lo_ulb/48-2CO.usfm

524 lines
113 KiB
Plaintext
Raw Normal View History

2021-01-22 21:47:03 +00:00
\id 2CO
\ide UTF-8
\h 2 ໂກຣິນໂທ
\toc1 2 ໂກຣິນໂທ
\toc2 2 ໂກຣິນໂທ
\toc3 2co
\mt 2 ໂກຣິນໂທ
\s5
\c 1
\cl ບົດທີ່ 1
\p
\v 1 ໂປໂລ, ຜູ້ເປັນອັກຄະສາວົກຂອງພຣະເຢຊູຄຣິດເຈົ້າ, ຕາມພຣະປະສົງຂອງພຣະເຈົ້າ ແລະ ຕີໂມທຽວ ຜູ້ເປັນນ້ອງຊາຍຂອງເຮົາ, ເຖິງຄຣິສຕະຈັກຂອງພຣະເຈົ້າທີ່ຢູ່ໃນເມືອງ ໂກຣິນໂທ, ແລະ ບັນດາຜູ້ເຊື່ອທຸກຄົນທີ່ຢູ່ທົ່ວແຂວງ ອະຂາຢາ.
\v 2 ຂໍໃຫ້ພຣະຄຸນ ແລະ ສັນຕິສຸກເຊິ່ງມາຈາກພຣະເຈົ້າພຣະບິດາຂອງເຮົາ ແລະ ຈາກພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າ ຈົ່ງສະຖິດກັບທ່ານທັງຫລາຍເຖີດ.
\s5
\v 3 ສາທຸການແດ່ພຣະເຈົ້າ ພຣະບິດາແຫ່ງພຣະເຢຊູຄຣິດເຈົ້າຂອງເຮົາ. ພຣະບິດາຜູ້ຊົງມີຄວາມເມດຕາ ແລະ ພຣະເຈົ້າແຫ່ງຄວາມຊູໃຈ ແລະ ພຣະເຈົ້າແຫ່ງຄວາມເລົ້າໂລມໃຈທຸກຢ່າງ.
\v 4 ພຣະເຈົ້າເລົ້າໂລມໃຈເຮົາໃນຄວາມທຸກລຳບາກທັງຫມົດຂອງເຮົາ, ເພື່ອທີ່ວ່າເຮົາຈະສາມາດເລົ້າໂລມໃຈຜູ້ທີ່ທຸກລຳບາກຢ່າງໃດຢ່າງຫນື່ງ. ໄດ້ດ້ວຍຄວາມເລົ້າໂລມໃຈຢ່າງດຽວກັນກັບທີ່ພຣະເຈົ້າເຄີຍເລົ້າໂລມໃຈເຮົາ.
\s5
\v 5 ເພາະວ່າຄວາມທຸກຍາກຂອງພຣະຄຣິດ ເພື່ອເຫັນແກ່ເຮົາມີຫລາຍເຫລືອລົ້ນຢ່າງໃດ, ການເລົ້າໂລມໃຈຂອງເຮົາ ເນື່ອງຈາກພຣະຄຣິດກໍຫລາຍເຫລືອລົ້ນຢ່າງນັ້ນ.
\v 6 ແຕ່ທີ່ເຮົາຍອມທຸກຍາກນັ້ນ, ກໍ່ເພື່ອໃຫ້ທ່ານໄດ້ຮັບຄວາມເລົ້າໂລມໃຈ ແລະ ຄວາມພົ້ນ; ແລະ ທີ່ເຮົາໄດ້ຮັບການເລົ້າໂລມໃຈ, ກໍ່ເພື່ອໃຫ້ທ່ານໄດ້ຮັບການເລົ້າໂລມໃຈເຊັ່ນກັນ. ຄວາມເລົ້າໂລມໃຈຂອງພວກທ່ານທີ່ຈະມີຢ່າງເຕັມທີ່ເມື່ອພວກທ່ານໄດ້ພະຍາຍາມອົດທົນກັບຄວາມທຸກຍາກຄືດັ່ງທີ່ເຮົາໄດ້ອົດທົນນັ້ນ.
\v 7 ແລະ ເຮົາມີຄວາມຫມັ້ນໃຈຢ່າງແນ່ນອນໃນທ່ານທັງຫລາຍ, ເພາະເຮົາຮູ້ວ່າພວກທ່ານມີສ່ວນໃນຄວາມທຸກຍາກຂອງເຮົາແນວໃດ, ທ່ານກໍ່ຈະມີສ່ວນໃນການໃຫ້ກຳລັງໃຈຂອງເຮົາຢ່າງນັ້ນ.
\s5
\v 8 ພີ່ນ້ອງທັງຫລາຍ, ເຮົາຕ້ອງການໃຫ້ພວກເຈົ້າຮູ້ກ່ຽວກັບຄວາມທຸກຍາກຕ່າງໆ, ທີ່ເກີດຂື້ນກັບເຮົາໃນແຂວງ ເອເຊຍ. ເຊິ່ງຄວາມທຸກນັ້ນ ຫນັກເກີນກວ່າທີ່ພວກເຮົາຈະອົດທົນໄດ້, ຄວາມທຸກຍາກນັ້ນຫລວງຫາຍຈົນເຮັດໃຫ້ເຮົາເກືອບຫມົດຫວັງທີ່ຈະເອົາຊີວິດລອດມາໄດ້.
\v 9 ທີ່ຈິງ, ເຮົາຖືກຕັດສິນໂທດປະຫານຊີວິດແລ້ວ. ແຕ່ທີ່ເປັນແບບນັ້ນກໍ່ເພື່ອບໍ່ໃຫ້ເຮົາໄວ້ໃຈຕົວເອງ, ແຕ່ໃຫ້ໄວ້ໃຈໃນພຣະເຈົ້າຜູ້ຊົງໂຜດໃຫ້ຄົນທັງຫລາຍຟື້ນຈາກຄວາມຕາຍ.
\v 10 ພຣະອົງໄດ້ຊົງຊ່ວຍເຮົາໃຫ້ພົ້ນຈາກມໍລະນະໄພທີ່ເຮັດໃຫ້ພວກເຮົາເກືອບຕາຍແລ້ວນັ້ນ, ພຣະອົງກໍ່ຈະຊົງຊ່ວຍເຮົາ. ເຮົາໄວ້ໃຈໃນພຣະອົງວ່າ ພຣະອົງຈະຊົງຊ່ວຍເຮົາອີກຕໍ່ໄປ.
\s5
\v 11 ພວກທ່ານມີສ່ວນໃນການຊ່ວຍເຫລືອເຮົາໂດຍການທູນຂໍຕໍ່ພຣະເຈົ້າເພື່ອເຮົາ. ແລ້ວພຣະອົງຈະຊົງເຮັດຕາມນັ້ນ ດັ່ງນັ້ນ ຄົນຈໍານວນຫລວງຫຼາຍຈະໄດ້ຂອບພຣະຄຸນເພາະຂ້າພະເຈົ້າ ເນື່ອງຈາກພຣະຄຸນທີ່ປະທານແກ່ເຮົາຜ່ານທາງການອະທິຖານຂອງຫຼາຍໆຄົນ.
\s5
\v 12 ນີ້ເປັນສິ່ງທີ່ພວກເຮົາພູມໃຈ: ຄືໃຈສຳນຶກຜິດແລະຊອບຂອງພວກເຮົາ ເປັນພະຍານ. ວ່າພວກເຮົາໄດ້ປະຕິບັດຕົວເອງເປັນທີ່ມີຊື່ສຽງຕໍ່ໂລກ ດ້ວຍໃຈທີ່ບໍລິສຸດ ແລະ ຄວາມຈິງໃຈທີ່ມາຈາກພຣະເຈົ້າ. ພວກເຮົາໄດ້ປະຕິບັດຕໍ່ພວກທ່ານຫລາຍກວ່ານັ້ນອີກ ໂດຍທີ່ບໍ່ໄດ້ປະຕິບັດຕາມປັນຍາຂອງໂລກນີ້, ແຕ່ຕາມພຣະຄຸນຂອງພຣະເຈົ້າ.
\v 13 ເຮົາບໍ່ໄດ້ຂຽນເລື່ອງອື່ນໃດເຖິງພວກທ່ານເລີຍນອກຈາກເລື່ອງຊຶ່ງທ່ານສາມາດອ່ານ ແລະ ເຂົ້າໃຈໄດ້.
\v 14 ເຖິງວ່າ ຕອນນີ້ທ່ານເຂົ້າໃຈບາງຢ່າງຢູ່, ແຕ່ໃນວັນແຫ່ງພຣະເຢຊູຄຣິດເຈົ້າຂອງພວກເຮົານັ້ນ, ພວກທ່ານຈະພູມໃຈໃນພວກເຮົາຢ່າງທີ່ພວກເຮົາພູມໃຈໃນພວກທ່ານ.
\s5
\v 15 ເພາະຫມັ້ນໃຈໃນເລື່ອງນີ້, ຂ້າພະເຈົ້າຈື່ງມີຄວາມປາຖະຫນາທີ່ຈະມາຫາພວກທ່ານກ່ອນ, ເພື່ອທ່ານທັງຫລາຍຈະໄດ້ຮັບຜົນປະໂຫຍດຈາກການທີ່ຂ້າພະເຈົ້າມາຢ້ຽມຢາມພວກທ່ານສອງຄັ້ງ.
\v 16 ຂ້າພະເຈົ້າວາງແຜນທີ່ຈະມາຢ້ຽມຢາມພວກທ່ານໃນລະຫວ່າງທີ່ເດີນທາງໄປແຂວງ ມາເກໂດເນຍ. ຫລັງຈາກນັ້ນ ຈະມາຢ້ຽມຢາມທ່ານທັງຫລາຍອີກເທື່ອຫນື່ງ ເມື່ອກັບຈາກແຂວງ ມາເກໂດເນຍ ແລ້ວຫລັງຈາກນັ້ນພວກທ່ານຈະໄດ້ສົ່ງຂ້າພະເຈົ້າໄປທີ່ແຂວງ ຢູດາຍ.
\s5
\v 17 ເມື່ອຂ້າພະເຈົ້າຄິດເຊັ່ນນີ້, ຂ້າພະເຈົ້າກຳລັງໂລເລບໍ? ຂ້າພະເຈົ້າວາງແຜນການຕາມມາດຕະຖານຂອງມະນຸດ, ເພື່ອທີ່ຂ້າພະເຈົ້າຈະເວົ້າວ່າ "ແມ່ນ" ຫຼື "ບໍ່ແມ່ນ ໃນເວລາດຽວກັນບໍ?
\v 18 ແຕ່ພຣະເຈົ້າຊົງສັດຊື່ສັນໃດ, ເຮົາຈຶ່ງບໍ່ເວົ້າວ່າ "ແມ່ນ" ແລະ "ບໍ່ແມ່ນ" ໃນເວລາດຽວກັນສັນນັ້ນ.
\s5
\v 19 ເພາະວ່າພຣະບຸດຂອງພຣະເຈົ້າຄື, ພຣະເຢຊູຄຣິດເຈົ້າ, ຜູ້ເຊິ່ງຂ້າພະເຈົ້າກັບ ຊີລາ, ແລະ ຕີໂມທຽວ, ໄດ້ປະກາດໃນບັນດາພວກທ່ານນັ້ນບໍ່ແມ່ນ, "ຄວາມຈິງ" ຫລື "ບໍ່ຈິງ." ແບບຊື່ໆ ແຕ່ພຣະອົງຊົງເປັນ, "ຄວາມຈິງ" ສະເຫມີ.
\v 20 ເພາະວ່າພຣະສັນຍາຂອງພຣະເຈົ້າທຸກຂໍ້ນັ້ນເປັນ "ຄວາມຈິງ" ໂດຍພຣະເຢຊູຄຣິດເຈົ້າ. ດັ່ງນັ້ນ ພວກເຮົາຈື່ງກ່າວວ່າ "ອາແມນ" ໂດຍພຣະອົງ ອັນເປັນການຖວາຍກຽດແດ່ພຣະເຈົ້າ.
\s5
\v 21 ບັດນີ້ ພຣະເຈົ້າຊົງເປັນຜູ້ຊຶ່ງຕັ້ງພວກເຮົາກັບທ່ານທັງຫລາຍໄວ້ໃນພຣະຄຣິດ, ແລະ ພຣະອົງໄດ້ຊົງຫົດສົງພວກເຮົາໄວ້.
\v 22 ພຣະອົງຊົງໄດ້ປະທັບຕາພວກເຮົາ ແລະ ປະທານພຣະວິນຍານໄວ້ໃນໃຈຂອງພວກເຮົາ ເພື່ອເປັນຫລັກປະກັນເຖິງສິ່ງທີ່ພຣະອົງຈະປະທານໃຫ້ແກ່ພວກເຮົາໃນພາຍຫລັງ.
\s5
\v 23 ທັງນີ້, ຂໍພຣະເຈົ້າຊົງເປັນພະຍານຝ່າຍ ຂ້າພະເຈົ້າວ່າ ການທີ່ຂ້າພະເຈົ້າຍັງບໍ່ໄດ້ໄປຮອດເມືອງໂກຣິນໂທນັ້ນ ກໍ່ເພື່ອຈະລະເວັ້ນໂທດພວກທ່ານໄວ້ກ່ອນ
\v 24 ເຮົາບໍ່ໄດ້ພະຍາຍາມທີ່ຈະຄວບຄຸມຄວາມເຊື່ອຂອງທ່ານ. ແຕ່ເຮົາເຮັດວຽກງານຮ່ວມກັບພວກທ່ານເພື່ອທ່ານທັງຫລາຍຈະມີຄວາມຍິນດີ, ໃນຂະນະທີ່ພວກທ່ານຢືນຫມັ້ນຢູ່ໃນຄວາມເຊື່ອ.
\s5
\c 2
\cl ບົດທີ 2
\p
\v 1 ດັ່ງນັ້ນ ຂ້າພະເຈົ້າຈື່ງຕັດສິນໃຈວ່າ ຈະບໍ່ມາເຮັດໃຫ້ທ່ານທັງຫລາຍເກີດຄວາມທຸກອີກ.
\v 2 ເພາະຖ້າຂ້າພະເຈົ້າເຮັດໃຫ້ພວກທ່ານເປັນທຸກ, ໃຜຈະເຮັດໃຫ້ຂ້າພະເຈົ້າມີຄວາມຍິນດີ ນັ້ນຄືຄົນທີ່ຂ້າພະເຈົ້າເຮັດໃຫ້ມີຄວາມທຸກນັ້ນແຫຼະ?
\s5
\v 3 ຂ້າພະເຈົ້າໄດ້ຂຽນຂໍ້ຄວາມນັ້ນ ເພື່ອວ່າເມື່ອຂ້າພະເຈົ້າມາ ຂ້າພະເຈົ້າຈະບໍ່ໄດ້ກັງວົນໃຈກັບໂດຍຄົນເຫລົ່ານັ້ນ ຜູ້ທີ່ຄວນຈະເຮັດໃຫ້ຂ້າພະເຈົ້າມີຄວາມຊື່ນຊົມຍິນດີ. ຂ້າພະເຈົ້າໄວ້ໃຈໃນພວກທ່ານວ່າ ຄວາມຍິນດີຂອງຂ້າພະເຈົ້ານັ້ນ ກໍ່ເປັນຄວາມຍິນດີຂອງພວກທ່ານເຊັ່ນກັນ.
\v 4 ເພາະວ່າ ຂ້າພະເຈົ້າໄດ້ຂຽນເຖິງທ່ານດ້ວຍຄວາມທຸກຍາກລຳບາກຢ່າງຫລວງຫລາຍ, ດ້ວຍຫົວໃຈທີ່ເຈັບປວດ, ແລະ ດ້ວຍນໍ້າຕາໄຫລຢ່າງຫລວງຫລາຍ. ຂ້າພະເຈົ້າບໍ່ໄດ້ປາຖະຫນາໃຫ້ພວກທ່ານມີຄວາມທຸກ. ແຕ່ຂ້າພະເຈົ້າປາຖະຫນາທີ່ຈະໃຫ້ທ່ານຮູ້ຈັກຄວາມຮັກອັນເລິກເຊິ່ງ ຊຶ່ງຂ້າພະເຈົ້າມີຕໍ່ທ່ານທັງຫລາຍ.
\s5
\v 5 ຖ້າຫາກວ່າຜູ້ໃດເປັນສາເຫດເຮັດໃຫ້ເກີດຄວາມທຸກ, ຜູ້ນັ້ນກໍບໍ່ໄດ້ເຮັດໃຫ້ຂ້າພະເຈົ້າເປັນທຸກຢູ່ຄົນດຽວ, ແຕ່ໄດ້ເຮັດໃຫ້ພວກທ່ານທຸກຄົນເປັນທຸກດ້ວຍ ເພາະວ່າຂ້າພະເຈົ້າບໍ່ຢາກຈະເວົ້າແຮງກັບພວກທ່ານຈົນເກີນໄປ.
\v 6 ການທີ່ຄົນສ່ວນຫລາຍທີ່ໄດ້ລົງໂທດຄົນດັ່ງກ່າວກໍພຽງພໍແລ້ວ.
