lo_bible/64-2JN.usfm

33 lines
5.3 KiB
Plaintext
Raw Normal View History

2019-05-28 23:13:23 +00:00
\id 2JN
\ide UTF-8
\h 2ໂຢຮັນ
\toc1 2ໂຢຮັນ
\toc2 2ໂຢຮັນ
\toc3 2jn
\mt 2ໂຢຮັນ
\s5
\c 1
\p
\v 1 ຈາກ ຜູ້ປົກຄອງເຖິງ ທ່ານ ສຸພາບ ສະຕຼີທີີ່ ຊົງ ເລືອກ ໄວ້ ແລະ ພວກ ລູກ ຂອງ ນາງ​ກໍ ຜູ້ທີ່ ເຮົາ ຮັກ ຢ່າງ ແທ້ຈິງ ບໍ່ແມ່ນເຮົາ ພຽງ ຄົນ ດຽວ ແຕ່ ທຸກຄົນ ທີ່ ຮູ້ ຄວາມຈິງກໍ ຮັກ ເໝືອນກັນ,
\v 2 ເພາະ ຄວາມຈິງ ດໍາລົງ ຢູ່ ໃນ ພວກເຮົາ ແລະມີ ຢູ່ກັບ ພວກເຮົາ ຊົ່ວນິຣັນດອນ
\v 3 ພຣະຄຸນ ພຣະ ເມດຕາ ແລະສັນຕິສຸກ ທີ່ ມາ ຈາກ ພຣະເຈົ້າ ພຣະບິດາເຈົ້າ ແລະ ຈາກ ພຣະເຢຊູ ຄຣິດເຈົ້າ ພຣະບຸດ ຂອງ ພຣະບິດາ ນັ້ນ ຈະ ສະຖິດ ຢູ່ ກັບ ເຮົາ ທັງຫລາຍ ໃນ ຄວາມຈິງ ແລະ ໃນ ຄວາມຮັກ.
\s5
\v 4 ເຮົາດີໃຈ ຫລາຍ ທີ່ ຮູ້ວ່າ ພວກ ລູກ ຂອງ ເຈົ້າ ບາງຄົນ ໄດ້ດໍາເນີນຊີວິດ ໃນ ຄວາມຈິງ ຕາມ ທີ່ ພຣະບິດາເຈົ້າໄດ້ ສັ່ງ ພວກເຮົານັ້ນ.
\v 5 ດັ່ງນັ້ນແຫລະ ທ່ານ ສຸພາບ ສະຕຼີທີີ່ຮັກ ເອີຍ, ເຮົາ ຂໍຮອ້ງ ເຈົ້າ ທງັຫຼາຍ ໃຫ້ ພວກເຮົາ ຮັກ ຊຶ່ງກັນແລະກັນ ນີ້ ບໍ່ແມ່ນ ກົດບັນຍັດ ຂໍ້ ໃໝ່ ທີ່ ເຮົາ ໄດ້ ຂຽນ ມາ ເຖິງ ພວກເຈົ້າ, ແຕ່ ເປັນ ກົດບັນຍັດ ທີ່ ພວກເຮົາ ເຄີຍ ມີ ມາ ແລ້ວ ຕັ້ງແຕ່ ຕົ້ນເດີມ.
\v 6 ແລະ ຄວາມຮັກ ທີ່ ເຮົາ ກ່າວ ເຖິງ ນີ້ ຄື ໃຫ້ ພວກເຮົາປະຕິບັດ ຕາມ ກົດບັນຍັດ ຂອງ ພຣະເຈົ້າ ເປັນ ກົດບັນຍັດ ທີ່ ພວກເຈົ້າ ເຄີຍ ໄດ້ ມີ ມາ ແລ້ວ ຕັ້ງແຕ່ຕົ້ນເດີມ ນັ້ນ ເພື່ອ ໃຫ້ ພວກເຈົ້າ ທຸກຄົນ ໄດ້ປະຕິບັດ ຕາມ.
