, ດ້າຍສີຄໍາ ແລະ ຜ້າປ່ານເນື້ອລະອຽດດີ ເຮັດເຄື່ອງເຫລົ່ານີ້.
\s5
\v 6 ຈົ່ງໃຫ້ພວກເຂົາເຮັດເສື້ອຄຸມສັ້ນ ເອໂຟດ ນີ້ດ້ວຍຜ້າຂົນແກະສີຟ້າ, ສີມ່ວງ, ສີແດງ, ດ້າຍສີຄໍາ ແລະ ຜ້າປ່ານເນື້ອລະອຽດ ດີຕົບແຕ່ງ ດ້ວຍການຫຍິບແສ່ວ.
\v 7 ຜ້າສອງຕ່ອນ ທີ່ບ່າໄຫລ່ຂອງເສື້ອນັ້ນ ຈົ່ງໃຫ້ຫຍິບຕິດກັນ ກັບຂ້າງເສື້ອທັງສອງ.
\v 8 ສ່ວນສາຍຮັດນັ້ນ ຈົ່ງໃຊ້ຜ້າປ່ານເນື້ອລະອຽດ ດີ ຊະນິດດຽວກັນກັບເສື້ອຄຸມສັ້ນ ເອໂຟດ ແລະ ຫຍິບຕິດກັບເສື້ອເລີຍ.
\v 9 ຈົ່ງໃຊ້ແກ້ວໂກເມນ ສອງແຜ່ນຈາລຶກຊື່ຂອງລູກຊາຍສິບສອງຄົນ ຂອງ ຢາໂຄບ
\s5
\v 10 ຕາມລະດັບການເກີດ ໂດຍຫົກຊື່ທໍາອິດນັ້ນ ໃຫ້ຈາລຶກໃສ່ແກ້ວຫິນ ແຜ່ນທີໜຶ່ງແລະ ອີກຫົກຊື່ຫລັງນັ້ນໃຫ້ຈາລຶກໃສ່ແກ້ວຫິນ ແຜ່ນທີສອງ.
\v 11 ຈົ່ງໃຫ້ຊ່າງແກະສະຫລັກ ຜູ້ທີ່ຊໍານິຊໍານານ ຈາລຶກຊື່ລູກຊາຍ ສິບສອງຄົນຂອງ ຢາໂຄບ ໃສ່ແຜ່ນຫິນສອງແຜ່ນ ແລະ ເຮັດຂອບຄໍາໃສ່ແຜ່ນຫິນນັ້ນ.
\v 12 ຫິນສອງແຜ່ນ ຊຶ່ງໝາຍເຖິງສິບສອງເຜົ່າ ຂອງຊາດອິດສະຣາເອນ ນັ້ນ ຈົ່ງໃຫ້ຕິດໃສ່ໄວ້ກັບເສື້ອຄຸມສັ້ນ ເອໂຟດ ເລີຍ ທີ່ເທິງບ່າໄຫລ່. ດ້ວຍເຫດນີ້ແຫລະ ອາໂຣນ ຈຶ່ງຈະຖືຊື່ຂອງພວກເຂົາໄວ້ເທິງບ່າໄຫລ່ຂອງຕົນ ເພື່ອເປັນທີ່ລະນຶກ ຕໍ່ໜ້າອົງພຣະຜູ້ເປັນເຈົ້າ.
\s5
\v 13 ຈົ່ງເຮັດກະໂບກຄໍາ ສອງອັນ
\v 14 ແລະ ຕີສາຍສ້ອຍຄໍາສົດ ສອງເສັ້ນ ຖັກກ້ຽວກັນ ຄືກັບເສັ້ນເຊືອກ ແລະ ມັດຕິດໄວ້ກັບກະໂບກຄໍານັ້ນ.”
\s5
\v 15 “ຈົ່ງເຮັດແຜ່ນປົກເອິກ ໃຫ້ປະໂຣຫິດ ເພື່ອໃຊ້ໃນການຕັດສິນພຣະປະສົງ ຂອງ ພຣະເຈົ້າ. ໃຫ້ໃຊ້ຜ້າແບບດຽວກັນ ກັບຜ້າທີ່ເຮັດເສື້ອຄຸມສັ້ນ ເອໂຟດ ພ້ອມກັບຕົບແຕ່ງຢ່າງດຽວກັນດ້ວຍ.
\v 16 ສ່ວນແຜ່ນປົກເອິກ ນັ້ນ ຈົ່ງເຮັດເປັນສີ່ຫລ່ຽມມົນທົນ ພັບທາງ ກາງໄດ້; ແຕ່ລະຂ້າງໃຫ້ມີ ຊາວສອງ ເຊັນ.
\s5
\v 17 ແລ້ວຈົ່ງໃຫ້ຝັງແກ້ວ ສີ່ແຖວ ໃສ່ຕາມແຜ່ນປົກເອິກນັ້ນ ຄື: ໃນແຖວທີໜຶ່ງ ໃຫ້ຝັງທັບທິມ, ພອຍເຫລືອງ, ໂກເມນ;
\v 18 ໃນ ແຖວທີສອງ ໃຫ້ຝັງມໍຣະກົດ, ໄພທູນ ແລະ ເພັດ;
\v 19 ໃນແຖວທີສາມ ໃຫ້ຝັງນິນ, ໂມຣາ ແລະ ເພທາຍສີມ່ວງ;
\v 20 ສ່ວນຢູ່ໃນແຖວທີສີ່ ນັ້ນໃຫ້ຝັງເພທາຍ, ພອຍສີແດງໃສ ແລະ ມະນີໂຊດ. ແກ້ວທັງໝົດນີ້ ໃຫ້ຝັງລົງໃສ່ໃນກະໂບກຄໍາ.
\s5
\v 21 ແກ້ວແຕ່ລະຢ່າງ ໃນຈໍານວນສິບສອງ ຊະນິດນັ້ນ ຈົ່ງໃຫ້ຈາລຶກ ຊື່ລູກຊາຍຂອງ ຢາໂຄບ ໃສ່ ຊຶ່ງໝາຍເຖິງສິບສອງເຜົ່າຂອງ ຊາດອິດສະຣາເອນ.
\v 22 ຈົ່ງຕີສາຍສ້ອຍຄໍາສົດ ຖັກກ້ຽວກັນຄືເຊືອກ ແລະ ມັດຕິດກັນ ກັບແຜ່ນປົກເອິກນັ້ນ.
\v 23 ຈົ່ງເຮັດແຫວນຄໍາ ສອງວົງ ແລະ ມັດຕິດໃສ່ກັບສົ້ນເທິງ ຂອງແຜ່ນປົກເອິກ
\v 24 ພ້ອມທັງມັດສ້ອຍຄໍາ ສອງເສັ້ນ ໃສ່ກັບແຫວນສອງວົງນັ້ນ.
\s5
\v 25 ປາຍສາຍສ້ອຍອີກສອງຂ້າງ ໃຫ້ມັດ ຕິດກັບກະໂບກຄໍາ. ດ້ວຍວິທີນີ້ ມັນຈຶ່ງຖືກມັດ ຕິດໄວ້ ທາງໜ້າກັບສາຍຮັດເສື້ອຄຸມສັ້ນ ເອໂຟດ ທັງສອງເບື້ອງ ທີ່ບ່າໄຫລ່ໄດ້.
\v 26 ຈົ່ງເຮັດແຫວນຄໍາສອງວົງ ແລະ ມັດເປັນຫູ ຕິດໄວ້ທີ່ແຈລຸ່ມ ທັງສອງຂ້າງຂອງແຜ່ນປົກເອິກທາງໃນ ທີ່ຕິດກັບເສື້ອຄຸມສັ້ນ ເອໂຟດ.
\s5
\v 27 ຈົ່ງເຮັດແຫວນຄໍາ ອີກສອງວົງຜູກຕິດກັນກັບທາງລຸ່ມ ຂອງສາຍດຶງ ທັງສອງຂ້າງ ທາງໜ້າບ່າໄຫລ່ຂອງເສື້ອຄຸມສັ້ນ ເອໂຟດ ທີ່ໃກ້ກັບສາຍດຶງ ແລະ ເທິງສາຍແອວປ່ານ ນັ້ນ.
\v 28 ໃຫ້ຜູກຫູແຜ່ນ ປົກເອິກ ຕິດກັບຫູເສື້ອຄຸມສັ້ນ ເອໂຟດ ດ້ວຍ ເຊືອກສີຟ້າ ເພື່ອໃຫ້ແຜ່ນປົກເອິກ ຮັດຕິດກັບເອິກ ທີ່ເທິງສາຍແອວ ແລະ ບໍ່ໃຫ້ມັນຫລຸດ ລົງມາໄດ້.
\s5
\v 29 ເມື່ອອາໂຣນ ເຂົ້າໄປຍັງສະຖານທີ່ສັກສິດ ລາວຈະໃສ່ແຜ່ນປົກເອິກ ຊຶ່ງຈາລຶກຊື່ຂອງເຜົ່າຕ່າງໆ ຂອງ ຊາດອິດສະຣາເອນ ກໍເພື່ອວ່າ ຈະເປັນທີ່ລະນຶກຕໍ່ໜ້າອົງພຣະຜູ້ເປັນເຈົ້າສືບ ໆໄປ.
\v 30 ຈົ່ງໃສ່ ອຸຣິມ ແລະ ທຸມມິມ [ສ] ໄວ້ໃນແຜ່ນປົກເອິກ ເພື່ອວ່າ ອາໂຣນ ຈະຖືໄປນາໍ ເມື່ອລາວເຂົ້າມາຍັງບ່ອນສັກສິດຂອງເຮົາ. ເວລາເຂົ້າມາຫາເຮົາ ລາວຕ້ອງໃສ່ແຜ່ນປົກເອິກຢູ່ສະເໝີ ເພື່ອວ່າ ລາວຈະສາມາດຕັດສິນ ຄວາມປະສົງຂອງເຮົາ ທີ່ມີຕໍ່ປະຊາຊົນອິດສະຣາເອນ.”
\s5
\v 31 “ເສື້ອຄຸມຍາວບໍ່ມີແຂນ ທີ່ຢູ່ລຸ່ມເສື້ອຄຸມສັ້ນ ເອໂຟດ ນັ້ນ ຈົ່ງໃຫ້ເຮັດດ້ວຍຜ້າຂົນແກະສີຟ້າ ໝົດທັງໂຕ.
\v 32 ຈົ່ງຫຍິບເປັນເສື້ອຄໍສຸບ ທັງລຽບຕາມຄໍ. ເສື້ອນີ້ໃຫ້ແນບດ້ວຍຜ້າໜາ ເພື່ອບໍ່ໃຫ້ຂາດງ່າຍ.
\s5
\v 33-34 ທີ່ຕີນຂອງເສື້ອຄຸມ ໃຫ້ປັກຮູບ ໝາກພີລາ ດ້ວຍຜ້າຂົນແກະສີຟ້າ, ສີມ່ວງ ແລະ ສີແດງ ສັບກັນໄປກັບໝາກກະດິ່ງຄໍາ.
\v 35 ຈົ່ງໃຫ້ອາໂຣນ ໃສ່ເສື້ອຄຸມນີ້ ເມື່ອລາວ ເຂົ້າໄປບົວລະບັດຮັບໃຊ້ເຮົາ ໃນຖານະປະໂຣຫິດ. ເມື່ອລາວເຂົ້າມາຫາເຮົາ ໃນບ່ອນສັກສິດ ຫລື ເມື່ອລາວອອກໄປ ໝາກກະດິ່ງຈະດັງຂຶ້ນ ແລະ ລາວກໍຈະບໍ່ຕາຍ.
\s5
\v 36 ຈົ່ງເຮັດເຄື່ອງປະດັບ ດ້ວຍຄໍາສົດ ແລະ ຈາລຶກຊື່ໃສ່ວ່າ ‘ອຸທິດຖວາຍແດ່ອົງພຣະຜູ້ເປັນເຈົ້າ.
\v 37 ຈົ່ງມັດເຄື່ອງປະດັບ ນັ້ນ ດ້ວຍເຊືອກສີຟ້າ ຕິດທາງໜ້າໝວກ.
\v 38 ຈົ່ງໃຫ້ອາໂຣນ ໃສ່ເຄື່ອງປະດັບນັ້ນ ປິ່ນມາທາງໜ້າ ເພື່ອວ່າອົງພຣະຜູ້ເປັນເຈົ້າ ຈະຮັບເອົາການຖວາຍທຸກຢ່າງ ທີ່ປະຊາຊົນອິດສະຣາເອນ ຖວາຍ ເຖິງແມ່ນວ່າປະຊາຊົນ ໄດ້ເຮັດຜິດບາງສິ່ງບາງຢ່າງໃນການຖວາຍ ກໍຕາມ.
\s5
\v 39 ຈົ່ງຫຍິບເສື້ອຄຸມຍາວມີແຂນ ຂອງ ອາໂຣນ ດ້ວຍຜ້າປ່ານເນື້ອລະອຽດດີ ແລະ ໝວກສຸບ ກໍໃຫ້ເຮັດດ້ວຍຜ້າປ່ານເນື້ອລະອຽດດີ ຄືກັນ. ສ່ວນສາຍແອວນັ້ນ ກໍເຊັ່ນດຽວກັນ ຈົ່ງຕົບແຕ່ງດ້ວຍການຫຍິບແສ່ວ ຢ່າງສວຍງາມ.
\s5
\v 40 ຈົ່ງຫຍິບເສື້ອຄຸມ, ສາຍຮັດແອວ ແລະ ໝວກສຸບ ໃຫ້ພວກລູກຊາຍຂອງອາໂຣນ ເຊັ່ນດຽວກັນ ເພື່ອໃຫ້ພວກເຂົາໄດ້ຮັບກຽດ ແລະ ສະຫງ່າງາມ.
\v 41 ເຈົ້າຈົ່ງນຸ່ງເຄື່ອງ ເຫລົ່ານີ້ໃຫ້ອາໂຣນ ອ້າຍຂອງເຈົ້າ ແລະພວກ ລູກຊາຍຂອງລາວ. ແລ້ວຈົ່ງແຕ່ງຕັ້ງ ແລະ ອຸທິດຖວາຍພວກເຂົາ ໂດຍໃຊ້ນາໍ້ມັນເຈີມສັກສິດ ທີ່ເຮັດດ້ວຍໝາກກອກເທດ ຫົດສົງເພື່ອພວກເຂົາຈະໄດ້ບົວລະບັດຮັບໃຊ້ເຮົາໃນ ຖານະປະໂຣຫິດ.
\s5
\v 42 ຈົ່ງຫຍິບສົ້ງຂາສັ້ນ ດ້ວຍຜ້າປ່ານໃຫ້ພວກເຂົາ ໃຫ້ຍາວຕັ້ງແຕ່ແອວ ລົງມາຮອດ ຂາໂຕ້ ເພື່ອປົກປິດຕົວຂອງພວກເຂົາ.
\v 43 ອາໂຣນ ກັບພວກລູກຊາຍຂອງລາວ ຕ້ອງນຸ່ງ ສົ້ງຂາສັ້ນຢູ່ປະຈາໍ ເມື່ອພວກເຂົາເຂົ້າມາຍັງຫໍເຕັນບ່ອນເຮົາຢູ່ ຫລື ເຂົ້າມາໃກ້ແທ່ນບູຊາ ເວລາບົວລະບັດຮັບໃຊ້ເຮົາ ໃນຖານະປະໂຣຫິດ ທີ່ບ່ອນສັກສິດ ເພື່ອພວກເຂົາຈະບໍ່ຕາຍ ຍ້ອນວ່າບໍ່ປົກປິດຕົນຕົວ. ອັນນີ້ແມ່ນ ກົດເກນ ອັນຖາວອນ ຊຶ່ງອາໂຣນ ແລະ ເຊື້ອສາຍ ຂອງລາວ ຈະຕ້ອງປະຕິບັດຕະຫລອດໄປ.”
\s5
\c 29
\p
\v 1 “ນີ້ແມ່ນ ສິ່ງທີ່ເຈົ້າຈະເຮັດໃນການອຸທິດຖວາຍອາໂຣນ ແລະ ລູກຊາຍຂອງລາວ ເພື່ອບົວລະບັດຮັບໃຊ້ເຮົາ ໃນຖານະປະໂຣຫິດ. ຈົ່ງເອົາງົວເຖິກໜຸ່ມໂຕໜຶ່ງ ແລະ ແກະເຖິກສອງໂຕ ທີ່ມີສຸຂະພາບດີ ແລະ ບໍ່ມີຕໍາໜິມາຖວາຍ.
\v 2 ຈົ່ງໃຊ້ແປ້ງຊະນິດດີທີ່ສຸດ ແຕ່ບໍ່ມີເຊື້ອແປ້ງ ແລະ ນາໍ້ມັນໝາກກອກເທດ ມາເຮັດເຂົ້າຈີ່ ຊຶ່ງບາງຊະນິດນັ້ນ ບໍ່ຕ້ອງໃຊ້ ນໍ້າມັນໝາກກອກເທດ ແລະ ເຂົ້າຈີ່ບາງຊະນິດ ຊຶ່ງເປັນແຜ່ນບາງໆ ຕ້ອງໃຊ້ນາໍ້ມັນ ໝາກກອກເທດ.
\s5
\v 3 ເມື່ອເຮັດແລ້ວ ໆ ຈົ່ງໃຫ້ເອົາເຂົ້າຈີ່ທັງໝົດໃສ່ກະຕ່າໜ່ວຍໜຶ່ງ ແລະ ຖວາຍແກ່ເຮົາ ເມື່ອພວກເຈົ້ານາໍງົວໜຸ່ມ ແລະ ແກະເຖິກມາເຜົາຖວາຍ.
\v 4 ຈົ່ງນາໍອາໂຣນ ແລະ ພວກລູກຊາຍຂອງລາວ ມາຍັງປະຕູເຂົ້າຫໍເຕັນ ບ່ອນເຮົາຢູ່ ແລະ ໃຫ້ພວກເຂົາຮັບພິທີ ອາບນາໍ້ຊໍາລະ.
\s5
\v 5 ເມື່ອອາບແລ້ວ ໆ ເຈົ້າຈົ່ງໃສ່ເຄື່ອງປະຈາໍຕໍາແໜ່ງປະໂຣຫິດໃຫ້ອາໂຣນ ເຊັ່ນວ່າ: ເສື້ອຄຸມຍາວມີແຂນ, ເສື້ອຄຸມຍາວບໍ່ມີແຂນ, ເສື້ອຄຸມສັ້ນ ເອໂຟດ, ແຜ່ນປົກເອິກ ແລະ ສາຍຮັດແອວ.
\v 6 ຈົ່ງສຸບໝວກໃຫ້ລາວ ແລະ ມັດເຄື່ອງປະດັບທີ່ຈາລຶກ ວ່າ ‘ອຸທິດຖວາຍແດ່ອົງພຣະຜູ້ເປັນເຈົ້າ’ ໃສ່ທາງໜ້າ ໝວກ
\v 7 ແລ້ວເຈົ້າຈົ່ງເອົານໍ້າມັນສັກສິດ ຫົດສົງທີ່ເທິງຫົວຂອງລາວ ແລະ ສະຖາປະນາລາວ.
\s5
\v 8-9 ຈົ່ງນາໍພວກລູກຊາຍ ຂອງອາໂຣນ ມາແລະນຸ່ງເຄື່ອງໃຫ້ ພ້ອມທັງຮັດສາຍແອວ ກັບສຸບໝວກໃຫ້ພວກເຂົາດ້ວຍ. ຈົ່ງສະຖາປະນາ ອາໂຣນ ກັບພວກລູກຊາຍຂອງລາວ ດ້ວຍວິທີນີ້ແຫລະ. ພວກເຂົາແລະເຊື້ອສາຍຂອງພວກເຂົາຈະບົວລະບັດຮັບໃຊ້ເຮົາ ໃນຖານະປະໂຣຫິດຕະຫລອດໄປ.
\s5
\v 10 ຈົ່ງເອົາງົວເຖິກມາ ຍັງໜ້າຫໍເຕັນບ່ອນ ເຮົາຢູ່ ແລະບອກ ອາໂຣນ ພ້ອມພວກລູກຊາຍຂອງລາວ ວາງມືລົງເທິງຫົວງົວເຖິກນັ້ນ.
\v 11 ແລ້ວໃຫ້ເຈົ້າຂ້າ ປາດຄໍງົວເຖິກຢູ່ທາງ ປະຕູເຂົ້າຫໍເຕັນ ຊ້ອງໜ້າອັນບໍຣິສຸດຂອງເຮົາ.
\s5
\v 12 ເຈົ້າຈົ່ງເອົາເລືອດງົວບາງສ່ວນ ແລະ ໃຊ້ມືຂອງເຈົ້າ ຈຸ່ມລົງໃນເລືອດທາໃສ່ຍອດ ແທ່ນ. ແລ້ວຈົ່ງຖອກສ່ວນທີ່ເຫລືອ ໃສ່ພື້ນ ຂອງແທ່ນບູຊາ.
\v 13 ຕໍ່ໄປ ເຈົ້າຈົ່ງເອົາເຄື່ອງໃນໄຂມັນ, ໜັງບາງໆ ຫຸ້ມຫໍ່ຕັບ, ແລະ ໝາກໄຂ່ຫຼັງທັງສອງໜ່ວຍ ພ້ອມໄຂມັນທີ່ຕິດຢູ່ນັ້ນ ເຜົາເທິງແທ່ນບູຊາ ຖວາຍແກ່ເຮົາ.
\v 14 ສ່ວນຊີ້ນ, ໜັງ ແລະ ໄສ້ພຸງໃຫ້ເຜົາຢູ່ນອກຄ້າຍ. ອັນນີ້ແມ່ນ ການຖວາຍບູຊາເພື່ອ ລຶບລ້າງບາບຂອງພວກປະໂຣຫິດ.
\s5
\v 15 ຈົ່ງເອົາແກະເຖິກໂຕໜຶ່ງມາ ແລະ ບອກໃຫ້ ອາໂຣນ ກັບພວກລູກຊາຍຂອງ ລາວວາງມືລົງເທິງຫົວຂອງມັນ.
\v 16 ຈົ່ງຂ້າແກະນັ້ນ ແລະ ເອົາເລືອດຂອງມັນໄປຖອກ ໃສ່ທັງສີ່ຂ້າງຂອງແທ່ນບູຊາ.
\v 17 ໃຫ້ຕັດແກະ ເປັນຕ່ອນໆ ແລະ ລ້າງເຄື່ອງໃນໄສ້ພຸງ ແລະ ຂາຫລັງ ແລ້ວເອົາມາວາງໄວ້ເທິງຫົວ ແລະ ເທິງຕ່ອນອື່ນ ໆ.
\v 18 ຈົ່ງເຜົາຕ່ອນແກະ ທັງໝົດນັ້ນທີ່ເທິງແທ່ນ ເປັນການຖວາຍບູຊາ ອາຫານແກ່ເຮົາ. ກິ່ນຫອມຫວນຂອງ ເຄື່ອງບູຊານີ້ ເຮັດໃຫ້ເຮົາພໍໃຈ.
\s5
\v 19 ຈົ່ງນາໍແກະເຖິກໂຕໜຶ່ງມາອີກ ຄື ໂຕທີ່ຈະໃຊ້ໃນການອຸທິດຖວາຍຕົວນັ້ນ ແລ້ວຈົ່ງບອກ ອາໂຣນ ແລະ ພວກລູກຊາຍຂອງລາວ ວາງມືລົງເທິງຫົວຂອງມັນ.