\v 7 ດັ່ງນັ້ນ ໃນເວລານີ້, ສິ່ງທີ່ຄວນເຮັດຫລາຍກວ່າການລົງໂທດຄືການໃຫ້ອະໄພ ແລະ ເລົ້າໂລມໃຈລາວ. ເພາະຢ້ານວ່າລາວຈະຈົມລົງໃນຄວາມທຸກເຫລືອລົ້ນ.
\s5
\v 8 ດັ່ງນັ້ນ ຂ້າພະເຈົ້າຈຶ່ງຂໍໃຫ້ກຳລັງໃຈທ່ານທີ່ຢືນຢັນຄວາມຮັກທີ່ມີຕໍ່ລາວໃນກາງສາທາລະນະຊົນ.
\v 9 ນີ້ຄືເຫດຜົນທີ່ຂ້າພະເຈົ້າໄດ້ຂຽນ, ເພື່ອທີ່ຈະທົດລອງໃຈທ່ານທັງຫລາຍ ແລະ ເພື່ອທີ່ຈະຮູ້ວ່າພວກທ່ານຈະຍອມເຊື່ອຟັງໃນທຸກເລື່ອງຫລືບໍ່.
\s5
\v 10 ຖ້າພວກທ່ານໃຫ້ອະໄພກັບຜູ້ໃດ, ຂ້າພະເຈົ້າກໍ່ຈະໃຫ້ອະໄພກັບຜູ້ນັ້ນດ້ວຍ. ສິ່ງທີ່ຂ້າພະເຈົ້າໄດ້ໃຫ້ອະໄພໄປນັ້ນຖ້າຂ້າພະເຈົ້າໄດ້ໃຫ້ອະໄພໃນເລື່ອງໃດຂ້າພະເຈົ້າກໍ່ເຮັດ ເພາະເຫັນແກ່ທ່ານທັງຫລາຍ ສະເພາະພຣະພັກຂອງພຣະຄຣິດ.
\v 11 ເພື່ອວ່າເຮົາຈະໄດ້ບໍ່ຫລົງກົນອຸບາຍມານຊາຕານ. ເພາະວ່າພວກເຮົາຮູ້ແຜນການຕ່າງໆຂອງມັນ.
\s5
\v 12 ເມື່ອຂ້າພະເຈົ້າ ມາຮອດເມືອງ ໂທອາດ ເພື່ອປະກາດຂ່າວປະເສີດຂອງພຣະຄຣິດນັ້ນ ອົງພຣະຜູ້ເປັນເຈົ້າກໍຊົງເປີດທາງໃຫ້ແກ່ຂ້າພະເຈົ້າ.
\v 13 ເຖິງຢ່າງໃດກໍຕາມ, ຂ້າພະເຈົ້າກໍຍັງບໍ່ມີຄວາມສະບາຍໃຈເລີຍ, ເພາະວ່າຂ້າພະເຈົ້າບໍ່ພົບ ຕີໂຕ ນ້ອງຊາຍຂອງຂ້າພະເຈົ້າທີ່ນັ້ນ. ຂ້າພະເຈົ້າຈື່ງໄດ້ບອກລາພວກນັ້ນ ແລະ ເດີນທາງກັບໄປທີ່ແຂວງ ມາເກໂດເນຍ.
\s5
\v 14 ແຕ່ຂອບພຣະຄຸນພຣະເຈົ້າ, ຜູ້ຊົງໃຫ້ພວກເຮົາມີໄຊຊະນະສະເຫມີໃນພຣະຄຣິດ. ແລະ ຊົງໂຜດໃຫ້ກິ່ນຫອມອັນອ່ອນຫວານແຫ່ງຄວາມຮູ້ຂອງພຣະອົງກະຈາຍໄປທົ່ວທຸກບ່ອນໂດຍຜ່ານທາງພວກເຮົາ.
\v 15 ເພາະສຳລັບພຣະເຈົ້າແລ້ວ, ພວກເຮົາເປັນກິ່ນອັນຫອມຫວານຂອງພຣະຄຣິດ ທັງໃນບັນດາຄົນທີ່ກຳລັງຈະລອດພົ້ນ ແລະ ໃນບັນດາຄົນທີ່ກຳລັງຈະຈິບຫາຍດ້ວຍ.
\s5
\v 16 ຝ່າຍຄົນທີ່ກຳລັງຈະຈິບຫາຍ, ກໍ່ເປັນກິ່ນແຫ່ງຄວາມຕາຍເຊິ່ງນຳໄປສູ່ຄວາມຕາຍ. ຝ່າຍຄົນກຳລັງຈະລອດພົ້ນ, ກໍ່ເປັນກິ່ນແຫ່ງຊີວິດທີ່ນຳໄປສູ່ຊີວິດ. ແລ້ວໃຜຈະມີຄວາມເຫມາະສົມກັບພັນທະກິດເຫລົ່ານີ້?
\v 17 ເພາະວ່າພວກເຮົາບໍ່ເປັນຄືກັບຄົນຈຳນວນຫລວງຫລາຍທີ່ຫາຜົນປະໂຫຍດຈາກພຣະຄຳຂອງພຣະເຈົ້າ. ແຕ່ພວກເຮົາກ່າວໃນພຣະຄຣິດດ້ວຍແຮງຈູງໃຈທີ່ບໍຣິສຸດ, ຄືກັບຄົນທີ່ມາຈາກພຣະເຈົ້າ ແລະ ຢູ່ໃນສາຍພຣະເນດຂອງພຣະເຈົ້າ.
\s5
\c 3
\cl ບົດທີ່ 3
\p
\v 1 ພວກເຮົາກຳລັງຍ້ອງຍໍຕົວເຮົາເອງອີກແລ້ວບໍ? ເຮົາຕ້ອງການຫນັງສືແນະນຳຕົວຕໍ່ພວກທ່ານ ຫລື ຈາກພວກທ່ານ, ເຫມືອນກັບບາງຄົນບໍ?
\v 2 ຕົວທ່ານທັງຫລາຍເອງເປັນຫນັງສືທີ່ແນະນຳພວກເຮົາ, ຊຶ່ງໄດ້ຂຽນໄວ້ທີ່ດວງໃຈຂອງເຮົາ, ເພື່ອໃຫ້ຄົນທັງປວງໄດ້ຮູ້ ແລະ ໄດ້ອ່ານ.
\v 3 ແລະ ທ່ານທັງຫລາຍເອງກໍ່ໄດ້ສະແດງໃຫ້ເຫັນວ່າ ພວກທ່ານເປັນຫນັງສືຂອງພຣະຄຣິດ, ທີ່ພວກເຮົາເປັນຜູ້ສົ່ງ ແລະ ບໍ່ໄດ້ຂຽນດ້ວຍນໍ້າມຶກ ແຕ່ໂດຍພຣະວິນຍານຂອງພຣະເຈົ້າຜູ້ຊົງພຣະຊົນຢູ່ ແລະ ບໍ່ໄດ້ຂຽນໄວ້ເທິງແຜ່ນສີລາ, ແຕ່ຂຽນໄວ້ທີ່ດວງໃຈຂອງມະນຸດ.
\s5
\v 4 ແລະ ພວກເຮົາມີຄວາມຫມັ້ນໃຈຢ່າງນີ້ໃນພຣະເຈົ້າ ໂດຍຜ່ານທາງພຣະຄຣິດ.
\v 5 ພວກເຮົາບໍ່ໄດ້ຖືວ່າສີ່ງຫນື່ງສີ່ງໃດເກີດຈາກຄວາມສາມາດຂອງຕົວພວກເຮົາເອງ. ແຕ່ວ່າ, ຄວາມສາມາດຂອງພວກເຮົານັ້ນມາຈາກພຣະເຈົ້າ.
\v 6 ແລະ ພຣະເຈົ້າອົງນີ້ໄດ້ເຮັດໃຫ້ເຮົາເປັນຜູ້ບົວລະບັດແຫ່ງພັນທະສັນຍາໃຫມ່. ບໍ່ແມ່ນຕາມຕົວຫນັງສືແຕ່ຕາມພຣະວິນຍານ ດ້ວຍວ່າຕົວຫນັງສືນັ້ນເຮັດໃຫ້ພວກເຮົາຕ້ອງຕາຍ, ແຕ່ພຣະວິນຍານນັ້ນເຮັດໃຫ້ພວກເຮົາມີຊີວິດ.
\s5
\v 7 ແຕ່ຖ້າການບົວລະບັດທີ່ນຳໄປສູ່ຄວາມຕາຍຕາມໂຕ​ຫ​ນັງສືທີ່ໄດ້ຂຽນໄວ້ເທິງສີ​ລານັ້ນກໍມາພ້ອມ​ສະ​ຫງ່າ​ລາ​ສີຈົນຄົນ ອິດສະລາເອນ ບໍ່ສາ​ມາດຈະເບິ່ງຫ​ນ້າຂອງ ໂມເຊ ໄດ້. ເພາະສະ​ຫງ່າ​ລາ​ສີເທິງໃບຫ​ນ້າຂອງທ່ານ, ເຖິງແມ່ນວ່າເປັນສະ​ຫງ່າ​ລາສີທີ່ຈາງຫາຍໄປ.
\v 8 ດັ່ງນັ້ນ ການບົວ​ລະ​ບັດ​ຕາມພຣະວິນຍານ ກໍຍິ່ງຈະມີສະ​ຫງ່າ​ລາ​ສີຫລາຍກວ່ານັ້ນອີກ​ບໍ່​ແມ່ນບໍ?
\s5
\v 9 ເພາະຖ້າການບົວ​ລະ​ບັດ​ທີ່​ກ່ຽວ​ກັບ​ການລົງໂທດຍັງ​ມີສະ​ຫງ່າ​ລາ​ສີ​ແລ້ວ, ການບົວລະບັດ​ກ່ຽວ​ກັບການຊອບ​ທຳຍີ່ງຈະມີ​ສະ​ຫງ່າ​ລາ​ສີຫລາຍກວ່າຫລາຍເທົ່າ!
\v 10 ເພາະວ່າໃນຄວາມເປັນຈິງນັ້ນ, ສະ​ຫງ່າ​ລາ​ສີທີ່ເຄີຍ​ມີ​ນັ້ນກໍ່ບໍ່ມີອີກຕໍ່​ໄປ, ເນື່ອງ​ຈາກສະ​ຫງ່າ​ລາ​ສີທີ່ໃຫຍ່ກວ່າເຕັມ​ທັບ​ໄວ້.
\v 11 ເພາະວ່າຖ້າສິ່ງທີ່ຈາງຫາຍໄປຍັງ​ມາດ້ວຍສະ​ຫງ່າ​ລາ​ສີ​ແລ້ວ, ສິ່ງທີ່ຍືນຍົງກໍ່ຈະມາພ້ອມສະ​ຫງ່າ​ລາ​ສີທີ່​ຍິ່ງ​ໃຫ​ຍ່ກວ່າຫຼາຍເທົ່າ!
\s5
\v 12 ເມື່ອພວກເຮົາມີ​ຄວາມຫມັ້ນໃຈຢ່າງ​ນັ້​ນ​ແລ້ວ, ພວກເຮົາຈື່ງມີຄວາມກ້າຫານ.
\v 13 ພວກເຮົາຈຶ່ງບໍ່ຄືກັບ ໂມເຊ, ທີ່ເອົາຜ້າປົກ​ຄຸ​ມ​ຫ​ນ້າໄວ້, ເພື່ອບໍ່ໃຫ້ຄົນ ອິດສະຣາເອນ ແນມເບິ່ງການ​ສີ້ນສຸດຂອງສະ​ຫງ່າ​ລາ​ສີ​ ທີ່​ຄ່ອຍໆສູນ​ຫາ​ຍ​ໄປ​ນັ້ນ.
\s5
\v 14 ແຕ່ສ່ວນຄົນທີ່ຄວາມຄິດຂອງເຂົາຖືກປິດໄປ. ເພາະວ່າຕະຫລອດມາ​ຈົນ​ເຖິງທຸກວັນນີ້ ເມື່ອລາວອ່ານພຣະຄຳພີເດີມ. ຜ້າຄຸມ​ນັ້ນ​ກໍ່ຍັງຄົງຢູ່ບໍ່ໄດ້ຖືກເປີດອອກ, ເພາະ​ວ່າຈະ​ເປີດ​ອອກໄດ້​ ກໍ່ໂດຍພຣະຄຣິດເທົ່ານັ້ນ.
\v 15 ແຕ່ວ່າຕະຫລອດມາ​ຈົນ​ເຖິງ​ທຸກວັນນີ້, ເມື່ອໃດ​ທີ່ລາວອ່ານຖ້ອຍຄຳຂອງ ໂມເຊ, ຜ້າຄຸມ​ນັ້ນ​ກໍ່ຍັງຄົງປິດໃຈຂອງລາວຢູ່.
\v 16 ແຕ່ເມື່ອຜູ້ໃດຫລຽວ​ກັບ​ມາຫາອົງພຣະຜູ້ເປັນເຈົ້າ, ຜ້າຄຸມນັ້ນກໍຈະຖືກເປີດອອກ.
\s5
\v 17 ອົງພຣະຜູ້ເປັນເຈົ້າຊົງເປັນພຣະວິນຍານ. ແລະ ເມື່ອພຣະວິນຍານຊົງຢູ່ບ່ອນໃດ, ເສລີພາບກໍ່​ມີຢູ່ທີ່ນັ້ນ.
\v 18 ແລະ ບັດນີ້, ພວກເຮົາທຸກຄົນທີ່ບໍ່ມີຜ້າຄຸ​ມ​ຫ​ນ້າ​ນັ້ນຕົວພວກເຮົາຈຶ່ງສະທ້ອນສະ​ຫງ່າ​ລາ​ສີຂອງອົງພຣະຜູ້ເປັນເຈົ້າ. ແລ້ວພວກເຮົາກໍ່ໄດ້ຮັບ​ການປ່ຽນແປງໃຫ້ເປັນຄືກັບລັກສະນະທີ​່ເຕັມໄປ​ດ້ວຍ​ສະ​ຫງ່າ​ລາ​ສີຂອງພຣະອົງ, ຄື​ມີກຽດຕິຍົດເປັນ​ລຳ​ດັບຂຶ້ນໄປຄືກັບກຽດຕິຍົດທີ່ຈາກອົງພຣະຜູ້ເປັນເຈົ້າ, ຜູ້​ຊົງ​ເປັນພຣະວິນຍານ.
\s5
\c 4
\cl ບົ​ດ​ທີ 4
\p
\v 1 ເພາະເຫດ​ທີ່, ພວກ​ເຮົາ​ມີພັນທະກິດນີ້, ໂດຍໄດ້ຮັບຄວາມເມດຕາ, ພວກເຮົາຈຶ່ງບໍ່ທໍ້ຖອຍ.
\v 2 ແຕ່ພວກ​ເຮົາໄດ້ປະຖິ້ມສິ່ງຕ່າງໆທີ່ຫ​ນ້າອັບອາຍ ແລະ ສິ່ງທີ່ປິດເຊື່ອງໄວ້. ພວກເຮົາບໍ່ໄດ້ດຳລົງຊີວິດຄືກັບຄົນທີ່ຫລອກລວງ ແລະ ພວກເຮົາບໍ່ໄດ້ໃຊ້ພຣະຄັມຂອງພຣະເຈົ້າຢ່າງບໍ່ຖືກຕ້ອງ. ໂດຍການທີ່​ພວກ​ເຮົາສະແດງຄວາມຈິງນັ້ນ, ພວກ​ເຮົາໄດ້ມອບຕົວຂອງ​ເຮົາ​ໄວ້ກັບ​ຈິດສຳນຶກຜິດ ແລະ ຊອບ ຂອງຄົນທັງ​ປວງ ໃນສາຍພຣະເນດຂອງພຣະເຈົ້າ.
\s5
\v 3 ແຕ່ຖ້າຂ່າວປະເສີດຂອງພວກເຮົາຍັງຖືກປິດບັງໄວ້, ກໍ່ຖືກປິດບັງໄວ້ຈາກຄົນ​ເຫລົ່າ​ນັ້ນທີ່ກຳລັງຈະດັບສູນໄປເທົ່ານັ້ນ.
\v 4 ໃນກໍລະນີຂອງພວກເຂົາ, ກໍ່ຄືພຣະຂອງໂລກນີ້ໄດ້ປິດບັງໃຈທີ່ບໍ່ເຊື່ອຂອງພວກເຂົາໃຫ້ມືດມົວໄປ. ເພື່ອເຮັດໃຫ້ພວກເຂົາບໍ່ສາມາດເຫັນແສງສະຫວ່າງແຫ່ງຂ່າວປະເສີດ ເລື່ອງສະຫງ່າລາສີຂອງພຣະຄຣິດ, ຜູ້ຊົງເປັນລັກສະນະຂອງພຣະເຈົ້າໄດ້.
\s5
\v 5 ເພາະວ່າພວກເຮົາບໍ່ໄດ້ປະກາດຕົວພວກເຮົາເອງ, ແຕ່ໄດ້ປະກາດພຣະເຢຊູຄຣິດເຈົ້າວ່າຊົງເປັນອົງພຣະຜູ້ເປັນເຈົ້າ, ແລະ ໄດ້ປະກາດຕົວເອງວ່າເປັນຜູ້ຮັບໃຊ້ຂອງທ່ານທັງຫລາຍ ເພາະເຫັນແກ່ພຣະເຢຊູຄຣິດເຈົ້າ.