\s5
\v 7 ຜູ້ ຫລອກລວງ ຫລາຍ ຄົນ ໄດ້ ອອກ ໄປ ທົ່ວ ໂລກ ແລ້ວ ເປັນ ພວກ ທີ່ ບໍ່ ຍອມ ຮັບ ວ່າ ພຣະເຢຊູ ຄຣິດເຈົ້າ ໄດ້ ສະເດັດ ລົງ ມາ ຮັບ ຊາດ ເປັນ ມະນຸດ. ຄົນ ຢ່າງ ນັ້ນ ແຫລະ ເປັນ ຜູ້ ຫລອກລວງ ແລະ ເປັນ ສັດຕູ ຂອງ ພຣະຄຣິດ.
\v 8 ເຫດສະນັ້ນ ພວກເຈົ້າ ຈົ່ງ ລະວັງຕົວ ໃຫ້ ດີ ເພື່ອ ວ່າ ພວກເຈົ້າ ຈະ ບໍ່ ເ​ສຍ ປະໂຫຍດ ໃນ ສິ່ງ ທີ່ ພວກເຈົ້າ ໄດ້ ກະທາໍ ນັ້ນ ແຕ່ ຈະໄດ້​ຮັບບາໍເໜັດ ເຕັມ ສວ່ນ.
\s5
\v 9 ຜູ້​ໃດ ທີ່ ລວ່ງເກີນ ບໍ່ ດໍາລົງ ຢູ່ ໃນ ຄາໍສອນ ຂອງ ພຣະຄຣິດຜູ້ ນັ້ນ​ກໍ ບໍໍ່ມີ ພຣະເຈົ້າ ຜູ້ໃດ ທີ່ ດາໍລົງ ຢູ່ ໃນ ຄາໍສັ່ງສອນ ນີ້ ກໍມີ ທັງ ພຣະບິດາເຈົ້າ ແລະ ພຣະບຸດ.
\v 10 ຖ້າ ຜູ້ໃດ ມາ ຫາ ເຈົ້າ ແລະ ບໍ່ ເອົາ ຄໍາສອນ ນີ້ ມາ ນາໍ ກໍ ຢ່າ ຮັບ ຄົນ ນັ້ນ ເຂົ້າ ໃນ ເຮືອນ ແລະ ທັງ ຢ່າ ສະແດງ ຄວາມ ຄາໍນັບ ຕໍ່ຜູ້ນັ້ນ.
\v 11 ດວ້ຍວ່າ, ຜູ້ໃດ ທີ່ ສະແດງ ຄວາມຄາໍນັບ ຕໍ່ ເຂົາຜູ້ນັ້ນ ກໍເຂົ້າ ສວ່ນ ໃນ ການ ກະທາໍ ຊົ່ວ ຂອງ ເຂົາ ແລ້ວ.
\s5
\v 12 ເຮົາ ຍັງ ມີຫລາຍ ຢ່າງ ທີ່ ຈະ ຂຽນ ມາ ເຖິງ ເຈົ້າ ທັງຫຼາຍ ແຕ່ ເຮົາ ບໍ່ ຢາກ ໃຊ້ ເຈ້ຍ ແລະນໍ້າມຶກ ເຮົາ ຫວັງ ວ່າ ຈະ ມາ ຫາ ພວກເຈົ້າ ແລະ ເວົ້າ ກັນ ປາກ ຕໍ່ ປາກ ເພື່ອ ຄວາມ ຍິນດີຈະ ໄດ້ມີຢ່າງເຕັມປ່ຽມ.
\v 13 ບັນດາ ລູກ ຂອງ ນອ້ງສາວ ຂອງ ເຈົ້າ ທີ່ ຊົງ ເລືອກ ໄວ້ ຂນັ້ນກໍ ຝາກ ຄວາມ ຄິດເຖິງ ມາ ຍັງພວກເຈົ້າ ດວ້ຍ.