forked from WA-Catalog/lo_ulb
2210 lines
400 KiB
Plaintext
2210 lines
400 KiB
Plaintext
\id LUK
|
||
\ide UTF-8
|
||
\h ລູກາ
|
||
\toc1 ລູກາ
|
||
\toc2 ລູກາ
|
||
\toc3 luk
|
||
\mt ລູກາ
|
||
|
||
\s5
|
||
\c 1
|
||
\cl ບົດທີ 1
|
||
\p
|
||
\v 1 ມີຫລາຍຄົນພະຍາຍາມຮຽບຮຽງເລື່ອງເຫດການຕ່າງໆ ທີ່ເກີດຂື້ນທ່າມກາງພວກເຮົາ,
|
||
\v 2 ເມື່ອພວກເຂົາໄດ້ມອບສິ່ງເຫລົ່ານີ້ໃຫ້ແກ່ເຮົາ, ຊຶ່ງເປັນຜູ້ທີ່ເປັນພະຍານດ້ວຍຕາ ແລະ ຜູ້ຮັບໃຊ້ສຳຄັນມາຕັ້ງແຕ່ຕົ້ນ.
|
||
\v 3 ສຳລັບຕົວຂ້າພະເຈົ້າເອງເຫັນວ່າເປັນການດີ - ທີ່ຈະໄດ້ມີການສືບສວນ ເຫດການທຸກຢ່າງທີ່ມີມາແຕ່ຕົ້ນຢ່າງຖືກຕ້ອງ - ເພື່ອທີ່ຈະໄດ້ຂຽນເລື່ອງລາວໄດ້ຢ່າງເປັນລະບຽບເພື່ອທ່ານ, ຢ່າງດີທີ່ສຸດໃຫ້ທ່ານເທໂອຟີໂລ.
|
||
\v 4 ເພື່ອວ່າທ່ານຈະໄດ້ຮູ້ຄວາມຈິງກ່ຽວກັບເລື່ອງເຫລົ່ານັ້ນ ສິ່ງທີ່ທ່ານໄດ້ຮັບການສອນ.
|
||
|
||
\s5
|
||
\v 5 ໃນຣາຊະການຂອງເຮໂຣດ, ກະສັດເມືອງຢູດາຍ, ມີປະໂຣຫິດຕົນຫນຶ່ງຊື່ເຊກາຣີຢາ, ຈາກກອງອາບີຢາ. ພັນຣະຍາຂອງເຊກາຣີຢາ ຈາກລູກສາວຂອງອາໂຣນ, ແລະ ນາງຊື່ເອລີຊາເບັດ.
|
||
\v 6 ພວກເຂົາທັງສອງເປັນຄົນຊອບທັມຕໍ່ພຣະພັກພຣະເຈົ້າ, ທັງສອງເຊື່ອຟັງຕາມຄຳສັ່ງ ແລະ ຂໍ້ບັນຍັດທຸກຂໍ້ຂອງອົງພຣະຜູ້ເປັນເຈົ້າ.
|
||
\v 7 ແຕ່ພວກເຂົາບໍ່ມີລູກ, ເພາະເອລີຊາເບັດເປັນຍິງຫມັນ, ແລະ ເຂົາທັງສອງກໍແກ່ຊະຣາຫລາຍແລ້ວໃນເວລານັ້ນ.
|
||
|
||
\s5
|
||
\v 8 ເມື່ອເຖິງຜຽນທີ່ເຊກາຣີຢາຕ້ອງປະຕິບັດຢູ່ຕໍ່ພຣະພັກຂອງພຣະເຈົ້າ, ເຊິ່ງເປັນການປະຕິບັດຫນ້າທີ່ເປັນປະໂຣຫິດຕາມຄວາມຮັບຜິດຊອບຂອງເພິ່ນ.
|
||
\v 9 ຕາມທຳນຽມຂອງການເລືອກປະໂຣຫິດໃນການປະຕິບັດຮັບໃຊ້, ທ່ານຖືກເລືອກດ້ວຍການຈົກສະຫລາກ ໃຫ້ເຂົ້າໄປໃນພຣະວິຫານຂອງອົງພຣະຜູ້ເປັນເຈົ້າເພື່ອເຜົາເຄື່ອງຫອມບູຊາ.
|
||
\v 10 ສ່ວນພົນລະເມືອງທັງຫມົດກໍໄຫວ້ວອນຢູ່ຂ້າງນອກໃນເວລາເຜົາເຄື່ອງຫອມນັ້ນ.
|
||
|
||
\s5
|
||
\v 11 ເວລານັ້ນມີເທວະດາຕົນຫນຶ່ງຂອງອົງພຣະຜູ້ເປັນເຈົ້າໄດ້ມາປະກົດແກ່ເພິ່ນ ແລະ ຢືນຢູ່ເບື້ອງຂວາມືຂອງແທ່ນເຜົາເຄື່ອງຫອມບູຊານັ້ນ.
|
||
\v 12 ເມື່ອເຊກາຣີຢາໄດ້ເຫັນເພິ່ນ, ກໍຕົກໃຈແລະ ຮູ້ສຶກຢ້ານເທວະດາຕົນນັ້ນ.
|
||
\v 13 ແຕ່ເທວະດາຕົນນັ້ນໄດ້ບອກກັບເພິ່ນວ່າ, “ຢ່າຊູ່ຢ້ານ, ເຊກາຣີຢາເອີຍ, ເພາະພຣະເຈົ້າຟັງຄຳອ້ອນວອນຂອງທ່ານແລ້ວ. ນາງເອລີຊາເບັດ ພັນຣະຍາຂອງທ່ານຈະປະສູດບຸດຊາຍໃຫ້ທ່ານຄົນຫນຶ່ງ, ແລ້ວທ່ານຈົ່ງໃສ່ຊື່ບຸດນັ້ນວ່າ ໂຢຮັນ.
|
||
|
||
\s5
|
||
\v 14 ທ່ານຈະມີຄວາມຊົມຊື່ນຍິນດີ, ແລະ ມີຄວາມສຸກ ແລະ ມີຄົນຈຳນວນຫລາຍຈະຊື່ນຊົມຍິນດີເພາະການກຳເນີດຂອງເພິ່ນ.
|
||
\v 15 ເພາະວ່າບຸດນັ້ນຈະໄດ້ເປັນໃຫຍ່ຕໍ່ພຣະພັກຂອງອົງພຣະຜູ້ເປັນເຈົ້າ. ເພິ່ນຈະບໍ່ດື່ມເຫລົ້າແວງ ຫລື ເຫລົ້າປຸກຢ່າງໃດ, ແລະ ເພິ່ນຈະເຕັມໄປດ້ວຍພຣະວິນຍານບໍຣິສຸດຕັ້ງແຕ່ມາຈາກທ້ອງຂອງມານດາ.
|
||
|
||
\s5
|
||
\v 16 ມີປະຊາຊົນອິສຣາເອນຫລາຍຄົນ ຈະກັບຄືນມາຫາພຣະຜູ້ເປັນເຈົ້າຂອງພວກເຂົາ.
|
||
\v 17 ເພິ່ນຈະອອກກ່ອນຫນ້າພຣະອົງໂດຍພຣະວິນຍານ ແລະ ຣິດເດດຂອງເອລີຢາ. ເພິ່ນຈະໃຫ້ບັນດາພໍ່ກັບຄືນດີກັບລູກ ແລະເພື່ອໃຫ້ບັນດາຄົນທີ່ດື້ດ້ານຈະເດີນໃນສະຕິປັນຍາຂອງຄົນຊອບທັມ - ເພື່ອຈັດຕຽມພົນລະເມືອງໄວ້ພ້ອມສຳລັບອົງພຣະຜູ້ເປັນເຈົ້າ.”
|
||
|
||
\s5
|
||
\v 18 เຊກາຣີຢາໄດ້ທູນຕໍ່ເທວະດາຕົນນັ້ນວ່າ, “ຂ້ານ້ອຍຈະຮູ້ເຫດການນີ້ໄດ້ຢ່າງໃດ? ເພາະຂ້ານ້ອຍກໍເຖົ້າແລ້ວ ແລະ ພັນຣະຍາຂອງຂ້ານ້ອຍກໍເຖົ້າແກ່ຫລາຍແລ້ວເຊັ່ນກັນ.”
|
||
\v 19 ຝ່າຍເທວະດາຕົນນັ້ນຈິ່ງຕອບ ແລະ ກ່າວກັບເພິ່ນວ່າ, “ເຮົາແມ່ນຄັບຣີເອນ, ຊຶ່ງຢືນຢູ່ຕໍ່ພຣະພັກພຣະເຈົ້າ. ເຮົາຖືກໃຊ້ມາເພື່ອບອກທ່ານ, ເຖິງຂ່າວດີນີ້.
|
||
\v 20 ເບິ່ງແມ! ທ່ານຈະເປັນຄົນໃບ້, ປາກບໍ່ໄດ້, ຈົນເຖິງວັນທີ່ເຫດການເຫລົ່ານັ້ນຈະເກີດຂຶ້ນ ເພາະທ່ານບໍ່ໄດ້ເຊື່ອຖ້ອຍຄຳຂອງເຮົາ, ທີ່ຈະສຳເລັດຕາມກຳນົດເວລາທີ່ຖືກຕ້ອງນັ້ນ.”
|
||
|
||
\s5
|
||
\v 21 ປະຊາຊົນກຳລັງລໍຄອຍຖ້າເຊກາຣີຢາ. ພວກເຂົາໄດ້ປະຫລາດໃຈ ເພາະເພິ່ນໄດ້ໃຊ້ເວລາຢູ່ໃນພຣະວິຫານເປັນເວລານານ.
|
||
\v 22 ແຕ່ເມື່ອເຊກາຣີຢາອອກມາ, ເພິ່ນບໍ່ສາມາດເວົ້ານຳພວກເຂົາໄດ້. ພວກເຂົາຈິ່ງສັງເກດຮູ້ວ່າເພິ່ນໄດ້ເຫັນນິມິດໃນຂະນະທີ່ ເພິ່ນຢູ່ໃນພຣະວິຫານນັ້ນ. ເພິ່ນໄດ້ສະແດງທ່າທີພາສາໃບ້ຕໍ່ພວກເຂົາ ແລະ ຍັງຄົງມິດງຽບຢູ່.
|
||
\v 23 ຈົນເຖິງຫມົດເວລາບົວຣະບັດຂອງເພິ່ນ ແລ້ວເພິ່ນຈິ່ງໄດ້ກັບໄປບ້ານຂອງຕົນ.
|
||
|
||
\s5
|
||
\v 24 ຫລັງຈາກວັນນັ້ນ, ເອລີຊາເບັດພັນຣະຍາຂອງເພິ່ນກໍມີທ້ອງ ແລະນາງຈິ່ງໄປລີ້ຕົວຢູ່ເປັນເວລາຫ້າເດືອນ. ນາງໄດ້ເວົ້າວ່າ,
|
||
\v 25 “ນີ້ເປັນສິ່ງທີ່ພຣະເຈົ້າໄດ້ຊົງເຮັດແກ່ຂ້ານ້ອຍ ເມື່ອຊົງເບິ່ງຂ້ານ້ອຍດ້ວຍຄວາມຊື່ນຊົມ ເພື່ອຊົງຍົກຄວາມອັບອາຍຂອງຂ້ານ້ອຍ ຕໍ່ຫນ້າຄົນທັງຫລາຍອອກໄປເສຍ.”
|
||
|
||
\s5
|
||
\v 26 ໃນເດືອນທີຫົກ, ພຣະເຈົ້າໄດ້ສົ່ງເທວະດາຄັບຣີເອນຂອງພຣະອົງ ມາຍັງເມືອງຫນຶ່ງໃນແຂວງຄາລີເລຊື່ ນາຊາເຣັດ,
|
||
\v 27 ມາຫາຍິງພົມມະຈາຣີຄົນຫນຶ່ງ ຊຶ່ງເປັນຄູ່ຫມັ້ນຂອງຊາຍຄົນຫນຶ່ງຊື່ໂຢເຊັບ. ຜູ້ທີ່ເປັນເຊື້ອສາຍຂອງກະສັດດາວິດ, ແລະ ຍິງພົມມະຈາຣີນາງນັ້ນຊື່ ມາຣີອາ.
|
||
\v 28 ເມື່ອເທວະດາມາເຖິງນາງ ແລະ ໄດ້ເວົ້າວ່າ, “ສັນຕິສຸກຈົ່ງມີແກ່ເຈົ້າ! ເຈົ້າຜູ້ທີ່ຊົງໂຜດກະຣຸນາຈາກເບື້ອງເທິງ! ຂໍພຣະຜູ້ເປັນເຈົ້າຊົງສະຖິດຢູ່ກັບເຈົ້າ.”
|
||
\v 29 ແຕ່ນາງຕົກໃຈກັບຖ້ອຍຄຳຂອງເທວະດາ ແລະ ນຶກສົງໃສວ່າຄຳທັກທາຍນີ້ຈະຫມາຍຄວາມວ່າຢ່າງໃດ.
|
||
|
||
\s5
|
||
\v 30 ທູດສະຫວັນໄດ້ກ່າວກັບນາງວ່າ, “ຢ່າຊູ່ຢ້ານເລີຍ, ມາຣີອາ, ເພາະວ່າເຈົ້າເປັນທີ່ຊົງພໍພຣະທັຍຈາກອົງພຣະຜູ້ເປັນເຈົ້າແລ້ວ.
|
||
\v 31 ເບິ່ງແມ, ເຈົ້າຈະຖືພາ ແລະ ປະສູດບຸດຊາຍ. ຈົ່ງຕັ້ງຊື່ບຸດນັ້ນວ່າ 'ເຢຊູ'.
|
||
\v 32 ບຸດນັ້ນຈະໄດ້ເປັນໃຫຍ່ແລະ ໄດ້ຊົງເອີ້ນວ່າພຣະບຸດຂອງຜູ້ສູງສຸດ. ອົງພຣະຜູ້ເປັນເຈົ້າຈະຊົງປະທານພຣະບັນລັງແຫ່ງກະສັດດາວິດ ຜູ້ເປັນບັນພະບຸຣຸດຂອງເພິ່ນ.
|
||
\v 33 ພຣະອົງຈະປົກຄອງເຫນືອເຊື້ອສາຍຂອງຢາໂຄບສືບໄປ, ແລະ ຣາຊະອານາຈັກຂອງພຣະອົງຈະບໍ່ມີທີ່ສິ້ນສຸດ.”
|
||
|
||
\s5
|
||
\v 34 ຝ່າຍມາຣີອາຈິ່ງທູນຕໍ່ທູດສະຫວັນນັ້ນວ່າ, “ເຫດການນີ້ຈະເກີດເປັນໄປໄດ້ຢ່າງໃດ, ເພາະຂ້ານ້ອຍຍັງບໍ່ທັນໄດ້ຢູ່ຮ່ວມຫລັບນອນກັບຊາຍໃດເລີຍ?”
|
||
\v 35 ທູດສະຫວັັນໄດ້ຕອບນາງວ່າ, “ພຣະວິນຍານບໍຣິສຸດຈະສະເດັດລົງມາເທິງເຈົ້າ ແລະ ຣິດເດດຂອງຜູ້ສູງສຸດຈະປົກຄຸມເຈົ້າໄວ້. ດັ່ງນັ້ນ ອົງບໍຣິສຸດທີ່ຈະເກີດມາ ຈະຖືກເອີ້ນວ່າເປັນ ພຣະບຸດຂອງພຣະເຈົ້າ.
|
||
|
||
\s5
|
||
\v 36 ເບິ່ງແມ, ນາງເອລີຊາເບັດພີ່ນ້ອງຂອງເຈົ້າກໍຍັງຖືພາບຸດຊາຍເຫມືອນກັນ ໃນເວລາທີ່ລາວມີອາຍຸແກ່ຊະຣາແລ້ວ. ນີ້ແມ່ນເດືອນທີຫົກແລ້ວ, ຊຶ່ງນາງເຄີຍຖືກເອີ້ນວ່າເປັນຍິງຫມັນ.
|
||
\v 37 ເພາະວ່າບໍ່ມີສິ່ງໃດທີ່ເປັນໄປບໍ່ໄດ້ສຳລັບພຣະເຈົ້າ.”
|
||
\v 38 ມາຣີອາກ່າວວ່າ, “ຂ້ານ້ອຍເປັນຂ້ອຍຍິງຮັບໃຊ້ຂອງອົງພຣະຜູ້ເປັນເຈົ້າ. ຂໍໃຫ້ສິ່ງເຫລົ່ານີ້ບັງເກີດແກ່ຂ້ານ້ອຍຕາມຄຳຂອງທ່ານເທີ້ນ!” ແລ້ວທູດສະຫວັນຕົນນັ້ນກໍໄດ້ຈາກນາງໄປ.
|
||
|
||
\s5
|
||
\v 39 ຈາກນັ້ນມາຣີອາໄດ້ລຸກຂຶ້ນ ແລ້ວຮີບໄປຍັງເຂດພູເຂົາໂດຍໄວ, ເຖິງເມືອງຫນຶ່ງໃນແຂວງຢູດາຍ.
|
||
\v 40 ນາງໄດ້ເຂົ້າໄປໃນເຮືອນຂອງເຊກາຣີຢາ ແລະ ໄດ້ກ່າວຄຳທັກທາຍນາງເອລີຊາເບັດ.
|
||
\v 41 ຕອນນີ້ທີ່ນາງ ເອລີຊາເບັດໄດ້ຍິນຄຳທັກທາຍຂອງນາງມາຣີອາ, ບຸດໃນທ້ອງຂອງຕົນກໍດີ້ນ, ແລະ ເອລີຊາເບັດກໍເຕັມໄປດ້ວຍພຣະວິນຍານບໍລິສຸດ.
|
||
|
||
\s5
|
||
\v 42 ນາງຈິ່ງຮ້ອງຂຶ້ນດ້ວຍສຽງອັນດັງວ່າ, “ພຣະພອນເປັນຂອງທ່ານໃນທ່າມກາງບັນດາພວກຜູ້ຍິງທັງປວງ, ແລະ ພຣະພອນກໍແມ່ນລູກໃນທ້ອງທ່ານ.
|
||
\v 43 ເຫດສັນໃດຂ້ານ້ອຍຈິ່ງໄດ້ຮັບຄວາມເມດຕາຢ່າງນີ້ ຄືມານດາຂອງອົງພຣະຜູ້ເປັນເຈົ້າຂອງຂ້ານ້ອຍໄດ້ມາຫາຂ້ານ້ອຍ?
|
||
\v 44 ເບິ່ງແມ, ພໍສຽງທັກທາຍຂອງນາງເຂົ້າຫູຂ້ານ້ອຍ, ລູກໃນທ້ອງຂອງຂ້ານ້ອຍໄດ້ດີ້ນດ້ວຍຄວາມຍິນດີ.
|
||
\v 45 ພຣະພອນແມ່ນເປັນຂອງຜູ້ທີ່ເຊື່ອວ່າສິ່ງເຫລົ່ານີ້ ຈະສຳເລັດຕາມທີ່ອົງພຣະຜູ້ເປັນເຈົ້າໄດ້ບອກກັບນາງ.”
|
||
|
||
\s5
|
||
\v 46 ມາຣີອາກໍໄດ້ກ່າວວ່າ, "ຈິດໃຈຂອງຂ້ານ້ອຍສັນຣະເສີນຍ້ອງຍໍອົງພຣະຜູ້ເປັນເຈົ້າ,
|
||
\v 47 ແລະ ຈິດວິນຍານຂອງຂ້ານ້ອຍກໍເກີດຄວາມຊື່ນຊົມຍິນດີ ໃນພຣະເຈົ້າ ພຣະຜູ້ຊ່ວຍໃຫ້ພົ້ນຂອງຂ້ານ້ອຍ."
|
||
|
||
\s5
|
||
\v 48 ເພາະພຣະອົງຊົງທອດພຣະເນດ ຖານະອັນຕ່ຳຕ້ອຍຂອງຍິງຜູ້ຮັບໃຊ້ຂອງພຣະອົງ. ເບິ່ງແມ, ຈາກນີ້ເປັນຕົ້ນໄປຄົນທຸກສະໄຫມຈະເອີ້ນຂ້ານ້ອຍວ່າຜູ້ໄດ້ຮັບພຣະພອນ.
|
||
\v 49 ເພາະວ່າຜູ້ຊົງຣິດໄດ້ຊົງກະທຳການອັນຍິ່ງໃຫຍ່ແກ່ຂ້າພຣະເຈົ້າ, ແລະພຣະນາມຂອງພຣະອົງກໍບໍຣິສຸດສັກສິດ.
|
||
|
||
\s5
|
||
\v 50 ພຣະເມດຕາຂອງພຣະອົງເຈົ້າຫລັ່ງໄຫລສູ່ຄົນແຕ່ລະຍຸກສະໄຫມ ບັນດາຜູ້ທີ່ຢຳເກງພຣະອົງ.
|
||
\v 51 ພຣະອົງສະແດງພຣະກຳລັງຂອງພຣະອົງດ້ວຍແຂນຂອງພຣະອົງ; ພຣະອົງຊົງກະທຳໃຫ້ຄົນທີ່ມີຄວາມຄິດ ຈິດໃຈຈອງຫອງ ໃຫ້ກະຈັດກະຈາຍໄປ.
|
||
|
||
\s5
|
||
\v 52 ພຣະອົງຊົງປົດເຈົ້າຊາຍທັງຫລາຍລົງຈາກພຣະບັນລັງຂອງພວກເຂົາ ແລະ ພຣະອົງໄດ້ຊົງຍົກຊູຜູ້ຕ່ຳຕ້ອຍຂຶ້ນ.
|
||
\v 53 ພຣະອົງຊົງເຕີມສິ່ງດີທັງຫລາຍໃຫ້ແກ່ຜູ້ທີ່ອຶດຫິວ, ແຕ່ຄົນຮັ່ງມີ ພຣະອົງປຣະທານຄວາມວ່າງເປົ່າໃຫ້.
|
||
|
||
\s5
|
||
\v 54 ພຣະອົງຊົງປຣະທານຄວາມຊ່ອຍເຫລືອແກ່ຊາວອິສຣາເອນຜູ້ຮັບໃຊ້ຂອງພຣະອົງ, ເພື່ອຊົງຈື່ຈຳທີ່ຈະສະແດງພຣະເມດຕາ
|
||
\v 55 (ຕາມທີ່ພຣະອົງໄດ້ຊົງບອກໄວ້ກັບບັນພະບຸຣຸດທັງຫລາຍຂອງພວກເຮົາ) ຕໍ່ອັບຣາຮາມ ແລະ ຕໍ່ເຊື້ອສາຍຂອງເພິ່ນຕະຫລອດໄປເປັນນິດ.
|
||
|
||
\s5
|
||
\v 56 ນາງມາຣີອາໄດ້ອາໄສຢູ່ກັບນາງອາລີຊາເບັດປະມານສາມເດືອນ ແລະ ຫລັງຈາກນັ້ນນາງກໍໄດ້ກັບຄືນໄປເຮືອນຂອງຕົນ.
|
||
\v 57 ເມື່ອເຖິງເວລາທີ່ນາງເອລີຊາເບັດຈະໃຫ້ກຳເນີດລູກ ແລະນາງກໍໄດ້ປະສູດລູກຊາຍ.
|
||
\v 58 ເພື່ອນບ້ານຂອງນາງ ແລະ ພວກຍາດຕິພີ່ນ້ອງໄດ້ຍິນຂ່າວວ່າ ພຣະເຈົ້າໄດ້ຊົງສະແດງພຣະເມດຕາອັນຍິ່ງໃຫຍ່ແກ່ນາງ, ແລະ ພວກເຂົາກໍພາກັນຊົມຊື່ນຍິນດີຮ່ວມກັນກັບນາງ.
|
||
|
||
\s5
|
||
\v 59 ເມື່ອຄົບເຖິງວັນທີແປດ ພວກເຂົາກໍພາກັນມາໃຫ້ເດັກນ້ອຍນັ້ນຮັບພິທີຕັດ. ພວກເຂົາຈະໃສ່ຊື່ເດັກນ້ອຍວ່າ"ເຊກາຣີຢາ," ຕາມຊື່ຂອງບິດາ.
|
||
\v 60 ແຕ່ແມ່ຂອງເພິ່ນໄດ້ຕອບ ແລະ ໄດ້ກ່າວແກ່ພວກເຂົາວ່າ, “ບໍ່ແມ່ນ. ເພິ່ນຈະຖືກເອີ້ນວ່າ ໂຢຮັນ.”
|
||
\v 61 ພວກເຂົາໄດ້ກ່າວແກ່ນາງວ່າ, “ໃນພວກພີ່ນ້ອງຂອງເຈົ້າບໍ່ມີໃຜທີ່ມີຊື່ຢ່າງນັ້ນ.”
|
||
|
||
\s5
|
||
\v 62 ພວກເຂົາຈິ່ງສະແດງທ່າທີພາສາໃບ້ ແກ່ບິດາຂອງເດັກວ່າ ຢາກໃສ່ຊື່ເດັກນ້ອຍນັ້ນວ່າຢ່າງໃດ.
|
||
\v 63 ບິດາຂອງເພິ່ນຂໍກະດານ ແລະ ຂຽນລົງໄປວ່າ “ຊື່ຂອງລາວແມ່ນ ໂຢຮັນ” ແລະ ພວກເຂົາກໍປະຫລາດໃຈໃນເລື່ອງນີ້.
|
||
|
||
\s5
|
||
\v 64 ທັນໃດນັ້ນ ປາກຂອງເຊກາຣີຢາກໍເປີດອອກ ແລະ ລີ້ນຂອງລາວກໍອ່ອນ. ເພິ່ນໄດ້ເວົ້າ ແລະ ໄດ້ກ່າວສັນຣະເສີນພຣະເຈົ້າ.
|
||
\v 65 ທຸກຄົນຢູ່ອ້ອມຮອບເພິ່ນເກີດຄວາມຢ້ານກົວ ເລື່ອງທີ່ເກີດຂຶ້ນທັງຫມົດນີ້ກໍຖືກຊ່າລືໄປທົ່ວເນີນພູເຂດແດນຂອງຢູດາຍ.
|
||
\v 66 ແລະທຸກຄົນທີ່ໄດ້ຍິນກໍເກັບເລື່ອງນີ້ໄວ້ໃນໃຈ, ຕ່າງໄດ້ເວົ້າວ່າ, “ເດັກນັ້ນຈະເຕີບໂຕເປັນຢ່າງໃດຕໍ່ໄປ?” ເພາະພຣະຫັດຂອງອົງພຣະຜູ້ເປັນເຈົ້າກໍສະຖິດຢູ່ກັບເຂົາ.
|
||
|
||
\s5
|
||
\v 67 ເຊກາຣີຢາບິດາຂອງເດັກ ກໍເຕັມໄປດ້ວຍພຣະວິນຍານບໍຣິສຸດເຈົ້າ ແລະ ໄດ້ຮັບຄຳທຳນວາຍ, ໄດ້ກ່າວວ່າ,
|
||
\v 68 “ສັນຣະເສີນຜູ້ຊົງເປັນພຣະເຈົ້າ, ພຣະເຈົ້າຂອງອິສຣາເອນ, ເພາະພຣະອົງມາເພື່ອຊ່ວຍ ແລະ ຊົງໄຖ່ເອົາພົນລະເມືອງຂອງພຣະອົງໄດ້ສຳເລັດ.
|
||
|
||
\s5
|
||
\v 69 ພຣະອົງຊົງຍົກແກແຫ່ງຄວາມລອດພົ້ນ ສຳລັບພວກເຮົາ ໃນເຮືອນຂອງດາວິດ, ຜູ້ຮັບໃຊ້ຂອງພຣະອົງ,
|
||
\v 70 ຕາມທີ່ພຣະອົງໄດ້ຊົງກ່າວໄວ້ໂດຍປາກ ຂອງຜູ້ປະກາດພຣະທັມທີ່ສັກສິດ ຜູ້ຊຶ່ງຢູ່ໃນສະໄຫມບູຮານ.
|
||
\v 71 ພຣະອົງຈະນຳຄວາມພົ້ນຈາກສັດຕຣູທັງຫລາຍຂອງພວກເຮົາ ແລະ ຈາກມືຄົນທັງປວງທີ່ກຽດຊັງເຮົາ.
|
||
|
||
\s5
|
||
\v 72 ພຣະອົງຈະເຮັດສິ່ງນີ້ ເພື່ອສະແດງພຣະເມດຕາ ແກ່ບິດາຂອງພວກເຮົາທັງຫລາຍ ແລະເພື່ອຣະນຶກເຖິງພຣະສັນຍາອັນບໍຣິສຸດຂອງພຣະອົງ.
|
||
\v 73 ຊຶ່ງເປັນຄຳສາບານທີ່ຊົງກ່າວໄວ້ແກ່ອັບຣາຮາມບິດາຂອງພວກເຮົາ.
|
||
\v 74 ພຣະອົງຊົງສັນຍາກັບພວກເຮົາວ່າ, ພວກເຮົາຈະໄດ້ຮັບການປົດປ່ອຍຈາກມືຂອງສັດຕຣູ ແລະ ພວກເຮົາຈະໄດ້ບົວຣະບັດພຣະອົງໂດຍປາສະຈາກຄວາມຢ້ານ,
|
||
\v 75 ດ້ວຍຄວາມບໍຣິສຸດ ແລະຄວາມຊອບທັມຕໍ່ພຣະພັກພຣະອົງຕະຫລອດຊີວິດຂອງພວກເຮົາ.
|
||
|
||
\s5
|
||
\v 76 ແມ່ນແລ້ວ, ແລະ ທ່ານທີ່ເປັນລູກເອີຍ, ຈະເອີ້ນເຈົ້າວ່າ ຜູ້ປະກາດພຣະທັມຂອງພຣະເຈົ້າອົງຜູ້ສູງສຸດ, ເພາະວ່າເຈົ້າຈະໄປກ່ອນຫນ້າອົງພຣະຜູ້ເປັນເຈົ້າ, ເພື່ອຕຽມຫົນທາງຂອງພຣະອົງເພື່ອຕຽມໄພ່ພົນສຳລັບການສະເດັດມາຂອງພຣະອົງ,
|
||
\v 77 ໂດຍການຊົງໂຜດຍົກບາບກັມຂອງພວກເຂົາ.
|
||
|
||
\s5
|
||
\v 78 ນີ້ຈະເກີດຂຶ້ນດ້ວຍໃຈມີພຣະເມດຕາກາຣຸນາຂອງພຣະເຈົ້າຂອງພວກເຮົາ, ເນື່ອງດ້ວຍແສງສະຫວ່າງໃນຍາມຮຸ່ງເຊົ້າຈາກທີ່ສູງຈະມາຊ່ວຍພວກເຮົາ.
|
||
\v 79 ເພື່ອສ່ອງສະຫວ່າງໃຫ້ຜູ້ທີ່ຢູ່ໃນຄວາມມືດ ແລະ ໃນເງົາແຫ່ງຄວາມຕາຍ. ພຣະອົງຈະກະທຳສິ່ງນີ້ ເພື່ອນຳພາຕີນຂອງເຮົາໄປໃນທາງແຫ່ງສັນຕິສຸກ.”
|
||
|
||
\s5
|
||
\v 80 ບັດນີ້ ລູກນ້ອຍນັ້ນກໍໃຫຍ່ຂຶ້ນ ແລະ ໄດ້ກາຍເປັນຜູ້ເຂັ້ມແຂງໃນຝ່າຍຈິດວິນຍານ, ແລະເພິ່ນໄດ້ອາໄສຢູ່ໃນປ່າຈົນເຖິງວັນທີ່ຈະໄດ້ມາປະກົດແກ່ພວກອິສຣາເອນ.
|
||
|
||
\s5
|
||
\c 2
|
||
\cl ບົດທີ 2
|
||
\p
|
||
\v 1 ໃນຄາວນັ້ນ, ເປັນເວລາທີ່ ກາຍຊາ ໂອຄຸດໂຕໄດ້ສົ່ງຄຳສັ່ງໃຫ້ຈົດທະບຽນສຳມະໂນຄົວຂອງທຸກຄົນທີ່ດຳຣົງຊີວິດຢູ່ໃນໂລກທົ່ວຣາຊະອານາຈັກ.
|
||
\v 2 ນີ້ເປັນການຈົດທະບຽນສຳມະໂນຄົວເທື່ອທຳອິດ ໃນສະໄຫມທີ່ ກີເຣນີໂອ ເປັນຜູ້ປົກຄອງແຂວງຊີເຣຍ.
|
||
\v 3 ດັ່ງນັ້ນ ທຸກຄົນຕ້ອງໄປຍັງບ້ານເກີດເມືອງນອນຂອງຕົນ ເພື່ອທີ່ຈະຂຶ້ນທະບຽນສຳມະໂນຄົວ.
|
||
|
||
\s5
|
||
\v 4 ໂຢເຊັບເຊັ່ນດຽວກັນກັບກໍຂຶ້ນໄປຈາກເມືອງນາຊາເຣັດ, ແຂວງຄາລີເລ ໄປຍັງເມືອງຂອງດາວິດ, ແຂວງຢູດາຍ ຊຶ່ງຊື່ວ່າເບັດເລເຮັມ, ເພາະເພິ່ນເປັນເຊື້ອສາຍວົງສະກຸນດຽວກັບດາວິດ.
|
||
\v 5 ເພິ່ນໄດ້ໄປທີ່ນັ້ນພ້ອມຂື້ນທະບຽນກັບ ມາຣີອາ ຍິງທີ່ເພິ່ນຫມັ້ນຫມາຍໄວ້ແລ້ວ ແລະ ສ່ວນນາງກໍກຳລັງຖືພາຢູ່.
|
||
|
||
\s5
|
||
\v 6 ຂະນະທີ່ພວກເຂົາທັງສອງຍັງຢູ່ທີ່ນັ້ນ, ກໍເຖິງເວລາທີ່ມາຣີອາຈະປະສູດບຸດ.
|
||
\v 7 ນາງຈິ່ງໄດ້ປະສູດບຸດຊາຍຄົນຫນຶ່ງ, ເປັນບຸດຜູ້ກົກຂອງນາງ. ແລະ ນາງໄດ້ຕູ້ມພັນພຣະອົງໄວ້ດວ້ຍຜ້າອ້ອມ ແລະວາງພຣະອົງໄວ້ໃນຮາງຫຍ້າ, ເພາະບໍ່ມີບ່ອນຫວ່າງສຳລັບພວກເຂົາໃນໂຮງແຮມ.
|
||
|
||
\s5
|
||
\v 8 ມີພວກລ້ຽງແກະໃນແຖບນັ້ນ ກຳລັງລ້ຽງຝູງແກະຂອງເຂົາຢູ່ທົ່ງຫຍ້າ, ໃນເວລາກາງຄືນ.
|
||
\v 9 ທູດສະຫວັນຕົນຫນຶ່ງຂອງອົງພຣະຜູ້ເປັນເຈົ້າໄດ້ມາປະກົດແກ່ເຂົາ, ຣັດສະຫມີຂອງອົງພຣະຜູ້ເປັນເຈົ້າໄດ້ສ່ອງຮອບພວກເຂົາ, ແລະ ພວກເຂົາກໍເຕັມໄປດ້ວຍຄວາມສະທ້ານໃຈຫລາຍ.
|
||
|
||
\s5
|
||
\v 10 ແລ້ວທູດສະຫວັນຕົນນັ້ນຈິ່ງໄດ້ກ່າວແກ່ພວກເຂົາວ່າ, “ຢ່າຊູ່ຢ້ານເລີຍ, ເພາະເຮົານຳເອົາຂ່າວດີມາໃຫ້ພວກເຈົ້າຮູ້ ຊຶ່ງເປັນທີ່ຈະນຳຄວາມຊື່ນຊົມຍິນດີອັນໃຫຍ່ຫລວງມາສູ່ພົນລະເມືອງທັງໝົດ.
|
||
\v 11 ມື້ນີ້ພຣະຜູ້ຊົງໂຜດໃຫ້ພົ້ນອົງຫນຶ່ງມາບັງເກີດສຳລັບເຈົ້າທັງຫລາຍໃນຄອບຄົວຂອງດາວິດ! ພຣະອົງຊົງເປັນພຣະຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ!
|
||
\v 12 ນີ້ຈະເປັນຫມາຍສຳຄັນແກ່ເຈົ້າທັງຫລາຍຄື: ພວກເຈົ້າຈະໄດ້ພົບກຸມມານຕົນຫນຶ່ງພັນດ້ວຍຜ້າອ້ອມ ແລະ ນອນຢູ່ໃນຮາງຫຍ້າ.”
|
||
|
||
\s5
|
||
\v 13 ໃນທັນໃດນັ້ນ ກໍມີກອງທັບຈາກສະຫວັນຈຳນວນຫລວງຫລາຍ ໄດ້ມາສັນຣະເສີນພຣະເຈົ້າຮ່ວມກັບທູດສະຫວັນນັ້ນ ແລະ ໄດ້ກ່າວວ່າ.
|
||
\v 14 “ພຣະຣັດສະຫມີຈົ່ງມີແດ່ພຣະເຈົ້າໃນທີ່ສູງສຸດ, ແລະ ສັນຕິສຸກຈົ່ງບັງເກີດທີ່ແຜ່ນດິນໂລກ ແກ່ມະນຸດທັງປວງທີ່ພຣະອົງຊົງຊອບພຣະທັຍ.”
|
||
|
||
\s5
|
||
\v 15 ເມື່ອທູດສະຫວັນເຫລົ່ານັ້ນໄດ້ໄປຈາກພວກເຂົາຂຶ້ນສູ່ສະຫວັນແລ້ວ, ພວກລ້ຽງແກະໄດ້ເວົ້າຕໍ່ກັນວ່າ, “ໃຫ້ເຮົາໄປທີ່ເມືອງເບັດເລເຮັມເທາະ, ແລະ ເພື່ອໄປເບິ່ງເຫດການທີ່ເກີດຂຶ້ນ, ຊຶ່ງອົງພຣະຜູ້ເປັນເຈົ້າໄດ້ຊົງແຈ້ງແກ່ເຮົານັ້ນ.”
|
||
\v 16 ພວກເຂົາກໍຮີບໄປແລ້ວພົບມາຣີອາ ກັບ ໂຢເຊັບ ແລະ ໄດ້ເຫັນພຣະກຸມມານນັ້ນນອນຢູ່ໃນຮາງຫຍ້າ.
|
||
|
||
\s5
|
||
\v 17 ຫລັງຈາກທີ່ພວກເຂົາໄດ້ເຫັນພຣະອົງ ແລ້ວ, ພວກເຂົາກໍເລົ່າເລື່ອງທີ່ເຂົາໄດ້ຍິນເຖິງກຸມມານນັ້ນ.
|
||
\v 18 ທຸກຄົນທີ່ໄດ້ຍິນເລື່ອງລາວທີ່ພວກຄົນລ້ຽງແກະເລົ່າໃຫ້ຟັງກໍພາກັນປະຫລາດໃຈ.
|
||
\v 19 ແຕ່ຝ່າຍມາຣີອາກໍຄຶດຮ່ຳເພິງກຽ່ວກັບທຸກສິ່ງທີ່ນາງໄດ້ຍິນ ແລະ ເກັບຮັກສາເລື່ອງນັ້ນໄວ້ໃນໃຈ.
|
||
\v 20 ພວກຄົນລ້ຽງແກະຈິ່ງກັບໄປ ຍ້ອງຍໍສັນຣະເສີນພຣະເຈົ້າ, ສຳລັບເຫດການທັງປວງທີ່ເຂົາໄດ້ເຫັນ, ແລະໄດ້ຍິນ ແລະໄດ້ເຫັນ ຕາມທີ່ໄດ້ບອກໄວ້ກັບເຂົານັ້ນ.
|
||
|
||
\s5
|
||
\v 21 ເມື່ອຄົບແປດວັນແລ້ວ ເຊິ່ງເປັນວັນທີ່ພຣະອົງໄດ້ເຂົ້າພິທີຕັດ, ເຂົາຈິ່ງໃສ່ຊື່ພຣະອົງນັ້ນວ່າ ເຢຊູ ເຊິ່ງເປັນຊື່ຕາມທີ່ທູດສະຫວັນໄດ້ບອກໄວ້ກ່ອນ ທີ່ພຣະອົງຈະປະຕິສົນທິໃນທ້ອງ.
|
||
|
||
\s5
|
||
\v 22 ເມື່ອເຖິງເວລາທີ່ຈະທຳພິທີຊຳຣະຕົວໃຫ້ສະອາດຕາມພຣະບັນຍັດຂອງໂມເຊແລ້ວ, ໂຢເຊັບແລະ ມາຣີອາໄດ້ນຳພຣະອົງໄປຍັງພຣະວິຫານໃນນະຄອນເຢຣູຊາເລັມ ເພື່ອຖວາຍແດ່ອົງພຣະຜູ້ເປັນເຈົ້າ.
|
||
\v 23 ຕາມທີ່ຂຽນໄວ້ແລ້ວໃນພຣະບັນຍັດຂອງອົງພຣະຜູ້ເປັນເຈົ້າວ່າ, “ລູກຊາຍກົກທຸກຄົນທີ່ເກີດຈາກທ້ອງແມ່ ຈະຕ້ອງມອບຖວາຍແດ່ອົງພຣະຜູ້ເປັນເຈົ້າ.”
|
||
\v 24 ດັ່ງນັ້ນ ພວກເຂົາຈິ່ງຖວາຍເຄື່ອງບູຊາຕາມທີ່ຊົງກ່າວໄວ້ແລ້ວໃນພຣະບັນຍັດຂອງອົງພຣະຜູ້ເປັນເຈົ້າ ຄື “ນົກເຂົາຄູ່ຫນຶ່ງຫລືນົກກາງແກຫນຸ່ມສອງໂຕ.”
|
||
|
||
\s5
|
||
\v 25 ນີ້ແຫລະ, ມີຊາຍຄົນຫນຶ່ງຢູ່ໃນກຸງເຢຣູຊາເລັມຊື່ ຊິເມໂອນ ຊາຍຄົນນີ້ເປັນຄົນສິນທັມແລະຢຳເກງພຣະເຈົ້າ ເພິ່ນໄດ້ຄອຍຖ້າຜູ້ທີ່ຈະບັນເທົາທຸກຂອງຄົນອິສຣາເອນ ແລະ ພຣະວິນຍານບໍຣິສຸດຊົງສະຖິດຢູ່ກັບເພິ່ນ.
|
||
\v 26 ພຣະວິນຍານບໍຣິສຸດໄດ້ຊົງສຳແດງເປີດເຜີຍ ແກ່ເພິ່ນແລ້ວວ່າ, ເພິ່ນຈະບໍ່ຕາຍຈົນກວ່າຈະໄດ້ເຫັນພຣະຄຣິດເຈົ້າຜູ້ມາຈາກອົງພຣະຜູ້ເປັນເຈົ້າ.
|
||
|
||
\s5
|
||
\v 27 ຊິເມໂອນໄດ້ເຂົ້າໄປໃນບໍຣິເວນພຣະວິຫານໂດຍພຣະວິນຍານບໍຣິສຸດຊົງນຳ. ເມື່ອບິດາມານດາໄດ້ນຳເອົາພຣະກຸມມານເຢຊູເຂົ້າໄປ ເພື່ອທຳຕາມທຳນຽມປະຕິບັດຂອງພຣະບັນຍັດ.
|
||
\v 28 ຊິເມໂອນໄດ້ອູ້ມເອົາກຸມມານໄວ້ໃນອ້ອມແຂນ ແລະ ສັນຣະເສີນພຣະເຈົ້າ ແລະ ກ່າວວ່າ.
|
||
\v 29 “ຂ້າແດ່ພຣະອົງເຈົ້າ ບັດນີ້ພຣະອົງໄດ້ຊົງໃຫ້ຂ້ອຍໃຊ້ຂອງພຣະອົງໄປເປັນສຸກ ຕາມພຣະທັມຂອງພຣະອົງເຖີດ."
|
||
|
||
\s5
|
||
\v 30 ເພາະວ່າຕາຂ້າພຣະອົງໄດ້ເຫັນຄວາມລອດພົ້ນຂອງພຣະອົງແລ້ວ,
|
||
\v 31 ຊຶ່ງພຣະອົງໄດ້ຊົງຈັດຕຽມໄວ້ ສຳລັບຄົນໃນຍຸກນີ້.
|
||
\v 32 ແສງສະຫວ່າງແຫ່ງການເປີດເຜີຍທີ່ມາເຖິງບັນດາປະຊາຊາດ ແລະ ພຣະສະຫງ່າຣາສີທີ່ມີແກ່ພວກອິສຣາເອນ ປະຊາຊົນຂອງພຣະອົງ.”
|
||
|
||
\s5
|
||
\v 33 ບິດາມານດາຂອງພຣະກຸມມານກໍປະຫລາດໃຈໃນຖ້ອຍຄຳທີ່ຊິເມໂອນໄດ້ກ່າວເຖິງພຣະກຸມມານນັ້ນ.
|
||
\v 34 ຊິເມໂອນໄດ້ອວຍພອນແກ່ພວກເຂົາ ແລະ ໄດ້ກ່າວແກ່ມາຣີອາມານດາຂອງພຣະກຸມມານ ວ່າ, “ເບິ່ງແມ, ເດັກນ້ອຍຄົນນີ້ໄດ້ຮັບການແຕ່ງຕັ້ງໄວ້ ແລະ ເພື່ອເຮັດໃຫ້ຫລາຍຄົນໃນພວກອິສຣາເອນລົ້ມລົງ ແລະ ຍົກຊູຂຶ້ນ ແລະ ເພື່ອເປັນຫມາຍສຳຄັນທີ່ຖືກກ່າວປະຕິເສດ.
|
||
\v 35 ແລະ ດາບຈະແທງທະລຸຈິດໃຈຂອງທ່ານ ເພື່ອທີ່ຄວາມຄຶດໃນໃຈຂອງຄົນຈຳນວນຫລວງຫລາຍ ຈະຖືກປະກົດແຈ້ງອອກມາ.”
|
||
|
||
\s5
|
||
\v 36 ຍັງມີຫມໍທຳນວາຍຍິງຄົນຫນຶ່ງຊື່ ອານາ. ນາງເປັນລູກຂອງຟານູເອັນໃນເຜົ່າອາເຊ. ນາງເປັນຄົນແກ່ຊະຣາຫລາຍແລ້ວ ນາງຢູ່ກິນນຳສາມີເປັນເວລາເຈັດປີ ຫລັງຈາກທີ່ເປັນສາວປອດ.
|
||
\v 37 ແລ້ວກໍເປັນຫມ້າຍເປັນເວລາແປດສິບສີ່ປີ ນາງບໍ່ເຄີຍອອກຈາກບໍຣິເວນພຣະວິຫານ ແຕ່ໄດ້ຢູ່ປະຕິບັດພຣະເຈົ້າດ້ວຍການຖືສິນອົດອາຫານ ແລະໄຫວ້ວອນທັງກາງເວັນແລະກາງຄືນ.
|
||
\v 38 ໃນຂະນະນັ້ນ ນາງໄດ້ເຂົ້າມາຫາພວກເຂົາແລະໂມທະນາພຣະຄຸນພຣະເຈົ້າ ແລະນາງໄດ້ບອກກ່ຽວກັບພຣະກຸມມານໃຫ້ຄົນທັງປວງທີ່ກຳລັງຄອຍຖ້າການຊົງໄຖ່ໃຫ້ພົ້ນ ຂອງນະຄອນເຢຣູຊາເລັມ.
|
||
|
||
\s5
|
||
\v 39 ເມື່ອພວກເພິ່ນໄດ້ເຮັດສຳເລັດທຸກສິ່ງຕາມພຣະບັນຍັດຂອງພຣະຜູ້ເປັນເຈົ້າກຳນົດໃຫ້ເຮັດ ພວກເພິ່ນກໍໄດ້ກັບເມືອຍັງເມືອງນາຊາເຣັດ ແຂວງຄາລີເລບ້ານເກີດເມືອງນອນຂອງຕົນ.
|
||
\v 40 ພຣະກຸມມານນັ້ນກໍໃຫຍ່ຂຶ້ນ ແລະ ແຂງແຮງ, ເຕັມໄປດ້ວຍສະຕິປັນຍາ, ແລະ ພຣະຄຸນຂອງພຣະເຈົ້າກໍສະຖິດຢູ່ເຫນືອພຣະອົງ.
|
||
|
||
\s5
|
||
\v 41 ຝ່າຍບິດາມານດາຂອງພຣະອົງ ເຄີຍໄດ້ໄປຮ່ວມເທສະການປັດສະຄາ ທີ່ນະຄອນເຢຣູຊາເລັມທຸກປີ.
|
||
\v 42 ເມື່ອພຣະອົງມີອາຍຸສິບສອງປີ ພວກເພິ່ນກໍພາພຣະອົງຂຶ້ນໄປຮ່ວມເທສະການປັດສະຄານັ້ນອີກຄັ້ງຫນຶ່ງ.
|
||
\v 43 ຫລັງຈາກທີ່ພວກເພິ່ນຢູ່ຄົບກຳນົດວັນປັດສະຄານັ້ນແລ້ວ ພວກເພິ່ນກໍເລີ່ມເດີນທາງກັບບ້ານ ແຕ່ພຣະເຢຊູເຈົ້າກໍຍັງຄ້າງຢູ່ທີ່ນະຄອນເຢຣູຊາເລັມ ແຕ່ບິດາມານດາຂອງພຣະອົງບໍ່ຮູ້.
|
||
\v 44 ພວກເພິ່ນທັງສອງຄິດວ່າພຣະອົງຢູ່ນຳກຸ່ມຄົນທີ່ເດີນທາງມາດ້ວຍກັນກັບພວກເພິ່ນ ດັ່ງນັ້ນເມື່ອພວກເພິ່ນເດີນທາງກັບໄປໄດ້ມື້ຫນຶ່ງ. ຈິ່ງໄດ້ເລີ່ມຕົ້ນຊອກຫາພຣະອົງໃນຫມູ່ພີ່ນ້ອງ ແລະ ຫມູ່ເພື່ອນ ຂອງພວກເພິ່ນ.
|
||
|
||
\s5
|
||
\v 45 ເມື່ອພວກເພິ່ນບໍ່ພົບພຣະອົງ, ພວກເພິ່ນຈິ່ງກັບຄືນໄປທີ່ນະຄອນເຢຣູຊາເລັມ ແລະ ຊອກຫາພຣະອົງທີ່ນັ້ນ.
|
||
\v 46 ຫລັງຈາກນັ້ນສາມວັນ ພວກເພິ່ນກໍພົບພຣະອົງນັ່ງຢູ່ໃນບໍຣິເວນພຣະວິຫານ ທ່າມກາງພວກອາຈານ ກຳລັງຟັງແລະຖາມຄຳຖາມພວກອາຈານເຫລົ່ານັ້ນຢູ່.
|
||
\v 47 ຄົນທັງປວງທີ່ໄດ້ຍິນກໍປະຫລາດໃຈໃນສະຕິປັນຍາແລະ ຄຳຕອບຂອງພຣະອົງ.
|
||
|
||
\s5
|
||
\v 48 ເມື່ອພວກເພິ່ນເຫັນພຣະອົງ, ພວກເພິ່ນກໍອັດສະຈັນໃຈ. ມານດາຂອງພຣະອົງຈິ່ງກ່າວກັບພຣະອົງວ່າ, “ລູກເອີຍ, ເປັນຫຍັງເຈົ້າຈິ່ງເຮັດຢ່າງນີ້ແກ່ເຮົາ? ຟັງເດີ, ພໍ່ກັບແມ່ໄດ້ຊອກຫາເຈົ້າດ້ວຍຄວາມທຸກໃຈຫລາຍ.”
|
||
\v 49 ຝ່າຍພຣະອົງກໍຕອບພວກເພິ່ນວ່າ, “ພວກທ່ານຊອກຫາເຮົາເຮັດຫຍັງ? ພວກທ່ານຍັງບໍ່ຮູ້ ຫລື ວ່າ ເຮົາຕ້ອງຢູ່ໃນທີ່ສະຖິດແຫ່ງພຣະບິດາຂອງເຮົາ.”
|
||
\v 50 ແຕ່ພວກເຂົາບໍ່ໄດ້ເຂົ້າໃຈຄຳຕອບເຫລົ່ານັ້ນວ່າພຣະອົງຫມາຍເຖິງຫຍັງ.
|
||
|
||
\s5
|
||
\v 51 ແລ້ວພຣະອົງກໍກັບໄປຍັງເມືອງນາຊາເຣັດພ້ອມກັບພວກເພິ່ນ ແລະ ເຊື່ອຟັງພວກເພິ່ນ. ສ່ວນມານດາຂອງພຣະອົງກໍເກັບຮັກສາເລື່ອງທັງຫລາຍນີ້ໄວ້ໃນໃຈ.
|
||
\v 52 ແຕ່ພຣະເຢຊູເຈົ້າກໍໄດ້ຈະເຣີນຂຶ້ນໃນດ້ານສະຕິປັນຍາ, ແລະ ດ້ານຮ່າງກາຍ, ແລະ ເປັນທີ່ພໍພຣະທັຍຕໍ່ພຣະເຈົ້າ ແລະຕໍ່ມະນຸດ.
|
||
|
||
\s5
|
||
\c 3
|
||
\cl ບົດທີ 3
|
||
\p
|
||
\v 1 ໃນປີທີສິບຫ້າໃນຣາຊການຂອງຈັກກະພັດຕີເບຣິໂອ - ຂະນະທີ່ ປົນຕີໂອປີລາດ ເປັນຜູ້ປົກຄອງແຂວງຢູດາຍ, ເຮໂຣດເປັນຜູ້ປົກຄອງແຂວງຄາລີເລ, ນ້ອງຊາຍຂອງເຮໂຣດຄື ຟີລິບ ເປັນຜູ້ປົກຄອງແຂວງອີຕູຣາຍແລະທຣາໂຄນິດ, ລີຊາເນຍເປັນຜູ້ປົກຄອງແຂວງອາບີເລັນ.
|
||
\v 2 ໃນສະໄຫມຂອງມະຫາປະໂຣຫິດອັນນາ ແລະ ກາຢະຟາມີພຣະທັມຂອງພຣະເຈົ້າໄດ້ມາເຖິງໂຢຮັນບຸດເຊກາຣີຢາໃນຖິ່ນແຫ້ງແລ້ງກັນດານ.
|
||
|
||
\s5
|
||
\v 3 ໂຢຮັນໄດ້ໄປທົ່ວເຂດອ້ອມແອ້ມແມ່ນ້ຳຈໍແດນ, ປະກາດບັບຕິສະມາ ສະແດງການຖິ້ມໃຈເກົ່າເອົາໃຈໃຫມ່ ເພື່ອຮັບການຍົກໂທດຍົກຄວາມຜິດບາບເສຍ.
|
||
|
||
\s5
|
||
\v 4 ຕາມທີ່ຂຽນໄວ້ແລ້ວໃນຫນັງສືຖ້ອຍຄຳຂອງເອຊາຢາຜູ້ປະກາດພຣະທັມວ່າ,“ມີສຽງຫນຶ່ງຮ້ອງໃນຖິ່ນແຫ້ງແລ້ງກັນດານວ່າ ‘ທ່ານຄວນຈັດແຈງທາງຂອງອົງພຣະຜູ້ເປັນເຈົ້າໃຫ້ພ້ອມ, ທ່ານຄວນເຮັດຫົນທາງຂອງພຣະອົງໃຫ້ຊື່ໄປ.
|
||
|
||
\s5
|
||
\v 5 ຮ່ອມທຸກຮ່ອມຈະໄດ້ຖົມໃຫ້ເຕັມ, ພູເຂົາແລະໂນນພູທຸກຫນ່ວຍຈະເຮັດໃຫ້ຕ່ຳລົງສະເຫມີກັນ, ທາງຄົດຈະເຮັດໃຫ້ຊື່ແລະທາງມີຕໍກໍຈະເຮັດໃຫ້ກ້ຽງ.
|
||
\v 6 ມະນຸດທັງປວງຈະໄດ້ເຫັນການຊົງຊ່ວຍຂອງພຣະເຈົ້າ’.”
|
||
|
||
\s5
|
||
\v 7 ໂຢຮັນຈິ່ງກ່າວແກ່ປະຊາຊົນກຸ່ມໃຫຍ່ທີ່ອອກມາຮັບບັບຕິສະມາຈາກຕົນວ່າ, “ໂອ ອ້າຍຊາດງູຮ້າຍເອີຍ! ໃຜໄດ້ບອກສູໃຫ້ປົບຫນີຈາກພຣະພິໂຣດແລະໂທດທີ່ກຳລັງຈະມາເຖິງ?
|
||
|
||
\s5
|
||
\v 8 ເຫດສັນນັ້ນ, ຈົ່ງສະແດງໃຫ້ເຫັນຜົນຂອງການຖິ້ມໃຈເກົ່າເອົາໃຈໃຫມ່, ຢ່າຕັ້ງນຶກໃນໃຈເອົາເອງວ່າ ‘ພວກເຮົາມີອັບຣາຮາມເປັນບິດາ’ ເພາະເຮົາບອກເຈົ້າທັງຫລາຍວ່າພຣະເຈົ້າຊົງຣິດອາດຈະບັນດານໃຫ້ລູກຫລານທັງຫຼາຍເກີດແກ່ອັບຣາຮາມຈາກກ້ອນຫີນເຫລົ່ານີ້ກໍໄດ້.
|
||
|
||
\s5
|
||
\v 9 ບັດນີ້ຂວານກໍວາງໄວ້ທີ່ເຫງົ້າຕົ້ນໄມ້ແລ້ວ ດັ່ງນັ້ນໄມ້ທຸກຕົ້ນທີ່ບໍ່ເກີດຜົນດີ ກໍຈະຖືກປ້ຳແລະໂຍນຖິ້ມລົງໃສ່ໄຟ.”
|
||
|
||
\s5
|
||
\v 10 ດັ່ງນັ້ນປະຊາຊົນຈິ່ງຖາມໂຢຮັນວ່າ, “ຖ້າດັ່ງນັ້ນພວກເຮົາເຮັດແນວໃດ?”
|
||
\v 11 ເພິ່ນໄດ້ຕອບພວກເຂົາວ່າ, “ຫາກຜູ້ໃດທີ່ມີເສື້ອສອງໂຕ ເຈົ້າຈົ່ງປັນໃຫ້ຜູ້ບໍ່ມີ ແລະຜູ້ທີ່ມີອາຫານກໍຄວນແບ່ງເຊັ່ນດຽວກັນ.”
|
||
|
||
\s5
|
||
\v 12 ພວກຄົນເກັບພາສີກໍໄດ້ມາຮັບບັບຕິສະມາເຫມືອນກັນ ແລະພວກເຂົາຖາມເພິ່ນວ່າ, “ອາຈານເອີຍ, ພວກຂ້ານ້ອຍຄວນຈະເຮັດຢ່າງໃດ?”
|
||
\v 13 ເພິ່ນຕອບເຂົາວ່າ, “ຢ່າໄດ້ເກັບພາສີເກີນອັດຕາທີ່ພວກທ່ານໄດ້ຮັບຄຳສັ່ງໃຫ້ເກັບ.”
|
||
|
||
\s5
|
||
\v 14 ມີທະຫານບາງຄົນກໍຖາມເພິ່ນເຫມືອນກັນວ່າ, “ແລ້ວພວກຂ້ານ້ອຍເດ? ພວກເຮົາຕ້ອງເຮັດແນວໃດ?” ເພິ່ນຈິ່ງຕອບເຂົາວ່າ, “ຢ່າຂົ່ມເຫັງເອົາເງິນຈາກຜູ້ໃດ, ຢ່າຫາຄວາມບໍ່ຈິງໃສ່ໃຜ. ຈົ່ງພໍໃຈໃນຄ່າຈ້າງທີ່ພວກທ່ານໄດ້ຮັບ.”
|
||
|
||
\s5
|
||
\v 15 ຂະນະທີ່ປະຊາຊົນກຳລັງຄາດຫວັງຢ່າງແຮງກ້າວ່າພຣະຄຣິດຈະສະເດັດມາ, ທຸກຄົນກໍຄຶດໃນໃຈວ່າໂຢຮັນອາດຈະເປັນພຣະຄຣິດ.
|
||
\v 16 ໂຢຮັນຈິ່ງໄດ້ຕອບພວກເຂົາວ່າທຸກຄົນວ່າ, “ຝ່າຍເຮົາ, ເຮົາໃຫ້ເຈົ້າທັງຫລາຍຮັບບັບຕິສະມາໃນນ້ຳກໍຈິງ, ແຕ່ມີທ່ານຜູ້ຫນຶ່ງຈະສະເດັດມາເປັນຜູ້ມີຣິອຳນາດກວ່າເຮົາອີກ, ຊຶ່ງເຮົາບໍ່ສົມຄວນແມ່ນແຕ່ຈະແກ້ສາຍຮັດເກີບຂອງພຣະອົງ, ພຣະອົງຈະໃຫ້ພວກເຈົ້າຮັບບັບຕິສະມາໃນພຣະວິນຍານບໍຣິສຸດແລະໃນໄຟ.
|
||
|
||
\s5
|
||
\v 17 ດົ້ງຝັດເຂົ້າຂອງພຣະອົງກໍຢູ່ໃນມືພຣະອົງແລ້ວ ເພື່ອຊຳຣະລານເຂົ້າຂອງພຣະອົງໃຫ້ກ້ຽງດີ ແລະ ເພື່ອແຍກເຂົ້າເມັດດີໃສ່ໄວ້ໃນເລົ້າຂອງພຣະອົງ ແຕ່ພຣະອົງຈະຊົງເຜົາເຂົ້າລີບດ້ວຍໄຟທີ່ບໍ່ຮູ້ມອດ.”