\v 6 ເພາະວ່າພຣະເຈົ້າເປັນຜູ້ທີ່ໄດ້ກ່າວວ່າ "ຄວາມສະຫວ່າງຈະສ່ອງອອກມາຈາກຄວາມມືດ." ພຣະອົງໄດ້ຊົງສ່ອງສະຫວ່າງເຂົ້າມາໃນໃຈຂອງພວກເຮົາ, ເພື່ອໃຫ້ເຮົາມີຄວາມສະຫວ່າງແຫ່ງຄວາມຮູ້ເຖິງສະຫງ່າຂອງພຣະເຈົ້າທີ່ຊົງສຳແດງອອກຜ່ານພຣະເຢຊູຄຣິດ.
\s5
\v 7 ແຕ່ພວກເຮົາມີຊັບສົມບັດນີ້ຢູ່ໃນພາຊະນະດິນ, ເພື່ອທີ່ຈະສະແດງໃຫ້ເຫັນຢ່າງຊັດເຈນວ່າ ​ຣິດອຳນາດອັນຍິ່ງ​ໃຫຍ່ຂອງພຣະເຈົ້າ ແລະ ບໍ່ໄດ້ມາຈາກຕົວເຮົາເອງ.
\v 8 ພວກເຮົາປະສົບຄວາມຍາກລຳບາກທຸກທາງ, ແຕ່ບໍ່ໄດ້ຖືກຢຽບຢ່ຳ. ພວກເຮົາສັບສົນແຕ່ບໍ່ຫມົດຫວັງ.
\v 9 ພວກເຮົາຖືກຂົ່ມເຫັງ ແຕ່ກໍບໍ່ຖືກປະຖິ້ມ. ພວກເຮົາຖືກຕີໃຫ້ລົ້ມລົງ ແຕ່ພວກເຮົາກໍບໍ່ໄດ້ຖືກທຳລາຍ.
\v 10 ພວກເຮົາແບກຄວາມຕາຍຂອງພຣະເຢຊູຄຣິດເຈົ້າໄວ້ໃນຮ່າງກາຍພວກເຮົາສະເຫມີ, ເພື່ອວ່າຊີວິດຂອງພະເຢຊູຄຣິດເຈົ້າ ຈະປາກົດໃນຮ່າງກາຍຂອງພວກເຮົາເຊັ່ນກັນ.
\s5
\v 11 ຂ້າພະເຈົ້າຜູ້ທີ່ຍັງມີຊີວິດຢູ່ນັ້ນຕ້ອງຖືກມອບໄວ້ກັບຄວາມຕາຍຢູ່ສະເຫມີເພາະເຫັນແກ່ພຣະເຢຊູຄຣິດເຈົ້າ, ເພື່ອທີ່ວ່າຊີວິດຂອງພຣະເຢຊູຄຣິດເຈົ້າຈະຊົງສຳແດ່ຜ່ານທາງຮ່າງກາຍຂອງພວກເຮົາທີ່ຕ້ອງຕາຍນັ້ນ.
\v 12 ແລະ ດ້ວຍເຫດຜົນນີ້ເອງຄວາມຕາຍກຳລັງທຳງານໃນຊີວິດຂອງພວກເຮົາ, ແຕ່ຊີວິດກຳລັງທຳງານຢູ່ໃນທ່ານທັງຫລາຍ.
\s5
\v 13 ແຕ່ວ່າພວກເຮົາມີວິນຍານແຫ່ງຄວາມເຊື່ອທີ່ເຫມືອນກັນ ຕາມທີ່ຂຽນໄວ້ວ່າ: “ຂ້າພະເຈົ້າເອງກໍເຊື່ອ, ດັ່ງນັ້ນຂ້າພະເຈົ້າຈື່ງເວົ້າເຊັ່ນກັນ." ພວກເຮົາເອງກໍມີຄວາມເຊື່ອເຊັ່ນດຽວກັນຄື ເມື່ອພວກເຮົາເຊື່ອແລ້ວ, ດັ່ງນັ້ນພວກເຮົາຈື່ງເວົ້າ
\v 14 ພວກເຮົາຮູ້ວ່າ ພຣະອົງຊົງໃຫ້ ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າຟື້ນຄືນພຣະຊົນ. ຈະຊົງໂຜດໃຫ້ພວກເຮົາເປັນຄືນຂຶ້ນມາດ້ວຍກັນໂດຍພຣະເຢຊູຄຣິດເຈົ້າ ພວກເຮົາຮູ້ວ່າພຣະອົງຈະຊົງນຳພວກເຮົາເຂົ້າເຝົ້າພ້ອມກັບທ່ານທັງຫລາຍ.
\v 15 ເພາະວ່າທຸກສິ່ງນັ້ນ ເປັນໄປເພື່ອປະໂຫຍດຂອງທ່ານທັງຫລາຍ, ເພື່ອທີ່ວ່າເມື່ອພຣະຄຸນໄດ້ແຜ່ໄປເຖິງຜູ້ຄົນຫລວງຫລາຍນັ້ນ, ກໍ່ຈະມີການຂອບພຣະຄຸນ ເພື່ອຖວາຍກຽດແດ່ພຣະເຈົ້າຫລາຍຂື້ນ.
\s5
\v 16 ດັ່ງນັ້ນ ພວກເຮົາຈື່ງບໍ່ທໍ້ຖອຍ. ເຖິງແມ່ນວ່າຮ່າງກາຍພາຍນອກຂອງພວກເຮົາຈະຊຸດໂຊມໄປ, ແຕ່ຈິດໃຈພາຍໃນນັ້ນ ຍັງຄົງຈະເລີນຂື້ນໃຫມ່ທຸກວັນ.
\v 17 ເພາະວ່າຄວາມທຸກຍາກເລັກໆນ້ອຍໆ, ທີ່ເຮົາຮັບພຽງຊົ່ວຄາວນັ້ນ ຈະຕຽມພວກເຮົາສຳລັບກຽດຕິຍົດຍິ່ງ​ໃຫຍ່ຖາວອນ ຢ່າງບໍ່ມີສີ່ງປຽບທຽບ ເພາະວ່າ ພວກເຮົາບໍ່ໄດ້ເອົາໃຈໃສ່ສິ່ງຂອງທີ່ພວກເຮົາເບີ່ງເຫັນຢູ່ ແຕ່ເປັນສີ່ງຂອງທີ່ເບິ່ງບໍ່ເຫັນ.
\v 18 ສິ່ງທີ່ພວກເຮົາເບີ່ງເຫັນນັ້ນບໍ່ຍືນຍົງ, ແຕ່ສິ່ງທີ່ເບີ່ງບໍ່ເຫັນນັ້ນກໍ່ຖາວອນນິລັນດອນ.
\s5
\c 5
\cl ບົດທີ່ 5
\p
\v 1 ພວກເຮົາຮູ້ວ່າ ຖ້າເຮືອນດິນຊຶ່ງພວກເຮົາອາໄສຢູ່ນີ້ຖືກທຳລາຍລົງແລ້ວ, ພວກເຮົາກໍ່ຍັງມີທີ່ອາໄສຊຶ່ງມາຈາກພຣະເຈົ້າທີ່ບໍ່ໄດ້ສ້າງຂື້ນໂດຍມືຂອງມະນຸດ, ແຕ່ເປັນທີ່ຢູ່ອາໄສນິລັນດອນ, ໃນສະຫວັນ.
\v 2 ເພາະວ່າໃນເຮືອນດິນນີ້ ພວກເຮົາຮ້ອງໄຫ້ຢູ່ ແລະ ປາຖະຫນາທີ່ຈະສວມໃສ່ທີ່ອາໄສຊຶ່ງມາຈາກສະຫວັນ.
\v 3 ເພາະວ່າເມື່ອພວກເຮົາສວມໃສ່ແລ້ວ ເຮົາຈະໄດ້ບໍ່ຕ້ອງເປືອຍກາຍ.
\s5
\v 4 ເພາະວ່າຂະນະທີ່ພວກເຮົາຢູ່ໃນເຮືອນດິນນີ້, ພວກເຮົາໂອຍຄາງເປັນທຸກ. ພວກເຮົາບໍ່ປາຖະຫນາທີ່ຈະເປືອຍກາຍ. ແຕ່ພວກເຮົາປາຖະຫນາທີ່ຈະຫົ່ມກາຍໃຫມ່ນັ້ນ, ເພື່ອວ່າຮ່າງກາຍທີ່ຕ້ອງຕາຍນີ້ ໄດ້ຖືກກືນກິນໂດຍຊີວິດນິລັນ.
\v 5 ເພາະວ່າຜູ້ທີ່ຈັດຕຽມພວກເຮົາສຳລັບສິ່ງນີ້ຄືພຣະເຈົ້າ, ຜູ້ໄດ້ປະທານພຣະວິນຍານເປັນເຄື່ອງມັດຈຳແກ່ພວກເຮົາ ສຳລັບສິ່ງທີ່ຈະມາໃນອະນາຄົດ.
\s5
\v 6 ດ້ວຍເຫດນີ້ ຈົ່ງມີຄວາມຫມັ້ນໃຈຢູ່ສະເຫມີ. ຈົ່ງຮູ້ວ່າໃນຂະນະທີ່ພວກເຮົາອາໄສໃນເຮືອນນີ້, ພວກເຮົາຢູ່ຫ່າງໄກຈາກພຣະເຈົ້າ.
\v 7 ເພາະວ່າພວກເຮົາດຳເນີນໄປດ້ວຍຄວາມເຊື່ອ, ບໍ່ແມ່ນຕາມທີ່ຕາເບີ່ງເຫັນ.
\v 8 ດັ່ງນັ້ນ ພວກເຮົາຈື່ງມີຄວາມຫມັ້ນໃຈ. ວ່າການທີ່ຈະອອກຈາກຮ່າງກາຍນີ້ ແລະ ໄປຢູ່ກັບພຣະຜູ້ເປັນເຈົ້ານັ້ນຍ່ອມດີກວ່າ.
\s5
\v 9 ດັ່ງນັ້ນ ພວກເຮົາຈື່ງຕັ້ງເປົ້າໃສ່ວ່າ, ບໍ່ວ່າເຮົາຈະຢູ່ ຫລື ຈະຈາກຮ່າງກາຍນີ້ໄປ, ພວກເຮົາກໍ່ຈະເປັນທີ່ພໍພຣະໄທຂອງພຣະອົງ.
\v 10 ເພາະວ່າພວກເຮົາທຸກຄົນນັ້ນຈະຕ້ອງປະກົດຕົວຕໍ່ບັນລັງແຫ່ງການພິພາກສາຂອງພຣະຄຣິດ, ເພື່ອທີ່ວ່າແຕ່ລະຄົນຈະໄດ້ຮັບຢ່າງເຫມາະສົມ ຕາມສິ່ງທີ່ໄດ້ເຮັດໃນຂະນະທີ່ອາໄສໃນຮ່າງກາຍນີ້, ບໍ່ວ່າຈະເປັນສີ່ງທີ່ດີ ແລະ ບໍ່ດີ.
\s5
\v 11 ເພາະເຫດທີ່ຂ້າພະເຈົ້າຮູ້ຈັກຄວາມຫນ້າຢ້ານກົວຂອງອົງພຣະຜູ້ເປັນເຈົ້າແລ້ວ, ພວກເຮົາຈຶ່ງໄດ້ຊັກຊວນຄົນທັງຫລາຍ. ພວກເຮົາເປັນແນວໃດນັ້ນ ກໍ່ເປັນທີ່ປະກົດຕົວຢ່າງຈະແຈ້ງຕໍ່ພຣະເຈົ້າແລ້ວ. ຂ້າພະເຈົ້າກໍ່ຍັງມີຄວາມຫວັງວ່າຈະປະກົດຢ່າງຈະແຈ້ງຕໍ່ຈິດສຳນຶກຜິດ ແລະ ຊອບຂອງທ່ານທັງຫລາຍດ້ວຍເຊັ່ນກັນ.
\v 12 ພວກເຮົາບໍ່ໄດ້ພະຍາຍາມທີ່ຈະຊັກຊວນພວກທ່ານໃຫ້ຍ້ອງຍໍຕົວເຮົາອີກ. ແຕ່, ພວກເຮົາໃຫ້ທ່ານທັງຫລາຍມີໂອກາດທີ່ຈະອວດອ້າງພວກເຮົາໄດ້, ເພື່ອພວກທ່ານຈະມີຄຳຕອບໃຫ້ກັບຄົນເຫລົ່ານັ້້ນ ຜູ້ທີ່ມັກອວດອ້າງໃນສິ່ງທີ່ປາກົດ ແຕ່ບໍ່ມັກອວດອ້າງເຖິງສິ່ງທີ່ຢູ່ໃນໃຈ.
\s5
\v 13 ເພາະວ່າ ຖ້າພວກເຮົາປະພຶດຢ່າງຄົນເສັຍສະຕິ, ພວກເຮົາກໍປະພຶດເພື່ອເຫັນແກ່ພຣະເຈົ້າ; ແລະ ຖ້າພວກເຮົາປະພຶດຢ່າງຄົນມີສະຕິ, ພວກເຮົາກໍ່ປະພຶດເພື່ອຜົນປະໂຫຍດຂອງທ່ານ.
\v 14 ເພາະວ່າຄວາມຮັກຂອງພຣະຄຣິດໄດ້ຄວບຄຸມພວກເຮົາຢູ່, ເພາະພວກເຮົາແນ່ໃຈຢ່າງນີ້ວ່າ: ມີຄົນຫນື່ງໄດ້ຕາຍເພື່ອຄົນທັງປວງ, ດັ່ງນັ້ນທຸກຄົນຈື່ງໄດ້ຕາຍແລ້ວ.
\v 15 ແລະ ພຣະຄຣິດຊົງສິ້ນພຣະຊົນເພື່ອຄົນທັງປວງ. ເພື່ອວ່າຄົນທັງຫລາຍທີ່ມີຊີວິດ ຈະບໍ່ໄດ້ຢູ່ເພື່ອຕົວເອງອີກຕໍ່ໄປ ແຕ່ຈະຢູ່ເພື່ອພຣະອົງຜູ້ໄດ້ຊົງສິ້ນພຣະຊົນ ແລະ ຊົງເປັນຄືນຂື້ນມາແລ້ວ.
\s5
\v 16 ເຫດສະນັ້ນ, ນັບແຕ່ນີ້ເປັນຕົ້ນໄປ ພວກເຮົາຈື່ງບໍ່ພິຈາລະນາຜູ້ໃດຕາມມາດຕະຖານຂອງມະນຸດ, ເຖິງແມ່ນວ່າໃນອະດີດນັ້ນພວກເຮົາເຄີຍພິຈາລະນາພຣະຄຣິດຕາມຢ່າງນີ້ມາແລ້ວ. ແຕ່ດຽວນີ້ພວກເຮົາຈະບໍ່ພິຈາລະນາຜູ້ໃດຢ່າງນີ້ອີກຕໍ່ໄປ.
\v 17 ດັ່ງນັ້ນ, ຖ້າຜູ້ໃດຢູ່ໃນພຣະຄຣິດ, ລາວກໍ່ເປັນຄົນທີ່ຖືກສ້າງໃຫມ່ແລ້ວ. ທຸກສິ່ງທຸກຢ່າງທີ່ເກົ່າໆກໍ່ລ່ວງໄປ. ເບິ່ງເຖີດກາຍເປັນສິ່ງໃຫມ່ທັງນັ້ນ.
\s5
\v 18 ສິ່ງທັງຫມົດນີ້ມາຈາກພຣະເຈົ້າ. ຜູ້ຊົງໃຫ້ພວກເຮົາຄືນດີກັນກັບພຣະອົງທາງພຣະຄຣິດ, ແລະ ຊົງປະທານພາລະກິດແຫ່ງການຄືນດີກັນໃຫ້ພວກເຮົາ.
\v 19 ນັ້ນຄື, ໂລກໄດ້ຄືນດີກັບພຣະອົງຜ່ານທາງອົງພຣະເຢຊູເຈົ້າ, ແລະ ບໍ່ໄດ້ກ່າວໂທດໃນການລ່ວງລະເມີດຂອງພວກເຂົາ. ພະອົງຊົງໃຫ້ເລື່ອງການຄືນດີນັ້ນກັບພວກເຮົາໃນການປະກາດ.
\s5
\v 20 ດັ່ງນັ້ນ ພວກເຮົາຈຶ່ງຖືກແຕ່ງຕັ້ງໃຫ້ເປັນທູດຂອງພຣະຄຣິດເຈົ້າ, ໂດຍທີ່ພຣະເຈົ້າຊົງຂໍຮ້ອງທ່ານທັງຫລາຍຜ່ານທາງພວກເຮົາ. ພວກເຮົາຈື່ງອ້ອນວອນຕໍ່ທ່ານ, ເພື່ອເຫັນແກ່ພຣະຄຣິດວ່າ: "ຈົ່ງຄືນດີກັນກັບພຣະເຈົ້າ!"
\v 21 ພຣະເຈົ້າໄດ້ຊົງເຮັດໃຫ້ພຣະຄຣິດເປັນເຄື່ອງບູຊາສຳລັບໄຖ່ບາບຂອງເຮົາ. ພຣະອົງຊົງເປັນຜູ້ທີ່ບໍ່ເຄີຍເຮັດບາບເລີຍ. ພຣະເຈົ້າຊົງເຮັດເຊັ່ນນີ້ເພື່ອທີ່ວ່າ ພວກເຮົາຈະໄດ້ກາຍເປັນຄົນຊອບທັມຂອງທ່ານຜ່ານທາງພຣະອົງ.
