38 lines
3.6 KiB
Plaintext
38 lines
3.6 KiB
Plaintext
[
|
|
{
|
|
"title": "ຂໍ້ມູນເຊື່ອມຕໍ່:",
|
|
"body": "ໂປໂລໃຊ້ເຕືອນຜູ້ເຊື່ອຄັ້ງສຸດທ້າຍກ່ຽວກັບຄວາມເປັນນ້ຳຫນຶ່ງໃຈດຽວກັນແລະການໃຊ້ຊີວິດເພື່ອພຣະເຈົ້າ."
|
|
},
|
|
{
|
|
"title": "ໃຫ້ລະວັງ",
|
|
"body": "\"ໃຫ້ລະວັງ\""
|
|
},
|
|
{
|
|
"title": "ຄົນເຫລົ່ານັ້ນທີ່ສ້າງຄວາມແຕກແຍກແລະທຳໃຫ້ຄົນອື່ນສະດຸດ.",
|
|
"body": "ຄຳນີ້ຫມາຍເຖິງຄົນເຫລົ່ານັ້ນ ທີ່ໂຕ້ຖຽງແລະທຳໃຫ້ຄົນອື່ນບໍ່ເຊື່ອໃນພຣະຄຣິດ,ແປໄດ້ອີກຢ່າງວ່າ:\"ຄົນທີ່ທຳໃຫ້ຜູ້ເຊື່ອໂຕ້ຖຽງກັນແລະກັນແລະເລີກເຊື່ອໃນພຣະເຈົ້າ\"(ເບິ່ງ:figs_explicit)"
|
|
},
|
|
{
|
|
"title": "ພວກເຂົາຫລົງຜິດໄປຈາກຄຳສອນທີ່ທ່ານທັງຫລາຍໄດ້ຮຽນມາ.",
|
|
"body": "\"ພວກເຂົາສອນສິ່ງທີ່ບໍ່ຖືກກັບຄວາມຈິງທີ່ທ່ານໄດ້ຮຽນຮູ້ແລ້ວ\""
|
|
},
|
|
{
|
|
"title": "ຈົ່ງເມີນໜ້າຈາກຄົນເຫລົ່ານັ້ນ",
|
|
"body": "\"ອອກຫ່າງຈາກພວກເຂົາ\""
|
|
},
|
|
{
|
|
"title": "ແຕ່ຮັບໃຊ້ປາກທ້ອງຂອງຕົວເອງ.",
|
|
"body": "ຈຸດນີ້\"ທ້ອງ\"ເປັນຄຳປຽບທຽບທີ່ອ້ງອີງເຖິງຄວາມປາດຖະຫນາທາງຮ່າງກາຍ ແປໄດ້ອີກຢ່າງວ່າ:\"ແຕ່ພວກເຂົາພຽງຕ້ອງການທີ່ຈະຕອບສະໜອງຄວາມປາດຖະຫນາອັນເຫັນແກ່ຕົວຂອງຕົວເອງ\"(ເບິ່ງ:figs_metonymy)"
|
|
},
|
|
{
|
|
"title": "ດ້ວຍຄວາມເວົ້າທີ່ນ່າຟັງແລະປະຈົບປະແຈງ.",
|
|
"body": "ຄຳວ່າ\"ນ່າຟັງ\"ແລະ\"ປະຈົບປະແຈງ\"ໂດຍພື້ນຖານແລ້ວ\nຫມາຍຄວາມຢ່າງດຽວກັນ,ໂປໂລກຳລັງເນັ້ນຢ້ຳເຖິງວິທີທີ່ພວກເຂົາຫຼອກລວງຜູ້ເຊື່ອ,ແປໄດ້ອີກຢ່າງວ່າ:\"ໂດຍການເວົ້າສິ່ງທີ່ເບິ່ງເຫມືອນຈະດີແລະເປັນຈິງ\"(ເບິ່ງ:figs_doublet)"
|
|
},
|
|
{
|
|
"title": "ຜູ້ບໍຣິສຸດ",
|
|
"body": "ຄຳນີ້ຫມາຍເຖິງຄົນເຫລົ່ານັ້ນທີ່ລຽບງ່າຍ ບໍ່ມີປະສົບປະການແລະອ່ອນຕໍ່ໂລກ,ແປໄດ້ອີກຢ່າງວ່າ:\"ຄົນເຫລົ່ານັ້ນທີ່ໄວ້ໃຈພວກເຂົາຢ່າງບໍຣິສຸດໃຈ\"ຫຼື\"ຄົນເຫລົ່ານັ້ນທີ່ບໍ່ຮູ້ວ່າອາຈານເຫລົ່ານີ້ກຳລັງຫລອກລວງພວກເຂົາ\""
|
|
},
|
|
{
|
|
"title": "ພີ່ນ້ອງທັງຫຼາຍ",
|
|
"body": "ຈຸດນີ້ຄຳນີ້ຫມາຍເຖິງຄຣິສະຕຽນລວມທັງຜູ້ຊາຍແລະຜູ້ຍິງ"
|
|
}
|
|
] |