|
||
|
||
\s5
|
||
\v 18 ໂຢຮັນໃຊ້ການກະຕຸ້ນເຕືອນຫລາຍປະການ ໃນການປະກາດຂ່າວປະເສີດແກ່ປະຊາຊົນ.
|
||
\v 19 ເມື່ອເຮໂຣດຜູ້ປົກຄອງເມືອງ, ເມື່ອຖືກໂຢຮັນກ່າວຕິຕຽນເພາະເລື່ອງນາງ ເຮໂຣເດຍ ພັນຣະຍານ້ອງຊາຍຂອງຕົນ ແລະ ເພາະການຊົ່ວທັງຫລາຍທີ່ເຮໂຣດໄດ້ເຮັດນັ້ນ.
|
||
\v 20 ເຮໂຣດຍັງເຮັດການຊົ່ວນີ້ເພີ່ມກັບການທີ່ຕົນໄດ້ເຮັດມາແລ້ວ ຄືໄດ້ຈັບໂຢຮັນຂັງໄວ້ໃນຄຸກ.
|
||
|
||
\s5
|
||
\v 21 ຢູ່ມາເມື່ອຄົນທັງປວງໄດ້ຮັບບັບຕິສະມາ, ພຣະເຢຊູເຈົ້າກໍຊົງຮັບບັບຕິສະມາເຫມືອນກັນ, ແລະ ຂະນະທີ່ພຣະອົງກຳລັງອະທິຖານຢູ່ ທ້ອງຟ້າກໍໄຂອອກ.
|
||
\v 22 ແລະ ພຣະວິນຍານບໍຣິສຸດ ຊົງຮູບເຫມືອນນົກເຂົາໄດ້ສະເດັດລົງມາສະຖິດຢູ່ເທິງພຣະອົງ ແລະມີພຣະສຸຣະສຽງອອກມາຈາກຟ້າສະຫວັນວ່າ, “ທ່ານຜູ້ນີ້ເປັນບຸດທີ່ຮັກຂອງເຮົາ ໆຊອບໃຈຫລາຍໃນທ່ານ.”
|
||
|
||
\s5
|
||
\v 23 ພຣະເຢຊູເຈົ້າຊົງຕັ້ງຕົ້ນປະຕິບັດພາຣະກິດຂອງພຣະອົງ ເມື່ອພຣະອົງມີອາຍຸປະມານສາມສິບປີ (ຕາມຄວາມ ເຂົ້າໃຈຂອງຄົນທັງຫລາຍ ພວກເຂົາຄິດວ່າ) ພຣະອົງເປັນບຸດຂອງໂຢເຊັບ, ໂຢເຊັບເປັນບຸດຂອງເຮລີ.
|
||
\v 24 ເຮລີເປັນບຸດຂອງມັດທາດ, ມັດທາດເປັນບຸດຂອງເລວີ, ເລວີເປັນບຸດຂອງເມລະຂີ, ເມລະຂີເປັນບຸດຂອງຢັນນາ, ຢັນນາເປັນບຸດຂອງໂຢເຊັບ.
|
||
|
||
\s5
|
||
\v 25 ໂຢເຊັບເປັນບຸດຂອງມັດຕາເທຍ, ມັດຕາເທຍເປັນບຸດຂອງອາໂມ, ອາໂມເປັນບຸດຂອງນາຮູມ, ນາຮູມເປັນບຸດຂອງເອຊະລີ, ເອຊະລີເປັນບຸດຂອງນາຄາຍ.
|
||
\v 26 ນາຄາຍເປັນບຸດຂອງມາອາດ, ມາອາດເປັນບຸດຂອງມັດຕາເທຍ, ມັດຕາເທຍເປັນບຸດຂອງເຊເມອີນ, ເຊເມອີນເປັນບຸດຂອງໂຢເຊັກ, ໂຢເຊັກເປັນບຸດຂອງໂຢດາ.
|
||
|
||
\s5
|
||
\v 27 ໂຢດາເປັນບຸດຂອງໂຢຮານັນ, ໂຢຮານັນເປັນບຸດຂອງເຣສາ, ເຣສາເປັນບຸດຂອງເຊຣຸບບາເບນ, ເຊຣຸບບາເບນເປັນບຸດຂອງເຊອານຕີເອນ, ເຊອານຕີເອນເປັນບຸດຂອງເນຣີ.
|
||
\v 28 ເນຣີເປັນບຸດຂອງເມລະຂີ, ເມລະຂີເປັນບຸດຂອງອັດດີ, ອັດດີເປັນບຸດຂອງໂກຊາມ, ໂກຊາມເປັນບຸດຂອງເອັນມາດາມ, ເອັນມາດາມເປັນບຸດຂອງເອຣະ.
|
||
\v 29 ເອຣະເປັນບຸດຂອງໂຢຊວຍ, ໂຢຊວຍເປັນບຸດຂອງເອລີເອເຊ, ເອລີເອເຊເປັນບຸດຂອງໂຢຣີມ, ໂຢຣີມເປັນບຸດຂອງມັດທາດ, ມັດທາດເປັນບຸດຂອງເລວີ.
|
||
|
||
\s5
|
||
\v 30 ເລວີເປັນບຸດຂອງຊິມີໂອນ, ຊິມີໂອນເປັນບຸດຂອງຢູດາ, ຢູດາເປັນບຸດຂອງໂຢເຊັບ, ໂຢເຊັບເປັນບຸດຂອງໂຢນາມ, ໂຢນາມເປັນບຸດຂອງເອລີຢາກີມ.
|
||
\v 31 ເອລີຢາກີມເປັນບຸດຂອງເມເລອາ, ເມເລອາເປັນບຸດຂອງເມັນນາ, ເມັນນາເປັນບຸດຂອງມັດຕາທາ, ມັດຕາທາເປັນບຸດຂອງນາທານ, ນາທານເປັນບຸດຂອງດາວິດ.
|
||
\v 32 ດາວິດເປັນບຸດຂອງເຢຊີ, ເຢຊີເປັນບຸດຂອງໂອເບັດ, ໂອເບັດເປັນບຸດຂອງໂບອາດ, ໂບອາດເປັນບຸດຂອງສານໂມນ, ສານໂມນເປັນບຸດຂອງນາໂຊນ.
|
||
|
||
\s5
|
||
\v 33 ນາໂຊນເປັນບຸດຂອງອຳມີນາດາບ, ອຳມີນາດາບເປັນບຸດຂອງອັດມີນ, ອັດມີນເປັນບຸດຂອງອານີ, ອານີເປັນບຸດຂອງເຮຊະໂຣນ, ເຮຊະໂຣນເປັນບຸດຂອງເປເຣັດ, ເປເຣັດເປັນບຸດຂອງຢູດາ.
|
||
\v 34 ຢູດາເປັນບຸດຂອງຢາໂຄບ, ຢາໂຄບເປັນບຸດຂອງອີຊາກ, ອີຊາກເປັນບຸດຂອງອັບຣາຮາມ, ອັບຣາຮາມເປັນບຸດຂອງເຕຣາ, ເຕຣາເປັນບຸດຂອງນາໂຮ.
|
||
\v 35 ນາໂຮເປັນບຸດຂອງເສຣຸກ, ເສຣຸກເປັນບຸດຂອງເຣອູ, ເຣອູເປັນບຸດຂອງເປເລັກ, ເປເລັກເປັນບຸດຂອງເອເບ, ເອເບເປັນບຸດຂອງເຊລາ.
|
||
|
||
\s5
|
||
\v 36 ເຊລາເປັນບຸດຂອງກາຍນານ, ກາຍນານເປັນບຸດຂອງອາກປັກຊາດ, ອາກປັກຊາດເປັນບຸດຂອງເຊມ, ເຊມເປັນບຸດຂອງໂນອາ, ໂນອາເປັນບຸດຂອງລາເມັກ.
|
||
\v 37 ລາເມັກເປັນບຸດຂອງເມທູເຊລາ, ເມທູເຊລາເປັນບຸດຂອງເອໂນກ, ເອໂນກເປັນບຸດຂອງຢາເຣັດ, ຢາເຣັດເປັນບຸດຂອງມະຫາລາເລນ, ມະຫາລາເລນເປັນບຸດຂອງເກນານ.
|
||
\v 38 ເກນານເປັນບຸດຂອງເອໂນດ, ເອໂນດເປັນບຸດຂອງເຊດ, ເຊດເປັນບຸດຂອງອາດາມ, ອາດາມເປັນບຸດພຣະເຈົ້າ.
|
||
|
||
\s5
|
||
\c 4
|
||
\cl ບົດທີ 4
|
||
\p
|
||
\v 1 ຈາກນັ້ນ ພຣະເຢຊູຊົງເຈົ້າເຕັມໄປດ້ວຍພຣະວິນຍານບໍຣິສຸດ ໄດ້ສະເດັດກັບຈາກແມ່ນ້ຳຈໍແດນ ແລະພຣະວິນຍານບໍຣິສຸດເຈົ້າໄດ້ຊົງນຳພຣະອົງໄປໃນຖິ່ນແຫ້ງແລ້ງກັນດານ.
|
||
\v 2 ທີ່ຊຶ່ງພຣະອົງຖືກມານຮ້າຍທົດລອງເປັນເວລາສີ່ສິບວັນ. ໃນວັນເວລານັ້ນພຣະອົງບໍ່ໄດ້ຮັບປະທານສິ່ງໃດ ເມື່ອເວລາແຫ່ງການທົດລອງສິ້ນສຸດ ພຣະອົງຊົງຢາກອາຫານ.
|
||
|
||
\s5
|
||
\v 3 ມານຮ້າຍໄດ້ທູນພຣະອົງວ່າ, “ຖ້າທ່ານເປັນພຣະບຸດຂອງພຣະເຈົ້າ ຈົ່ງສັ່ງຫີນກ້ອນນີ້ໃຫ້ກາຍເປັນເຂົ້າຈີ່.”
|
||
\v 4 ພຣະເຢຊູເຈົ້າຊົງຕອບມັນວ່າ, “ມີພຣະຄັມພີຂຽນໄວ້ວ່າ ‘ມະນຸດຈະບໍ່ລ້ຽງຊີວິດພຽງອາຫານສິ່ງດຽວກໍບໍ່ໄດ້’.”
|
||
|
||
\s5
|
||
\v 5 ຈາກນັ້ນມານຮ້າຍໄດ້ນຳພຣະເຢຊູເຈົ້າຂຶ້ນເມືອທີ່ສູງ ແລະສະແດງບັນດາຣາຊະອານາຈັກຕ່າງໆຂອງໂລກໃຫ້ພຣະອົງເຫັນໃນຊົ່ວຂະນະຫນຶ່ງ.
|
||
\v 6 ມານໄດ້ທູນພຣະອົງວ່າ, “ເຮົາຈະມອບຣິດອຳນາດທຸກຢ່າງແກ່ທ່ານ ລວມທັງສະຫງ່າຣາສີ ເພາະວ່າອານາຈັກເຫລົ່ານີ້ໄດ້ຖືກມອບສິດໄວ້ແກ່ເຮົາປົກຄອງແລ້ວ ແລະເຮົາສາມາດມອບໃຫ້ແກ່ຜູ້ໃດກໍໄດ້.
|
||
\v 7 ດັ່ງນັ້ນ ຫາກທ່ານກົ້ມຂາບລົງໄຫວ້ເຮົາ ແລະນະມັດສະການເຮົາ ສັບພະສິ່ງນັ້ນຈະເປັນຂອງທ່ານ.”
|
||
|
||
\s5
|
||
\v 8 ແຕ່ພຣະເຢຊູເຈົ້າຊົງຕອບມານວ່າ, “ດັ່ງທີ່ມີຄຳຂຽນໄວ້ວ່າ, ‘ທ່ານຈົ່ງຂາບໄຫວ້ອົງພຣະຜູ້ເປັນເຈົ້າຂອງເຈົ້າແລະຮັບໃຊ້ພຣະອົງແຕ່ຜູ້ດຽວ’.”
|
||
|
||
\s5
|
||
\v 9 ຈາກນັ້ນມານຮ້າຍໄດ້ນຳພຣະອົງໄປຍັງນະຄອນເຢຣູຊາເລັມ ແລະນຳພຣະອົງຂື້ນໄປຢູ່ເທິງຫລັງຄາພຣະວິຫານ ແລະທູນພຣະອົງວ່າ, “ຖ້າທ່ານເປັນພຣະບຸດຂອງພຣະເຈົ້າ ຈົ່ງໂຕນລົງຈາກທີ່ນີ້.
|
||
\v 10 ເພາະວ່າມີຄຳຂຽນໄວ້ວ່າ, ‘ພຣະເຈົ້າຈະສັ່ງພວກທູດສະຫວັນຂອງພຣະອົງດູແລແລະປົກປ້ອງທ່ານ’.
|
||
\v 11 ແລະ, ‘ທູດສະຫວັນເຫລົ່ານັ້ນຈະເອົາມືຮັບທ່ານໄວ້ບໍ່ໃຫ້ຕີນຂອງທ່ານຈະຕຳຫີນ’.”
|
||
|
||
\s5
|
||
\v 12 ພຣະເຢຊູເຈົ້າຊົງຕອບມານວ່າ, “ມີຄຳກ່າວໄວ້ວ່າ, ‘ຢ່າໄດ້ທົດລອງອົງພຣະຜູ້ເປັນເຈົ້າພຣະເຈົ້າຂອງເຈົ້າ’.”
|
||
\v 13 ເມື່ອມານໄດ້ທົດລອງພຣະອົງທຸກປະການແລ້ວ ມັນກໍຫນີຈາກໄປແລະປະພຣະອົງໄວ້ຈົນກວ່າຈະມີໂອກາດອີກ.
|
||
|
||
\s5
|
||
\v 14 ຈາກນັ້ນ ພຣະເຢຊູເຈົ້າໄດ້ສະເດັດກັບຄືນແຂວງຄາລີເລ ດ້ວຍຣິດອຳນາດຂອງພຣະວິນຍານບໍຣິສຸດເຈົ້າ, ແລະ ຂ່າວເລື່ອງຂອງພຣະອົງໄດ້ຊ່າລືໄປທົ່ວດິນແດນທີ່ຢູ່ອ້ອມເຂດນັ້ນ.
|
||
\v 15 ແລະພຣະອົງເລີ້ມສັ່ງສອນໃນໂຮງທັມະສາລາຂອງພວກເຂົາແລະທຸກຄົນກໍພາກັນສັນຣະເສີນພຣະອົງ.
|
||
|
||
\s5
|
||
\v 16 ພຣະອົງໄດ້ສະເດັດມາຍັງເມືອງນາຊາເຣັດ, ເມືອງທີ່ພຣະອົງຊົງຈະເຣີນໃຫຍ່ຂຶ້ນ ພຣະອົງໄດ້ສະເດັດເຂົ້າໄປໃນໂຮງທັມະສາລາໃນວັນສະບາໂຕຕາມເຄີຍ ແລະ ຊົງຢືນຂຶ້ນເພື່ອຈະອ່ານພຣະທັມ.
|
||
\v 17 ພວກເຂົາໄດ້ຍື່ນພຣະຄັມພີມ້ວນຂອງເອຊາຢາຜູ້ປະກາດພຣະທັມໃຫ້ພຣະອົງ. ພຣະອົງຊົງພືຫນັງສືພຣະທັມມ້ວນອອກກໍພົບຂໍ້ທີ່ຂຽນໄວ້ວ່າ,
|
||
|
||
\s5
|
||
\v 18 “ພຣະວິນຍານຂອງອົງພຣະຜູ້ເປັນເຈົ້າຊົງສະຖິດຢູ່ເທິງຂ້າພຣະເຈົ້າ, ເພາະຊົງໄດ້ຫົດສົງໃຫ້ຂ້າພຣະເຈົ້າປະກາດຂ່າວປະເສີດແກ່ຄົນຍາກຈົນ. ພຣະອົງສົ່ງຂ້າພຣະເຈົ້າປະກາດອິສຣະພາບແກ່ບັນດາຊະເລີຍ ແລະເປີດຕາຄົນຕາບອດໄດ້ເຫັນຮຸ່ງອີກ, ເພື່ອປົດປ່ອຍຜູ້ຖືກບີບບັງຄັບເປັນອິສຣະ.
|
||
\v 19 ເພື່ອປະກາດປີແຫ່ງຄວາມເມດຕາຂອງອົງພຣະຜູ້ເປັນເຈົ້າ.”
|
||
|
||
\s5
|
||
\v 20 ຈາກນັ້ນພຣະອົງຊົງຮຳຫນັງສືນັ້ນສົ່ງຄືນໃຫ້ເຈົ້າຫນ້າທີ່ ແລະຊົງນັ່ງລົງ. ສາຍຕາຂອງຄົນທັງປວງໃນໂຮງທັມະສາລາກໍຫລຽວເບິ່ງພຣະອົງ.
|
||
\v 21 ພຣະອົງຈິ່ງຊົງຕັ້ງຕົ້ນກ່າວກັບພວກເຂົາວ່າ, “ພຣະຄັມພີທີ່ທ່ານໄດ້ຍິນວັນນີ້ໄດ້ສຳເລັດແລ້ວ.”
|
||
\v 22 ທຸກຄົນທີ່ຢູ່ໃນທີ່ນັ້ນເປັນພະຍານໃນສິ່ງທີ່ພຣະອົງກ່າວ ແລະຕ່າງກໍພາກັນປະຫລາດໃຈກັບຖ້ອຍຄຳແຫ່ງພຣະຄຸນ ຊຶ່ງອອກມາຈາກພຣະໂອດຂອງພຣະອົງ, ເຂົາຈິ່ງເວົ້າກັນວ່າ, “ຄົນຜູ້ນີ້ເປັນລູກຊາຍຂອງໂຢເຊັບບໍ່ແມ່ນຫລື?”
|
||
|
||
\s5
|
||
\v 23 ພຣະອົງຊົງກ່າວແກ່ເຂົາວ່າ, “ທ່ານທັງຫລາຍຄົງຈະກ່າວຄຳສຸພາສິດຂໍ້ນີ້ຕໍ່ເຮົາເປັນແນ່ວ່າ ‘ນາຍຫມໍເອີຍ, ຈົ່ງປົວຕົວເອງໃຫ້ດີເຖີດ. ອັນໃດກໍຕາມຊຶ່ງພວກເຮົາໄດ້ຍິນວ່າ ທ່ານໄດ້ກະທຳໃນເມືອງກາເປນາອູມ ກໍຈົ່ງເຮັດໃນບ້ານເກີດເມືອງນອນຂອງຕົນທີ່ນີ້ເຫມືອນກັນ.’”
|
||
\v 24 ແຕ່ພຣະອົງຊົງກ່າວອີກວ່າ, “ເຮົາບອກຄວາມຈິງວ່າກັບພວກທ່ານວ່າ ບໍ່ມີຜູ້ປະກາດພຣະທັມຄົນໃດໄດ້ຮັບຄວາມນັບຖືໃນບ້ານເກີດເມືອງນອນຂອງຕົນ.
|
||
|
||
\s5
|
||
\v 25 ແຕ່ເຮົາບອກຄວາມຈິງແກ່ພວກທ່ານວ່າ ໃນຄາວເອລີຢາ ມີແມ່ຫມ້າຍຫລາຍຄົນໃນແຜ່ນດິນອິສະຣາເອນ ຂະນະທີ່ຊົງອັດທ້ອງຟ້າເປັນເວລາສາມປີຫົກເດືອນແລະກໍເກີດການອຶດຢາກຢ່າງຫນັກທົ່ວແຜ່ນດິນ.
|
||
\v 26 ແຕ່ເອລີຢາກໍບໍ່ໄດ້ຖືກສົ່ງໄປຫາຜູ້ໃດ ຍົກເວັ້ນແຕ່ແມ່ຫມ້າຍຄົນຫນຶ່ງໃນເມືອງຊາເຣຟັດແຂວງຊີໂດນທີ່ອາໄສຢູ່ທີ່ນັ້ນ.
|
||
\v 27 ແລະມີຄົນຂີ້ທູດຫລາຍຄົນໃນແຜ່ນດິນອິດສະຣາເອນໃນຄາວຂອງເອລີຊາຜູ້ປະກາດພຣະທັມ, ແຕ່ບໍ່ມີຄົນໃດໄດ້ຮັບການຊົງຊຳຣະໃຫ້ດີສະອາດ ຍົກເວັ້ນແຕ່ ນາອາມານ ຊາວຊີເຣຍ.”
|
||
|
||
\s5
|
||
\v 28 ເມື່ອຄົນທັງປວງໃນໂຮງທັມະສາລາພາກັນເຕັມໄປດ້ວຍຄວາມຄຽດເມື່ອໄດ້ຍິນຖ້ອຍຄຳເຫລົ່ານີ້
|
||
\v 29 ພວກເຂົາຈິ່ງພາກັນລຸກຂຶ້ນແລະຊຸກພຣະອົງອອກໄປນອກເມືອງ ແລະ ພາພຣະອົງໄປຍັງຫນ້າຜາຊັນບ່ອນເມືອງຕັ້ງຢູ່ ເພື່ອຫມາຍຈະຊຸກພຣະອົງລົງຫນ້າຜາ.
|
||
\v 30 ແຕ່ພຣະອົງຊົງຍ່າງຜ່ານພວກເຂົາໄປ ແລະ ໄປຍັງທີ່ອີກແຫ່ງຫນຶ່ງ.
|
||
|
||
\s5
|
||
\v 31 ຈາກນັ້ນ ພຣະອົງໄດ້ສະເດັດລົງໄປເຖິງເມືອງກາເປນາອູມເຊິ່ງເປັນເມືອງຫນຶ່ງໃນແຂວງຄາລີເລ ແລະຊົງເລີ່ມຕົ້ນສັ່ງສອນພວກເຂົາທັງຫລາຍໃນວັນສະບາໂຕ.
|
||
\v 32 ພວກເຂົາກໍປະຫລາດໃຈໃນຄຳສອນຂອງພຣະອົງ ເພາະພຣະອົງຊົງກ່າວດ້ວຍຣິດອຳນາດ.
|
||
|
||
\s5
|
||
\v 33 ໃນໂຮງທັມະສາລານັ້ນ ມີຊາຍຄົນຫນຶ່ງມີຜີຮ້າຍເຂົ້າສິງຢູ່ ແລະ ລາວໄດ້ຮ້ອງສຽງດັງວ່າ.
|
||
\v 34 “ໂອ! ພວກເຮົາໄດ້ເຮັດອັນໃດໃຫ້ແກ່ທ່ານ, ເຢຊູໄທນາຊາເຣັດເອີຍ? ທ່ານມາເພື່ອທຳລາຍພວກເຮົາຫລື? ເຮົາກໍຮູ້ ວ່າທ່ານຄືອົງຜູ້ບໍຣິສຸດຂອງພຣະເຈົ້າ.”
|
||
|
||
\s5
|
||
\v 35 ພຣະເຢຊູເຈົ້າຊົງຫ້າມຜີຮ້າຍໂດຍກ່າວວ່າ, “ມິດແມ ແລະອອກຈາກຄົນນີ້ເສຍ!’ ເມື່ອຜີຮ້າຍເຮັດໃຫ້ຄົນນັ້ນລົ້ມລົງທ່າມກາງປະຊາຊົນແລ້ວ ມັນໄດ້ອອກຈາກຜູ້ນັ້ນແລະບໍ່ໄດ້ເຮັດອັນຕະຣາຍແກ່ຄົນນັ້ນແຕ່ຢ່າງໃດ.
|
||
\v 36 ຄົນທັງປວງກໍປະຫລາດໃຈ ແລະເວົ້າຕໍ່ກັນກ່ຽວກັບເລື່ອງນີ້. ພວກເຂົາເວົ້າວ່າ, “ຄຳເວົ້າເຫລົ່ານີ້ເປັນຢ່າງໃດຫນໍ? ເພິ່ນໄດ້ສັ່ງຜີຖ່ອຍຮ້າຍດ້ວຍສິດອຳນາດແລະຣິດເດດ ແລະພວກມັນກໍອອກມາ.”
|
||
\v 37 ແລະຊື່ສຽງຂອງພຣະເຢຊູເຈົ້າໄດ້ເລີ່ມຊ່າລືໄປທຸກບ່ອນທົ່ວຂົງເຂດນັ້ນ.
|
||
|
||
\s5
|
||
\v 38 ເມື່ອພຣະອົງອອກຈາກໂຮງທັມະສາລາ ແລະສະເດັດເຂົ້າໄປໃນເຮືອນຂອງຊີໂມນ. ແມ່ເມຍຂອງຊີໂມນລົ້ມປ່ວຍເປັນໄຂ້ແຮງຫລາຍ, ແລະພວກເຂົາໄດ້ອ້ອນວອນພຣະເຢຊູເຈົ້າໃຫ້ໂຜດຮັກສານາງ.
|
||
\v 39 ພຣະອົງຊົງຢືນຢູ່ຂ້າງນາງ ແລະຊົງຂະນາບຫ້າມອາການໄຂ້ ແລະໄຂ້ກໍເຊົາໃນທັນໃດນັ້ນ ນາງກໍລຸກຂຶ້ນບົວຣະບັດຮັບໃຊ້ພຣະອົງກັບພວກສາວົກ.
|
||
|
||
\s5
|
||
\v 40 ໃນເວລາຕາເວັນຕົກດິນ ປະຊາຊົນກໍພາທຸກຄົນທີ່ເຈັບເປັນພະຍາດຕ່າງໆ ມາຫາພຣະອົງ. ພຣະອົງກໍຊົງວາງພຣະຫັດໃສ່ເຂົາທຸກຄົນ ແລະໂຜດໃຫ້ເຂົາດີທຸກຄົນ.
|
||
\v 41 ພວກຜີມານຮ້າຍກໍໄດ້ອອກຈາກພວກເຂົາ, ພາກັນຮ້ອງແຜດສຽງ ແລະເວົ້າວ່າ, “ທ່ານເປັນພຣະບຸດຂອງພຣະເຈົ້າ” ແຕ່ພຣະເຢຊູຄຣິດເຈົ້າຊົງຫ້າມຜີຮ້າຍ ແລະ ບໍ່ໃຫ້ມັນເວົ້າ ເພາະພວກມັນຮູ້ແລ້ວວ່າພຣະອົງຊົງເປັນພຣະຄຣິດເຈົ້າ.
|
||
|
||
\s5
|
||
\v 42 ເມື່ອເຖິງເວລາຮຸ່ງເຊົ້າ ພຣະເຢຊູເຈົ້າກໍອອກໄປຍັງປ່າບ່ອນສະຫງັດ. ປະຊາຊົນກໍຊອກຫາພຣະອົງ ແລະມາຍັງສະຖານທີ່ໆພຣະອົງຊົງຢູ່. ເມື່ອພົບແລ້ວພວກເຂົາກໍພະຍາຍາມຫນ່ວງຫນ່ຽວພຣະອົງໄວ້ບໍ່ໃຫ້ໄປຈາກພວກເຂົາ.
|
||
\v 43 ແຕ່ພຣະອົງຊົງກ່າວແກ່ເຂົາວ່າ, “ເຮົາຕ້ອງປະກາດຂ່າວປະເສີດເລື່ອງຣາຊະອານາຈັກຂອງພຣະເຈົ້າແກ່ຄົນໃນເມືອງອື່ນໆ ອີກຫລວງຫລາຍ, ເພາະນີ້ເປັນເຫດຜົນທີ່ເຮົາຖືກສົ່ງມາທີ່ນີ້.”
|
||
\v 44 ຈາກນັ້ນພຣະເຢຊູເຈົ້າຊົງເທສະຫນາປ່າວປະກາດໃນໂຮງທັມະສາລາຕະຫລອດທີ່ແຂວງຢູດາຍຕໍ່ໄປ.
|
||
|
||
\s5
|
||
\c 5
|
||
\cl ບົດທີ 5
|
||
\p
|
||
\v 1 ບັດນີ້ສິ່ງທີ່ເກີດຂື້ນເມື່ອປະຊາຊົນກຳລັງບຸບຽດພຣະເຢຊູເຈົ້າແລະຟັງພຣະທັມຂອງພຣະເຈົ້າ, ພຣະເຢຊູເຈົ້າຊົງຢືນຢູ່ແຄມທະເລສາບເຄັນເນຊາເຣັດ.
|
||
\v 2 ພຣະອົງຊົງເຫັນເຮືອສອງລຳກຳລັງຖືກລາກຂື້ນມາຮິມຝັ່ງທະເລສາບນັ້ນ. ພວກຄົນຫາປາໄດ້ອອກໄປຈາກເຮືອ ແລະເຂົາກຳລັງລ້າງມອງຂອງພວກເຂົາ.
|
||
\v 3 ພຣະເຢຊູຈິ່ງໄດ້ສະເດັດເຂົ້າໄປໃນເຮືອລຳຫນຶ່ງ ຄືເຮືອຂອງຊີໂມນແລ້ວ ພຣະອົງຂໍໃຫ້ເຂົາຖອຍເຮືອອອກໄປໃນທະເລສາບໂດຍຫ່າງອອກໄປຈາກຝັ່ງຫນ້ອຍຫນຶ່ງ ແລ້ວພຣະອົງຈິ່ງປະທັບລົງແລະສັ່ງສອນປະຊາຊົນຈາກເຮືອລຳນັ້ນ.
|
||
|
||
\s5
|
||
\v 4 ເມື່ອພຣະອົງຊົງສັ່ງສອນສຳເລັດແລ້ວ, ພຣະອົງຊົງກ່າວຕໍ່ຊີໂມນວ່າ, “ຈົ່ງພາຍເຮືອອອກໄປບ່ອນນໍ້າເລິກ ແລະ ຢ່ອນມອງຂອງພວກທ່ານລົງຈັບປາ.”
|
||
\v 5 ຊີໂມນທູນຕອບວ່າ, “ອາຈານເຈົ້າເອີຍ, ພວກຂ້ານ້ອຍໄດ້ຫາຈົນອິດເມື່ອຍຫມົດຄືນ ແລະ ຈັບປາບໍ່ໄດ້ເລີຍ ແຕ່ເພາະພຣະອົງສັ່ງ ຂ້ານ້ອຍຈະຢ່ອນມອງລົງໄປຈັບປາ.”
|
||
\v 6 ເມື່ອພວກເຂົາຢ່ອນລົງແລ້ວ ພວກເຂົາຈັບປາໄດ້ຈຳນວນຫລາຍ ຈົນມອງຂອງເຂົາພວມຈະຂາດ.
|
||
\v 7 ດັ່ງນັ້ນພວກເຂົາຈິ່ງກວັກມືເອົາຫມູ່ທີ່ຢູ່ເຮືອລຳອື່ນໃຫ້ມາຊ່ອຍ. ເມື່ອເຂົາມາຊ່ອຍ ແລະ ເຮືອທັງສອງລຳຂອງພວກເຂົາກໍເຕັມຈົນເຮືອເກືອບຫລົ້ມ.
|
||
|
||
\s5
|
||
\v 8 ແຕ່ເມື່ອຊີໂມນເປໂຕໄດ້ເຫັນດັ່ງນັ້ນ ເພິ່ນຈິ່ງຂາບລົງທີ່ຕີນຂອງພຣະເຢຊູຄຣິດເຈົ້າ ແລະ ທູນວ່າ, “ອົງພຣະຜູ້ເປັນເຈົ້າ, ຂໍເຊີນໄປໃຫ້ຫ່າງຈາກຂ້ານ້ອຍຖ້ອນ, ເພາະຂ້ານ້ອຍເປັນຄົນບາບ.”
|
||
\v 9 ເປໂຕກັບຄົນທັງຫລາຍທີ່ຢູ່ນຳກັນນັ້ນ ຕ່າງກໍງຶດປະຫລາດໃຈກ່ຽວກັບເຫດການທີ່ພວກເຂົາຈັບປາໄດ້ນັ້ນ.
|
||
\v 10 ຄົນເຫລົ່ານີ້ລວມທັງຢາໂກໂບແລະໂຢຮັນ ລູກຊາຍຂອງເຊເບດາຍ ທີ່ເປັນຫມູ່ຮ່ວມງານກັບຊີໂມນ ແລະພຣະເຢຊູເຈົ້າຊົງກ່າວກັບຊີໂມນວ່າ, “ຢ່າຢ້ານເລີຍ ເພາະຕັ້ງແຕ່ນີ້ໄປທ່ານຈະເປັນຜູ້ຫາຄົນ.”
|
||
\v 11 ເມື່ອພວກເຂົາໄດ້ນຳເຮືອມາເຖິງຝັ່ງແລ້ວ, ພວກເຂົາກໍສະຫລະສິ່ງສາຣະພັດໄວ້ບ່ອນນັ້ນແລ້ວຕາມພຣະອົງໄປ.
|
||
|
||
\s5
|
||
\v 12 ໃນຂະນະທີ່ພຣະເຢຊູເຈົ້າຢູ່ໃນເມືອງໆຫນຶ່ງ, ມີຊາຍຄົນຫນຶ່ງທີ່ປ່ວຍເປັນຂີ້ທູດເຕັມຕົວ ເມື່ອຄົນນັ້ນໄດ້ເຫັນພຣະເຢຊູເຈົ້າກໍກົ້ມຂາບລົງແລະອ້ອນວອນພຣະອົງວ່າ, “ພຣະອົງເຈົ້າເອີຍ, ຖ້າຫາກພຣະອົງພໍໃຈ ຂ້າພະອົງກໍຈະຫາຍສະອາດ.”
|
||
\v 13 ແລ້ວພຣະເຢຊູເຈົ້າຈິ່ງຊົງຢຽດພຣະຫັດອອກຖືກຄົນນັ້ນ, ພຣະອົງຊົງກ່າວວ່າ, “ເຮົາພໍໃຈແລ້ວ ຈົ່ງດີສະອາດເຖີດ” ພະຍາດຂີ້ທູດກໍຫາຍໄປຈາກຄົນນັ້ນທັນທີ.
|
||
|
||
\s5
|
||
\v 14 ພຣະອົງຈິ່ງສັ່ງຫ້າມຜູ້ນັ້ນບໍ່ໃຫ້ບອກຜູ້ໃດ ແຕ່ພຣະອົງຊົງກ່າວກັບລາວວ່າ, “ຈົ່ງໄປຕາມທາງຂອງທ່ານ ແລະສະແດງຕົວຕໍ່ປະໂຣຫິດ ແລະຖວາຍເຄື່ອງບູຊາສຳລັບການຮັກສາໃຫ້ສະອາດຂອງທ່ານ ຕາມທີ່ໂມເຊໄດ້ສັ່ງໄວ້ເພື່ອເປັນຄຳພະຍານຕໍ່ພວກເຂົາ.”
|
||
|
||
\s5
|
||
\v 15 ແຕ່ຊື່ສຽງຂອງພຣະເຢຊູເຈົ້າແຮງຊ່າລືເຜີຍແຜ່ໄປໄກອີກ ແລະ ປະຊາຊົນຈຳນວນຫລາຍໄດ້ຊຸມນຸມກັນເພື່ອຟັງຄຳສັ່ງສອນຂອງພຣະອົງ ແລະເພື່ອຈະຊົງໂຜດຮັບການຮັກສາໃຫ້ຫາຍດີຈາກພະຍາດຕ່າງໆ.
|
||
\v 16 ແຕ່ພຣະອົງມັກສະເດັດອອກໄປສະຖານທີ່ປຽ່ວ ແລະ ອະທິຖານ.
|
||
|
||
\s5
|
||
\v 17 ຢູ່ມາວັນຫນຶ່ງເມື່ອພຣະອົງກຳລັງສັ່ງສອນຢູ່, ມີພວກຟາຣີຊາຍແລະພວກອາຈານສອນບັນຍັດນັ່ງຢູ່ຫັ້ນດ້ວຍ ພວກເຂົາມາຈາກບ້ານຕ່າງໆໃນແຂວງຄາລີເລ, ແຂວງຢູດາຍ ແລະ ຈາກນະຄອນເຢຣູຊາເລັມ. ຣິດເດດອຳນາດຂອງອົງພຣະຜູ້ເປັນເຈົ້າກໍສະຖິດຢູ່ກັບພຣະອົງ ເພື່ອການຮັກສາພະຍາດ.
|
||
|
||
\s5
|
||
\v 18 ມີຜູ້ຊາຍບາງຄົນໄດ້ຫາມຄົນເປັ້ຽຜູ້ຫນຶ່ງນອນຢູ່ເທິງບ່ອນນອນນັ້ນມາຫາພຣະອົງ, ພວກເຂົາພະຍາຍາມຫາທາງທີ່ຈະຫາມຄົນເປັ້ຽນັ້ນເຂົ້າມາດ້ານໃນ ເພື່ອວາງຕໍ່ພຣະພັກຂອງພຣະເຢຊູເຈົ້າ.
|
||
\v 19 ພວກເຂົາບໍ່ສາມາດຫາທາງເຂົ້າໄປໄດ້ເພາະມີຝູງຄົນບຽດກັນແຫນ້ນຫນາໄປຫມົດ, ດັ່ງນັ້ນພວກເຂົາຈິ່ງຂຶ້ນຫລັງຄາເຮືອນ ແລ້ວຢ່ອນຄົນເປັ້ຍກັບທັງບ່ອນນອນລົງມາຕໍ່ພຣະພັກພຣະເຢຊູເຈົ້າທ່າມກາງຝູງຄົນທັງຫລາຍ.
|
||
|
||
\s5
|
||
\v 20 ພຣະເຢຊູເຈົ້າຊົງເຫັນຄວາມເຊື່ອຂອງເຂົາແລ້ວກໍຊົງກ່າວກັບຄົນເປັ້ຽນັ້ນວ່າ, “ລູກເອີຍ, ຄວາມຜິດບາບຂອງເຈົ້າໄດ້ຮັບອະພັຍແລ້ວ.”
|
||
\v 21 ຝ່າຍພວກນັກທັມແລະພວກຟາຣີຊາຍ ກໍຕັ້ງຕົ້ນຄຳຖາມກ່ຽວກັບສິ່ງນີ້ ພວກເຂົາເວົ້າວ່າ, “ຜູ້ນີ້ເປັນໃຜຈິ່ງໄດ້ເວົ້າຫມິ່ນປະຫມາດພຣະເຈົ້າເຊັ່ນນີ້? ໃຜນໍຈະຍົກຄວາມຜິດບາບໄດ້ ນອກຈາກພຣະເຈົ້າແຕ່ອົງດຽວເທົ່ານັ້ນ?”
|
||
|
||
\s5
|
||
\v 22 ແຕ່ພຣະເຢຊູເຈົ້າຊົງຮູ້ຄວາມຄຶດຂອງພວກເຂົາ ຈິ່ງຊົງກ່າວຕອບພວກເຂົາວ່າ, “ເປັນຫຍັງພວກທ່ານຈິ່ງຕັ້ງຄຳຖາມນີ້ໃນຫົວໃຈຂອງພວກທ່ານ?
|
||
\v 23 ອັນໃດຈະງ່າຍກວ່າກັນຫລືກັບການທີ່ຈະວ່າ ‘ຜິດບາບຂອງເຈົ້າໄດ້ຮັບອະພັຍແລ້ວ’ ຫລື ‘ຈົ່ງລຸກຂຶ້ນແລະຍ່າງໄປ?’
|
||
\v 24 ແຕ່ເຫມືອນກັບທີ່ພວກທ່ານອາດຮູ້ໄດ້ວ່າ ບຸດມະນຸດມີສິດອຳນາດເທິງແຜ່ນດິນໂລກນີ້ ເພື່ອໃຫ້ອະພັຍຄວາມຜິດບາບໄດ້, ເຮົາບອກກັບທ່ານວ່າ “ຈົ່ງລຸກຂຶ້ນຍົກເອົາບ່ອນນອນຂອງເຈົ້າແລະກັບບ້ານຂອງທ່ານ.”
|
||
|
||
\s5
|
||
\v 25 ໃນທັນໃດນັ້ນຄົນເປັ້ຽໄດ້ລຸກຂຶ້ນຕໍ່ຫນ້າຄົນທັງປວງ ແລະຍົກເອົາບ່ອນນອນຊຶ່ງຕົນໄດ້ນອນນັ້ນກັບໄປບ້ານຂອງຕົນ ພ້ອມທັງຮ້ອງສັນຣະເສີນແດ່ພຣະເຈົ້າ.
|
||
\v 26 ທຸກຄົນຕ່າງກໍງຶດປະຫລາດໃຈຫລາຍແລະພວກເຂົາພາກັນສັນຣະເສີນພຣະເຈົ້າ. ພວກເຂົາເຕັມໄປດ້ວຍຄວາມຢ້ານ ແລະເວົ້າກັນວ່າ, “ວັນນີ້ພວກເຮົາ ໄດ້ເຫັນສິ່ງທີ່ອັດສະຈັນເກີດຂື້ນ.”
|
||
|
||
\s5
|
||
\v 27 ຫລັງຈາກເຫດການເຫລົ່ານີ້ເກີດຂື້ນ ພຣະເຢຊູເຈົ້າສະເດັດອອກໄປຈາກທີ່ນັ້ນ ແລະພຣະອົງເຫັນຄົນເກັບພາສີຜູ້ຫນຶ່ງຊື່ ເລວີ ນັ່ງຢູ່ດ່ານພາສີ. ພຣະອົງຈິ່ງບອກທ່ານວ່າ, “ຈົ່ງຕາມເຮົາມາ.”
|
||
\v 28 ແລ້ວເລວີກໍລຸກຂື້ນ ຕາມພຣະອົງໄປ ແລະສະຫລະຖິ້ມຫມົດທຸກສິ່ງເອົາໄວ້.
|
||
|
||
\s5
|
||
\v 29 ແລ້ວເລວີຈິ່ງໄດ້ຈັດໃຫ້ມີງານລ້ຽງອັນໃຫຍ່ຕ້ອນຮັບພຣະເຢຊູເຈົ້າໃນເຮືອນຂອງຕົນ. ມີຄົນເກັບພາສີຈຳນວນຫລາຍທີ່ຢູ່ທີ່ນັ້ນ ແລະຄົນອື່ນໆ ໄດ້ເຂົ້າຮ່ວມນັ່ງທີ່ໂຕະແລະຮັບປະທານອາຫານນຳພຣະອົງ.
|
||
\v 30 ແຕ່ພວກຟາຣີຊາຍແລະພວກທັມະຈານກຳລັງຈົ່ມຕິຕຽນພວກສິດຂອງພຣະອົງ, ພວກເຂົາເວົ້າວ່າ, “ເປັນຫຍັງພວກເຈົ້າຈິ່ງກິນແລະດື່ມດ້ວຍກັນກັບພວກເກັບພາສີແລະພວກຄົນບາບອື່ນໆ?”
|
||
\v 31 ພຣະເຢຊູເຈົ້າຊົງຕອບເຂົາວ່າ, “ຄົນທີ່ມີສຸຂະພາບດີບໍ່ຕ້ອງການຫມໍຮັກສາ ມີແຕ່ຄົນປ່ວຍເທົ່ານັ້ນທີ່ຕ້ອງການຫມໍ.
|
||
\v 32 ເຮົາບໍ່ໄດ້ມາເພື່ອຈະເອີ້ນເອົາຄົນສິນທັມໃຫ້ກັບໃຈ ແຕ່ມາເອີ້ນເອົາຄົນບາບໃຫ້ກັບໃຈ.”
|
||
|
||
\s5
|
||
\v 33 ພວກເຂົາໄດ້ທູນພຣະອົງວ່າ, “ພວກລູກສິດຂອງໂຢຮັນຖືສິນອົດອາຫານແລະອະທິຖານຢູ່ເລື້ອຍ ແລະລູກສິດຂອງພວກຟາຣີຊາຍກໍເຮັດເຫມືອນກັນ. ແຕ່ສາວົກຂອງທ່ານພັດກິນແລະດື່ມ.”
|
||
\v 34 ພຣະເຢຊູເຈົ້າຊົງຕອບເຂົາວ່າ, “ມີສະຫາຍຂອງເຈົ້າບ່າວຄົນໃດທີ່ຖືສິນອົດອາຫານໃນຂະນະທີ່ເຈົ້າບ່າວຍັງຢູ່ກັບພວກເຂົາ?”
|
||
\v 35 ແຕ່ວັນນັ້ນຈະມາເຖິງ ເມື່ອເຈົ້າບ່າວຖືກຍົກຍ້າຍໄປຈາກພວກເຂົາ, ເມື່ອນັ້ນແຫລະພວກເຂົາຈິ່ງຈະຖືສິນອົດອາຫານ.”
|
||
|
||
\s5
|
||
\v 36 ແລ້ວພຣະເຢຊູຈິ່ງກ່າວຄຳອຸປະມາຂໍ້ຫນຶ່ງແກ່ພວກເຂົາວ່າ, “ບໍ່ຫ່ອນມີຜູ້ໃດຈີກເອົາຜ້າຈາກເສື້ອໃຫມ່ມາຕາບເສື້ອເກົ່າ. ເພາະຖ້າເຂົາເຮັດດັ່ງນັ້ນກໍຈະເຮັດໃຫ້ເສື້ອໃຫມ່ຂາດເສຍໄປ ແລະຜ້າທີ່ເອົາມາຈາກເສື້ອໃຫມ່ກໍຈະບໍ່ສົມກັບເສື້ອເກົ່າເຫມືອນກັນ.
|
||
|
||
\s5
|
||
\v 37 ບໍ່ມີຜູ້ໃດເອົານ້ຳອະງຸ່ນໃຫມ່ມາໃສ່ໄວ້ໃນຖົງຫນັງເກົ່າ. ຖ້າເຮັດດັ່ງນັ້ນນ້ຳອະງຸ່ນໃຫມ່ຈະເຮັດໃຫ້ຖົງຫນັງນັ້ນຂາດໄປ, ນ້ຳອະງຸ່ນຈະໄຫລອອກ, ແລ້ວຖົງຫນັງກໍຈະເສຍໄປໃຊ້ການບໍ່ໄດ້.
|
||
\v 38 ແຕ່ນ້ຳອະງຸ່ນໃຫມ່ຕ້ອງໃສ່ໄວ້ໃນຖົງຫນັງໃຫມ່.
|
||
\v 39 ແລະບໍ່ມີຜູ້ໃດເມື່ອກິນນ້ຳອະງຸ່ນເກົ່າແລ້ວ ຈະຢາກໄດ້ນ້ຳອະງຸ່ນໃຫມ່ເພາະເພິ່ນຍ່ອມເວົ້າວ່າ ‘ອັນເກົ່ານັ້ນແຫລະດີກວ່າ’.”
|
||
|
||
\s5
|
||
\c 6
|
||
\cl ບົດທີ 6
|
||
\p
|
||
\v 1 ເມື່ອເຖິງວັນສະບາໂຕ ໃນຂະນະທີ່ພຣະເຢຊູເຈົ້າສະເດັດຜ່ານທົ່ງນາໄປ, ພວກສາວົກຂອງພຣະອົງໄດ້ເດັດເອົາຮວງເຂົ້າ ແລະ ໃສ່ຝາມື ແລະ ກິນເມັດເຂົ້ານັ້ນ.
|
||
\v 2 ແຕ່ພວກຟາຣີຊາຍບາງຄົນທູນຖາມວ່າ, “ເປັນຫຍັງພວກທ່ານຈິ່ງຜິດຕໍ່ກົດພຣະບັນຍັດໃນວັນສະບາໂຕ?”
|
||
|
||
\s5
|
||
\v 3 ພຣະເຢຊູເຈົ້າຊົງຕອບເຂົາວ່າ, “ພວກທ່ານຍັງບໍ່ໄດ້ອ່ານເຖິງເລື່ອງທີ່ດາວິດໄດ້ເຮັດຕອນທີ່ທ່ານຫິວ ທັງດາວິດແລະພັກພວກຂອງເພິ່ນຫລື?
|
||
\v 4 ເພິ່ນໄດ້ເຂົ້າໄປໃນພຣະວິຫານຂອງພຣະເຈົ້າ ແລະເອົາເຂົ້າຈີ່ທີ່ຕັ້ງຖວາຍແກ່ພຣະເຈົ້າມາຮັບປະທານ ແລະປັນໃຫ້ພັກພວກຂອງຕົນຮັບປະທານເຫມືອນກັນ ຊຶ່ງພຣະບັນຍັດຈະກຳນົດແຕ່ປະໂຣຫິດເທົ່ານັ້ນທີ່ສາມາດຮັບປະທານໄດ້.”
|
||
\v 5 ແລ້ວພຣະອົງຊົງບອກພວກເຂົາວ່າ, “ບຸດມະນຸດເປັນເຈົ້ານາຍເຫນືອວັນສະບາໂຕ.”
|
||
|
||
\s5
|
||
\v 6 ໃນວັນສະບາໂຕອີກວັນຫນຶ່ງ ພຣະອົງໄດ້ສະເດັດເຂົ້າໄປໃນໂຮງທັມະສາລາ ແລະສັ່ງສອນປະຊາຊົນທີ່ນັ້ນ. ມີຊາຍຄົນຫນຶ່ງທີ່ມີມືເບື້ອງຂວາລີບຢູ່ທີ່ນັ້ນ.
|
||
\v 7 ພວກທັມະຈານແລະພວກຟາຣີຊາຍຊອມເບິ່ງວ່າ ພຣະອົງຈະຊົງຮັກສາໃຜໃຫ້ດີໃນວັນສະບາໂຕຫລືບໍ່ ເພື່ອທີ່ເຂົາຈະຫາເຫດຟ້ອງພຣະອົງໃນການເຮັດຜິດ.
|
||
\v 8 ແຕ່ພຣະອົງຊົງຊາບຄວາມຄຶດຂອງຄົນເຫລົ່ານັ້ນ ຈິ່ງຊົງບອກຄົນມືລີບນັ້ນວ່າ, “ລຸກຂຶ້ນແລະມາຢືນຢູ່ເຄິ່ງກາງຂອງທຸກຄົນ” ດັ່ງນັ້ນ ລາວຈິ່ງລຸກຂຶ້ນແລະຢືນຢູ່ທີ່ນັ້ນ.
|
||
|
||
\s5
|
||
\v 9 ພຣະເຢຊູເຈົ້າຖາມພວກເຂົາວ່າ "ເຮົາຖາມທ່ານວ່າ, ອັນໃດທີ່ເປັນການເຮັດຕາມພຣະບັນຍັດໃນວັນສະບາໂຕ ການເຮັດດີ ຫລື ການເຮັດຊົ່ວ, ການຊ່ວຍຊີວິດໄວ້ ຫລື ການໃຫ້ທຳລາຍຊີວິດເສັຍ?”.
|
||
\v 10 ແລ້ວພຣະອົງຈິ່ງທອດພຣະເນດເບິ່ງອ້ອມເຂົາທຸກຄົນ ແລະຊົງກ່າວແກ່ຄົນມືລີບນັ້ນວ່າ, “ຈົ່ງຢຽດມືຂອງເຈົ້າອອກມາ” ຄົນນັ້ນກໍເຮັດຕາມ, ມືຂອງລາວກໍດີເປັນປົກກະຕິ.
|
||
\v 11 ແຕ່ຄົນເຫລົ່ານັ້ນກໍເຕັມໄປດ້ວຍຄວາມຄຽດແຄ້ນ ແລະໄດ້ປຶກສາກັນວ່າຈະເຮັດຢ່າງໃດກັບພຣະເຢຊູເຈົ້າ.
|
||
|
||
\s5
|
||
\v 12 ໃນຄາວນັ້ນ ພຣະເຢຊູເຈົ້າໄດ້ສະເດັດຂຶ້ນໄປເທິງພູເຂົາເພື່ອພາວັນນາອະທິຖານ ພຣະອົງອະທິຖານຕໍ່ພຣະເຈົ້າຢູ່ນັ້ນຕະຫລອດຄືນ.
|
||
\v 13 ຄັນພໍຮຸ່ງເຊົ້າພຣະອົງໄດ້ຊົງເອີ້ນເອົາພວກສາວົກມາຫາພຣະອົງ, ພຣະອົງຊົງເລືອກເອົາສິບສອງຄົນໃນພວກເຂົາ, ເຊິ່ງເປັນຜູ້ທີ່ພຣະອົງຊົງຕັ້ງຊື່ວ່າ ອັກຄະສາວົກ.
|
||
|
||
\s5
|
||
\v 14 ລາຍຊື່ຂອງບັນດາອັກຄະສາວົກ ຄື ຊີໂມນ (ຜູ້ທີ່ພຣະອົງຊົງຕັ້ງຊື່ອີກວ່າ ເປໂຕ) ແລະອັນເດອາ ນ້ອງຊາຍຂອງລາວ, ຢາໂກໂບແລະໂຢຮັນ, ຟີລິບແລະບາຣະໂທໂລມາຍ.
|
||
\v 15 ມັດທາຍແລະໂທມາ, ຢາໂກໂບລູກຊາຍຂອງອາລະຟາຍ, ຊີໂມນ(ຜູ້ທີ່ເອີ້ນກັນວ່າ. ເຊໂລເຕ)
|
||
\v 16 ຢູດາລູກຊາຍຂອງຢາໂກໂບ, ແລະຢູດາອິສະກາຣີອົດ ຜູ້ທີ່ກາຍເປັນຄົນທໍຣະຍົດ.
|
||
|
||
\s5
|
||
\v 17 ເມື່ອພຣະເຢຊູເຈົ້າໄດ້ສະເດັດລົງມາຈາກພູເຂົາ ພ້ອມກັບພວກສາວົກ ແລະຊົງຢືນຢູ່ທີ່ຮາບພຽງ ພວກສາວົກຂອງພຣະອົງຫລາຍຄົນກໍຢູ່ທີ່ນັ້ນ ເຊັ່ນດຽວກັນກັບປະຊາຊົນຈຳນວນຫລວງຫລາຍທີ່ມາຈາກທົ່ວແຂວງຢູດາຍ, ຈາກນະຄອນເຢຣູຊາເລັມ, ແລະຈາກຝັ່ງທະເລເຂດເມືອງຕີເຣກັບເມືອງຊີໂດນ.
|
||
\v 18 ພວກເຂົາໄດ້ມາພຣະອົງ ເພື່ອຟັງພຣະອົງ ແລະເພື່ອໃຫ້ໂຜດດີພະຍາດຕ່າງໆຂອງເຂົາ. ບັນດາຄົນທີ່ທຸກທໍຣະມານຈາກຜີຖ່ອຍຮ້າຍ ກໍຊົງໂຜດໃຫ້ດີເຫມືອນກັນ.
|
||
\v 19 ທຸກຄົນໃນປະຊາຊົນຕ່າງກໍພະຍາຍາມຈະແຕະຕ້ອງພຣະອົງ ເພາະຣິດເດດແຫ່ງການຮັກສາໂຣກອອກມາຈາກພຣະອົງ ແລະພຣະອົງຊົງຮັກສາພວກເຂົາໃຫ້ດີພະຍາດທຸກຄົນ.
|
||
|
||
\s5
|
||
\v 20 ແລ້ວພຣະອົງທອດພະເນດຫລຽວເບິ່ງພວກສາວົກແລະຊົງກ່າວວ່າ, “ທ່ານທັງຫລາຍທີ່ຍາກຈົນກໍເປັນສຸກ ເພາະຣາຊະອານາຈັກຂອງພຣະເຈົ້າເປັນຂອງພວກທ່ານ.
|
||
\v 21 ທ່ານທັງຫລາຍທີ່ອຶດຢາກດຽວນີ້ກໍເປັນສຸກ ເພາະວ່າທ່ານຈະໄດ້ອີ່ມເຕັມ. ທ່ານທັງຫລາຍທີ່ຮ້ອງໄຫ້ດຽວນີ້ກໍເປັນສຸກ, ເພາະວ່າພວກທ່ານຈະໄດ້ຫົວ.”
|
||
|
||
\s5
|
||
\v 22 “ເມື່ອຄົນທັງຫລາຍກຽດຊັງພວກທ່ານກໍເປັນສຸກ ແລະເມື່ອພວກເຂົາຂັບໄລ່ທ່ານ, ແລະປະຕິເສດຊື່ຂອງພວກທ່ານວ່າຊົ່ວຮ້າຍ ເພາະເຫັນແກ່ບຸດມະນຸດ.
|
||
\v 23 ຈົ່ງຊື່ນຊົມຍິນດີໃນວັນນັ້ນ ແລະຕື່ນເຕັ້ນດ້ວຍຄວາມຍິນດີ. ເພາະທ່ານຫມັ້ນໃຈວ່າຈະໄດ້ບຳເຫນັດອັນຍິ່ງໃຫຍ່ໃນສະຫວັນ ເພາະວ່າບັນພະບຸຣຸດຂອງພວກເຂົາໄດ້ເຮັດຢ່າງນັ້ນ ແກ່ຜູ້ປະກາດພຣະທັມເຫມືອນກັນ.
|
||
|
||
\s5
|
||
\v 24 “ແຕ່ວິບັດຈົ່ງມີແກ່ທ່ານທັງຫລາຍຜູ້ເປັນຄົນຮັ່ງມີ ເພາະວ່າພວກທ່ານໄດ້ຮັບຄວາມສຸກສະບາຍແລ້ວ.
|
||
\v 25 ວິບັດຈົ່ງມີແກ່ທ່ານທັງຫລາຍທີ່ອີ່ມເຕັມດຽວນີ້, ເພາະວ່າພວກທ່ານຈະອຶດຢາກໃນພາຍຫລັງ. ວິບັດຈົ່ງມີແກ່ທ່ານທັງຫລາຍທີ່ຫົວຢູ່ດຽວນີ້, ເພາະວ່າພວກທ່ານຈະທຸກໂສກແລະຮ້ອງໄຫ້ພາຍຫລັງ.”
|
||
|
||
\s5
|
||
\v 26 “ວິບັດຈົ່ງມີແກ່ພວກທ່ານ ເມື່ອຄົນທັງຫລາຍຍ້ອງຍໍວ່າທ່ານດີ, ເພາະບັນພະບຸຣຸດຂອງພວກເຂົາກໍໄດ້ເວົ້າຢ່າງດຽວກັນນັ້ນຕໍ່ຜູ້ປະກາດພຣະທັມປອມເຫມືອນກັນ.”
|
||
|
||
\s5
|
||
\v 27 “ແຕ່ເຮົາບອກແກ່ທ່ານທີ່ກຳລັງຟັງຢູ່ວ່າ ຈົ່ງຮັກສັດຕຣູຂອງພວກທ່ານແລະເຮັດດີແກ່ຜູ້ກຽດຊັງພວກທ່ານ.
|
||
\v 28 ຈົ່ງອວຍພອນແກ່ຜູ້ທີ່ປ້ອຍດ່າພວກທ່ານ, ແລະຈົ່ງອ້ອນວອນເພື່ອຜູ້ທີ່ກ່າວຫຍາບຊ້າຕໍ່ພວກທ່ານ.
|
||
|
||
\s5
|
||
\v 29 ຖ້າຜູ້ໃດຕົບແກ້ມຂອງທ່ານເບື້ອງຫນຶ່ງ ຈົ່ງປິ່ນອີກເບື້ອງຫນຶ່ງໃຫ້ເຂົາ. ຖ້າຜູ້ໃດຍາດເອົາເສື້ອຊັ້ນນອກຂອງທ່ານໄປ ຢ່າຫວງຫ້າມທີ່ຈະເອົາເສື້ອໃນໃຫ້ພວກເຂົາ.
|
||
\v 30 ຈົ່ງໃຫ້ແກ່ທຸກຄົນທີ່ຂໍຈາກທ່ານ ຖ້າຜູ້ໃດເອົາສິ່ງທີ່ເປັນຂອງທ່ານໄປ, ຢ່າຊູ່ທວງຖາມເພື່ອທີ່ຈະເອົາຄືນ.
|
||
|
||
\s5
|
||
\v 31 ທ່ານຈົ່ງປະຕິບັດຕໍ່ຄົນທັງປວງເຫມືອນຢ່າງທ່ານຢາກໃຫ້ເຂົາປະຕິບັດຕໍ່ທ່ານ.
|
||
\v 32 ຖ້າທ່ານຮັກຄົນທັງຫລາຍທີ່ຮັກທ່ານ ທ່ານຈະໄດ້ຮັບການຍົກຍ້ອງຫລື? ເພາະເຖິງແມ່ນຄົນບາບກໍຍັງຮັກຄົນທີ່ຮັກເຂົາເຫມືອນກັນ.
|
||
\v 33 ຖ້າທ່ານເຮັດດີສະເພາະແຕ່ຄົນທີ່ເຮັດດີຕໍ່ທ່ານ ຈະຊົງນັບວ່າເປັນຄຸນອັນໃດແກ່ທ່ານ? ເພາະຄົນບາບກໍຍັງເຮັດຢ່າງດຽວກັນ.
|
||
\v 34 ຖ້າທ່ານທັງຫລາຍໃຫ້ຢືມແກ່ຜູ້ທີ່ທ່ານຫວັງວ່າຈະໄດ້ຮັບຄືນ ທ່ານຈະຊົງນັບວ່າເປັນຄຸນອັນໃດແກ່ທ່ານ? ແມ່ນແຕ່ຄົນບາບກໍຍັງໃຫ້ຄົນບາບຢືມໂດຍຫວັງວ່າຈະໄດ້ຮັບຄືນກັບມາເຕັມຈຳນວນ.
