lo_rom_tn_l3/06/12.txt

42 lines
5.6 KiB
Plaintext

[
{
"title": "ຂໍ້ມູນເຊ່ອມຕໍ່:",
"body": "ໂປໂລເຕືອນເຮົາວ່າພຣະຄຸນຄອບຄອງຢູ່ເຫນືອເຮົາ ບໍ່ແມ່ນພະະບັນຍັດ ເຮົາບໍ່ແມ່ນທາດຂອງຄວາມບາບແຕ່ເປັນທາດຂອງພຣະເຈົ້າ."
},
{
"title": "ຢ່າໃຫ້ບາບມີອຳນາດເຫນືອ...ຢ່າຍອມໃຫ້ບາບມີອຳນາດເຫນືອ.",
"body": "\"ຄວາມບາບ\"ຖືກອະທິບາຍວ່າເປັນກະສັດຫລືເຈົ້ານາຍຂອງຄົນຫນຶ່ງ(ເບິ່ງ: figs_personification)"
},
{
"title": "ກາຍທີ່ຕ້ອງຕາຍ.",
"body": "ຄຳເວົ້ານີ້ຫມາຍເຖິງສ່ວນຮ່າງກາຍຂອງມະນຸດທີ່ຕ້ອງຕາຍ,ແປໄດ້ອີກຢ່າງວ່າ:\"ທ່ານ\"(ເບິ່ງ:figs_synecdoche)"
},
{
"title": "ຊຶ່ງທຳໃຫ້ຕ້ອງເຊື່ອຟັງຕັນຫາຂອງກາຍນັ້ນ.",
"body": "ໃນຖານະທີ່ເປັນນາຍ\"ຄວາມບາບ\"ຕ້ອງການໃຫ້ຄົນບາບເຊື່ອຟັງຄຳສັ່ງຂອງມັນໃນການທຳສິ່ງຊົ່ວຮ້າຍ."
},
{
"title": "ຢ່າຍົກອະໄວຍະວະໃນກາຍຂອງທ່ານໃຫ້ແກ່ບາບເພື່ອເປັນເຄື່ອງໃຊ້ໃນການອະທຳ.",
"body": "ພາບກໍຄືຄົນບາບຍົກ\"ຮ່າງກາຍ\"ຂອງເຂົາໃຫ້ກັບນາຍຫລືກະສັດ,ແປໄດ້ອີກຢ່າງວ່າ:\"ຢ່າສະເຫນີຕົວເອງໃຫ້ກັບຄວາມບາບເພື່ອທີ່ທ່ານຈະທຳໃນສິ່ງທີ່ບໍ່ຖືກຕ້ອງ\"(ເບິ່ງ:figs_synecdoche)"
},
{
"title": "ແຕ່ຈົ່ງຖວາຍຕົວຂອງທ່ານແດ່ພຣະເຈົ້າ ເຫມືອນຄົນທີ່ເປັນຂຶ້ນມາຈາກຄວາມຕາຍແລ້ວແລະມີຊີວິດຢູ່.",
"body": "ແປໄດ້ອີກຢ່າງວ່າ:\"ແຕ່ຖວາຍຕົວເອງແກ່ພຣະເຈົ້າເພາະພຣະອົງປະທານຊີວິດໃຫມ່ໃນວິນຍານໃຫ້ແກ່ທ່ານ\""
},
{
"title": "ຢ່າຍອມໃຫ້ບາບມີອຳນາດເໜືອທ່ານ.",
"body": "ໂປໂລເວົ້າເຖິງ\"ບາບ\"ຈຸດນີ້ດັ່ງກັບວ່າເປັນກະສັດທີ່ປົກຄອງເໜືອຜູ້ຄົນ.ແປໄດ້ອີກຢ່າງວ່າ:\"ຢ່າໃຫ້ຄວາມປາດຖະຫນາອັນຊົ່ວຮ້າຍຄວບຄຸມໃນສິ່ງທີ່ທ່ານທຳ\"ຫຼື\"ຢ່າຍອມໃຫ້ຕົນເອງເຮັດສິ່ງຊົ່ວຮ້າຍທີ່ທ່ານຕ້ອງການເຮັດ\".(ເບິ່ງ:figs_personification)"
},
{
"title": "ແຕ່ຈົ່ງຖວາຍຕົວຂອງທ່ານແດ່ພຣະເຈົ້າ ເຫມືອນເປັນຄົນທີ່ຄືນມາຈາກຄວາມຕາຍແລ້ວແລະມີຊີວິດຢູ່:",
"body": "ຈຸດນີ້\"ມີຊີວິດຢູ່\"ຫມາຍເຖິງຊີວິດໃໝ່ຝ່າຍວິນຍານຂອງຜູ້ເຊື່ອ.ແປໄດ້ອີກຢ່າງວ່າ:\"ແຕ່ຖວາຍຕົວເອງໃຫ້ແກ່ພຣະເຈົ້າເພາະພຣະອົງປະທານຊີວິດໃໝ່ຝ່າຍວິນຍານໃຫ້ແກ່ທ່ານ\".(ເບິ່ງ:figs_explicit)"
},
{
"title": "ຢ່າຍົກອະໄວຍະວະໃນກາຍຂອງທ່ານໃຫ້ແກ່ບາບເປັນເຄື່ອງໃຊ້ໃນການອະທຳ.",
"body": "ພາບກໍຄືຄົນບາບຍົກ\"ຮ່າງກາຍ\"ຂອງເຂົາໃຫ້ກັບນາຍຫລືກະສັດ\"ອະໄວຍະວະໃນກາຍ\"ຂອງຄົນຫນຶ່ງເປັນຄຳປຽບທຽບທີ່ໝາຍເຖິງທັງຫມົດຂອງຄົນໆຫນຶ່ງ,ແປໄດ້ອີກຢ່າງວ່າ:\"ຢ່າສະເຫນີຕົວເອງໃຫ້ກັບຄວາມບາບເພື່ອທີ່ທ່ານຈະທຳໃນສິ່ງທີ່ບໍ່ຖືກຕ້ອງ\"(ເບິ່ງ:figs_explicit)"
},
{
"title": "ເພາະວ່າທ່ານບໍ່ໄດ້ຢູ່ໃຕ້ພະບັນຍັດ.",
"body": "ການ\"ຢູ່ໃຕ້ພະບັນຍັດ\"ຫມາຍເຖິງການຢູ່ໃຕ້ຂໍ້ຈຳກັດແລະຄວາມອ່ອນແອຂອງມັນ,ທ່ານອາດຈະທຳໃຫ້ຄວາມຫມາຍແບບເຕັມມີຄວາມຈະແຈ້ງໃນການແປຂອງທ່ານ.ແປໄດ້ອີກຢ່າງວ່າ:\"ເພາະທ່ານບໍ່ໄດ້ຜູກຕິດກັບພະບັນຍັດຂອງໂມເຊອີກຕໍ່ໄປຊຶ່ງເປັນສິ່ງທີ່ບໍ່ສາມາດໃຫ້ອຳນາດແກ່ທ່ານໃນການເລີກທຳບາບ\"(ເບິ່ງ: (See: figs_explicit)"
}
]