\v 20 ຈົ່ງຂ້າແກະ ນັ້ນ ແລະ ເອົາເລືອດສ່ວນໜຶ່ງທາ ທີ່ປາຍໃບຫູຂ້າງຂວາຂອງ ອາໂຣນ ແລະ ພວກລູກຊາຍຂອງລາວ ແລະ ທາທີ່ຫົວໂປ້ມື ແລະ ຫົວໂປ້ຕີນ ຂ້າງຂວາດ້ວຍ. ສ່ວນເລືອດທີ່ເຫລືອ ນັ້ນໃຫ້ຖອກໃສ່ຂ້າງທັງສີ່ຂອງແທ່ນບູຊາ.
\s5
\v 21 ຈົ່ງເອົາເລືອດ ສ່ວນໜຶ່ງເທິງແທ່ນບູຊາ ແລະ ນາໍ້ມັນສັກສິດ ຊິດໃສ່ ອາໂຣນ ກັບເຄື່ອງນຸ່ງຂອງລາວ ແລະ ຊິດໃສ່ພວກລູກຊາຍຂອງລາວ ຕະຫລອດທັງເຄື່ອງນຸ່ງຫົ່ມ ຂອງພວກເຂົາດ້ວຍ ແລ້ວລາວເອງພ້ອມກັບ ພວກລູກຊາຍ ແລະ ເຄື່ອງນຸ່ງຫົ່ມຂອງພວກເຂົາ ກໍຈະໄດ້ຮັບການອຸທິດຖວາຍແກ່ເຮົາທັງໝົດ.
\s5
\v 22 ຈົ່ງຕັດເອົາໄຂມັນຂອງແກະເຖິກ, ໄຂມັນໃນຫາງ, ໄຂມັນທີ່ຫຸ້ມເຄື່ອງໃນ ແລະ ໜັງ ບາງໆ ຫຸ້ມຫໍ່ຕັບ ແລະ ໝາກໄຂ່ຫລັງທັງສອງ ໜ່ວຍ ພ້ອມທັງໄຂມັນທີ່ຕິດຫ້ອຍ ແລະ ຕົ້ນຂາໜ້າຂ້າງຂວາ.
\v 23 ແລ້ວ ຈົ່ງເອົາເຂົ້າຈີ່ກ້ອນໜຶ່ງຂອງແຕ່ລະຢ່າງ ໃນກະຕ່າ ຊຶ່ງນາໍມາຖວາຍແກ່ເຮົານັ້ນ ຄື: ກ້ອນໜຶ່ງທີ່ເຮັດປະສົມກັບນາໍ້ມັນໝາກກອກເທດ ອີກກ້ອນໜຶ່ງທີ່ບໍ່ປະສົມກັບນາໍ້ມັນ ແລະ ກ້ອນນ້ອຍ ກ້ອນໜຶ່ງ ທີ່ເປັນແຜ່ນບາງໆ.
\s5
\v 24 ຈົ່ງເອົາອາຫານທັງໝົດນີ້ ວາງລົງເທິງມືຂອງອາໂຣນ ແລະ ພວກລູກຊາຍຂອງລາວ ແລະ ບອກພວກເຂົາອຸທິດຖວາຍແກ່ເຮົາ ເພື່ອເປັນຂອງຖວາຍພິເສດ.
\v 25 ແລ້ວຈົ່ງເອົາອາຫານເຫລົ່ານັ້ນໄປເຜົາເທິງແທ່ນບູຊາ ຄື ເຜົາເທິງເຄື່ອງ ຊຶ່ງໄດ້ເຜົາບູຊາແລ້ວ ເປັນການຖວາຍບູຊາອາຫານແກ່ເຮົາ. ກິ່ນຫອມຫວນຂອງເຄື່ອງບູຊານີ້ ເຮັດໃຫ້ເຮົາພໍໃຈ.
\s5
\v 26 ຈົ່ງເອົາຊີ້ນໜ້າເອິກ ຂອງແກະເຖິກນີ້ ອຸທິດຖວາຍແກ່ເຮົາສໍາລັບເປັນຂອງຖວາຍ ເພື່ອຖວາຍພິເສດ ແລະ ຊີ້ນສ່ວນນີ້ຈະເປັນສ່ວນຂອງພວກເຈົ້າ.
\v 27 ເມື່ອມີການ ສະຖາປະນາປະໂຣຫິດ ຊີ້ນໜ້າເອິກແລະຂາໜ້າ ຂອງແກະເຖິກທີ່ຈັດເອົາໄວ້ ສໍາລັບການ ສະຖາປະນາ ຈົ່ງໃຫ້ຖວາຍແກ່ເຮົາ ເປັນເຄື່ອງຖວາຍພິເສດ ແລະ ໃຫ້ປະໄວ້ຕ່າງຫາກ ສໍາລັບພວກປະໂຣຫິດ.
\v 28 ອັນນີ້ແມ່ນ ການຕັດສິນໃຈ ທີ່ບໍ່ປ່ຽນແປງຂອງເຮົາ. ເວລາທີ່ປະຊາຊົນຂອງເຮົາ ຖວາຍເພື່ອຄວາມສາມັກຄີທາໍ ຊີ້ນໜ້າເອິກ ແລະ ຂາໜ້າຂອງແກະ ໃຫ້ເປັນສ່ວນຂອງປະໂຣຫິດ. ອັນນີ້ແມ່ນຂອງຖວາຍ ຂອງປະຊາຊົນທີ່ຖວາຍ ແກ່ອົງພຣະຜູ້ເປັນເຈົ້າ.
\s5
\v 29 ເມື່ອປະໂຣຫິດ ອາໂຣນ ຕາຍໄປເຄື່ອງ ປະຈາໍຕໍາແໜ່ງປະໂຣຫິດຂອງລາວນັ້ນ ຕ້ອງມອບໃຫ້ແກ່ ພວກລູກຊາຍຂອງລາວ ເພື່ອພວກເຂົາຈະໄດ້ໃສ່ ເມື່ອໄດ້ຮັບສະຖາປະນາ ໃຫ້ເປັນປະໂຣຫິດ.
\v 30 ໃຫ້ລູກຜູ້ທີ່ຮັບການ ສະຖາປະນາ ເປັນປະໂຣຫິດແທນອາໂຣນ ຄື ຜູ້ທີ່ຈະເຂົ້າໄປໃນຫໍເຕັນບ່ອນເຮົາຢູ່ ເພື່ອບົວລະບັດຮັບໃຊ້ ໃນບ່ອນສັກສິດນັ້ນ ໃສ່ເຄື່ອງປະຈາໍຕໍາແໜ່ງນີ້ ເຈັດວັນ.
\s5
\v 31 ຈົ່ງເອົາຊີ້ນແກະເຖິກ ຊຶ່ງໃຊ້ໃນການສະຖາປະນາ ອາໂຣນ ກັບພວກລູກຊາຍ ຂອງລາວ ມາຕົ້ມໃນບ່ອນສັກສິດ.
\v 32 ຈົ່ງ ໃຫ້ພວກເຂົາກິນຊີ້ນ ແລະ ເຂົ້າຈີ່ທີ່ເຫລືອຢູ່ ໃນກະຕ່າ ທີ່ທາງເຂົ້າຫໍເຕັນສັກສິດ ບ່ອນເຮົາ ຢູ່.
\v 33 ພວກເຂົາຈະກິນຂອງທີ່ໄດ້ໃຊ້ແລ້ວໃນພິທີລຶບລ້າງບາບ ສໍາລັບການສະຖາປະນາ ນັ້ນກໍໄດ້. ມີແຕ່ປະໂຣຫິດເທົ່ານັ້ນທີ່ກິນໄດ້ ເພາະແມ່ນອາຫານສັກສິດ.
\v 34 ຖ້າຊີ້ນ ຫລື ເຂົ້າຈີ່ບາງສ່ວນເຫລືອກິນ ຈົນຮອດຕອນເຊົ້າຂອງວັນໃໝ່ ໃຫ້ເຜົາໄຟ ສາ; ຢ່າກິນ ເພາະເປັນຂອງສັກສິດ.
\s5
\v 35 ຈົ່ງເຮັດພິທີສະຖາປະນາ ອາໂຣນ ແລະ ພວກລູກຊາຍຂອງລາວ ໃຫ້ຄົບເຈັດວັນ ຕາມທີ່ເຮົາໄດ້ສັ່ງເຈົ້າໄວ້ທຸກປະການ.
\v 36 ແຕ່ລະມື້ ເຈົ້າຕ້ອງຖວາຍ ງົວເຖິກ ເປັນເຄື່ອງ ບູຊາ ເພື່ອເປັນການລຶບລ້າງບາບ. ການ ຖວາຍບູຊານີ້ ຈະເປັນການຊໍາລະແທ່ນບູຊາ. ແລ້ວຈົ່ງຫົດສົງແທ່ນບູຊານີ້ ດ້ວຍນາໍ້ມັນໝາກກອກເທດ ເພື່ອໃຫ້ສັກສິດ.
\v 37 ຈົ່ງເຮັດດັ່ງນີ້ທຸກໆ ວັນ ຕະຫລອດເຈັດວັນ. ແລ້ວ ແທ່ນນັ້ນ ກໍຈະສັກສິດທີ່ສຸດ ແລະ ຖ້າຜູ້ໃດ ຫລື ສິ່ງໃດແຕະຕ້ອງຖືກແທ່ນນັ້ນ ຄົນນັ້ນແລະສິ່ງນັ້ນ ກໍຈະຖືກສໍາພັດກັບຣິດອໍານາດ ແຫ່ງຄວາມສັກສິດ ຂອງ ແທ່ນບູຊາ. ” [ຊ]
\s5
\v 38 “ໃນທຸກໆ ວັນຕະຫລອດໄປ ຈົ່ງຖວາຍ ລູກແກະເຖິກສອງໂຕ ອາຍຸ ໜຶ່ງປີ ເທິງແທ່ນບູຊາ.
\v 39 ຈົ່ງນາໍລູກແກະໂຕໜຶ່ງ ມາຖວາຍໃນຕອນເຊົ້າ ແລະ ນາໍອີກໂຕໜຶ່ງມາ ຖວາຍໃນຕອນແລງ.
\s5
\v 40 ໃນເວລາ ທີ່ຖວາຍລູກແກະ ໂຕທີໜຶ່ງນັ້ນ ຈົ່ງຖວາຍຍອດແປ້ງປະມານ ໜຶ່ງກິໂລກາຼມ ປົນກັບນາໍ້ມັນໝາກກອກເທດ ໜຶ່ງລິດ. ຈົ່ງຖວາຍເຫລົ້າອະງຸ່ນ ໜຶ່ງລິດຄືກັນ.
\s5
\v 41 ສ່ວນແກະ ໂຕທີສອງນັ້ນ ຈົ່ງຖວາຍໃນຕອນແລງ ພ້ອມກັບຍອດແປ້ງ ນາໍ້ມັນໝາກກອກເທດສົດ ແລະ ເຫລົ້າອະງຸ່ນ ໃນອັດຕາ ເທົ່າກັນກັບທີ່ຖວາຍໃນຕອນເຊົ້າ. ອັນນີ້ແມ່ນການຖວາຍອາຫານ ແກ່ອົງພຣະຜູ້ເປັນເຈົ້າ ແລະ ກິ່ນຫອມຫວນຂອງເຄື່ອງຖວາຍນັ້ນ ຈຶ່ງເຮັດໃຫ້ເປັນທີ່ພໍໃຈ.
\v 42 ການເຜົາຖວາຍບູຊາແກ່ເຮົາ ທີ່ປະຕູເຂົ້າຫໍເຕັນ ບ່ອນເຮົາຢູ່ນັ້ນ ຈົ່ງໃຫ້ປະຕິບັດກັນ ສືບ ໆໄປ. ແມ່ນໃນບ່ອນນີ້ແຫລະ ທີ່ອົງພຣະ ຜູ້ເປັນເຈົ້າ ຈະພົບກັບປະຊາຊົນ ແລະ ກ່າວ ແກ່ພວກເຂົາ.
\s5
\v 43 ໃນທີ່ນັ້ນ ເຮົາຈະພົບກັບປະຊາຊົນ ອິດສະຣາເອນ ແລະ ແສງສະຫວ່າງອັນສຸກໃສຈາກທີ່ນັ້ນ ກໍຈະເຮັດໃຫ້ບ່ອນນັ້ນສັກສິດ.
\v 44 ເຮົາຈະເຮັດໃຫ້ຫໍເຕັນ ແລະ ແທ່ນບູຊາສັກສິດ ແລະ ເຮົາຈະຕັ້ງອາໂຣນ ກັບພວກລູກຊາຍຂອງລາວ ໃຫ້ໃຊ້ຊີວິດຢູ່ ຕ່າງຫາກ ເພື່ອບົວລະບັດຮັບໃຊ້ເຮົາ ໃນຖານະປະໂຣຫິດ.
\s5
\v 45 ເຮົາຈະຢູ່ທ່າມກາງປະຊາຊົນອິດສະຣາເອນ ແລະ ເຮົາຈະເປັນພຣະເຈົ້າ ຂອງພວກເຂົາ.
\v 46 ພວກເຂົາຈະຮູ້ວ່າ ເຮົາແມ່ນອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຂົາ ຜູ້ໄດ້ນາໍພາພວກເຂົາອອກມາ ຈາກປະເທດເອຢິບ ກໍເພື່ອເຮົາຈະຢູ່ທ່າມກາງພວກເຂົາ. ເຮົາແມ່ນອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຂົາ.”
\s5
\c 30
\p
\v 1 “ຈົ່ງເຮັດແທ່ນບູຊາ ເຜົາເຄື່ອງຫອມດ້ວຍໄມ້ກະຖິນເທດ.
\v 2 ແທ່ນນັ້ນ ຈົ່ງໃຫ້ເປັນຮູບ ສີ່ຫລ່ຽມ ຊຶ່ງແຕ່ລະຂ້າງມີ 45 ເຊັນ ແລະ ສູງ 90 ເຊັນ. ສ່ວນຍອດຂອງແທ່ນທັງສີ່ຫລ່ຽມນັ້ນ ໃຫ້ເປັນໄມ້ເນື້ອດຽວກັນກັບແທ່ນ
\s5
\v 3 ຈົ່ງໂອບດ້ານເທິງ ແລະ ຈອມຂອງແທ່ນ ທັງສີ່ດ້ານນັ້ນ ດ້ວຍຄໍາສົດ ແລະ ຈົ່ງເຮັດຂອບຄໍາ ອ້ອມຮອບແທ່ນດ້ວຍ.
\v 4 ຈົ່ງເຮັດຫູສອງຫູເພື່ອໃຊ້ຫາມ ຈອດຕິດໄວ້ກັບຂອບລຸ່ມທັງສອງຂອບ ສໍາລັບສອດຄານຫາມໃສ່.
\s5
\v 5 ຈົ່ງເຮັດຄານຫາມ ດ້ວຍໄມ້ກະຖິນເທດ ແລະ ໂອບດ້ວຍຄໍາ.
\v 6 ໃຫ້ຕັ້ງແທ່ນບູຊານັ້ນ ໄວ້ຂ້າງນອກຜ້າກັ້ງ ຊຶ່ງກາງຢູ່ຕໍ່ໜ້າຫີບພັນທະສັນຍາ. ຢູ່ໃນທີ່ນັ້ນແຫລະ ແມ່ນບ່ອນທີ່ເຮົາຈະພົບກັບເຈົ້າ.
\s5
\v 7 ທຸກໆ ເຊົ້າ ເມື່ອອາໂຣນ ເຂົ້າມາບົວລະບັດຕະກຽງ ໃຫ້ລາວເຜົາເຄື່ອງຫອມ ເທິງແທ່ນບູຊານັ້ນ.
\v 8 ໃຫ້ລາວເຮັດວິທີດຽວກັນກັບເມື່ອລາວ ໄຕ້ຕະກຽງໃນຕອນຄໍ່າ. ການເຜົາເຄື່ອງຫອມຖວາຍບູຊາ ແມ່ນໃຫ້ປະຕິບັດ ສືບ ໆ ຕໍ່ກັນໄປຕະຫລອດ ຊົ່ວເຊື້ອສາຍຂອງເຈົ້າ.
\v 9 ຢ່າໄດ້ຖວາຍ ສິ່ງທີ່ຕ້ອງຫ້າມ ເທິງແທ່ນບູຊາ ບໍ່ວ່າເຄື່ອງຫອມ ຊະນິດໃດໆ, ສັດ, ພືດຜົນເປັນເມັດກໍຕາມ ແລະ ຢ່າຖອກເຫລົ້າອະງຸ່ນ ໃສ່ແທ່ນ.
\s5
\v 10 ທຸກໆ ປີໃດ ໃຫ້ປະໂຣຫິດອາໂຣນ ປະກອບພິທີຊໍາລະແທ່ນບູຊາ ເທື່ອໜຶ່ງ ໂດຍໃຫ້ເອົາເລືອດຂອງສັດທີ່ຖວາຍສໍາລັບການ ໄຖ່ບາບ ຫົດສົງໃສ່ຈອມແທ່ນ ທັງສີ່ດ້ານ. ໃຫ້ປະກອບພິທີນີ້ ທຸກໆປີ ຕະຫລອດໄປ. ແລ້ວແທ່ນນີ້ ກໍຈະເປັນແທ່ນບູຊາ ທີ່ສັກສິດທັງສິ້ນ ຊຶ່ງໄດ້ອຸທິດຖວາຍ ແກ່ອົງພຣະຜູ້ເປັນເຈົ້າ.”
\s5
\v 11 ອົງພຣະຜູ້ເປັນເຈົ້າ ໄດ້ບອກໂມເຊ ວ່າ,
\v 12 “ເມື່ອເຈົ້າຈົດທະບຽນຄອບຄົວ ປະຊາຊົນອິດສະຣາເອນ ຈົ່ງໃຫ້ຊາຍແຕ່ລະຄົນຈ່າຍ ຄ່າຊີວິດຂອງຕົນແກ່ເຮົາ ເພື່ອວ່າໄພ ອັນຕະລາຍ ຈະບໍ່ມາຖືກພວກເຂົາ ໃນຂະນະທີ່ມີການຈົດທະບຽນຄອບຄົວນັ້ນ.
\v 13 ທຸກຄົນທີ່ມີຊື່ໃນການຈົດທະບຽນຄອບຄົວ ຕ້ອງຈ່າຍເງິນ ໃນຈາໍນວນທີ່ໄດ້ກາໍນົດໄວ້ ຕາມ ອັດຕາຂອງສໍານັກນະມັດສະການ. ທຸກໆ ຄົນຈະຕ້ອງຈ່າຍເງິນຕາມຈາໍນວນ ດັ່ງກ່າວນີ້ເປັນການຖວາຍແກ່ເຮົາ.
\v 14 ທຸກໆ ຄົນທີ່ໄດ້ນັບເຂົ້າ ໃນການຈົດທະບຽນຄອບຄົວ ຄື ຜູ້ ທີ່ມີອາຍຸຕັ້ງແຕ່ 20 ປີ ຂຶ້ນໄປ ຕ້ອງຈ່າຍເງິນ ຕາມຈາໍນວນນີ້ແກ່ເຮົາ.
\s5
\v 15 ເມື່ອຈ່າຍເງິນຄ່າຊີວິດນັ້ນ ຄົນຮັ່ງມີກໍບໍ່ ໃຫ້ຈ່າຍເກີນ ແລະ ຄົນຍາກຈົນ ກໍບໍ່ໃຫ້ຈ່າຍຫລຸດ.
\v 16 ຈົ່ງໂຮມເງິນທັງໝົດ ທີ່ໄດ້ຈາກປະຊາຊົນອິດສະຣາເອນ ນັ້ນນາໍມາໃຊ້ຈ່າຍ ໃນການບົວລະບັດຫໍເຕັນ ບ່ອນເຮົາຢູ່. ພາສີນີ້ຈະເປັນການຈ່າຍຄ່າຊີວິດຂອງພວກເຂົາ ແລະ ເຮົາຈະລະນຶກເຖິງ ປະຊາຊົນອິດສະຣາເອນ ເພື່ອປົກປັກຮັກສາພວກເຂົາ.”
\s5
\v 17 ອົງພຣະຜູ້ເປັນເຈົ້າ ໄດ້ບອກໂມເຊ ວ່າ,
\v 18 “ຈົ່ງເອົາທອງສໍາຣິດ ມາຫລໍ່ເປັນຂັນ ແລະ ພານຮອງຂັນ. ຈົ່ງວາງຂັນນັ້ນ ໃຫ້ຢູ່ລະຫວ່າງຫໍເຕັນ ແລະ ແທ່ນບູຊາ ແລະຕັກນາໍ້ໃສ່ໃນນັ້ນ.
\s5
\v 19 ຈົ່ງໃຫ້ອາໂຣນ ແລະ ພວກລູກຊາຍຂອງລາວ ໃຊ້ນາໍ້ນັ້ນ ລ້າງມື ແລະ ຕີນຂອງພວກເຂົາ
\v 20 ກ່ອນທີ່ຈະເຂົ້າໄປໃນຫໍເຕັນ ຫລື ເຂົ້າໄປໃກ້ແທ່ນບູຊາ ສໍາລັບຖວາຍອາຫານ ເພື່ອວ່າພວກເຂົາຈະບໍ່ຕາຍ.
\v 21 ພວກເຂົາຕ້ອງລ້າງມື ແລະ ລ້າງຕີນ ເພື່ອພວກເຂົາຈະບໍ່ຕາຍ. ອັນນີ້ແມ່ນກົດເກນ ຊຶ່ງພວກເຂົາ ແລະ ເຊື້ອສາຍຂອງພວກເຂົາ ຈະຕ້ອງພາກັນຢຶດຖື ແລະ ຮັກສາໄວ້ສືບ ໆໄປ.”
\s5
\v 22 ແລ້ວອົງພຣະຜູ້ເປັນເຈົ້າ ກໍບອກໂມເຊ ວ່າ,
\v 23 “ຈົ່ງເອົາເຄື່ອງຫອມຊັ້ນດີທີ່ສຸດມາປຸງເຮັດນາໍ້ຫອມ ເຊັ່ນ: ຢາງໄມ້ຫອມປະມານຫົກກິໂລກາຼມ ກາໍຍານເປັນດິ້ວປະມານສາມກິໂລກາຼມ ໃບເຕີຍຫອມປະມານສາມ ກິໂລກາຼມ
\v 24 ແລະ ກາລະບູນປະມານຫົກ ກິໂລກາຼມ (ທັງໝົດນີ້ ໃຫ້ສັ່ງຕາມນາໍ້ໜັກ ທາງການຂອງສໍານັກນະມັດສະການ). ປະສົມກັບນາໍ້ມັນໝາກກອກເທດ ສີ່ລິດ
\v 25 ເພື່ອເຮັດນາໍ້ມັນສັກສິດ ປຸງແຕ່ງແບບນາໍ້ຫອມ.