|
||
|
||
\s5
|
||
\v 35 ແຕ່ຈົ່ງຮັກສັດຕຣູຂອງທ່ານທັງຫລາຍແລະຈົ່ງເຮັດດີຕໍ່ເຂົາ ຈົ່ງໃຫ້ເຂົາຢືມໂດຍບໍ່ຫວັງຈະໄດ້ຮັບຄືນ ແລະທ່ານຈະໄດ້ຮັບບຳເຫນັດທີ່ຍິ່ງໃຫຍ່, ທ່ານທັງຫລາຍຈະໄດ້ເປັນບຸດຂອງພຣະເຈົ້າຜູ້ສູງສຸດ ເພາະວ່າພຣະອົງຍັງຊົງພຣະກາຣຸນາ ແກ່ຄົນທີ່ເນຣະຄຸນແລະຄົນຊົ່ວ.
|
||
\v 36 ຈົ່ງມີຄວາມເມດຕາກະຣຸນາ ເຫມືອນຢ່າງພຣະບິດາຂອງທ່ານຊົງມີພຣະທັຍເມດຕາກະຣຸນາ.
|
||
|
||
\s5
|
||
\v 37 “ຢ່າໄດ້ຕັດສິນ ແລະ ທ່ານຈະບໍ່ຖືກຕັດສິນ. ຢ່າສາບແຊ່ງໃຜ ແລະ ທ່ານຈະບໍ່ຖືກສາບແຊ່ງ. ຈົ່ງຍົກໂທດໃຫ້ເຂົາ ແລະ ທ່ານຈະໄດ້ຮັບການຍົກໂທດ.
|
||
|
||
\s5
|
||
\v 38 ຈົ່ງໃຫ້ຄົນອື່ນ ແລະທ່ານຈະໄດ້ຮັບເຫມືອນກັນ ໃນຈຳນວນທີ່ຫລາຍ ແລະລົ້ນໄຫລ ເຊິ່ງຈະເທລົງເທິງຕັກຂອງທ່ານ. ເພາະວ່າພວກທ່ານຈະຕວງໃຫ້ເຂົາດ້ວຍເຄື່ອງຜອງອັນໃດ ກໍຈະຊົງຕວງໃຫ້ພວກທ່ານດ້ວຍເຄື່ອງຜອງອັນນັ້ນ.”
|
||
|
||
\s5
|
||
\v 39 ແລ້ວພຣະອົງຊົງກ່າວແກ່ເຂົາເປັນຄຳອຸປະມາວ່າ, “ຄົນຕາບອດຈະຈູງຄົນຕາບອດໄປບໍ່ໄດ້ບໍ? ຖ້າເຂົາເຮັດແບບນັ້ນ ທັງສອງຈະບໍ່ຕົກໃນຂຸມ ບໍ່ແມ່ນບໍ?
|
||
\v 40 ສິດບໍ່ຫ່ອນໃຫຍ່ກວ່າຄຣູ ແຕ່ສິດທຸກຄົນທີ່ຮັບການຝຶກຝົນຢ່າງດີແລ້ວ ກໍຈະເປັນ ເຫມືອນຄຣູຂອງພວກເຂົາ.
|
||
|
||
\s5
|
||
\v 41 ເປັນຫຍັງທ່ານຫລຽວເຫັນຂີ້ເຫຍື່ອທີ່ຢູ່ໃນຕາພີ່ນ້ອງຂອງທ່ານ ແຕ່ໄມ້ທັງທ່ອນທີ່ຢູ່ໃນຕາຕົນເອງທ່ານບໍ່ຮູ້ສຶກ.
|
||
\v 42 ດ້ວຍເຫດໃດທ່ານຈິ່ງຈະເວົ້າກັບພີ່ນ້ອງຂອງຕົນໄດ້ວ່າ ‘ພີ່ນ້ອງເອີຍ, ໃຫ້ຂ້ອຍເຂັ່ຍຂີ້ເຫຍື່ອອອກຈາກຕາຂອງເຈົ້າ’ ແຕ່ທ່ານເອງໄມ້ທັງທ່ອນທີ່ຢູ່ໃນຕາຂອງຕົນກໍຍັງບໍ່ເຫັນ ໂອ ຄົນຫນ້າຊື່ໃຈຄົດເອີຍ, ຈົ່ງເອົາໄມ້ທັງທ່ອນອອກຈາກຕາຂອງຕົນກ່ອນ ແລ້ວທ່ານຈະເຫັນໄດ້ຄັກ ຈິ່ງຈະເຂັ່ຍຂີ້ເຫຍື່ອອອກຈາກຕາພີ່ນ້ອງຂອງທ່ານໄດ້.
|
||
|
||
\s5
|
||
\v 43 “ເພາະບໍ່ມີຕົ້ນໄມ້ດີທີ່ເກີດຜົນບໍ່ດີ ແລະຕົ້ນໄມ້ບໍ່ດີກໍບໍ່ຫ່ອນເກີດຜົນດີ.
|
||
\v 44 ເພາະວ່າຈະຮູ້ຈັກຕົ້ນໄມ້ທຸກຕົ້ນໄດ້ກໍເພາະຜົນຂອງມັນ ເຫດວ່າເຂົາບໍ່ຫ່ອນເກັບຫມາກເດື່ອເທດຈາກຕົ້ນມີຫນາມ ແລະບໍ່ຫ່ອນເກັບຫມາກອະງຸ່ນຈາກພຸ່ມມີຫນາມເຊັ່ນກັນ.
|
||
|
||
\s5
|
||
\v 45 ຄົນດີຍ່ອມເອົາຂອງດີທີ່ມີຢູ່ໃນຄັງດີໃນໃຈຂອງຕົນອອກມາ, ແລະຄົນຊົ່ວກໍຍ່ອມເອົາຂອງຊົ່ວຈາກຄັງຊົ່ວໃນໃຈຂອງຕົນອອກມາ. ເພາະວ່າໃຈເຕັມລົ້ນດ້ວຍອັນໃດ ປາກກໍເວົ້າອອກມາຢ່າງນັ້ນ.
|
||
|
||
\s5
|
||
\v 46 “ເຫດໃດທ່ານທັງຫລາຍຈິ່ງເອີ້ນເຮົາວ່າ, ‘ອົງພຣະຜູ້ເປັນເຈົ້າ ອົງພຣະຜູ້ເປັນເຈົ້າ’ ແຕ່ທ່ານບໍ່ໄດ້ເຮັດຕາມຖ້ອຍຄຳທີ່ເຮົາບອກນັ້ນ.
|
||
\v 47 ທຸກຄົນທີ່ມາຫາເຮົາ ແລະຟັງຄຳຂອງເຮົາ ແລະປະຕິບັດຕາມເຮົາ, ເຮົາຈະແຈ້ງໃຫ້ທ່ານຮູ້ວ່າຄົນນັ້ນປຽບເຫມືອນຜູ້ໃດ.
|
||
\v 48 ເຂົາກໍປຽບເຫມືອນຄົນຜູ້ຫນຶ່ງທີ່ກໍ່ສ້າງເຮືອນ ຜູ້ນັ້ນຂຸດດິນລົງເລິກແລ້ວຕັ້ງຮາກເທິງດານຫີນ ແລະເມື່ອນ້ຳມາຖ້ວມແລ້ວກະແສນ້ຳໄຫລທັ່ງໃສ່ ແຕ່ບໍ່ອາດຈະເຮັດໃຫ້ເຮືອນນັ້ນຫວັ່ນໄຫວ ເພາະວ່າໄດ້ສ້າງດີແລ້ວ.
|
||
|
||
\s5
|
||
\v 49 ແຕ່ຄົນທີ່ໄດ້ຍິນຖ້ອຍຄຳຂອງເຮົາແລະບໍ່ປະຕິບັດຕາມຖ້ອຍຄຳນັ້ນ, ກໍປຽບເຫມືອນຄົນຫນຶ່ງທີ່ໄດ້ກໍ່ສ້າງເຮືອນເທິງດິນທີ່ບໍ່ມີຮາກຖານ. ເມື່ອກະແສນ້ຳໄຫລທັ່ງໃສ່ເຮືອນນັ້ນ, ມັນກໍເຈື່ອນລົງທັນທີ, ແລະນຳຄວາມຈິບຫາຍມາສູ່ເຮືອນນັ້ນຈົນກ້ຽງບໍ່ເຫລືອຍັງເລີຍ.”
|
||
|
||
\s5
|
||
\c 7
|
||
\cl ບົດທີ 7
|
||
\p
|
||
\v 1 ຫລັງຈາກທີ່ພຣະເຢຊູເຈົ້າຊົງກ່າວຄຳເຫລົ່ານັ້ນໃຫ້ປະຊາຊົນຟັງຫມົດແລ້ວ ພຣະອົງກໍສະເດັດເຂົ້າໄປໃນເມືອງກາເປນາອູມ.
|
||
|
||
\s5
|
||
\v 2 ມີຂ້ອຍໃຊ້ຂອງນາຍທະຫານໂຣມຄົນຫນຶ່ງທີ່ນາຍຮັກຫລາຍ ກຳລັງປ່ວຍຢູ່ແລະໃກ້ຈະຕາຍແລ້ວ.
|
||
\v 3 ເມື່ອນາຍທະຫານໄດ້ຍິນກ່ຽວກັບພຣະເຢຊູເຈົ້າ ເພິ່ນໄດ້ສົ່ງເຖົ້າແກ່ບາງຄົນຂອງພວກຢິວໄປຫາພຣະເຢຊູເຈົ້າ ເພື່ອເຊີນພຣະອົງສະເດັດມາຊ່ວຍຊີວິດຂ້ອຍໃຊ້ຂອງຕົນບໍ່ໃຫ້ຕາຍ.
|
||
\v 4 ເມື່ອພວກເຂົາເຂົ້າມາໃກ້ພຣະເຢຊູເຈົ້າແລ້ວ ເຂົາກໍອ້ອນວອນພຣະອົງດ້ວຍໃຈຮ້ອນຮົນວ່າ, “ນາຍທະຫານຜູ້ນັ້ນສົມຄວນທີ່ຈະຮັບການຊ່ວຍເຫລືອນີ້ຈາກທ່ານ.
|
||
\v 5 ເພາະວ່າເພິ່ນຮັກປະເທດຊາດຂອງເຮົາ ແລະແມ່ນຜູ້ນີ້ແຫລະ, ໄດ້ສ້າງໂຮງທັມະສາລາໃຫ້ແກ່ພວກເຮົາ.”
|
||
|
||
\s5
|
||
\v 6 ດັ່ງນັ້ນ ພຣະເຢຊູເຈົ້າຈິ່ງສະເດັດໄປກັບພວກເຂົາ. ແຕ່ເມື່ອພຣະອົງໃກ້ຈະເຖິງບ້ານຂອງເຂົາແລ້ວ, ນາຍທະຫານໄດ້ໃຊ້ຫມູ່ສະຫາຍໄປຫາພຣະອົງທູນວ່າ, “ອົງພຣະຜູ້ເປັນເຈົ້າ, ຂໍຢ່າໄດ້ລຳບາກເລີຍ ເພາະວ່າຂ້ານ້ອຍເປັນຄົນບໍ່ສົມຄວນທີ່ຈະໃຫ້ທ່ານເຂົ້າໄປລຸ່ມຫລັງຄາເຮືອນຂອງຂ້ານ້ອຍ.
|
||
\v 7 ເພາະເຫດນັ້ນຂ້ານ້ອຍຈິ່ງຖືວ່າເປັນຜູ້ບໍ່ສົມຄວນທີ່ຈະໄປຫາພຣະອົງ, ແຕ່ຂໍພຣະອົງພຽງແຕ່ກ່າວຄຳດຽວ ແລະຄົນໃຊ້ຂອງຂ້ານ້ອຍຄົງຈະດີພະຍາດ.
|
||
\v 8 ເພາະຂ້ານ້ອຍເປັນຄົນທີ່ຢູ່ໃຕ້ວິໄນທະຫານ ແລະຂ້ານ້ອຍຍັງມີທະຫານຢູ່ໃຕ້ບັງຄັບບັນຊາຂອງຂ້ານ້ອຍອີກ. ຄືຂ້ານ້ອຍສັ່ງຄົນນີ້ວ່າ ‘ໄປ’ ມັນກໍໄປ ສັ່ງອີກຄົນຫນຶ່ງວ່າ ‘ມາ’ ມັນກໍມາ ແລະບອກແກ່ຂ້ອຍໃຊ້ຂອງຂ້ານ້ອຍວ່າ ‘ຈົ່ງເຮັດສິ່ງນີ້’ ມັນກໍເຮັດ.”
|
||
|
||
\s5
|
||
\v 9 ເມື່ອພຣະເຢຊູໄດ້ຍິນຄຳເຫລົ່ານັ້ນ ພຣະອົງກໍປະຫລາດໃຈໃນຕົວນາຍທະຫານນັ້ນ ແລະຫລຽວຫລັງກ່າວກັບປະຊາຊົນທີ່ຕາມມາວ່າ, “ເຮົາບອກທ່ານທັງຫລາຍວ່າ ເຮົາຍັງບໍ່ເຄີຍເຫັນຜູ້ໃດມີຄວາມເຊື່ອໃຫຍ່ເທົ່ານີ້ໃນອິສະຣາເອນ.”
|
||
\v 10 ເມື່ອຄົນເຫລົ່ານັ້ນທີ່ຖືກສົ່ງກັບໄປເຖິງເຮືອນແລ້ວ ກໍພົບວ່າຂ້ອຍໃຊ້ຜູ້ນັ້ນດີພະຍາດເປັນປົກກະຕິແລ້ວ.
|
||
|
||
\s5
|
||
\v 11 ຫລັງຈາກນັ້ນບໍ່ດົນ ພຣະເຢຊູເຈົ້າກໍສະເດັດໄປຍັງເມືອງຫນຶ່ງຊື່ນາອິນ, ພວກສາວົກຂອງພຣະອົງ ພ້ອມກັບປະຊາຊົນຫລວງຫລາຍໄດ້ຕາມພຣະອົງໄປ.
|
||
\v 12 ເມື່ອສະເດັດມາໃກ້ປະຕູເມືອງແລ້ວ, ເບິ່ງແມ, ມີຄົນກຳລັງຫາມສົບຊາຍຫນຸ່ມຄົນຫນຶ່ງອອກມາ ລາວເປັນລູກຊາຍຄົນດຽວຂອງແມ່ ຊຶ່ງເປັນແມ່ຫມ້າຍ, ແລະມີຊາວເມືອງຫລາຍສົມຄວນອອກມານຳນາງ.
|
||
\v 13 ເມື່ອເຫັນນາງແລ້ວອົງພຣະຜູ້ເປັນເຈົ້າກໍຊົງເມດຕານາງຫລາຍແລ້ວຊົງກ່າວວ່າ, “ຢ່າຮ້ອງໄຫ້.”
|
||
\v 14 ແລ້ວພຣະອົງສະເດັດເຂົ້າໄປໃກ້ແລະບາຍຂອບໄມ້ໂລງສົບທີ່ພວກເຂົາໃສ່ສົບໄວ້ ແລະຄົນທີ່ຫາມໂລງສົບນັ້ນກໍຢຸດຢືນຢູ່ ພຣະອົງຈິ່ງສັ່ງວ່າ, “ຊາຍໜຸ່ມເອີຍ, ເຮົາສັ່ງເຈົ້າວ່າ ຈົ່ງລຸກຂຶ້ນ.”
|
||
\v 15 ແລ້ວຄົນທີ່ຕາຍນັ້ນ ກໍລຸກຂຶ້ນນັ່ງແລະຕັ້ງຕົ້ນເວົ້າ ແລ້ວພຣະເຢຊູເຈົ້າຈິ່ງຊົງມອບຊາຍນັ້ນໃຫ້ແມ່ຂອງລາວ.
|
||
|
||
\s5
|
||
\v 16 ແລ້ວພວກເຂົາທຸກຄົນຈຶ່ງເຕັມໄປດ້ວຍຄວາມຢ້ານພວກເຂົາຈິ່ງສັນຣະເສີນພຣະເຈົ້າບໍ່ຢຸດໂດຍເວົ້າວ່າ, “ທ່ານຜູ້ປະກາດພຣະທັມຜູ້ຍິ່ງໃຫຍ່ໄດ້ເກີດຂຶ້ນທ່າມກາງພວກເຮົາ ແລ້ວແລະພຣະເຈົ້າໄດ້ສະເດັດມາຢ້ຽມຢາມພົນລະເມືອງຂອງພຣະອົງແລ້ວ.”
|
||
\v 17 ເລື່ອງຂອງພຣະອົງໄດ້ຊ່າລືໄປທົ່ວແຂວງຢູດາຍແລະທົ່ວຂົງເຂດທີ່ຢູ່ລ້ອມຮອບທັງໝົດ.
|
||
|
||
\s5
|
||
\v 18 ສາວົກຂອງໂຢຮັນກໍໄດ້ເລົ່າກ່ຽວກັບສິ່ງເຫລົ່ານີ້ທັງຫມົດ.
|
||
\v 19 ແລ້ວໂຢຮັນຈິ່ງເອີ້ນສາວົກສອງຄົນມາແລະ ໃຊ້ເຂົາໄປຫາອົງພຣະຜູ້ເປັນເຈົ້າທູນຖາມວ່າ, "ທ່ານເປັນຜູ້ທີ່ຈະມານັ້ນຫລຶ? ຫລືວ່າເຮົາຕ້ອງລໍຄອຍອີກຄົນຫນຶ່ງອີກ."
|
||
\v 20 ເມື່ອພວກເຂົາທັງສອງໄດ້ມາໃກ້ພຣະເຢຊູຈິ່ງທູນວ່າ, "ໂຢຮັນບັບຕິສະໂຕ ໄດ້ໃຊ້ພວກຂ້ານ້ອຍມາຖາມວ່າ ‘ທ່ານເປັນຜູ້ທີ່ຈະມານັ້ນບໍ ຫລືຈະຕ້ອງລໍຄອຍຜູ້ອື່ນຕື່ມອີກ?'"
|
||
|
||
\s5
|
||
\v 21 ໃນເວລານັ້ນ ພຣະອົງໄດ້ຊົງໂຜດໃຫ້ຫລາຍຄົນດີພະຍາດໂຣຄາຕ່າງໆ ແລະຄວາມທຸກຍາກຕ່າງໆ ແລະພົ້ນຈາກວິນຍານຜີຮ້າຍ ແລະພຣະອົງຮັກສາຄົນຕາບອດຫລາຍຄົນໃຫ້ເຫັນຮຸ່ງ,
|
||
\v 22 ພຣະເຢຊູຕອບສິດທັງສອງນັ້ນວ່າ, “ຈົ່ງໄປແຈ້ງແກ່ໂຢຮັນ ຕາມທີ່ທ່ານໄດ້ເຫັນແລະໄດ້ຍິນ ຄືວ່າຄົນຕາບອດກໍເຫັນຮຸ່ງ, ຄົນຂາເສັ້ງກໍຍ່າງເປັນປົກກະຕິ, ຄົນຂີ້ທູດກໍດີສະອາດ, ຄົນຫູຫນວກກໍໄດ້ຍິນ, ຄົນຕາຍແລ້ວກໍເປັນຄືນມາ, ແລະຂ່າວປະເສີດກໍປະກາດແກ່ຄົນອະນາຖາ.
|
||
\v 23 ຜູ້ໃດທີ່ບໍ່ລົ້ມເລີກຄວາມເຊື່ອໃນເຮົາ ເນື່ອງຈາກສິ່ງທີ່ເຮົາກະທຳຜູ້ນັ້ນກໍເປັນສຸກ.”
|
||
|
||
\s5
|
||
\v 24 ຫລັງຈາກພວກຮັບໃຊ້ຂອງໂຢຮັນໄປແລ້ວ ພຣະເຢຊູເຈົ້າກໍຊົງຕັ້ງຕົ້ນກ່າວກັບປະຊາຊົນເຖິງເລື່ອງໂຢຮັນວ່າ, “ທ່ານທັງຫລາຍໄດ້ອອກໄປໃນຖິ່ນແຫ້ງແລ້ງກັນດານເພື່ອເບິ່ງຫຍັງ? ເພື່ອເບິ່ງຕົ້ນອໍ້ໄຫວໄປມາດ້ວຍລົມພັດຫລື?
|
||
\v 25 ແຕ່ທ່ານທັງຫລາຍອອກໄປເບິ່ງຫຍັງ? ໄປເບິ່ງຄົນນຸ່ງຫົ່ມເຄື່ອງລະອຽດອ່ອນນວນຫລື? ເບິ່ງແມ, ຄົນທີ່ນຸ່ງຫົ່ມເຄື່ອງອັນງົດງາມ ແລະໃຊ້ຊີວິດຢ່າງຫລູຫລາຟຸມເຟືອຍຍ່ອມຢູ່ໃນຣາຊະວັງ.
|
||
\v 26 ແຕ່ພວກທ່ານອອກໄປເບິ່ງຫຍັງ? ເບິ່ງຜູ້ປະກາດພຣະທັມຫລື? ແມ່ນແລ້ວ ເຮົາບອກພວກທ່ານວ່າ ເປັນຍິ່ງກວ່າຜູ້ປະກາດພຣະທັມອີກ.
|
||
|
||
\s5
|
||
\v 27 ທ່ານຜູ້ນີ້ແຫລະທີ່ພຣະຄັມພີຂຽນໄວ້ເຖິງເພິ່ນວ່າ, ‘ເບິ່ງແມ, ເຮົາໃຊ້ຜູ້ຮັບໃຊ້ຂອງເຮົາໄປກ່ອນຫນ້າທ່ານ ຜູ້ທີ່ຈັດຕຽມຫົນທາງໄວ້ກ່ອນຫນ້າທ່ານ’.
|
||
\v 28 ເຮົາບອກພວກທ່ານວ່າ ໃນບັນດາຜູ້ທີ່ເກີດຈາກຜູ້ຍິງເຫລົ່ານັ້ນ ບໍ່ມີຜູ້ໃດໃຫຍ່ກວ່າໂຢຮັນ ແຕ່ຜູ້ນ້ອຍທີ່ສຸດໃນຣາຊະອານາຈັກຂອງພຣະເຈົ້າ ຍັງໃຫຍ່ກວ່າໂຢຮັນອີກ.”
|
||
|
||
\s5
|
||
\v 29 (ເມື່ອຄົນທັງປວງທີ່ໄດ້ຍິນດັ່ງນັ້ນ, ລວມເຖິງບັນດາຄົນເກັບພາສີ, ພວກເຂົາກໍໄດ້ຍອມຮັບວ່າພຣະເຈົ້າຊົງຍຸດຕິທັມ ໂດຍທີ່ພວກເຂົາເປັນຫນຶ່ງໃນກຸ່ມຄົນທີ່ໄດ້ຮັບບັບຕິສະມາຈາກໂຢຮັນແລ້ວ.
|
||
\v 30 ແຕ່ພວກຟາຣີຊາຍ ແລະ ພວກທັມະຈານທີ່ບໍ່ໄດ້ຮັບບັບຕິສະມາຈາກໂຢຮັນ ໄດ້ຂັດຂວາງພຣະປະສົງຂອງພຣະເຈົ້າສຳລັບເຂົາ, ເພາະວ່າພວກເຂົາບໍ່ໄດ້ຮັບປະຕິສະມາໂດຍໂຢຮັນ.)
|
||
|
||
\s5
|
||
\v 31 “ແລ້ວເຮົາຄວນຈະປຽບທຽບຄົນສະໄຫມນີ້ໃສ່ກັບອັນໃດ? ພວກເຂົາເປັນເຫມືອນອັນໃດ?
|
||
\v 32 ພວກເຂົາເປັນເຫມືອນເດັກນ້ອຍທີ່ນັ່ງຢູ່ກາງຕະຫລາດຮ້ອງໃສ່ກັນແລະກັນວ່າ, ‘ພວກເຮົາໄດ້ເປົ່າປີ່ໃຫ້ພວກເຈົ້າ ແຕ່ພວກເຈົ້າບໍ່ໄດ້ຟ້ອນລຳເຮົາໄດ້ຮ້ອງໄຫ້ຮ່ຳໄຮ ແຕ່ພວກເຈົ້າບໍ່ໄດ້ຕີເອິກຮ້ອງໃຫ້’.
|
||
|
||
\s5
|
||
\v 33 ເພາະວ່າໂຢຮັນບັບຕິສະໂຕ ໄດ້ມາໂດຍບໍ່ກິນເຂົ້າຈີ່ ຫລື ດື່ມເຫລົ້າແວງ ແລະ ພວກທ່ານເວົ້າວ່າ ‘ເພິ່ນມີຜີສິງຢູ່’.
|
||
\v 34 ສ່ວນບຸດມະນຸດໄດ້ມາທັງກິນ ແລະດື່ມ ແລະພວກທ່ານເວົ້າວ່າ ‘ເບິ່ງແມ, ນີ້ເປັນຄົນກິນເກີນສ່ວນ ແລະ ມັກເມົາ, ເປັນເພື່ອນຂອງຄົນເກັບພາສີ ແລະ ຄົນບາບ’.
|
||
\v 35 ແຕ່ພຣະສະຕິປັນຍາ ກໍວ່າຖືກຕ້ອງແລ້ວ ໂດຍລູກທັງຫມົດຂອງນາງ.”
|
||
|
||
\s5
|
||
\v 36 ມີຄົນຫນຶ່ງໃນພວກຟາຣີຊາຍ ໄດ້ເຊີນພຣະເຢຊູເຈົ້າໄປຮັບປະທານອາຫານໃນເຮືອນຂອງຕົນ. ຫລັງຈາກທີ່ພຣະເຢຊູເຈົ້າສະເດັດເຂົ້າໄປໃນເຮືອນຂອງຟາຣີຊາຍແລ້ວພຣະອົງຊົງປຣະທັບລົງທີ່ໂຕະເພື່ອຈະຮັບປະທານອາຫານ.
|
||
\v 37 ເບິ່ງແມ, ມີຍິງຄົນຫນຶ່ງໃນເມືອງນັ້ນຊຶ່ງເປັນຄົນບາບ. ເມື່ອນາງຮູ້ວ່າພຣະເຢຊູເຈົ້າຊົງນັ່ງຮັບປະທານອາຫານໃນເຮືອນຂອງຟາຣີຊາຍ ນາງໄດ້ຖືເຕົ້າຫີນຂາວມີນ້ຳຫອມລາຄາແພງມາ.
|
||
\v 38 ນາງຢືນຂ້າງຫລັງໃກ້ຕີນຂອງພຣະອົງແລະຮ້ອງໄຫ້ ນ້ຳຕາໄຫລຈົນປຽກຕີນຂອງພຣະອົງ ແລ້ວນາງເອົາຜົມເຊັດທັງຈູບຕີນຂອງພຣະອົງ ແລະເອົານ້ຳຫອມນັ້ນຫົດສົງຕີນຂອງພຣະອົງ.
|
||
|
||
\s5
|
||
\v 39 ເມື່ອຟາຣີຊາຍຄົນທີ່ໄດ້ເຊີນພຣະເຢຊູມາໄດ້ເຫັນດັ່ງນັ້ນແລ້ວກໍນຶກໃນໃຈວ່າ “ຖ້າຜູ້ນີ້ແມ່ນຜູ້ປະກາດພຣະທັມ ເພິ່ນຄົງຈະໄດ້ຮູ້ວ່າຍິງຜູ້ຖືກຕ້ອງກາຍຂອງເພິ່ນເປັນຜູ້ໃດ ແລະເປັນຄົນແນວໃດ ເພາະມັນເປັນຄົນບາບ.”
|
||
\v 40 ພຣະເຢຊູເຈົ້າຊົງຕອບເພິ່ນວ່າ, “ຊີໂມນເອີຍ, ເຮົາມີບາງຢ່າງຈະເວົ້າກັບທ່ານ” ຊີໂມນທູນຕອບວ່າ, “ອາຈານເອີຍ, ເຊີນເວົ້າໂລດ!”
|
||
|
||
\s5
|
||
\v 41 ພຣະເຢຊູເຈົ້າຊົງກ່າວວ່າ, “ເຈົ້າຫນີ້ຜູ້ຫນຶ່ງມີລູກຫນີ້ສອງຄົນ. ຄົນຫນຶ່ງເປັນຫນີ້ເງິນຫ້າຮ້ອຍຫລຽນເດນາຣິອົນ ແລະອີກຄົນຫນຶ່ງເປັນຫນີ້ຫ້າສິບຫລຽນເດນາຣິອົນ.
|
||
\v 42 ເນື່ອງຈາກພວກເຂົາບໍ່ມີອັນໃດຈະໃຊ້ຫນີ້ແລ້ວ ເຈົ້າຫນີ້ຈິ່ງໂຜດຍົກຫນີ້ໃຫ້ເຂົາທັງສອງ. ໃນສອງຄົນນັ້ນຄົນໃດຈະຮັກເຈົ້າຫນີ້ຫລາຍກວ່າກັນ.”
|
||
\v 43 ຊີໂມນທູນຕອບວ່າ, “ຂ້ານ້ອຍຄຶດວ່ານ່າຈະເປັນຄົນທີ່ເຈົ້າຫນີ້ຍົກຫນີ້ໃຫ້ຫລາຍນັ້ນເປັນຜູ້ຮັກຫລາຍທີ່ສຸດ” ພຣະເຢຊູເຈົ້າຊົງຕອບວ່າ, “ທ່ານຄຶດຖືກແລ້ວ.”
|
||
|
||
\s5
|
||
\v 44 ພຣະເຢຊູເຈົ້າຫລຽວໄປຫາຜູ້ຍິງຄົນນັ້ນແລະຊົງກ່າວກັບຊີໂມນວ່າ, “ທ່ານເຫັນຍິງຜູ້ນີ້ບໍ່. ເຮົາໄດ້ເຂົ້າມາໃນເຮືອນຂອງທ່ານ ທ່ານບໍ່ໄດ້ໃຫ້ນ້ຳລ້າງຕີນຂອງເຮົາ, ແຕ່ຍິງຜູ້ນີ້ໄດ້ເອົານ້ຳຕາລ້າງຕີນຂອງເຮົາ ແລະໄດ້ເອົາຜົມຂອງຕົນເຊັດ.
|
||
\v 45 ທ່ານບໍ່ໄດ້ຈູບເຮົາ, ແຕ່ຍິງຄົນນີ້ ຕັ້ງແຕ່ເຮົາເຂົ້າມາລາວບໍ່ໄດ້ເຊົາຈູບຕີນຂອງເຮົາ.
|
||
|
||
\s5
|
||
\v 46 ທ່ານບໍ່ໄດ້ຫົດຫົວຂອງເຮົາດ້ວຍນ້ຳມັນ ແຕ່ຍິງຜູ້ນີ້ໄດ້ຫົດຕີນຂອງເຮົາດ້ວຍນ້ຳມັນຫອມ.
|
||
\v 47 ເຫດສັນນັ້ນເຮົາບອກທ່ານວ່າຄວາມຜິດບາບຂອງຍິງນີ້ຊຶ່ງມີຫລາຍນັ້ນ ແລະໄດ້ໂຜດຍົກຫລາຍກໍຮັກຫລາຍເຊັ່ນກັນ. ແຕ່ຜູ້ທີ່ໄດ້ຮັບການຍົກໂທດຫນ້ອຍ ກໍຮັກຫນ້ອຍ.”
|
||
|
||
\s5
|
||
\v 48 ແລ້ວພຣະອົງຊົງກ່າວແກ່ນາງວ່າ, “ຄວາມຜິດບາບຂອງເຈົ້າໂຜດຍົກເສຍແລ້ວ.”
|
||
\v 49 ຄົນທັງຫລາຍທີ່ນັ່ງຮັບປະທານອາຫານຮ່ວມກັບພຣະອົງກໍຕັ້ງຄຶດໃນໃຈວ່າ, “ຜູ້ນີ້ແມ່ນໃຜຈິ່ງໃຫ້ອະພັຍຄວາມຜິດບາບໄດ້ ດັ່ງນັ້ນ,”
|
||
\v 50 ແລ້ວພຣະເຢຊູເຈົ້າຈຶ່ງກ່າວກັບຍິງຄົນນັ້ນວ່າ, “ຄວາມເຊື່ອຂອງເຈົ້າໄດ້ເຮັດໃຫ້ເຈົ້າພົ້ນແລ້ວຈົ່ງໄປເປັນສຸກເຖີ້ນ.”
|
||
|
||
\s5
|
||
\c 8
|
||
\cl ບົດທີ 8
|
||
\p
|
||
\v 1 ຫລັງຈາກນັ້ນ ພຣະເຢຊູເຈົ້າໄດ້ສະເດັດໄປຕາມບ້ານແລະຕາມເມືອງ, ຊົງເທດສະນາ ແລະ ປະກາດຂ່າວປະເສີດເລື່ອງຣາຊະອານາຈັກຂອງພຣະເຈົ້າ ແລະສາວົກສິບສອງຄົນນັ້ນກໍຢູ່ກັບພຣະອົງ.
|
||
\v 2 ພ້ອມກັບແມ່ຍິງບາງຄົນທີ່ຊົງໂຜດໃຫ້ພົ້ນຈາກຜີມານຮ້າຍແລ້ວ ແລະພົ້ນຈາກພະຍາດຕ່າງໆ ຄືມາຣີອາຜູ້ມີຊື່ອີກວ່າມັກດາລາ ຜູ້ທີ່ພຣະອົງຊົງຂັບໄລ່ຜີເຈັດໂຕອອກ.
|
||
\v 3 ນາງໂຢຮັນນາພັນຣະຍາຂອງຈູຊາ ຜູ້ເປັນກົມມະວັງຂອງເຮໂຣດ, ແລະນາງຊູຊັນນາແລະຍິງຄົນອື່ນໆອີກຫລາຍຄົນທີ່ໄດ້ຈັດຕຽມສິ່ງຂອງໃຫ້ພວກເຂົາ ດ້ວຍຊັບສິນຂອງພວກນາງ.
|
||
|
||
\s5
|
||
\v 4 ເມື່ອປະຊາຊົນຈຳນວນຫລວງຫລາຍໄດ້ມາຊຸມນຸມກັນຢູ່ ລວມທັງຜູ້ຄົນທີ່ມາຈາກເມືອງຕ່າງໆ ພາກັນມາຫາພຣະອົງ, ພຣະອົງຈິ່ງຊົງກ່າວກັບເຂົາເປັນຄຳອຸປະມາວ່າ,
|
||
\v 5 “ມີຜູ້ຫວ່ານພືດຄົນຫນຶ່ງອອກໄປຫວ່ານເມັດພືດຂອງຕົນ, ເມື່ອກຳລັງຫວ່ານຢູ່ນັ້ນ ລາງເມັດກໍຕົກຕາມທາງກໍຖືກຢຽບຢ່ຳ ແລະນົກປ່າມາກິນເສຍ.
|
||
\v 6 ລາງເມັດກໍຕົກໃສ່ບ່ອນມີຫີນ ແລະເມື່ອງອກຂຶ້ນແລ້ວກໍຫ່ຽວແຫ້ງລົງເພາະບ່ອນບໍ່ຊຸ່ມ.
|
||
|
||
\s5
|
||
\v 7 ລາງເມັດກໍຕົກກາງພຸ່ມຫນາມ ແລະຫນາມກໍປົ່ງຂຶ້ນມານຳກັບເມັດເຂົ້ານັ້ນ ແລະປົກຫຸ້ມຮັດມັນເສັຍ.
|
||
\v 8 ແຕ່ມີບາງເມັດກໍຕົກໃສ່ດິນດີຈິ່ງງອກຂຶ້ນເກີດຜົນໄດ້ຮ້ອຍຕໍ່” ຫລັງຈາກທີ່ພຣະເຢຊູເຈົ້າຊົງກ່າວດັ່ງນີ້ແລ້ວ ພຣະອົງຈິ່ງຊົງຮ້ອງຂຶ້ນວ່າ, “ຜູ້ໃດມີຫູທີ່ໄດ້ຍິນ ຈົ່ງຟັງເຖີດ.”
|
||
|
||
\s5
|
||
\v 9 ຫລັງຈາກນັ້ນ ພວກສາວົກຂອງພຣະອົງຈິ່ງທູນຖາມພຣະອົງເຖິງຄວາມຫມາຍຂອງຄຳອຸປະມານີ້.
|
||
\v 10 ພຣະເຢຊູເຈົ້າຊົງກ່າວກັບພວກເຂົາວ່າ, “ທ່ານທັງຫລາຍໄດ້ຮັບສິດພິເສດທີ່ຈະເຂົ້າໃຈຂໍ້ຄວາມລັບເລິກແຫ່ງຣາຊະອານາຈັກຂອງພຣະເຈົ້າ ແຕ່ສຳລັບຄົນອື່ນເປັນພຽງແຕ່ຄຳສອນດ້ວຍຄຳອຸປະມາເທົ່ານັ້ນ ພວກເຂົາເບິ່ງແຕ່ຈະບໍ່ເຫັນ, ແລະເມື່ອເຂົາຟັງຈະບໍ່ເຂົ້າໃຈ."
|
||
|
||
\s5
|
||
\v 11 ບັດນີ້ ຄື “ຄວາມຫມາຍຂອງຄຳອຸປະມາເມັດພືດນັ້ນໄດ້ ແກ່ພຣະທັມຂອງພຣະເຈົ້າ.
|
||
\v 12 ເມັດທີ່ຕົກຕາມທາງໄດ້ແກ່ພວກຄົນທີ່ໄດ້ຍິນພຣະຄັມນັ້ນ ແຕ່ມານຮ້າຍມາແລະຍາດເອົາພຣະທັມໄປຈາກໃຈຂອງພວກເຂົາ, ເພື່ອບໍ່ໃຫ້ເຊື່ອແລະບໍ່ໄດ້ຄວາມລອດພົ້ນ.
|
||
\v 13 ແລ້ວກໍຮັບພຣະທັມນັ້ນດ້ວຍຄວາມຍິນດີແຕ່ບໍ່ມີຮາກ; ເຊື່ອຢູ່ແຕ່ຊົ່ວຄາວເມື່ອຖືກທົດລອງເຂົາເລີກໄປ.
|
||
|
||
\s5
|
||
\v 14 ເມັດທີ່ຕົກທ່າມກາງພຸ່ມຫນາມນັ້ນໄດ້ແກ່ພວກຄົນທີ່ໄດ້ຍິນພຣະທັມແລ້ວ ແຕ່ຍັງດຳເນີນຊີວິດໃນທາງຂອງຕົນເອງ, ພວກເຂົາຖືກປົກຄຸມດ້ວຍຄວາມກັງວົນ, ຄວາມຮັ່ງມີແລະ ຄວາມສະຫນຸກຂອງຊີວິດນີ້ ດັ່ງນັ້ນ ພວກເຂົາຈິ່ງບໍ່ເກີດຜົນຢ່າງທີ່ພວກເຂົາຈະເປັນ.
|
||
\v 15 ແຕ່ເມັດທີ່ຕົກໃສ່ດິນດີນັ້ນໄດ້ແກ່ຜູ້ທີ່ໄດ້ຍິນພຣະທັມດ້ວຍໃຈເຫລື້ອມໃສສັດທາ ແລ້ວກໍຢຶດໄວ້ຢ່າງຫມັ້ນຄົງ ແລະ ເກີດຜົນດ້ວຍຄວາມພາກພຽນ.”
|
||
|
||
\s5
|
||
\v 16 ບໍ່ມີຜູ້ໃດ ເມື່ອໄຕ້ຕະກຽງແລ້ວຈະເອົາກະບຸງປົກບັງໄວ້ ຫລື ວາງໄວ້ໄຕ້ຕຽງນອນ. ແຕ່ເຂົາຈະຕັ້ງໄວ້ເທິງເຊີງທຽນ ເພື່ອທຸກຄົນທີ່ເຂົ້າມາຈະໄດ້ເຫັນແສງສະຫວ່າງ.
|
||
\v 17 ເພາະບໍ່ມີສິ່ງໃດທີ່ເຊື່ອງໄວ້ ຈະບໍ່ປະກົດໃຫ້ເຫັນ ຫລື ສິ່ງໃດທີ່ປົກບັງໄວ້ເປັນຄວາມລັບ ຈະບໍ່ຖືກຮັບຮູ້ ແລະ ຖືກເປີດເຜີຍໃນທີ່ແຈ້ງ.
|
||
\v 18 ດັ່ງນັ້ນ ຈົ່ງຟັງໃຫ້ດີຣະວັງໃຫ້ດີ ດ້ວຍວ່າຜູ້ໃດມີຢູ່ແລ້ວຈະຊົງເພີ່ມເຕີມໃຫ້ແກ່ຜູ້ນັ້ນອີກແຕ່ຜູ້ໃດທີ່ບໍ່ມີ ຈະຊົງຖືກຍົກເອົາໄປຈາກຜູ້ນັ້ນເສຍ ເຖິງແມ່ນວ່າສິ່ງທີ່ເຂົາຄຶດວ່າມີຢູ່ນັ້ນ”
|
||
|
||
\s5
|
||
\v 19 ຫລັງຈາກນັ້ນແມ່ແລະພວກນ້ອງຊາຍຂອງພຣະເຢຊູເຈົ້າໄດ້ມາຫາພຣະອົງ ແຕ່ພວກເຂົາບໍ່ສາມາດເຂົ້າໃກ້ພຣະອົງໄດ້ເພາະຄົນຫລາຍ.
|
||
\v 20 ມີຄົນໄປບອກພຣະເຢຊູເຈົ້າວ່າ, “ແມ່ແລະພວກນ້ອງຊາຍທ່ານຢືນຢູ່ຂ້າງນອກຢາກມາຫາ.”
|
||
\v 21 ແຕ່ພຣະເຢຊູເຈົ້າຕອບພວກເຂົາວ່າ, “ແມ່ແລະນ້ອງຂອງເຮົາຄືຄົນທີ່ໄດ້ຍິນພຣະທັມຂອງພຣະເຈົ້າແລະເຮັດຕາມ.
|
||
|
||
\s5
|
||
\v 22 ວັນຫນຶ່ງ ພຣະເຢຊູເຈົ້າແລະສາວົກຂອງພຣະອົງໄດ້ສະເດັດລົງເຮືອໄປ ພຣະອົງໄດ້ກ່າວກັບເຂົາວ່າ, “ໃຫ້ພວກເຮົາພາກັນຂ້ວາມໄປຟາກຫນຶ່ງຂອງທະເລສາບເທາະ” ແລ້ວເຂົາກໍຖອຍເຮືອອອກໄປ.
|
||
\v 23 ຂະນະທີ່ພວກເຂົາກຳລັງຂ້ວາມໄປພຣະເຢຊູເຈົ້າກໍນອນຫລັບຢູ່ ແລະເກີດມີລົມພະຍຸພັດລົງມາກາງທະເລຢ່າງຮຸນແຮງ ແລະນ້ຳກໍເລີ່ມເຂົ້າເຮືອ ແລະພວກເຂົາກໍຕົກຢູ່ໃນອັນຕະຣາຍ.
|
||
|
||
\s5
|
||
\v 24 ຈາກນັ້ນ ພວກສາວົກຈິ່ງເຂົ້າໄປຫາພຣະອົງ ແລະປຸກພຣະອົງໃຫ້ຕື່ນຂື້ນ ແລະທູນວ່າ, “ທ່ານອາຈານ, ທ່ານອາຈານເຈົ້າເອີຍ, ພວກຂ້ານ້ອຍກຳລັງຈະຕາຍຢູ່ແລ້ວ” ພຣະອົງຈິ່ງຊົງຕື່ນຂຶ້ນຫ້າມລົມແລະຟອງນ້ຳ, ລົມແລະຟອງນ້ຳກໍຢຸດສະຫງົບງຽບທົ່ວໄປທັນທີ.
|
||
\v 25 ພຣະອົງຊົງກ່າວກັບເຂົາວ່າ, “ຄວາມເຊື່ອຂອງພວກທ່ານຢູ່ໃສ?” ເຂົາກໍຢ້ານແລະປະຫລາດໃຈຈິ່ງເວົ້າກັນວ່າ, “ທ່ານຜູ້ນີ້ແມ່ນຜູ້ໃດຫນໍ ຈິ່ງຫ້າມທັງລົມແລະນ້ຳ ແລະລົມກັບນ້ຳກໍຍອມຟັງເພິ່ນ?”
|
||
|
||
\s5
|
||
\v 26 ແລ້ວ ພວກເພິ່ນໄດ້ຂີ່ເຮືອມາຈອດທີ່ເຂດແດນຂອງຊາວເຄຣາເຊນ ຊຶ່ງຢູ່ກົງກັນຂ້າມກັບແຂວງຄາລີເລ.
|
||
\v 27 ເມື່ອພຣະເຢຊູເຈົ້າສະເດັດຂຶ້ນບົກແລ້ວມີຊາຍຄົນຫນຶ່ງຈາກໃນເມືອງນັ້ນມາພົບພຣະອົງ ຊາຍຜູ້ນີ້ມີຜີມານຮ້າຍຫລາຍໂຕສິງຢູ່ ລາວບໍ່ໄດ້ນຸ່ງເຄື່ອງເປັນເວລານານແລ້ວ ເຂົາບໍ່ໄດ້ອາໄສຢູ່ໃນເຮືອນ ແຕ່ຢູ່ຕາມອຸບໂມງຝັງສົບ.
|
||
|
||
\s5
|
||
\v 28 ເມື່ອຄົນນັ້ນໄດ້ເຫັນພຣະເຢຊູເຈົ້າກໍຮ້ອງຂຶ້ນ ແລະຂາບລົງຕໍ່ຫນ້າພຣະອົງ ລາວກ່າວດ້ວຍສຽງດັງທູນວ່າ. “ເຮົາໄດ້ເຮັດອັນໃດໃຫ້ທ່ານຫລື ເຢຊູບຸດຂອງພຣະເຈົ້າຜູ້ສູງສຸດເອີຍ? ຂໍຢ່າໄດ້ທໍຣະມານເຮົາຖ້ອນ!”
|
||
\v 29 ເນື່ອງຈາກພຣະເຢຊູເຈົ້າໄດ້ຊົງສັ່ງຜີຖ່ອຍຮ້າຍໃຫ້ອອກຈາກຊາຍຄົນນັ້ນ. ເພາະວ່າມັນໄດ້ມາກຸມເອົາຄົນນັ້ນໄປຫລາຍເທື່ອ ແມ່ນວ່າຈະຖືກລ່າມໂສ້ຂັງໄວ້ ແລະເຄີຍຖືກມັດດ້ວຍເຊືອກ ແຕ່ມັນກໍຫັກເຄື່ອງມັດນັ້ນເສຍແລ້ວໄດ້ບັງຄັບໃຫ້ເຂົ້າໄປໃນປ່າ.
|
||
|
||
\s5
|
||
\v 30 ຝ່າຍພຣະເຢຊູເຈົ້າຖາມມັນວ່າ, “ມຶງຊື່ຫຍັງ?” ມັນທູນຕອບວ່າ, “ຊື່ກອງທັບ” ດ້ວຍວ່າຜີທີ່ເຂົ້າສິງຢູ່ນັ້ນມີຫລາຍໂຕ.
|
||
\v 31 ແລະພວກມັນໄດ້ອ້ອນວອນຂໍນຳພຣະອົງບໍ່ໃຫ້ບັງຄັບມັນຫນີໄປສູ່ຂຸມນະຣົກ.
|
||
|
||
\s5
|
||
\v 32 ຂະນະນັ້ນ ມີຫມູຝູງໃຫຍ່ກຳລັງຫາກິນຢູ່ຕາມພູ ຜີເຫລົ່ານັ້ນໄດ້ທູນຂໍພຣະອົງຊົງອະນຸຍາດໃຫ້ພວກມັນເຂົ້າສິງຢູ່ໃນຫມູຝູງນັ້ນ ພຣະອົງກໍຊົງອະນຸຍາດໃຫ້.
|
||
\v 33 ດັ່ງນັ້ນພວກມັນຈິ່ງໄດ້ອອກມາຈາກຊາຍຄົນນັ້ນແລ້ວເຂົ້າໄປສິງຢູ່ໃນຝູງຫມູ, ແລະ ທັງຫມົດກໍແລ່ນລົງຈາກຕາຫລິ່ງຊັນ ໂຕນໃສ່ທະເລສາບ ແລະ ຈົມນ້ຳຕາຍ.
|
||
|
||
\s5
|
||
\v 34 ເມື່ອຄົນລ້ຽງຫມູໄດ້ເຫັນເຫດການທີ່ເກີດຂຶ້ນນັ້ນ ພວກເຂົາແລ່ນໄປເລົ່າເລື່ອງນັ້ນທັງໃນເມືອງແລະນອກເມືອງ.
|
||
\v 35 ແລ້ວຄົນທັງປວງກໍອອກມາເບິ່ງເຫດການທີ່ເກີດຂຶ້ນນັ້ນ ແລະ ເມື່ອມາຫາພຣະເຢຊູເຈົ້າ ພວກເຂົາໄດ້ເຫັນຊາຍຄົນທີ່ຜີຮ້າຍອອກຈາກຕົວນຸ່ງຫົ່ມເສື້ອຜ້າ ແລະ ມີສະຕິ ນັ່ງຢູ່ໃກ້ພຣະບາດພຣະເຢຊູເຈົ້າພວກເຂົາຈິ່ງມີໃຈຢ້ານ.
|
||
|
||
\s5
|
||
\v 36 ຈາກນັ້ນ ຜູ້ທີ່ເຫັນເຫດການນັ້ນ ກໍພາກັນເລົ່າເຖິງເຫດການຄົນທີ່ຜີມານຮ້າຍເຂົ້າສິງນັ້ນໄດ້ໂຜດໃຫ້ດີປົກກະຕິຢ່າງໃດ.
|
||
\v 37 ຜູ້ຄົນທີ່ຢູ່ໃນເມືອງເຄຣາເຊນກັບປະຊາຊົນທັງປວງໃນທົ່ວຮອບເຂດນັ້ນໄດ້ຂໍຮ້ອງໃຫ້ພຣະອົງຫນີໄປຈາກເຂົາເສັຍ ເພາະຄວາມຢ້ານອັນໃຫຍ່ໄດ້ຕົກໃສ່ເຂົາ ພຣະອົງຈິ່ງສະເດັດລົງເຮືອກັບຄືນໄປ.
|
||
|
||
\s5
|
||
\v 38 ຊາຍທີ່ມີຜີມານຮ້າຍອອກຈາກຕົວນັ້ນໄດ້ຂໍຮ້ອງພຣະເຢຊູເຈົ້າອະນຸຍາດໃຫ້ເຂົາຕິດຕາມພຣະອົງໄປດ້ວຍ ແຕ່ພຣະເຢຊູເຈົ້າບອກໃຫ້ລາວກັບຄືນໄປໂດຍຊົງສັ່ງວ່າ.
|
||
\v 39 “ຈົ່ງກັບໄປບ້ານເຮືອນຂອງເຈົ້າ ແລະເລົ່າສິ່ງດີທຸກຢ່າງທີ່ພຣະເຈົ້າໄດ້ຊົງກະທຳແກ່ເຈົ້ານັ້ນ” ແລ້ວຊາຍຄົນນັ້ນກໍກັບໄປແລະປະກາດສິ່ງອັນຍິ່ງໃຫຍ່ທີ່ພຣະເຢຊູເຈົ້າໄດ້ຊົງກະທຳແກ່ຕົນຕະຫລອດທົ່ວທັງເມືອງ.
|
||
|
||
\s5
|
||
\v 40 ເມື່ອພຣະເຢຊູເຈົ້າສະເດັດກັບມາ ປະຊາຊົນກໍໄດ້ຕ້ອນຮັບພຣະອົງ ເພາະພວກເຂົາລໍຄອຍຖ້າພຣະອົງຢູ່.
|
||
\v 41 ແລະເບິ່ງແມ, ມີຊາຍຄົນຫນຶ່ງຊື່ຢາອີໂຣ ເປັນຫົວຫນ້າໂຮງທັມະສາລາ ມາຂາບລົງທີ່ຕີນຂອງພຣະເຢຊູເຈົ້າ ອ້ອນວອນຂໍໃຫ້ພຣະອົງສະເດັດເຂົ້າໄປໃນເຮືອນຂອງຕົນ.
|
||
\v 42 ເພາະລູກສາວຄົນດຽວຂອງລາວອາຍຸສິບສອງປີປ່ວຍກຳລັງຈະຕາຍ. ແຕ່ຝູງປະຊາຊົນພາກັນບຽດພຣະອົງຂະນະທີ່ພຣະອົງກຳລັງສະເດັດໄປ.
|
||
|
||
\s5
|
||
\v 43 ຍິງຄົນຫນຶ່ງເປັນພະຍາດເລືອດຕົກໄດ້ສິບສອງປີມາແລ້ວ ແລະນາງໄດ້ຈ່າຍຊັບຂອງຕົນໄປກັບການຮັກສາ ແຕ່ບໍ່ມີຫມໍຄົນໃດຮັກສາໃຫ້ດີພະຍາດໄດ້.
|
||
\v 44 ນາງໄດ້ຫຍັບເຂົ້າມາເບື້ອງຫລັງພຣະເຢຊູ ແລະບາຍແຄມເຄື່ອງທົງຂອງພຣະອົງ ໃນທັນໃດນັ້ນເລືອດກໍເຊົາໄຫລ.
|
||
|
||
\s5
|
||
\v 45 ພຣະເຢຊູຊົງຖາມວ່າ, “ແມ່ນໃຜໄດ້ບາຍເຮົາ?” ເມື່ອຄົນທັງປວງໄດ້ຕອບປະຕິເສດ ເປໂຕ ໄດ້ທູນວ່າ, “ອາຈານເຈົ້າເອີຍ, ກໍແມ່ນປະຊາຊົນທີ່ກຳລັງກີດຂວາງແລະບຽດທ່ານຢູ່.”
|
||
\v 46 ແຕ່ພຣະເຢຊູຊົງຕອບວ່າ, “ມີບາງຄົນໄດ້ບາຍເຮົາ ເພາະເຮົາຮູ້ສຶກວ່າຣິດອຳນາດໄດ້ແຜ່ຊ່ານອອກຈາກເຮົາໄປ.”
|
||
|
||
\s5
|
||
\v 47 ເມື່ອຍິງນັ້ນເຫັນວ່າຈະເຊື່ອງຕົວຈາກການກະທຳຂອງຕົນເອງບໍ່ໄດ້ແລ້ວ, ນາງກໍເຂົ້າມາດ້ວຍຕົວສັ່ນຂາບລົງຕໍ່ພຣະພັກຂອງພຣະເຢຊູເຈົ້າຕໍ່ໜ້າຄົນທັງປວງ. ນາງໄດ້ທູນເຖິງເຫດການທີ່ຕົນໄດ້ບາຍພຣະອົງ ແລະບອກເຖິງເລື່ອງທີ່ຕົນໄດ້ດີພະຍາດທັນທີ.
|
||
\v 48 ພຣະເຢຊູເຈົ້າກ່າວກັບນາງວ່າ, “ລູກຍິງເອີຍ, ຄວາມເຊື່ອຂອງເຈົ້າໄດ້ເຮັດໃຫ້ເຈົ້າດີແລ້ວ. ຈົ່ງໄປເປັນສຸກເທີ້ນ”.
|
||
|
||
\s5
|
||
\v 49 ໃນຂະນະທີ່ພຣະເຢຊູເຈົ້າກ່າວຢູ່ນັ້ນ ມີຄົນຫນຶ່ໍງມາແຕ່ເຮືອນຂອງນາຍໂຮງທັມມະສາລາບອກວ່າ, “ລູກສາວຂອງທ່ານຕາຍແລ້ວ ຂໍຢ່າໄດ້ລົບກວນອາຈານຕໍ່ໄປເລີຍ.”
|
||
\v 50 ແຕ່ເມື່ອພຣະເຢຊູເຈົ້າໄດ້ຍິນເຊັ່ນນັ້ນກໍຊົງກ່າວແກ່ນາຍນັ້ນວ່າ, “ຢ່າວິຕົກເທາະ ຈົ່ງເຊື່ອເທົ່ານັ້ນ; ແລ້ວລູກທ່ານຈະໄດ້ລອດ.”
|
||
|
||
\s5
|
||
\v 51 ເມື່ອສະເດັດເຖິງເຮືອນຂອງນາຍໂຮງທັມມະສາລາແລ້ວ ພຣະອົງບໍ່ໄດ້ຊົງອະນຸຍາດໃຫ້ຜູ້ໃດເຂົ້າໄປນຳ ເວັ້ນແຕ່ເປໂຕ, ໂຢຮັນ, ຢາໂກໂບ, ແລະພໍ່ແມ່ຂອງເດັກນ້ອຍນັ້ນ.
|
||
\v 52 ຄົນທັງຫລາຍກໍຕີອົກຮ້ອງໄຫ້ຮ່ຳໄຮເພາະເດັກນ້ອຍນັ້ນ, ແຕ່ພຣະອົງຊົງບອກວ່າ, “ຢ່າຮ້ອງໄຫ້ເທາະ ເດັກນ້ອຍນັ້ນບໍ່ຕາຍດອກ, ພຽງແຕ່ຫລັບຢູ່ເທົ່ານັ້ນ.”
|
||
\v 53 ແຕ່ພວກເຂົາພາກັນຫົວຂວັນພຣະອົງ ເພາະເຂົາຮູ້ວ່າເດັກນ້ອຍນັ້ນຕາຍແລ້ວ.
|
||
|
||
\s5
|
||
\v 54 ແຕ່ພຣະເຢຊູເຈົ້າຈັບມືເດັກນ້ອຍ ແລ້ວຊົງຮ້ອງອອກມາວ່າ, “ລູກເອີຍ, ຈົ່ງລຸກຂຶ້ນ”.
|
||
\v 55 ແລ້ວຈິດວິນຍານກໍກັບເຂົ້າໃນຕົວເດັກນ້ອຍນັ້ນ, ແລະລາວໄດ້ລຸກຂຶ້ນທັນທີ. ພຣະອົງຈິ່ງຊົງສັ່ງໃຫ້ເອົາອາຫານມາໃຫ້ລາວກິນ.
|
||
\v 56 ຝ່າຍພໍ່ແມ່ຂອງເດັກນ້ອຍນັ້ນກໍງຶດອັດສະຈັນໃຈຫລາຍ, ແຕ່ພຣະອົງຊົງຫ້າມເຂົາບໍ່ໃຫ້ບອກຜູ້ໃດຮູ້ເຫດການຊຶ່ງເປັນມານັ້ນ.
|
||
|
||
\s5
|
||
\c 9
|
||
\cl ບົດທີ 9
|
||
\p
|
||
\v 1 ເມື່ອພຣະເຢຊູເຈົ້າເອີ້ນສາວົກສິບສອງຄົນນັ້ນມາພ້ອມກັນແລ້ວ ກໍຊົງປະທານໃຫ້ເຂົາມີຣິດເດດແລະມີສິດອຳນາດເຫນືອຜີມານຮ້າຍທັງປວງ ແລະເພື່ອຈະໄດ້ເຮັດໃຫ້ການດີພະຍາດຕ່າງຂອງພວກເຂົາ.
|
||
\v 2 ພຣະອົງຊົງໃຊ້ເຂົາໃຫ້ອອກໄປປະກາດຣາຊະອານາຈັກຂອງພຣະເຈົ້າ ແລະເຮັດໃຫ້ຄົນເຈັບໄຂ້ໄດ້ປ່ວຍດີພະຍາດ.
|
||
|
||
\s5
|
||
\v 3 ພຣະອົງຈິ່ງຊົງສັ່ງເຂົາວ່າ, “ເມື່ອຈະເດີນທາງນັ້ນ - ຢ່າເອົາສິ່ງໃດໄປ ບໍ່ວ່າຈະເປັນໄມ້ຄ້ອນເທົ້າ, ຫລືຖົງ, ຫລືອາຫານ, ຫລື ເງິນ, ຫລື ເສື້ອສອງໂຕ.
|
||
\v 4 ເມື່ອພວກທ່ານເຂົ້າໄປໃນເຮືອນຫລັງໃດ ກໍໃຫ້ອາໄສຢູ່ໃນເຮືອນຫລັງນັ້ນຈົນກວ່າຈະຈາກໄປ.
|
||
|
||
\s5
|
||
\v 5 ຖ້າຜູ້ໃດບໍ່ຕ້ອນຮັບພວກທ່ານ ເມື່ອທ່ານອອກຈາກເມືອງນັ້ນໄປ ແລະຈົ່ງສັ່ນຂີ້ຝຸ່ນທີ່ຕິດຕີນຂອງພວກທ່ານອອກເສັຍ ເພື່ອເປັນພະຍານຕໍ່ພວກເຂົາວ່າທ່ານໄດ້ຕໍ່ຕ້ານພວກເຂົາ.”
|
||
\v 6 ຫລັງຈາກນັ້ນ ພວກສາວົກກໍພາກັນອອກໄປ ຕາມບ້ານເມືອງຕ່າງໆ ເພື່ອປະກາດຂ່າວປະເສີດ ແລະໄດ້ຮັກສາພະຍາດໃຫ້ຄົນເຈັບປ່ວຍທົ່ວທຸກບ່ອນດີພະຍາດ.
|
||
|
||
\s5
|
||
\v 7 ໃນເວລານັ້ນ ເຮໂຣດຜູ້ປົກຄອງໄດ້ຍິນເລື່ອງເຫດການທັງປວງຊຶ່ງເກີດຂຶ້ນນັ້ນ ຈິ່ງເກີດຄວາມກະວົນກະວາຍໃຈ ເພາະບາງຄົນເວົ້າວ່າ, “ໂຢຮັນບັບຕິສະໂຕເປັນຄືນມາຈາກຕາຍແລ້ວ.”