\s5
\c 6
\cl ບົດທີ 6
\p
\v 1 ດັ່ງນັ້ນ ເມື່ອພວກເຮົາເຮັດວຽກຮ່ວມກັນ, ພວກເຮົາຈຶ່ງຂໍຮ້ອງທ່ານວ່າ ຢ່າຮັບແຕ່ພຣະຄຸນຂອງພຣະເຈົ້າໂດຍບໍ່ເກີດປະໂຫຍດໃດໆ.
\v 2 ເພາະພຣະອົງກ່າວວ່າ, "ໃນເວລາທີ່ພວກເຮົາຊື່ນຊອບ ຂ້າພະເຈົ້າໄດ້ເອົາໃຈໃສ່ທ່ານ, ແລະ ໃນວັນແຫ່ງຄວາມພົ້ນນັ້ນຂ້າພະເຈົ້າໄດ້ຊ່ວຍທ່ານ.” ເບິ່ງເຖີດ, ບັດນີ້ເປັນເວລາແຫ່ງຄວາມຊື່ນຊອບ. ເບິ່ງເຖີດ, ບັດນີ້ ເປັນເວລາແຫ່ງຄວາມພົ້ນ.
\v 3 ພວກເຮົາບໍ່ໄດ້ວາງກ້ອນຫີນທີ່ຈະເຮັດໃຫ້ສະດຸດໄວ້ຕໍ່ຫນ້າຜູ້ໃດເລີຍ, ເພື່ອງານບົວລະບັດຂອງພວກເຮົາຈະໄດ້ບໍ່ຖືກຕຳນິ.
\s5
\v 4 ແຕ່ວ່າ, ການກະທຳຂອງພວກເຮົາເອງນັ້ນໄດ້ພິສູດໃຫ້ເຫັນແລ້ວວ່າ, ຂ້າພະເຈົ້າເປັນຜູ້ຮັບໃຊ້ຂອງພຣະເຈົ້າ. ຂ້າພະເຈົ້າເປັນຜູ້ຮັບໃຊ້ຂອງພຣະອົງ, ດ້ວຍຄວາມພຽນອົດທົນຢ່າງຍິ່ງ, ໃນຄວາມທຸກ, ໃນຄວາມຍາກຈົນ, ໃນເຫດໄພພິບັດ,
\v 5 ໃນການຖືກຂ້ຽນຕີ, ໃນການຖືກຂັງຄຸກ, ໃນເຫດການທີ່ວຸ່ນວາຍ, ໃນການເຮັດວຽກຫນັກຫນ່ວງ, ໃນການອົດຫລັບອົດນອນ, ໃນການອົດອາຫານ,
\v 6 ໂດຍຄວາມບໍຣິສຸດ, ໂດຍຄວາມຮູ້, ໂດຍຄວາມອົດທົນ, ໂດຍຄວາມເມດຕາ, ໂດຍພຣະວິນຍານບໍຣິສຸດ, ໂດຍຄວາມຮັກທີ່ຈິງໃຈ.
\v 7 ພວກເຮົາເປັນຜູ້ຮັບໃຊ້ຂອງພຣະອົງ ໂດຍໃຊ້ຖ້ອຍຄຳແຫ່ງຄວາມຈິງ. ໂດຍອຳນາດຂອງພຣະເຈົ້າ ພວກເຮົາມີອາວຸດແຫ່ງຄວາມຊອບທັມໃນມືຂວາ ແລະ ໃນມືຊ້າຍ.
\s5
\v 8 ພວກເຮົາເຮັດວຽກທັງໃນຂະນະທີ່ມີກຽດ ແລະ ບໍ່ມີກຽດ, ຂະນະທີ່ຖືກດູຖູກ ແລະ ໄດ້ຮັບການຍ້ອງຍໍ. ເມື່ອພວກເຮົາຖືກກ່າວຫາວ່າເປັນຄົນສໍ້ໂກງ ແຕ່ພວກເຮົາຍັງເປັນຄົນຊື່ສັດຢູ່.
\v 9 ພວກເຮົາເຮັດວຽກຄືກັບວ່າບໍ່ມີໃຜຮູ້ຈັກ. ແຕ່ກໍ່ຍັງມີຄົນຮູ້ຈັກພວກເຮົາດີ. ພວກເຮົາເຮັດວຽກຄືກັບວ່າກຳລັງຈະຕາຍແຕ່ເບິ່ງເຖີດ! ພວກເຮົາຍັງມີຊີວິດຢູ່. ພວກເຮົາເຮັດວຽກຄືກັບວ່າພວກເຮົາຖືກລົງໂທດຍ້ອນດ້ວຍການກະທຳຂອງພວກເຮົາແຕ່ຍັງບໍ່ຕາຍ.
\v 10 ເຮົາທຳງານເຫມືອນວ່າມີຄວາມທຸກ ແຕ່ພວກເຮົາກໍ່ຍັງມີຄວາມຊື່ນຊົມຍິນດີຢູ່ສະເຫມີ. ພວກເຮົາເຮັດວຽກຄືກັບຄົນຍາກຈົນ ແຕ່ຍັງເຮັດໃຫ້ຄົນຫລວງຫລາຍຮັ່ງມີ. ພວກເຮົາເຮັດວຽກຄືກັບວ່າພວກເຮົາບໍ່ມີຫຍັງເລີຍ ແຕ່ຍັງມີສີ່ງສາລະພັດຢູ່.
\s5
\v 11 ຊາວໂກຣິນໂທເອີຍ ພວກເຮົາເວົ້າກັບທ່ານທັງຫລາຍ, ດ້ວຍຄວາມຈິງທັງຫມົດ, ແລະ ໃຈຂອງພວກເຮົາກໍ່ເປີດກວ້າງ.
\v 12 ຂ້າພະເຈົ້າບໍ່ໄດ້ປິດໃຈຕໍ່ພວກທ່ານເລີຍ, ແຕ່ຄວາມຮູ້ສຶກຂອງພວກທ່ານຕ່າງຫາກທີ່ເປັນຝ່າຍປິດ.
\v 13 ບັດນີ້ ເພື່ອໃຫ້ການຕອບສະຫນອງເທົ່າທຽມກັນ ຂ້າພະເຈົ້າຂໍເວົ້າກັບທ່ານຄື ເວົ້າກັບລູກໆຄື ຂໍພວກທ່ານຈົ່ງເປີດໃຈໃຫ້ກວ້າງ.
\s5
\v 14 ຢ່າຜູກພັນກັບຄົນທີ່ບໍ່ເຊື່ອ. ເພາະວ່າຄວາມຊອບທຳຈະມີສ່ວນອັນໃດກັບຄວາມບໍ່ຍຸດຕິທຳ? ແລະ ແສງສະຫວ່າງຈະເຂົ້າສະຫນິດກັບຄວາມມືດໄດ້ແນວໃດ?
\v 15 ພຣະຄຣິດ ກັບ ເບລີອາ? ຈະໄປນຳກັນໄດ້ແນວໃດ? ຫລື ຄົນທີ່ເຊື່ອຈະມີສ່ວນອັນໃດກັບຄົນທີ່ບໍ່ເຊື່ອ?
\v 16 ແລະ ພຣະວິຫານຂອງພຣະເຈົ້າຈະຕົກລົງອັນໃດກັບຮູບເຄົາຣົບໄດ້? ເພາະວ່າຂ້າພະເຈົ້າເປັນພຣະວິຫານຂອງພຣະເຈົ້າຜູ້ຊົງພຣະຊົນຢູ່, ດັ່ງທີ່ພຣະເຈົ້າກ່າວໄວ້ວ່າ: "ເຮົາຈະຢູ່ກັບພວກເຂົາທັງຫລາຍ ແລະ ດຳເນີນໃນບັນດາພວກເຂົາ. ເຮົາຈະເປັນພຣະເຈົ້າຂອງເຂົາ ແລະເຂົາຈະເປັນປະຊາຊົນຂອງເຮົາ."
\s5
\v 17 ເຫດສະນັ້ນ, ອົງພຣະຜູ້ເປັນເຈົ້າກ່າວວ່າ. "ຈົ່ງອອກຈາກພວກຄົນເຫລົ່ານັ້ນ," ແລະ ຈົ່ງແຍກໂຕອອກຈາກເຂົາທັງຫລາຍ ຢ່າແຕະຕ້ອງສິ່ງຊຶ່ງບໍ່ສະອາດ, ແລ້ວເຮົາຈະຮັບພວກເຈົ້າທັງຫລາຍ.
\v 18 ເຮົາຈະເປັນບິດາຂອງພວກເຈົ້າ, ແລະ ພວກເຈົ້າຈະເປັນລູກຊາຍ ແລະ ລູກສາວຂອງເຮົາ,” ອົງພຣະຜູ້ເປັນເຈົ້າຜູ້ຊົງຣິດທານຸພາບທັງຫມົດ," ໄດ້ກ່າວດັ່ງນັ້ນ.
\s5
\c 7
\cl ບົດທີ 7
\p
\v 1 ທ່ານທີ່ຮັກທັງຫລາຍ, ເມື່ອພວກເຮົາມີພຣະສັນຍາເຫລົ່ານີ້ແລ້ວ ກໍ່ຂໍໃຫ້ພວກເຮົາຊຳຣະຕົວຂອງພວກເຮົາໃຫ້ສະອາດຈາກທຸກສິ່ງທີ່ເຮັດໃຫ້ເຮົາເປັນມົນທິນ ທັງໃນຝ່າຍຮ່າງກາຍ ແລະ ທັງໃນຝ່າຍຈິດວິນຍານ. ໃຫ້ພວກເຮົາດຳເນີນຊີວິດດ້ວຍຄວາມບໍຣິສຸດໂດຍຄວາມຢຳເກງພຣະເຈົ້າ.
\s5
\v 2 ຂໍເປີດໃຈຮັບພວກເຮົາດ້ວຍເຖີດ! ພວກເຮົາບໍ່ໄດ້ເຮັດຜິດຕໍ່ຜູ້ໃດ. ພວກເຮົາບໍ່ໄດ້ທຳຮ້າຍຜູ້ໃດ ຫລື ເອົາປຽບຜູ້ໃດເລີຍ.
\v 3 ຂ້າພະເຈົ້າກ່າວແບບນີ້ບໍ່ແມ່ນເພື່ອຕຳນິທ່ານ. ເພາະຂ້າພະເຈົ້າໄດ້ກ່າວແລ້ວວ່າ ທ່ານຢູ່ໃນໃຈຂອງພວກເຮົາ, ເພາະຖ້າພວກເຮົາຕາຍ ພວກເຮົາຈະຕາຍດ້ວຍກັນ ແລະ ຖ້າພວກເຮົາມີຊີວິດຢູ່ ພວກເຮົາກໍ່ຈະຢູ່ດ້ວຍກັນ.
\v 4 ຂ້າພະເຈົ້າມີຄວາມຫມັ້ນໃຈໃນພວກທ່ານຢ່າງຫລວງຫຼາຍ, ແລະ ຂ້າພະເຈົ້າມີຄວາມພູມໃຈໃນພວກທ່ານ. ຂ້າພະເຈົ້າໄດ້ຮັບການຊູໃຈ. ຂ້າພະເຈົ້າມີຄວາມຍິນດີຢ່າງລົ້ນເຫລືອ ແມ່ນແຕ່ໃນຄວາມທຸກຍາກທັງຫມົດຂອງພວກເຮົາ.
\s5
\v 5 ເພາະວ່າເມື່ອພວກເຮົາມາຮອດແຂວງ ມາເກໂດເນຍ, ຮ່າງກາຍຂອງພວກເຮົາບໍ່ໄດ້ພັກຜ່ອນເລີຍ. ພວກເຮົາປະສົບກັບຄວາມທຸກຍາກໃນທຸກໆດ້ານ ພາຍນອກກໍມີການຕໍ່ສູ້ ພາຍໃນກໍ່ມີຄວາມຢ້ານກົວ
\v 6 ແຕ່ພຣະເຈົ້າ, ຜູ້ຊົງເປັນພຣະເຈົ້າແຫ່ງການຊູໃຈຄົນທີ່ທໍ້, ຊົງຫນູນໃຈພວກເຮົາໂດຍການມາຂອງ ຕີໂຕ.
\v 7 ພຣະເຈົ້າຊົງຫນູນໃຈພວກເຮົາບໍ່ແມ່ນສະເພາະການມາຂອງ ຕີໂຕ ເທົ່ານັ້ນ. ແຕ່ໂດຍການທີ່ ຕີໂຕ ເອງໄດ້ຮັບການຫນູນໃຈຈາກພວກທ່ານດ້ວຍ. ລາວໄດ້ບອກພວກເຮົາເຖິງຄວາມຮັກອັນຍີ່ງໃຫຍ່, ແລະ ຄວາມໂສກເສົ້າຂອງທ່ານ, ນອກນີ້ທັງການທີ່ທ່ານເອົາໃຈໃສ່ຕໍ່ຂ້າພະເຈົ້າເປັນຢ່າງດີ. ເຊິ່ງເຮັດໃຫ້ຂ້າພະເຈົ້າມີຄວາມຊື່ນຊົມຍິນດີຫລາຍຂຶ້ນ.
\s5
\v 8 ເພາະເຖິງແມ່ນວ່າຂ້າພະເຈົ້າໄດ້ເຮັດໃຫ້ທ່ານທຸກໃຈດ້ວຍຈົດຫມາຍສະບັບນັ້ນ, ຂ້າພະເຈົ້າກໍບໍ່ກິນແຫນງ ຂ້າພະເຈົ້າອາດຈະກິນແຫນງເລັກນ້ອຍ ເມື່ອຂ້າພະເຈົ້າເຫັນຈົດຫມາຍສະບັບນັ້ນເຮັດໃຫ້ພວກທ່ານທຸກໃຈ. ແຕ່ພວກທ່ານຈະມີຄວາມທຸກໃຈຢູ່ພຽງເວລາສັ້ນໆເທົ່ານັ້ນ.
\v 9 ຕອນນີ້ຂ້າພະເຈົ້າມີຄວາມສຸກ, ບໍ່ແມ່ນເພາະວ່າພວກທ່ານທຸກໃຈ, ແຕ່ເພາະວ່າຄວາມທຸກໃຈນັ້ນໄດ້ນຳພາໃຫ້ທ່ານກັບໃຈໃຫມ່. ທ່ານທັງຫລາຍໄດ້ຮັບຄວາມທຸກໃຈຕາມພຣະປະສົງຂອງພຣະເຈົ້າ, ດັ່ງນັ້ນ ທ່ານຈຶ່ງບໍ່ໄດ້ຮັບຜົນຮ້າຍຈາກພວກເຮົາເລີຍ.
\v 10 ເພາະວ່າຄວາມທຸກໃຈຕາມພຣະປະສົງຂອງພຣະເຈົ້ານັ້ນ ເຮັດໃຫ້ມີການກັບໃຈເຊິ່ງນຳໄປສູ່ຄວາມພົ້ນ. ຈຶ່ງບໍ່ເຮັດໃຫ້ທຸກໃຈ, ແຕ່ການກັບໃຈຝ່າຍໂລກນັ້ນ, ຈະນຳພາໄປສູ່ຄວາມຕາຍ.
\s5
\v 11 ຂໍຈົ່ງພິຈາລະນາເບິ່ງວ່າຄວາມທຸກໃຈ ຕາມທີ່ຊອບພຣະໄທພຣະເຈົ້ານັ້ນ. ເຮັດໃຫ້ເກີດຄວາມຫມຸ້ງຫມັ້ນຫລາຍເທົ່າໃດ ຄວາມຫມຸ້ງຫມັ້ນໃນການທີ່ຈະພິສູດຕົວເອງວ່າເປັນຜູ້ບໍຣິສຸດນນັ້ນມີຫລາຍເທົ່າໃດ. ຄວາມເຄື່ອງໃຈຂອງທ່ານ, ຄວາມຢ້ານກົວຂອງທ່ານ, ຄວາມປາຖະຫນາອັນແຮງກ້າຂອງທ່ານ, ຄວາມກະຕືລືລົ້ນຂອງທ່ານ, ແລະ ຄວາມປາຖະຫນາຂອງທ່ານທີ່ຈະໄດ້ເຫັນການລົງໂທດທີ່ຈະເກີດຂື້ນນັ້ນມີຫລາຍເທົ່າໃດ! ພວກທ່ານໄດ້ພິສູດໃຫ້ເຫັນໃນທຸກດ້ານແລ້ວວ່າພວກທ່ານເປັນຜູ້ບໍ່ມີຄວາມຜິດຫຍັງໃນເລື່ອງນີ້.
\v 12 ເຖິງແມ່ນວ່າຂ້າພະເຈົ້າໄດ້ຂຽນເຖິງທ່ານ, ຂ້າພະເຈົ້າບໍ່ໄດ້ຂຽນເພາະເຫັນແກ່ຄົນທີ່ຕ້ອງອົດທົນຕໍ່ຄວາມຊົ່ວຮ້າຍ. ແຕ່ຂ້າພະເຈົ້າຂຽນເພື່ອໃຫ້ຄວາມກະຕືລືລົ້ນທີ່ພວກທ່ານມີຕໍ່ຂ້າພະເຈົ້າປະກົດແກ່ພວກທ່ານໃນສາຍພຣະເນດຂອງພຣະເຈົ້າ.
