lo_rom_tn_l3/01/01.txt

30 lines
3.7 KiB
Plaintext

[
{
"title": "ໂປໂລ",
"body": "ພາສາຂອງທ່ານອາດຈະມີວິທີການໂດຍສະເພາະທີ່ຈະແນະນຳຜູ້ຂຽນຈົດຫມາຍ ແປໄດ້ອີກຢ່າງວ່າ: \"ຂ້າພຣະເຈົ້າເປົາໂລຂຽນຈົດຫມາຍສະບັບນີ້\"(1:7). ທ່ານອາດຈະບອກດ້ວຍວ່າຈົດຫມາຍສະບັບນີ້ຂຽນເຖິງໃຜ (See: figs_explicit)"
},
{
"title": "ໄດ້ຮັບການຊົງເອີ້ນໃຫ້ເປັນອັກຄະທູດ ແລະຕັ້ງໄວ້ໃຫ້ປະກາດຂ່າວປະເສີດຂອງພຣະເຈົ້າ.",
"body": "ທ່ານອາດຈະແປຂໍ້ຄວາມນີ້ໃນຮູບປະທານເປັນຜູ້ກະທຳ ແປໄດ້ອີກຢ່າງວ່າ: \"ພຣະເຈົ້າໄດ້ຊົງເອີ້ນຂ້າພຣະເຈົ້າໃຫ້ເປັນອັກຄະສາວົົກແລະເລືອກຂ້າພຣະເຈົ້າໃຫ້ບອກກ່າວແກ່ຜູ້ຄົນໃນເລື່ອງຂ່າວປະເສີດ\"(ເບິ່ງ:figs_activepassive)"
},
{
"title": "ໄດ້ຮັບການຊົງເອີ້ນ",
"body": "ຄຳເວົ້ານີ້ຫມາຍຄວາມວ່າ ພຣະເຈົ້າໄດ້ຊົງແຕ່ງຕັ້ງຫຼືເລືອກຜູ້ຄົນໃຫ້ເປັນບຸດຂອງພຣະອົງໃຫ້ເປັນຜູ້ຮັບໃຊ້ຂອງພຣະອົງແລະຜູ້ປະກາດຂ່າວແຫ່ງຄວາມລອດຂອງພຣະອົງຜ່ານທາງພຣະເຢຊູ."
},
{
"title": "ນີ້ເປັນຂ່າວປະເສີດທີ່ພຣະອົງໄດ້ຊົງສັນຍາໄວ້ລ່ວງໜ້າໂດຍທາງບັນດາຜູ້ເຜີຍພຣະທຳຂອງພຣະອົງໃນພຣະຄຳພີ.",
"body": "ພຣະເຈົ້າຊົງສັນຍາແກ່ປະຊາກອນຂອງພຣະອົງວ່າພຣະອົງຈະຊົງກໍ່ຕັ້ງອານາຈັກຂອງພຣະອົງ ພຣະອົງຊົງບອກໃຫ້ແກ່ຜູ້ເຜີຍພຣະຄຳໃຫ້ຂຽນພຣະສັນຍາເຫຼົ່ນີ້ໄວ້ໃນພຣະຄຳພີ."
},
{
"title": "ຂ່າວປະເສີດນັ້ນກ່ຽວກັບພຣະບຸດຂອງພຣະອົງ",
"body": "ຂໍ້ຄວາມນີ້ຫມາຍເຖິງ \"ຂ່າວປະເສີດຂອງພຣະເຈົ້າ\" ຂ່າວດີທີ່ວ່າພຣະເຈົ້າໄດ້ຊົງສັນຍາທີ່ຈະສົ່ງພຣະບຸດຂອງພຣະອົງເຂົ້າມາໃນໂລກ."
},
{
"title": "ພຣະບຸດ",
"body": "ນີ້ເປັນຊື່ເອີ້ນທີ່ສຳຄັນຂອງພຣະເຢຊູ ພຣະບຸດຂອງພຣະເຈົ້າ(ເບິ່ງ:guidelines_sonofgodprinciples)"
},
{
"title": "ຜູ້ທີ່ໄດ້ຊົງບັງເກີດຈາກເຊື້ອສາຍຂອງດາວິດໂດຍທາງເນື້ອຫນັງ.",
"body": "ບ່ອນນີ້ຄຳວ່າ \"ເນື້ອຫນັງ\"ຫມາຍເຖິງຮ່າງກາຍທາງກາຍຍະພາບ ແປໄດ້ອີກຢ່າງໜຶ່ງວ່າ \"ຜູ້ເປັນເຊື້ອສາຍຂອງດາວິດ\"(ເບິ່ງ:figs_explicit)"
}
]