|
||
\v 8 ລາງຄົນວ່າ, “ເປັນເອລີຢາມາປະກົດ” ແຕ່ຄົນອື່ນກໍວ່າ, “ເປັນຜູ້ປະກາດພຣະທັມແຕ່ບູຮານກັບເປັນຄືນມາແລະມີຊີວິດອີກ.”
|
||
\v 9 ເຮໂຣດຈິ່ງກ່າວວ່າ, “ໂຢຮັນນັ້ນເຮົາໄດ້ຕັດຫົວແລ້ວ ແຕ່ຄົນຜູ້ທີ່ເຮົາໄດ້ຍິນຂ່າວນີ້ແມ່ນຜູ້ໃດຫນໍ?” ແລ້ວເຮໂຣດຈຶ່ງໄດ້ຫາໂອກາດທີ່ຈະໄປພົບພຣະເຢຊູເຈົ້າ.
|
||
|
||
\s5
|
||
\v 10 ເມື່ອອັກຄະສາວົກທີ່ຖືກສົ່ງອອກໄປນັ້ນກັບຄືນມາລາຍງານໃນສິ່ງທີ່ພວກເຂົາໄດ້ເຮັດນັ້ນ. ແລ້ວພຣະອົງຊົງພາພວກເພິ່ນອອກໄປເຖິງເມືອງຫນຶ່ງ ຊື່ເບັດສາອີດາ.
|
||
\v 11 ແຕ່ເມື່ອປະຊາຊົນຮູ້ຈັກ ເຂົາກໍຕາມໄປຫາພຣະອົງ ແລະພຣະອົງກໍຊົງຕ້ອນຮັບພວກເຂົາ ແລະຊົງບອກເຂົາເຖິງຣາຊະອານາຈັກຂອງເຈົ້າ ແລະພຣະອົງກໍຊົງໂຜດຮັກສາພະຍາດໃຫ້ກັບບັນດາຄົນເຫລົ່ານັ້ນທີ່ຕ້ອງການເຊົາປ່ວຍ.
|
||
|
||
\s5
|
||
\v 12 ໃນເວລາໃກ້ຄ່ຳ ສາວົກສິບສອງຄົນນັ້ນໄດ້ມາທູນພຣະອົງວ່າ, “ຂໍໃຫ້ປະຊາຊົນເລີກໄປຕາມບ້ານແລະເມືອງໃນແຖບນີ້ ເພື່ອຫາບ່ອນພັກນອນແລະຊື້ອາຫານກິນ ເພາະບ່ອນນີ້ຢູ່ກາງປ່າ.”
|
||
\v 13 ແຕ່ພຣະອົງຊົງຕອບເຂົາວ່າ, “ພວກທ່ານຈົ່ງລ້ຽງເຂົາສາ!” ພວກສາວົກຈິ່ງທູນວ່າ, “ພວກຂ້ານ້ອຍບໍ່ມີຫຍັງນອກຈາກເຂົ້າຈີ່ຫ້າກ້ອນແລະປາສອງໂຕເທົ່ານັ້ນ ເວັ້ນແຕ່ພວກຂ້ານ້ອຍຈະໄປຊື້ອາຫານສຳລັບຄົນທັງຫມົດນີ້.”
|
||
\v 14 ເພາະວ່າຄົນເຫລົ່ານັ້ນມີຜູ້ຊາຍປະມານຫ້າພັນຄົນ ແລ້ວພຣະເຢຊູເຈົ້າສັ່ງພວກສາວົກວ່າ, “ຈົ່ງໃຫ້ພວກເຂົານັ່ງລົງເປັນຫມູ່ ໆ ລະຫ້າສິບຄົນ.”
|
||
|
||
\s5
|
||
\v 15 ດັ່ງນັ້ນ ພວກເຂົາກໍເຮັດຕາມ ແລະຈັດໃຫ້ປະຊາຊົນທັງຫມົດນັ່ງລົງ.
|
||
\v 16 ສ່ວນພຣະອົງຊົງຮັບເອົາເຂົ້າຈີ່ຫ້າກ້ອນແລະປາສອງໂຕນັ້ນແລ້ວກໍຊົງເງີຍຫນ້າຂຶ້ນຟ້າ ແລະຂໍພຣະພອນສຳລັບອາຫານນັ້ນ ແລ້ວຊົງຫັກເຂົ້າຈີ່ນັ້ນຍື່ນໃຫ້ພວກສາວົກເພື່ອແຈກໃຫ້ແກ່ປະຊາຊົນ.
|
||
\v 17 ພວກເຂົາກໍກິນອີ່ມທຸກຄົນ ແລະເກັບເສດສ່ວນຕ່ອນຫັກທີ່ເຫລືອນັ້ນກໍເກັບໄດ້ສິບສອງບຸງ.
|
||
|
||
\s5
|
||
\v 18 ຢູ່ມາມື້ຫນຶ່ງ ຂະນະທີ່ພຣະເຢຊູເຈົ້າກຳລັງອະທິຖານຢູ່ໃນບ່ອນຕ່າງຫາກ ມີແຕ່ພວກສາວົກຢູ່ນຳພຣະອົງແລະພຣະອົງຊົງຖາມພວກເຂົາວ່າ, “ປະຊາຊົນເວົ້າກັນວ່າເຮົາແມ່ນຜູ້ໃດ?”.
|
||
\v 19 ພວກສາວົກທູນຕອບວ່າ, “ເຂົາວ່າແມ່ນໂຢຮັນບັບຕິສະໂຕ, ແຕ່ລາງຄົນວ່າແມ່ນເອລີຢາ, ແຕ່ຄົນອື່ນວ່າແມ່ນຜູ້ປະກາດພຣະທັມແຕ່ບູຮານກັບເປັນຄືນມາອີກຄັ້ງຫນຶ່ງ.”
|
||
|
||
\s5
|
||
\v 20 ພຣະອົງຖາມພວກເຂົາວ່າ, “ແຕ່ພວກທ່ານເດຄິດວ່າເຮົາແມ່ນໃຜ?” ເປໂຕທູນຕອບວ່າ, “ແມ່ນພຣະຄຣິດມາແຕ່ພຣະເຈົ້າ.”
|
||
\v 21 ແຕ່ພຣະເຢຊູເຈົ້າສັ່ງຫ້າມເຂົາຢ່າງແຂງແຮງ ບໍ່ໃຫ້ບອກສິ່ງນີ້ແກ່ຜູ້ໃດ.
|
||
\v 22 ທີ່ກ່າວຢ່າງນັ້ນ ເພາະວ່າ “ບຸດມະນຸດຈະຕ້ອງທົນທຸກທໍຣະມານຫລາຍປະການ ພວກເຖົ້າແກ່ກັບພວກປະໂຣຫິດຕົນໃຫຍ່ແລະພວກທັມະຈານຈະບໍ່ຍອມຮັບພຣະອົງ ເຂົາຈະຂ້າພຣະອົງເສັຍ ແລ້ວໃນວັນຖ້ວນສາມພຣະອົງຈະຖືກຊົງບັນດານໃຫ້ເປັນຄືນມາຈາກຕາຍ.”
|
||
|
||
\s5
|
||
\v 23 ພຣະອົງກ່າວກັບຄົນທັງຫລາຍວ່າ, “ຖ້າຜູ້ໃດຈະຕາມເຮົາມາ ໃຫ້ຜູ້ນັ້ນຕັດສິດຂອງຕົນເອງ ແລະແບກໄມ້ກາງແຂນຂອງຕົນທຸກວັນແລະຕິດຕາມເຮົາມາ.
|
||
\v 24 ຜູ້ໃດຢາກຊ່ອຍຊີວິດຂອງຕົນໃຫ້ພົ້ນ, ແຕ່ຜູ້ນັ້ນຈະເສັຍຊີວິດ, ແຕ່ຜູ້ໃດຈະເສັຍຊີວິດຂອງຕົນເພາະເຫັນແກ່ເຮົາ ຜູ້ນັ້ນກໍຈະຊ່ວຍຊີວິດຂອງຕົນໃຫ້ພົ້ນ.
|
||
\v 25 ຈະໄດ້ປະໂຫຍດອັນໃດສຳລັບມະນຸດ ຖ້າເຂົາໄດ້ຮັບສິ່ງຂອງຫມົດທັງໂລກ ແຕ່ຈະຕ້ອງສູນເສັຍ ຫຼືຖືກຕັດຊີວິດຂອງຕົນໄປ?
|
||
|
||
\s5
|
||
\v 26 ຜູ້ໃດກໍຕາມທີ່ມີຄວາມລະອາຍຕໍ່ເຮົາແລະຖ້ອຍຄຳຂອງເຮົາ, ບຸດມະນຸດກໍຈະມີຄວາມລະອາຍຕໍ່ຜູ້ນັ້ນເມື່ອເຮົາມາປາກົດດ້ວຍສະຫງ່າຣາສີຂອງພຣະອົງ, ແລະສະຫງ່າຣາສີຂອງພຣະບິດາເຈົ້າພ້ອມດ້ວຍພວກທູດສະຫວັນບໍຣິສຸດ.
|
||
\v 27 ແຕ່ເຮົາບອກທ່ານທັງຫລາຍຕາມຄວາມຈິງວ່າ ມີລາງຄົນທີ່ຢືນຢູ່ທີ່ນີ້ຈະບໍ່ຮູ້ຣົດຄວາມຕາຍຈົນກວ່າຈະໄດ້ເຫັນຣາຊະອານາຈັກຂອງພຣະເຈົ້າ.”
|
||
|
||
\s5
|
||
\v 28 ປະມານແປດວັນຕໍ່ມາ ຫລັງຈາກພຣະເຢຊູເຈົ້າກ່າວຖ້ອຍຄຳເຫລົ່ານີ້ແລ້ວ, ພຣະອົງໄດ້ຊົງພາເປໂຕ, ໂຢຮັນ, ແລະຢາໂກໂບ ຂຶ້ນໄປເທິງພູເພື່ອອະທິຖານ.
|
||
\v 29 ຂະນະທີ່ພຣະອົງກຳລັງອະທິຖານຢູ່ນັ້ນ ພຣະພັກຂອງພຣະອົງກໍປ່ຽນໄປແລະເຄື່ອງທົງຂອງພຣະອົງກໍຂາວເຫລື້ອມ.
|
||
|
||
\s5
|
||
\v 30 ເບິ່ງແມ, ມີຊາຍສອງຄົນກຳລັງສົນທະນາຢູ່ກັບພຣະອົງ ຄືໂມເຊແລະເອລີຢາ.
|
||
\v 31 ຜູ້ມາປະກົດດ້ວຍຣັດສະຫມີ ພວກເຂົາກ່າວເຖິງການທີ່ພຣະອົງຈະສະເດັດຈາກໂລກໄປ ຊຶ່ງຈະສຳເລັດໃນນະຄອນເຢຣູຊາເລັມ.
|
||
|
||
\s5
|
||
\v 32 ຝ່າຍເປໂຕກັບຫມູ່ຂອງຕົນກໍເຫງົານອນ ແຕ່ເມື່ອພວກເຂົາຕື່ນຂຶ້ນແລ້ວ ພວກເຂົາກໍໄດ້ເຫັນພຣະຫງ່າຣາສີຂອງພຣະເຢຊູເຈົ້າ ແລະ ເຫັນສອງຄົນນັ້ນຢືນຢູ່ກັບພຣະອົງ.
|
||
\v 33 ຂະນະທີ່ສອງຄົນນັ້ນກຳລັງລາຈາກພຣະເຢຊູເຈົ້າໄປ, ເປໂຕໄດ້ທູນພຣະເຢຊູວ່າ, “ອາຈານເຈົ້າເອີຍ, ເປັນການດີທີ່ພວກເຮົາຈະຢູ່ທີ່ນີ້ ແລະ ພວກຂ້ານ້ອຍພາກັນປຸກຕູບສາມຫລັງ, ຫລັງຫນຶ່ງສຳລັບທ່ານ, ຫລັງຫນຶ່ງສຳລັບໂມເຊ, ແລະ ຫລັງຫນຶ່ງສຳລັບເອລີຢາ” (ເພິ່ນບໍ່ຮູ້ສຶກຕົວວ່າຕົນກຳລັງເວົ້າຫຍັງ.)
|
||
|
||
\s5
|
||
\v 34 ຂະນະທີ່ເປໂຕກຳລັງກ່າວຢູ່ນັ້ນກໍມີກ້ອນເມກມາປົກຫຸ້ມເພິ່ນໄວ້ ແລະເພິ່ນກໍຢ້ານເມື່ອຢູ່ໃນກ້ອນເມກນັ້ນ.
|
||
\v 35 ແລະມີພຣະສຸຣະສຽງອອກມາຈາກເມກນັ້ນວ່າ, “ທ່ານຜູ້ນີ້ເປັນບຸດຂອງເຮົາຜູ້ທີ່ເຮົາເລືອກໄວ້ ຈົ່ງເຊື່ອຟັງທ່ານ.”
|
||
\v 36 ເມື່ອພຣະສຸຣະສຽງນັ້ນສະຫງົບລົງແລ້ວ ກໍມີແຕ່ພຣະເຢຊູເຈົ້າຜູ້ດຽວຊົງຢູ່ທີ່ນັ້ນ, ສ່ວນພວກເຂົາທັງສາມກໍມິດຢູ່ ແລະໃນຄາວນັ້ນເຂົາບໍ່ໄດ້ບອກເຫດການທີ່ເຂົາໄດ້ເຫັນນັ້ນຈັກຢ່າງໃຫ້ຜູ້ໃດຟັງ.
|
||
|
||
\s5
|
||
\v 37 ວັນຕໍ່ມາ, ເມື່ອພຣະເຢຊູເຈົ້າພ້ອມກັບພວກສາວົກລົງມາຈາກພູເຂົາແລ້ວ ມີປະຊາຊົນຈຳນວນຫລາຍໄດ້ມາພົບພຣະອົງ.
|
||
\v 38 ດັ່ງນີ້, ມີຊາຍຄົນຫນຶ່ງໃນຫມູ່ປະຊາຊົນນັ້ນຮ້ອງຂຶ້ນວ່າ, “ອາຈານເອີຍ, ຂໍໂຜດເບິ່ງລູກຊາຍຂ້ານ້ອຍແດ່ທ້ອນ ເພາະຂ້ານ້ອຍມີແຕ່ລູກຄົນດຽວ.
|
||
\v 39 ເບິ່ງແມ, ເມື່ອຜີຮ້າຍເຂົ້າສິງເດັກນ້ອຍ ມັນກໍຮ້ອງຂຶ້ນທັນທີ, ເຮັດໃຫ້ເດັກນ້ອຍຊັກດີ້ນ, ນ້ຳລາຍຟູມປາກ, ແລະໃຫ້ຕົວເດັກນ້ອຍຟົກຊ້ຳໄປ ແລະບໍ່ຍອມອອກໄປຈາກມັນໄດ້ງ່າຍໆ.
|
||
\v 40 ຂ້ານ້ອຍໄດ້ຂໍໃຫ້ພວກສາວົກຂອງທ່ານຂັບໄລ່ຜີນັ້ນອອກເສຍ ແຕ່ເຂົາເຮັດບໍ່ໄດ້.”
|
||
|
||
\s5
|
||
\v 41 ພຣະເຢຊູເຈົ້າຕອບວ່າ, “ໂອຄົນໃນສະໄຫມທີ່ຂາດຄວາມເຊື່ອແລະມີໃຈຊົ່ວຊ້າ, ເຮົາຈະຕ້ອງທົນຢູ່ກັບເຈົ້າທັງຫລາຍເຫິງປານໃດ? ຈົ່ງພາລູກຂອງທ່ານມານີ້ສາ!”.
|
||
\v 42 ເມື່ອເດັກນ້ອຍນັ້ນກຳລັງມາ ຜີໄດ້ເຮັດໃຫ້ມັນລົ້ມກິ້ງເກືອກໄປມາ ແຕ່ພຣະເຢຊູເຈົ້າກ່າວຊຳຣະຜີຖ່ອຍຮ້າຍນັ້ນ ແລະຊົງເຮັດໃຫ້ເດັກນ້ອຍດີແລ້ວສົ່ງຄືນໃຫ້ພໍ່ຂອງລາວ.
|
||
|
||
\s5
|
||
\v 43 ຄົນທັງຫລາຍກໍງຶດປະຫລາດໃຈໃນຣິດເດດອຳນາດອັນຍິ່ງໃຫຍ່ຂອງພຣະເຈົ້າ. ແຕ່ເມື່ອຂະນະທີ່ຄົນເຫລົ່ານັ້ນຍັງປະຫລາດໃຈຢູ່ກັບສິ່ງເຫລົ່ານັ້ນທີ່ພຣະເຢຊູເຈົ້າຊົງກະທຳ, ພຣະອົງຈິ່ງກ່າວກັບພວກສາວົກຂອງພຣະອົງວ່າ,
|
||
\v 44 “ຈົ່ງໃຫ້ຄຳເຫລົ່ານີ້ເຂົ້າໄປໃນຫູຂອງພວກທ່ານ ເພາະວ່າບຸດມະນຸດຈະຕ້ອງຖືກມອບໄວ້ໃນມືມະນຸດ.”
|
||
\v 45 ແຕ່ພວກສາວົກບໍ່ໄດ້ເຂົ້າໃຈເຖິງຄວາມຫມາຍນີ້ ແລະມັນຖືກປິດບັງໄວ້ຈາກພວກເຂົາ, ດັ່ງນັ້ນພວກເຂົາຈິ່ງບໍ່ເຂົ້າໃຈໃນເລື່ອງນີ້ ແຕ່ພວກເຂົາບໍ່ກ້າຖາມເລື່ອງນັ້ນກັບພຣະອົງ.
|
||
|
||
\s5
|
||
\v 46 ຫລັງຈາກນັ້ນ ໄດ້ເກີດການຖຽງກັນຂຶ້ນໃນທ່າມກາງພວກສາວົກ ວ່າໃຜຈະເປັນໃຫຍ່ກວ່າຫມູ່.
|
||
\v 47 ຝ່າຍພຣະເຢຊູເຈົ້າຊົງຊາບຄວາມຄຶດໃນໃຈຂອງເພິ່ນ ພຣະອົງຈິ່ງຊົງໃຫ້ເດັກນ້ອຍຄົນຫນຶ່ງມາຢືນຢູ່ໃກ້ພຣະອົງ.
|
||
\v 48 ແລະພຣະອົງກ່າວກັບເພິ່ນວ່າ, “ຖ້າຜູ້ໃດຍອມຮັບເດັກນ້ອຍຄົນນີ້ໃນນາມຂອງເຮົາ ຜູ້ນັ້ນກໍຍອມຮັບເຮົາ ແລະຖ້າຜູ້ໃດຍອມຮັບເຮົາ ຜູ້ນັ້ນກໍຍອມຮັບພຣະອົງຜູ້ຊົງໃຊ້ເຮົາມາ ເພາະວ່າໃນພວກທ່ານທັງຫລາຍ ຜູ້ໃດເປັນຜູ້ເລັກນ້ອຍທີ່ສຸດ ຜູ້ນັ້ນແຫລະ, ເປັນຜູ້ຍິ່ງໃຫຍ່.”
|
||
|
||
\s5
|
||
\v 49 ຝ່າຍໂຢຮັນທູນພຣະອົງວ່າ, “ທ່ານອາຈານເອີຍ, ພວກຂ້ານ້ອຍໄດ້ເຫັນບາງຄົນຂັບໄລ່ຜີອອກໃນນາມຂອງພຣະອົງ ແລະພວກຂ້ານ້ອຍໄດ້ຫ້າມຄົນນັ້ນເສັຍ ເພາະເພິ່ນບໍ່ຮ່ວມຕິດຕາມພຣະອົງກັບພວກຂ້ານ້ອຍ.”
|
||
\v 50 ແຕ່ພຣະເຢຊູເຈົ້າຕອບໂຢຮັນວ່າ, “ຢ່າຫ້າມເທາະ, ເພາະວ່າຜູ້ໃດບໍ່ຕໍ່ສູ້ພວກທ່ານກໍເປັນຝ່າຍທ່ານແລ້ວ.”
|
||
|
||
\s5
|
||
\v 51 ໃນເວລານັ້ນຊຶ່ງໃກ້ວັນທີ່ພຣະເຢຊູເຈົ້າຈະຖືກຮັບຂຶ້ນເມື່ອສູ່ສະຫວັນ, ພຣະອົງຊົງຕັ້ງພຣະໃຈຢ່າງຄັກແນ່ທີ່ຈະໄປນະຄອນເຢຣູຊາເລັມ.
|
||
\v 52 ພຣະອົງໄດ້ຊົງໃຊ້ຜູ້ຮັບໃຊ້ໄປກ່ອນຫນ້າພຣະອົງ, ພວກເພິ່ນຈິ່ງອອກໄປແລະເຂົ້າໄປໃນບ້ານຫນຶ່ງຂອງຊາວຊາມາເຣັຍ ເພື່ອຈັດຕຽມທຸກສິ່ງໄວ້ສຳລັບພຣະອົງ.
|
||
\v 53 ແຕ່ຊາວບ້ານນັ້ນບໍ່ໄດ້ຕ້ອນຮັບພຣະອົງ ເພາະພຣະອົງກຳລັງມຸ້ງຫນ້າທີ່ຈະໄປນະຄອນເຢຣູຊາເລັມ.
|
||
|
||
\s5
|
||
\v 54 ດັ່ງນັ້ນ ເມື່ອສາວົກຂອງພຣະອົງ ຄືຢາໂກໂບແລະໂຢຮັນ ໄດ້ເຫັນດັ່ງນັ້ນພວກເຂົາຈິ່ງທູນວ່າ, “ພຣະອົງເຈົ້າເອີຍ, ພຣະອົງຢາກໃຫ້ພວກຂ້ານ້ອຍສັ່ງໄຟລົງມາຈາກສະຫວັນ ເພື່ອເຜົາຜານເມືອງນີ້ຫລືບໍ?”.
|
||
\v 55 ແຕ່ພຣະອົງຊົງຫລຽວຫລັງແລະຫ້າມພວກເພິ່ນທັງສອງ,
|
||
\v 56 ແລະພຣະອົງໄດ້ສະເດັດພ້ອມກັບພວກສາວົກເຂົ້າໄປທີ່ບ້ານອື່ນ.
|
||
|
||
\s5
|
||
\v 57 ຂະນະທີ່ພຣະອົງເຢຊູເຈົ້າພ້ອມກັບພວກສາວົກກຳລັງສະເດັດໄປຕາມທາງ ມີຊາຍຄົນຫນຶ່ງທູນພຣະອົງວ່າ, “ຂ້ານ້ອຍຈະຕິດຕາມພຣະອົງໄປທຸກບ່ອນ.”
|
||
\v 58 ພຣະເຢຊູເຈົ້າຕອບລາວວ່າ, “ຫມາຈິກຈອກຍັງມີຫມົ້ງນອນແລະນົກປ່າກໍຍັງມີຮັງ, ແຕ່ບຸດມະນຸດບໍ່ມີບ່ອນຈະວາງຫົວລົງ.”
|
||
|
||
\s5
|
||
\v 59 ພຣະອົງກ່າວກັບອີກຄົນຫນຶ່ງວ່າ, “ຈົ່ງຕາມເຮົາມາ” ຄົນນັ້ນທູນຕອບວ່າ, “ອົງພຣະຜູ້ເປັນເຈົ້າ ຂໍໂຜດອະນຸຍາດໃຫ້ຂ້ານ້ອຍໄປຝັງສົບພໍ່ຂອງຂ້ານ້ອຍເສັຍກ່ອນ.”
|
||
\v 60 ພຣະເຢຊູເຈົ້າຕອບຜູ້ນັ້ນວ່າ, “ຈົ່ງປະໃຫ້ຄົນຕາຍຝັງກັນເອງເທາະ ແຕ່ທ່ານຈົ່ງໄປແລະປະກາດກ່ຽວກັບຣາຊະອານາຈັກຂອງພຣະເຈົ້າທຸກຫົນທຸກແຫ່ງ.”
|
||
|
||
\s5
|
||
\v 61 ແຕ່ມີອີກຄົນຫນຶ່ງທູນວ່າ, “ອົງພຣະຜູ້ເປັນເຈົ້າຂ້ານ້ອຍຈະຕາມທ່ານໄປ ແຕ່ຂໍອະນຸຍາດໃຫ້ຂ້ານ້ອຍໄປລາໄທເຮືອນຂອງຂ້ານ້ອຍກ່ອນ.”
|
||
\v 62 ພຣະເຢຊູເຈົ້າຕອບເຂົາວ່າ“ຜູ້ໃດເອົາມືຈັບງ້ອນໄຖແລ້ວຫລຽວຄືນຫລັງ ຜູ້ນັ້ນບໍ່ສົມຄວນກັບຣາຊະອານາຈັກຂອງພຣະເຈົ້າ.”
|
||
|
||
\s5
|
||
\c 10
|
||
\cl ບົດທີ10
|
||
\p
|
||
\v 1 ຫລັງຈາກນັ້ນ ອົງພຣະຜູ້ເປັນເຈົ້າໄດ້ຊົງຕັ້ງອີກເຈັດສິບຄົນ ແລະສົ່ງພວກເຂົາອອກໄປເປັນຄູ່ ໆ ລ່ວງຫນ້າາພຣະອົງເຂົ້າໄປໃນທຸກເມືອງແລະທຸກບ້ານບ່ອນພຣະອົງຈະສະເດັດໄປນັ້ນ.
|
||
\v 2 ພຣະອົງຊົງກ່າວກັບເຂົາວ່າ, “ເຂົ້າທີ່ຈະກ່ຽວກໍມີຫລາຍແທ້, ແຕ່ຄົນທຳງານມັນຫນ້ອຍຢູ່. ເພາະສັນນັ້ນພວກທ່ານຈົ່ງພາວັນນາອະທິຖານຕໍ່ຜູ້ເປັນເຈົ້າຂອງນາ ໃຫ້ສົ່ງຄົນງານມາເກັບກ່ຽວເຂົ້າຂອງພຣະອົງ.
|
||
|
||
\s5
|
||
\v 3 ຈົ່ງອອກໄປຕາມທາງຂອງທ່ານ. ເບິ່ງແມ! ເຮົາໄດ້ໃຊ້ພວກທ່ານໄປເຫມືອນດັ່ງແກະນ້ອຍຢູ່ທ່າມກາງຝູງຫມາໄນ.
|
||
\v 4 ຢ່າຖືກະເປົາເງິນ, ຫລືຖືຖົງ, ຫລືຖືເກີບໄປນຳ ແລະຢ່າຄຳນັບຜູ້ໃດຕາມທາງ.
|
||
|
||
\s5
|
||
\v 5 ເມື່ອທ່ານທັງຫລາຍເຂົ້າໄປໃນເຮືອນຫລັງໃດກໍຕາມ ຈົ່ງເວົ້າກ່ອນວ່າ ‘ຂໍໃຫ້ສັນຕິສຸກຈົ່ງມີແກ່ເຮືອນຫລັງນີ້!’.
|
||
\v 6 ຖ້າມີຄົນມັກສັນຕິສຸກຢູ່ໃນເຮືອນນັ້ນ ສັນຕິສຸກຂອງທ່ານຈະສະຖິດຢູ່ກັບຜູ້ນັ້ນ ຖ້າຫາກບໍ່ມີ, ສັນຕິສຸກນັ້ນຈະກັບຄືນມາຫາທ່ານອີກ.
|
||
\v 7 ຈົ່ງອາໄສຢູ່ໃນເຮືອນນັ້ນ, ຈົ່ງກິນແລະດື່ມຕາມທີ່ເຂົາມີຢູ່ ດ້ວຍວ່າຜູ້ທຳງານກໍຄວນຈະໄດ້ຮັບຄ່າຈ້າງຂອງຕົນ ຢ່າອອກຫນີຈາກເຮືອນນີ້ເຂົ້າໄປຢູ່ເຮືອນອື່ນ.
|
||
|
||
\s5
|
||
\v 8 ບໍ່ວ່າທ່ານຈະເຂົ້າໄປໃນເມືອງໃດ ແລະພວກເຂົາຕ້ອນຮັບທ່ານໄວ້ ຈົ່ງກິນຂອງທີ່ພວກເຂົາຈັດໃຫ້ຕໍ່ຫນ້າທ່ານ.
|
||
\v 9 ແລະຈົ່ງຮັກສາຄົນເຈັບປ່ວຍຢູ່ໃນເມືອງນັ້ນດີພະຍາດ, ບອກແກ່ພວກເຂົາວ່າ ‘ຣາຊະອານາຈັກຂອງພຣະເຈົ້າໄດ້ມາໃກ້ທ່ານທັງຫລາຍແລ້ວ’.
|
||
|
||
\s5
|
||
\v 10 ແຕ່ເມື່ອພວກທ່ານເຂົ້າໃນເມືອງໃດ ແລະເຂົາບໍ່ຕ້ອນຮັບທ່ານໄວ້ ຈົ່ງອອກໄປກາງຖະຫນົນແລະກ່າວວ່າ.
|
||
\v 11 ‘ແມ່ນວ່າຂີ້ຝຸ່ນດິນໃນເມືອງຂອງເຈົ້າທີ່ຕິດຕີນຂອງພວກເຮົາ ເຮົາຂໍປັດອອກຕໍ່ສູ້ພວກເຈົ້າ! ແຕ່ຈົ່ງເຂົ້າໃຈຂໍ້ນີ້ວ່າ: ຣາຊະອານາຈັກຂອງພຣະເຈົ້າໄດ້ມາໃກ້ພວກເຈົ້າແລ້ວ’.
|
||
\v 12 ເຮົາບອກພວກທ່ານວ່າໃນວັນພິພາກສາ ໂທດຂອງເມືອງໂຊດົມໃນວັນນັ້ນຈະເບົາກວ່າ ໂທດຂອງເມືອງນີ້.”
|
||
|
||
\s5
|
||
\v 13 “ວິບັດແກ່ເຈົ້າເມືອງໂຂຣາຊິນ, ວິບັດແກ່ເຈົ້າເມືອງເບັດຊາອີດາ ເອີຍ, ຖ້າການອັດສະຈັນເຫລົ່ານັ້ນທີ່ໄດ້ກະທຳໃນທ່າມກາງພວກເຈົ້ານັ້ນ ໄດ້ຖືກກະທຳໃນຖ້າມກາງເມືອງຕີເຣແລະເມືອງຊີໂດນແລ້ວນັ້ນ, ຄົນໃນເມືອງທັງສອງຄົງໄດ້ຖິ້ມໃຈເກົ່າເອົາໃຈໃຫມ່, ນຸ່ງຫົ່ມຜ້າຫຍາບ, ນັ່ງເທິງຂີ້ເຖົ່າແຕ່ດົນນານມາແລ້ວ.
|
||
\v 14 ແຕ່ໂທດຂອງເມືອງຕີເຣແລະເມືອງຊີໂດນຈະເບົາກວ່າໂທດຂອງພວກເຈົ້າ ໃນວັນພິພາກສາ.
|
||
\v 15 ຝ່າຍເຈົ້າ, ເມືອງກາເປນາອູມເຮີຍເຈົ້າຄິດວ່າ ເຈົ້າຈະຖືກຍົກຂຶ້ນສູງພຽງຟ້າຫລື? ແຕ່ເຈົ້າຈະຖືກຖິ້ມລົງໄປໃນບຶງໄຟນະຣົກ.
|
||
|
||
\s5
|
||
\v 16 “ຜູ້ທີ່ຟັງທ່ານທັງຫລາຍກໍໄດ້ຟັງເຮົາ, ແລະຜູ້ທີ່ບໍ່ຍອມຮັບທ່ານທັງຫລາຍກໍບໍ່ຍອມຮັບເຮົາ, ແລະຜູ້ທີ່ບໍ່ຍອມຮັບເຮົາກໍບໍ່ຍອມຮັບຜູ້ທີ່ຊົງໃຊ້ເຮົາມາ.”
|
||
|
||
\s5
|
||
\v 17 ຝ່າຍພວກເຈັດສິບຄົນ ໄດ້ກັບຄືນມາດ້ວຍຄວາມຊື່ນຊົມຍິນດີ ທູນວ່າ, “ອົງພຣະຜູ້ເປັນເຈົ້າ, ແມ່ນແຕ່ຜີມານຮ້າຍກໍຍອມຟັງຄວາມຂອງພວກຂ້ານ້ອຍໃນນາມຊື່ຂອງພຣະອົງ.”
|
||
\v 18 ພຣະເຢຊູເຈົ້າກ່າວກັບເພິ່ນວ່າ, “ເຮົາໄດ້ເຫັນຊາຕານຕົກຈາກຟ້າເຫມືອນດັ່ງຟ້າແມບ.
|
||
\v 19 ເບິ່ງແມ! ເຮົາໄດ້ໃຫ້ພວກທ່ານມີອຳນາດຢຽບງູແລະແມງງອດ, ແລະໃຫ້ມີອຳນາດເຫນືອກຳລັງຂອງສັດຕຣູ ແລະບໍ່ມີສິ່ງໃດເຮັດອັນຕະຣາຍແກ່ພວກທ່ານໄດ້ເລີຍ.
|
||
\v 20 ແຕ່ຢ່າໄດ້ຊື່ນຊົມຍິນດີໃນສິ່ງເຫລົ່ານີ້ເພາະຜີທັງຫລາຍຍອມຟັງຄວາມຂອງທ່ານ ແຕ່ຈົ່ງຊົມຊື່ນຍິນດີເພາະຊື່ຂອງພວກທ່ານໄດ້ຈົດໄວ້ໃນສະຫວັນແລ້ວ.”
|
||
|
||
\s5
|
||
\v 21 ໃນຂະນະດຽວກັນ ພຣະເຢຊູເຈົ້າຊົງມີຄວາມຊົມຊື່ນຍິນດີໃນພຣະວິນຍານບໍຣິສຸດ ເຈົ້າແລະກ່າວວ່າ, “ຂ້າພຣະອົງສັນຣະເສີນແດ່ພຣະບິດາເຈົ້າ, ອົງພຣະຜູ້ເປັນເຈົ້າແຫ່ງຟ້າສະຫວັນແລະແຜ່ນດິນໂລກ ເພາະພຣະອົງຊົງໄດ້ປົກບັງສິ່ງເຫລົ່ານີ້ໄວ້ຈາກຜູ້ມີປັນຍາແລະຜູ້ສະຫລາດ ແຕ່ໄດ້ຊົງເປີດເຜີຍສິ່ງນັ້ນໃຫ້ແກ່ບັນດາຄົນທີ່ບໍ່ໄດ້ຮັບການສອນ ເຊິ່ງເປັນເຫມືອນເດັກນ້ອຍ, ແມ່ນແລ້ວ, ພຣະບິດາ, ເພາະນີ້ເປັນສິ່ງທີ່ເຫັນຊອບຕໍ່ສາຍຕາຂອງພຣະອົງ.”
|
||
|
||
\s5
|
||
\v 22 “ພຣະບິດາຂອງເຮົາໄດ້ມອບສິ່ງສາຣະພັດໃຫ້ແກ່ເຮົາ ແລະບໍ່ມີໃຜຮູ້ວ່າພຣະບຸດແມ່ນຜູ້ໃດ ເວັ້ນໄວ້ແຕ່ພຣະບິດາ ແລະບໍ່ມີໃຜຮູ້ວ່າພຣະບິດາແມ່ນຜູ້ໃດ ເວັ້ນໄວ້ແຕ່ພຣະບຸດ ກັບຜູ້ທີ່ພຣະບຸດປະສົງຈະສະແດງໃຫ້ຮູ້.”
|
||
|
||
\s5
|
||
\v 23 ແລ້ວພຣະເຢຊູເຈົ້າກໍຫລຽວໄປຫາພວກສາວົກ ແລະກ່າວແກ່ພວກເພິ່ນເປັນການສ່ວນຕົວວ່າ, “ບັນດາຜູ້ທີ່ເຫັນແບບດຽວກັບທີ່ທ່ານເຫັນກໍເປັນສຸກ.
|
||
\v 24 ເຮົາບອກທ່ານທັງຫລາຍວ່າ ຜູ້ປະກາດພຣະທັມຫລາຍຄົນ ແລະກະສັດຫລາຍອົງປາຖນາຈະເຫັນສິ່ງທີ່ພວກທ່ານເຫັນຢູ່ນີ້ ແຕ່ກໍບໍ່ໄດ້ເຫັນ ແລະປາຖນາທີ່ໄດ້ຍິນສິ່ງທີ່ພວກທ່ານໄດ້ຍິນ ແຕ່ກໍບໍ່ໄດ້ຍິນສິ່ງນັ້ນ.”
|
||
|
||
\s5
|
||
\v 25 ເບິ່ງແມ, ມີອາຈານສອນພຣະບັນຍັດຂອງພວກຄົນຢີວຄົນຫນຶ່ງຢືນຂຶ້ນ ເພື່ອທົດລອງພຣະເຢຊູເຈົ້າ ທູນຖາມວ່າ, “ທ່ານອາຈານເອີຍ, ຂ້ານ້ອຍຈະຕ້ອງເຮັດແນວໃດຈິ່ງຈະໄດ້ຊີວິດອັນຕະຫລອດໄປເປັນນິດ?”.
|
||
\v 26 ພຣະເຢຊູເຈົ້າ ຕອບລາວວ່າ, “ພຣະບັນຍັດຂຽນໄວ້ວ່າຢ່າງໃດ? ທ່ານໄດ້ອ່ານແລ້ວເຂົ້າໃຈຢ່າງໃດ?”.
|
||
\v 27 ເພິ່ນທູນຕອບວ່າ, “ທ່ານຈົ່ງຮັກອົງພຣະຜູ້ເປັນເຈົ້າ ຜູ້ເປັນພຣະເຈົ້າຂອງເຈົ້າ ດ້ວຍສຸດໃຈ, ດ້ວຍສຸດຈິດ, ດ້ວຍສຸດກຳລັງ, ແລະດ້ວຍສຸດຄວາມຄິດຂອງເຈົ້າ’ ແລະຈົ່ງຮັກເພື່ອນບ້ານເຫມືອນຮັກຕົນເອງ’.”
|
||
\v 28 ພຣະເຢຊູເຈົ້າຕອບເພິ່ນວ່າ, “ທ່ານຕອບຖືກແລ້ວ. ຈົ່ງເຮັດຢ່າງນັ້ນ ແລ້ວທ່ານຈະໄດ້ຊີວິດ.”
|
||
|
||
\s5
|
||
\v 29 ແຕ່ອາຈານທ່ານນັ້ນຢາກສະແດງວ່າຕົນເປັນຄົນສິນທັມ ຈິ່ງທູນພຣະເຢຊູເຈົ້າວ່າ, “ແມ່ນໃຜເປັນເພື່ອນບ້ານຂອງຂ້ານ້ອຍ?”
|
||
\v 30 ພຣະເຢຊູເຈົ້າຕອບວ່າ, “ມີຊາຍຄົນຫນຶ່ງລົງຈາກນະຄອນເຢຣູຊາເລັມຈະໄປເມືອງເຢຣິໂກ. ເພີ່ນໄດ້ຕົກໃນມືພວກໂຈນທີ່ປຸ້ນເອົາສິ່ງຂອງຜູ້ນັ້ນໄປ ແລະທັງທຸບຕີ ແລ້ວປະຖິ້ມໄວ້ເກືອບຕາຍ.
|
||
|
||
\s5
|
||
\v 31 ບັງເອີນມີປະໂຣຫິດຄົນຫນຶ່ງໄດ້ລົງໄປທາງນັ້ນ ເມື່ອເຂົາໄດ້ເຫັນຄົນເຈັບນັ້ນກໍເວັ້ນໄປຟາກອື່ນເສັຍ.
|
||
\v 32 ເຊັ່ນດຽວກັບເລວີຄົນຫນຶ່ງ ເມື່ອມາເຖິງບ່ອນນັ້ນແລະເຫັນຄົນເຈັບນັ້ນ ກໍເວັ້ນກາຍໄປຟາກອື່ນເສັຍ.
|
||
|
||
\s5
|
||
\v 33 ແຕ່ມີໄທຊາມາເຣັຍຄົນຫນຶ່ງໄດ້ເດີນທາງຜ່ານມາທີ່ຄົນເຈັບນອນຢູ່ນັ້ນ, ຄັນເຂົາເຫັນຄົນເຈັບແລ້ວກໍມີໃຈເມດຕາ.
|
||
\v 34 ເພິ່ນຈິ່ງເຂົ້າໄປເອົາຜ້າພັນບາດໃຫ້ ແລະເອົານ້ຳມັນກັບເຫລົ້າແວງຖອກໃສ່ບາດນັ້ນ ຈິ່ງໂຈມຂຶ້ນຂີ່ສັດຂອງຕົນພາໄປເຖິງໂຮງແຮມ, ແລະເອົາໃຈໃສ່ບົວຣະບັດລາວ.
|
||
\v 35 ໃນມື້ຖັດມາ ທ່ານໄດ້ອອກເງິນສອງເດນາຣິອົນໃຫ້ເຈົ້າຂອງໂຮງແຮມ ບອກວ່າ, ‘ຈົ່ງເບິ່ງແຍງຄົນນີ້ເດີ, ຖ້າທ່ານຈ່າຍເກີນນີ້ໄປເທົ່າໃດ ເມື່ອເຮົາກັບມາກໍຈະໃຊ້ໃຫ້’.
|
||
|
||
\s5
|
||
\v 36 ທ່ານຄິດວ່າຄົນໃດໃນສາມຄົນນີ້ເປັນເພື່ອນບ້ານຂອງຄົນທີ່ຖືກໂຈນປຸ້ນນັ້ນ.”
|
||
\v 37 ອາຈານຜູ້ນັ້ນທູນຕອບວ່າ, “ຊາຍທີ່ໄດ້ສະແດງຄວາມເມດຕາໃຫ້ແກ່ຄົນເຈັບ,” ພຣະເຢຊູເຈົ້າບອກລາວວ່າ, “ຈົ່ງໄປເຮັດແບບດຽວກັນເຖີດ.
|
||
|
||
\s5
|
||
\v 38 ໃນຂະນະເມື່ອພວກເຂົາເດີນທາງ, ພຣະອົງກໍເຂົ້າໄປໃນຫມູ່ບ້ານຫນຶ່ງ ແລະມີຍິງຄົນຫນຶ່ງຊື່ມາທາໄດ້ຕ້ອນຮັບພຣະອົງເຂົ້າໃນເຮືອນຂອງຕົນ.
|
||
\v 39 ມາທາມີນ້ອງສາວຊື່ມາຣິອາ ເຊິ່ງເປັນຜູ້ທີ່ນັ່ງໃກ້ຕີນຂອງອົງພຣະເຢຊູຄຣິດເຈົ້າ ແລະຟັງຖ້ອຍຄຳຂອງພຣະອົງ.
|
||
|
||
\s5
|
||
\v 40 ແຕ່ມາທາໄດ້ມົວເມົາຢູ່ໃນການຈັດຕຽມອາຫານຫລາຍເກີນໄປ. ນາງຈິ່ງໄດ້ມາຫາພຣະເຢຊູ ແລະບອກວ່າ, “ອົງພຣະຜູ້ເປັນເຈົ້າເອີຍ, ພຣະອົງບໍ່ສົນໃຈຫລືວ່ານ້ອງສາວຂອງຂ້ານ້ອຍປະໃຫ້ຂ້ານ້ອຍປະຕິບັດແຕ່ຜູ້ດຽວ? ສະນັ້ນຂໍບອກໃຫ້ລາວມາຊ່ອຍຂ້ານ້ອຍແດ່!”.
|
||
\v 41 ແຕ່ອົງພຣະຜູ້ເປັນເຈົ້າຕອບລາວວ່າ, “ມາທາ, ມາທາເອີຍ, ເຈົ້າວຸ້ນວາຍໃຈກັບຫລາຍສິ່ງແທ້!
|
||
\v 42 ສິ່ງຊຶ່ງຈຳເປັນນັ້ນມີແຕ່ສິ່ງດຽວ ມາຣິອາໄດ້ເລືອກເອົາສ່ິ່ງທີ່ດີທີ່ສຸດນັ້ນ ເຊິ່ງຈະຍົກເອົາໄປຈາກນາງບໍ່ໄດ້.”
|
||
|
||
\s5
|
||
\c 11
|
||
\cl ບົດທີ 11
|
||
\p
|
||
\v 1 ໃນຂະນະທີ່ພຣະເຢຊູເຈົ້າກຳລັງອະທິຖານຢູ່ທີ່ແຫ່ງຫນຶ່ງ ສາວົກຂອງພຣະອົງຄົນຫນຶ່ງທູນພຣະອົງວ່າ, “ອົງພຣະຜູ້ເປັນເຈົ້າ, ຂໍສອນພວກຂ້ານ້ອຍໃຫ້ອະທິຖານເຫມືອນກັບທີ່ໂຢຮັນໄດ້ສອນພວກລູກສິດຂອງເພິ່ນດວ້ຍ.”
|
||
|
||
\s5
|
||
\v 2 ພຣະເຢຊູເຈົ້າກ່າວກັບພວກເພິ່ນວ່າ, “ເມື່ອພວກທ່ານອະທິຖານຈົ່ງກ່າວວ່າ, ‘ຂ້າແດ່ພຣະບິດາເຈົ້າ ຂໍໃຫ້ພຣະນາມຂອງພຣະອົງເປັນທີ່ເຄົາຣົບບູຊາ ຂໍໃຫ້ຣາຊະອານາຈັກຂອງພຣະອົງມາຕັ້ງຢູ່.
|
||
|
||
\s5
|
||
\v 3 ຂໍຊົງໂຜດປຣະທານອາຫານປະຈຳວັນໃຫ້ແກ່ພວກຂ້ານ້ອຍທັງຫລາຍ.
|
||
\v 4 ຂໍຊົງໂຜດຍົກໂທດຄວາມຜິດບາບຂອງພວກຂ້ານ້ອຍ ເຫມືອນທີ່ພວກຂ້ານ້ອຍຍົກໂທດແກ່ທຸກຄົນ ທີ່ເຮັດຜິດຕໍ່ພວກຂ້ານ້ອຍນັ້ນ. ຂໍຢ່າຊົງນໍາພວກຂ້ານ້ອຍ ເຂົ້າໄປໃນການທົດລອງ’.”
|
||
|
||
\s5
|
||
\v 5 ພຣະເຢຊູເຈົ້າຊົງກ່າວກັບຄົນເຫລົ່ານັ້ນວ່າ, “ຜູ້ໃດໃນພວກທ່ານມີມິດສະຫາຍຄົນຫນຶ່ງ ແລະໄປຫາມິດສະຫາຍນັ້ນໃນເວລາທ່ຽງຄືນແລະເວົ້າວ່າ ‘ສະຫາຍເອີຍ, ຂໍໃຫ້ຂ້ອຍຢືມເຂົ້າຈີ່ຈັກສາມກ້ອນແດ່.
|
||
\v 6 ເພາະເພື່ອນຄົນຫນຶ່ງຂອງເຮົາເດີນທາງຈາກບ່ອນອື່ນມາແວ່ເຮົາແລະເຮົາບໍ່ໄດ້ກຽມອັນໃດຈະສູ່ເພິ່ນກິນ’.
|
||
\v 7 ຝ່າຍມິດສະຫາຍທີ່ຢູ່ຂ້າງໃນຈະຕອບອອກມາວ່າ, ‘ຢ່າລົບກວນເຮົາເທາະປະຕູກໍອັດແລ້ວ, ພວກລູກຂອງເຮົາກໍນອນຢູ່ກັບເຮົາຫມົດແລ້ວ, ເຮົາລຸກຂຶ້ນເອົາເຂົ້າຈີ່ໃຫ້ເຈົ້າບໍ່ໄດ້’.
|
||
\v 8 ເຮົາບອກທ່ານທັງຫລາຍວ່າ ເຖິງແມ່ນວ່າຜູ້ນັ້ນຈະບໍ່ລຸກຂຶ້ນເອົາໃຫ້ເພາະການເປັນເພື່ອນກັນກໍຕາມ ແຕ່ຖ້າເພາະເຫັນແກ່ການດື້ຂໍຢ່າງບໍ່ລະອາຍ ເພິ່ນກໍຈະລຸກຂຶ້ນແລະເອົາເຂົ້າຈີ່ໃຫ້ທ່ານເທົ່າທີ່ທ່ານຕ້ອງການ.
|
||
|
||
\s5
|
||
\v 9 ແລະເຮົາບອກພວກທ່ານວ່າ ຈົ່ງຫມັ່ນຂໍ ແລ້ວຈະຊົງປຣະທານໃຫ້ ຈົ່ງຫມັ່ນຊອກແລ້ວຈະພົບ ຈົ່ງຫມັ່ນເຄາະແລ້ວຈະຊົງໄຂໃຫ້.
|
||
\v 10 ເພາະວ່າທຸກຄົນທີ່ຫມັ່ນຂໍກໍໄດ້ຮັບ ທຸກຄົນທີ່ຫມັ່ນຊອກຫາກໍໄດ້ພົບ ແລະທຸກຄົນທີ່ຫມັ່ນເຄາະກໍຈະເປີດໃຫ້ແກ່ເຂົາ.
|
||
|
||
\s5
|
||
\v 11 ມີພໍ່ຄົນໃດໃນພວກທ່ານ ຖ້າລູກຂໍປາຈະເອົາງູໃຫ້ລູກແທນປາບໍ?
|
||
\v 12 ຫລືເມື່ອລູກຂໍໄຂ່ ທ່ານຈະເອົາແມງງອດໃຫ້ລູກ?
|
||
\v 13 ເຫດສັນນັ້ນຖ້າທ່ານທັງຫລາຍເອງຜູ້ເປັນຄົນຊົ່ວ ຍັງຮູ້ຈັກເອົາຂອງດີໃຫ້ແກ່ລູກຂອງຕົນ ຫລາຍກວ່ານັ້ນອີກຈັກເທົ່າໃດ ພຣະບິດາເຈົ້າຜູ້ຊົງສະຖິດໃນສະຫວັນຈະປຣະທານພຣະວິນຍານບໍຣິສຸດເຈົ້າໃຫ້ແກ່ຜູ້ທີ່ຂໍຈາກພຣະອົງ?"
|
||
|
||
\s5
|
||
\v 14 ຫລັງຈາກນັ້ນ ພຣະເຢຊູເຈົ້າໄດ້ຂັບໄລ່ຜີຮ້າຍອອກ ເປັນຜີໃບ້. ເມື່ອຜີນັ້ນຖືກຂັບໄລ່ອອກແລ້ວຊາຍທີ່ເປັນຄົນໃບ້ກໍເລີ່ມປາກໄດ້, ປະຊາຊົນກໍປະຫລາດໃຈ.
|
||
\v 15 ແຕ່ບາງຄົນໃນຫມູ່ນັ້ນໄດ້ເວົ້າວ່າ, “ຜູ້ນີ້ຂັບໄລ່ຜີອອກໄດ້ໂດຍໃຊ້ອຳນາດຂອງເບເອນເຊບູນຊຶ່ງເປັນນາຍຂອງພວກຜີຮ້າຍ.
|
||
|
||
\s5
|
||
\v 16 ສ່ວນຄົນອື່ນຢາກຈະທົດລອງພຣະເຢຊູເຈົ້າ ແລະຖາມຫາຫມາຍສຳຄັນຈາກຟ້າສະຫວັນ.
|
||
\v 17 ແຕ່ພຣະອົງຊົງຊາບຄວາມຄຶດຂອງເຂົາຈິ່ງຊົງກ່າວວ່າ, “ທຸກອານາຈັກທີ່ແຕກແຍກກັນແລ້ວກໍຄົງຈິບຫາຍ, ຄອບຄົວທີ່ແຕກແຍກກັນ ແລ້ວກໍຈະຕັ້ງຢູ່ບໍ່ໄດ້."
|
||
|
||
\s5
|
||
\v 18 ຖ້າຊາຕານແຕກແຍກກັນເອງ ອານາຈັກຂອງມັນຈະຕັ້ງຫມັ້ນຢູ່ໄດ້ຢ່າງໃດ? ເພາະທ່ານທັງຫລາຍເວົ້າວ່າເຮົາຂັບໄລ່ຜີອອກໂດຍເບເອນເຊບູນ.
|
||
\v 19 ຖ້າເຮົາຂັບໄລ່ຜີອອກໂດຍເບເອນເຊບູນນັ້ນ, ພວກສາວົກຂອງທ່ານທັງຫລາຍເຄີຍຂັບມັນອອກດ້ວຍອຳນາດຂອງຜູ້ໃດ? ດ້ວຍເຫດນີ້ແຫລະ, ພວກສາວົກຈະຕັດສິນພິພາກສາພວກທ່ານ.
|
||
\v 20 ແຕ່ຖ້າເຮົາຂັບໄລ່ຜີມານຮ້າຍອອກດ້ວຍຣິດອຳນາດຂອງພຣະເຈົ້າ, ຣາຊະອານາຈັກຂອງພຣະເຈົ້າກໍມາເຖິງພວກທ່ານແລ້ວ.
|
||
|
||
\s5
|
||
\v 21 ເມື່ອຊາຍທີ່ແຂງແຮງຖືອາວຸດຄົບຖ້ວນເຝົ້າເຮືອນຂອງຕົນຢູ່ ສິ່ງຂອງທັງຫມົດຂອງລາວກໍປອດພັຍ.
|
||
\v 22 ແຕ່ເມື່ອຊາຍທີ່ແຂງແຮງກວ່າເອົາຊະນະຄົນນັ້ນໄດ້, ຄົນແຂງແຮງກວ່າຈະຍຶດເອົາອາວຸດໄປຈາກເຂົາ ແລະລັກເອົາຊັບສົມບັດຂອງເຂົາໄປເສັຍ.
|
||
\v 23 ຜູ້ໃດບໍ່ຢູ່ຝ່າຍເຮົາ ກໍຕໍ່ສູ້ກັບເຮົາ ແລະຜູ້ໃດບໍ່ໂຮມເຂົ້າກັບເຮົາກໍເປັນຜູ້ເຮັດໃຫ້ແຕກກະຈາຍໄປ.
|
||
|
||
\s5
|
||
\v 24 “ເມື່ອຜີຖ່ອຍຮ້າຍອອກຈາກຊາຍຄົນຫນຶ່ງ ມັນກໍເດີນທາງຜ່ານໄປໃນບ່ອນກັນດານເພື່ອຊອກຫາບ່ອນເຊົາເມື່ອຍ, ເມື່ອຫາບໍ່ພົບ ມັນຈິ່ງເວົ້າວ່າ ‘ເຮົາຈະກັບຄືນໄປຍັງເຮືອນຂອງເຮົາທີ່ເຮົາໄດ້ອອກມານັ້ນ.
|
||
\v 25 ເມື່ອຜີນັ້ນກັບມາແລະເຫັນວ່າເຮືອນນັ້ນຖືກເຮັດໃຫ້ສະອາດດີແລະຕົກແຕ່ງໄວ້ແລ້ວ.
|
||
\v 26 ເມື່ອນັ້ນມັນຈິ່ງໄປຮັບເອົາຜີອື່ນອີກເຈັດໂຕຮ້າຍກວ່າມັນເອງ ແລະກໍເຂົ້າໄປອາໄສຢູ່ເຮືຶນຫລັງນັ້ນ ແລະໃນທີ່ສຸດ ຊາຍຄົນນັ້ນກໍຕົກຢູ່ໃນສະພາບຮ້າຍກວ່າຕອນຕົ້ນ.”
|
||
|
||
\s5
|
||
\v 27 ໃນຂະນະທີ່ພຣະອົງຊົງກ່າວຖ້ອຍຄຳເຫລົ່ານັ້ນຢູ່ ກໍມີຍິງສາວຄົນຫນຶ່ງໃນຫມູ່ປະຊາຊົນຮ້ອງທູນພຣະອົງວ່າ, “ທ້ອງຂອງຍິງທີ່ໃຫ້ກຳເນີດທ່ານແລະເຕົ້ານົມທີ່ລຽ້ງທ່ານນັ້ນກໍເປັນສຸກ.”
|
||
\v 28 ແຕ່ພຣະອົງຊົງຕອບວ່າ, “ບໍ່ແມ່ນເລີຍ ຄົນທັງຫລາຍທີ່ຟັງພຣະທັມຂອງພຣະເຈົ້າ ແລະຖືຮັກສາພຣະທັມໄວ້ຕ່າງຫາກທີ່ເປັນສຸກ.”
|
||
|
||
\s5
|
||
\v 29 ເມື່ອປະຊາຊົນເລີ່ມມາໂຮມກັນຫນາແຫນ້ນຂຶ້ນ ພຣະອົງຊົງກ່າວວ່າ, “ຄົນໃນຍຸກນີ້ເປັນຍຸກທີ່ຊົ່ວຮ້າຍ ເຂົາສະແຫວງຫາຫມາຍສຳຄັນ ແຕ່ຈະບໍ່ມີຫມາຍສຳຄັນອັນໃດເປີດເຜີຍໃຫ້ແກ່ເຂົາ ເວັ້ນໄວ້ແຕ່ຫມາຍສຳຄັນເລື່ອງໂຢນາ.
|
||
\v 30 ເຫມືອນກັບທີ່ໂຢນາໄດ້ເປັນຫມາຍສຳຄັນແກ່ຊາວເມືອງນີເນເວ, ດັ່ງນັ້ນ ບຸດມະນຸດຈະເປັນຫມາຍສຳຄັນແກ່ຄົນໃນຍຸກນີ້.
|
||
|
||
\s5
|
||
\v 31 ຣາຊີນີແຫ່ງທິດໃຕ້ຈະລຸກຂຶ້ນໃນການພິພາກສາພ້ອມກັບຜູ້ຊາຍໃນຍຸກນີ້ ແລະລົງໂທດຄົນໃນຍຸກນີ້ ເພາະນາງໄດ້ມາແຕ່ທີ່ສຸດປາຍແຜ່ນດິນໂລກ ເພື່ອຈະຟັງຄຳສັ່ງສອນທີ່ມີສະຕິປັນຍາຂອງກະສັດໂຊໂລໂມນ ແລະ ເບິ່ງແມ! ຜູ້ທີ່ຍິ່ງໃຫຍ່ກວ່າກະສັດໂຊໂລໂມນກໍຢູ່ທີ່ນີ້.
|
||
|
||
\s5
|
||
\v 32 ຊາວເມືອງນີເນເວຈະຢືນຂຶ້ນໃນວັນພິພາກສາພ້ອມກັບຄົນໃນຍຸກນີ້ ແລະຈະກ່າວໂທດຄົນໃນຍຸກນີ້ ເມື່ອພວກເຂົາໄດ້ຖິ້ມໃຈເກົ່າເອົາໃຈໃຫມ່ເພາະການປະກາດຂອງໂຢນາ ແລະເບິ່ງແມ, ຜູ້ທີ່ຍິ່ງໃຫຍ່ກວ່າໂຢນາກໍຢູ່ທີ່ນີ້.
|
||
|
||
\s5
|
||
\v 33 ບໍ່ຫ່ອນມີຜູ້ໃດ, ເມື່ອໄຕ້ໂຄມແລ້ວຈະຕັ້ງໄວ້ໃນຕູ້ທີ່ລັບມືດ ຫລືເອົາບຸງມາກວບໄວ້ ແຕ່ເຄີຍຕັ້ງໄວ້ເທິງເຄື່ອງຮອງຕີນໂຄມ ເພື່ອຜູ້ທີ່ເຂົ້າມາຈະໄດ້ເຫັນແສງສະຫວ່າງ.
|
||
\v 34 ຕາຂອງທ່ານເປັນດວງສະຫວ່າງຂອງຮ່າງກາຍ ເມື່ອຕານັ້ນດີຮ່າງກາຍຂອງທ່ານກໍສະຫວ່າງໄປເຫມືອນກັນ, ແຕ່ເມື່ອຕາຂອງທ່ານມືດໄປ ຮ່າງກາຍຂອງທ່ານກໍຈະມືດໄປເຫມືອນກັນ.
|
||
\v 35 ເຫດສັນນັ້ນ ຈົ່ງຣະວັງຢ່າໃຫ້ແສງສະຫວ່າງທີ່ມີຢູ່ໃນທ່ານມືດໄປ.
|
||
\v 36 ຖ້າຮ່າງກາຍຂອງທ່ານທຸກສ່ວນເຕັມດ້ວຍຄວາມສະຫວ່າງ ທັງຕົວກໍຈະສະຫວ່າງໄປດ້ວຍຮ່າງກາຍຂອງທ່ານທັງຫມົດຈະເປັນເຫມືອນແສງໂຄມໄຟນັ້ນ ທີ່ສ່ອງສະຫວ່າງແກ່ທ່ານ.”
|
||
|
||
\s5
|
||
\v 37 ເມື່ອພຣະເຢຊູເຈົ້າກ່າວສຳເລັດແລ້ວ ມີຟາຣີຊາຍຜູ້ຫນຶ່ງໄດ້ທູນເຊີນພຣະອົງໄປຮັບປະທານອາຫານທີ່ເຮືອນຂອງຕົນ ເມື່ອພຣະເຢຊູເຈົ້າໄປເຖິງແລະຊົງນັ່ງອີງຕົວລົງ.
|
||
\v 38 ຟາຣີຊາຍຜູ້ນັ້ນກໍປະຫລາດໃຈ ທີ່ພຣະອົງບໍ່ໄດ້ລ້າງມືກ່ອນຈະຮັບປະທານອາຫານແລງ.
|
||
|
||
\s5
|
||
\v 39 ແລ້ວອົງພຣະຜູ້ເປັນເຈົ້າກ່າວແກ່ລາວວ່າ, “ບັດນີ້, ເຈົ້າພວກຟາຣີຊາຍ, ເຈົ້າລ້າງຖ້ວຍຊາມໃຫ້ສະອາດແຕ່ຂ້າງນອກ ແຕ່ຂ້າງໃນຕົວເຈົ້າເຕັມໄປດ້ວຍຄວາມໂລບແລະຄວາມຊົ່ວຮ້າຍ.