\s5
\v 13 ເພາະເຫດນີ້ ພວກເຮົາຈື່ງໄດ້ຮັບການສະຫນັບສະຫນູນ. ນອກຈາກຄວາມຊູໃຈແລ້ວ, ພວກເຮົາຍັງມີຄວາມຊື່ນຊົມຍິນດີຫລາຍຕື່ມຂື້ນອີກ, ເນື່ອງຈາກຄວາມຍິນດີຂອງ ຕີໂຕ ເພາະວ່າພວກທ່ານທຸກຄົນໄດ້ເຮັດໃຫ້ວິນຍານຂອງລາວຊື່ນບານ.
\v 14 ເພາະຖ້າຂ້າພະເຈົ້າໄດ້ອວດອ້າງເລື່ອງຂອງພວກທ່ານແກ່ ຕີໂຕ, ຂ້າພະເຈົ້າກໍ່ບໍ່ມີຄວາມລະອາຍເລີຍ. ເພາະໃນທາງກົງກັນຂ້າມ, ທຸກສິ່ງທີ່ຂ້າພະເຈົ້າໄດ້ກ່າວກັບທ່ານນັ້ນເປັນຄວາມຈິງ, ສິ່ງທີ່ຂ້າພະເຈົ້າໄດ້ອວດອ້າງເລື່ອງພວກທ່ານແກ່ ຕິໂຕ ກໍ່ໄດ້ຮັບການພິສູດແລ້ວວ່າເປັນຄວາມຈິງສັນນັ້ນ.
\s5
\v 15 ຄວາມຮັກຂອງລາວທີ່ມີຕໍ່ພວກທ່ານນັ້ນກໍ່ເພີ່ມພູນຂື້ນ, ເມື່ອລາວລະນຶກເຖິງຄວາມເຊື່ອຟັງຂອງພວກທ່ານທຸກຄົນດ້ວຍການທີ່ພວກທ່ານໃຫ້ການຕ້ອນຮັບລາວ, ດ້ວຍຄວາມຢຳເກງ ແລະ ຕົວສັ່ນ.
\v 16 ຂ້າພະເຈົ້າຊື່ນຊົມຍິນດີ ເພາະວ່າຂ້າພະເຈົ້າໄວ້ໃຈທ່ານໄດ້ໃນທຸກຢ່າງ.
\s5
\c 8
\cl ບົດທີ 8
\p
\v 1 ພີ່ນ້ອງທັງຫລາຍ, ພວກເຮົາຕ້ອງການໃຫ້ທ່ານຮູ້ເຖິງ, ພຣະຄຸນຂອງພຣະເຈົ້າທີ່ຊົງປະທານໃຫ້ແກ່ຄຣິສຕະຈັກຕ່າງໆຂອງແຂວງ ມາເກໂດເນຍ.
\v 2 ເພາະວ່າໃນລະຫວ່າງທີ່ພວກເຂົາຖືກທົດລອງຢ່າງຫນັກ, ຈາກຄວາມທຸກຍາກລຳບາກນັ້ນ ຄວາມຍິນດີທີ່ເຕັມລົ້ນຂອງລາວ ແລະ ຄວາມທຸກຍາກທີ່ສຸດນັ້ນ ກໍ່ລົ້ນອອກມາໄດ້ເປັນໃຈທີ່ກວ້າງໃຫຍ່ໄພສານ.
\s5
\v 3 ເພາະຂ້າພະເຈົ້າເປັນພະຍານໄດ້ວ່າ ພວກເຂົາໄດ້ຖວາຍເຕັມທີ່ເທົ່າທີ່ພວກເຂົາສາມາດຖວາຍໄດ້, ແລະ ທີ່ຈິງແລ້ວກໍ່ສຸດຄວາມສາມາດຂອງພວກເຂົາເອງ. ແລະ ເຮັດດ້ວຍຄວາມສະຫມັກໃຈ
\v 4 ພວກເຂົາວອນຂໍພວກເຮົາຢ່າງຫລວງຫຼາຍ. ຂໍໃຫ້ເຂົາໄດ້ມີໂອກາດໃນການແບ່ງປັນເພື່ອຊ່ວຍເຫລືອໄພ່ພົນໃນພາລະກິດນີ້ດ້ວຍ.
\v 5 ເຊິ່ງບໍ່ຄືກັບທີ່ພວກເຮົາຄາດຫວັງໄວ້. ແຕ່ພວກເຂົາໄດ້ຖວາຍຕົວເອງແດ່ອົງພຣະຜູ້ເປັນເຈົ້າກ່ອນ. ຫລັງຈາກນັ້ນ, ຈຶ່ງມອບຕົວໃຫ້ກັບພວກເຮົາຕາມພຣະປະສົງຂອງພຣະເຈົ້າ.
\s5
\v 6 ຂ້າພະເຈົ້າຈຶ່ງໄດ້ເຕືອນ ຕີໂຕ ວ່າ, ເມື່ອລາວໄດ້ເລີ່ມຕົ້ນເລື່ອງນີ້ແລ້ວ, ກໍໃຫ້ລາວເຮັດການກຸສົນນັ້ນກັບທ່ານທັງຫລາຍ.
\v 7 ພວກທ່ານມີພ້ອມສົມບູນທຸກຢ່າງທັງຄວາມເຊື່ອໃນຖ້ອຍຄຳ, ໃນຄວາມຮູ້, ໃນຄວາມກະຕືລືລົ້ນ, ແລະ ໃນຄວາມຮັກຂອງທ່ານທັງຫລາຍທີ່ມີຕໍ່ພວກເຮົາ. ດັ່ງນັ້ນທ່ານທັງຫລາຍກໍຈົ່ງເຮັດການກຸສົນນີ້ຢ່າງເຕັມລົ້ນເຊັ່ນກັນເຖີດ.
\s5
\v 8 ຂ້າພະເຈົ້າບໍ່ໄດ້ເວົ້າເປັນຄຳສັ່ງ. ແຕ່ໄດ້ນຳເລື່ອງຂອງຄົນອື່ນທີ່ມີຄວາມກະຕືລືລົ້ນມາທົດສອບຄວາມຮັກຂອງທ່ານທັງຫລາຍວ່າ ມີຄວາມຈິງໃຈຫລືບໍ່.
\v 9 ເພາະວ່າທ່ານທັງຫລາຍຮູ້ຈັກພຣະຄຸນຂອງພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າຂອງພວກເຮົາວ່າ. ເຖິງວ່າພຣະອົງຈະຮັ່ງມີ, ພຣະອົງກໍຍັງຊົງຍອມເປັນຄົນຍາກຈົນ, ເພື່ອເຫັນແກ່ທ່ານທັງຫລາຍ ເພື່ອທີ່ວ່າພວກທ່ານຈະໄດ້ກາຍເປັນຄົນຮັ່ງມີ ເນື່ອງຈາກ ຄວາມຍາກຈົນຂອງພຣະອົງ.
\s5
\v 10 ສະນັ້ນ, ຂ້າພະເຈົ້າຈຶ່ງຂໍສະແດງຄວາມຄິດເຫັນໃນເລື່ອງນີ້ ເພື່ອທີ່ຈະເປັນປະໂຫຍດແກ່ພວກທ່ານວ່າ ເລື່ອງທີ່ທ່ານໄດ້ເລີ່ມຕົ້ນເມື່ອປີກາຍນີ້, ພວກທ່ານບໍ່ໄດ້ພຽງເລີ່ມຕົ້ນທີ່ຈະເຮັດບາງຢ່າງເທົ່ານັ້ນ, ແຕ່ພວກທ່ານຍັງປາຖະຫນາທີ່ຈະເຮັດດ້ວຍ.
\v 11 ບັດນີ້ພວກທ່ານກໍຄວນທີ່ຈະເຮັດໃຫ້ສຳເລັດເສັຍ. ພວກທ່ານມີຄວາມກະຕືລືລົ້ນ ແລະ ຄວາມປາຖະຫນາທີ່ຈະເຮັດສັນໃດ, ກໍຂໍໃຫ້ທ່ານປະສົບຜົນສຳເລັດເທົ່າທີ່ເຮັດໄດ້ສັນນັ້ນ.
\v 12 ເພາະວ່າຖ້າມີຄວາມກະຕືລືລົ້ນທີ່ຈະເຮັດສິ່ງນີ້ແລ້ວ. ກໍຖືວ່າເປັນສິ່ງທີ່ດີ ແລະຫນ້າພໍໃຈ ການໃຫ້ນັ້ນຕ້ອງໃຫ້ຕາມທີ່ເຂົາມີຢູ່, ບໍ່ແມ່ນຕາມທີ່ເຂົາບໍ່ມີ.
\s5
\v 13 ຂ້າພະເຈົ້າບໍ່ໄດ້ຫມາຍຄວາມວ່າ ຈະໃຫ້ວຽກຂອງຄົນອື່ນເບົາລົງ ແລະ ໃຫ້ວຽກຂອງພວກທ່ານຫນັກຂື້ນ. ແຕ່ເພື່ອໃຫ້ເປັນການສະເຫມີກັນ
\v 14 ເພາະວ່າໃນຄາວທີ່ພວກທ່ານມີຢ່າງອຸດົມສົມບູນຄືກັບເວລານີ້ ທ່ານກໍຄວນຈະຊ່ວຍເຫລືອຄົນເຫລົ່ານັ້ນທີ່ຂັດສົນ, ແລະ ໃນເວລາທີ່ພວກເຂົາມີຢ່າງອຸດົມສົມບູນ ພວກເຂົາກໍຈະໄດ້ຊ່ວຍພວກທ່ານຍາມຂັດສົນ ຊຶ່ງຖືວ່າມີຄວາມຍຸດຕິທຳ.
\v 15 ຕາມທີ່ມີຂຽນໄວ້ວ່າ: "ຄົນທີ່ເກັບໄດ້ຫລາຍກໍບໍ່ມີຫຍັງເຫລືອ, ແລະ ຄົນທີ່ເກັບໄດ້ຫນ້ອຍກໍບໍ່ຂາດເຂີນ."
\s5
\v 16 ແຕ່ຂອບພຣະຄຸນພຣະເຈົ້າ, ຜູ້ຊົງໃຫ້ ຕີໂຕ ມີໃຈກະຕືລືລົ້ນໃນຄວາມຫວ່ງໃຍຢ່າງດຽວກັນກັບທີ່ຂ້າພະເຈົ້າມີຕໍ່ພວກທ່ານ.
\v 17 ເພາະວ່າເຂົາບໍ່ພຽງແຕ່ຮັບຄຳຂໍຮ້ອງຂອງພວກເຮົາເທົ່ານັ້ນ, ແຕ່ຍັງມີຄວາມກະຕືລືລົ້ນຫລາຍ. ເຂົາໄດ້ໄປຫາພວກທ່ານດ້ວຍຄວາມສະຫມັກໃຈ.
\s5
\v 18 ເຮົາສົ່ງພີ່ນ້ອງຄົນຫນື່ງໃນຄຣິສຕະຈັກທຸກແຫ່ງ ທີ່​ໄດ້​ຮັບ​ການຍ້ອງຍໍໃນເລື່ອງການປະກາດຂ່າວປະເສີດໄປພ້ອມກັບ ຕີໂຕ ດ້ວຍ.
\v 19 ແລະ ບໍ່ພຽງເທົ່ານີ້, ຄຣິສຕະຈັກຕ່າງໆຍັງໄດ້ເລືອກໃຫ້ລາວເປັນຜູ້ຮ່ວມເດີນທາງກັບພວກເຮົາ ແລະ ເປັນຜູ້ຮ່ວມງານໃນການເຮັດຄວາມດີນີ້. ເຊິ່ງພວກເຮົາເຮັດສິ່ງນີ້ເພື່ອຖວາຍກຽດແດ່ອົງພຣະຜູ້ເປັນເຈົ້າ ແລະ ສະແດງເຖິງຄວາມກະຕືລືລົ້ນຂອງພວກເຮົາໃນການຊ່ວຍເຫລືອ.
\s5
\v 20 ພວກເຮົາຫລີກລ້ຽງທີ່ຈະບໍ່ໃຫ້ຄົນໃດຄົນຫນື່ງເຕືອນພວກເຮົາໄດ້ໃນເລື່ອງກ່ຽວກັບຂອງຖວາຍຫລາຍຢ່າງ ເຊິ່ງພວກເຮົາຮັບມາແຈກຢາຍນັ້ນ.
\v 21 ພວກເຮົາລະມັດລະວັງທີ່ຈະເຮັດດ້ວຍຄວາມຊື່ສັດ, ເຊິ່ງບໍ່ພຽງສະເພາະໃນສາຍພຣະເນດຂອງອົງພຣະຜູ້ເປັນເຈົ້າເທົ່ານັ້ນ, ແຕ່ໃນສາຍຕາຂອງມະນຸດອີກດ້ວຍ.
\s5
\v 22 ພວກເຮົາໄດ້ສົ່ງພີ່ນ້ອງອີກຄົນຫນື່ງໄປນຳກັນກັບເຂົາທັງສອງ. ລາວເປັນຄົນທີ່ຖືກຂ້າພະເຈົ້າທົດສອບຢູ່ເລື້ອຍໆ, ແລະ ພວກເຮົາເຫັນວ່າລາວມີຄວາມກະຕືລືລົ້ນໃນຫຼາຍຢ່າງ. ແລະ ດຽວນີ້ລາວມີຄວາມກະຕືລືລົ້ນຫລາຍຂຶ້ນ ທັງນີ້ເພາະວ່າລາວມີຄວາມໄວ້ວາງໃຈໃນທ່ານຫລາຍ.
\v 23 ສ່ວນ ຕີໂຕ, ລາວເປັນຄູ່ຮ່ວມງານ ແລະ ເປັນຜູ້ຮ່ວມງານຂອງຂ້າພະເຈົ້າໃນການຮັບໃຊ້ທ່ານທັງຫລາຍ. ສ່ວນພີ່ນ້ອງສອງຄົນນັ້ນ, ຄຣິສຕະຈັກຕ່າງໆໄດ້ສົ່ງພວກເຂົາໄປ. ແລະ ພວກເຂົາກໍ່ໄດ້ຖວາຍກຽດແດ່ພຣະຄຣິດ.
\v 24 ເຫດສະນັ້ນ ຈົ່ງສະແດງຄວາມຮັກຂອງທ່ານແກ່ພວກເຂົາ, ແລະ ສຳແດງໃຫ້ຄຣິສຕະຈັກທັງຫລາຍໄດ້ເຫັນວ່າ ເປັນການສົມຄວນແລ້ວທີ່ພວກເຮົາໄດ້ອວດອ້າງເລື່ອງພວກທ່ານໃຫ້ເຂົາຟັງ.
\s5
\c 9
\cl ບົດທີ 9
\p
\v 1 ຂ້າພະເຈົ້າບໍ່ຈຳເປັນຕ້ອງຂຽນເຖິງທ່ານ. ໃນເລື່ອງການສົງເຄາະບັນດາຜູ້ທີ່ເຊື່ອ,
\v 2 ເພາະວ່າຂ້າພະເຈົ້າຮູ້ເຖິງຄວາມປາຖະຫນາຂອງທ່ານ, ເຊິ່ງຂ້າພະເຈົ້າເຄີຍອ້າງເລື່ອງພວກທ່ານໃຫ້ກັບຊາວ ມາເກໂດເນຍ ຟັງແລ້ວ. ຊາວເມືອງອະຂາຢາ ໄດ້ກະກຽມໄວ້ພ້ອມແລ້ວຕັ້ງແຕ່ປີກາຍ. ແລະ ຄວາມກະຕືລືລົ້ນຂອງທ່ານກໍໄດ້ບັນດານໃຈຄົນເປັນຈຳນວນຫລາຍໃຫ້ເຮັດຕາມ.
\s5
\v 3 ແລະບັດນີ້ຂ້າພະເຈົ້າສົ່ງພີ່ນ້ອງເຫລົ່ານີ້ໄປ ເພື່ອບໍ່ໃຫ້ການອວດຂອງຂ້າພະເຈົ້ານັ້ນເສັຍຄ່າໄປ, ແລະ ເພື່ອໃຫ້ພວກທ່ານກະກຽມໄວ້ໃຫ້ພ້ອມ, ຕາມທີ່ຂ້າພະເຈົ້າໄດ້ກ່າວໄວ້ແລ້ວວ່າ ພວກທ່ານຈະພ້ອມ.
\v 4 ຖ້າບໍ່ດັ່ງນັ້ນແລ້ວ, ຖ້າຫາກມີຊາວ ມາເກໂດເນຍ ຄົນໃດມາກັບຂ້າພະເຈົ້າ ແລະ ພົບວ່າທ່ານຍັງບໍ່ໄດ້ກຽມໃຫ້ພ້ອມ, ພວກເຮົາກໍຈະຂາຍຫນ້າ ຂ້າພະເຈົ້າບໍ່ໄດ້ກ່າວຫາທ່ານເລີຍເພາະວ່າຂ້າພະເຈົ້າມີຄວາມຫມັ້້ນໃຈພວກທ່ານ.