\s5
\v 26 ຈົ່ງໃຊ້ນາໍ້ມັນສັກສິດນີ້ ຫົດສົງຫໍເຕັນ ບ່ອນເຮົາຢູ່, ຫີບພັນທະສັນຍາ,
\v 27 ໂຕະ ແລະ ເຄື່ອງໃຊ້ປະຈາໍໂຕະ, ຫລັກຕະກຽງ ແລະ ເຄື່ອງໃຊ້ປະຈາໍຫລັກຕະກຽງທັງໝົດ ແລະ ແທ່ນສໍາລັບເຜົາເຄື່ອງຫອມ,
\v 28 ແທ່ນບູຊາສໍາລັບເຜົາເຄື່ອງຖວາຍບູຊາ, ພ້ອມເຄື່ອງໃຊ້ ປະຈາໍແທ່ນທັງໝົດ, ຕະຫລອດທັງຂັນ ແລະ ພານຮອງຂັນດ້ວຍ.
\s5
\v 29 ຈົ່ງອຸທິດຖວາຍ ສິ່ງເຫລົ່ານັ້ນດ້ວຍວິທີດັ່ງກ່າວນີ້ ແລະສິ່ງທັງໝົດ ກໍຈະສັກສິດທີ່ສຸດ ແລະ ຖ້າຜູ້ໃດ ຫລື ສິ່ງໃດແຕະຕ້ອງຖືກ ສິ່ງເຫລົ່ານີ້ ຜູ້ນັ້ນຫລືສິ່ງນັ້ນ ກໍຈະຖືກສໍາພັດກັບ ຣິດອໍານາດ ແຫ່ງຄວາມສັກສິດ. [ຍ]
\v 30 ແລ້ວຈົ່ງໃຊ້ນໍ້າມັນສັກສິດຫົດສົງ ອາໂຣນ ພ້ອມກັບພວກລູກຊາຍຂອງລາວ ແລະສະຖາປະນາພວກເຂົາ ໃຫ້ເປັນຜູ້ບົວລະບັດ ຮັບໃຊ້ເຮົາໃນຖານະປະໂຣຫິດ.
\v 31 ຈົ່ງບອກປະຊາຊົນ ວ່າ, ‘ອັນນີ້ແຫລະ ແມ່ນນາໍ້ມັນສັກສິດຂອງເຮົາ ທີ່ຈະຕ້ອງໃຊ້ຫົດສົງ ຕະຫລອດໄປ.
\s5
\v 32 ຢ່າໃຊ້ນາໍ້ມັນນີ້ ຫົດສົງຄົນທາໍມະດາ ແລະຢ່າໃຊ້ສູດນີ້ ເພື່ອປະສົມນາໍ້ມັນຊະນດອື່ນໆອີກ. ນາໍ້ມັນນີ້ ເປັນນາໍ້ມັນສັກສິດ. ສະນັ້ນ ເຈົ້າຈົ່ງຮັກສາໄວ້ໃຫ້ສັກສິດ.
\v 33 ຜູ້ໃດກໍຕາມທີ່ໃຊ້ສູດນີ້ປະສົມ ເພື່ອປຸງນໍ້າມັນ ຫົດສົງ ຫລື ໃຊ້ນໍ້າມັນນີ້ຫົດສົງ ຄົນທີ່ບໍ່ແມ່ນປະໂຣຫິດ ຜູ້ນັ້ນຈະບໍ່ຖືກນັບເຂົ້າເປັນ ປະຊາຊົນຂອງເຮົາອີກຕໍ່ໄປ.
\s5
\v 34 ອົງພຣະຜູ້ເປັນເຈົ້າ ໄດ້ບອກໂມເຊ ວ່າ, “ຈົ່ງເອົາເຄື່ອງຫອມ ແນວລະຊະນິດ ຈາໍນວນ ເທົ່າກັນມາ ຄື: ພືດພັນຊະນິດຫອມ, ຊາມົດ, ມະຫາຫິງ ແລະ ກໍາຍານບໍຣິສຸດ.
\v 35 ຈົ່ງໃຊ້ສິ່ງເຫລົ່ານີ້ ປຸງເປັນເຄື່ອງຫອມ ແລະ ປະສົມກັນ ເໝືອນດັ່ງປຸງນາໍ້ຫອມ. ຈົ່ງຕື່ມເກືອໃສ່ ເພື່ອຮັກສາໃຫ້ເຄື່ອງຫອມນັ້ນບໍຣິສຸດ ແລະ ສັກສິດ.
\v 36 ຈົ່ງເອົາສ່ວນໜຶ່ງມາຕໍາ ໃຫ້ໝຸ່ນລະອຽດ ແລ້ວນາໍໄປຍັງຫໍເຕັນ ບ່ອນເຮົາຢູ່ ແລະ ໂຮຍໃສ່ຕໍ່ໜ້າຫີບພັນທະສັນຍາ. ຈົ່ງຮັກສາເຄື່ອງຫອມນີ້ ໄວ້ໃຫ້ສັກສິດທີ່ສຸດ.
\s5
\v 37 ຢ່າໃຊ້ສູດດຽວກັນນີ້ ເພື່ອປຸງເຄື່ອງຫອມສໍາລັບພວກເຈົ້າເອງ. ຈົ່ງໃຫ້ຖືວ່າ ເປັນສິ່ງບໍຣິສຸດ ທີ່ອຸທິດຖວາຍແກ່ເຮົາ.
\v 38 ຖ້າໃຜເຮັດເຄື່ອງຫອມເຊັ່ນນີ້ ຫລື ໃຊ້ສໍາລັບ ຜູ້ໜຶ່ງຜູ້ໃດ ທີ່ບໍ່ແມ່ນປະໂຣຫິດ ແລ້ວຜູ້ນັ້ນກໍຈະບໍ່ຖືກນັບເຂົ້າເປັນປະຊາຊົນຂອງເຮົາ ອີກຕໍ່ໄປ.”
\s5
\c 31
\p
\v 1 ແລ້ວອົງພຣະຜູ້ເປັນເຈົ້າ ກໍບອກໂມເຊ ວ່າ,
\v 2 “ເຮົາໄດ້ເລືອກເອົາ ເບຊາເລນ ລູກຊາຍຂອງອູຣິ ແລະ ຫລານຊາຍຂອງຮູເຣ ຈາກເຜົ່າຢູດາ
\s5
\v 3 ໃຫ້ໄດ້ຮັບຣິດອໍານາດຂອງເຮົາ. [ດ] ເຮົາໄດ້ໃຫ້ລາວມີສະຕິປັນຍາ, ຄວາມເຂົ້າໃຈ ແລະ ຄວາມສາມາດ ໃນວິຊາການດ້ານສີລະປະກາໍ ທຸກໆຢ່າງ
\v 4 ສໍາລັບວາງແຜນ ແລະອອກແບບຢ່າງລະອຽດໃນການເຮັດເຄື່ອງຄໍາ, ເງິນ ແລະ ທອງສໍາຣິດ;
\v 5 ສໍາລັບເຈຍລະໄນພອຍຕ່າງໆ ເພື່ອຝັງລົງໃນກໂບກ; ສໍາລັບແກະສະຫລັກໄມ້ ແລະ ສໍາລັບວິຊາການໃນວຽກງານສີລະປະກາໍ ຊະນິດອື່ນ ໆ ອີກ.
\s5
\v 6 ເຮົາໄດ້ເລືອກເອົາ ໂອໂຮຣີອາບ ລູກຊາຍຂອງອາຮີຊາມັກ ຈາກເຜົ່າດານ ຄືກັນ ເພື່ອໃຫ້ເຮັດວຽກຮ່ວມກັນກັບ ເບຊາເລນ. ເຮົາໄດ້ໃຫ້ພວກຊ່າງສີມື ຄົນອື່ນໆມີສະຕິປັນ ຍາຄືກັນ ເພື່ອວ່າພວກເຂົາຈະສາມາດ ເຮັດ ທຸກໆ ສິ່ງທີ່ເຮົາໄດ້ສັ່ງເຈົ້າໃຫ້ເຮັດ ເຊັ່ນ:
\v 7 ຫໍເຕັນບ່ອນເຮົາຢູ່, ຫີບພັນທະສັນຍາພ້ອມທັງຝາອັດ, ເຄື່ອງປະກອບທຸກໆຊະນິດຂອງຫໍເຕັນ,
\v 8 ໂຕະ ແລະ ເຄື່ອງໃຊ້ທັງໝົດປະຈາໍໂຕະ, ຫລັກຕະກຽງເປັນຄໍາສົດ ແລະ ເຄື່ອງໃຊ້ປະຈາໍຕະກຽງ, ແທ່ນສໍາລັບເຜົາເຄື່ອງຫອມ,
\v 9 ແທ່ນສໍາລັບເຜົາເຄື່ອງຖວາຍບູຊາ ແລະ ເຄື່ອງໃຊ້ທັງໝົດປະຈາໍແທ່ນ, ຂັນແລະພານທອງ,
\s5
\v 10 ເຄື່ອງສະຫງ່າງາມ ປະຈາໍຕໍາແໜ່ງປະໂຣຫິດຂອງອາໂຣນ ແລະພວກລູກຊາຍຂອງລາວ ເພື່ອໃສ່ໃນເມື່ອພວກເຂົາ ເຂົ້າມາບົວລະບັດຮັບໃຊ້ເຮົາ ໃນຖານະປະໂຣຫິດ.
\v 11 ສ່ວນນາໍ້ມັນສັກສິດ ແລະເຄື່ອງຫອມ ເພື່ອຖວາຍສໍາລັບສະຖານທີ່ບໍຣິສຸດນັ້ນ ຈົ່ງໃຫ້ພວກເຂົາເຮັດຢ່າງຖືກຕ້ອງຕາມທີ່ເຮົາໄດ້ ສັ່ງເຈົ້າໄວ້ທຸກປະການ.”
\s5
\v 12-13 ອົງພຣະຜູ້ເປັນເຈົ້າໄດ້ສັ່ງໂມເຊ ໃຫ້ບອກປະຊາຊົນອິດສະຣາເອນ ວ່າ, “ຈົ່ງນັບຖືວັນຊະບາໂຕ ເປັນວັນພັກຜ່ອນຂອງເຮົາ ເພາະມັນແມ່ນເຄື່ອງໝາຍ ອັນສໍາຄັນລະຫວ່າງເຈົ້າ ແລະ ເຮົາ ສືບໄປເປັນນິດ ເພື່ອສະແດງວ່າ ເຮົາແມ່ນອົງພຣະຜູ້ເປັນເຈົ້າໄດ້ຮັບເອົາພວກເຈົ້າມາເປັນປະຊາຊົນຂອງເຮົາ.
\v 14 ຈົ່ງຮັກສາວັນພັກຜ່ອນນີ້ ເພາະເປັນວັນ ສັກສິດ. ຜູ້ໃດທີ່ເຮັດວຽກໃນວັນນີ້ ຜູ້ນັ້ນຕ້ອງມີໂທດເຖິງຕາຍ.
\v 15 ຈົ່ງເຮັດວຽກຂອງພວກເຈົ້າ ໃນຫົກວັນ ແຕ່ໃນວັນທີເຈັດ ໃຫ້ຖືເປັນວັນພັກຜ່ອນ ເພື່ອອຸທິດຖວາຍແກ່ເຮົາ. ຜູ້ໃດກໍຕາມທີ່ເຮັດວຽກໃນວັນນີ້ ຜູ້ນັ້ນຕ້ອງມີໂທດເຖິງຕາຍ.
\s5
\v 16 ໃຫ້ປະຊາຊົນອິດສະຣາເອນ ຢຶດຖືວັນນີ້ ເປັນເຄື່ອງໝາຍອັນສໍາຄັນແຫ່ງ ພັນທະສັນຍາ.
\v 17 ມັນເປັນເຄື່ອງໝາຍອັນສໍາຄັນ ຍິ່ງລະຫວ່າງ ປະຊາຊົນອິດສະຣາເອນ ກັບ ເຮົາຕະຫລອດໄປ ເພາະວ່າ ອົງພຣະຜູ້ເປັນເຈົ້າ ໄດ້ສ້າງສະຫວັນ ແລະ ແຜ່ນດິນໂລກ ໃນຫົກວັນ ແລະ ໃນວັນທີເຈັດ ພຣະອົງໄດ້ຢຸດກິດຈະການທັງໝົດ ແລະ ພັກຜ່ອນ.”
\s5
\v 18 ເມື່ອພຣະເຈົ້າໄດ້ກ່າວກັບໂມເຊ ທີ່ເທິງ ພູເຂົາ ຊີນາຍ ຈົບແລ້ວ ພຣະອົງໄດ້ເອົາຫິນສອງແຜ່ນ ຊຶ່ງໄດ້ຈາລຶກຂໍ້ຄໍາສັ່ງຂອງພຣະອົງ ຊຶ່ງຂຽນໂດຍພຣະຫັດ ຂອງ ພຣະອົງເອງນັ້ນ ຍື່ນໃຫ້ໂມເຊ.
\s5
\c 32
\p
\v 1 ເມື່ອປະຊາຊົນອິດສະຣາເອນ ໄດ້ເຫັນວ່າ ໂມເຊ ພັກຢູ່ເທິງພູເຂົາດົນນານໂພດ ພວກເຂົາຈຶ່ງໄດ້ເຕົ້າໂຮມກັນອ້ອມ ອາໂຣນ ແລະ ເວົ້າຂຶ້ນວ່າ, “ພວກເຮົາບໍ່ຮູ້ວ່າ ມີຫຍັງເກີດຂຶ້ນກັບໂມເຊ ຜູ້ທີ່ນາໍພວກເຮົາອອກມາ ຈາກປະເທດເອຢິບ; ສະນັ້ນ ຈົ່ງເຮັດຮູບພະ [ຕ] ໃຫ້ນາໍພາພວກເຮົາສາ. ”
\v 2 ອາໂຣນ ຈຶ່ງບອກພວກເຂົາວ່າ, “ຈົ່ງປົດຕຸ້ມຫູຂອງເມຍ, ລູກຊາຍ ແລະ ລູກສາວຂອງພວກເຈົ້າ ທີ່ໃສ່ຢູ່ນັ້ນ ເອົາມາໃຫ້ຂ້ອຍ.”
\s5
\v 3 ດັ່ງນັ້ນ ປະຊາຊົນອິດສະຣາເອນ ທຸກຄົນ ຈຶ່ງໄດ້ປົດຕຸ້ມຫູຄໍາຂອງຕົນ ມອບໃຫ້ອາໂຣນ.
\v 4 ເພິ່ນໄດ້ຮວບຮວມເອົາຕຸ້ມຫູ ທັງໝົດ ແລະ ໃຊ້ເຄື່ອງມື ຫລໍ່ເປັນຮູບງົວຄໍາໂຕໜຶ່ງ. ຕໍ່ມາ ປະຊາຊົນກໍເວົ້າວ່າ, “ຊາວອິດສະຣາເອນ ເອີຍ ອັນນີ້ແຫລະ ແມ່ນພະຂອງພວກເຮົາ ຜູ້ທີ່ໄດ້ນໍາພາພວກເຮົາອອກ ມາຈາກປະເທດເອຢິບ.”
\s5
\v 5 ແລ້ວອາໂຣນ ກໍໄດ້ກໍ່ສ້າງແທ່ນບູຊາ ແທ່ນໜຶ່ງໄວ້ ຕໍ່ໜ້າຮູບງົວຄໍາ ແລະ ປະກາດ ວ່າ, “ມື້ອື່ນຈະມີການກິນລ້ຽງຖວາຍກຽດແກ່ ອົງພຣະຜູ້ເປັນເຈົ້າ. ”
\v 6 ໃນມື້ຕໍ່ມາ ພວກເຂົາໄດ້ຕື່ນແຕ່ເຊົ້າໆ ພວກເຂົາໄດ້ເຜົາສັດທັງໂຕຖວາຍບູຊາ ແລະ ນາໍເອົາສັດໂຕອື່ນມາ ຂ້າກິນ ເພື່ອຄວາມສາມັກຄີທາໍ. ປະຊາຊົນຕ່າງກໍໄດ້ນັ່ງລົງກິນ ແລະ ດື່ມ ຊຶ່ງຕໍ່ມາໄດ້ມີການເຕັ້ນລໍາ ຖວາຍບູຊາຮູບເຄົາຣົບຢ່າງເຖິງໃຈ. [ຖ]
\s5
\v 7 ແລ້ວອົງພຣະຜູ້ເປັນເຈົ້າ ກໍບອກໂມເຊ ວ່າ, “ຟ້າວກັບລົງໄປດຽວນີ້ ເພາະປະຊາຊົນ ຂອງເຈົ້າ ຄື ພວກທີ່ເຈົ້າໄດ້ນາໍອອກມາຈາກ ປະເທດເອຢິບ ນັ້ນໄດ້ເຮັດບາບ ແລະ ປະຖິ້ມເຮົາສາແລ້ວ.
\v 8 ພວກເຂົາໄດ້ປະຖິ້ມການ ດໍາເນີນຊີວິດ ທີ່ເຮົາໄດ້ສັ່ງພວກເຂົາໃຫ້ປະຕິບັດ; ພວກເຂົາໄດ້ເອົາຄໍາ ມາຫລໍ່ເປັນຮູບງົວເຖິກນ້ອຍໂຕໜຶ່ງ ແລະ ໄດ້ຂາບໄຫວ້ ຮູບນັ້ນ ທັງຖວາຍບູຊາແກ່ມັນ. ພວກເຂົາ ພວມເວົ້າວ່າ ຮູບນັ້ນແມ່ນພະຂອງພວກເຂົາ ທີ່ໄດ້ນາໍພວກເຂົາອອກມາຈາກປະເທດ ເອຢິບ.
\s5
\v 9 ເຮົາຮູ້ວ່າ ປະຊາຊົນເຫລົ່ານີ້ ໃຈແຂງກະດ້າງດື້ດຶງພຽງໃດ.
\v 10 ບັດນີ້ ເຮົາໃຈຮ້າຍໃຫ້ພວກເຂົາແລ້ວ ແລະ ເຮົາຈະທາໍລາຍພວກເຂົາຖິ້ມໝົດ. ຢ່າພະຍາຍາມຫ້າມເຮົາໄວ້ເລີຍ. ແລ້ວເຮົາກໍຈະເຮັດໃຫ້ເຈົ້າ ແລະ ເຊື້ອສາຍຂອງເຈົ້າ ກາຍເປັນຊົນຊາດໃຫຍ່. ”
\v 11 ແຕ່ໂມເຊ ໄດ້ວິ້ງວອນຂໍຕໍ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງຕົນວ່າ, “ຂ້າແດ່ອົງພຣະຜູ້ເປັນເຈົ້າ ເປັນຫຍັງພຣະອົງຈຶ່ງໂກດຮ້າຍ ຢ່າງຮຸນແຮງຕໍ່ປະຊາຊົນຂອງພຣະອົງ ຜູ້ທີ່ພຣະອົງໄດ້ຊ່ວຍກູ້ເອົາອອກມາຈາກ ປະເທດເອຢິບ ດ້ວຍຣິດເດດອໍານາດ ອັນຍິ່ງໃຫຍ່ ແລະ ມະຫັດສະຈັນຂອງພຣະອົງ?
\s5
\v 12 ເປັນຫຍັງ ຈຶ່ງຈະເຮັດໃຫ້ຊາວເອຢິບ ຕ້ອງໄດ້ເວົ້າໃຫ້ພຣະອົງ ວ່າພຣະອົງໄດ້ນາໍ ປະຊາຊົນຂອງພຣະອົງ ອອກມາກໍເພື່ອວາງແຜນຂ້າພວກເຂົາ ຢູ່ໃນເທິງພູນີ້ ໂດຍທໍາລາຍພວກເຂົາ ໃຫ້ໝົດສິ້ນໄປ? ຂໍຢ່າຊົງໂກດຮ້າຍ ແລະ ຢ່າທາໍລາຍປະຊາຊົນຂອງພຣະອົງ.
\v 13 ຂໍໃຫ້ລະນຶກເຖິງ ພວກຜູ້ຮັບໃຊ້ຂອງພຣະອົງ ເຊັ່ນ: ອັບຣາຮາມ, ອີຊາກ ແລະ ຢາໂຄບ. ໂຜດລະນຶກເຖິງ ພັນທະສັນຍາອັນໜັກແໜ້ນ ທີ່ພຣະອົງໄດ້ຕັ້ງໄວ້ກັບ ພວກເຂົາວ່າພຣະອົງຈະໃຫ້ພວກເຂົາມີເຊື້ອສາຍ ຢ່າງຫລວງຫລາຍ ດັ່ງດວງດາວ ໃນທ້ອງຟ້າ ແລະ ຈະໃຫ້ພວກເຂົາໄດ້ດິນແດນທັງໝົດ ທີ່ພຣະອົງໄດ້ສັນຍາໄວ້ນັ້ນ ເປັນກາໍມະສິດຂອງພວກເຂົາຕະຫລອດໄປ. ”
\v 14 ສະນັ້ນ ອົງພຣະຜູ້ເປັນເຈົ້າຈຶ່ງປ່ຽນການຕັດສິນໃຈ ແລະ ບໍ່ໄດ້ນາໍເອົາຄວາມຈິບຫາຍ ມາສູ່ປະຊາຊົນຂອງພຣະອົງຕາມທີ່ພຣະອົງໄດ້ກ່າວນັ້ນ.
\s5
\v 15 ໂມເຊ ໄດ້ລົງຈາກພູ ໄປພ້ອມທັງຖືແຜ່ນຫິນສອງແຜ່ນ ຊຶ່ງແຕ່ລະຂ້າງຖືກຈາລຶກ ດ້ວຍຂໍ້ຄໍາສັ່ງຕ່າງໆ.
\v 16 ແມ່ນພຣະເຈົ້າເອງ ທີ່ໄດ້ເຮັດແຜ່ນຫິນ ແລະ ຈາລຶກຂໍ້ຄໍາສັ່ງ ຂອງພຣະອົງໃສ່ໃນນັ້ນ.
\s5
\v 17 ເມື່ອໂຢຊວຍ ໄດ້ຍິນສຽງປະຊາຊົນ ພວມຮ້ອງເອະອະກັນຢູ່ ລາວຈຶ່ງເວົ້າກັບໂມເຊ ວ່າ, “ຂ້ອຍຄືໄດ້ຍິນສຽງສູ້ຮົບກັນຢູ່ໃນຄ້າຍພັກ. ”
\v 18 ໂມເຊ ໄດ້ຕອບວ່າ, “ບໍ່ແມ່ນ ສຽງຮ້ອງໄຊໂຢ ຫລື ສຽງຍອມແພ້ ແຕ່ແມ່ນສຽງຮ້ອງລໍາທາໍເພງ ຕ່າງຫາກ.”
\s5
\v 19 ເມື່ອໂມເຊ ຮອດຄ້າຍພັກ ແລະ ເຫັນ ຮູບງົວຄໍາ ທັງປະຊາຊົນກາໍລັງຮ້ອງລໍາທາໍເພງກັນຢູ່ ເພິ່ນຈຶ່ງໂກດຮ້າຍຫຼາຍ. ເພິ່ນໄດ້ໂຍນແຜ່ນຫິນ ທີ່ເພິ່ນຖືມານັ້ນໃສ່ຕີນພູ ແລະ ແຜ່ນຫິນນັ້ນແຕກ.
\v 20 ເພິ່ນເຂົ້າໄປ ຢຶດເອົາ ຮູບງົວນ້ອຍທີ່ຫລໍ່ດ້ວຍຄໍາ ຖິ້ມໃສ່ໄຟ ບົດສິ່ງທີ່ເສດເຫລືອ ເປັນຂີ້ເຖົ່າໃຫ້ໝຸ່ນລະອຽດ ແລະ ປົນລົງໃນນາໍ້ ໃຫ້ຊາວອິດສະຣາເອນ ດື່ມ.