|
||
\v 40 ໂອ ຄົນໂງ່ເອີຍ! ຜູ້ທີ່ໄດ້ສ້າງຂ້າງນອກກໍໄດ້ສ້າງຂ້າງໃນເຫມືອນກັນບໍ່ແມ່ນບໍ?
|
||
\v 41 ຈົ່ງບໍຣິຈາກແກ່ຄົນທຸກຍາກດ້ວຍສິ່ງຊຶ່ງຢູ່ຂ້າງໃນ ແລ້ວທຸກສິ່ງກໍຈະສະອາດສຳລັບພວກທ່ານ.
|
||
|
||
\s5
|
||
\v 42 ແຕ່ວິບັດແກ່ເຈົ້າ, ພວກຟາຣີຊາຍ ພວກເຈົ້າຖວາຍຫນຶ່ງສ່ວນສິບໃນເຄື່ອງປູກຕາມຣະດູການແກ່ພຣະເຈົ້າຄືຜັກກ້ານກ່ຳ ຜັກແພວ, ແລະຜັກອື່ນໆ ຈາກສວນ ແຕ່ພວກເຈົ້າໄດ້ລະເລີຍຄວາມຍຸດຕິທັມແລະຄວາມຮັກຂອງພຣະເຈົ້າ ຈຳເປັນຢ່າງຍິ່ງທີ່ຈະປະຕິບັດຢ່າງຄົນທີ່ມີຄວາມຍຸດຕິທັມແລະຮັກພຣະເຈົ້າ ໂດຍບໍ່ບົກພ່ອງໃນການເຮັດສິ່ງອື່ນໆດ້ວຍ.
|
||
|
||
\s5
|
||
\v 43 ແຕ່ວິບັດແກ່ເຈົ້າ, ພວກຟາຣີຊາຍ ພວກເຈົ້າມັກບ່ອນນັ່ງອັນມີກຽດໃນໂຮງທັມະສາລາ ແລະມັກໃຫ້ຄົນຄຳນັບໃຫ້ກຽດໃນຕະຫລາດ.
|
||
\v 44 ວິບັດແກ່ພວກເຈົ້າ, ເຫມືອນຂຸມຝັງສົບທີ່ຄົນທັງຫລາຍກໍທຽວຜ່ານໄປມາໂດຍບໍ່ຮູ້ ເພາະບໍ່ໄດ້ຕິດປ້າຍບອກໄວ້.”
|
||
|
||
\s5
|
||
\v 45 ແລ້ວມີຄົນຫນຶ່ງໃນທັມະບັນດິດ ຕອບພຣະອົງວ່າ, “ອາຈານເອີຍ, ທ່ານກຳລັງຫມິ່ນປະຫມາດພວກເຮົາເຫມືອນກັນ.”
|
||
\v 46 ພຣະເຢຊູເຈົ້າຕອບວ່າ, “ແຕ່ວິບັດຈະມີແກ່ພວກເຈົ້າເຫມືອນກັນ, ພວກທັມະບັນດິດ ພວກເຈົ້າເອົາພາຣະທີ່ຫນັກຫນາມາວາງໃສ່ບ່າຂອງຜູ້ອື່ນ, ແຕ່ສ່ວນພວກເຈົ້າເອງ, ແມ່ນແຕ່ນິ້ວມືດຽວກໍບໍ່ແຕະພາຣະນັ້ນ.
|
||
|
||
\s5
|
||
\v 47 ວິບັດແກ່ພວກເຈົ້າ, ທີ່ມັກສ້າງອຸບໂມງເທິງຫລຸມຝັງສົບຂອງພວກຜູ້ປະກາດພຣະທັມ, ທີ່ພວກບັນພະບຸຣຸດຂອງເຈົ້າໄດ້ຂ້າພວກເຂົາ.
|
||
\v 48 ພວກເຈົ້າໄດ້ເປັນພະຍານແລະເຫັນດີກັບບັນພະບຸດຣຸດຂອງພວກເຈົ້າ ເພາະພວກເຂົາໄດ້ຂ້າພວກຜູ້ປະກາດພຣະທັມ ທີ່ພວກເຈົ້າໄດ້ສ້າງອຸບໂມງໃຫ້ແກ່ພວກເຂົາ.
|
||
|
||
\s5
|
||
\v 49 ດ້ວຍເຫດນີ້ ພຣະປັນຍາຂອງພຣະເຈົ້າຈິ່ງຊົງກ່າວວ່າ, ‘ເຮົາຈະໃຊ້ພວກຜູ້ປະກາດພຣະທັມແລະອັກຄະສາວົກໄປຫາພວກເຂົາ ແລະພວກເຂົາຈະຂ້າບາງຄົນແລະຂົ່ມເຫັງບາງຄົນ.
|
||
\v 50 ຄົນໃນຍຸກນີ້ຈະຕ້ອງຮັບຜິດຊອບ ໃນເລືອດຂອງພວກຜູ້ປະກາດພຣະທັມແລະອັກຄະສາວົກເຫລົ່ານັ້ນ ທີ່ໄຫລອອກຕັ້ງແຕ່ແຮກສ້າງໂລກ.
|
||
\v 51 ຕັ້ງແຕ່ເລືອດຂອງອາເບັນຈົນເຖິງເລືອດຂອງຊາຂາຣີຢາ ຜູ້ທີ່ຖືກຂ້າທີ່ແທ່ນບູຊາແລະທີ່ລີ້ລັບ. ຈິງແທ້, ເຮົາບອກເຈົ້າໃນເລື່ອງນີ້ ເພາະຄົນໃນຍຸກນີ້ຈະຕ້ອງຮັບຜິດຊອບ.
|
||
|
||
\s5
|
||
\v 52 ວິບັດແກ່ພວກເຈົ້າ, ທັມະບັນດິດຂອງຄົນຍິວ ເພາະທ່ານໄດ້ເອົາກະແຈແຫ່ງຄວາມຮູ້ນັ້ນໄປເສັຍ ພວກເຈົ້າເອງກໍບໍ່ເຂົ້າໄປແລະຄົນທີ່ຢາກເຂົ້າໄປ ພວກເຈົ້າກໍປິດເສັຍຈາກເຂົາ.”
|
||
|
||
\s5
|
||
\v 53 ຫລັງຈາກທີ່ພຣະເຢຊູເຈົ້າສະເດັດອອກຈາກທີ່ນັ້ນ, ພວກທັມະຈານແລະພວກຟາຣີຊາຍໄດ້ໂຈມຕີແລະໂຕ້ຖຽງກັບພຣະອົງອີກຫລາຍເລື່ອງ.
|
||
\v 54 ຫວັງຈະໃຫ້ພຣະອົງຕິດກັບດັກຈາກຄຳເວົ້າຂອງພຣະອົງ.
|
||
|
||
\s5
|
||
\c 12
|
||
\cl ບົດທີ 12
|
||
\p
|
||
\v 1 ໃນເວລານັ້ນ ມີປະຊາຊົນຫລາຍພັນຄົນມາເຕົ້າໂຮມກັນ ຫລາຍຈົນພວກເຂົາບຽດຢຽບກັນ, ພຣະເຢຊູເຈົ້າຕັ້ງຕົ້ນກ່າວກັບພວກສາວົກວ່າ, “ຈົ່ງຣະວັງເຊື້ອແປ້ງຂອງພວກຟາຣີຊາຍ ຄືຄວາມຫນ້າຊື່ໃຈຄົດຂອງພວກເຂົາ.
|
||
|
||
\s5
|
||
\v 2 ບໍ່ມີຄວາມລັບໃດປົກບັງໄວ້ທີ່ຈະບໍ່ເປີດເຜີຍ ຫລືສິ່ງລັບທີ່ບໍ່ປະກົດໃຫ້ຮູ້.
|
||
\v 3 ບໍ່ວ່າສິ່ງໃດທີ່ທ່ານເວົ້າໃນບ່ອນມືດ ກໍໄດ້ຍິນໃນບ່ອນແຈ້ງ ແລະສິ່ງທີ່ພວກທ່ານຊີ່ມໃສ່ຫູໃນຫ້ອງຊັ້ນໃນ ກໍຈະຕ້ອງປ່າວປະກາດເທິງຫລັງຄາເຮືອນ.
|
||
|
||
\s5
|
||
\v 4 ເຮົາບອກທ່ານທັງຫລາຍທີ່ເປັນມິດສະຫາຍຂອງເຮົາວ່າ, ຢ່າຢ້ານຜູ້ທີ່ຂ້າໄດ້ແຕ່ຮ່າງກາຍ ແລະບໍ່ສາມາດທີ່ຈະເຮັດອັນໃດໄດ້ອີກຕໍ່ໄປ.
|
||
\v 5 ແຕ່ເຮົາຢາກຈະເຕືອນໃຫ້ພວກທ່ານຮູ້ວ່າຄວນຢ້ານຜູ້ໃດ. ຈົ່ງຢ້ານຜູ້ທີ່ຖືກຂ້າຊຶ່ງພາຍຫລັງມີອຳນາດທີ່ຈະຖິ້ມທ່ານລົງໃນນະຣົກໄດ້, ນັ້ນແຫລະ ເຮົາບອກພວກທ່ານວ່າ ຈົ່ງຢ້ານຜູ້ນັ້ນ.
|
||
|
||
\s5
|
||
\v 6 ນົກຈອກຫ້າໂຕເຂົາຂາຍສອງອັດບໍ່ແມ່ນບໍ? ແລະນົກນັ້ນ, ແມ່ນແຕ່ໂຕດຽວກໍບໍ່ຢູ່ນອກສາຍຕາຂອງພຣະເຈົ້າ.
|
||
\v 7 ແມ່ນແຕ່ເສັ້ນຜົມເທິງຫົວຂອງທ່ານກໍຊົງນັບໄວ້ແລ້ວທຸກເສັ້ນ ຢ່າຊູ່ຢ້ານເລີຍ. ພວກທ່ານກໍປະເສີດກວ່ານົກຈອກຢ່າງຫລວງຫລາຍ.
|
||
|
||
\s5
|
||
\v 8 ເຮົາບອກແກ່ທ່ານວ່າ ທຸກຄົນທີ່ຍອມຮັບເຮົາຕໍ່ຫນ້າມະນຸດ ບຸດມະນຸດກໍຈະຍອມຮັບຜູ້ນັ້ນຕໍ່ຫນ້າພວກເທວະດາຂອງພຣະເຈົ້າເຫມືອນກັນ.
|
||
\v 9 ແຕ່ຜູ້ໃດຈະປະຕິເສດເຮົາຕໍ່ຫນ້າມະນຸດ ກໍຈະຖືກປະຕິເສດຕໍ່ຫນ້າພວກເທວະດາຂອງພຣະເຈົ້າເຫມືອນກັນ.
|
||
\v 10 ຜູ້ໃດທີ່ຈະກ່າວຕໍ່ສູ້ບຸດມະນຸດຈະໄດ້ຮັບການອະພັຍ ແຕ່ຜູ້ໃດທີ່ກ່າວຄຳຫມິ່ນປະຫມາດຕໍ່ພຣະວິນຍານບໍຣິສຸດເຈົ້າ ບໍ່ອາດຈະໂຜດອະພັຍໃຫ້ໄດ້.
|
||
|
||
\s5
|
||
\v 11 ເມື່ອພວກເຂົານຳພວກທ່ານໄປຢູ່ຕໍ່ຫນ້າໃນທັມະສາລາ, ຕໍ່ຫນ້າຜູ້ປົກຄອງແລະຜູ້ມີອຳນາດ, ຢ່າຄຶດອຸກໃຈວ່າຈະແກ້ຕົວຢ່າງໃດ ຫລືຈະເວົ້າຫຍັງ.
|
||
\v 12 ເພາະໃນໂມງນັ້ນພຣະວິນຍານບໍຣິສຸດເຈົ້າຈະຊົງໂຜດສອນທ່ານໃນສິ່ງທີ່ຄວນຈະເວົ້າ.
|
||
|
||
\s5
|
||
\v 13 ຈາກນັ້ນ ມີບາງຄົນໃນຫມູ່ປະຊາຊົນໄດ້ທູນພຣະເຢຊູເຈົ້າວ່າ, “ອາຈານເອີຍ, ຊ່ວຍບອກອ້າຍຂອງຂ້ານ້ອຍແບ່ງມໍຣະດົກໃຫ້ຂ້ານ້ອຍແດ່.”
|
||
\v 14 ພຣະເຢຊູເຈົ້າຕອບວ່າ, “ຊາຍເອີຍ, ໃຜໄດ້ຕັ້ງເຮົາໃຫ້ເປັນຜູ້ພິພາກສາຫລືເປັນຜູ້ແບ່ງປັນມໍຣະດົກໃຫ້ທ່ານ?”
|
||
\v 15 ແລະພຣະອົງບອກພວກເຂົາວ່າ, “ຈົ່ງຣະວັງຮັກສາຕົນໄວ້ໃຫ້ເວັ້ນຈາກການໂລບທຸກຢ່າງ ເພາະຊີວິດຂອງມະນຸດບໍ່ຂຶ້ນຢູ່ກັບຊັບສົມບັດອັນອຸດົມສົມບູນຂອງຕົນ.”
|
||
|
||
\s5
|
||
\v 16 ຈາກນັ້ນ ພຣະເຢຊູເຈົ້າຈິ່ງບອກກັບພວກເຂົາດ້ວຍຄຳອຸປະມາວ່າ, “ມີເສດຖີຄົນຫນຶ່ງໄດ້ຜົນຜະລິດຈຳນວນຫລາຍ.
|
||
\v 17 ແລະລາວຄຶດກັບຕົນເອງວ່າ ‘ເຮົາຈະເຮັດແນວໃດດີ ເພາະບໍ່ມີບ່ອນຈະເກັບຜົນລະປູກຂອງເຮົາແລ້ວ?’
|
||
\v 18 ເພິ່ນຈິ່ງເວົ້າວ່າ ‘ສິ່ງທີ່ເຮົາຈະເຮັດຄືດັ່ງນີ້ ເຮົາຈະມ້າງເລົ້າທັງຫລາຍອອກແລະຈະສ້າງຫລັງໃຫມ່ໃຫ້ໃຫຍ່ກວ່າເກົ່າ ແລ້ວເຮົາຈະຮວບຮວມເຂົ້າ ແລະສິ່ງຂອງທັງຫມົດຂອງເຮົາໄວ້ທີ່ນັ້ນ.
|
||
\v 19 ເຮົາຈະເວົ້າແກ່ຈິດໃຈຂອງເຮົາວ່າ, “ຈິດໃຈເອີຍ, ເຈົ້າມີເຂົ້າຂອງເກັບໄວ້ໃຊ້ໄດ້ອີກຫລາຍປີ. ຈົ່ງພັກຢູ່ສະບາຍ, ກິນແລະດື່ມດ້ວຍຄວາມປິຕິຍິນດີສະຫນຸກສະຫນານເທາະ’.”
|
||
|
||
\s5
|
||
\v 20 ແຕ່ພຣະເຈົ້ກ່າວແກ່ລາວວ່າ ‘ໂອຄົນໂງ່ເອີຍ, ໃນຄືນວັນນີ້ເຂົາຈະເອີ້ນເອົາຈິດໃຈຂອງເຈົ້າໄປຈາກເຈົ້າ ແລ້ວສິ່ງຂອງທັງຫລາຍທີ່ເຈົ້າຈັດແຈ່ງໄວ້ນັ້ນຈະຕົກເປັນຂອງໃຜ?’.
|
||
\v 21 ນັ້ນກໍເຫມືອນຄົນທີ່ທ້ອນໂຮມຊັບສົມບັດໄວ້ສຳລັບຕົນເອງ ແຕ່ບໍ່ໄດ້ຮັ່ງມີຕໍ່ພຣະຈົ້າ.”
|
||
|
||
\s5
|
||
\v 22 ພຣະເຢຊູເຈົ້າກ່າວກັບພວກສາວົກຂອງພຣະອົງວ່າ, “ດັ່ງນັ້ນ ເຮົາບອກທ່ານທັງຫລາຍວ່າ ຢ່າກະວົນກະວາຍເຖິງຊີວິດວ່າຈະກິນຫຍັງ ຫລືເຖິງຮ່າງກາຍວ່າຈະນຸ່ງຫົ່ມຫຍັງ?
|
||
\v 23 ເພາະຊີວິດກໍມີຄ່າກວ່າອາຫານ ແລະຮ່າງກາຍກໍມີຄ່າກວ່າເຄື່ອງນຸ່ງຫົ່ມ.
|
||
|
||
\s5
|
||
\v 24 ຈົ່ງພິຈາຣະນາເບິ່ງຝູງກາ ມັນບໍ່ໄດ້ຫວ່ານຫລືກ່ຽວ, ມັນບໍ່ມີເລົ້າຫລືບ່ອນເກັບເຄື່ອງ ແຕ່ພຣະເຈົ້າຍັງຊົງລ້ຽງພວກມັນ ພວກທ່ານປະເສີດກວ່ານົກເຫົ່ລານັ້ນ.
|
||
\v 25 ແລະມີຄວາມກະວົນກະວາຍໃດ ທີ່ອາດຕໍ່ຊີວິດໃຫ້ຍາວອອກໄປຈັກສອກຫນຶ່ງໄດ້?
|
||
\v 26 ຖ້າສິ່ງເລັກນ້ອຍທ່ານຍັງເຮັດບໍ່ໄດ້ ເຫດໃດທ່ານຈິ່ງກະວົນກະວາຍເຖິງສິ່ງອື່ນໆ ອີກ?
|
||
|
||
\s5
|
||
\v 27 ຈົ່ງພິຈາຣະນາເບິ່ງດອກລີລີ່ວ່າມັນເຕີບໃຫຍ່ຂຶ້ນຢ່າງໃດ ມັນບໍ່ໄດ້ເຮັດການ, ມັນບໍ່ໄດ້ເຂັນຝ້າຍ ແຕ່ເຮົາບອກທ່ານທັງຫລາຍວ່າ ເຖິງແມ່ນກະສັດໂຊໂລໂມນເມື່ອບໍຣິບູນດ້ວຍສະຫງ່າຣາສີ ກໍບໍ່ໄດ້ທົງເຄື່ອງງາມທໍ່ດອກໄມ້ນີ້ດອກຫນຶ່ງ.
|
||
\v 28 ຖ້າພຣະເຈົ້າຊົງຕົກແຕ່ງຫຍ້າທີ່ທົ່ງນາຢ່າງນັ້ນຊຶ່ງເປັນຢູ່ວັນນີ້ ແລະມື້ອື່ນຕ້ອງຖິ້ມໃສ່ເຕົາໄຟເສັຍ ພຣະອົງຈະບໍ່ຕົກແຕ່ງພວກທ່ານຫລາຍກວ່ານັ້ນເທົ່າໃດ? ໂອ ທ່ານຜູ້ມີຄວາມເຊື່ອຫນ້ອຍເອີຍ.
|
||
|
||
\s5
|
||
\v 29 ຢ່າສະແຫວງຫາວ່າຈະກິນຫຍັງ, ແລະຈະດື່ມຫຍັງ, ແລະຢ່າກະວົນກະວາຍ.
|
||
\v 30 ເພາະບັນດາປະຊາຊາດທົ່ວໂລກຊອກຫາສິ່ງຂອງທັງປວງນີ້ ແລະພຣະບິດາເຈົ້າຂອງພວກທ່ານກໍຊົງຊາບແລ້ວວ່າທ່ານຕ້ອງການສິ່ງເຫລົ່ານີ້.
|
||
|
||
\s5
|
||
\v 31 ແຕ່ຈົ່ງສະແຫວງຫາຣາຊະອານາຈັກຂອງພຣະເຈົ້າ ແລ້ວສິ່ງເຫລົ່ານີ້ພຣະອົງຈະຊົງເພີ່ມເຕີມໃຫ້ທ່ານ.
|
||
\v 32 ຢ່າຊູ່ຢ້ານເລີຍ ຝູງແກະນ້ອຍເອີຍ, ເພາະພຣະບິດາເຈົ້າຂອງພວກທ່ານຊົງພໍພຣະທັຍຈະປຣະທານຣາຊະອານາຈັກໃຫ້ແກ່ພວກທ່ານ.
|
||
|
||
\s5
|
||
\v 33 ຈົ່ງຂາຍຊັບສົມບັດຂອງທ່ານແລະແຈກຈ່າຍໃຫ້ກັບຄົນຍາກຈົນ. ຈົ່ງເຮັດຖົງເງິນອັນບໍ່ຮູ້ເກົ່າໄວ້ສຳລັບຕົນ ຄືຊັບສົມບັດໃນສະຫວັນຊຶ່ງບໍ່ຮູ້ຈັກຫມົດ ບ່ອນທີ່ໂຈນເຂົ້າໄປໃກ້ບໍ່ໄດ້ແລະບ່ອນທີ່ມອດທຳລາຍບໍ່ໄດ້.
|
||
\v 34 ເພາະວ່າຊັບສົມບັດຂອງທ່ານຢູ່ທີ່ໃດ ໃຈຂອງທ່ານກໍຢູ່ທີ່ນັ້ນດ້ວຍ.
|
||
|
||
\s5
|
||
\v 35 ຈົ່ງຮັດແອວເສື້ອຄຸມຂອງທ່ານໄວ້ ແລະໄຕ້ໂຄມຂອງທ່ານໃຫ້ສະຫວ່າງຢູ່ສະເຫມີ.
|
||
\v 36 ແລະຈົ່ງເປັນເຫມືອນກັບຄົນທີ່ຄອຍເຈົ້ານາຍຂອງຕົນກັບມາຈາກການສະຫລອງແຕ່ງງານ ດັ່ງນັ້ນ ເມື່ອເຈົ້ານາຍກັບມາແລະເຄາະປະຕູແລ້ວ ພວກເຂົາຈະໄຂໃຫ້ກັບເຈົ້ານາຍໃນທັນທີ.
|
||
|
||
\s5
|
||
\v 37 ພຣະພອນຈົ່ງມີແກ່ຜູ້ຮັບໃຊ້ເຫລົ່ານີ້ຊຶ່ງນາຍກັບມາແລະພົບວ່າພວກເຂົາກຳລັງຄອຍຖ້າຢູ່. ເຮົາບອກຄວາມຈິງແກ່ພວກທ່ານວ່າ, ນາຍຈະຮັດແອວຂອງຕົນໄວ້ແລະໃຫ້ພວກຜູ້ຮັບໃຊ້ນັ່ງຮ່ວມໂຕະອາຫານ ແລະເພິ່ນຈະມາບົວຣະບັດເຂົາ.
|
||
\v 38 ຖ້າເຈົ້ານາຍເຂົ້າມາໃນຕອນທຽ່ງຄືນຫລືຂ້ອນແຈ້ງ ແລະເຫັນວ່າພວກຮັບໃຊ້ຕຽມພ້ອມຢູ່ ພຣະພອນຈິ່ງມີແກ່ຜູ້ຮັບໃຊ້ເຫລົ່ານັ້ນ
|
||
|
||
\s5
|
||
\v 39 ຍິ່ງກວ່ານັ້ນ ຈົ່ງຮູ້ວ່າ ຖ້າເຈົ້າຂອງເຮືອນໄດ້ຮູ້ກ່ອນວ່າໂຈນຈະມາໃນໂມງໃດ, ຕົນຈະບໍ່ປະໃຫ້ໂຈນເຈາະເຂົ້າເຮືອນໄດ້.
|
||
\v 40 ພວກເຈົ້າກໍເຫມືອນກັນຈົ່ງຕຽມພ້ອມຢູ່ສະເຫມີ ເພາະໃນໂມງທີ່ພວກທ່ານບໍ່ຄາດຄິດນັ້ນ ບຸດມະນຸດຈະສະເດັດມາ.
|
||
|
||
\s5
|
||
\v 41 ເປໂຕຈິ່ງທູນວ່າ, “ອົງພຣະຜູ້ເປັນເຈົ້າເອີຍ, ພຣະອົງກຳລັງບອກຄຳອຸປະມານີ້ແກ່ພວກຂ້ານ້ອຍ ຫລືແກ່ຄົນທຸກຄົນ?”
|
||
\v 42 ອົງພຣະຜູ້ເປັນເຈົ້າກ່າວວ່າ, “ໃຜເປັນຜູ້ຈັດການທີ່ສັດຊື່ແລະມີສະຕິປັນຍາ ທີ່ນາຍໄດ້ຕັ້ງໃຫ້ເປັນໃຫຍ່ເຫນືອຄົນໃຊ້ອື່ນໆ ເພື່ອແຈກຈ່າຍສ່ວນແບ່ງອາຫານໃຫ້ຕາມເວລາ?
|
||
\v 43 ພຣະພອນມີແກ່ຄົນຮັບໃຊ້ນັ້ນ ຜູ້ທີ່ເຈົ້ານາຍຂອງເຂົາພົບວ່າກຳລັງເຮັດຢ່າງນັ້ນຢູ່ເມື່ອເຈົ້ານາຍເຂົ້າມາ.
|
||
\v 44 ເຮົາບອກຄວາມຈິງແກ່ພວກທ່ານວ່າ ເຈົ້ານາຍຈະຕັ້ງຜູ້ນັ້ນໃຫ້ດູແລຊັບສົມບັດທັງຫມົດທີ່ມີຢູ່.
|
||
|
||
\s5
|
||
\v 45 ແຕ່ຖ້າຄົນຮັບໃຊ້ຄິດວ່າ‘ນາຍຂອງເຮົາຈະກັບມາຊ້າ’ ແລ້ວກໍຕັ້ງຕົ້ນທຸບຕີພວກຄົນໃຊ້ຊາຍຍິງ ທັງກິນແລະດື່ມຈົນເມົາ.
|
||
\v 46 ເຈົ້າ ນາຍຂອງຄົນຮັບໃຊ້ນັ້ນກັບມາໃນວັນທີ່ເຂົາບໍ່ຄາດຄິດ, ແລະໃນໂມງທີ່ເຂົາບໍ່ຮູ້. ຜູ້ເປັນນາຍຈະຜ່າມັນໃຫ້ເປັນຕ່ອນໆ, ແລະໃຫ້ເຂົາໄປຢູ່ໃນສະຖານທີ່ຫນຶ່ງກັບຄົນທີ່ບໍ່ເຊື່ອຟັງ.
|
||
|
||
\s5
|
||
\v 47 ຄົນຮັບໃຊ້ນັ້ນ ທີ່ຮູ້ເຖິງຄວາມຕັ້ງໃຈຂອງເຈົ້ານາຍຂອງຕົນແລະບໍ່ໄດ້ຕຽມຕົວໄວ້ ຫລືບໍ່ໄດ້ເຮັດໃຫ້ຄວາມຕັ້ງໃຈຂອງເຈົ້ານາຍສຳເລັດ ຈະຕ້ອງຖືກຂ້ຽນຕີຢ່າງຫນັກ.
|
||
\v 48 ແຕ່ຜູ້ທີ່ບໍ່ຮູ້ ແລະໄດ້ເຮັດສິ່ງທີ່ສົມຄວນຖືກຂ້ຽນຕີ ກໍຈະຖືກຂ້ຽນຫນ້ອຍ ຜູ້ໃດໄດ້ຮັບຫລາຍກໍຈະທວງເອົາຈາກຜູ້ນັ້ນຫລາຍ ສ່ວນຜູ້ທີ່ໄດ້ຮັບຝາກໄວ້ຫລາຍເພິ່ນຈະທວງເອົາຈາກຜູ້ນັ້ນຫລາຍເຊັ່ນກັນ.
|
||
|
||
\s5
|
||
\v 49 ເຮົາມາເພື່ອໂຍນໄຟລົງເທິງແຜ່ນດິນໂລກ, ແລະ ໄຟທີ່ເຮົາປາຖນາກໍໄດ້ຖືກຈູດໃຫ້ລຸກແລ້ວ.
|
||
\v 50 ແຕ່ເຮົາຈະຕ້ອງຮັບບັບຕິສະມາຢ່າງຫນຶ່ງທີ່ທໍຣະມານ ແລະຕ້ອງເຈັບປວດຈົນກວ່າຈະສຳເລັດ.
|
||
|
||
\s5
|
||
\v 51 ພວກທ່ານຄິດວ່າເຮົາມາເພື່ອໃຫ້ເກີດຄວາມສະຫງົບສຸກໃນໂລກບໍ? ບໍ່ແມ່ນດອກ ເຮົານຳຄວາມແຕກແຍກມາໃຫ້ຕ່າງຫາກ.
|
||
\v 52 ຕັ້ງແຕ່ນີ້ເປັນຕົ້ນໄປ ຄອບຄົວຫນຶ່ງທີ່ມີຫ້າຄົນໃນເຮືອນດຽວຈະແຕກແຍກກັນຄື ສາມຄົນຈະຕໍ່ສູ້ສອງຄົນ ແລະສອງຄົນຈະຕໍ່ສູ້ກັບຄົນສາມຄົນ.
|
||
\v 53 ພວກເຂົາຈະຖືກແບ່ງແຍກກັນ, ພໍ່ຈະຕໍ່ສູ້ກັບລູກຊາຍແລະລູກຊາຍຈະຕໍ່ສູ້ກັບພໍ່; ແມ່ຈະຕໍ່ສູ້ກັບລູກສາວແລະລູກສາວຈະຕໍ່ສູ້ກັບແມ່, ແມ່ຍ່າຈະຕໍ່ສູ້ລູກໃພ້ແລະລູກໃພ້ຈະຕໍ່ສູ້ແມ່ຍ່າ.”
|
||
|
||
\s5
|
||
\v 54 ພຣະເຢຊູເຈົ້າກ່າວກັບປະຊາຊົນອີກວ່າ, “ເມື່ອທ່ານເຫັນເມກກຳລັງຂຶ້ນທາງທິດຕາເວັນຕົກ ທ່ານກໍເວົ້າທັນທີວ່າຝົນກຳລັງຈະຕົກ ແລະມັນກໍເປັນຢ່າງນັ້ນແທ້.
|
||
\v 55 ແລະເມື່ອລົມໄຕ້ກຳລັງພັດ ທ່ານເວົ້າວ່ານັ້ນຄືລົມຮ້ອນເອົ້າທີ່ກຳລັງແຜດເຜົາ, ແລະມັນກໍເປັນຢ່າງນັ້ນແທ້.
|
||
\v 56 ໂອ ຄົນຫນ້າຊື່ໃຈຄົດ, ທ່ານຮູ້ສັງເກດຄວາມເປັນໄປທີ່ເກີດຂຶ້ນຂອງແຜ່ນດິນໂລກແລະທ້ອງຟ້າອາກາດ, ແຕ່ເພາະເຫດໃດພວກທ່ານບໍ່ຮູ້ສັງເກດຄວາມເປັນໄປຂອງປະຈຸບັນນີ້ວ່າເປັນຢ່າງໃດ?
|
||
|
||
\s5
|
||
\v 57 ເຫດໃດທ່ານຈິ່ງບໍ່ຕັດສີນວ່າສິ່ງໃດເປັນສິ່ງຖືກຕ້ອງດ້ວຍຕົວຂອງທ່ານເອງ?
|
||
\v 58 ເມື່ອເຈົ້າກັບໂຈດພາກັນໄປຫາຜູ້ປົກຄອງ ລະຫວ່າງທາງຈົ່ງພະຍາຍາມຫາຊ່ອງທາງປອງດອງກັນ, ເພື່ອວ່າໂຈດຈະບໍ່ລາກເຈົ້າເຂົ້າໄປຫາຕຸລາການ ແລະເພື່ອວ່າຕຸລາການຈະບໍ່ມອບເຈົ້າ ໃຫ້ແກ່ເຈົ້າຫນ້າທີ່ແລະເຈົ້າຫນ້າທີ່ຈະບໍ່ຂັງເຈົ້າໄວ້ໃນຄຸກ.
|
||
\v 59 ເຮົາບອກແກ່ທ່ານວ່າ ທ່ານຈະບໍ່ໄດ້ອອກຈາກທີ່ນັ້ນ ຈົນກວ່າຈະໄດ້ໃຊ້ຫນີ້ໃຫ້ຈົນຄົບ.
|
||
|
||
\s5
|
||
\c 13
|
||
\cl ບົດທີ 13
|
||
\p
|
||
\v 1 ໃນຂະນະນັ້ນ ມີລາງຄົນຢູ່ທີ່ນັ້ນໄດ້ເລົ່າສູ່ພຣະເຢຊູເຈົ້າຟັງເລື່ອງຊາວຄາລີເລ ທີ່ປີລາດໄດ້ເອົາເລືອດຂອງພວກເຂົາປົນກັບເຄື່ອງບູຊາຂອງພວກເຂົາເອງ.
|
||
\v 2 ພຣະເຢຊູເຈົ້າຕອບພວກເຂົາວ່າ, “ທ່ານຄິດວ່າຊາວຄາລີເລເຫລົ່ານັ້ນເປັນຄົນບາບລື່ນກວ່າຊາວຄາລີເລພວກອື່ນໆ ທຸກຄົນ ເພາະວ່າພວກເຂົາທົນທຸກລຳບາກຢ່າງນີ້ບໍ?
|
||
\v 3 ເຮົາບອກທ່ານວ່າ ບໍ່ແມ່ນດອກ ແຕ່ຖ້າພວກທ່ານບໍ່ຖິ້ມໃຈເກົ່າເອົາໃຈໃຫມ່ ພວກທ່ານກໍຈະຈິບຫາຍໄປເຊັ່ນດຽວກັນ.
|
||
|
||
\s5
|
||
\v 4 ຫລືຄົນທັງສິບແປດຄົນທີ່ຕາຍ ເພາະຖືກປ້ອມພັງລົງມາທັບພວກເຂົາໃນຊີໂລອາມ ທ່ານຄຶດວ່າພວກເຂົາເຫລົ່ານັ້ນເປັນຄົນຜິດລື່ນກວ່າຄົນທັງປວງທີ່ອາໄສຢູ່ໃນກຸງເຢຣູຊາເລັມບໍ?
|
||
\v 5 ເຮົາບອກທ່ານທັງຫລາຍວ່າ ບໍ່ແມ່ນດອກ ແຕ່ຖ້າພວກທ່ານຫມົດທຸກຄົນບໍ່ຖິ້ມໃຈເກົ່າເອົາໃຈໃຫມ່ ກໍຈະຈິບຫາຍໄປເຫມືອນກັນ.”
|
||
|
||
\s5
|
||
\v 6 ພຣະເຢຊູເຈົ້າຊົງກ່າວຄຳອຸປະມາວ່າ, ມີ“ຄົນຫນຶ່ງໄດ້ປູກຕົ້ນເດື່ອເທດໄວ້ໃນສວນອະງຸ່ນຂອງຕົນ ແລ້ວເຂົາມາຊອກຫາຫມາກເດື່ອໃນຕົ້ນນັ້ນ ແຕ່ກໍບໍ່ພົບເລີຍ.
|
||
\v 7 ຊາຍຄົນນັ້ນຈິ່ງບອກກັບຄົນງານໃນສວນອະງຸ່ນນັ້ນວ່າ ‘ເບິ່ງແມ, ເຮົາມາຊອກຫາຫມາກເດື່ອໃນຕົ້ນນີ້ໄດ້ສາມປີແລ້ວ ແຕ່ກໍບໍ່ພົບເລີຍ ຈົ່ງປ້ຳຖິ້ມເສັຽ ຈະເອົາໄວ້ຮົກດິນລ້າເຮັດຫຍັງ?’
|
||
|
||
\s5
|
||
\v 8 ແຕ່ຄົນງານຕອບວ່າ ‘ຂໍປະມັນໄວ້ອີກຕື່ມປີຫນຶ່ງກ່ອນ ແລະຂ້ານ້ອຍຈະຂຸດດິນອ້ອມເອົາຝຸ່ນໃສ່.
|
||
\v 9 ຖ້າມັນເກີດຫມາກປີຫນ້າກໍດີຢູ່, ແຕ່ຖ້າບໍ່ເກີດຫມາກຈິ່ງປ້ຳມັນຖິ້ມເສັຽ!'"
|
||
|
||
\s5
|
||
\v 10 ພຣະເຢຊູເຈົ້າຊົງສັ່ງສອນຢູ່ໃນທັມະສາລາ ບ່ອນຫນຶ່ງໃນວັນສະບາໂຕ.
|
||
\v 11 ເບິ່ງແມ, ມີຍິງຄົນຫນຶ່ງຢູ່ທີ່ນັ້ນ ນາງຖືກວິນຍານແຫ່ງຄວາມອ່ອນແອເຂົ້າສິງຢູ່ເຮັດໃຫ້ເຈັບປ່ວຍມາເປັນເວລາສິບແປດປີແລ້ວ ມັນເຮັດໃຫ້ນາງຫລັງກົ່ງຢືນຊື່ບໍ່ໄດ້ຢ່າງເຕັມທີ.
|
||
|
||
\s5
|
||
\v 12 ເມື່ອພຣະເຢຊູເຈົ້າຊົງເຫັນນາງ ພຣະອົງຈິ່ງເອີ້ນນາງມາ ແລະຊົງບອກວ່າ, “ນາງເອີຍ, ເຈົ້າໄດ້ຮັບການປົດປ່ອຍຈາກຄວາມເຈັບປ່ວຍຂອງເຈົ້າແລ້ວ.”
|
||
\v 13 ພຣະອົງຊົງຢຽດພຣະຫັດວາງໃສ່ນາງ, ທັນໃດນັ້ນຕົວນາງກໍຢຽດຊື່ ແລະນາງກໍສັນຣະເສີນພຣະເຈົ້າ.
|
||
\v 14 ແຕ່ນາຍທັມະສາລາບໍ່ພໍໃຈ ເພາະພຣະເຢຊູເຈົ້າໄດ້ຊົງໂຜດໃຫ້ດີພະຍາດໃນວັນສະບາໂຕ. ດັ່ງນັ້ນລາວຈິ່ງກ່າວແກ່ປະຊາຊົນວ່າ, “ມີຫົກວັນທີ່ຈັດໄວ້ສຳລັບເຮັດງານ ຈົ່ງມາຮັກສາໃຫ້ດີພະຍາດໃນວັນເຫລົ່ານັ້ນເຖີດ, ແຕ່ຢ່າມາໃນວັນສະບາໂຕ.”
|
||
|
||
\s5
|
||
\v 15 ອົງພຣະຜູ້ເປັນເຈົ້າຊົງກ່າວວ່າ, “ພວກຄົນຫນ້າຊື່ໃຈຄົດເອີຍ! ພວກເຈົ້າບໍ່ໄດ້ແກ້ງົວຫລືລໍຂອງຕົນ ຈູງອອກຈາກຄອກໄປກິນນ້ຳໃນວັນສະບາໂຕບໍ?
|
||
\v 16 ເຊັ່ນດຽວກັນກັບຍິງຄົນນີ້ເປັນລູກສາວຂອງອັບຣາຮາມ ທີ່ຊາຕານໄດ້ຜູກມັດໄວ້ໄດ້ສິບແປດປີແລ້ວ ບໍ່ສົມຄວນທີ່ຈະໃຫ້ນາງພົ້ນຈາກເຄື່ອງຜູກມັດນີ້ໃນວັນສະບາໂຕບໍ?”
|
||
|
||
\s5
|
||
\v 17 ເມື່ອພຣະອົງກ່າວຄຳເຫລົ່ານີ້ແລ້ວ ບັນດາຄົນທີ່ຕໍ່ສູ້ພຣະອົງກໍໄດ້ຮັບຄວາມອັບອາຍ ແຕ່ປະຊາຊົນທັງຫລາຍກໍພາກັນຊົມຊື່ນຍິນດີ ທີ່ພຣະອົງໄດ້ຊົງກະທຳທຸກສິ່ງທີ່ນ່າສັນຣະເສີນ.
|
||
|
||
\s5
|
||
\v 18 ແລ້ວພຣະເຢຊູເຈົ້າກ່າວອີກວ່າ, “ຣາຊະອານາຈັກຂອງພຣະເຈົ້າເຫມືອນສິ່ງໃດ, ເຮົາຈະປຽບຣາຊະອານາຈັກນັ້ນກັບສິ່ງໃດ?
|
||
\v 19 ກໍເປັນເຫມືອນແກ່ນຜັກກາດເມັດຫນຶ່ງ ທີ່ຄົນນຳໄປຫວ່ານໃນສວນຂອງຕົນ ມັນກໍງອກຂຶ້ນເປັນກົກໃຫຍ່ ແລະນົກປ່າກໍມາເຮັດຮັງອາໄສຢູ່ຕາມກິ່ງກ້ານຂອງມັນ.”
|
||
|
||
\s5
|
||
\v 20 ພຣະເຢຊູເຈົ້າກ່າວຕໍ່ອີກວ່າ, “ເຮົາຈະປຽບຣາຊະອານາຈັກຂອງພຣະເຈົ້າກັບສິ່ງໃດດີ?
|
||
\v 21 ກໍປຽບເຫມືອນເຊື້ອແປ້ງທີ່ຜູ້ຍິງຄົນຫນຶ່ງໄດ້ເອົາປົນໃສ່ໃນແປ້ງສາມຖັງ ຈົນແປ້ງນັ້ນຟູຂຶ້ນທັງຫມົດ.”
|
||
|
||
\s5
|
||
\v 22 ພຣະເຢຊູເຈົ້າໄດ້ສະເດັດໄປຕາມບ້ານເມືອງຕ່າງໆ ທີ່ຢູ່ລະຫວ່າງທາງທີ່ໄປສູ່ນະຄອນເຢຣູຊາເລັມ ແລະຊົງສັ່ງສອນພວກເຂົາ.
|
||
\v 23 ບາງຄົນທູນພຣະອົງວ່າ, “ອົງພຣະຜູ້ເປັນເຈົ້າ, ຜູ້ທີ່ຈະພົ້ນນັ້ນມີພຽງແຕ່ຫນ້ອຍຄົນເທົ່ານັ້ນບໍ?” ພຣະອົງຈິ່ງຕອບພວກເຂົາວ່າ,
|
||
\v 24 “ຈົ່ງພຽນພະຍາຍາມທີ່ຈະເຂົ້າໄປທາງປະຕູຄັບແຄບ ເຮົາບອກທ່ານວ່າ ມີຫລາຍຄົນຈະພະຍາຍາມເຂົ້າໄປ ແຕ່ບໍ່ສາມາດທີ່ຈະເຂົ້າໄປໄດ້.
|
||
|
||
\s5
|
||
\v 25 ໃນວັນຫນຶ່ງ ເມື່ອເຈົ້າຂອງເຮືອນລຸກຂຶ້ນແລະອັດປະຕູແລ້ວ, ພວກທ່ານທັງຫລາຍຢືນຢູ່ຂ້າງນອກຕັ້ງຕົ້ນເຄາະປະຕູວ່າ ‘ນາຍເອີຍ, ນາຍເອີຍ, ຂໍໄຂໃຫ້ພວກຂ້ານ້ອຍເຂົ້າໄປຂ້າງໃນແດ່ທ້ອນ!’ ແລະເຈົ້າເຮືອນຈະຕອບພວກທ່ານວ່າ ‘ເຮົາບໍ່ຮູ້ຈັກເຈົ້າ ຫລືບໍ່ຮູ້ວ່າເຈົ້າມາແຕ່ໃສ?’.
|
||
\v 26 ແລ້ວພວກທ່ານຈະຕອບວ່າ ‘ພວກຂ້ານ້ອຍໄດ້ກິນແລະດື່ມຕໍ່ຫນ້າທ່ານ ແລະທ່ານໄດ້ສັ່ງສອນໃນບ້ານເມືອງຂອງພວກຂ້ານ້ອຍ’.
|
||
\v 27 ຝ່າຍເຈົ້າຂອງເຮືອນນັ້ນຈະເວົ້າວ່າ ‘ເຮົາບອກເຈົ້າວ່າ ເຮົາບໍ່ຮູ້ຈັກວ່າເຈົ້າມາແຕ່ໃສ, ຈົ່ງຖອຍໄປຈາກເຮົາເສັຍເຈົ້າຄົນຊົ່ວ.’
|
||
|
||
\s5
|
||
\v 28 ທີ່ນັ້ນຈະມີການຮ້ອງໄຫ້ແລະຂົບແຂ້ວຄຽ້ວຟັນ ເມື່ອທ່ານທັງຫລາຍຈະໄດ້ເຫັນອັບຣາຮາມ, ອີຊາກ, ແລະຢາໂຄບ ກັບບັນດາຜູ້ປະກາດພຣະທັມ ທຸກຄົນຢູ່ໃນຣາຊະອານາຈັກຂອງພຣະເຈົ້າ, ສ່ວນທ່ານຈະຖືກໂຍນອອກໄປຂ້າງນອກ.
|
||
\v 29 ພວກເຂົາຈະມາຈາກທິດຕາເວັນອອກ, ທິດຕາເວັນຕົກ, ທິດເຫນືອ, ທິດໃຕ້ ແລະພັກສະບາຍໃນຣາຊະອານາຂອງພຣະເຈົ້າ.
|
||
\v 30 ແລະເບິ່ງແມ! ຜູ້ທີ່ເປັນປາຍຈະກັບເປັນຕົ້ນ ແລະຜູ້ທີ່ເປັນຕົ້ນຈະກັບເປັນປາຍ.”
|
||
|
||
\s5
|
||
\v 31 ຫລັງຈາກນັ້ນບໍ່ດົນ ມີພວກຟາຣີຊາຍລາງຄົນມາຫາແລະທູນພຣະອົງວ່າ, “ຈົ່ງອອກໄປຈາກທີ່ນີ້ ເພາະກະສັດເຮໂຣດຊົງຢາກປະຫານຊີວິດທ່ານເສັຍ.”
|
||
\v 32 ພຣະເຢຊູເຈົ້າຊົງຕອບເຂົາວ່າ, “ຈົ່ງໄປບອກຫມາຈິກຈອກໂຕນັ້ນວ່າ ‘ເບິ່ງແມ! ມື້ນີ້ແລະມື້ອື່ນເຮົາຈະຂັບໄລ່ຜີມານຮ້າຍອອກແລະເຮັດໃຫ້ດີພະຍາດ ແລ້ວວັນທີ່ສາມເຮົາຈະເຖິງທີ່ສຳເລັດຕາມເປົ້າຫມາຍຂອງເຮົາ'.
|
||
\v 33 ບໍ່ວ່າຈະເກີດຫຍັງຂື້ນກໍຕາມ, ເຮົາຈຳເປັນຈະຕ້ອງດຳເນີນຕໍ່ໄປມື້ນີ້, ມື້ອື່ນ, ແລະຕໍ່ໆໄປ, ເພາະການທີ່ຈະຂ້າຜູ້ປະກາດພຣະທັມໃນນະຄອນເຢຣູຊາເລັມເປັນເລື່ອງທີ່ຍອມຮັບບໍ່ໄດ້.
|
||
|
||
\s5
|
||
\v 34 ເຢຣູຊາເລັມເອີຍ, ເຢຣູຊາເລັມເຈົ້າໄດ້ຂ້າບັນດາຜູ້ປະກາດພຣະທັມ ແລະເອົາຫີນຄວ່າງໃສ່ພວກຮັບໃຊ້ທີ່ໄດ້ສົ່ງມາເພື່ອເຈົ້າ. ຫລາຍເທື່ອແລ້ວທີ່ເຮົາປາຖນາຈະຮວບຮວມລູກຂອງເຈົ້າ ເຫມືອນກັບແມ່ໄກ່ຮວບຮວມລູກໄວ້ໃຕ້ປີກຂອງມັນ, ແຕ່ເຈົ້າບໍ່ຍິນຍອມໃຫ້ເປັນເຊັ່ນນັ້ນ.
|
||
\v 35 ເບິ່ງແມ, ເຮືອນຂອງເຈົ້າຈະຖືກປະຖິ້ມໃຫ້ຮົກຮ້າງ. ເຮົາບອກພວກທ່ານວ່າ ພວກທ່ານຈະບໍ່ໄດ້ເຫັນເຮົາອີກຈົນກວ່າພວກທ່ານຈະບອກວ່າ, ‘ຂໍໃຫ້ທ່ານຜູ້ທີ່ສະເດັດມາໃນພຣະນາມຂອງອົງພຣະຜູ້ເປັນເຈົ້າຈົ່ງຊົງພຣະຈະເຣີນ’.”
|
||
|
||
\s5
|
||
\c 14
|
||
\cl ບົດທີ 14
|
||
\p
|
||
\v 1 ໃນວັນສະບາໂຕເມື່ອພຣະເຢຊູເຈົ້າສະເດັດເຂົ້າໄປໃນເຮືອນຫລັງຫນຶ່ງຂອງພວກຫົວຫນ້າຟາຣີຊາຍ ເພື່ອຮັບປະທານອາຫານ, ທີ່ນັ້ນເຂົາກໍເຝົ້າເບິ່ງພຣະອົງຢ່າງໃກ້ຊິດ.
|
||
\v 2 ເບິ່ງແມ, ມີຊາຍຄົນຫນຶ່ງເປັນພະຍາດທ້ອງມານຢູ່ຕໍ່ຫນ້າພຣະອົງ.
|
||
\v 3 ພຣະເຢຊູເຈົ້າຖາມພວກຊ່ຽວຊານບັນຍັດຂອງຢິວແລະພວກຟາຣີຊາຍວ່າ, “ຖ້າເຮັດໃຫ້ດີພະຍາດໃນວັນສະບາໂຕ ຈະຖືກຕ້ອງຕາມພຣະບັນຍັດຫລືບໍ່?”
|
||
|
||
\s5
|
||
\v 4 ແຕ່ພວກເຂົາກໍມິດຢູ່. ດັ່ງນັ້ນພຣະເຢຊູເຈົ້າຈິ່ງຈັບຕົວຊາຍທີ່ປ່ວຍເປັນພະຍາດນັ້ນ, ພຣະອົງຮັກສາເຂົາ ແລະປ່ອຍເຂົາກັບໄປ.
|
||
\v 5 ພຣະອົງກ່າວກັບພວກເຂົາວ່າ, “ມີຄົນໃດໃນພວກທ່ານມີລູກຄົນຫນຶ່ງ ຫລືງົວໂຕຫນຶ່ງຕົກນ້ຳສ້າງໃນວັນສະບາໂຕ ແລ້ວຈະບໍ່ຮີບຊ່ວຍລູກ ຫລືດຶງງົວນັ້ນອອກມາທັນທີບໍ?”
|
||
\v 6 ພວກເຂົາບໍ່ສາມາດຈະຕອບພຣະອົງໃນເລື່ອງນີ້ໄດ້.
|
||
|
||
\s5
|
||
\v 7 ເມື່ອພຣະເຢຊູເຈົ້າສັງເກດເຫັນພວກທີ່ຮັບເຊີນມານັ້ນເລືອກນັ່ງໃນບ່ອນທີ່ມີກຽດ ພຣະອົງຈິ່ງກ່າວຄຳອຸປະມາແກ່ເຂົາວ່າ.
|
||
\v 8 “ເມື່ອຜູ້ໃດເຊີນທ່ານໄປໃນການກິນລ້ຽງສົມຣົດ ຈົ່ງຢ່າຊູ່ນັ່ງບ່ອນມີກຽດ ເພາະອາດຈະມີບາງຄົນທີ່ໄດ້ຮັບເຊີນຜູ້ມີກຽດຫລາຍກວ່າທ່ານອີກ.
|
||
\v 9 ເມື່ອເຈົ້າພາບທີ່ໄດ້ເຊີນທ່ານທັງສອງມາເຖິງ ເຂົາຈະເວົ້າກັບທ່ານວ່າ, ‘ຂໍທ່ານລຸກຂຶ້ນຈາກທີ່ນັ່ງນີ້ເພື່ອໃຫ້ອີກຄົນຫນຶ່ງ’ ແລ້ວທ່ານກໍຈະຕ້ອງອັບອາຍ ເພາະຕ້ອງຍ້າຍໄປນັ່ງບ່ອນຕ່ຳທີ່ສຸດ.
|
||
|
||
\s5
|
||
\v 10 ແຕ່ເມື່ອທ່ານໄດ້ຮັບເຊີນແລ້ວຈົ່ງໄປນັ່ງບ່ອນຕ່ຳທີ່ສຸດ ແລະເມື່ອເຈົ້າພາບມາເວົ້າກັບທ່ານວ່າ ‘ສະຫາຍເອີຍ, ຂໍເຊີນໄປນັ່ງບ່ອນສູງກວ່າເຖີດ’ ເມື່ອນັ້ນທ່ານກໍຈະໄດ້ຮັບກຽດຕໍ່ຫນ້າຄົນທັງຫລາຍທີ່ນັ່ງຮ່ວມໂຕະດຽວກັນກັບທ່ານ.
|
||
\v 11 ເພາະທຸກຄົນທີ່ຍົກຕົວເອງຂຶ້ນຈະຕ້ອງຖືກເຮັດໃຫ້ຖອຍລົງ ແຕ່ຜູ້ທີ່ຖ່ອມຕົວລົງຈະໄດ້ຮັບການຍົກຍ້ອງ.”
|
||
|
||
\s5
|
||
\v 12 ພຣະເຢຊເຈົ້າກ່າວກັບຊາຍຄົນນັ້ນຜູ້ທີ່ເຊີນພຣະອົງວ່າ, “ເມື່ອທ່ານຈັດການກິນລ້ຽງຂຶ້ນຕອນກາງເວັນ ຫລືກາງຄືນກໍຕາມ, ຢ່າເຊີນບັນດາມິດສະຫາຍ, ຫລືພວກອ້າຍນ້ອງ, ຫລືບັນດາວົງຕະກູນ, ຫລືເພື່ອນບ້ານຜູ້ຮັ່ງມີ ຢ້ານວ່າເຂົາຈະເຊີນທ່ານກັບເປັນການຕອບແທນທ່ານ.
|
||
|
||
\s5
|
||
\v 13 ແຕ່ເມື່ອທ່ານຈັດການກິນລ້ຽງ, ຈົ່ງເຊີນຄົນຍາກຈົນ, ຄົນພິການ, ຄົນຂາເສັ້ງ, ຄົນຕາບອດ.
|
||
\v 14 ແລ້ວທ່ານໄດ້ຮັບພຣະພອນ ເພາະວ່າເຂົາບໍ່ມີອັນໃດຈະຕອບແທນທ່ານໄດ້ ແຕ່ທ່ານຈະໄດ້ຮັບການຕອບແທນໃນວັນທີ່ຄົນຊອບທັມເປັນຄືນມາຈາກຄວາມຕາຍ.”
|
||
|
||
\s5
|
||
\v 15 ເມື່ອຄົນຫນຶ່ງໃນທ່າມກາງພວກເຂົາທີ່ນັ່ງຮ່ວມໂຕະກັບພຣະເຢຊູເຈົ້າ ໄດ້ຍິນດັ່ງນັ້ນຈິ່ງທູນພຣະອົງວ່າ, “ພຣະພອນເປັນຂອງຄົນທີ່ຈະໄດ້ຮັບປະທານອາຫານໃນອານາຈັກຂອງພຣະເຈົ້າ.”
|
||
\v 16 ແຕ່ພຣະເຢຊູເຈົ້າຕອບຜູ້ນັ້ນວ່າ, “ຊາຍຄົນຫນຶ່ງຈັດຕຽມງານກິນລ້ຽງຂຶ້ນ ແລະໄດ້ເຊີນຫລາຍຄົນມາ.
|
||
\v 17 ເມື່ອອາຫານແລງໄດ້ຖືກຈັດຕຽມໄວ້ພ້ອມແລ້ວ ເພິ່ນໄດ້ບອກຄົນຮັບໃຊ້ຂອງຕົນໄປບອກຄົນເຫລົ່ານັ້ນທີ່ໄດ້ຮັບເຊີນນັ້ນວ່າ ‘ເຊີນມາເຖີດ ເພາະທຸກສິ່ງຢ່າງຕຽມພ້ອມຮຽບຮ້ອຍແລ້ວ’.
|
||
|
||
\s5
|
||
\v 18 ບັນດາຄົນເຫລົ່ານັ້ນກໍຕັ້ງຕົ້ນຫາຂໍ້ແກ້ຕົວ ຜູ້ທຳອິດເວົ້າວ່າ ‘ເຮົາໄດ້ຊື້ນາໄວ້ຕອນຫນຶ່ງ ແລະເຮົາຈຳເປັນຕ້ອງໄປເບິ່ງນານັ້ນ ຂໍອະພັຍທີ່ໄປຮ່ວມງານບໍ່ໄດ້’.
|
||
\v 19 ແລະອີກຄົນຫນຶ່ງເວົ້າວ່າ, ‘ເຮົາໄດ້ຊື້ງົວໄວ້ຫ້າຄູ່ ແລະເຮົາຈະຕ້ອງໄປລ້ຽງງົວພວກນັ້ນ ຂໍໂທດທີ່ໄປຮ່ວມງານບໍ່ໄດ້’.
|
||
\v 20 ແລະອີກຄົນຫນຶ່ງເວົ້າວ່າ ‘ເຮົາໄດ້ແຕ່ງງານມີເມັຽແລ້ວ ເຮົາບໍ່ສາມາດໄປຮ່ວມງານໄດ້’.
|
||
|
||
\s5
|
||
\v 21 ຄົນຮັບໃຊ້ນັ້ນຈິ່ງມາແລະເລົ່າເລື່ອງນີ້ໃຫ້ເຈົ້ານາຍຂອງຕົນ, ແລ້ວເຈົ້ານາຍຂອງເຮືອນນັ້ນກໍໃຈຮ້າຍຫລາຍ ແລະສັ່ງຄົນຮັບໃຊ້ນັ້ນວ່າ ‘ຈົ່ງຮີບອອກໄປຕາມຖະຫນົນໃຫຍ່ແລະຮ່ອມນ້ອຍໃນເມືອງ ແລະພາຄົນຍາກຈົນ, ຄົນພິການ, ຄົນຕາບອດ, ແລະຄົນຂາເສັ້ງເຂົ້າມາທີ່ງານລ້ຽງ’.
|
||
\v 22 ແລ້ວຄົນຮັບໃຊ້ຈິ່ງມາບອກວ່າ ‘ນາຍເອີຍ, ສິ່ງທີ່ທ່ານສັ່ງຂ້ານ້ອຍກໍເຮັດແລ້ວ ແຕ່ຍັງມີບ່ອນວ່າງເປົ່າເຫລືອຢູ່’.
|
||
|
||
\s5
|
||
\v 23 ເຈົ້ານາຍຄົນນັ້ນໄດ້ບອກຄົນຮັບໃຊ້ນັ້ນວ່າ ‘ຈົ່ງອອກໄປຕາມທາງຫລວງຕ່າງໆ ແລະຕາມເຂດນອກເມືອງ ແລະເກນຜູ້ຄົນໃຫ້ເຂົ້າມາ ເພື່ອເຮືອນຂອງເຮົາຈະບໍ່ມີທີ່ວ່າງ’.
|
||
\v 24 ເຮົາບອກເຈົ້າວ່າຈະບໍ່ມີຄົນໃດໃນພວກທີ່ໄດ້ຮັບເຊີນນັ້ນ ໄດ້ຊີມຣົດຊາດອາຫານຂອງເຮົາຈັກຄົນເລີຍ.”
|
||
|
||
\s5
|
||
\v 25 ຕອນນີ້ປະຊາຊົນຈຳນວນຫລວງຫລາຍກຳລັງຕິດຕາມພຣະເຢຊູເຈົ້າ, ພຣະອົງຈຶ່ງຫັນໄປກ່າວກັບພວກເຂົາວ່າ.
|
||
\v 26 “ຖ້າຜູ້ໃດມາຫາເຮົາແລະບໍ່ຊັງພໍ່ແມ່, ລູກເມັຽ, ອ້າຍນ້ອງຊາຍ-ຍິງ ກັບທັງຊີວິດຂອງຕົນເອງ, ຜູ້ນັ້ນຈະເປັນສິດຂອງເຮົາບໍ່ໄດ້.
|
||
\v 27 ຜູ້ໃດບໍ່ໄດ້ແບກໄມ້ກາງແຂນຂອງຕົນຕາມເຮົາມາ ຜູ້ນັ້ນຈະເປັນສາວົກຂອງເຮົາບໍ່ໄດ້.
|
||
|
||
\s5
|
||
\v 28 ເພາະວ່າມີຜູ້ໃດໃນພວກທ່ານ ທີ່ປາຖນາຈະສ້າງຫໍສູງ ແລ້ວຈະບໍ່ນັ່ງລົງຄິດໄລ່ງົບຕົ້ນທຶນທີ່ຈະໃຊ້ເພື່ອສ້າງຫໍສູງນັ້ນໃຫ້ສຳເລັດກ່ອນຫລືບໍ່?
|
||
\v 29 ບໍ່ດັ່ງນັ້ນເມື່ອໄດ້ວາງຮາກລົງແລະບໍ່ສາມາດເຮັດໃຫ້ສຳເລັດໄດ້ ທຸກຄົນທີ່ເຫັນກໍຈະກ່າວເຍາະເຍີ້ຍວ່າ,
|
||
\v 30 ‘ຊາຍຄົນນີ້ຕັ້ງຕົ້ນສ້າງແຕ່ເຮັດໃຫ້ສຳເລັດບໍ່ໄດ້’.