\v 5 ດ້ວຍເຫດນີ້ ຂ້າພະເຈົ້າຈຶ່ງຄິດວ່າ ຈຳເປັນຕ້ອງຂໍຮ້ອງໃຫ້ພີ່ນ້ອງເຫລົ່ານີ້ ເພື່ອໃຫ້ໄປຫາພວກທ່ານ ແລະ ໃຫ້ກະກຽມຂອງຖວາຍລ່ວງຫນ້າຕາມທີ່ທ່ານໄດ້ສັນຍາໄວ້ແລ້ວ. ເພື່ອຂອງຖວາຍນັ້ນຈະມີຢູ່ພ້ອມເພື່ອເປັນພຣະພອນ, ແລະ ບໍ່ແມ່ນເປັນສີ່ງທີ່ຝືນໃຈ.
\s5
\v 6 ເພາະນີ້ແຫລະ: ຄົນທີ່ຫວ່ານຫນ້ອຍກໍ່ຈະເກັບກ່ຽວໄດ້ພຽງເລັກຫນ້ອຍ, ແລະ ຄົນທີ່ຫວ່ານເພື່ອຈະໄດ້ຮັບພຣະພອນ ກໍ່ຈະໄດ້ເກັບກ່ຽວພຣະພອນດ້ວຍ.
\v 7 ຈົ່ງໃຫ້ແຕ່ລະຄົນໃຫ້ຕາມທີ່ຕົນຄິດໄວ້ໃນໃຈ. ຢ່າໃຫ້ດ້ວຍຄວາມເສຍດາຍ ຫລື ດ້ວຍຄວາມຝືນໃຈ. ເພາະວ່າພຣະເຈົ້າຊົງຮັກຄົນທີ່ໃຫ້ດ້ວຍໃຈຍິນດີ.
\s5
\v 8 ແລະ ພຣະເຈົ້າສາມາດປະທານພຣະພອນທຸກຢ່າງແກ່ທ່ານທັງຫລາຍ. ເພື່ອວ່າ, ໃຫ້ພວກທ່ານມີທຸກສິ່ງທຸກຢ່າງ, ພຽງພໍສຳລັບຕົວສະເຫມີ, ທັງຈະມີສິ່ງຂອງຢ່າງສົມບູນ. ສຳລັບການງານທີ່ດີທຸກຢ່າງດ້ວຍ.
\v 9 ຕາມທີ່ຂຽນໄວ້ວ່າ: "ລາວແຈກຢາຍຊັບສົມບັດຂອງຕົນແກ່ຄົນທຸກຍາກ. ຄວາມຊອບທຳຂອງລາວດຳລົງຢູ່ເປັນນິດ."
\s5
\v 10 ຝ່າຍພຣະອົງ ຜູ້ໄດ້ປະທານເມັດພືດແກ່ຜູ້ຫວ່ານ ແລະ ປະທານອາຫານໃຫ້ແກ່ຄົນທີ່ກິນນັ້ນ, ຈະຊົງເພີ່ມພູນເມັດພືດຂອງທ່ານເພື່ອການຫວ່ານ. ທັງຈະຊົງໃຫ້ການເກັບກ່ຽວຜົນແຫ່ງຄວາມຊອບທຳຂອງທ່ານຈະເລີນຂື້ນດ້ວຍ.
\v 11 ທ່ານຈະມີຄວາມຮັ່ງມີໃນທຸກທາງ. ເພື່ອໃຫ້ທ່ານສາມາດແຈກຢາຍດ້ວຍໃຈເອື້ອເຟື້ອເພື່ອແຜ່ ຊຶ່ງຈະນຳໄປສູ່ການຂອບພຣະຄຸນພຣະເຈົ້າຜ່ານທາງພວກເຮົາ.
\s5
\v 12 ບໍ່ແມ່ນພຽງເພື່ອການຈັດຫາໃຫ້ກັບຜູ້ທີ່ເຊື່ອທີ່ຂັດສົນເທົ່ານັ້ນ. ແຕ່ຍັງເຮັດໃຫ້ມີການຂອບພຣະຄຸນພຣະເຈົ້າຢ່າງຫລວງຫລາຍດ້ວຍ.
\v 13 ເພາະວ່າການທີ່ພວກທ່ານໄດ້ຖືກທົດລອງ ແລະ ພິສູດໂດຍການຮັບໃຊ້ນີ້, ພວກທ່ານຈະໄດ້ຖວາຍພຣະກຽດແດ່ພຣະເຈົ້າໂດຍການທີ່ພວກທ່ານເຊື່ອຟັງດ້ວຍການຍອມຮັບໃນຂ່າວປະເສີດຂອງພຣະຄຣິດ. ພ້ອມກັນນີ້ທ່ານທັງຫລາຍຈະໄດ້ຖວາຍພຣະກຽດແດ່ພຣະເຈົ້າໂດຍການຖວາຍດ້ວຍໃຈເອື້ອເຟື້ອເພື່ອແຜ່ໃຫ້ແກ່ພວກເຂົາ ແລະ ທຸກຄົນດ້ວຍ.
\v 14 ພວກເຂົາຈະອະທິຖານເພື່ອທ່ານ, ແລະ ຄິດຮອດເຖິງທ່ານ. ລາວເຮັດແບບນີ້ກໍເພາະວ່າພຣະຄຸນອັນລໍ້າຄ່າຂອງພຣະເຈົ້າສະຖິດຢູ່ໃນທ່ານ.
\v 15 ຈົ່ງຂອບພຣະຄຸນພຣະເຈົ້າ ສຳລັບຂອງປະທານອັນເຫລືອທີ່ຈະພັນລະນາຂອງພຣະອົງ!
\s5
\c 10
\cl ບົດທີ 10
\p
\v 1 ຂ້າພະເຈົ້າ, ໂປໂລ, ໃຜທີ່ຈະຂໍຮ້ອງພວກທ່ານທັງຫລາຍ, ດ້ວຍຕົວຂອງຂ້າພະເຈົ້າເອງ, ໂດຍເຫັນແກ່ຄວາມອ່ອນສຸພາບ ແລະ ພຣະກະລຸນາຂອງພຣະຄຣິດ. ຂ້າພະເຈົ້າເປັນຜູ້ທີ່ອ່ອນນ້ອມຖ່ອມຕົວເມື່ອຢູ່ກັບທ່ານທັງຫລາຍ, ແຕ່ເມື່ອຢູ່ຄົນດຽວກໍເປັນຄົນກ້າຫານ.
\v 2 ຂ້າພະເຈົ້າຈື່ງຂໍຮ້ອງພວກທ່ານວ່າ, ເມື່ອຂ້າພະເຈົ້າຢູ່ກັບທ່ານນັ້ນ, ຢ່າໃຫ້ຂ້າພະເຈົ້າຕ້ອງຫ້າວຫັນຕໍ່ພວກທ່ານດ້ວຍຄວາມຫມັ້ນໃຈໃນຕົວເອງ. ຂ້າພະເຈົ້າຄິດວ່າຂ້າພະເຈົ້າຈະຕ້ອງຫ້າວຫັນເມື່ອຕ້ອງຂັດແຍ້ງກັບບາງຄົນທີ່ຄິດວ່າເຮົາດຳລົງຊີວິດຕາມເນື້ອຫນັງ.
\s5
\v 3 ເພາະວ່າ ເຖິງແມ່ນວ່າພວກເຮົາຈະດຳລົງຊີວິດໃນຝ່າຍເນື້ອຫນັງ, ແຕ່ພວກເຮົາກໍບໍ່ໄດ້ສູ້ຮົບຕາມແບບເນື້ອຫນັງນັ້ນ.
\v 4 ເພາະວ່າ ອາວຸດທີ່ຂ້າພະເຈົ້າໃຊ້ຕໍ່ສູ້ນັ້ນບໍ່ໄດ້ເປັນແບບເນື້ອຫນັງ. ແຕ່ເປັນ, ຣິດທານຸພາບຈາກພຣະເຈົ້າທີ່ສາມາດທຳລາຍປ້ອມປາການຕ່າງໆໄດ້. ຄືທຳລາຍເຫດຜົນອັນບໍ່ຈິງທັງຫລາຍ.
\s5
\v 5 ຄືທຳລາຍຄວາມຄິດທຸກຢ່າງທີ່ຕັ້ງຂື້ນເພື່ອຂັດຂວາງຄວາມຮູ້ຂອງພຣະເຈົ້າ. ແລະ ຊັກຈູງຄວາມຄິດທຸກປະການໃຫ້ມາເຊື່ອຟັງພຣະຄຣິດ.
\v 6 ແລະ ພວກເຮົາພ້ອມທີ່ຈະລົງໂທດໃນທຸກການກະທຳທີ່ບໍ່ເຊື່ອຟັງ, ທັນທີທີ່ຄວາມເຊື່ອຂອງພວກທ່ານສົມບູນ.
\s5
\v 7 ຈົ່ງເບິ່ງສິ່ງທີ່ປາກົດຢູ່ຕໍ່ຫນ້າທ່ານ. ຖ້າຜູ້ໃດຫມັ້ນໃຈວ່າຕົນເອງເປັນຄົນຂອງພຣະຄຣິດ, ກໍໃຫ້ຜູ້ນັ້ນພິຈາລະນາຕົນເອງວ່າ ເມື່ອເຂົາເປັນຄົນຂອງພຣະຄຣິດ, ພວກເຮົາກໍເປັນຄົນຂອງພຣະຄຣິດດວ້ຍເຊັ່ນກັນ.
\v 8 ເຖິງແມ່ນວ່າຂ້າພະເຈົ້າຈະອວດຫລາຍໄປກ່ຽວກັບສິດອຳນາດ. ເຊິ່ງອົງພຣະຜູ້ເປັນເຈົ້າຊົງປະທານໃຫ້ກັບພວກເຮົາເພື່ອໃຫ້ເສີມສ້າງພວກທ່ານ ແລະ ບໍ່ແມ່ນເພື່ອທຳລາຍພວກທ່ານ, ຂ້າພະເຈົ້າກໍຈະບໍ່ໄດ້ຮັບຄວາມອັບອາຍ.
\s5
\v 9 ຂ້າພະເຈົ້າບໍ່ຕ້ອງການທີ່ຈະປະກົດຕົວໃຫ້ເຫັນຄືກັບວ່າຂ້າພະເຈົ້າໄດ້ເຮັດໃຫ້ພວກທ່ານຢ້ານກົວ ເພາະຈົດຫມາຍຂອງຂ້າພະເຈົ້າ.
\v 10 ຕາມທີ່ບາງຄົນເວົ້າວ່າ, "ຈົດຫມາຍຂອງ ໂປໂລ ນັ້ນເບີ່ງຈິງຈັງ, ແລະ ມີພະລັງອຳນາດ, ແຕ່ວ່າຕົວລາວເບິ່ງອ່ອນກຳລັງ. ຄຳເວົ້າຂອງລາວກໍບໍ່ຄຸນຄ່າແກ່ການຟັງ."
\s5
\v 11 ຈົ່ງໃຫ້ຄົນເຫລົ່ານັ້ນເຂົ້າໃຈຢ່າງນີ້ວ່າ ພວກເຮົາເວົ້າໄວ້ໃນຈົດຫມາຍຢ່າງໃດເມື່ອພວກເຮົາບໍ່ຢູ່ ພວກເຮົາກໍຈະເຮັດຢ່າງນັ້ນເມື່ອພວກເຮົາຢູ່ເຊັ່ນກັນ.
\v 12 ພວກເຮົາຈະບໍ່ທຽບໃສ່ ຫລື ປຽບທຽບຕົວເຮົາເອງກັບຄົນທີ່ຍ້ອງຍໍໂຕເອງ. ແຕ່ເມື່ອພວກເຂົາເອົາຕົວເອງເປັນເຄື່ອງວັດກັນ ແລະ ກັນ ແລະ ເອົາຕົວເອງປຽບທຽບກັນ ແລະ ກັນ, ພວກເຂົາກໍເປັນຄົນທີ່ຂາດຄວາມເຂົ້າໃຈ.
\s5
\v 13 ເຖິງຢ່າງໃດກໍຕາມ, ພວກເຮົາ, ຈະບໍ່ອວດອ້າງເກີນຂອບເຂດ. ແຕ່ຈະອວດອ້າງໃນຂອບເຂດທີ່ພຣະເຈົ້າຊົງຈັດແຈງໄວ້ໃຫ້ພວກເຮົາ, ເຊິ່ງພວກທ່ານກໍຢູ່ໃນຂອບເຂດນັ້ນດ້ວຍ.
\v 14 ເພາະວ່າເມື່ອພວກເຮົາມາຫາພວກທ່ານນັ້ນ ພວກເຮົາເອງບໍ່ໄດ້ລ່ວງລ້ຳຂອບເຂດ. ແລະ ພວກເຮົາເປັນພວກທຳອິດທີ່ໄດ້ນຳຂ່າວປະເສີດຂອງພຣະຄຣິດມາຮອດທ່ານທັງຫລາຍ.
\s5
\v 15 ພວກເຮົາບໍ່ໄດ້ໂອ້ອວດເກີນຂອບເຂດ ກ່ຽວກັບວຽກງານທີ່ຄົນອື່ນໄດ້ເຮັດ. ແຕ່ພວກເຮົາມີຄວາມຫວັງວ່າ ເມື່ອຄວາມເຊື່ອຂອງພວກທ່ານຈະເລີນຂື້ນຫລາຍແລ້ວ, ຂອບເຂດງານຂອງພວກເຮົາກໍຈະຂະຫຍາຍຢ່າງກວ້າງຂວາງໃນຫມູ່ພວກທ່ານ.
\v 16 ດັ່ງນັ້ນ ເມື່ອພວກເຮົາມີຄວາມຫວັງຢ່າງນີ້, ພວກເຮົາກໍຈະປະກາດຂ່າວປະເສີດນອກເຂດທີ່ພວກທ່ານຢູ່. ໂດຍພວກເຮົາຈະບໍ່ອວດອ້າງໃນເລື່ອງການງານທີ່ຄົນອື່ນໄດ້ເຮັດໄວ້ແລ້ວ.
\s5
\v 17 “ແຕ່ຈົ່ງໃຫ້ຜູ້ທີ່ອວດນັ້ນ, ໄດ້ອວດອົງພຣະຜູ້ເປັນເຈົ້າເຖີດ.”
\v 18 ເພາະວ່າຄົນທີ່ຍົກຍ້ອງຕົວເອງຈະບໍ່ໄດ້ຮັບການຮັບຮອງ. ແຕ່, ຄົນທີ່ອົງພຣະຜູ້ເປັນເຈົ້າຍົກຍ້ອງຕ່າງຫາກຈະເປັນຄົນທີ່ໄດ້ຮັບການຮັບຮອງ.
\s5
\c 11
\cl ບົດທີ 11
\p
\v 1 ຂ້າພະເຈົ້າຢາກຂໍໃຫ້ພວກທ່ານອົດທົນຕໍ່ຄວາມໂງ່ຈ້າເລັກໆນ້ອຍໆຂອງຂ້າພະເຈົ້າ. ເຊິ່ງທີ່ຈິງພວກທ່ານກໍອົດທົນຢູ່ແລ້ວ!
\v 2 ເພາະວ່າຂ້າພະເຈົ້າຫວງແຫນພວກທ່ານທັງຫລາຍ. ດັ່ງທີ່ພຣະເຈົ້າຫວງແຫນ, ເພາະວ່າຂ້າພະເຈົ້າໄດ້ຫມັ້ນພວກທ່ານໄວ້ກັບສາມີຄົນດຽວ. ເພື່ອຖວາຍພວກທ່ານໃນຖານະເປັນຍິງສາວບໍຣິສຸດແດ່ພຣະຄຣິດ.
\s5
\v 3 ແຕ່ຂ້າພະເຈົ້າຢ້ານວ່າງູໄດ້ລໍ້ລວງ ເອວາ, ດ້ວຍກົນອຸບາຍຂອງມັນສັນໃດ, ຄວາມຄິດຂອງທ່ານທັງຫລາຍກໍອາດຈະເຮັດໃຫ້ຫລົງໄປຈາກຄວາມສັດຊື່ ແລະ ຄວາມບໍຣິສຸດຕໍ່ພຣະຄຣິດສັນນັ້ນ.
\v 4 ເພາະວ່າມີບາງຄົນມາ ແລະ ປະກາດເຖິງພຣະເຢຊູອີກອົງຫນື່ງ ນອກເຫນືອຈາກພຣະເຢຊູຄຣິດເຈົ້າ ທີ່ພວກເຮົາເຄີຍປະກາດມາ. ຫລື ພວກທ່ານຮັບພຣະວິນຍານທີ່ແຕກຕ່າງຈາກທີ່ທ່ານເຄີຍຮັບມານັ້ນ. ຫລື ພວກທ່ານຮັບຂ່າວປະເສີດອື່ນທີ່ແຕກຕ່າງຈາກທີ່ພວກທ່ານເຄີຍໄດ້ຮັບແລ້ວນັ້ນ. ທ່ານທັງຫລາຍກໍມີຄວາມອົດທົນດີແທ້ໆ.