\s5
\v 21 ແລ້ວເພິ່ນກໍຖາມອາໂຣນ ວ່າ, “ປະຊາຊົນພວກນີ້ ໄດ້ເຮັດຫຍັງໃຫ້ເຈົ້າ ເຈົ້າຈຶ່ງພາພວກເຂົາເຮັດບາບ ຢ່າງຫລວງຫຼາຍ ເຊັ່ນນີ້? ”
\v 22 ອາໂຣນ ໄດ້ຕອບວ່າ, “ຢ່າຮ້າຍໃຫ້ຂ້ອຍເທາະ ເຈົ້າກໍຮູ້ຢູ່ເຕັມໃຈແລ້ວບໍ່ແມ່ນຫລື ວ່າປະຊາຊົນເຫລົ່ານີ້ ພ້ອມທີ່ຈະເຮັດບາບຢູ່ແລ້ວ.
\v 23 ພວກເຂົາມາເວົ້າ ກັບຂ້ອຍ ວ່າ, ‘ພວກເຮົາບໍ່ຮູ້ວ່າ ມີຫຍັງເກີດຂຶ້ນກັບໂມເຊ ຜູ້ນາໍພາພວກເຮົາອອກມາຈາກປະເທດເອຢິບ. ສະນັ້ນ ໃຫ້ພວກເຮົາ ເຮັດຮູບພະ ເພື່ອນາໍພາພວກເຮົາສາ.
\v 24 ຂ້ອຍໄດ້ຂໍໃຫ້ພວກເຂົາ ນາໍເຄື່ອງເອ້ ທີ່ເປັນຄໍາ ມາໃຫ້ຂ້ອຍ ແລະ ຜູ້ທີ່ມີກໍປົດອອກມາໃຫ້ຂ້ອຍໂລດ. ຂ້ອຍໄດ້ໂຍນເຄື່ອງເອ້ເຫລົ່ານັ້ນ ຖິ້ມໃສ່ໄຟ ແລະ ຈາກສິ່ງເຫລົ່ານັ້ນ ກໍອອກມາ ເປັນຮູບງົວຄໍາ ໂຕນີ້ແຫລະ.”
\s5
\v 25 ໂມເຊ ໄດ້ຮູ້ວ່າແມ່ນ ອາໂຣນ ທີ່ເປັນຜູ້ປ່ອຍປະຊາຊົນໃຫ້ເຮັດຕາມໃຈ ແລະ ຂາດ ການຄວບຄຸມຢັບຢັ້ງ ໂດຍທີ່ພວກເຂົາຢູ່ທ່າມກາງເຫລົ່າສັດຕູ.
\v 26 ສະນັ້ນ ໂມເຊ ຈຶ່ງໄດ້ມາຢືນຢູ່ທີ່ທາງປະຕູເຂົ້າຄ້າຍ ແລະ ຮ້ອງຂຶ້ນວ່າ, “ຜູ້ໃດ ທີ່ຢູ່ຝ່າຍອົງພຣະຜູ້ເປັນເຈົ້າ ຈົ່ງມາທາງພີ້” ປະຊາຊົນໃນເຜົ່າເລວີ ທັງໝົດໄດ້ມາເຂົ້າກັບໂມເຊ
\v 27 ແລ້ວເພິ່ນກໍບອກ ວ່າ, “ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງຊາດອິດສະຣາເອນ ສັ່ງພວກເຈົ້າທຸກຄົນ ໃຫ້ຈັບດາບ ແລະ ໄປທົ່ວຄ້າຍ ແຕ່ປະຕູນີ້ເຖິງປະຕູນັ້ນ ຂ້າບັນດາອ້າຍເອື້ອຍນ້ອງ ໝູ່ຄູ່ ແລະ ເພື່ອນບ້ານຂອງຕົນ.”
\s5
\v 28 ພວກເລວີ ຈຶ່ງເຮັດຕາມທີ່ໂມເຊ ສັ່ງ ໂດຍໄດ້ຂ້າປະມານ ສາມພັນຄົນ ໃນມື້ນັ້ນ
\v 29 ສະນັ້ນ ໂມເຊ ຈຶ່ງກ່າວແກ່ພວກເລວີ ວ່າ, “ວັນນີ້ ພວກເຈົ້າໄດ້ອຸທິດຖວາຍພວກເຈົ້າເອງ [ທ] ເປັນປະໂຣຫິດ ເພື່ອບົວລະບັດຮັບໃຊ້ ອົງ ພຣະຜູ້ເປັນເຈົ້າ ໂດຍໄດ້ຂ້າບັນດາລູກຊາຍ ແລະ ອ້າຍເອື້ອຍນ້ອງ ຂອງ ພວກເຈົ້າ. ສະນັ້ນ ພຣະອົງຈຶ່ງໄດ້ອວຍພອນໃຫ້ແກ່ພວກເຈົ້າໃນວັນນີ້.”
\s5
\v 30 ໃນມື້ຕໍ່ມາ ໂມເຊ ໄດ້ກ່າວແກ່ປະຊາຊົນ ວ່າ, “ພວກເຈົ້າໄດ້ເຮັດບາບຢ່າງ ຮ້າຍແຮງຫລາຍ. ແຕ່ບັດນີ້ ເຮົາຈະຂຶ້ນໄປ ພົບອົງພຣະຜູ້ເປັນເຈົ້າ ຢູ່ເທິງພູເຂົາ ບາງທີເຮົາອາດຂໍຮ້ອງພຣະອົງ ໃຫ້ຍົກບາບແກ່ພວກເຈົ້າ ກໍເປັນໄປໄດ້. ”
\v 31 ແລ້ວ ໂມເຊ ກໍກັບໄປເຝົ້າອົງພຣະຜູ້ເປັນເຈົ້າ ແລະ ກ່າວແກ່ພຣະອົງ ວ່າ, “ ປະຊາຊົນເຫລົ່ານີ້ ໄດ້ເຮັດບາບຢ່າງຮ້າຍແຮງຫລາຍ. ພວກເຂົາໄດ້ເອົາຄໍາ ຫລໍ່ເປັນພະ ແລະ ຂາບໄຫວ້
\v 32 ກະລຸນາຍົກບາບໃຫ້ພວກເຂົາດ້ວຍ; ຖ້າບໍ່ດັ່ງ ນັ້ນ ຈົ່ງລຶບຊື່ຂອງຂ້ານ້ອຍ ອອກຈາກປື້ມບັນຊີແຫ່ງຊີວິດປະຊາຊົນຂອງພຣະອົງ ສາເຖີດ.”
\s5
\v 33 ອົງພຣະຜູ້ເປັນເຈົ້າ ຈຶ່ງຕອບວ່າ, “ຜູ້ໃດ ເຮັດບາບຕໍ່ສູ້ເຮົາ ເຮົາຈະລຶບຊື່ຜູ້ນັ້ນອອກ ຈາກປື້ມບັນຊີຂອງເຮົາ.
\v 34 ບັດນີ້ ຈົ່ງໄປສາ ນາໍປະຊາຊົນໃຫ້ໄປເຖິງບ່ອນທີ່ເຮົາໄດ້ບອກເຈົ້ານັ້ນ. ຈົ່ງຈົດຈາໍໄວ້ວ່າ ເທວະດາ ຂອງເຮົາຈະນໍາໜ້າເຈົ້າໄປ. ເມື່ອເຖິງເວລາ ທີ່ໄດ້ກາໍນົດໄວ້ແລ້ວ ເຮົາຈະລົງໂທດພວກທີ່ໄດ້ເຮັດບາບນັ້ນ. ”
\v 35 ສະນັ້ນ ອົງພຣະຜູ້ເປັນເຈົ້າ ຈຶ່ງບັນດານໃຫ້ປະຊາຊົນເກີດໂຣກລະບາດ ເພາະພວກເຂົາໄດ້ບັງຄັບອາໂຣນ ໃຫ້ເຮັດງົວຄໍາ.
\s5
\c 33
\p
\v 1 ອົງພຣະຜູ້ເປັນເຈົ້າໄດ້ບອກໂມເຊ ວ່າ, “ຈົ່ງຍ້າຍຈາກທີ່ນີ້ ແລະພາປະຊາຊົນທີ່ເຈົ້າໄດ້ນາໍອອກມາຈາກປະເທດເອຢິບ ນັ້ນໄປສູ່ດິນແດນ ທີ່ເຮົາໄດ້ສັນຍາໄວ້ວ່າ ຈະມອບໃຫ້ ອັບຣາຮາມ, ອີຊາກ, ຢາໂຄບ, ແລະ ເຊື້ອສາຍຂອງພວກເຂົາ.
\v 2 ເຮົາຈະສົ່ງເທວະດາ ນາໍໜ້າພວກເຈົ້າໄປ ແລະ ເຮົາຈະຂັບໄລ່ຊາວ ການາອານ, ອາໂມ, ຮິດຕີ, ເປຣີຊີ, ຮີວີ ແລະ ຊາວເຢບຸດ ອອກໄປ.
\v 3 ພວກເຈົ້າກາໍລັງເດີນທາງໄປຍັງດິນແດນທີ່ອຸດົມສົມບູນແລະຮັ່ງມີ. [ນ] ແຕ່ສ່ວນເຮົາເອງ ເຮົາໄປກັບພວກເຈົ້າບໍ່ໄດ້ ຍ້ອນວ່າ ພວກເຈົ້າ ໃຈແຂງກະດ້າງດື້ດຶງຫລາຍ ແລະ ເຮົາອາດທໍາລາຍພວກເຈົ້າ ຕາມທາງກໍໄດ້.”
\s5
\v 4 ເມື່ອປະຊາຊົນໄດ້ຍິນດັ່ງນີ້ ພວກເຂົາກໍໄດ້ໄວ້ທຸກ ແລະ ບໍ່ມີຜູ້ໃດໃສ່ເຄື່ອງເອ້ ອີກຕໍ່ໄປ.
\v 5 ອົງພຣະຜູ້ເປັນເຈົ້າໄດ້ສັ່ງໂມເຊ ໃຫ້ບອກພວກເຂົາວ່າ, “ພວກເຈົ້າເປັນຄົນໃຈ ແຂງກະດ້າງດື້ດຶງ. ຖ້າເຮົາໄປກັບພວກເຈົ້າ ພຽງເວລາໜ້ອຍດຽວ ເຮົາອາດທາໍລາຍພວກເຈົ້າ ຈົນໝົດສິ້ນກໍໄດ້. ບັດນີ້ ຈົ່ງປົດເຄື່ອງເອ້ ຂອງພວກເຈົ້າອອກສາ ແລະ ເຮົາຈະຕັດສິນໃຈວ່າ ຄວນເຮັດຢ່າງໃດດີກັບພວກເຈົ້າ ໃນຂັ້ນຕໍ່ໄປ. ”
\v 6 ສະນັ້ນ ປະຊາຊົນອິດສະຣາເອນ ຈຶ່ງບໍ່ໄດ້ໃສ່ເຄື່ອງເອ້ ອີກຕໍ່ໄປ ເມື່ອຈາກພູເຂົາ ຊີນາຍ ໄປນັ້ນ.
\s5
\v 7 ເມື່ອໃດ ທີ່ປະຊາຊົນອິດສະຣາເອນ ຕັ້ງຄ້າຍພັກອາໄສຢູ່ ໂມເຊກໍກາງຫໍເຕັນສັກສິດຂຶ້ນ ຫ່າງຈາກຄ້າຍພັກເມື່ອນັ້ນ. ຫໍເຕັນນີ້ ເອີ້ນວ່າ ຫໍເຕັນບ່ອນອົງພຣະຜູ້ເປັນເຈົ້າ ສະຖິດຢູ່ ແລະ ຖ້າຜູ້ໃດຕ້ອງການເຂົ້າພົບ ພຣະອົງ ກໍໃຫ້ຜູ້ນັ້ນອອກໄປທີ່ຫໍເຕັນນັ້ນ ຊຶ່ງຕັ້ງຢູ່ນອກບໍລິເວນຄ້າຍ.
\v 8 ເມື່ອໃດໂມເຊ ອອກຈາກເຕັນຂອງຕົນໄປຍັງຫໍເຕັນ ເມື່ອນັ້ນ ປະຊາຊົນຕ່າງກໍຢືນຢູ່ຕໍ່ໜ້າຄ້າຍພັກຂອງໃຜລາວ ເບິ່ງໂມເຊ ຍ່າງເຂົ້າໄປໃນຫໍເຕັນ.
\v 9 ຫລັງຈາກ ທີ່ໂມເຊໄດ້ເຂົ້າໄປໃນຫໍເຕັນແລ້ວໄດ້ມີເມກເປັນຮູບເສົາ ລອຍລົງມາ ແລະ ຢຸດຢູ່ທີ່ປະຕູເຂົ້າຫໍເຕັນ ແລະ ອົງພຣະຜູ້ເປັນເຈົ້າ ກໍກ່າວແກ່ໂມເຊ ຈາກເສົາເມກນັ້ນ.
\s5
\v 10 ເມື່ອປະຊາຊົນໄດ້ເຫັນເສົາເມກ ທີ່ປະຕູເຂົ້າຫໍເຕັນເທື່ອໃດ ພວກເຂົາກໍຂາບລົງເທື່ອນັ້ນ.
\v 11 ອົງພຣະຜູ້ເປັນເຈົ້າກ່າວແກ່ ໂມເຊ ໜ້າຕໍ່ໜ້າດັ່ງຄົນໜຶ່ງທີ່ກ່າວແກ່ເພື່ອນຂອງຕົນ. ແລ້ວໂມເຊ ກໍກັບຄືນເມືອຍັງຄ້າຍພັກ, ສ່ວນໂຢຊວຍ ລູກຊາຍຂອງນູນ ຜູ້ຮັບໃຊ້ທີ່ໜຸ່ມແໜ້ນຂອງເພິ່ນ ໄດ້ປະຈາໍຢູ່ໃນຫໍເຕັນ.
\s5
\v 12 ແລ້ວໂມເຊ ກໍກ່າວແກ່ອົງພຣະຜູ້ເປັນເຈົ້າ ວ່າ, “ພຣະອົງໄດ້ສັ່ງໃຫ້ຂ້ານ້ອຍ ນາໍພາປະຊາຊົນເຫລົ່ານີ້ ແຕ່ພຣະອົງບໍ່ໄດ້ສັນຍາວ່າ ຈະສົ່ງຜູ້ໃດມາຊ່ວຍຂ້ານ້ອຍເລີຍ. ພຣະອົງບອກພຽງແຕ່ວ່າ ພຣະອົງຮູ້ຈັກຂ້ານ້ອຍດີ ແລະ ພໍໃຈນາໍຂ້ານ້ອຍ.
\v 13 ບັດນີ້ ຖ້າພຣະອົງພໍໃຈນາໍຂ້ານ້ອຍ ແທ້ແລ້ວ ຈົ່ງບອກແຜນການຂອງພຣະອົງໃຫ້ຂ້ານ້ອຍຮູ້ນາໍແດ່ ທ້ອນ ເພື່ອວ່າຂ້ານ້ອຍຈະໄດ້ຮັບໃຊ້ພຣະອົງ ຕໍ່ໄປ ແລະສືບຕໍ່ເຮັດໃຫ້ພຣະອົງພໍໃຈນໍາຂ້ານ້ອຍຫລາຍຍິ່ງຂຶ້ນ. ໂຜດລະນຶກເຖິງຄືກັນວ່າ ພຣະອົງໄດ້ເລືອກເອົາຊົນຊາດນີ້ ເປັນປະຊາຊົນຂອງພຣະອົງ.”
\s5
\v 14 ພຣະອົງຈຶ່ງຕອບວ່າ, “ເຮົາຈະນາໍພາ ເຈົ້າໄປ ແລະ ເຈົ້າຈະໄດ້ຮັບການພັກຜ່ອນ. ”
\v 15 ໂມເຊ ກ່າວຢໍ້າຕື່ມວ່າ, “ຖ້າພຣະອົງບໍ່ນາໍພາພວກຂ້ານ້ອຍທັງຫລາຍໄປ ກໍຢ່າໃຫ້ພວກຂ້ານ້ອຍ ຍ້າຍອອກໄປຈາກທີ່ນີ່ເລີຍ.
\v 16 ໃຜຈະຮູ້ວ່າພຣະອົງພໍໃຈນາໍປະຊາຊົນຂອງພຣະອົງ ແລະ ພໍໃຈນາໍຂ້ານ້ອຍໄດ້ຢ່າງໃດ ຖ້າພຣະອົງບໍ່ນາໍພາຂ້ານ້ອຍໄປ? ການທີ່ພຣະອົງນາໍພາ ພວກຂ້ານ້ອຍໄປນັ້ນຈະສໍາແດງໃຫ້ປະຊາຊົນອື່ນໆ ໃນໂລກ ເຫັນວ່າພວກຂ້ານ້ອຍທັງຫລາຍ ເປັນປະຊາຊົນຂອງພຣະອົງແທ້.”
\s5
\v 17 ສະນັ້ນອົງພຣະຜູ້​ເປັນເຈົ້າ ຈຶ່ງບອກໂມເຊ ວ່າ, “ເຮົາຈະເຮັດຕາມທີ່ເຈົ້າຂໍມາ ຍ້ອນວ່າເຮົາຮູ້ຈັກເຈົ້າດີ ແລະພໍໃຈນາໍເຈົ້າ. ”
\v 18 ແລ້ວໂມເຊ ກໍຮ້ອງຂໍວ່າ, “ຖ້າເປັນດັ່ງນັ້ນ ພຣະອົງເອີຍ ໂຜດໃຫ້ຂ້ານ້ອຍໄດ້ເຫັນແສງສຸກໃສ ແຫ່ງສະຫງ່າຣາສີຂອງພຣະອົງແດ່ທ້ອນ.”
\s5
\v 19 ພຣະອົງຕອບວ່າ, “ເຮົາຈະໃຫ້ຄຸນຄວາມດີທັງໝົດຂອງເຮົາ ຜ່ານໄປຕໍ່ໜ້າຕໍ່ຕາ ເຈົ້າ ແລະ ທັງຈະບອກຊື່ອັນສັກສິດຂອງເຮົາໃຫ້ເຈົ້າຮູ້. ເຮົາແມ່ນອົງພຣະຜູ້ເປັນເຈົ້າ ແລະ ເຮົາສໍາແດງຄວາມເມດຕາປານີ ຕໍ່ຜູ້ທີ່ເຮົາໄດ້ເລືອກເອົາ. ”
\v 20 ເຈົ້າຈະບໍ່ເຫັນໜ້າເຮົາ ເພາະວ່າບໍ່ມີຜູ້ໃດ ທີ່ໄດ້ເຫັນໜ້າເຮົາແລ້ວ ມີຊີວິດຢູ່
\s5
\v 21 ແຕ່ເບິ່ງຫັ້ນແມ ມີໂງ່ນຫິນໃຫຍ່ ຢູ່ຂ້າງເຮົານີ້ ຈົ່ງໄປຢືນຢູ່ເທິງໂງ່ນຫິນນັ້ນ.
\v 22 ເມື່ອແສງສຸກໃສ ແຫ່ງສະຫງ່າຣາສີຂອງເຮົາ ຜ່ານໄປ ເຮົາຈະເອົາເຈົ້າຊົ້ນໄວ້ໃນຫວ່າງຫິນ ໂດຍເອົາມືເຮົາບັງເຈົ້າໄວ້ ຈົນກວ່າເຮົາຈະຜ່ານໄປ.
\v 23 ແລ້ວເຮົາກໍຈະເອົາມືອອກ ແລະ ເຈົ້າຈະເຫັນຫລັງເຮົາ ແຕ່ຈະບໍ່ໄດ້ເຫັນ ໜ້າເຮົາ.”
\s5
\c 34
\p
\v 1 ອົງພຣະຜູ້ເປັນເຈົ້າໄດ້ບອກໂມເຊ ວ່າ, “ຈົ່ງຕັດຫິນສອງແຜ່ນໃຫ້ຄືເທື່ອທາໍອິດ ແລະ ເຮົາຈະຂຽນຖ້ອຍຄໍາຂອງຫິນສອງແຜ່ນທາໍອິດ ທີ່ແຕກນັ້ນໃສ່.
\v 2 ຈົ່ງເຮັດໃຫ້ແລ້ວ ໃນມື້ອື່ນຕອນເຊົ້າ ແລະ ຂຶ້ນມາພົບເຮົາຢູ່ເທິງພູເຂົາ ຊີນາຍ ພີ້.
\s5
\v 3 ເຈົ້າຢ່າໃຫ້ໃຜຂຶ້ນມານາໍ ຢ່າໃຫ້ເຮົາເຫັນ ຜູ້ໃດ ໃນບ່ອນໃດບ່ອນໜຶ່ງທີ່ເທິງພູ ເປັນເດັດຂາດ ແມ່ນແຕ່ຝູງແກະ, ຝູງແບ້ ແລະ ຝູງງົວ ກໍຢ່າໃຫ້ຂຶ້ນມາກິນຫຍ້າ ທີ່ເນີນພູນີ້. ”
\v 4 ດັ່ງນັ້ນ ໂມເຊ ຈຶ່ງຕັດຫິນເປັນສອງແຜ່ນ ຄືເທື່ອທາໍອິດ ແລະ ມື້ຕໍ່ມາແຕ່ເດິກ ໆ ເພິ່ນກໍຖືແຜ່ນຫິນນັ້ນ ຂຶ້ນໄປຍັງເທິງພູເຂົາ ຊີນາຍ ຕາມທີ່ອົງພຣະຜູ້ເປັນເຈົ້າໄດ້ສັ່ງໄວ້.
\s5
\v 5 ດັ່ງນັ້ນ ອົງພຣະຜູ້ເປັນເຈົ້າ ໄດ້ລົງມາຍັງເມກ ຢືນຢູ່ກັບໂມເຊ ໃນທີ່ນັ້ນ. ພຣະອົງປະກາດນາມຊື່ອັນສັກສິດຂອງພຣະອົງວ່າ ອົງພຣະຜູ້ເປັນເຈົ້າ. [ບ]
\v 6 ແລ້ວອົງພຣະຜູ້ເປັນເຈົ້າ ກໍຍ່າງຜ່ານໂມເຊໄປ ພ້ອມທັງກ່າວວ່າ, “ອົງພຣະຜູ້ເປັນເຈົ້າ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຜູ້ເຕັມໄປດ້ວຍຄວາມເມດຕາ ແລະ ເຕັມລົ້ນດ້ວຍພຣະຄຸນ ຜູ້ບໍ່ຮ້າຍງ່າຍ ແລະ ຜູ້ສໍາແດງຄວາມຮັກອັນໝັ້ນຄົງແລະສັດຊື່.
\v 7 ເຮົາຮັກສາພັນທະສັນຍາຂອງເຮົາ ຕະຫລອດໄປເຖິງພັນຊົ່ວເຊັ່ນຄົນ [ປ] ທັງຍົກຜິດຍົກບາບໃຫ້ດ້ວຍ; ແຕ່ເຮົາບໍ່ອາດຈະລືມ ລົງໂທດລູກຫລານຂອງຜູ້ທີ່ເຮັດບາບຕໍ່ສູ້ເຮົາໄດ້ເຖິງສາມ ແລະ ສີ່ຊົ່ວເຊັ່ນຄົນ.”
