lo_rom_tn_l3/03/05.txt

30 lines
4.5 KiB
Plaintext

[
{
"title": "ແຕ່ຖ້າຄວາມອະທຳຂອງເຮົາສະແດງໃຫ້ເຫັນເຖິງຄວາມຊອບທຳຂອງພຣະເຈົ້າແລ້ວ ເຮົາຈະວ່າຢ່າງໃດ.",
"body": "ຂໍ້ຄິດເຫັນນີ້ປາກົດໃນຮູບແບບຂອງຄຳຖາມເພື່ອເພີ້ມການເນັ້ນຢ້ຳ.ແປໄດ້ອີກຢ່າງວ່າ:\"ແຕ່ບາງຄົນໂຕ້ແຢ້ງວ່າເມື່ອເຮົາທຳຜິດຜູ້ຄົນຈະເຫັນໄດ້ຢ່າງຈະແຈ້ງຂຶ້ນເຖິງການທີ່ພຣະເຈົ້າຊົງກະທຳໃນສິ່ງທີ່ຖືກຕ້ອງ ເຮົາຈະວ່າຢ່າງໃດໃນເລື່ອງນັ້ນ?\"(ເບິ່ງ: figs_rquestion)"
},
{
"title": "ພຣະເຈົ້າຊົງຊອບທຳເມື່ອພຣະອົງຊົງລົງກ່າວໂທດບໍ່ແມ່ນບໍ.",
"body": "ຂໍ້ຄິດເຫັນນີ້ປາກົດໃນຮູບແບບຂອງຄຳຖາມເພື່ອເພີ້ມການເນັ້ນຢ້ຳ.ແປໄດ້ອີກຢ່າງວ່າ:\"ເຮົາບໍ່ສາມາດບອກໄດ້ວ່າພຣະເຈົ້າຊົງບໍ່ຊອບທຳເມື່ອພຣະອົງຊົງລົງໂທດຜູ້ຄົນ\"ຫຼື\"ເຮົາຕ້ອງຍັງຄົງເວົ້າວ່າພຣະເຈົ້າຊົງຊອບທຳ ເຖິງແມ່ນເມື່ອພຣະອົງຊົງລົງໂທດຜູ້ຄົນ\"(ເບິ່ງ:figs_rquestion)"
},
{
"title": "ພຣະພິໂຣດ.",
"body": "ຈຸດນີ້\"ພຣະພິໂຣດ\"ເປັນຄຳທີ່ໃຊ້ແທນການລົງໂທດຈາກພຣະເຈົ້າ\"(ເບິ່ງ: figs_metonymy)"
},
{
"title": "ຂ້າພຣະເຈົ້າເວົ້າຕາມເຫດຜົນຂອງມະນຸດ.",
"body": "ຈຸດນີ້\"ເຫດຜົນຂອງມະນຸດ\"ຫມາຍເຖິງວິທີໂດຍປົກກະຕິທີ່ມະນຸດຈະເວົ້າ.ແປໄດ້ອີກຢ່າງວ່າ:\"ຈຸດນີ້ຂ້າພຣະເຈົ້າກຳລັງເວົ້າໃນສິ່ງທີ່ຜູ້ຄົນໂດຍປົກກະຕິເວົ້າ\"(ເບິ່ງ:figs_explicit)"
},
{
"title": "ພຣະເຈົ້າຈະຊົງພິພາກສາໂລກໄດ້ຢ່າງໃດ.",
"body": "ໂປໂລໃຊ້ຄຳຖາມນີ້ເພື່ອສະແດງວ່າຂໍ້ໂຕ້ແຍ້ງທີ່ມີຂ່າວປະເສີດຂອງຄຣິຕຽນເປັນເລື່ອງບໍ່ມີເຫດຜົດ ເນື່ອງຈາກຄົນຢິວທັງ\nຫມົດເຊື່ອວ່າພຣະເຈົ້າຊົງສາມາດແລະຈະຊົງຕັດສິນມະນຸດທຸກຄົນທຸກຄົນ.ແປໄດ້ອີກຢ່າງຫນຶ່ງວ່າ:ແລະໃນຄວາມເປັນຈິງແລ້ວເຮົາທຸກຄົນຮູ້ວ່າພຣະເຈົ້າຈະຊົງພິພາກສາໂລກ!\"(ເບິ່ງ:figs_rquestion)"
},
{
"title": "ເພາະຖ້າເປັນເຊັ່ນນັ້ນແລ້ວ ພຣະເຈົ້າຈະຊົງພິພາກສາ ໂລກໄດ້ຢ່າງໃດ.",
"body": "ໂປໂລໃຊ້ຄຳຖາມນີ້ເພື່ອສະແດງວ່າຂໍ້ໂຕ້ແຍ້ງທີ່ມີຕໍ່ຂ່າວປະເສີດນັ້ນບໍ່ຖືກຕ້ອງ.ເນື່ອງຈາກຄົນຢິວເຊື່ອວ່າ ພຣະເຈົ້າຈະຕັດສິນມະນຸດທຸກຄົນ,ແປໄດ້ອີກຢ່າງວ່າ:\"ໃນຄວາມເປັນຈິງແລ້ວເຮົາທຸກຄົນຮູ້ວ່າພຣະເຈົ້າຈະຊົງພິພາກສາໂລກ\"(ເບິ່ງ:figs_rquestion)"
},
{
"title": "ໂລກ.",
"body": "ຄຳວ່າ \"ໂລກ\" ເປັນຄຳທີ່ໃຊ້ແທນມະນຸດທີ່ອາໄສຢູ່ໃນໂລກ,ແປໄດ້ອີກຢ່າງວ່າ:\"ທຸກຄົນໃນໂລກ\"(ເບິ່ງ:figs_metonymy)\n"
}
]