\s5
\v 5 ເພາະຂ້າພະເຈົ້າຄິດວ່າ ຂ້າພະເຈົ້າບໍ່ໄດ້ດ້ອຍກວ່າບັນດາຄົນເຫລົ່ານັ້ນທີ່ຖືກເອີ້ນວ່າອັກຄະສາວົກພິເສດແມ້ແຕ່ຫນ້ອຍດຽວ.
\v 6 ເຖິງແມ່ນວ່າຂ້າພະເຈົ້າບໍ່ໄດ້ຮັບການຝຶກໃນການເວົ້າມາ, ແຕ່ຂ້າພະເຈົ້າກໍຍັງມີຄວາມຮູ້. ເຊິ່ງຂ້າພະເຈົ້າໄດ້ສະແດງຂໍ້ນີ້ໃຫ້ທ່ານເຫັນໃນທຸກໆທາງ ແລະ ໃນສິ່ງທັງປວງເຫລົ່ານີ້.
\s5
\v 7 ຂ້າພະເຈົ້າໄດ້ເຮັດຜິດໃນການຖ່ອມໃຈຕົວເອງລົງເພື່ອທີ່ຈະຍົກຊູທ່ານຂຶ້ນບໍ? ເພາະຂ້າພະເຈົ້າໄດ້ປະກາດຂ່າວປະເສີດຂອງພຣະເຈົ້າແກ່ພວກທ່ານແບບບໍ່ມີປະໂຫຍດ.
\v 8 ຂ້າພະເຈົ້າໄດ້ຍາດຊີງເອົາຄຣິສຕະຈັກອື່ນໆໂດຍການຮັບການຊ່ວຍເຫລືອຈາກພວກເຂົາເພື່ອບົວລະບັດທ່ານທັງຫລາຍ.
\v 9 ເມື່ອຂ້າພະເຈົ້າໄດ້ຢູ່ກັບພວກທ່ານ ແລະ ກຳລັງຂັດສົນຢູ່ນັ້ນ, ຂ້າພະເຈົ້າກໍບໍ່ໄດ້ເປັນພາລະສຳລັບໃຜ. ເພາະວ່າພີ່ນ້ອງທີ່ມາຈາກແຂວງ ມາເກໂດເນຍ. ໄດ້ຊ່ວຍເຫລືອໃນຄວາມຂາດແຄນຂອງຂ້າພະເຈົ້າ ຂ້າພະເຈົ້າລະວັງຕົວທີ່ຈະບໍ່ໃຫ້ເປັນພາລະ​ກັບ​ພວກ​ທ່ານໃນທຸກສິ່ງ, ແລະ ຂ້າ​ພະ​ເຈົ້າຈະລະມັດລະວັງເຊັ່ນນີ້ຕໍ່ໄປ.
\s5
\v 10 ຄວາມຈິງຂອງພຣະຄຣິດຢູ່ໃນຂ້າພະເຈົ້າສັນໃດ, ຈຶ່ງບໍ່ມີຜູ້ໃດໃນແຂວງ ອະຂາຢາ ທີ່ຈະຫ້າມຂ້າພະເຈົ້າບໍ່ໃຫ້ສະແດງເລື່ອງນີ້ໄດ້ສັນນັ້ນ.
\v 11 ເພາະອັນໃດບໍ? ເພາະວ່າ ຂ້າພະເຈົ້າບໍ່ຮັກພວກທ່ານບໍ? ພຣະເຈົ້າຊົງຮູ້ຈັກ.
\s5
\v 12 ແຕ່ສິ່ງທີ່ຂ້າພະເຈົ້າກຳລັງເຮັດຢູ່ນັ້ນກໍຈະເຮັດຕໍ່ໄປ, ຂ້າພະເຈົ້າເຮັດເພື່ອຕັດໂອກາດຂອງຄົນເຫລົ່ານັ້ນທີ່ລໍຖ້າຫາໂອກາດ ເພື່ອຈະອວດວ່າຕົວເອງກໍກຳລັງເຮັດວຽກຢ່າງດຽວກັນກັບພວກເຮົາ.
\v 13 ເພາະວ່າຄົນດັ່ງກ່າວນັ້ນເປັນອັກຄະສາວົກປອມ ແລະ ເປັນຄົນງານທີ່ຫລອກລວງ. ພວກເຂົາປອມຕົວເປັນອັກຄະສາວົກຂອງພຣະຄຣິດ.
\s5
\v 14 ແລະການເຮັດແບບນີ້ບໍ່ຫນ້າປະຫລາດໃຈເລີຍ, ເພາະວ່າ ຊາຕານເອງກໍສາມາດປອມຕົວເອງເປັນທູດສະຫວັນແຫ່ງຄວາມສະຫວ່າງໄດ້.
\v 15 ມັນຈຶ່ງບໍ່ແມ່ນເລື່ອງແປກທີ່ຄົນຮັບໃຊ້ຂອງຊາຕານຈະທຳທ່າວ່າເປັນຜູ້ຮັບໃຊ້ຂອງຄວາມຊອບທຳ. ຈຸດຈົບຂອງພວກເຂົາຈະເປັນໄປຕາມການກະທຳຂອງພວກເຂົາເອງ.
\s5
\v 16 ຂ້າພະເຈົ້າຂໍກ່າວຄືນອີກຢ່າງຫນື່ງວ່າ: ຢ່າໃຫ້ໃຜຄິດວ່າຂ້າພະເຈົ້າເປັນຄົນໂງ່ຈ້າ. ແຕ່ຖ້າທ່ານຄິດຢ່າງນັ້ນ, ກໍໃຫ້ຕ້ອນຮັບຂ້າພະເຈົ້າຢ່າງຄົນໂງ່ຈ້າເຖີດ ເພື່ອຂ້າພະເຈົ້າຈະໄດ້ອວດຕົວເອງແດ່.
\v 17 ການທີ່ຂ້າພະເຈົ້າໄດ້ເວົ້າກ່ຽວກັບຄວາມໂອ້ອວດນີ້ອົງພຣະຜູ້ເປັນເຈົ້າບໍ່ໄດ້ອະນຸຍາດໃຫ້ເວົ້າ, ແຕ່ຂ້າພະເຈົ້າເວົ້າຄືຄົນໂງ່ຈ້າ.
\v 18 ເພາະມີຫລາຍຄົນໂອ້ອວດຕາມເນື້ອຫນັງ, ຂ້າພະເຈົ້າກໍຈະອວດຄືກັນ.
\s5
\v 19 ເພາະວ່າການທີ່ພວກທ່ານອົດຟັງຄົນໂງ່ຈ້າ, ເວົ້າດ້ວຍຄວາມຍິນດີນັ້ນ ອາດເປັນຍ້ອນພວກທ່ານເປັນຄົນສະຫລາດບໍ!
\v 20 ເພາະທ່ານອົດທົນກັບບາງຄົນທີ່ພາພວກທ່ານໄປເປັນທາດ, ບາງຄົນພາພວກທ່ານໄປເປັນເຫຍື່ອ, ບາງຄົນທີ່ເອົາປຽບພວກທ່ານ, ບາງຄົນທີ່ຍົກຕົວເອງເປັນໃຫຍ່, ຫລື ບາງຄົນທີ່ຕົບຫນ້າຂອງພວກທ່ານ.
\v 21 ຂ້າພະເຈົ້າຂໍເວົ້າດ້ວຍຄວາມລະອາຍວ່າ ພວກເຮົາອ່ອນແອເກີນໄປໃນເລື່ອງນີ້, ຖ້າມີໃຜກ້າອວດໃນເລື່ອງໃດກໍຕາມ-ຂ້າພະເຈົ້າເວົ້າຢ່າງຄົນໂງ່ຈ້າ-ຂ້າພະເຈົ້າກໍຈະອວດດວ້ຍຄືກັນ.
\s5
\v 22 ພວກເຂົາເປັນຊົນຊາດ ເຮັບເຣີບໍ? ຂ້າພະເຈົ້າກໍເປັນເຫມືອນກັນ. ພວກເຂົາເປັນຊົນຊາດ ອິດສະຣາເອນບໍ? ຂ້າພະເຈົ້າກໍເປັນເຫມືອນກັນ. ພວກເຂົາເປັນເຊື້ອສາຍຂອງອັບຣາຮາມບໍ? ຂ້າພະເຈົ້າກໍເປັນເຫມືອນກັນ.
\v 23 ພວກເຂົາເປັນຜູ້ຮັບໃຊ້ຂອງພຣະຄຣິດບໍ? ຂ້າພະເຈົ້າກໍເປັນຫຼາຍກວ່າພວກເຂົາເສັຍອີກ. (ຂ້າພະເຈົ້າເວົ້າຄືກັບຄົນເສັຍສະຕິ.) ຂ້າພະເຈົ້າເຮັດວຽກຫນັກກວ່າພວກເຂົາ, ຂ້າພະເຈົ້າຖືກຈຳຄຸກຫລາຍກ່ວາພວກເຂົາ, ຂ້າພະເຈົ້າຖືກທຸບຕີເກີນຂະຫນາດ, ຂ້າພະເຈົ້າໄດ້ປະເຊີນກັບໄພອັນຕະລາຍເກືອບເຖິງຕາຍຢູ່ເລື້ອຍໆ.
\s5
\v 24 ພວກຢິວໄດ້ຂ້ຽນຕີຂ້າພະເຈົ້າຫ້າເທື່ອ "ເທື່ອລະສາມສິບເກົ້າບາດ."
\v 25 ເຂົາຕີຂ້າພະເຈົ້າດ້ວຍໄມ້ແສ້ຫວາຍສາມເທື່ອ. ພວກເຂົາໄດ້ແກວ່ງກ້ອນຫີນໃສ່ຂ້າພະເຈົ້າຫນື່ງເທື່ອ. ຂ້າພະເຈົ້າປະເຊີນກັບເຮືອຫລົ້ມສາມເທື່ອ. ຂ້າພະເຈົ້າລອຍຢູ່ໃນທະເລເປັນເວລາຫນື່ງຄືນ ແລະ ຫນື່ງມື້.
\v 26 ຂ້າພະເຈົ້າຕ້ອງເດີນທາງເລື້ອຍໆ, ເຊິ່ງຕ້ອງປະເຊີນກັບໄພອັນຕະລາຍຈາກແມ່ນໍ້າ, ແລະຈາກໂຈນຮ້າຍ, ປະເຊີນກັບໄພອັນຕະລາຍຈາກຄົນຊາດດຽວກັນກັບຂ້າພະເຈົ້າເອງ, ອັນຕະລາຍຈາກຄົນຕ່າງຊາດ, ປະເຊີນຕໍ່ອັນຕະລາຍໃນຕົວເມືອງ, ປະເຊີນໄພອັນຕະລາຍໃນຖິ່ນແຫ້ງແລ້ງກັນດານ, ປະເຊີນໄພອັນຕະລາຍໃນທະເລ, ປະເຊີນໄພອັນຕະລາຍຈາກພີ່ນ້ອງຫລອກຫລວງ.
\s5
\v 27 ຂ້າພະເຈົ້າຕ້ອງເຮັດວຽກຢ່າງຫນັກຫນ່ວງ ແລະ ລຳບາກ, ຕ້ອງອົດຫລັບອົດນອນ, ຕ້ອງອຶດເຂົ້າ ຢາກນ້ຳ ແລະ ຫລາຍເທື່ອຂາດອາຫານການກິນ, ຕ້ອງທົນຫນາວ ແລະ ເປືອຍກາຍ.
\v 28 ນອກຈາກນີ້ແລ້ວ ຍັງມີສິ່ງອື່ນໆ, ທີ່ກົດດັນຂ້າພະເຈົ້າຢູ່ທຸກໆວັນ ຄືຄວາມກັງວົນໃຈກ່ຽວກັບຄຣິສຕະຈັກໃນທຸກແຫ່ງ
\v 29 ມີຜູ້ໃດທີ່ອ່ອນກຳລັງ ແລະ ຂ້າພະເຈົ້າບໍ່ອ່ອນກຳລັງດ້ວຍ? ມີຜູ້ໃດທີ່ຖືກເຮັດໃຫ້ສະດຸດ, ແລະ ຂ້າພະເຈົ້າບໍ່ເປັນທຸກເປັນຮ້ອນດ້ວຍ?
\s5
\v 30 ຖ້າຂ້າພະເຈົ້າຈຳເປັນຕ້ອງອວດ, ຂ້າພະເຈົ້າຈະອວດໃນສິ່ງທີ່ສະແດງເຖິງຄວາມອ່ອນແອຂອງຂ້າພະເຈົ້າ.
\v 31 ພຣະເຈົ້າ ແລະ ພຣະບິດາເຈົ້າຂອງອົງພຣະເຢຊູຄຣິດເຈົ້າ, ຜູ້ຊຶ່ງໄດ້ຮັບຄຳສັນລະເສີນເປັນນິດນັ້ນ, ຊົງຮູ້ວ່າຂ້າພະເຈົ້າບໍ່ໄດ້ຕົວະ!
\s5
\v 32 ຜູ້ວ່າຣາຊການເມືອງຂອງກະສັດ ອາເຣຕາ ໃນນະຄອນ ດາມັສກັດ ໃຫ້ຄົນເຝົ້າຍາມນະຄອນ ດາມັສກັດ ໄວ້ເພື່ອຈະຈັບຂ້າພະເຈົ້າ.
\v 33 ແຕ່ຂ້າພະເຈົ້າຖືກເອົາໃສ່ໃນກະບຸງໃຫຍ່ຢ່ອນລົງທາງປ່ອງຢ້ຽມຂອງກຳແພງນະຄອນນັ້ນ, ຂ້າພະເຈົ້າຈື່ງໄດ້ຫນີພົ້ນຈາກເງື່ອມມືຂອງທ່ານເຈົ້າເມືອງນັ້ນ.
\s5
\c 12
\cl ບົດທີ 12
\p
\v 1 ຂ້າພະເຈົ້າຈຳເປັນຕ້ອງອວດ, ເຖິງແມ່ນຈະບໍ່ໄດ້ຮັບປະໂຫຍດອັນໃດ, ແຕ່ຂ້າພະເຈົ້າຈະສືບຕໍ່ບອກກ່ຽວກັບນິມິດ ແລະ ການສຳແດງຕ່າງໆທີ່ມາຈາກອົງພຣະຜູ້ເປັນເຈົ້າ.
\v 2 ເມື່ອສິບສີ່ປີກ່ອນ ຂ້າພະເຈົ້າຮູ້ຈັກຊາຍຄົນຫນື່ງໃນພຣະຄຣິດ ຊຶ່ງລາວຖືກຮັບຂຶ້ນສູ່ສະຫວັນຊັ້ນທີ່ສາມ ເຖິງວ່າ ຈະໄປທັງຮ່າງກາຍ ຫລື ບໍ່ມີຮ່າງກາຍ, ຂ້າພະເຈົ້າກໍບໍ່ຮູ້, ພຣະເຈົ້າເທົ່ານັ້ນເປັນຜູ້ຊົງຮູ້ຈັກ.
\s5
\v 3 ແລະ ຂ້າພະເຈົ້າຮູ້ຈັກຄົນນັ້ນໄດ້ຮັບຂຶ້ນໄປ ຈະໄປທັງຮ່າງກາຍ ຫລື ບໍ່ມີຮ່າງກາຍ, ຂ້າພະເຈົ້າບໍ່ຮູ້, ພຣະເຈົ້າເທົ່ານັ້ນຊົງຮູ້-
\v 4 ຖືກຮັບຂຶ້ນໄປເຖິງບ່ອນສຸກຂະເສີມ ແລະ ໄດ້ຍິນສິ່ງຕ່າງໆທີ່ສັກສິດເກີນກວ່າທຸກຄົນທີ່ຈະເວົ້າໄດ້.
\v 5 ສຳລັບຊາຍຄົນນີ້ຂ້າພະເຈົ້າອວດໄດ້. ແຕ່ສຳລັບຂ້າພະເຈົ້າເອງນັ້ນ ຂ້າພະເຈົ້າຈະບໍ່ອວດ, ເວັ້ນເສັຍແຕ່ວ່າຈະອວດເຖິງຄວາມອ່ອນແອຂອງຂ້າພະເຈົ້າ.
\s5
\v 6 ເພາະເຖິງແມ່ນວ່າຂ້າພະເຈົ້າຢາກຈະອວດ, ຂ້າພະເຈົ້າບໍ່ແມ່ນຄົນໂງ່ຈ້າ, ເພາະວ່າຂ້າພະເຈົ້າຈະເວົ້າຄວາມຈິງ. ແຕ່ຂ້າພະເຈົ້າຈະບໍ່ອວດ, ເພື່ອຈະບໍ່ມີໃຜປະເມີນຂ້າພະເຈົ້າສູງກວ່າສິ່ງທີ່ລາວໄດ້ເຫັນໃນຂ້າພະເຈົ້າ ຫລື ໄດ້ຍິນຈາກຂ້າພະເຈົ້າ.
\v 7 ແລະ ຂ້າພະເຈົ້າຈະບໍ່ອວດ ເນື່ອງຈາກການທີ່ໄດ້ເຫັນການສຳແດງພິເສດຫລາຍຢ່າງ. ດ້ວຍເຫດນີ້, ເພື່ອບໍ່ໃຫ້ຂ້າພະເຈົ້າຍົກຕົວຂຶ້ນ, ຈຶ່ງເຮັດໃຫ້ມີສ້ຽນຫນາມໃນເນື້ອຫນັງຂອງຂ້າພະເຈົ້າ, ເຊິ່ງແມ່ນທູດຂອງຊາຕານທີ່ໄດ້ທຸບຕີຂ້າພະເຈົ້າ, ເພື່ອວ່າຂ້າພະເຈົ້າຈະບໍ່ໄດ້ເປັນຄົນທະເຢີທະຍານເກີນໄປ.