\s5
\v 8 ໂມເຊ ຈຶ່ງຟ້າວຂາບລົງ ແລະ ນ້ອມນະມັດສະການພຣະອົງ.
\v 9 ເພິ່ນກ່າວວ່າ, “ຂ້າແດ່ພຣະເຈົ້າຢາເວ ຖ້າພຣະອົງພໍໃຈນາໍຂ້ານ້ອຍແທ້ ຂໍຊົງໂຜດນາໍໜ້າພວກຂ້ານ້ອຍໄປເຖີດ. ປະຊາຊົນພວກນີ້ໃຈແຂງກະດ້າງ ດື້ດຶງຫລາຍ, ແຕ່ຂໍຊົງໂຜດຍົກຜິດຍົກບາບ ຂອງພວກຂ້ານ້ອຍແດ່ທ້ອນ ແລະ ຂໍຊົງໂຜດ ຮັບເອົາພວກຂ້ານ້ອຍ ເປັນໄພ່ພົນຂອງພຣະອົງດ້ວຍເຖີດ.”
\s5
\v 10 ພຣະອົງໄດ້ບອກໂມເຊ ວ່າ, “ບັດນີ້ ເຮົາຈະເຮັດພັນທະສັນຍາ ກັບ ປະຊາຊົນອິດສະຣາເອນ. ເຮົາຈະເຮັດສິ່ງອັນຍິ່ງໃຫຍ່ ໃນທ່າມກາງພວກເຂົາ ຊຶ່ງບໍ່ເຄີຍເຮັດກັບຊົນຊາດໃດໆ ໃນໂລກມາກ່ອນ. ປະຊາຊົນທັງໝົດຈະໄດ້ເຫັນການ ອັນຍິ່ງໃຫຍ່ ທີ່ອົງພຣະຜູ້ເປັນເຈົ້າໄດ້ກະທາໍ ເພາະເຮົາພວມຈະ ເຮັດສິ່ງອັນໜ້າຢ້ານກົວສໍາລັບເຈົ້າ.
\v 11 ຈົ່ງເຮັດຕາມກົດບັນຍັດຕ່າງໆ ທີ່ເຮົາກາໍລັງມອບໃຫ້ພວກເຈົ້າໃນວັນນີ້. ເຮົາຈະຂັບໄລ່ຊາວອາໂມ, ຊາວການາອານ, ຊາວຮິດຕີ, ຊາວເປຣີຊີ, ຊາວຮີວີ ແລະ ຊາວເຢບຸດ ອອກໜີ ເມື່ອພວກເຈົ້າບຸກໜ້າເຂົ້າໄປທີ່ນັ້ນ.
\s5
\v 12 ຢ່າເຮັດຂໍ້ຕົກລົງໃດໆ ກັບ ປະຊາຊົນ ໃນດິນແດນທີ່ເຈົ້າ ກາໍລັງຈະເຂົ້າໄປຢູ່ນີ້ເດັດຂາດ ເພາະສິ່ງນັ້ນຈະເປັນບ້ວງແຮ້ວ ອັນຮ້າຍກາດດັກຈັບພວກເຈົ້າ.
\v 13 ແຕ່ກົງກັນຂ້າມ ຈົ່ງມ້າງແທ່ນບູຊາ, ທັບມ້າງເສົາຫິນສັກສິດ ແລະ ປໍ້າເສົາໄມ້ສັກສິດ ຊຶ່ງເປັນສັນຍາລັກ ຂອງເຈົ້າແມ່ອາເຊຣາ ຖີ້ມ.
\v 14 “ຢ່າໄດ້ຂາບໄຫວ້ພະອື່ນໃດ ເພາະອົງພຣະຜູ້ເປັນເຈົ້າ ຜູ້ມີນາມຊື່ວ່າ ຫວງແຫນ ເປັນພຣະເຈົ້າຫວງແຫນ.
\s5
\v 15 ຢ່າເຮັດຂໍ້ຕົກລົງໃດໆ ກັບ ປະຊາຊົນໃນດິນແດນນີ້ ເພາະວ່າເມື່ອພວກເຂົາຂາບໄຫວ້ບູຊາພະຂອງພວກເຂົານັ້ນ ພວກເຂົາຈະເຊື້ອເຊີນພວກເຈົ້າໃຫ້ເຂົ້າຮ່ວມ ແລະ ພວກເຈົ້າອາດຖືກຊັກຊວນ ໃຫ້ກິນອາຫານທີ່ໄດ້ຖວາຍແກ່ບັນດາພະຂອງພວກເຂົາກໍໄດ້.
\v 16 ລູກຊາຍຂອງພວກເຈົ້າ ອາດແຕ່ງງານກັບ ຍິງສາວ ຊາວຕ່າງດ້າວເຫລົ່ານັ້ນ ຊຶ່ງອາດພາ ໃຫ້ລູກຊາຍຂອງພວກເຈົ້າ ບໍ່ສັດຊື່ຕໍ່ເຮົາ ແລະ ໜີໄປຂາບໄຫວ້ບັນດາພະຂອງຄົນເຫລົ່ານັ້ນ ກໍໄດ້.
\v 17 ຢ່າເຮັດຮູບພະ ໄວ້ຂາບໄຫວ້.
\s5
\v 18 ຈົ່ງຖືຮັກສາເທດສະການ ກິນເຂົ້າຈີ່ບໍ່ມີເຊື້ອແປ້ງ ຕາມທີ່ເຮົາສັ່ງໄວ້ ໃນເດືອນ ອາບີບ ນັ້ນ ຈົ່ງກິນເຂົ້າຈີ່ບໍ່ມີເຊື້ອແປ້ງໃຫ້ຄົບເຈັດວັນ ເພາະໃນເດືອນນີ້ທີ່ພວກເຈົ້າໄດ້ອອກມາ ຈາກປະເທດເອຢິບ.
\s5
\v 19 ລູກຊາຍກົກທຸກຄົນ ແລະ ສັດຫົວປີທຸກໂຕ ເປັນຂອງເຮົາ
\v 20 ແຕ່ລໍເຖິກນັ້ນ ເຈົ້າຊື້ຄືນໄວ້ໄດ້ ໂດຍໃຫ້ຖວາຍແກະແທນ. ຖ້າພວກເຈົ້າບໍ່ຊື້ຄືນ ກໍໃຫ້ຫັກຄໍມັນຖິ້ມເສຍ. ສ່ວນລູກຊາຍກົກຂອງພວກເຈົ້ານັ້ນ ໃຫ້ຊື້ເອົາໄວ້ຄືນທຸກໆ ຄົນ. ຢ່າໃຫ້ຜູ້ໃດເຂົ້າມາເຝົ້າເຮົາ ມືເປົ່າ ໂດຍບໍ່ມີເຄື່ອງຖວາຍມານໍາ.
\s5
\v 21 “ຈົ່ງເຮັດວຽກໃນຫົກວັນ ແຕ່ໃນວັນທີ່ເຈັດ ໃຫ້ຖືເປັນວັນພັກຜ່ອນ ເຖິງແມ່ນຈະຢູ່ໃນລະດູເຮັດໄຮ່ ເຮັດນາ ຫລື ຫວ່ານກ້າກໍຕາມ.
\v 22 ຈົ່ງສະຫລອງເທດສະການ ແຫ່ງການເກັບກ່ຽວເມື່ອເຈົ້າເລີ່ມກ່ຽວເຂົ້າໃນນາຄັ້ງທາໍອິດ ແລະ ສະຫລອງເທດສະການ ປຸກຕູບຢູ່ ເມື່ອເຈົ້າເກັບຜົນລະປູກຈາກສວນ ທຸກໆ ປາຍປີ.
\s5
\v 23 ສາມເທື່ອຕໍ່ທຸກໆ ປີໃດ ຈົ່ງໃຫ້ຜູ້ຊາຍ ທຸກຄົນເຂົ້າມານະມັດສະການອົງພຣະຜູ້ເປັນເຈົ້າ ພຣະເຈົ້າອົງເປັນພຣະເຈົ້າຂອງຊາດອິດສະຣາເອນ.
\v 24 ຫລັງຈາກທີ່ເຮົາໄດ້ຂັບໄລ່ຊົນຊາດຕ່າງໆ ໃຫ້ອອກໄປກ່ອນໜ້າ ພວກເຈົ້າ ແລະ ຂະຫຍາຍດິນແດນອອກໃຫ້ພວກເຈົ້າແລ້ວ ກໍຈະບໍ່ມີໃຜກ້າຄິດຢຶດຄອງ ເອົາດິນແດນຂອງພວກເຈົ້າ ໃນລະຫວ່າງ ການສະຫລອງເທດສະການ ສາມປາງນີ້.
\s5
\v 25 ຢ່າຖວາຍເຂົ້າຈີ່ມີເຊື້ອແປ້ງ ເມື່ອເຈົ້າຂ້າສັດຖວາຍບູຊາແກ່ເຮົາ. ຢ່າຮັກສາຊີ້ນສັດ ສ່ວນໃດສ່ວນໜຶ່ງທີ່ຂ້າຖວາຍ ໃນເທດສະການ ປັດສະຄາ ໄວ້ຈົນຮອດຮຸ່ງເຊົ້າ ຂອງມື້ໃໝ່.
\v 26 ຈົ່ງນາໍພືດຜົນທີ່ດີເລີດ ຊຶ່ງເກັບກ່ຽວແຕ່ລະຫົວປີ ມາຍັງວິຫານຂອງອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ. ຢ່າ ຕົ້ມຊີ້ນລູກແກະ ຫລື ລູກແບ້ ດ້ວຍນໍ້ານົມແມ່ມັນ.”
\s5
\v 27 ແລ້ວອົງພຣະຜູ້ເປັນເຈົ້າ ກໍບອກໂມເຊ ວ່າ, “ຈົ່ງຂຽນຂໍ້ຄໍາເຫລົ່ານີ້ໄວ້ ເພາະວ່າແມ່ນ ຫລັກຂອງພັນທະສັນຍາ ທີ່ເຮົາໄດ້ເຮັດໄວ້ກັບ ເຈົ້າ ແລະ ປະຊາຊົນອິດສະຣາເອນ. ”
\v 28 ໂມເຊ ໄດ້ຢູ່ທີ່ເທິງພູເຂົານັ້ນ ກັບ ອົງພຣະຜູ້ເປັນເຈົ້າເປັນເວລາ ສີ່ສິບວັນ ສີ່ສິບຄືນ ໂດຍບໍ່ໄດ້ກິນແລະບໍ່ໄດ້ດື່ມຫຍັງ. ເພິ່ນໄດ້ຂຽນຂໍ້ຄໍາສັ່ງຕ່າງໆ ຂອງ ພັນທະສັນຍາໃສ່ລົງໃນແຜ່ນຫິນ ຄື ຂຽນກົດບັນຍັດສິບປະການ.
\s5
\v 29 ເມື່ອໂມເຊ ຖືແຜ່ນຫິນທີ່ບັນຈຸກົດບັນຍັດສິບປະການ ລົງມາຈາກພູເຂົາ ຊີນາຍ ເພິ່ນບໍ່ໄດ້ຮູ້ເມື່ອຕົວ ວ່າໜ້າຂອງຕົນສ່ອງແສງເຫລື້ອມ ເພາະຕົນໄດ້ກ່າວກັບພຣະເຈົ້າ.
\v 30 ເມື່ອອາໂຣນ ແລະຊາວອິດສະຣາເອນ ເຫັນໜ້າໂມເຊ ສ່ອງແສງເຫລື້ອມ. ດັ່ງນັ້ນ ພວກເຂົາຈຶ່ງບໍ່ກ້າຫຍັບເຂົ້າໄປໃກ້ເພິ່ນ.
\v 31 ແຕ່ໂມເຊ ຊໍ້າເອີ້ນຫາພວກເຂົາ ແລ້ວອາໂຣນພ້ອມດ້ວຍບັນດາຫົວໜ້າຂອງຊຸມນຸນຊົນ ກໍເຂົ້າມາໃກ້ ແລະຟັງຄໍາກ່າວຂອງໂມເຊ.
\s5
\v 32 ຫລັງຈາກນັ້ນ ປະຊາຊົນອິດສະຣາເອນທັງໝົດ ໄດ້ມາຫຸ້ມລ້ອມເບິ່ງໂມເຊ. ເພິ່ນສອນປະຊາຊົນໃຫ້ຮູ້ຈັກກົດບັນຍັດຕ່າງໆ ທີ່ອົງພຣະຜູ້ເປັນເຈົ້າໄດ້ມອບໃຫ້ເພິ່ນຢູ່ເທິງພູເຂົາ ຊີນາຍ ນັ້ນ.
\v 33 ເມື່ອໂມເຊ ກ່າວສຸດ ເພິ່ນກໍເອົາຜ້າປົກໜ້າໄວ້.
\s5
\v 34 ທຸກເທື່ອທີ່ເພິ່ນເຂົ້າໄປໃນຫໍເຕັນຂອງອົງພຣະຜູ້ເປັນເຈົ້າ ເພື່ອກ່າວກັບພຣະອົງ ເພິ່ນຈຶ່ງເອົາຜ້າປົກໜ້າອອກ. ເມື່ອອອກມາຈາກຫໍເຕັນເທື່ອໃດ ເພິ່ນກໍກ່າວຂໍ້ຄໍາສັ່ງຕ່າງໆ ທີ່ພຣະອົງສັ່ງໃຫ້ປະຊາຊົນອິດສະຣາເອນ ຮູ້ນາໍເທື່ອນັ້ນ.
\v 35 ແລະພວກເຂົາໄດ້ເຫັນໜ້າຂອງເພິ່ນສ່ອງແສງເຫລື້ອມ. ແລ້ວໂມເຊ ກໍເອົາຜ້າປົກໜ້າຕົນເອງ ໄວ້ເຊັ່ນເຄີຍຈົນກວ່າເພິ່ນຈະໄດ້ເຂົ້າໄປພົບອົງພຣະຜູ້ເປັນເຈົ້າອີກ.
\s5
\c 35
\p
\v 1 ແລ້ວໂມເຊ ກໍເອີ້ນປະຊາຊົນອິດສະຣາເອນ ທັງໝົດມາປະຊຸມ. ເພິ່ນໄດ້ບອກພວກເຂົາວ່າ, “ຕໍ່ໄປນີ້ ແມ່ນຄໍາສັ່ງຂອງອົງພຣະຜູ້ເປັນເຈົ້າ ທີ່ໃຫ້ພວກເຈົ້າປະຕິບັດ:
\v 2 ຈົ່ງເຮັດວຽກໃນຫົກວັນ ແຕ່ໃນວັນທີເຈັດ ໃຫ້ພວກເຈົ້າຢຶດຖື ເປັນວັນສັກສິດ ເປັນວັນສໍາຄັນຂອງການພັກຜ່ອນ ທີ່ອຸທິດຖວາຍແກ່ ອົງພຣະຜູ້ເປັນເຈົ້າ. ຜູ້ໃດທີ່ເຮັດວຽກໃນວັນນີ້ ຜູ້ນັ້ນຈະຕ້ອງຖືກໂທດເຖິງຕາຍ.
\v 3 ແມ່ແຕ່ ໄຟກໍບໍ່ໃຫ້ດັງໃນເຮືອນຂອງພວກເຈົ້າ ໃນວັນຊະບາໂຕ.”
\s5
\v 4 ໂມເຊ ໄດ້ບອກປະຊາຊົນອິດສະຣາເອນ ທັງໝົດວ່າ, “ຕໍ່ໄປນີ້ ແມ່ນສິ່ງທີ່ອົງພຣະຜູ້ເປັນເຈົ້າ ໄດ້ສັ່ງໄວ້:
\v 5 ຈົ່ງນາໍເຄື່ອງຂອງມາຖວາຍແກ່ອົງພຣະຜູ້ເປັນເຈົ້າ. ຜູ້ໃດທີ່ເຕັມໃຈໃຫ້ ຈົ່ງນາໍສິ່ງດັ່ງຕໍ່ໄປນີ້ມາ ຄື: ຄໍາ, ເງິນ, ທອງສໍາຣິດ;
\v 6 ຜ້າປ່ານເນື້ອລະອຽດດີ; ຜ້າຂົນແກະສີຟ້າ, ສີມ່ວງ ແລະ ສີແດງ; ຜ້າທີ່ເຮັດດ້ວຍຂົນແບ້;
\v 7 ໜັງແກະເຖິກ ຍ້ອມສີແດງ; ໜັງສັດລະອຽດດີ; ໄມ້ກະຖິນເທດ;
\v 8 ນາໍ້ມັນໄຕ້ຕະກຽງ; ເຄື່ອງຫອມເພື່ອປຸງນາໍ້ມັນເຈີມສັກສິດ ແລະ ເຄື່ອງຫອມ ສໍາລັບເຜົາບູຊາ,
\v 9 ແກ້ວໂກເມນ ກັບເພັດພອຍອື່ນໆ ສໍາລັບປະດັບເສື້ອຄຸມສັ້ນ ເອໂຟດ ແລະ ແຜ່ນປົກເອິກຂອງປະໂຣຫິດ.”
\s5
\v 10 “ຜູ້ໃດທີ່ມີສະຕິປັນຍາ ໃນທ່າມກາງພວກເຈົ້າໃຫ້ຜູ້ນັ້ນ ເຮັດສິ່ງທີ່ອົງພຣະຜູ້ເປັນເຈົ້າໄດ້ສັ່ງໄວ້ ຄື:
\v 11 ຫໍເຕັນ, ຜ້າຄຸມເຕັນ ແລະ ຜ້າປົກເຕັນຊັ້ນນອກ, ຂໍເກາະ, ຮ່າງຂອບໄມ້, ຄານ, ເສົາ ແລະ ຕີນຮອງເສົາຂອງ ຫໍເຕັນ,
\v 12 ຫີບພັນທະສັນຍາ, ຄານຫາມ, ຝາອັດຫີບພັນທະສັນຍາ ແລະ ຜ້າກັ້ງບັງຫີບພັນທະສັນຍາ;
\s5
\v 13 ໂຕະ, ຄານຫາມ ຂອງ ໂຕະ ແລະ ເຄື່ອງໃຊ້ທັງໝົດ ປະຈໍາໂຕະເຂົ້າຈີ່ ເພື່ອການ ຖວາຍນັ້ນ;
\v 14 ຫລັກຕະກຽງ ທີ່ໃຫ້ແສງສະຫວ່າງ ພ້ອມທັງເຄື່ອງໃຊ້ປະຈໍາ; ຕະກຽງ ແລະ ນໍ້າມັນ;
\v 15 ແທ່ນສໍາລັບເຜົາເຄື່ອງຫອມ ແລະ ຄານຫາມ; ນໍ້າມັນເຈີມສັກສິດ; ເຄື່ອງຫອມ ເພື່ອເຜົາບູຊາ ຜ້າກັ້ງປະຕູເຂົ້າຫໍເຕັນ;
\v 16 ແທ່ນສໍາລັບເຜົາເຄື່ອງຖວາຍບູຊາ ແລະ ຕະຂ່າຍທອງສໍາຣິດ, ຄານຫາມ ແລະ ເຄື່ອງໃຊ້ປະຈາໍແທ່ນບູຊາ ຂັນຊໍາລະລ້າງ ແລະ ພານຮອງຂັນ;
\s5
\v 17 ຜ້າກັ້ງອ້ອມຮອບຫໍເຕັນ; ເສົາ ແລະ ຕີນຮອງເສົາ; ຜ້າກັ້ງບັງທາງເຂົ້າ ຜ້າອ້ອມຫໍເຕັນ.
\v 18 ຫລັກປັກ, ເຊືອກເນັ່ງຂອງຫໍເຕັນແລະເດີ່ນຂອງຫໍເຕັນ;
\v 19 ເຄື່ອງອັນງົດງາມຂອງປະໂຣຫິດ ຄື ເຄື່ອງນຸ່ງອັນສັກສິດ ປະຈໍາຕໍາແໜ່ງຂອງອາໂຣນ ແລະ ພວກລູກຊາຍຂອງລາວ ເມື່ອເຂົ້າມາບົວລະບັດຮັບໃຊ້ເຮົາ ໃນບ່ອນສັກສິດ.”
\s5
\v 20 ປະຊາຊົນອິດສະຣາເອນ ທັງໝົດໄດ້ພາກັນແຍກຍ້າຍຈາກໂມເຊ ໄປ
\v 21 ແລະ ທຸກຄົນທີ່ມີໃຈເຫລື້ອມໃສສັດທາ ກໍໄດ້ນາໍຂອງມາຖວາຍແກ່ອົງພຣະຜູ້ເປັນເຈົ້າ ເພື່ອນາໍໄປສ້າງຫໍເຕັນ ບ່ອນພຣະອົງສະຖິດຢູ່. ພວກເຂົາໄດ້ນາໍທຸກສິ່ງ ທີ່ຈາໍເປັນໃຊ້ໃນການ ນະມັດສະການ ແລະ ໃນການເຮັດເຄື່ອງນຸ່ງອັນສັກສິດປະຈາໍຕໍາແໜ່ງຂອງປະໂຣຫິດມາຖວາຍ.
\v 22 ທຸກຄົນທີ່ເຕັມໃຈໃຫ້ ທັງຍິງແລະ ຊາຍກໍໄດ້ນາໍເຄື່ອງເອ້ ຄື: ເຂັມຄັດ, ຕຸ້ມຫູ, ແຫວນ, ສາຍຄໍ ແລະ ເຄື່ອງເອ້ຕ່າງໆ ເປັນຄໍາ ຢ່າງອື່ນມາຖວາຍແກ່ອົງພຣະຜູ້ເປັນເຈົ້າ.
\s5
\v 23 ຜູ້ທີ່ມີຜ້າປ່ານເນື້ອລະອຽດດີ; ຜ້າຂົນແກະສີຟ້າ, ສີມ່ວງ ແລະ ສີແດງເຂັ້ມ; ຜ້າທີ່ເຮັດດ້ວຍຂົນແບ້, ໜັງແກະເຖິກ ຍ້ອມສີແດງ ຫລື ໜັງສັດລະອຽດດີ ກໍໄດ້ນາໍເອົາຂອງເຫລົ່ານັ້ນມາຖວາຍ.
\v 24 ຜູ້ທີ່ສາມາດບໍລິຈາກເງິນ ຫລື ທອງສໍາຣິດ ກໍໄດ້ນາໍມາ ຖວາຍແກ່ອົງພຣະຜູ້ເປັນເຈົ້າ ແລະ ຜູ້ທີ່ມີໄມ້ກະຖິນເທດ ຊຶ່ງສາມາດໃຊ້ຢ່າງໜຶ່ງຢ່າງໃດ ໃນວຽກງານນີ້ ກໍໄດ້ນາໍມາຖວາຍຄືກັນ.
\s5
\v 25 ສ່ວນແມ່ຍິງ ທີ່ຊໍານິຊໍານານ ໃນການ ປັ່ນຜ້າປ່ານ ກໍໄດ້ເອົາເສັ້ນປ່ານເນື້ອລະອຽດດີ ແລະ ຜ້າຂົນແກະສີຟ້າ, ສີມ່ວງ ແລະ ສີແດງເຂັ້ມ ມາຖວາຍ.
\v 26 ພວກເຂົາໄດ້ເຮັດເສັ້ນດ້າຍດ້ວຍຂົນແບ້ ມາຖວາຍຄືກັນ.