|
||
|
||
\s5
|
||
\v 31 ຫລືມີກະສັດອົງໃດ ເມື່ອຈະຍົກກອງທັບໄປຕໍ່ສູ້ກັບກະສັດອົງອື່ນໃນເສິກສົງຄາມ ແລ້ວຈະບໍ່ໄດ້ນັ່ງລົງ ແລະຄຶດຫາຄຳປຶກສາກ່ອນວ່າ ດ້ວຍກຳລັງທະຫານຫນຶ່ງຫມື່ນຈະສາມາດສູ້ກັບກອງກຳລັງທະຫານສອງຫມື່ນຂອງກະສັດອີກອົງຫນຶ່ງໄດ້ຫລືບໍ່?
|
||
\v 32 ແລະຖ້າຫາກບໍ່ສາມາດສູ້ຊະນະໄດ້ ໃນຂະນະທີ່ກອງທັບອີກຝ່າຍຍັງຢູ່ຫ່າງໄກ ກະສັດອົງນີ້ຈະໃຊ້ທູດຄົນຫນຶ່ງໄປ ເພື່ອຖາມເງື່ອນໄຂຂອງການສະຫງົບເສິກ.
|
||
\v 33 ເພາະສະນັ້ນແຫລະ, ໃຜກໍຕາມໃນພວກທ່ານທີ່ບໍ່ໄດ້ສະຫລະສິ່ງສະຣະພັດທີ່ຕົນມີຢູ່ ຈະເປັນສາວົກຂອງເຮົາບໍ່ໄດ້.
|
||
|
||
\s5
|
||
\v 34 ເກືອເປັນສິ່ງດີ ແຕ່ຖ້າເກືອນັ້ນຫມົດຣົດເຄັມໄປແລ້ວ, ຈະເຮັດໃຫ້ກັບມາມີຣົດເຄັມອີກໄດ້ຢ່າງໃດ?
|
||
\v 35 ມັນຈະບໍ່ສາມາດນຳມາໃຊ້ເປັນຝຸ່ນໃສ່ດິນ ຫລືໃຊ້ຫມັກກັບຝຸ່ນທັມະຊາດໄດ້ອີກ, ມັນຈະຖືກເອົາໄປຖິ້ມເສັຍ. ຜູ້ໃດມີຫູເພື່ອຟັງ, ກໍຈົ່ງຟັງເອົາເທີ້ນ.”
|
||
|
||
\s5
|
||
\c 15
|
||
\cl ບົດທີ15
|
||
\p
|
||
\v 1 ໃນເວລານັ້ນ ພວກຄົນເກັບພາສີແລະພວກຄົນບາບທັງຫລາຍເຂົ້າມາຫາພຣະເຢຊູເຈົ້າເພື່ອຈະຟັງພຣະອົງ.
|
||
\v 2 ທັງພວກຟາຣີຊາຍແລະພວກທັມະຈານກໍຈົ່ມຕໍ່ກັນແລະກັນວ່າ, “ຊາຍຜູ້ນີ້ຕ້ອນຮັບຄົນບາບແລະເຖິງຂັ້ນກິນຮ່ວມກັນກັບພວກເຂົາ.”
|
||
|
||
\s5
|
||
\v 3 ພຣະເຢຊູເຈົ້າຈິ່ງກ່າວຄຳອຸປະມານີ້ແກ່ພວກເຂົາຟັງວ່າ.
|
||
\v 4 ແລະມີໂຕຫນຶ່ງເສັຽໄປ, ຈະບໍ່ປະເກົ້າສິບເກົ້າໂຕນັ້ນໄວ້ໃນກາງປ່າ ແລະໄປຊອກຫາໂຕທີ່ຫລົງເສັຽໄປນັ້ນຈົນກວ່າຈະໄດ້ພົບບໍ?
|
||
\v 5 ແລະເມື່ອໄດ້ພົບແລ້ວເພິ່ນກໍຍົກແກະຂຶ້ນແບກເທິງບ່າດ້ວຍຄວາມຊົມຊື່ນຍິນດີ.
|
||
|
||
\s5
|
||
\v 6 ເມື່ອເພິ່ນມາເຖິງບ້ານແລ້ວ ເພິ່ນຈິ່ງເຊີນບັນດາມິດສະຫາຍແລະເພື່ອນບ້ານຂອງຕົນມາ ແລ້ວບອກແກ່ພວກເຂົາວ່າ ‘ມາຮ່ວມຊົມຊື່ນຍິນດີກັບເຮົາເຖີ້ນ ເພາະວ່າເຮົາໄດ້ພົບແກະຂອງເຮົາໂຕທີ່ເສັຍໄປແລ້ວນັ້ນ’.
|
||
\v 7 ເຮົາບອກທ່ານທັງຫລາຍວ່າ ໃນທຳນອງດຽວກັນນີ້, ຈະມີຄວາມປິຕິຍິນດີໃນສະຫວັນ ເມື່ອຄົນບາບຄົນຫນຶ່ງກັບໃຈ ຫລາຍກວ່າຄົນສິລະທັມເກົ້າສິບເກົ້າຄົນທີ່ບໍ່ຕ້ອງການກັບໃຈ.
|
||
|
||
\s5
|
||
\v 8 ຫລືຍິງຄົນໃດທີ່ມີເງິນຢູ່ສິບຫລຽນ ຖ້ານາງເຮັດເສັຽຫລຽນຫນຶ່ງຈະບໍ່ໄຕ້ໂຄມແລະກວາດເຮືອນຄົ້ນຫາຖ້ວນຖີ່ຈົນກວ່າຈະພົບບໍ.
|
||
\v 9 ແລະເມື່ອນາງພົບແລ້ວ ນາງກໍຈະເອີ້ນພວກສະຫາຍແລະບັນດາເພື່ອນບ້ານຂອງຕົນມາພ້ອມພຽງກັນ ແລະບອກວ່າ, ‘ຈົ່ງມາຊົມຊື່ນຍິນດີກັບເຮົາເຖີ້ນ ເພາະເຮົາໄດ້ພົບເງິນຫລຽນຫນຶ່ງຂອງເຮົາໄດ້ເຮັດເສັຽໄປແລ້ວນັ້ນ’.
|
||
\v 10 ໃນທຳນອງດຽວກັນນີ້ ເຮົາບອກທ່ານທັງຫລາຍວ່າ ຈະມີຄວາມປິຕິຍິນດີໃນທ່າມກາງພວກເທວະດາຂອງພຣະເຈົ້າ, ເມື່ອມີຄົນບາບຄົນຫນຶ່ງກັບໃຈ.”
|
||
|
||
\s5
|
||
\v 11 ແລ້ວພຣະເຢຊູເຈົ້າກ່າວຕໍ່ໄປວ່າ, “ຊາຍຄົນຫນຶ່ງມີລູກຊາຍສອງຄົນ.
|
||
\v 12 ຜູ້ນ້ອງເວົ້າກັບພໍ່ວ່າ ‘ພໍ່ເອີຍ, ສ່ວນຊັບສົມບັດທີ່ຕົກເປັນຂອງຂ້ອຍນັ້ນ ຂໍພໍ່ແບ່ງໃຫ້ຂ້ານ້ອຍສາ’ ແລ້ວພໍ່ຈິ່ງໄດ້ແບ່ງຊັບສົມບັດໃຫ້ລູກທັງສອງຄົນ.
|
||
|
||
\s5
|
||
\v 13-14 ຕໍ່ມາບໍ່ເທົ່າໃດວັນຜູ້ນ້ອງກໍໄດ້ຮວບຮວມເອົາຊັບສິນທີ່ເປັນຂອງຕົນ ແລະເດີນທາງໄປທຽວເມືອງໄກແລະລາວໄດ້ຜານເງິນຂອງຕົນທີ່ນັ້ນດ້ວຍການຢູ່ກິນໃຊ້ຈ່າຍຢ່າງຟຸມເຟືອຍ ເມື່ອລາວໄດ້ໃຊ້ຈ່າຍຊັບເຫລົ່ານັ້ນຫມົດແລ້ວ ກໍເລີຍເກີດການອຶດຢາກອັນໃຫຍ່ທົ່ວເມືອງນັ້ນ, ລາວຈິ່ງເລີ່ມຂັດສົນ.
|
||
|
||
\s5
|
||
\v 15 ລາວຈິ່ງໄປຂໍອາໄສຢູ່ກັບຄົນຜູ້ຫນຶ່ງໃນເມືອງນັ້ນ ແລ້ວຜູ້ນັ້ນໄດ້ໃຊ້ລາວໄປລ້ຽງຫມູທີ່ທົ່ງນາ.
|
||
\v 16 ລາວຄິດຢາກກິນຫມາກຖົ່ວທີ່ຫມູກິນໃຫ້ອີ່ມທ້ອງ ແຕ່ບໍ່ມີໃຜເອົາໃຫ້ລາວກິນ.
|
||
|
||
\s5
|
||
\v 17 ແຕ່ເມື່ອລາວຮູ້ເມື່ອຄີງໄດ້ ລາວຈິ່ງເວົ້າວ່າ ‘ລູກຈ້າງຂອງພໍ່ເຮົາມີຫລາຍຄົນ ເຂົາຍັງມີອາຫານກິນອີ່ມຈົນເຫລືອ ສ່ວນເຮົາຈະມາຕາຍອຶດຢາກຢູ່ທີ່ນີ້.
|
||
\v 18 ເຮົາຈະຕ້ອງອອກຈາກທີ່ນີ້ກັບຄືນໄປຫາພໍ່ຂອງເຮົາ ແລ້ວຈະເວົ້ານຳເພິ່ນວ່າ, “ພໍ່ເອີຍ, ລູກໄດ້ເຮັດຜິດຕໍ່ສະຫວັນແລະຕໍ່ພໍ່ແລ້ວ.
|
||
\v 19 ແລະບໍ່ສົມຄວນຈະໄດ້ເອີ້ນຊື່ວ່າເປັນລູກຂອງພໍ່ອີກຕໍ່ໄປ ແຕ່ຂໍໃຫ້ລູກເປັນເຫມືອນລູກຈ້າງຂອງພໍ່ຄົນຫນຶ່ງຖ້ອນ.”’
|
||
|
||
\s5
|
||
\v 20 ດັ່ງນັ້ນ ລູກຊາຍຫລ້າກໍລຸກຂຶ້ນຄືນເມືອຫາພໍ່ຂອງຕົນ. ຂະນະທີ່ລາວຍັງຢູ່ໄກ, ພໍ່ໄດ້ແນມເຫັນລາວກໍມີຄວາມເມດຕາ ຈິ່ງແລ່ນອອກໄປກອດ ແລະຈູບລາວ.
|
||
\v 21 ລູກຊາຍນັ້ນໄດ້ເອີ່ຍຂຶ້ນຕໍ່ພໍ່ວ່າ ‘ພໍ່ເອີຍ, ລູກໄດ້ເຮັດຜິດຕໍ່ສະຫວັນແລະຕໍ່ພໍ່ແລ້ວ. ບໍ່ສົມຄວນຈະໄດ້ເອີ້ນຊື່ວ່າເປັນລູກຂອງພໍ່ຕໍ່ໄປ’.
|
||
|
||
\s5
|
||
\v 22 ພໍ່ໄດ້ເອີ້ນບອກພວກຂ້ອຍໃຊ້ວ່າ ‘ຈົ່ງຮີບເອົາເສື້ອຄຸມຢ່າງດີທີ່ສຸດມານຸ່ງໃຫ້ລູກຂອງເຮົາ ແລະເອົາແຫວນມາສວມໃສ່ມື ແລະເອົາເກີບມາສຸບໃສ່ຕີນ.
|
||
\v 23 ແລ້ວຈົ່ງເອົາງົວຫນຸ່ມໂຕອ້ວນພີມາຂ້າລ້ຽງສະຫລອງກັນ.
|
||
\v 24 ເພາະລູກຊາຍຂອງເຮົາຄົນນີ້ຕາຍແລ້ວແຕ່ຕອນນີ້ກັບເປັນຄືນມາອີກຄັ້ງ, ເຂົາໄດ່້ເສຍໄປແລ້ວແຕ່ຕອນນີ້ກັບໄດ້ພົບກັນອີກຄັ້ງ’. ແລ້ວເຂົາທັງຫລາຍກໍຕັ້ງຕົ້ນສະຫລອງດ້ວຍຄວາມຍິນດີ.
|
||
|
||
\s5
|
||
\v 25 ຝ່າຍລູກຊາຍຜູ້ກົກນັ້ນອອກໄປທີ່ທົ່ງນາ ເມື່ອລາວກຳລັງກັບມາໃກ້ຈະເຖິງເຮືອນແລ້ວກໍໄດ້ຍິນສຽງເສບແລະການເຕັ້ນລຳ.
|
||
\v 26 ລາວຈິ່ງເອີ້ນເອົາຄົນໃຊ້ຜູ້ຫນຶ່ງອອກມາຖາມວ່າ, ‘ເກີດຫຍັງຂຶ້ນ?’.
|
||
\v 27 ຄົນໃຊ້ຈິ່ງບອກເພິ່ນວ່າ ‘ນ້ອງຂອງທ່ານໄດ້ກັບມາເຮືອນແລ້ວ, ພໍ່ຂອງທ່ານໄດ້ຈັດຂ້າງົວຫນຸ່ມມຕົວອ້ວນພີ ຕ້ອນຮັບລູກທີ່ກັບມາດ້ວຍຄວາມປອດພັຍ.
|
||
|
||
\s5
|
||
\v 28 ຜູ້ອ້າຍກໍຄຽດ ແລະບໍ່ຍອມເຂົ້າມາເຮືອນ, ພໍ່ກໍໄດ້ອອກໄປອອຍໃຈຊວນເຂົ້າມາ.
|
||
\v 29 ແຕ່ລູກຊາຍກົກໄດ້ຕອບພໍ່ວ່າ ‘ເບິ່ງເເມ, ຫລາຍປີມານີ້ລູກໄດ້ປະຕິບັດຮັບໃຊ້ພໍ່ ແລະລູກບໍ່ເຄີຍລະເມີດຕໍ່ຄຳສັ່ງສອນຂອງພໍ່ຈັກເທື່ອ ແຕ່ພໍ່ຍັງບໍ່ໃຫ້ລູກແກະແມ່ນແຕ່ໂຕດຽວ ເພື່ອຈະຈັດການລ້ຽງສະຫລອງຮ່ວມກັບມິດສະຫາຍ.
|
||
\v 30 ແຕ່ເມື່ອລູກຊາຍຂອງພໍ່ຜູ້ນີ້, ທີ່ຜານສົມບັດຂອງພໍ່ດ້ວຍການຄົບຄ້າກັບພວກຍິງແມ່ຈ້າງກັບຄືນມາ ພໍ່ກໍຂ້າງົວຫນຸ່ມໂຕອ້ວນພີຈັດການລ້ຽງໃຫ້ມັນ’.
|
||
|
||
\s5
|
||
\v 31 ພໍ່ຕອບວ່າ ‘ລູກເອີຍເຈົ້າໄດ້ຢູ່ນຳພໍ່ມາຕະຫລອດ, ແລະທຸກສິ່ງທີ່ເປັນຂອງພໍ່ ກໍເປັນຂອງເຈົ້າຢູ່ນີ້ແລ້ວ.
|
||
\v 32 ແຕ່ເປັນເລື່ອງສົມຄວນທີ່ພໍ່ຕ້ອງມີຄວາມຊົມຊື່ນຍິນດີແລະສະຫລອງ, ເພາະນ້ອງຂອງເຈົ້າຄົນນີ້ຕາຍແລ້ວ ແຕ່ດຽວນີ້ກັບເປັນຄືນມາອີກ; ລາວໄດ້ເສັຍແລ້ວ ແຕ່ດຽວນີ້ໄດ້ພົບອີກ’.”
|
||
|
||
\s5
|
||
\c 16
|
||
\cl ບົດທີ16
|
||
\p
|
||
\v 1 ພຣະເຢຊູເຈົ້າກ່າວກັບພວກສາວົກດ້ວຍວ່າ, “ຍັງມີເສດຖີຄົນຫນຶ່ງທີ່ມີພະນັກງານເປັນຜູ້ຈັດການຊັບສິນຂອງເພິ່ນ ມີຄົນມາລາຍງານຕໍ່ເສດຖີວ່າພະນັກງານຄົນ ນັ້ນໄດ້ຜານຊັບສົມບັດຂອງທ່ານ.
|
||
\v 2 ດັ່ງນັ້ນເສດຖີຈິ່ງເອີ້ນຜູ້ຈັດການມາຖາມວ່າ ‘ເລື່ອງທີ່ເຮົາໄດ້ຍິນມາກຽ່ວກັບເຈົ້ານັ້ນເປັນຢ່າງໃດ? ຈົ່ງລາຍງານກ່ຽວກັບຫນ້າທີ່ຂອງເຈົ້າສາ ເພາະເຈົ້າຈະເປັນຜູ້ຈັດການຕໍ່ໄປອີກບໍ່ໄດ້.'
|
||
|
||
\s5
|
||
\v 3 ເຈົ້າພະນັກງານນັ້ນຈິ່ງຄຶດໃນໃຈວ່າ ‘ເຮົາຄວນເຮັດແນວໃດຫນໍ ເພາະນາຍຈະຖອດເຮົາອອກເສັຽຈາກຫນ້າທີ່ຜູ້ຈັດການແລ້ວ ເຮົາຂຸດດິນກໍບໍ່ມີແຮງ, ແລະຈະຂໍທານກໍອາຍເຂົາ.
|
||
\v 4 ເຮົາຮູ້ແລ້ວວ່າຈະເຮັດແນວໃດດີ, ເພື່ອເວລາເຮົາຖືກຖອດຈາກຫນ້າທີ່ແລ້ວ, ຄວນມີ ຫມູ່ເພື່ອນທີ່ຈະຕ້ອນຮັບເຮົາໄວ້ໃນເຮືອນຂອງພວກເຂົາ’.
|
||
|
||
\s5
|
||
\v 5 ດັ່ງນັ້ນລາວຈິ່ງເອີ້ນລູກຫນີ້ຂອງນາຍແຕ່ລະຄົນມາ ແລ້ວຖາມຜູ້ທຳອິດວ່າ, ‘ເຈົ້າເປັນຫນີ້ນາຍຂອງເຮົາເທົ່າໃດ?’.
|
||
\v 6 ຜູ້ນັ້ນກໍຕອບວ່າ ‘ເປັນຫນີ້ນ້ຳມັນຫມາກກອກຈຳນວນຮ້ອຍຖັງ’ ແລະລາວບອກກັບລູກຫນີ້ຄົນນັ້ນວ່າ ‘ເອົາບັນຊີຂອງເຈົ້າ ນັ່ງລົງໄວໆ ແລ້ວແກ້ເປັນຫ້າສິບຖັງ’.
|
||
\v 7 ຈາກນັ້ນລາວກໍຖາມອີກຄົນຫນຶ່ງວ່າ ‘ເຈົ້າເດ, ເຈົ້າເປັນຫນີ້ເທົ່າໃດ?’ ຜູ້ນີ້ຕອບວ່າ ‘ເປັນຫນີ້ເຂົ້າສາລີຈຳນວນຮ້ອຍເປົາ’ ເຂົາຈິ່ງບອກກັບລູກຫນີ້ຄົນນັ້ນວ່າ ‘ຈົ່ງເອົາບັນຊີຂອງເຈົ້າມາ ແລ້ວແກ້ເປັນແປດສິບເປົາ’.
|
||
|
||
\s5
|
||
\v 8 ແລ້ວເສດຖີກໍຍ້ອງຍໍຜູ້ຈັດການບໍ່ສັດຊື່ນັ້ນວ່າ ເພິ່ນໄດ້ເຮັດດ້ວຍຄວາມສະຫລາດ ເພາະວ່າຄົນຝ່າຍໂລກນີ້ກໍສະຫລາດໃນການຈັດການກັບພວກເຂົາເອງ ຫລາຍກວ່າຄົນຝ່າຍຄວາມສະຫວ່າງ’.
|
||
\v 9 ເຮົາບອກທ່ານທັງຫລາຍວ່າ ຈົ່ງເຮັດໃຫ້ຕົນມີມິດສະຫາຍດ້ວຍຊັບສົມບັດອັນບໍ່ຍຸດຕິທັມ ເພື່ອເວລາຊັບນັ້ນເສັຽໄປແລ້ວ, ເຂົາຈະໄດ້ຕ້ອນຮັບພວກທ່ານໄວ້ໃນບ່ອນອາໄສອັນຖາວອນເປັນນິດ.
|
||
|
||
\s5
|
||
\v 10 ຄົນທີ່ສັດຊື່ໃນຂອງເລັກນ້ອຍທີ່ສຸດ ກໍສັດຊື່ໃນສິ່ງຂອງທີ່ໃຫຍ່ດ້ວຍ, ແລະຄົນທີ່ບໍ່ສັດຊື່ໃນຂອງເລັກນ້ອຍທີ່ສຸດ ກໍບໍ່ສັດຊື່ໃນສິ່ງຂອງທີ່ໃຫຍ່ເຫມືອນກັນ.
|
||
\v 11 ຖ້າຫາກພວກທ່ານບໍ່ສັດຊື່ໃນຊັບສົມບັດອັນບໍ່ທ່ຽງແທ້ ໃຜຈະໄວ້ວາງໃຈທ່ານສຳລັບຊັບສົມບັດອັນທ່ຽງແທ້?
|
||
\v 12 ແລະຖ້າຫາກພວກທ່ານບໍ່ສັດຊື່ໃນສິ່ງຂອງທີ່ເປັນຂອງຜູ້ອື່ນ ໃຜຈະມອບສິ່ງຂອງທີ່ເປັນຂອງທ່ານໃຫ້ແກ່ທ່ານ?.
|
||
|
||
\s5
|
||
\v 13 ບໍ່ມີຜູ້ໃດສາມາດເປັນຂ້າສອງເຈົ້າບ່າວສອງນາຍໄດ້ ເພາະຈະຊັງນາຍຄົນຫນຶ່ງແລະຮັກນາຍອີກຄົນຫນຶ່ງ, ຫລືຈະທຸ້ມເທຕໍ່ນາຍຜູ້ນີ້ແລະປະຫມາດນາຍຜູ້ນັ້ນ. ທ່ານບໍ່ສາມາດເປັນຂ້ອຍໃຊ້ຂອງພຣະເຈົ້າແລະຄວາມຮັ່ງມີໄປພ້ອມກັນໄດ້.”
|
||
|
||
\s5
|
||
\v 14 ຝ່າຍພວກຟາຣີຊາຍຊຶ່ງເປັນຄົນເຫັນແກ່ເງິນໄດ້ຍິນຄຳເຫລົ່ານີ້ທັງຫມົດ ພວກເຂົາກໍກ່າວເຍາະເຍີ້ຍພຣະອົງ.
|
||
\v 15 ພຣະອົງກ່າວຕໍ່ພວກເຂົາວ່າ, “ທ່ານທັງຫລາຍອ້າງຕົວວ່າເປັນຄົນຊອບທັມຕໍ່ຫນ້າມະນຸດ ແຕ່ພຣະເຈົ້າຊົງຊາບຈິດໃຈຂອງພວກທ່ານ. ດ້ວຍວ່າຊຶ່ງເປັນທີ່ຍົກຍ້ອງທ່າມກາງມະນຸດກັບເປັນທີ່ຫນ້າລັງກຽດຕໍ່ພຣະພັກພຣະເຈົ້າ.
|
||
|
||
\s5
|
||
\v 16 ພຣະບັນຍັດແລະຜູ້ປະກາດພຣະທັມມີຜົນໃຊ້ຈົນເຖິງສະໄຫມໂຢຮັນໄດ້ມາ. ນັບຕັ້ງແຕ່ນັ້ນມາຂ່າວປະເສີດແຫ່ງຣາຊະອານາຈັກຂອງພຣະເຈົ້າກໍໄດ້ຖືກປະກາດອອກໄປ ແລະທຸກຄົນພະຍາຍາມບາກບັ່ນທີ່ຈະເຂົ້າໄປໃນຣາຊະອານາຈັກນັ້ນ.
|
||
\v 17 ການທີ່ຈະໃຫ້ຟ້າສະຫວັນແລະໂລກສະຫລາຍລ່ວງໄປ ກໍງ່າຍກວ່າທີ່ຈະໃຫ້ຈຸດດຽວຂອງພຣະບັນຍັດຖືກຍົກເລີກ.
|
||
|
||
\s5
|
||
\v 18 ຄົນໃດທີ່ຢ່າຮ້າງເມັຽຂອງຕົນ ແລ້ວໄປເອົາເມັຽໃຫມ່ກໍຜິດຖານຫລິ້ນຊູ້, ແລະຜູ້ຊາຍທີ່ແຕ່ງງານກັບຍິງທີ່ຮ້າງຈາກຜົວຂອງນາງກໍຜິດຖານຫລິ້ນຊູ້ເຫມືອນກັນ.
|
||
|
||
\s5
|
||
\v 19 ຍັງມີເສດຖີຄົນຫນຶ່ງນຸ່ງຫົ່ມເສື້ອສີມ່ວງອ່ອນເນື້ອລະອຽດ ລາວມີຄວາມປິຕິຍິນດີດ້ວຍຊັບອັນຮັ່ງມີຂອງຕົນທຸກວັນ.
|
||
\v 20 ແລະມີຂໍທານຜູ້ຫນຶ່ງຊື່ ລາຊະໂຣ ເປັນບາດເຕັມຕົວ ໄດ້ມານອນຢູ່ທີ່ປະຕູຮົ້ວບ້ານຂອງເສດຖີ.
|
||
\v 21 ແລະ ລາຊະໂຣ ຄິດຢາກກິນຂອງທີ່ຕົກຈາກໂຕະຂອງເສດຖີນັ້ນ. ແລະຫລາຍກວ່ານັ້ນຫມາກໍຍັງມາເລັຍບາດແຜຂອງລາວ.
|
||
|
||
\s5
|
||
\v 22 ຢູ່ມາເມື່ອຂໍທານຍາກຈົນຜູ້ນັ້ນຕາຍແລະຝູງເທວະດາໄດ້ຮັບເອົາໄປຢູ່ຂ້າງກາຍອັບຣາຮາມ. ຝ່າຍເສດຖີນັ້ນກໍຕາຍເຫມືອນກັນແລະຖືກຝັງໄວ້.
|
||
\v 23 ແລະຢູ່ໃນແດນມໍຣະນາ ຢູ່ໃນສະພາບທີ່ທຸກຂະເວທະນາຫລາຍ, ເສດຖີນັ້ນຈິ່ງເງີຍຫນ້າຂຶ້ນເຫັນອັບຣາຮາມຢູ່ໄກໆ ແລະລາຊະໂຣຢູ່ແນບເອິກຂອງທ່ານ.
|
||
|
||
\s5
|
||
\v 24 ເສດຖີຈິ່ງຮ້ອງວ່າ ‘ອັບຣາຮາມບິດາເອີຍ, ຂໍເອັນດູຂ້ານ້ອຍແດ່ທ້ອນ, ຂໍໃຊ້ ລາຊະໂຣມາ ເພື່ອຈະໄດ້ເອົາປາຍນິ້ວມືຈຸ່ມນ້ຳມາແປະໃສ່ລີ້ນຂ້ານ້ອຍໃຫ້ຊຸ່ມເຢັນ ເພາະຂ້ານ້ອຍກຳລັງທົນທຸກທໍຣະມານຢູ່ໃນແປວໄຟນີ້’.
|
||
|
||
\s5
|
||
\v 25 ແຕ່ອັບຣາຮາມຕອບວ່າ, ‘ລູກເອີຍ, ຈົ່ງຣະນຶກວ່າເມື່ອເຈົ້າຍັງມີຊີວິດຢູ່ ເຈົ້າໄດ້ຮັບຂອງດີສຳລັບຕົວທຸກຢ່າງ ແຕ່ ລາຊະໂຣຢູ່ໃນສະພາບທີ່ບໍ່ດີທຸກຢ່າງ, ມາບັດນີ້ ລາຊະໂຣ ໄດ້ຮັບຄວາມເລົ້າໂລມຢູ່ທີ່ນີ້ ແຕ່ເຈົ້າຢູ່ໃນຄວາມທຸກທໍຣະມານສາຫັດ.
|
||
\v 26 ນອກນັ້ນອີກ, ຍັງມີເຫວອັນໃຫຍ່ຊຶ່ງຊົງຕັ້ງຂວາງຢູ່ ເພື່ອວ່າຖ້າຜູ້ໃດທີ່ຕ້ອງການຈະຂ້າມທີ່ນີ້ໄປເຖິງພວກເຈົ້າກໍບໍ່ໄດ້, ແລະບໍ່ມີຜູ້ໃດທີ່ຈະຂ້ວາມຈາກທີ່ນັ້ນມາເຖິງພວກເຮົາໄດ້ເຊັ່ນກັນ.
|
||
|
||
\s5
|
||
\v 27 ເສດຖີນັ້ນເວົ້າວ່າ ‘ຂ້ານ້ອຍຂໍຮ້ອງທ່ານອັບຣາຮາມບິດາຂອງຂ້ານ້ອຍ ຂໍທ່ານຊ່ວຍສົ່ງລາວໄປຍັງເຮືອນພໍ່ຂອງຂ້ານ້ອຍ.
|
||
\v 28 ເພາະວ່າຂ້ານ້ອຍມີອ້າຍນ້ອງຫ້າຄົນ ເພື່ອໃຫ້ລາຊະໂຣໄປເຕືອນເຂົາ, ເພື່ອໃຫ້ພວກເຂົາຢ້ານທີ່ຈະມາໃນບ່ອນທໍຣະມານແຫ່ງນີ້’.
|
||
|
||
\s5
|
||
\v 29 ແຕ່ອັບຣາຮາມຕອບວ່າ ‘ພວກເຂົາມີໂມເຊແລະພວກຜູ້ປະກາດພຣະທັມແລ້ວ ໃຫ້ເຂົາຟັງຄົນເຫລົ່ານັ້ນສາ’.
|
||
\v 30 ເສດຖີນັ້ນຈິ່ງວ່າ ‘ບໍ່ໄດ້, ອັບຣາຮາມບິດາເອີຍ, ເພາະຫາກມີໃຜບາງຄົນຈາກຫມູ່ຄົນຕາຍໄປຫາພວກເຂົາ ພວກເຂົາຈະຖິ້ມໃຈເກົ່າເອົາໃຈໃຫມ່’.
|
||
\v 31 ແຕ່ອັບຣາຮາມຕອບວ່າ ‘ຖ້າພວກເຂົາບໍ່ຟັງໂມເຊແລະພວກຜູ້ປະກາດພຣະທັມແລ້ວ, ເຖິງຈະມີໃຜບາງຄົນຄືນມາຈາກຕາຍ ກໍບໍ່ສາມາດທີ່ຈະເຮັດໃຫ້ພວກເຂົາເຊື່ອໄດ້ເລີຍ’.”
|
||
|
||
\s5
|
||
\c 17
|
||
\cl ບົດທີ 17
|
||
\p
|
||
\v 1 ພຣະເຢຊູເຈົ້າກ່າວກັບພວກສາວົກຂອງພຣະອົງວ່າ, “ຈຳເປັນທີ່ຈະມີເຫດໃຫ້ເກີດການຕ່າງໆເປັນສາເຫດຫລົງຜິດ ແຕ່ວິບັດແກ່ຜູ້ທີ່ເປັນຕົ້ນເຫດ.
|
||
\v 2 ຖ້າຈະເອົາຫີນໂມ້ຜູກຄໍຄົນນັ້ນແລະຈົມນ້ຳທະເລເສັຽກໍດີກວ່າທີ່ຈະເຮັດໃຫ້ຄົນຫນຶ່ງໃນບັນດາຄົນເລັກນ້ອຍເຫລົ່ານີ້ເກີດການຫລົງຜິດ.
|
||
|
||
\s5
|
||
\v 3 ຈົ່ງຣະວັງໃຫ້ດີ, ຖ້າພີ່ນ້ອງຂອງພວກທ່ານເຮັດຜິດບາບ, ຈົ່ງຕິຕຽນເພິ່ນ ຖ້າເພິ່ນກັບໃຈ, ພວກທ່ານຈົ່ງຍົກໂທດໃຫ້ເພິ່ນ.
|
||
\v 4 ຖ້າຫາກເພິ່ນເຮັດຜິດຕໍ່ທ່ານເຈັດເທື່ອໃນມື້ຫນື່ງ ແລ້ວເພິ່ນມາຫາທ່ານທັງເຈັດເທື່ອນັ້ນ ແລ້ວເວົ້າວ່າ ‘ຂ້າພຣະເຈົ້າກັບໃຈ’ ທ່ານຕ້ອງຍົກໂທດໃຫ້ເພິ່ນ.”
|
||
|
||
\s5
|
||
\v 5 ພວກອັກຄະສາວົກໄດ້ທູນຕໍ່ອົງພຣະຜູ້ເປັນເຈົ້າວ່າ, “ຂໍໂຜດຕື່ມຄວາມເຊື່ອ ໃຫ້ພວກຂ້ານ້ອຍແດ່ທ້ອນ.”
|
||
\v 6 ອົງພຣະຜູ້ເປັນເຈົ້າຈິ່ງກ່າວວ່າ, “ຖ້າພວກທ່ານມີຄວາມເຊື່ອທໍ່ກັບແກ່ນຜັກກາດ ພວກທ່ານຈະບອກກົກມອນກົກນີ້ໄດ້ວ່າ ‘ຈົ່ງຖອນຮາກອອກແລະໄປປັກຢູ່ໃນທະເລ’ ມັນກໍຈະເຊື່ອຟັງຄວາມທ່ານ.
|
||
|
||
\s5
|
||
\v 7 ສົມມຸດວ່າພວກທ່ານມີຄົນຮັບໃຊ້ຄົນຫນຶ່ງ, ເປັນຄົນໄຖນາຫລືຄົນລ້ຽງແກະ, ທ່ານຈະເວົ້າກັບເຂົາເມື່ອເຂົາກັບມາແຕ່ທົ່ງນາ ຫລືວ່າ ‘ມາໄວ ມານັ່ງລົງແລະກິນອາຫານແລງນຳກັນ'?
|
||
\v 8 ແຕ່ຜູ້ເປັນນາຍຈະບໍ່ເວົ້າດັ່ງນີ້ຫລືວ່າ ‘ຈົ່ງຈັດແຈງອາຫານໃຫ້ເຮົາກິນແລະຈົ່ງຄາດແອວຂອງເຈົ້າ ແລະຮັບໃຊ້ເຮົາ ຈົນກວ່າເຮົາຈະກິນແລະດື່ມອີ່ມແລ້ວ, ຈາກນັ້ນເຈົ້າຈິ່ງຄ່ອຍກິນແລະດື່ມ’?
|
||
|
||
\s5
|
||
\v 9 ນາຍບໍ່ຕ້ອງຂອບໃຈຄົນຮັບໃຊ້ເພາະຄົນຮັບໃຊ້ເຮັດສິ່ງຕ່າງໆ ຕາມຄຳສັ່ງຂອງນາຍບໍ່ແມ່ນບໍ?
|
||
\v 10 ພວກທ່ານກໍເຫມືອນກັນນັ້ນ ເມື່ອພວກທ່ານໄດ້ເຮັດຕາມຄຳສັ່ງທີ່ໄດ້ຮັບແລ້ວ ກໍສົມຄວນເວົ້າວ່າ ‘ພວກຂ້ານ້ອຍເປັນຄົນຮັບໃຊ້ທີ່ບໍ່ມີປະໂຫຍດ ເພາະພວກຂ້ານ້ອຍພຽງແຕ່ໄດ້ເຮັດຕາມສິ່ງທີ່ພວກຂ້ານ້ອຍສົມຄວນເຮັດຢູ່ແລ້ວ’.”
|
||
|
||
\s5
|
||
\v 11 ເຫດການນີ້ເກີດຂື້ນໃນຂະນະທີ່ພຣະອົງສະເດັດໄປນະຄອນເຢຣູຊາເລັມ, ພຣະອົງໄດ້ສະເດັດຜ່ານເຂດຊາຍແດນແຂວງຊາມາເຣຍແລະແຂວງຄາລີເລ.
|
||
\v 12 ເມື່ອພຣະອົງສະເດັດເຂົ້າໄປໃນບ້ານແຫ່ງຫນຶ່ງ ພຣະອົງພົບຊາຍສິບຄົນທີ່ເປັນພະຍາດຂີ້ທູດ ພວກເຂົາຢືນຢູ່ແຕ່ໄກຈາກພຣະອົງ.
|
||
\v 13 ແລະພວກເຂົາໄດ້ເປັ່ງສຽງຮ້ອງວ່າ, “ພຣະເຢຊູຜູ້ເປັນອາຈານເຈົ້າເອີຍ, ຂໍໂຜດເມດຕາພວກຂ້ານ້ອຍແດ່ຖ້ອນ”.
|
||
|
||
\s5
|
||
\v 14 ເມື່ອພຣະເຢຊູເຈົ້າເຫັນພວກເຂົາ ພຣະອົງຈິ່ງກ່າວແກ່ພວກເຂົາວ່າ, “ຈົ່ງໄປແລະສະແດງຕົວຂອງພວກທ່ານຕໍ່ພວກປະໂລຫິດ” ແລະສິ່ງທີ່ເກີດຂື້ນຄືໃນຂະນະທີ່ພວກເຂົາກຳລັງອອກຈາກບ່ອນນັ້ນໄປ ພວກເຂົາກໍດີຈາກພະຍາດຂີ້ທູດ.
|
||
\v 15 ເມື່ອຄົນຫນຶ່ງໃນພວກເຂົາເຫັນວ່າຕົນໄດ້ຮັບການຮັກສາໃຫ້ດີພະຍາດແລ້ວ, ລາວກໍຕ່າວຄືນມາແລະກ່າວດ້ວຍສຽງອັນດັງສັນຣະເສີນພຣະເຈົ້າ.
|
||
\v 16 ລາວຂາບລົງທີ່ພຣະບາດຂອງພຣະເຢຊູເຈົ້າ ແລະໂມທະນາຂອບພຣະຄຸນຂອງພຣະອົງ. ຄົນນັ້ນເປັນໄທຊາມາເຣັຍ.
|
||
|
||
\s5
|
||
\v 17 ພຣະເຢຊູເຈົ້າຖາມຜູ້ນັ້ນວ່າ, “ທັງສິບຄົນທີ່ໄດ້ຮັບການສາຮັກໃຫ້ດີສະອາດບໍ່ແມ່ນບໍ? ແລ້ວອີກເກົ້າຄົນນັ້ນຢູ່ໃສ?
|
||
\v 18 ບໍ່ເຫັນຜູ້ໃດກັບມາຖວາຍພຣະກຽດແດ່ພຣະເຈົ້າ, ເວັ້ນໄວ້ແຕ່ຄົນຕ່າງຊາດຜູ້ນີ້?”
|
||
\v 19 ພຣະເຢຊູເຈົ້າບອກລາວວ່າ, “ຈົ່ງລຸກຂຶ້ນແລະໄປເຖີ້ນ. ຄວາມເຊື່ອຂອງເຈົ້າໄດ້ຮັກສາໃຫ້ເຈົ້າດີແລ້ວ."
|
||
|
||
\s5
|
||
\v 20 ພວກຟາຣີຊາຍໄດ້ທູນຖາມພຣະເຢຊູເຈົ້າວ່າ ເມື່ອໃດຣາຊະອານາຈັກຂອງພຣະເຈົ້າຈະມາເຖິງ, ພຣະເຢຊູເຈົ້າຕອບພວກເຂົາວ່າ, “ຣາຊະອານາຈັກຂອງພຣະເຈົ້າບໍ່ມາປະກົດຢ່າງໃດຢ່າງຫນຶ່ງທີ່ສັງເກດເຫັນໄດ້.
|
||
\v 21 ຫລືສິ່ງທີ່ໃຜຈະເວົ້າວ່າ ‘ຢູ່ທີ່ນີ້' ຫລື 'ຢູ່ທີ່ນັ້ນ’ ເພາະຣາຊະອານາຈັກຂອງພຣະເຈົ້າຢູ່ທ່າມກາງພວກທ່ານ.”
|
||
|
||
\s5
|
||
\v 22 ພຣະເຢຊູເຈົ້າກ່າວກັບພວກສາວົກວ່າ, “ວັນເຫລົ່ານັ້ນຈະມາເຖິງເມື່ອພວກທ່ານປາຖນາທີ່ຈະເຫັນຫນຶ່ງໃນບັນດາວັນຂອງບຸດມະນຸດ ແຕ່ພວກທ່ານຈະບໍ່ໄດ້ເຫັນ.
|
||
\v 23 ພວກເຂົາຈະເວົ້າກັບພວກທ່ານວ່າ ‘ມາເບິ່ງນີ້ແມຫລື ມາເບິ່ງພຸ້ນແມ’ ແຕ່ຢ່າອອກໄປ ຫລືຢ່າຕິດຕາມເຂົາໄປ.
|
||
\v 24 ເຫມືອນກັບຟ້າແມບ ທີ່ເຮັດໃຫ້ທ້ອງຟ້າສະຫວ່າງຈາກເບື້ອງຫນຶ່ງໄປເຖິງອີກເບື້ອງຫນຶ່ງ ບຸດມະນຸດກໍຈະເປັນຢ່າງນັ້ນແຫລະ ໃນວັນຂອງພຣະອົງ.
|
||
|
||
\s5
|
||
\v 25 ແຕ່ພຣະອົງຈະຕ້ອງທົນທຸກຫລາຍປະການ ແລະຖືກປະຕິເສດໂດຍຄົນໃນຍຸກນີ້.
|
||
\v 26 ແລະສິ່ງທີ່ຈະເກີດຂື້ນໃນບັນດາວັນຂອງບຸດມະນຸດນັ້ນ ກໍຈະເຫມືອນກັນກັບເຫດການທີ່ເກີດຂຶ້ນໃນສະໄຫມຂອງໂນອາ.
|
||
\v 27 ພວກເຂົາກິນ, ດື່ມ, ແຕ່ງງານ ແລະຍົກໃຫ້ເປັນຜົວເມັຍກັນ, ຈົນເຖິງວັນທີ່ໂນອາໄດ້ເຂົ້າໄປໃນເຮືອ ແລະນ້ຳກໍໄດ້ຖ້ວມລ້າງຜານພວກເຂົາທຸກຄົນ.
|
||
|
||
\s5
|
||
\v 28 ຢ່າງດຽວກັນກັບສະໄຫມຂອງ ໂລດ ທີ່ພວກເຂົາກິນ, ດື່ມ, ຊື້ຂາຍ, ປູກຝັງ ແລະກໍ່ສ້າງ.
|
||
\v 29 ຈົນເຖິງວັນທີ່ ໂລດ ໄດ້ອອກຈາກເມືອງໂຊໂດມ, ມີໄຟແລະມາດໄດ້ຕົກລົງຈາກຟ້າສະຫວັນ ເຫມືອນຮ່າຝົນ ແລະພວກເຂົາກໍຖືກເຜົາຜານຈົນຫມົດ.
|
||
|
||
\s5
|
||
\v 30 ຫລັງຈາກທີ່ສິ່ງດຽວກັນນີ້ເກີດຂື້ນແລ້ວ ກໍຈະເຖິງວັນທີ່ບຸດມະນຸດປາກົດໃຫ້ເຫັນ.
|
||
\v 31 ໃນວັນນັ້ນຢ່າໃຫ້ຄົນທີ່ຢູ່ເທິງຫລັງຄາເຮືອນລົງມາເພື່ອເກັບເອົາສິ່ງຕ່າງໆຂອງຕົນ ແລະຢ່າໃຫ້ຄົນທີ່ຢູ່ທົ່ງນາຕ່າວຄືນມາເຮືອນ.
|
||
|
||
\s5
|
||
\v 32 ຈົ່ງລະນຶກເຖິງສິ່ງທີ່ເກີດຂື້ນກັບພັນຣະຍາຂອງໂລດໃຫ້ດີ.
|
||
\v 33 ຜູ້ໃດກໍຕາມພະຍາຍາມຮັກສາຊີວິດຂອງຕົນ ຜູ້ນັ້ນຈະເສຍຊີວິດ, ແຕ່ຜູ້ໃດກໍຕາມຍອມເສັຍຊີວິດ ຜູ້ນັ້ນຮັກສາຊີວິດໃຫ້ລອດໄດ້.
|
||
|
||
\s5
|
||
\v 34 ເຮົາບອກທ່ານວ່າ ໃນຄືນວັນນັ້ນຈະມີຊາຍສອງຄົນນອນຢູ່ຕຽງດຽວ. ຄົນຫນຶ່ງຈະຖືກຮັບໄປແລະຈະປະອີກຄົນຫນຶ່ງໄວ້.
|
||
\v 35 ຈະມີຍິງສອງຄົນກຳລັງໂມ້ແປ້ງຢູ່ນຳກັນ ຄົນຫນຶ່ງຈະຖືກຮັບໄປແລະຈະປະຄົນຫນຶ່ງໄວ້.
|
||
\v 36 ຈະມີຊາຍສອງຄົນຢູ່ທົ່ງນາ ຄົນຫນຶ່ງຈະຖືກຮັບໄປແລະຈະຊົງປະຄົນຫນຶງງໄວ້.
|
||
\v 37 ພວກເຂົາຈິ່ງທູນຖາມພຣະອົງວ່າ, “ຈະເກີດຂຶ້ນຢູ່ບ່ອນໃດ, ອົງພຣະຜູ້ເປັນເຈົ້າ?” ພຣະເຢຊູເຈົ້າຕອບວ່າ, “ຊາກສົບຢູ່ບ່ອນໃດ ຝູງແຮ້ງກໍຈະຕອມຢູ່ບ່ອນນັ້ນ.”
|
||
|
||
\s5
|
||
\c 18
|
||
\cl ບົດທີ 18
|
||
\p
|
||
\v 1 ແລ້ວພຣະເຢຊູເຈົ້າກ່າວຄຳອຸປະມາເລື່ອງຫນຶ່ງແກ່ພວກເຂົາກ່ຽວກັບການທີ່ພວກເຂົາຄວນອະທິຖານຢູ່ສະເຫມີແລະບໍ່ໃຫ້ອ່ອນກຳລັງໃຈ.
|
||
\v 2 ພຣະອົງຊົງກ່າວວ່າ, “ໃນເມືອງຫນຶ່ງມີຕຸລາການຜູ້ຫນຶ່ງທີ່ບໍ່ຢຳເກງພຣະເຈົ້າແລະບໍ່ເຫັນແກ່ຫນ້າຜູ້ໃດ.
|
||
|
||
\s5
|
||
\v 3 ໃນເມືອງນັ້ນມີແມ່ຫມ້າຍຜູ້ຫນຶ່ງແລະນາງຫມັ່ນມາຫາຕຸລາການຜູ້ນັ້ນ, ໂດຍເລົ່າວ່າ ‘ຂໍຊ່ວຍຕັດສິນໃຫ້ຂ້ານ້ອຍໄດ້ຮັບຄວາມຍຸດຕິທັມ ຕໍ່ຝ່າຍຄູ່ກໍຣະນີຂອງຂ້ານ້ອຍແດ່ທ້ອນ.’
|
||
\v 4 ຈົນເວລາຜ່ານໄປດົນນານ ຝ່າຍຕຸລາການຜູ້ນີ້ບໍ່ເຕັມໃຈຈະຊ່ວຍນາງ, ແຕ່ພາຍລຸນມາທ່ານກໍນຶກໃນໃຈວ່າ ‘ແມ່ນວ່າເຮົາບໍ່ຢຳເກງພຣະເຈົ້າແລະບໍ່ເຫັນແກ່ຫນ້າມະນຸດກໍດີ.
|
||
\v 5 ແຕ່ເພາະແມ່ຫມ້າຍຄົນນີ້ມາກວນໃຈເຮົາ, ເຮົາຈະຊ່ວຍໃຫ້ນາງໄດ້ຮັບຄວາມຍຸດຕິທັມ ເພື່ອນາງຈະບໍ່ຕ້ອງມາລົບກວນເຮົາຢູ່ເລື້ອຍໆ’.”
|
||
|
||
\s5
|
||
\v 6 ແລ້ວອົງພຣະຜູ້ເປັນເຈົ້າກ່າວວ່າ, “ຈົ່ງຟັງສິ່ງທີ່ຕຸລາການຜູ້ບໍ່ຍຸດຕິທັມຄົນນີ້ໄດ້ເວົ້າ.
|
||
\v 7 ແລ້ວພຣະເຈົ້າຈະບໍ່ຊົງນຳຄວາມຍຸດຕິທັມມາຍັງຄົນທີ່ພຣະອົງເລືອກເຂົາໄວ້ຄືຜູ້ທີ່ຮ້ອງຫາພຣະອົງທັງກາງເວັນແລະກາງຄືນ. ພຣະອົງຈະຊ້ານານໃນເລື່ອງຂອງພວກເຂົາບໍ່?
|
||
\v 8 ເຮົາບອກທ່ານທັງຫລາຍວ່າ ພຣະອົງຈະຊົງໂຜດຄວາມຍຸດຕິທັມໃຫ້ແກ່ເຂົາໂດຍໄວ ແຕ່ເຖິງປານນັ້ນ, ເມື່ອບຸດມະນຸດສະເດັດມາ ພຣະອົງຈະພົບຄວາມເຊື່ອຢູ່ໃນໂລກບໍ່?”
|
||
|
||
\s5
|
||
\v 9 ແລ້ວພຣະອົງໄດ້ກ່າວຄຳອຸປະມານີ້ແກ່ບາງຄົນທີ່ຫລົງຄິດວ່າຕົວເອງວ່າເປັນຄົນຊອບທັມແລະຫມິ່ນປະຫມາດຄົນອື່ນວ່າ.
|
||
\v 10 “ມີຊາຍສອງຄົນຂຶ້ນໄປອະທິຖານໃນບໍຣິເວນພຣະວິຫານ, ຜູ້ຫນຶ່ງເປັນຟາຣີຊາຍ ອີກຄົນເປັນຄົນເກັບພາສີ.
|
||
|
||
\s5
|
||
\v 11 ຟາຣີຊາຍໄດ້ຢືນຂື້ນອະທິຖານກ່ຽວກັບຕົນເອງວ່າ ‘ຂ້າແດ່ພຣະເຈົ້າ, ຂ້ານ້ອຍຂໍໂມທະນາຂອບພຣະຄຸນພຣະອົງ ທີ່ຂ້ານ້ອຍບໍ່ເຫມືອນຄົນອື່ນທີ່ເປັນໂຈນ, ເປັນຄົນອະທັມ, ເປັນຄົນຫລິ້ນຊູ້ສູ່ຜົວເມຍ, ຫລືເປັນເຫມືອນຄົນເກັບພາສີຄົນນີ້.
|
||
\v 12 ຂ້ານ້ອຍຖືສິນອົດອາຫານສອງເທື່ອໃນທຸກອາທິດ ຂ້ານ້ອຍຖະຫວາຍຫນຶ່ງສ່ວນສິບຈາກທັງຫມົດທີ່ຂ້ານ້ອຍໄດ້ຮັບ’.
|
||
|
||
\s5
|
||
\v 13 ແຕ່ຄົນເກັບພາສີຜູ້ນັ້ນຢືນຢູ່ແຕ່ໄກອອກໄປ ບໍ່ກ້າແມ່ນແຕ່ຈະເງີຍຫນ້າເບິ່ງຟ້າ, ໄດ້ແຕ່ຕີເອິກຂອງຕົນກ່າວວ່າ, ‘ຂ້າແດ່ພຣະເຈົ້າ ຂໍຊົງໂຜດພຣະເມດຕາແກ່ຂ້ານ້ອຍຜູ້ເປັນຄົນບາບແດ່ທ້ອນ!’.
|
||
\v 14 ເຮົາບອກທ່ານທັງຫລາຍວ່າ ເມື່ອຊາຍຄົນນີ້ກັບໄປຍັງເຮືອນຂອງຕົນ ກໍຊົງນັບວ່າເຂົາເປັນຄົນຊອບທັມຫລາຍກວ່າຄົນອື່ນ, ເພາະວ່າທຸກຄົນທີ່ຍົກຕົວຂຶ້ນຈະຖືກຖອຍລົງ ແຕ່ທຸກຄົນທີ່ຖ່ອມຕົວລົງຈະຖືກຍົກຂຶ້ນ.”
|
||
|
||
\s5
|
||
\v 15 ແລ້ວບັນດາປະຊາຊົນກໍພາເດັກນ້ອຍທັງຫລາຍມາຫາພຣະເຢຊູເຈົ້າຢຽດພຣະຫັດໃສ່ເຂົາ, ເມື່ອພວກສາວົກເຫັນກໍຫ້າມຄົນເຫລົ່ານັ້ນໄວ້.
|
||
\v 16 ແຕ່ພຣະເຢຊູເຈົ້າຊົງເອີ້ນພວກເຂົາມາຫາພຣະອົງແລະຊົງກ່າວວ່າ, “ຈົ່ງປ່ອຍໃຫ້ເດັກນ້ອຍມາຫາເຮົາເຖີດ ຢ່າຊູ່ຫ້າມເຂົາ, ເພາະວ່າຣາຊະອານາຈັກຂອງພຣະເຈົ້າເປັນຂອງເດັກນ້ອຍເຫລົ່ານີ້ແຫລະ.
|
||
\v 17 ເຮົາບອກຄວາມຈິງແກ່ພວກທ່ານວ່າ, ຜູ້ໃດບໍ່ຮັບເອົາຣາຊະອານາຈັກຂອງພຣະເຈົ້າເຫມືອນດັ່ງເດັກນ້ອຍໆ ຜູ້ນັ້ນຈະເຂົ້າໃນຣາຊະອານາຈັກຂອງພຣະເຈົ້ານັ້ນບໍ່ໄດ້ຢ່າງແນ່ນອນ.”
|
||
|
||
\s5
|
||
\v 18 ມີເຈົ້ານາຍຜູ້ຫນຶ່ງທູນຖາມພຣະອົງວ່າ, “ທ່ານອາຈານຜູ້ປະເສີດເອີຍ, ຂ້ານ້ອຍຈະຕ້ອງເຮັດແນວໃດ ຈິ່ງຈະໄດ້ຊີວິດອັນຕະຫລອດໄປເປັນນິດ?”
|
||
\v 19 ພຣະເຢຊູເຈົ້າຕອບລາວວ່າ, “ເປັນຫຍັງທ່ານຈິ່ງເອີ້ນເຮົາວ່າຜູ້ປະເສີດ? ບໍ່ມີໃຜປະເສີດເວັ້ນແຕ່ພຣະເຈົ້າອົງດຽວເທົ່ານັ້ນ.
|
||
\v 20 ທ່ານຮູ້ຈັກພຣະບັນຍັດແລ້ວຊຶ່ງວ່າ ‘ຢ່າຫລີ້ນຊູ້ຊູ່ຜົວເມັຽເພີ່ນ, ຢ່າຂ້າຄົນ, ຢ່າລັກຊັບ, ຢ່າເປັນພະຍານບໍ່ຈິງ, ຈົ່ງນັບຖືບິດາມານດາຂອງທ່ານ’.”
|
||
\v 21 ເຈົ້ານາຍຄົນນັ້ນທູນຕອບວ່າ, “ພຣະບັນຍັດເຫລົ່ານີ້ຂ້ານ້ອຍໄດ້ຖືຮັກສາໄວ້ຕັ້ງແຕ່ເປັນເດັກນ້ອຍມາ.”
|
||
|
||
\s5
|
||
\v 22 ເມື່ອພຣະເຢຊູເຈົ້າໄດ້ຍິນດັ່ງນັ້ນ ພຣະອົງກ່າວແກ່ຄົນນັ້ນວ່າ, “ທ່ານຍັງຂາດຢູ່ສິ່ງຫນຶ່ງ ທ່ານຕ້ອງໄປຂາຍສິ່ງຂອງທັງຫມົດຊຶ່ງທ່ານມີຢູ່ ແລະແຈກຢາຍໃຫ້ແກ່ຄົນຍາກຈົນ ແລ້ວທ່ານຈະມີຊັບສົມບັດໃນສະຫວັນ ແລະຈົ່ງຕາມເຮົາມາ.”
|
||
\v 23 ແຕ່ເມື່ອຊາຍຮັ່ງມີໄດ້ຍິນດັ່ງນີ້, ເຂົາກໍເປັນທຸກໃຈຫລາຍ ເພາະວ່າລາວຮັ່ງມີຫລາຍ.
|
||
|
||
\s5
|
||
\v 24 ແລ້ວພຣະເຢຊູເຈົ້າເຫັນເຂົາເສົ້າໂສກຈິ່ງກ່າວວ່າ, “ເປັນການຍາກແທ້ຫນໍທີ່ບັນດາຄົນຮັ່ງມີຈະເຂົ້າໃນຣາຊະອານາຈັກຂອງພຣະເຈົ້າ!
|
||
\v 25 ເພາະໂຕອູດຈະລອດຮູເຂັມ ກໍງ່າຍກວ່າຄົນຮັ່ງມີຈະເຂົ້າໃນຣາຊະອານາຈັກຂອງພຣະເຈົ້າ.”
|
||
|
||
\s5
|
||
\v 26 ຝ່າຍຄົນທັງຫລາຍທີ່ໄດ້ຍິນຈິ່ງເວົ້າວ່າ, “ແລ້ວໃຜຈະລອດພົ້ນໄດ້?”
|
||
\v 27 ພຣະເຢຊູເຈົ້າຕອບວ່າ, “ສິ່ງທີ່ເປັນໄປບໍ່ໄດ້ສຳລັບມະນຸດນັ້ນ ແຕ່ເປັນໄປໄດ້ສຳລັບພຣະເຈົ້າ.”
|
||
|
||
\s5
|
||
\v 28 ເປໂຕທູນວ່າ, “ພວກຂ້ານ້ອຍໄດ້ສະຫລະທຸກສິ່ງທີ່ເປັນຂອງພວກຂ້ານ້ອຍແລະໄດ້ຕິດຕາມພຣະອົງ.”
|
||
\v 29 ແລ້ວພຣະເຢຊູຊົງກ່າວກັບພວກເຂົາວ່າ, “ເຮົາບອກຄວາມຈິງແກ່ທ່ານທັງຫລາຍວ່າ ຜູ້ໃດທີ່ໄດ້ສະຫລະຢ້າວເຮືອນ, ຫລືເມັຽ, ຫລືອ້າຍນ້ອງ, ຫລືພໍ່ແມ່, ຫລືລູກເຕົ້າ ເພື່ອເຫັນແກ່ຣາຊະອານາຈັກຂອງພຣະເຈົ້າ.
|
||
\v 30 ກໍຈະເປັນຜູ້ໄດ້ຮັບຜົນຫລາຍໃນໂລກນີ້ ແລະຈະໄດ້ຊີວິດອັນຕະຫລອດໄປເປັນນິດໃນໂລກຫນ້າ.”
|
||
|
||
\s5
|
||
\v 31 ຫລັງຈາກທີ່ພຣະອົງຊົງເອີ້ນພວກສາວົກສິບສອງຄົນເຂົ້າມາ, ພຣະອົງຊົງກ່າວແກ່ພວກເຂົາວ່າ, “ເບິ່ງແມ, ເຮົາກຳລັງຈະຂຶ້ນໄປນະຄອນເຢຣູຊາເລັມ ແລະສິ່ງສາຣະພັດຊຶ່ງພວກຜູ້ປະກາດພຣະທັມໄດ້ຂຽນໄວ້ເຖິງບຸດມະນຸດຈະສຳເລັດ.
|
||
\v 32 ເພາະວ່າພຣະອົງຈະຖືກມອບໃຫ້ແກ່ຄົນຕ່າງຊາດ, ແລ້ວເຂົາຈະເຍາະເຍີ້ຍ ແລະຈະຖືກເຮັດໃຫ້ອັບອາຍ ແລະຈະຖືກຖົ່ມນ້ຳລາຍໃສ່່ເພິ່ນ.
|
||
\v 33 ຫລັງຂ້ຽນຕີພຣະອົງແລ້ວ ພວກເຂົາກໍຈະປຣະຫານພຣະອົງແລະໃນວັນທີສາມ ພຣະອົງຈະເປັນຄືນມາອີກຄັ້ງຫນຶ່ງ.”
|
||
|
||
\s5
|
||
\v 34 ພວກສາວົກບໍ່ໄດ້ເຂົ້າໃຈສິ່ງເຫລົ່ານີ້ເລີຍ ແລະຄຳນັ້ນກໍຖືກອັດບັງໄວ້ຈາກພວກເຂົາ ແລະພວກເຂົາຈິ່ງບໍ່ເຂົ້າໃຈສິ່ງທີ່ພຣະອົງຊົງກ່າວນັ້ນ.
|
||
|
||
\s5
|
||
\v 35 ຕໍ່ມາ ເມື່ອພຣະເຢຊູເຈົ້າສະເດັດມາໃກ້ເມືອງເຢຣິໂກ, ມີຊາຍຕາບອດຜູ້ຫນຶ່ງກຳລັງນັ່ງຂໍທານຢູ່ແຄມທາງ.
|
||
\v 36 ເມື່ອໄດ້ຍິນສຽງປະຊາຊົນກຳລັງຍ່າງກາຍໄປ, ລາວກໍຖາມວ່າແມ່ນເກີດເລື່ອງອັນໃດ?
|
||
\v 37 ພວກເຂົາຈິ່ງຕອບຊາຍຕາບອດວ່າ ພຣະເຢຊູໄທນາຊາເຣັດກຳລັງສະເດັດຜ່ານມາ.
|
||
|
||
\s5
|
||
\v 38 ຊາຍຕາບອດນັ້ນໄດ້ຮ້ອງຂຶ້ນວ່າ, “ພຣະເຢຊູບຸດດາວິດເຈົ້າເອີຍ, ຂໍໂຜດເມດຕາຂ້ານ້ອຍແດ່ຖ້ອນ!”
