lo_rom_tn_l3/16/25.txt

30 lines
4.6 KiB
Plaintext

[
{
"title": "ຄຳອະທິບາຍເພີ້ມເຕີມ:",
"body": "ໂປໂລປິດທ້າຍດ້ວຍຄຳອະທິຖານຂໍພຣະພອນ."
},
{
"title": "ບັດນີ້",
"body": "ຈຸດນີ້ຄຳນີ້\"ບັດນີ້\" ບົ່ງວ່າເປັນສ່ວນຈົບຂອງຈົດໝາຍສະບັບນີ້ ຖ້າທ່ານມີທາງທີ່ຈະທຳຢ່າງນີ້ໃນພາສາຂອງທ່ານທ່ານສາມາດໃຊ້ໄດ້ໃນຈຸດນີ້."
},
{
"title": "ທ່ານທັງຫຼາຍຕັ້ງໝັ້ນຄົງ.",
"body": "ໂປໂລເວົ້າຈຸດນີ້ເຖິງການມີຄວາມເຊື່ອທີ່ໝັ້ນຄົງ ດັ່ງກັບວ່າຄົນໜຶ່ງຢືນຢູ່ແທນທີ່ຈະລົ້ມລົງ ແປໄດ້ອີກຢ່າງໜຶ່ງວ່າ:\"ເພື່ອໃຫ້ຄສາມເຊື່ອຂອງທ່ານໃຫ້ເຂັ້ມແຂງ\"(ເບິ່ງ:figs_metaphor)"
},
{
"title": "ຕາມຂ່າວປະເສີດຊຶ່ງຂ້າພະເຈົ້າໄດ້ປະກາດແລະຄຳສອນຂອງພຣະເຢຊູຄຣິດ.",
"body": "\"ໂດຍຂ່າວປະເສີດກ່ຽວກັບພຣະເຢຊູຄຣິດທີ່ຂ້າພະເຈົ້າໄດປະກາດ\""
},
{
"title": "ຕາມການເປີດເຜີຍຂໍ້ລ້ຳເລິກຊຶ່ງໄດ້ປິດບັງໄວ້ເປັນຄວາມລັບຕັ້ງແຕ່ສະໄໝບູຮານ",
"body": "ໂປໂລກ່າວວ່າພຣະເຈົ້າໄດ້ຊົງເປີດເຜີຍຄວາມຈິງທີ່ຊ່ອນຢູ່ໄວ້ກ່ອນແກ່ຜູ້ເຊື່ອ ພຣະອົງຕັດຄວາມຈິງເຫຼົ່ານີ້ ດັ່ງກັບວ່າເປັນຄວາມລັບ.ທ່ານອາດຈະແປຂໍ້ຄວາມນີ້ໃນຮູບແບບທີ່ປະທານເປັນຜູ້ກະທຳໄດ້.ແປໄດ້ອີກຢ່າງວ່າ:\"ເພາະພຣະເຈົ້າໄດ້ຊົງເປີດເຜີຍຄວາມລັບທີ່ພຣະອົງຊົງປິດບັງໄວ້ນານແລ້ວແກ່ເຮົາທີ່ເປັນຜູ້ເຊື່ອ\"(ເບິ່ງ:figs_metaphorແລະfigs_activepassive)"
},
{
"title": "ແຕ່ບັດນີ້ໄດ້ຊົງເປີດເຜີຍແລະທຳໃຫ້ເປັນທີ່ປະຈັກແລ້ວໂດບຂໍ້ພຣະຄັມພີຊຶ່ງຂຽນໂດຍບັນດາຜູ້ເຜີຍພຣະວະຈະນະຕາມພຣະບັນຊາຂອງພຣະເຈົ້າຜູ້ຊົງດຳລົງເປັນນິດ.",
"body": "ຄຳວ່າ\"ເປີດເຜີຍ\"ແລະ\"ທຳໃຫ້ເປັນທີ່ຮູ້ຈັກ\"ໂດຍພື້ນຖານແລ້ວມີຄວາມໝາຍຢ່າງດຽວກັນ ໂປໂລໃຊ້ທັງສອງຄຳເພື່ອເນັ້ນຄວາມຄິດເຫັນຂອງເຂົາ ທ່ານອາດຈະລວມຄວາມເຫຼົ່ານີ້ເຂົ້າດ້ວຍກັນແລະແປຄຳນີ້ໃນຮູບແບບທີ່ປະທານເປັນຜູ້ກະທຳໄດ້ ແປໄດ້ອີກຢ່າງວ່າ:\"ແຕ່ບັດນີ້ພຣະເຈົ້າຜູ້ຊົງດຳລົງເປັນນິດໄດ້ກະທຳໃຫ້ເປັນທີ່ຮູ້ຈັກຜ່ານທາງພຣະຄັມພີແລ້ວ\"(ເບິ່ງ:figs_doubletແລະfigs_activepassive)"
},
{
"title": "ເພື່ອໃຫ້ບັນດາຄົນຕ່າງຊາດທັງໝົດໄດ້ກະທຳຕາມຄວາມເຊື່ອນັ້ນ.",
"body": "ຈຸດນີ້ຄຳວ່າ\"ເຊື່ອຟັງ\"ແລະ\"ຄວາມເຊື່ອ\"ເປັນຄຳນາມທີ່ເປັນນາມະທັມ ທ່ານອາດຈະໃຊ້ຄຳກິຣິຍາ\"ເຊື່ອຟັງ\"ແລະ\"ໄວ້ວາງໃຈ\"ໃນການແປຂອງທ່ານ,ແປໄດ້ອີກຢ່າງວ່າ:\"ເພື່ອທີ່ວ່າປະຊາຊາດທັງໝົດຈະເຊື່ອຟັງພຣະເຈົ້າເພາະພວກເຂົາໄວ້ວາງໃຈໃນພຣະອົງ\"(ເບິ່ງ:figs_abstractnouns)"
}
]