\s5
\v 27 ພວກຜູ້ນາໍ ໄດ້ເອົາແກ້ວໂກເມນ ແລະ ເພັດພອຍ ຢ່າງອື່ນມາເພື່ອໃຊ້ໃນການປະດັບ ເສື້ອຄຸມສັ້ນ ເອໂຟດ ແລະ ແຜ່ນປົກເອິກຂອງປະໂຣຫິດ
\v 28 ທັງໄດ້ນາໍເອົາເຄື່ອງເທດ ຊະນິດຕ່າງໆ, ນາໍ້ມັນໄຕ້ຕະກຽງ, ນາໍ້ມັນເຈີມສັກສິດ ແລະ ສໍາລັບເຄື່ອງຫອມ ໃຊ້ເຜົາບູຊາ ມາຖວາຍດ້ວຍ.
\v 29 ປະຊາຊົນອິດສະຣາເອນ ທັງຍິງ ແລະ ຊາຍຜູ້ທີ່ມີໃຈ ເຫລື້ອມໃສສັດທາ ກໍໄດ້ນາໍເຄື່ອງຖວາຍຂອງ ພວກເຂົາມາປະກອບສ່ວນໃນວຽກງານ ຕາມ ທີ່ພຣະອົງໄດ້ສັ່ງຜ່ານທາງໂມເຊ ໃຫ້ພວກເຂົາເຮັດນັ້ນ ທຸກປະການ.
\s5
\v 30 ໂມເຊ ໄດ້ກ່າວຕໍ່ຊາວອິດສະຣາເອນ ວ່າ, “ອົງພຣະຜູ້ເປັນເຈົ້າໄດ້ເລືອກເອົາ ເບຊາເລນ ລູກຊາຍຂອງ ອູຣິ ແລະຫລານຊາຍຂອງ ຮູເຣ ຈາກເຜົ່າຢູດາ.
\v 31 ພຣະເຈົ້າໃຫ້ລາວໄດ້ຮັບຣິດອໍານາດ [ຜ] ມີສະຕິປັນຍາ, ຄວາມເຂົ້າໃຈ ແລະ ຄວາມ ສາມາດໃນວິຊາການ ດ້ານສີລະປະກາໍ ຊະນິດອື່ນໆ ອີກ
\v 32 ສໍາລັບວາງແຜນ ແລະ ອອກແບບຢ່າງລະອຽດປານີດ ໃນການເຮັດເຄື່ອງຄໍາ, ເຄື່ອງເງິນ ແລະ ເຄື່ອງທອງສໍາຣິດ;
\v 33 ສໍາລັບເຈຍລະໄນ ພອຍ ຕ່າງໆ ເພື່ອຝັງໃສ່ກະໂບກ ແລະ ສໍາລັບແກະສະຫລັກໄມ້ໄດ້ດີ; ພ້ອມທັງວິຊາການໃນວຽກງານ ດ້ານສີລະປະກາໍດ້ານອື່ນໆ ອີກ.
\s5
\v 34 ພຣະອົງຍັງໄດ້ບັນດານໃຫ້ລາວກັບ ໂອໂຮລິອາບ ລູກຊາຍຂອງ ອາຮິຊາມັກ ຈາກ ເຜົ່າດານ ມີຄວາມສາມາດໃນການສິດສອນ ຖ່າຍທອດຄວາມຮູ້ດ້ານວິຊາສີລະປະກາໍ ນີ້ໃຫ້ແກ່ຄົນອື່ນອີກດ້ວຍ.
\v 35 ພຣະອົງຍັງໃຫ້ພວກເຂົາ ມີສະຕິປັນຍາ ແລະ ຄວາມ ສາມາດໃນວຽກງານຫລາຍຢ່າງ ຄື: ວຽກງານ ຂອງນັກແກະສະຫລັກ, ນັກອອກແບບ, ນັກ ຫຍິບປັກທັກແສ່ວຜ້າປ່ານເນື້ອລະອຽດດີ; ຕໍ່າຜ້າຂົນແກະສີຟ້າ, ສີມ່ວງ ແລະ ສີແດງ ແລະການຕໍ່າຜ້າຊະນິດອື່ນໆ ອີກດ້ວຍ. ພວກເຂົາມີຄວາມສາມາດເຮັດວຽກຊ່າງສີມືໄດ້ທຸກຢ່າງ ແລະ ເປັນຊ່າງທີ່ຊໍານິຊໍານານ ໃນການອອກແບບເຊັ່ນກັນ.
\s5
\c 36
\p
\v 1 ເບຊາເລນ, ໂອໂຮລິອາບ ກັບພວກຊ່າງສີມືຄົນອື່ນໆ ທັງໝົດ ຜູ້ທີ່ອົງພຣະຜູ້ເປັນເຈົ້າ ໄດ້ໃຫ້ສະຕິປັນຍາ ແລະ ຄວາມເຂົ້າໃຈນັ້ນ ຕ່າງກໍມີຄວາມສາມາດເຮັດສິ່ງທີ່ຈາໍເປັນ ເພື່ອສ້າງຫໍເຕັນສັກສິດ ແລະທຸກໆສິ່ງຕາມທີ່ອົງພຣະຜູ້ເປັນເຈົ້າ ໄດ້ສັ່ງໄວ້ນັ້ນທຸກປະການ.
\s5
\v 2 ໂມເຊໄດ້ເອີ້ນ ເບຊາເລນ, ໂອໂຮລິອາບ ກັບຄົນອື່ນໆ ທີ່ອົງພຣະຜູ້ເປັນເຈົ້າໄດ້ໃຫ້ຄວາມສາມາດ ພ້ອມທັງຜູ້ທີ່ມີຈິດໃຈຢາກຊົດຊ່ວຍປະກອບສ່ວນ ໃນວຽກງານກໍ່ສ້າງນັ້ນມາ ແລະ ໂມເຊໄດ້ບອກພວກເຂົາ ໃຫ້ເລີ່ມລົງມືເຮັດວຽກ.
\v 3 ໂມເຊ ຈຶ່ງມອບສິ່ງຂອງທັງໝົດ ຊຶ່ງຊາວອິດສະຣາເອນໄດ້ຖວາຍ ເພື່ອກໍ່ສ້າງຫໍເຕັນສັກສິດນັ້ນ ໃຫ້ພວກເຂົາ, ແຕ່ວ່າ ຍັງມີຊາວອິດສະຣາເອນ ຄົນອື່ນສືບຕໍ່ ນາໍຂອງມາຖວາຍ ດ້ວຍສະມັກໃຈໃຫ້ໂມເຊ ທຸກເຊົ້າ.
\v 4 ຕໍ່ມາ ພວກນາຍຊ່າງສີມືທີ່ພວມເຮັດວຽກຢູ່ນັ້ນ ຈຶ່ງມາຫາໂມເຊ
\s5
\v 5 ແລະ ບອກເພິ່ນວ່າ, “ປະຊາຊົນໄດ້ນາໍສິ່ງຂອງມາໃຫ້ຫລາຍກວ່າ ຄວາມຕ້ອງການຂອງວຽກງານ ທີ່ອົງພຣະຜູ້ເປັນເຈົ້າ ສັ່ງໃຫ້ເຮັດ. ”
\v 6 ສະນັ້ນ ໂມເຊ ຈຶ່ງອອກຄໍາສັ່ງປະກາດໄປ ທົ່ວຄ້າຍພັກວ່າ, “ບໍ່ຕ້ອງໃຫ້ຜູ້ໃດ ນາໍຂອງບໍລິຈາກຂອງຕົນມາຖວາຍສໍາລັບກໍ່ສ້າງຫໍເຕັນສັກສິດອີກຕໍ່ໄປ. ” ດັ່ງນັ້ນ ປະຊາຊົນ ຈຶ່ງບໍ່ໄດ້ນາໍຂອງບໍລິຈາກຂອງຕົນ ມາອີກ
\v 7 ກໍເພາະສິ່ງທີ່ໄດ້ນາໍມາຖວາຍ ແລ້ວນັ້ນ ມີພຽງພໍຈົນເຫລືອເກີນຄວາມຕ້ອງການ ໃນການດໍາເນີນວຽກງານຕ່າງໆ ໃຫ້ສໍາເລັດຜົນ.
\s5
\v 8 ບັນດາຊ່າງທີ່ຊໍານິຊໍານານ ກວ່າໝູ່ໄດ້ສ້າງຫໍເຕັນສັກສິດ ບ່ອນອົງພຣະຜູ້ເປັນເຈົ້າສະຖິດຢູ່. ພວກເຂົາເຮັດຫໍເຕັນສັກສິດ ດ້ວຍຜ້າປ່ານເນື້ອລະອຽດດີ ເປັນຜ້າກັ້ງສິບຜືນ ຕ່ຳ ໍສັບປົນກັນກັບຜ້າຂົນແກະສີຟ້າ, ສີມ່ວງ ແລະ ສີແດງເຂັ້ມ ພ້ອມທັງແສ່ວຮູບ ເຄຣຸບ ໃສ່ຜ້າເຫລົ່ານັ້ນດ້ວຍ.
\v 9 ຜ້າແຕ່ລະຜືນມີຂະໜາດເທົ່າກັນ ຄື: ຍາວສິບສອງແມັດ ແລະ ກວ້າງສອງແມັດ.
\v 10 ພວກເຂົາໄດ້ຫຍິບຜ້າກັ້ງຫ້າຜືນ ໃຫ້ເປັນຜ້າກັ້ງຜືນດຽວ ແລະ ອີກຫ້າຜືນກໍໄດ້ຫຍິບໃຫ້ຄືກັນ.
\s5
\v 11 ພວກເຂົາຍັງໄດ້ເຮັດຫູຜ້າກັ້ງເປັນສີຟ້າ ຕາມແຂບຜ້າກັ້ງຊັ້ນນອກ ແຕ່ລະຜືນອີກ.
\v 12 ພວກເຂົາໄດ້ເຮັດຫູຜ້າກັ້ງຫ້າສິບຫູ ໃສ່ຜືນທາໍອິດຂອງຜ້າກັ້ງ ຊຸດທີໜຶ່ງ ແລະອີກຫ້າສິບຫູ ໃສ່ຜ້າກັ້ງຜືນສຸດທ້າຍຂອງຜ້າກັ້ງຊຸດທີສອງ.
\v 13 ພວກເຂົາໄດ້ເຮັດຂໍຄໍາ ຫ້າສິບຂໍ ສໍາລັບໃຊ້ເກາະຜ້າກັ້ງເພື່ອໃຫ້ເປັນ ຜ້າກັ້ງຜືນດຽວກັນ.
\s5
\v 14 ຕໍ່ມາ ພວກເຂົາໄດ້ເຮັດຜ້າປົກຄຸມຫໍເຕັນສັກສິດ ສິບເອັດຜືນ ດ້ວຍຂົນແບ້
\v 15 ແຕ່ລະຜືນໃຫ້ມີຂະໜາດເທົ່າກັນ: ຍາວ ສິບສາມແມັດ ແລະ ກວ້າງສອງແມັດ.
\v 16 ນອກນີ້ ຍັງໄດ້ຫຍິບຜ້າຫ້າຜືນ ໃຫ້ເປັນຜ້າກັ້ງ ຊຸດໜຶ່ງ ແລະ ຫຍິບຜ້າຫົກຜືນໃຫ້ເປັນອີກຊຸດ ໜຶ່ງ.
\v 17 ສ່ວນຜ້າຜືນສຸດທ້າຍ ຂອງຜ້າກັ້ງ ຊຸດທາໍອິດນັ້ນ ພວກເຂົາໄດ້ເຮັດຫູໃສ່ຫ້າສິບຫູ ແລະ ເຮັດຕື່ມຫ້າສິບຫູໃສ່ເທິງແຂບ ຂອງ ຜ້າກັ້ງຊຸດທີສອງ.
\s5
\v 18 ພວກເຂົາໄດ້ເຮັດຂໍທອງສໍາຣິດ ຫ້າສິບຂໍ ສໍາລັບໃຊ້ເກາະຜ້າກັ້ງທັງສອງຊຸດນັ້ນ ໃຫ້ເຂົ້າກັນເປັນຜືນດຽວ
\v 19 ແລະ ໄດ້ເຮັດຜ້າປົກຄຸມອີກສອງຊະນິດ ຄື ຜ້າຜືນທາໍອິດ ເຮັດດ້ວຍໜັງແກະເຖິກ ຍ້ອມສີແດງ ແລະ ຜ້າຜືນທີສອງ ໄດ້ເຮັດດ້ວຍໜັງສັດ ອັນລະອຽດດີ ເພື່ອໃຊ້ປົກຊັ້ນນອກ.
\s5
\v 20 ພວກເຂົາໄດ້ເຮັດຮ່າງຂອບກາງຫໍເຕັນ ສັກສິດດ້ວຍ ໄມ້ກະຖິນເທດ ໂດຍຕັ້ງຂຶ້ນໃຫ້ທ່ຽງດີ.
\v 21 ແຕ່ລະຮ່າງຍາວສີ່ແມັດ ແລະກວ້າງຫົກສິບຫົກເຊັນ.
\v 22 ໂດຍໄດ້ໃຊ້ໄມ້ຄານສອງທ່ອນ ຮ່າງຂອບກາງຫໍເຕັນສັກສິດຈຶ່ງສາມາດຕໍ່ເຂົ້າກັນໄດ້ຢ່າງໜຽວແໜ້ນດີ. ຮ່າງຂອບກາງຫໍເຕັນມີຄານຈັບທຸກອັນ.
\v 23 ພວກເຂົາໄດ້ເຮັດຮ່າງຂອບກາງຫໍເຕັນ ຊາວຮ່າງຢູ່ທາງດ້ານໃຕ້
\s5
\v 24 ແລະ ໄດ້ເຮັດຕີນຮອງຕີນເສົາ ດ້ວຍເງິນ ສີ່ສິບຕີນ ໂດຍໃຊ້ຕີນຮອງສອງຕີນຕໍ່ຮ່າງຂອບໄມ້ກາງຫໍເຕັນສັກສິດ ຮ່າງໜຶ່ງຊຶ່ງຈັ້ງດ້ວຍໄມ້ຄານສອງອັນ.
\v 25 ພວກເຂົາໄດ້ເຮັດຮ່າງຂອບໄມ້ກາງຫໍເຕັນ ຊາວອັນ ຢູ່ທາງດ້ານເໜືອ
\v 26 ແລະໄດ້ເຮັດຕີນຮອງເສົາ ສີ່ສິບອັນດ້ວຍເງິນ ໂດຍໄດ້ໃຊ້ຕີນຮອງເສົາສອງອັນຕໍ່ຮ່າງຂອບໄມ້ກາງຫໍເຕັນ ຮ່າງໜຶ່ງ.
\s5
\v 27 ສໍາລັບດ້ານຫລັງຂອງຫໍເຕັນ ຄື ດ້ານຕາເວັນຕົກ ພວກເຂົາໄດ້ເຮັດຂອບໄມ້ກາງຫໍເຕັນ ຫົກອັນ
\v 28 ແລະ ອີກສອງຮ່າງສໍາລັບແຈຂອງຫໍເຕັນສັກສິດ.
\s5
\v 29 ສ່ວນແຈຂອງຮ່າງຂອບໄມ້ກາງຫໍເຕັນ ສັກສິດເຫລົ່ານັ້ນ ໄດ້ຕໍ່ເຂົ້າກັນຂ້າງລຸ່ມ ແລະ ເລີຍຂຶ້ນໄປຮອດຂ້າງເທິງ. ແຈຮ່າງຂອບໄມ້ສອງອັນ ແມ່ນໄດ້ເຮັດຕາມດັ່ງກ່າວມານີ້
\v 30 ດັ່ງນັ້ນ ເມື່ອລວມກັນແລ້ວ ຈຶ່ງໄດ້ມີຮ່າງຂອບໄມ້ຫໍເຕັນ ແປດຮ່າງ ກັບມີຕີນຮອງທີ່ເຮັດດ້ວຍເງິນ ສິບຫົກອັນ ຄື ແຕ່ລະຮ່າງຂອບໄມ້ໃຊ້ອັນຮອງສອງຕີນ.
\s5
\v 31 ພວກເຂົາໄດ້ເຮັດຂາງ ດ້ວຍໄມ້ກະຖິນເທດ ສິບຫ້າອັນ. ໄມ້ຂາງຫ້າອັນໃດ ໃຊ້ສໍາລັບຮ່າງຂອບໄມ້ຫໍເຕັນສັກສິດດ້ານໜຶ່ງ.
\v 32 ໄມ້ຂາງອີກຫ້າອັນ ໄດ້ໃຊ້ສໍາລັບຈັ້ງ ຮ່າງຂອບໄມ້ຫໍເຕັນ ອີກດ້ານໜຶ່ງ ແລະ ອີກຫ້າອັນ ນັ້ນໄດ້ໃຊ້ສໍາລັບຈັ້ງຮ່າງຂອບໄມ້ ຂອງຫໍເຕັນສັກສິດ ທາງດ້ານຫລັງ ຄື ດ້ານຕາເວັນຕົກ.
\v 33 ສ່ວນຂາງໂຕກາງ ທີ່ໃຊ້ຈັ້ງຮ່າງຂອບ ໄມ້ເຄິ່ງໜຶ່ງຂຶ້ນໄປນັ້ນ ຢຽດຈາກສົ້ນໜຶ່ງຂອງ ຫໍເຕັນຫາອີກສົ້ນໜຶ່ງ.
\v 34 ພວກເຂົາໄດ້ໂອບຮ່າງຂອບໄມ້ນັ້ນ ດ້ວຍຄໍາ ແລະ ໄດ້ເຮັດຫູຂອງຮ່າງຂອບໄມ້ ດ້ວຍຄໍາ ຄືກັນ ເພື່ອຈັບຂາງນັ້ນໄວ້ ສ່ວນຂາງນັ້ນກໍໄດ້ໂອບດ້ວຍຄໍາ ຄືກັນ.
\s5
\v 35 ພວກເຂົາໄດ້ເຮັດຜ້າກັ້ງຜືນໜຶ່ງ ທ່ີ່ຕໍ່າ ດ້ວຍຜ້າປ່ານເນື້ອລະອຽດດີ ປົນຂົນແກະ ເປັນສີຟ້າ, ສີມ່ວງ ແລະ ສີແດງເຂັ້ມ ແລະ ໄດ້ແສ່ວຮູບ ເຄຣຸບ ໃສ່ຜ້ານັ້ນ.
\v 36 ພວກເຂົາໄດ້ເຮັດເສົາສີ່ເສົາ ດ້ວຍໄມ້ກະຖິນເທດ ແລະ ໄດ້ເອົາຄໍາໂອບດ້ວຍ. ພວກເຂົາໄດ້ເຮັດຂໍຄໍາ ເກາະໃສ່ ແລະ ໄດ້ເຮັດຕີນຮອງເສົາ ສີ່ອັນເປັນເງິນເພື່ອໃຫ້ຈັ້ງໄວ້.
\s5
\v 37 ສໍາລັບປະຕູຫໍເຕັນນັ້ນ ພວກເຂົາໄດ້ເຮັດຜ້າກັ້ງ ດ້ວຍຜ້າປ່ານເນື້ອລະອຽດດີ ທີ່ຕໍ່າ ປົນຂົນແກະເປັນສີຟ້າ, ສີມ່ວງ ແລະ ສີແດງເຂັ້ມ ພ້ອມທັງໄດ້ຕົບແຕ່ງດ້ວຍການຫຍິບແສ່ວ ຢ່າງລະອຽດດີດ້ວຍ.
\v 38 ສໍາລັບຜ້າ ກັ້ງນັ້ນ ພວກເຂົາໄດ້ເຮັດເສົາຫ້າເສົາຕິດໃສ່ກັບຂໍເກາະ ແລະໃຊ້ຄໍາໂອບທັງເສົາ ແລະ ເຊືອກທີ່ຫ້ອຍຜ້າກັ້ງນັ້ນດ້ວຍ. ສ່ວນຕີນຮອງເສົາຫ້າອັນນັ້ນ ແມ່ນໄດ້ເຮັດດ້ວຍທອງສໍາຣິດ.
\s5
\c 37
\p
\v 1 ເບຊາເລນ ໄດ້ເຮັດຫີບພັນທະສັນຍາ ດ້ວຍໄມ້ກະຖິນເທດ ຊຶ່ງຍາວ 110 ເຊັນ, ກວ້າງ 66 ເຊັນ ແລະ ສູງ 66 ເຊັນ.
\v 2 ລາວ ໄດ້ໂອບຫີບນັ້ນ ດ້ວຍຄໍາສົດ ທັງຂ້າງໃນ ແລະ ຂ້າງນອກ ແລະ ເຮັດຂອບຄໍາອ້ອມຮອບ ຫີບນັ້ນດ້ວຍ.
\v 3 ລາວໄດ້ຫລໍ່ຫູຄໍາ ເພື່ອສອດຄານຫາມ ໃສ່ສີ່ຫູຕິດໄວ້ກັບ ແຈທັງສີ່ຄືຂ້າງລະສອງຫູ.
\s5
\v 4 ລາວເຮັດຄານຫາມ ດ້ວຍໄມ້ກະຖິນເທດ ໂອບດ້ວຍຄໍາ
\v 5 ແລະ ສອດຄານຫາມເຂົ້າໃສ່ຫູ ໄວ້ທີ່ຂ້າງຫີບແຕ່ລະຂ້າງ.
\v 6 ຝາອັດ ຫີບນັ້ນເຮັດດ້ວຍຄໍາສົດ ທີ່ຍາວ 110 ເຊັນ ແລະ ກວ້າງ 66 ເຊັນ.
\s5
\v 7-8 ລາວໄດ້ຫລໍ່ ເຄຣຸບ ສອງໂຕ ດ້ວຍຄໍາຕິດໃສ່ກັບແຕ່ລະສົ້ນ ຂອງ ຝາອັດ ໂດຍໃຫ້ສົ້ນສຸດຂອງປີກທັງສອງ ພືອອກເປັນເນື້ອດຽວກັນກັບຝາອັດຫີບ.
\v 9 ເຄຣຸບ ນັ້ນແມ່ນໄດ້ປິ່ນໜ້າເຂົ້າຫາກັນ ຈາກສົ້ນໜຶ່ງຫາອີກສົ້ນໜຶ່ງຂອງຝາອັດຫີບ.
\s5
\v 10 ເບຊາເລນ ໄດ້ເຮັດໂຕະໜ່ວຍໜຶ່ງ ດ້ວຍໄມ້ກະຖິນເທດ ຍາວ 88 ເຊັນ, ກວ້າງ 44 ເຊັນ ແລະ ສູງ 66 ເຊັນ.
\v 11 ແລ້ວໄດ້ໂອບໂຕະນັ້ນ ດ້ວຍຄໍາສົດ ແລະ ເຮັດຂອບໂຕະນັ້ນ ດ້ວຍຄໍາສົດຄືກັນ.
\v 12 ສ່ວນ ຂອບນອກຂອງໂຕະນັ້ນ ລາວໄດ້ເຮັດຂອບຄໍາ ໃສ່ອ້ອມຮອບ ກວ້າງ 7. 50 ເຊັນ.
\v 13 ລາວໄດ້ເຮັດຫູ ເປັນຄໍາຕິດໄວ້ທີ່ແຈໂຕະ ທັງສີ່ຂ້າງອີກ.
\s5
\v 14 ເພື່ອສອດຄານຫາມ ເຂົ້າໃສ່ຫູຄໍາ ທີ່ຕິດກັບໂຕະນັ້ນ
\v 15 ລາວໄດ້ເຮັດຄານຫາມ ດ້ວຍໄມ້ກະຖິນເທດ ແລະ ໂອບດ້ວຍຄໍາ.
