lo_rom_tn_l3/03/03.txt

30 lines
3.9 KiB
Plaintext

[
{
"title": "ເຖິງມີພວກຢິວບາງຄົນທີ່ບໍ່ມີຄວາມເຊື່ອ ຄວາມບໍ່ເຊື່ອຂອງເຂົານັ້ນຈະທຳໃຫ້ຄວາມສັດຊື່ຂອງພຣະເຈົ້າໄຮ້ປະໂຫຍດຫຼື.",
"body": "ໂປໂລໃຊ້ຄຳຖາມເຫຼົ່ານີ້ເພື່ອທຳໃຫ້ຄົນຄິດ,ແປໄດ້ອີກຢ່າງວ່າ:\"ຄົນຢິວບາງຄົນບໍ່ໄດ້ສັດຊື່ກັບພຣະເຈົ້າ ເຮົາຄວນຈະສະຫລຸບຈາກສິ່ງນີ້ບໍວ່າພຣະເຈົ້າບໍ່ຊົງກະເຮັດພຣະສັນຍາຂອງພຣະອົງໃຫ້ສຳເລັດ\".(ເບິ່ງ:figs_rquestion)"
},
{
"title": "ຂໍຢ່າໃຫ້ເປັນຢ່າງນັ້ນເລີຍ.",
"body": "ສຳນວນນີ້ໄດ້ປະຕິເສດຢ່າງສິ້ນເຊີງເຖິງການທີ່ສິ່ງນີ້ຈະເກີດຂຶ້ນ,ທ່ານອາດຈະມີສຳນວນໃນພາສາຂອງທ່ານທີ່ທ່ານອາດຈະໃຊ້ໄດ້ໃນຈຸດນີ້\"ນັ້ນເປັນໄປບໍ່ໄດ້!\" ຫຼື \"ບໍ່ເປັນດັ່ງນັ້ນແນ່ນອນ\"."
},
{
"title": "ແຕ່",
"body": "\"ເຮົາຄວນຈະເວົ້າຢ່າງນີ້ແທນ\""
},
{
"title": "ໃຫ້ພຣະເຈົ້າຊົງສັດຈິງເຖີ້ນ.",
"body": "ພຣະເຈົ້າຊົງສັດຈິງແລະຊົງຮັກສາພຣະສັນຍາຂອງພຣະອົງ.ແປໄດ້ອີກຢ່າງວ່າ:\"ພຣະເຈົ້າຊົງກະທຳໃນສິ່ງທີ່ພຣະອົງຊົງສັນຍາ\".(ເບິ່ງ: figs_explicit)"
},
{
"title": "ເຖິງແມ່ນມະນຸດທຸກຄົນຈະເວົ້າຕົວະ.",
"body": "ໂປໂລໄດ້ເວົ້າເກີນຈິງໃນຈຸດນີ້ເພື່ອເພີ້ມການເນັ້ນຢ້ຳວ່າ ພຣະເຈົ້າຊົງສັດຈິງຕໍ່ພຣະສັນຍາຂອງພຣະອົງສະເໝີ ແປໄດ້ອີກຢ່າງວ່າ:\"ເຖິງວ່າມະນຸດທຸກຄົນຈະຂີ້ຕົວະ\"(ເບິ່ງ:figs_hyperbole)"
},
{
"title": "ຕາມທີ່ມີຂຽນໄວ້ວ່າ",
"body": "ທ່ານອາດຈະແປຂໍ້ຄວາມນີ້ໃນຮູບແບບທີ່ປະທານເປັນຜູ້ກະທຳໄດ້, ແປໄດ້ອີກຢ່າງວ່າ:\"ຂໍ້ພຣະຄຳພີເອງກໍສອດຄ່ອງກັບສິ່ງທີ່ຂ້າພຣະເຈົ້າກ່າວ\".(ເບິ່ງ:figs_activepassive)"
},
{
"title": "ເພື່ອພຣະອົງຈະໄດ້ປາກົດວ່າ ຊົງເປັນຜູ້ຊອບທຳໃນພຣະດຳລັດທັງຫຼາຍຂອງພຣະອົງ,ແລະຊົງມີໄຊເມື່ອເຂົາວິນິສັຍພຣະອົງ\"",
"body": "ຄຳເວົ້າທັງສອງນີ້ມີຄວາມໝາຍໃກ້ຄຽງກັນ,ທ່ານອາດຈະແປຂໍ້ຄວາມນີ້ໃນຮູບແບບທີ່ປະທານເປັນຜູ້ກະທຳໄດ້,ແປໄດ້ອີກຢ່າງວ່າ\"ທຸກຄົນຕ້ອງຍອມຮັບວ່າສິ່ງທີ່ພຣະອົງຕັດເປັນຄວາມຈິງແລະພຣະອົງຊົງຊະນະຄະດີຄືກັບເມື່ອມີຄົນກ່າວຫາພຣະອົງ\"(ເບິ່ງ: figs_parallelism and figs_activepassive)"
}
]