\s5
\v 8 ຂ້າພະເຈົ້າໄດ້ອະທິຖານເລື່ອງສຽ້ນຫນາມນັ້ນຕໍ່ພຣະຜູ້ເປັນເຈົ້າເຖິງສາມເທື່ອ, ເພື່ອໃຫ້ຊົງເອົາອອກໄປຈາກຂ້າພະເຈົ້າ.
\v 9 ແລະ ພຣະອົງຊົງໄດ້ກ່າວກັບຂ້າພະເຈົ້າວ່າ, "ພຣະຄຸນຂອງເຮົາກໍມີພຽງພໍສຳລັບເຈົ້າ, ເພາະວ່າຄວາມອ່ອນແອມີຢູ່ໃສ ຣິດເດດຂອງເຮົາກໍມີຢ່າງເຕັມຂະຫນາດຢູ່ທີ່ນັ້ນ.” ດັ່ງນັ້ນ ຂ້າພະເຈົ້າຈຶ່ງຂໍອວດໃນເລື່ອງຄວາມອ່ອນແອຂອງຂ້າພະເຈົ້າ ເພື່ອຣິດອຳນາດຂອງພຣະຄຣິດທີ່ຈະໄດ້ຢູ່ໃນຂ້າພະເຈົ້າ.
\v 10 ເຫດສະນັ້ນ ເພາະເຫັນແກ່ພຣະຄຣິດ ຂ້າພະເຈົ້າຈື່ງຊື່ນໃຈໃນຄວາມອ່ອນແອຂອງຂ້າພະເຈົ້າ, ໃນການດູຫມິ່ນ, ໃນການທຸກຍາກຕ່າງໆ, ໃນການຖືກຂົ່ມເຫັງ, ໃນຄວາມຍາກລຳບາກ. ເພື່ອວ່າຂ້າພະເຈົ້າອ່ອນແອເມື່ອໃດ, ຂ້າພະເຈົ້າກໍຈະເຂັ້ມແຂງຂຶ້ນເມື່ອນັ້ນ.
\s5
\v 11 ຂ້າພະເຈົ້າກາຍເປັນຄົນໂງ່ຈ້າໄປແລ້ວ! ທ່ານບັງຄັບຂ້າພະເຈົ້າໃຫ້ເປັນ, ເພາະວ່າຂ້າພະເຈົ້າສົມຄວນທີ່ຈະໄດ້ຮັບການຍົກຍ້ອງຈາກພວກທ່ານ. ເພາະວ່າຂ້າພະເຈົ້າກໍບໍ່ຕໍ່າກວ່າບັນດາອັກຄະສາວົກພິເສດເຫລົ່ານັ້ນ, ເຖິງແມ່ນວ່າຂ້າພະເຈົ້າຈະບໍ່ໄດ້ເປັນຄົນພິເສດອັນໃດເລີຍ.
\v 12 ລັກສະນະທີ່ແທ້ຈິງຕ່າງໆ ຂອງການເປັນອັກຄະສາວົກນັ້ນ ກໍໄດ້ກາຍເປັນທີ່ແຈ່ມແຈ້ງໃນບັນດາພວກທ່ານ, ດ້ວຍຄວາມອົດທົນໂດຍຫມາຍສຳຄັນ ແລະ ການອັດສະຈັນ ລວມທັງໂດຍການອິດທິຣິດຕ່າງໆ.
\v 13 ເພາະວ່າພວກທ່ານດ້ວຍຄວາມສຳຄັນໄປກວ່າຄຣິສຕະຈັກອື່ນໆຢ່າງໃດບໍ?, ນອກຈາກການທີ່ຂ້າພະເຈົ້າບໍ່ໄດ້ເປັນພາລະແກ່ພວກທ່ານ? ການຜິດໃນຂໍ້ນີ້ຂໍພວກທ່ານໃຫ້ອະໄພແກ່ຂ້າພະເຈົ້າດ້ວຍເຖີດ!
\s5
\v 14 ນີ້ແຫລະ ຂ້າພະເຈົ້າພ້ອມທີ່ຈະມາພົບກັບພວກທ່ານເປັນເທື່ອທີສາມ. ຂ້າພະເຈົ້າຈະບໍ່ເປັນພາລະຕໍ່ພວກທ່ານ, ເພາະວ່າຂ້າພະເຈົ້າບໍ່ຕ້ອງການສິ່ງໃດໆຂອງພວກທ່ານທັງຫລາຍເລີຍ, ແຕ່ຂ້າພະເຈົ້າຕ້ອງການພວກທ່ານ. ເພາະວ່າເປັນການບໍ່ສົມຄວນທີ່ລູກໆຈະສະສົມໄວ້ສຳລັບພໍ່ແມ່. ແຕ່, ພໍ່ແມ່ຕ່າງຫາກທີ່ຄວນຈະສະສົມໄວ້ສຳລັບລູກ.
\v 15 ຂ້າພະເຈົ້າມີຄວາມຍິນດີຫລາຍໃນການເສັຍສະຫລະ ແລະ ການເສັຍສະຫລະນີ້ ກໍເພື່ອຈິດວິນຍານຂອງພວກທ່ານ. ແມ່ນວ່າຂ້າພະເຈົ້າຮັກພວກທ່ານຫລາຍຂື້ນ, ແຕ່ທ່ານພັດຮັກຂ້າພະເຈົ້າຫນ້ອຍລົງ
\s5
\v 16 ແຕ່ເຖິງແມ່ນວ່າຈະເປັນເຊັ່ນນັ້ນ, ຂ້າພະເຈົ້າກໍຈະບໍ່ເປັນພາລະຕໍ່ທ່ານທັງຫລາຍ. ແຕ່, ພວກທ່ານກໍເວົ້າວ່າຂ້າພະເຈົ້າເປັນຄົນເລ້ຫລ່ຽມ ຂ້າພະເຈົ້າຫຼອກລວງເອົາປຽບທ່ານທັງຫລາຍ.
\v 17 ຂ້າພະເຈົ້າເອົາປຽບພວກທ່ານໂດຍການສົ່ງຜູ້ໃດຜູ້ຫນື່ງໄປຫາພວກທ່ານບໍ?
\v 18 ຂ້າພະເຈົ້າໄດ້ຂໍຮ້ອງໃຫ້ ຕີໂຕ ໄປຫາທ່ານ, ແລະ ສົ່ງພີ່ນ້ອງອີກຄົນຫນື່ງໄປນຳລາວ. ຕີໂຕ ເອົາປຽບພວກທ່ານບໍ? ພວກເຮົາບໍ່ໄດ້ເດີນໃນທາງດຽວກັນບໍ? ພວກເຮົາບໍ່ໄດ້ກ້າວເດີນຕາມເສັ້ນທາງດຽວກັນບໍ?
\s5
\v 19 ທ່ານທັງຫລາຍຄິດຢູ່ຕະຫລອດມາວ່າ ພວກເຮົາແກ້ຕົວໃຫ້ພວກເຮົາເອງຕໍ່ພວກທ່ານບໍ? ຂ້າພະເຈົ້າເວົ້າໃນພຣະຄຣິດ ດັ່ງວ່າ ຂ້າພະເຈົ້າຢູ່ຊ້ອງຫນ້າຂອງພຣະເຈົ້າ ວ່າສິ່ງສາລະພັດທີ່ເຮັດນັ້ນ ກໍ່ເພື່ອຄວາມຈະເລີນຂອງພວກທ່ານ.
\s5
\v 20 ເພາະວ່າຂ້າພະເຈົ້າຢ້ານວ່າເມື່ອມາຮອດ ຂ້າພະເຈົ້າອາດຈະບໍ່ໄດ້ເຫັນພວກທ່ານໃນສິ່ງທີ່ຂ້າພະເຈົ້າຢາກເຫັນ. ຂ້າພະເຈົ້າຢ້ານວ່າທ່ານຈະບໍ່ໄດ້ພົບກັບຂ້າພະເຈົ້າຕາມທີ່ພວກທ່ານປາຖະຫນາ. ຂ້າພະເຈົ້າຢ້ານວ່າ ຈະມີການໂຕ້ຖຽງກັນ, ມີການອິດສາກັນ, ໄດ້ມີການຄຽດແຄ້ນໃສ່ກັນ, ມີການເຫັນແກ່ຕົວ, ມີການນິນທາກັນ, ມີຄວາມຈອງຫອງກັນ, ແລະມີຄວາມວຸ່ນວາຍ.
\v 21 ຂ້າພະເຈົ້າຢ້ານວ່າ ເມື່ອຂ້າພະເຈົ້າມາເຖິງ ພຣະເຈົ້າຈະເຮັດໃຫ້ຂ້າພະເຈົ້າຕ້ອງອັບອາຍຕໍ່ຫນ້າພວກທ່ານ. ຂ້າພະເຈົ້າຢ້ານວ່າ ຂ້າພະເຈົ້າຈະເສັຍໃຈ ເນື່ອງດ້ວຍຄວາມບາບທັງຫລາຍ ທີ່ບາງຄົນໄດ້ເຮັດມາກ່ອນຫນ້ານີ້, ແລະ ຄົນທີ່ບໍ່ກັບໃຈຈາກມົນທິນ ແລະ ຈາກການຫລິ້ນຊູ້ ແລະ ຈາກຕັນຫາທີ່ພວກເຂົາເຮັດຢູ່ນັ້ນ.
\s5
\c 13
\cl ບົດທີ 13
\p
\v 1 ເທື່ອນີ້ ຈະເປັນເທື່ອທີສາມທີ່ຂ້າພະເຈົ້າໄດ້ມາຢ້ຽມຢາມພວກທ່ານ. "ຂໍ້ກ່າວຫາໃດໆຈະຕ້ອງມີພະຍານສອງ ຫລື ສາມຄົນຈຶ່ງຈະເຊື່ອຖືໄດ້."
\v 2 ຂ້າພະເຈົ້າເຄີຍກ່າວໄວ້ໃນຄັ້ງທີສອງແລ້ວກັບຄົນເຫລົ່ານັ້ນ ທີ່ໄດ້ເຮັດບາບກ່ອນຫນ້ານັ້ນ ແລະ ພວກທີ່ເຫລືອທັງຫມົດ, ແລະ ຂ້າພະເຈົ້າຂໍກ່າວອີກເທື່ອຫນື່ງວ່າ: ເມື່ອຂ້າພະເຈົ້າກັບມາອີກ, ຂ້າພະເຈົ້າຈະບໍ່ລະເວັ້ນການລົງໂທດຄົນເຫລົ່ານີ້ເລີຍ.
\s5
\v 3 ຂ້າພະເຈົ້າບອກສິ່ງນີ້ແກ່ພວກທ່ານ ເພາະວ່າພວກທ່ານ ກຳລັງຊອກຫາຫລັກຖານວ່າ ທີ່ພຣະຄຣິດໄດ້ກ່າວຜ່ານທາງຂ້າພະເຈົ້າ. ພຣະອົງບໍ່ໄດ້ອ່ອນກຳລັງຕໍ່ທ່ານ. ແຕ່, ມີພະລັງຫຼາຍໃນພວກທ່ານ.
\v 4 ເຖິງແມ່ນວ່າ ພຣະອົງຈະຖືກຄຶງເພາະວ່າຄວາມອ່ອນກຳລັງ, ແຕ່ພຣະອົງຍັງຊົງມີພຣະຊົນຢູ່ໂດຍຣິດອຳນາດຂອງພຣະເຈົ້າ. ແລະ ເຖິງແມ່ນວ່າຂ້າພະເຈົ້າອ່ອນກຳລັງດ້ວຍເຊັ່ນດຽວກັນ, ແຕ່ຂ້າພະເຈົ້າຈະຍັງມີຊີວິດຢູ່ໂດຍຣິດອຳນາດຂອງພຣະເຈົ້າ ຊຶ່ງຢູ່ໃນທ່າມກາງພວກທ່ານ.
\s5
\v 5 ທ່ານພິຈາລະນາຕົວຂອງທ່ານເບິ່ງວ່າທ່ານຕັ້ງຢູ່ໃນຄວາມເຊື່ອຫລືບໍ່? ທ່ານຈົ່ງພິສູດຕົວທ່ານເອງເຖີດ ພວກທ່ານບໍ່ຮູ້ບໍວ່າພຣະເຢຊູຄຣິດເຈົ້າຊົງສະຖິດໃນພວກທ່ານ? ພຣະອົງສະຖິດຢູ່ແນ່ນອນ ນອກຈາກວ່າພວກທ່ານຈະບໍ່ຜ່ານການພິສູດ.
\v 6 ແລະ ຂ້າພະເຈົ້າມີຄວາມເຊື່ອຫມັ້ນວ່າ ພວກທ່ານຈະພົບວ່າ ພວກເຮົາບໍ່ຜ່ານການພິສູດນັ້ນ.
\s5
\v 7 ບັດນີ້ ພວກເຮົາຂໍອະທິຖານຕໍ່ພຣະເຈົ້າ ເພື່ອທີ່ຈະບໍ່ໃຫ້ພວກທ່ານກະທຳຜິດໃດໆ. ຂ້າພະເຈົ້າບໍ່ໄດ້ອະທິຖານເພື່ອໃຫ້ພວກເຮົາປະກົດວ່າ ຜ່ານການພິສູດ. ແຕ່, ຂ້າພະເຈົ້າອະທິຖານເພື່ອໃຫ້ພວກທ່ານເຮັດໃນສິ່ງທີ່ຖືກຕ້ອງ, ເຖິງແມ່ນວ່າພວກເຮົາເອງເບິ່ງຄືວ່າພວກເຮົາໄດ້ຜ່າຍແພ້ໃນການພິສູດນັ້ນ.
\v 8 ເພາະວ່າພວກເຮົາບໍ່ສາມາດເຮັດສີ່ງໃດໆ ທີ່ຂັດກັບຄວາມຈິງໄດ້, ແຕ່ເຮັດເພື່ອຄວາມຈິງເທົ່ານັ້ນ.
\s5
\v 9 ເພາະວ່າຂ້າພະເຈົ້າມີຄວາມຊື່ນຊົມຍິນດີໃນຍາມທີຂ້າພເະເຈົ້າອ່ອນແອ ແລະ ພວກທ່ານມີຄວາມເຂັ້ມແຂງ. ເຮົາອະທິຖານຢ່າງນີ້ດ້ວຍເຊັ່ນກັນຄືຂໍໃຫ້ທ່ານທັງຫລາຍໄດ້ເປັນຄົນທີ່ສົມບູນພ້ອມ.
\v 10 ຂ້າພະເຈົ້າໄດ້ຂຽນສີ່ງເຫລົ່ານີ້ໃນຂະນະທີ່ຂ້າພະເຈົ້າຢູ່ຫ່າງຈາກພວກທ່ານ, ດ້ວຍວ່າເມື່ອຂ້າພະເຈົ້າມາແລ້ວ ຈະບໍ່ຈຳເປັນຕ້ອງເຂັ້ມງວດພວກທ່ານໂດຍການໃຊ້ອຳນາດ ຊຶ່ງອົງພຣະຜູ້ເປັນເຈົ້າປະທານແກ່ຂ້າພະເຈົ້າ, ເພື່ອທີ່ຈະເສີມສ້າງທ່ານຂື້ນ, ບໍ່ແມ່ນທຳລາຍລົງ.
\s5
\v 11 ສຸດທ້າຍນີ້, ພີ່ນ້ອງທັງຫລາຍ, ຈົ່ງຊື່ນຊົມຍິນດີ! ຈົ່ງເຮັດເພື່ອໃຫ້ເກີດຄວາມປອງດອງກັນ, ຈົ່ງຫນູນໃຈກັນ, ຈົ່ງເປັນນໍ້າຫນື່ງໃຈດຽວກັນ, ຈົ່ງຢູ່ຮ່ວມກັນດ້ວຍສັນຕິສຸກ. ແລະຂໍໃຫ້ພຣະເຈົ້າແຫ່ງຄວາມຮັກ ແລະ ສັນຕິສຸກຊົງສະຖິດກັບພວກທ່ານ.
\v 12 ຈົ່ງກ່າວທັກທາຍຕໍ່ກັນ ແລະ ກັນ ດ້ວຍປະເພນີການຈູບອັນບໍຣິສຸດ.
\s5
\v 13 ໄພ່ພົນທັງປວງຂອງພຣະເຈົ້າ ຝາກຄວາມຄິດຮອດມາເຖິງທ່ານທັງຫລາຍ.
\v 14 ຂໍໃຫ້ພຣະຄຸນຂອງພຣະເຢຊູຄຣິດເຈົ້າ, ຄວາມຮັກຂອງພຣະເຈົ້າ, ແລະ ຄວາມສາມັກຄີທຳກັບພຣະວິນຍານບໍຣິສຸດເຈົ້າ ຈົ່ງດຳຣົງຢູ່ກັບພວກທ່ານທັງຫລາຍເຖີດ.