\v 16 ສໍາລັບເຄື່ອງໃຊ້ເທິງໂຕະ ເພື່ອຖອກຖວາຍເຄື່ອງດື່ມບູຊາ ເຊັ່ນ: ຈານ, ຈອກ, ໄຫ, ແລະ ຖ້ວຍ ແມ່ນໄດ້ເຮັດດ້ວຍຄໍາສົດທັງໝົດ.
\s5
\v 17 ເບຊາເລນ ໄດ້ເຮັດຫລັກຮອງຕະກຽງ ດ້ວຍຄໍາສົດ. ລາວໄດ້ຕີຕີນແລະລໍາຕົວຂອງຫລັກນັ້ນ ໃຫ້ເປັນຮູບດອກໄມ້ ມີທັງດອກຈູມ ດອກບານ ແລະ ກີບດອກໄມ້ ທີ່ຕິດເປັນເນື້ອດຽວກັນກັບຫລັກຕະກຽງ.
\v 18 ລາວໄດ້ເຮັດກິ່ງຫົກກິ່ງແຍກອອກ ຈາກລໍາຕົວຂອງ ຫລັກຕະກຽງນັ້ນ ຄື ຂ້າງລະສາມກິ່ງ.
\v 19 ແຕ່ລະກິ່ງໃນຫົກກິ່ງນັ້ນ ໄດ້ປະດັບປະດາດ້ວຍຮູບດອກໄມ້ ທີ່ມີລວດລາຍເໝືອນດັ່ງດອກໝາກບົກ ທັງມີກີບແລະມີກາບ ອີກດ້ວຍ.
\s5
\v 20 ສ່ວນລໍາຂອງຫລັກຕະກຽງນັ້ນ ໄດ້ປະດັບປະດາ ດ້ວຍດອກໄມ້ສີ່ດອກ ຊຶ່ງມີລວດລາຍ ເໝືອນດອກໝາກບົກ ທັງມີກີບແລະກາບ ເຊັ່ນກັນ.
\v 21 ຢູ່ລຸ່ມຂອງກິ່ງທັງສາມຄູ່ ມີດອກໄມ້ຈູມດອກໜ່ຶ່ງທີ່ຕິດເປັນເນື້ອດຽວກັນກັບຫລັກຕະກຽງ.
\v 22 ດອກໄມ້ຈູມ ແລະ ກິ່ງເຮັດໃຫ້ເປັນເນື້ອດຽວກັນ ກັບຫລັກຕະກຽງດ້ວຍຄໍາສົດ.
\s5
\v 23 ລາວໄດ້ເຮັດຕະກຽງ ເຈັດໜ່ວຍ ໃສ່ຫລັກຮອງຕະກຽງນັ້ນ ສ່ວນຄີມຄີບໄສ້ຕະກຽງ ແລະ ຖາດໃສ່ຄີມ ແມ່ນໄດ້ເຮັດດ້ວຍຄໍາສົດ.
\v 24 ເບຊາເລນ ໄດ້ໃຊ້ຄໍາສົດປະມານ 35 ກິໂລກາຼມ ເຮັດຫລັກຕະກຽງ ແລະ ເຄື່ອງໃຊ້ ທຸກຢ່າງສໍາລັບຫລັກຕະກຽງ.
\s5
\v 25 ເບຊາເລນ ໄດ້ເຮັດແທ່ນສໍາລັບເຜົາເຄື່ອງຫອມ ດ້ວຍໄມ້ກະຖິນເທດ. ແທ່ນນັ້ນ ເປັນຮູບສີ່ຫລ່ຽມມົນທົນ ຊຶ່ງແຕ່ລະຂ້າງແທກ ໄດ້ 45 ເຊັນ ແລະ ສູງ 90 ເຊັນ. ສ່ວນຍອດ ແທນທັງສີ່ຫລ່ຽມນັ້ນ ໄດ້ເຮັດເປັນໄມ້ທ່ອນ ດຽວກັນກັບແທ່ນ.
\v 26 ແທ່ນນັ້ນແມ່ນໂອບ ດ້ວຍຄໍາສົດ ຄື ໂອບທາງດ້ານເທິງທັງສີ່ດ້ານ ພ້ອມກັບຈອມ ແລະ ເຮັດຂອບຄໍາອ້ອມຮອບ ແທ່ນດ້ວຍ.
\s5
\v 27 ເບຊາເລນ ໄດ້ເຮັດຫູສອດຄານຫາມ ສອງຫູ ຕິດກັບຂອບລຸ່ມທັງສອງຂ້າງ ເພື່ອສອດຄານຫາມໃສ່.
\v 28 ຄານຫາມນັ້ນ ເຮັດດ້ວຍໄມ້ກະຖິນເທດ ແລະ ໂອບດ້ວຍຄໍາ.
\v 29 ເບຊາເລນ ໄດ້ເຮັດນໍ້າມັນເຈີມສັກສິດແລະ ເຄື່ອງຫອມສັກສິດ ຕາມແບບວິທີປຸງນໍ້າຫອມ.
\s5
\c 38
\p
\v 1 ເພື່ອເຜົາເຄື່ອງຖວາຍບູຊາ ເບຊາເລນ ໄດ້ເຮັດແທ່ນດ້ວຍໄມ້ກະຖິນເທດ ໃຫ້ເປັນຮູບ ສີ່ຫລ່ຽມມົນທົນ ຊຶ່ງແຕ່ລະຂ້າງນັ້ນ ວັດແທກໄດ້ 2. 20 ແມັດ ແລະ ສູງ 1. 30 ແມັດ.
\v 2 ລາວໄດ້ເຮັດຍອດແທ່ນຕິດໄວ້ກັບແຈທັງສີ່ ໃຫ້ເປັນເນື້ອດຽວກັນກັບແທ່ນບູຊາ ແລ້ວໂອບແທ່ນນັ້ນດ້ວຍທອງສໍາຣິດ
\v 3 ສ່ວນເຄື່ອງໃຊ້ສໍາລັບແທ່ນ ເຊັ່ນ: ໝໍ້, ຊ້ວນ, ຖ້ວຍ, ຂໍເກາະ ແລະ ຖາດຮອງຖ່ານໄຟນັ້ນ ເຮັດດ້ວຍທອງສໍາຣິດ.
\s5
\v 4 ແຕ່ທາງກາງແທ່ນລົງມາລາວ ໄດ້ເຮັດ ຕະຂ່າຍເປັນທອງສໍາຣິດ ຕິດກັບຂອບຂອງແທ່ນ.
\v 5 ແລ້ວລາວໄດ້ຫລໍ່ຫູຈັບເປັນທອງສໍາຣິດ ໄວ້ທັງສີ່ຫລ່ຽມ.
\s5
\v 6 ລາວເຮັດຄານຫາມ ດ້ວຍໄມ້ກະຖິນເທດ ໂດຍໃຊ້ທອງສໍາຣິດໂອບ
\v 7 ແລະ ສອດຄາ ໄວ້ທີ່ຫູຂອງແທ່ນ ແຕ່ລະເບື້ອງ. ສ່ວນແທ່ນນັ້ນ ເຮັດດ້ວຍໄມ້ກະດານ ໂດຍຄວັດລົງເປັນໝົ້ງທາງກາງ.
\s5
\v 8 ເບຊາເລນ ເຮັດຂັນແລະພານຮອງຂັນ ດ້ວຍທອງສໍາຣິດ ຈາກແວ່ນແຍງຂອງພວກຜູ້ຍິງທີ່ບົວລະບັດຮັບໃຊ້ ທີ່ທາງເຂົ້າຫໍເຕັນ ສັກສິດ.
\s5
\v 9 ສໍາລັບເດີ່ນຫໍເຕັນທາງດ້ານໃຕ້ ລາວໄດ້ເອົາຜ້າປ່ານເນື້ອລະອຽດດີ ຍາວ 44 ແມັດ ມາອ້ອມຮອບໄວ້.
\v 10 ໂດຍໃຊ້ເສົາ 20 ຕົ້ນ ກັບຕີນຮອງເສົາ 20 ອັນ ເປັນທອງສໍາຣິດຈັ້ງໄວ້ ພ້ອມທັງຂໍເກາະເຮັດດ້ວຍເງິນ ແລະ ເຊືອກຜູກຜ້າກັ້ງ ທີ່ຜ້າອ້ອມຮອບນັ້ນກໍເຮັດດ້ວຍເງິນ.
\s5
\v 11 ແລະ ທາງດ້ານເໜືອຜ້າອ້ອມຮອບນັ້ນ ກໍມີຂະໜາດດຽວກັນ.
\v 12 ທາງດ້ານຕາເວັນຕົກ ໄດ້ໃຊ້ຜ້າປ່ານ 22 ແມັດ ເສົາສິບຕົ້ນ ແລະ ຕີນຮອງເສົາສິບອັນ. ສ່ວນຂໍເກາະ ແລະ ຄັນສອດຜ້າກັ້ງນັ້ນ ໄດ້ເຮັດດ້ວຍເງິນ.
\s5
\v 13 ທາງດ້ານຕາເວັນອອກ ຊ່ຶ່ງເປັນທາງປະຕູເຂົ້ານັ້ນ ຜ້າອ້ອມຮອບຫໍເຕັນກວ້າງ ຊາວສອງແມັດ.
\v 14-15 ແຕ່ລະຂ້າງ ທາງປະຕູເຂົ້າ ໄດ້ໃຊ້ຜ້າກັ້ງຍາວ 6. 60 ແມັດ ແລະ ເສົາສາມຕົ້ນກັບຕີນຮອງເສົາສາມອັນ.
\v 16 ຜ້າອ້ອມຮອບຫໍເຕັນສັກສິດ ທັງໝົດໄດ້ເຮັດດ້ວຍຜ້າປ່ານເນື້ອລະອຽດດີ.
\s5
\v 17 ສໍາລັບຕີນຮອງເສົາ ໄດ້ເຮັດດ້ວຍທອງສໍາຣິດ. ສ່ວນຂໍເກາະ, ເຊືອກຜູກຜ້າກັ້ງ ແລະ ກຸບປົກເທິງເສົານັ້ນ ເຮັດດ້ວຍເງິນ. ເສົາຈັ້ງຜ້າອ້ອມຮອບ ທັງໝົດໄດ້ຕໍ່ເຂົ້າກັນດ້ວຍຄັນຜ້າກັ້ງ ທີ່ເຮັດດ້ວຍເງິນ.
\v 18 ສໍາລັບຜ້າກັ້ງ ທາງປະຕູເຂົ້ານັ້ນ ເຮັດດ້ວຍຜ້າປ່ານເນື້ອລະອຽດດີ ປົນກັບຜ້າຂົນແກະເປັນສີຟ້າ, ສີມ່ວງ ແລະ ສີແດງເຂັ້ມ ພ້ອມທັງໄດ້ຫຍິບແສ່ວ ຢ່າງຈົບດີ. ຜ້າກັ້ງນັ້ນຍາວ ເກົ້າແມັດ ແລະ ສູງສອງແມັດ ເທົ່າກັນກັບຜ້າກັ້ງອ້ອມຮອບຫໍເຕັນສັກສິດ.
\v 19 ຜ້າກັ້ງທີ່ປະຕູເຂົ້ານັ້ນ ຖືກຈັ້ງດ້ວຍເສົາສີ່ຕົ້ນ ແລະ ຕີນຮອງເສົາສີ່ອັນ ເຮັດດ້ວຍທອງສໍາຣິດ. ສ່ວນຂໍເກາະ ກັບກຸບປົກເສົາ ແລະ ເຊືອກຜູກຜ້າກັ້ງ ນັ້ນແມ່ນເຮັດດ້ວຍເງິນ.
\v 20 ຫລັກສຽບທັງໝົດຂອງຫໍເຕັນສັກສິດ ແລະ ຂອງຜ້າກັ້ງ ອ້ອມຮອບຫໍເຕັນສັກສິດ ແມ່ນເຮັດດ້ວຍ ທອງສໍາຣິດ.
\s5
\v 21 ຕໍ່ໄປນີ້ ແມ່ນບັນຊີຈາໍນວນໂລຫະ ທີ່ໄດ້ໃຊ້ສ້າງຫໍເຕັນສັກສິດ ບ່ອນອົງພຣະຜູ້ເປັນເຈົ້າສະຖິດຢູ່ ບ່ອນມີຫິນສອງແຜ່ນຈາລຶກ ຄໍາສັ່ງຂອງພຣະເຈົ້າ ສິບຂໍ້ຖືກບັນຈຸໄວ້. ບັນຊີນີ້ ໄດ້ຂຽນຂຶ້ນ ຕາມຄໍາສັ່ງຂອງໂມເຊ ແລະ ຊາວເລວີ ເປັນຜູ້ລົງມືປະຕິບັດງານພາຍໃຕ້ ການຊີ້ນໍາຂອງ ອີທາມາ ລູກຊາຍຂອງປະໂຣຫິດ ອາໂຣນ.
\v 22 ເບຊາເລນ ລູກຊາຍຂອງ ອູຣິ ແລະ ຫລານຊາຍຂອງ ຮູເຣ ຄົນໃນເຜົ່າຢູດາ ເປັນຜູ້ລົງມືເຮັດທຸກສິ່ງຕາມທີ່ອົງພຣະຜູ້ເປັນເຈົ້າ ໄດ້ສັ່ງໄວ້ນັ້ນທຸກປະການ.
\v 23 ໂອໂຮລີອາບ ລູກຊາຍຂອງ ອາຮີຊາມັກ ຄົນເຜົ່າດານ ແລະຜູ້ຊ່ວຍຂອງ ເບຊາເລນ ເປັນຜູ້ ແກະສະຫລັກ, ອອກແບບ ແລະ ຕໍ່າຜ້າປ່ານ ເນື້ອລະອຽດດີ ກັບຜ້າຂົນແກະເປັນສີຟ້າ, ສີມ່ວງ ແລະ ສີແດງເຂັ້ມ.
\s5
\v 24 ຄໍາທັງໝົດ ທີ່ໄດ້ອຸທິດຖວາຍເພື່ອສ້າງ ຫໍເຕັນນີ້ ໜັກໄດ້ໜຶ່ງພັນກິໂລກາຼມ ຕາມອັດຕາຊັ່ງຂອງສໍານັກນະມັດສະການ.
\v 25 ຈາໍນວນເງິນທັງໝົດຈາກການຈົດທະບຽນ ຄອບຄົວນັ້ນໜັກໄດ້ສາມພັນສີ່ຮ້ອຍສາມສິບກິໂລກາຼມ ຕາມອັດຕາຊັ່ງຂອງສໍານັກນະມັດສະການ.
\v 26 ເງິນຈາໍນວນນີ້ ໄດ້ເທົ່າກັບຈາໍນວນເງິນ ທີ່ທຸກຄົນໄດ້ຈ່າຍໃຫ້ຕາມສໍາມະໂນຄົວ ຄື ແຕ່ລະຄົນໄດ້ຈ່າຍຕາມ ອັດຕາຂອງສໍານັກນະມັດສະການ. ເມື່ອສໍາຫລວດເບິ່ງແລ້ວ ຕົວເລກຂອງການຈົດທະບຽນຄອບຄົວມີ 603, 550 ຄົນທີ່ມີອາຍຸຊາວປີ ຂຶ້ນໄປ.
\s5
\v 27 ຈາກເງິນທັງໝົດນັ້ນ ພວກເຂົາໄດ້ເອົາສາມພັນສີ່ຮ້ອຍ ກິໂລກາຼມ ໄປໃຊ້ເຮັດຕີນຮອງເສົາຂອງຫໍເຕັນ ແລະ ຂອງຜ້າກັ້ງ ຄື: ສາມສິບສີ່ ກິໂລກຼາມ ຕໍ່ຕີນຮອງເສົາໜຶ່ງຕົ້ນ.
\v 28 ສ່ວນເງິນທີ່ເຫລືອ ສາມສິບ ກິໂລກາຼມນັ້ນ ເບຊາເລນ ໄດ້ເອົາເຮັດເຊືອກຜູກຜ້າກັ້ງ, ຂໍເກາະ ສໍາລັບຈັບເສົາ ແລະ ກຸບປົກເທິງເສົາ.
\v 29 ສ່ວນທອງສໍາຣິດ ທີ່ໄດ້ອຸທິດຖວາຍນັ້ນ ເມື່ອຊັ່ງທັງໝົດແລ້ວໜັກໄດ້ 2, 425 ກິໂລກາຼມ.
\s5
\v 30 ທອງສໍາຣິດ ຈາໍນວນນີ້ໄດ້ເອົາເຮັດຕີນຮອງເສົາທາງປະຕູເຂົ້າ ຜ້າອ້ອມຫໍເຕັນ ສັກສິດ ບ່ອນອົງພຣະຜູ້ເປັນເຈົ້າສະຖິດຢູ່, ເຮັດແທ່ນບູຊາ ແລະ ຕະຂ່າຍຂອງແທ່ນ, ເຄື່ອງໃຊ້ປະຈໍາແທ່ນ,
\v 31 ຕີນຮອງເສົາ ສໍາລັບຜ້າອ້ອມຮອບ ແລະ ຕີນຮອງເສົາ ສໍາລັບປະຕູເຂົ້າ ຜ້າອ້ອມຮອບຫໍເຕັນສັກສິດ ຫລັກສຽບທັງໝົດຂອງຫໍເຕັນ ແລະ ຫລັກສຽບທັງໝົດຂອງຜ້າອ້ອມຮອບຫໍເຕັນສັກສິດ.
\s5
\c 39
\p
\v 1 ພວກເຂົາໄດ້ໃຊ້ຜ້າຂົນແກະສີຟ້າ, ສີມ່ວງ ແລະ ສີແດງເຂັ້ມ ເຮັດເຄື່ອງແຕ່ງກາຍ ອັນງົດງາມຂອງປະໂຣຫິດ ເພື່ອນຸ່ງເຂົ້າໄປ ບົວລະບັດພຣະເຈົ້າ ໃນບ່ອນສັກສິດ. ພວກເຂົາໄດ້ເຮັດເຄື່ອງແຕ່ງກາຍຂອງປະໂຣຫິດ ໃຫ້ອາໂຣນ ຕາມທີ່ອົງພຣະຜູ້ເປັນເຈົ້າໄດ້ສັ່ງໄວ້ກັບໂມເຊ ທຸກປະການ.
\s5
\v 2 ພວກເຂົາໄດ້ໃຊ້ຜ້າປ່ານເນື້ອລະອຽດດີ ຕໍ່າປົນກັບຂົນແກະສີຟ້າ, ສີມ່ວງ ແລະ ສີແດງເຂັ້ມ ແລະ ດ້າຍຄໍາເຮັດເສື້ອຄຸມສັ້ນ ເອໂຟດ.
\v 3 ພວກເຂົາໄດ້ຕີຄໍາ ໃຫ້ແບນອອກເປັນແຜ່ນບາງໆ ແລະ ໄດ້ຕັດເປັນເສັ້ນນ້ອຍໆ ເພື່ອຕໍ່າເຂົ້າກັນ ກັບຜ້າປ່ານເນື້ອລະອຽດດີ ແລະ ຜ້າຂົນແກະ ເປັນສີຟ້າ, ສີມ່ວງ ແລະ ສີແດງເຂັ້ມ.
\s5
\v 4 ພວກເຂົາໄດ້ຕັດຜ້າ ສອງແຜ່ນນ້ອຍໆ ຊຶ່ງສົ້ນທັງສອງສາມາດມັດຕິດກັບ ເສື້ອຄຸມສັ້ນ ເອໂຟດ ໄດ້.
\v 5 ສ່ວນສາຍຮັດນັ້ນ ໄດ້ໃຊ້ຜ້າປ່ານ ເນື້ອລະອຽດດີ ເຮັດໂດຍຫຍິບຕິດໃສ່ກັບເສື້ອຄຸມສັ້ນ ເອໂຟດ ຕາມທີ່ອົງພຣະຜູ້ເປັນເຈົ້າ ໄດ້ສັ່ງໄວ້ກັບໂມເຊ ທຸກປະການ.
\s5
\v 6 ພວກເຂົາໄດ້ຝັງແກ້ວໂກເມນ ໃສ່ກະໂບກຄໍາ ຢ່າງຊໍານິຊໍານານ ພ້ອມທັງຈາລຶກຊື່ລູກຊາຍຂອງຢາໂຄບສິບສອງຄົນໃສ່ດ້ວຍ.
\v 7 ພວກເຂົາປະດັບມັນໄວ້ທີ່ເທິງຜ້າຮັດເສື້ອຄຸມສັ້ນ ເອໂຟດ ເພື່ອໃຫ້ລະນຶກເຖິງ ສິບສອງເຜົ່າຂອງຊາດອິດສະຣາເອນ ຕາມທີ່ອົງພຣະຜູ້ເປັນເຈົ້າໄດ້ສັ່ງໄວ້ກັບໂມເຊ ທຸກປະການ.
\s5
\v 8 ແຜ່ນປົກເອິກນັ້ນແມ່ນໄດ້ໃຊ້ວັດຖຸ ຊະນິດດຽວກັນ ກັບເຮັດເສື້ອຄຸມສັ້ນ ເອໂຟດ ແລະ ຫຍິບແສ່ວແບບດຽວກັນ.
\v 9 ສ່ວນແຜ່ນປົກເອິກນັ້ນ ໄດ້ເຮັດເປັນສີ່ຫລ່ຽມມົນທົນ ພັບເຄິ່ງກາງໄດ້ ແລະ ແຕ່ລະຂ້າງມີຊາວສອງ ເຊັນ.
\s5
\v 10 ພວກເຂົາຍັງຕີຂອບຄໍາ ແລະ ຝັງແກ້ວ ສີ່ແຖວໃສ່ເທິງແຜ່ນປົກເອິກນັ້ນ ຄື: ໃນແຖວທີໜຶ່ງ ໄດ້ຝັງທັບທິມ, ພອຍເຫລືອງ, ໂກເມນ;
\v 11 ໃນແຖວທີສອງ ໄດ້ຝັງມໍຣະກົດ, ໄພທູນ ແລະ ເພັດ;
\v 12 ໃນແຖວທີສາມ ໄດ້ຝັງນິນ, ໂມລາ ແລະ ເພທາຍສີມ່ວງ;
\v 13 ແລະ ໃນແຖວທີສີ່ ໄດ້ຝັງເພທາຍ, ພອຍສີແດງໃສ ແລະ ມະນີໂຊດ.
\s5
\v 14 ແກ້ວແຕ່ລະຢ່າງ ໃນຈໍານວນສິບສອງ ຊະນິດນັ້ນ ໄດ້ຈາລຶກຊື່ພວກລູກຊາຍຂອງຢາໂຄບ ໃສ່ຊຶ່ງໝາຍເຖິງສິບສອງເຜົ່າຂອງຊາດອິດສະຣາເອນ.
\v 15 ສໍາລັບແຜ່ນປົກເອິກນັ້ນ ພວກເຂົາໄດ້ຕີສາຍສ້ອຍຄໍາສົດ ຖັກກ້ຽວກັນຄືເຊືອກ.
\v 16 ພວກເຂົາໄດ້ເຮັດຂອບຄໍາສອງອັນ ເຮັດແຫວນສອງວົງ ແລະ ຈອດຕິດກັບສົ້ນເບື້ອງເທິງ ຂອງແຜ່ນປົກເອິກ.