|
||
\v 39 ຄົນທີ່ຍ່າງໄປກ່ອນຈິ່ງຫ້າມໃຫ້ຊາຍຕາບອດມິດງຽບລົງ, ແຕ່ຜູ້ນັ້ນຊ້ຳຮ້ອງແຮງຂຶ້ນກວ່າເກົ່າ, “ບຸດດາວິດເຈົ້າເອີຍ, ໂຜດເມດຕາຂ້ານ້ອຍແດ່ຖ້ອນ!”
|
||
|
||
\s5
|
||
\v 40 ພຣະເຢຊູເຈົ້າຊົງຢຸດຢູ່ແລະສັ່ງເຂົາໃຫ້ພາຊາຍຕາບອດມາຫາພຣະອົງ. ເມື່ອຊາຍຕາບອດເຂົ້າມາໃກ້ແລ້ວ, ພຣະອົງຊົງຖາມລາວວ່າ.
|
||
\v 41 “ເຈົ້າຢາກໃຫ້ເຮົາເຮັດຫຍັງໃຫ້ເຈົ້າ?” ຊາຍນັ້ນທູນຕອບວ່າ, “ອົງພຣະຜູ້ເປັນເຈົ້າ, ຂ້ານ້ອຍຢາກເຫັນຮຸ່ງ.”
|
||
|
||
\s5
|
||
\v 42 ພຣະເຢຊູເຈົ້າກ່າວແກ່ຊາຍຕາບອດວ່າ, “ຈົ່ງເຫັນຮຸ່ງສາ ຄວາມເຊື່ອຂອງເຈົ້າໄດ້ຊ່ອຍໃຫ້ເຈົ້າດີປົກກະຕິແລ້ວ.”
|
||
\v 43 ແລ້ວລາວກໍເຫັນຮຸ່ງໃນທັນໃດນັ້ນ ແລະໄດ້ຕິດຕາມພຣະອົງໄປແລະຖວາຍກຽດແດ່ພຣະເຈົ້າ, ເມື່ອຄົນທັງປວງໄດ້ເຫັນຢ່າງນັ້ນກໍພາກັນສັນຣະເສີນພຣະເຈົ້າ.
|
||
|
||
\s5
|
||
\c 19
|
||
\cl ບົດທີ 19
|
||
\p
|
||
\v 1 ພຣະເຢຊູເຈົ້າສະເດັດເຂົ້າໄປແລະກຳລັງຊົງຜ່ານເມືອງເຢຣິໂກ.
|
||
\v 2 ເບິ່ງແມ! ມີຊາຍຄົນຫນຶ່ງທີ່ຢູ່ທີ່ນັ້ນຊື່ວ່າ ຊັກຂາຍ ເພິ່ນເປັນນາຍດ່ານພາສີແລະເປັນຄົນຮັ່ງມີ.
|
||
|
||
\s5
|
||
\v 3 ເພີ່ນກຳລັງພະຍາຍາມຈະໄດ້ເຫັນພຣະເຢຊູເຈົ້າວ່າເປັນຄົນແນວໃດ, ແຕ່ເພາະຕົນເປັນຄົນເຕັ້ຽເຂົາຈິ່ງບໍ່ສາມາດເບິ່ງເຫັນໄດ້ເພາະຄົນຫນ້າແຫນ້ນ.
|
||
\v 4 ດັ່ງນັ້ນ ຊັກຂາຍຈິ່ງແລ່ນລັດຫນ້າໄປຂຶ້ນຕົ້ນຫມາກເດື່ອເພື່ອຈະໄດ້ເຫັນພຣະອົງ, ເພາະພຣະອົງກຳລັງສະເດັດໄປທາງນັ້ນ.
|
||
|
||
\s5
|
||
\v 5 ເມື່ອພຣະເຢຊູເຈົ້າສະເດັດມາເຖິງບ່ອນນັ້ນ, ພຣະອົງຊົງແຫງນຫນ້າຂື້ນແລະເວົ້າກັບເພີ່ນວ່າ, “ຊັກຂາຍເອີຍ, ຈົ່ງຮີບລົງມາເຖີດ, ເພາະວ່າວັນນີ້ເຮົາຈະຕ້ອງພັກຢູ່ໃນເຮືອນຂອງເຈົ້າ.”
|
||
\v 6 ດັ່ງນັ້ນ ເຂົາຈິ່ງຮີບລົງມາແລະຕ້ອນຮັບພຣະອົງດ້ວຍຄວາມຍິນດີເບີກບານໃຈ.
|
||
\v 7 ເມື່ອຄົນທັງຫລາຍໄດ້ເຫັນດັ່ງນີ້ ພວກເຂົາທັງຫມົດພາກັນຈົ່ມວ່າ, “ເປັນຫຍັງ ພຣະອົງຈິ່ງເຂົ້າໄປພັກຢູ່ກັບຊາຍທີ່ເປັນບາບ.”
|
||
|
||
\s5
|
||
\v 8 ຊັກຂາຍກໍຢືນຂຶ້ນແລະທູນກັບອົງພຣະຜູ້ເປັນເຈົ້າວ່າ, “ພຣະອົງເຈົ້າ, ຂ້ານ້ອຍຈະຍອມມອບຊັບສິນເຄິ່ງຫນຶ່ງຂອງຂ້າຂ້ອຍໃຫ້ແກ່ຄົນຍາກຈົນ ແລະຖ້າຂ້ານ້ອຍໄດ້ສໍ້ໂກງເອົາຂອງຜູ້ໃດ ຂ້ານ້ອຍກໍຍອມສົ່ງຄືນແກ່ເຂົາສີ່ເທົ່າ.”
|
||
\v 9 ພຣະເຢຊູເຈົ້າກ່າວກັບເພິ່ນວ່າ, “ວັນນີ້ຄວາມພົ້ນໄດ້ມາເຖິງເຮືອນຫລັງນີ້ແລ້ວ ເພາະຄົນນີ້ເປັນລູກຫລານຂອງອັບຣາຮາມເຫມືອນກັນ.
|
||
\v 10 ເພາະວ່າບຸດມະນຸດໄດ້ມາ ເພື່ອຊອກຫາແລະໂຜດຊ່ວຍຄົນທີ່ຫລົງເສັຽໄປແລ້ວນັ້ນໃຫ້ລອດພົ້ນ.”
|
||
|
||
\s5
|
||
\v 11 ຂະນະທີ່ພວກເຂົາໄດ້ຍິນເລື່ອງເຫລົ່ານີ້, ພຣະອົງກຳລັງກ່າວຕໍ່ໄປອີກເປັນຄຳອຸປະມາ, ເພາະພຣະອົງສະເດັດມາໃກ້ນະຄອນເຢຣູຊາເລັມແລ້ວ ແລະເພາະຄົນທັງຫລາຍຄິດເອົາເອງວ່າຣາຊະອານາຈັກຂອງພຣະເຈົ້າກຳລັງຈະມາປາກົດໂດຍທັນທີ.
|
||
\v 12 ພຣະອົງກ່າວວ່າ, “ມີເຈົ້ານາຍຜູ້ຫນຶ່ງຈະເດີນທາງອອກໄປປະເທດທີ່ໄກ ເພື່ອໄປຮັບເອົາຣາຊະອານາຈັກນີ້ເປັນຂອງຕົນແລ້ວຈິ່ງກັບຄືນມາ.
|
||
|
||
\s5
|
||
\v 13 ທ່ານໄດ້ເອີ້ນຄົນຮັບໃຊ້ຂອງຕົນສິບຄົນມາຫາແລະມອບເງິນສິບມະນາໃຫ້ແກ່ພວກເຂົາ ແລ້ວສັ່ງວ່າ ‘ຈົ່ງເອົາເງິນນີ້ໄປເປັນທຶນຄ້າຂາຍຈົນກວ່າເຮົາຈະກັບມາ’.
|
||
\v 14 ແຕ່ປະຊາຊົນໃນເມືອງນັ້ນກຽດຊັງເຈົ້ານາຍຄົນນີ້ ແລະສົ່ງຄະນະທູດຜູ້ແທນຕາມຫລັງທ່ານໄປ ໂດຍບອກວ່າ ‘ເຮົາຈະບໍ່ໃຫ້ຊາຍທ່ານນີ້ປົກຄອງພວກເຮົາ’.
|
||
\v 15 ເມື່ອເຖິງເວລາ ນາຍຄົນນັ້ນກໍກັບມາອີກຄັ້ງ ແລະໄດ້ຮັບອຳນາດປົກຄອງອານາຈັກແລ້ວ. ທ່ານຈິ່ງເອີ້ນພວກຄົນຮັບໃຊ້ທີ່ທ່ານໄດ້ໃຫ້ເງິນໄວ້ນັ້ນມາຫາ ເພື່ອທີ່ທ່ານຈະຮູ້ວ່າເຂົາທຸກຄົນຄ້າໄດ້ກຳໄຣເທົ່າໃດ?
|
||
|
||
\s5
|
||
\v 16 ຄົນຮັບໃຊ້ຜູ້ທຳອິດເຂົ້າມາຕໍ່ຫນ້າທ່ານແລ້ວທູນວ່າ ‘ນາຍເຈົ້າເອີຍ, ເງິນມະນາຫນຶ່ງຂອງທ່ານໄດ້ກຳໄຣເພີ່ມອີກສິບມະນາ’.
|
||
\v 17 ທ່ານເຈົ້ານາຍຈິ່ງກ່າວກັບຄົນນັ້ນວ່າ ‘ດີຫລາຍ, ເຈົ້າເປັນຜູ້ຮັບໃຊ້ທີ່ດີ, ເພາະເຈົ້າຊື່ສັດໃນຂອງເລັກນ້ອຍ, ເຈົ້າຈົ່ງມີອຳນາດປົກຄອງໄດ້ສິບຫົວເມືອງ’.
|
||
|
||
\s5
|
||
\v 18 ຄົນທີສອງເຂົ້າມາແລ້ວທູນວ່າ, ‘ນາຍເອີຍ, ເງິນມະນາຫນຶ່ງຂອງທ່ານໄດ້ກຳໄຣເພີ່ມຂື້ນອີກຫ້າມະນາ’.
|
||
\v 19 ທ່ານເຈົ້ານາຍຈິ່ງກ່າວກັບຄົນນັ້ນເຫມືອນກັນວ່າ, ‘ເຈົ້າຈະໄດ້ປົກຄອງຫ້າຫົວເມືອງ’.
|
||
|
||
\s5
|
||
\v 20 ອີກຄົນຫນຶ່ງເຂົ້າມາແລ້ວທູນວ່າ ‘ນາຍເຈົ້າເອີຍ, ນີ້ຄືເງິນມະນາຫນຶ່ງຂອງທ່ານ, ຂ້ານ້ອຍໄດ້ຫໍ່ມ້ຽນໄວ້ໃນຜ້າຢ່າງປອດພັຍ.
|
||
\v 21 ເພາະຂ້ານ້ອຍຢ້ານທ່ານ, ດ້ວຍວ່າທ່ານເປັນຄົນເຄັ່ງຄັດ ທ່ານເຄີຍເກັບເອົາສິ່ງທີ່ທ່ານບໍ່ໄດ້ລົງແຮງ ແລະເກັບກ່ຽວອັນທີ່ທ່ານບໍ່ໄດ້ຫວ່ານໄວ້’.
|
||
|
||
\s5
|
||
\v 22 ເຈົ້ານາຍທ່ານນັ້ນຈິ່ງຕອບກັບຄົນຮັບໃຊ້ນັ້ນວ່າ ‘ເຮົາຈະລົງໂທດດ້ວຍຄຳປາກຂອງເຈົ້າເອງ, ອ້າຍຂ້ອຍໃຊ້ຜູ້ຊົ່ວເຮີຍ, ເຈົ້າຮູ້ວ່າ ເຮົາເປັນຜູ້ເຄັ່ງຄັດ, ເຄີຍເກັບເອົາອັນທີ່ເຮົາບໍ່ໄດ້ລົງແຮງ, ແລະເກັບກ່ຽວອັນທີ່ເຮົາບໍ່ໄດ້ຫວ່ານ.
|
||
\v 23 ແລ້ວຍ້ອນຫຍັງເຈົ້າຈິ່ງບໍ່ຝາກເງິນຂອງເຮົາໄວ້ທີ່ທະນາຄານ, ເມື່ອເຮົາກັບມາກໍຈະໄດ້ເງິນຂອງເຮົາຄືນພ້ອມກັບດອກເບັ້ຍດ້ວຍ’.
|
||
|
||
\s5
|
||
\v 24 ທ່ານເຈົ້ານາຍຈິ່ງສັ່ງຄົນທີ່ຢືນຢູ່ໃກ້ຫັ້ນວ່າ ‘ຈົ່ງຍົກເງິນມະນາຫນຶ່ງນັ້ນໄປຈາກມັນເສັຽ ເອົາໃຫ້ແກ່ຜູ້ທີ່ມີສິບມະນາ’.
|
||
\v 25 ຄົນເຫລົ່ານັ້ນຕອບວ່າ ‘ນາຍເຈົ້າເອີຍ, ແຕ່ຊາຍຜູ້ນັ້ນມີສິບມະນາແລ້ວ.’
|
||
|
||
\s5
|
||
\v 26 ເຮົາບອກເຈົ້າທັງຫລາຍວ່າ ຄົນທີ່ມີຫລາຍຢູ່ແລ້ວຈະຊົງເພີ່ມເຕີມໃຫ້ຜູ້ນັ້ນອີກ, ແຕ່ສຳລັບຜູ້ທີ່ບໍ່ມີ ແມ່ນວ່າສິ່ງທີ່ເຂົາມີຢູ່ນັ້ນກໍຈະຖືກຍົກເອົາໄປເສັຽ.
|
||
\v 27 ແຕ່ບັນດາສັດຕຣູຂອງເຮົາ ຜູ້ທີ່ບໍ່ຍອມໃຫ້ເຮົາປົກຄອງເຂົານັ້ນ ຈົ່ງພາເຂົາມາທີ່ນີ້ແລ້ວຂ້າມັນເສັຽຕໍ່ຫນ້າເຮົາ.”
|
||
|
||
\s5
|
||
\v 28 ເມື່ອພຣະເຢຊູເຈົ້າກ່າວຄຳເຫລົ່ານີ້ແລ້ວ ກໍສະເດັດນຳຫນ້າ ຂື້ນໄປເມືອງເຢຣູຊາເລັມ.
|
||
|
||
\s5
|
||
\v 29 ຈົນເມື່ອພຣະອົງສະເດັດມາໃກ້ບ້ານເບັດຟາເຄແລະບ້ານເບັດທານີ, ມາພູເຂົາທີ່ເອີ້ນວ່າພູຫມາກກອກເທດ, ແລ້ວພຣະອົງໄດ້ຊົງໃຊ້ສາວົກສອງຄົນໄປ.
|
||
\v 30 ໂດຍສັ່ງວ່າ, “ຈົ່ງເຂົ້າໄປໃນບ້ານທີ່ຢູ່ຕໍ່ຫນ້າ, ເມື່ອພວກທ່ານເຂົ້າໄປຈະພົບລູກລໍນ້ອຍ ທີ່ຍັງບໍ່ມີໃຜຂຶ້ນຂີ່ຈັກເທື່ອ, ຈົ່ງແກ້ມັດແລ້ວຈູງມາທີ່ນີ້.
|
||
\v 31 ຫາກມີໃຜຖາມທ່ານວ່າ ‘ແກ້ມັນໄປເຮັດຫຍັງ?’ ຈົ່ງຕອບຢ່າງນີ້ວ່າ ‘ອົງພຣະຜູຸ້ເປັນເຈົ້າຕ້ອງການໃຊ້ມັນ.’”
|
||
|
||
\s5
|
||
\v 32 ພວກສາວົກທີ່ຖືກໃຊ້ໄປນັ້ນ ໄດ້ພົບລູກລໍຕາມທີ່ພຣະເຢຊູເຈົ້າໄດ້ບອກແກ່ພວກເພິ່ນ.
|
||
\v 33 ຂະນະທີ່ພວກເພິ່ນກຳລັງແກ້ມັດລໍນ້ອຍຢູ່ນັ້ນ, ພວກເຈົ້າຂອງໄດ້ຖາມວ່າ, “ທ່ານແກ້ມັດລູກລໍເຮັດຫຍັງ?”.
|
||
\v 34 ເຂົາຕອບວ່າ, “ອົງພຣະຜູຸ້ເປັນເຈົ້າຕ້ອງການໃຊ້ມັນ.”
|
||
\v 35 ພວກເຂົາໄດ້ຈູງລູກລໍນັ້ນມາໃຫ້ພຣະເຢຊູເຈົ້າແລ້ວເອົາເສື້ອຜ້າຂອງເຂົາປູຫລັງມັນ, ແລ້ວໃຫ້ພຣະເຢຊູເຈົ້າຂຶ້ນຂີ່ລໍ.
|
||
\v 36 ຂະນະທີ່ພຣະອົງກຳລັງສະເດັດໄປນັ້ນ, ພວກເຂົາໄດ້ເອົາເສື້ອຜ້າຂອງຕົນປູລົງຕາມທາງ.
|
||
|
||
\s5
|
||
\v 37 ເມື່ອພຣະອົງກຳລັງສະເດັດມາໃກ້ບ່ອນຈະລົງຈາກພູເຂົາຫມາກກອກເທດ, ພວກລູກສິດທັງຫມົດກໍຕັ້ງຕົ້ນຊົມຊື່ນຍິນດີສັນຣະເສີນພຣະເຈົ້າດ້ວຍສຽງດັງ, ເຖິງການອັດສະຈັນທີ່ພວກເຂົາໄດ້ເຫັນ.
|
||
\v 38 ແລະເວົ້າວ່າ, “ສາທຸການແດ່ກະສັດຜູ້ທີ່ສະເດັດມາໃນພຣະນາມຂອງອົງພຣະຜູ້ເປັນເຈົ້າ, ສັນຕິສຸກຈົ່ງມີໃນສະຫວັນແລະພຣະຣັດສະຫມີໃນທີ່ສູງສຸດ.”
|
||
|
||
\s5
|
||
\v 39 ຝ່າຍຟາຣີຊາຍໃນຫມູ່ປະຊາຊົນນັ້ນໄດ້ທູນພຣະອົງວ່າ, “ອາຈານເອີຍ, ຈົ່ງຫ້າມພວກສາວົກຂອງທ່ານແດ່!”
|
||
\v 40 ພຣະອົງຊົງຕອບເຂົາວ່າ, “ເຮົາບອກທ່ານທັງຫລາຍວ່າ ຖ້າຄົນເຫລົ່ານີ້ມິດງຽບສຽງໄປ ກ້ອນຫີນທັງຫລາຍກໍຈະເປັ່ງສຽງແທນ.”
|
||
|
||
\s5
|
||
\v 41 ເມື່ອພຣະເຢຊູເຈົ້າສະເດັດມາໃກ້ເມືອງ, ພຣະອົງກໍຊົງຮ້ອງໄຫ້ເສັຽໃຈໃຫ້ກັບເມືອງນີ້.
|
||
\v 42 ໂດຍຊົງກ່າວວ່າ, “ຖ້າຫາກໃນວັນນີ້ແມ່ນເຈົ້າເອງຄວນຮູ້ວ່າສິ່ງໃດຈະນຳສັນຕິສຸກມາໃຫ້ເຈົ້າ, ແຕ່ບັດນີ້ສິ່ງເຫລົ່ານັ້ນໄດ້ບັງລັບໄວ້ຈາກຕາເຈົ້າແລ້ວ.
|
||
|
||
\s5
|
||
\v 43 ເພາະວັນນັ້ນຈະມາເຖິງທ່ານ, ວັນທີ່ສັດຕຣູຂອງເຈົ້າຈະຂຸດຄູອ້ອມຮອບເຈົ້າ ແລະຈະໂຈມຕີເຈົ້າທຸກໆ ດ້ານ.
|
||
\v 44 ພວກເຂົາຈະທຸບຕີທ່ານແລະລູກທັງຫລາຍທີ່ຢູ່ນຳທ່ານໃຫ້ລົງພຽງດິນ. ພວກເຂົາຈະບໍ່ປະໃຫ້ກ້ອນຫີນຊ້ອນທັບກັນໄວ້ພາຍໃນເຈົ້າ, ເພາະທ່ານບໍ່ຍອມຮັບຕອນທີ່ພຣະເຈົ້າກຳລັງພະຍາຍາມຊ່ວຍໃຫ້ທ່ານລອດ.”
|
||
|
||
\s5
|
||
\v 45 ພຣະເຢຊູເຈົ້າໄດ້ສະເດັດເຂົ້າໄປໃນພຣະວິຫານ ແລະຂັບໄລ່ບັນດາພວກທີ່ກຳລັງຊື້ຂາຍຢູ່ອອກໄປ.
|
||
\v 46 ພຣະອົງບອກພວກເຂົາວ່າ, “ມີຄຳຂຽນໄວ້ໃນພຣະຄັມພີວ່າ ‘ພຣະວິຫານຂອງເຮົາເປັນສະຖານທີ່ໄຫວ້ວອນ’ ແຕ່ພວກເຈົ້າມາເຮັດໃຫ້ເປັນຖ້ຳຂອງໂຈນ’'
|
||
|
||
\s5
|
||
\v 47 ພຣະເຢຊູເຈົ້າສັ່ງສອນຢູ່ໃນບໍຣິເວນພຣະວິຫານທຸກວັນ, ພວກປະໂລຫິດ. ພວກທັມະຈານ ແລະພວກຜູ້ນຳຂອງຄົນຢິວຕ້ອງການຈະຂ້າພຣະອົງເສັຽ.
|
||
\v 48 ແຕ່ເຂົາຍັງບໍ່ໄດ້ພົບຊ່ອງທາງທີ່ຈະເຮັດໄດ້, ເພາະຄົນທັງຫລາຍກໍາລັງເອົາໃຈໃສ່ຟັງຄຳສອນຂອງພຣະອົງ.
|
||
|
||
\s5
|
||
\c 20
|
||
\cl ບົດທີ 20
|
||
\p
|
||
\v 1 ຢູ່ມາມື້ຫນຶ່ງ, ຂະນະທີ່ພຣະເຢຊູເຈົ້າກຳລັງສັ່ງສອນປະຊາຊົນ ແລະປະກາດຂ່າວປະເສີດໃນບໍຣິເວນພຣະວິຫານນັ້ນ ມີພວກຫົວຫນ້າປະໂລຫິດ, ກັບພວກທັມະຈານ ພ້ອມດ້ວຍພວກເຖົ້າແກ່ໄດ້ມາຫາພຣະອົງ.
|
||
\v 2 ພວກເຂົາທູນພຣະອົງວ່າ, “ບອກພວກເຮົາແດ່ ວ່າທ່ານໄດ້ກະທຳການເຫລົ່ານີ້ດ້ວຍສິດອຳນາດອັນໃດ ຫລືແມ່ນໃຜໃຫ້ສິດອຳນາດແກ່ທ່ານ?”
|
||
|
||
\s5
|
||
\v 3 ພຣະອົງໄດ້ຕອບພວກເຂົາວ່າ, “ເຮົາຈະຖາມທ່ານທັງຫລາຍຂໍ້ຫນຶ່ງດ້ວຍເຫມືອນກັນ, ບອກເຮົາມາເບິ່ງດູວ່າ.
|
||
\v 4 ບັບຕິສະມາຂອງໂຢຮັນນັ້ນມາຈາກສະຫວັນຫລືມາຈາກມະນຸດ?”
|
||
|
||
\s5
|
||
\v 5 ພວກເຂົາຈິ່ງປຶກສາກັນວ່າ, “ຖ້າພວກເຮົາຈະຕອບວ່າ ‘ມາຈາກສະຫວັນ’ ເພິ່ນຄົງຈະຖາມເຮົາວ່າ ‘ແລ້ວເຫດໃດພວກທ່ານບໍ່ເຊື່ອໂຢຮັນ?’.
|
||
\v 6 ແຕ່ຖ້າພວກເຮົາຈະວ່າ ‘ມາຈາກມະນຸດ’ ຄົນທັງປວງກໍຈະຄວ່າງກ້ອນຫີນໃສ່ພວກເຮົາ ເພາະເຂົາເຊື່ອຫມັ້ນວ່າ ໂຢຮັນເປັນຜູ້ປະກາດພຣະທັມ.”
|
||
|
||
\s5
|
||
\v 7 ດັ່ງນັ້ນ ພວກເຂົາຈິ່ງທູນຕອບວ່າ ບໍ່ຮູ້ຈັກວ່າມາຈາກໃສ.
|
||
\v 8 ພຣະເຢຊູເຈົ້າກ່າວຕອບເຂົາວ່າ “ເຮົາຈະບໍ່ບອກພວກທ່ານເຫມືອນກັນວ່າ ເຮົາກະທຳການນີ້ດ້ວຍສິດອຳນາດອັນໃດ.”
|
||
|
||
\s5
|
||
\v 9 ພຣະອົງໄດ້ເລົ່າຄຳອຸປະມາເລື່ອງນີ້ໃຫ້ປະຊາຊົນຟັງວ່າ, “ຊາຍຄົນຫນຶ່ງໄດ້ປູກສວນອະງຸ່ນໄວ້ ແລ້ວໃຫ້ຊາວສວນເຊົ່າ ແລ້ວອອກໄປຕ່າງປະເທດເປັນເວລາດົນນານ.
|
||
\v 10 ເມື່ອເຖິງເວລາກຳນົດ ທ່ານຈິ່ງສົ່ງຄົນຮັບໃຊ້ຜູ້ຫນຶ່ງມາຫາພວກເຊົ່າສວນນັ້ນ ເພື່ອເກັບສ່ວນແບ່ງຈາກສວນອະງຸ່ນນັ້ນ ແຕ່ຝ່າຍພວກເຊົ່າສວນນັ້ນ ໄດ້ຂ້ຽນຕີຄົນຮັບໃຊ້ຄົນນັ້ນ ແລະໄລ່ໃຫ້ກັບໄປມືເປົ່າ.
|
||
|
||
\s5
|
||
\v 11 ເພິ່ນຈິ່ງສົ່ງຄົນຮັບໃຊ້ອີກຜູ້ຫນຶ່ງໄປ ພວກເຊົ່າສວນໄດ້ຂ້ຽນຕີຄົນໃຊ້ຜູ້ນັ້ນ, ເຮັດຕໍ່ລາວຢ່າງຫນ້າອັບອາຍ ແລ້ວໄລ່ເຂົາໃຫ້ໄປມືເປົ່າ.
|
||
\v 12 ເຈົ້າຂອງສວນໄດ້ໃຊ້ຄົນທີສາມໄປ ແລະພວກເຊົ່າສວນກໍໄດ້ທຳຮ້າຍ ແລ້ວໂຍນລາວອອກນອກສວນໄປ.
|
||
|
||
\s5
|
||
\v 13 ຝ່າຍເຈົ້າຂອງສວນອະງຸ່ນຈິ່ງເວົ້າວ່າ ‘ເຮົາຈະເຮັດແນວໃດ? ເຮົາຈະໃຊ້ລູກທີ່ຮັກຂອງເຮົາໄປ ເມື່ອພວກເຊົ່າສວນເຫັນ ບາງທີ່ເຂົາຈະນັບຖືແລະໃຫ້ກຽດເຮົາ ’.
|
||
\v 14 ແຕ່ເມື່ອພວກເຊົ່າສວນເຫັນລູກນັ້ນເຂົາກໍປຶກສາກັນວ່າ ‘ຜູ້ນີ້ແຫລະ ເປັນເຈົ້າຂອງມໍຣະດົກ ຈົ່ງຂ້າມັນເສັຍ ເພື່ອມໍຣະດົກຈະຕົກມາເປັນຂອງເຮົາ’.
|
||
|
||
\s5
|
||
\v 15 ດັ່ງນັ້ນ ພວກເຂົາຈຶ່ງໂຍນລູກຊາຍລາວຖິ້ມອອກນອກສວນ ແລ້ວຂ້າລາວເສັຍ, ເຫດສັນນັ້ນ ຜູ້ເປັນເຈົ້າຂອງສວນຈະເຮັດຢ່າງໃດກັບຄົນເຫລົ່ານັ້ນ?
|
||
\v 16 ທ່ານຈະມາຂ້າຄົນເຊົ່າສວນເຫລົ່ານັ້ນ ແລ້ວຍົກສວນໃຫ້ຜູ້ອື່ນເຊົ່າ” ເມື່ອເຂົາທັງຫລາຍໄດ້ຍິນດັ່ງນັ້ນຈິ່ງພາກັນຮ້ອງຂຶ້ນວ່າ, “ພຣະເຈົ້າຂໍຢ່າໃຫ້ເກີດເປັນຢ່າງນັ້ນ!”.
|
||
|
||
\s5
|
||
\v 17 ແຕ່ພຣະເຢຊູເຈົ້າເພັ່ງເບິ່ງເຂົາແລ້ວກ່າວວ່າ, “ຂໍ້ພຣະຄັມພີຕອນນີ້ມີຄວາມຫມາຍວ່າຢ່າງໃດ?, ຫີນທີ່ນາຍຊ່າງກໍ່ສ້າງບໍ່ຍອມຮັບ ໄດ້ກາຍເປັນຫີນເສົາເອກແລ້ວ?’
|
||
\v 18 ທຸກຄົນທີ່ລົ້ມທັບຫີນນີ້, ຜູ້ນັ້ນຈະຕ້ອງແຕກຫັກເປັນປ່ຽງໆ ແຕ່ຖ້າຫີນນັ້ນຈະຕົກທັບຜູ້ໃດ ຜູ້ນັ້ນຈະແຫລກມຸ່ນລະອຽດ.
|
||
|
||
\s5
|
||
\v 19 ເພາະສະນັ້ນ ພວກທັມະຈານແລະຫົວຫນ້າປະໂລຫິດຈິ່ງພະຍາຍາມຈະຈັບພຣະອົງໃນເວລານັ້ນ ເພາະພວກເຂົາຮູ້ວ່າ ພຣະອົງຊົງກ່າວຄຳອຸປະມານັ້ນຕໍ່ສູ້ພວກເຂົາ ແຕ່ເຂົາກໍຢ້ານປະຊາຊົນ.
|
||
\v 20 ຈິ່ງສົ່ງຄົນປອມຕົວເປັນພວກເຄັ່ງສາສນາ ເຝົ້າສອດແນມພຣະອົງຢ່າງໃກ້ຊິດ ເພື່ອຈັບຜິດໃນຖ້ອຍຄຳຂອງພຣະອົງ ເພື່ອຫາທາງຈັບກຸມພຣະອົງສົ່ງໃຫ້ຜູ້ມີອຳນາດ ແລະເຈົ້າຫນ້າທີ່ຂອງຜູ້ປົກຄອງ.
|
||
|
||
\s5
|
||
\v 21 ພວກເຂົາຖາມພຣະອົງວ່າ, “ອາຈານເອີຍ ພວກຂ້ານ້ອຍຮູ້ຢູ່ວ່າທ່ານກ່າວແລະສັ່ງສອນຢ່າງຖືກຕ້ອງ, ແລະທ່ານບໍ່ເຫັນແກ່ຫນ້າຜູ້ໃດ, ແຕ່ໄດ້ສັ່ງສອນຄວາມຈິງໃນທາງຂອງພຣະເຈົ້າຢ່າງສັດຊື່.
|
||
\v 22 ເປັນເລື່ອງສົມຄວນຫລືບໍ່ທີ່ເຮົາຈະເສັຽພາສີໃຫ້ແກ່ກາຍຊາ?”
|
||
|
||
\s5
|
||
\v 23 ແຕ່ພຣະເຢຊູເຈົ້າຊົງຮູ້ກົນອຸບາຍຂອງພວກເຂົາ ຈິ່ງກ່າວກັບພວກເຂົາວ່າ.
|
||
\v 24 “ຈົ່ງເອົາເງິນຫລຽນຫນຶ່ງມາໃຫ້ເຮົາເບິ່ງ ຮູບແລະຄຳຈາຣຶກນີ້ເປັນຂອງໃຜ?” ພວກເຂົາຕອບວ່າ, “ເປັນຂອງກາຍຊາ.”
|
||
|
||
\s5
|
||
\v 25 ພຣະອົງຊົງກ່າວກັບພວກເຂົາວ່າ, “ຖ້າຢ່າງນັ້ນ ສິ່ງທີ່ເປັນຂອງກາຍຊາ ຈົ່ງຄືນໃຫ້ແກ່ກາຍຊາ, ແລະສິ່ງທີ່ເປັນຂອງພຣະເຈົ້າ ຈົ່ງຄືນໃຫ້ແດ່ພຣະເຈົ້າ.”
|
||
\v 26 ພວກເຂົາຈິ່ງບໍ່ອາດໂຕ້ແຍ້ງເລື່ອງທີ່ພຣະອົງສອນ. ຕໍ່ຫນ້າປະຊາຊົນ ຕ່າງກໍປະຫລາດໃຈໃນຄຳຕອບຂອງພຣະອົງ ແລະບໍ່ເວົ້າຫຍັງອີກ.
|
||
|
||
\s5
|
||
\v 27 ພວກຊາດູກາຍບາງຄົນມາຫາພຣະອົງ ພວກນີ້ທີ່ບໍ່ເຊື່ອໃນການເປັນຄືນມາຈາກຕາຍ.
|
||
\v 28 ພວກເຂົາຖາມພຣະອົງວ່າ, “ອາຈານເອີຍ, ໂມເຊໄດ້ຂຽນສັ່ງພວກເຮົາໄວ້ວ່າ, ຖ້າຊາຍຄົນໃດມີເມັຽແລະເຂົາຕາຍໄປໂດຍບໍ່ມີລູກ, ກໍໃຫ້ອ້າຍ ຫລືນ້ອງຊາຍຜູ້ນັ້ນຮັບເອົາຍິງນັ້ນມາເປັນເມັຽເພື່ອຊ່ວຍໃຫ້ພີ່ນ້ອງຂອງຕົນມີລູກໄວ້ສືບມໍຣະດົກ?’
|
||
|
||
\s5
|
||
\v 29 ຄອບຄົວຫນຶ່ງມີອ້າຍນ້ອງທີ່ເປັນຜູ້ຊາຍເຈັດຄົນ, ອ້າຍກົກເອົາເມັຽ ແລ້ວຕາຍໄປເມື່ອຍັງບໍ່ມີລູກ.
|
||
\v 30 ຜູ້ທີ່ສອງກໍເອົານາງມາເປັນເມັຽ.
|
||
\v 31 ແລະເປັນແບບນັ້ນຈົນເຖິງຄົນທີເຈັດກໍຕາຍໄປໂດຍຍັງບໍ່ມີລູກ.
|
||
\v 32 ຕໍ່ມາພາຍຫລັງຍິງນັ້ນກໍຕາຍເຫມືອນກັນ.
|
||
\v 33 ສັນນັ້ນ ໃນວັນທີ່ມີການເປັນຄືນມາຈາກຕາຍ ຂໍຖາມແດ່ວ່າ ຍິງນັ້ນຈະເປັນເມັຽຂອງຜູ້ໃດ? ເພາະຄົນທັງເຈັດຕ່າງກໍໄດ້ນາງເປັນເມັຽເຫມືອນກັນ.”
|
||
|
||
\s5
|
||
\v 34 ພຣະເຢຊູເຈົ້າກ່າວກັບເຂົາວ່າ, “ຄົນໃນໂລກນີ້ແຕ່ງງານແລະຖືກຍົກໃຫ້ເປັນຜົວເມັຽກັນ.
|
||
\v 35 ແຕ່ຄົນທີ່ຊົງສົມຄວນຈະເປັນຄືນມາຈາກຕາຍໃນຍຸກນັ້ນ ຈະບໍ່ມີການແຕ່ງງານ ຫລືຍົກໃຫ້ເປັນຜົວເມັຽກັນອີກ.
|
||
\v 36 ແລະຈະຕາຍບໍ່ໄດ້ອີກ ເພາະເຂົາຈະເປັນເຫມືອນເທວະດາແລະເປັນບຸດຂອງພຣະເຈົ້າ ເພາະເປັນຜູ້ທີ່ໄດ້ເປັນຄືນມາຈາກຄວາມຕາຍແລ້ວ.
|
||
|
||
\s5
|
||
\v 37 ສ່ວນເລື່ອງການເປັນຄືນມາຈາກຄວາມຕາຍນັ້ນ ແມ່ນແຕ່ໂມເຊກໍຍັງໄດ້ສະແດງໃຫ້ເຮົາເຫັນຈາກເຫດການທີ່ພຸ່ມໄມ້ນັ້ນ, ທ່ານເອີ້ນອົງພຣະຜູ້ເປັນເຈົ້າວ່າຊົງເປັນ ພຣະເຈົ້າຂອງອັບຣາຮາມ, ພຣະເຈົ້າຂອງອີຊາກ, ແລະພຣະເຈົ້າຂອງຢາໂຄບ.
|
||
\v 38 ເທົ່າກັບພຣະອົງບໍ່ແມ່ນພຣະເຈົ້າຂອງຄົນຕາຍ, ແຕ່ຊົງເປັນພຣະເຈົ້າຂອງຄົນເປັນ ເພາະທຸກຄົນຕ້ອງເປັນຢູ່ຕໍ່ຫນ້າພຣະອົງ.”
|
||
|
||
\s5
|
||
\v 39 ພວກທັມະຈານບາງຄົນຈິ່ງຕອບວ່າ, “ອາຈານເອີຍ ທ່ານເວົ້າຖືກແລ້ວ,”
|
||
\v 40 ພວກເຂົາບໍ່ກ້າຖາມອັນໃດກັບພຣະອົງອີກເລີຍ.
|
||
|
||
\s5
|
||
\v 41 ພຣະເຢຊູເຈົ້າຖາມພວກເຂົາວ່າ, “ເປັນຫຍັງຄົນທັງຫລາຍເວົ້າວ່າ ພຣະຄຣິດເປັນບຸດຂອງດາວິດ?
|
||
\v 42 ເພາະກະສັດດາວິດເອງໄດ້ຊົງກ່າວໄວ້ໃນພຣະທັມເພງສັນຣະເສີນວ່າ, ‘ອົງພຣະຜູ້ເປັນເຈົ້າຊົງກ່າວກັບພຣະອົງເຈົ້າຂອງຂ້ານ້ອຍວ່າ, “ຈົ່ງນັ່ງເບື້ອງຂວາມືຂອງເຮົາ,
|
||
\v 43 ຈົນກວ່າເຮົາຈະປາບສັດຕຣູຂອງທ່ານໃຫ້ຢູ່ໃຕ້ຕີນຂອງທ່ານ”.’
|
||
\v 44 ດັ່ງນັ້ນຖ້າດາວິດຍັງເອີ້ນພຣະຄຣິດວ່າ ‘ອົງພຣະຜູ້ເປັນເຈົ້າ’ ແລ້ວພຣະອົງຈະເປັນບຸດຂອງດາວິດໄດ້ຢ່າງໃດ.”
|
||
|
||
\s5
|
||
\v 45 ຂະນະທີ່ປະຊາຊົນກຳລັງຟັງຢູ່ນັ້ນ ພຣະອົງກໍກ່າວແກ່ພວກສາວົກຂອງພຣະອົງວ່າ.
|
||
\v 46 “ຈົ່ງຣະວັງພວກທັມະຈານໃຫ້ດີ ພວກເຂົາມັກນຸ່ງເສື້ອຄຸມຍາວ ຍ່າງໄປມາຕາມຕະຫລາດ, ມັກໃຫ້ຄົນຄຳນັບຕົວເປັນພິເສດ, ພວກເຂົາມັກບ່ອນນັ່ງອັນມີກຽດໃນທັມະສາລາແລະຕາມງານລ້ຽງ.
|
||
\v 47 ແຕ່ພວກເຂົາມັກກືນກິນຄອບຄົວຂອງແມ່ຫມ້າຍ ແລະແກ້ງອະທິຖານໃຫ້ຍືດຍາວ ພວກເຂົາຈະຕ້ອງຮັບໂທດຫນັກກວ່າຄົນອື່ນໃນການພິພາກສາ.”
|
||
|
||
\s5
|
||
\c 21
|
||
\cl ບົດທີ 21
|
||
\p
|
||
\v 1 ພຣະເຢຊູເຈົ້າເງີຍຫນ້າຂຶ້ນແລະເຫັນເສດຖີຄົນຫນຶ່ງກຳລັງປ່ອນເງິນລົງໃນຕູ້ຖວາຍ.
|
||
\v 2 ແລ້ວພຣະອົງເຫັນແມ່ຫມ້າຍຍາກຈົນຄົນຫນຶ່ງ ກຳລັງເອົາເງິນຈຳນວນສອງອັດປ່ອນລົງຖວາຍ.
|
||
\v 3 ພຣະເຢຊູເຈົ້າກ່າວວ່າ, “ເຮົາບອກຄວາມຈິງວ່າ ແກ່ທ່ານວ່າ ແມ່ຫມ້າຍຍາກຈົນຜູ້ນີ້ຖວາຍເງິນຫລາຍກວ່າບັນດາຄົນທັງປວງ.
|
||
\v 4 ເພາະຄົນເຫລົ່ານັ້ນ ໄດ້ຖວາຍເງິນສ່ວນທີ່ເຫລືອໃຊ້, ແຕ່ຍິງຫມ້າຍຍາກຈົນຄົນນີ້ໄດ້ ຖວາຍເງິນທັງຫມົດສຳລັບລ້ຽງຊີວິດຂອງຕົນ.”
|
||
|
||
\s5
|
||
\v 5 ແລ້ວສາວົກບາງຄົນກ່າວເຖິງພຣະວິຫານ ທີ່ຕົບແຕ່ງດ້ວຍຫີນສວຍງາມແລະເຄື່ອງຖວາຍເຫລົ່ານັ້ນ, ພຣະອົງກ່າວວ່າ.
|
||
\v 6 “ແຕ່ສິ່ງເຫລົ່ານີ້ທີ່ທ່ານເຫັນ ເມື່ອວັນນັ້ນມາເຖິງ ກ້ອນຫີນຈະພັງລົງຈົນບໍ່ເຫລືອໃຫ້ຊ້ອນທັບກັນຢູ່ເລີຍ.”
|
||
|
||
\s5
|
||
\v 7 ເຂົາເຫລົ່ານັ້ນຈິ່ງຖາມພຣະອົງວ່າ, “ທ່ານອາຈານເອີຍ, ເຫດການເຫລົ່ານີ້ຈະເກີດຂຶ້ນເມື່ອໃດ? ແລະສິ່ງໃດຈະເປັນຫມາຍສຳຄັນວ່າສິ່ງທັງຫມົດນີ້ຈະເກີດຂຶ້ນ?”
|
||
\v 8 ພຣະເຢຊູເຈົ້າຕອບວ່າ, “ຈົ່ງຣະວັງ, ຢ່າໃຫ້ຜູ້ໃດຫລອກລວງພວກທ່ານໃຫ້ຫລົງ, ດ້ວຍວ່າຈະມີຫລາຍຄົນມາ ອ້າງນາມຂອງເຮົາ ກ່າວວ່າ ‘ເຮົານີ້ແຫລະເປັນຜູ້ນັ້ນ’ ແລະ‘ເວລາກຳນົດໃກ້ເຂົ້າມາແລ້ວ’ ຢ່າຕາມພວກເຂົາໄປ.
|
||
\v 9 ເມື່ອທ່ານໄດ້ຍິນສຽງເລື່ອງເສິກສົງຄາມແລະການປັ່ນປ່ວນວຸ້ນວາຍເກີດຂຶ້ນ, ຢ່າຕົກໃຈ ດ້ວຍວ່າສິ່ງເຫລົ່ານີ້ຈຳເປັນຈະຕ້ອງເກີດຂຶ້ນກ່ອນ, ແຕ່ທີ່ສຸດປາຍນັ້ນຈະບໍ່ມາເຖິງທັນທີ.”
|
||
|
||
\s5
|
||
\v 10 ແລ້ວພຣະອົງກ່າວແກ່ພວກເຂົາວ່າ, “ປະເທດຈະສູ້ຮົບກັບປະເທດ, ອານາຈັກຈະລຸກຂຶ້ນສູ້ຮົບກັບອານາຈັກ.
|
||
\v 11 ຈະມີແຜ່ນດິນໄຫວໃຫຍ່ເກີດຂຶ້ນ ແລະໃນຫລາຍໆບ່ອນຈະເກີດການອຶດຢາກແລະພະຍາດຣະບາດຢ່າງຮ້າຍແຮງ, ຈະມີເຫດການຫນ້າຢ້ານທີ່ສຸດຫລາຍຢ່າງເກີດຂື້ນແລະຫມາຍສຳຄັນຕ່າງໆຈາກຟ້າສະຫວັນ.
|
||
|
||
\s5
|
||
\v 12 ແຕ່ກ່ອນສິ່ງເຫລົ່ານີ້ທັງຫມົດຈະເກີດຂຶ້ນ ພວກເຂົາຈະຍື່ນມືອອກມາຂົ່ມເຫັງພວກທ່ານ, ສົ່ງທ່ານໄປຍັງທັມະສາລາແລະໃນຄຸກ, ພາພວກທ່ານໄປຕໍ່ຫນ້າກະສັດແລະຜູ້ປົກຄອງ ເພາະນາມຂອງເຮົາ.
|
||
\v 13 ສິ່ງນີ້ຈະເປັນໂອກາດໃຫ້ທ່ານໄດ້ເປັນພະຍານ.
|
||
|
||
\s5
|
||
\v 14 ດັ່ງນັ້ນ ຈົ່ງຕຽມຫົວໃຈຂອງທ່ານໄວ້ໃຫ້ຫມັ້ນຄົງ ຢ່າວິຕົກກັງວົນໄປກ່ອນວ່າຈະແກ້ຂໍ້ຫາເຫລົ່ານັ້ນຢ່າງໃດ?
|
||
\v 15 ເພາະເຮົາຈະປຣະທານຖ້ອຍຄຳແລະສະຕິປັນຍານັ້ນແກ່ທ່ານ ຈົນກວ່າສັດຕຣູທັງຫມົດບໍ່ສາມາດຕໍ່ຕ້ານຫລືຂັດຄ້ານທ່ານໄດ້.
|
||
|
||
\s5
|
||
\v 16 ແຕ່ທ່ານຈະຖືກມອບໄວ້ໃນມືຂອງພໍ່ແມ່ ຍາດຕິພີ່ນ້ອງແລະມິດສະຫາຍ ແລະພວກເຂົາຈະເຮັດໃຫ້ລາງຄົນໃນພວກທ່ານເຖິງແກ່ຄວາມຕາຍ.
|
||
\v 17 ທຸກຄົນຈະກຽດຊັງທ່ານເພາະນາມຂອງເຮົາ.
|
||
\v 18 ແມ່ນແຕ່ຜົມພຽງເສັ້ນດຽວຈະບໍ່ລົ່ນເສັຽໄປຈາກຫົວຂອງພວກທ່ານ.
|
||
\v 19 ທ່ານຈະຮັກສາຊີວິດຈິດໃຈຂອງທ່ານໄວ້ໃຫ້ລອດເພາະຄວາມພຽນອົດທົນຂອງທ່ານ.
|
||
|
||
\s5
|
||
\v 20 “ເມື່ອທ່ານເຫັນນະຄອນເຢຣູຊາເລັມຖືກລ້ອມໂດຍກອງທັບຫລວງຫລາຍ, ເມື່ອນັ້ນທ່ານຈົ່ງຮູ້ວ່າເວລາແຫ່ງການທຳລາຍມາເຖິງແລ້ວ.
|
||
\v 21 ໃຫ້ຄົນທີ່ຢູ່ແຂວງຢູດາຍປົບຫນີໄປຍັງພູ ແລະໃຫ້ຄົນທີ່ຢູ່ໃນເມືອງຫນີອອກໄປ ແລະຢ່າໃຫ້ຄົນທີ່ຢູ່ນອກເມືອງນັ້ນເຂົ້າມາ.
|
||
\v 22 ເພາະວ່າວັນເຫລົ່ານີ້ຄືວັນແຫ່ງການລົງໂທດ ເພື່ອໃຫ້ສິ່ງສາຣະພັດທີ່ຖືກຂຽນໄວ້ຈະສຳເລັດເປັນຈິງທຸກປະການ.
|
||
|
||
\s5
|
||
\v 23 ຫນ້າເວທະນາຕໍ່ຜູ້ຍິງທີ່ມີທ້ອງແລະມີລູກອ່ອນກິນນົມໃນວັນເຫລົ່ານັ້ນ ເພາະຈະມີຄວາມທຸກລຳບາກເກີດຂຶ້ນເທິງແຜ່ນດິນແລະພຣະພິໂຣດຈະຕົກແກ່ຄົນເຫລົ່ານັ້ນ.
|
||
\v 24 ແລ້ວພວກເຂົາຈະລົ້ມລົງດ້ວຍຄົມດາບແລະຖືກກວາດໄປເປັນຊະເລີຍໃນທົ່ວທຸກປະເທດແລະຄົນຕ່າງຊາດຈະຢຽບຢ່ຳນະຄອນເຢຣູຊາເລັມ ຈົນກວ່າຈະຄົບກຳນົດເວລາຂອງພວກເຂົາ.
|
||
|
||
\s5
|
||
\v 25 ຈະມີຫມາຍສຳຄັນໃນດວງອາທິດ, ດວງຈັນ, ແລະດວງດາວ ໃນໂລກນີ້ ຊົນຊາດຕ່າງໆຈະໄດ້ຮັບຄວາມເຈັບປວດ ພົບກັບຄວາມຫມົດຫວັງ ເພາະສຽງກ້ອງອັນໃຫຍ່ຫລວງຂອງທະເລແລະຟອງນ້ຳ.
|
||
\v 26 ຈະມີຄົນລົ້ມຕາຍ ເພາະຄວາມຢ້ານ ດ້ວຍຄວາມຫວາດຫວັ່ນຕໍ່ສິ່ງທີ່ຈະບັງເກີດຂື້ນໃນໂລກ ເພາະຣິດເດດແຫ່ງສະຫວັນຈະສັ່ນສະທ້ານຫວັ່ນໄຫວ.
|
||
|
||
\s5
|
||
\v 27 ພວກເຂົາຈະເຫັນບຸດມະນຸດສະເດັດມາໃນເມກ ດ້ວຍຣິດອໍານາດແລະສະຫງ່າຣາສີອັນຍິ່ງໃຫຍ່.
|
||
\v 28 ເມື່ອເຫດການເຫລົ່ານີ້ທັງຫມົດເລີ່ມຕົ້ນເກີດຂຶ້ນ ຈົ່ງລຸກຂື້ນແລະເງີຍຫນ້າຂຶ້ນ, ເພາະການປົດປ່ອຍຂອງທ່ານມາໃກ້ແລ້ວ.”
|
||
|
||
\s5
|
||
\v 29 ພຣະເຢຊູເຈົ້າກ່າວກັບເຂົາເປັນຄຳອຸປະມາວ່າ, “ຈົ່ງເບິ່ງຕົ້ນເດື່ອເທດແລະຕົ້ນໄມ້ທັງຫມົດ.
|
||
\v 30 ເມື່ອຕົ້ນພວກມັນປົ່ງໃບອອກແລ້ວ ທ່ານກໍຈະຮູ້ວ່າຣະດູຮ້ອນໃກ້ຈະເຖິງແລ້ວ.
|
||
\v 31 ຢ່າງດຽວກັນນັ້ນ, ເມື່ອທ່ານເຫັນເຫດການເຫລົ່ານີ້ເກີດຂຶ້ນ ຈົ່ງຮູ້ວ່າຣາຊະອານາຈັກຂອງພຣະເຈົ້າໃກ້ຈະເຖິງແລ້ວ.
|
||
|
||
\s5
|
||
\v 32 ເຮົາບອກຄວາມຈິງແກ່ທ່ານວ່າ ຄົນໃນຍຸກນີ້ຈະບໍ່ລ່ວງລັບໄປ ຈົນກວ່າເຫດການເຫລົ່ານີ້ຈະເກີດຂຶ້ນ.
|
||
\v 33 ຟ້າແລະດິນຈະລ່ວງພົ້ນໄປ, ແຕ່ຖ້ອຍຄຳຂອງເຮົາຈະບໍ່ສູນຫາຍໄປຈັກເທື່ອ.
|
||
|
||
\s5
|
||
\v 34 ແຕ່ຈົ່ງຣະວັງຕົວທ່ານໃຫ້ດີ ຢ່າໃຫ້ໃຈຂອງພວກທ່ານຫນັກໄປໃນການກິນລ້ຽງແລະ, ຄວາມມົວເມົາແລະວິຕົກກັງວົນໃນຊີວິດ ເພາະວັນນັ້ນຈະມາເຖິງພວກທ່ານໃນທັນທີເຫມືອນດັ່ງກັບດັກ.
|
||
\v 35 ເພາະສິ່ງນີ້ຈະຕົກໃສ່ທຸກຄົນ ທີ່ມີຊີວິດຢູ່ເທິງແຜ່ນດິນໂລກ.
|
||
|
||
\s5
|
||
\v 36 ແຕ່ຈົ່ງເຝົ້າຣະວັງຕະຫລອດເວລາ, ຈົ່ງອະທິຖານເພື່ອທ່ານຈະເຂັ້ມແຂງຈົນສາມາດຫລີກຫນີ ຈາກເຫດການທີ່ຈະເກີດຂື້ນ ແລະເພື່ອຈະຍຶດຫມັ້ນຢູ່ຕໍ່ຫນ້າຂອງບຸດມະນຸດໄດ້.”
|
||
|
||
\s5
|
||
\v 37 ໃນຊ່ວງເວລາກາງເວັນ ພຣະອົງສັ່ງສອນຢູ່ໃນບໍຣິເວນພຣະວິຫານ, ສ່ວນຕອນກາງຄືນກໍສະເດັດອອກໄປຂ້າງນອກ ເພື່ອອະທິຖານຢູ່ທີ່ພູເຂົາຫມາກກອກເທດ.
|
||
\v 38 ມີຝູງຄົນມາລໍຖ້າຟັງຄຳສອນຂອງພຣະອົງໃນບໍຣິເວນພຣະວິຫານຕັ້ງແຕ່ຂ້ອນເຊົ້າ.
|
||
|
||
\s5
|
||
\c 22
|
||
\cl ບົດທີ 22
|
||
\p
|
||
\v 1 ເມື່ອໃກ້ຈະຮອດເທດສະການກິນເຂົ້າຈີ່ບໍ່ມີເຊື້ອແປ້ງທີ່ເອີ້ນວ່າປັດສະຄາ.
|
||
\v 2 ພວກຫົວຫນ້າປະໂລຫິດແລະພວກທັມະຈານ ກໍປຶກສາກັນວ່າ ຈະເຮັດຢ່າງໃດດີຈິ່ງຈະຂ້າພຣະເຢຊູໄດ້ ເພາະເຂົາຢ້ານປະຊາຊົນ.
|
||
|
||
\s5
|
||
\v 3 ຊາຕານໄດ້ເຂົ້າສູນໃຈຢູດາອິສະກາຣີອົດ ຊຶ່ງເປັນຄົນຫນຶ່ງໃນພວກສາວົກສິບສອງຄົນ.
|
||
\v 4 ຢູດາໄດ້ອອກໄປປຶກສາກັບພວກຫົວຫນ້າປະໂລຫິດແລະພວກນາຍທະຫານ ເຖິງແຜນການທີ່ເພິ່ນຈະມອບພຣະເຢຊູເຈົ້າໃຫ້ກັບພວກເຂົາ.
|
||
|
||
\s5
|
||
\v 5 ຄົນເຫລົ່ານັ້ນດີໃຈຫລາຍແລະຕົກລົງກັນວ່າຈະເອົາເງິນໃຫ້ແກ່ຢູດາ.
|
||
\v 6 ສ່ວນຢູດາຈິ່ງຕອບຕົກລົງ ແລະພະຍາຍາມຊອກຫາໂອກາດທີ່ຈະມອບພຣະອົງໃຫ້ແກ່ພວກເຂົາ ໃນສະຖານທີ່ຫ່າງໄກຈາກປະຊາຊົນ.
|
||
|
||
\s5
|
||
\v 7 ເມື່ອເຖິງວັນກິນເຂົ້າຈີ່ບໍ່ມີເຊື້ອແປ້ງ ເຊິ່ງເປັນວັນທີ່ລູກແກະປັດສະຄາຕ້ອງຖືກຖວາຍເປັນເຄື່ອງບູຊາ.
|
||
\v 8 ພຣະເຢຊູເຈົ້າຈິ່ງໃຊ້ເປໂຕແລະໂຢຮັນໄປໂດຍສັ່ງເຂົາວ່າ, “ຈົ່ງໄປແລະຈັດແຈງອາຫານປັດສະຄາສຳລັບພວກເຮົາ ເພື່ອທີ່ຈະໄດ້ຮັບປະທານຮ່ວມກັນ.”
|
||
\v 9 ເຂົາທູນຖາມພຣະອົງວ່າ, “ພຣະອົງຢາກຈະໃຫ້ພວກຂ້ານ້ອຍໄປຈັດຕຽມໄວ້ບ່ອນໃດ?”
|
||
|
||
\s5
|
||
\v 10 ພຣະເຢຊູເຈົ້າຕອບພວກເຂົາວ່າ, “ຟັງເດີ, ເມື່ອພວກທ່ານເຂົ້າໄປໃນເມືອງ, ຈະມີຊາຍຄົນຫນຶ່ງແບກຫມໍ້ນ້ຳມາພົບທ່ານ ຈົ່ງຕາມເຂົ້າໃນເຮືອນທີ່ຜູ້ນັ້ນຈະເຂົ້າໄປ.
|
||
\v 11 ແລ້ວບອກກັບເຈົ້າເຮືອນນັ້ນວ່າ ‘ອາຈານໃຫ້ຖາມທ່ານວ່າ, "ຫ້ອງຮັບແຂກທີ່ເຮົາຈະກິນປັດສະຄາກັບພວກສາວົກຂອງເຮົາຢູ່ທີ່ໃດ?’"
|
||
|
||
\s5
|
||
\v 12 ເຂົາຈະຊີ້ໃຫ້ພວກທ່ານເຫັນຫ້ອງໃຫຍ່ຊັ້ນເທິງ ທີ່ຕົກແຕ່ງໄວ້ແລ້ວ,"
|
||
\v 13 ດັ່ງນັ້ນ, ພວກເຂົາຈິ່ງໄປແລະພົບທຸກສິ່ງເຫມືອນຢ່າງພຣະອົງຊົງກ່າວແກ່ພວກເຂົາ, ແລ້ວພວກເຂົາໄດ້ຈັດຕຽມອາຫານປັດສະຄາທີ່ນັ້ນ.
|
||
|
||
\s5
|
||
\v 14 ເມື່ອເຖິງໂມງແລ້ວ ພຣະອົງຊົງນັ່ງລົງກັບພວກອັກຄະສາວົກ.
|
||
\v 15 ພຣະອົງກ່າວກັບພວກເຂົາວ່າ, “ເຮົາມີຄວາມປາຖນາຢ່າງຍິ່ງ ທີ່ຈະກິນອາຫານປັດສະຄານີ້ກັບພວກທ່ານ ກ່ອນເຮົາຈະຕ້ອງທຸກທໍຣະມານ.
|
||
\v 16 ເພາະເຮົາບອກພວກທ່ານທັງຫລາຍວ່າ, ເຮົາຈະບໍ່ກິນປັດສະຄານີ້ອີກ ຈົນກວ່າສິ່ງນັ້ນຈະສຳເລັດໃນຣາຊະອານາຈັກຂອງພຣະເຈົ້າ.”
|
||
|
||
\s5
|
||
\v 17 ແລ້ວພຣະເຢຊູເຈົ້າຊົງຈັບເອົາຈອກແລະເມື່ອພຣະອົງຊົງໂມທະນາຂອບພຣະຄຸນແລ້ວ ຊົງກ່າວວ່າ, “ຈົ່ງເອົາຈອກນີ້ແຈກຢາຍໃນພວກທ່ານ.
|
||
\v 18 ເພາະເຮົາບອກທ່ານທັງຫລາຍວ່າ ເຮົາຈະບໍ່ດື່ມຈາກຜົນອະງຸ່ນອີກ ຈົນກວ່າຣາຊະອານາຈັກຂອງພຣະເຈົ້າຈະມາເຖິງ.”
|
||
|
||
\s5
|
||
\v 19 ແລ້ວພຣະເຢຊູເຈົ້າຊົງຈັບເຂົ້າຈີ່ມາແລະເມື່ອໂມທະນາຂອບພຣະຄຸນແລ້ວ ພຣະອົງຊົງຫັກເຂົ້າຈີ່ ແລະຊົງກ່າວວ່າ, “ນີ້ ຄືກາຍຂອງເຮົາທີ່ໃຫ້ແກ່ທ່ານທັງຫລາຍ, ຈົ່ງເຮັດຢ່າງນີ້ ເພື່ອເປັນທີ່ຣະນຶກເຖິງເຮົາ.”
|
||
\v 20 ພຣະອົງຊົງຈັບເອົາຈອກນັ້ນ ດ້ວຍອາການຢ່າງດຽວກັນຫລັງຮັບປະທານເຂົ້າແລງແລ້ວ, ແລະກ່າວວ່າ, “ຈອກນີ້ເປັນພັນທະສັນຍາໃຫມ່ໃນເລືອດຂອງເຮົາ ທີ່ຖອກອອກເພື່ອພວກທ່ານ."