\s5
\v 17 ພວກເຂົາໄດ້ມັດສົ້ນຂອງສາຍສ້ອຍ ຄໍາສອງສາຍ ໃສ່ກັບແຫວນຄໍາສອງວົງ ທີ່ໄດ້ຈອດຕິດກັບແຜ່ນປົກເອິກ
\v 18 ແລະ ມັດສົ້ນສາຍສ້ອຍຄໍາສອງສາຍອີກ ໃສ່ກັບແຜ່ນ ປົກເອິກ ເພື່ອໃຫ້ຮັດເອິກ ຕິດກັບບ່າ ແລະ ຕິດກັບແຖບເສື້ອຄຸມສັ້ນ ເອໂຟດ ໄດ້.
\s5
\v 19 ພວກເຂົາເຮັດແຫວນຄໍາ ສອງວົງ ເພື່ອໃຊ້ເປັນຫູຕິດໃສ່ ກັບສົ້ນເສື້ອເບື້ອງລຸ່ມຂອງແຜ່ນປົກເອິກຂ້າງໃນ ໂດຍໃຫ້ມັນຕິດກັບເສື້ອຄຸມສັ້ນ ເອໂຟດ.
\v 20 ພວກເຂົາໄດ້ເຮັດແຫວນຄໍາອີກສອງວົງ ເພື່ອຜູກຕິດກັບທາງລຸ່ມຂອງສາຍດຶງ ທັງສອງຂ້າງ ທີ່ເບື້ອງ ໜ້າບ່າໄຫລ່ ຂອງເສື້ອຄຸມສັ້ນ ເອໂຟດ ຄືໃກ້ກັບສາຍດຶງ ແລະ ເທິງສາຍແອວປ່ານ.
\s5
\v 21 ເພື່ອບໍ່ໃຫ້ມັນຫລວມ ແລະ ຫລຸດລົງໄດ້ ພວກເຂົາຍັງໄດ້ຜູກຫູແຜ່ນປົກເອິກ ໃຫ້ຮັດຕິດກັບເອິກ ທີ່ເທິງສາຍແອວ ຕາມທີ່ອົງພຣະ ຜູ້ເປັນເຈົ້າໄດ້ສັ່ງໄວ້ກັບໂມເຊ ທຸກປະການ.
\s5
\v 22 ເສື້ອຄຸມຍາວ ທີ່ຢູ່ລຸ່ມເສື້ອຄຸມສັ້ນ ເອໂຟດ ນັ້ນໄດ້ເຮັດດ້ວຍຜ້າຂົນແກະສີຟ້າ ທັງໝົດ.
\v 23 ເສື້ອນີ້ໄດ້ຫຍິບເປັນເສື້ອຄໍສຸບ ແລະ ແນບດ້ວຍຜ້າໜາ ເພື່ອບໍ່ໃຫ້ຂາດງ່າຍ.
\v 24-26 ຢູ່ທີ່ຕີນຂອງເສື້ອຄຸມນັ້ນ ພວກເຂົາໄດ້ປັກຮູບໝາກພີລາ ເປັນຜ້າຂົນແກະ ສີຟ້າ, ສີມ່ວງ ແລະ ສີແດງເຂັ້ມ ສັບກັນໄປກັບໝາກກະດິ່ງ ທີ່ເຮັດດ້ວຍຄໍາສົດ ຕາມທີ່ອົງພຣະຜູ້ເປັນເຈົ້າໄດ້ສັ່ງໄວ້ກັບໂມເຊ ທຸກປະການ.
\s5
\v 27 ພວກເຂົາໄດ້ຫຍິບເສື້ອຄຸມຍາວມີແຂນ ສໍາລັບອາໂຣນ ແລະ ພວກລູກຊາຍຂອງລາວ,
\v 28 ພ້ອມທັງເຮັດຜ້າປົກຫົວ, ໝວກສຸບ, ສົ້ງຂາສັ້ນ,
\v 29 ແລະ ສາຍແອວດ້ວຍຜ້າປ່ານເນື້ອລະອຽດດີ ຕໍ່າປົນກັບຂົນແກະ ເປັນສີຟ້າ, ສີມ່ວງ ແລະ ສີແດງເຂັ້ມ ໂດຍຕົບແຕ່ງດ້ວຍການຫຍິບແສ່ວຢ່າງງາມ ຕາມທີ່ອົງພຣະຜູ້ເປັນເຈົ້າ ໄດ້ສັ່ງໄວ້ກັບໂມເຊ ທຸກປະການ.
\s5
\v 30 ສ່ວນຂອງເອ້ ທີ່ເປັນເຄື່ອງໝາຍເຖິງການອຸທິດຕົວ ພ້ອມທັງຈາລຶກຖ້ອຍຄໍາ ວ່າ, “ອຸທິດໃຫ້ແກ່ອົງພຣະຜູ້ເປັນເຈົ້າ” ນັ້ນແມ່ນ ເຮັດດ້ວຍຄໍາສົດທັງໝົດ.
\v 31 ພວກເຂົາ ໄດ້ມັດເຄື່ອງເອ້ ນັ້ນຕິດໃສ່ກັບໝວກ ທີ່ດ້ານໜ້າດ້ວຍເຊືອກສີຟ້າ ຕາມທີ່ອົງພຣະຜູ້ເປັນເຈົ້າ ໄດ້ສັ່ງໄວ້ກັບໂມເຊ ທຸກປະການ.
\s5
\v 32 ໃນທີ່ສຸດ ການສ້າງຫໍເຕັນສັກສິດ ບ່ອນ ອົງພຣະຜູ້ເປັນເຈົ້າສະຖິດຢູ່ ກໍສໍາເລັດລົງທຸກຢ່າງ. ຊາວອິດສະຣາເອນ ໄດ້ເຮັດທຸກສິ່ງຕາມທີ່ອົງພຣະຜູ້ເປັນເຈົ້າໄດ້ສັ່ງໄວ້ກັບໂມເຊ ທຸກປະການ.
\v 33 ພວກເຂົາໄດ້ນາໍເອົາຫໍເຕັນ ພ້ອມທັງເຄື່ອງໃຊ້ທັງໝົດປະຈາໍຫໍເຕັນ ມາໃຫ້ໂມເຊເບິ່ງ ເຊັ່ນ: ຂໍເກາະ, ຮ່າງຂອບໄມ້, ໄມ້ຂາງ, ເສົາ ແລະ ຕີນຮອງເສົາ;
\v 34 ຜ້າປົກຄຸມທີ່ເຮັດດ້ວຍໜັງແກະເຖິກ ຍ້ອມສີແດງ, ຜ້າປົກຄຸມທີ່ເຮັດດ້ວຍໜັງສັດອັນລະອຽດດີ ແລະ ຜ້າກັ້ງບັງ;
\v 35 ຫີບໃສ່ແຜ່ນຫິນພັນທະສັນຍາ ພ້ອມທັງຄານຫາມ ແລະ ຝາອັດຫີບ;
\s5
\v 36 ໂຕະ ແລະ ເຄື່ອງໃຊ້ທຸກຢ່າງປະຈາໍໂຕະ ແລະ ເຂົ້າຈີ່ຖວາຍ;
\v 37 ຫລັກຕັ້ງຕະກຽງ ທີ່ເຮັດດ້ວຍຄໍາສົດ, ຕະກຽງ ແລະ ເຄື່ອງໃຊ້ທຸກຢ່າງສໍາລັບຕະກຽງ ແລະ ນາໍ້ມັນ ສໍາລັບໄຕ້ຕະກຽງ;
\v 38 ແທ່ນຄໍາ ນາໍ້ມັນເຈີມສັກສິດ ເຄື່ອງຫອມສໍາລັບການເຜົາຖວາຍບູຊາ; ຜ້າກັ້ງທາງປະຕູເຂົ້າຫໍເຕັນ;
\v 39 ແທ່ນທອງສໍາຣິດ ພ້ອມດ້ວຍຕະຂ່າຍທີ່ເຮັດດ້ວຍທອງສໍາຣິດ, ຄານຫາມປະຈາໍແທ່ນ ແລະ ເຄື່ອງໃຊ້ທັງໝົດປະຈາໍແທ່ນ; ຂັນຊໍາລະ ແລະ ພານຮອງຂັນ;
\s5
\v 40 ຜ້າກັ້ງສໍາລັບອ້ອມຮອບຫໍເຕັນສັກສິດ ພ້ອມທັງເສົາ ແລະ ຕີນຮອງເສົາ; ຜ້າກັ້ງສໍາລັບປະຕູທາງເຂົ້າ ແລະ ເຊືອກເນັ່ງ, ຫລັກສຽບຂອງຫໍເຕັນ, ອຸບປະກອນທັງໝົດ ທີ່ໃຊ້ປະຈາໍຫໍເຕັນ;
\v 41 ແລະ ເຄື່ອງແຕ່ງກາຍ ອັນສະຫງ່າງາມ ປະຈາໍຕໍາແໜ່ງປະໂຣຫິດ, ເພື່ອໃສ່ເມື່ອເຂົ້າໄປໃນບ່ອນສັກສິດ ຄື ເຄື່ອງແຕ່ງກາຍສໍາລັບອາໂຣນ ແລະ ສໍາລັບພວກ ລູກຊາຍຂອງລາວ.
\s5
\v 42 ຊາວອິດສະຣາເອນ ໄດ້ເຮັດວຽກທຸກຢ່າງ ຕາມທີ່ອົງພຣະຜູ້ເປັນເຈົ້າໄດ້ສັ່ງໄວ້ກັບໂມເຊ ທຸກປະການ.
\v 43 ແລ້ວໂມເຊ ກໍກວດເບິ່ງທຸກໆສິ່ງ ແລະ ເຫັນວ່າພວກເຂົາ ໄດ້ເຮັດຕາມທີ່ອົງພຣະຜູ້ເປັນເຈົ້າ ໄດ້ສັ່ງໄວ້ ທຸກປະການ. ດັ່ງນັ້ນ ໂມເຊ ຈຶ່ງໄດ້ອວຍພອນ ພວກເຂົາ.
\s5
\c 40
\p
\v 1 ອົງພຣະຜູ້ເປັນເຈົ້າໄດ້ບອກໂມເຊ ວ່າ,
\v 2 “ໃນມື້ທາໍອິດຂອງເດືອນທີໜຶ່ງ ຈົ່ງຕັ້ງຫໍເຕັນສັກສິດ ບ່ອນອົງພຣະຜູ້ເປັນເຈົ້າສະຖິດຢູ່ ຂຶ້ນ.
\s5
\v 3 ຈົ່ງເອົາຫີບພັນທະສັນຍາ ວາງໄວ້ໃນນັ້ນ ແລະ ກາງຜ້າກັ້ງບັງໄວ້.
\v 4 ຈົ່ງຍົກໂຕະ ເຂົ້າມາ ແລະ ຈັດເຄື່ອງໃຊ້ທຸກຢ່າງປະຈາໍໂຕະໄວ້. ແລ້ວຍົກຫລັກຕະກຽງເຂົ້າມາ ແລະ ໃຕ້ຕະກຽງໄວ້ເທິງຫລັກ.
\s5
\v 5 ຈົ່ງຕັ້ງແທ່ນຄໍາສໍາລັບເຜົາເຄື່ອງຫອມ ໄວ້ຕໍ່ໜ້າຫີບພັນທະສັນຍາ ແລະ ກາງຜ້າກັ້ງໃສ່ທາງປະຕູເຂົ້າຫໍເຕັນສັກສິດ.
\v 6 ຕໍ່ໜ້າຫໍເຕັນສັກສິດນັ້ນ ຈົ່ງຕັ້ງແທ່ນເຜົາເຄື່ອງບູຊາ ແລະ ຕັ້ງຂັນໄວ້ລະຫວ່າງຫໍເຕັນກັບແທ່ນບູຊາ.
\v 7 ສ່ວນຂັນໃສ່ນໍ້າຊໍາລະນັ້ນ ໃຫ້ວາງ ໄວ້ລະຫວ່າງຫໍເຕັນກັບແທ່ນ ແລະ ຕັກນາໍ້ໃສ່ໄວ້.
\s5
\v 8 ຈົ່ງເຮັດຜ້າອ້ອມຮອບຫໍເຕັນ ແລະ ກາງຜ້າກັ້ງໄວ້ທີ່ທາງປະຕູເຂົ້າ.
\v 9 ແລ້ວຈົ່ງອຸທິດຖວາຍຫໍເຕັນ ແລະ ເຄື່ອງໃຊ້ທັງໝົດ ປະຈາໍຫໍເຕັນ ໂດຍໃຊ້ນາໍ້ມັນເຈີມສັກສິດ ຫົດສົງທັງໝົດ ແລະ ທຸກສິ່ງກໍຈະບໍຣິສຸດສັກສິດ.
\v 10 ແລ້ວຈົ່ງອຸທິດຖວາຍແທ່ນບູຊາ ກັບເຄື່ອງໃຊ້ທັງໝົດ ປະຈາໍແທ່ນນັ້ນ ໂດຍເອົານາໍ້ມັນເຈີມສັກສິດ ຫົດສົງທັງໝົດ ແລະ ທຸກສິ່ງກໍຈະບໍຣິສຸດສັກສິດທີ່ສຸດ.
\v 11 ຈົ່ງອຸທິດ ຖວາຍຊາມໃສ່ນໍ້າຊໍາລະ ແລະ ຕີນຊາມ ໂດຍວິທີດຽວກັນນີ້.
\s5
\v 12 “ຈົ່ງນາໍອາໂຣນ ກັບພວກລູກຊາຍຂອງລາວ ມາທີ່ປະຕູເຂົ້າຫໍເຕັນ ແລະ ບອກໃຫ້ພວກເຂົາອາບນາໍ້ຊໍາລະຮ່າງກາຍ.
\v 13 ຈົ່ງນຸ່ງເຄື່ອງປະຈາໍຕໍາແໜ່ງປະໂຣຫິດ ໃຫ້ອາໂຣນ ແລະ ໃຊ້ນາໍ້ມັນເຈີມສັກສິດຫົດສົງລາວ; ໂດຍວິທີນີ້ແຫລະ ລາວຈະໄດ້ອຸທິດຕົນ ເພື່ອເຂົ້າບົວລະບັດຮັບໃຊ້ເຮົາໃນຖານະປະໂຣຫດິ
\s5
\v 14 ແລ້ວຈົ່ງນາໍພວກລູກຊາຍຂອງລາວມາ ແລະ ນຸ່ງເສື້ອຊັ້ນໃນ ໃຫ້ພວກເຂົາ.
\v 15 ແລ້ວໃຊ້ນາໍ້ມັນເຈີມສັກສິດຫົດສົງພວກເຂົາ ເໝືອນກັນກັບໄດ້ຫົດສົງພໍ່ຂອງພວກເຂົາ ເພື່ອວ່າພວກເຂົາຈະໄດ້ບົວລະບັດຮັບໃຊ້ເຮົາ ໃນຖານະປະໂຣຫິດ ຄືກັນກັບພໍ່ຂອງພວກເຂົາ. ການໃຊ້ນາໍ້ມັນເຈີມສັກສິດຫົດສົງນີ້ ແມ່ນການສະຖາປະນາພວກເຂົາໃຫ້ເປັນປະໂຣຫິດຕະຫລອດໄປ. ”
\v 16 ໂມເຊ ກໍເຮັດທຸກສິ່ງຕາມທີ່ອົງພຣະຜູ້ເປັນເຈົ້າໄດ້ສັ່ງໄວ້.
\s5
\v 17 ດັ່ງນັ້ນ ໃນມື້ທີໜຶ່ງຂອງເດືອນທາໍອິດ ຂອງປີທີສອງ ຫລັງຈາກພວກເຂົາໄດ້ອອກມາ ຈາກປະເທດເອຢິບ ພວກເຂົາກໍໄດ້ຕັ້ງຫໍເຕັນ ສັກສິດຂຶ້ນ.
\v 18 ໂມເຊ ໄດ້ວາງຕີນເສົາລົງປະກອບຮ່າງຂອບໄມ້ກາງຫໍເຕັນ, ຕອກໄມ້ຂາງໃສ່ ແລະ ຕັ້ງເສົາຂຶ້ນ.
\v 19 ເພິ່ນໄດ້ຄຶງຜ້າມຸງປົກຫໍເຕັນ ແລະ ໃຊ້ຜ້າໜາປົກຊັ້ນນອກອີກ ຄືເຮັດຕາມທີ່ອົງພຣະຜູ້ເປັນເຈົ້າໄດ້ສັ່ງໄວ້ນັ້ນທຸກປະການ.
\v 20 ແລ້ວເພິ່ນກໍເອົາຫິນສອງແຜ່ນໃສ່ລົງໃນຫີບພັນທະສັນຍາ. ເພິ່ນສອດຄານຫາມຄາໄວ້ ແລະ ເອົາພຣະທີ່ນັ່ງແຫ່ງພຣະຄຸນ ຊຶ່ງເປັນຝາອັດເທິງຫີບນັ້ນ.
\s5
\v 21 ເພິ່ນໄດ້ນາໍຫີບນັ້ນມາໄວ້ ທີ່ຫໍເຕັນສັກສິດ ແລະ ກາງຜ້າກັ້ງບັງໄວ້ຕາມທີ່ອົງພຣະຜູ້ເປັນເຈົ້າ ໄດ້ສັ່ງໄວ້ນັ້ນທຸກປະການ.
\v 22 ເພິ່ນໄດ້ຕັ້ງໂຕະໄວ້ ໃນຫໍເຕັນທາງດ້ານ ເໜືອ ນອກຜ້າກັ້ງ
\v 23 ແລະ ເອົາເຂົ້າຈີ່ຊຶ່ງຖວາຍແກ່ອົງພຣະຜູ້ເປັນເຈົ້າ ນັ້ນວາງໄວ້ທີ່ເທິງໂຕະ ຕາມທີ່ອົງພຣະຜູ້ເປັນເຈົ້າໄດ້ສັ່ງໄວ້ນັ້ນທຸກປະການ.
\s5
\v 24 ສ່ວນຕີນຕະກຽງນັ້ນ ເພິ່ນໄດ້ຕັ້ງໄວ້ໃນຫໍເຕັນ ທາງດ້ານໃຕ້ ຢູ່ກົງກັນຂ້າມກັບໂຕະ
\v 25 ເພິ່ນໄດ້ໄຕ້ຕະກຽງໄວ້ຊ້ອງໜ້າອົງພຣະຜູ້ເປັນເຈົ້າ ຕາມທີ່ອົງພຣະຜູ້ເປັນເຈົ້າໄດ້ສັ່ງໄວ້.
\s5
\v 26-27 ເພິ່ນນາໍແທ່ນຄໍາ ຊຶ່ງມີເຄື່ອງຫອມເຜົາຢູ່ ມາວາງໄວ້ໃນຫໍເຕັນ ຄືຕໍ່ໜ້າຜ້າກັ້ງ ຕາມທີ່ອົງພຣະຜູ້ເປັນເຈົ້າໄດ້ສັ່ງໄວ້ ນັ້ນທຸກປະການ.
\s5
\v 28 ເພິ່ນກາງຜ້າກັ້ງໄວ້ ຢູ່ທີ່ທາງເຂົ້າຫໍເຕັນ
\v 29 ແລະ ວາງແທ່ນເຜົາເຄື່ອງບູຊາ ຕໍ່ໜ້າ ຊຶ່ງຊື່ກັນກັບຜ້າກັ້ງ. ທີ່ເທິງແທ່ນນັ້ນ ເພິ່ນໄດ້ເຜົາເຄື່ອງບູຊາ ກັບຖວາຍພືດຜົນເປັນເມັດ ຕາມທີ່ອົງພຣະຜູ້ເປັນເຈົ້າ ໄດ້ສັ່ງໄວ້ນັ້ນທຸກປະການ.
\v 30 ເພິ່ນໄດ້ຕັ້ງຂັນໃສ່ນາໍ້ຊໍາລະ ໄວ້ລະຫວ່າງຫໍເຕັນ ແລະ ແທ່ນບູຊາ ທັງຕັກນາໍ້ໃສ່ໃຫ້ເຕັມ.
\s5
\v 31 ໂມເຊ ກັບ ອາໂຣນ ແລະ ພວກລູກຊາຍຂອງລາວ ໄດ້ໃຊ້ນໍ້າໃນຂັນນີ້ລ້າງມື ແລະ ລ້າງຕີນ
\v 32 ໃນທຸກໆຄັ້ງ ທີ່ພວກເຂົາ ເຂົ້າໄປໃນຫໍເຕັນສັກສິດ ຫລື ເຂົ້າໄປໃກ້ທີ່ແທ່ນບູຊາ ຕາມທີ່ອົງພຣະຜູ້ເປັນເຈົ້າໄດ້ສັ່ງໂມເຊ ໄວ້ນັ້ນທຸກປະການ.
\v 33 ໂມເຊ ໄດ້ກາງຜ້າອ້ອມຮອບຫໍເຕັນສັກສິດ ແລະ ແທ່ນບູຊາ ແລ້ວກໍໄດ້ກາງຜ້າກັ້ງນັ້ນ ໄວ້ທີ່ທາງປະຕູເຂົ້າຫໍເຕັນ. ເພິ່ນໄດ້ເຮັດທຸກໆ ສິ່ງສໍາເລັດຢ່າງຮຽບຮ້ອຍດີ.
\s5
\v 34 ຕໍ່ມາ ເມກໄດ້ມາປົກຄຸມຫໍເຕັນ ແລະ ແສງສຸກໃສແຫ່ງສະຫງ່າຣາສີ ຂອງອົງພຣະຜູ້ເປັນເຈົ້າ ກໍປົກເຕັມຢູ່ທີ່ຫໍເຕັນສັກສິດນັ້ນ.
\v 35 ໂມເຊ ເຂົ້າໄປໃນຫໍເຕັນສັກສິດບໍ່ໄດ້ ເພາະທີ່ນັ້ນມີເມກໜາແໜ້ນຫລາຍ ແລະ ສະຫງ່າຣາສີຂອງອົງພຣະຜູ້ເປັນເຈົ້າ ກໍເຕັມຢູ່ທົ່ວຫໍເຕັນ.
\s5
\v 36 ຊາວອິດສະຣາເອນ ໄດ້ເຄື່ອນຍ້າຍຄ້າຍພັກຂອງພວກເຂົາໄປສູ່ທີ່ອື່ນ ກໍຕໍ່ເມື່ອເມກໝອກ ໄດ້ຫາຍໄປຈາກຫໍເຕັນ.
\v 37 ຕາບໃດທີ່ເມກໝອກ ໄດ້ປົກຄຸມຢູ່ທີ່ນັ້ນ ພວກເຂົາບໍ່ໄດ້ອອກເດີນທາງໄປ ຍັງທີ່ອື່ນເດັດຂາດ.
\v 38 ຕະຫລອດການເດີນທາງ ທ່ອງທ່ຽວໄປມານັ້ນ ພວກເຂົາໄດ້ເຫັນເມກ ຂອງອົງພຣະຜູ້ເປັນເຈົ້າສະຖິດຢູ່ເທິງຫໍເຕັນສັກສິດໃນເວລາກາງເວັນ ແລະ ໄດ້ເຫັນແສງ ເປັນໄຟ ພຸ່ງຂຶ້ນເທິງຫໍເຕັນສັກສິດໃນເວລາ ກາງຄືນ ຕໍ່ໜ້າພວກອິດສະຣາເອນ.