|
||
|
||
\s5
|
||
\v 21 ຈົ່ງຕັ້ງໃຈຟັງໃຫ້ດີ, ມືຄົນຫນຶ່ງທີ່ທໍຣະຍົດເຮົາຢູ່ຮ່ວມໂຕະກັບເຮົາທີ່ນີ້.
|
||
\v 22 ເພາະອັນທີ່ຈິງບຸດມະນຸດຈະເປັນໄປຕາມທີ່ໄດ້ກຳນົດໄວ້ແລ້ວ, ແຕ່ວິບັດແກ່ຊາຍຜູ້ນັ້ນຜ່ານທາງຜູ້ທີ່ເຂົາໄດ້ທໍຣະຍົດ!"
|
||
\v 23 ພວກສາວົກກໍເລີ່ມຕົ້ນຖາມກັນເອງ ວ່າໃຜໃນພວກເຂົາທີ່ຈະເຮັດເຊັ່ນນັ້ນ.
|
||
|
||
\s5
|
||
\v 24 ມີການໂຕ້ຖຽງກັນເກີດຂຶ້ນໃນພວກສາວົກວ່າໃນພວກເພິ່ນທີ່ຖືວ່າເປັນຜູ້ໃຫຍ່ທີ່ສຸດ.
|
||
\v 25 ພຣະເຢຊູເຈົ້າຈິ່ງກ່າວກັບພວກເພິ່ນວ່າ, “ບັນດາກະສັດຂອງຄົນຕ່າງຊາດເປັນເຈົ້ານາຍແລະມີອຳນາດເຫນືອພວກເຂົາ ແລະໄດ້ຮັບການເອີ້ນເພິ່ນວ່າເປັນຜຸ້ຄອບຄອງທີ່ມີກຽດ.
|
||
|
||
\s5
|
||
\v 26 ແຕ່ບໍ່ເປັນຢ່າງນັ້ນໃນພວກທ່ານ. ແທນທີ່ຈະເປັນຢ່າງນັ້ນ ຂໍໃຫ້ຄົນທີ່ຍິ່ງໃຫຍ່ທີ່ສຸດໃນພວກທ່ານ, ຈົ່ງເປັນເຫມືອນກັບຜູ້ທີ່ເລັກນ້ອຍທີ່ສຸດ, ແລະຂໍໃຫ້ຜູ້ທີ່ເປັນຄົນສຳຄັນທີ່ສຸດ ຈົ່ງເປັນເຫມືອນກັບຄົນຮັບໃຊ້.
|
||
\v 27 ເພາະວ່າໃຜທີ່ຍິ່ງໃຫຍ່ກວ່າກັນ? ຄົນທີ່ນັ່ງຢູ່ໂຕະ, ຫລືຄົນທີ່ຮັບໃຊ້ ຄົນທີ່ນັ່ງຢູ່ໂຕະບໍ່ແມ່ນບໍ? ເຮົາຢູ່ຖ້າມກາງພວກທ່ານເຫມືອນກັບເປັນຄົນທີ່ຮັບໃຊ້.
|
||
|
||
\s5
|
||
\v 28 ແຕ່ພວກທ່ານເປັນຄົນທີ່ຍັງຢູ່ກັບເຮົາເມື່ອເຮົາເຂົ້າສູ່ການທົດລອງ.
|
||
\v 29 ເຮົາໄດ້ມອບຣາຊະອານາຈັກໃຫ້ແກ່ທ່ານ ຢ່າງທີ່ພຣະບິດາເຈົ້າຂອງເຮົາໄດ້ມອບຣາຊະອານາຈັກໃຫ້ແກ່ເຮົາ.
|
||
\v 30 ເພື່ອທີ່ພວກທ່ານຈະໄດ້ກິນແລະດື່ມທີ່ໂຕະຂອງເຮົາໃນຣາຊະອານາຈັກຂອງເຮົາ, ແລະເພື່ອພວກທ່ານຈະໄດ້ນັ່ງເທິງບັນລັງເພື່ອພິພາກສາທັງສິບສອງເຜົ່າຂອງອິສຣາເອນ.
|
||
|
||
\s5
|
||
\v 31 ຊີໂມນເອີຍ, ຊີໂມນເອີຍ ຈົ່ງຣະວັງໃຫ້ດີ, ຊາຕານໄດ້ຂໍທີ່ຈະທຳຮ້າຍທ່ານ ມັນຈະຝັດຮ່ອນທ່ານເຫມືອນຝັດເຂົ້າສາລີ.
|
||
\v 32 ແຕ່ເຮົາໄດ້ອະທິຖານສຳລັບທ່ານ ເພື່ອຄວາມເຊື່ອຂອງທ່ານຈະບໍ່ລົ້ມລົງ. ຫລັງຈາກທີ່ທ່ານໄດ້ຫັນກັບຄືນມາແລ້ວ, ທ່ານຈົ່ງຫນູນກຳລັງພີ່ນ້ອງຂອງທ່ານ.”
|
||
|
||
\s5
|
||
\v 33 ເປໂຕທູນພຣະອົງວ່າ, “ອົງພຣະຜູ້ເປັນເຈົ້າເອີຍ, ຂ້ານ້ອຍພ້ອມທີ່ຈະໄປກັບພຣະອົງ, ບໍ່ວ່າຈະຕ້ອງຕິດຄຸກ ຫລືຕາຍກໍຕາມ.”
|
||
\v 34 ພຣະເຢຊູເຈົ້າກ່າວວ່າ, “ ເປໂຕເອີຍ, ໃນວັນນີ້, ທ່ານຈະໄດ້ປະຕິເສດວ່າບໍ່ຮູ້ຈັກເຮົາເຖິງສາມເທື່ອ ກ່ອນໄກ່ຂັນ.”
|
||
|
||
\s5
|
||
\v 35 ແລ້ວພຣະເຢຊູເຈົ້າຊົງກ່າວກັບພວກສາວົກວ່າ, “ເມື່ອເຮົາໄດ້ໃຊ້ທ່ານທັງຫລາຍອອກໄປ ໂດຍບໍ່ມີກະເປົາເງິນ, ບໍ່ມີຖົງໃສ່ອາຫານ, ຫລືເກີບນັ້ນ, ພວກທ່ານໄດ້ຂາດເຂີນສິ່ງໃດແດ່?” ພວກເຂົາທູນຕອບວ່າ, “ບໍ່ໄດ້ຂາດເຂີນສິ່ງໃດເລີຍ.”
|
||
\v 36 ພຣະອົງຈິ່ງກ່າວກັບພວກເພິ່ນວ່າ, “ແຕ່ຕອນນີ້ ຄົນທີ່ມີກະເປົາເງິນ ກໍໃຫ້ຖືຕິດຕົວໄປແລະຖົງໃສ່ອາຫານກໍໃຫ້ຖືໄປເຫມືອນກັນ, ຄົນທີ່ບໍ່ມີດາບກໍໃຫ້ຂາຍເສື້ອຄຸມຂອງຕົນ ແລ້ວຊື້ດາບມາ.
|
||
|
||
\s5
|
||
\v 37 ເພາະເຮົາບອກທ່ານວ່າ, ສິ່ງທີ່ຂຽນໄວ້ກ່ຽວກັບເຮົາຈະຕ້ອງສຳເລັດ, ‘ທ່ານຖືກນັບເຂົ້າກັບຄົນອະທັມ’ ເພາະຄຳທຳນວຍກ່ຽວກັບເຮົານັ້ນກໍຈະຕ້ອງສຳເລັດ.”
|
||
\v 38 ແລ້ວພວກເຂົາທູນພຣະອົງວ່າ, “ອົງພຣະຜູ້ເປັນເຈົ້າ, ເບິ່ງແມ ມີດາບສອງດວງຢູ່ທີ່ນີ້” ແລະພຣະອົງຊົງຕອບເຂົາວ່າ, “ພໍແລ້ວ.”
|
||
|
||
\s5
|
||
\v 39 ຫລັງກິນອາຫານແລງ, ພຣະເຢຊູເຈົ້າໄດ້ສະເດັດໄປຍັງພູເຂົາຫມາກກອກເທດຕາມເຄີຍ ແລະພວກສາວົກໄດ້ຕາມພຣະອົງໄປ.
|
||
\v 40 ເມື່ອພວກເຂົາມາເຖິງ, ພຣະອົງຊົງກ່າວກັບເຂົາວ່າ, “ຈົ່ງອະທິຖານ ເພື່ອທີ່ພວກທ່ານຈະບໍ່ໄດ້ເຂົ້າໃນການທົດລອງ.”
|
||
|
||
\s5
|
||
\v 41 ພຣະອົງສະເດັດອອກໄປຫ່າງຈາກພວກເຂົາປະມານຄວ່າງກ້ອນຫີນເຖິງ. ພຣະອົງຊົງຄຸເຂົ່າລົງແລະອະທິຖານວ່າ,
|
||
\v 42 “ພຣະບິດາເຈົ້າເອີຍ, ຖ້າຫາກເປັນນໍ້າພຣະທັຍຂອງພຣະອົງ ຂໍຊົງເລື່ອນຈອກນີ້ອອກໄປຈາກຂ້າພຣະອົງຖ້ອນ. ແຕ່ຢ່າງໃດກໍຕາມ, ຢ່າໃຫ້ເປັນໄປຕາມໃຈຂອງຂ້າພຣະອົງ, ແຕ່ໃຫ້ເປັນຕາມພຣະປະສົງຂອງພຣະບິດາເຈົ້າເຖີ້ນ.”
|
||
|
||
\s5
|
||
\v 43 ແລ້ວມີເທວະດາຕົນຫນຶ່ງຈາກສະຫວັນມາປາກົດແກ່ພຣະອົງ, ຊູກຳລັງພຣະອົງຂຶ້ນ.
|
||
\v 44 ເມື່ອພຣະອົງຊົງທົນທຸກ ພຣະອົງກໍຍິ່ງອະທິຖານຢ່າງຈິງຈັງຫລາຍຂຶ້ນ, ຈົນເຫື່ອຂອງພຣະອົງເກີດເປັນເຫມືອນເລືອດເມັດໃຫຍ່ໄຫລຢາດລົງສູ່ພື້ນດິນ.
|
||
|
||
\s5
|
||
\v 45 ພຣະອົງຊົງລຸກຂຶ້ນຈາກການອະທິຖານ ແລະສະເດັດມາຫາພວກສາວົກແລະຊົງເຫັນວ່າພວກເຂົາກຳລັງນອນຫລັບຢູ່ ເພາະຄວາມທຸກໂສກເສົ້າ,
|
||
\v 46 ພຣະອົງຈິ່ງຖາມພວກເຂົາວ່າ, “ເປັນຫຍັງຈິ່ງຍັງນອນຫລັບຢູ່? ຈົ່ງລຸກຂຶ້ນແລະອະທິຖານ ເພື່ອພວກທ່ານຈະບໍ່ຕົກໃນການທົດລອງ.”
|
||
|
||
\s5
|
||
\v 47 ຂະນະທີ່ພຣະອົງຊົງກ່າວຢູ່ນັ້ນ, ເບິ່ງແມ, ມີຄົນຈຳນວນ ຫລາຍປາກົດຕົວຂື້ນ ພ້ອມກັບຢູດາຫນຶ່ງໃນສາວົກສິບສອງຄົນ ທີ່ໄດ້ນຳຫນ້າພວກເຂົາມາ ຢູດາໄດ້ຫຍັບເຂົ້າມາໃກ້ພຣະເຢຊູເຈົ້າແລະຈູບພຣະອົງ.
|
||
\v 48 ແຕ່ພຣະເຢຊູເຈົ້າຊົງຖາມວ່າ, “ຢູດາເອີຍ, ເຈົ້າຈະທໍຣະຍົດຕໍ່ບຸດມະນຸດດ້ວຍການຈູບບໍ?”
|
||
|
||
\s5
|
||
\v 49 ເມື່ອພວກສາວົກທີ່ອ້ອມຮອບພຣະເຢຊູເຈົ້າຢູ່ ໄດ້ເຫັນວ່າແມ່ນຫຍັງຈະເກີດຂຶ້ນ, ພວກເຂົາຈິ່ງທູນພຣະອົງວ່າ, ‘ອົງພຣະຜູ້ເປັນເຈົ້າ ຈະໃຫ້ພວກຂ້ານ້ອຍເອົາດາບມາຕໍ່ສູ້ບໍ?”
|
||
\v 50 ແລ້ວມີຜູ້ຫນຶ່ງໃນພວກເພິ່ນໄດ້ຟັນຄົນຮັບໃຊ້ຂອງມະຫາປະໂຣຫິດ ແລະຟັນຫູຂວາຂອງເຂົາຂາດ.
|
||
\v 51 ພຣະເຢຊູເຈົ້າກ່າວວ່າ, ເຊົາແມ “ພໍແລ້ວ” ແລ້ວພຣະອົງຊົງບາຍຫູຄົນນັ້ນແລະຮັກສາເຂົາໃຫ້ຫາຍດີ.
|
||
|
||
\s5
|
||
\v 52 ພຣະເຢຊູເຈົ້າກ່າວກັບພວກຫົວຫນ້າປະໂລຫິດ ກັບພວກນາຍທະຫານທີ່ຮັກສາພຣະວິຫານ, ແລະພວກເຖົ້າແກ່ທີ່ອອກມາຕໍ່ສູ້ພຣະອົງນັ້ນວ່າ, “ພວກທ່ານອອກມາຕໍ່ສູ້ເຮັດຄືວ່າເຮົາເປັນໂຈນ, ດ້ວຍດາບແລະດ້ວຍຕະບອງບໍ?
|
||
\v 53 ເມື່ອເຮົາຢູ່ກັບພວກທ່ານໃນພຣະວິຫານທຸກວັນນັ້ນ, ພວກທ່ານບໍ່ໄດ້ຍື່ນມືຕໍ່ສູ້ເຮົາ, ແຕ່ນີ້ເປັນເວລາຂອງທ່ານ, ແລະເປັນອຳນາດແຫ່ງຄວາມມືດ.”
|
||
|
||
\s5
|
||
\v 54 ພວກເຂົາຈັບກຸມພຣະອົງ ແລະຄຸມພຣະອົງໄປທີ່ເຮືອນຂອງມະຫາປະໂລຫິດ, ແຕ່ເປໂຕໄດ້ຕິດຕາມໄປຫ່າງໆ.
|
||
\v 55 ຫລັງຈາກທີ່ພວກເຂົາດັງໄຟທີ່ກາງເດີ່ນບ້ານແລະນັ່ງລົງຢູ່ດ້ວຍກັນ ເປໂຕກໍເຂົ້າຢູ່ທ່າມກາງພວກເຂົາ.
|
||
|
||
\s5
|
||
\v 56 ສາວໃຊ້ຄົນຫນຶ່ງເຫັນເປໂຕນັ່ງຜີງໄຟຢູ່ ແລະເພັ່ງເບິ່ງແລ້ວເວົ້າວ່າ, “ຊາຍຄົນນີ້ຢູ່ກັບເພິ່ນນຳ.”
|
||
\v 57 ແຕ່ເປໂຕຕອບປະຕິເສດແລະບອກວ່າ “ຍິງເອີຍ, ຂ້ອຍບໍ່ຮູ້ຈັກເພິ່ນເລີຍ.”
|
||
\v 58 ຫລັງຈາກນັ້ນບໍ່ດົນກໍມີຊາຍອີກຄົນຫນຶ່ງເຫັນເປໂຕແລະບອກວ່າ, “ເຈົ້າເປັນຄົນຫນຶ່ງໃນພວກເພິ່ນ” ແຕ່ເປໂຕບອກວ່າ “ຊາຍເອີຍ, ຂ້ອຍບໍ່ໄດ້ເປັນ.”
|
||
|
||
\s5
|
||
\v 59 ຫລັງຈາກນັ້ນປະມານຫນຶ່ງຊົ່ວໂມງ ກໍມີອີກຄົນຫນຶ່ງຢືນຢັນຢ່າງແຂງແຮງ ວ່າ, “ແມ່ນແທ້ແລ້ວ, ຊາຍຄົນນີ້ຢູ່ກັບຄົນນັ້ນດ້ວຍ, ເພາະລາວເປັນຄົນຄາລີເລ.”
|
||
\v 60 ເປໂຕຕອບວ່າ, “ຊາຍເອີຍ, ທີ່ທ່ານເວົ້ານັ້ນ ຂ້ອຍບໍ່ຮູ້ເລື່ອງເລີຍ” ໃນທັນໃດນັ້ນ ຂະນະທີ່ເປໂຕຍັງເວົ້າຢູ່ໄກ່ກໍຂັນ.
|
||
|
||
\s5
|
||
\v 61 ອົງພຣະຜູ້ເປັນເຈົ້າໄດ້ຊົງຫລຽວເບິ່ງເປໂຕ, ແລ້ວເປໂຕກໍຣະນຶກເຖິງຖ້ອຍຄຳທີ່ອົງພຣະຜູ້ເປັນເຈົ້າໄດ້ຊົງກ່າວແກ່ຕົນວ່າ, “ກ່ອນໄກ່ຂັນວັນນີ້ ທ່ານຈະປະຕິເສດເຮົາເຖິງສາມເທື່ອ.”
|
||
\v 62 ເປໂຕກໍອອກໄປຂ້າງນອກແລະຮ້ອງໄຫ້ຢ່າງຂົມຂື່ນເປັນທຸກຫນັກໃຈ.
|
||
|
||
\s5
|
||
\v 63 ພວກທີ່ຄຸມພຣະເຢຊູເຈົ້າກໍເຍາະເຍີ້ຍແລະທຸບຕີພຣະອົງ.
|
||
\v 64 ຫລັງຈາກທີ່ພວກເຂົາເອົາຜ້າມັດຕາພຣະອົງແລ້ວ ກໍຖາມພຣະອົງວ່າ, “ທວາຍເບິ່ງດຸວ່າໃຜຕີເຈົ້າ?”
|
||
\v 65 ພວກເຂົາເວົ້າອີກຫລາຍປະການກ່ຽວກັບພຣະເຢຊູເຈົ້າ ເປັນການຫມິ່ນປະມາດພຣະອົງ.
|
||
|
||
\s5
|
||
\v 66 ຄັນຮຸ່ງເຊົ້າ ບັນດາພວກເຖົ້າແກ່ຂອງປະຊາຊົນກໍມາຊຸມນຸມກັນ, ລວມທັງພວກຫົວຫນ້າປະໂຣຫິດແລະພວກນັກທັມະຈານ. ພວກເຂົາໄດ້ພາພຣະອົງເຂົ້າໄປໃນສານສູງສຸດ,
|
||
\v 67 ແລະເວົ້າວ່າ, “ຖ້າທ່ານເປັນພຣະຄຣິດ ຈົ່ງບອກເຮົາມເຖີດ” ແຕ່ພຣະອົງຊົງຕອບເຂົາວ່າ, “ຖ້າເຮົາບອກທ່ານ, ທ່ານກໍຈະບໍ່ເຊື່ອເຮົາ,
|
||
\v 68 ແລະຖ້າເຮົາຖາມພວກເຈົ້າ, ພວກເຈົ້າກໍຈະບໍ່ຕອບເຮົາ.
|
||
|
||
\s5
|
||
\v 69 ຕັ້ງແຕ່ນີ້ໄປ, ບຸດມະນຸດຈະນັ່ງເບື້ອງຂວາຂອງພຣະເຈົ້າຜູ້ຊົງຣິດອຳນາດຍິ່ງໃຫຍ່.”
|
||
\v 70 ພວກເຂົາທຸກຄົນຈິ່ງເວົ້າວ່າ, “ທ່ານເປັນພຣະບຸດຂອງພຣະເຈົ້າບໍ?” ແລະພຣະເຢຊູເຈົ້າຕອບພວກເຂົາວ່າ, “ທ່ານກໍບອກແລ້ວວ່າເຮົາເປັນ.”
|
||
\v 71 ພວກເຂົາເວົ້າວ່າ, “ເປັນຫຍັງພວກເຮົາຍັງຈະຕ້ອງການພະຍານອັນໃດອີກ? ເພາະເຮົາກໍໄດ້ຍິນກັບຫູຕົວເອງຈາກປາກຂອງມັນເອງແລ້ວ.”
|
||
|
||
\s5
|
||
\c 23
|
||
\cl ບົດທີ 23
|
||
\p
|
||
\v 1 ພວກເຂົາທັງຫມົດໄດ້ລຸກຂຶ້ນແລະພາພຣະເຢຊູເຈົ້າໄປຫາປີລາດ.
|
||
\v 2 ພວກເຂົາເລີ້ມກ່າວຫາພຣະເຢຊູເຈົ້າວ່າ, “ພວກເຮົາພົບວ່າຊາຍຄົນນີ້ໄດ້ຊັກຊວນຊົນຊາດຂອງເຮົາໃຫ້ຫລົງໄປ, ດ້ວຍການຫ້າມບໍ່ໃຫ້ເສັຍສ່ວຍແກ່ກາຍຊາແລະຊາຍຄົນນີ້ກ່າວວ່າຕົວເອງເປັນພຣະຄຣິດແລະເປັນກະສັດ.”
|
||
|
||
\s5
|
||
\v 3 ປີລາດຖາມພຣະເຢຊູເຈົ້າວ່າ, “ທ່ານເປັນກະສັດຂອງຄົນຢິວບໍ່?” ແລະພຣະເຢຊູເຈົ້າຕອບວ່າ, “ກໍທ່ານເວົ້ານີ້.”
|
||
\v 4 ປີລາດຈິ່ງເວົ້າກັບພວກຫົວຫນ້າປະໂຣຫິດແລະກັບປະຊາຊົນນັ້ນວ່າ, “ເຮົາບໍ່ພົບຄວາມຜິດຂອງຊາຍຄົນນີ້ຈັກປະການເລີຍ.”
|
||
\v 5 ແຕ່ພວກເຂົາກ່າວຄຳແຂງຂຶ້ນວ່າ, “ຊາຍຄົນນີ້ໄດ້ຍຸຍົງປະຊາຊົນໃຫ້ວຸ້ນວາຍ ແລະສັ່ງສອນທົ່ວແຂວງຢູດາຍເລີ່ມຕົ້ນແຕ່ແຂວງຄາລີເລຈົນມາເຖິງທີ່ນີ້.”
|
||
|
||
\s5
|
||
\v 6 ດັ່ງນັ້ນເມື່ອປີລາດໄດ້ຍິນເລື່ອງນີ້ ທ່ານຈິ່ງຖາມວ່າ ຊາຍຄົນນີ້ເປັນຊາວຄາລີເລບໍ?
|
||
\v 7 ເມື່ອປີລາດຮູ້ວ່າພຣະອົງຢູ່ພາຍໃຕ້ການປົກຄອງຂອງເຮໂຣດ, ທ່ານຈິ່ງສົ່ງພຣະເຢຊູເຈົ້າໄປຫາເຮໂຣດ ຜູ້ຊຶ່ງພັກຢູ່ໃນນະຄອນເຢຣູຊາເລັມໃນເວລານັ້ນ.
|
||
|
||
\s5
|
||
\v 8 ເມື່ອເຮໂຣດເຫັນພຣະເຢຊູເຈົ້າທ່ານກໍມີຄວາມຍິນດີຫລາຍ, ດ້ວຍວ່າທ່ານຢາກພົບກັບພຣະເຢຊູມາແຕ່ດົນແລ້ວ; ເພາະທ່ານໄດ້ຍິນເຖິງເລື່ອງຂອງພຣະອົງແລະຫວັງວ່າຈະເຫັນການອັດສະຈັນບາງປະການຈາກພຣະເຢຊູເຈົ້າ.
|
||
\v 9 ເຮໂຣດໄດ້ຖາມພຣະເຢຊູເຈົ້າຫລາຍຂໍ້, ແຕ່ພຣະເຢຊູເຈົ້າບໍ່ໄດ້ຕອບສິ່ງໃດເລີຍ.
|
||
\v 10 ຝ່າຍພວກຫົວຫນ້າມະຫາປະໂລຫິດແລະພວກທັມະຈານໄດ້ລຸກຂຶ້ນຢືນ ແລະກ່າວຟ້ອງພຣະອົງຢ່າງຮຸນແຮງ.
|
||
|
||
\s5
|
||
\v 11 ຝ່າຍເຮໂຣດກັບພວກທະຫານຂອງທ່ານໄດ້ດູຫມິ່ນແລະກ່າວເຍາະເຍີ້ຍພຣະອົງແລະເອົາເສື້ອໂຕງົດງາມມາຫົ່ມໃຫ້ພຣະອົງ, ແລ້ວສົ່ງພຣະອົງຄືນໄປຫາປີລາດອີກ.
|
||
\v 12 ເຮໂຣດແລະປີລາດຈິ່ງໄດ້ກາຍເປັນມິດຕໍ່ກັນໃນວັນນັ້ນ (ກ່ອນຫນ້ານີ້ພວກເຂົາເປັນສັດຕຣູກັນ).
|
||
|
||
\s5
|
||
\v 13 ຈາກນັ້ນປີລາດຈິ່ງໄດ້ເອີ້ນພວກຫົວຫນ້າປະໂລຫິດ, ພວກເຈົ້ານາຍ, ກັບປະຊາຊົນໃຫ້ມາປະຊຸມພ້ອມກັນ.
|
||
\v 14 ແລະປີລາດກ່າວແກ່ພວກເຂົາວ່າ, “ພວກທ່ານພາຄົນນີ້ມາຫາເຮົາເຫມືອນກັບວ່າຊາຍຄົນນີ້ໄດ້ຊັກຊວນປະຊາຊົນໃຫ້ເຮັດໃນສິ່ງຊົ່ວຊ້າ, ແລະເບິ່ງແມ, ເຮົາໄດ້ສືບສວນຕໍ່ຫນ້າພວກທ່ານແລະເຮົາບໍ່ເຫັນວ່າຊາຍຄົນນີ້ມີຄວາມຜິດຕາມທີ່ທ່ານກ່າວຟ້ອງເພິ່ນ.
|
||
|
||
\s5
|
||
\v 15 ເຮໂຣດກໍບໍ່ເຫັນວ່າເພິ່ນມີຄວາມຜິດເພາະເຂົາສົ່ງຕົວຊາຍຄົນນີ້ກັບມາຫາເຮົາອີກ. ເບິ່ງແມ, ຊາຍຄົນນີ້ບໍ່ໄດ້ເຮັດຜິດອັນໃດທີ່ເພິ່ນຄວນຈະມີໂທດເຖິງຕາຍ.
|
||
\v 16 ດັ່ງນັ້ນ ເຮົາຈຶ່ງສັ່ງໃຫ້ຂ້ຽນເພິ່ນແລະປ່ອຍເພິ່ນໄປ.”
|
||
\v 17 ດ້ວຍວ່າ, ໃນງານເທສະການນັ້ນ ເພິ່ນຕ້ອງປ່ອຍຄົນຫນຶ່ງໃຫ້ພວກເຂົາ.
|
||
|
||
\s5
|
||
\v 18 ແຕ່ປະຊາຊົນເຫລົ່ານັ້ນຮ້ອງຂຶ້ນພ້ອມກັນວ່າ, “ຈົ່ງຂ້າຊາຍຄົນນີ້, ແລ້ວຈົ່ງປ່ອຍບາຣາບາໃຫ້ກັບພວກເຮົາ.”
|
||
\v 19 ບາຣາບານັ້ນກໍຍັງຕິດຄຸກຢູ່, ເພາະການຈະຣາຈົນທີ່ເກີດຂຶ້ນໃນເມືອງແລະຂ້າຄົນ.
|
||
|
||
\s5
|
||
\v 20 ປີລາດນັ້ນຍັງຕ້ອງການຢາກປ່ອຍພຣະເຢຊູເຈົ້າຈິ່ງກ່າວກັບເຂົາອີກຄັ້ງຫນຶ່ງ.
|
||
\v 21 ແຕ່ພວກເຂົາໄດ້ຮ້ອງຕອບກັບວ່າ, “ຄຶງມັນເສັຍ, ຄຶງມັນເສັຍ”.
|
||
\v 22 ປີລາດຈິ່ງຖາມພວກເຂົາເປັນເທື່ອທີສາມວ່າ, “ຄຶງເຮັດຫຍັງ ຄົນນີ້ໄດ້ເຮັດຊົ່ວຮ້າຍອັນໃດ? ເຮົາບໍ່ພົບເຫດຜົນອັນໃດທີ່ເພີ່ນສົມຄວນຈະຮັບໂທດເຖິງຕາຍ, ດັ່ງນັ້ນຫລັງຈາກທີ່ເຮົາລົງໂທດແລ້ວເຮົາຈະປ່ອຍເພິ່ນເສັຽ.”
|
||
|
||
\s5
|
||
\v 23 ແຕ່ພວກເຂົາປຸກຣະດົມພ້ອມກັນຮ້ອງສຽງດັງ ເພື່ອຮຽກຮ້ອງໃຫ້ນຳພຣະເຢຊູເຈົ້າໄປຄຶງທີ່ໄມ້ກາງແຂນແລະສຽງຂອງພວກເຂົາກໍສາມາດໂນ້ມນ້າວປີລາດໄດ້.
|
||
\v 24 ດັ່ງນັ້ນ, ປີລາດຈິ່ງສັ່ງໃຫ້ເປັນໄປຕາມທີ່ເຂົາທັງຫລາຍປາຖນາ.
|
||
\v 25 ທ່ານຈິ່ງປ່ອຍຄົນທີ່ເຂົາຂໍນັ້ນເຊິ່ງຕິດຄຸກຢູ່ດ້ວຍຂໍ້ຫາການຈະຣາຈົນແລະຂ້າຄົນ, ແຕ່ໄດ້ມອບພຣະເຢຊູເຈົ້າໄວ້ຕາມໃຈຂອງພວກເຂົາ.
|
||
|
||
\s5
|
||
\v 26 ຂະນະທີ່ພວກເຂົາພາພຣະອົງອອກໄປ, ພວກເຂົາໄດ້ຈັບຊີໂມນໄທກີເຣເນທີ່ມາຈາກບ້ານນອກ ແລ້ວເອົາໄມ້ກາງແຂນວາງເທິງບ່າເຂົາໃຫ້ແບກຕາມພຣະເຢຊູໄປ.
|
||
|
||
\s5
|
||
\v 27 ປະຊາຊົນຈຳນວນຫລວງຫລາຍແລະພວກແມ່ຍິງທີ່ຕີເອິກຮ້ອງໄຫ້ກັບພຣະອົງຕິດຕາມພຣະອົງໄປ.
|
||
\v 28 ແຕ່ພຣະເຢຊູເຈົ້າຊົງຫລຽວຫລັງມາກ່າວກັບພວກເຂົາວ່າ, “ລູກສາວແຫ່ງເຢຣູຊາເລັມເອີຍ, ຢ່າຊູ່ຮ້ອງໄຫ້ສົງສານເຮົາເລີຍ, ແຕ່ຈົ່ງຮ້ອງໄຫ້ສົງສານຕົນເອງແລະລູກໆ ຂອງທ່ານເຖີດ.
|
||
|
||
\s5
|
||
\v 29 ເບິ່ງແມ, ຈະມີວັນທີ່ພວກເຂົາຈະເວົ້າວ່າ, ‘ພຣະພອນຈົ່ງມີແກ່ຍິງທີ່ເປັນຫມັນແລະທ້ອງທີ່ບໍ່ເກີດລູກ, ແລະຫົວນົມທີ່ລູກບໍ່ໄດ້ດູດຈັກເທື່ອ’.
|
||
\v 30 ແລ້ວພວກເຂົາຈະເລີ່ມເວົ້າກັບພູເຂົາວ່າ ‘ຈົ່ງເຈື່ອນລົງມາທັບເຮົາ’ ແລະກ່າວແກ່ໂນນວ່າ ‘ຈົ່ງປົກຄຸມເຮົາໄວ້’.
|
||
\v 31 ເພາະວ່າຖ້າເຂົາເຮັດສິ່ງເຫລົ່ານີ້ຂະນະທີ່ຕົ້ນໄມ້ຍັງຂຽວສົດຢູ່, ແລ້ວແມ່ນຫຍັງຈະເກີດຂື້ນຕອນທີ່ຕົ້ນໄມ້ຫ່ຽວແຫ້ງ?”
|
||
|
||
\s5
|
||
\v 32 ຍັງມີຊາຍອີກສອງຄົນທີ່ເປັນຜູ້ຮ້າຍ ຊຶ່ງຖືກລົງໂທດໃຫ້ເຖິງຄວາມຕາຍພ້ອມກັບພຣະອົງ.
|
||
|
||
\s5
|
||
\v 33 ເມື່ອພວກເຂົາມາເຖິງບ່ອນຫນຶ່ງທີ່ເອີ້ນວ່າ "ພູເຂົາກະໂຫລກຫົວ" ພວກເຂົາໄດ້ຄຶງພຣະອົງແລະຄຶງໂຈນຄົນຫນຶ່ງໄວ້ເບື້ອງຂວາແລະອີກຄົນຫນຶ່ງໄວ້ເບື້ອງຊ້າຍຂອງພຣະອົງ.
|
||
\v 34 ພຣະເຢຊູກ່າວວ່າ, “ພຣະບິດາເຈົ້າ, ຂໍຊົງໂຜດຍົກໂທດໃຫ້ພວກເຂົາ, ເພາະວ່າພວກເຂົາບໍ່ຮູ້ຈັກວ່າພວກເຂົາກຳລັງເຮັດອັນໃດ” ແລະພວກເຂົາກໍຈົກສະຫລາກ ເພື່ອເອົາເຄື່ອງທົງຂອງພຣະອົງມາແບ່ງກັນ.
|
||
|
||
\s5
|
||
\v 35 ປະຊາຊົນພາກັນຢືນເບິ່ງຂະນະທີ່ພວກຜູ້ນຳຊາວຢິວກໍເຍາະເຍີ້ຍພຣະອົງວ່າ, “ເຂົາຊ່ອຍຄົນອື່ນໃຫ້ລອດພົ້ນໄດ້ ກໍຈົ່ງໃຫ້ເຂົາຊ່ອຍຕົນເອງໃຫ້ລອດເຖີດ ຖ້າເຂົາເປັນພຣະຄຣິດທີ່ພຣະເຈົ້າໄດ້ຊົງເລືອກໄວ້ນັ້ນ.”
|
||
|
||
\s5
|
||
\v 36 ພວກທະຫານພາກັນເຍາະເຍີ້ຍພຣະອົງ ແລະເຂົ້າມາຫາພຣະອົງແລະເອົາເຫລົ້າອະງຸ່ນສົ້ມສົ່ງໃຫ້ພຣະອົງ.
|
||
\v 37 ແລ້ວເວົ້າວ່າ, “ຖ້າທ່ານເປັນກະສັດຊາດຢິວ, ຈົ່ງຊ່ອຍຕົວເອງໃຫ້ພົ້ນເຖີດ.”
|
||
\v 38 ມີປ້າຍຕິດໄວ້ເທິງຫົວພຣະອົງວ່າ, “ນີ້ຄືກະສັດຂອງຊາດຢິວ.”
|
||
|
||
\s5
|
||
\v 39 ໂຈນຄົນຫນຶ່ງທີ່ກຳລັງຖືກຄຶງນັ້ນເວົ້າໝິ່ນປະໝາດພຣະອົງວ່າ, “ທ່ານເປັນພຣະຄຣິດບໍ່ແມ່ນບໍ? ຈົ່ງຊ່ອຍຕົວທ່ານເອງແລະຊ່ອຍເຮົາໃຫ້ພົ້ນເຖີດ.”
|
||
\v 40 ແຕ່ໂຈນອີກຄົນຫນຶ່ງໄດ້ຫ້າມວ່າ, “ເຈົ້າບໍ່ຢ້ານກົວພຣະເຈົ້າບໍ ເຈົ້າກໍຖືກລົງໂທດເຫມືອນກັນ?
|
||
\v 41 ອັນທີ່ຈິງເຮົາກໍສົມຄວນໄດ້ຮັບໂທດຕາມການກະທຳຂອງເຮົາແລ້ວ, ແຕ່ຊາຍຄົນນີ້ບໍ່ໄດ້ເຮັດຜິດອັນໃດ.”
|
||
|
||
\s5
|
||
\v 42 ເຂົາກ່າວຕໍ່ໄປອີກ, “ພຣະເຢຊູເຈົ້າ, ຂໍໂຜດຣະນຶກຈື່ຈຳເຖິງຂ້ານ້ອຍເມື່ອພຣະອົງສະເດັດເຂົ້າສູ່ອານາຈັກຂອງພຣະອົງດ້ວຍເຖີດ.”
|
||
\v 43 ພຣະເຢຊູເຈົ້າຕອບລາວວ່າ, “ເຮົາບອກຄວາມຈິງແກ່ທ່ານວ່າ, ວັນນີ້ເຈົ້າຈະຢູ່ກັບເຮົາໃນທີ່ສຸຂະເສີມ.”
|
||
|
||
\s5
|
||
\v 44 ເວລານັ້ນປະມານທ່ຽງວັນ ຄວາມມືດປົກຄຸມທົ່ວແຜ່ນດິນຈົນເຖິງບ່າຍສາມໂມງ.
|
||
\v 45 ເມື່ອແສງຕາເວັນມືດໄປ, ຜ້າກັ້ງໃນພຣະວິຫານກໍຖືກຈີກອອກເປັນສອງຕ່ອນ.
|
||
|
||
\s5
|
||
\v 46 ພຣະເຢຊູເຈົ້າຊົງຮ້ອງສຽງດັງວ່າ, “ພຣະບິດາເຈົ້າເອີຍ, ລູກຂໍມອບຈິດວິນຍານຂອງຂ້ານ້ອຍໄວ້ໃນພຣະຫັດຂອງພຣະອົງ” ຫລັງຈາກກ່າວຢ່າງນັ້ນແລ້ວພຣະອົງກໍສິ້ນພຣະຊົນ.
|
||
\v 47 ເມື່ອນາຍຮ້ອຍໄດ້ເຫັນສິ່ງທີ່ເກີດຂຶ້ນ, ເພິ່ນຈິ່ງສັນຣະເສີນພຣະເຈົ້າວ່າ, “ນີ້ເປັນຜູ້ທີ່ຊອບທັມທີ່ແທ້ຈິງ.”
|
||
|
||
\s5
|
||
\v 48 ເມື່ອຄົນທັງປວງທີ່ມາຊຸມນຸມກັນເພື່ອເປັນພະຍານສິ່ງທີ່ເກີດຂື້ນ ຜູ້ທີ່ໄດ້ເຫັນສິ່ງທີ່ເກີດຂື້ນກັບຕາ, ກໍພາກັນຕີເອິກດ້ວຍຄວາມທຸກກັບໄປ.
|
||
\v 49 ແຕ່ທຸກຄົນທີ່ຮູ້ຈັກພຣະອົງ ແລະພວກແມ່ຍິງທີ່ໄດ້ຕິດຕາມພຣະອົງຈາກແຂວງຄາລີເລຢືນເບິ່ງສິ່ງເຫລົ່ານີ້ແຕ່ໄກ.
|
||
|
||
\s5
|
||
\v 50 ເບິ່ງແມ, ມີຊາຍຄົນຫນຶ່ງຊື່ໂຢເຊັບ ເປັນສະມາຊິກສະພາ, ທ່ານເປັນຄົນດີແລະຊອບທັມ.
|
||
\v 51 ທ່ານຜູ້ນີ້ບໍ່ໄດ້ເຫັນດີກັບການຕັດສິນໃຈແລະການກະທຳຂອງພວກເຂົາ. ທ່ານມາຈາກອາຣີມາທາຍ ຊຶ່ງເປັນເມືອງຫນຶ່ງຂອງຄົນຢິວ, ທ່ານເປັນຜູ້ຄອຍຖ້າຣາຊະອານາຈັກຂອງພຣະເຈົ້າ.
|
||
|
||
\s5
|
||
\v 52 ທ່ານຜູ້ນີ້ໄດ້ເຂົ້າໄປຫາປີລາດເພື່ອຂໍພຣະສົບພຣະເຢຊູເຈົ້າ.
|
||
\v 53 ເພີ່ນນຳພຣະສົບຂອງພຣະອົງລົງມາແລະຫໍ່ຫຸ້ມດ້ວຍຜ້າລີນິນ ແລະວາງພຣະອົງໄວ້ໃນອຸບໂມງທີ່ສະກັດໄວ້ໃນຫີນ ແລະຍັງບໍ່ເຄີຍວາງສົບຜູ້ໃດມາກ່ອນ.
|
||
|
||
\s5
|
||
\v 54 ວັນນັ້ນເປັນວັນຈັດຕຽມ ແລະໃກ້ເຖິງວັນສະບາໂຕ.
|
||
\v 55 ພວກແມ່ຍິງທີ່ຕິດຕາມພຣະອົງຈາກແຂວງຄາລີເລໄດ້ຕາມໄປ, ແລະໄດ້ເຫັນອຸບໂມງແລະເຫັນວ່າພຣະສົບຂອງພຣະອົງວາງໄວ້ໃນທີ່ນັ້ນຢ່າງໃດ.
|
||
\v 56 ພວກນາງຈິ່ງໄດ້ກັບໄປແລະຈັດຕຽມເຄື່ອງເທດແລະນ້ຳມັນຫອມ, ແລະໃນວັນສະບາໂຕ ພວກເຂົາກໍເຊົາພັກຕາມພຣະບັນຍັດ.
|
||
|
||
\s5
|
||
\c 24
|
||
\cl ບົດທີ 24
|
||
\p
|
||
\v 1 ຮຸ່ງເຊົ້າຂອງວັນຕົ້ນສັບປະດາ (ວັນອາທິດ) ພວກຜູ້ຍິງນຳເອົາເຄື່ອງຫອມທີ່ໄດ້ຕຽມໄວ້ມາທີ່ອຸບໂມງຝັງສົບ.
|
||
\v 2 ພວກເຂົາພົບກ້ອນຫີນຖືກກື່ງອອກຈາກອຸບໂມງ.
|
||
\v 3 ພວກເຂົາເຂົ້າໄປທາງໃນແຕ່ບໍ່ເຫັນພຣະສົບຂອງພຣະເຢຊູອົງພຣະຜູ້ເປັນເຈົ້າ.
|
||
|
||
\s5
|
||
\v 4 ຕໍ່ມາຂະນະທີ່ພວກເຂົາກຳລັງສັບສົນໃນເລື່ອງນີ້ ທັນໃດນັ້ນກໍມີຊາຍສອງຄົນນຸ່ງເຄື່ອງອັນງົດງາມຈົນເຫລື້ອມຕາ ຢືນຢູ່ໃກ້ພວກເຂົາ.
|
||
\v 5 ຂະນະທີ່ແມ່ຍິງເຫລົ່ານັ້ນຕ່າງກໍຢ້ານກົວແລະກົ້ມຫນ້າລົງພື້ນດິນ, ຊາຍສອງຄົນນັ້ນຈິ່ງເວົ້າກັບພວກເຂົາວ່າ, “ເປັນຫຍັງພວກທ່ານຈິ່ງຊອກຫາຄົນເປັນໃນຫມູ່ຄົນຕາຍ?
|
||
|
||
\s5
|
||
\v 6 ພຣະອົງບໍ່ຢູ່ທີ່ນີ້ ແຕ່ໄດ້ເປັນຂື້ນຈາກຄວາມຕາຍແລ້ວ, ຈົ່ງຣະນຶກເຖິງສິ່ງທີ່ພຣະອົງຊົງກ່າວກັບທ່ານທັງໃນຂະນະທີ່ພຣະອົງຍັງຢູ່ທີ່ແຂວງຄາລີເລ.
|
||
\v 7 ທີ່ກ່າວວ່າ ບຸດມະນຸດຈະຕ້ອງຖືກມອບໄວ້ໃນມືຂອງພວກຄົນບາບ, ແລະຕ້ອງຖືກຄຶງໄວ້ທີ່ໄມ້ກາງແຂນ, ແລ້ວໃນວັນທີ່ສາມຈະເປັນຄືນມາໃຫມ່ອີກຄັ້ງ.”
|
||
|
||
\s5
|
||
\v 8 ແມ່ຍິງເຫລົ່ານັ້ນຈິ່ງຣະນຶກເຖິງຖ້ອຍຄຳຂອງພຣະອົງ.
|
||
\v 9 ຈິ່ງອອກຈາກອຸບໂມງຝັງສົບໄປບອກສິ່ງເຫລົ່ານີ້ໃຫ້ກັບພວກສາວົກສິບເອັດຄົນແລະຄົນອື່ນທີ່ເຫລືອທັງຫມົດ.
|
||
\v 10 ຜູ້ທີ່ນຳສິ່ງເຫລົ່ານີ້ມາລາຍງານແກ່ພວກອັກຄະສາວົກ ຄື ມາຣີ ໄທມັກດາລາ, ໂຢຮັນນາ, ມາຣີແມ່ຂອງຢາໂກໂບ, ແລະແມ່ຍິງຄົນອື່ນໆທີ່ຢູ່ກັບເຂົາ.
|
||
|
||
\s5
|
||
\v 11 ແຕ່ຂ່າວສານນີ້ ເບິ່ງຄືເປັນຄຳເວົ້າທີ່ໄຮ້ສາຣະຕໍ່ພວກອັກຄະສາວົກ, ພວກເຂົາບໍ່ເຊື່ອຄຳເວົ້າຂອງພວກຍິງເຫລົ່ານັ້ນ.
|
||
\v 12 ແຕ່ເປໂຕລຸກຂຶ້ນແລະແລ່ນໄປທີ່ອຸບໂມງຝັງສົບ, ເຂົາກົ້ມລົງແລະເບິ່ງເຂົ້າໄປທາງໃນ, ເຂົາເຫັນແຕ່ຜ້າລີນີນວາງຢູ່, ເປໂຕຈິ່ງກັບໄປບ້ານຂອງຕົນ ແລະຄຶດປະຫລາດໃຈກັບສິ່ງທີ່ໄດ້ເກີດຂື້ນ.
|
||
|
||
\s5
|
||
\v 13 ເບິ່ງແມ, ໃນວັນນັ້ນມີສາວົກສອງຄົນກຳລັງເດີນທາງໄປທີ່ບ້ານແຫ່ງຫນຶ່ງຊື່ວ່າ ເອມາອູດ, ຊຶ່ງຢູ່ຫ່າງໄກຈາກເຢຣູຊາເລັມປະມານສິບເອັດກີໂລແມັດ.
|
||
\v 14 ພວກເຂົາໄດ້ສົນທະນາກັນເຖິງເຫດການທີ່ເກີດຂຶ້ນ.
|
||
|
||
\s5
|
||
\v 15 ຕໍ່ມາໃນຂະນະທີ່ພວກເຂົາກຳລັງສົນທະນາກັນແລະສົງໃສກັນຢູ່ນັ້ນ, ພຣະເຢຊູເຈົ້າສະເດັດມາໃກ້ແລະຮ່ວມເດີນທາງໄປກັບພວກເຂົາ.
|
||
\v 16 ແຕ່ສາຍຕາຂອງພວກເຂົາຖືກປິດບັງເອົາໄວ້ ຈິ່ງຈື່ພຣະອົງບໍ່ໄດ້.
|
||
|
||
\s5
|
||
\v 17 ພຣະເຢຊູເຈົ້າກ່າວກັບພວກເຂົາວ່າ, “ພວກທ່ານທັງສອງສົນທະນາກັນເຖິງເລື່ອງອັນໃດຂະນະທີ່ເດີນມານີ້?” ພວກເຂົາຢືນຢູ່ທີ່ນັ້ນຫນ້າຕາໂສກເສົ້າ.
|
||
\v 18 ຄົນຫນຶ່ງທີ່ຊື່ວ່າ ກະໂລປາ ຈິ່ງຕອບພຣະອົງວ່າ, “ທ່ານຄືຄົນດຽວໃນເຢຣູຊາເລັມທີ່ບໍ່ຮູ້ວ່າມີເລື່ອງອັນໃດເກີດຂຶ້ນທີ່ນັ້ນໃນສາມວັນນີ້ບໍ?”
|
||
|
||
\s5
|
||
\v 19 ພຣະເຢຊູເຈົ້າຕອບພວກເຂົາວ່າ, “ເລື່ອງອັນໃດບໍ?” ພວກເຂົາຕອບພຣະອົງວ່າ, “ເລື່ອງພຣະເຢຊູໄທນາຊາເຣັດ ຜູ້ເປັນຜູ້ປະກາດພຣະທັມ ຜູ້ເຕັມໄປດ້ວຍຣິດອຳນາດ, ທັງໃນການກະທຳແລະຄຳເວົ້າຕໍ່ພຣະພັກພຣະເຈົ້າແລະຕໍ່ຫນ້າຄົນທັງປວງ.
|
||
\v 20 ແລະພວກຫົວຫນ້າປະໂລຫິດ ກັບພວກຜູ້ມີອຳນາດປົກຄອງໄດ້ມອບເພິ່ນໄວ້ແກ່ການລົງໂທດເຖິງຄວາມຕາຍ ແລະໄດ້ຄຶງເພິ່ນໄວ້ທີ່ໄມ້ກາງແຂນ.
|
||
|
||
\s5
|
||
\v 21 ແຕ່ເຮົາຫວັງວ່າ ພຣະອົງຈະເປັນຜູ້ທີ່ຊ່ວຍກູ້ອິສະຣາເອນໃຫ້ເປັນອິສຣະ, ຫລາຍກວ່ານັ້ນອີກ, ນີ້ກໍຜ່ານໄປສາມວັນແລ້ວ ນັບຕັ້ງແຕ່ເຫດການເຫລົ່ານັ້ນເກີດຂຶ້ນ.
|
||
|
||
\s5
|
||
\v 22 ແຕ່ພວກແມ່ຍິງລາງຄົນທີ່ຢູ່ກັບພວກເຮົາຍັງເຮັດໃຫ້ພວກເຮົາປະຫລາດໃຈ ເມື່ອພວກນາງໄດ້ໄປທີ່ອຸບໂມງຝັງສົບໃນຕອນຮຸ່ງເຊົ້າ.
|
||
\v 23 ຄືພວກນາງບໍ່ໄດ້ເຫັນພຣະສົບຂອງພຣະອົງ, ພວກນາງຈິ່ງມາບອກວ່າໄດ້ເຫັນນິມິດຂອງເຫລົ່າທູດສະຫວັນທີ່ເວົ້າວ່າພຣະອົງມີຊີວິດຢູ່.
|
||
\v 24 ຜູ້ຊາຍບາງຄົນທີ່ຢູ່ກັບພວກເຮົາໄດ້ໄປທີ່ອຸບໂມງແລະໄດ້ພົບເຫັນຕາມສິ່ງທີ່ພວກແມ່ຍິງໄດ້ບອກໄວ້, ແຕ່ພວກເຂົາບໍ່ເຫັນພຣະອົງ.”
|
||
|
||
\s5
|
||
\v 25 ພຣະເຢຊູເຈົ້າກ່າວກັບພວກເຂົາວ່າ, “ໂອ, ພວກຄົນໂງ່ເອີຍ, ພວກທ່ານມີໃຈເສີຍຊ້າທີ່ຈະເຊື່ອທຸກສິ່ງທີ່ພວກຜູ້ປະກາດພຣະທັມໄດ້ກ່າວໄວ້.
|
||
\v 26 ພຣະຄຣິດເຈົ້າຈຳເປັນຕ້ອງທົນທຸກຕໍ່ສິ່ງເຫລົ່ານີ້ແລະເຂົ້າສູ່ພຣະສະຫງ່າຣາສີຂອງພຣະອົງບໍ່ແມ່ນບໍ?”
|
||
\v 27 ເລີ່ມຕົ້ນຈາກໂມເຊຈົນມາຮອດບັນດາຜູ້ປະກາດພຣະທັມທຸກຄົນ, ພຣະເຢຊູເຈົ້າໄດ້ອະທິບາຍຄວາມຫມາຍຂອງພຣະຄັມພີທຸກຂໍ້ ເຖິງສິ່ງຕ່າງໆ ທີ່ກ່ຽວຂ້ອງກັບພຣະອົງເອງໃຫ້ແກ່ພວກເຂົາ.
|
||
|
||
\s5
|
||
\v 28 ເມື່ອພວກເຂົາໃກ້ຮອດບ້ານທີ່ພວກເຂົາກຳລັງເດີນທາງໄປນັ້ນ ພຣະເຢຊູເຈົ້າເຮັດເຫມືອນກັບວ່າຈະເດີນທາງຕໍ່ໄປ.
|
||
\v 29 ແຕ່ພວກເພິ່ນທັງສອງຫນ່ວງຫນ່ຽວພຣະອົງວ່າ, “ຂໍພັກເຊົາຢູ່ກັບພວກເຮົາຕໍ່ເຖີດ ຕອນນີ້ໃກ້ຈະຄ່ຳແລ້ວແລະວັນກໍກຳລັງຈະຫມົດໄປ.” ດັ່ງນັ້ນພຣະເຢຊູເຈົ້າຈິ່ງເຂົ້າໄປທາງໃນແລະພັກຢູ່ກັບພວກເພິ່ນ.
|
||
|
||
\s5
|
||
\v 30 ຕໍ່ມາເມື່ອພຣະອົງກຳລັງນັ່ງໂຕະຮ່ວມຮັບປະທານອາຫານຢູ່ກັບພວກເພິ່ນ, ພຣະອົງຈັບເອົາເຂົ້າຈີ່ຂື້ນມາ ໂມທະນາຂອບພຣະຄຸນ ແລ້ວຊົງຫັກຍື່ນໃຫ້ພວກເພິ່ນ.
|
||
\v 31 ດັ່ງນັ້ນຕາຂອງພວກເພິ່ນຈຶ່ງເປີດອອກພວກເພິ່ນຮູ້ຈັກພຣະອົງແລະພຣະອົງຈິ່ງຫາຍໄປຈາກສາຍຕາຂອງພວກເພິ່ນ.
|
||
\v 32 ພວກເພິ່ນເວົ້າຕໍ່ກັນວ່າ, “ຫົວໃຈຂອງເຮົາກໍຮ້ອນຮົນຢູ່ພາຍໃນບໍ່ແມ່ນບໍ?, ເມື່ອພຣະອົງຊົງເວົ້ານຳເຮົາຕາມທາງ ຂະນະທີ່ພຣະອົງອະທິບາຍພຣະຄັມພີໃຫ້ກັບພວກເຮົາຟັງນັ້ນ?”
|
||
|
||
\s5
|
||
\v 33 ພວກເຂົາຈິ່ງລຸກຂຶ້ນໃນເວລານັ້ນແລ້ວກັບໄປຍັງເຢຣູຊາເລັມ. ພວກເຂົາໄດ້ພົບສາວົກສິບເອັດຄົນນັ້ນຊຸມນຸມກັນຢູ່ພ້ອມກັບຄົນເຫລົ່ານັ້ນທີ່ຢູ່ກັບພວກເຂົາ.
|
||
\v 34 ສາວົກທັງສອງຄົນເວົ້າວ່າ, “ອົງພຣະຜູ້ເປັນເຈົ້າ ເປັນຄືນມາຈາກຄວາມຕາຍແລ້ວແນ່ແທ້, ແລະໄດ້ປະກົດແກ່ຊີໂມນ.”
|
||
\v 35 ດັ່ງນັ້ນພວກເຂົາທັງສອງຈິ່ງເລົ່າເຖິງສິ່ງຕ່າງໆ ທີ່ເກີດຂຶ້ນຕາມທາງແລະເຖິງວິທີ ທີ່ພຣະເຢຊູເຈົ້າສະແດງແກ່ພວກເຂົາດ້ວຍການຫັກເຂົ້າຈີ່.
|
||
|
||
\s5
|
||
\v 36 ໃນຂະນະທີ່ພວກເຂົາເລົ່າເຖິງສິ່ງເຫລົ່ານີ້, ພຣະເຢຊູເຈົ້າໄດ້ຢືນຢູ່ທ່າມກາງພວກເພິ່ນ, ແລະໄດ້ກ່າວກັບພວກເພິ່ນວ່າ, “ສັນຕິສຸກຈົ່ງດຳຣົງຢູ່ກັບທ່ານທັງຫລາຍເຖີດ.”
|
||
\v 37 ແຕ່ພວກເຂົາກໍຢ້ານ ສະດຸ້ງຕົກໃຈ ແລະ ຄິດວ່າພວກເຂົາເຫັນວິນຍານ.
|
||
|
||
\s5
|
||
\v 38 “ເປັນຫຍັງພວກທ່ານຈຶ່ງເດືອດຮ້ອນໃຈຂະນາດນີ້? ເປັນຫຍັງຈິ່ງປ່ອຍໃຫ້ຄວາມສົງໃສເກີດຂື້ນໃນຫົວໃຈ?
|
||
\v 39 ຈົ່ງເບິ່ງມືແລະຕີນຂອງເຮົາດູ. ນີ້ແມ່ນເຮົາເອງ, ຈົ່ງຈັບຕົວເຮົາແລະເບິ່ງ, ເພາະວ່າຜີບໍ່ມີເນື້ອແລະກະດູກຢ່າງທີ່ພວກທ່ານເຫັນວ່າເຮົາມີຢູ່ນີ້.”
|
||
\v 40 ເມື່ອພຣະອົງກ່າວສິ່ງນີ້ພຣະອົງສະແດງໃຫ້ພວກເຂົາເຫັນມືແລະຕີນຂອງພຣະອົງ.
|
||
|
||
\s5
|
||
\v 41 ໃນຂະນະທີ່ພວກເຂົາມີຄວາມຍິນດີແຕ່ກໍຍັງສົງໃສແລະຍັງບໍ່ວາງໃຈເຊື່ອ. ພຣະເຢຊູເຈົ້າຈິ່ງຖາມເຂົາວ່າ, “ພວກທ່ານມີຫຍັງໃຫ້ກິນແດ່?”
|
||
\v 42 ພວກເຂົາກໍເອົາປາປີ້ງຕ່ອນຫນຶ່ງມາໃຫ້ພຣະອົງ.
|
||
\v 43 ພຣະອົງຮັບມາແລະກິນຢູ່ຕໍ່ຫນ້າພວກເພິ່ນ
|
||
|
||
\s5
|
||
\v 44 ພຣະອົງກ່າວແກ່ພວກເຂົາວ່າ, “ ເມື່ອເຮົາຍັງຢູ່ກັບພວກທ່ານ ເຮົາບອກພວກທ່ານແລ້ວເຖິງທຸກສິ່ງທີ່ຖືກບັນທຶກໄວ້ໃນບັນຍັດຂອງໂມເຊ, ໃນຫນັງສືຂອງພວກຜູ້ປະກາດພຣະທັມ, ແລະໃນຫນັງສືເພງສັນຣະເສີນຈະຕ້ອງສຳເລັດ.”
|
||
|
||
\s5
|
||
\v 45 ແລ້ວພຣະອົງຈິ່ງເປີດໃຈຂອງພວກເພິ່ນ ເພື່ອພວກເພິ່ນຈະເຂົ້າໃຈພຣະຄັມພີ.
|
||
\v 46 ພຣະອົງກ່າວແກ່ເພິ່ນວ່າ, “ນີ້ຄືສິ່ງທີ່ຂຽນໄວ້ ຄືພຣະຄຣິດເຈົ້າຈະຕ້ອງທົນທຸກທໍຣະມານແລະເປັນຄືນມາອີກຄັ້ງຈາກຕາຍໃນວັນທີ່ສາມ.
|
||
\v 47 ແລະເລື່ອງການຖິ້ມໃຈເກົ່າເອົາໃຈໃຫມ່ກັບການໃຫ້ອະພັຍຄວາມຜິດບາບ ຈໍຳຕ້ອງປະກາດອອກໄປໃນພຣະນາມຂອງພຣະອົງໃຫ້ໄປເຖິງທຸກຊົນຊາດໂດຍເລີ້ມຕົ້ນແຕ່ກຸງເຢຣູຊາເລັມ.
|
||
|
||
\s5
|
||
\v 48 ພວກທ່ານເປັນພະຍານເຖິງສິ່ງເຫລົ່ານີ້.
|
||
\v 49 ເບິ່ງແມ, ເຮົາຈະປະທານສິ່ງທີ່ພຣະບິດາເຈົ້າຊົງສັນຍາໃຫ້ແກ່ພວກທ່ານ ແຕ່ຈົ່ງລໍຄອຍຢູ່ໃນເມືອງຈົນກວ່າພວກທ່ານຈະໄດ້ຮັບຣິດອຳນາດມາຈາກເບື້ອງເທິງ.”
|
||
|
||
\s5
|
||
\v 50 ແລ້ວພຣະເຢຊູເຈົ້າຈິ່ງນຳພວກເຂົາອອກໄປໃກ້ຈະເຖິງບ້ານເບັດທານີ. ພຣະອົງຊົງຍົກພຣະຫັດຂອງພຣະອົງຂື້ນແລະອວຍພອນພວກເພິ່ນ.
|
||
\v 51 ຕໍ່ມາໃນຂະນະທີ່ພຣະອົງກຳລັງອວຍພອນພວກເພິ່ນ, ພຣະອົງໄດ້ສະເດັດຈາກພວກເພິ່ນໄປແລະຊົງຖືກຮັບຂຶ້ນໄປສູ່ສະຫວັນ.
|
||
|
||
\s5
|
||
\v 52 ດັ່ງນັ້ນພວກເພິ່ນຈິ່ງນະມັດສະການພຣະອົງ ແລະກັບໄປຍັງນະຄອນເຢຣູຊາເລັມດ້ວຍຄວາມຊື່ນຊົມຍິນດີຢ່າງໃຫຍ່ຫລວງ.
|
||
\v 53 ພວກເພິ່ນຢູ່ໃນພຣະວິຫານເປັນປະຈຳ ເພື່ອສັນຣະເສີນພຣະເຈົ້າ.
|